ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນຄວາມຮັກແບບທໍາມະຊາດ
ທຸກຄົນແມ່ນຂຶ້ນຢູ່ກັບການຫຼໍ່ຫຼອມຍ້ອນພຣະທຳຂອງພຣະເຈົ້າ. ຖ້າບໍ່ແມ່ນຍ້ອນພຣະເຈົ້າທີ່ບັງເກີດເປັນມະນຸດ ມະນຸດຊາດຈະບໍ່ໄດ້ຮັບພອນໃຫ້ທົນທຸກຜ່ານການຫຼໍ່ຫຼອມນີ້. ສາມາດເວົ້າໄດ້ ອີກວ່າຄົນທີ່ສາມາດຍອມຮັບເອົາການທົດລອງແຫ່ງພຣະທຳຂອງພຣະເຈົ້າແມ່ນໄດ້ຮັບການອວຍພອນ. ອີງຕາມຄວາມສາມາດດັ່ງເດີມຂອງຜູ້ຄົນ, ຄວາມປະພຶດຂອງພວກເຂົາ ແລະ ທ່າທີຂອງພວກເຂົາຕໍ່ພຣະເຈົ້າແລ້ວ, ພວກເຂົາບໍ່ສົມຄວນທີ່ຈະໄດ້ຮັບເອົາການຫຼໍ່ຫຼອມແບບນີ້. ນັ້ນກໍຍ້ອນວ່າ ພວກເຂົາຖືກພຣະເຈົ້າຍົກຂຶ້ນຈຶ່ງເຮັດໃຫ້ພວກເຂົາໄດ້ຮັບການອວຍພອນນີ້. ຜູ້ຄົນເຄີຍເວົ້າວ່າ ພວກເຂົາບໍ່ສົມຄວນທີ່ຈະເຫັນໜ້າຂອງພຣະເຈົ້າ ຫຼື ໄດ້ຍິນພຣະທຳຂອງພຣະອົງ. ໃນປັດຈຸບັນ ທັງໝົດແມ່ນເປັນຍ້ອນການຍົກຂຶ້ນຂອງພຣະເຈົ້າ ແລະ ຄວາມກະລຸນາຂອງພຣະອົງທີ່ເຮັດໃຫ້ຜູ້ຄົນໄດ້ຮັບເອົາການຫຼໍ່ຫຼອມແຫ່ງພຣະທຳຂອງພຣະອົງ. ນີ້ແມ່ນການໄດ້ຮັບພອນຂອງແຕ່ລະຄົນທີ່ເກີດໃນຍຸກສຸດທ້າຍ, ພວກເຈົ້າໄດ້ຜະເຊີນກັບສິ່ງນີ້ດ້ວຍຕົນເອງແລ້ວບໍ? ໃນລັກສະນະທີ່ຜູ້ຄົນຄວນທົນທຸກ ແລະ ໄດ້ຮັບຄວາມລໍາບາກ ແມ່ນຖືກກຳນົດໂດຍພຣະເຈົ້າ ແລະ ບໍ່ໄດ້ອີງຕາມເງື່ອນໄຂຂອງຜູ້ຄົນ. ສິ່ງນີ້ແມ່ນຄວາມຈິງຢ່າງແນ່ນອນ. ຜູ້ທີ່ມີຄວາມເຊື່ອທຸກຄົນຄວນມີຄວາມສາມາດທີ່ຈະຍອມຮັບການທົດລອງແຫ່ງພຣະທຳຂອງພຣະເຈົ້າ ແລະ ທົນທຸກຢູ່ພາຍໃນພຣະທຳຂອງພຣະອົງ. ສິ່ງນີ້ຊັດເຈນກັບພວກເຈົ້າແລ້ວບໍ? ສະນັ້ນ ເພື່ອເປັນການແລກປ່ຽນສໍາລັບຄວາມທຸກທໍລະມານທີ່ພວກເຈົ້າໄດ້ຜ່ານພົ້ນມາ ເຈົ້າຈະໄດ້ຮັບພອນຂອງມື້ນີ້; ຖ້າເຈົ້າບໍ່ທົນທຸກເພື່ອພຣະເຈົ້າ, ເຈົ້າກໍບໍ່ສາມາດຮັບເອົາການຍົກຍ້ອງຈາກພຣະອົງໄດ້. ບາງເທື່ອ ເຈົ້າອາດຕໍ່ວ່າໃນອະດີດ, ແຕ່ບໍ່ວ່າເຈົ້າໄດ້ຕໍ່ວ່າຫຼາຍສໍ່າໃດກໍຕາມ ພຣະເຈົ້າກໍຈະບໍ່ຈົດຈໍາໃນສິ່ງນັ້ນກ່ຽວກັບເຈົ້າ. ມື້ນີ້ໄດ້ມາເຖິງແລ້ວ ແລະ ບໍ່ມີເຫດຜົນໃດທີ່ຈະພິຈາລະນາບັນຫາຂອງມື້ວານ.
ບາງຄົນເວົ້າວ່າ ພວກເຂົາພະຍາຍາມຮັກພຣະເຈົ້າ ແຕ່ເຮັດບໍ່ໄດ້. ແລ້ວເມື່ອພວກເຂົາໄດ້ຍິນວ່າ ພຣະເຈົ້າກຳລັງຈະຈາກໄປ, ພວກເຂົາກໍຮູ້ສຶກມີຄວາມຮັກສຳລັບພຣະອົງ. ໂດຍທົ່ວໄປແລ້ວ ບາງຄົນບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເມື່ອພວກເຂົາໄດ້ຍິນວ່າ ພຣະເຈົ້າກຳລັງຈະຈາກໄປດ້ວຍຄວາມໂກດຮ້າຍ ພວກເຂົາກໍມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ “ໂອ ພຣະເຈົ້າ! ກະລຸນາຢ່າໄປເລີຍ. ຂໍໂອກາດໃຫ້ກັບຂ້ານ້ອຍດ້ວຍເຖີດ! ຂ້ານ້ອຍບໍ່ໄດ້ເຮັດໃຫ້ພຣະອົງພໍພຣະໄທໃນອະດີດ; ຂ້ານ້ອຍເປັນໜີ້ບຸນຄຸນພຣະອົງ ແລະ ຕໍ່ຕ້ານພຣະອົງ. ໃນປັດຈຸບັນ ຂ້ານ້ອຍເຕັມໃຈທີ່ຈະຖວາຍຮ່າງກາຍ ແລະ ຫົວໃຈຂອງຂ້ານ້ອຍທັງໝົດ ເພື່ອຂ້ານ້ອຍຈະເຮັດໃຫ້ພຣະເຈົ້າພໍພຣະໄທ ແລະ ຮັກພຣະອົງໃນທີ່ສຸດ. ຂ້ານ້ອຍຈະບໍ່ມີໂອກາດນີ້ອີກແລ້ວ”. ເຈົ້າໄດ້ອະທິຖານແບບນັ້ນຢູ່ບໍ? ເມື່ອຜູ້ຄົນອະທິຖານໃນລັກສະນະນີ້ ມັນກໍຍ້ອນວ່າ ຄວາມສຳນຶກຂອງພວກເຂົາໄດ້ຖືກກະຕຸ້ນໂດຍພຣະທຳຂອງພຣະເຈົ້າ. ມະນຸດລ້ວນແລ້ວແຕ່ເຢັນຊາ ແລະ ໂງ່ຈ້າ. ພວກເຂົາຢູ່ພາຍໃຕ້ການຕີສອນ ແລະ ການຫຼໍ່ຫຼອມ ແຕ່ພວກເຂົາກໍບໍ່ຮູ້ຈັກສິ່ງທີ່ພຣະເຈົ້າກຳລັງເຮັດໃຫ້ສຳເລັດຜ່ານສິ່ງນີ້. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດໃນລັກສະນະນີ້, ຜູ້ຄົນກໍຈະຍັງສັບສົນ; ບໍ່ມີມະນຸດຄົນໃດສາມາດດົນບັນດານຄວາມຮູ້ສຶກຝ່າຍວິນຍານໃນຫົວໃຈຂອງຜູ້ຄົນໄດ້. ມີພຽງແຕ່ພຣະທຳຂອງພຣະເຈົ້າເທົ່ານັ້ນ ເຊິ່ງພິພາກສາ ແລະ ເປີດໂປງຜູ້ຄົນ ທີ່ສາມາດເກີດຜົນນັ້ນໄດ້. ສະນັ້ນ ທຸກສິ່ງຖືກບັນລຸ ແລະ ເຮັດໃຫ້ສຳເລັດຍ້ອນພຣະທຳຂອງພຣະເຈົ້າ ແລະ ເປັນຍ້ອນພຣະທຳຂອງພຣະອົງເທົ່ານັ້ນທີ່ໄດ້ກະຕຸ້ນຄວາມຮັກທີ່ມະນຸດຊາດມີສຳລັບພຣະເຈົ້າ. ຄວາມຮັກຕໍ່ພຣະເຈົ້າໂດຍອີງຕາມຄວາມສຳນຶກຂອງມະນຸດເທົ່ານັ້ນ ຈະບໍ່ໄດ້ຮັບຜົນຮັບທີ່ປາຖະໜາ. ບໍ່ແມ່ນຜູ້ຄົນອີງຄວາມຮັກຂອງພວກເຂົາ ທີ່ມີຕໍ່ພຣະເຈົ້າເທິງຄວາມສຳນຶກໃນອະດີດບໍ? ມີບຸກຄົນໃດແດ່ທີ່ເລີ່ມຕົ້ນຮັກພຣະເຈົ້າດ້ວຍຕົນເອງ? ມັນມີພຽງແຕ່ຜ່ານການດົນໃຈຈາກພຣະທຳຂອງພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງຮັກພຣະເຈົ້າ. ບາງຄົນເວົ້າວ່າ “ຂ້ານ້ອຍໄດ້ຕິດຕາມພຣະເຈົ້າເປັນເວລາຫຼາຍປີ ແລະ ຊື່ນຊົມກັບພຣະຄຸນຂອງພຣະອົງ ແລະ ພອນຈາກພຣະອົງຢ່າງຫຼວງຫຼາຍ. ຂ້ານ້ອຍຢູ່ພາຍໃຕ້ການຫຼໍ່ຫຼອມ ແລະ ການພິພາກສາຈາກພຣະທຳຂອງພຣະອົງ. ດ້ວຍເຫດນັ້ນ ຂ້ານ້ອຍຈຶ່ງໄດ້ມີຄວາມເຂົ້າໃຈຫຼາຍຢ່າງ ແລະ ຂ້ານ້ອຍໄດ້ເຫັນເຖິງຄວາມຮັກຂອງພຣະເຈົ້າ. ຂ້ານ້ອຍຕ້ອງຂອບພຣະຄຸນພຣະອົງ, ຂ້ານ້ອຍຕ້ອງຕອບແທນຄວາມເມດຕາຂອງພຣະອົງ. ຂ້ານ້ອຍຈະເຮັດໃຫ້ພຣະອົງພໍພຣະໄທດ້ວຍຄວາມຕາຍ ແລະ ຂ້ານ້ອຍຈະຮັກພຣະອົງອີງຕາມຈິດສຳນຶກຂອງຂ້ານ້ອຍ”. ຜູ້ຄົນຈະບໍ່ສາມາດ ຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ ຖ້າພວກເຂົາຟັງຄວາມຮູ້ສຶກແຫ່ງຈິດສຳນຶກຂອງພວກເຂົາເທົ່ານັ້ນ, ຖ້າພວກເຂົາພຽງແຕ່ອາໄສຄວາມສຳນຶກຂອງພວກເຂົາຢ່າງດຽວ, ຄວາມຮັກທີ່ພວກເຂົາມີສຳລັບພຣະເຈົ້າກໍຈະບໍ່ໜັກແໜ້ນ. ຖ້າເຈົ້າພຽງແຕ່ເວົ້າເຖິງການຕອບແທນຄວາມເມດຕາ ແລະ ຄວາມຮັກຂອງພຣະເຈົ້າ, ເຈົ້າຈະບໍ່ມີການຜັກດັນໃດໆເລີຍໃນຄວາມຮັກຂອງເຈົ້າສຳລັບພຣະອົງ; ການຮັກພຣະອົງທີ່ອີງຕາມຄວາມຮູ້ສຶກຈາກຈິດສຳນຶກຂອງເຈົ້າແມ່ນວິທີການທີ່ບໍ່ດີ້ນຮົນ. ເປັນຫຍັງເຮົາຈຶ່ງເວົ້າວ່າ ມັນເປັນວິທີການທີ່ບໍ່ດີ້ນຮົນ? ນີ້ຄືບັນຫາທີ່ອີງຕາມຄວາມເປັນຈິງ. ຄວາມຮັກຂອງພວກເຈົ້າສໍາລັບພຣະເຈົ້າແມ່ນປະເພດໃດ? ມັນບໍ່ແມ່ນການພະຍາຍາມຫຼອກລວງພຣະເຈົ້າ ແລະ ທຳທ່າເຮັດເພື່ອພຣະອົງບໍ? ຫຼາຍຄົນເຊື່ອວ່າ ເມື່ອມັນບໍ່ມີລາງວັນສຳລັບການຮັກພຣະເຈົ້າ ແລະ ທຸກຄົນຈະຖືກຕີສອນຄືກັນໝົດຖ້າບໍ່ຮັກພຣະອົງ, ສະນັ້ນ ໂດຍລວມແລ້ວ ພຽງແຕ່ບໍ່ເຮັດບາບກໍດີພໍແລ້ວ. ດ້ວຍເຫດນັ້ນ ການຮັກພຣະເຈົ້າ ແລະ ການຕອບແທນຄວາມຮັກຂອງພຣະອົງໂດຍອີງຕາມຄວາມຮູ້ສຶກຈາກຄວາມສຳນຶກຂອງຄົນໆໜຶ່ງ ຈຶ່ງເປັນວິທີການທີ່ບໍ່ດີ້ນຮົນ ແລະ ມັນບໍ່ແມ່ນຄວາມຮັກສຳລັບພຣະເຈົ້າທີ່ມາຈາກຫົວໃຈດ້ວຍທໍາມະຊາດ. ຄວາມຮັກສຳລັບພຣະເຈົ້າຄວນເປັນຄວາມຮູ້ສຶກທີ່ແທ້ຈິງຈາກສ່ວນເລິກໃນຫົວໃຈຂອງບຸກຄົນໜຶ່ງ. ບາງຄົນເວົ້າວ່າ “ຂ້ານ້ອຍເອງເຕັມໃຈທີ່ຈະສະແຫວງຫາພຣະເຈົ້າ ແລະ ຕິດຕາມພຣະອົງ. ບັດນີ້ ເຖິງແມ່ນວ່າ ພຣະເຈົ້າຕ້ອງການປະຖິ້ມຂ້ານ້ອຍ ຂ້ານ້ອຍກໍຍັງຕ້ອງຈະຕິດຕາມພຣະອົງ. ບໍ່ວ່າພຣະອົງຕ້ອງການຂ້ານ້ອຍ ຫຼື ບໍ່, ຂ້ານ້ອຍກໍຈະຍັງຮັກພຣະອົງ ແລະ ໃນທີ່ສຸດແລ້ວ ຂ້ານ້ອຍຕ້ອງຮັບເອົາພຣະອົງ. ຂ້ານ້ອຍຖວາຍຫົວໃຈຂອງຂ້ານ້ອຍໃຫ້ກັບພຣະເຈົ້າ ແລະ ບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ, ຂ້ານ້ອຍຈະຕິດຕາມພຣະອົງຕະຫຼອດຊົ່ວຊີວິດຂອງຂ້ານ້ອຍ. ບໍ່ວ່າຫຍັງກໍຕາມ, ຂ້ານ້ອຍຕ້ອງຮັກພຣະເຈົ້າ ແລະ ຂ້ານ້ອຍຕ້ອງຮັບເອົາພຣະອົງ; ຂ້ານ້ອຍຈະບໍ່ຍອມພັກເຊົາຈົນກວ່າຂ້ານ້ອຍໄດ້ຮັບເອົາພຣະອົງ”. ເຈົ້າມີຄວາມປະສົງແບບນີ້ແມ່ນບໍ?
ເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າແມ່ນເສັ້ນທາງດຽວ ແລະ ຄືກັນກັບເສັ້ນທາງແຫ່ງການຮັກພຣະອົງ. ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າຕ້ອງຮັກພຣະອົງ; ເຖິງຢ່າງໃດກໍຕາມ ການຮັກພຣະອົງບໍ່ພຽງແຕ່ໝາຍເຖິງການຕອບແທນຄວາມຮັກຂອງພຣະອົງ ຫຼື ການຮັກພຣະອົງໂດຍອີງຕາມຄວາມຮູ້ສຶກຈາກຄວາມສຳນຶກຂອງເຈົ້າເທົ່ານັ້ນ, ມັນເປັນຄວາມຮັກທີ່ບໍລິສຸດສຳລັບພຣະເຈົ້າ. ບາງຄັ້ງ ຜູ້ຄົນບໍ່ສາມາດຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າໄດ້ອີງຕາມຄວາມສຳນຶກຂອງພວກເຂົາ. ເຈົ້າອາດຈະມີແຮງຜັກດັນໃນເວລານັ້ນເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ “ຂໍໃຫ້ພຣະວິນຍານຂອງພຣະເຈົ້າດົນບັນດານຈິດໃຈຂອງພວກເຮົາ”? ເປັນຫຍັງເຮົາຈຶ່ງບໍ່ເວົ້າເຖິງການດົນບັນດານຈິດສຳນຶກຂອງຜູ້ຄົນໃຫ້ຮັກພຣະເຈົ້າ? ນັ້ນກໍຍ້ອນວ່າ ຄວາມສຳນຶກຂອງເຈົ້າບໍ່ສາມາດຮູ້ສຶກເຖິງຄວາມເປັນຕາແພງຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ເຊື່ອໃນຄຳເວົ້າເຫຼົ່ານັ້ນ, ເຈົ້າຈົ່ງໃຊ້ຄວາມສຳນຶກຂອງເຈົ້າເພື່ອສໍາຜັດເຖິງຄວາມຮັກຂອງພຣະອົງລອງເບິ່ງ, ເຈົ້າອາດຈະມີກໍາລັງໃຈໃນຊ່ວງເວລາໃດໜຶ່ງ ແຕ່ບໍ່ດົນ ມັນກໍຈະຫາຍໄປ. ຖ້າເຈົ້າພຽງແຕ່ໃຊ້ຄວາມສຳນຶກຂອງເຈົ້າເພື່ອສໍາຜັດເຖິງຄວາມເປັນຕາຮັກຂອງພຣະເຈົ້າ, ເຈົ້າກໍພຽງຈະມີກຳລັງໃຈໃນເວລາອະທິຖານ, ແຕ່ຫຼັງຈາກນັ້ນ ກໍາລັງໃຈກໍຈະຈາງໄປ ແລະ ຫາຍໄປເລີຍ. ສິ່ງນັ້ນແມ່ນກ່ຽວກັບຫຍັງ? ຖ້າເຈົ້າພຽງແຕ່ໃຊ້ຄວາມສຳນຶກຂອງເຈົ້າ ເຈົ້າກໍຈະບໍ່ສາມາດກະຕຸ້ນຄວາມຮັກຂອງເຈົ້າສຳລັບພຣະເຈົ້າໄດ້; ເມື່ອເຈົ້າຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າໃນຫົວໃຈຂອງເຈົ້າຢ່າງແທ້ຈິງ ຈິດໃຈຂອງເຈົ້າກໍຈະຖືກພຣະອົງດົນບັນດານ ແລະ ມີພຽງເມື່ອນັ້ນຄວາມສຳນຶກຂອງເຈົ້າຈະສາມາດເຮັດໜ້າທີ່ເດີມຂອງມັນໄດ້. ນັ້ນໝາຍຄວາມວ່າ ເມື່ອມະນຸດຖືກພຣະເຈົ້າດົນບັນດານໃນຈິດໃຈຂອງພວກເຂົາ ແລະ ເມື່ອຫົວໃຈຂອງພວກເຂົາໄດ້ຮັບເອົາຄວາມຮູ້ ແລະ ໄດ້ຮັບການດົນບັນດານໃນໃຈຂອງເຂົາ ນັ້ນກໍຄື ຫຼັງຈາກທີ່ເຂົາໄດ້ຮັບເອົາປະສົບການ, ຫຼັງຈາກນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຮັກພຣະເຈົ້າຢ່າງມີປະສິດທິພາບດ້ວຍຄວາມສຳນຶກຂອງພວກເຂົາ. ການຮັກພຣະເຈົ້າດ້ວຍຄວາມສຳນຶກຂອງເຈົ້າບໍ່ແມ່ນສິ່ງທີ່ຜິດ, ແຕ່ມັນແມ່ນລະດັບຄວາມຮັກທີ່ຕໍ່າສຸດໃນການຮັກພຣະເຈົ້າ. ການຮັກທີ່ “ພຽງແຕ່ເຮັດຕາມຄວາມຍຸຕິທໍາເພື່ອພຣະຄຸນຂອງພຣະເຈົ້າ” ເທົ່ານັ້ນບໍ່ສາມາດຜັກດັນມະນຸດເຂົ້າໄປຢ່າງໝັ້ນໃຈ. ເມື່ອຜູ້ຄົນໄດ້ຮັບເອົາພາລະກິດບາງສ່ວນຂອງພຣະວິນຍານບໍລິສຸດ ນັ້ນກໍຄື ເມື່ອພວກເຂົາເຫັນ ແລະ ຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າໃນປະສົບການຕົວຈິງຂອງພວກເຂົາ, ເມື່ອພວກເຂົາມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ ແລະ ເຫັນຢ່າງແທ້ຈິງວ່າ ພຣະເຈົ້າສົມຄວນແກ່ຄວາມຮັກຂອງມະນຸດຊາດ ແລະ ພຣະອົງເປັນຕາຮັກຫຼາຍພຽງໃດ, ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດຮັກພຣະເຈົ້າຢ່າງແທ້ຈິງ.
ເມື່ອຜູ້ຄົນຕິດຕໍ່ພຣະເຈົ້າດ້ວຍຫົວໃຈຂອງພວກເຂົາ, ເມື່ອຫົວໃຈຂອງພວກເຂົາສາມາດຫັນເຂົ້າຫາພຣະເຈົ້າໄດ້ທັງໝົດ, ນີ້ແມ່ນບາດກ້າວທຳອິດຂອງຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າ. ຖ້າເຈົ້າຕ້ອງການຮັກພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງສາມາດຫັນຫົວໃຈຂອງເຈົ້າເຂົ້າຫາພຣະອົງ. ແມ່ນຫຍັງຄືການຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າ? ມັນແມ່ນເມື່ອທຸກສິ່ງທີ່ເຈົ້າສະແຫວງຫາໃນຫົວໃຈຂອງເຈົ້ານັ້ນ ເປັນການສະແຫວງຫາເພື່ອເຫັນແກ່ການຮັກ ແລະ ການຮັບເອົາພຣະເຈົ້າ. ສິ່ງນີ້ສະແດງໃຫ້ເຫັນວ່າ ເຈົ້າໄດ້ຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າຢ່າງສົມບູນ. ນອກຈາກພຣະເຈົ້າ ແລະ ພຣະທຳຂອງພຣະອົງແລ້ວ, ເກືອບຈະບໍ່ມີຫຍັງເລີຍໃນຫົວໃຈຂອງເຈົ້າ (ຄອບຄົວ, ຄວາມຮັ່ງມີ, ສາມີ, ພັນລະຍາ, ລູກ ຫຼື ສິ່ງອື່ນໆ). ເຖິງແມ່ນຈະມີ, ສິ່ງດັ່ງກ່າວກໍບໍ່ຢູ່ໃນຫົວໃຈຂອງເຈົ້າ ແລະ ເຈົ້າກໍຈະບໍ່ຄິດເຖິງຄວາມຫວັງໃນອະນາຄົດຂອງເຈົ້າ ແຕ່ສະແຫວງຫາເພື່ອຮັກພຣະເຈົ້າເທົ່ານັ້ນ. ໃນເວລານັ້ນ ເຈົ້າຈະຫັນຫົວໃຈຂອງເຈົ້າທັງໝົດເຂົ້າຫາພຣະເຈົ້າໄດ້ຢ່າງສົມບູນ. ສົມມຸດວ່າ ເຈົ້າກຳລັງວາງແຜນຢູ່ໃນໃຈເພື່ອຕົວເຈົ້າເອງ ແລະ ສະແຫວງຫາຜົນປະໂຫຍດສ່ວນຕົວຂອງເຈົ້າຕະຫຼອດ ໂດຍຄິດຢູ່ສະເໝີວ່າ “ເມື່ອໃດຂ້ານ້ອຍຈຶ່ງຈະໄດ້ຮຽກຮ້ອງຫາພຣະເຈົ້າ? ເມື່ອໃດຄອບຄົວຂອງຂ້ານ້ອຍຈຶ່ງຈະຮັ່ງມີ? ຂ້ານ້ອຍຈະສາມາດມີເຄື່ອງນຸ່ງທີ່ດີໄດ້ແນວໃດ? ...” ຖ້າເຈົ້າດຳລົງຊີວິດໃນສະພາບແບບນັ້ນ ມັນກໍສະແດງວ່າຫົວໃຈຂອງເຈົ້າຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າຢ່າງສົມບູນເທື່ອ. ຖ້າເຈົ້າມີແຕ່ພຣະທຳຂອງພຣະເຈົ້າໃນຫົວໃຈຂອງເຈົ້າ ແລະ ເຈົ້າສາມາດອະທິຖານຫາພຣະເຈົ້າ ແລະ ໃກ້ຊິດກັບພຣະເຈົ້າຢູ່ຕະຫຼອດເວລາ ຄືກັບວ່າພຣະອົງໃກ້ຊິດກັບເຈົ້າຫຼາຍ, ຄືກັບວ່າພຣະເຈົ້າສະຖິດຢູ່ພາຍໃນເຈົ້າ ແລະ ເຈົ້າຢູ່ພາຍໃນພຣະອົງ, ຖ້າເຈົ້າຢູ່ພາຍໃນສະພາບແບບນັ້ນ, ນັ້ນກໍໝາຍຄວາມວ່າ ຫົວໃຈຂອງເຈົ້າໄດ້ຢູ່ຕໍ່ໜ້າພຣະເຈົ້າແລ້ວ. ຖ້າເຈົ້າອະທິຖານຫາພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້, ຄິດເຖິງພາລະກິດໃນຄຣິສຕະຈັກຢູ່ສະເໝີ ແລະ ຖ້າເຈົ້າຄໍານຶງເຖິງຄວາມປະສົງຂອງພຣະເຈົ້າ, ໃຊ້ຫົວໃຈຂອງເຈົ້າເພື່ອຮັກພຣະອົງຢ່າງແທ້ຈິງ ແລະ ເຮັດໃຫ້ຫົວໃຈຂອງພຣະອົງພໍໃຈ, ແລ້ວຫົວໃຈຂອງເຈົ້າກໍຈະເປັນຂອງພຣະເຈົ້າ. ຖ້າເຈົ້າມີຫຼາຍສິ່ງຫຼາຍຢ່າງຢູ່ໃນຫົວໃຈ, ກໍແປວ່າຍັງຖືກຊາຕານຄອບຄອງຢູ່ ແລະ ມັນກໍຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ. ເມື່ອຫົວໃຈຂອງຄົນໆໜຶ່ງໄດ້ຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຈະມີຄວາມຮັກທີ່ແທ້ຈິງ, ເປັນຄວາມຮັກແບບທໍາມະຊາດສໍາລັບພຣະອົງ ແລະ ພວກເຂົາກໍຈະສາມາດພິຈາລະນາພາລະກິດຂອງພຣະເຈົ້າໄດ້. ເຖິງແມ່ນພວກເຂົາຍັງມີສະພາບທີ່ໂງ່ຈ້າ ແລະ ໄຮ້ສາລະ, ພວກເຂົາກໍຈະສາມາດພິຈາລະນາເຖິງຜົນປະໂຫຍດຂອງຄົວເຮືອນຂອງພຣະເຈົ້າໄດ້, ຄໍານຶງເຖິງພາລະກິດຂອງພຣະອົງ ແລະ ການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ຫົວໃຈຂອງພວກເຂົາຈະຢູ່ໃນບ່ອນທີ່ຖືກຕ້ອງ. ບາງຄົນກໍອ້າງສະເໝີວ່າ ທຸກສິ່ງທີ່ພວກເຂົາກະທໍາແມ່ນເພື່ອຄຣິສຕະຈັກຕະຫຼອດ ເມື່ອໃນຄວາມຈິງກໍຄື ພວກເຂົາເຮັດພາລະກິດເພື່ອຜົນປະໂຫຍດຂອງພວກເຂົາເອງ. ຄົນປະເພດນີ້ບໍ່ມີແຮງຈູງໃຈທີ່ຖືກຕ້ອງ. ພວກເຂົາບໍ່ຊື່ສັດ ແລະ ເປັນຄົນຫຼອກລວງ ແລະ ສ່ວນໃຫຍ່ທີ່ພວກເຂົາເຮັດ ກໍເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວຂອງພວກເຂົາເອງ. ຄົນປະເພດນີ້ບໍ່ສະແຫວງຫາເພື່ອຮັກພຣະເຈົ້າ; ຫົວໃຈຂອງເຂົາຍັງເປັນຂອງຊາຕານ ແລະ ບໍ່ສາມາດຫັນເຂົ້າຫາພຣະເຈົ້າໄດ້. ດັ່ງນັ້ນ ພຣະເຈົ້າບໍ່ມີທາງຮັບເອົາຄົນປະເພດນີ້.
ຖ້າເຈົ້າຫວັງທີ່ຈະຮັກພຣະເຈົ້າຢ່າງແທ້ຈິງ ແລະ ຖືກຮັບໂດຍພຣະອົງ, ບາດກ້າວທຳອິດແມ່ນຫັນຫົວໃຈຂອງເຈົ້າໄປເຂົ້າຫາພຣະເຈົ້າຢ່າງສົມບູນ. ທຸກສິ່ງທີ່ເຈົ້າເຮັດ, ຈົ່ງຄົ້ນຫາຕົນເອງ ແລະ ຖາມວ່າ “ຂ້ານ້ອຍກຳລັງເຮັດສິ່ງນີ້ໂດຍອີງຕາມຫົວໃຈແຫ່ງຄວາມຮັກສຳລັບພຣະເຈົ້າຢູ່ບໍ? ມີເຈດຕະນາສ່ວນຕົວໃນສິ່ງນີ້ບໍ? ແມ່ນຫຍັງຄືເປົ້າໝາຍຕົວຈິງຂອງຂ້ານ້ອຍໃນການເຮັດສິ່ງນີ້?” ຖ້າເຈົ້າຕ້ອງການມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງເອົາຊະນະຫົວໃຈຂອງເຈົ້າເອງ, ປະຖິ້ມເຈດຕະນາທັງໝົດຂອງເຈົ້າ ແລະ ບັນລຸທຸກສິ່ງເພື່ອພຣະເຈົ້າໂດຍສົມບູນ. ນີ້ແມ່ນເສັ້ນທາງສູ່ການປະຕິບັດເພື່ອມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ. ການເອົາຊະນະຫົວໃຈຂອງບຸກຄົນໃດໜຶ່ງໝາຍເຖິງຫຍັງ? ມັນແມ່ນການປະຖິ້ມຄວາມປາຖະໜາທີ່ເກີນຂອບເຂດຂອງເນື້ອໜັງຂອງບຸກຄົນນັ້ນ, ບໍ່ປາຖະໜາໄດ້ຮັບຄວາມສະບາຍ ຫຼື ຜົນປະໂຫຍດທາງດ້ານຖານະ. ມັນແມ່ນການເຮັດທຸກຢ່າງ ເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ການເຮັດໃຫ້ຈິດໃຈຂອງຄົນໜຶ່ງເຕັມລົ້ນໄປດ້ວຍພຣະອົງ ບໍ່ແມ່ນເພື່ອຕົວເອງ. ນີ້ແມ່ນພຽງພໍແລ້ວ.
ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນມາຈາກສ່ວນເລິກຢູ່ພາຍໃນຫົວໃຈ: ມັນແມ່ນຄວາມຮັກທີ່ເກີດຂຶ້ນບົນພື້ນຖານແຫ່ງຄວາມຮູ້ຂອງມະນຸດຊາດກ່ຽວກັບພຣະເຈົ້າ. ເມື່ອຫົວໃຈຂອງບາງຄົນຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ ແລ້ວພວກເຂົາກໍມີຄວາມຮັກສຳລັບພຣະເຈົ້າ, ແຕ່ຄວາມຮັກນັ້ນບໍ່ໄດ້ບໍລິສຸດ ແລະ ສົມບູນ ຢ່າງແທ້ຈິງ. ນັ້ນກໍຍ້ອນວ່າມີຄວາມແຕກຕ່າງລະຫວ່າງຫົວໃຈຂອງບຸກຄົນທີ່ຫັນເຂົ້າຫາພຣະເຈົ້າຢ່າງສົມບູນ ແລະ ຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບພຣະເຈົ້າ ແລະ ການບູຊາຢ່າງແທ້ຈິງສຳລັບພຣະອົງ. ຫົນທາງທີ່ມະນຸດບັນລຸຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າ ແລະ ມາຮູ້ຈັກອຸປະນິໄສຂອງພຣະເຈົ້າຄືການຫັນຫົວໃຈຂອງພວກເຂົາເຂົ້າຫາພຣະເຈົ້າ. ຫຼັງຈາກທີ່ມະນຸດມອບຫົວໃຈທີ່ແທ້ຈິງຂອງເຂົາໃຫ້ກັບພຣະເຈົ້າແລ້ວ, ເຂົາຈະໄດ້ເຂົ້າສູ່ປະສົບການຂອງຊີວິດ. ດ້ວຍວິທີນີ້ ອຸປະນິໄສຂອງເຂົາກໍຈະເລີ່ມປ່ຽນແປງ, ຄວາມຮັກຂອງເຂົາສຳລັບພຣະເຈົ້າກໍຈະເຕີບໃຫຍ່ເທື່ອລະໜ້ອຍ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າຈະເພີ່ມຂຶ້ນເທື່ອລະໜ້ອຍເຊັ່ນກັນ. ສະນັ້ນ ການຫັນຫົວໃຈເຂົ້າຫາພຣະເຈົ້າຄືເງື່ອນໄຂເບື້ອງຕົ້ນກ່ອນທີ່ຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງປະສົບການຊີວິດ. ເມື່ອຜູ້ຄົນວາງຫົວໃຈຂອງພວກເຂົາຕໍ່ໜ້າພຣະເຈົ້າ, ພວກເຂົາມີພຽງແຕ່ຫົວໃຈທີ່ປາຖະໜາຫາພຣະອົງ ແຕ່ບໍ່ມີຄວາມຮັກສຳລັບພຣະອົງເລີຍ, ເພາະພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບພຣະອົງ. ເຖິງແມ່ນໃນສະຖານະການເຊັ່ນນີ້ ພວກເຂົາກໍບໍ່ມີຄວາມຮັກບາງສ່ວນສຳລັບພຣະເຈົ້າເລີຍ, ມັນບໍ່ເປັນໄປດ້ວຍທໍາມະຊາດ ແລະ ມັນບໍ່ເປັນຈິງ. ນີ້ກໍຍ້ອນວ່າ ສິ່ງໃດກໍຕາມທີ່ມາຈາກເນື້ອໜັງຂອງມະນຸດແມ່ນຜົນສະທ້ອນທາງດ້ານອາລົມ ແລະ ບໍ່ໄດ້ມາຈາກຄວາມເຂົ້າໃຈທີ່ແທ້ຈິງ. ມັນເປັນພຽງແຕ່ແຮງຈູງໃຈຊົ່ວໄລຍະເວລາໃດໜຶ່ງ ແລະ ມັນບໍ່ສາມາດເປັນການຮັກໄລຍະຍາວ. ເມື່ອຜູ້ຄົນບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ພວກເຂົາພຽງແຕ່ຮັກພຣະອົງໂດຍອີງຕາມຄວາມນິຍົມຂອງພວກເຂົາເອງ ແລະ ແນວຄິດສ່ວນຕົວຂອງພວກເຂົາ; ຄວາມຮັກແບບນັ້ນບໍ່ສາມາດເອີ້ນວ່າຄວາມຮັກທີ່ເປັນໄປຕາມທໍາມະຊາດ ຫຼື ມັນບໍ່ສາມາດເອີ້ນວ່າຄວາມຮັກທີ່ແທ້ຈິງໄດ້. ເມື່ອຫົວໃຈຂອງມະນຸດຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ ແລະ ສາມາດຄິດເຖິງຜົນປະໂຫຍດຂອງພຣະເຈົ້າໃນທຸກສິ່ງ, ແຕ່ຖ້າພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ພວກເຂົາກໍບໍ່ສາມາດມີຄວາມຮັກທີ່ເປັນໄປຕາມທໍາມະຊາດຢ່າງແທ້ຈິງໄດ້. ສິ່ງທີ່ພວກເຂົາສາມາດເຮັດໄດ້ກໍຄືການປະຕິບັດໜ້າທີ່ບາງຢ່າງສຳລັບຄຣິສຕະຈັກ ຫຼື ປະຕິບັດໜ້າທີ່ຂອງພວກເຂົາເລັກນ້ອຍໂດຍປາສະຈາກພື້ນຖານ. ຄົນປະເພດນີ້ມີອຸປະນິໄສຍາກທີ່ຈະປ່ຽນແປງ; ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ສະແຫວງຫາຄວາມຈິງ ຫຼື ບໍ່ເຂົ້າໃຈມັນ. ເຖິງແມ່ນຄົນໜຶ່ງຫັນຫົວໃຈຂອງພວກເຂົາເຂົ້າຫາພຣະເຈົ້າຢ່າງແທ້ຈິງ ມັນກໍບໍ່ໄດ້ໝາຍຄວາມວ່າ ຫົວໃຈແຫ່ງຄວາມຮັກທີ່ພວກເຂົາມີສຳລັບພຣະເຈົ້ານັ້ນບໍລິສຸດທັງໝົດ ເພາະຄົນທີ່ມີພຣະເຈົ້າໃນຫົວໃຈຂອງພວກເຂົານັ້ນບໍ່ຈຳເປັນຕ້ອງມີຄວາມຮັກໃນຫົວໃຈຂອງພວກເຂົາສຳລັບພຣະເຈົ້າ. ສິ່ງນີ້ກ່ຽວຂ້ອງກັບຄວາມແຕກຕ່າງລະຫວ່າງຄົນທີ່ສະແຫວງຫາ ຫຼື ບໍ່ສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະເຈົ້າ. ເມື່ອບຸກຄົນໜຶ່ງມີຄວາມເຂົ້າໃຈກ່ຽວກັບພຣະອົງ, ນັ້ນກໍສະແດງວ່າ ຫົວໃຈຂອງພວກເຂົາໄດ້ຫັນເຂົ້າຫາພຣະເຈົ້າຢ່າງສົມບູນແລ້ວ, ມັນສະແດງໃຫ້ເຫັນວ່າຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າທີ່ພວກເຂົາມີໃນຫົວໃຈຂອງພວກເຂົານັ້ນເປັນໄປຕາມທໍາມະຊາດ. ມີພຽງແຕ່ຄົນແບບນັ້ນຈຶ່ງເປັນຄົນທີ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາ. ການຫັນຫົວໃຈຂອງບຸກຄົນໃດໜຶ່ງເຂົ້າຫາພຣະເຈົ້າແມ່ນເງື່ອນໄຂເບື້ອງຕົນກ່ອນທີ່ຈະໃຫ້ພວກເຂົາເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ກ່ອນທີ່ຈະເຂົ້າໃຈພຣະເຈົ້າ ແລະ ກ່ອນທີ່ຈະບັນລຸຄວາມຮັກສຳລັບພຣະເຈົ້າ. ມັນບໍ່ແມ່ນຫຼັກໝາຍຂອງການເຮັດໜ້າທີ່ຂອງພວກເຂົາເພື່ອຮັກພຣະເຈົ້າໃຫ້ສຳເລັດ ຫຼື ມັນບໍ່ແມ່ນຫຼັກໝາຍຂອງການມີຄວາມຮັກທີ່ແທ້ຈິງສຳລັບພຣະອົງ. ຫົນທາງດຽວທີ່ຈະເຮັດໃຫ້ບາງຄົນບັນລຸຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າກໍຄືການຫັນຫົວໃຈຂອງພວກເຂົາເຂົ້າຫາພຣະອົງ ເຊິ່ງສິ່ງນັ້ນຍັງເປັນເງື່ອນໄຂທຳອິດທີ່ສິ່ງຊົງສ້າງຂອງພຣະອົງຄວນເຮັດ. ຄົນທີ່ຮັກພຣະເຈົ້າລ້ວນແລ້ວແຕ່ເປັນຄົນທີ່ສະແຫວງຫາຊີວິດ ນັ້ນກໍຄື ຄົນທີ່ສະແຫວງຫາຄວາມຈິງ ແລະ ຄົນທີ່ຕ້ອງການພຣະເຈົ້າຢ່າງແທ້ຈິງ; ພວກເຂົາມີແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ຖືກດົນບັນດານໂດຍພຣະອົງ. ພວກເຂົາລ້ວນແລ້ວແຕ່ສາມາດທີ່ຈະຖືກນໍາພາໂດຍພຣະເຈົ້າ.
ເມື່ອບາງຄົນຮູ້ສຶກວ່າພວກເຂົາເປັນໜີ້ບຸນຄຸນພຣະເຈົ້າ ນັ້ນກໍຍ້ອນວ່າ ພວກເຂົາຖືກດົນບັນດານໂດຍພຣະວິນຍານ; ຖ້າພວກເຂົາຮູ້ສຶກແບບນັ້ນ ແລ້ວພວກເຂົາກໍ ມັກຈະມີຫົວໃຈປາຖະໜາ ແລະ ມີຄວາມສາມາດສະແຫວງຫາທາງເຂົ້າສູ່ຊີວິດ. ແຕ່ຖ້າເຈົ້າຢຸດຢູ່ໃນບາດກ້າວໃດໜຶ່ງ, ເຈົ້າກໍຈະບໍ່ສາມາດໄປໄດ້ເລິກກວ່ານັ້ນ; ນອກນັ້ນ ຍັງມີອັນຕະລາຍທີ່ຈະຕິດຢູ່ໃນດາງແຫຂອງຊາຕານ ແລະ ເມື່ອມັນໄປເຖິງຈຸດໃດໜຶ່ງ ເຈົ້າກໍຈະຕົກເປັນຊະເລີຍຂອງຊາຕານ. ແສງສະຫວ່າງຂອງພຣະເຈົ້າເຮັດໃຫ້ຜູ້ຄົນຮູ້ຈັກພວກເຂົາເອງ ແລະ ໃນທີ່ສຸດພວກເຂົາກໍຮູ້ສຶກເປັນໜີ້ບຸນຄຸນຕໍ່ພຣະເຈົ້າ ພ້ອມທັງເຕັມໃຈທີ່ຈະຮ່ວມມືກັບພຣະອົງ ແລະ ປະຖິ້ມສິ່ງຕ່າງໆທີ່ບໍ່ເປັນທີ່ພໍໃຈພຣະອົງ. ນີ້ແມ່ນຫຼັກການແຫ່ງພາລະກິດຂອງພຣະເຈົ້າ. ພວກເຈົ້າລ້ວນແລ້ວແຕ່ເຕັມໃຈທີ່ຈະສະແຫວງຫາການເຕີບໂຕໃນຊີວິດຂອງພວກເຈົ້າ ແລະ ການຮັກພຣະເຈົ້າ, ແລ້ວເຈົ້າໄດ້ປະຖິ້ມຫົນທາງແບບຜິວເຜີນຂອງເຈົ້າອອກຈາກຕົນເອງແລ້ວບໍ? ຖ້າເຈົ້າພຽງແຕ່ປະຖິ້ມຫົນທາງເຫຼົ່ານັ້ນອອກຈາກຕົນເອງ ແລະ ເຈົ້າບໍ່ໄດ້ລົບກວນສິ່ງໃດ ຫຼື ອວດຕົນເອງ, ນັ້ນແມ່ນການສະແຫວງຫາເພື່ອເຕີບໂຕໃນຊີວິດຂອງເຈົ້າແທ້ບໍ? ຖ້າເຈົ້າບໍ່ມີຄວາມປະພຶດແບບຜິວເຜີນເລີຍ ແຕ່ເຈົ້າບໍ່ເຂົ້າສູ່ພຣະທຳຂອງພຣະເຈົ້າ, ມັນກໍໝາຍຄວາມວ່າ ເຈົ້າເປັນຄົນທີ່ບໍ່ມີຄວາມຄືບໜ້າຢ່າງຫ້າວຫັນ. ແມ່ນຫຍັງຄືພື້ນຖານຂອງການນໍາໃຊ້ຄວາມປະພຶດແບບຜິວເຜີນ? ການກະທຳຂອງເຈົ້າແມ່ນເຫັນແກ່ການເຕີບໃຫຍ່ໃນຊີວິດຂອງເຈົ້າບໍ? ເຈົ້າກຳລັງສະແຫວງຫາເພື່ອທີ່ຈະມີຄຸນສົມບັດໃນການເປັນຄົນຂອງພຣະເຈົ້າບໍ? ບໍ່ວ່າແມ່ນຫຍັງກໍຕາມທີ່ເຈົ້າໃສ່ໃຈ ຈະເປັນສິ່ງທີ່ເຈົ້າດຳລົງຊີວິດຕາມ; ຖ້າເຈົ້າໃສ່ໃຈກັບຫົນທາງແບບຜິວເຜີນ ແລ້ວຫົວໃຈຂອງເຈົ້າກໍໃສ່ໃຈຢູ່ພາຍນອກ ແລະ ເຈົ້າຈະບໍ່ມີທາງສະແຫວງຫາການເຕີບໃຫຍ່ໃນຊີວິດຂອງເຈົ້າ. ພຣະເຈົ້າຕ້ອງການໆປ່ຽນແປງໃນອຸປະນິໄສ, ແຕ່ເຈົ້າສະແຫວງຫາສິ່ງທີ່ຢູ່ພາຍນອກສະເໝີ; ຄົນປະເພດນີ້ບໍ່ມີທາງປ່ຽນແປງອຸປະນິໄສຂອງພວກເຂົາໄດ້! ທຸກຄົນມີຫົນທາງສະເພາະກ່ອນທີ່ພວກເຂົາຈະເລີ່ມເຕີບໃຫຍ່ໃນຊີວິດຂອງພວກເຂົາ ເຊິ່ງພວກເຂົາຕ້ອງຍອມຮັບການພິພາກສາ, ການຕີສອນ ແລະ ການເຮັດໃຫ້ພຣະທຳຂອງພຣະເຈົ້າສົມບູນ. ຖ້າເຈົ້າບໍ່ມີພຣະທຳຂອງພຣະເຈົ້າ ແຕ່ເຈົ້າພຽງແຕ່ເພິ່ງພາຄວາມໝັ້ນໃຈ ແລະ ຄວາມປະສົງຂອງເຈົ້າເອງ, ທຸກສິ່ງທີ່ເຈົ້າເຮັດກໍພຽງອີງຕາມຄວາມກະຕືລືລົ້ນ. ນັ້ນຄື ຖ້າເຈົ້າຕ້ອງການຄວາມເຕີບໃຫຍ່ໃນຊີວິດຂອງເຈົ້າ ເຈົ້າຕ້ອງກິນ ແລະ ດື່ມ ແລະ ເຂົ້າໃຈພຣະທຳຂອງພຣະເຈົ້າຫຼາຍຍິ່ງຂຶ້ນ. ທຸກຄົນທີ່ຖືກພຣະທຳຂອງພຣະອົງເຮັດໃຫ້ສົມບູນ ກໍສາມາດທີ່ຈະດຳລົງຊີວິດຕາມສິ່ງເຫຼົ່ານັ້ນໄດ້; ຄົນທີ່ບໍ່ໄດ້ຜ່ານການຫຼໍ່ຫຼອມແຫ່ງພຣະທຳຂອງພຣະອົງ ແລະ ຄົນທີ່ບໍ່ໄດ້ຜ່ານຄໍາພິພາກສາແຫ່ງພຣະທໍາຂອງພຣະອົງ ແມ່ນບໍ່ເໝາະສົມທີ່ຈະຖືກພຣະອົງໃຊ້. ແລ້ວພວກເຈົ້າດຳລົງຊີວິດຕາມພຣະທຳຂອງພຣະອົງຈົນຮອດລະດັບໃດແລ້ວ? ພຽງແຕ່ຖ້າພວກເຈົ້າກິນ ແລະ ດື່ມພຣະທຳຂອງພຣະອົງ ແລະ ສາມາດປຽບທຽບສິ່ງເຫຼົ່ານັ້ນກັບສະພາບຊີວິດຂອງເຈົ້າເອງ ແລະ ຄົ້ນຫາເສັ້ນທາງໃນການປະຕິບັດຕາມຄວາມຈິງຂອງບັນຫາທີ່ເຮົານໍາສະເໜີ ແລ້ວການປະຕິບັດຂອງພວກເຈົ້າກໍຈະຖືກຕ້ອງ. ນອກນັ້ນ ຍັງຈະເປັນໄປຕາມຫົວໃຈຂອງພຣະເຈົ້າ. ມີພຽງແຕ່ຄົນທີ່ມີການປະຕິບັດແບບນີ້ເທົ່ານັ້ນ ຈຶ່ງເປັນຄົນທີ່ມີຄວາມປະສົງເພື່ອຮັກພຣະເຈົ້າ.