​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 16

ມີຫຼາຍຢ່າງທີ່ເຮົາປາດຖະນາຢາກເວົ້າກັບມະນຸດ, ມີຫຼາຍສິ່ງທີ່ເຮົາຕ້ອງບອກເຂົາ. ແຕ່ຄວາມສາມາດຂອງມະນຸດໃນການຍອມຮັບແມ່ນຍັງຂາດເຂີນຫຼາຍ. ເຂົາບໍ່ສາມາດເຂົ້າໃຈພຣະທໍາຂອງເຮົາທັງໝົດຕາມທີ່ເຮົາໄດ້ສະໜອງໃຫ້ ແລະ ພຽງແຕ່ເຂົ້າໃຈດ້ານດຽວເທົ່ານັ້ນ ແຕ່ຍັງຂາດຄວາມຮູ້ໃນດ້ານອື່ນໆ. ເຖິງຢ່າງນັ້ນກໍຕາມ ເຮົາກໍບໍ່ໄດ້ເຮັດໃຫ້ມະນຸດຕາຍ ຍ້ອນຄວາມບໍ່ມີພະລັງຂອງເຂົາ ຫຼື ເຮົາບໍ່ເສຍໃຈກັບຄວາມອ່ອນແອຂອງເຂົາ. ເຮົາພຽງແຕ່ປະຕິບັດພາລະກິດຂອງເຮົາ ແລະ ກ່າວຄືດັ່ງທີ່ເຄີຍກ່າວມາ ເຖິງແມ່ນວ່າ ມະນຸດຈະບໍ່ເຂົ້າໃຈຄວາມປະສົງຂອງເຮົາເລີຍ; ເມື່ອມື້ນັ້ນມາເຖິງ ຜູ້ຄົນຈະຮູ້ຈັກເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ຈະຈື່ຈໍາເຮົາໃນຄວາມຄິດຂອງພວກເຂົາ. ເວລາທີ່ເຮົາຈາກແຜ່ນດິນໂລກໄປຈະເປັນເວລາທີ່ເຮົາຂຶ້ນຄອງບັນລັງໃນຫົວໃຈຂອງມະນຸດ ເຊິ່ງໝາຍຄວາມວ່າວ່າ ມັນຈະເປັນເວລາທີ່ມະນຸດທຸກຄົນຮູ້ຈັກເຮົາ. ມັນຈະເປັນເວລາທີ່ບຸດຊາຍ ແລະ ປະຊາຊົນຂອງເຮົາປົກຄອງແຜ່ນດິນໂລກຄືກັນ. ຜູ້ທີ່ຮູ້ຈັກເຮົາຈະກາຍເປັນເສົາຫຼັກຂອງອານາຈັກຂອງເຮົາຢ່າງແນ່ນອນ ແລະ ບໍ່ມີໃຜ ນອກຈາກພວກເຂົາ ທີ່ຈະມີຄຸນສົມບັດປົກຄອງ ແລະ ກໍາອໍານາດໃນອະນາຈັກຂອງເຮົາ. ທຸກຄົນທີ່ຮູ້ຈັກເຮົາແມ່ນມີຄວາມເປັນຢູ່ຂອງເຮົາ ແລະ ສາມາດດໍາລົງຢູ່ກັບເຮົາໃນທ່າມກາງມະນຸດທຸກຄົນ. ເຮົາບໍ່ສົນໃຈວ່າ ມະນຸດຈະຮູ້ຈັກເຮົາຮອດຂອບເຂດໃດ: ບໍ່ມີໃຜສາມາດຂັດຂວາງພາລະກິດຂອງເຮົາໃນທາງໃດທາງໜຶ່ງ ແລະ ມະນຸດບໍ່ສາມາດຖວາຍການຊ່ວຍເຫຼືອໃຫ້ເຮົາ ແລະ ບໍ່ສາມາດເຮັດຫຍັງໃຫ້ເຮົາ. ມະນຸດສາມາດປະຕິບັດຕາມການນໍາພາຂອງເຮົາຈາກແສງສະຫວ່າງຂອງເຮົາເທົ່ານັ້ນ ແລະ ສະແຫວງຫາຄວາມປະສົງຂອງເຮົາໃນແສງສະຫວ່າງນີ້. ໃນປັດຈຸບັນນີ້ ຜູ້ຄົນໄດ້ມີຄຸນສົມບັດ ແລະ ເຊື່ອວ່າ ພວກເຂົາສາມາດຍ່າງວາງທ່າຢູ່ຕໍ່ໜ້າເຮົາ ແລະ ຫົວຂວັນ ແລະ ເວົ້າຕະຫຼົກກ່ຽວກັບເຮົາ ໂດຍບໍ່ມີການຫັກຫ້າມໃຈແມ່ນແຕ່ໜ້ອຍ ແລະ ກ່າວກັບເຮົາປານວ່າ ມີຄວາມເທົ່າທຽມກັນ. ເຖິງຢ່າງນັ້ນ ມະນຸດກໍຍັງບໍ່ຮູ້ຈັກເຮົາ, ເຖິງຢ່າງນັ້ນ ເຂົາກໍຍັງເຊື່ອວ່າ ໂດຍທາດແທ້ແລ້ວ ພວກເຮົາແມ່ນເກືອບຄືກັນ, ພວກເຮົາມີເນື້ອໜັງ ແລະ ເລືອດ ແລະ ພວກເຮົາທັງສອງອາໄສຢູ່ໂລກມະນຸດ. ຄວາມເຄົາລົບບູຊາຂອງເຂົາ ທີ່ມີຕໍ່ເຮົາແມ່ນມີໜ້ອຍຫຼາຍ; ເຂົາເຄົາລົບບູຊາເຮົາໃນເວລາທີ່ເຂົາຢູ່ຕໍ່ໜ້າເຮົາ ແຕ່ກໍບໍ່ສາມາດຮັບໃຊ້ເຮົາຢູ່ຕໍ່ໜ້າພຣະວິນຍານ. ສໍາລັບມະນຸດແລ້ວ ມັນຄືກັບວ່າ ພຣະວິນຍານບໍ່ມີຢູ່ຈິງເລີຍ. ດ້ວຍເຫດນັ້ນ ຈິ່ງບໍ່ມີມະນຸດຜູ້ໃດທີ່ຮູ້ຈັກພຣະວິນຍານ; ໃນການບັງເກີດເປັນມະນຸດຂອງເຮົາ, ຜູ້ຄົນແມ່ນເຫັນຮ່າງກາຍທີ່ມີເນື້ອໜັງ ແລະ ເລືອດ ແລະ ບໍ່ເຫັນພຣະວິນຍານຂອງພຣະເຈົ້າ. ຄວາມປະສົງຂອງເຮົາຈະສາມາດຖືກເຮັດໃຫ້ສໍາເລັດດ້ວຍວິທີດັ່ງກ່າວນີ້ໄດ້ແທ້ບໍ? ມະນຸດແມ່ນຜູ້ຊ່ຽວຊານໃນການຫຼອກລວງເຮົາ; ເບິ່ງຄືວ່າ ພວກເຂົາໄດ້ຮັບການເຝິກອົບຮົມຢ່າງເປັນພິເສດຈາກຊາຕານ ເພື່ອຫຼອກລວງເຮົາ. ຢ່າງໃດກໍຕາມ ເຮົາກໍບໍ່ມີບັນຫາຫຍັງ. ເຮົາຍັງຈະໃຊ້ສະຕິປັນຍາຂອງເຮົາ ເພື່ອປົກຄອງມວນມະນຸດທັງໝົດ ແລະ ເອົາຊະນະຜູ້ເຮັດໃຫ້ມະນຸດທຸກຄົນເສື່ອມຊາມ ເພື່ອວ່າ ອານາຈັກຂອງເຮົາຈະສາມາດຖືກສ້າງຂຶ້ນໃນແຜ່ນດິນໂລກ.

ໃນທ່າມກາງມະນຸດ ຍັງມີຄົນທີ່ພະຍາຍາມສືບຫາຂະໜາດຂອງດວງດາວ ຫຼື ຄວາມຍິ່ງໃຫຍ່ຂອງອາວະກາດ. ຢ່າງໃດກໍຕາມ ການຄົ້ນຄວ້າຂອງພວກເຂົາກໍບໍ່ເຄີຍມີຜົນປະໂຫຍດຫຍັງ ແລະ ພວກເຂົາກໍໄດ້ແຕ່ກົ້ມຫົວດ້ວຍຄວາມທໍ້ຖອຍໃຈ ແລະ ຍອມຮັບຄວາມບໍ່ສໍາເລັດຂອງພວກເຂົາ. ເມື່ອແນມເບິ່ງມະນຸດທຸກຄົນ ແລະ ສັງເກດເບິ່ງຂອບເຂດໃນຄວາມລົ້ມເຫຼວຂອງມະນຸດແລ້ວ ເຮົາບໍ່ເຫັນໃຜທີ່ຈະສາມາດເຮັດໃຫ້ເຮົາເຊື່ອໄດ້, ບໍ່ມີໃຜເຊື່ອຟັງເຮົາ ແລະ ຍອມເຮັດຕາມເຮົາຢ່າງເຕັມທີ່. ຄວາມທະເຍີທະຍານຂອງມະນຸດຈັ່ງແມ່ນໂຫດຮ້າຍຫຼາຍ! ເມື່ອມະຫາສະໝຸດທັງໝົດມືດມົວ ເຮົາກໍເລີ່ມຊີມລົດຊາດແຫ່ງຄວາມຂົມຂື່ນຂອງໂລກໃນທ່າມກາງມະນຸດ. ພຣະວິນຍານຂອງເຮົາເດີນທາງທົ່ວໂລກ ແລະ ເບິ່ງຈິດໃຈຂອງຜູ້ຄົນ ແລະ ເຊັ່ນດຽວກັນ ເຮົາກໍເອົາຊະນະມວນມະນຸດໂດຍການສະຖິດໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ. ມະນຸດບໍ່ເຫັນເຮົາ ເນື່ອງຈາກເຂົາຕາບອດ; ມະນຸດບໍ່ຮູ້ຈັກເຮົາ ເນື່ອງຈາກເຂົາບໍ່ມີຄວາມຮູ້ສຶກ; ມະນຸດຕໍ່ຕ້ານເຮົາ ເນື່ອງຈາກເຂົາບໍ່ເຊື່ອຟັງ; ມະນຸດຂາບລົງຕໍ່ໜ້າເຮົາ ເນື່ອງຈາກເຂົາຖືກເຮົາເອົາຊະນະ; ມະນຸດຮັກເຮົາ ເນື່ອງຈາກວ່າ ໂດຍທໍາມະຊາດແລ້ວ ເຮົາຄູ່ຄວນໄດ້ຮັບຄວາມຮັກຂອງມະນຸດ; ມະນຸດດໍາລົງຢູ່ກັບເຮົາ ແລະ ສະແດງໃຫ້ເຮົາເຫັນຊັດເຈນ ເພາະວ່າ ອໍານາດຂອງເຮົາ ແລະ ສະຕິປັນຍາຂອງເຮົາເຮັດໃຫ້ພວກເຂົາສະແຫວງຫາໃຈຂອງເຮົາ. ເຮົາມີບ່ອນຢູ່ໃນໃຈຂອງມະນຸດ ແຕ່ເຮົາບໍ່ເຄີຍໄດ້ຮັບຄວາມຮັກຂອງມະນຸດທີ່ມີຕໍ່ເຮົາໃນຈິດວິນຍານຂອງເຂົາເລີຍ. ແນ່ນອນ ມີສິ່ງຕ່າງໆໃນຈິດໃຈຂອງມະນຸດທີ່ເຂົາຮັກເໜືອທຸກສິ່ງ ແຕ່ເຮົາບໍ່ແມ່ນໜຶ່ງໃນນັ້ນ ແລະ ດ້ວຍເຫດນັ້ນ ຄວາມຮັກຂອງມະນຸດຈິ່ງຄືຟອງສະບູ: ເມື່ອລົມພັດ ມັນກໍຈະແຕກ ແລະ ຫາຍໄປ ໂດຍຈະບໍ່ເຫັນອີກເລີຍ. ເຮົາໝັ້ນຄົງສະເໝີ ແລະ ທັດສະນະຄະຕິຂອງເຮົາຕໍ່ມະນຸດກໍບໍ່ປ່ຽນແປງ. ມີມະນຸດຄົນໃດແດ່ທີ່ສາມາດເຮັດໄດ້ຄືເຮົາ? ໃນສາຍຕາຂອງມະນຸດ, ເຮົາແມ່ນຍາກທີ່ຈະສໍາພັດໄດ້ ແລະ ແນມເບິ່ງບໍ່ເຫັນເໝືອນດັ່ງອາກາດ ແລະ ດ້ວຍເຫດຜົນນີ້ ຜູ້ຄົນສ່ວນຫຼາຍຈິ່ງສະແຫວງຫາທ້ອງຟ້າອັນກວ້າງໃຫຍ່ໄພສານເທົ່ານັ້ນ ຫຼື ໃນຄື້ນທະເລ ຫຼື ທະເລສາບທີ່ງຽບສະຫງົບ ຫຼື ໃນໜັງສື ແລະ ທິດສະດີທີ່ວ່າງເປົ່າ. ບໍ່ມີແມ່ນແຕ່ຄົນໜຶ່ງ ທີ່ຮູ້ຈັກທາດແທ້ຂອງມະນຸດ ແລ້ວແຮງໄກທີ່ຈະມີຄົນສາມາດເວົ້າຢ່າງໃດກໍໄດ້ ກ່ຽວກັບຄວາມລຶກລັບພາຍໃນຕົວເຮົາ ແລະ ສະນັ້ນ ເຮົາຈຶ່ງບໍ່ຂໍໃຫ້ມະນຸດບັນລຸມາດຕະຖານທີ່ສູງສຸດ ທີ່ເຂົາຄິດວ່າ ເຮົາຕ້ອງການຈາກເຂົາ.

ໃນທ່າມກາງພຣະທໍາຂອງເຮົາ, ພູເຂົາຂວໍ້າ, ນໍ້າໄຫຼຢ້ອນກັບ, ມະນຸດອ່ອນນ້ອມ ແລະ ທະເລສາບເລີ່ມໄຫຼຢ່າງບໍ່ຢຸດເຊົາ. ເຖິງແມ່ນວ່າ ຄື້ນທະເລຈະພຸ່ງຂຶ້ນສູ່ທ້ອງຟ້າຢ່າງຮ້າຍກາດ ແຕ່ໃນທ່າມກາງພຣະທໍາຂອງເຮົາແລ້ວ ທະເລດັ່ງກ່າວຈະສະຫງົບຄືກັບໜ້ານໍ້າທະເລສາບ. ດ້ວຍການໂບກມືຂອງເຮົາພຽງເລັກນ້ອຍ ພາຍຸລົມທີ່ຮຸນແຮງກໍຈະຄ່ອຍໆຈາງຫາຍໄປ ແລະ ໜີຈາກເຮົາໄປ ແລະ ໂລກມະນຸດກໍຈະກັບຄືນສູ່ຄວາມສະຫງົບທັນທີ. ແຕ່ເມື່ອເຮົາປ່ອຍຄວາມໂກດຮ້າຍຂອງເຮົາອອກໄປ ພູເຂົາກໍຈະແຕກອອກເປັນຊີ້ນໆທັນທີ, ພື້ນດິນຈະເລີ່ມສັ່ນສະເທືອນທັນທີ, ນໍ້າຈະແຫ້ງທັນທີ ແລະ ມະນຸດຈະຖືກອ້ອມລ້ອມໄປດ້ວຍໄພພິບັດທັນທີ. ຍ້ອນຄວາມໂກດຮ້າຍຂອງເຮົາ, ເຮົາຈິ່ງບໍ່ສົນໃຈກັບສຽງຮ້ອງຂອງມະນຸດ, ບໍ່ໃຫ້ການຊ່ວຍເຫຼືອຕໍ່ການຮ້ອງໄຫ້ຂອງພວກເຂົາ ຍ້ອນວ່າຄວາມໃຈຮ້າຍຂອງເຮົາແມ່ນຮ້າຍແຮງຂຶ້ນ. ເມື່ອເຮົາຢູ່ທ່າມກາງສະຫວັນ ດວງດາວແມ່ນບໍ່ເຄີຍຕົກໃຈກັບການປາກົດຕົວຂອງເຮົາ. ກົງກັນຂ້າມ ຝູງດວງດາວແມ່ນໄດ້ເອົາໃຈໃສ່ປະຕິບັດພາລະກິດເພື່ອເຮົາ ແລະ ດ້ວຍເຫດນັ້ນ ເຮົາຈິ່ງປະທານແສງສະຫວ່າງຫຼາຍກວ່າເກົ່າໃຫ້ພວກມັນ ແລະ ເຮັດໃຫ້ພວກມັນສ່ອງແສງແຈ້ງກວ່າເກົ່າ ເພື່ອວ່າ ພວກມັນຈະໄດ້ຮັບລັດສະໝີທີ່ຍິ່ງໃຫຍ່ເພື່ອເຮົາ. ສະຫວັນຍິ່ງແຈ້ງສະຫວ່າງຂຶ້ນເທົ່າໃດ ໂລກໃນເບື້ອງລຸ່ມກໍຍິ່ງມືດມົວລົງເທົ່ານັ້ນ; ຫຼາຍຄົນໄດ້ສະແດງຄວາມບໍ່ພໍໃຈວ່າ ການຈັດແຈງຂອງເຮົາແມ່ນບໍ່ເໝາະສົມ, ຫຼາຍຄົນໄດ້ໜີປະເຮົາ ເພື່ອໄປສ້າງອານາຈັກຂອງພວກເຂົາເອງ ເຊິ່ງພວກເຂົາໄດ້ນໍາໃຊ້ເພື່ອທໍລະຍົດເຮົາ ແລະ ປີ້ນກັບສະພາບແຫ່ງຄວາມມືດ. ແຕ່ແມ່ນໃຜທີ່ສາມາດບັນລຸສິ່ງນີ້ໂດຍການຕັດສິນໃຈຂອງພວກເຂົາເອງ? ແມ່ນໃຜທີ່ປະສົບຜົນສໍາເລັດໃນການຕັດສິນໃຈຢ່າງເດັດດ່ຽວຂອງພວກເຂົາ? ແມ່ນໃຜສາມາດປີ້ນກັບສິ່ງທີ່ເຮົາໄດ້ຈັດແຈງດ້ວຍມືຂອງເຮົາ? ເມື່ອລະດູໃບໄມ້ປົ່ງໄດ້ແຜ່ລາມໄປທົ່ວແຜ່ນດິນ ເຮົາຈະສົ່ງແສງສະຫວ່າງໄປຍັງທີ່ໂລກຢ່າງລັບໆ ແລະ ງຽບໆ ເພື່ອວ່າ ຢູ່ເທິງແຜ່ນດິນໂລກ ມະນຸດຈະຮູ້ສຶກເຖິງຄວາມສົດຊື່ນຂອງອາກາດໂດຍທັນທີ. ແຕ່ໃນເວລານັ້ນ ເຮົາຈະປິດບັງຕາຂອງມະນຸດ ເພື່ອວ່າ ເຂົາຈະເຫັນແຕ່ໝອກທີ່ປົກຄຸມພື້ນດິນ ແລະ ເຫັນທຸກຄົນ ແລະ ທຸກສິ່ງຢ່າງມືດມົວ. ຜູ້ຄົນໄດ້ແຕ່ຫາຍໃຈໃຫຍ່ຈົ່ມກັບຕົວເອງວ່າ ເປັນຫຍັງຈິ່ງມີແສງສະຫວ່າງພຽງແຕ່ໜ້ອຍດຽວເທົ່ານັ້ນ? ເປັນຫຍັງພຣະເຈົ້າຈິ່ງມອບແຕ່ໝອກ ແລະ ຄວາມມືດມົວໃຫ້ແກ່ມະນຸດເທົ່ານັ້ນ? ໃນທ່າມກາງຄວາມສິ້ນຫວັງຂອງຜູ້ຄົນ, ໝອກຈະຫາຍໄປໃນທັນທີໃດ ແຕ່ເມື່ອພວກເຂົາແນມເຫັນແສງສະຫວ່າງພຽງເລັກນ້ອຍ ເຮົາກໍຈະປ່ອຍຝົນເທລົງມາໃສ່ພວກເຂົາຢ່າງໜັກ ແລະ ເຮັດໃຫ້ແກ້ວຫູຂອງພວກເຂົາດັບຍ້ອນພາຍຸຝົນໃນເວລາທີ່ພວກເຂົາຫຼັບນອນ. ຄອບງໍາດ້ວຍຄວາມຕື່ນຕົກໃຈ ພວກເຂົາບໍ່ມີເວລາທີ່ຈະຫາບ່ອນລີ້ຝົນ ແລະ ຖືກຝົນເທລົງມາໃສ່ຢ່າງໜັກ. ທັນທີທັນໃດນັ້ນ ທຸກສິ່ງທຸກຢ່າງທີ່ຢູ່ກ້ອງສະຫວັນຈະຖືກລ້າງຈົນສະອາດໃນທ່າມກາງຄວາມໂກດຮ້າຍຂອງເຮົາ. ຜູ້ຄົນຈະບໍ່ສະແດງຄວາມບໍ່ພໍໃຈອີກຕໍ່ໄປ ກ່ຽວກັບຝົນທີ່ຕົກຢ່າງໜັກ ແລະ ໃນໃຈຂອງພວກເຂົາທຸກຄົນເກີດມີຄວາມເຄົາລົບບູຊາ. ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ ຜູ້ຄົນສ່ວນຫຼາຍຈິ່ງໄດ້ຈົມຢູ່ໃນນໍ້າຝົນທີ່ຕົກຈາກທ້ອງຟ້າ ແລະ ໄດ້ກາຍເປັນຊາກສົບຈົມຢູ່ໃນນໍ້າ. ເຮົາແນມເບິ່ງແຜ່ນດິນໂລກທັງໝົດ ແລະ ເຫັນວ່າ ຫຼາຍຄົນໄດ້ຕື່ນຂຶ້ນແລ້ວ, ຫຼາຍຄົນໄດ້ສໍານຶກຜິດ, ຫຼາຍຄົນຊອກຫາແຫຼ່ງນໍ້າໂດຍຂີ່ເຮືອນ້ອຍໆ, ຫຼາຍຄົນຂາບລົງຕໍ່ໜ້າເຮົາ ເພື່ອຂໍໃຫ້ເຮົາອະໄພໃຫ້, ຫຼາຍຄົນໄດ້ເຫັນແສງສະຫວ່າງ, ຫຼາຍຄົນໄດ້ເຫັນໃບໜ້າຂອງເຮົາ, ຫຼາຍຄົນມີຄວາມກ້າທີ່ຈະດໍາລົງຊີວິດ ແລະ ໂລກທັງໝົດແມ່ນໄດ້ປ່ຽນແປງແລ້ວ. ພາຍຫຼັງພາຍຸຝົນໄດ້ຕົກລົງຢ່າງໜັກ, ທຸກສິ່ງທຸກຢ່າງໄດ້ກັບຄືນໄປເປັນສິ່ງທີ່ເຄີຍເປັນ ແລະ ຈະບໍ່ມີຄວາມບໍ່ເຊື່ອຟັງອີກຕໍ່ໄປ. ອີກບໍ່ດົນ ແຜ່ນດິນທັງໝົດຈະເຕັມໄປດ້ວຍສຽງຫົວ, ທຸກບ່ອນເທິງແຜ່ນດິນໂລກຈະເຕັມໄປດ້ວຍບັນຍາກາດແຫ່ງການສັນລະເສີນ ແລະ ຈະບໍ່ມີບ່ອນໃດທີ່ຈະປາສະຈາກລັດສະໝີຂອງເຮົາ. ສະຕິປັນຍາຂອງເຮົາມີຢູ່ທຸກບ່ອນເທິງແຜ່ນດິນໂລກ ແລະ ທົ່ວຈັກກະວານທັງປວງ. ໃນທ່າມກາງທຸກສິ່ງ ແມ່ນມີໝາກຜົນຈາກສະຕິປັນຍາຂອງເຮົາ, ໃນທ່າມກາງມະນຸດທຸກຄົນ ແມ່ນເຕັມໄປດ້ວຍພາລະກິດທີ່ດີທີ່ສຸດຈາກສະຕິປັນຍາຂອງເຮົາ; ໃນອານາຈັກຂອງເຮົາ ທຸກສິ່ງແມ່ນຄືກັນໝົດ ແລະ ທຸກຄົນແມ່ນອາໄສຢູ່ຢ່າງສັນຕິສຸກຢູ່ກ້ອງສະຫວັນຂອງເຮົາ ຄືກັບແກະທີ່ຢູ່ໃນທົ່ງຫຍ້າຂອງເຮົາ. ເຮົາເຄື່ອນໄຫວໄປມາຢູ່ເໜືອມະນຸດທຸກຄົນ ແລະ ກໍາລັງເບິ່ງໄປທົ່ວທຸກບ່ອນ. ບໍ່ມີສິ່ງໃດທີ່ເບິ່ງຄືເກົ່າ ແລະ ບໍ່ມີໃຜທີ່ເປັນຄືເກົ່າດັ່ງທີ່ເຂົາເຄີຍເປັນ. ເຮົາພັກຢູ່ເທິງບັນລັງ, ເຮົາອີງໄປທົ່ວຈັກກະວານທັງໝົດ ແລະ ເຮົາພໍໃຈຫຼາຍ ເນື່ອງຈາກວ່າ ທຸກສິ່ງໄດ້ຮັບຄວາມບໍລິສຸດຂອງພວກເຂົາກັບຄືນມາແລ້ວ ແລະ ເຮົາສາມາດອາໄສຢູ່ພາຍໃນພູເຂົາຊີໂອນອີກຄັ້ງຢ່າງສະຫງົບສຸກ ແລະ ຜູ້ຄົນເທິງແຜ່ນດິນໂລກກໍສາມາດດໍາລົງຊີວິດຢູ່ຢ່າງສະຫງົບ ແລະ ດ້ວຍຄວາມເພິ່ງພໍໃຈພາຍໃຕ້ການນໍາພາຂອງເຮົາ. ທຸກຄົນກໍາລັງຈັດການກັບທຸກສິ່ງໃນກໍາມືຂອງເຮົາ, ທຸກຄົນໄດ້ຮັບສະຕິປັນຍາ ແລະ ຮູບລັກສະນະດັ່ງເດີມຂອງພວກເຂົາກັບຄືນມາ; ໃນອານາຈັກຂອງເຮົາ ພວກເຂົາບໍ່ໄດ້ຖືກປົກຄຸມດ້ວຍຝຸ່ນອີກຕໍ່ໄປ ແລະ ມີແຕ່ຄວາມບໍລິສຸດຄືກັບແກ້ວຢົກ, ແຕ່ລະຄົນແມ່ນມີໃບໜ້າຄືກັບຜູ້ບໍລິສຸດທີ່ຢູ່ໃນໃຈຂອງມະນຸດ ຍ້ອນວ່າ ອານາຈັກຂອງເຮົາໄດ້ຖືກສ້າງຂຶ້ນແລ້ວໃນທ່າມກາງມະນຸດ.

ວັນທີ 14 ມີນາ 1992

​ກ່ອນ​ນີ້ :ບົດທີ 15

ຕໍ່​ໄປ:ບົດທີ 19

ເນື່ອຫາທີ່ກ່ຽວຂ້ອງ

  • ພາລະກິດໃນຍຸກແຫ່ງພຣະບັນຍັດ

    ພາລະກິດທີ່ພຣະເຢໂຮວາກະທໍາຕໍ່ຊົນຊາດອິສຣະເອນນັ້ນ ໄດ້ສ້າງສະຖານທີ່ທີ່ເປັນຕົ້ນກໍາເນີດ ຂອງພຣະເຈົ້າເທິງແຜ່ນ ດິນໂລກເຊິ່ງພ້ອມນີ້ ຍັງເປັນສະຖານທີ່ທີ່ສັກສິດທີ່ພຣະ…

  • ກ່ຽວກັບການປະຕິບັດຂອງການອະທິຖານ

    ພວກເຈົ້າບໍ່ເອົາໃຈໃສ່ກັບການອະທິຖານໃນຊີວິດປະຈໍາວັນຂອງພວກເຈົ້າ. ຜູ້ຄົນມັກຈະເບິ່ງຂ້າມການອະທິຖານສະເໝີ. ໃນການອະທິຖານຂອງພວກເຂົາຜ່ານມາພວກເຂົາແມ່ນພຽງແຕ່ເຮັດໄ…

  • ວິທີການຮູ້ຈັກຄວາມເປັນຈິງ

    ພຣະເຈົ້າແມ່ນພຣະເຈົ້າຕາມຄວາມເປັນຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນຕາມຄວາມເປັນຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນຕາມຄວາມເປັນຈິງ ແລະ ຄວາມຈິງທຸ…

  • ຄໍານໍາ

    ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ ແຕ່ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງການເຊື່ອໃນພຣະເຈົ້າ ແລະ ສິ່ງທີ່ພວກເຂົາຕ້ອງປະຕິບັດເພື່ອໃຫ້ໄດ້ເປັນຄົນທີ່ເຊື່ອຟັງພຣະເ…