ບົດທີ 27

ຄວາມປະພຶດຂອງມະນຸດບໍ່ເຄີຍຈັບໃຈເຮົາຈັກເທື່ອ ຫຼື ມັນບໍ່ເຄີຍເຮັດໃຫ້ເຮົາຮູ້ສຶກວ່າມີຄ່າເລີຍ. ໃນສາຍຕາຂອງມະນຸດ, ເຮົາເຄັ່ງຄັດກັບເຂົາຢູ່ສະເໝີ ແລະ ເຮົາໃຊ້ສິດອຳນາດເໜືອເຂົາຢູ່ສະເໝີ. ໃນການກະທຳທຸກຢ່າງຂອງມະນຸດ, ເກືອບຈະບໍ່ມີຫຍັງເລີຍທີ່ປະຕິບັດເພື່ອເຫັນແກ່ເຮົາ, ເກືອບຈະບໍ່ມີຫຍັງເລີຍທີ່ຕັ້ງໝັ້ນຢູ່ໃນສາຍຕາຂອງເຮົາ. ໃນທີ່ສຸດແລ້ວ, ທຸກສິ່ງທີ່ກ່ຽວຂ້ອງກັບມະນຸດກໍລົ້ມສະຫຼາຍຢູ່ຕໍ່ໜ້າເຮົາໂດຍບໍ່ມີສຽງຫຍັງເລີຍ; ມີແຕ່ຫຼັງຈາກນັ້ນ ເຮົາຈຶ່ງເຮັດໃຫ້ການກະທຳຂອງເຮົາເປັນທີ່ປະຈັກ, ເຮັດໃຫ້ທຸກຄົນຮູ້ຈັກເຮົາຜ່ານຄວາມລົ້ມເຫຼວຂອງພວກເຂົາເອງ. ທຳມະຊາດຂອງມະນຸດຍັງຄົງບໍ່ປ່ຽນແປງ. ສິ່ງທີ່ຢູ່ໃນຫົວໃຈຂອງພວກເຂົາກໍບໍ່ສອດຄ່ອງກັບຄວາມປະສົງຂອງເຮົາ, ມັນບໍ່ແມ່ນສິ່ງທີ່ເຮົາຕ້ອງການ. ສິ່ງທີ່ເຮົາກຽດຊັງທີ່ສຸດແມ່ນຄວາມດື້ດ້ານ ແລະ ຄວາມຜິດຊໍ້າຊາກຂອງມະນຸດ, ແຕ່ແມ່ນຫຍັງຄືອຳນາດທີ່ເຮັດໃຫ້ມະນຸດສືບຕໍ່ລົ້ມເຫຼວໃນການຮູ້ຈັກເຮົາ, ຢູ່ຫ່າງເຮົາຕະຫຼອດເວລາ ແລະ ບໍ່ເຄີຍປະຕິບັດຕາມຄວາມປະສົງຂອງເຮົາເມື່ອຢູ່ຕໍ່ໜ້າເຮົາ ແຕ່ກົງກັນຂ້າມ ເຮັດໃຫ້ພວກເຂົາຕໍ່ຕ້ານເຮົາເມື່ອຢູ່ລັບຫຼັງເຮົາ? ນີ້ແມ່ນຄວາມຊື່ສັດຂອງພວກເຂົາບໍ? ນີ້ແມ່ນຄວາມຮັກທີ່ພວກເຂົາມີສຳລັບເຮົາບໍ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດກັບໃຈ ແລະ ເກີດໃໝ່ໄດ້? ເປັນຫຍັງຜູ້ຄົນຈຶ່ງເຕັມໃຈທີ່ຈະດຳລົງຊີວິດຢູ່ໃນບຶງຕະຫຼອດໄປ ແທນທີ່ຈະຢູ່ໃນບ່ອນທີ່ປາສະຈາກຂີ້ຕົມ? ເປັນໄປໄດ້ບໍວ່າ ຍ້ອນເຮົາປະຕິບັດຕໍ່ພວກເຂົາຢ່າງໂຫດຮ້າຍ? ເປັນໄປໄດ້ບໍວ່າ ຍ້ອນເຮົາຊີ້ນໍາພວກເຂົາໄປໃນທິດທາງທີ່ຜິດ? ເປັນໄປໄດ້ບໍວ່າ ຍ້ອນເຮົາກຳລັງນໍາພາພວກເຂົາໄປສູ່ນະຮົກ? ທຸກຄົນເຕັມໃຈທີ່ຈະດຳລົງຊີວິດຢູ່ໃນ “ນະຮົກ”. ເມື່ອແສງສະຫວ່າງມາເຖິງ, ຕາຂອງພວກເຂົາກໍຈະບອດທັນທີ ຍ້ອນວ່າ ທຸກສິ່ງທີ່ມີໃນພວກເຂົາແມ່ນມາຈາກນະຮົກ. ແຕ່ມະນຸດບໍ່ໃສ່ໃຈໃນສິ່ງນີ້ ແລະ ພຽງແຕ່ໄດ້ຮັບ “ພອນຈາກນະຮົກ” ເຫຼົ່ານີ້. ພວກເຂົາເຖິງກັບຍຶດຖືຊັບສົມບັດເຫຼົ່ານີ້ທັນທີ, ຢ້ານວ່າເຮົາຈະຍາດຊິງຊັບສົມບັດເຫຼົ່ານີ້ໄປ ປ່ອຍໃຫ້ພວກເຂົາບໍ່ມີ “ແຫຼ່ງກຳເນີດຊີວິດຂອງພວກເຂົາ”. ຜູ້ຄົນຢ້ານເຮົາ ເຊິ່ງນັ້ນຄືເຫດຜົນທີ່ວ່າ ເມື່ອເຮົາມາເທິງແຜ່ນດິນໂລກ, ພວກເຂົາຢູ່ຫ່າງຈາກເຮົາ, ບໍ່ຢາກຫຍັບເຂົ້າໃກ້ເຮົາ ຍ້ອນພວກເຂົາບໍ່ເຕັມໃຈທີ່ຈະ “ນຳບັນຫາມາສູ່ພວກເຂົາເອງ”, ແຕ່ກົງກັນຂ້າມ ປາຖະໜາທີ່ຈະຮັກສາຄວາມປອງດອງພາຍໃນຄອບຄົວຂອງພວກເຂົາ ເພື່ອວ່າພວກເຂົາອາດໄດ້ຮັບ “ຄວາມສຸກເທິງແຜ່ນດິນໂລກ”. ແຕ່ເຮົາບໍ່ສາມາດປ່ອຍໃຫ້ມະນຸດເຮັດໃນສິ່ງທີ່ພວກເຂົາຕ້ອງການ, ເພາະວ່າ ການທຳລາຍຄອບຄົວຂອງມະນຸດແມ່ນສິ່ງທີ່ເຮົາມາເຮັດໃນທີ່ນີ້ແທ້ໆ. ຈາກຊ່ວງເວລາທີ່ເຮົາມາເຖິງ, ສັນຕິສຸກຈະຫາຍໄປຈາກເຮືອນຂອງພວກເຂົາ. ເຮົາຈະທຳລາຍບັນດາປະຊາຊາດໃຫ້ກາຍເປັນເສດສ່ວນນ້ອຍໆ, ຍິ່ງໄປກວ່ານັ້ນ ສໍາລັບຄອບຄົວຂອງມະນຸດແມ່ນບໍ່ຕ້ອງເອີ່ຍເຖິງເລີຍ. ແມ່ນໃຜສາມາດຫຼົບໜີຈາກກໍາມືຂອງເຮົາໄດ້ແດ່? ເປັນໄປໄດ້ບໍວ່າ ຄົນທີ່ຮັບພອນອາດຫຼົບໜີໄດ້ຍ້ອນວ່າຄວາມບໍ່ເຕັມໃຈຂອງພວກເຂົາ? ເປັນໄປໄດ້ບໍວ່າ ຄົນທີ່ທົນທຸກກັບການຂ້ຽນຕີອາດໄດ້ຮັບຄວາມເຫັນອົກເຫັນໃຈຂອງເຮົາ ຍ້ອນຄຸນນະທຳແຫ່ງຄວາມຢໍາເກງຂອງພວກເຂົາ? ໃນບັນດາພຣະທຳຂອງເຮົາ, ຜູ້ຄົນໄດ້ເຫັນຄວາມປະສົງຂອງເຮົາ ແລະ ການກະທຳຂອງເຮົາ, ແຕ່ແມ່ນໃຜສາມາດເປັນອິດສະຫຼະຈາກຄວາມຄິດຂອງພວກເຂົາເອງໄດ້? ແມ່ນໃຜສາມາດຄົ້ນພົບທາງອອກ ບໍ່ວ່າຈະຢູ່ພາຍໃນພຣະທຳຂອງເຮົາ ຫຼື ຈາກພຣະທຳຂອງເຮົາ?

ມະນຸດໄດ້ຜະເຊີນກັບຄວາມອົບອຸ່ນຂອງເຮົາ, ມະນຸດຮັບໃຊ້ເຮົາຢ່າງຈິງໃຈ ແລະ ມະນຸດກໍເຊື່ອຟັງເຮົາຢ່າງຈິງໃຈ, ເຮັດທຸກສິ່ງເພື່ອເຮົາເມື່ອຢູ່ຕໍ່ໜ້າເຮົາ. ແຕ່ນີ້ກໍບໍ່ສາມາດບັນລຸໄດ້ໂດຍຜູ້ຄົນໃນປັດຈຸບັນ; ພວກເຂົາບໍ່ໄດ້ເຮັດຫຍັງ ພຽງແຕ່ຮ້ອງໄຫ້ໃນວິນຍານຂອງພວກເຂົາຄືກັບວ່າຖືກຍາດຊິງໂດຍໝາປ່າທີ່ຫິວໂຫຍ. ພວກເຂົາພຽງແຕ່ສາມາດຫຼຽວເບິ່ງເຮົາຢ່າງໝົດຫົນທາງ, ຮ້ອງໄຫ້ເພື່ອໃຫ້ເຮົາຊ່ວຍຢ່າງບໍ່ຢຸດຢັ້ງ, ແຕ່ໃນທີ່ສຸດແລ້ວ ພວກເຂົາກໍບໍ່ສາມາດຫຼົບໜີສະຖານະການທີ່ລຳບາກຂອງພວກເຂົາໄດ້. ເຮົາຫວນຄິດເຖິງວິທີທີ່ຜູ້ຄົນໃນອະດີດສັນຍາຕໍ່ໜ້າເຮົາ, ສາບານຕໍ່ສະຫວັນ ແລະ ແຜ່ນດິນໂລກຕໍ່ໜ້າເຮົາເພື່ອຕອບແທນຄວາມເມດຕາຂອງເຮົາດ້ວຍຄວາມຮັກຂອງພວກເຂົາ. ພວກເຂົາຮ້ອງໄຫ້ຢ່າງໂສກເສົ້າຕໍ່ໜ້າເຮົາ ແລະ ສຽງຮ້ອງໄຫ້ຂອງພວກເຂົາກໍເປັນຕາໂສກເສົ້າຫຼາຍ ແລະ ຮັບໄດ້ຍາກ. ຍ້ອນການຕັດສິນໃຈຂອງພວກເຂົາ ເຮົາຈຶ່ງມັກໃຫ້ຄວາມຊ່ວຍເຫຼືອກັບມະນຸດຢູ່ເລື້ອຍໆ. ຫຼາຍຄັ້ງ ຜູ້ຄົນໄດ້ມາຢູ່ຕໍ່ໜ້າເຮົາເພື່ອຍິນຍອມຕໍ່ເຮົາ ໃນຮູບແບບທີ່ເປັນຕາຮັກຫຼາຍຈົນລືມໄດ້ຍາກ. ຫຼາຍຄັ້ງ ພວກເຂົາຮັກເຮົາ ບໍ່ປ່ຽນແປງໃນຄວາມຊື່ສັດຂອງພວກເຂົາ, ຄວາມຮູ້ສຶກທີ່ຈິງໃຈຂອງພວກເຂົາກໍເປັນຕາຊື່ນຊົມ. ຫຼາຍຄັ້ງ ພວກເຂົາຮັກເຮົາຈົນເຖິງຈຸດທີ່ພວກເຂົາເສຍສະຫຼະຊີວິດຂອງຕົນເອງ. ພວກເຂົາຮັກເຮົາຫຼາຍກວ່າຕົວພວກເຂົາເອງ ແລະ ເຫັນເຖິງຄວາມຈິງໃຈຂອງພວກເຂົາ ເຮົາກໍເລີຍຮັບເອົາຄວາມຮັກຂອງພວກເຂົາ. ຫຼາຍຄັ້ງ ພວກເຂົາຖວາຍຕົນເອງຕໍ່ໜ້າເຮົາ ເພື່ອເຫັນແກ່ເຮົາ ເຖິງກັບບໍ່ສົນໃຈໃນເວລາຜະເຊີນກັບຄວາມຕາຍ ແລະ ເຮົາໄດ້ເຮັດໃຫ້ຄວາມກັງວົນຫາຍໄປຈາກຄິ້ວຂອງພວກເຂົາ ແລະ ສໍາຫຼວດໃບໜ້າຂອງພວກເຂົາຢ່າງລະອຽດ. ຫຼາຍຄັ້ງຈົນນັບບໍ່ຖ້ວນທີ່ເຮົາຮັກພວກເຂົາເໝືອນກັບຊັບສົມບັດທີ່ມີຄ່າ ແລະ ຫຼາຍຄັ້ງຈົນນັບບໍ່ຖ້ວນທີ່ເຮົາກຽດຊັງພວກເຂົາຄືກັບສັດຕູຂອງເຮົາເອງ. ເຖິງຢ່າງໃດກໍຕາມ, ສິ່ງທີ່ຢູ່ໃນຈິດໃຈຂອງເຮົາແມ່ນເກີນກວ່າທີ່ມະນຸດຈະເຂົ້າໃຈໄດ້. ເມື່ອຜູ້ຄົນໂສກເສົ້າ, ເຮົາມາເພື່ອປອບໃຈພວກເຂົາ ແລະ ເມື່ອພວກເຂົາອ່ອນແອ ເຮົາມາເພື່ອຊ່ວຍພວກເຂົາ. ເມື່ອພວກເຂົາຫຼົງທາງ ເຮົາໃຫ້ທິດທາງກັບພວກເຂົາ. ເມື່ອພວກເຂົາຮ້ອງໄຫ້ ເຮົາເຊັດນໍ້າຕາຂອງພວກເຂົາ. ເຖິງຢ່າງໃດກໍຕາມ ເມື່ອເຮົາໂສກເສົ້າ ແມ່ນໃຜສາມາດປອບໃຈເຮົາດ້ວຍຫົວໃຈຂອງພວກເຂົາໄດ້? ເມື່ອເຮົາເຈັບປ່ວຍ, ແມ່ນໃຜຄຳນຶງເຖິງຄວາມຮູ້ສຶກຂອງເຮົາ? ເມື່ອເຮົາໂສກເສົ້າ, ແມ່ນໃຜສາມາດຮັກສາບາດແຜທີ່ຢູ່ໃນຫົວໃຈຂອງເຮົາ? ເມື່ອເຮົາຕ້ອງການບາງຄົນ, ແມ່ນໃຜເຕັມໃຈທີ່ຈະສະເໜີເພື່ອປະຕິບັດໃຫ້ສອດຄ່ອງກັບເຮົາ? ເປັນໄປໄດ້ບໍວ່າ ບັດນີ້ ທ່າທີຜ່ານມາຂອງຜູ້ຄົນທີ່ມີຕໍ່ເຮົາໄດ້ສູນເສຍໄປແລ້ວ, ບໍ່ກັບຄືນມາອີກ? ເປັນຫຍັງພວກເຂົາຈຶ່ງບໍ່ມີຄວາມຊົງຈຳແມ່ນແຕ່ໜ້ອຍດຽວ? ເປັນໄປໄດ້ແນວໃດທີ່ຜູ້ຄົນຫຼົງລືມທຸກສິ່ງເຫຼົ່ານີ້ແລ້ວ? ສິ່ງນີ້ບໍ່ແມ່ນຍ້ອນມະນຸດຊາດໄດ້ຖືກສັດຕູຂອງພວກເຂົາເຮັດໃຫ້ເສື່ອມຊາມບໍ?

ເມື່ອທູດສະຫວັນຫຼິ້ນດົນຕີເພື່ອສັນລະເສີນເຮົາ, ສິ່ງນີ້ໄດ້ບັນດານຄວາມເມດຕາທີ່ເຮົາມີສຳລັບມະນຸດ. ບາງຄັ້ງ ຫົວໃຈຂອງເຮົາກໍເຕັມໄປດ້ວຍຄວາມໂສກເສົ້າ ແລະ ມັນເປັນໄປບໍ່ໄດ້ທີ່ຈະກຳຈັດຄວາມຮູ້ສຶກທີ່ເຈັບປວດນີ້ອອກໄປຈາກຕົວເຮົາເອງ. ໃນຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງການຖືກຕັດຂາດ ແລະ ຫຼັງຈາກນັ້ນກໍກັບມາຮ່ວມກັນໃໝ່ກັບມະນຸດ, ພວກເຮົາບໍ່ສາມາດແລກປ່ຽນຄວາມຮູ້ສຶກໄດ້. ຍ້ອນຖືກແຍກໃຫ້ຢູ່ໃນສະຫວັນເບື້ອງເທິງ ແລະ ແຜ່ນດິນໂລກເບື້ອງລຸ່ມ, ມະນຸດ ແລະ ເຮົາບໍ່ສາມາດພົບກັນໄດ້ເປັນປະຈຳ. ແມ່ນໃຜສາມາດຫຼົບໜີຈາກຄວາມອາວອນຫາຄວາມຮູ້ສຶກຜ່ານມາໄດ້ແດ່? ແມ່ນໃຜສາມາດຢຸດລະລຶກເຖິງອະດີດໄດ້ແດ່? ແມ່ນໃຜບໍ່ຄາດຫວັງເພື່ອຄວາມຮູ້ສຶກໃນອະດີດ? ແມ່ນໃຜຈະບໍ່ປາຖະໜາຫາການກັບມາຂອງເຮົາ? ແມ່ນໃຜຈະບໍ່ປາຖະໜາຫາການກັບມາຮ່ວມກັນໃໝ່ຂອງເຮົາກັບມະນຸດ? ຫົວໃຈຂອງເຮົາເປັນທຸກຫຼາຍ ແລະ ວິນຍານຂອງມະນຸດກໍກັງວົນຫຼາຍ. ເຖິງແມ່ນມີຄວາມຄ້າຍຄືກັນທາງຝ່າຍວິນຍານ, ພວກເຮົາກໍບໍ່ສາມາດຢູ່ນໍາກັນເລື້ອຍໆໄດ້ ແລະ ພວກເຮົາບໍ່ສາມາດເຫັນກັນ ແລະ ກັນຢູ່ເລື້ອຍໆ. ສະນັ້ນ ຊີວິດຂອງບັນດາມະນຸດຊາດຈຶ່ງເຕັມໄປດ້ວຍຄວາມໂສກເສົ້າ ແລະ ຂາດກຳລັງ, ຍ້ອນມະນຸດປາຖະໜາຫາເຮົາຢູ່ສະເໝີ. ມັນເປັນຄືກັບວ່າ ມະນຸດເປັນສິ່ງທີ່ຖືກໂຍນອອກຈາກສະຫວັນ; ພວກເຂົາຮ້ອງໄຫ້ຫານາມຂອງເຮົາຢູ່ເທິງແຜ່ນດິນໂລກ, ເຫຼືອກສາຍຕາຂອງພວກເຂົາມາຫາເຮົາຈາກພື້ນດິນ, ແຕ່ພວກເຂົາຈະສາມາດຫຼົບໜີຈາກປາກຂອງໝາປ່າທີ່ຫິວໂຫຍໄດ້ແນວໃດ? ພວກເຂົາຈະປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກໄພອັນຕະລາຍຂອງມັນ ແລະ ການລໍ້ລວງຂອງມັນໄດ້ແນວໃດ? ມະນຸດຈະບໍ່ສາມາດສະຫຼະຕົນເອງຍ້ອນຄວາມເຊື່ອຟັງຕໍ່ການຈັດກຽມໃນແຜນການຂອງເຮົາໄດ້ແນວໃດ? ເມື່ອພວກເຂົາອ້ອນວອນສຽງດັງ, ເຮົາກໍຫັນໜ້າໜີຈາກພວກເຂົາ, ເຮົາບໍ່ສາມາດທົນຫຼຽວເບິ່ງອີກຕໍ່ໄປໄດ້; ແຕ່ເຮົາຈະບໍ່ໄດ້ຍິນສຽງຮ້ອງໄຫ້ທີ່ເຕັມໄປດ້ວຍນໍ້າຕາຂອງພວກເຂົາໄດ້ແນວໃດ? ເຮົາຈະແກ້ໄຂຄວາມບໍ່ຍຸຕິທຳໃນໂລກຂອງມະນຸດ. ເຮົາຈະປະຕິບັດພາລະກິດຂອງເຮົາດ້ວຍມືຂອງເຮົາເອງທົ່ວແຜ່ນດິນໂລກ, ຫ້າມບໍ່ໃຫ້ຊາຕານທຳຮ້າຍປະຊາຊົນຂອງເຮົາອີກຕໍ່ໄປ, ຫ້າມບໍ່ໃຫ້ສັດຕູເຮັດຫຍັງກໍໄດ້ຕາມທີ່ພວກເຂົາພໍໃຈອີກແລ້ວ. ເຮົາຈະກາຍເປັນກະສັດເທິງແຜ່ນດິນໂລກ ແລະ ຍ້າຍບັນລັງຂອງເຮົາໄປຢູ່ທີ່ນັ້ນ, ເຮັດໃຫ້ສັດຕູທຸກຄົນຂອງເຮົາລົ້ມລົງເທິງພື້ນດິນ ແລະ ສາລະພາບຄວາມຜິດຂອງພວກເຂົາຕໍ່ໜ້າເຮົາ. ໃນຄວາມໂສກເສົ້າຂອງເຮົາປະກອບດ້ວຍຄວາມໂມໂຫ, ເຮົາຈະຢຽບຢໍ່າຈັກກະວານທັງປວງໃຫ້ແປ, ບໍ່ປ່ອຍໃຫ້ເຫຼືອໃຜຈັກຄົນ ແລະ ໂຈມຕີສັດຕູຂອງເຮົາໃຫ້ເກີດຄວາມຕົກໃຈຢ້ານ. ເຮົາຈະທໍາລາຍແຜ່ນໂລກທັງໝົດໃຫ້ກາຍເປັນຊາກພັງທະລາຍ ແລະ ເຮັດໃຫ້ສັດຕູຂອງເຮົາຕົກລົງສູ່ຄວາມພິນາດ, ເພື່ອວ່າຕັ້ງແຕ່ນີ້ເປັນຕົ້ນໄປ ພວກເຂົາຈະບໍ່ເຮັດໃຫ້ມະນຸດຊາດເສື່ອມຊາມອີກຕໍ່ໄປ. ແຜນການຂອງເຮົາຖືກກຳນົດແນ່ນອນແລ້ວ ແລະ ບໍ່ມີໃຜ, ບໍ່ວ່າພວກເຂົາເປັນໃຜກໍຕາມ, ຈະສາມາດປ່ຽນແປງມັນໄດ້. ເມື່ອເຮົາທ່ອງທ່ຽວໄປມາດ້ວຍຄວາມສະຫງ່າຜ່າເຜີຍເໜືອຈັກກະວານ, ມະນຸດທຸກຄົນຈະຖືກສ້າງຂຶ້ນໃໝ່ ແລະ ທຸກສິ່ງຈະຖືກຟື້ນຄືນໃໝ່. ມະນຸດຈະບໍ່ຮ້ອງໄຫ້ອີກຕໍ່ໄປ ແລະ ເຂົາຈະບໍ່ຮ້ອງໄຫ້ຂໍຄວາມຊ່ວຍເຫຼືອຈາກເຮົາອີກຕໍ່ໄປ. ແລ້ວຫົວໃຈຂອງເຮົາກໍຈະຍິນດີ ແລະ ຜູ້ຄົນຈະກັບຄືນມາສະຫຼອງກັບເຮົາ. ຈັກກະວານທັງປວງ ຕັ້ງແຕ່ເທິງລົງລຸ່ມ ຈະຕື່ນເຕັ້ນດີໃຈ...

ໃນປັດຈຸບັນ, ໃນບັນດາປະຊາຊາດເທິງແຜ່ນດິນໂລກ, ເຮົາກຳລັງປະຕິບັດພາລະກິດທີ່ເຮົາຕັ້ງໃຈເຮັດໃຫ້ສຳເລັດ. ເຮົາເຄື່ອນໄຫວໄປມາທ່າມກາງມະນຸດຊາດ, ປະຕິບັດພາລະກິດທຸກຢ່າງທີ່ຢູ່ພາຍໃນແຜນການຂອງເຮົາ ແລະ ມະນຸດທຸກຄົນ ກຳລັງແຍກປະຊາຊາດຕ່າງໆເທິງແຜ່ນດິນໂລກຕາມຄວາມປະສົງຂອງເຮົາ. ຜູ້ຄົນເທິງແຜ່ນດິນໂລກສົນໃຈໃສ່ແຕ່ຈຸດໝາຍປາຍທາງຂອງພວກເຂົາເອງ, ຍ້ອນມື້ນັ້ນກໍຫຍັບໃກ້ເຂົ້າມາ ແລະ ທູດສະຫວັນກຳລັງເປົ່າແກຂອງພວກເຂົາ. ຈະບໍ່ມີການຊັກຊ້າອີກຕໍ່ໄປ ແລະ ດັ່ງນັ້ນ ບັນດາສັບພະສິ່ງທັງປວງຈະເລີ່ມເຕັ້ນດ້ວຍຄວາມຕື່ນເຕັ້ນດີໃຈ. ແມ່ນໃຜສາມາດເລື່ອນມື້ຂອງເຮົາອອກໄປຕາມຄວາມປະສົງຂອງພວກເຂົາໄດ້? ຄົນທໍາມະດາສາມັນບໍ? ຫຼື ດວງດາວທີ່ຢູ່ໃນທ້ອງຟ້າສາມາດເຮັດໄດ້ບໍ? ຫຼື ທູດສະຫວັນເດ? ເມື່ອເຮົາກ່າວຖ້ອຍຄຳເພື່ອເລີ່ມຕົ້ນຄວາມລອດພົ້ນຂອງປະຊາຊົນອິດສະຣາເອນ, ມື້ຂອງເຮົາໄດ້ໃກ້ມາເຖິງມະນຸດຊາດທຸກຄົນແລ້ວ. ທຸກຄົນຢ້ານການກັບມາຂອງອິດສະຣາເອນ. ເມື່ອອິດສະຣາເອນກັບຄືນມາ, ນັ້ນຈະເປັນມື້ແຫ່ງສະຫງ່າລາສີຂອງເຮົາ ແລະ ມັນຍັງຈະເປັນມື້ທີ່ທຸກສິ່ງປ່ຽນແປງ ແລະ ກາຍເປັນສິ່ງໃໝ່. ເມື່ອການພິພາກສາທີ່ຊອບທຳກຳລັງເຂົ້າມາໃກ້ຈັກກະວານທັງປວງ, ມະນຸດທຸກຄົນເລີ່ມບໍ່ກ້າ ແລະ ຢ້ານ, ເພາະໃນໂລກຂອງມະນຸດແມ່ນບໍ່ເຄີຍໄດ້ຍິນຄວາມຊອບທຳເລີຍ. ເມື່ອດວງຕາເວັນແຫ່ງຄວາມຊອບທຳປະກົດຂຶ້ນ, ພາກຕະເວັນອອກຈະຖືກສ່ອງແສງ ແລະ ຫຼັງຈາກນັ້ນ ມັນກໍຈະສ່ອງແສງໃຫ້ກັບຈັກກະວານທັງປວງ, ສ່ອງແສງໄປເຖິງທຸກຄົນ. ຖ້າມະນຸດສາມາດປະຕິບັດຄວາມຊອບທຳຂອງເຮົາຢ່າງແທ້ຈິງ, ຈະມີຫຍັງໃຫ້ຢ້ານ? ປະຊາຊົນຂອງເຮົາທຸກຄົນລໍຖ້າການມາເຖິງແຫ່ງມື້ຂອງເຮົາ, ພວກເຂົາລ້ວນແລ້ວແຕ່ປາຖະໜາການມາເຖິງແຫ່ງມື້ຂອງເຮົາ. ພວກເຂົາລໍຖ້າໃຫ້ເຮົານໍາຜົນກຳສະໜອງມາເຖິງມະນຸດຊາດທຸກຄົນ ແລະ ຈັດແຈງຈຸດໝາຍປາຍທາງຂອງມະນຸດຊາດ ໃນຖານະທີ່ເຮົາເປັນດວງຕາເວັນແຫ່ງຄວາມຊອບທຳ. ອານາຈັກຂອງເຮົາກຳລັງເຂົ້າສູ່ຮູບຮ່າງ ເໜືອຈັກກະວານທັງປວງ ແລະ ບັນລັງຂອງເຮົາຢູ່ໃນຫົວໃຈຂອງຫຼາຍຮ້ອຍລ້ານຄົນ. ດ້ວຍການຊ່ວຍເຫຼືອຂອງເທວະດາທັງຫຼາຍ, ຄວາມສໍາເລັດອັນຍິ່ງໃຫຍ່ຂອງເຮົາຈະບັນລຸໃນໄວໆນີ້. ລູກໆທັງໝົດຂອງເຮົາ ແລະ ປະຊາຊົນຂອງເຮົາລໍຖ້າການກັບຄືນມາຂອງເຮົາ ປາດຖະໜາໃຫ້ເຮົາລວມຕົວກັບພວກເຂົາຄືນໃໝ່ ແລະ ຈະບໍ່ຖືກແຍກອອກຈາກກັນອີກ. ເຫດໃດປະຊາຊົນຈຳນວນຫຼວງຫຼາຍແຫ່ງອານາຈັກຂອງເຮົາຈຶ່ງບໍ່ພາກັນສະເຫຼີມສະຫຼອງຢ່າງປິຕິຍິນດີກັບການທີ່ເຮົາໄດ້ຢູ່ຮ່ວມກັນກັບພວກເຂົາ? ສິ່ງນີ້ຈະສາມາດເປັນການລວມຕົວຄັ້ງໃໝ່ທີ່ບໍ່ຕ້ອງການຄ່າຈ້າງບໍ? ເຮົາເປັນທີ່ນັບຖືໃນສາຍຕາຂອງມະນຸດທັງປວງ, ເຮົາຖືກປະກາດໄວ້ໃນຄໍາກ່າວຂອງທຸກຄົນ. ຍິ່ງໄປກວ່ານັ້ນ, ເມື່ອເຮົາກັບມາ ເຮົາຈະເອົາຊະນະກໍາລັງຂອງສັດຕູທັງໝົດ. ເຖິງເວລາແລ້ວ! ເຮົາຈະດຳເນີນພາລະກິດຂອງເຮົາ, ເຮົາຈະປົກຄອງເປັນກະສັດຂອງມວນມະນຸດ! ເຮົາຢູ່ໃນຈຸດແຫ່ງການກັບຄືນມາ! ແລະ ເຮົາກໍາລັງຈະອອກເດີນທາງ! ນີ້ແມ່ນສິ່ງທີ່ທຸກຄົນຄາດຫວັງ, ມັນແມ່ນສິ່ງທີ່ພວກເຂົາຕ້ອງການ. ເຮົາຈະໃຫ້ມະນຸດທຸກຄົນເຫັນການມາເຖິງແຫ່ງວັນຂອງເຮົາ ແລະ ໃຫ້ພວກເຂົາຍິນດີຕ້ອນຮັບການມາເຖິງແຫ່ງວັນຂອງເຮົາດ້ວຍຄວາມສຸກ!

ວັນທີ 2 ເມສາ 1992

ກ່ອນນີ້: ບົດທີ 26

ຕໍ່ໄປ: ບົດທີ 28

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້