7. ຄວາມແຕກຕ່າງລະຫວ່າງການກະທຳທີ່ດີພາຍນອກ ແລະ ການປ່ຽນແປງໃນອຸປະນິໄສ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ການປ່ຽນແປງອຸປະນິໄສ ຫຼັກໆແມ່ນໝາຍເຖິງການປ່ຽນແປງທຳມະຊາດຂອງບຸກຄົນໃດໜຶ່ງ. ສິ່ງທີ່ເປັນທຳມະຊາດຂອງບຸກຄົນໃດໜຶ່ງບໍ່ສາມາດເຫັນໄດ້ຈາກພຶດຕິກຳພາຍນອກ; ພວກມັນກ່ຽວຂ້ອງກັບຄຸນຄ່າ ແລະ ຄວາມໝາຍຂອງການເປັນຢູ່ຂອງເຂົາໂດຍກົງ. ນັ້ນກໍຄື ພວກມັນກ່ຽວພັນເຖິງທັດສະນະຂອງບຸກຄົນໃດໜຶ່ງກ່ຽວກັບຊີວິດ ແລະ ຄຸນຄ່າຂອງເຂົາໂດຍກົງ, ກ່ຽວກັບສິ່ງຕ່າງໆທີ່ຢູ່ໃນສ່ວນເລິກຈິດວິນຍານຂອງເຂົາ ແລະ ກ່ຽວກັບແກ່ນແທ້ຂອງເຂົາ. ຖ້າບຸກຄົນໃດໜຶ່ງບໍ່ສາມາດຍອມຮັບຄວາມຈິງ, ເຂົາກໍຈະບໍ່ປະສົບກັບການປ່ຽນແປງໃນດ້ານຕ່າງໆເຫຼົ່ານີ້. ມີພຽງໂດຍປະສົບການຈາກພາລະກິດຂອງພຣະເຈົ້າ, ການເຂົ້າສູ່ຄວາມຈິງຢ່າງສົມບູນ, ການປ່ຽນແປງຄຸນຄ່າຂອງຄົນ ແລະ ທັດສະນະຄະຕິຂອງຄົນໃດໜຶ່ງກ່ຽວກັບການເປັນຢູ່ ແລະ ຊີວິດ, ການປັບທັດສະນະຂອງຄົນໃຫ້ເຂົ້າກັບພຣະທຳຂອງພຣະເຈົ້າ ແລະ ຄວາມສາມາດຍອມອ່ອນນ້ອມ ແລະ ອຸທິດຕໍ່ພຣະອົງທັງໝົດເທົ່ານັ້ນ, ອຸປະນິໄສຂອງຄົນຈຶ່ງຈະສາມາດເວົ້າໄດ້ວ່າ ໄດ້ຮັບການປ່ຽນແປງ. ເຈົ້າອາດຈະເບິ່ງຄືກັບວ່າ ໄດ້ໃຊ້ຄວາມພະຍາຍາມບາງຢ່າງ ແລະ ຫົດຍືດໄດ້ເມື່ອປະສົບກັບຄວາມລຳບາກໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າອາດຈະອົດທົນເມື່ອຜະເຊີນກັບຄວາມລຳບາກ, ເຈົ້າອາດຈະສາມາດປະຕິບັດພາລະກິດທີ່ຖືກຈັດແຈງຈາກເບື້ອງເທິງ ຫຼື ເຈົ້າອາດຈະສາມາດໄປໃສກໍໄດ້ທີ່ເຈົ້າຖືກສັ່ງໃຫ້ໄປ, ແຕ່ສິ່ງເຫຼົ່ານີ້ແມ່ນເປັນພຽງການປ່ຽນແປງເລັກໆນ້ອຍໆໃນພຶດຕິກຳຂອງເຈົ້າ ແລະ ບໍ່ພຽງພໍທີ່ຈະຖືວ່າເປັນການປ່ຽນແປງໃນອຸປະນິໄສຂອງເຈົ້າ. ເຈົ້າອາດຈະສາມາດຜ່ານຫຼາຍເສັ້ນທາງ, ທົນທຸກກັບຄວາມລຳບາກຫຼາຍຢ່າງ ແລະ ອົດກັ້ນກັບຄວາມອັບອາຍຢ່າງຫຼວງຫຼາຍ; ເຈົ້າອາດຈະຮູ້ສຶກໃກ້ຊິດກັບພຣະເຈົ້າຫຼາຍ ແລະ ພຣະວິນຍານບໍລິສຸດອາດປະຕິບັດພາລະກິດບາງຢ່າງໃນເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອພຣະເຈົ້າຮຽກຮ້ອງໃຫ້ເຈົ້າເຮັດບາງສິ່ງທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ເຈົ້າອາດຈະຍັງບໍ່ຍອມເຮັດຕາມ; ກົງກັນຂ້າມ ເຈົ້າອາດຊອກຫາຂໍ້ອ້າງ, ເປັນກະບົດ ແລະ ຕໍ່ຕ້ານພຣະເຈົ້າ, ຈົນເຖິງກັບວິຈານພຣະເຈົ້າ ແລະ ປະທ້ວງພຣະອົງ. ນີ້ຈະເປັນບັນຫາທີ່ຮ້າຍແຮງຫຼາຍ! ມັນຈະສະແດງໃຫ້ເຫັນວ່າ ເຈົ້າຍັງມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ ແລະ ເຈົ້າຍັງບໍ່ໄດ້ຜ່ານການປ່ຽນແປງໃດໆເລີຍ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ສິ່ງທີ່ຄວນຮູ້ກ່ຽວກັບການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງ

ຜູ້ຄົນສາມາດປະພຶດຕົນດີ, ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພວກເຂົາປະກອບມີຄວາມຈິງ. ການມີຄວາມກະຕືລືລົ້ນພຽງແຕ່ສາມາດເຮັດໃຫ້ພວກເຂົາປະຕິບັດຕາມຫຼັກຄຳສອນ ແລະ ປະຕິບັດຕາມກົດເກນເທົ່ານັ້ນ; ບັນດາຜູ້ຄົນທີ່ປາສະຈາກຄວາມຈິງແມ່ນບໍ່ມີວິທີແກ້ໄຂບັນຫາທີ່ສຳຄັນໄດ້ ແລະ ຫຼັກຄຳສອນກໍບໍ່ສາມາດແທນທີ່ຄວາມຈິງໄດ້. ຜູ້ຄົນທີ່ໄດ້ປະສົບກັບການປ່ຽນແປງໃນອຸປະນິໄສຂອງພວກເຂົາແມ່ນແຕກຕ່າງກັນ; ພວກເຂົາເຂົ້າໃຈເຖິງຄວາມຈິງ, ພວກເຂົາກຳລັງແຍກແຍະທຸກບັນຫາ, ພວກເຂົາຮູ້ຈັກວິທີການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ວິທີການປະຕິບັດຕາມຫຼັກການແຫ່ງຄວາມຈິງ ແລະ ວິທີການເຮັດໃຫ້ພຣະເຈົ້າພໍໃຈ ແລະ ພວກເຂົາເຂົ້າໃຈທຳມະຊາດຂອງຄວາມເສື່ອມຊາມທີ່ພວກເຂົາໄດ້ສະແດງອອກ. ເມື່ອຄວາມຄິດ ແລະ ແນວຄິດຂອງພວກເຂົາເອງໄດ້ຖືກເປີດເຜີຍ, ພວກເຂົາກໍສາມາດແຍກແຍະ ແລະ ປະຖິ້ມເນື້ອໜັງໄດ້. ນີ້ແມ່ນວິທີການສະແດງອອກໃນການປ່ຽນແປງອຸປະນິໄສ. ສິ່ງສຳຄັນກ່ຽວກັບຜູ້ຄົນທີ່ໄດ້ຜ່ານການປ່ຽນແປງອຸປະນິໄສກໍຄື ພວກເຂົາໄດ້ມາເຂົ້າໃຈຄວາມຈິງຢ່າງຊັດເຈນ ແລະ ເມື່ອດໍາເນີນການຕ່າງໆ ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດດ້ວຍຄວາມຖືກຕ້ອງພໍສົມຄວນ ແລະ ພວກເຂົາບໍ່ໄດ້ສະແດງຄວາມເສື່ອມຊາມອອກມາເລື້ອຍໆ. ໂດຍທົ່ວໄປແລ້ວ, ບັນດາຜູ້ທີ່ຖືກປ່ຽນແປງໃນອຸປະນິໄສ ເບິ່ງຄືກັບວ່າມີເຫດຜົນ ແລະ ສາມາດແຍກແຍະໄດ້ເປັນພິເສດ ແລະ ເນື່ອງຈາກຄວາມເຂົ້າໃຈເຖິງຄວາມຈິງຂອງພວກເຂົາ, ພວກເຂົາບໍ່ຄ່ອຍສະແດງອອກວ່າຕົນເອງມີສິລະທໍາ ຫຼື ສະແດງຄວາມອວດດີພໍປານໃດ. ພວກເຂົາສາມາດເຫັນ ແລະ ແຍກແຍະຄວາມເສື່ອມຊາມຕ່າງໆທີ່ໄດ້ຖືກເປີດເຜີຍອອກມາໃນພວກເຂົາ, ສະນັ້ນ ພວກເຂົາຈຶ່ງບໍ່ມັກອວດດີ. ພວກເຂົາສາມາດເຂົ້າໃຈຢ່າງແນ່ນອນວ່າຕໍາແໜ່ງຂອງມະນຸດຢູ່ໃສ, ເຂົ້າໃຈວິທີການປະພຶດຢ່າງມີເຫດຜົນ, ເຂົ້າໃຈວິທີການເຊື່ອຟັງ, ເຂົ້າໃຈສິ່ງທີ່ຄວນເວົ້າ ແລະ ສິ່ງທີ່ບໍ່ຄວນເວົ້າ ແລະ ສິ່ງທີ່ຄວນເວົ້າ ແລະ ບໍ່ຄວນເວົ້າຕໍ່ຜູ້ຄົນປະເພດໃດ. ສະນັ້ນ, ຄົນທີ່ໄດ້ຜ່ານການປ່ຽນແປງໃນອຸປະນິໄສຂອງພວກເຂົາກໍ່ມີເຫດຜົນພໍສົມຄວນ ແລະ ມີພຽງແຕ່ຄົນດັ່ງກ່າວຈຶ່ງດຳລົງຊີວິດຕາມລັກສະນະຂອງມະນຸດຢ່າງແທ້ຈິງ. ເພາະພວກເຂົາມີຄວາມຈິງ, ພວກເຂົາສາມາດເວົ້າ ແລະ ເຫັນສິ່ງຕ່າງໆທີ່ສອດຄ່ອງກັບຄວາມຈິງຢູ່ສະເໝີ ແລະ ພວກເຂົາມີຫຼັກການໃນທຸກສິ່ງທີ່ພວກເຂົາກະທຳ; ພວກເຂົາບໍ່ຍອມຕໍ່ອິດທິພົນຂອງຜູ້ຄົນ, ເຫດການ ຫຼື ສິ່ງໃດໜຶ່ງ ແລະ ພວກເຂົາລ້ວນແລ້ວແຕ່ມີມຸມມອງຂອງພວກເຂົາເອງ ແລະ ສາມາດຍຶດໝັ້ນຫຼັກການແຫ່ງຄວາມຈິງໄວ້ໄດ້. ອຸປະນິໄສຂອງພວກເຂົາກໍໝັ້ນຄົງພໍສົມຄວນ, ພວກເຂົາບໍ່ໜາວບໍ່ຮ້ອນ ແລະ ບໍ່ວ່າພວກເຂົາຈະມີສະຖານະການແບບໃດກໍຕາມ, ພວກເຂົາກໍເຂົ້າໃຈເຖິງວິທີການປະຕິບັດໜ້າທີ່ຕ່າງໆຂອງພວກເຂົາຢ່າງຖືກຕ້ອງ ແລະ ເຂົ້າໃຈວິທີການປະພຶດຕົນຕໍ່ຄວາມພໍໃຈຂອງພຣະເຈົ້າ. ບັນດາຄົນທີ່ມີການປ່ຽນແປງໃນອຸປະນິໄສຂອງພວກເຂົາແທ້ໆ ແມ່ນບໍ່ໄດ້ໃສ່ໃຈໃນການເຮັດສິ່ງຕ່າງໆເພື່ອເຮັດໃຫ້ຕົນເອງເປັນຄົນດີພຽງພາຍນອກ; ພວກເຂົາໄດ້ຮັບຄວາມຊັດເຈນຢູ່ພາຍໃນກ່ຽວກັບສິ່ງທີ່ຈະກະທຳເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ສະນັ້ນ, ຈາກພາຍນອກ ພວກເຂົາອາດເບິ່ງຄືບໍ່ກະຕືລືລົ້ນຫຼາຍ ຫຼື ໄດ້ເຮັດຫຍັງທີ່ຍິ່ງໃຫຍ່, ແຕ່ທຸກສິ່ງທີ່ພວກເຂົາເຮັດແມ່ນມີຄວາມໝາຍ, ມີຄຸນຄ່າ ແລະ ໃຫ້ຜົນໄດ້ຮັບຢ່າງແທ້ຈິງ. ແນ່ນອນ ຄົນທີ່ມີອຸປະນິໄສປ່ຽນແປງແມ່ນມີຄວາມຈິງຫຼາຍ ແລະ ສິ່ງນີ້ສາມາດຢືນຢັນໄດ້ຈາກທັດສະນະຂອງພວກເຂົາກ່ຽວກັບສິ່ງຕ່າງໆ ແລະ ການກະທຳຢ່າງມີຫຼັກການຂອງພວກເຂົາ. ແນ່ນອນ ຄົນທີ່ບໍ່ມີຄວາມຈິງແມ່ນບໍ່ບັນລຸການປ່ຽນແປງໃນອຸປະນິໄສ. ແລ້ວແມ່ນຫຍັງຄືການປ່ຽນແປງໃນອຸປະນິໄສ? ມັນເປັນເວລາທີ່ມີພິດຫຼາຍຢ່າງຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມທຸກຮູບແບບໃນທຳມະຊາດຂອງຜູ້ຄົນ, ເພາະພວກເຂົາໄດ້ຍອມຮັບຄວາມຈິງຫຼາຍຢ່າງ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ອຸປະນິໄສທີ່ຫຼາກຫຼາຍເຫຼົ່ານີ້ຂອງຊາຕານໄດ້ຖືກຊໍາລະລ້າງຢ່າງທີ່ສຸດ ແລະ ພຣະທຳຂອງພຣະເຈົ້າໄດ້ຢັງຮາກພາຍໃນພວກເຂົາ ແລະ ໄດ້ກາຍມາເປັນຊີວິດຂອງພວກເຂົາ ແລະ ພື້ນຖານແຫ່ງການເປັນຢູ່ຂອງພວກເຂົາ. ພວກເຂົາດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ໄດ້ປ່ຽນແປງຢ່າງສົມບູນ ແລະ ກາຍມາເປັນຄົນໃໝ່. ມີແຕ່ເມື່ອນັ້ນ ຊີວິດ-ອຸປະນິໄສຂອງພວກເຂົາຈຶ່ງປ່ຽນແປງ. ການປ່ຽນແປງໃນອຸປະນິໄສບໍ່ໄດ້ໝາຍຄວາມເຖິງການມີຄວາມເປັນມະນຸດທີ່ເປັນຜູ້ໃຫຍ່ ແລະ ມີປະສົບການ ຫຼື ມັນບໍ່ໄດ້ໝາຍຄວາມວ່າອຸປະນິໄສພາຍນອກຂອງຜູ້ຄົນອ່ອນນ້ອມກວ່າແຕ່ກ່ອນ, ພວກເຂົາເຄີຍອວດດີ ແຕ່ດຽວນີ້ສາມາດສື່ສານຢ່າງມີເຫດຜົນ ຫຼື ພວກເຂົາບໍ່ເຄີຍຟັງໃຜ ແຕ່ດຽວນີ້ຮັບຟັງຄົນອື່ນ; ການປ່ຽນແປງພາຍນອກດັ່ງກ່າວບໍ່ສາມາດເວົ້າໄດ້ວ່າເປັນການປ່ຽນແປງໃນອຸປະນິໄສ. ແນ່ນອນ, ການປ່ຽນແປງອຸປະນິໄສແມ່ນລວມເຖິງການສະແດງອອກເຊັ່ນນີ້, ແຕ່ສ່ວນປະກອບສຳຄັນທີ່ສຸດກໍຄືພາຍໃນ ຊີວິດຂອງພວກເຂົາແມ່ນໄດ້ຮັບການປ່ຽນແປງ. ຄວາມຈິງທີ່ພຣະເຈົ້າໄດ້ສະແດງອອກກໍກາຍເປັນຊີວິດຂອງພວກເຂົາແທ້ຈິງ, ພິດຂອງຊາຕານທີ່ຢູ່ພາຍໃນຂອງພວກເຂົາກໍຖືກກຳຈັດອອກໄປແລະ ທັດສະນະຂອງພວກເຂົາກໍຖືກປ່ຽນແປງໂດຍສິ້ນເຊີງ ແລະ ບໍ່ມີທັດສະນະໃດສອດຄ່ອງກັບທາງໂລກ. ພວກເຂົາສາມາດເຫັນເຖິງກົນອຸບາຍ ແລະ ພິດຂອງມັງກອນແດງໃຫຍ່ຢ່າງຊັດເຈນສຳລັບສິ່ງທີ່ພວກເຂົາເປັນ. ພວກເຂົາໄດ້ເຂົ້າໃຈເຖິງແກ່ນແທ້ທີ່ແທ້ຈິງຂອງຊີວິດ ແລະ ຄຸນຄ່າໃນຊິວິດຂອງພວກເຂົາຈຶ່ງໄດ້ປ່ຽນແປງ. ນີ້ແມ່ນຮູບແບບການປ່ຽນແປງທີ່ເປັນພື້ນຖານທີ່ສຸດ ພ້ອມທັງແກ່ນແທ້ຂອງການປ່ຽນແປງໃນອຸປະນິໄສ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ໃນສາສະໜາ, ຫຼາຍຄົນໄດ້ທົນທຸກຢ່າງຫຼວງຫຼາຍຕະຫຼອດຊີວິດຂອງພວກເຂົາ: ພວກເຂົາເອົາຊະນະຮ່າງກາຍຂອງພວກເຂົາ ແລະ ແບກໄມ້ກາງແຂນຂອງພວກເຂົາ ແລະ ພວກເຂົາເຖິງກັບສືບຕໍ່ທົນທຸກ ແລະ ອົດກັ້ນໃນເວລາທີ່ໃກ້ຈະຕາຍ! ບາງຄົນຍັງອົດອາຫານໃນຕອນເຊົ້າກ່ອນພວກເຂົາຈະຕາຍ. ຕະຫຼອດທັງຊີວິດຂອງພວກເຂົາ, ພວກເຂົາປະຕິເສດອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ດີສໍາລັບຕົວພວກເຂົາເອງ, ພຽງແຕ່ໃສ່ໃຈກັບການທົນທຸກຢ່າງດຽວ. ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາ ແລະ ປະຖິ້ມເນື້ອໜັງຂອງພວກເຂົາ. ວິນຍານແຫ່ງການອົດກັ້ນຕໍ່ການທົນທຸກຂອງພວກເຂົາເປັນຕາຍ້ອງຍໍສັນລະເສີນ. ແຕ່ຄວາມຄິດຂອງພວກເຂົາ, ແນວຄິດຂອງພວກເຂົາ, ທ່າທີທາງຈິດໃຈຂອງພວກເຂົາ ແລະ ແນ່ນອນ ທຳມະຊາດເດີມຂອງພວກເຂົາບໍ່ໄດ້ຖືກຈັດການແມ່ນແຕ່ໜ້ອຍດຽວ. ພວກເຂົາຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ. ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນພາບດັ້ງເດີມຂອງພຣະເຈົ້າທີ່ເລື່ອນລອຍ. ຄວາມຕັ້ງໃຈຂອງພວກເຂົາທີ່ຈະທົນທຸກເພື່ອພຣະເຈົ້າມາຈາກຄວາມກະຕືລືລົ້ນຂອງພວກເຂົາ ແລະ ລັກສະນະຂອງຄວາມເປັນມະນຸດທີ່ດີຂອງພວກເຂົາ. ເຖິງແມ່ນພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ເຂົ້າໃຈພຣະອົງ ຫຼື ຮູ້ຈັກເຖິງຄວາມປະສົງຂອງພຣະອົງ. ພວກເຂົາພຽງແຕ່ເຮັດວຽກ ແລະ ທົນທຸກເພື່ອພຣະເຈົ້າແບບຕາບອດ. ພວກເຂົາບໍ່ໄດ້ໃຫ້ຄຸນຄ່າຫຍັງກໍ່ຕາມໃນການແຍກແຍະ, ສົນໃຈແຕ່ໜ້ອຍດຽວກັບວິທີທີ່ຈະຮັບປະກັນວ່າການບໍລິການຂອງພວກເຂົາບັນລຸຕາມຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ ແລະ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງວິທີທີ່ຈະບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ. ພຣະເຈົ້າທີ່ພວກເຂົາຮັບໃຊ້ບໍ່ແມ່ນພຣະເຈົ້າໃນລັກສະນະທຳມະຊາດຂອງພຣະອົງ, ແຕ່ເປັນພຣະເຈົ້າທີ່ພວກເຂົາຈິນຕະນາການ, ພຣະເຈົ້າທີ່ພວກເຂົາພຽງແຕ່ໄດ້ຍິນ ຫຼື ພວກເຂົາພຽງແຕ່ໄດ້ອ່ານເລື່ອງເລົ່າລືທີ່ຢູ່ໃນບົດຂຽນ. ແລ້ວພວກເຂົາກໍໃຊ້ຈິນຕະນາການທີ່ອຸດົມສົມບູນ ແລະ ຄວາມເຫຼື້ອມໃສໃນສາສະໜາຂອງພວກເຂົາເພື່ອທົນທຸກເພື່ອພຣະເຈົ້າ ແລະ ຮັບເອົາພາລະກິດຂອງພຣະເຈົ້າ. ການຮັບໃຊ້ຂອງພວກເຂົາແມ່ນບໍ່ແນ່ນອນຫຼາຍ ຈົນເຖິງກັບວ່າໃນພາກປະຕິບັດຕົວຈິງແລ້ວ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ຈະສາມາດຮັບໃຊ້ຄວາມປະສົງຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ບໍ່ວ່າພວກເຂົາຈະທົນທຸກດ້ວຍຄວາມຍິນດີແບບໃດກໍຕາມ, ທັດສະນະເດີມຂອງພວກເຂົາກ່ຽວກັບການຮັບໃຊ້ ແລະ ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງບໍ່ໄດ້ປ່ຽນແປງ, ເພາະພວກເຂົາບໍ່ໄດ້ຜະເຊີນກັບການພິພາກສາ, ການຂ້ຽນຕີ, ການຫຼໍ່ຫຼອມ ແລະ ການເຮັດໃຫ້ສົມບູນຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດນໍາພາພວກເຂົາໂດຍໃຊ້ຄວາມຈິງ. ເຖິງແມ່ນພວກເຂົາເຊື່ອໃນພຣະເຢຊູພຣະຜູ້ໄຖ່, ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາເຄີຍເຫັນພຣະຜູ້ໄຖ່. ພວກເຂົາພຽງແຕ່ຮູ້ຈັກກ່ຽວກັບພຣະອົງຜ່ານທາງເລື່ອງເລົ່າລື ແລະ ຄຳບອກເລົ່າ. ຜົນຕາມມາກໍຄື ການຮັບໃຊ້ຂອງພວກເຂົາກໍພຽງແຕ່ເທົ່າກັບການຮັບໃຊ້ຕາມເວນຕາມກຳໂດຍລັບຕາເທົ່ານັ້ນ, ຄືກັບຄົນຕາບອດຮັບໃຊ້ພໍ່ຂອງເຂົາເອງ. ໃນທີ່ສຸດແລ້ວ ແມ່ນຫຍັງຈະສາມາດຖືກບັນລຸໄດ້ໂດຍການຮັບໃຊ້ດັ່ງກ່າວ? ແລ້ວຜູ້ໃດຈະເຫັນດີໃນການຮັບໃຊ້ນັ້ນ? ຕັ້ງແຕ່ຕົ້ນຈົນຈົບ, ການຮັບໃຊ້ຂອງພວກເຂົາຍັງເໝືອນເດີມໂດຍຕະຫຼອດ; ພວກເຂົາພຽງແຕ່ຮັບເອົາບົດຮຽນທີ່ມະນຸດສ້າງຂຶ້ນ ແລະ ອີງການຮັບໃຊ້ຂອງພວກເຂົາໃສ່ທຳມະຊາດຂອງພວກເຂົາ ແລະ ຄວາມມັກຂອງພວກເຂົາເອງເທົ່ານັ້ນ. ສິ່ງນີ້ຈະສາມາດໃຫ້ລາງວັນຫຍັງໄດ້? ແມ່ນແຕ່ເປໂຕ ຜູ້ທີ່ໄດ້ເຫັນພຣະເຢຊູກໍບໍ່ຮູ້ຈັກວິທີຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ; ເພິ່ນພຽງແຕ່ຮູ້ຈັກສິ່ງນີ້ໃນເວລາສຸດທ້າຍ, ໃນເວລາທີ່ເພິ່ນເຖົ້າແລ້ວ. ສິ່ງນີ້ບອກຫຍັງກ່ຽວກັບຄົນຕາບອດເຫຼົ່ານັ້ນ ທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ຫຼື ການຖືກຮານແມ່ນແຕ່ໜ້ອຍດຽວ ແລະ ຄົນທີ່ບໍ່ມີຜູ້ໃດນໍາພາພວກເຂົາ? ການຮັບໃຊ້ຂອງຫຼາຍຄົນທ່າມກາງພວກເຈົ້າໃນປັດຈຸບັນບໍ່ໄດ້ເປັນດັ່ງການຮັບໃຊ້ຂອງຄົນຕາບອດເຫຼົ່ານີ້ບໍ? ທຸກຄົນທີ່ບໍ່ໄດ້ຮັບເອົາການພິພາກສາ, ບໍ່ໄດ້ຮັບເອົາການລິຮານ ແລະ ການຈັດການ ແລະ ຜູ້ທີ່ບໍ່ໄດ້ປ່ຽນແປງ, ພວກເຂົາບໍ່ແມ່ນລ້ວນແຕ່ຖືກເອົາຊະນະຢ່າງບໍ່ຄົບຖ້ວນບໍ? ຜູ້ຄົນເຫຼົ່ານັ້ນມີປະໂຫຍດຫຍັງ? ຖ້າຄວາມຄິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດຂອງເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າບໍ່ໄດ້ສະແດງເຖິງການປ່ຽນແປງໃໝ່ ແລະ ເຈົ້າບໍ່ໄດ້ຮັບເອົາຫຍັງຢ່າງແທ້ຈິງ, ແລ້ວເຈົ້າກໍຈະບໍ່ບັນລຸຫຍັງເປັນພິເສດໃນການຮັບໃຊ້ຂອງເຈົ້າຈັກເທື່ອ! ຫາກປາສະຈາກນິມິດ ແລະ ຄວາມຮູ້ໃໝ່ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍບໍ່ໄດ້ຖືກເອົາຊະນະ. ແລ້ວວິທີການຕິດຕາມພຣະເຈົ້າຂອງເຈົ້າກໍຈະເປັນຄືກັບຄົນທີ່ທົນທຸກ ແລະ ອົດອາຫານ: ມີຄຸນຄ່າໜ້ອຍດຽວ! ມັນເປັນຍ້ອນວ່າມີຄຳພະຍານເລັກນ້ອຍໃນສິ່ງທີ່ພວກເຂົາເຮັດແທ້ໆ, ເຮົາຈຶ່ງເວົ້າວ່າການຮັບໃຊ້ຂອງພວກເຂົາບໍ່ມີປະໂຫຍດ! ຕະຫຼອດຊີວິດຂອງພວກເຂົາ, ຜູ້ຄົນເຫຼົ່ານັ້ນທົນທຸກ ແລະ ໃຊ້ເວລາໃນຄຸກ; ພວກເຂົາບໍ່ເຄີຍອົດທົນ, ຮັກ ແລະ ພວກເຂົາບໍ່ເຄີຍແບກໄມ້ກາງແຂນ, ພວກເຂົາຖືກໂລກເຍາະເຍີ້ຍ ແລະ ປະຕິເສດ, ພວກເຂົາຜະເຊີນກັບຄວາມລຳບາກທຸກຢ່າງ ແລະ ເຖິງແມ່ນ ພວກເຂົາເຊື່ອຟັງຈົນເຖິງທີ່ສຸດ, ພວກເຂົາກໍຍັງບໍ່ຖືກເອົາຊະນະ ແລະ ບໍ່ສາມາດເປັນພະຍານເຖິງການຖືກເອົາຊະນະ. ພວກເຂົາໄດ້ທົນທຸກຢ່າງໜັກ, ແຕ່ຂ້າງໃນແລ້ວ ພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ຄວາມຄິດເດີມຂອງພວກເຂົາ, ແນວຄິດເດີມ, ການປະຕິບັດທາງສາສະໜາ, ຄວາມຮູ້ທີ່ມະນຸດສ້າງຂຶ້ນ ແລະ ແນວຄິດຂອງມະນຸດແມ່ນບໍ່ໄດ້ຖືກຈັດການ. ບໍ່ມີແມ່ນແຕ່ຄວາມຮູ້ໃໝ່ເລັກນ້ອຍໃນພວກເຂົາ. ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນບໍ່ຈິງ ຫຼື ຖືກຕ້ອງແມ່ນແຕ່ໜ້ອຍດຽວ. ພວກເຂົາເຂົ້າໃຈຄວາມປະສົງຂອງພຣະເຈົ້າຜິດ. ສິ່ງນີ້ແມ່ນການຮັບໃຊ້ພຣະເຈົ້າບໍ? ບໍ່ວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າເປັນແນວໃດກໍຕາມໃນອະດີດ, ຖ້າມັນຍັງເໝືອນເດີມໃນປັດຈຸບັນ ແລະ ເຈົ້າສືບຕໍ່ອີງຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າຕາມແນວຄິດ ແລະ ຄວາມຄິດຂອງເຈົ້າເອງ ບໍ່ວ່າພຣະເຈົ້າເຮັດຫຍັງກໍຕາມ, ໝາຍຄວາມວ່າ ຖ້າເຈົ້າບໍ່ມີຄວາມຮູ້ທີ່ໃໝ່ ແລະ ແທ້ຈິງກ່ຽວກັບພຣະເຈົ້າ ແລະ ຖ້າເຈົ້າລົ້ມເຫຼວທີ່ຈະຮູ້ຈັກລັກສະນະ ແລະ ອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ, ຖ້າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຍັງຖືກນໍາພາໂດຍຄວາມຄິດທີ່ເປັນສັກດີນາ ແລະ ງົມງວາຍ ແລະ ຍັງເກີດຈາກຈິນຕະນາການ ແລະ ແນວຄິດຂອງມະນຸດ, ແລ້ວເຈົ້າກໍບໍ່ໄດ້ຖືກເອົາຊະນະ. ພຣະທຳທັງໝົດທີ່ເຮົາກ່າວແກ່ເຈົ້າໃນຕອນນີ້ກໍ່ເພື່ອໃຫ້ເຈົ້າຮູ້ຈັກ, ເພື່ອໃຫ້ຄວາມຮູ້ນີ້ນໍາພາເຈົ້າໄປສູ່ຄວາມຮູ້ທີ່ໃໝ່ກວ່າ ແລະ ຖືກຕ້ອງ; ພວກມັນຍັງມີເຈດຕະນາເພື່ອກຳຈັດແນວຄິດເດີມ ແລະ ຄວາມຮູ້ເດີມໆໃນເຈົ້າ, ເພື່ອວ່າເຈົ້າອາດມີຄວາມຮູ້ໃໝ່. ຖ້າເຈົ້າກິນ ແລະ ດື່ມພຣະທຳຂອງເຮົາຢ່າງແທ້ຈິງ, ແລ້ວຄວາມຮູ້ຂອງເຈົ້າກໍຈະປ່ຽນແປງຢ່າງຫຼວງຫຼາຍ. ຕາບໃດທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຫົວໃຈແຫ່ງການເຊື່ອຟັງ, ແລ້ວທັດສະນະຂອງເຈົ້າກໍຈະກົງກັນຂ້າມ. ຕາບໃດທີ່ເຈົ້າສາມາດຍອມຮັບເອົາການຂ້ຽນຕີຕະຫຼອດ, ຄວາມຄິດເດີມຂອງເຈົ້າກໍຈະປ່ຽນແປງເທື່ອລະໜ້ອຍ. ຕາບໃດທີ່ຄວາມຄິດເດີມຂອງເຈົ້າຖືກແທນດ້ວຍຄວາມຄິດໃໝ່ທັງໝົດ, ການປະຕິບັດຂອງເຈົ້າກໍຈະປ່ຽນແປງຕາມເຊັ່ນກັນ. ໃນລັກສະນະນີ້, ການຮັບໃຊ້ຂອງເຈົ້າຈະຍິ່ງຖືກເປົ້າໄດ້ຫຼາຍຂຶ້ນເລື້ອຍໆ, ສາມາດບັນລຸຕາມຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ຖ້າເຈົ້າສາມາດປ່ຽນແປງຊີວິດຂອງເຈົ້າ, ຄວາມຮູ້ຂອງເຈົ້າກ່ຽວກັບຊີວິດມະນຸດ ແລະ ແນວຄິດຫຼາຍຢ່າງຂອງເຈົ້າກ່ຽວກັບພຣະເຈົ້າ, ແລ້ວທຳມະຊາດຂອງເຈົ້າກໍຈະຫາຍໄປເທື່ອລະໜ້ອຍ. ສິ່ງນີ້ ແລະ ປະມານສິ່ງນີ້ຄືຜົນສະທ້ອນ ເມື່ອພຣະເຈົ້າເອົາຊະນະຜູ້ຄົນ, ມັນຄືການປ່ຽນແປງທີ່ເກີດຂຶ້ນໃນຜູ້ຄົນ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ຖ້າທຸກສິ່ງທີ່ເຈົ້າຮູ້ຄືການເອົາຊະນະຮ່າງກາຍຂອງເຈົ້າ ແລະ ການອົດກັ້ນ ແລະ ການທົນທຸກ ແລະ ເຈົ້າບໍ່ຮູ້ວ່ານັ້ນແມ່ນສິ່ງທີ່ຖືກຕ້ອງ ຫຼື ຜິດ, ຍິ່ງໄປກວ່ານັ້ນ ບໍ່ຮູ້ວ່າເຮັດເພື່ອຜູ້ໃດ, ແລ້ວການປະຕິບັດດັ່ງກ່າວຈະນໍາໄປສູ່ການປ່ຽນແປງໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)

ເມື່ອໃດກໍຕາມທີ່ຄົນທາງສາສະໜາເຫຼົ່ານັ້ນຊຸມນຸມກັນ, ພວກເຂົາອາດຖາມວ່າ “ເອື້ອຍ, ເຈົ້າເປັນແນວໃດທຸກມື້ນີ້?”, ລາວອາດຈະຕອບວ່າ “ຂ້ອຍຮູ້ສຶກວ່າຂ້ອຍເປັນໜີ້ບຸນຄຸນພຣະເຈົ້າ ແລະ ຂ້ອຍບໍ່ສາມາດບັນລຸຄວາມປະສົງຂອງພຣະອົງໄດ້”. ອີກຄົນໜຶ່ງກໍອາດເວົ້າວ່າ “ຂ້ອຍກໍຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າຄືກັນ ແລະ ຂ້ອຍບໍ່ສາມາດເຮັດໃຫ້ພຣະອົງເພິ່ງພໍໃຈໄດ້”. ສອງສາມປະໂຫຍກເຫຼົ່ານີ້ ແລະ ຄໍາເວົ້າພຽງຢ່າງດຽວກໍສະແດງໃຫ້ເຫັນຄວາມຊົ່ວຊ້າທີ່ຝັງເລິກຢູ່ພາຍໃນພວກເຂົາແລ້ວ; ຄໍາເວົ້າດັ່ງກ່າວແມ່ນເປັນຕາກຽດຊັງທີ່ສຸດ ແລະ ເປັນຕາລັງກຽດຫຼາຍ. ທຳມະຊາດຂອງຜູ້ຄົນດັ່ງກ່າວແມ່ນຕໍ່ຕ້ານພຣະເຈົ້າ. ບັນດາຜູ້ທີ່ເອົາໃຈໃສ່ໃນຄວາມເປັນຈິງແມ່ນຈະສື່ສານແຕ່ສິ່ງທີ່ຢູ່ໃນໃຈຂອງພວກເຂົາ ແລະ ເປີດອົກເປີດໃຈໃນການສົນທະນາ. ພວກເຂົາບໍ່ມີສ່ວນຮ່ວມໃນການປະຕິບັດຜິດໆແມ່ນແຕ່ຢ່າງດຽວ, ບໍ່ສະແດງທັງຄວາມບໍ່ສຸພາບ ຫຼື ການສົນທະນາທີ່ບໍ່ມີປະໂຫຍດ. ພວກເຂົາເປັນຄົນທີ່ກົງໄປກົງມາ ແລະ ບໍ່ປະຕິບັດຕາມກົດລະບຽບໃດໃນໂລກ. ບາງຄົນມີຄວາມຫຼົງໄຫຼສໍາລັບການສະແດງຕົນສູ່ພາຍນອກ ຈົນເຖິງຈຸດທີ່ຂາດຄວາມສຳນຶກຢ່າງສິ້ນເຊີງ. ເມື່ອຄົນໜຶ່ງຮ້ອງເພງ, ພວກເຂົາກໍເລີ່ມຟ້ອນ ໂດຍທີ່ບໍ່ຮູ້ເລີຍວ່າ ເຂົ້າທີ່ຢູ່ໃນໝໍ້ຂອງພວກເຂົາແມ່ນຖືກໄຟໄໝ້ໝົດແລ້ວ. ຄົນເຊັ່ນນັ້ນເປັນຄົນບໍ່ນັບຖືພຣະເຈົ້າ ຫຼື ມີກຽດຫຍັງ ແລະ ພວກເຂົາກໍບໍ່ມີຄຸນຄ່າຫຍັງທັງສິ້ນ. ທັງໝົດນີ້ແມ່ນການສະແດງອອກເຖິງການຂາດຄວາມເປັນຈິງ. ເມື່ອບາງຄົນສົນທະນາກ່ຽວກັບບັນຫາຊີວິດຝ່າຍວິນຍານ, ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເວົ້າເຖິງການເປັນໜີ້ຄຸນພຣະເຈົ້າກໍຕາມ, ພວກເຂົາກໍເກັບຄວາມຮັກອັນແທ້ຈິງທີ່ມີຕໍ່ພຣະອົງໄວ້ຢູ່ໃນສ່ວນເລິກ. ຄວາມຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າຂອງເຈົ້າແມ່ນບໍ່ກ່ຽວຂ້ອງຫຍັງກັບຄົນອື່ນເລີຍ; ເຈົ້າເປັນໜີ້ບຸນຄຸນພຣະເຈົ້າ, ບໍ່ແມ່ນເປັນໜີ້ບຸນຄຸນມະນຸດ. ມັນຈະມີປະໂຫຍດຫຍັງທີ່ເຈົ້າຕ້ອງເວົ້າເຖິງເລື່ອງນີ້ກັບຄົນອື່ນຢູ່ສະເໝີ? ເຈົ້າຕ້ອງໃຫ້ຄວາມສໍາຄັນໃນການເຂົ້າຫາຄວາມເປັນຈິງ, ບໍ່ແມ່ນຄວາມກະຕືລືລົ້ນ ຫຼື ການສະແດງຕົນອອກຢູ່ພາຍນອກ.

ການກະທຳທີ່ດີແຕ່ພຽງຜິວເຜີນຂອງມະນຸດສະແດງເຖິງຫຍັງ? ພວກມັນສະແດງເຖິງເນື້ອໜັງ ແລະ ແມ່ນແຕ່ການປະຕິບັດພາຍນອກທີ່ດີທີ່ສຸດກໍບໍ່ໄດ້ສະແດງເຖິງຊີວິດ; ພວກມັນພຽງແຕ່ສາມາດສະແດງເຖິງອາລົມສ່ວນຕົວຂອງເຈົ້າເອງເທົ່ານັ້ນ. ການປະຕິບັດພາຍນອກຂອງມະນຸດບໍ່ສາມາດບັນລຸຄວາມປາດຖະໜາຂອງພຣະເຈົ້າໄດ້. ເຈົ້າເວົ້າເຖິງການເປັນໜີ້ບຸນຄຸນພຣະເຈົ້າຂອງເຈົ້າຢູ່ເລື້ອຍໆ, ແຕ່ເຈົ້າບໍ່ສາມາດສະໜອງຊີວິດຂອງຄົນອື່ນ ຫຼື ດົນບັນດານໃຫ້ພວກເຂົາຮັກພຣະເຈົ້າ. ເຈົ້າເຊື່ອວ່າການກະທຳເຫຼົ່ານັ້ນຂອງເຈົ້າຈະເຮັດໃຫ້ພຣະເຈົ້າພໍໃຈບໍ? ເຈົ້າຮູ້ສຶກວ່າການກະທຳຂອງເຈົ້າສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ພວກມັນຄືຈິດວິນຍານ, ແຕ່ຄວາມຈິງແລ້ວ ພວກມັນລ້ວນແລ້ວແຕ່ບໍ່ມີເຫດຜົນ! ເຈົ້າເຊື່ອວ່າສິ່ງທີ່ເຮັດໃຫ້ເຈົ້າພໍໃຈ ແລະ ສິ່ງທີ່ເຈົ້າເຕັມໃຈຈະເຮັດເປັນສິ່ງທີ່ພຣະເຈົ້າປິຕິຍິນດີແທ້ໆ. ຄວາມມັກຂອງເຈົ້າສາມາດສະແດງເຖິງພຣະເຈົ້າໄດ້ບໍ? ລັກສະນະຂອງບຸກຄົນໜຶ່ງສາມາດສະແດງເຖິງພຣະເຈົ້າໄດ້ບໍ? ສິ່ງທີ່ເຮັດໃຫ້ເຈົ້າພໍໃຈເປັນສິ່ງທີ່ພຣະເຈົ້າກຽດຊັງແທ້ໆ ແລະ ນິໄສຂອງເຈົ້າກໍເປັນນິໄສທີ່ພຣະເຈົ້າກຽດຊັງ ແລະ ປະຕິເສດ. ຖ້າເຈົ້າຮູ້ສຶກເປັນໜີ້ບຸນຄຸນ, ກໍໃຫ້ໄປອະທິຖານຕໍ່ໜ້າພຣະເຈົ້າ; ບໍ່ຈຳເປັນຕ້ອງເວົ້າໃຫ້ຄົນອື່ນຟັງ. ຖ້າເຈົ້າບໍ່ອະທິຖານຕໍ່ໜ້າພຣະເຈົ້າ ແລະ ກົງກັນຂ້າມ ແມ່ນໄດ້ດຶງດູດຄວາມສົນໃຈມາໃຫ້ຕົນເອງຢູ່ເລື້ອຍໆເມື່ອຢູ່ຕໍ່ໜ້າຄົນອື່ນ, ສິ່ງນີ້ສາມາດຕອບສະໜອງຄວາມປະສົງຂອງພຣະເຈົ້າບໍ? ຖ້າການກະທຳຂອງເຈົ້າມີຢູ່ແຕ່ໃນຮູບລັກພາຍນອກເທົ່ານັ້ນຢູ່ສະເໝີ, ນີ້ກໍໝາຍຄວາມວ່າເຈົ້າໄຮ້ປະໂຫຍດທີ່ສຸດ. ມະນຸດທີ່ປະຕິບັດຄວາມດີທາງຜິວເຜີນເທົ່ານັ້ນ ແລະ ປາສະຈາກຄວາມເປັນຈິງແມ່ນມະນຸດປະເພດໃດ? ຄົນດັ່ງກ່າວແມ່ນພວກຟາຣີຊາຍ ແລະ ບຸກຄົນທາງສາສະໜາທີ່ໜ້າຊື່ໃຈຄົດເທົ່ານັ້ນ! ຖ້າພວກເຈົ້າບໍ່ປະຖິ້ມການປະຕິບັດພາຍນອກຂອງພວກເຈົ້າ ແລະ ບໍ່ສາມາດປ່ຽນແປງ, ແລ້ວອົງປະກອບຂອງຄວາມໜ້າຊື່ໃຈຄົດໃນພວກເຈົ້າກໍຈະໃຫຍ່ຂຶ້ນກວ່າເກົ່າ. ຍິ່ງອົງປະກອບຂອງຄວາມໜ້າຊື່ໃຈຄົດໃຫຍ່ຂຶ້ນສໍ່າໃດ, ມັນກໍຈະມີການຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ໃນທີ່ສຸດແລ້ວ, ຄົນດັ່ງກ່າວກໍຈະຖືກກຳຈັດຢ່າງແນ່ນອນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃນຄວາມເຊື່ອ, ຄົນໆໜຶ່ງຕ້ອງໃຫ້ຄວາມສຳຄັນກັບຄວາມເປັນຈິງ ນັ້ນກໍຄື ການເຂົ້າຮ່ວມໃນພິທີກຳທາງສາສະໜາບໍ່ແມ່ນຄວາມເຊື່ອ

ບົດຄັດຕອນຈາກການເທດສະໜາ ແລະ ການສົນທະນາສຳລັບອ້າງອີງ:

ໃນໂລກແຫ່ງສາສະໜາ, ມີຄົນເຫຼື້ອມໃສຫຼາຍຄົນທີ່ເວົ້າວ່າ “ພວກຂ້ານ້ອຍໄດ້ປ່ຽນແປງ ເນື່ອງຈາກຄວາມເຊື່ອໃນພຣະເຢຊູເຈົ້າຂອງພວກຂ້ານ້ອຍ”. ພວກຂ້ານ້ອຍສາມາດສະຫຼະເພື່ອພຣະຜູ້ເປັນເຈົ້າ, ປະຕິບັດພາລະກິດເພື່ອພຣະຜູ້ເປັນເຈົ້າ, ອົດທົນໃນຄຸກເພື່ອພຣະຜູ້ເປັນເຈົ້າ ແລະ ບໍ່ປະຕິເສດນາມຂອງພຣະອົງ. ພວກຂ້ານ້ອຍສາມາດເຮັດຫຼາຍສິ່ງທີ່ມີສິນທຳ, ມອບໃຫ້ແກ່ການກຸສົນ, ບໍລິຈາກ ແລະ ຊ່ວຍເຫຼືອຄົນທຸກຍາກ. ສິ່ງເຫຼົ່ານີ້ແມ່ນການປ່ຽນແປງທີ່ຍິ່ງໃຫຍ່! ສະນັ້ນ ພວກຂ້ານ້ອຍຈຶ່ງມີຄຸນສົມບັດທີ່ຈະຖືກນໍາເຂົ້າສູ່ອານາຈັກແຫ່ງສະຫວັນ”. ເຈົ້າຄິດແນວໃດກ່ຽວກັບຄຳເວົ້າເຫຼົ່ານີ້? ເຈົ້າມີການເຂົ້າໃຈຫຍັງບໍເມື່ອເວົ້າເຖິງຄຳເວົ້າເຫຼົ່ານີ້? ການຖືກຊໍາລະລ້າງໝາຍເຖິງຫຍັງ? ເຈົ້າຄິດວ່າ ຖ້າພຶດຕິກຳຂອງເຈົ້າປ່ຽນ ແລະ ເຈົ້າກະທໍາແຕ່ສິ່ງດີໆ ແລ້ວເຈົ້າຈະໄດ້ຖືກຊໍາລະລ້າງບໍ? ບາງຄົນເວົ້າວ່າ “ຂ້ານ້ອຍໄດ້ປະຖິ້ມທຸກຢ່າງ. ເຮົາໄດ້ປະຖິ້ມອາຊີບຂອງຂ້ານ້ອຍ, ຄອບຄົວຂອງຂ້ານ້ອຍ ແລະ ຄວາມປາຖະໜາທາງເນື້ອໜັງເພື່ອເສຍສະຫຼະໃຫ້ກັບພຣະເຈົ້າ. ສິ່ງນີ້ທຽບເທົ່າກັບການຖືກຊໍາລະລ້າງບໍ?” ເຖິງແມ່ນວ່າເຈົ້າໄດ້ເຮັດທຸກສິ່ງເຫຼົ່ານີ້, ສິ່ງນີ້ກໍບໍ່ແມ່ນເຄື່ອງພິສູດແທ້ຈິງທີ່ພິສູດວ່າເຈົ້າໄດ້ຖືກຊໍາລະລ້າງແລ້ວ. ແລ້ວແມ່ນຫຍັງຄືປະເດັນຫຼັກ? ເຈົ້າສາມາດຮັບເອົາການຊໍາລະລ້າງທີ່ສາມາດຖືໄດ້ວ່າເປັນການຊໍາລະລ້າງຢ່າງແທ້ຈິງໄດ້ໃນລັກສະນະໃດ? ການຊໍາລະລ້າງອຸປະນິໄສຂອງຊາຕານທີ່ຕໍ່ຕ້ານພຣະເຈົ້າໝາຍເຖິງການຊໍາລະລ້າງທີ່ແທ້ຈິງ. ແມ່ນຫຍັງຄືການສະແດງອອກຂອງອຸປະນິໄສຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ? ການສະແດງອອກທີ່ເຫັນໄດ້ຢ່າງຊັດເຈນທີ່ສຸດແມ່ນຄວາມອວດດີ, ຄວາມທະນົງ, ການຖືວ່າຕົນເອງຊອບທຳ ແລະ ຄວາມຫຍິ່ງໃນຕົນເອງ ແລະ ຄວາມໂອຫັງຂອງບຸກຄົນ, ພ້ອມທັງຄວາມບໍ່ຊື່ສັດ, ການທໍລະຍົດ, ການເວົ້າເລື່ອງຂີ້ຕົວະ, ການຫຼອກລວງ ແລະ ການເຮັດໜ້າຊື່ໃຈຄົດຂອງເຂົາ. ເມື່ອອຸປະນິໄສຂອງຊາຕານເຫຼົ່ານີ້ບໍ່ໄດ້ເປັນສ່ວນໜຶ່ງຂອງຜູ້ຄົນອີກຕໍ່ໄປ, ພວກເຂົາກໍຈະຖືກຊໍາລະລ້າງຢ່າງແທ້ຈິງ. ໄດ້ກ່າວໄວ້ວ່າ ມັນມີການສະແດງອອກທີ່ສຳຄັນ 12 ຢ່າງໃນອຸປະນິໄສຊົ່ວຮ້າຍຂອງມະນຸດ ເຊັ່ນ: ການຖືວ່າຕົນເອງເປັນຜູ້ມີກຽດທີ່ສຸດ; ການເຮັດໃຫ້ຄົນທີ່ປະຕິບັດຕາມເຮົາມີຄວາມກ້າວໜ້າ ແລະ ຄົນທີ່ຕໍ່ຕ້ານເຮົາເອງສູນສິ້ນໄປ; ການຄິດວ່າມີພຽງແຕ່ພຣະເຈົ້າທີ່ຢູ່ເໜືອເຈົ້າ, ການບໍ່ຍອມຕໍ່ຜູ້ໃດເລີຍ, ການບໍ່ຄຳນຶງເຖິງຄົນອື່ນເລີຍ; ການສ້າງອານາຈັກອິດສະຫຼະຫຼັງຈາກທີ່ເຈົ້າໄດ້ມີລິດອຳນາດ; ການຕ້ອງການເປັນຜູ້ໃຊ້ອຳນາດໜຶ່ງດຽວ ແລະ ເປັນເຈົ້ານາຍຂອງສິ່ງທັງປວງ ແລະ ຕັດສິນໃຈສິ່ງຕ່າງໆດ້ວຍຕົວເຈົ້າເອງ. ທຸກການສະແດງອອກເຫຼົ່ານີ້ແມ່ນອຸປະນິໄສຊົ່ວຮ້າຍ. ອຸປະນິໄສຊົ່ວຮ້າຍເຫຼົ່ານີ້ຕ້ອງຖືກຊໍາລະລ້າງກ່ອນທີ່ຜູ້ຄົນຈະຜະເຊີນກັບການປ່ຽນແປງໃນຊີວິດ–ອຸປະນິໄສຂອງເຂົາໄດ້. ການປ່ຽນແປງໃນຊີວິດ–ອຸປະນິໄສຂອງຜູ້ຄົນແມ່ນການກຳເນີດໃໝ່ ຍ້ອນແກ່ນແທ້ຂອງເຂົາໄດ້ປ່ຽນແປງແລ້ວ. ແຕ່ກ່ອນ, ເມື່ອພວກເຂົາໄດ້ຮັບລິດອຳນາດ, ພວກເຂົາກໍສາມາດສ້າງອານາຈັກອິດສະຫຼະຂອງຕົນເອງ. ບັດນີ້, ເມື່ອພວກເຂົາໄດ້ຮັບລິດອຳນາດ, ພວກເຂົາກໍຮັບໃຊ້ພຣະເຈົ້າ, ເປັນພະຍານໃຫ້ກັບພຣະເຈົ້າ ແລະ ກາຍມາເປັນຜູ້ຮັບໃຊ້ຂອງຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ. ນີ້ບໍ່ແມ່ນການປ່ຽນແປງທີ່ແທ້ຈິງບໍ? ແຕ່ກ່ອນ, ພວກເຂົາໂອ້ອວດຕົນເອງໃນທຸກສະຖານະການ ແລະ ຕ້ອງການໃຫ້ຄົນອື່ນຄິດກັບພວກເຂົາເປັນຢ່າງສູງ ແລະ ນະມັດສະການພວກເຂົາ. ບັດນີ້, ພວກເຂົາເປັນພະຍານໃຫ້ກັບພຣະເຈົ້າໃນທຸກບ່ອນ ແລະ ບໍ່ໂອ້ອວດຕົນເອງ. ບໍ່ວ່າຜູ້ຄົນຈະປະຕິບັດຕໍ່ພວກເຂົາແນວໃດກໍຕາມ, ພວກເຂົາກໍຮູ້ສຶກດີ. ບໍ່ວ່າຜູ້ຄົນຈະສະແດງຄວາມຄິດເຫັນແນວໃດກໍຕາມກ່ຽວກັບພວກເຂົາ, ພວກເຂົາກໍຮູ້ສຶກດີ. ພວກເຂົາບໍ່ສົນໃຈ. ພວກເຂົາພຽງແຕ່ຕັ້ງໃຈໃສ່ໃນການຍົກຍ້ອງສັນລະເສີນພຣະເຈົ້າ, ເປັນພະຍານໃຫ້ກັບພຣະເຈົ້າ, ຊ່ວຍໃຫ້ຄົນອື່ນໄດ້ຮັບເອົາຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ແລະ ຊ່ວຍໃຫ້ຄົນອື່ນໄດ້ເຊື່ອຟັງຢູ່ຕໍ່ໜ້າພຣະເຈົ້າ. ນີ້ບໍ່ແມ່ນການປ່ຽນແປງໃນຊີວິດ–ອຸປະນິໄສບໍ? “ຂ້ານ້ອຍຈະປະຕິບັດຕໍ່ອ້າຍເອື້ອຍນ້ອງດ້ວຍຄວາມຮັກ. ຂ້ານ້ອຍຈະເຫັນອົກເຫັນໃຈຄົນອື່ນໃນທຸກສະຖານະການ. ຂ້ານ້ອຍຈະບໍ່ຄິດເຖິງຕົນເອງ ແລະ ຂ້ານ້ອຍຈະສະໜອງຜົນປະໂຫຍດໃຫ້ກັບຄົນອື່ນ. ຂ້ານ້ອຍຈະຊ່ວຍໃຫ້ຄົນອື່ນກ້າວໜ້າໃນຊີວິດຂອງພວກເຂົາ ແລະ ປະຕິບັດຄວາມຮັບຜິດຊອບຂອງຂ້ານ້ອຍເອງ. ຂ້ານ້ອຍຈະຊ່ວຍໃຫ້ຄົນອື່ນເຂົ້າໃຈຄວາມຈິງ ແລະ ໄດ້ຮັບເອົາຄວາມຈິງ”. ນີ້ແມ່ນຄວາມໝາຍຂອງການຮັກຄົນອື່ນຄືກັບຮັກຕົນເອງ! ເມື່ອເວົ້າເຖິງຊາຕານ, ເຈົ້າກໍສາມາດແຍກແຍະມັນໄດ້, ມີຫຼັກການ, ຂີດເສັ້ນແບ່ງເຂດກັບມັນ ແລະ ເປີດໂປງຄວາມຊົ່ວຮ້າຍຂອງຊາຕານຢ່າງລະອຽດ ເພື່ອວ່າຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າຈະຖືກລະເວັ້ນຈາກຄວາມຊົ່ວຮ້າຍຂອງມັນ. ນີ້ຄືການປົກປ້ອງຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ສິ່ງນີ້ຍັງເປັນການຮັກຄົນອື່ນສໍ່າຕົນເອງ. ອີກຢ່າງ, ເຈົ້າຄວນຮັກສິ່ງທີ່ພຣະເຈົ້າຮັກ ແລະ ກຽດຊັງສິ່ງທີ່ພຣະເຈົ້າກຽດຊັງ. ສິ່ງທີ່ພຣະເຈົ້າກຽດຊັງແມ່ນຜູ້ຕໍ່ຕ້ານພຣະຄຣິດ, ຜູ້ທີ່ເປັນວິນຍານຊົ່ວຮ້າຍ ແລະ ຜູ້ຄົນທີ່ຊົ່ວຊ້າ. ນັ້ນໝາຍຄວາມວ່າ ພວກເຮົາຍັງຕ້ອງໄດ້ກຽດຊັງພວກຕໍ່ຕ້ານພຣະຄຣິດ, ວິນຍານຊົ່ວຮ້າຍ ແລະ ຜູ້ຄົນທີ່ຊົ່ວຊ້າ. ພວກເຮົາຕ້ອງຢືນຢູ່ຂ້າງພຣະເຈົ້າ. ພວກເຮົາບໍ່ສາມາດປານີປານອມກັບພວກມັນໄດ້. ພຣະເຈົ້າຮັກຄົນທີ່ພຣະອົງຕ້ອງການຊ່ວຍເຫຼືອໃຫ້ລອດພົ້ນ ແລະ ຜູ້ທີ່ພຣະອົງຕ້ອງໃຫ້ພອນ. ສຳລັບຄົນເຫຼົ່ານີ້, ພວກເຮົາຕ້ອງຮັບຜິດຊອບ, ປະຕິບັດຕໍ່ພວກເຂົາດ້ວຍຄວາມຮັກ, ຊ່ວຍເຫຼືອ, ນໍາພາ, ສະໜອງ ແລະ ສະໜັບສະໜູນພວກເຂົາ. ນີ້ບໍ່ແມ່ນການປ່ຽນແປງໃນຊີວິດ–ອຸປະນິໄສຂອງຜູ້ຄົນບໍ? ອີກຢ່າງ, ເມື່ອເຈົ້າໄດ້ກະທຳການຝ່າຝືນ ຫຼື ຂໍ້ຜິດພາດບາງຢ່າງ ຫຼື ເບິ່ງຂ້າມຫຼັກການໃນການເຮັດສິ່ງຕ່າງໆ, ເຈົ້າກໍສາມາດຍອມຮັບເອົາຄຳຕຳນິ, ການກ່າວໂທດ, ການຈັດການ ແລະ ການລິຮານຂອງອ້າຍເອື້ອຍນ້ອງ; ເຈົ້າສາມາດປະຕິບັດຕໍ່ທຸກສິ່ງເຫຼົ່ານີ້ຢ່າງຖືກຕ້ອງ ແລະ ຮັບເອົາພວກມັນຈາກພຣະເຈົ້າໄດ້, ບໍ່ເຊື່ອງຄວາມກຽດຊັງ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂຄວາມເສື່ອມຊາມຂອງເຈົ້າເອງ. ນີ້ບໍ່ແມ່ນການປ່ຽນແປງໃນຊີວິດ–ອຸປະນິໄສຂອງເຈົ້າບໍ? ແມ່ນແລ້ວ...

ການປ່ຽນແປງໃນພຶດຕິກຳຂອງຄົນໃດໜຶ່ງທີ່ຖືກເວົ້າເຖິງໃນໂລກແຫ່ງສາສະໜາສາມາດເປັນຕົວແທນເຖິງການປ່ຽນແປງໃນຊີວິດ–ອຸປະນິໄສບໍ? ທຸກຄົນເວົ້າວ່າ ມັນບໍ່ສາມາດເຮັດໄດ້. ເປັນຫຍັງ? ເຫດຜົນຫຼັກກໍແມ່ນຍ້ອນເຂົາຍັງຕໍ່ຕ້ານພຣະເຈົ້າ. ມັນເປັນຄືກັບພວກຟາຣີຊາຍທີ່ເຫຼື້ອມໃສແຕ່ພາຍນອກ. ພວກເຂົາມັກອະທິຖານ, ພວກເຂົາອະທິບາຍຂໍ້ພຣະທຳ ແລະ ພວກເຂົາປະຕິບັດຕາມກົດລະບຽບໃນກົດໝາຍເປັນຢ່າງດີ. ສາມາດເວົ້າໄດ້ວ່າ ຢູ່ພາຍນອກ ພວກເຂົາຢູ່ເໜືອການຕໍານິ. ຜູ້ຄົນບໍ່ສາມາດເຂົ້າໃຈຂໍ້ບົກຜ່ອງໃດໆ. ເຖິງຢ່າງໃດກໍຕາມ, ເປັນຫຍັງພວກເຂົາຈຶ່ງຍັງສາມາດຕໍ່ຕ້ານ ແລະ ກ່າວໂທດພຣະຄຣິດ? ສິ່ງນີ້ບົ່ງບອກເຖິງຫຍັງ? ບໍ່ວ່າຜູ້ຄົນຈະດີສໍ່າໃດກໍຕາມ, ຖ້າພວກເຂົາບໍ່ມີຄວາມຈິງ ແລະ ບໍ່ຮູ້ຈັກພຣະເຈົ້າ, ພວກເຂົາກໍຍັງຕໍ່ຕ້ານພຣະເຈົ້າ. ດ້ານພາຍນອກ ພວກເຂົາແມ່ນດີຫຼາຍ, ແຕ່ເປັນຫຍັງສິ່ງນີ້ຈຶ່ງບໍ່ຖືວ່າເປັນການປ່ຽນແປງໃນຊີວິດ–ອຸປະນິໄສ? ມັນແມ່ນຍ້ອນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາຍັງອວດດີ, ຈອງຫອງ ແລະ ຖືວ່າຕົນເອງຊອບທຳເປັນພິເສດ. ພວກເຂົາເຊື່ອໃນຄວາມຮູ້, ທິດສະດີຂອງພວກເຂົາເອງ ແລະ ພວກເຂົາເຊື່ອວ່າ ພວກເຂົາມີຄວາມເຂົ້າໃຈທີ່ດີທີ່ສຸດກ່ຽວກັບຂໍ້ພຣະທຳ. ພວກເຂົາເຊື່ອວ່າ ພວກເຂົາໄດ້ເຂົ້າໃຈທຸກສິ່ງ ແລະ ພວກເຂົາດີກວ່າຄົນອື່ນ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງພວກເຂົາຈຶ່ງຕໍ່ຕ້ານ ແລະ ປະນາມພຣະເຢຊູເຈົ້າໃນເວລາທີ່ພຣະອົງເທດສະໜາ ແລະ ປະຕິບັດພາລະກິດຂອງພຣະອົງ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງເມື່ອໂລກແຫ່ງສາສະໜາໄດ້ຍິນວ່າ ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ສະແດງຄວາມຈິງທຸກຢ່າງອອກມາ, ແຕ່ພວກເຂົາກໍປະນາມພຣະອົງ ເຖິງແມ່ນພວກເຂົາຮູ້ວ່າມັນຄືຄວາມຈິງ.

ການເທດສະໜາ ແລະ ການສົນທະນາກ່ຽວກັບທາງເຂົ້າສູ່ຊີວິດ

ກ່ອນນີ້: 6. ຄວາມແຕກຕ່າງລະຫວ່າງຜູ້ນໍາທີ່ແທ້ຈິງ ແລະ ປອມ ແລະ ລະຫວ່າງຄົນລ້ຽງແກະທີ່ແທ້ຈິງ ແລະ ປອມ

ຕໍ່ໄປ: 1. ການຮູ້ຈັກແຫຼ່ງທີ່ມາຂອງການທີ່ຜູ້ຄົນຕໍ່ຕ້ານພາລະກິດໃໝ່ຂອງພຣະເຈົ້າໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້