ບົດທີ 30
ຈົ່ງຕື່ນຂຶ້ນເຖີດ ອ້າຍນ້ອງເອີຍ! ຈົ່ງຕື່ນຂຶ້ນເຖີດ ເອື້ອຍນ້ອງເອີຍ! ມື້ຂອງເຮົາຈະບໍ່ຊັກຊ້າ; ເວລາຄືຊີວິດ ແລະ ການຍ້ອນເວລາກັບໄປແມ່ນການຊ່ວຍຊີວິດ! ເວລານັ້ນບໍ່ໄດ້ຢູ່ຫ່າງໄກເລີຍ! ຖ້າພວກເຈົ້າສອບເສັງເຂົ້າວິທະຍາໄລ ບໍ່ຜ່ານ ພວກເຈົ້າກໍສາມາດສຶກສາ ແລະ ເສັງຄືນໃໝ່ຫຼາຍຄັ້ງຕາມໃຈມັກ. ຢ່າງໃດກໍຕາມ, ມື້ຂອງເຮົາຈະບໍ່ຊັກຊ້າອີກຕໍ່ໄປ. ຈົ່ງຈື່ໄວ້! ຈົ່ງຈື່ໄວ້! ເຮົາຂໍຊຸກຍູ້ເຈົ້າດ້ວຍພຣະທໍາທີ່ດີເຫຼົ່ານີ້. ຈຸດຈົບຂອງໂລກຈະຖືກເປີດເຜີຍຕໍ່ສາຍຕາຂອງພວກເຈົ້າ ແລະ ໄພທີ່ຮ້າຍແຮງຄືບຄານເຂົ້າມາໃກ້ຢ່າງໄວວາ. ອັນໃດສຳຄັນກວ່າກັນ: ຊີວິດຂອງພວກເຈົ້າ ຫຼື ການນອນ, ອາຫານ, ເຄື່ອງດື່ມ ແລະ ເຄື່ອງນຸ່ງຫົ່ມຂອງພວກເຈົ້າມີຄວາມສໍາຄັນກວ່າ? ມັນເຖິງເລວາແລ້ວທີ່ພວກເຈົ້າຕ້ອງພິຈາລະນາສິ່ງເຫຼົ່ານີ້. ຈົ່ງຢ່າສົງໄສອີກຕໍ່ໄປ ແລະ ຈົ່ງຢ່າຫຼົບໜີຄວາມແນ່ນອນ!
ຈັ່ງແມ່ນເປັນຕາສົງສານແທ້ເດ! ຈັ່ງແມ່ນເປັນຕາດູຕົນແທ້ເດ! ຈັ່ງແມ່ນຕາບອດ! ມະນຸດຈັ່ງແມ່ນໂຫດຮ້າຍ! ແທ້ຈິງແລ້ວ ເຈົ້າເຮັດຕິບໍ່ໄດ້ຍິນພຣະທໍາຂອງເຮົາ. ເຮົາກໍາລັງເວົ້າກັບພວກເຈົ້າໂດຍບໍ່ມີປະໂຫຍດຫຍັງບໍ? ເປັນຫຍັງພວກເຈົ້າຄືຍັງເມີນເສີຍກັນຢູ່? ເປັນຫຍັງຄືເປັນແນວນັ້ນ? ພວກເຈົ້າບໍ່ເຄີຍມີຄວາມຄິດແບບນັ້ນແທ້ບໍ? ເຮົາກໍາລັງເວົ້າສິ່ງເຫຼົ່ານີ້ເພື່ອໃຜ? ຈົ່ງເຊື່ອໃນຕົວເຮົາ! ເຮົາຄືພຣະຜູ້ໄຖ່ຂອງພວກເຈົ້າ! ເຮົາຄືພຣະຜູ້ຊົງລິດທານຸພາບສູງສຸດຂອງພວກເຈົ້າ! ຈົ່ງເຝົ້າເບິ່ງ! ຈົ່ງເຝົ້າເບິ່ງ! ຈົ່ງຈື່ໄວ້ວ່າ ເວລາທີ່ເສຍໄປຈະບໍ່ມີວັນກັບຄືນມາອີກຄັ້ງ! ບໍ່ມີຢາໃດໃນໂລກນີ້ທີ່ປິ່ນປົວຄວາມເສຍໃຈໄດ້! ສະນັ້ນແລ້ວ ເຮົາຄວນເວົ້າກັບພວກເຈົ້າແນວໃດດີ? ພຣະທໍາຂອງເຮົາແມ່ນບໍ່ຄູ່ຄວນໃຫ້ພວກເຈົ້າພິຈາລະນາຢ່າງຮອບຄອບຊໍ້າໄປຊໍ້າມາເລີຍບໍ? ພວກເຈົ້າຈັ່ງແມ່ນບໍ່ສົນໃຈກັບພຣະທໍາຂອງເຮົາ ແລະ ບໍ່ມີຄວາມຮັບຜິດຊອບກັບຊີວິດຂອງຕົວເອງເລີຍ; ເຮົາຈະສາມາດທົນມັນໄດ້ຈັ່ງໃດ? ເຮົາຈະເຮັດໄດ້ຈັ່ງໃດ?
ຕະຫຼອດເວລານີ້, ເປັນຫຍັງຊີວິດແຫ່ງຄຣິດຕະຈັກທີ່ຖືກຕ້ອງຈຶ່ງບໍ່ສາມາດເກີດຂຶ້ນໃນບັນດາພວກເຈົ້າໄດ້? ນັ້ນກໍເພາະວ່າ ພວກເຈົ້າຂາດຄວາມເຊື່ອ; ພວກເຈົ້າບໍ່ເຕັມໃຈຮັບກໍາ, ບໍ່ເຕັມໃຈຖວາຍຕົວເອງໃຫ້ແກ່ເຮົາ, ບໍ່ເຕັມໃຈເສຍສະຫຼະຕົວເອງເມື່ອຢູ່ຕໍ່ໜ້າເຮົາ. ບຸດຊາຍຂອງເຮົາເອີຍ ຈົ່ງຕື່ນຂຶ້ນເຖີດ! ຈົ່ງເຊື່ອໃນຕົວເຮົາ, ບຸດຊາຍຂອງເຮົາ! ຜູ້ເປັນທີ່ຮັກຂອງເຮົາເອີຍ, ເປັນຫຍັງເຈົ້າຈິ່ງບໍ່ພິຈາລະນາສິ່ງທີ່ຢູ່ໃນໃຈຂອງເຮົາ?