ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ກ່ອນອື່ນ ໃຫ້ພວກເຮົາຮ້ອງເພງສັນລະເສີນ: ເພງແຫ່ງອານາຈັກ (I) ອານາຈັກລົງມາເທິງແຜ່ນດິນໂລກ

ສຽງເພງປະກອບ: ຜູ້ຄົນຍົກຍ້ອງພຣະເຈົ້າ; ຜູ້ຄົນສັນລະເສີນພຣະເຈົ້າ; ປາກທຸກຄົນຂະໜານນາມເຮົາວ່າ ພຣະເຈົ້າອົງແທ້ຈິງ, ອານາຈັກລົງມາເທິງໂລກມະນຸດ.

1. ຜູ້ຄົນຍົກຍ້ອງພຣະເຈົ້າ; ຜູ້ຄົນສັນລະເສີນພຣະເຈົ້າ; ປາກທຸກຄົນຂະໜານນາມເຮົາວ່າ ພຣະເຈົ້າອົງດຽວທີ່ແທ້ຈິງ, ທຸກຄົນມືນຕາເບິ່ງການກະທໍາຂອງພຣະເຈົ້າ. ອານາຈັກລົງມາເທິງໂລກມະນຸດ, ຄວາມເປັນຢູ່ຂອງພຣະເຈົ້າມັ່ງຄັ່ງ ແລະ ອຸດົມສົມບູນ. ໃຜຈະບໍ່ສະຫຼອງໃນສິ່ງນີ້? ໃຜຈະບໍ່ຟ້ອນລໍາດ້ວຍຄວາມສຸກໃຈກັບສິ່ງນີ້? ໂອ້ ຊີໂອນ! ຈົ່ງຍົກທຸງແຫ່ງໄຊຊະນະຂອງເຈົ້າເພື່ອສະຫຼອງໃຫ້ກັບພຣະເຈົ້າ! ຈົ່ງຮ້ອງເພງແຫ່ງໄຊຊະນະຂອງເຈົ້າ ແລະ ເຜີຍແຜ່ນາມບໍລິສຸດຂອງພຣະເຈົ້າ!

2. ທຸກສິ່ງເທິງແຜ່ນດິນໂລກ! ຈົ່ງຊໍາລະລ້າງຕົນເອງໃຫ້ບໍລິສຸດໄວໆເພື່ອວ່າ ພວກເຈົ້າອາດຈະໄດ້ຖືກຖວາຍໃຫ້ກັບພຣະເຈົ້າ! ໂອ ດວງດາວໃນທ້ອງຟ້າ! ຈົ່ງກັບຄືນມາສູ່ບ່ອນຂອງພວກເຈົ້າໄວໆ ເພື່ອສະແດງຄວາມຍິ່ງໃຫຍ່ຂອງພຣະເຈົ້າໃນທ້ອງຟ້າ! ພຣະເຈົ້າເອົາໃຈໃສ່ສຽງຂອງຜູ້ຄົນເທິງແຜ່ນດິນໂລກ, ຈົ່ງຖອກເທຄວາມຮັກຢ່າງນິລັນດອນ ແລະ ເຄົາລົບຕໍ່ພຣະອົງໃນບົດເພງ! ໃນມື້ນີ້ ໃນຂະນະທີ່ທຸກສິ່ງກັບຄືນສູ່ຊີວິດທີ່ສົດໃສ ພຣະເຈົ້າສະເດັດລົງມາເທິງໂລກມະນຸດ. ໃນໄລຍະເວລານີ້, ໃນວາລະນີ້ ດອກໄມ້ເບັ່ງບານໄປທົ່ວ, ຝູງສະກຸນາຮ້ອງສົ່ງເປັນສຽງດຽວກັນ ທຸກສິ່ງເຕັມໄປດ້ວຍຄວາມເບີກບານ! ທ່າມກາງສຽງໂຮ່ຮ້ອງແຫ່ງການຕ້ອນຮັບອານາຈັກ, ອານາຈັກຂອງຊາຕານລົ້ມລະລາຍ. ຖືກທໍາລາຍດ້ວຍສຽງເພງແຫ່ງອານາຈັກທີ່ດັງກ້ອງສະນັ່ນ ແລະ ມັນຈະບໍ່ຟື້ນຄືນມາອີກ!

3. ມີໃຜຢູ່ເທິງແຜ່ນດິນໂລກກ້າລຸກຂຶ້ນ ແລະ ຕໍ່ຕ້ານ? ເມື່ອພຣະເຈົ້າສະເດັດລົງມາສູ່ແຜ່ນດິນໂລກ, ພຣະອົງນໍາການເຜົາໄໝ້, ນໍາມາຄວາມພິໂລດ, ນໍາມາແຫ່ງໄພພິບັດທຸກຢ່າງ. ບັດນີ້ ອານາຈັກຕ່າງໆແຫ່ງແຜ່ນດິນໂລກ ແມ່ນອານາຈັກຂອງພຣະເຈົ້າ! ເທິງທ້ອງຟ້າ ກ້ອນເມກພັງທະລາຍລົງ ແລະ ເປັນຄື້ນທະເລມອກ; ໃຕ້ທ້ອງຟ້າ, ທະເລສາບ ແລະ ຫ້ວຍນໍ້າ ນອງໄຫຼ ແລະ ຟັດເຟືອນເໝືອນດັ່ງທໍານອງເພງ. ຝູງສັດສາວາສິ່ງທີ່ຫຼັບນອນພັກຢູ່ ກໍອອກມາຈາກຖໍ້າຂອງພວກມັນ ແລະ ທຸກຄົນທີ່ນອນຫຼັບຢູ່ກໍຕື່ນຂຶ້ນມາຍ້ອນພຣະເຈົ້າ. ວັນທີ່ທຸກຄົນໄດ້ລໍຖ້າ ໃນທີ່ສຸດ ກໍມາຮອດແລ້ວ! ພວກເຂົາຖວາຍບົດເພງທີ່ສວຍງາມທີ່ສຸດໃຫ້ກັບພຣະເຈົ້າ!

ພວກເຈົ້າຄິດແນວໃດກັບທຸກຄັ້ງທີ່ພວກເຈົ້າຮ້ອງເພງນີ້? (ພວກເຮົາຮູ້ສຶກຕື່ນເຕັ້ນ ແລະ ຕື່ນຕາຕື່ນໃຈ ແລະ ພວກເຮົາຄິດວ່າ ຄວາມສວຍງາມແຫ່ງອານາຈັກສະຫງ່າລາສີຫຼາຍສໍ່າໃດ, ມະນຸດຊາດ ແລະ ພຣະເຈົ້າຈະຢູ່ຮ່ວມກັນຕະຫຼອດໄປໄດ້ແນວໃດ). ມີຜູ້ໃດຄິດກ່ຽວກັບຮູບລັກສະນະທີ່ມະນຸດຕ້ອງຮັບເອົາເພື່ອຢູ່ຮ່ວມກັບພຣະເຈົ້າບໍ? ໃນຈິນຕະນາການຂອງພວກເຈົ້າ, ຜູ້ຄົນຕ້ອງຮ່ວມກັນກັບພຣະເຈົ້າ ແລະ ຮັບເອົາຊີວິດທີ່ສະຫງ່າລາສີທີ່ຈະຕາມມາໃນອານາຈັກແນວໃດ? (ອຸປະນິໄສຂອງພວກເຂົາຄວນໄດ້ຮັບການປ່ຽນແປງ). ອຸປະນິໄສຂອງພວກເຂົາຄວນໄດ້ຮັບການປ່ຽນແປງ, ແຕ່ຢູ່ໃນລະດັບໃດ? ພວກເຂົາຈະເປັນແນວໃດຫຼັງຈາກທີ່ອຸປະນິໄສຂອງພວກເຂົາໄດ້ຮັບການປ່ຽນແປງ? (ພວກເຂົາຈະກາຍມາເປັນຄົນບໍລິສຸດ). ແມ່ນຫຍັງຄືບັນທັດຖານສຳລັບຄວາມບໍລິສຸດ? (ຄວາມຄິດ ແລະ ການຄຳນຶງທັງໝົດຂອງຜູ້ຄົນຕ້ອງສອດຄ່ອງກັບພຣະຄຣິດ). ຄວາມສອດຄ່ອງດັ່ງກ່າວຖືກສະແດງອອກແນວໃດ? (ຜູ້ຄົນຕ້ອງບໍ່ຕໍ່ຕ້ານ ຫຼື ທໍລະຍົດພຣະເຈົ້າ, ຍອມຢູ່ພາຍໃຕ້ພຣະອົງຢ່າງເດັດຂາດ ແລະ ຕ້ອງມີຄວາມເຄົາລົບນັບຖືທີ່ຢຳເກງພຣະອົງໃນຫົວໃຈຂອງພວກເຂົາ). ຄຳຕອບຂອງພວກເຈົ້າບາງຄົນແມ່ນຢູ່ເສັ້ນທາງທີ່ຖືກຕ້ອງ. ເປີດຫົວໃຈຂອງພວກເຈົ້າ, ພວກເຈົ້າທຸກຄົນ ແລະ ເວົ້າໃນສິ່ງທີ່ພວກເຈົ້າປາຖະໜາຢາກເວົ້າ. (ຜູ້ຄົນທີ່ດຳລົງຊີວິດຢູ່ຮ່ວມກັບພຣະເຈົ້າໃນອານາຈັກຄວນສາມາດປະຕິບັດໜ້າທີ່ຂອງພວກເຂົາ, ດ້ວຍຄວາມຊື່ສັດ, ໂດຍການສະແຫວງຫາຄວາມຈິງ ແລະ ບໍ່ຖືກຢັບຢັ້ງໂດຍບຸກຄົນ, ເຫດການ ຫຼື ວັດຖຸໃດໜຶ່ງ. ຫຼັງຈາກນັ້ນ ມັນຈຶ່ງເປັນໄປໄດ້ສຳລັບພວກເຂົາທີ່ຈະເປັນອິດສະຫຼະຈາກອິດທິພົນແຫ່ງຄວາມມືດ, ປັບຫົວໃຈຂອງພວກເຂົາໃຫ້ເຂົ້າກັບພຣະເຈົ້າ ແລະ ຢໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ). (ທັດສະນະຂອງພວກເຮົາກ່ຽວກັບສິ່ງຕ່າງໆສາມາດຖືກປັບໃຫ້ເຂົ້າກັບພຣະເຈົ້າ ແລະ ພວກເຮົາສາມາດເປັນອິດສະຫຼະຈາກອິດທິພົນແຫ່ງຄວາມມືດ. ຢ່າງໜ້ອຍທີ່ສຸດ, ພວກເຮົາກໍສາມາດໄປບ່ອນທີ່ພວກເຮົາຈະບໍ່ຖືກຂົ່ມເຫັງໂດຍຊາຕານອີກຕໍ່ໄປ ແລະ ບ່ອນທີ່ພວກເຮົາປະຖິ້ມອຸປະນິໄສທີ່ເສື່ອມຊາມ ແລະ ຍອມຢູ່ພາຍໃຕ້ພຣະເຈົ້າ. ພວກເຮົາເຊື່ອວ່າ ມັນຈຳເປັນທີ່ຜູ້ຄົນຈະເປັນອິດສະຫຼະຈາກອິດທິພົນແຫ່ງຄວາມມືດ. ຜູ້ຄົນທີ່ບໍ່ສາມາດເປັນອິດສະຫຼະຈາກອິດທິພົນແຫ່ງຄວາມມືດ ແລະ ບໍ່ສາມາດຫຼີກເວັ້ນພັນທະນາການຂອງຊາຕານແມ່ນບໍ່ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ). (ເພື່ອບັນລຸມາດຕະຖານໃນການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ຜູ້ຄົນຕ້ອງມີຫົວໃຈ ແລະ ຄວາມຄິດດຽວກັນກັບພຣະອົງ ແລະ ບໍ່ຕໍ່ຕ້ານພຣະອົງອີກຕໍ່ໄປ. ພວກເຂົາຕ້ອງສາມາດຮູ້ຈັກຕົນເອງ, ນໍາຄວາມຈິງເຂົ້າສູ່ການປະຕິບັດ, ບັນລຸຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ຮັກພຣະເຈົ້າ ແລະ ປັບໃຫ້ເຂົ້າກັບພຣະເຈົ້າ. ນັ້ນຄືທຸກຢ່າງທີ່ຕ້ອງການ).

ຜົນຕາມມາຂອງຜູ້ຄົນນັ້ນຊັ່ງຊາໃນຫົວໃຈຂອງພວກເຂົາໜັກສໍ່າໃດ

ພວກເຈົ້າເບິ່ງຄືມີຄວາມຄິດບາງຢ່າງກ່ຽວກັບວິທີທີ່ພວກເຈົ້າຄວນປະຕິບັດ ແລະ ພວກເຈົ້າໄດ້ພັດທະນາຄວາມເຂົ້າໃຈບາງຢ່າງກ່ຽວກັບສິ່ງນັ້ນ ຫຼື ຮູ້ຄຸນຄ່າຂອງສິ່ງນັ້ນ. ເຖິງຢ່າງໃດກໍຕາມ ບໍ່ວ່າທຸກຄຳເວົ້າທີ່ພວກເຈົ້າໄດ້ກ່າວຈະກາຍເປັນສິ່ງທີ່ບໍ່ຈິງໃຈ ຫຼື ເປັນຄວາມຈິງກໍຕາມ, ມັນກໍຂຶ້ນກັບຄວາມໃສ່ໃຈຂອງພວກເຈົ້າໃນການປະຕິບັດໃນແຕ່ລະມື້ຂອງພວກເຈົ້າ. ຕະຫຼອດເວລາຫຼາຍປີ, ພວກເຈົ້າທຸກຄົນໄດ້ເກັບກ່ຽວໝາກຜົນບາງຢ່າງຈາກຄວາມຈິງແຕ່ລະລັກສະນະ, ທັງໃນເລື່ອງຂອງຄຳສັ່ງສອນ ແລະ ໃນເລື່ອງຂອງເນື້ອຫາແທ້ຈິງຂອງຄວາມຈິງ. ສິ່ງນີ້ພິສູດວ່າ ຜູ້ຄົນໃນປັດຈຸບັນໄດ້ໃຫ້ຄວາມສຳຄັນຫຼາຍໃນການພະຍາຍາມເພື່ອຄວາມຈິງ ແລະ ຜົນຕາມມາກໍຄື ຄວາມຈິງແຕ່ລະລັກສະນະ ແລະ ແຕ່ລະຢ່າງໄດ້ວາງຮາກໃນຫົວໃຈຂອງບາງຄົນຢ່າງແນ່ນອນ. ເຖິງຢ່າງໃດກໍຕາມ ແມ່ນຫຍັງຄືສິ່ງທີ່ເຮົາຢ້ານທີ່່ສຸດ? ມັນກໍຄື ເຖິງແມ່ນວ່າຫົວຂໍ້ກ່ຽວກັບຄວາມຈິງເຫຼົ່ານີ້ ແລະ ທິດສະດີເຫຼົ່ານີ້ໄດ້ວາງຮາກໃນຫົວໃຈຂອງພວກເຈົ້າ, ເນື້ອຫາແທ້ຈິງຂອງພວກມັນແມ່ນມີທາດແທ້ພຽງແຕ່ໜ້ອຍດຽວ. ເມື່ອພວກເຈົ້າຜະເຊີນກັບບັນຫາ ແລະ ພົບກັບການທົດລອງ ແລະ ທາງເລືອກຕ່າງໆ, ຄວາມເປັນຈິງແຫ່ງຄວາມຈິງເຫຼົ່ານີ້ຈະໃຊ້ໃນການປະຕິບັດຕົວຈິງຫຼາຍສໍ່າໃດກັບພວກເຈົ້າ? ມັນສາມາດຊ່ວຍໃຫ້ພວກເຈົ້າຜ່ານພົ້ນຄວາມຫຍຸ້ງຍາກຂອງພວກເຈົ້າ ແລະ ບັນລຸການທົດລອງຢ່າງເປັນທີ່ພໍໃຈຕາມຄວາມປະສົງຂອງພຣະເຈົ້າໄດ້ບໍ່? ພວກເຈົ້າຈະຍຶດໝັ້ນໃນທ່າມກາງການທົດລອງຂອງພວກເຈົ້າ ແລະ ເປັນພະຍານທີ່ກຶກກ້ອງໃຫ້ກັບພຣະເຈົ້າບໍ? ພວກເຈົ້າເຄີຍເຮັດໃຫ້ຕົນເອງສົນໃຈກັບເລື່ອງເຫຼົ່ານີ້ບໍ? ເຮົາຖາມພວກເຈົ້າວ່າ: ໃນຫົວໃຈຂອງພວກເຈົ້າ ແລະ ໃນຄວາມຄິດ ແລະ ການຕຶກຕອງປະຈຳວັນຂອງພວກເຈົ້າ, ແມ່ນຫຍັງຄືສິ່ງທີ່ສຳຄັນທີ່ສຸດສຳລັບພວກເຈົ້າ? ພວກເຈົ້າເຄີຍມີຂໍ້ສະຫຼຸບກ່ຽວກັບສິ່ງນີ້ບໍ? ແມ່ນຫຍັງຄືສິ່ງທີ່ພວກເຈົ້າເຊື່ອວ່າສຳຄັນທີ່ສຸດສຳລັບພວກເຈົ້າ? ບາງຄົນເວົ້າວ່າ “ແນ່ນອນ, ມັນຄືການນໍາຄວາມຈິງເຂົ້າສູ່ການປະຕິບັດ”, ໃນຂະນະທີ່ຄົນອື່ນເວົ້າວ່າ “ແນ່ນອນ ມັນຄືການອ່ານພຣະທຳຂອງພຣະເຈົ້າໃນແຕ່ລະມື້”. ບາງຄົນເວົ້າວ່າ “ແນ່ນອນ, ມັນຄືການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານຫາພຣະເຈົ້າໃນແຕ່ລະມື້” ແລະ ຫຼັງຈາກນັ້ນກໍມີຄົນອື່ນອີກທີ່ເວົ້າວ່າ “ແນ່ນອນ, ມັນຄືການປະຕິບັດໜ້າທີ່ຂອງຂ້ານ້ອຍຢ່າງຖືກຕ້ອງໃນແຕ່ລະມື້”. ເຖິງກັບມີບາງຄົນທີ່ເວົ້າວ່າ ພວກເຂົາພຽງແຕ່ຄິດເຖິງວິທີທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ວິທີທີ່ຈະເຊື່ອຟັງພຣະອົງໃນທຸກສິ່ງ ແລະ ວິທີປະຕິບັດໃຫ້ສອດຄ່ອງຕາມຄວາມປະສົງຂອງພຣະອົງ. ນັ້ນແມ່ນສິ່ງທີ່ຖືກຕ້ອງບໍ? ນີ້ແມ່ນທຸກສິ່ງທີ່ຕ້ອງມີບໍ? ຕົວຢ່າງເຊັ່ນ ບາງຄົນເວົ້າວ່າ “ຂ້ານ້ອຍພຽງແຕ່ຕ້ອງການຍອມຢູ່ພາຍໃຕ້ພຣະເຈົ້າ, ແຕ່ເມື່ອໃດກໍຕາມທີ່ຂ້ານ້ອຍພົບກັບບັນຫາ, ຂ້ານ້ອຍກໍບໍ່ສາມາດເຮັດໄດ້”. ອີກຄົນໜຶ່ງເວົ້າວ່າ “ຂ້ານ້ອຍຕ້ອງການເຮັດໃຫ້ພຣະເຈົ້າພໍໃຈ ແລະ ມັນກໍຈະດີ ເຖິງແມ່ນຂ້ານ້ອຍຈະສາມາດເຮັດໃຫ້ພຣະອົງພໍໃຈພຽງຄັ້ງດຽວ, ແຕ່ຂ້ານ້ອຍບໍ່ສາມາດເຮັດໃຫ້ພຣະອົງພໍໃຈຈັກເທື່ອເລີຍ”. ບາງຄົນເວົ້າວ່າ “ຂ້ານ້ອຍພຽງແຕ່ຕ້ອງການຍອມຢູ່ພາຍໃຕ້ພຣະເຈົ້າ. ໃນເວລາແຫ່ງການທົດລອງ, ຂ້ານ້ອຍພຽງແຕ່ຕ້ອງການຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະອົງ, ການປົກຄອງ ແລະ ການຈັດແຈງຂອງພຣະອົງ, ໂດຍບໍ່ຕໍານິ ຫຼື ຮຽກຮ້ອງໃດໆ. ແຕ່ວ່າ ຂ້ານ້ອຍກໍລົ້ມເຫຼວເກືອບທຸກຄັ້ງ”. ຍັງມີຄົນອື່ນທີ່ເວົ້າວ່າ “ເມື່ອຂ້ານ້ອຍຜະເຊີນກັບການຕັດສິນໃຈຕ່າງໆ, ຂ້ານ້ອຍແມ່ນບໍ່ສາມາດເລືອກທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດໄດ້. ຂ້ານ້ອຍຕ້ອງການເຮັດໃຫ້ເນື້ອໜັງພໍໃຈ ແລະ ຕ້ອງການສະໜອງຄວາມປາຖະໜາສ່ວນຕົວ ແລະ ເຫັນແກ່ຕົວຂອງຂ້ານ້ອຍເອງຢູ່ສະເໝີ”. ແມ່ນຫຍັງຄືເຫດຜົນສຳລັບສິ່ງນີ້? ກ່ອນການທົດສອບຂອງພຣະເຈົ້າຈະມາເຖິງ, ພວກເຈົ້າກໍຈະທ້າທາຍກັບຕົນເອງຫຼາຍຄັ້ງດ້ວຍການທົດລອງ ແລະ ທົດສອບຕົນເອງຊໍ້າແລ້ວຊໍ້າອີກແບບນັ້ນບໍ? ເພື່ອເບິ່ງວ່າພວກເຈົ້າຈະສາມາດຍອມຢູ່ພາຍໃຕ້ພຣະເຈົ້າຢ່າງແທ້ຈິງ ແລະ ເຮັດໃຫ້ພຣະອົງພໍໃຈ ຫຼື ບໍ່ ແລະ ພວກເຈົ້າຈະສາມາດຮັບປະກັນໄດ້ ຫຼື ບໍ່ ວ່າພວກເຈົ້າຈະບໍ່ທໍລະຍົດພຣະອົງ; ເພື່ອເບິ່ງວ່າພວກເຈົ້າຈະສາມາດຢັບຢັ້ງໃນການເຮັດໃຫ້ຕົນເອງພໍໃຈ ແລະ ບໍ່ສະໜອງຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຈົ້າ ແລະ ພຽງແຕ່ເຮັດໃຫ້ພຣະເຈົ້າພໍໃຈ ໂດຍບໍ່ຕັດສິນໃຈຕາມທາງເລືອກສ່ວນຕົວໄດ້ ຫຼື ບໍ່. ມີຜູ້ໃດທີ່ເຮັດສິ່ງນີ້ຢູ່ບໍ? ໃນຄວາມເປັນຈິງແລ້ວ, ມີພຽງຂໍ້ແທ້ຈິງດຽວທີ່ຖືກວາງຢູ່ຕໍ່ໜ້າຂອງພວກເຈົ້າ ແລະ ມັນແມ່ນສິ່ງທີ່ພວກເຈົ້າແຕ່ລະຄົນສົນໃຈທີ່ສຸດ ແລະ ເປັນສິ່ງທີ່ພວກເຈົ້າປາຖະໜາຢາກຮູ້ຫຼາຍທີ່ສຸດ, ນັ້ນກໍຄື ເລື່ອງຂອງຜົນຕາມມາ ແລະ ຈຸດໝາຍປາຍທາງຂອງທຸກຄົນ. ພວກເຈົ້າອາດບໍ່ຮູ້ກ່ຽວກັບມັນ, ແຕ່ນີ້ແມ່ນສິ່ງທີ່ບໍ່ມີຜູ້ໃດສາມາດປະຕິເສດໄດ້. ເມື່ອເວົ້າເຖິງຄວາມຈິງແຫ່ງຜົນຮັບຂອງຜູ້ຄົນ, ກ່ຽວກັບຄໍາສັນຍາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ ແລະ ຈຸດໝາຍປາຍທາງທີ່ພຣະເຈົ້າເຈດຕະນາຈະນໍາພາຜູ້ຄົນໃຫ້ໄປເຖິງ, ເຮົາຮູ້ວ່າ ມັນມີບາງຄົນທີ່ໄດ້ສຶກສາກ່ຽວກັບພຣະທຳຂອງພຣະເຈົ້າໃນຫົວຂໍ້ເຫຼົ່ານີ້ເປັນເວລາສອງສາມຄັ້ງແລ້ວ. ແລ້ວກໍມີຄົນທີ່ສະແຫວງຫາຄຳຕອບຊໍ້າແລ້ວຊໍ້າອີກ ແລະ ຄິດຕຶກຕອງຢ່າງຮອບຄອບໃນສະໝອງຂອງພວກເຂົາ, ແຕ່ພວກເຂົາກໍຍັງບໍ່ພົບຄໍາຕອບ ຫຼື ບາງເທື່ອກໍໄດ້ແຕ່ສະຫຼຸບເອົາແບບລອຍໆ. ສຸດທ້າຍ ພວກເຂົາກໍຍັງບໍ່ແນ່ໃຈວ່າ ຜົນຕາມມາແບບໃດທີ່ກຳລັງລໍຖ້າພວກເຂົາຢູ່. ເມື່ອໄດ້ຮັບການສື່ສານກ່ຽວກັບຄວາມຈິງ, ເມື່ອໄດ້ຮັບຊີວິດແຫ່ງຄຣິສຕະຈັກ ແລະ ເມື່ອປະຕິບັດໜ້າທີ່ຂອງພວກເຂົາ, ຄົນສ່ວນໃຫຍ່ກໍມັກຈະຢາກຮູ້ຈັກຄຳຕອບເດັດຂາດກ່ຽວກັບຄຳຖາມດັ່ງຕໍ່ໄປນີ້: “ແມ່ນຫຍັງຈະເປັນຜົນຮັບຂອງຂ້ານ້ອຍ? ຂ້ານ້ອຍສາມາດຍ່າງໃນເສັ້ນທາງນີ້ຈົນໄປເຖິງຈຸດຈົບຂອງມັນໄດ້ບໍ? ແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ມະນຸດຊາດ?” ບາງຄົນເຖິງກັບກັງວົນແບບນີ້: “ໃນອະດີດ, ຂ້ານ້ອຍໄດ້ເຮັດບາງສິ່ງ ແລະ ຂ້ານ້ອຍໄດ້ເວົ້າບາງຢ່າງ; ຂ້ານ້ອຍບໍ່ໄດ້ເຊື່ອຟັງພຣະເຈົ້າ, ຂ້ານ້ອຍໄດ້ເຮັດສິ່ງທີ່ທໍລະຍົດພຣະເຈົ້າ ແລະ ໃນບາງກໍລະນີ ຂ້ານ້ອຍກໍລົ້ມເຫຼວທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ຂ້ານ້ອຍທຳຮ້າຍຄວາມຮູ້ສຶກຂອງພຣະອົງ ແລະ ຂ້ານ້ອຍເຮັດໃຫ້ພຣະອົງຜິດຫວັງ ແລະ ເຮັດໃຫ້ພຣະອົງກຽດຊັງຂ້ານ້ອຍ ແລະ ລັງກຽດຂ້ານ້ອຍ. ສະນັ້ນ ບາງເທື່ອ ຂ້ານ້ອຍຈຶ່ງບໍ່ຮູ້ຜົນຮັບຂອງຂ້ານ້ອຍ”. ມັນກໍສົມເຫດສົມຜົມທີ່ຈະເວົ້າວ່າ ຄົນສ່ວນໃຫຍ່ຮູ້ສຶກບໍ່ສະບາຍໃຈກ່ຽວກັບຜົນຮັບຂອງຕົນເອງ. ບໍ່ມີຜູ້ໃດກ້າເວົ້າວ່າ “ຂ້ານ້ອຍຮູ້ສຶກວ່າ ຂ້ານ້ອຍຈະເປັນຜູ້ລອດຊີວິດຮ້ອຍເປີເຊັນ; ຂ້ານ້ອຍໝັ້ນໃຈຮ້ອຍເປີເຊັນວ່າ ຂ້ານ້ອຍຈະສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້. ຂ້ານ້ອຍເປັນຄົນທີ່ປັບໃຫ້ເຂົ້າກັບຫົວໃຈຂອງພຣະເຈົ້າ; ຂ້ານ້ອຍແມ່ນຄົນທີ່ພຣະເຈົ້າຍົກຍ້ອງ”. ບາງຄົນຄິດວ່າ ມັນຍາກໂດຍສະເພາະຢ່າງຍິ່ງທີ່ຈະຕິດຕາມວິທີທາງຂອງພຣະເຈົ້າ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດກໍເປັນສິ່ງທີ່ຍາກທີ່ສຸດໃນບັນດາສິ່ງທັງປວງ. ດັ່ງນັ້ນ ຜູ້ຄົນດັ່ງກ່າວຈຶ່ງໝັ້ນໃຈວ່າ ພວກເຂົາເກີນທີ່ຈະຊ່ວຍເຫຼືອໄດ້ ແລະ ບໍ່ກ້າມີຄວາມຫວັງທີ່ຈະບັນລຸຜົນຕາມມາທີ່ດີ ຫຼື ບາງເທື່ອ ພວກເຂົາກໍເຊື່ອວ່າ ພວກເຂົາບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ສາມາດກາຍມາເປັນຜູ້ລອດຊີວິດໄດ້. ຍ້ອນສິ່ງນີ້, ພວກເຂົາຈຶ່ງອ້າງວ່າພວກເຂົາບໍ່ມີຜົນຕາມມາ ແລະ ບໍ່ສາມາດບັນລຸຈຸດໝາຍປາຍທາງທີ່ດີ. ບໍ່ວ່າຜູ້ຄົນຈະຄິດແນວໃດກັນແທ້ກໍຕາມ, ພວກເຂົາລ້ວນແລ້ວແຕ່ສົງໄສກ່ຽວກັບຜົນຕາມມາຂອງພວກເຂົາຢູ່ຕະຫຼອດເວລາ. ໃນຄຳຖາມກ່ຽວກັບອະນາຄົດຂອງພວກເຂົາ ແລະ ສິ່ງທີ່ພວກເຂົາຈະໄດ້ຮັບຫຼັງຈາກທີ່ພຣະເຈົ້າໄດ້ສຳເລັດພາລະກິດຂອງພຣະອົງ, ພວກເຂົາແມ່ນຄິດຄຳນວນ ແລະ ວາງແຜນກ່ຽວກັບເລື່ອງນີ້ຢູ່ຕະຫຼອດເວລາ. ບາງຄົນຈ່າຍລາຄາສອງເທົ່າ; ບາງຄົນກໍປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາ; ບາງຄົນກໍສະຫຼະຊີວິດແຕ່ງດອງຂອງພວກເຂົາ; ບາງຄົນກໍລາອອກຈາກວຽກງານ ສະຫຼະຕົນເອງເພື່ອເຫັນແກ່ພຣະເຈົ້າ; ບາງຄົນກໍໜີຈາກເຮືອນຂອງພວກເຂົາເພື່ອປະຕິບັດໜ້າທີ່ຂອງພວກເຂົາ; ບາງຄົນກໍເລືອກຄວາມລໍາບາກ ແລະ ເລີ່ມຮັບເອົາໜ້າວຽກທີ່ຂົມຂື່ນ ແລະ ອ່ອນເພຍທີ່ສຸດ; ບາງຄົນເລືອກທີ່ຈະເສຍສະຫຼະຄວາມຮັ່ງມີຂອງພວກເຂົາ ແລະ ອຸທິດທຸກສິ່ງຂອງພວກເຂົາ; ແລະ ຍັງມີຄົນອື່ນໆເລືອກທີ່ຈະສະແຫວງຫາຄວາມຈິງ ແລະ ພະຍາຍາມທີ່ຈະຮູ້ຈັກພຣະເຈົ້າ. ບໍ່ວ່າພວກເຈົ້າຈະເລືອກປະຕິບັດດ້ວຍວິທີໃດກໍຕາມ, ລັກສະນະທີ່ພວກເຈົ້າປະຕິບັດນັ້ນສຳຄັນ ຫຼື ບໍ່? (ບໍ່, ບໍ່ແມ່ນ). ແລ້ວພວກເຮົາຈະອະທິບາຍ “ຄວາມບໍ່ສຳຄັນ” ນີ້ແນວໃດ? ຖ້າວິທີການປະຕິບັດບໍ່ສຳຄັນ, ແລ້ວແມ່ນຫຍັງສໍາຄັນ? (ພຶດຕິກຳພາຍນອກທີ່ດີບໍ່ແມ່ນຕົວແທນຂອງການນໍາຄວາມຈິງເຂົ້າສູ່ການປະຕິບັດ). (ຄວາມຄິດຂອງແຕ່ລະຄົນບໍ່ສຳຄັນ; ກະແຈສໍາຄັນໃນທີ່ນີ້ແມ່ນພວກເຮົາໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ບໍ່ ແລະ ພວກເຮົາຮັກພຣະເຈົ້າ ຫຼື ບໍ່). (ຄວາມພິນາດຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ຜູ້ນໍາຈອມປອມຊ່ວຍໃຫ້ພວກເຮົາເຂົ້າໃຈວ່າ ພຶດຕິກຳພາຍນອກບໍ່ແມ່ນສິ່ງທີ່ສຳຄັນທີ່ສຸດ. ໃນທາງຜິວເຜີນ, ພວກເຂົາເບິ່ງຄືວ່າ ໄດ້ປະຖິ້ມຫຼາຍຢ່າງ ແລະ ເບິ່ງຄືວ່າ ເຕັມໃຈທີ່ຈະຈ່າຍຄາລາ, ແຕ່ເມື່ອກວດກາເບິ່ງຢ່າງໃກ້ຊິດ, ພວກເຮົາສາມາດເຫັນໄດ້ວ່າ ພວກເຂົາບໍ່ໄດ້ເຄົາລົບບູຊາພຣະເຈົ້າຢ່າງແທ້ຈິງເລີຍ, ແຕ່ກົງກັນຂ້າມ ພວກເຂົາຕໍ່ຕ້ານພຣະອົງໃນທຸກຮູບແບບ. ໃນຊ່ວງເວລາທີ່ສຳຄັນ, ພວກເຂົາຢູ່ຂ້າງຊາຕານ ແລະ ແຊກແຊງພາລະກິດຂອງພຣະເຈົ້າຢູ່ສະເໝີ. ສະນັ້ນ ການຄໍານຶ່ງທີ່ສຳຄັນໃນນີ້ກໍຄື ພວກເຮົາຢືນຢູ່ຂ້າງໃດ ເມື່ອເວລານັ້ນມາເຖິງ ແລະ ແມ່ນຫຍັງຄືມຸມມອງຂອງພວກເຮົາກ່ຽວກັບສິ່ງຕ່າງໆ). ພວກເຈົ້າທຸກຄົນເວົ້າໄດ້ດີ ແລະ ພວກເຈົ້າເບິ່ງຄືກັບວ່າ ໄດ້ມີຄວາມເຂົ້າໃຈແບບພື້ນຖານ ແລະ ມີມາດຕະຖານໃຫ້ດຳລົງຊີວິດຕາມ ກ່ຽວກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈດຕະນາຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດ. ການທີ່ພວກເຈົ້າສາມາດເວົ້າແບບນີ້ໄດ້ເປັນສິ່ງທີ່ດົນໃຈຫຼາຍ. ເຖິງແມ່ນບາງສິ່ງທີ່ພວກເຈົ້າເວົ້ານັ້ນຈະບໍ່ຖືກຕ້ອງຫຼາຍ, ພວກເຈົ້າກໍໃກ້ທີ່ຈະອະທິບາຍຄວາມຈິງຢ່າງຖືກຕ້ອງແລ້ວ ແລະ ສິ່ງນີ້ກໍພິສູດໃຫ້ເຫັນວ່າພວກເຈົ້າໄດ້ພັດທະນາຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງພວກເຈົ້າ, ເຂົ້າໃຈກ່ຽວກັບສະພາບແວດລ້ອມຂອງພວກເຈົ້າທີ່ພຣະເຈົ້າໄດ້ຈັດແຈງ ແລະ ເຂົ້າໃຈກ່ຽວກັບທຸກສິ່ງທີ່ພວກເຈົ້າສາມາດເຫັນ. ນີ້ແມ່ນຄວາມເຂົ້າໃຈທີ່ໃກ້ຄຽງກັບຄວາມຈິງ. ເຖິງແມ່ນສິ່ງທີ່ພວກເຈົ້າເວົ້ານັ້ນບໍ່ໄດ້ລະອຽດທັງໝົດ ແລະ ຄຳເວົ້າສອງສາມຄຳຂອງພວກເຈົ້າບໍ່ເໝາະສົມຫຼາຍ, ແຕ່ຄວາມເຂົ້າໃຈຂອງພວກເຈົ້າແມ່ນໄດ້ຍັບເຂົ້າໃກ້ຄວາມເປັນຈິງແຫ່ງຄວາມຈິງແລ້ວ. ການໄດ້ຍິນພວກເຈົ້າເວົ້າໃນລັກສະນະນີ້ກໍເຮັດໃຫ້ເຮົາຮູ້ສຶກດີຫຼາຍ.

ຄວາມເຊື່ອຂອງຜູ້ຄົນບໍ່ສາມາດແທນທີ່ຄວາມຈິງໄດ້

ບາງຄົນສາມາດທົນກັບຄວາມລຳບາກ, ສາມາດຈ່າຍລາຄາ, ປະພຶດທາງພາຍນອກໄດ້ເປັນຢ່າງດີ, ເປັນທີ່ນັບຖື ແລະ ໄດ້ຮັບການຍົກຍ້ອງຈາກຄົນອື່ນໆ. ພວກເຈົ້າຈະເວົ້າວ່າພຶດຕິກຳພາຍນອກແບບນີ້ສາມາດຖືວ່າເປັນການນໍາຄວາມຈິງເຂົ້າສູ່ການປະຕິບັດບໍ? ສາມາດກຳນົດໄດ້ບໍວ່າ ຄົນດັ່ງກ່າວກຳລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າ? ເປັນຫຍັງຜູ້ຄົນຈຶ່ງເຫັນຄົນດັ່ງກ່າວ ແລະ ຄິດວ່າພວກເຂົາກຳລັງເຮັດໃຫ້ພຣະເຈົ້າພໍໃຈຄັ້ງແລ້ວຄັ້ງເລົ່າ, ຍ່າງໃນເສັ້ນທາງຂອງການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຍຶດໝັ້ນກັບວິທີທາງຂອງພຣະເຈົ້າ? ເປັນຫຍັງບາງຄົນຈຶ່ງຄິດແບບນີ້? ມີພຽງການອະທິບາຍດຽວສຳລັບສິ່ງນັ້ນ. ແມ່ນຫຍັງຄືການອະທິບາຍນັ້ນ? ມັນກໍຄື ສຳລັບຄົນຈຳນວນຫຼວງຫຼາຍແລ້ວ, ຄຳຖາມບາງຢ່າງ ເຊັ່ນວ່າ ການນໍາຄວາມຈິງເຂົ້າສູ່ການປະຕິບັດໝາຍເຖິງຫຍັງ, ການເຮັດໃຫ້ພຣະເຈົ້າພໍໃຈໝາຍເຖິງຫຍັງ ແລະ ການມີຄວາມເປັນຈິງຢ່າງແທ້ຈິງໝາຍເຖິງຫຍັງ, ທຸກສິ່ງເຫຼົ່ານີ້ບໍ່ຈະແຈ້ງ. ສະນັ້ນຈຶ່ງມີບາງຄົນທີ່ຖືກຫຼອກລວງໂດຍຄົນທີ່ພາຍນອກເບິ່ງຄືເຫຼື້ອມໃສ, ປະເສີດ, ສູງສົ່ງ ແລະ ຍິ່ງໃຫຍ່. ແຕ່ສຳລັບຄົນທີ່ສາມາດເວົ້າເຖິງຕົວອັກສອນ ແລະ ທິດສະດີຢ່າງຄ່ອງແຄ່ວ ແລະ ຄົນທີ່ມີຄຳເວົ້າ ແລະ ການກະທຳເບິ່ງຄືສົມຄວນແກ່ການຍ້ອງຍໍ, ຄົນທີ່ຖືກຫຼອກລວງໂດຍຜູ້ຄົນເຫຼົ່ານັ້ນແມ່ນບໍ່ເຄີຍຫຼຽວເບິ່ງແກ່ນແທ້ຂອງການກະທຳຂອງພວກເຂົາ, ບໍ່ເບິ່ງຫຼັກການທີ່ຢູ່ເບື້ອງຫຼັງຂອງພວກເຂົາ ຫຼື ເປົ້າໝາຍຂອງພວກເຂົາຄືຫຍັງຈັກເທື່ອ. ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຄີຍເບິ່ງວ່າຜູ້ຄົນເຫຼົ່ານີ້ຍອມຢູ່ພາຍໃຕ້ພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ຫຼື ພວກເຂົາບໍ່ເຄີຍກຳນົດວ່າຜູ້ຄົນເຫຼົ່ານີ້ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍຢ່າງແທ້ຈິງ ຫຼື ບໍ່. ພວກເຂົາບໍ່ເຄີຍແຍກແຍະແກ່ນແທ້ຂອງຄວາມເປັນມະນຸດຂອງຜູ້ຄົນເຫຼົ່ານີ້. ກົງກັນຂ້າມ, ຕັ້ງແຕ່ເລີ່ມຈາກຂັ້ນຕອນທຳອິດໃນການລຶ້ງເຄີຍກັບພວກເຂົາ, ພວກເຂົາພາກັນນັບຖື ແລະ ເຄົາລົບຜູ້ຄົນເຫຼົ່ານີ້ເທື່ອລະໜ້ອຍ ແລະ ໃນທີ່ສຸດ ຜູ້ຄົນເຫຼົ່ານີ້ກໍກາຍມາເປັນພະທຽມຂອງພວກເຂົາ. ຍິ່ງໄປກວ່ານັ້ນ ໃນຄວາມຄິດຂອງບາງຄົນ, ພະທຽມທີ່ພວກເຂົານະມັດສະການ ແລະ ຜູ້ຄົນທີ່ພວກເຂົາເຊື່ອສາມາດປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາ ແລະ ຜູ້ທີ່ ໃນທາງຜິວເຜີນແລ້ວ ເບິ່ງຄືວ່າສາມາດຈ່າຍລາຄາໄດ້, ກໍແມ່ນຄົນທີ່ເຮັດໃຫ້ພຣະເຈົ້າພໍໃຈຢ່າງແທ້ຈິງ ແລະ ຄົນທີ່ສາມາດບັນລຸຜົນຮັບ ແລະ ຈຸດໝາຍປາຍທາງທີ່ດີຢ່າງແທ້ຈິງ. ໃນຄວາມຄິດຂອງພວກເຂົາ, ພະທຽມເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າຍົກຍ້ອງ. ແມ່ນຫຍັງເຮັດໃຫ້ພວກເຂົາເຊື່ອໃນສິ່ງດັ່ງກ່າວ? ແມ່ນຫຍັງຄືແກ່ນແທ້ຂອງເລື່ອງນີ້? ແມ່ນຫຍັງຄືຜົນຕາມມາ? ກ່ອນອື່ນ ໃຫ້ພວກເຮົາສົນທະນາກ່ຽວກັບເລື່ອງແກ່ນແທ້ຂອງມັນກ່ອນ.

ແທ້ຈິງແລ້ວ, ເລື່ອງຕ່າງໆເຫຼົ່ານີ້ທີ່ກ່ຽວຂ້ອງກັບທັດສະນະຂອງຜູ້ຄົນ, ວິທີການປະຕິບັດຂອງພວກເຂົາ, ຫຼັກການປະຕິບັດທີ່ພວກເຂົາເລືອກປະຕິບັດ ແລະ ສິ່ງທີ່ພວກເຂົາແຕ່ລະຄົນມັກໃສ່ໃຈ ກໍບໍ່ມີຫຍັງກ່ຽວຂ້ອງກັບການທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດ. ບໍ່ວ່າຜູ້ຄົນຈະໃສ່ໃຈກັບເລື່ອງຕື້ນໆ ຫຼື ເລື່ອງເລິກເຊິ່ງ ຫຼື ກ່ຽວກັບຕົວອັກສອນ ແລະ ທິດສະດີ ຫຼື ຄວາມເປັນຈິງ, ພວກເຂົາກໍບໍ່ໄດ້ຍຶດໝັ້ນກັບສິ່ງທີ່ພວກເຂົາຄວນຍຶດໝັ້ນຈົນເຖິງທີ່ສຸດ ຫຼື ພວກເຂົາບໍ່ຮູ້ຈັກສິ່ງທີ່ພວກເຂົາຄວນຮູ້ຈັກທີ່ສຸດ. ເຫດຜົນສຳລັບສິ່ງນີ້ກໍຄື ຜູ້ຄົນບໍ່ມັກຄວາມຈິງເລີຍ; ດັ່ງນັ້ນ ພວກເຂົາບໍ່ເຕັມໃຈທີ່ຈະໃຊ້ເວລາ ແລະ ຄວາມພະຍາຍາມເຂົ້າໃນການສະແຫວງຫາ ແລະ ການນໍາຫຼັກການປະຕິບັດທີ່ຄົ້ນພົບໃນຖ້ອຍຄຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ. ກົງກັນຂ້າມ ພວກເຂົາມັກໃຊ້ທາງລັດ ໂດຍສະຫຼຸບສິ່ງທີ່ພວກເຂົາເຂົ້າໃຈ ແລະ ຮູ້ຈັກວ່າເປັນການປະຕິບັດທີ່ດີ ແລະ ພຶດຕິກຳທີ່ດີ; ແລ້ວ ຂໍ້ສະຫຼຸບນີ້ກໍກາຍມາເປັນເປົ້າໝາຍຂອງພວກເຂົາເອງໃຫ້ສະແຫວງຫາ, ເຊິ່ງພວກເຂົາຮັບເອົາເປັນຄວາມຈິງໃນການປະຕິບັດ. ຜົນໂດຍກົງຂອງສິ່ງນີ້ກໍຄື ຜູ້ຄົນໃຊ້ພຶດຕິກຳທີ່ດີຂອງມະນຸດເປັນສິ່ງທົດແທນເພື່ອນໍາຄວາມຈິງເຂົ້າສູ່ການປະຕິບັດ ເຊິ່ງຍັງໄດ້ສະໜອງຄວາມປາຖະໜາຂອງພວກເຂົາໃນການປະຈົບປະແຈງພຣະເຈົ້າ. ສິ່ງນີ້ເຮັດໃຫ້ພວກເຂົາມີທຶນເພື່ອຕໍ່ຕ້ານກັບຄວາມຈິງ ເຊິ່ງພວກເຂົາຍັງໃຊ້ເພື່ອເປັນເຫດຜົນໃນການຕໍ່ຕ້ານພຣະເຈົ້າ. ໃນເວລາດຽວກັນ, ຜູ້ຄົນຍັງໄດ້ປະຖິ້ມພຣະເຈົ້າຢ່າງບໍ່ມີເຫດຜົນ, ແລ້ວຍົກພະທຽມທີ່ພວກເຂົານັບຖືນັ້ນຂຶ້ນແທນພຣະອົງ. ມີພຽງແຕ່ສາຍເຫດດຽວທີ່ເຮັດໃຫ້ຜູ້ຄົນມີການກະທຳ ແລະ ມີມຸມມອງທີ່ໂງ່ຈ້າ ຫຼື ຄວາມຄິດເຫັນ ແລະ ການປະຕິບັດດ້ານດຽວ ແລະ ໃນປັດຈຸບັນ ເຮົາຈະບອກພວກເຈົ້າກ່ຽວກັບສິ່ງນັ້ນ: ເຫດຜົນກໍຄື ເຖິງແມ່ນຜູ້ຄົນອາດຕິດຕາມພຣະເຈົ້າ, ອະທິຖານຫາພຣະອົງທຸກມື້ ແລະ ອ່ານຖ້ອຍຄຳຂອງພຣະອົງໃນແຕ່ລະມື້, ພວກເຂົາກໍບໍ່ໄດ້ເຂົ້າໃຈຄວາມປະສົງຂອງພຣະອົງຢ່າງແທ້ຈິງ. ນີ້ຄືຕົ້ນຕໍຂອງບັນຫາ. ຖ້າບາງຄົນເຂົ້າໃຈຫົວໃຈຂອງພຣະເຈົ້າ ແລະ ຮູ້ຈັກສິ່ງທີ່ພຣະອົງມັກ, ສິ່ງທີ່ພຣະອົງລັງກຽດ, ສິ່ງທີ່ພຣະອົງຕ້ອງການ, ສິ່ງທີ່ພຣະອົງປະຕິເສດ, ຄົນປະເພດທີ່ພຣະອົງຮັກ, ຄົນປະເພດທີ່ພຣະອົງບໍ່ມັກ, ມາດຕະຖານທີ່ພຣະອົງໃຊ້ເມື່ອຮຽກຮ້ອງຈາກຜູ້ຄົນ ແລະ ວິທີການທີ່ພຣະອົງໃຊ້ເພື່ອເຮັດໃຫ້ພວກເຂົາສົມບູນ, ແລ້ວບຸກຄົນນັ້ນຍັງສາມາດມີຄວາມຄິດເຫັນສ່ວນຕົວຂອງພວກເຂົາເອງຢູ່ບໍ? ຜູ້ຄົນເຊັ່ນນີ້ສາມາດໄປ ແລະ ນະມັດສະການຄົນອື່ນໄດ້ແທ້ບໍ? ມະນຸດທຳມະດາສາມາດກາຍມາເປັນພະທຽມຂອງພວກເຂົາໄດ້ບໍ? ຜູ້ຄົນທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າຈະມີມຸມມອງທີ່ຂ້ອນຂ້າງສົມເຫດສົມຜົນຫຼາຍກວ່ານັ້ນ. ພວກເຂົາຈະບໍ່ນັບຖືບູຊາບຸກຄົນທີ່ເສື່ອມຊາມຕາມອຳເພີໃຈ ຫຼື ໃນຂະນະທີ່ກຳລັງຍ່າງໃນເສັ້ນທາງຂອງການນໍາຄວາມຈິງເຂົ້າສູ່ການປະຕິບັດ ພວກເຂົາຈະບໍ່ເຊື່ອວ່າ ການຍຶດຕິດຢ່າງຫຼັບຫູຫຼັບຕາໃນກົດລະບຽບ ຫຼື ຫຼັກການທີ່ງ່າຍດາຍສອງສາມຢ່າງແມ່ນເທົ່າກັບການນຳຄວາມຈິງເຂົ້າສູ່ການປະຕິບັດ.

ມີຫຼາຍຄວາມຄິດເຫັນທີ່ກ່ຽວຂ້ອງກັບມາດຕະຖານທີ່ພຣະເຈົ້າກຳນົດຜົນຕາມມາຂອງຜູ້ຄົນ

ໃຫ້ພວກເຮົາກັບຄືນມາຫາຫົວຂໍ້ນີ້ ແລະ ສືບຕໍ່ສົນທະນາເລື່ອງຂອງຜົນຕາມມາ.

ເນື່ອງຈາກວ່າແຕ່ລະຄົນກັງວົນກັບຜົນຕາມມາຂອງພວກເຂົາເອງ, ພວກເຈົ້າຮູ້ຈັກບໍວ່າພຣະເຈົ້າກຳນົດຜົນຕາມມານັ້ນແນວໃດ? ພຣະເຈົ້າກຳນົດຜົນຕາມມາຂອງບາງຄົນໃນວິທີການໃດ? ຍິ່ງໄປກວ່ານັ້ນ ພຣະອົງໃຊ້ມາດຕະຖານແບບໃດເພື່ອກຳນົດມັນ? ເມື່ອຜົນຕາມມາຂອງບຸກຄົນໃດໜຶ່ງຍັງບໍ່ໄດ້ຖືກກຳນົດເທື່ອ, ພຣະເຈົ້າເຮັດຫຍັງເພື່ອເປີດເຜີຍເຖິງສິ່ງນັ້ນ? ມີຜູ້ໃດຮູ້ຈັກບໍ? ດັ່ງທີ່ເຮົາໄດ້ກ່າວມາກ່ອນໜ້ານີ້, ມີບາງຄົນທີ່ໃຊ້ເວລາຢ່າງຍາວນານຫຼາຍເພື່ອຄົ້ນຄວ້າພຣະທຳຂອງພຣະເຈົ້າ ໂດຍພະຍາຍາມທີ່ຈະສະແຫວງຫາຮ່ອງຮອຍກ່ຽວກັບຜົນຕາມມາຂອງຜູ້ຄົນ, ກ່ຽວກັບປະເພດທີ່ຜົນຕາມມາເຫຼົ່ານີ້ຖືກຈັດແບ່ງອອກ ແລະ ກ່ຽວກັບຜົນຕາມມາຕ່າງໆທີ່ກຳລັງລໍຖ້າແຕ່ລະປະເພດທີ່ແຕກຕ່າງກັນຂອງຜູ້ຄົນ. ພວກເຂົາຍັງຫວັງທີ່ຈະຄົ້ນພົບວິທີທີ່ພຣະທຳຂອງພຣະເຈົ້າບົ່ງຊີ້ຜົນຕາມມາຂອງຜູ້ຄົນ, ມາດຕະຖານແບບທີ່ພຣະອົງໃຊ້ ແລະ ວິທີທີ່ພຣະອົງກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງຢ່າງແທ້ຈິງ. ເຖິງຢ່າງໃດກໍຕາມ ໃນທີ່ສຸດແລ້ວ ຄົນເຫຼົ່ານີ້ບໍ່ເຄີຍສາມາດຄົ້ນພົບຄຳຕອບໃດໆເລີຍ. ໃນຄວາມເປັນຈິງແລ້ວ, ມີໜ້ອຍຄົນຫຼາຍທີ່ເວົ້າກ່ຽວກັບຖ້ອຍຄຳຂອງພຣະເຈົ້າ. ເປັນຫຍັງຈຶ່ງເປັນແບບນີ້? ຕາບໃດທີ່ຜົນຕາມມາຂອງຜູ້ຄົນຍັງບໍ່ໄດ້ຖືກເປີດເຜີຍ, ພຣະເຈົ້າຈະບໍ່ປາຖະໜາບອກຜູ້ໃດກ່ຽວກັບສິ່ງທີ່ກຳລັງຈະເກີດຂຶ້ນໃນຕອນສຸດທ້າຍ ຫຼື ພຣະອົງບໍ່ຕ້ອງການແຈ້ງແກ່ຜູ້ຄົນກ່ຽວກັບຈຸດໝາຍປາຍທາງຂອງພວກເຂົາລ່ວງໜ້າ, ຍ້ອນການເຮັດແບບນັ້ນຈະບໍ່ເປັນປະໂຫຍດຫຍັງເລີຍໃຫ້ກັບມະນຸດຊາດ. ໃນທີ່ນີ້ ແລະ ຕອນນີ້, ເຮົາພຽງແຕ່ຕ້ອງການບອກພວກເຈົ້າກ່ຽວກັບວິທີການທີ່ພຣະເຈົ້າກຳນົດຜົນຕາມມາຂອງຜູ້ຄົນ, ກ່ຽວກັບຫຼັກການທີ່ພຣະອົງນໍາໃຊ້ໃນພາລະກິດຂອງພຣະອົງເພື່ອກຳນົດ ແລະ ສະແດງເຖິງຜົນຕາມມາເຫຼົ່ານີ້ ແລະ ກ່ຽວກັບມາດຕະຖານທີ່ພຣະອົງໃຊ້ເພື່ອກຳນົດວ່າ ຜູ້ຄົນຈະສາມາດເອົາຊີວິດລອດ ຫຼື ບໍ່. ສິ່ງເຫຼົ່ານີ້ບໍ່ແມ່ນຄຳຖາມທີ່ພວກເຈົ້າກັງວົນນໍາທີ່ສຸດບໍ? ເມື່ອເປັນດັ່ງນັ້ນແລ້ວ ຜູ້ຄົນເຊື່ອວ່າພຣະເຈົ້າກຳນົດຜົນຕາມມາຂອງຜູ້ຄົນແນວໃດ? ພວກເຈົ້າໄດ້ເວົ້າເຖິງສ່ວນໜຶ່ງຂອງສິ່ງນັ້ນ ເຊັ້ນ: ພວກເຈົ້າບາງຄົນເວົ້າວ່າ ມັນຕ້ອງກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຄົນໆໜຶ່ງຢ່າງຈິງຈັງ ແລະ ການເສຍສະຫຼະເພື່ອພຣະເຈົ້າ; ບາງຄົນເວົ້າວ່າ ມັນກ່ຽວກັບການຍອມຢູ່ພາຍໃຕ້ພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈ; ບາງຄົນເວົ້າວ່າ ປັດໄຈໜຶ່ງກໍຄືການຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ; ແລະ ບາງຄົນເວົ້າວ່າ ກະແຈສໍາຄັນກໍຄືການຫຼົບຊ້ອນຕົວ... ເມື່ອພວກເຈົ້ານໍາຄວາມຈິງເຫຼົ່ານີ້ເຂົ້າສູ່ການປະຕິບັດ ແລະ ເມື່ອພວກເຈົ້າປະຕິບັດຕາມຫຼັກການທີ່ພວກເຈົ້າເຊື່ອວ່າຖືກຕ້ອງ, ພວກເຈົ້າຮູ້ຈັກບໍວ່າພຣະເຈົ້າຈະຄິດແນວໃດ? ພວກເຈົ້າເຄີຍຄຳນຶງບໍວ່າ ການເຮັດແບບນີ້ແມ່ນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ຫຼື ບໍ່? ມັນບັນລຸຕາມມາດຕະຖານຂອງພຣະອົງບໍ? ມັນຕອບສະໜອງຕໍ່ຄວາມຮຽກຮ້ອງຂອງພຣະອົງບໍ? ເຮົາເຊື່ອວ່າຄົນສ່ວນໃຫຍ່ບໍ່ຄິດກ່ຽວກັບຄຳຖາມເຫຼົ່ານີ້ພໍສໍ່າໃດ ພວກເຂົາພຽງແຕ່ນໍາໃຊ້ພຣະທຳຂອງພຣະເຈົ້າສ່ວນໜຶ່ງ ຫຼື ຄຳເທດສະໜາສ່ວນໜຶ່ງ ຫຼື ມາດຕະຖານຂອງບຸກຄົນຝ່າຍວິນຍານທີ່ພວກເຂົາເຄົາລົບນັບຖືຢ່າງບໍ່ຄິດ ໂດຍບັງຄັບໃຫ້ຕົນເອງເຮັດນີ້ ແລະ ເຮັດນັ້ນ. ພວກເຂົາເຊື່ອວ່າ ນີ້ແມ່ນວິທີທີ່ຖືກຕ້ອງ, ສະນັ້ນ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກໍຕາມ ພວກເຂົາກໍຈະສືບຕໍ່ຍຶດຕິດກັບມັນ ແລະ ເຮັດໃນສິ່ງນັ້ນ. ບາງຄົນຄິດວ່າ “ຂ້ານ້ອຍມີຄວາມເຊື່ອເປັນເວລາຫຼາຍປີ; ຂ້ານ້ອຍປະຕິບັດໃນລັກສະນະນີ້ຢູ່ສະເໝີ. ຂ້ານ້ອຍຮູ້ສຶກຄືກັບວ່າຂ້ານ້ອຍໄດ້ເຮັດໃຫ້ພຣະເຈົ້າພໍໃຈແທ້ຈິງ ແລະ ຂ້ານ້ອຍຍັງຮູ້ສຶກຄືກັບວ່າຂ້ານ້ອຍໄດ້ຮັບຫຼາຍສິ່ງຫຼາຍຢ່າງຈາກສິ່ງນັ້ນ. ນີ້ກໍຍ້ອນວ່າ ຂ້ານ້ອຍໄດ້ມາເຂົ້າໃຈຄວາມຈິງຫຼາຍຢ່າງໃນລະຫວ່າງເວລານີ້, ພ້ອມທັງຫຼາຍສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈກ່ອນໜ້ານີ້. ໂດຍສະເພາະແລ້ວ, ແນວຄິດ ແລະ ມຸມມອງຫຼາຍຢ່າງຂອງຂ້ານ້ອຍໄດ້ປ່ຽນໄປ, ຄຸນຄ່າໃນຊີວິດຂອງຂ້ານ້ອຍກໍປ່ຽນແປງຢ່າງມະຫາສານ ແລະ ບັດນີ້ ຂ້ານ້ອຍກໍເຂົ້າໃຈໂລກນີ້ເປັນຢ່າງດີ”. ຄົນດັ່ງກ່າວເຊື່ອວ່າ ນີ້ຄືການເກັບກ່ຽວ ແລະ ນັ້ນແມ່ນຜົນສຸດທ້າຍຂອງພາລະກິດຂອງພຣະເຈົ້າສຳລັບມະນຸດຊາດ. ໃນຄວາມຄິດເຫັນຂອງພວກເຈົ້າ, ອີງຕາມມາດຕະຖານເຫຼົ່ານີ້ ແລະ ຮວມທັງການປະຕິບັດທັງໝົດຂອງພວກເຈົ້າ, ພວກເຈົ້າກໍາລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າບໍ? ພວກເຈົ້າບາງຄົນຈະເວົ້າດ້ວຍຄວາມແນ່ໃຈທັງໝົດວ່າ “ແນ່ນອນ! ພວກຂ້ານ້ອຍກຳລັງປະຕິບັດຕາມພຣະທຳຂອງພຣະເຈົ້າ; ພວກຂ້ານ້ອຍກຳລັງປະຕິບັດຕາມສິ່ງທີ່ເບື້ອງເທິງໄດ້ເທດສະໜາ ແລະ ສື່ສານ. ພວກຂ້ານ້ອຍກຳລັງປະຕິບັດໜ້າທີ່ຂອງພວກຂ້ານ້ອຍຢູ່ສະເໝີ ແລະ ຕິດຕາມພຣະເຈົ້າຢ່າງຕໍ່ເນື່ອງ ແລະ ພວກຂ້ານ້ອຍບໍ່ເຄີຍຈາກພຣະອົງໄປ. ສະນັ້ນ ພວກຂ້ານ້ອຍສາມາດເວົ້າດ້ວຍຄວາມໝັ້ນໃຈຢ່າງແທ້ຈິງວ່າ ພວກຂ້ານ້ອຍກຳລັງເຮັດໃຫ້ພຣະເຈົ້າພໍໃຈ. ບໍ່ວ່າພວກຂ້ານ້ອຍຈະເຂົ້າໃຈຫຼາຍສໍ່າໃດກໍຕາມກ່ຽວກັບເຈດຕະນາຂອງພຣະອົງ ແລະ ບໍ່ວ່າພວກຂ້ານ້ອຍຈະເຂົ້າໃຈຫຼາຍສໍ່າໃດກໍຕາມກ່ຽວກັບພຣະທຳຂອງພຣະອົງ, ພວກຂ້ານ້ອຍກໍຢູ່ໃນເສັ້ນທາງແຫ່ງການສະແຫວງຫາທີ່ສອດຄ່ອງກັບພຣະເຈົ້າຢູ່ສະເໝີ. ຕາບໃດທີ່ພວກຂ້ານ້ອຍປະພຶດຢ່າງຖືກຕ້ອງ ແລະ ປະຕິບັດຢ່າງຖືກຕ້ອງ, ແລ້ວພວກຂ້ານ້ອຍກໍຈະຕ້ອງບັນລຸຜົນທີ່ຖືກຕ້ອງ”. ພວກເຈົ້າຄິດແນວໃດກ່ຽວກັບທັດສະນະນີ້? ມັນຖືກຕ້ອງບໍ? ຍັງອາດມີບາງຄົນທີ່ເວົ້າວ່າ “ຂ້ານ້ອຍບໍ່ເຄີຍຄິດກ່ຽວກັບສິ່ງເຫຼົ່ານີ້ມາກ່ອນ. ຂ້ານ້ອຍພຽງແຕ່ຄິດວ່າ ຕາບໃດທີ່ຂ້ານ້ອຍສືບຕໍ່ປະຕິບັດໜ້າທີ່ຂອງຂ້ານ້ອຍ ແລະ ປະພຶດໃຫ້ສອດຄ່ອງກັບການຮຽກຮ້ອງໂດຍຖ້ອຍຄຳຂອງພຣະເຈົ້າ, ແລ້ວຂ້ານ້ອຍກໍສາມາດລອດຊີວິດໄດ້. ຂ້ານ້ອຍບໍ່ເຄີຍພິຈາລະນາເຖິງຄຳຖາມທີ່ວ່າ ຂ້ານ້ອຍສາມາດເຮັດໃຫ້ພຣະເຈົ້າພໍໃຈ ຫຼື ບໍ່ ຫຼື ຂ້ານ້ອຍບໍ່ເຄີຍພິຈາລະນາວ່າ ຂ້ານ້ອຍກຳລັງບັນລຸມາດຕະຖານທີ່ພຣະອົງໄດ້ກຳນົດໄວ້ ຫຼື ບໍ່. ຍ້ອນພຣະເຈົ້າບໍ່ເຄີຍບອກຂ້ານ້ອຍ ແລະ ສະໜອງຄຳສັ່ງທີ່ຊັດເຈນໃຫ້ແກ່ຂ້ານ້ອຍ, ຂ້ານ້ອຍຈຶ່ງເຊື່ອວ່າ ຕາບໃດທີ່ຂ້ານ້ອຍສືບຕໍ່ພາຍາຍາມ ແລະ ບໍ່ຢຸດ, ແລ້ວພຣະເຈົ້າກໍຈະພໍໃຈ ແລະ ບໍ່ຄວນຮຽກຮ້ອງຈາກຂ້ານ້ອຍເພີ່ມເຕີມອີກ”. ຄວາມເຊື່ອເຫຼົ່ານີ້ແມ່ນຖືກຕ້ອງບໍ? ເທົ່າທີ່ເຮົາຮູ້, ວິທີການປະຕິບັດແບບນີ້, ວິທີການຄິດແບບນີ້ ແລະ ມຸມມອງເຫຼົ່ານີ້ລ້ວນແລ້ວແຕ່ເຮັດໃຫ້ເກີດຄວາມເພີ້ຝັນຢ່າງຫຼີກເວັ້ນບໍ່ໄດ້, ພ້ອມທັງເຮັດໃຫ້ຕາບອດຫຼາຍ. ບາງເທື່ອ ການທີ່ເຮົາເວົ້າສິ່ງນີ້ເຮັດໃຫ້ພວກເຈົ້າບາງຄົນຮູ້ສຶກທໍ້ຖອຍໃຈເລັກນ້ອຍ, ໂດຍຄິດວ່າ “ເຮັດໃຫ້ຕາບອດບໍ? ຖ້ານີ້ຄືການເຮັດໃຫ້ຕາບອດ, ແລ້ວຄວາມຫວັງຂອງພວກຂ້ານ້ອຍສຳລັບຄວາມລອດພົ້ນ ແລະ ຄວາມຢູ່ລອດກໍມີໜ້ອຍຫຼາຍ ແລະ ບໍ່ແນ່ນອນ, ບໍ່ແມ່ນບໍ? ການເວົ້າແບບນັ້ນ, ພຣະອົງບໍ່ແມ່ນກຳລັງເທນໍ້າເຢັນໃສ່ພວກຂ້ານ້ອຍບໍ?” ບໍ່ວ່າພວກເຈົ້າຈະເຊື່ອແບບໃດກໍຕາມ, ສິ່ງຕ່າງໆທີ່ເຮົາເວົ້າ ແລະ ເຮັດບໍ່ໄດ້ແມ່ນເພື່ອເຮັດໃຫ້ພວກເຈົ້າຮູ້ສຶກຄືກັບວ່ານໍ້າເຢັນກຳລັງຖືກຖອກລົງໃສ່ຄວາມຫວັງຂອງພວກເຈົ້າ. ກົງກັນຂ້າມ, ພວກມັນແມ່ນເພື່ອປັບປຸງຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບເຈດຕະນາຂອງພຣະເຈົ້າ ແລະ ເພີ່ມຄວາມເຂົ້າໃຈຂອງພວກເຈົ້າຕໍ່ສິ່ງທີ່ພຣະອົງກຳລັງຄິດ, ສິ່ງທີ່ພຣະອົງຕ້ອງການເຮັດໃຫ້ສຳເລັດ, ຄົນປະເພດທີ່ພຣະອົງມັກ, ສິ່ງທີ່ພຣະອົງລັງກຽດ, ສິ່ງທີ່ພຣະອົງກຽດຊັງ, ຄົນປະເພດທີ່ພຣະອົງປາຖະໜາຢາກຮັບເອົາ ແລະ ຄົນປະເພດທີ່ພຣະອົງປະຕິເສດ. ພວກມັນແມ່ນເພື່ອມອບຄວາມຊັດເຈນໃຫ້ກັບຄວາມຄິດຂອງພວກເຈົ້າ ແລະ ມອບຄວາມເຂົ້າໃຈທີ່ຊັດເຈນໃຫ້ກັບພວກເຈົ້າກ່ຽວກັບການກະທຳ ແລະ ຄວາມຄິດຂອງພວກເຈົ້າແຕ່ລະຄົນວ່າໄດ້ ຫຼົງທາງໄກສໍ່າໃດຈາກມາດຕະຖານທີ່ພຣະເຈົ້າຕ້ອງການ. ມັນຈຳເປັນຫຼາຍແທ້ບໍທີ່ຈະສົນທະນາກ່ຽວກັບຫົວຂໍ້ເຫຼົ່ານີ້? ເພາະເຮົາຮູ້ຈັກວ່າພວກເຈົ້າມີຄວາມເຊື່ອເປັນເວລາດົນນານແລ້ວ ແລະ ໄດ້ຟັງການເທດສະໜາຢ່າງຫຼວງຫຼາຍ, ແຕ່ສິ່ງເຫຼົ່ານີ້ກໍເປັນສິ່ງທີ່ພວກເຈົ້າຂາດທີ່ສຸດໂດຍສິ້ນເຊີງ. ເຖິງແມ່ນພວກເຈົ້າໄດ້ບັນທຶກຄວາມຈິງທຸກຢ່າງໃນປຶ້ມບັນທຶກຂອງພວກເຈົ້າ ແລະ ໄດ້ຈົດຈຳ ແລະ ສະຫຼັກບາງສິ່ງທີ່ພວກເຈົ້າເຊື່ອໂດຍສ່ວນຕົວວ່າສຳຄັນໄວ້ໃນຫົວໃຈຂອງພວກເຈົ້າ ແລະ ເຖິງແມ່ນພວກເຈົ້າວາງແຜນທີ່ຈະໃຊ້ສິ່ງເຫຼົ່ານີ້ເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນລະຫວ່າງການປະຕິບັດຂອງພວກເຈົ້າ, ໃຊ້ສິ່ງເຫຼົ່ານີ້ເມື່ອພວກເຈົ້າຄົ້ນພົບວ່າຕົນເອງຂັດສົນ, ໃຊ້ສິ່ງເຫຼົ່ານີ້ໃຫ້ຜ່ານເວລາທີ່ລໍາບາກໃນອະຂາຄົດ ຫຼື ພຽງແຕ່ປ່ອຍໃຫ້ຄວາມຈິງເຫຼົ່ານີ້ຕິດຕາມພວກເຈົ້າໃນຂະນະທີ່ພວກເຈົ້າດຳລົງຊີວິດຂອງພວກເຈົ້າ, ສໍາລັບເຮົາແລ້ວ ບໍ່ວ່າພວກເຈົ້າຈະເຮັດແນວໃດກໍຕາມ, ຖ້າພວກເຈົ້າພຽງແຕ່ເຮັດມັນ, ສິ່ງນີ້ແມ່ນບໍ່ໄດ້ສຳຄັນເລີຍ. ແລ້ວແມ່ນຫຍັງຄືສິ່ງທີ່ສຳຄັນ? ສິ່ງສໍາຄັນກໍຄື ໃນຂະນະທີ່ເຈົ້າກຳລັງປະຕິບັດ, ເຈົ້າຕ້ອງຮູ້ເລິກລົງ ດ້ວຍຄວາມໝັ້ນໃຈທີ່ສຸດ, ບໍ່ວ່າທຸກສິ່ງທີ່ເຈົ້າກຳລັງເຮັດ, ທຸກການກະທຳນັ້ນແມ່ນສອດຄ່ອງກັບສິ່ງທີ່ພຣະເຈົ້າຕ້ອງການ ຫຼື ບໍ່ ແລະ ບໍ່ວ່າການກະທຳທັງໝົດຂອງເຈົ້າ, ຄວາມຄິດທັງໝົດຂອງເຈົ້າ ແລະ ຜົນ ແລະ ເປົ້າໝາຍທີ່ເຈົ້າປາຖະໜາຢາກບັນລຸນັ້ນປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ສະໜອງຕໍ່ການຮຽກຮ້ອງຂອງພຣະອົງຢ່າງແທ້ຈິງ ຫຼື ບໍ່ ແລະ ບໍ່ວ່າພຣະອົງຈະເຫັນດ້ວຍກັບສິ່ງເຫຼົ່ານັ້ນ ຫຼື ບໍ່. ສິ່ງເຫຼົ່ານີ້ແມ່ນສຳຄັນທີ່ສຸດ.

ຍ່າງໃນຫົນທາງຂອງພຣະເຈົ້າ: ຢໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ມີຄຳເວົ້າໜຶ່ງທີ່ພວກເຈົ້າຄວນເອົາໃຈໃສ່. ເຮົາເຊື່ອວ່າຄຳເວົ້ານີ້ສຳຄັນຫຼາຍ, ຍ້ອນວ່າ ສຳລັບເຮົາແລ້ວ ມັນເຂົ້າມາໃນຄວາມຄິດຂອງເຮົາຫຼາຍຄັ້ງຈົນນັບບໍ່ຖ້ວນໃນແຕ່ລະມື້. ເປັນຫຍັງຈຶ່ງເປັນແບບນັ້ນ? ມັນເປັນຍ້ອນວ່າ ທຸກຄັ້ງທີ່ເຮົາຜະເຊີນກັບຄົນໃດໜຶ່ງ, ທຸກຄັ້ງທີ່ເຮົາໄດ້ຍິນເລື່ອງລາວຂອງຄົນໃດຄົນໜຶ່ງ ແລະ ທຸກຄັ້ງທີ່ເຮົາໄດ້ຍິນເຖິງປະສົບການຂອງບຸກຄົນໃດໜຶ່ງ ຫຼື ຄຳພະຍານຂອງການເຊື່ອໃນພຣະເຈົ້າ, ເຮົາກໍໃຊ້ຄຳເວົ້ານີ້ເພື່ອນຶກຄິດໃນຫົວໃຈຂອງເຮົາຢູ່ສະເໝີວ່າ ບຸກຄົນນີ້ແມ່ນຄົນປະເພດທີ່ພຣະເຈົ້າຕ້ອງການ ແລະ ຄົນປະເພດທີ່ພຣະເຈົ້າມັກ ຫຼື ບໍ່. ດ້ວຍເຫດນັ້ນແລ້ວ ແມ່ນຫຍັງຄືຄຳເວົ້ານີ້? ບັດນີ້ ເຮົາໄດ້ເຮັດໃຫ້ພວກເຈົ້າທຸກຄົນສົນໃຈຫຼາຍໃນເລື່ອງທີ່ເຮົາກຳລັງຈະເວົ້າ. ເມື່ອເຮົາເປີດເຜີຍຄຳເວົ້ານີ້ອອກມາ, ບາງເທື່ອ ພວກເຈົ້າຈະຮູ້ສຶກຜິດຫວັງ, ຍ້ອນວ່າ ມີບາງຄົນທີ່ເວົ້າແຕ່ປາກເປັນເວລາຫຼາຍປີ. ເຖິງຢ່າງໃດກໍຕາມ, ເຮົາບໍ່ເຄີຍເວົ້າແຕ່ປາກແມ່ນແຕ່ຄັ້ງດຽວເລີຍ. ຄຳເວົ້ານີ້ຢູ່ໃນຫົວໃຈຂອງເຮົາ. ແລ້ວແມ່ນຫຍັງຄືຄຳເວົ້ານີ້? ນັ້ນກໍຄື: “ຍ່າງໃນຫົນທາງຂອງພຣະເຈົ້າ: ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ”. ນີ້ບໍ່ແມ່ນວະລີທີ່ທໍາມະດາທີ່ສຸດບໍ? ຢ່າງໃດກໍຕາມ, ເຖິງແມ່ນວ່າມັນຈະທໍາມະດາ, ຜູ້ຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບພຣະທຳເຫຼົ່ານີ້ກໍຈະຮູ້ສຶກວ່າ ພວກເຂົາແບກຮັບພາລະອັນຍິ່ງໃຫຍ່, ຄຳເວົ້ານີ້ມີຄຸນຄ່າຫຼາຍສໍາລັບການປະຕິບັດຂອງຜູ້ຄົນ, ມັນແມ່ນຂໍ້ຄວາມຈາກພາສາຂອງຊີວິດທີ່ປະກອບມີຄວາມເປັນຈິງແຫ່ງຄວາມຈິງ, ມັນແມ່ນຈຸດປະສົງຕະຫຼອດຊີວິດສຳລັບຄົນທີ່ສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ມັນແມ່ນຫົນທາງຕະຫຼອດຊີວິດເຊິ່ງຄົນໃດທີ່ຄຳນຶງເຖິງເຈດຕະນາຂອງພຣະເຈົ້າຄວນຍ່າງຕາມ. ແລ້ວພວກເຈົ້າຄິດແນວໃດ: ຄຳເວົ້ານີ້ສະແດງເຖິງຄວາມຈິງບໍ? ມັນມີຄວາມໝາຍດັ່ງກ່າວ ຫຼື ບໍ່? ອີກຢ່າງ, ບາງເທື່ອ ພວກເຈົ້າບາງຄົນກຳລັງຄິດເຖິງຄຳເວົ້ານີ້ ແລະ ພະຍາຍາມຄິດຄຳນວນ ແລະ ບາງເທື່ອ ພວກເຈົ້າບາງຄົນເຖິງກັບຮູ້ສຶກສົງໄສກ່ຽວກັບສິ່ງດັ່ງກ່າວແລ້ວຕັ້ງຄໍາຖ້າມວ່າ: ຄຳເວົ້ານີ້ສຳຄັນຫຼາຍບໍ? ມັນສຳຄັນຫຼາຍບໍ? ມັນຈຳເປັນທີ່ຈະຕ້ອງໃຫ້ຄວາມສຳຄັນກັບມັນຫຼາຍສຳນັ້ນບໍ? ອາດຍັງມີພວກເຈົ້າບາງຄົນທີ່ບໍ່ມັກຄຳເວົ້ານີ້ພໍສໍ່າໃດ, ຍ້ອນພວກເຈົ້າຄິດວ່າ ການຮັບເອົາຫົນທາງຂອງພຣະເຈົ້າ ແລະ ກັ່ນຕອງເອົາມັນເຂົ້າໃນບົດຄວາມດຽວແມ່ນເປັນການເຮັດໃຫ້ເບິ່ງຄືວ່າ ງ່າຍເກີນໄປ. ການເອົາທຸກສິ່ງທີ່ພຣະເຈົ້າເວົ້າ ແລະ ຂ້ຽວມັນໃຫ້ກາຍເປັນຄຳເວົ້າຄຳດຽວ, ນັ້ນຈະບໍ່ແມ່ນເປັນການເຮັດໃຫ້ພຣະເຈົ້າບໍ່ສຳຄັນເກີນໄປບໍ? ມັນແມ່ນແບບນັ້ນແທ້ບໍ? ມັນສາມາດເປັນໄປໄດ້ວ່າ ພວກເຈົ້າສ່ວນໃຫຍ່ບໍ່ເຂົ້າໃຈຄວາມໝາຍທີ່ເລິກເຊິ່ງຂອງພຣະທຳເຫຼົ່ານີ້ຢ່າງຄົບຖ້ວນ. ເຖິງແມ່ນພວກເຈົ້າທຸກຄົນໄດ້ເອົາໃຈໃສ່ມັນແລ້ວ, ພວກເຈົ້າກໍບໍ່ມີເຈດຕະນາທີ່ຈະເກັບຄຳເວົ້ານີ້ໄວ້ໃນຫົວໃຈຂອງພວກເຈົ້າ; ພວກເຈົ້າພຽງແຕ່ຂຽນມັນລົງໃນປຶ້ມບັນທຶກຂອງພວກເຈົ້າເພື່ອເຂົ້າມາອ່ານເບິ່ງໃໝ່ ແລະ ຕຶກຕອງໃນເວລາວ່າງຂອງພວກເຈົ້າ. ພວກເຈົ້າບາງຄົນເຖິງກັບບໍ່ສົນໃຈທີ່ຈະຈົດຈຳຄຳເວົ້ານີ້, ແຮງໄກທີ່ຈະພະຍາຍາມໃຊ້ມັນໃຫ້ເປັນປະໂຫຍດຢ່າງດີ. ຢ່າງໃດກໍຕາມ, ເປັນຫຍັງເຮົາຈຶ່ງປາຖະໜາທີ່ຈະກ່າວເຖິງຄຳເວົ້ານີ້? ໂດຍບໍ່ຄຳນຶງເຖິງທັດສະນະຂອງພວກເຈົ້າ ແລະ ບໍ່ວ່າພວກເຈົ້າຄິດຫຍັງກໍຕາມ, ເຮົາຕ້ອງກ່າວເຖິງຄຳເວົ້ານີ້, ຍ້ອນມັນກ່ຽວຂ້ອງກັບວິທີທີ່ພຣະເຈົ້າກຳນົດຜົນຕາມມາຂອງຜູ້ຄົນຫຼາຍທີ່ສຸດ. ບໍ່ວ່າຄວາມເຂົ້າໃຈໃນປັດຈຸບັນຂອງພວກເຈົ້າທີ່ກ່ຽວກັບຄຳເວົ້ານີ້ຈະເປັນແນວໃດກໍຕາມ ຫຼື ພວກເຈົ້າຈະປະຕິບັດກັບມັນແນວໃດກໍຕາມ, ເຮົາກໍຍັງຈະບອກພວກເຈົ້າແບບນີ້: ຖ້າຜູ້ຄົນສາມາດນໍາພຣະທຳແຫ່ງຄຳເວົ້ານີ້ເຂົ້າສູ່ການປະຕິບັດຢ່າງຖືກຕ້ອງ ແລະ ບັນລຸມາດຕະຖານແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ, ແລ້ວກໍຮັບຮອງໄດ້ເລີຍວ່າພວກເຂົາຈະເປັນຜູ້ລອດຊີວິດ ແລະ ໝັ້ນໃຈເລີຍວ່າຈະໄດ້ຮັບຜົນຕາມມາທີ່ດີ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ບັນລຸຕາມມາດຕະຖານທີ່ວາງອອກໂດຍຄຳເວົ້ານີ້, ແລ້ວມັນກໍສາມາດເວົ້າໄດ້ວ່າ ຜົນຕາມມາຂອງເຈົ້າບໍ່ຮູ້ຈັກໄດ້. ສະນັ້ນ ເຮົາຈຶ່ງເວົ້າກັບພວກເຈົ້າກ່ຽວກັບຄຳເວົ້ານີ້ສຳລັບການກະກຽມແນວຄວາມຄິດຂອງພວກເຈົ້າເອງ ແລະ ເພື່ອວ່າພວກເຈົ້າຈະຮູ້ວ່າມາດຕະຖານແບບໃດທີ່ພຣະເຈົ້າໃຊ້ເພື່ອວັດແທກພວກເຈົ້າ. ດັ່ງທີ່ເຮົາໄດ້ບອກພວກເຈົ້າໄປແລ້ວ, ຄຳເວົ້ານີ້ແມ່ນກ່ຽວຂ້ອງກັບຄວາມລອດພົ້ນທີ່ພຣະເຈົ້າໃຫ້ກັບມະນຸດຊາດຢ່າງຫຼາຍທີ່ສຸດ, ພ້ອມທັງກ່ຽວຂ້ອງກັບວິທີທີ່ພຣະອົງກຳນົດຜົນຕາມມາຂອງຜູ້ຄົນ. ມັນກ່ຽວຂ້ອງໃນລັກສະນະໃດ? ພວກເຈົ້າຕ້ອງການຮູ້ແທ້ໆ, ສະນັ້ນ ພວກເຮົາຈະເວົ້າກ່ຽວກັບສິ່ງນັ້ນໃນມື້ນີ້.

ພຣະເຈົ້າໃຊ້ຜົນປະໂຫຍດຈາກການທົດລອງຕ່າງໆເພື່ອທົດສອບວ່າຜູ້ຄົນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່

ໃນທຸກໆຍຸກ, ໃນຂະນະທີ່ປະຕິບັດພາລະກິດທ່າມກາງມະນຸດ, ພຣະເຈົ້າຈະປະທານພຣະທຳບາງຢ່າງໃຫ້ກັບພວກເຂົາ ແລະ ບອກພວກເຂົາກ່ຽວກັບຄວາມຈິງບາງຢ່າງ. ຄວາມຈິງເຫຼົ່ານີ້ເຮັດໜ້າທີ່ເປັນຫົນທາງທີ່ຜູ້ຄົນຄວນຍຶດໝັ້ນ, ຫົນທາງທີ່ພວກເຂົາຄວນຍ່າງ, ຫົນທາງທີ່ຈະເຮັດໃຫ້ພວກເຂົາສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຫົນທາງທີ່ຜູ້ຄົນຄວນນໍາເຂົ້າສູ່ການປະຕິບັດ ແລະ ຄວນຍຶດໝັ້ນໃນຊີວິດຂອງພວກເຂົາ ແລະ ຕະຫຼອດການເດີນທາງທັງຊີວິດຂອງພວກເຂົາ. ມັນແມ່ນຍ້ອນເຫດຜົນເຫຼົ່ານີ້ ພຣະເຈົ້າຈຶ່ງສະແດງຖ້ອຍຄຳເຫຼົ່ານີ້ໃຫ້ກັບມະນຸດຊາດ. ພຣະທຳເຫຼົ່ານີ້ທີ່ມາຈາກພຣະເຈົ້າຄວນຖືກຍຶດໝັ້ນໂດຍຜູ້ຄົນ ແລະ ການຍຶດໝັ້ນຕໍ່ພຣະທຳເຫຼົ່ານີ້ກໍຄືການຮັບເອົາຊີວິດ. ຖ້າບຸກຄົນໃດໜຶ່ງບໍ່ຍຶດໝັ້ນຕໍ່ພຣະທຳເຫຼົ່ານີ້, ບໍ່ນໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດ ແລະ ບໍ່ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າໃນຊີວິດຂອງພວກເຂົາ, ແລ້ວບຸກຄົນນີ້ກໍບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ຍິ່ງໄປກວ່ານັ້ນ, ຖ້າຜູ້ຄົນບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ແລ້ວພວກເຂົາກໍບໍ່ໄດ້ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ພວກເຂົາບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ຜູ້ຄົນທີ່ບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ແມ່ນບໍ່ສາມາດຮັບເອົາການຍົກຍ້ອງຂອງພຣະອົງ ແລະ ຄົນດັ່ງກ່າວບໍ່ມີຜົນຕາມມາ. ແລ້ວສະນັ້ນ ໃນຊ່ວງເວລາແຫ່ງພາລະກິດຂອງພຣະອົງ, ພຣະເຈົ້າຈະກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງໄດ້ແນວໃດ? ພຣະເຈົ້າຈະໃຊ້ວິທີການໃດເພື່ອກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງ? ບາງເທື່ອ ພວກເຈົ້າຍັງສັບສົນເລັກນ້ອຍກ່ຽວກັບສິ່ງນີ້ໃນເວລານີ້, ແຕ່ເມື່ອເຮົາບອກພວກເຈົ້າກ່ຽວກັບຂະບວນການ, ມັນກໍຈະຍິ່ງຊັດເຈນຂຶ້ນ, ຍ້ອນພວກເຈົ້າຫຼາຍຄົນໄດ້ຜະເຊີນມັນດ້ວຍຕົວພວກເຈົ້າເອງແລ້ວ.

ຕະຫຼອດຊ່ວງເວລາແຫ່ງພາລະກິດຂອງພຣະອົງ, ຕັ້ງແຕ່ເລີ່ມຕົ້ນມາ, ພຣະເຈົ້າໄດ້ກຳນົດການທົດລອງສຳລັບແຕ່ລະຄົນ ຫຼື ສາມາດເວົ້າໄດ້ວ່າ ສໍາລັບທຸກຄົນທີ່ຕິດຕາມພຣະອົງ ແລະ ການທົດລອງເຫຼົ່ານີ້ມີຫຼາກຫຼາຍກໍລະນີ. ບາງຄົນໄດ້ຜະເຊີນກັບການທົດລອງກ່ຽວກັບການຖືກປະຕິເສດໂດຍຄອບຄົວຂອງພວກເຂົາ, ບາງຄົນໄດ້ຜະເຊີນກັບການທົດລອງດ້ວຍສະພາບແວດລ້ອມທີ່ບໍ່ດີ, ບາງຄົນໄດ້ຜະເຊີນກັບການທົດລອງການຖືກຈັບກຸມ ແລະ ຖືກທໍລະມານ, ບາງຄົນໄດ້ຜະເຊີນກັບການທົດລອງກ່ຽວກັບທາງເລືອກຕ່າງໆ ແລະ ບາງຄົນຜະເຊີນກັບການທົດລອງດ້ວຍເງິນ ແລະ ສະຖານະ. ເວົ້າໂດຍທົ່ວໄປແລ້ວ, ພວກເຈົ້າແຕ່ລະຄົນໄດ້ຜະເຊີນກັບການທົດລອງທຸກຮູບແບບ. ເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດແບບນີ້? ເປັນຫຍັງພຣະອົງຈຶ່ງປະຕິບັດຕໍ່ທຸກຄົນໃນລັກສະນະນີ້? ພຣະອົງສະແຫວງຫາຜົນຕາມມາແບບໃດ? ນີ້ແມ່ນປະເດັນທີ່ເຮົາປາຖະໜາຢາກສື່ສານກັບພວກເຈົ້າ: ພຣະເຈົ້າຕ້ອງການຢາກເຫັນວ່າ ບຸກຄົນນີ້ແມ່ນປະເພດທີ່ຢຳເກງພຣະອົງ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່. ຄວາມໝາຍຂອງສິ່ງນີ້ກໍຄື ເມື່ອພຣະເຈົ້າກຳລັງໃຫ້ການທົດລອງກັບເຈົ້າ ແລະ ໃຫ້ເຮັດເຈົ້າພົບກັບສະຖານະການບາງຢ່າງ ຫຼື ສິ່ງອື່ນໆ, ເຈດຕະນາຂອງພຣະອົງແມ່ນເພື່ອທົດສອບວ່າ ເຈົ້າເປັນຄົນທີ່ຢຳເກງພຣະອົງ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່. ຖ້າຄົນໃດຄົນໜຶ່ງມີໜ້າທີ່ໃນການຮັກສາເຄື່ອງບູຊາ ແລະ ໜ້າທີ່ດັ່ງກ່າວເຮັດໃຫ້ພົບກັບເຄື່ອງບູຊາຂອງພຣະເຈົ້າ, ເຈົ້າຈະເວົ້າວ່າ ນີ້ແມ່ນສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້ບໍ? ມັນແມ່ນຢ່າງບໍ່ຕ້ອງສົງໄສ! ທຸກສິ່ງທີ່ເຈົ້າຜະເຊີນແມ່ນສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້. ເມື່ອເຈົ້າຜະເຊີນກັບເລື່ອງນີ້, ພຣະເຈົ້າຈະສັງເກດເຈົ້າຢ່າງລັບໆ, ເຝົ້າເບິ່ງທາງເລືອກທີ່ເຈົ້າຕັດສິນໃຈ, ວິທີທີ່ເຈົ້າປະຕິບັດ ແລະ ຄວາມຄິດທີ່ເຈົ້າມີ. ສິ່ງທີ່ພຣະເຈົ້າສົນໃຈທີ່ສຸດແມ່ນຜົນຮັບສຸດທ້າຍ, ຍ້ອນວ່າ ຜົນຮັບນີ້ຈະຊ່ວຍໃຫ້ພຣະອົງໄດ້ວັດແທກວ່າ ເຈົ້າໄດ້ປະຕິບັດຕາມມາດຕະຖານຂອງພຮະອົງໃນການທົດລອງດັ່ງກ່າວນີ້ ຫຼື ບໍ່. ເຖິງຢ່າງໃດກໍຕາມ, ເມື່ອໃດທີ່ຜູ້ຄົນຜະເຊີນກັບບັນຫາ, ພວກເຂົາມັກຈະບໍ່ຄິດວ່າ ເປັນຫຍັງພວກເຂົາຈຶ່ງຜະເຊີນກັບມັນ, ແມ່ນຫຍັງຄືມາດຕະຖານທີ່ພຣະເຈົ້າຄາດຫວັງໃຫ້ພວກເຂົາໄດ້ບັນລຸ, ພຣະອົງຕ້ອງການເຫັນຫຍັງໃນພວກເຂົາ ຫຼື ພຣະອົງປາຖະໜາທີ່ຈະຮັບເອົາຫຍັງຈາກພວກເຂົາ. ເມື່ອຜະເຊີນກັບບັນຫານີ້, ຄົນປະເພດດັ່ງກ່າວພຽງແຕ່ຄິດວ່າ “ນີ້ແມ່ນສິ່ງທີ່ຂ້ານ້ອຍຜະເຊີນ; ຂ້ານ້ອຍຕ້ອງລະມັດລະວັງ, ຕ້ອງບໍ່ປະໝາດ! ບໍ່ວ່າແມ່ນຫຍັງກໍຕາມ, ນີ້ແມ່ນການປະທານຂອງພຣະເຈົ້າ ແລະ ຂ້ານ້ອຍບໍ່ສາມາດສຳຜັດມັນໄດ້”. ເມື່ອປະກອບດ້ວຍຄວາມຄິດແບບງ່າຍໆດັ່ງກ່າວ, ຜູ້ຄົນເຊື່ອວ່າພວກເຂົາໄດ້ປະຕິບັດຕາມໜ້າທີ່ຂອງພວກເຂົາແລ້ວ. ແຕ່ຜົນຮັບຂອງການທົດລອງນີ້ຈະນໍາຄວາມພໍໃຈມາໃຫ້ພຣະເຈົ້າ ຫຼື ບໍ່? ລອງສົນທະນາກ່ຽວກັບສິ່ງນັ້ນເບິ່ງ. (ຖ້າຜູ້ຄົນຢຳເກງພຣະເຈົ້າໃນຫົວໃຈຂອງພວກເຂົາ, ແລ້ວເມື່ອຜະເຊີນກັບໜ້າທີ່ໆເຮັດໃຫ້ພວກເຂົາໄດ້ຮັບການປະທານຂອງພຣະເຈົ້າ, ພວກເຂົາກໍຈະຄິດວ່າ ມັນງ່າຍສໍ່າໃດທີ່ຈະທ້າທາຍອຸປະນິໄສຂອງພຣະເຈົ້າ ແລະ ຈະເຮັດໃຫ້ພວກເຂົາດຳເນີນການຕໍ່ໄປດ້ວຍຄວາມລະມັດລະວັງ). ຄຳຕອບຂອງເຈົ້າແມ່ນຢູ່ໃນເສັ້ນທາງທີ່ຖືກຕ້ອງ, ແຕ່ມັນຍັງບໍ່ໄດ້ຮອດບ່ອນນັ້ນເທື່ອ. ການຍ່າງໃນຫົນທາງຂອງພຣະເຈົ້າບໍ່ແມ່ນກ່ຽວກັບການສັງເກດພຽງກົດລະບຽບພາຍນອກ; ກົງກັນຂ້າມ ມັນໝາຍເຖິງວ່າ ເມື່ອເຈົ້າຜະເຊີນກັບບັນຫາ, ກ່ອນອື່ນໝົດ ເຈົ້າຄວນເບິ່ງວ່າມັນເປັນສະຖານະການທີ່ຖືກຈັດແຈງໂດຍພຣະເຈົ້າ ຫຼື ບໍ່, ມັນແມ່ນຄວາມຮັບຜິດຊອບທີ່ພຣະອົງໄດ້ມອບໃຫ້ແກ່ເຈົ້າ ຫຼື ເປັນໜ້າທີ່ໆພຣະອົງໄດ້ມອບໝາຍໃຫ້ກັບເຈົ້າ ຫຼື ບໍ່. ເມື່ອພົບກັບບັນຫານີ້ ເຈົ້າຄວນເຫັນມັນເປັນການທົດລອງທີ່ພຣະເຈົ້າໄດ້ວາງໄວ້ໃຫ້ກັບເຈົ້າ. ເມື່ອເຈົ້າຜະເຊີນກັບບັນຫານີ້, ເຈົ້າຕ້ອງມີມາດຕະຖານໃນຫົວໃຈຂອງເຈົ້າ ແລະ ເຈົ້າຕ້ອງຄິດວ່າ ເລື່ອງນີ້ມາຈາກພຣະເຈົ້າ. ເຈົ້າຕ້ອງຄິດກ່ຽວກັບວິທີຈັດການກັບມັນໃນທາງທີ່ເຈົ້າສາມາດປະຕິບັດຕາມໜ້າທີ່ຂອງເຈົ້າໄດ້ ໃນຂະນະທີ່ຍັງຊື່ສັດກັບພຣະເຈົ້າຢູ່, ພ້ອມທັງຄິດໃສ່ວິທີທີ່ຈະປະຕິບັດໂດຍບໍ່ເຮັດໃຫ້ພຣະອົງໃຈຮ້າຍ ຫຼື ລ່ວງເກີນອຸປະນິໄສຂອງພຣະອົງ. ກ່ອນໜ້ານີ້ ພວກເຮົາໄດ້ເວົ້າກ່ຽວກັບການຄຸ້ມຄອງເຄື່ອງຖວາຍບູຊາ. ເລື່ອງນີ້ກ່ຽວຂ້ອງກັບເຄື່ອງບູຊາ ແລະ ມັນຍັງແຕະຕ້ອງເຖິງໜ້າທີ່ຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າ. ເຈົ້າມີພັນທະຕໍ່ຄວາມຮັບຜິດຊອບນີ້. ເຖິງຢ່າງໃດກໍຕາມ, ເມື່ອຜະເຊີນກັບບັນຫານີ້, ມີການລໍ້ລວງໃຈບໍ? ມີ! ການລໍ້ລວງໃຈນີ້ແມ່ນມາຈາກໃສ? ການລໍ້ລວງໃຈນີ້ແມ່ນມາຈາກຊາຕານ ແລະ ມັນຍັງມາຈາກອຸປະນິໄສທີ່ຊົ່ວຮ້າຍ ແລະ ເສື່ອມຊາມຂອງມະນຸດອີກດ້ວຍ. ເນື່ອງຈາກມີການລໍ້ລວງໃຈ, ບັນຫານີ້ຈຶ່ງກ່ຽວຂ້ອງການຢືນເປັນພະຍານທີ່ຜູ້ຄົນຄວນຢືນ ເຊິ່ງຍັງເປັນຄວາມຮັບຜິດຊອບ ແລະ ໜ້າທີ່ຂອງເຈົ້າອີກດ້ວຍ. ບາງຄົນເວົ້າວ່າ “ນີ້ແມ່ນເລື່ອງເລັກນ້ອຍ; ມັນຈຳເປັນແທ້ບໍ່ທີ່ຈະຕ້ອງເຮັດໃຫ້ມັນເປັນເລື່ອງໃຫຍ່?” ແມ່ນແລ້ວ! ນີ້ກໍຍ້ອນວ່າ ເພື່ອຮັກສາຫົນທາງຂອງພຣະເຈົ້າ, ພວກເຮົາບໍ່ສາມາດເບິ່ງຂ້າມສິ່ງໃດກໍຕາມທີ່ເກີດຂຶ້ນຕໍ່ພວກເຮົາ ຫຼື ອ້ອມຂ້າງພວກເຮົາ, ແມ່ນແຕ່ສິ່ງເລັກໆນ້ອຍໆ; ບໍ່ວ່າພວກເຮົາຈະຄິດວ່າ ພວກເຮົາຄວນໃສ່ໃຈກັບມັນ ຫຼື ບໍ່, ຕາບໃດທີ່ເລື່ອງໃດໜຶ່ງກຳລັງຜະເຊີນກັບເຮົາ, ພວກເຮົາຕ້ອງບໍ່ປ່ອຍໃຫ້ມັນໄປ. ທຸກສິ່ງທີ່ເກີດຂຶ້ນຄວນຖືກເບິ່ງວ່າເປັນການທົດສອບທີ່ພຣະເຈົ້າໄດ້ທົດສອບພວກເຮົາ. ເຈົ້າຄິດແນວໃດກ່ຽວກັບວິທີການເບິ່ງສິ່ງຕ່າງໆແບບນີ້? ຖ້າເຈົ້າມີທ່າທີແບບນີ້, ແລ້ວມັນກໍຢືນຢັນໃຫ້ເຫັນເຖິງຂໍ້ແທ້ຈິງໜຶ່ງຂໍ້: ໃນສ່ວນເລິກໆ, ເຈົ້າຢຳເກງພຣະເຈົ້າ ແລະ ເຕັມໃຈທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍ. ຖ້າເຈົ້າມີຄວາມປາຖະໜານີ້ເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ແລ້ວສິ່ງທີ່ເຈົ້ານໍາໃຊ້ເຂົ້າໃນການປະຕິບັດກໍຈະບໍ່ຢູ່ຫ່າງຈາກການບັນລຸມາດຕະຖານແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍເລີຍ.

ມີຄົນເຊື່ອສະເໝີວ່າ ເລື່ອງຕ່າງໆທີ່ຜູ້ຄົນບໍ່ໃຫ້ຄວາມສົນໃຈ ແລະ ບໍ່ມັກກ່າວເຖິງແມ່ນເລື່ອງເລັກນ້ອຍທີ່ບໍ່ມີຫຍັງກ່ຽວຂ້ອງກັບການນໍາຄວາມຈິງເຂົ້າສູ່ການປະຕິບັດເລີຍ. ເມື່ອພົບກັບບັນຫາດັ່ງກ່າວ, ຜູ້ຄົນເຫຼົ່ານີ້ບໍ່ໄດ້ຄິດຫຍັງຫຼາຍກ່ຽວກັບສິ່ງນີ້ ແລະ ໃນທີ່ສຸດ ພວກເຂົາກໍປ່ອຍໃຫ້ມັນຜ່ານໄປ. ເຖິງຢ່າງໃດກໍຕາມ, ໃນຂໍ້ແທ້ຈິງແລ້ວ ເລື່ອງນີ້ແມ່ນບົດຮຽນທີ່ເຈົ້າຄວນສຶກສາ, ເປັນບົດຮຽນກ່ຽວກັບວິທີຢຳເກງພຣະເຈົ້າ ແລະ ວິທີຫຼີກເວັ້ນຄວາມຊົ່ວຮ້າຍ. ຍິ່ງໄປກວ່ານັ້ນ, ສິ່ງທີ່ເຈົ້າຄວນໃສ່ໃຈຫຼາຍຂຶ້ນກໍຄືການຮູ້ຈັກວ່າພຣະເຈົ້າກຳລັງເຮັດຫຍັງເມື່ອເລື່ອງນີ້ເກີດຂຶ້ນກັບເຈົ້າ. ພຣະເຈົ້າຢູ່ຄຽງຂ້າງເຈົ້າ, ສັງເກດຄຳເວົ້າ ແລະ ການກະທຳທຸກຢ່າງຂອງເຈົ້າ ແລະ ເຝົ້າເບິ່ງທຸກສິ່ງທີ່ເຈົ້າເຮັດ ແລະ ການປ່ຽນແປງຕ່າງໆທີ່ເກີດຂຶ້ນໃນຄວາມຄິດຂອງເຈົ້າ, ນີ້ແມ່ນພາລະກິດຂອງພຣະເຈົ້າ. ບາງຄົນຖາມວ່າ “ຖ້າສິ່ງນັ້ນເປັນຄວາມຈິງ, ແລ້ວເປັນຫຍັງຂ້ານ້ອຍຈຶ່ງບໍ່ຮູ້ສຶກເຖິງສິ່ງນັ້ນ?” ເຈົ້າບໍ່ໄດ້ຮູ້ສຶກເຖິງມັນກໍຍ້ອນເຈົ້າບໍ່ໄດ້ຍຶດໝັ້ນໃນຫົນທາງຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໃຫ້ເປັນຫົນທາງຫຼັກຂອງເຈົ້າ; ສະນັ້ນ ເຈົ້າຈຶ່ງບໍ່ສາມາດຮູ້ສຶກເຖິງພາລະກິດລີ້ລັບນີ້ທີ່ພຣະເຈົ້າປະຕິບັດໃນຜູ້ຄົນ ເຊິ່ງໄດ້ສະແດງອອກໃນຕົວມັນເອງອີງຕາມຄວາມຄິດ ແລະ ການກະທຳຕ່າງໆຂອງຜູ້ຄົນ. ເຈົ້າຊ່າງເປັນຄົນຂາດສະຕິຫຼາຍ! ແມ່ນຫຍັງຄືເລື່ອງໃຫຍ່? ແມ່ນຫຍັງຄືເລື່ອງເລັກນ້ອຍ? ເລື່ອງຕ່າງໆທີ່ກ່ຽວຂ້ອງກັບການຍ່າງໃນຫົນທາງຂອງພຣະເຈົ້າບໍ່ໄດ້ຖືກແຍກອອກລະຫວ່າງເລື່ອງໃຫຍ່ ຫຼື ເລື່ອງເລັກນ້ອຍ, ແຕ່ພວກເຈົ້າສາມາດຍອມຮັບສິ່ງນັ້ນໄດ້ບໍ? (ພວກເຮົາສາມາດຍອມຮັບມັນໄດ້). ເມື່ອເວົ້າເຖິງເລື່ອງຕ່າງໆໃນແຕ່ລະມື້, ມີບາງເລື່ອງທີ່ຜູ້ຄົນເຫັນວ່າເປັນເລື່ອງໃຫຍ່ ແລະ ສຳຄັນ ແລະ ມີເລື່ອງອື່ນທີ່ຖືກເບິ່ງວ່າເປັນເລື່ອງເລັກນ້ອຍ. ຜູ້ຄົນມັກເບິ່ງເລື່ອງໃຫຍ່ໆເຫຼົ່ານີ້ວ່າເປັນເລື່ອງທີ່ສຳຄັນຫຼາຍ ແລະ ພວກເຂົາຄິດວ່າເລື່ອງເຫຼົ່ານີ້ຖືກສົ່ງມາໂດຍພຣະເຈົ້າ. ເຖິງຢ່າງໃດກໍຕາມ, ໃນຂະນະທີ່ເລື່ອງໃຫຍ່ເຫຼົ່ານີ້ເກີດຂຶ້ນ, ເນື່ອງຈາກວຸດທິພາວະທີ່ບໍ່ເປັນຜູ້ໃຫຍ່ຂອງຜູ້ຄົນ ແລະ ຍ້ອນຄວາມສາມາດທີ່ຕໍ່າຂອງພວກເຂົາ, ຜູ້ຄົນມັກບໍ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ບໍ່ສາມາດຮັບເອົາການເປີດເຜີຍໃດໆເລີຍ ແລະ ບໍ່ສາມາດຮັບເອົາຄວາມຮູ້ຕົວຈິງທີ່ມີຄຸນຄ່າ. ສໍາລັບກ່ຽວກັບເລື່ອງເລັກນ້ອຍ, ເລື່ອງເຫຼົ່ານີ້ແມ່ນຖືກເບິ່ງຂ້າມໂດຍຜູ້ຄົນ ແລະ ຖືກປ່ອຍໃຫ້ຜ່ານໄປເທື່ອລະເລັກເທື່ອລະໜ້ອຍ. ເມື່ອເປັນດັ່ງນັ້ນ, ຜູ້ຄົນຈຶ່ງສູນເສຍໂອກາດຖືກກວດສອບຢູ່ຕໍ່ໜ້າພຣະເຈົ້າ ແລະ ຖືກທົດສອບໂດຍພຣະອົງ. ມັນໝາຍຄວາມວ່າແນວໃດ ຖ້າເຈົ້າເບິ່ງຂ້າມຜູ້ຄົນ, ເຫດການ ແລະ ວັດຖຸຕ່າງໆ ແລະ ສະຖານະການທີ່ພຣະເຈົ້າໄດ້ຈັດແຈງໄວ້ໃຫ້ກັບເຈົ້າຢູ່ສະເໝີ? ມັນໝາຍຄວາມວ່າ ໃນແຕ່ລະມື້ ແລະ ແມ່ນແຕ່ໃນແຕ່ລະຊ່ວງເວລາ, ເຈົ້າກຳລັງປະຕິເສດການທີ່ພຣະເຈົ້າເຮັດໃຫ້ເຈົ້າສົມບູນຢ່າງຕໍ່ເນື່ອງ ພ້ອມທັງຄວາມເປັນຜູ້ນໍາຂອງພຣະອົງ. ເມື່ອໃດກໍຕາມທີ່ພຣະເຈົ້າໄດ້ຈັດກຽມສະຖານະການໃຫ້ກັບເຈົ້າ, ພຣະອົງກຳລັງເຝົ້າເບິ່ງຢ່າງລັບໆ, ຫຼຽວເບິ່ງຫົວໃຈຂອງເຈົ້າ, ສັງເກດເບິ່ງຄວາມຄິດ ແລະ ການພິຈາລະນາຢ່າງຮອບຄອບຂອງເຈົ້າ, ເຝົ້າເບິ່ງວິທີທີ່ເຈົ້າຄິດ ແລະ ລໍຖ້າເບິ່ງວິທີທີ່ເຈົ້າຈະກະທຳ. ຖ້າເຈົ້າເປັນຄົນທີ່ປະໝາດ, ຄົນທີ່ບໍ່ເຄີຍຈິງຈັງກ່ຽວກັບຫົນທາງຂອງພຣະເຈົ້າ, ພຣະທຳຂອງພຣະອົງ ຫຼື ຄວາມຈິງ, ແລ້ວເຈົ້າກໍຈະບໍ່ໃສ່ໃຈ ຫຼື ໃຫ້ຄວາມສົນໃຈກັບສິ່ງທີ່ພຣະເຈົ້າປາຖະໜາເຮັດໃຫ້ສຳເລັດ ຫຼື ເງື່ອນໄຂທີ່ພຣະອົງຄາດຫວັງໃຫ້ເຈົ້າບັນລຸ ເມື່ອພຣະອົງໄດ້ຈັດແຈງສະພາບແວດລ້ອມໃດໜຶ່ງໃຫ້ກັບເຈົ້າ. ເຈົ້າຈະບໍ່ຮູ້ວ່າຜູ້ຄົນ, ເຫດການ ແລະ ສິ່ງຂອງທີ່ເຈົ້າຜະເຊີນນັ້ນກ່ຽວຂ້ອງຫຍັງກັບຄວາມຈິງ ຫຼື ຄວາມປະສົງຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າໄດ້ຜະເຊີນສະຖານະການ ແລະ ການທົດລອງແບບນີ້ຊໍ້າແລ້ວຊໍ້າອີກ ໂດຍທີ່ພຣະເຈົ້າບໍ່ເຫັນຜົນຫຍັງໃນຕົວເຈົ້າ, ພຣະອົງຈະດຳເນີນຕໍ່ໄປໄດ້ແນວໃດ? ຫຼັງຈາກທີ່ໄດ້ຜະເຊີນກັບການທົດລອງນີ້ຊໍ້າແລ້ວຊໍ້າອີກ, ເຈົ້າບໍ່ໄດ້ສັນລະເສີນພຣະເຈົ້າໃນຫົວໃຈຂອງເຈົ້າ ຫຼື ເຈົ້າບໍ່ໄດ້ເຫັນສະຖານະການແທ້ຈິງທີ່ພຣະເຈົ້າໄດ້ຈັດກຽມໃຫ້ກັບເຈົ້າ ນັ້ນກໍຄື: ການທົດລອງ ແລະ ການທົດສອບຈາກພຣະເຈົ້າ. ກົງກັນຂ້າມ, ເຈົ້າໄດ້ປະຕິເສດໂອກາດທີ່ພຣະເຈົ້າໄດ້ປະທານໃຫ້ກັບເຈົ້າເທື່ອລະຢ່າງ, ປ່ອຍໃຫ້ພວກມັນໄຫຼຜ່ານໄປຄັ້ງແລ້ວຄັ້ງເລົ່າ. ນີ້ບໍ່ແມ່ນຄວາມບໍ່ເຊື່ອຟັງທີ່ສຸດທີ່ຜູ້ຄົນສະແດງອອກມາບໍ? (ມັນແມ່ນ). ພຣະເຈົ້າຈະຮູ້ສຶກເຈັບປວດຍ້ອນສິ່ງນີ້ບໍ? (ພຣະອົງຈະຮູ້ສຶກ). ພຣະເຈົ້າຈະບໍ່ຮູ້ສຶກເຈັບປວດ! ການໄດ້ຍິນເຮົາເວົ້າສິ່ງດັ່ງກ່າວໄດ້ເຮັດໃຫ້ພວກເຈົ້າຕື່ນຕົກໃຈອີກຄັ້ງ. ເຈົ້າອາດກຳລັງຄິດວ່າ: “ບໍ່ແມ່ນເຄີຍໄດ້ເວົ້າຜ່ານມາບໍວ່າ ພຣະເຈົ້າຮູ້ສຶກເຈັບປວດຢູ່ສະເໝີ? ສະນັ້ນ ພຣະເຈົ້າຈະບໍ່ຮູ້ສຶກເຈັບປວດໄດ້ບໍ? ແລ້ວເມື່ອໃດພຣະອົງຈຶ່ງຈະຮູ້ສຶກເຈັບປວດ?” ສະຫຼຸບກໍຄື ພຣະເຈົ້າຈະບໍ່ຮູ້ສຶກເຈັບປວດໃນສະຖານະການແບບນີ້. ແລ້ວແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ພຶດຕິກຳທີ່ໄດ້ອະທິບາຍມາຂ້າງເທິງ? ເມື່ອຜູ້ຄົນປະຕິເສດການທົດລອງ ແລະ ການທົດສອບທີ່ພຣະເຈົ້າໄດ້ສົ່ງມາໃຫ້ກັບພວກເຂົາ ແລະ ເມື່ອພວກເຂົາຫຼົບໜີຈາກສິ່ງເຫຼົ່ານັ້ນ, ພຣະເຈົ້າກໍມີພຽງແຕ່ທັດສະນະຄະຕິດຽວກັບຜູ້ຄົນດັ່ງກ່າວ. ແລ້ວທັດສະນະຄະຕິນັ້ນແມ່ນຫຍັງ? ພຣະເຈົ້າປະຕິເສດຄົນປະເພດນີ້ ຈາກສ່ວນເລິກຂອງຫົວໃຈຂອງພຣະອົງ. ມີຄວາມໝາຍສອງດ້ານສຳລັບຄຳວ່າ “ປະຕິເສດ”. ເຮົາຄວນອະທິບາຍມັນແນວໃດຈາກມຸມມອງຂອງເຮົາ? ເລິກໆແລ້ວ, ຄຳວ່າ “ປະຕິເສດ” ມີຄວາມໝາຍວ່າ ການລັງກຽດ ແລະ ກຽດຊັງ. ແລ້ວຄວາມໝາຍອີກດ້ານໜຶ່ງເດ? ຄວາມໝາຍອີກດ້ານໜຶ່ງກໍຄືການຍອມສະຫຼະບາງສິ່ງ. ພວກເຈົ້າທຸກຄົນຮູ້ວ່າ “ຍອມສະຫຼະ” ໝາຍເຖິງຫຍັງ ແມ່ນບໍ? ເວົ້າໂດຍສັງເຂບກໍຄື: “ປະຕິເສດ” ແມ່ນຄຳເວົ້າທີ່ສື່ເຖິງປະຕິກິລິຍາ ແລະ ທ່າທີທີ່ຮ້າຍແຮງທີ່ສຸດຂອງພຣະເຈົ້າຕໍ່ຜູ້ຄົນທີ່ປະພຶດໃນລັກສະນະດັ່ງກ່າວ; ມັນແມ່ນຄວາມກຽດຊັງ ແລະ ຄວາມເບື່ອໜ່າຍທີ່ສຸດຕໍ່ພວກເຂົາ ແລະ ໃນທີ່ສຸດກໍສົ່ງຜົນໃຫ້ເກີດມີການຕັດສິນໃຈປະຖິ້ມພວກເຂົາ. ນີ້ແມ່ນການຕັດສິນໃຈສຸດທ້າຍຂອງພຣະເຈົ້າຕໍ່ບຸກຄົນທີ່ບໍ່ເຄີຍຍ່າງໃນຫົນທາງຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຄີຍຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ບັດນີ້ ພວກເຈົ້າທຸກຄົນສາມາດເຫັນຄວາມສຳຄັນຂອງສິ່ງຕ່າງໆທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ບໍ?

ບັດນີ້ ພວກເຈົ້າໄດ້ເຂົ້າໃຈເຖິງວິທີການທີ່ພຣະເຈົ້າໃຊ້ເພື່ອກຳນົດຜົນຕາມມາຂອງຜູ້ຄົນແລ້ວບໍ? (ພຣະອົງຈັດກຽມສະຖານະການທີ່ແຕກຕ່າງກັນໃນແຕ່ລະມື້). “ພຣະອົງຈັດກຽມສະຖານະການທີ່ແຕກຕ່າງກັນໃນແຕ່ລະມື້” ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ຄົນສາມາດຮູ້ສຶກ ແລະ ສຳຜັດ. ແລ້ວແມ່ນຫຍັງຄືແຮງຈູງໃຈຂອງພຣະເຈົ້າເພື່ອເຮັດສິ່ງນີ້? ເຈດຕະນາຂອງພຣະອົງແມ່ນເພື່ອມອບການທົດລອງຫຼາກຫຼາຍຮູບແບບໃຫ້ກັບແຕ່ລະຄົນໃນເວລາທີ່ແຕກຕ່າງກັນ ແລະ ໃນສະຖານທີ່ໆແຕກຕ່າງກັນ. ຜູ້ຄົນແບບໃດຈຶ່ງຈະຖືກທົດສອບໃນລະຫວ່າງການທົດລອງ? ການທົດລອງກຳນົດວ່າ ເຈົ້າເປັນຄົນປະເພດທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໃນທຸກບັນຫາທີ່ເຈົ້າໄດ້ຜະເຊີນ, ໄດ້ຍິນ, ໄດ້ເຫັນ ແລະ ໄດ້ປະສົບເປັນການສ່ວນຕົວ ຫຼື ບໍ່. ທຸກຄົນຈະຜະເຊີນກັບການທົດລອງແບບນີ້, ຍ້ອນພຣະເຈົ້າຍຸຕິທຳຕໍ່ທຸກຄົນ. ພວກເຈົ້າບາງຄົນເວົ້າວ່າ “ຂ້ານ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ແລ້ວເປັນຫຍັງຂ້ານ້ອຍຈຶ່ງບໍ່ພົບກັບການທົດລອງໃດໆເລີຍ?” ເຈົ້າເຊື່ອວ່າເຈົ້າຍັງບໍ່ໄດ້ຜະເຊີນກັບການທົດລອງໃດໆ ນັ້ນກໍຍ້ອນເມື່ອເວລາທີ່ພຣະເຈົ້າໄດ້ຈັດກຽມສະຖານະການໃຫ້ກັບເຈົ້າ, ເຈົ້າບໍ່ຍອມຮັບເອົາພວກມັນຢ່າງຈິງຈັງ ແລະ ບໍ່ຕ້ອງການຍ່າງໃນຫົນທາງຂອງພຣະເຈົ້າ. ສະນັ້ນ ເຈົ້າຈຶ່ງບໍ່ຮູ້ສຶກເຖິງການທົດລອງຂອງພຣະເຈົ້າເລີຍ. ບາງຄົນເວົ້າວ່າ “ຂ້ານ້ອຍໄດ້ຜະເຊີນກັບການທົດລອງສອງສາມຢ່າງ, ແຕ່ຂ້ານ້ອຍບໍ່ຮູ້ວິທີປະຕິບັດຢ່າງຖືກຕ້ອງ. ເຖິງແມ່ນເມື່ອຂ້ານ້ອຍໄດ້ປະຕິບັດ, ຂ້ານ້ອຍກໍຍັງບໍ່ຮູ້ວ່າ ຂ້ານ້ອຍໄດ້ຍຶດໝັ້ນໃນລະຫວ່າງການທົດລອງຂອງພຣະເຈົ້າ ຫຼື ບໍ່”. ຜູ້ຄົນທີ່ຢູ່ໃນສະພາວະປະເພດນີ້ບໍ່ໄດ້ຢູ່ໃນຄົນກຸ່ມໜ້ອຍຢ່າງແນ່ນອນ. ແລ້ວແມ່ນຫຍັງຄືມາດຕະຖານທີ່ພຣະເຈົ້າໃຊ້ເພື່ອວັດແທກຜູ້ຄົນ? ມັນກໍເປັນຄືກັບດັ່ງທີ່ເຮົາໄດ້ກ່າວໄວ້ຊ່ວງເວລາກ່ອນໜ້ານີ້: ນັ້ນກໍຄື ເຈົ້າຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໃນທຸກສິ່ງທີ່ເຈົ້າເຮັດ, ຄິດ ແລະ ສະແດງອອກ ຫຼື ບໍ່. ນີ້ແມ່ນວິທີທີ່ຈະກຳນົດວ່າ ເຈົ້າແມ່ນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່. ແນວຄິດນີ້ງ່າຍ ຫຼື ບໍ່? ມັນງ່າຍພໍສໍາລັບການເວົ້າ, ແຕ່ມັນງ່າຍທີ່ຈະນໍາເຂົ້າສູ່ການປະຕິບັດຕົວຈິງບໍ? (ມັນບໍ່ໄດ້ງ່າຍແບບນັ້ນ). ເປັນຫຍັງມັນຈຶ່ງບໍ່ງ່າຍແບບນັ້ນ? (ຍ້ອນຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ພວກເຂົາບໍ່ຮູ້ຈັກວິທີທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ, ສະນັ້ນ ເມື່ອພວກເຂົາຜະເຊີນກັບເລື່ອງຕ່າງໆ, ພວກເຂົາກໍບໍ່ຮູ້ຈັກວິທີທີ່ຈະສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງພວກເຂົາ. ພວກເຂົາຕ້ອງຜ່ານຫຼາກຫຼາຍການທົດລອງ, ການຫຼໍ່ຫຼອມ, ການຂ້ຽນຕີ ແລະ ການພິພາກສາກ່ອນທີ່ພວກເຂົາຈະສາມາດມີຄວາມເປັນຈິງໃນການຢຳເກງພຣະເຈົ້າ). ພວກເຈົ້າອາດເວົ້າແບບນັ້ນ, ແຕ່ສໍາລັບພວກເຈົ້າແລ້ວ, ການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍເບິ່ງຄືກັບວ່າ ສາມາດເຮັດໄດ້ຢ່າງງ່າຍດາຍໃນຕອນນີ້. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ນັ້ນກໍຍ້ອນວ່າ ພວກເຈົ້າໄດ້ຟັງການເທດສະໜາຢ່າງຫຼວງຫຼາຍ ແລະ ໄດ້ຮັບເອົາການຫົດນໍ້າຈຳນວນຫຼວງຫຼາຍຈາກຄວາມເປັນຈິງແຫ່ງຄວາມຈິງ; ສິ່ງນີ້ເຮັດໃຫ້ພວກເຈົ້າເຂົ້າໃຈວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍດ້ານທິດສະດີ ແລະ ດ້ານສະຕິປັນຍາ. ສຳລັບວິທີການນໍາຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍເຂົ້າສູ່ການປະຕິບັດຢ່າງແທ້ຈິງນັ້ນ, ຄວາມຮູ້ນີ້ລ້ວນແລ້ວແຕ່ເປັນປະໂຫຍດຫຼາຍ ແລະ ເຮັດໃຫ້ພວກເຈົ້າຮູ້ສຶກຄືກັບວ່າສິ່ງດັ່ງກ່າວສາມາດບັນລຸໄດ້ຢ່າງງ່າຍດາຍເຊັ່ນກັນ. ແລ້ວເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດບັນລຸມັນໄດ້ຢ່າງແທ້ຈິງຈັກເທື່ອ? ນີ້ກໍຍ້ອນວ່າແກ່ນແທ້ຂອງທຳມະຊາດມະນຸດບໍ່ຢຳເກງພຣະເຈົ້າ ແລະ ມະນຸດກໍມັກຄວາມຊົ່ວຮ້າຍ. ນີ້ຄືເຫດຜົນທີ່ແທ້ຈິງ.

ການບໍ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍແມ່ນການຕໍ່ຕ້ານພຣະເຈົ້າ

ໃຫ້ເຮົາເລີ່ມຕົ້ນດ້ວຍການຖາມເຈົ້າວ່າ ຄຳເວົ້າ “ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ” ແມ່ນມາຈາກໃສ. (ໜັງສືໂຢບ). ໃນເມື່ອພວກເຮົາໄດ້ກ່າວເຖິງໂຢບ, ຂໍໃຫ້ພວກເຮົາສົນທະນາກ່ຽວກັບເພິ່ນ. ໃນເວລາຂອງໂຢບ, ພຣະເຈົ້າປະຕິບັດພາລະກິດເພື່ອຄວາມລອດພົ້ນ ແລະ ການເອົາຊະນະມະນຸດຊາດບໍ? ບໍ່ແມ່ນ! ແລ້ວມັນບໍ່ແມ່ນແນວນັ້ນບໍ? ອີກຢ່າງ ສໍາລັບໂຢບແລ້ວ, ເພິ່ນມີຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍສໍ່າໃດໃນຕອນນັ້ນ? (ບໍ່ຫຼາຍ). ແລ້ວຄວາມຮູ້ກ່ຽວກັບພຣະເຈົ້ານັ້ນປຽບທຽບກັບຄວາມຮູ້ທີ່ພວກເຈົ້າມີໃນທຸກມື້ນີ້ແນວໃດ? ເປັນຫຍັງພວກເຈົ້າຈຶ່ງບໍ່ກ້າຕອບ? ໂຢບມີຄວາມຮູ້ຫຼາຍ ຫຼື ໜ້ອຍກວ່າທີ່ພວກເຈົ້າມີໃນຕອນນີ້? (ໜ້ອຍກວ່າ). ນີ້ແມ່ນຄຳຖາມທີ່ຕອບໄດ້ຢ່າງງ່າຍດາຍທີ່ສຸດ. ແມ່ນແລ້ວ ແນ່ນອນວ່າ ໜ້ອຍກວ່າ! ທຸກມື້ນີ້ ພວກເຈົ້າຢູ່ຕໍ່ໜ້າກັບພຣະເຈົ້າ ແລະ ຢູ່ຕໍ່ໜ້າກັບພຣະທໍາຂອງພຣະເຈົ້າ; ພວກເຈົ້າມີຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍກວ່າທີ່ໂຢບມີ. ເປັນຫຍັງເຮົາຈຶ່ງນໍາເລື່ອງນີ້ຂຶ້ນມາ? ແມ່ນຫຍັງຄືຈຸດປະສົງຂອງເຮົາໃນການກ່າວສິ່ງຕ່າງໆເຫຼົ່ານີ້? ເຮົາຕ້ອງການອະທິບາຍຂໍ້ແທ້ຈິງໃຫ້ແກ່ພວກເຈົ້າ, ແຕ່ກ່ອນທີ່ເຮົາຈະເຮັດແບບນັ້ນ, ເຮົາຕ້ອງການທີ່ຈະຖາມຄຳຖາມພວກເຈົ້າ: ໂຢບຮູ້ຈັກພຣະເຈົ້າໜ້ອຍດຽວ, ແຕ່ກໍຍັງສາມາດຢຳເກງພຣະອົງ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ; ເປັນຫຍັງຜູ້ຄົນໃນປັດຈຸບັນຈຶ່ງບໍ່ສາມາດເຮັດແບບນັ້ນໄດ້? (ພວກເຂົາເສື່ອມຊາມຢ່າງຮຸນແຮງ). ການ “ເສື່ອມຊາມຢ່າງຮຸນແຮງ” ແມ່ນປາກົດການພາຍນອກທີ່ເຮັດໃຫ້ເກີດບັນຫາ, ແຕ່ເຮົາຈະບໍ່ເບິ່ງມັນໃນລັກສະນະນັ້ນ. ພວກເຈົ້າມັກໃຊ້ທິດສະດີ ແລະ ຄຳສັບທີ່ໃຊ້ທົ່ວໄປຢູ່ສະເໝີ ເຊັ່ນ: “ຄວາມເສື່ອມຊາມຢ່າງຮຸນແຮງ”, “ການກະບົດຕໍ່ພຣະເຈົ້າ”, “ຄວາມບໍ່ຊື່ສັດຕໍ່ພຣະເຈົ້າ”, “ຄວາມບໍ່ເຊື່ອຟັງ”, “ການບໍ່ມັກຄວາມຈິງ” ແລະ ອື່ນໆອີກ ແລະ ໃຊ້ວາລີຕິດປາກເຫຼົ່ານີ້ເພື່ອອະທິບາຍແກ່ນແທ້ຂອງທຸກບັນຫາ. ນີ້ແມ່ນວິທີປະຕິບັດທີ່ບົກຜ່ອງຫຼາຍ. ການໃຊ້ຄຳຕອບດຽວກັນເພື່ອອະທິບາຍເລື່ອງທີ່ມີທຳມະຊາດແຕກຕ່າງກັນ ແນ່ນອນເຮັດໃຫ້ເກີດມີຄວາມສົງໄສຢ່າງປະໝາດກ່ຽວກັບຄວາມຈິງ ແລະ ພຣະເຈົ້າ; ເຮົາບໍ່ມັກທີ່ຈະໄດ້ຍິນຄຳຕອບແບບນີ້. ຄິດໃຫ້ດົນ ແລະ ຄິດໃຫ້ໜັກກ່ຽວກັບຄຳຕອບນັ້ນ. ບໍ່ມີຜູ້ໃດທ່າມກາງພວກເຈົ້າທີ່ຄິດກ່ຽວກັບບັນຫານີ້, ແຕ່ເຮົາສາມາດເຫັນມັນໄດ້ທຸກມື້ ແລະ ທຸກມື້ ເຮົາກໍສໍາຜັດມັນໄດ້. ສະນັ້ນ ໃນຂະນະທີ່ພວກເຈົ້າກຳລັງປະຕິບັດ, ເຮົາກໍກຳລັງເຝົ້າເບິ່ງ. ເມື່ອພວກເຈົ້າກຳລັງເຮັດບາງສິ່ງ, ພວກເຈົ້າບໍ່ສາມາດຮູ້ສຶກເຖິງແກ່ນແທ້ຂອງມັນໄດ້, ແຕ່ເມື່ອເຮົາເຝົ້າເບິ່ງ, ເຮົາສາມາດເຫັນເຖິງແກ່ນແທ້ຂອງມັນ ແລະ ເຮົາສາມາດຮູ້ສຶກເຖິງແກ່ນແທ້ຂອງມັນໄດ້ເຊັ່ນກັນ. ແລ້ວແມ່ນຫຍັງຄືແກ່ນແທ້ນີ້? ເປັນຫຍັງຜູ້ຄົນໃນປັດຈຸບັນຈຶ່ງບໍ່ສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ? ຄຳຕອບຂອງພວກເຈົ້າແມ່ນບໍ່ສາມາດອະທິບາຍເຖິງແກ່ນແທ້ຂອງບັນຫານີ້ໄດ້ ຫຼື ພວກມັນບໍ່ສາມາດແກ້ໄຂໄດ້. ນີ້ແມ່ນຍ້ອນມັນມີແຫຼ່ງທີ່ມາທີ່ພວກເຈົ້າບໍ່ຮູ້. ແມ່ນຫຍັງຄືແຫຼ່ງທີ່ມານີ້? ເຮົາຮູ້ວ່າ ພວກເຈົ້າຕ້ອງການໄດ້ຍິນກ່ຽວກັບສິ່ງນັ້ນ, ສະນັ້ນ ເຮົາຈຶ່ງຈະບອກພວກເຈົ້າກ່ຽວກັບແຫຼ່ງທີ່ມາຂອງບັນຫານີ້.

ຕັ້ງແຕ່ພຣະເຈົ້າເລີ່ມຕົ້ນປະຕິບັດພາລະກິດ, ພຣະອົງໄດ້ຄຳນຶງເຖິງມະນຸດແນວໃດ? ພຣະເຈົ້າໄດ້ຊ່ວຍພວກເຂົາໃຫ້ລອດພົ້ນ; ພຣະອົງໄດ້ເຫັນມະນຸດເປັນສະມາຊິກຂອງຄອບຄົວຂອງພຣະອົງ, ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ, ເປັນຄົນທີ່ພຣະອົງຕ້ອງການເອົາຊະນະ ແລະ ຊ່ວຍໃຫ້ລອດພົ້ນ ແລະ ເປັນຄົນທີ່ພຣະອົງປາຖະໜາຢາກເຮັດໃຫ້ສົມບູນ. ນີ້ແມ່ນທ່າທີຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດໃນໄລຍະເລີ່ມຕົ້ນຂອງພາລະກິດຂອງພຣະອົງ. ເຖິງຢ່າງໃດກໍຕາມ, ແມ່ນຫຍັງຄືທ່າທີຂອງມະນຸດຊາດທີ່ມີຕໍ່ພຣະເຈົ້າໃນເວລານັ້ນ? ພຣະເຈົ້າບໍ່ລຶ້ງເຄີຍກັບມະນຸດ ແລະ ພວກເຂົາຖືວ່າພຣະເຈົ້າເປັນຄົນແປກໜ້າ. ສາມາດເວົ້າໄດ້ວ່າ ທ່າທີທີ່ພວກເຂົາມີຕໍ່ພຣະເຈົ້າບໍ່ໄດ້ຮັບຜົນຢ່າງເໝາະສົມ ແລະ ພວກເຂົາບໍ່ໄດ້ມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບວິທີທີ່ພວກເຂົາຄວນປະຕິບັດຕໍ່ພຣະເຈົ້າ. ເມື່ອເປັນດັ່ງນັ້ນ, ພວກເຂົາກໍປະຕິບັດຕໍ່ພຣະອົງແນວໃດກໍໄດ້ທີ່ພວກເຂົາມັກ ແລະ ເຮັດຫຍັງກໍໄດ້ຕາມທີ່ພວກເຂົາມັກ. ພວກເຂົາມີຄວາມຄິດເຫັນໃດໆກ່ຽວກັບພຣະເຈົ້າບໍ? ທໍາອິດ ພວກເຂົາບໍ່ມີ; ສິ່ງທີ່ພວກເຂົາເອີ້ນວ່າຄວາມຄິດເຫັນກໍພຽງແຕ່ເປັນແນວຄິດ ແລະ ຂໍ້ສັນນິຖານບາງຢ່າງກ່ຽວກັບພຣະອົງ. ພວກເຂົາຍອມຮັບຕໍ່ສິ່ງທີ່ສອດຄ່ອງກັບແນວຄິດຂອງພວກເຂົາ ແລະ ເມື່ອບາງສິ່ງບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ, ພວກເຂົາກໍເຊື່ອຟັງມັນແບບພໍເປັນພິທີ, ແຕ່ເລິກໆແລ້ວ ພວກເຂົາຮູ້ສຶກຂັດຂືນຢ່າງຮຸນແຮງ ແລະ ພວກເຂົາຕໍ່ຕ້ານມັນ. ນີ້ແມ່ນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດໃນຕອນເລີ່ມຕົ້ນ: ພຣະເຈົ້າເບິ່ງພວກເຂົາຄືກັບສະມາຊິກໃນຄອບຄົວ, ແຕ່ພວກເຂົາປະຕິບັດຕໍ່ພຣະອົງຄືກັບຄົນແປກໜ້າ. ເຖິງຢ່າງໃດກໍຕາມ ຫຼັງຈາກພາລະກິດຂອງພຣະເຈົ້າໄດ້ດໍາເນີນມາເປັນເວລາໃດໜຶ່ງ, ມະນຸດກໍຈຶ່ງເຂົ້າໃຈວ່າພຣະອົງກຳລັງພະຍາຍາມບັນລຸສິ່ງໃດ ແລະ ພວກເຂົາກໍເລີ່ມຮູ້ວ່າພຣະອົງເປັນພຣະເຈົ້າທີ່ແທ້ຈິງອົງດຽວ; ພວກເຂົາຍັງຮູ້ວ່າພວກເຂົາສາມາດໄດ້ຮັບພອນຈາກພຣະເຈົ້າ. ຜູ້ຄົນຄິດແນວໃດກ່ຽວກັບພຣະເຈົ້າໃນເວລານີ້? ພວກເຂົາເຫັນພຣະເຈົ້າເປັນເສັ້ນຊີວິດ ແລະ ຫວັງທີ່ຈະໄດ້ຮັບເອົາຄວາມເມດຕາ, ພອນ ແລະ ສັນຍາຂອງພຣະອົງ. ໃນເວລານີ້, ພຣະເຈົ້າຄິດແນວໃດກ່ຽວກັບມະນຸດ? ພຣະອົງເຫັນວ່າພວກເຂົາເປັນເປົ້າໝາຍສຳລັບການເອົາຊະນະຂອງພຣະອົງ. ພຣະເຈົ້າຕ້ອງການໃຊ້ພຣະທຳເພື່ອພິພາກສາພວກເຂົາ, ເພື່ອທົດສອບພວກເຂົາ ແລະ ເພື່ອວາງພວກເຂົາຜ່ານການທົດລອງ. ເຖິງຢ່າງໃດກໍຕາມ, ສໍາລັບຜູ້ຄົນໃນສະໄໝນັ້ນແລ້ວ, ພຣະເຈົ້າເປັນພຽງວັດຖຸທີ່ພວກເຂົາສາມາດໃຊ້ເພື່ອບັນລຸເປົ້າໝາຍຂອງພວກເຂົາເທົ່ານັ້ນ. ຜູ້ຄົນເຫັນວ່າຄວາມຈິງທີ່ພຣະເຈົ້າໄດ້ວາງອອກນັ້ນສາມາດເອົາຊະນະ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນໄດ້, ພວກເຂົາມີໂອກາດທີ່ຈະໄດ້ຮັບເອົາສິ່ງຕ່າງໆທີ່ພວກເຂົາຕ້ອງການຈາກພຣະອົງ, ພ້ອມທັງຮັບເອົາຈຸດໝາຍປາຍທາງທີ່ພວກເຂົາຕ້ອງການ. ຍ້ອນສິ່ງນີ້, ຄວາມຈິງໃຈເສດເລັກນ້ອຍຈຶ່ງເກີດຂຶ້ນໃນຫົວໃຈຂອງພວກເຂົາ ແລະ ພວກເຂົາກໍເຕັມໃຈທີ່ຈະຕິດຕາມພຣະເຈົ້າອົງນີ້. ເວລາຜ່ານໄປ ແລະ ເນື່ອງຈາກພວກເຂົາໄດ້ຮັບເອົາຄວາມຮູ້ດ້ານພາຍນອກ ແລະ ຄຳສັ່ງສອນກ່ຽວກັບພຣະເຈົ້າ, ນີ້ເຖິງກັບສາມາດເວົ້າໄດ້ວ່າ ມະນຸດເລີ່ມ “ລຶ້ງເຄີຍ” ກັບພຣະເຈົ້າ ແລະ ພຣະທຳທີ່ພຣະອົງກ່າວ, ການເທດສະໜາຂອງພຣະອົງ, ຄວາມຈິງທີ່ພຣະອົງກ່າວອອກ ແລະ ພາລະກິດຂອງພຣະອົງ. ສະນັ້ນ ພວກເຂົາຈຶ່ງມີຄວາມເຂົ້າໃຈຜິດວ່າ ພຣະເຈົ້າບໍ່ແມ່ນຄົນແປກໜ້າອີກຕໍ່ໄປ ແລະ ພວກເຂົາໄດ້ກ້າວຂາຍ່າງໃນເສັ້ນທາງທີ່ເລີ່ມສອດຄ່ອງກັບພຣະເຈົ້າແລ້ວ. ຈົນຮອດປັດຈຸບັນ, ຜູ້ຄົນໄດ້ຟັງຄຳເທດສະໜາຫຼາຍຢ່າງກ່ຽວກັບຄວາມຈິງ ແລະ ໄດ້ຜະເຊີນພາລະກິດຂອງພຣະເຈົ້າຢ່າງຫຼວງຫຼາຍ. ບໍ່ວ່າຢ່າງໃດກໍຕາມ, ຍ້ອນການແຊກແຊງ ແລະ ການຂັດຂວາງທີ່ເກີດຈາກຫຼາຍປັດໄຈ ແລະ ສະຖານະການທີ່ແຕກຕ່າງກັນ, ຄົນສ່ວນໃຫຍ່ແມ່ນບໍ່ສາມາດສຳເລັດໄດ້ໃນການນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ພວກເຂົາບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ຜູ້ຄົນເລີ່ມຂີ້ຄ້ານເພີ່ມຂຶ້ນເລື້ອຍໆ ແລະ ຂາດຄວາມໝັ້ນໃຈຂຶ້ນເລື້ອຍໆ. ພວກເຂົາເລີ່ມມີຄວາມຮູ້ສຶກວ່າ ພວກເຂົາບໍ່ຮູ້ຜົນກໍາຂອງພວກເຂົາຈະເປັນແນວໃດ. ພວກເຂົາບໍ່ກ້າສະເໜີແນວຄິດທີ່ເກີນຂອບເຂດ ແລະ ພວກເຂົາບໍ່ສະແຫວງຫາເພື່ອກ້າວໜ້າ; ພວກເຂົາໄດ້ແຕ່ຕິດຕາມແບບບໍ່ເຕັມໃຈ, ຍ່າງໄປຂ້າງໜ້າເລື້ອຍໆ. ເມື່ອເວົ້າເຖິງສະພາວະປັດຈຸບັນຂອງມະນຸດ, ແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ກັບພວກເຂົາ? ພຣະອົງພຽງແຕ່ປາຖະໜາທີ່ຈະປະທານຄວາມຈິງເຫຼົ່ານີ້ໃຫ້ແກ່ພວກເຂົາ ແລະ ປູກຝັງຫົນທາງຂອງພຣະອົງໃຫ້ກັບພວກເຂົາ ແລະ ຫຼັງຈາກນັ້ນກໍຈັດກຽມສະຖານະການຕ່າງໆເພື່ອທົດລອງພວກເຂົາໃນວິທີທີ່ແຕກຕ່າງກັນ. ເປົ້າໝາຍຂອງພຣະອົງຄືການໃຊ້ພຣະທຳເຫຼົ່ານີ້, ຄວາມຈິງເຫຼົ່ານີ້ ແລະ ພາລະກິດຂອງພຣະອົງ ແລະ ເຮັດໃຫ້ເກີດຜົນຮັບທີ່ມະນຸດສາມາດຢຳເກງພຣະອົງ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ຄົນສ່ວນໃຫຍ່ທີ່ເຮົາໄດ້ເຫັນພຽງແຕ່ໃຊ້ພຣະທຳຂອງພຣະເຈົ້າ ແລະ ຖືວ່າພຣະທຳເຫຼົ່ານັ້ນເປັນຄຳສັ່ງສອນ, ເປັນພຽງຕົວອັກສອນໃນເຈັ້ຍ ແລະ ກົດລະບຽບໃຫ້ປະຕິບັດຕາມ. ໃນການກະທຳ ແລະ ຄຳເວົ້າຂອງພວກເຂົາ ຫຼື ໃນຂະນະທີ່ກຳລັງຜະເຊີນກັບການທົດລອງ, ພວກເຂົາບໍ່ຖືວ່າຫົນທາງຂອງພຣະເຈົ້າເປັນສິ່ງທີ່ພວກເຂົາຄວນປະຕິບັດຕາມ. ໂດຍສະເພາະແລ້ວ ສິ່ງນີ້ເປັນຄວາມຈິງເມື່ອຜູ້ຄົນຜະເຊີນກັບການທົດລອງຢ່າງໜັກ; ເຮົາບໍ່ເຫັນບຸກຄົນດັ່ງກ່າວປະຕິບັດໃນທິດທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍເລີຍ. ສະນັ້ນ, ທ່າທີຂອງພຣະເຈົ້າຕໍ່ມະນຸດຈຶ່ງເຕັມໄປດ້ວຍຄວາມກຽດຊັງ ແລະ ຄວາມລັງກຽດທີ່ສຸດ. ເຖິງແມ່ນວ່າພຣະອົງໄດ້ໃຫ້ການທົດລອງແກ່ພວກເຂົາຊໍ້າແລ້ວຊໍ້າອີກ, ແມ່ນແຕ່ເປັນຫຼາຍຮ້ອຍຄັ້ງ, ພວກເຂົາກໍຍັງບໍ່ມີທ່າທີຢ່າງຊັດເຈນໃນການສະແດງຄວາມຕັ້ງໃຈຂອງພວກເຂົາ: “ຂ້ານ້ອຍຕ້ອງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ!” ຍ້ອນຜູ້ຄົນບໍ່ມີຄວາມຕັ້ງໃຈແບບນີ້ ແລະ ບໍ່ສະແດງແບບນີ້, ທ່າທີໃນປັດຈຸບັນຂອງພຣະເຈົ້າທີ່ມີຕໍ່ພວກເຂົາຈຶ່ງບໍ່ຄືກັບໃນອະດີດເມື່ອພຣະອົງປະທານຄວາມເມດຕາ, ຄວາມອົດກັ້ນ, ການປ່ອຍວາງ ແລະ ຄວາມອົດທົນໃຫ້ແກ່ພວກເຂົາ. ກົງກັນຂ້າມ, ພຣະອົງຜິດຫວັງທີ່ສຸດໃນມະນຸດຊາດ. ແລ້ວຜູ້ໃດເຮັດໃຫ້ເກີດຄວາມຜິດຫວັງນີ້? ທ່າທີຂອງພຣະເຈົ້າຕໍ່ມະນຸດຂຶ້ນຢູ່ກັບຜູ້ໃດ? ມັນຂຶ້ນຢູ່ກັບທຸກໆຄົນທີ່ຕິດຕາມພຣະອົງ. ໃນຊ່ວງເວລາຫຼາຍປີແຫ່ງພາລະກິດຂອງພຣະອົງ, ພຣະເຈົ້າໄດ້ຮຽກຮ້ອງຫຼາຍຢ່າງຈາກຜູ້ຄົນ ແລະ ຈັດແຈງສະຖານະການຕ່າງໆໃຫ້ກັບພວກເຂົາ. ບໍ່ວ່າພວກເຂົາໄດ້ປະຕິບັດແນວໃດກໍຕາມ ແລະ ບໍ່ວ່າທ່າທີຂອງພວກເຂົາທີ່ມີຕໍ່ພຣະເຈົ້າເປັນແນວໃດກໍຕາມ, ຜູ້ຄົນກໍບໍ່ສາມາດປະຕິບັດໃຫ້ສອດຄ່ອງກັບເປົ້າໝາຍແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍຢ່າງຊັດເຈນໄດ້. ສະນັ້ນ ເຮົາຈຶ່ງຂໍມອບວະລີສັ້ນໆ ແລະ ໃຊ້ວະລີນີ້ເພື່ອອະທິບາຍທຸກສິ່ງທີ່ພວກເຮົາໄດ້ກ່າວມາຂ້າງເທິງກ່ຽວກັບສາເຫດທີ່ຜູ້ຄົນບໍ່ສາມາດຍ່າງໃນຫົນທາງຂອງພຣະເຈົ້າໃນການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ. ແມ່ນຫຍັງຄືວະລີດັ່ງກ່າວນີ້? ວະລີນັ້ນກໍຄື: ພຣະເຈົ້າຖືວ່າມະນຸດເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະອົງ ແລະ ເປົ້າໝາຍຂອງພາລະກິດຂອງພຣະອົງ; ມະນຸດຖືວ່າພຣະເຈົ້າເປັນສັດຕູຂອງພວກເຂົາ ແລະ ຜູ້ຂັດແຍ້ງຂອງພວກເຂົາ. ບັດນີ້ ເຈົ້າໄດ້ເຂົ້າໃຈຢ່າງຊັດເຈນກ່ຽວກັບເລື່ອງນີ້ບໍ? ມັນຊັດເຈນຫຼາຍກ່ຽວກັບທ່າທີຂອງມະນຸດຊາດ ວ່າເປັນແນວໃດ, ທ່າທີຂອງພຣະເຈົ້າເປັນແນວໃດ ແລະ ຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າເປັນແນວໃດ. ບໍ່ວ່າພວກເຈົ້າໄດ້ຟັງການເທດສະໜາຫຼາຍສໍ່າໃດກໍຕາມ, ສິ່ງຕ່າງໆເຫຼົ່ານີ້ທີ່ພວກເຈົ້າໄດ້ໃຊ້ເພື່ອສ້າງຂໍ້ສະຫຼຸບຂອງພວກເຈົ້າເອງ ເຊັ່ນ: ການຊື່ສັດຕໍ່ພຣະເຈົ້າ, ການຍອມຢູ່ພາຍໃຕ້ພຣະເຈົ້າ, ການສະແຫວງຫາຫົນທາງທີ່ສອດຄ່ອງກັບພຣະເຈົ້າ, ຄວາມຕ້ອງການເສຍສະຫຼະຊົ່ວຊີວິດເພື່ອພຣະເຈົ້າ ແລະ ຄວາມຕ້ອງການດຳລົງຊີວິດຢູ່ເພື່ອພຣະເຈົ້າ, ສຳລັບເຮົາແລ້ວ ສິ່ງເຫຼົ່ານັ້ນບໍ່ແມ່ນຕົວຢ່າງຂອງການຍ່າງໃນຫົນທາງຂອງພຣະເຈົ້າຢ່າງມີສະຕິ: ການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ, ແຕ່ກົງກັນຂ້າມ ພວກມັນພຽງແຕ່ເປັນຊ່ອງທາງທີ່ພວກເຈົ້າສາມາດບັນລຸເປົ້າໝາຍບາງຢ່າງເທົ່ານັ້ນ. ເພື່ອບັນລຸສິ່ງເຫຼົ່ານັ້ນ, ພວກເຈົ້າປະຕິບັດຕາມກົດລະບຽບບາງຢ່າງໂດຍບໍ່ເຕັມໃຈ ແລະ ມັນແມ່ນກົດລະບຽບເຫຼົ່ານີ້ທີ່ພາໃຫ້ຜູ້ຄົນຍິ່ງຫ່າງໄກຈາກຫົນທາງແຫ່ງການຢຳເກງ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ສຸດທ້າຍກໍຈັດວາງພຣະເຈົ້າໃຫ້ເປັນຜູ້ຕໍ່ຕ້ານມະນຸດຊາດອີກຄັ້ງ.

ຫົວຂໍ້ໃນມື້ນີ້ຂ້ອນຂ້າງໜັກ, ແຕ່ບໍ່ວ່າຫຍັງກໍຕາມ, ເຮົາກໍຍັງຫວັງວ່າ ເມື່ອພວກເຈົ້າຜ່ານປະສົບການໃນອະນາຄົດ ແລະ ເວລາທີ່ຈະມາຮອດນີ້ ພວກເຈົ້າຈະສາມາດເຮັດສິ່ງທີ່ເຮົາໄດ້ບອກພວກເຈົ້າຢູ່ຂ້າງເທິງ. ຢ່າຖືວ່າພຣະເຈົ້າເປັນພຽງແຕ່ອາກາດທີ່ວ່າງເປົ່າ, ຄືກັບວ່າພຣະອົງມີຕົວຕົນເມື່ອພຣະອົງມີປະໂຫຍດຕໍ່ເຈົ້າເທົ່ານັ້ນ, ແຕ່ບໍ່ມີຕົວຕົນ ເມື່ອພວກເຈົ້າບໍ່ສາມາດໃຊ້ປະໂຫຍດຈາກພຣະອົງໄດ້. ເມື່ອເຈົ້າມີຄວາມຄິດດັ່ງກ່າວໃນຈິດໃຕ້ສຳນຶກຂອງເຈົ້າ, ເຈົ້າກໍ9tເຮັດໃຫ້ພຣະເຈົ້າໃຈຮ້າຍ. ບາງເທື່ອ ມີຄົນເວົ້າວ່າ “ຂ້ານ້ອຍບໍ່ໄດ້ຖືວ່າພຣະເຈົ້າເປັນພຽງອາກາດທີ່ວ່າງເປົ່າ. ຂ້ານ້ອຍອະທິຖານຫາພຣະອົງ ແລະ ຂ້ານ້ອຍພະຍາຍາມເຮັດໃຫ້ພຣະອົງພໍໃຈຢູ່ສະເໝີ ແລະ ທຸກສິ່ງທີ່ຂ້ານ້ອຍເຮັດກໍຢູ່ໃນຂອບເຂດ, ໃນມາດຕະຖານ ແລະ ຫຼັກການທີ່ພຣະເຈົ້າຕ້ອງການ. ຂ້ານ້ອຍບໍ່ໄດ້ປະຕິບັດຕາມແນວຄິດຂອງຂ້ານ້ອຍເອງເລີຍ”. ແມ່ນແລ້ວ, ເຈົ້າປະຕິບັດໃນລັກສະນະນີ້ແມ່ນຖືກຕ້ອງແລ້ວ! ຢ່າງໃດກໍຕາມ, ເຈົ້າຄິດແນວໃດເມື່ອເຈົ້າຜະເຊີນກັບບັນຫານີ້? ເຈົ້າປະຕິບັດແນວໃດເມື່ອເຈົ້າຜະເຊີນກັບບັນຫາດັ່ງກ່າວ? ບາງຄົນຮູ້ສຶກວ່າ ພຣະເຈົ້າເປັນຢູ່ ພຽງເມື່ອພວກເຂົາອະທິຖານຫາພຣະອົງ ແລະ ວິງວອນຫາພຣະອົງ, ແຕ່ເມື່ອໃດກໍຕາມທີ່ພວກເຂົາຜະເຊີນກັບບັນຫາ, ພວກເຂົາກໍມີແນວຄິດຂອງພວກເຂົາເອງ ແລະ ຕ້ອງການປະຕິບັດຕາມແນວຄິດເຫຼົ່ານັ້ນ. ນີ້ໝາຍຄວາມວ່າ ພວກເຂົາຖືພຣະເຈົ້າເປັນພຽງອາກາດທີ່ວ່າງເປົ່າ ແລະ ສະຖານະການດັ່ງກ່າວກໍເຮັດໃຫ້ພຣະເຈົ້າບໍ່ມີຕົວຕົນໃນຄວາມຄິດຂອງພວກເຂົາ. ຜູ້ຄົນເຊື່ອວ່າພຣະເຈົ້າຄວນປະກົດເມື່ອພວກເຂົາຕ້ອງການພຣະອົງ, ແຕ່ບໍ່ແມ່ນເມື່ອພວກເຂົາບໍ່ໄດ້ຕ້ອງການພຣະອົງ. ຜູ້ຄົນຄິດວ່າ ການປະຕິບັດອີງຕາມແນວຄິດຂອງພວກເຂົາເອງແມ່ນພຽງພໍແລ້ວ. ພວກເຂົາເຊື່ອວ່າ ພວກເຂົາສາມາດເຮັດຫຍັງກໍໄດ້ຕາມທີ່ພວກເຂົາພໍໃຈ; ພວກເຂົາບໍ່ເຊື່ອວ່າ ພວກເຂົາຕ້ອງສະແຫວງຫາຫົນທາງຂອງພຣະເຈົ້າ. ສຳລັບຜູ້ຄົນທີ່ຢູ່ໃນສະຖານະການແບບນີ້ໃນປັດຈຸບັນ ແລະ ຕິດຢູ່ໃນສະພາວະແບບນີ້, ພວກເຂົາບໍ່ໄດ້ກຳລັງຊອກຫາໄພອັນຕະລາຍບໍ? ບາງຄົນເວົ້າວ່າ “ບໍ່ວ່າຂ້ານ້ອຍຈະຊອກຫາໄພອັນຕະລາຍ ຫຼື ບໍ່, ຂ້ານ້ອຍກໍມີຄວາມເຊື່ອເປັນເວລາຫຼາຍປີ ແລະ ຂ້ານ້ອຍເຊື່ອວ່າ ພຣະເຈົ້າຈະບໍ່ປະຖິ້ມຂ້ານ້ອຍ, ຍ້ອນພຣະອົງບໍ່ສາມາດເຮັດແບບນັ້ນໄດ້”. ຄົນອື່ນກໍເວົ້າວ່າ “ຂ້ານ້ອຍເຊື່ອໃນພຣະຜູ້ເປັນເຈົ້າຕັ້ງແຕ່ເວລາທີ່ຂ້ານ້ອຍຢູ່ໃນທ້ອງຂອງແມ່ຂ້ານ້ອຍ. ມັນເປັນເວລາສີ່ສິບ ຫຼື ຫ້າສິບປີແລ້ວ, ສະນັ້ນ ເມື່ອເວົ້າເຖິງເລື່ອງເວລາ ຂ້ານ້ອຍແມ່ນມີຄຸນສົມບັດຫຼາຍທີ່ສຸດທີ່ຈະຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ຂ້ານ້ອຍກໍມີຄຸນສົມບັດຫຼາຍທີ່ສຸດທີ່ຈະລອດຊີວິດ. ຕະຫຼອດເວລາສີ່ ຫຼື ຫ້າທົດສະວັດນີ້, ຂ້ານ້ອຍໄດ້ປະຖິ້ມຄອບຄົວຂອງຂ້ານ້ອຍ ແລະ ອາຊີບຂອງຂ້ານ້ອຍ ແລະ ຂ້ານ້ອຍໄດ້ສະຫຼະທຸກສິ່ງທີ່ຂ້ານ້ອຍມີ, ສິ່ງຕ່າງໆເຊັ່ນ: ເງິນ, ສະຖານະ, ຄວາມສຸກ ແລະ ເວລາກັບຄອບຄົວຂອງຂ້ານ້ອຍ. ຂ້ານ້ອຍບໍ່ໄດ້ກິນອາຫານທີ່ແຊບຫຼາຍຢ່າງ, ຂ້ານ້ອຍບໍ່ໄດ້ຮັບຄວາມບັນເທີງຫຼາຍຢ່າງ, ຂ້ານ້ອຍບໍ່ໄດ້ໄປຢ້ຽມຢາມສະຖານທີ່ໆໜ້າສົນໃຈຫຼາຍບ່ອນ ແລະ ຂ້ານ້ອຍເຖິງກັບໄດ້ຜະເຊີນກັບຄວາມທຸກທີ່ຄົນປົກກະຕິບໍ່ສາມາດທົນໄດ້. ໃນເມື່ອຂ້ານ້ອຍໄດ້ຜ່ານທຸກເລື່ອງດັ່ງກ່າວນີ້ແລ້ວ, ຖ້າພຣະເຈົ້າບໍ່ສາມາດຊ່ວຍຂ້ານ້ອຍໃຫ້ລອດພົ້ນໄດ້, ກໍແປວ່າຂ້ານ້ອຍຖືກປະຕິບັດນໍາຢ່າງບໍ່ຍຸຕິທຳ ແລະ ຂ້ານ້ອຍບໍ່ສາມາດເຊື່ອໃນພຣະເຈົ້າແບບນີ້ໄດ້”. ມີຫຼາຍຄົນທີ່ມີມຸມມອງແບບນີ້ບໍ່? (ມີ). ດີແລ້ວ, ເມື່ອເປັນດັ່ງນັ້ນ ມື້ນີ້ ເຮົາຈະຊ່ວຍໃຫ້ພວກເຈົ້າເຂົ້າໃຈຂໍ້ແທ້ຈິງ: ຜູ້ຄົນທີ່ມີມຸມມອງດັ່ງກ່າວແມ່ນລ້ວນແລ້ວແຕ່ສ້າງບັນຫາໃຫ້ກັບຕົນເອງ. ນີ້ກໍຍ້ອນວ່າ ພວກເຂົາອັດຫູອັດຕາຂອງພວກເຂົາດ້ວຍຈິນຕະນາການຂອງພວກເຂົາເອງ. ຍ້ອນຈິນຕະນາການເຫຼົ່ານີ້, ພ້ອມທັງຂໍ້ສະຫຼຸບຂອງພວກເຂົາເອງທີ່ມາແທນມາດຕະຖານທີ່ພຣະເຈົ້າຮຽກຮ້ອງໃຫ້ມະນຸດບັນລຸ ແລະ ຢັບຢັ້ງພວກເຂົາບໍ່ໃຫ້ຮັບເອົາເຈດຕະນາທີ່ແທ້ຈິງຂອງພຣະເຈົ້າ. ມັນເຮັດໃຫ້ພວກເຂົາບໍ່ສາມາດຮູ້ສຶກເຖິງການເປັນຢູ່ທີ່ແທ້ຈິງຂອງພຣະອົງ ແລະ ມັນຍັງເຮັດໃຫ້ພວກເຂົາສູນເສຍໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ສູນເສຍສ່ວນໃດໜຶ່ງຈາກຄໍາສັນຍາຂອງພຣະເຈົ້າ ຫຼື ສ່ວນແບ່ງໃນສັນຍາຂອງພຣະເຈົ້າ.

ວິທີທີ່ພຣະເຈົ້າກຳນົດຜົນຕາມມາຂອງຜູ້ຄົນ ແລະ ມາດຕະຖານທີ່ພຣະອົງນໍາໃຊ້

ກ່ອນທີ່ເຈົ້າຈະຕັດສິນໃຈກ່ຽວກັບມຸມມອງ ຫຼື ຂໍ້ສະຫຼຸບໃດໜຶ່ງ, ເຈົ້າຄວນເຂົ້າໃຈກ່ອນວ່າ ແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ເຈົ້າ ແລະ ພຣະອົງກຳລັງຄິດຫຍັງ ແລະ ຫຼັງຈາກນັ້ນເຈົ້າຈຶ່ງຈະສາມາດຕັດສິນໃຈວ່າຄວາມຄິດຂອງເຈົ້າເອງນັ້ນຖືກຕ້ອງ ຫຼື ບໍ່. ພຣະເຈົ້າບໍ່ເຄີຍໃຊ້ເວລາເພື່ອເປັນເຄື່ອງວັດແທກໃນການກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງ ຫຼື ພຣະອົງເຄີຍອີງໃສ່ຂໍ້ກຳນົດດັ່ງກ່າວເພື່ອກໍານົດບຸກຄົນໃດໜຶ່ງວ່າທົນທຸກຫຼາຍສໍ່າໃດ. ແລ້ວພຣະເຈົ້າໃຊ້ຫຍັງເປັນມາດຕະຖານເພື່ອກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງ? ການກຳນົດຜົນຕາມມາໂດຍອີງໃສ່ເວລາເປັນສິ່ງທີ່ສອດຄ່ອງກັບແນວຄິດຂອງຜູ້ຄົນຫຼາຍທີ່ສຸດ. ຍິ່ງໄປກວ່ານັ້ນ ຍັງມີຄົນທີ່ພວກເຈົ້າມັກເຫັນວ່າ ໃນຈຸດໃດໜຶ່ງ ພວກເຂົາໄດ້ອຸທິດຢ່າງຫຼວງຫຼາຍ, ເສຍສະຫຼະຢ່າງຫຼວງຫຼາຍ, ຈ່າຍລາຄາແພງ ແລະ ທົນທຸກຢ່າງຫຼວງຫຼາຍ. ຕາມທີ່ພວກເຈົ້າໄດ້ເຫັນ, ຄົນເຫຼົ່ານີ້ແມ່ນຄົນທີ່ຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ. ທຸກສິ່ງທີ່ຄົນເຫຼົ່ານີ້ສະແດງອອກ ແລະ ດຳລົງຊີວິດຕາມແມ່ນສອດຄ່ອງກັບແນວຄິດຂອງຜູ້ຄົນກ່ຽວກັບມາດຕະຖານທີ່ຕັ້ງໂດຍພຣະເຈົ້າເພື່ອກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງຢ່າງແນ່ນອນ. ບໍ່ວ່າພວກເຈົ້າຈະເຊື່ອຫຍັງກໍຕາມ, ເຮົາຈະບໍ່ຍົກຕົວຢ່າງເຫຼົ່ານີ້ເທື່ອລະອັນ. ເວົ້າໂດຍສັງເຂບກໍຄື ສິ່ງໃດກໍຕາມທີ່ບໍ່ແມ່ນມາດຕະຖານພາຍໃນຄວາມຄິດຂອງພຣະເຈົ້າເອງແມ່ນມາຈາກຈິນຕະນາການຂອງມະນຸດ ແລະ ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ເປັນແນວຄິດຂອງມະນຸດ. ຖ້າເຈົ້າຢືນຢັນຢ່າງລັບຫູລັບຕາໃນແນວຄິດ ແລະ ຄວາມເພີ້ຝັນຂອງເຈົ້າເອງ, ແລ້ວແມ່ນຫຍັງຈະເປັນຜົນຕາມມາ? ມັນຂ້ອນຂ້າງຊັດເຈນແລ້ວວ່າ ຜົນຕາມມາຂອງສິ່ງນີ້ແມ່ນເປັນພຽງຍ້ອນພຣະເຈົ້າປະຕິເສດເຈົ້າ. ນີ້ກໍຍ້ອນວ່າ ເຈົ້າໂອ້ອວດຄຸນນະວຸດຂອງເຈົ້າຕໍ່ໜ້າພຣະເຈົ້າ, ແຂ່ງຂັນກັບພຣະອົງ ແລະ ໂຕ້ຖຽງພຣະອົງຢູ່ສະເໝີ ແລະ ເຈົ້າບໍ່ພະຍາຍາມທີ່ຈະເຂົ້າໃຈຄວາມຄິດຂອງພຣະອົງຢ່າງແທ້ຈິງ ແລະ ເຈົ້າບໍ່ພະຍາຍາມທີ່ຈະເຂົ້າໃຈຄວາມປະສົງຂອງພຣະອົງ ຫຼື ພະຍາຍາມເຂົ້າໃຈທ່າທີຂອງພຣະອົງທີ່ມີຕໍ່ມະນຸດຊາດ. ການດຳເນີນໃນລັກສະນະນີ້ແມ່ນໃຫ້ກຽດແກ່ຕົວເຈົ້າເອງເໜືອສິ່ງອື່ນໃດ; ມັນບໍ່ໄດ້ຍ້ອງຍໍສັນລະເສີນພຣະເຈົ້າ. ເຈົ້າເຊື່ອໃນຕົວເອງ; ເຈົ້າບໍ່ໄດ້ເຊື່ອໃນພຣະເຈົ້າ. ພຣະເຈົ້າບໍ່ຕ້ອງການຄົນແບບນັ້ນ ຫຼື ພຣະອົງຈະນໍາຄວາມລອດພົ້ນມາໃຫ້ກັບພວກເຂົາ. ຖ້າເຈົ້າສາມາດປະຖິ້ມມຸມມອງແບບນີ້ ແລະ ຍິ່ງໄປກວ່ານັ້ນ ຖ້າເຈົ້າສາມາດແກ້ໄຂມຸມມອງທີ່ບໍ່ຖືກຕ້ອງເຫຼົ່ານັ້ນທີ່ເຈົ້າມີໃນອະດີດ, ຖ້າເຈົ້າສາມາດປະຕິບັດໃນລັກສະນະທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍຕັ້ງແຕ່ຕອນນີ້ເປັນຕົ້ນໄປ, ຖ້າເຈົ້າສາມາດສັນລະເສີນພຣະເຈົ້າທີ່ເປັນຜູ້ຍິ່ງໃຫຍ່ໃນບັນດາສິ່ງທັງປວງ ແລະ ລະເວັ້ນຈາກການໃຊ້ຄວາມເພີ້ຝັນ, ມຸມມອງ ຫຼື ຄວາມເຊື່ອສ່ວນຕົວຂອງເຈົ້າເອງເພື່ອໃຫ້ນິຍາມຕົວເອງ ແລະ ພຣະເຈົ້າ ແລະ ກົງກັນຂ້າມ ຖ້າເຈົ້າສາມາດສະແຫວງຫາເຈດຕະນາຂອງພຣະເຈົ້າໃນທຸກສິ່ງ, ມາຮູ້ຈັກ ແລະ ເຂົ້າໃຈທ່າທີຂອງພຣະອົງທີ່ມີຕໍ່ມະນຸດຊາດ ແລະ ເຮັດໃຫ້ພຣະອົງພໍໃຈໂດຍບັນລຸມາດຕະຖານຂອງພຣະອົງ, ແລ້ວນັ້ນກໍຈະເປັນສິ່ງທີ່ມະຫັດສະຈັນ! ມັນຈະເປັນສິ່ງພິສູດວ່າ ເຈົ້າກຳລັງຈະເລີ່ມຕົ້ນໃນຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ.

ຖ້າພຣະເຈົ້າບໍ່ໃຊ້ຄວາມຄິດ, ແນວຄິດ ແລະ ມຸມມອງທີ່ຫຼາກຫຼາຍຂອງຜູ້ຄົນໃຫ້ເປັນມາດຕະຖານເພື່ອກຳນົດຜົນຕາມມາຂອງພວກເຂົາ, ແລ້ວພຣະອົງຈະໃຊ້ມາດຕະຖານປະເພດໃດເພື່ອກຳນົດຜົນຕາມມາຂອງຜູ້ຄົນ? ພຣະອົງໃຊ້ການທົດລອງເພື່ອກຳນົດຜົນຕາມມາຂອງພວກເຂົາ. ມີສອງມາດຕະຖານທີ່ພຣະເຈົ້າໃຊ້ໃນການທົດລອງເພື່ອກຳນົດຜົນຕາມມາຂອງຜູ້ຄົນ: ຢ່າງທຳອິດ ແມ່ນຈຳນວນການທົດລອງທີ່ຜູ້ຄົນຕ້ອງຜະເຊີນ ແລະ ຢ່າງທີສອງ ແມ່ນຜົນຕາມມາຂອງການທົດລອງເຫຼົ່ານີ້ທີ່ມີຕໍ່ຜູ້ຄົນ. ມັນແມ່ນຕົວບົ່ງຊີ້ສອງຢ່າງນີ້ເອງທີ່ສ້າງຜົນຕາມມາຂອງບຸກຄົນໃດໜຶ່ງ. ບັດນີ້, ໃຫ້ພວກເຮົາມາຂະຫຍາຍຄວາມກ່ຽວກັບສອງມາດຕະຖານເຫຼົ່ານີ້.

ຢ່າງທໍາອິດ, ເມື່ອບຸກຄົນໃດໜຶ່ງຜະເຊີນກັບການທົດລອງຈາກພຣະເຈົ້າ (ໝາຍເຫດ: ມັນສາມາດເປັນໄປໄດ້ທີ່ໃນສາຍຕາຂອງເຈົ້າ, ການທົດລອງນີ້ອາດເປັນການທົດລອງເລັກໆນ້ອຍໆທີ່ບໍ່ສົມຄວນແກ່ການກ່າວເຖິງ), ພຣະອົງຈະເຮັດໃຫ້ເຈົ້າຮູ້ຢ່າງຊັດເຈນວ່າ ນີ້ແມ່ນມືຂອງພຣະອົງທີ່ຢູ່ເທິງເຈົ້າ ແລະ ແມ່ນພຣະອົງເອງທີ່ຈັດແຈງສະຖານະການນີ້ໃຫ້ກັບເຈົ້າ. ໃນຂະນະທີ່ເຈົ້າຍັງມີວຸດທິພາວະເປັນເດັກນ້ອຍ, ພຣະເຈົ້າຈະຈັດແຈງການທົດລອງເພື່ອທົດສອບເຈົ້າ ແລະ ການທົດລອງເຫຼົ່ານີ້ຈະສອດຄ່ອງກັບວຸດທິພາວະຂອງເຈົ້າ, ສິ່ງທີ່ເຈົ້າສາມາດເຂົ້າໃຈໄດ້ ແລະ ສິ່ງທີ່ເຈົ້າສາມາດອົດທົນໄດ້. ພາກສ່ວນໃດຂອງເຈົ້າຈະຖືກທົດສອບ? ທ່າທີຂອງເຈົ້າທີ່ມີຕໍ່ພຣະເຈົ້າ. ທ່າທີນີ້ສຳຄັນຫຼາຍບໍ? ແນ່ນອນ ມັນສຳຄັນ! ມັນມີຄວາມສຳຄັນເປັນພິເສດ! ທ່າທີ່ນີ້ຂອງມະນຸດແມ່ນຜົນທີ່ພຣະເຈົ້າປາຖະໜາ, ສະນັ້ນ ສໍາລັບພຣະອົງແລ້ວ, ມັນເປັນສິ່ງທີ່ສຳຄັນທີ່ສຸດໃນບັນດາສິ່ງທັງປວງ. ບໍ່ດັ່ງນັ້ນ, ພຣະເຈົ້າຈະບໍ່ໃຊ້ຄວາມພະຍາຍາມຂອງພຣະອົງກັບຜູ້ຄົນໂດຍການປະຕິບັດພາລະກິດດັ່ງກ່າວ. ດ້ວຍວິທີການທົດລອງເຫຼົ່ານີ້, ພຣະເຈົ້າຕ້ອງການເຫັນທ່າທີຂອງເຈົ້າທີ່ມີຕໍ່ພຣະອົງ; ພຣະອົງຕ້ອງການເຫັນວ່າ ເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງ ຫຼື ບໍ່. ພຣະອົງຍັງຕ້ອງການເຫັນວ່າ ເຈົ້າຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່. ສະນັ້ນ ບໍ່ວ່າເຈົ້າຈະເຂົ້າໃຈຫຼາຍ ຫຼື ໜ້ອຍກ່ຽວກັບຄວາມຈິງໃນເວລາໃດໜຶ່ງກໍຕາມ, ເຈົ້າກໍຈະຍັງຜະເຊີນກັບການທົດລອງຂອງພຣະເຈົ້າ ແລະ ເມື່ອເຈົ້າເຂົ້າໃຈຄວາມຈິງຫຼາຍຂຶ້ນ ພຣະອົງກໍຈະສືບຕໍ່ຈັດແຈງການທົດລອງທີ່ກ່ຽວຂ້ອງໄວ້ໃຫ້ກັບເຈົ້າ. ເມື່ອເຈົ້າຜະເຊີນກັບການທົດລອງອີກຄັ້ງ, ພຣະເຈົ້າກໍຕ້ອງການທີ່ຈະເຫັນວ່າມຸມມອງຂອງເຈົ້າ, ແນວຄິດຂອງເຈົ້າ ແລະ ທ່າທີຂອງເຈົ້າທີ່ມີຕໍ່ພຣະອົງໄດ້ຜະເຊີນກັບການເຕີບໂຕໃນຊ່ວງເວລາຂອງການທົດລອງນັ້ນ ຫຼື ບໍ່. ບາງຄົນຄິດສົງໄສວ່າ “ເປັນຫຍັງພຣະເຈົ້າຈຶ່ງຕ້ອງການເຫັນທ່າທີຂອງຜູ້ຄົນຢູ່ສະເໝີ? ພຣະອົງບໍ່ໄດ້ເຫັນວິທີທີ່ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດບໍ? ເປັນຫຍັງພຣະອົງຈຶ່ງຍັງຕ້ອງການເຫັນທ່າທີຂອງພວກເຂົາ?” ນີ້ແມ່ນການເວົ້າແບບບ້າໆບໍໆທີ່ບໍ່ສົມເຫດສົມຜົນ! ເນື່ອງຈາກພຣະເຈົ້າປະຕິບັດພາລະກິດໃນລັກສະນະນີ້, ຄວາມປະສົງຂອງພຣະອົງກໍຕ້ອງຢູ່ໃນຂອບເຂດນີ້. ພຣະເຈົ້າສັງເກດຜູ້ຄົນຢູ່ທາງຂ້າງຕະຫຼອດເວລາ, ເຝົ້າເບິ່ງຄຳເວົ້າ ແລະ ການກະທຳທຸກຢ່າງຂອງພວກເຂົາ, ການກະທຳ ແລະ ການເຄື່ອນໄຫວທຸກຢ່າງຂອງພວກເຂົາ; ພຣະອົງເຖິງກັບສັງເກດຄວາມຄິດ ແລະ ແນວຄິດທຸກຢ່າງຂອງພວກເຂົາ. ພຣະເຈົ້າສັງເກດທຸກສິ່ງທີ່ເກີດຂຶ້ນກັບຜູ້ຄົນ, ການກະທຳທີ່ດີຂອງພວກເຂົາ, ຂໍ້ບົກຜ່ອງຂອງພວກເຂົາ, ການລະເມີດຂອງພວກເຂົາ, ແມ່ນແຕ່ການກະບົດ ແລະ ການທໍລະຍົດຂອງພວກເຂົາ, ເພື່ອເປັນຫຼັກຖານໃນການກຳນົດຜົນຕາມມາຂອງພວກເຂົາ. ໃນຂະນະທີ່ພາລະກິດຂອງພຣະເຈົ້າຖືກຍົກຂຶ້ນເທື່ອລະບາດກ້າວ, ເຈົ້າຈະໄດ້ຍິນຄວາມຈິງຫຼາຍຂຶ້ນ ແລະ ຍອມຮັບເອົາສິ່ງຕ່າງໆ ແລະ ຂໍ້ມູນທີ່ເປັນບວກຫຼາຍຂຶ້ນ ແລະ ເຈົ້າຈະໄດ້ຮັບຄວາມເປັນຈິງແຫ່ງຄວາມຈິງຫຼາຍຂຶ້ນ. ຕະຫຼອດທັງຂະບວນການນີ້, ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າກໍຈະເພີ່ມຂຶ້ນເຊັ່ນກັນ ແລະ ໃນຂະນະທີ່ພວກມັນເພີ່ມຂຶ້ນ, ພຣະອົງກໍຈະຈັດແຈງການທົດລອງທີ່ຈິງຈັງຂຶ້ນໃຫ້ກັບເຈົ້າ. ເປົ້າໝາຍຂອງພຣະອົງແມ່ນເພື່ອກວດສອບວ່າ ທ່າທີຂອງເຈົ້າທີ່ມີຕໍ່ພຣະອົງໄດ້ພັດທະນາໃນລະຫວ່າງນັ້ນ ຫຼື ບໍ່. ແນ່ນອນ, ເມື່ອສິ່ງນີ້ເກີດຂຶ້ນ, ມຸມມອງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າກໍຈະສອດຄ່ອງກັບຄວາມເຂົ້າໃຈທີ່ເຈົ້າມີກ່ຽວກັບຄວາມເປັນຈິງແຫ່ງຄວາມຈິງ.

ໃນຂະນະທີ່ວຸດທິພາວະຂອງເຈົ້າໄດ້ສະສົມຂຶ້ນເທື່ອລະໜ້ອຍ, ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າກໍຈະສະສົມຂຶ້ນເຊັ່ນກັນ. ໃນຂະນະທີ່ເຈົ້າຍັງເປັນເດັກນ້ອຍ, ພຣະອົງຈະກຳນົດມາດຕະຖານທີ່ຕໍ່າສຸດໃຫ້ເຈົ້າໄດ້ບັນລຸ; ເມື່ອວຸດທິພາວະຂອງເຈົ້າສູງຂຶ້ນໜ້ອຍໜຶ່ງ, ພຣະອົງກໍຈະຍົກມາດຕະຖານຂອງເຈົ້າໃຫ້ສູງຂຶ້ນເຊັ່ນກັນ. ແຕ່ພຣະເຈົ້າຈະເຮັດຫຍັງຫຼັງຈາກທີ່ເຈົ້າໄດ້ຮັບເອົາຄວາມເຂົ້າໃຈກ່ຽວກັບຄວາມຈິງທັງໝົດແລ້ວ? ພຣະອົງຈະເຮັດໃຫ້ເຈົ້າຜະເຊີນກັບການທົດລອງຫຼາຍຂຶ້ນ. ໃນທ່າມກາງການທົດລອງເຫຼົ່ານີ້, ສິ່ງທີ່ພຣະເຈົ້າປາຖະໜາຈະໄດ້ຮັບຈາກເຈົ້າ, ສິ່ງທີ່ພຣະອົງຕ້ອງການເຫັນຈາກເຈົ້າ, ກໍຄືຄວາມຮູ້ທີ່ເລິກເຊິ່ງຍິ່ງຂຶ້ນກ່ຽວກັບພຣະເຈົ້າ, ການເຄົາລົບນັບຖືພຣະອົງຢ່າງແທ້ຈິງ. ໃນເວລານີ້, ສິ່ງທີ່ພຣະອົງຮຽກຮ້ອງຈາກເຈົ້າກໍຈະສູງຂຶ້ນ ແລະ “ເຄັ່ງຄັດຂຶ້ນ” ກວ່າຕອນທີ່ວຸດທິພາວະຂອງເຈົ້າຍັງຕໍ່າກວ່ານີ້ (ໝາຍເຫດ: ຜູ້ຄົນອາດເບິ່ງສິ່ງເຫຼົ່ານີ້ວ່າເຄັ່ງຄັດ, ແຕ່ໃນຄວາມເປັນຈິງແລ້ວ ພຣະເຈົ້າເບິ່ງສິ່ງເຫຼົ່ານີ້ວ່າສົມເຫດສົມຜົນ). ເມື່ອພຣະເຈົ້າທົດລອງຜູ້ຄົນ, ພຣະອົງປາຖະໜາທີ່ຈະສ້າງຄວາມເປັນຈິງແບບໃດ? ພຣະອົງຮຽກຮ້ອງຢ່າງສະໝໍ່າສະເໝີໃຫ້ຜູ້ຄົນມອບຫົວໃຈຂອງພວກເຂົາແກ່ພຣະເຈົ້າ. ບາງຄົນຈະເວົ້າວ່າ “ຂ້ານ້ອຍຈະມອບສິ່ງນັ້ນໄດ້ແນວໃດ? ຂ້ານ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ານ້ອຍແລ້ວ; ຂ້ານ້ອຍໄດ້ປະຖິ້ມເຮືອນ ແລະ ການເປັນຢູ່ຂອງຂ້ານ້ອຍ ແລະ ຂ້ານ້ອຍໄດ້ເສຍສະຫຼະຕົນເອງ. ສິ່ງເຫຼົ່ານີ້ບໍ່ລ້ວນແລ້ວແຕ່ແມ່ນຕົວຢ່າງທີ່ຂ້ານ້ອຍມອບຫົວໃຈຂອງຂ້ານ້ອຍໃຫ້ກັບພຣະເຈົ້າບໍ? ຂ້ານ້ອຍຈະສາມາດມອບຫົວໃຈຂອງຂ້ານ້ອຍໃຫ້ກັບພຣະເຈົ້າໄດ້ແນວໃດອີກ? ມັນເປັນໄປໄດ້ບໍວ່າ ໃນຄວາມເປັນຈິງແລ້ວ ສິ່ງເຫຼົ່ານີ້ບໍ່ແມ່ນວິທີການມອບຫົວໃຈຂອງຂ້ານ້ອຍໃຫ້ກັບພຣະອົງ? ແມ່ນຫຍັງຄືສິ່ງທີ່ພຣະເຈົ້າຮຽກຮ້ອງຕ້ອງການແທ້ໆ?” ສິ່ງທີ່ຮຽກຮ້ອງຕ້ອງການນັ້ນແມ່ນງ່າຍຫຼາຍ. ໃນຄວາມຈິງແລ້ວ, ມີບາງຄົນທີ່ໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າໃນລະດັບທີ່ແຕກຕ່າງກັນຢູ່ແລ້ວ ໃນລະຫວ່າງຂັ້ນຕອນຕ່າງໆໃນການທົດລອງຂອງພວກເຂົາ, ແຕ່ຜູ້ຄົນສ່ວນໃຫຍ່ແມ່ນບໍ່ເຄີຍມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າເລີຍ. ເມື່ອພຣະເຈົ້າທົດລອງເຈົ້າ, ພຣະອົງເບິ່ງວ່າຫົວໃຈຂອງເຈົ້າຢູ່ກັບພຣະອົງ, ຢູ່ກັບເນື້ອໜັງ ຫຼື ຢູ່ກັບຊາຕານ. ເມື່ອພຣະເຈົ້າທົດລອງເຈົ້າ, ພຣະອົງເບິ່ງວ່າເຈົ້າກຳລັງຕໍ່ຕ້ານພຣະອົງ ຫຼື ຢູ່ໃນຕໍາແໜ່ງທີ່ເຂົ້າກັນກັບພຣະອົງ ແລະ ພຣະອົງຍັງເບິ່ງວ່າຫົວໃຈຂອງເຈົ້າຢູ່ຂ້າງພຣະອົງ ຫຼື ບໍ່. ເມື່ອເຈົ້າເປັນເດັກນ້ອຍ ແລະ ກຳລັງຜະເຊີນກັບການທົດລອງ, ເຈົ້າກໍຈະມີຄວາມໝັ້ນໃຈພຽງເລັກນ້ອຍ ແລະ ເຈົ້າບໍ່ສາມາດຮູ້ຢ່າງແນ່ນອນວ່າແມ່ນຫຍັງທີ່ເຈົ້າຕ້ອງການເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ, ຍ້ອນຄວາມເຂົ້າໃຈທີ່ເຈົ້າມີກ່ຽວກັບຄວາມຈິງນັ້ນມີຈຳກັດ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າຍັງສາມາດອະທິຖານຫາພຣະເຈົ້າຢ່າງແທ້ຈິງ ແລະ ຢ່າງຈິງໃຈ ແລະ ຖ້າເຈົ້າສາມາດເຕັມໃຈທີ່ຈະມອບຫົວໃຈຂອງເຈົ້າໃຫ້ກັບພຣະອົງ, ເຮັດໃຫ້ພຣະອົງເປັນກະສັດຂອງເຈົ້າ ແລະ ເຕັມໃຈມອບຖວາຍທຸກສິ່ງເຫຼົ່ານັ້ນທີ່ເຈົ້າເຊື່ອວ່າລໍ້າຄ່າທີ່ສຸດໃຫ້ກັບພຣະອົງ, ເຈົ້າແມ່ນໄດ້ມອບຫົວໃຈຂອງເຈົ້າທັງມົດໃຫ້ກັບພຣະເຈົ້າແລ້ວ. ເມື່ອເຈົ້າໄດ້ຟັງຄຳເທດສະໜາຫຼາຍຂຶ້ນ ແລະ ເຂົ້າໃຈຄວາມຈິງຫຼາຍຂຶ້ນ, ວຸດທິພາວະຂອງເຈົ້າກໍຈະເຕີບໃຫຍ່ຂຶ້ນເທື່ອລະໜ້ອຍເຊັ່ນກັນ. ໃນເວລານີ້, ມາດຕະຖານທີ່ພຣະເຈົ້າຮຽກຮ້ອງກໍຈະບໍ່ຄືກັບຕອນທີ່ເຈົ້າເປັນເດັກນ້ອຍ; ພຣະອົງຈະຮຽກຮ້ອງເອົາມາດຕະຖານທີ່ສູງຂຶ້ນຈາກເຈົ້າ. ໃນຂະນະທີ່ຜູ້ຄົນມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າເທື່ອລະໜ້ອຍ, ຫົວໃຈຂອງພວກເຂົາກໍຈະເລີ່ມຍັບເຂົ້າໃກ້ພຣະອົງຢ່າງຊ້າໆ; ໃນຂະນະທີ່ຜູ້ຄົນສາມາດຍັບເຂົ້າໃກ້ພຣະເຈົ້າຢ່າງແທ້ຈິງ, ຫົວໃຈຂອງພວກເຂົາກໍຈະເຄົາລົບນັບຖືພຣະອົງຫຼາຍຍິ່ງຂຶ້ນ. ສິ່ງທີ່ພຣະເຈົ້າຕ້ອງການກໍເປັນພຽງຫົວໃຈແບບນັ້ນ.

ເມື່ອພຣະເຈົ້າຕ້ອງການຮັບເອົາຫົວໃຈຂອງຄົນໃດໜຶ່ງ, ພຣະອົງຈະເຮັດໃຫ້ບຸກຄົນນັ້ນຜ່ານການທົດລອງບາງຢ່າງ. ໃນລະຫວ່າງການທົດລອງເຫຼົ່ານີ້, ຖ້າພຣະເຈົ້າບໍ່ໄດ້ຮັບເອົາຫົວໃຈຂອງບຸກຄົນນັ້ນ ຫຼື ເຫັນວ່າບຸກຄົນດັ່ງກ່າວມີທ່າທີໃດໜຶ່ງ, ນັ້ນໝາຍຄວາມວ່າ ຖ້າພຣະເຈົ້າບໍ່ເຫັນວ່າບຸກຄົນນັ້ນກຳລັງປະຕິບັດ ຫຼື ປະພຶດໃນລັກສະນະທີ່ສະແດງຄວາມເຄົາລົບນັບຖືຕໍ່ພຣະອົງ ແລະ ຖ້າພຣະອົງຍັງບໍ່ເຫັນທ່າທີ ແລະ ຄວາມຕັ້ງໃຈທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍໃນບຸກຄົນນັ້ນ, ແລ້ວຫຼັງຈາກການທົດລອງເຫຼົ່ານັ້ນ, ຄວາມອົດທົນຂອງພຣະເຈົ້າກັບພວກເຂົາກໍຈະຫາຍໄປ ແລະ ພຣະອົງກໍຈະບໍ່ອົດກັ້ນກັບພວກເຂົາອີກຕໍ່ໄປ. ພຣະອົງຈະບໍ່ທົດລອງບຸກຄົນນັ້ນອີກຕໍ່ໄປ ແລະ ພຣະອົງຈະບໍ່ປະຕິບັດພາລະກິດໃນພວກເຂົາອີກຕໍ່ໄປ. ແລ້ວນີ້ໝາຍຄວາມວ່າແນວໃດສຳລັບຜົນຕາມມາຂອງບຸກຄົນດັ່ງກ່າວ? ມັນໝາຍຄວາມວ່າ ພວກເຂົາບໍ່ມີຜົນຕາມມາ. ບາງເທື່ອ ບຸກຄົນດັ່ງກ່າວບໍ່ໄດ້ເຮັດຊົ່ວຫຍັງ; ບາງເທື່ອ ພວກເຂົາບໍ່ໄດ້ເຮັດຫຍັງທີ່ເຮັດໃຫ້ແຕກຫັກ ແລະ ບໍ່ໄດ້ກໍ່ໃຫ້ເກີດການລົບກວນໃດໆ. ບາງເທື່ອ ພວກເຂົາບໍ່ໄດ້ຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ. ເຖິງຢ່າງໃດກໍຕາມ, ຫົວໃຈຂອງພວກເຂົາກໍຍັງລີ້ລັບຈາກພຣະເຈົ້າ; ພວກເຂົາບໍ່ເຄີຍມີທ່າທີ ແລະ ມຸມມອງທີ່ຊັດເຈນຕໍ່ພຣະເຈົ້າ ແລະ ພຣະເຈົ້າບໍ່ສາມາດເຫັນໄດ້ຢ່າງຊັດເຈນວ່າ ຫົວໃຈຂອງພວກເຂົາໄດ້ຖືກມອບໃຫ້ກັບພຣະອົງແລ້ວ ຫຼື ພວກເຂົາກຳລັງສະແຫວງຫາເພື່ອຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ພຣະເຈົ້າສູນເສຍຄວາມອົດທົນກັບຄົນດັ່ງກ່າວ ແລະ ຈະບໍ່ຈ່າຍລາຄາໃດເລີຍໃຫ້ກັບພວກເຂົາ, ບໍ່ຍື່ນຄວາມເມດຕາໃຫ້ກັບພວກເຂົາ ຫຼື ປະຕິບັດພາລະກິດໃນພວກເຂົາອີກຕໍ່ໄປ. ຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນໄດ້ສິ້ນສຸດລົງແລ້ວ. ນີ້ກໍຍ້ອນວ່າ ໃນການທົດລອງທັງໝົດທີ່ພຣະເຈົ້າໄດ້ໃຫ້ກັບພວກເຂົານັ້ນ, ພຣະເຈົ້າບໍ່ໄດ້ຮັບຜົນທີ່ພຣະອົງຕ້ອງການ. ສະນັ້ນຈຶ່ງມີຄົນຈຳນວນຫຼາຍທີ່ເຮົາບໍ່ເຄີຍເຫັນແສງເຍືອງທາງ ແລະ ແສງສະຫວ່າງຂອງພຣະວິນຍານບໍລິສຸດໃນຕົວພວກເຂົາ. ແລ້ວຈະສາມາດເຫັນສິ່ງນີ້ໄດ້ແນວໃດ? ຄົນເຫຼົ່ານີ້ອາດເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ໃນທາງດ້ານຜິວເຜີນແລ້ວ ພວກເຂົາໄດ້ປະພຶດດ້ວຍຄວາມຫ້າວຫັນ; ພວກເຂົາໄດ້ອ່ານໜັງສືຫຼາຍເຫຼັ້ມ, ຈັດການກັບຫຼາຍໆເລື່ອງ, ຂຽນໃນໜັງສືບັນທຶກເປັນໂຫຼໆ ແລະ ຮູ້ຈັກພຣະທຳ ແລະ ທິດສະດີຈຳນວນຫຼວງຫຼາຍຢ່າງມືອາຊີບ. ເຖິງຢ່າງໃດກໍຕາມ, ບໍ່ເຄີຍມີການເຕີບໂຕທີ່ສາມາດເຫັນໄດ້ໃນພວກເຂົາ, ມຸມມອງຂອງພວກເຂົາທີ່ມີຕໍ່ພຣະເຈົ້າກໍຍັງບໍ່ສາມາດເຫັນໄດ້ ແລະ ທ່າທີຂອງພວກເຂົາກໍຍັງບໍ່ຊັດເຈນ. ເວົ້າອີກຢ່າງໜຶ່ງກໍຄື ຫົວໃຈຂອງພວກເຂົາແມ່ນບໍ່ສາມາດເບິ່ງເຫັນໄດ້; ພວກເຂົາຖືກຫໍ່ ແລະ ປະທັບຕາໃສ່, ພວກເຂົາແມ່ນຖືກປິດຈາກພຣະເຈົ້າ. ຜົນຕາມມາກໍຄື ພຣະອົງບໍ່ໄດ້ເຫັນຫົວໃຈທີ່ແທ້ຈິງຂອງພວກເຂົາ, ພຣະອົງບໍ່ໄດ້ເຫັນຄວາມເຄົາລົບນັບຖືທີ່ແທ້ຈິງໃນຜູ້ຄົນເຫຼົ່ານີ້ມີຕໍ່ພຣະອົງ ແລະ ຍິ່ງໄປກວ່ານັ້ນ ພຣະອົງບໍ່ໄດ້ເຫັນວິທີທີ່ຜູ້ຄົນເຫຼົ່ານີ້ຍ່າງໃນຫົນທາງຂອງພຣະອົງ. ຖ້າພຣະເຈົ້າຍັງບໍ່ສາມາດຮັບເອົາຜູ້ຄົນດັ່ງກ່າວໃນຕອນນີ້, ພຣະອົງຈະສາມາດຮັບເອົາພວກເຂົາໃນອະນາຄົດໄດ້ບໍ? ພຣະອົງບໍ່ສາມາດເຮັດໄດ້! ແລ້ວພຣະອົງຈະສືບຕໍ່ພະຍາຍາມເຮັດກັບສິ່ງທີ່ບໍ່ສາມາດຮັບເອົາໄດ້ນັ້ນບໍ? ພຣະອົງຈະບໍ່ເຮັດ! ແລ້ວແມ່ນຫຍັງຄືທ່າທີໃນປັດຈຸບັນຂອງພຣະເຈົ້າຕໍ່ຜູ້ຄົນດັ່ງກ່າວ? (ພຣະອົງປະຕິເສດພວກເຂົາ ແລະ ບໍ່ສົນໃຈກັບພວກເຂົາ). ພຣະອົງບໍ່ໃສ່ໃຈພວກເຂົາ! ພຣະເຈົ້າບໍ່ສົນໃຈຄົນດັ່ງກ່າວ; ພຣະອົງປະຕິເສດພວກເຂົາດ້ວຍຄວາມກຽດຊັງ. ພວກເຈົ້າໄດ້ທ່ອງຈຳພຣະທຳເຫຼົ່ານີ້ຢ່າງໄວ ແລະ ຖືກຕ້ອງຫຼາຍ. ມັນເບິ່ງຄືກັບວ່າ ພວກເຈົ້າໄດ້ເຂົ້າໃຈໃນສິ່ງທີ່ພວກເຈົ້າໄດ້ຍິນ!

ມີບາງຄົນທີ່ເປັນເດັກນ້ອຍ ແລະ ບໍ່ມີຄວາມຮູ້ເມື່ອພວກເຂົາເລີ່ມຕິດຕາມພຣະເຈົ້າ; ພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ ຫຼື ພວກເຂົາບໍ່ຮູ້ວ່າ ການເຊື່ອໃນພຣະອົງນັ້ນແມ່ນຫຍັງ. ພວກເຂົານໍາໃຊ້ວິທີເຊື່ອ ແລະ ຕິດຕາມພຣະເຈົ້າແບບທີ່ມະນຸດຄິດຂຶ້ນເອງ ແລະ ໃນທາງທີ່ຜິດ. ເມື່ອຄົນດັ່ງກ່າວຜະເຊີນກັບການທົດລອງ, ພວກເຂົາກໍບໍ່ຮູ້ເຖິງສິ່ງນັ້ນ; ພວກເຂົາຍັງມືນຊາຕໍ່ການນໍາພາ ແລະ ແສງສະຫວ່າງຂອງພຣະເຈົ້າ. ພວກເຂົາບໍ່ຮູ້ວ່າການມອບຫົວໃຈຂອງພວກເຂົາທັງໝົດໃຫ້ກັບພຣະເຈົ້ານັ້ນໝາຍເຖິງຫຍັງ ຫຼື ການຍຶດໝັ້ນໃນລະຫວ່າງການທົດລອງນັ້ນໝາຍເຖິງຫຍັງ. ພຣະເຈົ້າຈະໃຫ້ເວລາຈຳກັດແກ່ຄົນດັ່ງກ່າວ ແລະ ໃນລະຫວ່າງເວລານີ້ ພຣະອົງຈະເຮັດໃຫ້ພວກເຂົາເຂົ້າໃຈທໍາມະຊາດແຫ່ງການທົດລອງຂອງພຣະອົງ ແລະ ເຈດຕະນາຂອງພຣະອົງ. ແຕ່ຜູ້ຄົນເຫຼົ່ານີ້ຈະຕ້ອງສະແດງມຸມມອງຂອງພວກເຂົາ. ສຳລັບຄົນທີ່ຢູ່ໃນຂັ້ນຕອນນີ້, ພຣະເຈົ້າຍັງຈະລໍຖ້າພວກເຂົາຢູ່. ສຳລັບຄົນທີ່ມີມຸມມອງບາງຢ່າງທີ່ຍັງບໍ່ແນ່ນອນ, ຄົນທີ່ຕ້ອງການມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າ ແຕ່ບໍ່ຍອມຮັບທີ່ຈະເຮັດແບບນັ້ນ ແລະ ຜູ້ທີ່ ເຖິງແມ່ນວ່າ ພວກເຂົາຈະນໍາເອົາພື້ນຖານຄວາມຈິງບາງຢ່າງເຂົ້າສູ່ການປະຕິບັດ ແຕ່ພະຍາຍາມລີ້ ແລະ ຍອມຈໍານົນເມື່ອຜະເຊີນກັບການທົດລອງທີ່ຍິ່ງໃຫຍ່, ແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ພວກເຂົາ? ພຣະອົງຍັງຄາດຫວັງເລັກໆນ້ອຍໆຈາກພວກເຂົາ ແລະ ຜົນຕາມມາກໍຂຶ້ນກັບທ່າທີ ແລະ ການປະຕິບັດຂອງພວກເຂົາ. ຖ້າຜູ້ຄົນບໍ່ກະຕືລືລົ້ນໃນການພັດທະນາ, ພຣະເຈົ້າຈະເຮັດແນວໃດ? ພຣະອົງກໍຈະຍອມສະຫຼະພວກເຂົາ. ນີ້ກໍຍ້ອນວ່າ ກ່ອນທີ່ພຣະເຈົ້າຈະຍອມສະຫຼະເຈົ້າ, ເຈົ້າແມ່ນໄດ້ຍອມສະຫຼະຕົນເອງແລ້ວ. ສະນັ້ນ ເຈົ້າບໍ່ສາມາດໂທດພຣະເຈົ້າໄດ້ໃນການທີ່ພຣະອົງເຮັດແບບນັ້ນ, ແມ່ນບໍ? ສິ່ງນີ້ຍຸຕິທຳ ຫຼື ບໍ? (ແມ່ນແລ້ວ).

ຄວາມອັບອາຍຕ່າງໆຂອງຜູ້ຄົນ ແລະ ຄວາມອັບອາຍຕ່າງໆທີ່ເກີດຈາກຄຳຖາມທີ່ແທ້ຈິງ

ມີຄົນອີກປະເພດໜຶ່ງ ເຊິ່ງມີຜົນຕາມມາທີ່ໂສກເສົ້າທີ່ສຸດໃນບັນດາຄົນທັງປວງ; ນີ້ແມ່ນຄົນປະເພດທີ່ເຮົາມັກກ່າວເຖິງໜ້ອຍທີ່ສຸດ. ພວກເຂົາໂສກເສົ້າ ບໍ່ແມ່ນຍ້ອນວ່າພວກເຂົາໄດ້ຮັບເອົາການພິພາກສາຂອງພຣະເຈົ້າ ຫຼື ຍ້ອນສິ່ງທີ່ພຣະອົງຮຽກຮ້ອງຈາກພວກເຂົານັ້ນເຄັ່ງຄັດ, ດັ່ງນັ້ນ ພວກເຂົາຈຶ່ງມີຜົນຕາມມາທີ່ໂສກເສົ້າ; ກົງກັນຂ້າມ, ພວກເຂົາໂສກເສົ້າ ຍ້ອນພວກເຂົາເຮັດໃສ່ຕົນເອງ. ດັ່ງສໍານວນທີ່ວ່າ ພວກເຂົາຂຸດຂຸມຝັງສົບໃຫ້ກັບຕົນເອງ. ຄົນປະເພດໃດຈະເຮັດແບບນີ້? ຄົນເຫຼົ່ານີ້ບໍ່ຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ຜົນຕາມມາຂອງພວກເຂົາແມ່ນໄດ້ຖືກເປີດເຜີຍໄວ້ກ່ອນລ່ວງໜ້າແລ້ວ. ໃນສາຍຕາຂອງພຣະເຈົ້າ, ຄົນດັ່ງກ່າວແມ່ນເປົ້າໝາຍໃຫຍ່ສຸດທີ່ພຣະອົງລັງກຽດ. ໃນພາສາຂອງມະນຸດ, ຜູ້ຄົນແບບນີ້ແມ່ນເປັນຕາສົມເພດທີ່ສຸດ. ເມື່ອຄົນປະເພດດັ່ງກ່າວເລີ່ມຕິດຕາມພຣະເຈົ້າ, ພວກເຂົາກໍຈະກະຕືລືລົ້ນຫຼາຍ; ພວກເຂົາຈ່າຍລາຄາຢ່າງຫຼວງຫຼາຍ, ມີຄວາມຄິດເຫັນທີ່ດີກ່ຽວກັບໂອກາດຂອງພາລະກິດຂອງພຣະເຈົ້າ ແລະ ມີຈິນຕະນາການຢ່າງຫຼວງຫຼາຍ ເມື່ອເວົ້າເຖິງອະນາຄົດຂອງພວກເຂົາ. ໂດຍສະເພາະແລ້ວ ພວກເຂົາໝັ້ນໃຈໃນພຣະເຈົ້າ ໂດຍເຊື່ອວ່າພຣະອົງສາມາດເຮັດໃຫ້ມະນຸດສົມບູນໄດ້ ແລະ ນໍາພວກເຂົາໄປສູ່ຈຸດໝາຍປາຍທາງທີ່ມີສະຫງ່າລາສີ. ເຖິງຢ່າງໃດກໍຕາມ, ບໍ່ວ່າດ້ວຍເຫດຜົນໃດ, ຄົນເຫຼົ່ານີ້ຈຶ່ງແລ່ນໜີໃນລະຫວ່າງເສັ້ນທາງແຫ່ງພາລະກິດຂອງພຣະເຈົ້າ. “ແລ່ນໜີ” ໃນນີ້ໝາຍຄວາມວ່າຫຍັງ? ມັນໝາຍຄວາມວ່າ ພວກເຂົາຫາຍໄປໂດຍບໍ່ກ່າວລາ, ໂດຍບໍ່ສົ່ງສຽງ; ພວກເຂົາຈາກໄປໂດຍບໍ່ກ່າວຫຍັງເລີຍ. ເຖິງແມ່ນຄົນດັ່ງກ່າວອ້າງວ່າເຊື່ອໃນພຣະເຈົ້າ, ໃນຄວາມຈິງແລ້ວ ພວກເຂົາບໍ່ໄດ້ຢັ່ງຮາກລົງໃນເສັ້ນທາງແຫ່ງຄວາມເຊື່ອຂອງພວກເຂົາຢ່າງແທ້ຈິງ. ສະນັ້ນ ບໍ່ວ່າພວກເຂົາຈະເຊື່ອໃນພຣະອົງດົນປານໃດກໍຕາມ, ພວກເຂົາກໍຍັງສາມາດຫັນໜີຈາກພຣະເຈົ້າໄດ້. ບາງຄົນຈໍາເປັນຕ້ອງໜີເພື່ອເຮັດທຸລະກິດ, ບາງຄົນໜີເພື່ອດຳລົງຊີວິດຂອງພວກເຂົາເອງ, ບາງຄົນໜີເພື່ອຢາກຮັ່ງຢາກມີ ແລະ ບາງຄົນໜີເພື່ອສ້າງຄອບຄົວ ແລະ ມີລູກ. ໃນບັນດາຄົນເຫຼົ່ານີ້ທີ່ໜີໄປນັ້ນ, ມີບາງຄົນທີ່ສຳນຶກໄດ້ໃນເວລາຕໍ່ມາ ແລະ ຕ້ອງການກັບຄືນຫາພຣະເຈົ້າ ແລະ ມີບາງຄົນທີ່ມີຄວາມຫຍຸ້ງຍາກກັບຊີວິດ ແລະ ສຸດທ້າຍກໍຈົບລົງດ້ວຍການເລື່ອນລອຍໃນໂລກເປັນເວລາຫຼາຍໆປີ. ຄົນທີ່ເລື່ອນລອຍເຫຼົ່ານີ້ໄດ້ຜະເຊີນກັບການທົນທຸກຢ່າງໜັກ ແລະ ພວກເຂົາເຊື່ອວ່າ ການດໍາລົງຊີວິດຢູ່ທາງໂລກແມ່ນເຈັບປວດເກີນໄປ ແລະ ພວກເຂົາບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້. ພວກເຂົາຕ້ອງການກັບຄືນສູ່ເຮືອນຂອງພຣະເຈົ້າເພື່ອຮັບເອົາຄວາມສະບາຍ, ສັນຕິສຸກ ແລະ ຄວາມສຸກ ແລະ ພວກເຂົາຕ້ອງການສືບຕໍ່ເຊື່ອໃນພຣະເຈົ້າເພື່ອຫຼົບໜີຈາກໄພພິບັດ ຫຼື ເພື່ອບັນລຸຄວາມລອດພົ້ນ ແລະ ຈຸດໝາຍປາຍທາງທີ່ສວຍງາມ. ນີ້ກໍຍ້ອນວ່າ ຄົນເຫຼົ່ານີ້ເຊື່ອວ່າຄວາມຮັກຂອງພຣະເຈົ້າບໍ່ມີຂອບເຂດ ແລະ ຄວາມເມດຕາຂອງພຣະອົງບໍ່ມີວັນສິ້ນສຸດ. ພວກເຂົາຄິດວ່າ ບໍ່ວ່າຄົນໃດຈະເຮັດຫຍັງກໍຕາມ, ພຣະເຈົ້າກໍຈະໃຫ້ອະໄພພວກເຂົາ ແລະ ບໍ່ໃສ່່ໃຈກັບອະດີດຂອງພວກເຂົາ. ຄົນເຫຼົ່ານີ້ເວົ້າວ່າ ພວກເຂົາຕ້ອງການກັບຄືນມາ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ເຖິງກັບມີຄົນທີ່ມອບຊັບສິນບາງຢ່າງຂອງພວກເຂົາໃຫ້ກັບຄຣິສຕະຈັກ, ໂດຍຫວັງວ່າສິ່ງນີ້ຈະປູທາງໃຫ້ພວກເຂົາກັບຄືນສູ່ເຮືອນຂອງພຣະເຈົ້າ. ແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ຜູ້ຄົນດັ່ງກ່າວນີ້? ພຣະອົງຄວນກຳນົດຜົນຕາມມາຂອງພວກເຂົາແນວໃດ? ໃຫ້ເວົ້າຂຶ້ນຢ່າງເປີດເຜີຍເລີຍ. (ທໍາອິດຂ້ານ້ອຍຄິດວ່າ ພຣະເຈົ້າຈະຍອມຮັບເອົາຄົນປະເພດນີ້, ແຕ່ຫຼັງຈາກທີ່ໄດ້ຍິນສິ່ງນັ້ນ, ໃນຕອນນີ້ ຂ້ານ້ອຍຮູ້ສຶກວ່າພຣະອົງອາດຈະບໍ່ຮັບ). ຈົ່ງເວົ້າເຫດຜົນຂອງເຈົ້າເບິ່ງ. (ຄົນດັ່ງກ່າວພຽງແຕ່ມາຢູ່ຕໍ່ໜ້າພຣະເຈົ້າ ເພື່ອວ່າ ຜົນຕາມມາຂອງພວກເຂົາຈະບໍ່ແມ່ນຄວາມຕາຍ. ພວກເຂົາບໍ່ໄດ້ມາເພື່ອເຊື່ອໃນພຣະເຈົ້າດ້ວຍຄວາມຈິງໃຈທີ່ແທ້ຈິງ; ພວກເຂົາມາຍ້ອນພວກເຂົາຮູ້ວ່າພາລະກິດຂອງພຣະເຈົ້າຈະສຳເລັດລົງໃນໄວໆນີ້, ແລ້ວພວກເຂົາກໍຢູ່ພາຍໃຕ້ການລວງຕາທີ່ວ່າພວກເຂົາສາມາດມາ ແລະ ຮັບເອົາພອນໄດ້). ເຈົ້າກຳລັງເວົ້າວ່າ ຄົນເຫຼົ່ານີ້ບໍ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ສະນັ້ນ ພຣະອົງຈຶ່ງບໍ່ສາມາດຮັບເອົາພວກເຂົາໄດ້, ຖືກຕ້ອງບໍ? (ແມ່ນແລ້ວ). (ຄວາມເຂົ້າໃຈຂອງຂ້ານ້ອຍກໍຄືຜູ້ຄົນດັ່ງກ່າວເປັນພຽງພວກສວຍໂອກາດ ແລະ ບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ). ພວກເຂົາບໍ່ໄດ້ມາເພື່ອເຊື່ອໃນພຣະເຈົ້າ; ພວກເຂົາເປັນພວກສວຍໂອກາດ. ເວົ້າໄດ້ດີ! ພວກສວຍໂອກາດເຫຼົ່ານີ້ເປັນຄົນປະເພດທີ່ທຸກຄົນກຽດຊັງ. ພວກເຂົາລ່ອງເຮືອໄປທິດທາງໃດກໍຕາມທີ່ລົມພັດໄປ ແລະ ພວກເຂົາບໍ່ສົນໃຈທີ່ຈະເຮັດສິ່ງໃດເລີຍ ນອກຈາກວ່າ ພວກເຂົາຈະໄດ້ຮັບບາງຢ່າງຈາກສິ່ງນັ້ນ, ສະນັ້ນ ພວກເຂົາແມ່ນຊົ່ວຊ້າຢ່າງແນ່ນອນ! ອ້າຍເອື້ອຍນ້ອງຄົນອື່ນມີຄວາມຄິດເຫັນຫຍັງທີ່ຕ້ອງການແບ່ງປັນບໍ? (ພຣະເຈົ້າຈະບໍ່ຍອມຮັບເອົາພວກເຂົາອີກຕໍ່ໄປ, ຍ້ອນພາລະກິດຂອງພຣະອົງໃກ້ຈະສຳເລັດແລ້ວ ແລະ ບັດນີ້ກໍເປັນເວລາທີ່ຜົນຕາມມາຂອງຜູ້ຄົນຈະຖືກກຳນົດ. ມັນແມ່ນເວລານີ້ເອງທີ່ຄົນເຫຼົ່ານີ້ຈຶ່ງຢາກກັບມາ, ບໍ່ແມ່ນຍ້ອນພວກເຂົາຕ້ອງການສະແຫວງຫາຄວາມຈິງຢ່າງແທ້ຈິງ, ແຕ່ຍ້ອນພວກເຂົາເຫັນໄພພິບັດກຳລັງລົງມາ ຫຼື ຍ້ອນພວກເຂົາກຳລັງໄດ້ຮັບອິດທິພົນຈາກປັດໄຈພາຍນອກ. ຖ້າພວກເຂົາມີເຈດຕະນາທີ່ຈະສະແຫວງຫາຄວາມຈິງແທ້ໆ, ພວກເຂົາຈະບໍ່ແລ່ນໜີໃນລະຫວ່າງກາງພາລະກິດຂອງພຣະເຈົ້າຈັກເທື່ອ). ມີຄວາມຄິດເຫັນອື່ນອີກບໍ? (ພວກເຂົາຈະບໍ່ຖືກຍອມຮັບ. ພຣະເຈົ້າມອບໂອກາດໃຫ້ກັບພວກເຂົາແລ້ວ, ແຕ່ພວກເຂົາສືບຕໍ່ມີທ່າທີບໍ່ສົນໃຈຕໍ່ພຣະອົງ. ບໍ່ວ່າເຈດຕະນາຂອງຜູ້ຄົນເຫຼົ່ານີ້ແມ່ນຫຍັງກໍຕາມ ແລະ ເຖິງແມ່ນພວກເຂົາກັບໃຈຢ່າງແທ້ຈິງ, ພຣະເຈົ້າກໍຍັງຈະບໍ່ປ່ອຍໃຫ້ພວກເຂົາກັບມາ. ນີ້ກໍຍ້ອນວ່າ ພຣະອົງໄດ້ມອບຫຼາຍໂອກາດໃຫ້ແກ່ພວກເຂົາ, ແຕ່ພວກເຂົາໄດ້ສະແດງທ່າທີຂອງພວກເຂົາອອກມາດັ່ງນີ້: ພວກເຂົາຕ້ອງການໜີຈາກພຣະເຈົ້າໄປ. ຍ້ອນເຫດຜົນນີ້, ຖ້າພວກເຂົາພະຍາຍາມທີ່ຈະກັບຄືນມາໃນຕອນນີ້, ພຣະເຈົ້າກໍຈະບໍ່ຍອມຮັບເອົາພວກເຂົາ). (ຂ້ານ້ອຍເຫັນດ້ວຍວ່າ ພຣະເຈົ້າຈະບໍ່ຍອມຮັບເອົາຄົນປະເພດນີ້, ຍ້ອນຖ້າບຸກຄົນໃດໜຶ່ງໄດ້ເຫັນຫົນທາງທີ່ແທ້ຈິງ, ໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າເປັນເວລາຫຼາຍປີ ແລະ ຍັງສາມາດກັບຄືນສູ່ທາງໂລກ ແລະ ສູ່ອ້ອມກອດຂອງຊາຕານ, ສິ່ງນີ້ຖ້າວ່າເປັນການທໍລະຍົດຢ່າງຍິ່ງໃຫຍ່ຕໍ່ພຣະເຈົ້າ. ເຖິງແມ່ນວ່າແກ່ນແທ້ຂອງພຣະເຈົ້າແມ່ນຄວາມເມດຕາ ແລະ ຄວາມຮັກ, ມັນກໍຂຶ້ນຢູ່ກັບວ່າແກ່ນແທ້ນັ້ນຖືກແນໃສ່ຄົນປະເພດໃດ. ຖ້າບຸກຄົນນີ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຊອກຫາຄວາມສະບາຍ ຫຼື ສະແຫວງຫາບາງສິ່ງເພື່ອປັກຄວາມຫວັງໄວ້, ແລ້ວພວກເຂົາກໍຈະບໍ່ແມ່ນປະເພດທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈເລີຍ ແລະ ຄວາມເມດຕາຂອງພຣະເຈົ້າຕໍ່ຄົນດັ່ງກ່າວແມ່ນມີຂໍ້ຈໍາກັດ). ຖ້າແກ່ນແທ້ຂອງພຣະເຈົ້າແມ່ນຄວາມເມດຕາ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ມອບຄວາມເມດຕາອີກເລັກນ້ອຍໃຫ້ກັບຄົນປະເພດນີ້? ດ້ວຍຄວາມເມດຕາອີກເລັກນ້ອຍຂອງພຣະອົງ, ບຸກຄົນເຫຼົ່ານີ້ຈະບໍ່ມີໂອກາດບໍ? ໃນອະດີດ, ຜູ້ຄົນເວົ້າຢູ່ເລື້ອຍໆວ່າ ພຣະເຈົ້າຕ້ອງການໃຫ້ທຸກຄົນຖືກຊ່ວຍໃຫ້ລອດພົ້ນ ແລະ ບໍ່ຕ້ອງການໃຫ້ຜູ້ໃດທົນທຸກກັບການລົງໂທດສູ່ອະເວຈີ; ຖ້າມີແກະໂຕໜຶ່ງໃນບັນດາແກະຮ້ອຍໂຕຫາຍໄປ, ພຣະເຈົ້າຈະປະຖິ້ມແກະເກົ້າສິບເກົ້າໂຕເພື່ອຊອກຫາແກະໂຕດຽວທີ່ຫາຍໄປ. ບັດນີ້, ເມື່ອເວົ້າເຖິງຄົນເຫຼົ່ານີ້, ພຣະເຈົ້າຄວນຍອມຮັບພວກເຂົາ ແລະ ມອບໂອກາດຄັ້ງທີສອງໃຫ້ກັບພວກເຂົາ ຍ້ອນຄວາມເຊື່ອຢ່າງຈິງໃຈຂອງພວກເຂົາບໍ? ໃນຄວາມເປັນຈິງແລ້ວ, ນີ້ບໍ່ແມ່ນຄຳຖາມທີ່ຍາກ; ມັນງ່າຍຫຼາຍ! ຖ້າພວກເຈົ້າເຂົ້າໃຈພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ, ແລ້ວບໍ່ຈຳເປັນຕ້ອງອະທິບາຍຫຍັງຫຼາຍ ແລະ ບໍ່ຈຳເປັນຕ້ອງຄາດການຫຍັງຫຼາຍເຊັ່ນກັນ, ຖືກຕ້ອງບໍ? ຄຳຕອບພວກເຈົ້າແມ່ນຢູ່ໃນເສັ້ນທາງທີ່ຖືກຕ້ອງແລ້ວ, ແຕ່ມັນຍັງຫ່າງຈາກທັດສະນະຄະຕິຂອງພຣະເຈົ້າຢູ່.

ໃນຕອນນີ້ເອງທີ່ພວກເຈົ້າບາງຄົນສະແດງຄວາມໝັ້ນໃຈວ່າ ເປັນໄປບໍ່ໄດ້ທີ່ພຣະເຈົ້າຈະຍອມຮັບຄົນປະເພດນີ້. ສ່ວນຄົນອື່ນໆກໍບໍ່ມີຄວາມຊັດເຈນ ໂດຍຄິດວ່າພຣະເຈົ້າອາດຍອມຮັບພວກເຂົາ ຫຼື ອາດບໍ່ຍອມຮັບ, ທ່າທີນີ້ແມ່ນຂ້ອນຂ້າງລະດັບປານກາງ. ຍັງມີພວກເຈົ້າທີ່ມີມຸມມມອງທີ່ວ່າ ພວກເຈົ້າຫວັງໃຫ້ພຣະເຈົ້າຍອມຮັບເອົາຄົນປະເພດນີ້, ທ່າທີນີ້ແມ່ນຂ້ອນຂ້າງຈະຄຸມເຄືອ. ພວກເຈົ້າທີ່ໝັ້ນໃຈໃນສິ່ງທີ່ພວກເຈົ້າຄິດກໍເຊື່ອວ່າພຣະເຈົ້າໄດ້ປະຕິບັດພາລະກິດເປັນເວລາດົນ ແລະ ພາລະກິດຂອງພຣະອົງຄົບຖ້ວນແລ້ວ, ສະນັ້ນ ພຣະອົງຈຶ່ງບໍ່ຈຳເປັນຕ້ອງອົດກັ້ນກັບຄົນເຫຼົ່ານີ້; ເມື່ອເປັນດັ່ງນັ້ນ, ພວກເຈົ້າຈຶ່ງຄິດວ່າພຣະອົງຈະບໍ່ຍອມຮັບເອົາພວກເຂົາອີກຄັ້ງ. ຄົນທີ່ຂ້ອນຂ້າງມີຄວາມຄິດລະດັບປານກາງໃນທ່າມກາງພວກເຈົ້າເຊື່ອວ່າ ບັນຫາເຫຼົ່ານີ້ຄວນຖືກຈັດການອີງຕາມສະຖານະການຂອງສ່ວນບຸກຄົນ; ຖ້າຫົວໃຈຂອງຄົນເຫຼົ່ານີ້ບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ຖ້າພວກເຂົາເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຄວາມຈິງຢ່າງແທ້ຈິງ, ແລ້ວພຣະເຈົ້າກໍຄວນລືມຂໍ້ບົກຜ່ອງ ແລະ ຄວາມຜິດພາດທີ່ຜ່ານມາຂອງພວກເຂົາ, ພຣະອົງຄວນໃຫ້ອະໄພຄົນເຫຼົ່ານີ້, ມອບໂອກາດຄັ້ງທີສອງໃຫ້ກັບພວກເຂົາ ແລະ ເຮັດໃຫ້ພວກເຂົາກັບຄືນສູ່ເຮືອນຂອງພຣະອົງ ແລະ ຮັບເອົາຄວາມລອດພົ້ນຂອງພຣະອົງ. ເຖິງຢ່າງໃດກໍຕາມ, ຕໍ່ໄປ ຖ້າຄົນເຫຼົ່ານີ້ແລ່ນໜີອີກຄັ້ງ, ແລ້ວພຣະເຈົ້າກໍບໍ່ຕ້ອງການພວກເຂົາອີກຕໍ່ໄປ ແລະ ການປະຖິ້ມຄົນເຫຼົ່ານີ້ບໍ່ສາມາດຖືໄດ້ວ່າອະຍຸຕິທຳ. ມີອີກກຸ່ມໜຶ່ງທີ່ຫວັງວ່າພຣະເຈົ້າຈະສາມາດຮັບເອົາຄົນປະເພດດັ່ງກ່າວ. ຄົນກຸ່ມນີ້ຂ້ອນຂ້າງບໍ່ແນ່ໃຈວ່າພຣະເຈົ້າຈະເຮັດແບບນັ້ນແທ້ໆ ຫຼື ບໍ່. ຖ້າພວກເຂົາເຊື່ອວ່າພຣະອົງຄວນຮັບເອົາຄົນປະເພດນີ້, ແຕ່ພຣະອົງບໍ່ເຮັດ, ແລ້ວມັນກໍເບິ່ງຄືກັບວ່າ ມຸມມອງນີ້ບໍ່ສອດຄ່ອງກັບທັດສະນະຄະຕິຂອງພຣະເຈົ້າແມ່ນແຕ່ໜ້ອຍໜຶ່ງ. ຖ້າພວກເຂົາເຊື່ອວ່າພຣະເຈົ້າບໍ່ຄວນຮັບເອົາຄົນປະເພດນີ້ ແລະ ພຣະເຈົ້າບັງເອີນເວົ້າວ່າ ຄວາມຮັກຂອງພຣະອົງທີ່ມີຕໍ່ມະນຸດແມ່ນບໍ່ມີຂອບເຂດ ແລະ ພຣະອົງເຕັມໃຈທີ່ຈະໃຫ້ໂອກາດກັບຄົນປະເພດນີ້ອີກຄັ້ງ, ແລ້ວສິ່ງນີ້ບໍ່ແມ່ນຕົວຢ່າງໃນການເປີດເຜີຍຄວາມໂງ່ຂອງມະນຸດບໍ? ບໍ່ວ່າໃນກໍລະນີໃດກໍຕາມ, ພວກເຈົ້າລ້ວນແລ້ວແຕ່ມີມຸມມອງຂອງພວກເຈົ້າເອງ. ມຸມມອງເຫຼົ່ານີ້ສື່ໃຫ້ເຫັນເຖິງຄວາມຮູ້ພາຍໃນຄວາມຄິດຂອງພວກເຈົ້າເອງ; ພວກມັນຍັງເປັນການສະທ້ອນເຖິງສ່ວນເລິກຂອງຄວາມເຂົ້າໃຈຂອງພວກເຈົ້າຕໍ່ຄວາມຈິງ ແລະ ຕໍ່ຄວາມປະສົງຂອງພຣະເຈົ້າ. ມັນຖືກຕ້ອງທີ່ຈະເວົ້າແບບນັ້ນ, ບໍ່ແມ່ນບໍ? ມັນມະຫັດສະຈັນທີ່ພວກເຈົ້າມີຄວາມຄິດເຫັນກ່ຽວກັບເລື່ອງນີ້! ເຖິງຢ່າງໃດກໍຕາມ, ຍັງມີຄຳຖາມທີ່ວ່າຄວາມຄິດເຫັນຂອງພວກເຈົ້າຖືກຕ້ອງ ຫຼື ບໍ່. ພວກເຈົ້າລ້ວນແລ້ວແຕ່ກັງວົນໃຈ, ແມ່ນບໍ່? “ແລ້ວແມ່ນຫຍັງຄືສິ່ງທີ່ຖືກຕ້ອງ? ຂ້ານ້ອຍບໍ່ສາມາດເຫັນໄດ້ຢ່າງຊັດເຈນ ແລະ ຂ້ານ້ອຍບໍ່ຮູ້ຈັກແທ້ວ່າພຣະເຈົ້າກຳລັງຄິດຫຍັງ ແລະ ພຣະອົງກໍບໍ່ໄດ້ບອກຫຍັງແກ່ຂ້ານ້ອຍເລີຍ. ຂ້ານ້ອຍຈະສາມາດຮູ້ໄດ້ແນວໃດວ່າພຣະອົງກຳລັງຄິດຫຍັງ? ທ່າທີຂອງພຣະອົງທີ່ມີຕໍ່ມະນຸດແມ່ນຄວາມຮັກ. ດັ່ງນັ້ນ ເມື່ອຮູ້ຈັກທ່າທີທີ່ພຣະອົງມີໃນອະດີດ, ພຣະອົງຄວນຍອມຮັບບຸກຄົນດັ່ງກ່າວ, ແຕ່ຂ້ານ້ອຍບໍ່ແນ່ໃຈກ່ຽວກັບທ່າທີຂອງພຣະເຈົ້າໃນປັດຈຸບັນ; ຂ້ານ້ອຍພຽງແຕ່ສາມາດເວົ້າໄດ້ວ່າ ບາງເທື່ອ ພຣະອົງຈະຍອມຮັບເອົາບຸກຄົນນີ້ ແລະ ບາງເທື່ອ ພຣະອົງອາດຈະບໍ່ຮັບເອົາ”. ສິ່ງນີ້ເປັນຕາຫົວຫຼາຍ, ແມ່ນບໍ່? ຄຳຖາມນີ້ໄດ້ເຮັດໃຫ້ພວກເຈົ້າສັບສົນແທ້ໆ. ຖ້າພວກເຈົ້າບໍ່ມີມຸມມອງທີ່ຖືກຕ້ອງກ່ຽວກັບເລື່ອງນີ້, ແລ້ວພວກເຈົ້າຈະເຮັດແນວໃດເມື່ອຄຣິສຕະຈັກຂອງພວກເຈົ້າປະສົບກັບບຸກຄົນດັ່ງກ່າວນີ້? ຖ້າເຈົ້າບໍ່ຈັດການກັບສະຖານະການດັ່ງກ່າວຢ່າງຖືກຕ້ອງ, ເຈົ້າອາດຈະທ້າທາຍພຣະເຈົ້າ. ນີ້ບໍ່ແມ່ນເລື່ອງທີ່ອັນຕະລາຍບໍ?

ເປັນຫຍັງເຮົາຈຶ່ງຕ້ອງການຖາມເຖິງມຸມມອງຂອງພວກເຈົ້າກ່ຽວກັບປະເດັນທີ່ເຮົາຫາກໍຍົກຂຶ້ນມາ? ເຮົາປາຖະໜາທີ່ຈະທົດສອບມຸມມອງຂອງພວກເຈົ້າ, ທົດສອບວ່າ ພວກເຈົ້າມີຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍສໍ່າໃດ ແລະ ພວກເຈົ້າເຂົ້າໃຈເຈດຕະນາ ແລະ ທ່າທີຂອງພຣະອົງຫຼາຍສໍ່າໃດ. ແມ່ນຫຍັງຄືຄຳຕອບ? ຄຳຕອບກໍຄືມຸມມອງຂອງພວກເຈົ້າເອງ. ພວກເຈົ້າບາງຄົນເປັນຄົນອະນຸລັກນິຍົມຫຼາຍ ແລະ ພວກເຈົ້າບາງຄົນກຳລັງໃຊ້ຈິນຕະນາການຂອງພວກເຈົ້າເພື່ອຄາດເດົາ. ແມ່ນຫຍັງຄື “ການຄາດເດົາ?” ມັນໝາຍເຖິງການທີ່ບໍ່ສາມາດແຍກແຍະໄດ້ວ່າພຣະເຈົ້າຄິດແນວໃດ ແລ້ວເຮັດໃຫ້ເກີດມີການຄາດເດົາທີ່ບໍ່ມີຫຼັກຖານຢັ້ງຢືນວ່າພຣະເຈົ້າຄວນຄິດແບບໃດ; ພວກເຈົ້າບໍ່ຮູ້ຈັກຕົນເອງແທ້ໆວ່າ ພວກເຈົ້າຖືກຕ້ອງ ຫຼື ຜິດ, ສະນັ້ນພວກເຈົ້າຈຶ່ງເວົ້າຈາກມຸມມອງທີ່ບໍ່ຊັດເຈນ. ເມື່ອພົບກັບຂໍ້ແທ້ຈິງນີ້, ພວກເຈົ້າໄດ້ເຫັນຫຍັງແດ່? ເມື່ອຕິດຕາມພຣະເຈົ້າ, ຜູ້ຄົນບໍ່ຄ່ອຍຈະໃສ່ໃຈກັບຄວາມປະສົງຂອງພຣະອົງ ແລະ ຫາຍາກທີ່ພວກເຂົາຈະສົນໃຈໃນຄວາມຄິດຂອງພຣະອົງ ແລະ ທ່າທີຂອງພຣະອົງທີ່ມີຕໍ່ມະນຸດ. ຜູ້ຄົນບໍ່ເຂົ້າໃຈຄວາມຄິດຂອງພຣະເຈົ້າ, ສະນັ້ນ ເມື່ອຖືກຖາມກ່ຽວກັບເຈດຕະນາ ແລະ ອຸປະນິໄສຂອງພຣະອົງ, ພວກເຈົ້າກໍເລີ່ມສັບສົນ; ພວກເຈົ້າຕົກຢູ່ໃນຄວາມບໍ່ໝັ້ນໃຈຢ່າງຮຸນແຮງ ແລະ ຫຼັງຈາກນັ້ນ ພວກເຈົ້າກໍຄາດເດົາ ຫຼື ພະນັນ. ນີ້ແມ່ນຄວາມຄິດແບບໃດ? ຄວາມຄິດນີ້ພິສູດຂໍ້ແທ້ຈິງບາງຢ່າງ ເຊັ່ນ: ຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້ານັບຖືພຣະອົງວ່າເປັນອາກາດທີ່ວ່າງເປົ່າ ແລະ ເປັນສິ່ງທີ່ເບິ່ງຄືກັບວ່າ ບຶດໜຶ່ງມີຢູ່ຈິງ ບຶດໜຶ່ງບໍ່ມີ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ຍ້ອນເມື່ອໃດກໍຕາມທີ່ພວກເຈົ້າຜະເຊີນກັບບັນຫາ, ພວກເຈົ້າກໍບໍ່ຮູ້ຈັກຄວາມປະສົງຂອງພຣະເຈົ້າ. ເປັນຫຍັງພວກເຈົ້າຈຶ່ງບໍ່ຮູ້ຈັກຄວາມປະສົງຂອງພຣະອົງ? ບໍ່ແມ່ນວ່າເຈົ້າພຽງແຕ່ບໍ່ຮູ້ໃນຕອນນີ້, ຕັ້ງແຕ່ເລີ່ມຕົ້ນຈົນເຖິງຈຸດສຸດທ້າຍ, ເຈົ້າບໍ່ຮູ້ຈັກທ່າທີຂອງພຣະເຈົ້າທີ່ມີຕໍ່ບັນຫານີ້ເລີຍ. ເຈົ້າບໍ່ສາມາດຢັ່ງເຖິງມັນໄດ້ ແລະ ບໍ່ຮູ້ຈັກວ່າແມ່ນຫຍັງຄືທ່າທີຂອງພຣະເຈົ້າ, ແຕ່ເຈົ້າໄດ້ຄິດຢ່າງຮອບຄອບກ່ຽວກັບສິ່ງນີ້ບໍ? ເຈົ້າໄດ້ສະແຫວງຫາເພື່ອຮູ້ຈັກມັນແລ້ວບໍ? ເຈົ້າໄດ້ສົນທະນາກ່ຽວກັບສິ່ງນັ້ນແລ້ວບໍ? ບໍ່! ສິ່ງນີ້ຢືນຢັນຂໍ້ແທ້ຈິງທີ່ວ່າ: ພຣະເຈົ້າແຫ່ງຄວາມເຊື່ອຂອງເຈົ້າບໍ່ກ່ຽວພັນກັບພຣະເຈົ້າແຫ່ງຄວາມເປັນຈິງ. ໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ, ເຈົ້າຕຶກຕອງເຖິງເຈດຕະນາຂອງເຈົ້າເອງເທົ່ານັ້ນ ແລະ ເຈດຕະນາຂອງຜູ້ນໍາຂອງເຈົ້າ; ເຈົ້າພຽງແຕ່ຄິດໃສ່ຄວາມໝາຍແບບຜິວເຜີນ ແລະ ອີງຕາມຄຳສັ່ງສອນແຫ່ງພຣະທຳຂອງພຣະເຈົ້າ, ໂດຍບໍ່ພະຍາຍາມທີ່ຈະຮູ້ຈັກ ຫຼື ສະແຫວງຫາຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງເລີຍ. ສິ່ງນີ້ບໍ່ແມ່ນຄວາມຈິງບໍ? ແກ່ນແທ້ຂອງເລື່ອງນີ້ຂ້ອນຂ້າງເປັນຕາຢ້ານຫຼາຍ! ຫຼັງຈາກເວລາຫຼາຍປີ, ເຮົາໄດ້ເຫັນຫຼາຍຄົນທີ່ເຊື່ອໃນພຣະເຈົ້າ. ຄວາມເຊື່ອຂອງພວກເຂົາໄດ້ປ່ຽນແປງໃຫ້ພຣະເຈົ້າກາຍເປັນຫຍັງໃນຄວາມຄິດຂອງພວກເຂົາ? ບາງຄົນເຊື່ອໃນພຣະເຈົ້າ ຄືກັບວ່າພຣະອົງເປັນພຽງອາກາດທີ່ວ່າງເປົ່າ. ຄົນເຫຼົ່ານີ້ບໍ່ມີຄຳຕອບຕໍ່ຄຳຖາມທີ່ກ່ຽວກັບການເປັນຢູ່ຂອງພຣະເຈົ້າ, ຍ້ອນພວກເຂົາບໍ່ສາມາດຮູ້ສຶກ ຫຼື ຮັບຮູ້ການສະຖິດຢູ່ຂອງພຣະອົງ ຫຼື ການບໍ່ສະຖິດຢູ່ຂອງພຣະອົງ, ແຮງໄກທີ່ພວກເຂົາຈະເຫັນສິ່ງນັ້ນຢ່າງຊັດເຈນ ຫຼື ເຂົ້າໃຈເຖິງສິ່ງນັ້ນ. ພາຍໃນຈິດໃຕ້ສຳນຶກ, ຄົນເຫຼົ່ານີ້ຄິດວ່າພຣະເຈົ້າບໍ່ມີຢູ່ຈິງ. ບາງຄົນກໍເຊື່ອໃນພຣະເຈົ້າຄືກັບວ່າພຣະອົງເປັນມະນຸດ. ຄົນເຫຼົ່ານີ້ຄິດວ່າ ພຣະອົງບໍ່ສາມາດເຮັດທຸກສິ່ງທຸກຢ່າງທີ່ພວກເຂົາເອງກໍບໍ່ສາມາດເຮັດເຊັ່ນດຽວກັນ ແລະ ພຣະອົງຄວນຄິດຕາມທີ່ພວກເຂົາຄິດ. ນິຍາມຂອງພວກເຂົາກ່ຽວກັບພຣະເຈົ້າກໍຄື “ບຸກຄົນທີ່ບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດສຳຜັດໄດ້”. ຍັງມີກຸ່ມຄົນທີ່ເຊື່ອໃນພຣະເຈົ້າ ຄືກັບວ່າພຣະອົງເປັນຫຸ່ນຕຸກກະຕາ; ຄົນເຫຼົ່ານີ້ເຊື່ອວ່າ ພຣະເຈົ້າບໍ່ມີຄວາມຮູ້ສຶກ. ພວກເຂົາຄິດວ່າພຣະເຈົ້າເປັນຮູບປັ້ນ ແລະ ເມື່ອຜະເຊີນກັບບັນຫາ, ພຣະເຈົ້າກໍບໍ່ມີທ່າທີ, ມຸມມອງ ຫຼື ແນວຄິດໃດໆ; ພວກເຂົາເຊື່ອວ່າພຣະອົງຖືກຄວບຄຸມໂດຍມະນຸດຊາດ. ຜູ້ຄົນພຽງເຊື່ອໃນສິ່ງທີ່ພວກເຂົາຕ້ອງການເຊື່ອ. ຖ້າພວກເຂົາເຮັດໃຫ້ພຣະອົງຍິ່ງໃຫຍ່, ແລ້ວພຣະອົງກໍຍິ່ງໃຫຍ່; ຖ້າພວກເຂົາເຮັດໃຫ້ພຣະອົງເລັກນ້ອຍ, ແລ້ວພຣະອົງກໍເລັກນ້ອຍ. ເມື່ອຜູ້ຄົນເຮັດບາບ ແລະ ຕ້ອງການຄວາມເມດຕາ, ຄວາມອົດທົນ ແລະ ຄວາມຮັກຂອງພຣະເຈົ້າ, ພວກເຂົາກໍຄິດເອງວ່າພຣະເຈົ້າຄວນປະທານຄວາມເມດຕາຂອງພຣະອົງ. ຄົນເຫຼົ່ານີ້ປະດິດ “ພຣະເຈົ້າ” ໃນຄວາມຄິດຂອງພວກເຂົາເອງ ແລະ ຫຼັງຈາກນັ້ນກໍເຮັດໃຫ້ “ພຣະເຈົ້າ” ນີ້ປະຕິບັດຕາມຄຳຮຽກຮ້ອງຂອງພວກເຂົາ ແລະ ສະໜອງຄວາມປາຖະໜາຂອງພວກເຂົາທັງໝົດ. ບໍ່ວ່າເມື່ອໃດ ຫຼື ຢູ່ໃສ ແລະ ບໍ່ວ່າຄົນດັ່ງກ່າວຈະເຮັດຫຍັງກໍຕາມ, ພວກເຂົາຈະນໍາໃຊ້ຄວາມເພີ້ຝັນນີ້ໃນການປະຕິບັດຕໍ່ພຣະເຈົ້າ ແລະ ໃນຄວາມເຊື່ອຂອງພວກເຂົາ. ເຖິງກັບມີຄົນທີ່ຍັງເຊື່ອວ່າພຣະອົງສາມາດຊ່ວຍພວກເຂົາໃຫ້ລອດພົ້ນ ຫຼັງຈາກທີ່ໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າ, ຍ້ອນພວກເຂົາຖືວ່າຄວາມຮັກຂອງພຣະເຈົ້າບໍ່ມີຂອບເຂດ ແລະ ອຸປະນິໄສຂອງພຣະອົງກໍຊອບທຳ ແລະ ບໍ່ວ່າຜູ້ຄົນຈະທ້າທາຍພຣະອົງຫຼາຍສໍ່າໃດກໍຕາມ, ພຣະອົງກໍຈະບໍ່ຈົດຈໍາສິ່ງນັ້ນໄວ້. ພວກເຂົາຄິດວ່າ ຍ້ອນຄວາມບົກຜ່ອງຂອງມະນຸດ, ການລ່ວງເກີນຂອງມະນຸດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດເປັນການສະແດງອອກເຖິງອຸປະນິໄສຂອງພວກເຂົາເປັນການຊົ່ວຄາວ, ພຣະເຈົ້າຈະໃຫ້ໂອກາດແກ່ຜູ້ຄົນ ແລະ ອົດກັ້ນ ແລະ ອົດທົນກັບພວກເຂົາ; ພວກເຂົາເຊື່ອວ່າພຣະເຈົ້າຈະຍັງຮັກພວກເຂົາຄືກັບແຕ່ກ່ອນ. ສະນັ້ນ ພວກເຂົາຈຶ່ງຍັງຮັກສາຄວາມຫວັງສູງທີ່ຈະບັນລຸຄວາມລອດພົ້ນ. ໃນຄວາມເປັນຈິງແລ້ວ, ບໍ່ວ່າຜູ້ຄົນຈະເຊື່ອໃນພຣະເຈົ້າແນວໃດກໍຕາມ, ຕາບໃດທີ່ພວກເຂົາບໍ່ສະແຫວງຫາຄວາມຈິງ, ພຣະອົງກໍຈະມີທ່າທີທາງດ້ານລົບຕໍ່ພວກເຂົາ. ນີ້ກໍຍ້ອນວ່າ ຕະຫຼອດເສັ້ນທາງແຫ່ງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ, ເຖິງແມ່ນເຈົ້າໄດ້ຈັບເອົາໜັງສືແຫ່ງພຣະທຳຂອງພຣະເຈົ້າ ແລະ ເຫັນວ່າມັນເປັນຄືກັບຊັບສົມບັດ ແລະ ສຶກສາ ແລະ ອ່ານມັນທຸກໆມື້, ແຕ່ເຈົ້າກໍຍັງປະວາງພຣະເຈົ້າທີ່ແທ້ຈິງໄວ້ທາງຂ້າງ. ເຈົ້ານັບຖືພຣະອົງວ່າເປັນພຽງອາກາດທີ່ວ່າງເປົ່າ ຫຼື ເປັນພຽງບຸກຄົນໜຶ່ງ ແລະ ພວກເຈົ້າບາງຄົນນັບຖືພຣະອົງເປັນພຽງແຕ່ຫຸ່ນຕຸກກະຕາ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເຮົາເວົ້າແບບນີ້ກໍອີງ ຕາມທີ່ເຮົາໄດ້ເຫັນ, ບໍ່ວ່າພວກເຈົ້າຈະຜະເຊີນກັບບັນຫາ ຫຼື ຜະເຊີນກັບສະຖານະການໃດໆກໍຕາມ, ສິ່ງເຫຼົ່ານັ້ນທີ່ຢູ່ໃນຈິດໃຕ້ສຳນຶກຂອງເຈົ້າ, ສິ່ງຕ່າງໆເຫຼົ່ານີ້ທີ່ເຈົ້າຍົກຂຶ້ນຢູ່ພາຍໃນ ແມ່ນບໍ່ເຄີຍກ່ຽວພັນກັບພຣະທຳຂອງພຣະເຈົ້າເລີຍ ຫຼື ການສະແຫວງຫາຄວາມຈິງຈັກເທື່ອ. ເຈົ້າພຽງແຕ່ຮູ້ຈັກວ່າເຈົ້າເອງກຳລັງຄິດຫຍັງ, ມຸມມອງຂອງເຈົ້າເອງແມ່ນຫຍັງ ແລະ ຫຼັງຈາກນັ້ນ ເຈົ້າກໍບັງຄັບແນວຄິດ ແລະ ຄວາມຄິດເຫັນຂອງເຈົ້າເອງໃຫ້ກັບພຣະເຈົ້າ. ໃນຄວາມຄິດຂອງເຈົ້າ, ພວກມັນໄດ້ກາຍມາເປັນມຸມມອງຂອງພຣະເຈົ້າ, ເປັນມາດຕະຖານທີ່ຕ້ອງຖືກສົ່ງເສີມຢ່າງແທ້ຈິງ. ດົນນານໄປ, ການປະຕິບັດແບບນີ້ຈະພາໃຫ້ເຈົ້າຫ່າງອອກຈາກພຣະເຈົ້າເລື້ອຍໆ.

ໃຫ້ເຂົ້າໃຈທ່າທີຂອງພຣະເຈົ້າ ແລະ ປະວາງທຸກແນວຄວາມຄິດທີ່ຜິດກ່ຽວກັບພຣະເຈົ້າ

ພຣະເຈົ້າອົງນີ້ທີ່ພວກເຈົ້າກຳລັງເຊື່ອແມ່ນພຣະເຈົ້າປະເພດໃດກັນແທ້? ພວກເຈົ້າເຄີຍຄິດກ່ຽວກັບເລື່ອງນີ້ບໍ? ເມື່ອພຣະອົງເຫັນຄົນຊົ່ວຮ້າຍກຳລັງເຮັດຊົ່ວ, ພຣະອົງກຽດຊັງການກະທຳນັ້ນບໍ? (ແມ່ນແລ້ວ, ພຣະອົງກຽດຊັງ). ແມ່ນຫຍັງຄືທ່າທີຂອງພຣະອົງເມື່ອພຣະອົງເຫັນຜູ້ຄົນທີ່ບໍ່ມີຄວາມຮູ້ກຳລັງເຮັດຜິດ? (ເສົ້າໃຈ). ເມື່ອພຣະອົງເຫັນຜູ້ຄົນກຳລັງລັກເຄື່ອງຖວາຍບູຊາຂອງພຣະອົງ, ແມ່ນຫຍັງຄືທ່າທີຂອງພຣະອົງ? (ພຣະອົງກຽດຊັງພວກເຂົາ). ສິ່ງນີ້ຊັດເຈນໝົດແລ້ວ, ແມ່ນບໍ? ເມື່ອພຣະເຈົ້າເຫັນຜູ້ໃດຜູ້ໜຶ່ງສັບສົນໃນຄວາມເຊື່ອຂອງພວກເຂົາທີ່ມີຢູ່ໃນພຣະອົງ, ຜູ້ທີ່ບໍ່ມີທາງສະແຫວງຫາຄວາມຈິງ, ແມ່ນຫຍັງຄືທ່າທີຂອງພຣະອົງ? ພວກເຈົ້າຂ້ອນຂ້າງບໍ່ໝັ້ນໃຈ, ແມ່ນບໍ? “ຄວາມສັບສົນ” ທີ່ເປັນທ່າທີໃດໜຶ່ງ, ບໍ່ແມ່ນຄວາມບາບ ຫຼື ສິ່ງທີ່ທ້າທາຍພຣະເຈົ້າ ແລະ ຜູ້ຄົນຮູ້ສຶກວ່າມັນບໍ່ແມ່ນຄວາມຜິດພາດປະເພດທີ່ຮ້າຍແຮງ. ແລ້ວຈົ່ງບອກເຮົາເບິ່ງວ່າ ແມ່ນຫຍັງຄືທ່າທີຂອງພຣະເຈົ້າໃນກໍລະນີນີ້? (ພຣະອົງບໍ່ເຕັມໃຈທີ່ຈະຮັບຮູ້ພວກເຂົາ). “ຄວາມບໍ່ເຕັມໃຈທີ່ຈະຮັບຮູ້” ນີ້ແມ່ນທ່າທີແບບໃດ? ມັນໝາຍເຖິງ ພຣະເຈົ້າດູຖູກຜູ້ຄົນເຫຼົ່ານີ້ ແລະ ກຽດຊັງພວກເຂົາ! ວິທີທີ່ພຣະອົງຈັດການກັບຜູ້ຄົນດັ່ງກ່າວກໍຄືການເມີນເສີຍຕໍ່ພວກເຂົາ. ວິທີການຂອງພຣະເຈົ້າກໍຄືປະວາງພວກເຂົາໄວ້ທາງຂ້າງ, ບໍ່ປະຕິບັດພາລະກິດໃດເລີຍໃນພວກເຂົາ ແລະ ນີ້ລວມເຖິງພາລະກິດແຫ່ງຄວາມສະຫວ່າງ, ແສງເຍືອງທາງ, ການຕີສອນ ແລະ ການລົງວິໄນ. ຜູ້ຄົນດັ່ງກ່າວບໍ່ໄດ້ຖືກນັບເຂົ້າຢູ່ໃນພາລະກິດຂອງພຣະເຈົ້າເລີຍ. ແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ຄົນເຫຼົ່ານີ້ທີ່ກະທໍາຜິດຕໍ່ອຸປະນິໄສຂອງພຣະອົງ ແລະ ລະເມີດບົດບັນຍັດແຫ່ງການບໍລິຫານຂອງພຣະອົງ? ການກຽດຊັງທີ່ສຸດ! ພຣະເຈົ້າໂກດຮ້າຍຢ່າງໃຫຍ່ຍ້ອນຄົນທີ່ບໍ່ຮູ້ສຶກຜິດໃນການກະທໍາຜິດຕໍ່ອຸປະນິໄສຂອງພຣະອົງ! “ໂກດຮ້າຍ” ແມ່ນບໍ່ຕ່າງຈາກຄວາມຮູ້ສຶກ, ມັນເປັນອາລົມ; ມັນບໍ່ຄືກັນກັບທ່າທີ. ເຖິງຢ່າງໃດກໍຕາມ, ຄວາມຮູ້ສຶກນີ້ ແລະ ອາລົມນີ້ຈະກໍ່ໃຫ້ເກີດຜົນຕາມມາສຳລັບຜູ້ຄົນດັ່ງກ່າວ: ມັນຈະເຮັດໃຫ້ພຣະເຈົ້າເຕັມໄປດ້ວຍການລັງກຽດຢ່າງສຸດຂີດ! ແມ່ນຫຍັງຄືຜົນຕາມມາຂອງການລັງກຽດຢ່າງສຸດຂີດນີ້? ສິ່ງນັ້ນກໍຄື ພຣະເຈົ້າຈະປະວາງຄົນເຫຼົ່ານີ້ໄວ້ທາງຂ້າງ ແລະ ບໍ່ຕອບໂຕ້ກັບພວກເຂົາເທື່ອໃນຕອນນີ້. ພຣະອົງຈະລໍຖ້າ “ຫຼັງຈາກລະດູໃບໄມ້ລົ່ນ” ແລ້ວຈັດປະເພດຂອງພວກເຂົາອອກ. ສິ່ງນີ້ໝາຍເຖິງຫຍັງ? ຄົນເຫຼົ່ານີ້ຍັງຈະໄດ້ຮັບຜົນຕາມມາບໍ? ພຣະເຈົ້າບໍ່ເຄີຍມີເຈດຕະນາທີ່ຈະມອບຜົນຕາມມາໃຫ້ແກ່ຜູ້ຄົນດັ່ງກ່າວ! ສະນັ້ນ ມັນບໍ່ເປັນເລື່ອງປົກກະຕິແທ້ບໍ ທີ່ພຣະເຈົ້າບໍ່ໄດ້ຕອບໂຕ້ກັບຜູ້ຄົນດັ່ງກ່າວໃນຕອນນີ້? (ແມ່ນແລ້ວ, ມັນປົກກະຕິ). ແລ້ວຜູ້ຄົນດັ່ງກ່າວຄວນກະກຽມຫຍັງແດ່? ພວກເຂົາຄວນກະກຽມເພື່ອຮັບເອົາຜົນຕາມມາທີ່ບໍ່ດີສຳລັບພຶດຕິກຳຂອງພວກເຂົາ ແລະ ການກະທຳຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ. ນີ້ຄືປະຕິກິລິຍາຂອງພຣະເຈົ້າຕໍ່ບຸກຄົນດັ່ງກ່າວ. ສະນັ້ນ, ບັດນີ້ ເຮົາຈະເວົ້າຢ່າງຊັດເຈນຕໍ່ຜູ້ຄົນດັ່ງກ່າວວ່າ: ຢ່າຍຶດຕິດກັບ ການລວງຕາຂອງເຈົ້າອີກຕໍ່ໄປ ແລະ ຢ່າມີຄວາມເພີ້ຝັນອີກຕໍ່ໄປເລີຍ. ພຣະເຈົ້າຈະບໍ່ອົດກັ້ນກັບຜູ້ຄົນຕະຫຼອດໄປ; ພຣະອົງຈະບໍ່ອົດທົນຕໍ່ການລະເມີດ ຫຼື ຄວາມບໍ່ເຊື່ອຟັງຂອງພວກເຂົາຕະຫຼອດໄປ. ບາງຄົນຈະເວົ້າວ່າ “ຂ້ານ້ອຍໄດ້ເຫັນສອງສາມຄົນທີ່ເປັນແບບນັ້ນ ແລະ ເມື່ອພວກເຂົາອະທິຖານ, ພວກເຂົາກໍຮູ້ສຶກວ່າຖືກສຳຜັດໂດຍພຣະເຈົ້າເປັນພິເສດ ແລະ ຫຼັງຈາກນັ້ນ ພວກເຂົາກໍຮ້ອງໄຫ້ຢ່າງຂົມຂື່ນ. ຕາມປົກກະຕິແລ້ວ ພວກເຂົາແມ່ນມີຄວາມສຸກຫຼາຍ; ພວກເຂົາເບິ່ງຄືມີການສະຖິດຂອງພຣະເຈົ້າ ແລະ ການນໍາພາຂອງພຣະເຈົ້າຢູ່ກັບພວກເຂົາ”. ຢ່າກ່າວເລື່ອງໄຮ້ສາລະດັ່ງກ່າວເລີຍ! ນໍ້າຕາທີ່ຂົມຂື່ນບໍ່ຈຳເປັນຕ້ອງໝາຍເຖິງຄົນໃດໜຶ່ງຖືກສຳຜັດໂດຍພຣະເຈົ້າ ຫຼື ໄດ້ຮັບການສະຖິດຂອງພຣະເຈົ້າ, ແຮງໄກທີ່ຈະຖືກນໍາພາໂດຍພຣະເຈົ້າ. ຖ້າຜູ້ຄົນເຮັດໃຫ້ພຣະເຈົ້າໃຈຮ້າຍ, ພຣະອົງຍັງຈະນໍາພາພວກເຂົາຢູ່ບໍ? ສະຫຼຸບກໍຄື ເມື່ອພຣະເຈົ້າໄດ້ຕັດສິນໃຈກຳຈັດ ແລະ ປະຖິ້ມຜູ້ໃດຜູ້ໜຶ່ງ, ຜົນຕາມມາຂອງບຸກຄົນນັ້ນແມ່ນໄດ້ສູນຫາຍໄປແລ້ວ. ບໍ່ວ່າຄວາມຮູ້ສຶກຂອງພວກເຂົາຈະເປັນທີ່ພໍໃຈສໍ່າໃດເມື່ອພວກເຂົາອະທິຖານກໍຕາມ ຫຼື ບໍ່ວ່າພວກເຂົາມີຈະຄວາມເຊື່ອໃນພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາຫຼາຍສໍ່າໃດກໍຕາມ, ມັນກໍບໍ່ມີຜົນຕາມມາອີກຕໍ່ໄປແລ້ວ. ສິ່ງສຳຄັນກໍຄື ພຣະເຈົ້າບໍ່ຕ້ອງການຄວາມເຊື່ອປະເພດນີ້; ພຣະອົງໄດ້ປະຕິເສດຄົນເຫຼົ່ານີ້ແລ້ວ. ວິທີຈັດການກັບພວກເຂົາໃນອະນາຄົດກໍບໍ່ສຳຄັນເຊັ່ນກັນ. ສິ່ງສຳຄັນຄື ທັນທີທີ່ຜູ້ຄົນເຫຼົ່ານີ້ເຮັດໃຫ້ພຣະເຈົ້າໃຈຮ້າຍ, ຜົນຕາມມາຂອງພວກເຂົາແມ່ນຖືກກຳນົດໄວ້ແລ້ວ. ຖ້າພຣະເຈົ້າໄດ້ຕັ້ງໃຈບໍ່ຊ່ວຍຜູ້ຄົນດັ່ງກ່າວໃຫ້ລອດພົ້ນ, ແລ້ວພວກເຂົາກໍຈະຖືກປະຖິ້ມໄວ້ໃຫ້ຖືກລົງໂທດ. ນີ້ແມ່ນທ່າທີຂອງພຣະເຈົ້າ.

ເຖິງແມ່ນວ່າແກ່ນແທ້ຂອງພຣະເຈົ້າຈະມີອົງປະກອບແຫ່ງຄວາມຮັກ ແລະ ພຣະອົງເມດຕາຕໍ່ທຸກຄົນ, ຜູ້ຄົນແມ່ນໄດ້ເບິ່ງຂ້າມ ແລະ ລືມຂໍ້ແທ້ຈິງທີ່ວ່າ ແກ່ນແທ້ຂອງພຣະອົງເປັນແກ່ນແທ້ທີ່ມີກຽດສັກສີເຊັ່ນກັນ. ການທີ່ພຣະອົງຮັກບໍ່ໄດ້ໝາຍຄວາມວ່າ ຜູ້ຄົນຈະສາມາດກະທໍາຜິດຕໍ່ພຣະອົງຕາມອຳເພີໃຈ ໂດຍບໍ່ປຸກປັ່ນຄວາມຮູ້ສຶກ ຫຼື ປະຕິກິລິຍາຂອງພຣະອົງ ຫຼື ຂໍ້ແທ້ຈິງທີ່ວ່າພຣະອົງມີຄວາມເມດຕາບໍ່ໄດ້ໝາຍຄວາມວ່າພຣະອົງບໍ່ໄດ້ມີຫຼັກການໃນການປະຕິບັດຕໍ່ຜູ້ຄົນ. ພຣະເຈົ້າມີຊີວິດຢູ່; ພຣະອົງເປັນຢູ່ຢ່າງແທ້ຈິງ. ພຣະອົງບໍ່ແມ່ນຫຸ່ນຕຸກກະຕາທີ່ຖືກຈິນຕະນາການຂຶ້ນມາ ຫຼື ວັດຖຸອື່ນໆ. ເນື່ອງຈາກວ່າພຣະອົງເປັນຢູ່, ພວກເຮົາຄວນຟັງສຽງຂອງຫົວໃຈຂອງພຣະອົງຢ່າງລະມັດລະວັງຢູ່ຕະຫຼອດເວລາ, ໃສ່ໃຈກັບທ່າທີຂອງພຣະອົງຢ່າງໃກ້ຊິດ ແລະ ມາເຂົ້າໃຈຄວາມຮູ້ສຶກຂອງພຣະອົງ. ພວກເຮົາບໍ່ຄວນໃຊ້ຈິນຕະນາການຂອງມະນຸດເພື່ອນິຍາມພຣະເຈົ້າ ຫຼື ພວກເຮົາບໍ່ຄວນເອົາຄວາມຄິດ ຫຼື ຄວາມປາຖະໜາຂອງມະນຸດກໍານົດພຣະອົງ, ເຮັດໃຫ້ພຣະເຈົ້າປະຕິບັດຕໍ່ຜູ້ຄົນໃນລັກສະນະຂອງມະນຸດ ໂດຍອີງຕາມຈິນຕະນາການຂອງມະນຸດ. ຖ້າເຈົ້າເຮັດສິ່ງນີ້, ແລ້ວເຈົ້າກໍກຳລັງເຮັດໃຫ້ພຣະເຈົ້າໃຈຮ້າຍ, ປຸກປັ່ນຄວາມໂກດຮ້າຍຂອງພຣະອົງ ແລະ ທ້າທາຍກຽດສັກສີຂອງພຣະອົງ! ສະນັ້ນ ຫຼັງຈາກທີ່ພວກເຈົ້າໄດ້ມາເຂົ້າໃຈເຖິງຄວາມຮຸນແຮງຂອງເລື່ອງນີ້, ເຮົາແນະນຳໃຫ້ພວກເຈົ້າແຕ່ລະຄົນລະມັດລະວັງ ແລະ ຮອບຄອບໃນການກະທຳຂອງພວກເຈົ້າ. ໃຫ້ລະມັດລະວັງ ແລະ ຮອບຄອບໃນຄຳເວົ້າຂອງພວກເຈົ້າ. ສຳລັບວິທີການທີ່ເຈົ້າປະຕິບັດຕໍ່ພຣະເຈົ້າ, ຍິ່ງເຈົ້າລະມັດລະວັງ ແລະ ຮອບຄອບຫຼາຍສໍ່າໃດ, ມັນກໍຍິ່ງເປັນການດີຫຼາຍສໍ່ານັ້ນ! ເມື່ອເຈົ້າບໍ່ເຂົ້າໃຈວ່າແມ່ນຫຍັງຄືທ່າທີຂອງພຣະເຈົ້າ ກໍຈົ່ງລະເວັ້ນຈາກການເວົ້າໂລເລ, ຢ່າປະໝາດໃນການກະທຳຂອງເຈົ້າ ແລະ ຢ່າເວົ້າໄປເລື້ອຍເປືອຍ. ສຳຄັນໄປກວ່ານັ້ນ, ຢ່າສະຫຼຸບຕາມອຳເພີໃຈ. ກົງກັນຂ້າມ, ເຈົ້າຄວນລໍຖ້າ ແລະ ສະແຫວງຫາ; ການກະທຳເຫຼົ່ານີ້ແມ່ນເປັນການສະແດງອອກເຖິງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍເຊັ່ນກັນ. ນອກເໜືອສິ່ງອື່ນໃດ, ຖ້າເຈົ້າສາມາດບັນລຸສິ່ງນີ້ໄດ້ ແລະ ນອກເໜືອສິ່ງອື່ນໃດ ຖ້າເຈົ້າມີທັດສະນະຄະຕິນີ້, ແລ້ວພຣະເຈົ້າກໍຈະບໍ່ໂທດເຈົ້າສຳລັບຄວາມໂງ່ຈ້າ, ຄວາມບໍ່ຮູ້ ແລະ ການຂາດຄວາມເຂົ້າໃຈຂອງເຈົ້າໃນເຫດຜົນທີ່ຢູ່ເບື້ອງຫຼັງສິ່ງຕ່າງໆ. ກົງກັນຂ້າມ, ຍ້ອນທ່າທີໃນການຢ້ານກະທໍາຜິດຕໍ່ພຣະເຈົ້າ, ຄວາມເຄົາລົບຕໍ່ເຈດຕະນາຂອງພຣະອົງ ແລະ ຄວາມເຕັມໃຈທີ່ຈະເຊື່ອຟັງພຣະອົງ, ພຣະເຈົ້າຈະຈື່ເຈົ້າ, ນໍາພາ ແລະ ໃຫ້ສ່ອງແສງແກ່ເຈົ້າ ຫຼື ອົດທົນຕໍ່ຄວາມເປັນເດັກນ້ອຍ ແລະ ຄວາມບໍ່ຮູ້ຂອງເຈົ້າ. ແຕ່ຖ້າທ່າທີຂອງເຈົ້າທີ່ມີຕໍ່ພຣະອົງຄືການບໍ່ເຄົາລົບ, ຕັດສິນພຣະອົງຕາມທີ່ເຈົ້າປາຖະໜາ ຫຼື ຄາດເດົາຕາມອຳເພີໃຈ ແລະ ກຳນົດແນວຄິດຂອງພຣະອົງ, ພຣະເຈົ້າກໍຈະປະນາມເຈົ້າ, ລົງວິໄນເຈົ້າ ແລະ ເຖິງກັບລົງໂທດເຈົ້າ; ຫຼື ພຣະອົງອາດສະແດງຄວາມຄິດເຫັນກ່ຽວກັບເຈົ້າ. ບາງເທື່ອ ຄວາມຄິດເຫັນນີ້ຈະກ່ຽວພັນກັບຜົນຕາມມາຂອງເຈົ້າ. ສະນັ້ນ ເຮົາຈຶ່ງຂໍເນັ້ນອີກຄັ້ງ: ພວກເຈົ້າແຕ່ລະຄົນຄວນລະມັດລະວັງ ແລະ ຮອບຄອບກ່ຽວກັບທຸກສິ່ງທີ່ມາຈາກພຣະເຈົ້າ. ຢ່າເວົ້າໂດຍບໍ່ລະມັດລະວັງ ແລະ ຢ່າປະໝາດໃນການກະທຳຂອງເຈົ້າ. ກ່ອນທີ່ເຈົ້າຈະເວົ້າຫຍັງ, ເຈົ້າຄວນຢຸດ ແລະ ຄິດຄໍານຶງວ່າ: ການກະທຳນີ້ຂອງຂ້ານ້ອຍຈະເຮັດໃຫ້ພຣະເຈົ້າໃຈຮ້າຍບໍ? ການເຮັດສິ່ງນັ້ນ, ຂ້ານ້ອຍກຳລັງເຄົາລົບພຣະເຈົ້າບໍ? ແມ່ນແຕ່ໃນເລື່ອງເລັກໆນ້ອຍໆ, ເຈົ້າກໍຄວນພະຍາຍາມຕອບຄຳຖາມເຫຼົ່ານີ້ໃຫ້ໄດ້ ແລະ ໃຊ້ເວລາເພີມເຕີມເພື່ອພິຈາລະນາຄຳຖາມເຫຼົ່ານີ້. ຖ້າເຈົ້າສາມາດປະຕິບັດຕາມຫຼັກການເຫຼົ່ານີ້ຢ່າງແທ້ຈິງໃນທຸກລັກສະນະ, ໃນທຸກສິ່ງ, ຕະຫຼອດເວລາ ແລະ ນໍາໃຊ້ທ່າທີດັ່ງກ່າວ ໂດຍສະເພາະເມື່ອເວລາເຈົ້າບໍ່ເຂົ້າໃຈບາງສິ່ງບາງຢ່າງ, ແລ້ວພຣະເຈົ້າກໍຈະນໍາພາເຈົ້າຢູ່ສະເໝີ ແລະ ສະໜອງເສັ້ນທາງໃຫ້ເຈົ້າໄດ້ເດີນຕາມ. ບໍ່ວ່າຜູ້ຄົນຈະສະແດງອອກໃນຮູບແບບໃດກໍຕາມ, ພຣະເຈົ້າກໍເຫັນພວກເຂົາຢ່າງຊັດເຈນ ແລະ ແຈ່ມແຈ້ງ ແລະ ພຣະອົງຈະປະເມີນການສະແດງອອກເຫຼົ່ານີ້ຂອງເຈົ້າຢ່າງຖືກຕ້ອງ ແລະ ເໝາະສົມ. ຫຼັງຈາກທີ່ເຈົ້າໄດ້ຜ່ານການທົດລອງຄັ້ງສຸດທ້າຍ, ພຣະເຈົ້າຈະນໍາເອົາພຶດຕິກຳທັງໝົດຂອງເຈົ້າ ແລະ ສະຫຼຸບມັນຢ່າງຄົບຖ້ວນເພື່ອກຳນົດຜົນຕາມມາຂອງເຈົ້າ. ຜົນຕາມມານີ້ຈະເຮັດໃຫ້ທຸກຄົນເຊື່ອໂດຍບໍ່ມີການສົງໄສເລີຍ. ສິ່ງທີ່ເຮົາຕ້ອງການບອກພວກເຈົ້າໃນນີ້ກໍຄື: ທຸກການກະທຳຂອງພວກເຈົ້າ, ທຸກການປະພຶດຂອງພວກເຈົ້າ ແລະ ທຸກຄວາມຄິດຂອງພວກເຈົ້າຕັດສິນໂຊກຊະຕາຂອງພວກເຈົ້າ.

ຜູ້ໃດກຳນົດຜົນຕາມມາຂອງຜູ້ຄົນ?

ມີອີກເລື່ອງໜຶ່ງທີ່ສຳຄັນທີ່ສຸດໃຫ້ສົນທະນາ ແລະ ນັ້ນກໍຄືທ່າທີຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າ. ທ່າທີນີ້ແມ່ນສຳຄັນເປັນຢ່າງຍິ່ງ! ມັນຕັດສິນວ່າ ໃນທີ່ສຸດພວກເຈົ້າຈະຍ່າງສູ່ຄວາມຫາຍະນະ ຫຼື ສູ່ຈຸດໝາຍປາຍທາງອັນສວຍງາມທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບພວກເຈົ້າ. ໃນຍຸກແຫ່ງອານາຈັກ, ພຣະເຈົ້າໄດ້ປະຕິບັດພາລະກິດເປັນເວລາຫຼາຍກວ່າຊາວປີ ແລະ ບາງເທື່ອ ໃນຕະຫຼອດເວລາສອງທົດສະວັດເຫຼົ່ານີ້, ເລິກໆຢູ່ຂ້າງໃນ ພວກເຈົ້າບໍ່ໝັ້ນໃຈແມ່ນແຕ່ໜ້ອຍດຽວວ່າພວກເຈົ້າໄດ້ປະຕິບັດແນວໃດ. ເຖິງຢ່າງໃດກໍຕາມ, ໃນຫົວໃຈຂອງພຣະເຈົ້າ ພຣະອົງໄດ້ບັນທຶກພວກເຈົ້າແຕ່ລະຄົນຢ່າງເປັນຈິງ ແລະ ແທ້ຈິງ. ນັບຕັ້ງແຕ່ເວລາແຕ່ລະຄົນເລີ່ມຕິດຕາມພຣະອົງ ແລະ ຟັງຄຳເທດສະໜາຂອງພຣະອົງ, ໄດ້ເຂົ້າໃຈຄວາມຈິງຫຼາຍຂຶ້ນເທື່ອລະໜ້ອຍ ແລະ ຈົນເຖິງເວລາທີ່ແຕ່ລະຄົນເລີ່ມປະຕິບັດໜ້າທີ່ຂອງພວກເຂົາ, ພຣະເຈົ້າໄດ້ເກັບບັນທຶກການປະພຶດທຸກຮູບແບບຂອງແຕ່ລະຄົນ. ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ ແລະ ກຳລັງຜະເຊີນກັບສະພາບແວດລ້ອມ ແລະ ການທົດລອງທຸກຮູບແບບ, ແມ່ນຫຍັງຄືທ່າທີຂອງຜູ້ຄົນ? ພວກເຂົາປະຕິບັດແນວໃດ? ພວກເຂົາຮູ້ສຶກແນວໃດຕໍ່ພຣະເຈົ້າທີ່ຢູ່ໃນຫົວໃຈຂອງພວກເຂົາ?... ພຣະເຈົ້າໄດ້ບັນທຶກທຸກສິ່ງເຫຼົ່ານີ້ໄວ້; ພຣະອົງໄດ້ບັນທຶກມັນໄວ້ທັງໝົດແລ້ວ. ບາງເທື່ອ ຈາກມຸມມອງຂອງພວກເຈົ້າ, ບັນຫາເຫຼົ່ານີ້ເປັນຕາສັບສົນ. ແຕ່ຈາກຈຸດຢືນຂອງພຣະເຈົ້າ ບັນຫາເຫຼົ່ານີ້ແມ່ນຊັດເຈນຄືກັບແກ້ວຜະລຶກ ແລະ ບໍ່ມີຄວາມວຸ້ນວາຍແມ່ນແຕ່ໜ້ອຍດຽວ. ນີ້ຄືບັນຫາທີ່ກ່ຽວພັນເຖິງຜົນຕາມມາຂອງແຕ່ລະຄົນ ແລະ ລາມໄປເຖິງໂຊກຊະຕາ ແລະ ຄວາມຄາດຫວັງໃນອະນາຄົດຂອງແຕ່ລະຄົນເຊັ່ນກັນ ແລະ ຍິ່ງໄປກວ່ານັ້ນ ນີ້ແມ່ນຈຸດທີພຣະເຈົ້າເສຍສະຫຼະຄວາມພະຍາຍາມອັນເຈັບປວດຂອງພຣະອົງ; ສະນັ້ນ ພຣະເຈົ້າຈະບໍ່ປະລະມັນແມ່ນແຕ່ໜ້ອຍດຽວ ຫຼື ພຣະອົງຈະບໍ່ອົດທົນຕໍ່ຄວາມປະໝາດໃດໆ. ພຣະເຈົ້າກຳລັງບັນທຶກເລື່ອງລາວຂອງມະນຸດຊາດ, ເກັບກຳຊ່ວງເວລາທັງໝົດຂອງມະນຸດທີ່ພວກເຂົາຕິດຕາມພຣະເຈົ້າ, ນັບຕັ້ງແຕ່ຈຸດເລີ່ມຕົ້ນຈົນໄປເຖິງຈຸດສິ້ນສຸດ. ທ່າທີຂອງເຈົ້າຕໍ່ພຣະອົງໃນຊ່ວງເວລານີ້ໄດ້ກຳນົດໂຊກຊະຕາຂອງເຈົ້າ. ນີ້ບໍ່ແມ່ນຄວາມຈິງບໍ? ບັດນີ້ ເຈົ້າເຊື່ອບໍ່ວ່າພຣະເຈົ້າຊອບທຳ? ການກະທຳຂອງພຣະອົງເໝາະສົມບໍ? ພວກເຈົ້າຍັງມີຈິນຕະນາການອື່ນໆກ່ຽວກັບພຣະເຈົ້າໃນຫົວຂອງພວກເຈົ້າບໍ? (ບໍ່). ແລ້ວພວກເຈົ້າຈະເວົ້າໄດ້ບໍ່ວ່າ ຜົນຕາມມາຂອງຜູ້ຄົນແມ່ນໃຫ້ພຣະເຈົ້າກຳນົດ ຫຼື ໃຫ້ຜູ້ຄົນກຳນົດເອງ? (ພວກມັນແມ່ນຖືກກຳນົດໂດຍພຣະເຈົ້າ). ຜູ້ໃດກຳນົດພວກມັນ? (ພຣະເຈົ້າ). ພວກເຈົ້າບໍ່ໝັ້ນໃຈ, ແມ່ນບໍ? ອ້າຍເອື້ອຍນ້ອງຈາກຮົງກົງ, ຈົ່ງຕອບເບິ່ງ, ຜູ້ໃດກຳນົດຜົນຕາມມາເຫຼົ່ານັ້ນ? (ຜູ້ຄົນເອງທີ່ກຳນົດຜົນຕາມມາເຫຼົ່ານັ້ນ). ຜູ້ຄົນກຳນົດຜົນຕາມມາດ້ວຍພວກເຂົາເອງແມ່ນບໍ? ແລ້ວນັ້ນກໍໝາຍຄວາມວ່າຜົນຕາມມາຂອງຜູ້ຄົນບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າບໍ? ອ້າຍເອື້ອຍນ້ອງຈາກເກົາຫຼີໃຕ້, ຈົ່ງຕອບເບິ່ງ. (ພຣະເຈົ້າກຳນົດຜົນຕາມມາຂອງຜູ້ຄົນໂດຍອີງໃສ່ການປະພຶດ ແລະ ການກະທຳຂອງພວກເຂົາທັງໝົດ ແລະ ຕາມເສັ້ນທາງທີ່ພວກເຂົາດໍາລົງຢູ່). ນີ້ແມ່ນການຕອບຢູ່ບົນພື້ນຖານແຫ່ງຄວາມເປັນຈິງທີ່ສຸດ. ມີຂໍ້ແທ້ຈິງໃນນີ້ທີ່ເຮົາຕ້ອງແຈ້ງໃຫ້ພວກເຈົ້າທຸກຄົນຮັບຮູ້: ໃນຊ່ວງເວລາພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າ, ພຣະອົງໄດ້ກຳນົດມາດຕະຖານສຳລັບມະນຸດ. ມາດຕະຖານນີ້ກໍຄືພວກເຂົາຕ້ອງຟັງພຣະທຳຂອງພຣະເຈົ້າ ແລະ ຍ່າງໃນເສັ້ນທາງຂອງພຣະເຈົ້າ. ມັນແມ່ນມາດຕະຖານນີ້ທີ່ໃຊ້ເພື່ອວັດແທກຜົນຕາມມາຂອງຜູ້ຄົນ. ຖ້າເຈົ້າປະຕິບັດຕາມມາດຕະຖານນີ້ຂອງພຣະເຈົ້າ, ແລ້ວເຈົ້າກໍສາມາດຮັບເອົາຜົນຕາມມາທີ່ດີໄດ້; ຖ້າເຈົ້າບໍ່ສາມາດປະຕິບັດໄດ້, ແລ້ວເຈົ້າກໍບໍ່ສາມາດຮັບເອົາຜົນຕາມມາທີ່ດີໄດ້. ແລ້ວເຈົ້າຄິດວ່າຜູ້ໃດທີ່ກຳນົດຜົນຕາມມານີ້? ມັນບໍ່ແມ່ນພຣະເຈົ້າພຽງຜູ້ດຽວທີ່ກຳນົດຜົນຕາມມານີ້, ແຕ່ກົງກັນຂ້າມ ພຣະເຈົ້າ ແລະ ມະນຸດກຳນົດຮ່ວມກັນ. ສິ່ງນີ້ຖືກຕ້ອງບໍ? (ແມ່ນແລ້ວ). ເປັນຫຍັງຈຶ່ງເປັນແບບນັ້ນ? ນີ້ກໍຍ້ອນວ່າ ມັນແມ່ນພຣະເຈົ້າທີ່ປາຖະໜາຈະປະຕິບັດພາລະກິດແຫ່ງຄວາມລອດພົ້ນຂອງມະນຸດຊາດຢ່າງກະຕືລືລົ້ນ ແລະ ຈັດແຈງຈຸດໝາຍປາຍທາງທີ່ສວຍງາມໃຫ້ກັບມະນຸດຊາດ; ມະນຸດເປັນເປົ້າໝາຍຂອງພາລະກິດຂອງພຣະເຈົ້າ ແລະ ຜົນຕາມມານີ້, ຈຸດໝາຍປາຍທາງນີ້ ແມ່ນສິ່ງທີ່ພຣະເຈົ້າຈັດແຈງສຳລັບພວກເຂົາ. ຖ້າບໍ່ມີເປົ້າໝາຍໃຫ້ພຣະອົງປະຕິບັດພາລະກິດ, ແລ້ວພຣະອົງກໍບໍ່ຈຳເປັນຕ້ອງປະຕິບັດພາລະກິດນີ້; ຖ້າພຣະອົງບໍ່ປະຕິບັດພາລະກິດນີ້, ແລ້ວມະນຸດກໍຈະບໍ່ມີໂອກາດທີ່ຈະໄດ້ຮັບເອົາຄວາມລອດພົ້ນ. ມະນຸດແມ່ນຄົນທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ເຖິງແມ່ນການຊ່ວຍໃຫ້ລອດພົ້ນເປັນພາກສ່ວນທີ່ບໍ່ມີປະຕິກິລິຍາຫຍັງຂອງຂະບວນການນີ້, ມັນແມ່ນທ່າທີຂອງຜູ້ທີ່ມີສ່ວນຮ່ວມໃນນີ້ທີ່ກຳນົດວ່າ ພຣະເຈົ້າຈະເຮັດສຳເລັດໃນພາລະກິດຂອງພຣະອົງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ຫຼື ບໍ່. ຖ້າບໍ່ແມ່ນຍ້ອນການນໍາພາທີ່ພຣະເຈົ້າມອບໃຫ້ກັບເຈົ້າ, ເຈົ້າຈະບໍ່ຮູ້ຈັກມາດຕະຖານຂອງພຣະອົງ ຫຼື ເຈົ້າຈະບໍ່ມີຈຸດປະສົງ. ຖ້າເຈົ້າມີມາດຕະຖານນີ້, ຈຸດປະສົງນີ້, ແຕ່ເຈົ້າຍັງບໍ່ໄດ້ຮ່ວມມື, ກໍຈົ່ງນໍາເອົາມາດຕະຖານນີ້ເຂົ້າສູ່ການປະຕິບັດ ຫຼື ຈ່າຍລາຄາ, ແລ້ວເຈົ້າກໍຈະບໍ່ໄດ້ຮັບຜົນຕາມມານີ້. ດ້ວຍເຫດຜົນນີ້, ເຮົາຈຶ່ງເວົ້າວ່າ ຜົນຕາມມາຂອງຜູ້ໃດຜູ້ໜຶ່ງບໍ່ສາມາດຕັດຂາດອອກຈາກພຣະເຈົ້າ ແລະ ມັນຍັງບໍ່ສາມາດຕັດຂາດອອກຈາກບຸກຄົນໃດໜຶ່ງ. ແລ້ວບັດນີ້, ພວກເຈົ້າຮູ້ວ່າຜູ້ໃດກຳນົດຜົນຕາມມາຂອງມະນຸດ.

ຜູ້ຄົນມັກໃຫ້ນິຍາມພຣະເຈົ້າໂດຍອີງໃສ່ປະສົບການ

ເມື່ອເວລາສື່ສານກ່ຽວກັບຫົວຂໍ້ຂອງການຮູ້ຈັກພຣະເຈົ້າ, ພວກເຈົ້າໄດ້ສັງເກດເຫັນບາງສິ່ງບໍ? ພວກເຈົ້າໄດ້ສັງເກດບໍ່ວ່າ ໃນປັດຈຸບັນ ທ່າທີຂອງພຣະອົງໄດ້ຜ່ານການປ່ຽນແປງ? ທ່າທີຂອງພຣະອົງທີ່ມີຕໍ່ມະນຸດບໍ່ສາມາດປ່ຽນແປງໄດ້ບໍ? ພຣະອົງຈະອົດກັ້ນແບບນີ້ຢູ່ສະເໝີ ໂດຍຍື່ນຄວາມຮັກ ແລະ ຄວາມເມດຕາທັງໝົດຂອງພຣະອົງໃຫ້ກັບມະນຸດຢ່າງບໍ່ມີກຳນົດບໍ? ເລື່ອງນີ້ຍັງກ່ຽວພັນເຖິງແກ່ນແທ້ຂອງພຣະເຈົ້າ. ໃຫ້ພວກເຮົາກັບຄືນໄປສູ່ຄຳຖາມທີ່ກ່ຽວກັບລູກເສເພທີ່ໄດ້ກ່າວເຖິງກ່ອນໜ້ານີ້. ຫຼັງຈາກທີ່ໄດ້ຖາມຄຳຖາມນັ້ນ, ຄຳຕອບຂອງພວກເຈົ້າກໍບໍ່ຊັດເຈນຫຼາຍ; ເວົ້າອີກຢ່າງໜຶ່ງກໍຄື ພວກເຈົ້າຍັງບໍ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບເຈດຕະນາຂອງພຣະເຈົ້າ. ເມື່ອໄດ້ຮູ້ວ່າພຣະເຈົ້າຮັກມະນຸດຊາດ, ພວກເຂົາກໍໃຫ້ນິຍາມພຣະອົງວ່າເປັນສັນຍາລັກແຫ່ງຄວາມຮັກ: ພວກເຂົາເຊື່ອວ່າ ບໍ່ວ່າຜູ້ຄົນຈະເຮັດຫຍັງກໍຕາມ, ບໍ່ວ່າພວກເຂົາຈະປະພຶດແບບໃດກໍຕາມ, ບໍ່ວ່າພວກເຂົາຈະປະຕິບັດຕໍ່ພຣະເຈົ້າແນວໃດກໍຕາມ ແລະ ບໍ່ວ່າພວກເຂົາອາດຈະບໍ່ເຊື່ອຟັງແນວໃດກໍຕາມ, ບໍ່ມີສິ່ງໃດໃນນີ້ສຳຄັນ ຍ້ອນວ່າ ພຣະເຈົ້າມີຄວາມຮັກ ແລະ ຄວາມຮັກຂອງພຣະອົງກໍບໍ່ມີຈຳກັດ ແລະ ບໍ່ສາມາດວັດແທກໄດ້; ພຣະເຈົ້າມີຄວາມຮັກ, ສະນັ້ນ ພຣະອົງສາມາດອົດທົນກັບຜູ້ຄົນ; ແລະ ພຣະເຈົ້າມີຄວາມຮັກ, ສະນັ້ນ ພຣະອົງຈຶ່ງເມດຕາຕໍ່ຜູ້ຄົນ, ເມດຕາຕໍ່ຄວາມເປັນເດັກນ້ອຍຂອງພວກເຂົາ, ເມດຕາຕໍ່ຄວາມໄຮ້ດຽງສາຂອງພວກເຂົາ ແລະ ເມດຕາຕໍ່ຄວາມບໍ່ເຊື່ອຟັງຂອງພວກເຂົາ. ນີ້ຄືສິ່ງທີ່ເປັນຈິງແທ້ບໍ? ສຳລັບບາງຄົນແລ້ວ, ເມື່ອພວກເຂົາໄດ້ຜະເຊີນກັບຄວາມອົດທົນຂອງພຣະເຈົ້າຄັ້ງໜຶ່ງ ຫຼື ແມ່ນແຕ່ສອງສາມຄັ້ງ, ພວກເຂົາກໍຈະຖືເອົາປະສົບການເຫຼົ່ານີ້ເປັນຕົ້ນທຶນໃນການເຂົ້າໃຈກ່ຽວກັບພຣະເຈົ້າຂອງພວກເຂົາເອງ ໂດຍ ເຊື່ອວ່າພຣະອົງຈະອົດທົນ ແລະ ເມດຕາຕໍ່ພວກເຂົາຕະຫຼອດໄປ ແລະ ຫຼັງຈາກນັ້ນ ຕະຫຼອດຊີວິດຂອງພວກເຂົາ, ພວກເຂົາກໍຈະນໍາເອົາຄວາມອົດທົນຂອງພຣະເຈົ້ານີ້ ແລະ ຖືເອົາມັນເປັນມາດຕະຖານຂອງພຣະອົງໃນການປະຕິບັດຕໍ່ພວກເຂົາ. ຫຼັງຈາກໄດ້ຜະເຊີນກັບຄວາມອົດກັ້ນຂອງພຣະເຈົ້າຄັ້ງໜຶ່ງ, ຍັງມີຄົນທີ່ໃຫ້ນິຍາມພຣະເຈົ້າວ່າເປັນຜູ້ອົດກັ້ນຕະຫຼອດໄປ ແລະ ໃນຄວາມຄິດຂອງພວກເຂົາ, ຄວາມອົດກັ້ນນີ້ກໍບໍ່ມີຈຳກັດ, ບໍ່ມີເງື່ອນໄຂ ແລະ ເຖິງກັບບໍ່ມີຫຼັກການໃດໆທັງສິ້ນ. ຄວາມເຊື່ອດັ່ງກ່າວຖືກຕ້ອງບໍ? ທຸກຄັ້ງທີ່ສົນທະນາເຖິງເລື່ອງຕ່າງໆກ່ຽວກັບແກ່ນແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ, ພວກເຈົ້າເບິ່ງຄືວ່າສັບສົນ. ການທີ່ເຫັນພວກເຈົ້າເປັນແບບນີ້ເຮັດໃຫ້ເຮົາຮູ້ສຶກໃຈຮ້າຍຫຼາຍ. ພວກເຈົ້າໄດ້ຍິນຄວາມຈິງຫຼາຍຢ່າງກ່ຽວກັບແກ່ນແທ້ຂອງພຣະເຈົ້າ; ພວກເຈົ້າຍັງໄດ້ຟັງການສົນທະນາທີ່ຍິ່ງໃຫຍ່ຫຼາຍຄັ້ງກ່ຽວກັບອຸປະນິໄສຂອງພຣະອົງ. ແຕ່ເຖິງຢ່າງນັ້ນກໍຕາມ, ໃນຄວາມຄິດຂອງພວກເຈົ້າ, ບັນຫາເຫຼົ່ານີ້ ແລະ ຄວາມຈິງໃນລັກສະນະເຫຼົ່ານີ້ກໍເປັນພຽງຄວາມຊົງຈຳທີ່ອີງຕາມທິດສະດີ ແລະ ພຣະທຳທີ່ຖືກຂຽນໄວ້; ໃນຊີວິດປະຈຳວັນຂອງພວກເຈົ້າ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ຈະສາມາດຜະເຊີນ ຫຼື ເຫັນອຸປະນິໄສຂອງພຣະເຈົ້າຈາກສິ່ງທີ່ມັນເປັນຢ່າງແທ້ຈິງ. ສະນັ້ນ ພວກເຈົ້າທຸກຄົນຈຶ່ງສັບສົນໃນຄວາມເຊື່ອຂອງພວກເຈົ້າ; ພວກເຈົ້າທຸກຄົນເຊື່ອຢ່າງລັບຫູລັບຕາ, ຈົນເຖິງຈຸດທີ່ພວກເຈົ້າມີທ່າທີແບບບໍ່ເຄົາລົບຕໍ່ພຣະເຈົ້າ ແລະ ເຖິງກັບບໍ່ສົນໃຈພຣະອົງ. ການທີ່ພວກເຈົ້າມີທ່າທີແບບນີ້ຕໍ່ພຣະເຈົ້າຈະນໍາພາພວກເຈົ້າໄປສູ່ສິ່ງໃດ? ມັນຈະນໍາພວກເຈົ້າໄປສູ່ການຕັ້ງຂໍ້ສະຫຼຸບກ່ຽວກັບພຣະເຈົ້າຢູ່ສະເໝີ. ຫຼັງຈາກທີ່ພວກເຈົ້າໄດ້ຮັບຄວາມຮູ້ເລັກນ້ອຍ, ແລ້ວພວກເຈົ້າກໍຮູ້ສຶກພໍໃຈຢ່າງຍິ່ງ, ຄືກັບວ່າພວກເຈົ້າໄດ້ຮັບເອົາພຣະເຈົ້າຢ່າງຄົບຖ້ວນ. ຫຼັງຈາກນັ້ນ, ພວກເຈົ້າກໍສະຫຼຸບວ່າ ພຣະເຈົ້າເປັນແນວນີ້ ແລະ ພວກເຈົ້າກໍບໍ່ປ່ອຍໃຫ້ພຣະອົງເຄື່ອນໄຫວຢ່າງເປັນອິດສະຫຼະ. ຍິ່ງໄປກວ່ານັ້ນ, ເມື່ອໃດກໍຕາມທີ່ພຣະເຈົ້າກະທໍາສິ່ງໃໝ່ໆ, ພວກເຈົ້າກໍປະຕິເສດບໍ່ຍອມຮັບວ່າ ພຣະອົງເປັນພຣະເຈົ້າ. ມື້ໜຶ່ງ ເມື່ອພຣະເຈົ້າເວົ້າວ່າ “ເຮົາບໍ່ຮັກມະນຸດຊາດອີກຕໍ່ໄປ; ເຮົາຈະບໍ່ສືບຕໍ່ມອບຄວາມເມດຕາໃຫ້ກັບມະນຸດອີກຕໍ່ໄປ; ເຮົາບໍ່ມີຄວາມອົດກັ້ນ ຫຼື ຄວາມອົດທົນສຳລັບພວກເຂົາອີກຕໍ່ໄປ; ເຮົາເຕັມໄປດ້ວຍຄວາມກຽດຊັງທີ່ສຸດ ແລະ ຄວາມອະຄະຕິຕໍ່ພວກເຂົາ” ຄຳເວົ້າດັ່ງກ່າວຈະສ້າງຂໍ້ຂັດແຍ້ງເລິກໆໃນຫົວໃຈຂອງຜູ້ຄົນ. ພວກເຂົາບາງຄົນເຖິງກັບຈະເວົ້າວ່າ “ພຣະອົງບໍ່ແມ່ນພຣະເຈົ້າຂອງຂ້ານ້ອຍອີກຕໍ່ໄປ; ພຣະອົງບໍ່ແມ່ນພຣະເຈົ້າທີ່ຂ້ານ້ອຍຕ້ອງການຕິດຕາມອີກຕໍ່ໄປ. ຖ້ານີ້ແມ່ນສິ່ງທີ່ພຣະອົງກ່າວ, ແລ້ວພຣະອົງກໍບໍ່ມີຄຸນສົມບັດທີ່ຈະເປັນພຣະເຈົ້າຂອງຂ້ານ້ອຍອີກຕໍ່ໄປ ແລະ ຂ້ານ້ອຍກໍບໍ່ຈຳເປັນຕ້ອງສືບຕໍ່ຕິດຕາມພຣະອົງ. ຖ້າພຣະອົງຈະບໍ່ມອບຄວາມເມດຕາ, ຄວາມຮັກ ແລະ ຄວາມອົດທົນໃຫ້ກັບຂ້ານ້ອຍອີກຕໍ່ໄປ, ແລ້ວຂ້ານ້ອຍກໍຈະເຊົາຕິດຕາມພຣະອົງ. ຖ້າພຣະອົງອົດທົນຕໍ່ຂ້ານ້ອຍຕະຫຼອດໄປ, ອົດທົນກັບຂ້ານ້ອຍຢູ່ສະເໝີ ແລະ ຍອມໃຫ້ຂ້ານ້ອຍເຫັນພຣະອົງວ່າ ເປັນຄວາມຮັກ, ຄວາມອົດທົນ ແລະ ພຣະອົງຄືຄວາມອົດກັ້ນ, ເມື່ອນັ້ນ ຂ້ານ້ອຍຈຶ່ງຈະສາມາດຕິດຕາມພຣະອົງ ແລະ ມີແຕ່ເມື່ອນັ້ນ ຂ້ານ້ອຍຈຶ່ງຈະມີຄວາມເຊື່ອໝັ້ນທີ່ຈະຕິດຕາມພຣະອົງຈົນເຖິງທີ່ສຸດ. ຍ້ອນຂ້ານ້ອຍໄດ້ຮັບຄວາມອົດທົນ ແລະ ຄວາມເມດຕາຂອງພຣະອົງ, ຄວາມບໍ່ເຊື່ອຟັງ ແລະ ການລະເມີດຂອງຂ້ານ້ອຍກໍຈະໄດ້ຮັບການໃຫ້ອະໄພ ແລະ ຖືກຍົກໂທດໃຫ້ຢ່າງບໍ່ມີກໍານົດ ແລະ ຂ້ານ້ອຍສາມາດເຮັດບາບໃນເວລາໃດກໍໄດ້ ແລະ ຢູ່ໃສກໍໄດ້, ສາລະພາບ ແລະ ໄດ້ຮັບອະໄພໃນເວລາໃດກໍໄດ້ ແລະ ຢູ່ໃສກໍໄດ້ ແລະ ເຮັດໃຫ້ພຣະອົງໃຈຮ້າຍໃນເວລາໃດກໍໄດ້ ແລະ ຢູ່ໃສກໍໄດ້. ພຣະອົງບໍ່ຄວນມີຄວາມຄິດເຫັນໃດໆ ຫຼື ຂໍ້ສະຫຼຸບໃດໆກ່ຽວກັບຂ້ານ້ອຍ”. ເຖິງແມ່ນວ່າ ບໍ່ມີຄົນໃດໃນພວກເຈົ້າທີ່ຄິດແບບນີ້ຢ່າງເປັນການສ່ວນຕົວ ຫຼື ຢ່າງມີສະຕິ, ເມື່ອໃດກໍຕາມທີ່ເຈົ້າຄິດວ່າພຣະເຈົ້າເປັນພຽງເຄື່ອງມືເພື່ອໃຊ້ໃນການຍົກໂທດຄວາມຜິດບາບຂອງເຈົ້າ ຫຼື ຄິດວ່າພຣະອົງເປັນພຽງວັດຖຸທີ່ໃຊ້ເພື່ອຮັບເອົາຈຸດໝາຍປາຍທາງອັນສວຍງາມ, ເຈົ້າແມ່ນໄດ້ວາງພຣະເຈົ້າທີ່ມີຊີວິດໃຫ້ຢູ່ກົງກັນຂ້າມກັບເຈົ້າຢ່າງສຽບແຫຼມ, ເຮັດໃຫ້ພຣະອົງກາຍເປັນສັດຕູຂອງເຈົ້າ. ນີ້ແມ່ນສິ່ງທີ່ເຮົາເຫັນ. ເຈົ້າອາດສືບຕໍ່ເວົ້າສິ່ງຕ່າງໆເຊັ່ນ: “ຂ້ານ້ອຍເຊື່ອໃນພຣະເຈົ້າ”, “ຂ້ານ້ອຍສະແຫວງຫາຄວາມຈິງ”, “ຂ້ານ້ອຍຕ້ອງການປ່ຽນແປງອຸປະນິໄສຂອງຂ້ານ້ອຍ”, “ຂ້ານ້ອຍຕ້ອງການເປັນອິດສະຫຼະຈາກອິດທິພົນຂອງຄວາມມືດ”, “ຂ້ານ້ອຍຕ້ອງການເຮັດໃຫ້ພຣະເຈົ້າພໍໃຈ”, “ຂ້ານ້ອຍຕ້ອງການອ່ອນນ້ອມຕໍ່ພຣະເຈົ້າ”, “ຂ້ານ້ອຍຕ້ອງການຊື່ສັດຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຂ້ານ້ອຍຢ່າງດີ” ແລະ ອື່ນໆອີກ. ເຖິງຢ່າງໃດກໍຕາມ, ບໍ່ວ່າຄຳເວົ້າຂອງເຈົ້າອາດຟັງມ່ວນຫູພຽງໃດກໍຕາມ, ບໍ່ວ່າເຈົ້າອາດຮູ້ຈັກທິດສະດີຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າທິດສະດີນັ້ນອາດປະທັບໃຈ ຫຼື ສະຫງ່າງາມສໍ່າໃດກໍຕາມ, ຂໍ້ແທ້ຈິງຂອງເລື່ອງດັ່ງກ່າວກໍຄື ຕອນນີ້ ມີພວກເຈົ້າຫຼາຍຄົນໄດ້ຮຽນຮູ້ວິທີການນໍາໃຊ້ກົດລະບຽບ, ຄຳສັ່ງສອນ, ແລະ ທິດສະດີທີ່ເຈົ້າໄດ້ພິຊິດເພື່ອສະຫຼຸບກ່ຽວກັບພຣະເຈົ້າ, ແລ້ວສຸດທ້າຍກໍວາງພຣະອົງຢູ່ກົງກັນຂ້າມກັບພວກເຈົ້າເອງໂດຍທຳມະຊາດ. ເຖິງແມ່ນເຈົ້າອາດໄດ້ພິຊິດຕົວອັກສອນ ແລະ ຄຳສັ່ງສອນ, ເຈົ້າກໍບໍ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຢ່າງແທ້ຈິງ, ສະນັ້ນ ມັນຈຶ່ງຫຍຸ້ງຍາກຫຼາຍສຳລັບເຈົ້າທີ່ຈະຍັບເຂົ້າໃກ້ພຣະເຈົ້າ, ຮູ້ຈັກພຣະອົງ ແລະ ເຂົ້າໃຈພຣະອົງ. ສິ່ງນີ້ເປັນຕາໂສກເສົ້າຫຼາຍ!

ເຮົາເຫັນພາບດັ່ງຕໍ່ໄປນີ້ໃນວິດີໂອ: ເອື້ອຍນ້ອງສອງສາມຄົນມີສຳເນົາຂອງໜັງສື ພຣະທຳປາກົດໃນຮ່າງກາຍ ແລະ ພວກເຂົາກຳລັງຍົກໜັງສືເຫຼັ້ມນັ້ນຂຶ້ນສູງ; ພວກເຂົາກຳລັງຍົກໜັງສືເຫຼັ້ມນັ້ນຢູ່ທ່າມກາງພວກເຂົາ, ຍົກຂຶ້ນເທິງຫົວຂອງພວກເຂົາ. ເຖິງແມ່ນວ່ານີ້ເປັນພຽງຮູບພາບ, ແຕ່ສິ່ງທີ່ມັນປາກົດຂຶ້ນຂ້າງໃນເຮົານັ້ນບໍ່ແມ່ນຮູບພາບ; ກົງກັນຂ້າມ ມັນເຮັດໃຫ້ເຮົາຄິດວ່າ ສິ່ງທີ່ທຸກຄົນເຊີດຊູໃນຫົວໃຈຂອງພວກເຂົາບໍ່ແມ່ນພຣະທຳຂອງພຣະເຈົ້າ, ແຕ່ມັນເປັນໜັງສືແຫ່ງພຣະທຳຂອງພຣະເຈົ້າ. ນີ້ແມ່ນເລື່ອງທີ່ເປັນຕາເສົ້າໃຈທີ່ສຸດ. ການກະທຳດັ່ງກ່າວບໍ່ຄືກັບການເຊີດຊູພຣະເຈົ້າເລີຍ, ຍ້ອນວ່າພວກເຂົາຂາດຄວາມເຂົ້າໃຈກ່ຽວກັບພຣະເຈົ້າຈົນເຖິງຈຸດທີ່ວ່າ ແມ່ນແຕ່ຄຳຖາມເລັກນ້ອຍ ຫຼື ບັນຫາເລັກນ້ອຍ ກໍເຮັດໃຫ້ພວກເຈົ້າເກີດມີແນວຄິດຂອງພວກເຈົ້າເອງ. ເມື່ອເຮົາຮຽກຮ້ອງສິ່ງຕ່າງໆຈາກພວກເຈົ້າ ແລະ ຈິງຈັງກັບພວກເຈົ້າ, ພວກເຈົ້າກໍຕອບໂຕ້ດ້ວຍການຄາດເດົາ ແລະ ຈິນຕະນາການຂອງພວກເຈົ້າເອງ; ພວກເຈົ້າບາງຄົນເຖິງກັບມີນໍ້າສຽງທີ່ສົງໄສ ແລະ ຕອບຄຳຖາມເຮົາດ້ວຍການຖາມຄືນ. ສິ່ງນີ້ຍິ່ງບົ່ງບອກໃຫ້ເຮົາຮູ້ຢ່າງຊັດເຈນວ່າ ພຣະເຈົ້າທີ່ເຈົ້າເຊື່ອນັ້ນບໍ່ແມ່ນພຣະເຈົ້າແທ້ຈິງ. ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າເປັນເວລາຫຼາຍປີ, ພວກເຈົ້າກໍຍັງໃຊ້ພຣະທຳເຫຼົ່ານີ້, ໃຊ້ພາລະກິດຂອງພຣະເຈົ້າ ແລະ ທິດສະດີຫຼາຍຢ່າງເພື່ອສະຫຼຸບກ່ຽວກັບພຣະອົງອີກຄັ້ງ. ຍິ່ງໄປກວ່ານັ້ນ, ພວກເຈົ້າບໍ່ເຄີຍພະຍາຍາມເຂົ້າໃຈພຣະເຈົ້າເລີຍ; ພວກເຈົ້າບໍ່ເຄີຍພະຍາຍາມທີ່ຈະເຂົ້າໃຈເຈດຕະນາຂອງພຣະອົງ, ເຂົ້າໃຈທ່າທີຂອງພຣະອົງທີ່ມີຕໍ່ມະນຸດ ຫຼື ເຂົ້າໃຈວິທີທີ່ພຣະອົງຄິດ, ເປັນຫຍັງພຣະອົງຈຶ່ງໂສກເສົ້າ, ເປັນຫຍັງພຣະອົງຈຶ່ງໃຈຮ້າຍ, ເປັນຫຍັງພຣະອົງຈຶ່ງປະຕິເສດຜູ້ຄົນ ແລະ ຄຳຖາມອື່ນໆ. ຍິ່ງໄປກວ່ານັ້ນ ມີຫຼາຍຄົນອີກທີ່ເຊື່ອວ່າພຣະເຈົ້ານັ້ນງຽບຢູ່ສະເໝີ ຍ້ອນພຣະອົງພຽງແຕ່ເຝົ້າເບິ່ງການກະທຳທີ່ຫຼາກຫຼາຍຂອງມະນຸດຊາດ ໂດຍບໍ່ມີທ່າທີ ຫຼື ແນວຄິດກ່ຽວກັບພວກເຂົາ. ແລ້ວກໍຍັງມີອີກຄົນກຸ່ມໜຶ່ງທີ່ເຊື່ອວ່າພຣະເຈົ້າບໍ່ໄດ້ກ່າວຫຍັງ ຍ້ອນພຣະອົງໄດ້ຍິນຍອມ ແລະ ຢູ່ຢ່າງງຽບໆ ເພາະພຣະອົງກຳລັງລໍຖ້າ ຫຼື ເພາະພຣະອົງບໍ່ມີທ່າທີຫຍັງ; ພວກເຂົາຄິດວ່າ ຍ້ອນທ່າທີຂອງພຣະເຈົ້າໄດ້ຖືກອະທິບາຍຢ່າງຖີ່ຖ້ວນໃນໜັງສືແລ້ວ ແລະ ໄດ້ສະແດງອອກໃຫ້ມະນຸດຊາດເຫັນຢ່າງສົມບູນແລ້ວ, ສະນັ້ນ ມັນຈຶ່ງບໍ່ຈຳເປັນທີ່ຈະຕ້ອງບອກແກ່ຜູ້ຄົນຄັ້ງແລ້ວຄັ້ງເລົ່າ. ເຖິງແມ່ນພຣະເຈົ້າງຽບ, ພຣະອົງກໍຍັງມີທ່າທີ ແລະ ມຸມມອງ ພ້ອມທັງມາດຕະຖານທີ່ພຣະອົງຮຽກຮ້ອງໃຫ້ຜູ້ຄົນດຳລົງຊີວິດຕາມ. ເຖິງແມ່ນຜູ້ຄົນຈະບໍ່ພະຍາຍາມເຂົ້າໃຈພຣະອົງ ຫຼື ສະແຫວງຫາພຣະອົງ, ທ່າທີຂອງພຣະເຈົ້າກໍຊັດເຈນຫຼາຍ. ໃຫ້ພິຈາລະນາເບິ່ງບຸກຄົນໃດໜຶ່ງທີ່ເຄີຍຕິດຕາມພຣະເຈົ້າຢ່າງແຮງກ້າ ແຕ່ຫຼັງຈາກນັ້ນ ພໍເຖິງຈຸດໃດໜຶ່ງ ເຂົາກໍໄດ້ປະຖິ້ມພຣະອົງ ແລະ ຈາກໄປ. ຖ້າບຸກຄົນນີ້ຕ້ອງການກັບຄືນມາໃນຕອນນີ້, ສິ່ງທີ່ປະຫຼາດໃຈຫຼາຍທີ່ສຸດກໍຄື ພວກເຈົ້າບໍ່ຮູ້ວ່າມຸມມອງຂອງພຣະເຈົ້ານັ້ນຈະເປັນແນວໃດ ຫຼື ແມ່ນຫຍັງຄືທ່າທີຂອງພຣະອົງ. ນີ້ບໍ່ແມ່ນເລື່ອງທີ່ໜ້າເສົ້າໃຈທີ່ສຸດບໍ? ຄວາມຈິງແລ້ວ ສິ່ງນີ້ແມ່ນເປັນເລື່ອງເລັກນ້ອຍຫຼາຍ. ຖ້າພວກເຈົ້າເຂົ້າໃຈຫົວໃຈຂອງພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າກໍຈະຮູ້ຈັກທ່າທີຂອງພຣະອົງຕໍ່ຄົນປະເພດນີ້ ແລະ ພວກເຈົ້າກໍຈະບໍ່ໃຫ້ຄຳຕອບແບບອ້ອມຄ້ອມ. ໃນເມື່ອພວກເຈົ້າບໍ່ຮູ້ຈັກ, ເຮົາຈະໃຫ້ຂໍ້ມູນກັບພວກເຈົ້າ.

ທ່າທີຂອງພຣະເຈົ້າທີ່ມີຕໍ່ຄົນທີ່ໜີໄປໃນລະຫວ່າງພາລະກິດຂອງພຣະອົງ

ມີຄົນທີ່ເປັນແບບນີ້ຢູ່ທຸກບ່ອນ: ຫຼັງຈາກທີ່ພວກເຂົາໝັ້ນໃຈໃນຫົນທາງຂອງພຣະເຈົ້າ, ດ້ວຍຫຼາກຫຼາຍເຫດຜົນ, ພວກເຂົາກໍຈາກໄປຢ່າງງຽບໆໂດຍບໍ່ມີຄຳອຳລາ ເພື່ອໜີໄປ ແລະ ເຮັດໃນສິ່ງທີ່ຫົວໃຈຂອງພວກເຂົາປາຖະໜາ. ໃນຕອນນີ້, ພວກເຮົາຈະບໍ່ເວົ້າເຖິງເຫດຜົນຕ່າງໆທີ່ຜູ້ຄົນເຫຼົ່ານີ້ຈາກໄປ; ພວກເຮົາຈະເບິ່ງກ່ອນວ່າ ແມ່ນຫຍັງຄືທ່າທີຂອງພຣະເຈົ້າທີ່ມີຕໍ່ຄົນປະເພດນີ້. ເຊິ່ງມັນຊັດເຈນຫຼາຍ! ນັບຕັ້ງແຕ່ຊ່ວງເວລາທີ່ຜູ້ຄົນເຫຼົ່ານີ້ຍ່າງຈາກໄປ, ໃນສາຍຕາຂອງພຣະເຈົ້າ, ເວລາຂອງຄວາມເຊື່ອຂອງພວກເຂົາກໍສິ້ນສຸດແລ້ວ. ມັນບໍ່ແມ່ນບຸກຄົນໃດໜຶ່ງທີ່ເຮັດໃຫ້ມັນສິ້ນສຸດ, ແຕ່ເປັນພຣະເຈົ້າ. ການທີ່ບຸກຄົນນີ້ຈາກພຣະເຈົ້າໄປໝາຍຄວາມວ່າພວກເຂົາໄດ້ປະຕິເສດພຣະເຈົ້າແລ້ວ, ພວກເຂົາບໍ່ຕ້ອງການພຣະອົງອີກຕໍ່ໄປ ແລະ ພວກເຂົາບໍ່ຍອມຮັບເອົາຄວາມລອດພົ້ນຂອງພຣະເຈົ້າອີກຕໍ່ໄປ. ຍ້ອນຜູ້ຄົນແບບນີ້ບໍ່ຕ້ອງການພຣະເຈົ້າ, ແລ້ວພຣະອົງຈະຍັງຕ້ອງການພວກເຂົາຢູ່ບໍ? ຍິ່ງໄປກວ່ານັ້ນ, ເມື່ອຄົນດັ່ງກ່າວມີທ່າທີແບບນີ້, ມຸມມອງນີ້ ແລະ ໄດ້ເລີ່ມຕັ້ງໃຈທີ່ຈະຈາກພຣະເຈົ້າໄປ, ພວກເຂົາແມ່ນໄດ້ກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າແລ້ວ. ສິ່ງນີ້ແມ່ນບໍ່ກ່ຽວກັບຂໍ້ແທ້ຈິງທີ່ວ່າ ພວກເຂົາອາດບໍ່ໄດ້ໃຈຮ້າຍ ແລະ ສາບແຊ່ງພຣະເຈົ້າ, ບໍ່ແມ່ນຍ້ອນວ່າພວກເຂົາບໍ່ໄດ້ກະທໍາໃນສິ່ງຊົ່ວຮ້າຍ ຫຼື ເກີນຄວາມຕ້ອງການ ແລະ ບໍ່ກ່ຽວກັບຂໍ້ແທ້ຈິງທີ່ວ່າຜູ້ຄົນເຫຼົ່ານີ້ກຳລັງຄິດວ່າ “ຖ້າມື້ໃດທີ່ຂ້ານ້ອຍໄດ້ພໍກັບຄວາມມ່ວນຊື່ນທາງພາຍນອກ ຫຼື ເມື່ອຂ້ານ້ອຍຍັງຕ້ອງການພຣະເຈົ້າສຳລັບບາງສິ່ງບາງຢ່າງ, ຂ້ານ້ອຍຈະກັບມາ. ຫຼື ຖ້າພຣະເຈົ້າເອີ້ນຂ້ານ້ອຍ, ຂ້ານ້ອຍກໍຈະກັບມາ” ຫຼື ພວກເຂົາເວົ້າວ່າ “ເມື່ອຂ້ານ້ອຍເຈັບປວດຢູ່ພາຍນອກ ຫຼື ເມື່ອຂ້ານ້ອຍເຫັນວ່າໂລກຂ້າງນອກມືດມົວເກີນໄປ ແລະ ຊົ່ວຮ້າຍເກີນໄປ ແລະ ຂ້ານ້ອຍບໍ່ຕ້ອງການຕາມກະແສສິ່ງເຫຼົ່ານີ້, ຂ້ານ້ອຍຈະກັບຄືນມາຫາພຣະເຈົ້າ”. ເຖິງແມ່ນຄົນເຫຼົ່ານີ້ໄດ້ຄິດຄຳນວນຢູ່ໃນຫົວໃຈຂອງພວກເຂົາແລ້ວວ່າ ເມື່ອໃດແທ້ທີ່ພວກເຂົາຈະກັບຄືນມາ ແລະ ເຖິງແມ່ນພວກເຂົາໄດ້ພະຍາຍາມເປີດປະຕູປະໄວ້ສຳລັບການກັບຄືນມາຂອງພວກເຂົາ, ພວກເຂົາກໍບໍ່ຮູ້ວ່າ ບໍ່ວ່າພວກເຂົາຈະເຊື່ອຫຍັງກໍຕາມ ຫຼື ພວກເຂົາໄດ້ວາງແຜນແນວໃດກໍຕາມ, ນີ້ກໍເປັນພຽງຄວາມເພີ້ຝັນເທົ່ານັ້ນ. ຄວາມຜິດພາດທີ່ໃຫຍ່ທີ່ສຸດຂອງພວກເຂົາກໍຄືການທີ່ບໍ່ຮູ້ຢ່າງຊັດເຈນວ່າ ການຕ້ອງການຈາກໄປຂອງພວກເຂົານັ້ນໄດ້ເຮັດໃຫ້ພຣະເຈົ້າຮູ້ສຶກແນວໃດ. ນັບຕັ້ງແຕ່ຊ່ວງເວລາທີ່ພວກເຂົາຕັດສິນໃຈຈາກພຣະເຈົ້າໄປ, ພຣະອົງກໍປະຖິ້ມພວກເຂົາຢ່າງສິ້ນເຊີງແລ້ວ; ໃນຕອນນັ້ນ ພຣະອົງໄດ້ກຳນົດຜົນຕາມມາຂອງບຸກຄົນດັ່ງກ່າວໃນຫົວໃຈຂອງພຣະອົງແລ້ວ. ແມ່ນຫຍັງຄືຜົນຕາມມານັ້ນ? ມັນກໍຄື ບຸກຄົນນີ້ຈະເປັນໜູປະເພດໜຶ່ງ ແລະ ກໍຈະຖືກລົບລ້າງໄປພ້ອມໆກັບໜູໂຕອື່ນໆ. ດ້ວຍເຫດນັ້ນ ຜູ້ຄົນຈຶ່ງມັກເຫັນສະຖານະການແບບນີ້ສະເໝີ ເຊັ່ນ: ຜູ້ໃດຜູ້ໜຶ່ງປະຖິ້ມພຣະເຈົ້າ, ແຕ່ຫຼັງຈາກນັ້ນກໍບໍ່ໄດ້ຮັບການລົງໂທດ. ພຣະເຈົ້າປະຕິບັດຕາມຫຼັກການຂອງພຣະອົງເອງ; ບາງສິ່ງແມ່ນສາມາດເຫັນໄດ້, ໃນຂະນະທີ່ບາງສິ່ງພຽງແຕ່ຖືກເຮັດໃຫ້ສຳເລັດໄດ້ໃນຫົວໃຈຂອງພຣະເຈົ້າເທົ່ານັ້ນ, ສະນັ້ນ ຜູ້ຄົນຈຶ່ງບໍ່ສາມາດເຫັນຜົນຕາມມາດັ່ງກ່າວ. ສ່ວນທີ່ມະນຸດສາມາດເຫັນໄດ້ບໍ່ຈໍາເປັນແມ່ນດ້ານທີ່ແທ້ຈິງຂອງສິ່ງຕ່າງໆ, ແຕ່ແມ່ນອີກດ້ານໜຶ່ງ, ດ້ານທີ່ເຈົ້າບໍ່ເຫັນ ແນ່ນອນແມ່ນປະກອບມີຄວາມຄິດ ແລະ ຂໍ້ສະຫຼຸບຢ່າງແທ້ຈິງຂອງພຣະເຈົ້າ.

ຜູ້ຄົນທີ່ໜີໄປໃນລະຫວ່າງພາລະກິດຂອງພຣະເຈົ້າແມ່ນຄົນທີ່ໄດ້ປະຖິ້ມຫົນທາງທີ່ແທ້ຈິງ

ແລ້ວພຣະເຈົ້າຈະສາມາດລົງໂທດຄົນປະເພດນີ້ຢ່າງຈິງຈັງໄດ້ແນວໃດ? ເປັນຫຍັງພຣະເຈົ້າຈຶ່ງໃຈຮ້າຍໃສ່ພວກເຂົາຫຼາຍ? ກ່ອນອື່ນໝົດ ພວກເຮົາຮູ້ວ່າອຸປະນິໄສຂອງພຣະເຈົ້າແມ່ນຄວາມສະຫງ່າຜາເຜີຍ ແລະ ຄວາມໂກດຮ້າຍ; ພຣະອົງບໍ່ແມ່ນແກະທີ່ຈະຖືກຂ້າໂດຍຜູ້ໃດຜູ້ໜຶ່ງ, ແຮງໄກທີ່ພຣະອົງຈະເປັນຫຸ່ນຕຸກກະຕາທີ່ຖືກຄວບຄຸມໂດຍຜູ້ຄົນຕາມທີ່ພວກເຂົາຕ້ອງການ. ພຣະອົງຍັງບໍ່ແມ່ນອາກາດທີ່ວ່າງເປົ່າໃຫ້ຜູ້ຄົນບົ່ງການເຊັ່ນກັນ. ຖ້າເຈົ້າເຊື່ອຢ່າງແທ້ຈິງວ່າພຣະເຈົ້າມີຢູ່, ແລ້ວເຈົ້າກໍຄວນມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ເຈົ້າຄວນຮູ້ວ່າແກ່ນແທ້ຂອງພຣະອົງບໍ່ແມ່ນແກ່ນແທ້ທີ່ຈະຖືກເຮັດໃຫ້ໃຈຮ້າຍ. ຄວາມໃຈຮ້າຍນີ້ອາດຖືກປຸກປັ່ນໂດຍຄຳເວົ້າ ຫຼື ບາງເທື່ອກໍດ້ວຍຄວາມຄິດ ຫຼື ບາງເທື່ອກໍດ້ວຍພຶດຕິກຳທີ່ຊົ່ວຮ້າຍ ຫຼື ບາງເທື່ອກໍແມ່ນແຕ່ພຶດຕິກຳທີ່ອ່ອນໂຍນ, ພຶດຕິກຳທີ່ສາມາດຜ່ານໄປໄດ້ໃນສາຍຕາ ແລະ ຈັນຍາບັນຂອງມະນຸດ; ຫຼື ບາງເທື່ອ ມັນກໍຖືກປຸກປັ່ນໂດຍຄຳສັ່ງສອນ ຫຼື ທິດສະດີ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ເຈົ້າໄດ້ເຮັດໃຫ້ພຣະເຈົ້າໃຈຮ້າຍແລ້ວ, ໂອກາດຂອງເຈົ້າກໍສູນເສຍໄປ ແລະ ມື້ສຸດທ້າຍຂອງເຈົ້າກໍໄດ້ມາເຖິງ. ນີ້ແມ່ນສິ່ງທີ່ເປັນຕາຢ້ານ! ຖ້າເຈົ້າບໍ່ເຂົ້າໃຈວ່າພຣະເຈົ້າຕ້ອງບໍ່ຖືກທ້າທາຍ, ແລ້ວບາງເທື່ອ ເຈົ້າກໍບໍ່ຢ້ານພຣະອົງ ແລະ ບາງເທື່ອ ເຈົ້າກໍທ້າທາຍພຣະອົງຢູ່ເປັນປະຈຳ. ຖ້າເຈົ້າບໍ່ຮູ້ຈັກວິທີຢຳເກງພຣະເຈົ້າ, ແລ້ວເຈົ້າກໍບໍ່ສາມາດຢຳເກງພຣະເຈົ້າ ແລະ ເຈົ້າກໍຈະບໍ່ຮູ້ຈັກວິທີທີ່ຈະເຂົ້າສູ່ ແລະ ຕິດຕາມຫົນທາງຂອງພຣະເຈົ້າ, ເຊິ່ງເປັນຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ. ຫຼັງຈາກທີ່ເຈົ້າຮູ້ແລ້ວ ແລະ ຮູ້ສຶກຕົວວ່າພຣະເຈົ້າຕ້ອງບໍ່ຖືກທ້າທາຍ, ເຈົ້າກໍຈະຮູ້ວ່າ ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍແມ່ນຫຍັງ.

ການຍ່າງໃນຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍບໍ່ໄດ້ກ່ຽວກັບວ່າເຈົ້າຮູ້ຈັກຄວາມຈິງຫຼາຍສໍ່າໃດ, ເຈົ້າໄດ້ຜະເຊີນກັບການທົດລອງຫຼາຍສໍ່າໃດ ຫຼື ເຈົ້າໄດ້ຖືກລົງວິໄນຫຼາຍສໍ່າໃດ. ກົງກັນຂ້າມ, ມັນຂຶ້ນຢູ່ກັບແກ່ນແທ້ໃນຫົວໃຈຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ທ່າທີຂອງເຈົ້າທີ່ມີຕໍ່ພຣະອົງ. ແກ່ນແທ້ຂອງຜູ້ຄົນ ແລະ ທ່າທີສ່ວນຕົວຂອງພວກເຂົາ, ສິ່ງເຫຼົ່ານີ້ສຳຄັນຫຼາຍ ແລະ ຈຳເປັນຫຼາຍ. ແຕ່ສຳລັບຄົນທີ່ປະຕິເສດ ແລະ ປະຖິ້ມພຣະເຈົ້າ, ທ່າທີທີ່ເປັນຕາດູຖູກຂອງພວກເຂົາທີ່ມີຕໍ່ພຣະອົງ ແລະ ຫົວໃຈຂອງພວກເຂົາທີ່ກຽດຊັງຄວາມຈິງແມ່ນໄດ້ລ່ວງເກີນອຸປະນິໄສຂອງພຣະອົງແລ້ວ, ສະນັ້ນ ສໍາລັບພຣະອົງແລ້ວ, ພວກເຂົາຈະບໍ່ໄດ້ຮັບການໃຫ້ອະໄພຈັກເທື່ອ. ພວກເຂົາຮູ້ຈັກກ່ຽວກັບການເປັນຢູ່ຂອງພຣະເຈົ້າ, ໄດ້ຮັບແຈ້ງການກ່ຽວກັບຂ່າວທີ່ວ່າພຣະອົງໄດ້ກັບຄືນມາແລ້ວ ແລະ ໄດ້ຜະເຊີນພາລະກິດໃໝ່ຂອງພຣະເຈົ້າ. ການຈາກໄປຂອງພວກເຂົາບໍ່ແມ່ນໃນກໍລະນີທີ່ລວງຕາ ຫຼື ສັບສົນ, ແຮງໄກທີ່ພວກເຂົາໄດ້ຖືກບັງຄັບໃຫ້ຈາກໄປ. ກົງກັນຂ້າມ, ພວກເຂົາເລືອກຢ່າງມີສະຕິ ແລະ ດ້ວຍຄວາມຄິດຢ່າງຊັດເຈນໃນການຈາກພຣະເຈົ້າໄປ. ການຈາກໄປຂອງພວກເຂົາບໍ່ແມ່ນເລື່ອງຂອງການສູນເສຍຫົນທາງຂອງພວກເຂົາ ຫຼື ພວກເຂົາບໍ່ໄດ້ຖືກໂຍນຖິ້ມ. ສະນັ້ນ ໃນສາຍຕາຂອງພຣະເຈົ້າ ພວກເຂົາບໍ່ແມ່ນແກະທີ່ຫຼົງທາງຈາກຝູງແກະ, ແຮງໄກທີ່ຈະເປັນບຸດຊາຍເສເພທີ່ໄດ້ຫຼົງທາງ. ພວກເຂົາຈາກໄປຢ່າງບໍ່ລັງເລໃຈເລີຍ ແລະ ໂດຍສະພາບການດັ່ງກ່າວ ແລະ ສະຖານະການດັ່ງກ່າວ ຈຶ່ງໄດ້ກະທໍາຜິດຕໍ່ອຸປະນິໄສຂອງພຣະອົງ ແລະ ຈາກການກະທໍາຜິດນີ້ ພຣະອົງຈຶ່ງໃຫ້ຜົນຕາມມາທີ່ໝົດຫວັງແກ່ພວກເຂົາ. ຜົນຕາມມາປະເພດນີ້ບໍ່ເປັນຕາຢ້ານບໍ? ສະນັ້ນ ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ, ພວກເຂົາກໍສາມາດທ້າທາຍພຣະອົງໄດ້. ນີ້ບໍ່ແມ່ນເລື່ອງນ້ອຍໆ! ຖ້າຜູ້ຄົນບໍ່ຈິງຈັງກັບທ່າທີຂອງພຣະເຈົ້າ ແລະ ຍັງເຊື່ອວ່າພຣະອົງກຳລັງລໍຖ້າການກັບຄືນມາຂອງພວກເຂົາ ຍ້ອນພວກເຂົາເປັນບາງສ່ວນຂອງແກະທີ່ຫຼົງຫາຍຂອງພຣະອົງ ແລະ ພຣະອົງຍັງລໍຖ້າໃຫ້ພວກເຂົາປ່ຽນໃຈ, ແລ້ວພວກເຂົາກໍບໍ່ໄດ້ຢູ່ຫ່າງໄກຈາກມື້ແຫ່ງການລົງໂທດຂອງພວກເຂົາ. ພຣະເຈົ້າຈະບໍ່ພຽງແຕ່ປະຕິເສດຮັບເອົາພວກເຂົາ, ຍ້ອນນີ້ແມ່ນຄັ້ງທີສອງທີ່ພວກເຂົາກະທໍາຜິດຕໍ່ອຸປະນິໄສຂອງພຣະອົງ, ເລື່ອງດັ່ງກ່າວຍິ່ງເປັນຕາຢ້ານທີ່ສຸດ! ທ່າທີທີ່ບໍ່ເຄົາລົບຂອງຜູ້ຄົນເຫຼົ່ານີ້ໄດ້ລະເມີດບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າແລ້ວ. ພຣະອົງຍັງຈະຍອມຮັບພວກເຂົາຢູ່ບໍ? ໃນຫົວໃຈຂອງພຣະອົງ, ຫຼັກການຂອງພຣະເຈົ້າກ່ຽວກັບເລື່ອງນີ້ຄື ຖ້າບຸກຄົນໃດມີຄວາມໝັ້ນໃຈກ່ຽວກັບຫົນທາງທີ່ແທ້ຈິງ, ແຕ່ຍັງສາມາດປະຕິເສດພຣະເຈົ້າ ແລະ ຈາກພຣະເຈົ້າໄປຢ່າງມີສະຕິ ແລະ ມີຄວາມຄິດທີ່ຊັດເຈນ, ແລ້ວພຣະອົງກໍຈະປິດກັ້ນຫົນທາງສູ່ຄວາມລອດພົ້ນຂອງບຸກຄົນດັ່ງກ່າວນັ້ນ ແລະ ສຳລັບບຸກຄົນນັ້ນ ປະຕູສູ່ອານາຈັກກໍຈະຖືກປິດນັບແຕ່ນີ້ເປັນຕົ້ນໄປ. ເມື່ອບຸກຄົນນີ້ມາເຄາະປະຕູອີກຄັ້ງ, ພຣະເຈົ້າກໍຈະບໍ່ເປີດປະຕູ; ບຸກຄົນນີ້ຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າຕະຫຼອດໄປ. ບາງເທື່ອ ພວກເຈົ້າບາງຄົນໄດ້ອ່ານເລື່ອງລາວຂອງໂມເຊທີ່ຢູ່ໃນພຣະຄຳພີ. ຫຼັງຈາກທີ່ໂມເຊຖືກເຈີມໂດຍພຣະເຈົ້າ, ຜູ້ນໍາ 250 ຄົນກໍສະແດງຄວາມບໍ່ເຊື່ອຟັງຂອງພວກເຂົາຕໍ່ໂມເຊ ຍ້ອນການກະທຳຂອງເພິ່ນ ແລະ ດ້ວຍເຫດຜົນຫຼາກຫຼາຍອື່ນໆ. ພວກເຂົາປະຕິເສດບໍ່ອ່ອນນ້ອມຕໍ່ຜູ້ໃດ? ພວກເຂົາບໍ່ໄດ້ປະຕິເສດໂມເຊ. ແຕ່ພວກເຂົາປະຕິເສດບໍ່ຍອມຮັບຕໍ່ການຈັດແຈງຂອງພຣະເຈົ້າ; ພວກເຂົາປະຕິເສດບໍ່ຍອມເຮົາເອົາພາລະກິດຂອງພຣະເຈົ້າກ່ຽວເລື່ອງນີ້. ພວກເຂົາເວົ້າດັ່ງຕໍ່ໄປນີ້: “ເຈົ້າກໍເຮັດເກີນໄປ ທີ່ຊຸມນຸມທັງໝົດເປັນບ່ອນສັກສິດ, ທຸກໆຊຸມນຸມ ແລະ ພຣະເຢໂຮວາກໍຢູ່ທ່າມກາງຊຸມນຸມນັ້ນ...” ຈາກມຸມມອງຂອງມະນຸດ, ພຣະທຳ ແລະ ຂໍ້ຄວາມເຫຼົ່ານີ້ຮ້າຍແຮງຫຼາຍບໍ? ສິ່ງເຫຼົ່ານີ້ບໍ່ຮ້າຍແຮງ! ຢ່າງໜ້ອຍທີ່ສຸດ, ຄວາມໝາຍຕາມຕົວອັກສອນຂອງພຣະທຳເຫຼົ່ານີ້ກໍບໍ່ໄດ້ຮ້າຍແຮງ. ໃນທາງກົດໝາຍ, ສິ່ງເຫຼົ່ານີ້ບໍ່ໄດ້ລະເມີດກົດໝາຍໃດເລີຍ, ຍ້ອນວ່າ ດ້ານຜິວເຜີນແລ້ວ, ນີ້ບໍ່ແມ່ນພາສາ ຫຼື ຄຳສັບທີ່ເປັນອັນຕະລາຍ, ແຮງໄກທີ່ມັນມີຄວາມໝາຍແຝງດ້ວຍການໝິ່ນປະໝາດ. ນີ້ແມ່ນປະໂຫຍກທຳມະດາ, ບໍ່ມີຫຍັງຫຼາຍໄປກວ່ານີ້. ແລ້ວເປັນຫຍັງຂໍ້ຄວາມເຫຼົ່ານີ້ຈຶ່ງສາມາດເຮັດໃຫ້ພຣະເຈົ້າໃຈຮ້າຍໄດ້? ມັນເປັນຍ້ອນວ່າ ຂໍ້ຄວາມເຫຼົ່ານີ້ບໍ່ແມ່ນເວົ້າໃຫ້ຜູ້ຄົນ, ແຕ່ເວົ້າໃຫ້ພຣະເຈົ້າ. ທ່າທີ ແລະ ອຸປະນິໄສທີ່ພວກເຂົາສະແດງອອກແມ່ນເປັນການກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າ, ໂດຍສະເພາະພາກສ່ວນອຸປະນິໄສຂອງພຣະເຈົ້າທີ່ຕ້ອງບໍ່ຖືກລ່ວງເກີນ. ພວກເຮົາທຸກຄົນຮູ້ວ່າ ໃນທີ່ສຸດແລ້ວ ຜົນຕາມມາຂອງຜູ້ນໍາເຫຼົ່ານັ້ນແມ່ນຫຍັງ. ສໍາລັບຜູ້ຄົນທີ່ໄດ້ປະຖິ້ມພຣະເຈົ້າ, ແມ່ນຫຍັງຄືມຸມມອງຂອງພວກເຂົາ? ແມ່ນຫຍັງຄືທ່າທີຂອງພວກເຂົາ? ແລ້ວເປັນຫຍັງມຸມມອງ ແລະ ທ່າທີຂອງພວກເຂົາຈຶ່ງເຮັດໃຫ້ພຣະເຈົ້າຈັດການກັບພວກເຂົາໃນລັກສະນະດັ່ງກ່າວ? ເຫດຜົນກໍຄື ເຖິງແມ່ນພວກເຂົາຮູ້ຢ່າງຊັດເຈນແລ້ວວ່າພຣະອົງເປັນພຣະເຈົ້າ, ພວກເຂົາກໍຍັງເລືອກທີ່ຈະທໍລະຍົດພຣະອົງ ແລະ ນີ້ກໍຄືເຫດຜົນທີ່ວ່າເປັນຫຍັງພວກເຂົາຈຶ່ງຖືກປິດກັ້ນໂອກາດສຳລັບຄວາມລອດພົ້ນຂອງພວກເຂົາທັງສິ້ນ. ດັ່ງທີ່ໄດ້ຂຽນໄວ້ໃນພຣະຄຳພີວ່າ “ຫຼັງຈາກທີ່ພວກເຮົາໄດ້ຮັບຄວາມຮູ້ແຈ້ງແຫ່ງຄວາມຈິງ ແລ້ວພວກເຮົາເຮັດບາບໂດຍຕັ້ງໃຈກໍຈະບໍ່ມີການເສຍສະຫຼະເພື່ອຄວາມຜິດບາບອີກຕໍ່ໄປ”. ບັດນີ້ ພວກເຈົ້າມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບເລື່ອງນີ້ແລ້ວບໍ?

ໂຊກຊະຕາຂອງຜູ້ຄົນແມ່ນຖືກຕັດສິນໂດຍທ່າທີທີ່ພວກເຂົາມີຕໍ່ພຣະເຈົ້າ

ພຣະເຈົ້າແມ່ນພຣະເຈົ້າທີ່ມີຊີວິດ ແລະ ເຊັ່ນດຽວກັນກັບຜູ້ຄົນທີ່ປະພຶດແຕກຕ່າງກັນເມື່ອຢູ່ໃນສະຖານະການທີ່ແຕກຕ່າງກັນ, ທ່າທີຂອງພຣະອົງຕໍ່ພຶດຕິກຳເຫຼົ່ານີ້ກໍແຕກຕ່າງກັນ ຍ້ອນພຣະອົງບໍ່ແມ່ນຫຸ່ນຕຸກກະຕາ ຫຼື ພຣະອົງບໍ່ແມ່ນອາກາດທີ່ວ່າງເປົ່າ. ການຮູ້ຈັກທ່າທີຂອງພຣະເຈົ້າແມ່ນການສະແຫວງຫາທີ່ຄຸ້ມຄ່າສຳລັບມະນຸດຊາດ. ຜູ້ຄົນຄວນຮຽນຮູ້ວິທີທີ່ພວກເຂົາສາມາດບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າເທື່ອລະໜ້ອຍ ແລະ ມາເຂົ້າໃຈຫົວໃຈຂອງພຣະອົງ ໂດຍການຮູ້ຈັກທ່າທີຂອງພຣະເຈົ້າ. ເມື່ອເຈົ້າມາເຂົ້າໃຈຫົວໃຈຂອງພຣະເຈົ້າເທື່ອລະໜ້ອຍ, ເຈົ້າຈະບໍ່ຮູ້ສຶກວ່າ ການຢຳເກງພຣະອົງ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍເປັນສິ່ງຍາກທີ່ຈະເຮັດໃຫ້ສຳເລັດໄດ້. ຍິ່ງໄປກວ່ານັ້ນ, ເມື່ອເຈົ້າເຂົ້າໃຈພຣະເຈົ້າ, ເຈົ້າກໍບໍ່ມີທາງທີ່ຈະສະຫຼຸບກ່ຽວກັບພຣະອົງໄດ້. ເມື່ອເຈົ້າເຊົາສະຫຼຸບກ່ຽວກັບພຣະເຈົ້າ, ເຈົ້າກໍຈະທ້າທາຍພຣະອົງໜ້ອຍລົງ ແລະ ໂດຍທີ່ເຈົ້າບໍ່ຮູ້ຕົວ ພຣະເຈົ້າຈະນຳພາເຈົ້າຮັບເອົາຄວາມຮູ້ກ່ຽວກັບພຣະອົງ; ສິ່ງນີ້ຈະເຕີມເຕັມຫົວໃຈຂອງເຈົ້າດ້ວຍຄວາມເຄົາລົບນັບຖືສຳລັບພຣະອົງ. ແລ້ວເຈົ້າກໍຈະເຊົາໃຫ້ນິຍາມພຣະເຈົ້າດ້ວຍລັກສະນະຂອງຄຳສັ່ງສອນ, ຕົວອັກສອນ ແລະ ທິດສະດີທີ່ເຈົ້າໄດ້ຮຽນຮູ້. ກົງກັນຂ້າມ, ການສະແຫວງຫາເຈດຕະນາຂອງພຣະເຈົ້າໃນທຸກສິ່ງຢ່າງຕໍ່ເນື່ອງ, ເຈົ້າຈະກາຍມາເປັນຄົນທີ່ປະຕິບັດຕາມໃຈຂອງພຣະເຈົ້າໂດຍບໍ່ຮູ້ຕົວ.

ພາລະກິດຂອງພຣະເຈົ້າແມ່ນບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດຈັບຕ້ອງໄດ້ໂດຍມະນຸດ, ແຕ່ສໍາລັບພຣະອົງແລ້ວ, ການກະທຳຂອງແຕ່ລະຄົນ ພ້ອມກັບທ່າທີຂອງພວກເຂົາທີ່ມີຕໍ່ພຣະອົງແມ່ນບໍ່ພຽງແຕ່ສັງເກດເຫັນໄດ້ໂດຍພຣະເຈົ້າເທົ່ານັ້ນ, ແຕ່ພຣະອົງສາມາດເບິ່ງເຫັນໄດ້ເຊັ່ນກັນ. ນີ້ແມ່ນສິ່ງທີ່ທຸກຄົນຄວນເຂົ້າໃຈ ແລະ ຊັດເຈນກ່ຽວກັບມັນ. ເຈົ້າອາດຖາມຕົນເອງຢູ່ສະເໝີວ່າ “ພຣະເຈົ້າຮູ້ບໍວ່າ ຂ້ານ້ອຍເຮັດຫຍັງຢູ່ໃນນີ້? ພຣະອົງຮູ້ບໍວ່າ ຂ້ານ້ອຍກຳລັງຄິດຫຍັງໃນຕອນນີ້? ບາງເທື່ອພຣະອົງອາດຈະຮູ້ ແລະ ບາງເທື່ອພຣະອົງອາດຈະບໍ່ຮູ້”. ຖ້າເຈົ້ານໍາໃຊ້ມຸມມອງໃນລັກສະນະນີ້ ເພື່ອຕິດຕາມ ແລະ ເຊື່ອໃນພຣະເຈົ້າ ແຕ່ຍັງສົງໄສພາລະກິດຂອງພຣະອົງ ແລະ ການມີຢູ່ຂອງພຣະອົງ, ແລ້ວອີກບໍ່ດົນ ມື້ທີ່ເຈົ້າຈະເຮັດໃຫ້ພຣະອົງເກີດຄວາມໃຈຮ້າຍກໍຈະມາເຖິງ, ຍ້ອນເຈົ້າກຳລັງໂຊເຊຢູ່ຮິມໜ້າຜາທີ່ອັນຕະລາຍ. ເຮົາໄດ້ເຫັນຜູ້ຄົນທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ແຕ່ຍັງບໍ່ໄດ້ຮັບເອົາຄວາມເປັນຈິງແຫ່ງຄວາມຈິງ, ແຮງໄກທີ່ພວກເຂົາຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ຄົນເຫຼົ່ານີ້ບໍ່ມີຄວາມຄືບໜ້າໃນຊີວິດ ແລະ ໃນວຸດທິພາວະຂອງພວກເຂົາ, ພາກັນຍຶດຕິດຢູ່ກັບຄຳສັ່ງສອນທີ່ຕື້ນທີ່ສຸດເທົ່ານັ້ນ. ນີ້ກໍຍ້ອນວ່າ ຄົນດັ່ງກ່າວບໍ່ເຄີຍຮັບເອົາພຣະທຳຂອງພຣະເຈົ້າເປັນຊີວິດ ແລະ ພວກເຂົາບໍ່ເຄີຍຜະເຊີນ ແລະ ຍອມຮັບການເປັນຢູ່ຂອງພຣະເຈົ້າ. ເຈົ້າຄິດວ່າ ເມື່ອໄດ້ເຫັນຜູ້ຄົນດັ່ງກ່າວແລ້ວ ພຣະເຈົ້າຈະເຕັມໄປດ້ວຍຄວາມສຸກບໍ? ພວກເຂົາປອບໃຈພຣະອົງບໍ? ສະນັ້ນ, ມັນແມ່ນວິທີທີ່ຜູ້ຄົນເຊື່ອໃນພຣະເຈົ້າທີ່ຕັດສິນໂຊກຊະຕາຂອງພວກເຂົາ. ເມື່ອເວົ້າກ່ຽວກັບວິທີທີ່ຜູ້ຄົນສະແຫວງຫາ ແລະ ວິທີທີ່ຜູ້ຄົນເຂົ້າຫາພຣະເຈົ້າ, ທ່າທີຂອງຜູ້ຄົນແມ່ນຫຼັກສຳຄັນ. ຢ່າເມີນເສີຍຕໍ່ພຣະເຈົ້າຄືກັບວ່າພຣະອົງເປັນພຽງອາກາດວ່າງເປົ່າທີ່ລ່ອງລອຍຢູ່ໃນຄວາມຄິດຂອງເຈົ້າ; ໃຫ້ຄິດເຖິງພຣະເຈົ້າທີ່ເຈົ້າເຊື່ອຢູ່ສະເໝີວ່າເປັນພຣະເຈົ້າທີ່ມີຊີວິດຢູ່, ເປັນພຣະເຈົ້າທີ່ແທ້ຈິງ. ພຣະອົງບໍ່ໄດ້ນັ່ງຢູ່ໃນທີ່ນັ້ນ ໃນສະຫວັນຊັ້ນສາມໂດຍບໍ່ມີຫຍັງເຮັດ. ກົງກັນຂ້າມ, ພຣະອົງກຳລັງຫຼຽວເບິ່ງຫົວໃຈຂອງທຸກຄົນຢ່າງສະໝໍ່າສະເໝີ, ສັງເກດວ່າເຈົ້າກຳລັງເຮັດຫຍັງ, ເຝົ້າເບິ່ງທຸກຄຳເວົ້າເລັກໆນ້ອຍໆ ແລະ ທຸກການກະທຳເລັກໆນ້ອຍໆຂອງເຈົ້າ, ເຝົ້າເບິ່ງວ່າເຈົ້າປະພຶດແນວໃດ ແລະ ເບິ່ງວ່າທ່າທີຂອງເຈົ້າຕໍ່ພຣະອົງແມ່ນເປັນແນວໃດ. ບໍ່ວ່າເຈົ້າຈະເຕັມໃຈມອບຕົນເອງໃຫ້ກັບພຣະເຈົ້າ ຫຼື ບໍ່, ພຶດຕິກຳຂອງເຈົ້າ ແລະ ຄວາມຄິດ ແລະ ແນວຄິດໃນສ່ວນເລິກສຸດຂອງເຈົ້າກໍໄດ້ຖືກເປີດເຜີຍຕໍ່ໜ້າພຣະອົງ ແລະ ຖືກເຝົ້າເບິ່ງໂດຍພຣະອົງແລ້ວ. ເນື່ອງຈາກພຶດຕິກຳຂອງເຈົ້າ, ເນື່ອງຈາກການກະທຳຂອງເຈົ້າ ແລະ ເນື່ອງຈາກທ່າທີຂອງເຈົ້າທີ່ມີຕໍ່ພຣະອົງ, ຄວາມຄິດເຫັນຂອງພຣະເຈົ້າກ່ຽວກັບເຈົ້າ ແລະ ທ່າທີຂອງພຣະອົງທີ່ມີຕໍ່ເຈົ້າກໍປ່ຽນແປງຢ່າງສະໝໍ່າສະເໝີ. ເຮົາຕ້ອງການໃຫ້ຄຳແນະນຳບາງຢ່າງກັບບາງຄົນ: ຢ່າວາງຕົນເອງຄືກັບເດັກເກີດໃໝ່ໃນມືຂອງພຣະເຈົ້າ, ຄືກັບວ່າພຣະອົງຄວນຫຼົງໄຫຼເຈົ້າ, ຄືກັບວ່າພຣະອົງບໍ່ສາມາດປະຖິ້ມເຈົ້າໄດ້ ແລະ ຄືກັບວ່າທ່າທີຂອງພຣະອົງທີ່ມີຕໍ່ເຈົ້ານັ້ນໝັ້ນຄົງ ແລະ ບໍ່ປ່ຽນແປງຈັກເທື່ອ ແລະ ເຮົາຂໍແນະນໍາເຈົ້າໃຫ້ເຊົາຝັນ! ພຣະເຈົ້າເປັນທຳໃນການທີ່ພຣະອົງປະຕິບັດຕໍ່ທຸກຄົນ ແລະ ພຣະອົງຈິງຈັງໃນວິທີການຂອງພຣະອົງໃນພາລະກິດແຫ່ງການເອົາຊະນະ ແລະ ການຊ່ວຍຜູ້ຄົນໃຫ້ລອດພົ້ນ. ນີ້ແມ່ນການຄຸ້ມຄອງຂອງພຣະອົງ. ພຣະອົງປະຕິບັດຕໍ່ທຸກຄົນຢ່າງຈິງຈັງ ແລະ ບໍ່ເຮັດຄືກັບສັດລ້ຽງໃຫ້ຢອກຫຼິ້ນ. ຄວາມຮັກຂອງພຣະເຈົ້າສຳລັບມະນຸດບໍ່ແມ່ນແບບຕາມໃຈ ຫຼື ເອົາໃຈ ຫຼື ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງຕໍ່ມະນຸດຊາດກໍບໍ່ໄດ້ຕາມໃຈ ຫຼື ເມີນເສີຍ. ໃນທາງກົງກັນຂ້າມ, ຄວາມຮັກຂອງພຣະເຈົ້າສຳລັບມະນຸດກ່ຽວພັນກັບການຖະໜຸຖະໜອມ, ການສົງສານ ແລະ ການເຄົາລົບຊີວິດ; ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງສະແດງເຖິງສິ່ງທີ່ພຣະອົງຄາດຫວັງຈາກພວກເຂົາ ແລະ ສິ່ງທີ່ມະນຸດຊາດຕ້ອງການເພື່ອຄວາມຢູ່ລອດ. ພຣະເຈົ້າມີຊີວິດຢູ່ ແລະ ພຣະເຈົ້າມີຢູ່ແທ້ຈິງ; ທ່າທີຂອງພຣະອົງມີຕໍ່ມະນຸດຊາດແມ່ນມີຫຼັກການ, ບໍ່ແມ່ນຈໍາພວກກົດລະບຽບທີ່ບໍ່ມີເຫດຜົນ ແລະ ມັນສາມາດປ່ຽນແປງໄດ້. ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດຊາດແມ່ນປ່ຽນແປງ ແລະ ປັບປ່ຽນເທື່ອລະໜ້ອຍຕາມການເວລາ, ຂຶ້ນກັບສະຖານະການທີ່ພວກມັນເກີດຂຶ້ນ ແລະ ພ້ອມກັບທ່າທີຂອງແຕ່ລະຄົນ. ສະນັ້ນ ເຈົ້າຄວນຮູ້ຈັກຢູ່ໃນຫົວໃຈຂອງເຈົ້າຢ່າງຊັດເຈນທີ່ສຸດວ່າ ແກ່ນແທ້ຂອງພຣະເຈົ້າແມ່ນບໍ່ສາມາດປ່ຽນແປງໄດ້ ແລະ ອຸປະນິໄສຂອງພຣະອົງຈະປາກົດໃນເວລາທີ່ແຕກຕ່າງກັນ ແລະ ໃນບໍລິບົດທີ່ແຕກຕ່າງກັນ. ເຈົ້າອາດບໍ່ຄິດວ່າ ນີ້ແມ່ນບັນຫາທີ່ຮ້າຍແຮງ ແລະ ເຈົ້າອາດໃຊ້ແນວຄິດຂອງເຈົ້າເອງເພື່ອຈິນຕະນາການເຖິງວິທີທີ່ພຣະເຈົ້າຄວນເຮັດສິ່ງຕ່າງໆ. ເຖິງຢ່າງໃດກໍຕາມ, ມີບາງຄັ້ງທີ່ມຸມມອງກົງກັນຂ້າມກັນຄົນລະຂົ້ວຂອງເຈົ້ານັ້ນເປັນຈິງ ແລະ ການໃຊ້ແນວຄິດຂອງເຈົ້າເອງເພື່ອພະຍາຍາມວັດແທກພຣະເຈົ້າ, ເຈົ້າກໍໄດ້ເຮັດໃຫ້ພຣະອົງໃຈຮ້າຍແລ້ວ. ນີ້ກໍຍ້ອນວ່າ ພຣະເຈົ້າບໍ່ໄດ້ດຳເນີນການໃນລັກສະນະທີ່ເຈົ້າຄິດວ່າພຣະອົງເຮັດ ຫຼື ພຣະອົງບໍ່ໄດ້ປະຕິບັດຕໍ່ເລື່ອງນີ້ຄືກັບທີ່ເຈົ້າເວົ້າວ່າພຣະອົງຈະເຮັດ. ສະນັ້ນ ເຮົາຈຶ່ງເຕືອນເຈົ້າໃຫ້ລະມັດລະວັງ ແລະ ຮອບຄອບໃນວິທີການຂອງເຈົ້າຕໍ່ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າ ແລະ ຮຽນຮູ້ທີ່ຈະປະຕິບັດຕາມຫຼັກການຍ່າງໃນຫົນທາງຂອງພຣະເຈົ້າໃນທຸກສິ່ງ ເຊິ່ງນັ້ນກໍຄື ການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ເຈົ້າຕ້ອງມີຄວາມເຂົ້າໃຈທີ່ໜັກແໜ້ນກ່ຽວກັບເລື່ອງຕ່າງໆໃນຄວາມປະສົງຂອງພຣະເຈົ້າ ແລະ ກ່ຽວກັບທ່າທີຂອງພຣະເຈົ້າ, ເຈົ້າຕ້ອງຄົ້ນຫາຄົນທີ່ມີແສງສະຫວ່າງເພື່ອສື່ສານເລື່ອງຕ່າງໆເຫຼົ່ານີ້ແກ່ເຈົ້າ ແລະ ເຈົ້າຕ້ອງສະແຫວງຫາຢ່າງຈິງຈັງ. ຢ່າເບິ່ງພຣະເຈົ້າໃນຄວາມເຊື່ອຂອງເຈົ້າເປັນຫຸ່ນຕຸກກະຕາ ໂດຍຕັດສິນພຣະອົງຕາມອຳເພີໃຈ, ສະຫຼຸບກ່ຽວກັບພຣະອົງຕາມອຳເພີໃຈ ແລະ ບໍ່ປະຕິບັດຕໍ່ພຣະອົງດ້ວຍຄວາມເຄົາລົບນັບຖືທີ່ພຣະອົງສົມຄວນໄດ້ຮັບ. ໃນຂະນະທີ່ພຣະເຈົ້າກຳລັງນໍາຄວາມລອດພົ້ນມາສູ່ເຈົ້າ ແລະ ກຳນົດຜົນຕາມມາຂອງເຈົ້າ, ພຣະອົງອາດມອບຄວາມເມດຕາ ຫຼື ຄວາມອົດກັ້ນ ຫຼື ການພິພາກສາ ແລະ ການຂ້ຽນຕີໃຫ້ກັບເຈົ້າ, ແຕ່ເຖິງຢ່າງໃດນກໍຕາມ, ທ່າທີຂອງພຣະອົງທີ່ມີຕໍ່ເຈົ້າແມ່ນບໍ່ໄດ້ໝັ້ນຄົງ. ມັນຂຶ້ນກັບທ່າທີຂອງເຈົ້າເອງທີ່ມີຕໍ່ພຣະອົງ ພ້ອມທັງຄວາມເຂົ້າໃຈທີ່ເຈົ້າມີກ່ຽວກັບພຣະອົງ. ຢ່າປ່ອຍໃຫ້ລັກສະນະໃດໜຶ່ງທີ່ຜ່ານໄປຂອງຄວາມຮູ້ ຫຼື ຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້ານັ້ນກຳນົດພຣະອົງຢ່າງບໍ່ສິ້ນສຸດ. ຢ່າເຊື່ອໃນພຣະເຈົ້າທີ່ຕາຍແລ້ວ; ໃຫ້ເຊື່ອໃນພຣະເຈົ້າທີ່ມີຊີວີດຢູ່. ໃຫ້ຈື່ສິ່ງນີ້ໄວ້! ເຖິງແມ່ນເຮົາໄດ້ສົນທະນາກ່ຽວກັບຄວາມຈິງບາງຢ່າງໃນນີ້, ເຊິ່ງເປັນຄວາມຈິງທີ່ພວກເຈົ້າຈຳເປັນຕ້ອງໄດ້ຍິນ, ຕາມຄວາມຈິງຂອງສະພາວະໃນປັດຈຸບັນ ແລະ ວຸດທິພາວະໃນປັດຈຸບັນຂອງພວກເຈົ້າ, ເຮົາຈະບໍ່ຮຽກຮ້ອງຈາກພວກເຈົ້າຫຼາຍສຳຫຼັບຕອນນີ້, ເພື່ອຈະບໍ່ໄດ້ທໍາລາຍຄວາມກະຕືລືລົ້ນຂອງພວກເຈົ້າ. ການເຮັດແບບນັ້ນສາມາດເຕີມເຕັມຫົວໃຈຂອງພວກເຈົ້າດ້ວຍຄວາມເຢືອກເຢັນເກີນໄປ ແລະ ເຮັດໃຫ້ພວກເຈົ້າຮູ້ສຶກຜິດຫວັງໃນພຣະເຈົ້າຫຼາຍເກີນໄປ. ກົງກັນຂ້າມ, ເຮົາຫວັງວ່າພວກເຈົ້າຈະສາມາດໃຊ້ຄວາມຮັກສຳລັບພຣະເຈົ້າທີ່ພວກເຈົ້າມີຢູ່ໃນຫົວໃຈຂອງພວກເຈົ້າ ແລະ ນໍາໃຊ້ທ່າທີທີ່ເຄົາລົບນັບຖືຕໍ່ພຣະເຈົ້າເມື່ອຍ່າງໃນເສັ້ນທາງທີ່ຢູ່ເບື້ອງໜ້າ. ຢ່າສັບສົນໃນເລື່ອງນີ້ທີ່ກ່ຽວກັບວິທີການເຊື່ອໃນພຣະເຈົ້າ; ໃຫ້ເຮັດຄືກັບວ່າມັນເປັນໜຶ່ງໃນບັນຫາທີ່ໃຫຍ່ທີ່ສຸດທີ່ມີຢູ່. ວາງມັນໄວ້ໃນຫົວໃຈຂອງເຈົ້າ, ນໍາມັນເຂົ້າສູ່ການປະຕິບັດ ແລະ ເຊື່ອມຕໍ່ມັນກັບຊີວິດທີ່ແທ້ຈິງ; ຢ່າພຽງຮັບໃຊ້ແຕ່ປາກ, ຍ້ອນນີ້ແມ່ນເລື່ອງຄວາມເປັນ ແລະ ຄວາມຕາຍ ແລະ ເປັນສິ່ງທີ່ຈະກຳນົດໂຊກຊະຕາຂອງເຈົ້າ. ຢ່າເຮັດຄືກັບວ່າມັນເປັນເລື່ອງຕະຫຼົກ ຫຼື ຂອງຫຼິ້ນເດັກນ້ອຍ! ຫຼັງຈາກທີ່ໄດ້ແບ່ງປັນພຣະທຳເຫຼົ່ານີ້ກັບພວກເຈົ້າໃນມື້ນີ້, ເຮົາສົງໄສວ່າຄວາມຄິດຂອງພວກເຈົ້າໄດ້ເກັບກ່ຽວຄວາມເຂົ້າໃຈຫຼາຍສໍ່າໃດ. ມີຄຳຖາມທີ່ພວກເຈົ້າປາຖະໜາຢາກຖາມກ່ຽວກັບສິ່ງທີ່ເຮົາໄດ້ເວົ້າຢູ່ໃນນີ້ ໃນມື້ນີ້ບໍ?

ເຖິງແມ່ນຫົວຂໍ້ເຫຼົ່ານີ້ຂ້ອນຂ້າງເປັນສິ່ງໃໝ່ ແລະ ຫ່າງໄກຈາກມຸມມອງຂອງພວກເຈົ້າຫຼາຍ, ແຕ່ອ້ວຍການສະແຫວງຫາເປັນປົກກະຕິຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າພະຍາຍາມໃສ່ໃຈ, ເຮົາຄິດວ່າ ຫຼັງຈາກທີ່ພວກເຈົ້າໄດ້ສົນທະນາກ່ຽວກັບຫົວຂໍ້ເຫຼົ່ານີ້ເປັນຊ່ວງເວລາໃດໜຶ່ງ, ພວກເຈົ້າຈະມີຄວາມເຂົ້າໃຈກ່ຽວກັບທຸກສິ່ງທີ່ເຮົາໄດ້ເວົ້າໃນນີ້. ຫົວຂໍ້ເຫຼົ່ານີ້ແມ່ນໃໝ່ທັງໝົດ ແລະ ເປັນຫົວຂໍ້ທີ່ພວກເຈົ້າບໍ່ເຄີຍພິຈາລະນາມາກ່ອນ, ສະນັ້ນ ເຮົາຈຶ່ງຫວັງວ່າ ພວກມັນຈະບໍ່ເພີ່ມພາລະໃຫ້ແກ່ພວກເຈົ້າໃນລັກສະນະໃດໜຶ່ງ. ເຮົາບໍ່ໄດ້ກ່າວພຣະທຳເຫຼົ່ານີ້ໃນມື້ນີ້ເພື່ອເຮັດໃຫ້ພວກເຈົ້າຢ້ານ ຫຼື ເຮົາບໍ່ໄດ້ໃຊ້ພຣະທຳເຫຼົ່ານີ້ເພື່ອເປັນຫົນທາງຈັດການກັບພວກເຈົ້າ; ກົງກັນຂ້າມ, ຈຸດປະສົງຂອງເຮົາແມ່ນເພື່ອຊ່ວຍໃຫ້ພວກເຈົ້າເຂົ້າໃຈຂໍ້ແທ້ຈິງທີ່ກ່ຽວກັບຄວາມຈິງ. ຍ້ອນມີຄວາມແຕກຕ່າງຢູ່ລະຫວ່າງມະນຸດຊາດ ແລະ ພຣະເຈົ້າ, ເຖິງແມ່ນຜູ້ຄົນເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ເຄີຍເຂົ້າໃຈພຣະອົງ ຫຼື ຮູ້ຈັກເຖິງທ່າທີຂອງພຣະອົງຈັກເທື່ອ. ມະນຸດຍັງບໍ່ເຄີຍສົນໃຈຢ່າງກະຕືລືລົ້ນສຳລັບທ່າທີຂອງພຣະເຈົ້າ. ກົງກັນຂ້າມ ພວກເຂົາເຊື່ອ ແລະ ດຳເນີນການຢ່າງລັບຫູລັບຕາ ແລະ ບໍ່ລະມັດລະວັງໃນຄວາມຮູ້ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະເຈົ້າ. ສະນັ້ນ ເຮົາຈຶ່ງຮູ້ສຶກວ່າຕ້ອງເຮັດໃຫ້ບັນຫາເຫຼົ່ານີ້ຊັດເຈນຂຶ້ນສຳລັບພວກເຈົ້າ ແລະ ຊ່ວຍໃຫ້ພວກເຈົ້າເຂົ້າໃຈວ່າ ພຣະເຈົ້າອົງນີ້ທີ່ພວກເຈົ້າກຳລັງເຊື່ອນັ້ນແມ່ນພຣະເຈົ້າປະເພດໃດ, ພ້ອມທັງພຣະອົງກຳລັງຄິດຫຍັງ, ແມ່ນຫຍັງຄືທ່າທີຂອງພຣະອົງທີ່ພຣະອົງປະຕິບັດຕໍ່ຄົນຫຼາກຫຼາຍປະເພດ, ພວກເຈົ້າຫ່າງໄກສໍ່າໃດຈາກການບັນລຸເງື່ອນໄຂຂອງພຣະອົງ ແລະ ຄວາມແຕກຕ່າງກັນລະຫວ່າງການກະທຳຂອງເຈົ້າ ແລະ ມາດຕະຖານທີ່ພຣະອົງຮຽກຮ້ອງແມ່ນມີຫຼາຍສໍ່າໃດ. ເປົ້າໝາຍໃນການແຈ້ງໃຫ້ພວກເຈົ້າຮູ້ກ່ຽວກັບສິ່ງເຫຼົ່ານີ້ກໍເພື່ອເອົາໄມ້ຫຼາໃຫ້ພວກເຈົ້າໄດ້ວັດແທກຕົນເອງ ແລະ ເພື່ອພວກເຈົ້າຈະຮູ້ວ່າ ຫົນທາງທີ່ພວກເຈົ້າກຳລັງຢູ່ ໄດ້ນໍາໄປສູ່ການເກັບກ່ຽວປະເພດໃດ, ສິ່ງທີ່ພວກເຈົ້າບໍ່ໄດ້ຮັບຕາມຫົນທາງນີ້ ແລະ ຂົງເຂດໃດທີ່ພວກເຈົ້າບໍ່ໄດ້ມີສ່ວນກ່ຽວຂ້ອງ. ໃນຂະນະທີ່ສື່ສານທ່າມກາງພວກເຈົ້າເອງ, ຕາມທຳມະດາ ພວກເຈົ້າກໍເວົ້າສອງສາມຫົວຂໍ້ຄຸ້ນເຄີຍເປັນປະຈຳຢູ່ແລ້ວ ເຊິ່ງມັນມີຂອບເຂດທີ່ແຄບຫຼາຍ ແລະ ມີເນື້ອຫາທີ່ຕື້ນຫຼາຍ. ນີ້ສະແດງໃຫ້ເຫັນຄວາມຫ່າງໄກ ແລະ ຊ່ອງວ່າງ ລະຫວ່າງສິ່ງທີ່ພວກເຈົ້າສົນທະນາ ແລະ ເຈດຕະນາຂອງພຣະເຈົ້າ, ພ້ອມທັງລະຫວ່າງການສົນທະນາຂອງພວກເຈົ້າ ແລະ ຂອບເຂດ ແລະ ມາດຕະຖານທີ່ພຣະເຈົ້າຮຽກຮ້ອງ. ເມື່ອດຳເນີນການແບບນີ້ເປັນເວລາດົນນານຈະເຮັດໃຫ້ພວກເຈົ້າຫ່າງເຫີນຈາກຫົນທາງຂອງພຣະເຈົ້າໄກຂຶ້ນ. ພວກເຈົ້າເອົາພຣະຄຳໃນປັດຈຸບັນຂອງພຣະເຈົ້າ ແລະ ເຮັດໃຫ້ພວກມັນກາຍເປັນສິ່ງທີ່ພວກເຈົ້ານະມັດສະການ ແລະ ເຫັນພຣະຄຳເຫຼົ່ານີ້ວ່າເປັນພິທີກຳ ແລະ ກົດລະບຽບ. ນີ້ແມ່ນທັງໝົດທີ່ພວກເຈົ້າກຳລັງເຮັດ! ໃນຄວາມເປັນຈິງແລ້ວ, ພຣະເຈົ້າແມ່ນບໍ່ມີບ່ອນວ່າງໃນຫົວໃຈຂອງພວກເຈົ້າເລີຍ ແລະ ພຣະອົງບໍ່ເຄີຍໄດ້ຮັບເອົາຫົວໃຈຂອງພວກເຈົ້າຢ່າງແທ້ຈິງຈັກເທື່ອ. ບາງຄົນຄິດວ່າ ການຮູ້ຈັກພຣະເຈົ້າຫຍຸ້ງຍາກຫຼາຍ ແລະ ນັ້ນຄືຄວາມຈິງ. ມັນຫຍຸ້ງຍາກແທ້ໆ! ຖ້າຜູ້ຄົນຖືກສ້າງຂຶ້ນໃຫ້ປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຮັດໃຫ້ສິ່ງຕ່າງໆສຳເລັດຢູ່ພາຍນອກ ແລະ ພະຍາຍາມເຮັດຢ່າງສຸດຂີດ, ແລ້ວພວກເຂົາກໍຈະຄິດວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ງ່າຍຫຼາຍ, ຍ້ອນທຸກສິ່ງເຫຼົ່ານັ້ນຕົກຢູ່ພາຍໃນຂອບເຂດຄວາມສາມາດຂອງມະນຸດ. ເຖິງຢ່າງໃດກໍຕາມ, ເມື່ອຫົວຂໍ້ດັ່ງກ່າວປ່ຽນເປັນຄວາມເຈດຕະນາຂອງພຣະເຈົ້າ ແລະ ທ່າທີຂອງພຣະອົງທີ່ມີຕໍ່ມະນຸດຊາດ, ຈາກມຸມມອງຂອງທຸກຄົນ, ສິ່ງຕ່າງໆກໍເລີ່ມຂ້ອນຂ້າງຫຍຸ້ງຍາກຂຶ້ນທັນທີ. ນັ້ນກໍຍ້ອນວ່າ ສິ່ງນີ້ກ່ຽວພັນເຖິງຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບຄວາມຈິງ ແລະ ທາງເຂົ້າຂອງພວກເຂົາສູ່ຄວາມເປັນຈິງ, ສະນັ້ນຈຶ່ງຈະມີຄວາມຫຍຸ້ງຍາກໃນລະດັບໜຶ່ງຢ່າງແນ່ນອນ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ເຈົ້າໄດ້ຜ່ານປະຕູທຳອິດ ແລະ ເລີ່ມບັນລຸທາງເຂົ້າ, ສິ່ງຕ່າງໆກໍຈະຄ່ອຍໆເລີ່ມງ່າຍຂຶ້ນເອງ.

ຈຸດເລີ່ມຕົ້ນສຳລັບການຢຳເກງພຣະເຈົ້າກໍຄືການປະຕິບັດຕໍ່ພຣະອົງຄືກັບພຣະເຈົ້າ

ວ່າງບໍ່ດົນມານີ້ໄດ້ມີຄົນໆໜຶ່ງຕັ້ງຄຳຖາມວ່າ: ເປັນໄປໄດ້ແນວໃດທີ່ວ່າ ເຖິງແມ່ນພວກຂ້ານ້ອຍຮູ້ຈັກພຣະເຈົ້າຫຼາຍກວ່າໂຢບ, ພວກຂ້ານ້ອຍກໍບໍ່ສາມາດເຄົາລົບນັບຖືພຣະອົງໄດ້? ກ່ອນໜ້ານີ້ ພວກເຮົາໄດ້ເວົ້າເຖິງບັນຫານີ້ໜ້ອຍໜຶ່ງ, ບໍ່ແມ່ນບໍ? ໃນຄວາມເປັນຈິງ ພວກເຮົາໄດ້ສົນທະນາເຖິງແກ່ນແທ້ຂອງຄຳຖາມນີ້ໃນຜ່ານມາເຊັ່ນກັນ ເຊິ່ງເປັນຂໍ້ແທ້ຈິງທີ່ວ່າ ເຖິງແມ່ນໂຢບບໍ່ຮູ້ຈັກພຣະເຈົ້າໃນຕອນນັ້ນ, ເພິ່ນກໍຍັງປະຕິບັດຕໍ່ພຣະອົງດັ່ງພຣະເຈົ້າ ແລະ ຖືວ່າພຣະອົງເປັນເຈົ້ານາຍຂອງສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ. ໂຢບບໍ່ໄດ້ຖືວ່າພຣະເຈົ້າເປັນສັດຕູ; ກົງກັນຂ້າມ ເພິ່ນນະມັດສະການພຣະອົງດັ່ງພຣະຜູ້ສ້າງສັບພະສິ່ງທັງປວງ. ເປັນຫຍັງຜູ້ຄົນໃນປັດຈຸບັນຈຶ່ງຕໍ່ຕ້ານພຣະເຈົ້າຫຼາຍແທ້? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຄົາລົບນັບຖືພຣະອົງ? ເຫດຜົນໜຶ່ງກໍຄື ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ ແລະ ດ້ວຍທຳມະຊາດຊົ່ວຮ້າຍທີ່ຝັງເລິກດັ່ງກ່າວ ພວກເຂົາກໍກາຍມາເປັນສັດຕູຂອງພຣະເຈົ້າ. ສະນັ້ນ ເຖິງແມ່ນພວກເຂົາເຊື່ອໃນພຣະເຈົ້າ ແລະ ຮັບຮູ້ພຣະເຈົ້າ, ພວກເຂົາກໍຍັງສາມາດທີ່ຈະຕໍ່ຕ້ານພຣະອົງ ແລະ ວາງຕົນເອງເພື່ອຕໍ່ຕ້ານພຣະອົງ. ສິ່ງນີ້ແມ່ນຖືກກຳນົດໂດຍທຳມະຊາດຂອງມະນຸດ. ເຫດຜົນອີກຢ່າງກໍຄື ເຖິງແມ່ນວ່າພວກເຂົາເຊື່ອໃນພຣະເຈົ້າ, ຜູ້ຄົນກໍບໍ່ໄດ້ປະຕິບັດຕໍ່ພຣະອົງດັ່ງເປັນພຣະເຈົ້າ. ກົງກັນຂ້າມ, ພວກເຂົາຖືວ່າພຣະອົງຕໍ່ຕ້ານມະນຸດຊາດ, ຖືວ່າພຣະອົງເປັນສັດຕູຂອງພວກເຂົາ ແລະ ຮູ້ສຶກວ່າພວກເຂົາບໍ່ສາມາດປອງດອງກັບພຣະເຈົ້າໄດ້. ພວກເຂົາຄິດງ່າຍແບບນັ້ນເລີຍ. ບັນຫານີ້ບໍ່ໄດ້ຖືກນໍາຂຶ້ນມາສົນທະນາກັນໃນກ່ອນໜ້ານີ້ບໍ? ໃຫ້ຄິດກ່ຽວກັບສິ່ງນັ້ນ: ນັ້ນບໍ່ແມ່ນເຫດຜົນບໍ? ເຈົ້າອາດມີຄວາມຮູ້ເລັກນ້ອຍກ່ຽວກັບພຣະເຈົ້າ, ແຕ່ຄວາມຮູ້ນີ້ກໍ່ໃຫ້ເກີດຫຍັງແດ່? ນີ້ບໍ່ແມ່ນສິ່ງທີ່ທຸກຄົນກຳລັງເວົ້າເຖິງບໍ? ມັນບໍ່ແມ່ນສິ່ງທີ່ພຣະເຈົ້າບອກກັບເຈົ້າບໍ? ເຈົ້າພຽງແຕ່ລຶ້ງເຄີຍກັບດ້ານທີ່ເປັນທິດສະດີ ແລະ ຄຳສັ່ງສອນຂອງສິ່ງນັ້ນ, ແຕ່ເຈົ້າເຄີຍເຊີດຊູໃບໜ້າທີ່ແທ້ຈິງຂອງພຣະເຈົ້າບໍ? ເຈົ້າມີຄວາມຮູ້ອັດຕະວິໄສບໍ? ເຈົ້າມີຄວາມຮູ້ ແລະ ປະສົບການຕົວຈິງບໍ? ຖ້າພຣະເຈົ້າບໍ່ໄດ້ບອກເຈົ້າ, ເຈົ້າຈະສາມາດຮູ້ໄດ້ບໍ? ຄວາມຮູ້ທາງທິດສະດີຂອງເຈົ້າບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມຮູ້ທີ່ແທ້ຈິງ. ສະຫຼຸບກໍຄື ບໍ່ວ່າເຈົ້າຈະຮູ້ຫຼາຍສໍ່າໃດ ຫຼື ເຈົ້າມາຮູ້ຈັກມັນໄດ້ແນວໃດກໍຕາມ, ຈົນກວ່າເຈົ້າຈະບັນລຸຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ, ພຣະອົງຈະເປັນສັດຕູຂອງເຈົ້າ ແລະ ຈົນກວ່າເຈົ້າຈະເລີ່ມປະຕິບັດຕໍ່ພຣະອົງດັ່ງພຣະເຈົ້າແທ້ຈິງ, ພຣະອົງຈະຕໍ່ຕ້ານເຈົ້າ, ຍ້ອນເຈົ້າຄືຕົວຕົນຂອງຊາຕານ.

ເມື່ອເຈົ້າຢູ່ຮ່ວມກັບພຣະຄຣິດ, ບາງເທື່ອ ເຈົ້າສາມາດແຕ່ງອາຫານໃຫ້ພຣະອົງກິນສາມຄາບຕໍ່ມື້ ຫຼື ບາງເທື່ອ ເຈົ້າເຮັດນໍ້າຊ້າໃຫ້ພຣະອົງດື່ມ ແລະ ສະໜອງຕໍ່ຄວາມຕ້ອງການໃນຊີວິດຂອງພຣະອົງ; ເຈົ້າຈະເບິ່ງຄືກັບວ່າໄດ້ປະຕິບັດຕໍ່ພຣະອົງດັ່ງພຣະເຈົ້າ. ແຕ່ເມື່ອໃດກໍຕາມທີ່ມີບາງສິ່ງເກີດຂຶ້ນ, ທັດສະນະຂອງຜູ້ຄົນກໍຈະຢູ່ກົງກັນຂ້າມກັບທັດສະນະຂອງພຣະເຈົ້າຕະຫຼອດ; ຜູ້ຄົນບໍ່ເຂົ້າໃຈ ແລະ ບໍ່ຍອມຮັບເອົາທັດສະນະຂອງພຣະເຈົ້າຢູ່ສະເໝີ. ເຖິງແມ່ນຜູ້ຄົນອາດເຂົ້າກັນໄດ້ດີກັບພຣະເຈົ້າໃນທາງຜິວເຜີຍ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າ ພວກເຂົາເຂົ້າກັບພຣະອົງໄດ້. ເມື່ອມີບາງສິ່ງເກີດຂຶ້ນ, ທາດແທ້ແຫ່ງຄວາມບໍ່ເຊື່ອຟັງຂອງມະນຸດຊາດກໍປາກົດຂຶ້ນ, ເຊິ່ງຢືນຢັນໃຫ້ເຫັນເຖິງຄວາມເປັນປໍລະປັກລະຫວ່າງມະນຸດ ແລະ ພຣະເຈົ້າ. ຄວາມເປັນປໍລະປັກນີ້ບໍ່ແມ່ນຍ້ອນວ່າພຣະເຈົ້າຕໍ່ຕ້ານມະນຸດ ຫຼື ພຣະເຈົ້າຕ້ອງການເປັນສັດຕູກັບພວກເຂົາ ຫຼື ມັນບໍ່ແມ່ນວ່າພຣະອົງເຮັດໃຫ້ພວກເຂົາຕໍ່ຕ້ານພຣະອົງເອງ ແລ້ວຫຼັງຈາກນັ້ນພຣະອົງຈຶ່ງປະຕິບັດຕໍ່ພວກເຂົາແບບນັ້ນ. ກົງກັນຂ້າມ, ມັນແມ່ນທາດແທ້ແຫ່ງການເປັນປໍລະປັກກັບພຣະເຈົ້າທີ່ມີຢູ່ໃນຄວາມປະສົງສ່ວນຕົວຂອງມະນຸດ ແລະ ຢູ່ໃນຈິດໃຕ້ສຳນຶກຂອງພວກເຂົາ. ຍ້ອນຜູ້ຄົນຖືວ່າທຸກສິ່ງທີ່ມາຈາກພຣະເຈົ້າເປັນເປົ້າໝາຍສຳລັບການຄົ້ນຄວ້າຂອງພວກເຂົາ, ປະຕິກິລິຍາຂອງພວກເຂົາຕໍ່ສິ່ງທີ່ມາຈາກພຣະເຈົ້າ ແລະ ຕໍ່ທຸກສິ່ງທີ່ກ່ຽວຂ້ອງກັບພຣະເຈົ້າ ນອກເໜືອສິ່ງອື່ນໃດ ກໍຄື ການຄາດເດົາ, ການສົງໄສ ແລະ ຫຼັງຈາກນັ້ນກໍແມ່ນການມີທ່າທີທີ່ຂັດແຍ້ງ ແລະ ຕໍ່ຕ້ານພຣະເຈົ້າຢ່າງໄວວາ. ຫຼັງຈາກນັ້ນບໍ່ດົນ, ພວກເຂົາກໍມີອາລົມທີ່ບໍ່ດີໃນການໂຕ້ຖຽງ ຫຼື ການຕໍ່ຕ້ານພຣະເຈົ້າ ຈົນເຖິງກັບສົງໄສວ່າພຣະເຈົ້າດັ່ງກ່າວສົມຄວນແກ່ການຕິດຕາມ ຫຼື ບໍ່. ເຖິງແມ່ນວ່າ ຄວາມຈິງແລ້ວ ຄວາມມີເຫດຜົນຂອງພວກເຂົາກໍບອກພວກເຂົາແລ້ວວ່າ ພວກເຂົາບໍ່ຄວນດຳເນີນການໃນລັກສະນະນີ້, ແຕ່ພວກເຂົາກໍຍັງເລືອກທີ່ຈະເຮັດຕໍ່ໂດຍບໍ່ຄຳນຶງເຖິງຕົນເອງ, ເຖິງຂັ້ນທີ່ວ່າພວກເຂົາຈະສືບຕໍ່ເຮັດຈົນເຖິງທີ່ສຸດໂດຍບໍ່ລັງເລໃຈເລີຍ. ຕົວຢ່າງເຊັ່ນ: ແມ່ນຫຍັງຄືປະຕິກິລິຍາທຳອິດທີ່ບາງຄົນມີເມື່ອພວກເຂົາໄດ້ຍິນກ່ຽວກັບຂ່າວເລົ່າລື ຫຼື ການສົນທະນາທີ່ໃສ່ຮ້າຍປ້າຍສີກ່ຽວກັບພຣະເຈົ້າ? ປະຕິກິລິຍາທຳອິດຂອງພວກເຂົາກໍຄືສົງໄສວ່າ ຂ່າວເລົ່າລືເຫຼົ່ານີ້ເປັນຈິງ ຫຼື ບໍ່ ແລະ ຂ່າວເລົ່າລືເຫຼົ່ານີ້ມີຢູ່ ຫຼື ບໍ່ ແລະ ຫຼັງຈາກນັ້ນກໍມີທ່າທີແບບລໍຖ້າ ແລະ ເບິ່ງກ່ອນ. ແລ້ວພວກເຂົາກໍເລີ່ມຄິດວ່າ “ບໍ່ມີທາງທີ່ຈະພິສູດສິ່ງນີ້ໄດ້. ສິ່ງນັ້ນເກີດຂຶ້ນແທ້ບໍ? ຂ່າວເລົ່າລືນີ້ເປັນຈິງ ຫຼື ບໍ່?” ເຖິງແມ່ນຄົນແບບນີ້ບໍ່ໄດ້ສະແດງມັນອອກໃນທາງຜິວເຜີນ, ໃນຫົວໃຈຂອງພວກເຂົາ ພວກເຂົາກໍເລີ່ມສົງໄສ ແລະ ໄດ້ເລີ່ມປະຕິເສດພຣະເຈົ້າແລ້ວ. ແມ່ນຫຍັງຄືແກ່ນແທ້ຂອງທ່າທີແບບນີ້ ແລະ ໃນມຸມມອງດັ່ງກ່າວ? ມັນບໍ່ແມ່ນການທໍລະຍົດບໍ? ຈົນກວ່າພວກເຂົາໄດ້ພົບກັບເລື່ອງນີ້, ເຈົ້າຈະບໍ່ສາມາດເຫັນມຸມມອງຂອງຜູ້ຄົນເຫຼົ່ານີ້ວ່າແມ່ນຫຍັງ; ມັນເບິ່ງຄືກັບວ່າ ພວກເຂົາບໍ່ໄດ້ຂັດແຍ້ງກັບພຣະເຈົ້າ ແລະ ຄືກັບວ່າພວກເຂົາບໍ່ຖືວ່າພຣະອົງເປັນສັດຕູ. ເຖິງຢ່າງໃດກໍຕາມ, ທັນທີທີ່ພວກເຂົາພົບກັບບັນຫາ, ພວກເຂົາກໍຈະເລີ່ມຢືນກັບຊາຕານ ແລະ ຕໍ່ຕ້ານພຣະເຈົ້າ. ສິ່ງນີ້ໄດ້ບົ່ງບອກເຖິງຫຍັງ? ມັນບົ່ງບອກວ່າ ມະນຸດ ແລະ ພຣະເຈົ້າຕໍ່ຕ້ານກັນ! ມັນບໍ່ແມ່ນວ່າພຣະເຈົ້າຖືມະນຸດຊາດເປັນສັດຕູ, ແຕ່ແມ່ນແກ່ນແທ້ຂອງມະນຸດເອງທີ່ເປັນສັດຕູກັບພຣະເຈົ້າ. ບໍ່ວ່າຄົນໃດໜຶ່ງຈະຕິດຕາມພຣະອົງໄດ້ດົນສໍ່າໃດກໍຕາມ ຫຼື ພວກເຂົາໄດ້ຈ່າຍລາຄາແພງສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະສັນລະເສີນພຣະເຈົ້າແບບໃດກໍຕາມ, ພວກເຂົາອາດຢັບຢັ້ງຕົນເອງບໍ່ໃຫ້ຕໍ່ຕ້ານພຣະອົງແບບໃດກໍຕາມ ແລະ ເຖິງແມ່ນວ່າ ພວກເຂົາຈະກະຕຸ້ນໃຫ້ຕົນເອງຮັກພຣະເຈົ້າຢ່າງພາກພຽນແບບໃດກໍຕາມ, ພວກເຂົາກໍບໍ່ຈະສາມາດປະຕິບັດຕໍ່ພຣະເຈົ້າດັ່ງພຣະເຈົ້າຈັກເທື່ອ. ສິ່ງນີ້ບໍ່ໄດ້ຖືກກຳນົດໄວ້ໂດຍແກ່ນແທ້ຂອງຜູ້ຄົນບໍ? ຖ້າເຈົ້າປະຕິບັດຕໍ່ພຣະອົງເປັນພຣະເຈົ້າ ແລະ ເຊື່ອຢ່າງແທ້ຈິງວ່າ ພຣະອົງເປັນພຣະເຈົ້າ, ເຈົ້າຍັງມີຂໍ້ສົງໄສຕໍ່ພຣະອົງບໍ? ຫົວໃຈຂອງເຈົ້າຍັງສາມາດມີຄໍາຖາມກ່ຽວກັບພຣະອົງອີກຢູ່ບໍ? ບໍ່ສາມາດມີອີກຕໍ່ໄປ, ແມ່ນບໍ? ທິດທາງຂອງໂລກນີ້ຊົ່ວຮ້າຍຫຼາຍ ແລະ ມະນຸດຊາດນີ້ກໍຊົ່ວຮ້າຍເຊັ່ນກັນ; ແລ້ວເຈົ້າຈະບໍ່ມີມຸມມອງໃດໜຶ່ງກ່ຽວກັບພວກມັນໄດ້ແນວໃດ? ເຈົ້າເອງກໍຊົ່ວຊ້າຫຼາຍ, ແລ້ວເຈົ້າຈະບໍ່ມີມຸມມອງແບບນັ້ນໄດ້ແນວໃດ? ເຖິງຢ່າງນັ້ນກໍຕາມ ພຽງແຕ່ຂ່າວເລົ່າລືສອງສາມຢ່າງ ແລະ ການໃສ່ຮ້າຍປ້າຍສີບາງຢ່າງກໍສາມາດເຮັດໃຫ້ເກີດມີແນວຄິດຢ່າງໃຫຍ່ຫຼວງກ່ຽວກັບພຣະເຈົ້າ ແລະ ເຮັດໃຫ້ເຈົ້າມີຈິນຕະນາການຕ່າງໆນາໆ, ເຊິ່ງສະແດງໃຫ້ເຫັນເຖິງວຸດທິພາວະຂອງເຈົ້ານັ້ນຕໍ່າສໍ່າໃດ! ພຽງແຕ່ “ສຽງວື່ໆ” ຂອງຍຸງສອງສາມໂຕ ແລະ ແມງວັນທີ່ເປັນຕາຂີ້ດຽດສອງສາມໂຕກໍສາມາດຫຼອກລວງເຈົ້າໄດ້ແລ້ວບໍ? ນີ້ແມ່ນຄົນແບບໃດ? ເຈົ້າຮູ້ບໍ່ວ່າພຣະເຈົ້າຄິດຫຍັງກ່ຽວກັບຜູ້ຄົນດັ່ງກ່າວ? ທ່າທີຂອງພຣະເຈົ້າຊັດເຈນຫຼາຍກ່ຽວກັບວິທີທີ່ພຣະອົງຈະປະຕິບັດຕໍ່ພວກເຂົາ. ມັນເປັນພຽງຍ້ອນວ່າ ການປະຕິບັດຂອງພຣະເຈົ້າຕໍ່ຜູ້ຄົນເຫຼົ່ານີ້ແມ່ນເພື່ອສະແດງຄວາມເຢັນຊາຕໍ່ພວກເຂົາ, ທ່າທີຂອງພຣະອົງຈຶ່ງບໍ່ແມ່ນການສົນໃຈພວກເຂົາ ແລະ ບໍ່ຈິງຈັງກັບຜູ້ຄົນທີ່ໂງ່ຈ້າເຫຼົ່ານີ້. ເປັນຫຍັງຈຶ່ງເປັນແບບນັ້ນ? ມັນເປັນຍ້ອນວ່າ ໃນຫົວໃຈຂອງພຣະເຈົ້າ, ພຣະອົງບໍ່ເຄີຍວາງແຜນທີ່ຈະຮັບເອົາຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ປະຕິຍານຕົນເປັນສັດຕູກັບພຣະອົງຈົນເຖິງທີ່ສຸດ ແລະ ຜູ້ທີ່ບໍ່ເຄີຍວາງແຜນເພື່ອສະແຫວງຫາວິທີທາງໃຫ້ເຂົ້າກັບພຣະອົງໄດ້. ບາງເທື່ອ ພຣະທຳເຫຼົ່ານີ້ທີ່ເຮົາໄດ້ເວົ້າໄປອາດທຳຮ້າຍຜູ້ຄົນຈຳນວນໜຶ່ງ. ດີ, ແລ້ວ ພວກເຈົ້າເຕັມໃຈທີ່ຈະໃຫ້ເຮົາທຳຮ້າຍພວກເຈົ້າແບບນີ້ຢູ່ສະເໝີບໍ? ບໍ່ວ່າເຈົ້າຈະເຕັມໃຈ ຫຼື ບໍ່, ທຸກສິ່ງທີ່ເຮົາເວົ້າແມ່ນຄວາມຈິງ! ຖ້າເຮົາທຳຮ້າຍພວກເຈົ້າຢູ່ສະເໝີ ແລະ ເປີດໂປງບາດແຜຂອງພວກເຈົ້າແບບນີ້, ມັນຈະກະທົບຕໍ່ພາບລັກທີ່ສູງສົ່ງກ່ຽວກັບພຣະເຈົ້າທີ່ພວກເຈົ້າມີຢູ່ໃນຫົວໃຈຂອງພວກເຈົ້າບໍ? (ມັນຈະບໍ່ກະທົບ). ເຮົາເຫັນດ້ວຍວ່າ ມັນຈະບໍ່ກະທົບ, ຍ້ອນບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຈົ້າຢູ່ແລ້ວ. ພຣະເຈົ້າທີ່ຍິ່ງໃຫຍ່ທີ່ຢູ່ໃນຫົວໃຈຂອງພວກເຈົ້າ, ອົງທີ່ພວກເຈົ້າປ້ອງກັນ ແລະ ປົກປ້ອງຢ່າງໃຫຍ່ບໍ່ແມ່ນພຣະເຈົ້າຢ່າງແນ່ນອນ. ກົງກັນຂ້າມ, ອົງດັ່ງກ່າວແມ່ນສິ່ງທີ່ປັ້ນແຕ່ງຂຶ້ນໂດຍຈິນຕະນາການຂອງມະນຸດ; ພຣະເຈົ້າອົງນັ້ນບໍ່ມີຢູ່ແທ້ຈິງ. ສະນັ້ນ, ມັນຈະເປັນການດີ ຖ້າເຮົາເປີດເຜີຍຄຳຕອບຕໍ່ປິດສະໜານີ້; ສິ່ງນີ້ບໍ່ໄດ້ເປີດເຜີຍເຖິງຄວາມຈິງທັງໝົດບໍ? ພຣະເຈົ້າແຫ່ງຄວາມເປັນຈິງບໍ່ແມ່ນສິ່ງທີ່ມະນຸດຈິນຕະນາການໃຫ້ພຣະອົງເປັນ. ເຮົາຫວັງວ່າພວກເຈົ້າຈະສາມາດພົບກັບຄວາມເປັນຈິງນີ້ ແລະ ມັນຈະຊ່ວຍໃຫ້ຄວາມຮູ້ແກ່ພວກເຈົ້າກ່ຽວກັບພຣະເຈົ້າ.

ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບຮູ້ໂດຍພຣະເຈົ້າ

ມີບາງຄົນທີ່ມີຄວາມເຊື່ອທີ່ບໍ່ເຄີຍຮັບຮູ້ພາຍໃນຫົວໃຈຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າບໍ່ຮູ້ວ່າພວກເຂົາເປັນຜູ້ຕິດຕາມພຣະອົງ, ຍ້ອນພຣະອົງບໍ່ສັນລະເສີນຄວາມເຊື່ອຂອງພວກເຂົາ. ສຳລັບຄົນເຫຼົ່ານີ້ແລ້ວ, ບໍ່ວ່າພວກເຂົາໄດ້ຕິດຕາມພຣະເຈົ້າເປັນເວລາເທົ່າໃດປີກໍຕາມ, ແນວຄິດ ແລະ ມຸມມອງຂອງພວກເຂົາບໍ່ເຄີຍປ່ຽນຈັກເທື່ອ; ພວກເຂົາເປັນຄືກັບຜູ້ທີ່ບໍ່ເຊື່ອ, ຍຶດຕິດກັບຫຼັກການ ແລະ ວິທີການເຮັດສິ່ງຕ່າງໆຂອງຜູ້ບໍ່ເຊື່ອ ແລະ ກົດເກນແຫ່ງການຢູ່ລອດ ແລະ ຄວາມເຊື່ອຂອງຜູ້ບໍ່ເຊື່ອ. ພວກເຂົາບໍ່ເຄີຍຍອມຮັບເອົາພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາຈັກເທື່ອ, ບໍ່ເຄີຍເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ບໍ່ເຄີຍມີເຈດຕະນາຍອມຮັບເອົາຄວາມລອດພົ້ນຂອງພຣະເຈົ້າ ແລະ ບໍ່ເຄີຍຮັບຮູ້ວ່າພຣະເຈົ້າເປັນພຣະເຈົ້າຂອງພວກເຂົາຈັກເທື່ອ. ພວກເຂົາເຫັນວ່າການເຊື່ອໃນພຣະເຈົ້າແມ່ນສິ່ງທີ່ເຮັດໃນເວລາວ່າງແບບສະໝັກຫຼິ້ນ ໂດຍປະຕິບັດຕໍ່ພຣະອົງເປັນພຽງອາຫານຝ່າຍວິນຍານ; ເມື່ອເປັນເຊັ່ນນັ້ນ ພວກເຂົາຈຶ່ງຄິດວ່າບໍ່ສົມຄວນທີ່ຈະພະຍາຍາມ ແລະ ເຂົ້າໃຈອຸປະນິໄສ ຫຼື ແກ່ນແທ້ຂອງພຣະເຈົ້າ. ສາມາດເວົ້າໄດ້ວ່າ ທຸກສິ່ງທີ່ສອດຄ່ອງກັບພຣະເຈົ້າທີ່ເປັນຈິງແມ່ນບໍ່ມີຫຍັງກ່ຽວຂ້ອງກັບຄົນເຫຼົ່ານີ້ເລີຍ; ພວກເຂົາບໍ່ສົນໃຈ ຫຼື ພວກເຂົາບໍ່ຮ້ອນຮົນທີ່ຈະສົນໃຈ. ນີ້ກໍຍ້ອນວ່າ ເລິກໆໃນຫົວໃຈຂອງພວກເຂົາ, ມີສຽງອັນແຮງກ້າທີ່ກຳລັງບອກພວກເຂົາຢູ່ສະເໝີວ່າ “ພຣະເຈົ້າບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດສຳຜັດໄດ້ ແລະ ບໍ່ມີຢູ່”. ພວກເຂົາເຊື່ອວ່າ ການພະຍາຍາມທີ່ຈະເຂົ້າໃຈພຣະເຈົ້າປະເພດນີ້ກໍຈະບໍ່ຄຸ້ມຄ່າກັບຄວາມພະຍາຍາມຂອງພວກເຂົາ ແລະ ໃນການເຮັດແບບນັ້ນ ພວກເຂົາກໍກຳລັງຫຼອກລວງຕົນເອງ. ພວກເຂົາເຊື່ອວ່າ ການຮັບຮູ້ພຣະເຈົ້າພຽງຄຳເວົ້າ ໂດຍບໍ່ມີຈຸດຢືນແທ້ຈິງ ຫຼື ລົງທຶນຕົນເອງໃນການກະທຳທີ່ແທ້ຈິງໃດໆ, ພວກເຂົາແມ່ນຂ້ອນຂ້າງສະຫຼາດຫຼາຍ. ພຣະເຈົ້າເບິ່ງຜູ້ຄົນດັ່ງກ່າວເປັນແນວໃດ? ພຣະອົງເບິ່ງພວກເຂົາເປັນຜູ້ບໍ່ເຊື່ອ. ບາງຄົນຖາມວ່າ “ຜູ້ບໍ່ເຊື່ອສາມາດອ່ານພຣະທຳຂອງພຣະເຈົ້າໄດ້ບໍ? ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ບໍ? ພວກເຂົາສາມາດເວົ້າວ່າ ‘ຂ້ານ້ອຍຈະດໍາລົງຢູ່ເພື່ອພຣະເຈົ້າ’ ໄດ້ບໍ?” ສິ່ງທີ່ມະນຸດມັກເຫັນແມ່ນການສະແດງອອກຂອງຜູ້ຄົນທີ່ສະແດງອອກໃນຜິວເຜີນ; ພວກເຂົາບໍ່ເຫັນແກ່ນແທ້ຂອງຜູ້ຄົນ. ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ຫຼຽວເບິ່ງການສະແດງອອກແບບຜິວເຜີນເຫຼົ່ານີ້; ພຣະອົງພຽງແຕ່ເຫັນແກ່ນແທ້ທີ່ຢູ່ພາຍໃນຂອງພວກເຂົາ. ສະນັ້ນ ນີ້ຈຶ່ງເປັນທ່າທີ ແລະ ນິຍາມທີ່ພຣະເຈົ້າມີຕໍ່ຜູ້ຄົນເຫຼົ່ານີ້. ຜູ້ຄົນເຫຼົ່ານີ້ເວົ້າວ່າ “ເປັນຫຍັງພຣະເຈົ້າຈຶ່ງເຮັດແບບນີ້? ເປັນຫຍັງພຣະເຈົ້າຈຶ່ງເຮັດແບບນັ້ນ? ຂ້ານ້ອຍບໍ່ເຂົ້າໃຈສິ່ງນີ້; ຂ້ານ້ອຍບໍ່ເຂົ້າໃຈສິ່ງນັ້ນ; ສິ່ງນີ້ບໍ່ໄດ້ສອດຄ່ອງກັບແນວຄິດຂອງມະນຸດ; ພຣະອົງຕ້ອງອະທິບາຍສິ່ງນັ້ນໃຫ້ຂ້ານ້ອຍ...” ເພື່ອຕອບສິ່ງນີ້, ເຮົາຂໍຖາມວ່າ: ມັນຈຳເປັນຕ້ອງອະທິບາຍເລື່ອງຕ່າງໆເຫຼົ່ານີ້ໃຫ້ເຈົ້າຮູ້ບໍ? ເລື່ອງຕ່າງໆເຫຼົ່ານີ້ກ່ຽວຂ້ອງກັບເຈົ້າແທ້ບໍ? ເຈົ້າຄິດວ່າເຈົ້າເປັນໃຜ? ເຈົ້າມາແຕ່ໃສ? ເຈົ້າມີຄຸນສົມບັດທີ່ຈະໃຫ້ຄຳແນະນຳແກ່ພຣະເຈົ້າບໍ? ເຈົ້າເຊື່ອໃນພຣະອົງບໍ? ພຣະອົງຮັບຮູ້ຄວາມເຊື່ອຂອງເຈົ້າບໍ? ຍ້ອນຄວາມເຊື່ອຂອງເຈົ້າບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າ, ແລ້ວການກະທຳຂອງພຣະອົງແມ່ນທຸລະກິດຫຍັງຂອງເຈົ້າ? ເຈົ້າບໍ່ຮູ້ວ່າເຈົ້າຢືນຢູ່ໃສໃນຫົວໃຈຂອງພຣະເຈົ້າ, ແລ້ວເຈົ້າຈະສາມາດມີຄຸນສົມບັດທີ່ຈະເຂົ້າຮ່ວມໃນການສົນທະນາກັບພຣະອົງໄດ້ແນວໃດ?

ພຣະທຳແຫ່ງການຕັກເຕືອນ

ພວກເຈົ້າບໍ່ອຶດອັດບໍຫຼັງຈາກທີ່ໄດ້ຍິນຂໍ້ຄິດເຫັນເຫຼົ່ານີ້? ເຖິງແມ່ນພວກເຈົ້າອາດບໍ່ເຕັມໃຈທີ່ຈະຟັງພຣະທຳເຫຼົ່ານີ້ ຫຼື ບໍ່ເຕັມໃຈທີ່ຈະຍອມຮັບສິ່ງເຫຼົ່ານີ້, ພວກມັນກໍລ້ວນແລ້ວແຕ່ເປັນຂໍ້ແທ້ຈິງ. ຍ້ອນຂັ້ນຕອນນີ້ຂອງພາລະກິດແມ່ນສໍາລັບພຣະເຈົ້າປະຕິບັດ, ຖ້າເຈົ້າບໍ່ກ່ຽວຂ້ອງກັບເຈດຕະນາຂອງພຣະອົງ, ບໍ່ສົນໃຈກ່ຽວກັບທ່າທີຂອງພຣະອົງ ແລະ ບໍ່ເຂົ້າໃຈແກ່ນແທ້ ແລະ ອຸປະນິໄສຂອງພຣະອົງ, ແລ້ວໃນທີ່ສຸດ ເຈົ້າກໍຈະເປັນຄົນທີ່ຜ່າຍແພ້. ຢ່າກ່າວໂທດພຣະທຳຂອງເຮົາວ່າເປັນສິ່ງທີ່ຟັງຍາກ ແລະ ຢ່າກ່າວໂທດພຣະທຳເຫຼົ່ານັ້ນວ່າເປັນສິ່ງທີ່ເຮັດໃຫ້ຄວາມກະຕືລືລົ້ນຂອງພວກເຈົ້າເບົາບາງລົງ. ເຮົາເວົ້າຄວາມຈິງ; ມັນບໍ່ແມ່ນເຈດຕະນາຂອງເຮົາທີ່ຈະເຮັດໃຫ້ພວກເຈົ້າທໍ້ຖອຍໃຈ. ບໍ່ວ່າເຮົາຈະຮຽກຮ້ອງຫຍັງຈາກພວກເຈົ້າກໍຕາມ ແລະ ບໍ່ວ່າພວກເຈົ້າຖືກຮຽກຮ້ອງໃຫ້ເຮັດສິ່ງນັ້ນດ້ວຍວິທີໃດກໍຕາມ, ເຮົາກໍຫວັງວ່າພວກເຈົ້າຈະຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ຕິດຕາມຫົນທາງຂອງພຣະເຈົ້າ ແລະ ພວກເຈົ້າຈະບໍ່ຫຼົງອອກຈາກເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າບໍ່ດຳເນີນການຕາມພຣະທຳຂອງພຣະເຈົ້າ ຫຼື ຕິດຕາມຫົນທາງຂອງພຣະອົງ, ແລ້ວກໍຈະບໍ່ມີຂໍ້ສົງໄສເລີຍວ່າ ເຈົ້າກຳລັງກະບົດຕໍ່ພຣະເຈົ້າ ແລະ ໄດ້ຫັນເຫອອກຈາກເສັ້ນທາງທີ່ຖືກຕ້ອງ. ສະນັ້ນ, ເຮົາຈຶ່ງຮູ້ສຶກວ່າ ມີບາງເລື່ອງທີ່ເຮົາຕ້ອງເຮັດໃຫ້ຊັດເຈນສຳລັບພວກເຈົ້າ ແລະ ເຮົາຕ້ອງເຮັດໃຫ້ພວກເຈົ້າເຊື່ອຢ່າງແຈ່ມແຈ້ງ, ຢ່າງຊັດເຈນ ແລະ ບໍ່ມີຄວາມລັງເລໃຈແມ່ນແຕ່ໜ້ອຍດຽວ ແລະ ຊ່ວຍໃຫ້ພວກເຈົ້າມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບທ່າທີຂອງພຣະເຈົ້າ, ເຈດຕະນາຂອງພຣະອົງ, ວິທີທີ່ພຣະອົງເຮັດໃຫ້ມະນຸດສົມບູນ ແລະ ລັກສະນະທີ່ພຣະອົງກຳນົດຜົນຕາມມາຂອງຜູ້ຄົນ. ຖ້າມື້ທີ່ເຈົ້າບໍ່ສາມາດເລີ່ມຕົ້ນໃນເສັ້ນທາງນີ້ມາເຖິງ, ແລ້ວເຮົາກໍຈະບໍ່ຮັບຜິດຊອບ, ຍ້ອນພຣະທຳເຫຼົ່ານີ້ໄດ້ຖືກກ່າວຕໍ່ເຈົ້າຢ່າງຊັດເຈນຫຼາຍແລ້ວ. ແຕ່ສຳລັບວິທີທີ່ເຈົ້າຈັດການກັບຜົນຕາມມາຂອງເຈົ້າເອງນັ້ນ, ທັງໝົດແມ່ນຂຶ້ນຢູ່ກັບເຈົ້າເອງ. ພຣະເຈົ້າມີທ່າທີທີ່ແຕກຕ່າງກ່ຽວກັບຜົນຕາມມາຂອງຜູ້ຄົນຫຼາກຫຼາຍປະເພດ; ພຣະອົງມີວິທີຂອງພຣະອົງເອງໃນການວັດແທກຜູ້ຄົນ, ພ້ອມກັບມາດຕະຖານຂອງພຣະອົງທີ່ພຣະອົງຄາດຫວັງໃຫ້ຜູ້ຄົນບັນລຸ. ມາດຕະຖານຂອງພຣະອົງໃນການວັດແທກຜູ້ຄົນແມ່ນຍຸຕິທຳຕໍ່ທຸກຄົນ, ບໍ່ມີຂໍ້ສົງໄສກ່ຽວກັບສິ່ງນັ້ນເລີຍ! ສະນັ້ນ, ຄວາມຢ້ານຂອງບາງຄົນຈຶ່ງບໍ່ຈຳເປັນ. ຕອນນີ້ ພວກເຈົ້າສະບາຍໃຈແລ້ວບໍ? ຈົບແລ້ວສຳລັບມື້ນີ້. ລາກ່ອນ!

ວັນທີ 17 ເດືອນຕຸລາ 2013

​ກ່ອນ​ນີ້ :ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ຕໍ່​ໄປ:ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ I

ເນື່ອຫາທີ່ກ່ຽວຂ້ອງ