ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)

ເມື່ອພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ເຂົ້າຮ່ວມໃນການຈັດຕັ້ງ ຫຼື ການເຄື່ອນໄຫວໃດໆ, ແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ. ໃນແຕ່ລະຄັ້ງທີ່ພຣະອົງກາຍມາເປັນເນື້ອໜັງ, ມັນແມ່ນພຽງແຕ່ເພື່ອເຮັດໃຫ້ຂັ້ນຕອນຂອງພາລະກິດສຳເລັດ ແລະ ເປີດຍຸກໃໝ່. ບັດນີ້ ຍຸກແຫ່ງອານາຈັກໄດ້ມາເຖິງແລ້ວ ແລະ ການຝຶກຝົນສຳລັບອານາຈັກກໍມາເຖິງແລ້ວ. ຂັ້ນຕອນນີ້ຂອງພາລະກິດບໍ່ແມ່ນພາລະກິດຂອງມະນຸດ, ມັນບໍ່ແມ່ນເພື່ອປັ້ນມະນຸດຈົນເຖິງລະດັບໃດໜຶ່ງ; ມັນພຽງແຕ່ເພື່ອເຮັດໃຫ້ສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າສຳເລັດ. ສິ່ງທີ່ພຣະເຈົ້າປະຕິບັດບໍ່ແມ່ນພາລະກິດຂອງມະນຸດ, ມັນບໍ່ແມ່ນເພື່ອບັນລຸຜົນໃດໜຶ່ງໃນການປັ້ນມະນຸດກ່ອນທີ່ຈະຈາກໂລກໄປ; ມັນແມ່ນເພື່ອປະຕິບັນພັນທະກິດຂອງພຣະອົງໃຫ້ສຳເລັດ ແລະ ສຳເລັດພາລະກິດທີ່ພຣະອົງຄວນເຮັດໃຫ້ສຳເລັດ ເຊິ່ງກໍຄືການຈັດກຽມຢ່າງເໝາະສົມສຳລັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ໄດ້ຮັບສະຫງ່າລາສີ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ຄືກັບພາລະກິດຂອງມະນຸດທີ່ພຣະວິນຍານບໍລິສຸດໄດ້ໃຊ້. ເມື່ອພຣະເຈົ້າມາເພື່ອປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງພຽງແຕ່ສົນໃຈກັບການປະຕິບັດພັນທະຂອງພຣະອົງໃຫ້ສຳເລັດ. ແຕ່ສຳລັບເລື່ອງອື່ນໆທີ່ບໍ່ກ່ຽວຂ້ອງກັບພັນທະກິດຂອງພຣະອົງ, ພຣະອົງເກືອບບໍ່ມີສ່ວນຮ່ວມໃດໆເລີຍ, ຈົນເຖິງຂັ້ນເຮັດຄືບໍ່ຮູ້ບໍ່ເຫັນ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດເທົ່ານັ້ນ ແລະ ໜ້ອຍທີ່ສຸດທີ່ພຣະອົງຈະສົນໃຈໃນພາລະກິດທີ່ມະນຸດຄວນປະຕິບັດ. ພາລະກິດທີ່ພຣະອົງປະຕິບັດແມ່ນສິ່ງທີ່ກ່ຽວຂ້ອງກັບຍຸກທີ່ພຣະອົງກຳລັງຢູ່ເທົ່ານັ້ນ ແລະ ກ່ຽວຂ້ອງກັບພັນທະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ, ຄືກັບວ່າເລື່ອງອື່ນໆທັງໝົດແມ່ນຢູ່ນອກຂອບເຂດຂອງພຣະອົງ. ພຣະອົງບໍ່ປະກອບຕົນເອງດ້ວຍຄວາມຮູ້ພື້ນຖານເພີ່ມຂຶ້ນກ່ຽວກັບການດຳລົງຊີວິດດັ່ງມະນຸດ ຫຼື ພຣະອົງບໍ່ໄດ້ຮຽນຮູ້ທັກສະສັງຄົມຫຼາຍຂຶ້ນ ຫຼື ປະກອບຕົນເອງດ້ວຍສິ່ງໃດໆທີ່ມະນຸດເຂົ້າໃຈ. ທຸກສິ່ງທີ່ມະນຸດຄວນມີບໍ່ໄດ້ກ່ຽວພັນກັບພຣະອົງເລີຍ ແລະ ພຣະອົງພຽງແຕ່ປະຕິບັດພາລະກິດທີ່ເປັນໜ້າທີ່ຂອງພຣະອົງ. ແລ້ວດ້ວຍເຫດນີ້ ຕາມທີ່ມະນຸດເຂົ້າໃຈ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຂາດເຂີນໃນຫຼາຍຢ່າງຈົນພຣະອົງບໍ່ໃສ່ໃຈກັບຫຼາຍໆສິ່ງທີ່ມະນຸດຄວນມີເລີຍ ແລະ ຍິ່ງໄປກວ່ານັ້ນກໍບໍ່ເຂົ້າໃຈບັນຫາດັ່ງກ່າວ. ສິ່ງດັ່ງກ່າວທີ່ເປັນຄວາມຮູ້ສາມັນກ່ຽວກັບຊີວິດ ພ້ອມກັບຫຼັກການທີ່ຄຸ້ມຄອງການປະພຶດສ່ວນຕົວ ແລະ ການມີປະຕິກິລິຍາກັບຄົນອື່ນ ແມ່ນປາກົດວ່າ ບໍ່ມີສ່ວນກ່ຽວຂ້ອງຫຍັງກັບພຣະອົງເລີຍ. ແຕ່ເຈົ້າບໍ່ສາມາດຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດພຽງຈາກຄວາມຜິດປົກກະຕິເລັກນ້ອຍເທົ່ານັ້ນ. ນັ້ນໝາຍຄວາມວ່າ ຄວາມເປັນມະນຸດຂອງພຣະອົງພຽງແຕ່ຮັກສາຊີວິດຂອງພຣະອົງດັ່ງມະນຸດປົກກະຕິ ແລະ ການໃຊ້ເຫດຜົນທຳມະດາຈາກສະໝອງຂອງພຣະອົງ, ທີ່ເຮັດໃຫ້ພຣະອົງມີຄວາມສາມາດແຍກແຍະລະຫວ່າງສິ່ງທີ່ຖືກ ແລະ ຜິດ. ເຖິງຢ່າງໃດກໍຕາມ ພຣະອົງບໍ່ໄດ້ປະກອບດ້ວຍສິ່ງອື່ນອີກ, ດ້ວຍວ່າ ທຸກສິ່ງເຫຼົ່ານັ້ນແມ່ນມະນຸດ (ສິ່ງຖືກສ້າງ) ເທົ່ານັ້ນຄວນມີ. ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອປະຕິບັດພັນທະກິດຂອງພຣະອົງເອງໃຫ້ສຳເລັດ. ພາລະກິດຂອງພຣະອົງແມ່ນແນໃສ່ຍຸກທັງໝົດ ບໍ່ແມ່ນບຸກຄົນໃດໜຶ່ງ ຫຼື ສະຖານທີ່ໃດໜຶ່ງ ແຕ່ເປັນຈັກກະວານທັງປວງ. ນີ້ແມ່ນທິດທາງຂອງພາລະກິດຂອງພຣະອົງ ແລະ ຫຼັກການທີ່ພຣະອົງປະຕິບັດພາລະກິດ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້ ແລະ ມະນຸດກໍບໍ່ມີທາງທີ່ຈະມີສ່ວນຮ່ວມໃນສິ່ງນັ້ນໄດ້. ແຕ່ລະຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງແມ່ນນໍາເອົາພາລະກິດຂອງຍຸກນັ້ນມາກັບພຣະອົງ ແລະ ບໍ່ໄດ້ມີເຈດຕະນາທີ່ຈະດຳລົງຊີວິດຄຽງຂ້າງມະນຸດເປັນເວລາຊາວ, ສາມສິບ, ສີ່ສິບ ຫຼື ແມ່ນແຕ່ເຈັດສິບ ຫຼື ແປດສິບປີ ເພື່ອໃຫ້ເຂົາເຂົ້າໃຈ ແລະ ມີຄວາມເຂົ້າໃຈໃນພຣະອົງຫຼາຍຂຶ້ນ. ບໍ່ຈຳເປັນສຳລັບສິ່ງນັ້ນ! ການເຮັດແບບນີ້ຈະບໍ່ມີທາງເຮັດໃຫ້ຄວາມຮູ້ທີ່ມະນຸດມີກ່ຽວກັບອຸປະນິໄສໂດຍທຳມະຊາດຂອງພຣະອົງນັ້ນເລິກເຊິ່ງຍິ່ງຂຶ້ນ;ກົງກັນຂ້າມ ມັນພຽງແຕ່ຈະເພີ່ມແນວຄວາມຄິດ ແລະ ເຮັດໃຫ້ແນວຄິດ ແລະ ຄວາມຄິດຂອງເຂົາກາຍເປັນຊາກຫີນ. ດ້ວຍເຫດນັ້ນ ມັນຈຶ່ງເປັນສິ່ງຈຳເປັນທີ່ພວກເຈົ້າທຸກຄົນຕ້ອງເຂົ້າໃຈຢ່າງແທ້ຈິງວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຫຍັງແທ້. ແນ່ນອນວ່າ ພວກເຈົ້າບໍ່ສາມາດລົ້ມເຫຼວທີ່ຈະເຂົ້າໃຈພຣະທຳທີ່ເຮົາໄດ້ກ່າວຕໍ່ພວກເຈົ້າ: “ເຮົາມາ ບໍ່ແມ່ນເພື່ອປະສົບກັບຊີວິດຂອງມະນຸດທຳມະດາ”? ພວກເຈົ້າໄດ້ລືມພຣະທຳເຫຼົ່ານີ້ແລ້ວບໍ: “ພຣະເຈົ້າໄດ້ມາເທິງແຜ່ນດິນໂລກບໍ່ແມ່ນເພື່ອດຳລົງຊີວິດຂອງມະນຸດທຳມະດາ”? ພວກເຈົ້າບໍ່ເຂົ້າໃຈຈຸດປະສົງຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງ ຫຼື ພວກເຈົ້າບໍ່ຮູ້ຈັກຄວາມໝາຍຂອງ “ພຣະເຈົ້າຈະສາມາດມາຢູ່ເທິງແຜ່ນດິນໂລກໂດຍມີເຈດຕະນາທີ່ຈະປະສົບກັບຊີວິດຂອງສິ່ງຖືກສ້າງໄດ້ແນວໃດ?” ພຣະເຈົ້າມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດໃຫ້ພາລະກິດຂອງພຣະອົງສຳເລັດ ແລະ ສະນັ້ນພາລະກິດຂອງພຣະອົງເທິງແຜ່ນດິນໂລກຈຶ່ງເປັນພຽງໄລຍະສັ້ນ. ພຣະອົງມາເທິງແຜ່ນດິນໂລກໂດຍບໍ່ໄດ້ມີເຈດຕະນາເຮັດໃຫ້ພຣະວິນຍານຂອງພຣະເຈົ້າຝຶກຝົນຮ່າງກາຍທາງເນື້ອໜັງຂອງພຣະອົງເພື່ອໃຫ້ກາຍເປັນມະນຸດສູງສົ່ງທີ່ຈະນໍາພາຄຣິສຕະຈັກໄດ້. ເມື່ອພຣະເຈົ້າມາເທິງແຜ່ນດິນໂລກ, ມັນແມ່ນພຣະທຳທີ່ກາຍມາເປັນເນື້ອໜັງ; ເຖິງຢ່າງໃດກໍຕາມ ມະນຸດບໍ່ຮູ້ຈັກເຖິງພາລະກິດຂອງພຣະອົງ ແລະ ໂທດສິ່ງຕ່າງໆໃສ່ພຣະອົງໂດຍການໃຊ້ກຳລັງ. ແຕ່ພວກເຈົ້າທຸກຄົນຄວນເຂົ້າໃຈວ່າພຣະເຈົ້າເປັນ “ພຣະທຳທີ່ກາຍມາເປັນເນື້ອໜັງ” ບໍ່ແມ່ນຮ່າງກາຍທາງເນື້ອໜັງທີ່ຖືກຝຶກຝົນໂດຍພຣະວິນຍານຂອງພຣະເຈົ້າເພື່ອຮັບເອົາບົດບາດຂອງພຣະເຈົ້າໃນຊ່ວງເວລາໃດໜຶ່ງ. ພຣະເຈົ້າເອງບໍ່ແມ່ນຜົນຜະລິດແຫ່ງການຝຶກຝົນ, ແຕ່ເປັນພຣະທຳທີ່ກາຍມາເປັນເນື້ອໜັງ ແລະ ໃນປັດຈຸບັນ ພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງພວກເຈົ້າທຸກຄົນຢ່າງເປັນທາງການ. ພວກເຈົ້າທຸກຄົນຮູ້ຈັກ ແລະ ຮັບຮູ້ວ່າການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຄວາມຈິງ, ແຕ່ພວກເຈົ້າກໍທຳທ່າເຮັດຄືກັບວ່າພວກເຈົ້າບໍ່ສາມາດເຂົ້າໃຈໃນສິ່ງນີ້ເລີຍ. ຈາກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຈົນເຖິງຄວາມໝາຍ ແລະ ທາດແທ້ຂອງການບັງເກີດເປັນມະນຸດຂອງພຣະອົງ, ພວກເຈົ້າບໍ່ສາມາດເຂົ້າໃຈສິ່ງເຫຼົ່ານີ້ແມ່ນແຕ່ໜ້ອຍດຽວ ແລະ ພຽງແຕ່ເຮັດຕາມຄົນອື່ນໃນການເລົ່າພຣະທຳຢ່າງຄ່ອງແຄ້ວຈາກຄວາມຈື່ຈຳ. ເຈົ້າເຊື່ອວ່າພຣະເຈົ້າທີ່ບັງເກີດເປັນມະນຸດເປັນຕາມທີ່ເຈົ້າຈິນຕະນາການບໍ?

ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອນໍາພາຍຸກ ແລະ ເຄື່ອນໄຫວພາລະກິດໃໝ່ເທົ່ານັ້ນ. ມັນຈຳເປັນທີ່ພວກເຈົ້າຈະເຂົ້າໃຈໃນຈຸດນີ້. ສິ່ງນີ້ແມ່ນແຕກຕ່າງຈາກໜ້າທີ່ຂອງມະນຸດຫຼາຍ ແລະ ທັງສອງຢ່າງແມ່ນບໍ່ສາມາດຖືກກ່າວເຖິງດ້ວຍລົມຫາຍໃຈດຽວກັນ. ມະນຸດຕ້ອງຖືກປູກຝັງ ແລະ ຖືກເຮັດໃຫ້ສົມບູນເປັນໄລຍະເວລາດົນນານກ່ອນທີ່ເຂົາຈະສາມາດປະຕິບັດພາລະກິດ ແລະ ປະເພດຂອງຄວາມເປັນມະນຸດທີ່ຈຳເປັນແມ່ນມາຈາກລະດັບທີ່ສູງສົ່ງເປັນພິເສດ. ບໍ່ແມ່ນພຽງມະນຸດຕ້ອງສາມາດຮັກສາອຳນາດຂອງມະນຸດທີ່ທຳມະດາໃນການໃຊ້ເຫດຜົນ, ແຕ່ເຂົາຕ້ອງຍິ່ງເຂົ້າໃຈຫຼາຍໆຫຼັກການ ແລະ ກົດລະບຽບທີ່ຄຸ້ມຄອງການປະພຶດຂອງເຂົາໃນການພົວພັນກັບຄົນອື່ນ ແລະ ຍິ່ງໄປກວ່ານັ້ນ ເຂົາຕ້ອງອຸທິດຕົນທີ່ຈະສຶກສາຫຼາຍຍິ່ງຂຶ້ນກ່ຽວກັບສະຕິປັນຍາ ແລະ ຄວາມຮູ້ທາງຈັນຍາບັນຂອງມະນຸດ. ນີ້ແມ່ນສິ່ງທີ່ມະນຸດຄວນປະກອບມີ. ເຖິງຢ່າງໃດກໍຕາມ ມັນບໍ່ໄດ້ເປັນແບບນີ້ສຳລັບພຣະເຈົ້າທີ່ບັງເກີດເປັນມະນຸດ, ຍ້ອນພາລະກິດຂອງພຣະອົງບໍ່ໄດ້ສະແດງໃຫ້ເຫັນເຖິງມະນຸດ ຫຼື ບໍ່ແມ່ນພາລະກິດຂອງມະນຸດ; ກົງກັນຂ້າມ ມັນຄືການສະແດງອອກໂດຍກົງຂອງການເປັນຢູ່ຂອງພຣະອົງ ແລະ ການປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດໂດຍກົງ. (ໂດຍທຳມະຊາດແລ້ວ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນເວລາທີ່ເໝາະສົມ ແລະ ບໍ່ແມ່ນບາງຄັ້ງບາງຄາວ ແລະ ຕາມເວລາໃດໜຶ່ງ ແລະ ພາລະກິດນັ້ນເລີ່ມຕົ້ນກໍເມື່ອມັນເຖິງເວລາຂອງການປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ). ພຣະອົງບໍ່ມີສ່ວນຮ່ວມໃນຊີວິດຂອງມະນຸດ ຫຼື ພາລະກິດຂອງມະນຸດ ນັ້ນກໍຄື ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ປະກອບດ້ວຍສິ່ງເຫຼົ່ານີ້ (ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດຂອງພຣະອົງ). ພຣະອົງພຽງແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ເມື່ອມັນເຖິງເວລາທີ່ພຣະຕ້ອງປະຕິບັດ; ບໍ່ວ່າສະຖານະຂອງພຣະອົງຈະເປັນແນວໃດກໍຕາມ, ພຣະອົງກໍຈະເດີນໄປຂ້າງໜ້າຢ່າງໄວພ້ອມກັບພາລະກິດທີ່ພຣະອົງຄວນປະຕິບັດ. ບໍ່ວ່າມະນຸດຈະຮູ້ຫຍັງກ່ຽວກັບພຣະອົງ ແລະ ບໍ່ວ່າມະນຸດຈະມີແນວຄິດເຫັນຫຍັງກໍຕາມກ່ຽວກັບພຣະອົງ, ພາລະກິດຂອງພຣະອົງບໍ່ໄດ້ຮັບຜົນກະທົບທັງສິ້ນ. ຕົວຢ່າງເຊັ່ນ ເມື່ອພຣະເຢຊູປະຕິບັດພາລະກິດຂອງພຣະອົງ, ບໍ່ມີໃຜຮູ້ຈັກວ່າພຣະອົງແມ່ນໃຜກັນແທ້, ແຕ່ພຣະອົງກໍເດີນໄປຂ້າງໜ້າຢ່າງໄວກັບພາລະກິດຂອງພຣະອົງ. ບໍ່ມີສິ່ງໃດຂັດຂວາງພຣະອົງບໍ່ໃຫ້ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ສະນັ້ນ ພຣະອົງຈຶ່ງບໍ່ໄດ້ສາລະພາບ ຫຼື ປະກາດຕົວຕົນຂອງພຣະເອງໄວ້ລ່ວງໜ້າ ແລະ ພຽງແຕ່ປ່ອຍໃຫ້ມະນຸດຕິດຕາມພຣະອົງເອງ. ໂດຍທຳມະຊາດແລ້ວ ສິ່ງນີ້ບໍ່ໄດ້ເປັນພຽງແຕ່ຄວາມຖ່ອມຕົວຂອງພຣະເຈົ້າເທົ່ານັ້ນ; ມັນຍັງເປັນວິທີທີ່ພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ພຣະອົງພຽງແຕ່ສາມາດປະຕິບັດພາລະກິດໃນລັກສະນະນີ້, ຍ້ອນມະນຸດບໍ່ມີທາງຮັບຮູ້ພຣະອົງໄດ້ໂດຍສາຍຕາເປົ່າ. ເຖິງແມ່ນມະນຸດຈະຮັບຮູ້ພຣະອົງ, ເຂົາກໍຈະບໍ່ສາມາດຊ່ວຍໃນພາລະກິດຂອງພຣະອົງໄດ້. ຍິ່ງໄປກວ່ານັ້ນ, ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງເພື່ອໃຫ້ມະນຸດມາຮູ້ຈັກກັບເນື້ອໜັງຂອງພຣະອົງ; ມັນແມ່ນເພື່ອປະຕິບັດພາລະກິດ ແລະ ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ. ດ້ວຍເຫດຜົນນີ້, ພຣະອົງຈຶ່ງບໍ່ໃຫ້ຄວາມສຳຄັນໃນການເຮັດໃຫ້ຕົວຕົນຂອງພຣະອົງເປັນທີ່ຮູ້ຈັກກັນໂດຍທົ່ວໄປ. ເມື່ອພຣະອົງໄດ້ເຮັດໃຫ້ພາລະກິດທັງໝົດທີ່ພຣະອົງຄວນປະຕິບັດນັ້ນສຳເລັດລົງ, ຕົວຕົນ ແລະ ສະຖານະທັງໝົດຂອງພຣະອົງກໍຊັດແຈ້ງຕໍ່ມະນຸດໂດຍທຳມະຊາດ. ພຣະເຈົ້າທີ່ກາຍມາເປັນເນື້ອໜັງສືບຕໍ່ຢູ່ແບບງຽບໆ ແລະ ບໍ່ປະກາດຫຍັງເລີຍ. ພຣະອົງບໍ່ສົນໃຈຕໍ່ມະນຸດ ຫຼື ຕໍ່ວິທີທີ່ມະນຸດກ້າວໄປຂ້າງໜ້າພ້ອມກັບການຕິດຕາມພຣະອົງ, ພຽງແຕ່ເດີນໄປຂ້າງໜ້າຢ່າງໄວເພື່ອປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ແລະ ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ບໍ່ມີໃຜສາມາດຢືນຂວາງທາງພາລະກິດຂອງພຣະອົງໄດ້. ເມື່ອເວລາທີ່ພຣະອົງຈະສິ້ນສຸດພາລະກິດຂອງພຣະອົງມາເຖິງ, ມັນກໍຈະສິ້ນສຸດລົງໂດຍບໍ່ມີຫຍັງຜິດພາດ ແລະ ຖືກນໍາໄປສູ່ຈຸດສຸດທ້າຍ ແລະ ບໍ່ມີໃຜສາມາດສັ່ງການໄດ້. ພຽງແຕ່ຫຼັງຈາກທີ່ພຣະອົງໄປຈາກມະນຸດເມື່ອໄດ້ສຳເລັດພາລະກິດຂອງພຣະອົງ ມະນຸດຈຶ່ງຈະເຂົ້າໃຈພາລະກິດທີ່ພຣະອົງປະຕິບັດ, ເຖິງແມ່ນຍັງບໍ່ຊັດແຈ້ງທັງໝົດ. ອາດໃຊ້ເວລາດົນທີ່ມະນຸດຈະເຂົ້າໃຈຢ່າງສົມບູນກ່ຽວກັບເຈດຕະນາທີ່ພຣະອົງເລີ່ມປະຕິບັດພາລະກິດຂອງພຣະອົງທໍາອິດ. ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງຍຸກຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກແບ່ງອອກເປັນສອງສ່ວນ. ສ່ວນໜຶ່ງປະກອບດ້ວຍພາລະກິດທີ່ເນື້ອໜັງຂອງການບັງເກີດເປັນມະນຸດຂອງພຣະເຈົ້າເອງປະຕິບັດ ແລະ ພຣະທຳຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເອງກ່າວ. ຫຼັງຈາກທີ່ພັນທະກິດຂອງເນື້ອໜັງຂອງພຣະອົງຖືກເຮັດໃຫ້ສຳເລັດຢ່າງຄົບຖ້ວນ, ອີກສ່ວນຂອງພາລະກິດກໍຍັງຕ້ອງໄດ້ປະຕິບັດໂດຍຄົນທີ່ພຣະວິນຍານບໍລິສຸດໃຊ້. ໃນເວລານີ້ ມະນຸດຄວນປະຕິບັດໜ້າທີ່ຂອງເຂົາ, ຍ້ອນພຣະເຈົ້າໄດ້ເປີດຫົນທາງແລ້ວ ແລະ ມະນຸດຈຳເປັນຕ້ອງຍ່າງດ້ວຍຕົນເອງ. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ກາຍມາເປັນເນື້ອໜັງປະຕິບັດສ່ວນໜຶ່ງຂອງພາລະກິດ ແລະ ຫຼັງຈາກນັ້ນ ພຣະວິນຍານບໍລິສຸດພ້ອມກັບຄົນທີ່ພຣະວິນຍານບໍລິສຸດໃຊ້ກໍຈະຮັບຊ່ວງຕໍ່ໄປຂອງພາລະກິດນີ້. ສະນັ້ນ ໃນຂັ້ນຕອນນີ້ ມະນຸດຄວນຮູ້ຈັກວ່າແມ່ນຫຍັງຄືພາລະກິດທີ່ພຣະເຈົ້າທີ່ກາຍມາເປັນເນື້ອໜັງປະຕິບັດເປັນຫຼັກ ແລະ ເຂົາຕ້ອງເຂົ້າໃຈວ່າແມ່ນຫຍັງຄືຄວາມໝາຍແທ້ຈິງຂອງພຣະເຈົ້າທີ່ກາຍເປັນມະນຸດ ແລະ ແມ່ນຫຍັງຄືພາລະກິດທີ່ພຣະເຈົ້າຄວນປະຕິບັດ, ແທນທີ່ຈະຮຽກຮ້ອງຈາກພຣະເຈົ້າຕາມການຕ້ອງການຂອງມະນຸດ. ໃນທີ່ນີ້ມີຂໍ້ຜິດພາດຂອງມະນຸດ, ແນວຄິດຂອງເຂົາ ແລະ ຍິ່ງກວ່ານັ້ນແມ່ນຄວາມບໍ່ເຊື່ອຟັງຂອງເຂົາ.

ພຣະເຈົ້າກາຍມາເປັນເນື້ອໜັງໂດຍບໍ່ໄດ້ມີເຈດຕະນາທີ່ຈະໃຫ້ມະນຸດຮູ້ຈັກເນື້ອໜັງຂອງພຣະອົງ ຫຼື ເຮັດໃຫ້ມະນຸດແຍກແຍະຄວາມແຕກຕ່າງລະຫວ່າງເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເນື້ອໜັງມະນຸດ ຫຼື ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອຝຶກຝົນຄວາມສາມາດໃນການແຍກແຍະຂອງມະນຸດ ແລະ ແຮງໄກເລີຍທີ່ພຣະອົງຈະເຮັດແບບນັ້ນໂດຍມີເຈດຕະນາທີ່ຈະຍອມໃຫ້ມະນຸດນະມັດສະການເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ເພື່ອຮັບເອົາສະຫງ່າລາສີທີ່ຍິ່ງໃຫຍ່ທີ່ສຸດ. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນເຈດຕະນາເດີມຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງ ຫຼື ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອກ່າວໂທດມະນຸດ ຫຼື ຕັ້ງໃຈເພື່ອເປີດໂປງມະນຸດ ຫຼື ເພື່ອເຮັດໃຫ້ສິ່ງຕ່າງໆລຳບາກສຳລັບເຂົາ. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນເຈດຕະນາເດີມຂອງພຣະເຈົ້າ. ທຸກຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ມັນເປັນຮູບແບບໜຶ່ງຂອງພາລະກິດທີ່ບໍ່ສາມາດຫຼີກເວັ້ນໄດ້. ມັນແມ່ນເພື່ອເຫັນແກ່ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ການຄຸ້ມຄອງທີ່ຍິ່ງໃຫຍ່ຂອງພຣະອົງ ພຣະອົງຈຶ່ງປະຕິບັດແບບທີ່ພຣະອົງໄດ້ເຮັດ ແລະ ບໍ່ແມ່ນຍ້ອນເຫດຜົນທີ່ມະນຸດຈິນຕະນາການ. ພຣະອົງມາເທິງແຜ່ນດິນໂລກຕາມທີ່ພາລະກິດຂອງພຣະອົງຮຽກຮ້ອງເທົ່ານັ້ນ ແລະ ມີແຕ່ເມື່ອຈຳເປັນເທົ່ານັ້ນ. ພຣະອົງບໍ່ມາເທິງແຜ່ນດິນໂລກໂດຍມີເຈດຕະນາທີ່ຈະພະເນຈອນທົ່ວໂລກ, ແຕ່ເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ແລ້ວເປັນຫຍັງພຣະອົງຈຶ່ງຮັບເອົາພາລະໜັກໜ່ວງແບບນັ້ນ ແລະ ຮັບເອົາຄວາມສ່ຽງທີ່ຍິ່ງໃຫຍ່ດັ່ງກ່າວເພື່ອປະຕິບັດພາລະກິດຂອງພຣະອົງ? ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເມື່ອພຣະອົງຈຳເປັນຕ້ອງເຮັດ ແລະ ມີຄວາມໝາຍທີ່ພິເສດຢູ່ສະເໝີ. ຖ້າບໍ່ແມ່ນເພື່ອເຫັນແກ່ການເຮັດໃຫ້ມະນຸດຫຼຽວເບິ່ງພຣະອົງ ແລະ ເປີດຂອບເຂດຂອງພວກເຂົາ, ແລ້ວແນ່ນອນທີ່ສຸດ ພຣະອົງແມ່ນບໍ່ໄດ້ມາຢູ່ທ່າມກາງມະນຸດຢ່າງງ່າຍດາຍ. ພຣະອົງມາເທິງແຜ່ນດິນໂລກເພື່ອເຫັນແກ່ການຄຸ້ມຄອງຂອງພຣະອົງ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ເພື່ອວ່າພຣະອົງອາດໄດ້ຮັບເອົາມະນຸດຫຼາຍກວ່າເກົ່າ. ພຣະອົງມາເພື່ອເປັນຕົວແທນໃຫ້ກັບຍຸກ, ພຣະອົງມາເພື່ອເອົາຊະນະຊາຕານ ແລະ ເພື່ອເອົາຊະນະຊາຕານ ພຣະອົງຈຶ່ງສວມໃສ່ເນື້ອໜັງ. ຍິ່ງໄປກວ່ານັ້ນ ພຣະອົງມາເພື່ອນໍາພາມະນຸດຊາດທັງປວງໃນການດຳລົງຊີວິດຂອງພວກເຂົາ. ທຸກສິ່ງເຫຼົ່ານີ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງ ແລະ ມັນກ່ຽວຂ້ອງກັບພາລະກິດຂອງຈັກກະວານທັງປວງ. ຖ້າພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ມະນຸດມາຮູ້ຈັກເນື້ອໜັງຂອງພຣະອົງ ແລະ ເປີດຕາຂອງມະນຸດ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ເດີນທາງໄປທຸກປະເທດ? ສິ່ງນີ້ບໍ່ແມ່ນເລື່ອງງ່າຍທີ່ສຸດບໍ? ແຕ່ພຣະອົງບໍ່ໄດ້ເຮັດແບບນັ້ນ, ກົງກັນຂ້າມ ພຣະອົງເລືອກສະຖານທີ່ເໝາະສົມທີ່ຈະປັກຫຼັກ ແລະ ເລີ່ມຕົ້ນພາລະກິດທີ່ພຣະອົງຄວນປະຕິບັດ. ມີພຽງແຕ່ເນື້ອໜັງນີ້ເທົ່ານັ້ນທີ່ມີຄວາມໝາຍຢ່າງຫຼວງຫຼາຍ. ພຣະອົງເປັນຕົວແທນໃຫ້ກັບຍຸກທົງໝົດ ແລະ ຍັງປະຕິບັດພາລະກິດຂອງຍຸກທັງໝົດ; ພຣະອົງນໍາຍຸກເກົ່າມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກໃໝ່. ທຸກສິ່ງນີ້ແມ່ນເລື່ອງທີ່ສຳຄັນເຊິ່ງກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ແລະ ມັນຄືຄວາມໝາຍຂອງຂັ້ນຕອນໜຶ່ງຂອງພາລະກິດທີ່ພຣະເຈົ້າໄດ້ມາເທິງແຜ່ນດິນໂລກເພື່ອປະຕິບັດ. ເມື່ອພຣະເຢຊູມາເທິງແຜ່ນດິນໂລກ, ພຣະອົງພຽງແຕ່ກ່າວພຣະທຳບາງຂໍ້ ແລະ ປະຕິບັດພາລະກິດບາງຢ່າງ; ພຣະອົງບໍ່ໄດ້ສົນໃຈກັບຊີວິດຂອງມະນຸດ ແລະ ຈາກໄປທັນທີທີ່ພຣະອົງໄດ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ. ໃນປັດຈຸບັນ, ເມື່ອເຮົາໄດ້ສຳເລັດການກ່າວ ແລະ ສົ່ງຕໍ່ພຣະທຳຂອງເຮົາໄປໃຫ້ກັບພວກເຈົ້າ ແລະ ເມື່ອພວກເຈົ້າທຸກຄົນໄດ້ເຂົ້າໃຈ, ບາດກ້າວນີ້ໃນພາລະກິດຂອງເຮົາກໍຈະສິ້ນສຸດລົງ, ບໍ່ວ່າຊີວິດຂອງພວກເຈົ້າຈະເປັນແນວໃດກໍຕາມ. ໃນອະນາຄົດ ມີບາງຄົນທີ່ຈະສືບຕໍ່ບາດກ້າວນີ້ໃນພາລະກິດຂອງເຮົາ ແລະ ສືບຕໍ່ປະຕິບັດພາລະກິດເທິງແຜ່ນດິນໂລກຕາມພຣະທຳເຫຼົ່ານີ້; ໃນເວລານັ້ນ ພາລະກິດຂອງມະນຸດ ແລະ ການກໍ່ສ້າງຂອງມະນຸດຈະເລີ່ມຕົ້ນຂຶ້ນ. ແຕ່ໃນປັດຈຸບັນ ພຣະເຈົ້າພຽງແຕ່ປະຕິບັດພາລະກິດຂອງພຣະອົງເພື່ອເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ ແລະ ເພື່ອເຮັດໃຫ້ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະອົງສຳເລັດລົງ. ພຣະເຈົ້າປະຕິບັດພາລະກິດໃນລັກສະນະທີ່ບໍ່ຄືກັນກັບມະນຸດ. ມະນຸດມັກການຊຸມນຸມກັນ ແລະ ການປະຊຸມ ແລະ ໃຫ້ຄວາມສຳຄັນກັບພິທີກຳ, ໃນຂະນະທີ່ສິ່ງທີ່ພຣະເຈົ້າກຽດຊັງທີ່ສຸດແມ່ນການຊຸມນຸມກັນ ແລະ ການພົບປະກັນຂອງມະນຸດ. ພຣະເຈົ້າສົນທະນາ ແລະ ກ່າວກັບມະນຸດຢ່າງບໍ່ເປັນທາງການ; ນີ້ແມ່ນພາລະກິດຂອງພຣະເຈົ້າ ເຊິ່ງຖືກປ່ອຍອອກຢ່າງເປັນພິເສດ ແລະ ຍັງເຮັດໃຫ້ພວກເຈົ້າເປັນອິດສະຫຼະ. ເຖິງຢ່າງໃດກໍຕາມ ເຮົາກຽດຊັງການຊຸມນຸມກັບພວກເຈົ້າແທ້ໆ ແລະ ເຮົາບໍ່ສາມາດລຶ້ງກັບຊີວິດທີ່ມີລະບຽບວິໄນເຄັ່ງຄັດແບບພວກເຈົ້າໄດ້. ເຮົາກຽດຊັງກົດລະ-ບຽບທີ່ສຸດ; ພວກມັນວາງຂໍ້ກຳນົດໃຫ້ມະນຸດຈົນເຖິງຈຸດທີ່ເຮັດໃຫ້ເຂົາຢ້ານທີ່ຈະເຄື່ອນໄຫວ, ຢ້ານທີ່ຈະເວົ້າ ແລະ ຢ້ານທີ່ຈະຮ້ອງເພງ, ສາຍຕາຂອງເຂົາຈ້ອງເບິ່ງແຕ່ເຈົ້າ. ເຮົາກຽດຊັງລັກສະນະການເຕົ້າໂຮມກັນຂອງພວກເຈົ້າທີ່ສຸດ ແລະ ເຮົາກໍກຽດຊັງການຊຸມນຸມໃຫຍ່ທີ່ສຸດ. ເຮົາຂໍປະຕິເສດທີ່ຈະຊຸມນຸມກັນກັບພວກເຈົ້າໃນລັກສະນະນີ້, ຍ້ອນລັກສະນະຂອງການດຳລົງຊີວິດແບບນີ້ເຮັດໃຫ້ຄົນໜຶ່ງຮູ້ສຶກວ່າຖືກຜູກມັດ ແລະ ພວກເຈົ້າກໍປະຕິບັດຕາມພິທີກຳ ແລະ ກົດລະບຽບຫຼາຍເກີນໄປ. ຖ້າພວກເຈົ້າໄດ້ຮັບອະນຸຍາດໃຫ້ນໍາພາມະນຸດ ພວກເຈົ້າກໍຈະນໍາພາພວກເຂົາທຸກຄົນໄປສູ່ຂອບເຂດຂອງກົດລະບຽບ ແລະ ມະນຸດກໍຈະບໍ່ມີທາງປະວາງກົດລະບຽບພາຍໃຕ້ການນໍາພາຂອງພວກເຈົ້າໄດ້; ກົງກັນຂ້າມ ບັນຍາກາດຂອງສາສະໜາຈະຍິ່ງຮຸນແຮງຫຼາຍຂຶ້ນ ແລະ ການປະຕິບັດຂອງມະນຸດກໍພຽງແຕ່ຈະສືບຕໍ່ເພີ່ມທະວີ. ມະນຸດບາງຄົນສືບຕໍ່ເທດສະໜາ ແລະ ເວົ້າເມື່ອພວກເຂົາເຕົ້າໂຮມກັນ ແລະ ບໍ່ເຄີຍຮູ້ສຶກເມື່ອຍຈັກເທື່ອ ແລະ ບາງຄົນສາມາດສືບຕໍ່ເທດສະໜາເປັນເວລາຫຼາຍສິບມື້ໂດຍບໍ່ມີຢຸດເຊົາ. ທຸກສິ່ງເຫຼົ່ານີ້ຖືວ່າເປັນການຊຸມນຸມ ແລະ ການພົບປະກັນຢ່າງໃຫຍ່ຫຼວງຂອງມະນຸດ; ພວກເຂົາບໍ່ມີຫຍັງກ່ຽວຂ້ອງກັບຊີວິດແຫ່ງການກິນ ແລະ ດື່ມ, ການເພີດເພີນ ຫຼື ຈິດວິນຍານຂອງການໄດ້ຮັບອິດສະຫຼະ. ທຸກສິ່ງເຫຼົ່ານີ້ແມ່ນການພົບປະກັນ! ການພົບປະກັນເພື່ອຮ່ວມງານຂອງພວກເຈົ້າ ພ້ອມກັບການຊຸມນຸມທັງໃຫຍ່ ແລະ ນ້ອຍ ລ້ວນແລ້ວແຕ່ເປັນຕາລັງກຽດສຳລັບເຮົາ ແລະ ເຮົາກໍບໍ່ຮູ້ສຶກສົນໃຈໃນສິ່ງເຫຼົ່ານັ້ນຈັກເທື່ອ. ນີ້ແມ່ນຫຼັກການທີ່ເຮົາປະຕິບັດພາລະກິດ: ເຮົາບໍ່ເຕັມໃຈທີ່ຈະເທດສະໜາໃນລະຫວ່າງການຊຸມນຸມ ຫຼື ເຮົາບໍ່ປາຖະໜາທີ່ຈະປະກາດຫຍັງກໍຕາມໃນບ່ອນຊຸມນຸມສາທາລະນະທີ່ໃຫຍ່ໂຕ ແລະ ແຮງໄກທີ່ເຮົາຈະໂຮມພວກເຈົ້າທຸກຄົນເພື່ອການປະຊຸມພິເສດເປັນເວລາສອງສາມມື້. ເຮົາບໍ່ເຫັນດ້ວຍວ່າພວກເຈົ້າທຸກຄົນຄວນນັ່ງຢ່າງຮຽບຮ້ອຍ ແລະ ເໝາະສົມໃນທີ່ຊຸມນຸມ; ເຮົາກຽດຊັງທີ່ຈະເຫັນພວກເຈົ້າດຳລົງຊີວິດພາຍໃນຂໍ້ຈຳກັດຂອງພິທີກຳໃດກໍຕາມທີ່ຖືກມອບໃຫ້ ແລະ ຍິ່ງໄປກວ່ານັ້ນ ເຮົາປະຕິເສດທີ່ຈະມີສ່ວນໃນພິທີກຳດັ່ງກ່າວຂອງພວກເຈົ້າ. ຍິ່ງພວກເຈົ້າເຮັດແບບນີ້ຫຼາຍສໍ່າໃດ, ເຮົາກໍຍິ່ງພົບວ່າມັນເປັນຕາລັງກຽດຫຼາຍສໍ່ານັ້ນ. ເຮົາບໍ່ມີຄວາມສົນໃຈແມ່ນແຕ່ໜ້ອຍດຽວໃນພິທີກຳເຫຼົ່ານີ້ ແລະ ກົດລະບຽບຂອງພວກເຈົ້າ; ບໍ່ວ່າພວກເຈົ້າຈະເຮັດອອກມາໄດ້ດີສໍ່າໃດກໍຕາມ, ເຮົາກໍພົບວ່າສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຕາລັງກຽດ. ມັນບໍ່ແມ່ນວ່າການຈັດແຈງຂອງພວກເຈົ້າບໍ່ເໝາະສົມ ຫຼື ພວກເຈົ້າຕໍ່າຕ້ອຍເກີນໄປ; ມັນເປັນຍ້ອນເຮົາກຽດຊັງລັກສະນະການດຳລົງຊີວິດຂອງພວກເຈົ້າ ແລະ ຍິ່ງໄປກວ່ານັ້ນ ເຮົາບໍ່ສາມາດລຶ້ງເຄີຍກັບສິ່ງນີ້ໄດ້. ພວກເຈົ້າບໍ່ເຂົ້າໃຈແມ່ນແຕ່ໜ້ອຍດຽວກ່ຽວກັບພາລະກິດທີ່ເຮົາປາຖະໜາຈະປະຕິບັດ. ເມື່ອກ່ອນ ໃນຕອນທີ່ພຣະເຢຊູປະຕິບັດພາລະກິດຂອງພຣະອົງໃນສະຖານທີ່ແຫ່ງໃດໜຶ່ງໂດຍສະເພາະ ແລະ ເມື່ອສຳເລັດການເທດສະໜາໃນທີ່ນັ້ນ, ພຣະອົງຈະນໍາພາສາວົກຂອງພຣະອົງອອກໄປຈາກເມືອງ; ເມື່ອອອກໄປຈາກຝູງຊົງ, ພຣະອົງນໍາພາສາວົກສອງສາມຄົນອັນເປັນທີ່ຮັກ ແລະ ເວົ້າກັບພວກເຂົາກ່ຽວກັບຫົນທາງທີ່ມັນຈຳເປັນຕໍ່ພວກເຂົາທີ່ຈະເຂົ້າໃຈ. ພຣະອົງມັກປະຕິບັດພາລະກິດໃນລັກສະນະດັ່ງກ່າວນີ້ສະເໝີ. ພາລະກິດຂອງພຣະອົງທີ່ຢູ່ທ່າມກາງຝູງຊົນແມ່ນມີໜ້ອຍຫຼາຍ. ຕາມສິ່ງທີ່ພວກເຈົ້າຮຽກຮ້ອງຈາກພຣະອົງ, ພຣະເຈົ້າທີ່ກາຍມາເປັນເນື້ອໜັງບໍ່ຄວນມີຊີວິດຂອງມະນຸດທຳມະດາ; ພຣະອົງຕ້ອງປະຕິບັດພາລະກິດຂອງພຣະອົງ ແລະ ບໍ່ວ່າພຣະອົງຈະນັ່ງ, ຢືນ ຫຼື ຍ່າງ, ພຣະອົງກໍຕ້ອງໄດ້ກ່າວ. ພຣະອົງຕ້ອງປະຕິບັດພາລະກິດຢູ່ຕະລອດເວລາ ແລະ ບໍ່ສາມາດເຊົາ “ເຄື່ອງຈັກທີ່ແລ່ນຢູ່ຕະຫຼອດ” ຂອງພຣະອົງໄດ້ຈັກເທື່ອ, ບໍ່ດັ່ງນັ້ນ ພຣະອົງຈະປະລະໜ້າທີ່ຂອງພຣະອົງ. ການຮຽກຮ້ອງເຫຼົ່ານີ້ຈາກມະນຸດແມ່ນເໝາະສົມຕໍ່ຄວາມຮູ້ສຶກຂອງມະນຸດບໍ? ຄວາມຊື່ສັດຂອງພວກເຈົ້າຢູ່ໃສ? ພວກເຈົ້າບໍ່ຮຽກຮ້ອງຫຼາຍເກີນໄປບໍ? ເຮົາຕ້ອງການໃຫ້ເຈົ້າກວດສອບເຮົາໃນຂະນະທີ່ເຮົາປະຕິບັດພາລະກິດບໍ? ເຮົາຕ້ອງການໃຫ້ເຈົ້າຄວບຄຸມໃນຂະນະທີ່ເຮົາປະຕິບັດພັນທະກິດຂອງເຮົາໃຫ້ສຳເລັດບໍ? ເຮົາຮູ້ຢ່າງດີວ່າແມ່ນຫຍັງຄືພາລະກິດທີ່ເຮົາຄວນປະຕິບັດ ແລະ ເມື່ອໃດທີ່ເຮົາຄວນປະຕິບັດພາລະກິດນັ້ນ; ບໍ່ຈຳເປັນຕ້ອງໃຫ້ຄົນອື່ນແຊກແຊງ. ບາງເທື່ອ ສຳລັບເຈົ້າ ມັນອາດຈະເບິ່ງຄືກັບວ່າເຮົາບໍ່ໄດ້ເຮັດຫຍັງຫຼາຍ, ແຕ່ໃນຕອນນັ້ນ ພາລະກິດຂອງເຮົາກໍເຖິງຈຸດສິ້ນສຸດແລ້ວ. ຕົວຢ່າງເຊັ່ນ ພຣະທຳຂອງພຣະເຢຊູທີ່ຢູ່ໃນພຣະກິດຕິຄຸນທັງສີ່: ພຣະທຳເຫຼົ່ານັ້ນບໍ່ໄດ້ຈຳກັດຄືກັນບໍ? ໃນເວລານັ້ນ ເມື່ອພຣະເຢຊູເຂົ້າສູ່ທຳມະສາລາ ແລະ ເທດສະໜາ, ພຣະອົງເທດສະໜາຍາວທີ່ສຸດແມ່ນປະມານສອງສາມນາທີ ແລະ ເມື່ອພຣະອົງກ່າວຈົບແລ້ວ, ພຣະອົງກໍນໍາພາສາວົກຂອງພຣະອົງຂຶ້ນເທິງເຮືອ ແລະ ຈາກໄປໂດຍບໍ່ອະທິບາຍຫຍັງເລີຍ. ຢ່າງຫຼາຍທີ່ສຸດ, ຄົນທີ່ຢູ່ພາຍໃນທຳມະສາລາກໍສົນທະນາເຖິງສິ່ງນີ້ໃນທ່າມກາງພວກເຂົາເອງ, ແຕ່ເລື່ອງນັ້ນກໍບໍ່ກ່ຽວຂ້ອງຫຍັງກັບພຣະເຢຊູອີກຕໍ່ໄປ. ພຣະເຈົ້າພຽງແຕ່ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ບໍ່ມີຫຍັງທີ່ຈະຢູ່ເກີນ ແລະ ຢູ່ເໜືອສິ່ງນີ້ໄດ້. ບັດນີ້ ຫຼາຍຄົນຕ້ອງການໃຫ້ເຮົາກ່າວຫຼາຍຂຶ້ນ ແລະ ເວົ້າຫຼາຍຂຶ້ນ, ຢ່າງໜ້ອຍກໍສອງສາມຊົ່ວໂມງຕໍ່ມື້. ຕາມທີ່ພວກເຈົ້າເຂົ້າໃຈ, ພຣະເຈົ້າເຊົາເປັນພຣະເຈົ້າ ນອກຈາກພຣະອົງຈະກ່າວ ແລະ ມີແຕ່ຜູ້ທີ່ກ່າວຈຶ່ງເປັນພຣະເຈົ້າໄດ້. ພວກເຈົ້າທຸກຄົນແມ່ນຕາບອດ! ສັດຮ້າຍທັງຫຼາຍເອີຍ! ສິ່ງໂງ່ຈ້າທັງຫຼາຍທີ່ບໍ່ມີຄວາມສຳນຶກ! ພວກເຈົ້າມີແນວຄວາມຄິດຫຼາຍເກີນໄປ! ການຮຽກຮ້ອງຂອງພວກເຈົ້າໄປໄກຫຼາຍໂພດ! ພວກເຈົ້າໄຮ້ມະນຸດສະຍະທຳ! ພວກເຈົ້າບໍ່ເຂົ້າໃຈແມ່ນແຕ່ໜ້ອຍດຽວວ່າພຣະເຈົ້າໝາຍຄວາມວ່າແນວໃດ! ພວກເຈົ້າເຊື່ອວ່ານັກເວົ້າ ແລະ ນັກປາໄສທຸກຄົນເປັນພຣະເຈົ້າ, ໃຜກໍຕາມທີ່ເຕັມໃຈສະໜອງພຣະທຳໃຫ້ກັບພວກເຈົ້າແມ່ນພໍ່ຂອງພວກເຈົ້າ. ຈົ່ງບອກເຮົາໄດ້ບໍ່ ພວກເຈົ້າທຸກຄົນພ້ອມກັບລັກສະນະໃບໜ້າ “ທີ່ມີຮູບຊົງດີ” ແລະ ຮູບຮ່າງໜ້າຕາ “ທີ່ບໍ່ທຳມະດາ” ຍັງມີຄວາມສຳນຶກແມ່ນແຕ່ໜ້ອຍດຽວຢູ່ບໍ? ເຈົ້າຮູ້ຈັກດວງຕາເວັນໃນສະຫວັນຢູ່ບໍ! ພວກເຈົ້າແຕ່ລະຄົນເປັນຄືກັບເຈົ້າໜ້າທີ່ໆໂລພາ ແລະ ເສື່ອມຊາມ, ແລ້ວພວກເຈົ້າຈະເຫັນເຖິງຄວາມສຳນຶກໄດ້ແນວໃດ? ພວກເຈົ້າຈະສາມາດແຍກແຍະລະຫວ່າງຖືກ ແລະ ຜິດໄດ້ແນວໃດ? ເຮົາໄດ້ປະທານຫຼາຍຢ່າງໃຫ້ກັບພວກເຈົ້າ, ແຕ່ມີເທົ່າໃດຄົນໃນທ່າມກາງພວກເຈົ້າທີ່ໄດ້ໃຫ້ຄຸນຄ່າກັບສິ່ງນັ້ນແດ່? ຜູ້ໃດແດ່ທີ່ຄອບຄອງສິ່ງນັ້ນຢ່າງສົມບູນ? ພວກເຈົ້າບໍ່ຮູ້ຈັກວ່າຜູ້ໃດເປີດຫົນທາງທີ່ພວກເຈົ້າຍ່າງໃນມື້ນີ້, ແລ້ວພວກເຈົ້າກໍສືບຕໍ່ຮຽກຮ້ອງຈາກເຮົາ, ຮຽກຮ້ອງສິ່ງທີ່ເປັນຕາໜ່າຍ ແລະ ບໍ່ສົມເຫດສົມຜົນຈາກເຮົາ. ພວກເຈົ້າບໍ່ໄດ້ໜ້າແດງຍ້ອນຄວາມອັບອາຍບໍ? ເຮົາບໍ່ໄດ້ເວົ້າເທົ່າທີ່ຄວນບໍ? ເຮົາບໍ່ໄດ້ເຮັດເທົ່າທີ່ຄວນບໍ? ຜູ້ໃດທ່າມກາງພວກເຈົ້າທີ່ສາມາດຖະໜຸຖະໜອມພຣະທຳຂອງເຮົາດັ່ງຊັບສົມບັດຢ່າງແທ້ຈິງແດ່? ພວກເຈົ້າປະຈົບປະແຈງເຮົາເມື່ອຢູ່ຕໍ່ໜ້າເຮົາ, ແຕ່ເວົ້າຕົວະ ແລະ ຫຼອກລວງເມື່ອເຈົ້າບໍ່ໄດ້ຢູ່ຕໍ່ໜ້າເຮົາ! ການກະທຳຂອງພວກເຈົ້າຊົ່ວຊ້າເກີນໄປ ແລະ ສິ່ງເຫຼົ່ານັ້ນກໍຕໍ່ຕ້ານເຮົາ! ເຮົາຮູ້ວ່າພວກເຈົ້າຮຽກຮ້ອງໃຫ້ເຮົາເວົ້າ ແລະ ປະຕິບັດພາລະກິດໂດຍບໍ່ໄດ້ມີເຫດຜົນອື່ນທີ່ຫຼາຍໄປກວ່າການເຮັດໃຫ້ພວກເຈົ້າເພີດເພີນຕາ ແລະ ຂະຫຍາຍຂອບເຂດຂອງພວກເຈົ້າ, ບໍ່ແມ່ນເພື່ອເຫັນແກ່ການປ່ຽນແປງຊີວິດຂອງພວກເຈົ້າ. ເຮົາໄດ້ເວົ້າກັບພວກເຈົ້າຫຼາຍສໍ່າໃດແລ້ວ? ຊີວິດຂອງພວກເຈົ້າຄວນຖືກປ່ຽນແປງແຕ່ດົນແລ້ວ, ແລ້ວເປັນຫຍັງພວກເຈົ້າຈຶ່ງຍັງສືບຕໍ່ກັບໄປສູ່ສະພາວະເດີມຂອງພວກເຈົ້າຈົນເຖິງປັດຈຸບັນ? ເປັນໄປໄດ້ບໍວ່າຍ້ອນພຣະທຳຂອງເຮົາຖືກປຸ້ນຈາກພວກເຈົ້າ ແລະ ພວກເຈົ້າບໍ່ໄດ້ຮັບພຣະທຳເຫຼົ່ານັ້ນ? ເວົ້າຕາມຄວາມຈິງກໍຄື ເຮົາບໍ່ໄດ້ປາຖະໜາທີ່ຈະເວົ້າຫຍັງເພີ່ມເຕີມກັບຄົນເສື່ອມຊາມແບບພວກເຈົ້າ, ມັນຈະສູນເປົ່າ! ເຮົາບໍ່ໄດ້ປາຖະໜາທີ່ຈະເຮັດພາລະກິດທີ່ໄຮ້ປະໂຫຍດທີ່ສຸດ! ພວກເຈົ້າພຽງແຕ່ປາຖະໜາທີ່ຈະຂະຫຍາຍຂອບເຂດຂອງພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າເພີດເພີນຕາ ແລະ ບໍ່ແມ່ນເພື່ອຮັບເອົາຊີວິດ! ພວກເຈົ້າທຸກຄົນກຳລັງຫຼອກລວງຕົນເອງ! ເຮົາຖາມພວກເຈົ້າແດ່ວ່າ ສິ່ງທີ່ເຮົາໄດ້ເວົ້າຢູ່ຕໍ່ໜ້າພວກເຈົ້ານີ້ ມີຫຍັງແດ່ທີ່ພວກເຈົ້າໄດ້ນໍາເຂົ້າສູ່ການປະຕິບັດ? ສິ່ງທີ່ພວກເຈົ້າເຮັດກໍມີແຕ່ຫຼິ້ນກົນລວງເພື່ອລໍ້ລວງຄົນອື່ນ! ເຮົາກຽດຊັງຄົນທ່າມກາງພວກເຈົ້າທີ່ມັກເບິ່ງຄືກັບຜູ້ສັງເກດການ ແລະ ເຮົາພົບວ່າຄວາມຢາກຮູ້ຢາກເຫັນຂອງພວກເຈົ້ານັ້ນເປັນຕາລັງເກດຫຼາຍ. ຖ້າພວກເຈົ້າບໍ່ໄດ້ຢູ່ທີ່ນີ້ເພື່ອສະແຫວງຫາຫົນທາງທີ່ແທ້ຈິງ ຫຼື ກະຫາຍຫາຄວາມຈິງ, ແລ້ວພວກເຈົ້າກໍເປັນເປົ້າໝາຍຂອງຄວາມກຽດຊັງຂອງເຮົາ! ເຮົາຮູ້ຈັກວ່າພວກເຈົ້າຟັງເຮົາເວົ້າກໍພຽງແຕ່ເພື່ອພໍໃຈຄວາມຢາກຮູ້ຢາກເຫັນຂອງພວກເຈົ້າ ຫຼື ເພື່ອພໍໃຈຄວາມປາຖະໜາທີ່ໂລພາຂອງພວກເຈົ້າຢ່າງໃດຢ່າງໜຶ່ງ. ພວກເຈົ້າບໍ່ມີຄວາມຄິດທີ່ຈະສະແຫວງຫາການມີຢູ່ຂອງຄວາມຈິງ ຫຼື ຄົ້ນຫາເສັ້ນທາງທີ່ຖືກຕ້ອງເພື່ອເຂົ້າສູ່ຊີວິດ; ຄວາມຮຽກຮ້ອງເຫຼົ່ານີ້ບໍ່ໄດ້ມີຢູ່ຈິງທ່າມກາງພວກເຈົ້າເລີຍ. ສິ່ງທີ່ພວກເຈົ້າເຮັດກໍມີພຽງແຕ່ປະຕິບັດຕໍ່ພຣະເຈົ້າຄືກັບເຄື່ອງຫຼິ້ນທີ່ພວກເຈົ້າສຶກສາ ແລະ ນັບຖື. ພວກເຈົ້າມີຄວາມຮ້ອນຮົນໜ້ອຍເກີນໄປທີ່ຈະສະແຫວງຫາຊີວິດ, ແຕ່ມີຄວາມປາຖະໜາຢາກຮູ້ຢາກເຫັນຫຼາຍທີ່ສຸດ! ການອະທິບາຍຫົນທາງແຫ່ງຊີວິດໃຫ້ກັບຄົນປະເພດດັ່ງກ່າວກໍເທົ່າກັບເວົ້າກັບລົມ; ເຮົາອາດບໍ່ເວົ້າຫຍັງເລີຍດີກວ່າ! ໃຫ້ເຮົາບອກພວກເຈົ້າວ່າ ຖ້າພວກເຈົ້າພຽງແຕ່ເບິ່ງເພື່ອເຕີມເຕັມຄວາມວ່າງເປົ່າທີ່ຢູ່ພາຍໃນຫົວໃຈຂອງພວກເຈົ້າ, ແລ້ວມັນກໍຈະເປັນການດີທີ່ສຸດຖ້າພວກເຈົ້າບໍ່ຕ້ອງມາຫາເຮົາ! ພວກເຈົ້າຄວນໃຫ້ຄວາມສຳຄັນກັບຊີວິດຂອງພວກເຈົ້າ! ຢ່າຫຼອກລວງຕົນເອງ! ມັນຈະເປັນການດີທີ່ສຸດຖ້າພວກເຈົ້າຮັບເອົາຄວາມຢາກຮູ້ຢາກເຫັນຂອງພວກເຈົ້າເປັນພື້ນຖານສຳລັບການສະແຫວງຫາຊີວິດຂອງພວກເຈົ້າ ຫຼື ໃຊ້ມັນເພື່ອເປັນຂໍ້ອ້າງເພື່ອຂໍໃຫ້ເຮົາເວົ້າກັບພວກເຈົ້າ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນອຸບາຍທີ່ພວກເຈົ້າຊຳນານຫຼາຍ! ເຮົາຂໍຖາມເຈົ້າອີກວ່າ ໃນບັນດາສິ່ງທີ່ເຮົາຮຽກຮ້ອງໃຫ້ເຈົ້າເຂົ້າສູ່ນັ້ນ ມີຫຼາຍສໍ່າໃດທີ່ເຈົ້າໄດ້ເຂົ້າສູ່ຢ່າງແທ້ຈິງ? ເຈົ້າໄດ້ເຂົ້າໃຈທຸກສິ່ງທີ່ເຮົາເວົ້າກັບເຈົ້າຢູ່ບໍ? ເຈົ້າໄດ້ນໍາທຸກສິ່ງທີ່ເຮົາບອກກັບເຈົ້າເຂົ້າສູ່ການປະຕິບັດແລ້ວບໍ?

ພາລະກິດຂອງແຕ່ລະຍຸກແມ່ນເລີ່ມຕົ້ນໂດຍພຣະເຈົ້າເອງ, ແຕ່ເຈົ້າຄວນຮູ້ວ່າ ບໍ່ວ່າຫົນທາງໃດກໍຕາມທີ່ພຣະເຈົ້າປະຕິບັດພາລະກິດ, ພຣະອົງບໍ່ໄດ້ມາເພື່ອເລີ່ມຕົ້ນການເຄື່ອນໄຫວ ຫຼື ຈັດການປະຊຸມທີ່ພິເສດ ຫຼື ກໍ່ຕັ້ງອົງກອນປະເພດໃດໜຶ່ງແທນພວກເຈົ້າ. ພຣະອົງພຽງແຕ່ມາເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ພາລະກິດຂອງພຣະອົງບໍ່ໄດ້ເສຍຫາຍຍ້ອນຂໍ້ຈຳກັດຂອງຄົນໃດຄົນໜຶ່ງ. ພຣະອົງປະຕິບັດພາລະກິດຂອງພຣະອົງແບບໃດກໍໄດ້ຕາມທີ່ພຣະອົງປາຖະໜາ; ບໍ່ວ່າມະນຸດຄິດ ຫຼື ຮູ້ຫຍັງກ່ຽວກັບພາລະກິດນັ້ນກໍຕາມ, ພຣະອົງກໍພຽງແຕ່ສົນໃຈໃນການປະຕິບັດພາລະກິດຂອງພຣະອົງເທົ່ານັ້ນ. ຕັ້ງແຕ່ການສ້າງໂລກຈົນເຖິງປັດຈຸບັນ, ໄດ້ມີພາລະກິດມາແລ້ວສາມຂັ້ນຕອນ; ຕັ້ງແຕ່ພຣະເຢໂຮວາຈົນເຖິງພຣະເຢຊູ ແລະ ຕັ້ງແຕ່ຍຸກແຫ່ງພຣະບັນຍັດຈົນເຖິງຍຸກແຫ່ງພຣະຄຸນ, ພຣະເຈົ້າບໍ່ເຄີຍຈັດປະຊຸມພິເສດໃຫ້ກັບມະນຸດຈັກເທື່ອ ຫຼື ພຣະອົງບໍ່ເຄີຍຮຽກໂຮມມະນຸດຊາດທັງປວງເພື່ອຈັດປະຊຸມພິເສດໃນການປະຕິບັດພາລະກິດທົ່ວໂລກ ແລະ ຂະຫຍາຍຂອບເຂດຂອງພາລະກິດຂອງພຣະອົງ. ສິ່ງທີ່ພຣະອົງເຮັດແມ່ນພຽງແຕ່ປະຕິບັດພາລະກິດເພື່ອເລີ່ມຕົ້ນຍຸກທັງໝົດໃນເວລາທີ່ເໝາະສົມ ແລະ ໃນສະຖານທີ່ໆເໝາະສົມ, ເລີ່ມຕົ້ນຍຸກ ແລະ ນໍາພາມະນຸດຊາດໃນການດຳລົງຊີວິດຂອງພວກເຂົາ. ການຊຸມນຸມພິເສດແມ່ນການໂຮມຕົວຂອງມະນຸດ; ການຮຽກໂຮມຜູ້ຄົນຮ່ວມກັນເພື່ອສະເຫຼີມສະຫຼອງມື້ພັກແມ່ນພາລະກິດຂອງມະນຸດ. ພຣະເຈົ້າບໍ່ມີມື້ພັກ ແລະ ຍິ່ງໄປກວ່ານັ້ນ ພຣະອົງພົບວ່າສິ່ງເຫຼົ່ານັ້ນເປັນສິ່ງທີ່ເປັນຕາລັງກຽດ; ພຣະອົງບໍ່ຮຽກໂຮມການປະຊຸມພິເສດ ແລະ ຍິ່ງໄປກວ່ານັ້ນ ພຣະອົງພົບວ່າສິ່ງເຫຼົ່ານັ້ນເປັນຕາລັງກຽດ. ບັດນີ້ ເຈົ້າຄວນເຂົ້າໃຈຢ່າງແທ້ຈິງວ່າແມ່ນຫຍັງຄືພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດປະຕິບັດ.

​ກ່ອນ​ນີ້ :ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)

ຕໍ່​ໄປ:ຄວາມລຶກລັບແຫ່ງການບັງເກີດເປັນມະນຸດ (4)

ເນື່ອຫາທີ່ກ່ຽວຂ້ອງ