ເສັ້ນທາງ... (5)

ໃນອະດີດ, ບໍ່ມີຜູ້ໃດຮູ້ຈັກພຣະວິນຍານບໍລິສຸດ, ແຮງໄກທີ່ພວກເຂົາຈະຮູ້ຈັກເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ. ນັ້ນຄືເຫດຜົນທີ່ຜູ້ຄົນເຮັດໃຫ້ຕົນເອງເປັນຕົວຕະຫຼົກຕໍ່ໜ້າພຣະເຈົ້າຢູ່ສະເໝີ. ມັນຖືກຕ້ອງແລ້ວທີ່ຈະເວົ້າວ່າ ເກືອບທຸກຄົນທີ່ເຊື່ອໃນພຣະເຈົ້າບໍ່ຮູ້ຈັກພຣະວິນຍານ ແລະ ທີ່ວ່າຄວາມເຊື່ອຂອງພວກເຂົາວຸ້ນວາຍ ແລະ ສັບສົນ. ຊັດເຈນຢູ່ແລ້ວ, ຜູ້ຄົນບໍ່ເຂົ້າໃຈພຣະເຈົ້າ; ແລະ ເຖິງແມ່ນປາກຂອງພວກເຂົາອາດເວົ້າວ່າພວກເຂົາເຊື່ອໃນພຣະອົງ, ແຕ່ໂດຍພື້ນຖານແລ້ວ ອີງຕາມພຶດຕິກຳຂອງພວກເຂົາ, ພວກເຂົາເຊື່ອໃນຕົນເອງ ແລະ ບໍ່ແມ່ນເຊື່ອໃນພຣະເຈົ້າ. ໃນປະສົບການຕົວຈິງຂອງເຮົາເອງ, ເຮົາໄດ້ເຫັນວ່າ ພຣະເຈົ້າເປັນພະຍານເຖິງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຈາກພາຍນອກ ມັນປາກົດວ່າ ຜູ້ຄົນຖືກບັງຄັບໃຫ້ຮັບຮູ້ຄຳພະຍານຂອງພຣະເຈົ້າ, ມັນສາມາດເກືອບເວົ້າໄດ້ວ່າ ພວກເຂົາເຊື່ອວ່າພຣະວິນຍານຂອງພຣະເຈົ້າແມ່ນປາສະຈາກຂໍ້ຜິດພາດໂດຍສິ້ນເຊີງ. ເຖິງຢ່າງໃດກໍຕາມ, ເຮົາເວົ້າວ່າ ສິ່ງທີ່ຜູ້ຄົນເຊື່ອບໍ່ແມ່ນໃນບຸກຄົນນີ້, ແຮງໄກທີ່ຈະເປັນພຣະວິນຍານຂອງພຣະເຈົ້າ, ແຕ່ເປັນຄວາມຮູ້ສຶກຂອງພວກເຂົາເອງ. ການເຮັດແບບນັ້ນ ພວກເຂົາບໍ່ພຽງເຊື່ອໃນຕົນເອງເທົ່ານັ້ນບໍ? ສິ່ງທີ່ເຮົາເວົ້າແມ່ນເປັນຈິງ. ເຮົາບໍ່ໄດ້ຕີກາຜູ້ຄົນ, ແຕ່ມີສິ່ງໜຶ່ງທີ່ເຮົາຕ້ອງໄດ້ຊີ້ແຈງ: ບໍ່ວ່າພວກເຂົາຈະມີຄວາມຊັດເຈນ ຫຼື ສັບສົນກໍຕາມ, ສໍາລັບຜູ້ຄົນທີ່ຖືກນໍາມາເຖິງປັດຈຸບັນແມ່ນລ້ວນແລ້ວແຕ່ຂຶ້ນກັບພຣະວິນຍານບໍລິສຸດທັງນັ້ນ. ມັນບໍ່ແມ່ນສິ່ງທີ່ມະນຸດສາມາດຄວບຄຸມໄດ້. ນີ້ແມ່ນຕົວຢ່າງໃນສິ່ງທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ ກ່ຽວກັບການທີ່ພຣະວິນຍານບໍລິສຸດບັງຄັບຄວາມເຊື່ອຂອງຜູ້ຄົນ; ນີ້ຄືວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ ແລະ ມັນຄືເສັ້ນທາງທີ່ພຣະວິນຍານບໍລິສຸດໄດ້ຍ່າງ. ໂດຍເນື້ອແທ້ແລ້ວ ບໍ່ວ່າຜູ້ຄົນຈະເຊື່ອໃນຜູ້ໃດກໍຕາມ, ພຣະວິນຍານບໍລິສຸດຈະມອບຄວາມຮູ້ສຶກປະເພດໃດໜຶ່ງໃຫ້ແກ່ຜູ້ຄົນຢ່າງແຮງ, ເຮັດໃຫ້ພວກເຂົາເຊື່ອໃນພຣະເຈົ້າທີ່ຢູ່ໃນຫົວໃຈຂອງພວກເຂົາ. ນັ້ນບໍ່ແມ່ນວິທີທີ່ເຈົ້າເຊື່ອບໍ? ເຈົ້າບໍ່ຮູ້ສຶກບໍວ່າຄວາມເຊື່ອຂອງເຈົ້າທີ່ມີໃນພຣະເຈົ້ານັ້ນເປັນສິ່ງທີ່ແປກປະຫຼາດ? ເຈົ້າບໍ່ຄິດບໍວ່າມັນແປກທີ່ເຈົ້າບໍ່ສາມາດຫຼົບໜີຈາກກະແສນີ້ໄດ້? ເຈົ້າບໍ່ໄດ້ພະຍາຍາມຄິດກ່ຽວກັບສິ່ງນີ້ບໍ? ນີ້ບໍ່ແມ່ນສິ່ງທີ່ຍິ່ງໃຫຍ່ທີ່ສຸດໃນບັນດາໝາຍສໍາຄັນ ແລະ ສິ່ງອັດສະຈັນທັງປວງບໍ? ເຖິງແມ່ນເຈົ້າມີຄວາມຕ້ອງການທີ່ຈະຫຼົບໜີຫຼາຍຄັ້ງ, ມັນກໍຈະມີພະລັງຊີວິດຢ່າງຮຸນແຮງທີ່ດຶງດູດເຈົ້າຢູ່ສະເໝີ ແລະ ເຮັດໃຫ້ເຈົ້າລັງເລທີ່ຈະຍ່າງໜີ. ແລ້ວທຸກຄັ້ງທີ່ເຈົ້າຄົ້ນພົບວ່າຕົນເອງຢູ່ໃນສະຖານະການດັ່ງກ່າວ, ເຈົ້າກໍຈະເລີ່ມຮ້ອງໄຫ້ ແລະ ສະອຶກສະອື້ນສະເໝີ ໂດຍບໍ່ຮູ້ວ່າຈະເຮັດຫຍັງຕໍ່ໄປ. ພວກເຈົ້າບາງຄົນພະຍາຍາມທີ່ຈະຈາກໄປ, ແຕ່ເມື່ອພວກເຈົ້າພະຍາຍາມທີ່ຈະໄປ, ມັນຮູ້ສຶກຄືກັບມີດແທງໃນຫົວໃຈຂອງເຈົ້າ, ມັນຮູ້ສຶກຄືກັບວ່າວິນຍານຂອງເຈົ້າຖືກເອົາໄປຈາກເຈົ້າໂດຍຜີບາງຕົນທີ່ຢູ່ເທິງແຜ່ນດິນໂລກ, ປ່ອຍໃຫ້ຫົວໃຈຂອງເຈົ້າກະວົນກະວາຍ ແລະ ປາສະຈາກສັນຕິສຸກ. ຫຼັງຈາກນັ້ນ ເຈົ້າກໍຈະບໍ່ສາມາດເຮັດຫຍັງໄດ້ ນອກຈາກຕຽມຕົນເອງ ແລະ ກັບຄືນໄປຫາພຣະເຈົ້າ. ...ເຈົ້າບໍ່ໄດ້ມີປະສົບການນີ້ບໍ? ເຮົາໝັ້ນໃຈວ່າ ອ້າຍເອື້ອຍນ້ອງທີ່ຍັງໜຸ່ມນ້ອຍ ຜູ້ທີ່ສາມາດເປີດຫົວໃຈຂອງພວກເຂົາອອກຈະເວົ້າວ່າ: “ແມ່ນແລ້ວ! ຂ້ານ້ອຍໄດ້ຜະເຊີນສິ່ງນີ້ຫຼາຍຄັ້ງ, ມັນເຮັດໃຫ້ຂ້ານ້ອຍລະອາຍໃຈທີ່ຈະຄິດເຖິງມັນ!” ໃນຊີວິດປະຈຳວັນຂອງເຮົາເອງ, ເຮົາມີຄວາມສຸກຢູ່ສະເໝີທີ່ຈະປະຕິບັດຕໍ່ອ້າຍເອື້ອຍນ້ອງທີ່ໜຸ່ມນ້ອຍນີ້ຂອງເຮົາເປັນຄືກັບເພື່ອນສະນິດຂອງເຮົາ, ຍ້ອນມີຄວາມໄຮ້ດຽງສາຢ່າງຫຼາຍໃນພວກເຂົາ, ພວກເຂົາບໍລິສຸດ ແລະ ເປັນຕາຮັກຫຼາຍ. ພວກເຂົາເປັນຄືກັບເພື່ອນຂອງເຮົາເອງ. ນີ້ຄືເຫດຜົນທີ່ເຮົາຊອກຫາໂອກາດຢູ່ສະເໝີເພື່ອນໍາເອົາເພື່ອນສະນິດທຸກຄົນຂອງເຮົາມາຮ່ວມກັນເພື່ອໂອ້ລົມກ່ຽວກັບອຸດົມການ ແລະ ແຜນການຂອງພວກເຮົາ. ຂໍໃຫ້ຄວາມປະສົງຂອງພຣະເຈົ້າຖືກປະຕິບັດໃນພວກເຮົາ ເພື່ອວ່າພວກເຮົາທຸກຄົນຈະເປັນຄືກັບເນື້ອໜັງ ແລະ ເລືອດ ໂດຍປາສະຈາກສິ່ງກີດກັ້ນ ຫຼື ໄລຍະຫ່າງລະຫວ່າງພວກເຮົາ. ຂໍໃຫ້ພວກເຮົາທຸກຄົນອະທິຖານຫາພຣະເຈົ້າວ່າ: “ໂອ ພຣະເຈົ້າ! ຖ້າມັນຄືຄວາມປະສົງຂອງພຣະອົງ, ພວກຂ້ານ້ອຍກໍຂໍໃຫ້ພຣະອົງມອບສະພາບແວດລ້ອມທີ່ເໝາະສົມໃຫ້ແກ່ພວກຂ້ານ້ອຍ, ເພື່ອວ່າພວກຂ້ານ້ອຍຈະໄດ້ບັນລຸຄວາມປາຖະໜາໃນຫົວໃຈຂອງພວກຂ້ານ້ອຍ. ຂໍໃຫ້ພຣະອົງມີຄວາມເມດຕາແກ່ພວກຂ້ານ້ອຍ ຜູ້ທີ່ຍັງໜຸ່ມນ້ອຍ ແລະ ຂາດເຫດຜົນ ແລະ ຈົ່ງໂຜດໃຫ້ພວກຂ້ານ້ອຍມີພະລັງໃນຫົວໃຈຂອງພວກຂ້ານ້ອຍດ້ວຍເທີດ!” ເຮົາເຊື່ອວ່າ ນີ້ຄືຄວາມປະສົງຂອງພຣະເຈົ້າ, ເພາະວ່າເຮົາໄດ້ອະທິຖານຫາພຣະເຈົ້າຕັ້ງແຕ່ດົນນານແລ້ວ ແລະ ອະທິຖານວ່າ: “ພຣະບິດາ! ເທິງແຜ່ນດິນໂລກ, ພວກຂ້ານ້ອຍໄດ້ຮ້ອງໄຫ້ຫາພຣະອົງໂດຍບໍ່ຢຸດເຊົາ, ປາຖະໜາຢາກໃຫ້ຄວາມປະສົງຂອງພຣະອົງຖືກປະຕິບັດເທິງແຜ່ນດິນໂລກໂດຍໄວ. ຂ້ານ້ອຍຈະສະແຫວງຫາຄວາມປະສົງຂອງພຣະອົງ. ຂໍໃຫ້ພຣະອົງເຮັດສິ່ງທີ່ພຣະອົງຕ້ອງການເຮັດ ແລະ ສຳເລັດການຝາກຝັງຂອງພຣະອົງໃນຕົວຂ້ານ້ອຍໂດຍໄວ. ຂ້ານ້ອຍເຖິງກັບເຕັມໃຈທີ່ຈະໃຫ້ພຣະອົງເປີດເສັ້ນທາງໃໝ່ອອກທ່າມກາງພວກຂ້ານອຍ, ຖ້າມັນໝາຍຄວາມວ່າ ຄວາມປະສົງຂອງພຣະອົງຈະຖືກເຮັດໃຫ້ສຳເລັດໂດຍໄວ! ຂ້ານ້ອຍພຽງແຕ່ຂໍໃຫ້ພາລະກິດຂອງພຣະອົງໄດ້ສຳເລັດໂດຍໄວ ແລະ ຂ້ານ້ອຍເຊື່ອວ່າບໍ່ມີກົດລະບຽບໃດທີ່ສາມາດຢັບຢັ້ງມັນໄດ້!” ນັ້ນຄືພາລະກິດຂອງພຣະເຈົ້າໃນປັດຈຸບັນ; ເຈົ້າບໍ່ເຫັນເສັ້ນທາງທີ່ພຣະວິນຍານບໍລິສຸດໄດ້ຍ່າງບໍ? ທຸກຄັ້ງທີ່ເຮົາພົບກັບອ້າຍເອື້ອຍນ້ອງຮຸ່ນອາວຸໂສ, ເຮົາມີຄວາມຮູ້ສຶກເຖິງຄວາມກົດຂີ່ຢ່າງອະທິບາຍບໍ່ຖືກ. ເມື່ອເຮົາພົບກັບພວກເຂົາ, ເຮົາເຫັນວ່າພວກເຂົາເຕັມໄປດ້ວຍສັງຄົມ; ແນວຄິດທາງສາສະໜາຂອງພວກເຂົາ, ປະສົບການໃນການຈັດການສິ່ງຕ່າງໆຂອງພວກເຂົາ, ວິທີການເວົ້າຂອງພວກເຂົາ, ຄຳເວົ້າທີ່ພວກເຂົາໃຊ້ ແລະ ອື່ນໆອີກ, ພວກມັນລ້ວນແລ້ວແຕ່ເປັນຕາໜ້າເບື່ອຫຼາຍ. ພວກມັນເຕັມໄປດ້ວຍ “ສະຕິປັນຍາ” ຕາມຈິນຕະນາການ. ເຮົາຢູ່ຫ່າງຈາກພວກເຂົາໃຫ້ຫຼາຍເທົ່າທີ່ສາມາດເຮັດໄດ້ສະເໝີ, ຍ້ອນວ່າ ໂດຍສ່ວນຕົວເຮົາເອງແລ້ວ, ເຮົາບໍ່ໄດ້ປະກອບມີປັດຊະຍາໃນການດຳລົງຊີວິດເທິງແຜ່ນດິນໂລກ. ທຸກຄັ້ງທີ່ເຮົາພົບກັບຄົນເຫຼົ່ານີ້, ພວກເຂົາເຮັດໃຫ້ເຮົາໝົດແຮງ, ຫົວຂອງເຮົາເຕັມໄປດ້ວຍເຫື່ອ; ບາງເທື່ອ ເຮົາກໍຮູ້ສຶກວ່າຖືກກົດຂີ່ຫຼາຍຈົນເຮົາເກືອບຈະຫາຍໃຈບໍ່ໄດ້. ສະນັ້ນໃນຊ່ວງເວລາທີ່ອັນຕະລາຍນີ້, ພຣະເຈົ້າໄດ້ມອບທາງອອກທີ່ຍິ່ງໃຫຍ່ໃຫ້ແກ່ເຮົາ. ບາງເທື່ອ ນັ້ນເປັນພຽງຄວາມຄິດຜິດໆຂອງເຮົາ. ເຮົາພຽງແຕ່ສົນໃຈໃນສິ່ງທີ່ເປັນປະໂຫຍດຕໍ່ພຣະເຈົ້າ; ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າແມ່ນສິ່ງທີ່ສຳຄັນທີ່ສຸດ. ເຮົາຢູ່ຫ່າງຈາກຄົນເຫຼົ່ານີ້, ແຕ່ຖ້າພຣະເຈົ້າຕ້ອງການໃຫ້ເຮົາພົບກັບພວກເຂົາ, ເຮົາກໍຈະເຊື່ອຟັງ. ມັນບໍ່ແມ່ນວ່າພວກເຂົາເປັນຕາລັງກຽດ, ແຕ່ “ສະຕິປັນຍາ” ຂອງພວກເຂົາ, ແນວຄິດ ແລະ ປັດຊະຍາແຫ່ງການດຳລົງຊີວິດຂອງພວກເຂົາເທິງແຜ່ນດິນໂລກແມ່ນເປັນຕາລັງກຽດຫຼາຍ. ເຮົາມາເພື່ອເຮັດໃຫ້ການຝາກຝັງຂອງພຣະເຈົ້າສຳເລັດ, ບໍ່ແມ່ນເພື່ອຮຽນຮູ້ວິທີທີ່ພວກເຂົາເຮັດສິ່ງຕ່າງໆ. ເຮົາຈື່ວ່າໃນຄັ້ງໜຶ່ງ ພຣະເຈົ້າໄດ້ເວົ້າແນວໃດກັບເຮົາ, ພຣະອົງເວົ້າວ່າ: “ເທິງແຜ່ນດິນໂລກ, ໃຫ້ສະແຫວງຫາເພື່ອປະຕິບັດຄວາມປະສົງຂອງພຣະບິດາຂອງເຈົ້າເທົ່ານັ້ນ ແລະ ເຮັດໃຫ້ການຝາກຝັງຂອງພຣະອົງສຳເລັດ. ບໍ່ມີສິ່ງໃດອີກທີ່ກ່ຽວຂ້ອງກັບເຈົ້າ”. ເມື່ອຄິດເຖິງສິ່ງນີ້ເຮັດໃຫ້ເຮົາສະຫງົບສຸກຫຼາຍຂຶ້ນ. ນັ້ນກໍຍ້ອນບັນຫາຂອງມະນຸດຮູ້ສຶກວ່າສັບສົນຫຼາຍສຳລັບເຮົາ; ເຮົາບໍ່ສາມາດເຂົ້າໃຈສິ່ງເຫຼົ່ານັ້ນໄດ້ ແລະ ເຮົາບໍ່ຮູ້ວ່າຈະເຮັດແນວໃດເລີຍ. ສະນັ້ນ ເປັນເວລາຫຼາຍຄັ້ງຈົນນັບບໍ່ຖ້ວນ ເຮົາໄດ້ຖືກປ່ອຍໃຫ້ກະວົນກະວາຍໃຈຍ້ອນສິ່ງນີ້ ແລະ ກຽດຊັງມະນຸດຊາດ; ເປັນຫຍັງຜູ້ຄົນຈຶ່ງຕ້ອງເຮັດໃຫ້ສັບສົນແບບນີ້? ເປັນຫຍັງພວກເຂົາບໍ່ເປັນຄົນລຽບງ່າຍ? ເປັນຫຍັງຈຶ່ງເຮັດໃຫ້ຫຍຸ້ງຍາກໂດຍພະຍາຍາມເປັນຄົນສະຫຼາດ? ເມື່ອເຮົາພົບກັບຜູ້ຄົນ ໂດຍສ່ວນໃຫຍ່ແລ້ວ ແມ່ນອີງຕາມການມອບໝາຍຂອງພຣະເຈົ້າທີ່ພຣະອົງມອບໝາຍໃຫ້ກັບເຮົາ. ອາດມີສອງສາມຄັ້ງທີ່ບໍ່ແມ່ນຍ້ອນການມອບໝາຍຂອງພຣະອົງ, ແຕ່ຜູ້ໃດຈະຮູ້ເຖິງສິ່ງທີ່ລີ້ລັບໃນສ່ວນເລິກຂອງຫົວໃຈຂອງເຮົາ?

ຫຼາຍຄັ້ງເຮົາໄດ້ແນະນໍາໃຫ້ອ້າຍເອື້ອຍນ້ອງທີ່ຢູ່ກັບເຮົາວ່າ ພວກເຂົາຄວນເຊື່ອໃນພຣະເຈົ້າດ້ວຍຫົວໃຈຂອງພວກເຂົາ, ພວກເຂົາບໍ່ຄວນຊອກຫາຜົນປະໂຫຍດຂອງພວກເຂົາເອງ, ແຕ່ໃຫ້ເອົາໃຈໃສ່ໃນຄວາມປະສົງຂອງພຣະເຈົ້າ. ຫຼາຍຄັ້ງເຮົາໄດ້ຮ້ອງໄຫ້ດ້ວຍຄວາມທຸກທໍລະມານຕໍ່ໜ້າພຣະເຈົ້າ: ເປັນຫຍັງຜູ້ຄົນຈຶ່ງບໍ່ເອົາໃຈໃສ່ໃນຄວາມປະສົງຂອງພຣະເຈົ້າ? ແນ່ນອນ ພາລະກິດຂອງພຣະເຈົ້າບໍ່ສາມາດຫາຍໄປໂດຍບໍ່ມີຮ່ອງຮອຍ ຢ່າງໄຮ້ເຫດຜົນ? ຫຼື ເຮົາບໍ່ຮູ້ວ່າເປັນຫຍັງ ສິ່ງນີ້ຈຶ່ງເກືອບກາຍມາເປັນຄໍາຖາມໃນຈິດໃຈຂອງເຮົາ, ເປັນຫຍັງຜູ້ຄົນຈຶ່ງບໍ່ຮັບຮູ້ເສັ້ນທາງທີ່ພຣະວິນຍານບໍລິສຸດໄດ້ຍ່າງ, ແຕ່ພາກັນຍຶດຕິດກັບຄວາມສຳພັນຢ່າງບໍ່ປົກກະຕິກັບຄົນອື່ນ? ການໄດ້ເຫັນຜູ້ຄົນແບບນີ້ເຮັດໃຫ້ເຮົາປຸ້ນທ້ອງປວດຮາກ. ແທນທີ່ຈະຊອກຫາເສັ້ນທາງຂອງພຣະວິນຍານບໍລິສຸດ, ພວກເຂົາໃຫ້ຄວາມສົນໃຈກັບການກະທຳຂອງມະນຸດ. ແລ້ວພຣະເຈົ້າຈະພໍໃຈກັບສິ່ງນີ້ໄດ້ບໍ? ເຮົາເສຍໃຈສະເໝີກັບສິ່ງນີ້. ມັນເກືອບໄດ້ກາຍມາເປັນພາລະຂອງເຮົາ ແລະ ມັນລົບກວນພຣະວິນຍານບໍລິສຸດເຊັ່ນກັນ. ເຈົ້າບໍ່ຮູ້ສຶກເຖິງການຕໍານິຕິເຕືອນຫຍັງໃນຫົວໃຈຂອງເຈົ້າບໍ? ຂໍໃຫ້ພຣະເຈົ້າເປີດຕາແຫ່ງວິນຍານຂອງພວກເຮົາ. ຫຼາຍຄັ້ງທີ່ເຮົາ ຜູ້ເຊິ່ງນໍາພາຜູ້ຄົນເພື່ອເຂົ້າສູ່ພາລະກິດຂອງພຣະເຈົ້າ ໄດ້ອະທິຖານຕໍ່ໜ້າພຣະເຈົ້າວ່າ: “ໂອ ພຣະບິດາ! ຂ້ານ້ອຍຫວັງວ່າຄວາມປະສົງຂອງພຣະອົງຈະກາຍເປັນແກ່ນສຳຄັນ, ຂ້ານ້ອຍຈະຄົ້ນຫາຄວາມປະສົງຂອງພຣະອົງ, ຂ້ານ້ອຍຫວັງວ່າຂ້ານ້ອຍຈະຊື່ສັດຕໍ່ການຝາກຝັງຂອງພຣະອົງ, ເພື່ອພຣະອົງຈະໄດ້ຮັບເອົາຄົນກຸ່ມນີ້. ຂໍໃຫ້ພຣະອົງນໍາພວກຂ້ານ້ອຍໄປສູ່ດິນແດນແຫ່ງອິດສະຫຼະພາບ, ເພື່ອວ່າພວກຂ້ານ້ອຍຈະໄດ້ສຳຜັດພຣະອົງດ້ວຍວິນຍານຂອງພວກຂ້ານ້ອຍ ແລະ ຂໍໃຫ້ພຣະອົງປຸກຄວາມຮູ້ສຶກຝ່າຍວິນຍານໃຫ້ຕື່ນຂຶ້ນໃນພາຍໃນຫົວໃຈຂອງພວກຂ້ານ້ອຍດ້ວຍເທີດ!” ເຮົາຫວັງວ່າຄວາມປະສົງຂອງພຣະເຈົ້າຈະຖືກເຮັດໃຫ້ສຳເລັດ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງອະທິຖານຢ່າງບໍ່ຢຸດເຊົາເພື່ອໃຫ້ພຣະວິນຍານຂອງພຣະອົງສືບຕໍ່ສ່ອງແສງສະຫວ່າງແກ່ພວກເຮົາ, ເພື່ອພວກເຮົາຈະຍ່າງໃນເສັ້ນທາງທີ່ພຣະວິນຍານບໍລິສຸດໄດ້ນໍາພາ, ຍ້ອນວ່າ ເສັ້ນທາງທີ່ເຮົາຍ່າງແມ່ນເສັ້ນທາງຂອງພຣະວິນຍານບໍລິສຸດ. ແລ້ວຜູ້ໃດອີກຈະສາມາດຍ່າງໃນເສັ້ນທາງນີ້ແທນເຮົາໄດ້? ນີ້ຄືສິ່ງທີ່ເຮັດໃຫ້ພາລະຂອງເຮົາຍິ່ງໜັກຂຶ້ນ. ເຮົາຮູ້ສຶກຄືກັບວ່າເຮົາກຳລັງຈະລົ້ມ, ແຕ່ເຮົາມີຄວາມເຊື່ອວ່າພຣະເຈົ້າຈະບໍ່ເຮັດໃຫ້ພາລະກິດຂອງພຣະອົງຊັກຊ້າຈັກເທື່ອ. ບາງເທື່ອ ພວກເຮົາຈະພຽງແຕ່ແຍກທາງກັນ ຫຼັງຈາກທີ່ການຝາກຝັງຂອງພຣະອົງຖືກເຮັດໃຫ້ສຳເລັດແລ້ວ. ສະນັ້ນ ບາງເທື່ອ ມັນກໍຍ້ອນຜົນຕາມມາຂອງພຣະວິນຍານຂອງພຣະເຈົ້າທີ່ເຮົາຮູ້ສຶກແຕກຕ່າງຢູ່ສະເໝີ. ມັນຄືກັບວ່າມີພາລະກິດທີ່ພຣະເຈົ້າຕ້ອງການປະຕິບັດ, ແຕ່ເຮົາຍັງບໍ່ສາມາດເຂົ້າໃຈວ່າມັນແມ່ນຫຍັງ. ແຕ່ເຮົາກໍເຊື່ອວ່າ ບໍ່ມີຜູ້ໃດເທິງແຜ່ນດິນໂລກທີ່ດີກວ່າເພື່ອນສະນິດຂອງເຮົາ ແລະ ເຮົາເຊື່ອວ່າພວກເຂົາຈະອະທິຖານເພື່ອເຮົາຕໍ່ໜ້າພຣະເຈົ້າ, ເຊິ່ງເຮົາຕື້ນຕັນໃຈຫຼາຍເຫຼືອເກີນ. ເຮົາປາຖະໜາທີ່ຈະໃຫ້ອ້າຍເອື້ອຍນ້ອງເວົ້າພ້ອມກັບເຮົາວ່າ: “ໂອ ພຣະເຈົ້າ! ຂໍໃຫ້ຄວາມປະສົງຂອງພຣະອົງຊັດແຈ້ງຢ່າງສົມບູນໃນພວກຂ້ານ້ອຍ ເຊິ່ງກໍຄືຜູ້ຄົນທີ່ຢູ່ໃນຍຸກສຸດທ້າຍ, ເພື່ອວ່າພວກຂ້ານ້ອຍຈະໄດ້ຮັບພອນດ້ວຍຊີວິດແຫ່ງວິນຍານ ແລະ ເຫັນເຖິງການກະທຳຂອງພຣະວິນຍານຂອງພຣະເຈົ້າ ແລະ ຫຼຽວເບິ່ງໃບໜ້າທີ່ແທ້ຈິງຂອງພຣະອົງ!” ຫຼັງຈາກທີ່ພວກເຮົາໄດ້ບັນລຸເຖິງບາດກ້າວນີ້ ພວກເຮົາກໍຈະດຳລົງຊີວິດຢູ່ພາຍໃຕ້ການນໍາພາຂອງພຣະວິນຍານຢ່າງແທ້ຈິງ ແລະ ມີແຕ່ເມື່ອນັ້ນ ພວກເຮົາຈຶ່ງຈະສາມາດຫຼຽວເບິ່ງໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ນັ້ນໝາຍຄວາມວ່າ ຜູ້ຄົນຈະສາມາດເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງຄວາມຈິງທັງໝົດ, ບໍ່ເຂົ້າໃຈ ຫຼື ຢັ່ງຮູ້ຕາມແນວຄິດຂອງມະນຸດ, ແຕ່ຕາມແສງສະຫວ່າງແຫ່ງຄວາມປະສົງຂອງພຣະວິນຍານຂອງພຣະເຈົ້າ. ນີ້ຄືພາລະກິດທັງໝົດຂອງພຣະເຈົ້າເອງ, ບໍ່ໄດ້ມີຄວາມຄິດຂອງມະນຸດໃນພາລະກິດນີ້; ມັນຄືແຜນການພາລະກິດຂອງພຣະອົງສຳລັບການກະທຳທີ່ພຣະອົງປາຖະໜາຈະເຮັດໃຫ້ຊັດແຈ້ງເທິງແຜ່ນດິນໂລກ ແລະ ມັນຄືສ່ວນສຸດທ້າຍຂອງພາລະກິດຂອງພຣະອົງເທິງແຜ່ນດິນໂລກ. ເຈົ້າປາຖະໜາທີ່ຈະຮ່ວມໃນພາລະກິດນີ້ບໍ? ເຈົ້າປາຖະໜາທີ່ຈະເປັນສ່ວນໜຶ່ງຂອງພາລະກິດນີ້ບໍ? ເຈົ້າຕ້ອງການທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະວິນຍານບໍລິສຸດ ແລະ ເຂົ້າຮ່ວມໃນຊີວິດຝ່າຍວິນຍານບໍ?

ກະແຈສໍາຄັນໃນມື້ນີ້ຄືການລົງເລິກຈາກພື້ນຖານດັ້ງເດີມຂອງພວກເຮົາ. ພວກເຮົາຕ້ອງລົງເລິກສູ່ຄວາມຈິງ, ນິມິດ ແລະ ຊີວິດ, ແຕ່ກ່ອນອື່ນ ເຮົາຕ້ອງເຕືອນອ້າຍເອື້ອຍນ້ອງວ່າ ເພື່ອເຂົ້າສູ່ບາດກ້າວນີ້ໃນພາລະກິດ, ເຈົ້າຕ້ອງປະຖິ້ມແນວຄິດຜ່ານມາຂອງເຈົ້າ. ນັ້ນກໍຄື ເຈົ້າຕ້ອງປ່ຽນແປງວິທີທີ່ເຈົ້າດຳລົງຊີວິດ, ວາງແຜນໃໝ່, ເລີ່ມປະພຶດໃນທາງທີ່ດີຂຶ້ນ. ຖ້າເຈົ້າຍັງຍຶດຕິດກັບສິ່ງທີ່ລໍ້າຄ່າກັບເຈົ້າໃນອະດີດ, ພຣະວິນຍານບໍລິສຸດກໍຈະບໍ່ສາມາດປະຕິບັດພາລະກິດໃນຕົວເຈົ້າ ແລະ ພຣະອົງເກືອບຈະບໍ່ສາມາດປະຄອງຊີວິດຂອງເຈົ້າ. ຄົນທີ່ບໍ່ສະແຫວງຫາ ຫຼື ເຂົ້າສູ່ ຫຼື ວາງແຜນກໍຈະຖືກປະຖິ້ມທັງໝົດໂດຍພຣະວິນຍານບໍລິສຸດ ແລະ ດ້ວຍເຫດນັ້ນຈຶ່ງເວົ້າໄດ້ວ່າ ພວກເຂົາໄດ້ຖືກປະຖິ້ມໂດຍຍຸກນັ້ນໆ. ເຮົາຫວັງວ່າອ້າຍເອື້ອຍນ້ອງທຸກຄົນຈະສາມາດເຂົ້າໃຈຫົວໃຈຂອງເຮົາ ແລະ ເຮົາຫວັງວ່າ “ສະມາຊິກໃໝ່” ຈະຢືນຂຶ້ນເພື່ອຮ່ວມມືກັບພຣະເຈົ້າຫຼາຍຂຶ້ນ ແລະ ສຳເລັດພາລະກິດນີ້ຮ່ວມກັນ. ເຮົາເຊື່ອວ່າພຣະເຈົ້າຈະອວຍພອນພວກເຮົາ. ເຊັ່ນກັນ ເຮົາເຊື່ອວ່າພຣະເຈົ້າຈະມອບເພື່ອນສະນິດໃຫ້ເຮົາຫຼາຍຍິ່ງຂຶ້ນ, ເພື່ອວ່າເຮົາຈະຍ່າງຢູ່ທຸກມຸມເທິງແຜ່ນດິນໂລກ ແລະ ອາດມີຄວາມຮັກຫຼາຍຂຶ້ນລະຫວ່າງພວກເຮົາ. ຍິ່ງໄປກວ່ານັ້ນ ເຮົາເຊື່ອວ່າພຣະເຈົ້າຈະຂະຫຍາຍອານາຈັກຂອງພຣະອົງ ຍ້ອນຄວາມພະຍາຍາມຂອງພວກເຮົາ; ເຮົາຫວັງວ່າຄວາມພະຍາຍາມຂອງພວກເຮົາຈະໄປເຖິງລະດັບທີ່ບໍ່ເຄີຍມີມາກ່ອນ, ເຮັດໃຫ້ພຣະເຈົ້າໄດ້ຮັບເອົາຄົນໜຸ່ມຫຼາຍຂຶ້ນ. ເຮົາຕ້ອງການໃຫ້ພວກເຮົາໃຊ້ເວລາອະທິຖານເພື່ອສິ່ງນີ້, ເຮົາຕ້ອງການໃຫ້ພວກເຮົາອະທິຖານໂດຍບໍ່ຢຸດເຊົາ, ເພື່ອວ່າພວກເຮົາຈະໃຊ້ຊີວິດທັງໝົດຂອງພວກເຮົາຕໍ່ໜ້າພຣະເຈົ້າ ແລະ ໃກ້ຊິດກັບພຣະເຈົ້າຫຼາຍເທົ່າທີ່ຈະສາມາດເຮັດໄດ້. ຂໍໃຫ້ບໍ່ມີຫຍັງລະຫວ່າງພວກເຮົາອີກ ແລະ ຂໍໃຫ້ພວກເຮົາທຸກຄົນກ່າວຄຳສາບານຕໍ່ໜ້າພຣະເຈົ້າວ່າ: ຈະເຮັດວຽກໜັກຮ່ວມກັນ! ຈະຊື່ສັດຈົນເຖິງທີ່ສຸດ! ຈະບໍ່ຈາກກັນໄປ ແລະ ຢູ່ຮ່ວມກັນສະເໝີໄປ! ເຮົາຫວັງວ່າອ້າຍເອື້ອຍນ້ອງທຸກຄົນຈະເຮັດຄຳສັນຍານີ້ຕໍ່ໜ້າພຣະເຈົ້າ, ເພື່ອວ່າຫົວໃຈຂອງພວກເຮົາຈະບໍ່ປ່ຽນແປງຈັກເທື່ອ ແລະ ຄວາມຕັ້ງໃຈຂອງພວກເຮົາຈະບໍ່ສັ່ນຄອນຈັກເທື່ອ! ເພື່ອເຫັນແກ່ຄວາມປະສົງຂອງພຣະເຈົ້າ, ເຮົາຈະເວົ້າອີກຄັ້ງວ່າ: ໃຫ້ພວກເຮົາເຮັດວຽກໜັກ! ໃຫ້ພວກເຮົາພະຍາຍາມດ້ວຍສຸດກຳລັງຂອງພວກເຮົາ! ພຣະເຈົ້າຈະອວຍພອນພວກເຮົາຢ່າງແນ່ນອນ!

ກ່ອນນີ້: ເສັ້ນທາງ... (4)

ຕໍ່ໄປ: ເສັ້ນທາງ... (6)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້