ບົດທີ 9

ໃນເມື່ອເຈົ້າຢູ່ໃນທ່າມກາງຜູ້ຄົນຂອງຄົວເຮືອນຂອງເຮົາ ແລະ ໃນເມື່ອເຈົ້າຈົງຮັກພັກດີໃນອານາຈັກຂອງເຮົາ ເຈົ້າກໍຕ້ອງຍຶດໝັ້ນກັບມາດຕະຖານຂອງຄວາມຕ້ອງການຂອງເຮົາ ໃນທຸກສິ່ງທີ່ເຈົ້າເຮັດ. ເຮົາບໍ່ໄດ້ຂໍໃຫ້ເຈົ້າເປັນຫຍັງຫຼາຍໄປກວ່າເມກທີ່ລ່ອງລອຍ ແຕ່ຂໍໃຫ້ເຈົ້າເປັນແສງຫິມະອ່ອນໆ ແລະ ມີແກ່ນແທ້ຂອງມັນ ແລະ ຍິ່ງໄປກວ່ານັ້ນກໍແມ່ນຄຸນຄ່າຂອງມັນ. ຍ້ອນເຮົາມາຈາກດິນແດນທີ່ບໍລິສຸດ, ເຮົາຈຶ່ງບໍ່ຄືກັນກັບດອກບົວ ເຊິ່ງມີແຕ່ຊື່ເທົ່ານັ້ນ ແລະ ບໍ່ມີແກ່ນແທ້ ເນື່ອງຈາກມັນມາຈາກບຶງ ແລະ ບໍ່ແມ່ນດິນແດນທີ່ບໍລິສຸດ. ເວລາທີ່ສະຫວັນໃໝ່ສະເດັດລົງມາແຜ່ນດິນໂລກ ແລະ ແຜນດິນໂລກໃໝ່ຂະຫຍາຍອອກໄປທົ່ວທ້ອງຟ້າ ແນ່ນອນ ຍັງແມ່ນເວລາທີ່ເຮົາເຮັດພາລະກິດຢ່າງເປັນທາງການໃນທ່າມກາງມະນຸດ. ແມ່ນໃຜໃນທ່າມກາງມະນຸດທີ່ຮູ້ຈັກເຮົາແດ່? ແມ່ນໃຜໄດ້ເຫັນຊ່ວງເວລາທີ່ເຮົາໄດ້ມາເຖິງບໍ່? ແມ່ນໃຜທີ່ເຫັນວ່າເຮົາບໍ່ພຽງແຕ່ມີຊື່ ແຕ່ຍິ່ງໄປກວ່ານັ້ນ ແມ່ນຍັງມີແກ່ນແທ້ນໍາ? ເຮົາກວາດເມກສີຂາວຖິ້ມດ້ວຍມືຂອງເຮົາ ແລະ ສັງເກດເບິ່ງທ້ອງຟ້າຢ່າງໃກ້ຊິດ; ບໍ່ມີຫຍັງໃນອາວະກາດທີ່ບໍ່ໄດ້ຖືກຈັດກຽມດ້ວຍມືຂອງເຮົາ ແລະ ຢູ່ທາງລຸ່ມຂອງມັນກໍບໍ່ມີຜູ້ໃດທີ່ບໍ່ປະກອບຄວາມພະຍາຍາມເລັກນ້ອຍຂອງເຂົາຕໍ່ຄວາມສໍາເລັດຂອງກິດຈະການອັນຍິ່ງໃຫຍ່ຂອງເຮົາ. ເຮົາບໍ່ເຮັດການຮຽກຮ້ອງທີ່ຍາກລໍາບາກຈາກຜູ້ຄົນຢູ່ເທິງແຜ່ນດິນໂລກ ເນື່ອງຈາກວ່າ ເຮົາແມ່ນພຣະເຈົ້າແຫ່ງຄວາມຈິງຕະຫຼອດເວລາ ແລະ ຍ້ອນເຮົາແມ່ນອົງຊົງລິດທານຸພາບສູງສຸດ ທີ່ໄດ້ສ້າງມະນຸດ ແລະ ຮູ້ຈັກພວກເຂົາເປັນຢ່າງດີ. ທຸກຄົນແມ່ນຢູ່ພາຍໃຕ້ສາຍຕາຂອງອົງຊົງລິດທານຸພາບສູງສຸດ. ຜູ້ທີ່ຢູ່ໃນແຈມຸມໄກສຸດຂອງແຜ່ນດິນໂລກຈະສາມາດຫຼີກເວັ້ນການກວດສອບຢ່າງລະອຽດຂອງພຣະວິນຍານຂອງເຮົາໄດ້ແນວໃດ? ເຖິງວ່າຜູ້ຄົນຈະ “ຮູ້ຈັກ” ພຣະວິນຍານຂອງເຮົາ ແຕ່ພວກເຂົາກໍຍັງລ່ວງເກີນພຣະວິນຍານຂອງເຮົາ. ພຣະທໍາຂອງເຮົາເປີດເຜີຍໃບໜ້າອັນຂີ້ຮ້າຍຂອງທຸກຄົນ ພ້ອມກັບຄວາມຄິດໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຖືກເຮັດໃຫ້ແຈ້ງຂຶ້ນດ້ວຍແສງສະຫວ່າງຂອງເຮົາ ແລະ ລົ້ມລົງໃນທ່າມກາງຄວາມກວດສອບຂອງເຮົາ. ຢ່າງໃດກໍຕາມ, ເຖິງຈະລົ້ມລົງ ແຕ່ໃຈຂອງພວກເຂົາກໍບໍ່ກ້າທີ່ຈະຫຼົງທາງຈາກເຮົາ. ໃນທ່າມກາງວັດຖຸຂອງການຊົງສ້າງ, ມີໃຜແດ່ທີ່ບໍ່ຮັກເຮົາ ຍ້ອນການກະທໍາຂອງເຮົາ? ແມ່ນໃຜທີ່ບໍ່ປາດຖະໜາເຖິງເຮົາຍ້ອນພຣະທໍາຂອງເຮົາ? ໃນຜູ້ໃດທີ່ບໍ່ເກີດມີຄວາມຮູ້ສຶກຍຶດຕິດ ຍ້ອນຄວາມຮັກຂອງເຮົາ? ເນື່ອງຈາກຄວາມເສື່ອມຊາມຂອງຊາຕານເທົ່ານັ້ນ ມະນຸດຈຶ່ງບໍ່ສາມາດໄປຮອດສະພາບທີ່ເຮົາຕ້ອງການ. ແມ່ນແຕ່ມາດຕະຖານທີ່ຕໍ່າສຸດທີ່ເຮົາຮຽກຮ້ອງກໍຍັງເຮັດໃຫ້ຜູ້ຄົນມີຄວາມສົງໄສ, ແລ້ວນັບພາສາຫຍັງໃນປັດຈຸບັນ ເຊິ່ງເປັນຍຸກທີ່ຊາຕານສ້າງຄວາມວຸ້ນວາຍ ແລະ ກົດຂີ່ຂົ່ມເຫັງຢ່າງບ້າປ່ວງ ຫຼື ເປັນຊ່ວງເວລາທີ່ມະນຸດຖືກຊາຕານຢຽບຢ່ຳ ຈົນຮ່າງກາຍທັງໝົດຂອງພວກເຂົາເລະໃນຂີ້ຕົມ. ມີເວລາໃດທີ່ຄວາມລົ້ມເຫຼວຂອງມະນຸດ ໃນການເບິ່ງແຍງຫົວໃຈຂອງເຮົາ ອັນເນື່ອງມາຈາກຄວາມຊົ່ວຊ້າຂອງພວກເຂົາ ບໍ່ໄດ້ເຮັດໃຫ້ເຮົາໂສກເສົ້າແດ່? ເປັນໄປໄດ້ບໍ ທີ່ເຮົາມີຄວາມສົງສານຊາຕານ? ເປັນໄປໄດ້ບໍ ທີ່ເຮົາເຂົ້າໃຈຜິດໃນຄວາມຮັກຂອງເຮົາ? ເມື່ອຜູ້ຄົນບໍ່ເຊື່ອຟັງເຮົາ ໃຈຂອງເຮົາກໍຮ້ອງໄຫ້ຢ່າງລັບໆ; ເມື່ອພວກເຂົາຕໍ່ຕ້ານເຮົາ ເຮົາກໍຂ້ຽນຕີພວກເຂົາ; ເມື່ອພວກເຂົາຖືກເຮົາຊ່ວຍໃຫ້ລອດ ແລະ ຖືກເຮັດໃຫ້ຟື້ນຄືນຊີບຈາກຄວາມຕາຍ ເຮົາກໍລໍ່ລ້ຽງພວກເຂົາດ້ວຍການເບິ່ງແຍງຢ່າງດີທີ່ສຸດ; ເມື່ອພວກເຂົາອ່ອນນ້ອມກັບເຮົາ ໃຈຂອງເຮົາກໍພັກຜ່ອນໄດ້ຢ່າງສະບາຍ ແລະ ເຮົາກໍຮູ້ສຶກເຖິງການປ່ຽນແປງໃນສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທັນທີ. ເມື່ອມະນຸດສັນລະເສີນເຮົາ ແລ້ວເຮົາຈະບໍ່ມີຄວາມສຸກກັບສິ່ງນັ້ນໄດ້ແນວໃດ? ເມື່ອພວກເຂົາເປັນພະຍານໃຫ້ກັບເຮົາ ແລະ ຖືກເຮົາຮັບເອົາ, ເຮົາຈະບໍ່ໄດ້ຮັບສະຫງ່າລາສີໄດ້ແນວໃດ? ເປັນໄປໄດ້ບໍວ່າ ການທີ່ມະນຸດຈະກະທໍາ ແລະ ປະພຶດແມ່ນບໍ່ໄດ້ຖືກຄວບຄຸມ ແລະ ສະໜອງໂດຍເຮົາ? ເມື່ອເຮົາບໍ່ສະໜອງທິດຊີ້ນໍາໃຫ້, ຜູ້ຄົນກໍຈະຢູ່ລ້າໆ ແລະ ບໍ່ເຮັດຫຍັງ; ຍິ່ງໄປກວ່ານັ້ນ, ລັບຫຼັງເຮົາ ພວກເຂົາກໍຈະພາກັນເຮັດກິດຈະການສົກກະປົກທີ່ “ເປັນຕາສັນລະເສີນ”. ເຈົ້າຄິດວ່າ ເນື້ອໜັງທີ່ເຮົາໃຊ້ຫໍ່ຫຸ້ມຕົວເອງແມ່ນບໍ່ຮູ້ຫຍັງກ່ຽວກັບການກະທໍາ, ພຶດຕິກໍາ ແລະ ຄໍາເວົ້າຂອງເຈົ້າບໍ? ເຮົາໄດ້ທົນຕໍ່ລົມ ແລະ ຝົນເປັນເວລາຫຼາຍປີ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໄດ້ປະສົບກັບຄວາມຂົມຂື່ນຂອງໂລກມະນຸດ; ຢ່າງໃດກໍຕາມ, ເມື່ອສະທ້ອນເບິ່ງຢ່າງໃກ້ຊິດແລ້ວ, ບໍ່ມີການທົນທຸກໃນຈໍານວນໃດ ທີ່ສາມາດເຮັດໃຫ້ມະນຸດທີ່ຢູ່ໃນເນື້ອໜັງສູນເສຍຄວາມຫວັງໃນຕົວເຮົາເລີຍ, ແລ້ວແຮງໄກທີ່ຄວາມຫວານຈະສາມາດເຮັດໃຫ້ມະນຸດທີ່ຢູ່ໃນເນື້ອໜັງເຢັນຊາ, ທໍ້ແທ້ ຫຼື ປະຕິເສດເຮົາ. ຄວາມຮັກຂອງພວກເຂົາ ທີ່ມີຕໍ່ເຮົາແມ່ນຖືກຈໍາກັດຢູ່ທີ່ການຂາດຄວາມທຸກ ຫຼື ການຂາດຄວາມຫວານແທ້ບໍ?

ໃນປັດຈຸບັນ ເຮົາອາໄສຢູ່ໃນເນື້ອໜັງ ແລະ ໄດ້ເລີ່ມປະຕິບັດພາລະກິດທີ່ເຮົາຕ້ອງເຮັດຢ່າງເປັນທາງການ. ເຖິງມະນຸດຈະຢ້ານສຽງຂອງພຣະວິນຍານຂອງເຮົາ ແຕ່ພວກເຂົາກໍຍັງຕໍ່ຕ້ານແກ່ນແທ້ຂອງພຣະວິນຍານຂອງເຮົາ. ເຮົາບໍ່ຈໍາເປັນຕ້ອງອະທິບາຍຢ່າງລະອຽດວ່າ ມັນຍາກສໍ່າໃດ ສໍາລັບມະນຸດທີ່ຈະຮູ້ຈັກເຮົາທີ່ຢູ່ໃນເນື້ອໜັງໃນພຣະທໍາຂອງເຮົາ. ດັ່ງທີ່ເຮົາໄດ້ເວົ້າມາກ່ອນແລ້ວ, ເຮົາບໍ່ໄດ້ຮຽກຮ້ອງຫຼາຍໃນຄວາມຕ້ອງການຂອງເຮົາ ແລະ ມັນບໍ່ຈໍາເປັນທີ່ພວກເຈົ້າຈະຕ້ອງໄດ້ຮັບຄວາມຮູ້ຢ່າງຄົບຖ້ວນກ່ຽວກັບເຮົາ (ເນື່ອງຈາກມະນຸດຂາດແຄນ; ນີ້ແມ່ນສະພາບການໂດຍທໍາມະຊາດ ແລະ ບໍ່ມີສະພາບການໃດທີ່ໄດ້ມາ ຈະສາມາດທົດແທນສິ່ງນີ້ໄດ້). ພວກເຈົ້າບໍ່ຈໍາເປັນຕ້ອງຮູ້ຈັກທຸກສິ່ງທີ່ເຮົາເຮັດ ແລະ ເວົ້າໃນຮູບຮ່າງທີ່ເປັນເນື້ອໜັງ. ໃນເມື່ອຄວາມຕ້ອງການຂອງເຮົາບໍ່ໄດ້ຮຽກຮ້ອງຫຼາຍ, ມັນຈຶ່ງເປັນຄວາມຫວັງຂອງເຮົາ ທີ່ພວກເຈົ້າທຸກຄົນຈະສາມາດມາຮູ້ຈັກການກະທໍາ ແລະ ພຣະທໍາເຫຼົ່ານີ້ ແລະ ໄດ້ຮັບການບັນລຸຜົນ. ພວກເຈົ້າຕ້ອງກໍາຈັດຄວາມບໍ່ບໍລິສຸດຂອງພວກເຈົ້າອອກຈາກຕົວຂອງພວກເຈົ້າໃນໂລກທີ່ສົກກະປົກນີ້, ພວກເຈົ້າຕ້ອງພະຍາຍາມກ້າວໜ້າໃນ “ຄອບຄົວຂອງຈັກກະພັດ” ທີ່ຫຼ້າຫຼັງນີ້ ແລະ ພວກເຈົ້າຫ້າມເຮັດໃຫ້ຕົວເອງຂີ້ຄ້ານ. ເຈົ້າບໍ່ຄວນຜ່ອນຜັນກັບຕົວເອງແມ່ນແຕ່ໜ້ອຍດຽວ. ເຈົ້າຈໍາເປັນຕ້ອງອຸທິດເວລາ ແລະ ຄວາມພະຍາຍາມຢ່າງມະຫາສານ ເພື່ອຮູ້ຈັກສິ່ງທີ່ເຮົາກ່າວໃນມື້ໜຶ່ງ ແລະ ມັນຈະຕ້ອງໄດ້ໃຊ້ເວລາທັງຊີວິດເພື່ອເຮົາເອົາປະສົບການ ແລະ ຄວາມຮູ້ຈາກພຽງປະໂຫຍກດຽວທີ່ເຮົາກ່າວ. ພຣະທໍາທີ່ເຮົາກ່າວແມ່ນບໍ່ໄດ້ເລື່ອນລອຍ ແລະ ບໍ່ແມ່ນທິດສະດີ; ພຣະທໍາເຫຼົ່ານັ້ນບໍ່ແມ່ນການເວົ້າທີ່ວ່າງເປົ່າ. ຫຼາຍຄົນຫວັງທີ່ຈະໄດ້ຮັບພຣະທໍາຂອງເຮົາ ແຕ່ເຮົາບໍ່ສົນໃຈພວກເຂົາ; ຫຼາຍຄົນກະຫາຍທີ່ຈະໄດ້ຄວາມອຸດົມສົມບູນຂອງເຮົາແຕ່ເຮົາບໍ່ມອບໃຫ້ພວກເຂົາແມ່ນແຕ່ໜ້ອຍດຽວ; ຫຼາຍຄົນປາດຖະໜາທີ່ຈະເຫັນໜ້າເຮົາ ແຕ່ເຮົາກໍເຊື່ອງໜ້າເຮົາໄວ້; ຫຼາຍຄົນຕັ້ງໃຈຟັງສຽງຂອງເຮົາ ແຕ່ເຮົາກໍປິດຕາຂອງເຮົາ ແລະ ຫງ່ຽງຫົວຂອງເຮົາໄປທາງຂ້າງ ໂດຍບໍ່ມີຄວາມຮູ້ສຶກຫຍັງໝົດກັບ “ຄວາມປາດຖະໜາ” ຂອງພວກເຂົາ; ຫຼາຍຄົນຢ້ານສຽງຂອງເຮົາ ແຕ່ພຣະທໍາຂອງເຮົາກໍໂຈມຕີຕະຫຼອດເວລາ; ຫຼາຍຄົນຢ້ານທີ່ຈະເຫັນໜ້າຕາຂອງເຮົາ ແຕ່ເຮົາກໍຈົງໃຈປາກົດຕົວ ເພື່ອຟາດຕີພວກເຂົາລົງ. ມະນຸດບໍ່ເຄີຍເຫັນໜ້າຂອງເຮົາຢ່າງແທ້ຈິງ ແລະ ພວກເຂົາບໍ່ເຄີຍໄດ້ຍິນສຽງຂອງເຮົາຢ່າງແທ້ຈິງ; ນີ້ກໍຍ້ອນວ່າ ພວກເຂົາບໍ່ຮູ້ຈັກເຮົາຢ່າງແທ້ຈິງ. ເຖິງວ່າພວກເຂົາຈະຖືກເຮົາຟາດຕີລົງ, ເຖິງວ່າພວກເຂົາອາດຈະໜີຈາກເຮົາໄປ ແລະ ເຖິງວ່າພວກເຂົາອາດຈະຖືກຂ້ຽນຕີດ້ວຍມືຂອງເຮົາ ແຕ່ພວກເຂົາກໍຍັງບໍ່ຮູ້ວ່າ ທຸກສິ່ງທີ່ພວກເຂົາເຮັດແມ່ນເພື່ອສະແຫວງຫາໃຈຂອງເຮົາເອງຢ່າງແທ້ຈິງ ແລະ ຍັງບໍ່ຮູ້ວ່າ ເຮົາເປີດເຜີຍໃຈຂອງເຮົາເພື່ອໃຜກັນແທ້. ນັບແຕ່ການສ້າງໂລກ ບໍ່ມີໃຜເຄີຍຮູ້ຈັກເຮົາຢ່າງແທ້ຈິງ ຫຼື ເຫັນເຮົາຢ່າງແທ້ຈິງ ແລະ ເຖິງວ່າເຮົາຈະໄດ້ກາຍເປັນເນື້ອໜັງໃນປັດຈຸບັນ ແຕ່ພວກເຈົ້າກໍຍັງບໍ່ຮູ້ຈັກເຮົາ. ນີ້ບໍ່ແມ່ນຄວາມຈິງບໍ? ເຈົ້າເຄີຍເຫັນການກະທໍາ ແລະ ອຸປະນິໄສຂອງເຮົາໃນເນື້ອໜັງແມ່ນແຕ່ໜ້ອຍດຽວຢູ່ບໍ?

ໃນສະຫວັນແມ່ນບ່ອນທີ່ເຮົານອນລົງ ແລະ ກ້ອງສະຫວັນແມ່ນບ່ອນທີ່ເຮົາຊອກພັກຜ່ອນ. ເຮົາມີບ່ອນທີ່ຈະອາໄສຢູ່ ແລະ ເຮົາມີເວລາເພື່ອສະແດງພະລັງອໍານາດຂອງເຮົາ. ຖ້າເຮົາບໍ່ໄດ້ຢູ່ແຜ່ນດິນໂລກ, ຖ້າເຮົາບໍ່ໄດ້ປິດບັງຕົວເຮົາເອງໄວ້ພາຍໃນເນື້ອໜັງ ແລະ ຖ້າເຮົາບໍ່ອ່ອນນ້ອມ ແລະ ລີ້ລັບ, ສະຫວັນ ແລະ ແຜ່ນດິນໂລກຈະບໍ່ຖືກປ່ຽນແປງແຕ່ດົນນານພຸ້ນບໍ? ພວກເຈົ້າທີ່ເປັນປະຊາຊົນຂອງເຮົາ ຈະບໍ່ຖືກເຮົາໃຊ້ແລ້ວບໍ? ຢ່າງໃດກໍຕາມ, ໃນການກະທໍາຂອງເຮົາແມ່ນມີສະຕິປັນຍາ ແລະ ເຖິງວ່າເຮົາຈະຮັບຮູ້ເຖິງຄວາມຫຼອກລວງຂອງມະນຸດ ແຕ່ເຮົາກໍບໍ່ເຮັດຕາມຕົວຢ່າງຂອງພວກເຂົາ ແຕ່ກົງກັນຂ້າມ ເຮົາໄດ້ມອບບາງຢ່າງເພື່ອເປັນການແລກປ່ຽນໃຫ້ແກ່ພວກເຂົາ. ສະຕິປັນຍາຂອງເຮົາໃນໂລກແຫ່ງວິນຍານແມ່ນບໍ່ມີວັນສິ້ນສຸດ ແລະ ສະຕິປັນຍາຂອງເຮົາໃນເນື້ອໜັງແມ່ນມີຢູ່ຕະຫຼອດໄປ. ນີ້ບໍ່ແມ່ນຊ່ວງເວລາທີ່ການກະທໍາຂອງເຮົາຖືກອະທິບາຍຢ່າງລະອຽດບໍ? ເຮົາໄດ້ຍົກໂທດ ແລະ ໃຫ້ອະໄພມະນຸດຫຼາຍຄັ້ງຈົນຮອດປັດຈຸບັນນີ້ ນັ້ນກໍຄື ຍຸກແຫ່ງອານາຈັກ. ເຮົາຈະສາມາດເລື່ອນເວລາຂອງເຮົາໄດ້ດົນກວ່ານີ້ແທ້ບໍ? ເຖິງວ່າເຮົາຈະຂ້ອນຂ້າງມີຄວາມເມດຕາຫຼາຍຂຶ້ນຕໍ່ ມະນຸດທີ່ບອບບາງ ແຕ່ເມື່ອພາລະກິດຂອງເຮົາໄດ້ສໍາເລັດລົງ ເຮົາຍັງຈະສາມາດເຮັດໃຫ້ຕົວເຮົາເອງຫຍຸ້ງຍາກດ້ວຍການເຮັດພາລະກິດເກົ່ານີ້ບໍ? ເຮົາຈະເຈດຕະນາຍອມໃຫ້ຊາຕານກ່າວຫາເຮົາບໍ? ເຮົາບໍ່ຕ້ອງການໃຫ້ມະນຸດເຮັດສິ່ງໃດໜຶ່ງ ແຕ່ໃຫ້ຍອມຮັບຄວາມເປັນຈິງຂອງພຣະທໍາຂອງເຮົາ ແລະ ຄວາມໝາຍທີ່ແທ້ຈິງຂອງພຣະທໍາເຫຼົ່ານັ້ນ. ເຖິງວ່າພຣະທໍາຂອງເຮົາຈະທໍາມະດາ ແຕ່ໃນແກ່ນແທ້ ພຣະທໍາເຫຼົ່ານັ້ນກໍຊັບຊ້ອນ ເນື່ອງຈາກພວກເຈົ້ານ້ອຍເກີນໄປ ແລະ ໄດ້ກາຍເປັນຄົນຕາຍດ້ານໄປແລ້ວ. ເມື່ອເຮົາເປີດເຜີຍຄວາມເລິກລັບຂອງເຮົາໂດຍກົງ ແລະ ເຮັດໃຫ້ຄວາມປະສົງຂອງເຮົາຊັດເຈນຂຶ້ນໃນເນື້ອໜັງ ພວກເຈົ້າກໍບໍ່ໄດ້ສັງເກດເຫັນສິ່ງນັ້ນ; ພວກເຈົ້າຟັງສຽງ ແຕ່ບໍ່ເຂົ້າໃຈຄວາມໝາຍຂອງພວກມັນ. ເຮົາເຕັມໄປດ້ວຍຄວາມໂສກເສົ້າ. ເຖິງວ່າເຮົາຈະຢູ່ໃນເນື້ອໜັງ ແຕ່ເຮົາບໍ່ສາມາດເຮັດພາລະກິດແຫ່ງພັນທະກິດຂອງເນື້ອໜັງໄດ້.

ແມ່ນໃຜໄດ້ມາຮູ້ຈັກການກະທໍາຂອງເຮົາໃນເນື້ອໜັງຈາກພຣະທໍາ ແລະ ການກະທໍາຂອງເຮົາບໍ່? ເມື່ອເຮົາເປີດເຜີຍຄວາມເລິກລັບຂອງເຮົາຢ່າງເປັນລາຍລັກອັກສອນ ຫຼື ກ່າວເຖິງສິ່ງເຫຼົ່ານັ້ນອອກດັງໆ, ທຸກຄົນກໍຈະຕົກຕະລຶງ; ພວກເຂົາປິດຕາຂອງພວກເຂົາຢ່າງງຽບໆ. ເປັນຫຍັງມະນຸດຈຶ່ງບໍ່ເຂົ້າໃຈໃນສິ່ງທີ່ເຮົາເວົ້າ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຢັ່ງເຖິງພຣະທໍາຂອງເຮົາ? ເປັນຫຍັງພວກເຂົາຈຶ່ງຕາບອດຕໍ່ການກະທໍາຂອງເຮົາ? ແມ່ນໃຜທີ່ສາມາດເຫັນເຮົາ ແລະ ບໍ່ເຄີຍລືມແດ່? ແມ່ນໃຜໃນທ່າມກາງພວກເຂົາທີ່ສາມາດໄດ້ຍິນສຽງຂອງເຮົາ ແລະ ບໍ່ຍອມໃຫ້ສຽງຂອງເຮົາຜ່ານພວກເຂົາໄປ? ແມ່ນໃຜທີ່ສາມາດຮູ້ສຶກເຖິງຄວາມປະສົງຂອງເຮົາ ແລະ ເຮັດໃຫ້ເຮົາພໍໃຈ? ເຮົາອາໄສຢູ່ ແລະ ເຄື່ອນໄຫວໃນທ່າມກາງຜູ້ຄົນ; ເຮົາໄດ້ມາປະສົບກັບຊີວິດຂອງພວກເຂົາ ແລະ ເຖິງວ່າເຮົາຈະຮູ້ສຶກວ່າ ທຸກສິ່ງດີແລ້ວຫຼັງຈາກທີ່ເຮົາໄດ້ສ້າງສິ່ງເຫຼົ່ານັ້ນເພື່ອມະນຸດ ແຕ່ເຮົາບໍ່ມີຄວາມສຸກຈາກຊີວິດໃນທ່າມກາງມະນຸດ ແລະ ບໍ່ດີໃຈກັບຄວາມສຸກໃດໆໃນທ່າມກາງພວກເຂົາ. ເຮົາບໍ່ໄດ້ກຽດຊັງ ແລະ ປະຕິເສດພວກເຂົາ ແຕ່ເຮົາກໍບໍ່ໄດ້ມີຄວາມຮູ້ສຶກອ່ອນໂຍນຕໍ່ພວກເຂົາເຊັ່ນກັນ. ເນື່ອງຈາກມະນຸດບໍ່ຮູ້ຈັກເຮົາ, ພວກເຂົາຈຶ່ງພົບກັບຄວາມຫຍຸ້ງຍາກໃນການເຫັນໜ້າເຮົາຢູ່ໃນຄວາມມືດ; ໃນທ່າມກາງສຽງຮ້ອງໂຮໂວຍວາຍ, ພວກເຂົາມີຄວາມຫຍຸ້ງຍາກໃນການໄດ້ຍິນສຽງຂອງເຮົາ ແລະ ບໍ່ສາມາດຢັ່ງຮູ້ເຖິງສິ່ງທີ່ເຮົາເວົ້າ. ສະນັ້ນ, ໂດຍຜິວເຜີນແລ້ວ ທຸກສິ່ງທີ່ພວກເຈົ້າເຮັດແມ່ນເປັນການອ່ອນນ້ອມຕໍ່ເຮົາ ແຕ່ໃນໃຈຂອງພວກເຈົ້າ ພວກເຈົ້າກໍຍັງບໍ່ເຊື່ອຟັງເຮົາ. ສາມາດເວົ້າໄດ້ວ່າ ທໍາມະຊາດດັ່ງເດີມຂອງມະນຸດທັງໝົດແມ່ນເປັນແບບນີ້. ມີໃຜແດ່ທີ່ໄດ້ຮັບການຍົກເວັ້ນ? ແມ່ນໃຜແດ່ທີ່ບໍ່ແມ່ນວັດຖຸແຫ່ງການຂ້ຽນຕີຂອງເຮົາ? ຢ່າງໃດກໍຕາມ, ແມ່ນໃຜທີ່ບໍ່ດໍາລົງຊີວິດພາຍໃຕ້ຄວາມອົດທົນຂອງເຮົາ? ຖ້າມວນມະນຸດຖືກທໍາລາຍທັງໝົດດ້ວຍຄວາມໂກດຮ້າຍຂອງເຮົາ, ແລ້ວແມ່ນຫຍັງຄືຄວາມສໍາຄັນຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງເຮົາ? ຄັ້ງໜຶ່ງເຮົາໄດ້ເຕືອນຫຼາຍຄົນ, ແນະນໍາຫຼາຍຄົນ ແລະ ພິພາກສາຫຼາຍຄົນຢ່າງເປີດເຜີຍ. ສິ່ງນີ້ບໍ່ດີກວ່າການທໍາລາຍມວນມະນຸດໂດຍກົງບໍ? ເປົ້າໝາຍຂອງເຮົາບໍ່ແມ່ນເພື່ອເຮັດໃຫ້ຜູ້ຄົນຕາຍ ແຕ່ເພື່ອເຮັດໃຫ້ພວກເຂົາຮູ້ຈັກທຸກການກະທໍາຂອງເຮົາໃນທ່າມກາງການພິພາກສາຂອງເຮົາ. ເມື່ອພວກເຈົ້າຂຶ້ນມາຈາກຂຸມເລິກ, ເຊິ່ງໝາຍຄວາມວ່າ ເມື່ອພວກເຈົ້າເຮັດໃຫ້ຕົວເອງລອດພົ້ນຈາກການພິພາກສາຂອງເຮົາ, ການພິຈາລະນາຕົນເອງ ແລະ ແຜນການສ່ວນຕົວຂອງພວກເຈົ້າກໍຈະຫາຍໄປໝົດ ແລະ ທຸກຄົນກໍຈະປາດຖະໜາທີ່ຈະເຮັດໃຫ້ເຮົາພໍໃຈ. ໃນນີ້, ເຮົາຈະບໍ່ບັນລຸເປົ້າໝາຍຂອງເຮົາບໍ?

ວັນທີ 1 ມີນາ 1992

ກ່ອນນີ້: ບົດທີ 8

ຕໍ່ໄປ: ບົດທີ 10

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້