ບົດທີ 43
ເຮົາບໍ່ໄດ້ເຕືອນພວກເຈົ້າເທື່ອບໍ? ຈົ່ງຢ່າວິຕົກກັງວົນເລີຍ; ພວກເຈົ້າບໍ່ຟັງເຮົາເລີຍ, ພວກເຈົ້າຈັ່ງແມ່ນຄົນທີ່ບໍ່ມີຄວາມຄິດ! ພວກເຈົ້າຈະສາມາດເຂົ້າໃຈຫົວໃຈຂອງເຮົາໄດ້ຕອນໃດ? ທຸກມື້ແມ່ນມີແສງສະຫວ່າງໃໝ່, ທຸກມື້ແມ່ນມີແສງໃໝ່. ພວກເຈົ້າໄດ້ຄວ້າມັນມາເພື່ອຕົວເອງຈັກຄັ້ງແລ້ວ? ເຮົາບໍ່ໄດ້ບອກພວກເຈົ້າດ້ວຍຕົວເອງບໍ? ພວກເຈົ້າຍັງບໍ່ດິ້ນຮົນຄືກັນກັບແມງໄມ້ທີ່ເຄື່ອນໄຫວເມື່ອຖືກແຍ່ເທົ່ານັ້ນ ແຕ່ພວກເຈົ້າບໍ່ສາມາດເປັນເຈົ້າການໃນການຮ່ວມມືກັບເຮົາ ແລະ ເພື່ອສະແດງຄວາມເຫັນໃຈຕໍ່ພາລະຂອງເຮົາ. ເຮົາຢາກເຫັນຮອຍຍິ້ມທີ່ມີຊີວິດຊີວາ ແລະ ໜ້າຮັກຂອງພວກເຈົ້າ, ຢາກເຫັນກິລິຍາທີ່ຫ້າວຫັນ ແລະ ມີຊີວິດຊີວາຂອງບຸດຊາຍຂອງເຮົາ ແຕ່ເຮົາບໍ່ສາມາດເຮັດໄດ້. ກົງກັນຂ້າມ, ພວກເຈົ້າມີສະໝອງທີ່ອ່ອນແອ, ເປັນບ້າ ແລະ ໂງ່ຈ້າ. ພວກເຈົ້າຄວນເປັນເຈົ້າການໃນການສະແຫວງຫາ. ຈົ່ງສະແຫວງຫາດ້ວຍຄວາມກ້າຫານ! ພຽງແຕ່ເປີດໃຈຂອງເຈົ້າ ແລະ ໃຫ້ເຮົາອາໄສຢູ່ພາຍໃນເຈົ້າ. ຈົ່ງລະວັງ ແລະ ຈົ່ງເຝົ້າເບິ່ງດ້ວຍຄວາມລະມັດລະວັງ! ບາງຄົນໃນຄຣິສຕະຈັກແມ່ນຄົນຫຼອກລວງ ແລະ ເຈົ້າຄວນເໜັ້ນໜັກໃສ່ພຣະທໍາເຫຼົ່ານີ້ສະເໝີ ເພາະຢ້ານວ່າ ຊີວິດຂອງເຈົ້າຈະຖືກກະທົບ ຫຼື ທົນທຸກກັບການສູນເສຍບາງຢ່າງ. ຈົ່ງໝັ້ນໃຈວ່າ ຕາບໃດທີ່ເຈົ້າມີຄວາມກ້າຫານທີ່ຈະຢືນຂຶ້ນ ແລະ ເວົ້າເພື່ອເຮົາ, ເຮົາກໍຈະແບກຮັບພາລະທັງໝົດ ແລະ ສ້າງຄວາມເຂັ້ມແຂງໃຫ້ເຈົ້າ! ຕາບໃດທີ່ເຈົ້າເຮັດໃຫ້ໃຈຂອງເຮົາພໍໃຈ, ເຮົາກໍຈະສະແດງຮອຍຍິ້ມ ແລະ ຄວາມປະສົງຂອງເຮົາໃຫ້ເຈົ້າເຫັນສະເໝີ. ຕາບໃດທີ່ເຈົ້າມີຄວາມຕັ້ງໃຈທີ່ເຂັ້ມແຂງ ແລະ ສະແດງອອກເຖິງອຸປະນິໄສຂອງບຸດຊາຍ, ເຮົາກໍຈະສະໜັບສະໜູນເຈົ້າ ແລະ ຈັດໃຫ້ເຈົ້າຢູ່ໃນຕໍາແໜ່ງທີ່ສໍາຄັນ. ເມື່ອເຈົ້າມາຢູ່ຕໍ່ໜ້າເຮົາ ກໍໃຫ້ເຂົ້າມາໃກ້ໆເຮົາ. ຈົ່ງຢ່າຢ້ານຖ້າເຈົ້າບໍ່ສາມາດເວົ້າໄດ້. ຕາບໃດທີ່ເຈົ້າມີໃຈສະແຫວງຫາ ເຮົາກໍຈະມອບພຣະທໍາໃຫ້ເຈົ້າ. ເຮົາບໍ່ຕ້ອງການຄໍາເວົ້າທີ່ຟັງມ່ວນ ແລະ ເຮົາບໍ່ຕ້ອງການການປະຈົບປະແຈງຂອງເຈົ້າ; ເຮົາຊັງສິ່ງປະເພດນີ້ທີ່ສຸດ. ເຮົາບໍ່ພໍໃຈກັບຄົນປະເພດນີ້ທີ່ສຸດ. ພວກເຂົາແມ່ນສ້ຽນໄມ້ທີ່ຢູ່ໃນຕາຂອງເຮົາ ຫຼື ເປັນໜາມໃນເນື້ອໜັງຂອງເຮົາ ທີ່ຈະຕ້ອງຖືກເອົາອອກ. ບໍ່ດັ່ງນັ້ນ ບຸດຊາຍຂອງເຮົາຈະບໍ່ສາມາດໃຊ້ອໍານາດເພື່ອເຮົາ ແລະ ຈະຢູ່ພາຍໃຕ້ການຄວບຄຸມທີ່ອຶດອັດ. ເປັນຫຍັງເຮົາຈຶ່ງສະເດັດມາ? ເຮົາໄດ້ມາເພື່ອສະໜັບສະໜູນ ແລະ ເພື່ອຊຸກຍູ້ບຸດຊາຍຂອງເຮົາ ເພື່ອວ່າມື້ທີ່ພວກເຂົາຕ້ອງທົນຕໍ່ການກົດຂີ່, ການຂົ່ມເຫັງ, ຄວາມບໍ່ເຫັນອົກເຫັນໃຈ ແລະ ການທາລຸນຈະຫາຍໄປຢ່າງຕະຫຼອດການ!
ຈົ່ງມີຄວາມກ້າຫານ. ເຮົາຈະຍ່າງກັບເຈົ້າ, ອາໄສຢູ່ກັບເຈົ້າ, ເວົ້າກັບເຈົ້າ ແລະ ກະທໍາກັບເຈົ້າຕະຫຼອດເວລາ. ຈົ່ງຢ່າຢ້ານ. ຈົ່ງຢ່າລັງເລທີ່ຈະເວົ້າ. ພວກເຈົ້າຖືເອົາອາລົມເປັນໃຫຍ່, ບໍ່ກ້າ ແລະ ຢ້ານຕະຫຼອດ. ຜູ້ທີ່ບໍ່ມີປະໂຫຍດຕໍ່ການສ້າງຄຣິສຕະຈັກຈະຕ້ອງຖືກກໍາຈັດ. ນີ້ລວມເຖິງຜູ້ທີ່ຢູ່ໃນຄຣິສຕະຈັກ ທີ່ມີສະພາບການທີ່ບໍ່ດີ ແລະ ຜູ້ທີ່ບໍ່ສາມາດກະທໍາຕາມພຣະທໍາຂອງເຮົາ ເຊິ່ງຍິ່ງກວ່ານັ້ນແມ່ນແມ່ ແລະ ພໍ່ທີ່ບໍ່ມີຄວາມເຊື່ອຂອງພວກເຈົ້າ. ເຮົາບໍ່ຕ້ອງການສິ່ງເຫຼົ່ານັ້ນ. ພວກເຂົາຕ້ອງຖືກກໍາຈັດ ແລະ ບໍ່ມີໃຜຄວນຢູ່ຕໍ່. ຈົ່ງປ່ອຍຄວາມສໍາພັນທີ່ຢູ່ຕິດມື ແລະ ຕີນຂອງເຈົ້າ. ຕາບໃດທີ່ເຈົ້າກວດສອບເຈດຕະນາຕ່າງໆຂອງຕົນເອງ ແລະ ພວກມັນບໍ່ກ່ຽວກັບການໄດ້ ແລະ ການເສຍ ຫຼື ຊື່ສຽງ ແລະ ຄວາມຮັ່ງມີ ຫຼື ເພື່ອສາຍສໍາພັນສ່ວນຕົວ ເຮົາກໍຈະຕິດຕາມເຈົ້າ, ຊີ້ນໍາເຈົ້າ ແລະ ມອບການນໍາທາງທີ່ຊັດເຈນໃຫ້ເຈົ້າຕະຫຼອດເວລາ.
ບຸດຊາຍຂອງເຮົາເອີຍ! ເຮົາຄວນເວົ້າຫຍັງ? ເຖິງວ່າເຮົາຈະເວົ້າສິ່ງເຫຼົ່ານີ້ ພວກເຈົ້າແມ່ນຍັງບໍ່ຄິດເຖິງໃຈຂອງເຮົາຢູ່ດີ ແລະ ກໍຍັງບໍ່ມີຄວາມກ້າຫຼາຍ. ພວກເຈົ້າຢ້ານຫຍັງ? ເປັນຫຍັງພວກເຈົ້າຍັງຍຶດຕິດຢູ່ກັບກົດເກນ ແລະ ກົດລະບຽບ? ເຮົາໄດ້ປ່ອຍພວກເຈົ້າແລ້ວ ແຕ່ພວກເຈົ້າຍັງບໍ່ເປັນອິດສະຫຼະ. ເປັນຫຍັງຄືເປັນແນວນີ້? ສື່ສານກັບເຮົາໃຫ້ຫຼາຍຂຶ້ນ ແລະ ເຮົາຈະບອກເຈົ້າ. ຢ່າມາທົດສອບເຮົາ. ເຮົາຄືຂອງແທ້. ເຮົາບໍ່ມີມານຍາ; ທຸກຢ່າງແມ່ນຂອງແທ້! ສິ່ງທີ່ເຮົາເວົ້າແມ່ນຄວາມຈິງ. ເຮົາບໍ່ເຄີຍຄືນຄໍາເວົ້າຂອງເຮົາ.