ບົດທີ 81
ຍຸກສະໄໝເກົ່ານີ້ຊ່າງຊົ່ວຮ້າຍ ແລະ ໄຮ້ສິນທຳ! ເຮົາຈະກືນກິນເຈົ້າເສຍ! ພູຊີໂອນເອີຍ! ຈົ່ງລຸກຂຶ້ນມາຕ້ອນຮັບເຮົາ! ເພື່ອຄວາມສຳເລັດຂອງແຜນການຄຸ້ມຄອງຂອງເຮົາ, ເພື່ອຄວາມສຳເລັດຢ່າງສົມບູນຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາ, ຜູ້ໃດກ້າບໍ່ລຸກຂຶ້ນ ແລະ ຮ້ອງໂຮ! ຜູ້ໃດກ້າບໍ່ລຸກຂຶ້ນ ແລະ ໂດດເຕັ້ນດ້ວຍຄວາມຍິນດີຢ່າງບໍ່ສິ້ນສຸດ? ພວກເຂົາຈະພົບຄວາມຕາຍຂອງພວກເຂົາໃນມືຂອງເຮົາ! ເຮົາປະຕິບັດຄວາມຊອບທຳຕໍ່ທຸກຄົນ ໂດຍບໍ່ມີຄວາມເມດຕາ ຫຼື ຄວາມຮັກກະລຸນາແມ່ນແຕ່ໜ້ອຍດຽວ ແລະ ເຮົາກໍກະທຳຢ່າງເປັນກາງຫຼາຍທີ່ສຸດ. ຄົນທັງຫຼາຍເອີຍ! ຈົ່ງລຸກຂຶ້ນສັນລະເສີນ ແລະ ມອບສະຫງ່າລາສີໃຫ້ແກ່ເຮົາ! ສະຫງ່າລາສີທີ່ບໍ່ສິ້ນສຸດທັງໝົດຈາກນິລັນດອນສູ່ນິລັນດອນດຳລົງຢູ່ກໍຍ້ອນເຮົາ ແລະ ຖືກສ້າງຕັ້ງຂຶ້ນໂດຍເຮົາ. ໃຜຈະກ້າເອົາສະຫງ່າລາສີໃຫ້ແກ່ຕົວເອງ? ໃຜຈະກ້າປະຕິບັດຕໍ່ສະຫງ່າລາສີຂອງເຮົາດັ່ງສິ່ງຂອງທາງວັດຖຸ? ພວກເຂົາຈະຖືກຂ້າໂດຍມືຂອງເຮົາ! ໂອ ມະນຸດຜູ້ໂຫດຮ້າຍເອີຍ! ເຮົາສ້າງພວກເຈົ້າ ແລະ ສະໜອງໃຫ້ແກ່ພວກເຈົ້າ ແລະ ເຮົາໄດ້ນຳພາພວກເຈົ້າຈົນມາຮອດມື້ນີ້, ແຕ່ພວກເຈົ້າບໍ່ຮູ້ກ່ຽວກັບເຮົາແມ່ນແຕ່ເລັກນ້ອຍທີ່ສຸດ ແລະ ພວກເຈົ້າບໍ່ໄດ້ຮັກເຮົາເລີຍ. ແລ້ວເຮົາຈະສາມາດສະແດງຄວາມເມດຕາຕໍ່ພວກເຈົ້າອີກໄດ້ແນວໃດ? ເຮົາຈະສາມາດຊ່ວຍພວກເຈົ້າໃຫ້ລອດພົ້ນໄດ້ແນວໃດ? ເຮົາສາມາດປະຕິບັດກັບພວກເຈົ້າດ້ວຍຄວາມໂກດຮ້າຍຂອງເຮົາເທົ່ານັ້ນ! ເຮົາຈະຕອບແທນພວກເຈົ້າດ້ວຍການທຳລາຍ ແລະ ດ້ວຍການຂ້ຽນຕີນິລັນດອນ. ນີ້ແມ່ນຄວາມຊອບທຳ; ມັນສາມາດເປັນໄດ້ແຕ່ວິທີນີ້ເທົ່ານັ້ນ.
ອານາຈັກຂອງເຮົາແໜ້ນໜາ ແລະ ໝັ້ນຄົງ; ມັນຈະບໍ່ມີວັນພັງທະລາຍ. ມັນຈະດຳລົງຢູ່ຕະຫຼອດໄປເປັນນິດ! ລູກຊາຍຂອງເຮົາ, ລູກຊາຍກົກຂອງເຮົາ ແລະ ຄົນຂອງເຮົາຈະຊື່ນຊົມພອນກັບເຮົາຕະລອດໄປເປັນນິດ. ບັນດາຜູ້ທີ່ບໍ່ເຂົ້າໃຈເລື່ອງຝ່າຍວິນຍານ ແລະ ຜູ້ທີ່ບໍ່ໄດ້ຮັບການເປີດເຜີຍຈາກພຣະວິນຍານບໍລິສຸດຈະຖືກຕັດອອກຈາກອານາຈັກຂອງເຮົາບໍ່ໄວກໍຊ້າ. ພວກເຂົາຈະບໍ່ຈາກໄປດ້ວຍຄວາມສະໝັກໃຈຂອງພວກເຂົາເອງ ແຕ່ຈະຖືກບັງຄັບໃຫ້ອອກໂດຍກົດເກນແຫ່ງທ່ອນເຫຼັກຂອງເຮົາ ແລະ ໂດຍຄວາມສະຫງ່າຜ່າເຜີຍຂອງເຮົາ; ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກຕີນຂອງເຮົາເຕະອອກເສຍ. ບັນດາຜູ້ທີ່ຖືກຄອບງຳເປັນຊ່ວງເວລາສັ້ນໆໂດຍວິນຍານຊົ່ວຮ້າຍ (ໝາຍເຖິງຕັ້ງແຕ່ເກີດ) ລ້ວນແລ້ວແຕ່ຈະຖືກເປີດໂປງໃນຕອນນີ້. ເຮົາຈະເຕະເຈົ້າອອກເສຍ! ເຈົ້າຍັງຈື່ສິ່ງທີ່ເຮົາກ່າວໄດ້ບໍ? ເຮົາເຊິ່ງເປັນພຣະເຈົ້າຜູ້ບໍລິສຸດ ແລະ ບໍ່ມີມົນທິນ ໄດ້ອາໄສຢູ່ໃນວິຫານທີ່ເປິເປື້ອນ ແລະ ສົກກະປົກ. ບັນດາຜູ້ທີ່ຖືກວິນຍານຊົ່ວຮ້າຍຄອບງຳຮູ້ສິ່ງນີ້ດ້ວຍຕົວເອງ ແລະ ເຮົາບໍ່ຈຳເປັນຕ້ອງຊີ້ແຈງ. ເຮົາບໍ່ໄດ້ກຳນົດເຈົ້າໄວ້ລ່ວງໜ້າ! ເຈົ້າແມ່ນຊາຕານເຖົ້າ, ແຕ່ເຈົ້າຕ້ອງການທີ່ຈະແຊກຊຶມໃນອານາຈັກຂອງເຮົາ! ແນ່ນອນວ່າບໍ່! ເຮົາກຳລັງບອກເຈົ້າຢູ່! ມື້ນີ້ເຮົາຈະເຮັດໃຫ້ມັນຊັດເຈນຫຼາຍສຳລັບເຈົ້າ: ຜູ້ທີ່ເຮົາເລືອກໃນຊ່ວງເວລາແຫ່ງການຊົງສ້າງມວນມະນຸດຊາດ, ເຮົາໄດ້ເຮັດໃຫ້ພວກເຂົາເຕັມໄປດ້ວຍຄຸນນະພາບຂອງເຮົາ ແລະ ອຸປະນິໄສຂອງເຮົາ; ເພາະສະນັ້ນ, ປັດຈຸບັນນີ້ ພວກເຂົາຈຶ່ງຈົ່ງຮັກພັກດີກັບເຮົາພຽງຜູ້ດຽວ, ພວກເຂົາສາມາດແບກພາລະສຳລັບຄຣິສຕະຈັກໄດ້ ແລະ ພວກເຂົາເຕັມໃຈທີ່ຈະເສຍສະຫຼະຕົວເອງໃຫ້ແກ່ເຮົາ ແລະ ມອບຖວາຍການເປັນຢູ່ທັງໝົດຂອງຕົນໃຫ້ແກ່ເຮົາ. ເພາະສະນັ້ນ ຜູ້ທີ່ເຮົາບໍ່ໄດ້ເລືອກຈຶ່ງຖືກຊາຕານເຮັດໃຫ້ເສື່ອມຊາມຈົນເຖິງລະດັບໃດໜຶ່ງ ແລະ ພວກເຂົາບໍ່ມີຄຸນນະພາບຂອງເຮົາ ແລະ ບໍ່ມີອຸປະນິໄສຂອງເຮົາ. ພວກເຈົ້າຄິດວ່າພຣະທຳຂອງເຮົາຂັດແຍ້ງກັນ, ແຕ່ຄຳວ່າ “ເຈົ້າໄດ້ຖືກເຮົາກຳນົດໄວ້ລ່ວງໜ້າ ແລະ ເລືອກ, ແຕ່ພວກເຈົ້າຮັບຜົນຈາການກະທຳຂອງເຈົ້າ” ລ້ວນແລ້ວແຕ່ໝາຍເຖິງຊາຕານ. ບັດນີ້ ເຮົາຈະອະທິບາຍຈຸດໜຶ່ງ: ປັດຈຸບັນນີ້, ຜູ້ທີ່ສາມາດລຸກຂຶ້ນ ແລະ ຮັບສິດອຳນາດເໜືອຄຣິສຕະຈັກ, ລ້ຽງດູຄຣິສຕະຈັກ, ຄຳນຶງເຖິງພາລະຂອງເຮົາ ແລະ ປະຕິບັດໜ້າທີ່ພິເສດ, ບໍ່ມີແມ່ນແຕ່ຄົນດຽວໃນຄົນເຫຼົ່ານີ້ທີ່ຮັບໃຊ້ພຣະຄຣິດ; ພວກເຂົາທຸກຄົນແມ່ນຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ໄດ້ເລືອກ. ເຮົາບອກສິ່ງນີ້ກັບພວກເຈົ້າ ເພື່ອວ່າພວກເຈົ້າຈະບໍ່ກັງວົນຫຼາຍເກີນໄປ ແລະ ຖ່ວງດຶງຄວາມກ້າວໜ້າໃນຊີວິດຂອງເຈົ້າ. ມີຈັກຄົນທີ່ສາມາດໄດ້ຮັບສະຖານະຂອງລູກຊາຍກົກໄດ້? ເປັນໄປໄດ້ບໍວ່ານີ້ເປັນສິ່ງທີ່ງ່າຍຄືກັບການມອບໃບປະລິນຍາ? ເປັນໄປບໍ່ໄດ້! ຫາກບໍ່ແມ່ນຍ້ອນການທີ່ເຮົາເຮັດໃຫ້ພວກເຈົ້າສົມບູນ, ພວກເຈົ້າກໍຄົງຈະຖືກຊາຕານເຮັດໃຫ້ເສື່ອມຊາມຈົນເຖິງລະດັບໃດໜຶ່ງມາດົນແລ້ວ. ນີ້ແມ່ນເຫດຜົນວ່າເປັນຫຍັງເຮົາຈຶ່ງເນັ້ນຊ້ຳໆວ່າເຮົາຈະເບິ່ງແຍງ ແລະ ປົກປ້ອງຜູ້ທີ່ຈົ່ງຮັກພັກດີກັບເຮົາຢູ່ສະເໝີ ແລະ ປ້ອງກັນພວກເຂົາຈາກອັນຕະລາຍ ແລະ ຄວາມທຸກທໍລະມານ. ຜູ້ທີ່ເຮົາບໍ່ໄດ້ຖືກກຳນົດໄວ້ລ່ວງໜ້າແມ່ນຜູ້ທີ່ຖືກວິນຍານຊົ່ວຮ້າຍຄອບງຳ; ພວກເຂົາແມ່ນຜູ້ທີ່ໄຮ້ຄວາມຮູ້ສຶກ, ໂງ່ຈ້າ ແລະ ເຕີບໃຫຍ່ທາງວິນຍານບໍ່ໄດ້ເຕັມທີ່ ແລະ ເປັນຜູ້ທີ່ບໍ່ສາມາດລ້ຽງດູຄຣິສຕະຈັກໄດ້ (ໝາຍເຖິງຜູ້ທີ່ມີຄວາມກະຕືລືລົ້ນ ແຕ່ບໍ່ມີນິມິດທີ່ຊັດເຈນ). ເຈົ້າຄວນຖືກລົບອອກຈາກສາຍຕາຂອງເຮົາໂດຍໄວ ແລະ ຍິ່ງໄວເທົ່າໃດກໍຍິ່ງດີເທົ່ານັ້ນ, ຢ້ານວ່າເຮົາຈະລັງກຽດ ແລະ ໃຈຮ້າຍເມື່ອເຫັນເຈົ້າ. ຖ້າເຈົ້າໜີໄປໂດຍໄວ, ເຈົ້າຈະໄດ້ຮັບການຂ້ຽນຕີໜ້ອຍລົງ, ແຕ່ຍິ່ງເຈົ້າໃຊ້ເວລາດົນປານໃດ ການຂ້ຽນຕີຍິ່ງຮຸນແຮງຫຼາຍຂຶ້ນເທົ່ານັ້ນ. ເຈົ້າເຂົ້າໃຈບໍ? ຢຸດການກະທຳຢ່າງໄຮ້ຢາງອາຍເສຍ! ເຈົ້າຊ່າງເສເພ ແລະ ໃຈແຕກ, ໄຮ້ຄວາມຄິດ ແລະ ປະໝາດ ແລະ ບໍ່ຮູ້ດ້ວຍຊ້ຳວ່າເຈົ້າແມ່ນຂີ້ເຫຍື້ອແບບໃດ! ເຈົ້າຕາບອດ!
ຜູ້ທີ່ມີອຳນາດໃນອານາຈັກຂອງເຮົາລ້ວນແລ້ວແຕ່ຖືກເຮົາເລືອກຢ່າງລະມັດລະວັງ ແລະ ໄດ້ຜ່ານການທົດສອບຊ້ຳແລ້ວຊ້ຳອີກ; ບໍ່ມີໃຜສາມາດເອົາຊະນະພວກເຂົາໄດ້. ເຮົາໄດ້ປະທານກຳລັງໃຫ້ພວກເຂົາ, ສະນັ້ນ ພວກເຂົາຈະບໍ່ມີວັນລົ້ມ ຫຼື ຫຼົງທາງ. ພວກເຂົາໄດ້ຮັບການຮອງຮັບຈາກເຮົາ. ນັບແຕ່ມື້ນີ້ໄປ, ຄົນໜ້າຊື່ໃຈຄົດຈະສະແດງທາດແທ້ຂອງພວກເຂົາອອກມາ. ພວກເຂົາສາມາດເຮັດສິ່ງທີ່ໜ້າອັບອາຍໄດ້ທຸກປະເພດ, ແຕ່ໃນທີ່ສຸດ ພວກເຂົາກໍຈະບໍ່ສາມາດໜີພົ້ນມືຂອງເຮົາທີ່ຂ້ຽນຕີ ແລະ ເຜົາໄໝ້ຊາຕານໄດ້. ວິຫານຂອງເຮົາຈະບໍລິສຸດ ແລະ ບໍ່ມີມົນທິນ. ມັນທັງໝົດໄດ້ເປັນປະຈັກພະຍານໃຫ້ແກ່ເຮົາ, ການສະແດງອອກເຖິງເຮົາ ແລະ ສະຫງ່າລາສີໃຫ້ແກ່ນາມຂອງເຮົາ. ວິຫານຂອງເຮົາແມ່ນບ່ອນຢູ່ຊົ່ວນິລັນດອນຂອງເຮົາ ແລະ ເປັນເປົ້າໝາຍແຫ່ງຄວາມຮັກນິລັນດອນຂອງເຮົາ; ເຮົາມັກຈະກອດມັນດ້ວຍມືແຫ່ງຄວາມຮັກ, ນຳເອົາການປອບໃຈມາສູ່ມັນດ້ວຍພາສາແຫ່ງຄວາມຮັກ, ດູແລມັນດ້ວຍສາຍຕາແຫ່ງຄວາມຮັກ ແລະ ໂອບກອດມັນໄວ້ໃນອ້ອມແຂນແຫ່ງຄວາມຮັກ ເພື່ອວ່າມັນຈະບໍ່ຕິດກັບດັກຂອງຄົນຊົ່ວ ແລະ ບໍ່ຖືກຊາຕານລໍ້ລວງ. ປັດຈຸບັນນີ້, ຜູ້ທີ່ໃຫ້ບໍລິການແກ່ເຮົາ ແຕ່ບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນ ແມ່ນຈະຖືກເຮົາໃຊ້ເປັນຄັ້ງສຸດທ້າຍ. ເປັນຫຍັງເຮົາຈຶ່ງຟ້າວໂຍນສິ່ງເຫຼົ່ານີ້ອອກຈາກອານາຈັກຂອງເຮົາ? ເປັນຫຍັງເຮົາຈຶ່ງຂັບໄລ່ພວກເຂົາໜີຈາກສາຍຕາເຮົາ? ເຮົາຊັງພວກເຂົາຈົນເຂົ້າກະດູກດຳ! ເປັນຫຍັງເຮົາຈຶ່ງບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ? ເປັນຫຍັງເຮົາຈຶ່ງກຽດຊັງພວກເຂົາເຊັ່ນນີ້? ເປັນຫຍັງເຮົາຕ້ອງຕີພວກເຂົາໃຫ້ຕາຍ? ເປັນຫຍັງເຮົາຕ້ອງທຳລາຍພວກເຂົາ? (ບໍ່ມີແມ່ນແຕ່ສ່ວນດຽວຂອງພວກເຂົາທີ່ສາມາດຢູ່ໃນສາຍຕາເຮົາໄດ້ ລວມເຖິງຂີ້ເທົ່າຂອງພວກເຂົາດ້ວຍ). ເປັນຫຍັງ? ແມ່ນແຕ່ມັງກອນແດງຜູ້ຍິ່ງໃຫຍ່, ງູດຶກດຳບັນ ແລະ ຊາຕານເຖົ້າກໍສະແຫວງຫາການສະໜັບສະໜູນທີ່ບໍ່ໄດ້ຮັບໃນອານາຈັກຂອງເຮົາ! ຢ່າເພີ້ຝັນອີກຕໍ່ໄປ! ພວກເຂົາທຸກຄົນຈະກັບຄືນສູ່ຄວາມວ່າງເປົ່າ ແລະ ກາຍເປັນຂີ້ເທົ່າ!
ເຮົາຈະທຳລາຍຍຸກນີ້ເສຍ, ປ່ຽນມັນໃຫ້ເປັນອານາຈັກຂອງເຮົາ ແລະ ດຳລົງຊີວິດຢູ່ ແລະ ມີຄວາມສຸກຕະຫຼອດໄປກັບຄົນທີ່ເຮົາຮັກ. ສິ່ງທີ່ບໍ່ສະອາດເຫຼົ່ານັ້ນບໍ່ຄວນຖືວ່າພວກເຂົາຍັງສາມາດຢູ່ໃນອານາຈັກຂອງເຮົາໄດ້. ເຈົ້າຄິດວ່າເຈົ້າສາມາດຫາປາໃນນ້ຳຂຸ່ນໄດ້ບໍ? ລືມຄວາມເພີ້ຝັນແບບນັ້ນເສຍ! ເຈົ້າບໍ່ຮູ້ວ່າຕາຂອງເຮົາກຳລັງເບິ່ງທຸກສິ່ງຢູ່! ເຈົ້າບໍ່ຮູ້ວ່າທຸກສິ່ງໄດ້ຖືກຈັດແຈງໂດຍມືຂອງເຮົາ! ຢ່າຄິດວ່າເຈົ້າເປັນທີ່ເຄົາລົບນັບຖືຢ່າງສູງສົ່ງຫຼາຍ! ພວກເຈົ້າແຕ່ລະຄົນຕ້ອງມີຕໍາແໜ່ງທີ່ເໝາະສົມຂອງຕົນ. ຢ່າທຳທ່າເປັນຄົນຖ່ອມຕົນ (ເຮົາກຳລັງໝາຍເຖິງບັນດາຜູ້ທີ່ໄດ້ຮັບພອນ) ຫຼື ຕົວສັ່ນ ແລະ ຢ້ານກົວ (ເຮົາກຳລັງໝາຍເຖິງບັນດາຜູ້ທີ່ປະສົບຄວາມໂຊກຮ້າຍ). ຕອນນີ້ ທຸກຄົນຄວນຮູ້ໃນຫົວໃຈຂອງພວກເຂົາດ້ວຍຕົນເອງ. ເຖິງແມ່ນວ່າເຮົາບໍ່ໄດ້ເອີ້ນຊື່ຂອງເຈົ້າກໍຕາມ, ເຈົ້າຍັງຄວນຮູ້ສຶກໝັ້ນໃຈຢູ່ ເພາະເຮົາໄດ້ແນພຣະທຳຂອງເຮົາໃສ່ທຸກຄົນ. ບໍ່ວ່າເຈົ້າຈະເປັນຄົນທີ່ເຮົາເລືອກ ຫຼື ບໍ່ກໍຕາມ, ພຣະທຳຂອງເຮົາກໍແນໄປທີ່ສະພາບການໃນປັດຈຸບັນຂອງພວກເຈົ້າທຸກຄົນ. ນັ້ນໝາຍຄວາມວ່າ ຖ້າພວກເຈົ້າຢູ່ໃນບັນດາຜູ້ທີ່ເຮົາເລືອກ ເຮົາກໍກ່າວເຖິງສະພາບການຂອງບັນດາຜູ້ທີ່ເຮົາໄດ້ເລືອກ ໂດຍອີງຕາມວິທີການທີ່ພວກເຈົ້ານຳສະເໜີຕົວເອງ; ສ່ວນບັນດາຜູ້ທີ່ບໍ່ແມ່ນຜູ້ທີ່ເຮົາເລືອກ, ເຮົາກໍກ່າວຕາມສະພາບການຂອງພວກເຂົາເຊັ່ນກັນ. ເພາະສະນັ້ນ, ພຣະທຳຂອງເຮົາໄດ້ຖືກກ່າວເຖິງຈຸດໃດໜຶ່ງ; ພວກເຈົ້າແຕ່ລະຄົນຄວນມີຄວາມຮູ້ສຶກທີ່ດີກ່ຽວກັບເລື່ອງນັ້ນ. ຢ່າຫຼອກລວງຕົວເອງເລີຍ! ຢ່າຢ້ານ! ຍ້ອນວ່າຈຳນວນຂອງຜູ້ຄົນຖືກຈຳກັດຢູ່ພຽງບໍ່ເທົ່າໃດຄົນເທົ່ານັ້ນ, ການຫຼອກລວງຈະບໍ່ໄດ້ຜົນ! ຜູ້ໃດກໍຕາມທີ່ເຮົາເວົ້າວ່າຖືກເລືອກກໍແມ່ນຜູ້ທີ່ຖືກເລືອກ ແລະ ບໍ່ວ່າເຈົ້າອາດເກັ່ງໃນການທຳທ່າ, ຫາກປາສະຈາກຄຸນນະພາບຂອງເຮົາ ເຈົ້າກໍຈະລົ້ມເຫຼວ. ຍ້ອນວ່າເຮົາຮັກສາພຣະທຳຂອງເຮົາ, ເຮົາບໍ່ທຳລາຍແຜນການຂອງຕົນເອງຕາມອຳເພີໃຈ; ເຮົາເຮັດສິ່ງໃດໜຶ່ງຕາມທີ່ເຮົາຕ້ອງການເຮັດ ຍ້ອນວ່າທຸກສິ່ງທີ່ເຮົາເຮັດນັ້ນຖືກຕ້ອງ. ເຮົາສູງສົ່ງ ແລະ ເຮົາເປັນເອກະລັກ. ເຈົ້າຊັດເຈນໃນເລື່ອງນີ້ບໍ? ເຈົ້າເຂົ້າໃຈບໍ?
ປັດຈຸບັນນີ້, ຫຼັງຈາກທີ່ໄດ້ອ່ານພຣະທຳຂອງເຮົາ, ບັນດາຜູ້ທີ່ເຮັດຄວາມຊົ່ວ ແລະ ຜູ້ທີ່ຄົດໂກງ ແລະ ຫຼອກລວງ ກໍເຮັດວຽກໜັກເພື່ອສະແຫວງຫາຄວາມຄືບໜ້າ ແລະ ສ້າງຄວາມພະຍາຍາມສ່ວນຕົວຂອງພວກເຂົາເອງ. ພວກເຂົາຕ້ອງການຈ່າຍລາຄານ້ອຍໆເພື່ອລັກເຂົ້າໃນອານາຈັກຂອງເຮົາ. ພວກເຂົາຄວນປະຖິ້ມຄວາມຄິດແບບນັ້ນເສຍ! (ຄົນເຫຼົ່ານີ້ບໍ່ມີຄວາມຫວັງ ຍ້ອນວ່າເຮົາບໍ່ໃຫ້ໂອກາດພວກເຂົາກັບໃຈ). ເຮົາປົກປ້ອງປະຕູສູ່ອານາຈັກຂອງເຮົາ. ເຈົ້າເຊື່ອວ່າຜູ້ຄົນສາມາດເຂົ້າອານາຈັກຂອງເຮົາໄດ້ຕາມທີ່ພວກເຂົາປາຖະໜາບໍ? ເຈົ້າເຊື່ອວ່າອານາຈັກຂອງເຮົາຈະຮັບເອົາຂອງເກົ່າທີ່ບໍ່ໃຊ້ແບບໃດກໍໄດ້ບໍ? ອານາຈັກຂອງເຮົາຈະເອົາຂີ້ເຫຍື້ອທີ່ບໍ່ມີຄ່າແບບໃດກໍໄດ້ບໍ? ເຈົ້າຜິດແລ້ວ! ປັດຈຸບັນນີ້, ບັນດາຜູ້ທີ່ຢູ່ໃນອານາຈັກແມ່ນຜູ້ທີ່ມີອຳນາດຂອງກະສັດຮ່ວມກັບເຮົາ; ເຮົາໄດ້ປູກຝັງພວກເຂົາຢ່າງລະມັດລະວັງ. ນີ້ບໍ່ແມ່ນສິ່ງທີ່ສາມາດບັນລຸໄດ້ໂດຍຕ້ອງການມັນ; ເຈົ້າຕ້ອງໄດ້ຮັບການອະນຸມັດຈາກເຮົາ. ຍິ່ງໄປກວ່ານັ້ນ, ນີ້ບໍ່ແມ່ນບາງສິ່ງທີ່ຈະສົນທະນາກັບໃຜກໍໄດ້; ມັນແມ່ນສິ່ງທີ່ເຮົາຈັດແຈງດ້ວຍຕົວເອງ. ທຸກສິ່ງເປັນໄປຕາມທີ່ເຮົາກ່າວ. ຄວາມລຶກລັບຂອງເຮົາໄດ້ຖືກເປີດເຜີຍແກ່ຜູ້ທີ່ເຮົາຮັກ. ສ່ວນບັນດາຜູ້ທີ່ເຮັດຄວາມຊົ່ວ, ນັ້ນກໍຄື ບັນດາຜູ້ທີ່ເຮົາບໍ່ໄດ້ເລືອກ ບໍ່ມີສິດທີ່ຈະໄດ້ຮັບພວກມັນ. ເຖິງແມ່ນວ່າພວກເຂົາໄດ້ຍິນຄວາມລຶກລັບເຫຼົ່ານີ້, ພວກເຂົາກໍຈະບໍ່ເຂົ້າໃຈ ຍ້ອນວ່າຊາຕານປິດຕາພວກເຂົາໄວ້ ແລະ ຍຶດຫົວໃຈຂອງພວກເຂົາ, ທຳລາຍການເປັນຢູ່ທັງໝົດຂອງພວກເຂົາ. ເປັນຫຍັງຈຶ່ງເວົ້າວ່າ ການກະທຳຂອງເຮົາໜ້າງຶດງໍ້ ແລະ ມີສະຕິປັນຍາ ແລະ ເຮົາລະດົມທຸກສິ່ງໃຫ້ຢູ່ໃນການຮັບໃຊ້ເຮົາ? ເຮົາຈະມອບບັນດາຜູ້ທີ່ບໍ່ໄດ້ຖືກເຮົາກຳນົດໄວ້ລ່ວງໜ້າ ແລະ ເລືອກໃຫ້ແກ່ຊາຕານລົງໂທດ ແລະ ເຮັດໃຫ້ພວກເຂົາເສື່ອມຊາມ ແລະ ເຮົາຈະບໍ່ເດ່ມືໄປລົງໂທດພວກເຂົາ; ນີ້ຄື ເຮົາມີສະຕິປັນຍາຫຼາຍສໍ່າໃດ! ໃຜເຄີຍຄິດເຖິງເລື່ອງນີ້ບໍ? ພາລະກິດອັນຍິ່ງໃຫຍ່ຂອງເຮົາໄດ້ສຳເລັດລົງໂດຍບໍ່ຕ້ອງພະຍາຍາມຫຍັງເລີຍ ບໍ່ແມ່ນບໍ?