​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ

ໃນຂະນະທີ່ພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກເປັນເວລາຫຼາຍປີນັ້ນ ພຣະອົງໄດ້ຄົ້ນຊອກຫາຢ່າງຕໍ່ເນື່ອງໂດຍບໍ່ຢຸດຢັ້ງ. ຫຼາຍຍຸກຫຼາຍສະໄໝຜ່ານມາ, ພຣະເຈົ້າໄດ້ນໍາໃຊ້ຜູ້ຄົນຫຼາຍຄົນເພື່ອປະຕິບັດພາລະກິດຂອງພຣະອົງ. ແຕ່ເຖິງຢ່າງນັ້ນກໍຕາມ ພຣະວິນຍານຂອງພຣະເຈົ້າກໍຍັງບໍ່ພົບບ່ອນທີ່ຢຸດພັກເຊົາທີ່ເໝາະສົມ, ສະນັ້ນພຣະເຈົ້າຈຶ່ງສືບຕໍ່ກະທໍາພາລະກິດຂອງພຣະອົງຕໍ່ມະນຸດຢ່າງຕໍ່ເນື່ອງ ແລະ ສ່ວນໃຫຍ່ພຣະອົງໄດ້ນໍາໃຊ້ມະນຸດເປັນຜູ້ກະທໍາພາລະກິດໃຫ້ກັບພຣະອົງ. ນັ້ນໝາຍຄວາມວ່າ ຫຼາຍປີຜ່ານມາ ພາລະກິດຂອງພຣະເຈົ້າ ແມ່ນບໍ່ເຄີຍຢຸດ, ແຕ່ສືບຕໍ່ດໍາເນີນຢູ່ໃນມະນຸດເລື້ອຍມາຈົນເຖິງທຸກວັນນີ້. ເຖິງແມ່ນວ່າພຣະເຈົ້າໄດ້ກ່າວພຣະທໍາຫຼາຍພຽງໃດ ແລະ ໄດ້ປະຕິບັດພາລະກິດຫຼາຍເທົ່າໃດກໍຕາມ ແຕ່ເຖິງຢ່າງນັ້ນ ມະນຸດກໍຍັງບໍ່ຮູ້ຈັກພຣະເຈົ້າ, ນັ້ນກໍເນື່ອງຈາກວ່າພຣະເຈົ້າບໍ່ເຄີຍປະກົດຕົວໃຫ້ມະນຸດໄດ້ເຫັນ ແລະ ພ້ອມນີ້ ພຣະອົງບໍ່ມີເນື້ອກາຍທີ່ມະນຸດສາມາດຈັບຕ້ອງໄດ້. ສະນັ້ນພຣະເຈົ້າຈຶ່ງຕ້ອງນໍາເອົາພາລະກິດດັ່ງກ່າວນີ້ມາສູ່ຄວາມສໍາເລັດ ເພື່ອມະນຸດທຸກຄົນຈະໄດ້ຮູ້ຈັກຄວາມໝາຍຄວາມສໍາຄັນຂອງພຣະເຈົ້າອົງແທ້ຈິງ. ເພື່ອໃຫ້ພາລະກິດດັ່ງກ່າວບັນລຸຜົນສໍາເລັດ ພຣະອົງຕ້ອງເປີດເຜີຍພຣະວິນຍານຂອງພຣະອົງໃຫ້ມວນມະນຸດໄດ້ສໍາພັດ ແລະ ຫລັງຈາກນັ້ນພຣະອົງຈະກະທໍາພາລະກິດຂອງພຣະອົງໃນທ່າມກາງພວກເຂົາ. ນັ້ນໝາຍຄວາມວ່າ ເມື່ອພຣະວິນຍານຂອງພຣະເຈົ້າໄດ້ບັງເກີດເປັນມະນຸດ ທີ່ມີເນື້ອກາຍ ແລະ ກະດູກ, ສາມາດຍ່າງກັບບັນດາມະນຸດຢ່າງເປີດເຜີຍ, ພົວພັນກັບຊີວິດປະຈໍາວັນຂອງພວກເຂົາ, ບາງຄັ້ງປະກົດຕົວ ແລະ ບາງຄັ້ງລົບຊ້ອນ, ເມື່ອນັ້ນ ມະນຸດຈະສາມາດເຂົ້າໃຈພຣະອົງຢ່າງເລິກເຊິ່ງ. ແຕ່ ຖ້າພຣະເຈົ້າສະຖິດຢູ່ໃນເນືອກາຍຕະຫຼອດໄປ, ພຣະອົງຈະບໍ່ສາມາດສໍາເລັດພາລະກິດຂອງພຣະອົງໄດ້. ສະນັ້ນ ຫລັງຈາກປະຕິບັດພາລະກິດຂອງພຣະອົງຜ່ານເນື້ອກາຍຂອງມະນຸດໃນໄລຍະໜຶ່ງ ແລະ ໄດ້ສໍາເລັດວຽກງານທີ່ຕ້ອງກະທໍາໃຫ້ສໍາເລັດໂດຍຜ່ານເນື້ອກາຍມະນຸດ, ພຣະອົງກໍຈະອອກຈາກເນື້ອກາຍມະນຸຸດ ແລະ ກັບໄປປະຕິບັດພາລະກິດຂອງພຣະອົງໃນໂລກວິນຍານໃນຮູບຫຼັກຂອງມະນຸດເໝືອນດັງພຣະເຢຊູເຈົ້າໄດ້ກະທໍາຜ່ານມາ, ພຣະອົງໄດ້ປະຕິບັດພາລະກິດໃນຮູບຫຼັກມະນຸດທໍາມະດາ ແລະ ສໍາເລັດພາລະກິດຂອງພຣະອົງທັງໝົດ. ພວກເຈົ້າອາດຈື່ໃນຄໍາກ່າວຈາກບົດຄວາມ, “ເສັ້ນທາງ...(5)” ທີ່ວ່າ: “ເຮົາຈື່ພຣະບິດາຂອງເຮົາ ກ່າວຕໍ່ເຮົາວ່າ, “ເທິງແຜ່ນດິນໂລກນີ້ ຈົ່ງເຮັດຕາມຄວາມປະສົງຂອງພຣະບິດາຂອງເຈົ້າເທົ່ານັ້ນ ແລະ ຈົ່ງສໍາເລັດພາລະກິດຂອງເຮົາ. ບໍ່ມີສິ່ງໃດກ່ຽວຂ້ອງກັບເຈົ້າ.” ເຈົ້າເຫັນຫຍັງແດ່ໃນຄໍາກ່າວນີ້? ເມື່ອພຣະເຈົ້າສະເດັດລົງມາເທິງແຜ່ນດິນໂລກ, ພຣະອົງປະຕິບັດພາລະກິດຂອງພຣະອົງພາຍໃນເທບພຣະບຸດເທົ່ານັ້ນ. ນີ້ແມ່ນສິ່ງທີ່ພຣະວິນຍານແຫ່ງສະຫວັນໄດ້ມອບໝາຍໃຫ້ກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ເມື່ອພຣະອົງສະເດັດມາ, ພຣະອົງປ່າວປະກາດໄປທົ່ວທຸກແຫ່ງຫົນ ເພື່ອສະແດງຖອຍຄໍາຂອງພຣະອົງໃນຫຼາຍຮູບແບບ ແລະ ຫຼາກຫຼາຍມຸມມອງ. ພຣະອົງເອົາໃຈໃສ່ໃນການຊ່ວຍເຫຼືອມະນຸດ ແລະ ສິດສອນມະນຸດຕາມເປົ້າໝາຍ ແລະ ຫຼັກການຂອງພາລະກິດ; ພຣະອົງບໍ່ໄປພົວພັນ ແລະ ໃກ້ຊິດກັບບຸກຄົນໃດຄົນໜຶ່ງເປັນການສ່ວນຕົວ ຫຼື ໄປກ່ຽວຂ້ອງກັບຊີວິດຂອງຜູ້ຄົນ. ພາລະໜ້າທີ່ຂອງພຣະອົງກໍຄືກ່າວພຣະທໍາແທນພຣະວິນຍານ. ເມື່ອພຣະວິນຍານຂອງພຣະເຈົ້າປາກົດໃນເນື້ອກາຍທີ່ຈັບຕ້ອງໄດ້, ໜ້າທີ່ຂອງພຣະອົງແມ່ນພຽງຊ່ວຍຊີວິດມະນຸດໃຫ້ພົ້ນ ແລະ ເປີດເຜີຍຄວາມຈິງ. ພຣະອົງບໍ່ພົວພັນກັບວຽກງານຂອງມະນຸດ. ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້ ແລະ ພຣະເຈົ້າຈະບໍ່ພົວພັນໃນວຽກງານຂອງມະນຸດ. ຕະຫຼອດຫຼາຍປີທີ່ຜ່ານມາ ນັບຕັ້ງແຕ່ພຣະເຈົ້າໄດ້ສະເດັດມາສູ່ໂລກນີ້ ເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງໄດ້ກະທໍາພາລະກິດຜ່ານຜູ້ຄົນຕະຫຼອດມາ. ແຕ່ຜູ້ຄົນເຫຼົ່ານີ້ບໍ່ສາມາດຖືວ່າເປັນພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດໄດ້, ພວກເຂົາເປັນພຽງຜູ້ຄົນທີ່ພຣະເຈົ້ານໍາໃຊ້ເທົ່ານັ້ນ. ແຕ່ວ່າ ພຣະເຈົ້າໃນທຸກມື້ນີ້ ສາມາດກ່າວຈາກມຸມມອງຂອງສະຫວັນໂດຍກົງໄດ້, ສາມາດກ່າວປະກາດແທນພຣະວິນຍານ ແລະ ປະຕິບັດແທນພຣະວິນຍານໄດ້. ຜູ້ຄົນທີ່ພຣະເຈົ້ານໍາໃຊ້ໃນຫຼາຍຍຸກຫຼາຍສະໄໝຜ່ານມາ ກໍເຊັ່ນດຽວກັນ ເປັນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດວຽກງານໂດຍໃຊ້ເນື້ອກາຍມະນຸດ, ສະນັ້ນ ເຫດໃດພວກເຂົາຈຶ່ງບໍ່ສາມາເອີ້ນວ່າເປັນພຣະເຈົ້າໄດ້? ແຕ່ສໍາລັບພຣະເຈົ້າໃນທຸກມື້້ນີ້ທີ່ເປັນພຣະວິນຍານທີ່ກະທໍາພາລະກິດໂດຍໃຊ້ເນື້ອກາຍມະນຸດໂດຍກົງເຊັ່ນກັນ ແລະ ພຣະເຢຊູ ພຣະອົງກໍເປັນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດໃນເນື້ອກາຍມະນຸດເຊັ່ນດຽວກັນ. ແລ້ວເຫດໃດທັງສອງກໍລະນີນີ້ ຈຶ່ງສາມາດເອີ້ນວ່າພຣະເຈົ້າ? ແມ່ນຫຍັງຄືຄວາມແຕກຕ່າງ? ຫຼາຍຍຸກຫຼາຍສະໄໝຜ່ານມາ, ຜູ້ຄົນທີ່ພຣະເຈົ້າໃຊ້ສາມາດສະແດງແນວຄິດ ແລະ ເຫດຜົນດ້ວຍປົກກະຕິ. ພວກເຂົາຮູ້ເຖິງຫຼັກການຂອງການເປັນມະນຸດ. ພວກເຂົາມີແນວຄິດປົກກະຕີແບບມະນຸດ ແລະ ມີທຸກສິ່ງທີ່ມະນຸດຄວນມີ. ສ່ວນໃຫຍ່ພວກເຂົາມີພອນສະຫວັນ ແລະ ສະຕິປັນຍາມາແຕ່ເກີດ. ໃນການກະທໍາພາລະກິດຕໍ່ຜູ້ຄົນເຫຼົ່ານີ້ ພຣະວິນຍານຂອງພຣະເຈົ້າໄດ້ນໍາໃຊ້ພອນສະຫວັນຂອງພວກເຂົາ ເຊິ່ງເປັນຂອງຂວັນທີ່ພຣະເຈົ້າປະທານໃຫ້ພວກເຂົາຢູ່ແລ້ວ. ພຣະອົງນໍາໃຊ້ພອນສະຫວັນ ແລະ ສະຕິປັນຍາຂອງພວກເຂົາເຫຼົ່ານັ້ນມາຮັບໃຊ້ພຣະເຈົ້າ. ແຕ່ເຖິງຢ່າງນັ້ນກໍຕາມ, ໃຈຄວາມຂອງພຣະເຈົ້າແມ່ນປາສະຈາກແນວຄິດ ແລະ ຄວາມຄິດຂອງມະນຸດ, ປາສະຈາກຄວາມຕ້ອງການ ແລະ ຂາດໃນສິ່ງທີ່ມະນຸດທໍາມະດາສົມຄວນມີ. ນັ້ນໝາຍຄວາມວ່າ ພຣະອົງບໍ່ມີຄວາມຮູ້ທາງດ້ານຫຼັກທໍາຂອງມະນຸດ. ນີ້ແມ່ນວິທີທີ່ພຣະເຈົ້າໃນມື້ນີ້ສະເດັດມາສູ່ແຜ່ນດິນໂລກ, ພາລະກິດຂອງພຣະອົງ ແລະ ພຣະທໍາຂອງພຣະອົງແມ່ນບໍລິສຸດ ບໍ່ໄດ້ປະປົນກັບຄວາມປາຖະໜາ ຫຼື ແນວຄວາມຄິດຂອງມະນຸດ, ແຕ່ເປັນພາລະກິດ ແລະ ພຣະທໍາທີ່ສະແດງເຖິງຄວາມປະສົງຂອງພຣະວິນຍານໂດຍກົງ ແລະ ພຣະອົງກະທໍາໃນນາມຂອງພຣະເຈົ້າໂດຍກົງ. ນີ້ໝາຍຄວາມວ່າ ພຣະວິນຍານສະເດັດມາ ເພື່ອກະທໍາພາລະກິດໂດຍປາກສະຈາກການເປັນມະນຸດ. ນັ້ນກໍຄື ພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນຕົວແທນຂອງພຣະເຈົ້າໂດຍກົງ ໂດຍປາດສະຈາກແນວຄິດ ແລະ ຄວາມຄິດຂອງມະນຸດ ແລະ ບໍ່ມີຄວາມເຂົ້າໃຈໃນຫຼັກການຂອງການເປັນມະນຸດ. ຖ້າມີພຽງ ພຣະເຈົ້າປະຕິບັດພາລະກິດ (ໝາຍຄວາມວ່າ ຖ້າມີພຽງພຣະເຈົ້າເອງ ປະຕິບັດພາລະກິດ) ແມ່ນບໍ່ມີທາງທີພຣະເຈົ້າຈະສາມາດດໍາເນີນພາລະກິດຂອງພຣະອົງຢູ່ເທິງແຜ່ນດິນໂລກນີ້ໄດ້. ສະນັ້ນ ເມື່ອເວລາພຣະເຈົ້າສະເດັດລົງມາສູ່ໂລກ ພຣະອົງຕ້ອງໄດ້ມີກຸ່ມຄົນຈໍານວນໜຶ່ງທີ່ພຣະອົງນໍາໃຊ້ເພື່ອເຮັດວຽກພາຍໃນມະນຸດຊາດ ຮ່ວມກັບພາລະກິດຂອງພຣະເຈົ້າທີ່ພຣະອົງກະທໍາໃນສະຫວັນ. ບໍ່ດັ່ງນັ້ນກໍຈະບໍ່ມີທາງທີ່ມະນຸດສາມາດຕິດຕໍ່ພົວພັນກັບພາລະກິດຂອງພຣະເຈົ້າໄດ້ໂດຍກົງ. ນີ້ແມ່ນວິທີທີ່ພຣະເຢຊູ ແລະ ອັກຄະສາວົກທັງຫຼາຍຂອງພຣະອົງໄດ້ປະສົບພ່ານມາ. ໃນສະໄໝທີ່ພຣະອົງຢູ່ໃນໂລກນີ້, ພຣະເຢຊູເຈົ້າໄດ້ລົບລ້າງພຣະບັນຍັດເກົ່າ ແລະ ສ້າງພຣະບັນຍັດໃໝ່. ພ້ອມນີ້ພຣະອົງໄດ້ກ່າວພຣະທໍາໄວ້ຫຼາຍຂໍ້. ພາລະກິດທັງໝົດນີ້ແມ່ນກະທໍາໂດຍພຣະເຈົ້າ. ສ່ວນບຸກຄົນອື່ນເຊັ່ນ: ເປໂຕ, ໂປໂລ ແລະ ໂຢຮັນ, ທັງໝົດແມ່ນປະຕິບັດພາລະກິດອີງໃສ່ພື້ນຖານຂອງພຣະທໍາຂອງພຣະເຢຊູເຈົ້າ. ນັ້ນກໍຄື, ພຣະເຈົ້າໄດ້ລິເລິ່ມພາລະກິດຂອງພຣະອົງໃນຍຸກນັ້ນ ແລະ ເປັນການນໍາໄປສູ່ເລິ່ມຕົ້ນຂອງຍຸກແຫ່ງພຣະກະລຸນາ, ໝາຍເຖິງ ພຣະອົງໄດ້ນໍາມາຍຸກໃໝ່ ແລະ ລົບລ້າງຍຸກເກົ່າ. ພ້ອມນີ້ພຣະອົງໄດ້ສໍາເລັດຂໍ້ພຣະທໍາທີ່ວ່າ, “ພຣະເຈົ້າເປັນເບື່ອງຕົ້ນ ແລະ ເປັນເບື່ອງປາຍ.” ເວົ້າອີກແບບໜຶ່ງກໍຄື, ມະນຸດຕ້ອງເຮັດວຽກງານຂອງມະນຸດບົນພື້ນຖານຂອງພາລະກິດຂອງພຣະເຈົ້າ. ຫລັງຈາກ ພຣະເຢຊູເຈົ້າໄດ້ກ່າວໃນສິ່ງທີ່ພຣະອົງຕ້ອງການກ່າວ ແລະ ໄດ້ສໍາເລັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງກໍຈາກມະນຸດ. ຫລັງຈາກ ພຣະອົງໄດ້ຈາກມະນຸດໄປແລ້ວ ທຸກຄົນແມ່ນກະທໍາພາລະກິດ ອີງຕາມຫຼັກການທີ່ໄດ້ສະແດງໃນພຣະທໍາຂອງພຣະອົງ ແລະ ປະຕິບັດຕາມຄວາມຈິງທີ່ພຣະອົງໄດ້ກ່າວໄວ້. ຜູ້ຄົນທັງໝົດເຫຼົ່ານີ້ແມ່ນກະທໍາພາລະກິດເພື່ອພຣະອົງ. ຖ້າຫາກມີແຕ່ພຣະເຢຊູເຈົ້າກະທໍາພາລະກິດພຽງແຕ່ພຣະອົງເທົ່ານັ້ນ, ບໍ່ວ່າພຣະອົງຈະກ່າວພຣະທໍາຫຼາຍພຽງໃດ ຜູ້ຄົນກໍຈະບໍ່ສາມາດສໍາພັດກັບພຣະທໍາຂອງພຣະອົງໄດ້. ເພາະວ່າ ພຣະອົງກະທໍາພາລະກິດຂອງພຣະເຈົ້າ ແລະ ສາມາດພຽງແຕ່ກ່າວພຣະທໍາໃນຮູບແບບພຣະເຈົ້າເທົ່ານັ້ນ. ພຣະອົງບໍ່ສາມາດອະທິບາຍເຖິງສິ່ງຕ່າງໆທີ່ຜູ້ຄົນທົ່ວໄປສາມາດເຂົ້າໃຈພຣະທໍາຂອງພຣະອົງໄດ້. ສະນັ້ນ ພຣະອົງຈໍາເປັນຕ້ອງໄດ້ມີ ອັກຄະສາວົກ ແລະ ຜູ້ປະກາດພຣະທໍາ ທີ່ມານໍາຫລັງພຣະອົງເພື່ອສືບຕໍ່ເຜີຍແຜ່ພຣະທໍາຂອງພຣະອົງ. ນີ້ແມ່ນວິທີຂອງພຣະເຈົ້າຜູ້ບັງເກີດເປັນມະນຸດປະຕິບັດພາລະກິດຂອງພຣະອົງ ເຊິ່ງນໍາໃຊ້ເນື້ອກາຍມະນຸດເພື່ອປະກາດພຣະທໍາ ແລະ ກະທໍາການ ເພື່ອໃຫ້ສໍາເລັດພາລະກິດຂອງພຣະເຈົ້າ ແລະ ນອກນັ້ນ ພຣະອົງຍັງໄດ້ ນໍາໃຊ້ ຜູ້ຄົນສາມສີ່ຄົນ ຫຼື ອາດຫຼາຍກວ່ານັ້ນ ທີ່ເປັນຄົນເຊື່ອໃນພຣະອົງ ເພື່ອຊ່ວຍເຫຼືອພາລະກິດຂອງພຣະອົງ. ໝາຍຄວາມວ່າ ພຣະເຈົ້ານໍາໃຊ້ຜູ້ຄົນທີ່ເຊື່ອຖືພຣະອົງເພື່ອກະທໍາພາລະກິດໃນການດູແລ ແລະ ຫົດສົງມະນຸດຊາດ ເພື່ອວ່າທຸກຄົນຈະໄດ້ຮັບຄວາມຈິງ.

ຖ້າການມາຂອງພຣະເຈົ້າສູ່ເນື້ອກາຍມະນຸດ ພຣະອົງພຽງແຕ່ກະທໍາພາລະກິດຂອງພຣະເຈົ້າ ໂດຍບໍ່ມີຜູ້ຄົນຈໍານວນໜຶ່ງທີ່ເຊື່ອໃນພຣະອົງ ປະຕິບັດພາລະກິດຮ່ວມກັບພຣະອົງ, ກໍຈະບໍ່ມີທາງທີ່ມະນຸດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້ ຫຼື ສາມາດຕິດຕໍ່ກັບພຣະອົງໄດ້. ດັ່ງນັ້ນ ພຣະເຈົ້າຈໍາເປັນຕ້ອງໃຊ້ຜູ້ຄົນທໍາມະດາທີ່ເຊື່ອໃນພຣະອົງ ເພື່ອສໍາເລັດພາລະກິດນີ້, ເພື່ອເບິ່ງແຍງດູແລຄຣິສຕະຈັກ ແລະ ເພື່ອພຣະອົງຈະໄດ້ເຂົ້າເຖິງລະດັບວິທີຄິດຂອງມະນຸດ ທີ່ສະໝອງຂອງພວກເຂົາສາມາດຮັບຮູ້ ແລະ ຄິດໄດ້. ເວົ້າອີກແບບໜຶ່ງກໍຄື, ພຣະເຈົ້ານໍາໃຊ້ຜູ້ຄົນຈໍານວນໜຶ່ງທີ່ເຊື່ອໃນພຣະອົງ ເພື່ອ “ແປຄວາມໝາຍ” ພາລະກິດທີ່ພຣະອົງກະທໍາໃນຮູບແບບຄວາມເປັນພຣະເຈົ້າຂອງພຣະອົງ ເພື່ອໃຫ້ພາລະກິດດັ່ງກ່າວໄດ້ຖືກເປີດເຜີຍອອກຢ່າງຈະແຈ້ງ, ນັ້ນກໍຄື ເພື່ອປະຕິຮູບ ພາສາພຣະເຈົ້າເປັນພາສາມະນຸດ ເຮັດໃຫ້ທຸກຄົນສາມາດເຂົ້າໃຈພາລະກິດນັ້ນຢ່າງເລິກເຊິ່ງ. ຖ້າພຣະເຈົ້າບໍ່ໄດ້ກະທໍາດັ່ງນັ້ນ ກໍຈະບໍ່ມີມະນຸດຄົນໃດເຂົ້າໃຈພາສາອັນສູງສົ່ງຂອງພຣະເຈົ້າໄດ້, ຍ້ອນວ່າ ຄວາມຈິງແລ້ວ ຜູ້ຄົນທີ່ເຊືອໃນພຣະເຈົ້ານັ້ນ ແມ່ນເປັນຄົນກຸ່ມນ້ອຍ ແລະ ຍ້ອນວ່າ ຄວາມສາມາດເຂົ້າໃຈຂອງມະນຸດແມ່ນຕໍ່າຫຼາຍ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເລືອກໃຊ້ວິທີນີ້ເທົ່ານັ້ນ ໃນເວລາກະທໍາພາລະກິດຂອງການບັງເກີດເປັນມະນຸດ. ຖ້າມີແຕ່ພາລະກິດຂອງພຣະເຈົ້າ ມະນຸດຈະບໍ່ມີທາງເຂົ້າໃຈ ຫຼື ສາມາດຕິດຕໍ່ກັບພຣະເຈົ້າໄດ້, ຍ້ອນວ່າ ມະນຸດບໍ່ເຂົ້າໃຈພາສາພຣະເຈົ້າ. ມະນຸດສາມາດເຂົ້າໃຈພາສານີ້ໄດ້ ຕ້ອງຜ່ານອົງການຂອງຜູ້ຄົນທີ່ເຊື່ອໃນພຣະເຈົ້າເທົ່ານັ້ນທີ່ອະທິບາຍພຣະທໍາຂອງພຣະອົງໃຫ້ເຂົາໃຈແຈ້ງຂຶ້ນ. ເຖິງຢ່າງໃດກໍຕາມ, ຖ້າມີແຕ່ຜູ້ຄົນດັ່ງກ່າວທີ່ປະຕິບັດພາລະກິດຕໍ່ມະນຸດຊາດ, ພວກເຂົາກໍຈະສາມາດພຽງແຕ່ບໍາລຸງຮັກສາຊີວິດປົກກະຕິຂອງມະນຸດເທົ່ານັ້ນ ແຕ່ບໍ່ສາມາດປ່ຽນແປງຈິດໃຈຂອງມະນຸດໄດ້. ຖ້າເປັນດັ່ງນັ້ນ, ພາລະກິດຂອງພຣະເຈົ້າຈະບໍ່ສາມາດມີຈຸດເລິ່ມຕົ້ນໃໝ່ໄດ້, ທຸກສິ່ງກໍຈະກາຍເປັນແບບມີແຕ່ຟັງເພງເກົ່າ ແລະ ເວົ້າຄໍາເກົ່າຊໍ້າຊາກ. ຜ່ານການບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ ຜູ້ທີ່ກ່າວທຸກສິ່ງທີ່ຕ້ອງການກ່າວ ແລະ ກະທໍາທຸກສິ່ງທີ່ຕ້ອງການກະທໍາໃນລະຫວ່າງເວລາທີ່ພຣະອົງບັງເກີດເປັນມະນຸດ; ຫລັງຈາກທີ່ຜູ້ຄົນປະຕິບັດ ແລະ ປະສົບພາລະກິດອີງຕາມພຣະທໍາຂອງພຣະອົງ, ມະນຸດຈຶ່ງຈະສາມາດປ່ຽນແປງຊີວິດຈິດໃຈຂອງພວກເຂົາ ແລະ ສາມາດດໍາລົງຊີວິດໄປກັບການເວລາໄດ້. ຜູ້ທີ່ກະທໍາພາລະກິດພາຍໃນສະຫວັນແມ່ນຕົວແທນພຣະເຈົ້າ, ຜູ້ທີ່ກະທໍາພາລະກິດພາຍໃນມະນຸດຊາດແມ່ນຜູ້ຄົນທີ່ພຣະເຈົ້ານໍາໃຊ້. ນັ້ນໝາຍຄວາມວ່າ, ພຣະເຈົ້າທີບັງເກີດເປັນມະນຸດ ແມ່ນແຕກຕ່າງຈາກຜູ້ຄົນທີ່ພຣະເຈົ້ານໍາໃຊ້ຢ່າງຊັດເຈນ. ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນສາມາດກະທໍາພາລະກິດຂອງພຣະເຈົ້າໃນມະນຸດຊາດທໍາມະດາໄດ້, ແຕ່ຜູ້ຄົນທີ່ພຣະເຈົ້າໃຊ້ ແມ່ນບໍ່ສາມາດເຮັດພາລະກິດດັ່ງກ່າວນັ້ນໄດ້. ໃນເບື້ອງຕົ້ນຂອງແຕ່ລະຍຸກນັ້ນ, ພຣະວິນຍານຂອງພຣະເຈົ້າກ່າວປະກາດເປັນການສ່ວນຕົວເພື່ອລິເລິ່ມຍຸກໃໝ່ ແລະ ນໍາມະນຸດເຂົ້າສູ່ການເລິ່ມຕົ້ນໃໝ່. ເມື່ອພຣະອົງໄດ້ກ່າວສິ້ນສຸດລົງ, ນີ້ສະແດງວ່າ ພາລະກິດຂອງພຣະເຈົ້າພາຍໃນຄວາມເປັນພຣະເຈົ້າຂອງພຣະອົງແມ່ນສໍາເລັດລົງ. ຫລັງຈາກນັ້ນ ທຸກຄົນກໍເດີນຕາມການນໍາພາຂອງຜູ້ທີ່ພຣະເຈົ້າໃຊ້ເພື່ອເຂົ້າສູ່ປະສົບການຊີວິດຂອງພວກເຂົາ. ໃນກໍລະນີດຽວກັນ ກໍເປັນຂັ້ນຕອນທີ່ພຣະເຈົ້ານໍາມະນຸດເຂົ້າສູ່ຍຸກໃໝ່ ແລະ ມອບຈຸດເລິ່ມຕົ້ນໃໝ່ໃຫ້ກັບທຸກຄົນ. ພ້ອມນີ້ ພາລະກິດຂອງພຣະເຈົ້າໃນເນື້ອກາຍມະນຸດກໍສິ້ນສິ້ນລົງ.

ພຣະເຈົ້າບໍ່ໄດ້ສະເດັດມາສູ່ແຜ່ນດິນໂລກ ເພື່ອເຮັດໃຫ້ມະນຸດຊາດທົ່ວໄປເປັນບໍລິສຸດ. ພຣະອົງບໍ່ໄດ້ສະເດັດມາເພື່ອກະທໍາພາລະກິດຂອງມະນຸດຊາດທີ່ປົກກະຕິ ແຕ່ເພື່ອພຽງກະທໍາພາລະກິດຂອງພຣະເຈົ້າໃນມະນຸດຊາດທີ່ປົກກະຕິເທົ່ານັ້ນ. ສິ່ງທີ່ພຣະເຈົ້າກ່າວເຖິງກ່ຽວກັບມະນຸດຊາດທີ່ປົກກະຕິນັ້ນ ບໍ່ແມ່ນຄືສິ່ງທີ່ມະນຸດວາດພາບເອົາໄວ້. ມະນຸດນິຍາມ ຄວາມໝາຍ “ມະນຸດຊາດທີ່ປົກກະຕິ” ວ່າ, ມີເມຍ ຫຼື ຜົວ, ມີລູກຊາຍ ແລະ ລູກສາວ. ສິ່ງເຫຼົ່ານີ້ພິສູດເຖິງການເປັນຄົນປົກກະຕິ. ແຕ່ພຣະເຈົ້າບໍ່ເຫັນການເປັນມະນຸດທີ່ປົກກະຕິໃນທໍານອງນັ້ນ. ສໍາລັບພຣະອົງ ການເປັນມະນຸດທີ່ປົກກະຕິ ໝາຍເຖິງມີຄວາມຄິດແບບມະນຸດທີ່ປົກກະຕິ, ມີຊີວິດແບບມະນຸດທີ່ປົກກະຕິ ແລະ ເກີດເປັນຄົນທໍາມະດາ. ຄວາມປົກກະຕິຂອງພຣະອົງບໍ່ໄດ້ລວມເຖິງການມີເມຍ ຫຼື ຜົວ ແລະ ລູກ ເໝືອນດັ່ງມະນຸດເຂົ້າໃຈ. ໝາຍຄວາມວ່າ ສໍາລັບມະນຸດ ການເປັນມະນຸດປົກກະຕິທີ່ພຣະເຈົ້າກ່າວເຖິງ ກໍຄືຂາດການເປັນມະນຸດ ເຊິ່ງໝາຍເຖິງຂາດຄວາມຮູ້ສຶກເກືອບໝົດ ແລະ ເບິ່ງຄືວ່າ ຂາດຄວາມຕ້ອງການທາງດ້ານຮ່າງກາຍ ເໝືອນພຣະເຢຊູ ທີ່ພຣະອົງມີພຽງແຕ່ພາຍນອກຂອງຄົນປົກກະຕິ ແລະ ມີລັກສະນະຂອງຄົນທີ່ປົກກະຕິເທົ່ານັ້ນ ແຕ່ໃຈຄວາມແລ້ວ ພຣະອົງບໍ່ໄດ້ມີທຸກສິ່ງທີ່ຄົນທົ່ວໄປຄວນມີ. ຈາກສິ່ງນີ້ ຈະເຫັນໄດ້ວ່າ ໃຈຄວາມຂອງພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ໄດ້ມີທຸກສິ່ງຂອງການເປັນມະນຸດປົກກະຕິ ແຕ່ພຽງບາງສ່ວນໃນສິ່ງທີ່ຜູ້ຄົນຄວນມີ ເພື່ອຊຸກຍູ້ວິທີການດໍາລົງຊີວິດຂອງມະນຸດທໍາມະດາ ແລະ ຮັກສາສະຕິປັນຍາຂອງມະນຸດທົ່ວໄປເທົ່ານັ້ນ. ແຕ່ວ່າ ສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບສິ່ງທີ່ຄົນເຂົ້າໃຈໃນການເປັນມະນຸດປົກກະຕິຂອງພຣະອົງ. ເພາະວ່າ ສິ່ງເຫຼົ່ານີ້ຄືສິ່ງທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດສົມຄວນມີ. ເຖິງຢ່າງໃດກໍຕາມ, ຍັງມີຜູ້ຄົນຢືນຢັນວ່າ ພຣະເຈົ້າຜູ້ບັງເກີດເປັນມະນຸດ ທີ່ຈະສາມາດເວົ້າໄດ້ວ່າ ຖ້າພຣະອົງເປັນມະນຸດທໍາປະດາ ພຣະອົງກໍຕ້ອງມີເມຍ, ລູກຊາຍ ແລະ ລູກສາວ ຫຼື ມີຄອບຄົວເທົ່ານັ້ນ. ບໍ່ມີສິ່ງນີ້ ພວກເຂົາວ່າ ພຣະອົງບໍ່ແມ່ນ ຄົນທໍາມະດາ. ຖ້າເປັນດັ່ງນັ້ນ, ເຮົາຂໍຖາມພວກເຈົ້າດັ່ງນີ້, “ພຣະເຈົ້າມີເມຍບໍ? ເປັນໄປໄດ້ບໍທີ່ພຣະເຈົ້າຈະມີຜົວ? ພຣະເຈົ້າສາມາດມີລູກໄດ້ບໍ?” ສິ່ງເຫຼົ່ານີ້ບໍ່ແມ່ນເປັນການເຂົ້າໃຈຜິດບໍ? ເຖິງຢ່າງໃດກໍຕາມ, ການບັງເກີດເປັນມະນຸດຂອງພຣະເຈົ້າບໍ່ສາມາດເກີດຈາກແຫງລະຫວ່າງຫີນໄດ້ ຫຼື ຫຼົ່ນລົງມາແຕ່ເທິງຟ້າ. ພຣະອົງພຽງແຕ່ສາມາດບັງເກີດເຂົ້າສູ່ຄອບຄົວມະນຸດທໍາມະດາເທົ່ານັ້ນ. ດ້ວຍເຫດນັ້ນ ພຣະອົງຈຶ່ງມີພໍ່ແມ່, ເອື້ອຍ ແລະ ນ້ອງສາວ. ສິ່ງເຫຼົ່ານີ້ຄືການເປັນມະນຸດປົກກະຕິຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຄວນມີ. ເຊັ່ນດຽວກັບກໍລະນີຂອງພຣະເຢຊູ, ພຣະອົງມີພໍ່, ແມ່, ອ້າຍ-ເອື້ອຍ ແລະ ນ້ອງ. ສິ່ງທັງໝົດນີ້ແມ່ນປົກກະຕີ. ແຕ່ຖ້າພຣະອົງມີເມຍ, ລູກຊາຍ ແລະ ລູກສາວ, ພຣະອົງຈະບໍ່ແມ່ນມະນຸດປົກກະຕິທີ່ພຣະເຈົ້າຕັ້ງໃຈໃຫ້ພຣະເຈົ້າຜູ້ບັງເກີດເປັນມະນຸດມີ. ຖ້າເປັນດັ່ງນີ້ ພຣະອົງຈະບໍ່ສາມາກະທໍາພາລະກິດໃນນາມພຣະເຈົ້້າໄດ້. ຍ້ອນວ່າ ພຣະອົງບໍ່ມີເມຍ ຫຼື ລູກ, ແຕ່ພຣະອົງບັງເກີດເປັນມະນຸດປົກກະຕິໃນຄອບຄົວທໍາມະດາ, ພຣະອົງຈຶ່ງສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້. ເວົ້າໃຫ້ຈະແຈ້ງກວ່ານີ້ກໍຄື, ສໍາລັບພຣະເຈົ້າແລ້ວ ຄົນທໍາມະດາແມ່ນຄົນທີ່ເກີດຢູ່ໃນຄອບຄົວທໍາມະດາ. ມີພຽງແຕ່ບຸກຄົນແບບນີ້ເທົ່ານັ້ນທີ່ມີຄຸນສົມບັດຈະກະທໍາພາລະກິດສະຫວັນໄດ້. ໃນທາງກົງກັນຂ້າມ ຖ້າຫາກວ່າບຸກຄົນນັ້ນມີເມຍ, ລູກ ຫຼື ຜົວ, ຄົນນັ້ນຈະບໍ່ສາມາດກະທໍາພາລະກິດສະຫວັນໄດ້ ເພາະວ່າບຸກຄົນດັ່ງກ່າວຈະມີພຽງແຕ່ການເປັນມະນຸດຊາດປົກກະຕິທີ່ມະນຸດຕ້ອງການ ແຕ່ບໍ່ແມ່ນມະນຸດຊາດປົກກະຕິທີ່ພຣະເຈົ້າຕ້ອງການ. ສິ່ງທີ່ພຣະເຈົ້າຄິດເອົາໄວ້ ແລະ ສິ່ງທີ່ຜູ້ຄົນເຂົ້າໃຈແມ່ນແຕກຕ່າງກັນຫຼາຍ. ໃນຂັ້ນຕອນພາລະກິດນີ້ຂອງພຣະເຈົ້າ ມີຫຼາຍສິ່ງທີ່ກົງກັນຂ້າມ ແລະ ແຕກຕ່າງຈາກແນວຄິດຂອງຄົນ. ເຊິ່ງສາມາດເວົ້າໄດ້ວ່າ ຂັ້ນຕອນພາລະກິດນີ້ຂອງພຣະເຈົ້າແມ່ນພຣະອົງເປັນຜູ້ກະທໍາໂດຍກົງທັງໝົດ ທີ່ມີມະນຸດຮັບໜ້າທີ່ເປັນຜູ້ສະໜັບສະໜູນ. ເນື່ອງຈາກວ່າພຣະເຈົ້າສະເດັດມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ແທນທີ່ຈະອະນຸຍາດໃຫ້ມະນຸດກະທໍາແທນພຣະອົງ, ດ້ວຍສາເຫດນີ້ ພຣະອົງຈຶ່ງບັງເກີດເປັນມະນຸດ (ເປັນພຣະເຈົ້າໃນຮ່າງກາຍຂອງຄົນປົກກະຕີ) ເພື່ອກະທໍາພາລະກິດຂອງພຣະອົງ. ພຣະອົງ ໃຊ້ປະໂຫຍດຂອງການບັງເກີດເປັນມະນຸດນີ້ເພື່ອສະແດງຍຸກໃໝ່ກັບມະນຸດ, ເພື່ອບອກມະນຸດກ່ຽວກັບຂັ້ນຕໍ່ໄປຂອງພາລະກິດຂອງພຣະອົງ ແລະ ຮຽກຮ້ອງໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ໄດ້ອະທິບາຍໄວ້ໃນພຣະທໍາຂອງພຣະອົງ. ພ້ອມນີ້ ພຣະເຈົ້າສໍາເລັດພາລະກິດຂອງພຣະອົງໃນເນື້ອກາຍມະນຸດ ແລະ ພຣະອົງຈະຈາກມະນຸດໄປໃນບໍ່ຊ້າ; ພຣະອົງຈະບໍ່ອາໄສຢູ່ໃນເນື້ອກາຍຂອງມະນຸດທໍາມະດາອີກຕໍ່ໄປ, ແຕ່ແທນທີ່ຈະໜີຈາກມະນຸດໄປສືບຕໍ່ດໍາເນີນພາລະກິດອີກສ່ວນໜຶ່ງຂອງພຣະອົງ, ພຣະອົງສືບຕໍ່ດໍາເນີນພາລະກິດຂອງພຣະອົງເທິງແຜ່ນດິນໂລກໂດຍນໍາໃຊ້ຜູ້ຄົນທີ່ເຊື່ອໃນພຣະອົງ ປະຕິບັດພາລະກິດແທນພຣະອົງ ແຕ່ປະຕິບັດຢູ່ໃນຄວາມເປັນມະນຸດຂອງພວກເຂົາ.

ພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ສາມາດຢູ່ກັບມະນຸດຕະຫຼອດໄປໄດ້ ເນື່ອງຈາກວ່າ ພຣະອົງມີພາລະກິດອື່ນຢ່າງຫຼວງຫຼາຍທີ່ຕ້ອງກະທໍາ. ພຣະອົງບໍ່ສາມາດຕິດພັນຢູ່ກັບເນື້ອກາຍມະນຸດ, ພຣະອົງຕ້ອງອອກຈາກເນື້ອກາຍມະນຸດເພື່ອກະທໍາພາລະກິດທີ່ພຣະອົງຈໍາເປັນຕ້ອງກະທໍາ, ເຖິງແມ່ນວ່າ ພຣະອົງຈະກະທໍາພາລະກິດນັ້ນເພື່ອມະນຸດກໍຕາມ. ເມື່ອພຣະເຈົ້າສະເດັດມາສູ່ແຜ່ນດິນໂລກ, ພຣະອົງບໍ່ຈໍາເປັນລໍຖ້າຈົນກວ່າພຣະອົງຈະເຖິງສັງຂານແກ່ການຕາຍ ຈຶ່ງຈາກມະນຸດນີ້ໄປ ເໝືອນດັ່ງມະນຸດທໍາມະດາຕ້ອງໄດ້ປະເຊີນ. ບໍ່ວ່າເນື້ອກາຍຂອງພຣະອົງຈະໄດ້ຈັກປີກໍຕາມ ເມື່ອພຣະອົງສໍາເລັດພາລະກິດຂອງພຣະອົງ, ພຣະອົງກໍໜີຈາກມະນຸດໄປ. ພຣະອົງບໍ່ມີອາຍຸ, ພຣະອົງບໍ່ນັບວັນເວລາຂອງພຣະອົງຕາມອາຍຸໄຂຂອງມະນຸດ, ແຕ່ກົງກັນຂ້າມ ພຣະອົງຈົບສິ້ນຊີວິດຂອງພຣະອົງທີ່ສະຖິດໃນເນື້ອກາຍມະນຸດນັ້ນ ອີງຕາມຂັ້ນຕອນຂອງພາລະກິດຂອງພຣະອົງ. ອາດຈະມີບາງຄົນຮູ້ສຶກວ່າການມາສູ່ເນື້ອກາຍມະນຸດຂອງພຣະເຈົ້ານັ້ນຕ້ອງເປັນໄປຕາມຂັ້ນຕອນເຊັ້ນ: ເກີດ, ເປັນ ແລະ ຕາຍຕາມອາຍຸສັງຂານຂອງຄົນ. ນີ້ຄືຈິນຕະນາການຂອງມະນຸດ, ແຕ່ພຣະເຈົ້າບໍ່ໄດ້ດໍາເນີນພາລະກິດແບບນັ້ນ. ພຣະອົງມາສະຖິດຢູ່ໃນເນື້ອກາຍມະນຸດກໍພຽງເພື່ອກະທໍາພາລະກິດທີ່ພຣະອົງຄວນກະທໍາ ແລະ ບໍ່ແມ່ນມາເພື່ອໃຊ້ຊີວິດແບບມະນຸດທົ່ວໄປທີ່ເກີດຈາກພໍ່ແມ່, ເຕີບໂຕ, ສ້າງຄອບຄົວ ແລະ ຖານະ, ມີລູກ, ປະເຊີນກັບຄວາມສຸກທຸກຂອງຊີວິດ ແລະ ທຸກກິດຈະກໍາຂອງມະນຸດທົ່ວໄປ. ເມື່ອພຣະເຈົ້າສະເດັດມາສູ່ແຜ່ນດິນໂລກ, ນີ້ແມ່ນການສວມເນື້ອກາຍມະນຸດຂອງພຣະວິນຍານຂອງພຣະເຈົ້າ, ນັ້ນກໍຄື ການມາສະຖິດຢູ່ເນື້ອກາຍມະນຸດ, ແຕ່ພຣະເຈົ້າບໍ່ໄດ້ໃຊ້ຊີວິດແບບມະນຸດທໍາມະດາສາມັນ. ພຣະອົງພຽງສະເດັດມາເພື່ອສໍາເລັດສ່ວນໜຶ່ງໃນແຜນການຄຸ້ມຄອງຂອງພຣະອົງເທົ່ານັ້ນ. ຫລັງຈາກນັ້ນ ພຣະອົງຈະຈາກມະນຸດໄປ. ເມື່ອພຣະອົງສະເດັດມາສະຖິດຢູ່ໃນເນື້ອກາຍມະນຸດ, ພຣະວິນຍານຂອງພຣະເຈົ້າບໍ່ໄດ້ເຮັດໃຫ້ການເປັນມະນຸດຊາດທີ່ປົກກະຕິຂອງມະນຸດເປັນບໍລິບຸນ. ແຕ່ກົງກັນຂ້າມ ເຖິງເວລາທີ່ພຣະເຈົ້າໄດ້ກໍານົດໄວ້, ພຣະເຈົ້າກໍຈະລົງມືປະຕິບັດພາລະກິດໂດຍກົງ. ດັ່ງນັ້ນ, ຫລັງຈາກໄດ້ກະທໍາທຸກສິ່ງທີ່ພຣະອົງຕ້ອງການກະທໍາ ແລະ ສໍາເລັດພາລະຂອງພຣະອົງ, ພາລະກິດພຣະວິນຍານຂອງພຣະເຈົ້າໃນຂັນຕອນນີ້ກໍສໍາເລັດລົງ ແລະ ຂະນະດຽວກັນນັ້ນ ຊີວິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດກໍສິ້ນສຸດລົງ ໂດຍບໍ່ວ່າເນື້ອກາຍມະນຸດຂອງພຣະອົງຈະມີຊີວິດຍືນ ຫຼື ບໍ່. ນັ້ນໝາຍຄວາມວ່າ, ບໍ່ວ່າໄລຍະຂອງຊີວິດມະນຸດຂອງພຣະອົງຈະເຖິງຈຸດໃດກໍຕາມ, ຈະມີຊີວິດສັ້ນ ຫຼື ຍາວຢູ່ໃນແຜ່ນດິນໂລກນີ້ຢ່າງໃດກໍຕາມ, ທຸກສິ່ງແມ່ນຖືກຕັດສິນໂດຍພາລະກິດຂອງພຣະວິນຍານ. ບໍ່ໄດ້ກ່ຽວຂ້ອງກັບສິ່ງທີ່ມະນຸດເຂົ້າໃຈເຖິງການເປັນມະນຸດທໍາມະດາ. ຍົກຕົວຢ່າງພຣະເຢຊູ, ພຣະອົງໄດ້ໃຊ້ຊີວິດໃນເນື້ອກາຍມະນຸດເຖິງ ສາມສິບສາມປີເຄິ່ງ. ຖ້າອີງຕາມອາຍຸໄຂຂອງຮ່າງກາຍມະນຸດ, ພຣະອົງບໍ່ສົມຄວນສິ້ນພະຊົນໃນອາຍຸນັ້ນ ແລະ ບໍ່ຄວນຈາກໄປເທື່ອ. ແຕ່ນີ້ບໍ່ແມ່ນສິ່ງທີ່ພຣະເຢຊູຕ້ອງເປັນຮ່ວງ. ຫລັງຈາກພາລະກິດຂອງພຣະອົງສໍາເລັດ, ເນື້ອກາຍມະນຸດຂອງພຣະອົງກໍຖືກເອົາໜີໄປ ແລ້ວກໍຫາຍໄປກັບພຣະວິນຍານ. ນີ້ຄືຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໂດຍນໍາໃຊ້ຮ່າງກາຍມະນຸດ. ສະນັ້ນ ເວົ້າໂດຍສະເພາະແລ້ວ, ການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນປາດສະຈາກການເປັນມະນຸດຊາດທໍາມະດາສາມັນ. ເວົ້າອີກກໍຄື, ພຣະອົງສະເດັດມາສູ່ແຜ່ນດິນໂລກນີ້ ບໍ່ແມ່ນເພື່ອໃຊ້ຊີວິດແບບມະນຸດທໍາມະດາ. ພຣະອົງບໍ່ໄດ້ເລິ່ມຕົ້ນດ້ວຍການສ້າງຊີວິດຂອງພຣະອົງໃຫ້ເປັນມະນຸດທໍາມະດາສາມັນ ແລ້ວຫລັງຈາກນັ້ນເລິ່ມປະຕິບັດພາລະກິດຂອງພຣະອົງ, ແຕ່ກົງກັນຂ້າມ ພຽງແຕ່ພຮະອົງບັງເກີດເຂົ້າສູ່ຄອບຄົວມະນຸດທີ່ເປັນປົກກະຕິ ພຣະອົງກໍສາມາດກະທໍາພາລະກິດຂອງພຣະເຈົ້າໄດ້. ພຣະອົງບໍ່ມີຄວາມຕັ້ງໃຈຄືກັບມະນຸດແມ່ນແຕ່ໜ້ອຍດຽວ, ພຣະອົງບໍ່ແມ່ນມະນຸດ ແລະ ແນ່ນອນ ພຣະອົງບໍ່ໃຊ້ຊີວິດຕາມສັງຄົມມະນຸດ ຫຼື ໃສ່ໃຈກັບແນວຄວາມຄິດຂອງມະນຸດ ແລະ ກ່ຽວພັນກັບປັດຊະຍາແຫ່ງຊີວິດຂອງມະນຸດ. ນີ້ແມ່ນພາລະກິດຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດຕັ້ງໃຈກະທໍາ ແລະ ພ້ອມນີ້ ທັງສະແດງເຖິງຄວາມໝາຍອັນສໍາຄັນຂອງການບັງເກີດເປັນມະນຸດທີ່ແທ້ຈິງຂອງພຣະອົງດ້ວຍ. ພຣະເຈົ້າສະເດັດລົງມາສະຖິດຢູ່ໃນເນື້ອກາຍມະນຸດ ສ່ວນໃຫຍ່ ກໍເພື່ອປະຕິບັດສ່ວນໜຶ່ງຂອງພາລະກິດທີ່ພຣະອົງຕ້ອງການປະຕິບັດໃນເນື້ອກາຍມະນຸດ ໂດຍບໍ່ຈໍາເປັນຕ້ອງຜ່ານຂະບວນການໃດ ທີ່ບໍ່ສໍາຄັນ. ສໍາລັບດ້ານປະສົບການຂອງການເປັນມະນຸດທໍາມະດາສາມັນ, ພຣະອົງແມ່ນບໍ່ມີ. ພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງການກະທໍາບໍ່ໄດ້ປະກອບດ້ວຍການເປັນມະນຸດທໍາມະດາສາມັນ. ສະນັ້ນພຣະເຈົ້າສະເດັດມາສະຖິດຢູ່ໃນເນື້ອກາຍຂອງມະນຸດກໍເພື່ອສໍາເລັດພາລະກິດທີ່ພຣະອົງຕ້ອງກະທໍາໃນເນື້ອກາຍມະນຸດເທົ່ານັ້ນ. ສ່ວນອື່ນໆແມ່ນບໍ່ກ່ຽວຂ້ອງກັບພຣະອົງ. ພຣະອົງບໍ່ໄດ້ຜ່ານພິທີການທີ່ຫຍຸ້ງຍາກຫຍັງຫຼາຍຢ່າງ. ຫລັງຈາກພາລະກິດຂອງພຣະເອງສໍາເລັດ, ການບັງເກີດເປັນມະນຸດຂອງພຣະອົງກໍສິ້ນສຸດລົງເຊັ່ນກັນ. ສໍາເລັດຂັ້ນຕອນນີ້ ກໍແປວ່າ ພາລະກິດທີ່ພຣະອົງຕ້ອງການກະທໍາໃນເນື້ອກາຍມະນຸດໄດ້ສິ້ນສຸດລົງ ແລະ ໜ້າທີ່ຂອງການເປັນມະນຸດຂອງພຣະອົງແມ່ນໄດ້ສໍາເລັດ. ພຣະອົງບໍ່ສາມາດປະຕິບັດພາລະກິດຢູ່ໃນເນື້ອກາຍມະນຸດຕະຫຼອດໄປ. ພຣະອົງຕ້ອງເຄື່ອນຍ້າຍໄປບ່ອນອື່ນເພື່ອກະທໍາພາລະກິດ, ບ່ອນທີ່ຢູ່ນອກເນື້ອກາຍມະນຸດ. ດ້ວຍວິທີ່ນີ້ເທົ່ານັ້ນ ພາລະກິດຂອງພຣະອົງຈຶ່ງຈະສາມາດສໍາເລັດຜົນຢ່າງເຕັມທີ່ ແລະ ຂະຫຍາຍອອກໄປຢ່າງກວ້າງຂວາງ. ພຣະເຈົ້າກະທໍາພາລະກິດຕາມແຜນການດັ່ງເດີມຂອງພຣະອົງ. ພາລະກິດໃດທີ່ພຣະອົງຕ້ອງການກະທໍາ ແລະ ພາລະກິດໃດທີ່ພຣະອົງໄດ້ສໍາເລັດ, ພຣະອົງຮູ້ຢ່າງແຈ່ມແຈ້ງເໝືອນດັ່ງຝາມືຂອງພຣະອົງ. ພຣະເຈົ້ານໍາພາມະນຸດທຸກຄົນເດີນຕາມເສັ້ນທາງທີ່ພຣະອົງໄດ້ກໍານົດໄວ້. ບໍ່ມີມະນຸດຄົນໃດສາມາດລົບໜີເສັ້ນທາງນີ້ໄດ້. ມີພຽງຜູ້ທີ່ປະຕິບັດຕາມການຊີ້ນໍາຂອງພຣະວິນຍານຂອງພຣະເຈົ້າເທົ່ານັ້ນຈະສາມາດເຂົ້າສູ່ບ່ອນພັກເຊົາໄດ້. ບາງທີ ໃນພາລະກິດຕໍ່ໄປ ອາດຈະບໍ່ແມ່ນພຣະເຈົ້າທີ່ສະຖິດຢູ່ເນື້ອກາຍມະນຸດເປັນຜູ້ຊີ້ນໍາມະນຸດ ແຕ່ອາດຈະເປັນພຣະວິນຍານມາໃນຮູບແບບທີ່ຈັບຕ້ອງໄດ້ ເປັນຜູ້ນໍາພາຊີວິດມະນຸດ. ເມື່ອນັ້ນມະນຸດຈະສາມາດຈັບຕ້ອງພຣະເຈົ້າ, ເບິ່ງພຣະເຈົ້າຢ່າງລັບໆ ແລະ ສາມາດເຂົ້າສູ່ຄວາມຕ້ອງການທີ່ແທ້ຈິງຂອງພຣະເຈົ້າຢ່າງເຕັມທີ່ ເພື່ອຈະໄດ້ຖືກເຮັດໃຫ້ເປັນຄົນສົມບຸນແບບໂດຍພຣະເຈົ້າຢ່າງແທ້ຈິງ. ນີ້ແມ່ນພາລະກິດທີ່ພຣະເຈົ້າຕັ້ງໃຈຈະກະທໍາໃຫ້ສໍາເລັດ ເຊິ່ງເປັນພາລະກິດທີ່ພຣະອົງວາງແຜນໄວ້ດົນນານມາແລ້ວ. ຈາກສິ່ງນີ້, ພວກເຈົ້າທຸກຄົນຄວນເຫັນເສັ້ນທາງທີ່ພວກເຈົ້າຄວນເດີນຕາມໄດ້ແລ້ວ!

​ກ່ອນ​ນີ້ :ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ຕໍ່​ໄປ:ຈົ່ງຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ

ເນື່ອຫາທີ່ກ່ຽວຂ້ອງ