ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ

ບໍ່ມີຂັ້ນຕອນໃດທີ່ສຳຄັນໃນການເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍກວ່າການເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບກັບການສະຖິດຂອງພຣະອົງ. ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງການຢ່າງຮີບດ່ວນຂອງການເຂົ້າສູ່ໃນປັດຈຸບັນ. ເສັ້ນທາງແຫ່ງການເຂົ້າສູ່ໃນການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າມີດັ່ງຕໍ່ໄປນີ້:

1. ຖອນຫົວໃຈຂອງເຈົ້າຈາກບັນຫາພາຍນອກ. ຈົ່ງມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ຕັ້ງຈິດຕັ້ງໃຈໃນການອະທິຖານຫາພຣະເຈົ້າ.

2. ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າ.

3. ຕັ້ງສະຕິ ແລະ ຕຶກຕອງຫາຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນຫົວໃຈຂອງເຈົ້າ.

ທຳອິດ ເລີ່ມຕົ້ນຈາກທິດທາງແຫ່ງການອະທິຖານ. ອະທິຖານດ້ວຍຄວາມຕັ້ງໃຈໃຫ້ເຕັມທີ່ ແລະ ໃຫ້ຢູ່ໃນເວລາທີ່ແນ່ນອນ. ບໍ່ວ່າເຈົ້າກົດດັນພຽງໃດໃນເວລາໃດໜຶ່ງ, ຫຍຸ້ງກັບວຽກພຽງໃດ ຫຼື ມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຈົ່ງອະທິຖານທຸກໆມື້ໃຫ້ເປັນເລື່ອງປົກກະຕິ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ເປັນເລື່ອງປົກກະຕິ. ຖ້າເມື່ອໃດທີ່ເຈົ້າຍັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບໍ່ວ່າສະພາບອ້ອມຂ້າງເຈົ້າຈະເປັນແນວໃດກໍຕາມ, ເຈົ້າຈະມີຄວາມສຸກໃນຈິດວິນຍານຂອງເຈົ້າ ແລະ ເຈົ້າຈະບໍ່ຖືກລົບກວນດ້ວຍຄົນອື່ນ, ເຫດການ ຫຼື ສິ່ງອ້ອມຂ້າງເຈົ້າ. ເມື່ອເຈົ້າຕຶກຕອງພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ເປັນປົກກະຕິ, ສິ່ງທີ່ເກີດຂຶ້ນຢູ່ພາຍນອກຈະບໍ່ສາມາດລົບກວນເຈົ້າໄດ້. ນີ້ຄືຄວາມໝາຍຂອງການມີວຸດທິພາວະ. ເລີ່ມຕົ້ນດ້ວຍຄຳອະທິຖານ: ອະທິຖານຢ່າງງຽບສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນເປັນຜົນດີທີ່ສຸດ. ຫຼັງຈາກນັ້ນຈົ່ງ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສະແຫວງຫາແສງສະຫວ່າງໃນພຣະທຳຂອງພຣະເຈົ້າໂດຍໄຕ່ຕອງເຖິງພຣະທຳເຫຼົ່ານັ້ນ, ຊອກຫາຫົນທາງເພື່ອປະຕິບັດຕົວຈິງ, ຮູ້ຈັກຄວາມປະສົງຂອງພຣະເຈົ້າໃນການກ່າວພຣະທຳຂອງພຣະອົງ ແລະ ເຂົ້າໃຈພຣະທໍາດັ່ງກ່າວໂດຍບໍ່ມີການປ່ຽນແປງ. ຕາມທໍາມະດາແລ້ວ ມັນຄວນເປັນເລື່ອງປົກກະຕິສຳລັບເຈົ້າທີ່ຈະສາມາດຫຍັບເຂົ້າໃກ້ພຣະເຈົ້າທີ່ຢູ່ໃນຫົວໃຈຂອງເຈົ້າ, ຕຶກຕອງຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພຣະທຳຂອງພຣະເຈົ້າ ໂດຍບໍ່ຮັບການລົບກວນຕໍ່ສິ່ງພາຍນອກ. ເມື່ອຫົວໃຈຂອງເຈົ້າໄດ້ຮັບຄວາມສະຫງົບສຸກໃນລະດັບໃດໜຶ່ງແລ້ວ, ເຈົ້າຈະສາມາດຮໍ່າເພິງຢູ່ໃນໃຈຢ່າງງຽບໆ ແລະ ຕຶກຕອງເຖິງຄວາມຮັກຂອງພຣະເຈົ້າ ແລະ ບໍ່ວ່າສະພາບອ້ອມຂ້າງຈະເປັນແນວໃດກໍຕາມ ຈົ່ງຫຍັບເຂົ້າໃກ້ພຣະເຈົ້າຢ່າງແທ້ຈິງ ຈົນກວ່າເຈົ້າຈະໄປເຖິງຈຸດທີ່ເຕັມໄປດ້ວຍຄໍາສັນລະເສີນຫລັ່ງໄຫຼເຂົ້າໃນຫົວໃຈຂອງເຈົ້າ ເຊິ່ງສິ່ງເຫຼົ່ານັ້ນແມ່ນດີກວ່າການອະທິຖານຫຼາຍເທົ່າ. ແນ່ນອນ ຖ້າເຈົ້າປະສົບຜົນສໍາເລັດດ້ວຍວິທີດັ່ງກ່າວ, ເຈົ້າກໍຈະມີວຸດທິພາວະຢ່າງສົມບູນ. ຖ້າເຈົ້າສາມາດຮັບສະພາວະທີ່ໄດ້ກ່າວມາຂ້າງເທິງນັ້ນກໍພິສູດໃຫ້ເຫັນແລ້ວວ່າ ຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ນີ້ຄືບົດຮຽນພື້ນຖານຢ່າງທຳອິດ. ພຽງແຕ່ຫຼັງຈາກທີ່ມະນຸດສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງສາມາດໄດ້ຮັບການສຳຜັດໂດຍພຣະວິນຍານບໍລິສຸດ ແລະ ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແລະ ພຽງເມື່ອນັ້ນ ພວກເຂົາຈຶ່ງສາມາດສື່ສານກັບພຣະເຈົ້າໄດ້ຢ່າງແທ້ຈິງ, ລວມທັງການເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ການນໍາພາຂອງພຣະວິນຍານບໍລິສຸດ. ຫລັງຈາກນັ້ນ ພວກເຂົາກໍຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດຝ່າຍວິນຍານຂອງພວກເຂົາ. ເມື່ອການຝຶກຝົນຂອງພວກເຂົາເພື່ອໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າໄດ້ເຂົ້າເຖິງຈຸດໃດໜຶ່ງ ແລະ ເມື່ອພວກເຂົາສາມາດປະຖິ້ມຕົວພວກເຂົາເອງ, ກຽດຊັງພວກເຂົາເອງ ແລະ ໃຊ້ຊີວິດຢູ່ກັບພຣະທຳຂອງພຣະເຈົ້າ ເມື່ອນັ້ນຫົວໃຈຂອງພວກເຂົາກໍຈະຢູ່ໃນຄວາມສະຫງົບຢ່າງແທ້ຈິງຕໍ່ໜ້າພຣະເຈົ້າ. ການທີ່ສາມາດກຽດຊັງຕົນເອງ, ສາບແຊ່ງຕົນເອງ ແລະ ປະຖິ້ມຕົນເອງແມ່ນຜົນສຳເລັດມາຈາກພາລະກິດຂອງພຣະເຈົ້າ ເຊິ່ງມະນຸດບໍ່ສາມາດເຮັດສຳເລັດໄດ້ດ້ວຍຕົນເອງ. ດ້ວຍເຫດນັ້ນ ການປະຕິບັດເຮັດໃຫ້ຫົວໃຈສະຫງົບຕໍ່ໜ້າພຣະເຈົ້າແມ່ນບົດຮຽນທີ່ມະນຸດຄວນເຂົ້າສູ່ໂດຍທັນທີທັນໃດ. ສໍາລັບບາງຄົນ ພວກເຂົາບໍ່ພຽງແຕ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ຢ່າງປົກກະຕິເທົ່ານັ້ນ, ແຕ່ພວກເຂົາຍັງບໍ່ສາມາດເຮັດໃຫ້ຫົວໃຈຂອງພວກເຂົາສະຫງົບຕໍ່ໜ້າພຣະເຈົ້າແມ່ນແຕ່ໃນເວລາທີ່ອະທິຖານ. ການກະທໍາແບບນີ້ແມ່ນຕໍ່າກວ່າລະດັບມາດຕະຖານຂອງພຣະເຈົ້າ! ຖ້າຫົວໃຈຂອງເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າສາມາດຖືກດົນໃຈໂດຍພຣະວິນຍານບໍລິສຸດໄດ້ບໍ? ຖ້າເຈົ້າເປັນຄົນທີ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າກໍອາດຈະຖືກລົບກວນເມື່ອມີບາງຄົນມາຫາ ຫຼື ເມື່ອມີຄົນອື່ນລົມກັນ ແລະ ຈິດໃຈຂອງເຈົ້າກໍອາດຈະເລື່ອນລອຍຢູ່ກັບສິ່ງທີ່ຄົນອື່ນກຳລັງເຮັດຢູ່ ເຊິ່ງໃນກໍລະນີນີ້ເຈົ້າແມ່ນບໍ່ໄດ້ໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າເລີຍ. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າຈະບໍ່ຖືກລົບກວນໂດຍສິ່ງໃດໆທີ່ເກີດຂຶ້ນໃນໂລກພາຍນອກ ຫຼື ຖືກຄອບຄອງໂດຍຜູ້ຄົນ, ເຫດການ ຫຼື ສິ່ງໃດໆ. ຖ້າເຈົ້າໄດ້ເຂົ້າສູ່ສິ່ງນີ້ ແລ້ວສະພາວະດ້ານລົບເຫຼົ່ານັ້ນ ແລະ ສິ່ງທີ່ເປັນດ້ານລົບທັງໝົດເຊັ່ນ: ແນວຄິດຂອງມະນຸດ, ປັດຊະຍາສຳລັບການດຳລົງຊີວິດ, ຄວາມສຳພັນທີ່ບໍ່ປົກກະຕິລະຫວ່າງມະນຸດ, ຄວາມຄິດ, ຄວາມເຫັນ ແລະ ອື່ນໆ ຈະຫາຍໄປຕາມທຳມະຊາດ. ຍ້ອນເຈົ້າໄຕ່ຕອງເຖິງພຣະທຳຂອງພຣະເຈົ້າຢູ່ເປັນປະຈຳ ແລະ ຫົວໃຈຂອງເຈົ້າຢູ່ໃກ້ພຣະເຈົ້າສະເໝີ ແລະ ຖືກຄອບຄອງໂດຍພຣະທຳຂອງພຣະເຈົ້າໃນປັດຈຸບັນຕະຫຼອດ, ສິ່ງທີ່ເປັນລົບເຫຼົ່ານັ້ນກໍຈະອອກໄປຈາກເຈົ້າໂດຍທີ່ເຈົ້າບໍ່ຮູ້ສຶກຕົວເລີຍ. ເມື່ອມີສິ່ງໃໝ່ ແລະ ສິ່ງທີ່ເປັນບວກຢູ່ກັບເຈົ້າ, ສິ່ງເກົ່າທີ່ເປັນລົບກໍຈະຫາຍໄປ, ສະນັ້ນ ຢ່າສົນໃຈກັບສິ່ງເກົ່າທີ່ເປັນລົບເຫຼົ່ານັ້ນເລີຍ. ເຈົ້າບໍ່ຕ້ອງພະຍາຍາມຄວບຄຸມພວກມັນ. ເຈົ້າຄວນໃສ່ໃຈໃນການຢູ່ຢ່າງສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າໃຫ້ຫຼາຍເທົ່າທີ່ເຈົ້າຈະສາມາດເຮັດໄດ້; ຮ້ອງເພງສັນລະເສີນພຣະເຈົ້າໃຫ້ຫຼາຍເທົ່າທີ່ເຈົ້າສາມາດເຮັດໄດ້ ແລະ ຈົ່ງປ່ອຍໃຫ້ພຣະເຈົ້າມີໂອກາດໄດ້ປະຕິບັດພາລະກິດໃນຕົວເຈົ້າ; ເພາະວ່າ ໃນປັດຈຸບັນ ພຣະເຈົ້າຕ້ອງການເຮັດໃຫ້ມະນຸດສົມບູນແບບດ້ວຍພຣະອົງເອງ ແລະ ພຣະອົງຕ້ອງການໄດ້ຮັບຫົວໃຈຂອງເຈົ້າ; ພຣະວິນຍານຂອງພຣະອົງດົນໃຈເຈົ້າ ແລະ ຖ້າເຈົ້າປະຕິບັດຕາມການນໍາພາຂອງພຣະວິນຍານບໍລິສຸດມາໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າ, ເຈົ້າຈະເຮັດໃຫ້ພຣະເຈົ້າພໍໃຈ. ຖ້າເຈົ້າສົນໃຈໃຊ້ຊີວິດຢູ່ໃນພຣະທຳຂອງພຣະເຈົ້າ ແລະ ເຂົ້າຮ່ວມພົວພັນສົນທະນາກ່ຽວກັບຄວາມຈິງຫຼາຍຂຶ້ນເພື່ອຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ, ແລ້ວແນວຄິດຕ່າງໆນາໆກ່ຽວກັບສາສະໜາເຫຼົ່ານັ້ນ ແລະ ຄວາມໂອ້ອວດວ່າຕົນເອງຖືກສະເໝີ ແລະ ການໃຫ້ຄວາມສຳຄັນແກ່ຕົນເອງກໍຈະຫາຍໄປໝົດສິ້ນ; ເຈົ້າຈະຮູ້ຈັກວິທີສະຫຼະຕົນເອງເພື່ອພຣະເຈົ້າ, ວິທີຮັກພຣະເຈົ້າ ແລະ ວິທີເຮັດໃຫ້ພຣະເຈົ້າພໍໃຈ. ນອກຈາກນັ້ນ, ສິ່ງທີ່ບໍ່ກ່ຽວຂ້ອງກັບພຣະເຈົ້າເຫຼົ່ານັ້ນຈະຫາຍໄປຈາກຈິດສຳນຶກຂອງເຈົ້າໂດຍບໍ່ຮູ້ຕົວ.

ການໄຕ່ຕອງ ແລະ ອະທິຖານຕໍ່ພຣະທຳຂອງພຣະເຈົ້າໃນຂະນະທີ່ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະອົງແມ່ນຂັ້ນຕອນທຳອິດທີ່ຈະຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້. ຖ້າເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ ແລ້ວແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າ. ຊີວິດຝ່າຍວິນຍານທັງໝົດບັນລຸຜົນດ້ວຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ການອະທິຖານ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ພຽງເມື່ອນັ້ນເຈົ້າຈຶ່ງຈະສາມາດໄດ້ຮັບການສຳຜັດຈາກພຣະວິນຍານບໍລິສຸດ. ເມື່ອເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າກໍຈະສາມາດໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງ ແລະ ສາມາດໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ. ເມື່ອໃນກິດຈະກຳປົກກະຕິຂອງການຕັ້ງສະມາທິ, ການສໍາພັນ ແລະ ການເຂົ້າມາຢູ່ໃກ້ພຣະເຈົ້າດ້ວຍຫົວໃຈຂອງເຈົ້າ ແລ້ວເຈົ້າກໍຈະມີຄວາມສະຫງົບຢູ່ກັບການສະຖິດຂອງພຣະເຈົ້າ, ເຈົ້າຈະສາມາດຊື່ນຊົມຄວາມໃກ້ຊິດກັບພຣະເຈົ້າຢ່າງແທ້ຈິງ, ສາມາດມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມຮັກຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ສະແດງຄວາມນຶກຄິດ ແລະ ຄວາມໃສ່ໃຈຢ່າງແທ້ຈິງຕໍ່ຄວາມປະສົງຂອງພຣະເຈົ້າ. ຍີ່ງເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເປັນປົກກະຕິຫຼາຍເທົ່າໃດ ເຈົ້າກໍຈະໄດ້ຮັບແສງເຍືອງທາງ ແລະ ເຂົ້າໃຈເຖິງອຸປະນິໄສທີ່ເສື່ອມໂຊມຂອງຕົນເອງຫຼາຍເທົ່ານັ້ນ. ແມ່ນຫຍັງຄືສິ່ງທີ່ເຈົ້າຂາດ, ແມ່ນຫຍັງຄືສິ່ງທີ່ເຈົ້າຄວນເຂົ້າສູ່, ໜ້າທີ່ຫຍັງທີ່ເຈົ້າຄວນຮັບໃຊ້ ແລະ ຂໍ້ບົກຜ່ອງຂອງເຈົ້າຢູ່ບ່ອນໃດ. ທຸກສິ່ງນີ້ສາມາດບັນລຸຜົນໄດ້ໂດຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ຖ້າເຈົ້າບັນລຸສ່ວນເລິກໃນການຢູ່ຢ່າງສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະສາມາດເຂົ້າໃຈສິ່ງລຶກລັບບາງຢ່າງຂອງວິນຍານ, ເຂົ້າໃຈສິ່ງທີ່ພຣະເຈົ້າໃນປັດຈຸບັນຕ້ອງການປະຕິບັດໃນຕົວເຈົ້າ, ເຂົ້າໃຈຢ່າງເລິກເຊິ່ງໃນພຣະທຳຂອງພຣະເຈົ້າ, ເຂົ້າໃຈສ່ວນສໍາຄັນຂອງພຣະທໍາຂອງພຣະເຈົ້າ, ແກ່ນແທ້ຂອງພຣະທຳຂອງພຣະເຈົ້າ, ການເປັນຢູ່ຂອງພຣະທຳຂອງພຣະເຈົ້າ ແລະ ເຈົ້າຈະສາມາດເຫັນເສັ້ນທາງແຫ່ງການປະຕິບັດຢ່າງຊັດເຈນ ແລະ ຖືກຕ້ອງຫຼາຍຂຶ້ນ. ຖ້າເຈົ້າບໍ່ປະສົບຄວາມສໍາເລັດຢ່າງເຕັມທີ່ກັບການມີຄວາມສະຫງົບໃນຈິດວິນຍານຂອງເຈົ້າ, ເຈົ້າຈະໄດ້ຮັບການດົນໃຈພຽງເລັກນ້ອຍ; ເຈົ້າຈະຮູ້ສຶກມີກຳລັງຢູ່ພາຍໃນ ແລະ ຈະຮູ້ສຶກມີຄວາມສຸກ ແລະ ຄວາມສະຫງົບໃນລະດັບໃດໜຶ່ງ, ແຕ່ເຈົ້າຈະບໍ່ເຂົ້າໃຈສິ່ງທີ່ເລິກເຊິ່ງໄປກວ່ານັ້ນ. ເຮົາໄດ້ກ່າວກ່ອນໜ້ານີ້ແລ້ວ: ຖ້າມະນຸດບໍ່ນໍາໃຊ້ກຳລັງທຸກສ່ວນຂອງພວກເຂົາ, ມັນຈະຍາກສຳລັບພວກເຂົາທີ່ຈະຍິນສຽງຂອງເຮົາ ຫຼື ເຫັນໜ້າເຮົາ. ສິ່ງນີ້ໝາຍເຖິງການບັນລຸໃນສ່ວນເລິກຂອງການມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ແມ່ນພະຍາຍາມພຽງແຕ່ເຮັດແບບຜິວເຜີນເທົ່ານັ້ນ. ຄົນທີ່ສາມາດຢູ່ໃນຄວາມສະຫງົບໃນການສະຖິດຂອງພຣະເຈົ້າແມ່ນສາມາດເຮັດໃຫ້ຕົນເອງເປັນອິດສະຫຼະຈາກການຜູກມັດທັງໝົດຂອງໂລກ ແລະ ຈະໄດ້ຮັບຊັບສິນຈາກພຣະເຈົ້າ. ທຸກຄົນທີ່ບໍ່ສາມາດຢູ່ໃນຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນຄົນທີ່ດື້ດ້ານ ແລະ ໃຈແຕກທີ່ໂງ່ຈ້າທີ່ສຸດ. ທຸກຄົນທີ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນຄົນທີ່ມີຄວາມສັດທາຕໍ່ໜ້າພຣະເຈົ້າ ແລະ ຄົນທີ່ປາດຖະໜາຫາພຣະເຈົ້າ. ມີພຽງແຕ່ຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນທີ່ຮູ້ຄຸນຄ່າຂອງຊີວິດ, ຮູ້ຄຸນຄ່າຂອງຄວາມສຳພັນທາງວິນຍານ, ມີຄວາມຫິວກະຫາຍຫາພຣະທຳຂອງພຣະເຈົ້າ ແລະ ສະແຫວງຫາຄວາມຈິງ. ໃຜກໍຕາມທີ່ບໍ່ຮູ້ຄຸນຄ່າຂອງການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ບໍ່ປະຕິບັດເພື່ອໃຫ້ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນໄຮ້ປະໂຫຍດ ແລະ ບໍ່ສຳຄັນເລີຍ, ເຊິ່ງເປັນຄົນທີ່ຍຶດຕິດຢູ່ກັບຝ່າຍໂລກ ແລະ ປາສະຈາກຊີວິດ; ເຖິງແມ່ນວ່າ ພວກເຂົາຈະເວົ້າວ່າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍພຽງເວົ້າແຕ່ປາກ. ຄົນທີ່ພຣະເຈົ້າຈະເຮັດໃຫ້ສົມບູນ ແລະ ບໍລິບູນໃນທີ່ສຸດ ແມ່ນຄົນທີ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະອົງ. ດ້ວຍເຫດນັ້ນ ຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນໄດ້ຮັບຄວາມກະລຸນາທີ່ເຕັມໄປດ້ວຍພອນອັນໃຫຍ່ຫຼວງ. ຄົນທີ່ຂີ້ຄ້ານໃຊ້ເວລາກິນ ແລະ ດື່ມພຣະທຳຂອງພຣະເຈົ້າໝົດມື້, ຄົນທີ່ຫຍຸ້ງຢູ່ກັບບັນຫາພາຍນອກ ແລະ ໃຫ້ຄວາມສຳຄັນພຽງເລັກນ້ອຍໃນການເຂົ້າສູ່ຊີວິດ, ຜູ້ຄົນເຫຼົ່ານີ້ແມ່ນຄົນໜ້າຊື່ໃຈຄົດທີ່ບໍ່ມີຄວາມຫວັງສຳລັບການເຕີບໂຕໃນອະນາຄົດ. ຜູ້ທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ຜູ້ທີ່ສາມາດສື່ສານກັບພຣະເຈົ້າຢ່າງແທ້ຈິງແມ່ນປະຊາຊົນຂອງພຣະເຈົ້າ.

ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະອົງເປັນຊີວິດຂອງເຈົ້າ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າກ່ອນ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ພຣະເຈົ້າກໍຈະເຮັດໃຫ້ເຈົ້າມີຄວາມສະຫວ່າງ ແລະ ມອບຄວາມຮູ້ໃຫ້ກັບເຈົ້າ. ຍິ່ງມະນຸດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຈະສາມາດຮັບແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ທຸກສິ່ງນີ້ຕ້ອງການໃຫ້ມະນຸດມີຄວາມກະຕະເວທີ ແລະ ຄວາມເຊື່ອ; ດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກເຮັດໃຫ້ສົມບູນ. ບົດຮຽນທີ່ສຳຄັນສຳລັບການເຂົ້າສູ່ຊີວິດຝ່າຍວິນຍານແມ່ນການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ ການຝຶກຝົນຝ່າຍວິນຍານຂອງເຈົ້າທັງໝົດກໍຈະມີປະສິດຕິພາບ. ຖ້າຫົວໃຈຂອງເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ເຈົ້າກໍຈະບໍ່ສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດໄດ້. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າກໍຈະເປັນຄົນທີ່ໃຊ້ຊີວິດຢູ່ກັບພຣະເຈົ້າ. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ເຂົ້າມາໃກ້ພຣະເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ສິ່ງນີ້ພິສູດໃຫ້ເຫັນແລ້ວວ່າ ເຈົ້າເປັນຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອເຈົ້າກຳລັງສົນທະນາກັບຄົນອື່ນ ຫຼື ກຳລັງຍ່າງ, ຖ້າເຈົ້າສາມາດເວົ້າວ່າ, “ຫົວໃຈຂອງຂ້ານ້ອຍກຳລັງເຂົ້າໃກ້ພຣະເຈົ້າ ແລະ ຂ້ານ້ອຍບໍ່ສົນໃຈໃນສິ່ງພາຍນອກ ແລະ ຂ້ານ້ອຍສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ”, ເຈົ້າກໍເປັນຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແລ້ວ. ຢ່າເຂົ້າຮ່ວມສິ່ງໃດກໍຕາມທີ່ດຶງຫົວໃຈຂອງເຈົ້າສູ່ບັນຫາພາຍນອກ ຫຼື ກັບຄົນທີ່ດຶງຫົວໃຈຂອງເຈົ້າອອກຈາກພຣະເຈົ້າ. ບໍ່ວ່າສິ່ງໃດກໍຕາມທີ່ສາມາດດຶງຫົວໃຈຂອງເຈົ້າອອກຈາກການເຂົ້າໃກ້ຊິດກັບພຣະເຈົ້າ, ຈົ່ງປະຖິ້ມສິ່ງນັ້ນ ແລະ ຢູ່ຫ່າງໆຈາກມັນ. ນີ້ຄືຜົນປະໂຫຍດອັນຍິ່ງໃຫຍ່ສໍາລັບຊີວິດຂອງເຈົ້າ. ແນ່ນອນ ນີ້ຄືເວລາແຫ່ງພາລະກິດອັນຍິ່ງໃຫຍ່ຂອງພຣະວິນຍານບໍລິສຸດ, ເປັນເວລາທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບດ້ວຍຕົວພຣະອົງເອງ. ໃນເວລານີ້ ຖ້າເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າກໍບໍ່ແມ່ນຄົນທີ່ໄດ້ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ຖ້າເຈົ້າສະແຫວງຫາສິ່ງທີ່ນອກເໜືອຈາກພຣະເຈົ້າ, ເຈົ້າຈະບໍ່ມີຫົນທາງທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ຄົນທີ່ສາມາດໄດ້ຍິນຂໍ້ຄວາມພຣະທໍາດັ່ງກ່າວຈາກພຣະເຈົ້າ ແຕ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະອົງໃນປັດຈຸບັນໄດ້ ແມ່ນຄົນທີ່ບໍ່ຮັກຄວາມຈິງ ແລະ ບໍ່ຮັກພຣະເຈົ້າ. ຖ້າເຈົ້າບໍ່ຖວາຍຕົນເອງໃນເວລານີ້ ແລ້ວເຈົ້າກຳລັງລໍຖ້າຫຍັງຢູ່? ການຖວາຍຕົນເອງແມ່ນການເຮັດໃຫ້ຫົວໃຈຂອງຕົນເອງສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ນັ້ນແມ່ນເປັນການຖວາຍຢ່າງແທ້ຈິງ. ໃຜກໍຕາມທີ່ມອບຫົວໃຈໃຫ້ກັບພຣະເຈົ້າໃນຕອນນີ້ຢ່າງແທ້ຈິງ ແມ່ນໃຫ້ໝັ້ນໃຈໄດ້ເລີຍວ່າຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ບໍ່ມີສິ່ງໃດ, ບໍ່ວ່າມັນຈະເປັນສິ່ງໃດກໍຕາມ ທີ່ຈະສາມາດລົບກວນເຈົ້າໄດ້; ບໍ່ວ່າເຈົ້າຈະຖືກລິຮານແນວໃດກໍຕາມ ຫຼື ຖືກຈັດການ ຫຼື ບໍ່ວ່າເຈົ້າຈະພົບກັບຄວາມຜິດຫວັງ ຫຼື ຄວາມລົ້ມເຫຼວ, ຫົວໃຈຂອງເຈົ້າຄວນຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຕະຫຼອດເວລາ. ບໍ່ວ່າຄົນຈະປະຕິບັດຕໍ່ເຈົ້າແນວໃດ, ຫົວໃຈຂອງເຈົ້າຄວນຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ບໍ່ວ່າເຈົ້າຈະພົບກັບສະຖານະການຫຍັງກໍຕາມເຊັ່ນ: ຜະເຊີນກັບຄວາມຍາກລຳບາກ, ຄວາມທົນທຸກທໍລະມານ, ການຂົ່ມເຫັງ ຫຼື ການທົດລອງຕ່າງໆ, ຫົວໃຈຂອງເຈົ້າຄວນຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຕະຫຼອດເວລາ; ສິ່ງນັ້ນຄືເສັ້ນທາງສູ່ການຖືກເຮັດໃຫ້ສົມບູນແບບ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ ພຣະທຳໃນປັດຈຸບັນຂອງພຣະເຈົ້າກໍຈະຊັດເຈນກັບເຈົ້າ. ຫລັງຈາກນັ້ນ ເຈົ້າກໍຈະສາມາດປະຕິບັດຕາມແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດໄດ້ຢ່າງຖືກຕ້ອງຫຼາຍຂຶ້ນໂດຍບໍ່ມີການຜັນປ່ຽນ; ເຈົ້າຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງຈະແຈ້ງຫຼາຍຂຶ້ນ, ເຂົ້າໃຈທິດທາງທີ່ຊັດເຈນໃນການຮັບໃຊ້ຂອງເຈົ້າ, ເຂົ້າໃຈການເຄື່ອນໄຫວ ແລະ ການນໍາພາຂອງພຣະວິນຍານບໍລິສຸດຢ່າງຖືກຕ້ອງ ແລະ ໝັ້ນໃຈໃນການມີຊີວິດພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງດັ່ງກ່າວແມ່ນຜົນທີ່ໄດ້ຮັບຈາກການສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ. ເມື່ອມະນຸດບໍ່ຊັດເຈນກ່ຽວກັບພຣະທຳຂອງພຣະເຈົ້າ, ບໍ່ມີເສັ້ນທາງສູ່ການປະຕິບັດຕົວຈິງ, ບໍ່ສາມາດທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ປາສະຈາກຫຼັກການການປະຕິບັດຕົວຈິງ, ສິ່ງນີ້ເກີດຂຶ້ນກໍຍ້ອນຫົວໃຈຂອງພວກເຂົາບໍ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ຈຸດປະສົງຂອງການມີຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນເພື່ອຄວາມສັດຊື່ ແລະ ຄວາມເປັນຈິງ, ການສະແຫວງຫາຄວາມຖືກຕ້ອງ ແລະ ຄວາມໂປ່ງໃສໃນພຣະທຳຂອງພຣະເຈົ້າ ແລະ ໃນທີ່ສຸດກໍຄື ການມາເຖິງຄວາມເຂົ້າໃຈໃນຄວາມຈິງ ແລະ ການຮູ້ຈັກພຣະເຈົ້າ.

ຖ້າຫົວໃຈຂອງເຈົ້າບໍ່ມັກຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ພຣະເຈົ້າກໍບໍ່ມີວິທີທີ່ຈະເຮັດໃຫ້ເຈົ້າສົມບູນ. ການຂາດຄວາມຕັດສິນໃຈແມ່ນເທົ່າກັບການບໍ່ມີຫົວໃຈ ແລະ ຄົນທີ່ບໍ່ມີຫົວໃຈບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້; ຄົນປະເພດດັ່ງກ່າວບໍ່ຮູ້ວ່າ ພຣະເຈົ້າປະຕິບັດພາລະກິດຫຼາຍພຽງໃດ ຫຼື ພຣະອົງກ່າວຂໍ້ພຣະທໍາໜ້ອຍຫຼາຍພຽງໃດ ຫຼື ພວກເຂົາບໍ່ຮູ້ວິທີຈະປະຕິບັດຕົວຈິງແນວໃດ. ນີ້ບໍ່ແມ່ນຄົນທີ່ປາສະຈາກຫົວໃຈບໍ? ຄົນທີ່ບໍ່ມີຫົວໃຈສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ບໍ? ພຣະເຈົ້າບໍ່ມີຈຸດປະສົງທີ່ຈະເຮັດໃຫ້ຄົນບໍ່ມີຫົວໃຈສົມບູນ ເຊິ່ງພວກເຂົາບໍ່ແຕກຕ່າງຈາກສັດເດຍລະສານທີ່ເປັນພາລະໃຫ້ກັບພຣະອົງ. ພຣະເຈົ້າໄດ້ກ່າວໄວ້ຢ່າງຊັດເຈນ ແລະ ແຈ່ມແຈ້ງຫຼາຍແລ້ວ, ແຕ່ຫົວໃຈຂອງເຈົ້າບໍ່ມີຄວາມຮູ້ສຶກຫຍັງເລີຍ ແລະ ເຈົ້າຍັງບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ອີກ. ເຈົ້າບໍ່ແມ່ນສັດເດຍລະສານນັ້ນບໍ? ບາງຄົນຫຼົງທາງໃນການປະຕິບັດເພື່ອຫວັງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອຮອດເວລາຄົວກິນ, ພວກເຂົາບໍ່ຄົວກິນ ແລະ ເມື່ອຮອດເວລາເຮັດວຽກເຮືອນ, ພວກເຂົາກໍບໍ່ເຮັດ ພຽງແຕ່ພາກັນອະທິຖານ ແລະ ຕຶກຕອງເທົ່ານັ້ນ. ການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າບໍ່ໄດ້ໝາຍເຖິງການຄົວກິນ ຫຼື ການເຮັດວຽກເຮືອນ ຫຼື ການມີຊີວິດຂອງຄົນໃດໜຶ່ງ; ກົງກັນຂ້າມ ມັນຄືຄວາມສາມາດໃນການເຮັດໃຫ້ຫົວໃຈຂອງຄົນໜຶ່ງສະຫງົບຕໍ່ໜ້າພຣະເຈົ້າແບບສະພາວະປົກກະຕິ ແລະ ການເຮັດໃຫ້ຫົວໃຈຄົນໃດໜຶ່ງມີບ່ອນຫວ່າງສໍາລັບພຣະເຈົ້າ. ເມື່ອເຈົ້າອະທິຖານ, ເຈົ້າຄວນຄຸເຂົ່າລົງໃຫ້ເໝາະສົມຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ; ເມື່ອເຈົ້າເຮັດວຽກເຮືອນ ຫຼື ຈັດກຽມອາຫານ, ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ, ໄຕ່ຕອງພຣະທຳຂອງພຣະເຈົ້າ ຫຼື ຮ້ອງເພງສັນລະເສີນພຣະອົງ. ບໍ່ວ່າເຈົ້າຈະຢູ່ໃນສະຖານະການໃດໆກໍຕາມ, ເຈົ້າຄວນມີວິທີການປະຕິບັດຂອງເຈົ້າເອງ, ເຈົ້າຄວນເຮັດທຸກຢ່າງທີ່ເຈົ້າສາມາດເຮັດໄດ້ເພື່ອເຂົ້າໃກ້ຊິດພຣະເຈົ້າ ແລະ ເຈົ້າຄວນພະຍາຍາມດ້ວຍກຳລັງທັງໝົດຂອງເຈົ້າເພື່ອເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອສະຖານະການເອື້ອອຳນວຍ, ຈົ່ງອະທິຖານຢ່າງເດັດດ່ຽວ; ເມື່ອສະຖານະການບໍ່ເອື້ອອຳນວຍ, ຈົ່ງເຂົ້າໃກ້ພຣະເຈົ້າດ້ວຍຫົວໃຈຂອງເຈົ້າ ໃນຂະນະທີ່ເຮັດໜ້າທີ່ຂອງຕົນ. ເມື່ອເຈົ້າສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ກໍຈົ່ງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ເມື່ອເຈົ້າສາມາດອະທິຖານ ກໍຈົ່ງອະທິຖານ; ເມື່ອເຈົ້າສາມາດຕຶກຕອງກ່ຽວກັບພຣະເຈົ້າ ກໍຈົ່ງຕຶກຕອງກ່ຽວກັບພຣະອົງ. ຖ້າຈະເວົ້າອີກແບບໜຶ່ງກໍຄື ຈົ່ງເຮັດໃຫ້ເຖິງທີ່ສຸດເພື່ອຝຶກຝົນຕົວເຈົ້າເອງໃນການເຂົ້າສູ່ຊີວິດ ໂດຍອີງຕາມສະພາບແວດລ້ອມຂອງເຈົ້າ. ບາງຄົນສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ເມື່ອບໍ່ມີບັນຫາຫຍັງ, ແຕ່ເມື່ອມີບາງສິ່ງເກີດຂຶ້ນ, ຄວາມຄິດຂອງພວກເຂົາກໍເລື່ອນລອຍ. ນັ້ນບໍ່ແມ່ນການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ວິທີທາງທີ່ຈະມີປະສົບການຢ່າງຖືກຕ້ອງຄື: ຫົວໃຈຂອງຄົນຕ້ອງບໍ່ອອກຫ່າງຈາກພຣະເຈົ້າ ບໍ່ວ່າຢູ່ພາຍໃຕ້ສະຖານະການໃດໆກໍຕາມ ຫຼື ຮູ້ສຶກຖືກລົບກວນໂດຍຄົນພາຍນອກ, ເຫດການ ຫຼື ສິ່ງໃດກໍຕາມ, ດ້ວຍວິທີນີ້ເທົ່ານັ້ນຜູ້ຄົນຈຶ່ງຈະຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງໄດ້. ບາງຄົນເວົ້າວ່າ ເມື່ອພວກເຂົາອະທິຖານຢູ່ໃນການຊຸມນຸມ, ຫົວໃຈຂອງພວກເຂົາສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ແຕ່ໃນເວລາພົບປະສົນທະນາກັບຄົນອື່ນ ພວກເຂົາບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ ແລະ ຄວາມຄິດຂອງພວກເຂົາກໍວຸ້ນວາຍ. ນີ້ບໍ່ແມ່ນການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ໃນປັດຈຸບັນນີ້ ຄົນສ່ວນຫຼາຍແມ່ນຕົກຢູ່ໃນສະພາວະນີ້, ຫົວໃຈຂອງພວກເຂົາບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ຕະຫຼອດເວລາ. ດ້ວຍເຫດນັ້ນ ພວກເຈົ້າຕ້ອງພະຍາຍາມຫຼາຍຂຶ້ນກວ່າເກົ່າເພື່ອຝຶກຝົນຕົນເອງໃຫ້ຢູ່ໃນຈຸດນີ້, ເພື່ອເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແຫ່ງປະສົບການຂອງຊີວິດເທື່ອລະຂັ້ນຕອນ ແລະ ເລີ່ມລົງມືປະຕິບັດຕາມເສັ້ນທາງແຫ່ງການສົມບູນແບບຂອງພຣະເຈົ້າ.

ກ່ອນນີ້: ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ

ຕໍ່ໄປ: ໃຫ້ໃສ່ໃຈຄວາມປະສົງຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້