ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ

ເມື່ອຄົນໆໜຶ່ງເຊື່ອໃນພຣະເຈົ້າ, ຄົນໆນັ້ນຄວນຮັບໃຊ້ພຣະອົງແນວໃດແທ້ໆ? ມີເງື່ອນໄຂຫຍັງແດ່ທີ່ຄວນປະຕິບັດຕາມ ແລະ ມີຄວາມຈິງຫຍັງແດ່ທີ່ຄົນທີ່ຮັບໃຊ້ພຣະເຈົ້າຄວນເຂົ້າໃຈ? ແລ້ວພວກເຈົ້າອາດຫັນເຫຢູ່ບ່ອນໃດໃນການຮັບໃຊ້ຂອງພວກເຈົ້າ? ພວກເຈົ້າຄວນຮູ້ຈັກຄຳຕອບຕໍ່ທຸກສິ່ງເຫຼົ່ານີ້. ບັນຫາເຫຼົ່ານີ້ຈະບົ່ງບອກເຖິງວິທີທີ່ພວກເຈົ້າເຊື່ອໃນພຣະເຈົ້າ ແລະ ວິທີທີ່ພວກເຈົ້າຍ່າງບົນເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ ແລະ ຍອມອ່ອນນ້ອມຕໍ່ການປັ້ນແຕ່ງຂອງພຣະເຈົ້າໃນທຸກສິ່ງ, ເຊິ່ງດ້ວຍເຫດນັ້ນຈຶ່ງຈະເຮັດໃຫ້ພວກເຈົ້າເຂົ້າໃຈທຸກຂັ້ນຕອນໃນພາລະກິດຂອງພຣະເຈົ້າທີ່ປະຕິບັດໃນຕົວພວກເຈົ້າ. ເມື່ອພວກເຈົ້າໄປເຖິງຈຸດນັ້ນ, ພວກເຈົ້າຈະເຂົ້າໃຈວ່າແມ່ນຫຍັງຄືຄວາມເຊື່ອຕໍ່ພຣະເຈົ້າ, ວິທີການເຊື່ອໃນພຣະເຈົ້າຢ່າງຖືກຕ້ອງ ແລະ ສິ່ງທີ່ພວກເຈົ້າຄວນເຮັດປະຕິບັດໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ສິ່ງນີ້ຈະເຮັດໃຫ້ພວກເຈົ້າເຊື່ອຟັງພາລະກິດຂອງພຣະເຈົ້າຢ່າງສົມບູນແບບ ແລະ ຢ່າງເຕັມທີ່; ພວກເຈົ້າຈະບໍ່ມີການຕໍ່ວ່າ ແລະ ພວກເຈົ້າຈະບໍ່ຕັດສິນ ຫຼື ວິເຄາະ, ແຮງໄກທີ່ຈະຄົ້ນຄວ້າພາລະກິດຂອງພຣະເຈົ້າ. ເມື່ອເປັນດັ່ງນັ້ນ, ພວກເຈົ້າທຸກຄົນຈະສາມາດເຊື່ອຟັງພຣະເຈົ້າຈົນເຖິງມື້ຕາຍ, ຍິນຍອມໃຫ້ພຣະເຈົ້າບັນຊາພວກເຈົ້າ ແລະ ສັງເວີຍພວກເຈົ້າຄືດັ່ງໂຕແກະເພື່ອວ່າພວກເຈົ້າທຸກຄົນຈະໄດ້ສາມາດມາກາຍເປັນເປໂຕແຫ່ງຊຸມປີ 1990 ແລະ ສາມາດຮັກພຣະເຈົ້າຢ່າງສຸດໃຈໂດຍບໍ່ມີການຕໍ່ວ່າຫຍັງທັງສິ້ນເຖິງແມ່ນວ່າຈະຖືກຄຶງໃສ່ໄມ້ກາງແຂນກໍ່ຕາມ. ໃນຕອນນັ້ນເອງ ພວກເຈົ້າຈຶ່ງຈະສາມາດດໍາລົງຊີວິດເໝືອນເປໂຕແຫ່ງຊຸມປີ 1990.

ທຸກຄົນທີ່ໄດ້ຕັດສິນໃຈຢ່າງເດັດດ່ຽວທີ່ຈະຮັບໃຊ້ພຣະເຈົ້າ, ແຕ່ຕ້ອງແມ່ນຄົນທີ່ເອົາໃຈໃສ່ຄວາມປະສົງຂອງພຣະເຈົ້າ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເທົ່ານັ້ນຈຶ່ງມີຄຸນສົມບັດ ແລະ ມີສິດທີ່ຈະຮັບໃຊ້ພຣະເຈົ້າໄດ້. ເຮົາໄດ້ຄົ້ນພົບສິ່ງນີ້ທ່າມກາງພວກເຈົ້າ: ຫຼາຍຄົນເຊື່ອວ່າຕາບໃດທີ່ພວກເຂົາຕັ້ງໃຈເຜີຍແຜ່ຂ່າວປະເສີດສຳລັບພຣະເຈົ້າພຣະເຈົ້າຢ່າງກະຕືລືລົ້ນ, ອອກເດີນທາງເພື່ອພຣະເຈົ້າ, ເສຍສະຫຼະຕົນເອງ ແລະ ສະຫຼະຖິ້ມສິ່ງຕ່າງໆເພື່ອພຣະເຈົ້າ ແລະ ອື່ນໆອີກ, ແລ້ວນີ້ກໍ່ແມ່ນການຮັບໃຊ້ພຣະເຈົ້າ. ແມ່ນແຕ່ຄົນທີ່ຍິ່ງເຄັ່ງສາສະໜາຫຼາຍຄົນເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການແລ່ນໄປມາໂດຍທີ່ມີພຣະຄໍາພີໃນມືຂອງພວກເຂົາ, ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ຊ່ວຍເຫຼືອຜູ້ຄົນໃຫ້ລອດພົ້ນ ໂດຍເຮັດໃຫ້ພວກເຂົາກັບໃຈ ແລະ ສາລະພາບ. ນອກຈາກນັ້ນຍັງມີເຈົ້າໜ້າທີ່ໆເຄັ່ງສາສະໜາຫຼາຍຄົນທີ່ຄິດວ່າການຮັບໃຊ້ພຣະເຈົ້າປະກອບດ້ວຍການເທດສະໜາໃນໂບດ ຫຼັງຈາກທີ່ໄດ້ສືບຕໍ່ການສຶກສາຂັ້ນສູງ ແລະ ການຝຶກອົບຮົມໃນໂຮງຮຽນສອນສາສະໜາ ແລະ ສັ່ງສອນຜູ້ຄົນຜ່ານການອ່ານພຣະຄໍາພີ. ຍິ່ງໄປກວ່ານັ້ນ, ມີຜູ້ຄົນທີ່ຢູ່ເຂດທຸກຍາກທີ່ເຊື່ອວ່າ ການຮັບໃຊ້ພຣະເຈົ້າໝາຍເຖິງການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ພວກມານຮ້າຍທີ່ຢູ່ໃນທ່າມກາງອ້າຍເອື້ອຍນ້ອງຂອງພວກເຂົາ ຫຼື ການອະທິຖານເພື່ອພວກເຂົາ ຫຼື ການຮັບໃຊ້ພວກເຂົາ. ໃນທ່າມກາງພວກເຈົ້າແມ່ນຍັງມີຫຼາຍຄົນທີ່ເຊື່ອວ່າການຮັບໃຊ້ພຣະເຈົ້າແມ່ນໝາຍເຖິງການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ, ການອະທິຖານຫາພຣະເຈົ້າທຸກມື້ ພ້ອມທັງການຢ້ຽມຢາມ ແລະ ການເຮັດວຽກໃນຄຣິສຕະຈັກຢູ່ທຸກຫົນແຫ່ງ. ມີອ້າຍເອື້ອຍນ້ອງຄົນອື່ນໆທີ່ເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການບໍ່ແຕ່ງດອງຈັກເທື່ອ ຫຼື ການລ້ຽງດູຄອບຄົວ ແລະ ການອຸທິດການເປັນຢູ່ທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າ. ແຕ່ມີໜ້ອຍຄົນທີ່ຮູ້ແທ້ໆວ່າແມ່ນຫຍັງຄືຄວາມໝາຍຂອງການຮັບໃຊ້ພຣະເຈົ້າ. ເຖິງແມ່ນວ່າຄົນທີ່ຮັບໃຊ້ພຣະເຈົ້າຈະມີຫຼາຍຄືກັບດວງດາວໃນທ້ອງຟ້າ, ຈໍານວນຜູ້ຄົນເຫຼົ່ານັ້ນທີ່ສາມາດຮັບໃຊ້ພຣະເຈົ້າໂດຍກົງ ແລະ ຜູ້ທີ່ສາມາດຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້ານັ້ນແມ່ນມີໜ້ອຍຫຼາຍ, ໜ້ອຍທີ່ສຸດ. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ເຮົາເວົ້າສິ່ງນີ້ກໍ່ເພາະວ່າພວກເຈົ້າບໍ່ເຂົ້າໃຈແກ່ນແທ້ຂອງວະລີທີ່ວ່າ “ການຮັບໃຊ້ພຣະເຈົ້າ” ແລະ ພວກເຈົ້າເຂົ້າໃຈວິທີການຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າພຽງເລັກນ້ອຍເທົ່ານັ້ນ. ມີຄວາມຈຳເປັນອັນຮີບດ່ວນໃຫ້ຜູ້ຄົນເຂົ້າໃຈວ່າການຮັບໃຊ້ພຣະເຈົ້າປະເພດໃດທີ່ສາມາດສອດຄ່ອງກັບຄວາມປະສົງຂອງພຣະອົງໄດ້ຢ່າງແທ້ຈິງ.

ຖ້າພວກເຈົ້າປາຖະໜາທີ່ຈະຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ, ພວກເຈົ້າຕ້ອງເຂົ້າໃຈວ່າຄົນປະເພດໃດເປັນທີ່ພໍໃຈຂອງພຣະເຈົ້າກ່ອນ, ຄົນປະເພດໃດທີ່ພຣະເຈົ້າກຽດຊັງ, ຄົນປະເພດໃດທີ່ພຣະເຈົ້າຈະເຮັດໃຫ້ສົມບູນ ແລະ ຄົນປະເພດໃດທີ່ມີຄຸນສົມບູນໃນການຮັບໃຊ້ພຣະເຈົ້າ. ຢ່າງໜ້ອຍທີ່ສຸດ ພວກເຈົ້າຄວນປະກອບດ້ວຍຄວາມຮູ້ນີ້. ນອກຈາກນີ້, ພວກເຈົ້າຄວນຮູ້ຈັກເປົ້າໝາຍພາລະກິດຂອງພຣະເຈົ້າ ແລະ ພາລະກິດທີ່ພຣະເຈົ້າຈະກະທໍາໃນທີ່ນີ້ ແລະ ໃນປັດຈຸບັນນີ້. ຫຼັງຈາກເຂົ້າໃຈໃນສິ່ງນີ້ ແລະ ຜ່ານການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ພວກເຈົ້າຄວນມີທາງເຂົ້າກ່ອນ ແລະ ຮັບເອົາການຝາກຝັງຈາກພຣະເຈົ້າກ່ອນ. ຫຼັງຈາກທີ່ພວກເຈົ້າໄດ້ມີປະສົບການຕົວຈິງກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ເມື່ອພວກເຈົ້າຮູ້ຈັກພາລະກິດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າກໍ່ຈະມີຄຸນສົມບັດທີ່ຈະຮັບໃຊ້ພຣະເຈົ້າໄດ້. ແລ້ວເມື່ອຮອດເວລາທີ່ພວກເຈົ້າຮັບໃຊ້ພຣະອົງ, ພຣະເຈົ້າກໍ່ຈະເປີດດວງຕາຝ່າຍວິນຍານຂອງພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບພາລະກິດຂອງພຣະອົງ ແລະ ເບິ່ງເຫັນພາລະກິດຂອງພຣະອົງຢ່າງຊັດເຈນຍິ່ງຂຶ້ນ. ເມື່ອເຈົ້າເຂົ້າສູ່ຄວາມເປັນຈິງນີ້, ປະສົບການຂອງເຈົ້າກໍ່ຈະເລິກເຊິ່ງ ແລະ ເປັນຈິງຫຼາຍຂຶ້ນ ແລະ ພວກເຈົ້າທຸກຄົນທີ່ມີປະສົບການດັ່ງກ່າວກໍ່ຈະສາມາດຍ່າງທ່າມກາງຄຣິສຕະຈັກ ແລະ ລ້ຽງດູໃຫ້ອ້າຍເອື້ອຍນ້ອງຂອງພວກເຈົ້າ ເພື່ອວ່າພວກເຈົ້າແຕ່ລະຄົນຈະສາມາດດຶງເອົາຈຸດແຂງຂອງກັນ ແລະ ກັນ ເພື່ອທົດແທນຄວາມບົກຜ່ອງຂອງພວກເຈົ້າເອງ ແລະ ຮັບເອົາຄວາມຮູ້ທີ່ອຸດົມສົມບູນຍິ່ງຂຶ້ນໃນຈິດວິນຍານຂອງພວກເຈົ້າ. ຫຼັງຈາກທີ່ໄດ້ບັນລຸຜົນນີ້ແລ້ວ, ພວກເຈົ້າກໍ່ຈະສາມາດຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນໃນລະຫວ່າງການຮັບໃຊ້ຂອງພວກເຈົ້າ.

ຄົນທີ່ຮັບໃຊ້ພຣະເຈົ້າຄວນເປັນມິດສະຫາຍຂອງພຣະເຈົ້າ, ພວກເຂົາຄວນເປັນຄົນທີ່ພຣະເຈົ້າພໍໃຈ ແລະ ສາມາດຈົງຮັກພັກດີຕໍ່ພຣະເຈົ້າທີ່ສຸດ. ບໍ່ວ່າເຈົ້າຈະເຮັດເປັນການສ່ວນຕົວ ຫຼື ຕໍ່ໜ້າສາທາລະນະຊົນກໍ່ຕາມ, ເຈົ້າສາມາດຮັບຄວາມປິຕິຍິນດີຂອງພຣະເຈົ້າຕໍ່ໜ້າພຣະເຈົ້າໄດ້, ເຈົ້າສາມາດຢຶດໝັ້ນຕໍ່ໜ້າພຣະເຈົ້າ ແລະ ບໍ່ວ່າຄົນອື່ນຈະປະຕິບັດຕໍ່ເຈົ້າດ້ວຍວິທີໃດກໍ່ຕາມ ເຈົ້າຈະເດີນຕາມເສັ້ນທາງທີ່ເຈົ້າຄວນຍ່າງຢູ່ສະເໝີ ແລະ ໃສ່ໃຈພາລະຂອງພຣະເຈົ້າຢ່າງຖີ່ຖ້ວນ. ມີພຽງຄົນແບບນີ້ເທົ່ານັ້ນຈຶ່ງເປັນມິດສະຫາຍຂອງພຣະເຈົ້າ. ການທີ່ມິດສະຫາຍຂອງພຣະເຈົ້າສາມາດຮັບໃຊ້ພຣະອົງໂດຍກົງກໍ່ເປັນເພາະວ່າພວກເຂົາໄດ້ຮັບການຝາກຝັງທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ພາລະຂອງພຣະເຈົ້າ, ພວກເຂົາສາມາດເຮັດໃຫ້ຫົວໃຈຂອງພຣະເຈົ້າເປັນຫົວໃຈຂອງພວກເຂົາເອງ ແລະ ຮັບເອົາພາລະຂອງພຣະເຈົ້າເປັນພາລະຂອງພວກເຂົາເອງ ແລະ ພວກເຂົາບໍ່ຄຳນຶງເຖິງໂອກາດໃນອະນາຄົດຂອງພວກເຂົາ: ເຖິງແມ່ນເມື່ອພວກເຂົາບໍ່ມີໂອກາດ ແລະ ພວກເຂົາຢືນຢັດໂດຍບໍ່ໄດ້ຮັບຫຍັງເລີຍ, ພວກເຂົາກໍ່ຈະເຊື່ອໃນພຣະເຈົ້າດ້ວຍຫົວໃຈທີ່ມີຄວາມຮັກຢູ່ສະເໝີ. ເພາະສະນັ້ນ, ຄົນປະເພດນີ້ແມ່ນມິດສະຫາຍຂອງພຣະເຈົ້າ. ມິດສະຫາຍຂອງພຣະເຈົ້າຍັງເປັນຄົນສະໜິດພຣະອົງ; ມີພຽງຄົນສະໜິດຂອງພຣະເຈົ້າເທົ່ານັ້ນທີ່ຈະສາມາດແບ່ງປັນຄວາມກະວົນກະວາຍຂອງພຣະອົງ ແລະ ຄວາມຄິດຂອງພຣະອົງໄດ້ ແລະ ເຖິງແມ່ນວ່າເນື້ອໜັງຂອງພວກເຂົາຈະເຈັບປວດ ແລະ ອ່ອນແອ, ພວກເຂົາກໍ່ສາມາດອົດທົນຕໍ່ຄວາມເຈັບປວດ ແລະ ປະຖິ້ມສິ່ງທີ່ພວກເຂົາຮັກເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ພຣະເຈົ້າມອບພາລະໃຫ້ກັບຜູ້ຄົນດັ່ງກ່າວຫຼາຍຂຶ້ນ ແລະ ສິ່ງທີ່ພຣະເຈົ້າປາຖະໜາຈະເຮັດແມ່ນປາກົດອອກໃນຄຳພະຍານຂອງຜູ້ຄົນດັ່ງກ່າວ. ສະນັ້ນ ຜູ້ຄົນເຫຼົ່ານີ້ຄືຄົນທີ່ພຣະເຈົ້າພໍໃຈ, ພວກເຂົາແມ່ນຄົນຮັບໃຊ້ພຣະເຈົ້າ ເຊິ່ງເປັນທີ່ພໍໃຈພຣະອົງເອງ ແລະ ມີພຽງຜູ້ຄົນແບບນີ້ເທົ່ານັ້ນຈຶ່ງສາມາດປົກຄອງຮ່ວມກັນກັບພຣະເຈົ້າໄດ້. ເວລາທີ່ເຈົ້າກາຍເປັນມິດສະຫາຍຂອງພຣະເຈົ້າຢ່າງແທ້ຈິງແມ່ນເວລາທີ່ເຈົ້າຈະໄດ້ປົກຄອງຮ່ວມກັບພຣະເຈົ້າຢ່າງແນ່ນອນ.

ພຣະເຢຊູສາມາດສຳເລັດການຝາກຝັງຂອງພຣະເຈົ້າ ນັ້ນກໍ່ຄື ພາລະກິດການໄຖ່ບາບມະນຸດຊາດທັງປວງ ຍ້ອນວ່າພຣະອົງເອົາໃຈໃສ່ຄວາມປະສົງຂອງພຣະເຈົ້າຢ່າງຖີ່ຖ້ວນ ໂດຍບໍ່ໄດ້ມີການວາງແຜນການ ຫຼື ການຈັດແຈງໃດໆສຳລັບພຣະອົງເອງ. ດັ່ງນັ້ນ ພຣະອົງກໍ່ຄືມິດສະຫາຍຂອງພຣະເຈົ້າເຊັ່ນກັນ ນັ້ນກໍ່ຄືພຣະອົງເອງ ເຊິ່ງເປັນສິ່ງທີ່ພວກເຈົ້າທຸກຄົນເຂົ້າໃຈເປັນຢ່າງດີຫຼາຍ. (ໃນຄວາມຈິງແລ້ວ, ພຣະອົງກໍ່ຄືພຣະເຈົ້າເອງທີ່ໄດ້ຖືກພຣະເຈົ້າເປັນພະຍານໃຫ້. ເຮົາເວົ້າເຖິງເລື່ອງນີ້ໃນທີ່ນີ້ເພື່ອໃຊ້ຂໍ້ແທ້ຈິງກ່ຽວກັບພຣະເຢຊູເພື່ອບັນລະຍາຍເຖິງບັນຫານີ້). ພຣະອົງສາມາດວາງແຜນການຄຸ້ມຄອງຂອງພຣະເຈົ້າໃສ່ສູນກາງແທ້ໆ ແລະ ອະທິຖານຫາພຣະບິດາທີ່ຢູ່ໃນສະຫວັນຢູ່ສະເໝີ ແລະ ສະແຫວງຫາຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ. ພຣະອົງໄດ້ອະທິຖານ ແລະ ກ່າວວ່າ: “ພຣະເຈົ້າພຣະບິດາ! ຂໍໃຫ້ສໍາເລັດຜົນຕາມຄວາມປະສົງຂອງພຣະອົງດ້ວຍ ແລະ ຢ່າໃຫ້ເປັນໄປຕາມຄວາມປະສົງຂອງຂ້ານ້ອຍເລີຍ ແຕ່ຂໍໃຫ້ເປັນໄປຕາມແຜນການຂອງພຣະອົງ. ມະນຸດອາດອ່ອນແອ, ແຕ່ເປັນຫຍັງພຣະອົງຈຶ່ງຕ້ອງເປັນຫ່ວງພວກເຂົາດ້ວຍ? ມະນຸດເຊິ່ງເປັນຄືກັບມົດໃນມືຂອງພຣະອົງຈະຄູ່ຄວນກັບຄວາມຫ່ວງໃຍຂອງພຣະອົງໄດ້ແນວໃດ? ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍພຽງແຕ່ປາຖະໜາທີ່ຈະໃຫ້ບັນລຸຕາມຄວາມປະສົງຂອງພຣະອົງເທົ່ານັ້ນ ແລະ ຂ້ານ້ອຍຂໍໃຫ້ພຣະອົງປະຕິບັດໃນຕົວຂ້ານ້ອຍຕາມຄວາມປາຖະໜາຂອງພຣະອົງເອງດ້ວຍ”. ໃນການເດີນທາງໄປເມືອງເຢຣູຊາເລັມ, ພຣະເຢຊູຮູ້ສຶກເຈັບປວດເໝືອນດັ່ງກັບວ່າມີມີດມາສຽບແທງຫົວໃຈຂອງພຣະອົງ, ແຕ່ພຣະອົງກໍ່ບໍ່ເຄີຍມີເຈດຕະນາທີ່ຈະຄືນຄໍາເວົ້າຂອງພຣະອົງແມ່ນແຕ່ໜ້ອຍດຽວ; ມີພະລັງອໍານາດບາງຢ່າງທີ່ກະຕຸ້ນໃຫ້ພຣະອົງເດີນໜ້າໄປຫາບ່ອນທີ່ພຣະອົງຈະຖືກຄຶງໃສ່ເທິງໄມ້ກາງແຂນຢູ່ເລື້ອຍໆ. ໃນທີ່ສຸດ, ພຣະອົງກໍ່ຖືກຕອກຕະປູໃສ່ໄມ້ກາງແຂນ ແລະ ກາຍເປັນເໝືອນເນື້ອໜັງທີ່ເຕັມໄປດ້ວຍຄວາມບາບ, ສໍາເລັດພາລະກິດແຫ່ງການໄຖ່ບາບຂອງມະນຸດຊາດ. ພຣະອົງໄດ້ເປັນອິດສະຫຼະຈາກໂສ້ເຫຼັກແຫ່ງຄວາມຕາຍ ແລະ ແດນມໍລະນາ. ຕໍ່ໜ້າພຣະອົງ, ຄວາມຕາຍ, ນະຮົກ ແລະ ແດນມໍລະນາໄດ້ໝົດອໍານາດຂອງພວກມັນ ແລະ ຖືກທໍາລາຍໂດຍພຣະອົງ. ພຣະອົງມີຊີວິດຢູ່ໄດ້ສາມສິບສາມປີ ເຊິ່ງຕະຫຼອດໄລຍະເວລານັ້ນ ພຣະອົງໄດ້ປະຕິບັດສຸດຄວາມສາມາດຂອງພຣະອົງເພື່ອບັນລຸຕາມຄວາມປະສົງຂອງພຣະເຈົ້າ, ຕາມພາລະກິດຂອງພຣະເຈົ້າໃນເວລານັ້ນ ໂດຍພຣະອົງບໍ່ເຄີຍຄໍານຶງເຖິງຜົນໄດ້ ຫຼື ຜົນເສຍຂອງພຣະອົງເອງ ແລະ ມີແຕ່ຄິດເຖິງຄວາມປະສົງຂອງພຣະເຈົ້າພຣະບິດາຢູ່ສະເໝີ. ດັ່ງນັ້ນ, ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ, ພຣະເຈົ້າໄດ້ກ່າວວ່າ: “ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ”. ຍ້ອນການຮັບໃຊ້ຂອງພຣະອົງຕໍ່ໜ້າພຣະເຈົ້າສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ພຣະເຈົ້າຈຶ່ງໄດ້ມອບພາລະອັນໜັກໜ່ວງໃນການໄຖ່ບາບໃຫ້ແກ່ມະນຸດຊາດທັງໝົດໄວ້ເທິງບ່າໄລ່ຂອງພຣະອົງ ແລະ ເຮັດໃຫ້ພຣະອົງປະຕິບັດມັນຈົນສໍາເລັດ ແລະ ພຣະອົງມີຄຸນສົມບັດ ແລະ ມີສິດທີ່ຈະສຳເລັດໜ້າທີ່ສໍາຄັນນີ້. ຕະຫຼອດຊີວິດຂອງພຣະອົງ, ພຣະອົງອົດທົນກັບການທົນທຸກຫຼາຍຈົນນັບບໍ່ຖ້ວນເພື່ອພຣະເຈົ້າ ແລະ ພຣະອົງໄດ້ຖືກຊາຕານລໍ້ລວງຈົນນັບບໍ່ຖ້ວນ, ແຕ່ພຣະອົງກໍບໍ່ເຄີຍທໍ້ໃຈ. ພຣະເຈົ້າມອບໜ້າທີ່ອັນໃຫຍ່ຫຼວງໃຫ້ກັບພຣະອົງ ເພາະພຣະເຈົ້າໄວ້ໃຈພຣະອົງ ແລະ ຮັກພຣະອົງ ແລະ ດ້ວຍເຫດນີ້, ພຣະເຈົ້າຈຶ່ງໄດ້ກ່າວດ້ວຍຕົນເອງວ່າ: “ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ”. ໃນເວລານັ້ນ, ມີພຽງພຣະເຢຊູເທົ່ານັ້ນທີ່ສາມາດປະຕິບັດການຝາກຝັງນີ້ໃຫ້ສໍາເລັດ ແລະ ນີ້ຄືລັກສະນະຕົວຈິງໜຶ່ງຢ່າງທີ່ພຣະເຈົ້າສຳເລັດພາລະກິດຂອງພຣະອົງໃນການໄຖ່ບາບມະນຸດຊາດທັງໝົດໃນຍຸກແຫ່ງພຣະຄຸນ.

ຖ້າພວກເຈົ້າສາມາດເອົາໃຈໃສ່ພາລະຂອງພຣະເຈົ້າຢ່າງຖີ່ຖ້ວນຄືກັບພຣະເຢຊູ ແລະ ຫັນຫຼັງໃຫ້ກັບເນື້ອໜັງຂອງພວກເຈົ້າ, ພຣະເຈົ້າຈະມອບໝາຍໜ້າວຽກທີ່ສໍາຄັນຂອງພຣະອົງໃຫ້ແກ່ພວກເຈົ້າ ເພື່ອວ່າພວກເຈົ້າຈະບັນລຸເງື່ອນໄຂທີ່ຈໍາເປັນໃນການຮັບໃຊ້ພຣະເຈົ້າ. ມີແຕ່ພາຍໃຕ້ສະຖານະການດັ່ງກ່າວເທົ່ານັ້ນ, ພວກເຈົ້າຈຶ່ງຈະກ້າເວົ້າວ່າພວກເຈົ້າກໍາລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຮັດການຝາກຝັງຂອງພຣະອົງຈົນສໍາເລັດ ແລະ ເມື່ອນັ້ນເອງ ພວກເຈົ້າຈຶ່ງຈະກ້າເວົ້າວ່າ ພວກເຈົ້າກຳລັງຮັບໃຊ້ພຣະເຈົ້າຢ່າງແທ້ຈິງ. ເມື່ອສົມທຽບໃສ່ຕົວຢ່າງຂອງພຣະເຢຊູແລ້ວ, ເຈົ້າກ້າເວົ້າວ່າເຈົ້າເປັນມິດສະຫາຍຂອງພຣະເຈົ້າບໍ? ເຈົ້າກ້າເວົ້າວ່າເຈົ້າກຳລັງເຮັດຕາມຄວາມປະສົງຂອງພຣະເຈົ້າບໍ? ເຈົ້າກ້າເວົ້າວ່າ ເຈົ້າກຳລັງຮັບໃຊ້ພຣະເຈົ້າຢ່າງແທ້ຈິງບໍ? ມື້ນີ້ ເຈົ້າບໍ່ເຂົ້າໃຈວິທີການຮັບໃຊ້ພຣະເຈົ້າ, ເຈົ້າກ້າເວົ້າວ່າເຈົ້າເປັນມິດສະຫາຍຂອງພຣະເຈົ້າບໍ? ຖ້າເຈົ້າເວົ້າວ່າເຈົ້າຮັບໃຊ້ພຣະເຈົ້າ, ເຈົ້າຈະບໍ່ໝິ່ນປະໝາດພຣະອົງບໍ? ໃຫ້ຄິດກ່ຽວກັບມັນເບິ່ງ: ເຈົ້າກໍາລັງຮັບໃຊ້ພຣະເຈົ້າ ຫຼື ຕົວເຈົ້າເອງ? ເຈົ້າຮັບໃຊ້ຊາຕານ, ແຕ່ເຈົ້າເວົ້າຢ່າງດື້ດ້ານວ່າ ເຈົ້າກຳລັງຮັບໃຊ້ພຣະເຈົ້າ ເຊິ່ງໃນສິ່ງນີ້ແລ້ວ ເຈົ້າບໍ່ໄດ້ໝິ່ນປະໝາດພຣະເຈົ້າບໍ? ຫຼາຍຄົນທີ່ຢູ່ລັບຫຼັງເຮົາປາຖະໜາຢາກໄດ້ຜົນປະໂຫຍດຈາກສະຖານະ, ພວກເຂົາໃສ່ໃຈຕົນເອງແຕ່ເລື່ອງອາຫານ, ພວກເຂົາມັກການຫຼັບນອນ ແລະ ເອົາໃຈໃສ່ກັບເນື້ອໜັງຢ່າງຖີ່ຖ້ວນ, ຢ້ານຢູ່ສະເໝີວ່າຈະບໍ່ມີທາງອອກສຳລັບເນື້ອໜັງໄດ້. ພວກເຂົາບໍ່ປະຕິບັດໜ້າທີ່ທີ່ຖືກຕ້ອງຂອງພວກເຂົາໃນຄຣິສຕະຈັກ ແລະ ໄປຄຣິສະຕະຈັກເພື່ອກິນຂອງຟຣີ ຫຼື ຖ້າບໍ່ດັ່ງນັ້ນ ພວກເຂົາກໍ່ຕັກເຕືອນອ້າຍເອື້ອຍນ້ອງຂອງພວກເຂົາດ້ວຍພຣະທໍາຂອງເຮົາ, ສະແດງເປັນເຈົ້າເປັນນາຍບົງການຄົນອື່ນຈາກຕຳແໜ່ງທີ່ມີມີສິດອຳນາດ. ຜູ້ຄົນເຫຼົ່ານີ້ມັກເວົ້າວ່າພວກເຂົາປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເວົ້າຢູ່ສະເໝີວ່າພວກເຂົາຄືມິດສະຫາຍຂອງພຣະເຈົ້າ, ແລ້ວນີ້ບໍ່ແມ່ນເລື່ອງໄຮ້ສາລະບໍ? ຖ້າເຈົ້າມີເຈດຕະນາທີ່ຖືກຕ້ອງ ແຕ່ບໍ່ສາມາດຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ, ແລ້ວເຈົ້າກໍ່ກຳລັງເປັນຄົນທີ່ໂງ່ຈ້າ; ແຕ່ຖ້າເຈດຕະນາຂອງເຈົ້າບໍ່ຖືກຕ້ອງ ແລະ ເຈົ້າຍັງບອກວ່າເຈົ້າຮັບໃຊ້ພຣະເຈົ້າ, ແລ້ວເຈົ້າກໍ່ເປັນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ເຈົ້າຄວນຖືກພຣະເຈົ້າລົງໂທດ! ເຮົາບໍ່ມີຄວາມເມດຕາສໍາລັບຜູ້ຄົນດັ່ງກ່າວ! ໃນເຮືອນຂອງພຣະເຈົ້າ, ພວກເຂົາເອົາປຽບຄົນອື່ນ, ຫຼົງໄຫຼກັບຄວາມສຸກສະບາຍທາງເນື້ອໜັງຢູ່ສະເໝີ ແລະ ບໍ່ເຄີຍຄໍານຶງເຖິງຜົນປະໂຫຍດຂອງພຣະເຈົ້າ. ພວກເຂົາມີແຕ່ສະແຫວງຫາສິ່ງທີ່ດີສໍາລັບພວກເຂົາຢູ່ສະເໝີ ແລະ ພວກເຂົາບໍ່ເຄີຍໃສ່ໃຈຄວາມປະສົງຂອງພຣະເຈົ້າເລີຍ. ພວກເຂົາບໍ່ຍອມຮັບການກວດສອບຂອງພຣະວິນຍານຂອງພຣະເຈົ້າໃນສິ່ງໃດກໍ່ຕາມທີ່ພວກເຂົາເຮັດ. ພວກເຂົາວາງແຜນ ແລະ ຫຼອກລວງອ້າຍເອື້ອຍນ້ອງຂອງພວກເຂົາຢູ່ສະເໝີ ແລະ ເປັນຄົນສອງໜ້າຄືກັບໝາຈອກໃນສວນອະງຸ່ນທີ່ລັກກິນໝາກອະງຸ່ນ ແລະ ຢຽບຢ່ຳສວນອະງຸ່ນຢູ່ສະເໝີ. ຜູ້ຄົນດັ່ງກ່າວຈະສາມາດເປັນມິດສະຫາຍຂອງພຣະເຈົ້າໄດ້ບໍ? ເຈົ້າເໝາະສົມທີ່ຈະໄດ້ຮັບພອນຈາກພຣະເຈົ້າບໍ? ເຈົ້າບໍ່ແບກຮັບພາລະສໍາລັບຊີວິດຂອງເຈົ້າ ແລະ ຄຣິສຕະຈັກ, ເຈົ້າເໝາະສົມທີ່ຈະຮັບເອົາການຝາກຝັງຂອງພຣະເຈົ້າບໍ? ຜູ້ໃດຈະກ້າໄວ້ວາງໃຈຄົນຄືເຈົ້າ? ເມື່ອເຈົ້າຮັບໃຊ້ແບບນີ້, ພຣະເຈົ້າຈະມອບໝາຍໜ້າວຽກທີ່ຍິ່ງໃຫຍ່ໃຫ້ກັບເຈົ້າໄດ້ບໍ? ສິ່ງນີ້ຈະບໍ່ເຮັດໃຫ້ພາລະກິດເກີດການຊັກຊ້າບໍ?

ເຮົາເວົ້າແບບນີ້ເພື່ອວ່າພວກເຈົ້າອາດຈະຮູ້ວ່າມີເງື່ອນໄຂຫຍັງແດ່ທີ່ຕ້ອງປະຕິບັດຕາມເພື່ອຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ຖ້າພວກເຈົ້າບໍ່ມອບຫົວໃຈຂອງພວກເຈົ້າໃຫ້ກັບພຣະເຈົ້າ, ຖ້າພວກເຈົ້າບໍ່ເອົາໃຈໃສ່ຕໍ່ຄວາມປະສົງຂອງພຣະເຈົ້າຢ່າງຖີ່ຖ້ວນເໝືອນດັ່ງພຣະເຢຊູ, ແລ້ວພວກເຈົ້າກໍ່ບໍ່ສາມາດເປັນຄົນທີ່ພຣະເຈົ້າໄວ້ວາງໃຈໄດ້ ແລະ ໃນທ້າຍທີ່ສຸດແລ້ວກໍ່ຈະຖືກພິພາກສາໂດຍພຣະເຈົ້າ. ບາງເທື່ອໃນມື້ນີ້, ໃນການຮັບໃຊ້ພຣະເຈົ້າຂອງເຈົ້າ, ເຈົ້າມີເຈດຕະນາເພື່ອຫຼອກລວງພຣະເຈົ້າຢູ່ສະເໝີ ແລະ ພົວພັນກັບພຣະອົງພໍເປັນພິທີຢູ່ສະເໝີ. ສະຫຼຸບຄື ບໍ່ວ່າຫຍັງກໍ່ຕາມ, ຖ້າເຈົ້າຫຼອກລວງພຣະເຈົ້າ, ການພິພາກສາທີ່ໄຮ້ປານີຈະມາຫາເຈົ້າ. ພວກເຈົ້າຄວນໃຊ້ປະໂຫຍດຈາກການຫາກໍ່ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຮັບໃຊ້ພຣະເຈົ້າເພື່ອມອບຫົວໃຈຂອງພວກເຈົ້າໃຫ້ກັບພຣະອົງກ່ອນ ໂດຍບໍ່ຕ້ອງມີຄວາມຈົງຮັກພັກດີທີ່ເດັດດ່ຽວ. ບໍ່ວ່າເຈົ້າຈະຢູ່ຕໍ່ໜ້າພຣະເຈົ້າ ຫຼື ຕໍ່ໜ້າຄົນອື່ນໆ, ຫົວໃຈຂອງເຈົ້າຄວນຫັນເຂົ້າຫາພຣະເຈົ້າຢູ່ສະເໝີ ແລະ ເຈົ້າຄວນເດັດດ່ຽວທີ່ຈະຮັກພຣະເຈົ້າເໝືອນດັ່ງພຣະເຢຊູ. ໃນວິທີນີ້ເທົ່ານັ້ນ, ພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າສົມບູນ, ເພື່ອວ່າເຈົ້າຈະໄດ້ກາຍເປັນຄົນຮັບໃຊ້ພຣະເຈົ້າ ເຊິ່ງເປັນທີ່ພໍໃຈຂອງພຣະອົງ. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າຢ່າງແທ້ຈິງ ແລະ ເພື່ອໃຫ້ການຮັບໃຊ້ຂອງເຈົ້າສອດຄ່ອງກັບຄວາມປະສົງຂອງພຣະອົງ, ແລ້ວເຈົ້າຄວນປ່ຽນທັດສະນະກ່ອນໜ້ານັ້ນຂອງເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້າ ແລະ ປ່ຽນວິທີທາງເດີມທີ່ເຈົ້າເຄີຍໃຊ້ເພື່ອຮັບໃຊ້ພຣະເຈົ້າ ເພື່ອວ່າຈະມີພວກເຈົ້າອີກຫຼາຍຄົນທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ດ້ວຍວິທີນີ້, ພຣະເຈົ້າຈະບໍ່ປະຖິ້ມເຈົ້າ ແລະ ເໝືອນເປໂຕ ເຈົ້າຈະຖືກຈັດຢູ່ແຖວໜ້າຂອງຄົນທີ່ຮັກພຣະເຈົ້າ. ຖ້າເຈົ້າຍັງບໍ່ຍອມກັບໃຈ, ເຈົ້າຈະພົບຈຸດຈົບເໝືອນດັ່ງຢູດາ. ທຸກຄົນທີ່ເຊື່ອພຣະເຈົ້າຄວນເຂົ້າໃຈໃນສິ່ງນີ້.

ກ່ອນນີ້: ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ

ຕໍ່ໄປ: ກ່ຽວກັບການນຳໃຊ້ມະນຸດຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້