ການປະຕິບັດທີ່ເປັນພື້ນຖານທີ່ສຸດຂອງການເປັນຄົນສັດຊື່

ແມ່ນຫຍັງຄືປະສົບການສ່ວນຕົວຂອງພວກເຈົ້າກ່ຽວກັບການເປັນຄົນສັດຊື່? (ຮູ້ສຶກວ່າການເປັນຄົນສັດຊື່ນັ້ນຍາກແທ້ໆ). ເປັນຫຍັງຈຶ່ງຮູ້ສຶກວ່າຍາກ? (ຂ້ອຍຕ້ອງການເປັນຄົນສັດຊື່ແທ້ໆ. ແຕ່ເມື່ອຂ້ອຍກວດສອບເບິ່ງຕົວເອງແຕ່ລະມື້, ຂ້ອຍພົບວ່າຂ້ອຍບໍ່ຈິງໃຈ ແລະ ມີການເຈືອປົນຫຼາຍໃນຄຳເວົ້າຂອງຂ້ອຍ. ບາງຄັ້ງ ຂ້ອຍກໍໃສ່ອາລົມໃນຄຳເວົ້າຂອງຂ້ອຍ ຫຼື ຂ້ອຍມີແຮງຈູງໃຈບາງຢ່າງເມື່ອຂ້ອຍເວົ້າ. ບາງຄັ້ງ ຂ້ອຍຫຼິ້ນເກມນ້ອຍໆ ຫຼື ຂ້ອຍເວົ້າກັບໄປວົນມາ ຫຼື ຂ້ອຍເວົ້າສິ່ງທີ່ກົງກັນຂ້າມກັບຄວາມເປັນຈິງ ນັ້ນຄືສິ່ງທີ່ຫຼອກລວງ, ສິ່ງທີ່ເປັນຄວາມຈິງພຽງເຄິ່ງໜຶ່ງ ແລະ ຄວາມບໍ່ຈິງປະເພດອື່ນ, ທັງໝົດນັ້ນແມ່ນເພື່ອໃຫ້ບັນລຸເປົ້າໝາຍ). ພຶດຕິກຳທັງໝົດນີ້ເກີດຂຶ້ນຈາກອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ; ພວກມັນເປັນສ່ວນໜຶ່ງຂອງຄົນທີ່ເຈົ້າເລ່ ແລະ ຫຼວກລວງ. ເປັນຫຍັງຄົນຈຶ່ງເຮັດໂຕເຈົ້າເລ່? ມັນແມ່ນເພື່ອບັນລຸຈຸດປະສົງຂອງພວກເຂົາເອງ, ເພື່ອບັນລຸເປົ້າໝາຍຂອງພວກເຂົາເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໃຊ້ວິທີການລັບໆ. ໃນການເຮັດເຊັ່ນນີ້, ພວກເຂົາບໍ່ໄດ້ເປີດໃຈ ແລະ ກົງໄປກົງມາ ແລະ ພວກເຂົາບໍ່ໄດ້ເປັນຄົນສັດຊື່. ມັນແມ່ນໃນຊ່ວງເວລາເຫຼົ່ານີ້ທີ່ຜູ້ຄົນເປີດເຜີຍຄວາມຮ້າຍກາດ ແລະ ຄວາມເຈົ້າເລ່ຂອງຕົນ ຫຼື ຄວາມຊົ່ວຮ້າຍ ແລະ ຄວາມດູຖູກຫຍຽດຫຍາມຂອງພວກເຂົາ. ນີ້ແມ່ນບ່ອນທີ່ມີຄວາມຫຍຸ້ງຍາກໃນການເປັນຄົນສັດຊື່: ດ້ວຍອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ໃນຫົວໃຈຂອງຄົນໆໜຶ່ງ, ການເປັນຄົນສັດຊື່ຈະເບິ່ງຄືວ່າຍາກເປັນພິເສດ. ແຕ່ຖ້າເຈົ້າເປັນຄົນທີ່ຮັກຄວາມຈິງ ແລະ ສາມາດຍອມຮັບຄວາມຈິງໄດ້, ແລ້ວການເປັນຄົນສັດຊື່ກໍຈະບໍ່ຍາກເກີນໄປ. ເຈົ້າຈະຮູ້ສຶກວ່າມັນງ່າຍກວ່າຫຼາຍ. ຄົນທີ່ມີປະສົບການສ່ວນຕົວຮູ້ດີວ່າ ອຸປະສັກທີ່ໃຫຍ່ຫຼວງທີ່ສຸດໃນການເປັນຄົນສັດຊື່ແມ່ນຄວາມມີເລ່ຫຼ່ຽມຂອງຜູ້ຄົນ, ຄວາມຫຼອກລວງຂອງພວກເຂົາ, ຄວາມປະສົງຮ້າຍຂອງພວກເຂົາ ແລະ ເຈດຕະນາທີ່ໜ້າລັງກຽດຂອງພວກເຂົາ. ຕາບໃດທີ່ຍັງມີອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້, ການເປັນຄົນສັດຊື່ກໍຈະຍາກເກີນໄປ. ພວກເຈົ້າທຸກຄົນກຳລັງຝຶກເປັນຄົນສັດຊື່, ເພື່ອໃຫ້ພວກເຈົ້າມີປະສົບການບາງຢ່າງໃນເລື່ອງນີ້. ປະສົບການຂອງພວກເຈົ້າເປັນແນວໃດ? (ທຸກໆມື້ ຂ້ອຍຂຽນເລື່ອງໄຮ້ສາລະທີ່ຂ້ອຍເວົ້າ ແລະ ຄຳເວົ້າຕົວະທີ່ຂ້ອຍໄດ້ບອກ. ຈາກນັ້ນ, ຂ້ອຍກໍເຮັດການທົບທວນ ແລະ ການວິເຄາະຕົວເອງ. ຂ້ອຍໄດ້ພົບວ່າ ມີເຈດຕະນາບາງຢ່າງຢູ່ເບື້ອງຫຼັງຄຳເວົ້າຕົວະສ່ວນໃຫຍ່ເຫຼົ່ານີ້ ແລະ ຂ້ອຍໄດ້ເວົ້າພວກມັນເພື່ອເຫັນແກ່ຄວາມທະນົງຕົວ ແລະ ການຮັກສາໜ້າ. ເຖິງແມ່ນຂ້ອຍຮູ້ວ່າ ສິ່ງທີ່ຂ້ອຍເວົ້າບໍ່ສອດຄ່ອງກັບຄວາມຈິງ, ຂ້ອຍກໍຍັງອົດບໍ່ໄດ້ທີ່ຈະຕົວະ ແລະ ທຳທ່າ). ນີ້ແມ່ນສິ່ງທີ່ຍາກຫຼາຍກ່ຽວກັບການເປັນຄົນສັດຊື່. ບໍ່ວ່າເຈົ້າຮູ້ໂຕ ຫຼື ບໍ່ນັ້ນບໍ່ໄດ້ສຳຄັນ; ສິ່ງສຳຄັນຄືເຈົ້າສືບຕໍ່ຕົວະຢ່າງດື້ດ້ານ, ຮູ້ວ່າສິ່ງທີ່ເຈົ້າເຮັດນັ້ນຜິດ, ເພື່ອໃຫ້ບັນລຸເປົ້າໝາຍຂອງເຈົ້າ, ຮັກສາພາບລັກ ແລະ ໜ້າຕາຂອງເຈົ້າ ແລະ ການອ້າງວ່າບໍ່ຮູ້ແມ່ນການຕົວະ. ສິ່ງສຳຄັນໃນການເປັນຄົນສັດຊື່ແມ່ນຕ້ອງແກ້ໄຂແຮງຈູງໃຈຂອງເຈົ້າ, ເຈດຕະນາຂອງເຈົ້າ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ນີ້ແມ່ນທາງດຽວທີ່ຈະແກ້ໄຂບັນຫາຂອງການເວົ້າຕົວະທີ່ຕົ້ນເຫດຂອງມັນ. ເພື່ອໃຫ້ບັນລຸເປົ້າໝາຍສ່ວນຕົວຂອງຄົນໆໜຶ່ງ, ນັ້ນຄືຜົນປະໂຫຍດສ່ວນຕົວ, ການສວຍໂອກາດຈາກສະຖານະການ, ເຮັດໃຫ້ຕົວເອງເບິ່ງດີ ຫຼື ເພື່ອໃຫ້ໄດ້ການຍອມຮັບຈາກຄົນອື່ນ, ສິ່ງເຫຼົ່ານີ້ແມ່ນເຈດຕະນາ ແລະ ເປົ້າໝາຍຂອງຜູ້ຄົນເມື່ອພວກເຂົາເວົ້າຕົວະ. ການເວົ້າຕົວະແບບນີ້ເຜີຍໃຫ້ເຫັນອຸປະນິໄສທີ່ເສື່ອມຊາມ ແລະ ນີ້ແມ່ນການຢັ່ງຮູ້ທີ່ເຈົ້າຕ້ອງການກ່ຽວກັບການເວົ້າຕົວະ. ດັ່ງນັ້ນ, ຄວນແກ້ໄຂອຸປະນິໄສທີ່ເສື່ອມຊາມນີ້ແນວໃດ? ທັງໝົດນັ້ນຂຶ້ນຢູ່ກັບວ່າເຈົ້າຮັກຄວາມຈິງ ຫຼື ບໍ່. ຖ້າເຈົ້າສາມາດຍອມຮັບຄວາມຈິງ ແລະ ເວົ້າໂດຍບໍ່ໂຕ້ແຍ້ງເພື່ອຕົວເອງ; ຖ້າເຈົ້າສາມາດຢຸດຄຳນຶງເຖິງຜົນປະໂຫຍດຂອງເຈົ້າເອງ ແລະ ຄຳນຶງເຖິງວຽກຂອງຄຣິສຕະຈັກ, ຄວາມປະສົງຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າແທນ, ເມື່ອນັ້ນ ເຈົ້າກໍຈະເຊົາເວົ້າຕົວະ. ເຈົ້າຈະສາມາດເວົ້າຕາມຄວາມຈິງ ແລະ ຢ່າງກົງໄປກົງມາ. ຖ້າບໍ່ມີວຸດທິພາວະນີ້, ເຈົ້າຈະບໍ່ສາມາດເວົ້າຕາມຄວາມຈິງ, ພິສູດໃຫ້ເຫັນວ່າເຈົ້າຂາດວຸດທິພາວະ ແລະ ເຈົ້າບໍ່ສາມາດປະຕິບັດຄວາມຈິງ. ດ້ວຍເຫດນີ້, ການເປັນຄົນສັດຊື່ຕ້ອງມີຂະບວນການທຳຄວາມເຂົ້າໃຈຄວາມຈິງ, ຂະບວນການເຕີບໃຫຍ່ໃນວຸດທິພາວະ. ເມື່ອພວກເຮົາເບິ່ງມັນໃນລັກສະນະນີ້, ມັນເປັນໄປບໍ່ໄດ້ທີ່ຈະເປັນຄົນສັດຊື່ໂດຍບໍ່ມີປະສົບການແປດຫາສິບປີ. ນີ້ແມ່ນຊ່ວງເວລາທີ່ຕ້ອງຖືກໃຊ້ໃນຂະບວນການເຕີບໃຫຍ່ໃນຊີວິດຂອງຄົນໆໜຶ່ງ, ຂະບວນການແຫ່ງການເຂົ້າໃຈ ແລະ ໄດ້ຮັບຄວາມຈິງ. ບາງຄົນອາດຖາມວ່າ: “ການແກ້ໄຂບັນຫາການເວົ້າຕົວະ ແລະ ກາຍເປັນຄົນສັດຊື່ຍາກປານນັ້ນແທ້ໆບໍ?” ນັ້ນຂຶ້ນຢູ່ກັບວ່າເຈົ້າກຳລັງເວົ້າເຖິງໃຜ. ຖ້າແມ່ນຄົນທີ່ຮັກຄວາມຈິງ, ແລ້ວພວກເຂົ້າກໍຈະສາມາດປະຖິ້ມການຕົວະເມື່ອເວົ້າເຖິງເລື່ອງໃດໜຶ່ງ. ແຕ່ຖ້າແມ່ນຄົນທີ່ບໍ່ຮັກຄວາມຈິງ, ແລ້ວການປະຖິ້ມການຕົວະກໍຍະຍາກຫຼາຍຍິ່ງຂຶ້ນ.

ຫຼັກໆແລ້ວ, ການຝຶກຕົວເອງໃຫ້ເປັນຄົນສັດຊື່ ແມ່ນເລື່ອງຂອງການແກ້ໄຂບັນຫາກ່ຽວກັບການເວົ້າຕົວະ ລວມເຖິງການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ. ການເຮັດເຊັ່ນນີ້ກ່ຽວຂ້ອງກັບຫຼັກປະຕິບັດທີ່ສຳຄັນເຊັ່ນ: ເມື່ອເຈົ້າຮູ້ວ່າເຈົ້າໄດ້ຕົວະໃຜຄົນໜຶ່ງ ແລະ ຫຼອກລວງພວກເຂົາ, ເຈົ້າຄວນເປີດໃຈກັບພວກເຂົາ, ເປີດເຜີຍຕົວ ແລະ ກ່າວຄຳຂໍໂທດ. ການປະຕິບັດນີ້ແມ່ນເປັນປະໂຫຍດອັນໃຫຍ່ຫຼວງຕໍ່ການແກ້ໄຂການຕົວະ. ຕົວຢ່າງ: ຖ້າເຈົ້າໄດ້ຫຼອກລວງໃຜບາງຄົນ ຫຼື ມີສິ່ງແອບແຝງ ຫຼື ເຈດຕະນາສ່ວນຕົວໃນຄຳເວົ້າທີ່ເຈົ້າເວົ້າກັບພວກເຂົາ, ເຈົ້າກໍຄວນເຂົ້າຫາພວກເຂົາ ແລະ ແຍກແຍະຕົວເອງ. ເຈົ້າຄວນບອກພວກເຂົາວ່າ: “ສິ່ງທີ່ຂ້ອຍເວົ້າກັບເຈົ້າແມ່ນເລື່ອງຂີ້ຕົວະ, ອອກແບບມາເພື່ອປົກປ້ອງຄວາມພາກພູມໃຈຂອງຂ້ອຍເອງ. ຂ້ອຍຮູ້ສຶກບໍ່ສະບາຍໃຈຫຼັງຈາກທີ່ຂ້ອຍໄດ້ເວົ້າມັນ, ດັ່ງນັ້ນ ຂ້ອຍຈຶ່ງຂໍໂທດເຈົ້າໃນຕອນນີ້. ກາລຸນາໃຫ້ອະໄພຂ້ອຍ”. ບຸກຄົນນັ້ນຈະຮູ້ສຶກວ່າ ນີ້ແມ່ນຂ້ອນຂ້າງສົດຊື່ນ. ພວກເຂົາຈະສົງໄສວ່າ ເປັນໄປໄດ້ແນວໃດວ່າຄົນທີ່ໄດ້ເວົ້າຕົວ ຕໍ່ມາຈະຂໍໂທດ. ຄວາມກ້າຫານເຊັ່ນນີ້ເປັນສິ່ງທີ່ພວກເຂົາຊື່ນຊົມແທ້ໆ. ບຸກຄົນໜຶ່ງໄດ້ຮັບຜົນປະໂຫຍດຫຍັງຈາກການປະຕິບັດເຊັ່ນນີ້? ວັດຖຸປະສົງຂອງມັນບໍ່ແມ່ນເພື່ອໄດ້ຮັບການຍົກຍ້ອງຈາກຄົນອື່ນ, ແຕ່ເພື່ອຈຳກັດ ແລະ ຫ້າມຕົວເອງຈາກການຕົວະໃຫ້ມີປະສິດທິພາບຫຼາຍຂຶ້ນ. ດັ່ງນັ້ນ, ຫຼັງຈາກທີ່ຕົວະ, ເຈົ້າຕ້ອງເຮັດການຂໍໂທດທີ່ໄດ້ເຮັດເຊັ່ນນັ້ນ. ຍິ່ງເຈົ້າຝຶກຝົນຕົວເອງໃຫ້ເຮັດການແຍກແຍະ, ເປີດເຜີຍຕົວເອງ ແລະ ຂໍໂທດຜູ້ຄົນໃນລັກສະນະນີ້, ຜົນຮັບກໍຈະດີຍິ່ງຂຶ້ນ ແລະ ຈຳນວນການຕົວະຂອງເຈົ້າກໍຈະໜ້ອຍລົງເລື້ອຍໆ. ການປະຕິບັດການແຍກແຍະ ແລະ ການເປີດເຜີຍຕົວເຈົ້າເພື່ອເປັນຄົນສັດຊື່ ແລະ ຈຳກັດຕົວເອງຈາກການຕົວະຈຳເປັນຕ້ອງມີຄວາມກ້າຫານ ແລະ ການຂໍໂທດໃຜບາງຄົນຫຼັງຈາກທີ່ໄດ້ຕົວະພວກເຂົາຍິ່ງຕ້ອງການຄວາມກ້າຫານຫຼາຍຍິ່ງຂຶ້ນ. ຖ້າພວກເຈົ້າປະຕິບັດແບບນີ້ເປັນເວລາໜຶ່ງ ຫຼື ສອງປີ ຫຼື ບາງທີສາມຫາຫ້າປີ, ເຈົ້າຮັບປະກັນໄດ້ວ່າຈະເຫັນຜົນຮັບຊັດເຈນ ແລະ ມັນຈະບໍ່ຍາກທີ່ຈະກຳຈັດການຕົວະອອກຈາກຕົວເຈົ້າ. ການກຳຈັດຄວາມຕົວະອອກຈາກຕົວເອງແມ່ນຂັ້ນຕອນທຳອິດໃນການເປັນຄົນສັດຊື່ ແລະ ບໍ່ສາມາດໄດ້ມາຖ້າບໍ່ໃຊ້ຄວາມພະຍາຍາມເປັນເວລາສາມ ຫຼື ຫ້າປີ. ຫຼັງຈາກທີ່ບັນຫາການຕົວະໄດ້ຮັບການແກ້ໄຂ, ຂັ້ນຕອນທີສອງແມ່ນການແກ້ໄຂບັນຫາຄວາມຫຼອກລວງ ແລະ ຄວາມເຈົ້າເລ່. ບາງຄັ້ງ, ຄວາມເຈົ້າເລ່ ແລະ ຄວາມຫຼອກລວງບໍ່ຈຳເປັນຕ້ອງໃຫ້ບຸກຄົນໜຶ່ງຕົວະ, ສິ່ງເຫຼົ່ານີ້ສາມາດສຳເລັດໄດ້ດ້ວຍການກະທຳພຽງຢ່າງດຽວ. ໂດຍທາງພາຍນອກ ບຸກຄົນໜຶ່ງອາດບໍ່ໄດ້ຕົວະ, ແຕ່ພວກເຂົາອາດຍັງມີຄວາມຫຼອກລວງ ແລະ ຄວາມເຈົ້າເລ່ໃນໃຈຂອງພວກເຂົາ. ພວກເຂົາຈະຮູ້ຈັກສິ່ງນີ້ດີກວ່າຄົນອື່ນ, ເພາະພວກເຂົາໄດ້ຄິດເຖິງມັນຢ່າງເລິກເຊິ່ງ ແລະ ພິຈາລະນາມັນຢ່າງຮອບຄອບ. ມັນຈະງ່າຍສຳລັບພວກເຂົາທີ່ຈະຮັບຮູ້ເມື່ອມີການໄຕ່ຕອງໃນພາຍຫຼັງ. ຫຼັງຈາກທີ່ບັນຫາການຕົວະໄດ້ຮັບການແກ້ໄຂ, ເມື່ອທຽບກັນແລ້ວ ການແກ້ໄຂບັນຫາຄວາມຫຼອກລວງ ແລະ ຄວາມເຈົ້າເລ່ກໍຈະງ່າຍຂຶ້ນເລັກນ້ອຍ. ແຕ່ຄົນໆໜຶ່ງຕ້ອງມີຫົວໃຈທີ່ຢຳເກງພຣະເຈົ້າ, ເພາະມະນຸດຖືກຄວບຄຸມໂດຍເຈດຕະນາເມື່ອພວກເຂົາມີສ່ວນຮ່ວມໃນຄວາມຫຼອກລວງ ແລະ ຄວາມເຈົ້າເລ່. ຄົນອື່ນບໍ່ສາມາດແລເຫັນສິ່ງນີ້ໄດ້ຈາກພາຍນອກ ທັງພວກເຂົາບໍ່ສາມາດແຍກແຍະມັນໄດ້. ມີພຽງພຣະເຈົ້າທີ່ສາມາດກວດສອບສິ່ງນີ້ ແລະ ມີພຽງພຣະອົງທີ່ຮູ້ກ່ຽວກັບມັນ. ເພາະສະນັ້ນ, ຄົນໆໜຶ່ງສາມາດແກ້ໄຂບັນຫາຄວາມຫຼອກລວງ ແລະ ຄວາມເຈົ້າເລ່ໄດ້ໂດຍການເພິ່ງພາຄຳອະທິຖານຫາພຣະເຈົ້າ ແລະ ການຍອມຮັບການກວດສອບຂອງພຣະອົງເທົ່ານັ້ນ. ຖ້າຄົນໆໜຶ່ງບໍ່ຮັກຄວາມຈິງ ຫຼື ຢຳເກງພຣະເຈົ້າໃນຫົວໃຈຂອງພວກເຂົາ, ຄວາມຫຼອກລວງ ແລະ ຄວາມເຈົ້າເລ່ຂອງພວກເຂົາແມ່ນບໍ່ສາມາດໄດ້ຮັບການແກ້ໄຂໄດ້. ເຈົ້າອາດອະທິຖານຕໍ່ໜ້າພຣະເຈົ້າ ແລະ ຍອມຮັບຄວາມຜິດຂອງເຈົ້າ, ເຈົ້າອາດສາລະພາບ ແລະ ກັບໃຈ ຫຼື ເຈົ້າອາດວິເຄາະອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ບອກຕາມຄວາມຈິງວ່າເຈົ້າຄິດຫຍັງໃນເວລານັ້ນ, ສິ່ງທີ່ເຈົ້າເວົ້າ, ເຈດຕະນາຂອງເຈົ້າແມ່ນຫຍັງ ແລະ ເຈົ້າມີສ່ວນຮ່ວມໃນການຫຼອກລວງແນວໃດ. ທັງໝົດນີ້ແມ່ນຂ້ອນຂ້າງເຮັດໄດ້ງ່າຍ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າຖືກຂໍໃຫ້ເປີດເຜີຍຕົວເອງກັບຄົນອື່ນ, ເຈົ້າອາດສູນເສຍຄວາມກ້າຫານ ແລະ ຄວາມເດັດດ່ຽວຂອງເຈົ້າ ຍ້ອນເຈົ້າຕ້ອງການຮັກສາໜ້າ. ແລ້ວມັນກໍຈະຍາກຫຼາຍທີ່ເຈົ້າຈະປະຕິບັດການເປີດໃຈ ແລະ ເປີດເຜີຍຕົວເອງ. ໂດຍທົ່ວໄປແລ້ວ, ບາງທີເຈົ້າອາດສາມາດຍອມຮັບວ່າ ໃນບາງຄັ້ງຄາວເຈົ້າພົບວ່າເຈົ້າເວົ້າ ຫຼື ກະທຳຕາມຈຸດມຸ້ງໝາຍ ແລະ ເຈດຕະນາສ່ວນຕົວຂອງເຈົ້າເອງ; ມີລະດັບຄວາມຫຼອກລວງ, ຄວາມປົນເປື້ອນ, ຄວາມຂີ້ຕົວະ ຫຼື ຄວາມເຈົ້າເລ່ໃນສິ່ງຕ່າງໆທີ່ເຈົ້າເຮັດ ຫຼື ເວົ້າ. ແຕ່ຕໍ່ມາ, ເມື່ອບາງສິ່ງເກີດຂຶ້ນ ແລະ ເຈົ້າຖືກບັງຄັບໃຫ້ແຍະແຍະຕົວເອງ, ເປີດເຜີຍວິທີການທີ່ສິ່ງຕ່າງໆສະແດງອອກມາແຕ່ຕົ້ນຈົນຈົບ, ອະທິບາຍວ່າຄຳໃດທີ່ເຈົ້າເວົ້ານັ້ນຫຼອກລວງ, ມີເຈດຕະນາຫຼັງຢູ່ເບື້ອງຫຼັງພວກມັນ, ສິ່ງທີ່ເຈົ້າກຳລັງຄິດ ແລະ ບໍ່ວ່າເຈົ້າມຸ້ງຮ້າຍ ຫຼື ຮ້າຍກາດ ຫຼື ບໍ່້ກໍຕາມ, ເຈົ້າບໍ່ຕ້ອງການເຈາະຈົງ ຫຼື ໃຫ້ລາຍລະອຽດ. ບາງຄົນເຖິງກັບບັນຍາຍສິ່ງຕ່າງໆໂດຍເວົ້າວ່າ: “ນັ້ນເປັນວິຖີຂອງສິ່ງຕ່າງໆ. ຂ້ອຍພຽງແຕ່ເປັນຄົນທີ່ຂ້ອນຂ້າງຫຼອກລວງ, ມີເລ່ຫຼ່ຽມ ແລະ ເຊື່ອຖືບໍ່ໄດ້”. ນີ້ສະແດງໃຫ້ເຫັນເຖິງຄວາມໄຮ້ຄວາມສາມາດຂອງພວກເຂົາໃນການຜະເຊີນໜ້າກັບແກ່ນແທ້ທີ່ເສື່ອມຊາມຂອງຕົນໄດ້ຢ່າງເໝາະສົມ ຫຼື ພວກເຂົາຫຼອກລວງ ແລະ ມີເລ່ຫຼ່ຽມແນວໃດ. ຄົນເຫຼົ່ານີ້ມັກຈະຢູ່ໃນຮູບແບບ ແລະ ສະຖານະການຫຼົບຫຼີກຢູ່ສະເໝີ. ພວກເຂົາໃຫ້ອະໄພ ແລະ ປະນີປະນອມກັບຕົວເອງຢູ່ສະເໝີ ແລະ ບໍ່ສາມາດທົນທຸກ ຫຼື ຈ່າຍລາຄາເພື່ອປະຕິບັດຄວາມຈິງຂອງການເປັນຄົນສັດຊື່ໄດ້. ຫຼາຍຄົນໄດ້ເທດສະໜາຄຳເວົ້າຕາມຫຼັກຄຳສອນເປັນເວລາຫຼາຍປີ, ເວົ້າຢູ່ສະເໝີວ່າ: “ຂ້ອຍຫຼອກລວງ ແລະ ມີເລ່ຫຼ່ຽມຫຼາຍ, ມັກມີຄວາມເຈົ້າເລ່ໃນການກະທຳຂອງຂ້ອຍ ແລະ ຂ້ອຍບໍ່ໄດ້ປະຕິບັດກັບຜູ້ຄົນຢ່າງຈິງໃຈເລີຍ”. ແຕ່ຫຼັງຈາກທີ່ຮ້ອງອອກມາແບບນັ້ນເປັນເວລາຫຼາຍປີ, ພວກເຂົາກໍຍັງເປັນຄົນຫຼອກລວງແບບທີ່ພວກເຂົາເຄີຍເປັນໃນເມື່ອກ່ອນ, ຍ້ອນວ່າບໍ່ມີຜູ້ໃດເຄີຍໄດ້ຍິນການແຍກແຍະ ຫຼື ຄວາມສຳນຶກຜິດຈາກພວກເຂົາເມື່ອເພື່ອພວກເຂົາເຜີຍສະພາວະທີ່ຫຼອກລວງນີ້ອອກມາ. ພວກເຂົາບໍ່ເຄີຍເປີດເຜີຍຕົວເອງກັບຄົນອື່ນ ຫຼື ຂໍໂທດຫຼັງຈາກທີ່ໄດ້ຕົວະ ຫຼື ຫຼອກລວງຜູ້ຄົນ, ແຮງໄກທີ່ພວກເຂົາຈະໂອ້ລົມກ່ຽວກັບປະສົບການຂອງພວກເຂົາ ແລະ ຄຳພະຍານກ່ຽວກັບການແຍກແຍະຕົວເອງ ແລະ ການຮູ້ຈັກຕົວເອງໃນການເຕົ້າໂຮມ. ທັງພວກເຂົາບໍ່ເຄີຍເວົ້າວ່າພວກເຂົາໄດ້ມາຮູ້ຈັກຕົວເອງແນວໃດ ຫຼື ພວກເຂົາກັບໃຈຕໍ່ເລື່ອງດັ່ງກ່າວແນວໃດ. ພວກເຂົາບໍ່ໄດ້ເຮັດສິ່ງໃດໃນສິ່ງເຫຼົ່ານີ້, ເຊິ່ງພິສູດວ່າພວກເຂົາບໍ່ຮູ້ຈັກຕົວເອງ ແລະ ບໍ່ໄດ້ກັບໃຈຢ່າງແທ້ຈິງ. ເມື່ອພວກເຂົາເວົ້າວ່າພວກເຂົາຫຼອກລວງ ແລະ ຕ້ອງການເປັນຄົນສັດຊື່, ພວກເຂົາກໍພຽງຮ້ອງຄຳຂັວນ ແລະ ເທດສອນຫຼັກຄຳສອນ, ບໍ່ມີຫຍັງອື່ນອີກ. ອາດເປັນໄປໄດ້ວ່າ ພວກເຂົາເຮັດສິ່ງເຫຼົ່ານີ້ພວກເຂົາພະຍາຍາມເຮັດຕາມກະແສ ແລະ ເຮັດຕາມຄົນສ່ວນໃຫຍ່. ຫຼືອາດເປັນໄປໄດ້ວ່າສະພາບແວດລ້ອມຊີວິດຄຣິສຕະຈັກບັງຄັບໃຫ້ພວກເຂົາຕ້ອງເຮັດພໍແລ້ວມືແລ້ວຕີນ ແລະ ເຮັດເອົາໜ້າ. ບໍ່ວ່າຈະດ້ວຍວິທີໃດ, ຜູ້ທີ່ຮ້ອງຄຳຂວັນ ແລະ ນັກເທດສະໜາຫຼັກຄຳສອນຈະບໍ່ກັບໃຈຢ່າງແທ້ຈິງຈັກເທື່ອ ແລະ ພວກເຂົາຈະບໍ່ບັນລຸຄວາມລອດພົ້ນຂອງພຣະເຈົ້າຢ່າງແນ່ນອນ.

ທຸກໆຄວາມຈິງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນປະຕິບັດຮຽກຮ້ອງໃຫ້ພວກເຂົາຈ່າຍລາຄາ, ຝຶກຝົນ ແລະ ປະສົບກັບຊີວິດຈິງຂອງພວກເຂົາແທ້ໆ. ພຣະເຈົ້າບໍ່ໄດ້ຂໍໃຫ້ຜູ້ຄົນໃຫ້ບໍລິການດ້ວຍປາກ ໂດຍພຽງແຕ່ທ່ອງຫຼັກຄຳສອນ, ເວົ້າກ່ຽວກັບການຮູ້ຈັກຕົວເອງ, ການຮັບຮູ້ວ່າພວກເຂົາຫຼອກລວງ, ວ່າພວກເຂົາເປັນຄົນຂີ້ຕົວະ, ວ່າພວກເຂົາເຈົ້າເລ່, ຄົດໂກງ ແລະ ທໍລະຍົດ ຫຼື ເວົ້າສິ່ງເຫຼົ່ານີ້ອອກມາດັງໆສອງສາມຄັ້ງ ແລະ ຈາກນັ້ນກໍເຊົາເຮັດມັນ. ຖ້າຄົນໃດໜຶ່ງຍອມຮັບທັງໝົດນີ້, ແຕ່ແລ້ວກັບບໍ່ປ່ຽນແປງຕາມຄວາມຈິງແມ່ນແຕ່ໜ້ອຍດຽວ; ຖ້າພວກເຂົາສືບຕໍ່ຕົວະ, ສໍ້ໂກງ ແລະ ຫຼອກລວງ; ຖ້າພວກເຂົາໃຊ້ກົນອຸບາຍຊາຕານອັນດຽວກັນ, ວິທີການແບບຊາຕານອັນດຽວກັນເມື່ອພວກເຂົາຜະເຊີນໜ້າກັບບາງສິ່ງ; ຖ້າຮູບແບບ ແລະ ວິທີການຂອງພວກເຂົາບໍ່ປ່ຽນແປງຈັກເທື່ອ, ແລ້ວບຸກຄົນນີ້ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ບໍ? ພວກເຂົາຈະສາມາດປ່ຽນແປງອຸປະນິໄສຂອງຕົນໄດ້ບໍ? ບໍ່ມີວັນ! ເຈົ້າຕ້ອງສາມາດໄຕ່ຕອງ ແລະ ຮູ້ຈັກຕົວເອງ. ເຈົ້າຕ້ອງມີຄວາມກ້າຫານທີ່ຈະເປີດໃຈ ແລະ ເປີດເຜີຍຕົວເອງຕໍ່ໜ້າອ້າຍເອື້ອຍນ້ອງ ແລະ ໂອ້ລົມສະພາວະທີ່ແທ້ຈິງຂອງເຈົ້າ. ຖ້າເຈົ້າບໍ່ກ້າເປີດເຜີຍ ຫຼື ແຍກແຍະອຸປະນິໄສທີ່ເສື່ອມຊາມຂອງເຈົ້າ; ຖ້າເຈົ້າບໍ່ກ້າຍອມຮັບຄວາມຜິດພາດຂອງເຈົ້າ, ເຈົ້າກໍບໍ່ໄດ້ສະແຫວງຫາຄວາມຈິງ, ແຮງໄກທີ່ເຈົ້າຈະເປັນຄົນທີ່ຮູ້ຈັກຕົວເອງ. ຖ້າທຸກຄົນເປັນຄືກັບຄົນສາສະໜາທີ່ໂອ້ອວດເພື່ອໃຫ້ໄດ້ຮັບຄວາມຊື່ນຊົມຈາກຄົນອື່ນ, ຜູ້ທີ່ເປັນພະຍານວ່າພວກເຂົາຮັກພຣະເຈົ້າຫຼາຍປານໃດ, ພວກເຂົາຍອມຕໍ່ພຣະອົງຫຼ!ຍປານໃດ, ພວກເຂົາອຸທິດຕົນເພື່ອພຣະອົງຫຼາຍປານໃດ ແລະ ພຣະອົງຮັກພວກເຂົາຫຼາຍປານໃດ, ທັງໝົດນີ້ແມ່ນເພື່ອໃຫ້ໄດ້ຮັບຄວາມເຄົາລົບ ແລະ ຄວາມຊື່ນຊົມຈາກຄົນອື່ນ; ແລ້ວຖ້າທຸກຄົນມີແຜນການສ່ວນບຸກຄົນຂອງຕົວເອງ ແລະ ຮັກສາພື້ນທີ່ສ່ວນຕົວໄວ້ໃນໃຈຂອງພວກເຂົາ, ແລ້ວຄົນໃດໜຶ່ງຈະສາມາດເວົ້າເຖິງປະສົບການຈິງໄດ້ແນວໃດ? ຄົນໃດໜຶ່ງຈະສາມາດມີປະສົບການທີ່ແທ້ຈິງເພື່ອໂອ້ລົມກັນໄດ້ແນວໃດ? “ການແບ່ງປັນ ແລະ ການແລກປ່ຽນຂໍ້ມູນກ່ຽວກັບປະສົບການຂອງເຈົ້າ” ໝາຍເຖິງການໂອ້ລົມປະສົບການ ແລະ ຄວາມຮູ້ຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າ. ມັນກ່ຽວກັບການສົ່ງສຽງໃຫ້ກັບທຸກຄວາມຄິດໃນໃຈຂອງເຈົ້າ, ຕໍ່ສະພາວະຂອງເຈົ້າ ແລະ ຕໍ່ອຸປະນິໄສທີ່ເສື່ອມຊາມທີ່ເປີດເຜີຍອອກມາໃນຕົວເຈົ້າ. ມັນກ່ຽວກັບການປ່ອຍໃຫ້ຄົນອື່ນແຍກແຍະສິ່ງເຫຼົ່ານີ້ ແລະ ຫຼັງຈາກນັ້ນກໍແກ້ໄຂບັນຫາໂດຍການໂອ້ລົມຄວາມຈິງ. ເມື່ອໄດ້ໂອ້ລົມປະສົບການໃນລັກສະນະນີ້ເທົ່ານັ້ນ ທຸກຄົນຈຶ່ງໄດ້ຮັບຜົນປະໂຫຍດ ແລະ ເກັບກ່ຽວຜົນຕອບແທນ. ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຊີວິດຄຣິສຕະຈັກທີ່ແທ້ຈິງ. ຖ້າມັນເປັນພຽງການໂອ້ລົມທີ່ຫວ່າງເປົ່າກ່ຽວກັບຄວາມເຂົ້າໃຈຂອງເຈົ້າໃນຂໍ້ພຣະທຳໃດໜຶ່ງຂອງພຣະເຈົ້າ ຫຼື ເພງສັນລະເສີນເທົ່ານັ້ນ ແລະ ຫຼັງຈາກນັ້ນເຈົ້າກໍໂອ້ລົມຕາມທີ່ເຈົ້າພໍໃຈໂດຍບໍ່ມີການອະທິບາຍຫຍັງເພີ່ມເຕີມ ໂດຍບໍ່ເວົ້າເຖິງສະພາວະ ຫຼື ບັນຫາຕົວຈິງຂອງເຈົ້າ, ການໂອ້ລົມປະເພດນັ້ນແມ່ນບໍ່ມີປະໂຫຍດຫຍັງ. ຖ້າທຸກຄົນເວົ້າກ່ຽວກັບຄວາມຮູ້ທາງດ້ານຄຳສອນ ຫຼື ທາງທິດສະດີ, ແຕ່ບໍ່ເວົ້າຫຍັງກ່ຽວກັບຄວາມຮູ້ທີ່ພວກເຂົາໄດ້ຮັບຈາກປະສົບການຕົວຈິງ ແລະ ເມື່ອໂອ້ລົມຄວາມຈິງ, ຖ້າພວກເຂົາຫຼົບຫຼີກທີ່ຈະເວົ້າກ່ຽວກັບຊີວິດສ່ວນຕົວຂອງພວກເຂົາ, ກ່ຽວກັບບັນຫາຊີວິດຈິງຂອງພວກເຂົາ ແລະ ກ່ຽວກັບໂລກພາຍໃນຂອງພວກເຂົາເອງ, ແລ້ວການສື່ສານທີ່ແທ້ຈິງຈະເກີດຂຶ້ນໄດ້ແນວໃດ? ຈະສາມາດມີຄວາມໄວ້ວາງໃຈທີ່ແທ້ຈິງໄດ້ແນວໃດ? ບໍ່ສາມາດມີໄດ້ເລີຍ! ຖ້າເມຍບໍ່ເຄີຍເວົ້າຫຍັງໃນຫົວໃຈຂອງເຂົາຕໍ່ຜົວຂອງເຂົາ, ນັ້ນນັບວ່າເປັນຄວາມສະໜິດສະໜົມບໍ? ພວກເຂົາສາມາດຮູ້ສິ່ງທີ່ຢູ່ໃນໃຈຂອງກັນ ແລະ ກັນໄດ້ບໍ? (ບໍ່, ພວກເຂົາບໍ່ຮູ້). ແລ້ວສົມມຸດວ່າພວກເຂົາເວົ້າຢູ່ເລື້ອຍໆວ່າ “ຂ້ອຍຮັກເຈົ້າ.” ພວກເຂົາພຽງແຕ່ເວົ້າແບບນີ້, ແຕ່ພວກເຂົາບໍ່ເຄີຍເປີດເຜີຍ ຫຼື ບອກກັນສິ່ງທີ່ພວກເຂົາກຳລັງຄິດເລິກໆພາຍໃນຢ່າງແທ້ຈິງ, ສິ່ງທີ່ພວກເຂົາຄາດຫວັງຈາກຄູ່ຮ່ວມງານຂອງພວກເຂົາ ຫຼື ພວກເຂົາກຳລັງມີມີບັນຫາຫຍັງ. ພວກເຂົາບໍ່ເຄີຍໄວ້ວາງໃຈກັນ ແລະ ເມື່ອຢູ່ນໍາກັນ, ພວກເຂົາບໍ່ມີຫຍັງນອກຈາກຄວາມດີທີ່ຜິວເຜີນໃຫ້ກັນ. ແລ້ວພວກເຂົາເປັນຜົວ ແລະ ເມຍກັນຢ່າງແທ້ຈິງບໍ? ບໍ່ແມ່ນຢ່າງແນ່ນອນ! ເຊັ່ນດຽວກັນ, ຖ້າອ້າຍເອື້ອຍນ້ອງສາມາດໄວ້ວາງໃຈກັນ, ຊ່ວຍເຫຼືອກັນ ແລະ ສະໜອງໃຫ້ກັນ, ແລ້ວແຕ່ລະຄົນກໍຕ້ອງເວົ້າກ່ຽວກັບປະສົບການທີ່ແທ້ຈິງຂອງພວກເຂົາເອງ. ຖ້າເຈົ້າບໍ່ເວົ້າຫຍັງກ່ຽວກັບປະສົບການທີ່ແທ້ຈິງຂອງເຈົ້າເອງ, ຖ້າເຈົ້າພຽງແຕ່ເທດສອນຄຳເວົ້າ ແລະ ຕົວອັກສອນຂອງຫຼັກຄຳສອນ ທີ່ມະນຸດເຂົ້າໃຈ, ຖ້າເຈົ້າເທດສອນແຕ່ຫຼັກຄຳສອນກ່ຽວກັບຄວາມເຊື່ອໃນພຣະເຈົ້າເລັກນ້ອຍເທົ່ານັ້ນ ແລະ ໃຊ້ຄຳເວົ້າຊ້ຳຊາກຊ້ຳໆ ແລະ ບໍ່ເປີດໃຈກ່ຽວກັບສິ່ງທີ່ຢູ່ໃນໃຈຂອງເຈົ້າ, ແລ້ວເຈົ້າກໍບໍ່ແມ່ນຄົນທີ່ສັດຊື່ ແລະ ເຈົ້າບໍ່ສາມາດເປັນຄົນສັດຊື່ໄດ້. ໃຊ້ຕົວຢ່າງດຽວກັນ: ໃນຂະນະທີ່ໃຊ້ຊີວິດຮ່ວມກັນເປັນເວລາຫຼາຍປີ, ຜົວ ແລະ ເມຍພະຍາຍາມສ້າງຄວາມລຶ້ງເຄີຍນໍາກັນ, ຜິດຖຽງກັນໃນບາງຄັ້ງບາງຄາວ. ແຕ່ຖ້າເຈົ້າທັງສອງມີຄວາມເປັນມະນຸດທີ່ປົກກະຕິ ແລະ ເຈົ້າເວົ້າກັບລາວຈາກຫົວໃຈ ແລະ ລາວກໍຈະເຮັດເຊັ່ນດຽວກັນກັບເຈົ້າບໍ່ວ່າເຈົ້າຈະປະສົບກັບຄວາມຫຍຸ້ງຍາກຫຍັງໃນຊີວິດ ຫຼື ໃນວຽກງາກໍຕາມ, ບໍ່ວ່າເຈົ້າກຳລັງຄິດຫຍັງໃນສ່ວນເລິກພາຍໃນ ແລະ ບໍ່ວ່າເຈົ້າຈະວາງແຜນແນວໃດກໍຕາມເພື່ອແກ້ໄຂສິ່ງຕ່າງໆ ຫຼື ເຈົ້າມີແນວຄິດ ແລະ ແຜນການຫຍັງກໍຕາມສຳລັບອະນາຄົດຂອງລູກໆຂອງເຈົ້າ ແລະ ເຈົ້າບອກຄູ່ຂອງເຈົ້າກ່ຽວກັບທຸກສິ່ງເຫຼົ່ານີ້, ແລ້ວພວກເຈົ້າສອງຄົນຈະບໍ່ຮູ້ສຶກສະໜິດກັນເປັນພິເສດບໍ? ແຕ່ຖ້າເຂົາບໍ່ເຄີຍບອກເຈົ້າກ່ຽວກັບຄວາມຄິດໃນສ່ວນເລິກທີ່ສຸດຂອງເຂົາ ແລະ ພຽງແຕ່ນໍາເອົາເງິນເດືອນມາເຮືອນ; ຖ້າເຈົ້າບໍ່ເຄີຍເວົ້າກັບເຂົາກ່ຽວກັບຄວາມຄິດຂອງເຈົ້າເອງ ແລະ ເຈົ້າບໍ່ເຄີຍໄວ້ວາງໃຈກັນ ແລະ ກັນ, ແລ້ວມັນຈະບໍ່ມີຄວາມຫ່າງໄກກັນທາງຄວາມຮູ້ສຶກລະຫວ່າງພວກເຈົ້າທັງສອງຄົນບໍ? ມັນຈະມີຢ່າງແນ່ນອນ ຍ້ອນເຈົ້າບໍ່ເຂົ້າໃຈຄວາມຄິດ ຫຼື ແຜນການຂອງກັນ ແລະ ກັນ. ໃນທີ່ສຸດແລ້ວ, ເຈົ້າກໍຈະບໍ່ສາມາດບອກໄດ້ວ່າຄູ່ຂອງເຈົ້າເປັນຄົນແບບໃດ ຫຼື ເຂົາຈະບໍ່ສາມາດບອກໄດ້ວ່າເຈົ້າເປັນຄົນແບບໃດ. ເຈົ້າຈະບໍ່ເຂົ້າໃຈຄວາມຕ້ອງການຂອງເຂົາ ຫຼື ເຂົາກໍຈະບໍ່ເຂົ້າໃຈຄວາມຕ້ອງການຂອງເຈົ້າ. ຖ້າຜູ້ຄົນບໍ່ມີການສື່ສານກັນທາງວາຈາ ຫຼື ຝ່າຍວິນຍານ, ແລ້ວມັນກໍບໍ່ມີຄວາມເປັນໄປໄດ້ທີ່ຈະເກີດຄວາມສະໜິດກັນລະຫວ່າງພວກເຂົາ ແລະ ພວກເຂົາກໍຈະບໍ່ສາມາດສະໜອງໃຫ້ກັນ ຫຼື ຊ່ວຍເຫຼືອກັນໄດ້. ພວກເຈົ້າໄດ້ຜະເຊີນໜ້າກັບສິ່ງນີ້, ບໍ່ແມ່ນບໍ? ຖ້າໝູ່ເພື່ອນຂອງເຈົ້າໄວ້ວາງໃຈທຸກສິ່ງກັບເຈົ້າ, ເວົ້າທຸກສິ່ງທີ່ພວກເຂົາກຳລັງຄິດຢູ່ ແລະ ຄວາມທົນທຸກ ຫຼື ຄວາມສຸກຫຍັງກໍຕາມທີ່ພວກເຂົາເຊື່ອງໄວ້, ແລ້ວເຈົ້າຈະບໍ່ຮູ້ສຶກໃກ້ຊິດກັບພວກເຂົາເປັນພິເສດບໍ? ເຫດຜົນທີ່ພວກເຂົາເຕັມໃຈບອກເຈົ້າໃນສິ່ງເຫຼົ່ານີ້ກໍເພາະເຈົ້າໄດ້ວາງໃຈ ແລະ ເປີດເຜີຍຄວາມຄິດໃນສ່ວນເລິກທີ່ສຸດຂອງເຈົ້າໃຫ້ກັບພວກເຂົາເຊັ່ນກັນ. ພວກເຈົ້າໃກ້ຊິດກັນເປັນພິເສດ ແລະ ມັນເປັນຍ້ອນສິ່ງນີ້ ພວກເຈົ້າຈຶ່ງສາມາດເຂົ້າກັນໄດ້ໄດ້ດີຫຼາຍ ແລະ ຊ່ວຍເຫຼືອກັນໄດ້. ຖ້າບໍ່ມີການສື່ສານ ແລະ ການສົນທະນາແບບນີ້ລະຫວ່າງອ້າຍເອື້ອຍນ້ອງໃນຄຣິດຕະຈັກ, ພວກເຂົາຈະບໍ່ສາມາດເຂົ້າກັນໄດ້ຢ່າງສະໝານສັນ ແລະ ຈະພົບວ່າມັນເປັນໄປບໍ່ໄດ້ທີ່ຈະເຮັດວຽກຮ່ວມກັນໄດ້ດີໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ນັ້ນຄືເຫດຜົນວ່າເປັນຫຍັງການໂອ້ລົມຄວາມຈິງຈຶ່ງຕ້ອງມີການສື່ສານຝ່າຍວິນຍານ ແລະ ຄວາມສາມາດທີ່ຈະເວົ້າຈາກໃຈ. ນີ້ແມ່ນໜຶ່ງໃນຫຼັກການທີ່ຄົນໆໜຶ່ງຕ້ອງມີເພື່ອເປັນຄົນສັດຊື່.

ເມື່ອບາງຄົນໄດ້ຍິນວ່າໃນການເປັນຄົນສັດຊື່ນັ້ນ, ຄົນໆໜຶ່ງຕ້ອງບອກຄວາມຈິງ ແລະ ເວົ້າຈາກໃຈ ແລະ ຖ້າພວກເຂົາຕົວະ ຫຼື ຫຼອກລວງ, ພວກເຂົາຕ້ອງເປີດໃຈ ແລະ ເປີດເຜີຍຕົວເອງ, ພວກເຂົາເວົ້າວ່າ: “ມັນຍາກທີ່ຈະເປັນຄົນສັດຊື່. ຂ້ອຍຕ້ອງເວົ້າທຸກສິ່ງທີ່ຂ້ອຍຄິດກ່ຽວກັບຄົນອື່ນບໍ? ມັນບໍ່ພຽງພໍທີ່ຈະໂອ້ລົມສິ່ງທີ່ເປັນບວກບໍ? ຂ້ອຍບໍ່ຈໍາເປັນຕ້ອງບອກຄົນອື່ນກ່ຽວກັບດ້ານມືດ ຫຼື ດ້ານທີ່ເສື່ອມຊາມຂອງຂ້ອຍ, ບໍ່ແມ່ນບໍ?” ຖ້າເຈົ້າບໍ່ເປີດເຜີຍຕົວເອງກັບຄົນອື່ນ ແລະ ບໍ່ໃຈ້ແຍກຕົວເອງ, ແລ້ວເຈົ້າຈະບໍ່ຮູ້ຈັກຕົວເຈົ້າເອງຈັກເທື່ອ. ເຈົ້າຈະບໍ່ມີວັນຮັບຮູ້ວ່າເຈົ້າເປັນຄົນປະເພດໃດ ແລະ ຄົນອື່ນຈະບໍ່ສາມາດເຊື່ອໃຈເຈົ້າໄດ້ຈັກເທື່ອ. ນີ້ແມ່ນຂໍ້ແທ້ຈິງ. ຖ້າເຈົ້າປາຖະໜາທີ່ຈະໃຫ້ຄົນອື່ນເຊື່ອໃຈເຈົ້າ, ກ່ອນອື່ນ ເຈົ້າຕ້ອງເປັນຄົນສັດຊື່. ເພື່ອເປັນຄົນເຈົ້າເປັນຄົນສັດຊື່, ກ່ອນອື່ນ ເຈົ້າຕ້ອງເປີດເຜີຍຫົວໃຈຂອງເຈົ້າອອກ ເພື່ອວ່າທຸກຄົນຈະສາມາດເບິ່ງເຂົ້າໄປໃນມັນໄດ້, ເຫັນທຸກສິ່ງທີ່ເຈົ້າຄິດ ແລະ ແນມເບິ່ງໃບໜ້າທີ່ແທ້ຈິງຂອງເຈົ້າ. ເຈົ້າຕ້ອງບໍ່ພະຍາຍາມປອມຕົວ ຫຼື ປົກປິດຕົວເອງ. ມີແຕ່ເມື່ອນັ້ນ ຄົນອື່ນຈຶ່ງຈະເຊື່ອໝັ້ນເຈົ້າ ແລະ ຖືວ່າເຈົ້າເປັນຄົນສັດຊື່. ນີ້ແມ່ນການປະຕິບັດທີ່ເປັນພື້ນຖານທີ່ສຸດ ແລະ ເງື່ອນໄຂເບື້ອງຕົ້ນທີ່ຈະເປັນຄົນສັດຊື່. ຖ້າເຈົ້າທໍາທ່າຢູ່ສະເໝີ, ທຳທ່າວ່າມີຄວາມສັກສິດຢູ່ສະເໝີ, ຄວາມສູງສົ່ງ, ຄວາມຍິ່ງໃຫຍ່ ແລະ ບຸກຄະລິກອັນສູງສົ່ງ; ຖ້າເຈົ້າບໍ່ປ່ອຍໃຫ້ຄົນເຫັນຄວາມເສື່ອມຊາມຂອງເຈົ້າ ແລະ ຄວາມບົກຜ່ອງຂອງເຈົ້າ; ຖ້າເຈົ້ານຳສະເໜີພາບລັກຈອມປອມແກ່ຜູ້ຄົນເພື່ອໃຫ້ພວກເຂົາເຊື່ອວ່າເຈົ້າ ມີຄວາມສັດຊື່, ວ່າເຈົ້າເປັນຄົນຍິ່ງໃຫຍ່, ປະຕິເສດຕົວເອງ, ທ່ຽງທຳ ແລະ ບໍ່ເຫັນແກ່ຕົວ, ນີ້ບໍ່ແມ່ນຄວາມຫຼອກລວງ ແລະ ຄວາມຈອມປອມບໍ? ຜູ້ຄົນຈະບໍ່ສາມາດເບິ່ງທະລຸເຈົ້າຕາມເວລາທີ່ກຳນົດໄວ້ບໍ? ດັ່ງນັ້ນ, ຈົ່ງຢ່າໃສ່ເຄື່ອງປອມຕົວ ປົກປິດຕົວເອງ. ກົງກັນຂ້າມ, ຈົ່ງເປີດເຜີຍເຈົ້າເອງ ແລະ ຫົວໃຈຂອງເຈົ້າໃຫ້ຄົນອື່ນເຫັນ. ຖ້າເຈົ້າສາມາດເປີດເຜີຍຫົວໃຈຂອງເຈົ້າອອກໃຫ້ຄົນອື່ນໄດ້ເຫັນ, ຖ້າເຈົ້າສາມາດເປີດເຜີຍຄວາມຄິດ ແລະ ແຜນການທັງໝົດຂອງເຈົ້າ ທັງດ້ານດີ ແລະ ດ້ານລົບ, ນັ້ນບໍ່ແມ່ນຄວາມສັດຊື່ບໍ? ຖ້າເຈົ້າສາມາດເປີດເຜີຍຕົວເອງອອກໃຫ້ຄົນອື່ນເຫັນ, ແລ້ວພຣະເຈົ້າກໍຈະເຫັນເຈົ້າເຊັ່ນກັນ. ພຣະອົງຈະກ່າວວ່າ: “ຖ້າເຈົ້າໄດ້ເປີດເຜີຍຕົວເຈົ້າເອງອອກເພື່ອໃຫ້ຄົນອື່ນເຫັນ, ແລ້ວແນ່ນອນວ່າເຈົ້າກໍເປັນຄົນສັດຊື່ຕໍ່ໜ້າເຮົາ”. ແຕ່ຖ້າເຈົ້າພຽງແຕ່ເປີດເຜີຍຕົວເຈົ້າອອກຕໍ່ພຣະເຈົ້າເມື່ອຢູ່ນອກສາຍຕາຂອງຄົນອື່ນ ແລະ ທຳທ່າເປັນຄົນຍິ່ງໃຫຍ່ ແລະ ສູງສົ່ງຢູ່ສະເໝີ ຫຼື ບໍ່ເຫັນແກ່ຕົວ ເມື່ອຢູ່ກັບໝູ່ເພື່ອນຂອງພວກເຂົາ, ແລ້ວພຣະເຈົ້າຈະຄິດຫຍັງກັບເຈົ້າ? ພຣະອົງຈະເວົ້າຫຍັງ? ພຣະອົງຈະກ່າວວ່າ: “ເຈົ້າເປັນຄົນຫຼອກລວງຢ່າງສິ້ນເຊີງ. ເຈົ້າເປັນຄົນໜ້າຊື່ໃຈຄົດ ແລະ ຊົ່ວຮ້າຍຢ່າງສິ້ນເຊີງ, ເຈົ້າບໍ່ແມ່ນຄົນສັດຊື່”. ສະນັ້ນ ພຣະເຈົ້າຈະກ່າວໂທດພວກເຈົ້າ. ຖ້າເຈົ້າປາຖະໜາທີ່ຈະເປັນຄົນສັດຊື່, ແລ້ວບໍ່ວ່າເຈົ້າຈະຢູ່ຕໍ່ໜ້າພຣະເຈົ້າ ຫຼື ຄົນອື່ນ, ເຈົ້າຄວນສາມາດຈະອະທິບາຍສະພາວະພາຍໃນຂອງເຈົ້າ ແລະ ຄຳເວົ້າໃນໃຈຂອງເຈົ້າຢ່າງບໍລິສຸດ ແລະ ຢ່າງເປີດເຜີຍ. ສິ່ງນີ້ບັນລຸໄດ້ງ່າຍບໍ? ມັນຈຳເປັນຕ້ອງຝຶກຝົນຊົ່ວໄລຍະໜຶ່ງ ພ້ອມທັງອະທິຖານ ແລະ ເພິ່ງພາພຣະເຈົ້າເປັນປະຈຳ. ເຈົ້າຕ້ອງຝຶກຝົນຕົວເອງໃຫ້ເວົ້າຄຳເວົ້າທີ່ຢູ່ໃນໃຈຂອງເຈົ້າຢ່າງລຽບງ່າຍ ແລະ ຢ່າງເປີດເຜີຍໃນທຸກເລື່ອງ. ດ້ວຍການຝຶກຝົນແບບນີ້, ເຈົ້າສາມາດສ້າງຄວາມກ້າວໜ້າໄດ້. ຖ້າເຈົ້າຜະເຊີນກັບຄວາມຫຍຸ້ງຍາກຄັ້ງໃຫຍ່, ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງ; ເຈົ້າຈຳເປັນຕ້ອງຕໍ່ສູ້ຢູ່ໃນໃຈຂອງເຈົ້າ ແລະ ເອົາຊະນະເນື້ອໜັງ, ຈົນເຈົ້າສາມາດປະຕິບັດຄວາມຈິງໄດ້. ໃນການຝຶກຝົນຕົນເອງແບບນີ້, ຫົວໃຈຂອງເຈົ້າຈະຄ່ອຍໆເປີດອອກເທື່ອລະໜ້ອຍ. ເຈົ້າຈະບໍລິສຸດຫຼາຍຂຶ້ນເລື້ອຍໆ ແລະ ຜົນຈາກຄຳເວົ້າ ແລະ ການກະທຳຂອງເຈົ້າຈະແຕກຕ່າງກັນຈາກເມື່ອກ່ອນ. ຄຳເວົ້າຕົວະ ແລະ ກົນອຸບາຍຂອງເຈົ້າຈະໜ້ອຍລົງເລື້ອຍໆ ແລະ ເຈົ້າຈະສາມາດດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າໄດ້. ແລ້ວເຈົ້າຈະກາຍເປັນຄົນສັດຊື່ຢ່າງແທ້ຈິງ.

ການຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດທຸກຄົນດຳລົງຊີວິດດ້ວຍອຸປະນິໄສແບບຊາຕານ. ເຊັ່ນດຽວກັນກັບຊາຕານ, ຜູ້ຄົນປອມຕົວ ແລະ ປະກອບຕົວເອງໃນທຸກດ້ານ ແລະ ພວກເຂົາຫັນໄປຫຼອກລວງ ແລະ ຫຼິ້ນເກມໃນທຸກເລື່ອງ. ບໍ່ມີຫຍັງທີ່ພວກເຂົາບໍ່ຫັນໄປຫຼອກລວງ ແລະ ຫຼິ້ນເກມ. ບາງຄົນເຖິງກັບຫຼິ້ນເກມທີ່ຫຼອກລວງໃນກິດຈະກຳທີ່ປົກກະຕິຫຼາຍເຊັ່ນ: ການຊື່ເຄື່ອງ. ຕົວຢ່າງ: ເຂົາເຈົ້າອາດຈະໄດ້ຊື້ຊຸດເຄື່ອງນຸ່ງທີ່ທັນສະໄໝທີ່ສຸດ, ແຕ່ເຖິງແມ່ນວ່າເຂົາເຈົ້າມັກມັນແທ້ໆ, ພວກເຂົາບໍ່ກ້າໃສ່ມັນໃນຄຣິສຕະຈັກ, ເພາະຢ້ານວ່າອ້າຍເອື້ອຍນ້ອງຂອງພວກເຂົາຈະເວົ້າເຖິງພວກເຂົາ ແລະ ດູຖູກພວກເຂົາ. ດັ່ງນັ້ນ, ພວກເຂົາຈຶ່ງພຽງແຕ່ໃສ່ມັນລັບຫຼັງຄົນອື່ນ. ນີ້ແມ່ນພຶດຕິກຳແບບໃດ? ມັນແມ່ນການເປີດເຜີຍອຸປະນິໄສທີ່ຫຼອກລວງ ແລະ ເຈົ້າເລ່. ເປັນຫຍັງຄົນໆໜຶ່ງຈຶ່ງຊື່ຊຸດເຄື່ອງນຸ່ງທີ່ທັນສະໄໝ, ແຕ່ບໍ່ກ້າໃສ່ມັນຕໍ່ໜ້າອ້າຍເອື້ອຍນ້ອງຂອງຕົນ? ໃນໃຈຂອງພວກເຂົາ, ພວກເຂົາມັກສິ່ງທີ່ທັນສະໄໝ ແລະ ພວກເຂົາເຮັດຕາມກະແສຂອງໂລກແບບຜູ້ບໍ່ເຊື່ອ. ພວກເຂົາຢ້ານອ້າຍເອື້ອຍນ້ອງເບິ່ງທະລຸພວກເຂົາ, ເຫັນວ່າພວກເຂົາຕື້ນເຂີນສ່ຳໃດ, ເຫັນວ່າພວກເຂົາບໍ່ແມ່ນຄົນໜ້າເຄົາລົບ ແລະ ທ່ຽງທຳ. ໃນໃຈຂອງພວກເຂົາ, ພວກເຂົາສະແຫວງຫາສິ່ງທີ່ທັນສະໄໝ ແລະ ມີບັນຫາໃນການປ່ອຍວາງພວກມັນ, ດັ່ງນັ້ນ ພວກເຂົາຈຶ່ງເຮັດໄດ້ແຕ່ໃສ່ພວກມັນຢູ່ເຮືອນເທົ່ານັ້ນ ແລະ ຢ້ານທີ່ຈະໃຫ້ອ້າຍເອື້ອຍນ້ອງຂອງພວກເຂົາເຫັນພວກມັນ. ຖ້າສິ່ງທີ່ພວກເຂົາມັກບໍ່ສາມາດເຫັນແສງຂອງກາງເວັນ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ຍອມປ່ອຍວາງພວກມັນ? ບໍ່ແມ່ນມີອຸປະນິໄສແບບຊາຕານກຳລັງຄວບຄຸມພວກເຂົາຢູ່ບໍ? ພວກເຂົາກ່າວຄຳເວົ້າແຫ່ງຫຼັກຄຳສອນຢູ່ຕະຫຼອດ ແລະ ພວກເຂົາເບິ່ງຄືວ່າເຂົ້າໃຈຄວາມຈິງ, ແຕ່ພວກເຂົາບໍ່ສາມາດນຳຄວາມຈິງໄປປະຕິບັດໄດ້. ນີ້ແມ່ນຄົນທີ່ດຳລົງຊີວິດຕາມອຸປະນິໄສແບບຊາຕານ. ຖ້າຜູ້ໃດຫຼອກລວງທັງໃນຄຳເວົ້າ ແລະ ການກະທຳຢູ່ສະເໝີ, ຖ້າພວກເຂົາບໍ່ປ່ອຍໃຫ້ຄົນອື່ນເຫັນພວກເຂົາສຳລັບສິ່ງທີ່ພວກເຂົາເປັນ ແລະ ຖ້າພວກເຂົາສົ່ງຜົນກະທົບຕໍ່ພາບລັກຂອງຄົນເຄັ່ງສາສະໜາຕໍ່ໜ້າຄົນອື່ນຢູ່ສະເໝີ, ແລ້ວມີຫຍັງແຕກຕ່າງກັນລະຫວ່າງພວກເຂົາ ແລະ ຟາຣີຊາຍ? ພວກເຂົາຕ້ອງການນຳພາຊີວິດຂອງຍິງໂສເພນີ, ແຕ່ກໍມີອະນຸສອນສະຖານທີ່ສ້າງຂຶ້ນເພື່ອຄວາມພົມມະຈັນຂອງພວກເຂົາອີກດ້ວຍ. ພວກເຂົາຮູ້ດີວ່າ ພວກເຂົາບໍ່ສາມາດນຸ່ງຊຸດແປກໃໝ່ໃນທີ່ສາທາລະນະ, ແລ້ວເປັນຫຍັງພວກເຂົາຈຶ່ງຊື່ມັນ? ມັນບໍ່ເປັນການສິ້ນເປືອງເງິນບໍ? ມັນເປັນພຽງເພາະວ່າ ພວກເຂົາມັກສິ່ງຂອງປະເພດນັ້ນ ແລະ ມີໃຈໃຫ້ກັບຊຸດນັ້ນ, ດັ່ງນັ້ນ ພວກເຂົາຈິ່ງຮູ້ສຶກວ່າພວກເຂົາຕ້ອງຊື້ມັນ. ແຕ່ຫຼັງຈາກທີ່ພວກເຂົາໄດ້ຊື່ມັນ, ພວກເຂົາບໍ່ສາມາດໃສ່ມັນໄດ້. ຫຼັງຈາກສອງສາມປີຜ່ານໄປ, ພວກເຂົາກໍເສຍໃຈທີ່ຊື້ມັນ ແລະ ຮັບຮູ້ໃນທັນທີວ່າ: “ຂ້ອຍຊ່າງໂງ່, ຊ່າງໜ້າລັງກຽດທີ່ເຮັດແບບນັ້ນໄດ້ແນວໃດ?” ເຖິງແມ່ນວ່າພວກເຂົາລັງກຽດສິ່ງທີ່ພວກເຂົາໄດ້ເຮັດ. ແຕ່ພວກເຂົາບໍ່ສາມາດຄວບຄຸມການກະທຳຂອງພວກເຂົາ, ເພາະພວກເຂົາບໍ່ສາມາດປ່ອຍວາງສິ່ງຕ່າງໆທີ່ພວກເຂົາມັກ ແລະ ຕາມຫາ. ດັ່ງນັ້ນ ພວກເຂົາຈຶ່ງໃຊ້ກົນລະຍຸດແບບສອງໜ້າ ແລະ ເລ່ຫຼ່ຽມເພື່ອໃຫ້ຕົວເອງພໍໃຈ. ຖ້າພວກເຂົາເປີດເຜີຍອຸປະນິໄສທີ່ຫຼອກລວງໃນເລື່ອງເລັກໆນ້ອຍໆເຊັ່ນນີ້, ພວກເຂົາຈະສາມາດປະຕິບັດຄວາມຈິງເມື່ອເວົ້າເຖິງບາງສິ່ງທີ່ໃຫຍ່ກວ່າໄດ້ບໍ? ມັນຄົງຈະເປັນໄປບໍ່ໄດ້. ເຫັນໄດ້ຊັດເຈນວ່າ ແມ່ນທຳມະຊາດຂອງພວກເຂົາທີ່ຫຼອກລວງ ແລະ ຄວາມຫຼອກລວງແມ່ນຈຸດອ່ອນຂອງພວກເຂົາ. ມີເດັກນ້ອຍຄົນໜຶ່ງອາຍຸຫົກ ຫຼື ເຈັດປີ ໄດ້ກິນຂອງແຊບກັບຄອບຄົວຂອງລາວຄັ້ງໜຶ່ງ. ເມື່ອເດັກນ້ອຍຄົນອື່ນຖາມວ່າມັນແມ່ນຫຍັງ, ເດັກນ້ອຍຄົນນັ້ນກະພິບຕາ ແລະ ເວົ້າວ່າ “ຂ້ອຍລືມ” ເມື່ອໃນຄວາມເປັນຈິງແລ້ວລາວບໍ່ຕ້ອງການບອກພວກເຂົາ. ລາວສາມາດລືມສິ່ງທີ່ລາວຫາກໍກິນມາແທ້ໆບໍ? ເດັກອາຍຸຫົຫ ຫຼື ເຈັດປີຄົນນີ້ສາມາດເວົ້າຕົວະໄດ້. ນັ້ນແມ່ນສິ່ງທີ່ຜູ້ໃຫຍ່ສອນໃຫ້ລາວເຮັດບໍ? ມັນເປັນຜົນມາຈາກສະພາບແວດລ້ອມຢູ່ເຮືອນຂອງລາວບໍ? ບໍ່, ນີ້ແມ່ນທຳມະຊາດຂອງມະນຸດ, ມໍລະດົກຂອງລາວ; ມະນຸດເກີດມາພ້ອມດ້ວຍອຸປະນິໄສທີ່ຫຼອກລວງ. ຄວາມຈິງແລ້ວ, ບໍ່ວ່າເດັກຄົນນັ້ນກິນຫຍັງແຊບກໍຕາມ, ນີ້ເປັນສິ່ງປົກກະຕິທີ່ຕ້ອງເຮັດ. ພໍ່ແມ່ຂອງລາວເຮັດໃຫ້ລາວກິນ; ລາວບໍ່ໄດ້ລັກອາຫານຂອງໃຜ. ຖ້າເດັກຄົນນີ້ສາມາດເວົ້າຕົວະໃນສະຖານະການດັ່ງກ່າວເມື່ອມັນບໍ່ຈຳເປັນຕ້ອງເຮັດເຊັ່ນນັ້ນເລີຍ, ແລ້ວລາວຈະບໍ່ມີແນວໂນ້ມທີ່ຈະຕົວະໃນເລື່ອງອື່ນໄປຫຼາຍກວ່ານີ້ບໍ? ສິ່ງນີ້ສະແດງໃຫ້ເຫັນບັນຫາຫຍັງ? ນີ້ບບໍ່ແມ່ນບັນຫາກັບທຳມະຊາດຂອງລາວບໍ? ເດັກນ້ອຍຄົນນັ້ນເຕີບໃຫຍ່ຂຶ້ນແລ້ວໃນຕອນນີ້ ແລະ ການຕົວະໄດ້ກາຍເປັນທຳມະຊາດຂອງພວກເຂົາ. ແທ້ຈິງແລ້ວ ລາວເປັນຄົນຫຼອກລວງ; ຄົນເຮົາສາມາດເຫັນສິ່ງນັ້ນໃນຕົວລາວຕັ້ງແຕ່ອາຍຸຍັງນ້ອຍ. ຄົນຫຼອກລວງອົດບໍ່ໄດ້ທີ່ຈະຕົວະ ແລະ ຫຼອກລວງຄົນອື່ນ ແລະ ຄຳເວົ້າຕົວະ ແລະ ເລ່ຫຼ່ຽມຂອງພວກເຂົາສາມາດສະແດງຕົວໄດ້ທຸກເວລາ ແລະ ທຸກບ່ອນ. ພວກເຂົາບໍ່ຈຳເປັນຕ້ອງຮຽນຮູ້ວິທີການເຮັດສິ່ງເຫຼົ່ານີ້ ຫຼື ຖືກກະຕຸ້ນໃຫ້ເຮັດສິ່ງດັ່ງກ່າວ, ພວກເຂົາເກີດມາພ້ອມກັບຄວາມສາມາດທີ່ຈະເຮັດເຊັ່ນນັ້ນ. ຖ້າເດັກຄົນນັ້ນສາມາດສ້າງເລື່ອງຂີ້ຕົວະເພື່ອຫຼອກລວງຜູ້ຄົນຕອນອາຍຸຍັງນ້ອຍເຊັ່ນນັ້ນ, ການຕົວະຂອງລາວອາດຈະເປັນການລ່ວງລະເມີດພຽງຄັ້ງດຽວແທ້ໆບໍ? ແນ່ນອນວ່າບໍ່. ສິ່ງນີ້ສະແດງໃຫ້ເຫັນວ່າລາວເປັນຄົນຫຼອກລວງໂດຍທຳມະຊາດ ແລະ ແກ່ນແທ້. ສິ່ງທີ່ລຽບງ່າຍເຊັ່ນນັ້ນແຍກແຍະໄດ້ງ່າຍບໍ? ຖ້າຄົນໃດໜຶ່ງເວົ້າຕົວະຕັ້ງແຕ່ເປັນເດັກນ້ອຍ, ຕົວະເລື້ອຍໆ, ເຖິງກັບຕົວະ ແລະ ຫຼອກລວງຜູ້ຄົນກັບເລື່ອງງ່າຍໆທີ່ພວກເຂົາບໍ່ຈຳເປັນຕ້ອງເຮັດເຊັ່ນນັ້ນ ແລະ ຖ້າການຕົວະໄດ້ກາຍເປັນທຳມະຊາດຂອງພວກເຂົາ, ແລ້ວມັນກໍບໍ່ງ່າຍທີ່ພວກເຂົາຈະປ່ຽນແປງມັນໄດ້. ພວກເຂົາເປັນຄົນຫຼອກລວງຢ່າງແທ້ຈິງ. ເປັນຫຍັງຈຶ່ງເວົ້າວ່າຄົນຫຼອກລວງບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້? ເພາະວ່າພວກເຂົາບໍ່ມີແນວໂນ້ມທີ່ຈະຍອມຮັບຄວາມຈິງ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດຖືກເຮັດໃຫ້ບໍລິສຸດ ແລະ ປ່ຽນແປງໄດ້. ບັນດາຜູ້ທີ່ສາມາດໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າແມ່ນແຕກຕ່າງກັນ. ພວກເຂົາຂ້ອນຂ້າງບໍ່ມີເລ່ຫຼ່ຽມຕັ້ງແຕ່ຕົ້ນ ແລະ ຖ້າພວກເຂົາເວົ້າຕົວະພຽງເລັກນ້ອຍ ພວກເຂົາກໍອາດຈະໜ້າແດງ ແລະ ຮູ້ສຶກບໍ່ສະຫງົບ. ມັນງ່າຍກວ່າສຳລັບຄົນແບບນັ້ນທີ່ຈະກາຍເປັນຄົນສັດຊື່: ຖ້າເຈົ້າຂໍໃຫ້ພວກເຂົາຕົວະ ຫຼື ສໍ້ໂກງ, ພວກເຂົາຈະພົບວ່າມັນຍາກ. ເມື່ອພວກເຂົາຕົວະ ພວກເຂົາບໍ່ສາມາດເວົ້າອອກມາໄດ້ທັງໝົດ ແລະ ທຸກຄົນກໍສາມາດບອກໄດ້ທັນທີ. ຄົນເຫຼົ່ານີ້ເປັນຄົນທີ່ຂ້ອນຂ້າງລຽບງ່າຍ ແລະ ພວກເຂົາມີແນວໂນ້ມທີ່ຈະບັນລຸຄວາມລອດພົ້ນໄດ້ ຖ້າພວກເຂົາສາມາດຍອມຮັບຄວາມຈິງ. ຄົນປະເພດນີ້ຕົວະພາຍໃຕ້ສະຖານະການພິເສດ, ເມື່ອຫຼັງຂອງພວກເຂົາຊົນກຳແພງເທົ່ານັ້ນ. ໂດຍທົ່ວໄປແລ້ວ, ພວກເຂົາສາມາດເວົ້າຄວາມຈິງຢູ່ສະເໝີ. ຕາບໃດທີ່ພວກເຂົາສະແຫວງຫາຄວາມຈິງ, ພວກເຂົາກໍຈະສາມາດປະຖິ້ມຄວາມເສື່ອມຊາມລັກສະນະນີ້ດ້ວຍຄວາມພະຍາຍາມສອງສາມປີ ແລະ ຫຼັງຈາກນັ້ນມັນຈະບໍ່ຍາກສໍາລັບພວກເຂົາທີ່ຈະກາຍເປັນຄົນສັດຊື່.

ແມ່ນຫຍັງຄືມາດຕະຖານຂອງພຣະເຈົ້າສຳລັບຄົນສັດຊື່ທີ່ພຣະອົງຕ້ອງການ? ຂໍ້ກຳນົດຂອງພຣະເຈົ້າລະບຸໄວ້ແນວໃດໃນພຣະໂອວາດສາມຂໍ້ໃນພຣະທຳຂອງພຣະເຈົ້າບົດນີ້? (“ຄວາມຊື່ສັດໝາຍເຖິງການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການເປັນຈິງກັບພຣະເຈົ້າໃນທຸກສິ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງ, ການບໍ່ປິດບັງຂໍ້ແທ້ຈິງຈັກເທື່ອ, ການບໍ່ພະຍາຍາມຫຼອກລວງຄົນທີ່ຢູ່ເທິງ ແລະ ຢູ່ລຸ່ມເຈົ້າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດແມ່ນການມີການກະທໍາ ແລະ ຄໍາເວົ້າທີ່ບໍລິສຸດ ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ... ຖ້າຄໍາເວົ້າຂອງເຈົ້າເຕັມໄປດ້ວຍຂໍ້ແກ້ຕົວ ແລະ ເຫດຜົນທີ່ບໍ່ມີຄຸນຄ່າ, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນກຽດຊັງໃນການປະຕິບັດຕໍ່ຄວາມຈິງ. ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າລັງເລທີ່ຈະແບ່ງປັນ, ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມລັບໃນໃຈຂອງເຈົ້າ ເຊິ່ງເປັນຄວາມຫຍຸ້ງຍາກຂອງເຈົ້າຕໍ່ໜ້າຄົນອື່ນໃຫ້ສະແຫວງຫາຫົນທາງແຫ່ງແສງສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບຄວາມລອດພົ້ນຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກຄວາມມືດຢ່າງງ່າຍດາຍ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ).) ມີປະໂຫຍດໜຶ່ງທີ່ສຳຄັນໂດຍສະເພາະຢູ່ທີ່ນີ້. ພວກເຈົ້າເຫັນບໍວ່າແມ່ນຫຍັງ? (ພຣະເຈົ້າຊົງກ່າວວ່າ: “ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າລັງເລທີ່ຈະແບ່ງປັນ, ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມລັບໃນໃຈຂອງເຈົ້າ ເຊິ່ງເປັນຄວາມຫຍຸ້ງຍາກຂອງເຈົ້າຕໍ່ໜ້າຄົນອື່ນໃຫ້ສະແຫວງຫາຫົນທາງແຫ່ງແສງສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບຄວາມລອດພົ້ນຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກຄວາມມືດຢ່າງງ່າຍດາຍ”.) ນັ້ນລະ, ຖືກຕ້ອງເລີຍ. ພຣະເຈົ້າຊົງກ່າວວ່າ: “ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າລັງເລທີ່ຈະແບ່ງປັນ”. ຜູ້ຄົນໄດ້ເຮັດຫຼາຍສິ່ງທີ່ພວກເຂົາບໍ່ກ້າເວົ້າອອກມາ ແລະ ມີດ້ານມືດຫຼາຍເກີນໄປ. ບໍ່ມີການກະທຳໃດຂອງພວກເຂົາໃນແຕ່ລະວັນທີ່ສອດຄ່ອງກັບພຣະທຳຂອງພຣະເຈົ້າ ແລະ ພວກເຂົາບໍ່ກະບົດຕໍ່ເນື້ອໜັງ. ພວກເຂົາເຮັດທຸກສິ່ງທີ່ພວກເຂົາຕ້ອງການ ແລະ ແມ່ນແຕ່ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ພວກເຂົາກໍບໍ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. “ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມລັບໃນໃຈຂອງເຈົ້າ ເຊິ່ງເປັນຄວາມຫຍຸ້ງຍາກຂອງເຈົ້າຕໍ່ໜ້າຄົນອື່ນໃຫ້ສະແຫວງຫາຫົນທາງແຫ່ງແສງສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບຄວາມລອດພົ້ນຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກຄວາມມືດຢ່າງງ່າຍດາຍ”. ຢູ່ທີ່ນີ້, ພຣະເຈົ້າໄດ້ຊີ້ເສັ້ນທາງປະຕິບັດໃຫ້ແກ່ມະນຸດ. ຖ້າເຈົ້າບໍ່ປະຕິບັດແບບນີ້ ແລະ ພຽງແຕ່ຮ້ອງຄຳຂັວນ ແລະ ຫຼັກຄຳສອນ, ແລ້ວເຈົ້າກໍເປັນຄົນທີ່ຈະບໍ່ໄດ້ຮັບຄວາມລອດພົ້ນໄດ້ຢ່າງງ່າຍດາຍ. ແທ້ຈິງແລ້ວ, ສິ່ງນີ້ເຊື່ອມໂຍງກັນກັບຄວາມລອດພົ້ນ. ການຖືກຊ່ວຍໃຫ້ລອດພົ້ນແມ່ນສຳຄັນຫຼາຍສຳລັບແຕ່ລະຄົນ ແລະ ທຸກໆຄົນ. ພຣະເຈົ້າໄດ້ກ່າວເຖິງ “ການບໍ່ບັນລຸຄວາມລອດພົ້ນໄດ້ຢ່າງງ່າຍດາຍ” ຢູ່ບ່ອນອື່ນອີກບໍ? ຢູ່ບ່ອນອື່ນ, ພຣະອົງບໍ່ຄ່ອຍໄດ້ກ່າວເຖິງວ່າມັນຍາກແນວໃດທີ່ຈະຖືກຊ່ວຍໃຫ້ລອດພົ້ນ, ແຕ່ພຣະອົງໄດ້ກ່າວເຖິງມັນເມື່ອເວົ້າເຖິງການເປັນຄົນສັດຊື່. ຖ້າເຈົ້າບໍ່ແມ່ນຄົນສັດຊື່, ເຈົ້າກໍເປັນຄົນທີ່ຍາກຫຼາຍທີ່ຈະຊ່ວຍໃຫ້ລອດພົ້ນໄດ້. “ການບໍ່ບັນລຸຄວາມລອດພົ້ນໄດ້ຢ່າງງ່າຍດາຍ” ໝາຍຄວາມວ່າ ຖ້າເຈົ້າບໍ່ຍອມຮັບຄວາມຈິງ, ມັນກໍຈະຍາກສຳລັບເຈົ້າທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ເຈົ້າຈະບໍ່ສາມາດຍ່າງບົນເສັ້ນທາງທີ່ຖືກຕ້ອງສູ່ຄວາມລອດພົ້ນ ແລະ ດ້ວຍເຫດນັ້ນ ມັນຈະເປັນໄປບໍ່ໄດ້ທີ່ເຈົ້າຈະຖືກຊ່ວຍໃຫ້ລອດພົ້ນໄດ້. ພຣະເຈົ້າໃຊ້ປະໂຫຍກນີ້ເພື່ອໃຫ້ຄົນມີອິດສະຫຼະພາບໃນການປະຕິບັດ. ເຊິ່ງເວົ້າໄດ້ວ່າ: ຍາກທີ່ຈະຊ່ວຍເຈົ້າໃຫ້ລອດພົ້ນໄດ້, ແຕ່ຖ້າເຈົ້າປະຕິບັດຕາມພຣະທຳຂອງພຣະເຈົ້າ, ເຈົ້າກໍມີຫວັງທີ່ຈະບັນລຸຄວາມລອດພົ້ນໄດ້. ນັ້ນແມ່ນຄວາມໝາຍທີ່ກົງກັນຂ້າມກັນຂອງມັນ. ຖ້າເຈົ້າບໍ່ປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ບໍ່ເຄີຍແຍກແຍະຄວາມລັບຂອງເຈົ້າ ແລະ ຄວາມທ້າທາຍຂອງເຈົ້າ ແລະ ບໍ່ເຄີຍເປີດໃຈຕົນເອງໃນການໂອ້ລົມກັບຄົນອື່ນ, ບໍ່ໂອ້ລົມ ຫຼື ວິເຄາະ ຫຼື ເປີດເຜີຍຄວາມເສື່ອມຊາມຂອງເຈົ້າ ແລະ ຂໍ້ບົກຜ່ອງທີ່ຮ້າຍແຮງກັບພວກເຂົາ, ແລ້ວເຈົ້າກໍບໍ່ສາມາດໄດ້ຮັບຄວາມລອດພົ້ນໄດ້. ແລ້ວເປັນຫຍັງຈຶ່ງເປັນແບບນັ້ນ? ຖ້າເຈົ້າບໍ່ເປີດເຜີຍຕົວເອງ ຫຼື ແຍກແຍະຕົວເອງໃນລັກສະນະນີ້, ເຈົ້າຈະບໍ່ກຽດຊັງອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງ ແລະ ດ້ວຍເຫດນີ້ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຈະບໍ່ປ່ຽນແປງ. ແລ້ວຖາເຈົ້າບໍ່ສາມາດປ່ຽນແປງ, ແລ້ວເຈົ້າຈະສາມາດຄິດເຖິງການຖືກຊ່ວຍໃຫ້ລອດພົ້ນໄດ້ແນວດໃ? ພຣະທຳຂອງພຣະເຈົ້າສະແດງໃຫ້ເຫັນສິ່ງນີ້ຢ່າງຊັດເຈນ ແລະ ພຣະທຳເຫຼົ່ານີ້ສະແດງເຖິງຄວາມປະສົງຂອງພຣະເຈົ້າ. ເປັນຫຍັງພຣະເຈົ້າຈຶ່ງເນັ້ນຢູ່ສະເໝີວ່າ ຜູ້ຄົນຄວນສັດຊື່? ເພາະວ່າການເປັນຄົນສັດຊື່ນັ້ນສຳຄັນຫຼາຍ, ມັນມີຜົນໂດຍກົງຕໍ່ການທີ່ບຸກຄົນໜຶ່ງສາມາດຍອມຕໍ່ພຣະເຈົ້າໄດ້ ຫຼື ບໍ່ ແລະ ພວກເຂົາສາມາດໄດ້ຮັບຄວາມລອດພົ້ນໄດ້ ຫຼື ບໍ່. ບາງຄົນເວົ້າວ່າ: “ຂ້ອຍອວດດີ ແລະ ຖືວ່າຕົວເອງຊອບທຳ ແລະ ຂ້ອຍມັກໃຈຮ້າຍ ແລະ ເຜີຍຄວາມເສື່ອມຊາມອອກມາ”. ຄົນອື່ນເວົ້າວ່າ: “ຂ້ອຍຕື້ນເຂີນ ແລະ ໄຮ້ສາລະຫຼາຍ ແລະ ຂ້ອຍມັກເວລາທີ່ຄົນອື່ນຍົກຍໍຂ້ອຍ”. ສິ່ງເຫຼົ່ານີ້ທັງໝົດແມ່ນສິ່ງທີ່ຜູ້ຄົນເບິ່ງເຫັນໄດ້ຈາກພາຍນອກ ແລະ ພວກມັນບໍ່ແມ່ນບັນຫາໃຫຍ່. ເຈົ້າບໍ່ຄວນເວົ້າເຖິງພວກມັນຕໍ່ໄປ. ບໍ່ວ່າອຸປະນິໄສ ຫຼື ບຸກຄະລິກຂອງເຈົ້າເປັນແນວໃດກໍຕາມ, ຕາບໃດທີ່ເຈົ້າສາມາດເປັນຄົນສັດຊື່ຕາມທີ່ພຣະເຈົ້າຕ້ອງການ, ເຈົ້າກໍສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ດັ່ງນັ້ນ, ພວກເຈົ້າວ່າແນວໃດ? ມັນສຳຄັນທີ່ຈະເປັນຄົນສັດຊື່ບໍ? ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ, ເຊິ່ງແມ່ນເຫດຜົນວ່າເປັນຫຍັງພຣະເຈົ້າຈຶ່ງເວົ້າກ່ຽວກັບການເປັນຄົນສັດຊື່ໃນບົດກ່ຽວກັບ ພຣະໂອວາດສາມຂໍ້ໃນພຣະທຳຂອງພຣະອົງ. ໃນບົດອື່ນໆ, ພຣະອົງກ່າວເຖິງເລື້ອຍໆວ່າ ຜູ້ເຊື່ອຄວນມີຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ຊີວິດຄຣິສຕະຈັກທີ່ເໝາະສົມ ແລະ ພຣະອົງອະທິບາຍວ່າພວກເຂົາຄວນດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິແນວໃດ. ພຣະທຳຂອງພຣະອົງໃນເລື່ອງເຫຼົ່ານີ້ເປັນເລື່ອງທົ່ວໄປ; ພວກມັນບໍ່ໄດ້ຖືກສົນທະນາເປັນພິເສດ ຫຼື ລົງສູ່ລາຍລະອຽດຫຼາຍເກີນໄປ. ເຖິງຢ່າງໃດກໍຕາມ, ເມື່ອພຣະເຈົ້າເວົ້າກ່ຽວກັບການເປັນຄົນສັດຊື່, ພຣະອົງຊີ້ໃຫ້ຜູ້ຄົນເຫັນເສັ້ນທາງໃຫ້ເດີນຕາມ. ພຣະອົງບອກວິທີປະຕິບັດແກ່ຜູ້ຄົນ ແລະ ພຣະອົງເວົ້າດ້ວຍລາຍລະອຽດທີ່ກວ້າງຂວາງ ແລະ ຄວາມຊັດເຈນ. ພຣະເຈົ້າຊົງກ່າວວ່າ: “ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າລັງເລທີ່ຈະແບ່ງປັນ, ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມລັບໃນໃຈຂອງເຈົ້າ ເຊິ່ງເປັນຄວາມຫຍຸ້ງຍາກຂອງເຈົ້າຕໍ່ໜ້າຄົນອື່ນໃຫ້ສະແຫວງຫາຫົນທາງແຫ່ງແສງສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບຄວາມລອດພົ້ນຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກຄວາມມືດຢ່າງງ່າຍດາຍ”. ການເປັນຄົນສັດຊື່ກ່ຽວຂ້ອງກັບການບັນລຸຄວາມລອດພົ້ນ. ດັ່ງນັ້ນ, ພວກເຈົ້າຈະວ່າແນວໃດ, ເປັນຫຍັງພະເຈົ້າຈຶ່ງຮຽກຮ້ອງໃຫ້ຄົນສັດຊື່? ສິ່ງນີ້ກ່ຽວພັນກັບຄວາມຈິງຂອງພຶດຕິກຳຂອງມະນຸດ. ພຣະເຈົ້າຊ່ວຍຄົນສັດຊື່ໃຫ້ລອດພົ້ນ ແລະ ຄົນທີ່ພຣະອົງຕ້ອງການສຳລັບອານາຈັກຂອງພຣະອົງແມ່ນຄົນສັດຊື່. ຖ້າເຈົ້າບໍ່ເປັນຄົນສັດຊື່, ແລ້ວກໍບໍ່ມີໂອກາດທີ່ພຣະເຈົ້າຈະຊ່ວຍເຈົ້າໃຫ້ລອດພົ້ນ ຫຼື ເຈົ້າຈະບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ເຈົ້າເວົ້າວ່າເຈົ້າເຫຼື້ອມໃສສັດທາຫຼາຍໃນຕອນນີ້, ເຈົ້າບໍ່ອວດດີ ຫຼື້ ຖືວ່າຕົວເອງຊອບທຳ, ເຈົ້າສາມາດຈ່າຍລາຄາເມື່ອປະຕິບັດໜ້າທີ່ຂອງເຈົ້າ ຫຼື ເຈົ້າສາມາດເຜີຍແຜ່ຂ່າວປະເສີດ ແລະ ເຮັດໃຫ້ຄົນກັບໃຈເຊື່ອໄດ້ຫຼາຍຄົນ. ແຕ່ເຈົ້າບໍ່ສັດຊື່, ເຈົ້າຍັງຫຼອກລວງ ແລະ ເຈົ້າບໍ່ໄດ້ປ່ຽນແປງເລີຍ, ດັ່ງນັ້ນ ເຈົ້າສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? ແນ່ນອນວ່າບໍ່. ດ້ວຍເຫດນີ້ ພຣະທຳເຫຼົ່ານີ້ຂອງພຣະເຈົ້າເຕືອນທຸກຄົນວ່າ ເພື່ອຖືກຊ່ວຍໃຫ້ລອດພົ້ນ, ກ່ອນອື່ນ ພວກເຂົາຕ້ອງສັດຊື່ຕາມພຣະທຳ ແລະ ຂໍ້ກຳນົດຂອງພຣະເຈົ້າ. ພວກເຂົາຕ້ອງເປີດໃຈ, ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງຕົນ, ເຈດຕະນາ ແລະ ຄວາມລັບຂອງພວກເຂົາ ແລະ ສະແຫວງຫາເສັ້ນທາງແຫ່ງແສງສະຫວ່າງ. “ສະແຫວງຫາເສັ້ນທາງແຫ່ງແສງສະຫວ່າງ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງການສະແຫວງຫາຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ເມື່ອເຈົ້າເປີດເຜີຍຄວາມເສື່ອມຊາມຂອງເຈົ້າ, ເປົ້າໝາຍ ແລະ ເຈດຕະນາທີ່ຢູ່ເບື້ອງຫຼັງການກະທຳຂອງເຈົ້າ, ເຈົ້າຍັງໄດ້ແຍກແຍະຕົວເອງ, ຫຼັງຈາກນັ້ນເຈົ້າກໍສະແຫວງຫາວ່າ: “ເປັນຫຍັງຂ້ອຍຈຶ່ງເຮັດສິ່ງນັ້ນ? ສິ່ງນີ້ສອດຄ່ອງກັບຄວາມຈິງບໍ? ໂດຍການເຮັດແບບນີ້, ຂ້ອຍຮູ້ໂຕວ່າກຳລັງເຮັດສິ່ງທີ່ຜິດຢູ່ບໍ? ຂ້ອຍກຳລັງຫຼອກລວງພຣະເຈົ້າບໍ? ຖ້າຂ້ອຍກຳລັງຫຼອກລວງພຣະເຈົ້າ, ຂ້ອຍກໍບໍ່ຄວນເຮັດສິ່ງນີ້; ຂ້ອຍຄວນເບິ່ງສິ່ງທີ່ພຣະເຈົ້າຮຽກຮ້ອງ ແລະ ສິ່ງທີ່ພຣະເຈົ້າເວົ້າ ແລະ ຊອກຫາວ່າແມ່ນຫຍັງຄືຫຼັກການແຫ່ງຄວາມຈິງ”. ນີ້ແມ່ນສິ່ງທີ່ໝາຍເຖິງການສະແຫວງຫາຄວາມຈິງ; ນີ້ແມ່ນສິ່ງທີ່ໝາຍເຖິງການຍ່າງໃນແສງສະຫວ່າງ. ເມື່ອຜູ້ຄົນສາມາດປະຕິບັດແບບນີ້ໄດ້ເປັນປະຈຳ, ພວກເຂົາກໍສາມາດປ່ຽນແປງໄດ້ຢ່າງແທ້ຈິງ ແລະ ດ້ວຍເຫດນີ້ ພວກເຂົາຈຶ່ງສາມາດບັນລຸຄວາມລອດພົ້ນໄດ້.

ການທີ່ພຣະເຈົ້າຂໍໃຫ້ຜູ້ຄົນຊື່ສັດກໍ່ພິສູດວ່າພຣະອົງກຽດຊັງ ແລະ ບໍ່ມັກຄົນທີ່ຫຼອກລວງຢ່າງແທ້ຈິງ. ຄວາມບໍ່ມັກຄົນຫຼອກລວງຂອງພຣະເຈົ້າແມ່ນຄວາມບໍ່ມັກວິທີການເຮັດສິ່ງຕ່າງໆຂອງພວກເຂົາ, ອຸປະນິໄສຂອງພວກເຂົາ, ເຈດຕະນາຂອງພວກເຂົາ ແລະ ວິທີການໃຊ້ກົນອຸບາຍຂອງພວກເຂົາ; ພຣະເຈົ້າບໍ່ມັກສິ່ງເຫຼົ່ານີ້ທັງໝົດ. ຖ້າຄົນຫຼອກລວງສາມາດຍອມຮັບຄວາມຈິງ, ຍອມຮັບອຸປະນິໄສທີ່ຫຼອກລວງຂອງພວກເຂົາ ແລະ ເຕັມໃຈທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າ, ແລ້ວພວກເຂົາກໍມີຫວັງທີ່ຈະຖືກຊ່ວຍໃຫ້ລອດພົ້ນເຊັ່ນກັນ ເພາະພຣະເຈົ້າປະຕິບັດຕໍ່ທຸກຄົນຢ່າງເທົ່າທຽມກັນ, ເຊັ່ນດຽວກັບຄວາມຈິງ. ເພາະສະນັ້ນ, ຖ້າພວກເຮົາປາຖະໜາທີ່ຈະກາຍເປັນຄົນທີ່ເຮັດໃຫ້ພຣະເຈົ້າພໍໃຈ, ສິ່ງທຳອິດທີ່ພວກເຮົາຕ້ອງເຮັດຄືການປ່ຽນຫຼັກການຄວາມປະພຶດຂອງພວກເຮົາ. ພວກເຮົາຈະບໍ່ສາມາດດຳລົງຊີວິດຕາມປັດຊະຍາຂອງຊາຕານອີກຕໍ່ໄປ, ພວກເຮົາບໍ່ສາມາດມີຊີວິດຢູ່ບົນຄຳເວົ້າຕົວະ ແລະ ກົນອຸບາຍໄດ້ອີກຕໍ່ໄປ. ພວກເຮົາຕ້ອງໂຍນຖິ້ມຄຳເວົ້າຕົວະທັງໝົດຂອງພວກເຮົາ ແລະ ກາຍເປັນຄົນຊື່ສັດ. ແລ້ວມຸມມອງນີ້ທີ່ພຣະເຈົ້າມີຕໍ່ພວກເຮົາກໍຈະປ່ຽນໄປ. ກ່ອນໜ້ານີ້, ຜູ້ຄົນອີງໃສ່ຄຳເວົ້າຕົວະ, ການທຳທ່າ ແລະ ກົນອຸບາຍໃນຂະນະທີ່ດຳລົງຊີວິດຢູ່ທ່າມກາງຄົນອື່ນ ແລະ ໃຊ້ປັດຊະຍາຊາຕານເປັນພື້ນຖານການມີຊີວິດຢູ່ຂອງພວກເຂົາ, ຊີວິດຂອງພວກເຂົາ ແລະ ພື້ນຖານສຳລັບການປະພຶດຂອງພວກເຂົາ. ນີ້ແມ່ນສິ່ງທີ່ພຣະເຈົ້າກຽດຊັງ. ໃນບັນດາຜູ້ທີ່ບໍ່ເຊື່ອ, ຖ້າເຈົ້າເວົ້າຢ່າງກົງໄປກົງມາ, ບອກຄວາມຈິງ ແລະ ເປັນຄົນຊື່ສັດ, ແລ້ວເຈົ້າຈະຖືກໃສ່ຮ້າຍ, ຖືກຕັດສິນ ແລະ ຖືກປະຖິ້ມ. ດັ່ງນັ້ນ ເຈົ້າຈຶ່ງເຮັດຕາມແນວໂນ້ມທາງໂລກ ແລະ ດຳລົງຊີວິດຕາມປັດຊະຍາຂອງຊາຕານ; ເຈົ້າຊຳນານໃນການເວົ້າຕົວະຫຼາຍຂຶ້ນເລື້ອຍໆ ແລະ ຫຼອກລວງຫຼາຍຂຶ້ນເລື້ອຍໆ. ເຈົ້າຍັງຮຽນຮູ້ທີ່ຈະໃຊ້ວິທີການທີ່ຫຼວກລວງເພື່ອບັນລຸເປົ້າໝາຍຂອງເຈົ້າ ແລະ ປົກປ້ອງຕົວເຈົ້າເອງ. ເຈົ້າປະສົບຜົນສຳເລັດຢ່າງຕໍ່ເນື່ອງໃນໂລກຂອງຊາຕານ ແລະ ຜົນທີ່ຕາມມາກໍຄື, ເຈົ້າຈະຕົກລົງສູ່ຄວາມຜິດບາບເລິກຂຶ້ນເລື້ອຍໆຈົນເຈົ້າບໍ່ສາມາດຖອນຕົວໄດ້. ໃນເຮືອນຂອງພຣະເຈົ້າ, ສິ່ງຕ່າງໆແມ່ນກົງກັນຂ້າມກັນຢ່າງແນ່ນອນ. ຍິ່ງເຈົ້າເວົ້າຕົວະ ແລະ ຫຼິ້ນເກມລໍ້ລວງ, ຄົນທີ່ພຣະເຈົ້າເລືອກຍິ່ງຈະເລີ່ມເບື່ອໜ່າຍ ແລະ ປະຖິ້ມເຈົ້າ. ຖ້າເຈົ້າປະຕິເສດທີ່ຈະກັບໃຈ ແລະ ຍັງຍຶດຕິດກັບປັດຊະຍາຊາຕານ ແລະ ເຫດຜົນ, ຖ້າເຈົ້າໃຊ້ແຜນອຸບາຍ ແລະ ວາງແຜນລະອຽດເພື່ອປອມຕົວ ແລະ ປະກອບຕົນເອງ, ເຈົ້າກໍມີແນວໂນ້ມຫຼາຍທີ່ຈະຖືກເປີດເຜີຍ ແລະ ຂັບໄລ່. ນີ້ກໍຍ້ອນວ່າ ພຣະເຈົ້າຊັງຄົນຫຼອກລວງ. ມີພຽງຄົນຊື່ສັດເທົ່ານັ້ນທີ່ສາມາດຈະເລີນກ້າວໜ້າຢູ່ໃນເຮືອນຂອງພຣະເຈົ້າ ແລະ ໃນທີ່ສຸດຄົນຫຼອກລວງກໍຈະຖືກປະຖິ້ມ ແລະ ຂັບໄລ່. ທັງໝົດນີ້ແມ່ນໄດ້ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ. ມີພຽງຄົນຊື່ສັດທີ່ສາມາດມີສ່ວນໃນອານາຈັກສະຫວັນ. ຖ້າເຈົ້າບໍ່ພະຍາຍາມເປັນຄົນຊື່ສັດ ແລະ ຖ້າເຈົ້າບໍ່ມີປະສົບການ ແລະ ປະຕິບັດໃນທິດທາງຂອງການສະແຫວງຫາຄວາມຈິງ, ຖ້າເຈົ້າບໍ່ເປີດໂປງຄວາມຂີ້ຮ້າຍຂອງເຈົ້າເອງ ແລະ ຖ້າເຈົ້າບໍ່ເປີດເຜີຍຕົວເອງ, ເຈົ້າກໍຈະບໍ່ສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮັບເອົາຄວາມການເຫັນດີເຫັນພ້ອມຂອງພຣະເຈົ້າຈັກເທື່ອ. ບໍ່ວ່າເຈົ້າເຮັດຫຍັງ ຫຼື ເຈົ້າເຮັດໜ້າທີ່ຫຍັງກໍຕາມ, ເຈົ້າຕ້ອງມີທັດສະນະທີ່ຊື່ສັດ. ຖ້າບໍ່ມີທັດສະນະທີ່ຊື່ສັດ, ເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ເປັນຢ່າງດີ. ຖ້າເຈົ້າປະຕິບັດໜ້າທີ່ຂອງເຈົ້າໃນລັກສະນະທີ່ປະໝາດ ແລະ ພໍເປັນພິທີ ແລະ ເຈົ້າລົ້ມເຫຼວທີ່ຈະເຮັດບາງສິ່ງໄດ້ເປັນຢ່າງດີ, ແລ້ວເຈົ້າກໍຄວນໄຕ່ຕອງກ່ຽວກັບຕົນເອງ, ເຂົ້າໃຈຕົນເອງ ແລະ ເປີດໃຈເພື່ອກວດສອບຕົນເອງ. ຫຼັງຈາກນັ້ນເຈົ້າຄວນສະແຫວງຫາຫຼັກການແຫ່ງຄວາມຈິງ ແລະ ພະຍາຍາມເຮັດໃຫ້ດີຂຶ້ນໃນຄັ້ງຕໍ່ໄປ, ແທນທີ່ຈະປະໝາດ ແລະ ເຮັດພໍເປັນພິທີ. ຖ້າເຈົ້າບໍ່ພະຍາຍາມ ແລະ ເຮັດໃຫ້ພຣະເຈົ້າພໍໃຈດ້ວຍຫົວໃຈທີ່ຊື່ສັດ ແລະ ພະຍາຍາມເພື່ອໃຫ້ພໍໃຈເນື້ອໜັງຂອງເຈົ້າເອງ ຫຼື ຄວາມທະນົງຕົວຂອງເຈົ້າເອງຢູ່ສະເໝີ, ແລ້ວເຈົ້າຈະສາມາດເຮັດໄດ້ດີໄດ້ບໍ? ເຈົ້າຈະສາມາດປະຕິບັດໜ້າທີ່ຂອງເຈົ້າໃຫ້ດີໄດ້ບໍ? ແນ່ນອນວ່າບໍ່. ບັນດາຄົນທີ່ຫຼອກລວງເຮັດພໍເປັນພິທີຢູ່ສະເໝີເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ; ບໍ່ວ່າພວກເຂົາເຮັດໜ້າທີ່ຫຍັງກໍຕາມ, ພວກເຂົາບໍ່ສາມາດເຮັດມັນໄດ້ດີ ແລະ ຄົນເຊັ່ນນີ້ເຫັນວ່າມັນຍາກທີ່ຈະບັນລຸຄວາມລອດພົ້ນໄດ້. ບອກເຮົາເບິ່ງວ່າ ເມື່ອຜູ້ຄົນທີ່ຫຼອກລວງນໍາຄວາມຈິງເຂົ້າສູ່ການປະຕິບັດ, ພວກເຂົາມີສ່ວນຮ່ວມໃນການຫຼອກລວງບໍ? ການນໍາຄວາມຈິງເຂົ້າສູ່ການປະຕິບັດຮຽກຮ້ອງໃຫ້ພວກເຂົາຈ່າຍລາຄາ, ປະຖິ້ມຜົນປະໂຫຍດຂອງພວກເຂົາເອງ, ເປີດໃຈ ແລະ ເປີດເຜີຍຕົນເອງຕໍ່ຄົນອື່ນ. ແຕ່ພວກເຂົາປິດບັງບາງສິ່ງ; ເມື່ອພວກເຂົາເວົ້າ, ພວກເຂົາກໍ່ພຽງແຕ່ເວົ້າເຄິ່ງໜຶ່ງ ແລະ ປິດບັງສ່ວນທີ່ເຫຼືອ. ຄົນອື່ນຈຳເປັນຕ້ອງເດົາວ່າພວກເຂົາໝາຍຄວາມວ່າແນວໃດຢູ່ສະເໝີ ແລະ ຈຳເປັນຕ້ອງເຊື່ອມໂຍງຈຸດຕ່າງໆເພື່ອເຂົ້າໃຈຄວາມໝາຍຂອງພວກເຂົາຢູ່ສະເໝີ. ພວກເຂົາເຮັດໃຫ້ຕົນເອງມີພື້ນທີ່ເພື່ອວາງກົນອຸບາຍຢູ່ສະເໝີ, ພວກເຂົາເຮັດໃຫ້ຕົນເອງມີພື້ນທີ່ບາງຢ່າງເພື່ອແກວ່ງໄກວໄປມາ. ເມື່ອຄົນອື່ນສັງເກດເຫັນວ່າພວກເຂົາຫຼອກລວງ, ພວກເຂົາກໍບໍ່ຕ້ອງການກ່ຽວຂ້ອງກັບຄົນເຫຼົ່ານັ້ນ ແລະ ຕັ້ງທ່າລະວັງຕົວຕໍ່ພວກເຂົາໃນທຸກສິ່ງທີ່ພວກເຂົາເຮັດ. ພວກເຂົາຕົວະ ແລະ ສໍ້ໂກງ ແລະ ຄົນອື່ນບໍ່ສາມາດເຊື່ອໃຈພວກເຂົາໄດ້, ບໍ່ຮູ້ວ່າແມ່ນຫຍັງແທ້ ແລະ ແມ່ນຫຍັງປອມໃນສິ່ງທີ່ພວກເຂົາເວົ້າ ຫຼື້ ສິ່ງເຫຼົ່ານັ້ນປົນເປື້ອນສ່ຳໃດ. ພວກເຂົາມັກຈະບໍ່ຮັກສາສັດຈະກັບຄົນອື່ນ ແລະ ຜູ້ຄົນບໍ່ໃຫ້ຄຸນຄ່າແກ່ພວກເຂົາໃຈໃຈຂອງຕົນ. ແລ້ວໃນໃຈຂອງພຣະເຈົ້າເດ? ພຣະເຈົ້າເບິ່ງພວກເຂົາແນວໃດ? ພຣະເຈົ້າຍິ່ງກຽດຊັງພວກເຂົາ, ເພາະພຣະເຈົ້າເບິ່ງເລິກລົງໄປໃນໃຈ ແລະ ຄວາມຄິດຂອງຜູ້ຄົນ. ມະນຸດສາມາດເບິ່ງເຫັນສິ່ງທີ່ຢູ່ທາງນອກເທົ່ານັ້ນ, ແຕ່ພຣະເຈົ້າເບິ່ງເຫັນໄດ້ຢ່າງຖືກຕ້ອງ, ຢ່າງຊັດເຈນ ແລະ ຢ່າງເປັນຈິງຫຼາຍກວ່າ.

ບໍ່ວ່າເຈົ້າເປັນຜູ້ເຊື່ອມາດົນສ່ຳໃດກໍຕາມ, ແມ່ນຫຍັງຄືໜ້າທີ່ຂອງເຈົ້າ ຫຼື ເຈົ້າເຮັດວຽກຫຍັງ, ບໍ່ວ່າເຈົ້າມີຄວາມສາມາດສູງ ຫຼື ຕ່ຳ ຫຼື ບຸກຄະລິກຂອງເຈົ້າດີ ຫຼື ບໍ່ດີ, ຕາບໃດທີ່ເຈົ້າສາມາດຍອມຮັບຄວາມຈິງ ແລະ ສະແຫວງຫາເພື່ອກາຍເປັນຄົນສັດຊື່, ເຈົ້າຈະໄດ້ຮັບລາງວັນຢ່າງແນ່ນອນ. ບາງຄົນທີ່ບໍ່ສະແຫວງຫາເພື່ອກາຍເປັນຄົນສັດຊື່ຄິດວ່າ ການເຮັດໜ້າທີ່ຂອງພວກເຂົາໃຫ້ດີກໍດີພໍແລ້ວ. ເຮົາເວົ້າຕໍ່ພວກເຂົາວ່າ “ເຈົ້າຈະບໍ່ສາມາດເຮັດໜ້າທີ່ຂອງເຈົ້າໃຫ້ດີໄດ້ຈັກເທື່ອ”. ຄົນອື່ນໆຄິດວ່າ ການເປັນຄົນສັດຊື່ບໍ່ແມ່ນເລື່ອງໃຫຍ່, ການພະຍາຍາມເຮັດຕາມຄວາມປະສົງຂອງພຣະເຈົ້າແມ່ນໜ້າວຽກທີ່ໃຫຍ່ກວ່າ ແລະ ນີ້ແມ່ນທາງດຽວທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ. ເອົາເລີຍ ແລະ ລອງເບິ່ງ, ມາເບິ່ງວ່າເຈົ້າຈະສາາດເຮັດຕາມຄວາມປະສົງຂອງພຣະເຈົ້າໂດຍບໍ່ເປັນຄົນສັດຊື່ໄດ້ບໍ. ຄົນອື່ນບໍ່ໄດ້ສະແຫວງຫາເພື່ອເປັນຄົນສັດຊື່, ແຕ່ມີຄວາມສຸກທີ່ໄດ້ອະທິຖານທຸກໆມື້, ໄປຮ່ວມການເຕົ້າໂຮມຕົງເວລາ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ບໍ່ດຳລົງຊີວິດຕາມແບບຂອງຜູ້ບໍ່ເຊື່ອ. ຕາບໃດທີ່ພວກເຂົາບໍ່ເຮັດຜິດກົດໝາຍ ຫຼື ເຮັດສິ່ງຊົ່ວຮ້າຍໃດໆ, ນັ້ນກໍດີພໍແລ້ວ. ແຕ່ວິທີນີ້ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ບໍ? ເຈົ້າຈະສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ແນວໃດຖ້າເຈົ້າບໍ່ເປັນຄົນສັດຊື່? ຖ້າເຈົ້າບໍ່ແມ່ນຄົນສັດຊື່, ເຈົ້າບໍບໍ່ແມ່ນປະເພດຄົນທີ່ຖືກຕ້ອງ. ຖ້າເຈົ້າບໍ່ແມ່ນຄົນສັດຊື່, ເຈົ້າກໍເປັນຄົນຄົດໂກງ ແລະ ເຈົ້າເລ່. ເຈົ້າເຮັດສິ່ງຕ່າງໆໃນລັກສະນະທີ່ບໍ່ໃສ່ໃຈ ແລະ ເຮັດພໍເປັນພິທີ, ສະແດງຄວາມເສື່ອມຊາມທຸກຮູບແບບອອກມາ ແລະ ບໍ່ສາມາດປະຕິບັດຄວາມຈິງແມ່ນແຕ່ເມື່ອເຈົ້າຕ້ອງການ. ສິ່ງໃດກໍຕາມທີ່ຢູ່ນອກການເປັນຄົນສັດຊື່ໝາຍຄວາມວ່າບໍ່ມີຫຍັງທີ່ເຮັດໄດ້ດີ ນັ້ນກໍຄືເຈົ້າຈະບໍ່ມີທາງບັນລຸຄວາມອ່ອນນ້ອມຕໍ່ພຣະເຈົ້າ ຫຼື ເຮັດໃຫ້ພຣະອົງພໍໃຈ. ເຈົ້າຈະສາມາດເຮັດໃຫ້ພຣະເຈົ້າພໍໃຈໃນສິ່ງໃດກໍຕາມທີ່ເຈົ້າເຮັດໂດຍບໍ່ມີທັດສະນະຂອງຄວາມສັດຊື່ໄດ້ແນວໃດ? ເຈົ້າຈະເຮັດໃຫ້ພະເຈົ້າພໍໃຈໄດ້ແນວໃດ ຖ້າເຈົ້າເຮັດໜ້າທີ່ໂດຍບໍ່ມີທັດສະນະທີ່ສັດຊື່? ເຈົ້າສາມາດເຮັດມັນໄດ້ຢ່າງຖືກຕ້ອງບໍ? ເຈົ້າຄິດເຖິງເນື້ອໜັງຂອງເຈົ້າເອງ ແລະ ໂອກາດຂອງເຈົ້າເອງສະເໝີ, ເຈົ້າຕ້ອງການຫຼຸດຜ່ອນການທົນທຸກຂອງເນື້ອໜັງເຈົ້າຢູ່ສະເໝີ, ອຸທິດຕົນໜ້ອຍລົງ, ເສຍສະຫຼະໜ້ອຍລົງ, ຈ່າຍລາຄາໜ້ອຍລົງ. ເຈົ້າລັງເລທີ່ຈະເຮັດບາງສິ່ງຢູ່ສະເໝີ. ນີ້ແມ່ນທ່າທີທີ່ຫຼອກລວງ. ບາງຄົນຄິດໄລ່ແມ່ນແຕ່ເມື່ອເວົ້າເຖິງການອຸທິຕົນໃຫ້ແກ່ພຣະເຈົ້າ. ພວກເຂົາເວົ້າວ່າ: “ຂ້ອຍຕ້ອງໃຊ້ຊີວິດຢ່າງສະດວກສະບາຍໃນອະນາຄົດ. ຈະເປັນແນວໃດຖ້າພາລະກິດຂອງພຣະເຈົ້າບໍ່ສິ້ນສຸດຈັກເທື່ອ? ຂ້ອຍບໍ່ສາມາດຖວາຍຕົວເອງໃຫ້ແກ່ພຣະອົງໄດ້ຮ້ອຍເປີເຊັນ; ຂ້ອຍບໍ່ຮູ້ຊ້ຳວ່າມື້ຂອງພຣະເຈົ້າຈະມາຮອດເມື່ອໃດ. ຂ້ອຍຈຳເປັນຕ້ອງຄິດໄລ່, ເຮັດການຈັດແຈງໃຫ້ຊີວິດຄອບຄົວຂອງຂ້ອຍ ແລະ ອະນາຄົດຂອງຂ້ອຍກ່ອນທີ່ຂ້ອຍຈະອຸທິດຕົນໃຫ້ແກ່ພຣະເຈົ້າ”. ມີຫຼາຍຄົນບໍທີ່ຄິດແບບນີ້? ນີ້ແມ່ນອຸປະນິໄສແບບໃດເມື່ອຄົນໆໜຶ່ງຄິດໄລ່ ແລະ ວາງແຜນສຸກເສີນສຳລັບຕົນເອງ? ຄົນເຫຼົ່ານີ້ຈົ່ງຮັກພັກດີຕໍ່ພຣະເຈົ້າບໍ? ພວກເຂົາເປັນຄົນສັດຊື່ບໍ? ການຄິດໄລ່ ແລະ ການວາງແຜນສຸກເສີນບໍ່ແມ່ນການເປັນຈິດໜຶ່ງໃຈດຽວກັບພຣະເຈົ້າ. ນີ້ແມ່ນອຸປະນິໄສທີ່ຫຼອກລວງ ແລະ ຄົນທີ່ເຮັດສິ່ງນີ້ແມ່ນກຳລັງເຮັດການຫຼອກລວງຢູ່. ແນ່ນອນວ່າທ່າທີທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າບໍ່ແມ່ນທ່າທີທີ່ສັດຊື່. ບາງຄົນກໍຢ້ານວ່າ, ໃນຂະນະທີ່ປະຕິສຳພັນ ຫຼື ຕິດຕໍ່ພົວພັນກັບພວກເຂົາ, ອ້າຍເອື້ອຍນ້ອງຂອງພວກເຂົາຈະເບິ່ງທະລຸບັນຫາຂອງພວກເຂົາ ແລະ ເວົ້າວ່າພວກເຂົາມີວຸດທິພາວະໜ້ອຍ ຫຼື ດູຖູກພວກເຂົາ. ດັ່ງນັ້ນ ເມື່ອພວກເຂົາເວົ້າ, ພວກເຂົາຈຶ່ງພະຍາຍາມສ້າງຄວາມປະທັບໃຈວ່າພວກເຂົາກະຕືລືລົ້ນຫຼາຍ, ພວກເຂົາປາຖະໜາຫາພຣະເຈົ້າ ແລະ ພວກເຂົາກະຕືລືລົ້ນທີ່ຈະປະຕິບັດຄວາມຈິງ. ແຕ່ຂ້າງໃນ, ພວກເຂົາອ່ອນແອ ແລະ ຄິດລົບຫຼາຍແທ້ໆ. ພວກເຂົາທຳທ່າເຂັ້ມແຂງ ເພື່ອບໍ່ໃຫ້ຜູ້ໃດເບິ່ງພວກເຂົາອອກ. ນີ້ກໍແມ່ນຄວາມຫຼອກລວງເຊັ່ນກັນ. ເວົ້າສັ້ນໆກໍຄື, ໃນທຸກສິ່ງທີ່ພວກເຂົາເຮັດ, ບໍ່ວ່າໃນຊີວິດ ຫຼື ໃນການປະຕິບັດໜ້າທີ່, ຖ້າເຈົ້າມີສ່ວນຮ່ວມໃນຄວາມຫຼອກລວງ ແລະ ການທຳທ່າ ຫຼື ໃຊ້ຮູບລັກສະນະຈອມປອມເພື່ອລວງຕາ ຫຼື ຫຼອກລວງຄົນອື່ນ ແລະ ເຮັດໃຫ້ພວກເຂົານັບຖື ແລະ ບູຊາເຈົ້າ ຫຼື ບໍ່ດູຖູກເຈົ້າ, ນີ້ແມ່ນຄວາມຫຼອກລວງທັງໝົດ. ຜູ້ຍິງບາງຄົນເທີດທູນຜົວຂອງຕົນ, ເມື່ອຄວາມຈິງແລ້ວ ຜົວຂອງພວກເຂົາແມ່ນມານຮ້າຍ ແລະ ຜູ້ບໍ່ເຊື່ອ. ຢ້ານອ້າຍເອື້ອຍນ້ອງຂອງລາວຈະເວົ້າວ່າຄວາມຮັກຂອງລາວແຮງເກີນໄປ, ຜູ້ຍິງຄົນດັ່ງກ່າວຈະເປັນຄົນທຳອິດທີ່ເວົ້າວ່າ: “ຜົວຂອງຂ້ອຍເປັນມານຮ້າຍ”. ແຕ່ໃນໃຈຂອງລາວ, ລາວເວົ້າວ່າ: “ຜົວຂອງຂ້ອຍເປັນຄົນດີ”. ອະດີດຄືສິ່ງທີ່ລາວເວົ້າດ້ວຍປາກຂອງລາວ, ແຕ່ນັ້ນແມ່ນເພື່ອໃຫ້ຄົນອື່ນໄດ້ຍິນເທົ່ານັ້ນ, ເພື່ອທີ່ຄົນອື່ນຈະຄິດວ່າລາວມີການແຍກແຍະຜົວຂອງລາວ. ສິ່ງທີ່ລາວໝາຍເຖິງແທ້ໆແມ່ນ: “ຢ່າງເປີດເຜີຍເລື່ອງນີ້. ຂ້ອຍຈະສະແດງທັດສະນະນີ້ກ່ອນ ເພື່ອວ່າພວກເຈົ້າບໍ່ຈຳເປັນຕ້ອງເວົ້າເຖິງເລື່ອງນີ້. ຂ້ອຍໄດ້ເປີດໂປງວ່າຜົວຂອງຂ້ອຍເປັນມານຮ້າຍແລ້ວ, ສະນັ້ນ ນັ້ນໝາຍຄວາມວ່າຂ້ອຍໄດ້ປ່ອຍວາງຄວາມຮັກຂອງຂ້ອຍ ແລະ ພວກເຈົ້າຈະບໍ່ມີຫຍັງໃຫ້ເວົ້າເຖິງອີກ”. ນັ້ນບໍ່ແມ່ນການມີເລ່ຫຼ່ຽມບໍ? ນັ້ນບໍ່ແມ່ນສາກບັງໜ້າບໍ? ຖ້າເຈົ້າເຮັດແບບນີ້ ເຈົ້າກໍກຳລັງຫຼອກລວງຜູ້ຄົນ ແລະ ເຮັດໃຫ້ພວກເຂົາເຂົ້າໃຈຜິດໂດຍການສະແດງ. ເຈົ້າກຳລັງຫຼິ້ນເກມ, ຫຼິ້ນກົນໃນທຸກດ້ານ, ເພື່ອວ່າສິ່ງທີ່ຄົນອື່ນເຫັນແມ່ນພາບລັກຈອມປອມຂອງເຈົ້າ, ບໍ່ແມ່ນໃບໜ້າທີ່ແທ້ຈິງຂອງເຈົ້າ. ນັບຕັ້ງແຕ່ທີ່ເຈົ້າຮັບຮູ້ວ່າ ຜົວຂອງເຈົ້າເປັນມານຮ້າຍ, ແລ້ວເປັນຫຍັງບໍ່ຢ່າຮ້າງກັບລາວ? ເປັນຫຍັງຈຶ່ງບໍ່ປະຕິເສດມານຮ້າຍຄົນນັ້ນ, ຊາຕານຕົນນັ້ນ? ເຈົ້າເວົ້າວ່າຜົວຂອງເຈົ້າເປັນມານຮ້າຍ, ແຕ່ສືບຕໍ່ໃຊ້ຊີວິດຂອງເຈົ້າກັບລາວ, ນີ້ສະແດງໃຫ້ເຫັນວ່າເຈົ້າມັກມານຮ້າຍ. ເຈົ້າເວົ້າດ້ວຍປາກຂອງເຈົ້າວ່າລາວເປັນມານຮ້າຍ, ແຕ່ເຈົ້າບໍ່ຍອມຮັບເລື່ອງນັ້ນຢູ່ໃນໃຈຂອງເຈົ້າ. ນີ້ໝາຍຄວາມວ່າ ເຈົ້າກຳລັງຫຼອກລວງຄົນອື່ນ, ກຳລັງລວງຕາພວກເຂົາ. ມັນຍັງສະແດງໃຫ້ເຫັນວ່າ ເຈົ້າກຳລັງຢູ່ຮ່ວມກັບມານຮ້າຍ ແລະ ເຈົ້າກຳລັງປົກປ້ອງພວກມັນ. ຖ້າເຈົ້າເປັນຄົນທີ່ສາມາດປະຕິບັດຄວາມຈິງ, ເຈົ້າຈະຢ່າຮ້າງກັບຜົວຂອງເຈົ້າທັນທີທີ່ເຈົ້າຮູ້ວ່າລາວເປັນມານຮ້າຍ. ຈາກນັ້ນເຈົ້າກໍສາມາດເປັນພະຍານ ແລະ ມັນຈະນະແດງໃຫ້ເຫັນວ່າເຈົ້າຂີດເສັ້ນທີ່ຊັດເຈນລະຫວ່າງເຈົ້າ ແລະ ຜີປີສາດ. ແຕ່ໂຊກບໍ່ດີ, ເຈົ້າບໍ່ພຽງແຕ່ລົ້ມເຫຼວທີ່ຈະຂີດເສັ້ນນັ້ນ, ເຈົ້າໃຊ້ຊີວິດທຸກໆວັນຂອງເຈົ້າກັບມານຮ້າຍ ແລະ ເຮັດໃຫ້ອ້າຍເອື້ອຍນ້ອງເຂົ້າໃຈຜິດ້ວຍຄຳເວົ້າຕົວະ ແລະ ຄວາມຫຼອກລວງ. ສິ່ງນີ້ພິສູດວ່າ ເຈົ້າແມ່ນສາຍເລືອດດຽວກັນກັບຜີປີສາດ, ເຈົ້າເປັນມານຮ້າຍຈອມຂີ້ຕົວະອີກຕົນໜຶ່ງ. ພວກເຂົາເວົ້າວ່າຜູ້ຍິງເຮັດຕາມຜົວຂອງລາວໃນທຸກສິ່ງທີ່ລາວເຮັດ. ເນື່ອງຈາກວ່າເຈົ້າແຕ່ງງານກັບມານຮ້າຍ ແລະ ບໍ່ເຄີຍຫັນຫຼັງຂອງເຈົ້າໃຫ້ກັບລາວ, ນັ້ນພິສູດວ່າເຈົ້າກໍເປັນມາຍຮ້າຍຄືກັນ. ເຈົ້າມາຈາກຜີປີສາດ, ແຕ່ເຈົ້າເວົ້າວ່າຜົວຂອງເຈົ້າເປັນມານຮ້າຍເພື່ອພິສູດວ່າເຈົ້າມາຈາກພຣະເຈົ້າ, ນີ້ບໍ່ແມ່ນກົນລະຍຸດການຕົວະ ແລະ ການຫຼອກລວງບໍ? ເຈົ້າຮູ້ຄວາມຈິງດີ, ແຕ່ຍັງໃຊ້ວິທີການດັ່ງກ່າວເພື່ອພາງຕາຄົນອື່ນ. ນີ້ແມ່ນຄວາມເຈົ້າເລ່; ນີ້ແມ່ນຄວາມຫຼອກລວງ. ທຸກຄົນທີ່ເຈົ້າເລ່ ແລະ ຫຼອກລວງເປັນມານຮ້າຍຕະຫຼອດມາ.

ທຸກຄົນມີອຸປະນິໄສທີ່ເສື່ອມຊາມ. ຖ້າເຈົ້າພິຈາລະນາເບິ່ງດີໆ, ເຈົ້າຈະເຫັນສະພາວະ ຫຼື ການປະຕິບັດບາງຢ່າງເຊິ່ງເຈົ້າເຮັດໃຫ້ຄົນອື່ນເຂົ້າໃຈຜິດ ຫຼື ກະທຳຢ່າງຫຼອກລວງໄດ້ຢ່າງຊັດເຈນ; ພວກເຈົ້າທຸກຄົນມີຊ່ວງເວລາທີ່ເຈົ້າທຳທ່າສະແດງ ຫຼື ໜ້າຊື່ໃຈຄົດ. ບາງຄົນເວົ້າວ່າ: “ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ສັງເຫດເຫັນ? ຂ້ອຍເປັນຄົນບໍ່ມີເລ່ຫຼ່ຽມ. ຂ້ອຍຖືກຂົ່ມເຫັງ ແລະ ຖືກຫຼອກລວງຢ່າງບໍ່ສິ້ນສຸດໃນໂລກໃບນີ້ ແລະ ຂ້ອຍບໍ່ເຄີຍຫຼອກລວງແມ່ນແຕ່ຄັ້ງດຽວ. ຂ້ອຍພຽງແຕ່ເວົ້າສິ່ງທີ່ຢູ່ໃນໃຈຂອງຂ້ອຍ”. ນັ້ນຍັງບໍ່ໄດ້ພິສູດວ່າເຈົ້າເປັນຄົນສັດຊື່. ເປັນໄປໄດ້ວ່າເຈົ້າພຽງແຕ່ບໍ່ສະຫຼາດ ຫຼື ບໍ່ໄດ້ຮັບການສຶກສາຫຼາຍ ຫຼື ບາງທີເຈົ້າອາດຖືກຊຸກຍູ້ເປັນກຸ່ມໄດ້ຢ່າງງ່າຍດາຍ ຫຼື ບາງທີເຈົ້າອາດເປັນຄົນຂີ້ຢ້ານຕາຂາວທີ່ຂາດສະຕິປັນຍາໃນການກະທຳຂອງເຈົ້າ, ມີທັກສະໜ້ອຍ ແລະ ຢູ່ໃນສັງຄົມຊັ້ນຕ່ຳ, ມັນຍັງບໍ່ໝາຍຄວາມວ່າເຈົ້າເປັນຄົນສັດຊື່. ຄົນສັດຊື່ແມ່ນຄົນທີ່ສາມາດຍອມຮັບຄວາມຈິງ, ບໍ່ແມ່ນຄົນຊົ່ວທີ່ໜ້າສົງສານ, ບໍ່ມີຫຍັງດີ, ຄົນໂງ່ ຫລື ຄົນທີ່ບໍ່ມີເລ່ຫຼ່ຽມ. ພວກເຈົ້າຄວນສາມາດແຍກແຍະສິ່ງເຫຼົ່ານີ້ໄດ້, ຖືກຕ້ອງບໍ? ຂ້ອຍໄດ້ຍິນບາງຄົນເວົ້າເລື້ອຍໆວ່າ: “ຂ້ອຍບໍ່ເຄີຍເວົ້າຕົວະ ນັ້ນກໍຄືຂ້ອຍເປັນຄົນທີ່ຖືກຕົວະຕະຫຼອດ. ຂ້ອຍຖືກປະຕິບັດຢ່າງຫຍາບຄາຍໂດຍຄົນຂ້າງນອກນັ້ນ. ພຣະເຈົ້າກ່າວວ່າພຣະອົງຊົງຍົກຄົນຂັດສົນຂຶ້ນຈາກກອງຂີ້ເຫຍື່ອ ແລະ ຂ້ອຍແມ່ນໜຶ່ງໃນຄົນເຫຼົ່ານັ້ນ. ນີ້ແມ່ນຄວາມກາລຸນາຂອງພຣະເຈົ້າ. ພຣະເຈົ້າສົງສານຄົນແບບພວກເຮົາ, ຄົນບໍ່ມີເລ່ຫຼ່ຽມທີ່ບໍ່ເປັນທີ່ຕ້ອນຮັບໃນສັງຄົມ. ນີ້ແມ່ນຄວາມເມດຕາຂອງພຣະເຈົ້າຢ່າງແທ້ຈິງ!” ການທີ່ພຣະເຈົ້າເວົ້າວ່າພຣະອົງຊົງຍົກຄົນຂັດສົນຂຶ້ນຈາກກອງຂີ້ເຫຍື່ອບໍ່ມີດ້ານທີ່ເປັນຈິງຕໍ່ເລື່ອງນັ້ນ. ເຖິງແມ່ນວ່າເຈົ້າສາມາຮັບຮູ້ໄດ້, ມັນກໍບໍ່ໄດ້ພິສູດວ່າເຈົ້າເປັນຄົນສັດຊື່. ຄວາມຈິງແລ້ວ, ບາງຄົນເປັນພຽງຄົນອັບປັນຍາ, ຄົນໂງ່; ພວກເຂົາເປັນຄົນໂງ່ທີ່ບໍ່ມີທັກສະຫຍັງເລີຍ, ມີຄວາມສາມາດຕ່ຳ ແລະ ບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມຈິງ. ຄົນປະເພດນັ້ນບໍ່ມີສ່ວນກ່ຽວຂ້ອງໃດໆກັບຄົນຊື່ສັດທີ່ພຣະເຈົ້າເວົ້າເຖິງ. ແມ່ນແທ້ວ່າພຣະເຈົ້າຊົງຍົກຄົນຂັດສົນຂຶ້ນຈາກກອງຂີ້ເຫຍື່ອ, ແຕ່ຄົນອັບປັນຍາ ແລະ ຄົນໂງ່ບໍ່ແມ່ນຄົນທີ່ຈະຖືກຍົກຂຶ້ນ. ຄວາມສາມາດຂອງເຈົ້າຕ່ຳແຕ່ເກີດ ແລະ ເຈົ້າເປັນຄົນອັບປັນຍາ, ບໍ່ມີຫຍັງດີ ແລະ ເຖິງແມ່ນວ່າເຈົ້າເກີດໃນຄອບຄົວທີ່ທຸກຍາກ ແລະ ເປັນສະມາຊິກຂອງສັງຄົມຊັ້ນຕ່ຳ, ເຈົ້າກໍຍັງບໍ່ແມ່ນເປົ້າໝາຍຄວາມລອດພົ້ນຂອງພຣະເຈົ້າ. ພຽງເພາະວ່າເຈົ້າໄດ້ທົນທຸກຫຼ!ຍ ແລະ ທົນກັບການຖືກເລືອກປະຕິບັດໃນສັງຄົມ, ພຽງເພາະວ່າເຈົ້າຖືກປະຕິບັດຢ່າງຫຍາບຊ້າ ແລະ ຖືກທຸກຄົນໂກງ, ຢ່າຄິດວ່າສິ່ງນັ້ນເຮັດໃຫ້ເຈົ້າເປັນຄົນສັດຊື່. ຖ້າເຈົ້າຄິດແບບນັ້ນ, ເຈົ້າກໍເຂົ້າໃຈຜິດຢ່າງຮ້າຍແຮງ. ເຈົ້າເຄີຍມີຄວາມເຂົ້າໃຈຜິດ ຫຼື ມຸມມອງທີ່ຜິດກ່ຽວກັບຄົນສັດຊື່ບໍ? ພວກເຈົ້າໄດ້ຮັບຄວາມກະຈ່າງແຈ້ງພໍສົມຄວນດ້ວຍການໂອ້ລົມນີ້ບໍ? ການເປັນຄົນສັດຊື່ບໍ່ໄດ້ເປັນຄືກັບທີ່ຜູ້ຄົນຄິດ; ມັນບໍ່ແມ່ນການເປັນຄົນເວົ້າກົງໄປກົງມາໂດຍບໍ່ເວົ້າທາງອ້ອມ. ຄົນໆໜຶ່ງອາດຈະເປັນຄົນກົງໄປກົງມາໂດຍທຳມະຊາດ, ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ໄດ້ມີສ່ວນໃນຄວາມເຈົ້າເລ່ ຫຼື ຄວາມຫຼອກລວງ. ມະນຸດຜູ້ເສື່ອມຊາມທຸກຄົນມີອຸປະນິໄສເສື່ອມຊາມທີ່ເຈົ້າເລ່ ແລະ ຫຼອກລວງ. ເມື່ອຜູ້ຄົນດຳລົງຊີວິດໃນໂລນີ້, ພາຍໃຕ້ອິດທິພົນຂອງຊາຕານ, ຖືກປົກຄອງ ແລະ ຖືກຄວບຄຸມໂດຍກອງກຳລັງຂອງມັນ, ມັນເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະສັດຊື່. ພວກເຂົາສາມາດຫຼອກລວງຍິ່ງຂຶ້ນເທົ່ານັ້ນ. ການດຳລົງຊີວິດຢູ່ທ່າມກາງມະນຸດຊາດທີ່ເສື່ອມຊາມ, ການເປັນຄົນສັດຊື່ນັ້ນກ່ຽວຂ້ອງກັບຄວາມຫຍຸ້ງຍາກຫຼາຍຢ່າງແນ່ນອນ. ພວກເຮົາມີແນວໂນ້ມທີ່ຈະຖືກເຍາະເຍີ້ຍ, ຖືກໃສ່ຮ້າຍ, ຖືກຕັດສິນ, ເຖິງກັບຖືກກີດກັນ ແລະ ຖືກຂັບໄລ່ໂດຍຜູ້ບໍ່ເຊື່ອ, ລາຊາຜີປີສາດ ແລະ ມານຮ້າຍຜູ້ຊົງຊີວິດ. ດັ່ງນັ້ນ, ເປັນໄປໄດ້ບໍທີ່ຈະລອດຊີວິດໃນຖານະຄົນສັດຊື່ໃນໂລກນີ້? ມີໂອກາດທີ່ພວກເຈົາຈະລອດຊີວິດໃນໂລກນີ້ບໍ? ແມ່ນ, ມີ. ແນ່ນອນວ່າມີໂອກາດທີ່ພວກເຮົາຈະລອດຊີວິດ. ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າ ແລະ ເລືອກເອົາພວກເຮົາ ແລະ ພຣະອົງເປີດເສັ້ນທາງໃຫ້ພວກເຮົາແນ່ນອນ. ພວກເຮົາເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງພາຍໃຕ້ການຊີ້ນຳຂອງພຣະອົງຢ່າງສິ້ນເຊີງ ແລະ ພວກເຮົາມີຊີວິດຢູ່ໂດຍລົມຫາຍໃຈ ແລະ ຊີວິດທີ່ພຣະອົງປະທານໃຫ້ຢ່າງສິ້ນເຊີງ. ຍ້ອນພວກເຮົາໄດ້ຍອມຮັບຄວາມຈິງແຫ່ງພຣະທຳຂອງພຣະອົງ, ພວກເຮົາມີກົດເກນໃໝ່ວ່າຈະດຳລົງຊີວິດແນວໃດ ແລະ ເປົ້າໝາຍໃໝ່ສຳລັບຊີວິດຂອງພວກເຮົາ. ພື້ນຖານແຫ່ງຊີວິດຂອງພວກເຮົາໄດ້ຮັບການປ່ຽນແປງ. ພວກເຮົາໄດ້ນຳເອົາວິຖີຊີວິດໃໝ່ມາໃຊ້, ວິຖີໃໝ່ໃນການວາງຕົວຂອງພວກເຮົາ, ທັງໝົດແມ່ນເພື່ອເຫັນແກ່ການໄດ້ຮັບຄວາມຈິງ ແລະ ການຖືກຊ່ວຍໃຫ້ລອດພົ້ນ. ພວກເຮົາໄດ້ນຳເອົາການໃຊ້ຊີວິດຮູບແບບໃໝ່ມາໃຊ້: ພວກເຮົາມີຊີວິດຢູ່ເພື່ອປະຕິບັດໜ້າທີ່ຂອງພວກເຮົາໃຫ້ດີ ແລະ ເຮັດໃຫ້ພຣະເຈົ້າພໍໃຈ. ສິ່ງນີ້ບໍ່ກ່ຽວຂ້ອງຫຍັງເລີຍກັບສິ່ງທີ່ຮ່າງກາຍຂອງພວກເຮົາກິນ, ສິ່ງທີ່ພວກເຮົາໃສ່ ຫຼື ພວກເຮົາອາໄສຢູ່ໃສ: ມັນແມ່ນຄວາມຕ້ອງກາຍຝ່າຍວິນຍານຂອງພວກເຮົາ. ຫຼາຍຄົນຮູ້ສຶກວ່າການເປັນຄົນສັດຊື່ນັ້ນຍາກເກີນໄປ. ສ່ວນໜຶ່ງຂອງເລື່ອງນີ້ກໍຄືການກຳຈັດອຸປະນິໄສທີ່ເສື່ອມຊາມນັ້ນຍາກແທ້ໆ. ຍິ່ງໄປກວ່ານັ້ນ, ຖ້າເຈົ້າອາໄສຢູ່ທ່າມກາງຜູ້ບໍ່ເຊື່ອ ແລະ ໂດຍສະເພາະ ຖ້າເຈົ້າເຮັດວຽກຮ່ວມກັບພວກເຂົາ, ແລ້ວການເປັນຄົນສັດຊື່ ແລະ ການບອກຄວາມຈິງສາມາດເຮັດໃຫ້ເຈົ້າຖືກຫົວຂວັນ, ຖືກໃສ່ຮ້າຍ, ຖືກຕັດສິນ, ເຖິງກັບຖືກກີດກັນ ຫຼື ຖືກຂັບໄລ່. ສິ່ງນັ້ນສ້າງຄວາມທ້າທາຍສຳລັບຄວາມຢູ່ລອດຂອງພວກເຮົາ. ຫຼາຍຄົນເວົ້າວ່າ: “ການເປັນຄົນສັດຊື່ນັ້ນໃຊ້ການບໍ່ໄດ້. ຂ້ອຍຈະເສຍປຽບຖ້າຂ້ອຍເວົ້າຢ່າງກົງໄປກົງມາ ແລະ ຂ້ອຍຈະເຮັດຫຍັງບໍ່ສຳເລັດຖ້າບໍ່ໄດ້ເວົ້າຕົວະ”. ນີ້ແມ່ນທັດສະນະແບບໃດ? ນັ້ນແມ່ນທັດສະນະ ແລະ ເຫດຜົນຂອງຄົນຫຼອກລວງ. ພວກເຂົາເວົ້າສິ່ງທີ່ຈອມປອມ, ຫຼອກລວງຢ່າງສິ້ນເຊີງເພື່ອປົກປ້ອງສະຖານະ ແລະ ຜົນປະໂຫຍດຂອງພວກເຂົາເອງ. ພວກເຂົາບໍ່ເຕັມໃຈທີ່ຈະເປັນຄົນສັດຊື່ ແລະ ບອກຄວາມຈິງ ເພາະຢ້ານສູນເສຍສິ່ງເຫຼົ່ານັ້ນ. ມະນຸດທີ່ເສື່ອມຊາມທັງໝົດກໍເປັນແບບນັ້ນ. ບໍ່ວ່າພວກເຂົາໄດ້ຮຽນຮູ້ແນວໃດ, ສະຖານະຂອງພວກເຂົາສູງສົ່ງ ຫຼື ຕ່ຳຕ້ອຍສ່ຳໃດ, ບໍ່ວ່າພວກເຈົ້າຈະເປັນຂ້າຊ້າຊະການ ຫຼື ສາມັນຊົນທຳມະດາ, ບໍ່ວ່າຈະເປັນຄົນດັງ ຫຼື ຄົນທົ່ວໄປ, ພວກເຂົາທຸກຄົນເວົ້າຕົວະ ແລະ ສໍ້ໂກງຢູ່ຕະຫຼອດ ແລະ ບໍ່ມີໃຜທີ່ເຊື່ອໃຈໄດ້. ຖ້າອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ບໍ່ໄດ້ຖືກແກ້ໄຂ, ພວກເຂົາກໍສະສືບຕໍ່ຕົວະ ແລະ ສໍ້ໂກງຕະຫຼອດເວລາ ແລະ ເຕັມໄປດ້ວຍອຸປະນິໄສທີ່ຫຼອກລວງ. ພວກເຂົາສາມາດບັນລຸຄວາມຍອມອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າແບບນີ້ໄດ້ບໍ? ພວກເຂົາສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າໄດ້ບໍ. ແນ່ນອນວ່າບໍ່.

ພວກເຈົ້າຮູ້ສຶກຄືກັບວ່າການເປັນຄົນສັດຊື່ນັ້ນເຮັດໄດ້ຍາກບໍ? ພວກເຈົ້າໄດ້ເຄີຍລອງປະຕິບັດເບິ່ງແລ້ວບໍ? ໃນລັກສະນະໃດທີ່ພວກເຈົ້າໄດ້ປະຕິບັດ ແລະ ປະສົບກັບການເປັນຄົນສັດຊື່? ການປະຕິບັດຂອງພວກເຈົ້າແມ່ນອີງໃສ່ຫຼັກການໃດ? ປະສົບການລະດັບໃດທີ່ພວກເຈົ້າມີກ່ຽວກັບເລື່ອງນີ້ໃນຕອນນີ້? ເຈົ້າໄດ້ມາເຖິງຈຸດທີ່ເຈົ້າເປັນຄົນສັດຊື່ໂດຍພື້ນຖານແລ້ວບໍ? ຖ້າເຈົ້າໄດ້ບັນລຸສິ່ງນີ້, ນັ້ນກໍວິເສດເລີຍ! ພວກເຮົາຄວນສາມາດເຫັນໄດ້ຈາກພຣະທຳຂອງພຣະເຈົ້າວ່າ, ເພື່ອຊ່ວຍໃຫ້ລອດພົ້ນ ແລະ ປ່ຽນແປງພວກເຮົາ, ພຣະອົງບໍ່ໄດ້ພຽງແຕ່ເຮັດວຽກກະກຽມບາງຢ່າງ ຫຼື ເຮັດວຽກເພື່ອສະແດງໃຫ້ເຫັນສິ່ງທີ່ໃນອະນາຄົດອາດຈະເກີດຂຶ້ນ, ຫຼັງຈາກນັ້ນພຣະອົງເຮັດສໍາເລັດ. ທັງພະອົງບໍ່ໄດ້ປ່ຽນພຶດຕິກຳພາຍນອກຂອງຜູ້ຄົນ. ກົງກັນຂ້າມ, ພຣະອົງຕ້ອງການປ່ຽນແປງທຸກໆຄົນ, ເລີ່ມຕົ້ນຈາກສ່ວນເລິກທີ່ຢູ່ໃນສຸດຂອງຫົວໃຈພວກເຂົາ, ຈາກອຸປະນິໄສຂອງພກເຂົາ ແລະ ຈາກແກ່ນແທ້ຂອງພວກເຂົາ ແລະ ປ່ຽນແປງພວກເຂົາຈາກຕົ້ນກຳເກີດ. ສົມມຸດວ່ານີ້ແມ່ນວິທີການທີ່ພຣະເຈົ້າປະຕິບັດພາລະກິດ, ແລ້ວພວກເຮົາຄວນເຮັດໂຕແນວໃດ? ພວກເຂົາຄວນມີຄວາມຮັບຜິດຊອບຕໍ່ສິ່ງທີ່ພວກເຮົາສະແຫວງຫາ, ຕໍ່ການປຽນແປງອຸປະນິໄສຂອງພວກເຮົາ ແລະ ຕໍ່ໜ້າທີ່ທີ່ພວກເຮົາຄວນເຮັດ. ພວກເຮົາຄວນຈິງຈັງໃນທຸກສິ່ງທີ່ພວກເຮົາເຮັດ, ໂດຍບໍ່ປ່ອຍໃຫ້ສິ່ງຕ່າງໆເລື່ອນຜ່ານໄປ ແລະ ສາມາດເອົາທຸກສິ່ງທຸກຢ່າງມາແຍກແຍະ. ທຸກຄັ້ງທີ່ເຈົ້າເຮັດບາງສິ່ງສຳເລັດ, ເຖິງແມ່ນວ່າເຈົ້າເຊື່ອວ່າມັນຖືກເຮັດຢ່າງຖືກຕ້ອງ, ມັນອາດບໍ່ຈຳເປັນຕ້ອງສອດຄ່ອງກັບຄວາມຈິງ. ມັນຍັງຕ້ອງຖືກວິເຄາະອີກດ້ວຍ ແລະ ຕ້ອງຖືກສົມທຽບ, ຖືກກວດສອບ ແລະ ຖືກໄຈ້ແຍກຕາມພຣະທຳຂອງພຣະເຈົ້າ. ດ້ວຍວິທີນີ້, ບໍ່ວ່າມັນຖືກຕ້ອງ ຫຼື ຜິດກໍຈະຊັດເຈນຂຶ້ນ. ຍິ່ງໄປກວ່ານັ້ນ, ສິ່ງທີ່ເຈົ້າຄິດວ່າເຈົ້າເຮັດຜິດຍັງຕ້ອງຖືກວິເຄາະອີກດ້ວຍ. ສິ່ງນີ້ຮຽກຮ້ອງໃຫ້ອ້າຍເອື້ອຍນ້ອງຕ້ອງໃຊ້ເວລາໂອ້ລົມຮ່ວມກັນຫຼາຍຂຶ້ນ, ສະແຫວງຫາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ຍິ່ງເຈົ້າໂອ້ລົມ, ຫົວໃຈຂອງເຈົ້າກໍຍິ່ງສົດໃສຂຶ້ນ ແລະ ເຈົ້າຍິ່ງຈະເຂົ້າໃຈຫຼັກການແຫ່ງຄວາມຈິງຫຼາຍຂຶ້ນ. ນີ້ແມ່ນພອນຂອງພຣະເຈົ້າ. ຖ້າບໍ່ມີໃຜໃນພວກເຈົ້າທີ່ເປີດໃຈຂອງເຈົ້າ ແລະ ພວກເຈົ້າທຸກຄົນປົກປິດຕົນເອງ, ຫວັງທີ່ຈະໃຫ້ເກີດຄວາມປະທັບໃຈທີ່ດີໃນຄວາມຄິດຂອງຄົນອື່ນ ແລະ ຕ້ອງການໃຫ້ພວກເຂົາຄິດເຖິງເຈົ້າຢ່າງສູງ ແລະ ບໍ່ເຍາະເຍີ້ຍເຈົ້າ, ເຈົ້າກໍຈະບໍ່ປະສົບກັບການເຕີບໃຫຍ່ທີ່ແທ້ຈິງ. ຖ້າເຈົ້າປອມຕົວຢູ່ສະເໝີ ແລະ ບໍ່ເປີດໃຈໃນການໂອ້ລົມ, ເຈົ້າຈະບໍ່ໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ເຈົ້າຈະບໍ່ສາມາດເຂົ້າໃຈຄວາມຈິງໄດ້. ແລ້ວຜົນຮັບຈະເປັນແນວໃດ? ເຈົ້າຈະໃຊ້ຊີວິດໃນຄວາມມືດມົວຕະຫຼອດໄປ ແລະ ເຈົ້າຈະບໍ່ຖືກຊ່ວຍໃຫ້ລອດພົ້ນ. ຖ້າເຈົ້າຕ້ອງການໄດ້ຮັບຄວາມຈິງ ແລະ ປ່ຽນແປງອຸປະນິໄສຂອງເຈົ້າ, ເຈົ້າຕ້ອງຈ່າຍລາຕາເພື່ອຮັບເອົາຄວາມຈິງ ແລະ ປະຕິບັດຄວາມຈິງ ແລະ ເຈົ້າຕ້ອງເປີດໃຈຂອງເຈົ້າ ແລະ ໂອ້ລົມກັບຄົນອື່ນ. ສິ່ງນີ້ເປັນປະໂຫຍດທັງສຳລັບການເຂົ້າສູ່ຊີວິດຂອງເຈົ້າ ແລະ ການປ່ຽນແປງອຸປະນິໄສຂອງເຈົ້າ. ການສົນທະນາປະສົບການ ແລະ ຄວາມເຂົ້າໃຈຂອງເຈົ້າໃນການເຕົ້າໂຮມ ເປັນປະໂຫຍດຕໍ່ເຈົ້າ ແລະ ຄົນອື່ນ. ມັນຈະເປັນແນວໃດຖ້າບໍ່ມີໃຜໃນພວກເຈົ້າທີ່ເວົ້າກ່ຽວກັບການຮູ້ຈັກຕົວເອງ ຫຼື ປະສົບການ ແລະ ຄວາມເຂົ້າໃຈຂອງເຈົ້າ; ຖ້າບໍ່ມີໃຜໃນພວກເຈົ້າທີ່ໄຈ້ແຍກຕົນເອງ ຫຼື ເປີດໃຈ; ຖ້າພວກເຈົ້າທຸກຄົນເກັ່ງໃນການເວົ້າເຖິງຕົວອັກສອນ ແລະ ຫຼັກຄຳສອນ ໂດຍບໍ່ມີໃຜໃນພວກເຈົ້າທີ່ແບ່ງປັນຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຕົນເອງ ແລະ ບໍ່ມີໃຜໃນພວກເຈົ້າທີ່ມີຄວາມກ້າຫານທີ່ຈະເປີດເຜີຍຄວາມຮູ້ກ່ຽວກັບຕົວເອງເລັກໆນ້ອຍທີ່ເຈົ້າມີ? ພວກເຈົ້າທຸກຄົນຈະເຕົ້າໂຮມກັນ ແລະ ແລກປ່ຽນຄຳເວົ້າທີ່ສຸພາບ ແລະ ຄວາມຍິນດີ, ພວກເຈົ້າຈະປະຈົບປະແຈງ ແລະ ໂອ້ອວດກັນ ແລະ ເວົ້າສິ່ງທີ່ບໍ່ຈິງໃຈ. “ໂອ້, ເຈົ້າເຮັດໄດ້ດີຫຼາຍເມື່ອບໍ່ດົນມານີ້. ເຈົ້າໄດ້ເຮັດການປ່ຽນແປງບາງຢ່າງ!” “ເຈົ້າໄດ້ສະແດງໃຫ້ເຫັນຄວາມເຊື່ອທີ່ຍິ່ງໃຫຍ່ເມື່ອບໍ່ດົນມານີ້!” "ເຈົ້າມີຄວາມກະຕືລືລົ້ນຫຼາຍ!" "ເຈົ້າໄດ້ຈ່າຍຫຼາຍກວ່າທີ່ຂ້ອຍມີຈ່າຍ". "ການປະກອບສ່ວນຂອງເຈົ້າຫຼາຍກວ່າຂອງຂ້ອຍ!" ນີ້ແມ່ນປະເພດຂອງສະຖານະການທີ່ເກີດຂຶ້ນ. ທຸກຄົນປະຈົບປະແຈງ ແລະ ໂອ້ອວດຕໍ່ກັນ ແລະ ບໍ່ມີໃຜເຕັມໃຈທີ່ຈະໃຫ້ຕົວຕົນທີ່ແທ້ຈິງຂອງພວກເຂົາສຳລັບການແຍະແຍະ, ເພື່ອໃຫ້ທຸກຄົນໄດ້ໄຈ້ແຍກ ແລະ ເຂົ້າໃຈ. ສາມາດມີຊີວິດຄຣິສຕະຈັກທີ່ແທ້ຈິງໃນສະພາບແວດລ້ອມແບບນີ້ບໍ? ບໍ່, ບໍ່ສາມາດມີໄດ້. ບາງຄົນເວົ້າວ່າ: “ຂ້ອຍໄດ້ໃຊ້ຊີວິດຄຣິສຕະຈັກມາເປັນເວລາສອງສາມປີ. ຂ້ອຍພໍໃຈຢູ່ສະເໝີ ແລະ ມີຄວາມສຸກກັບມັນ. ໃນການເຕົ້າໂຮມ, ອ້າຍເອື້ອຍນ້ອງທຸກຄົນມັກອະທິຖານ ແລະ ຮ້ອງເພງສັນເສີນເພື່ອສັນລະເສີນພຣະເຈົ້າ. ທຸກຄົນໄດ້ຮັບການດົນໃຈຈົນນ້ຳຕາໄຫຼໂດຍຄຳອະທິຖານ ແລະ ເພງສັນເສີນ. ບາງຄັ້ງສິ່ງຕ່າງໆກໍກະຕຸ້ນອາລົມ ແລະ ພວກເຮົາທຸກຄົນກໍຮ້ອນ ແລະ ເຫື່ອອອກ. ອ້າຍເອື້ອຍນ້ອງຮ້ອງ ແລະ ເຕັ້ນ. ມັນຊ່າງເປັນຊີວິດຄຣິສຕະຈັກທີ່ອຸດົມສົມບູນ, ມີສີສັນ ແລະ ມັນມ່ວນຊື່ນຫຼາຍ. ມັນຮວບຮວມພາລະກິດຂອງພຣະວິນຍານບໍລິສຸດແທ້ໆ! ຫຼັງຈາກນັ້ນ, ພວກເຮົາກໍກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ພວກເຮົາຮູ້ສຶກວ່າພຣະທຳຂອງພຣະເຈົ້າເວົ້າກົງກັບຫົວໃຈຂອງພວກເຮົາ. ທຸກຄົນກະຕືລືລົ້ນແທ້ໆທຸກຄັ້ງທີ່ພວກເຂົາໂອ້ລົມກັນ”. ສອງສາມປີຂອງຊີວິດຄຣິສຕະຈັກປະເພດນີ້ແມ່ນມ່ວນຊື່ນຫຼາຍສໍາລັບທຸກຄົນ, ແຕ່ແມ່ນຫຍັງຈະເກີດຂຶ້ນ? ແທ້ຈິງແລ້ວ ເກືອບຈະບໍ່ມີໃຜເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ເກືອບບໍ່ມີໃຜທີ່ສາມາດບັນຍາຍປະສົບການຂອງພວກເຂົາເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ. ພວກເຂົາມີພະລັງງານຫຼາຍສຳລັບການອ່ານພຣະທຳຂອງພຣະເຈົ້າ, ການຮ້ອງເພງ ແລະ ການຟ້ອນ, ແຕ່ເມື່ອຮອດເວລາໂອ້ລົມຄວາມຈິງ, ບາງຄົນກໍເລີ່ມບໍ່ສົນໃຈ. ບໍ່ມີໃຜເວົ້າເຖິງປະສົບການຂອງພວກເຂົາກ່ຽວກັບການກາຍເປັນຄົນສັດຊື່; ບໍ່ມີໃຜແຍກແຍະຕົນເອງ ແລະ ບໍ່ມີໃຜເປີດເຜີຍອຸປະຕິໄສທີ່ເສື່ອມຊາມຂອງພວກເຂົາເອງເພື່ອໃຫ້ຄົນອື່ນຮູ້ຈັກ ແລະ ໄຈ້ແຍກ, ເພື່ອຜົນປະໂຫຍດ ແລະ ການເສີມສ້າງຂອງພວກເຂົາ. ບໍ່ມີໃຜໂອ້ລົມກ່ຽວກັບປະສົບການຕົວຈ້ອງຂອງພວກເຂົາ ແລະ ຄຳພະຍານເພື່ອຖວາຍກຽດແດ່ພຣະເຈົ້າ. ຊີວິດຄຣິສຕະຈັກເປັນເວລາຫຼາຍປີໄດ້ເສຍເວລາໄປແບບນັ້ນ, ຮ້ອງເພງ ແລະ ຟ້ອນ, ຮູ້ສຶກມີຄວາມສຸກ, ເຕັມໄປດ້ວຍຄວາມມ່ວນຊື່ນ. ພວກເຈົ້າບອກເຮົາວ່າ: ຄວາມສຸກ ແລະ ຄວາມມ່ວນຊື່ນນີ້ມາຈາກໃສ? ເຮົາຈະເວົ້າວ່າມັນບໍ່ແມ່ນສິ່ງທີ່ພຣະເຈົ້າຕ້ອງການເຫັນ ຫຼື ສິ່ງທີ່ເຮັດໃຫ້ພຣະອົງພໍໃຈ, ເພາະສິ່ງທີ່ພຣະອົງຕ້ອງການເຫັນແມ່ນການປ່ຽນແປງໃນອຸປະນິໄສຊີວິດຂອງຜູ້ຄົນ ແລະ ຜູ້ຄົນດຳລົງຊີວິດຕາມຄວາມເປັນຈິງແຫ່ງຄວາມຈິງ. ພຣະເຈົ້າຕ້ອງການເຫັນຄວາມເປັນຈິງນີ້. ພຣະອົງບໍ່ໄດ້ຕ້ອງການໃຫ້ເຈົ້າກຳປື້ມເພງສັນລະເສີນ, ຮ້ອງເພງ ແລະ ຟ້ອນສັນລະເສີນພຣະອົງເມື່ອເຈົ້າຢູ່ໃນການເຕົ້າໂຮມ ຫຼື ຮູ້ສຶກກະຕືລືລົ້ນ, ນັ້ນບໍ່ແມ່ນສິ່ງທີ່ພຣະເຈົ້າຕ້ອງການເຫັນ. ກົງກັນຂ້າມ, ພຣະເຈົ້າໂສກເສົ້າ, ເຈັບປວດ ແລະ ກະວົນກະວາຍເມື່ອພຣະອົງເຫັນສິ່ງນີ້, ເພາະພຣະອົງໄດ້ກ່າວພຣະທຳເປັນພັນໆຄຳ, ແຕ່ບໍ່ມີແມ່ນແຕ່ຄົນດຽວທີ່ເດີນຕາມ ແລະ ໃຊ້ຊີວິດຕາມພຣະທຳເຫຼົ່ານັ້ນ. ນີ້ເປັນພຽງສິ່ງທີ່ເຮັດໃຫ້ພຣະເຈົ້າກັງວົນໃຈ. ເຈົ້າມັກຈະຮູ້ສຶກອີ່ມໃຈ ແລະ ພໍໃຈກັບຕົນເອງກັບຄວາມສະຫງົບສຸກ ແລະ ຄວາມສຸກເລັກນ້ອຍຈາກຊີວິດຄຣິສຕະຈັກຂອງເຈົ້າ. ເຈົ້າສັນລະເສີນພຣະເຈົ້າ ແລະ ໄດ້ຮັບຄວາມມ່ວນຊື່ນ, ຄວາມປອບໂຍນ ຫຼື ການຕື່ມເຕັມຝ່າຍວິນຍານບາງຢ່າງ ແລະ ຈາກນັ້ນກໍເຊື່ອວ່າເຈົ້າໄດ້ປະຕິບັດຄວາມເຊື່ອຂອງເຈົ້າເປັນຢ່າງດີ. ເຈົ້າຍຶດຕິດກັບພາບລວງຕາເຫຼົ່ານີ້, ຖືວ່າພວກມັນເປັນທຶນຮອນ, ເປັນຈຸດທີ່ໃຫຍ່ທີ່ສຸດຈາກຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ແລະ ຍອມຮັບພວກມັນແທນການປ່ຽນແປງອຸປະນິໄສຊີວິດຂອງເຈົ້າ ແລະ ການເຂົ້າສູ່ເສັ້ນທາງແຫ່ງຄວາມລອດພົ້ນ. ດ້ວຍວິທີນັ້ນ, ເຈົ້າຄິດວ່າບໍ່ຈຳເປັນຕ້ອງສະແຫວງຫາຄວາມຈິງ ຫຼື ສະແຫວງຫາການເປັນຄົນສັດຊື່. ບໍ່ຈຳເປັນຕ້ອງໄຕ່ຕອງຕົນເອງ ຫຼື ແຍກແຍະບັນຫາຂອງເຈົ້າ ຫຼື້ ປະຕິບັດຕາມ ແລະ ປະສົບກັບພຣະທຳຂອງພຣະເຈົ້າ. ຕອນນີ້ ນີ້ກຳລັງເຂົ້າສູ່ເຂດແດນອັນຕະລາຍ. ຖ້າຜູ້ຄົນສືບຕໍ່ເຮັດແບບນີ້; ເມື່ອພາລະກິດຂອງພຣະເຈົ້າໃກ້ເຂົ້າມາ, ຖ້າພວກເຂົາຍັງບໍ່ໄດ້ເປັນຄົນສັດຊື່ ຫຼື ຈັດການເຮັດໜ້າທີ່ຂອງພວກເຂົາໃຫ້ດີພໍ; ຖ້າພວກເຂົາຍັງບໍ່ໄດ້ບັນລຸການຍອມອ່ອນນ້ອມຢ່າງແທ້ຈິງຕໍ່ພຣະເຈົ້າ ແລະ ຍັງສາມາດຖືກນຳພາຢ່າງຜິດທ ແລະ ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິດ; ຖ້າພວກເຂົາບໍ່ໄດ້ຫຼຸດພົ້ນຈາກອິດທິພົນຂອງຊາຕານ; ຖ້າພວກເຂົາບໍ່ໄດ້ບັນລຸຂໍ້ກຳນົດເຫຼົ່ານີ້ທີ່ພຣະເຈົ້າມອບໃຫ້ແກ່ພວກເຂົາ, ແລ້ວພວກເຂົາກໍບໍ່ແມ່ນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ. ນີ້ແມ່ນເຫດຜົນທີ່ພຣະເຈົ້າເປັນຫ່ວງ.

ຜູ້ຄົນກະຕືລືລົ້ນແທ້ໆຢູ່ສະເໝີເມື່ອພວກເຂົາມີຄວາມເຊື່ອໃໝ່. ໂດຍສະເພາະເມື່ອພວກເຂົາໄດ້ຍິນພຣະເຈົ້າໂອ້ລົມຄວາມ, ພວກເຂົາຄິດວ່າ: “ຕອນນີ້ຂ້ອຍເຂົ້າໃຈຄວາມຈິງ. ຂ້ອຍໄດ້ພົບເສັ້ນທາງທີ່ແທ້ຈິງ. ຂ້ອຍມີຄວາມສຸກແທ້ໆ!” ທຸກໆມື້ຮູ້ສຶກມ່ວນຊື່ນຄືກັບການສະຫຼອງປີໃໝ່ ຫຼື້ ງານດອງ; ທຸກໆມື້ພວກເຂົາຫວັງວ່າຈະມີໃຜຜູ້ໜຶ່ງທີ່ເປັນເຈົ້າພາບການເຕົ້າໂຮມ ຫຼື ການໂອ້ລົມ. ແຕ່ຫຼັງຈາກສອງສາມປີ, ບາງຄົນສູນເສຍຄວາມກະຕືລືລົ້ນຂອງພວກເຂົາສໍາລັບຊີວິດຄຣິສຕະຈັກ ແລະ ສູນເສຍຄວາມກະຕືລືລົ້ນຂອງພວກເຂົາສໍາລັບການເຊື່ອໃນພຣະເຈົ້າເຊັ່ນດຽວກັນ. ເປັນຫຍັງຈຶ່ງເປັນແບບນັ້ນ? ກໍຍ້ອນວ່າພວກເຂົາມີຄວາມເຂົ້າໃຈທີ່ຜິວເຜີນ, ເປັນທິດສະດີເທົ່ານັ້ນກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ພວກເຂົາບໍ່ໄດ້ເຂົ້າສູ່ພຣະທຳຂອງພຣະເຈົ້າຢ່າງແທ້ຈິງ ຫຼື ປະສົບກັບຄວາມເປັນຈິງຂອງພຣະທຳເຫຼົ່ານັ້ນເປັນການສ່ວນຕົວ. ດັ່ງທີ່ພຣະເຈົ້າກ່າວ, ຫຼາຍຄົນເບິ່ງອາຫານທີ່ແຊບຊ້ອຍໃນງານລ້ຽງ, ແຕ່ພວກເຂົາສ່ວນຫຼາຍແມ່ນພຽງແຕ່ມາເບິ່ງ. ພວກເຂົາບໍ່ໄດ້ຈັບເອົາອາຫານອັນແຊບນົວທີ່ພຣະເຈົ້າປະທານໃຫ້ ແລະ ກິນມັນ, ຊິມມັນ ແລະ ໃຊ້ມັນເພື່ອເສີມກຳລັງຮ່າງກາຍຂອງພວກເຂົາ. ນີ້ແມ່ນສິ່ງທີ່ພຣະເຈົ້າລັງກຽດ ແລະ ສິ່ງທີ່ພຣະອົງເປັນຫ່ວງ. ນີ້ບໍ່ແມ່ນປະເພດຂອງສະພາວະທີ່ພວກເຈົ້າຢູ່ເມື່ອບໍ່ດົນມານີ້ບໍ? (ແມ່ນ). ເຮົາໂອ້ລົມກັບພວກເຈົ້າທັງໝົດເລື້ອຍໆເພື່ອຊ່ວຍພວກເຈົ້າ. ສິ່ງທີ່ເຮັດໃຫ້ເຮົາເປັນຫ່ວງທີ່ສຸດກໍຄື, ຫຼັງຈາກທີ່ໄດ້ຟັງຄຳເທດສະໜາເຫຼົ່ານີ້ ແລະ ບັນລຸຄວາມຕ້ອງການຝ່າຍວິນຍານຂອງພວກເຈົ້າ, ພວກເຈົ້າຈະບໍ່ເຮັດຫຍັງເພື່ອປະຕິບັດພວກມັນ ແລະ ຈະບໍ່ຄິດຫຍັງເຖິງພວກມັນ. ເຊິ່ງໃນກໍລະນີດັ່ງກ່າວ, ສິ່ງທີ່ເຮົ້າໄດ້ເວົ້າກໍຈະໄຮ້ປະໂຫຍດ. ບໍ່ວ່າຄົນໆໜຶ່ງມີຄວາມສາມາດຮູບແບບໃດກໍຕາມ, ເຈົ້າຈະສາມາດບອກໄດ້ວ່າພວກເຂົາເປັນຄົນທີ່ຮັກຄວາມຈິງຫຼັງຈາກທີ່ມີຄວາມເຊື່ອໄດ້ສອງ ຫຼື ສາມປີ ຫຼື ບໍ່. ຖ້າພວກເຂົາເປັນຄົນທີ່ຮັກຄວາມຈິງ, ແລ້ວບໍ່ໄວກໍຊ້າ ພວກເຂົາຈະສະແຫວງຫາມັນ; ຖ້າພວກເຂົາບໍ່ແມ່ນຄົນທີ່ຮັກຄວາມຈິງ, ພວກເຂົາຈະຢູ່ໄດ້ບໍ່ດົນ ແລະ ຈະຖືກເປີດໂປງ ແລະ ຖືກຂັບໄລ່. ຄວາມຈິງແລ້ວ ພວກເຈົ້າເປັນຄົນທີ່ຮັກຄວາມຈິງບໍ? ພວກເຈົ້າເຕັມໃຈທີ່ຈະເປັນຄົນສັດຊື່ບໍ? ໃນອະນາຄົດ, ພວກເຈົ້າຈະສາມາດປ່ຽນແປງໄດ້ບໍ? ພວກເຈົ້າຈະດຳເນີນການສິ່ງນີ້ເປັນການສ່ວນຕົວໄດ້ຫຼາຍປານໃດຫຼັງຈາກການໂອ້ລົມນີ້? ສິ່ງນີ້ຈະສ້າງຜົນຮັບໃນຕົວພວກເຈົ້າໄດ້ຫຼາຍປານໃດແທ້? ທັງໝົດນັ້ນບໍ່ເປັນທີ່ຮູ້ຈັກ; ມັນຈະຖືກເປີດເຜີຍໃນທີ່ສຸດ. ມັນບໍ່ກ່ຽວກັບວ່າຄົນໆໜຶ່ງກະຕືລືລົ້ນສ່ຳໃດ ຫຼື ພວກເຂົາສາມາດແບກຮັບການທົນທຸກໄດ້ຫຼາຍສ່ຳໃດເມື່ອພວກເຂົາມີຄວາມເຊື່ອໃໝ່. ສິ່ງສຳຄັນແມ່ນພວກເຂົາຮັກຄວາມຈິງ ຫຼື ບໍ່ ແລະ ພວກເຂົາສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່. ມີພຽງຄົນທີ່ຮກຄວາມຈິງເທົ່ານັ້ນທີ່ຈະຄຸ່ນຄິດຫຼັງຈາກທີ່ໄດ້ຍິນຄຳເທດສະໜາ. ມີພຽງພວກເຂົາເທົ່ານັ້ນທີ່ຈະໄຕ່ຕອງວ່າຈະນຳພຣະທຳຂອງພຣະເຈົ້າໄປປະຕິບັດແນວໃດ, ຈະປະສົບກັບພວກມັນແນວໃດ, ຈະນຳໃຊ້ພວກມັນໃນຊີວິດປະຈຳວັນຂອງພວກເຂົາແນວໃດ ແລະ ຈະດຳລົງຊີວິດຕາມຄວາມເປັນຈິງແຫ່ງຄວາມຈິງໃນພຣະທຳຂອງພຣະເຈົ້າເພື່ອກາຍເປັນຄົນທີ່ຍອມຕໍ່ພຣະເຈົ້າຢ່າງແທ້ຈິງໄດ້ແນວໃດ. ນັ້ນຄືເຫດຜົນວ່າເປັນຫຍັງໃນທີ່ສຸດແລ້ວ ຄົນທີ່ຮັກຄວາມຈິງຈະໄດ້ຮັບຄວາມຈິງ. ຄົນທີ່ບໍ່ຮັກຄວາມຈິງອາດຈະຍອມຮັບເສັ້ນທາງທີ່ແທ້ຈິງ; ພວກເຂົາອາດເຕົ້າໂຮມກັນ ແລະ ຟັງຄຳເທດສະໜາທຸກໆມື້ ແລະ ຮຽນຮູ້ຫຼັກຄຳສອນບາງຢ່າງ, ແຕ່ໃນຕອນທີ່ພວກເຂົາຜະເຊີນກັບຄວາມລຳບາກ ຫຼື ການທົດລອງ, ພວກເຂົາກໍຄິດລົບ ແລະ ອ່ອນແອ ແລະ ອາດເຖິງກັບປະຖິ້ມຄວາມເຊື່ອຂອງພວກເຂົາ. ໃນຖານະຜູ້ເຊື່ອ, ບໍ່ວ່າເຈົ້າສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່ນັ້ນ ແມ່ນຂຶ້ນກັບທ່າທີຂອງເຈົ້າຕໍ່ຄວາມຈິງ ແລະ ແມ່ນຫຍັງຄືເປົ້າໝາຍການສະແຫວງຫາຂອງເຈົ້າ: ບໍ່ວ່າຈະເປັນການໄດ້ຮັບຄວາມຈິງມາເປັນຊີວິດຂອງເຈົ້າແທ້ໆ ຫຼື ບໍ່ກໍຕາມ. ບາງຄົນປະກອບຕົນເອງດ້ວຍຄວາມຈິງເພື່ອຊ່ວຍເຫຼືອຄົນອື່ນ, ເພື່ອຮັບໃຊ້ພຣະເຈົ້າ ຫຼື ເພື່ອນຳພາຄຣິສຕະຈັກໃຫ້ດີ. ນັ້ນດີພໍສົມຄວນ ແລະ ມັນໝາຍຄວາມວ່າຄົນເຫຼົ່ານັ້ນແບກຮັບພາລະບາງຢ່າງ. ແຕ່ຖ້າພວກເຂົາບໍ່ສຸມໃສ່ການເຂົ້າສູ່ຊີວິດຂອງພວກເຂົາເອງ ຫຼື ການປະຕິບັດຄວາມຈິງ ແລະ ຖ້າພວກເຂົາບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ, ແລ້ວພວກເຂົາຈະສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ບໍ? ນັ້ນຄົງຈະເປັນໄປບໍ່ໄດ້. ພວກເຂົາຈະສາມາດຊ່ວຍເຫຼືອຄົນອື່ນໄດ້ແນວໃດຖ້າພວກເຂົາບໍ່ມີຄວາມເປັນຈິງແຫ່ງຄວາມຈິງ? ພວກເຂົາຈະສາມາດເຮັດວຽກຄຣິສຕະຈັກໃຫ້ອອກມາດີໄດ້ບໍ? ນັ້ນກໍຈະເປັນໄປບໍ່ໄດ້ເຊັ່ນດຽວກັນ. ມັນບໍ່ສຳຄັນວ່າເຈົ້າຟັງຄຳເທດສະໜາຫຼາຍສ່ຳໃດ ຫຼື ເຈົ້າໄດ້ເລືອກເສັ້ນທາງໃດ. ເຮົາຈະແບ່ງປັນທັດສະນະທີ່ຖືກຕ້ອງກັບພວກເຈົ້າ: ບໍ່ວ່າເຈົ້າເຮັດໜ້າທີ່ຫຍັງກໍຕາມ, ບໍ່ວ່າເຈົ້າເປັນຜູ້ນຳ ຫຼື ຜູ້ຕິດຕາມທົ່ວໄປ, ເຈົ້າຕ້ອງທຸ້ມເທດໃຫ້ກັບພຣະທຳຂອງພຣະເຈົ້າເປັນຫຼັກ. ເຈົ້າຕ້ອງອ່ານພວກມັນ ແລະ ຄິດຕຶກຕອງພວກມັນຢ່າງຈິງໃຈ. ກ່ອນອື່ນ, ເຈົ້າຕ້ອງໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມຈິງທັງໝົດທີ່ເຈົ້າຈຳເປັນຕ້ອງຮູ້ ແລະ ປະຕິບັດ; ຍຶດໝັ້ນໃນພວກມັນ ແລະ ປະຕິບັດພວກມັນດ້ວຍຕົນເອງ. ເຈົ້າຍັງບໍ່ໄດ້ຮັບຄວາມຈິງຈົນກວ່າເຈົ້າໄດ້ເຂົ້າໃຈມັນກ່ອນ ແລະ ເຂົ້າໃສ່ຄວາມເປັນຈິງຂອງຄວາມຈິງນັ້ນ. ຖ້າເຈົ້າອະທິບາຍຫຼັກຄຳສອນທີ່ເຈົ້າເຂົ້າໃຈກັບຄົນອື່ນຢູ່ສະເໝີ, ແຕ່ເຈົ້າບໍ່ສາມາດປະຕິບັດພວກມັນ ຫຼື ປະສົບກັບພວກມັນ, ແລ້ວນີ້ກໍແມ່ນຂໍ້ຜິດພາດ, ນີ້ແມ່ນຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້. ເຈົ້າຄວນປະຕິບັດ ແລະ ປະສົບພຣະທຳຂອງພຣະເຈົ້າຕາມຄວາມຈິງ, ຄ່ອຍໆເຂົ້າໃຈຄວາມຈິງຢ່າງຫຼວງຫຼາຍ. ແລ້ວເຈົ້າຈະມີຜົນຮັບທີ່ດີຂຶ້ນເລື້ອຍໆໃນໜ້າທີ່ຂອງເຈົ້າ ແລະ ມີປະສົບການ ແລະ ຄຳພະຍານຫຼາຍຢ່າງໃຫ້ແບ່ງປັນ. ດ້ວຍວິທີນີ້, ພຣະທຳຂອງພຣະເຈົ້າຈະກາຍເປັນຊີວິດຂອງເຈົ້າ. ເຈົ້າຈະແນ່ໃຈວ່າຈະເຮັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ເຈົ້າຍັງຈະສາມາດສຳເລັດການມອບໝາຍທີ່ພຣະເຈົ້າໄດ້ມອບໃຫ້ແກ່ເຈົ້າ. ຖ້າເຈົ້າຕ້ອງການໃຫ້ຄົນອື່ນຍຶດໝັ້ນໃນພຣະທຳເຫຼົ່ານີ້ຢູ່ສະເໝີ, ໃຊ້ພວກມັນກັບຄົນອື່ນ ຫຼື ໃຊ້ພວກມັນເປັນທຶນໃນວຽກຂອງເຈົ້າ, ແລ້ວເຈົ້າກໍຈະມີບັນຫາ. ໃນການເຮັດເຊັ່ນນີ້, ເຈົ້າກຳລັງຍ່າງເສັ້ນທາງດຽວກັບເປົາໂລແທ້ໆ. ເນື່ອງຈາກວ່ານີ້ແມ່ນທັດສະນະຂອງເຈົ້າ, ເຈົ້າຖືວ່າພຣະທຳເຫຼົ່ານີ້ເປັນຫຼັກຄຳສອນ, ເປັນທິດສະດີຢ່າງແນ່ນອນ ແລະ ເຈົ້າຕ້ອງການໃຊ້ທິດສະດີເຫຼົ່ານີ້ເພື່ອກ່າວຄຳປ່າໄສ ແລະ ເຮັດໃຫ້ວຽກສຳເລັດ. ນີ້ແມ່ນອັນຕະລາຍຫຼາຍ ນັ້ນກໍຄືນີ້ແມ່ນສິ່ງທີ່ຜູ້ນຳຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດເຮັດ. ຖ້າເຈົ້າທົບທວນສະພາວະຂອງເຈົ້າຕາມພຣະທຳຂອງພຣະເຈົ້າ, ກ່ອນອື່ນແມ່ນໄຕ່ຕອງ ແລະ ໄດ້ຮັບຄວາມເຂົ້າໃຈກ່ຽວກັບຕົນເອງ ແລະ ຈາກນັ້ນກໍນຳຄວາມຈິງໄປປະຕິບັດ, ເຈົ້າກໍຈະໄດ້ຮັບລາງວັນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະມີຄຸນສົມບັດ ແລະ ມີວຸດທິພາວະທີ່ຈະເຮັດໜ້າທີ່ຂອງເຈົ້າໃຫ້ດີໄດ້. ຖ້າເຈົ້າບໍ່ມີປະສົບການຕົວຈິງກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ພຣທຳຂອງພຣະອົງ; ຖ້າເຈົ້າບໍ່ໄດ້ເຂົ້າສູ່ຊີວິດເລີຍ ແລະ ສາມາດທ່ອງແຕ່ຕົວອັກສອນ ແລະ ຫຼັກຄຳສອນເທົ່ານັ້ນ, ແລ້ວເຖິງແມ່ນວ່າເຈົ້າເຮັດວຽກ, ເຈົ້າກໍຈະເຮັດມັນຢ່າງຫຼັບຫູຫຼັບຕາ, ບໍ່ບັນລຸຫຍັງທີ່ເປັນຮູບປະທຳ. ໃນທີ່ສຸດ, ເຈົ້າກໍຈະກາຍເປັນຜູ້ນຳຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດ ແລະ ເຈົ້າຈະຖືກຂັບໄລ່ອອກ. ຖ້າເຈົ້າເຂົ້າໃຈແງ່ມຸມໜຶ່ງຂອງຄວາມຈິງ, ກ່ອນອື່ນເຈົ້າຄວນຍຶດໝັ້ນກັບມັນເພື່ອປຽບທຽບ ແລະປະຕິບັດມັນໃນຊີວິດຂອງເຈົ້າ, ເພື່ອໃຫ້ມັນກາຍເປັນຄວາມເປັນຈິງຂອງເຈົ້າ. ຫຼັງຈາກນັ້ນ ເຈົ້າຈະໄດ້ຮັບບາງສິ່ງ ແລະ ປ່ຽນແປງຢ່າງແນ່ນອນ. ຖ້າເຈົ້າຮູ້ສຶກວ່າພຣະທຳຂອງພຣະເຈົ້າດີ, ພວກມັນແມ່ນຄວາມຈິງ ແລະ ມີຄວາມເປັນຈິງ, ແຕ່ເຈົ້າບໍ່ຕຶກຕອງ ຫຼື ພະຍາຍາມເຂົ້າໃຈຄວາມຈິງໃນໃຈຂອງເຈົ້າ ຫຼື ບໍ່ປະຕິບັດ ແລະ ປະສົບກັບມັນໃນຊີວິດຈິງຂອງເຈົ້າ, ກົງກັນຂ້າມ ພຽງແຕ່ຂຽນມັນລົງໃນປຶ້ມບັນທຶກ ແລະ ຢຸດຢູ່ບ່ອນນັ້ນ, ເຈົ້າກໍຈະບໍ່ເຂົ້າໃຈ ຫຼື ໄດ້ຮັບຄວາມຈິງຈັກເທື່ອ. ເມື່ອເຈົ້າອື່ນພຣະທຳຂອງພຣະເຈົ້າ ຫຼື ໄດ້ຍິນຄຳເທດສະໜາ ແລະ ການໂອ້ລົມ, ເຈົ້າຕ້ອງໄຕ່ຕອງ ແລະ ຍຶດໝັ້ນກັບພວກມັນ, ເຊື່ອມໂຍພວກມັນກັບສະພາວະຂອງເຈົ້າເອງ ແລະ ໃຊ້ພວກມັນເພື່ອແກ້ໄຂບັນຫາຂອງເຈົ້າເອງ. ໂດຍການຈັດຕັ້ງປະຕິບັດພຣະຳໃນລັກສະນະນີ້ເທົ່ານັ້ນ ເຈົ້າຈຶ່ງສາມາດໄດ້ຮັບບາງສິ່ງຈາກພວກມັນໄດ້ຢ່າງແທ້ຈິງ. ນີ້ແມ່ນສິ່ງທີ່ເຈົ້າປະຕິບັດຫຼັງຈາກທີ່ພວກເຈົ້າໄດ້ຍິນຄຳເທດສະໜາບໍ? ຖ້າບໍ່ແມ່ນ, ພຣະເຈົ້າກໍບໍ່ໄດ້ຢູ່ໃນຊີວິດຂອງພວກເຈົ້າ ຫຼື ພຣະທຳຂອງພຣະອົງກໍບໍ່ໄດ້ຢູ່ ແລະ ເຈົ້າບໍ່ມີຄວາມເປັນຈິງໃນຄວາມເຊື່ອຂອງພວກເຈົ້າໃນພຣະອົງ. ພວກເຈົ້າດຳລົງຊີວິດຢູ່ຂ້າງນອກພຣະທຳຂອງພຣະເຈົ້າຄືກັບຜູ້ບໍ່ເຊື່ອ. ຜູ້ໃດໜຶ່ງທີ່ເຊື່ອໃນພຣະເຈົ້າ, ແຕ່ບໍ່ສາມາດນຳໃຊ້ພຣະທຳຂອງພຣະອົງໃນຊີວິດຈິງເພື່ອປະຕິບັດ ແລະ ປະສົບກັບພວກມັນ ບໍ່ເຊື່ອໃນພຣະເຈົ້າແທ້ໆ ນັ້ນກໍຄືພວກເຂົາເປັນຜູ້ບໍ່ເຊື່ອ. ຄົນທີ່ບໍ່ສາມາດປະຕິບັດຄວາມຈິງບໍ່ແມ່ນຄົນທີ່ເຊື່ອຟັງພຣະເຈົ້າ, ພວກເຂົາເປັນຄົນທີ່ກະບົດຕໍ່ພຣະອົງ ແລະ ຕໍ່ຕ້ານພຣະອົງ. ຖ້າບໍ່ນຳພຣະທຳຂອງພຣະເຈົ້າເຂົ້າສູ່ຊີວິດຈອງຂອງຄົນໆໜຶ່ງ, ພວກເຂົາບໍ່ມີທາງທີ່ຈະປະສົບກັບພາລະກິດຂອງພຣະເຈົ້າ. ແລ້ວຖ້າຄົນໆໜຶ່ງບໍ່ປະສົບກັບພຣະທຳຂອງພຣະເຈົ້າ ຫຼື ການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະອົງໃນຊີວິດຈິງຂອງພວກເຂົາ, ພວກເຂົາກໍບໍ່ມີທາງໄດ້ຮັບຄວາມຈິງ. ພວກເຈົ້າເຂົ້າໃຈສິ່ງນີ້ບໍ? ຖ້າພວກເຈົ້າສາມາດເຂົ້າໃຈພຣະທຳເຫຼົ່ານີ້, ແລ້ວນັ້ນກໍຈະດີທີ່ສຸດ, ແຕ່ບໍ່ວ່າເຈົ້າເຂົ້າໃຈພວກມັນແນວໃດກໍຕາມ, ບໍ່ວ່າເຈົ້າເຂົ້າໃຈຫຼາຍສ່ຳໃດ, ສິ່ງທີ່ສຳຄັນທີ່ສຸດແມ່ນເຈົ້າຄວນນຳພຣະທຳຂອງພຣະເຈົ້າ ແລະ ຄວາມຈິງທີ່ເຈົ້າເຂົ້າໃຈເຂົ້າສູ່ຊີວິດຈິງຂອງເຈົ້າ ແລະ ປະຕິບັດພວກມັນຢູ່ທີ່ນັ້ນ. ນີ້ແມ່ນວິທີດຽວເພື່ອໃຫ້ເຈົ້າເຕີບໃຫຍ່ໃນວຸດທິພາວະ ແລະ ເພື່ອໃຫ້ອຸປະນິໄສຂອງເຈົ້າປ່ຽນແປງ.

ເມື່ອພຣະເຈົ້າກ່າວຄວາມຈິງ ຫຼື ວາງຂໍ້ຮຽກຮ້ອງຂອງພຣະອົງກັບຜູ້ຄົນ, ພຣະອົງຈະຊີ້ໃຫ້ເຫັນຫຼັກການ ແລະ ເສັ້ນທາງປະຕິບັດໃຫ້ພວກເຂົາຢູ່ສະເໝີ. ໃຫ້ເອົາການເປັນຄົນສັດຊື່ເປັນຕົວຢ່າງ, ຄືກັບທີ່ພວກເຮົາຫາກໍເວົ້າກັນວ່າ: ພຣະເຈົ້າໄດ້ມອບເສັ້ນທາງໃຫ້ຜູ້ຄົນ, ບອກພວກເຂົາວິທີການເປັນຄົນສັດຊື່ ແລະ ວິທີການປະຕິບັດຫຼັກການຂອງການເປັນຄົນສັດຊື່, ເພື່ອໃຫ້ພວກເຂົາໄປຖືກທາງ. ພຣະເຈົ້າກໍກ່າວວ່າ: “ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມລັບໃນໃຈຂອງເຈົ້າ ເຊິ່ງເປັນຄວາມຫຍຸ້ງຍາກຂອງເຈົ້າຕໍ່ໜ້າຄົນອື່ນໃຫ້ສະແຫວງຫາຫົນທາງແຫ່ງແສງສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບຄວາມລອດພົ້ນຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກຄວາມມືດຢ່າງງ່າຍດາຍ”. ຂໍ້ສະເໜີໃນທີ່ນີ້ກໍຄື ພຣະອົງຮຽກຮ້ອງໃຫ້ພວກເຮົາເອົາສິ່ງທີ່ພວກເຮົາຄິດວ່າເປັນຄວາມລັບ ຫຼື ສ່ວນຕົວ ແລະ ເປີດເຜີຍມັນ, ນຳສະເໜີມັນເພື່ອການແຍກແຍະ. ນີ້ແມ່ນສິ່ງທີ່ພວກເຈົ້າບໍ່ໄດ້ຄິດເຖິງ: ພວກເຈົ້າບໍ່ໄດ້ເຂົ້າໃຈ ຫຼື ຮູ້ວ່າພຣະເຈົ້າເວົ້າສິ່ງນີ້ເພື່ອໃຫ້ພວກເຈົ້າປະຕິບັດໃນທາງນີ້. ບາງຄັ້ງເຈົ້າກໍເຮັດຄວາມເຈດຕະນາທີ່ເຈົ້າເລ່, ຫຼອກລວງ ແລະ ດ້ວຍເຫດນັ້ນ ການກະທຳ ແລະ ເຈດຕະນາຂອງເຈົ້າຄວນໄດ້ຮັບການປ່ຽນແປງ. ບາງທີອາດບໍ່ມີໃຜຮັບຮູ້ທຳມະຊາດທີ່ເຈົ້າເລ່ ຫຼື ຫຼອກລວງໃນຄຳເວົ້າຂອງເຈົ້າ, ແຕ່ຢ່າຕົບຫຼັງຕົນເອງ. ເຈົ້າຄວນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ກວດສອບເບິ່ງຕົນເອງ ນັ້ນກໍຄື ເຈົ້າສາມາດຫຼອກລວງຜູ້ຄົນ, ແຕ່ເຈົ້າບໍ່ສາມາດຫຼອກລວງພຣະເຈົ້າ. ເຈົ້າຕ້ອງອະທິຖານ, ເປີດເຜີຍ ແລະ ແຍກແຍະເຈດຕະນາ ແລະ ວິທີການຂອງເຈົ້າ, ໄຕ່ຕອງເບິ່ງວ່າເຈດຕະນາເຫຼົ່ານີ້ຂອງເຈົ້າຈະເປັນທີ່ພໍໃຈພຣະເຈົ້າບໍ ຫຼື ພວກມັນຈະເປັນທີ່ກຽດຊັງຕໍ່ພຣະອົງ, ເຈົ້າສາມາດເປີດເຜີຍພວກມັນ ຫຼື ບໍ່, ພວກມັນເວົ້າເຖິງຍາກ ຫຼື ບໍ່ ແລະ ພວກມັນສອດຄ່ອງກັບຄວາມຈິງ ຫຼື ບໍ່. ດ້ວຍການແຍກແຍະ ແລະ ການວິເຄາະປະເພດນີ້ ເຈົ້າຈະຄົ້ນພົບວ່າ, ຄວາມຈິງແລ້ວ ເລື່ອງນີ້ບໍ່ສອດຄ່ອງກັບຄວາມຈິງ; ຍາກທີ່ຈະເປີດເຜີຍພຶດຕິກຳປະເພດນີ້ ແລະ ພຣະເຈົ້າກຽດຊັງມັນ. ຈາກນັ້ນ, ເຈົ້າກໍປ່ຽນແປງພຶດຕິກຳນີ້. ການໂອ້ລົມຂອງເຮົາເຮັດໃຫ້ພວກເຈົ້າຮູ້ສຶກແນວໃດ? ພວກເຈົ້າບາງຄົນອາດຈະຮູ້ສຶກກັງວົນໃຈ. ເຈົ້າຄິດວ່າ: “ການເຊື່ອໃນພຣະເຈົ້າແມ່ນຊັບຊ້ອນແທ້ໆ. ມັນຍາກພໍແລ້ວກວ່າຈະມາໄດ້ໃກປານນີ້, ຕອນນີ້ຂ້ອຍຕ້ອງເລີ່ມໃໝ່ທັງໝົດເລີຍບໍ?” ຄວາມເປັນຈິງກໍຄື, ຕອນນີ້ພຣະເຈົ້າໄດ້ສະເດັດມາ ແລະ ພຣະອົງໄດ້ເລີ່ມນຳພາມະນຸດຊາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ສິ່ງນີ້ເປັນການເລີ່ມຕົ້ນໃນຖານະຜູ້ເຊື່ອ ແລະ ຖານະຄົນໆໜຶ່ງ. ຖ້າເຈົ້າຈະເຮັດການເລີ່ມຕົ້ນທີ່ດີ, ເຈົ້າຕ້ອງສ້າງພື້ນຖານທີ່ໝັ້ນຄົງໃນຄວາມເຊື່ອຂອງເຈົ້າ, ກ່ອນອື່ນໃຫ້ຮຽນຮູ້ຄວາມຈິງກ່ຽວກັບນິມິດ ແລະ ຄວາມໝາຍຂອງການຕິດຕາມພຣະເຈົ້າ ແລະ ຈາກນັ້ນກໍ່ສຸມໃສ່ການປະຕິບັດຄວາມຈິງ ແລະ ການເຮັດໜ້າທີ່ຂອງເຈົ້າໃຫ້ດີ. ດ້ວຍວິທີນີ້, ເຈົ້າສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້. ຖ້າເຈົ້າສຸມໃສ່ແຕ່ການເວົ້າເຖິງຕົວອັກສອນ ແລະ ຫຼັກຄຳສອນເທົ່ານັ້ນ ແລະ ສ້າງພື້ນຖານໂດຍອີງໃສ່ສິ່ງເຫຼົ່ານີ້, ນັ້ນກໍກາຍເປັນບັນຫາ. ມັນຄືກັບການສ້າງພື້ນຖານຂອງເຮືອນເທິງຂີ້ຊາຍ: ບໍ່ວ່າເຈົ້າສ້າງມັນສູງສ່ຳໃດກໍຕາມ, ມັນຈະຕົກຢູ່ໃນອັນຕະລາຍທີ່ຈະພັງທະລາຍລົງມາຢູ່ສະເໝີ ແລະ ມັນຈະບໍ່ຍືນຍົງ. ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງທີ່ໜ້າຊົມເຊີຍຕໍ່ພວກເຈົ້າໃນຈຸດນີ້, ເຊິ່ງແມ່ນວ່າພວກເຈົ້າສາມາດເຂົ້າໃຈສິ່ງທີ່ເຮົາໂອ້ລົມກັບພວກເຈົ້າ ແລະ ເຕັມໃຈທີ່ຈະຟັງມັນ. ນີ້ເປັນສິ່ງທີ່ດີ. ການສະແຫວງຫາຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງເປັນສິ່ງທີ່ສຳຄັນຫຼາຍທີ່ສຸດ ແລະ ສ່ວນທີ່ເຫຼືອແມ່ນຮອງລົງມາ. ຕາບໃດທີ່ເຈົ້າຮູ້ຈັກສິ່ງນີ້, ມັນຈະບໍ່ຍາກທີ່ຈະໄປຖືກທາງໃນຄວາມເຊື່ອຂອງເຈົ້າ. ເພື່ອທີ່ຈະຍ່າງບົນເສັ້ນທາງຂອງການສະແຫວງຫາຄວາມຈິງ, ກ່ອນອື່ນເຈົ້າຕ້ອງຮູ້ຈັກຕົນເອງ, ເຈົ້າຕ້ອງຊັດເຈນວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມຫຍັງ ແລະ ແມ່ນຫຍັງຄືຂໍ້ບົກຜ່ອງຂອງເຈົ້າ. ແລ້ວເຈົ້າຈະເຂົ້າໃຈຄວາມສຳຄັນຂອງການປະກອບຕົວເຈົ້າເອງດ້ວຍຄວາມຈິງ ແລະ ເຈົ້າຈະສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງເຈົ້າໄດ້ໂດຍໄວ. ເວລາບໍ່ລໍຖ້າມະນຸດຄົນໃດ! ຫຼັງຈາກທີ່ເຈົ້າໄດ້ແກ້ໄຂບັນຫາຂອງເຈົ້າດ້ວຍການເຂົ້າສູ່ຊີວິດ ແລະ ເຈົ້າມີຄວາມເປັນຈິງແຫ່ງຄວາມຈິງ, ເຈົ້າຈະບໍ່ຮູ້ສຶກຢ້ານ. ຖ້າເຈົ້າໃຊ້ເວລາສອງສາມປີຫຼັງນີ້ໂດຍບໍ່ໄດ້ສະແຫວງຫາຄວາມຈິງ ແລະ ເມື່ອສິ່ງຕ່າງໆເກີດຂຶ້ນ, ເຈົ້າມີແນວໂນ້ມທີ່ຈະຮູ້ສຶກສັບສົນ ແລະ ເຈົ້າຍັງຢູ່ໃນສະພາວະການລໍຖ້າທີ່ເມີນເສີຍຊາ ຫຼື ເຈົ້າບໍ່ສາມາດໃຊ້ຄວາມຈິງເພື່ອແກ່ໄຂບັນຫາຂອງເຈົ້າ, ແຕ່ຍັງດຳລົງຊີວິດຕາມປັດຊະຍາຂອງໂລກ ແລະ ອຸປະນິໄສທີ່ເສື່ອມຊາມ, ແລ້ວຈະໜ້າສົງສານສ່ຳໃດ! ເມື່ອຮອດມື້ໄພພິບັດຄັ້ງໃຫຍ່ຫຼວງມາເຖິງ, ຖ້າເຈົ້າບໍ່ມີເສດສ່ວນຂອງຄວາມເປັນຈິງແຫ່ງຄວາມຈິງ, ເຈົ້າຈະເສຍໃຈທີ່ບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ເຮັດໜ້າທີ່ຂອງເຈົ້າໃຫ້ດີ, ບໍ່ໄດ້ຮັບຄວາມຈິງໃດໆເລີຍ. ເຈົ້າຈະຢູ່ໃນສະພາວະວິຕົກກັງວົນຕະຫຼອດເວລາ. ຕອນນີ້, ພຣະຍິນຍານຂອງພຣະວິນຍານບໍລິສຸດບໍ່ລໍຖ້າໃຜ. ໃນຊ່ວງສອງສາມປີທຳອິດຂອງຄວາມເຊື່ອຂອງພວກເຂົາ, ພຣະອົງມອບພຣະຄຸນ, ມອບຄວາມເມດຕາບາງຢ່າງໃຫ້ແກ່ຜູ້ຄົນ; ພຣະອົງໃຫ້ການຊ່ວຍເຫຼືອ ແລະ ການບຳລຸງລ້ຽງແຕ່ພວກເຂົາ. ຖ້າຜູ້ຄົນບໍ່ເຄີຍປ່ຽນແປງ ແລະ ບໍ່ເຄີຍເຂົ້າສູ່ຄວາມເປັນຈິງ, ແຕ່ພໍໃຈກັບຫຼັກຄຳສອນທີ່ພວກເຂົາຮູ້, ແລ້ວພວກເຂົາກໍຕົກຢູ່ໃນອັນຕະລາຍ. ພວກເຂົາໄດ້ພາດພາລະກິດຂອງພຣະວິນຍານບໍລິສຸດແລ້ວ ແລະ ໄດ້ພາດໂອກາດສຸດທ້າຍຕໍ່ຄວາມລອດພົ້ນຂອງພຣະເຈົ້າ ແລະ ຄວາມສົມບູນແບບຂອງມະນຸດຊາດ. ພວກເຂົາສາມາດຕົກລົງສູ່ໄພພິບັດ, ເຊັດນ້ຳຕາ ແລະ ກັດແຂ້ວຂອງພວກເຂົາເທົ່ານັ້ນ.

ເມື່ອເຈົ້າເລີ່ມຕົ້ນສ້າງພື້ນຖານໃນຄວາມເຊື່ອຂອງເຈົ້າຄັ້ງທຳອິດ, ພວກເຈົ້າຄວນວາງຕີນໃຫ້ແໜ້ນບົນເສັ້ນທາງຂອງການສະແຫວງຫາຄວາມຈິງ. ເຈົ້າຄວນຢູ່ໃນເສັ້ນເລີ່ມຕົ້ນສຳລັບການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ບໍ່ແມ່ນເສັ້ນເລີ່ມຕົ້ນຂອງການທ່ອງຕົວອັກສອນ ແລະ ຫຼັກຄຳສອນ. ເຈົ້າຄວນສຸມໃສ່ການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ການສະແຫວງຫາ ແລະ ການປະຕິບັດຄວາມຈິງໃນທຸກສິ່ງ, ການສາມາດນຳຄວາມຈິງໄປປະຕິບັດໃນທຸກສິ່ງ ແລະ ໃຊ້ມັນເປັນຕົວປຽບທຽບທຸກສິ່ງ. ເຈົ້າຕວນໄຕ່ຕອງວ່າຈະປະຕິບັດຄວາມຈິງແນວໃດ, ແມ່ນຫຍັງຄືຫຼັການປະຕິບັດ ແລະ ການປະຕິບັດຄວາມຈິງຮູບແບບໃດທີ່ຈະບັນລຸຂໍ້ກຳນົດຂອງພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍໃຈ. ເຖິງຢ່າງໃດກໍຕາມ, ຜູ້ຄົນຊາດວຸດທິພາວະຫຼາຍເກີນໄປ. ພວກເຂົາຖາມກ່ຽວກັບສິ່ງທີ່ບໍ່ກ່ຽວຂ້ອງກັບການປະຕິບັດຄວາມຈິງຢູ່ສະເໝີ, ສິ່ງທີ່ບໍ່ກ່ຽວຂ້ອງກັບການຮູ້ຈັກຕົນເອງ ຫຼື ການເປັນຄົນສັດຊື່. ນັ້ນບໍ່ໜ້າສົມເພດບໍ? ນັ້ນບໍ່ໄດ້ສະແດງວ່າມີວຸດທິພາວະນ້ອຍບໍ? ບາງຄົນຍອມຮັບພາລະກິດຂັ້ນຕອນນີ້ຂອງພຣະເຈົ້າທັນທີທີ່ພຣະອົງເລີ່ມເຮັດມັນ ແລະ ໄດ້ເປັນຜູ້ເຊື່ອມາຈົນຮອດທຸກມື້ນີ້. ແຕ່ພວກເຂົາຍັງບໍ່ເຂົ້າໃຈວ່າຄວາມເປັນຈິງແຫ່ງຄວາມຈິງແມ່ນຫຍັງ ຫຼື ແມ່ນຫຍັງຄືການປະຕິບັດຄວາມຈິງ. ບາງຄົນເວົ້າວ່າ, “ຂ້ານ້ອຍໄດ້ປະຖິ້ມຄອບຄົວ ແລະ ອາຊີບຂອງຂ້ານ້ອຍເພື່ອຄວາມເຊື່ອຂອງຂ້ານ້ອຍ ແລະ ໄດ້ຜ່ານຜ່າມາພໍສົມຄວນ. ພຣະອົງສາມາດເວົ້າໄດ້ແນວໃດວ່າຂ້ານ້ອຍບໍ່ມີຄວາມເປັນຈິງແຫ່ງຄວາມຈິງໃດໆ? ຂ້ານ້ອຍໄດ້ປະຄອບຄົວຂອງຂ້ານ້ອຍໄວ້ເບື້ອງຫຼັງ, ນັ້ນບໍ່ແມ່ນຄວາມເປັນຈິງບໍ? ບໍ່ແມ່ນທັງໝົດນັ້ນເປັນການສະແດງເຖິງການນຳຄວາມຈິງໄປປະຕິບັດບໍ?” ໂດຍທາງພາຍນອກ, ເຈົ້າໄດ້ປະຖິ້ມໂລກທາງໂລກ ແລະ ໄດ້ປະຖິ້ມຄອບຄົວຂອງເຈົ້າເພື່ອເຊື່ອໃນພຣະເຈົ້າ. ແຕ່ນັ້ນໝາຍຄວາມວ່າເຈົ້າໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງບໍ? ມັນໝາຍຄວາມວ່າເຈົ້າເປັນຄົນສັດຊື່, ຄົນທີ່ຍອມຕໍ່ພຣະເຈົ້າບໍ? ມັນໝາຍຄວາມວ່າອຸປະນິໄສຂອງເຈົ້າໄດ້ຮັບການປ່ຽນແປງບໍ ຫຼື ວ່າເຈົ້າເປັນຄົນທີ່ມີຄວາມຈິງ ຫຼື ຄວາມເປັນມະນຸດບໍ? ແນ່ນອນວ່າບໍ່ແມ່ນ. ການກະທຳທາງພາຍນອກເຫຼົ່ານີ້ຂອງເຈົ້າອາດບິ່ງຄືວ່າດີລຳລັບຄົນອື່ນ, ແຕ່ພວກມັນບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ການເສຍສະຫຼະ ແລະ ການອຸທິດຕົນຂອງຜູ້ຄົນນັ້ນເຈືອປົນເກີນໄປ ແລະ ຜູ້ຄົນລ້ວນຖືກຄວບຄຸມໂດຍເຈດຕະນາທີ່ຈະໄດ້ຮັບພອນ ແລະ ພວກເຂົາບໍ່ໄດ້ຖືກຊຳລະໃຫ້ບໍລິສຸດຜ່ານການທົດລອງ ແລະ ການຫຼໍ່ຫຼອມ. ນັ້ນຄືເຫດຜົນທີ່ຫຼາຍຄົນຍັງເຮັດພໍເປັນພິທີໃນໜ້າທີ່ຂອງພວກເຂົາ ແລະ ບໍ່ມີຜົນຮັບຕົວຈິງໃດໆ; ພວກເຂົາເຖິງກັບຂັດຂວາງ, ລົບການ, ບັນທອນ ແລະ ກໍ່ໃຫ້ເກີດບັນຫາທຸກຮູບແບບແກ່ວຽກງານຂອງຄຣິສຕະຈັກ. ພວກເຂົາບໍ່ຄິດເຖິງການກັບໃຈ ແລະ ສືບຕໍ່ເຜີຍແຜ່ຄວາມຄິດລົບ, ເວົ້າຕົວະ ແລະ ບິດເບືອນຄວາມຈິເພື່ອໂຕ້ແຍ້ງກໍລະນີຂອງຕົນເອງ, ເຖິງແມ່ນວ່າຄຣິສຕະຈັກຈະຖືກກວາດລ້າງກໍຕາມ. ບາງຄົນເຊື່ອມາເປັນເວລາໜຶ່ງ ຫຼື ສອງທົດສະວັດ, ແຕ່ຍັງເຍາະເຍີ້ຍ ແລະ ເຮັດຄວາມຊົ່ວທຸກຮູບແບບ. ແລ້ວພວກເຂົາກໍຖືກກວາດລ້າງ ແລະ ຖືກຂັບໄລ່ໂດຍຄຣິສຕະຈັກ. ຄວາມຈິງທີ່ວ່າພວກເຂົາສາມາດເຮັດເຊັ່ນສິ່ງທີ່ໂຫດຮ້າຍຫຼາຍຢ່າງກໍເປັນຂໍ້ພິສູດທີ່ພຽງພໍແລ້ວວ່າພວກເຂົາມີບຸກຄະລິກທີ່ບໍ່ດີແຮງ, ພວກເຂົາຄົດໂກງ ແລະ ເຈົ້າເລ່ເກີນໄປ ແລະ ພວກເຂົາບໍ່ໄດ້ບໍ່ມີເລ່ຫຼ່ຽມ, ບໍ່ເຊື່ອຟັງ ຫຼື ຍອມອ່ອນນ້ອມເລີຍ. ນີ້ໍກໍຍ້ອນວ່າ ພວກເຂົາບໍ່ເຄີຍສົນໃຈການປະຕິບັດຄວາມຈິງ ແລະ ການເປັນຄົນສັດຊື່ຫຼາຍປານໃດ. ພວກເຂົາເຫັນຄວາມເຊື່ອໃນພຣະເຈົ້າເປັນເລື່ອງຂອງ: “ຕາບໃດທີ່ຂ້ອຍປະຖິ້ມຄອບຄົວຂອງຂ້ອຍ, ອຸທິດຕົນໃຫ້ແກ່ພຣະເຈົ້າ, ທົນທຸກ ແລະ ຈ່າຍລາຄາ, ພຣະເຈົ້າກໍຄວນລະນຶກເຖິງການກະທຳຂອງຂ້ອຍ ແລະ ຂ້ອຍຄວນໄດ້ຮັບຄວາມລອດພົ້ນຂອງພຣະອົງ”. ນີ້ເປັນພຽງຄວາມຄິດເພີ້ເຈີ້ ແລະ ເພີ້ຝັນ. ຖ້າເຈົ້າຕ້ອງການໄດ້ຮັບຄວາມລອດພົ້ນ ແລະ ມາຢູ່ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ, ກ່ອນອື່ນເຈົ້າຕ້ອງມາຫາພຣະເຈົ້າເພື່ອສະແຫວງຫາວ່າ: “ໂອພຣະເຈົ້າ, ຂ້ານ້ອຍຄວນນຳຫຍັງໄປປະຕິບັດ? ແມ່ນຫຍັງຄືມາດຕະຖານຂອງພຣະອົງສຳລັບການຊ່ວຍຜູ້ຄົນໃຫ້ລອດພົ້ນ? ຄົນປະເພດໃດທີ່ພຣະອົງຊ່ວຍໃຫ້ລອດພົ້ນ?” ນີ້ແມ່ນສິ່ງທີ່ພວກເຮົາຄວນສະແຫວງຫາ ແລະ ຮູ້ຈັກເໜືອທຸກສິ່ງ. ສ້າງພື້ນຖານຂອງເຈົ້າບົນຄວາມຈິງ, ທຸ້ມເທໃຫ້ກັບຄວາມຈິງ ແລະ ໃຫ້ກັບຄວາມເປັນຈິງໃນທຸກສິ່ງ ແລະ ຈາກນັ້ນເຈົ້າຈະເປັນຄົນທີ່ມີພື້ນຖານ, ມີຊີວິດ. ຖ້າເຈົ້າສ້າງພື້ນຖານຂອງເຈົ້າບົນຕົວອັກສອນ ແລະ ຫຼັກຄຳສອນ, ບໍ່ເຄີຍເອົາຄວາມຈິງໃດໆໄປປະຕິບັດ ຫຼື ທຸ້ມເທໃຫ້ກັບຄວາມຈິງໃດໆ, ແລ້ວເຈົ້າຈະເປັນຄົນທີ່ບໍ່ເຄີຍມີຊີວິດ. ເມື່ອພວກເຮົາປະຕິບັດການເປັນຄົນສັດຊື່, ພວກເຂົາມີຊີວິດ, ຄວາມເປັນຈິງ ແລະ ແກ່ນແທ້ຂອງຄົນສັດຊື່. ແລ້ວພວກເຮົາກໍມີການປະຕິບັດ ແລະ ພຶດຕິກຳຂອງຄົນສັດຊື່ ແລະ ຢ່າງໜ້ອຍທີ່ສຸດ, ດ້ານທີ່ຊື່ສັດຂອງພວກເຮົາຈະເຮັດໃຫ້ພຣະເຈົ້າມີຄວາມສຸກ ແລະ ພຣະອົງຈະຮັບຮອງມັນ. ເຖິງຢ່າງໃດກໍຕາມ, ພວກເຮົາຍັງມັກສະແຫງການເວົ້າຕົວະ, ເລ່ຫຼ່ຽມ ແລະ ຄວາມຫຼອກລວງ ເຊິ່ງຈຳເປັນຕ້ອງຖືກຊຳລະລ້າງ. ນັ້ນຄືເຫດຜົນທີ່ພວກເຮົາຈຳເປັນຕ້ອງສະແຫວງຫາຕໍ່ໄປ ແລະ ບໍ່ຕິດຢູ່ໃນຮ່ອງ. ພຣະເຈົ້າກຳລັງຄອງຖ້າພວກເຮົາ, ມອບໂອກາດໃຫ້ພວກເຮົາ. ຖ້າເຈົ້າບໍ່ເຄີຍວາງແຜນທີ່ຈະເປັນຄົນສັດຊື່, ຖ້າເຈົ້າບໍ່ເຄີຍສະແຫວງຫາວິທີການເວົ້າຢ່າງກົງໄປກົງມາ ແລະ ເວົ້າຈາກໃຈ, ວິທີການເຮັດສິ່ງຕ່າງໆໂດຍປາສະຈາກການເຈືອປົນຂອງຄວາມເຈົ້າເລ່ ແລະ ຄວາມຫຼອກລວງ, ວິທີການປະພຶດຕົນຄືກັບຄົນສັດຊື່, ແລ້ວບໍ່ມີທາງທີ່ເຈົ້າຈະດຳລົງຊີວິດດ້ວຍຄວາມຄ້າຍຄືຄວາມຂອງມະນຸດທີ່ສັດຊື່ ຫຼື ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຂອງການເປັນຄົນສັດຊື່. ຖ້າເຈົ້າໄດ້ເຂົ້າສູ່ຄວາມເປັນຈິງຂອງຄວາມຈິງລັກສະນະໃດໜຶ່ງ, ເຈົ້າກໍໄດ້ຮັບຄວາມຈິງລັກສະນະນັ້ນ; ຖ້າເຈົ້າບໍ່ມີຄວາມເປັນຈິງນັ້ນ, ເຈົ້າກໍບໍ່ມີຊີວິດ ຫຼື ວຸດທິພາວະນັ້ນ. ເມື່ອຜະເຊີນໜ້າກັບການທົດລອງ ແລະ ການລໍ້ລວງ ຫຼື ເມື່ອເຈົ້າໄດ້ຮັບການໝອບໝາຍ, ຖ້າເຈົ້າບໍ່ມີຄວາມເປັນຈິງໃດເລີຍ, ເຈົ້າກໍຈະສະດຸດ ແລະ ເຮັດຜິດພາດໄດ້ງ່າຍ; ເຈົ້າຈະມີແນວໂນ້ມທີ່ຈະເຮັດຜິດໃຈ ແລະ ບໍ່ເຊື່ອຟັງພຣະເຈົ້າ. ເຈົ້າຈະບໍ່ສາມາດຊ່ວຍຕົວເຈົ້າເອງໄດ້. ຫຼາຍຄົນອາລະວາດໃນໜ້າທີ່ຂອງຕົນ, ປະຕິເສດທີ່ຈະຮັບເອົາຄຳແນະນຳ ແລະ ຍັງບໍ່ສາມາດແກ້ໄຂໄດ້, ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຢ່າງຮ້າຍແຮງ ແລະ ສ້າງຄວາມເສຍຫາຍແກ່ຜົນປະໂຫຍດໃນເຮືອນຂອງພຣະເຈົ້າຢ່າງຮ້າຍແຮງ. ຄົນເຫຼົ່ານີ້ໄດ້ຖືກກວາດລ້າງ ແລະ ຖືກຂັບໄລ່ອອກໃນທີ່ສຸດ ນັ້ນກໍຄືນີ້ແມ່ນຜົນຮັບທີ່ບໍ່ສາມາດຫຼີກລ້ຽງໄດ້. ແຕ່ຖ້າເມື່ອບໍ່ດົນມານີ້ເຈົ້າປະຕິບັດຄວາມຈິງເພື່ອເປັນຄົນສັດຊື່, ຄຳພະຍານປະສົບການຂອງເຈົ້າໃນຖານະຄົນສັດຊື່ກໍໄດ້ຮັບການຮັບຮອງໂດຍພຣະເຈົ້າ. ບໍ່ມີໃຜສາມາດເອົາສິ່ງນັ້ນໄປຈາກເຈົ້າໄດ້ ແລະ ບໍ່ມີໃຜສາມາດດຶງເຈົ້າອອກຈາກຄວາມເປັນຈິງນີ້, ຊີວິດນີ້ໄດ້. ບາງຄົນຖາມວ່າ “ຂ້ອຍໄດ້ເປັນຄົນຊື່ສັດມາດົນແລ້ວ. ຂ້ອຍສາມາດກັບໄປເປັນຄົນເຈົ້າເລ່ໄດ້ບໍ?” ຖ້າເຈົ້າໄດ້ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ; ຖ້າເຈົ້າມີຄວາມເປັນຈິງແຫ່ງຄວາມຈິງຂອງການເປັນຄົນສັດຊື່; ຖ້າເຈົ້າດຳລົງຊີວິດຕາມຄວາມຄ້າຍມືມະນຸດ ແລະ ກຽດຊັງເລ່ຫຼ່ຽມ, ຄວາມຫຼອກລວງ ແລະ ໂລກຂອງຜູ້ບໍ່ເຊື່ອໃນໃຈຂອງເຈົ້າ, ເຈົ້າກໍຈະບໍ່ສາມາດກັບຄືນໄປຢູ່ພາຍໃຕ້ອິດທິພົນຂອງຊາຕານໄດ້. ນີ້ກໍຍ້ອນວ່າ ເຈົ້າສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ; ເຈົ້າໄດ້ດຳລົງຊີວິດຢູ່ໃນແສງສະຫວ່າງແລ້ວ. ການປ່ຽນແປງຈາກຄົນເຈົ້າເລ່ສູ່ຄົນສັດຊື່ນັ້ນບໍ່ງ່າຍ. ການກັບຄືນໄປເປັນຄົນເຈົ້າເລ່ຈາກການເປັນຄົນສັດຊື່ທີ່ພຣະເຈົ້າປິຕິຍິນດີໃນນັ້ນແມ່ນເປັນໄປບໍ່ໄດ້ ແລະ ຍາກຍິ່ງກວ່າ. ບາງຄົນເວົ້າວ່າ: “ຂ້ອຍມີປະສົບການຫຼາຍປີຂອງການເປັນຄົນສັດຊື່. ຂ້ອຍເວົ້າຄວາມຈິງເກືອບຕະຫຼອດເວລາ ແລະ ຂ້ອຍຂ້ອນຂ້າງກົງໄປກົງມາ. ແຕ່ຂ້ອຍເວົ້າບາງສິ່ງທີ່ບໍ່ຈິງ, ທາງອ້ອມ ຫຼື ເຈົ້າເລ່ຢູ່ບ່ອນນີ້ ແລະ ບ່ອນນັ້ນ”. ນີ້ເປັນບັນຫາທີ່ແກ້ໄຂໄດ້ງ່າຍກວ່າຫຼາຍ. ຕາບໃດທີ່ເຈົ້າສຸມໃສ່ການສະແຫວງຫາຄວາມຈິງ ແລະ ມຸ້ງໝັ້ນເພື່ອຄວາມຈິງ, ບໍ່ຈຳເປັນຕ້ອງກັງວົນວ່າຈະບໍ່ສາມາດປ່ຽນແປງໄດ້ໃນອະນາຄົດ. ເຈົ້າຈະສືບຕໍ່ປັບປຸງຢ່າງແນ່ນອນ. ຄືກັບໃນພືດທີ່ປູກລົງໃນແຜ່ນດິນໂລກ, ຖ້າເຈົ້າຫົດນ້ຳມັນຕົງເວລາ ແລະ ໃຫ້ມັນຖືກແສງແດດທຸກວັນ, ເຈົ້າບໍ່ຈຳເປັນຕ້ອງເປັນກັງວົນວ່າມັນຈະອອກໝາກໃນພາຍຫຼັງ ຫຼື ບໍ່ ແລະ ແນ່ນອນວ່າຈະມີການເກັບກ່ຽວໃນລະດູໃບໄມ້ຫຼົ່ນ. ສິ່ງທີ່ເຈົ້າຄວນເປັນຫ່ວງຫຼາຍທີ່ສຸດໃນປັດຈຸບັນແມ່ນ: ພວກເຈົ້າເຄີຍມີການເຂົ້າສູ່ການເປັນຄົນສັດຊື່ບໍ? ເຈົ້າເວົ້າຕົວະໜ້ອຍລົງເລື້ອຍໆບໍ? ໂດຍລວມແລ້ວ ເຈົ້າສາມາດເວົ້າໄດ້ບໍວ່າຕອນນີ້ເຈົ້າເປັນຄົນສັດຊື່? ສິ່ງເຫຼົ່ານີ້ແມ່ນຄຳຖາມທີ່ສຳຄັນ. ຖ້າຄົນໃດໜຶ່ງເວົ້າວ່າ: “ຂ້ອຍຮູ້ວ່າຂ້ອຍເປັນຄົນຫຼອກລວງ, ແຕ່ຂ້ອຍບໍ່ເຄີຍປະຕິບັດການເປັນຄົນສັດຊື່”, ສະແດງວ່າເຈົ້າບໍ່ມີຄວາມເປັນຈິງໃດໆຂອງການເປັນຄົນສັດຊື່. ເຈົ້າຈຳເປັນຕ້ອງເຮັດວຽກໜັກ, ເພື່ອເອົາອອກມາແຍກແຍະທຸກແງ່ມຸມໃນຊີວິດຂອງເຈົ້າ, ພຶດຕິກຳຕ່າງໆຂອງເຈົ້າທັງໝົດ, ທຸກວິທີທາງທີ່ເຈົ້າປະຕິບັດຄວາມຫຼອກລວງ ແລະ ການປະຕິບັດຕໍ່ຄົນອື່ນຂອງເຈົ້າ. ກ່ອນທີ່ເຈົ້າແຍກແຍະສິ່ງເຫຼົ່ານີ້, ເຈົ້າອາດຮູ້ສຶກພໍໃຈກັບຕົນເອງຫຼາຍ, ພໍໃຈຫຼາຍທີ່ໄດ້ເຮັດສິ່ງທີ່ເຈົ້າເຮັດ. ແຕ່ຫຼັງຈາກທີ່ເຈົ້າແຍກແຍະພວກມັນໂດຍການສົມທຽບກັບພຣະທຳຂອງພຣະເຈົ້າ, ເຈົ້າຈະຕົກຕະລຶງ, “ຂ້ອຍບໍ່ຮູ້ເລີຍວ່າຕົນເອງຊົ່ວຮ້າຍ, ມຸ່ງຮ້າຍ ແລະ ຮ້າຍກາດຫຼາຍ!” ເຈົ້າຈະຄົ້ນພົບຕົວຕົນທີ່ແທ້ຈິງຂອງເຈົ້າ ແລະ ຮັບຮູ້ເຖິງຄວາມຍາກລຳບາກຂອງເຈົ້າ, ຂໍ້ບົກຜ່ອງຂອງເຈົ້າ ແລະ ຄວາມຫຼອກລວງຂອງເຈົ້າຢ່າງແທ້ຈິງ. ຖ້າເຈົ້າບໍ່ເຮັດການແຍກແຍະໃດໆ ແລະ ຄິດເຖິງຕົນເອງຕະຫຼອດໄປວ່າເປັນຄົນສັດຊື່, ເປັນຄົນທີ່ປາສະຈາກຄວາມເຈົ້າເລ່, ແຕ່ເຈົ້າຍັງເອີ້ນຕົນເອງວ່າເປັນຄົນຫຼອກລວງ, ແລ້ວເຈົ້າກໍຈະບໍ່ປ່ຽນແປງ. ຖ້າເຈົ້າບໍ່ຂຸດເຈດຕະນາທີ່ໜ້າລັງກຽດ, ຊົ່ວຮ້າຍໃນໃຈຂອງເຈົ້າອອກມາ, ແລ້ວເຈົ້າຈະເຫັນຄວາມຂີ້ຮ້າຍ ແລະ ຄວາມເສື່ອມຊາມຂອງເຈົ້າໄດ້ແນວໃດ? ຖ້າເຈົ້າບໍ່ໄຕ່ຕອງ ແລະ ແຍກແຍະສະພາວະທີ່ເສື່ອມຊາມຂອງເຈົ້າ, ເຈົ້າຈະເຫັນຄວາມຈິງທີ່ບໍວ່າເຈົ້າຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງສ່ຳໃດ? ຖ້າບໍ່ມີຄວາມເຂົ້າໃຈໃດໆກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຈົ້າຈະບໍ່ຮູ້ວິທີສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງເຈົ້າ; ເຈົ້າຈະບໍ່ຮູ້ວິທີສະແຫວງຫາຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຕາຂໍ້ກຳນົດຂອງພຣະເຈົ້າ. ນັ້ນແມ່ນຄວາມໝາຍທີ່ແທ້ຈິງທີ່ຢູ່ເບື້ອງຫຼັງວະລີທີ່ວ່າ: “ເຈົ້າຈະບໍ່ມີຄວາມເປັນຈິງຈັກເທື່ອຖ້າເຈົ້າບໍ່ປະຕິບັດຄວາມຈິງ”.

ທຸກສິ່ງທີ່ພຣະເຈົ້າກ່າວຄືຄວາມຈິງ ນັ້ນກໍຄື ທຸກໆຄຳມີຄວາມເປັນຈິງແຫ່ງຄວາມຈິງ ແລະ ລ້ວນແລ້ວແຕ່ແມ່ນຄວາມເປັນຈິງຂອງສິ່ງທີ່ດີ. ຜູ້ພຽງແຕ່ຈຳເປັນຕ້ອງນຳພຣະທຳຂອງພຣະເຈົ້າເຂົ້າສູ່ຊີວິດປະຈຳວັນຂອງພວກເຂົາເພື່ອປະຕິບັດ ແລະ ເຂົ້າສູ່. ທຸກໆຄຳຈາກພຣະເຈົ້າຕັ້ງເປົ້າໄປສູ່ສິ່ງທີ່ມະນຸດຊາດຕ້ອງການ ແລະ ທຸກໆຄຳແມ່ນເພື່ອໃຫ້ຜູ້ຄົນສົມທຽບຕົນເອງ. ພວກມັນບໍ່ໄດ້ມີໄວ້ເພື່ອຖືກເບິ່ງຂ້າມໄປ ຫຼື ພວກມັນບໍ່ໄດ້ມີໄວ້ເພື່ອຕອບສະໜອງຄວາມຕ້ອງການຝ່າຍວິນຍານຂອງເຈົ້າ ຫຼື ບໍ່ແມ່ນເພື່ອໃຫ້ເຈົ້າໃຫ້ບໍລິການດ້ວຍປາກ ຫຼື ເພື່ອບັນລຸຄວາມຕ້ອງການຂອງເຈົ້າເພື່ອເວົ້າກ່ຽວກັບຕົວອັກສອນ ແລະ ຫຼັກຄຳສອນ. ພຣະທຳຂອງພຣະເຈົ້າທຸກຂໍ້ມີຄວາມເປັນຈິງແຫ່ງຄວາມຈິງ. ຖ້າເຈົ້າບໍ່ເອົາພຣະທຳຂອງພຣະເຈົ້າໄປປະຕິບັດ, ເຈົ້າຈະບໍ່ມີທາງໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ ນັ້ນກໍຄື ເຈົ້າຈະເປັນຄົນທີ່ບໍ່ມີຄວາມເຊື່ອມໂຍງກັບຄວາມເປັນຈິງຢູ່ສະເໝີ. ຖ້າເຈົ້າປະຕິບັດການເປັນຄົນສັດຊື່, ແລ້ວເຈົ້າກໍຈະມີຄວາມເປັນຈິງຂອງການເປັນຄົນສັດຊື່ ແລະ ເຈົ້າຈະສາມາດດຳລົງຊີວິດຕາມສະພາວະທີ່ແທ້ຈິງຂອງການເປັນຄົນສັດຊື່, ແທນທີ່ຈະພຽງແຕ່ທຳທ່າສະແດງຈອມປອມ. ເຈົ້າຍັງຈະສາມາດເຂົ້າໃຈວ່າຄົນແບບໃດທີ່ສັດຊື່ ແລະ ຄົນແບບໃດທີ່ບໍ່ສັດຊື່ ແລະ ເປັນຫຍັງພຣະເຈົ້າຈຶ່ງກຽດຊັງຄົນຫຼອກລວງ. ເຈົ້າຈະເຂົ້າໃຈຄວາມໝາຍຂອງການເປັນຄົນສັດຊື່ຢ່າງແທ້ຈິງ; ເຈົ້າຈະມີປະສົບການກັບສິ່ງທີ່ພຣະເຈົ້າຮູ້ສຶກ ເມື່ອພຣະອົງຮຽກຮ້ອງໃຫ້ຜູ້ຄົນເປັນຄົນສັດຊື່ ແລະ ເປັນຫຍັງພຣະອົງຈຶ່ງຮຽກຮ້ອງສິ່ງນັ້ນຈາກຜູ້ຄົນ. ເມື່ອເຈົ້າພົບວ່າເຈົ້າເຕັມໄປດ້ວຍຄວາມເຈົ້າເລ່, ເຈົ້າຈະຊັງຄວາມຫຼອກລວງ ແລະ ຄວາມຄົດໂກງຂອງເຈົ້າ. ເຈົ້າຈະຊັງວິທີການທີ່ເຈົ້າດຳລົງຊີວິດຕາມອຸປະນິໄສທີ່ຫຼອກລວງ, ຄົດໂກງຂອງເຈົ້າຢ່າງໄຮ້ຢາງອາຍ. ດັ່ງນັ້ນ ເຈົ້າຈະກະຕືລືລົ້ນທີ່ຈະປ່ຽນແປງ. ດ້ວຍວິທີນີ້, ເຈົ້າຮູ້ສຶກໄດ້ຫຼາຍຂື້ນເລື້ອຍວ່າ ການເປັນຄົນສັດຊື່ແມ່ນທາງດຽວທີ່ຈະດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິ ແລະ ດຳລົງຊີວິດທີ່ມີຄວາມໝາຍ. ເຈົ້າຈະຮູ້ສຶກວ່າ ການທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສັດຊື່ແມ່ນມີຄວາມໝາຍຢ່າງບໍ່ໜ້າເຊື່ອ. ເຈົ້າຈະຮູ້ສຶກວ່າ ໂດຍການເຮັດແບບນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດບັນລຸຄວາມປະສົງຂອງພຣະເຈົ້າ, ວ່າມີແຕ່ຄົນສັດຊື່ເທົ່ານັ້ນທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ສິ່ງທີ່ພຣະເຈົ້າກ່າວແມ່ນຖືກຕ້ອງທັງໝົດ! ພວກເຈົ້າບອກເຮົາວ່າ: ຂໍ້ຮຽກຮ້ອງຂອງພຣະເຈົ້າເພື່ອໃຫ້ຜູ້ຄົນເປັນຄົນສັດຊື່ນັ້ນມີຄວາມໝາຍບໍ? (ແມ່ນ, ມີ). ແລ້ວເລີ່ມແຕ່ນີ້ໄປ, ພວກເຈົ້າຄວນແຍກແຍະສ່ວນທີ່ຫຼອກລວງ ແລະ ຄົດໂກງຂອງພວກເຈົ້າ. ຫຼັງຈາກທີ່ເຈົ້າແຍກແຍະພວກມັນໄດ້ແລ້ວ, ເຈົ້າຈະຄົ້ນພົບວ່າມີເຈດຕະນາ, ເປົ້າໝາຍບາງຢ່າງ ແລະ ຄວາມຂີ້ຮ້າຍຂອງມະນຸດຢູ່ເບື້ອງຫຼັງທຸກສິ່ງທີ່ຫຼອກລວງ. ເຈົ້າຈະຄົ້ນພົບວ່າ ຄວາມຫຼອກລວງນີ້ເປີດເຜີຍຄວາມໂງ່ຈ້າ, ຄວາມເຫັນແກ່ຕົວ ແລະ ຄວາມໜ້າລັງກຽດຂອງຜູ້ຄົນ. ເມື່ອເຈົ້າຄົ້ນພົບສິ່ງນັ້ນ, ເຈົ້າຈະເຫັນໃບໜ້າທີ່ແທ້ຈິງຂອງເຈົ້າ ແລະ ເມື່ອເຈົ້າເຫັນໃບໜ້າທີ່ແທ້ຈິງຂອງເຈົ້າ, ເຈົ້າຈະກຽດຊັງຕົນເອງ. ເມື່ອເຈົ້າເລີ່ມກຽດຊັງຕົນເອງ, ເມື່ອເຈົ້າຮູ້ວ່າເຈົ້າເປັນຄົນແບບໃດແທ້ໆ, ແລ້ວເຈົ້າຍັງຈະໂອ້ອວດຕົນເອງຕໍ່ໄປອີກບໍ? ເຈົ້າຈະສືບຕໍ່ອວດອ້າງໃນທຸກດ້ານບໍ? ເຈົ້າຍັງຈະຕ້ອງການຄຳຊົມເຊີຍ ແລະ ການຍ້ອງຍໍຈາກຄົນອື່ນຢູ່ສະເໝີບໍ? ເຈົ້າຍັງຈະເວົ້າວ່າຄວາມຕ້ອງການຂອງພຣະເຈົ້າສູງເກີນໄປ, ວ່າບໍ່ມີຄວາມຈຳເປັນບໍ? ເຈົ້າຈະບໍ່ເຮັດໂຕແບບນັ້ນ ແລະ ເຈົ້າຈະບໍ່ເວົ້າສິ່ງດັ່ງກ່າວ. ເຈົ້າຈະເຫັນດີກັບສິ່ງທີ່ພຣະເຈົ້າກ່າວ ແລະ ເວົ້າວ່າ “ອາແມນ”. ເຈົ້າຈະຖືກເຮັດໃຫ້ເຊື່ອໝັ້ນດ້ວຍໃຈ ແລະ ຄວາມຄິດຂອງເຈົ້າ ແລະ ດ້ວຍຕາຂອງເຈົ້າ. ເມື່ອສິ່ງນີ້ເກີດຂຶ້ນ, ມັນໝາຍຄວາມວ່າເຈົ້າໄດ້ເລີ່ມປະຕິບັດພຣະທຳຂອງພຣະເຈົ້າ, ເຈົ້າໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ເຈົ້າໄດ້ເລີ່ມເຫັນຜົນຮັບ. ຍິ່ງເຈົ້າປະຕິບັດພຣະທຳຂອງພຣະເຈົ້າຫຼາຍສ່ຳໃດ, ເຈົ້າຍິ່ງຈະຮູ້ສຶກວ່າພວກມັນຖືກຕ້ອງ ແລະ ມີຄວາມຈຳເປັນຫຼາຍສ່ຳນັ້ນ. ຖ້າເຈົ້າບໍ່ໄດ້ນຳໄປປະຕິບັດ, ແຕ່ພຽງແຕ່ຈົ່ມວ່າ: “ໂອ, ຂ້ອຍບໍ່ສັດຊື່, ຂ້ອຍຫຼອກລວງ”, ແລ້ວເຈົ້າກໍສືບຕໍ່ຫຼອກລວງຕາມເຄີຍເມື່ອຜະເຊີນໜ້າກັບສະຖານະການໜຶ່ງ. ຕະຫຼອດເວລາ, ເຈົ້າຈະຄິດວ່ານັ້ນບໍ່ນັບວ່າເປັນຄວາມຫຼອກລວງ, ແຕ່ເປັນຄວາມສັດຊື່ ແລະ ນັ້ນແມ່ນວິທີການທີ່ເຈົ້າຜ່ານພົ້ນມັນໄປໄດ້. ຄັ້ງຕໍ່ໄປທີ່ບາງສິ່ງເກີດຂຶ້ນ, ເຈົ້າກໍຈະຫຼິ້ນເກມອີກຄັ້ງ. ເຈົ້າຈະບໍ່ກົງໄປກົງມາ ແລະ ຫຼອກລວງ ແລະ ບໍ່ເວົ້າຫຍັງນອກຈາກຄຳເວົ້າຕົວະ. ຫຼັງຈາກນັ້ນ, ເຈົ້າກໍສົງໄສວ່າ: “ຂ້ອຍຄົດໂກງ ແລະ ຫຼອກລວງອີກແລ້ວບໍ? ຂ້ອຍຕົວະອີກແລ້ວບໍ? ຂ້ອຍບໍ່ຄິດວ່ານັ້ນນັບວ່າເປັນການຫຼອກລວງ”. ເຈົ້າຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ: “ພຣະເຈົ້າ, ພຣະອົງເຫັນວ່າຂ້ານ້ອຍຫຼິ້ນເກມຢູ່ສະເໝີແນວໃດ, ຄົດໂກງ ແລະ ຫຼອກລວງ. ກາລຸນາໃຫ້ອະໄພຂ້ານ້ອຍ. ຄັ້ງຕໍ່ໄປຂ້ານ້ອຍຈະບໍ່ເປັນແບບນັ້ນ ແລະ ຖ້າຂ້ານ້ອຍເປັນ, ກາລຸນາລົງວິໄນຂ້ານ້ອຍດ້ວຍ”. ເຈົ້າເວົ້າເຖິງເລື່ອງນີ້ໂດຍບໍ່ຕັ້ງໃຈ, ເວົ້າບິດເບືອນ. ຄົນແບບໃດຈະເຮັດສິ່ງນີ້? ນີ້ແມ່ນຄົນທີ່ບໍ່ຮັກຄວາມຈິງ ແລະ ບໍ່ເຕັມໃຈທີ່ຈະນຳມັນໄປປະຕິບັດ. ເຈົ້າອາດໄດ້ຈ່າຍລາຄາເລັກນ້ອຍ ຫຼື ໃຊ້ບາງເວລາເພື່ອປະຕິບັດໜ້າທີ່ຂອງເຈົ້າ, ຮັບໃຊ້ພຣະເຈົ້າ ຫຼື ຟັງຄຳເທດສະໜາ. ເຈົ້າອາດຍັງໄດ້ເສຍສະຫຼະບາງຊົ່ວໂມງເຮັດວຽກ ແລະ ຫາເງິນໄດ້ໜ້ອຍລົງ. ແຕ່ຄວາມຈິງແລ້ວ, ເຈົ້າບໍ່ໄດ້ນຳຄວາມຈິງໄປປະຕິບັດແມ່ນແຕ່ໜ້ອຍດຽວ ແລະ ເຈົ້າບໍ່ໄດ້ຈິງກັງກັບເລື່ອງການປະຕິບັດຄວາມຈິງ. ເຈົ້າໄດ້ເຮັດພຽງຜິວເຜີນ ແລະ ເມີນເສີຍ, ບໍ່ເຄີຍຄິດຫຼາຍກ່ຽວກັບມັນ. ຖ້າເຈົ້າເຮັດພໍແລ້ວມືແລ້ວຕີນເມື່ອເຈົ້າປະຕິບັດຄວາມຈິງ, ນັ້ນພິສູດວ່າທ່າທີຂອງເຈົ້າຕໍ່ຄວາມຈິງບໍ່ແມ່ນທ່າທີຂອງຄວາມຮັກ. ເຈົ້າເປັນຄົນທີ່ບໍ່ເຕັມໃຈທີ່ຈະນຳຄວາມຈິງໄປປະຕິບັດ; ເຈົ້າຫ່າງເຫີນ ແລະ ເບື່ອໜ່າຍຄວາມຈິງ. ຄວາມເຊື່ອຂອງເຈົ້າຖືກປະຕິບັດເພື່ອໃຫ້ໄດ້ຮັບພອນ ແລະ ເຫດຜົນດຽວທີ່ເຈົ້າບໍ່ຍ່າງໜີຈາກພຣະເຈົ້າ ແມ່ນເພາະເຈົ້າຢ້ານຖືກລົງໂທດ. ດັ່ງນັ້ນ ເຈົ້າຈຶ່ງເຮັດພໍແລ້ວມືແລ້ວຕີນໃນຄວາມເຊື່ອຂອງເຈົ້າ, ສະແຫວງຫາເພື່ອເທດສອນພຣະທຳ ແລະ ຕົວອັກສອນຂອງຫຼັກຄຳສອນເພື່ອເຮັດໃຫ້ຕົນເອງເບິ່ງດີ, ຮຽນຮູ້ຄຳສັບຝ່າຍວິນຍານບາງຄຳ ແລະ ເພງສັນເສີນທີ່ເປັນທີ່ນິຍົມ, ຮຽນຮູ້ບົດກອນບາງບົດເພື່ອການໂອ້ລົມຄວາມຈິງ ແລະ ຄຳສັບທັນສະໄໝທີ່ກ່ຽວຂ້ອງກັບຄວາມເຊື່ອຂອງເຈົ້າ. ເຈົ້າປະດັບຕົນເອງຄືກັບຄົນຝ່າຍວິນຍານ, ຄິດວ່າເຈົ້າເປັນຄົນທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ຄູ່ຄວນທີ່ຈະຖືກພຣະອົງໃຊ້. ເຈົ້າອີ່ມອົກອີ່ມໃຈ ແລະ ລືມຕົນເອງ. ເຈົ້າຖືກຄອບງຳ ແລະ ຖືກຫຼອກລວງໂດຍພາບລັກລະດັບຜິວເຜີນນີ້, ໂດຍພຶດຕິກຳທີ່ໜ້າຊື່ໃຈຄົດເຫຼົ່ານີ້. ເຈົ້າຖືກຫຼອກລວງໂດຍສິ່ງເຫຼົ່ານີ້ຈົນເຈົ້າຕາຍ ແລະ ເຖິງແມ່ນເຈົ້າຄິດວ່າເຈົ້າຈະຂຶ້ນສູ່ສະຫວັນ, ຄວາມຈິງແລ້ວເຈົ້າຈະລົງສູ່ນາຮົກ. ມີຄວາມໝາຍຫຍັງໃນຄວາມເຊື່ອປະເພດນັ້ນ? ບໍ່ມີຫຍັງທີ່ເປັນຈິງໃນສິ່ງທີ່ເອີ້ນວ່າ “ຄວາມເຊື່ອ” ຂອງເຈົ້າ. ຫຼາຍທີ່ສຸດກໍຄື ເຈົ້າໄດ້ຮັບຮູ້ວ່າມີພຣະເຈົ້າ, ແຕ່ເຈົ້າບໍ່ໄດ້ເຂົ້າໄປໃນຄວາມເປັນຈິງແຫ່ງຄວາມຈິງແມ່ນແຕ່ໜ້ອຍດຽວ. ດັ່ງນັ້ນ, ໃນທີ່ສຸດ ຜົນຮັບຂອງເຈົ້າກໍຈະຄືກັນກັບຂອງຜູ້ບໍ່ເຊື່ອ ນັ້ນກໍຄື ເຈົ້າຈະໄປສູ່ນາຮົກ ໂດຍບໍ່ມີຜົນຮັບທີ່ດີ. ພຣະເຈົ້າກໍກ່າວວ່າ: “ສິ່ງທີ່ເຮົາຂໍບໍ່ແມ່ນດອກໄມ້ທີ່ສົດໃສ ແລະ ຂຽວງາມ, ແຕ່ເປັນໝາກໄມ້ທີ່ອຸດົມສົມບູນທີ່ບໍ່ສູນເສຍຄວາມສຸກຂອງມັນ”. ບໍ່ວ່າເຈົ້າມີດອກໄມ້ຫຼາຍສ່ຳໃດ ພວກມັນງົດງາມສ່ຳໃດກໍຕາມ, ພຣະເຈົ້າກໍບໍ່ຕ້ອງການພວກມັນ. ເຊິ່ງເວົ້າໄດ້ວ່າ, ບໍ່ວ່າເຈົ້າເວົ້າດີສ່ຳໃດ ຫຼື ເຈົ້າປາກົດວ່າອຸທິດຕົນ, ປະກອບສ່ວນ ຫຼື ເສຍສະຫຼະຫຼາຍສ່ຳໃດກໍຕາມ, ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າມີຄວາມສຸກນຳ. ພຣະເຈົ້າເບິ່ງພຽງແຕ່ວ່າ ແທ້ຈິງແລ້ວເຈົ້າເຂົ້າໃຈຄວາມຈິງ ແລະ ນຳໄປປະຕິບັດຫຼາຍສ່ຳໃດ, ເຈົ້າໄດ້ດຳລົງຊີວິດຕາມຄວາມເປັນຈິງແຫ່ງຄວາມຈິງໃນພຣະທຳຂອງພຣະເຈົ້າຫຼາຍສ່ຳໃດ, ມີການປ່ຽນແປງທີ່ແທ້ຈິງໃນອຸປະນິໄສຂອງເຈົ້າ ຫຼື ບໍ່, ເຈົ້າມີປະສົບການຕົວຈິງ ແລະ ຄຳພະຍານຫຼາຍສ່ຳໃດ, ເຈົ້າໄດ້ກະກຽມຄຸນງາມຄວາມດີຈັກຂໍ້, ເຈົ້າໄດ້ເຮັດຄວາມຄວາມປະສົງຂອງພຣະເຈົ້າຫຼາຍສ່ຳໃດ ແລະ ເຈົ້າໄດ້ປະຕິບັດໜ້າທີ່ຂອງເຈົ້າໄດ້ຕາມມາດຕະຖານ ຫຼື ບໍ່. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າເບິ່ງ. ເມື່ອຜູ້ຄົນບໍ່ເຂົ້າໃຈພຣະເຈົ້າ ແລະ ບໍ່ຮູ້ຈັກຄວາມປະສົງຂອງພຣະອົງ, ພວກເຂົາກໍຕີຄວາມໝາຍມັນຜິດຢູຸ່ສະເໝີ ແລະ ນຳສະເໜີພຣະອົງດ້ວຍສິ່ງທີ່ຜິວເຜີນບາງຢ່າງເພື່ອເປັນເສັ້ນທາງສະສາງບັນຊີກັບພຣະອົງ. ພວກເຂົາເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍໄດ້ເປັນຜູ້ເຊື່ອມາໄດ້ຫຼາຍປີ. ຂ້ານ້ອຍໄດ້ເດີນທາງໄປທົ່ວທຸກບ່ອນ, ເທດສະໜາຂ່າວປະເສີດ ແລະ ເຮັດໃຫ້ຫຼາຍຄົນກັບໃຈເຊື່ອ. ຂ້ານ້ອຍສາມາດທ່ອງພຣະທຳຂອງພຣະອົງໄດ້ຫຼາຍຂໍ້ ແລະ ຮ້ອງເພງສັນເສີນໄດ້ສອງສາມເພງ. ເມື່ອບາງສິ່ງທີ່ໃຫຍ່ ຫຼື ບາງສິ່ງທີ່ຍາກເກີດຂຶ້ນ, ຂ້ານ້ອຍກໍຟ້າວອະທິຖານຢູ່ສະເໝີ ແລະ ຂ້ານ້ອຍອ່ານພຣະທຳຂອງພຣະອົງຢູ່ຕະຫຼອດເວລາ. ຂ້ານ້ອຍຈະບໍ່ປະຕິບັດຕາມຄວາມປະສົງຂອງພຣະອົງໄດ້ແນວໃດ?” ແລ້ວພຣະເຈົ້າຊົ່ງກ່າວກັບພວກເຂົາວ່າ: “ຕອນນີ້ເຈົ້າເປັນຄົນສັດຊື່ບໍ? ຄວາມຫຼອກລວງຂອງເຈົ້າໄດ້ປ່ຽນແປງບໍ? ເຈົ້າໄດ້ຈ່າຍລາຄາໃດໆເພື່ອກາຍເປັນຄົນສັດຊື່ບໍ? ເຈົ້າໄດ້ເຄີຍນຳສິ່ງຫຼອກລວງທັງໝົດທີ່ເຈົ້າເຮັດມາຕໍ່ໜ້າເຮົາ, ທຸກທາງທີ່ເຈົ້າສະແດງຄວາມຫຼອກລວງ ແລະ ເປີດເຜີຍພວກມັນບໍ? ເຈົ້າບໍ່ຊື່ສັດກັບເຮົາໜ້ອຍລົງບໍ? ເຈົ້າຮັບຮູ້ບໍເມື່ອເຈົ້າກ່າວຄຳສາບານຈອມປອມ ຫຼື ຄຳສັນຍາທີ່ຫວ່າງເປົ່າກັບເຮົາ ຫຼື ເວົ້າສິ່ງທີ່ດີເພື່ອຫຼອກລວງເຮົາ? ເຈົ້າໄດ້ປ່ອຍວາງສິ່ງເຫຼົ່ານີ້ແລ້ວບໍ?” ເມື່ອເຈົ້າຄິດເບິ່ງສິ່ງນັ້ນ ແລະ ພົບວ່າເຈົ້າບໍ່ໄດ້ປ່ອຍວາງສິ່ງເຫຼົ່ານີ້ເລີຍ, ເຈົ້າຈະປະຫຼາດໃຈຫຼາຍ. ເຈົ້າຈະໄດ້ຮັບການແຈ້ງເຕືອນເຖິງຄວາມຈິງທີ່ວ່າ ເຈົ້າບໍ່ມີທາງທີ່ຈະຊຳລະບັນຊີຕໍ່ພຣະເຈົ້າໄດ້. ເຮົາເປີດໂປງສະພາວະທີ່ເສື່ອມຊາມຂອງພວກເຮົາເພື່ອອະນຸຍາດໃຫ້ພວກເຈົ້າຮູ້ຈັກຕົນເອງ; ເຮົາເວົ້າຫຼາຍປານນີ້ ກໍເພື່ອໃຫ້ພວກເຈົ້າສາມາດເອົາຄວາມຈິໄປປະຕິບັດ ແລະ ເຂົ້າສູ່ຄວາມເປັນຈິງ. ບໍ່ມີພຣະຄຳ, ບໍ່ມີການໂອ້ລົມ ຫຼື ຄວາມຈິງໃຫ້ຜູ້ຄົນທ່ອງໄປເລື້ອຍໆ, ພວກມັນຕ້ອງຖືກນຳໄປປະຕິບັດ. ເປັນຫຍັງພວກເຈົ້າຈຶ່ງຖືກບອກໃຫ້ຍອມຮັບຄວາມຈິງ ແລະ ນຳມັນໄປປະຕິບັດຢູ່ສະເໝີ? ກໍຍ້ອນວ່າ ມີພຽງຄວາມຈິງທີ່ສາມາດຊຳລະລ້າງຄວາມເສື່ອມຊາມຂອງພວກເຈົ້າ ແລະ ປ່ຽນແປງມຸມມອງຂອງພວກເຈົ້າກ່ຽວກັບຊີວິດ ແລະ ຄຸນຄ່າຂອງພວກເຈົ້າ ແລະ ມີພຽງຄວາມຈິງທີ່ສາມາດກາຍເປັນຊີວິດຂອງຄົນໆໜຶ່ງໄດ້. ເມື່ອເຈົ້າຍອມຮັບຄວາມຈິງ, ເຈົ້າຕ້ອງນຳມັນໄປປະຕິບັດເພື່ອໃຫ້ມັນກາຍເປັນຊີວິດຂອງເຈົ້າ. ຖ້າເຈົ້າເຊື່ອວ່າເຈົ້າເຂົ້າໃຈຄວາມຈິງ ແລະ ບໍ່ປະຕິບັດມັນ ແລະ ມັນບໍ່ໄດ້ກາຍເປັນຊີວິດຂອງເຈົ້າ, ແລ້ວເຈົ້າກໍບໍ່ສາມາດປ່ຽນແປງມັນໄດ້. ເນື່ອງຈາກວ່າເຈົ້າບໍ່ໄດ້ຍອມຮັບຄວາມຈິງ, ບໍ່ທີທາງທີ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈະຖືກຊຳລະລ້າງ. ຖ້າເຈົ້າບໍ່ສາມາດປະຕິບັດຄວາມຈິງ, ເຈົ້າຈະບໍ່ປ່ຽນແປງ. ໃນທີ່ສຸດ, ຖ້າຄວາມຈິງບໍ່ຢັ່ງຮາກລົງໃນໃຈຂອງເຈົ້າ ແລະ ມັນບໍ່ໄດ້ກາຍເປັນຊີວິດຂອງເຈົ້າ, ແລ້ວເມື່ອຮອດເວລາຂອງເຈົ້າໃນຖານະຜູ້ເຊື່ອໃກ້ຈະຈົບລົງ, ຊະຕາກຳ ແລະ ຜົນຮັບຂອງເຈົ້າຈະຖືກຕັດສິນ. ໃນແສງສະຫວ່າງຂອງການໂອ້ລົມນີ້, ພວກເຈົ້າທຸກຄົນຮູ້ສຶກເຖິງຄວາມຮີບດ່ວນທີ່ຈະນຳຄວາມຈິງໄປປະຕິບັດບໍ? ຢ່າຖ້າຈົນຮອດສາມປີ, ຫ້າປີ ຫຼື ເກີນກວ່ານັ້ນ ແລະ ເມື່ອນັ້ນເອງຈຶ່ງເລີ່ມປະຕິບັດມັນ. ບໍ່ມີສິ່ງໃດທີ່ໄວເກີນໄປ ຫຼື ຊ້າເກີນໄປເມື່ອເວົ້າເຖິງການປະຕິບັດຄວາມຈິງ; ຖ້າເຈົ້າປະຕິບັດມັນໃນໄວໆນີ້, ເຈົ້າກໍຈະປ່ຽນແປງໃນໄວໆນີ້ ແລະ ຖ້າເຈົ້າປະຕິບັດມັນໃນພາຍຫຼັງ, ເຈົ້າກໍຈະປ່ຽນແປງໃນພາຍຫຼັງ. ຖ້າເຈົ້າພາດໂອກາດຂອງເຈົ້າຕໍ່ພາລະກິດຂອງພຣະວິນຍານບໍລິສຸດ ແລະ ການເຮັດໃຫ້ມະນຸດຊາດສົມບູນແບບຂອງພຣະເຈົ້າ, ເຈົ້າຈະຕົກຢູ່ໃນອັນຕະລາຍເມື່ອໄພພິບັດຄັ້ງໃຫຍ່ມາເຖິງ. ແລ້ວເມື່ອພາລະກິດຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນສິ້ນສຸດລົງ, ຈະບໍ່ມີໂອກາດໃດໆເຫຼືອຢູ່ອີກເລີຍ. ຖ້າຫຼັງຈາກທີ່ເຈົ້າສູນເສຍໂອກາດຂອງເຈົ້າ, ເຈົ້າຈະເວົ້າວ່າ: “ຂ້ອຍບໍ່ໄດ້ພະຍາຍາມໃນເມື່ອກ່ອນ, ແຕ່ຂ້ອຍຈະເລີ່ມປະຕິບັດມັນໃນຕອນນີ້”, ມັນຈະຊ້າເກີນໄປ ແລະ ຈະບໍ່ມີແນວໂນ້ມທີ່ເຈົ້າຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ນັ້ນກໍຍ້ອນວ່າ ພຣະວິນຍານບໍລິສຸດຈະບໍ່ປະຕິບັດພາລະກິດອີກຕໍ່ໄປ ແລະ ຄວາມເຂົ້າໃຈຂອງເຈົ້າກ່ຽວກັບສິ່ງຕ່າງໆ, ຄວາມຈິງທັງໝົດກໍຈະຕື້ນຫຼາຍ. ມີສະຖານະການທຸກຮູບແບບເກີດຂຶ້ນໃນຕອນນີ້ ແລະ ຜ່ານການໂອ້ລົມຄວາມຈິງ, ຄວາມເຊື່ອຂອງເຈົ້າກໍເຕີບໃຫຍ່ຂຶ້ນ ແລະ ເຈົ້າມີແຮງຜັກດັນຫຼາຍຂຶ້ນທີ່ຈະຕິດຕາມພຣະເຈົ້າ. ຖ້າບໍ່ມີສະຖານະການໃດເປັນເປັນຊົ່ວໄລຍະໜຶ່ງ, ພວກເຈົ້າກໍຈະຄິດລົບ ແລະ ບໍ່ມີລະບຽບວິໄນ, ຍ່າງເລລ້ອນໄປໃກຈາກພຣະເຈົ້າຫຼາຍຂຶ້ນເລື້ອຍໆຢ່າງແນ່ນອນ. ເຈົ້າຈະເປັນຄືກັນກັບບັນດາຜູ້ທີ່ຢູ່ໃນໂລກສາສະໜາ, ພຽງແຕ່ສັງເກດເບິ່ງຮູບແບບການເຕົ້າໂຮມ ແລະ ພິທີກຳທາງສາສະໜາ, ໂດຍບໍ່ມີຄວາມເປັນຈິງແຫ່ງຄວາມຈິງຢ່າງສິ້ນເຊີງ. ແລ້ວຈະມີປະໂຫຍດຫຍັງທີ່ພວກເຈົ້າຈະຕີເອິກຂອງເຈົ້າ ແລະ ຄ່ຳຄວນ?

ບອກເຮົາເບິ່ງ, ມັນອິດເມື່ອຍບໍທີ່ຕ້ອງດຳລົງຊີວິດຢູ່ຄຽງຂ້າງຄົນຫຼອກລວງ? (ອິດເມື່ອຍ). ພວກເຂົາກໍອິດເມື່ອຍເຊັ່ນກັນບໍ? ຄວາມຈິງແລ້ວ, ພວກເຂົາກໍເມື່ອຍຄືກັນ, ແຕ່ພວກເຂົາບໍ່ຮູ້ສຶກເຖິງຄວາມອິດເມື່ອຍຂອງຕົນເອງ. ນີ້ກໍເພາະວ່າ ຄົນຫຼອກລວງ ແລະ ຄົນສັດຊື່ນັ້ນແຕກຕ່າງກັນ: ຄົນສັດຊື່ນັ້ນລຽບງ່າຍກວ່າ. ຄວາມຄິດຂອງພວກເຂົາບໍ່ໄດ້ຊັບຊ້ອນຫຼາຍ ແລະ ພວກເຂົາເວົ້າສິ່ງທີ່ພວກເຂົາຄິດ. ກົງກັນຂ້າມ, ຄົນຫຼອກລວງຕ້ອງເວົ້າໃນລັກສະນະກັບໄປວົນມາຢູ່ສະເໝີ. ພວກເຂົາບໍ່ເວົ້າຫຍັງໂດຍກົງ, ກົງກັນຂ້າມ, ພວກເຂົາຫຼິ້ນເກມທີ່ຫຼອກລວງຢູ່ສະເໝີ ແລະ ປົກປິດຄຳເວົ້າຕົວະຂອງພວກເຂົາ. ພວກເຂົາໃຊ້ຄວາມຄິດຂອງຕົນຢູ່ສະເໝີ, ຄິດຢູ່ສະເໝີ, ຢ້ານວ່າຖ້າພວກເຂົາປະໝາດເລິນເລີ້, ພວກເຂົ້າຈະປ່ອຍບາງສິ່ງຫຼຸດລອຍໄປ. ບາງຄົນຫຼິ້ນເກມຫຼອກລວງຈົນເຖິງຂອບເຂດໃດ? ບໍ່ວ່າພວກເຂົາປະຕິສຳພັນກັບໃຜກໍຕາມ, ພວກເຂົາກໍພະຍາຍາມເບິ່ງຢູ່ສະເໝີວ່າຜູ້ໃດຄິດໄລ່ຫຼາຍ, ຜູ້ໃດສະຫຼາດກວ່າ, ຜູ້ໃດຢູ່ເທິງ ແລະ ທ້າຍທີ່ສຸດແລ້ວ ຄວາມສາມາດໃນການແຂ່ງຂັນຂອງພວກເຂົາກໍກາຍເປັນໂລກປະສາດ. ກາງຄືນພວກເຂົານອນບໍ່ຫຼັບ, ແຕ່ພວກເຂົາບໍ່ຮູ້ສຶກເຈັບປວດ ແລະ ເຖິງກັບຄິດວ່ານີ້ເປັນເລື່ອງປົກກະຕິ. ແລ້ວພວກເຂົາບໍ່ໄດ້ກາຍເປັນມານຮ້າຍຜູ້ມີຊີວິດບໍ? ເມື່ອພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນ, ພຣະອົງອະນຸຍາດໃຫ້ພວກເຂົາກຳຈັດອິດທິພົນຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ກາຍເປັນຄົນສັດຊື່ ແລະ ດຳລົງຊີວິດຕາມພຣະທຳຂອງພຣະອົງ. ການໃຊ້ຊີວິດແບບຄົນສັດຊື່ເປັນການປົດປ່ອຍ ແລະ ເປັນອິດສະຫຼະ ແລະ ເຈັບປວດໜ້ອຍລົງຫຼາຍ. ມັນແມ່ນຊີວິດທີ່ມີຄວາມສຸກທີ່ສຸດ. ຄົນສັດຊື່ນັ້ນລຽບງ່າຍກວ່າ. ພວກເຂົາເວົ້າສິ່ງທີ່ຢູ່ໃນໃຈຂອງພວກເຂົາ ແລະ ພວກເຂົາເວົ້າສິ່ງທີ່ພວກເຂົາກຳລັງຄິດຢູ່. ໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ, ພວກເຂົາເຮັດຕາມຈິດສຳນຶກຂອງພວກເຂົາ ແລະ ເຫດຜົນ. ພວກເຂົາເຕັມໃຈທີ່ຈະມຸ້ງໝັ້ນເພື່ອຄວາມຈິງ ແລະ ເມື່ອພວກເຂົາເຂົ້າໃຈມັນ, ພວກເຂົາກໍນຳມັນໄປປະຕິບັດ. ເມື່ອພວກເຂົາບໍ່ສາມາດບເບິ່ງທະລຸເລື່ອງໜຶ່ງໄດ້, ພວກເຂົາກໍເຕັມໃຈທີ່ຈະສະແຫວງຫາຄວາມຈິງ ແລະ ຈາກນັ້ນພວກເຂົາກໍເຮັດແມ່ນຫຍັງກໍຕາມທີ່ສອດຄ່ອງກັບມັນ. ພວກເຂົາສະແຫວງຄວາມປະສົງຂອງພຣະເຈົ້າທົ່ວທຸກບ່ອນ ແລະ ໃນທຸກສິ່ງ ແລະ ຈາກນັ້ນກໍເຮັດຕາມຄວາມປະສົງນັ້ນໃນການກະທຳຂອງພວກເຂົາ. ອາດມີໃນສອງສາມຂອບເຂດທີ່ພວກເຂົາໂງ່ ແລະ ຕ້ອງປະກອບຕົນເອງດ້ວຍຫຼັກການແຫ່ງຄວາມຈິງ ແລະ ສິ່ງນີ້ຮຽກຮ້ອງໃຫ້ພວກເຂົາເຕີບໃຫຍ່ຂຶ້ນຢ່າງຕໍ່ເນື່ອງ. ການມີປະສົບການໃນລັກສະນະນີ້ໝາຍຄວາມວ່າ ພວກເຂົາສາມາດເປັນຄົນສັດຊື່, ສະຫຼາດ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຢ່າງສິ້ນເຊີງ. ແຕ່ຄົນຫຼອກລວງບໍ່ໄດ້ເປັນແບບນີ້. ພວກເຂົາດຳລົງຊີວິດຕາມອຸປະນິໄສຂອງຊາຕານ, ສະແດງໃຫ້ເຫັນຄວາມເສື່ອມຊາມຂອງຕົນ, ແຕ່ຢ້ານວ່າຄົນອື່ນອາດພົບເຫັນບາງສິ່ງເພື່ອໃຊ້ຕໍ່ຕ້ານພວກເຂົາໃນການທີ່ພວກເຂົາເຮັດເຊັ່ນນັ້ນ. ດັ່ງນັ້ນ, ພວກເຂົາຈຶ່ງໃຊ້ອຸບາຍທີ່ຄົດໂກງ ແລະ ຫຼອກລວງໃນການຕອບສະໜອງ. ພວກເຂົາຢ້ານເວລາທີ່ເມື່ອທຸກສິ່ງຈະຖືກເປີດເຜີຍ, ດັ່ງນັ້ນ ພວກເຂົາຈຶ່ງໃຊ້ທຸກວິທີທາງທີ່ພວກເຂົາສາມາດເຮັດໄດ້ເພື່ອແຕ່ງຄຳເວົ້າຕົວະ ແລະ ປົກປິດພວກມັນ ແລະ ເມື່ອມີຊ່ອງວ່າງປາກົດຂຶ້ນ, ພວກເຂົາກໍເວົ້າຕົວະຫຼາຍຂຶ້ນເພື່ອຕື່ມເຕັມຊ່ອງວ່າງນັ້ນ. ການຕົວະ ແລະ ການປົກປິດຄຳເວົ້າຕົວະຂອງພວກເຂົາຢູ່ສະເໝີ, ນັ້ນບໍ່ແມ່ນວິຖີຊີວິດທີ່ອິດເມື່ອຍບໍ? ພວກເຂົາໃຊ້ສະໝອງຄຸ້ນຄິດຢູ່ສະເໝີເພື່ອຄິດຄຳເວົ້າຕົວະຂຶ້ນມາ ແລະ ປົກປິດພວກມັນໄວ້. ມັນພຽງແຕ່ຫຍຸ້ງຍາກເກີນໄປ. ນັ້ນຄືເຫດຜົນທີ່ຄົນຫຼອກລວງ ເຊິ່ງໃຊ້ຊີວິດໄປແຕ່ລະມື້ເພື່ອຫາເລື່ອງຕົວະ ແລະ ປົກປິດພວກມັນຈື່ງມີຊີວິດທີ່ອິດເມື່ອຍ ແລະ ເຈັບປວດເຊັ່ນນີ້! ເຖິງຢ່າງໃດກໍຕາມ, ມັນແຕກຕ່າງກັນກັບຄົນສັດຊື່. ໃນຖານະຄົນສັດຊື່, ຄົນໆໜຶ່ງບໍ່ມີຫຍັງໃຫ້ດຳນຶງຫຼາຍເມື່ອຄົນໆນັ້ນເວົ້າ ແລະ ກະທຳ. ກໍລະນີສ່ວນໃຫຍ່ແລ້ວ, ຄົນສັດຊື່ສາມາດພຽງແຕ່ເວົ້າຕາມຄວາມຈິງ. ສະເພາະເມື່ອມີບາງສິ່ງພຶດເສດທີ່ແຕະຕ້ອງຜົນປະໂຫຍດຂອງພວກເຂົາເທົ່ານັ້ນທີ່ພວກເຂົາຕ້ອງໃຊ້ຄວາມຄິດຂອງພວກເຂົາໜັກຂຶ້ນເລັກນ້ອຍ ນັ້ນກໍຄື ພວກເຂົາອາດຕົວະເລັກນ້ອຍເພື່ອປົກປ້ອງຜົນປະໂຫຍດຂອງຄົນ, ຮັກສາຄວາມທະນົງຕົວ ແລະ ຄວາມພາກພູມໃຈຂອງພວກເຂົາ. ຄຳເວົ້າຕົວະປະເພດເຫຼົ່ານີ້ມີຂີດຈຳກັດ, ດັ່ງນັ້ນ ການເວົ້າ ແລະ ການກະທຳຈຶ່ງບໍ່ອິດເມື່ອຫຼາຍສຳລັບຄົນສັດຊື່. ເຈດຕະນາຂອງຄົນຫຼອກລວງນັ້ນຊັບຊ້ອນຫຼາຍກວ່າຂອງຄົນສັດຊື່. ການພິຈາລະນາຂອງພວກເຂົາມີຫຼາຍແງ່ມຸມເກີນໄປ: ພວກເຂົາຕ້ອງຄຳນຶງເຖິງກຽດສັກສີຂອງຕົນ, ຊື່່ສຽງ, ຜົນກຳໄລ ແລະ ສະຖານະຂອງຕົນ; ແລ້ວພວກເຂົາຕ້ອງປົກປ້ອງຜົນປະໂຫຍດຂອງຕົນ ນັ້ນກໍຄືທັງໝົດນີ້ ໂດຍບໍ່ປ່ອຍໃຫ້ຄົນອື່ນເຫັນຂໍ້ບົກຜ່ອງໃດໆ ຫຼື ປ່ອຍໃຫ້ເກມຫາຍໄປ, ດັ່ງນັ້ນພວກເຂົາຈຶ່ງຕ້ອງຄຸ້ນຄິດເພື່ອແຕ່ງເລື່ອງຂີ້ຕົວະຂຶ້ນມາ. ຍິ່ງໄປກວ່ານັ້ນ, ຄົນຫຼອກລວງມີຄວາມປາຖະໜາອັນໃຫຍ່ຫຼວງ ແລະ ເກີນຂອບເຂດ ແລະ ມີຄວາມຕ້ອງການຫຼາຍເກີນໄປ. ພວກເຂົາເຈົ້າຕ້ອງຄິດຫາວິທີເພື່ອບັນລຸເປົ້າໝາຍຂອງພວກເຂົາ, ດັ່ງນັ້ນພວກເຂົາຈຶ່ງຕ້ອງຕົວະ ແລະ ສໍ້ໂກງຕໍ່ໄປ ແລະ ເມື່ອພວກເຂົາເວົ້າຕົວະຫຼາຍຂຶ້ນ, ພວກເຂົາຈຳເປັນຕ້ອງປົກປິດຄຳຕົວະຫຼາຍກວ່າເກົ່າ. ນັ້ນຄືເຫດຜົນທີ່ຊີວິດຂອງຄົນຫຼອກລວງອິດເມື່ອຍ ແລະ ເຈັບປວດຫຼາຍກວ່າຂອງຂອງຄົນສັດຊື່. ບາງຄົນກໍຂ້ອນຂ້າງສັດຊື່. ຖ້າພວກເຂົາສາມາດສະແຫວງຫາຄວາມຈິງ, ໄຕ່ຕອງຕົນເອງກ່ຽວກັບຄຳເວົ້າຕົວະທີ່ພວກເຂົາໄດ້ເວົ້າ, ຮັບຮູ້ຄວາມເຈົ້າເລ່ທີ່ພວກເຂົາມີ, ບໍ່ວ່າແມ່ນຫຍັງກໍຕາມ, ໃຫ້ພິຈາລະນາເບິ່ງມັນຕາມພຣະທຳຂອງພຣະເຈົ້າເພື່ອແຍກແຍະ ແລະ ເຂົ້າໃຈມັນ ແລະ ສືບຕໍ່ປ່ຽນແປງມັນ, ຈາກນັ້ນພວກເຂົາກໍຈະສາມາດກຳຈັດການເວົ້າຕົວະ ແລະ ຄວາມເຈົ້າເລ່ຂອງພວກເຂົາອອກຈາກຕົນເອງໄດ້ພາຍໃນເວລາບໍ່ເກີນສອງສາມປີ. ແລ້ວພວກເຂົາກໍຈະກາຍເປັນຄົນທີ່ສັດຊື່ໂດຍພື້ນຖານ. ການດຳລົງຊີວິດແບບນີ້ ບໍ່ພຽງແຕ່ເຮັດໃຫ້ພວກເຂົາຫຼຸດພົ້ນຈາກຄວາມເຈັບປວດ ແລະ ຄວາມອິດເມື່ອຍຫຼາຍ, ມັນຍັງນຳເອົາຄວາມສະຫງົບສຸກ ແລະ ຄວາມສຸກມາໃຫ້ພວກເຂົາອີກດ້ວຍ. ໃນຫຼາຍໆເລື່ອງ, ພວກເຂົາຈະເປັນອິດສະຫຼະຈາກຂໍ້ຜູ້ມັດຂອງກຽດສັກສີ, ຜົນກຳໄລ, ສະຖານະ, ຄວາມທະນົງຕົວ ແລະ ຄວາມພາກພູມໃຈ ແລະ ຈະໃຊ້ຊີວິດທີ່ເສລີ ແລະ ເປັນອິດສະຫຼະໂດທໍາມະຊາດ. ເຖິງຢ່າງໃດກໍຕາມ, ຄົນຫຼອກລວງມີແຮງຈູງໃຈທີ່ແອບແຝງຢູ່ເບື້ອງຫຼັງຄຳເວົ້າ ແລະ ການກະທຳຂອງພວກເຂົາຢູ່ສະເໝີ. ພວກເຂົາປັ້ນແຕ່ງຄຳເວົ້າຕົວະທຸກຮູບແບບເພື່ອລໍ້ລວງ ແລະ ຫຼອກລວງຄົນອື່ນ ແລະ ທັນທີທີ່ພວກເຂົາຖືກເປີດໂປງ, ພວກເຂົາກໍຄິດຫາທາງປົກປິດຄຳເວົ້າຕົວະຂອງພວກເຂົາ. ເມື່ອທຸກທໍລະມານທາງນີ້ ແລະ ທາງນັ້ນ, ພວກເຂົາກໍຮູ້ສຶກວ່າຊີວິດຂອງພວກເຂົາກໍອິດເມື່ອຍເຊັ່ນກັນ. ມັນອິດເມື່ອຍພຽງພໍສຳລັບພວກເຂົາທີ່ຈະເວົ້າຕົວະຫຼາຍຢ່າງໃນທຸກສະຖານະການທີ່ພວກເຂົາຜະເຊີນ ແລະ ການທີ່ຕ້ອງປົກປິດຄຳເວົ້າຕົວະເຫຼົ່ານັ້ນກໍຍິ່ງອິດເມື່ອຍຫຼາຍຂຶ້ນໄປອີກ. ທຸກສິ່ງທີ່ພວກເຂົາເວົ້າແມ່ນມີເຈດຕະນາເມື່ອບັນລຸເປົ້າໝາຍ, ດັ່ງນັ້ນ ພວກເຂົາຈິ່ງໃຊ້ພະລັງງານທາງຈິດຫຼາຍກັບທຸກໆຄຳທີ່ພວກເຂົາເວົ້າ. ແລ້ວເມື່ອພວກເຂົາເວົ້າຈົບ, ພວກເຂົາກໍຢ້ານວ່າເຈົ້າເບິ່ງພວກເຂົາອອກ, ດັ່ງນັ້ນ ພວກເຂົາຍັງຕ້ອງຄຸ້ນຄິດເພື່ອເຊື່ອງຄຳເວົ້າຕົວຂອງພວກເຂົາ, ອະທິບາຍສິ່ງຕ່າງໆໃຫ້ເຈົ້າຟັງຢ່າງກະຕືລືລົ້ນ, ພະຍາຍາມເຮັດໃຫ້ເຈົ້າເຊື່ອວ່າພວກເຂົາບໍ່ໄດ້ກຳລັງເວົ້າຕົວະ ຫຼື ຫຼອກລວງເຈົ້າ, ວ່າພວກເຂົາເປັນຄົນດີ. ຄົນຫຼອກລວງເກັ່ງໃນການເຮັດສິ່ງເຫຼົ່ານີ້. ຖ້າຄົນຫຼອກລວງສອງຄົນຢູ່ຮ່ວມກັນ, ມີແນວໂນ້ມທີ່ຈະມີການວາງອຸບາຍ, ຂໍ້ຂັດແຍ່ງ ແລະ ແຜນການຮ້າຍ. ການຜິດຖຽງກັນຈະບໍ່ສິ້ນສຸດຈັກເທື່ອ, ສົ່ງຜົນໃຫ້ເກີດການກຽດຊັງກັນເລິກເຊິ່ງຂຶ້ນເລື້ອຍໆ ແລະ ພວກເຂົາຈະກາຍເປັນສັດຕູກັນ. ຖ້າເຈົ້າເປັນຄົນສັດຊື່ທີ່ຢູ່ກັບຄົນຫຼອກລວງ, ພຶດຕິກຳເຫຼົ່ານີ້ຈະເຮັດໃຫ້ເຈົ້າເຈັບປ່ວຍຢ່າງແນ່ນອນ. ຖ້າພວກເຂົາພຽງແຕ່ກະທຳແບບນັ້ນຢູ່ບ່ອນນີ້ ແລະ ບ່ອນນັ້ນ, ເຈົ້າຈະເວົ້າວ່າ ທຸກຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ສິ່ງດັ່ງກ່າງແມ່ນຍາກທີ່ຈະຫຼີກລ້ຽງໄດ້. ແຕ່ຖ້າພວກເຂົາກະທຳແບບນັ້ນຕະຫຼອດເວລາ, ເຈົ້າຈະປວດຮາກ ແລະ ກຽດຊັງວິທີການເຫຼົ່ານັ້ນເປັນພິເສດ; ເຈົ້າຈະກຽດຊັງດ້ານັ້ນຂອງພວກເຂົາ ແລະ ເຈດຕະນາທີ່ພວກເຂົາມີ. ເມື່ອເຈົ້າກຽດຊັງຫຼາຍ, ເຈົ້າຈະສາມາດດູຖູກ ແລະ ປະຕິເສດພວກເຂົາໄດ້. ນີ້ແມ່ນສິ່ງທີ່ປົກກະຕິຫຼາຍ. ພວກເຂົາບໍ່ສາມາດພົວພັນນຳໄດ້ ເວັ້ນເສຍແຕ່ວ່າພວກເຂົາຈະກັບໃຈ ແລະ ສະແດງໃຫ້ເຫັນການປ່ຽນແປງບາງຢ່າງ.

ພວກເຈົ້າວ່າແນໃດ, ຊີວິດສຳລັບຄົນຫຼອກລາງບໍ່ອິດເມື່ອຍບໍ? ພວກເຂົາໃຊ້ເວລາທັງໝົດຂອງພວກເຂົາໃນການເວົ້າຕົວະ, ແລ້ວກໍເວົ້າຕົວະຫຼຍຂຶ້ນເພື່ອປົກປິດພວກມັນ ແລະ ມີສ່ວນຮ່ວມໃນຄວາມເຈົ້າເລ່. ພວກເຂົານຳເອົາຄວາມອິດເມື່ອຍນີ້ມາສູ່ຕົນເອງ. ພວກເຂົາຮູ້ວ່າການດຳລົງຊີວິດແບບນີ້ນັ້ນອິດເມື່ອຍ, ແລ້ວເປັນຫຍັງພວກເຂົາຍັງຈະຕ້ອງການຫຼອກລວງ ແລະ ບໍ່ປາຖະໜາທີ່ຈະເປັນຄົນສັດຊື່? ພວກເຈົ້າເຄີຍຄິດກ່ຽວກັບຄຳຖາມນີ້ບໍ? ນີ້ຄືຜົນຕາມມາຂອງຄົນທີ່ຖືກຫຼອກລວງໂດຍທຳມະຊາດຊາຕານຂອງພວກເຂົາ; ມັນຢຸດພວກເຂົາຈາກການເຊົາດຳລົງຊີວິດແບບນີ້, ອຸປະນິໄສແບບນີ້. ຜູ້ຄົນທີ່ເຕັມໃຈຍອມຮັບການຖືກຫຼອກລວງແບບນີ້ ແລະ ດຳລົງຊີວິດໃນສິ່ງນີ້; ພວກເຂົາບໍ່ຕ້ອງການປະຕິບັດຄວາມຈິງ ແລະ ຍ່າງບົນເສັ້ນທາງແຫ່ງແສງສະຫວ່າງ. ເຈົ້າຄິດວ່າ ການດຳລົງຊີວິດແບບນີ້ນັ້ນອິດເມື່ອຍ ແລະ ການກະທຳໃນລັກສະນະນີ້ແມ່ນບໍ່ມີຄວາມຈຳເປັນ, ແຕ່ຄົນຫຼອກລວງຄິດວ່າມັນຈຳເປັນຢ່າງແນ່ນອນ. ພວກເຂົາຄິດວ່າການບໍ່ເຮັດເຊັ່ນນັ້ນຈະເຮັດໃຫ້ພວກເຂົາອັບອາຍ, ມັນຈະທຳລາຍພາບລັກຂອງພວກເຂົາ, ຊື່ສຽງຂອງພວກເຂົາ ແລະ ຜົນປະໂຫຍດຂອງພວກເຂົາເຊັ່ນກັນ ແລະ ພວກເຂົາຈະສູນເສຍຫຼາຍເກີນໄປ. ພວກເຂົາຫວງແຫນສິ່ງເຫຼົ່ານີ້, ພວກເຂົາຫວງແຜນພາບລັກຂອງຕົນເອງ, ຊື່ສຽງ ແລະ ສະຖານະຂອງຕົນເອງ. ນີ້ແມ່ນໃບໜ້າທີ່ແທ້ຈິງຂອງຄົນທີ່ບໍ່ຮັກຄວາມຈິງ. ເວົ້າສັ້ນໆກໍຄື ເມື່ອຜູ້ຄົນບໍ່ເຕັມໃຈທີ່ຈະສັດຊື່ ຫຼື ປະຕິບັດຄວາມຈິງ, ມັນເປັນຍ້ອນພວກເຂົາບໍ່ຮັກຄວາມຈິງ. ໃນຫົວໃຈຂອງພວກເຂົາ, ພວກເຂົາຫວງແຫນສິ່ງຕ່າງໆເຊັ່ນ ຊື່ສຽງ ແລະ ສະຖານະ, ພວກເຂົາມັກເຮັດຕາມກະແສທາງໂລກ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ. ນີ້ແມ່ນບັນຫາຂອງທຳມະຊາດຂອງພວກເຂົາ. ຕອນນີ້, ມີຄົນທີ່ໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ຄົນທີ່ໄດ້ຍິນຄຳເທດສະໜາຫຼາຍບົດ ແລະ ຮູ້ວ່າການເຊື່ອໃນພຣະເຈົ້ານັ້ນກ່ຽວກັບຫຍັງ. ແຕ່ພວກເຂົາຍັງບໍ່ປະຕິບັດຄວາມຈິງ ແລະ ບໍ່ໄດ້ປ່ຽນແປງເລີຍ, ເປັນຫຍັງຈຶ່ງເປັນແບບນີ້? ກໍຍ້ອນວ່າ ພວກເຂົາບໍ່ຮັກຄວາມຈິງ. ເຖິງແມ່ນວ່າພວກເຂົາເຂົ້າໃຈເລັກນ້ອຍກ່ຽວກັບຄວາມຈິງ, ພວກເຂົາກໍຍັງບໍ່ສາມາດປະຕິບັດມັນໄດ້. ສຳລັບຄົນເຊັ່ນນັ້ນ, ບໍ່ວ່າພວກເຂົາເຊື່ອໃນພຣະເຈົ້າມາຫຼາຍປີກໍຕາມ, ມັນກໍຈະບໍ່ມີປະໂຫຍດຫຍັງ. ຄົນທີ່ບໍ່ຮັກຄວາມຈິງສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? ມັນເປັນໄປບໍ່ໄດ້ຢ່າງແນ່ນອນ. ການບໍ່ຮັກຄວາມຈິງແມ່ນບັນຫາກັບຫົວໃຈຂອງຄົນໆໜຶ່ງ, ກັບທຳມະຊາດຂອງຄົນໆໜຶ່ງ. ມັນບໍ່ສາມາດແກ້ໄຂໄດ້. ບໍ່ວ່າຄົນໆໜຶ່ງຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ໃນຄວາມເຊື່ອຂອງພວກເຂົາ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າພວກເຂົາຮັກຄວາມຈິງ ຫຼື ບໍ່. ມີພຽງແຕ່ຄົນທີ່ຮັກຄວາມຈິງເທົ່ານັ້ນທີ່ສາມາດຍອມຮັບຄວາມຈິງ; ມີພຽງແຕ່ພວກເຂົາເທົ່ານັ້ນທີ່ສາມາດຜ່ານຜ່າຄວາມລຳບາກ ແລະ ຈ່າຍລາຄາເພື່ອເຫັນແກ່ຄວາມຈິງ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ສາມາດອະທິຖານຫາພຣະເຈົ້າ ແລະ ເພິ່ງພາພຣະອົງ. ມີພຽງພວກເຂົາທີ່ສາມາດສະແຫວງຫາຄວາຈິງ ແລະ ໄຕ່ຕອງ ແລະ ຮູ້ຈັກຕົນເອງຜ່ານປະສົບການຂອງພວກເຂົາ, ມີຄວາມກ້າຫານທີ່ຈະປະຖິ້ມເນື້ອໜັງ ແລະ ບັນລຸການປະຕິບັດຄວາມຈິງ ແລະ ການຍອມອ່ອນນ້ອມຕໍ່ພຣະເຈົ້າ. ມີພຽງແຕ່ຄົນທີ່ຮັກຄວາມຈິງເທົ່ານັ້ນທີ່ສາມາດສະແຫວງຫາມັນໃນທາງນີ້, ຍ່າງບົນເສັ້ນທາງແຫ່ງຄວາມລອດພົ້ນ ແລະ ໄດ້ຮັບການຮັບຮອງຈາກພຣະເຈົ້າ. ບໍ່ມີເສັ້ນທາງອື່ນນອກຈາກເສັ້ນທາງນີ້. ມັນຍາກຫຼາຍສຳລັບຄົນທີ່ບໍ່ຮັກຄວາມຈິງທີ່ຈະຍອມຮັບມັນໄດ້. ນີ້ກໍຍ້ອນວ່າ, ໂດທຳມະຊາດຂອງພວກເຂົາ, ພວກເຂົາເບື່ອໜ່າຍຄວາມຈິງ ແລະ ກຽດຊັງມັນ. ຖ້າພວກເຂົາຕ້ອງການເຊົາຕໍ່ຕ້ານພຣະເຈົ້າ ຫຼື ບໍ່ເຮັດຊົ່ວ, ມັນຈະຍາກຫຼາຍສຳລັບພວກເຂົາທີ່ຈະເຮັດເຊັ່ນນັ້ນ, ຍ້ອນພວກເຂົາເປັນຂອງຊາຕານ ແລະ ພວກເຂົາໄດ້ກາຍເປັນມານຮ້າຍ ແລະ ສັດຕູຂອງພຣະເຈົ້າແລ້ວ. ພຣະເຈົ້າຊ່ວຍມະນຸດຊາດໃຫ້ລອດພົ້ນ, ພຣະອົງບໍ່ໄດ້ຊ່ວຍມານຮ້ານ ຫຼື ຊາຕານໃຫ້ລອດພົ້ນ. ບາງຄົນຖາມຄຳຖາມຕ່າງໆເຊັ່ນ: “ຂ້ອຍເຂົ້າໃຈຄວາມຈິງແທ້ໆ. ຂ້ອຍພຽງແຕ່ບໍ່ສາມາດນຳໄປປະຕິບັດໄດ້. ຂ້ອຍຄວນເຮັດແນວໃດ?” ນີ້ແມ່ນຄົນທີ່ບໍ່ຮັກຄວາມຈິງ. ຖ້າຄົນໃດໜຶ່ງບໍ່ຮັກຄວາມຈິງ, ພວກເຂົາກໍບໍ່ສາມາດນຳມັນໄປປະຕິດບັດໄດ້ ເຖິງແມ່ນວ່າພວກເຂົາເຂົ້າໃຈມັນກໍຕາມ, ເພາະຢູ່ໃນໃຈ, ພວກເຂົາບໍ່ເຕັມໃຈທີ່ຈະເຮັດເຊັ່ນນັ້ນ ແລະ ພວກເຂົາບໍ່ມັກຄວາມຈິງ. ຄົນແບບນີ້ເກີນກວ່າຈະຊ່ວຍໃຫ້ລອດພົ້ນໄດ້. ບາງຄົນເວົ້າວ່າ: “ສຳລັບຂ້ອຍແລ້ວ, ມັນເບິ່ງຄືວ່າເຈົ້າສູນເສຍໄປຫຼາຍຢ່າງຈາກການເປັນຄົນສັດຊື່, ດັ່ງນັ້ນ ຂ້ອຍຈຶ່ບໍ່ຕ້ອງການເປັນໜຶ່ງໃນນັ້ນ. ຄົນຫຼອກລວງບໍ່ເຄີຍສູນເສຍ, ພວກເຂົາເຖິງກັບໄດ້ກຳໄລຈາການເອົາປຽບຄົນອື່ນ. ດັ່ງນັ້ນ, ຂ້ອຍຈະເປັນຄົນຫຼອກລວງດີກວ່າ. ຂ້ອຍບໍ່ເຕັມໃຈທີ່ຈະໃຫ້ຄົນອື່ນຮູ້ເລື່ອງສ່ວນຕົວຂອງຂ້ອຍ, ປ່ອຍໃຫ້ຄົນອື່ນຈັບໃຈຄວາມຂ້ອຍໄດ້ ຫຼື ເຂົ້າໃຈຂ້ອຍ. ຊະຕາກຳຂອງຂ້ອຍຄວນຢູ່ໃນມືຂອງຂ້ອຍເອງ”. ດ້ວຍທຸກວິທີທາງ, ແລ້ວມາລອງເບິ່ງນຳກັນ. ມາເບິ່ງກັນວ່າຜົນຮັບປະເພດໃດທີ່ເຈົ້າຈະໄດ້ຮັບ; ເບິ່ງກັນວ່າໃຜຈະໄດ້ນາຮົກ ແລະ ໃຜຈະຖືກລົງໂທດໃນທີ່ສຸດ.

ພວກເຈົ້າເຕັມໃຈທີ່ຈະສັດຊື່ບໍ? ພວກເຈົ້າວາງແຜນຈະເຮັດຫຍັງຫຼັງຈາກທີ່ໄດ້ຍິນການສົນທະນາເຫຼົ່ານີ້? ເຈົ້າຈະເລີ່ມດ້ວຍສິ່ງໃດກ່ອນ? (ຂ້ອຍຈະເລີ່ມໂດຍການບໍ່ຕົວະ). ນີ້ແມ່ນວິທີປະຕິບັດທີ່ຖືກຕ້ອງ, ແຕ່ການບໍ່ຕົວະບໍ່ແມ່ນເລື່ອງງ່າຍ. ເລື້ອຍໆມັກມີເຈດຕະນາທີ່ຢູ່ເບື້ອງຫຼັງຄຳເວົ້າຕົວະຂອງຜູ້ຄົນ, ແຕ່ຄຳເວົ້າຕົວະບາງອັນກໍບໍ່ມີເຈດຕະນາໃດໆທີ່ຢູ່ເບື້ອງຫຼັງພວກມັນ ຫຼື ພວກມັນບໍ່ໄດ້ຖືກວາງແຜນຢ່າງຈົງໃຈ. ກົງກັນຂ້າມ, ພວກມັນພຽງແຕ່ອອກມາໂດຍທຳມະຊາດ. ຄຳເວົ້າຕົວະດັ່ງກ່າວນັ້ນແກ້ໄຂໄດ້ງ່າຍ; ແມ່ນຄຳເວົ້າຕົວະທີ່ມີເຈດຕະນາຢູ່ເບື້ອງຫຼັງພວກມັນທີ່ແກ້ໄຂໄດ້ຍາກ. ນີ້ກໍຍ້ອນວ່າ ເຈດຕະນາເຫຼົ່ານີ້ມາຈາກທຳມະຊາດຂອງຄົນໆໜຶ່ງ ແລະ ເປັນຕົວແທນໃຫ້ແກ່ຄວາມເຈົ້າເລ່ຂອງຊາຕານ ແລະ ພວກມັນແມ່ນເຈດຕະນາທີ່ຜູ້ຄົນເລືອກໂດຍຕັ້ງໃຈ. ຖ້າຄົນໃດໜຶ່ງບໍ່ຮັກຄວາມຈິງ, ພວກເຂົາຈະບໍ່ສາມາດປະຖິ້ມເນື້ອໜັງ, ດັ່ງນັ້ນ ພວກເຂົາຄວນອະທິຖານຫາພຣະເຈົ້າ ແລະ ເພິ່ງພາພຣະອົງ ແລະ ສະແຫວງຫາຄວາມຈິງ ເພື່ອແກ້ໄຂບັນຫາ. ແຕ່ການຕົວະບໍ່ສາມາດໄດ້ຮັບການແກ້ໄຂໄດ້ພ້ອມກັນຄັ້ງດຽວໄດ້ຢ່າງສົມບູນ. ຈະມີອາການກຳເລີບເປັນບາງໂອກາດ, ເຖິງກັບກຳເລີບຫຼາຍຄັ້ງ. ນີ້ແມ່ນສະຖານະການປົກກະຕິ ແລະ ຕາບໃດທີ່ເຈົ້າແກ້ຄຳເວົ້າຕົວະແຕ່ລະຄຳ ແລະ ທຸກຄົນທີ່ເຈົ້າເວົ້າໄປ ແລະ ເຮັດໃຫ້ເລື່ອງນີ້ເກີດຂຶ້ນ, ມື້ນັ້ນຈະມາເຖິງ ເມື່ອເຈົ້າໄດ້ແກ້ໄຂພວກມັນທັງໝົດ. ການແກ້ໄຂບັນຫາການຕົວະແມ່ນສົງຄາມທີ່ຍືດຍາວ: ເມື່ອຄຳເວົ້າຕົວະຄຳໜຶ່ງໄຫຼອອກມາ, ໃຫ້ໄຕ່ຕອງຕົນເອງ ແລະ ອະທິຖານຫາພຣະເຈົ້າ. ເມື່ອອີກຄຳຕົວະໜຶ່ງອອກມາ, ກໍໃຫ້ໄຕ່ຕອງຕົນເອງ ແລະ ອະທິຖານຫາພຣະເຈົ້າອີກ. ຍິ່ງເຈົ້າອະທິຖານຫາພຣະເຈົ້າຫຼາຍສ່ຳໃດ, ເຈົ້າກໍຍິ່ງຈະກຽດຊັງອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ເຈົ້າຈິ່ງຈະປາຖະໜາທີ່ຈະປະຕິບັດຄວາມຈິງ ແລະ ດຳລົງຊີວິດຕາມັນສ່ຳນັ້ນ. ສະນັ້ນ, ເຈົ້າຈະມີຄວາມເຂັ້ມແຂງທີ່ຈະປະຖິ້ມຄຳເວົ້າຕົວະ. ຫຼັງຈາກຊ່ວງເວລາຂອງປະສົບການ ແລະ ການປະຕິບັດດັ່ງກ່າວ, ເຈົ້າຈະສາມາດເຫັນວ່າການຕົວະຂອງເຈົ້າໜ້ອຍລົງຫຼາຍ, ເຈົ້າດຳລົງຊີວິດໄດ້ສະບາຍຂຶ້ນຫຼາຍ ແລະ ເຈົ້າບໍ່ຈຳເປັນຕ້ອງຕົວະ ຫຼື ປົກປິດຄຳເວົ້າຕົວະຂອງເຈົ້າອີກຕໍ່ໄປ. ເຖິງແມ່ນວ່າເຈົ້າອາດຈະບໍ່ໄດ້ເວົ້າຫຼາຍໃນແຕ່ລະມື້, ທຸກໆປະໂຫຍກຈະອອກມາຈາກໃຈ ແລະ ເປັນຄວາມຈິງ, ພ້ອມມີຄຳເວົ້າຕົວະໜ້ອຍຫຼາຍ. ມັນຈະຮູ້ສຶກແນວໃດທີ່ຈະດຳລົງຊີວິດແບບນັ້ນ? ມັນຈະບໍ່ເສລີ ແລະ ເປັນອິດສະຫຼະບໍ? ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈະບໍ່ປົກຄອງເຈົ້າ ແລະ ເຈົ້າຈະບໍ່ຖືກມັນມັດໄວ້ ແລະ ຢ່າງໜ້ອຍທີ່ສຸດ ເຈົ້າຈະເລີ່ມເຫັນຜົນຮັບຂອງການເປັນຄົນສັດຊື່. ແນ່ນອນວ່າ ເມື່ອເຈົ້າຜະເຊີນກັບສະຖານະການພິເສດ, ບາງຄັ້ງເຈົ້າອາດຈະປ່ອຍໃຫ້ຄຳເວົ້າຕົວະເລັກໆນ້ອຍໆຫຼຸດອອກໄປ. ອາດມີຊ່ວງເວລາເມື່ອເຈົ້າຜະເຊີນກັບອັນຕະລາຍ ຫຼື ບັນຫາງບາງຮູບແບບ ຫຼື ຕ້ອງການຮັກສາຄວາມປອດໄພຂອງເຈົ້າ, ເຊິ່ງບາງຄັ້ງ ການຕົວະກໍບໍ່ສາມາດຊ່ວຍໄດ້. ຢ່າງໃດກໍຕາມ, ເຈົ້າຕ້ອງໄຕ່ຕອງມັນ, ເຂົ້າໃຈມັນ ແລະ ແກ້ໄຂບັນຫາ. ເຈົ້າຄວນອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ: “ຍັງມີຄຳເວົ້າຕົວະ ແລະ ຄວາມເຈົ້າເລ່ຢູ່ໃນຕົວຂ້ານ້ອຍ. ຂໍພຣະເຈົ້າຊ່ວຍຂ້ານ້ອຍໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍຄັ້ງແລ້ວຄັ້ງເລົ່າ”. ເມື່ອຄົນໆໜຶ່ງຄັ້ງໃຈໃຊ້ສະຕິປັນຍາ, ມັນບໍ່ນັບວ່າເປັນການເປີດເຜີຍຄວາມເສື່ອມຊາມ. ນີ້ແມ່ນສິ່ງທີ່ົຄົນໆໜຶ່ງຕ້ອງປະສົບໃນການເປັນຄົນສັດຊື່. ດ້ວຍວິທີນີ້, ຄຳເວົ້າຕົວະຂອງເຈົ້າຈະໜ້ອຍລົງ. ມື້ນີ້ເຈົ້າເວົ້າຕົວະສິບ, ມື້ອື່ນເຈົ້າອາດເວົ້າເກົ້າ, ມື້ຕໍ່ມາເຈົ້າຈະເວົ້າແປດ. ຕໍ່ມາ, ເຈົ້າຈະເວົ້າແຕ່ສອງ ຫຼື ສາມເທົ່ານັ້ນ. ເຈົ້າຈະບອກຄວາມຈິງຫຼາຍຂຶ້ນເລື້ອຍໆ ແລະ ການປະຕິບັດການເປັນຄົນສັດຊື່ຂອງເຈົ້າຈະເຂົ້າໃກ້ຄວາມປະສົງຂອງພຣະເຈົ້າ, ຂໍ້ກຳນົດຂອງພຣະເຈົ້າ ແລະ ມາດຕະຖານຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ສິ່ງນັ້ນຈະດີສ່ຳໃດ! ເພື່ອປະຕິບັດການເປັນຄົນສັດຊື່, ເຈົ້າຕ້ອງມີເສັ້ນທາງ ແລະ ເຈົ້າຕ້ອງມີເປົ້າໝາຍ. ກ່ອນອື່ນ, ໃຫ້ແກ່ໄຂບັນຫາຂອງການເວົ້າຕົວະ. ເຈົ້າຕ້ອງຮູ້ຈັກແກ່ນແທ້ທີ່ຢູ່ເບື້ອງຫຼັງຂອງການເວົ້າຕົວະເຫຼົ່ານີ້ຂອງເຈົ້າ. ເຈົ້າຍັງຕ້ອງແຍກແຍະວ່າເຈດຕະນາ ແລະ ແຮງຈູງໃຈໃດທີ່ຜັກດັນໃຫ້ເຈົ້າເວົ້າຄຳເວົ້າຕົວະເຫຼົ່ານີ້, ເປັນຫຍັງເຈົ້າຈຶ່ງມີເຈດຕະນາດັ່ງກ່າວ ແລະ ແມ່ນຫຍັງຄືແກ່ນແທ້ຂອງພວກມັນ. ເມື່ອເຈົ້າໄດ້ຊີ້ແຈງບັນຫາເຫຼົ່ານີ້ທັງໝົດແລ້ວ, ເຈົ້າກໍຈະເບິ່ງທະລຸບັນຫາຂອງການຕົວະໄດ້ຢ່າງລະອຽດ ແລະເມື່ອມີບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຈະມີຫຼັກການໃນການປະຕິບັດ. ຖ້າເຈົ້າດຳເນີນຕໍ່ດ້ວຍການປະຕິບັດ ແລະ ປະສົບການດັ່ງກ່າວ, ເຈົ້າກໍຈະເຫັນຜົນຮັບຢ່າງແນ່ນອນ. ມື້ໜຶ່ງເຈົ້າຈະເວົ້າວ່າ: “ມັນງ່າຍທີ່ຈະສັດຊື່. ການຫຼອກລວງນັ້ນອິດເມື່ອຍຫຼາຍ! ຂ້ອຍບໍ່ຕ້ອງການທີ່ຈະເປັນຄົນຫຼອກລວງອີກຕໍ່ໄປ, ຕ້ອງຄິດຢູ່ສະເໝີວ່າຈະເວົ້າຄຳຕົວະຫຍັງ ແລະ ຈະປົກປິດຄຳເວົ້າຕົວະຂອງຂ້ອຍແນວໃດ. ມັນຄືກັບການເປັນຄົນທີ່ປ່ວຍທາງຈິດ, ເວົ້າຂັດກັນ, ເປັນຄົນທີ່ບໍ່ສົມຄວນຖືກເອີ້ນວ່າເປັນ ‘ມະນຸດ’! ຊີວິດແບບນັ້ນອິດເມື່ອຍຫຼາຍ ແລະ ຂ້ອຍບໍ່ຕ້ອງການດຳລົງຊີວິດແບບນັ້ນອີກຕໍ່ໄປ!” ໃນຕອນນີ້, ເຈົ້າຈະມີຄວາມຫວັງຂອງການເປັນຄົນສັດຊື່ຢ່າງແທ້ຈິງ ແລະ ມັນຈະພິສູດວ່າເຈົ້າໄດ້ເລີ່ມມີຄວາມກ້າວໜ້າຕໍ່ການເປັນຄົນສັດຊື່. ນີ້ແມ່ນຄວາມກ້າວໜ້າ. ແນ່ນອນວ່າ ອາດມີພວກເຈົ້າບາງຄົນທີ່ເມື່ອເຈົ້າເລີ່ມປະຕິບັດແລ້ວຈະຕ້ອງຮູ້ສຶກອາຍຫຼັງຈາກທີ່ເຈົ້າຄຳເວົ້າທີ່ສັດຊື່ ແລະ ເປີດເຜີຍຕົນເອງ. ໜ້າຂອງເຈົ້າຈະແດງ, ເຈົ້າຈະຮູ້ສຶກລະອາຍໃຈ ແລະ ເຈົ້າຈະຢ້ານສຽງຫົວຂວັນຂອງຄົນອື່ນ. ແລ້ວເຈົ້າຄວນເຮັດແນວໃດ? ຢ່າງໃດກໍຕາມ, ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ຂໍໃຫ້ພຣະອົງປະທານຄວາມເຂັ້ມແຂງໃຫ້ແກ່ເຈົ້າ. ເຈົ້າເວົ້າວ່າ: “ໂອ ພຣະເຈົ້າ, ຂ້ານ້ອຍຕ້ອງການເປັນຄົນສັດຊື່, ແຕ່ຂ້ານ້ອຍຢ້ານວ່າຄົນອື່ນຈະຫົວຂວັນຂ້ານ້ອຍເມື່ອຂ້ານ້ອຍເວົ້າຄວາມຈິງ. ຂ້ານ້ອຍຂໍໃຫ້ພຣະອົງກອບກູ້ຂ້ານ້ອຍຈາກການເປັນທາດຂອງອຸປະນິໄສຊາຕານຂອງຂ້ານ້ອຍ. ໃຫ້ຂ້ານ້ອຍດຳລົງຊີວິດຕາມພຣະທຳຂອງພຣະອົງ ແລະ ເປັນອິດສະຫຼະ ແລະ ໄດ້ຮັບການປົດປ່ອຍ”. ເມື່ອເຈົ້າອະທິຖານແບບນີ້, ຈະມີຄວາມສົດໃສຫຼາຍຍິ່ງຂຶ້ນພາຍໃນຫົວໃຈຂອງເຈົ້າ ແລະ ເຈົ້າຈະເວົ້າກັບຕົນເອງວ່າ: “ມັນດີທີ່ນຳສິ່ງນີ້ໄປປະຕິບັດ. ມື້ນີ້, ຂ້ອຍໄດ້ປະຕິບັດຄວາມຈິງ. ໃນທີ່ສຸດ, ຂ້ອຍໄດ້ເປັນຄົນສັດຊື່ຄັ້ງໜຶ່ງ”. ໃນຂະນະທີ່ເຈົ້າອະທິຖານແບບນີ້, ພຣະເຈົ້າຈະສ່ອງສະຫວ່າງເຈົ້າ. ພຣະອົງຈະເຮັດວຽກໃນຫົວໃຈຂອງເຈົ້າ ແລະ ພຣະອົງຈະດົນໃຈເຈົ້າ, ອະນຸຍາດໃຫ້ເຈົ້າໄດ້ຮູ້ເຖິງຄຸນຄ່າວ່າການເປັນຄົນສັດຊື່ມັນຮູ້ສຶກແນວໃດ. ນີ້ແມ່ນວິທີການທີ່ຄວາມຈິງຕ້ອງຖືກປະຕິບັດ. ຕອນເລີ່ມຕົ້ນ ເຈົ້າຈະບໍ່ມີຫົນທາງ, ແຕ່ຜ່ານການສະແຫວງຫາຄວາມຈິງ ເຈົ້າຈະພົບເຫັນເສັ້ນທາງ. ເມື່ອຜູ້ຄົນເລີ່ມສະແຫວງຫາຄວາມຈິງ, ພວກເຂົາບໍ່ຈຳເປັນຕ້ອງມີຄວາມເຊື່ອ. ການບໍ່ມີເສັ້ນທາງເປັນການຍາກສຳລັບຜູ້ຄົນ, ແຕ່ຫຼັງຈາກທີ່ພວກເຂົາເຂົ້າໃຈຄວາມຈິງ ແລະ ມີເສັ້ນທາງປະຕິບັດ, ຫົວໃຈຂອງພວກເຂົາພົບຄວາມມ່ວນຊື່ໃນມັນ. ຖ້າພວກເຂົາສາມາດປະຕິບັດຄວາມຈິງ ແລະ ເຮັດຕາມຫຼັກການ, ຫົວໃຈຂອງພວກເຂົາຈະພົບກັບຄວາມສະດວກສະບາຍ ແລະ ພວກເຂົາຈະໄດ້ຮັບເສລີພາບ ແລະ ອິດສະຫຼະພາບ. ຖ້າເຈົ້າມີຄວາມຮູ້ທີ່ແທ້ຈິງບາງຢ່າງກ່ຽວກັບພຣະເຈົ້າ, ເຈົ້າຈະສາມາດເຫັນທຸກສິ່ງໃນໂລກນີ້ໄດ້ຢ່າງຊັດເຈນ; ຫົວໃຈຂອງເຈົ້າຈະໄດ້ຮັບແສງສະຫວ່າງ ແລະ ເຈົ້າຈະມີເສັ້ນທາງ. ແລ້ວເຈົ້າຈະໄດ້ຮັບອິດສະຫຼະພາບ ແລະ ເສລີພາບຢ່າງສົມບູນ. ໃນເວລານີ້, ເຈົ້າຈະເຂົ້າໃຈຄວາມໝາຍຂອງການປະຕິບັດຄວາມຈິງ, ການເຮັດໃຫ້ພຣະເຈົ້າພໍໃຈ, ແລະ ການເປັນຄົນຈິງ ແລະ ໃນເລື່ອງນີ້, ເຈົ້າຈະຢູ່ໃນເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ.

ລະດູໃບໄມ້ຫຼົ່ນ, ປີ 2007

ຕໍ່ໄປ: ຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຫົກປະເພດເທົ່ານັ້ນຈຶ່ງເປັນຄວາມຮູ້ກ່ຽວກັບຕົນເອງຢ່າງແທ້ຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້