ບົດທີ 46

ໃນບັນດາພຣະທຳເຫຼົ່ານີ້, ບໍ່ມີຂໍ້ໃດທີ່ບໍ່ສາມາດລືມໄດ້ຫຼາຍໄປກວ່າພຣະທຳໃນປັດຈຸບັນ. ທີ່ຜ່ານມາ ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍສະພາວະຂອງມະນຸດ ຫຼື ຄວາມເລິກລັບແຫ່ງສະຫວັນ, ແຕ່ຖ້ອຍຄຳນີ້ກໍບໍ່ຄືກັບຖ້ອຍຄຳທີ່ຢູ່ໃນອະດີດ. ມັນບໍ່ໄດ້ເຍາະເຍີ້ຍ ຫຼື ຫົວຂວັນໃສ່, ແຕ່ເປັນສິ່ງທີ່ບໍ່ໄດ້ຄາດຫວັງໄວ້ແທ້ໆ: ພຣະເຈົ້ານັ່ງລົງ ແລະ ລົມກັບຜູ້ຄົນຢ່າງງຽບໆ. ເຈດຕະນາຂອງພຣະອົງແມ່ນຫຍັງ? ເຈົ້າເຫັນຫຍັງເມື່ອພຣະເຈົ້າເວົ້າວ່າ “ໃນປັດຈຸບັນ, ເຮົາໄດ້ເລີ່ມຕົ້ນພາລະກິດໃໝ່ເໜືອຈັກກະວານ. ເຮົາໄດ້ມອບການເລີ່ມຕົ້ນໃໝ່ໃຫ້ກັບຜູ້ຄົນຢູ່ເທິງແຜ່ນດິນໂລກ ແລະ ຂໍໃຫ້ພວກເຂົາທຸກຄົນຍ້າຍອອກຈາກເຮືອນຂອງເຮົາ. ຍ້ອນຜູ້ຄົນມັກໃສ່ໃຈພວກເຂົາເອງຢູ່ສະເໝີ, ເຮົາຈຶ່ງແນະແນະໃຫ້ພວກເຂົາຮູ້ຈັກຖານະຕົນເອງ ແລະ ບໍ່ລົບກວນພາລະກິດຂອງເຮົາຢູ່ຕະຫຼອດ”? ແລ້ວແມ່ນຫຍັງຄື “ການເລີ່ມຕົ້ນໃໝ່” ນີ້ທີ່ພຣະເຈົ້າກ່າວເຖິງ? ຜ່ານມາ ພຣະເຈົ້າກໍໄດ້ແນະນຳໃຫ້ຜູ້ຄົນໜີໄປ, ແຕ່ຕອນນັ້ນ ເຈດຕະນາຂອງພຣະເຈົ້າແມ່ນເພື່ອທົບສອບຄວາມເຊື່ອຂອງພວກເຂົາ. ສະນັ້ນ ໃນປັດຈຸບັນ ເມື່ອພຣະອົງເວົ້າໃນນໍ້າສຽງຕ່າງເກົ່າ, ພຣະອົງເປັນຈິງ ຫຼື ຈອມປອມ? ກ່ອນໜ້ານີ້, ຜູ້ຄົນບໍ່ຮູ້ຈັກເຖິງການທົດລອງທີ່ພຣະເຈົ້າກ່າວເຖິງ. ພຽງແຕ່ຜ່ານຂັ້ນຕອນຂອງພາລະກິດຂອງຜູ້ບໍລິການ ຕາຂອງພວກເຂົາຈຶ່ງເຫັນ ແລະ ພວກເຂົາຈຶ່ງຜະເຊີນການທົດລອງຂອງພຣະເຈົ້າເປັນການສ່ວນຕົວ. ສະນັ້ນ ຕັ້ງແຕ່ເວລານັ້ນເປັນຕົ້ນມາ ເນື່ອງຈາກຕົວຢ່າງຂອງການທົດລອງຫຼາຍຮ້ອຍຄັ້ງຂອງເປໂຕ, ຜູ້ຄົນຈຶ່ງເຂົ້າໃຈຜິດຢູ່ສະເໝີ ໂດຍເຊື່ອວ່າ “ມັນເປັນການທົດລອງຂອງພຣະເຈົ້າ”. ຍິ່ງໄປກວ່ານັ້ນ ໃນພຣະທຳຂອງພຣະເຈົ້າ ຄວາມຈິງໄດ້ເກີດຂຶ້ນໜ້ອຍທີ່ສຸດ. ເມື່ອເປັນດັ່ງນັ້ນ ຜູ້ຄົນຈຶ່ງຍິ່ງຈົມເລິກລົງໄປໃນຄວາມເຊື່ອທີ່ງົມງວາຍຫຼາຍກວ່າເກົ່າກ່ຽວກັບການທົດລອງຂອງພຣະເຈົ້າ ແລະ ສະນັ້ນ ໃນພຣະທຳທຸກຂໍ້ທີ່ພຣະເຈົ້າກ່າວ ພວກເຂົາບໍ່ເຄີຍເຊື່ອວ່ານີ້ເປັນພາລະກິດແຫ່ງຄວາມຈິງທີ່ພຣະເຈົ້າໄດ້ປະຕິບັດ; ກົງກັນຂ້າມ ພວກເຂົາເຊື່ອວ່າ ພຣະເຈົ້າບໍ່ມີຫຍັງເຮັດ ເລີຍໃຊ້ພຣະທຳເພື່ອທົດສອບມະນຸດໂດຍສະເພາະ. ມັນແມ່ນທ່າມກາງການທົດລອງດັ່ງກ່າວ ເຊິ່ງສ້າງຄວາມສິ້ນຫວັງ ແລະ ພ້ອມນັ້ນ ກໍເບິ່ງຄືກັບວ່າໃຫ້ຄວາມຫວັງ, ຜູ້ຄົນຈຶ່ງຕິດຕາມ ແລະ ສະນັ້ນ ຫຼັງຈາກທີ່ພຣະເຈົ້າເວົ້າວ່າ “ທຸກຄົນທີ່ຄົງຢູ່ອາດຈະທົນທຸກກັບຄວາມໂຊກຮ້າຍ ແລະ ຄວາມໂຊກດີເລັກໜ້ອຍ”, ຜູ້ຄົນກໍຍັງອຸທິດຄວາມສົນໃຈຂອງພວກເຂົາໃນການຕິດຕາມ ແລະ ດ້ວຍເຫດນັ້ນກໍບໍ່ມີເຈດຕະນາທີ່ຈະໜີໄປ. ຜູ້ຄົນຕິດຕາມໃນທ່າມກາງພາບລວງຕາດັ່ງກ່າວ ແລະ ບໍ່ມີພວກເຂົາແມ່ນແຕ່ຄົນດຽວທີ່ກ້າໝັ້ນໃຈໄດ້ວ່າ ສິ່ງນີ້ບໍ່ມີຄວາມຫວັງ ເຊິ່ງນີ້ເປັນສ່ວນໜຶ່ງຂອງການພິສູດໃຫ້ເຫັນເຖິງໄຊຊະນະຂອງພຣະເຈົ້າ. ມຸມມອງຂອງພຣະເຈົ້າສະແດງໃຫ້ເຫັນວ່າພຣະອົງວາງແຜນໃຫ້ທຸກຄົນຮັບໃຊ້ພຣະອົງ. ພາບລວງຕາຂອງຜູ້ຄົນສົ່ງເສີມໃຫ້ພວກເຂົາບໍ່ໜີຈາກພຣະເຈົ້າ, ບໍ່ວ່າຈະເປັນເວລາໃດ ຫຼື ສະຖານທີ່ໃດກໍຕາມ ແລະ ສະນັ້ນ ໃນລະຫວ່າງຂັ້ນຕອນນີ້ ພຣະເຈົ້າຈຶ່ງໃຊ້ຄວາມບໍ່ສົມບູນຂອງຜູ້ຄົນເປັນແຮງຜັກດັນເພື່ອເຮັດໃຫ້ພວກເຂົາປະຈັກພະຍານໃຫ້ກັບພຣະອົງ ເຊິ່ງເປັນຄວາມໝາຍທີ່ເລິກເຊິ່ງເມື່ອພຣະເຈົ້າເວົ້າວ່າ “ເຮົາໄດ້ຮັບເອົາຄົນບາງສ່ວນ”. ຊາຕານໃຊ້ແຮງຜັກດັນຂອງມະນຸດເພື່ອສ້າງຄວາມປັ່ນປ່ວນ, ໃນຂະນະທີ່ພຣະເຈົ້າໃຊ້ແຮງຜັກດັນຂອງມະນຸດເພື່ອເຮັດໃຫ້ເຂົາຮັບໃຊ້ ເຊິ່ງເປັນຄວາມໝາຍແທ້ຈິງໃນພຣະທຳຂອງພຣະເຈົ້າທີ່ວ່າ “ພວກເຂົາຈິນຕະນາການວ່າ ພວກເຂົາສາມາດໃຊ້ອຸບາຍເພື່ອຫາທາງເຂົ້າ, ແຕ່ເມື່ອພວກເຂົາຍື່ນບັດຜ່ານເຂົ້າປະຕູປອມຂອງພວກເຂົາໃຫ້ກັບເຮົາ, ເຮົາກໍໂຍນພວກເຂົາຖິ້ມໃນຂຸມໄຟໃນທີ່ນັ້ນ ແລະ ຫຼັງຈາກນັ້ນ ເມື່ອໄດ້ເຫັນເຖິງ ‘ຄວາມພະຍາຍາມຢ່າງເຈັບປວດ’ ຂອງພວກເຂົາເອງເຜົາໄໝ້, ພວກເຂົາກໍສູນເສຍຄວາມຫວັງ”. ພຣະເຈົ້າວາງແຜນທຸກສິ່ງເພື່ອເຮັດໃຫ້ພວກເຂົາຮັບໃຊ້ ແລະ ສະນັ້ນ ພຣະເຈົ້າຈຶ່ງຫຼີກເວັ້ນຄວາມຄິດເຫັນທີ່ຫຼາກຫຼາຍຂອງມະນຸດ, ແຕ່ບອກຢ່າງກ້າຫານໃຫ້ຜູ້ຄົນຈາກໄປ; ນີ້ແມ່ນຄວາມມະຫັດສະຈັນ ແລະ ສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າ, ຮວບຮວມເອົາຖ້ອຍຄໍາທີ່ສັດຊື່ ແລະ ວິທີການເຂົ້າເປັນໜຶ່ງດຽວ, ແລ້ວປ່ອຍໃຫ້ຜູ້ຄົນມຶນງົງ ແລະ ບໍ່ຮູ້ທາງໄປ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ພຣະເຈົ້າກຳລັງຮຽກຮ້ອງໃຫ້ຜູ້ຄົນຍ້າຍອອກຈາກເຮືອນຂອງພຣະອົງຢ່າງແທ້ຈິງ, ສິ່ງນີ້ບໍ່ແມ່ນການທົດລອງບາງຢ່າງ ແລະ ພຣະເຈົ້າກໍໃຊ້ໂອກາດນີ້ເພື່ອເວົ້າວ່າ “ແຕ່ເຮົາຍັງບອກຜູ້ຄົນວ່າ ເມື່ອພວກເຂົາລົ້ມເຫຼວໃນການຮັບພອນ, ບໍ່ມີໃຜສາມາດຕໍ່ວ່າເຮົາໄດ້”. ບໍ່ມີໃຜເຂົ້າໃຈວ່າພຣະທຳຂອງພຣະເຈົ້າເປັນຈິງ ຫຼື ຈອມປອມ, ແຕ່ພຣະເຈົ້າກໍໃຊ້ໂອກາດນີ້ເພື່ອເຮັດໃຫ້ຜູ້ຄົນໝັ້ນຄົງ, ເພື່ອກຳຈັດຄວາມປາຖະໜາຢາກໜີອອກຈາກໃຈພວກເຂົາ. ສະນັ້ນ ຖ້າມື້ໜຶ່ງ ພວກເຂົາຖືກສາບແຊ່ງ, ພວກເຂົາກໍຈະຖືກເຕືອນລ່ວງໜ້າໂດຍພຣະທຳຂອງພຣະເຈົ້າ, ຄືກັບທີ່ຜູ້ຄົນເວົ້າວ່າ “ຄຳເວົ້າທີ່ບໍ່ມ່ວນຕໍ່ຫູແມ່ນຄຳເວົ້າທີ່ຫວັງດີ”. ໃນປັດຈຸບັນ, ຄວາມຮັກຂອງຜູ້ຄົນສຳລັບພຣະເຈົ້າແມ່ນຈິງຈັງ ແລະ ຈິງໃຈ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ສາມາດບອກໄດ້ວ່າໃນພຣະທຳນັ້ນເປັນຈິງ ຫຼື ຈອມປອມ, ພວກເຂົາຖືກເອົາຊະນະ ແລະ ມາຮັກພຣະເຈົ້າ ດ້ວຍເຫດນັ້ນພຣະເຈົ້າຈຶ່ງກ່າວວ່າ “ເຮົາໄດ້ເຮັດໃຫ້ພາລະກິດທີ່ຍິ່ງໃຫຍ່ຂອງເຮົາສຳເລັດແລ້ວ”. ເມື່ອພຣະເຈົ້າເວົ້າວ່າ “ເຮົາຫວັງວ່າພວກເຂົາຈະຄົ້ນພົບເສັ້ນທາງຂອງພວກເຂົາເອງໃນການຢູ່ລອດ ແລະ ເຮົາບໍ່ມີອຳນາດໃນສິ່ງນີ້”, ສິ່ງນີ້ກໍຄືຄວາມເປັນຈິງແຫ່ງຖ້ອຍຄຳຂອງພຣະເຈົ້າໃນບັນດາພຣະທຳເຫຼົ່ານີ້ທັງໝົດ, ແຕ່ຜູ້ຄົນກໍບໍ່ໄດ້ຄິດແບບນັ້ນ; ກົງກັນຂ້າມ ພວກເຂົາໄດ້ຕິດຕາມໂດຍບໍ່ໃສ່ໃຈພຣະທຳຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ດັ່ງນັ້ນ ເມື່ອພຣະເຈົ້າເວົ້າວ່າ “ໃນອະນາຄົດກໍຈະບໍ່ມີພຣະທຳລະຫວ່າງເຮົາອີກຕໍ່ໄປ, ພວກເຮົາຈະບໍ່ມີຫຍັງໃຫ້ເວົ້າອີກຕໍ່ໄປ, ພວກເຮົາຈະບໍ່ແຊກແຊງກັນ ແລະ ກັນ, ພວກເຮົາແຕ່ລະຄົນຈະໄປຕາມທາງຂອງພວກເຮົາເອງ”, ພຣະທຳເຫຼົ່ານີ້ກໍເປັນຄວາມຈິງ ແລະ ບໍ່ມີມົນທິນແມ່ນແຕ່ໜ້ອຍດຽວ. ບໍ່ວ່າມະນຸດຈະຄິດຫຍັງກໍຕາມ ເຊັ່ນ “ຄວາມບໍ່ມີເຫດຜົນ” ຂອງພຣະເຈົ້າ. ພຣະເຈົ້າໄດ້ເປັນພະຍານຕໍ່ໜ້າຊາຕານແລ້ວ ແລະ ພຣະເຈົ້າກໍເວົ້າວ່າພຣະອົງຈະເຮັດໃຫ້ທຸກຄົນບໍ່ປະຖິ້ມພຣະເຈົ້າ ບໍ່ວ່າຈະເປັນເວລາໃດ ຫຼື ສະຖານທີ່ໃດ ແລະ ດ້ວຍເຫດນັ້ນ ຂັ້ນຕອນນີ້ແຫ່ງພາລະກິດຈຶ່ງຖືກເຮັດໃຫ້ສຳເລັດ ແລະ ພຣະເຈົ້າກໍບໍ່ໄດ້ໃສ່ໃຈກັບຄຳຕໍ່ວ່າຂອງມະນຸດ. ແຕ່ພຣະເຈົ້າໄດ້ເຮັດໃຫ້ສິ່ງນີ້ຊັດເຈນຕັ້ງແຕ່ເລີ່ມຕົ້ນແລ້ວ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ມີທາງເລືອກ ແລະ ຖືກບັງຄັບໃຫ້ຍອມຮັບເອົາຄວາມຜິດຂອງຕົນ. ສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານກໍອີງຕາມມະນຸດທັງສິ້ນ. ຜູ້ຄົນບໍ່ສາມາດຄວບຄຸມເໜືອຕົນເອງ, ພວກເຂົາເປັນ ຫຸ່ນຕຸກກະຕາທີ່ດີແທ້ໆ, ໃນຂະນະທີ່ພຣະເຈົ້າ ແລະ ຊາຕານເປັນຜູ້ຊັກໃຍຢູ່ເບື້ອງຫຼັງສາກ. ເມື່ອພຣະເຈົ້າໃຊ້ຜູ້ຄົນເພື່ອເປັນພະຍານໃຫ້ກັບພຣະອົງ, ພຣະອົງກໍເຮັດທຸກສິ່ງທີ່ພຣະອົງສາມາດຄິດອອກ, ເຮັດທຸກສິ່ງທີ່ເປັນໄປໄດ້, ເພື່ອໃຊ້ຜູ້ຄົນໃຫ້ຮັບໃຊ້ພຣະອົງ, ເຮັດໃຫ້ຜູ້ຄົນຖືກຊາຕານຫຼອກໃຊ້ ແລະ ຍິ່ງໄປກວ່ານັ້ນກໍຄື ຖືກຊີ້ນໍາໂດຍພຣະເຈົ້າ. ແລ້ວເມື່ອຄຳພະຍານທີ່ພຣະເຈົ້າປາຖະໜາຢາກໃຫ້ເກີດຂຶ້ນໄດ້ສຳເລັດລົງ, ພຣະອົງກໍໂຍນຜູ້ຄົນຖິ້ມໄວ້ທາງຂ້າງ ແລະ ປ່ອຍໃຫ້ພວກເຂົາທົນທຸກ, ໃນຂະນະດຽວກັນ ພຣະເຈົ້າເຮັດຄືກັບວ່າພຣະອົງບໍ່ມີສ່ວນກ່ຽວຂ້ອງຫຍັງກັບພວກເຂົາເລີຍ. ເມື່ອພຣະອົງປາຖະໜາທີ່ຈະໃຊ້ຜູ້ຄົນ, ພຣະອົງກໍເກັບພວກເຂົາຂຶ້ນມາອີກຄັ້ງ ແລະ ນໍາໃຊ້ພວກເຂົາ ແລະ ຜູ້ຄົນກໍຈະບໍ່ຮູ້ກ່ຽວກັບສິ່ງນີ້ແມ່ນແຕ່ໜ້ອຍດຽວ. ພວກເຂົາເປັນພຽງງົວ ຫຼື ມ້າທີ່ຖືກເຈົ້ານາຍຂອງມັນໃຊ້ຕາມທີ່ເຂົາພໍໃຈ, ບໍ່ມີພວກມັນໂຕໃດທີ່ສາມາດຄວບຄຸມເໜືອຕົນເອງໄດ້. ສິ່ງນີ້ອາດຟັງເບິ່ງຄືກັບວ່າເສົ້າ, ແຕ່ບໍ່ວ່າຜູ້ຄົນສາມາດຄວບຄຸມເໜືອຕົນເອງ ຫຼື ບໍ່, ການຮັບໃຊ້ພຣະເຈົ້າແມ່ນຖືວ່າເປັນກຽດ, ບໍ່ແມ່ນສິ່ງທີ່ຕ້ອງເສຍໃຈ. ມັນເປັນສິ່ງທີ່ພຣະເຈົ້າຄວນປະຕິບັດໃນລັກສະນະນີ້. ການທີ່ສາມາດປະຕິບັດຕາມຄວາມຕ້ອງການຂອງອົງຊົງລິດທານຸພາບສູງສຸດບໍ່ແມ່ນສິ່ງທີ່ຄວນພູມໃຈບໍ? ແລ້ວເຈົ້າຄິດແນວໃດ? ເຈົ້າເຄີຍຕັ້ງໃຈທີ່ຈະຮັບໃຊ້ພຣະເຈົ້າບໍ? ເປັນໄປໄດ້ບໍວ່າ ເຈົ້າຍັງປາຖະໜາທີ່ຈະຍຶດຖືສິດໃນການຄົ້ນຫາອິດສະຫຼະພາບຂອງເຈົ້າເອງ?

ບໍ່ວ່າຫຍັງກໍຕາມ, ທຸກສິ່ງທີ່ພຣະເຈົ້າເຮັດແມ່ນດີ ແລະ ສົມຄວນແກ່ການເອົາເປັນແບບຢ່າງ ແລະ ໃນທີ່ສຸດແລ້ວ ມະນຸດ ແລະ ພຣະເຈົ້າແມ່ນແຕກຕ່າງກັນ. ເຈົ້າຄວນຮັກພຣະເຈົ້າດ້ວຍຫົວໃຈຂອງມະນຸດບົນພື້ນຖານນີ້ ບໍ່ວ່າພຣະເຈົ້າຈະສົນໃຈຄວາມຮັກຂອງເຈົ້າ ຫຼື ບໍ່. ພຣະທຳຂອງພຣະເຈົ້າສະແດງໃຫ້ເຫັນວ່າ ຍັງມີຄວາມໂສກເສົ້າຢ່າງໃຫຍ່ຫຼວງຢູ່ພາຍໃນຫົວໃຈຂອງພຣະເຈົ້າ. ເປັນຍ້ອນພຣະທຳຂອງພຣະເຈົ້າເທົ່ານັ້ນ ຜູ້ຄົນຈຶ່ງຖືກຫຼໍ່ຫຼອມ. ແຕ່ໃນຄວາມເປັນຈິງແລ້ວ ພາລະກິດນີ້ໄດ້ເກີດຂຶ້ນມື້ວານນີ້ ແລະ ສະນັ້ນ ພຣະເຈົ້າຈະເຮັດຫຍັງແທ້ຕໍ່ໄປ? ຈົນເຖິງປັດຈຸບັນ, ສິ່ງນີ້ຍັງເປັນຄວາມລັບ ແລະ ສະນັ້ນ ຜູ້ຄົນຈຶ່ງບໍ່ສາມາດເຂົ້າໃຈ ຫຼື ຢັ່ງເຖິງມັນໄດ້ ແລະ ສາມາດພຽງແຕ່ຮ້ອງເພງຕາມດົນຕີຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ທຸກສິ່ງທີ່ພຣະເຈົ້າເວົ້າແມ່ນເປັນຈິງ, ມັນກາຍເປັນຈິງທັງໝົດ, ສິ່ງນີ້ບໍ່ຕ້ອງສົງໄສເລີຍ!

ກ່ອນນີ້: ບົດທີ 44 ແລະ 45

ຕໍ່ໄປ: ບົດນຳ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ກ່ຽວກັບພຣະຄຳພີ (4)

ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ...

ການປັບປຸງຄວາມສາມາດແມ່ນເພື່ອຮັບເອົາການຢູລອດຂອງພຣະເຈົ້າ

ຜູ້ຄົນຈໍາເປັນຕ້ອງປັບປຸງຄວາມສາມາດຂອງຕົນເພື່ອການຖືກຮັບ ແລະ ເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈ ແລະ ຮູ້ຈັກວິທີປະຕິບັດຕາມພຣະທຳຂອງພຣະເຈົ້າ....

ມີີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

ຫົນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ຄົນໃດກໍສາມາດມີໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ຄົນໃດກໍສາມາດຫາໄດ້ຢ່າງງ່າຍດາຍ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້