ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ
ບັນຫາທົ່ວໄປທີ່ເກີດຂຶ້ນກັບທຸກຄົນກໍຄື ພວກເຂົາເຂົ້າໃຈຄວາມຈິງ ແຕ່ບໍ່ລົ້ມເຫຼວໃນການນຳມັນເຂົ້າສູ່ການປະຕິບັດ. ດ້ານໜຶ່ງກໍ່ຍ້ອນວ່າ ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ອີກຢ່າງກໍຍ້ອນຄວາມເຂົ້າໃຈຂອງພວກເຂົາມີບໍ່ພຽງພໍເກີນໄປ; ພວກເຂົາຈຶ່ງບໍ່ສາມາດເບິ່ງຜ່ານຄວາມຍາກລຳບາກຫຼາຍຢ່າງໃນຊີວິດປະຈຳວັນສຳລັບສິ່ງທີ່ພວກເຂົາເປັນ ແລະ ບໍ່ຮູ້ວິທີປະຕິບັດຢ່າງເໝາະສົມ. ຍ້ອນວ່າປະສົບການຂອງມະນຸດນັ້ນຕື້ນເກີນໄປ, ຄວາມສາມາດຕໍ່າເກີນໄປ ແລະ ລະດັບຄວາມເຂົ້າໃຈເຖິງຄວາມຈິງຂອງພວກເຂົາກໍ່ຈຳກັດ ພວກເຂົາບໍ່ມີທາງແກ້ໄຂຄວາມຍາກລຳບາກທີ່ພວກເຂົາຜະເຊີນໃນຊີວິດປະຈຳວັນໄດ້. ພວກເຂົາເຊື່ອໃນພຣະເຈົ້າພຽງແຕ່ໃນຄຳເວົ້າເທົ່ານັ້ນ ແລະ ບໍ່ສາມາດນໍາພຣະເຈົ້າເຂົ້າໄປໃນຊີວິດປະຈຳວັນຂອງພວກເຂົາໄດ້. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າຄືພຣະເຈົ້າ, ຊີວິດກໍຄືຊີວິດ ແລະ ຄືກັບວ່າ ໃນຊີວິດຂອງເຂົາ, ຜູ້ຄົນບໍ່ມີຄວາມສຳພັນຫຍັງກັບພຣະເຈົ້າເລີຍ. ນັ້ນຄືສິ່ງທີ່ທຸກຄົນຄິດ. ໃນຄວາມເປັນຈິງ ການເຊື່ອພຣະເຈົ້າໃນລັກສະນະນັ້ນ ຈະບໍ່ເຮັດໃຫ້ຜູ້ຄົນຖືກຮັບ ແລະ ເຮັດໃຫ້ສົມບູນໂດຍພຣະອົງ. ແທ້ຈິງແລ້ວ ບໍ່ແມ່ນເປັນຍ້ອນພຣະທໍາຂອງພຣະເຈົ້າບໍ່ເປັນທີ່ຮູ້ຈັກຢ່າງສົມບູນ ແຕ່ເປັນຍ້ອນຄວາມສາມາດຂອງຜູ້ຄົນບໍ່ພຽງພໍເກີນໄປໃນການຮັບເອົາພຣະທໍາຂອງພຣະອົງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ເກືອບບໍ່ມີຄົນໃດເລີຍທີ່ເຮັດຕາມຈຸດປະສົງເດີມຂອງພຣະເຈົ້າ; ກົງກັນຂ້າມ ຄວາມເຊື່ອຂອງພວກເຂົາທີ່ຢູ່ໃນພຣະເຈົ້າແມ່ນຂຶ້ນກັບເຈດຕະນາຂອງພວກເຂົາເອງ, ຄວາມຄິດເຫັນກ່ຽວກັບສາດສະໜາທີ່ພວກເຂົາມີໃນອະດີດ ແລະ ວິທີການເຮັດສິ່ງຕ່າງໆຂອງພວກເຂົາ. ມີພຽງໜ້ອຍຄົນທີ່ຮັບການປ່ຽນແປງຫຼັງຈາກທີ່ຮັບເອົາພຣະທໍາຂອງພຣະເຈົ້າ ແລະ ເລີ່ມຕົ້ນເຮັດຕາມຈຸດປະສົງຂອງພຣະອົງ. ກົງກັນຂ້າມ ພວກເຂົາຍຶດໝັ້ນໃນຄວາມເຊື່ອທີ່ຜິດຂອງພວກເຂົາ. ເມື່ອຜູ້ຄົນເລີ່ມຕົ້ນເຊື່ອໃນພຣະເຈົ້າ ພວກເຂົາພຽງແຕ່ເຊື່ອອີງຕາມລະບຽບປະເພນີຂອງສາດສະໜາ ແລະ ພວກເຂົາດຳລົງຊີວິດ ແລະ ມີປະຕິສຳພັນຕໍ່ກັບຄົນອື່ນໂດຍອີງໃສ່ຮາກຖານປັດຊະຍາແຫ່ງຊີວິດຂອງພວກເຂົາເອງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ກໍລະນີເຊັ່ນນີ້ແມ່ນເກີດຂຶ້ນສຳລັບເກົ້າຄົນໃນທຸກໆສິບຄົນ. ມີພຽງໜ້ອຍຄົນທີ່ກຳນົດແຜນອື່ນ ແລະ ເລີ່ມຕົ້ນຊີວິດໃໝ່ຫຼັງຈາກທີ່ເລີ່ມຕົ້ນເຊື່ອໃນພຣະເຈົ້າ. ມະນຸດລົ້ມເຫຼວໃນການເຮັດຕາມພຣະທໍາຂອງພຣະເຈົ້າທີ່ເປັນຄວາມຈິງ ຫຼື ຖືວ່າມັນເປັນຄວາມຈິງ, ປະຕິບັດຕາມັນ.
ຕົວຢ່າງເຊັ່ນ ການເຊື່ອໃນພຣະເຢຊູ. ບໍ່ວ່າຄົນໆໜຶ່ງຫາກໍ່ເລີ່ມເຊື່ອ ຫຼື ເຊື່ອມາເປັນເວລາດົນແລ້ວກໍຕາມ ທຸກຄົນພຽງແຕ່ນໍາໃຊ້ “ພອນສະຫວັນ” ທີ່ພວກເຂົາມີ ແລະ ສະແດງໃຫ້ເຫັນເຖິງ “ທັກສະ” ທີ່ພວກເຂົາມີ. ຜູ້ຄົນພຽງແຕ່ເພີ່ມ “ຄວາມເຊື່ອໃນພຣະເຈົ້າ”, ເຊິ່ງເປັນຄຳສັບຫ້າຄຳ ເຂົ້າໃນຊີວິດປະຈຳວັນຂອງພວກເຂົາ, ແຕ່ບໍ່ໄດ້ສ້າງຄວາມປ່ຽນແປງຫຍັງໃຫ້ກັບອຸປະນິໄສຂອງພວກເຂົາ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍບໍ່ໄດ້ເຕີບໂຕແມ່ນແຕ່ໜ້ອຍດຽວ. ການສະແຫວງຫາຂອງພວກເຂົາບໍ່ເຢັນບໍ່ຮ້ອນ. ພວກເຂົາບໍ່ໄດ້ເວົ້າວ່າ ພວກເຂົາຈະປະຖິ້ມຄວາມເຊື່ອຂອງພວກເຂົາ, ແຕ່ພວກເຂົາກໍ່ບໍ່ໄດ້ອຸທິດຕົນໃຫ້ກັບພຣະເຈົ້າທັງໝົດ. ພວກເຂົາບໍ່ເຄີຍຮັກພຣະເຈົ້າຢ່າງແທ້ຈິງ ຫຼື ເຊື່ອຟັງພຣະອົງ. ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າເປັນການປະສົມປະສານລະຫວ່າງຈິງໃຈ ແລະ ແກ້ງເຮັດໄປພ້ອມໆກັນ; ພວກເຂົາຫຍັບເຂົ້າໃກ້ມັນດ້ວຍຕາຂ້າງໜຶ່ງເປີດ ແລະ ຕາອີກຂ້າງປິດຢູ່ ແລະ ບໍ່ຈິງຈັງໃນການປະຕິບັດຄວາມເຊື່ອຂອງພວກເຂົາ. ພວກເຂົາສືບຕໍ່ຢູ່ໃນສະພາວະສັບສົນເຊັ່ນນີ້ ແລະ ຕາຍຢ່າງປິດສະໜາ. ແມ່ນຫຍັງຄືປະເດັນຂອງທຸກສິ່ງເຫຼົ່ານັ້ນ? ວັນນີ້ ເພື່ອເຈົ້າເຊື່ອໃນພຣະເຈົ້າທີ່ແທ້ຈິງ, ເຈົ້າຕ້ອງວາງຕີນບົນ ເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ຄວນສະແຫວງຫາພຽງໄດ້ຮັບພອນເທົ່ານັ້ນ ແຕ່ ສະແຫວງຫາເພື່ອຮັກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. ຜ່ານການສ່ອງສະຫວ່າງຂອງພຣະອົງ ແລະ ຜ່ານການສະແຫວງຫາຂອງເຈົ້າເອງ ເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະອົງ, ສ້າງຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າເຊິ່ງມາຈາກຫົວໃຈສ່ວນເລິກຂອງເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະເຈົ້າແມ່ນແທ້ຈິງທີ່ສຸດ ແລະ ບໍ່ມີໃຜສາມາດທຳລາຍ ຫຼື ຂວາງທາງຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະອົງໄດ້. ເມື່ອນັ້ນ ເຈົ້າຈຶ່ງຈະຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ສິ່ງນີ້ພິສູດໃຫ້ເຫັນວ່າ ເຈົ້າເປັນຄົນຂອງພຣະເຈົ້າ ຍ້ອນຫົວໃຈຂອງເຈົ້າຢູ່ໃນການຄອບຄອງຂອງພຣະເຈົ້າແລ້ວ ແລະ ບໍ່ມີສິ່ງອື່ນອີກທີ່ສາມາດຄອບຄອງເຈົ້າໄດ້. ຜ່ານປະສົບການຂອງເຈົ້າ, ຜ່ານຜົນຕາມມາທີ່ເຈົ້າໄດ້ຮັບ ແລະ ຜ່ານພາລະກິດຂອງພຣະເຈົ້າ, ເຈົ້າຈຶ່ງສາມາດສ້າງຄວາມຮັກທີ່ບໍ່ມີເງື່ອນໄຂໃຫ້ກັບພຣະເຈົ້າ ແລະ ເມື່ອເຈົ້າເຮັດໄດ້ເຊັ່ນນັ້ນ, ເຈົ້າຈະເປັນອິດສະຫຼະຈາກອິດທິພົນຂອງຊາຕານ ແລະ ຈະມາດຳລົງຊີວິດໃນແສງສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ. ພຽງເມື່ອເຈົ້າໄດ້ຮັບອິດສະຫຼະຈາກອິດທິພົນແຫ່ງຄວາມມືດເທົ່ານັ້ນ ເຈົ້າຈຶ່ງສາມາດເວົ້າໄດ້ວ່າໄດ້ຮັບເອົາພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ເຈົ້າຕ້ອງພະຍາຍາມສະແຫວງຫາເປົ້າໝາຍນີ້. ນີ້ແມ່ນໜ້າທີ່ຂອງພວກເຈົ້າແຕ່ລະຄົນ. ບໍ່ມີພວກເຈົ້າຄົນໃດທີ່ຄວນພໍໃຈກັບສະພາບການປັດຈຸບັນຂອງເລື່ອງຕ່າງໆ. ພວກເຈົ້າບໍ່ສາມາດສອງຈິດສອງໃຈໃນພາລະກິດຂອງພຣະເຈົ້າ ຫຼື ເຈົ້າບໍ່ສາມາດຖືເບົາໃນສິ່ງນັ້ນ. ພວກເຈົ້າຄວນຄິດເຖິງພຣະເຈົ້າຢູ່ທຸກປະການ ແລະ ຕະຫຼອດເວລາ ແລະ ເຮັດທຸກຢ່າງໂດຍເຫັນແກ່ຜົນປະໂຫຍດຂອງພຣະອົງ. ເມື່ອໃດກໍ່ຕາມທີ່ພວກເຈົ້າກ່າວ ຫຼື ກະທຳ ພວກເຈົ້າຄວນເຫັນແກ່ປະໂຫຍດຂອງຄົວເຮືອນຂອງພຣະເຈົ້າກ່ອນ. ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເປັນທີ່ຊອບພຣະທັຍພຣະເຈົ້າ.
ຄວາມຜິດທີ່ໃຫຍ່ຫຼວງຂອງຜູ້ຄົນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຄືພວກເຂົາເຊື່ອແຕ່ໃນພຣະທໍາເທົ່ານັ້ນ ແລະ ພຣະເຈົ້າຫາຍໄປຈາກຊີວິດປະຈຳວັນຂອງພວກເຂົາຢ່າງສິ້ນເຊີງ. ແນ່ນອນ ທຸກຄົນເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແຕ່ພຣະເຈົ້າບໍ່ແມ່ນສ່ວນໜຶ່ງໃນຊີວິດປະຈຳວັນຂອງພວກເຂົາ. ປາກຂອງຄົນກ່າວຄຳອະທິຖານຫາພຣະເຈົ້າຫຼາຍຄັ້ງ ແຕ່ພຣະເຈົ້າມີພື້ນທີ່ພຽງໜ້ອຍດຽວໃນຫົວໃຈຂອງພວກເຂົາ, ສະນັ້ນ ພຣະເຈົ້າຈຶ່ງທົດລອງພວກເຂົາຊໍ້າແລ້ວຊໍ້າອີກ. ຍ້ອນວ່າພວກເຂົາບໍ່ບໍລິສຸດ ພຣະເຈົ້າຈຶ່ງບໍ່ມີທາງເລືອກນອກຈາກທົດລອງພວກເຂົາ ເພື່ອວ່າພວກເຂົາອາດຈະຮູ້ສຶກລະອາຍ ແລະ ມາຮູ້ຈັກກັບໂຕພວກເຂົາເອງໃນທ່າມກາງການທົດລອງເຫຼົ່ານີ້. ຖ້າບໍ່ດັ່ງນັ້ນ ມະນຸດຈະກັບກາຍເປັນລູກຫຼານຂອງອັກຄະເທວະດາ ແລະ ເລີ່ມເສື່ອມຊາມຫຼາຍຂຶ້ນເລື້ອຍໆ. ໃນຂະບວນການແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແຕ່ລະຄົນປະຖິ້ມຄວາມຕັ້ງໃຈຫຼາຍຢ່າງ ແລະ ເປົ້າໝາຍພາຍໃຕ້ການຊຳລະລ້າງທີ່ບໍ່ຢຸດຢັ້ງຂອງພຣະເຈົ້າ. ຖ້າບໍ່ດັ່ງນັ້ນ ພຣະເຈົ້າຈະບໍ່ສາມາດໃຊ້ມະນຸດຄົນໃດໄດ້ ແລະ ພຣະເຈົ້າກໍບໍ່ມີທາງເຮັດພາລະກິດທີ່ພຣະອົງຄວນເຮັດໃນຜູ້ຄົນໄດ້. ກ່ອນອື່ນ ພຣະເຈົ້າຊຳລະລ້າງຜູ້ຄົນໃຫ້ບໍລິສຸດ ແລະ ຜ່ານຂະບວນການນີ້ ພວກເຂົາອາດມາຮູ້ຈັກກັບຕົນເອງ ແລະ ພຣະເຈົ້າອາດປ່ຽນແປງພວກເຂົາ. ເມື່ອນັ້ນເທົ່ານັ້ນ ພຣະເຈົ້າຈຶ່ງສາມາດເຮັດໃຫ້ຊີວິດຂອງພຣະອົງເຂົ້າຫາພວກເຂົາໄດ້ ແລະ ເມື່ອນັ້ນເທົ່ານັ້ນ ຫົວໃຈຂອງພວກເຂົາຈຶ່ງຫັນເຂົ້າຫາພຣະເຈົ້າຢ່າງບໍລິບູນ. ສະນັ້ນເຮົາຈຶ່ງເວົ້າວ່າ ການເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຄືກັບທີ່ຜູ້ຄົນກ່າວໄວ້. ດັ່ງທີ່ພຣະເຈົ້າເຫັນ ຖ້າເຈົ້າມີພຽງຄວາມຮູ້ ແຕ່ບໍ່ມີພຣະທໍາຂອງພຣະອົງເປັນຊີວິດ ແລະ ຖ້າເຈົ້າຖືກຈຳກັດພຽງແຕ່ໃນຄວາມຮູ້ຂອງຕົນເອງ ແຕ່ບໍ່ສາມາດເຮັດຕາມຄວາມຈິງ ຫຼື ດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ, ນີ້ເປັນຫຼັກຖານພິສູດວ່າ ເຈົ້າຍັງບໍ່ມີຫົວໃຈທີ່ຮັກພຣະເຈົ້າ ແລະ ສະແດງໃຫ້ເຫັນວ່າ ຫົວໃຈຂອງເຈົ້າບໍ່ໄດ້ມອບໃຫ້ກັບພຣະເຈົ້າ. ຄົນເຮົາສາມາດມາຮູ້ຈັກພຣະເຈົ້າໂດຍການເຊື່ອໃນພຣະອົງ. ນີ້ແມ່ນເປົ້າໝາຍສຸດທ້າຍ ແລະ ເປັນເປົ້າໝາຍແຫ່ງການສະແຫວງຫາຂອງມະນຸດ. ເຈົ້າຄວນພະຍາຍາມໃນການດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ ເພື່ອພຣະທໍານັ້ນອາດຈະເກີດໝາກຜົນໃນການປະຕິບັດຂອງເຈົ້າ. ຖ້າເຈົ້າມີພຽງຄວາມຮູ້ທາງທິດສະດີ, ຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍ່ຈະສູນເປົ່າ. ພຽງແຕ່ເຈົ້າເຮັດຕາມ ແລະ ດຳລົງຊີວິດຕາມພຣະທໍາຂອງພຣະອົງເທົ່ານັ້ນ ຄວາມເຊື່ອຂອງເຈົ້າຈຶ່ງຈະຖືວ່າສົມບູນ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ໃນເສັ້ນທາງນີ້ ຫຼາຍຄົນສາມາດເວົ້າເຖິງຄວາມຮູ້ຕ່າງໆນາໆ ແຕ່ໃນເວລາແຫ່ງຄວາມຕາຍຂອງພວກເຂົາ ດວງຕາຂອງພວກເຂົາເຕັມໄປດ້ວຍນໍ້າຕາ ແລະ ພວກເຂົາຊັງໂຕເອງທີ່ໃຊ້ເວລາທັງຊີວິດຢ່າງສິ້ນເປືອງ ແລະ ດຳເນີນຊີວິດຢູ່ຈົນແກ່ເຖົ້າຢ່າງສູນເປົ່າ. ພວກເຂົາພຽງແຕ່ເຂົ້າໃຈທິດສະດີ ແຕ່ບໍ່ສາມາດນໍາຄວາມຈິງໄປປະຕິບັດ ຫຼື ເປັນພະຍານໃຫ້ກັບພຣະເຈົ້າໄດ້; ກົງກັນຂ້າມ, ພວກເຂົາທີ່ແລ່ນໄປນີ້ແດ່ຫັ້ນແດ່ຄືກັບເຜິ້ງທີ່ຫຍຸ້ງວຽກ ແລະ ເມື່ອພວກເຂົາໃກ້ຕາຍເທົ່ານັ້ນ ພວກເຂົາຈຶ່ງເຫັນໃນຕອນສຸດທ້າຍວ່າ ພວກເຂົາຂາດຄຳພະຍານທີ່ແທ້ຈິງ ເຊິ່ງພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ສະນັ້ນ ນີ້ບໍ່ແມ່ນເປັນສິ່ງທີ່ຊ້າເກີນໄປບໍ? ເປັນຫຍັງເຈົ້າຈຶ່ງບໍ່ຖືໂອກາດເວລາທີ່ມີຢູ່ ແລະ ສະແຫວງຫາຄວາມຈິງທີ່ເຈົ້າຮັກ? ເປັນຫຍັງຕ້ອງຖ້າໃຫ້ຮອດມື້ອື່ນ? ຖ້າໃນຊີວິດ ເຈົ້າບໍ່ໄດ້ທົນທຸກເພື່ອຄວາມຈິງ ຫຼື ສະແຫວງຫາເພື່ອໄດ້ຮັບມັນມາ, ເປັນໄປໄດ້ບໍ່ວ່າ ເຈົ້າຕ້ອງການຄວາມຮູ້ສຶກເສຍໃຈໃນເວລາທີ່ກຳລັງຈະຕາຍ? ຖ້າເປັນດັ່ງນັ້ນ ເປັນຫຍັງຈຶ່ງຕ້ອງເຊື່ອໃນພຣະເຈົ້າ? ໃນຄວາມເປັນຈິງແລ້ວ ມີຫຼາຍຢ່າງທີ່ຜູ້ຄົນສາມາດເຮັດໄດ້ ພຽງແຕ່ເຂົາທຸ້ມເທຄວາມພະຍາຍາມພຽງໜ້ອຍດຽວກໍສາມາດນໍາເອົາຄວາມຈິງໄປປະຕິບັດ ແລະ ເປັນທີ່ພໍໃຈພຣະເຈົ້າໄດ້. ຍ້ອນຫົວໃຈຂອງຜູ້ຄົນເຄີຍຖືກຄອບງຳໂດຍຜີຮ້າຍ ພວກເຂົາຈຶ່ງບໍ່ສາມາດປະຕິບັດເພື່ອຜົນປະໂຫຍດຂອງພຣະເຈົ້າໄດ້ ແລະ ຟ້າວຟັ່ງເພື່ອເຫັນແກ່ເນື້ອໜັງຂອງຕົນຢູ່ເລື້ອຍໆ ໂດຍມີຫຍັງທີ່ຈະສະແດງໃຫ້ເຫັນໃນທີ່ສຸດ. ຍ້ອນເຫດຜົນເຫຼົ່ານີ້ຜູ້ຄົນຈຶ່ງປະສົບກັບບັນຫາ ແລະ ຄວາມຍາກລຳບາກຢູ່ເລື້ອຍໆ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມທໍລະມານຂອງຊາຕານບໍ? ນີ້ບໍ່ແມ່ນຄວາມເສື່ອມຊາມຂອງເນື້ອໜັງບໍ? ເຈົ້າບໍ່ຄວນພະຍາຍາມຫຼອກລວງພຣະເຈົ້າໂດຍການຮັບໃຊ້ແຕ່ປາກ. ກົງກັນຂ້າມ ເຈົ້າຕ້ອງເລີ່ມປະຕິບັດໃຫ້ມັນຈັບຕ້ອງໄດ້. ຢ່າຫຼອກລວງໂຕເອງ; ເຮັດແບບນັ້ນຈະໄດ້ປະໂຫຍດຫຍັງ? ເຈົ້າຈະໄດ້ຮັບຫຍັງຈາກການດຳເນີນຊີວິດໂດຍເຫັນແກ່ເນື້ອໜັງຂອງໂຕເຈົ້າເອງ ແລະ ດິ້ນລົນເພື່ອຜົນປະໂຫຍດ ແລະ ຊື່ສຽງ?