ການເປີດເຜີຍຜູ້ນຳທີ່ຈອມປອມ: ການດິ້ນລົນສ່ວນຕົວ

03 ເດືອນມີນາ 2022

ໂດຍ ເຈີ້ງຢີ່, ເກົາຫຼີໃຕ້

ປີກາຍນີ້, ຂ້ານ້ອຍໄດ້ເຮັດໜ້າທີ່ຂອງຂ້ານ້ອຍຢູ່ໃນຄຣິດຕະຈັກທີ່ຢູ່ນອກເມືອງ ແຕ່ຂ້ານ້ອຍໄດ້ກັບມາບ້ານຫຼັງຈາກຖືກປ່ຽນແທນຍ້ອນບໍ່ໄດ້ເຮັດວຽກພາກປະຕິບັດຕົວຈິງ. ຫຼັງຈາກນັ້ນ, ຂ້ານ້ອຍກໍ່ພົບວ່າຜູ້ນຳຂອງພວກເຮົາ, ເອື້ອຍລີ, ບໍ່ມີຫຍັງທີ່ໃຫ້ຄວາມສະຫວ່າງເພື່ອທີ່ຈະເວົ້າກ່ຽວກັບພຣະທໍາຂອງພຣະເຈົ້າ, ແຕ່ເທດສະໜາຄໍາສອນຕາມຕົວອັກສອນເທົ່ານັ້ນ. ລາວບໍ່ເຄີຍເວົ້າກ່ຽວກັບການຮູ້ຈັກຕົວຂອງລາວເອງ ຫຼື ແບ່ງປັນປະສົບການຂອງຕົວລາວເອງ. ລາວເປັນຄົນຜະເດັດການໃນຕອນທີ່ຊ່ວຍເຫຼືອຄົນອື່ນກັບບັນຫາຂອງເຂົາເຈົ້າເອງ, ເຊັ່ນວ່າ ອາຈານສອນຄູຝຶກຫັດສອນໜັງສືຂອງພວກເຂົາ ແລະ ລາວກໍ່ບໍ່ສາມາດແກ້ໄຂບັນຫາພາກປະຕິບັດຕົວຈິງຂອງໃຜໄດ້ເລີຍ. ລາວເວົ້າຢູ່ຕະຫຼອດເວລາກ່ຽວກັບວິທີທີ່ລາວເຮັດວຽກ ແລະ ທົນທຸກໃນໜ້າທີ່ຂອງລາວ ດັ່ງນັ້ນ ລາວຈະຖືກເຄົາລົບ ແລະ ຮັກແພງ. ລາວເປັນກົດໝາຍໃນຕົນຂອງລາວເອງ. ມີເອື້ອຍນ້ອງຜູ້ໜຶ່ງ, ເປັນຜູ້ເລີ່ມສັດທາໃໝ່, ຜູ້ທີ່ຢ້ານ, ທີ່ເຫັນພັກຄອມມູນິດຈີນ ຈັບກຸມຊາວຄຣິສຕຽນ. ເອື້ອຍລີ ບໍ່ໄດ້ສົນທະນາຄວາມຈິງເພື່ອສະໜັບສະໜູນລາວ ແຕ່ໃຫ້ລາວອອກຈາກໜ້າທີ່ຂອງລາວເທົ່ານັ້ນ. ສັງຄະໜູກອນບາງຄົນ ແລະ ຂ້ານ້ອຍ ໄດ້ໃຫ້ຄໍາແນະນໍາແກ່ລາວຫຼາຍຄັ້ງ, ແຕ່ລາວພັດແກ້ຕົວ ແລະ ໂຕ້ແຍ້ງກັບພວກເຮົາເທົ່ານັ້ນ. ອີງຕາມບັນດາຫຼັກການ, ຜູ້ນໍາທີ່ບໍ່ປະຕິບັດສິ່ງຕ່າງໆ ອີງຕາມບັນດາຫຼັກການຂອງຄວາມຈິງແລ້ວ ແລະ ເປັນຜູ້ທີ່ຈະບໍ່ຍອມຮັບການຕິດຕາມກວດກາ ແລະ ການລິຮານຂອງບັນດາອ້າຍເອື້ອຍນ້ອງ, ບໍ່ແມ່ນຄົນຜູ້ທີ່ຍອມຮັບ ແລະ ເຊື່ອຟັງຄວາມຈິງ. ເອື້ອຍລີ ບໍ່ຮູ້ຈັກຕົວລາວເອງ, ລາວຂາດການເຂົ້າເຖິງຊີວິດ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງຕ່າງໆຂອງຄົນອື່ນໄດ້. ຜູ້ນຳຄຣິດຕະຈັກແບບນັ້ນສາມາດສ້າງຄວາມເສຍຫາຍໃຫ້ກັບວຽກງານຂອງຄຣິດຕະຈັກ ແລະ ຊີວິດຂອງບັນດາອ້າຍເອື້ອຍນ້ອງເທົ່ານັ້ນ. ຂ້ານ້ອຍແນ່ໃຈວ່າ ເອື້ອຍລີ ເປັນຜູ້ນໍາຈອມປອມ ແລະ ບໍ່ເໝາະສົມກັບວຽກງານຂອງຄຣິດຕະຈັກ ແລະ ຂ້ານ້ອຍຕ້ອງການທີ່ຈະລາຍງານລາວ. ແຕ່ຂ້ານ້ອຍຮູ້ສຶກບໍ່ສະບາຍໃຈເມື່ອຂ້ານ້ອຍພວມຂຽນຈົດໝາຍເພື່ອລາຍງານລາວ. ຂ້ານ້ອຍຫາກໍ່ຖືກໃຫ້ພັກວຽກ. ຂ້ານ້ອຍບໍ່ໄດ້ເຮັດໜ້າທີ່ຂອງຂ້ານ້ອຍ. ຖ້າຂ້ານ້ອຍລາຍງານເອື້ອຍລີ ແລະ ຄົນອື່ນບໍ່ສາມາດເຫັນສິ່ງທີ່ຂ້ານ້ອຍເຫັນ, ພວກເຂົາສາມາດຫັນມັນກັບມາຫາຂ້ານ້ອຍໄດ້: “ໂອ, ເບິ່ງນາງເຈີ້ງອີ້ຫັນ. ລາວຫາກໍ່ຖືກໃຫ້ພັກວຽກ ແຕ່ບໍ່ສາມາດເຮັດໃຫ້ລາວສໍານຶກຕົວເອງໄດ້. ລາວຄວນຈະເບິ່ງຕົວລາວເອງ, ບໍ່ແມ່ນຄົນອື່ນ. ມັນເບິ່ງຄືວ່າລາວບໍ່ມີຄວາມຮູ້ກ່ຽວກັບຕົວເອງ ຫຼື ການກັບໃຈຢ່າງແທ້ຈິງ”. ຖ້າພວກເຂົາເວົ້າແນວນັ້ນ, ຂ້ານ້ອຍຈະບໍ່ສາມາດແຫງນໜ້າເບິ່ງພວກເຂົາໄດ້ແທ້ໆ. ໃນຖານະເປັນຜູ້ນຳຈອມປອມ ຜູ້ທີ່ຖືກໃຫ້ພັກວຽກ, ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍມີໂອກາດໃນການເວົ້າໜ້ອຍທີ່ສຸດ. ໂດຍສະເພາະແລ້ວ ຂ້ານ້ອຍຍັງຄິດກ່ຽວກັບບົດລາຍງານນັ້ນທີ່ອາດຈະເຮັດໃຫ້ເອື້ອຍລີເຄືອງໃຈໄດ້ແນວໃດແດ່ ແລະ ໃນຖານະທີ່ຢູ່ໃນຄຣິດຕະຈັກດຽວກັນ ພວກເຮົາເຫັນກັນຕະຫຼອດເວລາ. ຫຼັງຈາກນັ້ນພວກເຮົາຈະສາມາດເຂົ້າກັນໄດ້ ແນວໃດ? ຈະເປັນແນວໃດຖ້າລາວຍັງຮັກສາຕໍາແໜ່ງຂອງລາວ ແລະ ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບຂ້ານ້ອຍ? ຍິ່ງຂ້ານ້ອຍຄິດກ່ຽວກັບມັນຫຼາຍເທົ່າໃດ, ຂ້ານ້ອຍກໍ່ຍິ່ງຮູ້ສຶກວ່າຖືກຍັດເຂົ້າໃນກ່ອງຢູ່ແຈມູມ. ຂ້ານ້ອຍຄິດວ່າການລາຍງານສາມາດເຮັດໃຫ້ລາວຂຸ່ນເຄືອງໃຈ ແລະ ຂ້ານ້ອຍບໍ່ຄວນເອົາຕົນເອງໄປສະແດງຕົວແບບນັ້ນ. ຂ້ານ້ອຍບໍ່ສາມາດຮັບໄດ້ໃນແງ່ຂອງສະຖານະການຂອງຂ້ານ້ອຍເອງ, ແລະ ຜູ້ນໍາຈອມປອມຢູ່ໃນຄຣິດຕະຈັກບໍ່ແມ່ນບັນຫາຢູ່ບ່າຂອງຂ້ານ້ອຍພຽງຄົນດຽວ. ໃຫ້ຄົນອື່ນເປັນຜູ້ລາຍງານລາວ. ຂ້ານ້ອຍພຽງແຕ່ຢາກສືບຕໍ່ໄປທາງໜ້າເພື່ອໂຮມຊຸມນຸມ ແລະ ຮັກສາຄວາມສະຫງົບ.

ຂ້ານ້ອຍໄດ້ຕັດສິນໃຈທີ່ຈະເອົາບັນຫານັ້ນອອກຈາກໃຈຂອງຂ້ານ້ອຍ, ແຕ່ວ່າຂ້ານ້ອຍຍັງຮູ້ສຶກບໍ່ສະບາຍໃຈຢູ່ເນື່ອງໆ. ໃນຕອນທີ່ນອນຢູ່ເທິງຕຽງໃນຕອນກາງຄືນ, ຫົວຂອງຂ້ານ້ອຍແມ່ນເຕັມໄປດ້ວຍຄວາມຄິດຕ່າງໆຂອງເອື້ອຍລີ ທີ່ໂອ້ອວດໃນການຊຸມນຸມ ແລະ ການເທດສະໜາໂດຍການບັນຍາຍຕ່າງໆ. ອັນນັ້ນຈະເປັນອັນຕະລາຍຕໍ່ບັນດາອ້າຍເອື້ອຍນ້ອງຖ້າມັນຍັງດຳເນີນຕໍ່ໄປ. ຂ້ານ້ອຍຮູ້ສຶກບໍ່ດີກ່ຽວກັບການທີ່ບໍ່ເວົ້າອອກມາ. ຕໍ່ມາ ຂ້ານ້ອຍໄດ້ອ່ານພຣະທໍາເຫຼົ່ານີ້ຈາກພຣະເຈົ້າ: “ຍົກຕົວຢ່າງ, ມີທີມງານຂອງຄົນທີ່ມີຜູ້ໜຶ່ງນໍາພາພວກເຂົາ; ຖ້າບຸກຄົນນີ້ຖືກເອີ້ນວ່າເປັນ ‘ຜູ້ນໍາ’ ຫຼື ເປັນ ‘ຄົນງານ’, ໜ້າທີ່ຂອງພວກເຂົາຢູ່ໃນທີມແມ່ນຫຍັງ? (ໜ້າທີ່ຂອງການເປັນຜູ້ນໍາ.) ຄວາມເປັນຜູ້ນໍາຂອງບຸກຄົນນີ້ມີຜົນກະທົບຫຍັງຕໍ່ຜູ້ຄົນທີ່ພວກເຂົານໍາພາ ແລະ ທີມງານທັງໝົດ? ມັນມີຜົນກະທົບຕໍ່ທິດທາງ ແລະ ເສັ້ນທາງຂອງທີມງານ. ສິ່ງນີ້ໝາຍຄວາມວ່າ ຖ້າບຸກຄົນນີ້ ທີ່ຢູ່ໃນຕໍາແໜ່ງຂອງຜູ້ນໍາ ຍ່າງຕາມເສັ້ນທາງທີ່ບໍ່ຖືກຕ້ອງ, ຢ່າງໜ້ອຍທີ່ສຸດ ມັນກໍຈະເຮັດໃຫ້ຄົນທີ່ຢູ່ພາຍໃຕ້ພວກເຂົາ ແລະ ທີມງານທັງໝົດປ່ຽນທິດທາງຈາກເສັ້ນທາງທີ່ຖືກຕ້ອງ; ນອກເໜືອຈາກນັ້ນ, ມັນອາດຈະລົບກວນ ຫຼື ທໍາລາຍທິດທາງຂອງທີມງານທັງໝົດເມື່ອພວກເຂົາກ້າວໄປຂ້າງໜ້າ ພ້ອມທັງຄວາມໄວ ແລະ ຈັງຫວະຂອງພວກເຂົາ. ສະນັ້ນ ເມື່ອເວົ້າເຖິງກຸ່ມຄົນນີ້, ເສັ້ນທາງທີ່ພວກເຂົາຕິດຕາມ ແລະ ທິດທາງຂອງເສັ້ນທາງທີ່ພວກເຂົາເລືອກ, ຂອບເຂດທີ່ພວກເຂົາເຂົ້າໃຈຄວາມຈິງ ພ້ອມທັງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າບໍ່ພຽງແຕ່ສົ່ງຜົນກະທົບຕໍ່ພວກເຂົາເອງເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບຕໍ່ບັນດາອ້າຍເອື້ອຍນ້ອງທັງໝົດທີ່ຢູ່ໃນຂອບເຂດຂອງຄວາມເປັນຜູ້ນໍາຂອງພວກເຂົາ. ຖ້າຜູ້ນຳເປັນຄົນທີ່ຖືກຕ້ອງ, ຜູ້ທີ່ກຳລັງເດີນໄປໃນເສັ້ນທາງທີ່ຖືກຕ້ອງ ແລະ ສະແຫວງຫາ ແລະ ປະຕິບັດຄວາມຈິງ, ຄົນທີ່ພວກເຂົານຳພາກໍຈະກິນ ແລະ ດື່ມຢ່າງຖືກຕ້ອງ ແລະ ສະແຫວງຫາຢ່າງຖືກຕ້ອງ ແລະ ໃນເວລາດຽວກັນ ຄວາມກ້າວໜ້າສ່ວນຕົວຂອງຜູ້ນຳຈະປາກົດໃຫ້ຜູ້ອື່ນເຫັນໄດ້ຢູ່ສະເໝີ. ສະນັ້ນ, ເສັ້ນທາງທີ່ຖືກຕ້ອງທີ່ຜູ້ນຳຄວນຍ່າງໄປແມ່ນຫຍັງ? ມັນແມ່ນການທີ່ສາມາດນໍາພາຄົນອື່ນໄປສູ່ຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ການເຂົ້າສູ່ຄວາມຈິງ ແລະ ນໍາພາຄົນອື່ນໄປຢູ່ຕໍ່ໜ້າພຣະເຈົ້າ. ເສັ້ນທາງທີ່ບໍ່ຖືກຕ້ອງແມ່ນຫຍັງ? ມັນແມ່ນການຍົກລະດັບຕົວເອງ ແລະ ເປັນພະຍານໃຫ້ຕົວເອງເລື້ອຍໆ, ສະແຫວງຫາສະຖານະພາບ, ຊື່ສຽງ ແລະ ຜົນກໍາໄລ ແລະ ບໍ່ເຄີຍເປັນພະຍານໃຫ້ພຣະເຈົ້າ. ສິ່ງນີ້ມີຜົນກະທົບໃດຕໍ່ກັບຄົນທີ່ຢູ່ພາຍໃຕ້ພວກເຂົາ? (ມັນນໍາເອົາຄົນເຫຼົ່ານັ້ນມາຢູ່ຕໍ່ໜ້າພວກເຂົາ.) ຜູ້ຄົນຈະຫຼົງທາງຫ່າງໄກຈາກພຣະເຈົ້າ ແລະ ມາຢູ່ພາຍໃຕ້ການຄວບຄຸມຂອງຜູ້ນໍາຄົນນີ້. ຖ້າເຈົ້ານໍາພາຄົນມາຢູ່ຕໍ່ໜ້າເຈົ້າ, ເຈົ້າກໍກໍາລັງນໍາພາພວກເຂົາມາຢູ່ຕໍ່ໜ້າມະນຸດຊາດທີ່ເສື່ອມຊາມ ແລະ ເຈົ້າກໍາລັງນໍາພາພວກເຂົາມາຢູ່ຕໍ່ໜ້າຊາຕານ, ບໍ່ແມ່ນພຣະເຈົ້າ. ການນໍາພາຜູ້ຄົນໃຫ້ມາຢູ່ຕໍ່ໜ້າຄວາມຈິງເທົ່ານັ້ນແມ່ນການນໍາພາພວກເຂົາໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ. ບໍ່ສຳຄັນວ່າພວກເຂົາຍ່າງບົນເສັ້ນທາງທີ່ຖືກຕ້ອງ ຫຼື ເສັ້ນທາງຜິດ, ຜູ້ນຳ ແລະ ຄົນງານມີອິດທິພົນໂດຍກົງຕໍ່ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ. ເສັ້ນທາງໃດທີ່ຜູ້ສັດຊື່ເລືອກ, ເສັ້ນທາງໃດທີ່ພວກເຂົາຍ່າງ ແມ່ນກ່ຽວຂ້ອງໂດຍກົງກັບເສັ້ນທາງທີ່ຜູ້ນໍາໄດ້ຍ່າງ ແລະ ສາມາດເຮັດໄດ້ໃນລະດັບທີ່ແຕກຕ່າງກັນໄປໂດຍໄດ້ຮັບອິດທິພົນຈາກຜູ້ນໍາ ແລະຄົນງານເຫຼົ່ານັ້ນ(ພຣະທຳ, ເຫຼັ້ມທີ 4. ການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ. ລາຍການທີໜຶ່ງ: ພວກເຂົາພະຍາຍາມເອົາຊະນະຜູ້ຄົນ). ຂ້ານ້ອຍໄດ້ເຫັນໃນພຣະທໍາຂອງພຣະເຈົ້າວ່າເສັ້ນທາງຂອງຜູ້ນໍາບໍ່ພຽງແຕ່ສົ່ງຜົນກະທົບສ່ວນຕົວຕໍ່ພວກເຂົາເທົ່ານັ້ນ, ແຕ່ມັນມີຜົນກະທົບໂດຍກົງຕໍ່ກັບການເຂົ້າເຖິງຊີວິດຂອງຄົນອື່ນ ແລະ ວຽກງານຂອງຄຣິສຕະຈັກທັງໝົດ. ເອື້ອຍລີເທດສະໜາແຕ່ຄໍາເວົ້າທີ່ຫວ່າງເປົ່າ ແລະ ບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກໃນຊີວິດຈິງຂອງບັນດາອ້າຍເອື້ອຍນ້ອງໄດ້. ລາວເປັນຄົນໂອ້ອວດຕະຫຼອດເວລາ ແລະ ເຮັດໃຫ້ຄົນເຂົ້າໃຈຜິດ ແລະ ບັນດາອ້າຍເອື້ອຍນ້ອງເຄົາລົບລາວ. ນອກເໜືອໄປຈາກນັ້ນ, ລາວເປັນຄົນຍິ່ງໂອ້ອວດ ແລະ ເປັນຜະເດັດການວາງອຳນາດ ແລະ ລາວເປັນຄົນດຽວທີ່ຕັດສິນສຸດທ້າຍໃນຫຼາຍໆວຽກຂອງຄຣິດຕະຈັກ. ລາວບໍ່ໄດ້ຊອກຫາຫຼັກການຂອງຄວາມຈິງ ຫຼື ຍອມຮັບຄໍາແນະນໍາຂອງຄົນອື່ນ ແຕ່ພັດຈັດການສິ່ງຕ່າງໆໂດຍອີງໃສ່ແນວຄິດຂອງລາວເອງ. ມັນບໍ່ມີໂອກາດຂອງລາວທີ່ຈະສະໜັບສະໜູນວຽກງານຂອງຄຣິດຕະຈັກ ນັ້ນກໍ່ຄືລາວໄດ້ຂັດຂວາງມັນຢ່າງຊັດເຈນ. ການທີ່ມີຜູ້ນໍາຈອມປອມແບບນັ້ນຢູ່ໃນຄຣິດຕະຈັກ, ບັນດາອ້າຍເອື້ອຍນ້ອງທັງຫລາຍຈະຖືກລາກດຶງລົງໄປກັບລາວ. ການເຫັນຜູ້ສັດທາຫຼາຍຄົນຖືກຫຼອກລວງໂດຍຜູ້ນໍາຈອມປອມ ແລະ ຊີວິດຂອງພວກເຂົາທຸກທໍລະມານເພາະມັນເປັນເລື່ອງທີ່ໂສກເສົ້າຫຼາຍສໍາລັບພຣະເຈົ້າ. ຂ້ານ້ອຍໄດ້ເຂົ້າໃຈແລ້ວວ່າ ເອື້ອຍລີ ເປັນຜູ້ນໍາຈອມປອມ ແລະ ຂ້ານ້ອຍໄດ້ເຫັນອັນຕະລາຍທີ່ໄດ້ຖືກກະທໍາຕໍ່ກັບບັນດາອ້າຍເອື້ອຍນ້ອງ ແລະ ຊີວິດຂອງຄຣິດຕະຈັກໂດຍການມີຜູ້ນໍາຈອມປອມ ທີ່ມີອໍານາດຮັບຜິດຊອບ. ແຕ່ຍ້ອນວ່າຂ້ານ້ອຍຢ້ານທີ່ຈະເຮັດໃຫ້ລາວເຄືອງໃຈ, ຂ້ານ້ອຍໄດ້ເບິ່ງວຽກງານຂອງຄຣິດຕະຈັກ ແລະ ການເຂົ້າເຖິງຊີວິດຂອງຄົນອື່ນ ແມ່ນຖືກທ່ວງດຶງໄວ້ດ້ວຍຕາທັງສອງທີ່ເປີດກວ້າງອອກຂອງຂ້ານ້ອຍ. ຂ້ານ້ອຍບໍ່ໄດ້ຢືນຢັດຢູ່ເພື່ອເປີດເຜີຍ ແລະ ລາຍງານລາວ. ຂ້ານ້ອຍບໍ່ໄດ້ເປັນຄົນຊອບທໍາເລີຍ ແລະ ຂ້ານ້ອຍບໍ່ໄດ້ພິຈາລະນາຄວາມປະສົງຂອງພຣະເຈົ້າ. ຂ້ານ້ອຍບໍ່ມີຄວາມຮູ້ສຶກ! ຂ້ານ້ອຍໄດ້ທຳລາຍວຽກງານຂອງຄຣິດຕະຈັກເປັນທີ່ຮຽບຮ້ອຍແລ້ວ ໂດຍການທີ່ບໍ່ເຮັດວຽກຕົວຈິງໃນໜ້າທີ່ກ່ອນໜ້ານີ້ຂອງຂ້ານ້ອຍ. ດຽວນີ້ ການເຫັນຜູ້ນໍາຈອມປອມຫຼອກລວງຜູ້ເລືອກສັນຂອງພຣະເຈົ້າ, ແຕ່ບໍ່ໄດ້ຢືນຢັດຂຶ້ນເພື່ອລາຍງານລາວ ຫຼື ສະໜັບສະໜູນຜົນປະໂຫຍດຂອງຄຣິດຕະຈັກແມ່ນບໍ່ລະອາຍແກ່ບາບສໍາລັບຂ້ານ້ອຍ! ຂ້ານ້ອຍຮູ້ສຶກຫຼາຍຂຶ້ນເລື້ອຍໆວ່າຂ້ານ້ອຍເປັນໜີ້ຕໍ່ພຣະເຈົ້າ ແລະ ໃນຖານະທີ່ເປັນສິ່ງທີ່ມີຊີວິດທີ່ຖືກສ້າງຂຶ້ນ, ຂ້ານ້ອຍຄວນມີຈຸດຢືນ, ພິຈາລະນາຄວາມປະສົງຂອງພຣະເຈົ້າ ແລະ ສະໜັບສະໜູນວຽກງານຂອງຄຣິດຕະຈັກ. ນັ້ນແມ່ນໜ້າທີ່ຂອງຂ້ານ້ອຍ ແລະ ມັນເປັນຄວາມຮັບຜິດຊອບທີ່ຂ້ານ້ອຍຕ້ອງປະຕິບັດ! ຄວາມຄິດນີ້ໄດ້ໃຫ້ຄວາມເຂັ້ມແຂງສ່ວນໜຶ່ງແກ່ຂ້ານ້ອຍ ແລະ ຂ້ານ້ອຍກໍ່ບອກຕົວເອງວ່າ, “ເພື່ອຜົນປະໂຫຍດຂອງຄຣິດຕະຈັກ ແລະ ເພື່ອໃຫ້ຄົນທີ່ຖືກເລືອກຂອງພຣະເຈົ້າສາມາດດໍາລົງຊີວິດໃນແບບຊີວິດຄຣິດຕະຈັກຢ່າງແທ້ຈິງ, ຂ້ານ້ອຍຕ້ອງປະຕິບັດຄວາມຈິງ ແລະ ເວົ້າເຖິງບັນຫາຕ່າງໆກ່ຽວກັບເອື້ອຍລີ. ຂ້ານ້ອຍບໍ່ສາມາດປ່ອຍໃຫ້ຜູ້ນໍາຈອມປອມນໍາພາບັນດາອ້າຍເອື້ອຍນ້ອງໄປໃນທາງຜິດອີກຕໍ່ໄປ!” ໃນຂະນະທີ່ຂ້ານ້ອຍກໍາລັງກະກຽມທີ່ຈະຂຽນບົດລາຍງານ, ຂ້ານ້ອຍໄດ້ຍິນວ່າເມື່ອບໍ່ດົນມານີ້, ຫຼັງຈາກທີ່ເອື້ອຍໃຫຍ່ຜູ້ໜຶ່ງຊີ້ໃຫ້ເຫັນບາງບັນຫາຂອງເອື້ອຍລີຕໍ່ກັບເອື້ອຍລີ, ເອື້ອຍລີກໍ່ຢຸດເຊົາຊຸມນຸມກັບເອື້ອຍໃຫຍ່ຜູ້ນັ້ນ. ການໄດ້ຍິນເລື່ອງນີ້ເຮັດໃຫ້ຂ້ານ້ອຍໃຈຮ້າຍຫຼາຍ. ຂ້ານ້ອຍຮູ້ສຶກວ່າລາວປະຕິເສດທີ່ຈະຍອມຮັບຄວາມຈິງແທ້ໆ. ແຕ່ໃນເວລາດຽວກັນ, ຄວາມກັງວົນຕ່າງໆຂອງຂ້ານ້ອຍໄດ້ກັບຄືນມາອີກຄັ້ງ. ລາວບໍ່ໄດ້ລວມເອົາເອື້ອຍໃຫຍ່ຜູ້ນັ້ນພຽງເພື່ອສະແດງທັດສະນະບາງຢ່າງເທົ່ານັ້ນ. ຖ້າລາວພົບວ່າຂ້ານ້ອຍໄດ້ລາຍງານລາວ, ລາວຈະຄຽດແຄ້ນໃຫ້ຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍລໍາບາກບໍ? ຖ້າລາວເລີ່ມຕັດສິນຂ້ານ້ອຍ ແລະ ກ່າວຫາຂ້ານ້ອຍວ່າທໍາຮ້າຍຜູ້ນໍາ ແລະ ຄົນງານ, ຄົນອື່ນຈະຄິດແນວໃດ? ດ້ວຍການທີ່ລາວຂົ່ມຂ້ານ້ອຍ ຂ້ານ້ອຍຈະບໍ່ມີໂອກາດໄດ້ເຮັດໜ້າທີ່ຂອງຂ້ານ້ອຍ ແລະ ນັ້ນເປັນສິ່ງທີ່ຍາກກວ່າທີ່ຈະທົນໄດ້. ແຕ່ຂ້ານ້ອຍຈະຮູ້ສຶກຜິດແທ້ໆຖ້າຂ້ານ້ອຍບໍ່ໄດ້ລາຍງານລາວ. ມັນມີການຕໍ່ສູ້ສົງຄາມພາຍໃນຕົວຂ້ານ້ອຍ-ຂ້ານ້ອຍມີຄວາມວຸ້ນວາຍໃຈ.

ດັ່ງນັ້ນ, ຂ້ານ້ອຍໄດ້ນຳມັນມາຕໍ່ໜ້າພຣະເຈົ້າໃນການພາວະນາ ແລະ ການຊອກຫາ. ຫຼັງຈາກນັ້ນ ຂ້ານ້ອຍກໍອ່ານສິ່ງນີ້ໃນພຣະທໍາຂອງພຣະເຈົ້າ: “ພວກເຈົ້າທຸກຄົນເວົ້າວ່າພວກເຈົ້າຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ຈະປົກປ້ອງປະຈັກພະຍານຂອງຄຣິສຕະຈັກ ເຈົ້າເປັນຄົນເຮັດຕາມຄວາມປະສົງຂອງເຮົາບໍ? ຈົ່ງຖາມຕົວເອງວ່າ: ເຈົ້າແມ່ນຄົນທີ່ໄດ້ສະແດງການພິຈາລະນາຕໍ່ພາລະຂອງພຣະອົງບໍ? ເຈົ້າສາມາດປະຕິບັດຄວາມຊອບທຳເພື່ອພຣະອົງໄດ້ບໍ? ເຈົ້າສາມາດຢືນຂຶ້ນ ແລະ ເວົ້າເພື່ອເຮົາໄດ້ບໍ? ເຈົ້າສາມາດນຳເອົາຄວາມຈິງສູ່ການປະຕິບັດໄດ້ຢ່າງເດັດດ່ຽວບໍ? ເຈົ້າກ້າພໍທີ່ຈະຕໍ່ສູ້ກັບການກະທຳທັງໝົດຂອງຊາຕານບໍ? ເຈົ້າຈະສາມາດແຍກອາລົມຂອງເຈົ້າອອກ ແລະ ເປີດໂປງຊາຕານເພື່ອຄວາມຈິງຂອງເຮົາໄດ້ບໍ? ເຈົ້າສາມາດອະນຸຍາດໃຫ້ເຈດຕະນາຂອງເຮົາຖືກຕື່ມເຕັມໃນຕົວເຈົ້າໄດ້ບໍ? ເຈົ້າໄດ້ມອບຫົວໃຈຂອງເຈົ້າໃນຊ່ວງເວລາທີ່ສຳຄັນທີ່ສຸດບໍ? ເຈົ້າແມ່ນຄົນທີ່ເຮັດຕາມຄວາມປະສົງຂອງເຮົາບໍ? ຈົ່ງຕັ້ງຄຳຖາມເຫຼົ່ານີ້ກັບຕົວເຈົ້າເອງ ແລະ ຄິດເຖິງພວກມັນເລື້ອຍໆ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 13). ຂ້ານ້ອຍຮູ້ສຶກວ່າທຸກຄຳ ເວົ້າໄດ້ເຄາະປະຕູຈິດສໍານຶກຂອງຂ້ານ້ອຍ, ໂດຍສະເພາະ “ພວກເຈົ້າທຸກຄົນເວົ້າວ່າພວກເຈົ້າຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ຈະປົກປ້ອງປະຈັກພະຍານຂອງຄຣິສຕະຈັກ ເຈົ້າເປັນຄົນເຮັດຕາມຄວາມປະສົງຂອງເຮົາບໍ?” ມັນຮູ້ສຶກຄືກັບວ່າພຣະເຈົ້າໄດ້ຢືນຢູ່ຂ້າງຂ້ານ້ອຍ, ຖາມຄໍາຖາມນີ້ກັບຂ້ານ້ອຍ. ຂ້ານ້ອຍຮູ້ວ່າເອື້ອຍລີ ເປັນຜູ້ນໍາຈອມປອມ ແລະ ຂ້ານ້ອຍຮູ້ວ່າມັນຈະເປັນອັນຕະລາຍຕໍ່ການເຂົ້າເຖິງຊີວິດຂອງຄົນທີ່ຖືກເລືອກຂອງພະເຈົ້າຖ້າບໍ່ໄດ້ຮັບການແກ້ໄຂໃຫ້ທັນເວລາ, ແຕ່ຂ້ານ້ອຍຢ້ານວ່າລາວຈະເຄືອງໃຈ ແລະ ຄຽດແຄ້ນໃຫ້ຂ້ານ້ອຍ, ຫຼືວ່າຂ້ານ້ອຍຈະເປັນຖືກແຍກປ່ຽວ ແລະ ຖືກໄລ່ອອກຈາກຄຣິດຕະຈັກ. ຂ້ານ້ອຍພຽງແຕ່ຍຶດຖືຜົນປະໂຫຍດຂອງຂ້ານ້ອຍເອງໃນທຸກໆດ້ານ, ບໍ່ກ້າທີ່ຈະຍຶດໝັ້ນໃນຫຼັກການຕ່າງໆ ແລະ ລາຍງານລາວ. ການຕໍ່ສູ້ທາງຈິດວິນຍານນີ້ໄດ້ຮຽກຮ້ອງໃຫ້ຂ້ານ້ອຍຕ້ອງຢືນຢັດເປັນພະຍານໃນເວລາທີ່ສໍາຄັນ, ແຕ່ຂ້ານ້ອຍໄດ້ປົກປ້ອງຜົນປະໂຫຍດສ່ວນຕົວຂອງຕົນເອງ ແລະ ເປັນຄົນທີ່ເຮັດເອົາໃຈຄົນອື່ນ, ເຮັດໃຫ້ພຣະເຈົ້າລັງກຽດ. ຂ້ານ້ອຍຊັງຕົວເອງແທ້ໆ. ຂ້ານ້ອຍບໍ່ຕ້ອງການເປັນຄົນທີ່ເຮັດເອົາໃຈຄົນອື່ນອີກຕໍ່ໄປ. ຫຼັງຈາກນັ້ນ, ຂ້ານ້ອຍໄດ້ເຮັດໃຈໃຫ້ສະຫງົບລົງ ແລະ ທົບທວນຕົວເອງ. ຂ້ານ້ອຍຮູ້ດີວ່າລາວເປັນຜູ້ນໍາຈອມປອມ ແລະ ຂ້ານ້ອຍກໍ່ເຕັມໃຈທີ່ຈະລາຍງານລາວຕາມຫຼັກການຕ່າງໆ. ແຕ່ເມື່ອຂ້ານ້ອຍໄດ້ຍິນວ່າລາວໄດ້ຍົກເວັ້ນບາງຄົນຜູ້ທີ່ໃຫ້ຄໍາແນະນໍາບາງຢ່າງແກ່ລາວ, ເປັນຫຍັງຂ້ານ້ອຍຈິ່ງເລືອກທີ່ຈະປົກປ້ອງຕົວເອງແທນທີ່ຈະຢືນຂຶ້ນເພື່ອວຽກງານຂອງຄຣິດຕະຈັກ? ເປັນຫຍັງຂ້ານ້ອຍຈິ່ງປົກປ້ອງຜົນປະໂຫຍດຂອງຕົວເອງຕະຫຼອດເວລາ? ຂ້ານ້ອຍເລີ່ມພາວະນາ ແລະ ສະແຫວງຫາກ່ຽວກັບບັນຫານີ້ໂດຍສະເພາະ.

ມີພຣະທໍາບາງຄໍາຂອງພຣະເຈົ້າທີ່ຂ້ານ້ອຍໄດ້ອ່ານໃນຕອນເຝົ້າດ່ຽວຄັ້ງໜຶ່ງ. “ຄົນສ່ວນໃຫຍ່ປາຖະໜາທີ່ຈະສະແຫວງຫາ ແລະ ປະຕິບັດຄວາມຈິງ, ແຕ່ສ່ວນໃຫຍ່ແລ້ວ ພວກເຂົາພຽງແຕ່ມີຄວາມເດັດດ່ຽວ ແລະ ຄວາມປາຖະໜາທີ່ຈະເຮັດເຊັ່ນນັ້ນ; ຄວາມຈິງບໍ່ໄດ້ກາຍເປັນຊີວິດຂອງພວກເຂົາ. ຜົນຕາມມາກໍ່ຄື ເມື່ອພວກເຂົາຜະເຊີນກັບກອງກຳລັງຊົ່ວຮ້າຍ ຫຼື ພົບກັບຄົນຊົ່ວຮ້າຍ ແລະ ບໍ່ດີທີ່ກຳລັງເຮັດການຊົ່ວ ຫຼື ຜູ້ນໍາຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ກຳລັງເຮັດສິ່ງຕ່າງໆໃນລັກສະນະທີ່ລະເມີດຫຼັກການ, ແລ້ວກໍ່ໃຫ້ວຽກງານໃນຄົວເຮືອນຂອງພຣະເຈົ້າຕ້ອງໄດ້ຮັບການສູນເສຍ ແລະ ທຳຮ້າຍຄົນທີ່ພຣະເຈົ້າໄດ້ເລືອກໄວ້, ພວກເຂົາສູນເສຍຄວາມກ້າຫານທີ່ຈະລຸກຂຶ້ນ ແລະ ເວົ້າອອກ. ມັນໝາຍຄວາມວ່າແນວໃດ ເມື່ອເຈົ້າບໍ່ມີຄວາມກ້າຫານ? ມັນໝາຍຄວາມວ່າ ເຈົ້າຂີ້ຢ້ານ ຫຼື ເວົ້າບໍ່ເກັ່ງບໍ? ຫຼື ມັນແມ່ນການທີ່ເຈົ້າບໍ່ເຂົ້າໃຈຢ່າງທົ່ວເຖິງ ແລະ ດ້ວຍເຫດນັ້ນກໍ່ບໍ່ມີຄວາມໝັ້ນໃຈທີ່ເວົ້າອອກບໍ? ມັນບໍ່ແມ່ນສິ່ງເຫຼົ່ານີ້; ມັນຄືການທີ່ເຈົ້າຖືກຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມຫຼາຍປະເພດ. ໜຶ່ງໃນອຸປະນິໄສເຫຼົ່ານີ້ກໍ່ຄືເລ່ຫຼ່ຽມ. ເຈົ້າຄິດເຖິງຕົນເອງກ່ອນ ໂດຍຄິດວ່າ ‘ຖ້າຂ້ານ້ອຍເວົ້າອອກ, ມັນຈະສົ່ງຜົນປະໂຫຍດຫຍັງຕໍ່ຂ້ານ້ອຍ? ຖ້າຂ້ານ້ອຍເວົ້າອອກ ແລະ ເຮັດໃຫ້ຄົນໃດໜຶ່ງບໍ່ພໍໃຈ, ພວກເຮົາຈະເຂົ້າກັນໄດ້ແນວໃດໃນອະນາຄົດ?’ ນີ້ຄືຄວາມຄິດທີ່ມີເລ່ຫຼ່ຽມ, ແມ່ນບໍ? ນີ້ບໍ່ແມ່ນຜົນມາຈາກອຸປະນິໄສທີ່ມີເລ່ຫຼ່ຽມບໍ? ອີກຢ່າງແມ່ນອຸປະນິໄສທີ່ເຫັນແກ່ຕົວ ແລະ ໃຈຄັບແຄບ. ເຈົ້າຄິດວ່າ ‘ຄວາມເສຍຫາຍຕໍ່ຜົນປະໂຫຍດໃນຄົວເຮືອນຂອງພຣະເຈົ້າກ່ຽວຂ້ອງຫຍັງກັບຂ້ານ້ອຍ? ເປັນຫຍັງຂ້ານ້ອຍຈຶ່ງຕ້ອງສົນໃຈ? ມັນບໍ່ມີຫຍັງກ່ຽວຂ້ອງກັບຂ້ານ້ອຍ. ເຖິງແມ່ນວ່າຂ້ານ້ອຍເຫັນມັນ ແລະ ໄດ້ຍິນມັນເກີດຂຶ້ນ, ຂ້ານ້ອຍກໍ່ບໍ່ຈຳເປັນຕ້ອງເຮັດຫຍັງ. ມັນບໍ່ແມ່ນຄວາມຮັບຜິດຊອບຂອງຂ້ານ້ອຍ, ຂ້ານ້ອຍບໍ່ແມ່ນຜູ້ນໍາ’. ສິ່ງດັ່ງກ່າວຢູ່ພາຍໃນເຈົ້າ ຄືກັບວ່າພວກມັນເກີດຂຶ້ນຈາກຈິດໃຈທີ່ໄຮ້ສຳນຶກຂອງເຈົ້າ ແລະ ຄືກັບວ່າພວກມັນຄອບຄອງຕໍາແໜ່ງຖາວອນຢູ່ໃນຫົວໃຈຂອງເຈົ້າ, ພວກມັນຄືອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງມະນຸດ. ອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ຄວບຄຸມຄວາມຄິດຂອງເຈົ້າ ແລະ ຜູກມັດມື ແລະ ຕີນຂອງເຈົ້າ ແລະ ພວກມັນຄວບຄຸມປາກຂອງເຈົ້າ. ເມື່ອເຈົ້າຕ້ອງການເວົ້າບາງສິ່ງບາງຢ່າງໃນຫົວໃຈຂອງເຈົ້າ, ຄໍາເວົ້າໄປຮອດຮີມສົບຂອງເຈົ້າ ແຕ່ເຈົ້າບໍ່ເວົ້າພວກມັນອອກມາ ຫຼື ຖ້າເຈົ້າເວົ້າ ຄໍາເວົ້າ ຂອງເຈົ້າກໍ່ອ້ອມໄປມາ ໂດຍປ່ອຍໃຫ້ເຈົ້າມີພື້ນທີ່ໃນການຫຼົບຫຼີກ, ເຈົ້າບໍ່ເວົ້າຢ່າງຊັດເຈນເລີຍ. ຄົນອື່ນບໍ່ໄດ້ຮູ້ສຶກຫຍັງຫຼັງຈາກທີ່ໄດ້ຍິນເຈົ້າເວົ້າ ແລະ ສິ່ງທີ່ເຈົ້າເວົ້າກໍ່ບໍ່ໄດ້ແກ້ໄຂບັນຫາ. ເຈົ້າຄິດກັບຕົນເອງ: ‘ດີ, ຂ້ານ້ອຍເວົ້າອອກ. ຄວາມສຳນຶກຂອງຂ້ານ້ອຍກໍ່ສະບາຍ. ຂ້ານ້ອຍໄດ້ປະຕິບັດຄວາມຮັບຜິດຊອບຂອງຂ້ານ້ອຍ’. ໃນຄວາມເປັນຈິງ, ເຈົ້າຮູ້ໃນຫົວໃຈຂອງເຈົ້າວ່າ ເຈົ້າບໍ່ໄດ້ເວົ້າທຸກສິ່ງທີ່ເຈົ້າຄວນເວົ້າ, ສິ່ງທີ່ເຈົ້າເວົ້າບໍ່ມີຜົນຍັງ ແລະ ຄວາມເສຍຫາຍຕໍ່ວຽກງານໃນຄົວເຮືອນຂອງພຣະເຈົ້າກໍ່ຍັງຄົງຢູ່. ເຈົ້າບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ແຕ່ເຈົ້າເວົ້າຢ່າງເປີດເຜີຍວ່າເຈົ້າໄດ້ປະຕິບັດຄວາມຮັບຜິດຊອບຂອງເຈົ້າ ຫຼື ສິ່ງທີ່ກໍາລັງເກີດຂຶ້ນກໍ່ບໍ່ຊັດເຈນສຳລັບເຈົ້າ. ແລ້ວເຈົ້າບໍ່ໄດ້ຢູ່ພາຍໃຕ້ການຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງເຈົ້າຢ່າງສົມບູນບໍ?(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີພຽງແຕ່ຄົນທີ່ຍອມຕໍ່ພຣະເຈົ້າຢ່າງແທ້ຈິງເທົ່ານັ້ນຈຶ່ງມີຫົວໃຈທີ່ຢຳເກງພຣະເຈົ້າ). ຜ່ານພຣະທໍາຂອງພະເຈົ້າ, ຂ້ານ້ອຍສໍານຶກໄດ້ວ່າຂ້ານ້ອຍພຽງແຕ່ຄິດກ່ຽວກັບຕົນເອງຢູ່ຕໍ່ໜ້າບັນຫາເທົ່ານັ້ນ. ຂ້ານ້ອຍເຫັນແກ່ຕົວ ແລະ ຫຼອກລວງ. ຂ້ານ້ອຍປະຕິບັດຕາມປັດຊະຍາຂອງຊາຕານຄື: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ຄົນມີເຫດຜົນດີໃນການປົກປ້ອງຕົນເອງ, ສະແຫວງຫາພຽງທີ່ຈະບໍ່ເຮັດຜິດເທົ່ານັ້ນ”, “ມັນເປັນການດີກວ່າທີ່ຈະເວົ້າໃຫ້ໜ້ອຍໆ ເມື່ອເຈົ້າຮູ້ວ່າມີບາງສິ່ງຜິດພາດ”, ແລະ “ຢ່າຍົກນິ້ວມື ຖ້າບໍ່ມີລາງວັນ”. ພວກມັນມີຮາກຖານຢູ່ໃນທໍາມະຊາດຂອງຂ້ານ້ອຍ, ເຮັດໃຫ້ຂ້ານ້ອຍຖືກມັດຢ່າງແໜ້ນໜາ ເພື່ອວ່າການປະຕິບັດຄວາມຈິງເປັນເລື່ອງທີ່ຍາກຫຼາຍ. ຂ້ານ້ອຍຮູ້ວ່າຂ້ານ້ອຍຄວນລາຍງານລາວໂດຍອີງຕາມຫຼັກການຕ່າງໆເພື່ອເຫັນແກ່ວຽກງານຂອງຄຣິດຕະຈັກ, ແຕ່ເມື່ອຂ້ານ້ອຍກໍາລັງຈະໄປເຮັດ, ຂ້ານ້ອຍກໍຢ້ານວ່າຈະເຮັດໃຫ້ລາວເຄືອງໃຈ ແລະ ຖືກລາວຕັດສິນ ແລະ ເຮັດພຶດຕິກໍາທີ່ບໍ່ດີໃສ່. ໃນຄວາມຄິດນັ້ນ, ຄວາມຮູ້ສຶກຂອງພັນທະ, ຄວາມຮັບຜິດຊອບ ແລະ ໜ້າ ທີ່ຂອງຂ້ານ້ອຍກໍ່ຫາຍໄປ ແລະ ຂ້ານ້ອຍຮູ້ສຶກວ່າຜູ້ນໍາຈອມປອມຢູ່ໃນຄຣິດຕະຈັກບໍ່ແມ່ນບັນຫາສ່ວນຕົວຂອງຂ້ານ້ອຍ. ຂ້ານ້ອຍບໍ່ຕ້ອງການສ້າງຄື້ນໃດໜຶ່ງ ເພື່ອທີ່ຂ້ານ້ອຍຈະສາມາດຫຼີກລ້ຽງການເຮັດໃຫ້ລາວເຄືອງໃຈ ແລະ ປົກປ້ອງຕົວຂ້ານ້ອຍເອງ. ຂ້ານ້ອຍຕໍ່ຕ້ານຄວາມສະຫວ່າງຂອງພຣະວິນຍານບໍລິສຸດເທື່ອແລ້ວເທື່ອອີກຈົນຂ້ານ້ອຍບໍ່ຮູ້ສຶກຜິດເລີຍ. ຂ້ານ້ອຍຖືກຈອງຈໍາໂດຍສິ້ນເຊີງໂດຍຄວາມເສື່ອມໂຊມຂອງຊາຕານ. ຂ້ານ້ອຍໄດ້ເຮັດການລ່ວງລະເມີດທີ່ຄ້າຍຄືກັນໃນໜ້າທີ່ຂອງຂ້ານ້ອຍມາກ່ອນ, ໂດຍອາໄສປັດຊະຍາຊີວິດຂອງຊາຕານ. ຂ້ານ້ອຍໄດ້ຄົ້ນພົບຜູ້ນຳທີ່ອວດອົ່ງທີ່ມີຄວາມເຂົ້າໃຈທີ່ບິດເບືອນຂອງຄວາມຈິງຜູ້ທີ່ຄວນຖືກໃຫ້ພັກວຽກ. ແຕ່ຫຼັງຈາກນັ້ນຂ້ານ້ອຍພົບວ່າລາວມີຄວາມສາມາດບາງຢ່າງ ແລະ ເກັ່ງເລື່ອງການເທດສະໜາຄຳສອນຕາມຕົວອັກສອນ ແລະ ຫຼອກລວງຄົນ. ການເຫັນບັນດາອ້າຍເອື້ອຍນ້ອງບໍ່ມີຄວາມເຂົ້າໃຈກ່ຽວກັບລາວ, ຂ້ານ້ອຍຢ້ານວ່າພວກເຂົາຈະຕັດສິນຂ້ານ້ອຍ ແລະ ເວົ້າວ່າຂ້ານ້ອຍບໍ່ມີຫົວໃຈຖ້າລາວຖືກປ່ຽນແທນ. ດັ່ງນັ້ນ ຂ້ານ້ອຍຈຶ່ງວາງມັນລົງເປັນເວລາຫຼາຍກວ່າສອງເດືອນກ່ອນທີ່ຈະເຮັດໃຫ້ລາວຖືກພັກວຽກ. ອັນນີ້ເປັນການລົບກວນວຽກງານຂອງຄຣິດຕະຈັກຢ່າງບໍ່ໜ້າເຊື່ອ. ຂ້ານ້ອຍໄດ້ເຫັນຜູ້ນຳຈອມປອມໃນຄຣິດຕະຈັກ ແຕ່ຂ້ານ້ອຍກໍ່ໄດ້ເຮັດຜິດອັນເກົ່າຄືກັນ. ຂ້ານ້ອຍຕ້ອງການທີ່ຈະຢູ່ຫ່າງຈາກມັນ. ວິທີການທີ່ຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍສະແດງໃຫ້ເຫັນວ່າຂ້ານ້ອຍເຫັນແກ່ຕົວ ແລະ ຫຼອກລວງແທ້ໆ ແລະ ຂ້ານ້ອຍບໍ່ສາມາດປະຕິບັດຄວາມຈິງໄດ້ເມື່ອມັນກະທົບກັບຜົນປະໂຫຍດຂອງຕົວຂອງຂ້ານ້ອຍເອງ. ຂ້ານ້ອຍໄດ້ລະເມີດຄວາມຈິງຊໍ້າແລ້ວຊໍ້າອີກ ແລະ ສູນເສຍປະຈັກພະຍານຂອງຂ້ານ້ອຍເອງ. ມັນເປັນເຄື່ອງໝາຍຂອງຄວາມອັບອາຍ. ເມື່ອຮູ້ເລື່ອງນີ້, ຂ້ານ້ອຍໄດ້ກົ້ມຕົວຂ້ານ້ອຍລົງຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ: “ໂອ ພຣະເຈົ້າ! ດຽວນີ້ ຂ້ານ້ອຍໄດ້ເຫັນວ່າຊາຕານໄດ້ເຮັດໃຫ້ຂ້ານ້ອຍເສື່ອມຊາມຢ່າງເລິກເຊິ່ງແນວໃດ. ຂ້ານ້ອຍເປັນຄົນທີ່ເຫັນແກ່ຕົວ, ເປັນຜູ້ທີ່ມັກເອົາໃຈຄົນອື່ນທີ່ເປັນຕາລັງກຽດ. ຂ້ານ້ອຍຕໍ່າຕ້ອຍ ແລະ ສົກກະປົກ. ພຣະເຈົ້າ, ກະລຸນາຊ່ວຍຂ້ານ້ອຍໃຫ້ພົ້ນຈາກຄວາມຜູກມັດຂອງອຸບປະນິດໄສທີ່ຊົ່ວຮ້າຍຂອງຂ້ານ້ອຍ”.

ຕໍ່ມາ ຂ້ານ້ອຍກໍ່ໄດ້ອ່ານໃນບົດສົນທະນາທີ່ຊາຕານປົກຄອງຢູ່ໃນໂລກ, ແຕ່ວ່າ ພຣະເຈົ້າ ແລະ ກົດລະບຽບຄວາມຈິງໃນຄຣິດຕະຈັກ, ພວກມັນເປັນສອງໂລກທີ່ແຕກຕ່າງກັນ ແລະ ທີ່ຢູ່ໃນເຮືອນຂອງພຣະເຈົ້າ, ເຖິງແມ່ນວ່າຄົນຊົ່ວບາງຄົນ ຫຼື ບາງຄົນທີ່ມີມະນຸດສະທໍາທີ່ບໍ່ດີໄດ້ຖືກເລືອກເປັນຜູ້ນຳ, ພວກເຂົາຈະບໍ່ຢູ່ໄດ້ດົນໂດຍປາສະຈາກຄວາມຈິງທີ່ເປັນຈິງ. ສິ່ງນີ້ພິສູດວ່າຄວາມຈິງປົກຄອງຢູ່ໃນເຮືອນຂອງພຣະເຈົ້າ. ຊາຕານເຮັດໃຫ້ໂລກຢູ່ໃນຄວາມມືດ ແລະ ຄົນຕ້ອງເວົ້າ ແລະ ປະຕິບັດໂດຍອີງຕາມປັດຊະຍາຂອງມັນ. ການເວົ້າຍົກຍ້ອງເປັນທາງດຽວທີ່ຈະກ້າວຕໍ່ໄປ. ການມີຄວາມຊື່ສັດ ແລະ ເຮັດໃຫ້ບາງຄົນເຄືອງໃຈນໍາໄປສູ່ການລົງໂທດ. ບໍ່ວ່າມັນຢູ່ໃນຄົນປົກກະຕິ ຫຼື ຜູ້ທີ່ມີອຳນາດ, ການຊື່ສັດເຮັດໃຫ້ເຈົ້າຖືກຂົ່ມເຫັງ ແລະ ບໍ່ລວມເຂົ້າກຸ່ມ, ແລະ ຫຼາຍຄົນກໍ່ຍັງເສຍຊີວິດຍ້ອນມັນ. ແຕ່ຄວາມຈິງ ແລະ ການປົກຄອງແບບຊອບທໍາໃນເຮືອນຂອງພຣະເຈົ້າ. ພຣະເຈົ້າອວຍພອນ ແລະ ມັກຜູ້ທີ່ສະແຫວງຫາຄວາມຈິງ ແລະ ຄົນທີ່ສັດຊື່ທີ່ມີຄວາມຮູ້ສຶກຍຸຕິທໍາ. ຜູ້ທີ່ປົກປ້ອງຜົນປະໂຫຍດຂອງຄຣິດຕະຈັກ ແລະ ຄົນທີ່ຖືກເລືອກຂອງພະເຈົ້າ, ຜູ້ທີ່ກ້າເປີດເຜີຍຜູ້ນໍາຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດ, ສາມາດຖືກຍອມຮັບ, ຖືກຊ່ວຍ ແລະ ຖືກເຮັດໃຫ້ສົມບູນແບບໄດ້ໂດຍພຣະເຈົ້າ. ພວກເຂົາຍັງໄດ້ຮັບການເຫັນດີ ແລະ ການສະໜັບສະໜູນຈາກຜູ້ອື່ນ. ຜູ້ທີ່ບໍ່ອ່ອນນ້ອມຕໍ່ຄວາມຈິງ, ແຕ່ໄປຕໍ່ຕ້ານມັນ, ບໍ່ວ່າຊື່ສຽງ ຫຼື ສະຖານະຂອງພວກເຂົາຈະສູງປານໃດກໍ່ຕາມ, ຈະສິ້ນສຸດລົງໂດຍການຖືກປະຖິ້ມ ແລະ ຖືກກໍາຈັດໂດຍພຣະວິນຍານບໍລິສຸດ, ຄືກັນກັບຜູ້ທີ່ຕໍ່ຕ້ານພຣະຄຣິດ ທີ່ຊື່ ຍັງ ຜູ້ທີ່ຖືກໄລ່ອອກຈາກຄຣິດຕະຈັກໃນປີກາຍນີ້. ລາວໄດ້ປາບປາມ ແລະ ບໍ່ລວມເອົາຜູ້ຄັດຄ້ານເຂົ້າໃດໆ ເມື່ອລາວເປັນຜູ້ນຳ ແລະ ໄດ້ໃຫ້ຄອບຄົວ ແລະ ໝູ່ເພື່ອນຂອງລາວຢູ່ໃນຕຳແໜ່ງທີ່ສຳຄັນຕ່າງໆ. ລາວພະຍາຍາມທີ່ຈະສ້າງອານາຈັກຂອງຕົວລາວເອງທີ່ຂັດແຍ່ງກັບພຣະເຈົ້າ ແລະ ແມ່ນແຕ່ລັກເຄື່ອງຖວາຍບູຊາ. ລາວຄິດວ່າລາວໄດ້ຖືກອ້ອມລ້ອມຕົວລາວເອງທັງໝົດໂດຍຄອບຄົວ ແລະ ໝູ່ເພື່ອນ ດັ່ງນັ້ນການກະທຳທີ່ຊົ່ວຮ້າຍຂອງລາວຈະບໍ່ຖືກເປີດເຜີຍ. ແຕ່ພຣະເຈົ້າເຫັນທຸກສິ່ງທຸກຢ່າງ ແລະ ດ້ວຍສະຕິປັນຍາຂອງພຣະອົງ, ພຣະອົງໄດ້ໃຊ້ກົນອຸບາຍຂອງຊາຕານເພື່ອຜົນປະໂຫຍດຂອງພຣະອົງ. ພຣະອົງໄດ້ສ້າງສະພາບແວດລ້ອມເພື່ອໃຫ້ຜູ້ທີ່ມີຄວາມຮູ້ສຶກຍຸຕິທໍາໄດ້ລາຍງານ ແລະ ເປີດເຜີຍຄວາມຊົ່ວຮ້າຍຂອງລາວ. ຫຼັງຈາກນັ້ນ ການສືບສວນ ແລະ ການຢັ້ງຢືນຂອງຄຣິດຕະຈັກ, ລາວບໍ່ພຽງແຕ່ຕ້ອງສົ່ງຄືນທຸກສິ່ງທຸກຢ່າງທີ່ລາວໄດ້ລັກໄປເທົ່ານັ້ນ, ແຕ່ລາວຍັງໄດ້ຖືກໄລ່ອອກຈາກຄຣິດຕະຈັກຢ່າງຖາວອນ. ອັນນີ້ສະແດງໃຫ້ເຫັນວ່າ ບໍ່ວ່າໜ້າທີ່ ຫຼື ສະຖານະຂອງຜູ້ໃດກໍ່ຕາມ, ບໍ່ມີຜູ້ໃດທີ່ເຮັດຊົ່ວ ຫຼື ບໍ່ຕິດຕາມຄວາມຈິງຈະສາມາດໜີການຕັດສິນອັນຊອບທໍາຂອງພຣະເຈົ້າໄດ້! ເຮືອນຂອງພຣະເຈົ້າບໍ່ຄືກັບໂລກ. ບໍ່ມີສິ່ງໃດທີ່ແລ່ນຂັດກັບຄວາມຈິງທີ່ສາມາດຈະເລີນຮຸ່ງເຮືອງຢູ່ໃນເຮືອນຂອງພຣະເຈົ້າໄດ້. ຜູ້ໃດກໍ່ຕາມທີ່ຄົ້ນພົບບາງສິ່ງບາງຢ່າງທີ່ຕໍ່ຕ້ານຄວາມຈິງສາມາດຢືນຂຶ້ນເພື່ອເປີດເຜີຍ ແລະ ຢຸດຢັ້ງມັນ. ອັນນີ້ສະແດງໃຫ້ເຫັນວ່າຄວາມຈິງປົກຄອງຢູ່ໃນເຮືອນຂອງພຣະເຈົ້າ. ສຳລັບການລາຍງານເອື້ອຍລີ, ຂ້ານ້ອຍບໍ່ເຂົ້າໃຈຄວາມຊອບທໍາຂອງພຣະເຈົ້າ ຫຼື ຮູ້ວ່າພຣະອົງເຫັນ ແລະ ປົກຄອງທຸກຢ່າງ. ຜູ້ນຳຈອມປອມ ແລະ ຜູ້ທີ່ຕໍ່ຕ້ານພຣະຄຣິດບໍ່ສາມາດມີຫຼັກໝັ້ນຢູ່ໃນເຮືອນຂອງພຣະເຈົ້າ. ບໍ່ວ່າຂ້ານ້ອຍມີໜ້າທີ່ທີ່ຈະເຮັດ ແລະ ຊະຕາກຳຫຍັງກໍ່ຕາມ ແລະ ຜົນຈະເປັນແນວໃດແມ່ນ ຢູ່ໃນພຣະຫັດຂອງພຣະເຈົ້າທັງໝົດ, ບໍ່ແມ່ນຂອງຜູ້ນຳຄົນໃດຄົນໜຶ່ງ. ຂ້ານ້ອຍບໍ່ສາມາດຖ່ວງຍຶດລາວໄວ້ອີກຕໍ່ໄປ. ດັ່ງນັ້ນ, ຂ້ານ້ອຍໄດ້ເຮັດບົດລາຍງານຄວາມຈິງກ່ຽວກັບບັນຫາຕ່າງໆຂອງເອື້ອຍລີ. ບໍ່ດົນຈາກນັ້ນ ຜູ້ນຳຄົນໜຶ່ງກໍ່ໄດ້ມາຄຣິດຕະຈັກຂອງພວກເຮົາເພື່ອເບິ່ງສະຖານະການ. ມັນໄດ້ຖືກກໍານົດວ່າເອື້ອຍລີເປັນຜູ້ນໍາຈອມປອມໂດຍອີງຕາມຫຼັກການຕ່າງໆ ແລະ ລາວໄດ້ຖືກພັກວຽກ. ຫຼັງຈາກນັ້ນ, ເອື້ອຍລີ ໄດ້ຮັບຄວາມຮູ້ສ່ວນຕົວບາງຢ່າງໂດຍການເຝົ້າດ່ຽວ ແລະ ການຄິດຕຶກຕອງ ແລະ ລາວຕ້ອງການທີ່ຈະກັບໃຈ ແລະ ປ່ຽນແປງ. ຜູ້ນໍາຄົນຕໍ່ໄປທີ່ຖືກເລືອກແມ່ນເອື້ອຍຜູ້ທີ່ສະແຫວງຫາຄວາມຈິງ ແລະ ວຽກງານຂອງຄຣິດຕະຈັກກໍ່ຄ່ອຍໆດີຂຶ້ນ. ຂ້ານ້ອຍໄດ້ເຫັນຄວາມຊອບທໍາຂອງພຣະເຈົ້າ ແລະ ການປົກຄອງຄວາມຈິງຢູ່ໃນເຮືອນຂອງພຣະເຈົ້າ. ພຣະເຈົ້າເປີດເຜີຍຄວາມເຫັນແກ່ຕົວ ແລະ ຄວາມຫຼອກລວງຂອງຂ້ານ້ອຍ ແລະ ຊໍາລະລ້າງຄວາມເສື່ອມໂຊມຂອງຂ້ານ້ອຍໂດຍການໃຫ້ຂ້ານ້ອຍລາຍງານຜູ້ນໍາຈອມປອມ. ອັນນີ້ແມ່ນການທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ການເຮັດໃຫ້ຂ້ານ້ອຍສົມບູນແບບ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

Leave a Reply