​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ວິທີເຂົ້າສູ່ສະພາບປົກກະຕິ

ຍິ່ງຄົນເປີດໃຈຮັບເອົາພຣະທໍາຂອງພຣະເຈົ້າຫຼາຍເທົ່າ ພວກເຂົາກໍຍິ່ງໄດ້ຮັບຄວາມສະຫວ່າງຫຼາຍຂຶ້ນເທົ່ານັ້ນ ແລະ ຍິ່ງຫິວກະຫາຍທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ມີແຕ່ຜູ້ທີ່ຮັບເອົາພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດມີປະສົບການອັນເລິກເຊິ່ງ ແລະ ລໍ້າຄ່າ; ພວກເຂົາເປັນຜູ້ທີ່ມີຊີວິດງອກງາມຍິ່ງໆຂຶ້ນ. ທຸກຄົນທີ່ສະແຫວງຫາຊີວິດຕ້ອງຖືສິ່ງນີ້ຄືກັບວ່າແມ່ນໜ້າທີ່ຂອງຕົນ ແລະ ຕ້ອງມີຄວາມຮູ້ສຶກວ່າ ຕົນບໍ່ສາມາດດໍາລົງຊີວິດໂດຍປາສະຈາກພຣະເຈົ້າ, ມີຄວາມຮູ້ສຶກວ່າ ຕົນຈະບໍ່ມີຄວາມສໍາເລັດໃດໆຖ້າປາສະຈາກພຣະເຈົ້າ ແລະ ທຸກສິ່ງແມ່ນວ່າງເປົ່າເມື່ອປາສະຈາກພຣະເຈົ້າ. ພວກເຂົາຄວນມີຄວາມເດັດດ່ຽວໃນການບໍ່ເຮັດສິ່ງໃດໂດຍປາສະຈາກພຣະພັກຂອງພຣະວິນຍານບໍລິສຸດ ແລະ ໃນການບໍ່ເຕັມໃຈທີ່ຈະເຮັດສິ່ງໃດ ຖ້າການກະທໍາຂອງພວກເຮົາບໍ່ເຮັດໃຫ້ເກີດຜົນ. ພວກເຂົາບໍ່ຄວນເຮັດຕາມໃຈຕົນເອງ. ປະສົບການຊີວິດແມ່ນມາຈາກຄວາມສະຫວ່າງ ແລະ ການນໍາພາຂອງພຣະເຈົ້າ ແລະ ກໍເປັນຜົນຂອງການພະຍາຍາມປະຕິບັດຕາມຂອງພວກເຈົ້າ. ພວກເຈົ້າບໍ່ຄວນແກ້ໂຕໃນເລື່ອງປະສົບການຊີວິດ.

ບາງຄັ້ງ ສະພາບຂອງເຈົ້າແມ່ນບໍ່ປົກກະຕິ ຍ້ອນເຈົ້າສູນເສຍພຣະພັກຂອງພຣະເຈົ້າ ແລະ ບໍ່ສາມາດສໍາຜັດເຖິງພຣະອົງໄດ້ໃນເວລາເຈົ້າອະທິຖານ; ການຮູ້ສຶກຢ້ານໃນເວລາດັ່ງກ່າວຖືວ່າເປັນເລື່ອງປົກກະຕິ. ເຈົ້າຄວນສະແຫວງຫາພຣະເຈົ້າທັນທີ ຖ້າບໍ່ດັ່ງນັ້ນພຣະເຈົ້າຈະຢູ່ໄກຈາກເຈົ້າ ແລະ ເຈົ້າກໍຈະບໍ່ມີພຣະວິນຍານບໍລິສຸດສະຖິດຢູ່ນໍາເຈົ້າເປັນເວລາມື້ ຫຼື ສອງມື້ ຫຼື ເປັນເດືອນ ຫຼື ສອງເດືອນ ແລະ ເຈົ້າກໍຍິ່ງຈະບໍ່ມີພາລະກິດຂອງພຣະອົງ. ເມື່ອເຈົ້າພະເຊີນກັບສະຖານະການແບບນີ້ ເຈົ້າຈະມຶນຊາໃນລະດັບໃດລະດັບໜຶ່ງ; ເຈົ້າຖືກຈັບເປັນສະເລີຍຂອງຊາຕານອີກຄັ້ງ ແລະ ຈະສາມາດເຮັດສິ່ງໃດກໍໄດ້ ເຊັ່ນ ມີຄວາມຮັກ ແລະ ຄວາມປາດຖະໜາຢາກໄດ້ເງິນ, ຫຼອກລວງອ້າຍເອື້ອຍນ້ອງ, ເບິ່ງໜັງຟັງເພງ, ຫຼິ້ນໄພ້ນົກກະຈອກ, ທັງສູບຢາ ແລະ ດື່ມຢ່າງຂາດວິໄນ. ໃຈຂອງເຈົ້າອອກຫ່າງພຣະເຈົ້າ, ເຈົ້າພະຍາຍາມເພິ່ງຕົນເອງຢ່າງລັບໆ ແລະ ຕັດສິນພາລະກິດຂອງພຣະເຈົ້າຕາມໃຈຕົນເອງ. ບາງກໍລະນີ້ກໍຮ້າຍແຮງຫຼາຍຈົນຄົນເຮັດບາບຮ່ວມກັບເພດກົງກັນຂ້າງ ໂດຍບໍ່ຮູ້ສຶກລະອາຍ ຫຼື ອັບອາຍ. ຄົນປະເພດນີ້ຖືກພຣະວິນຍານບໍລິສຸດປະຖິ້ມ ແລະ ທີ່ຈິງແລ້ວ ພວກເຂົາບໍ່ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດເປັນເວລາດົນນານມາແລ້ວ. ສິ່ງທີ່ເຈົ້າສາມາດເບິ່ງເຫັນໃນພວກເຂົາແມ່ນພວກເຂົາເສື່ອມຊາມຂຶ້ນຊັກໃຊ້, ພວກເຂົາເດ່ມືອັນຊົ່ວຮ້າຍຂອງພວກເຂົາອອກໄປເລື້ອຍໆ ແລະ ໃນທີ່ສຸດ ພວກເຂົາກໍປະຕິເສດການມີຢູ່ຂອງທາງເສັ້ນນີ້ ນັ້ນກໍຄື ພວກເຂົາກາຍເປັນສະເລີຍຂອງຊາຕານຜ່ານຄວາມບາບຂອງພວກເຂົາເອງ. ຖ້າເຈົ້າຄົ້ນພົບວ່າ ພຣະວິນຍານບໍລິສຸດສະຖິດຢູ່ກັບເຈົ້າ ແຕ່ບໍ່ມີພາລະກິດຂອງພຣະອົງ, ນັ້ນສະແດງວ່າເຈົ້າໄດ້ຕົກຢູ່ໃນສະພາບທີ່ອັນຕະລາຍແລ້ວ. ເມື່ອເຈົ້າບໍ່ສາມາດສໍາພັດພຣະພັກຂອງພຣະວິນຍານບໍລິສຸດໄດ້, ນັ້ນສະແດງວ່າເຈົ້າກໍາລັງໃກ້ຈະຕາຍ. ຖ້າເຈົ້າຍັງບໍ່ກັບໃຈ ເຈົ້າກໍຈະຖືກສົ່ງກັບຄືນໃຫ້ຊາຕານຢ່າງສົມບູນ ແລະ ກາຍເປັນຜູ້ໜຶ່ງທີ່ຈະຖືກກໍາຈັດ. ເພາະສະນັ້ນ ເມື່ອເຈົ້າຮູ້ໂຕວ່າ ຕົນເອງຢູ່ໃນສະພາບທີ່ມີພຣະວິນຍານບໍລິສຸດສະຖິດຢູ່ນໍາ (ບໍ່ເຮັດຄວາມຜິດບາບ, ບໍ່ໝົກໝົ້ນໃນກິເລດຕັນຫາ ຫຼື ບໍ່ຕັ້ງໃຈຕໍ່ຕ້ານພຣະເຈົ້າ) ແຕ່ເຈົ້າຂາດພາລະກິດຂອງພຣະວິນຍານບໍລິສຸດ (ເຈົ້າບໍ່ໄດ້ຮັບການດົນໃຈເວລາອະທິຖານ, ບໍ່ໄດ້ຮັບຄວາມສະຫວ່າງ ແລະ ແສງໄຟເຍືອງທາງແຈ່ງແຈ້ງ ເມື່ອເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ເຈົ້າຂີ້ຄ້ານກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ຊີວິດຂາດການເຕີບໃຫຍ່ສະເໝີ, ບໍ່ໄດ້ຮັບແສງໄຟເຍືອງທາງທີ່ສໍາຄັນເປັນເວລາດົນນານ) ເຈົ້າກໍຕ້ອງລະມັດລະວັງໃນເວລາເຫຼົ່ານີ້. ເຈົ້າຈະເຮັດຕາມໃຈຕົນເອງ ຫຼື ດື້ດ້ານອີກຕໍ່ໄປບໍ່ໄດ້ແລ້ວ; ຖ້າບໍ່ດັ່ງນັ້ນ, ພຣະພັກຂອງພຣະວິນຍານບໍລິສຸດກໍຈະຈາກໄປໃນເວລາໃດກໍໄດ້ ສະນັ້ນ ສະຖານະການເຫຼົ່ານີ້ຈຶ່ງເປັນສະຖານະການອັນຕະລາຍ. ຖ້າເຈົ້າພະເຊີນກັບສະພາບແບບນີ້ ເຈົ້າຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ. ກ່ອນອື່ນໝົດ ເຈົ້າຄວນອະທິຖານເພື່ອກັບໃຈ, ອ້ອນວອນຂໍຄວາມເມດຕາຈາກພຣະເຈົ້າ, ອະທິຖານຢ່າງຈິງຈັງ; ຍິ່ງໄປກວ່ານັ້ນ ເຈົ້າຕ້ອງສະຫງົບໃຈ ເພື່ອກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຫຼາຍຂຶ້ນ ແລະ ບົນພື້ນຖານນີ້ ເຈົ້າກໍຕ້ອງອະທິຖານຫຼາຍຂຶ້ນອີກ. ເພີ່ມຄວາມເຂັ້ມແຂງເຂົ້າໃນຄວາມພະຍາຍາມຂອງເຈົ້າໃນການຂັບຮ້ອງເພງສັນລະເສີນພຣະເຈົ້າ, ການອະທິຖານ, ການກິນ ແລະ ການດື່ມພຣະທໍາຂອງພຣະອົງ ແລະ ປະຕິບັດໜ້າທີ່ຂອງຕົນເອງ. ເມື່ອເຈົ້າຢູ່ຈຸດທີ່ອ່ອນແອທີ່ສຸດ ຊາຕານກໍສາມາດເຂົ້າຢຶດໃຈຂອງເຈົ້າໄດ້ງ່າຍທີ່ສຸດ; ຖ້າເປັນດັ່ງນັ້ນ ໃຈຂອງເຈົ້າກໍຈະຖືກຍາດເອົາໄປຈາກພຣະເຈົ້າ ແລະ ຖືກມອບກັບຄືນໃຫ້ຊາຕານ; ຫຼັງຈາກນັ້ນ ເຈົ້າກໍຈະບໍ່ມີພຣະພັກຂອງພຣະວິນຍານບໍລິສຸດ ແລະ ມັນກໍຍິ່ງເປັນການຍາກທີ່ເຈົ້າຈະເອົາພາລະກິດຂອງພຣະວິນຍານບໍລິສຸດກັບຄືນມາ. ການສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດໃນເວລາທີ່ພຣະພັກຂອງພຣະອົງຍັງສະຖິດຢູ່ກັບເຈົ້ານັ້ນດີກວ່າ, ຈົ່ງຂໍໃຫ້ພຣະເຈົ້າມອບແສງສະຫວ່າງໃຫ້ເຈົ້າເພີ່ມ ແລະ ບໍ່ປ່ອຍປະໃຫ້ພຣະອົງໜີອອກຈາກເຈົ້າ. ເຈົ້າຕ້ອງອະທິຖານ, ຮ້ອງເພງສັນລະເສີນ, ປະຕິບັດໜ້າທີ່ຂອງຕົນ, ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ເພື່ອບໍ່ໃຫ້ຊາຕານມີໂອກາດປະຕິບັດວຽກງານຂອງມັນ. ເມື່ອເຮັດເຊັ່ນນັ້ນແລ້ວ ເຈົ້າຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າບໍ່ເອົາພາລະກິດຂອງພຣະວິນຍານກັບຄືນມາດ້ວຍວິທີນີ້ ແລະ ມີແຕ່ລໍຖ້າ, ເມື່ອເຈົ້າສູນເສຍພຣະພັກຂອງພຣະວິນຍານບໍລິສຸດ ມັນກໍຍິ່ງຈະຍາກທີ່ຈະເອົາກັບຄືນ ນອກຈາກວ່າ ພຣະວິນຍານບໍລິສຸດໄດ້ບັນດານໃຈ, ເຍືອງທາງ ແລະ ມອບແສງສະຫວ່າງໃຫ້ເຈົ້າໂດຍສະເພາະ; ເຖິງຢ່າງນັ້ນກໍຕາມ ສະພາບຂອງເຈົ້າຈະບໍ່ສາມາດຟື້ນຄືນມາໄດ້ພາຍໃນມື້ໜຶ່ງສອງມື້ ຫຼື ແມ່ນແຕ່ເຄິ່ງປີ. ທັງໝົດນີ້ກໍຍ້ອນວ່າ ຄົນທົດຖອຍ ແລະ ບໍ່ສາມາດສືບຕໍ່ມີປະສົບການ; ສະນັ້ນ ພວກເຂົາຈິ່ງຖືກພຣະວິນຍານບໍລິສຸດປະຖິ້ມ. ເຖິງແມ່ນວ່າເຈົ້າຟື້ນຄືນມາໄດ້ ແຕ່ເຈົ້າກໍຈະບໍ່ເຂົ້າໃຈຢ່າງຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າໃນຍຸກປະຈຸບັນ ເພາະວ່າປະສົບການຊີວິດຂ້ອງເຈົ້າຊັກຊ້າ ປານກັບວ່າຕົກດິ່ງລົງເຫວ. ບໍ່ແມ່ນສິ່ງນີ້ເປັນອັນຕະລາຍຕໍ່ຊີວິດບໍ? ແຕ່ເຮົາບອກຄົນປະເພດນັ້ນວ່າ: ມັນຍັງບໍ່ຫຼ້າບໍ່ສວາຍທີ່ຈະກັບໃຈໃນຕອນນີ້ ແຕ່ວ່າມີເງື່ອນໄຂໜຶ່ງຄື ເຈົ້າຕ້ອງພະຍາຍາມໃຫ້ໜັກ ແລະ ບໍ່ຕ້ອງຂີ້ຄ້ານ. ຖ້າຄົນອື່ນອະທິຖານ 5 ເທື່ອຕໍ່ມື້ ເຈົ້າກໍຕ້ອງອະທິຖານ 10 ເທື່ອ; ຖ້າຄົນອື່ນກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ 2 ຊົ່ວໂມງຕໍ່ມື້ ເຈົ້າກໍຕ້ອງໃຊ້ເວລາ 4-6 ຊົ່ວໂມງ; ຖ້າຄົນອື່ນຟັງເພງສັນລະເສີນ 2 ຊົ່ວໂມງ ຢ່າງໜ້ອຍເຈົ້າກໍຕ້ອງຟັງເຄິ່ງມື້. ຈົ່ງໝັ່ນສະຫງົບຈິດໃຈຕໍ່ໜ້າພຣະເຈົ້າ ແລະ ໄຕ່ຕອງຄວາມຮັກຂອງພຣະອົງ; ຈົນກວ່າເຈົ້າຈະໄດ້ຮັບການດົນໃຈ, ໃຈຂອງເຈົ້າຫັນເຂົ້າຫາພຣະອົງ ແລະ ເຈົ້າບໍ່ກ້າທີ່ຈະໜີອອກຈາກພຣະອົງ ມັນກໍຈະມີໝາກຜົນ. ມີພຽງວິທີປະຕິບັດນີ້ເທົ່ານັ້ນ ທີ່ຈະນໍາເຈົ້າຄືນໄປສູ່ສະພາບປົກກະຕິຄືດັ່ງອະດີດ.

ບາງຄົນສະແຫວງຫາຢ່າງກະຕືລືລົ້ນ ແຕ່ບໍ່ສາມາດເຂົ້າສູ່ທາງທີ່ຖືກຕ້ອງ. ນີ້ກໍຍ້ອນວ່າ ພວກເຂົາບໍ່ຈິງຈັງ ແລະ ບໍ່ເອົາໃຈໃສ່ເລື່ອງທາງຈິດວິນຍານຈັກໜ້ອຍ. ພວກເຂົາບໍ່ຮູ້ທີ່ວິທີມີປະສົບການກັບພຣະທໍາຂອງພຣະເຈົ້າເລີຍ, ພວກເຂົາບໍ່ຮູ້ວ່າ ພຣະພັກຂອງພຣະວິຍານບໍລິສຸດ ຫຼື ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫຍັງ. ຄົນເຫຼົ່ານີ້ກະຕືລືລົ້ນແຕ່ວ່າສັບສົນ; ພວກເຂົາບໍ່ໄດ້ສະແຫວງຫາຊີວິດ. ເພາະວ່າພວກເຂົາບໍ່ຮູ້ພຣະວິນຍານບໍລິສຸດຈັກໜ້ອຍ ຫຼື ຮູ້ຈັກພະລັງຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາບໍ່ຄຸ້ນເຄີຍກັບສະພາບຈິດວິນຍານຂອງຕົນ. ນີ້ບໍ່ແມ່ນຄວາມເຊື່ອທີ່ສັບສົນບໍ? ຄົນປະເພດນີ້ຈະບໍ່ໄດ້ຮັບສິ່ງໃດ ເຖິງວ່າພວກເຂົາຈະສະແຫວງຫາຈົນຈົບກໍຕາມ. ປັດໃຈສໍາຄັນຂອງຄວາມເຊື່ອໃນພຣະເຈົ້າຂອງມະນຸດ ແລະ ການເຕີບໃຫຍ່ຂອງຊີວິດແມ່ນການເຂົ້າໃຈພາລະກິດທີ່ພຣະເຈົ້າກະທໍາຜ່ານປະສົບຂອງເຈົ້າ, ການເຫັນວ່າພຣະເຈົ້າເປັນຕາຮັກສໍ່າໃດ ແລະ ການເຂົ້າໃຈຄວາມປະສົງຂອງພຣະອົງ ເພື່ອວ່າເຈົ້າຈະຍອມຮັບທຸກການຈັດກຽມຂອງພຣະອົງ, ຮັບເອົາພຣະທໍາທີ່ພຣະເຈົ້າມອບໃຫ້ເຈົ້າ ເພື່ອໃຫ້ກາຍເປັນຊີວິດຂອງເຈົ້າ ແລະ ເຮັດໃຫ້ພຣະເຈົ້າເພິ່ງພໍໃຈ. ຖ້າເຈົ້າມີຄວາມເຊື່ອທີ່ສັບສົນ, ເຈົ້າບໍ່ສົນໃຈເລື່ອງຈິດວິນຍານ ຫຼື ສິ່ງທີ່ກ່ຽວກັບການປ່ຽນແປງນິດໄສໃຈຄໍ ແລະ ເຈົ້າບໍ່ພະຍາຍາມໄປຫາຄວາມຈິງ, ເຈົ້າກໍຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້ບໍ? ຖ້າເຈົ້າບໍ່ເຂົ້າໃຈເງື່ອນໄຂຂອງພຣະເຈົ້າ, ເຈົ້າຈະບໍ່ສາມາດມີປະສົບການ ແລະ ເຈົ້າກໍຈະບໍ່ພົບວິທີປະຕິບັດ. ຈຸດສໍາຄັນຂອງການສໍາພັດພຣະທໍາຂອງພຣະເຈົ້າ ແມ່ນການເນັ້ນໜັກໃສ່ຜົນທີ່ພຣະທໍາຂອງພຣະເຈົ້າຈະບັນລຸໃນໂຕເຈົ້າ ແລະ ການຮູ້ຈັກພຣະເຈົ້າຜ່ານຜົນນັ້ນ. ຖ້າເຈົ້າພຽງແຕ່ອ່ານພຣະທໍາຂອງພຣະເຈົ້າ ແຕ່ບໍ່ຮູ້ຈັກທີ່ຈະສຳພັດພຣະທໍາເຫຼົ່ານັ້ນ, ນັ້ນຈະສະແດງວ່າ ເຈົ້າບໍ່ມີຄວາມເຂົ້າໃຈໃນເລື່ອງຈິດວິນຍານບໍ? ເນື່ອງຈາກວ່າ ໃນປະຈຸບັນ ຄົນສ່ວນຫຼາຍບໍ່ສາມາດສໍາພັດພຣະທໍາຂອງພຣະເຈົ້າ, ພວກເຂົາຈິ່ງບໍ່ຮູ້ພາລະກິດຂອງພຣະອົງ; ສິ່ງນີ້ບໍ່ແມ່ນການບົກຜ່ອງໃນທາງປະຕິບັດບໍ? ຖ້າຍັງສືບຕໍ່ເປັນແບບນີ້ ມື້ໃດຈິ່ງຈະມີປະສົບການອັນລໍ້າຄ່າ ແລະ ມື້ໃດຊີວິດຈິ່ງຈະເຕີບໃຫຍ່? ມັນຈະບໍ່ແມ່ນເປັນພຽງແຕ່ລົມປາກບໍ? ມີຫຼາຍຄົນທ່າມກາງພວກເຈົ້າທີ່ຟັງຄໍາສອນ; ພວກເຈົ້າບໍ່ເຂົ້າໃຈເລື່ອງຈິດວິນຍານ ແຕ່ຍັງຢາກໃຫ້ພຣະເຈົ້າໃຊ້ພວກເຈົ້າເພື່ອສິ່ງທີ່ຍິ່ງໃຫຍ່ ແລະ ເພື່ອໃຫ້ພຣະອົງໃຫ້ພອນ. ສິ່ງນີ້ເປັນໄປບໍ່ໄດ້! ເພາະສະນັ້ນ ພວກເຈົ້າຄວນແກ້ໄຂຄວາມຂາດຕົກບົກຜ່ອງນີ້ ເພື່ອພວກເຈົ້າຈະສາມາດເຂົ້າສູ່ທາງແຫ່ງຊີວິດທາງຈິດວິນຍານທີ່ຖືກຕ້ອງ, ໄດ້ຮັບປະສົບການອັນແທ້ຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ.

​ກ່ອນ​ນີ້ :ຄົນຊົ່ວຕ້ອງຖືກລົງໂທດ

ຕໍ່​ໄປ:ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ

ເນື່ອຫາທີ່ກ່ຽວຂ້ອງ