ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ
ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້. ພາລະກິດນັ້ນສູງສົ່ງຂຶ້ນຕາມແຕ່ລະບາດກ້າວ, ຕາມການເປີດເຜີຍແຫ່ງວັນໃໝ່ທີ່ສູງສົ່ງກວ່າວັນນີ້ ໂດຍສູງສົ່ງຂຶ້ນ ແລະ ສູງຂຶ້ນໄປຕາມແຕ່ລະຂັ້ນຕອນ. ນັ້ນຄືພາລະກິດຂອງພຣະເຈົ້າເພື່ອເຮັດໃຫ້ມະນຸດສົມບູນ. ຫາກມະນຸດບໍ່ສາມາດກ້າວຕາມທັນ, ພວກເຂົາກໍອາດຈະຖືກປະຖິ້ມໄດ້ທຸກເວລາ. ຖ້າຫາກມະນຸດບໍ່ມີຫົວໃຈທີ່ເຊື່ອຟັງ, ພວກເຂົາຈະບໍ່ສາມາດເດີນຕາມໄປເຖິງທີ່ສຸດ. ຍຸກເກົ່າໄດ້ຜ່ານໄປ; ນີ້ແມ່ນຍຸກໃໝ່. ໃນຍຸກໃໝ່ນີ້ແມ່ນຕ້ອງໄດ້ເຮັດພາລະກິດໃໝ່. ໂດຍສະເພາະໃນຍຸກສຸດທ້າຍທີ່ຜູ້ຄົນຖືກເຮັດໃຫ້ສົມບູນ, ພຣະເຈົ້າຈະປະຕິບັດພາລະກິດໃໝ່ໃຫ້ໄວຂຶ້ນ, ເພາະສະນັ້ນ ຖ້າບໍ່ມີການເຊື່ອຟັງໃນຈິດໃຈຂອງພວກເຂົາ ຜູ້ຄົນຈະພົບຄວາມຫຍຸ້ງຍາກໃນການເດີນຕາມບາດກ້າວຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດໃດໆ ແລະ ພຣະອົງບໍ່ໄດ້ປະຕິບັດກັບພາລະກິດຂອງພຣະອົງວ່າເປັນສິ່ງທີ່ປ່ຽນແປງບໍ່ໄດ້. ແຕ່ພາລະກິດທີ່ພຣະອົງປະຕິບັດຢູ່ແມ່ນໃໝ່ສະເໝີ ແລະ ສູງສົ່ງສະເໝີ. ພາລະກິດຂອງພຣະອົງແມ່ນນັບມື້ນັບເປັນຈິງໃນແຕ່ລະບາດກ້າວ ແລະ ນັບມື້ນັບສອດຄ່ອງກັບຄວາມຕ້ອງການຕົວຈິງຂອງມະນຸດ. ພາຍຫຼັງທີ່ຜູ້ຄົນໄດ້ປະສົບກັບພາລະກິດແບບນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດສໍາເລັດການປ່ຽນແປງຈິດໃຈຂັ້ນສຸດທ້າຍຂອງພວກເຂົາ. ຄວາມຮູ້ຂອງມະນຸດກ່ຽວກັບຊີວິດແມ່ນສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ ແລະ ເຊັ່ນດຽວກັນ ພາລະກິດຂອງພຣະເຈົ້າກໍ່ສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະຖືກເຮັດໃຫ້ສົມບູນ ແລະ ເໝາະທີ່ຈະໃຫ້ພຣະເຈົ້ານໍາໃຊ້. ພຣະເຈົ້າດຳເນີນພາລະກິດດ້ວຍວິທີນີ້ ຍ້ອນດ້ານໜຶ່ງກໍ່ເພື່ອຕອບໂຕ້ ແລະ ຫັນປ່ຽນຄວາມຄິດຂອງມະນຸດ ແລະ ອີກດ້ານໜຶ່ງກໍ່ເພື່ອນຳພາມະນຸດໄປສູ່ສະພາບທີ່ສູງຂຶ້ນ ແລະ ເປັນຈິງຫຼາຍຂຶ້ນ ເພື່ອເຂົ້າສູ່ໂລກທີ່ສູງສຸດຂອງຄວາມເຊື່ອໃນພຣະເຈົ້າ ເພື່ອວ່າໃນທີ່ສຸດແລ້ວ ຄວາມປະສົງຂອງພຣະເຈົ້າຈະໄດ້ສໍາເລັດ. ທຸກຄົນທີ່ບໍ່ເຊື່ອຟັງໂດຍທໍາມະຊາດ ທີ່ເຕັມໃຈຄັດຄ້ານຈະຖືກປ່ອຍຖິ້ມໄວ້ຢູ່ໃນຂັ້ນຕອນນີ້ຂອງພາລະກິດທີ່ວ່ອງໄວ ແລະ ກ້າວໜ້າຢ່າງດຸເດືອດຂອງພຣະເຈົ້າ; ຜູ້ທີ່ເຕັມໃຈເຊື່ອຟັງ ແລະ ຜູ້ທີ່ຍິນດີຖ່ອມຕົນເທົ່ານັ້ນທີ່ຈະສາມາດກ້າວໄປເຖິງຈຸດສຸດທ້າຍຂອງເສັ້ນທາງ. ໃນພາລະກິດແບບນີ້, ພວກເຈົ້າທຸກຄົນຕ້ອງຮຽນຮູ້ວິທີການອ່ອນນ້ອມ ແລະ ວິທີປ່ອຍວາງແນວຄວາມຄິດຂອງພວກເຈົ້າ. ພວກເຈົ້າຄວນລະວັງໃນທຸກຂັ້ນຕອນທີ່ພວກເຈົ້າດໍາເນີນ. ຖ້າຫາກພວກເຈົ້າບໍ່ລະວັງ, ພວກເຈົ້າຈະກາຍເປັນຄົນທີ່ຖືກປະຕິເສດໂດຍພຣະວິນຍານບໍລິສຸດ ແລະ ເປັນຜູ້ທີ່ຄັດຂວາງພາລະກິດຂອງພຣະເຈົ້າ. ກ່ອນທີ່ຈະປະສົບກັບຂັ້ນຕອນຂອງພາລະກິດນີ້, ກົດເກນ ແລະ ກົດໝາຍເກົ່າຂອງມະນຸດແມ່ນມີຫຼາຍຈົນນັບບໍ່ຖ້ວນ ເຊິ່ງເຮັດໃຫ້ພວກເຂົາຫຼົງລືມ ແລະ ຜົນທີ່ໄດ້ຮັບກໍຄືພວກເຂົາກາຍເປັນຄົນອວດດີ ແລະ ຫຼົງລືມຕົວ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນອຸປະສັກທີ່ກີດກັ້ນມະນຸດບໍ່ໃຫ້ຮັບເອົາພາລະກິດໃໝ່ຂອງພຣະເຈົ້າ; ພວກເຂົາກາຍເປັນສັດຕູຕໍ່ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າ. ມັນອັນຕະລາຍສໍາລັບຜູ້ຄົນທີ່ຈະບໍ່ມີທັງຄວາມເຊື່ອໃນຈິດໃຈຂອງພວກເຂົາ ແລະ ການປາດຖະໜາຄວາມເປັນຈິງ. ຖ້າເຈົ້າອ່ອນນ້ອມຕໍ່ພາລະກິດ ແລະ ພຣະທໍາທຳມະດາເທົ່ານັ້ນ ແລະ ບໍ່ສາມາດຮັບເອົາຄວາມເລິກເຊິ່ງໃດໆ, ເຈົ້າກໍເປັນຜູ້ທີ່ຍຶດຕິດກັບແນວທາງເກົ່າ ແລະ ບໍ່ສາມາດນຳທັນພາລະກິດຂອງພຣະວິນຍານບໍລິສຸດໄດ້. ພາລະກິດທີ່ພຣະເຈົ້າກະທໍາແມ່ນແຕກຕ່າງກັນໃນແຕ່ລະໄລຍະ. ຖ້າເຈົ້າມີຄວາມເຊື່ອຟັງຫຼາຍຕໍ່ພາລະກິດຂອງພຣະເຈົ້າໃນໄລຍະໜຶ່ງ ແຕ່ໃນອີກໄລຍະຕໍ່ໄປຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນໜ້ອຍລົງ ຫຼື ເຈົ້າບໍ່ສາມາດມີຄວາມເຊື່ອຟັງເລີຍ, ພຣະເຈົ້າກໍຈະຖິ້ມປະເຈົ້າ. ຖ້າເຈົ້າເດີນຕາມທັນພຣະເຈົ້າໃນເວລາທີ່ພຣະອົງກ້າວສູ່ຂັ້ນຕອນນີ້, ເຈົ້າກໍຕ້ອງສືບຕໍ່ເດີນຕາມພຣະອົງໃຫ້ທັນໃນເວລາທີ່ພຣະອົງກ້າວເຂົ້າສູ່ຂັ້ນຕອນຕໍ່ໄປ; ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະເປັນຜູ້ເຊື່ອຟັງໃນພຣະວິນຍານບໍລິສຸດ. ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງເຊື່ອຟັງຢ່າງສະໝໍ່າສະເໝີ. ເຈົ້າບໍ່ສາມາດພຽງແຕ່ເຊື່ອຟັງເວລາຄິດຢາກເຊື່ອ ແລະ ບໍ່ເຊື່ອເມື່ອບໍ່ຢາກເຊື່ອ. ພຣະເຈົ້າບໍ່ຍົກຍ້ອງຄວາມເຊື່ອຟັງແບບນີ້. ຖ້າເຈົ້າບໍ່ສາມາດເດີນຕາມທັນພາລະກິດໃໝ່ທີ່ເຮົາໄດ້ເຂົ້າໄດ້ສົນທະນາ ແລະ ສືບຕໍ່ຢຶດຖືໃນຄຳເວົ້າເກົ່າ ແລ້ວຈະມີຄວາມກ້າວໜ້າໃນຊີວິດຂອງເຈົ້າໄດ້ຢ່າງໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອສະໜອງໃຫ້ເຈົ້າໂດຍຜ່ານພຣະທໍາຂອງພຣະອົງ. ເມື່ອເຈົ້າເຊື່ອຟັງ ແລະ ຍອມຮັບພຣະທໍາຂອງພຣະອົງ, ພຣະວິນຍານບໍລິສຸດກໍຈະປະຕິບັດພາລະກິດໃນຕົວເຈົ້າຢ່າງແນ່ນອນ. ພຣະວິນຍານບໍລິສຸດດຳເນີນໄປຕາມທີ່ເຮົາກ່າວຢ່າງຖືກຕ້ອງ; ຈົ່ງເຮັດຕາມທີ່ເຮົາໄດ້ກ່າວ ແລະ ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າທັນທີ. ເຮົາເຍືອງແສງສະຫວ່າງໃໝ່ໃຫ້ພວກເຈົ້າເພື່ອໃຫ້ເຫັນ, ນຳພາພວກເຈົ້າມາສູ່ແສງສະຫວ່າງແຫ່ງປັດຈຸບັນ ແລະ ເມື່ອເຈົ້າຍ່າງເຂົ້າສູ່ແສງສະຫວ່າງນີ້, ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າທັນທີ. ມີບາງຄົນທີ່ຍັງມີນິໄສດື້ດ້ານ ແລະ ເວົ້າວ່າ: “ຂ້ານ້ອຍຈະບໍ່ຍອມເຮັດຕາມທີ່ພຣະອົງບອກ”. ດັ່ງນັ້ນ, ເຮົາຂໍບອກເຈົ້າວ່າຕອນນີ້ເຈົ້າໄດ້ມາເຖິງຈຸດສຸດທ້າຍຂອງເສັ້ນທາງແລ້ວ; ເຈົ້າເຫືອດແຫ້ງ ແລະ ບໍ່ມີຊີວິດອີກຕໍ່ໄປ. ສະນັ້ນ ໃນປະສົບການຂອງການປ່ຽນແປງຈິດໃຈຂອງພວກເຈົ້າ ແມ່ນບໍ່ມີສິ່ງໃດທີ່ສຳຄັນໄປກວ່າການກ້າວໃຫ້ທັນແສງສະຫວ່າງໃນປັດຈຸບັນ. ພຣະວິນຍານບໍລິສຸດບໍ່ພຽງແຕ່ປະຕິບັດພາລະກິດຕໍ່ບາງຄົນທີ່ຖືກພຣະເຈົ້າໃຊ້ເທົ່ານັ້ນ ແຕ່ປະຕິບັດຫຼາຍກວ່ານັ້ນໃນຄຣິສຕະຈັກ. ພຣະອົງສາມາດປະຕິບັດພາລະກິດໃນຜູ້ໃດກໍໄດ້. ພຣະອົງອາດປະຕິບັດພາລະກິດໃນຕົວເຈົ້າໃນຕອນນີ້ ແລະ ເມື່ອເຈົ້າຈະປະສົບກັບພາລະກິດນີ້. ໃນໄລຍະຕໍ່ໄປ, ພຣະອົງອາດປະຕິບັດພາລະກິດໃນຄົນອື່ນ ເຊິ່ງໃນກໍລະນີນີ້ ເຈົ້າຕ້ອງຮີບຕິດຕາມ; ຍິ່ງເຈົ້າເດີນຕາມແສງສະຫວ່າງປັດຈຸບັນຢ່າງໃກ້ຊິດເທົ່າໃດ, ຊີວິດຂອງເຈົ້າກໍຍິ່ງຈະເຕີບໃຫຍ່ຂຶ້ນເທົ່ານັ້ນ. ບໍ່ວ່າບາງຄົນຈະເປັນຄົນແບບໃດ ແຕ່ຖ້າຕາບໃດທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຂົາ, ເຈົ້າກໍຕ້ອງປະຕິບັດຕາມ. ຈົ່ງນຳໃຊ້ປະສົບການຂອງພວກເຂົາເຈົ້າເຂົ້າສູ່ຕົວເຈົ້າເອງ ແລະ ເຈົ້າຈະໄດ້ຮັບສິ່ງທີ່ສູງສົ່ງຂຶ້ນອີກ. ເມື່ອເຮັດດັ່ງນັ້ນ, ເຈົ້າຈະມີຄວາມຄືບໜ້າໄວຂຶ້ນ. ນີ້ແມ່ນເສັ້ນທາງແຫ່ງຄວາມສົມບູນສຳລັບມະນຸດ ແລະ ວິທີແຫ່ງການເຕີບໃຫຍ່ຂອງຊີວິດ. ເສັ້ນທາງສູ່ຄວາມສົມບູນຈະສໍາເລັດ ແມ່ນໂດຍຜ່ານການເຊື່ອຟັງຂອງເຈົ້າທີ່ມີຕໍ່ພາລະກິດຂອງພະວິນຍານບໍລິສຸດ. ເຈົ້າບໍ່ຮູ້ວ່າຕ້ອງຜ່ານຄົນປະເພດໃດພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າກາຍເປັນຄົນສົມບູນ, ຕ້ອງຜ່ານໃຜແດ່ ແລະ ເຫດການໃດແດ່ ຫຼື ສິ່ງໃດແດ່ ພຣະອົງຈຶ່ງຈະເຮັດໃຫ້ເຈົ້າສາມາດໄດ້ຮັບ ແລະ ເຫັນສິ່ງຕ່າງໆ. ຖ້າເຈົ້າສາມາດຍ່າງຕາມທາງທີ່ຖືກຕ້ອງນີ້, ນັ້ນສະແດງວ່າພໍມີຫວັງທີ່ຍິ່ງໃຫຍ່ສຳລັບເຈົ້າທີ່ຈະຖືກເຮັດໃຫ້ສົມບູບໂດຍພຣະເຈົ້າ. ຖ້າຫາກເຈົ້າບໍ່ສາມາດເຮັດໄດ້ດັ່ງນັ້ນ, ສະແດງວ່າອະນາຄົດຂອງເຈົ້າຈະມືດມົວ ແລະ ໄຮ້ແສງສະຫວ່າງ. ເມື່ອເຈົ້າເຂົ້າມາຖືກທາງ, ເຈົ້າຈະໄດ້ຮັບການເປີດເຜີຍໃນທຸກສິ່ງທຸກຢ່າງ. ບໍ່ວ່າພຣະວິນຍານບໍລິສຸດຈະເປີດເຜີຍສິ່ງໃດຕໍ່ຄົນອື່ນໆກໍຕາມ, ຖ້າເຈົ້າດຳເນີນການບົນພື້ນຖານຄວາມຮູ້ຂອງເຂົາເຈົ້າເພື່ອປະສົບກັບສິ່ງຕ່າງໆດ້ວຍຕົວເອງ, ປະສົບການນີ້ກໍຈະກາຍເປັນສ່ວນໜຶ່ງໃນຊີວິດຂອງເຈົ້າ ແລະ ເຈົ້າຈະສາມາດມອບປະສົບການນີ້ຕໍ່ໃຫ້ກັບຄົນອື່ນໄດ້. ຜູ້ທີ່ມອບປະສົບການໃຫ້ຄົນອື່ນດ້ວຍການເວົ້າຈໍ້ແບບນົກແກ້ວແມ່ນຜູ້ທີ່ບໍ່ມີປະສົມການ; ເຈົ້າຕ້ອງຮຽນຮູ້ຄົ້ນຫາ ໂດຍຜ່ານຄວາມສະຫວ່າງ ແລະ ແສງເຍືອງທາງຂອງຄົນອື່ນ ເຊິ່ງເປັນການເຝິກຝົນກ່ອນທີ່ເຈົ້າຈະສາມາດເລີ່ມຕົ້ນບອກເຫຼົ່າປະສົບການ ແລະ ຄວາມຮູ້ທີ່ແທ້ຈິງຂອງຕົນເອງ. ສິ່ງນີ້ຈະເປັນປະໂຫຍດອັນໃຫຍ່ຫຼວງແກ່ຕົວເຈົ້າເອງ. ເຈົ້າຄວນໄດ້ຮັບປະສົບການໃນວິທີນີ້ ແລະ ເຊື່ອຟັງທຸກສິ່ງທີ່ມາຈາກພຣະເຈົ້າ. ເຈົ້າຄວນສະແຫວງຫາຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ ແລະ ສຶກສາໃຫ້ເປັນບົດຮຽນໃນທຸກສິ່ງ ເພື່ອວ່າຊີວິດຂອງພວກເຈົ້າຈະເຕີບໃຫຍ່. ການປະຕິບັດແບບນີ້ ເຮັດໃຫ້ກ້າວໜ້າໄວທີ່ສຸດ.
ພຣະວິນຍານບໍລິສຸດໃຫ້ແສງສະຫວ່າງແກ່ເຈົ້າໂດຍຜ່ານປະສົບການຕົວຈິງ ແລະ ເຮັດໃຫ້ເຈົ້າສົມບູບຜ່ານຄວາມສັດທາຂອງເຈົ້າ. ເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນບໍ່? ຖ້າຫາກເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູບໂດຍພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະມີຄວາມກ້າຫານທີ່ຈະປະຖິ້ມເນື້ອໜັງຂອງເຈົ້າ, ເຈົ້າຈະສາມາດດໍາເນີນຕາມພຣະທໍາຂອງພຣະເຈົ້າ ແລະ ເຈົ້າຈະບໍ່ຢູ່ເສີຍ ຫຼື ເປັນຄົນອ່ອນແອ. ເຈົ້າຈະສາມາດເຊື່ອຟັງທຸກຢ່າງທີ່ມາຈາກພຣະເຈົ້າ ແລະ ທຸກໆການກະທຳຂອງພວກເຈົ້າຈະເປັນສິ່ງທີ່ປະເສີດຕໍ່ພຣະເຈົ້າ ບໍ່ວ່າຈະກະທຳໃນທີ່ສາທາລະນະ ຫຼື ໃນສະຖານທີ່ສ່ວນຕົວ. ຖ້າເຈົ້າເປັນຄົນທີ່ສັດຊື່ ແລະ ປະຕິບັດຄວາມເປັນຈິງໃນທຸກໆສິ່ງ ເຈົ້າກໍ່ຈະກາຍເປັນຄົນທີ່ສົມບູບ. ພວກທີ່ໜ້າຫວ້າຍຫຼັງຫຼອກຜູ້ທີ່ຕໍ່ໜ້າເຮັດຈັ່ງໜຶ່ງ ແລະ ລັບຫຼັງເຮັດແບບອື່ນແມ່ນຜູ້ບໍ່ເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນ. ພວກເຂົາທຸກຄົນເປັນບຸດແຫ່ງຄວາມພິນາດ ແລະ ການທຳລາຍລ້າງ; ພວກເຂົາບໍ່ແມ່ນຄົນຂອງພຣະເຈົ້າ ແຕ່ເປັນຄົນຂອງຊາຕານ. ພວກເຂົາບໍ່ແມ່ນຄົນປະເພດທີ່ພຣະເຈົ້າຊົງເລືອກເອົາ! ຖ້າການກະທຳ ແລະ ພຶດຕິກຳຂອງເຈົ້າບໍ່ສາມາດສະແດງອອກຢູ່ຕໍ່ໜ້າພຣະເຈົ້າ ຫຼື ບໍ່ສາມາດເຫັນໂດຍພຣະວິນຍານຂອງພຣະເຈົ້າ, ນີ້ກໍພິສູດວ່າມີບາງສິ່ງທີ່ຜິດປົກກະຕິໃນໂຕເຈົ້າ. ຖ້າເຈົ້າຍອມຮັບຄຳພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເທົ່ານັ້ນ ແລະ ໃສ່ໃຈກັບການປ່ຽນແປງຈິດໃຈຂອງເຈົ້າ, ເຈົ້າຈຶ່ງຈະສາມາດເຂົ້າມາສູ່ເສັ້ນທາງໃນການຖືກເຮັດໃຫ້ສົມບູນໄດ້. ຖ້າເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເຈົ້າກໍຄວນເຊື່ອຟັງພາລະກິດຂອງພຣະເຈົ້າທັງໝົດ ໂດຍປາສະຈາກສຽງຈົ່ມວ່າແມ່ນແຕ່ຄຳດຽວ, ປາສະຈາກການຄາດເດົາ ການປະເມີນຜົນ ຫຼື ຕັດສິນພາລະກິດຂອງພຣະເຈົ້າ. ນີ້ແມ່ນຂໍ້ເງື່ອນໄຂຕ່ຳສຸດໃນການທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ເງື່ອນໄຂທີ່ຈຳເປັນສຳລັບຜູ້ທີ່ສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນກໍຄືສິ່ງນີ້: ເຮັດທຸກສິ່ງທຸກຢ່າງດ້ວຍໃຈທີ່ຮັກພຣະເຈົ້າ. “ການເຮັດທຸກສິ່ງທຸກຢ່າງດ້ວຍໃຈທີ່ຮັກພຣະເຈົ້າ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າທຸກການກະທຳ ແລະ ພຶດຕິກຳຂອງເຈົ້າສາມາດສະແດງອອກຕໍ່ໜ້າພຣະເຈົ້າໄດ້. ຍ້ອນເຈົ້າມີເຈດຕະນາທີ່ຖືກຕ້ອງ, ເຈົ້າຈະບໍ່ມີຄວາມຢ້ານກົວທີ່ຈະສະແດງສິ່ງເຫຼົ່ານັ້ນຕໍ່ໜ້າພຣະເຈົ້າ ຫຼື ຕໍ່ໜ້າອ້າຍເອື້ອຍນ້ອງຂອງເຈົ້າ ບໍ່ວ່າການກະທຳຂອງເຈົ້າຈະຖືກ ຫຼື ຜິດກໍຕາມ ແລະ ເຈົ້າຈະກ້າປະຕິຍານຕໍ່ໜ້າພຣະເຈົ້າ. ເຈົ້າຕ້ອງສະແດງທຸກຄວາມຕັ້ງໃຈ, ຄວາມນຶກຄິດ ແລະ ແນວຄິດຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ ເພື່ອການພິຈາລະນາຂອງພຣະອົງ; ຖ້າຫາກເຈົ້າປະຕິບັດ ແລະ ເຂົ້າສູ່ເສັ້ນທາງນີ້, ຄວາມກ້າວໜ້າໃນຊີວິດຂອງເຈົ້າກໍຈະມີຄວາມວ່ອງໄວ.
ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງມີສັດທາໃນພຣະທໍາທຸກຂໍ້ຂອງພຣະເຈົ້າ ແລະ ໃນພາລະກິດຂອງພຣະອົງທັງໝົດ. ນັ້ນໝາຍຄວາມວ່າ ເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງເຊື່ອຟັງພຣະອົງ. ຖ້າວ່າເຈົ້າເຮັດບໍ່ໄດ້, ມັນກໍບໍ່ສຳຄັນທີ່ເຈົ້າຈະເຊື່ອໃນພຣະເຈົ້າ ຫຼື ບໍ່. ຖ້າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ບໍ່ເຄີຍເຊື່ອຟັງພຣະອົງ ແລະ ບໍ່ຍອມຮັບພຣະທໍາທຸກຄຳຂອງພຣະອົງ ແຕ່ພັດຂໍໃຫ້ພຣະເຈົ້າຍອມເຈົ້າ ແລະ ເຮັດຕາມຄວາມຄິດຂອງເຈົ້າ, ເຈົ້າກໍເປັນຄົນທີ່ກະບົດທີ່ສຸດ ແລະ ເຈົ້າກໍແມ່ນຜູ້ທີ່ມີຄວາມເຊື່ອ. ຄົນເຊັ່ນນີ້ຈະສາມາດເຊື່ອຟັງພາລະກິດ ແລະ ພຣະທໍາຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດໄດ້ຢ່າງໃດ? ຜູ້ທີ່ກະບົດທີ່ສຸດຄືຜູ້ທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ຕໍ່ຕ້ານສາສະໜາຄຣິດ. ທັດສະນະຂອງພວກເຂົາແມ່ນທັດສະນະທີ່ບໍ່ດີຕໍ່ພາລະກິດໃໝ່ຂອງພຣະເຈົ້າຢູ່ສະເໝີ; ພວກເຂົາບໍ່ເຄີຍມີຄວາມຕັ້ງໃຈແມ່ນແຕ່ໜ້ອຍດຽວໃນການອ່ອນນ້ອມ ແລະ ພວກເຂົາບໍ່ເຄີຍອ່ອນນ້ອມ ຫຼື ຖ່ອມຕົນຢ່າງເຕັມໃຈ. ພວກເຂົາຍົກຍ້ອງຕົວເອງຕໍ່ໜ້າຄົນອື່ນ ແລະ ບໍ່ເຄີຍອ່ອນນ້ອມຕໍ່ໃຜເລີຍ. ຕໍ່ໜ້າພຣະເຈົ້າ ພວກເຂົາຖືວ່າຕົນເອງເກັ່ງທີ່ສຸດໃນການເທດສະໜາພຣະທໍາ ແລະ ມີຄວາມຊຳນານທີ່ສຸດໃນການປະຕິບັດວຽກງານກັບຄົນອື່ນ. ພວກເຂົາບໍ່ເຄີຍປະຖິ້ມ “ຊັບສົມບັດ” ທີ່ພວກເຂົາຄອບຄອງ ແຕ່ພັດຖືເອົາສິ່ງເຫຼົ່ານັ້ນເປັນມໍລະດົກຕົກທອດຈາກວົງຕະກູນເພື່ອນະມັດສະການ, ເພື່ອທີ່ຈະເທດສະໜາກ່ຽວກັບຄົນອື່ນ ແລະ ໃຊ້ເຂົາເຈົ້າເພື່ອສັ່ງສອນຄົນໂງ່ທີ່ຫຼົງເຊື່ອພວກເຂົາ. ມີຜູ້ຄົນແບບນີ້ຈຳນວນຫຼາຍຢູ່ໃນຄຣິສຕະຈັກ. ອາດເວົ້າໄດ້ວ່າ “ວິລະບູລຸດທີ່ບໍ່ເຄີຍພ່າຍແພ້” ຮຸ້ນຕໍ່ຮຸ້ນອາໃສຢູ່ໃນເຮືອນຂອງພຣະເຈົ້າ. ພວກເຂົາຖືເອົາຄຳເທດສະໜາ (ຫຼັກຄຳສອນ) ເປັນໜ້າທີ່ສູງສຸດຂອງພວກເຂົາ. ທຸກປີ ແລະ ທຸກລຸ້ນ, ພວກເຂົາດຳເນີນການຢ່າງຈິງຈັງໃນການບັງຄັບໃຊ້ໜ້າທີ່ “ສັກສິດ ແລະ ຂັດຂືນບໍ່ໄດ້” ຂອງພວກເຂົາ. ບໍ່ມີໃຜກ້າແຕະຕ້ອງພວກເຂົາ; ບໍ່ມີແມ່ນແຕ່ຄົນດຽວທີ່ກ້າຕິຕຽນພວກເຂົາຢ່າງເປີດເຜີຍ. ພວກເຂົາກາຍເປັນ “ກະສັດ” ໃນເຮືອນຂອງພຣະເຈົ້າ, ອາລະວາດໄປທົ່ວ ໃນຂະນະທີ່ພວກເຂົາກົດຂີ່ຂົ່ມເຫັງຄົນອື່ນໃນທຸກກຸ່ມອາຍຸ. ຜີສາດຮ້າຍຝູງນີ້ຊອກຫາການຮ່ວມມື ແລະ ທຳລາຍພາລະກິດຂອງເຮົາ; ແລ້ວເຮົາຈະອະນຸຍາດໃຫ້ຜີສາດຮ້າຍທີ່ມີຊີວິດເຫຼົ່ານີ້ມີຢູ່ຕໍ່ໜ້າຕໍ່ຕາເຮົາໄດ້ແນວໃດ? ກະທັ້ງຜູ້ທີ່ເຊື່ອຟັງພຽງເຄິ່ງດຽວຍັງບໍ່ສາມາດເດີນໄປຈົນເຖິງຈຸດສຸດທ້າຍໄດ້, ແລ້ວແຮງໄກທີ່ພວກທໍຣະລາດເຫຼົ່ານີ້ທີ່ບໍ່ມີຄວາມເຊື່ອຟັງແມ່ນແຕ່ເລັກນ້ອຍຈະມີ! ພາລະກິດຂອງພຣະເຈົ້າບໍ່ແມ່ນສິ່ງທີ່ຈະຮັບໄດ້ຢ່າງງ່າຍໂດຍມະນຸດ. ເຖິງວ່າມະນຸດຈະໃຊ້ກໍາລັງທັງໝົດທີ່ພວກເຂົາມີຢູ່ ແຕ່ພວກເຂົາກໍຈະໄດ້ຮັບພຽງສ່ວນນ້ອຍ ເຊິ່ງໃນທີ່ສຸດແລ້ວກໍຈະເຮັດໃຫ້ພວກເຂົາຖືກເຮັດໃຫ້ສົມບູນ. ແລ້ວຜູ້ທີ່ເປັນລູກຂອງທູດສະຫວັນ ທີ່ພະຍາຍາມທຳລາຍພາລະກິດຂອງພຣະເຈົ້າເດ? ພວກເຂົາບໍ່ມີຄວາມຫວັງແມ່ນແຕ່ໜ້ອຍດຽວ ທີ່ຈະຖືກຮັບເອົາໂດຍພຣະເຈົ້າເລີຍແມ່ນບໍ? ຈຸດປະສົງຂອງເຮົາໃນການປະຕິບັດພາລະກິດແຫ່ງການເອົາຊະນະບໍ່ແມ່ນພຽງເພື່ອເອົາຊະນະເພື່ອໃຫ້ໄດ້ໄຊຊະນະເທົ່ານັ້ນ, ແຕ່ເປັນການເອົາຊະນະເພື່ອເປີດເຜີຍຄວາມຊອບທໍາ ແລະ ຄວາມບໍ່ຊອບທຳ ເພື່ອໃຫ້ໄດ້ຫຼັກຖານສໍາລັບການລົງໂທດມະນຸດ, ເພື່ອປະນາມຄົນຊົ່ວ ແລະ ຍິ່ງກວ່ານັ້ນແມ່ນການເອົາຊະນະເພື່ອເຮັດໃຫ້ຄົນທີ່ເຕັມໃຈເຊື່ອຟັງສົມບູນ. ໃນທີ່ສຸດ, ທຸກຄົນຈະຖືກແຍກອອກໄປຕາມປະເພດ ແລະ ຄົນທີ່ຖືກເຮັດໃຫ້ສົມບູບຈະມີຄວາມຄິດ ແລະ ແນວຄວາມຄິດທີ່ເຕັມໄປດ້ວຍການເຊື່ອຟັງ. ນີ້ຄືພາລະກິດທີ່ຕ້ອງເຮັດໃຫ້ສຳເລັດໃນຍຸກທີ່ສຸດ. ໃນຂະນະດຽວກັນນັ້ນ, ຜູ້ທີ່ມີທຸກການກະທໍາທີ່ກະບົດຈະຖືກລົງໂທດ ແລະ ຖືກສົ່ງໄປເຜົາໃນກອງໄຟ ເຊິ່ງເປັນວັດຖຸແຫ່ງການສາບແຊ່ງຕະຫຼອດການ. ເມື່ອເວລານັ້ນມາເຖິງ, ຜູ້ທີ່ເປັນ “ວິລະບູລຸດທີ່ຍິ່ງໃຫຍ່ ແລະ ບໍ່ເຄີຍພ່າຍແພ້” ໃນອະດີດຜ່ານມາຈະກາຍເປັນ “ຄົນຂີ້ຢ້ານທີ່ອ່ອນແອ ແລະ ໄຮ້ສະມັດຕະພາບ” ທີ່ຕໍ່າຊ້າ ແລະ ຖືກຫຼົບຫຼີກທີ່ສຸດ. ມີພຽງສິ່ງນີ້ເທົ່ານັ້ນທີ່ສາມາດສະແດງເຖິງຄວາມທ່ຽງທໍາຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງໃນທຸກແງ່ມຸມ ທີ່ມະນຸດບໍ່ສາມາດລ່ວງເກີນໄດ້ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ຈະຢຸດຄວາມກຽດຊັງໃນຈິດໃຈຂອງເຮົາ. ພວກເຈົ້າເຫັນດີນໍາບໍວ່າ ນີ້ສົມເຫດສົມຜົນທີ່ສຸດ?
ບໍ່ແມ່ນທຸກຄົນທີ່ມີປະສົບການກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ແມ່ນຜູ້ທີ່ຢູ່ໃນກະແສນີ້ຈະໄດ້ຮັບຊີວິດ. ຊີວິດບໍ່ແມ່ນຊັບສົມບັດລວມ ທີ່ມະນຸດທຸກຄົນໃຊ້ຮ່ວມກັນ ແລະ ການປ່ຽນແປງໃນອຸປະນິໄສກໍບໍ່ແມ່ນສິ່ງທີ່ຈະບັນລຸໄດ້ຢ່າງງ່າຍດາຍໂດຍທຸກຄົນ. ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າຕ້ອງເປັນຈິງ ແລະ ຕ້ອງມີການດໍາລົງຢູ່. ການອ່ອນນ້ອມແບບຜິວເຜີນຈະບໍ່ສາມາດໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ແລະ ການເຊື່ອຟັງພຽງດ້ານຜິວເຜີນຂອງພຣະທໍາຂອງພຣະເຈົ້າ ໂດຍທີ່ປາສະຈາກການສະແຫວງຫາຄວາມປ່ຽນແປງຈິດໃຈຕົນເອງນັ້ນບໍ່ແມ່ນການສະແຫວງຫາຈິດໃຈຂອງພຣະເຈົ້າ. ການເຊື່ອຟັງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າແມ່ນອັນໜຶ່ງອັນດຽວກັນ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າເທົ່ານັ້ນ ແຕ່ບໍ່ອ່ອນນ້ອມຕໍ່ພາລະກິດແມ່ນບໍ່ສາມາດຖືວ່າເປັນຜູ້ທີ່ເຊື່ອຟັງ ແລ້ວແຮງໄກສໍາລັບຜູ້ທີ່ບໍ່ອ່ອນນ້ອມຢ່າງແທ້ຈິງ ແຕ່ເປັນຄົນໜ້າຊື່ໃຈຄົດ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງຈະສາມາດໄດ້ຮັບຜົນຈາກພາລະກິດ ແລະ ບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າ. ມີແຕ່ຜູ້ຄົນດັ່ງກ່າວທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນເຫຼົ່ານັ້ນ ສາມາດໄດ້ຮັບຄວາມຮູ້ໃໝ່ ແລະ ປະສົບກັບການປ່ຽນແປງໃໝ່ຈາກພາລະກິດໃໝ່. ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ແລະ ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ຖືກເຮັດໃຫ້ສົມບູນ ແລະ ມີແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ແມ່ນຜູ້ໄດ້ຮັບການປ່ຽນແປງຈິດໃຈ. ຜູ້ທີ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າແມ່ນຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍຄວາມຍິນດີ, ພຣະທໍາ ແລະ ພາລະກິດຂອງພຣະອົງ. ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຢູ່ໃນຄວາມຖືກຕ້ອງ, ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຕ້ອງການພຣະເຈົ້າຢ່າງຈິງໃຈ ແລະ ສະແຫວງຫາພຣະເຈົ້າຢ່າງຈິງໃຈ. ສ່ວນຜູ້ທີ່ພຽງແຕ່ເວົ້າເຖິງຄວາມສັດທາໃນພຣະເຈົ້າຂອງພວກເຂົາດ້ວຍປາກຂອງພວກເຂົາ ແຕ່ໃນແກ່ນແທ້ແລ້ວພັດສາບແຊ່ງພຣະອົງ, ພວກເຂົາແມ່ນເປັນຜູ້ທີ່ໃສ່ໜ້າກາກໃຫ້ກັບຕົນເອງ ທີ່ມີພິດຂອງໂຕງູ; ພວກເຂົາເປັນຜູ້ທີ່ທໍລະຍົດທີ່ສຸດ. ບໍ່ຊ້າກໍໄວ, ໜ້າກາກຈອມປອມຂອງຄົນຊົ່ວເຫຼົ່ານີ້ຈະຖືກດຶງຈີກອອກ. ນີ້ບໍ່ແມ່ນພາລະກິດທີ່ຈະຕ້ອງເຮັດໃຫ້ແລ້ວໃນມື້ນີ້ບໍ? ຄົນທີ່ຊົ່ວຮ້າຍ ກໍຈະຊົ່ວຮ້າຍສະເໝີ ແລະ ຈະບໍ່ລອດພົ້ນຈາກວັນຂອງການລົງໂທດ. ຄົນດີຈະເປັນຄົນດີສະເໝີ ແລະ ຈະຖືກເປີດເຜີຍເມື່ອພາລະກິດມາຮອດຈຸດສິ້ນສຸດ. ຈະບໍ່ມີການຖືວ່າຄົນຊົ່ວຮ້າຍແມ່ນແຕ່ໜຶ່ງຄົນເປັນຄົນຊອບທໍາ ແລະ ຈະບໍ່ມີການຖືວ່າຄົນທີ່ຊອບທໍາແມ່ນແຕ່ໜຶ່ງຄົນເປັນຄົນຊົ່ວຮ້າຍ. ເຮົາຈະປ່ອຍໃຫ້ໃຜຜູ້ໜຶ່ງຖືກກ່າວຫາຢ່າງຜິດໆໄດ້ບໍ?
ໃນຂະນະທີ່ຊີວິດຂອງເຈົ້າພວມກ້າວໄປ, ເຈົ້າຕ້ອງມີທາງເຂົ້າໃໝ່ ແລະ ຄວາມເຂົ້າທີ່ໃໝ່ ແລະ ສູງສົ່ງກວ່າເກົ່າ ທີ່ເຕີບໃຫຍ່ຂຶ້ນທຸກບາດກ້າວ. ນີ້ຄືສິ່ງທີ່ມະນຸດຊາດຄວນເຂົ້າສູ່. ໂດຍຜ່ານການສົນທະນາກັນ, ການຮັບຟັງການສະແດງທໍາ, ການອ່ານພຣະທໍາຂອງເຈົ້າ ຫຼື ການຈັດການກັບບາງບັນຫາ, ເຈົ້າຈະໄດ້ຮັບຄວາມເຂົ້າໃຈໃໝ່ ແລະ ແສງສະຫວ່າງໃໝ່ ແລະ ຈະບໍ່ມີຊີວິດຢູ່ໃນກົດເກນເກົ່າ ແລະ ຍຸກເກົ່າ; ເຈົ້າຈະມີຊີວິດໃນແສງສະຫວ່າງໃໝ່ ແລະ ຈະບໍ່ຫຼົງອອກຈາກພຣະທໍາຂອງພຣະເຈົ້າ. ນີ້ຄືສິ່ງທີ່ເອີ້ນວ່າການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ການຈ່າຍໃຫ້ກັບບາງລະດັບທີ່ເປັນຜິວເຜີນແມ່ນໃຊ້ບໍ່ໄດ້; ແຕ່ລະມື້, ພຣະທໍາຂອງພຣະເຈົ້າເຂົ້າສູ່ໂລກທີ່ສູງສົ່ງຂຶ້ນເລື້ອຍໆ ແລະ ສິ່ງໃໝ່ປາກົດຂຶ້ນທຸກວັນ ແລະ ພ້ອມນີ້ ມະນຸດກໍຕ້ອງສ້າງທາງເຂົ້າໃໝ່ເພື່ອເຂົ້າສູ່ພຣະທໍາທຸກວັນ. ຕາມທີ່ພຣະເຈົ້າໄດ້ກ່າວໄວ້, ພຣະເຈົ້າຈະນຳເອົາໝາກຜົນມາສູ່ທຸກສິ່ງທີ່ພຣະອົງໄດ້ກ່າວໄວ້ ແລະ ຖ້າເຈົ້າບໍ່ສາມາດນຳທັນ ເຈົ້າກໍ່ຈະຖືກປະຖິ້ມໄວ້ດ້ານຫຼັງ. ເຈົ້າຕ້ອງລົງເລິກໃນການອະທິຖານຂອງເຈົ້າ; ການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າຕ້ອງບໍ່ຂາດວັດຂາດຕອນ. ໃຫ້ລົງເລິກໃນແສງສະຫວ່າງ ແລະ ແສງເຍືອງທາງທີ່ເຈົ້າໄດ້ຮັບ ແລະ ແນວຄິດ ແລະ ການຈິນຕະນາການຂອງເຈົ້າຕ້ອງຫຼຸດລົງເທື່ອລະໜ້ອຍ. ເຈົ້າຕ້ອງເຮັດໃຫ້ການຕັດສິນຂອງເຈົ້າໜັກແໜ້ນຂຶ້ນ ແລະ ບໍ່ວ່າເຈົ້າຈະຜະເຊີນກັບຫຍັງກໍຕາມ ເຈົ້າຕ້ອງມີຄວາມຄິດເປັນຂອງຕົວເອງກ່ຽວກັບສິ່ງນີ້ ແລະ ມີມຸມມອງເປັນຂອງຕົວເອງ. ໃນການເຂົ້າໃຈບາງສິ່ງໃນຈິດວິນຍານ, ເຈົ້າຕ້ອງໄດ້ຮັບຄວາມເຂົ້າໃຈອັນເລິກເຊິ່ງຕໍ່ສິ່ງທີ່ຢູ່ພາຍນອກ ແລະ ເຂົ້າໃຈແກ່ນແທ້ຂອງບັນຫາໃດໜຶ່ງ. ຖ້າເຈົ້າບໍ່ກຽມພ້ອມກັບສິ່ງເຫຼົ່ານີ້, ເຈົ້າຈະສາມາດນຳພາຄຣິສຕະຈັກໄດ້ແນວໃດ? ຖ້າເຈົ້າເວົ້າຕາມໂຕ ແລະ ທິດສະດີ ໂດຍປາສະຈາກຄວາມເປັນຈິງໃດໆ ແລະ ປາສະຈາກວິທີປະຕິບັດ, ເຈົ້າຈະສາມາດຢູ່ໄດ້ພຽງໄລຍະເວລາສັ້ນເທົ່ານັ້ນ. ອາດເປັນທີ່ຍອມຮັບໄດ້ເລັກນ້ອຍເມື່ອເວົ້າກັບຜູ້ເຊື່ອໃໝ່ ແຕ່ພາຍຫຼັງເວລາໃດໜຶ່ງ ເມື່ອຜູ້ເຊື່ອໃໝ່ໄດ້ຮັບປະສົບການຕົວຈິງ, ເຈົ້າກໍຈະບໍ່ສາມາດສະໜອງໃຫ້ພວກເຂົາໄດ້ອີກ. ແລ້ວເຈົ້າຈະເໝາະຕໍ່ການຮັບໃຊ້ພຣະເຈົ້າໄດ້ແນວໃດ? ຖ້າປາສະຈາກແສງສະຫວ່າງໃໝ່, ເຈົ້າຈະບໍ່ສາມາດເຮັດພາລະກິດໄດ້. ຜູ້ທີ່ບໍ່ມີແສງສະຫວ່າງໃໝ່ແມ່ນຜູ້ທີ່ບໍ່ຮູ້ວິທີທີ່ຈະໄດ້ຮັບປະສົບການ ແລະ ຜູ້ຄົນເຫຼົ່ານັ້ນຈະບໍ່ມີວັນໄດ້ຮັບຄວາມຮູ້ ຫຼື ປະສົບການໃໝ່ໄດ້. ໃນເລື່ອງຂອງການສະໜອງຊີວິດ, ພວກເຂົາຈະບໍ່ມີວັນສາມາດປະຕິບັດໜ້າທີ່ຂອງຕົນໄດ້ ແລະ ພວກເຂົາຈະບໍ່ສາມາດກາຍເປັນຜູ້ທີ່ເໝາະສົມສໍາລັບການນໍາໃຊ້ຂອງພຣະເຈົ້າ. ມະນຸດປະເພດນີ້ບໍ່ມີຫຍັງດີເລີຍ ນອກຈາກເປັນພຽງຄົນໄຮ້ປະໂຫຍດ. ຄວາມຈິງກໍຄື ຜູ້ຄົນດັ່ງກ່າວບໍ່ມີຄວາມສາມາດໃນການປະຕິບັດໜ້າທີ່ຂອງຕົນໃນພາລະກິດຢ່າງສິ້ນເຊີງ ແລະ ພວກເຂົາທຸກຄົນບໍ່ມີດີຫຍັງເລີຍ. ບໍ່ພຽງແຕ່ພວກເຂົາລົ້ມເຫຼວໃນການປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ ແຕ່ພວກເຂົາຍັງນໍາເອົາຄວາມເຄັ່ງຕຶງທີ່ບໍ່ຈໍາເປັນມາສູ່ຄຣິສຕະຈັກອີກດ້ວຍ. ເຮົາຂໍເຕືອນ “ຊາຍຊະລາຜູ້ໜ້າເຄົາລົບ” ເຫຼົ່ານີ້ໃຫ້ຮີບຮ້ອນອອກຈາກຄຣິສຕະຈັກ ເພື່ອວ່າຄົນອື່ນຈະບໍ່ຕ້ອງແນມເບິ່ງເຈົ້າອີກຕໍ່ໄປ. ຜູ້ຄົນດັ່ງກ່າວບໍ່ເຂົ້າໃຈພາລະກິດໃໝ່ ແລະ ເຕັມໄປດ້ວຍແນວຄວາມຄິດທີ່ບໍ່ຮູ້ຈົບ. ພວກເຂົາບໍ່ມີປະໂຫຍດຫຍັງທັງສິ້ນຕໍ່ຄຣິສຕະຈັກ; ກົງກັນຂ້າມ, ພວກເຂົາກໍ່ຄວາມເສຍຫາຍ ແລະ ແຜ່ລາມຄວາມບໍ່ດີໄປທົ່ວທຸກບ່ອນ ຈົນເຖິງຂັ້ນຮ່ວມປະພຶດຜິດໃນທຸກຮູບແບບ ແລະ ກໍ່ຄວາມວຸ້ນວາຍໃນຄຣິສຕະຈັກ ເຊິ່ງເຮັດໃຫ້ຜູ້ທີ່ບໍ່ມີການຈໍາແນກມີຄວາມສັບສົນ ແລະ ແຕກຕື່ນ. ຜີສາດຮ້າຍທີ່ມີຊີວິດເຫຼົ່ານີ້ ແລະ ວິນຍານຊົ່ວຊ້າເຫຼົ່ານີ້ຄວນອອກໄປຈາກຄຣິສຕະຈັກໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອບໍ່ໃຫ້ຄຣິສຕະຈັກຖືກທຳລາຍລົງດ້ວຍນ້ຳມືຂອງເຈົ້າ. ເຈົ້າອາດບໍ່ຢ້ານກົວພາລະກິດໃນວັນນີ້ ແຕ່ວ່າ ເຈົ້າບໍ່ຢ້ານການລົງໂທດທີ່ຊອບທໍາຂອງມື້ອື່ນບໍ່? ມີຜູ້ຄົນຈຳນວນຫຼາຍໃນຄຣິສຕະຈັກທີ່ເອົາປຽບຄົນອື່ນ ແລະ ມີໝາປ່າຈໍານວນຫຼວງຫຼາຍທີ່ຕ້ອງການຂັດຂວາງພາລະກິດປົກກະຕິຂອງພຣະເຈົ້າ. ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນຜີສາດທີ່ຖືກສົ່ງມາໂດຍພະຍາມານ ກໍຄືໝາປ່າທີ່ຊົ່ວຮ້າຍ ທີ່ພະຍາຍາມກິນລູກແກະທີ່ບໍ່ຮູ້ຈັກຫຍັງ. ຖ້າຫາກຜູ້ທີ່ຖືກເອີ້ນວ່າມະນຸດເຫຼົ່ານີ້ບໍ່ຖືກຂັບໄລ່ໃຫ້ອອກໄປ, ພວກເຂົາຈະກາຍເປັນແມ່ພະຍາດໃນຄຣິສຕະຈັກ ແລະ ເປັນແມງເມົ່າທີ່ກິນເຄື່ອງຖວາຍ. ບໍ່ໄວກໍຊ້າ, ໂຕໜອນທີ່ໜ້າລັງກຽດ, ໂງ່ຈ້າ, ຕ່ຳຊ້າ ແລະ ທີ່ເປັນຕາອະເຫຍືອງເຫຼົ່ານີ້ຈະຖືກລົງໂທດໃນມື້ໜຶ່ງ!