ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້

ມັນເປັນກົດຂອງສະຫວັນ ແລະ ຫຼັກການຂອງໂລກທີ່ຈະເຊື່ອໃນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ ແລະ ໃນມື້ນີ້ ເຊິ່ງຢູ່ໃນຍຸກທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດກຳລັງປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ເຊິ່ງເປັນເວລາທີ່ດີ ໂດຍສະເພາະໃນການທີ່ຈະຮູ້ຈັກພຣະເຈົ້າ. ການເຮັດໃຫ້ພຣະເຈົ້າພໍພຣະໄທແມ່ນບາງສິ່ງທີ່ສາມາດເຮັດໄດ້ ໂດຍການສ້າງຮາກຖານໃນການເຂົ້າໃຈນ້ຳພຣະໄທຂອງພຣະເຈົ້າ ແລະ ເພື່ອທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ມັນກໍ່ມີຄວາມຈຳເປັນທີ່ຈະຕ້ອງມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ. ຄວາມຮູ້ດັ່ງກ່າວນີ້ກ່ຽວກັບພຣະເຈົ້າ ແມ່ນນິມິດທີ່ຜູ້ທີ່ເຊື່ອໃນພຣະເຈົ້າຕ້ອງມີ; ມັນແມ່ນພື້ນຖານຂອງຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າ. ໃນກໍລະນີທີ່ບໍ່ມີຄວາມຮູ້ດັ່ງກ່າວນີ້, ຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າຈະຢູ່ໃນສະພາບທີ່ຄຸມເຄືອ ແລະ ໃນທ່າມກາງທິດສະດີທີ່ວ່າງເປົ່າ. ເຖິງແມ່ນວ່າມັນຈະເປັນປະນິທານຂອງຄົນແບບນີ້ທີ່ຕິດຕາມພຣະເຈົ້າ, ພວກເຂົາກໍ່ຈະບໍ່ໄດ້ຮັບຫຍັງເລີຍ. ບັນດາຜູ້ທີ່ບໍ່ໄດ້ຮັບຫຍັງເລີຍຈາກສາຍທານນີ້ແມ່ນຜູ້ທີ່ຈະຖືກກໍາຈັດ ເຊິ່ງພວກເຂົາທຸກຄົນແມ່ນຄົນທີ່ເອົາປຽບຜູ້ອື່ນ. ບໍ່ວ່າເຈົ້າພົບກັບພາລະກິດຂອງພຣະເຈົ້າໃນຂັ້ນຕອນໃດກໍຕາມ, ເຈົ້າກໍຄວນໄດ້ຮັບການນຳພາໂດຍນິມິດທີ່ຫຍິ່ງໃຫຍ່. ບໍ່ສະນັ້ນ, ມັນກໍຈະເປັນສິ່ງທີ່ລໍາບາກສຳລັບເຈົ້າທີ່ຈະຍອມຮັບເອົາພາລະກິດໃໝ່ໃນແຕ່ລະຂັ້ນຕອນ, ຍ້ອນວ່າພາລະກິດໃໝ່ຂອງພະເຈົ້ານັ້ນເກີນຂີດຄວາມສາມາດຂອງມະນຸດທີ່ຈິດຕະນາການໄດ້ ແລະ ຢູ່ນອກຂອບເຂດຂອງຄວາມຄິດຂອງພວກເຂົາ. ສະນັ້ນ, ຖ້າບໍ່ມີຜູ້ດູແລທີ່ຄອຍມານໍາພາມະນຸດ, ຖ້າບໍ່ມີຜູ້ດູແລທີ່ມາພົວພັນກັນກ່ຽວກັບເລື່ອງຂອງນິມິດ, ມະນຸດກໍບໍ່ສາມາດທີ່ຈະຮັບເອົາພາລະກິດໃໝ່ນີ້. ຖ້າມະນຸດບໍ່ສາມາດຮັບນິມິດຕ່າງໆໄດ້, ເຂົາກໍບໍ່ສາມາດຮັບພາລະກິດໃໝ່ຂອງພຣະເຈົ້າໄດ້ ແລະ ຖ້າມະນຸດບໍ່ເຊື່ອຟັງພາລະກິດໃໝ່ຂອງພຣະເຈົ້າ, ເຂົາກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຈະບໍ່ມີຄ່າຫຍັງເລີຍ. ກ່ອນທີ່ມະນຸດຈະປະຕິບັດຕາມພຣະທຳຂອງພຣະເຈົ້າ, ເຂົາຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ, ເຊິ່ງນັ້ນກໍຄື ເຂົາຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າ; ດ້ວຍວິທີນີ້ເທົ່ານັ້ນ ຈິ່ງຈະສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ນີ້ຄືສິ່ງທີ່ທຸກຄົນທີ່ສະແຫວງຫາຄວາມຈິງຕ້ອງມີ ແລະ ມັນກໍຍັງເປັນຂະບວນການທີ່ທຸກຄົນທີ່ພະຍາຍາມຮູ້ຈັກພຣະເຈົ້າຕ້ອງປະສົບ. ຂະບວນການໃນການມາຮູ້ຈັກພຣະທໍາຂອງພຣະເຈົ້າແມ່ນຂະບວນການໃນການມາຮູ້ຈັກພາລະກິດຂອງພຣະເຈົ້າ. ສະນັ້ນ, ການຮູ້ຈັກນິມິດຕ່າງໆບໍ່ພຽງແຕ່ອ້າງອີງເຖິງການຮູ້ຈັກມວນມະນຸດຂອງພຣະເຈົ້າຜູ້ຊົງບັງເກີດເປັນມະນຸດ, ແຕ່ຍັງລວມເຖິງການຮູ້ຈັກພຣະທໍາ ແລະ ພາລະກິດຂອງພຣະເຈົ້າອີກດ້ວຍ. ຜູ້ຄົນເຂົ້າໃຈຄວາມປະສົງຂອງພຣະເຈົ້າຈາກພຣະທໍາຂອງພຣະເຈົ້າ ແລະ ພວກເຂົາຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າເປັນຈາກພາລະກິດຂອງພຣະເຈົ້າ. ຄວາມເຊື່ອໃນພຣະເຈົ້າແມ່ນບາດກ້າວທໍາອິດໃນການຮູ້ຈັກພຣະເຈົ້າ. ຂະບວນການໃນການກ້າວຈາກຄວາມເຊື່ອໃນເບື້ອງຕົ້ນທີ່ມີຕໍ່ພຣະເຈົ້ານີ້ ໄປຫາຄວາມເຊື່ອທີ່ເລິກເຊິ່ງທີ່ສຸດໃນພຣະເຈົ້າ ແມ່ນຂະບວນການຂອງການຮູ້ຈັກພຣະເຈົ້າ ແລະ ຂະບວນການໃນການປະສົບກັບພາລະກິດຂອງພຣະເຈົ້າ. ຖ້າເຈົ້າເຊື່ອໃນພຣະເຈົ້າ ພຽງເພື່ອໃຫ້ມີຄວາມເຊື່ອໃນພຣະເຈົ້າເທົ່ານັ້ນ ແລະ ບໍ່ແມ່ນເພື່ອຮູ້ຈັກພຣະອົງ, ຄວາມເຊື່ອຂອງເຈົ້າກໍຈະບໍ່ມີຄວາມຈິງ ແລະ ສັດທາຂອງເຈົ້າກໍຈະບໍ່ສາມາດເປັນສັດທາທີ່ບໍລິສຸດໄດ້ ເຊິ່ງນີ້ເຮັດໃຫ້ບໍ່ມີຂໍ້ສົງໄສໃດໆເລີຍ. ຖ້າໃນຊ່ວງໄລຍະທີ່ເຂົາໄດ້ປະສົບກັບພາລະກິດຂອງພຣະເຈົ້າ, ມະນຸດຈະຄ່ອຍໆຮູ້ຈັກພຣະເຈົ້າ, ຫຼັງຈາກນັ້ນອຸປະນິໄສຂອງເຂົາກໍຈະຄ່ອຍໆປ່ຽນໄປ ແລະ ຄວາມເຊື່ອຂອງເຂົາກໍຈະກາຍເປັນຈິງຫຼາຍຂຶ້ນ. ດ້ວຍວິທີນີ້, ເມື່ອມະນຸດໄດ້ປະສົບຜົນສຳເລັດໃນຄວາມເຊື່ອຂອງເຂົາທີ່ມີຕໍ່ພຣະເຈົ້າ, ເຂົາຈະໄດ້ຮັບພຣະເຈົ້າຢ່າງສົມບູນແບບ. ເຫດຜົນທີ່ເຮັດໃຫ້ພຣະເຈົ້າເຮັດຂະໜາດນັ້ນກໍເພື່ອກາຍເປັນເນື້ອໜັງເປັນຄັ້ງທີສອງ ເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ເພື່ອວ່າ ມະນຸດຈະສາມາດຮູ້ຈັກພຣະອົງ ແລະ ແນມເຫັນພຣະອົງ. ການຮູ້ຈັກພຣະເຈົ້າ[ກ] ແມ່ນຜົນສຸດທ້າຍທີ່ຈະເຮັດສຳເລັດໃນຕອນສະຫຼຸບພາລະກິດຂອງພຣະເຈົ້າ; ມັນແມ່ນເງື່ອນໄຂສຸດທ້າຍທີ່ພຣະເຈົ້າສ້າງຂຶ້ນໃຫ້ມວນມະນຸດ. ເຫດຜົນເປັນຫຍັງພຣະອົງຈິ່ງເຮັດສິ່ງນີ້ ແມ່ນເພື່ອການເປັນພະຍານຄັ້ງສຸດທ້າຍຂອງພຣະອົງ; ນັ້ນກໍເພື່ອວ່າ ໃນທີ່ສຸດແລ້ວ ມະນຸດອາດຈະຫັນມາຫາພຣະອົງຢ່າງສົມບູນແບບ ໃນເມື່ອພຣະອົງໄດ້ຊົງປະຕິບັດພາລະກິດນີ້. ມະນຸດສາມາດຮັກພຣະເຈົ້າໄດ້ໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ແລະ ເພື່ອທີ່ຈະຮັກພຣະເຈົ້າ ເຂົາຕ້ອງຮູ້ຈັກພຣະເຈົ້າ. ບໍ່ວ່າເຂົາຈະສະແຫວງຫາດ້ວຍວິທີໃດ ຫຼື ສິ່ງທີ່ເຂົາສະແຫວງຫາເພື່ອທີ່ຈະໄດ້ມາຈະແມ່ນສິ່ງຫຍັງກໍຕາມ, ເຂົາຕ້ອງມີຄວາມສາມາດທີ່ຈະຮັບຮູ້ກ່ຽວກັບພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈິ່ງຈະສາມາດເປັນທີ່ພໍພຣະໄທຂອງພຣະເຈົ້າ. ໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດມີສັດທາທີ່ແທ້ຈິງຕໍ່ພຣະເຈົ້າ ແລະໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ເຂົາຈິ່ງຈະສາມາດເຄົາລົບບູຊາ ແລະ ເຊື່ອຟັງພຣະເຈົ້າໄດ້ຢ່າງແທ້ຈິງ. ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຈະບໍ່ສາມາດເຊື່ອຟັງ ແລະ ເຄົາລົບບູຊາພຣະເຈົ້າໄດ້ຢ່າງແທ້ຈີງ. ການຮູ້ຈັກພຣະເຈົ້າແມ່ນປະກອບມີການຮູ້ຈັກອຸປະນິໄສຂອງພຣະອົງ, ການເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ການຮູ້ຈັກສິ່ງທີ່ພຣະອົງເປັນ. ເຖິງວ່າໃຜຈະຮູ້ຈັກໃນແງ່ມຸມໃດກໍຕາມ, ແຕ່ລະຄົນຕ້ອງຮັບຜົນກໍາ ແລະ ຈໍາເປັນຕ້ອງມີຄວາມປະສົງທີ່ຈະເຊື່ອຟັງ ເຊິ່ງຖ້າບໍ່ມີສິ່ງນີ້ ກໍຈະບໍ່ມີໃຜທີ່ຈະສາມາດສືບຕໍ່ປະຕິບັດຕາມໄດ້ຈົນເຖິງທີ່ສຸດ. ພາລະກິດຂອງພຣະເຈົ້ານັ້ນຂັດກັນເກີນໄປກັບແນວຄວາມຄິດຂອງມະນຸດ, ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງເປັນ ແມ່ນຍາກເກີນໄປສຳລັບມະນຸດທີ່ຈະຮູ້ຈັກ ແລະ ທຸກສິ່ງທຸກຢ່າງທີ່ພຣະເຈົ້າກ່າວ ແລະ ກະທຳແມ່ນເປັນສິ່ງທີ່ຍາກເກີນກວ່າທີ່ມະນຸດຈະສາມາດເຂົ້າໃຈໄດ້: ຖ້າວ່າມະນຸດປາດຖະໜາທີ່ຈະຕິດຕາມພຣະເຈົ້າ ແຕ່ຍັງບໍ່ເຕັມໃຈທີ່ຈະເຊື່ອຟັງພຣະອົງ, ມະນຸດກໍຈະບໍ່ໄດ້ຮັບຫຍັງເລີຍ. ນັບແຕ່ການສ້າງໂລກຈົນມາຮອດປັດຈະບັນນີ້, ພຣະເຈົ້າໄດ້ເຮັດພາລະກິດຢ່າງຫຼວງຫຼາຍ ທີ່ເກີນກວ່າທີ່ມະນຸດຈະສາມາດເຂົ້າໃຈໄດ້ ແລະ ມະນຸດນັ້ນໄດ້ເຫັນວ່າ ມັນເປັນສິ່ງທີ່ຍາກທີ່ຈະຍອມຮັບໄດ້ ແລະ ພຣະເຈົ້າໄດ້ກ່າວໄວ້ຢ່າງຫຼວງຫຼາຍ ຈົນເຮັດໃຫ້ແນວຄວາມຄິດຂອງມະນຸດນັ້ນຍາກທີ່ຈະແກ້ໄຂໄດ້. ແຕ່ພຣະອົງບໍ່ເຄີຍຢຸດຕິພາລະກິດຂອງພຣະອົງຍ້ອນວ່າມະນຸດມີຂໍ້ຫຍຸ້ງຍາກຫຼາຍເກີນໄປ; ໃນທາງກົງກັນຂ້າມ, ພຣະອົງໄດ້ສືບຕໍ່ເຮັດພາລະກິດ ແລະ ກ່າວພຣະທໍາ ແລະ ເຖິງແມ່ນວ່າ “ນັກຮົບ” ຈຳນວນຫຼາຍໄດ້ລົ້ມຕາຍໄປໃນລະຫວ່າງທາງ, ພຣະອົງກໍຍັງຊົງປະຕິບັດພາລະກິດຂອງພຣະອົງຢູ່ ແລະ ຍັງຄົງສືບຕໍ່ໂດຍບໍ່ຢຸດພັກ ເພື່ອເລືອກເອົາກຸ່ມຄົນໜຶ່ງກຸ່ມ ທີ່ເປັນຄົນທີ່ເຕັມໃຈຍອມຮັບພາລະກິດໃໝ່ຂອງພຣະອົງ. ພຣະອົງບໍ່ມີຄວາມສົ່ງສານຕໍ່ “ວິລະບຸລຸດ” ທີ່ໄດ້ຕາຍໄປ ແລະ ໄດ້ທະນຸຖະໜອມຜູ້ທີ່ຍອມຮັບພາລະກິດໃໝ່ ແລະ ພຣະທໍາຂອງພຣະອົງແທນ. ແຕ່ພຣະອົງປະຕິບັດພາລະກິດດ້ວຍວິທີການແບບນີ້ເພື່ອຫຍັງ, ເພື່ອເປັນໄປຕາມແຕ່ລະຂັ້ນຕອນບໍ? ເປັນຫຍັງພຣະອົງຊົງກຳຈັດຄົນບາງຄົນ ແລະ ເລືອກເອົາຄົນອື່ນໆສະເໝີ? ເປັນຫຍັງພຣະອົງຊົງໃຊ້ວິທີການແບບນັ້ນເລື້ອຍໆ? ຈຸດປະສົງຂອງພາລະກິດຂອງພຣະອົງແມ່ນເພື່ອເຮັດໃຫ້ມະນຸດໄດ້ຮູ້ຈັກພຣະອົງ ແລະ ດ້ວຍເຫດນັ້ນ ຈິ່ງເຮັດພຣະອົງເລືອກ. ຫຼັກການຂອງພາລະກິດຂອງພຣະອົງຄືການເຮັດພາລະກິດໃນຜູ້ທີ່ສາມາດຍອມຮັບພາລະກິດທີ່ພຣະອົງກະທຳໃນປັດຈຸບັນນີ້ ແລະ ບໍ່ແມ່ນເຮັດພາລະກິດໃນຜູ້ທີ່ຍອມຮັບພາລະກິດທີ່ພຣະອົງໄດ້ເຮັດໃນອາດີດ ໃນຂະນະທີ່ຍັງຕໍ່ຕ້ານພາລະກິດທີ່ພຣະອົງເຮັດໃນປັດຈຸບັນ. ນີ້ແມ່ນເຫດຜົນວ່າ ເປັນຫຍັງພຣະອົງໄດ້ຊົງກຳຈັດຜູ້ຄົນຢ່າງຫຼວງຫຼາຍ.

ບົດຮຽນໃນການຮູ້ຈັກພຣະເຈົ້າແມ່ນບໍ່ສາມາດບັນລຸຜົນໄດ້ໃນໜຶ່ງ ຫຼື ສອງມື້: ມະນຸດຕ້ອງໄດ້ສະສົມປະສົບການ, ປະເຊີນກັບຄວາມທຸກທໍລະມານ ແລະ ຍອມຮັບຢ່າງແທ້ຈິ່ງ. ກ່ອນອື່ນໝົດ, ໃຫ້ເລີ່ມຈາກພາລະກິດ ແລະ ພຣະທໍາຂອງພຣະເຈົ້າ. ມັນຈໍາເປັນທີ່ເຈົ້າຈະຕ້ອງເຂົ້າໃຈສິ່ງທີ່ມີຢູ່ໃນຄວາມຮູ້ກ່ຽວກັບພຣະເຈົ້າ, ວິທີໄດ້ຮັບຄວາມຮູ້ນີ້ ແລະ ວິທີແນມເຫັນພຣະເຈົ້າໃນປະສົບການຂອງເຈົ້າ. ນີ້ແມ່ນສິ່ງທີ່ທຸກຄົນຕ້ອງປະຕິບັດເມື່ອພວກເຂົາຍັງບໍ່ທັນໄດ້ຮູ້ຈັກພຣະເຈົ້າເທື່ອ. ບໍ່ມີໃຜສາມາດເຂົ້າໃຈພາລະກິດ ແລະ ພຣະທໍາຂອງພຣະເຈົ້າໄດ້ໃນຄາວດຽວ ແລະ ບໍ່ມີໃຜສາມາດໄດ້ຮັບຄວາມຮູ້ທັງໝົດ ກ່ຽວກັບພຣະເຈົ້າ ພາຍໃນເວລາອັນສັ້ນ. ມັນມີຂະບວນການດ້ານປະສົບການທີ່ຈຳເປັນ ເຊິ່ງຖ້າບໍ່ມີສິ່ງນີ້ ກໍຈະບໍ່ມີໃຜສາມາດຮູ້ຈັກພຣະເຈົ້າ ແລະ ຕິດຕາມພຣະອົງໄດ້ຢ່າງຈິງໃຈ. ຍິ່ງພຣະເຈົ້າເຮັດພາລະກິດຂອງພຣະອົງຫຼາຍເທົ່າໃດ, ມະນຸດກໍຍິ່ງຮູ້ຈັກພຣະອົງຫຼາຍຂຶ້ນເທົ່ານັ້ນ. ຍິ່ງພາລະກິດຂອງພຣະເຈົ້າຂັດແຍ່ງກັບແນວຄວາມຄິດຂອງມະນຸດຫຼາຍເທົ່າໃດ, ຄວາມຮູ້ຂອງມະນຸດທີ່ມີຕໍ່ພຣະອົງກໍຍິ່ງໄດ້ຮັບການຟຶ້ນຟູ ແລະ ມີຄວາມເລິກເຊິ່ງຂຶ້ນເທົ່ານັ້ນ. ຖ້າພາລະກິດຂອງພຣະເຈົ້າແມ່ນເພື່ອໃຫ້ຄົງຢູ່ຕະຫຼອດໄປ ແລະ ບໍ່ສາມາດປ່ຽນແປງໄດ້, ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຈະບໍ່ມີຫຼາຍ. ໃນລະຫວ່າງໄລຍະຂອງການສ້າງ ແລະ ປັດຈຸບັນ, ສິ່ງທີ່ພຣະເຈົ້າໄດ້ກະທຳໃນຍຸກແຫ່ງພຣະບັນຍັດ, ສິ່ງທີ່ພຣະເຈົ້າໄດ້ກະທຳໃນຍຸກແຫ່ງພຣະຄຸນ ແລະ ສິ່ງທີ່ພະອົງໄດ້ກະທຳໃນຍຸກແຫ່ງອານາຈັກ: ພວກເຈົ້າຕ້ອງມີຄວາມຊັດເຈນກ່ຽວກັບນິມິດເຫຼົ່ານີ້. ພວກເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ. ພາຍຫຼັງທີ່ໄດ້ຕິດຕາມພຣະເຢຊູເທົ່ານັ້ນ ເປໂຕຈິ່ງໄດ້ຄ່ອຍຮູ້ຈັກກ່ຽວກັບພາລະກິດທີ່ພຣະວິນຍານບໍລິສຸດໄດ້ກະທຳໃນພຣະເຢຊູ. ລາວໄດ້ເວົ້າວ່າ: “ອີງໃສ່ປະສົບການຂອງມະນຸດນັ້ນບໍ່ພຽງພໍເພື່ອທີ່ຈະໄດ້ຄວາມຮູ້ທີ່ສົມບູນແບບ; ຕ້ອງມີສິ່ງໃໝ່ໆຫຼາຍໆຢ່າງຈາກພາລະກິດຂອງພຣະເຈົ້າ ເພື່ອຊ່ວຍພວກເຮົາໃຫ້ຮູ້ຈັກພຣະອົງ”. ໃນເບື່ອງຕົ້ນ, ເປໂຕເຊື່ອວ່າ ພຣະເຢຊູແມ່ນຜູ້ທີ່ພຣະເຈົ້າສົ່ງມາ, ຄ້າຍຄືກັບອັກຄະສາວົກ ແລະ ເພິ່ນບໍ່ໄດ້ເຫັນວ່າ ພຣະເຢຊູແມ່ນພຣະຄຣິດ. ໃນຕອນນີ້, ເມື່ອເພິ່ນເລີ່ມຕິດຕາມພຣະເຢຊູ, ພຣະເຢຊູກໍໄດ້ຖາມເພິ່ນວ່າ: “ຊິມອນ, ບຸດຂອງໂຢນາ, ເຈົ້າຈະຕິດຕາມເຮົາບໍ?” ເປໂຕຕອບວ່າ: “ຂ້າພະເຈົ້າຈະຕ້ອງຕິດຕາມຜູ້ທີ່ພຣະບິດາເຈົ້າທີ່ຢູ່ສະຫວັນໄດ້ສົ່ງມາ. ຂ້າພະເຈົ້າຕ້ອງຍອມຮັບຜູ້ທີ່ພຣະວິນຍານບໍລິສຸດເລືອກ. ຂ້າພະເຈົ້າຈະຕິດຕາມພຣະອົງ”. ຈາກຄຳເວົ້າເຫຼົ້ານີ້, ມັນສາມາດສະແດງໃຫ້ເຫັນໄດ້ວ່າ ເປໂຕບໍ່ຮູ້ຈັກພຣະເຢຊູເລີຍ; ລາວໄດ້ປະສົບກັບພຣະທໍາຂອງພຣະເຈົ້າ, ໄດ້ຈັດການກັບຕົວຂອງລາວເອງ ແລະ ໄດ້ປະສົບກັບຄວາມທຸກທໍລະມານເພື່ອພຣະເຈົ້າ, ແຕ່ລາວບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າເລີຍ. ຫຼັງປະສົບໄປໄດ້ໄລຍະໜຶ່ງ, ເປໂຕໄດ້ແນມເຫັນການກະທຳຫຼາຍຢ່າງຂອງພຣະເຈົ້າໃນຕົວຂອງພຣະເຢຊູ, ລາວໄດ້ເຫັນຄວາມໜ້າຮັກຂອງພຣະເຈົ້າ ແລະ ລາວໄດ້ແນມເຫັນຕົວຕົນຂອງພຣະເຈົ້າໃນພຣະເຢຊູຫຼາຍຂຶ້ນ. ລາວຍັງໄດ້ແນມເຫັນອີກວ່າ ພຣະທໍາທີ່ພຣະເຢຊູໄດ້ກ່າວອອກໄປແມ່ນສິ່ງທີ່ມະນຸດບໍ່ສາມາດກ່າວອອກໄດ້ ແລະ ພາລະກິດທີ່ພຣະເຊຢູໄດ້ກະທຳບໍ່ແມ່ນສິ່ງທີ່ມະນຸດສາມາດເຮັດໄດ້. ຍິ່ງໄປກວ່ານັ້ນ, ໃນພຣະທໍາ ແລະ ການກະທຳຂອງພຣະເຢຊູ, ເປໂຕໄດ້ເຫັນຄວາມສະຫຼຽວສະຫຼາດຂອງພຣະເຈົ້າຫຼາຍຂຶ້ນ ແລະ ເຫັນພາລະກິດທີ່ມີລັກສະນະສັກສິດຫຼາຍຂຶ້ນ. ໃນຊ່ວງປະສົບການຂອງລາວ, ລາວບໍ່ພຽງແຕ່ຮູ້ຈັກຕົວຂອງພຣະອົງເທົ່ານັ້ນ, ແຕ່ຍັງໄດ້ເອົາໃຈໃສ່ຢ່າງໃກ້ຊິດຕໍ່ທຸກໆການກະທຳຂອງພຣະເຢຊູ ເຊິ່ງລາວໄດ້ຄົ້ນພົບສິ່ງໃໝ່ຢ່າງຫຼວງຫຼາຍ; ເປັນຕົ້ນແມ່ນມີການສະແດງອອກຢ່າງຫຼວງຫຼາຍຂອງພຣະເຈົ້າທີ່ແທ້ຈິງ ໃນພາລະກິດທີ່ພຣະເຈົ້າໄດ້ຊົງກະທຳຜ່ານທາງພຣະເຢຊູ ແລະ ພຣະເຢຊູນັ້ນຍັງແຕກຕ່າງຈາກຄົນທຳມະດາ ທາງດ້ານວາຈາທີ່ພຣະອົງໄດ້ກ່າວ ແລະ ການກະທຳທີ່ພຣະອົງໄດ້ຊົງກະທຳ ເຊັ່ນດຽວກັນກັບວິທີການທີ່ພຣະອົງນຳພາຄຣິດຕະຈັກ ແລະ ພາລະກິດທີ່ພະອົງໄດ້ຊົງປະຕິບັດ. ດ້ວຍເຫດນັ້ນ, ເປໂຕຈິ່ງໄດ້ຮຽນຮູ້ບົດຮຽນຫຼາຍຢ່າງທີ່ລາວຕ້ອງໄດ້ຮຽນຮູ້ຈາກພຣະເຢຊູ ແລະເມື່ອເຖິງເວລາທີ່ພຣະເຢຊູກຳລັງຈະຖືກຄຶງໃສ່ໄມ້ກາງແຂນ, ລາວກໍໄດ້ຮັບຄວາມຮູ້ຈຳນວນໜຶ່ງກ່ຽວກັບພຣະເຢຊູ ເຊິ່ງເປັນຄວາມຮູ້ທີ່ກາຍເປັນພື້ນຖານຂອງຄວາມຈົງຮັກພັກດີຕະຫຼອດຊີວິດຂອງລາວທີ່ມີຕໍ່ພຣະເຢຊູ ແລະ ການຖືກຄຶງການແຂນຢ່ອນຫົວລົງຂອງລາວເພື່ອພຣະເຢຊູ. ເຖິງແມ່ນວ່າລາວຈະມີບາງແນວຄວາມຄິດ ແລະ ບໍ່ໄດ້ມີຄວາມຮູ້ທີ່ຊັດເຈນກ່ຽວກັບພຣະເຢຊູໃນເບື້ອງຕົ້ນ, ສິ່ງເຫຼົ່ານັ້ນແມ່ນພາກສ່ວນໜຶ່ງຂອງຄົນເສື່ອມຊາມທີ່ບໍ່ສາມາດຫຼີກລ່ຽງໄດ້. ໃນຂະນະທີ່ພຣະເຢຊູກຳລັງຈະຈາກໄປ, ພຣະອົງໄດ້ບອກກັບເປໂຕວ່າ ການຄຶງກາງແຂນຂອງພຣະອົງນັ້ນ ແມ່ນພາລະກິດທີ່ພຣະອົງຕ້ອງໄດ້ເຮັດ: ມັນມີຄວາມຈຳເປັນທີ່ຍຸກສະໄໝດັ່ງກ່າວຕ້ອງປະຖິ້ມພຣະອົງ ແລະ ຍຸກທີ່ບໍ່ບໍລິສຸດ ແລະ ເກົ່າແກ່ນີ້ຕ້ອງຄຶງພຣະອົງໃສ່ໄມ້ກາງແຂນ; ພຣະອົງໄດ້ຈຸດຕິລົງມາເພື່ອເຮັດພາລະກິດການໄຖ່ບາບໃຫ້ສໍາເລັດ ແລະ ເມື່ອພາລະກິດນີ້ໄດ້ສຳເລັດ, ພາລະກິດຂອງພຣະອົງກໍຈະສິ້ນສຸດລົງ. ເມື່ອໄດ້ຍິນດັ່ງນີ້, ເປໂຕກໍມີຄວາມອຸກທຸກໃຈ ແລະ ຍຶດຕິດກັບພຣະເຢຊູຫຼາຍຂຶ້ນ. ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ເປໂຕໄດ້ຮ້ອງໃຫ້ຢ່າງຂົ່ມຂືນຢູ່ຄົນດຽວ. ກ່ອນໜ້ານີ້, ລາວໄດ້ຖາມພຣະເຢຊູວ່າ: “ພຣະຜູ້ເປັນເຈົ້າເອີຍ! ພຣະອົງເວົ້າວ່າ ພຣະອົງຈະຕ້ອງຖືກຄຶງໃສ່ໄມ້ກາງແຂນ. ຫຼັງຈາກທີ່ພຣະອົງຈາກໄປແລ້ວ, ເມື່ອໃດທີ່ພວກເຮົາຈິ່ງຈະໄດ້ເຫັນພຣະອົງອີກ?” ໃນຄໍາເວົ້າຂອງລາວແມ່ນບໍ່ໄດ້ມີອົງປະກອບທີ່ບໍ່ບໍລິສຸດຢູ່? ບໍ່ມີແນວຄວາມຄິດອື່ນໆທີ່ປະສົມເຂົ້າໃນຄໍາເວົ້າເຫຼົ່ານີ້ບໍ? ໃນໃຈຂອງລາວ, ລາວຮູ້ວ່າ ພຣະເຢຊູໄດ້ຈຸດຕິລົງມາເພື່ອເຮັດໃຫ້ພາລະກິດຂອງພຣະເຈົ້າສ່ວນໃດໜຶ່ງໃຫ້ສໍາເລັດ ແລະ ພາຍຫຼັງທີ່ພຣະເຢຊູໄດ້ຈາກໄປແລ້ວ, ພຣະວິນຍານບໍລິສຸດຈະຢູ່ກັບລາວ; ເຖິງແມ່ນວ່າ ພຣະອົງຈະຖືກຄືງໃສ່ໄມ້ກາງແຂນ ແລະ ສະເດັດຂຶ້ນສະຫວັນ, ຢ່າງໃດກໍຕາມ, ພຣະວິນຍານຂອງພຣະເຈົ້າຈະຢູ່ກັບລາວ. ໃນເວລານັ້ນ, ເປໂຕໄດ້ຄວາມຮູ້ບາງຢ່າງກ່ຽວກັບພຣະເຢຊູ: ລາວຮູ້ວ່າພຣະເຢຊູໄດ້ຖືກສົ່ງມາໂດຍພຣະວິນຍານຂອງພຣະເຈົ້າ, ພຣະວິນຍານຂອງພຣະເຈົ້າແມ່ນຢູ່ໃນພຣະອົງ ແລະ ພຣະເຢຊູກໍແມ່ນພຣະເຈົ້າ, ພຣະອົງແມ່ນພຣະຄຣິດ. ແຕ່ນັ້ນກໍເປັນຍ້ອນຄວາມຮັກທີ່ເພິ່ນມີຕໍ່ພຣະເຢຊູ ແລະ ຍ້ອນຄວາມອ່ອນແອແບບມະນຸດຂອງລາວ, ເປໂຕຈິ່ງໄດ້ກ່າວຄຳເວົ້າແບບນັ້ນອອກມາ. ໃນທຸກໆຂັ້ນຕອນຂອງພາລະກິດຂອງພຣະເຈົ້າ, ຖ້າເຮົາສາມາດສັງເກດ ແລະ ປະສົບຢ່າງເຈັບປວດ, ຄົນເຮົາກໍຈະຈະຄ່ອຍໆສາມາດຄົ້ນພົບຄວາມໜ້າຮັກຂອງພຣະເຈົ້າ. ໂປນໄດ້ເຮັດຫຍັງສຳລັບນິມິດຂອງລາວ? ເມື່ອພຣະເຢຊູປາກົດຕົວຕໍ່ໜ້າລາວ, ໂປນໄດ້ເວົ້າວ່າ: “ພຣະອົງແມ່ນໃຜ, ພຣະຜູ້ເປັນເຈົ້າ?” ພຣະເຢຊູຕອບວ່າ: “ເຮົາຄືເຢຊູຜູ້ເຊິ່ງເຈົ້າເຮັດຮ້າຍນັ້ນ”. ນັ້ນແມ່ນພາບທີ່ໂປນເຫັນ. ເປໂຕຖືເອົາພາບຂອງການຄືນຊີບຂອງພຣະເຢຊູ, ການປະກົດຕົວຂອງພຣະອົງເປັນເວລາ 40 ວັນ ແລະ ການສິດສອນກ່ຽວກັບຊີວິດຂອງພຣະເຢຊູ, ຈົນຮອດບັນທ້າຍຂອງການເດີນທາງຂອງເພິ່ນ.

ມະນຸດປະສົບກັບພາລະກິດຂອງພຣະເຈົ້າ, ໄດ້ມາຮູ້ຈັກໂຕເອງ, ລົບລ້າງອຸປະນິໄສທີ່ບໍ່ດີຂອງຕົນ ແລະ ສະແຫວງຫາການຈະເລີນເຕີບໂຕໃນຊີວິດ, ທັງໝົດນີ້ແມ່ນເພື່ອການຮູ້ຈັກພຣະເຈົ້າ. ຖ້າເຈົ້າພຽງແຕ່ສະແຫວງຫາ ເພື່ອຮູ້ຈັກຕົວເອງ ແລະ ເພື່ອຈັດການກັບອຸປະນິໄສທີ່ບໍ່ດີຂອງຕົວເອງ, ແຕ່ບໍ່ມີຄວາມຮູ້ກ່ຽວກັບສິ່ງທີ່ພຣະເຈົ້າກະທຳຕໍ່ມະນຸດ, ກ່ຽວກັບການໄຖ່ບາບຂອງພຣະອົງນັ້ນຫຍິ່ງໃຫຍ່ພຽງໃດ ຫຼື ກ່ຽວກັບວິທີທີ່ເຈົ້າປະສົບກັບພາລະກິດຂອງພຣະເຈົ້າ ແລະ ເປັນປະຈັກພະຍານຕໍ່ສິ່ງທີ່ພຣະອົງໄດ້ຊົງກະທຳແລ້ວ, ປະສົບການຂອງເຈົ້ານັ້ນກໍໄຮ້ຄ່າ. ຫາກເຈົ້າຄິດວ່າຊີວິດຂອງຄົນໆໜຶ່ງໄດ້ບັນລຸຄວາມເປັນຜູ້ໃຫຍ່ພຽງຍ້ອນວ່າ ຄົນໆນັ້ນສາມາດນຳເອົາຄວາມຈິງໄປປະຕິບັດ ແລະ ເພື່ອອົດທົນ, ນີ້ກໍໝາຍຄວາມວ່າເຈົ້າຍັງບໍ່ທັນເຂົ້າໃຈຄວາມໝາຍແທ້ຈິງຂອງຊີວິດ ຫຼື ຈຸດປະສົງຂອງພຣະເຈົ້າໃນການເຮັດໃຫ້ມະນຸດສົມບູນ. ໃນມື້ໜຶ່ງ, ເມື່ອເຈົ້າຢູ່ໃນຄຣິດຕະຈັກຕ່າງໆທາງສາສະໜາ, ຢູ່ທ່າມກາງສະມາຊິກຂອງຄຣິດຕະຈັກແຫ່ງການກັບໃຈ ຫຼື ຄຣິດຕະຈັກແຫ່ງຊີວິດ, ເຈົ້າຈະພົບກັບຫຼາຍໆຄົນທີ່ມີສັດທາ ເຊິ່ງເປັນຜູ້ທີ່ມີຄຳອະທິຖານທີ່ມີ “ນິມິດ” ແລະ ແມ່ນຜູ້ທີ່ຮູ້ສືຶກປະທັບໃຈ ແລະ ມີພຣະທໍາຊົງນຳພາ ໃນການສະແຫວງຫາຊີວິດຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພວກເຂົາສາມາດອົດທົນ ແລະ ປະຖິ້ມຕົວພວກເຂົາເອງໄດ້ໃນຫຼາຍໆເລື່ອງ ແລະ ບໍ່ໄດ້ໃຫ້ເນື້ອໜັງເປັນສິ່ງນໍາພາ. ໃນເວລານັ້ນ, ເຈົ້າຈະບໍ່ສາມາດບອກຄວາມແຕກຕ່າງໄດ້: ເຈົ້າຈະເຊື່ອວ່າ ທຸກສິ່ງທຸກຢ່າງທີ່ພວກເຂົາປະຕິບັດນັ້ນຖືກຕ້ອງ, ແມ່ນການສະແດງອອກຕາມທຳມະຊາດຂອງຊີວິດ ແລະ ມັນກໍເປັນສິ່ງທີ່ໜ້າເສຍດາຍ ທີ່ພຣະນາມທີ່ພວກເຂົາເຊື່ອເຖິງນັ້ນບໍ່ຖືກຕ້ອງ. ມຸມມອງແບບນັ້ນມັນບໍ່ໂງ່ງາວບໍ? ເປັນຫຍັງຈິ່ງເວົ້າວ່າ ຫຼາຍໆຄົນບໍ່ມີຊີວິດ? ຍ້ອນວ່າພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ດ້ວຍເຫດນັ້ນ ຈິ່ງມີການເວົ້າວ່າ ພວກເຂົາບໍ່ມີພຣະເຈົ້າຢູ່ໃນຫົວໃຈ ແລະ ບໍ່ມີຊີວິດ. ຖ້າວ່າຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າໄດ້ມາເຖິງຈຸດໃດໜຶ່ງ ເຊິ່ງເປັນບ່ອນທີ່ເຈົ້າສາມາດຮູ້ເຖິງການກະທຳຂອງພຣະເຈົ້າໄດ້ຢ່າງຖີ່ຖ້ວນ, ຄວາມເປັນຈິງຂອງພຣະເຈົ້າ ແລະ ທຸກໆຂັ້ນຕອນຂອງພາລະກິດຂອງພຣະເຈົ້າ, ແລ້ວຫຼັງຈາກນັ້ນເຈົ້າກໍຈະມີຄວາມຈິງ. ຖ້າເຈົ້າບໍ່ຮູ້ຈັກພາລະກິດ ແລະ ອຸປະນິໄສຂອງພຣະເຈົ້າ, ນັ້ນສະແດງວ່າ ຍັງມີບ່າງຢ່າງທີ່ຜິດພາດໃນປະສົບການຂອງເຈົ້າ. ພຣະເຢຊູປະຕິບັດຂັ້ນຕອນນັ້ນໃນພາລະກິດຂອງພຣະອົງແນວໃດ, ຂັ້ນຕອນນັ້ນໄດ້ຖືກປະຕິບັດແນວໃດ, ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະຄຸນແນວໃດ ແລະ ພາລະກິດໃດທີ່ສຳເລັດ, ພາລະກິດໃດທີ່ກຳລັງຖືກເຮັດໃຫ້ສຳເລັດໃນຂັ້ນຕອນນີ້ ເຊິ່ງຖ້າຫາກວ່າ ເຈົ້າບໍ່ມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບສິ່ງເຫຼົ່ານີ້, ເຈົ້າຈະບໍ່ຮູ້ສຶກໝັ້ນໃຈ ແລະ ເຈົ້າຈະບໍ່ຮູ້ສຶກປອດໄພຢູ່ຕະຫຼອດ. ພາຍຫຼັງໄດ້ປະສົບໃນໄລຍະໜື່ງ, ຖ້າເຈົ້າສາມາດຮູ້ຈັກພາລະກິດທີ່ເຮັດສໍາເລັດໂດຍພຣະເຈົ້າ ແລະ ທຸກໆຂັ້ນຕອນຂອງພາລະກິດພຣະອົງແລ້ວ ແລະ ຖ້າເຈົ້າໄດ້ຮັບຄວາມຮູ້ອັນເລິກເຊິ່ງກ່ຽວກັບເປົ້າໝາຍຂອງພຣະເຈົ້າໃນການກ່າວພຣະທໍາຂອງພຣະອົງ ແລະ ເປັນຫຍັງຫຼາຍໆພຣະທໍາທີ່ພຣະອົງໄດ້ກ່າວບໍ່ໄດ້ຖືກເຮັດໃຫ້ສໍາເລັດ, ນັ້ນກໍຈະໝາຍຄວາມວ່າ ເຈົ້າອາດຈະສະແຫວງຫາເສັ້ນທາງຂ້າງໜ້າດ້ວຍຄວາມກ້າຫານ ແລະ ໂດຍທີ່ບໍ່ມີສິ່ງໃດທ່ວງດຶງໄວ້ ໂດຍປາສະຈາກຄວາມກັງວົນ ແລະ ການປັບແຕ່ງໃດໆ. ພວກເຈົ້າຄວນເຫັນວ່າ ພຣະເຈົ້າໃຊ້ວິທີການໃດ ເພື່ອບັນລຸພາລະກິດຂອງພຣະອົງໄດ້ຫຼາຍປານນີ້. ພຣະອົງໃຊ້ພຣະທໍາທີ່ພຣະອົງກ່າວ, ເຮັດໃຫ້ມະນຸດບໍລິສຸດ ແລະ ປ່ຽນແນວຄວາມຄິດຂອງເຂົາດ້ວຍພຣະທໍາທີ່ຫຼາກຫຼາຍ. ຄວາມທຸກທໍລະມານທັງໝົດທີ່ພວກເຈົ້າໄດ້ອົດທົນອົດກັ້ນ, ການເຮັດໃຫ້ເຈົ້າມີຄວາມບໍລິສຸດ, ການຈັດການທີ່ເຈົ້າຍອມຮັບໃນຕົວເຈົ້າເອງ, ການເຫັນແຈ້ງທີ່ເຈົ້າໄດ້ປະສົບກັບ ເຊິ່ງສິ່ງເຫຼົ່ານີ້ແມ່ນໄດ້ເຮັດສຳເລັດໂດຍພຣະທໍາທີ່ພຣະເຈົ້າໄດ້ກ່າວ. ມະນຸດຕິດຕາມພຣະເຈົ້າໃນເລື່ອງໃດ? ຍ້ອນພຣະທໍາຂອງພຣະເຈົ້າ! ພຣະທໍາຂອງພຣະເຈົ້ານັ້ນແມ່ນລຶກລັບຢ່າງເລິກເຊິ່ງ ແລະ ພວກມັນສາມາດຫັນປ່ຽນຈິດໃຈຂອງມະນຸດ, ເປີດເຜີຍສິ່ງທີ່ຖືກຝັງຢູ່ເລິກພາຍໃນ, ເຮັດໃຫ້ເຂົາຮູ້ຈັກສິ່ງທີ່ເກີດຂຶ້ນໃນອະດີດ ແລະ ເຮັດໃຫ້ເຂົາເຈາະເຂົ້າໄປໃນອະນາຄົດໄດ້. ສະນັ້ນ, ມະນຸດຕ້ອງອົດທົນກັບຄວາມທຸກທໍລະມານ ຍ້ອນພຣະທໍາຂອງພຣະເຈົ້າ ແລະ ຍັງຖືກເຮັດໃຫ້ສົມບູນແບບດ້ວຍພຣະທໍາຂອງພຣະເຈົ້າເຊັ່ນກັນ: ໃນເວລານີ້ເທົ່ານັ້ນ ທີ່ມະນຸດຕິດຕາມພຣະເຈົ້າ. ສິ່ງທີ່ມະນຸດຄວນເຮັດໃນຂ້ນຕອນນີ້ຄືການຍອມຮັບພຣະທໍາຂອງພຣະເຈົ້າ ແລະ ບໍ່ວ່າເຂົາຈະຖືກເຮັດໃຫ້ສົມບູນແບບ ຫຼື ຕ້ອງຖືກເຮັດໃຫ້ບໍລິສຸດກໍ່ຕາມ, ພຣະທໍາຂອງພຣະເຈົ້າແມ່ນມີຄວາມສໍາຄັນ. ນີ້ແມ່ນພາລະກິດຂອງພຣະເຈົ້າ ແລະ ນີ້ກໍ່ແມ່ນນິມິດທີ່ເຮັດໃຫ້ມະນຸດຮູ້ຈັກປັດຈຸບັນ.

ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບດ້ວຍວິທີໃດ? ອຸປະນິໄສຂອງພຣະເຈົ້າແມ່ນຫຍັງ? ອຸປະນິໄສຂອງພຣະອົງແມ່ນມີຫຍັງແນ່? ເພື່ອຊີ້ແຈງສິ່ງທັງໝົດເຫຼົ່ານີ້: ຄົນໜຶ່ງຈະເອີ້ນມັນວ່າ ການເຜີຍແຜ່ພຣະນາມຂອງພຣະເຈົ້າ, ອີກຄົນຈະເອີ້ນມັນວ່າ ເປັນການປະຈັກພະຍານໃຫ້ພຣະເຈົ້າ ແລະ ອີກຄົນຈະເອີ້ນມັນວ່າ ການສັນລະເສີນພຣະເຈົ້າ. ບົນພື້ນຖານການຮູ້ຈັກກັບພຣະເຈົ້າ, ໃນທີ່ສຸດ ອຸປະນິໄສໃນຊີວິດຂອງມະນຸດກໍຈະຖືກປ່ຽນແປງ. ຍິ່ງມະນຸດຖືກຈັດການ ແລະ ຖືກເຮັດໃຫ້ບໍລິສຸດຫຼາຍພຽງໃດ, ເຂົາຍິ່ງມີພະລັງຫຼາຍຂຶ້ນເທົ່ານັ້ນ; ຍິ່ງຂັ້ນຕອນພາລະກິດຂອງພຣະເຈົ້າຫຼາຍຂຶ້ນເທົ່າໃດ, ມະນຸດຍິ່ງຖືກເຮັດໃຫ້ສົມບູນແບບຫຼາຍຂຶ້ນເທົ່ານັ້ນ. ໃນປັດຈຸບັນ, ໃນປະສົບການຂອງມະນຸດ, ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າຈະກັບມາຕາມແນວຄວາມຄິດຂອງເຂົາ ແລະ ເປັນທຸກສິ່ງທີ່ຢູ່ເໜືອຄວາມສະຫຼາດຂອງມະນຸດ ແລະ ຢູ່ນອກເໜືອຄວາມຄາດຫວັງຂອງເຂົາ. ພຣະເຈົ້າສະໜອງທຸກສິ່ງທຸກຢ່າງທີ່ມະນຸດຕ້ອງການ ແລະ ສິ່ງນີ້ແມ່ນຂັດແຍ່ງກັບແນວຄິດຂອງເຂົາໃນທຸກໆດ້ານ. ພຣະເຈົ້າຊົງເອີ່ຍພຣະທໍາຂອງພຣະອົງໃນຊ່ວງເວລາທີ່ເຈົ້າອ່ອນແອ; ດ້ວຍວິທີນີ້ເທົ່ານັ້ນ ທີ່ພຣະອົງສາມາດສະໜອງຊີວິດຂອງເຈົ້າ. ໂດຍຍ້ອນກັບໄປທີ່ແນວຄວາມຄິດຂອງເຈົ້າ, ພຣະອົງຈະເຮັດໃຫ້ເຈົ້າຍອມຮັບໃຫ້ພຣະເຈົ້າຈັດການ; ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈິ່ງສາມາດຫຼຸດພົ້ນອອກຈາກຄວາມເສື່ອມຊາມຂອງເຈົ້າໄດ້. ໃນມື້ນີ້, ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດແມ່ນປະຕິບັດພາລະກິດຂອງພຣະອົງໃນສະພາບຂອງພຣະເຈົ້າໃນດ້ານໜຶ່ງ, ແຕ່ໃນອີກດ້ານໜຶ່ງ ພຣະອົງປະຕິບັດພາລະກິດຂອງພຣະອົງໃນສະພາບຂອງມະນຸດທຳມະດາ. ເມື່ອເຈົ້າຢຸດປະຕິເສດພາລະກິດໃດໆຂອງພຣະເຈົ້າ, ເມື່ອເຈົ້າຍອມຮັບສິ່ງທີ່ພຣະເຈົ້າກ່າວ ບໍ່ວ່າຈະແມ່ນສິ່ງຫຍັງກໍຕາມ ຫຼື ກະທຳສິ່ງໃດໃນສະພາບຂອງມະນຸດທຳມະດາ, ເມື່ອເຈົ້າສາມາດຍອມຮັບ ແລະ ເຂົ້າໃຈຄວາມປົກກະຕິປະເພດໃດກໍຕາມ ທີ່ພຣະອົງຊົງສະແດງ ແລະ ເມື່ອເຈົ້າໄດ້ຮັບປະສົບການຕົວຈິງແລ້ວ: ເມື່ອນັ້ນເຈົ້າຈິ່ງສາມາດໝັ້ນໃຈໄດ້ວ່າ ພຣະອົງແມ່ນພຣະເຈົ້າ, ເມື່ອນັ້ນເຈົ້າຈະຢຸດສ້າງແນວຄວາມຄິດຕ່າງໆ ແລະ ເມື່ອນັ້ນເຈົ້າຈິ່ງຈະສາມາດຕິດຕາມພຣະອົງຈົນຈົບ. ພາລະກິດຂອງພຣະເຈົ້າແມ່ນມີຄວາມສະຫຼຽວສະຫຼາດ. ພຣະອົງຮູ້ວິທີທີ່ຈະເຮັດໃຫ້ມະນຸດລຸກຢືນຂຶ້ນຢ່າງໄວ ເພື່ອເປັນປະຈັກພະຍານໃຫ້ພຣະອົງ ແລະ ພຣະອົງຊົງຮູ້ວ່າຈຸດອ່ອນສຳຄັນຂອງມະນຸດຢູ່ບ່ອດໃດ. ພຣະທໍາທີ່ພຣະອົງກ່າວສາມາດຕີທີ່ຈຸດອ່ອນທີ່ສຳຄັນຂອງເຈົ້າ, ແຕ່ພຣະອົງຍັງໃຊ້ພຣະທໍາອັນໜ້າເກງຂາມ ແລະ ສະຫຼາດຂອງພຣະອົງ ເພື່ອເຮັດໃຫ້ເຈົ້າຢືນຢັດຢ່າງໝັ້ນຄົງໃນການເປັນປະຈັກພະຍານໃຫ້ພຣະອົງ. ນັ້ນແມ່ນການກະທຳອັນຢ່າງມີປະຕິຫານຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າປະຕິບັດນັ້ນເກີນກວ່າທີ່ຄວາມສະຫຼາດຂອງມະນຸດຈະຈິນຕະນາການໄດ້. ມະນຸດ ເຊິ່ງກໍ່ຄືເນື້ອໜັງ ແມ່ນມີຄວາມເສື່ອມຊາມປະເພດໃດ ແລະ ສິ່ງໃດທີ່ເປັນແກ່ນແທ້ຂອງມະນຸດ ເຊິ່ງທັງໝົດນີ້ແມ່ນຈະຖືກເປີດເຜີຍຜ່ານການພິພາກສາຂອງພຣະເຈົ້າ ເຊິ່ງຈະເຮັດໃຫ້ມະນຸດບໍ່ມີບ່ອນລີ້ຈາກຄວາມອັບອາຍຂອງເຂົາໄດ້.

ພຣະເຈົ້າຊົງກະທໍາພາລະກິດແຫ່ງການພິພາກສາ ແລະ ການລົງໂທດ ເພື່ອວ່າມະນຸດຈະສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ ແລະ ເພື່ອເປັນປະຈັກພະຍານໃຫ້ພຣະອົງ. ຖ້າບໍ່ມີການພິພາກສາຂອງພຣະອົງ ຕໍ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ມະນຸດຈະບໍ່ສາມາດຮູ້ອຸປະນິໄສທີ່ທ່ຽງທໍາຂອງພຣະອົງ ເຊິ່ງຈະບໍ່ຍອມຮັບເອົາຄວາມຜິດ ຫຼື ມະນຸດຈະບໍ່ສາມາດປ່ຽນແປງຄວາມຮູ້ເດີມກ່ຽວກັບພຣະເຈົ້າໄປເປັນຄວາມຮູ້ ໃໝ່ໄດ້. ເພື່ອປະໂຫຍດຂອງການເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ, ພຣະອົງຊົງເປີດເຜີຍຄວາມເປັນພຣະອົງທັງໝົດສູ່ສາທາລະນາຊົນ, ສະນັ້ນ ການປະກົດຕົວຂອງພຣະອົງໃນສາທາລະນະຊົນ ຈິ່ງໄດ້ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເພື່ອການເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ຫຼື ສະແຫວງຫາຫົວໃຈຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຫຼຸດພົ້ນອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສະແຫວງຫາຫົວໃຈຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາເພື່ອກະທໍາພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ເຊື່ອຟັງພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ຮູ້ຈັກພາລະກິດແທ້ ແລະ ພາລະກິດປົກກະຕິຂອງພຣະອົງ, ເຊື່ອຟັງທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບຄວາມຄິດຂອງມະນຸດ ແລະ ເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດທີ່ພຣະອົງຊົງກະທໍາສໍາເລັດໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ, ການຈັດການ ແລະ ການຕັດຈໍານວນ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ພ້ອມນັ້ນ ພຣະອົງຍັງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງໂດຍໃຊ້ພຽງແຕ່ປາກ ແລະ ພຣະອົງຊົງບໍ່ຕ້ອງການຄໍາສັນລະເສີນ ແລະ ການເປັນພະຍານແບບຂອງຊາຕານ ເຊິ່ງເປັນຜູ້ທີ່ພຣະອົງບໍ່ໄດ້ຊ່ວຍເຫຼືອ. ມີແຕ່ຜູ້ທີ່ຮູ້ຈັກພຣະເຈົ້າເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້ ແລະ ມີແຕ່ຜູ້ທີ່ໄດ້ປ່ຽນແປງອຸປະນິໄສຂອງຕົນເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້. ພຣະເຈົ້າຈະບໍ່ອະນຸດຍາດໃຫ້ມະນຸດນໍາເອົາຄວາມອັບອາຍມາສູ່ພຣະນາມຂອງພຣະອົງໂດຍເຈດຕະນາ.

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບອ່ານວ່າ “ພາລະກິດແຫ່ງການຮູ້ຈັກພຣະເຈົ້າ”.

ກ່ອນນີ້: ການສົນທະນາສັ້ນໆກ່ຽວກັບ “ອານາຈັກພັນປີມາຮອດແລ້ວ”

ຕໍ່ໄປ: ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ

ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້. ພາລະກິດນັ້ນສູງສົ່ງຂຶ້ນຕາມແຕ່ລະບາດກ້າວ, ຕາມການເປີດເຜີຍແຫ່ງວັນໃໝ່ທີ່ສູງສົ່ງກວ່າວັນນີ້...

ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນຄວາມສະຫງົບ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ....

ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ

ບັນຫາທົ່ວໄປທີ່ເກີດຂຶ້ນກັບມະນຸດທຸກຄົນກໍຄື ພວກເຂົາເຂົ້າໃຈຄວາມຈິງ ແຕ່ບໍ່ສາມາດເຮັດຕາມໄດ້. ປັດໄຈຢ່າງໜຶ່ງແມ່ນຍ້ອນມະນຸດບໍ່ເຕັມໃຈທີ່ຈະຮັບຜົນຕາມມາ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້