ບົດທີ 120
ພູເຂົາຊີໂອນເອີຍ! ຈົ່ງປິຕິຍິນດີເຖີດ! ພູເຂົາຊີໂອນເອີຍ! ຈົ່ງຮ້ອງເພງອອກມາ! ເຮົາໄດ້ກັບຄືນມາດ້ວຍຄວາມມີໄຊ, ເຮົາໄດ້ກັບຄືນມາດ້ວຍໄຊຊະນະ! ທຸກໆຄົນ! ຈົ່ງຟ້າວລຽນແຖວຢ່າງເປັນລະບຽບ! ສິ່ງຊົງສ້າງທັງໝົດເອີຍ! ຕອນນີ້ຈົ່ງພາກັນຢຸດນິ້ງ ເນື່ອງຈາກຕົວຕົນຂອງເຮົາກໍາລັງຜະເຊີນກັບຈັກກະວານທັງໝົດ ແລະ ປາກົດຕົວຢູ່ທິດຕາເວັນອອກຂອງໂລກ! ຜູ້ໃດກ້າທີ່ຈະບໍ່ຄຸເຂົ່າລົງເພື່ອນະມັດສະການ? ຜູ້ໃດກ້າທີ່ຈະບໍ່ເອີ້ນເຮົາວ່າພຣະເຈົ້າທີ່ແທ້ຈິງ? ຜູ້ໃດກ້າທີ່ຈະບໍ່ແນມເບິ່ງດ້ວຍຄວາມເຄົາລົບບູຊາ? ຜູ້ໃດກ້າທີ່ຈະບໍ່ສັນລະເສີນ? ຜູ້ໃດກ້າທີ່ຈະບໍ່ມີຄວາມປິຕິຍິນດີ? ປະຊາຊົນຂອງເຮົາຈະໄດ້ຍິນສຽງຂອງເຮົາ ແລະ ບຸດຊາຍຂອງເຮົາຈະຢູ່ລອດໃນອານາຈັກຂອງເຮົາ! ພູເຂົາ, ແມ່ນໍ້າ ແລະ ທຸກສິ່ງຈະເຊີດຊູຢ່າງບໍ່ຈົບສິ້ນ ແລະ ໂດດໄປມາຢ່າງບໍ່ຢຸດເຊົາ. ໃນເວລານີ້, ບໍ່ມີຜູ້ໃດກ້າທີ່ຈະຖອຍຫຼັງ ແລະ ບໍ່ມີຜູ້ໃດກ້າທີ່ຈະລຸກຂຶ້ນເພື່ອຕໍ່ຕ້ານ. ນີ້ແມ່ນການກະທໍາທີ່ມະຫັດສະຈັນຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ມັນແມ່ນພະລັງທີ່ຍິ່ງໃຫຍ່ຂອງເຮົາ! ເຮົາຈະເຮັດໃຫ້ທຸກສິ່ງເຄົາລົບບູຊາເຮົາໃນໃຈຂອງສິ່ງເຫຼົ່ານັ້ນ ແລະ ຫຼາຍໄປກວ່ານີ້ ແມ່ນເຮົາຈະເຮັດໃຫ້ທຸກສິ່ງສັນລະເສີນເຮົາ! ນີ້ແມ່ນເປົ້າໝາຍສູງສຸດຂອງແຜນການຄຸ້ມຄອງຫົກພັນປີຂອງເຮົາ ແລະ ມັນແມ່ນສິ່ງທີ່ເຮົາໄດ້ບັນຍັດໄວ້. ຈະບໍ່ມີຄົນໃດ ຫຼື ວັດຖຸໃດ ຫຼື ເຫດການໃດທີ່ຈະກ້າລຸກຂຶ້ນເພື່ອຂັດຂືນເຮົາ ຫຼື ຕໍ່ຕ້ານເຮົາ. ປະຊາຊົນທັງໝົດຂອງເຮົາຈະຫລັ່ງໄຫຼໄປພູເຂົາຂອງເຮົາ (ເວົ້າອີກແບບໜຶ່ງກໍຄື ໂລກທີ່ເຮົາຈະສ້າງຂຶ້ນພາຍຫຼັງ) ແລະ ພວກເຂົາຈະອ່ອນນ້ອມຕໍ່ໜ້າເຮົາ ຍ້ອນເຮົາມີຄວາມສະຫງ່າ ແລະ ມີການພິພາກສາ ແລະ ເຮົາຖືສິດອໍານາດ. (ນີ້ໝາຍເຖິງເວລາທີ່ເຮົາຢູ່ໃນຮ່າງກາຍ. ເຮົາຍັງມີສິດອໍານາດໃນເນື້ອໜັງ ແຕ່ຍ້ອນຂໍ້ຈໍາກັດຂອງເວລາ ແລະ ສະຖານທີ່ບໍ່ສາມາດຢູ່ເໜືອເນື້ອໜັງໄດ້ ຈຶ່ງບໍ່ສາມາດເວົ້າໄດ້ວ່າ ເຮົາໄດ້ຮັບຄວາມສະຫງ່າລາສີຢ່າງສົມບູນ. ເຖິງເຮົາຈະໄດ້ຮັບບຸດຊາຍກົກໃນເນື້ອໜັງ ແຕ່ກໍບໍ່ສາມາດເວົ້າໄດ້ວ່າ ເຮົາໄດ້ຮັບຄວາມສະຫງ່າລາສີ. ເມື່ອເຮົາໄດ້ກັບຄືນໄປພູເຂົາຊີໂອນ ແລະ ປ່ຽນແປງການປາກົດຕົວຂອງເຮົາເທົ່ານັ້ນ ຈຶ່ງອາດເວົ້າໄດ້ວ່າ ເຮົາໄດ້ຖືສິດອໍານາດ ເຊິ່ງນັ້ນກໍຄື ເຮົາໄດ້ຮັບຄວາມສະຫງ່າລາສີ). ບໍ່ມີສິ່ງໃດທີ່ຈະຍາກສໍາລັບເຮົາ. ທຸກສິ່ງຈະຖືກທໍາລາຍດ້ວຍພຣະທໍາຈາກປາກຂອງເຮົາ ແລະ ທຸກສິ່ງຈະມີຊີວິດ ແລະ ຖືກເຮັດໃຫ້ສົມບູນດ້ວຍພຣະທໍາຈາກປາກຂອງເຮົາ. ສິ່ງດັ່ງກ່າວແມ່ນພະລັງທີ່ຍິ່ງໃຫຍ່ຂອງເຮົາ ແລະ ສິ່ງດັ່ງກ່າວແມ່ນສິດອໍານາດຂອງເຮົາ. ຍ້ອນເຮົາເຕັມໄປດ້ວຍພະລັງ ແລະ ອຸດົມສົມບູນໄປດ້ວຍສິດອໍານາດ ເຊິ່ງບໍ່ມີຜູ້ໃດກ້າທີ່ຈະຂັດຂວາງເຮົາ. ເຮົາໄດ້ມີໄຊເໜືອທຸກສິ່ງແລ້ວ ແລະ ເຮົາໄດ້ເອົາຊະນະບຸດຊາຍແຫ່ງການກະບົດທຸກຄົນແລ້ວ. ເຮົາກໍາລັງນໍາເອົາບຸດຊາຍກົກຂອງເຮົາກັບຄືນສູ່ພູເຂົາຊີໂອນພ້ອມກັບເຮົາ. ເຮົາບໍ່ໄດ້ກັບໄປພູເຂົາຊີໂອນຜູ້ດຽວ. ສະນັ້ນ, ທຸກຄົນຈະເຫັນບຸດຊາຍກົກຂອງເຮົາ ແລະ ດ້ວຍເຫດນັ້ນ ກໍຈະມີໃຈເຄົາລົບບູຊາເຮົາ. ນີ້ແມ່ນເປົ້າໝາຍຂອງເຮົາໃນການຮັບເອົາບຸດຊາຍກົກ ແລະ ນີ້ແມ່ນແຜນການຂອງເຮົານັບແຕ່ການຊົງສ້າງໂລກ.
ເມື່ອທຸກຢ່າງພ້ອມແລ້ວ, ນັ້ນກໍຈະແມ່ນມື້ທີ່ເຮົາກັບຄືນສູ່ພູເຂົາຊີໂອນ ແລະ ມື້ນີ້ຈະເປັນມື້ທີ່ທຸກຄົນລະລຶກເຖິງ. ເມື່ອເຮົາກັບຄືນພູເຂົາຊີໂອນ, ທຸກສິ່ງຢູ່ເທິງແຜ່ນດິນໂລກຈະມິດງຽບ ແລະ ທຸກສິ່ງຢູ່ເທິງແຜ່ນດິນໂລກຈະຢູ່ໃນຄວາມສະຫງົບ. ເມື່ອເຮົາກັບຄືນພູເຂົາຊີໂອນ, ທຸກສິ່ງຈະກັບໄປມີຮູບຮ່າງດັ່ງເດີມຂອງພວກມັນ. ເມື່ອນັ້ນ ເຮົາຈະເລີ່ມພາລະກິດຂອງເຮົາໃນພູເຂົາຊີໂອນ. ເຮົາຈະລົງໂທດຄົນຊົ່ວ ແລະ ໃຫ້ລາງວັນແກ່ຄົນດີ ແລະ ເຮົາຈະບັງຄັບໃຊ້ຄວາມຊອບທໍາຂອງເຮົາ ແລະ ເຮົາຈະປະຕິບັດການພິພາກສາຂອງເຮົາ. ເຮົາຈະໃຊ້ພຣະທໍາຂອງເຮົາເພື່ອເຮັດໃຫ້ທຸກຢ່າງສໍາເລັດ, ເຮັດໃຫ້ທຸກຄົນ ແລະ ທຸກສິ່ງປະສົບກັບມືທີ່ຂ້ຽນຕີຂອງເຮົາ ແລະ ເຮົາຈະເຮັດໃຫ້ທຸກຄົນເຫັນຄວາມສະຫງ່າລາສີທີ່ສົມບູນຂອງເຮົາ, ສະຕິປັນຍາທີ່ສົມບູນຂອງເຮົາ ແລະ ຄວາມໃຈບຸນທີ່ສົມບູນຂອງເຮົາ. ຈະບໍ່ມີຜູ້ໃດກ້າລຸກຂຶ້ນໃນການພິພາກສາ ເນື່ອງຈາກວ່າ ໃນຕົວເຮົາ ທຸກສິ່ງແມ່ນຖືກເຮັດໃຫ້ສໍາເລັດ; ແລະ ຢູ່ບ່ອນນີ້ ຈົ່ງໃຫ້ມະນຸດທຸກຄົນເຫັນກຽດທີ່ສົມບູນຂອງເຮົາ ແລະ ຊີມລົດຊາດແຫ່ງໄຊຊະນະທີ່ສົມບູນຂອງເຮົາ ເນື່ອງຈາກວ່າ ທຸກສິ່ງຖືກສະແດງອອກໃນຕົວເຮົາ. ຈາກສິ່ງນີ້, ມັນກໍເປັນໄປໄດ້ທີ່ຈະເຫັນພະລັງທີ່ຍິ່ງໃຫຍ່ຂອງເຮົາ ແລະ ສິດອໍານາດຂອງເຮົາ. ຈະບໍ່ມີຜູ້ໃດກ້າລ່ວງເກີນເຮົາ ແລະ ຈະບໍ່ມີຜູ້ໃດກ້າຂັດຂວາງເຮົາ. ທຸກສິ່ງຖືກເຮັດໃຫ້ເປີດອອກໃນຕົວເຮົາ. ແມ່ນໃຜກ້າທີ່ຈະເຊື່ອງສິ່ງໃດສິ່ງໜຶ່ງ? ເຮົາຈະບໍ່ສະແດງຄວາມເມດຕາໃຫ້ແກ່ຜູ້ນັ້ນຢ່າງແນ່ນອນ! ຄົນຊົ່ວເຊັ່ນນີ້ຕ້ອງໄດ້ຮັບການລົງໂທດທີ່ຮຸນແຮງຈາກເຮົາ ແລະ ຄົນຊັ້ນຕໍ່າເຊັ່ນນີ້ຕ້ອງຖືກກວາດລ້າງຈາກສາຍຕາຂອງເຮົາ. ເຮົາຈະປົກຄອງພວກເຂົາດ້ວຍທ່ອນເຫຼັກ ແລະ ເຮົາຈະໃຊ້ສິດອໍານາດຂອງເຮົາເພື່ອພິພາກສາພວກເຂົາ ໂດຍບໍ່ມີຄວາມເມດຕາແມ່ນແຕ່ໜ້ອຍ ແລະ ບໍ່ລະເວັ້ນຄວາມຮູ້ສຶກຂອງພວກເຂົາເລີຍ ເນື່ອງຈາກວ່າ ເຮົາຄືພຣະເຈົ້າ ຜູ້ທີ່ບໍ່ມີອາລົມ ແລະ ສະຫງ່າຜ່າເຜີຍ ແລະ ທີ່ບໍ່ສາມາດຖືກລ່ວງເກີນໄດ້. ທຸກຄົນຄວນເຂົ້າໃຈ ແລະ ເຫັນສິ່ງນີ້ ເພື່ອບໍ່ໃຫ້ພວກເຂົາຖືກເຮົາໂຈມຕີ ແລະ ກໍາຈັດ “ໂດຍບໍ່ມີສາເຫດ ຫຼື ເຫດຜົນ” ເນື່ອງຈາກວ່າ ທ່ອນເຫຼັກຂອງເຮົາຈະໂຈມຕີທຸກຄົນທີ່ລ່ວງເກີນເຮົາ. ເຮົາບໍ່ສົນໃຈວ່າ ພວກເຂົາຈະຮູ້ຈັກພຣະດໍາລັດແຫ່ງການປົກຄອງຂອງເຮົາ ຫຼື ບໍ່; ສິ່ງນັ້ນຈະບໍ່ມີຜົນຫຍັງຕໍ່ເຮົາ ໃນເມື່ອຕົວຕົນຂອງເຮົາບໍ່ອົດທົນຕໍ່ການຖືກລ່ວງເກີນໂດຍຄົນໃດໜຶ່ງ. ນີ້ແມ່ນເຫດຜົນທີ່ວ່າ ເປັນຫຍັງຈຶ່ງມີການເວົ້າວ່າ ເຮົາແມ່ນສິງໂຕ; ເຮົາໂຈມຕີຜູ້ໃດກໍຕາມທີ່ເຮົາຈັບຕ້ອງ. ນັ້ນແມ່ນເຫດຜົນທີ່ມີການເວົ້າວ່າ ໃນຕອນນີ້ ມັນກໍຄືການໝິ່ນປະໝາດ ທີ່ຈະເວົ້າວ່າເຮົາແມ່ນພຣະເຈົ້າແຫ່ງຄວາມເຫັນໃຈ ແລະ ຄວາມເມດຕາ. ໂດຍແກ່ນແທ້ແລ້ວ, ເຮົາບໍ່ແມ່ນລູກແກະ ແຕ່ພັດແມ່ນສິງໂຕ. ບໍ່ມີຜູ້ໃດກ້າລ່ວງເກີນເຮົາ; ໃຜກໍຕາມທີ່ລ່ວງເກີນເຮົາ, ເຮົາຈະລົງໂທດດ້ວຍຄວາມຕາຍ ຢ່າງທັນທີ ແລະ ໂດຍທີ່ບໍ່ມີຄວາມເມດຕາ. ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນເຖິງອຸປະນິໄສຂອງເຮົາ. ສະນັ້ນ, ໃນຍຸກສຸດທ້າຍ ກຸ່ມຄົນຂະໜາດໃຫຍ່ຈະຖອນໂຕ ແລະ ນີ້ກໍຈະຍາກທີ່ຜູ້ຄົນຈະທົນໄດ້ ແຕ່ໃນສ່ວນຂອງເຮົາແລ້ວ ເຮົາຈະຜ່ອນຄາຍ ແລະ ມີຄວາມສຸກ ແລະ ເຮົາບໍ່ເຫັນສິ່ງນີ້ເປັນໜ້າວຽກທີ່ຍາກເລີຍ. ສິ່ງດັ່ງກ່າວແມ່ນອຸປະນິໄສຂອງເຮົາ.
ເຮົາຫວັງວ່າ ທຸກຄົນຈະມີຫົວໃຈທີ່ອ່ອນນ້ອມ ເພື່ອເຊື່ອຟັງທຸກສິ່ງທີ່ເປັນຂອງເຮົາ; ຖ້າພວກເຂົາເຮັດເຊັ່ນນັ້ນ, ເຮົາຈະໃຫ້ພອນແກ່ມະນຸດຊາດຢ່າງຫຼວງຫຼາຍຢ່າງແນ່ນອນ ເນື່ອງຈາກວ່າ ດັ່ງທີ່ເຮົາໄດ້ກ່າວໄວ້ ຜູ້ທີ່ເຂົ້າກັບເຮົາໄດ້ຈະຖືກສະຫງວນໄວ້ ໃນຂະນະທີ່ຜູ້ທີ່ເປັນສັດຕູກັບເຮົາຈະຖືກສາບແຊ່ງ. ເຮົາໄດ້ບັນຍັດສິ່ງນີ້ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້. ສິ່ງທີ່ເຮົາໄດ້ກໍານົດແມ່ນສິ່ງທີ່ເຮົາໄດ້ເຮັດສໍາເລັດ ແລະ ໃຜກໍຕາມທີ່ຕໍ່ຕ້ານສິ່ງເຫຼົ່ານັ້ນຈະຖືກຂ້ຽນຕີທັນທີ. ເຮົາມີທຸກສິ່ງທີ່ເຮົາຕ້ອງການໃນພູເຂົາຊີໂອນ ແລະ ທຸກສິ່ງທີ່ເຮົາປາດຖະໜາ. ບໍ່ມີໂລກແມ່ນແຕ່ໜ້ອຍໃນພູເຂົາຊີໂອນ ແລະ ເມື່ອປຽບທຽບກັບໂລກແລ້ວ ມັນແມ່ນພະລາຊະວັງ, ອຸດົມສົມບູນ ແລະ ຫຼູຫຼາ; ແຕ່ກໍບໍ່ມີຜູ້ໃດເຄີຍເຂົ້າໄປໃນພູເຂົາຊີໂອນ ແລະ ດ້ວຍເຫດນັ້ນ ໃນຄວາມຄິດຂອງມະນຸດ ພູເຂົາຊີໂອນຈຶ່ງບໍ່ມີຢູ່ຈິງ. ຊີວິດໃນພູເຂົາຊີໂອນແມ່ນບໍ່ຄືກັນກັບຊີວິດຢູ່ເທິງແຜ່ນດິນໂລກ; ຢູ່ເທິງແຜ່ນດິນໂລກ, ຊີວິດແມ່ນການກິນ, ການແຕ່ງກາຍ, ການຫຼິ້ນ ແລະ ການສະແຫວງຫາຄວາມສຸກ ໃນຂະນະທີ່ໃນພູເຂົາຊີໂອນນັ້ນແມ່ນມີຄວາມແຕກຕ່າງກັນຫຼາຍ. ມັນແມ່ນຊີວິດຂອງພຣະບິດາ ແລະ ບຸດຊາຍທີ່ຢູ່ໃນຄວາມສຸກ ເຊິ່ງເຕີມເຕັມທຸກພື້ນທີ່ຂອງຈັກກະວານ ແຕ່ກໍຍັງມາຮ່ວມກັນຢ່າງພ້ອມພຽງສະເໝີ. ເມື່ອມັນໄດ້ມາຮອດສິ່ງນີ້ໃນເວລານີ້, ເຮົາຈະບອກພວກເຈົ້າວ່າ ພູເຂົາຊີໂອນຕັ້ງຢູ່ບ່ອນໃດ. ພູເຂົາຊີໂອນແມ່ນບ່ອນທີ່ເຮົາພັກອາໄສ; ມັນແມ່ນທີ່ຕັ້ງຂອງຕົວຕົນຂອງເຮົາ. ດັ່ງນັ້ນ, ພູເຂົາຊີໂອນຕ້ອງເປັນສະຖານທີ່ສັກສິດ ແລະ ມັນຕ້ອງຢູ່ໄກຈາກແຜ່ນດິນໂລກ. ນັ້ນແມ່ນເຫດຜົນທີ່ເຮົາກ່າວວ່າ ເຮົາກຽດຊັງຜູ້ຄົນ, ສິ່ງຕ່າງໆ ແລະ ວັດຖຸຕ່າງໆຂອງແຜ່ນດິນໂລກ ແລະ ເຮົາກຽດຊັງການກິນ, ການດື່ມ, ການຫຼິ້ນ ແລະ ການສະແຫວງຫາຄວາມສຸກຂອງເນື້ອໜັງ ຍ້ອນວ່າ ບໍ່ວ່າຄວາມສຸກທາງໂລກຈະເປັນຕາມ່ວນຊື່ນຫຼາຍສໍ່າໃດກໍຕາມ, ສິ່ງເຫຼົ່ານັ້ນກໍບໍ່ສາມາດປຽບທຽບໄດ້ກັບຊີວິດໃນພູເຂົາຊີໂອນໄດ້; ມັນແມ່ນຄວາມແຕກຕ່າງລະຫວ່າງສະຫວັນ ແລະ ແຜ່ນດິນໂລກ ແລະ ບໍ່ມີທາງທີ່ຈະປຽບທັງສອງໄດ້. ເຫດຜົນທີ່ມີປິດສະໜາຫຼາຍຢູ່ເທິງແຜ່ນດິນໂລກ ທີ່ມະນຸດບໍ່ສາມາດແກ້ໄດ້ກໍຄື ຜູ້ຄົນບໍ່ໄດ້ຍິນຫຍັງກ່ຽວກັບພູເຂົາຊີໂອນເລີຍ. ແລ້ວພູເຂົາຊີໂອນຢູ່ບ່ອນໃດກັນແທ້? ມັນຢູ່ດາວເຄາະດວງອື່ນຕາມທີ່ຜູ້ຄົນຈິນຕະນາການບໍ? ບໍ່! ນັ້ນເປັນພຽງຄວາມເພີ້ຝັນໃນຈິດໃຈຂອງມະນຸດ. ມະນຸດຖືວ່າ ສະຫວັນຊັ້ນສາມ ທີ່ເຮົາໄດ້ກ່າວເຖິງວ່າ ມີຄວາມໝາຍທີ່ສະແດງເປັນຮູບຮ່າງກ່ອນແລ້ວ ແຕ່ສິ່ງທີ່ມະນຸດເຂົ້າໃຈໃນແນວຄວາມຄິດຂອງເຂົາແມ່ນກົງກັນຂ້າມກັບຄວາມໝາຍຂອງເຮົາຢ່າງແນ່ນອນ. ສະຫວັນຊັ້ນສາມທີ່ຖືກກ່າວເຖິງຢູ່ບ່ອນນີ້ແມ່ນບໍ່ໄດ້ຜິດແມ່ນແຕ່ໜ້ອຍ. ນັ້ນແມ່ນເຫດຜົນທີ່ເຮົາກ່າວວ່າ ເຮົາຈະບໍ່ທໍາລາຍດວງຕາເວັນ, ດວງເດືອນ, ດວງດາວ ແລະ ວັດຖຸທີ່ຢູ່ໃນທ້ອງຟ້າ ແລະ ເຮົາຈະບໍ່ກໍາຈັດສະຫວັນ ແລະ ແຜ່ນດິນໂລກ. ເຮົາຈະສາມາດທໍາລາຍບ່ອນພັກອາໄສຂອງເຮົາໄດ້ບໍ? ເຮົາຈະສາມາດກໍາຈັດພູເຂົາຊີໂອນໄດ້ບໍ? ສິ່ງນີ້ບໍ່ເປັນຕາຫົວບໍ? ສະຫວັນຊັ້ນສາມແມ່ນບ່ອນພັກອາໄສຂອງເຮົາ; ມັນແມ່ນພູເຂົາຊີໂອນ ແລະ ນີ້ຄືສິ່ງທີ່ແນ່ນອນ. (ເປັນຫຍັງເຮົາຈື່ງກ່າວວ່າ ມັນຄືສິ່ງທີ່ແນ່ນອນ? ນັ້ນກໍຍ້ອນວ່າ ມະນຸດບໍ່ສາມາດເຂົ້າໃຈໃນສິ່ງທີ່ເຮົາກ່າວ; ເຂົາສາມາດໄດ້ຍິນສິ່ງທີ່ເຮົາກ່າວເທົ່ານັ້ນ. ຂອບເຂດຄວາມຄິດຂອງມະນຸດແມ່ນບໍ່ສາມາດປະກອບມີສິ່ງນີ້ແທ້ໆ ແລະ ດ້ວຍເຫດນັ້ນ ຕອນນີ້ ເຮົາຈະບໍ່ກ່າວເຖິງພູເຂົາຊີໂອນອີກ ເພື່ອໃຫ້ຜູ້ຄົນຖືວ່າ ມັນແມ່ນເລື່ອງທີ່ຖືກແຕ່ງຂຶ້ນ).
ຫຼັງຈາກທີ່ເຮົາກັບຄືນໄປພູເຂົາຊີໂອນ, ຜູ້ທີ່ຢູ່ເທິງແຜ່ນດິນໂລກຈະສືບຕໍ່ສັນລະເສີນເຮົາດັ່ງໃນອະດີດ. ຜູ້ເຮັດການບໍລິການທີ່ຈົງຮັກພັກດີເຫຼົ່ານັ້ນຈະລໍຖ້າຢ່າງທີ່ເຄີຍ ເພື່ອໃຫ້ບໍລິການແກ່ເຮົາ ແຕ່ໜ້າທີ່ຂອງພວກເຂົາກໍຈະຈົບລົງແລ້ວ. ດີທີ່ສຸດທີ່ພວກເຂົາສາມາດເຮັດໄດ້ແມ່ນການພິຈາລະນາສະຖານະການແຫ່ງການປາກົດຕົວຂອງເຮົາຢູ່ເທິງແຜ່ນດິນໂລກ. ໃນເວລານັ້ນ, ເຮົາຈະເລີ່ມນໍາເອົາຄວາມຈິບຫາຍມາສູ່ຜູ້ທີ່ຈະທົນທຸກກັບໄພພິບັດ; ແຕ່ທຸກຄົນເຊື່ອວ່າ ເຮົາເປັນພຣະເຈົ້າທີ່ຊອບທໍາ. ເຮົາຈະບໍ່ລົງໂທດຜູ້ເຮັດການບໍລິການທີ່ຈົງຮັກພັກດີເຫຼົ່ານັ້ນຢ່າງແນ່ນອນ ແຕ່ຈະປ່ອຍໃຫ້ພວກເຂົາໄດ້ຮັບພຣະຄຸນຂອງເຮົາເທົ່ານັ້ນ. ເນື່ອງຈາກເຮົາໄດ້ກ່າວໄວ້ວ່າ ເຮົາຈະລົງໂທດຜູ້ທີ່ເຮັດຊົ່ວ ແລະ ຜູ້ທີ່ກະທໍາດີຈະໄດ້ຮັບຄວາມສຸກທາງດ້ານວັດຖຸທີ່ເຮົາປະທານໃຫ້ ເຊິ່ງສະແດງໃຫ້ເຫັນວ່າ ເຮົາເອງແມ່ນພຣະເຈົ້າແຫ່ງຄວາມຊອບທໍາ ແລະ ຄວາມຊື່ສັດ. ເມື່ອເຮົາກັບຄືນສູ່ພູເຂົາຊີໂອນ, ເຮົາຈະເລີ່ມຫັນໄປຫາແຕ່ລະຊາດໃນໂລກ; ເຮົາຈະນໍາເອົາຊາວອິດສະຣາເອນໄປສູ່ຄວາມລອດພົ້ນ ແລະ ຂ້ຽນຕີຊາວເອຢິບ. ນີ້ແມ່ນຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ. ແລ້ວພາລະກິດຂອງເຮົາຈະບໍ່ເປັນຄືກັນກັບພາລະກິດໃນປັດຈຸບັນ: ມັນຈະບໍ່ເປັນພາລະກິດໃນເນື້ອໜັງ ແຕ່ຈະຢູ່ເໜືອເນື້ອໜັງຢ່າງສິ້ນເຊີງ ແລະ ດັ່ງທີ່ເຮົາໄດ້ກ່າວໄວ້ ມັນກໍຈະຖືກກະທໍາ; ແລະ ດັ່ງທີ່ເຮົາໄດ້ສັ່ງການໄວ້ ມັນກໍຈະຄົງຢູ່. ສິ່ງໃດກໍຕາມທີ່ຖືກກ່າວ, ຕາບເທົ່າທີ່ມັນຖືກກ່າວຈາກປາກຂອງເຮົາ, ມັນກໍຈະຖືກບັນລຸທັນທີໃນຄວາມເປັນຈິງ; ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງພຣະທໍາຂອງເຮົາທີ່ຖືກກ່າວ ແລະ ການບັນລຸຜົນຂອງມັນກໍຈະເກີດຂຶ້ນໃນເວລາດຽວກັນ ເນື່ອງຈາກພຣະທໍາຂອງເຮົາເອງແມ່ນສິດອໍານາດ. ດຽວນີ້ເຮົາກໍາລັງກ່າວກ່ຽວກັບສິ່ງທົ່ວໄປບາງຢ່າງ ເພື່ອເປັນວິທີບອກໃບ້ໜ້ອຍໜຶ່ງໃຫ້ແກ່ຜູ້ຄົນຢູ່ເທິງແຜ່ນດິນໂລກ ເພື່ອວ່າ ພວກເຂົາຈະບໍ່ເຂົ້າໃຈໄປໃນທາງຕ່າງໆຫຼາຍ. ເມື່ອເວລານັ້ນມາເຖິງ, ເຮົາຈະຈັດກຽມທຸກຢ່າງ ແລະ ບໍ່ມີຜູ້ໃດຄວນກະທໍາການໂດຍເຈດຕະນາ ເພື່ອພວກເຂົາຈະບໍ່ຖືກມືຂອງເຮົາໂຈມຕີ. ໃນຄວາມນຶກຄິດຂອງມະນຸດ, ທຸກສິ່ງທີ່ເຮົາກ່າວເຖິງແມ່ນເລື່ອນລອຍ ເພາະເຖິງຢ່າງນັ້ນ ວິທີການຄິດຂອງມະນຸດແມ່ນຈໍາກັດ ແລະ ຄວາມຄິດຂອງມະນຸດແມ່ນໄກຈາກສິ່ງທີ່ເຮົາໄດ້ກ່າວເຖິງ ຄືກັບແຜ່ນດິນໂລກທີ່ໄກຈາກສະຫວັນ. ດັ່ງນັ້ນ, ບໍ່ມີຜູ້ໃດສາມາດເຂົ້າໃຈເຖິງສິ່ງນີ້. ສິ່ງດຽວທີ່ຕ້ອງເຮັດແມ່ນໃຫ້ມາຢູ່ໃນແນວທາງດຽວກັນກັບສິ່ງທີ່ເຮົາກ່າວ; ນີ້ແມ່ນແນວທາງໃນການປະຕິບັດສິ່ງຕ່າງໆທີ່ຫຼີກຫຼ່ຽງບໍ່ໄດ້. ເຮົາໄດ້ກ່າວວ່າ: “ໃນຍຸກສຸດທ້າຍ, ສັດຮ້າຍຈະໂພ່ອອກມາເພື່ອຂົ່ມເຫັງປະຊາຊົນຂອງເຮົາ ແລະ ຜູ້ທີ່ຢ້ານຄວາມຕາຍຈະຖືກໝາຍໄວ້ດ້ວຍຕາປະທັບເພື່ອຈະຖືກສັດຮ້າຍນັ້ນຫາມໄປ. ຜູ້ທີ່ໄດ້ເຫັນເຮົາຈະຖືກສັດຮ້າຍຂ້າ”. “ສັດຮ້າຍ” ໃນພຣະທໍາເຫຼົ່ານີ້ໝາຍເຖິງຊາຕານ ເຊິ່ງແມ່ນຜູ້ຫຼອກລວງມະນຸດຊາດຢ່າງບໍ່ຕ້ອງສົງໄສ. ນັ້ນໝາຍຄວາມວ່າ ເມື່ອເຮົາກັບຄືນສູ່ພູເຂົາຊີໂອນ, ຜູ້ເຮັດການບໍລິການກຸ່ມໃຫຍ່ກໍຈະຖອນໂຕ; ນັ້ນກໍຄື ພວກເຂົາຈະຖືກສັດຮ້າຍຫາມໄປ. ສັບພະສິ່ງເຫຼົ່ານີ້ທັງໝົດຈະໄປທີ່ຂຸມເລິກເພື່ອຮັບການຂ້ຽນຕີຕະຫຼອດການຂອງເຮົາ. “ຜູ້ທີ່ໄດ້ເຫັນເຮົາ” ໝາຍເຖິງຜູ້ເຮັດການບໍລິການທີ່ຈົງຮັກພັກດີທີ່ເຮົາໄດ້ເອົາຊະນະ. ການ “ໄດ້ເຫັນເຮົາ” ໝາຍເຖິງການທີ່ພວກເຂົາຖືກເຮົາເອົາຊະນະ. ການ “ຖືກສັດຮ້າຍຂ້າ” ໝາຍເຖິງຊາຕານ, ການຖືກເຮົາເອົາຊະນະ ແລະ ການບໍ່ກ້າທີ່ຈະລຸກຂຶ້ນເພື່ອຕໍ່ຕ້ານເຮົາ. ເວົ້າອີກແບບໜຶ່ງກໍຄື ຊາຕານຈະບໍ່ກ້າເຮັດວຽກງານໃດໜຶ່ງກັບຜູ້ເຮັດການບໍລິການເຫຼົ່ານີ້ ແລະ ດ້ວຍເຫດນັ້ນ ວິນຍານຂອງຜູ້ຄົນເຫຼົ່ານີ້ຈະຖືກຊ່ວຍໃຫ້ລອດພົ້ນ; ສິ່ງນີ້ຖືກກ່າວຂຶ້ນກໍເນື່ອງຈາກຄວາມສາມາດຂອງພວກເຂົາໃນການຈົງຮັກພັກດີຕໍ່ເຮົາ ແລະ ມັນໝາຍຄວາມວ່າ ຜູ້ເຮັດການບໍລິການທີ່ຈົງຮັກພັກດີເຫຼົ່ານັ້ນຈະສາມາດໄດ້ຮັບພຣະຄຸນຂອງເຮົາ ແລະ ພອນຂອງເຮົາ. ດັ່ງນັ້ນ, ເຮົາຈຶ່ງກ່າວວ່າ ວິນຍານຂອງພວກເຂົາຈະຖືກຊ່ວຍໃຫ້ລອດພົ້ນ. (ສິ່ງນີ້ບໍ່ໄດ້ໝາຍເຖິງການຂຶ້ນສະຫວັນຊັ້ນສາມ ເຊິ່ງແມ່ນແນວຄວາມຄິດຂອງມະນຸດເທົ່ານັ້ນ). ແຕ່ຜູ້ຮັບໃຊ້ທີ່ຊົ່ວຮ້າຍເຫຼົ່ານັ້ນຈະຖືກຊາຕານຜູກມັດອີກຄັ້ງ ແລະ ຫຼັງຈາກນັ້ນ ກໍຈະຖືກໂຍນລົງຂຸມເລິກ. ນີ້ແມ່ນການລົງໂທດຂອງເຮົາທີ່ມີຕໍ່ພວກເຂົາ; ນີ້ແມ່ນຜົນກໍາສະໜອງຂອງພວກເຂົາ ແລະ ມັນແມ່ນລາງວັນສໍາລັບບາບຂອງພວກເຂົາ.
ຂະນະທີ່ບາດກ້າວຂອງພາລະກິດຂອງເຮົາໄວຂຶ້ນ, ເວລາຂອງເຮົາຢູ່ເທິງແຜ່ນດິນໂລກກໍໜ້ອຍລົງເທື່ອລະໜ້ອຍ. ມື້ຂອງການກັບຄືນສູ່ພູເຂົາຊີໂອນຂອງເຮົາໃກ້ເຂົ້າມາແລ້ວ. ເມື່ອພາລະກິດຂອງເຮົາຢູ່ເທິງແຜ່ນດິນໂລກສິ້ນສຸດລົງ, ມັນກໍຈະເປັນເວລາສໍາລັບການກັບຄືນສູ່ພູເຂົາຊີໂອນຂອງເຮົາ. ເຮົາບໍ່ປາດຖະໜາທີ່ຈະດໍາລົງຊີວິດຢູ່ເທິງແຜ່ນດິນໂລກເລີຍ ແຕ່ເພື່ອການຄຸ້ມຄອງຂອງເຮົາ ແລະ ເພື່ອແຜນການຂອງເຮົາ, ເຮົາຈຶ່ງໄດ້ອົດທົນຕໍ່ຄວາມທຸກທັງໝົດ. ໃນປັດຈຸບັນ, ເວລາໄດ້ມາຮອດແລ້ວ. ເຮົາຈະເຮັດໃຫ້ບາດກ້າວຂອງເຮົາໄວຂຶ້ນ ແລະ ຈະບໍ່ມີຜູ້ໃດສາມາດນໍາເຮົາທັນ. ບໍ່ວ່າມະນຸດຈະສາມາດເຂົ້າໃຈມັນ ຫຼື ບໍ່ກໍຕາມ, ເຮົາຈະບອກພວກເຈົ້າຢ່າງລະອຽດ ກ່ຽວກັບທຸກສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້ ແຕ່ພວກເຈົ້າຈະຕ້ອງຮູ້ຈັກສິ່ງເຫຼົ່ານັ້ນຢູ່ເທິງແຜ່ນດິນໂລກ. ດັ່ງນັ້ນ, ເຮົາຈຶ່ງກ່າວວ່າ ເຮົາແມ່ນພຣະເຈົ້າເອງ ທີ່ຢູ່ເໜືອເວລາ ແລະ ສະຖານທີ່. ຖ້າບໍ່ແມ່ນຍ້ອນຈຸດປະສົງຂອງເຮົາໃນການຮັບເອົາບຸດຊາຍກົກ ແລະ ດ້ວຍເຫດນັ້ນ ກໍເປັນການເອົາຊະນະຊາຕານ, ເຮົາກໍອາດກັບຄືນສູ່ພູເຂົາຊີໂອນແລ້ວ; ຖ້າມັນເປັນຢ່າງອື່ນ, ເຮົາອາດຈະບໍ່ມີວັນສ້າງມະນຸດຊາດແທ້ໆ. ເຮົາກຽດຊັງໂລກຂອງມະນຸດ ແລະ ເຮົາກຽດຊັງຜູ້ຄົນ ທີ່ອອກຈາກເຮົາ ເຖິງຂັ້ນພິຈາລະນາທໍາລາຍມະນຸດຊາດທັງໝົດດ້ວຍການເຂົ້າໂຈມຕີຢ່າງໄວໃນຄັ້ງດຽວ. ຢ່າງໃດກໍຕາມ, ພາລະກິດຂອງເຮົາແມ່ນມີລໍາດັບ ແລະ ໂຄງສ້າງ, ຄວາມສາມາດໃນການຕັດສິນຄວາມສໍາຄັນ ແລະ ຄວາມບໍ່ຮຸນແຮງ ແລະ ມັນບໍ່ໄດ້ເປັນໄປໂດຍບໍ່ມີການວາງແຜນ. ທຸກສິ່ງທີ່ເຮົາເຮັດແມ່ນມີເຈດຕະນາເພື່ອເອົາຊະນະຊາຕານ ແລະ ຍິ່ງໄປກວ່ານັ້ນ ແມ່ນມີເຈດຕະນາເພື່ອເຮັດໃຫ້ເຮົາສາມາດຢູ່ຮ່ວມກັບບຸດຊາຍກົກຂອງເຮົາໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ນີ້ແມ່ນເປົ້າໝາຍຂອງເຮົາ.