ເສັ້ນທາງ... (8)

ມັນບໍ່ແມ່ນເປັນພຽງມື້ໜຶ່ງ ຫຼື ສອງມື້ ຕັ້ງແຕ່ພຣະເຈົ້າໄດ້ມາເທິງແຜ່ນດິນໂລກເພື່ອພົວພັນກັບມະນຸດຊາດ ແລະ ເພື່ອດຳລົງຊີວິດກັບຜູ້ຄົນ. ບາງເທື່ອ ໃນລະຫວ່າງເວລານີ້ ຜູ້ຄົນໄດ້ບັນລຸຄວາມຮູ້ຢ່າງຫຼວງຫຼາຍກ່ຽວກັບພຣະເຈົ້າ ແລະ ບາງເທື່ອ ພວກເຂົາໄດ້ຮັບຄວາມເຂົ້າໃຈບາງຢ່າງໃນການຮັບໃຊ້ພຣະເຈົ້າ ແລະ ພວກເຂົາໄດ້ມີປະສົບການໃນຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າ. ບໍ່ວ່າຈະເປັນກໍລະນີໃດກໍຕາມ, ຜູ້ຄົນແມ່ນເຂົ້າໃຈອຸປະນິໄສຂອງພຣະເຈົ້າໃນລະດັບໃດໜຶ່ງຢູ່ແລ້ວ ແລະ ພວກເຂົາຍັງໄດ້ສະແດງອຸປະນິໄສຂອງພວກເຂົາເອງໃນຫຼາກຫຼາຍວິທີຈົນນັບບໍ່ຖ້ວນເຊັ່ນກັນ. ຕາມທີ່ເຮົາໄດ້ເຫັນນັ້ນ, ການສະແດງອອກຕ່າງໆຂອງຜູ້ຄົນແມ່ນພຽງພໍທີ່ພຣະເຈົ້າຈະໃຊ້ເປັນຕົວຢ່າງ ແລະ ກິດຈະກຳທາງດ້ານຈິດໃຈຂອງພວກເຂົາກໍພຽງພໍທີ່ພຣະອົງຈະໃຊ້ເປັນບ່ອນອ້າງອີງ. ນີ້ສາມາດເປັນດ້ານໜຶ່ງຂອງການຮ່ວມມືລະຫວ່າງມະນຸດ ແລະ ພຣະເຈົ້າ, ເປັນສິ່ງທີ່ມະນຸດບໍ່ຮູ້ຈັກ, ເຮັດໃຫ້ການສະແດງນີ້ທີ່ກຳກັບໂດຍພຣະເຈົ້າເປັນສິ່ງທີ່ຊັດແຈ້ງ ແລະ ມີຊີວິດຊີວາຫຼາຍ. ເຮົາກໍາລັງເວົ້າສິ່ງເຫຼົ່ານີ້ຕໍ່ອ້າຍເອື້ອຍນ້ອງຂອງເຮົາໃນຖານະຜູ້ກຳກັບທົ່ວໄປຂອງບົດລະຄອນເລື່ອງນີ້, ພວກເຮົາທຸກຄົນສາມາດສະແດງຄວາມຄິດ ແລະ ຄວາມຮູ້ສຶກຂອງພວກເຮົາຫຼັງຈາກທີ່ໄດ້ສະແດງເລື່ອງນີ້ສຳເລັດ ແລະ ລົມກັນກ່ຽວກັບວິທີທີ່ພວກເຮົາແຕ່ລະຄົນໄດ້ຜະເຊີນກັບຊີວິດຂອງພວກເຮົາພາຍໃນບົດລະຄອນເລື່ອງນີ້. ພວກເຮົາອາດຈັດກອງປະຊຸມໃໝ່ທັງໝົດເພື່ອເປີດຫົວໃຈຂອງພວກເຮົາ ແລະ ລົມກັນກ່ຽວກັບການສະແດງຂອງພວກເຮົາ ແລະ ເບິ່ງວິທີທີ່ພຣະເຈົ້ານໍາພາແຕ່ລະຄົນ ເພື່ອວ່າໃນການສະແດງຄັ້ງຕໍ່ໄປ ພວກເຮົາຈະສາມາດສະແດງສິລະປະຂອງພວກເຮົາໃຫ້ໄດ້ດີກວ່າເກົ່າ ແລະ ແຕ່ລະຄົນຈະໄດ້ສະແດງບົດບາດຂອງພວກເຮົາເອງດ້ວຍສຸດຄວາມສາມາດ ແລະ ບໍ່ເຮັດໃຫ້ພຣະເຈົ້າຜິດຫວັງ. ເຮົາຫວັງວ່າອ້າຍເອື້ອຍນ້ອງຂອງເຮົາຈະຈິງຈັງກັບເລື່ອງນີ້. ບໍ່ມີຜູ້ໃດຄວນຖືເບົາໃນເລື່ອງນີ້, ຍ້ອນການຫຼິ້ນບົດບາດໃດໜຶ່ງໄດ້ເປັນຢ່າງດີບໍ່ແມ່ນສິ່ງທີ່ສາມາດບັນລຸໄດ້ໃນໜຶ່ງ ຫຼື ສອງມື້; ມັນຮຽກຮ້ອງໃຫ້ພວກເຮົາຜະເຊີນກັບຊີວິດ ແລະ ລົງເລິກໃນຊີວິດທີ່ເປັນຈິງຂອງພວກເຮົາຕະຫຼອດເວລາອັນຍາວນານ ແລະ ມີປະສົບການຕົວຈິງກ່ຽວກັບຊີວິດຫຼາກຫຼາຍປະເພດ. ມີແຕ່ເມື່ອນັ້ນ ພວກເຮົາຈຶ່ງຈະສາມາດຂຶ້ນເວທີໄດ້. ເຮົາເຕັມໄປດ້ວຍຄວາມຫວັງສຳລັບອ້າຍເອື້ອຍນ້ອງຂອງເຮົາ. ເຮົາເຊື່ອວ່າພວກເຈົ້າຈະບໍ່ທໍ້ຖອຍໃຈ ຫຼື ໝົດກຳລັງໃຈ, ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ພວກເຈົ້າຈະເປັນຄືກັບໝໍ້ໄຟ: ບໍ່ທໍ້ຖອຍ ແລະ ຄົງຢູ່ຈົນເຖິງທີ່ສຸດ, ຈົນກວ່າພາລະກິດຂອງພຣະເຈົ້າຈະຖືກເປີດເຜີຍຢ່າງສົມບູນ, ຈົນກວ່າບົດລະຄອນທີ່ພຣະເຈົ້າກຳກັບຈະມາເຖິງບົດສະຫຼຸບສຸດທ້າຍຂອງມັນ. ເຮົາບໍ່ໄດ້ຮຽກຮ້ອງຫຍັງອີກຈາກພວກເຈົ້າ, ເຮົາຫວັງພຽງໃຫ້ພວກເຈົ້າອົດທົນ, ໃຫ້ພວກເຈົ້າບໍ່ໃຈຮ້ອນກັບຜົນຕາມມາ, ໃຫ້ພວກເຈົ້າຮ່ວມມືກັບເຮົາ ເພື່ອວ່າພາລະກິດທີ່ເຮົາຄວນປະຕິບັດຈະຖືກເຮັດໃຫ້ສຳເລັດໄປດ້ວຍດີ ແລະ ບໍ່ໃຫ້ຜູ້ຄົນຂັດຂວາງ ຫຼື ລົບກວນ. ເມື່ອພາກສ່ວນນີ້ຂອງພາລະກິດໄດ້ສຳເລັດລົງ, ພຣະເຈົ້າຈະເປີດເຜີຍທຸກສິ່ງໃຫ້ກັບພວກເຈົ້າ. ຫຼັງຈາກທີ່ພາລະກິດຂອງເຮົາໄດ້ສຳເລັດລົງ, ເຮົາກໍຈະສະເໜີກຽດຕິຍົດຂອງພວກເຈົ້າຕໍ່ໜ້າພຣະເຈົ້າເພື່ອບອກເລື່ອງລາວໃຫ້ແກ່ພຣະອົງ. ນັ້ນຈະບໍ່ດີກວ່າບໍ? ການຊ່ວຍກັນເພື່ອບັນລຸຈຸດປະສົງຂອງພວກເຮົາເອງ, ນີ້ບໍ່ແມ່ນວິທີແກ້ໄຂທີ່ສົມບູນສຳລັບທຸກຄົນບໍ? ຕອນນີ້ແມ່ນເວລາທີ່ຫຍຸ້ງຍາກ, ເວລາທີ່ຮຽກຮ້ອງໃຫ້ພວກເຈົ້າຈ່າຍລາຄາ. ເພາະເຮົາເປັນຜູ້ກຳກັບໃນຕອນນີ້, ເຮົາຫວັງວ່າຈະບໍ່ມີຜູ້ໃດໃນບັນດາພວກເຈົ້າວິຕົກກັງວົນຍ້ອນສິ່ງນີ້. ສິ່ງດັ່ງກ່າວຄືພາລະກິດທີ່ເຮົາກຳລັງປະຕິບັດ. ບາງເທື່ອ ມື້ໜຶ່ງ ເຮົາຈະປ່ຽນເປັນ “ໜ່ວຍສະເພາະກິດ” ທີ່ເໝາະສົມ ແລະ ບໍ່ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບພວກເຈົ້າອີກຕໍ່ໄປ. ເຮົາຈະສະແດງສິ່ງໃດກໍຕາມທີ່ພວກເຈົ້າຕ້ອງການເຫັນໃຫ້ກັບພວກເຈົ້າ ແລະ ມອບສິ່ງໃດກໍຕາມທີ່ພວກເຈົ້າຕ້ອງການໄດ້ຍິນໃຫ້ກັບພວກເຈົ້າ. ແຕ່ບໍ່ແມ່ນຕອນນີ້. ພາລະກິດໃນປັດຈຸບັນຄືພາລະກິດນີ້ ແລະ ເຮົາບໍ່ສາມາດປ່ອຍໃຫ້ພວກເຈົ້າມີອິດສະຫຼະ ແລະ ປ່ອຍໃຫ້ພວກເຈົ້າເຮັດໃນສິ່ງທີ່ພວກເຈົ້າຢາກເຮັດ. ສິ່ງນັ້ນຈະເຮັດໃຫ້ພາລະກິດຂອງເຮົາຫຍຸ້ງຍາກ; ເວົ້າຢ່າງແທ້ຈິງກໍຄື ມັນຈະບໍ່ເກີດໝາກຜົນຫຍັງ ແລະ ມັນຈະບໍ່ເປັນປະໂຫຍດສຳລັບພວກເຈົ້າເລີຍ. ສະນັ້ນ ໃນມື້ນີ້ ພວກເຈົ້າຕ້ອງທົນທຸກກັບ “ຄວາມອະຍຸຕິທຳ”. ເມື່ອມື້ນັ້ນມາເຖິງ ແລະ ຂັ້ນຕອນນີ້ຂອງພາລະກິດຂອງເຮົາໄດ້ສຳເລັດລົງ, ເຮົາກໍຈະເປັນອິດສະຫຼະ, ເຮົາຈະບໍ່ແບກຮັບພາລະທີ່ໜັກໜ່ວງດັ່ງກ່າວນີ້ອີກ ແລະ ເຮົາຈະຍອມເຮັດຕາມທຸກສິ່ງທີ່ພວກເຈົ້າຮຽກຮ້ອງຈາກເຮົາ; ຕາບໃດທີ່ມັນເປັນປະໂຫຍດສຳລັບຊີວິດຂອງພວກເຈົ້າ, ເຮົາກໍຈະປະຕິບັດຕາມທຸກສິ່ງທີ່ພວກເຈົ້າຂໍ. ມື້ນີ້, ເຮົາໄດ້ຮັບເອົາຄວາມຮັບຜິດຊອບອັນໜັກໜ່ວງ. ເຮົາບໍ່ສາມາດຂັດຂືນຄຳສັ່ງຂອງພຣະເຈົ້າພຣະບິດາ ແລະ ເຮົາບໍ່ສາມາດລົບກວນແຜນການພາລະກິດຂອງເຮົາ. ເຮົາບໍ່ສາມາດຈັດການເລື່ອງສ່ວນຕົວຂອງເຮົາຜ່ານວຽກງານທຸລະກິດຂອງເຮົາ ແລະ ເຮົາຫວັງວ່າພວກເຈົ້າທຸກຄົນຈະສາມາດເຂົ້າໃຈ ແລະ ໃຫ້ອະໄພເຮົາ, ຍ້ອນທຸກສິ່ງທີ່ເຮົາເຮັດແມ່ນຕາມຄວາມປາຖະໜາຂອງພຣະເຈົ້າພຣະບິດາ; ເຮົາເຮັດທຸກສິ່ງທີ່ພຣະອົງຕ້ອງການໃຫ້ເຮົາເຮັດ, ບໍ່ວ່າພຣະອົງຈະຕ້ອງການຫຍັງກໍຕາມ ແລະ ເຮົາຈະບໍ່ເຮັດໃຫ້ພຣະອົງໃຈຮ້າຍ ຫຼື ເຮັດໃຫ້ພຣະອົງໂກດຮ້າຍ. ເຮົາພຽງແຕ່ເຮັດສິ່ງທີ່ເຮົາຄວນເຮັດ. ສະນັ້ນ ໃນນາມຂອງພຣະເຈົ້າພຣະບິດາ, ເຮົາແນະນໍາພວກເຈົ້າໃຫ້ອົດທົນອີກໜ້ອຍໜຶ່ງ. ບໍ່ມີຜູ້ໃດທີ່ຈຳເປັນຕ້ອງກັງວົນ. ຫຼັງຈາກທີ່ເຮົາໄດ້ສຳເລັດສິ່ງທີ່ເຮົາຈຳເປັນຕ້ອງເຮັດ, ພວກເຈົ້າກໍຈະສາມາດເຮັດໃນສິ່ງທີ່ພວກເຈົ້າຕ້ອງການ ແລະ ເຫັນສິ່ງໃດກໍຕາມທີ່ພວກເຈົ້າມັກ, ແຕ່ເຮົາຕ້ອງໄດ້ສຳເລັດພາລະກິດທີ່ເຮົາຕ້ອງເຮັດກ່ອນ.

ພວກເຮົາຈໍາເປັນຕ້ອງມີຄວາມເຊື່ອ ແລະ ຄວາມຮັກທີ່ສຸດໃນຂັ້ນຕອນນີ້ຂອງພາລະກິດ. ພວກເຮົາອາດສະດຸດດ້ວຍຄວາມປະໝາດເລັກນ້ອຍ, ຍ້ອນຂັ້ນຕອນນີ້ຂອງພາລະກິດແມ່ນແຕກຕ່າງຈາກທຸກຂັ້ນຕອນທີ່ຜ່ານມາ: ສິ່ງທີ່ພຣະເຈົ້າກຳລັງເຮັດໃຫ້ສົມບູນແມ່ນຄວາມເຊື່ອຂອງມະນຸດຊາດທີ່ບໍ່ສາມາດເຫັນໄດ້ ແລະ ຈັບຕ້ອງໄດ້. ສິ່ງທີ່ພຣະເຈົ້າເຮັດກໍຄືປ່ຽນພຣະທຳໃຫ້ກາຍເປັນຄວາມເຊື່ອ, ຄວາມຮັກ ແລະ ຊີວິດ. ຜູ້ຄົນຕ້ອງບັນລຸເຖິງຈຸດທີ່ພວກເຂົາໄດ້ຮັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ມີຄວາມເຊື່ອທີ່ຍິ່ງໃຫຍ່ກວ່າຄວາມເຊື່ອຂອງໂຢບ. ພວກເຂົາຕ້ອງອົດກັ້ນກັບຄວາມທຸກຢ່າງໃຫຍ່ຫຼວງ ແລະ ຄວາມທໍລະມານທຸກຮູບແບບໂດຍບໍ່ຈາກພຣະເຈົ້າໄປ. ເມື່ອພວກເຂົາເຊື່ອຟັງຈົນເຖິງຕາຍ ແລະ ມີຄວາມເຊື່ອທີ່ຍິ່ງໃຫຍ່ໃນພຣະເຈົ້າ, ແລ້ວຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າກໍສຳເລັດແລ້ວ. ນີ້ແມ່ນພາລະກິດທີ່ເຮົາໄດ້ຮັບເອົາ, ສະນັ້ນ ເຮົາຈຶ່ງຫວັງວ່າ ອ້າຍເອື້ອຍນ້ອງຂອງເຮົາຈະສາມາດເຂົ້າໃຈເຖິງສະຖານະການທີ່ລຳບາກຂອງເຮົາ ແລະ ບໍ່ຮຽກຮ້ອງຫຍັງຈາກເຮົາອີກ. ນີ້ຄືສິ່ງທີ່ພຣະເຈົ້າພຣະບິດາຮຽກຮ້ອງຈາກເຮົາ ແລະ ເຮົາບໍ່ສາມາດຫຼົບໜີຈາກຄວາມເປັນຈິງນີ້ໄດ້; ເຮົາຕ້ອງປະຕິບັດພາລະກິດທີ່ເຮົາຄວນເຮັດ. ເຮົາຫວັງພຽງແຕ່ວ່າ ພວກເຈົ້າຈະບໍ່ໃຊ້ການໂຕ້ຖຽງແບບດື້ດຶງ ແລະ ດ້ວຍເຫດຜົນທີ່ເສື່ອມຊາມ ວ່າພວກເຈົ້າມີຄວາມເຂົ້າໃຈຢ່ງເລິກເຊິ່ງ ແລະ ບໍ່ໄດ້ເບິ່ງເລື່ອງຕ່າງໆຢ່າງງ່າຍເກີນໄປ. ຄວາມຄິດຂອງພວກເຈົ້າແມ່ນເດັກນ້ອຍເກີນໄປ, ໄຮ້ດຽງສາເກີນໄປ. ພາລະກິດຂອງພຣະເຈົ້າບໍ່ໄດ້ງ່າຍຄືກັບທີ່ພວກເຈົ້າຈິນຕະນາການໄວ້, ພຣະອົງບໍ່ໄດ້ເຮັດທຸກສິ່ງທີ່ພຣະອົງຕ້ອງການຢາກເຮັດ; ຖ້າພຣະອົງເຮັດ, ແຜນການຂອງພຣະອົງກໍຈະລົ້ມລະລາຍ. ພວກເຈົ້າຈະບໍ່ເຫັນມັນເປັນເຊັ່ນນັ້ນບໍ? ເຮົາກຳລັງປະຕິບັດພາລະກິດຂອງພຣະເຈົ້າ. ເຮົາບໍ່ພຽງແຕ່ເຮັດວຽກທີ່ແປກປະຫຼາດສຳລັບຜູ້ຄົນ ໂດຍເຮັດທຸກສິ່ງທີ່ເຮົາຮູ້ສຶກວ່າຢາກເຮັດ ແລະ ຈັດແຈງດ້ວຍຕົນເອງວ່າເຮົາຈະເຮັດຫຍັງ. ສິ່ງຕ່າງໆແມ່ນບໍ່ໄດ້ງ່າຍແບບນັ້ນໃນປັດຈຸບັນ. ເຮົາຖືກສົ່ງໂດຍພຣະບິດາໃຫ້ເຮັດໜ້າທີ່ເປັນຜູ້ກຳກັບ, ພວກເຈົ້າຄິດວ່າເຮົາໄດ້ຈັດແຈງ ແລະ ເລືອກສິ່ງນີ້ດ້ວຍຕົນເອງບໍ? ແນວຄິດຂອງມະນຸດແມ່ນມັກຈະຂັດຂວາງພາລະກິດຂອງພຣະເຈົ້າຢູ່ສະເໝີ, ດ້ວຍເຫດນັ້ນຫຼັງຈາກທີ່ເຮົາປະຕິບັດພາລະກິດໃນໄລຍະໜຶ່ງ ຈຶ່ງມີການຮຽກຮ້ອງຫຼາຍຢ່າງຈາກຜູ້ຄົນວ່າເຮົາບໍ່ສາມາດປະຕິບັດໄດ້ ແລະ ຜູ້ຄົນກໍປ່ຽນແປງແນວຄິດຂອງພວກເຂົາກ່ຽວກັບເຮົາ. ພວກເຈົ້າທຸກຄົນຄວນຊັດເຈນກ່ຽວກັບແນວຄິດເຫຼົ່ານີ້ຂອງພວກເຈົ້າ; ເຮົາຈະບໍ່ນໍາພວກມັນແຕ່ລະຢ່າງຂຶ້ນມາເວົ້າ, ເຮົາພຽງແຕ່ສາມາດອະທິບາຍພາລະກິດທີ່ເຮົາປະຕິບັດເທົ່ານັ້ນ. ຄວາມຮູ້ສຶກຂອງເຮົາບໍ່ໄດ້ເຈັບປວດຍ້ອນສິ່ງນີ້ເລີຍ. ຫຼັງຈາກທີ່ພວກເຈົ້າເຂົ້າໃຈສິ່ງນັ້ນ, ພວກເຈົ້າກໍຈະສາມາດເບິ່ງມັນດ້ວຍວິທີໃດກໍໄດ້ທີ່ເຈົ້າມັກ. ເຮົາຈະບໍ່ຄັດຄ້ານອີກ, ຍ້ອນນີ້ຄືວິທີທີ່ພຣະເຈົ້າປະຕິບັດພາລະກິດ; ເຮົາບໍ່ໄດ້ມີພັນທະເພື່ອອະທິບາຍມັນທັງໝົດ. ເຮົາພຽງແຕ່ມາເພື່ອປະຕິບັດພາລະກິດແຫ່ງພຣະທຳ, ເພື່ອປະຕິບັດ ແລະ ເຮັດໃຫ້ບົດລະຄອນນີ້ໄດ້ສະແດງຈົນສຳເລັດຜ່ານການຊີ້ນຳແຫ່ງພຣະທຳ. ເຮົາບໍ່ຈຳເປັນຕ້ອງເວົ້າເຖິງສິ່ງໃດອີກ ຫຼື ເຮົາບໍ່ສາມາດເຮັດສິ່ງອື່ນອີກ. ເຮົາໄດ້ອະທິບາຍທຸກສິ່ງທີ່ເຮົາຕ້ອງເວົ້າ, ເຮົາບໍ່ສົນໃຈວ່າພວກເຈົ້າຄິດແນວໃດ ແລະ ມັນບໍ່ສຳຄັນສຳລັບເຮົາ. ແຕ່ເຮົາຍັງຕ້ອງການທີ່ຈະເຕືອນພວກເຈົ້າວ່າ ພາລະກິດຂອງພຣະເຈົ້າບໍ່ໄດ້ງ່າຍຄືກັບທີ່ພວກເຈົ້າຈິນຕະນາການ. ຍິ່ງມັນສອດຄ່ອງກັບແນວຄິດຂອງຜູ້ຄົນໜ້ອຍສໍ່າໃດ, ຄວາມໝາຍຂອງມັນກໍຍິ່ງເລິກເຊິ່ງຫຼາຍສໍ່ານັ້ນ; ແລະ ຍິ່ງມັນສອດຄ່ອງກັບແນວຄິດຂອງຜູ້ຄົນຫຼາຍສໍ່າໃດ, ມັນກໍຍິ່ງມີຄຸນຄ່າໜ້ອຍລົງ ແລະ ຍິ່ງຂາດຄວາມໝາຍທີ່ແທ້ຈິງຫຼາຍສໍ່ານັ້ນ. ໃຫ້ພິຈາລະນາຄຳເວົ້າເຫຼົ່ານີ້ຢ່າງລະມັດລະວັງ, ນີ້ຄືທັງໝົດທີ່ເຮົາຈະເວົ້າກ່ຽວກັບສິ່ງນັ້ນ. ພວກເຈົ້າເອງສາມາດວິເຄາະສ່ວນທີ່ເຫຼືອດ້ວຍຕົນເອງ. ເຮົາຈະບໍ່ອະທິບາຍມັນ.

ຜູ້ຄົນຈິນຕະນາການວ່າ ພຣະເຈົ້າເຮັດສິ່ງຕ່າງໆດ້ວຍວິທີໃດໜຶ່ງ, ແຕ່ຕະຫຼອດປີທີ່ຜ່ານມານີ້ ຫຼື ປະມານນັ້ນ, ສິ່ງທີ່ພວກເຮົາໄດ້ເຫັນ ແລະ ໄດ້ຜະເຊີນກ່ຽວກັບພາລະກິດຂອງພຣະເຈົ້າແມ່ນໄດ້ສອດຄ່ອງກັບແນວຄິດຂອງມະນຸດແທ້ບໍ? ນັບຕັ້ງແຕ່ການເນລະມິດສ້າງໂລກຈົນເຖິງປັດຈຸບັນ, ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດເຂົ້າໃຈຂັ້ນຕອນ ຫຼື ກົດລະບຽບຂອງພາລະກິດຂອງພຣະເຈົ້າ. ຖ້າພວກເຂົາສາມາດເຂົ້າໃຈ, ເປັນຫຍັງຜູ້ນໍາທາງສາສະໜາເຫຼົ່ານັ້ນຈຶ່ງບໍ່ເຂົ້າໃຈວ່າ ນີ້ແມ່ນວິທີທີ່ພຣະເຈົ້າປະຕິບັດພາລະກິດໃນປັດຈຸບັນ? ເປັນຫຍັງຈຶ່ງມີໜ້ອຍຄົນທີ່ເຂົ້າໃຈເຖິງຄວາມເປັນຈິງໃນປັດຈຸບັນ? ຈາກສິ່ງນີ້ ພວກເຮົາສາມາດເຫັນວ່າ ບໍ່ມີຜູ້ໃດເຂົ້າໃຈພາລະກິດຂອງພຣະເຈົ້າເລີຍ. ຜູ້ຄົນຕ້ອງປະຕິບັດຕາມການຊີ້ນໍາຂອງພຣະວິນຍານຂອງພຣະເຈົ້າເທົ່ານັ້ນ; ພວກເຂົາຕ້ອງບໍ່ນໍາໃຊ້ກົດລະບຽບຕ່າງໆກັບພາລະກິດຂອງພຣະອົງຢ່າງເຂັ້ມງວດ. ຖ້າເຈົ້າເອົາຮູບພາບ ແລະ ພາລະກິດຂອງພຣະເຢຊູ ແລະ ປຽບທຽບມັນກັບພາລະກິດໃນປັດຈຸບັນຂອງພຣະເຈົ້າ, ມັນກໍຈະເປັນຄືກັບຊາວຢິວທີ່ພະຍາຍາມປຽບທຽບພຣະເຢຊູກັບພຣະເຢໂຮວາ. ເຈົ້າຈະບໍ່ລົ້ມເຫຼວໃນການເຮັດແບບນີ້ບໍ? ແມ່ນແຕ່ພຣະເຢຊູເອງກໍບໍ່ຮູ້ວ່າພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນຫຍັງ; ສິ່ງດຽວທີ່ພຣະອົງຮູ້ກໍຄື ພຣະອົງຕ້ອງເຮັດໃຫ້ສຳເລັດພາລະກິດແຫ່ງການຄຶງໄມ້ກາງແຂນເທົ່ານັ້ນ. ແລ້ວຄົນອື່ນໆຈະສາມາດຮູ້ໄດ້ແນວໃດ? ພວກເຂົາຈະຮູ້ໄດ້ແນວໃດວ່າພຣະເຈົ້າຈະປະຕິບັດພາລະກິດຫຍັງໃນອະນາຄົດ? ພຣະເຈົ້າຈະສາມາດເປີດເຜີຍແຜນການຂອງພຣະອົງຕໍ່ມະນຸດທີ່ຖືກຄອບງຳດ້ວຍຊາຕານໄດ້ແນວໃດ? ນັ້ນບໍ່ແມ່ນສິ່ງທີ່ໂງ່ບໍ? ພຣະເຈົ້າຮຽກຮ້ອງໃຫ້ເຈົ້າຮູ້ ແລະ ເຂົ້າໃຈຄວາມປະສົງຂອງພຣະອົງ. ພຣະອົງບໍ່ໄດ້ຮຽກຮ້ອງໃຫ້ເຈົ້າພິຈາລະນາແຜນການໃນອະນາຄົດຂອງພຣະອົງ. ໃຫ້ພວກເຮົາສົນໃຈກັບຕົນເອງໃນຄວາມເຊື່ອໃນພຣະເຈົ້າເທົ່ານັ້ນ, ປະຕິບັດຕາມການຊີ້ນໍາຂອງພຣະອົງ, ຈິງຈັງໃນການຈັດການກັບຄວາມຫຍຸ້ງຍາກຢ່າງແທ້ຈິງຂອງພວກເຮົາ ແລະ ບໍ່ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບພຣະເຈົ້າ ຫຼື ສ້າງບັນຫາໃຫ້ແກ່ພຣະອົງ. ພວກເຮົາຄວນເຮັດສິ່ງທີ່ພວກເຮົາຄວນເຮັດ; ຕາບໃດທີ່ພວກເຮົາສາມາດຢູ່ພາຍໃນພາລະກິດປັດຈຸບັນຂອງພຣະເຈົ້າ, ນັ້ນກໍພຽງພໍແລ້ວ! ສິ່ງດັ່ງກ່າວແມ່ນເສັ້ນທາງທີ່ເຮົາໄດ້ນໍາພາພວກເຈົ້າ. ຖ້າພວກເຮົາຕັ້ງໃຈທີ່ຈະສືບຕໍ່ໄປຂ້າງໜ້າ, ພຣະເຈົ້າຈະບໍ່ຂົ່ມເຫັງພວກເຮົາແຕ່ລະຄົນ. ຕະຫຼອດປະສົບການພິເສດຂອງພວກເຈົ້າໃນປີຜ່ານມາ, ພວກເຈົ້າໄດ້ຮັບເອົາຫຼາຍສິ່ງທີ່ຍິ່ງໃຫຍ່; ເຮົາເຊື່ອວ່າພວກເຈົ້າຈະບໍ່ເສຍໃຈຫຼາຍ. ເສັ້ນທາງທີ່ເຮົາກຳລັງນໍາພາພວກເຈົ້າແມ່ນວຽກງານຂອງເຮົາ ແລະ ພາລະກິດຂອງເຮົາ ແລະ ມັນຖືກກຳນົດໂດຍພຣະເຈົ້າຕັ້ງແຕ່ດົນແລ້ວ, ເຊິ່ງພວກເຮົາໄດ້ຖືກກຳນົດລ່ວງໜ້າໃຫ້ລອດມາເຖິງປັດຈຸບັນ. ການທີ່ພວກເຮົາສາມາດເຮັດສິ່ງນີ້ໄດ້ກໍຍ້ອນພອນອັນຍິ່ງໃຫຍ່ຂອງພວກເຮົາ ແລະ ເຖິງແມ່ນວ່າ ມັນບໍ່ໄດ້ເປັນເສັ້ນທາງທີ່ລາບລື່ນ, ມິດຕະພາບຂອງພວກເຮົາກໍເປັນນິດນິລັນ ແລະ ມັນຈະຖືກສົ່ງຕໍ່ສູ່ຍຸກຕ່າງໆ. ບໍ່ວ່າຈະເປັນສຽງຮ້ອງໂຮ ແລະ ສຽງຫົວຂວັນ ຫຼື ຄວາມໂສກເສົ້າ ແລະ ນໍ້າຕາ, ຂໍໃຫ້ມັນກາຍມາເປັນຄວາມຊົງຈຳທີ່ສວຍງາມທັງໝົດ! ພວກເຈົ້າອາດຮູ້ວ່າມື້ແຫ່ງພາລະກິດຂອງເຮົາແມ່ນຍັງອີກບໍ່ດົນ. ເຮົາມີໂຄງການພາລະກິດຫຼາຍອັນ ແລະ ເຮົາບໍ່ສາມາດຕິດຕາມພວກເຈົ້າຢູ່ເລື້ອຍໆ. ເຮົາຫວັງວ່າ ພວກເຈົ້າຈະສາມາດເຂົ້າໃຈເຮົາໃນສິ່ງນີ້, ຍ້ອນມິດຕະພາບເດີມຂອງພວກເຮົາບໍ່ໄດ້ປ່ຽນແປງ. ບາງເທື່ອ ມື້ໜຶ່ງ, ເຮົາຈະປາກົດຕໍ່ໜ້າພວກເຈົ້າອີກຄັ້ງ ແລະ ເຮົາຫວັງວ່າພວກເຈົ້າຈະບໍ່ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບເຮົາ. ແທ້ຈິງແລ້ວ, ເຮົາແມ່ນແຕກຕ່າງຈາກພວກເຈົ້າ. ເຮົາທ່ອງທ່ຽວໄປທົ່ວທຸກຫົນແຫ່ງເພື່ອພາລະກິດຂອງເຮົາ ແລະ ເຮົາບໍ່ໄດ້ດຳລົງຊີວິດຂອງເຮົາກັບການຢູ່ຊື່ໆໃນໂຮງແຮມເທົ່ານັ້ນ. ບໍ່ວ່າພວກເຈົ້າຈະເປັນແນວໃດກໍຕາມ, ເຮົາພຽງແຕ່ເຮັດສິ່ງທີ່ເຮົາຄວນເຮັດ. ເຮົາຫວັງວ່າສິ່ງຕ່າງໆທີ່ເຮົາແບ່ງປັນໃນອະດີດຈະກາຍມາເປັນດອກໄມ້ແຫ່ງມິດຕະພາບຂອງພວກເຮົາ.

ສາມາດເວົ້າໄດ້ວ່າ ເສັ້ນທາງນີ້ຖືກເປີດຂຶ້ນໂດຍເຮົາ ແລະ ບໍ່ວ່າຈະຂົມຂື່ນ ຫຼື ອ່ອນຫວານ, ເຮົາກໍໄດ້ນໍາຫົນທາງດັ່ງກ່າວແລ້ວ. ການທີ່ພວກເຮົາໄດ້ມາຈົນເຖິງມື້ນີ້ກໍລ້ວນແລ້ວແຕ່ຂຶ້ນກັບຄວາມກະລຸນາຂອງພຣະເຈົ້າ. ອາດມີບາງຄົນທີ່ຂອບໃຈເຮົາ ແລະ ອາດມີບາງຄົນທີ່ຕໍ່ວ່າເຮົາ, ແຕ່ບໍ່ມີສິ່ງໃດທີ່ສຳຄັນ. ສິ່ງທີ່ເຮົາຕ້ອງການເຫັນກໍມີພຽງແຕ່ໃຫ້ສິ່ງທີ່ຄວນຖືກບັນລຸໃນຜູ້ຄົນກຸ່ມນີ້ໄດ້ຖືກບັນລຸ. ນີ້ແມ່ນສິ່ງທີ່ຄວນໄດ້ຮັບການສະເຫຼີມສະຫຼອງ. ສະນັ້ນ ເຮົາບໍ່ມີຄວາມແຄ້ນເຄືອງຕໍ່ຄົນທີ່ຕໍ່ວ່າເຮົາ; ສິ່ງທີ່ເຮົາຕ້ອງການແມ່ນພຽງການເຮັດໃຫ້ພາລະກິດຂອງເຮົາສຳເລັດໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອວ່າຫົວໃຈຂອງພຣະເຈົ້າຈະໄດ້ພັກຜ່ອນໂດຍໄວ. ໃນເວລານັ້ນ ເຮົາຈະບໍ່ແບກພາລະອັນໜັກໜ່ວງ ແລະ ຈະບໍ່ມີຄວາມກັງວົນໃນຫົວໃຈຂອງພຣະເຈົ້າ. ພວກເຈົ້າເຕັມໃຈທີ່ຈະປັບປຸງການຮ່ວມມືຂອງພວກເຈົ້າບໍ? ມັນຈະບໍ່ດີກວ່າບໍທີ່ຈະສຸມໃສ່ກັບການປະຕິບັດພາລະກິດຂອງພຣະເຈົ້າໃຫ້ເກີດໝາກຜົນ? ຕະຫຼອດຊ່ວງເວລານີ້, ມັນຖືກຕ້ອງທີ່ຈະເວົ້າວ່າ ພວກເຮົາໄດ້ອົດທົນກັບຄວາມລໍາບາກຫຼາຍຈົນນັບບໍ່ຖ້ວນ ແລະ ໄດ້ຜະເຊີນຄວາມປິຕິຍິນດີ ແລະ ຄວາມໂສກເສົ້າທຸກຮູບແບບ. ໂດຍລວມແລ້ວ, ການປະຕິບັດຂອງພວກເຈົ້າແຕ່ລະຄົນໂດຍພື້ນຖານແມ່ນໄດ້ຄະແນນ. ບາງເທື່ອ ໃນອະນາຄົດອາດຈະມີພາລະກິດທີ່ດີກວ່າ ທີ່ຮຽກຮ້ອງຈາກພວກເຈົ້າ, ແຕ່ຢ່າຮໍ່າໄຮຄວາມຄິດຂອງເຮົາ; ພຽງແຕ່ເຮັດໃນສິ່ງທີ່ເຈົ້າຄວນເຮັດ. ສິ່ງທີ່ເຮົາຕ້ອງເຮັດແມ່ນເກືອບສຳເລັດແລ້ວ; ເຮົາຫວັງວ່າພວກເຈົ້າຈະຍັງຊື່ສັດຕະຫຼອດເວລາ ແລະ ພວກເຈົ້າຈະບໍ່ອາວອນຫາພາລະກິດຂອງເຮົາ. ພວກເຈົ້າຄວນຮູ້ວ່າ ເຮົາໄດ້ມາເພື່ອສຳເລັດຂັ້ນຕອນໜຶ່ງຂອງພາລະກິດເທົ່ານັ້ນ ແລະ ບໍ່ໄດ້ມາເພື່ອປະຕິບັດພາລະກິດທັງໝົດຂອງພຣະເຈົ້າຢ່າງແນ່ນອນ. ພວກເຈົ້າຕ້ອງຊັດເຈນກ່ຽວກັບສິ່ງນີ້ ແລະ ບໍ່ມີແນວຄິດອື່ນກ່ຽວກັບມັນ. ພາລະກິດຂອງພຣະເຈົ້າແມ່ນຈຳເປັນຕ້ອງມີຫຼາຍວິທີເພື່ອເຮັດໃຫ້ສຳເລັດ; ພວກເຈົ້າບໍ່ສາມາດເພິ່ງພາເຮົາຢູ່ສະເໝີ. ບາງເທື່ອ ພວກເຈົ້າໄດ້ຮັບຮູ້ແລ້ວວ່າ ເຮົາໄດ້ມາເພື່ອປະຕິບັດສ່ວນໜຶ່ງຂອງພາລະກິດເທົ່ານັ້ນ, ສ່ວນທີ່ບໍ່ໄດ້ເປັນຕົວແທນໃຫ້ພຣະເຢໂຮວາ ຫຼື ພຣະເຢຊູ; ພາລະກິດຂອງພຣະເຈົ້າແມ່ນຖືກແບ່ງອອກເປັນຫຼາຍຂັ້ນຕອນ, ສະນັ້ນ ພວກເຈົ້າຕ້ອງບໍ່ເຄັ່ງຄັດເກີນໄປ. ໃນຂະນະທີ່ເຮົາກຳລັງປະຕິບັດພາລະກິດ ພວກເຈົ້າຕ້ອງຟັງເຮົາ. ໃນແຕ່ລະຍຸກ, ພາລະກິດຂອງພຣະເຈົ້າປ່ຽນແປງ; ມັນບໍ່ໄດ້ຫຼໍ່ມາຈາກເຕົາຫຼໍ່ດຽວກັນ ແລະ ມັນບໍ່ໄດ້ເປັນເພງເກົ່າຄືກັນໝົດໃນແຕ່ລະຄັ້ງ. ແລ້ວໃນແຕ່ລະຂັ້ນຕອນ ພາລະກິດຂອງພຣະເຈົ້າກໍເໝາະສົມກັບຍຸກດັ່ງກ່າວ ແລະ ມີການປ່ຽນແປງຕາມການປ່ຽນແປງຂອງຍຸກດັ່ງກ່າວ. ດ້ວຍເຫດນັ້ນ ເນື່ອງຈາກວ່າເຈົ້າໄດ້ເກີດໃນຍຸກນີ້ ເຈົ້າຈຶ່ງຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ອ່ານພຣະທຳເຫຼົ່ານີ້. ມື້ໜຶ່ງພາລະກິດຂອງເຮົາກໍຈະປ່ຽນແປງ, ໃນກໍລະນີນີ້ ພວກເຈົ້າຕ້ອງສືບຕໍ່ເດີນໄປຂ້າງໜ້າຕາມທີ່ພວກເຈົ້າຄວນເຮັດ; ພາລະກິດຂອງພຣະເຈົ້າບໍ່ສາມາດຜິດພາດໄດ້. ຢ່າໃສ່ໃຈກັບວິທີທີ່ໂລກພາຍນອກປ່ຽນແປງ; ພຣະເຈົ້າບໍ່ສາມາດຜິດພາດໄດ້ ແລະ ພາລະກິດຂອງພຣະອົງບໍ່ສາມາດຜິດພາດໄດ້. ມັນເປັນພຽງແຕ່ວ່າ ບາງເທື່ອ ພາລະກິດເດີມຂອງພຣະອົງຕາຍໄປ ແລະ ພາລະກິດໃໝ່ຂອງພຣະອົງເລີ່ມເກີດຂຶ້ນ. ເຖິງຢ່າງໃດກໍຕາມ ສິ່ງນັ້ນບໍ່ໄດ້ໝາຍຄວາມວ່າ ຍ້ອນພາລະກິດເກົ່າຜິດພາດ, ພາລະກິດໃໝ່ຈຶ່ງເກີດຂຶ້ນ. ນັ້ນແມ່ນຄວາມເຊື່ອທີ່ຜິດ! ບໍ່ສາມາດເວົ້າໄດ້ວ່າພາລະກິດຂອງພຣະເຈົ້າຖືກຕ້ອງ ຫຼື ຜິດພາດ, ພຽງແຕ່ສາມາດເວົ້າໄດ້ວ່າ ພາລະກິດນັ້ນມາກ່ອນ ຫຼື ມານໍາຫຼັງ. ນີ້ຄືການຊີ້ນໍາສໍາລັບຜູ້ຄົນທີ່ເຊື່ອໃນພຣະເຈົ້າ ແລະ ຈົ່ງຢ່າຖືເບົາໃນການປະຕິບັດຕໍ່ສິ່ງນີ້.

ກ່ອນນີ້: ເສັ້ນທາງ... (7)

ຕໍ່ໄປ: ຜູ້ເຊື່ອຄວນມີມຸມມອງແບບໃດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້