ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ
ເມື່ອເປໂຕກຳລັງຖືກຕີສອນໂດຍພຣະເຈົ້າ, ເພິ່ນອະທິຖານວ່າ “ໂອ ພຣະເຈົ້າ! ເນື້ອໜັງຂອງຂ້ານ້ອຍບໍ່ເຊື່ອຟັງ ແລະ ພຣະອົງຕີສອນຂ້ານ້ອຍ ແລະ ພິພາກສາຂ້ານ້ອຍ. ຂ້ານ້ອຍຊື່ນຊົມຍິນດີໃນການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ເຖິງແມ່ນວ່າພຣະອົງບໍ່ຕ້ອງການຂ້ານ້ອຍ, ຂ້ານ້ອຍກໍເຫັນເຖິງອຸປະນິໄສທີ່ສັກສິດ ແລະ ຊອບທຳຂອງພຣະອົງໃນການພິພາກສາຂອງພຣະອົງ. ເມື່ອພຣະອົງພິພາກສາຂ້ານ້ອຍ ເພື່ອຄົນອື່ນຈະໄດ້ເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງໃນການພິພາກສາຂອງພຣະອົງ, ຂ້ານ້ອຍກໍຮູ້ສຶກພໍໃຈ. ຖ້າມັນສາມາດສຳແດງອຸປະນິໄສຂອງພຣະອົງ ແລະ ປ່ອຍໃຫ້ອຸປະນິໄສອັນຊອບທຳຂອງພຣະອົງໄດ້ເປັນທີ່ປະຈັກໂດຍທຸກສິ່ງທີ່ມີຊີວິດ ແລະ ຖ້າມັນສາມາດເຮັດໃຫ້ຄວາມຮັກຂອງຂ້ານ້ອຍສຳລັບພຣະອົງບໍລິສຸດຍິ່ງຂຶ້ນ, ຈົນຂ້ານ້ອຍສາມາດບັນລຸໃນລັກສະນະຂອງຄົນທີ່ຊອບທຳ, ແລ້ວການພິພາກສາຂອງພຣະອົງນີ້ແມ່ນເໝາະສົມດີ ຍ້ອນສິ່ງດັ່ງກ່າວແມ່ນຄວາມປະສົງທີ່ເຕັມໄປດ້ວຍຄວາມເມດຕາຂອງພຣະອົງ. ຂ້ານ້ອຍຮູ້ວ່າ ຍັງມີຫຼາຍສິ່ງໃນຕົວຂ້ານ້ອຍທີ່ເປັນປໍລະປັກ ແລະ ຂ້ານ້ອຍຍັງບໍ່ສົມຄວນທີ່ຈະມາຢູ່ຕໍ່ໜ້າພຣະອົງ. ຂ້ານ້ອຍປາຖະໜາທີ່ຈະໃຫ້ພຣະອົງພິພາກສາຂ້ານ້ອຍຫຼາຍຍິ່ງຂຶ້ນ, ບໍ່ວ່າຜ່ານທາງສະພາບແວດລ້ອມທີ່ໂຫດຮ້າຍ ຫຼື ຄວາມທຸກຍາກລຳບາກທີ່ຍິ່ງໃຫຍ່; ບໍ່ວ່າພຣະອົງຈະກະທຳຫຍັງກໍຕາມ, ມັນກໍມີຄ່າສຳລັບຂ້ານ້ອຍ. ຄວາມຮັກຂອງພຣະອົງເລິກເຊິ່ງຫຼາຍ ແລະ ຂ້ານ້ອຍເຕັມໃຈທີ່ຈະໃຫ້ຕົນເອງຢູ່ໃນການປັ້ນແຕ່ງຂອງພຣະອົງໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ”. ນີ້ແມ່ນຄວາມຮູ້ຂອງເປໂຕຫຼັງຈາກທີ່ເພິ່ນໄດ້ມີປະສົບການໃນພາລະກິດຂອງພຣະອົງ ແລະ ມັນຍັງເປັນຄຳພະຍານກ່ຽວກັບຄວາມຮັກທີ່ເພິ່ນມີໃຫ້ກັບພຣະເຈົ້າ. ໃນປັດຈຸບັນ, ພວກເຈົ້າໄດ້ຖືກເອົາຊະນະແລ້ວ, ແຕ່ໄຊຊະນະນີ້ຈະຖືກສຳແດງອອກໃນຕົວພວກເຈົ້າໄດ້ແນວໃດ? ບາງຄົນເວົ້າວ່າ “ໄຊຊະນະຂອງຂ້ານ້ອຍແມ່ນຄວາມກະລຸນາສູງສຸດ ແລະ ການສັນລະເສີນພຣະເຈົ້າ. ຂ້ານ້ອຍຫາກໍເຂົ້າໃຈວ່າ ຊີວິດຂອງມະນຸດວ່າງເປົ່າ ແລະ ປາສະຈາກຄວາມໝາຍ. ມະນຸດໃຊ້ຊີວິດຂອງເຂົາຫຍຸ້ງກັບຫຼາຍໆຢ່າງ, ໃຫ້ກຳເນີດ ແລະ ລ້ຽງດູເດັກນ້ອຍຈາກລຸ້ນສູ່ລຸ້ນ ແລະ ໃນທີ່ສຸດແລ້ວກໍຖືກປະຖິ້ມກັບຄວາມວ່າງເປົ່າ. ໃນປັດຈຸບັນ, ມີແຕ່ຫຼັງຈາກທີ່ຖືກເອົາຊະນະໂດຍພຣະເຈົ້າ ຂ້ານ້ອຍຈຶ່ງໄດ້ເຫັນວ່າ ບໍ່ມີຄຸນຄ່າໃນການດຳລົງຊີວິດແບບນີ້; ມັນເປັນຊີວິດທີ່ບໍ່ມີຄວາມໝາຍຫຍັງແທ້ໆ. ຂ້ານ້ອຍຄວນຈະຕາຍໃຫ້ມັນຮູ້ແລ້ວຮູ້ລອດໄປສະ!” ພຣະເຈົ້າຈະສາມາດຮັບເອົາຄົນປະເພດດັ່ງກ່າວທີ່ຖືກເອົາຊະນະໄດ້ບໍ? ພວກເຂົາສາມາດກາຍມາເປັນຕົວຢ່າງ ແລະ ແບບຢ່າງໄດ້ບໍ? ຄົນປະເພດດັ່ງກ່າວເປັນບົດຮຽນໃນຄວາມບໍ່ດີ້ນລົນ; ພວກເຂົາບໍ່ມີຄວາມປາຖະໜາ ແລະ ບໍ່ພະຍາຍາມທີ່ຈະປັບປຸງຕົວພວກເຂົາເອງ. ເຖິງແມ່ນພວກເຂົາຖືວ່າເປັນຄົນທີ່ຖືກເອົາຊະນະ, ຄົນທີ່ບໍ່ດີ້ນລົນແບບນີ້ກໍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ເມື່ອໃກ້ເຖິງເວລາສຸດທ້າຍໃນຊີວິດຂອງເປໂຕ, ຫຼັງຈາກທີ່ເພິ່ນຖືກເຮັດໃຫ້ສົມບູນ, ເພິ່ນໄດ້ກ່າວວ່າ “ໂອ ພຣະເຈົ້າ! ຖ້າຂ້ານ້ອຍຕ້ອງມີຊີວິດອີກສອງສາມປີ, ຂ້ານ້ອຍປາຖະໜາທີ່ຈະບັນລຸຄວາມຮັກໃຫ້ພຣະອົງທີ່ບໍລິສຸດຍິ່ງຂຶ້ນ ແລະ ເລິກເຊິ່ງກວ່າເດີມ”. ເມື່ອເພິ່ນກຳລັງຈະຖືກຄຶງເທິງໄມ້ກາງແຂນ, ເພິ່ນໄດ້ອະທິຖານໃນຫົວໃຈຂອງເພິ່ນວ່າ “ໂອ ພຣະເຈົ້າ! ເວລາຂອງພຣະອົງໄດ້ມາເຖິງແລ້ວ, ເວລາທີ່ພຣະອົງໄດ້ຈັດກຽມໄວ້ໃຫ້ຂ້ານ້ອຍໄດ້ມາເຖິງແລ້ວ. ຂ້ານ້ອຍຕ້ອງຖືກຄຶງທີ່ໄມ້ກາງແຂນເພື່ອພຣະອົງ, ຂ້ານ້ອຍຕ້ອງເປັນພະຍານໃຫ້ກັບພຣະອົງ ແລະ ຂ້ານ້ອຍຫວັງວ່າ ຄວາມຮັກຂອງຂ້ານ້ອຍຈະສາມາດສະໜອງຕາມຄວາມຕ້ອງການຂອງພຣະອົງໄດ້ ແລະ ມັນຈະໄດ້ບໍລິສຸດຫຼາຍຍິ່ງຂຶ້ນ. ໃນປັດຈຸບັນ, ການທີ່ສາມາດຕາຍເພື່ອພຣະອົງ ແລະ ຖືກຄຶງເທິງໄມ້ກາງແຂນເພື່ອພຣະອົງນັ້ນ ເປັນສິ່ງທີ່ປອບໃຈ ແລະ ເຮັດໃຫ້ຂ້ານ້ອຍໝັ້ນໃຈ, ຍ້ອນບໍ່ມີຫຍັງທີ່ເປັນຕາຍິນດີໄປກວ່າການທີ່ສາມາດຖືກຄຶງເທິງໄມ້ກາງແຂນເພື່ອພຣະອົງ ແລະ ປະຕິບັດຕາມຄວາມປາຖະໜາຂອງພຣະອົງ ແລະ ການທີ່ສາມາດມອບຕົວຂ້ານ້ອຍເອງໃຫ້ກັບພຣະອົງ, ຖວາຍຊີວິດຂອງຂ້ານ້ອຍໃຫ້ກັບພຣະອົງອີກແລ້ວ. ໂອ ພຣະເຈົ້າ! ພຣະອົງຊ່າງເປັນຕາຮັກຫຼາຍ! ຖ້າພຣະອົງຍອມໃຫ້ຂ້ານ້ອຍມີຊີວິດຢູ່, ຂ້ານ້ອຍກໍຍິ່ງເຕັມໃຈທີ່ຈະຮັກພຣະອົງ. ຕາບໃດທີ່ຂ້ານ້ອຍມີຊີວິດຢູ່, ຂ້ານ້ອຍຈະຮັກພຣະອົງ. ຂ້ານ້ອຍປາຖະໜາທີ່ຈະຮັກພຣະອົງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ. ພຣະອົງພິພາກສາຂ້ານ້ອຍ ແລະ ຕີສອນຂ້ານ້ອຍ ແລະ ທົດລອງຂ້ານ້ອຍ ເພາະຂ້ານ້ອຍບໍ່ຊອບທຳ, ເພາະຂ້ານ້ອຍໄດ້ເຮັດບາບ. ແລ້ວອຸປະນິໄສທີ່ຊອບທຳຂອງພຣະອົງກໍຍິ່ງປາກົດແຈ້ງໃຫ້ຂ້ານ້ອຍເຫັນ. ນີ້ຄືພຣະພອນສໍາລັບຂ້ານ້ອຍ ຍ້ອນຂ້ານ້ອຍສາມາດຮັກພຣະອົງໄດ້ເລິກເຊິ່ງຫຼາຍຍິ່ງຂຶ້ນ ແລະ ຂ້ານ້ອຍເຕັມໃຈທີ່ຈະຮັກພຣະອົງແບບນີ້ ເຖິງແມ່ນວ່າພຣະອົງຈະບໍ່ຮັກຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ຍ້ອນສິ່ງນີ້ເຮັດໃຫ້ຂ້ານ້ອຍສາມາດດຳລົງຊີວິດທີ່ມີຄວາມໝາຍຫຼາຍທີ່ສຸດ. ຂ້ານ້ອຍຮູ້ສຶກວ່າ ບັດນີ້ ຊີວິດຂອງຂ້ານ້ອຍມີຄວາມໝາຍຫຼາຍຍິ່ງຂຶ້ນ, ຍ້ອນຂ້ານ້ອຍຖືກຄຶງເທິງໄມ້ກາງແຂນເພື່ອເຫັນແກ່ພຣະອົງ ແລະ ມັນມີຄວາມໝາຍທີ່ຈະຕາຍເພື່ອພຣະອົງ. ແຕ່ຂ້ານ້ອຍກໍຍັງຮູ້ສຶກບໍ່ພໍໃຈ, ຍ້ອນຂ້ານ້ອຍຮູ້ຈັກກ່ຽວກັບພຣະອົງພຽງແຕ່ໜ້ອຍດຽວ, ຂ້ານ້ອຍຮູ້ຈັກວ່າ ຂ້ານ້ອຍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງຢ່າງຄົບຖ້ວນ ແລະ ໄດ້ຕອບແທນພຣະອົງພຽງແຕ່ເລັກນ້ອຍ. ໃນຊີວິດຂອງຂ້ານ້ອຍ, ຂ້ານ້ອຍບໍ່ສາມາດຕອບແທນໝົດທັງຕົວຕົນຂອງຂ້ານ້ອຍໃຫ້ກັບພຣະອົງ; ຂ້ານ້ອຍແຮງໄກຈາກສິ່ງນັ້ນ. ເມື່ອຂ້ານ້ອຍຫຼຽວເບິ່ງຄືນໃນຊ່ວງເວລານີ້, ຂ້ານ້ອຍຮູ້ສຶກຕິດໜີ້ບຸນຄຸນພຣະອົງຫຼາຍ ແລະ ຂ້ານ້ອຍມີພຽງແຕ່ຊ່ວງເວລານີ້ທີ່ຈະຊົດເຊີຍຄວາມຜິດພາດທຸກຢ່າງຂອງຂ້ານ້ອຍ ແລະ ຄວາມຮັກທັງໝົດທີ່ຂ້ານ້ອຍຍັງບໍ່ທັນໄດ້ຕອບແທນພຣະອົງເທື່ອ”.
ມະນຸດຕ້ອງສະແຫວງຫາເພື່ອດຳລົງຊີວິດທີ່ມີຄວາມໝາຍ ແລະ ບໍ່ຄວນພໍໃຈກັບສະຖານະການໃນປັດຈຸບັນຂອງເຂົາ. ເພື່ອດຳລົງຊີວິດຕາມລັກສະນະຂອງເປໂຕ, ເຂົາຕ້ອງປະກອບດ້ວຍຄວາມຮູ້ ແລະ ປະສົບການຂອງເປໂຕ. ມະນຸດຕ້ອງສະແຫວງຫາສິ່ງຕ່າງໆທີ່ສູງສົ່ງກວ່າເກົ່າ ແລະ ເລິກເຊິ່ງຫຼາຍຍິ່ງຂຶ້ນ. ເຂົາຕ້ອງສະແຫວງຫາຄວາມຮັກພຣະເຈົ້າທີ່ເລິກເຊິ່ງຂຶ້ນ ແລະ ບໍລິສຸດຫຼາຍຍິ່ງຂຶ້ນ ແລະ ຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນຊີວິດ; ມີແຕ່ເມື່ອນັ້ນ ມະນຸດຈຶ່ງຈະເປັນເໝືອນກັບເປໂຕ. ເຈົ້າຕ້ອງໃຫ້ຄວາມສຳຄັນກັບການມີທ່າທີຕໍ່ການເຂົ້າສູ່ດ້ານບວກຂອງເຈົ້າ ແລະ ຕ້ອງບໍ່ຍອມຈຳນົນໃຫ້ຕົນເອງຖອຍຫຼັງໂດຍເຫັນແກ່ຄວາມສະບາຍຊົ່ວໄລຍະໜຶ່ງ ໃນຂະນະທີ່ບໍ່ຫົວຊາກັບຄວາມຈິງທີ່ເລິກເຊິ່ງຍິ່ງຂຶ້ນ, ເຈາະຈົງຍິ່ງຂຶ້ນ ແລະ ຕາມຄວາມເປັນຈິງຍິ່ງຂຶ້ນ. ຄວາມຮັກຂອງເຈົ້າຕ້ອງຕາມຄວາມເປັນຈິງ ແລະ ເຈົ້າຕ້ອງຄົ້ນຫາຫົນທາງທີ່ຈະປົດປ່ອຍຕົນເອງອອກຈາກຊີວິດທີ່ຊົ່ວຊ້ານີ້ ແລະ ມີຊີວິດທີ່ບໍ່ມີຫຍັງກັງວົນທີ່ບໍ່ແຕກຕ່າງຫຍັງຈາກຊີວິດຂອງສັດ. ເຈົ້າຕ້ອງດຳລົງຊີວິດທີ່ມີຄວາມໝາຍ, ຊີວິດທີ່ມີຄຸນຄ່າ ແລະ ເຈົ້າບໍ່ຕ້ອງຫຼອກລວງຕົນເອງ ຫຼື ປະຕິບັດກັບຊີວິດຂອງເຈົ້າເໝືອນກັບເຄື່ອງຫຼິ້ນສຳລັບຫຼິ້ນໄປມາ. ສຳລັບທຸກຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າ, ບໍ່ມີຄວາມຈິງໃດທີ່ບໍ່ສາມາດໄດ້ມາ ແລະ ບໍ່ມີຄວາມຍຸຕິທຳໃດທີ່ພວກເຂົາບໍ່ສາມາດຍຶດໝັ້ນໄດ້. ເຈົ້າຄວນດຳລົງຊີວິດຂອງເຈົ້າແນວໃດ? ເຈົ້າຄວນຮັກພຣະເຈົ້າ ແລະ ໃຊ້ຄວາມຮັກນີ້ເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະອົງແນວໃດ? ບໍ່ມີບັນຫາໃດທີ່ຍິ່ງໃຫຍ່ກວ່າໃນຊີວິດຂອງເຈົ້າ. ເໜືອສິ່ງອື່ນໃດ, ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມພາກພຽນດັ່ງກ່າວ ແລະ ບໍ່ຄວນເປັນຄືກັນກັບຄົນທີ່ຂີ້ຢ້ານ, ຄົນທີ່ອ່ອນແອ. ເຈົ້າຕ້ອງຮຽນຮູ້ຈັກວິທີປະສົບກັບຊີວິດທີ່ມີຄວາມໝາຍ ແລະ ປະສົບກັບຄວາມຈິງທີ່ມີຄວາມໝາຍ ແລະ ບໍ່ຄວນປະຕິບັດກັບຕົນເອງພຽງພໍແຕ່ເປັນພິທີໃນລັກສະນະນັ້ນ. ຊີວິດຂອງເຈົ້າກໍ່ຈະຜ່ານເຈົ້າໄປໂດຍບໍ່ຮູ້ສຶກຕົວ; ຫຼັງຈາກນັ້ນ ເຈົ້າຈະມີໂອກາດທີ່ຈະຮັກພຣະເຈົ້າອີກຄັ້ງບໍ? ມະນຸດສາມາດຮັກພຣະເຈົ້າຫຼັງຈາກເຂົາໄດ້ຕາຍໄປແລ້ວບໍ? ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມສຳນຶກເໝືອນກັບເປໂຕ; ຊີວິດຂອງເຈົ້າຕ້ອງມີຄວາມໝາຍ ແລະ ເຈົ້າຕ້ອງບໍ່ຫຼິ້ນເກມກັບຕົວເຈົ້າເອງ. ໃນຖານະທີ່ເປັນມະນຸດ ແລະ ເປັນຄົນທີ່ສະແຫວງຫາພຣະເຈົ້າ, ເຈົ້າຕ້ອງສາມາດພິຈາລະນາຢ່າງລະມັດລະວັງວ່າເຈົ້າຈະປະຕິບັດກັບຊີວິດຂອງເຈົ້າແນວໃດ, ເຈົ້າຄວນຖວາຍຕົນເອງໃຫ້ກັບພຣະເຈົ້າແນວໃດ, ເຈົ້າຄວນມີຄວາມເຊື່ອທີ່ມີຄວາມໝາຍຂຶ້ນຕື່ມໃນພຣະເຈົ້າແນວໃດ ແລະ ໃນເມື່ອເຈົ້າຮັກພຣະເຈົ້າ ເຈົ້າຄວນຮັກພຣະອົງໃນວິທີທາງທີ່ບໍລິສຸດຍິ່ງຂຶ້ນ, ສວຍງາມຍິ່ງຂຶ້ນ ແລະ ດີຍິ່ງຂຶ້ນແນວໃດ. ໃນປັດຈຸບັນ, ເຈົ້າບໍ່ສາມາດພໍໃຈແຕ່ກັບວິທີທີ່ເຈົ້າຖືກເອົາຊະນະ, ແຕ່ຕ້ອງພິຈາລະນາເສັ້ນທາງທີ່ເຈົ້າຈະຍ່າງໃນອະນາຄົດເຊັ່ນກັນ. ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມກ້າຫານທີ່ຈະຖືກເຮັດໃຫ້ສົມບູນ ແລະ ບໍ່ຄວນຄິດຢູ່ສະເໝີວ່າ ຕົວເຈົ້າເອງບໍ່ມີຄວາມສາມາດ. ຄວາມຈິງມີຄວາມລໍາອຽງບໍ? ຄວາມຈິງສາມາດຕໍ່ຕ້ານຄົນໂດຍເຈດຕະນາໄດ້ບໍ? ຖ້າເຈົ້າສະແຫວງຫາຄວາມຈິງ, ມັນສາມາດເຮັດໃຫ້ເຈົ້າເກີດຄວາມໜັກໃຈໄດ້ບໍ? ຖ້າເຈົ້າຍຶດໝັ້ນເພື່ອຄວາມຍຸຕິທຳ, ມັນຈະຕີໃຫ້ເຈົ້າລົ້ມລົງບໍ? ຖ້າມັນເປັນຄວາມປາຖະໜາຂອງເຈົ້າແທ້ໆທີ່ຈະສະແຫວງຫາຊີວິດ, ຊີວິດຈະສາມາດຫຼົບຫຼີກເຈົ້າໄດ້ບໍ? ຖ້າເຈົ້າປາສະຈາກຊີວິດ, ນັ້ນບໍ່ແມ່ນຍ້ອນວ່າ ຄວາມຈິງເບິ່ງຂ້າມເຈົ້າ, ແຕ່ຍ້ອນເຈົ້າຢູ່ຫ່າງຈາກຄວາມຈິງ; ຖ້າເຈົ້າບໍ່ສາມາດຍຶດໝັ້ນໃນຄວາມຍຸຕິທຳ, ນັ້ນບໍ່ແມ່ນຍ້ອນວ່າ ມີບາງສິ່ງບາງຢ່າງຜິດປົກກະຕິກັບຄວາມຍຸຕິທຳ, ແຕ່ຍ້ອນເຈົ້າເຊື່ອວ່າ ມັນອອກນອກເສັ້ນແຫ່ງຄວາມຈິງ; ຖ້າເຈົ້າບໍ່ໄດ້ຮັບຊີວິດຫຼັງຈາກທີ່ໄດ້ສະແຫວງຫາມັນເປັນເວລາຫຼາຍປີ, ນັ້ນບໍ່ແມ່ນຍ້ອນວ່າ ຊີວິດບໍ່ມີຄວາມສຳນຶກຕໍ່ເຈົ້າ, ແຕ່ຍ້ອນວ່າ ເຈົ້າບໍ່ມີຄວາມສຳນຶກຕໍ່ຊີວິດ ແລະ ໄດ້ຂັບໄລ່ຊີວິດນັ້ນໃຫ້ອອກໄປ; ຖ້າເຈົ້າດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ບໍ່ສາມາດຮັບເອົາແສງສະຫວ່າງ, ນັ້ນບໍ່ແມ່ນຍ້ອນວ່າ ແສງສະຫວ່າງບໍ່ສາມາດເຍືອງທາງໃຫ້ກັບເຈົ້າ, ແຕ່ຍ້ອນວ່າ ເຈົ້າບໍ່ໄດ້ສົນໃຈກັບການມີຢູ່ຈິງຂອງແສງສະຫວ່າງ ແລະ ດ້ວຍເຫດນັ້ນ ແສງສະຫວ່າງຈຶ່ງໄດ້ຈາກເຈົ້າໄປຢ່າງງຽບໆ. ຖ້າເຈົ້າບໍ່ສະແຫວງຫາ, ສາມາດເວົ້າໄດ້ພຽງແຕ່ວ່າ ເຈົ້າເປັນຂີ້ເຫຍື້ອທີ່ບໍ່ມີຄ່າ ແລະ ບໍ່ມີຄວາມກ້າຫານໃນຊີວິດຂອງເຈົ້າ ແລະ ບໍ່ມີຈິດວິນຍານທີ່ຈະຕ້ານທານກຳລັງແຫ່ງຄວາມມືດ. ເຈົ້າອ່ອນແອເກີນໄປ! ເຈົ້າບໍ່ສາມາດຫຼົບໜີຈາກກຳລັງຂອງຊາຕານທີ່ອ້ອມລ້ອມເຈົ້າ ແລະ ເຈົ້າພຽງເຕັມໃຈທີ່ຈະໃຊ້ຊີວິດປະເພດທີ່ປອດໄພ, ໝັ້ນຄົງນີ້ ແລະ ຕາຍໄປກັບຄວາມໂງ່ເທົ່ານັ້ນ. ສິ່ງທີ່ເຈົ້າຄວນບັນລຸແມ່ນການສະແຫວງຫາເພື່ອຖືກເອົາຊະນະ; ນີ້ແມ່ນໜ້າທີ່ໆຈຳເປັນຂອງເຈົ້າ. ຖ້າເຈົ້າພໍໃຈທີ່ຈະຖືກເອົາຊະນະ, ເຈົ້າແມ່ນໄດ້ຂັບໄລ່ການເປັນຢູ່ຂອງຄວາມສະຫວ່າງ. ເຈົ້າຕ້ອງທົນທຸກກັບຄວາມຍາກລຳຍາກເພື່ອຄວາມຈິງ, ເຈົ້າຕ້ອງມອບຕົນເອງໃຫ້ແກ່ຄວາມຈິງ, ເຈົ້າຕ້ອງອົດກັ້ນຕໍ່ຄວາມອັບອາຍຂາຍໜ້າເພື່ອຄວາມຈິງ ແລະ ເພື່ອທີ່ຈະຮັບເອົາຄວາມຈິງຫຼາຍຍິ່ງຂຶ້ນ ເຈົ້າຕ້ອງຜ່ານການທົນທຸກທີ່ຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຄວນເຮັດ. ເຈົ້າບໍ່ຕ້ອງໂຍນຄວາມຈິງຖິ້ມເພື່ອເຫັນແກ່ຊີວິດຄອບຄົວທີ່ສະຫງົບສຸກ ແລະ ເຈົ້າບໍ່ຕ້ອງສູນເສຍສັກສີ ແລະ ຄວາມໝັ້ນຄົງໃນຊີວິດຂອງເຈົ້າເພື່ອເຫັນແກ່ຄວາມສຸກຊົ່ວໄລຍະໜຶ່ງ. ເຈົ້າຄວນສະແຫວງຫາທຸກສິ່ງທີ່ສວຍງາມ ແລະ ດີ ແລະ ເຈົ້າຄວນສະແຫວງຫາເສັ້ນທາງໃນຊີວິດທີ່ມີຄວາມໝາຍຫຼາຍຍິ່ງຂຶ້ນ. ຖ້າເຈົ້າມີຊີວິດທີ່ຕໍ່າຊ້າແບບນີ້ ແລະ ບໍ່ສະແຫວງຫາຈຸດປະສົງໃດເລີຍ, ເຈົ້າບໍ່ໄດ້ເຮັດໃຫ້ຊີວິດຂອງເຈົ້າເສຍຖິ້ມຊື່ໆບໍ? ເຈົ້າຈະສາມາດຮັບເອົາຫຍັງແດ່ຈາກຊີວິດດັ່ງກ່າວ? ເຈົ້າຄວນປະຖິ້ມຄວາມສຸກທຸກຢ່າງຈາກຝ່າຍເນື້ອໜັງເພື່ອເຫັນແກ່ຄວາມຈິງ ແລະ ບໍ່ຄວນໂຍນຄວາມຈິງທັງໝົດຖິ້ມເພື່ອເຫັນແກ່ຄວາມສຸກເລັກນ້ອຍ. ຄົນແບບນີ້ບໍ່ມີຄວາມຊື່ສັດ ຫຼື ສັກສີ; ຊ່າງບໍ່ມີຄວາມໝາຍໃນການເປັນຢູ່ຂອງພວກເຂົາເລີຍ!
ພຣະເຈົ້າຕີສອນ ແລະ ພິພາກສາມະນຸດ ເພາະມັນຈຳເປັນຕໍ່ພາລະກິດຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເພາະມັນຈຳເປັນຕໍ່ມະນຸດ. ມະນຸດຕ້ອງຖືກຕີສອນ ແລະ ພິພາກສາ ແລະ ມີພຽງແຕ່ເມື່ອນັ້ນ ເຂົາຈຶ່ງຈະສາມາດບັນລຸຄວາມຮັກສຳລັບພຣະເຈົ້າ. ໃນປັດຈຸບັນ, ພວກເຈົ້າໝັ້ນໃຈຫຼາຍ, ແຕ່ເມື່ອພວກເຈົ້າຜະເຊີນກັບຄວາມລົ້ມເຫຼວພຽງເລັກນ້ອຍ ພວກເຈົ້າກໍມີບັນຫາແລ້ວ; ວຸດທິພາວະຂອງພວກເຈົ້າຍັງຕໍ່າຫຼາຍ ແລະ ພວກເຈົ້າຍັງຕ້ອງຜະເຊີນກັບການຕີສອນ ແລະ ການພິພາກສາແບບນີ້ເພີ່ມຂຶ້ນອີກເພື່ອບັນລຸຄວາມຮູ້ທີ່ເລິກເຊິ່ງກວ່າເກົ່າ. ໃນປັດຈຸບັນ, ພວກເຈົ້າມີຄວາມເຄົາລົບນັບຖືບາງສ່ວນໃຫ້ກັບພຣະເຈົ້າ ແລະ ພວກເຈົ້າຢຳເກງພຣະເຈົ້າ ແລະ ພວກເຈົ້າຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ແທ້ຈິງ, ແຕ່ພວກເຈົ້າບໍ່ໄດ້ມີຄວາມຮັກທີ່ຍິ່ງໃຫຍ່ສຳລັບພຣະອົງ, ແລ້ວແຮງໄກທີ່ພວກເຈົ້າຈະບັນລຸຄວາມຮັກທີ່ບໍລິສຸດໄດ້; ຄວາມຮູ້ຂອງພວກເຈົ້າຕື້ນເກີນໄປ ແລະ ວຸດທິພາວະຂອງພວກເຈົ້າກໍຍັງບໍ່ພຽງພໍ. ເມື່ອເຈົ້າຜະເຊີນກັບສະພາບແວດລ້ອມທີ່ແທ້ຈິງ, ເຈົ້າກໍຍັງບໍ່ຍອມເປັນພະຍານ, ເຈົ້າມີທ່າທີກັບທາງເຂົ້າສູ່ຂອງເຈົ້າໜ້ອຍເກີນໄປ ແລະ ເຈົ້າບໍ່ຮູ້ຈັກວິທີປະຕິບັດເລີຍ. ຄົນສ່ວນໃຫຍ່ບໍ່ດີ້ນລົນ ແລະ ຂີ້ຄ້ານ; ພວກເຂົາພຽງແຕ່ຮັກພຣະເຈົ້າຢ່າງລັບໆໃນຫົວໃຈຂອງພວກເຂົາ, ແຕ່ບໍ່ມີຫົນທາງໃນການປະຕິບັດ ຫຼື ພວກເຂົາບໍ່ຊັດເຈນໃນເລື່ອງທີ່ວ່າ ເປົ້າໝາຍຂອງພວກເຂົາແມ່ນຫຍັງ. ຄົນທີ່ຖືກເຮັດໃຫ້ສົມບູນບໍ່ພຽງແຕ່ປະກອບມີຄວາມເປັນມະນຸດທີ່ປົກກະຕິ, ແຕ່ປະກອບມີຄວາມຈິງທີ່ຢູ່ເກີນມາດຕະການຂອງຄວາມສຳນຶກ ແລະ ສູງກວ່າມາດຕະຖານຂອງຄວາມສຳນຶກ; ພວກເຂົາບໍ່ພຽງແຕ່ໃຊ້ຄວາມສຳນຶກຂອງພວກເຂົາເພື່ອຕອບແທນຄວາມຮັກຂອງພຣະເຈົ້າ ແຕ່ຍິ່ງໄປກວ່ານັ້ນ ພວກເຂົາໄດ້ຮູ້ຈັກພຣະເຈົ້າ ແລະ ໄດ້ເຫັນວ່າພຣະເຈົ້າເປັນຕາຮັກ ແລະ ສົມຄວນແກ່ຄວາມຮັກຂອງມະນຸດ ແລະ ມີຫຼາຍສິ່ງຫຼາຍຢ່າງທີ່ຈະຮັກໃນພຣະເຈົ້າ; ມະນຸດບໍ່ມີທາງເລືອກຫຍັງເລີຍນອກຈາກຮັກພຣະອົງ! ຄວາມຮັກສຳລັບພຣະເຈົ້າຂອງຄົນທີ່ຖືກເຮັດໃຫ້ສົມບູນກໍເພື່ອປະຕິບັດຕາມຄວາມປາຖະໜາສ່ວນຕົວຂອງພວກເຂົາເອງ. ຄວາມຮັກຂອງພວກເຂົາແມ່ນຄວາມຮັກທີ່ສະໝັກໃຈ, ຄວາມຮັກທີ່ບໍ່ຮຽກຮ້ອງຫຍັງເປັນການຕອບແທນ ແລະ ບໍ່ແມ່ນການແລກປ່ຽນ. ພວກເຂົາຮັກພຣະເຈົ້າ ຍ້ອນຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະອົງລ້ວນໆ. ຄົນປະເພດດັ່ງກ່າວບໍ່ສົນໃຈວ່າ ພຣະເຈົ້າປະທານຄວາມກະລຸນາມາເຖິງພວກເຂົາ ຫຼື ບໍ່ ແລະ ບໍ່ພໍໃຈກັບສິ່ງໃດນອກຈາກການເຮັດໃຫ້ພຣະເຈົ້າເພິ່ງພໍໃຈ. ພວກເຂົາບໍ່ຕໍ່ລອງກັບພຣະເຈົ້າ ຫຼື ພວກເຂົາບໍ່ວັດແທກຄວາມຮັກທີ່ພວກເຂົາມີໃຫ້ກັບພຣະເຈົ້າໂດຍໃຊ້ຄວາມສຳນຶກ ນັ້ນກໍຄື: “ພຣະອົງໄດ້ມອບບາງຢ່າງໃຫ້ກັບຂ້ານ້ອຍ ສະນັ້ນ ຂ້ານ້ອຍຈຶ່ງຮັກພຣະອົງເປັນການຕອບແທນ; ຖ້າພຣະອົງບໍ່ມອບຫຍັງໃຫ້ກັບຂ້ານ້ອຍ ແລ້ວຂ້ານ້ອຍກໍບໍ່ມີຫຍັງໃຫ້ເປັນການຕອບແທນ” ຄົນທີ່ຖືກເຮັດໃຫ້ສົມບູນເຊື່ອຢູ່ສະເໝີວ່າ: “ພຣະເຈົ້າຊົງເປັນພຣະຜູ້ສ້າງ ແລະ ພຣະອົງປະຕິບັດພາລະກິດຂອງພຣະອົງເທິງພວກເຮົາ. ຍ້ອນຂ້ານ້ອຍໄດ້ຮັບໂອກາດ, ມີເງື່ອນໄຂ ແລະ ຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ, ການສະແຫວງຫາຂອງຂ້ານ້ອຍຄວນເປັນການດຳລົງຊີວິດທີ່ມີຄວາມໝາຍ ແລະ ຂ້ານ້ອຍຄວນເຮັດໃຫ້ພຣະອົງພໍໃຈ”. ມັນເປັນເໝືອນກັບສິ່ງທີ່ເປໂຕໄດ້ຜະເຊີນ ນັ້ນກໍຄື: ເມື່ອເພິ່ນອ່ອນແອທີ່ສຸດ, ເພິ່ນອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ບໍ່ວ່າຈະເປັນເວລາໃດ ຫຼື ສະຖານທີ່ໃດ, ພຣະອົງຮູ້ວ່າ ຂ້ານ້ອຍຈົດຈຳພຣະອົງຢູ່ສະເໝີ. ບໍ່ວ່າຈະເປັນເວລາໃດ ຫຼື ສະຖານທີ່ໃດ, ພຣະອົງຮູ້ວ່າ ຂ້ານ້ອຍຕ້ອງການຮັກພຣະອົງ, ແຕ່ວຸດທິພາວະຂອງຂ້ານ້ອຍມີຕໍ່າເກີນໄປ, ຂ້ານ້ອຍອ່ອນແອເກີນໄປ ແລະ ບໍ່ມີອຳນາດ, ຄວາມຮັກຂອງຂ້ານ້ອຍກໍມີຈຳກັດຫຼາຍ ແລະ ຄວາມຈິງໃຈທີ່ຂ້ານ້ອຍມີຕໍ່ພຣະອົງກໍມີໜ້ອຍເກີນໄປ. ເມື່ອທຽບກັບຄວາມຮັກຂອງພຣະອົງ, ຂ້ານ້ອຍບໍ່ເໝາະສົມທີ່ຈະມີຊີວິດຢູ່ແທ້ໆ. ຂ້ານ້ອຍປາຖະໜາພຽງແຕ່ວ່າ ຊີວິດຂອງຂ້ານ້ອຍຈະບໍ່ສູນເປົ່າ ແລະ ຂ້ານ້ອຍຈະບໍ່ພຽງແຕ່ສາມາດຕອບແທນຄວາມຮັກຂອງພຣະອົງ ແຕ່ຍິ່ງໄປກວ່ານັ້ນ ຂ້ານ້ອຍສາມາດອຸທິດທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະອົງ. ຖ້າຂ້ານ້ອຍສາມາດເຮັດໃຫ້ພຣະອົງພໍພຣະໄທ, ແລ້ວໃນຖານະທີ່ເປັນສິ່ງຊົງສ້າງ ຂ້ານ້ອຍກໍຄວນມີຈິດໃຈທີ່ສະຫງົບ ແລະ ບໍ່ຮຽກຮ້ອງຫຍັງອີກເລີຍ. ເຖິງແມ່ນວ່າຂ້ານ້ອຍອ່ອນແອ ແລະ ບໍ່ມີອຳນາດໃນຕອນນີ້, ຂ້ານ້ອຍຈະບໍ່ລືມຄຳຕັກເຕືອນຂອງພຣະອົງ ແລະ ຂ້ານ້ອຍຈະບໍ່ລືມຄວາມຮັກຂອງພຣະອົງ. ບັດນີ້ ຂ້ານ້ອຍບໍ່ໄດ້ເຮັດຫຍັງເລີຍ ນອກຈາກຕອບແທນຄວາມຮັກຂອງພຣະອົງ. ໂອ ພຣະເຈົ້າ! ຂ້ານ້ອຍຮູ້ສຶກບໍ່ດີຫຼາຍ! ຂ້ານ້ອຍຈະມອບຄວາມຮັກທີ່ຢູ່ໃນຫົວໃຈຂອງຂ້ານ້ອຍໃຫ້ກັບພຣະອົງໄດ້ແນວໃດ, ຂ້ານ້ອຍຈະເຮັດທຸກສິ່ງທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ ແລະ ຈະສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງ ແລະ ຈະສາມາດຖວາຍທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງໄດ້ແນວໃດ? ພຣະອົງຮູ້ເຖິງຄວາມອ່ອນແອຂອງມະນຸດ; ຂ້ານ້ອຍຈະສົມຄວນແກ່ຄວາມຮັກຂອງພຣະອົງໄດ້ແນວໃດ? ໂອ ພຣະເຈົ້າ! ພຣະອົງຮູ້ວ່າ ຂ້ານ້ອຍມີວຸດທິພາວະຕໍ່າ, ຄວາມຮັກຂອງຂ້ານ້ອຍກໍມີໜ້ອຍເກີນໄປ. ຈະໃຫ້ຂ້ານ້ອຍເຮັດສຸດຄວາມສາມາດຂອງຂ້ານ້ອຍໃນສະພາບແວດລ້ອມແບບນີ້ໄດ້ແນວໃດ? ຂ້ານ້ອຍຮູ້ວ່າ ຂ້ານ້ອຍຄວນຕອບແທນຄວາມຮັກຂອງພຣະອົງ, ຂ້ານ້ອຍຮູ້ວ່າ ຂ້ານ້ອຍຄວນມອບທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ, ແຕ່ໃນປັດຈຸບັນນີ້ ວຸດທິພາວະຂອງຂ້ານ້ອຍມີຢູ່ນັ້ນຕໍ່າຫຼາຍ. ຂ້ານ້ອຍຂໍໃຫ້ພຣະອົງມອບກຳລັງ ແລະ ຄວາມໝັ້ນໃຈໃຫ້ກັບຂ້ານ້ອຍ ເພື່ອຂ້ານ້ອຍຈະສາມາດປະກອບມີຄວາມຮັກທີ່ບໍລິສຸດທີ່ຈະອຸທິດໃຫ້ກັບພຣະອົງຫຼາຍຍິ່ງຂຶ້ນ ແລະ ຈະສາມາດອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງຫຼາຍຍິ່ງຂຶ້ນ; ຂ້ານ້ອຍຈະບໍ່ພຽງແຕ່ສາມາດຕອບແທນຄວາມຮັກຂອງພຣະອົງເທົ່ານັ້ນ, ແຕ່ຂ້ານ້ອຍຈະສາມາດຜະເຊີນກັບການຕີສອນ, ການພິພາກສາ ແລະ ການທົດລອງຂອງພຣະອົງຫຼາຍຍິ່ງຂຶ້ນ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຜະເຊີນໜ້າກັບການສາບແຊ່ງທີ່ໂຫດຮ້າຍ. ພຣະອົງຊົງຍອມໃຫ້ຂ້ານ້ອຍເຫັນຄວາມຮັກຂອງພຣະອົງ ແລະ ຂ້ານ້ອຍບໍ່ສາມາດທີ່ຈະບໍ່ຮັກພຣະອົງ ແລະ ເຖິງແມ່ນວ່າຂ້ານ້ອຍອ່ອນແອ ແລະ ບໍ່ມີອຳນາດໃນປັດຈຸບັນ, ຂ້ານ້ອຍຈະລືມພຣະອົງໄດ້ແນວໃດ? ຄວາມຮັກ, ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ເຮັດໃຫ້ຂ້ານ້ອຍຮູ້ຈັກພຣະອົງ, ແຕ່ຂ້ານ້ອຍກໍຍັງບໍ່ສາມາດສະໜອງຄວາມຮັກຂອງພຣະອົງໄດ້, ຍ້ອນພຣະອົງຊົງຍິ່ງໃຫຍ່ຫຼາຍ. ຂ້ານ້ອຍຈະສາມາດອຸທິດທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະຜູ້ສ້າງໄດ້ແນວໃດ?” ສິ່ງດັ່ງກ່າວແມ່ນຄຳຂໍຮ້ອງຂອງເປໂຕ, ແຕ່ວຸດທິພາວະຂອງເພິ່ນຍັງບໍ່ພຽງພໍຫຼາຍ. ໃນຊ່ວງເວລານີ້, ເພິ່ນຮູ້ສຶກຄືກັບວ່າ ມີມີດກຳລັງສຽບແທງໃນຫົວໃຈຂອງເພິ່ນ. ເພິ່ນກໍເຈັບປວດທໍລະມານທີ່ສຸດ; ເພິ່ນບໍ່ຮູ້ວ່າຈະເຮັດແນວໃດພາຍໃຕ້ສະພາບການດັ່ງກ່າວ. ແຕ່ເພິ່ນກໍຍັງສືບຕໍ່ອະທິຖານວ່າ “ໂອ ພຣະເຈົ້າ! ມະນຸດມີວຸດທິພາວະທີ່ເປັນເໝືອນກັບເດັກນ້ອຍ, ຄວາມສຳນຶກຂອງເຂົາກໍອ່ອນແອ ແລະ ສິ່ງດຽວທີ່ຂ້ານ້ອຍສາມາດບັນລຸໄດ້ກໍຄືການຕອບແທນຄວາມຮັກຂອງພຣະອົງ. ໃນປັດຈຸບັນ, ຂ້ານ້ອຍບໍ່ຮູ້ວິທີທີ່ຈະປະຕິບັດຕາມຄວາມປາຖະໜາຂອງພຣະອົງ ແລະ ຂ້ານ້ອຍພຽງແຕ່ປາຖະໜາເຮັດທຸກສິ່ງທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້, ມອບທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີ ແລະ ອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ. ບໍ່ວ່າຈະເປັນການພິພາກສາຂອງພຣະອົງ, ບໍ່ວ່າຈະເປັນການຕີສອນຂອງພຣະອົງ, ບໍ່ວ່າຈະເປັນສິ່ງທີ່ພຣະອົງຊົງປະທານໃຫ້ກັບຂ້ານ້ອຍ, ບໍ່ວ່າຈະເປັນສິ່ງທີ່ພຣະອົງຊົງເອົາໄປຈາກຂ້ານ້ອຍ, ຂໍໃຫ້ປົດປ່ອຍຂ້ານ້ອຍຈາກການຕໍ່ວ່າພຣະອົງທີ່ເລັກໆນ້ອຍໆນີ້ດ້ວຍເທິດ. ຫຼາຍຄັ້ງ ເມື່ອພຣະອົງຕີສອນຂ້ານ້ອຍ ແລະ ພິພາກສາຂ້ານ້ອຍ, ຂ້ານ້ອຍຈົ່ມພຶມພໍາກັບຕົນເອງ ແລະ ບໍ່ສາມາດບັນລຸຄວາມບໍລິສຸດໄດ້ ຫຼື ປະຕິບັດຕາມຄວາມປາຖະໜາຂອງພຣະອົງໄດ້. ການທີ່ຂ້ານ້ອຍຕອບແທນຄວາມຮັກຂອງພຣະອົງແມ່ນເກີດມາຈາກການບັງຄັບ ແລະ ໃນຊ່ວງເວລານີ້ ຂ້ານ້ອຍກຽດຊັງຕົນເອງຫຼາຍຍິ່ງຂຶ້ນ”. ມັນເປັນຍ້ອນ ເພິ່ນສະແຫວງຫາຄວາມຮັກທີ່ບໍລິສຸດຍິ່ງຂຶ້ນສຳລັບພຣະເຈົ້າ ເປໂຕຈຶ່ງອະທິຖານໃນລັກສະນະນີ້. ເພິ່ນກຳລັງສະແຫວງຫາ ແລະ ອ້ອນວອນ ແລະ ຍິ່ງໄປກວ່ານັ້ນກໍຄື ເພິ່ນກຳລັງກ່າວດ່າຕົນເອງ ແລະ ສາລະພາບຄວາມຜິດບາບຂອງເພິ່ນຕໍ່ພຣະເຈົ້າ. ເພິ່ນຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າ ແລະ ຮູ້ສຶກກຽດຊັງຕົວເພິ່ນເອງ, ເຖິງຢ່າງນັ້ນກໍຕາມ ເພິ່ນຍັງຂ້ອນຂ້າງໂສກເສົ້າ ແລະ ບໍ່ດີ້ນລົນ. ເພິ່ນຮູ້ສຶກແບບນັ້ນຢູ່ສະເໝີ, ເໝືອນກັບວ່າ ເພິ່ນບໍ່ດີພໍສຳລັບຄວາມປາຖະໜາຂອງພຣະເຈົ້າ ແລະ ບໍ່ສາມາດກະທຳສຸດຄວາມສາມາດຂອງເພິ່ນ. ພາຍໃຕ້ສະພາບການດັ່ງກ່າວ, ເປໂຕຍັງສະແຫວງຫາຄວາມເຊື່ອຂອງໂຢບ. ເພິ່ນເຫັນວ່າ ຄວາມເຊື່ອຂອງໂຢບນັ້ນຍິ່ງໃຫຍ່ຫຼາຍສໍ່າໃດ, ຍ້ອນໂຢບໄດ້ເຫັນທຸກສິ່ງທຸກຢ່າງທີ່ພຣະເຈົ້າຊົງປະທານໃຫ້ກັບເພິ່ນ ແລະ ມັນເປັນເລື່ອງທຳມະຊາດທີ່ພຣະເຈົ້າຈະເອົາທຸກສິ່ງໄປຈາກເພິ່ນ, ພຣະເຈົ້າຈະຊົງມອບໃຫ້ກັບໃຜກໍຕາມທີ່ພຣະອົງຊົງປາຖະໜາ, ສິ່ງນີ້ຄືອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ໂຢບບໍ່ມີການຈົ່ມວ່າໃດໆເລີຍ ແລະ ຍັງສັນລະເສີນພຣະເຈົ້າອີກ. ເປໂຕກໍຮູ້ຈັກຕົວເພິ່ນເອງດີ ແລະ ເພິ່ນໄດ້ອະທິຖານໃນຫົວໃຈຂອງເພິ່ນວ່າ “ມື້ນີ້ ຂ້ານ້ອຍບໍ່ຄວນພໍໃຈກັບການຕອບແທນຄວາມຮັກຂອງພຣະອົງດ້ວຍຄວາມສຳນຶກຜິດ ແລະ ດ້ວຍຄວາມຮັກ ບໍ່ວ່າຈະຫຼາຍສໍ່າໃດກໍຕາມທີ່ຂ້ານ້ອຍມອບໃຫ້ກັບພຣະອົງຄືນ, ເພາະວ່າຄວາມຄິດຂອງຂ້ານ້ອຍເສື່ອມຊາມເກີນໄປ ແລະ ເພາະວ່າ ຂ້ານ້ອຍບໍ່ສາມາດເຫັນພຣະອົງເປັນພຣະຜູ້ສ້າງເທື່ອ. ເພາະຂ້ານ້ອຍຍັງບໍ່ເໝາະສົມທີ່ຈະຮັກພຣະອົງ, ຂ້ານ້ອຍຕ້ອງປູກຝັງຄວາມສາມາດທີ່ຈະອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ ເຊິ່ງຂ້ານ້ອຍຈະກະທຳມັນຢ່າງເຕັມໃຈ. ຂ້ານ້ອຍຮູ້ເຖິງທຸກສິ່ງຢ່າງທີ່ພຣະອົງໄດ້ຊົງກະທຳ ແລະ ຂ້ານ້ອຍບໍ່ມີທາງເລືອກ ແລະ ຂ້ານ້ອຍຕ້ອງເຫັນເຖິງຄວາມຮັກຂອງພຣະອົງ ແລະ ຂ້ານ້ອຍຈະສາມາດກ່າວສັນລະເສີນພຣະອົງ ແລະ ຍົກຍ້ອງພຣະນາມອັນສັກສິດຂອງພຣະອົງ ເພື່ອພຣະອົງຈະຊົງຮັບພຣະລັດສະໝີທີ່ຍິ່ງໃຫຍ່ຜ່ານທາງຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະຍຶດໝັ້ນໃນຄຳພະຍານນີ້ໃຫ້ກັບພຣະອົງ. ໂອ ພຣະເຈົ້າ! ຄວາມຮັກຂອງພຣະອົງຊ່າງລໍ້າຄ່າ ແລະ ງົດງາມຫຼາຍ; ຈະໃຫ້ຂ້ານ້ອຍປາຖະໜາມີຊີວິດຢູ່ໃນກຳມືຂອງຜູ້ທີ່ຊົ່ວຮ້າຍໄດ້ແນວໃດ? ພຣະອົງບໍ່ໄດ້ສ້າງຂ້ານ້ອຍບໍ? ຈະໃຫ້ຂ້ານ້ອຍດຳລົງຊີວິດຢູ່ພາຍໃຕ້ການຄອບງຳຂອງຊາຕານໄດ້ແນວໃດ? ຂ້ານ້ອຍຂໍເລືອກໃຫ້ການເປັນຢູ່ທັງໝົດຂອງຂ້ານ້ອຍຢູ່ທ່າມກາງການຕີສອນຂອງພຣະອົງຫຼາຍກວ່າ. ຂ້ານ້ອຍບໍ່ເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຄວບຄຸມຂອງຜູ້ທີ່ຊົ່ວຮ້າຍ. ຖ້າຂ້ານ້ອຍສາມາດຖືກເຮັດໃຫ້ບໍລິສຸດໄດ້ ແລະ ສາມາດອຸທິດທຸກສິ່ງທຸກຢ່າງຂອງຂ້ານ້ອຍໃຫ້ກັບພຣະອົງ, ຂ້ານ້ອຍເຕັມໃຈທີ່ຈະຖວາຍຮ່າງກາຍ ແລະ ຈິດໃຈຂອງຂ້ານ້ອຍເຂົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ, ຍ້ອນຂ້ານ້ອຍກຽດຊັງຊາຕານ ແລະ ບໍ່ເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຄວບຄຸມຂອງມັນ. ຜ່ານການພິພາກສາຂອງພຣະອົງທີ່ມີຕໍ່ຂ້ານ້ອຍ, ພຣະອົງໄດ້ຊົງສຳແດງເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ; ຂ້ານ້ອຍມີຄວາມສຸກ ແລະ ບໍ່ມີການຕໍ່ວ່າແມ່ນແຕ່ໜ້ອຍດຽວ. ຖ້າຂ້ານ້ອຍສາມາດປະຕິບັດໜ້າທີ່ຂອງສິ່ງຊົງສ້າງ, ຂ້ານ້ອຍເຕັມໃຈໃຫ້ຊີວິດທັງໝົດຂອງຂ້ານ້ອຍຖືກຕິດຕາມໂດຍການພິພາກສາຂອງພຣະອົງ ໂດຍຜ່ານສິ່ງນັ້ນ ຂ້ານ້ອຍຈຶ່ງຈະຮຽນຮູ້ຈັກອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ຈະກຳຈັດຕົນເອງໃຫ້ອອກຈາກອິດທິພົນຂອງຜູ້ທີ່ຊົ່ວຮ້າຍ”. ເປໂຕອະທິຖານແບບນີ້, ສະແຫວງຫາແບບນີ້ຢູ່ສະເໝີ ແລະ ຂ້ອນຂ້າງເວົ້າໄດ້ວ່າ ລາວໄດ້ໄປເຖິງຂອບເຂດທີ່ສູງຫຼາຍ. ບໍ່ພຽງແຕ່ເພິ່ນສາມາດຕອບແທນຄວາມຮັກຂອງພຣະເຈົ້າເທົ່ານັ້ນ, ແຕ່ທີ່ສຳຄັນໄປກວ່ານັ້ນ ເພິ່ນຍັງໄດ້ປະຕິບັດໜ້າທີ່ຂອງເພິ່ນໃນຖານະທີ່ເປັນສິ່ງຊົງສ້າງ. ບໍ່ພຽງແຕ່ເພິ່ນກ່າວໂທດຄວາມສຳນຶກຂອງເພິ່ນເທົ່ານັ້ນ, ແຕ່ເພິ່ນຍັງສາມາດຢູ່ເໜືອມາດຕະຖານຂອງຄວາມສຳນຶກ. ຄຳອະທິຖານຂອງເພິ່ນສືບຕໍ່ເພີ່ມຂຶ້ນຕໍ່ໜ້າພຣະເຈົ້າ ຈົນຄວາມປາຖະໜາຂອງເພິ່ນຍິ່ງສູງຂຶ້ນຫຼາຍກວ່າເກົ່າ ແລະ ຄວາມຮັກທີ່ເພິ່ນມີສຳລັບພຣະເຈົ້າກໍຍິ່ງໃຫຍ່ຂຶ້ນເລື້ອຍໆ. ເຖິງແມ່ນວ່າ ເພິ່ນໄດ້ທົນທຸກກັບຄວາມເຈັບປວດແສນທໍລະມານ, ເພິ່ນກໍຍັງບໍ່ລືມທີ່ຈະຮັກພຣະເຈົ້າ ແລະ ເພິ່ນກໍຍັງສະແຫວງຫາເພື່ອບັນລຸຄວາມສາມາດທີ່ຈະເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ. ໃນຄຳອະທິຖານຂອງເພິ່ນ, ເພິ່ນໄດ້ກ່າວຄຳເວົ້າດັ່ງຕໍ່ໄປນີ້: “ຂ້ານ້ອຍບໍ່ໄດ້ສຳເລັດຫຍັງຫຼາຍໄປກວ່າການຕອບແທນຄວາມຮັກຂອງພຣະອົງ. ຂ້ານ້ອຍບໍ່ໄດ້ເປັນພະຍານໃຫ້ກັບພຣະອົງຕໍ່ໜ້າຊາຕານ, ບໍ່ໄດ້ປົດປ່ອຍຕົນເອງຈາກອິດທິພົນຂອງຊາຕານ ແລະ ຍັງດຳລົງຊີວິດທ່າມກາງເນື້ອໜັງ. ຂ້ານ້ອຍປາຖະໜາທີ່ຈະໃຊ້ຄວາມຮັກຂອງຂ້ານ້ອຍເພື່ອເອົາຊະນະຊາຕານ, ເຮັດໃຫ້ມັນອັບອາຍ ແລ້ວປະຕິບັດຕາມຄວາມປາຖະໜາຂອງພຣະອົງ. ຂ້ານ້ອຍປາຖະໜາທີ່ຈະມອບຊີວິດທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ, ບໍ່ມອບແມ່ນແຕ່ສ່ວນເລັກນ້ອຍຂອງຂ້ານ້ອຍໃຫ້ກັບຊາຕານ ຍ້ອນຊາຕານເປັນສັດຕູຂອງພຣະອົງ”. ຍິ່ງເພິ່ນສະແຫວງຫາໃນທິດທາງນີ້ຫຼາຍສໍ່າໃດ, ເພິ່ນກໍຍິ່ງໄດ້ຮັບການສຳຜັດຫຼາຍສໍ່ານັ້ນ ແລະ ຄວາມຮູ້ຂອງເພິ່ນກ່ຽວກັບບັນຫາເຫຼົ່ານີ້ກໍຍິ່ງສູງຂຶ້ນຫຼາຍສໍ່ານັ້ນ. ໂດຍບໍ່ຮູ້ຕົວ ເພິ່ນໄດ້ຮຽນຮູ້ວ່າ ເພິ່ນຄວນປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານ ແລະ ຄວນກັບຄືນມາຫາພຣະເຈົ້າຢ່າງສົມບູນ. ສິ່ງດັ່ງກ່າວແມ່ນຂອບເຂດທີ່ເພິ່ນໄດ້ຮັບ. ເພິ່ນກຳລັງຢູ່ເໜືອອິດທິພົນຂອງຊາຕານ ແລະ ປົດປ່ອຍຕົນເອງອອກຈາກຄວາມສຸກ ແລະ ຄວາມມ່ວນຊື່ນທາງເນື້ອໜັງ ແລະ ເຕັມໃຈທີ່ຈະປະສົບກັບທັງການຕີສອນຂອງພຣະເຈົ້າ ແລະ ການພິພາກສາຂອງພຣະອົງໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ. ເພິ່ນກ່າວວ່າ “ເຖິງແມ່ນຂ້ານ້ອຍດຳລົງຊີວິດຢູ່ທ່າມກາງການຕີສອນຂອງພຣະອົງ ແລະ ທ່າມກາງການພິພາກສາຂອງພຣະອົງ, ບໍ່ວ່າສິ່ງນັ້ນຈະນໍາມາສູ່ຄວາມຍາກລຳບາກຫຍັງກໍຕາມ, ຂ້ານ້ອຍກໍຍັງບໍ່ເຕັມໃຈທີ່ຈະດຳລົງຊີວິດຢູ່ທ່າມກາງການຄວບຄຸມຂອງຊາຕານ, ຂ້ານ້ອຍກໍຍັງບໍ່ເຕັມໃຈທີ່ຈະທົນທຸກຕໍ່ກົນອຸບາຍຂອງຊາຕານ. ຂ້ານ້ອຍມີຄວາມປິຕິຍິນດີໃນການດຳລົງຊີວິດຢູ່ທ່າມກາງການສາບແຊ່ງຂອງພຣະອົງ ແລະ ເຈັບປວດໂດຍການດຳລົງຊີວິດຢູ່ທ່າມກາງການອວຍພອນຂອງຊາຕານ. ຂ້ານ້ອຍຮັກພຣະອົງໂດຍການດຳລົງຊີວິດຢູ່ທ່າມກາງການພິພາກສາຂອງພຣະອົງ ແລະ ສິ່ງນີ້ກໍນໍາຄວາມປິຕິຍິນດີອັນໃຫຍ່ຫຼວງມາສູ່ຂ້ານ້ອຍ. ການຕີສອນ ແລະ ການພິພາກສາຂອງພຣະອົງຊອບທຳ ແລະ ສັກສິດ; ມັນແມ່ນເພື່ອຊໍາລະລ້າງຂ້ານ້ອຍ ແລະ ຍິ່ງໄປກວ່ານັ້ນ ມັນແມ່ນເພື່ອຊ່ວຍໃຫ້ຂ້ານ້ອຍລອດພົ້ນ. ຂ້ານ້ອຍເລືອກທີ່ຈະໃຊ້ຊີວິດທັງໝົດຂອງຂ້ານ້ອຍທ່າມກາງການພິພາກສາເພື່ອວ່າຂ້ານ້ອຍອາດຢູ່ພາຍໃຕ້ການດູແລຂອງພຣະອົງ. ຂ້ານ້ອຍບໍ່ເຕັມໃຈທີ່ຈະດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານແມ່ນແຕ່ຊ່ວງເວລາດຽວ; ຂ້ານ້ອຍປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງຈາກພຣະອົງ; ເຖິງແມ່ນວ່າ ຂ້ານ້ອຍຕ້ອງທົນທຸກກັບຄວາມຍາກລໍາບາກ, ຂ້ານ້ອຍກໍບໍ່ເຕັມໃຈທີ່ຈະຖືກຂູດຮີດ ແລະ ຖືກຫຼອກລວງໂດຍຊາຕານ. ຂ້ານ້ອຍ ເຊິ່ງເປັນສິ່ງຊົງສ້າງນີ້ ຄວນຖືກພຣະອົງໃຊ້, ຖືກພຣະອົງຄອບຄອງ, ຖືກພຣະອົງພິພາກສາ ແລະ ຖືກພຣະອົງຕີສອນ. ຍິ່ງໄປກວ່ານັ້ນ ຂ້ານ້ອຍຄວນຖືກພຣະອົງສາບແຊ່ງ. ຫົວໃຈຂອງຂ້ານ້ອຍຍິນດີເມື່ອພຣະອົງເຕັມໃຈທີ່ຈະອວຍພອນຂ້ານ້ອຍ ຍ້ອນຂ້ານ້ອຍໄດ້ເຫັນເຖິງຄວາມຮັກຂອງພຣະອົງ. ພຣະອົງເປັນພຣະຜູ້ສ້າງ ແລະ ຂ້ານ້ອຍເປັນສິ່ງຊົງສ້າງ ນັ້ນກໍຄື: ຂ້ານ້ອຍບໍ່ຄວນຫັກຫຼັງພຣະອົງ ແລະ ດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ຫຼື ຂ້ານ້ອຍບໍ່ຄວນຖືກຂູດຮີດໂດຍຊາຕານ. ຂ້ານ້ອຍຄວນເປັນມ້າ ຫຼື ງົວຂອງພຣະອົງ ແທນທີ່ຈະດຳລົງຊີວິດເພື່ອຊາຕານ. ຂ້ານ້ອຍຂໍດຳລົງຊີວິດຢູ່ທ່າມກາງການຕີສອນຂອງພຣະອົງໂດຍປາສະຈາກຄວາມສຸກທາງຮ່າງກາຍຈະຫຼາຍກວ່າ ແລະ ສິ່ງນີ້ຈະນໍາຄວາມຊື່ນຊົມມາສູ່ຂ້ານ້ອຍ ເຖິງແມ່ນວ່າຂ້ານ້ອຍຕ້ອງສູນເສຍພຣະຄຸນຂອງພຣະອົງ. ເຖິງແມ່ນພຣະຄຸນຂອງພຣະອົງບໍ່ໄດ້ຢູ່ກັບຂ້ານ້ອຍ, ຂ້ານ້ອຍກໍມີຄວາມສຸກກັບການຖືກຕີສອນ ແລະ ຖືກພິພາກສາໂດຍພຣະອົງ; ນີ້ແມ່ນການອວຍພອນທີ່ດີທີ່ສຸດຂອງພຣະອົງ, ພຣະຄຸນທີ່ດີສຸດຂອງພຣະອົງ. ເຖິງແມ່ນວ່າ ພຣະອົງສະຫງ່າງາມ ແລະ ໂກດຮ້າຍຕໍ່ຂ້ານ້ອຍຢູ່ສະເໝີ, ຂ້ານ້ອຍກໍຍັງບໍ່ສາມາດປະຖິ້ມພຣະອົງໄດ້ ແລະ ຂ້ານ້ອຍບໍ່ສາມາດຮັກພຣະອົງໄດ້ດີພໍ. ຂ້ານ້ອຍເລືອກທີ່ຈະດຳລົງຊີວິດຢູ່ໃນເຮືອນຂອງພຣະອົງ, ຂ້ານ້ອຍເລືອກທີ່ຈະຖືກສາບແຊ່ງ, ຕີສອນ ແລະ ຂ້ຽນຕີໂດຍພຣະອົງ ແລະ ບໍ່ເຕັມໃຈທີ່ຈະຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ຫຼື ຂ້ານ້ອຍເຕັມໃຈທີ່ຈະຟ້າວຟັ່ງ ແລະ ຫຍຸ້ງເຮັດນັ້ນເຮັດນີ້ໃຫ້ກັບເນື້ອໜັງເທົ່ານັ້ນ ແລະ ແຮງໄກທີ່ຂ້ານ້ອຍຈະເຕັມໃຈດຳລົງຊີວິດຢູ່ເພື່ອເນື້ອໜັງເລີຍ”. ຄວາມຮັກຂອງເປໂຕເປັນຄວາມຮັກທີ່ບໍລິສຸດ. ນີ້ແມ່ນປະສົບການຂອງການຖືກເຮັດໃຫ້ສົມບູນ ແລະ ເປັນຂອບເຂດສູງສຸດຂອງການຖືກເຮັດໃຫ້ສົມບູນ; ບໍ່ມີຊີວິດທີ່ມີຄວາມໝາຍຫຼາຍກວ່ານີ້ອີກແລ້ວ. ເພິ່ນຍອມຮັບການຕີສອນ ແລະ ການພິພາກສາຂອງພຣະເຈົ້າ, ເພິ່ນຖືວ່າອຸປະນິໄສທີ່ຊອບທຳຂອງພຣະເຈົ້າເປັນສິ່ງທີ່ມີຄ່າ ແລະ ບໍ່ມີຫຍັງເລີຍກ່ຽວກັບເປໂຕທີ່ຈະມີຄ່າຫຼາຍກວ່ານີ້ອີກ. ເພິ່ນເວົ້າວ່າ “ຊາຕານມອບຄວາມຊື່ນຊົມຍິນດີທາງວັດຖຸໃຫ້ກັບຂ້ານ້ອຍ, ແຕ່ຂ້ານ້ອຍບໍ່ຖືວ່າພວກມັນມີຄ່າ. ການຕີສອນ ແລະ ການພິພາກສາຂອງພຣະເຈົ້າມາເຖິງຂ້ານ້ອຍ, ໃນສິ່ງນີ້ ຂ້ານ້ອຍຮູ້ສຶກໄດ້ຮັບພຣະຄຸນ, ໃນສິ່ງນີ້ ຂ້ານ້ອຍໄດ້ພົບຄວາມຊື່ນຊົມຍິນດີ ແລະ ໃນສິ່ງນີ້ ຂ້ານ້ອຍເປັນສຸກ. ຖ້າບໍ່ແມ່ນຍ້ອນການພິພາກສາຂອງພຣະເຈົ້າ ຂ້ານ້ອຍຈະບໍ່ຮັກພຣະເຈົ້າຈັກເທື່ອ, ຂ້ານ້ອຍຈະຍັງດຳລົງຊີວິດຢູ່ພາຍໃຕ້ການຄອບງຳຂອງຊາຕານ, ຈະຍັງຖືກມັນຄວບຄຸມ ແລະ ບັນຊາ. ຖ້າເປັນແບບນັ້ນ, ຂ້ານ້ອຍຈະບໍ່ກາຍມາເປັນມະນຸດຢ່າງແທ້ຈິງໄດ້ຈັກເທື່ອ ຍ້ອນຂ້ານ້ອຍບໍ່ສາມາດເຮັດໃຫ້ພຣະເຈົ້າພໍພຣະໄທໄດ້ ແລະ ບໍ່ໄດ້ອຸທິດຕົວຕົນທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ. ເຖິງແມ່ນພຣະເຈົ້າຈະບໍ່ອວຍພອນຂ້ານ້ອຍ, ປ່ອຍໃຫ້ຂ້ານ້ອຍປາສະຈາກຄວາມສຸກສະບາຍຢູ່ພາຍໃນ, ເໝືອນກັບວ່າມີໄຟທີ່ກຳລັງໄໝ້ຢູ່ພາຍໃນຕົວຂ້ານ້ອຍ ແລະ ບໍ່ມີສັນຕິສຸກ ແລະ ຄວາມສຸກ ແລະ ເຖິງແມ່ນວ່າ ການຕີສອນ ແລະ ການລົງວິໄນຂອງພຣະເຈົ້າບໍ່ເຄີຍອອກຫ່າງຂ້ານ້ອຍເລີຍ, ໃນການຕີສອນ ແລະ ການພິພາກສາຂອງພຣະອົງນັ້ນ ຂ້ານ້ອຍສາມາດເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ. ຂ້ານ້ອຍຊື່ນຊົມໃນສິ່ງນີ້; ບໍ່ມີສິ່ງໃດທີ່ມີຄຸນຄ່າ ຫຼື ມີຄວາມໝາຍຫຼາຍກວ່ານີ້ໃນຊີວິດອີກແລ້ວ. ເຖິງແມ່ນການປົກປ້ອງ ແລະ ການດູແລຂອງພຣະອົງກາຍມາເປັນການຕີສອນ, ການພິພາກສາ, ການສາບແຊ່ງ ແລະ ການຂ້ຽນຕີທີ່ໂຫດຮ້າຍ, ຂ້ານ້ອຍກໍຍັງຈະຊື່ນຊົມຍິນດີໃນສິ່ງເຫຼົ່ານີ້ ຍ້ອນສິ່ງເຫຼົ່ານີ້ສາມາດຊໍາລະລ້າງຂ້ານ້ອຍ ແລະ ປ່ຽນແປງຂ້ານ້ອຍໄດ້ດີກວ່າ, ສາມາດນໍາຂ້ານ້ອຍເຂົ້າໃກ້ຊິດພຣະເຈົ້າ, ສາມາດເຮັດໃຫ້ຂ້ານ້ອຍຮັກພຣະເຈົ້າຫຼາຍຂຶ້ນ ແລະ ສາມາດເຮັດໃຫ້ຄວາມຮັກຂອງຂ້ານ້ອຍຕໍ່ພຣະເຈົ້າບໍລິສຸດຍິ່ງຂຶ້ນ. ສິ່ງນີ້ເຮັດໃຫ້ຂ້ານ້ອຍສາມາດປະຕິບັດຕາມໜ້າທີ່ຂອງຂ້ານ້ອຍໃນຖານະທີ່ເປັນສິ່ງຊົງສ້າງ ແລະ ນໍາຂ້ານ້ອຍມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອອກຈາກອິດທິພົນຂອງຊາຕານ ເພື່ອຂ້ານ້ອຍຈະບໍ່ຮັບໃຊ້ຊາຕານອີກຕໍ່ໄປ ແລະ ຂ້ານ້ອຍຈະສາມາດອຸທິດທຸກສິ່ງທີ່ຂ້ານ້ອຍມີ ແລະ ທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ໃຫ້ກັບພຣະອົງ ໂດຍບໍ່ຢັບຢັ້ງສິ່ງໃດເລີຍ, ນັ້ນຈະເປັນເວລາທີ່ຂ້ານ້ອຍພໍໃຈຢ່າງເຕັມປ່ຽມ. ແມ່ນການຕີສອນ ແລະ ການພິພາກສາຂອງພຣະເຈົ້າທີ່ຊ່ວຍຂ້ານ້ອຍໃຫ້ລອດພົ້ນ ແລະ ຊີວິດຂອງຂ້ານ້ອຍກໍບໍ່ສາມາດແຍກອອກຈາກການຕີສອນ ແລະ ການພິພາກສາຂອງພຣະເຈົ້າໄດ້. ຊີວິດຂອງຂ້ານ້ອຍເທິງແຜ່ນດິນໂລກແມ່ນຢູ່ພາຍໃຕ້ການຄອບງຳຂອງຊາຕານ ແລະ ຖ້າບໍ່ແມ່ນຍ້ອນການດູແລ ແລະ ການປົກປ້ອງຂອງການຕີສອນ ແລະ ການພິພາກສາຂອງພຣະເຈົ້າ, ຂ້ານ້ອຍກໍຈະດຳລົງຊີວິດຢູ່ພາຍໃຕ້ການຄອບງຳຂອງຊາຕານຢູ່ສະເໝີ ແລະ ຍິ່ງໄປກວ່ານັ້ນ ຂ້ານ້ອຍຈະບໍ່ມີໂອກາດ ຫຼື ວິທີທາງທີ່ຈະດຳລົງຊີວິດທີ່ມີຄວາມໝາຍໄດ້. ມີພຽງແຕ່ການຕີສອນ ແລະ ການພິພາກສາຂອງພຣະເຈົ້າທີ່ບໍ່ເຄີຍໜີປະຂ້ານ້ອຍຈັກເທື່ອ, ຂ້ານ້ອຍຈຶ່ງສາມາດທີ່ຈະໄດ້ຮັບການຊໍາລະລ້າງໂດຍພຣະເຈົ້າ. ມີພຽງແຕ່ດ້ວຍພຣະທຳທີ່ໂຫດຮ້າຍ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງເທົ່ານັ້ນ ແລະ ການພິພາກສາທີ່ສະຫງ່າງາມຂອງພຣະເຈົ້າ, ຂ້ານ້ອຍຈຶ່ງໄດ້ຮັບການປົກປ້ອງທີ່ສູງສຸດ ແລະ ມາດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ໄດ້ຮັບເອົາການອວຍພອນຂອງພຣະເຈົ້າ. ການທີ່ສາມາດໄດ້ຮັບການຊໍາລະລ້າງ ແລະ ປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກຊາຕານ ແລະ ດຳລົງຊີວິດຢູ່ພາຍໃຕ້ການຄອບງຳຂອງພຣະເຈົ້າ, ນີ້ແມ່ນການອວຍພອນທີ່ຍິ່ງໃຫຍ່ສຸດໃນຊີວິດຂອງຂ້ານ້ອຍໃນປັດຈຸບັນ”. ນີ້ແມ່ນຂອບເຂດສູງສຸດທີ່ເປໂຕໄດ້ຜະເຊີນ.
ນີ້ແມ່ນສະພາວະທີ່ມະນຸດຕ້ອງບັນລຸຫຼັງຈາກທີ່ຖືກເຮັດໃຫ້ສົມບູນແທ້ໆ. ຖ້າເຈົ້າບໍ່ສາມາດບັນລຸສິ່ງນີ້ຢ່າງຫຼວງຫຼາຍ, ແລ້ວເຈົ້າກໍບໍ່ສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້. ມະນຸດດຳລົງຊີວິດທ່າມກາງເນື້ອໜັງ ເຊິ່ງໝາຍຄວາມວ່າ ເຂົາດຳລົງຊີວິດໃນນະຮົກແຫ່ງມະນຸດ ແລະ ປາສະຈາກການພິພາກສາ ແລະ ການຕີສອນຂອງພຣະເຈົ້າ, ມະນຸດແມ່ນສົກກະປົກຄືກັນກັບຊາຕານ. ແລ້ວມະນຸດຈະບໍລິສຸດໄດ້ແນວໃດ? ເປໂຕເຊື່ອວ່າ ການຕີສອນ ແລະ ການພິພາກສາຈາກພຣະເຈົ້າແມ່ນການປົກປ້ອງທີ່ດີທີ່ສຸດ ແລະ ພຣະຄຸນທີ່ຍິ່ງໃຫຍ່ສຸດຂອງມະນຸດ. ມີແຕ່ຜ່ານການຕີສອນ ແລະ ການພິພາກສາຈາກພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງຈະສາມາດຕື່ນຂຶ້ນ ແລະ ກຽດຊັງເນື້ອໜັງ, ກຽດຊັງຊາຕານ. ວິໄນທີ່ເຄັ່ງຄັດຂອງພຣະເຈົ້າໄດ້ປົດປ່ອຍມະນຸດໃຫ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານ, ປົດປ່ອຍເຂົາໃຫ້ເປັນອິດສະຫຼະຈາກໂລກນ້ອຍໆຂອງເຂົາເອງ ແລະ ເຮັດໃຫ້ເຂົາດຳລົງຊີວິດຢູ່ໃນແສງສະຫວ່າງແຫ່ງການສະຖິດຂອງພຣະເຈົ້າ. ບໍ່ມີຄວາມລອດພົ້ນທີ່ດີກວ່າການຕີສອນ ແລະ ການພິພາກສາອີກແລ້ວ! ເປໂຕອະທິຖານວ່າ “ໂອ ພຣະເຈົ້າ! ຕາບໃດທີ່ພຣະອົງຕີສອນ ແລະ ພິພາກສາຂ້ານ້ອຍ, ຂ້ານ້ອຍກໍຈະຮູ້ວ່າ ພຣະອົງບໍ່ໄດ້ປະຖິ້ມຂ້ານ້ອຍ. ເຖິງແມ່ນວ່າພຣະອົງບໍ່ໄດ້ມອບຄວາມສຸກ ຫຼື ສັນຕິສຸກໃຫ້ກັບຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍມີຊີວິດຢູ່ດ້ວຍຄວາມທົນທຸກ ແລະ ເຮັດໃຫ້ຂ້ານ້ອຍໄດ້ຮັບການຕີສອນທີ່ນັບບໍ່ຖ້ວນ, ແຕ່ຕາບໃດທີ່ພຣະອົງບໍ່ປະຖິ້ມຂ້ານ້ອຍ ຂ້ານ້ອຍກໍຈະສະບາຍໃຈ. ໃນປັດຈຸບັນ, ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ກາຍມາເປັນການປົກປ້ອງທີ່ດີທີ່ສຸດຂອງຂ້ານ້ອຍ ແລະ ພຣະພອນທີ່ຍິ່ງໃຫຍ່ສຸດຂອງຂ້ານ້ອຍ. ພຣະຄຸນທີ່ພຣະອົງຊົງມອບໃຫ້ກັບຂ້ານ້ອຍປົກປ້ອງຂ້ານ້ອຍ. ພຣະຄຸນທີ່ພຣະອົງຊົງປະທານໃຫ້ກັບຂ້ານ້ອຍໃນປັດຈຸບັນແມ່ນການສຳແດງເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ເປັນການຕີສອນ ແລະ ການພິພາກສາ; ຍິ່ງໄປກວ່ານັ້ນ, ມັນແມ່ນການທົດລອງ ແລະ ຫຼາຍໄປກວ່ານັ້ນ ມັນແມ່ນຊີວິດແຫ່ງການທົນທຸກ”. ເປໂຕສາມາດປ່ອຍວາງຄວາມສຸກທາງເນື້ອໜັງ ແລະ ສະແຫວງຫາຄວາມຮັກທີ່ເລິກເຊິ່ງຍິ່ງຂຶ້ນ ແລະ ການປົກປ້ອງທີ່ຍິ່ງໃຫຍ່ຂຶ້ນ ເພາະວ່າ ເພິ່ນໄດ້ຮັບພຣະຄຸນຢ່າງຫຼວງຫຼາຍຈາກການຕີສອນ ແລະ ການພິພາກສາຂອງພຣະເຈົ້າ. ໃນຊີວິດຂອງມະນຸດ, ຖ້າເຂົາປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບັນລຸການປ່ຽນແປງໃນນິໄສຂອງເຂົາ, ຖ້າເຂົາປາຖະໜາທີ່ຈະດຳລົງຊີວິດທີ່ມີຄວາມໝາຍ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຊົງສ້າງ, ແລ້ວເຂົາຕ້ອງຍອມຮັບເອົາການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ຕ້ອງບໍ່ຍອມໃຫ້ການລົງວິໄນຂອງພຣະເຈົ້າ ແລະ ການຂ້ຽນຕີຂອງພຣະເຈົ້າອອກໄປຈາກເຂົາ, ເພື່ອວ່າເຂົາອາດຈະປົດປ່ອຍຕົນເອງອອກຈາກການໃຊ້ເລ່ລ່ຽມຫຼອກລວງ ແລະ ອິດທິພົນຂອງຊາຕານ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ. ຈົ່ງຮູ້ວ່າ ການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນແສງສະຫວ່າງ ແລະ ເປັນແສງສະຫວ່າງແຫ່ງຄວາມລອດພົ້ນຂອງມະນຸດ ແລະ ບໍ່ມີການອວຍພອນ, ພຣະຄຸນ ຫຼື ການປົກປ້ອງທີ່ດີກວ່ານີ້ສຳລັບມະນຸດ. ມະນຸດດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ເປັນຢູ່ໃນເນື້ອໜັງ; ຖ້າເຂົາບໍ່ໄດ້ຮັບການຊໍາລະລ້າງ ແລະ ບໍ່ໄດ້ຮັບເອົາການປົກປ້ອງຂອງພຣະເຈົ້າ, ແລ້ວມະນຸດກໍຈະຊົ່ວຊ້າຫຼາຍຍິ່ງຂຶ້ນ. ຖ້າເຂົາປາຖະໜາທີ່ຈະຮັກພຣະເຈົ້າ, ເຂົາກໍຕ້ອງໄດ້ຮັບການຊໍາລະລ້າງ ແລະ ການຊ່ວຍໃຫ້ລອດພົ້ນ. ເປໂຕໄດ້ອະທິຖານວ່າ “ພຣະເຈົ້າ, ເມື່ອພຣະອົງຊົງປະຕິບັດຕໍ່ຂ້ານ້ອຍດ້ວຍຄວາມເມດຕາ ຂ້ານ້ອຍກໍມີຄວາມສຸກຫຼາຍ ແລະ ຮູ້ສຶກສະບາຍໃຈ; ເມື່ອພຣະອົງຕີສອນຂ້ານ້ອຍ, ຂ້ານ້ອຍຍິ່ງຮູ້ສຶກສະບາຍໃຈ ແລະ ມີຄວາມສຸກຍິ່ງຂຶ້ນ. ເຖິງແມ່ນຂ້ານ້ອຍອ່ອນແອ ແລະ ອົດກັ້ນຕໍ່ການທົນທຸກທີ່ນັບບໍ່ຖ້ວນ, ເຖິງແມ່ນມີນໍ້າຕາ ແລະ ຄວາມໂສກເສົ້າ, ພຣະອົງຊົງຮູ້ວ່າ ຄວາມໂສກເສົ້ານີ້ກໍເປັນຍ້ອນການບໍ່ເຊື່ອຟັງຂອງຂ້ານ້ອຍ ແລະ ຍ້ອນຄວາມອ່ອນແອຂອງຂ້ານ້ອຍ. ຂ້ານ້ອຍຮ້ອງໄຫ້ກໍເພາະຂ້ານ້ອຍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງ, ຂ້ານ້ອຍຮູ້ສຶກໂສກເສົ້າ ແລະ ເສຍໃຈ ເພາະວ່າຂ້ານ້ອຍບໍ່ເໝາະສົມສຳລັບຄວາມຕ້ອງການຂອງພຣະອົງ, ແຕ່ຂ້ານ້ອຍກໍເຕັມໃຈທີ່ຈະບັນລຸຂອບເຂດນີ້, ຂ້ານ້ອຍເຕັມໃຈທີ່ຈະເຮັດທຸກສິ່ງທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອເຮັດໃຫ້ພຣະອົງພໍພຣະໄທ. ການຕີສອນຂອງພຣະອົງໄດ້ນໍາການປົກປ້ອງມາສູ່ຂ້ານ້ອຍ ແລະ ໄດ້ມອບຄວາມລອດພົ້ນທີ່ດີທີ່ສຸດໃຫ້ກັບຂ້ານ້ອຍ; ການພິພາກສາຂອງພຣະອົງດີເລີດກວ່າຄວາມອົດກັ້ນ ແລະ ຄວາມອົດທົນຂອງພຣະອົງ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ຂ້ານ້ອຍກໍຈະບໍ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະອົງ. ໃນປັດຈຸບັນ, ຂ້ານ້ອຍຍິ່ງເຫັນຫຼາຍຂຶ້ນວ່າ ຄວາມຮັກຂອງພຣະອົງຢູ່ເໜືອສະຫວັນ ແລະ ດີກວ່າທຸກສິ່ງທຸກຢ່າງ. ຄວາມຮັກຂອງພຣະອົງບໍ່ແມ່ນພຽງແຕ່ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາ; ຍິ່ງໄປກວ່ານັ້ນ, ມັນແມ່ນການຕີສອນ ແລະ ການພິພາກສາ. ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ມອບຫຼາຍຢ່າງໃຫ້ກັບຂ້ານ້ອຍ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ຈະສາມາດຜະເຊີນກັບຄວາມຮັກຂອງພຣະຜູ້ສ້າງ. ເຖິງແມ່ນວ່າ ຂ້ານ້ອຍໄດ້ອົດກັ້ນຕໍ່ການທົດລອງ ແລະ ຄວາມລໍາບາກຍາກແຄ້ນຫຼາຍຮ້ອຍຄັ້ງ ແລະ ເຖິງກັບວ່າເກືອບຕາຍ, ພວກມັນໄດ້ເຮັດໃຫ້ຂ້ານ້ອຍຮູ້ຈັກພຣະອົງຢ່າງແທ້ຈິງ ແລະ ໄດ້ຮັບຄວາມລອດພົ້ນຢ່າງສູງສຸດ. ຖ້າການຕີສອນ, ການພິພາກສາ ແລະ ການລົງວິໄນຂອງພຣະເຈົ້າອອກຫ່າງຈາກຂ້ານ້ອຍ, ຂ້ານ້ອຍກໍຈະດຳລົງຊີວິດຢູ່ໃນຄວາມມືດ ພາຍໃຕ້ການຄອບງຳຂອງຊາຕານ. ແລ້ວເນື້ອໜັງຂອງມະນຸດຈະມີຜົນປະໂຫຍດຫຍັງ? ຖ້າການຕີສອນ ແລະ ການພິພາກສາຂອງພຣະອົງຕ້ອງຈາກຂ້ານ້ອຍໄປ, ມັນຈະເປັນເໝືອນກັບວ່າ ພຣະວິນຍານຂອງພຣະອົງໄດ້ປະຖິ້ມຂ້ານ້ອຍ, ເໝືອນກັບວ່າ ພຣະອົງບໍ່ໄດ້ຢູ່ກັບຂ້ານ້ອຍອີກຕໍ່ໄປ. ຖ້າເປັນແບບນັ້ນ, ຂ້ານ້ອຍຈະດຳລົງຊີວິດຕໍ່ໄປໄດ້ແນວໃດ? ຖ້າພຣະອົງມອບຄວາມເຈັບປ່ວຍໃຫ້ກັບຂ້ານ້ອຍ ແລະ ເອົາອິດສະຫຼະພາບຂອງຂ້ານ້ອຍໄປ, ຂ້ານ້ອຍສາມາດສືບຕໍ່ດຳລົງຊີວິດໄດ້, ແຕ່ຖ້າການຕີສອນ ແລະ ການພິພາກສາຂອງພຣະອົງຕ້ອງຈາກຂ້ານ້ອຍໄປ, ຂ້ານ້ອຍກໍຈະບໍ່ມີທາງດຳລົງຊີວິດຕໍ່ໄປໄດ້. ຖ້າຂ້ານ້ອຍປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ຂ້ານ້ອຍກໍຈະສູນເສຍຄວາມຮັກຂອງພຣະອົງ ເຊິ່ງເປັນຄວາມຮັກທີ່ເລິກເຊິ່ງເກີນກວ່າຂ້ານ້ອຍຈະພັນລະນາໄດ້. ຫາກປາສະຈາກຄວາມຮັກຂອງພຣະອົງ, ຂ້ານ້ອຍກໍຈະດຳລົງຊີວິດຢູ່ພາຍໃຕ້ການຄອບງຳຂອງຊາຕານ ແລະ ຈະບໍ່ສາມາດເຫັນໃບໜ້າອັນສະຫງ່າລາສີຂອງພຣະອົງ. ແລ້ວຂ້ານ້ອຍຈະສາມາດສືບຕໍ່ດຳລົງຊີວິດໄດ້ແນວໃດ? ຂ້ານ້ອຍບໍ່ສາມາດທົນກັບຄວາມມືດດັ່ງກ່າວ, ຊີວິດດັ່ງກ່າວ. ການທີ່ມີພຣະອົງຢູ່ກັບຂ້ານ້ອຍເປັນເໝືອນກັບການເຫັນພຣະອົງ, ແລ້ວຂ້ານ້ອຍຈະສາມາດປະຖິ້ມພຣະອົງໄດ້ແນວໃດ? ຂ້ານ້ອຍອ້ອນວອນພຣະອົງ, ຂ້ານ້ອຍຂໍຮ້ອງພຣະອົງຂໍຢ່າເອົາຄວາມສຸກສະບາຍທີ່ຍິ່ງໃຫຍ່ທີ່ສຸດຂອງຂ້ານ້ອຍນັ້ນໄປຈາກຂ້ານ້ອຍເທິດ ເຖິງແມ່ນມັນເປັນພຽງຄຳເວົ້າສອງສາມຄຳທີ່ເຮັດໃຫ້ໝັ້ນໃຈກໍຕາມ. ຂ້ານ້ອຍຊື່ນຊົມໃນຄວາມຮັກຂອງພຣະອົງ ແລະ ໃນປັດຈຸບັນ ຂ້ານ້ອຍບໍ່ສາມາດຢູ່ຫ່າງໄກຈາກພຣະອົງໄດ້; ແລ້ວຂ້ານ້ອຍຈະບໍ່ຮັກພຣະອົງໄດ້ແນວໃດ? ຂ້ານ້ອຍໄດ້ຫຼັ່ງນໍ້າຕາແຫ່ງຄວາມໂສກເສົ້າຫຼາຍຄັ້ງຍ້ອນຄວາມຮັກຂອງພຣະອົງ, ແຕ່ຂ້ານ້ອຍຮູ້ສຶກຢູ່ສະເໝີວ່າ ຊີວິດແບບນີ້ມີຄວາມໝາຍຍິ່ງກວ່າ, ສາມາດປັບປຸງຂ້ານ້ອຍຫຼາຍຂຶ້ນ, ສາມາດປ່ຽນແປງຂ້ານ້ອຍຫຼາຍຂຶ້ນ ແລະ ສາມາດເຮັດໃຫ້ຂ້ານ້ອຍໄດ້ຮັບຄວາມຈິງທີ່ສິ່ງຊົງສ້າງຄວນໄດ້ຮັບ”.
ຊີວິດທັງໝົດຂອງມະນຸດໄດ້ດຳລົງຢູ່ພາຍໃຕ້ການຄອບງຳຂອງຊາຕານ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານດ້ວຍຕົວພວກເຂົາເອງ. ທຸກຄົນດຳລົງຊີວິດຢູ່ໃນໂລກທີ່ສົກກະປົກ, ໃນຄວາມເສື່ອມຊາມ ແລະ ຄວາມວ່າງເປົ່າ, ໂດຍບໍ່ມີຄວາມໝາຍ ຫຼື ຄຸນຄ່າແມ່ນແຕ່ໜ້ອຍດຽວ; ພວກເຂົາດຳລົງຊີວິດໂດຍປາສະຈາກຄວາມກັງວົນເພື່ອເນື້ອໜັງ, ເພື່ອຕັນຫາ ແລະ ເພື່ອຊາຕານ. ບໍ່ມີຄຸນຄ່າແມ່ນແຕ່ໜ້ອຍດຽວໃນການເປັນຢູ່ຂອງພວກເຂົາ. ມະນຸດບໍ່ສາມາດຄົ້ນພົບຄວາມຈິງທີ່ຈະປົດປ່ອຍເຂົາໃຫ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານໄດ້. ເຖິງແມ່ນມະນຸດເຊື່ອໃນພຣະເຈົ້າ ແລະ ອ່ານພຣະຄຳພີ, ເຂົາກໍບໍ່ເຂົ້າໃຈວິທີການປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກການຄວບຄຸມແຫ່ງອິດທິພົນຂອງຊາຕານ. ຕະຫຼອດຍຸກຕ່າງໆ, ມີໜ້ອຍຄົນທີ່ໄດ້ຄົ້ນພົບຄວາມລັບນີ້, ມີໜ້ອຍຄົນທີ່ໄດ້ເຂົ້າໃຈມັນ. ດັ່ງນັ້ນ, ເຖິງແມ່ນວ່າມະນຸດຈະກຽດຊັງຊາຕານ ແລະ ກຽດຊັງເນື້ອໜັງ, ເຂົາກໍບໍ່ຮູ້ຈັກວິທີປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກອິດທິພົນແຫ່ງບ້ວງແຮ້ວຂອງຊາຕານ. ໃນປັດຈຸບັນ, ພວກເຈົ້າຍັງບໍ່ໄດ້ຢູ່ພາຍໃຕ້ການຄອບງຳຂອງຊາຕານບໍ? ເຈົ້າບໍ່ເສຍໃຈຕໍ່ການກະທຳທີ່ບໍ່ເຊື່ອຟັງຂອງເຈົ້າ ແລະ ແລ້ວແຮງໄກທີ່ເຈົ້າຈະຮູ້ວ່າ ເຈົ້າສົກກະປົກ ແລະ ບໍ່ເຊື່ອຟັງ. ຫຼັງຈາກທີ່ຕໍ່ຕ້ານພຣະເຈົ້າ, ເຈົ້າຍິ່ງມີຈິດໃຈທີ່ສະຫງົບສຸກ ແລະ ຮູ້ສຶກມີຄວາມສະຫງົບຢ່າງໃຫຍ່. ຄວາມສະຫງົບຂອງເຈົ້າບໍ່ແມ່ນຍ້ອນເຈົ້າເສື່ອມຊາມບໍ? ຈິດໃຈທີ່ສະຫງົບສຸກນີ້ບໍ່ໄດ້ມາຈາກຄວາມບໍ່ເຊື່ອຟັງຂອງເຈົ້າບໍ? ມະນຸດດຳລົງຊີວິດຢູ່ໃນນະຮົກແຫ່ງມະນຸດ, ເຂົາດຳລົງຊີວິດຢູ່ພາຍໃຕ້ອິດທິພົນຄວາມມືດຂອງຊາຕານ; ທົ່ວດິນແດນ, ຜີຮ້າຍດຳລົງຢູ່ກັບມະນຸດ ໂດຍລ່ວງລໍ້າເນື້ອໜັງຂອງມະນຸດ. ເທິງແຜ່ນດິນໂລກ, ເຈົ້າບໍ່ໄດ້ດຳລົງຊີວິດຢູ່ໃນວິມານທີ່ສວຍງາມ. ບ່ອນທີ່ເຈົ້າຢູ່ແມ່ນອານາຈັກຂອງມານຮ້າຍ, ນະຮົກຂອງມະນຸດ, ໂລກເບື້ອງລຸ່ມ. ຖ້າມະນຸດບໍ່ຖືກຊໍາລະລ້າງ, ແລ້ວເຂົາກໍຈະມີຄວາມສົກກະປົກ; ຖ້າເຂົາບໍ່ໄດ້ຮັບການປົກປ້ອງ ແລະ ດູແລໂດຍພຣະເຈົ້າ, ແລ້ວເຂົາກໍຍັງເປັນຊະເລີຍຂອງຊາຕານ; ຖ້າເຂົາບໍ່ຖືກພິພາກສາ ແລະ ຕີສອນ, ແລ້ວເຂົາກໍຈະບໍ່ມີຫົນທາງຫຼົບໜີຈາກການກົດຂີ່ຂອງອິດທິພົນມືດຂອງຊາຕານ. ນິໄສເສື່ອມຊາມທີ່ເຈົ້າສະແດງອອກມາ ແລະ ຄວາມປະພຶດທີ່ບໍ່ເຊື່ອຟັງທີ່ເຈົ້າດຳລົງຊີວິດຕາມແມ່ນພຽງພໍທີ່ຈະພິສູດໃຫ້ເຫັນວ່າ ເຈົ້າຍັງດຳລົງຊີວິດຢູ່ພາຍໃຕ້ການຄອບງຳຂອງຊາຕານ. ຖ້າຈິດໃຈ ແລະ ຄວາມຄິດຂອງເຈົ້າບໍ່ໄດ້ຮັບການຊໍາລະລ້າງ ແລະ ນິໄສຂອງເຈົ້າບໍ່ໄດ້ຖືກພິພາກສາ ແລະ ຕີສອນ, ແລ້ວການເປັນຢູ່ທັງໝົດຂອງເຈົ້າກໍຈະຍັງຖືກຄວບຄຸມໂດຍການຄອບງຳຂອງຊາຕານ, ຈິດໃຈຂອງເຈົ້າຖືກຄວບຄຸມໂດຍຊາຕານ, ຄວາມຄິດຂອງເຈົ້າຖືກລໍ້ລວງໂດຍຊາຕານ ແລະ ການເປັນຢູ່ທັງໝົດຂອງເຈົ້າກໍຖືກຄວບຄຸມດ້ວຍກໍາມືຂອງຊາຕານ. ເຈົ້າຮູ້ບໍ່ວ່າ ໃນຕອນນີ້ ເຈົ້າຢູ່ໄກສໍ່າໃດຈາກມາດຕະຖານຂອງເປໂຕ? ເຈົ້າມີຄວາມສາມາດແບບນັ້ນບໍ? ເຈົ້າຮູ້ກ່ຽວກັບການຕີສອນ ແລະ ການພິພາກສາໃນປັດຈຸບັນຫຼາຍສໍ່າໃດ? ເຈົ້າມີສິ່ງທີ່ເປໂຕຮຽນຮູ້ຫຼາຍສໍ່າໃດ? ໃນປັດຈຸບັນ, ຖ້າເຈົ້າບໍ່ສາມາດຮູ້, ເຈົ້າຈະສາມາດບັນລຸຄວາມຮູ້ນີ້ໃນອະນາຄົດໄດ້ບໍ? ຄົນທີ່ຂີ້ຄ້ານ ແລະ ຂີ້ຢ້ານຄືກັບເຈົ້າແມ່ນບໍ່ສາມາດຮູ້ຈັກການຕີສອນ ແລະ ການພິພາກສາເລີຍ. ຖ້າເຈົ້າສະແຫວງຫາສັນຕິສຸກແຫ່ງເນື້ອໜັງ ແລະ ຄວາມສຸກທາງເນື້ອໜັງ, ແລ້ວເຈົ້າກໍຈະບໍ່ມີທາງຖືກຊໍາລະລ້າງໄດ້ ແລະ ໃນທີ່ສຸດ ເຈົ້າກໍຈະກັບຄືນໄປຫາຊາຕານ ຍ້ອນສິ່ງທີ່ເຈົ້າດຳລົງຊີວິດຕາມແມ່ນຊາຕານ ແລະ ມັນເປັນເນື້ອໜັງ. ດັ່ງສະພາບໃນປັດຈຸບັນ, ຫຼາຍຄົນບໍ່ສະແຫວງຫາຊີວິດ ເຊິ່ງໝາຍຄວາມວ່າ ພວກເຂົາບໍ່ສົນໃຈກ່ຽວກັບການຖືກຊໍາລະລ້າງ ຫຼື ກ່ຽວກັບການເຂົ້າສູ່ປະສົບການຊີວິດທີ່ເລິກເຊິ່ງກວ່າເດີມ. ເມື່ອເປັນແບບນັ້ນ, ພວກເຂົາຈະຖືກເຮັດໃຫ້ສົມບູນໄດ້ແນວໃດ? ຄົນທີ່ບໍ່ສະແຫວງຫາຊີວິດກໍບໍ່ມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ຄົນທີ່ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄົນທີ່ບໍ່ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ກໍບໍ່ສາມາດຫຼົບໜີຈາກອິດທິພົນແຫ່ງຄວາມມືດຂອງຊາຕານໄດ້. ພວກເຂົາບໍ່ຈິງຈັງກັບຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ກ່ຽວກັບທາງເຂົ້າຂອງພວກເຂົາຕໍ່ການປ່ຽນແປງໃນອຸປະນິໄສຂອງພວກເຂົາ, ຄືກັບຄົນທີ່ພຽງແຕ່ເຊື່ອໃນສາສະໜາ, ຜູ້ເຊິ່ງປະຕິບັດຕາມພິທີກຳ ແລະ ເຂົ້າຮ່ວມງານຮັບໃຊ້ທີ່ເປັນປະຈຳເທົ່ານັ້ນ. ນັ້ນບໍ່ແມ່ນເສຍເວລາໄປຊື່ໆບໍ? ໃນຄວາມເຊື່ອທີ່ມະນຸດມີຕໍ່ພຣະເຈົ້າ ຖ້າເຂົາບໍ່ຈິງໃຈກ່ຽວກັບບັນຫາຊີວິດ, ບໍ່ສະແຫວງຫາທາງເຂົ້າສູ່ຄວາມຈິງ, ບໍ່ສະແຫວງຫາການປ່ຽນແປງຕໍ່ອຸປະນິໄສຂອງເຂົາ ແລ້ວແຮງໄກທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ແລ້ວເຂົາກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນ, ແລ້ວເຈົ້າຕ້ອງເຂົ້າໃຈພາລະກິດຂອງພຣະເຈົ້າ. ໂດຍສະເພາະແລ້ວ, ເຈົ້າຕ້ອງເຂົ້າໃຈຄວາມໝາຍຂອງການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ສາເຫດທີ່ພາລະກິດນີ້ໄດ້ຖືກປະຕິບັດຕໍ່ມະນຸດ. ເຈົ້າສາມາດຍອມຮັບບໍ່? ໃນລະຫວ່າງການຕີສອນແບບນີ້, ເຈົ້າສາມາດບັນລຸປະສົບການ ແລະ ຄວາມຮູ້ດຽວກັນກັບເປໂຕບໍ? ຖ້າເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ຖ້າເຈົ້າສະແຫວງຫາການປ່ຽນແປງໃນອຸປະນິໄສຂອງເຈົ້າ, ແລ້ວເຈົ້າກໍມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ.
ສຳລັບຄົນທີ່ຈະຖືກເຮັດໃຫ້ສົມບູນ, ບາດກ້າວນີ້ຂອງພາລະກິດແຫ່ງການເອົາຊະນະແມ່ນຂາດບໍ່ໄດ້; ມີແຕ່ເມື່ອມະນຸດຖືກເອົາຊະນະເທົ່ານັ້ນ ເຂົາຈຶ່ງຈະສາມາດຜະເຊີນກັບພາລະກິດແຫ່ງການຖືກເຮັດໃຫ້ສົມບູນໄດ້. ຈະບໍ່ມີຄຸນຄ່າຍິ່ງໃຫຍ່ຫຍັງ ຖ້າມີພຽງແຕ່ການປະຕິບັດໃນບົດບາດແຫ່ງການຖືກເອົາຊະນະ ເຊິ່ງຈະບໍ່ເຮັດໃຫ້ເຈົ້າເໝາະສົມແກ່ການນໍາໃຊ້ໂດຍພຣະເຈົ້າ. ເຈົ້າຈະບໍ່ມີທາງມີສ່ວນໃນການຂະຫຍາຍຂ່າວປະເສີດ, ຍ້ອນເຈົ້າບໍ່ສະແຫວງຫາຊີວິດ ແລະ ບໍ່ສະແຫວງຫາການປ່ຽນແປງ ແລະ ການຟື້ນຟູໃນຕົວເຈົ້າເອງ ແລະ ດ້ວຍເຫດນັ້ນ ເຈົ້າກໍບໍ່ມີປະສົບການທີ່ແທ້ຈິງໃນຊີວິດ. ໃນລະຫວ່າງພາລະກິດເທື່ອລະບາດກ້າວນີ້, ຄັ້ງໜຶ່ງ ເຈົ້າເຮັດໜ້າທີ່ເປັນຜູ້ໃຫ້ບໍລິການ ແລະ ເປັນຄົນຂັດຂວາງ, ແຕ່ຖ້າໃນທີ່ສຸດແລ້ວ ເຈົ້າບໍ່ສະແຫວງຫາທີ່ຈະເປັນເປໂຕ ແລະ ການສະແຫວງຫາຂອງເຈົ້າກໍບໍ່ແມ່ນຕາມເສັ້ນທາງທີ່ເປໂຕຖືກເຮັດໃຫ້ສົມບູນ, ສະນັ້ນ ໂດຍທຳມະຊາດແລ້ວ ເຈົ້າກໍຈະບໍ່ໄດ້ປະສົບກັບການປ່ຽນແປງໃນອຸປະນິໄສຂອງເຈົ້າ. ຖ້າເຈົ້າເປັນຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະມີຄຳພະຍານ ແລະ ເຈົ້າຈະເວົ້າວ່າ “ໃນພາລະກິດເທື່ອລະບາດກ້າວນີ້ຂອງພຣະເຈົ້າ, ຂ້ານ້ອຍໄດ້ຍອມຮັບພາລະກິດແຫ່ງການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ເຖິງແມ່ນຂ້ານ້ອຍໄດ້ອົດກັ້ນຕໍ່ການທົນທຸກທີ່ຍິ່ງໃຫຍ່, ຂ້ານ້ອຍໄດ້ຮຽນຮູ້ເຖິງວິທີທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ, ຂ້ານ້ອຍໄດ້ຮັບພາລະກິດທີ່ພຣະເຈົ້າປະຕິບັດ, ຂ້ານ້ອຍມີຄວາມຮູ້ກ່ຽວກັບຄວາມຊອບທຳຂອງພຣະເຈົ້າ ແລະ ການຕີສອນຂອງພຣະອົງໄດ້ຊ່ວຍຂ້ານ້ອຍໄວ້. ອຸປະນິໄສທີ່ຊອບທຳຂອງພຣະອົງໄດ້ມາເຖິງຂ້ານ້ອຍ ແລະ ນໍາການອວຍພອນ ແລະ ພຣະຄຸນມາສູ່ຂ້ານ້ອຍ; ແມ່ນການພິພາກສາ ແລະ ການຕີສອນຂອງພຣະອົງທີ່ໄດ້ປົກປ້ອງ ແລະ ເຮັດໃຫ້ຂ້ານ້ອຍບໍລິສຸດ. ຖ້າຂ້ານ້ອຍບໍ່ໄດ້ຖືກຕີສອນ ແລະ ພິພາກສາໂດຍພຣະເຈົ້າ ແລະ ຖ້າພຣະທຳທີ່ຮຸນແຮງຂອງພຣະເຈົ້າບໍ່ໄດ້ມາເຖິງຂ້ານ້ອຍ, ຂ້ານ້ອຍກໍຈະບໍ່ສາມາດຮູ້ຈັກພຣະເຈົ້າ ແລະ ຂ້ານ້ອຍກໍຈະບໍ່ສາມາດຮັບການຊ່ວຍເຫຼືອ. ໃນປັດຈຸບັນ, ຂ້ານ້ອຍເຫັນວ່າ: ໃນຖານະທີ່ເປັນສິ່ງຊົງສ້າງ, ຄົນໜຶ່ງບໍ່ພຽງແຕ່ຊື່ນຊົມກັບທຸກສິ່ງທີ່ພຣະຜູ້ສ້າງໄດ້ສ້າງຂຶ້ນ, ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນຄື ສິ່ງຊົງສ້າງທັງໝົດຄວນຊື່ນຊົມໃນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ການພິພາກສາທີ່ຊອບທຳຂອງພຣະອົງ ເພາະອຸປະນິໄສຂອງພຣະເຈົ້າສົມຄວນແກ່ຄວາມຊື່ນຊົມຂອງມະນຸດ. ໃນຖານະທີ່ເປັນສິ່ງຊົງສ້າງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ຜູ້ຄົນຄວນຊື່ນຊົມກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ໃນອຸປະນິໄສທີ່ຊອບທຳຂອງພຣະອົງ ມີການຕີສອນ ແລະ ການພິພາກສາ ແລະ ຍິ່ງໄປກວ່ານັ້ນ ມີຄວາມຮັກທີ່ຍິ່ງໃຫຍ່. ເຖິງແມ່ນຂ້ານ້ອຍບໍ່ສາມາດໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງຄົບຖ້ວນໃນປັດຈຸບັນ, ຂ້ານ້ອຍກໍໂຊກດີທີ່ໄດ້ເຫັນມັນ ແລະ ຍ້ອນສິ່ງນີ້ ຂ້ານ້ອຍຈຶ່ງເປັນສຸກ”. ນີ້ແມ່ນເສັ້ນທາງທີ່ຍ່າງໂດຍຄົນທີ່ປະສົບກັບການຖືກເຮັດໃຫ້ສົມບູນ ແລະ ນີ້ແມ່ນຄວາມຮູ້ກ່ຽວກັບສິ່ງທີ່ພວກເຂົາເວົ້າ. ຄົນປະເພດດັ່ງກ່າວເປັນເໝືອນກັບເປໂຕ; ພວກເຂົາມີປະສົບດຽວກັນກັບເປໂຕ. ຄົນປະເພດດັ່ງກ່າວຍັງແມ່ນຄົນທີ່ໄດ້ຮັບຊີວິດ, ຄົນທີ່ປະກອບມີຄວາມຈິງ. ເມື່ອພວກເຂົາມີປະສົບການຈົນເຖິງເວລາສຸດທ້າຍ, ໃນລະຫວ່າງການພິພາກສາຂອງພຣະເຈົ້າ ພວກເຂົາກໍຈະປົດປ່ອຍຕົນເອງອອກຈາກອິດທິພົນຂອງຊາຕານຢ່າງສົມບູນແນ່ນອນ ແລະ ຖືກພຣະເຈົ້າຮັບເອົາ.
ຫຼັງຈາກທີ່ຜູ້ຄົນໄດ້ຖືກເອົາຊະນະ, ພວກເຂົາແມ່ນບໍ່ມີຄຳພະຍານທີ່ເດັ່ນຊັດເລີຍ. ພວກເຂົາພຽງແຕ່ເຮັດໃຫ້ຊາຕານອັບອາຍຂາຍຂີ້ໜ້າເທົ່ານັ້ນ, ແຕ່ບໍ່ໄດ້ດຳລົງຊີວິດຕາມຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ເຈົ້າບໍ່ໄດ້ຮັບເອົາຄວາມລອດພົ້ນຢ່າງທີສອງ; ເຈົ້າໄດ້ຮັບພຽງແຕ່ເຄື່ອງບູຊາແທນຄວາມຜິດບາບ, ແຕ່ເຈົ້າຍັງບໍ່ໄດ້ຖືກເຮັດໃຫ້ສົມບູນເທື່ອ ແລ້ວນີ້ກໍຄືການສູນເສຍທີ່ໃຫຍ່ຫຼວງ. ພວກເຈົ້າຕ້ອງເຂົ້າໃຈໃນສິ່ງທີ່ພວກເຈົ້າຄວນເຂົ້າສູ່ ແລະ ສິ່ງທີ່ຄວນດຳລົງຊີວິດຕາມ ແລະ ພວກເຈົ້າຕ້ອງເຂົ້າສູ່ສິ່ງເຫຼົ່ານັ້ນ. ໃນເວລາສຸດທ້າຍແລ້ວ ຖ້າເຈົ້າບໍ່ສາມາດໄດ້ຮັບຜົນສຳເລັດໃນການຖືກເຮັດໃຫ້ສົມບູນ ແລ້ວເຈົ້າກໍຈະບໍ່ແມ່ນມະນຸດທີ່ແທ້ຈິງ ແລະ ເຈົ້າກໍ່ຈະເຕັມໄປດ້ວຍຄວາມເສຍດາຍ. ອາດາມ ແລະ ເອວາທີ່ຖືກສ້າງໂດຍພຣະເຈົ້າໃນຕອນເລີ່ມຕົ້ນນັ້ນ ເປັນຄົນທີ່ບໍລິສຸດ ເຊິ່ງເວົ້າໄດ້ວ່າ ໃນຂະນະທີ່ຢູ່ໃນສວນເອເດັນ ພວກເຂົາບໍລິສຸດ, ບໍ່ໄດ້ມີມົນທິນຈາກຄວາມສົກກະປົກເລີຍ. ພວກເຂົາຊື່ສັດກັບພຣະເຢໂຮວາອີກດ້ວຍ ແລະ ບໍ່ຮູ້ຫຍັງເລີຍກ່ຽວກັບການຫັກຫຼັງພຣະເຢໂຮວາ. ນີ້ກໍຍ້ອນວ່າ ພວກເຂົາປາສະຈາກການລົບກວນຈາກອິດທິພົນຂອງຊາຕານ, ປາສະຈາກພິດຂອງຊາຕານ ແລະ ເປັນຄົນທີ່ບໍລິສຸດທີ່ສຸດໃນບັນດາມະນຸດຊາດ. ພວກເຂົາດຳລົງຊີວິດຢູ່ໃນສວນເອເດັນ, ບໍ່ໄດ້ຖືກເຮັດໃຫ້ເປື້ອນດ້ວຍຄວາມສົກກະປົກໃດເລີຍ, ບໍ່ໄດ້ຖືກຄອບຄອງໂດຍເນື້ອໜັງ ແລະ ເຄົາລົບບູຊາພຣະເຢໂຮວາ. ຕໍ່ມາ ເມື່ອພວກເຂົາຖືກຊາຕານລໍ້ລວງ, ພວກເຂົາຈຶ່ງມີພິດຂອງງູ ແລະ ຄວາມປາຖະໜາທີ່ຈະຫັກຫຼັງພຣະເຢໂຮວາ ແລະ ພວກເຂົາຈຶ່ງໄດ້ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ. ໃນຕອນເລີ່ມຕົ້ນ, ພວກເຂົາບໍລິສຸດ ແລະ ພວກເຂົາເຄົາລົບພຣະເຢໂຮວາ; ໃນສະພາວະນີ້ເທົ່ານັ້ນ ພວກເຂົາຈຶ່ງເປັນມະນຸດ. ຕໍ່ມາ, ຫຼັງຈາກທີ່ພວກເຂົາຖືກຊາຕານລໍ້ລວງ, ພວກເຂົາຈຶ່ງກິນໝາກໄມ້ຈາກຕົ້ນໄມ້ແຫ່ງການຮູ້ຈັກດີ ແລະ ຊົ່ວ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ. ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມເທື່ອລະໜ້ອຍ ແລະ ສູນເສຍລັກສະນະດັ່ງເດີມຂອງມະນຸດ. ໃນຕອນເລີ່ມຕົ້ນ, ມະນຸດມີລົມຫາຍໃຈຂອງພຣະເຢໂຮວາ, ບໍ່ໄດ້ເປັນຄົນບໍ່ເຊື່ອຟັງແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຄວາມຊົ່ວຮ້າຍຢູ່ໃນຫົວໃຈຂອງເຂົາ. ໃນເວລານັ້ນ, ມະນຸດເປັນມະນຸດຢ່າງແທ້ຈິງ. ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດກໍກາຍມາເປັນສັດ. ຄວາມຄິດຂອງເຂົາເຕັມໄປດ້ວຍຄວາມຊົ່ວ ແລະ ຄວາມສົກກະປົກ, ປາສະຈາກຄວາມດີ ຫຼື ຄວາມບໍລິສຸດ. ນີ້ບໍ່ແມ່ນຊາຕານບໍ? ເຈົ້າໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າຢ່າງຫຼວງຫຼາຍ, ແຕ່ເຈົ້າກໍບໍ່ໄດ້ປ່ຽນແປງ ຫຼື ຖືກຊໍາລະລ້າງ. ເຈົ້າຍັງດຳລົງຊີວິດພາຍໃຕ້ການຄອບງຳຂອງຊາຕານ ແລະ ຍັງບໍ່ຍອມຢູ່ພາຍໃຕ້ພຣະເຈົ້າ. ນີ້ແມ່ນຄົນທີ່ຖືກເອົາຊະນະ ແຕ່ຍັງບໍ່ໄດ້ຖືກເຮັດໃຫ້ສົມບູນ. ແລ້ວເປັນຫຍັງຈຶ່ງເວົ້າວ່າ ຄົນປະເພດດັ່ງກ່າວຍັງບໍ່ຖືກເຮັດໃຫ້ສົມບູນ? ມັນເປັນເພາະຄົນແບບນີ້ບໍ່ໄດ້ສະແຫວງຫາຊີວິດ ຫຼື ຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ບໍ່ໄດ້ປາຖະໜາຫຍັງເລີຍ ນອກຈາກຄວາມສຸກທາງເນື້ອໜັງ ແລະ ຄວາມສະບາຍຊົ່ວໄລຍະໜຶ່ງ. ຜົນຕາມມາກໍຄື ບໍ່ມີການປ່ຽນແປງໃນຊີວິດຈິດໃຈຂອງພວກເຂົາ ແລະ ພວກເຂົາກໍບໍ່ໄດ້ຮັບຮູບຮ່າງດັ້ງເດີມຂອງມະນຸດຕາມທີ່ຖືກສ້າງໂດຍພຣະເຈົ້ານັ້ນຄືນ. ຄົນປະເພດດັ່ງກ່າວແມ່ນຊາກສົບທີ່ຍ່າງໄດ້, ພວກເຂົາເປັນຄົນຕາຍທີ່ບໍ່ມີວິນຍານ! ຄົນທີ່ບໍ່ສະແຫວງຫາຄວາມຮູ້ກ່ຽວກັບເລື່ອງຝ່າຍວິນຍານ, ຄົນທີ່ບໍ່ສະແຫວງຫາຄວາມບໍລິສຸດ ແລະ ຄົນທີ່ບໍ່ສະແຫວງຫາເພື່ອດຳລົງຊີວິດຕາມຄວາມຈິງ, ຄົນທີ່ພໍໃຈກັບການຖືກເອົາຊະນະໃນດ້ານລົບເທົ່ານັ້ນ ແລະ ຄົນທີ່ບໍ່ສາມາດດຳລົງຊີວິດໂດຍພຣະທຳຂອງພຣະເຈົ້າ ແລະ ກາຍມາເປັນມະນຸດທີ່ບໍລິສຸດ, ຄົນເຫຼົ່ານີ້ແມ່ນຄົນທີ່ບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນ. ຍ້ອນວ່າຖ້າເຂົາປາສະຈາກຄວາມຈິງ, ມະນຸດກໍບໍ່ສາມາດຍຶດໝັ້ນໃນລະຫວ່າງການທົດລອງຂອງພຣະເຈົ້າໄດ້; ມີພຽງແຕ່ຄົນທີ່ສາມາດຍຶດໝັ້ນໃນລະຫວ່າງການທົດລອງຂອງພຣະເຈົ້າເທົ່ານັ້ນຈຶ່ງເປັນຄົນທີ່ຖືກຊ່ວຍໃຫ້ລອດພົ້ນ. ສິ່ງທີ່ເຮົາຕ້ອງການແມ່ນຄົນທີ່ເໝືອນກັບເປໂຕ, ຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ. ຄວາມຈິງແຫ່ງປັດຈຸບັນແມ່ນຖືກມອບໄວ້ໃຫ້ກັບຄົນທີ່ກະຫາຍຫາ ແລະ ສະແຫວງຫາມັນ. ຄວາມລອດພົ້ນນີ້ແມ່ນມີໄວ້ໃຫ້ກັບຄົນທີ່ກະຫາຍຫາເພື່ອຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ບໍ່ໄດ້ມີໄວ້ເພື່ອໃຫ້ພວກເຈົ້າຮັບເອົາເທົ່ານັ້ນ. ຈຸດປະສົງຂອງມັນກໍ່ເພື່ອໃຫ້ພຣະເຈົ້າຮັບເອົາພວກເຈົ້າ; ພວກເຈົ້າຮັບເອົາພຣະເຈົ້າເພື່ອວ່າ ພຣະເຈົ້າອາດຈະຮັບເອົາພວກເຈົ້າໄດ້. ໃນປັດຈຸບັນ, ເຮົາໄດ້ກ່າວພຣະທຳເຫຼົ່ານີ້ກັບພວກເຈົ້າ ແລະ ພວກເຈົ້າກໍໄດ້ຍິນກ່ຽວກັບພຣະທຳເຫຼົ່ານັ້ນ ແລະ ພວກເຈົ້າຄວນປະຕິບັດຕາມພຣະທຳເຫຼົ່ານີ້. ໃນເວລາສຸດທ້າຍ ເວລາທີ່ພວກເຈົ້ານໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດຈະເປັນຊ່ວງເວລາທີ່ເຮົາໄດ້ຮັບເອົາພວກເຈົ້າຜ່ານທາງພຣະທຳເຫຼົ່ານີ້; ໃນເວລາດຽວກັນ, ພວກເຈົ້າຍັງຈະໄດ້ຮັບເອົາພຣະທຳເຫຼົ່ານີ້ເຊັ່ນກັນ ເຊິ່ງເວົ້າໄດ້ວ່າ ພວກເຈົ້າຈະໄດ້ຮັບເອົາຄວາມລອດພົ້ນທີ່ສູງທີ່ສຸດ. ເມື່ອພວກເຈົ້າຖືກເຮັດໃຫ້ສະອາດ, ພວກເຈົ້າກໍຈະກາຍເປັນມະນຸດທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດດຳລົງຊີວິດຕາມຄວາມຈິງໄດ້ ຫຼື ດຳລົງຊີວິດຄ້າຍຄືກັບຄົນທີ່ຖືກເຮັດໃຫ້ສົມບູນ, ແລ້ວສາມາດເວົ້າໄດ້ວ່າ ເຈົ້າບໍ່ແມ່ນມະນຸດ, ແຕ່ເປັນຊາກສົບທີ່ຍ່າງໄດ້ ແລະ ເປັນສັດ ເພາະເຈົ້າປາສະຈາກຄວາມຈິງ ເຊິ່ງໝາຍຄວາມວ່າ ເຈົ້າປາສະຈາກລົມຫາຍໃຈຂອງພຣະເຢໂຮວາ ແລະ ດ້ວຍເຫດນັ້ນ ເຈົ້າກໍເປັນຄົນຕາຍທີ່ບໍ່ມີວິນຍານ! ເຖິງແມ່ນວ່າ ມັນເປັນໄປໄດ້ທີ່ຈະເປັນພະຍານຫຼັງຈາກທີ່ຖືກເອົາຊະນະ, ສິ່ງທີ່ເຈົ້າຮັບເອົາກໍເປັນພຽງແຕ່ຄວາມລອດພົ້ນທີ່ເລັກນ້ອຍ ແລະ ເຈົ້າກໍບໍ່ໄດ້ກາຍເປັນສິ່ງມີຊີວິດທີ່ປະກອບດ້ວຍວິນຍານ. ເຖິງແມ່ນວ່າ ເຈົ້າໄດ້ປະສົບກັບການຕີສອນ ແລະ ການພິພາກສາ, ຜົນກໍຄື ອຸປະນິໄສຂອງເຈົ້າບໍ່ໄດ້ຖືກຟື້ນຄືນໃໝ່ ຫຼື ຖືກປ່ຽນແປງເລີຍ; ເຈົ້າກໍຍັງເປັນຕົວຕົນເດີມຂອງເຈົ້າຄືເກົ່າ, ເຈົ້າຍັງເປັນຂອງຊາຕານ ແລະ ເຈົ້າບໍ່ໄດ້ເປັນຄົນທີ່ຖືກຊໍາລະລ້າງ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນທີ່ມີຄຸນຄ່າ ແລະ ມີພຽງແຕ່ຄົນປະເພດນີ້ທີ່ໄດ້ຮັບເອົາຊີວິດທີ່ແທ້ຈິງໄດ້. ມື້ໜຶ່ງ, ບາງຄົນຈະເວົ້າກັບເຈົ້າວ່າ “ເຈົ້າໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າ, ສະນັ້ນ ເວົ້າໃຫ້ຟັງແດ່ວ່າ ພາລະກິດຂອງພຣະອົງເປັນແນວໃດ. ເດວິດໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ໄດ້ເຫັນເຖິງການກະທຳຂອງພຣະເຢໂຮວາ, ໂມເຊກໍໄດ້ເຫັນເຖິງການກະທຳຂອງພຣະເຢໂຮວາເຊັ່ນກັນ ແລະ ພວກເຂົາທັງສອງຄົນກໍສາມາດບັນລະຍາຍເຖິງການກະທຳຂອງພຣະເຢໂຮວາ ແລະ ສາມາດເວົ້າເຖິງຄວາມອັດສະຈັນຂອງພຣະເຢໂຮວາ. ພວກເຈົ້າໄດ້ເຫັນເຖິງພາລະກິດທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດໄດ້ປະຕິບັດໃນລະຫວ່າງຍຸກສຸດທ້າຍ; ພວກເຈົ້າສາມາດເວົ້າເຖິງສະຕິປັນຍາຂອງພຣະອົງໄດ້ບໍ? ພວກເຈົ້າສາມາດເວົ້າເຖິງຄວາມອັດສະຈັນຂອງພາລະກິດຂອງພຣະອົງໄດ້ບໍ? ພຣະເຈົ້າຮຽກຮ້ອງຫຍັງຈາກພວກເຈົ້າ ແລະ ພວກເຈົ້າຕອບສະໜອງຄວາມຮຽກຮ້ອງເຫຼົ່ານັ້ນແນວໃດ? ພວກເຈົ້າໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍ, ແມ່ນຫຍັງຄືນິມິດທີ່ຍິ່ງໃຫຍ່ສຸດຂອງພວກເຈົ້າ? ພວກເຈົ້າສາມາດເວົ້າກ່ຽວກັບສິ່ງນີ້ໄດ້ບໍ? ພວກເຈົ້າສາມາດເວົ້າເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າໄດ້ບໍ?” ເຈົ້າຈະຕອບແນວໃດເມື່ອຜະເຊີນກັບຄໍາຖາມເຫຼົ່ານີ້? ຖ້າເຈົ້າເວົ້າວ່າ “ພຣະເຈົ້າຊອບທໍາຫຼາຍ, ພຣະອົງຕີສອນ, ພິພາກສາພວກເຮົາ ແລະ ເປີດໂປງພວກເຮົາຢ່າງຮຸນແຮງ; ອຸປະນິໄສຂອງພຣະເຈົ້າບໍ່ອົດກັ້ນຕໍ່ການເຮັດຜິດໂດຍມະນຸດແທ້ໆ; ຫຼັງຈາກທີ່ໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າ, ຂ້ານ້ອຍໄດ້ຮຽນຮູ້ຄວາມເປັນສັດຂອງພວກເຮົາເອງ ແລະ ຂ້ານ້ອຍໄດ້ເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງແທ້ຈິງ”, ແລ້ວຄົນອື່ນຈະສືບຕໍ່ຖາມເຈົ້າວ່າ “ເຈົ້າຮູ້ຫຍັງອີກແດ່ກ່ຽວກັບພຣະເຈົ້າ? ຄົນໜຶ່ງຈະເຂົ້າສູ່ຊີວິດໄດ້ແນວໃດ? ເຈົ້າມີຄວາມປາຖະໜາສ່ວນຕົວບໍ?” ເຈົ້າກໍຈະຕອບວ່າ “ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງຊົງສ້າງຂອງພຣະເຈົ້າກໍກາຍມາເປັນສັດ ແລະ ບໍ່ແຕກຕ່າງຫຍັງຈາກລາ. ໃນປັດຈຸບັນ, ຂ້ານ້ອຍດຳລົງຊີວິດຢູ່ໃນກໍາມືຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ຂ້ານ້ອຍຈຶ່ງຕ້ອງປະຕິບັດຕາມຄວາມປາຖະໜາຂອງພຣະຜູ້ສ້າງ ແລະ ຍອມເຊື່ອຟັງ ບໍ່ວ່າພຣະອົງຈະສັ່ງສອນຫຍັງກໍຕາມ. ຂ້ານ້ອຍບໍ່ມີທາງເລືອກອື່ນ”. ຖ້າເຈົ້າພຽງແຕ່ເວົ້າໂດຍກວມລວມແບບນີ້, ຄົນໆນັ້ນກໍຈະບໍ່ເຂົ້າໃຈວ່າ ເຈົ້າກຳລັງເວົ້າຫຍັງ. ເມື່ອພວກເຂົາຖາມເຈົ້າວ່າ ເຈົ້າມີຄວາມຮູ້ຫຍັງແດ່ກ່ຽວກັບພາລະກິດຂອງພຣະເຈົ້າ, ພວກເຂົາກຳລັງໝາຍເຖິງປະສົບການສ່ວນຕົວຂອງເຈົ້າ. ພວກເຂົາກຳລັງສອບຖາມວ່າ ເຈົ້າມີຄວາມຮູ້ຫຍັງແດ່ກ່ຽວກັບການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ຫຼັງຈາກທີ່ໄດ້ມີປະສົບການກັບມັນ ແລະ ໃນລັກສະນະນີ້ ພວກເຂົາກຳລັງໝາຍເຖິງປະສົບການສ່ວນຕົວຂອງເຈົ້າ ແລະ ກຳລັງຂໍໃຫ້ເຈົ້າເວົ້າເຖິງຄວາມຮູ້ຂອງເຈົ້າກ່ຽວກັບຄວາມຈິງ. ຖ້າເຈົ້າບໍ່ສາມາດເວົ້າສິ່ງດັ່ງກ່າວໄດ້, ມັນກໍພິສູດແລ້ວວ່າ ເຈົ້າບໍ່ຮູ້ຫຍັງເລີຍກ່ຽວກັບພາລະກິດແຫ່ງປັດຈຸບັນ. ເຈົ້າເວົ້າເຖິງຄຳເວົ້າທີ່ເບິ່ງຄືມີເຫດຜົນຢູ່ສະເໝີ ຫຼື ຄຳເວົ້າເຊິ່ງເປັນທີ່ຮູ້ຈັກກັນທົ່ວໄປ; ເຈົ້າບໍ່ມີປະສົບການທີ່ຊັດເຈນ ແລ້ວແຮງໄກທີ່ຈະມີແກ່ນແທ້ໃນຄວາມຮູ້ຂອງເຈົ້າ ແລະ ເຈົ້າຍັງບໍ່ມີຄຳພະຍານທີ່ແທ້ຈິງ, ສະນັ້ນ ເຈົ້າກໍບໍ່ໄດ້ເຮັດໃຫ້ຄົນອື່ນໝັ້ນໃຈເລີຍ. ຢ່າເປັນຜູ້ຕິດຕາມຂອງພຣະເຈົ້າທີ່ຂີ້ຄ້ານ ແລະ ຢ່າສະແຫວງຫາສິ່ງທີ່ເຮັດໃຫ້ເຈົ້າສົງໄສ. ບໍ່ວ່າຈະໜາວ ຫຼື ຮ້ອນ ເຈົ້າຈະທຳລາຍຕົວເຈົ້າເອງ ແລະ ເຮັດໃຫ້ຊີວິດຂອງເຈົ້າລ້າຊ້າ. ເຈົ້າຕ້ອງປົດປ່ອຍຕົນເອງອອກຈາກຄວາມຂີ້ຄ້ານ ແລະ ຄວາມບໍ່ດີ້ນລົນດັ່ງກ່າວ ແລະ ມີຄວາມຊໍານານຫຼາຍຂຶ້ນໃນການສະແຫວງຫາສິ່ງທີ່ບວກ ແລະ ເອົາຊະນະຄວາມອ່ອນແອຂອງເຈົ້າເອງ ເພື່ອວ່າເຈົ້າຈະໄດ້ຮັບເອົາຄວາມຈິງ ແລະ ດຳລົງຊີວິດຕາມຄວາມຈິງ. ບໍ່ມີຫຍັງທີ່ເປັນຕາຢ້ານກ່ຽວກັບຄວາມອ່ອນແອຂອງເຈົ້າ ແລະ ຂໍ້ບົກຜ່ອງຂອງເຈົ້າກໍບໍ່ແມ່ນບັນຫາທີ່ໃຫຍ່ສຸດຂອງເຈົ້າ. ບັນຫາທີ່ໃຫຍ່ສຸດຂອງເຈົ້າ ແລະ ຂໍ້ບົກຜ່ອງທີ່ໃຫຍ່ສຸດຂອງເຈົ້າແມ່ນການທີ່ເຈົ້າບໍ່ຮູ້ຮ້ອນ ຫຼື ຮູ້ໜາວ ແລະ ການທີ່ເຈົ້າຂາດຄວາມປາຖະໜາທີ່ຈະສະແຫວງຫາຄວາມຈິງ. ບັນຫາທີ່ໃຫຍ່ສຸດກັບພວກເຈົ້າທຸກຄົນແມ່ນຄວາມຄິດທີ່ຂີ້ຢ້ານ, ເຊິ່ງເຈົ້າແມ່ນຍິນດີກັບສິ່ງທີ່ເປັນຢູ່ ແລະ ໄດ້ແຕ່ລໍຖ້າໂດຍບໍ່ດີ້ນລົນຫຍັງ. ນີ້ແມ່ນອຸປະສັກທີ່ໃຫຍ່ສຸດຂອງພວກເຈົ້າ ແລະ ສັດຕູທີ່ຍິ່ງໃຫຍ່ທີ່ສຸດໃນການສະແຫວງຫາຄວາມຈິງຂອງພວກເຈົ້າ. ຖ້າເຈົ້າມີແຕ່ເຊື່ອຟັງ ຍ້ອນພຣະທຳທີ່ເຮົາກ່າວໄວ້ນັ້ນເລິກເຊິ່ງຫຼາຍ, ເຈົ້າບໍ່ໄດ້ມີຄວາມຮູ້ຢ່າງແທ້ຈິງ ຫຼື ເຈົ້າບໍ່ຖືວ່າຄວາມຈິງເປັນສິ່ງທີ່ມີຄ່າ. ການເຊື່ອຟັງແບບເຈົ້າບໍ່ແມ່ນຄຳພະຍານ ແລະ ເຮົາກໍບໍ່ເຫັນດີກັບການເຊື່ອຟັງດັ່ງກ່າວ. ບາງຄົນອາດຖາມເຈົ້າວ່າ “ພຣະເຈົ້າຂອງເຈົ້າມາຈາກໃສແທ້? ແມ່ນຫຍັງຄືແກ່ນແທ້ຂອງພຣະເຈົ້າອົງນີ້ຂອງເຈົ້າ?” ເຈົ້າຈະຕອບວ່າ “ແກ່ນແທ້ຂອງພຣະອົງແມ່ນການຕີສອນ ແລະ ການພິພາກສາ”. ແລ້ວເຂົາກໍສືບຕໍ່ກ່າວວ່າ “ພຣະເຈົ້າບໍ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກກັບມະນຸດບໍ? ເຈົ້າບໍ່ຮູ້ຈັກສິ່ງນີ້ບໍ?” ເຈົ້າຈະເວົ້າວ່າ “ນັ້ນແມ່ນພຣະເຈົ້າຂອງຄົນອື່ນ. ນັ້ນແມ່ນພຣະເຈົ້າທີ່ຄົນໃນສາສະໜາເຊື່ອ ແລະ ມັນບໍ່ແມ່ນພຣະເຈົ້າຂອງພວກເຮົາ”. ເມື່ອຄົນແບບເຈົ້າເຜີຍແຜ່ຂ່າວປະເສີດ, ເຈົ້າບິດເບືອນຫົນທາງທີ່ແທ້ຈິງ ແລ້ວເຈົ້າມີປະໂຫຍດຫຍັງ? ຄົນອື່ນຈະໄດ້ຮັບຫົນທາງທີ່ແທ້ຈິງຈາກເຈົ້າໄດ້ແນວໃດ? ເຈົ້າປາສະຈາກຄວາມຈິງ ແລະ ບໍ່ສາມາດເວົ້າເຖິງຄວາມຈິງເລີຍ ຫຼື ຍິ່ງໄປກວ່ານັ້ນ ເຈົ້າບໍ່ສາມາດດຳລົງຊີວິດຕາມຄວາມຈິງ. ເຈົ້າມີຄຸນສົມບັດຫຍັງທີ່ຈະດຳລົງຊີວິດຕໍ່ໜ້າພຣະເຈົ້າ? ເມື່ອເຈົ້າເຜີຍແຜ່ຂ່າວປະເສີດໃຫ້ກັບຄົນອື່ນ ແລະ ເມື່ອເຈົ້າສົນທະນາກ່ຽວກັບຄວາມຈິງ ແລະ ເປັນພະຍານໃຫ້ກັບພຣະເຈົ້າ, ຖ້າເຈົ້າບໍ່ສາມາດເຮັດໃຫ້ພວກເຂົາເຊື່ອ, ພວກເຂົາກໍຈະໂຕ້ແຍ້ງຄຳເວົ້າຂອງເຈົ້າ. ເຈົ້າບໍ່ແມ່ນຄົນທີ່ໄຮ້ຄ່າບໍ? ເຈົ້າໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະເຈົ້າ, ແຕ່ເມື່ອເຈົ້າເວົ້າກ່ຽວກັບຄວາມຈິງ ເຈົ້າບໍ່ມີເຫດຜົນເລີຍ. ເຈົ້າບໍ່ແມ່ນຄົນທີ່ໄຮ້ປະໂຫຍດບໍ? ເຈົ້າຈະມີປະໂຫຍດຫຍັງ? ພວກເຈົ້າມີປະສົບການກັບພາລະກິດຂອງພຣະເຈົ້າຢ່າງຫຼວງຫຼາຍ ແຕ່ບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະອົງໄດ້ແນວໃດ? ເມື່ອພວກເຂົາຖາມວ່າ ແມ່ນຫຍັງຄືຄວາມຮູ້ແທ້ຈິງທີ່ເຈົ້າມີກ່ຽວກັບພຣະເຈົ້າ, ເຈົ້າກໍຈະເວົ້າບໍ່ອອກ ຫຼື ບໍ່ດັ່ງນັ້ນ ເຈົ້າກໍຈະຕອບໄປດ້ວຍບາງສິ່ງທີ່ບໍ່ກ່ຽວຂ້ອງກັບເລື່ອງທີ່ກຳລັງເວົ້າຢູ່ເລີຍ ຄືການເວົ້າວ່າ ພຣະເຈົ້າຍິ່ງໃຫຍ່, ການອວຍພອນທີ່ຍິ່ງໃຫຍ່ທີ່ເຈົ້າໄດ້ຮັບແມ່ນການສັນລະເສີນພຣະເຈົ້າຢ່າງແທ້ຈິງ ແລະ ບໍ່ມີສິດພິເສດໃດທີ່ຍິ່ງໃຫຍ່ກວ່າການທີ່ໄດ້ເຫັນພຣະເຈົ້າດ້ວຍຕົນເອງ. ການເວົ້າແບບນີ້ຈະມີຄຸນຄ່າຫຍັງ? ສິ່ງເຫຼົ່ານີ້ເປັນຄຳເວົ້າທີ່ໄຮ້ປະໂຫຍດ ແລະ ວ່າງເປົ່າ! ເມື່ອໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະເຈົ້າ, ເຈົ້າຮູ້ພຽງແຕ່ວ່າ ການສັນລະເສີນພຣະເຈົ້ານັ້ນແມ່ນຄວາມຈິງບໍ? ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະເປັນພະຍານທີ່ແທ້ຈິງໃຫ້ກັບພຣະເຈົ້າໄດ້. ຄົນທີ່ບໍ່ໄດ້ຮັບຄວາມຈິງຈະສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ແນວໃດ?
ຖ້າພາລະກິດຫຼາຍຢ່າງ ແລະ ພຣະທຳຫຼາຍຂໍ້ບໍ່ມີຜົນກະທົບຫຍັງກັບເຈົ້າເລີຍ, ແລ້ວເມື່ອເວລາແຫ່ງການເຜີຍແຜ່ພາລະກິດຂອງພຣະເຈົ້າມາເຖິງ ເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ ແລະ ຈະອັບອາຍ ແລະ ເສຍໜ້າ. ໃນເວລານັ້ນ, ເຈົ້າຈະຮູ້ສຶກວ່າ ເຈົ້າເປັນໜີ້ພຣະເຈົ້າຫຼາຍ, ຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າແມ່ນຕື້ນຫຼາຍ. ຖ້າເຈົ້າບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າໃນປັດຈຸບັນ ໃນຂະນະທີ່ພຣະອົງປະຕິບັດພາລະກິດ, ແລ້ວຕໍ່ໄປ ມັນກໍຈະຊ້າເກີນໄປ. ໃນເວລາສຸດທ້າຍ, ເຈົ້າຈະບໍ່ມີຄວາມຮູ້ຫຍັງໃຫ້ກ່າວເຖິງເລີຍ, ເຈົ້າຈະມີແຕ່ຄວາມວ່າງເປົ່າ ແລະ ບໍ່ມີຫຍັງເລີຍ. ແລ້ວເຈົ້າຈະໃຊ້ຫຍັງເພື່ອເລົ່າເລື່ອງໃຫ້ກັບພຣະເຈົ້າ? ເຈົ້າກ້າທີ່ຈະຫຼຽວເບິ່ງພຣະເຈົ້າບໍ? ເຈົ້າຄວນສະແຫວງຫາຢ່າງໜັກໃນຕອນນີ້ ເພື່ອວ່າໃນເວລາສຸດທ້າຍ ເຈົ້າຈະເປັນຄືກັບເປໂຕທີ່ຮູ້ຈັກວ່າ ການຕີສອນ ແລະ ການພິພາກສາຂອງພຣະເຈົ້າມີປະໂຫຍດຫຼາຍສໍ່າໃດກັບມະນຸດ ແລະ ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ ມະນຸດກໍບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ມີພຽງແຕ່ຈະຈົມລົງເລິກສູ່ດິນແດນທີ່ສົກກະປົກນີ້, ຈົມລົງເລິກສູ່ຂີ້ຕົມຫຼາຍຍິ່ງຂຶ້ນ. ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມ, ວາງແຜນຕໍ່ຕ້ານກັນເອງ ແລະ ດູຖູກລັງກຽດກັນເອງ, ສູນເສຍຄວາມຢຳເກງພຣະເຈົ້າ. ການບໍ່ເຊື່ອຟັງຂອງພວກເຂົາກໍໃຫຍ່ຫຼວງເກີນໄປ, ແນວຄິດຂອງພວກເຂົາມີຫຼາຍເກີນໄປ ແລະ ທຸກຢ່າງກໍເປັນຂອງຊາຕານ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະເຈົ້າ, ອຸປະນິໄສທີ່ເສື່ອມຊາມຂອງມະນຸດຈະບໍ່ສາມາດຖືກຊໍາລະລ້າງ ແລະ ເຂົາຈະບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ສິ່ງທີ່ຖືກສຳແດງໂດຍພາລະກິດຂອງພຣະເຈົ້າຜູ້ຊົງບັງເກີດເປັນມະນຸດ ແມ່ນສິ່ງທີ່ຖືກສຳແດງໂດຍພຣະວິນຍານຢ່າງແນ່ນອນ ແລະ ພາລະກິດທີ່ພຣະອົງກະທຳແມ່ນຖືກປະຕິບັດຕາມສິ່ງທີ່ພຣະວິນຍານບໍລິສຸດກະທຳ. ໃນປັດຈຸບັນ, ຖ້າເຈົ້າບໍ່ມີຄວາມຮູ້ກ່ຽວກັບພາລະກິດນີ້, ແລ້ວເຈົ້າກໍໂງ່ຈ້າຫຼາຍ ແລະ ໄດ້ສູນເສຍຫຼາຍຢ່າງ! ຖ້າເຈົ້າບໍ່ໄດ້ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ, ແລ້ວຄວາມເຊື່ອຂອງເຈົ້າກໍເປັນຄວາມເຊື່ອໃນສາສະໜາ ແລະ ເຈົ້າກໍເປັນຄຣິສຕຽນ ເຊິ່ງເປັນຄົນແຫ່ງສາສະໜາ. ເພາະວ່າເຈົ້າຍຶດໝັ້ນກັບຄຳສັ່ງສອນທີ່ຕາຍແລ້ວ, ເຈົ້າໄດ້ສູນເສຍພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ຄົນອື່ນທີ່ສະແຫວງຫາຄວາມຮັກຕໍ່ພຣະເຈົ້າ ສາມາດໄດ້ຮັບຄວາມຈິງ ແລະ ຊີວິດ, ໃນຂະນະທີ່ຄວາມເຊື່ອຂອງເຈົ້າບໍ່ສາມາດໄດ້ຮັບການເຫັນດີຂອງພຣະເຈົ້າ. ກົງກັນຂ້າມ, ເຈົ້າໄດ້ກາຍມາເປັນຄົນທີ່ເຮັດຊົ່ວ, ເປັນຄົນທີ່ສ້າງຄວາມຈິບຫາຍ ແລະ ເປັນຕາກຽດຊັງ; ເຈົ້າໄດ້ກາຍມາເປັນຕົວຕະຫຼົກຂອງຊາຕານ ແລະ ຊະເລີຍຂອງຊາຕານ. ພຣະເຈົ້າບໍ່ແມ່ນມີໃຫ້ມະນຸດເຊື່ອ, ແຕ່ມີໃຫ້ເຂົາຮັກ, ໃຫ້ເຂົາສະແຫວງຫາ ແລະ ນະມັດສະການ. ຖ້າເຈົ້າບໍ່ສະແຫວງຫາໃນປັດຈຸບັນ, ແລ້ວມື້ນັ້ນກໍຈະມາເຖິງ ມື້ທີ່ເຈົ້າເວົ້າວ່າ “ແຕ່ກ່ອນ ເປັນຫຍັງຂ້ານ້ອຍຈຶ່ງບໍ່ຕິດຕາມພຣະເຈົ້າຢ່າງເໝາະສົມ, ບໍ່ເຮັດໃຫ້ພຣະອົງພໍໃຈໂດຍສົມຄວນ, ບໍ່ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງຂ້ານ້ອຍ? ຂ້ານ້ອຍເສຍດາຍທີ່ບໍ່ສາມາດຍອມຢູ່ພາຍໃຕ້ພຣະເຈົ້າໃນເວລານັ້ນ ແລະ ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າ. ພຣະເຈົ້າກ່າວຫຼາຍສິ່ງໃນຕອນນັ້ນ; ຂ້ານ້ອຍບໍ່ສະແຫວງຫາໄດ້ແນວໃດ? ຂ້ານ້ອຍໂງ່ຫຼາຍ!” ເຈົ້າຈະກຽດຊັງຕົນເອງຈົນຮອດລະດັບໃດໜຶ່ງ. ໃນປັດຈຸບັນ, ເຈົ້າບໍ່ເຊື່ອພຣະທຳທີ່ເຮົາກ່າວ ແລະ ເຈົ້າບໍ່ສົນໃຈກັບພຣະທຳເຫຼົ່ານັ້ນ; ເມື່ອມື້ແຫ່ງການເຜີຍແຜ່ພາລະກິດນີ້ມາເຖິງ ແລະ ເຈົ້າຈະເຫັນຄວາມບໍລິບູນໃນພຣະທຳນີ້, ເຈົ້າຈະເສຍດາຍ ແລະ ໃນເວລານັ້ນ ເຈົ້າກໍຈະຕົກສະເງີ້. ມີການອວຍພອນ, ແຕ່ເຈົ້າບໍ່ຮູ້ຈັກຮັບເອົາພອນເຫຼົ່ານັ້ນ ແລະ ມີຄວາມຈິງ, ແຕ່ເຈົ້າບໍ່ສະແຫວງຫາມັນ. ເຈົ້າບໍ່ໄດ້ນໍາເອົາການດູຖູກມາສູ່ຕົນເອງບໍ? ໃນປັດຈຸບັນ, ເຖິງແມ່ນວ່າ ບາດກ້າວຕໍ່ໄປໃນພາລະກິດຂອງພຣະເຈົ້າຍັງບໍ່ໄດ້ເລີ່ມຕົ້ນເທື່ອ, ບໍ່ມີຫຍັງທີ່ພິເສດກ່ຽວກັບການຮຽກຮ້ອງໃນຕົວເຈົ້າ ແລະ ສິ່ງທີ່ເຈົ້າຖືກຮຽກຮ້ອງໃຫ້ດຳລົງຊີວິດຕາມ. ມີພາລະກິດຢ່າງຫຼວງຫຼາຍ ແລະ ຄວາມຈິງຫຼາຍຢ່າງ; ແລ້ວສິ່ງເຫຼົ່ານັ້ນບໍ່ສົມຄວນທີ່ຈະໃຫ້ເຈົ້າຮູ້ບໍ? ການຕີສອນ ແລະ ການພິພາກສາຂອງພຣະເຈົ້າບໍ່ສາມາດປຸກວິນຍານຂອງເຈົ້າໃຫ້ຕື່ນໄດ້ບໍ? ການຕີສອນ ແລະ ການພິພາກສາຂອງພຣະເຈົ້າບໍ່ສາມາດເຮັດໃຫ້ເຈົ້າກຽດຊັງຕົນເອງໄດ້ບໍ? ເຈົ້າພໍໃຈທີ່ຈະດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານຢ່າງສັນຕິສຸກ ແລະ ດ້ວຍຄວາມປິຕິຍິນດີ ແລະ ຄວາມສະບາຍໃຈທາງເນື້ອໜັງທີ່ເລັກນ້ອຍນັ້ນບໍ? ເຈົ້າບໍ່ແມ່ນຄົນທີ່ຕ້ອຍຕໍ່າທີ່ສຸດໃນບັນດາຜູ້ຄົນບໍ? ບໍ່ມີໃຜທີ່ໂງ່ກວ່າຄົນທີ່ໄດ້ເຫັນຄວາມລອດພົ້ນ ແຕ່ບໍ່ສະແຫວງຫາທີ່ຈະຮັບເອົາມັນ; ຜູ້ຄົນເຫຼົ່ານີ້ຍຶດຕິດຢູ່ກັບຝ່າຍເນື້ອໜັງ ແລະ ມີຄວາມສຸກກັບຊາຕານ. ເຈົ້າຫວັງວ່າ ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າຈະບໍ່ສົ່ງຜົນໃຫ້ມີການທ້າທາຍ ຫຼື ຄວາມຍາກລໍາບາກ ຫຼື ຄວາມຫຍຸ້ງຍາກແມ່ນແຕ່ໜ້ອຍດຽວ. ເຈົ້າສະແຫວງຫາສິ່ງທີ່ບໍ່ມີຄ່າຢູ່ສະເໝີ ແລະ ເຈົ້າບໍ່ໃຫ້ຄຸນຄ່າກັບຊີວິດ, ກົງກັນຂ້າມ ເຈົ້າຖືເອົາຄວາມຄິດທີ່ເກີນເຫດຜົນຂອງເຈົ້າເອງຫຼາຍກວ່າຄວາມຈິງ. ເຈົ້າຊ່າງໄຮ້ຄ່າຫຼາຍ! ເຈົ້າດຳລົງຊີວິດຄືກັບໝູ ແລ້ວແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງເຈົ້າ, ໝູ ແລະ ໝາ? ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ ແລະ ກົງກັນຂ້າມຄືຮັກເນື້ອໜັງ ບໍ່ແມ່ນສັດບໍ? ຄົນຕາຍແລ້ວທີ່ປາສະຈາກວິນຍານບໍ່ແມ່ນຊາກສົບທີ່ຍ່າງໄດ້ບໍ? ມີພຣະທຳຫຼາຍສໍ່າໃດທີ່ໄດ້ກ່າວໄວ້ທ່າມກາງພວກເຈົ້າ? ມີພຽງແຕ່ພາລະກິດເລັກນ້ອຍບໍທີ່ຖືກປະຕິບັດທ່າມກາງພວກເຈົ້າ? ເຮົາໄດ້ຈັດກຽມທ່າມກາງພວກເຈົ້າຫຼາຍສໍ່າໃດ? ສະນັ້ນ ເປັນຫຍັງເຈົ້າຈຶ່ງຍັງບໍ່ຮັບເອົາມັນ? ເຈົ້າມີຫຍັງທີ່ຕ້ອງຕໍ່ວ່າບໍ? ເຫດຜົນທີ່ເຈົ້າບໍ່ໄດ້ຮັບຫຍັງເລີຍ ບໍ່ແມ່ນເພາະວ່າ ເຈົ້າຮັກເນື້ອໜັງຫຼາຍເກີນໄປບໍ? ແລ້ວບໍ່ແມ່ນຍ້ອນຄວາມຄິດຂອງເຈົ້າເກີນຂອບເຂດຫຼາຍໄປບໍ? ບໍ່ແມ່ນຍ້ອນເຈົ້າໂງ່ເກີນໄປບໍ? ຖ້າເຈົ້າສາມາດໄດ້ຮັບການອວຍພອນເຫຼົ່ານີ້ໄດ້, ແລ້ວເຈົ້າຈະໂທດພຣະເຈົ້າ ຍ້ອນບໍ່ໄດ້ຊ່ວຍເຈົ້າໃຫ້ລອດພົ້ນໄດ້ບໍ? ສິ່ງທີ່ເຈົ້າສະແຫວງຫາແມ່ນເພື່ອສາມາດຮັບສັນຕິສຸກຫຼັງຈາກທີ່ເຊື່ອໃນພຣະເຈົ້າ ຄືໃຫ້ລູກຂອງເຈົ້າເປັນອິດສະຫຼະຈາກຄວາມເຈັບປ່ວຍ, ໃຫ້ສາມີຂອງເຈົ້າມີອາຊີບທີ່ດີ, ໃຫ້ລູກຊາຍຂອງເຈົ້າພົບພັນລະຍາທີ່ດີ, ໃຫ້ລູກສາວຂອງເຈົ້າພົບສາມີທີ່ເໝາະສົມ, ໃຫ້ງົວ ແລະ ມ້າຂອງເຈົ້າຄາດດິນໄດ້ດີ, ໃຫ້ປີທີ່ມີສະພາບອາກາດດີສຳລັບຜົນປູກຂອງເຈົ້າ. ນີ້ແມ່ນສິ່ງທີ່ເຈົ້າສະແຫວງຫາ. ການສະແຫວງຫາຂອງເຈົ້າແມ່ນພຽງແຕ່ການດຳລົງຊີວິດຢ່າງສະບາຍ, ເພື່ອບໍ່ໃຫ້ເກີດອຸປະຕິເຫດກັບຄອບຄົວຂອງເຈົ້າ, ໃຫ້ລົມພັດຜ່ານເຈົ້າໄປ, ເພື່ອໃຫ້ໃບໜ້າຂອງເຈົ້າບໍ່ຖືກພັດດ້ວຍເມັດດິນຊາຍ, ເພື່ອໃຫ້ຜົນປູກຂອງຄອບຄົວຂອງເຈົ້າບໍ່ຖືກນໍ້າຖ້ວມ, ເພື່ອໃຫ້ເຈົ້າບໍ່ໄດ້ຜົນກະທົບຈາກໄພພິບັດໃດໆ, ເພື່ອດຳລົງຊີວິດໃນອ້ອມກອດຂອງພຣະເຈົ້າ, ເພື່ອດຳລົງຊີວິດໃນເຮືອນຮັງທີ່ອົບອຸ່ນ ແລະ ສະບາຍ. ຄົນຂີ້ຢ້ານແບບເຈົ້າ ຜູ້ເຊິ່ງສະແຫວງຫາເນື້ອໜັງຢູ່ສະເໝີ ເຈົ້າມີຫົວໃຈບໍ, ເຈົ້າມີວິນຍານບໍ? ເຈົ້າບໍ່ແມ່ນສັດບໍ? ເຮົາມອບຫົນທາງທີ່ແທ້ຈິງໃຫ້ກັບເຈົ້າໂດຍບໍ່ຮຽກຮ້ອງຫຍັງເປັນການຕອບແທນ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າເປັນໜຶ່ງໃນຄົນທີ່ເຊື່ອໃນພຣະເຈົ້າບໍ? ເຮົາປະທານຊີວິດມະນຸດທີ່ແທ້ຈິງໃຫ້ກັບເຈົ້າ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າບໍ່ໄດ້ແຕກຕ່າງຫຍັງຈາກໝູ ຫຼື ໝາບໍ? ໝູບໍ່ສະແຫວງຫາຊີວິດຂອງມະນຸດ, ພວກມັນບໍ່ສະແຫວງຫາເພື່ອຖືກຊໍາລະລ້າງ ແລະ ພວກມັນບໍ່ເຂົ້າໃຈວ່າ ຊີວິດແມ່ນຫຍັງ. ໃນແຕ່ລະມື້ ຫຼັງຈາກທີ່ກິນອີ່ມແລ້ວ, ພວກມັນກໍຈະມີແຕ່ນອນ. ເຮົາມອບຫົນທາງທີ່ແທ້ຈິງ, ແຕ່ເຈົ້າບໍ່ໄດ້ຮັບເອົາມັນ ນັ້ນຄື: ເຈົ້າມີແຕ່ມືເປົ່າ. ເຈົ້າເຕັມໃຈທີ່ຈະສືບຕໍ່ກັບຊີວິດແບບນີ້ບໍ ເຊິ່ງເປັນຊີວິດຂອງໝູ? ແມ່ນຫຍັງຄືຄວາມໝາຍທີ່ຄົນປະເພດນີ້ມີຊີວິດຢູ່? ຊີວິດຂອງເຈົ້າເປັນຕາລັງກຽດ ແລະ ເປັນຕາໜ້າອັບອາຍ, ເຈົ້າດຳລົງຊີວິດທ່າມກາງຄວາມສົກກະປົກ ແລະ ມີຕັນຫາຫຼາຍ ແລະ ເຈົ້າບໍ່ສະແຫວງຫາເປົ້າໝາຍໃດເລີຍ; ຊີວິດຂອງເຈົ້າບໍ່ແມ່ນຊີວິດທີ່ເປັນຕາໜ້າອັບອາຍທີ່ສຸດເລີຍບໍ? ເຈົ້າກ້າທີ່ຈະຫຼຽວເບິ່ງພຣະເຈົ້າຢູ່ບໍ? ຖ້າເຈົ້າສືບຕໍ່ມີປະສົບການໃນລັກສະນະນີ້, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ? ຫົນທາງທີ່ແທ້ຈິງຖືກມອບໃຫ້ກັບເຈົ້າແລ້ວ, ແຕ່ໃນທີ່ສຸດ ເຈົ້າຈະສາມາດຮັບເອົາມັນໄດ້ ຫຼື ບໍ່ ແມ່ນຂຶ້ນກັບການສະແຫວງຫາສ່ວນຕົວຂອງເຈົ້າເອງ. ຜູ້ຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ຕາບໃດທີ່ມະນຸດຕິດຕາມພຣະອົງຈົນເຖິງເວລາສຸດທ້າຍ, ພຣະອົງກໍຈະບໍ່ລໍາອຽງຕໍ່ມະນຸດຢ່າງແນ່ນອນ ຍ້ອນວ່າພຣະອົງຊອບທຳທີ່ສຸດ. ຖ້າມະນຸດຕິດຕາມພຣະອົງຈົນເຖິງເວລາສຸດທ້າຍ, ແລ້ວພຣະອົງຈະສາມາດປະຖິ້ມມະນຸດໄດ້ບໍ? ເຮົາບໍ່ລໍາອຽງຕໍ່ມະນຸດທັງໝົດ ແລະ ພິພາກສາມະນຸດທຸກຄົນດ້ວຍອຸປະນິໄສທີ່ຊອບທຳຂອງເຮົາ, ແຕ່ມີສະພາບການທີ່ເໝາະສົມໃນສິ່ງທີ່ເຮົາຮຽກຮ້ອງຈາກມະນຸດ ແລະ ສິ່ງທີ່ເຮົາຮຽກຮ້ອງກໍຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດທຸກຄົນ ບໍ່ວ່າພວກເຂົາຈະເປັນໃຜກໍຕາມ. ເຮົາບໍ່ສົນໃຈວ່າ ຄຸນສົມບັດຂອງເຈົ້າເປັນແນວໃດ ຫຼື ເຈົ້າມີຄຸນສົມບັດເຫຼົ່ານັ້ນດົນສໍ່າໃດ; ເຮົາສົນໃຈພຽງແຕ່ວ່າ ເຈົ້າຍ່າງໃນຫົນທາງຂອງເຮົາ ຫຼື ບໍ່ ແລະ ເຈົ້າຮັກ ແລະ ກະຫາຍຫາຄວາມຈິງ ຫຼື ບໍ່. ຖ້າເຈົ້າຂາດຄວາມຈິງ ແລະ ກົງກັນຂ້າມ ນໍາຄວາມອັບອາຍມາສູ່ພຣະນາມຂອງເຮົາ ແລະ ບໍ່ປະຕິບັດຕາມຫົນທາງຂອງເຮົາ, ພຽງແຕ່ປະຕິບັດໂດຍບໍ່ສົນໃຈ ຫຼື ກັງວົນຫຍັງເລີຍ, ແລ້ວໃນເວລານັ້ນ ເຮົາຈະຕີເຈົ້າຈົນລົ້ມລົງ ແລະ ລົງໂທດເຈົ້າສຳລັບຄວາມຊົ່ວຮ້າຍຂອງເຈົ້າ ແລ້ວຕອນນັ້ນເຈົ້າຈະເວົ້າແກ້ຕົວແນວໃດ? ເຈົ້າຈະສາມາດເວົ້າໄດ້ວ່າ ພຣະເຈົ້າບໍ່ຊອບທຳໄດ້ບໍ? ໃນປັດຈຸບັນ, ຖ້າເຈົ້າປະຕິບັດຕາມພຣະທຳທີ່ເຮົາກ່າວໄວ້, ແລ້ວເຈົ້າກໍເປັນຄົນປະເພດທີ່ເຮົາເຫັນດີນໍາ. ເຈົ້າເວົ້າວ່າ ເຈົ້າໄດ້ທົນທຸກຢູ່ສະເໝີໃນຂະນະທີ່ຕິດຕາມພຣະເຈົ້າ, ເຈົ້າໄດ້ຕິດຕາມພຣະອົງຜ່ານຮ້ອນຜ່ານໜາວ ແລະ ໄດ້ແບ່ງປັນເວລາທີ່ດີ ແລະ ບໍ່ດີກັບພຣະອົງ, ແຕ່ເຈົ້າບໍ່ໄດ້ດຳລົງຊີວິດຕາມພຣະທຳທີ່ພຣະເຈົ້າກ່າວໄວ້ເລີຍ; ເຈົ້າພຽງແຕ່ປາຖະໜາທີ່ຈະເຮັດນັ້ນເຮັດນີ້ໃຫ້ພຣະເຈົ້າ ແລະ ເສຍສະຫຼະຕົນເອງໃຫ້ກັບພຣະເຈົ້າໃນແຕ່ລະມື້ ແລະ ບໍ່ເຄີຍຄິດທີ່ຈະດຳລົງຊີວິດທີ່ມີຄວາມໝາຍ. ເຈົ້າຍັງເວົ້າວ່າ “ໃນກໍລະນີໃດກໍຕາມ, ຂ້ານ້ອຍເຊື່ອວ່າ ພຣະເຈົ້າຊອບທຳ. ຂ້ານ້ອຍໄດ້ທົນທຸກເພື່ອພຣະອົງ, ແລ່ນໄປມາເພື່ອພຣະອົງ ແລະ ອຸທິດຕົນເອງໃຫ້ກັບພຣະອົງ ແລະ ຂ້ານ້ອຍໄດ້ເຮັດວຽກໜັກ ເຖິງແມ່ນວ່າຈະບໍ່ໄດ້ຮັບການຮັບຮູ້ໃດເລີຍ; ພຣະອົງຈະຈື່ຂ້ານ້ອຍຢ່າງແນ່ນອນ”. ເປັນຄວາມຈິງທີ່ວ່າ ພຣະເຈົ້າຊອບທຳ, ແຕ່ຄວາມຊອບທຳນີ້ບໍ່ໄດ້ມີມົນທິນຈາກຄວາມບໍ່ບໍລິສຸດເລີຍ ນັ້ນຄື: ມັນບໍ່ມີຄວາມປະສົງຂອງມະນຸດ ແລະ ມັນບໍ່ໄດ້ມີມົນທິນຈາກເນື້ອໜັງ ຫຼື ໂດຍການຈັດການຂອງມະນຸດ. ທຸກຄົນທີ່ເປັນປໍລະປັກ ແລະ ຕໍ່ຕ້ານ ແລະ ທຸກຄົນທີ່ບໍ່ປະຕິບັດຕາມຫົນທາງຂອງພຣະອົງຈະຖືກລົງໂທດ; ບໍ່ມີໃຜໄດ້ຮັບການອະໄພໂທດ ແລະ ບໍ່ມີໃຜໄດ້ຮັບການລະເວັ້ນ! ບາງຄົນເວົ້າວ່າ “ໃນປັດຈຸບັນ, ຂ້ານ້ອຍແລ່ນໄປມາເພື່ອພຣະອົງ; ເມື່ອເວລາສຸດທ້າຍມາເຖິງ ພຣະອົງມອບການອວຍພອນເລັກນ້ອຍໃຫ້ກັບຂ້ານ້ອຍໄດ້ບໍ?” ແລ້ວເຮົາຈະຖາມເຈົ້າວ່າ “ເຈົ້າໄດ້ປະຕິບັດຕາມພຣະທຳຂອງເຮົາແລ້ວບໍ?” ຄວາມຊອບທຳທີ່ເຈົ້າເວົ້າເຖິງແມ່ນອີງຕາມການຈັດການຂອງມະນຸດ. ເຈົ້າຄິດພຽງແຕ່ວ່າ ເຮົາຊອບທຳ ແລະ ບໍ່ລໍາອຽງຕໍ່ມະນຸດທຸກຄົນ ແລະ ທຸກຄົນທີ່ຕິດຕາມເຮົາຈົນເຖິງເວລາສຸດທ້າຍກໍຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຮັບເອົາການອວຍພອນຂອງເຮົາຢ່າງແນ່ນອນ. ມີຄວາມໝາຍເລິກລັບໃນພຣະທຳຂອງເຮົາທີ່ວ່າ “ທຸກຄົນທີ່ຕິດຕາມເຮົາເຖິງຈົນເວລາສຸດທ້າຍຈະຖືກຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ” ເຊິ່ງໝາຍຄວາມວ່າ: ຄົນທີ່ຕິດຕາມເຮົາຈົນເຖິງເວລາສຸດທ້າຍເປັນຄົນທີ່ຈະຖືກເຮົາຮັບເອົາຢ່າງສົມບູນ, ພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງ ຫຼັງຈາກທີ່ຖືກເຮົາເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ເຈົ້າໄດ້ບັນລຸເງື່ອນໄຂໃດແດ່? ເຈົ້າພຽງແຕ່ບັນລຸໃນການຕິດຕາມເຮົາຈົນເຖິງເວລາສຸດທ້າຍ, ແຕ່ສິ່ງອື່ນໆເດ? ເຈົ້າໄດ້ປະຕິບັດຕາມພຣະທຳຂອງເຮົາບໍ? ເຈົ້າໄດ້ສຳເລັດການຮຽກຮ້ອງໜຶ່ງໃນຫ້າຢ່າງຂອງເຮົາ, ແຕ່ເຈົ້າບໍ່ມີເຈດຕະນາທີ່ຈະສຳເລັດອີກສີ່ຢ່າງທີ່ເຫຼືອ. ເຈົ້າພຽງແຕ່ຄົ້ນພົບເສັ້ນທາງທີ່ງ່າຍສຸດ ແລະ ສະບາຍສຸດ ແລະ ສະແຫວງຫາມັນ ດ້ວຍທັດສະນະຄະຕິພຽງແຕ່ຫວັງວ່າຈະໄດ້ໂຊກດີ. ສຳລັບຄົນແບບເຈົ້າ, ອຸປະນິໄສຂອງເຮົາແມ່ນການຕີສອນ ແລະ ການພິພາກສາ, ມັນແມ່ນຜົນກຳສະໜອງທີ່ຊອບທຳ ແລະ ມັນເປັນການລົງໂທດທີ່ຊອບທຳຕໍ່ຜູ້ກະທຳການຊົ່ວຊ້າທຸກຄົນ; ທຸກຄົນທີ່ບໍ່ເດີນຕາມຫົນທາງຂອງເຮົາຈະຖືກລົງໂທດຢ່າງແນ່ນອນ ເຖິງແມ່ນພວກເຂົາຕິດຕາມຈົນເຖິງເວລາສຸດທ້າຍ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ. ເມື່ອອຸປະນິໄສທີ່ຊອບທຳນີ້ຖືກສຳແດງອອກໃນການລົງໂທດມະນຸດ, ມະນຸດກໍຈະຕົກສະເງີ້ ແລະ ຮູ້ສຶກເສຍດາຍວ່າ ໃນຂະນະທີ່ຕິດຕາມພຣະເຈົ້າ ເຂົາບໍ່ໄດ້ເດີນຕາມຫົນທາງຂອງພຣະອົງ. “ໃນເວລານັ້ນ, ຂ້ານ້ອຍພຽງແຕ່ທົນທຸກ ເລັກນ້ອຍໃນຂະນະທີ່ຕິດຕາມພຣະເຈົ້າ, ແຕ່ບໍ່ໄດ້ເດີນຕາມຫົນທາງຂອງພຣະເຈົ້າ. ມີຂໍ້ອ້າງຫຍັງແດ່? ບໍ່ມີທາງເລືອກ ນອກຈາກການຖືກຕີສອນ!” ແຕ່ໃນຈິດໃຈຂອງເຈົ້າ, ເຈົ້າກຳລັງຄິດວ່າ “ເຖິງຢ່າງໃດກໍຕາມ, ຂ້ານ້ອຍກໍໄດ້ຕິດຕາມຈົນເຖິງເວລາສຸດທ້າຍ ສະນັ້ນ ເຖິງແມ່ນພຣະອົງຈະຕີສອນຂ້ານ້ອຍ, ມັນກໍອາດຈະບໍ່ແມ່ນການຕີສອນທີ່ຮຸນແຮງເກີນໄປ ແລະ ຫຼັງຈາກທີ່ວາງການຕີສອນນີ້ແລ້ວ ພຣະອົງກໍຍັງຕ້ອງການຂ້ານ້ອຍ. ຂ້ານ້ອຍຮູ້ວ່າ ພຣະອົງຊອບທຳ ແລະ ຈະບໍ່ປະຕິບັດກັບຂ້ານ້ອຍແບບນັ້ນຕະຫຼອດໄປ. ເພາະວ່າ ຂ້ານ້ອຍບໍ່ຄືກັບຄົນທີ່ຈະຖືກກວາດລ້າງ; ຄົນທີ່ຕ້ອງຖືກກວາດລ້າງຈະໄດ້ຮັບການຕີສອນຢ່າງໜັກ ໃນຂະນະທີ່ການຕີສອນຂອງຂ້ານ້ອຍຈະເບົາກວ່າ”. ອຸປະນິໄສທີ່ຊອບທຳບໍ່ໄດ້ເປັນຄືກັບທີ່ເຈົ້າເວົ້າ. ມັນບໍ່ແມ່ນເຫດຜົນທີ່ວ່າ ຄົນທີ່ເກັ່ງໃນການສາລະພາບຄວາມຜິດບາບຂອງພວກເຂົາຈະຖືກຈັດການຢ່າງຜ່ອນຜັນ. ຄວາມຊອບທຳແມ່ນຄວາມບໍລິສຸດ ແລະ ເປັນອຸປະນິໄສທີ່ບໍ່ທົນຕໍ່ການເຮັດຜິດໂດຍມະນຸດ ແລະ ທຸກສິ່ງທີ່ສົກກະປົກ ແລະ ບໍ່ໄດ້ປ່ຽນແປງເປົ້າໝາຍຂອງຄວາມລັງກຽດຂອງພຣະເຈົ້າ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ແມ່ນກົດໝາຍ ແຕ່ເປັນບົດບັນຍັດຄຸ້ມຄອງ: ມັນເປັນບົດບັນຍັດຄຸ້ມຄອງພາຍໃນອານາຈັກ ແລະ ບົດບັນຍັດຄຸ້ມຄອງນີ້ແມ່ນການລົງໂທດທີ່ຊອບທຳຕໍ່ໃຜກໍຕາມທີ່ບໍ່ມີຄວາມຈິງ ແລະ ບໍ່ປ່ຽນແປງ ແລະ ບໍ່ມີຄວາມລອດພົ້ນແມ່ນແຕ່ໜ້ອຍດຽວ. ຍ້ອນເມື່ອແຕ່ລະຄົນຖືກຈັດແບ່ງຕາມປະເພດ, ຄົນດີກໍຈະໄດ້ຮັບລາງວັນ ແລະ ຄົນຊົ່ວກໍຈະຖືກລົງໂທດ. ມັນເປັນເວລາທີ່ຈຸດໝາຍປາຍທາງຂອງມະນຸດຈະຖືກເຮັດໃຫ້ຊັດເຈນ, ມັນເປັນເວລາທີ່ພາລະກິດຂອງຄວາມລອດພົ້ນຈະມາເຖິງຈຸດສິ້ນສຸດ ຫຼັງຈາກນັ້ນ ພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຈະບໍ່ຖືກປະຕິບັດອີກຕໍ່ໄປ ແລະ ຜົນກຳສະໜອງຈະນໍາມາເຖິງທຸກໆຄົນທີ່ເຮັດການຊົ່ວຮ້າຍ. ບາງຄົນເວົ້າວ່າ “ພຣະເຈົ້າຈື່ທຸກໆຄົນທີ່ຢູ່ຂ້າງພຣະອົງຕະຫຼອດ. ພຣະອົງຈະບໍ່ລືມພວກເຮົາຄົນໃດຄົນໜຶ່ງ. ພວກເຮົາຮັບປະກັນວ່າຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ພຣະອົງຈະບໍ່ຈື່ຄົນໃດກໍຕາມທີ່ຢູ່ເບື້ອງລຸ່ມ, ຮັບປະກັນໄດ້ວ່າ ພວກເຂົາທີ່ຢູ່ທ່າມກາງຄົນທີ່ຈະຢູ່ເບື້ອງລຸ່ມຈະຖືກເຮັດໃຫ້ສົມບູນໜ້ອຍກວ່າພວກເຮົາ ຜູ້ເຊິ່ງພົບພໍ້ພຣະເຈົ້າຢູ່ເລື້ອຍໆ; ທ່າມກາງພວກເຮົານັ້ນ ບໍ່ມີໃຜທີ່ຖືກລືມໂດຍພຣະເຈົ້າ, ພວກເຮົາທຸກຄົນໄດ້ຮັບການເຫັນດີຈາກພຣະເຈົ້າ ແລະ ພວກເຂົາຮັບປະກັນໄດ້ວ່າຈະຖືກພຣະເຈົ້າເຮັດໃຫ້ສົມບູນ”. ພວກເຈົ້າທຸກຄົນມີແນວຄິດແບບດັ່ງກ່າວ. ແລ້ວນີ້ແມ່ນຄວາມຊອບທຳບໍ? ເຈົ້າໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ບໍ່? ຕາມຄວາມຈິງແລ້ວ ເຈົ້າເຜີຍແຜ່ຂ່າວລືແບບນີ້, ເຈົ້າຊ່າງບໍ່ມີຄວາມລະອາຍແກ່ໃຈເລີຍ!
ໃນປັດຈຸບັນ, ບາງຄົນສະແຫວງຫາເພື່ອຖືກພຣະເຈົ້າໃຊ້ ແຕ່ຫຼັງຈາກທີ່ຖືກເອົາຊະນະ ພວກເຂົາກໍບໍ່ສາມາດຖືກໃຊ້ໂດຍກົງ. ສຳລັບພຣະທຳທີ່ກ່າວໄວ້ໃນປັດຈຸບັນ ເມື່ອພຣະເຈົ້າໃຊ້ຜູ້ຄົນ, ຖ້າເຈົ້າຍັງບໍ່ສາມາດສຳເລັດພຣະທຳເຫຼົ່ານັ້ນໄດ້, ແລ້ວເຈົ້າກໍຍັງບໍ່ໄດ້ຖືກເຮັດໃຫ້ສົມບູນ. ເວົ້າອີກແບບໜຶ່ງກໍຄື ການມາເຖິງຂອງເວລາສຸດທ້າຍຂອງຊ່ວງໄລຍະທີ່ມະນຸດຖືກເຮັດໃຫ້ສົມບູນຈະກຳນົດວ່າ ມະນຸດຈະຖືກພຣະເຈົ້າກຳຈັດ ຫຼື ຖືກໃຊ້. ຄົນທີ່ຖືກເອົາຊະນະແມ່ນຕົວຢ່າງແຫ່ງຄວາມຂີ້ຄ້ານ ແລະ ຄວາມຄິດລົບ; ພວກເຂົາເປັນແບບຢ່າງ ແລະ ຕົວຢ່າງ, ແຕ່ພວກເຂົາບໍ່ໄດ້ເປັນຫຼາຍໄປກວ່າຄວາມແຕກຕ່າງ. ມີແຕ່ຫຼັງຈາກທີ່ຊີວິດຈິດໃຈຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເຂົາໄດ້ບັນລຸການປ່ຽນແປງພາຍໃນ ແລະ ພາຍນອກ ເຂົາຈຶ່ງຈະຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນ. ໃນປັດຈຸບັນ, ເຈົ້າຕ້ອງການສິ່ງໃດ: ການຖືກເອົາຊະນະ ຫຼື ການຖືກເຮັດໃຫ້ສົມບູນ? ເຈົ້າປາຖະໜາທີ່ຈະບັນລຸສິ່ງໃດ? ເຈົ້າບັນລຸເງື່ອນໄຂໃນການຖືກເຮັດໃຫ້ສົມບູນແລ້ວບໍ? ອັນໃດຄືເງື່ອນໄຂທີ່ເຈົ້າຍັງຂາດ? ເຈົ້າຄວນຈັດກຽມຕົນເອງແນວໃດ ແລະ ເຈົ້າຄວນທົດແທນຄວາມຂາດເຂີນຂອງເຈົ້າແນວໃດ? ເຈົ້າຄວນເຂົ້າສູ່ເສັ້ນທາງໃນການຖືກເຮັດໃຫ້ສົມບູນແນວໃດ? ເຈົ້າຄວນຍອມຮັບຢ່າງສົມບູນແນວໃດ? ເຈົ້າຮຽກຮ້ອງທີ່ຈະຖືກເຮັດໃຫ້ສົມບູນ, ສະນັ້ນ ເຈົ້າສະແຫວງຫາຄວາມບໍລິສຸດບໍ? ເຈົ້າເປັນຄົນທີ່ສະແຫວງຫາເພື່ອຜະເຊີນກັບການຕີສອນ ແລະ ການພິພາກສາ ເພື່ອເຈົ້າອາດຈະຖືກພຣະເຈົ້າຊໍາລະໃຫ້ບໍລິສຸດບໍ? ເຈົ້າສະແຫວງຫາທີ່ຈະຖືກຊໍາລະລ້າງ, ສະນັ້ນ ເຈົ້າເຕັມໃຈທີ່ຈະຍອມຮັບການຕີສອນ ແລະ ການພິພາກສາບໍ? ເຈົ້າຮຽກຮ້ອງທີ່ຈະຮູ້ຈັກພຣະເຈົ້າ, ແຕ່ເຈົ້າມີຄວາມຮູ້ກ່ຽວກັບການຕີສອນ ແລະ ການພິພາກສາຂອງພຣະອົງບໍ? ໃນປັດຈຸບັນ, ພາລະກິດສ່ວນໃຫຍ່ທີ່ພຣະອົງປະຕິບັດໃນເຈົ້າແມ່ນການຕີສອນ ແລະ ການພິພາກສາ; ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພາລະກິດນີ້ ທີ່ຖືກປະຕິບັດໃນຕົວເຈົ້າ? ການຕີສອນ ແລະ ການພິພາກສາທີ່ເຈົ້າປະສົບແມ່ນໄດ້ຊໍາລະລ້າງເຈົ້າແລ້ວບໍ? ມັນໄດ້ປ່ຽນແປງເຈົ້າແລ້ວບໍ? ມັນມີຜົນສະທ້ອນຫຍັງແດ່ໃນຕົວເຈົ້າ? ເຈົ້າເມື່ອຍກັບພາລະກິດຫຼາຍຢ່າງໃນປັດຈຸບັນນີ້ແລ້ວບໍ ເຊັ່ນ: ການສາບແຊ່ງ, ການພິພາກສາ ແລະ ການເປີດເຜີຍ ຫຼື ເຈົ້າຮູ້ສຶກວ່າ ສິ່ງເຫຼົ່ານີ້ເປັນປະໂຫຍດກັບເຈົ້າຫຼາຍບໍ? ເຈົ້າຮັກພຣະເຈົ້າ, ແຕ່ເປັນຫຍັງເຈົ້າຈຶ່ງຮັກພຣະອົງ? ເຈົ້າຮັກພຣະເຈົ້າ ເພາະເຈົ້າໄດ້ຮັບພຣະຄຸນເລັກນ້ອຍບໍ? ຫຼື ເຈົ້າຮັກພຣະເຈົ້າຫຼັງຈາກທີ່ໄດ້ຮັບສັນຕິສຸກ ແລະ ຄວາມສຸກ? ຫຼື ເຈົ້າຮັກພຣະເຈົ້າຫຼັງຈາກທີ່ຖືກຊໍາລະລ້າງໂດຍການຕີສອນ ແລະ ການພິພາກສາຂອງພຣະອົງ? ແມ່ນຫຍັງກັນແທ້ທີ່ເຮັດໃຫ້ເຈົ້າຮັກພຣະເຈົ້າ? ເປໂຕໄດ້ບັນລຸເງື່ອນໄຂໃດແດ່ເພື່ອທີ່ຈະຖືກເຮັດໃຫ້ສົມບູນ? ຫຼັງຈາກທີ່ເພິ່ນຖືກເຮັດໃຫ້ສົມບູນ, ແມ່ນຫຍັງຄືຫົນທາງທີ່ສຳຄັນທີ່ຖືກສຳແດງອອກ? ເພິ່ນຮັກພຣະເຢຊູເຈົ້າ ເພາະເພິ່ນປາຖະໜາພຣະອົງບໍ ຫຼື ຍ້ອນເພິ່ນບໍ່ສາມາດເຫັນພຣະອົງໄດ້ ຫຼື ຍ້ອນເພິ່ນຖືກຕໍານິຕິເຕືອນ? ຫຼື ເພິ່ນຮັກພຣະເຢຊູເຈົ້າຫຼາຍຂຶ້ນ ເພາະເພິ່ນໄດ້ຮັບການທົນທຸກແຫ່ງຄວາມລຳບາກຍາກແຄ້ນ ແລະ ໄດ້ມາຮູ້ຈັກຄວາມສົກກະປົກ ແລະ ການບໍ່ເຊື່ອຟັງຂອງເພິ່ນເອງ, ໄດ້ຮຽນຮູ້ຈັກຄວາມບໍລິສຸດຂອງພຣະຜູ້ເປັນເຈົ້າບໍ? ຄວາມຮັກຂອງເພິ່ນຕໍ່ພຣະເຈົ້າຍິ່ງບໍລິສຸດຂຶ້ນ ຍ້ອນການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ຫຼື ຍ້ອນສິ່ງອື່ນ? ມັນແມ່ນສິ່ງໃດ? ເຈົ້າຮັກພຣະເຈົ້າ ຍ້ອນພຣະຄຸນຂອງພຣະເຈົ້າ ແລະ ຍ້ອນໃນປັດຈຸບັນ ພຣະອົງໄດ້ມອບການອວຍພອນໜ້ອຍໜຶ່ງໃຫ້ກັບເຈົ້າ. ນີ້ແມ່ນຄວາມຮັກທີ່ແທ້ຈິງບໍ? ເຈົ້າຄວນຮັກພຣະເຈົ້າແນວໃດ? ເຈົ້າຈະສາມາດຮັກພຣະອົງຢ່າງແທ້ຈິງບໍ ຫຼັງຈາກທີ່ຍອມຮັບການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ໄດ້ເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ຈົນວ່າເຈົ້າໝັ້ນໃຈຢ່າງແທ້ຈິງ ແລະ ມີຄວາມຮູ້ກ່ຽວກັບພຣະອົງ? ຄືກັບເປໂຕ, ເຈົ້າສາມາດເວົ້າໄດ້ບໍວ່າ ເຈົ້າບໍ່ສາມາດຮັກພຣະເຈົ້າຢ່າງພຽງພໍ? ສິ່ງທີ່ເຈົ້າສະແຫວງຫາຈະຖືກເອົາຊະນະຫຼັງຈາກການຕີສອນ ແລະ ການພິພາກສາບໍ ຫຼື ຖືກຊໍາລະລ້າງ, ຖືກປົກປ້ອງ ແລະ ຖືກດູແລຫຼັງຈາກການຕີສອນ ແລະ ການພິພາກສາ? ໃນສິ່ງເຫຼົ່ານີ້ ເຈົ້າສະແຫວງຫາສິ່ງໃດ? ຊີວິດຂອງເຈົ້າເປັນຊີວິດທີ່ມີຄວາມໝາຍບໍ ຫຼື ມັນບໍ່ມີຈຸດໝາຍ ແລະ ປາສະຈາກຄຸນຄ່າ? ເຈົ້າຕ້ອງການເນື້ອໜັງບໍ ຫຼື ເຈົ້າຕ້ອງການຄວາມຈິງ? ເຈົ້າປາຖະໜາການພິພາກສາບໍ ຫຼື ຄວາມສະບາຍ? ເມື່ອໄດ້ມີປະສົບການຫຼາຍຢ່າງກັບພາລະກິດຂອງພຣະເຈົ້າ ແລະ ເມື່ອໄດ້ເຫັນເຖິງຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າ, ເຈົ້າຄວນສະແຫວງຫາແນວໃດ? ເຈົ້າຄວນເດີນຕາມເສັ້ນທາງນີ້ແນວໃດ? ເຈົ້າຄວນນໍາຄວາມຮັກຂອງເຈົ້າຕໍ່ພຣະເຈົ້າເຂົ້າສູ່ການປະຕິບັດແນວໃດ? ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ບັນລຸຜົນຫຍັງບໍໃນຕົວເຈົ້າ? ບໍ່ວ່າເຈົ້າຈະມີຄວາມຮູ້ກ່ຽວກັບການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແມ່ນຂຶ້ນກັບວ່າ ເຈົ້າດຳລົງຊີວິດໃນສິ່ງໃດ ແລະ ເຈົ້າຮັກພຣະເຈົ້າຂະໜາດໃດ! ປາກເຈົ້າບອກວ່າ ເຈົ້າຮັກພຣະເຈົ້າ, ແຕ່ສິ່ງທີ່ເຈົ້າດຳລົງຊີວິດຕາມ ແມ່ນອຸປະນິໄສເດີມ ແລະ ເສື່ອມຊາມ; ເຈົ້າບໍ່ມີຄວາມຢຳເກງພຣະເຈົ້າ ແລະ ແຮງໄກທີ່ເຈົ້າຈະມີຄວາມສຳນຶກ. ຄົນປະເພດນີ້ຮັກພຣະເຈົ້າບໍ? ຄົນປະເພດນີ້ຊື່ສັດກັບພຣະເຈົ້າບໍ? ພວກເຂົາເປັນຄົນທີ່ຍອມຮັບການຕີສອນ ແລະ ການພິພາກສາຂອງພຣະເຈົ້າບໍ? ເຈົ້າເວົ້າວ່າ ເຈົ້າຮັກພຣະເຈົ້າ ແລະ ເຊື່ອໃນພຣະອົງ, ແຕ່ເຈົ້າບໍ່ໄດ້ປະຖິ້ມແນວຄິດຂອງເຈົ້າ. ໃນວຽກງານຂອງເຈົ້າ, ທາງເຂົ້າເຖິງຂອງເຈົ້າ, ຄຳເວົ້າທີ່ເຈົ້າເວົ້າອອກມາ ແລະ ໃນຊີວິດຂອງເຈົ້າ, ບໍ່ມີການສຳແດງເຖິງຄວາມຮັກຂອງເຈົ້າຕໍ່ພຣະເຈົ້າເລີຍ ແລະ ບໍ່ມີການເຄົາລົບນັບຖືພຣະເຈົ້າ. ນີ້ແມ່ນຄົນທີ່ໄດ້ຮັບການຕີສອນ ແລະ ການພິພາກສາບໍ? ຄົນປະເພດນີ້ຈະສາມາດເປັນເປໂຕໄດ້ບໍ? ຄົນທີ່ເປັນຄືກັບເປໂຕມີພຽງແຕ່ຄວາມຮູ້ ແຕ່ບໍ່ດຳລົງຊີວິດຕາມບໍ? ໃນປັດຈຸບັນ, ແມ່ນຫຍັງຄືເງື່ອນໄຂທີ່ຮຽກຮ້ອງໃຫ້ມະນຸດດຳລົງຊີວິດທີ່ແທ້ຈິງ? ຄຳອະທິຖານຂອງເປໂຕເປັນພຽງຄຳເວົ້າທີ່ອອກມາຈາກປາກຂອງເພິ່ນບໍ? ຄຳເວົ້າເຫຼົ່ານັ້ນບໍ່ໄດ້ອອກມາຈາກສ່ວນເລິກໃນຫົວໃຈຂອງເພິ່ນບໍ? ເປໂຕມີແຕ່ອະທິຖານ ແລະ ບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດບໍ? ການສະແຫວງຫາຂອງເຈົ້າແມ່ນເຫັນແກ່ຜູ້ໃດ? ເຈົ້າຄວນເຮັດໃຫ້ຕົນເອງໄດ້ຮັບການປົກປ້ອງ ແລະ ການຊໍາລະລ້າງໃນລະຫວ່າງການຕີສອນ ແລະ ການພິພາກສາຂອງພຣະເຈົ້າແນວໃດ? ການຕີສອນ ແລະ ການພິພາກສາຂອງພຣະເຈົ້າບໍ່ເປັນປະໂຫຍດຕໍ່ມະນຸດບໍ? ການພິພາກສາທຸກຢ່າງບໍ່ແມ່ນການລົງໂທດບໍ? ເປັນໄປໄດ້ບໍວ່າ ມີແຕ່ສັນຕິສຸກ ແລະ ຄວາມສຸກເທົ່ານັ້ນ, ມີແຕ່ການອວຍພອນທາງວັດຖຸ ແລະ ຄວາມສະບາຍໃຈຊົ່ວໄລຍະໜຶ່ງເທົ່ານັ້ນທີ່ເປັນປະໂຫຍດສຳລັບຊີວິດຂອງມະນຸດ? ຖ້າມະນຸດດຳລົງຊີວິດໃນສະພາບແວດລ້ອມທີ່ສະບາຍ ແລະ ສະດວກ ໂດຍປາສະຈາກຊີວິດແຫ່ງການພິພາກສາ, ພວກເຂົາຈະສາມາດຖືກຊໍາລະລ້າງໄດ້ບໍ? ຖ້າມະນຸດປາຖະໜາທີ່ຈະປ່ຽນແປງ ແລະ ໄດ້ຮັບການຊໍາລະລ້າງ, ພວກເຂົາຄວນຍອມຮັບການຖືກເຮັດໃຫ້ສົມບູນແນວໃດ? ເຈົ້າຄວນເລືອກເສັ້ນທາງໃດໃນປັດຈຸບັນ?