ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ

ພວກເຈົ້າຕ້ອງມາຮູ້ຈັກນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈທິດທາງໂດຍທົ່ວໄປແຫ່ງພາລະກິດຂອງພຣະອົງ. ນີ້ແມ່ນການເຂົ້າສູ່ທີ່ເປັນບວກ. ເມື່ອເຈົ້າຊ່ຽວຊານດ້ານຄວາມຈິງຂອງນິມິດຢ່າງແທ້ຈິງ, ການເຂົ້າສູ່ຂອງເຈົ້າກໍຈະປອດໄພ; ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງໄປແບບໃດກໍຕາມ, ເຈົ້າກໍຈະຍັງໝັ້ນຄົງໃນໃຈຂອງເຈົ້າ, ມີຄວາມຊັດເຈນກ່ຽວກັບນິມີດ ແລະ ມີເປົ້າໝາຍໃນການເຂົ້າສູ່ ແລະ ການສະແຫວງຫາຂອງເຈົ້າ. ດ້ວຍວິທີນີ້, ປະສົບການ ແລະ ຄວາມຮູ້ທັງໝົດໃນຕົວເຈົ້າຈະເລິກເຊິ່ງ ແລະ ລະອຽດຫຼາຍຂຶ້ນ. ເມື່ອເຈົ້າໄດ້ເຂົ້າໃຈພາບລວມທັງໝົດທີ່ໃຫຍ່ກວ່າເກົ່າ, ເຈົ້າຈະບໍ່ທົນທຸກກັບການສູນເສຍໃນຊີວິດ ແລະ ເຈົ້າຈະບໍ່ຫຼົງທາງ. ຖ້າເຈົ້າບໍ່ມາຮູ້ຈັກກັບຂັ້ນຕອນຂອງພາລະກິດເຫຼົ່ານີ້, ເຈົ້າຈະທົນທຸກກັບການສູນເສຍໃນແຕ່ລະຂັ້ນຕອນ ແລະ ເຈົ້າຈະໃຊ້ເວລາຫຼາຍກວ່າສອງສາມມື້ເພື່ອພິກປີ້ນສິ່ງຕ່າງໆ ແລະ ເຈົ້າຈະບໍ່ສາມາດຍ່າງຢູ່ເສັ້ນທາງທີ່ຖືກຕ້ອງໄດ້ພຽງພາຍໃນສອງສາມອາທິດ. ນີ້ຈະບໍ່ທ່ວງດືງເຈົ້າໄວ້ບໍ? ມີຫຼາຍສິ່ງທີ່ຂວາງທາງຂອງການເຂົ້າສູ່ທີ່ເປັນບວກ ແລະ ການປະຕິບັດທີ່ພວກເຈົ້າຕ້ອງມີຄວາມຊ່ຽວຊານ. ສ່ວນນິມິດແຫ່ງພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເຂົ້າໃຈຈຸດຕ່າງໆລຸ່ມນີ້: ຄວາມສໍາຄັນຂອງພາລະກິດໃນການເອົາຊະນະຂອງພຣະອົງ, ເສັ້ນທາງສູ່ຄວາມສົມບູນໃນອະນາຄົດ, ສິ່ງທີ່ຕ້ອງບັນລຸຜົນຜ່ານການປະສົບກັບການທົດສອບ ແລະ ຄວາມຍາກລໍາບາກ, ຄວາມສໍາຄັນຂອງການພິພາກສາ ແລະ ການຂ້ຽນຕີ, ຫຼັກການທີ່ຢູ່ເບື້ອງຫຼັງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຫຼັກການທີ່ຢູ່ເບື້ອງຫຼັງຄວາມສົມບູນ ແລະ ການເອົາຊະນະ. ທັງໝົດນີ້ຄືຄວາມຈິງຂອງນິມີດ. ສ່ວນທີ່ເຫຼືອຄືພາລະກິດຂອງສາມຂັ້ນຕອນໃນຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ ພ້ອມດ້ວຍຄໍາພະຍານໃນອະນາຄົດ. ສິ່ງເຫຼົ່ານີ້ຄືຄວາມຈິງກ່ຽວກັບນິມີດເຊັ່ນກັນ ເຊິ່ງສິ່ງເຫຼົ່ານີ້ເປັນສິ່ງທີ່ເປັນພື້ນຖານທີ່ສຸດ ແລະ ເປັນສິ່ງທີ່ສໍາຄັນທີ່ສຸດ. ໃນປັດຈຸບັນນີ້, ມີຫຼາຍສິ່ງທີ່ພວກເຈົ້າຄວນເຂົ້າຫາ ແລະ ປະຕິບັດ ແລະ ໃນປັດຈຸບັນກໍມີຫຼາຍຂັ້ນຕອນ ແລະ ລະອຽດຫຼາຍຂຶ້ນ. ຖ້າເຈົ້າບໍ່ມີຄວາມຮູ້ກ່ຽວກັບຄວາມຈິງເຫຼົ່ານີ້, ນີ້ກໍພິສູດໃຫ້ເຫັນວ່າ ເຈົ້າຍັງບໍ່ທັນເຂົ້າສູ່ຢ່າງເຖິງຖອງເທື່ອ. ສ່ວນໃຫຍ່ ຄວາມຮູ້ຂອງມະນຸດກ່ຽວກັບຄວາມຈິງແມ່ນຕື້ນຫຼາຍ; ພວກເຂົາບໍ່ສາມາດນໍາໃຊ້ພື້ນຖານຄວາມຈິງບາງຢ່າງເຂົ້າໃນການປະຕິບັດ ແລະ ບໍ່ຮູ້ວິທີຈັດການແມ່ນແຕ່ບັນຫາເລັກນ້ອຍ. ເຫດຜົນທີ່ຜູ້ຄົນບໍ່ສາມາດປະຕິບັດຄວາມຈິງກໍຍ້ອນອຸປະນິໄສຕໍ່ຕ້ານຂອງພວກເຂົາ ແລະ ຍ້ອນຄວາມຮູ້ຂອງພວກເຂົາກ່ຽວກັບພາລະກິດໃນມື້ນີ້ແມ່ນຜີວເຜີນເກີນໄປ ແລະ ເປັນຄວາມຮູ້ທາງດ້ານດຽວ. ສະນັ້ນ, ບໍ່ແມ່ນເລຶ່ອງງ່າຍສໍາລັບຜູ້ຄົນທີ່ຈະຖືກເຮັດໃຫ້ສົມບູນ. ເຈົ້າຕໍ່ຕ້ານຫຼາຍເກີນໄປ ແລະ ເຈົ້າຍັງມີນິໄສແບບເກົ່າຫຼາຍ; ເຈົ້າບໍ່ສາມາດຢືນຢູ່ຝ່າຍຄວາມຈິງໄດ້ ແລະ ເຈົ້າກໍບໍ່ສາມາດປະຕິບັດໄດ້ແມ່ນແຕ່ຄວາມຈິງທີ່ຊັດເຈນໃນຕົວທີ່ສຸດແລ້ວ. ຜູ້ຄົນດັ່ງກ່າວບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ແມ່ນຜູ້ທີ່ບໍ່ທັນຖືກເອົາຊະນະໄດ້. ຖ້າການເຂົ້າສູ່ຂອງເຈົ້າບໍ່ມີລາຍລະອຽດ ຫຼື ມີຈຸດປະສົງ, ຄວາມຈະເລີນເຕີບໂຕຂອງເຈົ້າກໍຈະຊັກຊ້າ. ຖ້າການເຂົ້າສູ່ຂອງເຈົ້າບໍ່ມີຄວາມເປັນຈິງແມ່ນແຕ່ເລັກນ້ອຍ, ການສະແຫວງຫາຂອງເຈົ້າກໍຈະບໍ່ມີປະໂຫຍດຫຍັງ. ຖ້າເຈົ້າບໍ່ຮູ້ແກ່ນແທ້ຂອງຄວາມຈິງ, ເຈົ້າຈະຍັງບໍ່ປ່ຽນແປງ. ຄວາມຈະເລີນເຕີບໂຕຂອງຊີວິດມະນຸດ ແລະ ການປ່ຽນແປງໃນດ້ານຈິດໃຈຂອງເຂົາຈະໄດ້ບັນລຸຜົນ ໂດຍການເຂົ້າສູ່ຄວາມເປັນຈິງ ແລະ ຍິ່ງໄປກວ່ານັ້ນ ແມ່ນໂດຍຜ່ານການເຂົ້າສູ່ປະສົບການຢ່າງລະອຽດ. ຖ້າເຈົ້າມີປະສົບການຢ່າງລະອຽດລະຫວ່າງການເຂົ້າສູ່ຂອງເຈົ້າ ແລະ ເຈົ້າມີຄວາມຮູ້ ແລະ ການເຂົ້າສູ່ຕົວຈິງ, ຈິດໃຈຂອງເຈົ້າຈະປ່ຽນແປງໂດຍທັນທີ. ເຖິງແມ່ນວ່າ ໃນປັດຈຸບັນ ເຈົ້າຍັງບໍ່ຮູ້ແຈ້ງໃນການປະຕິບັດພໍປານໃດ ແຕ່ຢ່າງນ້ອຍສຸດ ເຈົ້າຕ້ອງຮູ້ແຈ້ງກ່ຽວກັບນິມີດຂອງພາລະກິດຂອງພຣະເຈົ້າ. ຖ້າບໍ່ດັ່ງນັ້ນ, ເຈົ້າຈະບໍ່ສາມາດເຂົ້າສູ່ໄດ້; ການເຂົ້າສູ່ຈະເປັນໄປໄດ້ເມື່ອເຈົ້າມີຄວາມຮູ້ກ່ຽວກັບຄວາມຈິງນັ້ນກ່ອນ. ຖ້າພຣະວິນຍານບໍລິສຸດໃຫ້ຄວາມສະຫວ່າງແກ່ເຈົ້າໃນປະສົບການຂອງເຈົ້າ, ເຈົ້າຈຶ່ງຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ການເຂົ້າສູ່ຢ່າງເລິກເຊິ່ງ. ພວກເຈົ້າຕ້ອງມາຮູ້ຈັກພາລະກິດຂອງພຣະເຈົ້າ.

ຫລັງຈາກການນິລະມິດສ້າງມະນຸດໃນເບື້ອງຕົ້ນ, ຊົນຊາດອິສຣາເອນຄືຜູ້ທີ່ໄດ້ຮັບພື້ນຖານຂອງການປະຕິບັດພາລະກິດ ແລະ ທົ່ວດິນແດນອິສຣາເອນໄດ້ຖືກສ້າງເປັນຖານພາລະກິດຂອງພຣະເຢໂຮວາຢູ່ໃນແຜ່ນດິນໂລກ. ພາລະກິດຂອງພຣະເຢໂຮວາແມ່ນເພື່ອນໍາພາ ແລະ ຄຸ້ມຄອງມະນຸດໂດຍກົງໂດຍຜ່ານການສ້າງຕັ້ງພຣະບັນຍັດ ເພື່ອໃຫ້ມະນຸດສາມາດມີຊີວິດປົກກະຕິ ແລະ ບູຊາພຣະເຢໂຮວາໃນລັກສະນະແບບທົ່ວໄປຢູ່ໃນແຜ່ນດິນໂລກ. ພຣະເຈົ້າໃນຍຸກພຣະບັນຍັດແມ່ນພຣະເຈົ້າທີ່ບໍ່ສາມາດເບິ່ງເຫັນ ຫຼື ສໍາພັດໄດ້ໂດຍມະນຸດ. ພຣະອົງພຽງນໍາພາມະນຸດທີ່ຖືກເສື່ອມໂຊມຄັ້ງທໍາອິດໂດຍຊາຕານ ແລະ ພຣະອົງສະເດັດມາເພື່ອແນະນໍາ ແລະ ດູແລ ມະນຸດເຫຼົ່ານີ້ເທົ່ານັ້ນ. ສະນັ້ນພຣະທໍາທີ່ພຣະອົງກ່າວແມ່ນເປັນພຽງ ຂໍ້ບັນຍັດ, ກົດເກນ ແລະ ຄວາມຮູ້ທົ່ວໄປກ່ຽວກັບການດໍາລົງຊີວິດຂອງມະນຸດເທົ່ານັ້ນ. ພຣະອົງບໍ່ໄດ້ກ່າວເຖິງເລຶ່ອງຄວາມຈິງທີ່ສະໜອງຊີວິດມະນຸດ. ຊົນຊາດອິສຣາເອນພາຍໃຕ້ການນໍາພາຂອງພຣະອົງບໍ່ແມ່ນຊົນຊາດທີ່ຖືກເສື່ອມໂຊມໂດຍຊາຕານພໍເທົ່າໃດ. ພາລະກິດຂອງພຣະອົງກ່ຽວກັບກົດບັນຍັດແມ່ນພຽງຂັ້ນຕອນທໍາອິດໃນພາລະກິດຂອງຄວາມລອດພົ້ນ ເຊິ່ງເປັນຈຸດເລີ່ມຕົ້ນໃນພາລະກິດຂອງຄວາມລອດພົ້ນ ແລະ ບໍ່ໄດ້ກ່ຽວຂ້ອງກັບການປ່ຽນແປງທັດສະນະຄະຕິຂອງມະນຸດເລີຍ. ເພາະສະນັ້ນ ໃນເບື່ອງຕົ້ນຂອງພາລະກິດແຫ່ງຄວາມລອດພົ້ນ ພຣະອົງບໍ່ຈໍາເປັນຕ້ອງຮັບເອົາເນື້ອໜັງເພື່ອປະຕິບັດພາລະກິດຂອງພຮະອົງໃນດິນແດນອິດສະຣາແອນ. ນີ້ຄືເຫດຜົນທີ່ພຣະອົງຕ້ອງການມີວິທີການ ເຊິ່ງນັ້ນກໍຄື ເຄື່ອງມືເພື່ອນໍາໃຊ້ໃນການພົວພັນກັບມະນຸດ. ສະນັ້ນ, ຈຶ່ງເກີດມີຜູ້ຄົນໃນທ່າມກາງສິ່ງມີຊີວິດທີ່ຖືກສ້າງຂຶ້ນ ທີ່ເວົ້າ ແລະ ປະຕິບັດພາລະກິດຕາງໜ້າພຣະເຢໂຮວາ ເຊິ່ງນັ້ນຄືວິທີທີ່ບຸດຊາຍຂອງມະນຸດ ແລະ ສາສະດາທັງຫຼາຍໄດ້ມາກະທໍາພາລະກິດທ່າມກາງມະນຸດ. ບຸດຊາຍຂອງມະນຸດໄດ້ປະຕິບັດພາລະກິດທ່າມກາງມະນຸດຕາງໜ້າພຣະເຢໂຮວາ. ການທີ່ຖືກພຣະເຢໂຮວາເອີ້ວ່າ “ບຸດຊາຍຂອງມະນຸດ” ໝາຍຄວາມວ່າ ຜູ້ຄົນດັ່ງກ່າວຕັ້ງຂໍ້ບັນຍັດແທນພຣະເຢໂຮວາ. ພວກເຂົາຍັງເປັນມະຫາປະໂລຫິດທ່າມກາງຜູ້ຄົນຂອງອິດສະຣາແອນ, ມະຫາປະໂລຫິດທີ່ຖືກເບິ່ງແຍງ ແລະ ປົກປ້ອງໂດຍພຣະເຢໂຮວາ ແລະ ເປັນຜູ້ທີ່ຖືກພຣະວິນຍານຂອງພຣະເຢໂຮວາເຮັດພາລະກິດໃນຕົວ; ພວກເຂົາເປັນຜູ້ນໍາໃນທ່າມກາງຜູ້ຄົນ ແລະ ຮັບໃຊ້ພຣະເຢໂຮວາໂດຍກົງ. ໃນທາງກົງກັນຂ້າມ, ສາສະດາແມ່ນຜູ້ອຸທິດຕົນເພື່ອເວົ້າແທນພຣະເຢໂຮວາຕໍ່ຜູ້ຄົນທົ່ວແຜ່ນດິນ ແລະ ຕໍ່ທຸກຊົນເຜົ່າ. ພວກເຂົາຍັງໄດ້ທໍານວາຍພາລະກິດຂອງພຣະເຢໂຮວາ. ບໍ່ວ່າຈະເປັນບຸດຊາຍຂອງມະນຸດ ຫຼື ສາສະດາ, ທຸກຄົນແມ່ນຖືກຍົກສູງໂດຍພຣະວິນຍານຂອງພຣະເຢໂຮວາເອງ ແລະ ມີພາລະກິດຂອງພຣະເຢໂຮວາສະຖິດໃນພວກເຂົາ. ໃນທ່າມກາງຜູ້ຄົນ ພວກເຂົາແມ່ນຜູ້ທີ່ເປັນຕົວແທນໃຫ້ພຣະເຢໂຮວາໂດຍກົງ; ພວກເຂົາປະຕິບັດພາລະກິດ ເພາະວ່າ ພວກເຂົາຖືກຍົກສູງໂດຍພຣະເຢໂຮວາ ແລະ ບໍ່ແມ່ນຍ້ອນວ່າ ພວກເຂົາເປັນເນື້ອໜັງທີ່ໄດ້ບັງເກີດຈາກພຣະວິນຍານບໍລິສຸດ. ດັ່ງນັ້ນ, ເຖິງແມ່ນວ່າ ພວກເຂົາຈະຄືກັນໃນການເວົ້າ ແລະ ການປະຕິບັດພາລະກິດໃນນາມຂອງພຣະເຈົ້າ, ບຸດຊາຍມະນຸດ ແລະ ສາສະດາເຫຼົ່ານັ້ນທີ່ຢູ່ໃນຍຸກແຫ່ງພຣະບັນຍັດບໍ່ແມ່ນເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ພາລະກິດຂອງພຣະເຈົ້າໃນຍຸກແຫ່ງພຣະຄຸນ ແລະ ຍຸກສຸດທ້າຍແມ່ນກົງກັນຂ້າມກັນຢ່າງຊັດເຈນ ເພາະວ່າ ພາລະກິດຂອງຄວາມລອດພົ້ນ ແລະ ການພິພາກສາມະນຸດແມ່ນປະຕິບັດໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດເອງ ແລະ ເພາະສະນັ້ນ ຈຶ່ງບໍ່ຈໍາເປັນຕ້ອງຍົກສູງອີກຄັ້ງ ເພື່ອໃຫ້ສາສະດາ ແລະ ບຸດຊານຂອງມະນຸດປະຕິບັດພາລະກິດໃນນາມຂອງພຣະອົງ. ໃນສາຍຕາຂອງມະນຸດແມ່ນບໍ່ມີຄວາມແຕກຕ່າງຫຼາຍລະຫວ່າງແກ່ນແທ້ ແລະ ວິທີການປະຕິບັດພາລະກິດຂອງພວກເຂົາ. ຍ້ອນສາເຫດນີ້ ຜູ້ຄົນຈຶ່ງສັບສົນຢູ່ສະເໝີ ລະຫວ່າງພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ກັບພາລະກິດຂອງສາສະດາ ແລະ ບຸດຊາຍຂອງມະນຸດ. ຮູບລັກສະນະຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ໂດຍພື້ນຖານແລ້ວ ແມ່ນຄືກັນກັບ ສາສະດາ ແລະ ບຸດຊາຍຂອງມະນຸດ. ແລ້ວພຣະເຈົ້າຜູ້ບັງເກີດເປັນມະນຸດຍິ່ງເປັນຄົນປົກກະຕິ ແລະ ເປັນຄວາມຈິງຫຼາຍກວ່າຜູ້ປະກາດພຣະທຳນັ້ນອີກ. ດ້ວຍເຫດນີ້ ມະນຸດຈຶ່ງບໍ່ສາມາດເບິ່ງອອກເຖິງຄວາມແຕກຕ່າງລະຫວ່າງພວກເຂົາ. ມະນຸດໃສ່ໃຈແຕ່ຮູບລັກສະນະ ໂດຍບໍ່ຮູ້ເລີຍວ່າ ທັງສອງບໍ່ມີຄວາມແຕກຕ່າງກັນຫຼາຍ ເຖິງວ່າ ທັງສອງຈະຄ້າຍຄືກັນໃນການເຮັດພາລະກິດ ແລະ ໃນການເວົ້າ. ເນື່ອງຈາກວ່າ ຄວາມສາມາດຂອງມະນຸດໃນການຈໍາແນກສິ່ງຕ່າງໆແມ່ນຕໍ່າຫຼາຍ, ເຂົາຈຶ່ງບໍ່ສາມາດຈໍາແນກບັນຫາພື້ນຖານໄດ້ ແລ້ວແຮງໄກທີ່ຈະເປັນສິ່ງທີ່ສັບຊ້ອນ. ເມື່ອສາສະດາ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ ໄດ້ເວົ້າ ແລະ ເຮັດພາລະກິດ, ນີ້ກໍເພື່ອປະຕິບັດໜ້າທີ່ຂອງມະນຸດ, ເພື່ອຮັບໃຊ້ໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ມັນແມ່ນບາງສິ່ງທີ່ມະນຸດຄວນເຮັດ. ຢ່າງໃດກໍຕາມ, ພຣະທໍາ ແລະ ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນເພື່ອດໍາເນີນພັນທະກິດຂອງພຣະອົງ. ເຖິງແມ່ນວ່າ ຮູບຮ່າງພາຍນອກຂອງພຣະອົງຈະເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ພາລະກິດຂອງພຣະອົງກໍບໍ່ແມ່ນເພື່ອເຮັດໜ້າທີ່ຂອງພຣະອົງ ແຕ່ແມ່ນເພື່ອພັນທະກິດຂອງພຣະອົງ. ຄໍາວ່າ “ໜ້າທີ່” ແມ່ນໃຊ້ກັບສິ່ງມີຊີວິດທີ່ຖືກສ້າງຂຶ້ນ ໃນຂະນະທີ່ຄໍາວ່າ “ພັນທະກິດ” ແມ່ນໃຊ້ກັບເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ທັງສອງຢ່າງແມ່ນມີຄວາມແຕກຕ່າງທີ່ສໍາຄັນ; ທັງສອງຢ່າງບໍ່ສາມາດນໍາໃຊ້ແທນກັນໄດ້. ພາລະກິດຂອງມະນຸດແມ່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ ໃນຂະນະທີ່ພາລະກິດຂອງພຣະເຈົ້າແມ່ນເພື່ອຄຸ້ມຄອງ ແລະ ດໍາເນີນພັນທະກິດຂອງພຣະອົງ. ດັ່ງນັ້ນ, ເຖິງແມ່ນມີສາວົກຫຼາຍຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ ແລະ ມີສາສະດາຫຼາຍຄົນທີ່ມີພຣະອົງສະຖິດຢູ່ໃນພວກເຂົາ, ພາລະກິດ ແລະ ຄໍາເວົ້າຂອງພວກເຂົາແມນພຽງເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນນາມເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນເທົ່ານັ້ນ. ການທໍານວາຍຂອງພວກເຂົາອາດຈະເກີນແນວທາງແຫ່ງຊີວິດທີ່ກ່າວໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ແມ່ນແຕ່ຄວາມເປັນມະນຸດຂອງພວກເຂົາອາດພົ້ນເດັ່ນກວ່າພຣະເຈົ້າຜູ້ບັງເກີດເປັນມະນຸດ ແຕ່ພວກເຂົາແມ່ນຍັງເຮັດໜ້າທີ່ຂອງພວກເຂົາ ແລະ ບໍ່ໄດ້ປະຕິບັດພັນທະກິດ. ໜ້າທີ່ຂອງມະນຸດໝາຍເຖິງວຽກງານຂອງມະນຸດ; ມັນເປັນສິ່ງທີ່ມະນຸດສາມາດໄດ້ຮັບ. ຢ່າງໃດກໍຕາມ, ພັນທະກິດທີ່ດໍາເນີນໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງ ແລະ ມະນຸດບໍ່ສາມາດໄດ້ຮັບສິ່ງນີ້ໄດ້. ບໍ່ວ່າພຣະເຈົ້າຜູ້ບັງເກີດເປັນມະນຸດຈະກ່າວ, ເຮັດພາລະກິດ ຫຼື ສະແດງເຖິງຄວາມມະຫັດສະຈັນ, ພຣະອົງແມ່ນກະທໍາພາລະກິດອັນປະເສີດຢູ່ທ່າມກາງການຄຸ້ມຄອງຂອງພຣະອົງ ແລະ ມະນຸດບໍ່ສາມາດເຮັດພາລະກິດດັ່ງກ່າວແທນພຣະອົງໄດ້. ພາລະກິດຂອງມະນຸດແມ່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນຖານະທີ່ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນເທົ່ານັ້ນຢູ່ໃນຂັ້ນຕອນໃດໜຶ່ງຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຖ້າຂາດການຄຸ້ມຄອງຂອງພຣະເຈົ້າ, ນັ້ນກໍຄື ຖ້າພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດສູນເສຍໄປ, ໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນກໍຈະສູນເສຍໄປ. ພາະລກິດຂອງພຣະເຈົ້າໃນການດໍາເນີນພັນທະກິດຂອງພຣະອົງແມ່ນເພື່ອຄຸ້ມຄອງມະນຸດ ໃນຂະນະການປະຕິບັດໜ້າທີ່ຂອງມະນຸດແມ່ນການເຮັດພັນທະຂອງຕົວເອງໃຫ້ສໍາເລັດ ເພື່ອຕອບສະໜອງຄວາມຕ້ອງການຂອງພຣະຜູ້ສ້າງ ແລະ ບໍ່ສາມາດຖືວ່າເປັນການດໍາເນີນພັນທະກິດຂອງຄົນເຮົາ. ສໍາລັບແກ່ນແທ້ຂອງພຣະເຈົ້າທີ່ມີຢູ່ໃນຕົວ ກໍຄື ພຣະວິນຍານຂອງພຣະອົງ, ພາລະກິດຂອງພຣະເຈົ້າກໍຄືການຄຸ້ມຄອງຂອງພຣະອົງ, ແຕ່ສໍາລັບພຣະເຈົ້າຜູ້ບັງເກີດເປັນມະນຸດ ຜູ້ທີ່ມີຮູບຮ່າງພາຍນອກຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ພາລະກິດຂອງພຣະອົງຄືການດໍາເນີນພັນທະກິດຂອງພຣະອົງ. ບໍ່ວ່າພາລະກິດໃດທີ່ພຣະອົງກະທໍາແມ່ນເປັນການດໍາເນີນພັນທະກິດຂອງພຣະອົງ; ສິ່ງທີ່ມະນຸດສາມາດເຮັດໄດ້ກໍຄື ປະຕິບັດໃຫ້ດີທີ່ສຸດຢູ່ໃນຂອບເຂດຂອງການຄຸ້ມຄອງ ແລະ ພາຍໃຕ້ການນໍາພາຂອງພຣະອົງ.

ໃນຄວາມເປັນຈິງແລ້ວ ການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາຄືການບັນລຸຜົນສໍາເລັດໃນທຸກສິ່ງທີ່ມີຢູ່ພາຍໃນມະນຸດ, ນັ້ນກໍຄື ສິ່ງທີ່ເປັນໄປໄດ້ສໍາລັບມະນຸດ. ຫລັງຈາກນັ້ນ ໜ້າທີ່ຂອງເຂົາກໍຈະສໍາເລັດ. ຂໍ້ບົກພ່ອງຂອງມະນຸດໃນຊ່ວງການຮັບໃຊ້ຂອງເຂົາກໍຄ່ອຍໆຫຼຸດລົງ ໂດຍຜ່ານປະສົບການຢ່າງຕໍ່ເນື່ອງ ແລະ ຜ່ານຂະບວນການຂອງການພິພາກສາຂອງພວກເຂົາ; ສິ່ງເຫຼົ່ານັ້ນຈະບໍ່ຂັດຂວາງ ຫຼື ສົ່ງຜົນກະທົບຕໍ່ໜ້າທີ່ຂອງມະນຸດ. ຜູ້ທີ່ຢຸດໃນການຮັບໃຊ້ ຫຼື ຍ້ອມແພ້ ແລະ ທໍ້ຖອຍ ຍ້ອນຢ້ານກົວຂໍ້ບົກພ່ອງທີ່ອາດຈະເກີດຂຶ້ນໃນການຮັບໃຊ້ຂອງພວກເຂົາ ຄືຄົນທີ່ຂີ້ຢ້ານທີ່ສຸດໃນບັນດາມະນຸດ. ຖ້າມະນຸດບໍ່ສາມາດສະແດງອອກສິ່ງທີ່ພວກເຂົາຄວນສະແດງອອກໃນຊ່ວງການຮັບໃຊ້ ຫຼື ບັນລຸຜົນສໍາເລັດໃນສິ່ງທີ່ເປັນໄປໄດ້ໃນຕົວສໍາລັບພວກເຂົາ ແຕ່ກົງກັນຂ້າມພັດພາກັນເຮັດຫຼິ້ນ ແລະ ເຮັດຢ່າງບໍ່ຕັ້ງໃຈ, ພວກເຂົາໄດ້ເສຍໜ້າທີ່ ທີ່ສິ່ງມີຊີວິດທີ່ຖືກສ້າງຂຶ້ນຄວນມີ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າ “ຄົນທໍາມດາ”; ພວກເຂົາແມ່ນຂີ້ເຫຍື່ອທີ່ບໍ່ມີປະໂຫຍດ. ຜູ້ຄົນດັ່ງກ່າວນີ້ຈະຖືກເອີ້ນຢ່າງຖືກຕ້ອງວ່າ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ພວກເຂົາບໍ່ແມ່ນສິ່ງມີຊີວິດທີ່ເສື່ອມຊາມທີ່ເປັ່ງແສງທາງພາຍນອກ ແຕ່ທາງໃນເນົ່າເໝັນບໍ? ຖ້າມະນຸດເອີ້ນຕົນເອງວ່າ ພຣະເຈົ້າ ແຕ່ບໍ່ສາມາດສະແດງອອກເຖິງຄວາມເປັນພຣະເຈົ້າໄດ້, ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ ຫຼື ເປັນຕົວແທນພຣະເຈົ້າໄດ້, ຄົນນັ້ນບໍ່ແມ່ນພຣະເຈົ້າຢ່າງບໍ່ຕ້ອງສົງໄສເລີຍ ເພາະວ່າ ເຂົາບໍ່ມີແກ່ນແທ້ຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າສາມາດບັນລຸຜົນໄດ້ໂດຍທໍາມະຊາດ ແມ່ນບໍ່ມີຢູ່ພາຍໃນຕົວເຂົາ. ຖ້າມະນຸດສູນເສຍສິ່ງທີ່ຕົນເອງສາມາດໄດ້ຮັບໂດຍທໍາມະຊາດ ກໍຈະບໍ່ສາມາດຖືວ່າ ເຂົາເປັນມະນຸດ ແລະ ເຂົາບໍ່ມີຄຸນຄ່າທີ່ຈະຢືນຢູ່ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ຫຼື ມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ຖືກເບິ່ງແຍງ ແລະ ຮັບໃຊ້ພຣະອົງ. ຍິ່ງໄປກ່ານັ້ນ, ເຂົາບໍ່ມີຄ່າພໍທີ່ຈະໄດ້ຮັບຄວາມກະລຸນາຈາກພຣະເຈົ້າ ຫຼຼື ຖືກເບິ່ງແຍງດູແລ, ປົກປ້ອງ ແລະ ເຮັດໃຫ້ສົມບູນໂດຍພຣະເຈົ້າ. ຫຼາຍຄົນທີ່ໄດ້ສູນເສຍຄວາມໄວ້ວາງໃຈຈາກພຣະເຈົ້າ ສຸດທ້າຍກໍຈະສູນເສຍຄວາມກະລຸນາຈາກພຣະເຈົ້າ. ພວກເຂົາບໍ່ພຽງກຽດຊັງຄວາມປະພຶດຜິດຂອງຕົນ ແຕ່ພວກເຂົາເຜີຍແຜແນວຄວາມຄິດຢ່າງບໍ່ມີຢາງອາຍວ່າ ວິທີທາງຂອງພຣະເຈົ້າແມ່ນບໍ່ຖືກຕ້ອງ ແລະ ພວກກະບົດເຫຼົ່ານີ້ຍັງປະຕິເສດວ່າ ພຣະເຈົ້າບໍ່ມີຈິງອີກ. ຜູ້ຄົນດັ່ງກ່າວນີ້ ທີ່ມີກັບຄວາມຕໍ່ຕ້ານແບບນີ້ ຈະມີສິດໄດ້ຮັບຄວາມກະລຸນາຈາກພຣະເຈົ້າໄດ້ແນວໃດ? ຜູ້ທີ່ບໍ່ປະຕິບັດໜ້າທີ່ຂອງຕົນແມ່ນໄດ້ຕໍ່ຕ້ານພຣະເຈົ້າ ແລະ ເປັນໜີ້ພຣະອົງຢ່າງຫຼວງຫຼາຍ ແຕ່ພວກເຂົາຫັນຫລັງໃສ່ພຣະເຈົ້າ ແລ້ວກໍໂຈມຕີພຣະເຈົ້າວ່າຜິດ. ມະນຸດປະເພດນີ້ຈະມີຄຸນຄ່າໃນການເຮັດໃຫ້ສົມບູນແບບໄດ້ແນວໃດ? ນີ້ບໍ່ແມ່ນສິ່ງທີ່ມາກ່ອນການຖືກກໍາຈັດ ແລະ ລົງໂທດບໍ? ຜູ້ຄົນທີ່ບໍ່ປະຕິບັດໜ້າທີ່ຂອງຕົນຕໍ່ໜ້າພຣະເຈົ້າແມ່ນຖືວ່າ ມີຄວາມຜິດຢ່າງຮ້າຍແຮງຢ່າງອາຊະຍາກໍາຢູ່ແລ້ວ ເຊິ່ງແມ່ນແຕ່ຄວາມຕາຍກໍເປັນການລົງໂທດທີ່ບໍ່ພຽງພໍ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຂົາຍັງກ້າໂຕ້ຖຽງກັບພຣະເຈົ້າ ແລະ ຖືເອົາຕົວເອງມາມຽບເທົ່າກັບພຣະອົງ. ການເຮັດໃຫ້ຜູ້ຄົນດັ່ງກ່າວສົມບູນຈະມີຄ່າຫຍັງ? ເມື່ອຜູ້ຄົນບໍ່ສາມາດປະຕິບັດໜ້າທີ່ຂອງຕົນໃຫ້ສໍາເລັດ, ພວກເຂົາຄວນຮູ້ສຶກຜິດ ແລະ ຮູ້ສຶກເປັນໜີ້ບຸນຄຸນ; ພວກເຂົາຄວນກຽດຊັງຄວາມອ່ອນແອ ແລະ ຄວາມໄຮ້ປະໂຫຍດຂອງຕົນ, ຄວາມກະບົດ ແລະ ຄວາມເສື່ອມຊາມຂອງຕົນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຄວນເສຍສະລະຊີວິດຂອງຕົນເພື່ອພຣະເຈົ້າ. ເມື່ອນັ້ນເທົ່ານັ້ນ ມະນຸດ ພວກເຂົາຈຶ່ງແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ທີ່ຮັກພຣະເຈົ້າແທ້ຈິງ ແລະ ມີແຕ່ຜູ້ຄົນດັ່ງກ່າວເທົ່ານັ້ນທີ່ສົມຄວນມີຄວາມສຸກກັບພອນ ແລະ ຄໍາສັນຍາຂອງພຣະເຈົ້າ ແລະ ຖືກເຮັດໃຫ້ສົມບູນໂດຍພຣະອົງ. ພວກເຈົ້າສ່ວນຫຼາຍເປັນແນວໃດ? ພວກເຈົ້າປະຕິບັດຕໍ່ພຣະເຈົ້າ ທີ່ດໍາລົງຊີວິດຢູ່ທ່າມກາງພວກເຈົ້າແນວໃດ? ພວກເຈົ້າໄດ້ເຮັດໜ້າທີ່ຕໍ່ໜ້າພຣະອົງແນວໃດ? ພວກເຈົ້າໄດ້ເຮັດທຸກສິ່ງທີ່ເຈົ້າຖືກຮຽກຮ້ອງໃຫ້ເຮັດ ເຖິງສິ່ງນັ້ນຈະເປັນການສູນເສຍຊີວິດຂອງເຈົ້າເອງແລ້ວບໍ? ພວກເຈົ້າໄດ້ເສຍສະລະຫຍັງແດ່? ພວກເຈົ້າບໍ່ໄດ້ຮັບຫຍັງຫຼາຍຈາກເຮົາບໍ? ພວກເຈົ້າສາມາດຈໍາແນກໄດ້ບໍ່? ພວກເຈົ້າຈົງຮັກພັກດີຕໍ່ເຮົາຫຼາຍພຽງໃດ? ພວກເຈົ້າຮັບໃຊ້ເຮົາແບບໃດ? ມີຫຍັງແດ່ທີ່ເຮົາໄດ້ປະທານໃຫ້ພວກເຈົ້າ ແລະ ເຮັດເພື່ອພວກເຈົ້າ? ພວກເຈົ້າໄດ້ຮັບພິຈາລະນາເອົາສິ່ງນີ້ທັງໝົດແລ້ວບໍ? ພວກເຈົ້າໄດ້ຕັດສິ້ນ ແລະ ປຽບທຽບສິ່ງນີ້ໃສ່ກັບສາມານສໍານຶກອັນເລັກນ້ອຍທີ່ພວກເຈົ້າມີຢູ່ໃນຕົວພວກເຈົ້າແລ້ວບໍ? ຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າຈະມີຄ່າກັບໃຜ? ເປັນໄປໄດ້ບໍວ່າ ການເສຍສະລະອັນເລັກນ້ອຍຂອງພວກເຈົ້ານັ້ນຈະມີຄ່າພໍກັບທຸກສິ່ງທີ່ເຮົາໄດ້ປະທານໃຫ້ພວກເຈົ້າ? ເຮົາບໍ່ມີທາງເລືອກອື່ນ ແລະ ເຮົາໄດ້ອຸທິດຢ່າງເຕັມທີ່ເພື່ອພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຈົ້າກໍຍັງເຊື່ອງຊ້ອນເຈດຕະນາທີ່ຊົ່ວຮ້າຍ ແລະ ໄດ້ອຸທິດຕົນຕໍ່ເຮົາແບບບໍ່ເຕັມໃຈ. ນີ້ຄືຂອບເຂດໜ້າທີ່ ແລະ ວຽກງານດຽວຂອງພວກເຈົ້າ. ບໍ່ແມ່ນບໍ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ? ຈະສາມາດຖືວ່າ ພວກເຈົ້າແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ໄດ້ແນວໃດ? ສິ່ງທີ່ພວກເຈົ້າສະແດງອອກ ແລະ ດໍາລົງຢູ່ນັ້ນບໍ່ຊັດເຈນສໍາລັບພວກເຈົ້າບໍ? ພວກເຈົ້າລົ້ມເຫຼວໃນການປະຕິບັດຕໍ່ໜ້າທີ່ຂອງຕົນ, ແຕ່ພວກເຈົ້າສະແຫວງຫາທີ່ຈະໄດ້ຮັບຄວາມອົດທົນ ແລະ ຄວາມກະລຸນາຈາກພຣະເຈົ້າ. ບໍ່ໄດ້ມີການກຽມຄວາມກະລຸນາດັ່ງກ່າວໄວ້ສໍາລັບຄົນທີ່ບໍ່ມີຄຸນຄ່າ ແລະ ຄົນຕໍ່າຊາມຄືພວກເຈົ້າ, ແຕ່ກຽມໄວ້ສໍາລັບຄົນທີ່ບໍ່ຂໍຫຍັງ ແລະ ເຕັມໃຈຍອມເສຍສະຫລະ. ຄົນຄືພວກເຈົ້າ ທີ່ທໍາມະດາ ແມ່ນບໍ່ສົມຄວນໄດ້ຮັບຄວາມກະລຸນາຈາກສະຫວັນແມ່ນແຕ່ໜ້ອຍດຽວ. ມີແຕ່ຄວາມຍາກລໍາບາກ ແລະ ການລົງໂທດທີ່ບໍ່ມີວັນສິ້ນສຸດຈະຕາມພວກເຈົ້າໄປທຸກມື້! ຖ້າພວກເຈົ້າບໍ່ສາມາດຊື່ສັດຕໍ່ເຮົາ, ຊະຕາກໍາຂອງພວກເຈົ້າເອງຈະພົບແຕ່ຄວາມທຸກທໍລະມານ. ຖ້າພວກເຈົ້າບໍ່ສາມາດຮັບເອົາພຣະທໍາ ແລະ ພາລະກິດຂອງເຮົາ, ຊີວິດພວກເຈົ້າເອງຈະຖືກລົງໂທດ. ຄວາມກະລຸນາ, ພອນ ແລະ ຊີວິດທີ່ວິເສດຂອງອານາຈັກຈະບໍ່ກ່ຽວຂອງຫຍັງກັບພວກເຈົ້າ. ນີ້ຄືຈຸດຈົບທີ່ພວກເຈົ້າສົມຄວນຈະໄດ້ຮັບ ແລະ ເປັນຜົນກໍາຂອງການກະທໍາຂອງພວກເຈົ້າເອງ! ຜູ້ທີ່ໂງ່ຈ້າ ແລະ ຈອງຫອງບໍ່ພຽງແຕ່ບໍ່ພະຍາຍາມສຸດຄວາມສາມາດຂອງຕົນ ຫຼື ປະຕິບັດຕາມໜ້າທີ່ຂອງຕົນ, ແຕ່ພວກເຂົາຍັງແບນມື້ຂໍຄວາມກະລຸນາ ຄືກັບວ່າ ສິ່ງທີ່ພວກເຂົາຂໍເປັນສິ່ງທີ່ພວກເຂົາສົມຄວນໄດ້ຮັບ. ຖ້າພວກເຂົາບໍ່ໄດ້ຮັບສິ່ງທີ່ພວກເຂົາຂໍ, ພວກເຂົາກໍຈະກາຍເປັນຄົນທີ່ບໍ່ຊື່ສັດຫຼາຍກວ່າເກົ່າ. ມະນຸດເຫຼົ່ານີ້ຈະຖືວ່າ ເປັນຄົນມີເຫດຜົນໄດ້ແນວໃດ? ພວກເຈົ້າມີຄວາມສາມາດຕໍ່າ ແລະ ໄຮ້ເຫດຜົນທີ່ສຸດ ໂດຍທີ່ບໍ່ສາມາດສໍາເລັດໜ້າທີ່ ທີ່ຕົນເອງຄວນສໍາເລັດໃນລະຫວ່າງການດໍາເນີນພາລະກິດຂອງການຄຸ້ມຄອງນັ້ນໄດ້. ຄຸນຄ່າຂອງພວກເຈົ້າໄດ້ຕົກຕໍ່າລົງຢ່າງໄວ. ການທີ່ພວກເຈົ້າບໍ່ສາມາດຕອບແທນເຮົາສທີ່ເຮົາສໍາລັບການສະແດງຄວາມເມດຕາຕໍ່ພວກເຈົ້າ ນັ້ນຖືວ່າ ເປັນການຕໍ່ຕ້ານຢ່າງໃຫຍ່ຫຼວງ ເຊິ່ງພຽງພໍທີ່ຈະປະນາມພວກເຈົ້າ ແລະ ສະແດງເຖິງຄວາມບໍ່ກ້າຫານ, ຄວາມບໍ່ມີປັນຍາ, ຄວາມຕໍ່າຊາມ ແລະ ຄວາມໄຮ້ຄຸນຄ່າ. ແມ່ນຫຍັງໃຫ້ສິດພວກເຈົ້າຍື່ນມືຂອງພວກເຈົ້າອອກ? ການທີ່ພວກເຈົ້າບໍ່ສາມາດເປັນຜູ້ຊ່ວຍພາລະກິດຂອງເຣົາແມ່ນແຕ່ໜ້ອຍດຽວ, ການທີ່ບໍ່ສາມາດຈົງຮັກພັກດີ ແລະ ການທີ່ບໍ່ສາມາດຢືນເປັນພະຍານໃຫ້ກັບເຮົາໄດ້ ແມ່ນການກະທໍາຜິດ ແລະ ຄວາມລົ້ມເຫຼວຂອງພວກເຈົ້າ ແຕ່ພວກເຈົ້າພັດໂຈມຕີເຮົາ, ໃສ່ຮ້າຍປ້າຍສີເຮົາ ແລະ ຈົ່ມວ່າເຮົາບໍ່ຊອບທໍາ. ນີ້ບໍຄືຄວາມຊື່ສັດຂອງພວກເຈົ້າ? ນີ້ບໍຄືຄວາມຮັກຂອງພວກເຈົ້າ? ນອກຈາກສິ່ງນີ້ແລ້ວ ພວກເຈົ້າສາມາດເຮັດພາລະກິດຫຍັງໄດ້ແດ່? ພວກເຈົ້າໄດ້ປະກອບສ່ວນຫຍັງແດ່ເຂົ້າໃນພາລະກິດທີ່ໄດ້ເຮັດໄປທັງໝົດ? ພວກເຈົ້າໄດ້ໃຊ້ເສຍສະຫຼະຫຼາຍປານໃດ? ເຮົາໄດ້ສະແດງຄວາມອົດທົນຫຼາຍແລ້ວ ໂດຍທີ່ເຮົາບໍ່ໄດ້ຕໍານິພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຈົ້າຍັງມີຂໍ້ແກ້ຕົວກັບເຮົາຢ່າງໜ້າບໍ່ອາຍ ແລະ ຈົ່ມວ່າໃຫ້ເຮົາຢ່າງລັບໆ. ພວກເຈົ້າມີຄວາມເປັນມະນຸດແມ່ນແຕ່ໜ້ອຍຢູ່ບໍ່? ເຖິງແມ່ນວ່າ ໜ້າທີ່ຂອງມະນຸດຈະມີຮອຍດາງຈາກຈິດໃຈ ແລະ ແນວຄວາມຄິດຂອງມະນຸດ ແຕ່ເຈົ້າຕ້ອງປະຕິບັດໜ້າທີ່ຂອງເຈົ້າ ແລະ ສະແດງຄວາມຈົງຮັກພັກດີຂອງເຈົ້າ. ຄວາມບໍ່ບໍລິສຸດໃນວຽກງານຂອງມະນຸດແມ່ນເປັນບັນຫາກ່ຽວກັບຄວາມສາມາດຂອງ ແຕ່ຖ້າມະນຸດບໍ່ປະຕິບັດໜ້າທີ່ຂອງຕົນ ນັ້ນກໍສະແດງເຖິງການຕໍ່ຕ້ານຂອງເຂົາ. ລະຫວ່າງໜ້າທີ່ຂອງມະນຸດ ແລະ ເລຶ່ອງທີ່ວ່າພວກເຂົ້າຈະໄດ້ຮັບພອນ ຫຼື ວ່າຄໍາສາບແຊ່ງນັ້ນ ແມ່ນບໍ່ກ່ຽວຂ້ອງກັນ. ໜ້າທີ່ແມ່ນສິ່ງທີ່ມະນຸດຄວນປະຕິບັດ; ມັນແມ່ນວຽກງານທີ່ສະຫວັນສົ່ງມາ ແລະ ບໍ່ຄວນອີງໃສ່ຜົນຕອບແທນ, ເງື່ອນໄຂ ແລະ ເຫດຜົນ. ເມື່ອນັ້ນເທົ່ານັ້ນ ຈຶ່ງຖືວ່າ ເຂົາໄດ້ປະຕິບັດຕໍ່ໜ້າທີ່ຂອງຕົນ. ການໄດ້ຮັບພອນແມ່ນເວລາທີ່ຄົນເຮົາຖືກເຮັດໃຫ້ສົມບູນ ແລະ ມີຄວາມສຸກກັບພອນຂອງພຣະເຈົ້າຫຼັງຈາກໄດ້ປະສົບກັບການພິພາກສາ. ການຖືກສາບແຊ່ງແມ່ນເວລາທີ່ໃຈຂອງບາງຄົນບໍ່ປ່ຽນແປງຫລັງຈາກປະສົບກັບການຂ້ຽນຕີ ແລະ ການພິພາກສາ, ມັນແມ່ນເວລາທີ່ພວກເຂົາບໍ່ໄດ້ປະສົບກັບການຖືກເຮັດໃຫ້ສົມ ນອກຈາກຖືກລົງໂທດ. ແຕ່ຢ່າງໃດກໍຕາມ ບໍ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ຖືກສາບແຊ່ງກໍຕາມ, ສິ່ງມີຊີວິດທີ່ຖືກສ້າງຂຶ້ນກໍຄວນສໍາເລັດໜ້າທີ່ຂອງຕົນ, ປະຕິບັດສິ່ງທີ່ພວກເຂົາຄວນປະຕິບັດ ແລະ ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້; ນີ້ຄືທີ່ສິ່ງທີ່ໜ້ອຍທີ່ສຸດທີ່ຄົນທີ່ສະແຫວງຫາພຣະເຈົ້າຄວນເຮັດ. ເຈົ້າບໍ່ຄວນປະຕິບັດໜ້າທີ່ຂອງເຈົ້າພຽງແຕ່ຢາກໄດ້ຮັບພອນ ແລະ ເຈົ້າບໍ່ຄວນປະຕິເສດທີ່ຈະກະທໍາເພາະຢ້ານຖືກສາບແຊ່ງ. ເຮົາຂໍບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ການປະຕິບັດໜ້າຂອງມະນຸດແມ່ນສິ່ງທີ່ເຂົາຄວນເຮັດ ແລະ ຖ້າເຂົາບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ ນັ້ນແມ່ນຄວາມກະບົດຂອງເຂົາ. ຜ່ານຂະບວນການຂອງການປະຕິບັດໜ້າທີ່ຂອງຕົນເທົ່ານັ້ນ, ມະນຸດຈຶ່ງຈະຄ່ອຍປ່ຽນແປງ ແລະ ຜ່ານຂະບວນການນີ້ເທົ່ານັ້ນ ມະນຸດຈຶ່ງຈະສະແດງເຖິງຄວາມສັດຊື່ຂອງຕົນໄດ້. ດັ່ງນັ້ນ, ຍິ່ງເຈົ້າສາມາດປະຕິບັດໜ້າທີ່ຂອງຕົນຫຼາຍເທົ່າໃດ, ເຈົ້າກໍຍິ່ງໄດ້ຮັບຄວມຈິງຫຼາຍເທົ່ານັ້ນ ແລະ ການສະແດງອອກຂອງເຈົ້າກໍຍິ່ງຈະກາຍເປັນຈິງຫຼາຍຂຶ້ນ. ຜູ້ທີ່ພຽງແຕ່ເຮັດໜ້າທີ່ແບບຜີວເຜີນ ແລະ ບໍ່ສະແຫວງຫາຄວາມຈິງຈະຖືກທໍາລາຍລ້າງໃນທີ່ສຸດ ເພາະວ່າມະນຸດດັ່ງກ່າວບໍ່ໄດ້ເຮັດໜ້າທີ່ຂອງຕົນໃນການປະຕິບັດຄວາມຈິງ ແລະ ບໍ່ໄດ້ປະຕິບັດຄວາມຈິງເຂົ້າໃນກັນປະຕິບັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດ. ພວກເຂົາແມ່ນຜູ້ຄົນທີ່ຍັງບໍ່ປ່ຽນແປງ ແລະ ຈະຖືກສາບແຊ່ງ. ບໍ່ມີພຽງແຕ່ການສະແດງອອກຂອງພວກເຂົາທີ່ບໍ່ບໍລິສຸດ, ແຕ່ທຸກສິ່ງທີ່ພວກເຂົາສະແດງອອກນັ້ນແມ່ນຊົ່ວຮ້າຍໝົດ.

ໃນຍຸກແຫ່ງພຣະຄຸນ, ພຣະເຢຊູຍັງກໍໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ກະທໍາພາລະກິດຫຼາຍຢ່າງ. ພຣະອົງແຕກຕ່າງຈາກເອຊະຢາແນວໃດ? ພຣະອົງແຕກຕ່າງຈາກເດນິເອນແນວໃດ? ພຣະອົງແມ່ນສາສະດາບໍ? ເປັນຫຍັງຈຶ່ງເວົ້າວ່າ ພຣະອົງເປັນພຣະຄຣິດ? ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພວກເຂົາ? ພວກເຂົາທຸກຄົນແມ່ນມະນຸດທີ່ກ່າວພຣະທໍາ ແລະ ບໍ່ໜ້ອຍກໍຫຼາຍ ພຣະທໍາຂອງພວກເຂົາກໍປະກົດຄືຄໍາເວົ້າຂອງມະນຸດ. ພວກເຂົາທຸກຄົນກ່າວພຣະທໍາ ແລະ ກະທໍາພາລະກິດ. ສາສະດາຫຼາຍຄົນໃນພຣະສັນຍາເກົ່າສາມາດທໍານວາຍໄດ້ ແລະ ພຣະເຢຊູກໍສາມາດທໍານວາຍໄດ້ເຊັ່ນກັນ. ເຫດໃດຈຶ່ງເປັນດັ່ງນັ້ນ? ຄວາມແຕກຕ່າງໃນນີ້ ແມ່ນອີງຕາມລັກສະນະຂອງພາລະກິດ. ເພື່ອໃຫ້ເຂົ້າໃຈໃນເລຶ່ອງນີ້, ເຈົ້າຕ້ອງບໍ່ຖືເອົາລັກສະນະຂອງເນື້ອໜັງ ແລະ ເຈົ້າບໍ່ຄວນຖືເອົາຄວາມເລິກ ຫຼື ຄວາມຕື້ນຂອງຄໍາເວົ້າຂອງພວກເຂົາ. ກ່ອນອື່ນໝົດ ເຈົ້າຕ້ອງຖືເອົາພາລະກິດຂອງພວກເຂົາ ແລະ ຜົນຂອງພາລະກິດທີ່ພວກເຂົາບັນລຸໃນມະນຸດ. ຄໍາທໍານວາຍທີ່ກ່າວໂດຍສາສະດາໃນເວລານັ້ນບໍ່ໄດ້ສະໜອງຊີວິດຂອງມະນຸດ ແລະ ແຮງດົນໃຈທີ່ໄດ້ຮັບຈາກຜູ້ຄົນຕ່າງໆເຊັ່ນເອຊະຢາ ແລະ ເດນີເອນກໍເປັນຄໍາທໍານວາຍ ແລະ ບໍ່ແມ່ນອນວທາງຂອງຊີວິດ. ຖ້າບໍ່ແມ່ນຍ້ອນການເປີດເຜີຍໂດຍກົງຂອງພຣະເຢໂຮວາ ກໍຈະບໍ່ມີຜູ້ໃດສາມາດກະທໍາພາລະກິດນັ້ນໄດ້ ເຊິ່ງເປັນໄປບໍ່ໄດ້ສໍາລັບມະນຸດ. ພຣະເຢຊູກໍໄດ້ກ່າວພຣະທໍາຢ່າງຫຼວງຫຼາຍເຊັ່ນດຽວກັນ ແຕ່ພຣະທໍາດັ່ງກ່າວແມ່ນແນວທາງຂອງຊີວິດ ທີ່ມະນຸດສາມາດຄົ້ນຫາຫົນທາງນັ້ນເພື່ອນໍາໃຊ້ເຂົ້າໃນການປະຕິບັດ. ເວົ້າໄດ້ວ່າ ປະການທີໜຶ່ງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ຍ້ອນວ່າ ພຣະເຢຊູຄືຊີວິດ; ປະການທີສອງຄື ພຣະອົງສາມາດປ່ຽນແປງການອອກນອກເສັ້ນທາງຂອງມະນຸດໄດ້; ປະການທີສາມຄື ພາລະກິດຂອງພຣະອົງສາມາດສືບແທນພາລະກິດຂອງພຣະເຢໂຮວາ ເພື່ອສືບຕໍ່ຍຸກ; ປະການທີສີ່ຄື ພຣະອົງສາມາດເຂົ້າໃຈຄວາມຕ້ອງການພາຍໃນມະນຸດ ແລະ ເຂົ້າໃຈສິ່ງທີ່ມະນຸດຂາດເຂີນ; ປະການທີຫ້າຄື ພຣະອົງສາມາດນໍາທາງໃນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າ. ນັ້ນແມ່ນເຫດຜົນທີ່ພຣະອົງຖືກເອີ້ນວ່າ ພຣະເຈົ້າ ແລະ ພຣະຄຣິດ; ພຣະອົງບໍ່ພຽງແຕ່ແຕກຕ່າງຈາກເອຊະຢາເທົ່ານັ້ນ ແຕ່ຍັງແຕກຕ່າງຈາກສາສະດາທຸກຄົນອີກດ້ວຍ. ໃຫ້ຍົກເອົາເອຊະຢາເປັນການປຽບທຽບສໍາລັບພາລະກິດຂອງສາສະດາ. ການປຽບທຽບທີໜຶ່ງຄື ລາວບໍ່ສາມາດສະໜອງຊີວິດຂອງມະນຸດ; ການປຽບທຽບທີສອງຄື ລາວບໍ່ສາມາດນໍາທາງໃນຍຸກໃໝ່. ລາວປະຕິບັດວຽກງານພາຍໃຕ້ການນໍາພາຂອງພຣະເຢໂຮວາ ແລະ ບໍ່ແມ່ນເປັນຜູ້ນໍາທາງໃນຍຸກໃໝ່. ການປຽບທຽບທີສາມຄື ຄໍາເວົ້າທີ່ລາວກ່າວແມ່ນເໜືອກວ່າລາວ. ລາວໄດ້ຮັບການເປີດເຜີຍໂດຍກົງຈາກພຣະວິນຍານຂອງພຣະເຈົ້າ ແລະ ຄົນອື່ນຈະບໍ່ເຂົ້າໃຈ ເຖິງວ່າຈະໄດ້ຍິນຄໍາກ່າວເຫຼົ່ານັ້ນ. ພຽງສອງສາມສິ່ງເຫຼົ່ານີ້ເທົ່ານັ້ນກໍພຽງພໍທີ່ຈະພິສູດໃຫ້ເຫັນວ່າ ຄໍາກ່າວຂອງລາວບໍ່ໄດ້ແຕກຕ່າງຈາກການທໍານວາຍ ແລະ ບໍ່ໄດ້ຫຼາຍກວ່າພາກສ່ວນໜຶ່ງຂອງພາລະກິດທີ່ເຮັດແທນພຣະເຢໂຮວາ. ຢ່າງໃດກໍຕາມ, ລາວບໍ່ສາມາດເປັນຕົວແທນພຣະເຢໂຮວາໄດ້ທັງໝົດ. ລາວເປັນພຽງຜູ້ຮັບໃຊ້ພຣະເຢໂຮວາ ກໍຄື ເປັນເຄື່ອງມືຮັບໃຊ້ໃນພາລະກິດຂອງພຣະເຢໂຮວາ. ລາວພຽງປະຕິບັດພາລະກິດຢູ່ໃນຍຸກແຫ່ງພຣະບັນຍັດ ແລະ ຢູ່ໃນຂອບເຂດຂອງພາລະກິດຂອງພຣະເຢໂຮວາເທົ່ານັ້ນ; ລາວບໍ່ໄດ້ປະຕິບັດພາລະກິດອອກນອກຍຸກແຫ່ງພຣະບັນຍັດ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຢຊູແມ່ນແຕກຕ່າງ. ພຣະອົງປະຕິບັດເກີນຂອບເຂດຂອງພາລະກິດຂອງພຣະເຢໂຮວາ; ພຣະອົງປະຕິບັດພາລະກິດເປັນພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໄດ້ຜ່ານປະສົບການຂອງການໄຖ່ບາບໂດຍຖືກຄືງໃສ່ໄມ້ກາງແຂນ ເພື່ອໄຖ່ບາບມວນມະນຸດຊາດ. ໝາຍຄວາມວ່າ ພຣະອົງດໍາເນີນພາລະກິດໃໝ່ຢູ່ນອກຂອບເຂດພາລະກິດທີ່ກະທໍາໂດຍພຣະເຢໂຮວາ. ນີ້ແມ່ນການນໍາທາງໃນຍຸກໃໝ່. ນອກຈາກນັ້ນ, ພຣະອົງສາມາດກ່າວເຖິງສິ່ງທີ່ມະນຸດບໍ່ສາມາດບັນລຸຜົນໄດ້. ພາລະກິດຂອງພຣະອົງແມ່ນປະຕິບັດຢູ່ໃນການຄຸ້ມຄອງຂອງພຣະເຈົ້າ ແລະ ປະກອບດ້ວຍມວນມະນຸດທັງໝົດ. ພຣະອົງບໍ່ໄດ້ກະທໍາພາລະກິດຕໍ່ມະນຸດພຽງສອງສາມຄົນ ແລະ ພາລະກິດຂອງພຣະອົງບໍ່ໄດ້ມີໄວ້ເພື່ອນໍາພາມະນຸດພຽງຈໍານວນຈໍາກັດ. ສໍາລັບວີທີທີ່ພຣະເຈົ້າບັງເກີດເປັນມະນຸດ, ວິທີທີ່ພຣະວິນຍານໃຫ້ການເປີດເຜີຍໃນເວລານັ້ນ ແລະ ວິທີທີ່ພຣະວິນຍານລົງມາສູ່ມະນຸດເພື່ອກະທໍາພາລະກິດ, ສິ່ງເຫຼົ່ານີ້ແມ່ນເປັນສິ່ງທີ່ມະນຸດບໍ່ສາມາດເຫັນ ຫຼື ສໍາພັດໄດ້. ມັນເປັນໄປບໍ່ໄດ້ທີ່ສຸດທີ່ຈະໃຊ້ຄວາມຈິງເຫຼົ່ານີ້ເພື່ອເປັນຫຼັກຖານພິສູດວ່າ ພຣະອົງຄືພຣະເຈົ້າຜູ້ບັງເກີດເປັນມະນຸດ. ດ້ວຍເຫດນັ້ນ, ຈຶ່ງສາມາດຈໍາແນກໄດ້ໃນທ່າມກາງພຣະທໍາ ແລະ ພາລະກິດຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ມະນຸດສາມາດຈໍາຕ້ອງໄດ້. ພຽງສິ່ງນີ້ເທົ່ານັ້ນຄືຄວາມຈິງ. ນີ້ກໍເນື່ອງຈາກວ່າ ເຈົ້າບໍ່ສາມາດເຫັນເລື່ອງຂອງພຣະວິນຍານໄດ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ຮັບຮູ້ເລຶ່ອງດັ່ງກ່າວຢ່າງຊັດເຈນ ແລະ ແມ່ນແຕ່ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງກໍບໍ່ສາມາດຮູ້ທຸກສິ່ງໄດ້; ເຈົ້າພຽງແຕ່ສາມາດຢືນຢັນວ່າ ພຣະອົງເປັນພຣະເຈົ້າ ຫຼື ບໍ່ ຈາກພາລະກິດທີ່ພຣະອົງໄດ້ກະທໍາເທົ່ານັ້ນ. ຈາກພາລະກິດຂອງພຣະອົງ, ສາມາດເຫັນໄດ້ວ່າ: ສິ່ງທີໜຶ່ງຄື ພຣະອົງສາມາດເປີດຍຸກໃໝ່; ສິ່ງທີສອງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ແລະ ສະແດງໃຫ້ມະນຸດເຫັນເສັ້ນທາງເພື່ອປະຕິບັດຕາມ. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າ ພຣະອົງຄືພຣະເຈົ້າ. ຢ່າງໜ້ອຍສຸດ ພາລະກິດທີ່ພຣະອົງກະທໍາສາມາດເປັນຕົວແທນພຣະວິນຍານຂອງພຣະເຈົ້າທັງໝົດ ແລະ ຈາກພາລະກິດດັ່ງກ່າວນັ້ນ ແມ່ນສາມາດເຫັນໄດ້ວ່າ ພຣະວິນຍານຂອງພຣະເຈົ້າແມ່ນສະຖິດຢູ່ພາຍໃນພຣະອົງ. ຍ້ອນວ່າ ພາລະກິດທີ່ກະທໍາໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດນັ້ນ ສ່ວນໃຫຍແລ້ວແມ່ນເພື່ອນໍາທາງໃນຍຸກໃໝ່, ນໍາພາພາລະກິດໃໝ່ ແລະ ເປີດໂລກໃໝ່, ສິ່ງເຫຼົ່ານີ້ເທົ່ານັ້ນແມ່ນພຽງພໍທີ່ຈະພິສູດໃຫ້ເຫັນວ່າ ພຣະອົງຄືພຣະເຈົ້າ. ສະນັ້ນ, ສິ່ງນີ້ຈຶ່ງເຮັດໃຫ້ພຣະອົງແຕກຕ່າງຈາກເອຊະຢາ, ເດນິເອນ ແລະ ສາສະດາຜູ້ຍິ່ງໃຫຍ່ອື່ນໆ. ເອຊະຢາ, ເດນິເອນ ແລະ ຄົນອື່ນໆທັງໝົດແມ່ນຢູ່ໃນຊົນຊັ້ນທີ່ມີການສຶກສາ ແລະ ວັດທະນະທໍາຢ່າງສູງ; ພວກເຂົາບໍ່ແມ່ນມະນຸດທໍາມະດາສາມັນ ທີ່ຢູ່ພາຍໃຕ້ການນໍາພາຂອງພຣະເຢໂຮວາ. ເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນມີຄວາມຮູ້ ແລະ ບໍ່ໄດ້ຂາດສະຕິປັນຍາເຊັ່ນກັນ ແຕ່ໂດຍສະເພາະແລ້ວຄວາມເປັນມະນຸດຂອງພຣະອົງແມ່ນທໍາມະດາສາມັນ. ພຣະອົງເປັນມະນຸດທໍາມະດາ ແລະ ການເບິ່ງດ້ວຍສາຍຕາເປົ່າຈະບໍ່ສາມາດເຂົ້າໃຈຄວາມເປັນມະນຸດພິເສດ ກ່ຽວກັບພຣະອົງ ຫຼື ພົບເຫັນສິ່ງໃດໜຶ່ງໃນຄວາມເປັນມະນຸດຂອງພຣະອົງເຊິ່ງແຕກຕ່າງຈາກຄົນອື່ນ. ພຣະອົງບໍ່ໄດ້ເໜືອທໍາມະຊາດ ຫຼື ພິເສດຫຍັງເລີຍ ແລະ ພຣະອົງບໍ່ມີການສຶກສາ ແລະ ຄວາມຮູ້ສູງ ຫຼື ທິດສະດີຫຍັງ. ຊີວິດທີ່ພຣະອົງກ່າວເຖິງ ແລະ ເສັ້ນທາງທີ່ພຣະອົງນໍາພາໄປແມ່ນບໍ່ໄດ້ອອກມາຜ່ານທິດສະດີ, ຜ່ານຄວາມຮູ້, ຜ່ານປະສົບການຊີວິດ ຫຼື ຜ່ານການອົບໂຮມລ້ຽງດູຈາກຄອບຄົວ. ແຕ່ກົງກັນຂ້າມ, ສິ່ງເຫຼົ່ານັ້ນແມ່ນພາລະກິດໂດຍກົງຂອງພຣະວິນຍານ ເຊິ່ງແມ່ນພາລະກິດຂອງການບັງເກີດເປັນເນື້ອໜັງ. ຍ້ອນວ່າ ມະນຸດມີແນວຄວາມຄິດຫຼາຍກ່ຽວກັບພຣະເຈົ້າ ແລະ ໂດຍສະເພາະ ຍ້ອນວ່າ ແນວຄວາມຄິດເຫຼົ່ານີ້ເກີດຈາກອົງປະກອບຫຼາຍຢ່າງທີ່ເລື່ອນລອຍ ແລະ ເໜືອທໍາມະຊາດ ເຊິ່ງໃນສາຍຕາມະນຸດ ພຣະເຈົ້າປົກກະຕິທີ່ມີຄວາມອ່ອນແອຂອງມະນຸດ ທີ່ບໍ່ສາມາດສ້າງໝາຍສໍາຄັນ ແລະ ສິ່ງອະພິນິຫານນັ້ນ ບໍ່ແມ່ນພຣະເຈົ້າຢ່າງແນ່ນອນ. ແລ້ວສິ່ງເຫຼົ່ານີ້ບໍ່ແມ່ນແນວຄວາມຄິດທີ່ຜິດຂອງມະນຸດບໍ? ຖ້າເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ແມ່ນເນື້ອໜັງມະນຸດທໍາມະດາ ແລ້ວຈະເວົ້າໄດ້ວ່າ ພຣະອົງກາຍເປັນເນື້ອໜັງໄດ້ແນວໃດ? ການເປັນເນື້ອໜັງແມ່ນການເປັນມະນຸດທໍາມາະດາ ແລະ ປົກກະຕິ; ຖ້າພຣະອົງໄດ້ເປັນສິ່ງທີ່ມີຊີວິດເໜືອທໍາທະຊາດ, ພຣະອົງກໍຈະບໍ່ເປັນເນື້ອໜັງ. ເພື່ອພິສູດວ່າ ພຣະອົງເປັນເນື້ອໜັງ, ພຣະເຈົ້າຜູ້ບັງເກີດເປັນມະນຸດຈໍາເປັນຕ້ອງມີເນື້ອໜັງທໍາມະດາ. ນີ້ກໍພຽງເພື່ອເຮັດສໍາເລັດຄວາມສໍາຄັນຂອງການບັງເກີດເປັນມະນຸດ. ເຖິງຢ່າງໃດກໍຕາມ, ນີ້ບໍ່ແມ່ນກໍລະນີຂອງສາສະດາ ແລະ ບຸດຊາຍຂອງມະນຸດ. ພວກເຂົາເປັນມະນຸດທີ່ມີພອນສະຫວັນ ທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ; ໃນສາຍຕາຂອງມະນຸດ ຄວາມເປັນມະນຸດຂອງພວກເຂົາແມ່ນຍິ່ງໃຫຍ່ເປັນພິເສດ ແລະ ພວກເຂົາກະທໍາຫຼາຍຢ່າງທີ່ເໜືອຄວາມມະນຸດທໍາມະດາ. ດ້ວຍເຫດນີ້, ມະນຸດຈຶ່ງຖືວ່າ ພວກເຂົາເປັນພຣະເຈົ້າ. ດຽວນີ້ພວກເຈົ້າທຸກຄົນຕ້ອງເຂົ້າໃຈສິ່ງນີ້ໃຫ້ຈະແຈ້ງ ເພາະວ່າ ມັນເປັນບັນຫາທີ່ມະນຸດທຸກຄົນໃນຍຸກຜ່ານມາສັບສົນໄດ້ງ່າຍທີ່ສຸດ. ພ້ອມນີ້, ການບັງເກີດເປັນມະນຸດຄືສິ່ງລຶກລັບທີ່ສຸດຂອງທຸກໆສິ່ງ ແລະ ພຣະເຈົ້າຜູ້ບັງເກີດເປັນມະນຸດຄືສິ່ງທີ່ຍາກທີ່ສຸດທີ່ມະນຸດຈະຮັບໄດ້. ສິ່ງທີ່ເຮົາເວົ້າຊ່ວຍເຮັດໃຫ້ການເຮັດໜ້າທີ່ຂອງພວກເຈົ້າສໍາເລັດ ແລະ ເພື່ອຄວາມເຂົ້າໃຈຂອງພວກເຈົ້າຕໍ່ຄວາມລຶກລັບຂອງການບັງເກີດເປັນມະນຸດ. ທັງໝົດນີ້ແມ່ນກ່ຽວຂ້ອງກັບການຄຸ້ມຄອງໄປເຖິງນິມິດຂອງພຣະເຈົ້າ. ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບສິ່ງນີ້ຈະເປັນຜົນປະໂຫຍດຢ່າງຍິ່ງສໍາລັບການໄດ້ຮັບຄວາມຮູ້ກ່ຽວກັບນິມິດ ເຊິ່ງນັ້ນກໍຄື ພາລະກິດຂອງການຄຸ້ມຄອງຂອງພຣະເຈົ້າ. ດ້ວຍວິທີນີ້, ພວກເຈົ້າຈະຍັງໄດ້ຮັບຄວາມເຂົ້າໃຈຢ່າງຫຼວງຫຼາຍໃນໜ້າທີ່ທີ່ມະນຸດປະເພດຕ່າງໆຄວນປະຕິບັດ. ເຖິງແມ່ນວ່າ ພຣະທໍາເຫຼົ່ານີ້ບໍ່ໄດ້ສະແດງໃຫ້ພວກເຈົ້າເຫັນວິທີທາງໂດຍກົງ ແຕ່ພຣະທໍາດັ່ງກ່າວຍັງຄົງຊ່ວຍພວກເຈົ້າໄດ້ຫຼາຍໃນການເຂົ້າສູ່ ຍ້ອນວ່າ ຊີວິດຂອງພວກເຈົ້າໃນປັດຈຸບັນແມ່ນຂາດນິມິດຢ່າງຫຼວງຫຼາຍ ແລະ ສິ່ງນີ້ຈະກາຍເປັນອຸປະສັກຂັດຂວາງການເຂົ້າສູ່ຂອງພວກເຈົ້າຢ່າງໃຫຍ່ຫຼວງ. ຖ້າພວກເຈົ້າບໍ່ສາມາດເຂົ້າໃຈບັນຫາເຫຼົ່ານີ້ໄດ້, ພວກເຈົ້າກໍຈະບໍ່ມີແຮງບັນດານໃຈທີ່ຈະພັກດັນການເຂົ້າສູ່ຂອງພວກເຈົ້າ. ແລ້ວການສະແຫວງຫາແບບນັ້ນຈະສາມາດຊ່ວຍໃຫ້ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າໃຫ້ໄດ້ດີທີ່ສຸດໄດ້ແນວໃດ?

ກ່ອນນີ້: ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້

ຕໍ່ໄປ: ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ

ພຣະວິນຍານຂອງພຣະເຈົ້າໄດ້ຊອກຫາເປັນເວລາຫຼາຍປີ ໃນຂະນະທີ່ພຣະອົງປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ ແລະ...

ວິທີການຮູ້ຈັກຄວາມເປັນຈິງ

ພຣະເຈົ້າແມ່ນພຣະເຈົ້າຕາມຄວາມເປັນຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນຕາມຄວາມເປັນຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນຕາມຄວາມເປັນຈິງ ແລະ...

ຜູ້​ທີ່​​ບໍ່ສາມາດເຂົ້າ​ກັບ​ພຣະຄຣິດ​​ເປັນປໍລະປັກ​ກັບ​ພຣະ​ເຈົ້າຢ່າງແນ່ນອນ

ມະນຸດທຸກຄົນປາຖະໜາຢາກເຫັນໃບໜ້າທີ່ແທ້ຈິງຂອງພຣະເຢຊູ ແລະ ທຸກຄົນປາຖະໜາຢາກຢູ່ກັບພຣະອົງ. ເຮົາເຊື່ອວ່າບໍ່ມີອ້າຍເອື້ອຍນ້ອງຄົນໃດຈະບອກວ່າ...

ມີພຽງແຕ່ມະນຸດທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນສາມາດມີຊີວິດທີ່ມີຄວາມໝາຍໄດ້

ໃນຄວາມຈິງ ພາລະກິດທີ່ກຳລັງປະຕິບັດຢູ່ໃນປັດຈຸບັນແມ່ນເພື່ອໃຫ້ຜູ້ຄົນປະຖິ້ມຊາຕານ, ປະຖິ້ມບັນພະບຸລຸດທີ່ເກົ່າແກ່ຂອງພວກເຂົາ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້