ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 3

ເນື່ອງຈາກພວກເຈົ້າຖືກເອີ້ນວ່າ ປະຊາຊົນຂອງເຮົາ, ສິ່ງຕ່າງໆຈຶ່ງບໍ່ຄືເກົ່າຕາມທີ່ເຄີຍເປັນ; ພວກເຈົ້າຄວນຟັງ ແລະ ເຊື່ອຟັງພຣະວັດຈະນະຂອງພຣະວິນຍານຂອງເຮົາ, ຕິດຕາມພາລະກິດຂອງເຮົາຢ່າງໃກ້ຊິດ ແລະ ອາດບໍ່ແຍກພຣະວິນຍານ ແລະ ເນື້ອໜັງຂອງເຮົາອອກຈາກກັນ ເພາະວ່າ ໂດຍທໍາມະຊາດແລ້ວ ພວກເຮົາແມ່ນໜຶ່ງດຽວ ແລະ ບໍ່ໄດ້ຕ່າງຈາກກັນ. ໃຜກໍຕາມທີ່ແຍກພຣະວິນຍານ ແລະ ຄົນອອກຈາກກັນ ໂດຍສົນໃຈ ຢ່າງໃດຢ່າງໜຶ່ງລະຫວ່າງຄົນ ຫຼື ພຣະວິນຍານ ຈະຕ້ອງທົນທຸກກັບການສູນເສຍ ແລະ ຈະສາມາດດື່ມໄດ້ແຕ່ຈາກຈອກທີ່ຂົມຂື່ນຂອງພວກເຂົາເທົ່ານັ້ນ ໂດຍບໍ່ມີທາງເລືອອື່ນ. ຜູ້ທີ່ສາມາດເບິ່ງອອກວ່າ ພຣະວິນຍານ ແລະ ຄົນເປັນສິ່ງດຽວກັນທີ່ແຍກບໍ່ໄດ້ເທົ່ານັ້ນ ທີ່ຈະມີຄວາມຮູ້ຢ່າງພຽງພໍກ່ຽວກັບເຮົາ; ຊີວິດພາຍໃນພວກເຂົາຈະມີການປ່ຽນແປງເກີດຂຶ້ນເທື່ອລະໜ້ອຍ. ເພື່ອໃຫ້ຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາດໍາເນີນໄປຢ່າງດີ ໂດຍບໍ່ມີສິ່ງໃດຂັດຂວາງ ເຮົາຈໍາເປັນຕ້ອງນໍາໃຊ້ຄວາມບໍລິສຸດຂອງພຣະທໍາ ເພື່ອທົດສອບທຸກຄົນທີ່ຢູ່ໃນເຮືອນຂອງເຮົາ ແລະ ນໍາໃຊ້ວິທີການເຮັດພາລະກິດ ເພື່ອທົດສອບຜູ້ທີ່ຕິດຕາມເຮົາ. ພາຍໃຕ້ສະຖານະການເຫຼົ່ານີ້, ອາດເວົ້້າໄດ້ວ່າ ພວກເຂົາທຸກຄົນໄດ້ໝົດຫວັງ; ໃນຖານະເປັນຄົນ, ບໍ່ມີແມ່ນແຕ່ຄົນດຽວໃນບັນດາພວກເຂົາ ທີ່ບໍ່ມີສະພາບບໍ່ດີ ແລະ ຂີ້ຄ້ານ ຄືກັບວ່າ ພື້ນທີ່ທັງໝົດຂອງພວກເຂົາຖືກປ່ຽນແປງ. ບາງຄົນຕໍ່ວ່າສະຫວັນ ແລະ ແຜ່ນດິນໂລກ; ບາງຄົນທີ່ຢູ່ໃນຄວາມສິ້ນຫວັງຂອງພວກເຂົາໄດ້ກຽມໃຈ ແລະ ຍອມຮັບເອົາການທົດສອບຈາກພຣະທໍາຂອງເຮົາ; ບາງຄົນແນມເບິ່ງເທິງຟ້າ ແລະ ຫາຍໃຈໃຫຍ່, ຕາຂອງພວກເຂົາເຕັມໄປດ້ວຍນໍ້າຕາ ຄືກັບວ່າ ພວກເຂົາວຸ້ນວາຍໃຈ ເນື່ອງຈາກການຕາຍກ່ອນກໍານົດຂອງເດັກເກີດໃໝ່; ບາງຄົນຮູ້ສຶກເຖິງຄວາມອັບອາຍໃນການດໍາລົງຊີວິດ ແລະ ດ້ວຍເຫດນັ້ນ ຈຶ່ງອະທິຖານໃຫ້ພຣະເຈົ້າເອົາພວກເຂົາໄປໄວໆ; ບາງຄົນໃຊ້ເວລາໝົດມື້ຢູ່ໃນຄວາມມືດມົວ ຄືກັບວ່າ ພວກເຂົາບໍ່ສະບາຍຢ່າງໜັກ ແລະ ຍັງບໍ່ໄດ້ສະຕິກັບຄືນມາ; ພາຍຫຼັງທີ່ໄດ້ຕໍານິຕໍ່ວ່າ ບາງຄົນກໍອອກໄປຢ່າງງຽບໆ; ແລະ ບາງຄົນຍັງສັນລະເສີນເຮົາຈາກບ່ອນຂອງພວກເຂົາ ເຖິງວ່າ ພວກເຂົາຂ້ອນຂ້າງຍັງບໍ່ດີເທື່ອ. ໃນປັດຈຸບັນ, ເມື່ອທຸກຢ່າງຖືກເປີດເຜີຍ ເຮົາກໍບໍ່ຈໍາເປັນຕ້ອງເວົ້າກ່ຽວກັບອະດີດອີກ; ທີ່ສໍາຄັນທີ່ສຸດກໍຄື ພວກເຈົ້າຍັງຄວນມີຄວາມສາມາດໃນການຈົງຮັກພັກດີຫຼາຍທີ່ສຸດຈາກບ່ອນທີ່ເຮົາປະທານໃຫ້ພວກເຈົ້າໃນປັດຈຸບັນ ເພື່ອວ່າ ທຸກສິ່ງທີ່ພວກເຈົ້າເຮັດຈະສົມຄວນໄດ້ຮັບການອະນຸມັດຈາກເຮົາ ແລະ ທຸກຢ່າງທີ່ພວກເຈົ້າເວົ້າແມ່ນຜົນຜະລິດຈາກແສງສະຫວ່າງ ແລະ ແສງເຍືອງທາງຂອງເຮົາ ແລະ ໃນທີ່ສຸດ ສິ່ງທີ່ພວກເຈົ້າດໍາລົງຢູ່ແມ່ນຮູບພາບຂອງເຮົາ ແລະ ການສະແດງອອກທັງໝົດຂອງເຮົາ.

ພຣະທໍາຂອງເຮົາຖືກປ່ອຍອອກ ແລະ ຖືກສະແດງອອກມາໃນເວລາ ຫຼື ສະຖານທີ່ໃດກໍໄດ້ ແລະ ເຊັ່ນດຽວກັນນັ້ນ ພວກເຈົ້າກໍຄວນຮູ້ຈັກຕົວເອງໃນທຸກເວລາທີ່ຢູ່ຕໍ່ໜ້າເຮົາ. ຢ່າງໃດກໍຕາມ ເປັນເພາະວ່າ ປັດຈຸບັນບໍ່ຄືກັບສິ່ງທີ່ມາກ່ອນໜ້ານັ້ນ ແລະ ເຈົ້າບໍ່ສາມາດເຮັດສິ່ງໃດທີ່ເຈົ້າປາຖະໜາໃຫ້ສໍາເລັດໄດ້ອີກຕໍ່ໄປ. ກົງກັນຂ້າມ, ພາຍໃຕ້ການຊີ້ນໍາຂອງພຣະທໍາຂອງເຮົາ ເຈົ້າຕ້ອງມີຄວາມສາມາດເອົາຊະນະຮ່າງກາຍຂອງເຈົ້າ, ເຈົ້າຕ້ອງໃຊ້ພຣະທໍາຂອງເຮົາເປັນຫຼັກສໍາຄັນ ແລະ ບໍ່ຕ້ອງກະທໍາໂດຍບໍ່ລະມັດລະວັງ. ທຸກເສັ້ນທາງທີ່ໄປສູ່ການປະຕິບັດທີ່ແທ້ຈິງສໍາລັບຄຣິສຕະຈັກແມ່ນສາມາດຄົ້ນພົບເຫັນໃນພຣະທໍາຂອງເຮົາ. ຜູ້ທີ່ບໍ່ປະຕິບັດຕາມພຣະທໍາຂອງເຮົາແມ່ນໄດ້ລ່ວງເກີນພຣະວິນຍານຂອງເຮົາໂດຍກົງ ແລະ ເຮົາຈະທໍາລາຍພວກເຂົາ. ເນື່ອງຈາກສິ່ງຕ່າງໆໄດ້ມາຮອດສະຖານະການໃນປັດຈຸບັນ, ພວກເຈົ້າບໍ່ຈໍາເປັນຕ້ອງຮູ້ສຶກເສົ້າ ແລະ ເສຍໃຈຫຼາຍກ່ຽວກັບການກະທໍາ ແລະ ການປະຕິບັດຂອງພວກເຈົ້າໃນອະດີດ. ຄວາມມີໃຈເອື້ອເຟື້ອເພື່ອແພ່ຂອງເຮົາແມ່ນບໍ່ມີຂອບເຂດຄືກັບທະເລ ແລະ ທ້ອງຟ້າ. ເປັນໄປໄດ້ບໍ ທີ່ຄວາມສາມາດ ແລະ ຄວາມຮູ້ຂອງມະນຸດກ່ຽວກັບເຮົາ ແມ່ນເປັນສິ່ງທີ່ເຮົາບໍ່ຄຸ້ນເຄີຍຄືກັບຫຼັງມືຂອງເຮົາ? ມະນຸດຄົນໃດແດ່ທີ່ບໍ່ໄດ້ຢູ່ໃນກໍາມືຂອງເຮົາ? ເຈົ້າຄິດວ່າ ເຮົາບໍ່ຮູ້ຫຍັງບໍ ກ່ຽວກັບຄວາມຍິ່ງໃຫຍ່ຂອງວຸດທິພາວະຂອງເຈົ້າ ຈົນວ່າເຮົາບໍ່ຮູ້ກ່ຽວກັບສິ່ງນີ້ຢ່າງສິ້ນເຊີງບໍ? ມັນເປັນໄປບໍ່ໄດ້! ສະນັ້ນ, ເມື່ອທຸກຄົນໝົດຫວັງທີ່ສຸດ, ເມື່ອພວກເຂົາບໍ່ສາມາດລໍຖ້າໄດ້ອີກຕໍ່ໄປ ແລະ ປາຖະໜາທີ່ຈະເລີ່ມຕົ້ນໃໝ່, ເມື່ອພວກເຂົາຕ້ອງການຖາມເຮົາວ່າ ແມ່ນຫຍັງກໍາລັງເກີດຂຶ້ນ, ເມື່ອບາງຄົນເພີດເພີນກັບການຟຸມເຟືອຍ ແລະ ບາງຄົນຕ້ອງການຕໍ່ຕ້ານ, ເມື່ອບາງຄົນຍັງຈົງຮັກພັກດີໃນການບໍລິການ, ເຮົາກໍໄດ້ເລີ່ມຕົ້ນຂັ້ນຕອນທີສອງຂອງຍຸກແຫ່ງການພິພາກສາແລ້ວ: ໂດຍການຕັດສິນ ແລະ ເຮັດໃຫ້ປະຊາຊົນຂອງເຮົາບໍລິສຸດ. ນັ້ນຍັງໝາຍຄວາມວ່າ ເຮົາເລີ່ມເຝິກອົບຮົມປະຊາຊົນຂອງເຮົາຢ່າງເປັນທາງການ ໂດຍທີ່ບໍ່ພຽງແຕ່ຍອມໃຫ້ພວກເຈົ້າເປັນພະຍານຢ່າງງົດງາມໃຫ້ກັບເຮົາເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນ ແມ່ນເພື່ອໄດ້ຮັບໄຊຊະນະອັນສວຍງາມໃນການຕໍ່ສູ້ເພື່ອເຮົາຈາກບ່ອນນັ່ງຂອງປະຊາຊົນຂອງເຮົາ.

ຕະຫຼອດເວລາ, ປະຊາຊົນຂອງເຮົາຄວນເຝົ້າລະວັງຕໍ່ແຜນຮ້າຍຂອງຊາຕານ, ປົກປ້ອງປະຕູເຮືອນຂອງເຮົາເພື່ອເຮົາ; ພວກເຂົາຄວນສາມາດສະໜັບສະໜູນກັນ ແລະ ກັນ ແລະ ສະໜອງໃຫ້ກັນ ແລະ ກັນ ເພື່ອຫຼີກລ່ຽງການຕິດແຫ້ວຂອງຊາຕານ ເຊິ່ງໃນເວລານັ້ນ ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ. ເປັນຫຍັງເຮົາຈຶ່ງຕ້ອງເຝິກອົບຮົມພວກເຈົ້າຢ່າງຮີບດ່ວນ? ເປັນຫຍັງເຮົາຈຶ່ງບອກຄວາມຈິງແກ່ພວກເຈົ້າກ່ຽວກັບໂລກວິນຍານ? ເປັນຫຍັງເຮົາຈຶ່ງເຕືອນ ແລະ ແນະນໍາພວກເຈົ້າຊໍ້າແລ້ວຊໍ້າອີກ? ພວກເຈົ້າເຄີຍຄິດກ່ຽວກັບເລື່ອງນີ້ບໍ? ການຄິດຂອງພວກເຈົ້າເຄີຍໄດ້ຮັບຄວາມຊັດເຈນບໍ? ສະນັ້ນ, ພວກເຈົ້າບໍ່ພຽງແຕ່ຈໍາເປັນຕ້ອງມີຄວາມສາມາດໃນການມີປະສົບການຫຼາຍ ໂດຍການສ້າງພື້ນຖານຂອງອະດີດເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນ ແມ່ນເພື່ອຂັບໄລ່ຄວາມບໍ່ບໍລິສຸດພາຍໃນພວກເຈົ້າ ພາຍໃຕ້ການຊີ້ນໍາຂອງພຣະທໍາແຫ່ງປັດຈຸບັນ ໂດຍຍອມໃຫ້ພຣະທໍາຂອງເຮົາແຕ່ລະຂໍ້ມີຮາກຖານ ແລະ ເຕີບໃຫຍ່ພາຍໃນຈິດໃຈຂອງເຈົ້າ ແລະ ທີ່ສໍາຄັນໄປກວ່ານັ້ນ ແມ່ນເພື່ອໃຫ້ໄດ້ໝາກຜົນຫຼາຍຂຶ້ນ. ນີ້ກໍເພາະວ່າ ສິ່ງທີ່ເຮົາຂໍບໍ່ແມ່ນດອກໄມ້ທີ່ສົດໃສ ແລະ ຂຽວງາມ ແຕ່ເປັນໝາກໄມ້ທີ່ອຸດົມສົມບູນ ທີ່ບໍ່ສູນເສຍຄວາມສຸກຂອງມັນ. ພວກເຈົ້າເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທໍາຂອງເຮົາບໍ? ເຖິງວ່າ ດອກໄມ້ໃນເຮືອນແກ້ວແມ່ນມີຫຼາຍຄືກັບດວງດາວ ແລະ ດຶງດູດຝູງຊົນທີ່ຊື່ນຊົມ ແຕ່ເມື່ອພວກມັນແຫ່ວ ພວກມັນກໍຈະຖືກຈີກຂາດເປັນສິ້ນໆຄືກັບແຜນອັນຊົ່ວຮ້າຍຂອງຊາຕານ ແລະ ຈະບໍ່ມີໃຜສົນໃຈພວກມັນ. ແຕ່ສໍາລັບຜູ້ທີ່ຖືກລົມພັດ ແລະ ຖືກຕາເວັນເຮັດໃຫ້ແຫ້ງຈົນກອບ ທີ່ເປັນພະຍານໃຫ້ແກ່ເຮົາ, ເຖິງວ່າ ດອກໄມ້ເຫຼົ່ານີ້ຈະບໍ່ເບັ່ງບານຢ່າງສວຍງາມ ແຕ່ພວກມັນກໍຈະມີໝາກໄມ້ ເມື່ອດອກໄມ້ແຫ່ວ ເພາະວ່າ ເຮົາຕ້ອງການໃຫ້ພວກມັນເປັນເຊັ່ນນັ້ນ. ເມື່ອເຮົາກ່າວພຣະທໍາເຫຼົ່ານີ້, ພວກເຈົ້າໄດ້ເຂົ້າໃຈຫຼາຍສໍ່າໃດ? ເມື່ອດອກໄມ້ໄດ້ແຫ່ວ ແລະ ອອກໝາກ ແລະ ເມື່ອສາມາດສະໜອງໝາກໄມ້ທັງໝົດນີ້ໃຫ້ກັບຄວາມສຸກຂອງເຮົາ, ເຮົາກໍຈະຈົບສິ້ນພາລະກິດທັງໝົດຂອງເຮົາຢູ່ເທິງແຜ່ນດິນໂລກ ແລະ ຈະເລີ່ມຊື່ນຊົມແກ້ວຜະລຶກແຫ່ງສະຕິປັນຍາຂອງເຮົາ!

ວັນທີ 22 ກຸມພາ 1992

​ກ່ອນ​ນີ້ :ບົດທີ 2

ຕໍ່​ໄປ:ບົດທີ 4

ເນື່ອຫາທີ່ກ່ຽວຂ້ອງ