ບົດທີ 40
ເປັນຫຍັງເຈົ້າຈຶ່ງສະໝອງຊ້າຫຼາຍ? ເປັນຫຍັງເຈົ້າຈຶ່ງມຶນຫຼາຍ? ເຄື່ອງເຕືອນໃຈຫຼາຍຢ່າງກໍບໍ່ໄດ້ປຸກໃຫ້ພວກເຈົ້າຕື່ນເລີຍ; ສິ່ງນີ້ເປັນຕາເສົ້າໃຈສຳລັບເຮົາ. ເຮົາບໍ່ມີຫົວໃຈທີ່ຈະເຫັນລູກຊາຍຂອງເຮົາເປັນແບບນີ້ແທ້ໆ. ຫົວໃຈຂອງເຮົາຈະຮັບສິ່ງນີ້ໄດ້ແນວໃດ? ໂອ້ຍ! ເຮົາຕ້ອງສັ່ງສອນພວກເຈົ້າດ້ວຍມືຂອງເຮົາເອງ. ກ້າວຍ່າງຂອງເຮົາກໍສືບຕໍ່ໄວຂຶ້ນ. ລູກຊາຍຂອງເຮົາເອີຍ! ຈົ່ງລຸກຂຶ້ນໄວໆ ແລະ ຮ່ວມມືກັບເຮົາ. ແມ່ນໃຜທີ່ຈະເສຍສະຫຼະຕົນເອງເພື່ອເຮົາໃນຕອນນີ້? ແມ່ນໃຜທີ່ຈະສາມາດອຸທິດຕົນເອງແທ້ໆ ໂດຍປາສະຈາກຄຳຕໍ່ວ່າແມ່ນແຕ່ໜ້ອຍດຽວ? ພວກເຈົ້າມຶນຫຼາຍ ແລະ ປຶກຢູ່ສະເໝີ! ມີຈັກຄົນທີ່ສາມາດຄິດຫາຄວາມຮູ້ສຶກຂອງເຮົາ ແລະ ແມ່ນໃຜທີ່ຈະສາມາດເຂົ້າໃຈພຣະວິນຍານແຫ່ງພຣະທຳຂອງເຮົາຢ່າງແທ້ຈິງ? ສິ່ງທີ່ເຮົາສາມາດເຮັດໄດ້ກໍຄືລໍຖ້າ ແລະ ຫວັງຢ່າງກັງວົນໃຈ; ເມື່ອເຫັນວ່າການເຄື່ອນໄຫວແຕ່ລະຢ່າງຂອງເຈົ້າບໍ່ສາມາດເປັນທີ່ພໍໃຈເຮົາໄດ້, ເຮົາຈະເວົ້າຫຍັງໄດ້ແດ່? ລູກຊາຍຂອງເຮົາເອີຍ! ທຸກສິ່ງທີ່ພຣະບິດາເຮັດໃນປັດຈຸບັນກໍແມ່ນເພື່ອລູກຊາຍຂອງເຮົາ. ເປັນຫຍັງລູກຊາຍຂອງເຮົາຈຶ່ງບໍ່ເຄີຍເຂົ້າໃຈຫົວໃຈຂອງເຮົາ ແລະ ເປັນຫຍັງລູກຊາຍຂອງເຮົາຈຶ່ງເຮັດໃຫ້ເຮົາ ຜູ້ເຊິ່ງເປັນພຣະບິດາຂອງເຈົ້າ ກັງວົນຢູ່ສະເໝີ? ເມື່ອໃດລູກຊາຍຂອງເຮົາຈຶ່ງຈະເຕີບໂຕເປັນຜູ້ໃຫຍ່ຂຶ້ນ, ບໍ່ເຮັດໃຫ້ເຮົາກັງວົນ ແລະ ຍອມໃຫ້ເຮົາໄວ້ໃຈໃນລູກຊາຍຂອງເຮົາ? ເມື່ອໃດລູກຊາຍຂອງເຮົາຈຶ່ງຈະສາມາດດຳລົງຊີວິດຢ່າງເປັນອິດສະຫຼະ, ລຸກຢືນຂຶ້ນ ແລະ ແບ່ງເບົາພາລະກິດທີ່ຢູ່ເທິງບ່າຂອງພຣະບິດາຂອງພວກເຂົາ? ເຮົາຫຼັ່ງນໍ້າຕາຢ່າງງຽບໆເພື່ອລູກຊາຍຂອງເຮົາ ແລະ ເຮົາທຸ້ມເທທຸກສິ່ງເພື່ອຄວາມສຳເລັດແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ເພື່ອຊ່ວຍລູກຊາຍຂອງເຮົາ, ຄົນອັນເປັນທີ່ຮັກຂອງເຮົາ. ເຮົາບໍ່ມີທາງເລືອກອື່ນເລີຍ.
ຄຳສັນຍາຂອງເຮົາໄດ້ເກີດຂຶ້ນແລ້ວ ແລະ ຖືກສຳແດງອອກຕໍ່ຕາຂອງພວກເຈົ້າ. ເປັນຫຍັງເຈົ້າຈຶ່ງບໍ່ຄິດຫາຫົວໃຈຂອງເຮົາ? ເປັນຫຍັງ? ເປັນຫຍັງ? ຈົນຮອດຕອນນີ້, ເຈົ້າໄດ້ນັບແລ້ວບໍວ່າ ມີຈັກສິ່ງທີ່ເຈົ້າເຮັດ ແລ້ວເປັນທີ່ພໍໃຈຂອງເຮົາ ຫຼື ສ່ິງທີ່ບໍາລຸງ ແລະ ລໍ່ລ້ຽງຄຣິສຕະຈັກ? ໃຫ້ໄຕ່ຕອງສິ່ງນີ້ຢ່າງຮອບຄອບ ແລະ ຢ່າປະໝາດ. ຢ່າປະຖິ້ມສະຖານະການທີ່ເປັນຄວາມຈິງແມ່ນແຕ່ຢ່າງດຽວ. ເຈົ້າຕ້ອງບໍ່ໃສ່ໃຈກັບລັກສະນະພາຍນອກເທົ່ານັ້ນ ແລະ ເບິ່ງຂ້າມໃຈຄວາມສຳຄັນ. ໃນທຸກເວລາ, ເຈົ້າຕ້ອງກວດສອບວ່າ ຄຳເວົ້າ ແລະ ການກະທຳແຕ່ລະຢ່າງຂອງເຈົ້າ ແລະ ການເຄື່ອນໄຫວທຸກຢ່າງຂອງເຈົ້າໄດ້ຜ່ານການພິພາກສາຕໍ່ໜ້າທີ່ນັ່ງຂອງພຣະຄຣິດ ຫຼື ບໍ່ ແລະ ເຈົ້າໄດ້ປ່ຽນແປງເປັນລັກສະນະຂອງບຸກຄົນໃໝ່ ຫຼື ບໍ່ ເຊິ່ງບໍ່ແມ່ນການລອກແບບ, ແຕ່ກົງກັນຂ້າມ ເປັນການສຳແດງຊີວິດທີ່ອອກມາຈາກສ່ວນເລິກຢູ່ພາຍໃນ. ຢ່າຊັກຊ້າກັບຊີວິດຂອງເຈົ້າເພື່ອຫຼີກຫຼ່ຽງການໄດ້ຮັບຄວາມສູນເສຍ. ໃຫ້ເລັ່ງ ແລະ ແກ້ໄຂສະຖານະການນີ້, ເປັນທີ່ພໍໃຈຂອງເຮົາ ແລະ ຈື່ຫຼັກການປະພຶດໄວ້: ເຮັດສິ່ງຕ່າງໆດ້ວຍຄວາມຊອບທຳ ແລະ ຄວາມຊື່ສັດ ແລະ ເປັນທີ່ພໍໃຈຂອງເຮົາ. ຢ່າເລິນເລີ້. ເຈົ້າຈື່ສິ່ງນີ້ໄດ້ບໍ?