(XIV) ກ່ຽວກັບວິທີການສະແຫວງຫາການປ່ຽນແປງດ້ານອຸປະນິໄສ ແລະ ຄວາມສົມບູນໂດຍພຣະເຈົ້າ

504. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຖືກປົດປ່ອຍອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາໃນແຜ່ນດິນໂລກເພື່ອກະທໍາພາລະກິດຂອງພຣະອົງ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ອ່ອນນ້ອມຕໍ່ພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ມະນຸດຮູ້ຈັກພາລະກິດທີ່ແທ້ຈິງ ແລະ ພາລະກິດປົກກະຕິຂອງພຣະເຈົ້າ, ເຂົາຈະອ່ອນນ້ອມຕໍ່ທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບແນວຄິດຂອງມະນຸດ ແລະ ເຂົາຈະເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດຂອງພຣະອົງໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ ແລະ ລິຮານ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງດ້ວຍປາກຂອງເຂົາ ແລະ ພຣະອົງຊົງບໍ່ຕ້ອງການຄໍາສັນລະເສີນ ແລະ ຄຳພະຍານຂອງຈຳພວກຊາຕານ ເຊິ່ງເປັນຜູ້ທີ່ພຣະອົງບໍ່ໄດ້ຊ່ວຍໃຫ້ລອດພົ້ນ. ມີແຕ່ຜູ້ທີ່ຮູ້ຈັກພຣະເຈົ້າເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້ ແລະ ມີແຕ່ຜູ້ທີ່ໄດ້ປ່ຽນແປງອຸປະນິໄສຂອງຕົນເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້. ພຣະເຈົ້າຈະບໍ່ອະນຸຍາດໃຫ້ມະນຸດນໍາເອົາຄວາມອັບອາຍມາສູ່ພຣະນາມຂອງພຣະອົງໂດຍເຈດຕະນາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນປະຈັກພະຍານໃຫ້ກັບພຣະເຈົ້າໄດ້

505. ອຸປະນິໄສຂອງຜູ້ຄົນບໍ່ສາມາດຖືກປ່ຽນແປງໄດ້ໂດຍຕົວພວກເຂົາເອງ; ພວກເຂົາຕ້ອງໄດ້ຜ່ານການພິພາກສາ ແລະ ການລົງໂທດ ແລະ ການລອງໃຈ ແລະ ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າ ຫຼື ການລິຮານ ແລະ ການລົງວິໄນໂດຍພຣະທຳຂອງພຣະອົງ. ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດບັນລຸຄວາມອ່ອນນ້ອມ ແລະ ຄວາມຈົງຮັກພັກດີຕໍ່ພຣະເຈົ້າ ແລະ ບໍ່ເຮັດພໍແລ້ວມືແລ້ວຕີນຕໍ່ພຣະອົງອີກຕໍ່ໄປ. ມັນແມ່ນພາຍໃຕ້ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ອຸປະນິໄສຂອງຜູ້ຄົນປ່ຽນແປງ. ຜ່ານການເປີດໂປງ, ການພິພາກສາ, ການລົງວິໄນ ແລະ ການລິຮານຈາກພຣະທຳຂອງພຣະອົງເທົ່ານັ້ນ ພວກເຂົາຈຶ່ງຈະບໍ່ກ້າປະພຶດຢ່າງໃຈຮ້ອນອີກຕໍ່ໄປ ແຕ່ກົງກັນຂ້າມ ພວກເຂົາຈະເລີ່ມໝັ້ນຄົງ ແລະ ສະຫງົບໃຈ. ຈຸດສຳຄັນທີ່ສຸດກໍຄືພວກເຂົາຈະສາມາດອ່ອນນ້ອມຕໍ່ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ຕໍ່ພາລະກິດຂອງພຣະອົງ. ເຖິງແມ່ນມັນຈະບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ພວກເຂົາກໍຈະສາມາດປ່ອຍວາງແນວຄິດເຫຼົ່ານີ້ ແລະ ອ່ອນນ້ອມໂດຍເຈດຕະນາ. ໃນອະດີດ, ການເວົ້າເຖິງການປ່ຽນແປງໃນອຸປະນິໄສ ສ່ວນໃຫຍ່ ແມ່ນໝາຍເຖິງການສາມາດກະບົດຕໍ່ຕົນເອງ, ຍອມໃຫ້ເນື້ອໜັງຂອງຄົນໆໜຶ່ງທົນທຸກ, ໃສ່ວິໄນຕົນເອງ ແລະ ກຳຈັດຄວາມມັກດ້ານເນື້ອໜັງອອກຈາກຕົນເອງ ເຊິ່ງເປັນການປ່ຽນແປງໃນອຸປະນິໄສອີກແບບໜຶ່ງ. ໃນປັດຈຸບັນ, ທຸກຄົນຮູ້ວ່າ ການສະແດງເຖິງການປ່ຽນແປງໃນອຸປະນິໄສຢ່າງແທ້ຈິງແມ່ນການອ່ອນນ້ອມຕໍ່ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ການຮູ້ຈັກພາລະກິດໃໝ່ຂອງພຣະອົງຢ່າງແທ້ຈິງ. ດ້ວຍວິທີນີ້, ຄວາມຮູ້ທີ່ເຕັມໄປດ້ວຍແນວຄິດຂອງຜູ້ຄົນກ່ອນໜ້ານີ້ກ່ຽວກັບພຣະເຈົ້າຈຶ່ງສາມາດຖືກກຳຈັດອອກ ແລະ ພວກເຂົາຈະສາມາດບັນລຸຄວາມຮູ້ ແລະ ຄວາມອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ, ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນການສະແດງເຖິງການປ່ຽນແປງອຸປະນິໄສຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ

506. ການປ່ຽນແປງອຸປະນິໄສຂອງມະນຸດເລີ່ມຕົ້ນຈາກການຮັບຮູ້ແກ່ນແທ້ຂອງຕົນເອງ ແລະ ຜ່ານການປ່ຽນແປງໃນຄວາມຄິດ, ທາດແທ້ ແລະ ທັດສະນະຄະຕິທາງຈິດໃຈ ໂດຍຜ່ານການປ່ຽນແປງດ້ານພື້ນຖານ. ມີພຽງວິທີນີ້ເທົ່ານັ້ນທີ່ຈະບັນລຸການປ່ຽນແປງອຸປະນິໄສຂອງມະນຸດໄດ້ຢ່າງແທ້ຈິງ. ສາເຫດຕົ້ນຕໍຂອງອຸປະນິໄສທີ່ເສື່ອມຊາມເຊິ່ງເກີດຂຶ້ນໃນມະນຸດຄືການຊີ້ນໍາຢ່າງຜິດໆ, ຄວາມເສື່ອມຊາມ ແລະ ພິດຂອງຊາຕານ. ມະນຸດຖືກຜູກມັດ ແລະ ຖືກຄວບຄຸມໂດຍຊາຕານ ແລະ ເຂົາໄດ້ຮັບຄວາມເສຍຫາຍຊົ່ວຮ້າຍທີ່ຊາຕານກໍ່ໃຫ້ເກີດຂຶ້ນກັບຄວາມຄິດ, ສິນທໍາ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ. ມັນເປັນຍ້ອນເພາະວ່າສິ່ງພື້ນຖານຕ່າງໆຂອງມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ແຕກຕ່າງຈາກການທີ່ພຣະເຈົ້າຊົງສ້າງມະນຸດໃນເບື້ອງຕົ້ນ, ມະນຸດຕໍ່ຕ້ານພຣະເຈົ້າ ແລະ ບໍ່ສາມາດຍອມຮັບຄວາມຈິງ. ດ້ວຍເຫດນັ້ນ, ການປ່ຽນແປງໃນອຸປະນິໄສຂອງມະນຸດຄວນເລີ່ມຕົ້ນຈາກການປ່ຽນແປງຄວາມຄິດ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ ເຊິ່ງສິ່ງເຫຼົ່ານີ້ຈະປ່ຽນແປງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຍັງຄົງບໍ່ປ່ຽນແປງອຸປະນິໄສຄືການເປັນສັດຕູຕໍ່ພຣະເຈົ້າ

507. ໃນຊີວິດຂອງມະນຸດ, ຖ້າເຂົາປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບັນລຸການປ່ຽນແປງໃນນິໄສຂອງເຂົາ, ຖ້າເຂົາປາຖະໜາທີ່ຈະດຳລົງຊີວິດທີ່ມີຄວາມໝາຍ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຊົງສ້າງ, ແລ້ວເຂົາຕ້ອງຍອມຮັບເອົາການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ຕ້ອງບໍ່ຍອມໃຫ້ການລົງວິໄນຂອງພຣະເຈົ້າ ແລະ ການຂ້ຽນຕີຂອງພຣະເຈົ້າອອກໄປຈາກເຂົາ, ເພື່ອວ່າເຂົາອາດຈະປົດປ່ອຍຕົນເອງອອກຈາກການໃຊ້ເລ່ລ່ຽມຫຼອກລວງ ແລະ ອິດທິພົນຂອງຊາຕານ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ. ຈົ່ງຮູ້ວ່າ ການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນແສງສະຫວ່າງ ແລະ ເປັນແສງສະຫວ່າງແຫ່ງຄວາມລອດພົ້ນຂອງມະນຸດ ແລະ ບໍ່ມີການອວຍພອນໃຫ້ມະນຸດ ແລະ ບໍ່ມີພຣະຄຸນທີ່ຍິ່ງໃຫຍ່ກວ່ານີ້ ຫຼື ການປົກປ້ອງທີ່ດີກວ່ານີ້ແລ້ວ. ມະນຸດດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ເປັນຢູ່ໃນເນື້ອໜັງ; ຖ້າເຂົາບໍ່ໄດ້ຮັບການຊໍາລະລ້າງ ແລະ ບໍ່ໄດ້ຮັບເອົາການປົກປ້ອງຂອງພຣະເຈົ້າ, ແລ້ວມະນຸດກໍຈະຊົ່ວຊ້າຫຼາຍຍິ່ງຂຶ້ນ. ຖ້າເຂົາປາຖະໜາທີ່ຈະຮັກພຣະເຈົ້າ, ເຂົາກໍຕ້ອງໄດ້ຮັບການຊໍາລະລ້າງ ແລະ ການຊ່ວຍໃຫ້ລອດພົ້ນ. ເປໂຕໄດ້ອະທິຖານວ່າ “ພຣະເຈົ້າ, ເມື່ອພຣະອົງຊົງປະຕິບັດຕໍ່ຂ້ານ້ອຍດ້ວຍຄວາມເມດຕາ ຂ້ານ້ອຍກໍມີຄວາມສຸກຫຼາຍ ແລະ ຮູ້ສຶກສະບາຍໃຈ; ເມື່ອພຣະອົງຕີສອນຂ້ານ້ອຍ, ຂ້ານ້ອຍຍິ່ງຮູ້ສຶກສະບາຍໃຈ ແລະ ມີຄວາມສຸກຍິ່ງຂຶ້ນ. ເຖິງແມ່ນຂ້ານ້ອຍອ່ອນແອ ແລະ ອົດກັ້ນຕໍ່ການທົນທຸກທີ່ນັບບໍ່ຖ້ວນ, ເຖິງແມ່ນມີນໍ້າຕາ ແລະ ຄວາມໂສກເສົ້າ, ພຣະອົງຊົງຮູ້ວ່າ ຄວາມໂສກເສົ້ານີ້ກໍເປັນຍ້ອນການກະບົດຂອງຂ້ານ້ອຍ ແລະ ຍ້ອນຄວາມອ່ອນແອຂອງຂ້ານ້ອຍ. ຂ້ານ້ອຍຮ້ອງໄຫ້ກໍເພາະຂ້ານ້ອຍບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະອົງ, ຂ້ານ້ອຍຮູ້ສຶກໂສກເສົ້າ ແລະ ເສຍໃຈ ເພາະວ່າຂ້ານ້ອຍບໍ່ເໝາະສົມສຳລັບຄວາມຕ້ອງການຂອງພຣະອົງ, ແຕ່ຂ້ານ້ອຍກໍເຕັມໃຈທີ່ຈະບັນລຸຂອບເຂດນີ້, ຂ້ານ້ອຍເຕັມໃຈທີ່ຈະເຮັດທຸກສິ່ງທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອເຮັດໃຫ້ພຣະອົງພໍພຣະໄທ. ການຕີສອນຂອງພຣະອົງໄດ້ນໍາການປົກປ້ອງມາສູ່ຂ້ານ້ອຍ ແລະ ໄດ້ມອບຄວາມລອດພົ້ນທີ່ດີທີ່ສຸດໃຫ້ກັບຂ້ານ້ອຍ; ການພິພາກສາຂອງພຣະອົງດີເລີດກວ່າຄວາມອົດກັ້ນ ແລະ ຄວາມອົດທົນຂອງພຣະອົງ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ຂ້ານ້ອຍກໍຈະບໍ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະອົງ. ໃນປັດຈຸບັນ, ຂ້ານ້ອຍຍິ່ງເຫັນຫຼາຍຂຶ້ນວ່າ ຄວາມຮັກຂອງພຣະອົງຢູ່ເໜືອສະຫວັນ ແລະ ດີກວ່າທຸກສິ່ງທຸກຢ່າງ. ຄວາມຮັກຂອງພຣະອົງບໍ່ແມ່ນພຽງແຕ່ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາ; ຍິ່ງໄປກວ່ານັ້ນ, ມັນແມ່ນການຕີສອນ ແລະ ການພິພາກສາ. ຂ້ານ້ອຍໄດ້ຮັບຫຼາຍຢ່າງຈາກການຕີສອນ ແລະ ການພິພາກສາຂອງພຣະອົງ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ຈະສາມາດຜະເຊີນກັບຄວາມຮັກຂອງພຣະຜູ້ສ້າງ”.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການລົງທັນ ແລະ ການພິພາກສາ

508. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນແບບ, ແລ້ວກ່ອນອື່ນ ເຈົ້າຕ້ອງເປັນທີ່ໂປດປານຂອງພຣະເຈົ້າ ຍ້ອນວ່າ ພຣະເຈົ້າເຮັດໃຫ້ຄົນທີ່ພຣະອົງໂປດປານ ແລະ ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງສົມບູນ. ຖ້າເຈົ້າປາຖະໜາທີ່ເປັນທີ່ຈະມີຄວາມສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ແລ້ວເຈົ້າຕ້ອງມີຫົວໃຈທີ່ອ່ອນນ້ອມຕໍ່ພາລະກິດຂອງພຣະອົງ, ເຈົ້າຕ້ອງພະຍາຍາມສະແຫວງຫາຄວາມຈິງ ແລະ ເຈົ້າຕ້ອງຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ທຸກສິ່ງທີ່ເຈົ້າເຮັດໄດ້ຜ່ານການກວດສອບຂອງພຣະເຈົ້າແລ້ວບໍ? ເຈດຕະນາຂອງເຈົ້າຖືກຕ້ອງບໍ? ຖ້າເຈດຕະນາຂອງເຈົ້າຖືກຕ້ອງ, ແລ້ວພຣະເຈົ້າຈະຊົມເຊີຍເຈົ້າ; ຖ້າເຈດຕະນາຂອງເຈົ້ານັ້ນຜິດ, ສິ່ງນີ້ສະແດງໃຫ້ເຫັນວ່າ ສິ່ງທີ່ຫົວໃຈຂອງເຈົ້າຮັກບໍ່ແມ່ນພຣະເຈົ້າ, ແຕ່ຮັກເນື້ອໜັງ ແລະ ຊາຕານ. ສະນັ້ນ, ເຈົ້າຕ້ອງໃຊ້ການອະທິຖານເປັນວິທີຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ເມື່ອເຈົ້າອະທິຖານ, ເຖິງແມ່ນວ່າເຮົາບໍ່ໄດ້ຢືນຢູ່ຕໍ່ໜ້າເຈົ້າດ້ວຍຕົນເອງ, ພຣະວິນຍານບໍລິດສຸດກໍຈະຢູ່ກັບເຈົ້າ ແລະ ມັນແມ່ນທັງເຮົາເອງ ແລະ ພຣະວິນຍານຂອງພຣະເຈົ້າທີ່ເຈົ້າອະທິຖານຫາ. ເປັນຫຍັງເຈົ້າຈຶ່ງເຊື່ອໃນເນື້ອໜັງນີ້? ເຈົ້າເຊື່ອກໍຍ້ອນວ່າພຣະອົງມີພຣະວິນຍານຂອງພຣະເຈົ້າ. ເຈົ້າຈະເຊື່ອໃນຄົນນີ້ບໍ ຖ້າພຣະອົງປາສະຈາກພຣະວິນຍານຂອງພຣະເຈົ້າ? ເມື່ອເຈົ້າເຊື່ອໃນບຸກຄົນນີ້, ເຈົ້າເຊື່ອໃນພຣະວິນຍານຂອງພຣະເຈົ້າ. ເມື່ອເຈົ້າຢໍາເກງບຸກຄົນນີ້, ເຈົ້າຢໍາເກງພຣະວິນຍານຂອງພຣະເຈົ້າ. ຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າແມ່ນຄວາມເຊື່ອໃນບຸກຄົນນີ້ ແລະ ຄວາມເຊື່ອໃນບຸກຄົນນີ້ກໍ່ແມ່ນຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າເຊັ່ນກັນ. ເມື່ອເຈົ້າອະທິຖານ, ເຈົ້າຮູ້ສຶກໄດ້ວ່າພຣະວິນຍານຂອງພຣະເຈົ້າຢູ່ກັບເຈົ້າ ແລະ ພຣະເຈົ້າຢູ່ຕໍ່ໜ້າເຈົ້າ ແລະ ສະນັ້ນ ເຈົ້າຈຶ່ງອະທິຖານຫາພຣະວິນຍານຂອງພຣະອົງ. ມື້ນີ້, ຜູ້ຄົນສ່ວນຫຼາຍຢ້ານຫຼາຍເກີນໄປທີ່ຈະນຳເອົາການກະທຳຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ; ໃນຂະນະທີ່ເຈົ້າອາດຈະຫຼອກລວງເນື້ອໜັງຂອງພຣະອົງ, ເຈົ້າບໍ່ສາມາດຫຼອກລວງພຣະວິນຍານຂອງພຣະອົງໄດ້. ເລື່ອງໃດກໍ່ຕາມທີ່ບໍ່ສາມາດທົນຕໍ່ການກວດສອບຂອງພຣະເຈົ້າໄດ້ ກໍບໍ່ສອດຄ່ອງກັບຄວາມຈິງ ແລະ ຄວນຖືກໂຍນຖິ້ມ; ບໍ່ດັ່ງນັ້ນມັນກໍຈະເປັນບາບຕໍ່ພຣະເຈົ້າ. ດັ່ງນັ້ນ, ເຈົ້າຕ້ອງວາງຫົວໃຈຂອງເຈົ້າໄວ້ຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາ ເມື່ອເຈົ້າອະທິຖານ, ເມື່ອເຈົ້າເວົ້າ ແລະ ສົນທະນາກັບບັນດາອ້າຍເອື້ອຍນ້ອງຂອງເຈົ້າ ແລະ ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ຈັດການທຸລະກິດຂອງເຈົ້າ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ພຣະເຈົ້າຈະສະຖິດຢູ່ກັບເຈົ້າ ແລະ ຕາບໃດທີ່ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລະ ສຳລັບພາລະກິດໃນເຮືອນຂອງພຣະເຈົ້າ, ພຣະອົງຈະຍອມຮັບທຸກສິ່ງທີ່ເຈົ້າເຮັດ; ເຈົ້າຄວນອຸທິດຕົນເອງຢ່າງຈິງຈັງເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ສໍາເລັດ. ເມື່ອເຈົ້າອະທິຖານ, ຖ້າເຈົ້າມີຫົວໃຈທີ່ຮັກພຣະເຈົ້າ ແລະ ສະແຫວງຫາການເບິ່ງແຍງ, ການປົກປ້ອງ ແລະ ການກວດສອບ, ຖ້າສິ່ງເຫຼົ່ານີ້ແມ່ນເຈດຕະນາຂອງເຈົ້າ, ຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບ. ຕົວຢ່າງເຊັ່ນ ເມື່ອເຈົ້າອະທິຖານໃນທີ່ປະຊຸມ, ຖ້າເຈົ້າເປີດໃຈຂອງເຈົ້າ ແລະ ອະທິຖານຫາພຣະເຈົ້າ ແລະ ບອກກັບພຣະອົງສິ່ງທີ່ຢູ່ໃນໃຈຂອງເຈົ້າໂດຍບໍ່ມີການເວົ້າຕົວະ ແລ້ວຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບຢ່າງແນ່ນອນ. ຖ້າເຈົ້າມີຫົວໃຈທີ່ຮັກພຣະເຈົ້າຢ່າງແທ້ຈິງ, ແລ້ວເຈົ້າກໍຄວນສາບານກັບພຣະເຈົ້າວ່າ: “ພຣະເຈົ້າ, ຜູ້ຢູ່ໃນສະຫວັນ ແລະ ເທິງແຜ່ນດິນ ແລະ ທ່າມກາງທຸກສິ່ງ, ຂ້ານ້ອຍຂໍສາບານຕໍ່ພຣະອົງວ່າ: ຂໍໃຫ້ພຣະວິນຍານຂອງພຣະອົງກວດສອບທຸກສິ່ງທີ່ຂ້ານ້ອຍເຮັດ ແລະ ປົກປ້ອງ ແລະ ເບິ່ງແຍງຂ້ານ້ອຍຕະຫຼອດເວລາ ແລະ ເຮັດໃຫ້ທຸກສິ່ງທີ່ຂ້ານ້ອຍເຮັດເປັນໄປຕາມຄວາມປະສົງເພື່ອຢືນຢູ່ຕໍ່ໜ້າພຣະອົງ. ຫາກຫົວໃຈຂອງຂ້ານ້ອຍຢຸດຮັກພຣະອົງ ຫຼື ມັນທໍລະຍົດຕໍ່ພຣະອົງ, ຂໍໃຫ້ພຣະອົງຂ້ຽນຕີ ແລະ ສາບແຊ່ງຂ້ານ້ອຍຢ່າງສາຫັດດ້ວຍ. ຢ່າຍົກໂທດໃຫ້ຂ້ານ້ອຍບໍ່ວ່າໃນໂລກນີ້ ຫຼື ໂລກໜ້າ!” ເຈົ້າກ້າສາບານແບບນັ້ນບໍ? ຖ້າເຈົ້າບໍ່ກ້າ, ນັ້ນກໍສະແດງວ່າ ເຈົ້າເປັນຄົນຂີ້ຢ້ານ ແລະ ເຈົ້າຍັງຮັກຕົວເຈົ້າເອງຢູ່. ພວກເຈົ້າມີວິທີການແກ້ໄຂບັນຫານີ້ບໍ? ຖ້ານີ້ແມ່ນວິທີການແກ້ໄຂບັນຫາຂອງເຈົ້າແທ້ໆ, ເຈົ້າຄວນສາບານແບບນີ້. ຖ້າເຈົ້າມີຄວາມຕັ້ງໃຈທີ່ຈະສາບານແບບນັ້ນ, ແລ້ວພຣະເຈົ້າຈະເຮັດໃຫ້ຄວາມຕັ້ງໃຈຂອງເຈົ້າສຳເລັດ. ເມື່ອເຈົ້າສາບານກັບພຣະເຈົ້າ, ພຣະອົງກໍຟັງ. ພຣະເຈົ້າກຳນົດວ່າເຈົ້າເປັນຄົນບາບ ຫຼື ເປັນຄົນຊອບທຳໂດຍການວັດແທກແຫ່ງຄຳອະທິຖານຂອງເຈົ້າ ແລະ ການປະຕິບັດຂອງເຈົ້າ. ປັດຈຸບັນນີ້, ນີ້ແມ່ນຂະບວນການຂອງການເຮັດໃຫ້ພວກເຈົ້າສົມບູນແບບ ແລະ ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງໃນການຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະນຳເອົາທຸກສິ່ງທີ່ເຈົ້າເຮັດມາໄວ້ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບເອົາການກວດສອບຂອງພຣະອົງ; ຖ້າເຈົ້າເຮັດບາງສິ່ງບາງຢ່າງທີ່ເປັນກະບົດຢ່າງຮ້າຍແຮງ ຫຼື ຖ້າເຈົ້າທໍລະຍົດພຣະເຈົ້າ, ແລ້ວພຣະອົງກໍຈະເຮັດໃຫ້ຄໍາສາບານຂອງເຈົ້າເປັນຈິງ ແລະ ສະນັ້ນ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເຈົ້າກໍຕາມ, ບໍ່ວ່າມັນຈະເປັນການລົງໂທດສູ່ອະເວຈີ ຫຼື ການຂ້ຽນຕີ, ນີ້ກໍເປັນການກະທຳຂອງເຈົ້າເອງ. ເຈົ້າໃຫ້ຄຳສາບານແລ້ວ, ດັ່ງນັ້ນ, ເຈົ້າກໍຄວນປະຕິບັດຕາມຄຳສາບານນັ້ນ. ຖ້າເຈົ້າໃຫ້ຄຳສາບານ, ແຕ່ບໍ່ປະຕິບັດຕາມຄຳສາບານນັ້ນ, ເຈົ້າກໍຈະພົບກັບການລົງໂທດສູ່ອະເວຈີ. ຍ້ອນຄໍາສາບານເປັນຂອງເຈົ້າ, ພຣະເຈົ້າກໍຈະເຮັດໃຫ້ຄໍາສາບານຂອງເຈົ້ານັ້ນບັນລຸຜົນ. ບາງຄົນຢ້ານ ຫຼັງຈາກທີ່ພວກເຂົາອະທິຖານ ແລະ ອາໄລອາວອນວ່າ, “ທຸກຢ່າງຜ່ານໄປແລ້ວ! ໂອກາດຂອງຂ້ານ້ອຍໃນການມຶນເມົາໄດ້ຫາຍໄປແລ້ວ; ໂອກາດຂອງຂ້ານ້ອຍໃນການເຮັດສິ່ງຊົ່ວຮ້າຍໄດ້ຫາຍໄປແລ້ວ; ໂອກາດຂອງຂ້ານ້ອຍທີ່ຈະໝົກມຸ້ນກັບຄວາມປາຖະໜາທາງໂລກຂອງຂ້ານ້ອຍໄດ້ຫາຍໄປແລ້ວ!” ຜູ້ຄົນເຫຼົ່ານີ້ຍັງຄົງຮັກໂລກ ແລະ ຄວາມບາບຢູ່ ແລະ ພວກເຂົາຈະພົບກັບຄວາມຫາຍະນະແນ່ນອນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງເອງສົມບູນ

509. ມີກົດສຳລັບການທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ, ເຊິ່ງພຣະອົງສ່ອງແສງສະຫວ່າງເຈົ້າໂດຍໃຊ້ພາກສ່ວນທີ່ເໝາະສົມຂອງເຈົ້າ ເພື່ອວ່າເຈົ້າຈະມີເສັ້ນທາງປະຕິບັດ ແລະ ສາມາດແຍກຕົວເຈົ້າເອງອອກຈາກສະພາວະດ້ານລົບທັງໝົດ, ຊ່ວຍວິນຍານຂອງເຈົ້າໃຫ້ໄດ້ຮັບການປົດປ່ອຍ ແລະ ເຮັດໃຫ້ເຈົ້າສາມາດຮັກພຣະອົງຫຼາຍຂຶ້ນ. ດ້ວຍວິທີນີ້ ເຈົ້າຈຶ່ງຈະສາມາດປະຖິ້ມອຸປະນິໄສອັນເສື່ອມຊາມຂອງຊາຕານນັ້ນໄດ້. ເຈົ້າເປັນຄົນຊື່ຕົງ ແລະ ເປີດເຜີຍ, ເຕັມໃຈທີ່ຈະຮູ້ຈັກຕົວເອງ ແລະ ເຕັມໃຈທີ່ຈະເອົາຄວາມຈິງໄປປະຕິບັດຕາມ. ແນ່ນອນ ພຣະເຈົ້າຈະອວຍພອນເຈົ້າ, ດັ່ງນັ້ນ ເມື່ອເຈົ້າອ່ອນແອ ແລະ ຄິດລົບ, ພຣະອົງກໍຈະສ່ອງແສງສະຫວ່າງໃຫ້ກັບເຈົ້າເປັນສອງເທົ່າ, ຊ່ວຍເຈົ້າໃຫ້ຮູ້ຈັກຕົວເຈົ້າເອງຫຼາຍຂຶ້ນ, ເຕັມໃຈທີ່ຈະກັບໃຈສໍາລັບຕົວເອງຫຼາຍຂຶ້ນ ແລະ ສາມາດປະຕິບັດສິ່ງທີ່ເຈົ້າຄວນປະຕິບັດໄດ້ຫຼາຍຂຶ້ນ. ມີພຽງວິທີນີ້ເທົ່ານັ້ນຫົວໃຈຂອງເຈົ້າຈຶ່ງຈະມີຄວາມສະຫງົບ ແລະ ສະບາຍໃຈ. ຄົນທີ່ໃຫ້ຄວາມສົນໃຈກັບການຮູ້ຈັກພຣະເຈົ້າເປັນປົກກະຕິ, ຜູ້ທີ່ໃຫ້ຄວາມສົນໃຈກັບການຮູ້ຈັກຕົວພວກເຂົາເອງ, ຜູ້ທີ່ໃຫ້ຄວາມສົນໃຈໃນການປະຕິບັດຂອງພວກເຂົາເອງຈະສາມາດໄດ້ຮັບພາລະກິດຂອງພຣະເຈົ້າຢູ່ເລື້ອຍໆ ພ້ອມທັງໄດ້ຮັບການນຳພາ ແລະ ຄວາມສະຫວ່າງຈາກພຣະເຈົ້າ. ເຖິງແມ່ນວ່າຜູ້ຄົນດັ່ງກ່າວຈະຢູ່ໃນສະພາວະດ້ານລົບ, ພວກເຂົາກໍສາມາດຫັນປ່ຽນສິ່ງຕ່າງໆທັນທີ, ບໍ່ວ່າຈະເກີດຈາກການກະທໍາດ້ວຍຈິດສໍານຶກ ຫຼື ເກີດຈາກຄວາມສະຫວ່າງຈາກພຣະທຳຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງຈະບັນລຸຜົນສະເໝີເມື່ອພວກເຂົາຮູ້ສະພາວະເປັນຈິງຂອງພວກເຂົາເອງ ແລະ ອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ເຕັມໃຈທີ່ຈະຮູ້ຈັກຕົວພວກເຂົາເອງ ແລະ ເປີດໃຈຈະສາມາດປະຕິບັດຄວາມຈິງໄດ້. ຄົນແບບນີ້ແມ່ນຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ບໍ່ວ່າຄວາມເຂົ້າໃຈນີ້ຈະເລິກ ຫຼື ຕື້ນ, ໜ້ອຍ ຫຼື ຫຼາຍກໍຕາມ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ ແລະ ແມ່ນບາງສິ່ງທີ່ຜູ້ຄົນບັນລຸຜົນ, ມັນແມ່ນຜົນປະໂຫຍດຂອງພວກເຂົາເອງ. ຄົນທີ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຄົນທີ່ມີພື້ນຖານ, ເປັນຄົນທີ່ມີນິມິດ. ຄົນແບບນີ້ແມ່ນໝັ້ນໃຈກ່ຽວກັບເນື້ອໜັງຂອງພຣະເຈົ້າ ແລະ ໝັ້ນໃຈກ່ຽວກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະປະຕິບັດ ຫຼື ກ່າວແນວໃດກໍຕາມ ຫຼື ຄົນອື່ນໆຈະລົບກວນພຽງໃດກໍຕາມ, ລາວກໍສາມາດຍຶດໝັ້ນໃນຈຸດຢືນຂອງຕົນ ແລະ ຢືນຢ່າງໝັ້ນຄົງໃນການເປັນພະຍານຂອງລາວໃຫ້ກັບພຣະເຈົ້າໄດ້. ຍິ່ງບຸກຄົນເປັນແບບນີ້ຫຼາຍເທົ່າໃດ ພວກເຂົາກໍຍິ່ງສາມາດປະຕິບັດຄວາມຈິງທີ່ພວກເຂົາເຂົ້າໃຈໄດ້ຫຼາຍຂຶ້ນເທົ່ານັ້ນ. ຍ້ອນວ່າພວກເຂົາປະຕິບັດຕາມພຣະທຳຂອງພຣະເຈົ້າຢູ່ສະເໝີ, ພວກເຂົາໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າຫຼາຍຂຶ້ນ ແລະ ມີຄວາມເດັດດ່ຽວທີ່ຈະຢືນຢ່າງໝັ້ນຄົງໃນການເປັນພະຍານຂອງເຈົ້າໃຫ້ກັບພຣະເຈົ້າຕະຫຼອດໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ

510. ໃນການເຊື່ອໃນພຣະເຈົ້າ, ຖ້າມະນຸດປາຖະໜາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລ້ວພວກເຂົາຕ້ອງບໍ່ແຍກຕົນເອງອອກຈາກຊີວິດທີ່ເປັນຈິງ. ໃນຊີວິດຈິງ, ເຈົ້າຕ້ອງຮູ້ຈັກຕົນເອງ, ກະບົດຕໍ່ຕົນເອງ, ປະຕິບັດຄວາມຈິງ ພ້ອມທັງຮຽນຮູ້ຫຼັກການ, ສາມັນສຳນຶກ ແລະ ກົດເກນແຫ່ງການປະພຶດຕົນໃນທຸກສິ່ງກ່ອນທີ່ເຈົ້າຈະສາມາດບັນລຸການປ່ຽນແປງເທື່ອລະໜ້ອຍ. ຖ້າເຈົ້າພຽງແຕ່ໃສ່ໃຈກັບຄວາມຮູ້ໃນທາງທິດສະດີ ແລະ ພຽງແຕ່ດຳລົງຊີວິດທ່າມກາງພິທີກຳທາງສາສະໜາ ໂດຍບໍ່ລົງເລິກໃນຄວາມເປັນຈິງ, ໂດຍບໍ່ມີການເຂົ້າສູ່ຊີວິດທີ່ເປັນຈິງ ແລ້ວເຈົ້າກໍ່ຈະບໍ່ໄດ້ເຂົ້າສູ່ຄວາມເປັນຈິງຈັກເທື່ອ, ເຈົ້າຈະບໍ່ຮູ້ຈັກຕົນເອງ, ຄວາມຈິງ ຫຼື ພຣະເຈົ້າຈັກເທື່ອ ແລະ ເຈົ້າຈະເປັນຄົນຕາບອດ ແລະ ໂງ່ຈ້າຢູ່ສະເໝີ. ພາລະກິດແຫ່ງການຊ່ວຍຜູ້ຄົນໃຫ້ລອດພົ້ນຂອງພຣະເຈົ້າບໍ່ແມ່ນເພື່ອເຮັດໃຫ້ພວກເຂົາດຳລົງຊີວິດມະນຸດທີ່ປົກກະຕິຫຼັງຈາກຊ່ວງເວລາສັ້ນໆ ຫຼື ມັນບໍ່ແມ່ນເພື່ອປ່ຽນແປງແນວຄິດ ແລະ ຫຼັກຄຳສອນທີ່ຜິດພາດຂອງພວກເຂົາ. ກົງກັນຂ້າມ ຈຸດປະສົງຂອງພຣະອົງແມ່ນເພື່ອປ່ຽນແປງອຸປະນິໄສເດີມຂອງຜູ້ຄົນ, ປ່ຽນແປງວິທີການທັງໝົດທີ່ເດີມໆໃນຊີວິດຂອງພວກເຂົາ ແລະ ປ່ຽນແປງວິທີການຄິດ ແລະ ທັດສະນະທາງຄວາມຄິດທີ່ຫຼ້າສະໄໝຂອງເຂົາ. ການໃສ່ໃຈກັບຊີວິດຄຣິສຕະຈັກພຽງແຕ່ຢ່າງດຽວຈະບໍ່ປ່ຽນແປງນິໄສເດີມໃນຊີວິດຂອງມະນຸດ ຫຼື ປ່ຽນແປງວິທີທີ່ພວກເຂົາດຳລົງຊີວິດເປັນເວລາດົນນານ. ບໍ່ວ່າຫຍັງກໍຕາມ, ຜູ້ຄົນຕ້ອງບໍ່ອອກຈາກຊີວິດທີ່ເປັນຈິງ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນດຳລົງຊີວິດດ້ວຍຄວາມເປັນມະນຸດທີ່ປົກກະຕິໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ພວກເຂົາດຳລົງຊີວິດຕາມຄວາມຈິງໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ແລະ ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ. ເພື່ອເຂົ້າສູ່ຄວາມເປັນຈິງ, ຄົນໆໜຶ່ງຕ້ອງຫັນທຸກສິ່ງມາສູ່ຊີວິດທີ່ເປັນຈິງ. ໃນການເຊື່ອໃນພຣະເຈົ້າ, ຖ້າຜູ້ຄົນບໍ່ສາມາດມາຮູ້ຈັກຕົນເອງຜ່ານທາງເຂົ້າສູ່ຊີວິດທີ່ເປັນຈິງ ແລະ ຖ້າພວກເຂົາບໍ່ສາມາດດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິໃນຊີວິດຈິງ, ແລ້ວພວກເຂົາກໍ່ຈະກາຍເປັນຄົນລົ້ມເຫຼວ. ຄົນທີ່ກະບົດຕໍ່ພຣະເຈົ້າລ້ວນແລ້ວແຕ່ເປັນຄົນທີ່ບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມເປັນມະນຸດ ແຕ່ດຳລົງຊີວິດຕາມທຳມະຊາດຂອງຜີຮ້າຍ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມຈິງ, ແຕ່ດຳລົງຊີວິດຕາມຫຼັກຄຳສອນແທນ. ຄົນທີ່ບໍ່ສາມາດດຳລົງຊີວິດຕາມຄວາມຈິງໃນຊີວິດທີ່ເປັນຈິງແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຖືກພຣະອົງກຽດຊັງ. ເຈົ້າຕ້ອງປະຕິບັດການເຂົ້າສູ່ຊີວິດທີ່ເປັນຈິງ, ຮູ້ຈັກຂໍ້ບົກຜ່ອງ, ຄວາມກະບົດ ແລະ ຄວາມໂງ່ຈ້າຂອງເຈົ້າເອງ ແລະ ຮູ້ຈັກຄວາມເປັນມະນຸດທີ່ບໍ່ປົກກະຕິ ແລະ ຄວາມອ່ອນແອຂອງເຈົ້າ. ດ້ວຍວິທີນັ້ນ, ຄວາມຮູ້ທັງໝົດຂອງເຈົ້າຈະໄດ້ປະກອບເຂົ້າສູ່ສະຖານະການ ແລະ ຄວາມຫຍຸ້ງຍາກຕົວຈິງຂອງເຈົ້າ. ມີແຕ່ຄວາມຮູ້ປະເພດນີ້ເທົ່ານັ້ນຈຶ່ງເປັນຈິງ ແລະ ສາມາດເຮັດໃຫ້ເຈົ້າເຂົ້າໃຈສະພາບການຂອງເຈົ້າເອງຢ່າງແທ້ຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ

511. ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການຝຶກອະທິຖານ, ການຍອມຮັບພາລະຂອງພຣະເຈົ້າ, ການຍອມຮັບໜ້າທີ່ທີ່ພຣະອົງຝາກຝັງໄວ້ກັບເຈົ້າ, ທຸກສິ່ງນີ້ແມ່ນເພື່ອວ່າ ມັນອາດຈະມີເສັ້ນທາງຢູ່ຕໍ່ໜ້າເຈົ້າ. ຍິ່ງເຈົ້າມີພາລະຈາກການຝາກຝັງຂອງພຣະເຈົ້າຫຼາຍສໍ່າໃດ, ມັນກໍຈະງ່າຍຂຶ້ນສຳລັບເຈົ້າທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່ານັ້ນ. ບາງຄົນບໍ່ເຕັມໃຈທີ່ຈະຮ່ວມມືກັບຄົນອື່ນໃນການຮັບໃຊ້ພຣະເຈົ້າ ແມ່ນແຕ່ໃນເວລາທີ່ພວກເຂົາຖືກເອີ້ນຫາ; ຄົນເຫຼົ່ານີ້ເປັນຄົນທີ່ຂີ້ຄ້ານ ທີ່ຕ້ອງການພຽງແຕ່ເຮຮາຢູ່ກັບຄວາມສຸກສະບາຍ. ຍິ່ງເຈົ້າຖືກຮຽກຮ້ອງໃຫ້ຮ່ວມມືກັບຄົນອື່ນໃນການຮັບໃຊ້ພຣະເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະໄດ້ຮັບປະສົບການຫຼາຍສໍ່ານັ້ນ. ຍ້ອນເຈົ້າມີພາລະ ແລະ ປະສົບການຫຼາຍຂຶ້ນ, ເຈົ້າກໍຈະມີໂອກາດຫຼາຍຂຶ້ນທີ່ຈະຖືກເຮັດໃຫ້ສົມບູນ. ສະນັ້ນ, ຖ້າເຈົ້າສາມາດຮັບໃຊ້ພຣະເຈົ້າດ້ວຍຄວາມຈິງໃຈ ເຈົ້າຈະໃສ່ໃຈໃນພາລະຂອງພຣະເຈົ້າ; ດ້ວຍວິທີນີ້ ເຈົ້າຈະມີໂອກາດຫຼາຍຂຶ້ນທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ມັນຄືກຸ່ມຄົນດັ່ງກ່າວນີ້ທີ່ກຳລັງຖືກເຮັດໃຫ້ສົມບູນໃນເວລານີ້. ຍິ່ງພຣະວິນຍານບໍລິສຸດດົນໃຈເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະອຸທິດເວລາເພື່ອໃສ່ໃຈໃນພາລະຂອງພຣະເຈົ້າຫຼາຍສໍ່ານັ້ນ, ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າຮັບເອົາຫຼາຍສໍ່ານັ້ນ ແລະ ຈົນກວ່າ ໃນທີ່ສຸດເຈົ້າກໍຈະກາຍມາເປັນຄົນທີ່ພຣະເຈົ້າໃຊ້. ໃນປັດຈຸບັນນີ້, ມີບາງຄົນທີ່ບໍ່ໄດ້ແບກຮັບພາລະຫຍັງເລີຍສຳລັບຄຣິສຕະຈັກ. ຄົນເຫຼົ່ານີ້ຂີ້ຄ້ານ ແລະ ບໍ່ເອົາໃຈໃສ່ ແລະ ພຽງແຕ່ສົນໃຈກັບເນື້ອໜັງຂອງພວກເຂົາເອງເທົ່ານັ້ນ. ຜູ້ຄົນດັ່ງກ່າວເຫັນແກ່ຕົວເກີນໄປ ແລະ ພວກເຂົາຍັງຕາບອດອີກດ້ວຍ. ຖ້າເຈົ້າບໍ່ສາມາດເຫັນບັນຫານີ້ຢ່າງຊັດເຈນ, ເຈົ້າກໍຈະບໍ່ແບກຮັບພາລະໃດໆເລີຍ. ຍິ່ງເຈົ້າຄໍານຶງເຖິງເຈດຕະນາຂອງພຣະເຈົ້າຫຼາຍສໍ່າໃດ, ພາລະທີ່ພຣະເຈົ້າຝາກຝັງໄວ້ກັບເຈົ້າກໍຈະຫຼາຍຂຶ້ນສໍ່ານັ້ນ. ຄົນເຫັນແກ່ຕົວບໍ່ເຕັມໃຈທີ່ຈະທົນທຸກກັບສິ່ງເຫຼົ່ານັ້ນ, ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ຜົນຕາມມາກໍຄື ພວກເຂົາຈະພາດໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ພວກເຂົາບໍ່ແມ່ນທຳຮ້າຍຕົນເອງບໍ? ຖ້າເຈົ້າເປັນຄົນທີ່ຄໍານຶ່ງເຖິງເຈດຕະນາຂອງພຣະເຈົ້າ, ເຈົ້າຈະມີພາລະທີ່ແທ້ຈິງສຳລັບຄຣິສຕະຈັກ. ຄວາມເປັນຈິງແລ້ວ, ແທນທີ່ຈະເອີ້ນສິ່ງນີ້ວ່າເປັນພາລະທີ່ເຈົ້າແບກຮັບເພື່ອຄຣິສຕະຈັກ, ມັນຈະດີກວ່າທີ່ຈະເອີ້ນວ່າເປັນພາລະທີ່ເຈົ້າແບກຮັບເພື່ອຊີວິດຂອງເຈົ້າເອງ, ເພາະຈຸດປະສົງຂອງພາລະນີ້ທີ່ເຈົ້າແບກຮັບສໍາລັບຄຣິສຕະຈັກແມ່ນເພື່ອເຈົ້າຈະໄດ້ໃຊ້ປະສົບການດັ່ງກ່າວເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ສະນັ້ນ, ໃຜກໍຕາມທີ່ແບກຮັບພາລະທີ່ໜັກທີ່ສຸດສຳລັບຄຣິສຕະຈັກ ແລະ ໃຜກໍຕາມທີ່ແບກຮັບພາລະຂອງການເຂົ້າສູ່ຊີວິດ ກໍຈະເປັນຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນ. ເຈົ້າເຫັນສິ່ງນີ້ຢ່າງຊັດເຈນແລ້ວບໍ? ຖ້າຄຣິສຕະຈັກທີ່ເຈົ້າຢູ່ນັ້ນແຕກກະຈາຍຄືດິນຊາຍ ແຕ່ເຈົ້າບໍ່ໄດ້ກັງວົນ ຫຼື ເປັນຫ່ວງ ແລະ ເຈົ້າເຖິງກັບເຮັດເປັນບໍ່ຮູ້ບໍ່ເຫັນເມື່ອອ້າຍເອື້ອຍນ້ອງຂອງເຈົ້າບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງປົກກະຕິ, ແລ້ວເຈົ້າກໍບໍ່ໄດ້ແບກຮັບພາລະໃດໆເລີຍ. ພຣະເຈົ້າບໍ່ມັກຄົນປະເພດດັ່ງກ່າວ. ຄົນທີ່ພຣະເຈົ້າມັກ ແມ່ນຄົນທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ພວກເຂົາຄໍານຶງເຖິງເຈດຕະນາຂອງພຣະອົງ. ສະນັ້ນ ພວກເຈົ້າຄວນຕັ້ງໃຈໃນພາລະຂອງພຣະເຈົ້າໃນຕອນນີ້. ເຈົ້າບໍ່ຄວນລໍຖ້າໃຫ້ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເປີດເຜີຍອອກໃຫ້ມະນຸດທຸກຄົນໄດ້ເຫັນ ກ່ອນທີ່ເຈົ້າຈະເລີ່ມໃສ່ໃຈໃນພາລະຂອງພຣະເຈົ້າ. ແລ້ວຕອນນັ້ນມັນຈະບໍ່ຊ້າເກີນໄປບໍ? ຕອນນີ້ແມ່ນໂອກາດດີທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ຖ້າເຈົ້າປ່ອຍໃຫ້ໂອກາດນີ້ຫຼຸດມືເຈົ້າໄປ, ເຈົ້າຈະເສຍດາຍຕະຫຼອດຊີວິດ, ຄືກັບທີ່ໂມເຊບໍ່ສາມາດເຂົ້າສູ່ດິນແດນແຫ່ງການາອານທີ່ອຸດົມສົມບູນ ແລະ ເພິ່ນກໍເສຍດາຍຕະຫຼອດຊີວິດຂອງເພິ່ນ ແລ້ວຕາຍດ້ວຍຄວາມເສຍໃຈ. ເມື່ອອຸປະນິໄສທີ່ຊອບທຳຂອງພຣະເຈົ້າຖືກເປີດເຜີຍໃຫ້ກັບທຸກຄົນ, ເຈົ້າຈະເຕັມໄປດ້ວຍຄວາມເສຍໃຈ. ເຖິງແມ່ນວ່າ ພຣະເຈົ້າຈະບໍ່ຂ້ຽນຕີເຈົ້າ, ເຈົ້າກໍຈະຂ້ຽນຕີຕົນເອງເນື່ອງຈາກຄວາມເສຍໃຈຂອງເຈົ້າເອງ. ບາງຄົນບໍ່ເຊື່ອໃນສິ່ງນີ້, ແຕ່ຖ້າເຈົ້າບໍ່ເຊື່ອ, ກໍໃຫ້ລໍຖ້າ ແລະ ເບິ່ງ. ບາງຄົນມີຈຸດປະສົງດຽວຄືປະຕິບັດຕາມພຣະທຳເຫຼົ່ານີ້. ເຈົ້າເຕັມໃຈທີ່ຈະເສຍສະຫຼະຕົນເອງເພື່ອພຣະທຳເຫຼົ່ານີ້ບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຄໍານຶງເຖິງເຈດຕະນາຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ

512. ພຣະວິນຍານບໍລິສຸດມີເສັ້ນທາງທີ່ຈະຍ່າງຢູ່ໃນແຕ່ລະຄົນ ແລະ ມອບໂອກາດໃຫ້ແຕ່ລະຄົນໄດ້ຖືກເຮັດໃຫ້ສົມບູນ. ຜ່ານຄວາມຄິດລົບຂອງເຈົ້າ, ເຈົ້າໄດ້ຖືກເຮັດໃຫ້ຮູ້ຈັກຄວາມເສື່ອມຊາມຂອງຕົວເຈົ້າເອງ ແລະ ຫຼັງຈາກນັ້ນ ຜ່ານການໂຍນຄວາມຄິດລົບຖິ້ມ ເຈົ້າຈະພົບເສັ້ນທາງປະຕິບັດ; ສິ່ງທັງໝົດເຫຼົ່ານີ້ຄືວິທີທາງທີ່ຈະເຮັດໃຫ້ເຈົ້າສົມບູນ. ຍິ່ງໄປກວ່ານັ້ນ, ຜ່ານການນຳພາຢ່າງຕໍ່ເນື່ອງ ແລະ ການໃຫ້ແສງເຍືອງທາງຈາກສິ່ງດີໆບາງຢ່າງຢູ່ໃນຕົວເຈົ້າ, ເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າຢ່າງຫ້າວຫັນ, ເຕີບໂຕຂຶ້ນໃນຄວາມເຂົ້າໃຈ ແລະ ໄດ້ມີການແຍກແຍະ. ເມື່ອສະພາວະຂອງເຈົ້າດີ, ເຈົ້າຈະເຕັມໃຈອ່ານພຣະທຳຂອງພຣະເຈົ້າເປັນພິເສດ ແລະ ເຕັມໃຈອະທິຖານຫາພຣະເຈົ້າເປັນພິເສດ ແລະ ສາມາດເຊື່ອມໂຍງຄຳເທດສະໜາທີ່ເຈົ້າໄດ້ຍິນເຂົ້າກັບສະພາວະຂອງຕົວເຈົ້າເອງ. ໃນເວລາດັ່ງກ່າວ ພຣະເຈົ້າສ່ອງແສງສະຫວ່າງ ແລະ ແສງເຍືອງທາງພາຍໃນຕົວເຈົ້າ, ເຮັດໃຫ້ເຈົ້າຮູ້ເຫັນບາງສິ່ງໃນດ້ານບວກ. ນີ້ຄືວິທີທີ່ເຈົ້າຈະຖືກເຮັດໃຫ້ສົມບູນໃນດ້ານບວກ. ໃນສະພາວະດ້ານລົບ, ເຈົ້າອ່ອນແອ ແລະ ຄິດລົບ; ເຈົ້າຮູ້ສຶກວ່າເຈົ້າບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງເຈົ້າ, ແຕ່ພຣະເຈົ້າກໍຍັງໃຫ້ແສງເຍືອງທາງແກ່ເຈົ້າ, ຊ່ວຍໃຫ້ເຈົ້າພົບເສັ້ນທາງປະຕິບັດ. ການອອກມາຈາກສິ່ງນີ້ແມ່ນການບັນລຸຄວາມສົມບູນໃນດ້ານລົບ. ພຣະເຈົ້າສາມາດເຮັດໃຫ້ມະນຸດສົມບູນໄດ້ທັງດ້ານບວກ ແລະ ດ້ານລົບ. ມັນຂຶ້ນຢູ່ກັບວ່າເຈົ້າສາມາດປະສົບໄດ້ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ຫຼື ບໍ່. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ, ແລ້ວສິ່ງທີ່ເປັນລົບກໍບໍ່ສາມາດເຮັດໃຫ້ເຈົ້າໄດ້ຮັບຄວາມສູນເສຍໄດ້, ແຕ່ຈະສາມາດນຳເອົາສິ່ງທີ່ເປັນຈິງຫຼາຍກວ່າມາໃຫ້ເຈົ້າ ແລະ ສາມາດເຮັດໃຫ້ເຈົ້າຮູ້ໄດ້ຫຼາຍຂຶ້ນວ່າມີສິ່ງໃດທີ່ຍັງຂາດເຂີນໃນຕົວເຈົ້າ, ສາມາດເຂົ້າໃຈສະພາວະທີ່ແທ້ຈິງຂອງເຈົ້າຫຼາຍຂຶ້ນ ແລະ ເຫັນວ່າມະນຸດບໍ່ມີຫຍັງ ແລະ ກໍບໍ່ແມ່ນຫຍັງ; ຖ້າເຈົ້າບໍ່ປະສົບກັບການທົດລອງ, ເຈົ້າກໍບໍ່ຮູ້ ແລະ ຈະຮູ້ສຶກວ່າເຈົ້າຢູ່ເໜືອຄົນອື່ນ ແລະ ດີກວ່າຄົນອື່ນຢູ່ສະເໝີ. ຜ່ານສິ່ງທັງໝົດນີ້ ເຈົ້າຈະເຫັນວ່າທຸກສິ່ງທີ່ມາກ່ອນໜ້ານີ້ໄດ້ຖືກເຮັດໃຫ້ສຳເລັດລົງໂດຍພຣະເຈົ້າ ແລະ ຖືກປົກປ້ອງໂດຍພຣະເຈົ້າ. ການເຂົ້າສູ່ການທົດລອງເຮັດໃຫ້ເຈົ້າປາສະຈາກຄວາມຮັກ ຫຼື ຄວາມເຊື່ອ, ເຈົ້າຂາດການອະທິຖານ ແລະ ບໍ່ສາມາດຮ້ອງເພງນະມັດສະການ ແລະ ໂດຍບໍ່ຮູ້ຕົວ, ໃນທ່າມກາງສິ່ງນີ້ ເຈົ້າກໍໄດ້ມາຮູ້ຈັກຕົວຕົນຂອງເຈົ້າເອງ. ພຣະເຈົ້າມີຫຼາຍວິທີທາງໃນການເຮັດໃຫ້ມະນຸດສົມບູນ. ພຣະອົງໃຊ້ສະພາບແວດລ້ອມທຸກຮູບແບບເພື່ອລິຮານອຸປະນິໄສອັນເສື່ອມຊາມຂອງມະນຸດ ແລະ ໃຊ້ຫຼາກຫຼາຍສິ່ງເພື່ອເປີດເຜີຍມະນຸດ; ໃນດ້ານໜຶ່ງ ພຣະອົງລິຮານມະນຸດ, ອີກດ້ານໜຶ່ງພຣະອົງເປີດເຜີຍມະນຸດ ແລະ ໃນອີກດ້ານໜຶ່ງພຣະອົງເປີດໂປງມະນຸດ, ຂຸດອອກ ແລະ ເປີດໂປງ “ຄວາມເລິກລັບຕ່າງໆ” ໃນສ່ວນເລິກຂອງຫົວໃຈມະນຸດ ແລະ ສະແດງໃຫ້ມະນຸດເຫັນທຳມະຊາດຂອງເຂົາໂດຍການເປີດໂປງສະພາວະຕ່າງໆຂອງເຂົາ. ພຣະເຈົ້າເຮັດໃຫ້ມະນຸດສົມບູນຜ່ານຫຼາກຫຼາຍວິທີການ, ຜ່ານການເປີດໂປງ, ຜ່ານການລິຮານມະນຸດ, ຜ່ານການຫຼໍ່ຫຼອມມະນຸດ ແລະ ການຂ້ຽນຕີເພື່ອວ່າມະນຸດຈະໄດ້ຮູ້ຈັກວ່າພຣະເຈົ້າຄືຄວາມເປັນຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ

513. ໃນປັດຈຸບັນ, ສິ່ງທີ່ພວກເຈົ້າຄວນສະແຫວງຫາໃນເບື້ອງຕົ້ນແມ່ນການຖືກພຣະເຈົ້າເຮັດໃຫ້ສົມບູນໃນທຸກສິ່ງທຸກຢ່າງ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນແບບຜ່ານທຸກຄົນ, ທຸກເລື່ອງ ແລະ ທຸກໆສິ່ງທີ່ເຈົ້າໄດ້ຜະເຊີນ, ດັ່ງນັ້ນ ສິ່ງທີ່ພຣະເຈົ້າເປັນຈະຖືກນໍາມາສູ່ໃນຕົວພວກເຈົ້າຫຼາຍຂຶ້ນ. ກ່ອນອື່ນໝົດ ເຈົ້າຕ້ອງຮັບເອົາມໍລະດົກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກນີ້ກ່ອນ ແລ້ວເມື່ອນັ້ນເຈົ້າກໍຈະມີສິດສືບທອດພຣະພອນອັນຫຼວງຫຼາຍ ແລະ ຍິ່ງໃຫຍ່ຈາກພຣະເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຈົ້າຄວນສະແຫວງຫາ ແລະ ຄືສິ່ງທີ່ພວກເຈົ້າຄວນເຂົ້າໃຈກ່ອນສິ່ງອື່ນໃດ. ຍິ່ງເຈົ້າສະແຫວງຫາເພື່ອໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບເທົ່າໃດ, ເຈົ້າຍິ່ງຈະສາມາດເຫັນມືຂອງພຣະເຈົ້າໃນທຸກສິ່ງຫຼາຍຂຶ້ນເທົ່ານັ້ນ, ດັ່ງນັ້ນ ຜົນຕາມມາກໍຄືເຈົ້າຈະສະແຫວງຫາຄວາມເປັນຢູ່ຂອງພຣະທໍາຂອງພຣະເຈົ້າຢ່າງຂະຫຍັນຂັນແຂງ ແລະ ຄວາມເປັນຈິງຂອງພຣະທໍາຂອງພຣະອົງໂດຍຜ່ານມຸມມອງທີ່ແຕກຕ່າງກັນ ແລະ ໃນເລື່ອງທີ່ແຕກຕ່າງກັນ. ເຈົ້າບໍ່ສາມາດເປັນທີ່ພໍໃຈກັບສະຖານະທີ່ລົບໆ ເຊັ່ນນີ້ ເພື່ອພຽງແຕ່ບໍ່ໄດ້ເຮັດບາບ ຫຼື ບໍ່ມີແນວຄວາມຄິດໃດໆ, ບໍ່ມີປັດຊະຍາສໍາລັບການກະທຳທາງໂລກ ແລະ ບໍ່ມີຄວາມປາຖະໜາຂອງມະນຸດ. ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບໃນຫຼາກຫຼາຍວິທີ, ໃນທຸກກໍລະນີແມ່ນຈະມີໂອກາດໄດ້ຖືກເຮັດໃຫ້ສົມບູນແບບ ແລະ ພຣະອົງສາມາດເຮັດໃຫ້ເຈົ້າສົມບູນແບບໄດ້ ບໍ່ພຽງແຕ່ໃນດ້ານບວກເທົ່ານັ້ນ ແຕ່ໃນດ້ານລົບອີກດ້ວຍ ເພື່ອເຮັດໃຫ້ສິ່ງທີ່ເຈົ້າໄດ້ຮັບຫຼາຍຂຶ້ນກວ່າເກົ່າ. ທຸກໆມື້ແມ່ນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ໂອກາດທີ່ຈະຖືກພຣະເຈົ້າຮັບເອົາ. ຫຼັງຈາກມີປະສົບການເຊັ່ນນີ້ໄລຍະໜຶ່ງແລ້ວ, ເຈົ້າຈະຖືກປ່ຽນແປງຢ່າງໃຫຍ່ຫຼວງ ແລະ ເຈົ້າຈະໄດ້ຮັບຄວາມເຂົ້າໃຈໃນຫຼາຍສິ່ງຫຼາຍຢ່າງໂດຍທຳມະຊາດ ເຊິ່ງເຈົ້າບໍ່ມີຄວາມຮູ້ມາກ່ອນເລີຍ. ມັນບໍ່ຈໍາເປັນຕ້ອງມີການແນະນໍາຈາກຄົນອື່ນ; ໂດຍທີ່ເຈົ້າບໍ່ຮູ້ຕົວ, ພຣະເຈົ້າຈະໃຫ້ຄວາມສະຫວ່າງແກ່ເຈົ້າ ເພື່ອເຈົ້າຈະໄດ້ຢັ່ງຮູ້ໃນທຸກໆສິ່ງ ແລະ ເຂົ້າສູ່ປະສົບການທັງໝົດຂອງເຈົ້າຢ່າງລະອຽດ. ພຣະເຈົ້າຈະນຳທາງເຈົ້າຢ່າງແນ່ນອນເພື່ອເຈົ້າຈະບໍ່ໄດ້ຫັນໄປທາງຊ້າຍ ຫຼື ຂວາ ແລະ ໃນທີ່ສຸດເຈົ້າຈະຖືກຍ່າງຢູ່ເທິງເສັ້ນທາງສູ່ຄວາມສົມບູນແບບຂອງພຣະອົງ.

... ຖ້າເຈົ້າປາຖະໜາໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຕ້ອງຮຽນຮູ້ທີ່ຈະຜະເຊີນກັບທຸກໆເລື່ອງ ແລະ ສາມາດໄດ້ຮັບແສງສະຫວ່າງໃນທຸກສິ່ງທີ່ເກີດຂຶ້ນກັບເຈົ້າ. ບໍ່ວ່າດີ ຫຼື ບໍ່ດີ ເຈົ້າກໍ່ຄວນໄດ້ຮັບຜົນປະໂຫຍດຈາກມັນ ແລະ ມັນບໍ່ຄວນເຮັດໃຫ້ເຈົ້າກາຍເປັນຄົນຄິດລົບ. ບໍ່ວ່າເລື່ອງໃດກໍຕາມ, ເຈົ້າຄວນພິຈາລະນາສິ່ງຕ່າງໆໃນຂະນະທີ່ຢືນຢູ່ຂ້າງພຣະເຈົ້າ ແລະ ບໍ່ວິເຄາະ ຫຼື ຮຽນຮູ້ມັນຕາມມຸມມອງຂອງມະນຸດ (ນີ້ຈະເປັນການຫັນປ່ຽນໃນປະສົບການຂອງເຈົ້າ). ຖ້າເຈົ້າມີປະສົບການເຊັ່ນນີ້ ແລ້ວຫົວໃຈຂອງເຈົ້າກໍຈະເຕັມໄປດ້ວຍພາລະໃນຊີວິດຂອງເຈົ້າ; ເຈົ້າຈະມີຊີວິດຢູ່ພາຍໃຕ້ແສງສະຫວ່າງແຫ່ງລັດສະໝີຂອງພຣະເຈົ້າຕະຫຼອດເວລາ ແລະ ຈະບໍ່ຫັນປ່ຽນຈາກການປະຕິບັດຂອງເຈົ້າໄດ້ຢ່າງງ່າຍດາຍ. ຄົນປະເພດນີ້ມີອະນາຄົດທີ່ສົດໄສ. ມີໂອກາດຫຼາຍທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ທຸກຢ່າງຂຶ້ນຢູ່ກັບວ່າພວກເຈົ້າແມ່ນຜູ້ທີ່ຮັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແລະ ເຈົ້າມີຄວາມເດັດດ່ຽວທີ່ຈະໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ຫຼື ບໍ່, ຖືກຮັບໂດຍພຣະເຈົ້າ ແລະ ໄດ້ຮັບພຣະພອນ ແລະ ມໍລະດົກຂອງພຣະອົງ ຫຼື ບໍ. ພຽງແຕ່ມີຄວາມເດັດດ່ຽວເທົ່ານັ້ນແມ່ນບໍ່ພຽງພໍ, ພວກເຈົ້າຕ້ອງມີຄວາມຮູ້ຢ່າງຫຼວງຫຼາຍ, ບໍ່ດັ່ງນັ້ນ ພວກເຈົ້າກໍຈະຫັນປ່ຽນໃນການປະຕິບັດຂອງພວກເຈົ້າຢູ່ຕະຫລອດ. ພຣະເຈົ້າເຕັມໃຈທີ່ຈະເຮັດໃຫ້ພວກເຈົ້າທຸກຄົນສົມບູນແບບ. ເຖິງວ່າ ໃນຕອນນີ້, ຫຼາຍຄົນໄດ້ຍອມຮັບເອົາພາລະກິດຂອງພຣະເຈົ້າມາເປັນເວລາດົນນານແລ້ວກໍ່ຕາມ, ພວກເຂົາໄດ້ຈຳກັດໂຕເອງພຽງເພື່ອຊື່ນຊົມໃນພຣະຄຸນຂອງພຣະເຈົ້າ ແລະ ພຽງແຕ່ເຕັມໃຈຍອມໃຫ້ພຣະເຈົ້າມອບຄວາມສະບາຍທາງເນື້ອໜັງໃຫ້ກັບພວກເຂົາເທົ່ານັ້ນ. ແຕ່ບໍ່ປາຖະໜາທີ່ຈະໄດ້ຮັບການເປີດເຜີຍຫຼາຍຂຶ້ນ ຫຼື ສູງຂຶ້ນ, ນີ້ສະແດງໃຫ້ເຫັນວ່າຫົວໃຈຂອງມະນຸດຍັງຄົງຢູ່ຂ້າງນອກຢູ່ສະເໝີ. ເຖິງແມ່ນວ່າພາລະກິດຂອງມະນຸດ, ການຮັບໃຊ້ຂອງເຂົາ ແລະ ຫົວໃຈທີ່ຮັກ ພຣະເຈົ້ານັ້ນມີຄວາມບໍ່ບໍລິສຸດພຽງເລັກນ້ອຍກໍຕາມ, ຕາບໃດທີ່ແກ່ນແທ້ພາຍໃນມະນຸດ ແລະ ສະເພາະຄວາມຄິດຫຼ້າຫຼັງຂອງເຂົາແລ້ວ, ມະນຸດຍັງສະແຫວງຫາຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີຂອງເນື້ອໜັງຢູ່ຕະຫຼອດເວລາ ແລະ ບໍ່ໃສ່ໃຈຫຍັງເລີຍວ່າເງື່ອນໄຂ ແລະ ວັດຖຸປະສົງຂອງການຖືກພຣະເຈົ້າເຮັດໃຫ້ສົມບູນນັ້ນອາດມີຫຍັງແດ່. ດັ່ງນັ້ນ ຊີວິດຂອງຄົນສ່ວນໃຫຍ່ແມ່ນຍັງຫຍາບຊ້າ ແລະ ເສື່ອມໂຊມ. ຊີວິດຂອງພວກເຂົາບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ຄຳນຶງເຖິງຄວາມສັດທາໃນພຣະເຈົ້າວ່າເປັນເລື່ອງສຳຄັນເລີຍ, ມັນເປັນຄືກັບວ່າພວກເຂົາພຽງມີຄວາມສັດທາເພື່ອປະໂຫຍດຂອງຄົນອື່ນ ໂດຍບໍ່ມີຄວາມໃສ່ໃຈ ແລະ ເຮັດໄປແບບບໍ່ສົນໃຈ ດຳລົງຢູ່ຢ່າງບໍ່ມີຈຸດໝາຍ. ມີພຽງໜ້ອຍຄົນທີ່ສາມາດສະແຫວງຫາເພື່ອເຂົ້າສູ່ພຣະທໍາຂອງພຣະເຈົ້າໃນທຸກສິ່ງ, ໄດ້ຮັບສິ່ງຕ່າງໆຢ່າງອຸດົມສົມບູນ, ກາຍເປັນຜູ້ທີ່ມີຄວາມ ຮັ່ງມີຫຼາຍຂຶ້ນຢູ່ໃນເຮືອນຂອງພຣະເຈົ້າໃນປັດຈຸບັນ ແລະ ໄດ້ຮັບພຣະພອນຂອງພຣະເຈົ້າຫຼາຍຂຶ້ນ. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບໃນທຸກສິ່ງ ແລະ ສາມາດຮັບເອົາສິ່ງທີ່ພຣະເຈົ້າໃຫ້ຄໍາໝັ້ນສັນຍາຢູ່ໃນໂລກນີ້; ຖ້າເຈົ້າສະແຫວງຫາໃຫ້ພຣະເຈົ້າເປີດແສງສະຫວ່າງໃຫ້ເຈົ້າໃນທຸກສິ່ງ ແລະ ບໍ່ປ່ອຍໃຫ້ການເວລາຜ່ານພົ້ນໄປລ້າໆ, ນີ້ແມ່ນເສັ້ນທາງທີ່ເໝາະສົມທີ່ຈະເຂົ້າສູ່ຢ່າງຈິງຈັງ. ມີພຽງເຊັ່ນນີ້ເທົ່ານັ້ນທີ່ເຈົ້າຈະສົມຄວນ ແລະ ມີສິດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນ

514. ພຣະວິນຍານບໍລິສຸດບໍ່ພຽງແຕ່ປະຕິບັດພາລະກິດຕໍ່ບາງຄົນທີ່ຖືກພຣະເຈົ້າໃຊ້ເທົ່ານັ້ນ ແຕ່ປະຕິບັດຫຼາຍກວ່ານັ້ນໃນຄຣິສຕະຈັກ. ພຣະອົງສາມາດປະຕິບັດພາລະກິດໃນຜູ້ໃດກໍໄດ້. ພຣະອົງອາດປະຕິບັດພາລະກິດໃນຕົວເຈົ້າໃນຕອນນີ້ ແລະ ເມື່ອເຈົ້າຈະປະສົບກັບພາລະກິດນີ້. ໃນໄລຍະຕໍ່ໄປ, ພຣະອົງອາດປະຕິບັດພາລະກິດໃນຄົນອື່ນ ເຊິ່ງໃນກໍລະນີນີ້ ເຈົ້າຕ້ອງຮີບຕິດຕາມ; ຍິ່ງເຈົ້າເດີນຕາມແສງສະຫວ່າງປັດຈຸບັນຢ່າງໃກ້ຊິດເທົ່າໃດ, ຊີວິດຂອງເຈົ້າກໍຍິ່ງຈະເຕີບໃຫຍ່ຂຶ້ນເທົ່ານັ້ນ. ບໍ່ວ່າບາງຄົນຈະເປັນຄົນແບບໃດ ແຕ່ຖ້າຕາບໃດທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຂົາ, ເຈົ້າກໍຕ້ອງປະຕິບັດຕາມ. ຈົ່ງນຳໃຊ້ປະສົບການຂອງພວກເຂົາເຈົ້າເຂົ້າສູ່ຕົວເຈົ້າເອງ ແລະ ເຈົ້າຈະໄດ້ຮັບສິ່ງທີ່ສູງສົ່ງຂຶ້ນອີກ. ເມື່ອເຮັດດັ່ງນັ້ນ, ເຈົ້າຈະມີຄວາມຄືບໜ້າໄວຂຶ້ນ. ນີ້ແມ່ນເສັ້ນທາງແຫ່ງຄວາມສົມບູນສຳລັບມະນຸດ ແລະ ວິທີແຫ່ງການເຕີບໃຫຍ່ຂອງຊີວິດ. ເສັ້ນທາງສູ່ຄວາມສົມບູນຈະສໍາເລັດ ແມ່ນໂດຍຜ່ານການອ່ອນນ້ອມຂອງເຈົ້າທີ່ມີຕໍ່ພາລະກິດຂອງພະວິນຍານບໍລິສຸດ. ເຈົ້າບໍ່ຮູ້ວ່າຕ້ອງຜ່ານຄົນປະເພດໃດພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າກາຍເປັນຄົນສົມບູນ, ຕ້ອງຜ່ານໃຜແດ່ ແລະ ເຫດການໃດແດ່ ຫຼື ສິ່ງໃດແດ່ ພຣະອົງຈຶ່ງຈະເຮັດໃຫ້ເຈົ້າສາມາດໄດ້ຮັບ ແລະ ເຫັນສິ່ງຕ່າງໆ. ຖ້າເຈົ້າສາມາດຍ່າງຕາມທາງທີ່ຖືກຕ້ອງນີ້, ນັ້ນສະແດງວ່າພໍມີຫວັງທີ່ຍິ່ງໃຫຍ່ສຳລັບເຈົ້າທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ຖ້າຫາກເຈົ້າບໍ່ສາມາດເຮັດໄດ້ດັ່ງນັ້ນ, ສະແດງວ່າອະນາຄົດຂອງເຈົ້າຈະມືດມົວ ແລະ ໄຮ້ແສງສະຫວ່າງ. ເມື່ອເຈົ້າເຂົ້າມາຖືກທາງ, ເຈົ້າຈະໄດ້ຮັບການເປີດເຜີຍໃນທຸກສິ່ງທຸກຢ່າງ. ບໍ່ວ່າພຣະວິນຍານບໍລິສຸດຈະເປີດເຜີຍສິ່ງໃດຕໍ່ຄົນອື່ນໆກໍຕາມ, ຖ້າເຈົ້າດຳເນີນການບົນພື້ນຖານຄວາມຮູ້ຂອງເຂົາເຈົ້າເພື່ອປະສົບກັບສິ່ງຕ່າງໆດ້ວຍຕົວເອງ, ປະສົບການນີ້ກໍຈະກາຍເປັນສ່ວນໜຶ່ງໃນຊີວິດຂອງເຈົ້າ ແລະ ເຈົ້າຈະສາມາດມອບປະສົບການນີ້ຕໍ່ໃຫ້ກັບຄົນອື່ນໄດ້. ຜູ້ທີ່ມອບປະສົບການໃຫ້ຄົນອື່ນດ້ວຍການເວົ້າຈໍ້ແບບນົກແກ້ວແມ່ນຜູ້ທີ່ບໍ່ມີປະສົບການ; ເຈົ້າຕ້ອງຮຽນຮູ້ຄົ້ນຫາ ໂດຍຜ່ານຄວາມສະຫວ່າງ ແລະ ແສງເຍືອງທາງຂອງຄົນອື່ນ ເຊິ່ງເປັນການເຝິກຝົນກ່ອນທີ່ເຈົ້າຈະສາມາດເລີ່ມຕົ້ນບອກເຫຼົ່າປະສົບການ ແລະ ຄວາມຮູ້ທີ່ແທ້ຈິງຂອງຕົນເອງ. ສິ່ງນີ້ຈະເປັນປະໂຫຍດອັນໃຫຍ່ຫຼວງແກ່ຕົວເຈົ້າເອງ. ເຈົ້າຄວນໄດ້ຮັບປະສົບການໃນວິທີນີ້ ແລະ ອ່ອນນ້ອມຕໍ່ທຸກສິ່ງທີ່ມາຈາກພຣະເຈົ້າ. ເຈົ້າຄວນສະແຫວງຫາເຈດຕະນາຂອງພຣະເຈົ້າໃນທຸກສິ່ງ ແລະ ສຶກສາໃຫ້ເປັນບົດຮຽນໃນທຸກສິ່ງ ເພື່ອວ່າຊີວິດຂອງພວກເຈົ້າຈະເຕີບໃຫຍ່. ການປະຕິບັດແບບນີ້ ເຮັດໃຫ້ກ້າວໜ້າໄວທີ່ສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ

515. ເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນບໍ? ຖ້າຫາກເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະມີຄວາມກ້າຫານທີ່ຈະປະຖິ້ມເນື້ອໜັງຂອງເຈົ້າ, ເຈົ້າຈະສາມາດດໍາເນີນຕາມພຣະທໍາຂອງພຣະເຈົ້າ ແລະ ເຈົ້າຈະບໍ່ມີດ້ານລົບ ຫຼື ເປັນຄົນອ່ອນແອ. ເຈົ້າຈະສາມາດອ່ອນນ້ອມຕໍ່ທຸກຢ່າງທີ່ມາຈາກພຣະເຈົ້າ ແລະ ທຸກໆການກະທຳຂອງພວກເຈົ້າຈະເປັນສິ່ງທີ່ປະເສີດຕໍ່ພຣະເຈົ້າ ບໍ່ວ່າຈະກະທຳໃນທີ່ສາທາລະນະ ຫຼື ໃນສະຖານທີ່ສ່ວນຕົວ. ຖ້າເຈົ້າເປັນຄົນທີ່ສັດຊື່ ແລະ ປະຕິບັດຄວາມເປັນຈິງໃນທຸກໆສິ່ງ ເຈົ້າກໍ່ຈະກາຍເປັນຄົນທີ່ສົມບູນ. ພວກທີ່ໜ້າຫວ້າຍຫຼັງຫຼອກຜູ້ທີ່ຕໍ່ໜ້າເຮັດແບບໜຶ່ງ ແລະ ລັບຫຼັງເຮັດແບບອື່ນແມ່ນຜູ້ບໍ່ເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນ. ພວກເຂົາທຸກຄົນເປັນບຸດແຫ່ງຄວາມພິນາດ ແລະ ການທຳລາຍລ້າງ; ພວກເຂົາບໍ່ແມ່ນຄົນຂອງພຣະເຈົ້າ ແຕ່ເປັນຄົນຂອງຊາຕານ. ພວກເຂົາບໍ່ແມ່ນຄົນປະເພດທີ່ພຣະເຈົ້າຊົງເລືອກເອົາ! ຖ້າການກະທຳ ແລະ ພຶດຕິກຳຂອງເຈົ້າບໍ່ສາມາດສະແດງອອກຢູ່ຕໍ່ໜ້າພຣະເຈົ້າ ຫຼື ບໍ່ສາມາດເຫັນໂດຍພຣະວິນຍານຂອງພຣະເຈົ້າ, ນີ້ກໍພິສູດວ່າມີບາງສິ່ງທີ່ຜິດປົກກະຕິໃນໂຕເຈົ້າ. ຖ້າເຈົ້າຍອມຮັບຄຳພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເທົ່ານັ້ນ ແລະ ໃສ່ໃຈກັບການປ່ຽນແປງຈິດໃຈຂອງເຈົ້າ, ເຈົ້າຈຶ່ງຈະສາມາດເຂົ້າມາສູ່ເສັ້ນທາງໃນການຖືກເຮັດໃຫ້ສົມບູນໄດ້. ຖ້າເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເຈົ້າກໍຄວນອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າທັງໝົດ ໂດຍປາສະຈາກສຽງຈົ່ມວ່າແມ່ນແຕ່ຄຳດຽວ, ປາສະຈາກການຄາດເດົາ ການປະເມີນຜົນ ຫຼື ຕັດສິນພາລະກິດຂອງພຣະເຈົ້າ. ນີ້ແມ່ນຂໍ້ເງື່ອນໄຂຕ່ຳສຸດໃນການທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ເງື່ອນໄຂທີ່ຈຳເປັນສຳລັບຜູ້ທີ່ສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນກໍຄືສິ່ງນີ້: ເຮັດທຸກສິ່ງທຸກຢ່າງດ້ວຍຫົວໃຈທີ່ຮັກພຣະເຈົ້າ. “ການເຮັດທຸກສິ່ງທຸກຢ່າງດ້ວຍຫົວໃຈທີ່ຮັກພຣະເຈົ້າ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າທຸກການກະທຳ ແລະ ພຶດຕິກຳຂອງເຈົ້າສາມາດສະແດງອອກຕໍ່ໜ້າພຣະເຈົ້າໄດ້. ຍ້ອນເຈົ້າມີເຈດຕະນາທີ່ຖືກຕ້ອງ, ເຈົ້າຈະບໍ່ມີຄວາມຢ້ານກົວທີ່ຈະສະແດງສິ່ງເຫຼົ່ານັ້ນຕໍ່ໜ້າພຣະເຈົ້າ ຫຼື ຕໍ່ໜ້າອ້າຍເອື້ອຍນ້ອງຂອງເຈົ້າ ບໍ່ວ່າການກະທຳຂອງເຈົ້າຈະຖືກ ຫຼື ຜິດກໍຕາມ ແລະ ເຈົ້າຈະກ້າປະຕິຍານຕໍ່ໜ້າພຣະເຈົ້າ. ເຈົ້າຕ້ອງສະແດງທຸກຄວາມຕັ້ງໃຈ, ຄວາມນຶກຄິດ ແລະ ແນວຄິດຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ ເພື່ອການພິຈາລະນາຂອງພຣະອົງ; ຖ້າຫາກເຈົ້າປະຕິບັດ ແລະ ເຂົ້າສູ່ເສັ້ນທາງນີ້, ຄວາມກ້າວໜ້າໃນຊີວິດຂອງເຈົ້າກໍຈະມີຄວາມວ່ອງໄວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ

516. ຖ້າເຈົ້າຕ້ອງການຖືກໃຊ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າກໍຕ້ອງມີຄວາມຈິງທຸກດ້ານ: ຄວາມຕັ້ງໃຈໃນການທົນທຸກ, ຄວາມເຊື່ອ, ຄວາມອົດທົນ, ຄວາມອ່ອນນ້ອມ ແລະ ຄວາມສາມາດທີ່ຈະສະແຫວງຫາຄວາມຈິງ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ຄວາມສາມາດໃນການຄຳນຶງເຖິງຄວາມໂສກເສົ້າ ແລະ ຄວາມພຽນພະຍາຍາມຂອງພຣະອົງ ແລະ ອື່ນໆອີກ. ການເຮັດໃຫ້ຄົນໜຶ່ງສົມບູນບໍ່ແມ່ນເລື່ອງງ່າຍ ແລະ ທຸກການຫຼໍ່ຫຼອມທີ່ເຈົ້າຜະເຊີນຈຳເປັນຕ້ອງມີຄວາມເຊື່ອ ແລະ ຄວາມຮັກຂອງເຈົ້າ. ຖ້າເຈົ້າຕ້ອງການທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ມັນບໍ່ພຽງພໍທີ່ຈະອອກໄປຄົ້ນຫາຕາມທ້ອງຖະໜົນເທົ່ານັ້ນ ຫຼື ມັນບໍ່ພຽງພໍທີ່ເສຍສະຫຼະຕົວເຈົ້າເອງໃຫ້ກັບພຣະເຈົ້າ. ເຈົ້າຕ້ອງປະກອບມີຫຼາຍສິ່ງເພື່ອທີ່ຈະສາມາດກາຍມາເປັນຄົນທີ່ພຣະເຈົ້າເຮັດໃຫ້ສົມບູນໄດ້. ເມື່ອເຈົ້າພົບກັບການທົນທຸກ ເຈົ້າຕ້ອງສາມາດປະຖິ້ມຄວາມກັງວົນຫາເນື້ອໜັງ ແລະ ບໍ່ຕໍ່ວ່າພຣະເຈົ້າ. ເມື່ອພຣະເຈົ້າເຊື່ອງພຣະອົງເອງຈາກເຈົ້າ, ເຈົ້າຕ້ອງສາມາດມີຄວາມເຊື່ອທີ່ຈະຕິດຕາມພຣະອົງ, ຮັກສາຄວາມຮັກທີ່ຜ່ານມາຂອງເຈົ້າ ໂດຍບໍ່ເຮັດໃຫ້ຄວາມຮັກນັ້ນສະດຸດ ຫຼື ຫາຍໄປ. ບໍ່ວ່າພຣະເຈົ້າຈະກະທຳຫຍັງກໍຕາມ, ເຈົ້າຕ້ອງປ່ອຍໃຫ້ພຣະອົງປັ້ນແຕ່ງຕາມທີ່ພຣະອົງປາດຖະໜາ ແລະ ເຕັມໃຈທີ່ຈະສາບແຊ່ງເນື້ອໜັງຂອງເຈົ້າເອງ ແທນທີ່ຈະຕໍ່ວ່າພຣະອົງ. ເມື່ອເຈົ້າຜະເຊີນກັບການທົດລອງ ເຈົ້າຕ້ອງເຕັມໃຈອົນທົນກັບຄວາມເຈັບປວດໃນການຍອມສະຫຼະສິ່ງທີ່ເຈົ້າຮັກ ແລະ ເຕັມໃຈທີ່ຈະຮ້ອງໄຫ້ຢ່າງຂົມຂື່ນເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ສິ່ງນີ້ເທົ່ານັ້ນຈຶ່ງຈະເອີ້ນວ່າ ຄວາມຮັກ ແລະ ຄວາມເຊື່ອທີ່ແທ້ຈິງ. ບໍ່ວ່າວຸດທິພາວະຕົວຈິງຂອງເຈົ້າຈະແມ່ນຫຍັງກໍຕາມ, ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະທົນທຸກກັບຄວາມລໍາບາກນີ້ກ່ອນ ແລະ ຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະກະບົດຕໍ່ເນື້ອໜັງ. ເຈົ້າຄວນເຕັມໃຈທີ່ຈະອົດທົນຕໍ່ຄວາມຍາກລໍາບາກສ່ວນຕົວ ແລະ ທົນທຸກຕໍ່ການສູນເສຍຜົນປະໂຫຍດສ່ວນຕົວຂອງເຈົ້າ ເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ເຈົ້າຍັງຕ້ອງສາມາດຮູ້ສຶກສຳນຶກຜິດກ່ຽວກັບຕົນເອງໃນຫົວໃຈຂອງເຈົ້າ: ໃນອະດີດ, ເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕອນນີ້ ເຈົ້າສາມາດສໍານຶກຜິດຕົນເອງ. ເຈົ້າຕ້ອງບໍ່ຂາດໃນສິ່ງໃດໜຶ່ງ, ມັນແມ່ນຜ່ານສິ່ງເຫຼົ່ານີ້ ພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າສົມບູນ. ຖ້າເຈົ້າບໍ່ສາມາດບັນລຸເງື່ອນໄຂເຫຼົ່ານີ້, ແລ້ວເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

517. ການປ່ຽນແປງອຸປະນິໄສ ຫຼັກໆແມ່ນໝາຍເຖິງການປ່ຽນແປງທຳມະຊາດຂອງບຸກຄົນໃດໜຶ່ງ. ສິ່ງທີ່ເປັນທຳມະຊາດຂອງບຸກຄົນໃດໜຶ່ງບໍ່ສາມາດຮັບຮູ້ໄດ້ຈາກພຶດຕິກຳພາຍນອກ. ພວກມັນກ່ຽວຂ້ອງກັບຄຸນຄ່າ ແລະ ຄວາມໝາຍຂອງການເປັນຢູ່ຂອງພວກເຂົາໂດຍກົງ, ກ່ຽວຂ້ອງກັບທັດສະນະຂອງບຸກຄົນໃດໜຶ່ງກ່ຽວກັບຊີວິດ ແລະ ຄຸນຄ່າຂອງພວກເຂົາໂດຍກົງ, ພວກມັນກ່ຽວກັບສິ່ງຕ່າງໆທີ່ຢູ່ໃນສ່ວນເລິກຈິດວິນຍານຂອງພວກເຂົາ ແລະ ກ່ຽວກັບແກ່ນແທ້ຂອງພວກເຂົາ. ຖ້າບຸກຄົນໃດໜຶ່ງບໍ່ສາມາດຍອມຮັບຄວາມຈິງ, ພວກເຂົາກໍຈະບໍ່ປະສົບກັບການປ່ຽນແປງໃນດ້ານຕ່າງໆເຫຼົ່ານີ້. ມີພຽງໂດຍປະສົບການຈາກພາລະກິດຂອງພຣະເຈົ້າ, ການເຂົ້າສູ່ຄວາມຈິງຢ່າງສົມບູນ, ການປ່ຽນແປງຄຸນຄ່າຂອງຄົນ ແລະ ທັດສະນະຄະຕິຂອງຄົນໃດໜຶ່ງກ່ຽວກັບການເປັນຢູ່ ແລະ ຊີວິດ, ການປັບທັດສະນະຂອງຄົນໆໜຶ່ງກ່ຽວກັບສິ່ງຕ່າງໆໃຫ້ເຂົ້າກັບພຣະທຳຂອງພຣະເຈົ້າ ແລະ ຄວາມສາມາດຍອມອ່ອນນ້ອມ ແລະ ອຸທິດຕໍ່ພຣະອົງທັງໝົດເທົ່ານັ້ນ, ອຸປະນິໄສຂອງຄົນຈຶ່ງຈະສາມາດເວົ້າໄດ້ວ່າ ໄດ້ຮັບການປ່ຽນແປງ. ໃນປັດຈຸບັນາ, ເຈົ້າອາດຈະເບິ່ງຄືກັບວ່າ ໄດ້ໃຊ້ຄວາມພະຍາຍາມບາງຢ່າງ ແລະ ຫົດຍືດໄດ້ເມື່ອປະສົບກັບຄວາມລຳບາກໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າອາດຈະອົດທົນເມື່ອຜະເຊີນກັບຄວາມລຳບາກ, ເຈົ້າອາດຈະສາມາດປະຕິບັດພາລະກິດທີ່ຖືກຈັດແຈງຈາກເບື້ອງເທິງ ຫຼື ເຈົ້າອາດຈະສາມາດໄປໃສກໍໄດ້ທີ່ເຈົ້າຖືກສັ່ງໃຫ້ໄປ. ໃນທາງຜິວເຜີນ, ມັນອາດເບິ່ງຄືກັບວ່າເຈົ້າຂ້ອນຂ້າງເຊື່ອຟັງ, ແຕ່ເມື່ອບາງສິ່ງເກີດຂຶ້ນເຊິ່ງບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ຄວາມກະບົດຂອງເຈົ້າກໍຈະປາກົດອອກມາ. ຕົວຢ່າງ: ເຈົ້າບໍ່ຍອມຕໍ່ການຖືກລິຮານ ແລະ ການຖືກຈັດການ ແລະ ເຈົ້າເຖິງກັບຍອມຈຳນົນໜ້ອຍລົງ ເມື່ອໄພພິບັດໂຈມຕີ; ເຈົ້າເຖິງກັບຝືນຕົນເອງເພື່ອໃສ່ຮ້າຍພຣະເຈົ້າ. ສະນັ້ນ, ຄວາມເຊື່ອຟັງ ແລະ ການປ່ຽນແປງເລັກໆນ້ອຍໆຢູ່ພາຍນອກນັ້ນເປັນພຽງການປ່ຽນແປງເລັກນ້ອຍໃນພຶດຕິກຳ. ມີການປ່ຽນແປງເລັກໆນ້ອຍໆ, ແຕ່ສິ່ງນີ້ກໍບໍ່ພຽງພໍທີ່ຈະຖືວ່າເປັນການປ່ຽນແປງອຸປະນິໄສຂອງເຈົ້າ. ເຈົ້າອາດຈະສາມາດຜ່ານຫຼາຍເສັ້ນທາງ, ທົນທຸກກັບຄວາມລຳບາກຫຼາຍຢ່າງ ແລະ ອົດກັ້ນກັບຄວາມອັບອາຍຢ່າງຫຼວງຫຼາຍ; ເຈົ້າອາດຈະຮູ້ສຶກໃກ້ຊິດກັບພຣະເຈົ້າຫຼາຍ ແລະ ພຣະວິນຍານບໍລິສຸດອາດປະຕິບັດພາລະກິດບາງຢ່າງໃນເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອພຣະເຈົ້າຮຽກຮ້ອງໃຫ້ເຈົ້າເຮັດບາງສິ່ງທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ເຈົ້າອາດຈະຍັງບໍ່ຍອມເຮັດຕາມ, ກົງກັນຂ້າມ ເຈົ້າອາດຊອກຫາຂໍ້ອ້າງ, ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ເຖິງກັບຕັ້ງຄຳຖາມ ແລະ ຕໍ່ສູ້ກັບພຣະອົງໃນສະຖານະການທີ່ຮ້າຍແຮງ. ນີ້ຈະເປັນບັນຫາທີ່ຮ້າຍແຮງຫຼາຍ! ມັນຈະສະແດງໃຫ້ເຫັນວ່າ ເຈົ້າຍັງມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ, ເຈົ້າບໍ່ເຂົ້າໃຈຄວາມຈິງຢ່າງແທ້ຈິງ ແລະ ເຈົ້າບໍ່ມີການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າເລີຍ. ຫຼັງຈາກທີ່ພວກເຂົາຖືກປົດວຽກ ຫຼື ຖືກກຳຈັດ, ບາງຄົນຍັງຝືນຕົນເອງເພື່ອຕັດສິນພຣະເຈົ້າ ແລະ ເວົ້າວ່າພຣະເຈົ້າບໍ່ຊອບທຳ. ພວກເຂົາເຖິງກັບໂຕ້ຖຽງກັບພຣະເຈົ້າ ແລະ ຕໍ່ສູ້ກັບ, ເຜີຍແຜ່ແນວຄິດຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຄວາມບໍ່ພໍໃຈກັບພຣະເຈົ້າທຸກບ່ອນທີ່ພວກເຂົາໄປ. ຄົນເຊັ່ນນີ້ເປັນມານຮ້າຍທີ່ຕໍ່ຕ້ານພຣະເຈົ້າ. ຄົນທີ່ມີທຳມະຊາດທີ່ຊົ່ວຮ້າຍຈະບໍ່ປ່ຽນແປງຈັກເທື່ອ ແລະ ຄວນຖືກປະຖິ້ມ. ມີພຽງແຕ່ຄົນທີ່ສາມາດສະແຫວງຫາ ແລະ ຍອມຮັບຄວາມຈິງໃນທຸກສະຖານະການ ແລະ ຍອມຈຳນົນຕໍ່ພາລະກິດຂອງພຣະເຈົ້າຈຶ່ງມີຄວາມຫວັງທີ່ຈະຮັບເອົາຄວາມຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສ. ໃນປະສົບການຂອງເຈົ້າ, ເຈົ້າຕ້ອງຮຽນຮູ້ການແຍກແຍະລະຫວ່າງສະພາວະຕ່າງໆທີ່ປາກົດເປັນປົກກະຕິຢູ່ພາຍນອກ. ເຈົ້າອາດສະອຶກສະອຶ້ນ ແລະ ຮ້ອງຫ້ອງໃນລະຫວ່າງຄຳອະທິຖານຳ ຫຼື ຮູ້ສຶກວ່າຫົວໃຈຂອງເຈົ້າຮັກພຣະເຈົ້າຫຼາຍ ແລະ ໃກ້ຊິດກັບພຣະເຈົ້າຫຼາຍ, ແຕ່ສະພາວະເຫຼົ່ານີ້ເປັນພຽງພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ມີຄວາມໝາຍວ່າເຈ້ົາເປັນຄົນທີ່ຮັກພຣະເຈົ້າ. ຖ້າເຈົ້າຍັງສາມາດຮັກ ແລະ ເຊື່ອຟັງພຣະເຈົ້າ ເຖິງແມ່ນວ່າພຣະວິນຍານບໍລິສຸດບໍ່ໄດ້ເຮັດພາລະກິດ ແລະ ເມື່ອພຣະເຈົ້າເຮັດສິ່ງຕ່າງໆທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າເອງ, ໃນຕອນນັ້ນເອງ ເຈົ້າຈຶ່ງເປັນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ໃນຕອນນັ້ນເອງ ເຈົ້າຈຶ່ງເປັນຄົນທີ່ມີການປ່ຽນແປງໃນຊີວິດ-ອຸປະນິໄສ. ມີພຽງແຕ່ຄົນເຊັ່ນນີ້ຈຶ່ງເປັນຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ສິ່ງທີ່ຄວນຮູ້ກ່ຽວກັບການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງ

518. ການປ່ຽນແປງໃນອຸປະນິໄສຂອງຄົນໆໜຶ່ງບໍ່ແມ່ນການປ່ຽນແປງໃນພຶດຕິກຳ ຫຼື ມັນບໍ່ແມ່ນການທຳທ່າປ່ຽນແປງພຽງພາຍນອກ ຫຼື ການປັບປ່ຽນຊົ່ວຄາວທີ່ເກີດຈາກຄວາມກະຕືລືລົ້ນ. ບໍ່ວ່າການປ່ຽນແປງເຫຼົ່ານີ້ດີສໍ່າໃດກໍຕາມ, ພວກມັນບໍ່ສາມາດແທນທີ່ການປ່ຽນແປງໃນອຸປະນິໄສຊີວິດໄດ້, ເພາະການປ່ຽນແປງໃນພາຍນອກເຫຼົ່ານີ້ແມ່ນສາມາດບັນລຸໄດ້ຜ່ານຄວາມພະຍາຍາມຂອງມະນຸດ, ແຕ່ການປ່ຽນແປງໃນອຸປະນິໄສຊີວິດບໍ່ສາມາດບັນລຸໄດ້ຜ່ານຄວາມພະຍາຍາມຂອງຄົນໆໜຶ່ງເທົ່ານັ້ນ. ການຜະເຊີນກັບການພິພາກສາ, ການຂ້ຽນຕີ, ການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າເປັນສິ່ງທີ່ຈຳເປັນເພື່ອບັນລຸສິ່ງນີ້, ພ້ອມທັງການເຮັດໃຫ້ສົມບູນໂດຍພຣະວິນຍານບໍລິສຸດ. ເຖິງແມ່ນວ່າຜູ້ຄົນທີ່ເຊື່ອໃນພຣະເຈົ້າສະແດງພຶດຕິກຳດີໆບາງຢ່າງ, ບໍ່ມີແມ່ນແຕ່ຄົນດຽວໃນພວກເຂົາທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ, ຮັກພຣະເຈົ້າຢ່າງແທ້ຈິງ ຫຼື ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເປັນຫຍັງຈຶ່ງເປັນແບບນີ້? ມັນເປັນເພາະສິ່ງນີ້ຈຳເປັນຕ້ອງມີການປ່ຽນແປງໃນອຸປະນິໄສຊີວິດເພື່ອບັນລຸ ແລະ ການປ່ຽນແປງສໍ່າໃດສໍ່າໜຶ່ງໃນພຶດຕິກຳກໍຫ່າງໄກຫຼາຍຈາກຄວາມພຽງພໍ. ການປ່ຽນແປງໃນອຸປະນິໄສໝາຍຄວາມວ່າເຈົ້າມີຄວາມຮູ້ ແລະ ປະສົບການກັບຄວາມຈິງ ແລະ ຄວາມຈິງໄດ້ກາຍມາເປັນຊີວິດຂອງເຈົ້າ, ມັນສາມາດຊີ້ນໍາ ແລະ ມີອຳນາດເໜືອຊີວິດຂອງເຈົ້າ ແລະ ທຸກສິ່ງກ່ຽວກັບເຈົ້າ. ນີ້ຄືການປ່ຽນແປງໃນອຸປະນິໄສຊີວິດຂອງເຈົ້າ. ມີພຽງແຕ່ຄົນທີ່ມີຄວາມຈິງເປັນຊີວິດແມ່ນຄົນທີ່ໄດ້ຮັບການປ່ຽນແປງໃນອຸປະນິໄສ. ໃນອະດີດ, ອາດມີຄວາມຈິງບາງຢ່າງທີ່ເຈົ້າບໍ່ສາມາດນໍາໄປປະຕິບັດໄດ້ເມື່ອເຈົ້າເຂົ້າໃຈພວກມັນ, ແຕ່ໃນຕອນນີ້ ເຈົ້າສາມາດປະຕິບັດລັກສະນະໃດໜຶ່ງໃນຄວາມຈິງທີ່ເຈົ້າເຂົ້າໃຈໂດຍບໍ່ມີອຸປະສັກ ຫຼື ຄວາມຫຍຸ້ງຍາກ. ເມື່ອເຈົ້າປະຕິບັດຄວາມຈິງ, ເຈົ້າພົບວ່າຕົນເອງເຕັມໄປດ້ວຍຄວາມສະຫງົບສຸກ ແລະ ຄວາມສຸກ, ແຕ່ຖ້າເຈົ້າບໍ່ສາມາດປະຕິບັດຄວາມຈິງ, ເຈົ້າກໍຮູ້ສຶກເຖິງຄວາມເຈັບປວດ ແລະ ຄວາມສຳນຶກຂອງເຈົ້າກໍຖືກລົບກວນ. ເຈົ້າສາມາດປະຕິບັດຄວາມຈິງໃນທຸກສິ່ງ, ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ມີພື້ນຖານສຳລັບການດຳລົງຊີວິດ. ສິ່ງນີ້ໝາຍຄວາມວ່າອຸປະນິໄສຂອງເຈົ້າໄດ້ປ່ຽນແປງແລ້ວ. ຕອນນີ້ເຈົ້າສາມາດປະຖິ້ມແນວຄິດ ແລະ ຈິນຕະນາການຂອງເຈົ້າຢ່າງງ່າຍດາຍ, ຄວາມມັກທາງເນື້ອໜັງ ແລະ ການສະແຫວງຫາຂອງເຈົ້າ ແລະ ສິ່ງເຫຼົ່ານັ້ນທີ່ເຈົ້າບໍ່ສາມາດປະຖິ້ມກ່ອນໜ້າ. ເຈົ້າຮູ້ສຶກວ່າພຣະທຳຂອງພຣະເຈົ້າດີແທ້ໆ ແລະ ການປະຕິບັດຄວາມຈິງຄືສິ່ງດີທີ່ສຸດທີ່ຕ້ອງເຮັດ. ສິ່ງນີ້ໝາຍຄວາມວ່າອຸປະນິໄສຂອງເຈົ້າໄດ້ປ່ຽນແປງແລ້ວ. ການປ່ຽນແປງໃນອຸປະນິໄສຟັງຄືງ່າຍຫຼາຍ, ແຕ່ໃນຄວາມເປັນຈິງແລ້ວ ມັນຄືຂະບວນການທີ່ກ່ຽວຂ້ອງກັບປະສົບການຫຼາຍຢ່າງ. ໃນລະຫວ່າງຊ່ວງເວລານີ້, ຜູ້ຄົນຈຳເປັນຕ້ອງທົນທຸກກັບຄວາມລຳບາກຫຼາຍຢ່າງ, ພວກເຂົາຈຳເປັນຕ້ອງບຳຮາບຮ່າງກາຍຂອງພວກເຂົາເອງ ແລະ ກະບົດຕໍ່ເນື້ອໜັງຂອງພວກເຂົາ, ພວກເຂົາຍັງຈຳເປັນຕ້ອງທົນທຸກກັບການພິພາກສາ, ການຂ້ຽນຕີ, ການລິຮານ, ການທົດລອງ ແລະ ການຫຼໍ່ຫຼອມ ແລະ ພວກເຂົາຍັງຈຳເປັນຕ້ອງຜະເຊີນກັບຄວາມລົ້ມເຫຼວຫຼາຍຢ່າງ, ການລົ້ມລົງ, ຄວາມດີ້ນລົນພາຍໃນ ແລະ ການທໍລະມານພາຍໃນຫົວໃຈຂອງພວກເຂົາ. ຫຼັງຈາກມີປະສົບການເຫຼົ່ານີ້ເທົ່ານັ້ນ, ຜູ້ຄົນຈຶ່ງສາມາດມີຄວາມເຂົ້າໃຈບາງຢ່າງກ່ຽວກັບທຳມະຊາດຂອງພວກເຂົາເອງ, ແຕ່ຄວາມເຂົ້າໃຈບາງຢ່າງບໍ່ໄດ້ກໍ່ໃຫ້ເກີດການປ່ຽນແປງທີ່ສົມບູນໃນທັນທີ; ພວກເຂົາຈຳເປັນຕ້ອງຜ່ານປະສົບການເປັນເວລາດົນກ່ອນທີ່ພວກເຂົາຈະສາມາດຖອດຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາອອກໄປຈາກພວກເຂົາເທື່ອລະໜ້ອຍ. ນີ້ຄືເຫດຜົນທີ່ມັນໃຊ້ເວລາຕະຫຼອດຊີວິດເພື່ອປ່ຽນແປງອຸປະນິໄສຂອງຄົນໆໜຶ່ງ. ຕົວຢ່າງ: ຖ້າເຈົ້າເປີດເຜີຍຄວາມເສື່ອມຊາມໃນເລື່ອງໜຶ່ງ, ເຈົ້າສາມາດປະຕິບັດຄວາມຈິງໃນທັນທີຫຼັງຈາກທີ່ເຈົ້າຮັບຮູ້ມັນບໍ? ເຈົ້າບໍ່ສາມາດເຮັດໄດ້. ໃນຂັ້ນຕອນນີ້ຂອງຄວາມເຂົ້າໃຈ, ຄົນອື່ນໆກໍ່ລິຮານເຈົ້າ ແລະ ຫຼັງຈາກນັ້ນ ສະພາບແວດລ້ອມຂອງເຈົ້າກໍ່ບີບເຈົ້າ ແລະ ບັງຄັບໃຫ້ເຈົ້າປະຕິບັດຕາມຫຼັກການຄວາມຈິງ. ບາງຄັ້ງ, ເຈົ້າຍັງບໍ່ຍອມຮັບທີ່ຈະເຮັດແບບນັ້ນ ແລະ ເຈົ້າເວົ້າກັບຕົນເອງວ່າ “ຂ້ອຍຕ້ອງເຮັດມັນແບບນີ້ບໍ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເຮັດມັນໃນລັກສະນະທີ່ຂ້ອຍຕ້ອງການ? ເປັນຫຍັງຂ້ອຍຈຶ່ງຖືກຂໍໃຫ້ປະຕິບັດຄວາມຈິງຢູ່ສະເໝີ? ຂ້ອຍບໍ່ຕ້ອງການເຮັດສິ່ງນີ້, ຂ້ອຍເມື່ອຍກັບມັນ”. ການຜະເຊີນກັບພາລະກິດຂອງພຣະເຈົ້າຮຽກຮ້ອງໃຫ້ຜ່ານຂະບວນການດັ່ງຕໍ່ໄປນີ້: ຈາກການເປັນຄົນທີ່ລັງເລຈະປະຕິບັດຄວາມຈິງສູ່ການເຕັມໃຈທີ່ຈະປະຕິບັດຄວາມຈິງ; ຈາກຄວາມຄິດລົບ ແລະ ຄວາມອ່ອນແອສູ່ຄວາມເຂັ້ມແຂງ ແລະ ສັກກະຍາພາບເພື່ອກະບົດຕໍ່ເນື້ອໜັງ. ເມື່ອຜູ້ຄົນໄປເຖິງຈຸດໃດໜຶ່ງຂອງປະສົບການ ແລະ ໄດ້ຜ່ານການທົດລອງບາງຢ່າງ, ການຫຼໍ່ຫຼອມ ແລະ ເລີ່ມເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຄວາມຈິງບາງຢ່າງໃນທີ່ສຸດ, ແລ້ວພວກເຂົາກໍ່ຈະຂ້ອນຂ້າງມີຄວາມສຸກ ແລະ ເຕັມໃຈທີ່ຈະປະຕິບັດຕາມຫຼັກການຄວາມຈິງ. ໃນຕອນເລີ່ມຕົ້ນ, ຜູ້ຄົນລັງເລທີ່ຈະປະຕິບັດຄວາມຈິງ. ຍົກການປະຕິບັດໜ້າທີ່ຂອງຄົນໆໜຶ່ງຢ່າງອຸທິດຕົນເພື່ອເປັນຕົວຢ່າງ: ເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບການປະຕິບັດໜ້າທີ່ຂອງເຈົ້າ ແລະ ການອຸທິດຕົນຕໍ່ພຣະເຈົ້າ ແລະ ເຈົ້າຍັງມີຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມຈິງ, ແຕ່ເມື່ອໃດເຈົ້າຈິ່ງຈະສາມາດອຸທິດຕົນໄດ້ຢ່າງສົມບູນ? ເມື່ອໃດເຈົ້າຈິ່ງຈະສາມາດປະຕິບັດໜ້າທີ່ຂອງເຈົ້າທັງໃນນາມ ແລະ ການກະທຳໄດ້? ສິ່ງນີ້ຈຳເປັນຕ້ອງມີຂະບວນການ. ໃນລະຫວ່າງຂະບວນການນີ້, ເຈົ້າອາດທົນທຸກກັບຄວາມລຳບາກຫຼາຍຢ່າງ. ບາງຄົນອາດລິຮານເຈົ້າ ແລະ ຄົນອື່ນໆອາດວິພາກວິຈານເຈົ້າ. ສາຍຕາຂອງທຸກຄົນຈະຈ້ອງເບິ່ງທີ່ເຈົ້າ, ວິເຄາະເຈົ້າຢ່າງລະອຽດ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະເລີ່ມຮັບຮູ້ວ່າເຈົ້າຜິດ ແລະ ເຈົ້າເປັນຄົນທີ່ເຮັດໄດ້ບໍ່ດີ, ການຂາດການອຸທິດຕົນໃນການປະຕິບັດໜ້າທີ່ຂອງເຈົ້າກໍ່ບໍ່ສາມາດຍອມຮັບໄດ້ ແລະ ເຈົ້າຕ້ອງບໍ່ເຮັດພໍເປັນພິທີ! ພຣະວິນຍານບໍລິສຸດຈະສ່ອງແສງໃຫ້ກັບເຈົ້າຈາກພາຍໃນ ແລະ ຕຳນິເຈົ້າ ເມື່ອເຈົ້າເຮັດຜິດ. ໃນລະຫວ່າງຂະບວນການນີ້, ເຈົ້າຈະເລີ່ມເຂົ້າໃຈບາງສິ່ງກ່ຽວກັບຕົວເຈົ້າເອງ ແລະ ຈະຮູ້ຈັກວ່າເຈົ້າມີຄວາມເປັນມົນທິນຫຼາຍເກີນໄປ, ເຈົ້າມີແຮງຈູງໃຈສ່ວນຕົວຫຼາຍເກີນໄປ ແລະ ມີຄວາມປາຖະໜາທີ່ເກີນຂອບເຂດ ເມື່ອກຳລັງປະຕິບັດໜ້າທີ່ຂອງເຈົ້າ. ຫຼັງຈາກທີ່ເຈົ້າເຂົ້າໃຈແກ່ນແທ້ກ່ຽວກັບສິ່ງເຫຼົ່ານີ້, ຖ້າເຈົ້າຈະສາມາດມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ມີການກັບໃຈຢ່າງແທ້ຈິງ, ເຈົ້າຈະສາມາດຖືກຊໍາລະລ້າງຈາກສິ່ງທີ່ເສື່ອມຊາມເຫຼົ່ານັ້ນ. ໃນລັກສະນະນີ້, ຖ້າເຈົ້າສະແຫວງຫາຄວາມຈິງຢູ່ເລື້ອຍໆ ເພື່ອແກ້ໄຂບັນຫາຕົວຈິງຂອງເຈົ້າເອງ, ເຈົ້າຈະກ້າວຂາໃນເສັ້ນທາງແຫ່ງຄວາມເຊື່ອທີ່ຖືກຕ້ອງເທື່ອລະໜ້ອຍ; ເຈົ້າຈະເລີ່ມມີປະສົບການຊີວິດທີ່ແທ້ຈິງ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍ່ຈະເລີ່ມຖືກຊໍາລະລ້າງໃຫ້ບໍລິສຸດເທື່ອລະໜ້ອຍ. ຍິ່ງອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖືກຊໍາລະລ້າງຫຼາຍສໍ່າໃດ, ຊີວິດ-ອຸປະນິໄສຂອງເຈົ້າກໍ່ຍິ່ງມີການປ່ຽນແປງຫຼາຍສໍ່ານັ້ນ.

ເຖິງແມ່ນວ່າໃນຕອນນີ້ ຫຼາຍຄົນກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ໃນແກ່ນແທ້ແລ້ວ ມີເທົ່າໃດຄົນທີ່ກຳລັງເຮັດໜ້າທີ່ຂອງພວກເຂົາພໍແລ້ວມືແລ້ວຕີນ? ມີເທົ່າໃດຄົນທີ່ສາມາດຍອມຮັບຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການແຫ່ງຄວາມຈິງ? ມີເທົ່າໃດຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຕາມຂໍ້ກຳນົດຂອງພຣະເຈົ້າຫຼັງຈາກທີ່ອຸປະນິໄສຂອງພວກເຂົາໄດ້ຮັບການປ່ຽນແປງ? ໂດຍການກວດສອບສິ່ງເຫຼົ່ານີ້ຕື່ມອີກ, ເຈົ້າຈະສາມາດຮູ້ຈັກວ່າເຈົ້າບັນລຸມາດຕະຖານໃນການປະຕິບັດໜ້າທີ່ຂອງເຈົ້າແທ້ໆ ຫຼື ບໍ່ ແລະ ເຈົ້າຈະຍັງສາມາດເຫັນຢ່າງຊັດເຈນວ່າອຸປະນິໄສຂອງເຈົ້າໄດ້ປ່ຽນແປງ ຫຼື ບໍ່. ການບັນລຸການປ່ຽນແປງໃນອຸປະນິໄສຂອງຄົນໆໜຶ່ງບໍ່ແມ່ນເລື່ອງງ່າຍ; ມັນບໍ່ໄດ້ໝາຍເຖິງພຽງການມີການປ່ຽນແປງສອງສາມຢ່າງໃນພຶດຕິກຳ, ການໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບຄວາມຈິງ, ການທີ່ສາມາດໂອ້ລົມໜ້ອຍໜຶ່ງກ່ຽວກັບປະສົບການຂອງຄົນໆໜຶ່ງດ້ວຍທຸກລັກສະນະຂອງຄວາມຈິງ ຫຼື ການມີການປ່ຽນແປງບາງຢ່າງ ຫຼື ການເຊື່ອຟັງໜ້ອຍໜຶ່ງຫຼັງຈາກທີ່ຖືກລົງວິໄນ. ສິ່ງເຫຼົ່ານີ້ບໍ່ປະກອບເປັນການປ່ຽນແປງໃນຊີວິດ-ອຸປະນິໄສຂອງຄົນໆໜຶ່ງ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເຖິງແມ່ນວ່າເຈົ້າອາດຈະມີການປ່ຽນແປງໃນບາງຢ່າງ, ເຈົ້າກໍ່ຍັງບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງແທ້ຈິງ. ບາງທີເພາະເຈົ້າຢູ່ໃນສະພາບແວດລ້ອມທີ່ເໝາະສົມເປັນຊ່ວງເວລາໜຶ່ງ ແລະ ສະພາບການເອື້ອອຳນວຍແບບນັ້ນ ຫຼື ສະຖານະການໃນປັດຈຸບັນຂອງເຈົ້າໄດ້ບີບບັງຄັບເຈົ້າ, ເຈົ້າປະພຶດໃນລັກສະນະນີ້. ນອກຈາກນັ້ນ, ເມື່ອເຈົ້າອາລົມດີ, ເມື່ອສະພາວະຂອງເຈົ້າປົກກະຕິ ແລະ ເມື່ອເຈົ້າມີພາລະກິດຂອງພຣະວິນຍານບໍລິສຸດ, ເຈົ້າກໍສາມາດປະຕິບັດຄວາມຈິງ. ແຕ່ສົມມຸດວ່າເຈົ້າຢູ່ທ່າມກາງການທົດລອງ, ເມື່ອເຈົ້າກຳລັງທົນທຸກຄືກັບໂຢບໃນທ່າມກາງການທົດລອງຂອງເຈົ້າ ຫຼື ເຈົ້າຜະເຊີນໜ້າກັບການທົດລອງແຫ່ງຄວາມຕາຍ. ເມື່ອສິ່ງນີ້ເກີດຂຶ້ນ, ເຈົ້າຍັງຈະສາມາດປະຕິບັດຄວາມຈິງ ແລະ ຍຶດໝັ້ນໃນຄຳພະຍານໄດ້ບໍ? ເຈົ້າສາມາດເວົ້າບາງສິ່ງເຊັ່ນດຽວກັບທີ່ເປໂຕໄດ້ເວົ້າວ່າ “ເຖິງແມ່ນຂ້ານ້ອຍຕ້ອງຕາຍຫຼັງຈາກທີ່ຮູ້ຈັກພຣະອົງ, ຂ້ານ້ອຍຈະບໍ່ເຮັດດ້ວຍຄວາມປິຕິຍິນດີ ແລະ ຢ່າງມີຄວາມສຸກໄດ້ແນວໃດ?” ເປໂຕເຊີດຊູຫຍັງ? ສິ່ງທີ່ເປໂຕເຊີດຊູຄືຄວາມເຊື່ອຟັງ ແລະ ເພິ່ນຖືວ່າການຮູ້ຈັກພຣະເຈົ້າເປັນສິ່ງທີ່ສຳຄັນທີ່ສຸດ, ສະນັ້ນລາວຈຶ່ງສາມາດເຊື່ອຟັງຈົນຕາຍໄດ້. ການປ່ຽນແປງໃນອຸປະນິໄສບໍ່ໄດ້ເກີດຂຶ້ນພຽງຊົ່ວຂ້າມຄືນ; ມັນໃຊ້ເວລາຂອງປະສົບການຕະຫຼອດຊີວິດເພື່ອບັນລຸ. ການເຂົ້າໃຈຄວາມຈິງກໍ່ງ່າຍກວ່າເລັກນ້ອຍ, ແຕ່ການທີ່ສາມາດປະຕິບັດຄວາມຈິງໃນຫຼາກຫຼາຍບໍລິບົດກໍ່ຍັງຍາກ. ເປັນຫຍັງຜູ້ຄົນຈຶ່ງມີບັນຫາໃນການນໍາຄວາມຈິງເຂົ້າສູ່ການປະຕິບັດ? ໃນຄວາມເປັນຈິງແລ້ວ, ຄວາມຫຍຸ້ງຍາກເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນໂດຍກົງ ແລະ ພວກມັນທັງໝົດເປັນສິ່ງກີດຂວາງທີ່ມາຈາກອຸປະນິໄສທີ່ເສື່ອມຊາມ. ສະນັ້ນ, ເຈົ້າຕ້ອງທົນທຸກຫຼາຍ ແລະ ຈ່າຍລາຄາເພື່ອທີ່ຈະສາມາດນໍາຄວາມຈິງໄປປະຕິບັດ. ຖ້າເຈົ້າບໍ່ມີອຸປະນິໄສທີ່ເສື່ອມຊາມ, ເຈົ້າຈະບໍ່ຕ້ອງທົນທຸກ ແລະ ຈ່າຍລາຄາເພື່ອປະຕິບັດຄວາມຈິງ. ສິ່ງນີ້ບໍ່ແມ່ນຂໍ້ແທ້ຈິງທີ່ຊັດເຈນບໍ? ບາງຄັ້ງ, ມັນອາດເບິ່ງຄືກັບວ່າເຈົ້າກຳລັງນໍາຄວາມຈິງເຂົ້າສູ່ການປະຕິບັດ, ແຕ່ໃນຄວາມເປັນຈິງ ທຳມະຊາດຂອງການກະທຳຂອງເຈົ້າບໍ່ໄດ້ສະແດງວ່າເຈົ້າກຳລັງເຮັດແບບນັ້ນ. ໃນການຕິດຕາມພຣະເຈົ້າ, ຫຼາຍຄົນສາມາດປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າພວກເຂົາກຳລັງປະຕິບັດຄວາມຈິງ. ເຖິງຢ່າງໃດກໍ່ຕາມ, ພວກເຂົາບໍ່ເຄີຍສາມາດໃຫ້ຄຳພະຍານຈາກປະສົບການທີ່ແທ້ຈິງ. ແມ່ນຫຍັງກຳລັງເກີດຂຶ້ນໃນບ່ອນນີ້ແທ້ໆ? ເພື່ອວັດແທກພວກເຂົາໂດຍແນວຄິດຂອງມະນຸດ, ພວກເຂົາເບິ່ງຄືປະຕິບັດຄວາມຈິງ, ແຕ່ພຣະເຈົ້າບໍ່ຮັບຮູ້ວ່າສິ່ງທີ່ພວກເຂົາກຳລັງເຮັດຄືການປະຕິບັດຄວາມຈິງ. ຖ້າສິ່ງຕ່າງໆທີ່ເຈົ້າເຮັດມີແຮງຈູງໃຈສ່ວນຕົວຢູ່ເບື້ອງຫຼັງພວກມັນ ແລະ ຖືກເຈືອປົນ, ແລ້ວເຈົ້າກໍມີແນວໂນ້ມທີ່ຈະຫັນເຫອອກຈາກຫຼັກການ ແລະ ບໍ່ສາມາດເວົ້າໄດ້ວ່າເປັນການປະຕິບັດຄວາມຈິງ; ສິ່ງນີ້ເປັນພຽງຄວາມປະພຶດປະເພດໜຶ່ງ. ຖ້າຈະເວົ້າຢ່າງເຄັ່ງຄັດ, ຄວາມປະພຶດປະເພດນີ້ຂອງເຈົ້າອາດຈະຖືກປະນາມໂດຍພຣະເຈົ້າ; ມັນຈະບໍ່ຖືກຍົກຍ້ອງ ຫຼື ເປັນທີ່ລະນຶກເຖິງໂດຍພຣະອົງ. ເພື່ອສືບຕໍ່ໄຈ້ແຍກສິ່ງນີ້ໃນແກ່ນແທ້ ແລະ ຮາກເງົ້າຂອງມັນ, ເຈົ້າເປັນຄົນທີ່ເຮັດຊົ່ວ ແລະ ພຶດຕິກຳພາຍນອກເຫຼົ່ານີ້ຂອງເຈົ້າປະກອບເປັນການຕໍ່ຕ້ານພຣະເຈົ້າ. ຈາກພາຍນອກ, ເຈົ້າບໍ່ໄດ້ຂັດຂວາງ ຫຼື ລົບກວນສິ່ງໃດໆ ແລະ ເຈົ້າບໍ່ໄດ້ສ້າງຄວາມເສຍຫາຍທີ່ແທ້ຈິງ. ມັນປາກົດຄືກັບວ່າມີເຫດຜົນ ແລະ ສົມເຫດສົມຜົນ, ແຕ່ຢູ່ພາຍໃນມັນມີສິ່ງປົນເປື້ອນ ແລະ ເຈດຕະນາຂອງມະນຸດ ແລະ ແກ່ນແທ້ຂອງມັນຄືການເຮັດຊົ່ວ ແລະ ການຕໍ່ຕ້ານພຣະເຈົ້າ. ສະນັ້ນ, ເຈົ້າຄວນຕັດສິນວ່າມີການປ່ຽນແປງໃນອຸປະນິໄສຂອງເຈົ້າ ຫຼື ບໍ່ ແລະ ເຈົ້າກຳລັງນໍາຄວາມຈິງເຂົ້າສູ່ການປະຕິບັດໂດຍໃຊ້ພຣະທຳຂອງພຣະເຈົ້າ ແລະ ໂດຍເບິ່ງທີ່ແຮງຈູງໃຈທີ່ຢູ່ເບື້ອງຫຼັງການກະທຳຂອງເຈົ້າເອງ ຫຼື ບໍ່. ມັນບໍ່ໄດ້ຂຶ້ນກັບວ່າການກະທຳຂອງເຈົ້າສອດຄ່ອງກັບຈິນຕະນາການຂອງມະນຸດ ແລະ ຄວາມຄິດຂອງມະນຸດ ຫຼື ບໍ່ ຫຼື ພວກມັນເໝາະສົມກັບລົດສະນິຍົມຂອງເຈົ້າ ຫຼື ບໍ່; ສິ່ງດັ່ງກ່າວບໍ່ໄດ້ສຳຄັນ. ກົງກັນຂ້າມ, ມັນຂຶ້ນກັບພຣະເຈົ້າທີ່ເວົ້າວ່າເຈົ້າກຳລັງປະຕິບັດຕາມຄວາມປະສົງຂອງພຣະອົງ ຫຼື ບໍ່, ການກະທຳຂອງເຈົ້າມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່ ແລະ ພວກມັນບັນລຸຕາມເງື່ອນໄຂ ແລະ ມາດຕະຖານຂອງພຣະອົງ ຫຼື ບໍ່. ການວັດແທກຕົນເອງໃສ່ເງື່ອນໄຂຂອງພຣະເຈົ້າແຕ່ຢ່າງດຽວກໍ່ຖືກຕ້ອງແລ້ວ. ການປ່ຽນແປງໃນອຸປະນິໄສ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດບໍ່ໄດ້ທຳມະດາ ແລະ ງ່າຍຄືກັບທີ່ຜູ້ຄົນຈິນຕະນາການ. ຕອນນີ້ ພວກເຈົ້າເຂົ້າໃຈສິ່ງນີ້ບໍ? ພວກເຈົ້າມີປະສົບການໃດໜຶ່ງກັບສິ່ງນີ້ບໍ? ເມື່ອເວົ້າເຖິງແກ່ນແທ້ຂອງບັນຫາ, ພວກເຈົ້າກໍ່ອາດບໍ່ເຂົ້າໃຈມັນ; ທາງເຂົ້າຂອງພວກເຈົ້າເປັນແບບຜິວເຜີນເກີນໄປ. ພວກເຈົ້າແລ່ນໄປມາໝົດມື້, ນັບຕັ້ງແຕ່ອາລຸນຈົນເຖິງຍາມແລງ, ການຕື່ນນອນໄວ ແລະ ການເຂົ້ານອນຊ້າ, ແຕ່ເຈົ້າກໍ່ບໍ່ໄດ້ທັນບັນລຸການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຈົ້າ ແລະ ພວກເຈົ້າບໍ່ສາມາດເຂົ້າໃຈວ່າການປ່ຽນແປງໃນອຸປະນິໄສແມ່ນຫຍັງ. ນີ້ໝາຍຄວາມວ່າທາງເຂົ້າຂອງເຈົ້າຕື້ນເກີນໄປ, ບໍ່ແມ່ນບໍ? ບໍ່ວ່າພວກເຈົ້າໄດ້ເຊື່ອໃນພຣະເຈົ້າດົນສໍ່າໃດກໍ່ຕາມ, ພວກເຈົ້າອາດບໍ່ຮູ້ສຶກເຖິງແກ່ນແທ້ ແລະ ສິ່ງຕ່າງໆທີ່ເລິກເຊິ່ງທີ່ກ່ຽວຂ້ອງກັບການປ່ຽນແປງໃນອຸປະນິໄສ. ມັນສາມາດເວົ້າໄດ້ບໍວ່າອຸປະນິໄສຂອງເຈົ້າມີການປ່ຽນແປງແລ້ວ? ເຈົ້າຈະຮູ້ໄດ້ແນວໃດວ່າພຣະເຈົ້າຍົກຍ້ອງເຈົ້າ ຫຼື ບໍ່? ຢ່າງໜ້ອຍທີ່ສຸດ, ເຈົ້າຈະຮູ້ສຶກໝັ້ນຄົງຢ່າງເປັນພິເສດກ່ຽວກັບທຸກສິ່ງທີ່ເຈົ້າເຮັດ ແລະ ເຈົ້າຈະຮູ້ສຶກວ່າພຣະວິນຍານບໍລິສຸດກຳລັງຊີ້ນໍາ ແລະ ກຳລັງສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ກຳລັງເຮັດວຽກໃນຕົວເຈົ້າ ໃນຂະນະທີ່ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າ, ເຮັດວຽກງານໃດໜຶ່ງໃນເຮືອນຂອງພຣະເຈົ້າ ຫຼື ໂດຍທົ່ວໄປ. ຄວາມປະພຶດຂອງເຈົ້າຈະສອດຄ່ອງກັບພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກທີ່ເຈົ້າໄດ້ຮັບປະສົບການລະດັບໃດໜຶ່ງ, ເຈົ້າກໍ່ຈະຮູ້ສຶກວ່າວິທີການທີ່ເຈົ້າປະພຶດໃນອະດີດຂ້ອນຂ້າງເໝາະສົມ. ເຖິງຢ່າງໃດກໍ່ຕາມ, ຖ້າຫຼັງຈາກທີ່ໄດ້ຮັບປະສົບການເປັນຊ່ວງເວລາໜຶ່ງ, ເຈົ້າກໍ່ຮູ້ສຶກວ່າບາງສິ່ງທີ່ເຈົ້າເຮັດໃນອະດີດບໍ່ເໝາະສົມ ແລະ ເຈົ້າບໍ່ພໍໃຈກັບພວກມັນ ແລະ ພວກມັນຮູ້ສຶກວ່າສິ່ງຕ່າງໆທີີ່ເຈົ້າເຮັດບໍ່ສອດຄ່ອງກັບຄວາມຈິງ, ແລ້ວສິ່ງນີ້ກໍ່ພິສູດວ່າທຸກສິ່ງທີ່ເຈົ້າເຮັດນັ້ນເປັນການຕໍ່ຕ້ານພຣະເຈົ້າ. ມັນຄືຫຼັກຖານທີ່ວ່າການບໍລິການຂອງເຈົ້າເຕັມໄປດ້ວຍຄວາມກະບົດ, ການຕໍ່ຕ້ານ ແລະ ວິທີການປະພຶດຂອງມະນຸດ ແລະ ເຈົ້າລົ້ມເຫຼວຢ່າງສິ້ນເຊີງທີ່ຈະບັນລຸການປ່ຽນແປງໃນອຸປະນິໄສ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ສິ່ງທີ່ຄວນຮູ້ກ່ຽວກັບການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງ

520. ຖ້າເຈົ້າປາຖະໜາທີ່ຈະຖືກຊໍາລະລ້າງຈາກຄວາມເສື່ອມຊາມ ແລະ ຜະເຊີນກັບການປ່ຽນແປງໃນຊີວິດ ອຸປະນິໄສຂອງເຈົ້າ, ແລ້ວເຈົ້າຕ້ອງມີຄວາມຮັກສຳລັບຄວາມຈິງ ແລະ ຄວາມສາມາດທີ່ຈະຍອມຮັບຄວາມຈິງ. ການຍອມຮັບຄວາມຈິງໝາຍເຖິງຫຍັງ? ການຍອມຮັບຄວາມຈິງໝາຍຄວາມວ່າ ບໍ່ວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມແບບໃດກໍຕາມ ຫຼື ພິດອັນໃດຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງກໍຄືພິດຂອງຊາຕານຢູ່ໃນທຳມະຊາດຂອງເຈົ້າ, ເມື່ອພຣະທຳຂອງພຣະເຈົ້າເປີດເຜີຍສິ່ງເຫຼົ່ານີ້, ເຈົ້າຄວນຍອມຮັບພວກມັນ ແລະ ຍອມອ່ອນນ້ອມ, ເຈົ້າບໍ່ສາມາດຕັດສິນໃຈແບບອື່ນໄດ້ ແລະ ເຈົ້າຄວນຮູ້ຈັກຕົນເອງຕາມພຣະທຳຂອງພຣະເຈົ້າ. ສິ່ງນີ້ໝາຍຄວາມເຖິງການທີ່ສາມາດຍອມຮັບພຣະທຳຂອງພຣະເຈົ້າ ແລະ ຍອມຮັບຄວາມຈິງ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ບໍ່ວ່າພຣະຄຳຂອງພຣະອົງຮຸນແຮງສໍ່າໃດກໍຕາມ ແລະ ບໍ່ວ່າພຣະອົງຈະໃຊ້ພຣະທຳຫຍັງກໍຕາມ, ເຈົ້າກໍສາມາດຍອມຮັບພວກມັນໄດ້ ຕາບໃດທີ່ສິ່ງທີ່ພຣະອົງກ່າວແມ່ນຄວາມຈິງ ແລະ ເຈົ້າສາມາດຮັບຮູ້ພວກມັນ ຕາບໃດທີ່ພວກມັນສອດຄ່ອງກັບຄວາມເປັນຈິງ. ເຈົ້າສາມາດອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຂົ້າໃຈພວກມັນໄດ້ເລິກເຊິ່ງພຽງໃດກໍຕາມ ແລະ ເຈົ້າຍອມຮັບ ແລະ ອ່ອນນ້ອມຕໍ່ແສງສະຫວ່າງທີ່ຖືກເປີດເຜີຍໂດຍພຣະວິນຍານບໍລິສຸດ ແລະ ຖືກສົນທະນາໂດຍອ້າຍເອື້ອຍນ້ອງຂອງເຈົ້າ. ເມື່ອບຸກຄົນດັ່ງກ່າວໄດ້ສະແຫວງຫາຄວາມຈິງຈົນເຖິງຈຸດໃດໜຶ່ງ, ພວກເຂົາກໍສາມາດຮັບເອົາຄວາມຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ເຖິງແມ່ນວ່າຜູ້ຄົນທີ່ບໍ່ຮັກຄວາມຈິງມີຄວາມເປັນມະນຸດໜ້ອຍໜຶ່ງ, ສາມາດເຮັດຄຸນງາມຄວາມດີບາງຢ່າງ ແລະ ສາມາດປະຖິ້ມ ແລະ ເສຍສະລະໃຫ້ກັບພຣະເຈົ້າ, ພວກເຂົາກໍສັບສົນກ່ຽວກັບຄວາມຈິງ ແລະ ບໍ່ປະຕິບັດຕໍ່ມັນຢ່າງຈິງຈັງ, ສະນັ້ນອຸປະນິໄສຊີວິດຂອງພວກເຂົາຈຶ່ງບໍ່ປ່ຽນແປງຈັກເທື່ອ. ເຈົ້າສາມາດເຫັນໄດ້ວ່າເປໂຕມີຄວາມເປັນມະນຸດແບບດຽວກັນກັບສາວົກຄົນອື່ນໆ, ແຕ່ລາວໂດດເດັ່ນໃນການທີ່ລາວສະແຫວງຫາຄວາມຈິງຢ່າງກະຕືລືລົ້ນ. ບໍ່ວ່າພຣະເຢຊູເຈົ້າຈະເວົ້າຫຍັງກໍຕາມ, ລາວໄດ້ຕຶກຕອງມັນຢ່າງຈິງໃຈ. ພຣະເຢຊູກ່າວວ່າ “ຊີໂມນ ບາໂຈນາ, ເຈົ້າຮັກເຮົາບໍ?” ເປໂຕຕອບຢ່າງຊື່ສັດວ່າ “ຂ້ານ້ອຍພຽງແຕ່ຮັກພຣະບິດາທີ່ຢູ່ໃນສະຫວັນ, ແຕ່ຂ້ານ້ອຍບໍ່ໄດ້ຮັກພຣະຜູ້ເປັນເຈົ້າທີ່ຢູ່ເທິງແຜ່ນດິນໂລກ”. ຕໍ່ມາ ລາວກໍ່ເຂົ້າໃຈ ໂດຍຄິດວ່າ “ສິ່ງນີ້ບໍ່ຖືກຕ້ອງ, ພຣະເຈົ້າຢູ່ເທິງແຜ່ນດິນໂລກແມ່ນພຣະເຈົ້າທີ່ຢູ່ໃນສະຫວັນ. ບໍ່ແມ່ນພຣະເຈົ້າຜູ້ດຽວກັນທີ່ທັງຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກບໍ? ຖ້າຂ້ອຍພຽງແຕ່ຮັກພຣະເຈົ້າທີ່ຢູ່ໃນສະຫວັນ, ແລ້ວຄວາມຮັກຂອງຂ້ອຍກໍ່ບໍ່ເປັນຈິງ. ຂ້ອຍຕ້ອງຮັກພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ມີພຽງແຕ່ຕອນນີ້ເທົ່ານັ້ນ ຄວາມຮັກຂອງຂ້ອຍຈຶ່ງຈະເປັນຈິງ”. ສະນັ້ນ, ເປໂຕຈຶ່ງມາເຂົ້າໃຈຄວາມໝາຍທີ່ແທ້ຈິງໃນພຣະທຳຂອງພຣະເຈົ້າຈາກສິ່ງທີ່ພຣະເຢຊູໄດ້ຖາມ. ເພື່ອທີ່ຈະຮັກພຣະເຈົ້າ ແລະ ເພື່ອໃຫ້ຄວາມຮັກນີ້ກາຍເປັນຈິງ, ຄົນໆໜຶ່ງຕ້ອງຮັກພຣະເຈົ້າທີ່ບັງເກີດເປັນມະນຸດເທິງແຜ່ນດິນໂລກ. ການຮັກພຣະເຈົ້າທີ່ເລື່ອນລອຍ ແລະ ບໍ່ສາມາດເຫັນໄດ້ບໍ່ແມ່ນສິ່ງທີ່ເປັນຈິງ ຫຼື ຕົວຈິງ, ໃນຂະນະທີ່ການຮັກພຣະເຈົ້າທີ່ເປັນຈິງ ແລະ ສາມາດເຫັນໄດ້ແມ່ນເປັນຄວາມຈິງ. ຈາກພຣະທຳຂອງພຣະເຈົ້າ, ເປໂຕໄດ້ຮັບຄວາມເຊື່ອ ແລະ ຄວາມເຂົ້າໃຈກ່ຽວກັບຄວາມປະສົງຂອງພຣະເຈົ້າ. ເຫັນໄດ້ຢ່າງຊັດເຈນວ່າ ຄວາມເຊື່ອຂອງເປໂຕໃນພຣະເຈົ້າໃຫ້ຄວາມສຳຄັນກັບການສະແຫວງຫາຄວາມຈິງເທົ່ານັ້ນ. ໃນທີ່ສຸດແລ້ວ, ລາວໄດ້ບັນລຸຄວາມຮັກຂອງພຣະເຈົ້າທີ່ເປັນຈິງ ນັ້ນກໍ່ຄື ພຣະເຈົ້າເທິງແຜ່ນດິນໂລກ. ເປໂຕຈິງໃຈເປັນພິເສດໃນການທີ່ລາວສະແຫວງຫາຄວາມຈິງ. ແຕ່ລະຄັ້ງທີ່ພຣະເຢຊູໃຫ້ຄຳແນະນໍາແກ່ລາວ, ລາວກໍ່ໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງຈິງໃຈ. ບາງທີ ລາວໄຕ່ຕອງເປັນເວລາຫຼາຍເດືອນ, ໜຶ່ງປີ ຫຼື ແມ່ນແຕ່ຫຼາຍປີກ່ອນທີ່ພຣະວິນຍານບໍລິສຸດຈະສ່ອງແສງໃຫ້ກັບລາວ ແລະ ລາວເຂົ້າໃຈແກ່ນແທ້ໃນພຣະທຳຂອງພຣະເຈົ້າ. ໃນລັກສະນະນີ້, ເປໂຕໄດ້ເຂົ້າສູ່ຄວາມຈິງ ແລະ ເມື່ອລາວເຮັດເຊັ່ນນັ້ນ, ຊີວິດ-ອຸປະນິໄສຂອງລາວກໍ່ປ່ຽນແປງ ແລະ ເກີດໃໝ່.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຮູ້ຈັກທໍາມະຊາດຂອງມະນຸດ

523. ເມື່ອຜູ້ຄົນກ້າວຂາເຂົ້າໃນເສັ້ນທາງສູ່ຄວາມສົມບູນ ອຸປະນິໄສເດີມຂອງພວກເຂົາສາມາດປ່ຽນແປງໄດ້. ນອກຈາກນັ້ນ, ຊີວິດຂອງພວກເຂົາຍັງເຕີບໃຫຍ່ຂຶ້ນເລື້ອຍໆ ແລະ ພວກເຂົາກໍຈະໄດ້ເຂົ້າສູ່ຄວາມຈິງຢ່າງເລິກເຊິ່ງເທື່ອລະໜ້ອຍ. ພວກເຂົາສາມາດກຽດຊັງໂລກ ແລະ ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ. ໂດຍສະເພາະແມ່ນພວກເຂົາກຽດຊັງຕົວເອງ ແຕ່ຍິ່ງໄປກວ່ານັ້ນ ພວກເຂົາຮູ້ຈັກຕົວເອງຢ່າງຊັດເຈນ. ພວກເຂົາເຕັມໃຈທີ່ຈະດໍາລົງຊີວິດໂດຍຄວາມຈິງ ແລະ ພວກເຂົາເຮັດໃຫ້ການສະແຫວງຫາຄວາມຈິງເປັນເປົ້າໝາຍຂອງພວກເຂົາ. ພວກເຂົາບໍ່ເຕັມໃຈດໍາລົງຊີວິດພາຍໃນຄວາມຄິດທີ່ສ້າງຂຶ້ນຈາກສະໝອງຂອງພວກເຂົາເອງ ແລະ ພວກເຂົາຮູ້ສຶກກຽດຊັງຄວາມຄິດທີ່ວ່າຕົວເອງຊອບທຳ, ຄວາມອວດດີ ແລະ ຄວາມໂອ້ອວດຂອງມະນຸດ. ພວກເຂົາເວົ້າອອກມາຈາກຄວາມຮູ້ສຶກທີ່ຖືກຕ້ອງຢ່າງແຮງກ້າ, ຈັດການກັບສິ່ງຕ່າງໆດ້ວຍການຢັ່ງຮູ້, ແລະ ສະຕິປັນຍາ ແລະ ຈົ່ງຮັກພັກດີ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ຖ້າພວກເຂົາປະສົບກັບກໍລະນີການຂ້ຽນຕີ ແລະ ການພິພາກສາ, ພວກເຂົາຈະບໍ່ພຽງແຕ່ຄິດລົບ ຫຼື ອ່ອນແອເທົ່ານັ້ນ ແຕ່ພວກເຂົາຈະຮູ້ບຸນຄຸນສໍາລັບການຂ້ຽນຕີ ແລະ ການພິພາກສາຈາກພຣະເຈົ້າ. ພວກເຂົາເຊື່ອວ່າ ພວກເຂົາບໍ່ສາມາດເຮັດໂດຍທີ່ບໍ່ມີການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ, ມັນປົກປ້ອງພວກເຂົາ. ພວກເຂົາບໍ່ສະແຫວງຫາຄວາມເຊື່ອແຫ່ງຄວາມສະຫງົບສຸກ ແລະ ສັນຕິສຸກ ແລະ ສະແຫວງຫາເພື່ອກິນເຂົ້າຈີ່ໃຫ້ອີ່ມ. ພວກເຂົາບໍ່ສະແຫວງຫາຄວາມສຸກຂອງເນື້ອໜັງແບບຊົ່ວຄາວ. ນີ້ແມ່ນສິ່ງທີ່ເກີດຂຶ້ນໃນຄົນທີ່ຖືກເຮັດໃຫ້ສົມບູນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເລື່ອງຈິງຂອງພາລະກິດແຫ່ງການເອົາຊະນະ (4)

524. ຖ້າຄົນໆໜຶ່ງສາມາດເຮັດໃຫ້ພຣະເຈົ້າພໍໃຈ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງຕົນ ແມ່ນມີຫຼັກການໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ ແລະ ສາມາດເຂົ້າສູ່ຄວາມເປັນຈິງໃນທຸກດ້ານຂອງຄວາມຈິງ, ແລ້ວພວກເຂົາກໍເປັນຄົນທີ່ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ພາລະກິດ ແລະ ພຣະທຳຂອງພຣະເຈົ້າມີປະສິດທິພາບສຳລັບພວກເຂົາຢ່າງສົມບູນ, ພຣະທຳຂອງພຣະເຈົ້າໄດ້ກາຍມາເປັນຊີວິດຂອງພວກເຂົາ, ພວກເຂົາໄດ້ຮັບເອົາຄວາມຈິງ ແລະ ພວກເຂົາສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ. ຫຼັງຈາກນີ້, ທຳມະຊາດແຫ່ງເນື້ອໜັງຂອງພວກເຂົາ ນັ້ນກໍຄື ພື້ນຖານແທ້ໆແຫ່ງການເປັນຢູ່ເດີມຂອງພວກເຂົາ ຈະສັ່ນຄອນອອກຈາກກັນ ແລະ ພັງທະລາຍ. ຫຼັງຈາກທີ່ຜູ້ຄົນມີພຣະທຳຂອງພຣະເຈົ້າເປັນດັ່ງຊີວິດຂອງພວກເຂົາເທົ່ານັ້ນ, ພວກເຂົາກໍຈະກາຍມາເປັນຄົນໃໝ່. ຖ້າພຣະທຳຂອງພຣະເຈົ້າກາຍມາເປັນຊີວິດຂອງຜູ້ຄົນ, ຖ້ານິມິດແຫ່ງພາລະກິດຂອງພຣະເຈົ້າ, ການເປີດເຜີຍ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ ແລະ ມາດຕະຖານສຳລັບຊີວິດມະນຸດທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນບັນລຸເພື່ອກາຍມາເປັນຊີວິດຂອງພວກເຂົາ, ຖ້າຜູ້ຄົນດຳລົງຊີວິດຕາມພຣະທຳ ແລະ ຄວາມຈິງເຫຼົ່ານີ້, ແລ້ວພວກເຂົາກໍຖືກເຮັດໃຫ້ສົມບູນໂດຍພຣະທຳຂອງພຣະເຈົ້າ. ຜູ້ຄົນດັ່ງກ່າວໄດ້ເກີດໃໝ່ ແລະ ໄດ້ກາຍມາເປັນຄົນໃໝ່ຜ່ານພຣະທຳຂອງພຣະເຈົ້າ. ນີ້ແມ່ນເສັ້ນທາງທີ່ເປໂຕສະແຫວງຫາຄວາມຈິງ. ນີ້ແມ່ນເສັ້ນທາງຂອງການຖືກເຮັດໃຫ້ສົມບູນ. ເປໂຕຖືກພຣະທຳຂອງພຣະເຈົ້າເຮັດໃຫ້ສົມບູນ, ເພິ່ນໄດ້ຮັບຊີວິດຈາກພຣະທຳຂອງພຣະເຈົ້າ, ຄວາມຈິງທີ່ກ່າວອອກໂດຍພຣະເຈົ້າໄດ້ກາຍມາເປັນຊີວິດຂອງເພິ່ນ ແລະ ເພິ່ນກາຍມາເປັນຄົນທີ່ໄດ້ຮັບຄວາມຈິງ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຍ່າງໃນເສັ້ນທາງຂອງເປໂຕ

525. ເມື່ອຜູ້ຄົນມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບອຸປະນິໄສຂອງພຣະເຈົ້າ, ເມື່ອພວກເຂົາສາມາດເຫັນວ່າອຸປະນິໄສຂອງຊາຕານເປັນຈິງ, ວ່າມັນບໍລິສຸດຢ່າງແທ້ຈິງ ແລະ ຊອບທຳຢ່າງແທ້ຈິງ ແລະ ເມື່ອພວກເຂົາສາມາດສັນລະເສີນຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າຈາກໃຈຂອງພວກເຂົາ, ພວກເຂົາກໍຈະຮູ້ຈັກພຣະເຈົ້າຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບຄວາມຈິງ. ເມື່ອຜູ້ຄົນຮູ້ຈັກພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງດຳລົງຊີວິດໃນຄວາມສະຫວ່າງ. ຜົນກະທົບໂດຍກົງຂອງການຮູ້ຈັກພຣະເຈົ້າຢ່າງແທ້ຈິງແມ່ນການສາມາດຮັກ ແລະ ເຊື່ອຟັງພຣະເຈົ້າໄດ້ຢ່າງແທ້ຈິງ. ໃນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ, ເຂົ້າໃຈຄວາມຈິງ ແລະ ໄດ້ຮັບຄວາມຈິງ, ມີການປ່ຽນແປງທີ່ແທ້ຈິງໃນມຸມມອງທາງໂລກຂອງພວກເຂົາ ແລະ ທັດສະນະຕໍ່ຊີວິດ, ຕໍ່ຈາກນັ້ນແມ່ນການປ່ຽນແປງຕົວຈິງຍັງເກີດຂຶ້ນໃນອຸປະນິໄສຊີວິດຂອງພວກເຂົາອີກດ້ວຍ. ເມື່ອຄົນມີເປົ້າໝາຍຊີວິດທີ່ຖືກຕ້ອງ, ສາມາດສະແຫວງຫາຄວາມຈິງ ແລະ ປະພຶດຕົນຕາມຄວາມຈິງ, ເມື່ອພວກເຂົາຍອມອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ດຳລົງຊີວິດຕາມພຣະທຳຂອງພຣະອົງ, ເມື່ອພວກເຂົາຮູ້ສຶກສະຫງົບສຸກ ແລະ ໄດ້ຮັບແສງສະຫວ່າງໃນສ່ວນເລິກໃນໃຈຂອງພວກເຂົາ, ເມື່ອຫົວໃຈຂອງພວກເຂົາປາສະຈາກຄວາມມືດມົວ ແລະ ເມື່ອພວກເຂົາສາມາດດຳລົງຊີວິດຢ່າງເປັນອິດສະຫຼະ ແລະ ຢ່າງເສລີໃນການສະຖິດຂອງພຣະເຈົ້າທັງໝົດ, ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງດຳລົງຊີວິດມະນຸດທີ່ແທ້ຈິງ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະໄດ້ກາຍມາເປັນບຸກຄົນທີ່ມີຄວາມຈິງ ແລະ ຄວາມເປັນມະນຸດ. ນອກຈາກນັ້ນ ຄວາມຈິງທັງໝົດທີ່ເຈົ້າເຂົ້າໃຈ ແລະ ໄດ້ຮັບແມ່ນມາຈາກພຣະທຳຂອງພຣະເຈົ້າ ແລະ ຈາກພຣະເຈົ້າເອງ. ມີແຕ່ເມື່ອເຈົ້າໄດ້ຮັບການຮອງຮັບຈາກພຣະເຈົ້າຜູ້ສູງສຸດ ນັ້ນກໍ່ຄືພຣະຜູ້ເປັນເຈົ້າແຫ່ງການນິລະມິດສ້າງ ແລະ ພຣະອົງເວົ້າວ່າເຈົ້າເປັນສິ່ງສ້າງທີ່ມີຄຸນສົມບັດທີ່ຈະດຳລົງຊີວິດຕາມລັກສະນະຂອງມະນຸດ ຊີວິດຂອງເຈົ້າຈຶ່ງຈະມີຄວາມໝາຍທີ່ສຸດ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຮູ້ຈັກທໍາມະຊາດຂອງມະນຸດ

526. ໃນຄວາມເຊື່ອທີ່ມະນຸດມີຕໍ່ພຣະເຈົ້າ ຖ້າເຂົາບໍ່ຈິງໃຈກ່ຽວກັບບັນຫາຊີວິດ, ບໍ່ສະແຫວງຫາທາງເຂົ້າສູ່ຄວາມຈິງ, ບໍ່ສະແຫວງຫາການປ່ຽນແປງຕໍ່ອຸປະນິໄສຂອງເຂົາ ແລ້ວແຮງໄກທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ແລ້ວເຂົາກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນ, ແລ້ວເຈົ້າຕ້ອງເຂົ້າໃຈພາລະກິດຂອງພຣະເຈົ້າ. ໂດຍສະເພາະແລ້ວ, ເຈົ້າຕ້ອງເຂົ້າໃຈຄວາມໝາຍຂອງການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ສາເຫດທີ່ພາລະກິດນີ້ໄດ້ຖືກປະຕິບັດຕໍ່ມະນຸດ. ເຈົ້າສາມາດຍອມຮັບບໍ່ພາລະກິດໄດ້ບໍ? ໃນລະຫວ່າງການຕີສອນແບບນີ້, ເຈົ້າສາມາດບັນລຸປະສົບການ ແລະ ຄວາມຮູ້ດຽວກັນກັບເປໂຕບໍ? ຖ້າເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ຖ້າເຈົ້າສະແຫວງຫາການປ່ຽນແປງໃນອຸປະນິໄສຂອງເຈົ້າ, ແລ້ວເຈົ້າກໍມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ.

ສຳລັບຄົນທີ່ຈະຖືກເຮັດໃຫ້ສົມບູນ, ບາດກ້າວນີ້ຂອງພາລະກິດແຫ່ງການເອົາຊະນະແມ່ນຂາດບໍ່ໄດ້; ມີແຕ່ເມື່ອມະນຸດຖືກເອົາຊະນະເທົ່ານັ້ນ ເຂົາຈຶ່ງຈະສາມາດຜະເຊີນກັບພາລະກິດແຫ່ງການຖືກເຮັດໃຫ້ສົມບູນໄດ້. ຈະບໍ່ມີຄຸນຄ່າຍິ່ງໃຫຍ່ຫຍັງ ຖ້າມີພຽງແຕ່ການປະຕິບັດໃນບົດບາດແຫ່ງການຖືກເອົາຊະນະ ເຊິ່ງຈະບໍ່ເຮັດໃຫ້ເຈົ້າເໝາະສົມແກ່ການນໍາໃຊ້ໂດຍພຣະເຈົ້າ. ເຈົ້າຈະບໍ່ມີທາງມີສ່ວນໃນການຂະຫຍາຍຂ່າວປະເສີດ, ຍ້ອນເຈົ້າບໍ່ສະແຫວງຫາຊີວິດ ແລະ ບໍ່ສະແຫວງຫາການປ່ຽນແປງ ແລະ ການຟື້ນຟູໃນຕົວເຈົ້າເອງ ແລະ ດ້ວຍເຫດນັ້ນ ເຈົ້າກໍບໍ່ມີປະສົບການທີ່ແທ້ຈິງໃນຊີວິດ. ໃນລະຫວ່າງພາລະກິດເທື່ອລະບາດກ້າວນີ້, ຄັ້ງໜຶ່ງ ເຈົ້າເຮັດໜ້າທີ່ເປັນຜູ້ໃຫ້ບໍລິການ ແລະ ເປັນຄົນຂັດຂວາງ, ແຕ່ຖ້າໃນທີ່ສຸດແລ້ວ ເຈົ້າບໍ່ສະແຫວງຫາທີ່ຈະເປັນເປໂຕ ແລະ ການສະແຫວງຫາຂອງເຈົ້າກໍບໍ່ແມ່ນຕາມເສັ້ນທາງທີ່ເປໂຕຖືກເຮັດໃຫ້ສົມບູນ, ສະນັ້ນ ໂດຍທຳມະຊາດແລ້ວ ເຈົ້າກໍຈະບໍ່ໄດ້ປະສົບກັບການປ່ຽນແປງໃນອຸປະນິໄສຂອງເຈົ້າ. ຖ້າເຈົ້າເປັນຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະມີຄຳພະຍານ ແລະ ເຈົ້າຈະເວົ້າວ່າ “ໃນພາລະກິດເທື່ອລະບາດກ້າວນີ້ຂອງພຣະເຈົ້າ, ຂ້ານ້ອຍໄດ້ຍອມຮັບພາລະກິດແຫ່ງການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ເຖິງແມ່ນຂ້ານ້ອຍໄດ້ອົດກັ້ນຕໍ່ການທົນທຸກທີ່ຍິ່ງໃຫຍ່, ຂ້ານ້ອຍໄດ້ຮຽນຮູ້ເຖິງວິທີທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ, ຂ້ານ້ອຍໄດ້ຮັບພາລະກິດທີ່ພຣະເຈົ້າປະຕິບັດ, ຂ້ານ້ອຍມີຄວາມຮູ້ກ່ຽວກັບຄວາມຊອບທຳຂອງພຣະເຈົ້າ ແລະ ການຕີສອນຂອງພຣະອົງໄດ້ຊ່ວຍຂ້ານ້ອຍໄວ້. ອຸປະນິໄສທີ່ຊອບທຳຂອງພຣະອົງໄດ້ມາເຖິງຂ້ານ້ອຍ ແລະ ນໍາການອວຍພອນ ແລະ ພຣະຄຸນມາສູ່ຂ້ານ້ອຍ; ແມ່ນການພິພາກສາ ແລະ ການຕີສອນຂອງພຣະອົງທີ່ໄດ້ປົກປ້ອງ ແລະ ເຮັດໃຫ້ຂ້ານ້ອຍບໍລິສຸດ. ຖ້າຂ້ານ້ອຍບໍ່ໄດ້ຖືກຕີສອນ ແລະ ພິພາກສາໂດຍພຣະເຈົ້າ ແລະ ຖ້າພຣະທຳທີ່ຮຸນແຮງຂອງພຣະເຈົ້າບໍ່ໄດ້ມາເຖິງຂ້ານ້ອຍ, ຂ້ານ້ອຍກໍຈະບໍ່ສາມາດຮູ້ຈັກພຣະເຈົ້າ ແລະ ຂ້ານ້ອຍກໍຈະບໍ່ສາມາດຮັບການຊ່ວຍເຫຼືອ. ໃນປັດຈຸບັນ, ຂ້ານ້ອຍເຫັນວ່າ: ໃນຖານະທີ່ເປັນສິ່ງຊົງສ້າງ, ຄົນໜຶ່ງບໍ່ພຽງແຕ່ຊື່ນຊົມກັບທຸກສິ່ງທີ່ພຣະຜູ້ສ້າງໄດ້ສ້າງຂຶ້ນ, ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນຄື ສິ່ງຊົງສ້າງທັງໝົດຄວນຊື່ນຊົມໃນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ການພິພາກສາທີ່ຊອບທຳຂອງພຣະອົງ ເພາະອຸປະນິໄສຂອງພຣະເຈົ້າສົມຄວນແກ່ຄວາມຊື່ນຊົມຂອງມະນຸດ. ໃນຖານະທີ່ເປັນສິ່ງຊົງສ້າງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ຜູ້ຄົນຄວນຊື່ນຊົມກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ໃນອຸປະນິໄສທີ່ຊອບທຳຂອງພຣະອົງ ມີການຕີສອນ ແລະ ການພິພາກສາ ແລະ ຍິ່ງໄປກວ່ານັ້ນ ມີຄວາມຮັກທີ່ຍິ່ງໃຫຍ່. ເຖິງແມ່ນຂ້ານ້ອຍບໍ່ສາມາດໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງຄົບຖ້ວນໃນປັດຈຸບັນ, ຂ້ານ້ອຍກໍໂຊກດີທີ່ໄດ້ເຫັນມັນ ແລະ ຍ້ອນສິ່ງນີ້ ຂ້ານ້ອຍຈຶ່ງເປັນສຸກ”. ນີ້ແມ່ນເສັ້ນທາງທີ່ຍ່າງໂດຍຄົນທີ່ປະສົບກັບການຖືກເຮັດໃຫ້ສົມບູນ ແລະ ນີ້ແມ່ນຄວາມຮູ້ກ່ຽວກັບສິ່ງທີ່ພວກເຂົາເວົ້າ. ຄົນປະເພດດັ່ງກ່າວເປັນເໝືອນກັບເປໂຕ; ພວກເຂົາມີປະສົບດຽວກັນກັບເປໂຕ. ຄົນປະເພດດັ່ງກ່າວຍັງແມ່ນຄົນທີ່ໄດ້ຮັບຊີວິດ, ຄົນທີ່ປະກອບມີຄວາມຈິງ. ເມື່ອພວກເຂົາມີປະສົບການຈົນເຖິງເວລາສຸດທ້າຍ, ໃນລະຫວ່າງການພິພາກສາຂອງພຣະເຈົ້າ ພວກເຂົາກໍຈະປົດປ່ອຍຕົນເອງອອກຈາກອິດທິພົນຂອງຊາຕານຢ່າງສົມບູນແນ່ນອນ ແລະ ຖືກພຣະເຈົ້າຮັບເອົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການລົງທັນ ແລະ ການພິພາກສາ

527. ສິ່ງທີ່ເຮົາຕ້ອງການແມ່ນຄົນທີ່ເໝືອນກັບເປໂຕ, ຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ. ຄວາມຈິງແຫ່ງປັດຈຸບັນແມ່ນຖືກມອບໄວ້ໃຫ້ກັບຄົນທີ່ກະຫາຍຫາ ແລະ ສະແຫວງຫາມັນ. ຄວາມລອດພົ້ນນີ້ແມ່ນມີໄວ້ໃຫ້ກັບຄົນທີ່ກະຫາຍຫາເພື່ອຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ບໍ່ໄດ້ມີໄວ້ເພື່ອໃຫ້ພວກເຈົ້າຮັບເອົາເທົ່ານັ້ນ. ຈຸດປະສົງຂອງມັນກໍ່ເພື່ອໃຫ້ພຣະເຈົ້າຮັບເອົາພວກເຈົ້າ; ພວກເຈົ້າຮັບເອົາພຣະເຈົ້າເພື່ອວ່າ ພຣະເຈົ້າອາດຈະຮັບເອົາພວກເຈົ້າໄດ້. ໃນປັດຈຸບັນ, ເຮົາໄດ້ກ່າວພຣະທຳເຫຼົ່ານີ້ກັບພວກເຈົ້າ ແລະ ພວກເຈົ້າກໍໄດ້ຍິນກ່ຽວກັບພຣະທຳເຫຼົ່ານັ້ນ ແລະ ພວກເຈົ້າຄວນປະຕິບັດຕາມພຣະທຳເຫຼົ່ານີ້. ໃນເວລາສຸດທ້າຍ ເວລາທີ່ພວກເຈົ້ານໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດຈະເປັນຊ່ວງເວລາທີ່ເຮົາໄດ້ຮັບເອົາພວກເຈົ້າຜ່ານທາງພຣະທຳເຫຼົ່ານີ້; ໃນເວລາດຽວກັນ, ພວກເຈົ້າຍັງຈະໄດ້ຮັບເອົາພຣະທຳເຫຼົ່ານີ້ເຊັ່ນກັນ ເຊິ່ງເວົ້າໄດ້ວ່າ ພວກເຈົ້າຈະໄດ້ຮັບເອົາຄວາມລອດພົ້ນທີ່ສູງທີ່ສຸດ. ເມື່ອພວກເຈົ້າຖືກເຮັດໃຫ້ສະອາດ, ພວກເຈົ້າກໍຈະກາຍເປັນມະນຸດທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດດຳລົງຊີວິດຕາມຄວາມຈິງໄດ້ ຫຼື ດຳລົງຊີວິດຄ້າຍຄືກັບຄົນທີ່ຖືກເຮັດໃຫ້ສົມບູນ, ແລ້ວສາມາດເວົ້າໄດ້ວ່າ ເຈົ້າບໍ່ແມ່ນມະນຸດ, ແຕ່ເປັນຊາກສົບທີ່ຍ່າງໄດ້ ແລະ ເປັນສັດ ເພາະເຈົ້າປາສະຈາກຄວາມຈິງ ເຊິ່ງໝາຍຄວາມວ່າ ເຈົ້າປາສະຈາກລົມຫາຍໃຈຂອງພຣະເຢໂຮວາ ແລະ ດ້ວຍເຫດນັ້ນ ເຈົ້າກໍເປັນຄົນຕາຍທີ່ບໍ່ມີວິນຍານ! ເຖິງແມ່ນວ່າ ມັນເປັນໄປໄດ້ທີ່ຈະເປັນພະຍານຫຼັງຈາກທີ່ຖືກເອົາຊະນະ, ສິ່ງທີ່ເຈົ້າຮັບເອົາກໍເປັນພຽງແຕ່ຄວາມລອດພົ້ນທີ່ເລັກນ້ອຍ ແລະ ເຈົ້າກໍບໍ່ໄດ້ກາຍເປັນສິ່ງມີຊີວິດທີ່ປະກອບດ້ວຍວິນຍານ. ເຖິງແມ່ນວ່າ ເຈົ້າໄດ້ປະສົບກັບການຕີສອນ ແລະ ການພິພາກສາ, ຜົນກໍຄື ອຸປະນິໄສຂອງເຈົ້າບໍ່ໄດ້ຖືກຟື້ນຄືນໃໝ່ ຫຼື ຖືກປ່ຽນແປງເລີຍ; ເຈົ້າກໍຍັງເປັນຕົວຕົນເດີມຂອງເຈົ້າຄືເກົ່າ, ເຈົ້າຍັງເປັນຂອງຊາຕານ ແລະ ເຈົ້າບໍ່ໄດ້ເປັນຄົນທີ່ຖືກຊໍາລະລ້າງ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນທີ່ມີຄຸນຄ່າ ແລະ ມີພຽງແຕ່ຄົນປະເພດນີ້ທີ່ໄດ້ຮັບເອົາຊີວິດທີ່ແທ້ຈິງໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການລົງທັນ ແລະ ການພິພາກສາ

528. ໃນເສັ້ນທາງການຮັບໃຊ້ໃນອະນາຄົດຂອງເຈົ້າ, ເຈົ້າຈະຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າໄດ້ແນວໃດ? ໜຶ່ງປະເດັນທີ່ສຳຄັນຄືການສະແຫວງຫາເພື່ອເຂົ້າສູ່ຊີວິດ, ສະແຫວງຫາເພື່ອການປ່ຽນແປງໃນອຸປະນິໄສ ແລະ ສະແຫວງຫາເພື່ອເຂົ້າສູ່ຄວາມຈິງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ, ນີ້ແມ່ນເສັ້ນທາງເພື່ອບັນລຸການຖືກເຮັດໃຫ້ສົມບູນ ແລະ ຖືກຮັບເອົາໂດຍພຣະເຈົ້າ. ພວກເຈົ້າລ້ວນແລ້ວແຕ່ເປັນຜູ້ໄດ້ຮັບການມອບໝາຍຂອງພຣະເຈົ້າ, ແຕ່ເປັນການມອບໝາຍປະເພດໃດ? ສິ່ງນີ້ແມ່ນກ່ຽວພັນກັບຂັ້ນຕອນຕໍ່ໄປຂອງພາລະກິດ; ຂັ້ນຕອນຕໍ່ໄປຂອງພາລະກິດຈະເປັນພາລະກິດທີ່ຍິ່ງໃຫຍ່ກວ່າເກົ່າເຊິ່ງປະຕິບັດທົ່ວທັງຈັກກະວານທັງປວງ, ສະນັ້ນ ໃນປັດຈຸບັນ ພວກເຈົ້າຄວນສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຈົ້າ, ໃນອະນາຄົດ ພວກເຈົ້າອາດກາຍເປັນເຄື່ອງພິສູດທີ່ເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີຜ່ານພາລະກິດຂອງພຣະອົງ, ເຮັດໃຫ້ພວກເຈົ້າກາຍເປັນຕົວຢ່າງສຳລັບພາລະກິດໃນອະນາຄົດ. ການສະແຫວງຫາໃນປັດຈຸບັນແມ່ນເພື່ອວາງພື້ນຖານສຳລັບພາລະກິດໃນອະນາຄົດ, ເພື່ອວ່າ ເຈົ້າຈະໄດ້ຖືກພຣະເຈົ້າໃຊ້ ແລະ ສາມາດເປັນພະຍານໃຫ້ກັບພຣະອົງ. ຖ້າເຈົ້າເຮັດໃຫ້ສິ່ງນີ້ເປັນເປົ້າໝາຍຂອງການສະແຫວງຫາຂອງເຈົ້າ, ເຈົ້າຈະສາມາດຮັບເອົາການສະຖິດຂອງພຣະວິນຍານບໍລິສຸດ. ຍິ່ງເຈົ້າວາງເປົ້າໝາຍໃນການສະແຫວງຫາຂອງເຈົ້າສູງສໍ່າໃດ, ເຈົ້າຍິ່ງສາມາດຖືກເຮັດໃຫ້ສົມບູນໄດ້ຫຼາຍສໍ່ານັ້ນ. ຍິ່ງເຈົ້າສະແຫວງຫາຄວາມຈິງຫຼາຍສໍ່າໃດ, ພຣະວິນຍານບໍລິສຸດຍິ່ງປະຕິບັດພາລະກິດຫຼາຍສໍ່ານັ້ນ. ຍິ່ງເຈົ້າໃສ່ກຳລັງຫຼາຍສໍ່າໃດເຂົ້າໃນການສະແຫວງຫາຂອງເຈົ້າ, ເຈົ້າຍິ່ງຈະໄດ້ຮັບຫຼາຍສໍ່ານັ້ນ. ພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສົມບູນຕາມສະພາວະທີ່ຢູ່ພາຍໃນຂອງພວກເຂົາ. ບາງຄົນເວົ້າວ່າ ພວກເຂົາບໍ່ເຕັມໃຈທີ່ຈະຖືກພຣະເຈົ້າໃຊ້ ຫຼື ຖືກພຣະອົງເຮັດໃຫ້ສົມບູນ, ພວກເຂົາພຽງແຕ່ຕ້ອງການໃຫ້ເນື້ອໜັງຂອງພວກເຂົາຢູ່ປອດໄພ ແລະ ບໍ່ທົນທຸກຕໍ່ຄວາມໂຊກຮ້າຍຕ່າງໆ. ບາງຄົນບໍ່ເຕັມໃຈທີ່ຈະເຂົ້າສູ່ອານາຈັກ ແຕ່ເຕັມໃຈທີ່ຈະລົງສູ່ຂຸມເລິກທີ່ສຸດ. ໃນກໍລະນີນັ້ນ, ພຣະເຈົ້າກໍຈະປະທານດັ່ງທີ່ເຈົ້າປາຖະໜາເຊັ່ນກັນ. ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດກໍຕາມ, ພຣະເຈົ້ກໍຈະເຮັດໃຫ້ມັນເກີດຂຶ້ນ. ແລ້ວແມ່ນຫຍັງຄືສິ່ງທີ່ເຈົ້າກຳລັງສະແຫວງຫາໃນປັດຈຸບັນນີ້? ມັນແມ່ນການຖືກເຮັດໃຫ້ສົມບູນບໍ? ການກະທຳ ແລະ ຄວາມປະພຶດໃນປັດຈຸບັນຂອງເຈົ້າແມ່ນເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ເພື່ອຖືກຮັບເອົາໂດຍພຣະອົງບໍ? ເຈົ້າຕ້ອງວັດແທກຕົນເອງແບບນັ້ນໃນຊີວິດປະຈຳວັນຂອງເຈົ້າຢ່າງຕໍ່ເນື່ອງ. ຖ້າເຈົ້າໃສ່ໃຈທັງໝົດຂອງເຈົ້າເຂົ້າໃສ່ການສະແຫວງຫາເປົ້າໝາຍດຽວ, ພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນຢ່າງແນ່ນອນ. ສິ່ງດັ່ງກ່າວແມ່ນເສັ້ນທາງຂອງພຣະວິນຍານບໍລິສຸດ. ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາຜູ້ຄົນແມ່ນຖືກເຮັດໃຫ້ບັນລຸໂດຍວິທີການສະແຫວງຫາຂອງພວກເຂົາ. ຍິ່ງເຈົ້າກະຫາຍເພື່ອຖືກເຮັດໃຫ້ສົມບູນ ແລະ ຖືກຮັບເອົາໂດຍພຣະເຈົ້າ, ພຣະວິນຍານບໍລິສຸດຍິ່ງຈະປະຕິບັດພາລະກິດພາຍໃນຕົວເຈົ້າຫຼາຍສໍ່ານັ້ນ. ຍິ່ງເຈົ້າບໍ່ສາມາດສະແຫວງຫາໄດ້ຫຼາຍສໍ່າໃດ ແລະ ຍິ່ງເຈົ້າຄິດລົບ ແລະ ເສື່ອມຖອຍຫຼາຍສໍ່າໃດ, ເຈົ້າຍິ່ງຕັດໂອກາດບໍ່ໃຫ້ພຣະວິນຍານບໍລິສຸດປະຕິບັດພາລະກິດຫຼາຍສໍ່ານັ້ນ; ເມື່ອເວລາຜ່ານໄປ ພຣະວິນຍານບໍລິສຸດຈະປະຖິ້ມເຈົ້າ. ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນບໍ? ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າຮັບເອົາບໍ? ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າໃຊ້ບໍ? ພວກເຈົ້າຄວນສະແຫວງຫາເພື່ອເຮັດທຸກສິ່ງໂດຍເຫັນແກ່ການຖືກເຮັດໃຫ້ສົມບູນ, ຖືກຮັບເອົາ ແລະ ຖືກໃຊ້ໂດຍພຣະເຈົ້າ, ເພື່ອວ່າຈັກກະວານ ແລະ ທຸກສິ່ງຈະສາມາດເຫັນເຖິງການກະທຳຂອງພຣະເຈົ້າທີ່ສະແດງອອກໃນຕົວຂອງພວກເຈົ້າ. ພວກເຈົ້າເປັນເຈົ້ານາຍຂອງບັນດາສິ່ງທັງປວງ ແລະ ໃນທ່າມກາງທຸກສິ່ງ ພວກເຈົ້າຈະເຮັດໃຫ້ພຣະເຈົ້າໄດ້ຮັບຄຳພະຍານ ແລະ ຄວາມສະຫງ່າລາສີຜ່ານພວກເຈົ້າ, ສິ່ງນີ້ພິສູດໃຫ້ເຫັນວ່າ ພວກເຈົ້າເປັນຄົນທີ່ໄດ້ຮັບພອນຫຼາຍທີ່ສຸດໃນທຸກລຸ້ນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ

ກ່ອນນີ້: (XIII) ກ່ຽວກັບວິທີການຂັບໄລ່ອິດທິພົນຂອງຊາຕານ ແລະ ບັນລຸຄວາມລອດພົ້ນ

ຕໍ່ໄປ: XI ພຣະທຳກ່ຽວກັບການຮູ້ຈັກພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້