13. ການຕໍ່ສູ້ເພື່ອເປັນຄົນທີ່ຊື່ສັດ
ສອງສາມປີກ່ອນ, ຂ້ອຍເປີດຮ້ານສ້ອມແປງເຄື່ອງໃຊ້ໄຟຟ້າແຫ່ງໜຶ່ງ. ຂ້ອຍຕ້ອງການເປັນນັກທຸລະກິດທີ່ຊື່ສັດ ແລະ ພຽງແຕ່ຫາເງິນໄດ້ໜ້ອຍໜຶ່ງ ເພື່ອໃຫ້ຄອບຄົວຂອງຂ້ອຍມີຢ່າງພຽງພໍ. ແຕ່ຫຼັງຈາກທີ່ໃຊ້ເວລາບາງຊ່ວງກັບຄວາມຫຍຸ້ງວຽກຢູ່ສະເໝີ, ຂ້ອຍກໍເຫັນວ່າຂ້ອຍຫາເງິນຢ່າງພຽງພໍເພື່ອໃຫ້ຄອບຄົວມີຊີວິດຢູ່ຕໍ່ເທົ່ານັ້ນ ແລະ ບໍ່ມີທາງທີ່ຈະເກັບເງິນເລີຍ. ບາງຄັ້ງ ລາຍຮັບປະຈໍາເດືອນຂອງຂ້ອຍເຖິງກັບຢູ່ຕໍ່າກວ່າແຮງງາຂັ້ນຕົ້ນ. ເມຍຂອງຂ້ອຍຈົ່ມໃຫ້ຂ້ອຍຢູ່ສະເໝີກ່ຽວກັບເລື່ອງນີ້ ໂດຍເວົ້າວ່າຂ້ອຍຊື່ສັດເກີນໄປ ແລະ ບໍ່ຮູ້ວິທີເຮັດທຸລະກິດ. ອ້າຍເຂີຍຂອງຂ້ອຍກໍເວົ້າກ່ຽວກັບກໍລະນີຂອງຂ້ອຍຄືກັນ. ລາວເວົ້າວ່າ, “ພວກເຮົາອາໄສຢູ່ໃນຍຸກຂອງເງິນ ແລະ ບໍ່ວ່າເຈົ້າຈະເຮັດແນວໃດກໍຕາມ, ເຈົ້າຕ້ອງໃຫ້ຄົນມອບເງິນຂອງພວກເຂົາໃຫ້ ເພື່ອຄົນອື່ນຈະເບິ່ງວ່າມີຄວາມສາມາດ”. ລາວຍັງເວົ້າສິ່ງຕ່າງໆ ເຊັ່ນ: “ບໍ່ມີຄວາມຮັ່ງມີໃດທີ່ປາສະຈາກຄວາມມີເລ່ຫຼຽມ” ແລະ “ເງິນເຮັດໃຫ້ໂລກໝຸນ” ເພື່ອເຮັດໃຫ້ຂ້ອຍຕື່ນຂຶ້ນ ແລະ ເຮັດຕາມກະແສ, ເຮັດທຸລະກິດຄືກັບຄົນອື່ນ ແລະ ບໍ່ຕ້ອງດື້ດ້ານຫຼາຍ. ຂ້ອຍຄິດວ່າພວກເຂົາມີປະເດັນ, ແຕ່ຂ້ອຍບໍ່ສາມາດເຮັດໃຫ້ຕົນເອງສໍ້ໂກງລູກຄ້າຂອງຂ້ອຍໄດ້. ຂ້ອຍຮູ້ສຶກວ່າຂ້ອຍບໍ່ສາມາດປະນີປະນອມສິ່ງນັ້ນກັບຄວາມສຳນຶກຂອງຂ້ອຍ.
ຕໍ່ມາ ຂ້ອຍສັງເກດເຫັນວ່າ ທ້າວ ຊຽນ, ເຈົ້າຂອງຮ້ານສ້ອມແປງເຄື່ອງໃຊ້ໄຟຟ້າທີ່ຢູ່ໃກ້ກັບຮ້ານຂອງຂ້ອຍ ເກືອບຈະບໍ່ມີທັກສະເຕັກນິກໃດເລີຍ. ລາວພຽງແຕ່ສາມາດແກ້ໄຂບັນຫາບາງຢ່າງທີ່ເລັກນ້ອຍ, ແຕ່ລາວມີປ້າຍໃຫຍ່ຫ້ອຍຢູ່ຕໍ່ໜ້າໂດຍຂຽນວ່າ “ການສ້ອມແປງດ້ວຍຄຸນນະພາບສູງສຸດສໍາລັບເຄື່ອງໃຊ້ໄຟຟ້າທຸກປະເພດ”. ລາວດຶງດູດຫຼາຍທຸລະກິດດ້ວຍວິທີການນັ້ນ. ລາວຍອມຮັບເອົາວຽກ ແລະ ແກ້ໄຂມັນເອງ ຖ້າມັນງ່າຍ. ຖ້າບໍ່ດັ່ງນັ້ນ, ລາວກໍພຽງແຕ່ສົ່ງມັນໄປບ່ອນສ້ອມແປງບ່ອນອື່ນ ແລະ ຫັກເງິນໃຫ້ຕົນເອງ. ລາວສ້າງກຳໄລໃນລະດັບໜຶ່ງພໍສົມຄວນໃນລັກສະນະນັ້ນ. ຄັ້ງໜຶ່ງ ເມື່ອພວກເຮົາກຳລັງລົມກັນ, ລາວບອກຂ້ອຍວ່າ ລາວຫາເງິນຂອງລາວໄດ້ແນວໃດ. ລາວເວົ້າວ່າ ເມື່ອສ່ວນນ້ອຍໆໃນເຄື່ອງໃຊ້ໄຟຟ້າແຕກຫັກ, ເຈົ້າສາມາດປ່ຽນອົງປະກອບທັງໝົດ ເພື່ອເຈົ້າຈະສາມາດເກັບເງິນໄດ້ຫຼາຍຂຶ້ນ. ລູກຄ້າບໍ່ໄດ້ຮູ້ຈັກຫຍັງເລີຍ. ລາວເວົ້າວ່າພວກເຮົາກໍາລັງດໍາລົງຊີວິດຢູ່ໃນສັງຄົມທີ່ໃຫ້ຄວາມສຳຄັນກັບເງິນ ແລະ “ມັນບໍ່ສຳຄັນວ່າແມວສີຂາວ ຫຼື ສີດຳ, ຕາບໃດທີ່ມັນຈັບໜູໄດ້”. ລາວຍັງເວົ້າວ່າການທີ່ສາມາດສ້າງລາຍໄດ້ໝາຍຄວາມວ່າເຈົ້າມີຄວາມສາມາດ, ຖ້າບໍ່ດັ່ງນັ້ນ, ມັນກໍບໍ່ສຳຄັນວ່າເຈົ້າເປັນຄົນດີສໍ່າໃດ, ເຈົ້າຈະຖືກດູຖູກ. ຫຼັງຈາກທີ່ໄດ້ຍິນ “ຄວາມເຂົ້າໃຈຢ່າງເລິກເຊິ່ງອັນສະຫຼາດ” ຂອງຜູ້ຊາຍຄົນນີ້, ຂ້ອຍຄິດວ່າ “ນີ້ຄືຍຸກທີ່ພວກເຮົາອາໄສຢູ່. ຄົນອື່ນຈະເຮັດແມ່ນຫຍັງກໍຕາມເພື່ອເງິນ ແລະ ບໍ່ມີສິ່ງໃດທີ່ເປັນຄວາມຊື່ສັດ, ສະນັ້ນ ມັນຈະດີຫຍັງ ຖ້າຂ້ອຍເປັນພຽງຄົນດຽວທີ່ຊື່ສັດ? ນອກຈາກນັ້ນ, ການເຮັດທຸລະກິດຂອງຂ້ອຍຢ່າງຊື່ສັດບໍ່ໄດ້ເຮັດໃຫ້ຂ້ອຍໄປຮອດໃສ. ຜູ້ຊາຍຄົນນີ້ແປງສິ່ງຕ່າງໆຄືກັນກັບຂ້ອຍ ແລະ ລາວມີຊີວິດທີ່ດີ. ຄອບຄົວທັງໝົດຂອງລາວມີຊີວິດທີ່ດີ, ແຕ່ຂ້ອຍຫາເງິນໄດ້ຢ່າງພຽງພໍເພື່ອໃຫ້ພວກເຮົາມີຊີວິດລອດໄປເທົ່ານັ້ນ. ມັນເບິ່ງຄືກັບວ່າຂ້ອຍຫົວແຂງເກີນໄປ. ຂ້ອຍຄວນຊອກຫາວິທີການຫາເງິນຫຼາຍຂຶ້ນເພື່ອໃຫ້ຄອບຄົວຂອງຂ້ອຍມີຊີວິດທີ່ດີຂຶ້ນ”. ຫຼັງຈາກນັ້ນ, ຂ້ອຍກໍເລີ່ມຮຽນຮູ້ຈາກ “ຄວາມສໍາເລັດ” ຂອງເພື່ອນຮ່ວມງານຂອງຂ້ອຍ ແລະ ໃຊ້ວິທີການລັບໆເພື່ອສໍ້ໂກງລູກຄ້າຂອງຂ້ອຍ. ຂ້ອຍຮູ້ສຶກບໍ່ສະຫງົບ, ແຕ່ຂ້ອຍບໍ່ໄດ້ຄໍານຶງເຖິງມັນ ເພື່ອວ່າຂ້ອຍຈະສາມາດຫາເງິນໄດ້ຫຼາຍຂຶ້ນ.
ມື້ໜຶ່ງ ລູກຄ້າຄົນໜຶ່ງເຂົ້າມາສ້ອມແປງ . ໃນຂະນະທີ່ຂ້ອຍກຳລັງນໍາເອົາສ່ວນທີ່ມີບັນຫາອອກ, ຂ້ອຍເລີ່ມຕົ້ນ ແລະ ນໍາເອົາສອງສາມສ່ວນທີ່ປົກກະຕິດີຢ່າງສົມບູນອອກມາ ເພື່ອລາວຈະຄິດວ່າພວກມັນເສຍຫຼາຍກວ່ານັ້ນ ແລະ ລາວຈະບໍ່ເປັນຄົນສະຫຼາດກວ່າຂ້ອຍ ເມື່ອຂ້ອຍຮຽກເກັບເພີ່ມຈາກລາວ. ຄຳເວົ້າບູຮານທີ່ວ່າ “ມີຄວາມຜິດເທົ່າກັບໂຈນ” ແມ່ນເປັນຈິງຫຼາຍ. ທຳອິດ, ຂ້ອຍຮູ້ສຶກກັງວົນແທ້ໆ ແລະ ຫົວໃຈຂອງຂ້ອຍກໍເຕັ້ນແຮງ, ຢ້ານວ່າລາວຈະເບິ່ງມັນອອກ ແລະ ຮ້ອງໃສ່ຂ້ອຍໃນທັນທີ. ນັ້ນຈະເປັນສິ່ງທີ່ເປັນຕາອັບອາຍ. ແຕ່ຂ້ອຍກໍມີພຽງໃບໜ້າທີ່ສະຫງົບ ແລະ ປ່ຽນສ່ວນປະກອບທັງໝົດເຫຼົ່ານັ້ນ. ເມື່ອມັນມາຮອດເວລາທີ່ຕ້ອງຈ່າຍເງິນ, ຂ້ອຍກໍພຽງແຕ່ຮຽກເກັບນໍາລາວ 50% ຫຼາຍກວ່າລາຄາຂອງຂ້ອຍຢ່າງໜ້າດ້ານ. ຂ້ອຍສືບຕໍ່ກົ້ມຫົວຂອງຂ້ອຍລົງຕະຫຼອດເວລາ, ບໍ່ກ້າຈ້ອງເບິ່ງຕາຂອງລາວ, ແຕ່ຂ້ອຍກໍປະຫຼາດໃຈທີ່ລາວໄດ້ຈ່າຍເງິນໃຫ້ໂດຍບໍ່ເວົ້າຫຍັງເລີຍ. ໃນສຸດທ້າຍ ຂ້ອຍຫາຍໃຈໂລ່ງຫຼັງຈາກລາວຈາກໄປ. ໃບໜ້າ ແລະ ຫຼັງຂອງຂ້ອຍເຕັມໄປດ້ວຍເຫື່ອ ແລະ ຂ້ອຍຮູ້ສຶກບໍ່ສະບາຍໃຈແບບແປກໆ. ແຕ່ເມື່ອຂ້ອຍເຫັນວ່າຂ້ອຍໄດ້ເງິນເພີ່ມ, ຄວາມຮູ້ສຶກນັ້ນກໍຫາຍໄປຢ່າງໄວວາ.
ນັບຈາກນັ້ນເປັນຕົ້ນມາ ຂ້ອຍເລີ່ມຄິດຫາກົນອຸບາຍທຸກຮູບແບບເພື່ອຮຽກເກັບເງິນເກີນຈາກລູກຄ້າ. ຂ້ອຍມີຄວາມສຳນຶກຜິດໆໃນຕອນທຳອິດ, ແຕ່ຂ້ອຍກໍໃຫ້ກຳລັງໃຈຕົນເອງຢ່າງງຽບໆ ເພື່ອວ່າຂ້ອຍຈະສາມາດຫາລາຍໄດ້ເພີ່ມ. ຂ້ອຍຄິດວ່າ “ຂ້ອຍບໍ່ສາມາດອ່ອນໂຍນເກີນໄປ, ‘ຍ້ອນຄວາມຄິດເລັກນ້ອຍບໍ່ໄດ້ເຮັດໃຫ້ເປັນສຸພາບບຸລຸດ, ມະນຸດທີ່ແທ້ຈິງກໍບໍ່ສາມາດປາສະຈາກພິດ’. ຂ້ອຍຕ້ອງສະຫຼາດຂຶ້ນ ຖ້າຂ້ອຍຕ້ອງການຫາເງິນ. ນອກຈາກນັ້ນ, ທຸກຄົນກໍເຮັດມັນ, ບໍ່ມີພຽງແຕ່ຂ້ອຍເທົ່ານັ້ນ”. ຫຼັງຈາກຊົ່ວໄລຍະໜຶ່ງ, ຄວາມສຳນຶກຜິດນັ້ນໄດ້ຫາຍໄປ ແລະ ຂ້ອຍຊຳນານຂຶ້ນ ແລະ ເກັ່ງຂຶ້ນໃນ “ທັກສະ” ການຫາເງິນຂອງຂ້ອຍ. ຂ້ອຍຍັງໄດ້ຮຽນຮູ້ວິທີການອ່ານຄົນ ແລະ ຕັດສິນຄວາມຮູ້ສຶກຂອງຄົນອື່ນ, ປະຕິບັດຕໍ່ຄົນຕ່າງໆຢ່າງແຕກຕ່າງ. ຂ້ອຍໄດ້ຮຽນຮູ້ກົນອຸບາຍເພີ່ມ. ເມື່ອລູກຄ້າທີ່ແຕ່ງໂຕດີເຂົ້າມາ, ຂ້ອຍຈະຊັກຈູງພວກເຂົາ ໂດຍເວົ້າໃນສິ່ງທີ່ພວກເຂົາຕ້ອງການໄດ້ຍິນ ແລະ ປະຈົບປະແຈງພວກເຂົາ ເພື່ອວ່າມັນຈະງ່າຍຂຶ້ນສໍາລັບຂ້ອຍທີ່ຈະຮຽກເກັບເງິນເພີ່ມຈາກພວກເຂົາ. ເມື່ອຂ້ອຍມີລູກຄ້າທີ່ກະວົນກະວາຍແທ້ໆ, ຂ້ອຍກໍທຳທ່າວ່າການສ້ອມແປງເປັນຄວາມເຈັບປວດຫຼາຍ ແລະ ຊັບຊ້ອນແທ້ໆ, ຫຼັງຈາກນັ້ນກໍຕັ້ງໃຈໃຊ້ເວລາຫຼາຍຂຶ້ນ. ດ້ວຍວິທີນັ້ນ ພວກເຂົາຈະສະເໜີເງິນເພີ່ມໃຫ້ກັບຂ້ອຍ. ລູກຄ້າບາງຄົນເປັນຄົນສະຫຼາດຫຼາຍກວ່າ, ສະນັ້ນຂ້ອຍຈຶ່ງຄິດຫາເຫດຜົນທີ່ຈະໃຫ້ພວກເຂົາປະເຄື່ອງໃຊ້ໄຟຟ້າຂອງພວກເຂົາໄວ້ກັບຂ້ອຍ ແລະ ມາຮັບເອົາມັນຄືນໃນອີກມື້ ແລະ ເມື່ອພວກເຂົາກັບມາ ຂ້ອຍກໍເວົ້າວ່າຂ້ອຍພົບບັນຫາອື່ນ. ຂ້ອຍຫາເງິນໄດ້ຫຼາຍ ໂດຍທີ່ບໍ່ໄດ້ໃຊ້ຄວາມພະຍາຍາມຫຼາຍ. ແລ້ວດ້ວຍເຫດນັ້ນ, ຂ້ອຍຈຶ່ງໃຊ້ສະໝອງຂອງຂ້ອຍຢູ່ສະເໝີເພື່ອຮຽກເກັບເງິນເກີນຈາກລູກຄ້າ. ຂ້ອຍໄດ້ເງິນເພີ່ມຫຼາຍ ແລະ ກຳລັງມີຊີວິດທີ່ສະດວກສະບາຍຫຼາຍຂຶ້ນ, ແຕ່ຂ້ອຍບໍ່ຮູ້ສຶກເຖິງຄວາມສຸກ ຫຼື ຄວາມປິຕິຍິນດີໃດໆໃນຫົວໃຈຂອງຂ້ອຍ. ກົງກັນຂ້າມ, ເມື່ອໃດກໍຕາມທີ່ຂ້ອຍຄິດກ່ຽວກັບສິ່ງທີ່ເປັນຕາລັງກຽດ ແລະ ບໍ່ມີຈັນຍາບັນທີ່ຂ້ອຍໄດ້ເຮັດ, ຂ້ອຍກໍຮູ້ສຶກຢ້ານ ແລະ ບໍ່ສະບາຍໃຈ. ບາງຄັ້ງ ຂ້ອຍຈະຄິດວ່າ, “ຂ້ອຍຄວນຢຸດ. ຂ້ອຍບໍ່ຄວນດຳ ເນີນທຸລະກິດທີ່ມີເລ່ຫຼ່ຽມແບບນີ້ອີກຕໍ່ໄປ. ດັ່ງທີ່ພວກເຂົາເວົ້າວ່າ ‘ຄວາມດີໄດ້ຮັບການຕອບແທນດ້ວຍຄວາມດີ ແລະ ຄວາມຊົ່ວດ້ວຍຄວາມຊົ່ວ’. ຂ້ອຍຈະໄດ້ຮັບສິ່ງທີ່ຂ້ອຍສົມຄວນໄດ້ຮັບ”. ແຕ່ຫຼັງຈາກນັ້ນ ເມື່ອຂ້ອຍຄິດກ່ຽວກັບເງິນສົດທັງໝົດທີ່ຢູ່ໃນມືຂອງຂ້ອຍ, ຂ້ອຍບໍ່ສາມາດຕັດສິນໃຈທີ່ຈະຢຸດໄດ້ແທ້ໆ.
ໃນຂະນະທີ່ຂ້ອຍກຳລັງຈະຕົກລົງສູ່ຄວາມເສື່ອມຊາມ ແລະ ຄວາມມືນງົງຫຼາຍຂຶ້ນ, ເອື້ອຍຂອງຂ້ອຍກໍໄດ້ແບ່ງປັນຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັບຂ້ອຍ. ຫຼັງຈາກທີ່ຍອມຮັບພາລະກິດຂອງພຣະເຈົ້າ, ຂ້ອຍເລີ່ມເຕົ້າໂຮມກັບອ້າຍເອື້ອຍນ້ອງ ແລະ ອ່ານພຣະທຳຂອງພຣະເຈົ້າຢູ່ເລື້ອຍ. ຂ້ອຍອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດໃນການເຕົ້າໂຮມຄັ້ງໜຶ່ງ: “ມະນຸດໄດ້ຍ່າງຜ່ານໄລຍະເວລາເຫຼົ່ານີ້ໄປພ້ອມກັນກັບພຣະເຈົ້າ ແຕ່ເຂົາບໍ່ຮູ້ວ່າ ພຣະເຈົ້າປົກຄອງຊະຕາກໍາຂອງສັບພະທຸກສິ່ງ ແລະ ທຸກສິ່ງທີ່ມີຊີວິດ ຫຼື ບໍ່ຮູ້ວ່າພຣະເຈົ້າປັ້ນແຕ່ງ ແລະ ຄວບຄຸມສັບພະສິ່ງທັງປວງແນວໃດ. ນີ້ຄືສິ່ງທີ່ຫຼົບຫຼີກມະນຸດຕັ້ງແຕ່ຍຸກບູຮານຈົນຮອດປັດຈຸບັນ. ສຳລັບເຫດຜົນນັ້ນ, ມັນບໍ່ແມ່ນເປັນຍ້ອນວ່າການກະທຳຂອງພຣະເຈົ້າລີ້ລັບເກີນໄປ ຫຼື ຍ້ອນແຜນການຂອງພຣະເຈົ້າຍັງບໍ່ໄດ້ກາຍເປັນຈິງເທື່ອ, ແຕ່ຍ້ອນຫົວໃຈ ແລະ ວິນຍານຂອງມະນຸດຫ່າງເຫີນຈາກພຣະເຈົ້າຫຼາຍເກີນໄປ ຈົນຮອດຈຸດທີ່ວ່າ ມະນຸດຍັງຢູ່ໃນການຮັບໃຊ້ຂອງຊາຕານ ເຖິງແມ່ນວ່າເຂົາກໍາລັງຕິດຕາມພຣະເຈົ້າ ແລະ ຍັງບໍ່ຮູ້ຕົວເລີຍ. ບໍ່ມີໃຜທີ່ສະແຫວງຫາບາດກ້າວຂອງພຣະເຈົ້າ ແລະ ການປາກົດຕົວຂອງພຣະອົງຢ່າງຫ້າວຫັນ ແລະ ບໍ່ມີໃຜເຕັມໃຈດໍາລົງຢູ່ພາຍໃຕ້ການດູແລ ແລະ ການຮັກສາຂອງພຣະເຈົ້າ. ກົງກັນຂ້າມ ພວກເຂົາປາຖະໜາທີ່ຈະເພິ່ງພາການກັດເຊາະຂອງຊາຕານ ເຊິ່ງເປັນສິ່ງທີ່ຊົ່ວຮ້າຍ ເພື່ອປັບໃຫ້ເຂົ້າກັບໂລກໜ່ວຍນີ້ ແລະ ກົດລະບຽບແຫ່ງການມີຊີວິດຢູ່ທີ່ມະນຸດຊາດທີ່ຊົ່ວຮ້າຍປະຕິບັດຕາມ. ໃນເວລານີ້ ຫົວໃຈ ແລະ ວິນຍານຂອງມະນຸດໄດ້ກາຍມາເປັນບັນນາການໃຫ້ກັບຊາຕານ ແລະ ກາຍເປັນອາຫານຂອງຊາຕານ. ຍິ່ງໄປກວ່ານັ້ນ ຫົວໃຈ ແລະ ວິນຍານຂອງມະນຸດໄດ້ກາຍເປັນບ່ອນທີ່ຊາຕານສາມາດອາໄສຢູ່ ແລະ ເປັນສະໜາມຫຼິ້ນທີ່ເໝາະສົມຂອງມັນ. ດ້ວຍເຫດນີ້ ມະນຸດຈຶ່ງສູນເສຍຄວາມເຂົ້າໃຈໃນຫຼັກການຂອງການເປັນມະນຸດຂອງເຂົາ ແລະ ຄຸນຄ່າ ແລະ ຄວາມໝາຍຂອງການມີຊີວິດຢູ່ຂອງມະນຸດຢ່າງບໍ່ຮູ້ຕົວ. ກົດບັນຍັດຂອງພຣະເຈົ້າ ແລະ ພັນທະສັນຍາລະຫວ່າງພຣະເຈົ້າ ແລະ ມະນຸດຈາງຫາຍໄປຈາກຫົວໃຈຂອງມະນຸດເທື່ອລະໜ້ອຍ ແລະ ເຂົາກໍຢຸດທີ່ຈະສະແຫວງຫາ ຫຼື ສົນໃຈຕໍ່ພຣະເຈົ້າ. ເມື່ອເວລາຜ່ານໄປ ມະນຸດບໍ່ເຂົ້າໃຈອີກຕໍ່ໄປວ່າ ເປັນຫຍັງພຣະເຈົ້າຈຶ່ງສ້າງເຂົາ ຫຼື ເຂົາບໍ່ເຂົ້າໃຈພຣະທຳທີ່ມາຈາກປາກຂອງພຣະເຈົ້າ ແລະ ທຸກສິ່ງທີ່ມາຈາກພຣະເຈົ້າ. ແລ້ວມະນຸດກໍເລີ່ມຕໍ່ຕ້ານກົດເກນ ແລະ ບົດບັນຍັດຂອງພຣະເຈົ້າ ແລະ ຫົວໃຈ ແລະ ວິນຍານຂອງເຂົາກໍຕາຍໄປ... ພຣະເຈົ້າສູນເສຍມະນຸດທີ່ພຣະອົງສ້າງດັ່ງເດີມ ແລະ ມະນຸດກໍສູນເສຍຮາກເຫງົ້າຂອງການເລີ່ມຕົ້ນຂອງເຂົາ: ນີ້ຄືຄວາມໂສກເສົ້າຂອງມະນຸດຊາດນີ້” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ). ພຣະທຳຂອງພຣະເຈົ້າສະທ້ອນເຖິງຄວາມເປັນຈິງ. ເຖິງແມ່ນວ່າຂ້ອຍຂ້ອນຂ້າງຫາເງິນໄດ້ຈຳນວນໜຶ່ງໃນໂລກ ແລະ ຄວາມສະດວກສະບາຍທາງຮ່າງກາຍຂອງຂ້ອຍກໍດີກວ່າແຕ່ກ່ອນ, ຂ້ອຍກໍວ່າງເປົ່າ ແລະ ເຈັບປວດຢູ່ພາຍໃນ ແລະ ມັນລ້ວນແລ້ວແຕ່ເປັນຍ້ອນຂ້ອຍຫ່າງໄກຈາກພຣະເຈົ້າ, ຂັດກັບຂໍ້ກໍານົດຂອງພຣະອົງສໍາລັບມະນຸດ ແລະ ດຳລົງຊີວິດຕາມກົດລະບຽບຂອງຊາຕານເພື່ອຄວາມຢູ່ລອດ. ເມື່ອຂ້ອຍເປີດຮ້ານຄັ້ງທໍາອິດ, ຂ້ອຍຫາເງິນໄດ້ດ້ວຍຄວາມສຳນຶກທີ່ຊັດເຈນ ແລະ ເຖິງແມ່ນວ່າຂ້ອຍບໍ່ມີລາຍໄດ້ຫຼາຍ, ຂ້ອຍກໍສະຫງົບສຸກ. ແຕ່ຫຼັງຈາກນັ້ນຂ້ອຍໄດ້ຮັບອິດທິພົນຈາກສະພາບແວດລ້ອມຂອງຂ້ອຍ. ເມື່ອເຫັນວ່າຄົນອື່ນລວຍຂຶ້ນດ້ວຍວິທີການທີ່ລັບໆ, ຂ້ອຍກໍເລີ່ມປະຕິບັດ “ບໍ່ມີຄວາມຮັ່ງມີໃດທີ່ປາສະຈາກຄວາມມີເລ່ຫຼຽມ”, “ເງິນເຮັດໃຫ້ໂລກໝຸນ” ແລະ “ເງິນບໍ່ແມ່ນທຸກສິ່ງ, ແຕ່ຖ້າບໍ່ມີມັນ ເຈົ້າກໍບໍ່ສາມາດເຮັດຫຍັງໄດ້” ແລະ ກົດລະບຽບອື່ນໆເພື່ອຄວາມຢູ່ລອດຈາກຊາຕານ. ຂ້ອຍປະຕິບັດຕາມກະແສທີ່ຊົ່ວຮ້າຍ ແລະ ປະຖິ້ມຫຼັກການພື້ນຖານຂອງຂ້ອຍເອງ ເພື່ອຫາເງິນ ໂດຍບໍ່ສົນໃຈຄວາມສຳນຶກຂອງຂ້ອຍໃນການຫຼອກລວງລູກຄ້າ ເພື່ອວ່າພວກເຂົາຈະຖືກບັງຄັບໃຫ້ຕ້ອງຈ່າຍເງິນຫຼາຍຂຶ້ນ. ເງິນຢູ່ໃນມືຂອງຂ້ອຍ, ແຕ່ມັນລ້ວນແລ້ວແຕ່ໄດ້ມາດ້ວຍວິທີການທີ່ຊົ່ວຮ້າຍ. ເມື່ອໃດກໍຕາມທີ່ຂ້ອຍຄິດກ່ຽວກັບສິ່ງເຫຼົ່ານັ້ນທີ່ເປັນຕາລັງກຽດ ແລະ ຜິດສິນລະທຳທີ່ຂ້ອຍໄດ້ເຮັດ, ຂ້ອຍກໍຮູ້ສຶກບໍ່ດີຫຼາຍກ່ຽວກັບຕົນເອງ ແລະ ບໍ່ສາມາດພົບຄວາມສະຫງົບສຸກໄດ້. ຂ້ອຍມີຊີວິດຢູ່ໃນຄວາມຢ້ານກົວວ່າຈະມີຄົນເປີດໂປງຂ້ອຍໃນມື້ໃດໜຶ່ງ ເຊິ່ງເປັນຕອນທີ່ຂ້ອຍຈະຖືກປະນາມ. ສະຖານະການທີ່ຮ້າຍແຮງທີ່ສຸດກໍຄື ຂ້ອຍຈະຖືກລາຍງານຕໍ່ຕໍາຫຼວດ. ຂ້ອຍວິຕົກກັນວົງຢູ່ສະເໝີ. ມັນເປັນວິທີການທີ່ເຈັບປວດທີ່ຈະດໍາລົງຊີວິດ. ແຕ່ມື້ນັ້ນ ຂ້ອຍເຂົ້າໃຈວ່າມັນລ້ວນແລ້ວແຕ່ເປັນເພາະຂ້ອຍດຳລົງຊີວິດຕາມປັດຊະຍາຂອງຊາຕານ. ມັນເປັນຜົນໄດ້ຮັບຈາກການຖືກຜູກມັດ ແລະ ຖືກຫຼອກລວງໂດຍກົດລະບຽບຂອງຊາຕານ. ໂດຍບໍ່ມີການຊີ້ນຳຈາກພຣະທຳຂອງພຣະເຈົ້າ, ຂ້ອຍຈະບໍ່ເຫັນຄວາມເປັນຈິງວ່າຊາຕານກຳລັງທຳຮ້າຍຂ້ອຍແນວໃດຈັກເທື່ອ.
ຫຼັງຈາກນັ້ນ ເອື້ອຍຄົນໜຶ່ງໄດ້ອ່ານຂໍ້ຄວາມສອງສາມຂໍ້ຈາກພຣະທຳຂອງພຣະເຈົ້າໃຫ້ກັບຂ້ອຍ: “ພວກເຈົ້າຄວນຮູ້ວ່າ ພຣະເຈົ້າມັກຄົນທີ່ຊື່ສັດ. ພຣະເຈົ້າມີແກ່ນສານຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖືໄດ້ ຕະຫຼອດເວລາ. ນອກຈາກນັ້ນ ການກະທໍາຂອງພຣະອົງ ບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ. ນີ້ຄືເຫດຜົນທີ່ພຣະເຈົ້າມັກຄົນ ທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ. ຄວາມຊື່ສັດໝາຍເຖິງ ການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການທີ່ບໍ່ເຄີຍຫຼອກລວງ ພຣະອົງໃນສິ່ງໃດໜຶ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງທຸກຢ່າງ ໂດຍບໍ່ໄດ້ປິດບັງຄວາມຈິງ, ການທີ່ບໍ່ເຮັດໃນສິ່ງທີ່ເປັນການຕົວະຜູ້ຄົນທີ່ມີຖານະສູງກວ່າ ແລະ ຫຼອກລວງຜູ້ຄົນທີ່ມີຖານະຕໍ່າກວ່າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດແມ່ນການຢັບຢັ້ງຈາກການກະທໍາ ແລະ ການໃຊ້ຄໍາເວົ້າ ທີ່ບໍ່ບໍລິສຸດ ແລະ ການຫຼອກລວງທັງພຣະເຈົ້າ ແລະ ມະນຸດ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້). “ອານາຈັກຂອງເຮົາຕ້ອງການຄົນທີ່ຊື່ສັດ, ບໍ່ໜ້າຊື່ໃຈຄົດ ແລະ ບໍ່ຫຼອກລວງ. ຄົນທີ່ຈິງໃຈ ແລະ ຊື່ສັດບໍ່ແມ່ນຄົນທີ່ບໍ່ເປັນທີ່ນິຍົມໃນໂລກບໍ? ເຮົາພຽງຢູ່ກົງກັນຂ້າມ. ມັນເປັນເລື່ອງທີ່ຮັບໄດ້ທີ່ຈະໃຫ້ຄົນຊື່ສັດມາຫາເຮົາ; ເຮົາປິຕິຍິນດີໃນຄົນປະເພດນີ້ ແລະ ເຮົາກໍ່ຍັງຕ້ອງການຄົນປະເພດນີ້ດ້ວຍ. ນີ້ແມ່ນຄວາມຊອບທຳຂອງເຮົາແທ້ໆ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 33). ຫຼັງຈາກນັ້ນ, ລາວໄດ້ແບ່ງປັນການໂອ້ລົມນີ້: “ພຣະເຈົ້າມີແກ່ນແທ້ທີ່ຊື່ສັດ. ພຣະອົງມັກ ແລະ ອວຍພອນຄົນທີ່ຊື່ສັດ. ໃນການທີ່ພວກເຮົາພົວພັນກັບຄົນອື່ນໆໃນໂລກ, ພວກເຮົາດໍາລົງຊີວິດຕາມກົດເກນຂອງຊາຕານ, ‘ຢ່າຍົກນິ້ວມື ຖ້າບໍ່ມີລາງວັນ’. ຄຳເວົ້າ ແລະ ການກະທຳຂອງພວກເຮົາທັງໝົດແມ່ນເພື່ອຜົນປະໂຫຍດສ່ວນຕົວ ແລະ ພວກເຮົາເວົ້າຕົວະ ແລະ ຫຼອກລວງໂດຍບໍ່ມີຄວາມຮູ້ສຶກຜິດ. ພວກເຮົາບໍ່ຮູ້ວ່າການເປັນຄົນດີໝາຍຄວາມວ່າແນວໃດ. ແຕ່ຄວາມເຊື່ອໃນພຣະເຈົ້າແຕກຕ່າງໃນປັດຈຸບັນ. ພຣະອົງຮຽກຮ້ອງໃຫ້ພວກເຮົາເປັນຄົນຊື່ສັດ, ເວົ້າຄວາມຈິງ ແລະ ກົງໄປກົງມາ. ພຣະອົງຂໍໃຫ້ພວກເຂົາຍອມຮັບການກວດສອບຂອງພຣະອົງໃນທຸກຄໍາເວົ້າ ແລະ ການກະທໍາຂອງພວກເຮົາ, ພວກເຮົາເປີດເຜີຍ ແລະ ກົງໄປກົງມາ ແລະ ບໍ່ພະຍາຍາມຫຼອກລວງ ຫຼື ສໍ້ໂກງພຣະເຈົ້າ ຫຼື ມະນຸດ. ມີພຽງແຕ່ຄົນຊື່ສັດເທົ່ານັ້ນທີ່ມີລັກສະນະຂອງມະນຸດຢ່າງແທ້ຈິງ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ສາມາດເປັນພະຍານ ແລະ ມອບຄວາມສະຫງ່າລາສີໃຫ້ກັບພຣະເຈົ້າ”. ຂ້ອຍໄດ້ຮຽນຮູ້ຈາກພຣະທຳຂອງພຣະເຈົ້າວ່າພຣະອົງມັກຄົນຊື່ສັດ ແລະ ຂ້ອຍຕ້ອງປະຕິບັດຕາມຂໍ້ກໍານົດຂອງພຣະອົງ. ຂ້ອຍເລີ່ມປະຕິບັດການເວົ້າຢ່າງຊື່ສັດກັບອ້າຍເອື້ອຍນ້ອງ ແລະ ບໍ່ຫຼອກລວງພວກເຂົາ, ແຕ່ຂ້ອຍຍັງກັງວົນ ເມື່ອກຳລັງເຮັດທຸລະກິດ. ຂ້ອຍຮູ້ສຶກວ່າມັນງ່າຍກວ່າທີ່ຈະປະຕິບັດການເປັນຄົນຊື່ສັດກັບອ້າຍເອື້ອຍນ້ອງ, ແຕ່ຖ້າຂ້ອຍເຮັດແບບນັ້ນໃນທຸລະກິດຂອງຂ້ອຍ, ຂ້ອຍຈະມີລາຍໄດ້ໜ້ອຍລົງຫຼາຍ ແລະ ຂ້ອຍອາດເຖິງກັບຈະຕ້ອງປິດກິດຈະການ. ແຕ່ຖ້າຂ້ອຍສືບຕໍ່ສໍ້ໂກງ ແລະ ຫຼອກລວງຜູ້ຄົນຄືແຕ່ກ່ອນ, ນັ້ນຈະບໍ່ຂັດກັບຄວາມປະສົງຂອງພຣະເຈົ້າບໍ? ດັ່ງນັ້ນ, ການປະຕິບັດຂອງຂ້ອຍຄວນເປັນແນວໃດ? ຂ້ອຍຄິດກ່ຽວກັບມັນເປັນເວລາດົນ ແລະ ຄົ້ນພົບການປະນີປະນອມ: ຂ້ອຍຈະເປັນຄົນຊື່ສັດທີ່ຄຣິດຕະຈັກ, ແຕ່ຂ້ອຍຈະສືບຕໍ່ດໍາເນີນທຸລະກິດຕາມປົກກະຕິໃນຮ້ານຂອງຂ້ອຍ.
ມື້ໜຶ່ງ ມີຜູ້ຊາຍສູງອາຍຸຜູ້ໜຶ່ງເຂົ້າມາດ້ວຍໂທລະພາບຂອງລາວ ໂດຍເວົ້າວ່າຮູບພາບເບິ່ງຄືວ່າມົວລົງ. ຂ້ອຍໄດ້ກວດເບິ່ງ ແລະ ເຫັນວ່າທໍ່ສີເກົ່າແລ້ວ ແລະ ຕ້ອງໄດ້ປ່ຽນໃໝ່, ແຕ່ຂ້ອຍບໍ່ໄດ້ບອກຄວາມຈິງແກ່ລາວ. ຂ້ອຍພຽງແຕ່ເພີ່ມແຮງໄຟຟ້າທີ່ເປັນເສັ້ນໃຍຂxນ ເພື່ອວ່າລາວຈະສາມາດນໍາໃຊ້ມັນດົນກວ່າເກົ່າໜ້ອຍໜຶ່ງ, ຫຼັງຈາກນັ້ນ ຂ້ອຍສາມາດປ່ຽນພວກມັນເມື່ອບັນຫາເກີດຂຶ້ນອີກ. ດ້ວຍວິທີນັ້ນ ຂ້ອຍຈະໄດ້ເງິນຕື່ມອີກ 30 ຢວນສຳລັບການສ້ອມແປງ. ສອງອາທິດຕໍ່ມາ, ໂທລະພາບມີບັນຫາແທ້ໆ ແລະ ຜູ້ຊາຍຄົນນັ້ນໄດ້ຂໍໃຫ້ຂ້ອຍສ້ອມແປງມັນຄືນໃໝ່ ໂດຍເວົ້າວ່າຂ້ອຍເຮັດບໍ່ໄດ້ດີ. ຂ້ອຍບອກລາວວ່າທໍ່ສີເກົ່າ ແລະ ຕ້ອງໄດ້ປ່ຽນໃໝ່. ແຕ່ຂ້ອຍກໍປະຫຼາດໃຈທີ່ລາວເບິ່ງທະລຸແຜນການນ້ອຍໆຂອງຂ້ອຍ. ລາວບໍ່ຍອມໃຫ້ຄ່າບໍລິການສ້ອມແປງ 30 ຢວນ ແລະ ໄດ້ກ່າວຕິຕຽນວ່າ “ຊາຍຫນຸ່ມເອີຍ, ການດໍາເນີນທຸລະກິດຈຳເປັນຕ້ອງມີຄວາມຊື່ສັດ. ຢ່າໂລບມາກເກີນໄປ!” ຂ້ອຍຮູ້ສຶກອາຍແທ້ໆໃນເວລານັ້ນ ແຕ່ຫຼັງຈາກນັ້ນກໍປັດມັນຜ່ານໄປໂດຍບໍ່ໄດ້ຄິດຫຍັງອີກ. ຕໍ່ມາ ແມ່ຍິງສູງອາຍຸຜູ້ໜຶ່ງໄດ້ເຂົ້າມາພ້ອມກັບໄມໂຄຣເວບທີ່ເພ ແລະ ຂ້ອຍພົບເຫັນສ່ວນນ້ອຍໆສ່ວນໜຶ່ງທີ່ແຕກໃນໄມໂຄຣເວບນັ້ນ. ຂ້ອຍຄິດວ່າຂ້ອຍສາມາດແກ້ໄຂມັນໄດ້ ແລະ ຫຼັງຈາກນັ້ນກໍຮຽກເກັບຄ່າບໍລິການທີ່ສົມເຫດສົມຜົນ. ແຕ່ຫຼັງຈາກນັ້ນ ຂ້ອຍກໍຄິດວ່າລາວແຕ່ງໂຕຂ້ອນຂ້າງດູດີ, ສະນັ້ນ ການຮຽກເກັບນໍາລາວເພີ່ມອີກໜ້ອຍໜຶ່ງຈະບໍ່ສ້າງບັນຫາຫຼາຍ. ເຈົ້າຕ້ອງຮັບເອົາສິ່ງທີ່ເຈົ້າສາມາດຮັບໄດ້. ແຕ່ສອງສາມມື້ຕໍ່ມາ ລາວໄດ້ກັບມາທີ່ຮ້ານ ແລະ ເວົ້າວ່າ “ເຈົ້າຮຽກເກັບນໍາຂ້ອຍຫຼາຍເກີນໄປສຳລັບໄມໂຄຣເວບນັ້ນ. ມີຄວາມສໍານຶກແດ່. ສະຫວັນເຫັນສິ່ງທີ່ພວກເຮົາເຮັດ!” ຂ້ອຍຮູ້ສຶກບໍ່ດີແທ້ໆຫຼັງຈາກທີ່ຖືກລາວຮ້າຍ ແລະ ຂ້ອຍຄິດອີກຄັ້ງກ່ຽວກັບສິ່ງທີ່ຜູ້ຊາຍຄົນນັ້ນເວົ້າ. ຂ້ອຍຮູ້ສຶກເສຍໃຈຫຼາຍ. ຂ້ອຍຍັງຮູ້ອີກວ່າພຣະເຈົ້າກຳລັງໃຊ້ສິ່ງຕ່າງໆທີ່ຢູ່ອ້ອມຂ້າງຂ້ອຍເພື່ອເຕືອນຂ້ອຍ ເພື່ອວ່າຂ້ອຍຈະໄຕ່ຕອງ ແລະ ຮູ້ຈັກຕົນເອງ.
ຫຼັງຈາກນັ້ນ, ຂ້ອຍໄດ້ອ່ານສິ່ງນີ້ຢູ່ໃນພຣະທຳຂອງພຣະເຈົ້າ: “ບໍ່ວ່າເຈົ້າກຳລັງເຮັດຫຍັງກໍຕາມ, ບໍ່ວ່າເລື່ອງໃດໜຶ່ງຈະໃຫຍ່ ຫຼື ນ້ອຍກໍຕາມ ແລະ ບໍ່ວ່າເຈົ້າເຮັດມັນເພື່ອສຳເລັດໜ້າທີ່ຂອງເຈົ້າໃນຄອບຄົວຂອງພຣະເຈົ້າ ຫຼື ດ້ວຍເຫດຜົນສ່ວນຕົວຂອງເຈົ້າເອງກໍຕາມ, ເຈົ້າຕ້ອງພິຈາລະນາວ່າສິ່ງທີ່ເຈົ້າກຳລັງເຮັດນັ້ນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ຫຼື ບໍ່, ພ້ອມທັງມັນແມ່ນສິ່ງທີ່ບຸກຄົນໃດໜຶ່ງທີ່ມີຄວາມເປັນມະນຸດຄວນເຮັດ ຫຼື ບໍ່. ຖ້າເຈົ້າສະແຫວງຫາຄວາມຈິງແບບນັ້ນໃນທຸກສິ່ງທີ່ເຈົ້າເຮັດ, ແລ້ວເຈົ້າກໍເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າປະຕິບັດກັບທຸກເລື່ອງ ແລະ ຄວາມຈິງທຸກປະການໃນລັກສະນະນີ້ຢ່າງເຄັ່ງຄັດ, ແລ້ວເຈົ້າກໍ່ຈະສາມາດບັນລຸການປ່ຽນແປງໃນອຸປະນິໄສຂອງເຈົ້າ. ບາງຄົນຄິດວ່າ ເມື່ອພວກເຂົາກຳລັງເຮັດບາງສິ່ງທີ່ເປັນການສ່ວນຕົວ, ພວກເຂົາເຮັດໄດ້ພຽງແຕ່ເບິ່ງຂ້າມຄວາມຈິງ, ເຮັດຕາມທີ່ພວກເຂົາປາຖະໜາ ແລະ ເຮັດມັນໃນລັກສະນະໃດກໍ່ຕາມທີ່ເຮັດໃຫ້ພວກເຂົາມີຄວາມສຸກ ແລະ ໃນລັກສະນະໃດກໍ່ຕາມທີ່ເປັນປະໂຫຍດໃຫ້ກັບພວກເຂົາ. ພວກເຂົາບໍ່ໄດ້ຄຳນຶງແມ່ນແຕ່ໜ້ອຍດຽວກ່ຽວກັບວ່າມັນອາດສົ່ງຜົນກະທົບແນວໃດຕໍ່ຄອບຄົວຂອງພຣະເຈົ້າ ຫຼື ພວກເຂົາບໍ່ໄດ້ຄຳນຶງກ່ຽວກັບວ່າສິ່ງທີ່ພວກເຂົາກຳລັງເຮັດເໝາະສົມກັບຄຸນສົມບັດການເປັນໄພ່ພົນ ຫຼື ບໍ່. ໃນທີ່ສຸດແລ້ວ, ຫຼັງຈາກທີີ່ພວກເຂົາສຳເລັດກັບເລື່ອງດັ່ງກ່າວ ພວກເຂົາກໍ່ເລີ່ມມີຄວາມມືດມົວຢູ່ພາຍໃນ ແລະ ຮູ້ສຶກບໍ່ສະບາຍໃຈ, ເຖິງແມ່ນພວກເຂົາບໍ່ຮູ້ເຫດຜົນວ່າເປັນຫຍັງ. ຜົນກຳສະໜອງນີ້ບໍ່ແມ່ນສິ່ງທີ່ສົມຄວນໄດ້ຮັບບໍ? ຖ້າເຈົ້າເຮັດສິ່ງຕ່າງໆທີ່ພຣະເຈົ້າບໍ່ເຫັນດີ, ແລ້ວເຈົ້າກໍ່ໄດ້ເຮັດຜິດຕໍ່ພຣະເຈົ້າ. ຖ້າຄົນໃດໜຶ່ງບໍ່ຮັກຄວາມຈິງ ແລະ ເຮັດສິ່ງຕ່າງໆໂດຍອີງໃສ່ຄວາມປະສົງຂອງພວກເຂົາເອງຢູ່ເລື້ອຍໆ, ແລ້ວພວກເຂົາກໍ່ຈະເຮັດຜິດຕໍ່ພຣະເຈົ້າຢູ່ເລື້ອຍໆ. ໂດຍປົກກະຕິແລ້ວ, ຄົນດັ່ງກ່າວແມ່ນບໍ່ໄດ້ຮັບຄວາມເຫັນດີຈາກພຣະເຈົ້າໃນສິ່ງທີ່ພວກເຂົາເຮັດ ແລະ ຖ້າພວກເຂົາບໍ່ກັບໃຈ, ແລ້ວການລົງໂທດກໍ່ຈະຢູ່ບໍ່ໄກຫຼາຍ” (ຄັດຈາກບົດ “ການສະແຫວງຫາຄວາມປະສົງຂອງພຣະເຈົ້າແມ່ນເພື່ອເຫັນແກ່ການປະຕິບັດຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). “ຈົນກວ່າຜູ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ຮັບເອົາຄວາມຈິງ, ມັນຄືທຳມະຊາດຂອງຊາຕານທີ່ເຂົ້າຄວບຄຸມ ແລະ ມີອຳນາດເໜືອພວກເຂົາຈາກພາຍໃນ. ໂດຍສະເພາະແລ້ວ ທຳມະຊາດນັ້ນນໍາໄປສູ່ຫຍັງ? ຕົວຢ່າງເຊັ່ນ: ເປັນຫຍັງເຈົ້າຈຶ່ງເຫັນແກ່ຕົວ? ເປັນຫຍັງເຈົ້າຈຶ່ງປົກປ້ອງຕໍາແໜ່ງຂອງເຈົ້າເອງ? ເປັນຫຍັງເຈົ້າຈິ່ງມີຄວາມຮູ້ສຶກທີ່ແຮງກ້າເຊັ່ນນັ້ນ? ເປັນຫຍັງເຈົ້າຈຶ່ງເພີດເພີນກັບສິ່ງທີ່ບໍ່ຊອບທຳເຫຼົ່ານັ້ນ? ເປັນຫຍັງເຈົ້າຈຶ່ງມັກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນ? ແມ່ນຫຍັງຄືພື້ນຖານທີ່ເຈົ້າມັກສິ່ງດັ່ງກ່າວ? ສິ່ງເຫຼົ່ານີ້ມາຈາກໃສ? ເປັນຫຍັງເຈົ້າຈຶ່ງມີຄວາມສຸກທີ່ຈະຍອມຮັບເອົາພວກມັນ? ຮອດຕອນນີ້, ພວກເຈົ້າກໍໄດ້ມາເຂົ້າໃຈທັງໝົດວ່າ ເຫດຜົນຫຼັກໆທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ກໍຄືມີພິດຂອງຊາຕານຢຸ່ພາຍໃນຕົວພວກເຈົ້າ. ແຕ່ສຳລັບພິດຂອງຊາຕານແມ່ນຫຍັງນັ້ນ, ມັນສາມາດຖືກສະແດງອອກດ້ວຍຄຳເວົ້າຢ່າງສົມບູນ. ຕົວຢ່າງເຊັ່ນ: ຖ້າເຈົ້າຖາມວ່າ ‘ຜູ້ຄົນຄວນດໍາລົງຊີວິດແບບໃດ? ຜູ້ຄົນຄວນດໍາລົງຊີວິເພື່ອຫຍັງ’ ຜູ້ຄົນຈະຕອບວ່າ ‘ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’. ວະລີໜຶ່ງຢ່າງນີ້ສຳແດງເຖິງຮາກແທ້ຂອງບັນຫາ. ປັດຊະຍາຂອງຊາຕານໄດ້ກາຍມາເປັນຊີວິດຂອງຜູ້ຄົນ. ບໍ່ວ່າຜູ້ຄົນຈະສະແຫວງຫາຫຍັງກໍ່ຕາມ, ພວກເຂົາກໍ່ເຮັດມັນເພື່ອຕົນເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງດໍາລົງຊີວິດເພື່ອຕົນເອງເທົ່ານັ້ນ. ‘ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’, ນີ້ແມ່ນຊີວິດ ແລະ ປັດຊະຍາຂອງມະນຸດ ແລະ ມັນຍັງເປັນຕົວແທນໃຫ້ແກ່ທຳມະຊາດຂອງມະນຸດ. ຄຳເວົ້າເຫຼົ່ານີ້ຂອງຊາຕານແມ່ນພິດຂອງຊາຕານແທ້ໆ ແລະ ເມື່ອຜູ້ຄົນໄດ້ຊຶມຊັບມັນ, ມັນກໍກາຍມາເປັນທຳມະຊາດຂອງພວກເຂົາ. ທຳມະຊາດຂອງຊາຕານແມ່ນຖືກເປີດໂປງຜ່ານຄຳເວົ້າເຫຼົ່ານີ້; ພວກມັນເປັນຕົວແທນໃຫ້ກັບທຳມະຊາດນັ້ນຢ່າງສົມບູນ. ພິດນີ້ໄດ້ກາຍມາເປັນຊີວິດຂອງຜູ້ຄົນ ພ້ອມທັງເປັນພື້ນຖານການເປັນຢູ່ຂອງພວກເຂົາ ແລະ ມະນຸດຊາດທີ່ເສື່ອມຊາມໄດ້ຖືກຄອບງວໍາໂດຍພິດນີ້ຢ່າງສະໝໍ່າສະເໝີເປັນເວລາຫຼາຍພັນປີ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຍ່າງໃນເສັ້ນທາງຂອງເປໂຕ). ເມື່ອໄດ້ອ່ານສິ່ງນີ້, ຂ້ອຍສາມາດເຫັນໄດ້ຢ່າງແທ້ໆວ່າພຣະວິນຍານຂອງພຣະເຈົ້າເຫັນທຸກສິ່ງ. ຂ້ອຍບໍ່ເຄີຍແບ່ງປັນຄວາມຮູ້ສຶກພາຍໃນທີ່ສຸດຂອງຂ້ອຍກັບຜູ້ໃດຜູ້ໜຶ່ງ, ແຕ່ພວກມັນໄດ້ຖືກເປີດເຜີຍຢ່າງສົມບູນໃນພຣະທຳຂອງພຣະເຈົ້າ. ຂ້ອຍເຂົ້າໃຈຈາກພຣະທຳຂອງພຣະເຈົ້າວ່າ ພຣະອົງຮຽກຮ້ອງໃຫ້ພວກເຮົາມອບຫົວໃຈຂອງພວກເຮົາໃຫ້ກັບພຣະອົງ. ບໍ່ວ່າພວກເຮົາຈະປະຕິບັດໜ້າທີ່ຂອງພວກເຮົາໃນເຮືອນຂອງພຣະເຈົ້າ ຫຼື ຈັດການກັບເລື່ອງສ່ວນຕົວຂອງພວກເຮົາເອງ, ພວກເຮົາຈຳເປັນຕ້ອງປະຕິບັດຕາມພຣະທຳຂອງພຣະອົງ. ແຕ່ຂ້ອຍໄດ້ເລືອກປະຕິບັດຄວາມຈິງໃນຊີວິດຂອງຂ້ອຍ. ຂ້ອຍເຫັນພຣະເຈົ້າ ແລະ ອ້າຍເອື້ອຍນ້ອງມັກມັນ ເມື່ອຂ້ອຍຊື່ສັດໃນການປະຕິບັດໃນຄຣິດຕະຈັກ, ສະນັ້ນ ຂ້ອຍຈຶ່ງເຕັມໃຈທີ່ຈະເຮັດແບບນັ້ນ. ແຕ່ໃນທຸລະກິດຂອງຂ້ອຍ, ຂ້ອຍຄິດວ່າຂ້ອຍຈະສູນເສຍເງິນ ແລະ ມັນຈະບໍ່ຮັບໃຊ້ຜົນປະໂຫຍດຂອງຂ້ອຍ, ສະນັ້ນ ຂ້ອຍຈຶ່ງບໍ່ໄດ້ເຮັດ. ຂ້ອຍເຫັນວ່າຂ້ອຍພຽງແຕ່ພິຈາລະນາຜົນປະໂຫຍດສ່ວນຕົວຂອງຂ້ອຍ. ຂ້ອຍຮູ້ວ່າການຫຼອກລວງບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ແຕ່ຂ້ອຍຍັງເຮັດໃນສິ່ງທີ່ຂ້ອຍຕ້ອງການ, ສິ່ງທີ່ຈະຮັບໃຊ້ຜົນປະໂຫຍດຂອງຂ້ອຍເອງ. ນັ້ນຄືການເປັນຄົນທີ່ມີຄວາມເຊື່ອໄດ້ແນວໃດ? ຫຼັງຈາກນັ້ນ ມັນກໍເລີ່ມສ່ອງແສງໃຫ້ແກ່ຂ້ອຍຢ່າງແທ້ຈິງວ່າ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ” ແລະ “ມະນຸດຈະເຮັດຫຍັງກໍຕາມເພື່ອໃຫ້ລໍ້າລວຍ” ແມ່ນກົດລະບຽບຂອງຊາຕານສໍາລັບການຢູ່ລອດທີ່ໄດ້ຈັບກຸມເອົາຂ້ອຍ ແລະ ກາຍມາເປັນທຳມຊາດຂອງຂ້ອຍ. ຂ້ອຍຄິດວ່າຂ້ອຍບໍ່ສາມາດດຳລົງຊີວິດຕໍ່ໄດ້ ຖ້າຂ້ອຍບໍ່ໄດ້ດໍາລົງຊີວິດຕາມພວກມັນ. ແຕ່ໃນຄວາມເປັນຈິງແລ້ວ, ໂດຍການດໍາລົງຊີວິດແບບນັ້ນ, ຂ້ອຍພຽງແຕ່ໄດ້ຮັບຜົນປະໂຫຍດບາງຢ່າງສ່ວນຕົວ ແລະ ຄວາມເພີດເພີນທາງວັດຖຸ. ແຕ່ມັນເປັນວິທີການທີ່ຊົ່ວຮ້າຍໃນການດໍາລົງຊີວິດ ໂດຍບໍ່ມີກຽດສັກສີໃດເລີຍ. ຜູ້ຄົນບໍ່ພໍໃຈ ແລະ ລັງກຽດຂ້ອຍ ແລະ ພຣະເຈົ້າຍິ່ງກຽດຊັງ ແລະ ລັງກຽດຂ້ອຍຫຼາຍກວ່າ. ຂ້ອຍໄດ້ຄິດເຖິງສິ່ງທີ່ພຣະເຢຊູເຈົ້າໄດ້ກ່າວວ່າ: “ແລ້ວເວົ້າວ່າ ເຮົາເວົ້າກັບເຈົ້າແທ້ໆ ນອກຈາກເຈົ້າຈະກັບໃຈໃໝ່ ແລະ ກາຍມາເປັນຄືກັບເດັກນ້ອຍ ເຈົ້າຈະບໍ່ເຂົ້າສູ່ອະນາຈັກສະຫວັນເລີຍ” (ມັດທາຍ 18:3). ແລ້ວພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວວ່າ: “ຈົ່ງຢຸດມີຄວາມຄິດ ແລະ ການຄໍານວນເຫຼົ່ານັ້ນຂອງພວກເຈົ້າໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະ ຈົ່ງເລີ່ມປະຕິບັດກັບຄວາມຮຽກຮ້ອງຂອງເຮົາດ້ວຍຄວາມຈິງຈັງ. ບໍ່ສະນັ້ນ, ເຮົາຈະຫັນປ່ຽນທຸກໆຄົນໃຫ້ເປັນຂີ້ເຖົ່າ ເພື່ອສິ້ນສຸດພາລະກິດຂອງເຮົາ ແລະ ຢ່າງໜ້ອຍກໍປ່ຽນແປງພາລະກິດ ແລະ ທີ່ບໍ່ດີທີ່ສຸດກໍ່ຄືປ່ຽນພາລະກິດ ແລະ ການທົນທຸກເປັນເວລາຫຼາຍປີຂອງເຮົາໃຫ້ແກ່ເປັນສິ່ງທີ່ໄຮ້ຄວາມໝາຍ ເນື່ອງຈາກວ່າ ເຮົາບໍ່ສາມາດນໍາສັດຕູ ແລະ ຜູ້ຄົນທີ່ມີກິ່ນອາຍຂອງຄວາມຊົ່ວຮ້າຍຄືດັ່ງຊາຕານເຂົ້າມາໃນອານາຈັກຂອງເຮົາ ແລະ ເຂົ້າໄປສູ່ຍຸກຕໍ່ໄປ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເຮັດຜິດຈະນໍາພາມະນຸດໄປສູ່ນະຮົກ). ພຣະເຈົ້າບໍລິສຸດ ແລະ ຊອບທຳ ແລະ ພຣະອົງຕ້ອງການໄດ້ຮັບຄົນຊື່ສັດ. ຄົນທີ່ເວົ້າຕົວະ ແລະ ຫຼອກລວງຢູ່ສະເໝີ, ຄົນທີ່ມີອຸປະນິໄສຂອງຊາຕານ, ຄົນທີ່ຕໍ່ຕ້ານພຣະເຈົ້າໂດຍທໍາມະຊາດ ແລະ ປະຕິເສດທີ່ຈະກັບໃຈ ຈະຖືກພຣະເຈົ້າທໍາລາຍ. ພວກເຂົາຈະບໍ່ເຂົ້າໄປໃນອານາຈັກຂອງພຣະອົງຈັກເທື່ອ. ຖ້າຂ້ອຍຍັງບໍ່ກັບໃຈ, ແຕ່ສືບຕໍ່ດໍາລົງຊີວິດຕາມປັດຊະຍາ ແລະ ກົດລະບຽບຂອງຊາຕານ, ຄົດໂກງ ແລະ ເຮັດສິ່ງທີ່ບໍ່ຍຸຕິທໍາ, ຂ້ອຍຈະຈົບລົງໂດຍການຖືກກຳຈັດ. ໃນຄວາມຄິດນັ້ນ, ຂ້ອຍໄດ້ອະທິຖານຫາພຣະເຈົ້າຢ່າງໄວວາວ່າ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຂ້ານ້ອຍເຊື່ອໃນພຣະອົງ, ແຕ່ພຣະອົງບໍ່ມີບ່ອນຢູ່ໃນຫົວໃຈຂອງຂ້ອຍ. ຂ້ານ້ອຍຍັງດຳເນີນຊີວິດຕາມກົດລະບຽບຂອງຊາຕານ. ຂ້ານ້ອຍບໍ່ຕ້ອງການຫຼອກລວງອີກຕໍ່ໄປ. ຂ້ານ້ອຍຕ້ອງການກັບໃຈ ແລະ ເປັນຄົນຊື່ສັດ”.
ຄັ້ງໜຶ່ງຫຼັງຈາກນັ້ນ, ໄວໜຸ່ມສອງສາມຄົນໄດ້ເອົາໂທລະພາບເຂົ້າມາໃນຮ້ານຂອງຂ້ອຍເພື່ອແປງມັນ. ໃນຂະນະທີ່ຂ້ອຍກຳລັງແປງມັນ, ຂ້ອຍໄດ້ຍິນພວກເຂົາລົມກັນຢູ່ຂ້າງນອກຢ່າງງຽບໆວ່າ: “ພວກເຮົາຈະບໍ່ເສຍເວລາສອງມື້ ຖ້າພວກເຮົາຮູ້ວ່າບ່ອນນັ້ນບໍ່ດີ. ມາເບິ່ງກັນວ່າຊາຍຄົນນີ້ສາມາດແປງມັນໄດ້ ຫຼື ບໍ່”. ເມື່ອໄດ້ຍິນແບບນີ້, ຂ້ອຍກໍຄິດວ່າ, “ເຈົ້າຂອງຮ້ານຄົນອື່ນຈະພະຍາຍາມທຳຮ້າຍ ຖ້າພວກເຂົາໄດ້ຍິນແບບນັ້ນ, ສະນັ້ນ ຂ້ອຍຈຶ່ງສາມາດຮ້ອງຂໍໃຫ້ພວກເຂົາຈ່າຍເພີ່ມຕື່ມອີກ 20 ຫຼື 30 ຢວນຢ່າງງ່າຍດາຍ. ມັນຈະເປັນສິ່ງທີ່ໜ້າເສຍດາຍທີ່ຈະບໍ່ເອົາເງິນທີ່ຕົກຢູ່ເທິງຕັກຂອງຂ້ອຍ. ຂ້ອຍສາມາດເປັນຄົນຊື່ສັດໃນຄັ້ງຕໍ່ໄປ. ພຣະເຈົ້າຈະບໍ່ຄັດຄ້ານ ເພາະຂ້ອຍບໍ່ໄດ້ປະຕິບັດຄວາມຈິງພຽງແຕ່ຄັ້ງນີ້ຄັ້ງດຽວ”. ແຕ່ຫຼັງຈາກນັ້ນ ຂ້ອຍກໍຈື່ສິ່ງທີ່ຂ້ອຍຕັດສິນໃຈຕໍ່ໜ້າພຣະເຈົ້າ ແລະ ຂ້ອຍຄິດເຖິງພຣະທຳຂອງພຣະເຈົ້າທີ່ວ່າ: “ຖ້າຄົນໃດໜຶ່ງບໍ່ຮັກຄວາມຈິງ ແລະ ເຮັດສິ່ງຕ່າງໆໂດຍອີງໃສ່ຄວາມປະສົງຂອງພວກເຂົາເອງຢູ່ເລື້ອຍໆ, ແລ້ວພວກເຂົາກໍ່ຈະເຮັດຜິດຕໍ່ພຣະເຈົ້າຢູ່ເລື້ອຍໆ. ໂດຍປົກກະຕິແລ້ວ, ຄົນດັ່ງກ່າວແມ່ນບໍ່ໄດ້ຮັບຄວາມເຫັນດີຈາກພຣະເຈົ້າໃນສິ່ງທີ່ພວກເຂົາເຮັດ ແລະ ຖ້າພວກເຂົາບໍ່ກັບໃຈ, ແລ້ວການລົງໂທດກໍ່ຈະຢູ່ບໍ່ໄກຫຼາຍ” (ຄັດຈາກບົດ “ການສະແຫວງຫາຄວາມປະສົງຂອງພຣະເຈົ້າແມ່ນເພື່ອເຫັນແກ່ການປະຕິບັດຄວາມຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ຂ້ອຍຮູ້ສຶກວ່ານັ້ນຄືການທີ່ພຣະເຈົ້າເຕືອນຂ້ອຍ. ຂ້ອຍບໍ່ສາມາດສືບຕໍ່ເຮັດຜິດໂດຍເຈດຕະນາ. ຂ້ອຍຕ້ອງກັບໃຈ ແລະ ເປັນຄົນຊື່ສັດ. ແລ້ວດ້ວຍເຫດນັ້ນ, ຂ້ອຍຈຶ່ງເກັບຄ່າບໍລິການປົກກະຕິຫຼັງຈາກທີ່ຂ້ອຍໄດ້ແປງໂທລະພາບ. ເມື່ອຂ້ອຍເຫັນຮອຍຍິ້ມທີ່ມີຄວາມສຸກເທິງໃບໜ້າຂອງລູກຄ້າ, ຂ້ອຍກໍຮູ້ສຶກວ່າ ການເປີດເຜີຍ ແລະ ກົງໄປກົງມາເປັນວິທີການດໍາລົງຊີວິດທີ່ເປັນອິດສະຫຼະຫຼາຍກວ່າ.
ອີກຄັ້ງໜຶ່ງເມື່ອຂ້ອຍແປງໂທລະພາບຂອງແມ່ຍິງຄົນໜຶ່ງ, ຄ່າສ້ອມແປງແມ່ນ 50 ຢວນ, ແຕ່ລາວໃຫ້ຂ້ອຍ 100 ຢວນ ແລະ ບໍ່ຕ້ອງການເງິນທອນ. ເຖິງແນວໃດກໍຕາມ, ຂ້ອຍປະຕິເສດ, ຂ້ອຍຮູ້ສຶກມຶນງົງ. ເປັນຫຍັງລາວຈຶ່ງເປັນຄົນໃຈກວ້າງຫຼາຍແທ້? ຫຼັງຈາກນັ້ນ ລາວກໍບອກຂ້ອຍວ່າ “ຄົນທຳອິດທີ່ຂ້ອຍໄປຫາເວົ້າວ່າຈະປ່ຽນແຜງຫຼັກ ແລະ ຕ້ອງການເງິນ 400 ຢວນເພື່ອປ່ຽນມັນ, ແຕ່ຂ້ອຍບໍ່ຕົກລົງກັບຂໍ້ສະເໜີນັ້ນ. ຕໍ່ມາ ຄົນຮູ້ຈັກໄດ້ແນະນຳເຈົ້າ ໂດຍບອກວ່າເຈົ້າຊື່ສັດ ແລະ ຈະບໍ່ເກັບເງິນກັບລູກຄ້າເກີນ. ດຽວນີ້ ຂ້ອຍສາມາດເຫັນວ່າມັນເປັນຈິງແທ້ໆ”. ເມື່ອໄດ້ຍິນລາວເວົ້າແນວນີ້, ຂ້ອຍກໍຄິດວ່າ, “ມັນບໍ່ແມ່ນວ່າຂ້ອຍເປັນຄົນດີເລີຍ, ມັນເປັນພຣະທຳຂອງພຣະເຈົ້າທີ່ປ່ຽນແປງຂ້ອຍ ເພື່ອວ່າຂ້ອຍຈະສາມາດດໍາລົງຊີວິດຕາມລັກສະນະຂອງມະນຸດ”.
ທັດສະນະຂອງຂ້ອຍຕໍ່ກັບສິ່ງຕ່າງໆຍັງໄດ້ປ່ຽນຈາກການອ່ານພຣະທຳຂອງພຣະເຈົ້າ ແລະ ການປະຕິບັດເປັນຄົນຊື່ສັດ. ຂ້ອຍເຄີຍຄິດວ່າບໍ່ມີທາງທີ່ຈະເປັນນັກທຸລະກິດທີ່ຊື່ສັດ, ຂ້ອຍບໍ່ສາມາດຫາເງິນໄດ້ ແລະ ຂ້ອຍຈະດຳເນີນທຸລະກິດໂດຍຂາດທຶນ ແລະ ຕ້ອງປິດກິດຈະການ. ແຕ່ຫຼັງຈາກທີ່ຂ້ອຍໄດ້ເລີ່ມເປັນຄົນຊື່ສັດຕາມພຣະທຳຂອງພຣະເຈົ້າ, ຂ້ອຍບໍ່ພຽງແຕ່ບໍ່ໄດ້ດຳເນີນທຸລະກິດໂດຍຂາດທຶນ, ແຕ່ຍັງມີລູກຄ້າຫຼາຍຂຶ້ນໃນແຕ່ລະມື້. ບາງຄົນເຖິງກັບມາຈາກບ່ອນຫ່າງໄກແທ້ໆ, ທຸກຄົນເວົ້າວ່າບາງຄົນໄດ້ແນະນໍາພວກເຂົາ. ຂ້ອຍບໍ່ເຄີຍໂຄສະນາໃນທາງໃດໆ ຫຼື ຂໍຄົນອື່ນໃຫ້ເຮັດທຸລະກິດຕາມວິທີຂອງຂ້ອຍ. ມັນລ້ວນແລ້ວແຕ່ເປັນເພາະວ່າຂ້ອຍປະຕິບັດພຣະທຳຂອງພຣະເຈົ້າ, ເພາະວ່າຂ້ອຍຊື່ສັດ ແລະ ມີຄວາມຊື່ສັດດັ່ງທີ່ພຣະເຈົ້າຕ້ອງການ, ພຽງແຕ່ຫາເງິນທີ່ຊື່ສັດ, ຂ້ອຍໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າ. ມັນເປັນພອນຂອງພຣະເຈົ້າແທ້ໆຈາກການປະຕິບັດຄວາມຈິງ. ສິ່ງນີ້ເຮັດໃຫ້ຂ້ອຍຄິດເຖິງອີກຂໍ້ຄວາມໃນພຣະທຳຂອງພຣະເຈົ້າ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເມື່ອຜູ້ຄົນດຳລົງຊີວິດຢູ່ໃນໂລກນີ້, ພາຍໃຕ້ອິດທິພົນແຫ່ງຄວາມເສື່ອມຊາມຂອງຊາຕານ, ມັນເປັນໄປບໍ່ໄດ້ທີ່ພວກເຂົາຈະເປັນຄົນສັດຊື່; ພວກເຂົາສາມາດກາຍເປັນຄົນຫຼອກລວງຫຼາຍຂຶ້ນເທົ່ານັ້ນ. ແນວໃດກໍຕາມ, ພວກເຮົາສາມາດ ຫຼື ພວກເຮົາບໍ່ສາມາດດຳລົງຢູ່ໃນໂລກນີ້ຖ້າພວກເຮົາກາຍເປັນຄົນສັດຊື່ບໍ? ພວກເຮົາຈະບໍ່ຖືກຄົນອື່ນເຮັດໃຫ້ດ້ອຍຄ່າບໍ? ບໍ່; ພວກເຮົາຈະມີຊີວິດຢູ່ຄືແຕ່ກ່ອນ. ນີ້ກໍຍ້ອນວ່າ ພວກເຮົາບໍ່ໄດ້ອີງໃສ່ການທໍລະຍົດເພື່ອກິນ ຫຼື ຫາຍໃຈ. ກົງກັນຂ້າມ, ພວກເຮົາດຳລົງຊີວິດໂດຍລົມຫາຍໃຈ ແລະ ຊີວິດທີ່ພຣະເຈົ້າປະທານໃຫ້. ມັນເປັນພຽງແຕ່ວ່າພວກເຮົາໄດ້ຍອມຮັບຄວາມຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ມີກົດລະບຽບໃໝ່ສໍາລັບວິທີການດໍາລົງຊີວິດ ແລະ ເປົ້າໝາຍຊີວິດໃໝ່ ເຊິ່ງຈະນໍາໄປສູ່ການປ່ຽນແປງໃນພື້ນຖານຂອງຊີວິດພວກເຮົາ; ມັນເປັນພຽງແຕ່ວ່າພວກເຮົາກໍາລັງປ່ຽນແປງແບບແຜນ ແລະ ວິທີການດໍາລົງຊີວິດເພື່ອໃຫ້ພວກເຮົາສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ສະແຫວງຫາຄວາມລອດພົ້ນ. ນີ້ບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ພວກເຮົາກິນທາງຮ່າງກາຍ, ສິ່ງທີ່ພວກເຮົາໃສ່ ຫຼື ບ່ອນທີ່ພວກເຮົາອາໄສຢູ່; ມັນເປັນຄວາມຕ້ອງການຝ່າຍວິນຍານຂອງພວກເຮົາ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ການປະຕິບັດທີ່ເປັນພື້ນຖານທີ່ສຸດຂອງການເປັນຄົນສັດຊື່). ຂອບຄຸນພຣະເຈົ້າ!