​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພາລະກິດເຜີຍແຜ່ຂ່າວປະເສີດຍັງເປັນພາລະກິດແຫ່ງການຊ່ວຍມະນຸດໃຫ້ພົ້ນອີກດ້ວຍ

ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ຈຸດປະສົງສຸດທ້າຍຂອງພາລະກິດຂອງເຮົາ ແລະ ລະດັບໃດທີ່ເຮົາຕ້ອງບັນລຸໄດ້ໃນພາລະກິດນີ້ກ່ອນທີ່ພາລະກິດຈະສຳເລັດໄດ້ ຫຼັງຈາກໄດ້ກ້າວມາກັບເຮົາຈົນມາຮອດມື້ນີ້. ຖ້າມະນຸດຍັງບໍ່ເຂົ້າໃຈວ່າພາລະກິດຂອງເຮົາແມ່ນກ່ຽວກັບຫຍັງ, ນັ້ນໝາຍຄວາມວ່າພວກເຂົາແມ່ນໄດ້ຕິດຕາມເຮົາໂດຍໄຮ້ປະໂຫຍດເລີຍບໍ? ມະນຸດຜູ້ທີ່ຕິດຕາມເຮົາຄວນຮູ້ຈຸດປະສົງຂອງເຮົາ. ເຮົາໄດ້ດຳເນີນພາລະກິດໃນໂລກມະນຸດເປັນເວລາຫຼາຍພັນປີມາແລ້ວ ແລະ ມາຮອດມື້ນີ້ເຮົາຍັງດຳເນີນພາລະກິດໃນແບບນີ້ຢູ່. ເຖິງແມ່ນວ່າຈະມີຫຼາຍລາຍການປະກອບເຂົ້າໃນພາລະກິດຂອງເຮົາຢ່າງຫຼວງຫຼາຍກໍ່ຕາມ, ແຕ່ຈຸດປະສົງຂອງພາລະກິດນີ້ຍັງຄົງບໍ່ປ່ຽນແປງ. ເຊັ່ນດຽວກັນ, ຕົວຢ່າງເຖິງແມ່ນວ່າເຮົາຈະມາພ້ອມກັບການພິພາກສາ ແລະ ການລົງໂທດຕໍ່ກັບມະນຸດກໍ່ຕາມ, ສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດໃນການຊ່ວຍໃຫ້ມະນຸດລອດພົ້ນ ແລະ ເພື່ອປະໂຫຍດໃນການເຜີຍແຜ່ພະກິດຕິຄຸນຂອງເຮົາໃຫ້ດີຂຶ້ນກວ່າເກົ່າ ແລະ ການເພິ່ມຂະຫຍາຍພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຫລັງຈາກມະນຸດໄດ້ຮັບການສ້າງໃຫ້ສົມບູນແລ້ວ. ສະນັ້ນໃນມື້ນີ້, ໃນເວລາທີ່ຫຼາຍໆຄົນປະສົບກັບຄວາມສິ້ນຫວັງທີ່ຍາວນານ, ເຮົາຍັງສືບຕໍ່ພາລະກິດຂອງເຮົາ, ສືບຕໍ່ວຽກທີ່ເຮົາຕ້ອງເຮັດເພື່ອພິພາກສາ ແລະ ລົງໂທດມະນຸດ. ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດແມ່ນເບື່ອໜ່າຍໃນສິ່ງທີ່ເຮົາກ່າວ ແລະ ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດບໍ່ມີຄວາມຕ້ອງການທີ່ຈະສົນໃຈໃນພາລະກິດຂອງເຮົາ, ເຮົາກໍຍັງສືບຕໍ່ປະຕິບັດໜ້າທີ່ຂອງເຮົາຕໍ່ໄປ ເພາະວ່າຈຸດປະສົງໃນພາລະກິດຂອງເຮົາຍັງຄົງບໍ່ປ່ຽນແປງ ແລະ ແຜນການເບື້ອງຕົ້ນຂອງເຮົາຈະບໍ່ຖືກທຳລາຍ. ພາລະກິດໃນການພິພາກສາຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດເຊື່ອຟັງເຮົາ ແລະ ໃນການລົງໂທດຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດປ່ຽນແປງຢ່າງມີປະສິດທິຜົນຫຼາຍກວ່າເກົ່າ. ເຖິງແມ່ນວ່າສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດແຫ່ງການຄຸ້ມຄອງຂອງເຮົາ, ເຮົາບໍ່ເຄີຍເຮັດສິ່ງໃດທີ່ບໍ່ມີຜົນປະໂຫຍດຕໍ່ມະນຸດເລີຍ. ນີ້ເພາະວ່າເຮົາຕ້ອງການເຮັດໃຫ້ທຸກຊາດຢູ່ນອກດິນແດນອິສຣາເອວເຊື່ອຟັງຄືກັນກັບຊາວຢິວ ແລະ ເພື່ອເຮັດໃຫ້ພວກເຂົາກາຍເປັນມະນຸດທີ່ແທ້ຈິງ ແລະ ເພື່ອໃຫ້ເຮົາມີຖານທີ່ໝັ້ນຢູ່ໃນດິນແດນນອກອິສຣາເອວ. ນີ້ແມ່ນການຄຸ້ມຄອງຂອງເຮົາ. ມັນແມ່ນພາລະກິດທີ່ເຮົາກຳລັງພະຍາຍາມບັນລຸຜົນຢູ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ແມ່ນແຕ່ໃນຕອນນີ້, ຫຼາຍໆຄົນຍັງບໍ່ເຂົ້າໃຈການຄຸ້ມຄອງຂອງເຮົາ, ເພາະວ່າພວກເຂົາບໍ່ສົນໃຈໃນສິ່ງເຫຼົ່ານີ້, ແຕ່ສົນໃຈແຕ່ອະນາຄົດ ແລະ ເປົ້າໝາຍຂອງເຂົາເຈົ້າເອງ. ບໍ່ວ່າເຮົາຈະເວົ້າຫຍັງ, ມະນຸດກໍຍັງບໍ່ເອົາໃຈໃສ່ຕໍ່ກັບພາລະກິດທີ່ເຮົາເຮັດ, ແຕ່ສຸມໃສ່ແຕ່ເປົ້າໝາຍຂອງເຂົາເຈົ້າໃນອະນາຄົດ. ຖ້າສິ່ງຕ່າງໆຍັງດຳເນີນໄປໃນແບບນີ້, ພາລະກິດຂອງເຮົາຈະຂະຫຍາຍອອກໄປໄດ້ແນວໃດ? ຄຳສອນຂອງເຮົາຈະເຜີຍແຜ່ໄປທົ່ວໂລກໄດ້ແນວໃດ? ພວກເຈົ້າຄວນຮູ້ວ່າ, ເມື່ອພາລະກິດຂອງເຮົາໄດ້ຂະຫຍາຍອອກໄປແລ້ວ, ເຮົາຈະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍ ແລະ ເຮົາຈະລົງໂທດພວກເຈົ້າ ເໝືອນດັ່ງທີ່ພຣະເຢໂຮວາລົງໂທດແຕ່ລະຊົນເຜົ່າໃນດີນແດນອິສຣາເອວ. ທັງໝົດນີ້ຈະຖືກເຮັດເພື່ອເຜີຍແຜ່ ຄຳສອນຂອງເຮົາໄປທົ່ວໂລກ ແລະ ເພື່ອເຜີຍແຜ່ພາລະກິດຂອງເຮົາໄປສູ່ຊາດທີ່ບໍ່ແມ່ນຊາວຢິວ, ເພື່ອໃຫ້ຊື່ສຽງຂອງເຮົາໄດ້ຮັບການແຜ່ຂະຫຍາຍຜ່ານທັງຜູ້ໃຫຍ່ ແລະ ເດັກນ້ອຍ ແລະ ເພື່ອໃຫ້ຊື່ສຽງອັນບໍລິສຸດຂອງເຮົາໄດ້ຮັບການຍ້ອງຍໍສັນລະເສີນຈາກປາກຜູ້ຄົນໃນທຸກຊົນຊາດຊົນເຝົ່າ. ໃນຍຸກສຸດທ້າຍນີ້, ເຮົາຈະໃຫ້ຊື່ສຽງຂອງເຮົາໄດ້ຮັບການຂະຫຍາຍໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ເຮັດໃຫ້ຜູ້ທີ່ບໍ່ແມ່ນຊາວຢິວເບິ່ງເຫັນການກະທຳຂອງເຮົາ, ເພື່ອໃຫ້ພວກເຂົາເອີ້ນເຮົາວ່າພະຜູ້ຊົງລິດທານຸພາບອີງຕາມການກະທຳຂອງເຮົາ ແລະ ເຮັດໃຫ້ຄຳເວົ້າຂອງເຮົາເກີດຂຶ້ນເປັນຈິງໃນບໍ່ຊ້າ. ເຮົາຈະເຮັດໃຫ້ມະນຸດທຸກຄົນຮູ້ວ່າເຮົາບໍ່ພຽງແຕ່ແມ່ນພຣະເຈົ້າຂອງຊາວອິສຣາເອວເທົ່ານັ້ນ, ແຕ່ຍັງແມ່ນພຣະເຈົ້າຂອງທຸກຊາດທີ່ບໍ່ແມ່ນຊາວຢິວຮວມທັງຜູ້ທີ່ເຮົາໄດ້ສາບແຊ່ງມາແລ້ວ. ເຮົາຈະໃຫ້ທຸກຄົນເຫັນວ່າເຮົາແມ່ນພຣະເຈົ້າແຫ່ງການນິລະມິດສ້າງທັງໝົດ. ນີ້ແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ ແລະ ເປັນຈຸດປະສົງຂອງແຜນພາລະກິດຂອງເຮົາສຳລັບຍຸກສຸດທ້າຍ ແລະ ແມ່ນພາລະກິດໜຶ່ງດຽວທີ່ຕ້ອງບັນລຸໄດ້ໃນຍຸກສຸດທ້າຍນີ້.

ພາລະກິດທີ່ເຮົາໄດ້ມາເປັນເວລາຫຼາຍພັນປີພຽງແຕ່ຫາກໍເປີດເຜີຍຕໍ່ກັບມະນຸດໃນຍຸກສຸດທ້າຍນີ້ເທົ່ານັ້ນ. ດຽວນີ້ເຮົາໄດ້ເປີດເຜີຍຄວາມລຶກລັບຢ່າງຄົບຖ້ວນກ່ຽວກັບການດຳເນີນພາລະກິດຂອງເຮົາຕໍ່ກັບມະນຸດ. ມະນຸດຮູ້ຈັກຈຸດປະສົງຂອງພາລະກິດຂອງເຮົາ ແລະ ຍິ່ງກວ່ານັ້ນຍັງໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມລຶກລັບທັງໝົດຂອງເຮົາອີກ. ເຮົາໄດ້ບອກມະນຸດທຸກຢ່າງໄປໝົດແລ້ວກ່ຽວກັບຈຸດໝາຍປາຍທາງທີ່ມະນຸດວິຕົກກັງວົນຢູ່. ເຮົາໄດ້ເປີດເຜີຍຕໍ່ກັບມະນຸດຄວາມລຶກລັບຂອງເຮົາທັງໝົດທີ່ໄດ້ປິດບັງມາເປັນເວລາຫຼາຍກວ່າ 5,900 ປີ. ພຣະເຢໂຮວາແມ່ນໃຜ? ພຣະເມຊິອາແມ່ນໃຜ? ພຣະເຍຊູແມ່ນໃຜ? ພວກເຈົ້າຄວນຮູ້ທັງໝົດເຫຼົ່ານີ້. ພາລະກິດຂອງເຮົາຈະດຳເນີນຕໍ່ໃນຊື່ເຫຼົ່ານີ້. ພວກເຈົ້າເຂົ້າໃຈບໍ? ຄວນເອີ້ນຊື່ອັນບໍລິສຸດຂອງເຮົາແນວໃດ? ຄວນເຜີຍແຜ່ຊື່ຂອງເຮົາແນວໃດຕໍ່ກັບບັນດາຊາດທີ່ເອີ້ນເຮົາຕາມແຕ່ລະຊື່ຂອງເຮົາ? ພາລະກິດຂອງເຮົາກຳລັງຢູ່ໃນຂັ້ນຕອນຂອງການແຜ່ຂະຫຍາຍອອກໄປ ແລະ ເຮົາຈະເຜີຍແຜ່ຄວາມສົມບູນຂອງມັນໄປສູ່ທຸກຊາດ. ເພາະວ່າພາລະກິດຂອງເຮົາໄດ້ດຳເນີນຢູ່ໃນຕົວພວກເຈົ້າແລ້ວ, ເຮົາຈະລົງໂທດພວກເຈົ້າຄືກັນກັບທີ່ພຣະເຢໂຮວາລົງໂທດຜູ້ຄົນລ້ຽງແກະຂອງເຮືອນເດວິດໃນອິສຣາເອວ, ເຊິ່ງເຮັດໃຫ້ເຈົ້າກະຈັດກະຈາຍໄປໃນທົ່ວທຸກຊາດ. ສຳລັບໃນຍຸກສຸດທ້າຍນີ້, ເຮົາຈະທໍາລາຍທຸກຊາດໃຫ້ກາຍເປັນຊີ້ນສ່ວນນ້ອຍໆ ແລະ ເຮັດໃຫ້ຄົນຂອງພວກເຂົາແຕກກະຈັດກະຈາຍອີກຄັ້ງໃໝ່. ເມື່ອເຮົາກັບມາອີກຄັ້ງ, ຊາດຕ່າງໆກໍຈະໄດ້ຖືກແບ່ງແຍກອອກຕາມເຂດແດນທີ່ກຳນົດໂດຍແປວໄຟເຜົາໄໝ້ຂອງເຮົາ. ໃນເວລານັ້ນ, ເຮົາຈະສະແດງຕົນເອງຕໍ່ກັບມະນຸດອີກຄັ້ງເປັນແສງແດດທີ່ເຜົາໄໝ້, ສະແດງຕົວເຮົາເອງຢ່າງເປີດເຜີຍຕໍ່ກັບພວກເຂົາໃນຮູບຂອງພຣະຜູ້ບໍລິສຸດທີ່ພວກເຂົາບໍ່ເຄີຍເຫັນມາກ່ອນ ໂດຍຍ່າງໃນທ່າມກາງເຊື້ອຊາດທີ່ຫຼາກຫຼາຍ. ຄືກັນກັບເຮົາ, ພຣະເຢໂຮວາກໍ່ເຄີຍຍ່າງຄຽງຂ້າງຊົນເຜົ່າຊາວຢິວມາກ່ອນ. ຕໍ່ນີ້ໄປ, ເຮົາຈະນຳພາມະນຸດໃນການດຳເນີນຊີວິດຂອງພວກເຂົາຢູ່ໃນໂລກ. ທີ່ນັ້ນພວກເຂົາຈະເຫັນລັດສະໝີພາບຂອງເຮົາຢ່າງແນ່ນອນ ແລະ ພວກເຂົາຈະເຫັນເສົາເມກໃນອາກາດທີ່ນຳພາພວກເຂົາໄປສູ່ຊີວິດຂອງເຂົາເຈົ້າ. ສໍາລັບເຮົາໆຈະປະກົດຕົວໃນສະຖານທີ່ສັກສິດ. ມະນຸດຈະເຫັນວັນແຫ່ງຄວາມຍຸຕິທຳຂອງເຮົາ ແລະ ພ້ອມດ້ວຍການສະແດງປະຈັກລັດສະໝີພາບຂອງເຮົາທີ່ຈະເກີດຂຶ້ນເມື່ອເຮົາປົກຄອງໂລກທັງໝົດ ແລະ ນຳເອົາພຣະບຸດທັງຫຼາຍຂອງເຮົາໄປສູ່ລັດສະໝີພາບ. ຢູ່ທຸກບ່ອນໃນໂລກ ມະນຸດຈະກົ້ມຫົວຄຳນັບ ແລະ ສະຖານທີ່ບູຊາຂອງເຮົາຈະຖືກສ້າງຂຶ້ນໃນທ່າມກາງມະນຸດ. ຈາກຜົນຂອງວຽກງານທີ່ເຮົາກຳລັງດຳເນີນໃນທຸກມື້ນີ້, ມະນຸດກໍຈະຮັບໃຊ້ເຮົາໃນພະວິຫານ. ແທ່ນບູຊາທີ່ປົກດ້ວຍສິ່ງສົກກະປົກ ແລະ ໜ້າລັງກຽດ, ເຮົາກໍຈະທຳລາຍໃຫ້ແຕກເປັນຫຼາຍຊິ້ນສ່ວນ ແລ້ວສ້າງອັນໃໝ່. ລູກແກະ ແລະ ລູກງົວຈະຖືກກອງໄວ້ເທິງແທ່ນບູຊາ. ເຮົາຈະທຳລາຍພະວິຫານໃນທຸກມື້ ແລ້ວສ້າງພະວິຫານໃໝ່. ພະວິຫານໃນທຸກມື້ນີ້ເຊິ່ງເຕັມໄປດ້ວຍມະນຸດທີ່ໜ້າລັງກຽດຈະຖຶກທໍາລາຍລົງ ແລະ ພະວິຫານທີ່ເຮົາສ້າງຂຶ້ນຈະເຕັມໄປດ້ວຍຜູ້ຮັບໃຊ້ທີ່ຈົງຮັກພັກດີຕໍ່ເຮົາ. ພວກເຂົາຈະຢືນຂຶ້ນອີກຄັ້ງ ແລະ ຮັບໃຊ້ເຮົາເພື່ອປະໂຫຍດແຫ່ງຄວາມລັດສະໝີພາບຂອງພະວິຫານຂອງເຮົາ. ພວກເຈົ້າຈະເຫັນມື້ນັ້ນທີ່ເຮົາຈະໄດ້ຮັບຄວາມລັດສະໝີພາບທີ່ຍິ່ງໃຫຍ່ຢ່າງແນ່ນອນ, ແລະ ເຈົ້າຈະເຫັນມື້ທີ່ເຮົາທຳລາຍພະວິຫານ ແລະ ສ້າງພະວິຫານໃໝ່ຢ່າງແນ່ນອນ. ພ້ອມນັ້ນພວກເຈົ້າຈະເຫັນມື້ທີ່ສະຖານທີ່ບູຊາຂອງເຮົາປະກົດຕົວໃນໂລກຂອງມະນຸດຢ່າງແນ່ນອນ. ເມື່ອເຮົາທຳລາຍພະວິຫານເຮົາຈະນຳເອົາແທ່ນບູຊາມາສູ່ໂລກມະນຸດ. ມັນຈະຄ່າຍຄືກັນກັບໃນຕອນມະນຸດເຫັນເຮົາສະເດັດລົງມາ. ຫຼັງຈາກທີ່ເຮົາໄດ້ທໍາລາຍທຸກຊາດແລ້ວ, ເຮົາຈະເຕົ້າໂຮມພວກເຂົາຂຶ້ນມາໃໝ່, ຈາກນັ້ນກໍຈະສ້າງພະວິຫານຂອງເຮົາ ແລະ ສ້າງແທ່ນບູຊາຂອງເຮົາເພື່ອໃຫ້ທຸກຄົນສາມາດບູຊາເຮົາ, ຮັບໃຊ້ເຮົາໃນພະວິຫານຂອງເຮົາ ແລະ ອຸທິດຕົນຢ່າງຊື່ສັດຕໍ່ກັບພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ພວກເຂົາຈະເປັນຄືກັບຊາວຢິວໃນທຸກມື້ນີ້, ແຕ່ງຕົວໃນດ້ວຍຊຸດເສື້ອຄຸມຍາວ ແລະ ມົງກຸດພ້ອມ ດ້ວຍຄວາມລັດສະໝີພາບຂອງເຮົາ. ພຣະເຢໂຮວາໃນທ່າມກາງພວກເຂົາ ແລະ ຄວາມເດຊານຸພາບຂອງເຮົາຈະປົກຄຸມທົ່ວພວກເຂົາ ແລະ ຄົງຢູ່ກັບພວກເຂົາຕະຫຼອດໄປ. ພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຈະຖືກດຳເນີນໃນແບບດຽວກັນ. ເໝືອນດັ່ງພາລະກິດຂອງເຮົາໃນອິສຣາເອວ, ພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວກໍຈະເປັນແບບດຽວກັນນັ້ນ, ເພາະວ່າເຮົາຈະຂະຫຍາຍພາລະກິດຂອງເຮົາໃນອິສຣາເອວ ແລະ ເຜີຍແຜ່ໄປສູ່ບັນດາຊາດທີ່ບໍ່ແມ່ນຊາວຢິວ.

ດຽວນີ້ເຖິງເວລາແລ້ວທີ່ພຣະວິນຍານຂອງເຮົາຈະກະທໍາໃນສິ່ງທີ່ຍິ່ງໃຫຍ່ ແລະ ເຖິງເວລາແລ້ວທີ່ເຮົາຈະເລີ່ມພາລະກິດຂອງເຮົາຢູ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ຍິ່ງກວ່ານັ້ນ, ມັນເຖິງເວລາແລ້ວທີ່ເຮົາຈະຈັດແບ່ງສິ່ງທີ່ສ້າງຂຶ້ນທັງໝົດໂດຍການຈັດແບ່ງເຂົ້າໃນປະເພດຂອງແຕ່ລະຄົນຕາມລຳດັບເພື່ອໃຫ້ພາລະກິດຂອງເຮົາດຳເນີນໄປໄດ້ໄວ ແລະ ມີປະສິດທິຜົນຫຼາຍຂຶ້ນ. ສະນັ້ນ, ສິ່ງທີ່ເຮົາຮ້ອງຂໍຈາກພວກເຈົ້າຍັງແມ່ນການໃຫ້ເຈົ້າອຸທິດຕົນທັງໝົດຂອງພວກເຈົ້າເພື່ອພາລະກິດຂອງເຮົາຄືເກົ່າ ແລະ ນອກຈາກນັ້ນເຈົ້າຄວນເຂົ້າໃຈຢ່າງແຈ່ມແຈ້ງ ແລະ ດຳເນີນວຽກງານທັງໝົດທີ່ເຮົາໄດ້ເຮັດໃນຕົວພວກເຈົ້າ ແລະ ໃຊ້ທຸກເຫື່ອແຮງຂອງເຈົ້າເຂົ້າໃນພາລະກິດຂອງເຮົາເພື່ອໃຫ້ມັນມີປະສິດທິຜົນເພິ່ມຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຂົ້າໃຈ. ຢຸດຕໍ່ສູ້ກັນເອງລະຫວ່າງພວກເຈົ້າທັງຫຼາຍ, ຢຸດຊອກວິທີ ຫຼື ຊອກຫາຄວາມສະບາຍທາງຮ່າງກາຍ ເຊິ່ງຈະເຮັດໃຫ້ພາລະກິດຂອງເຮົາຊັກຊ້າ ແລະ ທຳລາຍອະນາຄົດອັນສວຍງາມຂອງເຈົ້າ. ການເຮັດແບບນັ້ນແທນທີ່ຈະສາມາດໃຫ້ການປົກປ້ອງແກ່ເຈົ້າ ແຕ່ຈະເປັນການທຳລາຍຕົວເຈົ້າອີກຊໍ້າ. ນັ້ນຈະເປັນຄວາມໂງ່ຈ້າຂອງເຈົ້າເອງແມ່ນບໍ? ສິ່ງທີ່ເຈົ້າກຳລັງມີຄວາມສຸກຢ່າງໂລພາໃນທຸກມື້ນີ້ແມ່ນສິ່ງທີ່ກຳລັງທຳລາຍອະນາຄົດຂອງເຈົ້າ ແລະ ຄວາມເຈັບປວດທີ່ພວກເຈົ້າປະສົບໃນມື້ນີ້ກໍແມ່ນສິ່ງທີ່ກຳລັງປົກປ້ອງເຈົ້າ. ເຈົ້າຕ້ອງຮູ້ຈັກສິ່ງເຫຼົ່ານີ້ຢ່າງຈະແຈ້ງເພື່ອຫຼີກໜີຈາກການລໍ້ລວງທີ່ເຮັດໃຫ້ເຈົ້າລອດພົ້ນໄດ້ຍາກ ແລະ ຫຼີກລ້ຽງການຫຼົງທາງໄປສູ່ໝອກໜາທີ່ບິດບັງແສງຕາເວັນ. ເມື່ອໝອກໜາແຈ້ງສະຫວ່າງອອກ, ເຈົ້າກໍຈະເຫັນຕົວເຈົ້າເອງໃນຄຳພິພາກສາຂອງມື້ທີ່ຍິ່ງໃຫຍ່ນັ້ນ. ເມື່ອເຖິງເວລານັ້ນ, ມື້ຂອງເຮົາແມ່ນຈະໃກ້ມາຮອດມະນຸດຊາດແລ້ວ. ເຈົ້າຈະຫຼົບໜີຈາກຄຳພິພາກສາຂອງເຮົາໄດ້ແນວໃດ? ເຈົ້າຈະສາມາດທົນກັບຄວາມຮ້ອນທີ່ເຜົາໄໝ້ຈາກດວງຕາເວັນໄດ້ແນວໃດ? ເມື່ອເວລາເຮົາມອບຄວາມອຸດົມສົມບູນໃຫ້ແກ່ມະນຸດແລ້ວ, ມະນຸດບໍ່ທະນຸຖະໜອມມັນໄວ້ໃນຫົວໃຈ, ແຕ່ປະຖິ້ມມັນໄວ້ໃນບ່ອນທີ່ບໍ່ມີໃຜຈະສັງເກດເຫັນມັນໄດ້. ເມື່ອຮອດມື້ຂອງເຮົາລົງມາຮອດມະນຸດ, ມະນຸດຈະບໍ່ສາມາດຄົ້ນພົບຄວາມສົມບູນຂອງເຮົາໄດ້ ຫຼື ເຫັນຄວາມຈິງທີ່ຂົມຂື່ນທີ່ເຮົາໄດ້ເວົ້າຕໍ່ມະນຸດໃນເມື່ອກ່ອນ. ມະນຸດຈະຄວນຄາງ ແລະ ຮ້ອງໄຫ້ ເພາະວ່າມະນຸດໄດ້ສູນເສຍຄວາມແສງສະຫວ່າງ ແລະ ຕົກຢູ່ໃນຄວາມມືດແລ້ວ. ສິ່ງທີ່ພວກເຈົ້າເຫັນໃນທຸກມື້ນີ້ພຽງແຕ່ແມ່ນດາບທີ່ແຫຼມຄົມຈາກປາກຂອງເຮົາເທົ່ານັ້ນ. ພວກເຈົ້າບໍ່ທັນເຄີຍເຫັນໄມ້ໃນມືຂອງເຮົາ ຫຼື ແປວໄຟທີ່ເຮົາເຜົາໄໝ້ມະນຸດ ແລະ ນັ້ນແມ່ນຍ້ອນຫຍັງພວກເຈົ້າຈິ່ງຍັງຈອງຫອງ ແລະ ບໍ່ໃສ່ໃຈຕໍ່ກັບການປະກົດຕົວຂອງເຮົາ. ນັ້ນແມ່ນເຫດຜົນຍ້ອນຫຍັງເຈົ້າຍັງຂັດຂືນກັບເຮົາຢູ່ໃນເຮືອນຂອງເຮົາ, ໂຕ້ຖຽງດ້ວຍຄໍາເວົ້າຈາກລີ້ນປາກຂອງມະນຸດກັບຄໍາເວົ້າຈາກປາກຂອງເຮົາທີ່ເຮົາໄດ້ເວົ້າໄປແລ້ວ. ມະນຸດບໍ່ຢ້ານກົວເຮົາ ແລະ ຍັງສືບຕໍ່ເປັນສັດຕູກັບເຮົາຈົນຮອດທຸກມື້ນີ້, ມະນຸດຍັງບໍ່ມີຄວາມຢ້ານກົວເລີຍ. ພວກເຈົ້າມີລີ້ນ ແລະ ແຂ້ວທີ່ບໍ່ຊອບທໍາໃນປາກຂອງພວກເຈົ້າ. ຄຳເວົ້າ ແລະ ການກະທຳຂອງພວກເຈົ້າຍັງຄືກັບຄຳເວົ້າ ແລະ ການກະທຳຂອງງູທີ່ຊັກຊວນໃຫ້ເອວາເຮັດບາບ. ພວກເຈົ້າຮຽກຮ້ອງຈາກກັນແລະກັນແບບຕາຕໍ່ຕາ ແລະ ແຂ້ວຕໍ່ແຂ້ວ ແລະ ພວກເຈົ້າດີ້ນຮົນໃນການປະກົດຕົວຂອງເຮົາເພື່ອຍາດຊິງຕຳແໜ່ງ, ຊື່ສຽງ ແລະ ຜົນປະໂຫຍດສຳລັບຕົວພວກເຈົ້າເອງ, ແຕ່ພວກເຈົ້າບໍ່ຮູ້ວ່າເຮົາກຳລັງເຝົ້າເບິ່ງຄຳເວົ້າ ແລະ ການກະທຳຂອງພວກເຈົ້າຢ່າງລັບໆຢູ່. ກ່ອນທີ່ພວກເຈົ້າຈະເຂົ້າມາຢູ່ໃນການປະກົດຕົວຂອງເຮົາ, ເຮົາໄດ້ຢັ່ງເຖິງສ່ວນເລິກຂອງຫົວໃຈພວກເຈົ້າແລ້ວ. ມະນຸດຕ້ອງການຫຼົບໜີຈາກກຳມືຂອງເຮົາ ແລະ ຫຼົບຫຼີກການສັງເກດຈາກສາຍຕາເຮົາຢູ່ ສະເໝີ, ແຕ່ເຮົາບໍ່ເຄີຍຫຼົບຈາກການເຝົ້າຕິດຕາມຄຳເວົ້າ ຫຼື ການກະທຳຂອງມະນຸດເລີຍ. ກົງກັນຂ້າມ ເຮົາອະນຸຍາດຄຳເວົ້າ ແລະ ການກະທຳເຫຼົ່ານີ້ໃຫ້ເຂົ້າສູ່ສາຍຕາຂອງເຮົາຢ່າງມີຈຸດປະສົງ, ເພື່ອໃຫ້ເຮົາສາມາດລົງໂທດຄວາມບໍ່ຊອບທໍາຂອງມະນຸດ ແລະ ປະຕິບັດການພິພາກສາຕໍ່ກັບການກະບົດຂອງມະນຸດ. ສະນັ້ນ ຄຳເວົ້າ ແລະ ການກະທຳຂອງມະນຸດແບບລັບໆຍັງຄົງຢູ່ຕໍ່ໜ້າບັນລັງພິພາກສາຂອງເຮົາສະເໝີ ແລະ ຄຳພິພາກສາຂອງເຮົາບໍ່ເຄີຍປ່ອຍໃຫ້ມະນຸດຫຼຸດພົ້ນໄປໄດ້, ເພາະວ່າການກະບົດຂອງມະນຸດແມ່ນຫຼາຍເກີນໄປ. ພາລະກິດຂອງເຮົາແມ່ນເພື່ອເຜົາທຳລາຍ, ເພື່ອກັ່ນຕອງຄຳເວົ້າ, ເພື່ອການກະທຳທັງໝົດຂອງມະນຸດທີ່ໄດ້ເວົ້າໄປ ແລະ ເພື່ອການກະທຳໄປໂດຍຜ່ານການປະກົດຕົວຂອງພຣະຈິດວິນຍານຂອງເຮົາ. ດ້ວຍວິທີນີ້, ເມື່ອເຮົາອອກຈາກໂລກນີ້ໄປ, ມະນຸດຈະຍັງສາມາດຮັກສາຄວາມຈົງຮັກພັກດີຕໍ່ເຮົາ ແລະ ຈະຍັງຮັບໃຊ້ເຮົາຄືກັນກັບຜູ້ຮັບໃຊ້ອັນບໍລິສຸດຂອງເຮົາທີ່ປະຕິບັດໃນພາລະກິດຂອງເຮົາໃນຕອນນີ້ ແລະ ຈະເຮັດໃຫ້ພາລະກິດຂອງເຮົາໃນໂລກນີ້ສືບຕໍ່ໄປຈົນກວ່າມື້ສຳເລັດ.

​ກ່ອນ​ນີ້ :ພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ “ເມກຂາວ”

ຕໍ່​ໄປ:ບຸກຄະລິກຂອງພວກເຈົ້າແມ່ນຕໍ່າຕ້ອຍຫຼາຍ!

ເນື່ອຫາທີ່ກ່ຽວຂ້ອງ