74. ການຮຽນຮູ້ທີ່ຈະຍອມອ່ອນນ້ອມຜ່ານຄວາມລຳບາກ

ໂດຍ ຫຼີຢາງ, ຈີນ

ໃນຕົ້ນປີ 2008, ຂ້ານ້ອຍໄດ້ສັງເກດວ່າມີກ້ອນເນື້ອຢູ່ຫຼັງຫູຂອງລູກຊາຍຂອງຂ້ານ້ອຍ. ຂ້ານ້ອຍພາລາວໄປໂຮງໝໍເພື່ອກວດສຸຂະພາບ ແລະ ທ່ານໝໍກໍ່ເວົ້າວ່າມັນເປັນກ້ອນເນື້ອ, ເປັນກ້ອນເນື້ອປະເພດສະເພາະທີ່ທຳລາຍກະດູກ. ມັນບໍ່ໄດ້ເປັນອັນຕະລາຍຕໍ່ຊີວິດໃນເວລານັ້ນ, ແຕ່ບໍ່ມີການປິ່ນປົວໃດທີ່ມີປະສິດທິພາບ ແລະ ລາວເວົ້າວ່າມັນເຈັບປວດແທ້ໆ ເພາະທຸກຄັ້ງທີ່ມັນຮຸນແຮງຂຶ້ນ ລູກຊາຍຂອງຂ້ານ້ອຍຈຳເປັນຕ້ອງຮັບການຜ່າຕັດເພື່ອຕັດກະດູກທີ່ຕິດເຊື້ອອອກ. ຖ້າບໍ່ດັ່ງນັ້ນ ຊີວິດຂອງລາວສາມາດຕົກຢູ່ໃນອັນຕະລາຍ. ການໄດ້ຍິນທ່ານໝໍເວົ້າແບບນີ້ກໍ່ເຮັດໃຫ້ຂ້ານ້ອຍຕົກຕະລຶງແທ້ໆ. ຂ້ານ້ອຍໝົດຫວັງ. ຂ້ານ້ອຍເປັນຜູ້ເຊື່ອໃໝ່ໃນເວລານັ້ນ ແລະ ຂ້ານ້ອຍກໍ່ຄິດວ່າຍ້ອນຂ້ານ້ອຍເຊື່ອໃນພຣະເຈົ້າ, ພຣະອົງຈຶ່ງຄວນເປັນສິລາຂອງຂ້ານ້ອຍ. ຂ້ານ້ອຍກະຕຸ້ນໃຫ້ຕົນເອງເຂັ້ມແຂງຢູ່ໃນຄວາມເຊື່ອຂອງຂ້ານ້ອຍ. ຂ້ານ້ອຍເຊື່ອວ່າຕາບໃດທີ່ຂ້ານ້ອຍເພິ່ງພາພຣະເຈົ້າ, ລູກຊາຍຂອງຂ້ານ້ອຍຈະຟື້ນຕົວຢ່າງແນ່ນອນ. ການຜ່າຕັດຂອງລູກຊາຍຂອງຂ້ານ້ອຍຈົບລົງຢ່າງສຳເລັດສົມບູນ ແລະ ລາວກໍ່ຟື້ນຕົວໄວແທ້ໆ. ພຽງແຕ່ສາມມື້ຫຼັງຈາກການຜ່າຕັດຂອງລາວ, ລາວກໍ່ແລ່ນທົ່ວຕຶກອາຄານແລ້ວ ແລະ ລາວກໍ່ອອກຈາກໂຮງໝໍຫຼັງຈາກໜຶ່ງອາທິດ. ຫຼັງຈາກນັ້ນ, ຂ້ານ້ອຍກໍ່ຮູ້ສຶກເຖິງແຮງຜັກດັນທີ່ຍິ່ງໃຫຍ່ຂຶ້ນໃນຄວາມເຊື່ອຂອງຂ້ານ້ອຍ. ຂ້ານ້ອຍຍອມຮັບເອົາໜ້າວຽກໃດໜຶ່ງທີ່ຄຣິດຕະຈັກມອບໝາຍໃຫ້ຂ້ານ້ອຍຢ່າງດີໃຈ ແລະ ຂ້ານ້ອຍເຮັດໜ້າທີ່ຂອງຂ້ານ້ອຍຢູ່ສະເໝີ ບໍ່ວ່າຈະຝົນຕົກ ຫຼື ແດດອອກ. ຄອບຄົວຂອງຂ້ານ້ອຍບໍ່ເຂົ້າໃຈ ແລະ ຜູ້ຄົນທີ່ໃກ້ຊິດກັບຂ້ານ້ອຍກໍ່ເວົ້າບາງສິ່ງຢູ່ລັບຫຼັງຂ້ານ້ອຍສະເໝີ, ແຕ່ຂ້ານ້ອຍກໍ່ບໍ່ໄດ້ໃສ່ໃຈກັບມັນ. ຂ້ານ້ອຍຮູ້ສຶກວ່າຕາບໃດທີ່ຂ້ານ້ອຍສືບຕໍ່ເຮັດວຽກໜັກ ແລະ ເສຍສະລະຕົນເອງ, ຂ້ານ້ອຍກໍ່ຈະໄດ້ຮັບພອນຈາກພຣະເຈົ້າຢ່າງແນ່ນອນ.

ແລ້ວມື້ໜຶ່ງ, ລູກຊາຍຂອງຂ້ານ້ອຍກໍ່ມາຫາຂ້ານ້ອຍ ແລ້ວກຳບໍລິເວນຂໍ້ມືຂອງລາວ ໂດຍເວົ້າວ່າມັນເຈັບ. ການເຫັນທ່າທີເຈັບປວດເທິງໃບໜ້າຂອງລາວເຮັດໃຫ້ຂ້ານ້ອຍຮູ້ສຶກບໍ່ດີ. ຂ້ານ້ອຍແກ້ເສື້ອຂອງລາວອອກໃນທັນທີ ແລະ ເຫັນວ່າມີກ້ອນເນື້ອກຳລັງໃຫຍ່ຂຶ້ນໃນບ່ອນທີ່ລາວເວົ້າວ່າມັນເຈັບ. ລາວຮ້ອງໄຫ້ອອກດ້ວຍຄວາມເຈັບປວດ ເມື່ອຂ້ານ້ອຍຖູມັນຄ່ອຍໆ ແລະ ຂ້ານ້ອຍຮູ້ວ່າອາການຂອງລາວກັບຄືນມາອີກແລ້ວ. ຂ້ານ້ອຍຟ້າວພາລາວໄປໂຮງໝໍໃນທັນທີ. ຜົນກວດຢືນຢັນວ່າພະຍາດຂອງລາວໄດ້ກັບຄືນມາ. ຂ້ານ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກຄິດເຖິງຕອນທີ່ເຫັນລາວເຕັມໄປດ້ວຍທໍ່ສາຍຢາງຫຼັງຈາກການຜ່າຕັດຄັ້ງທຳອິດຂອງລາວ. ລາວກຳລັງເບິ່ງຄືອ່ອນແອ ແລະ ຂ້ານ້ອຍກໍ່ເຈັບປວດຫຼາຍ. ຂ້ານ້ອຍບໍ່ສາມາດອົດຄິດໄດ້ວ່າລາວຕ້ອງທົນທຸກຫຼາຍສໍ່າໃດໃນເວລານີ້. ເມື່ອໃດກໍ່ຕາມທີ່ຂ້ານ້ອຍຄິດກ່ຽວກັບວ່າລາວຕ້ອງທົນທຸກຫຼາຍສໍ່າໃດ ແລະ ຕອນອາຍຸທີ່ນ້ອຍແບບນັ້ນ, ຂ້ານ້ອຍກໍ່ກະວົນກະວາຍໃຈຫຼາຍຈົນຂ້ານ້ອຍບໍ່ສາມາດແມ່ນແຕ່ຈະກິນ ຫຼື ນອນຫຼັບໄດ້. ຂ້ານ້ອຍປາຖະໜາດ້ວຍສຸດໃຈຂອງຂ້ານ້ອຍວ່າຂ້ານ້ອຍຢາກຈະຮັບເອົາພະຍາດຂອງລາວ ແລະ ທົນທຸກແທນລາວ. ແລ້ວຂ້ານ້ອຍບໍ່ສາມາດເຂົ້າໃຈໄດ້ວ່າເປັນຫຍັງພຣະເຈົ້າຈຶ່ງບໍ່ດູແລ ແລະ ປົກປ້ອງຄອບຄົວຂອງຂ້ານ້ອຍ ເຖິງແມ່ນວ່າຂ້ານ້ອຍໄດ້ເຮັດວຽກໜັກຫຼາຍສຳລັບພຣະອົງ ນັບຕັ້ງແຕ່ທີ່ຂ້ານ້ອຍກາຍມາເປັນຜູ້ເຊື່ອ. ມັນເປັນມື້ນັ້ນເອງທີ່ເອື້ອຍຄົນໜຶ່ງໃນບ້ານຂອງພວກເຮົາໄດ້ມາຫາຂ້ານ້ອຍ ແລະ ຜ່ານການໂອ້ລົມຂອງລາວ ຂ້ານ້ອຍກໍ່ຮູ້ວ່າການທີ່ລູກຊາຍຂອງຂ້ານ້ອຍກຳລັງເຈັບປ່ວຍເປັນສິ່ງທີ່ພຣະເຈົ້າໄດ້ອະນຸຍາດໃຫ້ເກີດຂຶ້ນ. ຂ້ານ້ອຍຈຳເປັນຕ້ອງອະທິຖານ ແລະ ເພິ່ງພຣະເຈົ້າ, ຢືນເປັນພະຍານໃຫ້ກັບພຣະອົງ ໂດຍເພິ່ງພາຄວາມເຊື່ອຂອງຂ້ານ້ອຍ ແລະ ເຂັ້ມແຂງໃນການປະຕິບັດໜ້າທີ່ຂອງຂ້ານ້ອຍ. ຂ້ານ້ອຍສືບຕໍ່ໄປຮ່ວມການເຕົ້າໂຮມ ແລະ ຂ້ານ້ອຍທຸ້ມເທກັບໜ້າທີ່ຂອງຂ້ານ້ອຍຫຼາຍຂຶ້ນກວ່າເກົ່າ. ໃນລະຫວ່າງການເຕົ້າໂຮມ, ຂ້ານ້ອຍໄດ້ແບ່ງປັນປະສົບການນີ້ຂອງຂ້ານ້ອຍກັບອ້າຍເອື້ອຍນ້ອງ. ພວກເຂົາຊື່ນຊົມຂ້ານ້ອຍທີ່ຊື່ສັດ. ເມື່ອໄດ້ຍິນພວກເຂົາຍົກຍ້ອງຂ້ານ້ອຍໃນລັກສະນະນີ້, ຂ້ານ້ອຍກໍ່ຍິ່ງຮູ້ສຶກໝັ້ນໃຈວ່າຂ້ານ້ອຍກຳລັງເປັນພະຍານໃຫ້ກັບພຣະເຈົ້າ ແລະ ພຣະອົງຈະອວຍພອນລູກຊາຍຂອງຂ້ານ້ອຍຢ່າງແນ່ນອນ.

ຫຼັງຈາກນັ້ນ ພະຍາດຂອງລູກຊາຍຂອງຂ້ານ້ອຍກໍ່ປາກົດຂຶ້ນເປັນຄັ້ງທີຫ້າ ແລະ ທ່ານໝໍເວົ້າວ່າລາວມີການລະບາດຫຼາຍເກີນໄປ, ເກືອບໜຶ່ງຄັ້ງໃນທຸກໆຫົກເດືອນ ແລະ ມັນຈະເປັນອັນຕະລາຍຊີວິດ ຖ້າມັນສືບຕໍ່ເປັນແບບນີ້. ລາວແນະນໍາໃຫ້ເຮັດເຄມີບຳບັດ ແລະ ການປິ່ນປົວດ້ວຍລັງສີເພື່ອເບິ່ງວ່າສິ່ງນັ້ນຈະຊ່ວຍໄດ້ ຫຼື ບໍ່. ເມື່ອຂ້ານ້ອຍໄດ້ຍິນແບບນັ້ນ, ຂ້ານ້ອຍກໍ່ແຕກສະຫຼາຍຢ່າງທີ່ສຸດຢູ່ພາຍໃນ. ຂ້ານ້ອຍເຈັບປວດຫຼາຍຈົນຂ້ານ້ອຍເລີ່ມພະຍາຍາມໃຊ້ເຫດຜົນກັບພຣະເຈົ້າ: “ຂ້ານ້ອຍເຮັດວຽກໜັກຫຼາຍໃນທຸກໆມື້ ບໍ່ວ່າຈະຝົນຕົກ ຫຼື ແດດອອກ ແລະ ບໍ່ວ່າຂ້ານ້ອຍຈະຜະເຊີນໜ້າກັບການຕັດສິນ ຫຼື ການໂຈມຕີແບບໃດກໍ່ຕາມຈາກຄົນອື່ນ, ຂ້ານ້ອຍກໍ່ບໍ່ເຄີຍປະຕິເສດພຣະອົງ. ຂ້ານ້ອຍສືບຕໍ່ເຮັດໜ້າທີ່ຂອງຂ້ານ້ອຍ. ເປັນຫຍັງພຣະອົງຈຶ່ງບໍ່ປົກປ້ອງລູກຊາຍຂອງຂ້ານ້ອຍ?” ຂ້ານ້ອຍເຕັມດ້ວຍຄວາມທຸກໃຈອີກດ້ວຍ. ຂ້ານ້ອຍສືບຕໍ່ໄປຮ່ວມການຊູມນູມ ແລະ ເຮັດໜ້າທີ່ຂອງຂ້ານ້ອຍ, ແຕ່ຫົວໃຈຂອງຂ້ານ້ອຍກຳລັງອອກຫ່າງຈາກພຣະເຈົ້າຫຼາຍຂຶ້ນ. ຂ້ານ້ອຍມັກພົບວ່າຕົນເອງກຳລັງຈັບໜັງສືພຣະທຳຂອງພຣະເຈົ້າ, ພຽງແຕ່ຈ້ອງເບິ່ງໃນຄວາມວ່າງເປົ່າ. ຂ້ານ້ອຍທົນທຸກແທ້ໆ. ຂ້ານ້ອຍເທຫົວໃຈຂອງຂ້ານ້ອຍໃຫ້ກັບພຣະເຈົ້າ: “ໂອ ພຣະເຈົ້າ, ຂ້ານ້ອຍເຈັບປວດຫຼາຍໃນຕອນນີ້. ຂ້ານ້ອຍຮູ້ວ່າຂ້ານ້ອຍບໍ່ຄວນກ່າວໂທດພຣະອົງສຳລັບບັນຫາທາງສຸຂະພາບຂອງລູກຊາຍຂອງຂ້ານ້ອຍ, ແຕ່ຂ້ານ້ອຍບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ ຫຼື ຂ້ານ້ອຍຄວນຜ່ານຜ່າສິ່ງນີ້ແນວໃດ. ພຣະເຈົ້າ, ໄດ້ໂປດຊີ້ນໍາຂ້ານ້ອຍໃຫ້ເຂົ້າໃຈຄວາມປະສົງຂອງພຣະອົງ”. ຂ້ານ້ອຍຄິດຫາພຣະທຳເຫຼົ່ານີ້ຂອງພຣະເຈົ້າຫຼັງຈາກຄຳອະທິຖານຂອງຂ້ານ້ອຍ: “ສົມມຸດວ່າພຣະເຈົ້າໄດ້ກຳຈັດໂຢບຫຼັງຈາກທີ່ໂຢບເປັນພະຍານໃຫກັບພຣະອົງ; ແລ້ວພຣະເຈົ້າກໍ່ຄົງຈະຊອບທຳເຊັ່ນກັນ”. ຫຼັງຈາກນັ້ນ ຂ້ານ້ອຍກໍ່ຄົ້ນພົບເພງສັນລະເສີນນີ້ກ່ຽວກັບພຣະທຳຂອງພຣະເຈົ້າໃນທັນທີ: “ຄວາມຊອບທຳບໍ່ມີທາງເປັນສິ່ງທີ່ຍຸຕິທຳ ຫຼື ສົມເຫດສົມຜົນ; ມັນບໍ່ແມ່ນຄວາມສະເໝີພາບ ຫຼື ເລື່ອງການຈັດສັນໃຫ້ກັບເຈົ້າໃນສິ່ງທີ່ເຈົ້າສົມຄວນໄດ້ຮັບຕາມປະລິມານວຽກທີ່ເຈົ້າເຮັດສຳເລັດ ຫຼື ຈ່າຍໃຫ້ກັບເຈົ້າສຳລັບວຽກຫຍັງກໍຕາມທີ່ເຈົ້າໄດ້ເຮັດ ຫຼື ມອບສິ່ງທີ່ເຈົ້າສົມຄວນໄດ້ຮັບໃຫ້ແກ່ເຈົ້າຕາມຄວາມພະຍາຍາມທີ່ເຈົ້າໄດ້ເສຍສະລະ. ນີ້ບໍ່ແມ່ນຄວາມຊອບທຳ. ສົມມຸດວ່າພຣະເຈົ້າໄດ້ກຳຈັດໂຢບຫຼັງຈາກທີ່ໂຢບເປັນພະຍານໃຫກັບພຣະອົງ. ແລ້ວພຣະເຈົ້າຈະຊອບທຳເຊັ່ນກັນບໍ? ເປັນຫຍັງສິ່ງນີ້ຈຶ່ງຖືກເອີ້ນວ່າຄວາມຊອບທຳ? ຈາກມຸມມອງຂອງມະນຸດ, ຖ້າບາງສິ່ງສອດຄ່ອງກັບແນວຄິດຂອງຜູ້ຄົນ, ແລ້ວມັນກໍງ່າຍຫຼາຍສຳລັບພວກເຂົາທີ່ຈະເວົ້າວ່າພຣະເຈົ້າຊອບທຳ; ເຖິງຢ່າງໃດກໍຕາມ, ຖ້າພວກເຂົາບໍ່ເຫັນວ່າສິ່ງນັ້ນສອດຄ່ອງກັບແນວຄິດຂອງພວກເຂົາ, ຖ້າມັນເປັນສິ່ງທີ່ພວກເຂົາບໍ່ສາມາດເຂົ້າໃຈໄດ້ ແລ້ວມັນກໍຈະຍາກສຳລັບພວກເຂົາທີ່ຈະເວົ້າວ່າພຣະເຈົ້າຊອບທຳ. ແກ່ນແທ້ຂອງພຣະເຈົ້າຄືຄວາມຊອບທຳ. ເຖິງແມ່ນວ່າມັນບໍ່ງ່າຍທີ່ຈະຢັ່ງເຖິງສິ່ງທີ່ພຣະອົງເຮັດ, ແຕ່ທຸກສິ່ງທີ່ພຣະອົງເຮັດກໍລ້ວນແລ້ວແຕ່ເປັນຄວາມຊອບທຳ; ມັນເປັນຍ້ອນຜູ້ຄົນບໍ່ເຂົ້າໃຈເທົ່ານັ້ນເອງ. ເມື່ອພຣະເຈົ້າມອບເປໂຕໃຫ້ກັບຊາຕານ, ເປໂຕຕອບແນວໃດ? ‘ມະນຸດຊາດບໍ່ສາມາດຢັ່ງເຖິງສິ່ງທີ່ພຣະອົງເຮັດ, ແຕ່ທຸກສິ່ງທີ່ພຣະອົງເຮັດແມ່ນປະກອບດ້ວຍຄວາມປະສົງທີ່ດີຂອງພຣະອົງ; ມີຄວາມຊອບທຳໃນທຸກສິ່ງນັ້ນ. ແລ້ວຂ້ານ້ອຍຈະບໍ່ກ່າວສັນລະເສີນການກະທຳຢ່າງມີສະຕິປັນຍາຂອງພຣະອົງໄດ້ແນວໃດ?’ ທຸກສິ່ງທີ່ພຣະເຈົ້າເຮັດເປັນສິ່ງທີ່ຊອບທຳ. ເຖິງແມ່ນເຈົ້າອາດບໍ່ສາມາດຢັ່ງເຖິງມັນໄດ້ກໍຕາມ, ເຈົ້າບໍ່ຄວນຕັດສິນຕາມອຳເພີໃຈ. ຖ້າບາງສິ່ງທີ່ພຣະອົງເຮັດປາກົດວ່າບໍ່ສົມເຫດສົມຜົນສຳລັບເຈົ້າ ຫຼື ຖ້າເຈົ້າມີແນວຄິດໃດໜຶ່ງກ່ຽວກັບມັນ ແລະ ນໍາພາເຈົ້າໃຫ້ເວົ້າວ່າພຣະອົງບໍ່ຊອບທຳ, ແລ້ວເຈົ້າກໍບໍ່ສົມເຫດສົມຜົນທີ່ສຸດ. ເປໂຕໄດ້ໄດ້ຄົ້ນພົບວ່າບາງສິ່ງບໍ່ສາມາດເຂົ້າໃຈໄດ້, ແຕ່ລາວກໍໝັ້ນໃຈວ່າສະຕິປັນຍາຂອງພຣະເຈົ້າຢູ່ໃນນັ້ນ ແລະ ຄວາມປະສົງດີຂອງພຣະອົງຢູ່ໃນສິ່ງເຫຼົ່ານັ້ນ. ມະນຸດບໍ່ສາມາດຢັ່ງເຖິງທຸກສິ່ງໄດ້; ມີຫຼາຍສິ່ງທີ່ພວກເຂົາບໍ່ສາມາດເຂົ້າໃຈໄດ້. ການຮູ້ຈັກອຸປະນິໄສຂອງພຣະເຈົ້າບໍ່ແມ່ນສິ່ງງ່າຍເລີຍ(ຈາກບົດເພງ “ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຊອບທໍາ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ເມື່ອຂ້ານ້ອຍປິ້ນພຣະທຳຂອງພຣະເຈົ້າຊໍ້າແລ້ວຊໍ້າອີກໃນຄວາມຄິດຂອງຂ້ານ້ອຍ, ຫົວໃຈຂອງຂ້ານ້ອຍກໍ່ສົດຊື່ນຂຶ້ນ. ຄວາມຊອບທຳຂອງພຣະເຈົ້າບໍ່ໄດ້ຍຸຕິທຳ ແລະ ສົມເຫດສົມຜົນ ຫຼື ສະເໝີພາບດັ່ງທີ່ຂ້ານ້ອຍຄິດ ແລະ ມັນບໍ່ກ່ຽວກັບການຊົດເຊີຍສຳລັບວຽກງານຂອງເຈົ້າ, ໄດ້ຮັບສິ່ງທີ່ເຈົ້າໄດ້ປະກອບສ່ວນ. ການກະທຳຂອງພຣະເຈົ້າແມ່ນບໍ່ສາມາດຢັ່ງເຖິງໄດ້ສຳລັບມະນຸດ, ແຕ່ບໍ່ວ່າພຣະອົງຈະເຮັດຫຍັງກໍ່ຕາມ ຫຼື ພຣະອົງຈະປະຕິບັດຕໍ່ຄົນໆໜຶ່ງແນວໃດກໍ່ຕາມ, ມັນກໍ່ຊອບທຳທັງໝົດ. ມັນລ້ວນແລ້ວແຕ່ປະກອບມີສະຕິປັນຍາຂອງພຣະເຈົ້າ. ນັ້ນເປັນເພາະແກ່ນແທ້ໆຂອງພຣະອົງຄືຄວາມຊອບທຳ. ຂ້ານ້ອຍໄດ້ເຫັນວ່າຂ້ານ້ອຍບໍ່ໄດ້ເຂົ້າໃຈອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ຂ້ານ້ອຍມີແນວຄິດນີ້ທີ່ວ່າ ຍ້ອນຂ້ານ້ອຍເຊື່ອໃນພຣະເຈົ້າ, ພຣະອົງຄວນເຝົ້າເບິ່ງຂ້ານ້ອຍ; ຍ້ອນຂ້ານ້ອຍເສຍສະລະຕົນເອງສຳລັບພຣະເຈົ້າ, ແລ້ວພຣະອົງຄວນເຕີມເຕັມຂ້ານ້ອຍໃນທຸກດ້ານ ແລະ ເຮັດໃຫ້ເສັ້ນທາງຂອງຂ້ານ້ອຍບໍ່ມີອຸປະສັກ. ຂ້ານ້ອຍຄິດວ່າ ຍ້ອນຂ້ານ້ອຍເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຄອບຄົວທັງໝົດຂອງຂ້ານ້ອຍຄວນໄດ້ຮັບພອນ. ບໍ່ແມ່ນຂ້ານ້ອຍກຳລັງພະຍາຍາມຕໍ່ລອງກັບພຣະເຈົ້າບໍ?

ໃນຄວາມຄິດນີ້, ຂ້ານ້ອຍໄດ້ເປີດໜັງສືພຣະທຳຂອງພຣະເຈົ້າຂອງຂ້ານ້ອຍ ແລະ ອ່ານຂໍ້ຄວາມນີ້: “ສິ່ງທີ່ເຈົ້າສະແຫວງຫາແມ່ນເພື່ອໄດ້ຮັບສັນຕິສຸກຫຼັງຈາກທີ່ເຊື່ອໃນພຣະເຈົ້າ ຄືໃຫ້ລູກຂອງເຈົ້າເປັນອິດສະຫຼະຈາກຄວາມເຈັບປ່ວຍ, ໃຫ້ສາມີຂອງເຈົ້າມີອາຊີບທີ່ດີ, ໃຫ້ລູກຊາຍຂອງເຈົ້າພົບພັນລະຍາທີ່ດີ, ໃຫ້ລູກສາວຂອງເຈົ້າພົບສາມີທີ່ເໝາະສົມ, ໃຫ້ງົວ ແລະ ມ້າຂອງເຈົ້າຄາດດິນໄດ້ດີ, ໃຫ້ປີທີ່ມີສະພາບອາກາດດີສຳລັບຜົນປູກຂອງເຈົ້າ. ນີ້ແມ່ນສິ່ງທີ່ເຈົ້າສະແຫວງຫາ. ການສະແຫວງຫາຂອງເຈົ້າແມ່ນພຽງແຕ່ການດຳລົງຊີວິດຢ່າງສະບາຍ, ເພື່ອບໍ່ໃຫ້ເກີດອຸປະຕິເຫດກັບຄອບຄົວຂອງເຈົ້າ, ໃຫ້ລົມພັດຜ່ານເຈົ້າໄປ, ເພື່ອໃຫ້ໃບໜ້າຂອງເຈົ້າບໍ່ຖືກພັດດ້ວຍເມັດດິນຊາຍ, ເພື່ອໃຫ້ຜົນປູກຂອງຄອບຄົວຂອງເຈົ້າບໍ່ຖືກນໍ້າຖ້ວມ, ເພື່ອໃຫ້ເຈົ້າບໍ່ໄດ້ຜົນກະທົບຈາກໄພພິບັດໃດໆ, ເພື່ອດຳລົງຊີວິດໃນອ້ອມກອດຂອງພຣະເຈົ້າ, ເພື່ອດຳລົງຊີວິດໃນເຮືອນຮັງທີ່ອົບອຸ່ນ ແລະ ສະບາຍ. ຄົນຂີ້ຢ້ານແບບເຈົ້າ ຜູ້ເຊິ່ງສະແຫວງຫາເນື້ອໜັງຢູ່ສະເໝີ ເຈົ້າມີຫົວໃຈບໍ, ເຈົ້າມີວິນຍານບໍ? ເຈົ້າບໍ່ແມ່ນສັດບໍ? ເຮົາມອບຫົນທາງທີ່ແທ້ຈິງໃຫ້ກັບເຈົ້າໂດຍບໍ່ຮຽກຮ້ອງຫຍັງເປັນການຕອບແທນ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າເປັນໜຶ່ງໃນຄົນທີ່ເຊື່ອໃນພຣະເຈົ້າບໍ? ເຮົາປະທານຊີວິດມະນຸດທີ່ແທ້ຈິງໃຫ້ກັບເຈົ້າ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າບໍ່ໄດ້ແຕກຕ່າງຫຍັງຈາກໝູ ຫຼື ໝາບໍ? ໝູບໍ່ສະແຫວງຫາຊີວິດຂອງມະນຸດ, ພວກມັນບໍ່ສະແຫວງຫາເພື່ອຖືກຊໍາລະລ້າງ ແລະ ພວກມັນບໍ່ເຂົ້າໃຈວ່າ ຊີວິດແມ່ນຫຍັງ. ໃນແຕ່ລະມື້ ຫຼັງຈາກທີ່ກິນອີ່ມແລ້ວ, ພວກມັນກໍຈະມີແຕ່ນອນ. ເຮົາມອບຫົນທາງທີ່ແທ້ຈິງ, ແຕ່ເຈົ້າບໍ່ໄດ້ຮັບເອົາມັນ ນັ້ນຄື: ເຈົ້າມີແຕ່ມືເປົ່າ. ເຈົ້າເຕັມໃຈທີ່ຈະສືບຕໍ່ກັບຊີວິດແບບນີ້ບໍ ເຊິ່ງເປັນຊີວິດຂອງໝູ? ແມ່ນຫຍັງຄືຄວາມໝາຍທີ່ຄົນປະເພດນີ້ມີຊີວິດຢູ່? ຊີວິດຂອງເຈົ້າເປັນຕາລັງກຽດ ແລະ ເປັນຕາໜ້າອັບອາຍ, ເຈົ້າດຳລົງຊີວິດທ່າມກາງຄວາມສົກກະປົກ ແລະ ມີຕັນຫາຫຼາຍ ແລະ ເຈົ້າບໍ່ສະແຫວງຫາເປົ້າໝາຍໃດເລີຍ; ຊີວິດຂອງເຈົ້າບໍ່ແມ່ນຊີວິດທີ່ເປັນຕາໜ້າອັບອາຍທີ່ສຸດເລີຍບໍ? ເຈົ້າກ້າທີ່ຈະຫຼຽວເບິ່ງພຣະເຈົ້າຢູ່ບໍ? ຖ້າເຈົ້າສືບຕໍ່ມີປະສົບການໃນລັກສະນະນີ້, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ). ພຣະທຳຂອງພຣະເຈົ້າໄດ້ເປີດໂປງແຮງຈູງໃຈທັງໝົດ ແລະ ຄວາມຫວັງທີ່ເຫຼືອເກີນທີ່ຂ້ານ້ອຍມີໃນຄວາມເຊື່ອຂອງຂ້ານ້ອຍ. ຄຳຖາມທຸກໆຂໍ້ຂອງພຣະເຈົ້າໄດ້ເຮັດໃຫ້ຂ້ານ້ອຍບໍ່ມີບ່ອນລີ້. ເມື່ອຫຼຽວເບິ່ງຄືນ, ນັບຕັ້ງແຕ່ຕົ້ນເລີຍ ຄວາມເຊື່ອຂອງຂ້ານ້ອຍແມ່ນເພື່ອເຫັນແກ່ການໄດ້ຮັບພອນເທົ່ານັ້ນ. ຂ້ານ້ອຍຄິດວ່າ ໂດຍການເສຍສະລະຕົນເອງສຳລັບພຣະເຈົ້າໃນຄວາມເຊື່ອຂອງຂ້ານ້ອຍ, ພຣະເຈົ້າຈະອວຍພອນຂ້ານ້ອຍດ້ວຍຊີວິດໃນເຮືອນທີ່ສະຫງົບສຸກ ແລະ ສຸຂະພາບສຳລັບລູກຊາຍຂອງຂ້ານ້ອຍ. ນັ້ນຄືເຫດຜົນທີ່ຂ້ານ້ອຍສືບຕໍ່ເຮັດໜ້າທີ່ຂອງຂ້ານ້ອຍ ບໍ່ວ່າໝູ່ເພື່ອນ ແລະ ຄອບຄົວຂອງຂ້ານ້ອຍຈະກ່າວຮ້າຍຂ້ານ້ອຍແນວໃດກໍ່ຕາມ. ເມື່ອຄວາມເຈັບປ່ວຍຂອງລູກຊາຍຂອງຂ້ານ້ອຍປາກົດຂຶ້ນອີກຄັ້ງ, ຂ້ານ້ອຍກໍ່ຄິດວ່ານັ້ນຄືການທີ່ພຣະເຈົ້າທົດສອບຂ້ານ້ອຍເພື່ອເບິ່ງວ່າຂ້ານ້ອຍມີຄວາມເຊື່ອທີ່ແທ້ຈິງໃນພຣະອົງ ຫຼື ບໍ່. ຂ້ານ້ອຍຄິດວ່າ ຕາບໃດທີ່ຂ້ານ້ອຍສາມາດຈັດການກັບການທົນທຸກ ແລະ ຢືນເປັນພະຍານໃຫ້ກັບພຣະເຈົ້າ, ພຣະອົງຈະອວຍພອນຂ້ານ້ອຍຢ່າງແນ່ນອນ ແລະ ລູກຂອງຂ້ານ້ອຍຈະດີຂຶ້ນ. ສະນັ້ນ ເມື່ອລາວເຈັບປ່ວຍອີກຄັ້ງ ແລະ ແມ່ນແຕ່ຊີວິດຂອງລາວກໍ່ຢູ່ໃນອັນຕະລາຍ, ຄວາມຫວັງຂອງຂ້ານ້ອຍທີ່ຈະໄດ້ຮັບພອນ ແລະ ຄວາມກະລຸນາກໍ່ແຕກສະຫຼາຍໃນທັນທີ. ຂ້ານ້ອຍເລີ່ມຈົ່ມຕໍ່ວ່າ ແລະ ໃຊ້ເຫດຜົນກັບພຣະເຈົ້າ ແລະ ຂ້ານ້ອຍກ່າວໂທດພຣະເຈົ້າທີ່ບໍ່ຍຸຕິທຳ. ຂ້ານ້ອຍເຖິງກັບສູນເສຍແຮງຂັບເຄື່ອນຂອງຂ້ານ້ອຍໃນການເຮັດໜ້າທີ່ຂອງຂ້ານ້ອຍ. ມັນຄືການພິພາກສາ ແລະ ການເປີດເຜີຍໃນພຣະທຳຂອງພຣະເຈົ້າທີ່ສະແດງໃຫ້ຂ້ານ້ອຍເຫັນວ່າວຽກງານໜັກທັງໝົດຂອງຂ້ານ້ອຍແມ່ນພຽງແຕ່ເພື່ອຮັບເອົາພອນຈາກພຣະເຈົ້າເປັນການຕອບແທນ. ມັນລ້ວນແລ້ວແຕ່ເປັນການຕໍ່ລອງກັບພຣະເຈົ້າ, ການສໍ້ໂກງພຣະເຈົ້າ. ຂ້ານ້ອຍເຊື່ອໝັ້ນຢ່າງທີ່ສຸດເມື່ອຜະເຊີນໜ້າກັບຄວາມເປັນຈິງ ແລະ ຂ້ານ້ອຍເຫັນວ່າພຣະເຈົ້າບໍລິສຸດ ແລະ ຊອບທຳແທ້ໆ. ພຣະອົງສາມາດເຫັນເຂົ້າໄປໃນຫົວໃຈ ແລະ ຄວາມຄິດຂອງພວກເຮົາ. ຖ້າມັນບໍ່ແມ່ນຍ້ອນສະຖານະການເຫຼົ່ານີ້ທີ່ສະແດງໃຫ້ຂ້ານ້ອຍເຫັນຄັ້ງແລ້ວຄັ້ງເລົ່າວ່າ ຄວາມເຊື່ອຂອງຂ້ານ້ອຍມີມົນທິນ ແລະ ຂ້ານ້ອຍມີທັດສະນະທີ່ບໍ່ຖືກຕ້ອງໃນການສະແຫວງຫາ, ຂ້ານ້ອຍກໍ່ຍັງຈະຖືກນໍາພາຢ່າງຜິດໆໂດຍພຶດຕິກຳທີ່ດີພາຍນອກຂອງຂ້ານ້ອຍເອງ. ຂ້ານ້ອຍຍັງຈະຄິດວ່າຂ້ານ້ອຍເຫຼື້ອມໃສຫຼາຍ ແລະ ກຳລັງຢືນເປັນພະຍານໃຫ້ກັບພຣະເຈົ້າ. ຂ້ານ້ອຍເຫັນວ່າຂ້ານ້ອຍບໍ່ໄດ້ຮູ້ຈັກຕົນເອງເລີຍ.

ຕໍ່ມາ, ຂ້ານ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ: “ເມື່ອພົບກັບສະພາວະຂອງມະນຸດ ແລະ ທ່າທີທີ່ມະນຸດມີຕໍ່ພຣະເຈົ້າ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ເຮັດໃຫ້ມະນຸດມີທັງຄວາມຮູ້ ແລະ ຄວາມເຊື່ອຟັງຕໍ່ພຣະອົງ ແລະ ທັງຄວາມຮັກ ແລະ ຄຳພະຍານ. ສະນັ້ນ ມະນຸດຕ້ອງປະສົບກັບການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບພວກເຂົາ ພ້ອມດ້ວຍການພິພາກສາຂອງພຣະອົງ, ການຈັດການ ແລະ ການລິຮານພວກເຂົາ ເຊິ່ງຖ້າຫາກປາສະຈາກສິ່ງນັ້ນ ມະນຸດຈະບໍ່ຮູ້ຈັກພຣະເຈົ້າຈັກເທື່ອ ແລະ ຈະບໍ່ສາມາດຮັກ ແລະ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງຈັກເທື່ອ. ການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບມະນຸດ ບໍ່ແມ່ນພຽງແຕ່ເພື່ອຜົນສະທ້ອນດ້ານດຽວ, ແຕ່ເພື່ອຜົນສະທ້ອນຫຼາຍດ້ານ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະເຈົ້າຈະປະຕິບັດພາລະກິດແຫ່ງການຫຼໍ່ຫຼອມໃນຜູ້ຄົນທີ່ເຕັມໃຈສະແຫວງຫາຄວາມຈິງ, ເພື່ອວ່າ ຄວາມຕັ້ງໃຈ ແລະ ຄວາມຮັກຂອງພວກເຂົາຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ສຳລັບຄົນທີ່ເຕັມໃຈສະແຫວງຫາຄວາມຈິງ ແລະ ຄົນທີ່ປາຖະໜາຫາພຣະເຈົ້າ, ບໍ່ມີສິ່ງໃດທີ່ມີຄວາມໝາຍຫຼາຍກວ່ານີ້ ຫຼື ເປັນປະໂຫຍດຫຼາຍກວ່າການຫຼໍ່ຫຼອມແບບນີ້. ອຸປະນິໄສຂອງພຣະເຈົ້າບໍ່ໄດ້ເປັນທີ່ຮູ້ຈັກ ຫຼື ເຂົ້າໃຈໂດຍມະນຸດຢ່າງງ່າຍດາຍ, ເພາະໃນທີ່ສຸດ ພຣະເຈົ້າກໍເປັນພຣະເຈົ້າ. ໃນທີ່ສຸດ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະມີອຸປະນິໄສຄືກັບມະນຸດ ແລະ ດ້ວຍເຫດນັ້ນ ມັນບໍ່ງ່າຍສຳລັບມະນຸດທີ່ຈະຮູ້ຈັກອຸປະນິໄສຂອງພຣະອົງ. ມະນຸດບໍ່ໄດ້ມີຄວາມຈິງໂດຍທຳມະຊາດ ແລະ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຈະບໍ່ເຂົ້າໃຈສິ່ງນີ້ຢ່າງງ່າຍດາຍ; ມະນຸດປາສະຈາກຄວາມຈິງ ແລະ ຂາດຄວາມເດັດດ່ຽວທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຖ້າເຂົາບໍ່ທົນທຸກ ແລະ ບໍ່ຖືກຫຼໍ່ຫຼອມ ຫຼື ຖືກພິພາກສາ, ແລ້ວຄວາມຕັ້ງໃຈຂອງເຂົາຈະບໍ່ຖືກເຮັດໃຫ້ສົມບູນຈັກເທື່ອ. ສຳລັບທຸກຄົນ, ການຫຼໍ່ຫຼອມແມ່ນເຈັບປວດຫຼາຍ ແລະ ຍາກທີ່ຈະຮັບໄດ້, ແຕ່ໃນລະຫວ່າງການຫຼໍ່ຫຼອມນີ້ ທີ່ພຣະເຈົ້າເຮັດໃຫ້ອຸປະນິໄສທີ່ຊອບທຳຂອງພຣະອົງຊັດເຈນຕໍ່ມະນຸດ ແລະ ເປີດເຜີຍສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ໃຫ້ຄວາມສະຫວ່າງຫຼາຍຂຶ້ນ ແລະ ດຳເນີນການລິຮານ ແລະ ການຈັດການຢ່າງແທ້ຈິງຫຼາຍຂຶ້ນ; ຜ່ານການປຽບທຽບລະຫວ່າງຂໍ້ມູນ ແລະ ຄວາມຈິງ, ພຣະອົງມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບມະນຸດເອງ ແລະ ຄວາມຈິງໃຫ້ກັບພວກເຂົາ ແລະ ມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ມະນຸດມີຄວາມຮັກທີ່ເປັນຈິງ ແລະ ບໍລິສຸດຫຼາຍຂຶ້ນສໍາລັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນເປົ້າໝາຍຂອງພຣະເຈົ້າໃນການດໍາເນີນການຫຼໍ່ຫຼອມ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ). ຈາກພຣະທຳຂອງພຣະເຈົ້າ, ຂ້ານ້ອຍໄດ້ເຂົ້າໃຈວ່າພຣະເຈົ້າທົດສອບ ແລະ ຫຼໍ່ຫຼອມພວກເຮົາ ແລະ ຈັດແຈງເພື່ອໃຫ້ພວກເຮົາໄດ້ຜະເຊີນໜ້າກັບສະພາບແວດລ້ອມທີ່ລຳບາກເພື່ອເປີດໂປງ ແລະ ຊໍາລະລ້າງພວກເຮົາ, ເພື່ອວ່າພວກເຮົາຈະສາມາດເຫັນເຖິງຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງພວກເຮົາທີ່ເກີດຂຶ້ນໂດຍຊາຕານ ແລະ ຮັບເອົາຄວາມເຂົ້າໃຈກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ແລະ ຄວາມປົນເປື້ອນໃນຄວາມເຊື່ອຂອງພວກເຮົາ. ຫຼັງຈາກນັ້ນ ພວກເຮົາກໍ່ສາມາດສະແຫວງຫາຄວາມຈິງ, ຖືກຊໍາລະລ້າງ ແລະ ຖືກປ່ຽນແປງ ແລະ ບັນລຸຄວາມເຊື່ອ ແລະ ການຍອມອ່ອນນ້ອຍຢ່າງແທ້ຈິງໃນພຣະເຈົ້າ. ໃນທີ່ສຸດແລ້ວ, ພວກເຮົາກໍ່ສາມາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ການທີ່ລູກຊາຍຂອງຂ້ານ້ອຍເຈັບປ່ວຍຊໍ້າແລ້ວຊໍ້າອີກກໍ່ລ້ວນແລ້ວແຕ່ເປີດເຜີຍແຮງຈູງໃຈໃນການຮັບເອົາພອນທີ່ຂ້ານ້ອຍກຳລັງເຊື່ອງໄວ້. ເມື່ອໄຕ່ຕອງກ່ຽວກັບຕົນເອງ, ຂ້ານ້ອຍກໍ່ເຫັນວ່າຂ້ານ້ອຍກຳລັງຄິດຫາທຸກສິ່ງທີ່ຂ້ານ້ອຍສາມາດຄິດໄດ້ເພື່ອຮັບເອົາພອນຈາກພຣະເຈົ້າ. ຂ້ານ້ອຍເບິ່ງຄືກະຕືລືລົ້ນ ແລະ ໃສ່ໃຈໃນການສະແຫວງຫາແທ້ໆ, ແຕ່ແຮງຈູງໃຈທີ່ເປັນຕາລັງກຽດຂອງຂ້ານ້ອຍເອງຢູ່ເບື້ອງຫຼັງທຸກສິ່ງນັ້ນ. ຂ້ານ້ອຍຖືກຄວບຄຸມໂດຍພິດຂອງຊາຕານທີ່ວ່າ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”. ຂ້ານ້ອຍຄິດຫາຜົນປະໂຫຍດຂອງຂ້ານ້ອຍເອງກ່ອນໃນທຸກສິ່ງທີ່ຂ້ານ້ອຍເຮັດ ແລະ ເມື່ອຄວາມຫວັງຂອງຂ້ານ້ອຍແຕກສະຫຼາຍ, ຂ້ານ້ອຍກໍ່ຕໍ່ຕ້ານພຣະເຈົ້າ ແລະ ຕ້ອງການໂຕ້ຖຽງຈົນເຖິງທີ່ສຸດກັບພຣະອົງ. ຂ້ານ້ອຍສະແດງຄວາມຂີ້ຮ້າຍທຸກຮູບແບບ. ຂ້ານ້ອຍເຫັນແກ່ຕົວ ແລະ ເປັນຕາລັງກຽດຫຼາຍແທ້ໆ! ນັ້ນເປັນການມີຄວາມເຊື່ອໃນພຣະເຈົ້າໄດ້ແນວໃດ? ຂ້ານ້ອຍພຽງແຕ່ຕໍ່ຕ້ານພຣະອົງ ແລະ ກຳລັງພະຍາຍາມສໍ້ໂກງພຣະອົງ. ເມື່ອຮູ້ແບບນີ້, ຂ້ານ້ອຍກໍ່ກົ້ມລົງຕໍ່ໜ້າພຣະເຈົ້າດ້ວຍຄຳອະທິຖານ ໂດຍເວົ້າວ່າ “ໂອ ພຣະເຈົ້າ, ຕະຫຼອດຫຼາຍປີທີ່ຜ່ານມານີ້ ຂ້ານ້ອຍໄດ້ສໍ້ໂກງພຣະອົງ, ຍຶດຕິດກັບແຮງຈູງໃຈຂອງຂ້ານ້ອຍເພື່ອຮັບເອົາພອນ. ຂ້ານ້ອຍພະຍາຍາມຕໍ່ລອງກັບພຣະອົງໃນທຸກດ້ານ ແລະ ຂາດຄວາມຈິງໃຈແທ້ໆ. ຂ້ານ້ອຍເຫັນແກ່ຕົວ ແລະ ເປັນຕາລັງກຽດຫຼາຍ ແລະ ຂາດຄວາມເປັນມະນຸດຫຼາຍ! ຂ້ານ້ອຍເຕັມໃຈທີ່ຈະປະຖິ້ມແຮງຈູງໃຈຂອງຂ້ານ້ອຍເພື່ອຮັບເອົາພອນ, ປະລູກຊາຍຂອງຂ້ານ້ອຍໄວ້ໃນມືຂອງພຣະອົງ ແລະ ຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ. ຂ້ານ້ອຍຈະບໍ່ຈົ່ມຕໍ່ວ່າຢ່າງແນ່ນອນ!” ຂ້ານ້ອຍຮູ້ສຶກເປັນອິດສະຫຼະ ແລະ ສະຫງົບສຸກແທ້ໆຫຼັງຈາກຄຳອະທິຖານນີ້.

ຕໍ່ມາຊົ່ວໄລຍະໜຶ່ງ ເມື່ອຂ້ານ້ອຍອອກຈາກເມືອງເພື່ອປະຕິບັດໜ້າທີ່ຂອງຂ້ານ້ອຍ, ຜົວຂອງຂ້ານ້ອຍກໍ່ໂທຫາຂ້ານ້ອຍ ແລະ ເວົ້າວ່າພະຍາດຂອງລູກຊາຍຂອງພວກເຮົາໄດ້ແຜ່ລາມ. ລາວມີເນື້ອງອກໃນຫົວຂອງລາວ, ຫຼັງຂອງລາວ ແລະ ຄໍຂອງລາວ. ບໍ່ມີຄວາມຫວັງທີ່ຈະຄວບຄຸມມັນໄດ້ອີກຕໍ່ໄປ. ຂ້ານ້ອຍເວົ້າບໍ່ອອກເລີຍເປັນເວລາດົນຫຼາຍຫຼັງຈາກທີ່ໄດ້ຍິນລາວເວົ້າແບບນີ້. ຂ້ານ້ອຍບໍ່ສາມາດທົນຄິດເຖິງອາການທີ່ລູກຊາຍຂອງຂ້ານ້ອຍຕ້ອງຕົກຢູ່ໃນ ແລະ ຂ້ານ້ອຍບໍ່ສາມາດຜະເຊີນໜ້າກັບວ່າສິ່ງຕ່າງໆຈະກາຍເປັນແນວໃດແທ້ໆ. ຂ້ານ້ອຍຮ້ອງຫາພຣະເຈົ້າຄັ້ງແລ້ວຄັ້ງອີກ “ໂອ ພຣະເຈົ້າ, ຂ້ານ້ອຍອ່ອນແອຫຼາຍໃນຕອນນີ້. ໄດ້ໂປດສ່ອງແສງໃຫ້ກັບຂ້ານ້ອຍ ແລະ ຊ່ວຍໃຫ້ຂ້ານ້ອຍເຂົ້າໃຈຄວາມປະສົງຂອງພຣະອົງ”. ຫຼັງຈາກທີ່ໄດ້ອະທິຖານ, ຂ້ານ້ອຍກໍ່ໄດ້ອ່ານຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າ: “ສຳລັບມະນຸດແລ້ວ ພຣະເຈົ້າເຮັດຫຼາຍສິ່ງທີ່ບໍ່ສາມາດເຂົ້າໃຈໄດ້ ແລະ ເຖິງກັບບໍ່ເປັນຕາເຊື່ອ. ເມື່ອພຣະເຈົ້າປາຖະໜາທີ່ຈະປັ້ນແຕ່ງຜູ້ໃດຜູ້ໜຶ່ງ, ການປັ້ນແຕ່ງນີ້ກໍມັກຈະຂັດກັບແນວຄິດຂອງມະນຸດ ແລະ ເຂົາກໍບໍ່ສາມາດເຂົ້າໃຈໄດ້, ແຕ່ມັນແມ່ນຄວາມບໍ່ສອດຄ່ອງກັນ ແລະ ຄວາມບໍ່ສາມາດເຂົ້າໃຈນີ້ ທີ່ເຮັດໃຫ້ພຣະເຈົ້າທົດລອງ ແລະ ທົດສອບມະນຸດ. ໃນຂະນະດຽວກັນ, ອັບຣາຮາມກໍສາມາດສະແດງຄວາມເຊື່ອຟັງຕໍ່ພຣະເຈົ້າພາຍໃນຕົວເພິ່ນເອງ ເຊິ່ງເປັນສະພາບພື້ນຖານຂອງການທີ່ເພິ່ນສາມາດບັນລຸເງື່ອນໄຂຂອງພຣະເຈົ້າໄດ້... ເຖິງແມ່ນ ໃນບໍລິບົດທີ່ແຕກຕ່າງກັນ ພຣະເຈົ້າໃຊ້ວິທີການທີ່ແຕກຕ່າງກັນເພື່ອທົດສອບແຕ່ລະຄົນ, ສໍາລັບອັບຣາຮາມນັ້ນ ພຣະເຈົ້າເຫັນສິ່ງທີ່ພຣະອົງຕ້ອງການ, ພຣະອົງເຫັນວ່າຫົວໃຈຂອງອັບຣາຮາມເປັນຈິງ ແລະ ຄວາມເຊື່ອຟັງຂອງເພິ່ນແມ່ນບໍ່ມີເງື່ອນໄຂ. ມັນແມ່ນການ ‘ບໍ່ມີເງື່ອນໄຂ’ ນີ້ທີ່ພຣະເຈົ້າປາຖະໜາ. ຜູ້ຄົນມັກເວົ້າວ່າ ‘ຂ້ານ້ອຍໄດ້ຖວາຍສິ່ງນີ້ແລ້ວ, ຂ້ານ້ອຍໄດ້ປະຖິ້ມສິ່ງນັ້ນແລ້ວ, ເປັນຫຍັງພຣະເຈົ້າຈຶ່ງຍັງບໍ່ພໍໃຈກັບຂ້ານ້ອຍ? ເປັນຫຍັງພຣະອົງຈຶ່ງສືບຕໍ່ເຮັດໃຫ້ຂ້ານ້ອຍຕົກຢູ່ໃນການທົດລອງ? ເປັນຫຍັງພຣະອົງຈຶ່ງສືບຕໍ່ທົດສອບຂ້ານ້ອຍ?’ ສິ່ງນີ້ສະແດງເຖິງຂໍ້ແທ້ຈິງຢ່າງໜຶ່ງ: ພຣະເຈົ້າບໍ່ເຫັນຫົວໃຈຂອງເຈົ້າ ແລະ ບໍ່ໄດ້ຮັບເອົາຫົວໃຈຂອງເຈົ້າ. ນີ້ໝາຍຄວາມວ່າ ພຣະອົງບໍ່ໄດ້ເຫັນຄວາມຈິງໃຈດັ່ງກ່າວ ຄືກັບຕອນທີ່ອັບຣາຮາມສາມາດຍົກມີດຂອງເພິ່ນຂຶ້ນເພື່ອຂ້າລູກຊາຍຂອງເພິ່ນດ້ວຍມືຂອງເພິ່ນເອງ ແລະ ຖວາຍລູກຊາຍຂອງເພິ່ນໃຫ້ແກ່ພຣະເຈົ້າ. ພຣະອົງບໍ່ໄດ້ເຫັນຄວາມເຊື່ອຟັງທີ່ບໍ່ມີເງື່ອນໄຂຂອງເຈົ້າ ແລະ ບໍ່ໄດ້ຖືກປອບໃຈໂດຍເຈົ້າ. ແລ້ວມັນກໍເປັນເລື່ອງທຳມະຊາດທີ່ພຣະເຈົ້າຈະສືບຕໍ່ທົດລອງເຈົ້າ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II). ຂ້ານ້ອຍພິຈາລະນາພຣະທຳເຫຼົ່ານີ້ກັບໄປກັບມາ. ເມື່ອອັບຣາຮາມຖວາຍລູກຊາຍຄົນດຽວຂອງລາວໃຫ້ກັບພຣະເຈົ້າ, ລາວບໍ່ໄດ້ຮຽກຮ້ອງຫຍັງສຳລັບຕົນເອງເລີຍ ຫຼື ໂຕ້ຖຽງກ່ຽວກັບກໍລະນີຂອງລາວເອງເລີຍ. ລາວຮູ້ໂດຍບໍ່ຕ້ອງສົງໄສວ່າລູກຂອງລາວຖືກມອບໃຫ້ໂດຍພຣະເຈົ້າ ແລະ ມັນຖືກຕ້ອງ ແລະ ເໝາະສົມທີ່ຈະມອບໃຫ້ພຣະອົງຄືນ ຕາມທີ່ພຣະເຈົ້າໄດ້ຮຽກຮ້ອງ. ນັ້ນເປັນຄວາມສຳນຶກ ແລະ ເຫດຜົນປະເພດທີ່ສິ່ງຖືກສ້າງຄວນມີ. ເຖິງແມ່ນວ່າມັນເຈັບປວດຫຼາຍສຳລັບລາວ, ລາວກໍ່ຍັງສາມາດຍອມຕໍ່ການຮຽກຮ້ອງຂອງພຣະເຈົ້າໄດ້. ໃນທີ່ສຸດ, ລາວກໍ່ຈັບມີດຂອງລາວຂຶ້ນມາເພື່ອຂ້າລູກຊາຍຂອງລາວແທ້ໆ ເຊິ່ງສະແດງໃຫ້ເຫັນວ່າຄວາມເຊື່ອ ແລະ ຄວາມເຊື່ອຟັງຂອງລາວທີ່ມີຕໍ່ພຣະເຈົ້ານັ້ນຈິງໃຈ ແລະ ສາມາດທົນຕໍ່ການທົດສອບທີ່ແທ້ຈິງ. ແຕ່ຫຼັງຈາກນັ້ນກໍ່ເປັນຂ້ານ້ອຍ. ຂ້ານ້ອຍເວົ້າວ່າຂ້ານ້ອຍເຕັມໃຈທີ່ຈະຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ແລະ ຍື່ນລູກຊາຍຂອງຂ້ານ້ອຍໃຫ້ກັບພຣະເຈົ້າ, ແຕ່ຂ້ານ້ອຍຍຶດຕິດກັບການຮຽກຮ້ອງຂອງຂ້ານ້ອຍເອງໃນຫົວໃຈຂອງຂ້ານ້ອຍ. ໂດຍສະເພາະເມື່ອຂ້ານ້ອຍໄດ້ຍິນວ່າອາການຂອງລາວຮຸນແຮງຂຶ້ນ ແລະ ບໍ່ສາມາດປິ່ນປົວໄດ້, ເມື່ອຜະເຊີນໜ້າກັບຄວາມເຈັບປວດທີ່ຈະສູນເສຍລາວ, ຂ້ານ້ອຍກໍ່ພົບວ່າຂ້ານ້ອຍມີການຮຽກຮ້ອງພາຍໃນຕົວຂ້ານ້ອຍ. ຂ້ານ້ອຍບໍ່ໄດ້ເວົ້າພວກມັນອອກມາ, ແຕ່ໃນຫົວໃຈຂ້ອງຂ້ານ້ອຍ, ຂ້ານ້ອຍຕ້ອງການຂໍໃຫ້ພຣະເຈົ້າຮັກສາລາວ. ຂ້ານ້ອຍເຫັນວ່າຂ້ານ້ອຍບໍ່ມີເຫດຜົນແທ້ໆ ແລະ ຂາດຄວາມເຊື່ອຟັງຕໍ່ພຣະເຈົ້າ. ຄວາມຈິງກໍ່ຄື ລູກຊາຍຂອງຂ້ານ້ອຍບໍ່ແມ່ນຊັບສິນສ່ວນຕົວຂອງຂ້ານ້ອຍ. ພຣະເຈົ້າເປົ່າລົມຊີວິດເຂົ້າໃນລາວ. ຮ່າງກາຍຂອງຂ້ານ້ອຍກໍ່ເປັນພຽງສື່ກາງທີ່ລາວໄດ້ເກີດຂຶ້ນມາ. ຊີວິດທັງໝົດຂອງລາວຖືກກຳນົດໄວ້ລ່ວງໜ້າ, ຖືກຈັດແຈງໂດຍພຣະເຈົ້າຢ່າງສົມບູນຕັ້ງແຕ່ດົນນານມາແລ້ວ. ພຣະເຈົ້າໄດ້ກຳນົດແລ້ວວ່າລາວຕ້ອງທົນທຸກຫຼາຍສໍ່າໃດ, ລາວຕ້ອງຜະເຊີນໜ້າກັບຄວາມຍາກລຳບາກຫຼາຍສໍ່າໃດສຳລັບຊີວິດທັງໝົດຂອງລາວ. ຂ້ານ້ອຍຕ້ອງຍອມຕໍ່ການຈັດແຈງຂອງພຣະເຈົ້າ. ໃນຄວາມຄິດນີ້, ຂ້ານ້ອຍໄດ້ອະທິຖານຫາພຣະເຈົ້າວ່າ “ໂອ ພຣະເຈົ້າ, ລູກຊາຍຂອງຂ້ານ້ອຍບໍ່ໄດ້ເປັນຂອງຂ້ານ້ອຍ. ບໍ່ວ່າພຣະອົງຈະເອົາລາວໄປ ຫຼື ບໍ່, ຂ້ານ້ອຍກໍ່ຮູ້ວ່າມັນປະກອບມີຄວາມປະສົງທີ່ເມດຕາຂອງພຣະອົງ. ຂ້ານ້ອຍເຕັມໃຈທີ່ຈະຍອມ ແລະ ປ່ອຍໃຫ້ຊີວິດຂອງລູກຂອງຂ້ານ້ອຍຢູ່ໃນມືຂອງພຣະອົງ. ຂ້ານ້ອຍຈະບໍ່ຈົ່ມຕໍ່ວ່າ, ບໍ່ວ່າພຣະອົງຈະເຮັດຫຍັງກໍ່ຕາມ”. ຄວາມເຈັບປວດທີ່ຂ້ານ້ອຍຮູ້ສຶກກໍ່ບັນເທົາຂຶ້ນຫຼັງຈາກທີ່ໄດ້ອະທິຖານ. ໜຶ່ງເດືອນຜ່ານໄປໄວໃນພິບຕາ. ມື້ໜຶ່ງ ຫຼັງຈາກທີ່ຂ້ານ້ອຍເມືອເຮືອນຈາກການເຕົ້າໂຮມ, ຜົວຂອງຂ້ານ້ອຍກໍ່ໂທຫາ ແລະ ບອກຂ້ານ້ອຍຢ່າງຕື່ນເຕັ້ນວ່າເນື້ອງອກທັງໝົດຂອງລູກຊາຍຂອງພວກເຮົາໄດ້ຫາຍໄປໝົດ. ມັນຖືກຢືນຢັນໂດຍການສະແກນຊີທີທີ່ໂຮງໝໍ. ເມື່ອຂ້ານ້ອຍໄດ້ຍິນຂ່າວ, ຂ້ານ້ອຍກໍ່ຕື່ນເຕັ້ນຫຼາຍຈົນຂ້ານ້ອຍເລີ່ມຮ້ອງໄຫ້. ຂ້ານ້ອຍອຸທານໃນຫົວໃຈຂ້ານ້ອຍຊໍ້າໄປຊໍ້າມາວ່າ “ຂອບໃຈພຣະເຈົ້າ!” ປະສົບການທີ່ພິເສດນີ້ໄດ້ສະແດງໃຫ້ຂ້ານ້ອຍເຫັນແທ້ໆເຖິງລິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ເຮັດໃຫ້ຂ້ານ້ອຍປະສົບກັບພຣະທຳເຫຼົ່ານີ້ຈາກພຣະອົງ: “ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ). ສິ່ງນີ້ໄດ້ສະແດງໃຫ້ຂ້ານ້ອຍເຫັນເຖິງລິດທານຸພາບສູງສຸດ ແລະ ອຳນາດອະທິປະໄຕຂອງພຣະເຈົ້າຢ່າງແທ້ຈິງ, ພຣະອົງສາມາດກໍ່ໃຫ້ເກີດບາງສິ່ງຈາກຄວາມວ່າງເປົ່າ ແລະ ເຮັດໃຫ້ບາງສິ່ງທີ່ມີຢູ່ບໍ່ມີອີກຕໍ່ໄປ. ທຸກສິ່ງຖືກປັ້ນແຕ່ງໂດຍມືຂອງພຣະເຈົ້າ. ຂ້ານ້ອຍຂອບໃຈພຣະເຈົ້າຢ່າງຈິງໃຈ!

ໜຶ່ງປີຕໍ່ມາ ຂ້ານ້ອຍກໍ່ໄດ້ຮັບຂໍ້ຄວາມທີ່ບໍ່ຄາດຄິດຈາກຜົວຂອງຂ້ານ້ອຍທີ່ເວົ້າວ່າ ພະຍາດຂອງລູກຊາຍຂອງພວກເຮົາໄດ້ກັບຄືນມາ ແລະ ລາວຢູ່ທີ່ໂຮງໝໍແລ້ວກຳລັງຮັບເຄມີບຳບັດ. ມັນເຮັດໃຫ້ເຈັບປວດພໍສົມຄວນທີ່ໄດ້ຍິນ ແຕ່ຂ້ານ້ອຍກໍ່ຈື່ປະສົບການກ່ອນໜ້າຂອງຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ດ້ວຍຄວາມປະຫຼາດໃຈຂອງຂ້ານ້ອຍ, ລູກຊາຍຂອງຂ້ານ້ອຍຖືກປ່ອຍອອກຈາກໂຮງໝໍສອງອາທິດຕໍ່ມາ ແລະ ລາວຍັງສຸຂະພາບດີຈົນຮອດມື້ນີ້. ເຖິງແມ່ນຂ້ານ້ອຍກ່າວໂທດ ແລະ ເຂົ້າໃຈພຣະເຈົ້າຜິດກ່ຽວກັບຄວາມເຈັບປ່ວຍຂອງລູກຊາຍຂອງຂ້ານ້ອຍ, ພຣະອົງກໍ່ບໍ່ໄດ້ໃສ່ໃຈກ່ຽວກັບຄວາມເມີນເສີຍຂອງຂ້ານ້ອຍ, ແຕ່ສ່ອງແສງ ແລະ ຊີ້ນໍາຂ້ານ້ອຍດ້ວຍພຣະທຳຂອງພຣະອົງ ເພື່ອວ່າຂ້ານ້ອຍຈະສາມາດເຂົ້າໃຈລິດທານຸພາບສູງສຸດ ແລະ ອຳນາດອະທິປະໄຕຂອງພຣະເຈົ້າ ແລະ ປ່ຽນແປງມຸມມອງທີ່ຜິດຂອງຂ້ານ້ອຍກ່ຽວກັບການມີຄວາມເຊື່ອພຽງແຕ່ເພື່ອສະແຫວງຫາພອນເທົ່ານັ້ນ. ສິ່ງນີ້ຄືຄວາມກະລຸນາ ແລະ ພອນຂອງພຣະເຈົ້າສຳລັບຂ້ານ້ອຍແທ້ໆ! ຂອບໃຈພຣະເຈົ້າອົງຊົງລິດທານຸພາບສູງສຸດ!

ກ່ອນນີ້: 73. ຄວາມລອດພົ້ນຂອງພຣະເຈົ້າ

ຕໍ່ໄປ: 75. ບົດທົດສອບຄວາມເຈັບປ່ວຍ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້