ບົດທີ 36

ທຸກສິ່ງແມ່ນຖືກຈັດແຈງໂດຍມືຂອງເຮົາ. ຜູ້ໃດແດ່ທີ່ກ້າເຮັດຕາມໃຈຂອງພວກເຂົາ? ຜູ້ໃດແດ່ທີ່ສາມາດປ່ຽນແປງສິ່ງນັ້ນໄດ້ຢ່າງງ່າຍດາຍ? ຜູ້ຄົນລ່ອງລອຍຢູ່ໃນອາກາດ, ເຄື່ອນໄຫວໃນຄະນະທີ່ຂີ້ຝຸ່ນພັດປິວໄປມາ, ໜ້າຂອງພວກເຂົາເປິເປື້ອນ, ເຮັດໃຫ້ພວກເຂົາເປັນຕາລັງກຽດຕັ້ງແຕ່ຫົວຈົນຮອດໂປ້ຕີນ. ເຮົາຫຼຽວເບິ່ງຈາກທ່າມກາງກ້ອນເມກດ້ວຍຄວາມໜັກໃຈ: ເປັນຫຍັງມະນຸດທີ່ເຄີຍເຕັມໄປດ້ວຍຊີວິດຊີວາຈຶ່ງກາຍເປັນແບບນີ້? ແລ້ວເປັນຫຍັງເຂົາຈຶ່ງບໍ່ຮູ້ເຖິງສິ່ງນີ້ ແລະ ເສີຍເມີຍຕໍ່ສິ່ງນີ້? ເປັນຫຍັງເຂົາຈຶ່ງ “ລະເລີງກັບຕົນເອງ” ແລະ ຍອມໃຫ້ຕົນເອງຖືກປົກຄຸມດ້ວຍຄວາມສົກກະປົກ? ສິ່ງດັ່ງກ່າວຄືການຂາດຄວາມຮັກ ແລະ ການບໍນັບຖືຕົນເອງ. ເປັນຫຍັງມະນຸດຈຶ່ງຫຼີກເວັ້ນສິ່ງທີ່ເຮົາຂໍຮ້ອງຢູ່ສະເໝີ? ເຮົາໂຫດຮ້າຍ ແລະ ໄຮ້ມະນຸດສະທຳຕໍ່ເຂົາແທ້ບໍ? ເຮົາເຮັດແບບພະເດັດການ ແລະ ບໍ່ມີເຫດຜົນແທ້ບໍ? ແລ້ວເປັນຫຍັງຜູ້ຄົນຈຶ່ງຫຼຽວເບິ່ງເຮົາດ້ວຍສາຍຕາແບບບໍ່ພໍໃຈຢູ່ສະເໝີ? ເປັນຫຍັງພວກເຂົາຈຶ່ງກຽດຊັງເຮົາຢູ່ຕະຫຼອດ? ເຮົາໄດ້ນໍາພວກເຂົາໄປສູ່ທາງຕັນບໍ? ມະນຸດບໍ່ເຄີຍຄົ້ນພົບຫຍັງໃນການຂ້ຽນຕີຂອງເຮົາຈັກເທື່ອ, ຍ້ອນເຂົາບໍ່ໄດ້ເຮັດຫຍັງ ນອກຈາກຈັບແອກທີ່ຢູ່ອ້ອມຄໍຂອງພວກເຂົາດ້ວຍມືທັງສອງ, ຕາສອງໜ່ວຍຈ້ອງເບິ່ງເຮົາ ຄືກັບວ່າ ກໍາລັງເບິ່ງສັດຕູ ແລະ ໃນຊ່ວງເວລານີ້ເອງ ທີ່ເຮົາຮູ້ສຶກວ່າພວກເຂົາຈ່ອຍເຫຼືອງຫຼາຍສໍ່າໃດ. ມັນເປັນຍ້ອນສິ່ງນີ້, ເຮົາຈຶ່ງເວົ້າວ່າບໍ່ມີຜູ້ໃດຍຶດໝັ້ນໃນທ່າມກາງການທົດລອງເລີຍ. ວຸດທິພາວະຂອງມະນຸດບໍ່ໄດ້ເປັນແບບນັ້ນແທ້ບໍ? ເຮົາຕ້ອງບອກຕົວເລກຈາກ “ການວັດແທກ” ຂອງເຂົາບໍ? “ຄວາມສູງ” ຂອງມະນຸດບໍ່ໄດ້ສູງເກີນໄປກວ່າໜອນນ້ອຍທີ່ກະດູກກະດິກຕາມພື້ນດິນ ແລະ “ເອິກ” ຂອງເຂົາກໍສໍ່າກັບຄວາມກວ້າງຂອງງູໂຕໜຶ່ງເທົ່ານັ້ນ. ໃນສິ່ງນີ້, ເຮົາບໍ່ໄດ້ດູຖູກມະນຸດ, ແຕ່ສິ່ງເຫຼົ່ານີ້ບໍ່ແມ່ນປະລິມານແທ້ຈິງຂອງວຸດທິພາວະຂອງເຂົາບໍ? ເຮົາເຮັດໃຫ້ມະນຸດເສື່ອມເສຍບໍ? ມະນຸດເປັນຄືກັບເດັກນ້ອຍທີ່ຫຼິ້ນຢ່າງມີຄວາມສຸກ. ບາງຄັ້ງເຂົາເຖິງກັບຫຼິ້ນກັບສັດ, ແຕ່ເຂົາກໍຍັງມີຄວາມສຸກ; ແລະ ເຂົາເປັນຄືກັບແມວທີ່ດຳລົງຊີວິດຢູ່ໂດຍບໍ່ກັງວົນ ຫຼື ເປັນຫ່ວງຫຍັງ. ບາງເທື່ອ ມັນເປັນຍ້ອນການເອນອຽງຂອງພຣະວິນຍານ ຫຼື ບົດບາດຂອງພຣະເຈົ້າທີ່ຢູ່ໃນສະຫວັນ, ເຮົາຈຶ່ງຮູ້ສຶກເບື່ອໜ່າຍຫຼາຍກັບວິຖີຊີວິດທີ່ສິ້ນເປືອງຂອງຜູ້ຄົນເທິງແຜ່ນດິນໂລກ. ຍ້ອນຊີວິດຂອງມະນຸດ ເຊິ່ງເປັນຄືກັບຊີວິດຂອງແມ່ພະຍາດໂຕໜຶ່ງ, “ຄວາມສົນໃຈ” ຂອງເຮົາໃນຄຳວ່າ “ຊີວິດຂອງມະນຸດ” ຈຶ່ງເພີ່ມຂຶ້ນໜ້ອຍໜຶ່ງ ແລະ ສະນັ້ນ ເຮົາຈຶ່ງ “ສະແດງຄວາມເຄົາລົບນັບຖື” ຫຼາຍຂຶ້ນໜ້ອຍໜຶ່ງຕໍ່ຊີວິດມະນຸດ. ຍ້ອນມັນເບິ່ງຄືກັບວ່າ ມີພຽງແຕ່ມະນຸດເທົ່ານັ້ນທີ່ສາມາດສ້າງຊີວິດທີ່ມີຄວາມໝາຍ ໃນຂະນະທີ່ເຮົາບໍ່ສາມາດເຮັດໃນສິ່ງນີ້ໄດ້. ສະນັ້ນ ເຮົາຈຶ່ງໄດ້ແຕ່ຖອຍໄປຢູ່ “ພູເຂົາ” ຍ້ອນເຮົາບໍ່ສາມາດຜະເຊີນ ແລະ ເຝົ້າເບິ່ງຄວາມລຳບາກໃນທ່າມກາງມະນຸດໄດ້. ເຖິງຢ່າງໃດກໍຕາມ ມະນຸດບັງຄັບເຮົາຢ່າງຮີບດ່ວນ ເຊິ່ງເຮົາບໍ່ມີທາງເລືອກ! ເຮົາສາມາດເຊື່ອຟັງການຈັດແຈງຂອງມະນຸດ, ສະຫຼຸບປະສົບການຮ່ວມກັບເຂົາ ແລະ ຜະເຊີນກັບຊີວິດຂອງມະນຸດຄຽງຄູ່ໄປກັບເຂົາ. ໃນສະຫວັນ ເຮົາທ່ອງທ່ຽວທົ່ວເມືອງອີກຄັ້ງ ແລະ ຢູ່ລຸ່ມສະຫວັນ ເຮົາໄດ້ທ່ອງທ່ຽວທົ່ວທຸກປະເທດອີກຄັ້ງ. ແຕ່ບໍ່ມີຜູ້ໃດຄົ້ນພົບເຮົາເລີຍ, ພວກເຂົາພຽງແຕ່ໄດ້ຍິນສຽງຂອງການເຄື່ອນໄຫວໄປມາຂອງເຮົາ. ໃນສາຍຕາຂອງຜູ້ຄົນ, ເຮົາມາ ແລະ ໄປໂດຍບໍ່ມີຮ່ອງຮອຍ ຫຼື ເງົາ. ມັນເປັນຄືກັບວ່າ ເຮົາໄດ້ກາຍເປັນພະທຽມທີ່ບໍ່ສາມາດເບິ່ງເຫັນໄດ້ໃນຫົວໃຈຂອງພວກເຂົາ, ແຕ່ຜູ້ຄົນກໍບໍ່ເຊື່ອໃນສິ່ງນັ້ນ. ເປັນໄປໄດ້ບໍວ່າ ທຸກສິ່ງນີ້ບໍ່ແມ່ນຄວາມຈິງທີ່ຖືກສາລະພາບໂດຍປາກຂອງມະນຸດ? ໃນຈຸດນີ້, ຜູ້ໃດແດ່ບໍ່ຍອມຮັບວ່າພວກເຂົາຄວນຖືກຂ້ຽນຕີ? ຜູ້ຄົນຍັງສາມາດເງີຍຄໍຂອງພວກເຂົາຂຶ້ນສູງຕໍ່ໜ້າຫຼັກຖານທີ່ຊັດເຈນນີ້ຢູ່ບໍ?

ເຮົາກໍາລັງເຮັດ “ຂໍ້ຕົກລົງທາງທຸລະກິດ” ທ່າມກາງມະນຸດ, ເຮົາຊໍາລະລ້າງຄວາມບໍ່ບໍລິສຸດ ແລະ ຄວາມບໍ່ຊອບທຳທັງໝົດຂອງເຂົາ ແລະ ສະນັ້ນ “ດຳເນີນການ” ກັບເຂົາ ເພື່ອວ່າເຂົາຈະເປັນທີ່ພໍໃຈຂອງເຮົາເອງ. ແຕ່ການຮ່ວມມືຂອງມະນຸດກໍຂາດບໍ່ໄດ້ ໃນຂັ້ນຕອນນີ້ຂອງພາລະກິດ, ຍ້ອນເຂົາໂດດເຕັ້ນໄປມາຄືກັບປາທີ່ຫາກໍຖືກຈັບໄດ້. ສະນັ້ນເພື່ອປ້ອງກັນອຸປະຕິເຫດໃດໜຶ່ງ, ເຮົາຈຶ່ງຂ້າ “ປາ” ທຸກໂຕທີ່ຖືກຈັບໄດ້, ຫຼັງຈາກນັ້ນ ປາເຫຼົ່ານັ້ນກໍເຊື່ອຟັງ ແລະ ບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ. ເມື່ອເຮົາຕ້ອງການມະນຸດ, ເຂົາກໍລີ້ຊ້ອນຢູ່ສະເໝີ. ມັນເປັນຄືກັບວ່າ ເຂົາບໍ່ເຄີຍໄດ້ເຫັນເຫດການທີ່ເປັນຕາງຶດ, ຄືກັບເຂົາເກີດຢູ່ບ້ານນອກ ແລະ ບໍ່ຮູ້ຫຍັງກ່ຽວກັບເລື່ອງໃນເມືອງ. ເຮົາເພີ່ມສະຕິປັນຍາຂອງເຮົາໃສ່ໃນສ່ວນຕ່າງໆ ຂອງມະນຸດທີ່ຂາດເຂີນຢູ່ ແລະ ເຮັດໃຫ້ເຂົາຮູ້ຈັກເຮົາ; ເພາະມະນຸດທຸກຍາກເກີນໄປ, ເຮົາຈຶ່ງມາທ່າມກາງມະນຸດເປັນການສ່ວນຕົວ ແລະ ມອບ “ເສັ້ນທາງສູ່ຄວາມຮັ່ງມີ” ໃຫ້ກັບເຂົາ, ເຮັດໃຫ້ເຂົາມືນຕາຂອງເຂົາ. ດ້ວຍສິ່ງນີ້, ເຮົາບໍ່ໄດ້ຊ່ວຍເຫຼືອເຂົາບໍ? ນີ້ບໍ່ແມ່ນຄວາມເຫັນອົກເຫັນໃຈທີ່ເຮົາມີສຳລັບມະນຸດບໍ? ນີ້ບໍ່ແມ່ນຄວາມຮັກທີ່ມອບ ໃຫ້ໂດຍບໍ່ມີເງື່ອນໄຂບໍ? ແລ້ວຄວາມກຽດຊັງເປັນການຂ້ຽນຕີບໍ? ເຮົາໄດ້ອະທິບາຍຕໍ່ມະນຸດຈາກທັດສະນະທີ່ແຕກຕ່າງ, ແຕ່ເຂົາກໍປະຕິບັດກັບສິ່ງນີ້ ເປັນພຽງຄຳເວົ້າ ແລະ ຄຳສັ່ງສອນ. ມັນເປັນຄືກັບວ່າ ຖ້ອຍຄຳຂອງເຮົາເປັນສິນຄ້າທີ່ໃຊ້ການບໍ່ໄດ້ ເຊິ່ງຖືກມະນຸດຂາຍເລຖິ້ມລ້າໆ. ສະນັ້ນ ເມື່ອເຮົາບອກຜູ້ຄົນວ່າ ພາຍຸໃຫຍ່ກຳລັງມາກືນກິນໝູ່ບ້ານເທິງພູເຂົາ, ບໍ່ມີໃຜຄິດຈິງຈັງກັບສິ່ງນັ້ນເລິຍ, ມີພຽງ ໜ້ອຍຄົນທີ່ຍ້າຍເຮືອນຂອງພວກເຂົາໜີດ້ວຍຄວາມສົງໄສ. ຄົນທີ່ເຫຼືອແມ່ນບໍ່ຍອມຍ້າຍໜີ ຄືກັບວ່າພວກເຂົາເມີນເສີຍ, ຄືກັບວ່າເຮົາເປັນນົກແອ່ນຈາກທ້ອງຟ້າ, ພວກເຂົາບໍ່ເຂົ້າໃຈຫຍັງໃນສິ່ງທີ່ເຮົາເວົ້າ. ມີພຽງແຕ່ເມື່ອພູເຂົາພັງທະລາຍລົງ ແລະ ແຜ່ນດິນໂລກຕັດແຍກອອກຈາກກັນ, ຜູ້ຄົນຈຶ່ງຄິດເຖິງພຣະທຳຂອງເຮົາ, ມີພຽງແຕ່ເມື່ອນັ້ນ ພວກເຂົາຈຶ່ງຕື່ນຂຶ້ນຈາກຄວາມຝັນຂອງພວກເຂົາ, ແຕ່ເວລານັ້ນໄດ້ມາເຖິງແລ້ວ, ພວກເຂົາຖືກທໍາລາຍດ້ວຍນໍ້າຖ້ວມຄັ້ງໃຫຍ່, ຊາກສົບຂອງພວກເຂົາຟູເຕັມໜ້ານໍ້າ. ເມື່ອເຫັນເຖິງຄວາມທຸກທໍລະມານ ໃນແຜ່ນດິນໂລກ, ເຮົາກໍຫາຍໃຈໃຫຍ່ກັບຄວາມໂຊກຮ້າຍຂອງມະນຸດ. ເຮົາສະຫຼະເວລາຢ່າງຫຼວງຫຼາຍ ແລະ ຈ່າຍລາຄາທີ່ຍິ່ງໃຫຍ່ ຍ້ອນເຫັນແກ່ໂຊກຊະຕາຂອງມະນຸດ. ໃນຄວາມຄິດຂອງມະນຸດ ເຮົາບໍ່ມີຮູນໍ້າຕາ, ແຕ່ເຮົາ ເຊິ່ງເປັນ “ຄົນປະຫຼາດ” ນີ້ທີ່ບໍ່ມີຮູນໍ້າຕາ ໄດ້ຮ້ອງໄຫ້ຫຼາຍຄັ້ງເພື່ອມະນຸດ. ເຖິງຢ່າງໃດກໍຕາມ ມະນຸດບໍ່ຮູ້ຫຍັງໃນສິ່ງນີ້ເລີຍ, ເຂົາພຽງແຕ່ຫຼິ້ນເຄື່ອງຫຼິ້ນໃນມືຂອງເຂົາເທິງແຜ່ນດິນໂລກ ຄືກັບວ່າເຮົາບໍ່ມີຕົວຕົນ. ສະນັ້ນ ໃນສະຖານະການປັດຈຸບັນ, ຜູ້ຄົນຍັງຕາຍດ້ານ ແລະ ໂງ່ຈ້າ; ພວກເຂົາຍັງ “ແຂງກະດ້າງ” ຢູ່ໃນຫ້ອງໃຕ້ດິນ ຄືກັບວ່າພວກເຂົາຍັງນອນຢູ່ໃນຖໍ້າ. ເມື່ອເຫັນເຖິງການກະທຳຂອງມະນຸດ, ທາງເລືອກດຽວຂອງເຮົາກໍຄືການຈາກໄປ...

ໃນສາຍຕາຂອງຜູ້ຄົນ, ເຮົາໄດ້ເຮັດຫຼາຍຢ່າງທີ່ດີສຳລັບມະນຸດ ແລະ ສະນັ້ນ ພວກເຂົາກໍເບິ່ງເຮົາເປັນແບບຢ່າງສຳລັບຍຸກປັດຈຸບັນ. ແຕ່ພວກເຂົາກໍບໍ່ເຄີຍຖືວ່າເຮົາເປັນກະສັດແຫ່ງໂຊກຊະຕາຂອງມະນຸດ ແລະ ພຣະຜູ້ສ້າງສິ່ງທັງປວງ. ມັນເປັນຄືກັບວ່າພວກເຂົາບໍ່ເຂົ້າໃຈເຮົາ. ເຖິງແມ່ນຜູ້ຄົນເຄີຍຮ້ອງວ່າ “ຄວາມເຂົ້າໃຈຈົ່ງຈະເລີນ” ບໍ່ມີໃຜໃຊ້ເວລາເພື່ອວິເຄາະຄຳວ່າ “ຄວາມເຂົ້າໃຈ” ເຊິ່ງສະແດງວ່າຜູ້ຄົນບໍ່ມີຄວາມປາຖະໜາທີ່ຈະຮັກເຮົາ. ໃນເວລາປັດຈຸບັນ, ຜູ້ຄົນບໍ່ເຄີຍເຊີດຊູເຮົາ, ເຮົາບໍ່ມີພື້ນທີ່ໃນຫົວໃຈຂອງພວກເຂົາ. ແລ້ວພວກເຂົາຈະສາມາດສະແດງຄວາມຮັກທີ່ແທ້ຈິງຕໍ່ເຮົາໃນມື້ແຫ່ງການທົນທຸກທີ່ຈະມາເຖິງໄດ້ແນວໃດ? ຄວາມຊອບທຳຂອງມະນຸດຍັງເປັນສິ່ງທີ່ບໍ່ມີຮູບປະທໍາ, ສິ່ງທີ່ບໍ່ສາມາດເຫັນ ຫຼື ສຳຜັດໄດ້. ສິ່ງທີ່ເຮົາຕ້ອງການແມ່ນຫົວໃຈຂອງມະນຸດ, ຍ້ອນໃນຮ່າງກາຍຂອງມະນຸດ ຫົວໃຈຄືສິ່ງທີ່ລໍ້າຄ່າທີ່ສຸດ. ການກະທຳຂອງເຮົາບໍ່ເໝາະສົມທີ່ຈະຖືກຕອບແທນດ້ວຍຫົວໃຈຂອງມະນຸດບໍ? ເປັນຫຍັງຜູ້ຄົນຈຶ່ງບໍ່ມອບຫົວໃຈຂອງພວກເຮົາໃຫ້ກັບເຮົາ? ເປັນຫຍັງພວກເຂົາຈຶ່ງກອດຫົວໃຈຂອງພວກເຂົາແນບໄວ້ໃນເອິກຕົນເອງຢູ່ສະເໝີ ໂດຍບໍ່ເຕັມໃຈທີ່ຈະປ່ອຍໃຫ້ຫົວໃຈນັ້ນເປັນອິດສະຫຼະ? ຫົວໃຈຂອງມະນຸດສາມາດຮັບປະກັນຄວາມສັນຕິສຸກ ແລະ ຄວາມສຸກຕະຫຼອດຊີວິດຂອງຜູ້ຄົນບໍ? ເປັນຫຍັງເມື່ອເຮົາຮຽກຮ້ອງສິ່ງຕ່າງໆຈາກຜູ້ຄົນ, ພວກເຂົາຈຶ່ງກໍາເອົາຂີ້ຝຸ່ນຈາກພື້ນດິນ ແລະ ໂຍນມັນໃສ່ເຮົາ? ນີ້ແມ່ນກົນອຸບາຍຂອງມະນຸດບໍ? ມັນເປັນຄືກັບວ່າພວກເຂົາກຳລັງພະຍາຍາມ ລອກຫຼວງຄົນກາຍໄປມາທີ່ບໍ່ມີບ່ອນໄປ, ລໍ້ລວງພວກເຂົາກັບສູ່ເຮືອນຂອງພວກເຂົາ ບ່ອນທີ່ພວກເຂົາຈະກາຍເປັນຄົນຕໍ່າຊ້າ ແລະ ຂ້າພວກເຂົາຖິ້ມ. ຜູ້ຄົນຍັງຕ້ອງການເຮັດສິ່ງດັ່ງກ່າວກັບເຮົາ. ມັນເປັນຄືກັບວ່າ ພວກເຂົາເປັນເພັດຊະຄາດ ທີ່ຈະຂ້າຄົນໂດຍບໍ່ກະພິບຕາ, ຄືກັບວ່າພວກເຂົາເປັນກະສັດຂອງມານຮ້າຍ, ສຳລັບຜູ້ຄົນດັງກ່າວແລ້ວ ທຳມະຊາດທີສອງຂອງພວກເຂົາຄືການຂ້າຄົນ. ແຕ່ບັດນີ້ ຜູ້ຄົນມາຢູ່ຕໍ່ໜ້າເຮົາ, ຍັງປາຖະໜາທີ່ຈະໃຊ້ວິທີການດັ່ງກ່າວ, ເຊິ່ງພວກເຂົາກໍມີແຜນການຂອງພວກເຂົາ ແລະ ເຮົາກໍມີວິທີການຮັບມືຂອງເຮົາ. ເຖິງແມ່ນຜູ້ຄົນບໍ່ຮັກເຮົາ, ແລ້ວໃນເວລານີ້ເຮົາຈະບໍ່ເປີດເຜີຍວິທີການຮັບມືຂອງເຮົາຕໍ່ມະນຸດໄດ້ແນວໃດ? ເຮົາມີທັກສະທີ່ບໍ່ຈຳກັດ ແລະ ບໍ່ສາມາດວັດແທກໄດ້ໃນການຈັດການກັບມະນຸດ; ທຸກພາກສ່ວນຂອງເຂົາຈະຖືກຈັດການໂດຍເຮົາ ແລະ ຖືກດຳເນີນການໂດຍເຮົາເປັນການສ່ວນຕົວ. ໃນທີ່ສຸດແລ້ວ, ເຮົາຈະເຮັດໃຫ້ມະນຸດອົດກັ້ນກັບຄວາມເຈັບປວດດ້ວຍການພັດພາກຈາກສິ່ງທີ່ເຂົາຮັກ ແລະ ເຮັດໃຫ້ເຂົາຍອມຕໍ່ການຈັດແຈງຂອງເຮົາ ແລະ ໃນເວລານັ້ນ ຜູ້ຄົນຈະມີຫຍັງໃຫ້ຕໍ່ວ່າ? ທຸກສິ່ງທີ່ເຮົາເຮັດບໍ່ແມ່ນເພື່ອເຫັນແກ່ມະນຸດບໍ? ໃນເວລາຜ່ານມາ, ເຮົາບໍ່ເຄີຍບອກມະນຸດກ່ຽວກັບຂັ້ນຕອນຂອງພາລະກິດຂອງເຮົາ, ແຕ່ໃນປັດຈຸບັນ ແມ່ນບໍ່ຄືອະດີດ, ເນື່ອງຈາກວ່າເນື້ອຫາຂອງພາລະກິດຂອງເຮົາແມ່ນແຕກຕ່າງ, ເຮົາຈຶ່ງບອກຜູ້ຄົນລ່ວງໜ້າກ່ຽວກັບພາລະກິດຂອງເຮົາເພື່ອປ້ອງກັນບໍ່ໃຫ້ພວກເຂົາລົ້ມລົງຍ້ອນສິ່ງນີ້. ນີ້ບໍ່ແມ່ນການສັກຢາປ້ອງກັນໂລກທີ່ເຮົາໄດ້ສັກໃຫ້ກັບມະນຸດບໍ? ບໍ່ວ່າຍ້ອນເຫດຜົນໃດກໍຕາມ, ຜູ້ຄົນບໍ່ເຄີຍພິຈາລະນາພຣະທຳ ຂອງເຮົາຢ່າງຈິງຈັງ; ມັນເປັນຄືກັບວ່າພວກເຂົາມີຄວາມອຶດຫິວ ແລະ ບໍ່ເລືອກໃນສິ່ງທີ່ພວກເຂົາກິນ ເຊິ່ງເຮັດໃຫ້ສະພາບທ້ອງຂອງພວກເຂົາບໍ່ດີ. ແຕ່ຜູ້ຄົນຮັບເອົາ “ສະພາບຮ່າງກາຍທີ່ມີສຸຂະພາບດີ” ຂອງພວກເຂົານັ້ນເປັນຕົ້ນທຶນ ແລະ ບໍ່ສົນໃຈຕໍ່ຄຳຕັກເຕືອນຂອງ “ທ່ານໝໍ”. ເມື່ອເຫັນເຖິງຄວາມດື້ດ້ານຂອງພວກເຂົາ, ເຮົາກໍເປັນຫ່ວງມະນຸດ. ຍ້ອນຜູ້ຄົນຄືເດັກນ້ອຍ ແລະ ຍັງບໍ່ໄດ້ປະສົບກັບຊີວິດມະນຸດເທື່ອ, ພວກເຂົາຈຶ່ງບໍ່ມີຄວາມຢ້ານກົວ; ໃນຫົວໃຈຂອງພວກເຂົາ, ຄຳວ່າ “ຊີວິດມະນຸດ” ບໍ່ມີຢູ່ຈິງ, ພວກເຂົາບໍ່ຄຳນຶງເຖິງສິ່ງເຫຼົ່ານັ້ນ ແລະ ພຽງແຕ່ເບື່ອໜ່າຍພຣະທຳຂອງເຮົາ, ຄືກັບວ່າເຮົາໄດ້ກາຍມາເປັນແມ່ຍິງເຖົ້າທີ່ເວົ້າໄປທົ່ວທີບ. ສະຫຼຸບແລ້ວ ບໍ່ວ່າຈະກໍລະນີໃດກໍຕາມ ເຮົາຫວັງວ່າ ຜູ້ຄົນຈະສາມາດເຂົ້າໃຈຫົວໃຈຂອງເຮົາ, ເພາະວ່າເຮົາບໍ່ມີຄວາມປາຖະໜາທີ່ຈະສົ່ງມະນຸດໄປສູ່ດິນແດນແຫ່ງຄວາມຕາຍ. ເຮົາຫວັງວ່າມະນຸດຈະສາມາດເຂົ້າໃຈຄວາມຮູ້ສຶກຂອງເຮົາໃນຊ່ວງເວລານີ້ ແລະ ຄຳນຶງເຖິງພາລະທີ່ເຮົາແບກຮັບໃນເວລານີ້.

ວັນທີ 26 ເມສາ 1992

ກ່ອນນີ້: ບົດທີ 35

ຕໍ່ໄປ: ບົດທີ 37

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້