ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ

ເຮົາໄດ້ຕັກເຕືອນພວກເຈົ້າໂດຍເຫັນແກ່ຜົນປະໂຫຍດຂອງການເອົາຕົວລອດຂອງພວກເຈົ້າເອງ ເພື່ອໃຫ້ພາລະກິດຂອງເຮົາດຳເນີນໄປຢ່າງນິ້ມນວນ ແລະ ເພື່ອໃຫ້ພາລະກິດທີ່ເລີ່ມຕົ້ນຂອງເຮົາທົ່ວທັງຈັກກະວານດຳເນີນໄປຢ່າງເໝາະສົມ ແລະ ສົມບູນ ໂດຍເປີດເຜີຍພຣະທຳ, ອຳນາດ, ສະຫງ່າລາສີ ແລະ ການພິພາກສາຂອງເຮົາທີ່ມີໃຫ້ກັບປະຊາຊົນໃນທຸກປະເທດ ແລະ ຊົນຊາດ. ພາລະກິດທີ່ເຮົາດຳເນີນທ່າມກາງພວກເຈົ້າແມ່ນການເລີ່ມຕົ້ນຂອງພາລະກິດຂອງເຮົາທົ່ວທັງຈັກກະວານ. ເຖິງແມ່ນວ່າ ປັດຈຸບັນນີ້ຄືເວລາແຫ່ງຍຸກສຸດທ້າຍ ຈົ່ງຮູ້ໄວ້ວ່າ “ຍຸກສຸດທ້າຍ” ເປັນພຽງຊື່ຂອງຍຸກໜຶ່ງ; ຄືກັນກັບຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ, ມັນໝາຍເຖິງຍຸກ ແລະ ມັນກ່າວເຖິງຍຸກທັງໝົດ ແທນທີ່ຈະແມ່ນສອງສາມປີ ຫຼື ສອງສາມເດືອນສຸດທ້າຍ. ເຖິງຢ່າງນັ້ນກໍຕາມ ຍຸກສຸດທ້າຍບໍ່ຄືກັບຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ພາລະກິດຂອງຍຸກສຸດທ້າຍບໍ່ໄດ້ດຳເນີນໃນອິດສະຣາເອນ ແຕ່ທ່າມກາງຕ່າງຊາດ; ມັນເປັນການເອົາໄຊຊະນະຕໍ່ໜ້າບັນລັງແຫ່ງປະຊາຊົນຂອງເຮົາຈາກທຸກຊົນຊາດ ແລະ ຊົນເຜົ່າທີ່ຢູ່ນອກອິດສະຣາເອນ ເພື່ອວ່າສະຫງ່າລາສຮຂອງເຮົາທົ່ວທັງຈັກກະວານຈະສາມາດເຕັມໄປທົ່ວອາວະກາດ ແລະ ທ້ອງຟ້າ. ມັນເປັນດັ່ງນັ້ນກໍເພື່ອວ່າ ເຮົາຈະສາມາດໄດ້ຮັບລັດສະໝີທີ່ຍິ່ງໃຫຍ່ກວ່າເກົ່າ ເພື່ອທຸກສິ່ງທີ່ມີຊີວິດເທິງແຜ່ນດິນໂລກຈະສາມາດສົ່ງຕໍ່ລັດສະໝີຂອງເຮົາໄປທຸກໆຊົນຊາດ, ຈາກຮຸ່ນສູ່ຮຸ່ນຕະລອດໄປ ແລະ ທຸກສິ່ງທີ່ມີຊີວິດໃນສະຫວັນ ແລະ ເທິງແຜ່ນດີນໂລກຈະສາມາດເຫັນລັດສະໝີທັງໝົດທີ່ເຮົາໄດ້ຮັບຢູ່ເທິງແຜ່ນດິນໂລກນີ້. ພາລະກິດທີ່ດຳເນີນໃນລະຫວ່າງຍຸກສຸດທ້າຍນີ້ ເປັນພາລະກິດແຫ່ງເອົາໄຊຊະນະ. ມັນບໍ່ແມ່ນການນໍາພາຊີວິດຂອງທຸກຄົນເທິງແຜ່ນດິນໂລກ ແຕ່ເປັນການສິ້ນສຸດຄວາມເປັນອໍາມະຕະຂອງມະນຸດຊາດ ແລະ ຊີວິດທີ່ຍາວນານເປັນເວລາພັນປີຂອງຄວາມອົດທົນຢູ່ເທິງແຜ່ນດິນໂລກ. ຜົນຕາມມາກໍຄື ພາລະກິດຂອງຍຸກສຸດທ້າຍບໍ່ສາມາດເປັນຄືກັບຊ່ວງເວລາສອງສາມພັນປີຂອງພາລະກິດທີ່ເກີດຂຶ້ນໃນອິດສະຣາເອນ ຫຼື ມັນບໍ່ສາມາດເປັນຄືກັບຊ່ວງເວລາພຽງສອງສາມພັນປີຂອງພາລະກິດທີ່ເກີດຂຶ້ນໃນຢູດາ ທີ່ສືບຕໍ່ເປັນເວລາສອງພັນປີຈົນຮອດການມາເກີດໃໝ່ຂອງພຣະເຈົ້າຄັ້ງທີສອງ. ຜູ້ຄົນໃນຍຸກສຸດທ້າຍຜະເຊີນພຽງແຕ່ການປາກົດຕົວອີກຄັ້ງຂອງພຣະຜູ້ໄຖ່ໃນຮ່າງກາຍຂອງມະນຸດ ແລະ ພວກເຂົາຮັບພາລະກິດສ່ວນຕົວ ແລະ ພຣະທຳຂອງພຣະເຈົ້າ. ມັນຈະບໍ່ແມ່ນສອງພັນປີ ກ່ອນທີ່ຍຸກສຸດທ້າຍຈະສິ້ນສຸດລົງ; ຍຸກສຸດທ້າຍດັ່ງກ່າວຈະຜ່ານໄປໄວ ຄືກັບເວລາທີ່ພຣະເຢຊູດຳເນີນພາລະກິດຂອງຍຸກແຫ່ງພຣະຄຸນໃນຢູດາ. ນີ້ກໍເພາະວ່າ ຍຸກສຸດທ້າຍເປັນການສິ້ນສຸດຂອງຍຸກທັງໝົດ. ເປັນຍຸກໃນການສຳເລັດ ແລະ ການສິ້ນສຸດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ແລະ ເປັນຍຸກສິ້ນສຸດການເດີນທາງແຫ່ງຄວາມທົນທຸກທໍລະມານໃນຊີວິດຂອງມະນຸດ. ຍຸກສຸດທ້າຍບໍ່ໄດ້ນໍາມະນຸດທັງໝົດເຂົ້າສູ່ຍຸກໃໝ່ ຫຼື ອະນຸຍາດໃຫ້ມະນຸດສືບຕໍ່ດຳລົງຊີວິດ; ສິ່ງນັ້ນຈະບໍ່ມີຄວາມສຳຄັນສຳລັບແຜນການຄຸ້ມຄອງຂອງເຮົາ ຫຼື ການດຳລົງຢູ່ຂອງມະນຸດ. ຖ້າມະນຸດຊາດສືບຕໍ່ເປັນແບບນີ້ ແລ້ວອີກບໍ່ດົນ ພວກເຂົາຈະຖືກກືນກິນໂດຍພະຍາມານ ແລະ ວິນຍານເຫຼົ່ານັ້ນທີ່ເປັນຂອງເຮົາ ໃນທີ່ສຸດ ກໍຈະຖືກທໍາລາຍໂດຍມືຂອງມັນ. ພາລະກິດຂອງເຮົາຄົງຢູ່ເປັນເວລາຫົກພັນປີ ແລະ ເຮົາສັນຍາວ່າ ການຄວບຄຸມມະນຸດທັງໝົດຂອງຜີຮ້າຍກໍ່ຈະບໍ່ດົນໄປກວ່າຫົກພັນປີ. ແລ້ວດ້ວຍເຫດນັ້ນ ເວລາແມ່ນໝົດແລ້ວ. ເຮົາຈະບໍ່ສືບຕໍ່ ຫຼື ຊັກຊ້າອີກຕໍ່ໄປ, ລະຫວ່າງຍຸກສຸດທ້າຍ ເຮົາຈະຕີພ່າຍແພ້ຊາຕານ, ເຮົາຈະເອົາລັດສະໝີທັງໝົດຂອງເຮົາຄືນ ແລະ ເຮົາຈະຮຽກວິນຍານທັງໝົດທີ່ເປັນຂອງເຮົາເທິງແຜ່ນດິນໂລກກັບມາ ເພື່ອວິນຍານທີ່ທົນທຸກທໍລະມານເຫຼົ່ານີ້ຈະລອດພົ້ນຈາກທະເລແຫ່ງຄວາມທົນທຸກທໍລະມານ ແລະ ດ້ວຍເຫດນັ້ນ ຈະສິ້ນສຸດພາລະກິດທັງໝົດຂອງເຮົາເທິງແຜ່ນດິນໂລກ. ນັບຈາກມື້ນີ້ເປັນຕົ້ນໄປ ເຮົາຈະບໍ່ມາເປັນມະນຸດເທິງແຜ່ນດິນໂລກອີກ ແລະ ພາລະກິດທັງໝົດທີ່ຄວບຄຸມໂດຍພຣະວິນຍານຂອງເຮົາກໍຈະບໍ່ເກີດຂຶ້ນເທິງແຜ່ນດິນໂລກອີກຕໍ່ໄປ. ແຕ່, ເຮົາຈະເຮັດອີກສິ່ງໜຶ່ງເທິງແຜ່ນດິນໂລກ: ເຮົາຈະສ້າງ ມະນຸດຊາດຂຶ້ນມາໃໝ່ ເຊິ່ງເປັນມະນຸດຊາດທີ່ບໍລິສຸດ ແລະ ເປັນເມືອງທີ່ສັດຊື່ຂອງເຮົາເທິງແຜ່ນດິນໂລກ. ແຕ່ຈົ່ງຮູ້ໄວ້ວ່າ ເຮົາຈະບໍ່ທຳລາຍໂລກທັງໝົດ ຫຼື ເຮົາຈະບໍ່ທຳລາຍມະນຸດຊາດທັງໝົດ. ເຮົາຈະຮັກສາໜຶ່ງສ່ວນສາມທີ່ຍັງເຫຼືອຢູ່, ໜຶ່ງສ່ວນສາມທີ່ຮັກເຮົາ ທີ່ເຮົາມີໄຊຊະນະຢ່າງແທ້ຈິງ ແລະ ເຮົາຈະເຮັດໃຫ້ໜຶ່ງສ່ວນສາມນີ້ເກີດຜົນ ແລະ ຂະຫຍາຍຢູ່ເທິງແຜ່ນດິນໂລກຄືກັບທີ່ຊາວອິດສະຣາເອນໄດ້ເຮັດພາຍໃຕ້ຂໍ້ບັນຍັດ, ລ້ຽງພວກເຂົາດ້ວຍແກະ ແລະ ງົວຈຳນວນຫຼວງຫຼາຍ ພ້ອມດ້ວຍຄວາມອຸດົມສົມບູນທັງໝົດຂອງແຜ່ນດິນໂລກ. ມະນຸດຊາດກຸ່ມນີ້ຈະຢູ່ກັບເຮົາຕະຫຼອດໄປ, ແຕ່ມັນບໍ່ແມ່ນມະນຸດຊາດສົກກະປົກທີ່ເປັນຕາເວດທະນາໃນປັດຈຸບັນ ແຕ່ແມ່ນມະນຸດຊາດທີ່ເປັນການຮວບຮວມຈາກຄົນເຫຼົ່ານັ້ນທຸກຄົນທີ່ຖືກຮັບໂດຍເຮົາ. ມະນຸດຊາດດັ່ງກ່າວຈະບໍ່ຖືກທຳລາຍ, ຮຸກຮານ ຫຼື ຄວບຄຸມໂດຍຊາຕານ ແລະ ຈະເປັນມະນຸດຊາດພຽງກຸ່ມດຽວທີ່ດຳລົງຊີວິດຢູ່ເທິງແຜ່ນດິນໂລກຫຼັງຈາກທີ່ເຮົາເອົາໄຊຊະນະຊາຕານ. ເປັນມະນຸດຊາດທີ່ເຮົາໄດ້ເອົາຊະນະໃນມື້ນີ້ ແລະ ຖືກຮັບໂດຍພຣະສັນຍາຂອງເຮົາ. ດ້ວຍເຫດນັ້ນ ມະນຸດຊາດທີ່ຖືກເອົາຊະນະໃນລະຫວ່າງຍຸກສຸດທ້າຍກໍແມ່ນມະນຸດຊາດທີ່ຈະຮັບການຍົກເວັ້ນ ແລະ ຈະໄດ້ຮັບພອນຕະຫຼອດໄປເປັນນິດຂອງເຮົາ. ມັນຈະເປັນພຽງຂໍ້ພິສູດດຽວແຫ່ງໄຊຊະນະຂອງເຮົາເໜືອຊາຕານ ແລະ ເປັນພຽງຊະເລີຍເສິກຂອງສົງຄາມລະຫວ່າງເຮົາກັບຊາຕານ. ເຮົາໄດ້ໄຖ່ຊະເລີຍເສິກສົງຄາມເຫຼົ່ານີ້ຈາກອຳນາດຂອງຊາຕານ ແລະ ເປັນພຽງການຫຼໍ່ຫຼອມແກ້ວຜະລຶກ ແລະ ໝາກຜົນດຽວຂອງແຜນການຄຸ້ມຄອງຫົກພັນປີຂອງເຮົາ. ພວກເຂົາມາຈາກທຸກຊົນຊາດ ແລະ ທຸກນິກາຍ, ທຸກຫົນແຫ່ງ ແລະ ທຸກປະເທດທົ່ວທັງຈັກກະວານ. ພວກເຂົາມາຈາກຊົນຊາດທີ່ແຕກຕ່າງກັນ, ມີພາສາ, ປະເພນີ ແລະ ສີຜິວທີ່ແຕກຕ່າງກັນ; ພວກເຂົາຂະຫຍາຍໄປທົ່ວທຸກເຊື້ອຊາດ ແລະ ສາສະໜາຕ່າງໆເທິງແຜ່ນດິນໂລກ ແລະ ແມ່ນແຕ່ທຸກໆມຸມຂອງແຜ່ນດິນໂລກ. ໃນທີ່ສຸດ ພວກເຂົາຈະລວມຕົວກັນເພື່ອສ້າງມະນຸດຊາດທີ່ສົມບູນແບບ ເຊິ່ງເປັນການຮວບຮວມຂອງມະນຸດທີ່ກຳລັງຂອງຊາຕານຈະບໍ່ສາມາດເຂົ້າເຖິງໄດ້. ຄົນເຫຼົ່ານັ້ນທີ່ຢູ່ທ່າມກາງມະນຸດຊາດເຊິ່ງບໍ່ໄດ້ຮັບຄວາມລອດພົ້ນ ແລະ ເຮົາບໍ່ໄດ້ເອົາຊະນະຈະຕົກລົງໄປໃນທະເລເລິກຢ່າງງຽບໆ ແລະ ຈະຖືກເຜົາໄໝ້ໂດຍແປວໄຟທີ່ທຳລາຍລ້າງຂອງເຮົາຕະຫຼອດໄປເປັນນິດ. ເຮົາຈະທຳລາຍມະນຸດຊາດກຸ່ມເກົ່າແກ່ ແລະ ສົກກະປົກຫຼາຍທີ່ສຸດເຫຼົ່ານີ້ ດັ່ງທີ່ເຮົາໄດ້ທຳລາຍລູກຊາຍກົກ ແລະ ງົວຂອງອີຢິບ, ລະເວັ້ນພຽງຊາວອິດສະຣາເອ ຜູ້ທີ່ໄດ້ກິນຊີ້ນແກະ, ດື່ມເລືອດແກະ ແລະ ທາເລືອດແກະໃສ່ໄມ້ຂອບວົງປະຕູຂອງພວກເຂົາ. ຜູ້ຄົນທີ່ເຮົາໄດ້ເອົາຊະນະ ແລະ ເປັນຄອບຄົວຂອງເຮົາບໍ່ແມ່ນຜູ້ຄົນທີ່ກິນຊີ້ນຂອງແກະເຊິ່ງແມ່ນເຮົາ ແລະ ດື່ມເລືອດຂອງແກະເຊິ່ງແມ່ນເຮົາ ແລະ ທີ່ໄດ້ຮັບການໄຖ່ຈາກເຮົາ ແລະ ສັນລະເສີນເຮົາບໍ? ຜູ້ຄົນເຫຼົ່ານັ້ນຈະບໍ່ໄດ້ຮັບການຕິດຕາມໂດຍລັດສະໝີຂອງເຮົາບໍ? ຄົນເຫຼົ່ານັ້ນທີ່ປາສະຈາກຊີ້ນຂອງແກະເຊິ່ງແມ່ນເຮົາ ບໍ່ໄດ້ຈົມລົງສູ່ທະເລເລິກຢ່າງງຽບໆແລ້ວບໍ? ມື້ນີ້ ພວກເຈົ້າຕໍ່ຕ້ານເຮົາ ແລະ ມື້ນີ້ ພຣະທຳຂອງເຮົາກໍເປັນສິ່ງດຽວກັນກັບທີ່ພຣະເຢໂຮວາໄດ້ກ່າວກັບລູກ ແລະ ຫຼານຂອງອິດສະຣາເອນ. ແຕ່ຄວາມແຂງກະດ້ານໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າກຳລັງເຮັດໃຫ້ຄວາມໂກດຮ້າຍຂອງເຮົາເພີ່ມຂຶ້ນເລື້ອຍໆ, ນໍາເອົາຄວາມທົນທຸກທໍລະມານມາຍັງເນື້ອໜັງຂອງພວກເຈົ້າເພີ່ມຂຶ້ນອີກ, ການພິພາກສາຄວາມຜິດບາບທີ່ຫຼາຍຂຶ້ນ ແລະ ຄວາມໂກດຮ້າຍໃນຄວາມບໍ່ທ່ຽງທຳຂອງພວກເຈົ້າທີ່ເພີ່ມຂຶ້ນ. ແລ້ວໃຜທີ່ສາມາດຍົກເວັ້ນໃນມື້ທີ່ເຮົາໂກດຮ້າຍ ໃນເມື່ອພວກເຈົ້າປະຕິບັດຕໍ່ເຮົາຄືດັ່ງທຸກວັນນີ້? ຄວາມບໍ່ທ່ຽງທຳຂອງໃຜແນ່ທີ່ສາມາດລອດພົ້ນຈາກສາຍຕາແຫ່ງການລົງໂທດຂອງເຮົາ? ຄວາມຜິດບາບຂອງໃຜແນ່ທີ່ສາມາດໜີພົ້ນຈາກມືຂອງເຮົາ ນັ້ນຄືອົງຊົງລິດທານຸພາບສູງສຸດ? ການທ້າທາຍຂອງໃຜແນ່ທີ່ສາມາດລອດພົ້ນຈາກການພິພາກສາຂອງເຮົາ ນັ້ນຄື ອົງຊົງລິດທານຸພາບສູງສຸດ? ດ້ວຍເຫດນັ້ນ ເຮົາຄືພຣະເຢໂຮວາ ທີ່ກ່າວກັບພວກເຈົ້າ, ເຊື້ອສາຍຂອງຄອບຄົວຕ່າງຊາດ ແລະ ພຣະທຳທີ່ເຮົາກ່າວກັບເຈົ້າຍິ່ງໃຫຍ່ກວ່າຖ້ອຍຄຳຂອງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ ແຕ່ເຈົ້າກໍແຂງກະດ້າງຫຼາຍກວ່າປະຊາຊົນທັງໝົດຂອງອີຢິບ. ພວກເຈົ້າບໍ່ໄດ້ສະສົມຄວາມໂກດຮ້າຍຂອງເຮົາໃນຂະນະທີ່ເຮົາດຳເນີນພາລະກິດຂອງເຮົາຢ່າງສະຫງົບງຽບບໍ? ພວກເຈົ້າຈະສາມາດລອດພົ້ນຢ່າງປອດໄພຈາກວັນຂອງເຮົາ, ອົງຊົງລິດທານຸພາບສູງສຸດໄດ້ແນວໃດ?

ເຮົາໄດ້ດຳເນີນພາລະກິດ ແລະ ກ່າວແບບນີ້ທ່າມກາງພວກເຈົ້າ, ເຮົາໄດ້ໃຊ້ກຳລັງ ແລະ ຄວາມພະຍາຍາມຢ່າງຫຼວງຫຼາຍ ແຕ່ພວກເຈົ້າເຄີຍເຊື່ອຟັງໃນສິ່ງທີ່ເຮົາບອກພວກເຈົ້າຢ່າງແຈ່ມແຈ້ງນີ້ບໍ່? ຢູ່ໃສແດ່ທີ່ພວກເຈົ້າເຄີຍກົ້ມຂາບລົງຕໍ່ເຮົາ ອົງຊົງລິດທານຸພາບສູງສຸດ? ເປັນຫຍັງພວກເຈົ້າຈຶ່ງປະຕິບັດຕໍ່ເຮົາແບບນີ້? ເປັນຫຍັງທຸກສິ່ງທີ່ພວກເຈົ້າເວົ້າ ແລະ ກະທຳຈຶ່ງເຮັດໃຫ້ເຮົາໂກດຮ້າຍ? ເປັນຫຍັງຫົວໃຈຂອງພວກເຈົ້າຈຶ່ງແຂງກະດ້າງ? ເຮົາເຄີຍໂຈມຕີພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງບໍ່ເຮັດຫຍັງ ມີແຕ່ເຮັດໃຫ້ເຮົາໂສກເສົ້າ ແລະ ກັງວົນໃຈ? ພວກເຈົ້າກຳລັງລໍຖ້າມື້ແຫ່ງຄວາມໂກດຮ້າຍຂອງເຮົາ ຜູ້ເປັນພຣະເຢໂຮວາ ໃຫ້ມາເຖິງພວກເຈົ້າບໍ? ພວກເຈົ້າກຳລັງລໍຖ້າໃຫ້ເຮົາສຳແດງຄວາມໂກດຮ້າຍທີ່ເກີດຈາກການທີ່ພວກເຈົ້າບໍ່ເຊື່ອຟັງບໍ? ທຸກສິ່ງທີ່ເຮົາເຮັດບໍ່ແມ່ນເພື່ອພວກເຈົ້າບໍ? ແຕ່ພວກເຈົ້າກໍປະຕິບັດຕໍ່ເຮົາ ຜູ້ເປັນພຣະເຢໂຮວາ ແບບນີ້ຢູ່ເປັນປະຈຳ: ລັກເອົາເຄື່ອງບູຊາຂອງເຮົາ, ເອົາເຄື່ອງບູຊາເທິງແທ່ນບູຊາຂອງເຮົາກັບບ້ານໄປຫາຖໍ້າໝາປ່າເພື່ອລ້ຽງລູກໝາປ່າ ແລະ ລູກຂອງລູກຂອງໝາປ່າທີ່ຢູ່ໃນຖໍ້າຂອງໝາປ່າ; ຜູ້ຄົນຕໍ່ສູ້ກັນເອງ, ຜະເຊີນໜ້າກັນແລະກັນດ້ວຍດາບ ແລະ ຫອກຢ່າງໂກດແຄ້ນ, ໂຍນພຣະທຳຂອງເຮົາ ອົງຊົງລິດທານຸພາບສູງສຸດຖິ້ມລົງໃນສ້ວມໃຫ້ສົກກະປົກຄືກັບອາຈົມ. ຄວາມຊື່ສັດຂອງພວກເຈົ້າຢູ່ໃສ? ຄວາມເປັນມະນຸດຂອງພວກເຈົ້າໄດ້ກາຍເປັນຄວາມເປັນສັດແລ້ວ! ຫົວໃຈຂອງພວກເຈົ້າໄດ້ກາຍເປັນຫີນຕັ້ງແຕ່ດົນນານມາແລ້ວ. ພວກເຈົ້າບໍ່ຮູ້ບໍວ່າ ເວລາແຫ່ງຄວາມໂກດຮ້າຍຂອງເຮົາມາເຖິງຈະເປັນເວລາທີ່ເຮົາຈະພິພາກສາຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດກັບເຮົາ ນັ້ນຄື ອົງຊົງລິດທານຸພາບສູງສຸດ ໃນມື້ນີ້? ພວກເຈົ້າຄິດບໍວ່າ ໂດຍການຫຼອກລວງເຮົາດ້ວຍວິທີນີ້ ໂດຍການໂຍນພຣະທຳຂອງເຮົາຖິ້ມລົງໃນຕົມ ແລະ ບໍ່ຮັບຟັງພຣະທໍານັ້ນເລີຍ, ພວກເຈົ້າຄິດບໍວ່າ ໂດຍການເຮັດແບບນີ້ລັບຫຼັງເຮົາ ພວກເຈົ້າຈະສາມາດລອດພົ້ນຈາກສາຍຕາແຫ່ງຄວາມໂກດຮ້າຍຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ສາຍຕາຂອງເຮົາ ຜູ້ເປັນພຣະເຢໂຮວາ ເຫັນພວກເຈົ້າແລ້ວ ເມື່ອພວກເຈົ້າລັກເຄື່ອງບູຊາຂອງເຮົາ ແລະ ອິດສາຢາກໄດ້ສິ່ງທີ່ເປັນຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ເມື່ອພວກເຈົ້າລັກເຄື່ອງບູຊາຂອງເຮົາ, ເຈົ້າເຮັດແບບນັ້ນຕໍ່ໜ້າແທ່ນບູຊາທີ່ມີການຖວາຍເຄື່ອງບູຊາ? ພວກເຈົ້າເຊື່ອວ່າຕົນເອງສະຫຼາດພຽງພໍໄດ້ແນວໃດທີ່ຈະຫຼອກລວງເຮົາດ້ວຍວິທີນີ້? ຄວາມໂກດຮ້າຍຂອງເຮົາຈະອອກຫ່າງຈາກຄວາມຜິດບາບທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ແນວໃດ? ຄວາມໂກດຮ້າຍຂອງເຮົາຈະຂ້າມການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ແນວໃດ? ຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດໃນມື້ນີ້ ບໍ່ມີທາງອອກໃຫ້ກັບພວກເຈົ້າ ແຕ່ສະສົມການລົງໂທດໃຫ້ກັບພວກເຈົ້າໃນມື້ຕໍ່ໄປ; ມັນທ້າທາຍການລົງໂທດຂອງເຮົາອົງຊົງລິດທານຸພາບສູງສຸດທີ່ມີໃຫ້ກັບພວກເຈົ້າ. ການກະທຳທີ່ຊົ່ວຮ້າຍ ແລະ ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຈົ້າຈະສາມາດລອດພົ້ນຈາກການລົງໂທດຂອງເຮົາໄດ້ແນວໃດ? ຄຳອະທິຖານຂອງພວກເຈົ້າຈະສາມາດມາເຖິງຫູຂອງເຮົາໄດ້ແນວໃດ? ເຮົາຈະເປີດທາງອອກໃຫ້ກັບຄວາມບໍ່ທ່ຽງທຳຂອງພວກເຈົ້າໄດ້ແນວໃດ? ເຮົາຈະປ່ອຍການກະທຳທີ່ຊົ່ວຮ້າຍທີ່ພວກເຈົ້າທ້າທາຍເຮົາໄດ້ແນວໃດ? ເຮົາຈະບໍ່ຕັດລີ້ນຂອງພວກເຈົ້າທີ່ເຕັມໄປດ້ວຍຄວາມກຽດຊັງຄືກັບງູໄດ້ແນວໃດ? ພວກເຈົ້າບໍ່ໄດ້ຂໍຮ້ອງເຮົາເພື່ອເຫັນແກ່ຜົນປະໂຫຍດຂອງຄວາມທ່ຽງທຳຂອງເຮົາ ແຕ່ ກົງກັນຂ້າມ ພວກເຈົ້າສະສົມຄວາມໂກດຮ້າຍຂອງເຮົາທີ່ເປັນຜົນມາຈາກຄວາມບໍ່ທ່ຽງທຳຂອງພວກເຈົ້າ. ເຮົາຈະສາມາດຍົກໂທດໃຫ້ພວກເຈົ້າໄດ້ແນວໃດ? ໃນສາຍຕາຂອງເຮົາ ອົງຊົງລິດທານຸພາບສູງສຸດ, ຄຳເວົ້າ ແລະ ການກະທຳຂອງພວກເຈົ້າແມ່ນສົກກະປົກ. ສາຍຕາຂອງເຮົາ ອົງຊົງລິດທານຸພາບສູງສຸດ ເຫັນຄວາມບໍ່ທ່ຽງທຳຂອງພວກເຈົ້າຄືກັບການລົງໂທດທີ່ບໍ່ລົດລະ. ການລົງໂທດ ແລະ ການພິພາກສາທີ່ທ່ຽງທຳຂອງເຮົາຈະສາມາດອອກຫ່າງຈາກພວກເຈົ້າໄດ້ແນວໃດ? ຍ້ອນພວກເຈົ້າເຮັດສິ່ງນີ້ກັບເຮົາ ເຮັດໃຫ້ເຮົາໂສກເສົ້າ ແລະ ໂກດຮ້າຍ ເຮົາຈະໃຫ້ພວກເຈົ້າລອດພົ້ນຈາກມືຂອງເຮົາ ແລະ ອອກຫ່າງຈາກມື້ທີ່ເຮົາ ຜູ້ເປັນພຣະເຢໂຮວາຈະລົງໂທດ ແລະ ສາບແຊ່ງພວກເຈົ້າໄດ້ແນວໃດ? ພວກເຈົ້າບໍ່ຮູ້ບໍວ່າ ຄຳເວົ້າ ແລະ ຖ້ອຍຄຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ມາເຖິງຫູເຮົາແລ້ວ? ພວກເຈົ້າບໍ່ຮູ້ບໍວ່າ ຄວາມບໍ່ທ່ຽງທຳຂອງພວກເຈົ້າໄດ້ເຮັດໃຫ້ຜ້າຄຸມແຫ່ງຄວາມທ່ຽງທຳອັນສັກສິດຂອງເຮົາເປິເປື້ອນ? ພວກເຈົ້າບໍ່ຮູ້ບໍວ່າ ຄວາມບໍ່ເຊື່ອຟັງຂອງພວກເຈົ້າໄດ້ທ້າທາຍຄວາມໂມໂຫທີ່ແຮງກ້າຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ເຮັດໃຫ້ເຮົາໃຈຮ້າຍຕັ້ງແຕ່ດົນນານມາແລ້ວ ແລະ ໄດ້ທົດສອບຄວາມອົດທົນຂອງເຮົາເປັນເວລາດົນນານມາແລ້ວເຊັ່ນກັນ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ທຳລາຍເນື້ອໜັງຂອງເຮົາ, ບັນທອນມັນຈົນກາຍເປັນຜ້າຂາດ? ເຮົາໄດ້ອົດທົນຈົນຮອດຕອນນີ້, ເຊັ່ນນັ້ນ ເຮົາຈຶ່ງປ່ອຍຄວາມໂກດຮ້າຍຂອງເຮົາ, ບໍ່ອົດທົນຕໍ່ພວກເຈົ້າອີກຕໍ່ໄປ. ພວກເຈົ້າບໍ່ຮູ້ບໍວ່າ ການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ມາເຖິງຫູຂອງເຮົາແລ້ວ ແລະ ສຽງຮ້ອງໄຫ້ຂອງເຮົາກໍໄດ້ໄປເຖິງຫູຂອງພຣະບິດາຂອງເຮົາ? ພຣະອົງຈະອະນຸຍາດໃຫ້ພວກເຈົ້າປະຕິບັດຕໍ່ເຮົາແບບນີ້ໄດ້ແນວໃດ? ມີພາລະກິດໃດແດ່ຂອງເຮົາທີ່ບໍ່ໄດ້ດຳເນີນເພື່ອເຫັນແກ່ຜົນປະໂຫຍດຂອງພວກເຈົ້າ? ແຕ່ມີຜູ້ໃດແດ່ໃນບັນດາພວກເຈົ້າທີ່ຮັກພາລະກິດຂອງເຮົາຫຼາຍຂຶ້ນ ຜູ້ເປັນພຣະເຢໂຮວາຫຼາຍຂຶ້ນ? ເຮົາຈະບໍ່ສັດຊື່ກັບຄວາມປະສົງຂອງພຣະບິດາຂອງເຮົາ ຍ້ອນວ່າເຮົາອ່ອນແອ ແລະ ຍ້ອນຄວາມທຸກທໍລະມານໃຈທີ່ເຮົາໄດ້ຮັບບໍ? ພວກເຈົ້າບໍ່ເຂົ້າໃຈຫົວໃຈຂອງເຮົາບໍ? ເຮົາກ່າວກັບພວກເຈົ້າດັ່ງທີ່ພຣະເຢໂຮວາໄດ້ກ່າວ; ເຮົາບໍ່ໄດ້ອຸທິດຫຼາຍຢ່າງເພື່ອພວກເຈົ້າບໍ? ເຖິງແມ່ນວ່າເຮົາເຕັມໃຈແບກຮັບຄວາມທົນທຸກທໍລະມານນີ້ທັງໝົດເພື່ອເຫັນແກ່ຜົນປະໂຫຍດຂອງພາລະກິດຂອງພຣະບິດາຂອງເຮົາ, ເຮົາຈະປ່ອຍໃຫ້ພວກເຈົ້າເປັນອິດສະຫຼະຈາກການລົງໂທດທີ່ເຮົາຈະນໍາມາຍັງພວກເຈົ້າ ເຊິ່ງເປັນຜົນມາຈາກການທົນທຸກທໍລະມານຂອງເຮົາໄດ້ແນວໃດ? ພວກເຈົ້າບໍ່ໄດ້ຊື່ນຊົມໃນຕົວເຮົາຢ່າງລົ້ນເຫຼືອບໍ? ມື້ນີ້ ພຣະບິດາຂອງເຮົາໄດ້ປະທານເຮົາໃຫ້ພວກເຈົ້າ; ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ຮັບຫຼາຍກວ່າພຣະທຳທີ່ອຸດົມສົມບູນຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ຊີວິດຂອງເຮົາຖືກແລກກັບຊີວິດຂອງພວກເຈົ້າ ແລະ ກັບສິ່ງທີ່ພວກເຈົ້າໄດ້ຮັບ? ພວກເຈົ້າບໍ່ຮູ້ບໍວ່າ ພຣະບິດາຂອງເຮົາໃຊ້ຊີວິດຂອງເຮົາເພື່ອເຮັດສົງຄາມກັບຊາຕານ ແລະ ພຣະອົງຍັງໄດ້ປະທານຊີວິດຂອງເຮົາໃຫ້ກັບພວກເຈົ້າ ເພື່ອເຮັດໃຫ້ພວກເຈົ້າໄດ້ຮັບຮ້ອຍເທົ່າ ແລະ ເພື່ອໃຫ້ພວກເຈົ້າຫຼີກເວັ້ນຈາກການທົດລອງຫຼາຍຢ່າງ? ພວກເຈົ້າບໍ່ຮູ້ບໍວ່າ ມີພຽງແຕ່ໂດຍພາລະກິດຂອງເຮົາ ເຈົ້າຈຶ່ງຈະຖືກລະເວັ້ນຈາກການທົດລອງຫຼາຍຢ່າງ ແລະ ຈາກການລົງໂທດທີ່ກຳລັງລຸກໄໝ້ຫຼາຍຢ່າງ? ພວກເຈົ້າບໍ່ຮູ້ບໍວ່າ ຍ້ອນເຮົາພຽງເທົ່ານັ້ນທີ່ພຣະບິດາຂອງເຮົາເຮັດໃຫ້ພວກເຈົ້າໄດ້ຮັບຄວາມສຸກໃຈຈົນຮອດບັດນີ້? ທຸກມື້ນີ້ ພວກເຈົ້າຍັງແຂງກະດ້າງຢ່າງໜັກ ແລະ ບໍ່ຍອມອ່ອນນ້ອມໄດ້ແນວໃດ, ມັນຄືກັບວ່າ ຄວາມຕາຍດ້ານໄດ້ເກີດຂຶ້ນໃນໃຈຂອງພວກເຈົ້າບໍ? ສິ່ງຊົ່ວຮ້າຍທີ່ພວກເຈົ້າເຮັດໃນມື້ນີ້ຈະເຮັດໃຫ້ພວກເຈົ້າລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍທີ່ຈະເກີດຂຶ້ນຫຼັງຈາກການຈາກລາຂອງເຮົາຈາກແຜ່ນດິນໂລກໄດ້ແນວໃດ? ເຮົາຈະອະນຸຍາດໃຫ້ຄົນເຫຼົ່ານັ້ນທີ່ມີຫົວໃຈທີ່ແຂງກະດ້າງ ແລະ ບໍ່ຍອມອ່ອນນ້ອມລອດພົ້ນຈາກຄວາມໂກດຮ້າຍຂອງພຣະເຢໂຮວາໄດ້ແນວໃດ?

ຈົ່ງຄິດທົບທວນໃນອະດີດ: ເມື່ອໃດທີ່ສາຍຕາຂອງເຮົາເກີດມີຄວາມໂກດຮ້າຍ ແລະ ນໍ້າສຽງຂອງເຮົາເກີດມີຄວາມຮຸນແຮງກັບພວກເຈົ້າ? ເມື່ອໃດທີ່ເຮົາໂຕ້ຖຽງກ່ຽວກັບເລື່ອງເລັກໆນ້ອຍໆກັບພວກເຈົ້າ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຢ່າງບໍ່ສົມເຫດສົມຜົນ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຕໍ່ໜ້າພວກເຈົ້າ? ມັນບໍ່ແມ່ນຍ້ອນເຫັນແກ່ຜົນປະໂຫຍດຂອງພາລະກິດຂອງເຮົາບໍທີ່ເຮົາຂໍໃຫ້ພຣະບິດາຂອງເຮົາຮັກສາພວກເຈົ້າຈາກການທົດລອງທຸກຢ່າງ? ເປັນຫຍັງພວກເຈົ້າຈຶ່ງປະຕິບັດຕໍ່ເຮົາແບບນີ້? ເຮົາເຄີຍໃຊ້ອຳນາດຂອງເຮົາເພື່ອໂຈມຕີເນື້ອໜັງຂອງພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງຕອບແທນເຮົາແບບນີ້? ຫຼັງຈາກທີ່ທຳທ່າສົນໃຈເຮົາ ເຈົ້າກໍຍັງບໍ່ຮ້ອນ ຫຼື ບໍ່ເຢັນ ແລະ ແລ້ວເຈົ້າກໍພະຍາຍາມໂນ້ມນ້າວເຮົາ ແລະ ເຊື່ອງສິ່ງຕ່າງໆຈາກເຮົາ ແລະ ປາກຂອງພວກເຈົ້າກໍເຕັມໄປດ້ວຍນໍ້າລາຍແຫ່ງຄວາມບໍ່ທ່ຽງທຳ. ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າຈະສາມາດຫຼອກລວງພຣະວິນຍານຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າສາມາດລອດພົ້ນຈາກຄວາມໂກດຮ້າຍຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າຈະສາມາດຕັດສິນການກະທຳຂອງເຮົາ ຜູ້ເປັນພຣະເຢໂຮວາ ຕາມທີ່ລີ້ນຂອງພວກເຈົ້າຕ້ອງການໄດ້ບໍ? ເຮົາເປັນພຣະເຈົ້າຜູ້ທີ່ຖືກມະນຸດດຳເນີນການພິພາກສາບໍ? ເຮົາຈະອະນຸຍາດໃຫ້ໜອນນ້ອຍໆມາເວົ້າໝິ່ນປະໝາດເຮົາແບບນີ້ບໍ? ເຮົາຈະຈັດວາງລູກແຫ່ງຄວາມບໍ່ເຊື່ອຟັງດັ່ງກ່າວໄວ້ທ່າມກາງການຮັບພອນທີ່ບໍ່ສິ້ນສຸດຂອງເຮົາໄດ້ແນວໃດ? ຄຳເວົ້າ ແລະ ການກະທຳຂອງພວກເຈົ້າໄດ້ເປີດເຜີຍ ແລະ ກ່າວໂທດພວກເຈົ້າເປັນເວລາດົນນານມາແລ້ວ. ເມື່ອເຮົາກາງທ້ອງຟ້າອອກ ແລະ ສ້າງທຸກສິ່ງຂຶ້ນ ເຮົາບໍ່ອະນຸຍາດໃຫ້ສິ່ງທີ່ມີຊີວິດໃດກໍຕາມມີສ່ວນຮ່ວມຕາມທີ່ພວກເຂົາມັກ, ເຮົາບໍ່ເຄີຍອະນຸຍາດໃຫ້ສິ່ງໃດທຳລາຍພາລະກິດຂອງເຮົາ ແລະ ການຄຸ້ມຄອງຂອງເຮົາຕາມທີ່ມັນຕ້ອງການໃນແບບໃດກໍຕາມ. ເຮົາບໍ່ອົດທົນຕໍ່ມະນຸດ ຫຼື ສິ່ງຂອງ; ເຮົາຈະສາມາດຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ໂຫດຮ້າຍ ແລະ ບໍ່ມີເມດຕາຕໍ່ເຮົາໄດ້ແນວໃດ? ເຮົາຈະສາມາດໃຫ້ອະໄພກັບຄົນເຫຼົ່ານັ້ນທີ່ກະບົດຕໍ່ພຣະທຳຂອງເຮົາໄດ້ແນວໃດ? ເຮົາຈະຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ບໍ່ເຊື່ອຟັງເຮົາໄດ້ແນວໃດ? ຊະຕາກໍາຂອງມະນຸດບໍ່ໄດ້ຢູ່ໃນມືຂອງເຮົາ ອົງຊົງລິດທານຸພາບສູງສຸດບໍ? ເຮົາຈະພິຈາລະນາໃຫ້ຄວາມບໍ່ທ່ຽງທຳ ແລະ ຄວາມບໍ່ເຊື່ອຟັງຂອງເຈົ້າເປັນສິ່ງທີ່ບໍລິສຸດໄດ້ແນວໃດ? ຄວາມຜິດບາບຂອງເຈົ້າຈະທຳລາຍຄວາມບໍລິສຸດຂອງເຮົາໄດ້ແນວໃດ? ເຮົາບໍ່ຖືກທຳລາຍໂດຍຄວາມບໍ່ບໍລິສຸດຂອງຄົນທີ່ບໍ່ທ່ຽງທຳ ຫຼື ເຮົາບໍ່ຮັບເອົາການຖວາຍບູຊາຂອງຄົນທີ່ບໍ່ທ່ຽງທຳ. ຖ້າເຈົ້າຊື່ສັດກັບເຮົາ ຜູ້ເປັນພຣະເຢໂຮວາ ເຈົ້າສາມາດເອົາເຄື່ອງຖວາຍບູຊາທີ່ແທ່ນບູຊາຂອງເຮົາບໍ? ເຈົ້າສາມາດໃຊ້ລີ້ນທີ່ເປັນພິດຂອງເຈົ້າເວົ້າໝິ່ນປະໝາດນາມສັກສິດຂອງເຮົາໄດ້ບໍ? ເຈົ້າສາມາດກະບົດຕໍ່ພຣະທຳຂອງເຮົາແບບນີ້ໄດ້ບໍ? ເຈົ້າສາມາດປະຕິບັດຕໍ່ລັດສະໝີ ແລະ ນາມສັກສິດຂອງເຮົາຄືກັບເຄື່ອງມືທີ່ຮັບໃຊ້ຊາຕານ ຜູ້ທີ່ຊົ່ວຮ້າຍບໍ? ຊີວິດຂອງເຮົາແມ່ນເພື່ອຄວາມຊື່ນບານຂອງຄົນທີ່ບໍລິສຸດ. ເຮົາສາມາດອະນຸຍາດໃຫ້ເຈົ້າຫຼິ້ນກັບຊີວິດຂອງເຮົາຕາມທີ່ເຈົ້າຕ້ອງການ ແລະ ໃຊ້ມັນເປັນເຄື່ອງມືໃນການສ້າງຂໍ້ຂັດແຍ້ງທ່າມກາງພວກເຈົ້າເອງໄດ້ແນວໃດ? ພວກເຈົ້າບໍ່ມີຄວາມເມດຕາເລີຍ ແລະ ຂາດວິທີທາງແຫ່ງຄວາມດີ ໃນວິທີທີ່ພວກເຈົ້າມີຕໍ່ເຮົາໄດ້ແນວໃດ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາໄດ້ບັນທຶກການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າລົງໃນພຣະທຳແຫ່ງຊີວິດແລ້ວ? ພວກເຈົ້າຈະລອດພົ້ນມື້ແຫ່ງຄວາມໂກດຮ້າຍເມື່ອເຮົາລົງໂທດອີຢິບໄດ້ແນວໃດ? ເຮົາຈະອະນຸຍາດໃຫ້ພວກເຈົ້າຕໍ່ຕ້ານ ແລະ ບໍ່ຍອມເຊື່ອຟັງເຮົາແບບນີ້ ເທື່ອແລ້ວເທື່ອເລົ້າໄດ້ແນວໃດ? ເຮົາບອກເຈົ້າຢ່າງແຈ່ມແຈ້ງ ເມື່ອຮອດມື້ນັ້ນ ການລົງໂທດຂອງພວກເຈົ້າຈະໜັກຫຼາຍກວ່າຂອງອີຢິບ! ພວກເຈົ້າຈະສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍຂອງເຮົາໄດ້ແນວໃດ? ເຮົາບອກພວກເຈົ້າຕາມຄວາມຈິງ: ຄວາມອົດທົນຂອງເຮົາຖືກກຽມໄວ້ສຳລັບການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າ ແລະ ມີຢູ່ເພື່ອການລົງໂທດຂອງພວກເຈົ້າໃນມື້ນັ້ນ. ພວກເຈົ້າບໍ່ແມ່ນຄົນທີ່ຈະທໍລະມານຕໍ່ການພິພາກສາທີ່ໂກດຮ້າຍ ເມື່ອເຮົາໝົດຄວາມອົດທົນນັ້ນບໍ? ທຸກສິ່ງທຸກຢ່າງບໍ່ໄດ້ຢູ່ໃນກໍາມືຂອງເຮົາ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ ບໍ? ດັ່ງນັ້ນ ພາຍໃຕ້ທ້ອງຟ້ານີ້ ເຮົາຈະໃຫ້ພວກເຈົ້າບໍ່ເຊື່ອຟັງເຮົາແບບນັ້ນໄດ້ແນວໃດ? ຊີວິດຂອງພວກເຈົ້າຈະຫຍຸ້ງຍາກຫຼາຍ ເພາະພວກເຈົ້າໄດ້ພົບກັບພຣະເມຊີອາ ຕາມທີ່ຖືກກ່າວຂານໄວ້ວ່າ ພຣະອົງຈະສະເດັດມາ ແຕ່ບໍ່ເຄີຍມາຈັກເທື່ອ. ພວກເຈົ້າບໍ່ແມ່ນສັດຕູຂອງພຣະອົງບໍ? ພຣະເຢຊູເປັນເພື່ອນກັບພວກເຈົ້າ ແຕ່ພວກເຈົ້າເປັນສັດຕູກັບພຣະເມຊີອາ. ພວກເຈົ້າບໍ່ຮູ້ບໍວ່າ ເຖິງພວກເຈົ້າເປັນເພື່ອນກັບພຣະເຢຊູ ແຕ່ການກະທຳຊົ່ວຮ້າຍຂອງພວກເຈົ້າແມ່ນຝັງເລິກຢູ່ໃນເສັ້ນເລືອດຂອງຜູ້ຄົນທີ່ໜ້າລັງກຽດທີ່ສຸດ? ເຖິງແມ່ນພວກເຈົ້າຈະໃກ້ຊິດກັບພຣະເຢໂຮວາຫຼາຍ ແຕ່ພວກເຈົ້າບໍ່ຮູ້ບໍວ່າ ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ໄປເຖິງຫູຂອງພຣະເຢໂຮວາ ແລະ ທ້າທາຍຄວາມໂກດຮ້າຍຂອງພຣະອົງ? ພຣະອົງຈະໃກ້ຊິດກັບເຈົ້າໄດ້ແນວໃດ ແລະ ພຣະອົງຈະບໍ່ເຜົາເສັ້ນເລືອດຂອງພວກເຈົ້າທີ່ເຕັມໄປດ້ວຍການກະທຳຊົ່ວຮ້າຍໄດ້ແນວໃດ? ພຣະອົງຈະບໍ່ສາມາດເປັນສັດຕູຂອງເຈົ້າໄດ້ແນວໃດ?

ກ່ອນນີ້: ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ

ຕໍ່ໄປ: ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້