ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ

ພຣະວິນຍານຂອງພຣະເຈົ້າໄດ້ຊອກຫາເປັນເວລາຫຼາຍປີ ໃນຂະນະທີ່ພຣະອົງປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າໄດ້ນໍາໃຊ້ຜູ້ຄົນຫຼາຍຄົນເພື່ອປະຕິບັດພາລະກິດຂອງພຣະອົງຕະຫຼອດຍຸກຕ່າງໆ. ແຕ່ເຖິງຢ່າງນັ້ນກໍຕາມ ພຣະວິນຍານຂອງພຣະເຈົ້າກໍຍັງບໍ່ມີບ່ອນພັກຜ່ອນທີ່ເໝາະສົມ ເຊິ່ງນີ້ແມ່ນເຫດຜົນທີ່ພຣະເຈົ້າປ່ຽນຜູ້ຄົນຕ່າງໆໃນການເຮັດພາລະກິດຂອງພຣະອົງ. ໂດຍລວມແລ້ວ ພາລະກິດຂອງພຣະອົງແມ່ນຖືກເຮັດຜ່ານຜູ້ຄົນ. ນັ້ນໝາຍຄວາມວ່າ ຫຼາຍປີຜ່ານມາ ພາລະກິດຂອງພຣະເຈົ້າ ແມ່ນບໍ່ເຄີຍຢຸດ ແຕ່ສືບຕໍ່ດໍາເນີນຢູ່ໃນມະນຸດເລື້ອຍມາຈົນເຖິງທຸກວັນນີ້. ເຖິງແມ່ນວ່າພຣະເຈົ້າໄດ້ກ່າວພຣະທໍາຫຼາຍພຽງໃດ ແລະ ໄດ້ປະຕິບັດພາລະກິດຫຼາຍເທົ່າໃດກໍຕາມ ແຕ່ມະນຸດກໍຍັງບໍ່ຮູ້ຈັກພຣະເຈົ້າ ເຊິ່ງນັ້ນກໍເນື່ອງຈາກວ່າພຣະເຈົ້າບໍ່ເຄີຍປະກົດຕົວໃຫ້ມະນຸດໄດ້ເຫັນ ແລະ ພ້ອມນີ້ ພຣະອົງບໍ່ມີເນື້ອກາຍທີ່ສາມາດຈັບຕ້ອງໄດ້. ສະນັ້ນພຣະເຈົ້າຈຶ່ງຕ້ອງນໍາເອົາພາລະກິດດັ່ງກ່າວນີ້ມາສູ່ຄວາມສໍາເລັດ ເຊິ່ງເປັນພາລະກິດທີ່ຈະເຮັດໃຫ້ມະນຸດທຸກຄົນຈະໄດ້ຮູ້ຈັກຄວາມໝາຍຄວາມສໍາຄັນຂອງພຣະເຈົ້າອົງແທ້ຈິງ. ເພື່ອບັນລຸຜົນສໍາເລັດນີ້ ພຣະເຈົ້າຕ້ອງເປີດເຜີຍພຣະວິນຍານຂອງພຣະອົງໃຫ້ມວນມະນຸດໄດ້ສໍາພັດ ແລະ ປະຕິບັດພາລະກິດຂອງພຣະອົງໃນທ່າມກາງພວກເຂົາ. ນັ້ນໝາຍຄວາມວ່າ ເມື່ອພຣະວິນຍານຂອງພຣະເຈົ້າຮັບເອົາຮູບຮ່າງທີ່ເປັນຮູບປະທໍາ, ໃສ່ເນື້ອໜັງ ແລະ ກະດູກ ແລະ ສາມາດຍ່າງໃນທ່າມກາງຜູ້ຄົນຢ່າງເປີດເຜີຍ, ຕິດຕາມພວກເຂົາໃນຊີວິດຂອງພວກເຂົາ, ບາງຄັ້ງປະກົດຕົວ ແລະ ບາງຄັ້ງລົບຊ້ອນ, ເມື່ອນັ້ນເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດເຂົ້າໃຈພຣະອົງຢ່າງເລິກເຊິ່ງ. ຖ້າພຣະເຈົ້າຍັງສະຖິດຢູ່ໃນເນື້ອໜັງເທົ່ານັ້ນ, ພຣະອົງຈະບໍ່ສາມາດສໍາເລັດພາລະກິດທັງໝົດຂອງພຣະອົງໄດ້. ຫລັງຈາກປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງໃນໄລຍະໜຶ່ງ ແລະ ໄດ້ສໍາເລັດພັນທະກິດທີ່ຈໍາເປັນຕ້ອງກະທໍາໃຫ້ສໍາເລັດໃນເນື້ອໜັງ, ພຣະອົງກໍຈະອອກຈາກເນື້ອໜັງ ແລະ ເຮັດພາລະກິດໃນໂລກວິນຍານໃນຮູບລັກຂອງເນື້ອໜັງ ຄືດັງພຣະເຢຊູໄດ້ກະທໍາຫຼັງຈາກທີ່ພຣະອົງໄດ້ເຮັດພາລະກິດໃນໄລຍະໜຶ່ງໃນຄວາມເປັນມະນຸດທໍາມະດາ ແລະ ສໍາເລັດພາລະກິດທັງໝົດທີ່ພຣະອົງຈໍາເປັນຕ້ອງເຮັດ. ພວກເຈົ້າອາດຈື່ບົດຄວາມນີ້ຈາກ “ເສັ້ນທາງ… (5)” ທີ່ວ່າ: “ເຮົາຈື່ພຣະບິດາຂອງເຮົາກ່າວຕໍ່ເຮົາວ່າ “ເທິງແຜ່ນດິນໂລກນີ້ ຈົ່ງເຮັດຕາມຄວາມປະສົງຂອງພຣະບິດາຂອງເຈົ້າເທົ່ານັ້ນ ແລະ ຈົ່ງສໍາເລັດພາລະກິດຂອງພຣະອົງ. ບໍ່ມີສິ່ງໃດກ່ຽວຂ້ອງກັບເຈົ້າ’”. ເຈົ້າເຫັນຫຍັງແດ່ໃນບົດຄວາມນີ້? ເມື່ອພຣະເຈົ້າລົງມາເທິງແຜ່ນດິນໂລກ, ພຣະອົງປະຕິບັດພາລະກິດຂອງພຣະອົງພາຍໃນຄວາມເປັນພຣະເຈົ້າເທົ່ານັ້ນ ເຊິ່ງແມ່ນສິ່ງທີ່ພຣະວິນຍານແຫ່ງສະຫວັນໄດ້ມອບໝາຍໃຫ້ກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ເມື່ອພຣະອົງລົງມາ, ພຣະອົງເວົ້າຢູ່ທົ່ວທຸກແຫ່ງຫົນເທົ່ານັ້ນ ເພື່ອກ່າງພຣະວັດຈະນະຂອງພຣະອົງດ້ວຍວິທີການຕ່າງໆ ແລະ ຈາກຫຼາກຫຼາຍມຸມມອງ. ຫຼັກໆແລ້ວພຣະອົງຖືເອົາການສະໜອງໃຫ້ແກ່ມະນຸດ ແລະ ການສິດສອນມະນຸດເປັນເປົ້າໝາຍ ແລະ ຫຼັກການຂອງພາລະກິດຂອງພຣະອົງ ແລະ ພຣະອົງບໍ່ໄປພົວພັນກັບສິ່ງດັ່ງກ່າວເຊັ່ນຄວາມສໍາພັນລະຫວ່າງຄົນ ຫຼື ລາຍລະອຽດຂອງຊີວິດຂອງຜູ້ຄົນ. ພັນທະກິດຫຼັກຂອງພຣະອົງແມ່ນກການກ່າວແທນພຣະວິນຍານ. ນັ້ນກໍຄືເມື່ອພຣະວິນຍານຂອງພຣະເຈົ້າປະກົດໃນເນື້ອໜັງທີ່ຈັບຕ້ອງໄດ້, ພຣະອົງແມ່ນພຽງສະໜອງໃຫ້ແກ່ຊີວິດມະນຸດ ແລະ ເປີດເຜີຍຄວາມຈິງ. ພຣະອົງບໍ່ພົວພັນກັບວຽກງານຂອງມະນຸດ ເຊິ່ງກໍຄື ພຣະອົງບໍ່ພົວພັນໃນວຽກງານຂອງມະນຸດ. ມະນຸດບໍ່ສາມາດປະຕິບັດພາລະກິດສັດສິດໄດ້ ແລະ ພຣະເຈົ້າຈະບໍ່ພົວພັນໃນວຽກງານຂອງມະນຸດ. ຕະຫຼອດຫຼາຍປີທີ່ຜ່ານມາ ນັບຕັ້ງແຕ່ພຣະເຈົ້າໄດ້ມາສູ່ໂລກນີ້ ເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງໄດ້ກະທໍາພາລະກິດຜ່ານຜູ້ຄົນຕະຫຼອດມາ. ແຕ່ບໍ່ສາມາດຖືວ່າ ຜູ້ຄົນເຫຼົ່ານີ້ເປັນພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ພວກເຂົາເປັນພຽງຜູ້ຄົນທີ່ພຣະເຈົ້ານໍາໃຊ້ເທົ່ານັ້ນ. ໃນຂະນະດຽວກັນ, ພຣະເຈົ້າໃນປະຈຸບັນສາມາດກ່າວຈາກມຸມມອງຂອງຄວາມເປັນພຣະເຈົ້າໂດຍກົງໄດ້ ໂດຍສົ່ງສຽງຂອງພຣະວິນຍານອອກ ແລະ ເຮັດພາລະກິດແທນພຣະວິນຍານ. ໃນທໍານອງດຽວກັນ, ທຸກຄົນທີ່ພຣະເຈົ້ານໍາໃຊ້ໃນຫຼາຍຍຸກຫຼາຍສະໄໝຜ່ານມາແມ່ນຕົວຢ່າງຂອງການເຮັດພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຮ່າງກາຍທີ່ເປັນເນື້ອໜັງ ແລ້ວເປັນຫຍັງຈຶ່ງບໍ່ສາມາດເອີ້ນພວກເຂົາວ່າເປັນພຣະເຈົ້າໄດ້? ແຕ່ພຣະເຈົ້າໃນທຸກມື້ນີ້ຍັງແມ່ນພຣະວິນຍານຂອງພຣະເຈົ້າທີ່ກະທໍາພາລະກິດໃນເນື້ອໜັງໂດຍກົງ ແລະ ພຣະເຢຊູກໍແມ່ນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດໃນເນື້ອໜັງເຊັ່ນດຽວກັນ; ທັງສອງແມ່ນເອີ້ນວ່າພຣະເຈົ້າ. ແມ່ນຫຍັງຄືຄວາມແຕກຕ່າງ? ຜູ້ຄົນທີ່ພຣະເຈົ້າໃຊ້ໃນຫຼາຍຍຸກຫຼາຍສະໄໝແມ່ນລ້ວນແລ້ວແຕ່ສາມາດສະແດງແນວຄິດ ແລະ ເຫດຜົນຢ່າງປົກກະຕິ. ພວກເຂົາຮູ້ເຖິງຫຼັກການໃນການປະພຶດຂອງມະນຸດ. ພວກເຂົາມີແນວຄິດປົກກະຕີແບບມະນຸດ ແລະ ມີທຸກສິ່ງທີ່ຜູ້ຄົນທໍາມະດາຄວນມີ. ສ່ວນໃຫຍ່ພວກເຂົາມີຄວາມສາມາດພິເສດ ແລະ ສະຕິປັນຍາມາແຕ່ເກີດ. ໃນການກະທໍາພາລະກິດຕໍ່ຜູ້ຄົນເຫຼົ່ານີ້ ພຣະວິນຍານຂອງພຣະເຈົ້າໄດ້ນໍາໃຊ້ຄວາມສາມາດຂອງພວກເຂົາ ເຊິ່ງເປັນພອນສະຫວັນທີ່ພຣະເຈົ້າປະທານໃຫ້ພວກເຂົາຢູ່ແລ້ວ. ພຣະວິນຍານຂອງພຣະເຈົ້ານໍາໃຊ້ຄວາມສາມາດຂອງພວກເຂົາ ໂດຍໃຊ້ຈຸດແຂງຂອງພວກເຂົາໃນການຮັບໃຊ້ພຣະເຈົ້າ. ແຕ່ເຖິງຢ່າງນັ້ນກໍຕາມ, ແກ່ນແທ້ຂອງພຣະເຈົ້າແມ່ນປາສະຈາກແນວຄິດ ຫຼື ຄວາມຄິດ, ປາສະຈາກເຈດຕະນາຂອງມະນຸດ ແລະ ແມ່ນແຕ່ຂາດສິ່ງທີ່ມະນຸດທໍາມະດາມີ. ນັ້ນໝາຍຄວາມວ່າ ພຣະອົງບໍ່ມີຄວາມຮູ້ທາງດ້ານຫຼັກທໍາຂອງການປະພຶດຂອງມະນຸດ. ມັນເປັນແນວນີ້ເມື່ອພຣະເຈົ້າໃນປະຈຸບັນມາສູ່ແຜ່ນດິນໂລກ. ພາລະກິດຂອງພຣະອົງ ແລະ ພຣະທໍາຂອງພຣະອົງແມ່ນບໍ່ໄດ້ປົນກັບເຈດຕະນາ ຫຼື ຄວາມຄິດຂອງມະນຸດ ແຕ່ສິ່ງເຫຼົ່ານັ້ນແມ່ນການສະແດງຂອງເຈດຕະນາຂອງພຣະວິນຍານໂດຍກົງ ແລະ ພຣະອົງເຮັດພາລະກິດໃນນາມຂອງພຣະເຈົ້າໂດຍກົງ. ນີ້ໝາຍຄວາມວ່າ ພຣະວິນຍານເວົ້າໂດຍກົງເຖິງ ເຊິ່ງກໍຄື ຄວາມເປັນພຣະເຈົ້າເຮັດພາລະກິດໂດຍກົງໂດຍບໍ່ໄດ້ໄປປົນກັບເຈດຕະນາຂອງມະນຸດແມ່ນແຕ່ໜ້ອຍ. ເວົ້າອີກແບບໜຶ່ງກໍຄື ພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນສະແດງໃຫ້ເຫັນເຖິງຄວາມເປັນພຣະເຈົ້າໂດຍກົງ ໂດຍປາດສະຈາກຄວາມຄິດ ແລະ ແນວຄິດຂອງມະນຸດ ແລະ ບໍ່ມີຄວາມເຂົ້າໃຈໃນຫຼັກການຂອງການປະພຶດຂອງມະນຸດ. ຖ້າມີພຽງແຕ່ຄວາມເປັນພຣະເຈົ້າປະຕິບັດພາລະກິດ (ໝາຍຄວາມວ່າ ຖ້າມີພຽງພຣະເຈົ້າເອງປະຕິບັດພາລະກິດ) ກໍຈະບໍ່ມີທາງທີ່ພາລະກິດຂອງພຣະເຈົ້າຈະຖືກປະຕິບັດຢູ່ເທິງແຜ່ນດິນໂລກ. ສະນັ້ນ ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ ພຣະອົງຕ້ອງໄດ້ມີກຸ່ມຄົນຈໍານວນໜ້ອຍໜຶ່ງທີ່ພຣະອົງນໍາໃຊ້ເພື່ອເຮັດພາລະກິດພາຍໃນມະນຸດຊາດ ຮ່ວມກັບພາລະກິດທີ່ພຣະເຈົ້າກະທໍາໃນຄວາມເປັນພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ພຣະອົງໃຊ້ວຽກງານຂອງມະນຸດເພື່ອສະໜັບສະໜູນພາລະກິດສັກສິດຂອງພຣະອົງ. ບໍ່ດັ່ງນັ້ນກໍຈະບໍ່ມີທາງທີ່ມະນຸດຈະສາມາດພົວພັນກັບພາລະກິດທີ່ສັກສິດໄດ້ໂດຍກົງ. ມັນເປັນແນວນີ້ສໍາລັບພຣະເຢຊູ ແລະ ອັກຄະສາວົກທັງຫຼາຍຂອງພຣະອົງ. ໃນສະໄໝທີ່ພຣະອົງຢູ່ໃນໂລກ, ພຣະເຢຊູໄດ້ລົບລ້າງພຣະບັນຍັດເກົ່າ ແລະ ສ້າງພຣະບັນຍັດໃໝ່. ພ້ອມນີ້ພຣະອົງໄດ້ກ່າວພຣະທໍາໄວ້ຫຼາຍຂໍ້. ພາລະກິດທັງໝົດນີ້ແມ່ນກະທໍາໃນຄວາມເປັນພຣະເຈົ້າ. ສ່ວນບຸກຄົນອື່ນເຊັ່ນ: ເປໂຕ, ໂປໂລ ແລະ ໂຢຮັນ ລ້ວນແລ້ວແຕ່ອີງພາລະກິດທີ່ເກີດຂຶ້ນພາຍຫຼັງຂອງພວກເຂົາໃສ່ພື້ນຖານຂອງພຣະທໍາຂອງພຣະເຢຊູ. ນັ້ນກໍຄື ພຣະເຈົ້າໄດ້ລິເລິ່ມພາລະກິດຂອງພຣະອົງໃນຍຸກນັ້ນ ເຊິ່ງເປັນການນໍາໄປສູ່ການເລິ່ມຕົ້ນຂອງຍຸກແຫ່ງພຣະຄຸນ; ນັ້ນກໍຄື ພຣະອົງໄດ້ນໍາມາຍຸກໃໝ່, ລົບລ້າງຍຸກເກົ່າ ພ້ອມທັງໄດ້ສໍາເລັດຂໍ້ພຣະທໍາທີ່ວ່າ “ພຣະເຈົ້າແມ່ານການເລີ່ມຕົ້ນ ແລະ ການສິ້ນສຸດ”. ເວົ້າອີກແບບໜຶ່ງກໍຄື ມະນຸດຕ້ອງເຮັດວຽກງານຂອງມະນຸດບົນພື້ນຖານຂອງພາລະກິດທີ່ສັກສິດ. ຫລັງຈາກທີ່ພຣະເຢຊູໄດ້ກ່າວໃນສິ່ງທີ່ພຣະອົງຕ້ອງການກ່າວ ແລະ ໄດ້ສໍາເລັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງກໍຈາກມະນຸດໄປ. ຫລັງຈາກນີ້ ທຸກຄົນທີ່ກໍາລັງກະທໍາພາລະກິດ ກໍເຮັດຕາມຫຼັກການທີ່ໄດ້ສະແດງອອກໃນພຣະທໍາຂອງພຣະອົງ ແລະ ປະຕິບັດຕາມຄວາມຈິງທີ່ພຣະອົງໄດ້ກ່າວໄວ້. ຜູ້ຄົນທັງໝົດເຫຼົ່ານີ້ແມ່ນກະທໍາພາລະກິດເພື່ອພຣະເຢຊູ. ຖ້າຫາກມີແຕ່ພຣະເຢຊູກະທໍາພາລະກິດພຽງແຕ່ພຣະອົງເທົ່ານັ້ນ, ບໍ່ວ່າພຣະອົງຈະກ່າວພຣະທໍາຫຼາຍພຽງໃດ ຜູ້ຄົນກໍຈະບໍ່ສາມາດສໍາພັດກັບພຣະທໍາຂອງພຣະອົງໄດ້ ເພາະວ່າ ພຣະອົງກະທໍາພາລະກິດໃນຄວາມເປັນພຣະເຈົ້າ ແລະ ສາມາດພຽງແຕ່ກ່າວພຣະທໍາໃນຄວາມເປັນພຣະເຈົ້າເທົ່ານັ້ນ ແລະ ພຣະອົງບໍ່ສາມາດອະທິບາຍເຖິງສິ່ງຕ່າງໆເຖິງຈຸດທີ່ຜູ້ຄົນທົ່ວໄປສາມາດເຂົ້າໃຈພຣະທໍາຂອງພຣະອົງໄດ້. ສະນັ້ນ ພຣະອົງຈໍາເປັນຕ້ອງໄດ້ມີອັກຄະສາວົກ ແລະ ສາສະດາ ທີ່ມານໍາຫລັງພຣະອົງເພື່ອຊ່ວຍພາລະກິດຂອງພຣະອົງ. ນີ້ແມ່ນຫຼັກການໃນການເຮັດພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ເຊິ່ງນໍາໃຊ້ເນື້ອໜັງທີ່ບັງເກີດເປັນມະນຸດເພື່ອເວົ້າເຖິງພຣະທໍາ ແລະ ເຮັດພາລະກິດ ເພື່ອໃຫ້ສໍາເລັດພາລະກິດຂອງຄວາມເປັນພຣະເຈົ້າ ແລະ ຫຼັງຈາກນັ້ນກໍໄດ້ນໍາໃຊ້ຜູ້ຄົນສາມສີ່ຄົນ ຫຼື ອາດຫຼາຍກວ່ານັ້ນ ທີ່ສະແຫວງຫາໃຈຂອງພຣະເຈົ້າ ເພື່ອຊ່ວຍເຫຼືອພາລະກິດຂອງພຣະອົງ. ໝາຍຄວາມວ່າ ພຣະເຈົ້ານໍາໃຊ້ຜູ້ຄົນທີ່ສະແຫວງຫາໃຈຂອງພຣະອົງ ເພື່ອກະທໍາພາລະກິດໃນການຊີ້ນໍາ ແລະ ຫົດສົງມະນຸດຊາດ ເພື່ອວ່າຄົນທີ່ພຣະເຈົ້າເລືອກອາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ.

ເມື່ອພຣະເຈົ້າມາສູ່ເນື້ອໜັງ, ຖ້າພຣະອົງພຽງແຕ່ກະທໍາພາລະກິດຂອງຄວາມເປັນພຣະເຈົ້າເທົ່ານັ້ນ ໂດຍທີ່ບໍ່ມີຜູ້ຄົນສະແຫວງຫາໃຈຂອງພຣະອົງ ເພື່ອປະຕິບັດພາລະກິດຮ່ວມກັບພຣະອົງ, ມະນຸດກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ພົວພັນກັບພຣະອົງໄດ້. ພຣະເຈົ້າຕ້ອງໃຊ້ຜູ້ຄົນທໍາມະດາທີ່ສະແຫວງຫາໃຈຂອງພຣະອົງ ເພື່ອສໍາເລັດພາລະກິດນີ້, ເພື່ອເບິ່ງແຍງ ແລະ ຊີ້ນໍາຄຣິສຕະຈັກ ເພື່ອລະດັບທີ່ການຮັບຮູ້ຂອງມະນຸດ ກໍຄືສະໝອງຂອງເຂົາປະມວນນັ້ນຈະສາມາດຈິນຕະນາການໄດ້. ເວົ້າອີກແບບໜຶ່ງກໍຄື ພຣະເຈົ້ານໍາໃຊ້ຜູ້ຄົນຈໍານວນໜຶ່ງທີ່ສະແຫວງຫາໃຈຂອງພຣະອົງເພື່ອ “ແປຄວາມໝາຍ” ພາລະກິດທີ່ພຣະອົງກະທໍາໃນຄວາມເປັນພຣະເຈົ້າຂອງພຣະອົງ ເພື່ອໃຫ້ພາລະກິດດັ່ງກ່າວໄດ້ຖືກເປີດເຜີຍອອກ ເຊິ່ງນັ້ນກໍຄື ເພື່ອປ່ຽນພາສາສັກສິດເປັນພາສາມະນຸດ ເພື່ອວ່າ ຜູ້ຄົນຈະສາມາດຢັ່ງຮູ້ ແລະ ເຂົ້າໃຈພາລະກິດນັ້ນ. ຖ້າພຣະເຈົ້າບໍ່ໄດ້ກະທໍາດັ່ງນັ້ນ ກໍຈະບໍ່ມີໃຜເຂົ້າໃຈພາສາສັກສິດຂອງພຣະເຈົ້າໄດ້ ຍ້ອນວ່າ ບໍ່ວ່າຢ່າງໃດກໍຕາມ ຜູ້ຄົນທີ່ສະແຫວງຫາໃຈຂອງພຣະເຈົ້ານັ້ນ ແມ່ນເປັນຄົນກຸ່ມນ້ອຍ ແລະ ຍ້ອນວ່າ ຄວາມສາມາດໃນການເຂົ້າໃຈຂອງມະນຸດແມ່ນຕໍ່າຫຼາຍ. ນັ້ນແມ່ນເຫດຜົນທີ່ພຣະເຈົ້າເລືອກໃຊ້ວິທີນີ້ເທົ່ານັ້ນ ໃນເວລາກະທໍາພາລະກິດໃນເນື້ອໜັງທີ່ເກີດເປັນມະນຸດ. ຖ້າມີແຕ່ພາລະກິດສັກສິດເທົ່ານັ້ນ ມະນຸດຈະບໍ່ມີທາງເຂົ້າໃຈ ຫຼື ພົວພັນກັບພຣະເຈົ້າໄດ້ ຍ້ອນວ່າ ມະນຸດບໍ່ເຂົ້າໃຈພາສາຂອງພຣະເຈົ້າ. ມະນຸດສາມາດເຂົ້າໃຈພາສານີ້ໄດ້ຜ່ານຕົວແທນຂອງຜູ້ຄົນທີ່ສະແຫວງຫາໃຈຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນຜູ້ທີ່ອະທິບາຍພຣະທໍາຂອງພຣະອົງໃຫ້ແຈ່ມແຈ້ງຂຶ້ນ. ເຖິງຢ່າງໃດກໍຕາມ, ຖ້າມີແຕ່ຜູ້ຄົນດັ່ງກ່າວທີ່ປະຕິບັດພາລະກິດພາຍໃນມະນຸດຊາດ, ນັ້ນກໍພຽງແຕ່ສາມາດຮັກສາຊີວິດປົກກະຕິຂອງມະນຸດເທົ່ານັ້ນ ແຕ່ບໍ່ສາມາດປ່ຽນແປງອຸປະນິໄສຂອງມະນຸດໄດ້. ພາລະກິດຂອງພຣະເຈົ້າຈະບໍ່ສາມາດມີຈຸດເລິ່ມຕົ້ນໃໝ່ໄດ້; ຈະມີແຕ່ເພງເກົ່າ ແລະ ຄໍາເວົ້າເກົ່າຊໍ້າຊາກ. ມີແຕ່ຜ່ານຕົວແທນຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ທີ່ກ່າວທຸກສິ່ງທີ່ຈໍາເປັນຕ້ອງກ່າວ ແລະ ກະທໍາທຸກສິ່ງທີ່ຈໍາເປັນຕ້ອງກະທໍາໃນຊ່ວງເວລາຂອງການບັງເກີດເປັນມະນຸດຂອງພຣະອົງ ຫລັງຈາກທີ່ຜູ້ຄົນປະຕິບັດ ແລະ ປະສົບກັບພາລະກິດຕາມພຣະທໍາຂອງພຣະອົງ ເຊິ່ງດ້ວຍເຫດນັ້ນເທົ່ານັ້ນ ອູປະນິໄສທາງຊີວິດຂອງພວກເຂົາຈຶ່ງຈະສາມາດປ່ຽນໄດ້ ແລະ ດ້ວຍເຫດນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດດໍາລົງຊີວິດໄປກັບການເວລາໄດ້. ພຣະອົງທີ່ກະທໍາພາລະກິດພາຍໃນຄວາມເປັນພຣະເຈົ້າແມ່ນຕົວແທນພຣະເຈົ້າ ໃນຂະນະທີ່ຜູ້ທີ່ກະທໍາພາລະກິດພາຍໃນຄວາມເປັນມະນຸດແມ່ນຜູ້ຄົນທີ່ພຣະເຈົ້ານໍາໃຊ້. ນັ້ນໝາຍຄວາມວ່າ ພຣະເຈົ້າທີບັງເກີດເປັນມະນຸດ ແມ່ນແຕກຕ່າງຈາກຜູ້ຄົນທີ່ພຣະເຈົ້ານໍາໃຊ້ຢ່າງຊັດເຈນ. ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນສາມາດກະທໍາພາລະກິດຂອງຄວາມເປັນພຣະເຈົ້າ ໃນຂະນະທີ່ຜູ້ຄົນທີ່ພຣະເຈົ້າໃຊ້ແມ່ນບໍ່ສາມາດເຮັດ ໄດ້. ໃນເບື້ອງຕົ້ນຂອງແຕ່ລະຍຸກນັ້ນ ພຣະວິນຍານຂອງພຣະເຈົ້າກ່າວດ້ວຍຕົວເອງ ແລະ ເປີດຍຸກໃໝ່ເພື່ອນໍາມະນຸດເຂົ້າສູ່ການເລິ່ມຕົ້ນໃໝ່. ເມື່ອພຣະອົງໄດ້ກ່າວສິ້ນສຸດລົງ, ນີ້ສະແດງວ່າ ພາລະກິດຂອງພຣະເຈົ້າພາຍໃນຄວາມເປັນພຣະເຈົ້າຂອງພຣະອົງແມ່ນສໍາເລັດລົງ. ຫລັງຈາກນັ້ນ ທຸກຄົນກໍເດີນຕາມການນໍາພາຂອງຜູ້ທີ່ພຣະເຈົ້າໃຊ້ເພື່ອເຂົ້າສູ່ປະສົບການຊີວິດຂອງພວກເຂົາ. ໃນກໍລະນີດຽວກັນ ກໍເປັນຂັ້ນຕອນທີ່ພຣະເຈົ້ານໍາມະນຸດເຂົ້າສູ່ຍຸກໃໝ່ ແລະ ມອບຈຸດເລິ່ມຕົ້ນໃໝ່ໃຫ້ກັບທຸກຄົນ ເຊິ່ງເປັນເວລາທີ່ພາລະກິດຂອງພຣະເຈົ້າໃນເນື້ອໜັງສິ້ນສິ້ນລົງ.

ພຣະເຈົ້າບໍ່ໄດ້ມາສູ່ແຜ່ນດິນໂລກ ເພື່ອເຮັດໃຫ້ຄວາມເປັນມະນຸດທໍາມະດາຂອງພຣະອົງສົມບູນ ແລະ ບໍ່ໄດ້ເພື່ອກະທໍາພາລະກິດຂອງຄວາມເປັນມະນຸດທໍາມະດາ. ພຣະອົງມາເພື່ອກະທໍາພາລະກິດຂອງຄວາມເປັນພຣະເຈົ້າໃນຄວາມເປັນມະນຸດທໍາມະດາເທົ່ານັ້ນ. ສິ່ງທີ່ພຣະເຈົ້າກ່າວເຖິງກ່ຽວກັບຄວາມເປັນມະນຸດຊາດທໍາມະດາບໍ່ແມ່ນຄືສິ່ງທີ່ມະນຸດວາດພາບເອົາໄວ້. ມະນຸດນິຍາມ “ຄວາມເປັນມະນຸດທໍາມະາດ” ວ່າການມີເມຍ ຫຼື ຜົວ, ມີລູກຊາຍ ແລະ ລູກສາວ ເຊິ່ງເປັນສິ່ງພິສູດວ່າ ຄົນເຮົາແມ່ນຄົນປົກກະຕິ; ແຕ່ຢ່າງໃດກໍຕາມ, ພຣະເຈົ້າບໍ່ເຫັນຄວາມເປັນມະນຸດທໍາມະາດໃນທໍານອງນັ້ນ. ພຣະອົງເຫັນຄວາມເປັນມະນຸດທໍາມະດາວ່າ ເປັນການມີຄວາມຄິດແບບມະນຸດທໍາມະດາ, ມີຊີວິດແບບມະນຸດທໍາມະດາ ແລະ ເກີດເປັນຄົນທໍາມະດາ. ແຕ່ຄວາມທໍາມະດາຂອງພຣະອົງບໍ່ໄດ້ລວມເຖິງການມີເມຍ ຫຼື ຜົວ ແລະ ລູກ ຄືດັ່ງມະນຸດເວົ້າກັນກ່ຽວກັບຄວາມທໍາມະດາ. ສໍາລັບມະນຸດແລ້ວ ການເປັນມະນຸດທໍາມະດາທີ່ພຣະເຈົ້າກ່າວເຖິງ ແມ່ນສິ່ງທີ່ມະນຸດຈະຖືວ່າ ການຂາດຄວາມເປັນມະນຸດ ໂດຍທີ່ເກືອບຂາດອາລົມ ແລະ ເບິ່ງຄືວ່າ ຂາດຄວາມຕ້ອງການທາງດ້ານເນື້ອໜັງຄືດັ່ງພຣະເຢຊູ ທີ່ທີ່ມີຮູບລັກພາຍນອກຂອງຄົນທໍາມະດາ ແລະ ມີລັກສະນະຂອງຄົນທໍາມະດາເທົ່ານັ້ນ ແຕ່ໃນແກ່ນແທ້ແລ້ວ ແມ່ນບໍ່ໄດ້ມີທຸກສິ່ງທີ່ຄົນທໍາມະດາຄວນມີ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ແກ່ນແທ້ຂອງພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ໄດ້ມີຄວາມເປັນມະນຸດທໍາມະດາທັງໝົດ ແຕ່ມີພຽງບາງສ່ວນໃນສິ່ງທີ່ຜູ້ຄົນຄວນມີ ເພື່ອສະໜັບສະໜູນວຽກປະຈໍາຂອງຊີວິດມະນຸດທໍາມະດາ ແລະ ໄດ້ຮັບພະລັງແຫ່ງເຫດຜົນຂອງມະນຸດທໍາມະດາເທົ່ານັ້ນ. ແຕ່ວ່າສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບສິ່ງທີ່ມະນຸດຖືວ່າ ຄວາມເປັນມະນຸດທໍາມະດາ. ສິ່ງເຫຼົ່ານັ້ນຄືສິ່ງທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຄວນມີ. ເຖິງຢ່າງໃດກໍຕາມ, ຍັງມີຜູ້ຄົນທີ່ຢືນຢັນວ່າ ສາມາດເວົ້າໄດ້ວ່າ ພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນມີຄວາມເປັນມະນຸດທໍາມະດາ ຖ້າພຣະອົງມີເມຍ, ລູກຊາຍ ແລະ ລູກສາວ ເຊິ່ງກໍຄືຄອບຄົວເທົ່ານັ້ນ; ພວກເຂົາເວົ້າວ່າ ຖ້າບໍ່ມີສິ່ງນີ້ ພຣະອົງກໍບໍ່ແມ່ນ ຄົນທໍາມະດາ. ຊັ້ນເຮົາຂໍຖາມເຈົ້າດັ່ງນີ້ວ່າ “ພຣະເຈົ້າມີເມຍບໍ? ເປັນໄປໄດ້ບໍທີ່ພຣະເຈົ້າຈະມີຜົວ? ພຣະເຈົ້າສາມາດມີລູກໄດ້ບໍ?” ສິ່ງເຫຼົ່ານີ້ບໍ່ແມ່ນຄວາມເຊື່ອທີ່ຜິດບໍ? ເຖິງຢ່າງໃດກໍຕາມ, ພຣະເຈົ້າຜູ້ບັງເກີດເປັນມະນຸດກໍບໍ່ສາມາດເກີດຈາກແຫງລະຫວ່າງຫີນໄດ້ ຫຼື ຫຼົ່ນລົງມາແຕ່ເທິງຟ້າ. ພຣະອົງພຽງແຕ່ສາມາດບັງເກີດເຂົ້າສູ່ຄອບຄົວມະນຸດທໍາມະດາເທົ່ານັ້ນ. ນັ້ນແມ່ນເຫດຜົນທີ່ວ່າ ພຣະອົງຈຶ່ງມີພໍ່ແມ່, ເອື້ອຍ ແລະ ນ້ອງສາວ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຄວາມເປັນມະນຸດທໍາມະດາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຄວນມີ. ເຊັ່ນດຽວກັບກໍລະນີຂອງພຣະເຢຊູ; ພຣະເຢຊູມີພໍ່ ແລະ ແມ່, ອ້າຍ-ເອື້ອຍ ແລະ ນ້ອງ ແລະ ທັງໝົດນີ້ແມ່ນປົກກະຕີ. ແຕ່ຖ້າພຣະອົງມີເມຍ, ລູກຊາຍ ແລະ ລູກສາວ, ພຣະອົງຈະບໍ່ແມ່ນມະນຸດທໍາມະດາ ທີ່ພຣະເຈົ້າຕັ້ງໃຈໃຫ້ພຣະເຈົ້າຜູ້ບັງເກີດເປັນມະນຸດມີ. ຖ້າເປັນດັ່ງນີ້ ພຣະອົງຈະບໍ່ສາມາດກະທໍາພາລະກິດໃນນາມພຣະເຈົ້າໄດ້. ຍ້ອນພຣະອົງບໍ່ມີເມຍ ຫຼື ລູກ ແຕ່ກໍເກີດຈາກຜູ້ຄົນທໍາມະດາໃນຄອບຄົວທໍາມະດາ, ພຣະອົງຈຶ່ງສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້. ເວົ້າໃຫ້ຈະແຈ້ງກວ່ານີ້ກໍຄື ສິ່ງທີ່ພຣະເຈົ້າຖືວ່າ ເປັນຄົນທໍາມະດາແມ່ນຄົນທີ່ເກີດຢູ່ໃນຄອບຄົວທໍາມະດາ. ມີພຽງແຕ່ບຸກຄົນແບບນີ້ເທົ່ານັ້ນທີ່ມີຄຸນສົມບັດເຮັດພາລະກິດສັກສິດໄດ້. ໃນທາງກົງກັນຂ້າມ ຖ້າຫາກວ່າບຸກຄົນນັ້ນມີເມຍ, ລູກ ຫຼື ຜົວ, ຄົນນັ້ນຈະບໍ່ສາມາດເຮັດພາລະກິດສັກສິດໄດ້ ເພາະວ່າພວກເຂົາຈະມີພຽງແຕ່ຄວາມເປັນມະນຸດທໍາມະດາທີ່ມະນຸດຕ້ອງການ ແຕ່ບໍ່ແມ່ນຄວາມເປັນມະນຸດທໍາມະດາທີ່ພຣະເຈົ້າຕ້ອງການ. ສິ່ງທີ່ພຣະເຈົ້າຄິດເອົາໄວ້ ແລະ ສິ່ງທີ່ຜູ້ຄົນເຂົ້າໃຈແມ່ນແຕກຕ່າງກັນຫຼາຍ. ໃນຂັ້ນຕອນພາລະກິດນີ້ຂອງພຣະເຈົ້າ ມີຫຼາຍສິ່ງທີ່ກົງກັນຂ້າມ ແລະ ແຕກຕ່າງຈາກແນວຄິດຂອງຄົນຫຼາຍ. ຄົນເຮົາສາມາດເວົ້າໄດ້ວ່າ ຂັ້ນຕອນພາລະກິດນີ້ຂອງພຣະເຈົ້າແມ່ນລ້ວນແລ້ວແຕ່ມີຄວາມເປັນພຣະເຈົ້າເຮັດພາລະກິດໂດຍກົງ ໂດຍທີ່ມີມະນຸດຮັບໜ້າທີ່ເປັນຜູ້ສະໜັບສະໜູນ. ເນື່ອງຈາກວ່າ ພຣະເຈົ້າມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ແທນທີ່ຈະອະນຸຍາດໃຫ້ມະນຸດກະທໍາແທນພຣະອົງ, ພຣະອົງຈຶ່ງບັງເກີດເປັນມະນຸດໃນເນື້ອໜັງ (ເປັນຄົນທໍາມະດາທີ່ບໍ່ສົມບູນ) ເພື່ອເຮັດພາລະກິດຂອງພຣະອົງ. ພຣະອົງໃຊ້ການບັງເກີດເປັນມະນຸດນີ້ເພື່ອສະແດງຍຸກໃໝ່ກັບມະນຸດ, ເພື່ອບອກມະນຸດກ່ຽວກັບຂັ້ນຕໍ່ໄປຂອງພາລະກິດຂອງພຣະອົງ ແລະ ເພື່ອຂໍໃຫ້ຜູ້ຄົນປະຕິບັດຕາມເສັ້ນທາງທີ່ໄດ້ອະທິບາຍໄວ້ໃນພຣະທໍາຂອງພຣະອົງ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າໃນເນື້ອໜັງຈຶ່ງສໍາເລັດ; ພຣະອົງກໍາລັງຈະຈາກມະນຸດໄປ ໂດຍທີ່ຈະບໍ່ອາໄສຢູ່ໃນເນື້ອໜັງຂອງມະນຸດທໍາມະດາອີກຕໍ່ໄປ, ແຕ່ຈະໜີຈາກມະນຸດໄປສືບຕໍ່ດໍາເນີນພາລະກິດອີກສ່ວນໜຶ່ງຂອງພຣະອົງແທນ. ຫຼັງຈາກນັ້ນ ພຣະອົງຈະສືບຕໍ່ດໍາເນີນພາລະກິດຂອງພຣະອົງເທິງແຜ່ນດິນໂລກໃນທ່າມກາງຄົນກຸ່ມນີ້ ແຕ່ຈະດໍາເນີນຢູ່ໃນຄວາມເປັນມະນຸດຂອງພວກເຂົາ ໂດຍນໍາໃຊ້ຜູ້ຄົນທີ່ສະແຫວງຫາໃຈຂອງພຣະອົງເອງ.

ພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ສາມາດຢູ່ກັບມະນຸດຕະຫຼອດໄປໄດ້ ເນື່ອງຈາກວ່າ ພຣະເຈົ້າມີພາລະກິດອື່ນຢ່າງຫຼວງຫຼາຍທີ່ຕ້ອງກະທໍາ. ພຣະອົງບໍ່ສາມາດຕິດພັນຢູ່ກັບເນື້ອໜັງ; ພຣະອົງຕ້ອງອອກຈາກເນື້ອໜັງເພື່ອກະທໍາພາລະກິດທີ່ພຣະອົງຕ້ອງກະທໍາ, ເຖິງແມ່ນວ່າ ພຣະອົງຈະກະທໍາພາລະກິດໃນຮູບລັກຂອງເນື້ອໜັງກໍຕາມ. ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ, ພຣະອົງບໍ່ໄດ້ລໍຖ້າຈົນກວ່າພຣະອົງຈະມີຮູບຮ່າງທີ່ຄົນທໍາມະດາຄວນຈະໄດ້ຮັບກ່ອຍຕາຍ ຫຼື ອອຈາກການເປັນມະນຸດ. ບໍ່ວ່າເນື້ອໜັງຂອງພຣະອົງຈະໄດ້ຈັກປີກໍຕາມ ແຕ່ເມື່ອພາລະກິດຂອງພຣະອົງໄດ້ສໍາເລັດ, ພຣະອົງກໍຈະໄປ ແລະ ອອກຈາກມະນຸດ. ພຣະອົງບໍ່ມີອາຍຸ, ພຣະອົງບໍ່ນັບວັນເວລາຂອງພຣະອົງຕາມອາຍຸໄຂຂອງມະນຸດ; ແຕ່ກົງກັນຂ້າມ ພຣະອົງຈົບຊີວິດຂອງພຣະອົງທີ່ສະຖິດໃນເນື້ອໜັງຕາມຂັ້ນຕອນຂອງພາລະກິດຂອງພຣະອົງ. ອາດຈະມີບາງຄົນຮູ້ສຶກວ່າ ໃນການມາສູ່ເນື້ອໜັງນັ້ນ ພຣະເຈົ້າຕ້ອງມີອາຍຸຮອດຂອບເຂດໃດໜຶ່ງ, ຕ້ອງເຕີບໃຫຍ່ເປັນຜູ້ໃຫຍ່, ມີອາຍຸເຖົ້າແກ່ ແລະ ຈາກໄປເມື່ອຮ່າງກາຍນັ້ນເຮັດພາລະກິດບໍ່ໄດ້ແລ້ວ. ນີ້ຄືຈິນຕະນາການຂອງມະນຸດ; ແຕ່ພຣະເຈົ້າບໍ່ໄດ້ດໍາເນີນພາລະກິດແບບນັ້ນ. ພຣະອົງມາສູ່ເນື້ອໜັງເທົ່ານັ້ນເພື່ອກະທໍາພາລະກິດທີ່ພຣະອົງຄວນກະທໍາ ແລະ ບໍ່ແມ່ນມາເພື່ອໃຊ້ຊີວິດແບບມະນຸດທົ່ວໄປທີ່ເກີດຈາກພໍ່ແມ່, ເຕີບໃຫຍ່ ແລະ ສ້າງຄອບຄົວ ແລະ ອາຊີບ, ມີລູກ ແລະ ລ້ຽງລູກ ຫຼື ປະສົບກັບຄວາມສຸກທຸກຂອງຊີວິດ ເຊິ່ງລ້ວນແລ້ວແຕ່ເປັນກິດຈະກໍາຂອງມະນຸດທົ່ວໄປ. ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ, ນີ້ແມ່ນການສວມເນື້ອໜັງຂອງພຣະວິນຍານຂອງພຣະເຈົ້າ ເຊິ່ງກໍຄືການມາສູ່ເນື້ອໜັງ ແຕ່ພຣະເຈົ້າບໍ່ໄດ້ໃຊ້ຊີວິດແບບມະນຸດທໍາມະດາສາມັນ. ພຣະອົງມາເພື່ອສໍາເລັດສ່ວນໜຶ່ງໃນແຜນການຄຸ້ມຄອງຂອງພຣະອົງເທົ່ານັ້ນ. ຫລັງຈາກນັ້ນ ພຣະອົງຈະຈາກມະນຸດໄປ. ເມື່ອພຣະອົງມາສູ່ເນື້ອໜັງ, ພຣະວິນຍານຂອງພຣະເຈົ້າບໍ່ໄດ້ເຮັດໃຫ້ຄວາມເປັນມະນຸດທໍາມະດາຂອງເນື້ອໜັງກໍຈະບໍ່ສົມບູນ. ແຕ່ກົງກັນຂ້າມ ໃນເວລາທີ່ພຣະເຈົ້າໄດ້ກໍານົດໄວ້ລ່ວງໜ້າ, ຄວາມເປັນພຣະເຈົ້າກໍປະຕິບັດພາລະກິດໂດຍກົງ. ຫຼັງຈາກນັ້ນ, ຫລັງຈາກໄດ້ກະທໍາທຸກສິ່ງທີ່ພຣະອົງຈໍາເປັນຕ້ອງກະທໍາ ແລະ ສໍາເລັດພັນທະກິດຂອງພຣະອົງຢ່າງຄົບຖ້ວນ, ພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຂັ້ນຕອນນີ້ກໍສໍາເລັດລົງ ເຊິ່ງໃນຈຸດນັ້ນ ຊີວິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດກໍສິ້ນສຸດລົງເຊັ່ນກັນ ບໍ່ວ່າຮ່າງກາຍທີ່ເປັນເນື້ອໜັງຂອງພຣະອົງຈະມີຊີວິດຍືນ ຫຼື ບໍ່. ນັ້ນໝາຍຄວາມວ່າ ບໍ່ວ່າຮ່າງກາຍທີ່ເປັນເນື້ອໜັງຈະຮອດຂັ້ນຕອນຂອງຊີວິດໃດກໍຕາມ, ບໍ່ວ່າຮ່າງກາຍນັ້ນຈະຈະມີຊີວິດຢູ່ແຜ່ນດິນໂລກດົນປານໃດກໍຕາມ, ທຸກສິ່ງແມ່ນຖືກຕັດສິນໂດຍພາລະກິດຂອງພຣະວິນຍານ. ມັນບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ມະນຸດຖືວ່າ ເປັນຄວາມເປັນມະນຸດທໍາມະດາ. ຍົກຕົວຢ່າງພຣະເຢຊູ. ພຣະອົງໄດ້ໃຊ້ຊີວິດໃນເນື້ອໜັງເປັນເວລາສາມສິບສາມປີເຄິ່ງ. ໃນດ້ານຂອງອາຍຸໄຂຂອງຮ່າງກາຍມະນຸດ, ພຣະອົງບໍ່ຄວນຈະຕາຍໃນໄວອາຍຸນັ້ນ ແລະ ພຣະອົງບໍ່ຄວນຈາກໄປເທື່ອ. ແຕ່ນີ້ບໍ່ແມ່ນສິ່ງທີ່ພຣະວິນຍານຂອງພຣະເຈົ້າຕ້ອງສົນໃຈ. ຫລັງຈາກພາລະກິດຂອງພຣະອົງສໍາເລັດ ເຊິ່ງໃນຈຸດນັ້ນ ຮ່າງກາຍແມ່ນຖືກເອົາໄປແລ້ວ ໂດຍຫາຍໄປພ້ອມກັບພຣະວິນຍານ. ນີ້ຄືຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ສະນັ້ນ, ເວົ້າໂດຍສະເພາະແລ້ວ ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນບໍ່ສໍາຄັນຫຼາຍ. ເວົ້າອີກກໍຄື ພຣະອົງມາສູ່ແຜ່ນດິນໂລກບໍ່ແມ່ນເພື່ອໃຊ້ຊີວິດແບບມະນຸດທໍາມະດາ. ພຣະອົງບໍ່ໄດ້ສ້າງຊີວິດຂອງມະນຸດທໍາມະດາກ່ອນ ແລ້ວຫລັງຈາກນັ້ນເລິ່ມປະຕິບັດພາລະກິດ. ແຕ່ກົງກັນຂ້າມ ຕາບເທົ່າທີ່ພຮະອົງບັງເກີດເຂົ້າສູ່ຄອບຄົວມະນຸດທໍາມະດາ ພຣະອົງກໍຈະສາມາດກະທໍາພາລະກິດສັກສິດໄດ້ ເຊິ່ງເປັນພາລະກິດທີ່ບໍ່ມີມົນທິນຈາກເຈດຕະນາຂອງມະນຸດ, ທີ່ບໍ່ເປັນເນື້ອໜັງ, ບໍ່ໃຊ້ແນວທາງຂອງສັງຄົມ ຫຼື ກ່ຽວຂ້ອງກັບຄວາມຄິດ ຫຼື ແນວຄວາມຄິດຂອງມະນຸດຢ່າງແນ່ນອນ ແລະ ຍິ່ງໄປກວ່ານັ້ນ ກໍບໍ່ໄດ້ກ່ຽວຂ້ອງກັບປັດຊະຍາສໍາລັບການດໍາລົງຊີວິດຂອງມະນຸດ. ນີ້ແມ່ນພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຕັ້ງໃຈກະທໍາ ແລະ ຍັງແມ່ນຄວາມໝາຍອັນສໍາຄັນຂອງການບັງເກີດເປັນມະນຸດທີ່ແທ້ຈິງຂອງພຣະອົງດ້ວຍ. ຕົ້ນຕໍແລ້ວພຣະເຈົ້າແມ່ນມາສູ່ເນື້ອໜັງເພື່ອປະຕິບັດຂັ້ນຕອນໜຶ່ງຂອງພາລະກິດທີ່ຈໍາເປັນຕ້ອງປະຕິບັດໃນເນື້ອໜັງ ໂດຍບໍ່ຕ້ອງຜ່ານຂະບວນການໃດທີ່ບໍ່ສໍາຄັນ ແລະ ສ່ວນດ້ານປະສົບການຂອງມະນຸດທໍາມະດານັ້ນ ພຣະອົງກໍບໍ່ມີ. ພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຈໍາເປັນຕ້ອງກະທໍາບໍ່ໄດ້ປະກອບມີປະສົບການຂອງມະນຸດທໍາມະດາ. ສະນັ້ນ ພຣະເຈົ້າມາສູ່ເນື້ອໜັງເພື່ອສໍາເລັດພາລະກິດທີ່ພຣະອົງຈໍາເປັນຕ້ອງກະທໍາໃຫ້ສໍາເລັດໃນເນື້ອໜັງ. ສ່ວນອື່ນໆແມ່ນບໍ່ກ່ຽວຂ້ອງກັບພຣະອົງ; ພຣະອົງບໍ່ໄດ້ຜ່ານຂະບວນການທີ່ບໍ່ສໍາຄັນທັງຫຼາຍ. ເມື່ອພາລະກິດຂອງພຣະເອງສໍາເລັດ, ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະອົງກໍສິ້ນສຸດລົງເຊັ່ນກັນ. ການເຮັດສໍາເລັດຂັ້ນຕອນນີ້ແມ່ນໝາຍຄວາມວ່າ ພາລະກິດທີ່ພຣະອົງຈໍາເປັນຕ້ອງກະທໍາໃນເນື້ອໜັງໄດ້ສິ້ນສຸດລົງ ແລະ ພັນທະກິດຂອງເນື້ອໜັງຂອງພຣະອົງແມ່ນໄດ້ສໍາເລັດ. ແຕ່ພຣະອົງບໍ່ສາມາດປະຕິບັດພາລະກິດຢູ່ໃນເນື້ອໜັງໄດ້ຕະຫຼອດໄປ. ພຣະອົງຕ້ອງເຄື່ອນຍ້າຍໄປບ່ອນອື່ນເພື່ອກະທໍາພາລະກິດ ເຊິ່ງເປັນບ່ອນທີ່ຢູ່ນອກເນື້ອໜັງ. ດ້ວຍເຫດນັ້ນເທົ່ານັ້ນ ຈຶ່ງະສາມາດປະຕິບັດພາລະກິດຂອງພຣະອົງຢ່າງຄົບຖ້ວນ ແລະ ຂະຫຍາຍອອກໄປຢ່າງກວ້າງຂວາງ. ພຣະເຈົ້າກະທໍາພາລະກິດຕາມແຜນການດັ່ງເດີມຂອງພຣະອົງ. ພາລະກິດໃດທີ່ພຣະອົງຈໍາເປັນຕ້ອງກະທໍາ ແລະ ພາລະກິດໃດທີ່ພຣະອົງໄດ້ສໍາເລັດ, ພຣະອົງຮູ້ຢ່າງແຈ່ມແຈ້ງຄືດັ່ງຝາມືຂອງພຣະອົງ. ພຣະເຈົ້ານໍາພາທຸກຄົນເພື່ອຍ່າງຕາມເສັ້ນທາງທີ່ພຣະອົງໄດ້ກໍານົດໄວ້ລ່ວງໜ້າ. ບໍ່ມີໃຜສາມາດລົບໜີໄດ້. ມີພຽງຜູ້ທີ່ປະຕິບັດຕາມການຊີ້ນໍາຂອງພຣະວິນຍານຂອງພຣະເຈົ້າເທົ່ານັ້ນທີ່ຈະສາມາດເຂົ້າສູ່ບ່ອນພັກເຊົາໄດ້. ບາງເທື່ອໃນພາລະກິດຕໍ່ໄປ ມັນຈະບໍ່ແມ່ນພຣະເຈົ້າທີ່ເວົ້າໃນເນື້ອໜັງເພື່ອຜູ້ຊີ້ນໍາມະນຸດ ແຕ່ເປັນພຣະວິນຍານທີ່ຢູ່ໃນຮູບແບບທີ່ຈັບຕ້ອງໄດ້ທີ່ນໍາພາຊີວິດມະນຸດ. ຫຼັງຈາກນັ້ນເທົ່ານັ້ນ ມະນຸດຈະສາມາດຈັບຕ້ອງພຣະເຈົ້າຢ່າງເປັນຮູບປະທໍາ, ແນມເບິ່ງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງທີ່ພຣະເຈົ້າຕ້ອງການ ເພື່ອຈະໃຫ້ພຣະເຈົ້າທີ່ແທ້ຈິງເຮັດໃຫ້ສົມບູນ. ນີ້ແມ່ນພາລະກິດທີ່ພຣະເຈົ້າຕັ້ງໃຈຈະກະທໍາໃຫ້ສໍາເລັດ ແລະ ເປັນສິ່ງທີ່ພຣະອົງວາງແຜນໄວ້ດົນນານມາແລ້ວ. ຈາກສິ່ງນີ້, ພວກເຈົ້າທຸກຄົນຄວນເຫັນເສັ້ນທາງທີ່ພວກເຈົ້າຄວນຍ່າງໄດ້ແລ້ວ!

ກ່ອນນີ້: ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ຕໍ່ໄປ: ໃນຄວາມເຊື່ອ ຜູ້ຄົນຕ້ອງເອົາໃຈໃສ່ຄວາມເປັນຈິງ ແລະ ເຂົ້າຮ່ວມພິທີກໍາທາງສາສະໜາ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ

ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້. ພາລະກິດນັ້ນສູງສົ່ງຂຶ້ນຕາມແຕ່ລະບາດກ້າວ, ຕາມການເປີດເຜີຍແຫ່ງວັນໃໝ່ທີ່ສູງສົ່ງກວ່າວັນນີ້...

ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ,...

ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈຈຸດໝາຍປາຍທາງທີ່ມະນຸດຊາດຈະເຂົ້າສູ່....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້