ບົດທີ 13

ໃນສະພາບປັດຈຸບັນຂອງພວກເຈົ້າ, ພວກເຈົ້າຢຶດໝັ້ນໃນແນວຄວາມຄິດຂອງຕົວເອງຫຼາຍເກີນໄປ ແລະ ມີຄວາມວຸ້ນວາຍທາງສາສະໜາທີ່ຂ້ອນຂ້າງຮ້າຍແຮງຢູ່ໃນຕົວພວກເຈົ້າ. ເຈົ້າບໍ່ສາມາດປະຕິບັດໃນວິນຍານ, ເຈົ້າບໍ່ສາມາດເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຈົ້າປະຕິເສດແສງສະຫວ່າງໃໝ່. ເຈົ້າບໍ່ສາມາດເຫັນດວງອາທິດໃນຍາມກາງເວັນ ຍ້ອນວ່າເຈົ້າຕາບອດ, ເຈົ້າບໍ່ຮູ້ຈັກຜູ້ຄົນ, ເຈົ້າບໍ່ສາມາດໜີຈາກ “ພໍ່ແມ່” ຂອງເຈົ້າໄດ້, ເຈົ້າຂາດການຢັ່ງຮູ້ທາງຝ່າຍວິນຍານ, ເຈົ້າບໍ່ຮັບຮູ້ພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຈົ້າກໍບໍ່ມີຄວາມຄິດວ່າຈະກິນ ແລະ ດື່ມພຣະທຳຂອງເຮົາແນວໃດ. ມັນແມ່ນບັນຫາທີ່ເຈົ້າບໍ່ຮູ້ວ່າຈະກິນ ແລະ ດື່ມມັນດ້ວຍຕົວເຈົ້າເອງແນວໃດ. ພາລະກິດຂອງພຣະວິນຍານບໍລິສຸດກ້າວໄປຂ້າງໜ້າດ້ວຍຄວາມໄວທີ່ໜ້າຕົກໃຈທຸກໆວັນ; ມີແສງສະຫວ່າງໃໝ່ທຸກໆວັນ ແລະ ກໍມີສິ່ງສົດໃໝ່ທຸກໆວັນອີກດ້ວຍ. ແນວໃດກໍຕາມ, ເຈົ້າບໍ່ເຂົ້າໃຈດອກ. ກົງກັນຂ້າມ, ເຈົ້າມັກເຮັດການຄົ້ນຄວ້າ, ເຈົ້າແນມເບິ່ງສິ່ງຕ່າງໆຜ່ານເລນຄວາມມັກສ່ວນຕົວຂອງເຈົ້າໂດຍບໍ່ໄດ້ພິຈາລະນາພວກມັນຢ່າງຮອບຄອບ ແລະ ເຈົ້າກໍຟັງດ້ວຍຄວາມມືນງົງ. ເຈົ້າບໍ່ໄດ້ອະທິຖານດ້ວຍຈິດວິນຍານຢ່າງດຸໝັ່ນ ແລະ ເຈົ້າກໍບໍ່ໄດ້ແນມຫາເຮົາ ຫຼື ໄຕ່ຕອງພຣະທຳຂອງເຮົາຫຼາຍຂຶ້ນ. ສະນັ້ນ, ທຸກສິ່ງທີ່ເຈົ້າມີແມ່ນໜັງສື, ກົດ ແລະ ຫຼັກຄຳສອນ. ເຈົ້າຕ້ອງມີຄວາມຄິດທີ່ຊັດເຈນກ່ຽວກັບວິທີກິນ ແລະ ດື່ມພຣະທຳຂອງເຮົາ ແລະ ເຈົ້າຕ້ອງນຳເອົາພຣະທຳຂອງເຮົາມາຢູ່ຕໍ່ໜ້າເຮົາເລື້ອຍໆ.

ຄົນທຸກມື້ນີ້ບໍ່ສາມາດສະຫຼະຕົນເອງໄດ້; ພວກເຂົາຄິດຢູ່ສະເໝີວ່າພວກເຂົາຖືກ. ພວກເຂົາຕິດຢູ່ໃນໂລກນ້ອຍໆຂອງພວກເຂົາເອງ ແລະ ພວກເຂົາບໍ່ແມ່ນປະເພດຄົນທີ່ຖືກຕ້ອງ. ພວກເຂົາມີເຈດຕະນາ ແລະ ວັດຖຸປະສົງທີ່ຜິດ ແລະ ຖ້າພວກເຂົາຍັງສານຕໍ່ສິ່ງເຫຼົ່ານີ້, ພວກເຂົາກໍຈະຖືກພິພາກສາຢ່າງແນ່ນອນ ແລະ ໃນກໍລະນີຮ້າຍແຮງ ພວກເຂົາຈະຖືກກໍາຈັດ. ເຈົ້າຕ້ອງພະຍາຍາມຫຼາຍຂຶ້ນໃນການຮັກສາການສົນທະນາທີ່ຕໍ່ເນື່ອງກັບເຮົາ ແລະ ບໍ່ແມ່ນພຽງແຕ່ການສົນທະນາກັບໃຜກໍຕາມທີ່ເຈົ້າຕ້ອງການ. ເຈົ້າຕ້ອງມີຄວາມເຂົ້າໃຈກ່ຽວກັບຄົນທີ່ເຈົ້າສົນທະນານຳ ແລະ ເຈົ້າຕ້ອງສົນທະນາກ່ຽວກັບເລື່ອງຝ່າຍວິນຍານໃນຊີວິດ; ເມື່ອນັ້ນເທົ່ານັ້ນເຈົ້າຈຶ່ງຈະສາມາດສະໜອງຊີວິດໃຫ້ແກ່ຄົນອື່ນ ແລະ ຕອບສະໜອງຄວາມຂາດເຂີນຂອງພວກເຂົາໄດ້. ເຈົ້າບໍ່ຄວນເວົ້າກັບພວກເຂົາດ້ວຍນ້ຳສຽງການບັນຍາຍ; ໂດຍພື້ນຖານແລ້ວ, ນັ້ນແມ່ນຕຳແໜ່ງທີ່ຜິດທີ່ມີ. ໃນການສົນທະນາ, ເຈົ້າຕ້ອງມີຄວາມເຂົ້າໃຈກ່ຽວກັບເລື່ອງຝ່າຍວິນຍານ, ເຈົ້າຕ້ອງມີສະຕິປັນຍາ ແລະ ເຈົ້າຕ້ອງສາມາດເຂົ້າໃຈສິ່ງທີ່ຢູ່ໃນໃຈຂອງຄົນ. ຖ້າເຈົ້າຕ້ອງຮັບໃຊ້ຄົນອື່ນ, ເຈົ້າກໍຕ້ອງເປັນຄົນປະເພດທີ່ຖືກຕ້ອງ ແລະ ເຈົ້າຕ້ອງສົນທະນາດ້ວຍທຸກສິ່ງທີ່ເຈົ້າມີ.

ສິ່ງສຳຄັນໃນຕອນນີ້ແມ່ນໃຫ້ເຈົ້າສາມາດສົນທະນາກັບເຮົາ, ສື່ສານກັບເຮົາຢ່າງໃກ້ຊິດ, ກິນ ແລະ ດື່ມດ້ວຍຕົນເອງ ແລະ ໄດ້ໃກ້ຊິດກັບພຣະເຈົ້າ. ເຈົ້າຕ້ອງເຂົ້າໃຈເລື່ອງຝ່າຍວິນຍານໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ເຈົ້າຕ້ອງສາມາດເຂົ້າໃຈສະພາບແວດລ້ອມຂອງເຈົ້າເອງ ແລະ ສິ່ງທີ່ຖືກຈັດຕຽມໄວ້ອ້ອມຮອບຕົວເຈົ້າຢ່າງແຈ່ມແຈ້ງ. ເຈົ້າສາມາດເຂົ້າໃຈສິ່ງທີ່ເຮົາເປັນໄດ້ບໍ? ມັນສຳຄັນທີ່ເຈົ້າກິນ ແລະ ດື່ມອີງຕາມສິ່ງທີ່ເຈົ້າຂາດ ແລະ ດຳລົງຊີວິດໂດຍພຣະທຳຂອງເຮົາ! ຈົ່ງຮັບຮູ້ມືຂອງເຮົາ ແລະ ຢ່າຈົ່ມວ່າ. ຖ້າເຈົ້າຈົ່ມວ່າ ແລະ ໜີໄປ, ເຈົ້າອາດຈະເສຍໂອກາດທີ່ຈະໄດ້ຮັບພຣະຄຸນຂອງພຣະເຈົ້າ. ເລີ່ມດ້ວຍການຫຍັບເຂົ້າໃກ້ເຮົາ: ແມ່ນຫຍັງທີ່ເຈົ້າຂາດຫາຍຢູ່ ແລະ ເຈົ້າຄວນເຂົ້າໃກ້ເຮົາ ແລະ ເຂົ້າໃຈຫົວໃຈຂອງເຮົາແນວໃດ? ມັນເປັນການຍາກສຳລັບຄົນທີ່ຈະເຂົ້າມາໃກ້ເຮົາ ຍ້ອນວ່າພວກເຂົາບໍ່ສາມາດສະຫຼະຕົວເອງ. ນິໄສຂອງພວກເຂົາບໍ່ໝັ້ນຄົງ, ປ່ຽນທັດສະນະຄະຕິຢູ່ຕະຫຼອດ ແລະ ຄົນເຫຼົ່ານີ້ກາຍເປັນຄົນຍິ່ງ ແລະ ພໍໃຈໃນຕົວເອງເມື່ອພວກເຂົາໄດ້ຊີມລົດຊາດຄວາມຫວານເລັກນ້ອຍ. ບາງຄົນຍັງບໍ່ທັນຕື່ນຕົວເທື່ອ; ສິ່ງທີ່ເຈົ້າເວົ້າສະແດງອອກໃຫ້ເຫັນເຖິງສິ່ງທີ່ເຈົ້າເປັນຫຼາຍປານໃດ? ມັນປ້ອງກັນຕົວເອງຫຼາຍປານໃດ, ມັນຮຽນແບບຄົນອື່ນຫຼາຍປານໃດ ແລະ ມັນປະຕິບັດຕາມກົດຫຼາຍປານໃດ? ເຫດຜົນທີ່ເຈົ້າບໍ່ສາມາດຮູ້ຊຶ້ງ ແລະ ເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດແມ່ນເຈົ້າບໍ່ຮູ້ຈັກວິທີເຂົ້າໃກ້ເຮົາ. ພາຍນອກ, ເຈົ້າກໍາລັງຄິດໄຕ່ຕອງສິ່ງຕ່າງໆຢູ່ສະເໝີ, ອີງໃສ່ແນວຄວາມຄິດຂອງຕົນເອງ ແລະ ຈິດໃຈຂອງເຈົ້າ; ເຈົ້າຄົ້ນຄວ້າຢ່າງລັບໆ ແລະ ມີສ່ວນຮ່ວມໃນແຜນການຍ່ອຍ ແລະ ເຈົ້າບໍ່ສາມາດແມ່ນແຕ່ເອົາພວກມັນອອກມາໃນທີ່ໂລ່ງ. ນີ້ສະແດງໃຫ້ເຫັນວ່າເຈົ້າບໍ່ເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດແທ້ໆ. ຖ້າເຈົ້າຮູ້ແທ້ໆວ່າບາງສິ່ງບໍ່ໄດ້ມາຈາກພຣະເຈົ້າ, ແລ້ວເປັນຫຍັງເຈົ້າຈຶ່ງຢ້ານທີ່ຈະລຸກຂຶ້ນ ແລະ ປະຕິເສດມັນ? ມີຈັກຄົນທີ່ສາມາດລຸກຂຶ້ນ ແລະ ເວົ້າເພື່ອເຮົາ? ເຈົ້າຂາດແມ່ນແຕ່ສ່ວນທີ່ໜ້ອຍທີ່ສຸດຂອງຄວາມເຂັ້ມແຂງດ້ານບຸກຄະລິກທີ່ເດັກຊາຍມີ.

ວັດຖຸປະສົງຂອງທຸກສິ່ງທີ່ຖືກຈັດຕຽມໄວ້ໃນປັດຈຸບັນແມ່ນເພື່ອຝຶກຝົນພວກເຈົ້າ ເພື່ອວ່າພວກເຈົ້າອາດຈະເຕີບໃຫຍ່ຂຶ້ນໃນຊີວິດຂອງພວກເຈົ້າ, ເພື່ອເຮັດໃຫ້ວິນຍານຂອງພວກເຈົ້າກະຕືລືລົ້ນ ແລະ ຫຼັກແຫຼມ ແລະ ເພື່ອເປີດດວງຕາຝ່າຍວິນຍານຂອງພວກເຈົ້າ ເພື່ອວ່າພວກເຈົ້າຈະຮັບຮູ້ວ່າສິ່ງໃດມາຈາກພຣະເຈົ້າ. ສິ່ງທີ່ມາຈາກພຣະເຈົ້າເຮັດໃຫ້ເຈົ້າຮັບໃຊ້ດ້ວຍຄວາມສາມາດ ແລະ ພາລະ ແລະ ເພື່ອໃຫ້ໝັ້ນຄົງໃນວິນຍານ. ທຸກສິ່ງທີ່ບໍ່ໄດ້ມາຈາກເຮົາແມ່ນວ່າງເປົ່າ; ພວກມັນບໍ່ໄດ້ໃຫ້ຫຍັງເຈົ້າເລີຍ, ພວກມັນເຮັດໃຫ້ມີຊ່ອງວ່າງໃນວິນຍານຂອງເຈົ້າ ແລະ ເຮັດໃຫ້ເຈົ້າເສຍຄວາມສັດທາຂອງເຈົ້າ ແລະ ວາງໄລຍະຫ່າງລະຫວ່າງເຈົ້າ ແລະ ເຮົາ ແລະ ດັກເຈົ້າໄວ້ໃນໃຈຂອງເຈົ້າເອງ. ຕອນນີ້ ເຈົ້າສາມາດກ້າວຂ້າມທຸກສິ່ງໃນໂລກຄາລະວາດເມື່ອເຈົ້າອາໃສຢູ່ໃນວິນຍານ ແຕ່ການມີຊີວິດຢູ່ໃນຄວາມຄິດຂອງເຈົ້າແມ່ນການຖືກຄອບງຳໂດຍຊາຕານ; ນີ້ແມ່ນທາງຕັນແລ້ວ. ດຽວນີ້ ມັນງ່າຍດາຍຫຼາຍ: ຈົ່ງແນມເບິ່ງເຮົາດ້ວຍໃຈຂອງເຈົ້າ ແລ້ວວິນຍານຂອງເຈົ້າຈະເຂັ້ມແຂງຂຶ້ນທັນທີ. ເຈົ້າຈະມີເສັ້ນທາງສູ່ການປະຕິບັດ ແລະ ເຮົາຈະຊີ້ນຳທຸກບາດກ້າວຂອງເຈົ້າ. ພຣະທຳຂອງເຮົາຈະຖືກເປີດເຜີຍແກ່ເຈົ້າທຸກເວລາ ແລະ ທຸກບ່ອນ. ບໍ່ວ່າຢູ່ໃສ ຫຼື ເມື່ອໃດ ຫຼື ສະພາບແວດລ້ອມເປັນອັນຕະລາຍປານໃດ, ເຮົາຈະເຮັດໃຫ້ເຈົ້າເຫັນຢ່າງຊັດເຈນ ແລະ ໃຈຂອງເຮົາຈະຖືກເປີດເຜີຍແກ່ເຈົ້າ ຖ້າເຈົ້າແນມເບິ່ງເຮົາດ້ວຍໃຈຂອງເຈົ້າ; ໃນລັກສະນະນີ້, ເຈົ້າຈະແລ່ນໄປຕາມເສັ້ນທາງຂ້າງໜ້າ ແລະ ຈະບໍ່ຫຼົງທາງ. ບາງຄົນພະຍາຍາມຮູ້ສຶກເຖິງທາງຂອງພວກເຂົາຈາກພາຍນອກ ແຕ່ບໍ່ເຄີຍເຮັດເຊັ່ນນັ້ນຈາກພາຍໃນວິນຍານຂອງພວກເຂົາ. ພວກເຂົາບໍ່ສາມາດເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດເປັນປະຈໍາ. ເມື່ອພວກເຂົາສົນທະນາກັບຄົນອື່ນ, ພວກເຂົາຍິ່ງສັບສົນຫຼາຍຂຶ້ນ, ບໍ່ມີເສັ້ນທາງທີ່ຈະເດີນຕາມ ແລະ ບໍ່ຮູ້ວ່າຈະເຮັດແນວໃດ. ຄົນເຫຼົ່ານີ້ບໍ່ຮູ້ວ່າແມ່ນຫຍັງທີ່ເຮັດໃຫ້ພວກເຂົາປ່ວຍ; ພວກເຂົາອາດຈະມີຫຼາຍສິ່ງ ແລະ ເຕັມໄປດ້ວຍຄວາມຮັ່ງມີຢູ່ຂ້າງໃນ ແຕ່ມັນມີປະໂຫຍດຫຍັງແດ່? ເຈົ້າມີເສັ້ນທາງໃຫ້ເດີນຕາມແທ້ບໍ? ເຈົ້າມີແສງເຍືອງທາງ ຫຼື ຄວາມສະຫວ່າງບໍ? ເຈົ້າມີຄວາມເຂົ້າໃຈໃໝ່ໃດໆບໍ? ເຈົ້າມີຄວາມຄືບໜ້າ ຫຼື ເຈົ້າຖົດຖອຍບໍ? ເຈົ້າສາມາດຮັກສາແສງສະຫວ່າງໃໝ່ໄດ້ບໍ? ເຈົ້າບໍ່ມີຄວາມນອບນ້ອມ; ຄວາມນອບນ້ອມທີ່ເຈົ້າມັກເວົ້າເຖິງນັ້ນບໍ່ມີຫຍັງເລີຍ ນອກຈາກເປັນພຽງແຕ່ການເວົ້າ. ເຈົ້າໄດ້ດຳເນີນຊີວິດທີ່ເຊື່ອຟັງບໍ?

ອຸປະສັກທີ່ເກີດຈາກຄວາມຊອບທຳຂອງຕົວເອງ, ຄວາມອິມເອມໃຈ, ຄວາມເພິ່ງພໍໃຈໃນຕົວເອງ ແລະ ຄວາມຈອງຫອງນັ້ນໃຫຍ່ຫຼວງພຽງໃດ? ຈະໂທດໃຜເມື່ອເຈົ້າບໍ່ສາມາດເຂົ້າສູ່ຄວາມເປັນຈິງໄດ້? ເຈົ້າຄວນກວດສອບຕົວເຈົ້າເອງຢ່າງຮອບຄອບເພື່ອເບິ່ງວ່າເຈົ້າເປັນຄົນທີ່ຖືກຕ້ອງ ຫຼື ບໍ່. ເປົ້າໝາຍ ແລະ ເຈດຕະນາຂອງເຈົ້າຖືກສ້າງຂຶ້ນຮ່ວມກັບເຮົາໃນໃຈບໍ? ຄຳເວົ້າ ແລະ ການກະທຳທັງໝົດຂອງເຈົ້າຖືກເວົ້າ ແລະ ກະທຳຢູ່ຕໍ່ໜ້າເຮົາບໍ? ເຮົາກວດສອບຄວາມຄິດ ແລະ ແນວຄິດທັງໝົດຂອງເຈົ້າ. ເຈົ້າບໍ່ຮູ້ສຶກຜິດບໍ? ເຈົ້າຕັ້ງໜ້າຜິດໆເພື່ອໃຫ້ຄົນອື່ນເຫັນ ແລະ ເຈົ້າຮັບເອົາອາກາດແຫ່ງຄວາມຊອບທຳໃນຕົວເອງຢ່າງໃຈເຢັນ; ເຈົ້າເຮັດສິ່ງນີ້ເພື່ອປົກປ້ອງຕົວເອງ. ເຈົ້າເຮັດສິ່ງນີ້ເພື່ດປົກປິດຄວາມຊົ່ວຂອງເຈົ້າ ແລະ ເຈົ້າເຖິງຂັ້ນຄິດຫາວິທີທີ່ຈະຜັກດັນຄວາມຊົ່ວຮ້າຍນັ້ນໃຫ້ແກ່ຄົນອື່ນ. ການທໍລະຍົດຈັ່ງແມ່ນມີຢູ່ໃນໃຈເຈົ້າ! ຈົ່ງຄິດເບິ່ງທຸກສິ່ງທີ່ເຈົ້າໄດ້ເວົ້າ. ບໍ່ແມ່ນເພື່ອຜົນປະໂຫຍດຂອງຕົວເຈົ້າເອງບໍທີ່ເຈົ້າປົກປິດຊາຕານ ແລະ ຕໍ່ມາກໍ່ບັງຄັບປຸ້ນອ້າຍເອື້ອຍນ້ອງຂອງເຈົ້າຈາການກິນ ແລະ ດື່ມຂອງເຂົາເຈົ້າໂດຍຢ້ານວ່າດວງວິນຍານຂອງເຈົ້າຈະໄດ້ຮັບອັນຕະລາຍແມ່ນບໍ? ແມ່ນຫຍັງທີ່ເຈົ້າຕ້ອງເວົ້າເພື່ອຕົວເອງ? ເຈົ້າຄິດວ່າຄັ້ງຕໍ່ໄປເຈົ້າຈະສາມາດຊົດເຊີຍການກິນ ແລະ ດື່ມທີ່ຊາຕານໄດ້ເອົາໄປເທື່ອນີ້ໄດ້ບໍ? ສະນັ້ນ, ຕອນນີ້ເຈົ້າເຫັນຊັດເຈນແລ້ວ; ນີ້ແມ່ນບາງສິ່ງທີ່ເຈົ້າສາມາດຊົດເຊີຍໄດ້ບໍ? ເຈົ້າສາມາດຊົດເຊີຍເວລາທີ່ເສຍໄປນັ້ນໄດ້ບໍ? ພວກເຈົ້າຕ້ອງໝັ່ນກວດສອບຕົວເອງເພື່ອເບິ່ງວ່າ ເປັນຫຍັງຈຶ່ງບໍ່ມີການກິນ ແລະ ດື່ມເກີດຂຶ້ນໃນການປະຊຸມກັນສອງສາມຄັ້ງທີ່ຜ່ານມາ ແລະ ໃຜເຮັດໃຫ້ເກີດບັນຫານີ້. ເຈົ້າຕ້ອງສົນທະນາເທື່ອລະຄົນຈົນກວ່າມັນຊັດເຈນ. ຖ້າຄົນເຊັ່ນນັ້ນບໍ່ຖືກກຳຈັດຢ່າງຈິງຈັງ, ອ້າຍເອື້ອຍນ້ອງຂອງເຈົ້າກໍຈະບໍ່ເຂົ້າໃຈ ແລະ ມັນກໍຈະເກີດຂຶ້ນອີກ. ດວງຕາຝ່າຍວິນຍານຂອງເຈົ້າປິດຢູ່; ຫຼາຍຄົນໃນພວກເຈົ້າຕາບອດ! ຍິ່ງໄປກວ່ານັ້ນ, ບັນດາຜູ້ທີ່ເຫັນກໍບໍ່ສົນໃຈມັນ. ພວກເຂົາບໍ່ຢືນຢັດ ແລະ ເວົ້າອອກມາ, ພວກເຂົາກໍຕາບອດເຊັ່ນກັນ. ຄົນທີ່ເຫັນແຕ່ບໍ່ເວົ້າແມ່ນເປັນຄົນປາກກືກ. ຈັ່ງແມ່ນມີຄົນພິການຫຼາຍຄົນຢູ່ທີ່ນີ້.

ບາງຄົນບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ, ຊີວິດແມ່ນຫຍັງ ແລະ ເສັ້ນທາງແມ່ນຫຍັງ ແລະ ພວກເຂົາບໍ່ເຂົ້າໃຈວິນຍານ. ພວກເຂົາຖືວ່າພຣະທຳຂອງເຮົາເປັນພຽງແຕ່ສູດ. ນີ້ມັນເຄັ່ງຄັດຫຼາຍເກີນໄປ. ພວກເຂົາບໍ່ເຂົ້າໃຈວ່າແມ່ນຫຍັງຄືຄວາມກະຕັນຍູ ແລະ ການສັນລະເສີນທີ່ແທ້ຈິງ. ບາງຄົນບໍ່ສາມາດເຂົ້າໃຈສິ່ງສຳຄັນ ແລະ ສິ່ງທີ່ເປັນຫຼັກ; ກົງກັນຂ້າມ, ພວກເຂົາເຂົ້າໃຈພຽງແຕ່ສິ່ງສຳຮອງເທົ່ານັ້ນ. ການຂັດຂວາງການຄຸ້ມຄອງຂອງພຣະເຈົ້າໝາຍຄວາມວ່າແນວໃດ? ການຮື້ຖອນການກໍ່ສ້າງຄຣິສຕະຈັກໝາຍຄວາມວ່າແນວໃດ? ການຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດໝາຍຄວາມວ່າແນວໃດ? ແມ່ນຫຍັງຄືລູກນ້ອງຂອງຊາຕານ? ຄວາມຈິງເຫຼົ່ານີ້ຕ້ອງຖືກເຂົ້າໃຈຢ່າງຈະແຈ້ງ ແລະ ບໍ່ພຽງແຕ່ຖືກປົກປິດຢ່າງເລື່ອນລອຍເທົ່ານັ້ນ. ແມ່ນຫຍັງເຮັດໃຫ້ບໍ່ມີການກິນ ແລະ ດື່ມໃນຄັ້ງນີ້? ບາງຄົນຮູ້ສຶກວ່າມື້ນີ້ພວກເຂົາຄວນສັນລະເສີນພຣະເຈົ້າດັງໆ ແຕ່ວ່າພວກເຂົາຄວນສັນລະເສີນພຣະອົງແນວໃດ? ພວກເຂົາຄວນເຮັດເຊັ່ນນັ້ນໂດຍການຮ້ອງບົດເພງສັນເສີນ ແລະ ການຟ້ອນລຳບໍ? ແລ້ວວິທີການອື່ນບໍ່ນັບວ່າເປັນການສັນລະເສີນບໍ? ບາງຄົນມາໃນທີ່ປະຊຸມພ້ອມກັບແນວຄວາມຄິດທີ່ວ່າ ການສັນລະເສີນແບບປິຕິຍິນດີແມ່ນວິທີການສັນລະເສີນພຣະເຈົ້າ. ຄົນມີແນວຄວາມຄິດເຫຼົ່ານີ້ ແລະ ພວກເຂົາບໍ່ໃສ່ໃຈພາລະກິດຂອງພຣະວິນຍານບໍລິສຸດ; ຜົນຮັບສຸດທ້າຍຂອງສິ່ງນີ້ຄືການຂັດຂວາງຍັງເກີດຂຶ້ນຢູ່. ບໍ່ມີການກິນ ແລະ ດື່ມໃນການປະຊຸມນີ້; ພວກເຈົ້າທຸກຄົນເວົ້າວ່າພວກເຈົ້າຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ຈະປົກປ້ອງປະຈັກພະຍານຂອງຄຣິສຕະຈັກ ເຈົ້າເປັນຄົນເຮັດຕາມຄວາມປະສົງຂອງເຮົາບໍ? ຈົ່ງຖາມຕົວເອງວ່າ: ເຈົ້າແມ່ນຄົນທີ່ໄດ້ສະແດງການພິຈາລະນາຕໍ່ພາລະຂອງພຣະອົງບໍ? ເຈົ້າສາມາດປະຕິບັດຄວາມຊອບທຳເພື່ອພຣະອົງໄດ້ບໍ? ເຈົ້າສາມາດຢືນຂຶ້ນ ແລະ ເວົ້າເພື່ອເຮົາໄດ້ບໍ? ເຈົ້າສາມາດນຳເອົາຄວາມຈິງສູ່ການປະຕິບັດໄດ້ຢ່າງເດັດດ່ຽວບໍ? ເຈົ້າກ້າພໍທີ່ຈະຕໍ່ສູ້ກັບການກະທຳທັງໝົດຂອງຊາຕານບໍ? ເຈົ້າຈະສາມາດແຍກອາລົມຂອງເຈົ້າອອກ ແລະ ເປີດໂປງຊາຕານເພື່ອຄວາມຈິງຂອງເຮົາໄດ້ບໍ? ເຈົ້າສາມາດອະນຸຍາດໃຫ້ເຈດຕະນາຂອງເຮົາຖືກຕື່ມເຕັມໃນຕົວເຈົ້າໄດ້ບໍ? ເຈົ້າໄດ້ມອບຫົວໃຈຂອງເຈົ້າໃນຊ່ວງເວລາທີ່ສຳຄັນທີ່ສຸດບໍ? ເຈົ້າແມ່ນຄົນທີ່ເຮັດຕາມຄວາມປະສົງຂອງເຮົາບໍ? ຈົ່ງຕັ້ງຄຳຖາມເຫຼົ່ານີ້ກັບຕົວເຈົ້າເອງ ແລະ ຄິດເຖິງພວກມັນເລື້ອຍໆ. ຂອງຂວັນຂອງຊາຕານຢູ່ພາຍໃນຕົວເຈົ້າ ແລະ ຕ້ອງໂທດເຈົ້າ ຍ້ອນວ່າເຈົ້າບໍ່ເຂົ້າໃຈຄົນ ແລະ ເຈົ້າລົ້ມເຫຼວໃນການຮັບຮູ້ພິດຂອງຊາຕານ; ເຈົ້າກຳລັງພາຕົວເອງໄປສູ່ຄວາມຕາຍ. ຊາຕານໄດ້ຫຼອກລວງເຈົ້າຢ່າງຖີ່ຖ້ວນຈົນເຖິງຈຸດທີ່ເຈົ້າສັບສົນຢ່າງສິ້ນເຊີງ; ເຈົ້າເມົາເຫຼົ້າແວງແຫ່ງຄວາມສຳສ່ອນ ແລະ ເຈົ້າກໍເຊໄປມາ, ບໍ່ສາມາດຢຶດຖືມຸມມອງທີ່ໜັກແໜ້ນໄດ້ ແລະ ບໍ່ມີເສັ້ນທາງສຳລັບການປະຕິບັດຂອງເຈົ້າ. ເຈົ້າບໍ່ໄດ້ກິນ ແລະ ດື່ມຢ່າງຖືກຕ້ອງ, ເຈົ້າເຂົ້າຮ່ວມໃນການຕໍ່ສູ້ ແລະ ການຜິດຖຽງກັນທີ່ປ່າເຖື່ອນ, ເຈົ້າບໍ່ຮູ້ຈັກຜິດຖືກ ແລະ ເຈົ້າຕິດຕາມໃຜກໍຕາມທີ່ນຳພາ. ເຈົ້າມີຄວາມຈິງບໍ? ບາງຄົນປົກປ້ອງຕົວເອງ ແລະ ແມ່ນແຕ່ເຂົ້າຮ່ວມໃນການຫຼອກລວງ. ພວກເຂົາສົນທະນາກັບຄົນອື່ນ ແຕ່ນັ້ນພຽງແຕ່ນຳພວກເຂົາໄປສູ່ທາງຕັນ. ແມ່ນຈາກເຮົາບໍທີ່ຄົນເຫຼົ່ານີ້ໄດ້ຮັບຄວາມຕັ້ງໃຈ, ເປົ້າໝາຍ, ແຮງຈູງໃຈ ແລະ ຕົ້ນກຳເນີດຂອງພວກເຂົາ? ເຈົ້າຄິດວ່າເຈົ້າສາມາດຊົດເຊີຍອ້າຍເອື້ອຍນ້ອງຂອງເຈົ້າຕໍ່ຄວາມຈິງທີ່ວ່າການກິນ ແລະ ດື່ມຂອງພວກເຂົາຖືກເອົາໄປບໍ? ຈົ່ງຊອກຫາສອງສາມຄົນເພື່ອສົນທະນາກັນ ແລະ ຖາມພວກເຂົາ; ປ່ອຍໃຫ້ພວກເຂົາເວົ້າເພື່ອຕົວເອງ: ພວກເຂົາໄດ້ຮັບຫຍັງແດ່? ຫຼື ທ້ອງຂອງພວກເຂົາເຕັມໄປດ້ວຍນ້ຳສົກກະປົກ ແລະ ຂີ້ເຫຍື້ອ ໂດຍປ່ອຍໃຫ້ພວກເຂົາບໍ່ມີເສັ້ນທາງທີ່ຈະປະຕິບັດຕາມບໍ? ນັ້ນຈະບໍ່ຮື້ຖອນຄຣິສຕະຈັກບໍ? ຄວາມຮັກລະຫວ່າງອ້າຍເອື້ອຍນ້ອງຢູ່ໃສ? ເຈົ້າຄົ້ນຄວ້າຢ່າງລັບໆວ່າໃຜຖືກ ແລະ ໃຜຜິດ ແຕ່ເປັນຫຍັງເຈົ້າຈຶ່ງບໍ່ແບກຮັບພາລະຂອງຄຣິສຕະຈັກ? ປົກກະຕິແລ້ວ, ເຈົ້າເກັ່ງໃນການຮ້ອງປະໂຫຍກທີ່ໂດດເດັ່ນອອກມາ ແຕ່ເມື່ອສິ່ງຕ່າງໆເກີດຂຶ້ນແທ້ໆ, ເຈົ້າກັບບໍ່ແນ່ໃຈກ່ຽວກັບມັນ. ບາງຄົນເຂົ້າໃຈ ແຕ່ພຽງແຕ່ຈົ່ມຄ່ອຍໆເທົ່ານັ້ນ ໃນຂະນະທີ່ຄົນອື່ນເວົ້າສິ່ງທີ່ພວກເຂົາເຂົ້າໃຈອອກມາ ແຕ່ບໍ່ມີໃຜເວົ້າຫຍັງອີກແລ້ວ. ພວກເຂົາບໍ່ຮູ້ວ່າສິ່ງໃດມາຈາກພຣະເຈົ້າ ແລະ ສິ່ງໃດແມ່ນພາລະກິດຂອງຊາຕານ. ຄວາມຮູ້ສຶກພາຍໃນກ່ຽວກັບຊີວິດຂອງພວກເຈົ້າຢູ່ໃສ? ເຈົ້າພຽງແຕ່ບໍ່ສາມາດເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຈົ້າກໍບໍ່ສາມາດຮັບຮູ້ມັນ ແລະ ເຈົ້າມີຊ່ວງເວລາທີ່ຫຍຸ້ງຍາກໃນການຍອມຮັບສິ່ງໃໝ່ໆ. ເຈົ້າພຽງແຕ່ຍອມຮັບສິ່ງຕ່າງໆທາງສາສະໜາ ແລະ ທາງໂລກທີ່ສອດຄ່ອງກັບແນວຄວາມຄິດຂອງຄົນເທົ່ານັ້ນ. ຜົນທີ່ໄດ້ຄື ເຈົ້າຕໍ່ສູ້ແບບບໍ່ມີເຫດຜົນ. ມີຈັກຄົນທີ່ສາມາດເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດໄດ້? ມີຈັກຄົນທີ່ແບກພາລະຂອງຄຣິສຕະຈັກໄດ້ຢ່າງແທ້ຈິງ? ເຈົ້າເຂົ້າໃຈມັນບໍ? ການຮ້ອງເພງສັນລະເສີນແມ່ນວິທີການໜຶ່ງໃນການສັນລະເສີນພຣະເຈົ້າ ແຕ່ວ່າເຈົ້າບໍ່ເຂົ້າໃຈຄວາມຈິງຂອງການສັນລະເສີນພຣະເຈົ້າຢ່າງແຈ່ມແຈ້ງ. ຍິ່ງໄປກວ່ານັ້ນ, ເຈົ້າເຄັ່ງຄັດໃນວິທີທີ່ເຈົ້າໄປສັນລະເສີນພຣະອົງ. ນັ້ນບໍ່ແມ່ນແນວຄວາມຄິດທີ່ເຈົ້າມີບໍ? ເຈົ້າຢຶດຕິດກັບແນວຄວາມຄິດຂອງຕົວເຈົ້າເອງຢ່າງບໍ່ລົດລະຢູ່ສະເໝີ ແລະ ເຈົ້າບໍ່ສາມາດສຸມໃສ່ສິ່ງທີ່ພຣະວິນຍານບໍລິສຸດຈະກະທຳໃນວັນນີ້, ບໍ່ສາມາດຮູ້ສຶກສິ່ງທີ່ອ້າຍເອື້ອຍນ້ອງຂອງເຈົ້າກຳລັງຮູ້ສຶກຢູ່ ແລະ ບໍ່ສາມາດສະແຫວງຫາຄວາມປະສົງຂອງພຣະເຈົ້າແບບງຽບໆ. ເຈົ້າເຮັດສິ່ງຕ່າງໆແບບສຸ່ມສີ່ສຸ່ມຫ້າ; ເຈົ້າອາດຈະຮ້ອງເພງໄດ້ດີ ແຕ່ຜົນທີ່ໄດ້ແມ່ນຄວາມຫຍຸ້ງເຫຍີງຢ່າງສົມບູນ. ນັ້ນແມ່ນການກິນ ແລະ ດື່ມແທ້ບໍ? ເຈົ້າເຫັນບໍວ່າແທ້ຈິງແລ້ວແມ່ນໃຜເປັນຜູ້ກໍ່ໃຫ້ເກີດການຂັດຂວາງ? ເຈົ້າບໍ່ໄດ້ອາໃສຢູ່ໃນວິນຍານຢ່າງແນ່ນອນ; ກົງກັນຂ້າມ, ເຈົ້າຢຶດໝັ້ນໃນແນວຄວາມຄິດຕ່າງໆ. ຈະມີວິທີແບກຮັບພາລະເພື່ອຄຣິສຕະຈັກແນວໃດ? ພວກເຈົ້າຕ້ອງເຫັນວ່າ ຕອນນີ້ພາລະກິດຂອງພຣະວິນຍານບໍລິສຸດກຳລັງຄືບໜ້າໄວຍິ່ງຂຶ້ນ. ເພາະສະນັ້ນ, ບໍ່ແມ່ນເຈົ້າຕາບອດບໍຖ້າເຈົ້າກຳລັງກຳແໜ້ນແນວຄວາມຄິດຂອງຕົວເຈົ້າເອງ ແລະ ຕໍ່ຕ້ານພາລະກິດຂອງພຣະວິນຍານບໍລິສຸດຢູ່? ນັ້ນບໍ່ຄ້າຍຄືກັບການທີ່ແມງວັນບິນເຂົ້າຕຳກຳແພງ ແລະ ໂຊເຊໄປມາບໍ? ຖ້າເຈົ້າຍັງຢູ່ໃນລັກສະນະນີ້, ເຈົ້າຈະຖືກປະຖິ້ມ.

ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນກ່ອນທີ່ໄພພິບັດຈະຍອມແພ້ຕໍ່ພຣະເຈົ້າ. ພວກເຂົາດຳລົງຊີວິດໂດຍການເພິ່ງພາພຣະຄຣິດ, ພວກເຂົາເປັນພະຍານໃຫ້ພຣະອົງ ແລະ ພວກເຂົາເຊີດຊູພຣະອົງ. ພວກເຂົາແມ່ນເດັກຊາຍທີ່ໄດ້ຮັບໄຊຊະນະ ແລະ ເປັນທະຫານທີ່ດີຂອງພຣະຄຣິດ. ມັນສຳຄັນທີ່ຕອນນີ້ເຈົ້າຕ້ອງສະຫງົບຈິດໃຈ, ເຂົ້າໃກ້ພຣະເຈົ້າ ແລະ ສົນທະນາກັບພຣະອົງ. ຖ້າເຈົ້າບໍ່ສາມາດເຂົ້າໃກ້ພຣະເຈົ້າ, ເຈົ້າກໍສ່ຽງທີ່ຈະຖືກຊາຕານຈັບຕົວໄປ. ຖ້າເຈົ້າສາມາດເຂົ້າໃກ້ເຮົາ ແລະ ສົນທະນາກັບເຮົາ, ແລ້ວຄວາມຈິງທັງໝົດກໍຈະຖືກເປີດເຜີຍແກ່ເຈົ້າ ແລະ ເຈົ້າກໍຈະມີມາດຕະຖານໃນການດຳລົງຊີວິດ ແລະ ປະຕິບັດ. ຍ້ອນເຈົ້າແມ່ນຜູ້ໜຶ່ງທີ່ໃກ້ຊິດກັບເຮົາ, ພຣະທຳຂອງເຮົາຈະບໍ່ຢູ່ຫ່າງຈາກເຈົ້າ ແລະ ເຈົ້າຈະບໍ່ຫຼົງທາງຈາກພຣະທຳຂອງເຮົາຕະຫຼອດຊີວິດຂອງເຈົ້າ; ຊາຕານຈະບໍ່ມີທາງເອົາປຽບເຈົ້າໄດ້ ແລະ ໃນທາງກົງກັນຂ້າມ ມັນຈະອັບອາຍ ແລະ ໜີໄປດ້ວຍຄວາມປາໄຊ. ຖ້າເຈົ້າເບິ່ງແຕ່ພາຍນອກຫາສິ່ງທີ່ຂາດຫາຍໄປໃນຕົວເຈົ້າ, ບາງຄັ້ງເຈົ້າອາດຈະພົບມັນບາງສ່ວນ ແຕ່ສິ່ງທີ່ເຈົ້າພົບສ່ວນຫຼາຍຈະເປັນກົດລະບຽບ ແລະ ສິ່ງຕ່າງໆທີ່ເຈົ້າບໍ່ຕ້ອງການ. ເຈົ້າຕ້ອງປ່ອຍວາງຕົວເອງ, ກິນ ແລະ ດື່ມພຣະທຳຂອງເຮົາຫຼາຍຂຶ້ນ ແລະ ຮູ້ວິທີທີ່ຈະໄຕ່ຕອງພວກມັນ. ຖ້າເຈົ້າບໍ່ເຂົ້າໃຈຫຍັງບາງຢ່າງ, ຈົ່ງເຂົ້າມາໃກ້ໆເຮົາ ແລະ ສົນທະນາກັບເຮົາເລື້ອຍໆ; ດ້ວຍວິທີນີ້, ສິ່ງຕ່າງໆທີ່ເຈົ້າເຂົ້າໃຈຈະເປັນຈິງ ແລະ ຈິງແທ້. ເຈົ້າຕ້ອງເລີ່ມຕົ້ນດ້ວຍການເຂົ້າໃກ້ເຮົາ. ສິ່ງນີ້ສຳຄັນ! ບໍ່ດັ່ງນັ້ນ, ເຈົ້າຈະບໍ່ຮູ້ວິທີກິນ ແລະ ດື່ມ. ເຈົ້າບໍ່ສາມາດກິນ ແລະ ດື່ມດ້ວຍຕົວເຈົ້າເອງໄດ້; ວຸດທິພາວະຂອງເຈົ້ານັ້ນນ້ອຍເກີນໄປອີຫຼີ.

ກ່ອນນີ້: ບົດທີ 12

ຕໍ່ໄປ: ບົດທີ 14

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້