ບົດທີ 14
ຕະຫຼອດຍຸກຕ່າງໆ, ບໍ່ມີມະນຸດຄົນໃດໄດ້ເຂົ້າເຖິງອານາຈັກ ແລະ ສະນັ້ນ ຈຶ່ງບໍ່ມີໃຜໄດ້ຮັບພຣະຄຸນຈາກຍຸກແຫ່ງອານາຈັກ ແລະ ບໍ່ມີໃຜໄດ້ເຫັນກະສັດຂອງອານາຈັກ. ເຖິງຈະຢູ່ພາຍໃຕ້ແສງສະຫວ່າງຂອງພຣະວິນຍານຂອງເຮົາ, ຫຼາຍຄົນໄດ້ທໍານາຍເຖິງຄວາມງົດງາມຂອງອານາຈັກ, ພວກເຂົາຮູພຽງແຕ່ພາຍນອກຂອງມັນ ແຕ່ບໍ່ຮູ້ສິ່ງທີ່ສຳຄັນທີ່ຢູ່ພາຍໃນ. ໃນປັດຈຸບັນ ໃນຂະນະທີ່ອານາຈັກໄດ້ເກີດຂຶ້ນຢູ່ເທິງແຜ່ນດິນໂລກຢ່າງເປັນທາງການ, ແຕ່ມະນຸດຊາດສ່ວນໃຫຍ່ກໍຍັງບໍ່ຮູ້ເຖິງສິ່ງທີ່ຕ້ອງເຮັດໃຫ້ສຳເລັດ ຫຼື ບໍ່ຮູ້ວ່າອານາຈັກແບບໃດທີ່ຜູ້ຄົນຈະຖືກນໍາເຂົ້າໄປໃນທີ່ສຸດ ໃນຊ່ວງຍຸກແຫ່ງອານາຈັກ. ກ່ຽວກັບເລື່ອງດັ່ງກ່າວນີ້, ເຮົາຢ້ານວ່າ ມະນຸດທຸກຄົນຈະຕົກຢູ່ໃນສະພາບທີ່ສັບສົນ. ຍ້ອນວ່າມື້ທີ່ຈະສ້າງອານາຈັກໃຫ້ສໍາເລັດຍັງບໍ່ມາເຖິງ, ມະນຸດທຸກຄົນເລີຍສັບສົນ ແລະ ບໍ່ສາມາດເຫັນມັນຢ່າງຊັດເຈນ. ພາລະກິດຂອງເຮົາໃນຄວາມເປັນພະເຈົ້າແມ່ນເລີ່ມຕົ້ນຢ່າງເປັນທາງການພ້ອມກັບຍຸກແຫ່ງອານາຈັກ ແລະ ດ້ວຍການເລີ່ມຕົ້ນຢ່າງເປັນທາງການຂອງຍຸກແຫ່ງອານາຈັກນີ້ ອຸປະນິໄສຂອງເຮົາຈຶ່ງເລີ່ມສະແດງໃຫ້ມະນຸດເຫັນຢ່າງຕໍ່ເນື່ອງ. ສະນັ້ນ, ໃນເວລານີ້ ສຽງແກສັກສິດຈະເລີ່ມດັງຂຶ້ນຢ່າງເປັນທາງການເພື່ອສົ່ງສຽງ ແລະ ປະກາດກັບທຸກຄົນ. ເມື່ອເຮົາເລີ່ມຮັບອຳນາດຂອງເຮົາ ແລະ ປົກຄອງເປັນກະສັດໃນອານາຈັກຢ່າງເປັນທາງການ, ເຮົາຈະເຮັດໃຫ້ປະຊາຊົນຂອງເຮົາທຸກຄົນສົມບູນຕາມການເວລາ. ເມື່ອທຸກຊາດທົ່ວໂລກໄດ້ຖືກທຳລາຍ, ເມື່ອນັ້ນ ອານາຈັກຂອງເຮົາຈະຖືກກໍ່ຕັ້ງຂຶ້ນ ແລະ ເປັນຮູບປະທໍາ ແລະ ເມື່ອນັ້ນ ເຮົາຈະປ່ຽນແປງ ແລະ ຫັນມາຜະເຊີນກັບຈັກກະວານທັງໝົດ. ໃນເວລານັ້ນ, ທຸກຄົນຈະໄດ້ເຫັນໜ້າຕາທີ່ເຕັມໄປດ້ວຍລັດສະໝີພາບຂອງເຮົາ ແລະ ເຫັນລັກສະນະໃບໜ້າທີ່ແທ້ຈິງຂອງເຮົາ. ຕັ້ງແຕ່ການສ້າງໂລກ, ຈາກການທີ່ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມ ຈົນເຖິງຂອບເຂດທີ່ວ່າພວກເຂົາໄດ້ເສື່ອມຊາມໃນປັດຈຸບັນ, ຈາກມຸມມອງຂອງພວກເຂົາ, ມັນເປັນຍ້ອນຄວາມເສື່ອມຊາມຂອງພວກເຂົາທີ່ ເຮົາໄດ້ລີ້ລັບຫຼາຍຂຶ້ນ ແລະ ຫຼາຍຂຶ້ນກວ່າເກົ່າ ແລະ ບໍ່ສາມາດຢັ່ງເຖິງຫຼາຍຂຶ້ນ. ມະນຸດບໍ່ເຄີຍເຫັນໃບໜ້າແທ້ຈິງຂອງເຮົາ ແລະ ບໍ່ເຄີຍພົວພັນກັບເຮົາໂດຍກົງ. ໃນຄໍາກ່າວຂານ ແລະ ຕໍານານເທົ່ານັ້ນ ທີ່ມີສິ່ງທີ່ເອີ້ນວ່າ “ເຮົາ” ທີ່ຢູ່ໃນຈິນຕະນາການຂອງມະນຸດ. ສະນັ້ນ, ເຮົາແມ່ນເຫັນດີກັບຈິນຕະນາການຂອງມະນຸດ ເຊິ່ງກໍຄືແນວຄິດຕ່າງໆຂອງມະນຸດ ເພື່ອຈັດການກັບສິ່ງທີ່ເອີ້ນວ່າ “ເຮົາ” ໃນຈິດໃຈຂອງມະນຸດ, ເພື່ອວ່າເຮົາອາດຈະປ່ຽນສະພາບຂອງສິ່ງທີ່ເອີ້ນວ່າ “ເຮົາ” ທີ່ພວກເຮົາເຊື່ອມາເປັນເວລາຫຼາຍປີ. ນີ້ແມ່ນຫຼັກການໃນພາລະກິດຂອງເຮົາ. ບໍ່ມີມະນຸດຄົນໃດສາມາດຮູ້ຈັກໄດ້ຢ່າງຊັດເຈນ. ເຖິງແມ່ນວ່າ ມະນຸດຈະຂາບລົງຕໍ່ໜ້າເຮົາ ແລະ ມາຢູ່ຕໍ່ໜ້າເຮົາ ເພື່ອນະມັດສະການເຮົາ, ເຮົາກໍບໍ່ປິຕິຍິນດີກັບການກະທຳດັ່ງກ່າວຂອງພວກເຂົາ ເພາະວ່າໃນຫົວໃຈຂອງພວກເຂົານັ້ນ ຜູ້ຄົນບໍ່ຖືຮູບຂອງເຮົາ ແຕ່ຖືຮູບທີ່ບໍ່ແມ່ນຂອງເຮົາ. ສະນັ້ນ, ພວກເຂົາຂາດຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງເຮົາ, ຜູ້ຄົນບໍ່ຮູ້ໜ້າຕາອັນແທ້ຈິງຂອງເຮົາເລີຍ. ສະນັ້ນ, ເມື່ອພວກເຂົາເຊື່ອວ່າ ພວກເຂົາໄດ້ຕໍ່ຕ້ານເຮົາ ຫຼື ລະເມີດກົດບັນຍັດແຫ່ງການບໍລິຫານ, ແຕ່ເຮົາກໍຍັງເຮັດຄືບໍ່ເຫັນ. ສະນັ້ນ, ໃນຄວາມຊົງຈຳຂອງພວກເຂົາ, ເຮົາແມ່ນພຣະເຈົ້າທີ່ສະແດງຄວາມເມດຕາໃຫ້ກັບຜູ້ຄົນຫຼາຍກວ່າທີ່ຈະຂ້ຽນຕີພວກເຂົາ ຫຼື ເຮົາເປັນພຣະເຈົ້າທີ່ບໍ່ຈິງຈັງໃນສິ່ງທີ່ເຮົາເວົ້າ. ສິ່ງເຫຼົ່ານີ້ຄືຈິນຕະນາການທີ່ເກີດຈາກຄວາມຄິດຂອງມະນຸດ ແລະ ບໍ່ໄດ້ສອດຄ່ອງກັບຄວາມຈິງ.
ທຸກໆມື້ເຮົາຢືນສັງເກດເບິ່ງຈັກກະວານ ແລະ ເຮົາປົກປິດໂຕເອງໄວ້ຢ່າງງຽບໆໃນສະຖານທີ່ຢູ່ອາໄສຂອງເຮົາ, ປະສົບກັບຊີວິດຂອງມະນຸດ ແລະ ຮຽນຮູ້ທຸກການກະທຳຂອງຄວາມເປັນມະນຸດຢ່າງໃກ້ຊິດ. ບໍ່ມີໃຜເຄີຍຖວາຍໂຕເອງໃຫ້ກັບເຮົາຢ່າງແທ້ຈິງ; ບໍ່ມີໃຜເຄີຍສະແຫວງຫາຄວາມຈິງ. ບໍ່ມີໃຜເຄີຍເອົາໃຈໃສ່ເຮົາ ຫຼື ຕັດສິນໃຈຢ່າງເດັດດ່ຽວຕໍ່ໜ້າເຮົາ ແລະ ຫຼັງຈາກນັ້ນກໍຮັກສາໜ້າທີ່ຂອງພວກເຂົາ. ບໍ່ມີໃຜເຄີຍອະນຸຍາດໃຫ້ເຮົາອາໄສຢູ່ພາຍໃນເຂົາເຈົ້າ ຫຼື ມອບຄຸນຄ່າໃຫ້ເຮົາຄືກັນກັບທີ່ເຂົາຈະມອບໃຫ້ແກ່ຊີວິດຂອງໂຕເອງ. ບໍ່ມີໃຜເຄີຍເຫັນຄວາມເປັນພຣະເຈົ້າທັງໝົດຂອງເຮົາໃນຄວາມເປັນຈິງທີ່ແທ້ຈິງ; ບໍ່ມີໃຜເຄີຍເຕັມໃຈທີ່ຈະຕິດຕໍ່ກັບພຣະເຈົ້າທີ່ແທ້ຈິງ. ເມື່ອນໍ້າໄດ້ກືນກິນມະນຸດທັງໝົດ, ເຮົາຈະຊ່ວຍພວກເຂົາຈາກນໍ້າທີ່ສົກກະປົກ ແລະ ໃຫ້ໂອກາດພວກເຂົາໃຫ້ມີຊີວິດໃໝ່. ເມື່ອຜູ້ຄົນສູນເສຍຄວາມໝັ້ນໃຈໃນການດຳລົງຊີວິດ, ເຮົາຈະດຶງພວກເຂົາອອກຈາກຂອບເຫວແຫ່ງຄວາມຕາຍ ໂດຍມອບຄວາມກ້າຫານໃຫ້ແກ່ພວກເຂົາໃນການທີ່ຈະມີຊີວິດຢູ່ຕໍ່ໄປ ເພື່ອພວກເຂົາຈະສາມາດໃຊ້ເຮົາເປັນພື້ນຖານຂອງການມີຕົວຕົນຂອງພວກເຂົາ. ເມື່ອຜູ້ຄົນບໍ່ເຊື່ອຟັງເຮົາ, ເຮົາກໍຈະເຮັດໃຫ້ພວກເຂົາຮູ້ຈັກເຮົາຈາກພາຍໃນບໍ່ເຊື່ອຟັງຂອງພວກເຂົາ. ເນື່ອງຈາກທຳມະຊາດເກົ່າຂອງມະນຸດ ແລະ ເນື່ອງຈາກຄວາມເມດຕາຂອງເຮົາ, ແທນທີ່ຈະເຮັດໃຫ້ມະນຸດຕາຍ, ເຮົາອະນຸຍາດໃຫ້ພວກເຂົາກັບໃຈ ແລະ ເລີ່ມຕົ້ນຊີວິດໃໝ່ທີ່ສົດໃສ. ເມື່ອພວກເຂົາຕ້ອງປະສົບກັບຄວາມອຶດຢາກ, ເຮົາໄດ້ຊ່ວຍພວກເຂົາຈາກຄວາມຕາຍ ເຖິງວ່າພວກເຂົາຈະຍັງມີລົມຫາຍໃຈເຫຼືອຢູ່ພຽງຄັ້ງດຽວ ເພື່ອບໍ່ໃຫ້ພວກເຂົາຕົກເປັນເຫຍື່ອຂອງກົນລ່ວງຂອງຊາຕານ. ມີຈັກຄັ້ງແດ່ທີ່ຜູ້ຄົນເຫັນມືຂອງເຮົາ, ມີຈັກຄັ້ງທີ່ພວກເຂົາເຫັນສີໜ້າທີ່ເມດຕາຂອງເຮົາ ແລະ ໃບໜ້າທີ່ຍິ້ມແຍ້ມຂອງເຮົາ ແລະ ມີຈັກຄັ້ງທີ່ພວກເຂົາເຫັນຄວາມສະຫງ່າຜ່າເຜີຍ ແລະ ຄວາມໂມໂຫຂອງເຮົາ. ເຖິງມະນຸດບໍ່ເຄີຍຮູ້ຈັກເຮົາມາກ່ອນ, ເຮົາກໍບໍ່ສວຍໂອກາດໃຊ້ຄວາມອ່ອນແອຂອງພວກເຂົາ ເພື່ອສ້າງບັນຫາໂດຍຕັ້ງໃຈ. ການໄດ້ປະສົບກັບຄວາມລຳບາກຂອງມະນຸດໄດ້ເຮັດໃຫ້ເຮົາເຫັນອົກເຫັນໃຈໃນຄວາມອ່ອນແອຂອງມະນຸດ. ມັນພຽງແຕ່ເປັນການຕອບໂຕຕໍ່ຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ຄວາມອັກກະຕັນຍູຂອງພວກເຂົາ ທີ່ເຮັດໃຫ້ເຮົາຕັດສິນໃຈຂ້ຽນຕີພວກເຂົາໃນລະດັບທີ່ແຕກຕ່າງກັນໄປ.
ເຮົາປິດບັງໂຕເອງໃນເວລາທີ່ມະນຸດຫຍຸ້ງ ແລະ ເປີດເຜີຍໂຕເອງໃນເວລາຫວ່າງຂອງພວກເຂົາ. ຜູ້ຄົນຈິນຕະນາການວ່າເຮົາຮອບຮູ້ທຸກຢ່າງ; ພວກເຂົາຖືວ່າເຮົາເປັນພຣະເຈົ້າເອງ ທີ່ຍອມຕາມຄຳຮ້ອງຂໍທັງໝົດ. ສະນັ້ນ, ຄົນສ່ວນໃຫຍ່ຈຶ່ງມາຢູ່ຕໍ່ໜ້າເຮົາເພື່ອຮ້ອງຂໍຄວາມຊ່ວຍເຫຼືອຈາກພຣະເຈົ້າ ໂດຍທີ່ບໍ່ໄດ້ມີຄວາມຕ້ອງການທີ່ຢາກຮູ້ຈັກເຮົາ. ເມື່ອຕົກຢູ່ໃນສະພາບຄວາມເຈັບໄຂ້, ຜູ້ຄົນຈະຮ້ອງຂໍຄວາມຊ່ວຍເຫຼືອຈາກເຮົາຢ່າງຮີບດ່ວນ. ເມື່ອຢູ່ໃນຄວາມລຳບາກຍາກແຄ້ນ, ພວກເຂົາຈະບອກເຮົາເຖິງຄວາມຫຍຸ້ງຍາກຂອງພວກເຂົາຢ່າງໝົດກຳລັງ ເພື່ອກໍາຈັດຄວາມທຸກທໍລະມານຂອງພວກເຂົາເອງ. ຢ່າງໃດກໍຕາມ, ບໍ່ມີມະນຸດແມ່ນແຕ່ຄົນໜຶ່ງ ທີ່ຈະສາມາດຮັກເຮົາໃນເວລາທີ່ພວກເຂົາຢູ່ໃນສະພາບທີ່ສຸກສະບາຍ; ບໍ່ມີແມ່ນແຕ່ຄົນໜຶ່ງໄດ້ຍື່ນມືຫາເຮົາໃນເວລາທີ່ພວກເຂົາມີຄວາມສະຫງົບສຸກ ແລະ ມີຄວາມສຸກ ເພື່ອໃຫ້ເຮົາໄດ້ເປັນສ່ວນໜຶ່ງໃນຄວາມສຸກຂອງພວກເຂົາ. ເມື່ອຄອບຄົວນ້ອຍໆຂອງພວກເຂົາມີຄວາມສຸກ ແລະ ສະບາຍດີ, ຜູ້ຄົນໄດ້ໂຍນເຮົາຖິ້ມ ຫຼື ປິດປະຕູໃສ່ເຮົາແຕ່ດົນນານແລ້ວ ໂດຍທີ່ຫ້າມບໍ່ໃຫ້ເຮົາເຂົ້າໄປທາງໃນ ເພື່ອວ່າພວກເຂົາຈະສາມາດເພີດເພີນກັບຄວາມສຸກກັບຄວາມສຸກທີ່ໄດ້ຈາກພອນຂອງຄອບຄົວພວກເຂົາ. ຄວາມຄິດຂອງມະນຸດແຄບຫຼາຍ; ມັນແຄບຫຼາຍຈົນບໍ່ສາມາດຍອມຮັບວ່າພຣະເຈົ້ານັ້ນເປັນທີ່ຮັກ, ມີຄວາມເມດຕາ ແລະ ສາມາດເຂົ້າຫາໄດ້ຄືດັ່ງເຮົາ. ເຮົາຖືກມະນຸດປະຕິເສດຫຼາຍຄັ້ງໃນເວລາທີ່ພວກເຂົາຫົວດ້ວຍຄວາມມ່ວນຊື່ນ; ມະນຸດໄດ້ມາອີງໃສ່ເຮົາຄືດັ່ງໄມ້ຄໍ້າ ໃນເວລາທີ່ພວກເຂົາສະດຸດລົ້ມຫຼາຍຄັ້ງ; ເຮົາຖືກບັງຄັບໃຫ້ເຮັດໜ້າທີ່ເປັນທ່ານໝໍໂດຍຜູ້ຄົນທີ່ທໍລະມານຈາກຄວາມເຈັບໄຂ້. ມະນຸດຈັ່ງແມ່ນໂຫດຮ້າຍຫຼາຍ! ພວກເຂົາບໍ່ມີເຫດຜົນ ແລະ ຊົ່ວຊ້າທີ່ສຸດ. ບໍ່ສາມາດຮັບຮູ້ແມ່ນແຕ່ຄວາມຮູ້ສຶກທີ່ມະນຸດຄວນມີ; ພວກເຂົາເກືອບປາສະຈາກຮ່ອງຮອຍຂອງຄວາມເປັນມະນຸດ. ໃຫ້ຄິດເຖິງອະດີດ ແລະ ປຽບທຽບມັນກັບປັດຈຸບັນ: ພາຍໃນໂຕພວກເຈົ້າແມ່ນມີການປ່ຽນແປງເກີດຂຶ້ນບໍ? ມີສິ່ງໃດແດ່ໃນອະດີດທີ່ຍັງຄົງຢູ່ໃນປັດຈຸບັນ? ຫຼື ສິ່ງທີ່ຢູ່ໃນອະດີດນັ້ນຍັງບໍ່ມີສິ່ງມາທົດແທນເທື່ອ?
ເຮົາໄດ້ຂ້າມຜ່ານເນີນພູສູງ ແລະ ຮ່ອມພູແມ່ນໍ້າ, ໄດ້ປະສົບກັບຈຸດຂຶ້ນ ແລະ ຈຸດລົງຂອງໂລກຂອງມະນຸດ. ເຮົາໄດ້ທ່ອງທ່ຽວໄປໃນທ່າມກາງພວກເຂົາ ແລະ ເຮົາໄດ້ອາໄສຢູ່ເປັນເວລາຫຼາຍປີທ່າມກາງພວກເຂົາ, ແຕ່ມັນກໍປະກົດວ່າ ນິໄສຂອງມະນຸດໄດ້ປ່ຽນແປງພຽງແຕ່ເລັກນ້ອຍ. ມັນເບິ່ງຄືວ່າ ທຳມະຊາດເກົ່າຂອງຜູ້ຄົນໄດ້ວາງຮາກ ແລະ ແຕກໜໍ່ໃນພວກເຂົາ. ພວກເຂົາບໍ່ມີວັນສາມາດປ່ຽນແປງທຳມະຊາດເກົ່າໆນັ້ນໄດ້; ພວກເຂົາພຽງແຕ່ປັບປຸງມັນຈາກພື້ນຖານດັ່ງເດີມຂອງມັນ. ດັ່ງທີ່ຜູ້ຄົນໄດ້ກ່າວໄວ້, ທາດແທ້ບໍ່ເຄີຍປ່ຽນແປງ ແຕ່ຮູບຮ່າງໄດ້ປ່ຽນແປງໄປຫຼາຍ. ມັນເບິ່ງຄືວ່າ ທຸກຄົນພະຍາຍາມຫຼອກລວງເຮົາ ແລະ ເຮັດໃຫ້ເຮົາສັບສົນ ເພື່ອເຂົາຈະລອດໂຕໄປ ແລະ ຮັບການຂອບໃຈຈາກເຮົາ. ເຮົາບໍ່ຊົມເຊີຍ ຫຼື ໃສ່ໃຈກົນລວງຂອງມະນຸດ. ແທນທີ່ຈະໂມໂຫຂຶ້ນ, ເຮົາໄດ້ນໍາໃຊ້ທັດສະນະຄະຕິໃນການເບິ່ງ ແຕ່ບໍ່ໃຫ້ເຫັນ. ເຮົາວາງແຜນທີ່ຈະມອບອິດສະຫຼະພາບໃນລະດັບໜຶ່ງໃຫ້ກັບມະນຸດ ແລະ ຫຼັງຈາກນັ້ນ ກໍຈັດການກັບມະນຸດທັງໝົດພ້ອມກັນ. ເນື່ອງຈາກມະນຸດທຸກຄົນເປັນຄົນຊົ່ວທີ່ບໍ່ມີຄ່າທີ່ບໍ່ຮັກໂຕເອງ ແລະ ທີ່ບໍ່ຖະໜອມໂຕເອງ, ແລ້ວເປັນຫຍັງພວກເຂົາຈະຕ້ອງການໃຫ້ເຮົາສະແດງຄວາມເມດຕາ ແລະ ຄວາມຮັກອີກຄັ້ງ? ໂດຍບໍ່ມີຂໍ້ຍົກເວັ້ນ, ມະນຸດບໍ່ຮູ້ຈັກໂຕເອງ ແລະ ພວກເຂົາບໍ່ຮູ້ວ່າພວກເຂົາມີຄ່າສໍ່າໃດ. ພວກເຂົາຄວນນໍາໂຕເອງໃສ່ໃນຊິງເພື່ອຊັ່ງນໍ້າໜັກ. ມະນຸດບໍ່ສົນໃຈເຮົາ ເຊິ່ງດ້ວຍເຫດນັ້ນ ເຮົາກໍບໍ່ຈິງຈັງກັບເຂົາເຊັ່ນດຽວກັນ. ພວກເຂົາບໍ່ສົນໃຈເຮົາ, ສະນັ້ນ ເຮົາກໍບໍ່ຈຳເປັນຕ້ອງໃຊ້ຄວາມພະຍາຍາມກັບພວກເຂົາຫຼາຍ. ສິ່ງນີ້ບໍ່ໄດ້ດີທີ່ສຸດສຳລັບທັງສອງໂລກບໍ? ສິ່ງນີ້ບໍ່ໄດ້ພັນລະນາເຖິງພວກເຈົ້າບໍ, ປະຊາຊົນຂອງເຮົາເອີຍ? ຜູ້ໃດໃນທ່າມກາງພວກເຈົ້າທີ່ເຮັດປະນິທານຕໍ່ໜ້າເຮົາ ແລ້ວບໍ່ໄດ້ໂຍນມັນຖິ້ມຫຼັງຈາກນັ້ນ? ຜູ້ໃດທີ່ເຄີຍເຮັດປະນິທານໄລຍະຍາວຕໍ່ໜ້າເຮົາ ແທນທີ່ຈະຕັ້ງໃຈໃສ່ກັບສິ່ງຕ່າງໆເປັນປະຈໍາ? ຕະຫຼອດເວລາ ມະນຸດເຮັດປະນິທານຕໍ່ໜ້າເຮົາໃນເວລາທີ່ສະບາຍ ແລະ ຫຼັງຈາກນັ້ນກໍປະຖິ້ມມັນໃນເວລາທີ່ຫຍຸ້ງຍາກລຳບາກ; ຫຼັງຈາກນັ້ນ ພວກເຂົາຈະນໍາເອົາປະນິທານຂອງພວກເຂົາກັບມາ ແລະ ວາງມັນຢູ່ຕໍ່ໜ້າເຮົາ. ເຮົາບໍ່ເປັນຕາເຄົາລົບຂະໜາດນັ້ນບໍ ທີ່ຈະຍອມຮັບຂອງເສຍນີ້ທີ່ມະນຸດເກັບຂຶ້ນມາຈາກກອງຂີ້ເຫຍື່ອຢ່າງສະບາຍ? ມະນຸດຈຳນວນໜ້ອຍທີ່ຈະຮັກສາປະນິທານຂອງພວກເຂົາ, ມີພຽງຈຳນວນໜ້ອຍທີ່ຈະບໍລິສຸດ ແລະ ມີພຽງຈຳນວນໜ້ອຍທີ່ຈະຖວາຍສິ່ງທີ່ມີຄ່າທີ່ສຸດຂອງພວກເຂົາເພື່ອເສຍສະຫຼະໃຫ້ກັບເຮົາ. ພວກເຈົ້າທຸກຄົນບໍ່ໄດ້ເປັນຄືກັນບໍ? ໃນຖານະເປັນຄົນຂອງເຮົາໃນອານາຈັກ, ຖ້າພວກເຈົ້າບໍ່ສາມາດຮັກສາໜ້າທີ່ຂອງໂຕເອງໄດ້, ເຮົາກໍຈະກຽດຊັງ ແລະ ປະຕິເສດພວກເຈົ້າ!
ວັນທີ 12 ມີນາ 1992