IX ພຣະທຳກ່ຽວກັບການເປີດເຜີຍຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

310. ພາລະກິດຂອງພຣະເຈົ້າເອງກ່ຽວຂ້ອງກັບພາລະກິດຂອງມະນຸດຊາດທັງໝົດ ແລະ ມັນຍັງເປັນຕົວແທນໃຫ້ແກ່ພາລະກິດຂອງຍຸກທັງໝົດອີກດ້ວຍ ເຂິ່ງໝາຍຄວາມວ່າ ພາລະກິດຂອງພຣະເຈົ້າເອງເປັນຕົວແທນໃຫ້ແກ່ການເຄື່ອນໄຫວ ແລະ ແນວທາງຂອງພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພວກອັກຄະສາວົກເກີດຂຶ້ນຫຼັງຈາກພາລະກິດຂອງພຣະເຈົ້າເອງ ແລະ ຕາມມາພາຍຫຼັງພາລະກິດນັ້ນ ແລະ ບໍ່ໄດ້ນໍາພາຍຸກ ຫຼື ມັນບໍ່ໄດ້ສະແດງເຖິງແນວທາງພາລະກິດຂອງພຣະວິນຍານບໍລິສຸດໃນຍຸກທັງໝົດ. ພວກເຂົາພຽງແຕ່ປະຕິບັດພາລະກິດທີ່ມະນຸດຄວນປະຕິບັດ, ເຊິ່ງບໍ່ກ່ຽວຂ້ອງກັບພາລະກິດການຄຸ້ມຄອງເລີຍ. ພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົນເອງແມ່ນໂຄງການພາຍໃນພາລະກິດການຄຸ້ມຄອງ. ພາລະກິດຂອງມະນຸດພຽງແຕ່ແມ່ນໜ້າທີ່ໆຜູ້ຄົນທີ່ຖືກໃຊ້ນັ້ນປະຕິບັດ ແລະ ມັນບໍ່ມີສ່ວນກ່ຽວພັນກັບພາລະກິດການຄຸ້ມຄອງ. ເຖິງແມ່ນຈະມີຂໍ້ແທ້ຈິງທີ່ທັງສອງຢ່າງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ເນື່ອງຈາກຄວາມແຕກຕ່າງໃນຕົວຕົນ ແລະ ການເປັນຕົວຂອງພາລະກິດນັ້ນ, ມີຄວາມແຕກຕ່າງທີ່ຊັດເຈນ ແລະ ເປັນຈິງລະຫວ່າງພາລະກິດຂອງພຣະເຈົ້າເອງ ແລະ ພາລະກິດຂອງມະນຸດ. ຍິ່ງໄປກວ່ານັ້ນ ຂອບເຂດຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານບໍລິສຸດມີຄວາມຫຼາກຫຼາຍໃນຈຸດມຸ່ງໝາຍທີ່ມີຕົວຕົນທີ່ແຕກຕ່າງກັນ. ສິ່ງເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

311. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນຍຸກໃໝ່ ແລະ ຄົນທີ່ສືບຕໍ່ພາລະກິດຂອງພຣະອົງແມ່ນມະນຸດທີ່ພຣະອົງໃຊ້. ພາລະກິດທີ່ມະນຸດປະຕິບັດລ້ວນແລ້ວແຕ່ຢູ່ພາຍໃນພັນທະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ສາມາດເຮັດເກີນຂອບເຂດນີ້ໄດ້. ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມາເພື່ອປະຕິບັດພາລະກິດຂອງພຣະອົງ, ມະນຸດກໍບໍ່ສາມາດນໍາຍຸກເກົ່າໄປສູ່ຈຸດສິ້ນສຸດໄດ້ ແລະ ບໍ່ສາມາດເລີ່ມຕົ້ນຍຸກໃໝ່ໄດ້. ພາລະກິດທີ່ມະນຸດປະຕິບັດພຽງແຕ່ຢູ່ພາຍໃນຂອບເຂດໜ້າທີ່ຂອງພວກເຂົາ ທີ່ມະນຸດສາມາດເຮັດໄດ້ ແລະ ບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດມາເຮັດພາລະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ ແລະ ນອກຈາກພຣະອົງແລ້ວ ບໍ່ມີໃຜສາມາດປະຕິບັດພາລະກິດນີ້ແທນພຣະອົງໄດ້. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນກ່ຽວກັບພາລະກິດແຫ່ງການບັງເກີດເປັນມະນຸດ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

312. ພຣະທໍາຂອງພຣະເຈົ້າບໍ່ສາມາດກ່າວໄດ້ວ່າ ເປັນຄໍາເວົ້າຂອງມະນຸດ ແລະ ແຮງໄກທີ່ຄົນໃດໜຶ່ງຈະສາມາດເຮັດໃຫ້ຄຳເວົ້າຂອງມະນຸດເປັນພຣະທໍາຂອງພຣະເຈົ້າ. ມະນຸດຄົນໃດກໍຕາມທີ່ຖືກໃຊ້ໂດຍພຣະເຈົ້າຈະບໍ່ແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນມະນຸດທີ່ຖືກໃຊ້ໂດຍພຣະເຈົ້າ. ໃນສິ່ງນີ້ແມ່ນມີຄວາມແຕກຕ່າງທີ່ສຳຄັນ. ບາງເທື່ອ ຫຼັງຈາກອ່ານພຣະທໍາເຫຼົ່ານີ້ແລ້ວ ເຈົ້າບໍ່ຍອມຮັບວ່າສິ່ງເຫຼົ່ານີ້ຄືພຣະທໍາຂອງພຣະເຈົ້າ, ແຕ່ເປັນພຽງແສງສະຫວ່າງທີ່ມະນຸດໄດ້ຮັບ. ໃນກໍລະນີນີ້ ເຈົ້າກໍຕາບອດດ້ວຍຄວາມບໍ່ຮູ້. ພຣະທໍາຂອງພຣະເຈົ້າຈະຄືກັນກັບແສງສະຫວ່າງທີ່ມະນຸດໄດ້ຮັບແນວໃດ? ພຣະທໍາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ລິເລີ່ມຍຸກໃໝ່, ຊີ້ນໍາມວນມະນຸດຊາດ, ເປີດເຜີຍຄວາມເລິກລັບ ແລະ ສະແດງໃຫ້ມະນຸດເຫັນທິດທາງທີ່ເຂົາຕ້ອງຮັບເອົາໃນຍຸກໃໝ່. ແສງສະຫວ່າງທີ່ໄດ້ຮັບໂດຍມະນຸດແມ່ນເປັນພຽງຄຳແນະນໍາສຳລັບການປະຕິບັດ ຫຼື ຄວາມຮູ້ທີ່ທໍາມະດາ. ມັນບໍ່ສາມາດນໍາພາມວນມະນຸດຊາດໄປສູ່ຍຸກໃໝ່ໄດ້ ຫຼື ເປີດເຜີຍຄວາມເລິກລັບຂອງພຣະເຈົ້າເອງໄດ້. ເມື່ອທຸກຢ່າງຈົບສິ້ນລົງ, ພຣະເຈົ້າກໍຄືພຣະເຈົ້າ ແລະ ມະນຸດກໍຄືມະນຸດ. ພຣະເຈົ້າມີແກ່ນແທ້ຂອງພຣະເຈົ້າ ແລະ ມະນຸດກໍມີແກ່ນແທ້ຂອງມະນຸດ. ຖ້າມະນຸດເຫັນພຣະທໍາທີ່ກ່າວໂດຍພຣະເຈົ້າເປັນພຽງຄວາມສະຫວ່າງທໍາມະດາຂອງພຣະວິນຍານບໍລິສຸດ ແລະ ຖືເອົາຖ້ອຍຄໍາຂອງພວກອັກຄະສາວົກ ແລະ ຜູ້ປະກາດພຣະທຳເປັນພຣະທໍາທີ່ກ່າວໂດຍພຣະເຈົ້າເອງ, ນັ້ນຈະເປັນຄວາມຜິດພາດຂອງມະນຸດ. ຢ່າງໃດກໍຕາມ, ເຈົ້າບໍ່ຄວນປະສົມຄວາມຖືກຕ້ອງ ແລະ ຄວາມຜິດ ຫຼື ເຮັດໃຫ້ສູງກາຍເປັນຕໍ່າ ຫຼື ເຂົ້າໃຈຜິດວ່າສິ່ງທີ່ເລິກເຊິ່ງເປັນສິ່ງທີ່ຕື້ນ; ເຖິງຢ່າງໃດກໍຕາມ, ເຈົ້າບໍ່ຄວນຈົງໃຈໂຕ້ແຍ້ງສິ່ງທີ່ເຈົ້າຮູ້ໃຫ້ກາຍເປັນຄວາມຈິງ. ທຸກຄົນທີ່ເຊື່ອວ່າມີພຣະເຈົ້າກໍຄວນຄົ້ນຫາບັນຫາຈາກມຸມມອງທີ່ຖືກຕ້ອງ ແລະ ຄວນຮັບເອົາພາລະກິດໃໝ່ຂອງພຣະເຈົ້າ ແລະ ພຣະທໍາໃໝ່ຂອງພຣະອົງຈາກທັດສະນະຂອງສິ່ງທີ່ຖືກສ້າງໂດຍພຣະອົງ; ບໍ່ດັ່ງນັ້ນພວກເຂົາກໍຈະຖືກກໍາຈັດໂດຍພຣະເຈົ້າ.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

313. ພາລະກິດທີ່ປະຕິບັດໂດຍຜູ້ທີ່ຖືກນຳໃຊ້ໂດຍພຣະເຈົ້າແມ່ນເພື່ອການຮ່ວມມືກັບພາລະກິດຂອງພຣະຄຣິດ ຫລື ພຣະວິນຍານບໍລິສຸດ. ຜູ້ຊາຍຄົນນີ້ໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າໃນບັນດາມະນຸດ, ເພິ່ນຢູ່ທີ່ນັ້ນເພື່ອນໍາພາທຸກຄົນທີ່ຖືກເລືອກໂດຍພຣະເຈົ້າ ແລະ ເພິ່ນຍັງໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າເພື່ອເຮັດວຽກຮ່ວມມືກັບມະນຸດ. ໂດຍຜ່ານບຸກຄົນນີ້, ຜູ້ທີ່ສາມາດເຮັດວຽກຮ່ວມມືກັບມະນຸດ, ຄວາມຕ້ອງການຂອງພຣະເຈົ້າຕໍ່ມະນຸດກໍຫຼາຍຂຶ້ນ ແລະ ພາລະກິດທີ່ພຣະວິນຍານບໍລິສຸດຕ້ອງປະຕິບັດທ່າມກາງມະນຸດກໍຈະສາມາດບັນລຸໄດ້ໂດຍຜ່ານບຸກຄົນນີ້. ເວົ້າໄດ້ອີກຢ່າງໜຶ່ງກໍຄື: ຈຸດປະສົງຂອງພຣະເຈົ້າໃນການນໍາໃຊ້ຜູ້ຊາຍຄົນນີ້ແມ່ນເພື່ອໃຫ້ທຸກຄົນທີ່ຕິດຕາມພຣະເຈົ້າສາມາດເຂົ້າໃຈເຖິງຄວາມຕ້ອງການຂອງພຣະເຈົ້າຫຼາຍຂຶ້ນ ແລະ ສາມາດບັນລຸຂໍ້ກໍານົດຂອງພຣະເຈົ້າຫຼາຍຂຶ້ນ. ເນື່ອງຈາກວ່າຜູ້ຄົນບໍ່ສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າ ຫຼື ຄວາມປະສົງຂອງພຣະເຈົ້າໄດ້ໂດຍກົງ, ພຣະເຈົ້າຈຶ່ງແຕ່ງຕັ້ງບາງຄົນຂຶ້ນມາ ເພື່ອໃຊ້ປະຕິບັດພາລະກິດດັ່ງກ່າວ. ບຸກຄົນໆນີ້ຜູ້ທີ່ຖືກນໍາໃຊ້ໂດຍພຣະເຈົ້າ ສາມາດເວົ້າໄດ້ວ່າ ເປັນສື່ກາງທີ່ພຣະເຈົ້າ ນໍາພາຜູ້ຄົນ, ເປັນ “ຜູ້ແປພາສາ” ທີ່ສື່ສານລະຫວ່າງພຣະເຈົ້າ ແລະ ມະນຸດ. ດັ່ງນັ້ນ ຜູ້ຄົນດັ່ງກ່າວບໍ່ຄືກັບຜູ້ທີ່ເຮັດວຽກຢູ່ໃນຄົວເຮືອນຂອງພຣະເຈົ້າ ຫຼື ຜູ້ທີ່ເປັນອັກຄະສາວົກຂອງພຣະອົງ. ເໝືອນດັ່ງພວກເຂົາ, ບຸກຄົນດັ່ງກ່າວສາມາດເວົ້າໄດ້ວ່າ ເປັນຜູ້ທີ່ເຮັດໜ້າທີ່ຮັບໃຊ້ພຣະເຈົ້າ, ແຕ່ໃນແກ່ນແທ້ຂອງການປະຕິບັດພາລະກິດ ແລະ ເບື້ອງຫຼັງໃນການນໍາໃຊ້ບຸກຄົນດັ່ງກ່າວຂອງພະເຈົ້າແລ້ວ ບຸກຄົນນີ້ ມີຄວາມແຕກຕ່າງຫຼາຍ ຈາກຜູ້ຮັບໃຊ້ ແລະ ອັກຄະສາວົກອື່ນໆ. ໃນແງ່ມຸມ ແລະ ແກ່ນແທ້ຂອງການປະຕິບັດພາລະກິດ ແລະ ເບື້ອງຫຼັງຂອງການນໍາໃຊ້, ບຸກຄົນທີ່ຖືກໃຊ້ໂດຍພຣະເຈົ້າແມ່ນຖືກຫຼໍ່ລ້ຽງໂດຍພຣະອົງ, ເພິ່ນໄດ້ຮັບການຈັດແຈງໂດຍພຣະເຈົ້າເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ເພິ່ນໄດ້ປະກອບຮ່ວມເຂົ້າໃນພາລະກິດຂອງພຣະເຈົ້າເອງ. ບໍ່ມີໃຜສາມາດເຮັດພາລະກິດຂອງເພິ່ນແທນເພິ່ນໄດ້, ນີ້ເປັນການຮ່ວມມືຂອງມະນຸດທີ່ບໍ່ສາມາດຂາດໄດ້ ເຊິ່ງຄຽງຄູ່ກັບພາລະກິດອັນສັກສິດ. ໃນຂະນະດຽວກັນ, ພາລະກິດທີ່ປະຕິບັດໂດຍຜູ້ຮັບໃຊ້ ຫຼື ອັກຄະສາວົກອື່ນໆນັ້ນ ແມ່ນເປັນພຽງການຖ່າຍທອດ ແລະ ການຈັດຕັ້ງປະຕິບັດວຽກງານຈຳນວນໜຶ່ງ ຂອງການຄຸ້ມຄອງຄຣິສຕະຈັກໃນແຕ່ລະໄລຍະ ຫຼື ບໍ່ກໍເປັນພຽງວຽກງານທຳມະດາທີ່ສະໜອງແກ່ຊີວິດແບບງ່າຍໆເພື່ອດູແລຮັກສາຄຣິສຕະຈັກເທົ່ານັ້ນ. ຜູ້ຮັບໃຊ້ ແລະ ອັກຄະສາວົກເຫຼົ່ານີ້ ບໍ່ໄດ້ຮັບການແຕ່ງຕັ້ງໂດຍພຣະເຈົ້າ, ສາມາດເອີ້ນພວກເຂົາໄດ້ວ່າ ຜູ້ທີ່ຖືກນໍາໃຊ້ໂດຍພຣະວິນຍານບໍລິສຸດ. ພວກເຂົາຖືກຄັດເລືອກມາຈາກບັນດາຄຣິສຕະຈັກ ແລະ ຫຼັງຈາກພວກເຂົາໄດ້ຮັບການຝຶກອົບຮົມ ແລະ ປູກຝັງເປັນໄລຍະເວລາໃດໜຶ່ງ, ຜູ້ທີ່ມີຄວາມເໝາະສົມຈະຖືກເກັບຮັກສາໄວ້ ໃນຂະນະດຽວກັນຜູ້ທີ່ບໍ່ເໝາະສົມກໍຈະຖືກສົ່ງຄືນໄປບ່ອນທີ່ເດີມຂອງພວກເຂົາ. ເນື່ອງຈາກວ່າຜູ້ຄົນເຫຼົ່ານີ້ຖືກຄັດເລືອກມາຈາກບັນດາຄຣິສຕະຈັກ, ບາງຄົນສະແດງໃຫ້ເຫັນທາດແທ້ຂອງເຂົາເຈົ້າ ຫຼັງຈາກກາຍເປັນຜູ້ນໍາ ແລະ ບາງຄົນເຖິງກັບເຮັດຫຼາຍສິ່ງທີ່ບໍ່ດີ ແລະ ໃນທີ່ສຸດກໍຖືກຕັດອອກ. ກົງກັນຂ້າມ, ຜູ້ທີ່ຖືກນໍາໃຊ້ໂດຍພຣະເຈົ້າແມ່ນຜູ້ທີ່ໄດ້ຜ່ານການຈັດແຈງໂດຍພຣະເຈົ້າ ແລະ ຜູ້ທີ່ມີຄວາມສາມາດໃນລະດັບໃດໜຶ່ງ ແລະ ມີຄວາມເປັນມະນຸດ. ເພິ່ນໄດ້ຮັບການຈັດແຈງ ແລະ ເຮັດໃຫ້ສົມບູນໂດຍພຣະວິນຍານບໍລິສຸດ ແລະ ໄດ້ຮັບການນໍາພາຢ່າງສົມບູນໂດຍພຣະວິນຍານບໍລິສຸດ ແລະ ໂດຍສະເພາະກ່ຽວກັບການປະຕິບັດພາລະກິດຂອງພຣະອົງ, ເພິ່ນໄດ້ຮັບການຊີ້ນໍາ ແລະ ບັນຊາ ໂດຍພຣະວິນຍານບໍລິສຸດ, ດ້ວຍເຫດນັ້ນ, ຈຶ່ງບໍມີຄວາມຜິດພາດ ໃນເສັ້ນທາງແຫ່ງການນໍາພາຜູ້ຄົນທີ່ພຣະເຈົ້າເລືອກ, ເພາະວ່າພຣະເຈົ້າຮັບຜິດຊອບພາລະກິດຂອງພຣະອົງທັງໝົດ ແລະ ພຣະເຈົ້າປະຕິບັດພາະລກິດຂອງພຣະອົງເອງຕະຫຼອດເວລາ.

(ຄັດຈາກບົດ “ກ່ຽວກັບການນຳໃຊ້ມະນຸດຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

314. ເມື່ອພຣະເຈົ້າມາສູ່ເນື້ອໜັງ, ຖ້າພຣະອົງພຽງແຕ່ກະທໍາພາລະກິດຂອງຄວາມເປັນພຣະເຈົ້າເທົ່ານັ້ນ ໂດຍທີ່ບໍ່ມີຜູ້ຄົນສະແຫວງຫາໃຈຂອງພຣະອົງ ເພື່ອປະຕິບັດພາລະກິດຮ່ວມກັບພຣະອົງ, ມະນຸດກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ພົວພັນກັບພຣະອົງໄດ້. ພຣະເຈົ້າຕ້ອງໃຊ້ຜູ້ຄົນທໍາມະດາທີ່ສະແຫວງຫາໃຈຂອງພຣະອົງ ເພື່ອສໍາເລັດພາລະກິດນີ້, ເພື່ອເບິ່ງແຍງ ແລະ ຊີ້ນໍາຄຣິສຕະຈັກ ເພື່ອລະດັບທີ່ການຮັບຮູ້ຂອງມະນຸດ ກໍຄືສະໝອງຂອງເຂົາປະມວນນັ້ນຈະສາມາດຈິນຕະນາການໄດ້. ເວົ້າອີກແບບໜຶ່ງກໍຄື ພຣະເຈົ້ານໍາໃຊ້ຜູ້ຄົນຈໍານວນໜຶ່ງທີ່ສະແຫວງຫາໃຈຂອງພຣະອົງເພື່ອ “ແປຄວາມໝາຍ” ພາລະກິດທີ່ພຣະອົງກະທໍາໃນຄວາມເປັນພຣະເຈົ້າຂອງພຣະອົງ ເພື່ອໃຫ້ພາລະກິດດັ່ງກ່າວໄດ້ຖືກເປີດເຜີຍອອກ ເຊິ່ງນັ້ນກໍຄື ເພື່ອປ່ຽນພາສາສັກສິດເປັນພາສາມະນຸດ ເພື່ອວ່າ ຜູ້ຄົນຈະສາມາດຢັ່ງຮູ້ ແລະ ເຂົ້າໃຈພາລະກິດນັ້ນ. ຖ້າພຣະເຈົ້າບໍ່ໄດ້ກະທໍາດັ່ງນັ້ນ ກໍຈະບໍ່ມີໃຜເຂົ້າໃຈພາສາສັກສິດຂອງພຣະເຈົ້າໄດ້ ຍ້ອນວ່າ ບໍ່ວ່າຢ່າງໃດກໍຕາມ ຜູ້ຄົນທີ່ສະແຫວງຫາໃຈຂອງພຣະເຈົ້ານັ້ນ ແມ່ນເປັນຄົນກຸ່ມນ້ອຍ ແລະ ຍ້ອນວ່າ ຄວາມສາມາດໃນການເຂົ້າໃຈຂອງມະນຸດແມ່ນຕໍ່າຫຼາຍ. ນັ້ນແມ່ນເຫດຜົນທີ່ພຣະເຈົ້າເລືອກໃຊ້ວິທີນີ້ເທົ່ານັ້ນ ໃນເວລາກະທໍາພາລະກິດໃນເນື້ອໜັງທີ່ເກີດເປັນມະນຸດ. ຖ້າມີແຕ່ພາລະກິດສັກສິດເທົ່ານັ້ນ ມະນຸດຈະບໍ່ມີທາງເຂົ້າໃຈ ຫຼື ພົວພັນກັບພຣະເຈົ້າໄດ້ ຍ້ອນວ່າ ມະນຸດບໍ່ເຂົ້າໃຈພາສາຂອງພຣະເຈົ້າ. ມະນຸດສາມາດເຂົ້າໃຈພາສານີ້ໄດ້ຜ່ານຕົວແທນຂອງຜູ້ຄົນທີ່ສະແຫວງຫາໃຈຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນຜູ້ທີ່ອະທິບາຍພຣະທໍາຂອງພຣະອົງໃຫ້ແຈ່ມແຈ້ງຂຶ້ນ. ເຖິງຢ່າງໃດກໍຕາມ, ຖ້າມີແຕ່ຜູ້ຄົນດັ່ງກ່າວທີ່ປະຕິບັດພາລະກິດພາຍໃນມະນຸດຊາດ, ນັ້ນກໍພຽງແຕ່ສາມາດຮັກສາຊີວິດປົກກະຕິຂອງມະນຸດເທົ່ານັ້ນ ແຕ່ບໍ່ສາມາດປ່ຽນແປງອຸປະນິໄສຂອງມະນຸດໄດ້. ພາລະກິດຂອງພຣະເຈົ້າຈະບໍ່ສາມາດມີຈຸດເລິ່ມຕົ້ນໃໝ່ໄດ້; ຈະມີແຕ່ເພງເກົ່າ ແລະ ຄໍາເວົ້າເກົ່າຊໍ້າຊາກ. ມີແຕ່ຜ່ານຕົວແທນຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ທີ່ກ່າວທຸກສິ່ງທີ່ຈໍາເປັນຕ້ອງກ່າວ ແລະ ກະທໍາທຸກສິ່ງທີ່ຈໍາເປັນຕ້ອງກະທໍາໃນຊ່ວງເວລາຂອງການບັງເກີດເປັນມະນຸດຂອງພຣະອົງ ຫລັງຈາກທີ່ຜູ້ຄົນປະຕິບັດ ແລະ ປະສົບກັບພາລະກິດຕາມພຣະທໍາຂອງພຣະອົງ ເຊິ່ງດ້ວຍເຫດນັ້ນເທົ່ານັ້ນ ອູປະນິໄສທາງຊີວິດຂອງພວກເຂົາຈຶ່ງຈະສາມາດປ່ຽນໄດ້ ແລະ ດ້ວຍເຫດນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດດໍາລົງຊີວິດໄປກັບການເວລາໄດ້. ພຣະອົງທີ່ກະທໍາພາລະກິດພາຍໃນຄວາມເປັນພຣະເຈົ້າແມ່ນຕົວແທນພຣະເຈົ້າ ໃນຂະນະທີ່ຜູ້ທີ່ກະທໍາພາລະກິດພາຍໃນຄວາມເປັນມະນຸດແມ່ນຜູ້ຄົນທີ່ພຣະເຈົ້ານໍາໃຊ້. ນັ້ນໝາຍຄວາມວ່າ ພຣະເຈົ້າທີບັງເກີດເປັນມະນຸດ ແມ່ນແຕກຕ່າງຈາກຜູ້ຄົນທີ່ພຣະເຈົ້ານໍາໃຊ້ຢ່າງຊັດເຈນ. ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນສາມາດກະທໍາພາລະກິດຂອງຄວາມເປັນພຣະເຈົ້າ ໃນຂະນະທີ່ຜູ້ຄົນທີ່ພຣະເຈົ້າໃຊ້ແມ່ນບໍ່ສາມາດເຮັດ ໄດ້. ໃນເບື້ອງຕົ້ນຂອງແຕ່ລະຍຸກນັ້ນ ພຣະວິນຍານຂອງພຣະເຈົ້າກ່າວດ້ວຍຕົວເອງ ແລະ ເປີດຍຸກໃໝ່ເພື່ອນໍາມະນຸດເຂົ້າສູ່ການເລິ່ມຕົ້ນໃໝ່. ເມື່ອພຣະອົງໄດ້ກ່າວສິ້ນສຸດລົງ, ນີ້ສະແດງວ່າ ພາລະກິດຂອງພຣະເຈົ້າພາຍໃນຄວາມເປັນພຣະເຈົ້າຂອງພຣະອົງແມ່ນສໍາເລັດລົງ. ຫລັງຈາກນັ້ນ ທຸກຄົນກໍເດີນຕາມການນໍາພາຂອງຜູ້ທີ່ພຣະເຈົ້າໃຊ້ເພື່ອເຂົ້າສູ່ປະສົບການຊີວິດຂອງພວກເຂົາ. ໃນກໍລະນີດຽວກັນ ກໍເປັນຂັ້ນຕອນທີ່ພຣະເຈົ້ານໍາມະນຸດເຂົ້າສູ່ຍຸກໃໝ່ ແລະ ມອບຈຸດເລິ່ມຕົ້ນໃໝ່ໃຫ້ກັບທຸກຄົນ ເຊິ່ງເປັນເວລາທີ່ພາລະກິດຂອງພຣະເຈົ້າໃນເນື້ອໜັງສິ້ນສິ້ນລົງ.

(ຄັດຈາກບົດ “ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

315. ແມ່ນແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້. ນີ້ໝາຍຄວາມວ່າ ມະນຸດດັ່ງກ່າວບໍ່ພຽງບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າ, ແຕ່ພາລະກິດທີ່ພວກເຂົາປະຕິບັດກໍຍັງບໍ່ສາມາດເປັນຕົວແທນໂດຍກົງໃຫ້ກັບພຣະເຈົ້າໄດ້. ເວົ້າອີກຢ່າງໜຶ່ງກໍຄື ປະສົບການຂອງມະນຸດບໍ່ສາມາດຈັດເຂົ້າຢູ່ໃນການຄຸ້ມຄອງຂອງພຣະເຈົ້າໂດຍກົງ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບການຄຸ້ມຄອງຂອງພຣະເຈົ້າໄດ້. ພາລະກິດທີ່ພຣະເຈົ້າເອງປະຕິບັດກໍເປັນພາລະກິດທີ່ພຣະອົງຕັ້ງໃຈປະຕິບັດໃນແຜນການຄຸ້ມຄອງຂອງພຣະອົງເອງ ແລະ ກ່ຽວພັນກັບການຄຸ້ມຄອງທີ່ຍິ່ງໃຫຍ່. ພາລະກິດທີ່ມະນຸດປະຕິບັດ ປະກອບດ້ວຍການສະໜອງປະສົບການສ່ວນຕົວຂອງພວກເຂົາເອງ. ມັນປະກອບດ້ວຍການຊອກຫາເສັ້ນທາງແຫ່ງປະສົບການໃໝ່ທີ່ຢູ່ເໜືອເສັ້ນທາງທີ່ຜູ້ຄົນກ່ອນໜ້ານັ້ນໄດ້ຍ່າງ ແລະ ປະກອບດ້ວຍການນໍາພາອ້າຍເອື້ອຍນ້ອງຂອງພວກເຂົາໃນຂະນະທີ່ຢູ່ພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງທີ່ມະນຸດເຫຼົ່ານີ້ສະໜອງກໍຄືປະສົບການສ່ວນຕົວຂອງພວກເຂົາ ຫຼື ບົດຂຽນກ່ຽວກັບຝ່າຍວິນຍານຂອງມະນຸດທີ່ເຄັ່ງສາສະໜາ. ເຖິງແມ່ນມະນຸດເຫຼົ່ານີ້ຖືກພຣະວິນຍານບໍລິສຸດໃຊ້, ພາລະກິດທີ່ພວກເຂົາປະຕິບັດກໍບໍ່ກ່ຽວຂ້ອງກັບພາລະກິດອັນຍິ່ງໃຫຍ່ຂອງແຜນການຄຸ້ມຄອງຫົກພັນປີ. ພວກເຂົາເປັນພຽງແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດຍົກຂຶ້ນມາໃນຊ່ວງເວລາໃດໜຶ່ງເພື່ອນໍາພາຜູ້ຄົນໄປຕາມກະແສຂອງພຣະວິນຍານບໍລິສຸດ ຈົນວ່າ ໜ້າທີ່ໆພວກເຂົາສາມາດປະຕິບັດໄດ້ສິ້ນສຸດລົງ ຫຼື ຈົນວ່າ ຊີວິດຂອງພວກເຂົາຈະສິ້ນສຸດລົງ. ພາລະກິດທີ່ພວກເຂົາປະຕິບັດພຽງແຕ່ເພື່ອຈັດກຽມເສັ້ນທາງທີ່ເໝາະສົມສຳລັບພຣະເຈົ້າ ຫຼື ສືບຕໍ່ໃນດ້ານໃດໜຶ່ງຂອງການຄຸ້ມຄອງຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ. ໃນຕົວພວກເຂົາເອງ, ມະນຸດເຫຼົ່ານີ້ບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າໃນການຄຸ້ມຄອງຂອງພຣະອົງ ຫຼື ພວກເຂົາຈະບໍ່ສາມາດສ້າງເສັ້ນທາງອອກໃໝ່ ແລ້ວແຮງໄກທີ່ພວກເຂົາຈະສາມາດນໍາພາລະກິດທັງໝົດຂອງພຣະເຈົ້າຈາກຍຸກຜ່ານມາໄປສູ່ຄວາມສຳເລັດໄດ້. ສະນັ້ນ ພາລະກິດທີ່ພວກເຂົາປະຕິບັດແມ່ນເປັນຕົວແທນໃຫ້ກັບສິ່ງຖືກສ້າງທີ່ປະຕິບັດໜ້າທີ່ຂອງເຂົາເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໃນການປະຕິບັດພັນທະກິດຂອງພຣະອົງໄດ້. ນີ້ກໍເພາະວ່າ ພາລະກິດທີ່ພວກເຂົາປະຕິບັດບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ. ພາລະກິດໃນການລິເລີ່ມຍຸກໃໝ່ບໍ່ແມ່ນສິ່ງທີ່ມະນຸດສາມາດປະຕິບັດແທນພຣະເຈົ້າໄດ້. ບໍ່ມີໃຜສາມາດປະຕິບັດພາລະກິດນັ້ນໄດ້ ນອກຈາກພຣະເຈົ້າເອງ. ພາລະກິດທັງໝົດທີ່ມະນຸດປະຕິບັດແມ່ນເປັນພຽງການປະຕິບັດໜ້າທີ່ຂອງເຂົາໃນຖານະເປັນສິ່ງທີ່ຖືກສ້າງ ແລະ ຖືກປະຕິບັດກໍຍ້ອນໄດ້ຮັບດົນບັນດານ ຫຼື ຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ. ການນໍາພາທີ່ມະນຸດເຫຼົ່ານີ້ຈັດກຽມໃຫ້ແມ່ນປະກອບດ້ວຍການສະແດງໃຫ້ມະນຸດເຫັນເຖິງເສັ້ນທາງແຫ່ງການປະຕິບັດໃນຊີວິດປະຈຳວັນ ແລະ ວິທີທີ່ເຂົາຄວນປະພຶດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ພາລະກິດຂອງມະນຸດບໍ່ໄດ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ຫຼື ບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານ. ຕົວຢ່າງກໍຄື ພາລະກິດຂອງພະຍານລີ່ ແລະ ຜູ້ເຝົ້າເບິ່ງໜີ່ ແມ່ນເພື່ອນໍາທາງເທົ່ານັ້ນ. ບໍ່ວ່າຈະເປັນຫົນທາງໃໝ່ ຫຼື ເກົ່າ, ພາລະກິດແມ່ນຖືກສົມມຸດຕິຖານຂຶ້ນອີງຕາມຫຼັກການທີ່ຢູ່ພາຍໃນພຣະຄຳພີ. ບໍ່ວ່າມັນຈະເປັນການຟື້ນຟູຄຣິສຕະຈັກທ້ອງຖິ່ນ ຫຼື ສ້າງຄຣິສຕະຈັກທ້ອງຖິ່ນ, ພາລະກິດຂອງພວກເຂົາແມ່ນກ່ຽວຂ້ອງກັບການສ້າງຕັ້ງຄຣິສຕະຈັກ. ພາລະກິດທີ່ພວກເຂົາປະຕິບັດແມ່ນສືບຕໍ່ພາລະກິດທີ່ພຣະເຢຊູ ແລະ ສາວົກຂອງພຣະອົງຍັງບໍ່ໄດ້ເຮັດໃຫ້ສຳເລັດ ຫຼື ບໍ່ໄດ້ພັດທະນາເພີ່ມເຕີມໃນຍຸກແຫ່ງພຣະຄຸນ. ສິ່ງທີ່ພວກເຂົາປະຕິບັດໃນພາລະກິດຂອງພວກເຂົາແມ່ນການຟື້ນຟູສິ່ງທີ່ພຣະເຢຊູຮຽກຮ້ອງໃນພາລະກິດຕອນທຳອິດຂອງພຣະອົງ ເຊິ່ງພຣະອົງຮ້ອງຮຽກໃຫ້ຄົນລຸ້ນຕ່າງໆປົກຄຸມຫົວຂອງພວກເຂົາ, ຮັບບັບຕິດສະມາ, ຫັກເຂົ້າຈີ່ ຫຼື ດື່ມເຫຼົ້າແວງ. ມັນສາມາດເວົ້າໄດ້ວ່າ ພາລະກິດຂອງພວກເຂົາແມ່ນເພື່ອຮັກສາພຣະຄຳພີ ແລະ ເພື່ອສະແຫວງຫາເສັ້ນທາງທີ່ຢູ່ພາຍໃນພຣະຄຳພີ. ພວກເຂົາບໍ່ໄດ້ສ້າງຄວາມກ້າວໜ້າຫຍັງໃໝ່ເລີຍ... ຍ້ອນພາລະກິດຂອງມະນຸດທີ່ພຣະວິນຍານບໍລິສຸດໃຊ້ບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ, ຕົວຕົນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາປະພຶດແທນກໍແຕກຕ່າງເຊັ່ນກັນ. ນີ້ກໍຍ້ອນວ່າ ພາລະກິດທີ່ພຣະວິນຍານບໍລິສຸດຕັ້ງໃຈປະຕິບັດແມ່ນແຕກຕ່າງກັນ ແລະ ດ້ວຍເຫດນີ້ ຄົນທີ່ປະຕິບັດພາລະກິດແບບດຽວກັນກໍມີຕົວຕົນ ແລະ ສະຖານະທີ່ແຕກຕ່າງກັນ. ມະນຸດທີ່ພຣະວິນຍານບໍລິສຸດໃຊ້ອາດປະຕິບັດພາລະກິດໃໝ່ບາງຢ່າງ ແລະ ອາດກຳຈັດພາລະກິດບາງຢ່າງທີ່ເຮັດສຳເລັດໃນຍຸກຜ່ານມາ, ແຕ່ສິ່ງທີ່ພວກເຂົາປະຕິບັດແມ່ນບໍ່ໄດ້ສະແດງເຖິງອຸປະນິໄສ ແລະ ຄວາມປະສົງຂອງພຣະເຈົ້າໃນຍຸກໃໝ່. ພວກເຂົາພຽງແຕ່ປະຕິບັດພາລາກິດເພື່ອລົ້ມເລີກພາລະກິດຂອງຍຸກຜ່ານມາເທົ່ານັ້ນ ແລະ ບໍ່ແມ່ນເພື່ອປະຕິບັດພາລະກິດໃໝ່ດ້ວຍຈຸດປະສົງໃນການເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າໂດຍກົງ. ສະນັ້ນ ບໍ່ວ່າພວກເຂົາຈະລົ້ມເລີກການປະຕິບັດທີ່ລ້າສະໄໝຫຼາຍສໍ່າໃດກໍຕາມ ຫຼື ພວກເຂົາແນະນໍາການປະຕິບັດໃໝ່ຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງເປັນຕົວແທນໃຫ້ກັບມະນຸດ ແລະ ສິ່ງຖືກສ້າງ. ໃນຂະນະດຽວກັນ, ເມື່ອພຣະເຈົ້າເອງປະຕິບັດພາລະກິດ, ພຣະອົງບໍ່ໄດ້ປະກາດລົ້ມເລີກການປະຕິບັດຂອງຍຸກເກົ່າຢ່າງເປີດເຜີຍ ຫຼື ປະກາດການເລີ່ມຕົ້ນຂອງຍຸກໃໝ່ໂດຍກົງ. ພຣະອົງກົງໄປກົງມາ ແລະ ຊື່ສັດໃນພາລະກິດຂອງພຣະອົງ. ພຣະອົງກົງໄປກົງມາໃນການປະຕິບັດພາລະກິດທີ່ພຣະອົງເຈດຕະນາໄວ້; ນັ້ນກໍຄື ພຣະອົງສະແດງພາລະກິດທີ່ພຣະອົງໄດ້ເລີ່ມຕົ້ນຂຶ້ນໂດຍກົງ, ປະຕິບັດພາລະກິດຕາມທີ່ພຣະອົງເຈດຕະນາໄວ້ໃນເບື້ອງຕົ້ນໂດຍກົງ, ສະແດງເຖິງການເປັນຢູ່ ແລະ ອຸປະນິໄສຂອງພຣະອົງ. ໃນຄວາມຄິດຂອງມະນຸດ, ອຸປະນິໄສຂອງພຣະອົງ ແລະ ພ້ອມດ້ວຍພາລະກິດຂອງພຣະອົງແມ່ນແຕກຕ່າງຈາກສິ່ງທີ່ຢູ່ໃນຍຸກອະດີດ. ແຕ່ວ່າ ຈາກທັດສະນະຂອງພຣະເຈົ້າແລ້ວ ນີ້ແມ່ນການສືບຕໍ່ເນື່ອງ ແລະ ການພັດທະນາເພີ່ມເຕີມໃນພາລະກິດຂອງພຣະອົງເທົ່ານັ້ນ. ເມື່ອພຣະເຈົ້າເອງປະຕິບັດ, ພຣະອົງສະແດງພຣະທຳຂອງພຣະອົງ ແລະ ເລີ່ມຕົ້ນພາລະກິດໃໝ່ໂດຍກົງ. ໃນທາງກົງກັນຂ້າມ, ເມື່ອມະນຸດປະຕິບັດພາລະກິດ, ມັນແມ່ນຜ່ານການຕຶກຕອງ ແລະ ການສຶກສາ ຫຼື ມັນເປັນການຂະຫຍາຍຄວາມຮູ້ ແລະ ການຈັດລະບົບຂອງການປະຕິບັດຕາມທໍານຽມທີ່ຖືກຄົ້ນພົບໃນພາລະກິດຂອງຄົນອື່ນ. ນັ້ນໝາຍຄວາມວ່າ ແກ່ນແທ້ຂອງພາລະກິດທີ່ມະນຸດປະຕິບັດແມ່ນເພື່ອຕິດຕາມລະບຽບທີ່ຖືກຈັດຕັ້ງຂຶ້ນແລ້ວ ແລະ ເພື່ອ “ຍ່າງໃນເສັ້ນທາງເກົ່າໂດຍໃຊ້ເກີບໃໝ່”. ນີ້ໝາຍຄວາມວ່າ ແມ່ນແຕ່ເສັ້ນທາງທີ່ມະນຸດຜູ້ທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດຍ່າງກໍຍັງເປັນເສັ້ນທາງທີ່ຖືກສ້າງຂຶ້ນເທິງສິ່ງທີ່ພຣະເຈົ້າເປີດເຜີຍ. ສະນັ້ນ ເມື່ອທຸກສິ່ງຖືກກ່າວອອກ ແລະ ເຮັດໃຫ້ສຳເລັດ, ມະນຸດກໍຍັງເປັນມະນຸດ ແລະ ພຣະເຈົ້າກໍຍັງເປັນພຣະເຈົ້າ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

316. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູໄດ້ກ່າວພຣະທຳບາງຢ່າງ ແລະ ປະຕິບັດໜຶ່ງຂັ້ນຕອນຂອງພາລະກິດ. ທຸກສິ່ງມີບໍລິບົດຂອງມັນ ແລະ ມັນກໍລ້ວນແລ້ວແຕ່ເໝາະສົມສຳລັບສະພາບຂອງຜູ້ຄົນໃນເວລານັ້ນ; ພຣະເຢຊູກ່າວ ແລະ ປະຕິບັດທີ່ເໝາະສົມກັບບໍລິບົດໃນເວລານັ້ນ. ພຣະອົງຍັງກ່າວຄຳທໍານວາຍບາງຢ່າງ. ພຣະອົງທໍານວາຍວ່າ ພຣະວິນຍານແຫ່ງຄວາມຈິງຈະມາໃນລະຫວ່າງຍຸກສຸດທ້າຍ ແລະ ຈະປະຕິບັດໜຶ່ງຂັ້ນຕອນພາລະກິດ. ນັ້ນໝາຍຄວາມວ່າ ພຣະອົງບໍ່ໄດ້ເຂົ້າໃຈຫຍັງເລີຍນອກຈາກພາລະກິດທີ່ພຣະອົງຕ້ອງປະຕິບັດໃນລະຫວ່າງຍຸກນັ້ນ; ເວົ້າອີກຢ່າງກໍຄື ພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດປະຕິບັດນັ້ນແມ່ນຈຳກັດ. ສະນັ້ນ ພຣະອົງພຽງແຕ່ປະຕິບັດພາລະກິດໃນຍຸກຂອງພຣະອົງ ແລະ ບໍ່ໄດ້ປະຕິບັດພາລະກິດອື່ນທີ່ບໍ່ໄດ້ກ່ຽວຂ້ອງກັບພຣະອົງ. ໃນເວລານັ້ນ ພຣະເຢຊຸບໍ່ໄດ້ປະຕິບັດພາລະກິດຕາມຄວາມຮູ້ສຶກ ຫຼື ນິມິດ, ແຕ່ຕາມທີ່ເໝາະສົມກັບເວລາ ແລະ ບໍລິບົດ. ບໍ່ມີໃຜຊີ້ນໍາ ຫຼື ນໍາພາພຣະອົງ. ພາລະກິດທັງໝົດຂອງພຣະອົງແມ່ນປະຕິບັດໂດຍພຣະອົງເອງ, ມັນແມ່ນພາລະກິດທີ່ພຣະວິນຍານຂອງພຣະເຈົ້າທີ່ຜູ້ເກີດເປັນມະນຸດຄວນປະຕິບັດ ເຊິ່ງພາລະກິດທັງໝົດແມ່ນເລີ່ມຕົ້ນໂດຍການບັງເກີດເປັນມະນຸດ. ພຣະເຢຊູປະຕິບັດພາລະກິດຕາມສິ່ງທີ່ພຣະອົງເອງໄດ້ເຫັນ ແລະ ໄດ້ຍິນເທົ່ານັ້ນ. ເວົ້າອີກຢ່າງກໍຄື ພຣະວິນຍານປະຕິບັດພາລະກິດໂດຍກົງ; ບໍ່ຈຳເປັນຕ້ອງມີຜູ້ສົ່ງຂ່າວປາກົດຕໍ່ພຣະອົງ ແລະ ເຮັດໃຫ້ພຣະອົງຝັນ ຫຼື ຕ້ອງການແສງສະຫວ່າງທີ່ຍິ່ງໃຫຍ່ສ່ອງທາງພຣະອົງ ແລະ ເຮັດໃຫ້ພຣະອົງເຫັນ. ພຣະອົງປະຕິບັດພາລະກິດຢ່າງເປັນອິດສະຫຼະ ແລະ ປາສະຈາກຂໍ້ຈຳກັດ ເຊິ່ງນັ້ນກໍຍ້ອນວ່າ ພາລະກິດຂອງພຣະອົງບໍ່ໄດ້ອີງຕາມຄວາມຮູ້ສຶກ. ເວົ້າອີກຢ່າງກໍຄື ເມື່ອພຣະອົງປະຕິບັດພາລະກິດ, ພຣະອົງບໍ່ໄດ້ງົມທາວຫາ ແລະ ຄາດເດົາ, ແຕ່ສໍາເລັດສິ່ງຕ່າງໆຢ່າງງ່າຍດາຍ, ປະຕິບັດພາລະກິດ ແລະ ກ່າວຕາມແນວຄິດຂອງພຣະອົງເອງ ແລະ ກ່າວໃນສິ່ງທີ່ພຣະອົງເຫັນດ້ວຍຕາຂອງພຣະອົງເອງ, ໃຫ້ການເບິ່ງແຍງຕໍ່ສາວົກແຕ່ລະຄົນທີ່ຕິດຕາມພຣະອົງຢ່າງໃກ້ຊິດ. ນີ້ແມ່ນຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງຜູ້ຄົນ: ເມື່ອຜູ້ຄົນປະຕິບັດພາລະກິດ, ພວກເຂົາຄົ້ນຫາ ແລະ ງົມຫາ, ລອກແບບ ແລະ ຕຶກຕອງບົນພື້ນຖານທີ່ຄົນອື່ນວາງໄວ້ສະເໝີເພື່ອບັນລຸການເຂົ້າສູ່ທີ່ເລິກເຊິງຍິ່ງຂຶ້ນ. ພາລະກິດຂອງພຣະເຈົ້າແມ່ນການສະໜອງສິ່ງທີ່ພຣະອົງເປັນ ແລະ ພຣະອົງປະຕິບັດພາລະກິດທີ່ພຣະອົງເອງຄວນປະຕິບັດ. ພຣະອົງບໍ່ໄດ້ສະໜອງການບຳລຸງລ້ຽງໃຫ້ກັບຄຣິສຕະຈັກໂດຍໃຊ້ຄວາມຮູ້ຈາກພາລະກິດຂອງມະນຸດ. ກົງກັນຂ້າມ ພຣະອົງປະຕິບັດພາລະກິດໃນປັດຈຸບັນໂດຍອີງຕາມສະພາວະຂອງຜູ້ຄົນ.

(ຄັດຈາກບົດ “ການປະຕິບັດ (5)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

317. ພາລະກິດຂອງມະນຸດສະແດງເຖິງປະສົບການຂອງເຂົາ ແລະ ຄວາມເປັນມະນຸດຂອງເຂົາ. ສິ່ງທີ່ມະນຸດສະໜອງ ແລະ ພາລະກິດທີ່ເຂົາປະຕິບັດກໍເປັນຕົວແທນໃຫ້ແກ່ເຂົາ. ຄວາມເຂົ້າໃຈຂອງມະນຸດ, ເຫດຜົນຂອງມະນຸດ, ຕັກກະຂອງມະນຸດ ແລະ ຈິນຕະນາການທີ່ອຸດົມສົມບູນຂອງເຂົາແມ່ນລ້ວນແລ້ວແຕ່ຖືກລວມຢູ່ໃນພາລະກິດຂອງເຂົາ. ໂດຍສະເພາະ ປະສົບການຂອງມະນຸດສາມາດສະແດງໃຫ້ເຫັນເຖິງພາລະກິດຂອງເຂົາ ແລະ ປະສົບການຂອງຜູ້ຄົນກໍໄດ້ກາຍມາເປັນສ່ວນປະກອບຂອງພາລະກິດຂອງເຂົາ. ພາລະກິດຂອງມະນຸດສາມາດສະແດງເຖິງປະສົບການຂອງເຂົາ. ເມື່ອບາງຄົນກຳລັງຜະເຊີນກັບສິ່ງທີ່ບໍ່ດີ, ພາສາສ່ວນໃຫຍ່ໃນການສົນທະນາຂອງພວກເຂົາແມ່ນປະກອບດ້ວຍອົງປະກອບທີ່ບໍ່ດີ. ຖ້າປະສົບການຂອງພວກເຂົາໃນໄລຍະເວລາໃດໜຶ່ງຢູ່ໃນທາງບວກ ແລະ ໂດຍສະເພາະ ພວກເຂົາມີເສັ້ນທາງໃນລັກສະນະທີ່ເປັນບວກ, ການສົນທະນາຂອງພວກເຂົາແມ່ນສິ່ງທີ່ໃຫ້ກຳລັງໃຈຫຼາຍ ແລະ ຜູ້ຄົນຈະສາມາດຮັບການສະໜອງໃນທາງບວກຈາກສິ່ງເຫຼົ່ານີ້. ຖ້າຄົນປະຕິບັດພາລະກິດເລີ່ມຄິດລົບໃນໄລຍະເວລາໃດໜຶ່ງ, ການສົນທະນາຂອງເຂົາຈະມີອົງປະກອບໃນທາງລົບສະເໝີ. ການສົນທະນາປະເພດນີ້ເປັນຕາເສົ້າໃຈ ແລະ ຄົນອື່ນກໍຈະເສົ້າໃຈຢ່າງບໍ່ຮູ້ຕົວ ຫຼັງຈາກການສົນທະນາຂອງເຂົາ. ສະພາວະຂອງຜູ້ຕິດຕາມປ່ຽນໄປຕາມສະພາວະຂອງຜູ້ນໍາ. ສິ່ງທີ່ຄົນປະຕິບັດພາລະກິດເປັນໃນຂ້າງໃນ ນັ້ນກໍຄືສິ່ງເຂົາສະແດງອອກມາ ແລະ ພາລະກິດຂອງພຣະວິນຍານບໍລິສຸດມັກຈະປ່ຽນແປງຕາມສະພາວະຂອງມະນຸດ. ພຣະອົງປະຕິບັດພາລະກິດຕາມປະສົບການຂອງມະນຸດ ແລະ ບໍ່ບັງຄັບພວກເຂົາ ແຕ່ຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕາມຊ່ວງເວລາແຫ່ງປະສົບການປົກກະຕິຂອງພວກເຂົາ. ນີ້ໝາຍຄວາມວ່າ ການສົນທະນາຂອງມະນຸດແຕກຕ່າງຈາກພຣະທຳຂອງພຣະເຈົ້າ. ສິ່ງທີ່ມະນຸດສົນທະນາສື່ເຖິງຄວາມເຂົ້າໃຈ ແລະ ປະສົບການສ່ວນຕົວຂອງພວກເຂົາ, ສະແດງເຖິງຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາບົນພື້ນຖານຂອງພາລະກິດຂອງພຣະເຈົ້າ. ໜ້າທີ່ຂອງພວກເຂົາແມ່ນເພື່ອຄົ້ນຫາສິ່ງທີ່ພວກເຂົາຄວນປະຕິບັດ ຫຼື ເຂົ້າສູ່ ຫຼັງຈາກພຣະເຈົ້າປະຕິບັດພາລະກິດ ຫຼື ກ່າວ, ແລ້ວມອບໝາຍໃຫ້ກັບຜູ້ຕິດຕາມ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດຈຶ່ງເປັນຕົວແທນໃຫ້ແກ່ທາງເຂົ້າ ແລະ ການປະຕິບັດຂອງເຂົາ. ແນ່ນອນ ພາລະກິດດັ່ງກ່າວແມ່ນປະສົມກັບບົດຮຽນ ແລະ ປະສົບການຂອງມະນຸດ ຫຼື ຄວາມຄິດບາງຢ່າງຂອງມະນຸດ. ບໍ່ວ່າພຣະວິນຍານບໍລິສຸດຈະປະຕິບັດພາລະກິດແນວໃດກໍຕາມ, ບໍ່ວ່າພຣະອົງຈະປະຕິບັດພາລະກິດໃນມະນຸດ ຫຼື ໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຄົນປະຕິບັດພາລະກິດສະແດງເຖິງສິ່ງທີ່ພວກເຂົາເປັນຢູ່ສະເໝີ. ເຖິງແມ່ນ ພຣະວິນຍານບໍລິສຸດເປັນຜູ້ປະຕິບັດພາລະກິດ, ພາລະກິດກໍຈະຖືກຄົ້ນພົບໃນສິ່ງທີ່ມະນຸດເປັນໂດຍທຳມະຊາດ, ຍ້ອນພຣະວິນຍານບໍລິສຸດບໍ່ປະຕິບັດພາລະກິດໂດຍປາສະຈາກພື້ນຖານ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ພາລະກິດບໍ່ໄດ້ມາຈາກຄວາມວ່າງເປົ່າ, ແຕ່ປະຕິບັດໂດຍສອດຄ່ອງກັບສະພາບຕົວຈິງ ແລະ ເງື່ນໄຂທີ່ເປັນຈິງຢູ່ສະເໝີ. ມີພຽງແຕ່ວິທີນີ້ເທົ່ານັ້ນ ອຸປະນິໄສຂອງມະນຸດ ແລະ ແນວຄິດເດີມຂອງເຂົາ ແລະ ຄວາມຄິດເດີມຂອງເຂົາຈຶ່ງຈະສາມາດໄດ້ຮັບການປ່ຽນແປງ. ສິ່ງທີ່ມະນຸດສະແດງອອກແມ່ນສິ່ງທີ່ເຂົາເຫັນ, ມີປະສົບການກັບ ແລະ ສາມາດຈິນຕະນາການໄດ້ ແລະ ມັນສາມາດເຂົ້າເຖິງໄດ້ໂດຍຄວາມຄິດຂອງມະນຸດ, ເຖິງແມ່ນວ່າມັນຄືທິດສະດີ ຫຼື ແນວຄິດ. ພາລະກິດຂອງມະນຸດບໍ່ສາມາດເກີນຂອບເຂດປະສົບການຂອງມະນຸດ ຫຼື ສິ່ງທີ່ມະນຸດເຫັນ ຫຼື ສິ່ງທີ່ມະນຸດສາມາດຈິນຕະນາການ ຫຼື ຄົ້ນຄິດຂຶ້ນໄດ ບໍ່ວ່ຂະໜາດຂອງພາລະກິດນັ້ນຈະສໍ່າໃດກໍຕາມ. ທຸກສິ່ງທີ່ພຣະເຈົ້າສະແດງອອກແມ່ນສິ່ງທີ່ເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດບັນລຸໄດ້ໂດຍມະນຸດ ນັ້ນກໍຄື ນອກເໜືອການຢັ່ງເຖິງຈາກຄວາມຄິດຂອງມະນຸດ. ພຣະອົງສະແດງພາລະກິດແຫ່ງການນໍາພາມະນຸດຊາດທັງໝົດຂອງພຣະອົງ ແລະ ສິ່ງນີ້ບໍ່ກ່ຽວຂ້ອງກັບລາຍລະອຽດຂອງປະສົບການມະນຸດ, ແຕ່ກົງກັນຂ້າມ ແມ່ນກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງເອງ. ສິ່ງທີ່ມະນຸດສະແດງອອກປະສົບການຂອງພວກເຂົາ ໃນຂະນະທີ່ສິ່ງທີ່ພຣະເຈົ້າສະແດງອອກແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົ,​ ຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ປະສົບການຂອງມະນຸດແມ່ນຄວາມເຂົ້າໃຈຂອງເຂົາ ແລະ ຄວາມຮູ້ທີ່ໄດ້ຮັບບົນພື້ນຖານການສະແດງອອກຂອງພຣະເຈົ້າກ່ຽວກັບການເປັນຢູ່ຂອງພຣະອົງ. ຄວາມເຂົ້າໃຈ ແລະ ຄວາມຮູ້ດັ່ງກ່າວແມ່ນເອີ້ນວ່າ ການເປັນຢູ່ຂອງມະນຸດ ແລະ ພື້ນຖານການສະແດງອອກຂອງພວກເຂົາແມ່ນອຸປະນິໄສ ແລະ ຄວາມສາມາດທີ່ເປັນທຳມະຊາດຂອງມະນຸດ, ດ້ວຍເຫດນີ້ ພວກມັນຈຶ່ງຖືກເອີ້ນວ່າ ການເປັນຢູ່ຂອງມະນຸດ. ມະນຸດສາມາດສົນທະນາໃນສິ່ງທີ່ພວກເຂົາມີປະສົບການ ແລະ ເຫັນ. ບໍ່ມີຜູ້ໃດສາມາດສົນທະນາໃນສິ່ງທີ່ພວກເຂົາບໍ່ໄດ້ມີປະສົບການ, ບໍ່ໄດ້ເຫັນ ຫຼື ຄວາມຄິດຂອງພວກເຂົາບໍ່ສາມາດຢັ່ງເຖິງໄດ້, ນັ້ນກໍຄື ພວກເຂົາບໍ່ມີການເປັນຢູ່ເຫຼົ່ານັ້ນຢູ່ພາຍໃນພວກເຂົາ. ຖ້າສິ່ງທີ່ສະແດງອອກບໍ່ໄດ້ມາຈາກປະສົບການຂອງເຂົາ, ແລ້ວມັນກໍແມ່ນຈິນຕະນາການ ຫຼື ທິດສະດີຂອງເຂົາ. ເວົ້າງ່າຍໆກໍຄື ບໍ່ມີຄວາມເປັນຈິງໃດໆໃນຄຳເວົ້າຂອງເຂົາເລີຍ. ຖ້າເຈົ້າບໍ່ເຄີຍຕິດຕໍ່ພົວພັນກັບສິ່ງທີ່ຢູ່ໃນສັງຄົມ ເຈົ້າຈະບໍ່ສາມາດສົນທະນາໄດ້ຢ່າງຊັດເຈນກ່ຽວກັບຄວາມສຳພັນທີ່ຊັບຊ້ອນຂອງສັງຄົມ. ຖ້າເຈົ້າບໍ່ມີຄອບຄົວ ແຕ່ຄົນອື່ນກຳລັງລົມກັນກ່ຽວກັບບັນຫາຄອບຄົວ, ເຈົ້າບໍ່ສາມາດເຂົ້າໃຈສິ່ງສ່ວນໃຫຍ່ທີ່ພວກເຂົາກຳລັງລົມກັນ. ສະນັ້ນ ສິ່ງທີ່ມະນຸດສົນທະນາ ແລະ ພາລະກິດທີ່ເຂົາປະຕິບັດແມ່ນເປັນຕົວແທນໃຫ້ແກ່ເປັນຢູ່ພາຍໃນຕົວເຂົາ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

318. ຄຳເວົ້າຂອງເຮົາສະແດງເຖິງການເປັນຢູ່ຂອງເຮົາ, ແຕ່ສິ່ງທີ່ເຮົາເວົ້າແມ່ນນອກເໜືອການຢັ່ງເຖິງຂອງມະນຸດ. ສິ່ງທີ່ເຮົາເວົ້າບໍ່ແມ່ນສິ່ງທີ່ມະນຸດຜະເຊີນ ແລະ ມັນບໍ່ແມ່ນສິ່ງທີ່ມະນຸດສາມາດເຫັນໄດ້; ມັນບໍ່ແມ່ນສິ່ງທີ່ມະນຸດສາມາດຈັບຕ້ອງໄດ້ເຊັ່ນກັນ, ແຕ່ມັນເປັນສິ່ງທີ່ເຮົາເປັນ. ບາງຄົນພຽງແຕ່ຮັບຮູ້ວ່າ ສິ່ງທີ່ເຮົາສົນທະນາແມ່ນສິ່ງທີ່ເຮົາໄດ້ຜະເຊີນ, ແຕ່ພວກເຂົາບໍ່ເຂົ້າໃຈວ່າ ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນສິ່ງທີ່ເຮົາໄດ້ຜະເຊີນ. ມັນແມ່ນເຮົາທີ່ເປັນຜູ້ປະຕິບັດພາລະກິດການຄຸ້ມຄອງເປັນເວລາຫົກພັນປີ. ເຮົາໄດ້ຜະເຊີນກັບທຸກສິ່ງຈາກການເລີ່ມຕົ້ນຂອງການສ້າງມະນຸດຊາດຈົນເຖິງປັດຈຸບັນ; ເຮົາຈະບໍ່ສາມາດສົນທະນາກ່ຽວກັບສິ່ງນັ້ນໄດ້ແນວໃດ? ເມື່ອເວົ້າເລື່ອງທຳມະຊາດຂອງມະນຸດ ເຮົາໄດ້ເຫັນຢ່າງຊັດເຈນ; ເຮົາສັງເກດມັນມາເປັນເວລາດົນນານແລ້ວ; ເຮົາຈະບໍ່ສາມາດເວົ້າກ່ຽວກັບສິ່ງນັ້ນຢ່າງຊັດເຈນໄດ້ແນວໃດ? ຍ້ອນເຮົາໄດ້ເຫັນແກ່ນແທ້ຂອງມະນຸດຢ່າງຊັດເຈນ, ເຮົາມີຄຸນສົມບັດທີ່ຈະຂ້ຽນຕີມະນຸດ ແລະ ພິພາກສາມະນຸດ, ຍ້ອນມະນຸດທຸກຄົນມາຈາກເຮົາ ແຕ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ. ແນ່ນອນ ເຮົາຍັງມີຄຸນສົມບັດໃນການປະເມີນພາລະກິດທີ່ເຮົາໄດ້ປະຕິບັດ. ເຖິງແມ່ນພາລະກິດນີ້ບໍ່ແມ່ນຖືກປະຕິບັດໂດຍເນື້ອໜັງຂອງເຮົາ, ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ນີ້ແມ່ນສິ່ງທີ່ເຮົາມີ ແລະ ສິ່ງທີ່ເຮົາເປັນ. ດ້ວຍເຫດນັ້ນ ເຮົາມີຄຸນສົມບັດທີ່ຈະສະແດງອອກເຖິງສິ່ງນີ້ ແລະ ປະຕິບັດພາລະກິດທີ່ເຮົາຄວນເຮັດ. ສິ່ງທີ່ຜູ້ຄົນເວົ້າແມ່ນສິ່ງທີ່ພວກເຂົາຜະເຊີນ. ມັນແມ່ນສິ່ງທີ່ພວກເຂົາເຫັນ, ສິ່ງທີ່ຈິດໃຈຂອງພວກເຂົາສາມາດຢັ່ງເຖິງ ແລະ ສິ່ງທີ່ຄວາມຮູ້ສຶກຂອງພວກເຂົາສາມາດກວດຈັບໄດ້. ນັ້ນຄືສິ່ງທີ່ພວກເຂົາສາມາດສົນທະນາ. ພຣະທຳທີ່ກ່າວໂດຍເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ພວກມັນສະແດງເຖິງພາລະກິດທີ່ພຣະວິນຍານປະຕິບັດ ເຊິ່ງເນື້ອໜັງບໍ່ໄດ້ຜະເຊີນ ຫຼື ເຫັນໃນສິ່ງນັ້ນ, ແຕ່ພຣະອົງຍັງສະແດງເຖິງການເປັນຢູ່ຂອງພຣະອົງ, ຍ້ອນວ່າ ທາດແທ້ຂອງເນື້ອໜັງແມ່ນພຣະວິນຍານ ແລະ ພຣະອົງສະແດງເຖິງພາລະກິດຂອງພຣະວິນຍານ. ມັນຄືພາລະກິດທີ່ຖືກເຮັດສຳເລັດໂດຍພຣະວິນຍານ ເຖິງແມ່ນມັນຢູ່ນອກເໜືອການຢັ່ງເຖິງຂອງເນື້ອໜັງ. ຫຼັງຈາກການບັງເກີດເປັນມະນຸດ ຜ່ານການສະແດງອອກຂອງເນື້ອໜັງ ພຣະອົງເຮັດໃຫ້ຜູ້ຄົນສາມາດຮູ້ຈັກເຖິງການເປັນຢູ່ຂອງພຣະເຈົ້າ ແລະ ເຮັດໃຫ້ຜູ້ຄົນເຫັນອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດທີ່ພຣະອົງໄດ້ເຮັດສຳເລັດ. ພາລະກິດຂອງມະນຸດເຮັດໃຫ້ຜູ້ຄົນມີຄວາມຊັດເຈນຫຼາຍຂຶ້ນກ່ຽວກັບສິ່ງທີ່ພວກເຂົາຄວນເຂົ້າສູ່ ແລະ ສິ່ງທີ່ພວກເຂົາຄວນເຂົ້າໃຈ; ມັນກ່ຽວຂ້ອງກັບການນໍາຜູ້ຄົນສູ່ການເຂົ້າໃຈ ແລະ ການຜະເຊີນກັບຄວາມຈິງ. ພາລະກິດຂອງມະນຸດຄືການສະໜັບສະໜູນຜູ້ຄົນ; ພາລະກິດຂອງພຣະເຈົ້າແມ່ນການເປີດເສັ້ນທາງໃໝ່ ແລະ ເປີດຍຸກໃໝ່ສຳລັບມະນຸດຊາດ ແລະ ການເປີດເຜີຍໃຫ້ຜູ້ຄົນເຫັນເຖິງສິ່ງທີ່ມະນຸດບໍ່ເຄີຍຮູ້, ເຮັດໃຫ້ພວກເຂົາສາມາດຮູ້ຈັກອຸປະນິໄສຂອງພຣະອົງ. ພາລະກິດຂອງພຣະເຈົ້າແມ່ນເພື່ອນໍາພາມະນຸດຊາດ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

319. ພາລະກິດທັງໝົດຂອງພຣະວິນຍານບໍລິສຸດແມ່ນຖືກປະຕິບັດເພື່ອເປັນປະໂຫຍດແກ່ຜູ້ຄົນ; ມັນກ່ຽວກັບການສັ່ງສອນຜູ້ຄົນ; ບໍ່ມີພາລະກິດໃດທີ່ບໍ່ໃຫ້ຜົນປະໂຫຍດກັບຜູ້ຄົນ. ບໍ່ວ່າຄວາມຈິງຈະເລິກ ຫຼື ຕື້ນ ແລະ ບໍ່ວ່າຄວາມສາມາດຂອງຄົນທີ່ຍອມຮັບຄວາມຈິງຈະເປັນແນວໃດ, ມັນກໍໃຫ້ຜົນປະໂຫຍດກັບຜູ້ຄົນ. ແຕ່ພາລະກິດຂອງພຣະວິນຍານບໍລິສຸດບໍ່ສາມາດເຮັດໃຫ້ສຳເລັດໂດຍກົງ; ມັນຕ້ອງຖືກສະແດງອອກຜ່ານຜູ້ຄົນທີ່ຮ່ວມມືກັບພຣະອົງ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຜົນຂອງພາລະກິດຂອງພຣະວິນຍານບໍລິສຸດຈຶ່ງສາມາດຖືກຮັບເອົາໄດ້. ແນ່ນອນ ເມື່ອມັນເປັນພຣະວິນຍານບໍລິສຸດປະຕິບັດພາລະກິດໂດຍກົງ, ມັນບໍ່ໄດ້ຮັບການເຈືອປົນເລີຍ; ແຕ່ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດຜ່ານມະນຸດ, ມັນຈຶ່ງໄດ້ຮັບການເຈືອປົນຫຼາຍ ແລະ ບໍ່ແມ່ນພາລະກິດເດີມຂອງພຣະວິນຍານບໍລິສຸດ. ດ້ວຍວິທີນີ້ ຄວາມຈິງຈຶ່ງປ່ຽນແປງໃນລະດັບທີ່ແຕກຕ່າງ. ຜູ້ຕິດຕາມບໍ່ໄດ້ຮັບເຈດຕະນາເດີມຂອງພຣະວິນຍານບໍລິສຸດ, ແຕ່ເປັນການປະສົມກັນລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ປະສົບການ ແລະ ຄວາມຮູ້ຂອງມະນຸດ. ພາກສ່ວນຂອງສິ່ງທີ່ຜູ້ຕິດຕາມຮັບທີ່ເປັນພາລະກິດຂອງພຣະວິນຍານບໍລິສຸດຖືກຕ້ອງ, ໃນຂະນະທີ່ປະສົບການ ແລະ ຄວາມຮູ້ຂອງມະນຸດທີ່ໄດ້ຮັບແມ່ນມີຄວາມຫຼາກຫຼາຍ ຍ້ອນຄົນປະຕິບັດພາລະກິດແຕກຕ່າງກັນ. ຄົນປະຕິບັດພາລະກິດທີ່ມີແສງສະຫວ່າງ ແລະ ການນໍາພາຂອງພຣະວິນຍານບໍລິສຸດຈະສືບຕໍ່ມີປະສົບການ ໂດຍອີງຕາມແສງສະຫວ່າງ ແລະ ການນໍາພານີ້. ພາຍໃນປະສົບການເຫຼົ່ານີ້ແມ່ນປະສົມມີຈິດໃຈ ແລະ ປະສົບການຂອງມະນຸດ, ພ້ອມທັງການເປັນຢູ່ຂອງມະນຸດ ແລະ ຫຼັງຈາກນັ້ນ ພວກເຂົາຈຶ່ງໄດ້ຮັບຄວາມຮູ້ ຫຼື ຄວາມເຂົ້າໃຈທີ່ພວກເຂົາຄວນມີ. ສິ່ງນີ້ແມ່ນວິທີການປະຕິບັດຂອງມະນຸດຫຼັງຈາກທີ່ໄດ້ຜະເຊີນກັບຄວາມຈິງ. ວິທີການປະຕິບັດນີ້ບໍ່ຄືກັນສະເໝີໄປ ຍ້ອນຜູ້ຄົນມີປະສົບການທີ່ແຕກຕ່າງກັນ ແລະ ສິ່ງທີ່ຜູ້ຄົນສໍາຜັດກໍແຕກຕ່າງກັນ. ດ້ວຍວິທີນີ້ ແສງສະຫວ່າງດຽວກັນຂອງພຣະວິນຍານບໍລິສຸດກໍເກີດຜົນໃນຄວາມຮູ້ ແລະ ການປະຕິບັດທີ່ແຕກຕ່າງກັນ, ຍ້ອນຄົນທີ່ຮັບແສງສະຫວ່າງແມ່ນແຕກຕ່າງກັນ. ບາງຄົນເຮັດຜິດພາດເລັກນ້ອຍໃນລະຫວ່າງການປະຕິບັດ ໃນຂະນະທີ່ບາງຄົນເຮັດຜິດພາດຢ່າງຮ້າຍແຮງ ແລະ ບາງຄົນບໍ່ໄດ້ສ້າງຫຍັງເລີຍນອກຈາກຄວາມຜິດພາດ. ນີ້ກໍຍ້ອນວ່າ ຜູ້ຄົນແຕກຕ່າງກັນໃນຄວາມສາມາດທີ່ຈະເຂົ້າໃຈຂອງພວກເຂົາ ແລະ ຍັງເປັນຍ້ອນຄວາມສາມາດໂດຍທຳມະຊາດຂອງພວກເຮົາແຕກຕ່າງເຊັ່ນກັນ. ບາງຄົນມີຄວາມເຂົ້າໃຈບາງຢ່າງຫຼັງຈາກທີ່ໄດ້ຍິນຂໍ້ຄວາມ ແລະ ບາງຄົນມີຄວາມເຂົ້າໃຈອີກຢ່າງ ຫຼັງຈາກທີ່ໄດ້ຍິນຄວາມຈິງ. ບາງຄົນອອກນອກທາງເລັກນ້ອຍ, ໃນຂະນະທີ່ບາງຄົນບໍ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງຄວາມຈິງເລີຍ. ດ້ວຍເຫດນັ້ນ ຄວາມເຂົ້າໃຈຂອງຄົນໆໜຶ່ງຈະກຳນົດວິທີທີ່ຄົນໆນັ້ນຈະນໍາພາຄົນອື່ນ; ສິ່ງນີ້ເປັນຈິງແນ່ນອນ, ຍ້ອນພາລະກິດຂອງຄົນໆໜຶ່ງແມ່ນເປັນພຽງການສະແດງອອກຂອງການເປັນຢູ່ຂອງຄົນໆນັ້ນເທົ່ານັ້ນ. ຜູ້ຄົນທີ່ຖືກນໍາພາໂດຍຄົນທີ່ມີຄວາມເຂົ້າໃຈຄວາມຈິງຢ່າງຖືກຕ້ອງຈະມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄວາມຈິງເຊັ່ນກັນ. ເຖິງແມ່ນ ມີຄົນທີ່ມີຂໍ້ຜິດພາດໃນຄວາມເຂົ້າໃຈ ກໍມີຈຳນວນໜ້ອຍ ແລະ ບໍ່ແມ່ນໝົດທຸກຄົນທີ່ຈະມີຂໍ້ຜິດພາດ. ຖ້າຄົນໆໜຶ່ງມີຂໍ້ຜິດພາດໃນການທີ່ເຂົາເຂົ້າໃຈຄວາມຈິງ, ຄົນທີ່ຕິດຕາມເຂົາກໍຈະຜິດໂດຍບໍ່ຕ້ອງສົງໄສເຊັ່ນກັນ ແລະ ຄົນເຫຼົ່ານີ້ຈະຜິດໃນຄຳເວົ້າທຸກປະການ. ລະດັບຄວາມເຂົ້າໃຈທີ່ຜູ້ຕິດຕາມເຂົ້າໃຈຄວາມຈິງແມ່ນຂຶ້ນຢູ່ກັບຄົນປະຕິບັດພາລະກິດເປັນສ່ວນໃຫຍ່. ແນ່ນອນ ຄວາມຈິງຈາກພຣະເຈົ້າເປັນສິ່ງທີ່ຖືກຕ້ອງ ແລະ ປາສະຈາກຂໍ້ຜິດພາດ ແລະ ແນ່ນອນທີ່ສຸດ. ເຖິງຢ່າງໃດກໍຕາມ ຄົນປະຕິບັດພາລະກິດແມ່ນບໍ່ຖືກຕ້ອງທັງໝົດ ແລະ ບໍ່ສາມາດເວົ້າໄດ້ວ່າ ສາມາດເຊື່ອຖືໄດ້ທັງໝົດ. ຖ້າຄົນປະຕິບັດພາລະກິດມີວິທີການປະຕິບັດຄວາມຈິງ ທີ່ມີຄວາມເປັນຈິງຫຼາຍ ແລ້ວຜູ້ຕິດຕາມກໍຈະມີວິທີການປະຕິບັດເຊັ່ນດຽວກັນ. ຖ້າຄົນປະຕິບັດພາລະກິດບໍ່ມີວິທີການປະຕິບັດຄວາມຈິງ ມີແຕ່ທິດສະດີເທົ່ານັ້ນ, ແລ້ວຜູ້ຕິດຕາມຈະບໍ່ມີຄວາມເປັນຈິງໃດໆເລີຍ. ຄວາມສາມາດ ແລະ ທຳມະຊາດຂອງຜູ້ຕິດຕາມແມ່ນຖືກກຳນົດໂດຍການເກີດ ແລະ ບໍ່ກ່ຽວເນື່ອງກັບຄົນປະຕິບັດພາລະກິດ. ແຕ່ຂອບເຂດທີ່ຜູ້ຕິດຕາມເຂົ້າໃຈຄວາມຈິງ ແລະ ຮູ້ຈັກພຣະເຈົ້າແມ່ນຂຶ້ນຢູ່ກັບຄົນປະຕິບັດພາລະກິດ (ສິ່ງນີ້ເປັນຈິງສຳລັບບາງຄົນເທົ່ານັ້ນ). ບໍ່ວ່າຄົນປະຕິບັດພາລະກິດຈະເປັນແນວໃດກໍຕາມ, ຜູ້ຕິດຕາມທີ່ເຂົານໍາພາກໍຈະເປັນແນວນັ້ນ. ສິ່ງທີ່ຄົນປະຕິບັດພາລະກິດສະແດງອອກແມ່ນການເປັນຢູ່ຂອງເຂົາເອງ, ປາສະຈາກຂໍ້ຈຳກັດ. ຄວາມຮຽກຮ້ອງທີ່ເຂົາມີຕໍ່ຜູ້ທີ່ຕິດຕາມເຂົາແມ່ນສິ່ງທີ່ເຂົາເອງເຕັມໃຈເຮັດໃຫ້ບັນລຸ ຫຼື ສາມາດບັນລຸ. ຄົນປະຕິບັດພາລະກິດສ່ວນໃຫຍ່ໃຊ້ສິ່ງທີ່ພວກເຂົາເຮັດເປັນພື້ນໃນການຮຽກຮ້ອງຈາກຜູ້ຕິດຕາມຂອງພວກເຂົາ ໂດຍບໍ່ຄຳນຶງວ່າມີຫຼາຍສິ່ງທີ່ຜູ້ຕິດຕາມຂອງພວກເຂົາບໍ່ສາມາດບັນລຸໄດ້ເລີຍ ແລະ ສິ່ງທີ່ຄົນໆໜຶ່ງບໍ່ສາມາດບັນລຸໄດ້ກາຍມາເປັນອຸປະສັກໃນທາງເຂົ້າຂອງຄົນໆນັ້ນ.

ມີການຄາດເຄື່ອນໜ້ອຍໃນພາລະກິດຂອງຄົນທີ່ໄດ້ຜ່ານການລິຮານ, ການຖືກຈັດການ, ການພິພາກສາ ແລະ ການຂ້ຽນຕີ ແລະ ການສະແດງອອກຂອງພາລະກິດຂອງພວກເຂົາກໍຖືກຕ້ອງຫຼາຍກວ່າ. ຄົນທີ່ອາໄສຄວາມເປັນທຳມະຊາດຂອງພວກເຂົາເພື່ອປະຕິບັດພາລະກິດແມ່ນເຮັດຜິດພາດຮ້າຍແຮງພໍສົມຄວນ. ພາລະກິດຂອງຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນສະແດງຄວາມເປັນທໍາມະຊາດຂອງພວກເຂົາເອງຫຼາຍເກີນໄປ ເຊິ່ງກໍ່ໃຫ້ເກີດອຸປະສັກໃຫຍ່ຫຼວງຕໍ່ພາລະກິດຂອງພຣະວິນຍານບໍລິສຸດ. ບໍ່ວ່າຄວາມສາມາດຂອງບຸກຄົນຈະດີສໍ່າໃດກໍຕາມ, ພວກເຂົາກໍຕ້ອງໄດ້ຜ່ານກັບການລິຮານ, ການຖືກຈັດການ ແລະ ການພິພາກສາກ່ອນທີ່ພວກເຂົາຈະສາມາດປະຕິບັດພາລະກິດແຫ່ງການຝາກຝັງຂອງພຣະເຈົ້າໄດ້. ຖ້າພວກເຂົາຍັງບໍ່ໄດ້ຜ່ານການພິພາກສາດັ່ງກ່າວ, ບໍ່ວ່າພວກເຂົາຈະເຮັດໄດ້ດີພຽງໃດ ພາລະກິດຂອງພວກເຂົາກໍບໍ່ສາມາດສອດຄ່ອງກັບຫຼັກການແຫ່ງຄວາມຈິງໄດ້ ແລະ ເປັນຜົນຂອງຄວາມເປັນທຳມະຊາດຂອງພວກເຂົາເອງ ແລະ ຄວາມດີຂອງມະນຸດຢູ່ສະເໝີ. ພາລະກິດຂອງຄົນທີ່ໄດ້ຜ່ານການລິຮານ, ການຖືກຈັດການ ແລະ ການພິພາກສາແມ່ນຖືກຕ້ອງຫຼາຍກວ່າພາລະກິດຂອງຄົນທີ່ບໍ່ເຄີຍຖືກລິຮານ, ຈັດການ ແລະ ພິພາກສາ. ຄົນທີ່ບໍ່ໄດ້ຜ່ານການພິພາກສາບໍ່ສະແດງອອກເຖິງຫຍັງນອກຈາກເນື້ອໜັງ ແລະ ຄວາມຄິດຂອງມະນຸດ ທີ່ເຈືອປົນກັບຄວາມສະຫຼາດ ແລະ ຄວາມສາມາດຕັ້ງແຕ່ເກີດຂອງມະນຸດ. ນີ້ບໍ່ແມ່ນການສະແດງອອກທີ່ຖືກຕ້ອງຂອງມະນຸດເຖິງພາລະກິດຂອງພຣະເຈົ້າ. ຄົນທີ່ຕິດຕາມຜູ້ຄົນດັ່ງກ່າວຖືກນໍາມາຢູ່ຕໍ່ໜ້າພວກເຂົາໂດຍຄວາມສາມາດມີມາຕັ້ງແຕ່ເກີດຂອງພວກເຂົາ. ຍ້ອນພວກເຂົາສະແດງອອກເຖິງຄວາມເຂົ້າໃຈ ແລະ ປະສົບການຫຼາຍຢ່າງເກີນໄປຂອງມະນຸດ, ເຊິ່ງເກືອບແຍກອອກຈາກເຈດຕະນາເດີມຂອງພຣະເຈົ້າ ແລະ ຫັນເຫຈາກສິ່ງນັ້ນຫຼາຍເກີນໄປ, ພາລະກິດຂອງຄົນປະເພດນີ້ຈຶ່ງບໍ່ສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າໄດ້, ແຕ່ກົງກັນຂ້າມແມ່ນນໍາພວກເຂົາມາຢູ່ຕໍ່ໜ້າມະນຸດ. ສະນັ້ນ ຄົນທີ່ບໍ່ໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີແມ່ນບໍ່ມີຄຸນສົມບັດໃນການປະຕິບັດພາລະກິດແຫ່ງການຝາກຝັງຂອງພຣະເຈົ້າ... ຖ້າມະນຸດບໍ່ໄດ້ຖືກເຮັດໃຫ້ສົມບູນ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ່ໄດ້ຖືກລິຮານ ແລະ ຈັດການ, ຈະມີຊ່ອງວ່າງທີ່ກວ້າງລະຫວ່າງສິ່ງທີ່ພວກເຂົາສະແດງອອກ ແລະ ຄວາມຈິງ; ສິ່ງທີ່ເຂົາສະແດງອອກຈະປະສົມກັບສິ່ງທີ່ບໍ່ແຈ່ມແຈ້ງ ເຊັ່ນ: ຈິນຕະນາການ ແລະ ປະສົບການຝ່າຍດຽວຂອງເຂົາ. ຍິ່ງໄປກວ່ານັ້ນ ບໍ່ວ່າເຂົາຈະປະຕິບັດພາລະກິດແນວໃດກໍຕາມ, ຜູ້ຄົນຮູ້ສຶກວ່າ ບໍ່ມີເປົ້າໝາຍໂດຍລວມ ແລະ ບໍ່ມີຄວາມຈິງທີ່ເໝາະສົມສຳລັບທາງເຂົ້າຂອງທຸກຄົນ. ສິ່ງທີ່ຮຽກຮ້ອງສ່ວນໃຫຍ່ຈາກຜູ້ຄົນແມ່ນຢູ່ນອກເໜືອຄວາມສາມາດຂອງພວກເຂົາ, ຄືກັບວ່າພວກເຂົາເປັນເປັດທີ່ຖືກໄລ່ໃຫ້ປີນງ່າໄມ້. ນີ້ແມ່ນພາລະກິດທີ່ມີຄວາມປະສົງຂອງມະນຸດ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ຄວາມຄິດຂອງເຂົາ ແລະ ແນວຄິດຂອງເຂົາແຜ່ຄຸມໄປທົ່ວທຸກພາກສ່ວນໃນຮ່າງກາຍຂອງເຂົາ. ມະນຸດບໍ່ໄດ້ເກີດພ້ອມກັບສັນຊາດຕະຍານໃນການປະຕິບັດຄວາມຈິງ ຫຼື ເຂົາບໍ່ມີສັນຊາດຕະຍານທີ່ຈະເຂົ້າໃຈຄວາມຈິງໂດຍກົງ. ຖ້າປະກອບກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ເມື່ອບຸກຄົນທີ່ທຳມະຊາດປະເພດນີ້ປະຕິບັດພາລະກິດ, ມັນຈະບໍ່ກໍ່ໃຫ້ເກີດການລົບກວນບໍ? ແຕ່ວ່າມະນຸດທີ່ຖືກເຮັດໃຫ້ສົມບູນແມ່ນມີປະສົບການແຫ່ງຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເພື່ອວ່າສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນຈິງໃນພາລະກິດຂອງເຂົາຈະຫາຍໄປເທື່ອລະໜ້ອຍ, ມົນທິນຂອງມະນຸດກໍຍິ່ງມີໜ້ອຍລົງ ແລະ ພາລະກິດ ແລະ ການບໍລິການຂອງເຂົາກໍຍິ່ງຍັບເຂົ້າໃກ້ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຫຼາຍຂຶ້ນ. ສະນັ້ນ ພາລະກິດຂອງເຂົາກໍເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ມັນຍັງກາຍມາເປັນຈິງອີກດ້ວຍ. ຄວາມຄິດທີ່ຢູ່ໃນຈິດໃຈຂອງມະນຸດຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດໂດຍສະເພາະ. ມະນຸດມີຈິນຕະນາການທີ່ອຸດົມສົມບູນ ແລະ ເຫດຜົນທີ່ສົມເຫດສົມຜົນ ແລະ ປະສົບການອັນຍາວນານໃນການຈັດການກັບເລື່ອງຕ່າງໆ. ຖ້າລັກສະນະເຫຼົ່ານີ້ບໍ່ຜ່ານການລິຮານ ແລະ ການເຮັດໃຫ້ຖືກຕ້ອງ, ພວກມັນກໍຈະເປັນອຸປະສັກຕໍ່ພາລະກິດ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດບໍ່ສາມາດຢັ່ງເຖິງລະດັບທີ່ຖືກຕ້ອງທີ່ສຸດໄດ້, ໂດຍສະເພາະພາລະກິດຂອງຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

320. ພາລະກິດຂອງມະນຸດຢູ່ພາຍໃນຂອບເຂດ ແລະ ມີຂໍ້ຈຳກັດ. ຄົນໜຶ່ງພຽງແຕ່ສາມາດປະຕິບັດພາລະກິດຂອງໄລຍະໃດໜຶ່ງ ແລະ ບໍ່ສາມາດປະຕິບັດພາລະກິດຂອງຍຸກທັງໝົດ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະນໍາຜູ້ຄົນເຂົ້າສູ່ກົດລະບຽບ. ພາລະກິດຂອງມະນຸດພຽງແຕ່ສາມາດນໍາໃຊ້ໄດ້ກັບເວລາ ຫຼື ໄລຍະໃດໜຶ່ງ. ນີ້ກໍຍ້ອນປະສົບການຂອງມະນຸດມີຂອບເຂດຂອງມັນ. ຄົນໃດໜຶ່ງບໍ່ສາມາດປຽບທຽບພາລະກິດຂອງມະນຸດກັບພາລະກິດຂອງພຣະເຈົ້າໄດ້. ວິທີການປະຕິບັດຂອງມະນຸດ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງແມ່ນລ້ວນແລ້ວແຕ່ໃຊ້ໄດ້ກັບຂອບເຂດໃດໜຶ່ງ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ມະນຸດກຳລັງຍ່າງແມ່ນຄວາມປະສົງຂອງພຣະວິນຍານບໍລິສຸດຢ່າງສົມບູນ, ຍ້ອນມະນຸດພຽງແຕ່ສາມາດໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ບໍ່ສາມາດຖືກເຕີ່ມເຕັມດ້ວຍພຣະວິນຍານບໍລິສຸດຢ່າງສົມບູນ. ສິ່ງທີ່ມະນຸດສາມາດຜະເຊີນໄດ້ແມ່ນລ້ວນແລ້ວແຕ່ຢູ່ພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ສາມາດເກີນກວ່າຂອບເຂດຂອງຄວາມຄິດໃນຈິດໃຈທີ່ທຳມະດາຂອງມະນຸດ. ທຸກຄົນທີ່ສາມາດດໍາລົງຢູ່ໃນຄວາມເປັນຈິງຂອງປະສົບການຈິງຢູ່ໃນຂອບເຂດນີ້. ເມື່ອພວກເຂົາມີປະສົບການກັບຄວາມຈິງ ມັນກໍເປັນປະສົບການໃນຊີວິດຂອງມະນຸດທໍາມະດາທີ່ຢູ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດຢູ່ສະເໝີ; ມັນບໍ່ແມ່ນວິທີການມີປະສົບການທີ່ຫັນເຫມາຈາກຊີວິດຂອງມະນຸດທໍາມະດາ. ພວກເຂົາຜະເຊີນກັບຄວາມຈິງທີ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດເທິງພື້ນຖານຂອງການໃຊ້ຊີວິດຂອງມະນຸດຂອງພວກເຂົາ. ຍິ່ງໄປກວ່ານັ້ນ ຄວາມຈິງນີ້ມີຄວາມຫຼາກຫຼາຍຈາກບຸກຄົນສູ່ບຸກຄົນ ແລະ ຄວາມເລິກຂອງຄວາມຈິງນັ້ນກໍຂຶ້ນກັບສະພາວະຂອງບຸກຄົນ. ຄົນໃດໜຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນຊີວິດທີ່ທຳມະດາຂອງມະນຸດທີ່ສະແຫວງຫາຄວາມຈິງ ແລະ ມັນອາດຖືກເອີ້ນໄດ້ວ່າ ເສັ້ນທາງທີ່ຄົນທຳມະດາຍ່າງ ຜູ້ເຊິ່ງໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນເສັ້ນທາງທີ່ພຣະວິນຍານບໍລິສຸດເລືອກ. ໃນປະສົບການຂອງມະນຸດທີ່ທໍາມະດາ, ຍ້ອນວ່າ ຄົນທີ່ສະແຫວງຫາບໍ່ຄືກັນ, ພາລະກິດຂອງພຣະວິນຍານບໍລິສຸດຈຶ່ງບໍ່ຄືກັນ. ນອກຈາກນັ້ນ ຍ້ອນສະພາບແວດລ້ອມທີ່ຜູ້ຄົນຜະເຊີນ ແລະ ຂອບເຂດຂອງປະສົບການຂອງພວກເຂົາບໍ່ຄືກັນ ແລະ ຍ້ອນການເຈືອປົນທາງດ້ານຈິດໃຈ ແລະ ຄວາມຄິດຂອງພວກເຂົາ, ປະສົບການຂອງພວກເຂົາຈຶ່ງປະປົນຈົນເຖິງລະດັບທີ່ແຕກຕ່າງກັນ. ແຕ່ລະຄົນເຂົ້າໃຈຄວາມຈິງຕາມສະພາບການສ່ວນຕົວທີ່ແຕກຕ່າງກັນຂອງພວກເຂົາ. ຄວາມເຂົ້າໃຈຂອງພວກເຂົາໃນຄວາມໝາຍທີ່ແທ້ຈິງຂອງຄວາມຈິງແມ່ນບໍ່ຄົບຖ້ວນ ແລະ ເປັນພຽງໜຶ່ງ ຫຼື ສອງສາມລັກສະນະຂອງຄວາມຈິງ. ຂອບເຂດຄວາມຈິງທີ່ມະນຸດຜະເຊີນແມ່ນແຕກຕ່າງກັນໃນແຕ່ລະບຸກຄົນ ຕາມສະພາບການຂອງແຕ່ລະຄົນ. ດ້ວຍວິທີນີ້ ຄວາມຮູ້ແຫ່ງຄວາມຈິງອັນດຽວກັນ ເຊິ່ງຖືກສະແດງອອກໂດຍຄົນທີ່ແຕກຕ່າງກັນຈຶ່ງບໍ່ຄືກັນ. ນີ້ໝາຍຄວາມວ່າ ປະສົບການຂອງມະນຸດມີຂໍ້ຈຳກັດຢູ່ສະເໝີ ແລະ ບໍ່ສາມາດເປັນຕົວແທນໃຫ້ແກ່ຄວາມປະສົງຂອງພຣະວິນຍານບໍລິສຸດໄດ້ຢ່າງຄົບຖ້ວນ ຫຼື ພາລະກິດຂອງມະນຸດກໍບໍ່ສາມາດຮັບຮູ້ໄດ້ວ່າເປັນພາລະກິດຂອງພຣະເຈົ້າ, ເຖິງແມ່ນວ່າ ສິ່ງທີ່ມະນຸດສະແດງອອກສອດຄ່ອງຢ່າງໃກ້ຄຽງຫຼາຍກັບຄວາມປະສົງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ປະສົບການຂອງມະນຸດໃກ້ຄຽງຫຼາຍກັບພາລະກິດໃນການເຮັດໃຫ້ສົມບູນທີ່ພຣະວິນຍານບໍລິສຸດປະຕິບັດຢູ່. ມະນຸດພຽງແຕ່ສາມາດເປັນຄົນຮັບໃຊ້ຂອງພຣະເຈົ້າ, ປະຕິບັດພາລະກິດທີ່ພຣະເຈົ້າຝກາຝັງໃຫ້ແກ່ພວກເຂົາ. ມະນຸດພຽງແຕ່ສາມາດສະແດງຄວາມຮູ້ທີ່ຖືກສ່ອງແສງໂດຍພຣະວິນຍານບໍລິສຸດເທົ່ານັ້ນ ແລະ ຄວາມຈິງທີ່ໄດ້ຮັບຈາກປະສົບການສ່ວນຕົວຂອງເຂົາ. ມະນຸດບໍ່ມີຄຸນສົມບັດ ແລະ ບໍ່ບັນລຸເງື່ອນໄຂທີ່ຈະເປັນທາງອອກໃຫ້ກັບພຣະວິນຍານບໍລິສຸດ. ເຂົາບໍ່ມີສິດທີ່ຈະເວົ້າວ່າ ພາລະກິດຂອງເຂົາແມ່ນພາລະກິດຂອງພຣະເຈົ້າ. ມະນຸດມີຫຼັກການໃນການປະຕິບັດພາລະກິດຂອງມະນຸດ ແລະ ມະນຸດທຸກຄົນມີປະສົບການທີ່ແຕກຕ່າງກັນ ແລະ ມີສະພາບການທີ່ແຕກຕ່າງກັນອອກໄປ. ພາລະກິດຂອງມະນຸດປະກອບມີປະສົບການທຸກຢ່າງຂອງເຂົາພາຍໃຕ້ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ປະສົບການເຫຼົ່ານີ້ພຽງແຕ່ສາມາດເປັນຕົວແທນໃຫ້ແກ່ການເປັນຢູ່ຂອງມະນຸດ ແລະ ບໍ່ໄດ້ເປັນຕົວແທນໃຫ້ແກ່ການເປັນຢູ່ຂອງພຣະເຈົ້າ ຫຼື ຄວາມປະສົງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ເສັ້ນທາງທີ່ມະນຸດຍ່າງບໍ່ສາມາດເປັນເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ ຍ້ອນພາລະກິດຂອງມະນຸດບໍ່ສາມາດເປັນຕົວແທນໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ ແລະ ພາລະກິດຂອງມະນຸດ ແລະ ປະສົບການຂອງມະນຸດບໍ່ແມ່ນຄວາມປະສົງອັນຄົບຖ້ວນຂອງພຣະວິນຍານບໍລິສຸດ. ພາລະກິດຂອງມະນຸດມີຄວາມສ່ຽງທີ່ຈະຕົກຢູ່ໃນກົດລະບຽບ ແລະ ວິທີການຂອງພາລະກິດຂອງເຂົາກໍຈະຖືກຈຳກັດໃຫ້ຢູ່ໃນຂອບເຂດທີ່ຈຳກັດຢ່າງງ່າຍດາຍ ແລະ ບໍ່ສາມາດນໍາຜູ້ຄົນເຂົ້າສູ່ຫົນທາງແຫ່ງອິດສະຫຼະໄດ້. ຜູ້ຕິດຕາມສ່ວນໃຫຍ່ມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດ ແລະ ວິທີການມີປະສົບການຂອງພວກເຂົາກໍຈະຖືກຈຳກັດໃນຂອບເຂດນັ້ນເຊັ່ນກັນ. ປະສົບການຂອງມະນຸດຖືກຈຳກັດຢູ່ສະເໝີ; ວິທີການຂອງພາລະກິດຂອງພວກເຂົາກໍຖືກຈຳກັດຢູ່ໃນສອງສາມປະເພດເຊັ່ນກັນ ແລະ ບໍ່ສາມາດທຽບກັບພາລະກິດຂອງພຣະວິນຍານບໍລິສຸດໄດ້ ຫຼື ພາລະກິດຂອງພຣະເຈົ້າເອງ. ນີ້ກໍຍ້ອນວ່າ ໃນທີ່ສຸດແລ້ວ ປະສົບການຂອງມະນຸດແມ່ນມີຂໍ້ຈຳກັດ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດຂອງພຣະອົງດ້ວຍວິທີໃດກໍຕາມ, ມັນກໍບໍ່ໄດ້ຖືກຜູກມັດໂດຍກົດລະບຽບ; ບໍ່ວ່າ ພາລະກິດນັ້ນຈະສຳເລັດລົງດ້ວຍວິທີໃດກໍຕາມ, ບໍ່ໄດ້ຖືກຈຳກັດດ້ວຍວິທີທາງໃດໜຶ່ງ. ບໍ່ມີກົດລະບຽບໃດໆໃນພາລະກິດຂອງພຣະເຈົ້າ, ພາລະກິດທັງໝົດຂອງພຣະອົງແມ່ນຖືກປ່ອຍ ແລະ ເປັນອິດສະຫຼະ. ບໍ່ວ່າ ມະນຸດຈະໃຊ້ເວລາຫຼາຍພຽງໃດໃນການຕິດຕາມພຣະອົງ, ເຂົາບໍ່ສາມາດກັ່ນຕອງເອົາກົດເກນໃດໜຶ່ງທີ່ປົກຄອງວິທີການປະຕິບັດພາລະກິດຂອງພຣະເຈົ້າ. ເຖິງແມ່ນພາລະກິດຂອງພຣະອົງມີຫຼັກການ ມັນກໍຖືກປະຕິບັດໃນວິທີທາງໃໝ່ຢູ່ສະເໝີ ແລະ ມີການພັດທະນາໃໝ່ຢູ່ສະເໝີ ແລະ ມັນຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ໃນລະຫວ່າງຊ່ວງເວລາໜຶ່ງ ພຣະເຈົ້າອາດມີພາລະກິດຫຼາຍປະເພດທີ່ແຕກຕ່າງກັນ ແລະ ວິທີການນໍາພາຜູ້ຄົນທີ່ແຕກຕ່າງກັນ ເຊິ່ງເຮັດໃຫ້ຜູ້ຄົນມີທາງເຂົ້າ ແລະ ການປ່ຽນແປງໃໝ່ຢູ່ສະເໝີ. ເຈົ້າບໍ່ສາມາດແຍກແຍະພຣະບັນຍັດຂອງພາລະກິດຂອງພຣະເຈົ້າໄດ້ ຍ້ອນພຣະອົງປະຕິບັດພາລະກິດໃນວິທີໃໝ່ຢູ່ສະເໝີ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຕິດຕາມຂອງພຣະເຈົ້າຈະບໍ່ຖືກຜູກມັດໂດຍກົດລະບຽບ. ພາລະກິດຂອງພຣະເຈົ້າເອງຫຼີກລ່ຽງແນວຄິດຂອງຜູ້ຄົນ ແລະ ຕໍ່ຕ້ານພວກມັນຢູ່ສະເໝີ. ມີພຽງຄົນທີ່ຕິດຕາມ ແລະ ສະແຫວງຫາພຣະເຈົ້າດ້ວຍຫົວໃຈທີ່ແທ້ຈິງຈຶ່ງສາມາດປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ສາມາດມີຊີວິດຢ່າງອິດສະລະໂດຍບໍ່ຢູ່ພາຍໃຕ້ກົດລະບຽບໃດໜຶ່ງ ຫຼື ຖືກຄວບຄຸມໂດຍແນວຄິດທາງສາສະໜາໃດໜຶ່ງ. ພາລະກິດຂອງມະນຸດຮຽກຮ້ອງຈາກຜູ້ຄົນ ໂດຍອີງຕາມປະສົບການຂອງເຂົາເອງ ແລະ ສິ່ງທີ່ເຂົາເອງສາມາດບັນລຸໄດ້. ມາດຕະຖານຂອງເງື່ອນໄຂເຫຼົ່ານີ້ແມ່ນຖືກຈຳກັດຢູ່ພາຍໃນຂອບເຂດໃດໜຶ່ງ ແລະ ວິທີການປະຕິບັດກໍມີຂໍ້ຈຳກັດຫຼາຍເຊັ່ນດຽວກັນ. ສະນັ້ນ ຜູ້ຕິດຕາມຈຶ່ງມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດນີ້ຢ່າງບໍ່ມີສະຕິ; ເມື່ອເວລາຜ່ານໄປ ສິ່ງຕ່າງໆເຫຼົ່ານີ້ກໍກາຍມາເປັນກົດລະບຽບ ແລະ ພິທີກຳ. ຖ້າພາລະກິດຂອງໄລຍະໜຶ່ງຖືກນໍາພາໂດຍຜູ້ໃດຜູ້ໜຶ່ງທີ່ບໍ່ໄດ້ຜ່ານການເຮັດໃຫ້ສົມບູນໂດຍພຣະເຈົ້າເປັນການສ່ວນຕົວ ແລະ ບໍ່ໄດ້ຮັບການພິພາກສາ, ຜູ້ຕິດຕາມທັງໝົດຂອງເຂົາຈະກາຍເປັນນັກສາສະໜາ ແລະ ຜູ້ຊ່ຽວຊານໃນການຕໍ່ຕ້ານພຣະເຈົ້າ. ດ້ວຍເຫດນັ້ນ ຖ້າຜູ້ໃດຜູ້ໜຶ່ງເປັນຜູ້ນໍາທີ່ມີຄຸນສົມບັດ, ຄົນນັ້ນຕ້ອງຜ່ານການພິພາກສາ ແລະ ຍອມຮັບການຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ໄດ້ຜ່ານການພິພາກສາ, ເຖິງແມ່ນວ່າພວກເຂົາອາດມີພາລະກິດຂອງພຣະວິນຍານບໍລິສຸດ, ກໍພຽງແຕ່ສະແດງສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນຈິງເທົ່ານັ້ນ. ໃນເວລານັ້ນ ພວກເຂົາຈະນໍາພາຜູ້ຄົນເຂົ້າສູ່ກົດລະບຽບທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ. ພາລະກິດທີ່ພຣະເຈົ້າປະຕິບັດບໍ່ສອດຄ່ອງກັບເນື້ອໜັງຂອງມະນຸດ. ມັນບໍ່ສອດຄ່ອງກັບຄວາມຄິດຂອງມະນຸດ ແຕ່ຕໍ່ຕ້ານແນວຄິດຂອງມະນຸດ; ມັນບໍ່ໄດ້ປະປົນກັບທາດແທ້ທີ່ບໍ່ແຈ່ມແຈ້ງຂອງສາສະໜາ. ຜົນຂອງພາລະກິດຂອງພຣະເຈົ້າບໍ່ສາມາດບັນລຸໄດ້ໂດຍຜູ້ໃດຜູ້ໜຶ່ງທີ່ບໍ່ໄດ້ຖືກພຣະອົງເຮັດໃຫ້ສົມບູນ; ພວກມັນເປັນສິ່ງທີ່ຢູ່ນອກເໜືອການຢັ່ງຄິດຂອງມະນຸດ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

321. ພາລະກິດໃນຈິດໃຈຂອງມະນຸດແມ່ນບັນລຸຜົນໂດຍມະນຸດໄດ້ຢ່າງງ່າຍດາຍເກີນໄປ. ຕົວຢ່າງ ສິດຍາພິບານ ແລະ ຜູ້ນໍາໃນໂລກແຫ່ງສາສະໜາອາໄສພອນສະຫວັນ ແລະ ຕໍາແໜ່ງຂອງພວກເຂົາເພື່ອປະຕິບັດພາລະກິດຂອງພວກເຂົາ. ຄົນທີ່ຕິດຕາມພວກເຂົາເປັນເວລາດົນນານຈະຕິດເຊື້ອໄດ້ຮັບຜົນກະທົບຈາກພອນສະຫວັນຂອງພວກເຂົາ ແລະ ໄດ້ຮັບອິດທິພົນຈາກສິ່ງທີ່ພວກເຂົາເປັນ. ພວກເຂົາແນໃສ່ພອນສະຫວັນ, ຄວາມສາມາດ ແລະ ຄວາມຮູ້ຂອງຜູ້ຄົນ ແລະ ພວກເຂົາໃສ່ໃຈກັບສິ່ງທີ່ເໜືອທຳມະຊາດບາງຢ່າງ ແລະ ທິດສະດີຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ເປັນຈິງ (ແນ່ນອນ ທິດສະດີທີ່ເລິກເຊິ່ງເຫຼົ່ານີ້ບໍ່ສາມາດຢັ່ງເຖິງໄດ້). ພວກເຂົາບໍ່ແນໃສ່ການປ່ຽນແປງໃນອຸປະນິໄສຂອງຜູ້ຄົນ, ແຕ່ກົງກັນຂ້າມ ພວກເຂົາແນໃສ່ຝຶກຝົນການເທດສະໜາຂອງຄົນ ແລະ ປະຕິບັດພາລະກິດ, ປັບປຸງຄວາມຮູ້ຂອງຄົນ ແລະ ທິດສະດີທາງສາສະໜາທີ່ອຸດົມສົມບູນຂອງພວກເຂົາ. ພວກເຂົາບໍ່ສົນໃຈວ່າ ອຸປະນິໄສຂອງຄົນປ່ຽນແປງຫຼາຍພຽງໃດ ຫຼື ຜູ້ຄົນເຂົ້າໃຈຄວາມຈິງຫຼາຍພຽງໃດ. ພວກເຂົາບໍ່ສົນໃຈກັບທາດແທ້ຂອງຜູ້ຄົນ ແລະ ແຮງໄກທີ່ພວກເຂົາຈະພະຍາຍາມຮູ້ຈັກສະພາວະທີ່ທຳມະດາ ແລະ ບໍ່ທຳມະດາຂອງຜູ້ຄົນເລີຍ. ພວກເຂົາບໍ່ຕໍ່ຕ້ານແນວຄິດຂອງຜູ້ຄົນ ຫຼື ພວກເຂົາບໍ່ເປີດເຜີຍແນວຄິດຂອງພວກເຂົາ, ແຮງໄກທີ່ພວກເຂົາຈະລິຮານຜູ້ຄົນສຳລັບຄວາມຂາດຕົກບົກຜ່ອງ ຫຼື ການເສື່ອມຊາມຂອງພວກເຂົາເລີຍ. ຄົນສ່ວນໃຫຍ່ທີ່ຕິດຕາມພວກເຂົາກໍຮັບໃຊ້ດ້ວຍພອນສະຫວັນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາສະແດງອອກມາມີພຽງແນວຄິດທາງສາສະໜາ ແລະ ທິດສະດີໃນສາສະໜາສາດ, ເຊິ່ງບໍ່ໄດ້ສຳຜັດກັບຄວາມເປັນຈິງ ແລະ ບໍ່ສາມາດໃຫ້ມອບຊີວິດໃຫ້ແກ່ຜູ້ຄົນແທ້ໆ. ໃນຄວາມຈິງ ທາດແທ້ຂອງພາລະກິດຂອງພວກເຂົາແມ່ນການບຳລຸງລ້ຽງພອນສະຫວັນ, ລ້ຽງດູບຸກຄົນທີ່ບໍ່ມີຫຍັງເລີຍໃຫ້ກາຍເປັນຜູ້ສຳເລັດທີ່ມີພອນສະຫວັນຈາກການສຳມະນາ ເຊິ່ງຕໍ່ມາກໍໄດ້ເປັນຜູ້ປະຕິບັດພາລະກິດ ແລະ ນໍາພາ. ເຈົ້າສາມາດແຍກແຍະພຣະບັນຍັດໃດໜຶ່ງໃນຫົກພັນປີແຫ່ງພາລະກິດຂອງພຣະເຈົ້າບໍ? ມີກົດລະບຽບ ແລະ ຂໍ້ກຳນົດຫຼາຍຢ່າງໃນພາລະກິດທີ່ມະນຸດປະຕິບັດ ແລະ ສະໝອງຂອງມະນຸດກໍດື້ດ້ານເກີນໄປ. ສະນັ້ນ ສິ່ງທີ່ມະນຸດສະແດງອອກແມ່ນຄວາມຮູ້ ແລະ ການເປັນຈິງທີ່ຢູ່ພາຍໃນຂອບເຂດປະສົບການຂອງເຂົາ. ມະນຸດບໍ່ສາມາດສະແດງສິ່ງໃດກໍຕາມນອກຈາກສິ່ງນີ້. ປະສົບການ ຫຼື ຄວາມຮູ້ຂອງມະນຸດບໍ່ໄດ້ເກີດຈາກພອນສະຫວັນມາຕັ້ງແຕ່ເກີດຂອງເຂົາ ຫຼື ສັນຊາດຕະຍານຂອງເຂົາ; ພວກມັນເກີດຂຶ້ນກໍຍ້ອນການນໍາພາຂອງພຣະເຈົ້າ ແລະ ການດູແລໂດຍກົງຂອງພຣະເຈົ້າ. ມະນຸດມີພຽງແຕ່ໜ້າທີ່ຮັບເອົາການດູແລນີ້ ແລະ ບໍ່ມີໜ້າທີ່ສະແດງອອກສິ່ງທີ່ເປັນພຣະເຈົ້າໂດຍກົງ. ມະນຸດບໍ່ສາມາດເປັນແຫຼ່ງກຳເນີດໄດ້; ເຂົາພຽງແຕ່ສາມາດເປັນພາຊະນະທີ່ຮັບນໍ້າຈາກແຫຼ່ງກຳເນີດ; ນີ້ແມ່ນສັນຊາດຕະຍານຂອງມະນຸດ, ເຊິ່ງເປັນໜ້າທີ່ໆຄົນໜຶ່ງຕ້ອງມີໃນຖານະທີ່ເປັນມະນຸດ. ຖ້າບຸກຄົນໜຶ່ງສູນເສຍໜ້າທີ່ໆຈະຍອມຮັບພຣະທຳຂອງພຣະເຈົ້າ ແລະ ສູນເສຍສັນຊາດຕະຍານຂອງມະນຸດ, ຄົນນັ້ນກໍສູນເສຍສິ່ງທີ່ລໍ້າຄ່າທີ່ສຸດເຊັ່ນດຽວກັນ, ບຸກຄົນນັ້ນຍັງ ສູນເສຍໜ້າທີ່ຂອງມະນຸດທີ່ຖືກສ້າງ. ຖ້າຄົນໜຶ່ງບໍ່ມີຄວາມຮູ້ ຫຼື ປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ ຫຼື ພາລະກິດຂອງພຣະອົງ, ຄົນນັ້ນກໍສູນເສຍໜ້າທີ່ຂອງເຂົາ, ໜ້າທີ່ໆເຂົາຄວນປະຕິບັດໃນຖານະທີ່ເປັນສິ່ງທີ່ຖືກສ້າງ ແລະ ສູນເສຍສັກສີຂອງການເປັນສິ່ງທີ່ຖືກສ້າງ. ມັນເປັນສັນຊາດຕະຍານຂອງພຣະເຈົ້າທີ່ຈະສະແດງໃຫ້ເຫັນວ່າ ຄວາມເປັນພຣະເຈົ້າແມ່ນຫຍັງ, ບໍ່ວ່າຄວາມເປັນພຣະເຈົ້າຈະຖືກສະແດງອອກໃນເນື້ອໜັງ ຫຼື ໂດຍພຣະວິນຍານໂດຍກົງ; ນີ້ແມ່ນພັນທະກິດຂອງພຣະເຈົ້າ. ມະນຸດສະແດງປະສົບການ ຫຼື ຄວາມຮູ້ຂອງເຂົາເອງ (ນັ້ນກໍຄື ສະແດງສິ່ງທີ່ເຂົາເປັນ) ໃນລະຫວ່າງພາລະກິດຂອງພຣະເຈົ້າ ຫຼື ພາຍຫຼັງ; ນີ້ແມ່ນສັນຊາດຕະຍານຂອງມະນຸດ ແລະ ໜ້າທີ່ຂອງມະນຸດ ແລະ ມັນແມ່ນສິ່ງທີ່ມະນຸດຄວນບັນລຸ. ເຖິງແມ່ນການສະແເດງອອກຂອງມະນຸດບໍ່ເປັນໄປຕາມສິ່ງທີ່ພຣະເຈົ້າສະແດງອອກ ແລະ ເຖິງແມ່ນການສະແດງອອກຂອງມະນຸດຖືກຜູກມັດໂດຍກົດລະບຽບຫຼາຍຢ່າງ, ມະນຸດຕ້ອງເຮັດໃຫ້ໜ້າທີ່ ທີ່ເຂົາຄວນເຮັດໃຫ້ສຳເລັດນັ້ນສຳເລັດລົງ ແລະ ປະຕິບັດໃນສິ່ງທີ່ພວກເຂົາຕ້ອງປະຕິບັດ. ມະນຸດຄວນປະຕິບັດທຸກສິ່ງທີ່ມະນຸດສາມາດເຮັດເພື່ອປະຕິບັດໜ້າທີ່ຂອງເຂົາ ແລະ ເຂົາບໍ່ຄວນມີການລະເວັ້ນແມ່ນແຕ່ໜ້ອຍດຽວ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

322. ບາງຄົນຈະຖາມວ່າ: “ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດ ແລະ ພາລະກິດທີ່ຜູ້ປະກາດພຣະທຳ ແລະ ສາວົກທີ່ຢູ່ໃນອະດີດໄດ້ປະຕິບັດ? ເດວິດກໍຖືກເອີ້ນວ່າພຣະຜູ້ເປັນເຈົ້າເຊັ່ນກັນ ແລະ ພຣະເຢຊູກໍຖືກເອີ້ນຄືກັນ; ເຖິງແມ່ນພາລະກິດທີ່ພວກເຂົາປະຕິບັດແມ່ນແຕກຕ່າງກັນ, ພວກເຂົາກໍຖືກເອີ້ນແບບດຽວກັນ. ຈົ່ງບອກຂ້ານ້ອຍເບິ່ງ, ເປັນຫຍັງຕົວຕົນຂອງພວກເຂົາຈຶ່ງບໍ່ຄືກັນ? ສິ່ງທີ່ໂຢຮັນໄດ້ເຫັນກໍຄືນິມິດ ເຊິ່ງມາຈາກພຣະວິນຍານບໍລິສຸດ ແລະ ເພິ່ນສາມາດເວົ້າເຖິງພຣະທຳທີ່ພຣະວິນຍານບໍລິສຸດເຈດຕະນາທີ່ຈະເວົ້າ; ເປັນຫຍັງຕົວຕົນຂອງໂຢຮັນຈຶ່ງແຕກຕ່າງຈາກຕົວຕົນຂອງພຣະເຢຊູ?” ພຣະທຳທີ່ພຣະເຢຊູກ່າວແມ່ນສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າຢ່າງສົມບູນ. ສິ່ງທີ່ໂຢຮັນເຫັນແມ່ນນິມິດ ແລະ ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າໄດ້ຢ່າງສົມບູນ. ເປັນຫຍັງເມື່ອໂຢຮັນ, ເປໂຕ ແລະ ໂປໂລກ່າວຄຳເວົ້າຫຼາຍຄຳ ດັ່ງທີ່ພຣະເຢຊູກ່າວ ແຕ່ພວກເຂົາກໍບໍ່ມີຕົວຕົນແບບດຽວກັບພຣະເຢຊູ? ຫຼັກໆແມ່ນເປັນຍ້ອນພາລະກິດທີ່ພວກເຂົາປະຕິບັດນັ້ນແຕກຕ່າງກັນ. ພຣະເຢຊູເປັນຕົວແທນໃຫ້ກັບພຣະວິນຍານຂອງພຣະເຈົ້າ ແລະ ເປັນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດໂດຍກົງ. ພຣະອົງປະຕິບັດພາລະກິດຂອງຍຸກໃໝ່ ເຊິ່ງເປັນພາລະກິດທີ່ບໍ່ມີໃຜເຄີຍປະຕິບັດມາກ່ອນ. ພຣະອົງເປີດຫົນທາງໃໝ່, ພຣະອົງເປັນຕົວແທນໃຫ້ກັບພຣະເຢໂຮວາ ແລະ ພຣະອົງເປັນຕົວແທນໃຫ້ກັບພຣະເຈົ້າເອງ, ໃນຂະນະທີ່ເປໂຕ, ເປົາໂລ ແລະ ເດວິດ, ບໍ່ວ່າພວກເຂົາຈະຖືກເອີ້ນວ່າແນວໃດກໍຕາມ ພວກເຂົາພຽງແຕ່ເປັນຕົວແທນໃຫ້ກັບສິ່ງມີຊີວິດຂອງພຣະເຈົ້າ ແລະ ຖືກພຣະເຢຊູ ຫຼື ພຣະເຢໂຮວາສົ່ງມາ. ສະນັ້ນ ບໍ່ວ່າພາລະກິດທີ່ພວກເຂົາປະຕິບັດນັ້ນມີຫຼາຍສໍ່າໃດກໍຕາມ, ບໍ່ວ່າສິ່ງອັດສະຈັນທີ່ພວກເຂົາປະຕິບັດນັ້ນຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຂົາກໍຍັງເປັນພຽງສິ່ງຖືກສ້າງຂອງພຣະເຈົ້າ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະວິນຍານຂອງພຣະເຈົ້າໄດ້. ພວກເຂົາປະຕິບັດພາລະກິດໃນນາມຂອງພຣະເຈົ້າ ຫຼື ປະຕິບັດພາລະກິດຫຼັງຈາກທີ່ພຣະເຈົ້າໄດ້ສົ່ງມາ; ຍິ່ງໄປກວ່ານັ້ນ ພວກເຂົາປະຕິບັດພາລະກິດໃນຍຸກທີ່ພຣະເຢຊູ ຫຼື ພຣະເຢໂຮວາເປັນຜູ້ເລີ່ມຕົ້ນ ແລະ ພວກເຂົາບໍ່ໄດ້ປະຕິບັດພາລະກິດອື່ນເລີຍ. ໃນທີ່ສຸດແລ້ວ ພວກເຂົາກໍເປັນພຽງສິ່ງຖືກສ້າງຂອງພຣະເຈົ້າເທົ່ານັ້ນ.

(ຄັດຈາກບົດ “ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

323. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູຍັງກໍໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ກະທໍາພາລະກິດຫຼາຍຢ່າງ. ພຣະອົງແຕກຕ່າງຈາກເອຊະຢາແນວໃດ? ພຣະອົງແຕກຕ່າງຈາກເດນິເອນແນວໃດ? ພຣະອົງແມ່ນສາສະດາບໍ? ເປັນຫຍັງຈຶ່ງເວົ້າວ່າ ພຣະອົງເປັນພຣະຄຣິດ? ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພວກເຂົາ? ພວກເຂົາທຸກຄົນແມ່ນມະນຸດທີ່ກ່າວພຣະທໍາ ແລະ ບໍ່ໜ້ອຍກໍຫຼາຍ ພຣະທໍາຂອງພວກເຂົາກໍປະກົດຄືຄໍາເວົ້າຂອງມະນຸດ. ພວກເຂົາທຸກຄົນກ່າວພຣະທໍາ ແລະ ກະທໍາພາລະກິດ. ສາສະດາຫຼາຍຄົນໃນພຣະສັນຍາເກົ່າສາມາດທໍານວາຍໄດ້ ແລະ ພຣະເຢຊູກໍສາມາດທໍານວາຍໄດ້ເຊັ່ນກັນ. ເຫດໃດຈຶ່ງເປັນດັ່ງນັ້ນ? ຄວາມແຕກຕ່າງໃນນີ້ ແມ່ນອີງຕາມລັກສະນະຂອງພາລະກິດ. ເພື່ອໃຫ້ເຂົ້າໃຈໃນເລຶ່ອງນີ້, ເຈົ້າຕ້ອງບໍ່ຖືເອົາລັກສະນະຂອງເນື້ອໜັງ ແລະ ເຈົ້າບໍ່ຄວນຖືເອົາຄວາມເລິກ ຫຼື ຄວາມຕື້ນຂອງຄໍາເວົ້າຂອງພວກເຂົາ. ກ່ອນອື່ນໝົດ ເຈົ້າຕ້ອງຖືເອົາພາລະກິດຂອງພວກເຂົາ ແລະ ຜົນຂອງພາລະກິດທີ່ພວກເຂົາບັນລຸໃນມະນຸດ. ຄໍາທໍານວາຍທີ່ກ່າວໂດຍສາສະດາໃນເວລານັ້ນບໍ່ໄດ້ສະໜອງຊີວິດຂອງມະນຸດ ແລະ ແຮງດົນໃຈທີ່ໄດ້ຮັບຈາກຜູ້ຄົນຕ່າງໆເຊັ່ນເອຊະຢາ ແລະ ເດນີເອນກໍເປັນຄໍາທໍານວາຍ ແລະ ບໍ່ແມ່ນອນວທາງຂອງຊີວິດ. ຖ້າບໍ່ແມ່ນຍ້ອນການເປີດເຜີຍໂດຍກົງຂອງພຣະເຢໂຮວາ ກໍຈະບໍ່ມີຜູ້ໃດສາມາດກະທໍາພາລະກິດນັ້ນໄດ້ ເຊິ່ງເປັນໄປບໍ່ໄດ້ສໍາລັບມະນຸດ. ພຣະເຢຊູກໍໄດ້ກ່າວພຣະທໍາຢ່າງຫຼວງຫຼາຍເຊັ່ນດຽວກັນ ແຕ່ພຣະທໍາດັ່ງກ່າວແມ່ນແນວທາງຂອງຊີວິດ ທີ່ມະນຸດສາມາດຄົ້ນຫາຫົນທາງນັ້ນເພື່ອນໍາໃຊ້ເຂົ້າໃນການປະຕິບັດ. ເວົ້າໄດ້ວ່າ ປະການທີໜຶ່ງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ຍ້ອນວ່າ ພຣະເຢຊູຄືຊີວິດ; ປະການທີສອງຄື ພຣະອົງສາມາດປ່ຽນແປງການອອກນອກເສັ້ນທາງຂອງມະນຸດໄດ້; ປະການທີສາມຄື ພາລະກິດຂອງພຣະອົງສາມາດສືບແທນພາລະກິດຂອງພຣະເຢໂຮວາ ເພື່ອສືບຕໍ່ຍຸກ; ປະການທີສີ່ຄື ພຣະອົງສາມາດເຂົ້າໃຈຄວາມຕ້ອງການພາຍໃນມະນຸດ ແລະ ເຂົ້າໃຈສິ່ງທີ່ມະນຸດຂາດເຂີນ; ປະການທີຫ້າຄື ພຣະອົງສາມາດນໍາທາງໃນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າ. ນັ້ນແມ່ນເຫດຜົນທີ່ພຣະອົງຖືກເອີ້ນວ່າ ພຣະເຈົ້າ ແລະ ພຣະຄຣິດ; ພຣະອົງບໍ່ພຽງແຕ່ແຕກຕ່າງຈາກເອຊະຢາເທົ່ານັ້ນ ແຕ່ຍັງແຕກຕ່າງຈາກສາສະດາທຸກຄົນອີກດ້ວຍ. ໃຫ້ຍົກເອົາເອຊະຢາເປັນການປຽບທຽບສໍາລັບພາລະກິດຂອງສາສະດາ. ການປຽບທຽບທີໜຶ່ງຄື ລາວບໍ່ສາມາດສະໜອງຊີວິດຂອງມະນຸດ; ການປຽບທຽບທີສອງຄື ລາວບໍ່ສາມາດນໍາທາງໃນຍຸກໃໝ່. ລາວປະຕິບັດວຽກງານພາຍໃຕ້ການນໍາພາຂອງພຣະເຢໂຮວາ ແລະ ບໍ່ແມ່ນເປັນຜູ້ນໍາທາງໃນຍຸກໃໝ່. ການປຽບທຽບທີສາມຄື ຄໍາເວົ້າທີ່ລາວກ່າວແມ່ນເໜືອກວ່າລາວ. ລາວໄດ້ຮັບການເປີດເຜີຍໂດຍກົງຈາກພຣະວິນຍານຂອງພຣະເຈົ້າ ແລະ ຄົນອື່ນຈະບໍ່ເຂົ້າໃຈ ເຖິງວ່າຈະໄດ້ຍິນຄໍາກ່າວເຫຼົ່ານັ້ນ. ພຽງສອງສາມສິ່ງເຫຼົ່ານີ້ເທົ່ານັ້ນກໍພຽງພໍທີ່ຈະພິສູດໃຫ້ເຫັນວ່າ ຄໍາກ່າວຂອງລາວບໍ່ໄດ້ແຕກຕ່າງຈາກການທໍານວາຍ ແລະ ບໍ່ໄດ້ຫຼາຍກວ່າພາກສ່ວນໜຶ່ງຂອງພາລະກິດທີ່ເຮັດແທນພຣະເຢໂຮວາ. ຢ່າງໃດກໍຕາມ, ລາວບໍ່ສາມາດເປັນຕົວແທນພຣະເຢໂຮວາໄດ້ທັງໝົດ. ລາວເປັນພຽງຜູ້ຮັບໃຊ້ພຣະເຢໂຮວາ ກໍຄື ເປັນເຄື່ອງມືຮັບໃຊ້ໃນພາລະກິດຂອງພຣະເຢໂຮວາ. ລາວພຽງປະຕິບັດພາລະກິດຢູ່ໃນຍຸກແຫ່ງພຣະບັນຍັດ ແລະ ຢູ່ໃນຂອບເຂດຂອງພາລະກິດຂອງພຣະເຢໂຮວາເທົ່ານັ້ນ; ລາວບໍ່ໄດ້ປະຕິບັດພາລະກິດອອກນອກຍຸກແຫ່ງພຣະບັນຍັດ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຢຊູແມ່ນແຕກຕ່າງ. ພຣະອົງປະຕິບັດເກີນຂອບເຂດຂອງພາລະກິດຂອງພຣະເຢໂຮວາ; ພຣະອົງປະຕິບັດພາລະກິດເປັນພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໄດ້ຜ່ານປະສົບການຂອງການໄຖ່ບາບໂດຍຖືກຄືງໃສ່ໄມ້ກາງແຂນ ເພື່ອໄຖ່ບາບມວນມະນຸດຊາດ. ໝາຍຄວາມວ່າ ພຣະອົງດໍາເນີນພາລະກິດໃໝ່ຢູ່ນອກຂອບເຂດພາລະກິດທີ່ກະທໍາໂດຍພຣະເຢໂຮວາ. ນີ້ແມ່ນການນໍາທາງໃນຍຸກໃໝ່. ນອກຈາກນັ້ນ, ພຣະອົງສາມາດກ່າວເຖິງສິ່ງທີ່ມະນຸດບໍ່ສາມາດບັນລຸຜົນໄດ້. ພາລະກິດຂອງພຣະອົງແມ່ນປະຕິບັດຢູ່ໃນການຄຸ້ມຄອງຂອງພຣະເຈົ້າ ແລະ ປະກອບດ້ວຍມວນມະນຸດທັງໝົດ. ພຣະອົງບໍ່ໄດ້ກະທໍາພາລະກິດຕໍ່ມະນຸດພຽງສອງສາມຄົນ ແລະ ພາລະກິດຂອງພຣະອົງບໍ່ໄດ້ມີໄວ້ເພື່ອນໍາພາມະນຸດພຽງຈໍານວນຈໍາກັດ. ສໍາລັບວີທີທີ່ພຣະເຈົ້າບັງເກີດເປັນມະນຸດ, ວິທີທີ່ພຣະວິນຍານໃຫ້ການເປີດເຜີຍໃນເວລານັ້ນ ແລະ ວິທີທີ່ພຣະວິນຍານລົງມາສູ່ມະນຸດເພື່ອກະທໍາພາລະກິດ, ສິ່ງເຫຼົ່ານີ້ແມ່ນເປັນສິ່ງທີ່ມະນຸດບໍ່ສາມາດເຫັນ ຫຼື ສໍາພັດໄດ້. ມັນເປັນໄປບໍ່ໄດ້ທີ່ສຸດທີ່ຈະໃຊ້ຄວາມຈິງເຫຼົ່ານີ້ເພື່ອເປັນຫຼັກຖານພິສູດວ່າ ພຣະອົງຄືພຣະເຈົ້າຜູ້ບັງເກີດເປັນມະນຸດ. ດ້ວຍເຫດນັ້ນ, ຈຶ່ງສາມາດຈໍາແນກໄດ້ໃນທ່າມກາງພຣະທໍາ ແລະ ພາລະກິດຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ມະນຸດສາມາດຈໍາຕ້ອງໄດ້. ພຽງສິ່ງນີ້ເທົ່ານັ້ນຄືຄວາມຈິງ. ນີ້ກໍເນື່ອງຈາກວ່າ ເຈົ້າບໍ່ສາມາດເຫັນເລື່ອງຂອງພຣະວິນຍານໄດ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ຮັບຮູ້ເລຶ່ອງດັ່ງກ່າວຢ່າງຊັດເຈນ ແລະ ແມ່ນແຕ່ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງກໍບໍ່ສາມາດຮູ້ທຸກສິ່ງໄດ້; ເຈົ້າພຽງແຕ່ສາມາດຢືນຢັນວ່າ ພຣະອົງເປັນພຣະເຈົ້າ ຫຼື ບໍ່ ຈາກພາລະກິດທີ່ພຣະອົງໄດ້ກະທໍາເທົ່ານັ້ນ. ຈາກພາລະກິດຂອງພຣະອົງ, ສາມາດເຫັນໄດ້ວ່າ: ສິ່ງທີໜຶ່ງຄື ພຣະອົງສາມາດເປີດຍຸກໃໝ່; ສິ່ງທີສອງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ແລະ ສະແດງໃຫ້ມະນຸດເຫັນເສັ້ນທາງເພື່ອປະຕິບັດຕາມ. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າ ພຣະອົງຄືພຣະເຈົ້າ. ຢ່າງໜ້ອຍສຸດ ພາລະກິດທີ່ພຣະອົງກະທໍາສາມາດເປັນຕົວແທນພຣະວິນຍານຂອງພຣະເຈົ້າທັງໝົດ ແລະ ຈາກພາລະກິດດັ່ງກ່າວນັ້ນ ແມ່ນສາມາດເຫັນໄດ້ວ່າ ພຣະວິນຍານຂອງພຣະເຈົ້າແມ່ນສະຖິດຢູ່ພາຍໃນພຣະອົງ. ຍ້ອນວ່າ ພາລະກິດທີ່ກະທໍາໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດນັ້ນ ສ່ວນໃຫຍແລ້ວແມ່ນເພື່ອນໍາທາງໃນຍຸກໃໝ່, ນໍາພາພາລະກິດໃໝ່ ແລະ ເປີດໂລກໃໝ່, ສິ່ງເຫຼົ່ານີ້ເທົ່ານັ້ນແມ່ນພຽງພໍທີ່ຈະພິສູດໃຫ້ເຫັນວ່າ ພຣະອົງຄືພຣະເຈົ້າ. ສະນັ້ນ, ສິ່ງນີ້ຈຶ່ງເຮັດໃຫ້ພຣະອົງແຕກຕ່າງຈາກເອຊະຢາ, ເດນິເອນ ແລະ ສາສະດາຜູ້ຍິ່ງໃຫຍ່ອື່ນໆ.

(ຄັດຈາກບົດ “ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

324. ໃນຍຸກແຫ່ງພຣະຄຸນ, ໂຢຮັນປູທາງສຳລັບພຣະເຢຊູ. ເພິ່ນບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ພຽງແຕ່ປະຕິບັດໜ້າທີ່ຂອງມະນຸດ. ເຖິງແມ່ນໂຢຮັນເປັນຜູ້ບຸກເບີກທາງໃຫ້ກັບພຣະຜູ້ເປັນເຈົ້າ, ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້; ເພິ່ນພຽງແຕ່ເປັນມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ. ຫຼັງຈາກທີ່ພຣະເຢຊູໄດ້ຮັບບັບຕິດສະມາ, ພຣະວິນຍານບໍລິສຸດກໍລົງມາຢູ່ເທິງພຣະອົງດັ່ງນົກເຂົາ. ຫຼັງຈາກນັ້ນ ພຣະອົງກໍເລີ່ມຕົ້ນພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງເລີ່ມປະຕິບັດພັນທະກິດຂອງພຣະຄຣິດ. ເຫດຜົນທີ່ວ່າເປັນຫຍັງພຣະອົງຈຶ່ງມີຕົວຕົນຂອງພຣະເຈົ້າ ນັ້ນກໍຍ້ອນວ່າ ພຣະອົງມາຈາກພຣະເຈົ້າ. ບໍ່ວ່າຄວາມເຊື່ອຂອງພຣະອົງກ່ອນໜ້ານີ້ຈະເປັນແນວໃດກໍຕາມ, ມັນອາດຈະອ່ອນແອໃນຫຼາຍຄັ້ງ ຫຼື ເຂັ້ມແຂງໃນບາງຄັ້ງ, ທຸກສິ່ງແມ່ນເປັນຍ້ອນຊີວິດມະນຸດທຳມະດາທີ່ພຣະອົງດໍາລົງຢູ່ກ່ອນປະຕິບັດພັນທະກິດຂອງພຣະອົງ. ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ (ນັ້ນກໍຄື ຖືກເຈີມ) ລິດອຳນາດ ແລະ ສະຫງ່າລາສີຂອງພຣະເຈົ້າຈຶ່ງຢູ່ກັບພຣະອົງທັນທີ ແລະ ແລ້ວພຣະອົງກໍເລີ່ມປະຕິບັດພັນທະກິດຂອງພຣະອົງ. ພຣະອົງສາມາດເຮັດໝາຍສຳຄັນ ແລະ ການອິດທິລິດ, ປະຕິບັດການອັດສະຈັນ ແລະ ພຣະອົງມີລິດອຳນາດ ແລະ ສິດອຳນາດ, ນັ້ນກໍຍ້ອນພຣະອົງປະຕິບັດພາລະກິດແທນພຣະເຈົ້າໂດຍກົງ; ພຣະອົງປະຕິບັດພາລະກິດຂອງພຣະວິນຍານແທນພຣະອົງ ແລະ ສຳແດງເຖິງສຽງຂອງພຣະວິນຍານ. ສະນັ້ນ ພຣະອົງຈຶ່ງເປັນພຣະເຈົ້າເອງ; ສິ່ງນີ້ ແມ່ນບໍ່ສາມາດໂຕ້ຖຽງໄດ້. ໂຢຮັນແມ່ນຖືກພຣະວິນຍານບໍລິສຸດໃຊ້. ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ ຫຼື ເປັນໄປບໍ່ໄດ້ທີ່ເພິ່ນຈະເປັນຕົວແທນໃຫ້ກັບພຣະເຈົ້າ. ຖ້າເພິ່ນປາຖະໜາທີ່ຈະເຮັດແບບນັ້ນ, ພຣະວິນຍານບໍລິສຸດກໍຈະບໍ່ອະນຸຍາດໃຫ້ເພິ່ນເຮັດໄດ້, ນັ້ນກໍຍ້ອນວ່າ ເພິ່ນຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າຕັ້ງໃຈເຮັດໃຫ້ສຳເລັດ. ບາງເທື່ອມີຫຼາຍສິ່ງໃນຕົວເພິ່ນທີ່ມາຈາກຄວາມປະສົງຂອງມະນຸດ ຫຼື ສິ່ງທີ່ອອກນອກຮູ້ນອກທາງ; ບໍ່ວ່າຈະໃນກໍລະນີໃດກໍຕາມ ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ. ຄວາມຜິດພາດ ແລະ ຄວາມບໍ່ຖືກຕ້ອງຂອງເພິ່ນພຽງແຕ່ເປັນຕົວແທນໃຫ້ກັບເພິ່ນເອງ, ແຕ່ພາລະກິດຂອງເພິ່ນເປັນຕົວແທນຂອງພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ ເຈົ້າບໍ່ສາມາດເວົ້າວ່າທັງໝົດຂອງເພິ່ນເປັນຕົວແທນໃຫ້ກັບພຣະເຈົ້າ. ການນອກຮູ້ນອກທາງ ແລະ ຄວາມຜິດພາດຂອງເພິ່ນສາມາດເປັນຕົວແທນໃຫ້ກັບພຣະເຈົ້າເຊັ່ນກັນບໍ? ຄວາມຜິດພາດໃນການເປັນຕົວແທນໃຫ້ກັບມະນຸດແມ່ນເປັນສິ່ງປົກກະຕິ, ແຕ່ຖ້າຄົນໜຶ່ງອອກນອກຮູ້ນອກທາງໃນການເປັນຕົວແທນໃຫ້ກັບພຣະເຈົ້າ, ແລ້ວນັ້ນຈະບໍ່ແມ່ນການບໍ່ເຄົາລົບຕໍ່ພຣະເຈົ້າບໍ? ນັ້ນຈະບໍ່ແມ່ນການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດບໍ? ພຣະວິນຍານບໍລິສຸດບໍ່ອະນຸຍາດໃຫ້ມະນຸດຢືນຢູ່ໃນຕໍາແໜ່ງຂອງພຣະເຈົ້າຢ່າງງ່າຍດາຍ ເຖິງແມ່ນເຂົາຈະໄດ້ຮັບການຍົກຍ້ອງສັນລະເສີນຈາກຄົນອື່ນ. ຖ້າເຂົາບໍ່ແມ່ນພຣະເຈົ້າ, ເຂົາກໍຈະບໍ່ສາມາດຍຶດໝັ້ນໃນທີ່ສຸດ. ພຣະວິນຍານບໍລິສຸດບໍ່ອະນຸຍາດໃຫ້ມະນຸດເປັນຕົວແທນໃຫ້ກັບພຣະເຈົ້າຕາມອຳເພີໃຈຂອງມະນຸດ! ຕົວຢ່າງເຊັ່ນ: ມັນແມ່ນພຣະວິນຍານບໍລິສຸດທີ່ເປັນພະຍານໃຫ້ກັບໂຢຮັນ ແລະ ພຣະວິນຍານບໍລິສຸດຍັງເປັນຜູ້ເປີດເຜີຍເພິ່ນໃຫ້ເປັນຜູ້ປູທາງໃຫ້ກັບພຣະເຢຊູ, ແຕ່ວ່າ ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນເພິ່ນນັ້ນ ແມ່ນໄດ້ວັດແທກເປັນຢ່າງດີ. ສິ່ງທີ່ຮຽກຮ້ອງຈາກໂຢຮັນແມ່ນໃຫ້ເປັນຜູ້ປູທາງໃຫ້ແກ່ພຣະເຢຊູ ເພື່ອຈັດກຽມຫົນທາງໃຫ້ກັບບພຣະອົງ. ນັ້ນໝາຍຄວາມວ່າ ພຣະວິນຍານບໍລິສຸດພຽງແຕ່ສົ່ງເສີມພາລະກິດຂອງເພິ່ນໃນການປູເສັ້ນທາງ ແລະ ອະນຸຍາດໃຫ້ເພິ່ນປະຕິບັດພາລະກິດດັ່ງກ່າວເທົ່ານັ້ນ, ເພິ່ນບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດພາລະກິດອື່ນ. ໂຢຮັນເປັນຕົວແທນໃຫ້ກັບເອລີຢາ ແລະ ເພິ່ນເປັນຕົວແທນໃຫ້ກັບຜູ້ປະກາດພຣະທຳໃນການປູທາງໃຫ້ພຣະອົງເຈົ້າ. ພຣະວິນຍານບໍລິສຸດສົ່ງເສີມເພິ່ນໃນສິ່ງນີ້; ຕາບໃດທີ່ພາລະກິດຂອງເພິ່ນຄືການປູທາງ, ພຣະວິນຍານບໍລິສຸດກໍສົ່ງເສີມເພິ່ນ. ແຕ່ຖ້າຫາກເພິ່ນອ້າງຕົນເອງວ່າເປັນພຣະເຈົ້າ ແລະ ເວົ້າວ່າເພິ່ນໄດ້ມາເພື່ອເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ, ພຣະວິນຍານບໍລິສຸດກໍຈະຕ້ອງລົງວິໄນເພິ່ນ. ບໍ່ວ່າພາລະກິດຂອງໂຢຮັນຈະຍິ່ງໃຫຍ່ສໍ່າໃດກໍຕາມ ແລະ ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະສົ່ງເສີມພາລະກິດນັ້ນກໍຕາມ, ພາລະກິດຂອງເພິ່ນແມ່ນມີຂອບເຂດ. ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະສົ່ງເສີມພາລະກິດຂອງເພິ່ນແທ້, ແຕ່ລິດອຳນາດທີ່ມອບໃຫ້ກັບເພິ່ນໃນເວລານັ້ນແມ່ນຖືກຈຳກັດພຽງແຕ່ຢູ່ໃນການຈັດກຽມເສັ້ນທາງ. ເພິ່ນບໍ່ສາມາດປະຕິບັດພາລະກິດອື່ນໄດ້, ຍ້ອນເພິ່ນເປັນພຽງໂຢຮັນທີ່ເປັນຜູ້ປູທາງເທົ່ານັ້ນ ແລະ ບໍ່ແມ່ນພຣະເຢຊູ. ສະນັ້ນ ຄຳພະຍານຂອງພຣະວິນຍານບໍລິສຸດແມ່ນກະແຈສຳຄັນ, ແຕ່ວ່າພາລະກິດທີ່ພຣະວິນຍານບໍລິສຸດອະນຸຍາດໃຫ້ມະນຸດປະຕິບັດແມ່ນຍິ່ງສຳຄັນຫຼາຍກວ່າ. ໂຢຮັນບໍ່ໄດ້ເປັນພະຍານຢ່າງແທ້ຈິງບໍໃນເວລານັ້ນ? ພາລະກິດຂອງເພິ່ນບໍ່ໄດ້ຍິ່ງໃຫຍ່ເຊັ່ນກັນບໍ? ແຕ່ເຖິງຢ່າງໃດກໍຕາມ ພາລະກິດທີ່ເພິ່ນປະຕິບັດບໍ່ສາມາດລື່ນພາລະກິດຂອງພຣະເຢຊູໄດ້, ຍ້ອນວ່າ ເພິ່ນເປັນພຽງມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໂດຍກົງໄດ້ ແລະ ດ້ວຍເຫດນັ້ນ ພາລະກິດທີ່ເພິ່ນປະຕິບັດຈຶ່ງມີຂໍ້ຈຳກັດ. ຫຼັງຈາກທີ່ເພິ່ນໄດ້ສຳເລັດພາລະກິດແຫ່ງການປູທາງ, ພຣະວິນຍານບໍລິສຸດກໍບໍ່ສົ່ງເສີມຄຳພະຍານຂອງເພິ່ນອີກຕໍ່ໄປ, ບໍ່ມີພາລະກິດໃໝ່ເກີດຂຶ້ນຕາມຫຼັງເພິ່ນ ແລະ ເມື່ອພາລະກິດຂອງພຣະເຈົ້າເອງໄດ້ເລີ່ມຕົ້ນຂຶ້ນ, ໂຢຮັນກໍຈາກໄປ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

325. ເຖິງແມ່ນວ່າ ໂຢຮັນໄດ້ເວົ້າວ່າ “ພວກເຈົ້າຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” ແລະ ເພິ່ນກໍໄດ້ເທດສະໜາຂ່າວປະເສີດແຫ່ງອານາຈັກສະຫວັນເຊັ່ນກັນ, ແຕ່ພາລະກິດຂອງເພິ່ນກໍບໍ່ໄດ້ພັດທະນາເພີ່ມເຕີ່ມ ແລະ ພຽງແຕ່ກໍ່ຕັ້ງເປັນຈຸດເລີ່ມຕົ້ນເທົ່ານັ້ນ. ໃນທາງກົງກັນຂ້າມ, ພຣະເຢຊູເລີ່ມຕົ້ນຍຸກໃໝ່ພ້ອມທັງນໍາຍຸກເກົ່າມາສູ່ຈຸດສິ້ນສຸດ ແລະ ນອກຈາກນັ້ນ ພຣະອົງຍັງປະຕິບັດກົດລະບຽບແຫ່ງພຣະສັນຍາເດີມອີກດ້ວຍ. ພາລະກິດທີ່ພຣະອົງປະຕິບັດແມ່ນຍິ່ງໃຫຍ່ກວ່າພາລະກິດຂອງໂຢຮັນ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ມາເພື່ອໄຖ່ມະນຸດຊາດທັງປວງ, ພຣະອົງເຮັດໃຫ້ຂັ້ນຕອນນັ້ນຂອງພາລະກິດສຳເລັດ. ແຕ່ສຳລັບໂຢຮັນ, ເພິ່ນພຽງແຕ່ຈັດກຽມຫົນທາງ. ເຖິງແມ່ນພາລະກິດຂອງເພິ່ນກໍຍິ່ງໃຫຍ່, ຄຳເວົ້າຂອງເພິ່ນກໍມີຫຼາຍ ແລະ ອັກຄະສາວົກທີ່ຕິດຕາມເພິ່ນກໍມີຫຼາຍເຊັ່ນກັນ, ພາລະກິດຂອງເພິ່ນປະຕິບັດແມ່ນພຽງນໍາເອົາຈຸດເລີ່ມຕົ້ນໃໝ່ມາສູ່ມະນຸດເທົ່ານັ້ນ. ມະນຸດບໍ່ເຄີຍໄດ້ຮັບຊີວິດ, ຫົນທາງ ຫຼື ຄວາມຈິງຢ່າງເລິກເຊິ່ງຈາກເພິ່ນ ຫຼື ມະນຸດບໍ່ເຄີຍໄດ້ຮັບການເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າຜ່ານເພິ່ນຈັກເທື່ອ. ໂຢຮັນເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ (ເອລີຢາ) ຜູ້ເຊິ່ງເປີດເຜີຍສະໜາມໃໝ່ໃຫ້ກັບພາລະກິດຂອງພຣະເຢຊູ ແລະ ຈັດຕຽມຄົນທີ່ຖືກເລືອກ; ເພິ່ນເປັນຜູ້ບຸກເບີກທາງໃຫ້ກັບຍຸກແຫ່ງພຣະຄຸນ. ເລື່ອງດັ່ງກ່າວບໍ່ສາມາດແຍກແຍະໄດ້ຈາກການສັງເກດພຽງແຕ່ຮູບຮ່າງພາຍນອກທຳມະດາຂອງພວກເຂົາເທົ່ານັ້ນ. ສິ່ງນີ້ຍິ່ງເປັນຈິງຫຼາຍຂຶ້ນ ໃນເມື່ອໂຢຮັນກໍໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍພໍສົມຄວນ ແລະ ຍິ່ງໄປກວ່ານັ້ນ ເພິ່ນຖືກສັນຍາໂດຍພຣະວິນຍານບໍລິສຸດ ແລະ ພາລະກິດຂອງເພິ່ນກໍໄດ້ຮັບການສົ່ງເສີມໂດຍພຣະວິນຍານບໍລິສຸດເຊັ່ນກັນ. ເມື່ອເປັນດັ່ງນີ້, ຕ້ອງເບິ່ງຜ່ານພາລະກິດທີ່ພວກເຂົາປະຕິບັດເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດແຍກແຍະຕົວຕົນຂອງພວກເຂົາໄດ້, ຍ້ອນບໍ່ມີທາງທີ່ຈະແຍກແຍະທາດແທ້ຂອງມະນຸດຈາກຮູບຮ່າງພາຍນອກຂອງເຂົາ ຫຼື ບໍ່ມີທາງທີ່ມະນຸດຈະຄົ້ນຫາໃຫ້ແນ່ໃຈວ່າແມ່ນຫຍັງຄືຄຳພະຍານຂອງພຣະວິນຍານບໍລິສຸດ. ພາລະກິດທີ່ໂຢຮັນປະຕິບັດ ແລະ ພາລະກິດທີ່ພຣະເຢຊູປະຕິບັດບໍ່ໄດ້ຄືກັນ ພ້ອມທັງມີທຳມະຊາດທີ່ແຕກຕ່າງກັນ. ການທີ່ຄົນໜຶ່ງກຳນົດວ່າເຂົາເປັນພຣະເຈົ້າ ຫຼື ບໍ່ນັ້ນ ກໍແມ່ນມາຈາກສິ່ງນີ້. ພາລະກິດຂອງພຣະເຢຊູແມ່ນການເລີ່ມຕົ້ນ, ການສືບຕໍ່, ການເຮັດໃຫ້ສຳເລັດ ແລະ ການເຮັດໃຫ້ບັນລຸຜົນ. ພຣະອົງປະຕິບັດແຕ່ລະຂັ້ນຕອນເຫຼົ່ານີ້ ໃນຂະນະທີ່ພາລະກິດຂອງໂຢຮັນເປັນພຽງການສ້າງຈຸດເລີ່ມຕົ້ນ. ໃນຕອນເລີ່ມຕົ້ນ, ພຣະເຢຊູເຜີຍແຜ່ຂ່າວປະເສີດ ແລະ ເທດສະໜາກ່ຽວກັບວິທີແຫ່ງການກັບໃຈ ແລະ ຫຼັງຈາກນັ້ນກໍໃຫ້ບັບຕິດສະມາແກ່ມະນຸດ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ສຸດທ້າຍ, ພຣະອົງກໍໄດ້ໄຖ່ມະນຸດຊາດຈາກຄວາມບາບ ແລະ ເຮັດໃຫ້ພາລະກິດຂອງພຣະອົງໃນຍຸກນັ້ນສໍາເລັດລົງ. ພຣະອົງຍັງເດີນທາງໄປມາທົ່ວທຸກຫົນແຫ່ງ, ເທດສະໜາຕໍ່ມະນຸດ ແລະ ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ໃນກໍລະນີນີ້ ພຣະອົງ ແລະ ໂຢຮັນແມ່ນຄືກັນ, ແຕ່ຄວາມແຕກຕ່າງກໍຄື ພຣະເຢຊູເລີ່ມຕົ້ນຍຸກໃໝ່ ແລະ ນໍາຍຸກແຫ່ງພຣະຄຸນມາສູ່ມະນຸດ. ຈາກປາກຂອງພຣະອົງແມ່ນເຕັມໄປດ້ວຍພຣະທຳກ່ຽວກັບສິ່ງທີ່ມະນຸດຄວນປະຕິບັດຕາມ ແລະ ຫົນທາງທີ່ມະນຸດຄວນຕິດຕາມໃນຍຸກແຫ່ງພຣະຄຸນ ແລະ ໃນທີ່ສຸດແລ້ວ ພຣະອົງກໍເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ. ໂຢຮັນບໍ່ເຄີຍປະຕິບັດພາລະກິດນີ້ຈັກເທື່ອ. ດ້ວຍເຫດນັ້ນ ຈຶ່ງເປັນພຣະເຢຊູທີ່ປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ແມ່ນພຣະອົງເອງທີ່ເປັນພຣະເຈົ້າ ແລະ ຜູ້ເຊິ່ງເປັນຕົວແທນໃຫ້ກັບພຣະເຈົ້າໂດຍກົງ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

326. ເມື່ອສາສະດາ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ ໄດ້ເວົ້າ ແລະ ເຮັດພາລະກິດ, ນີ້ກໍເພື່ອປະຕິບັດໜ້າທີ່ຂອງມະນຸດ, ເພື່ອຮັບໃຊ້ໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ມັນແມ່ນບາງສິ່ງທີ່ມະນຸດຄວນເຮັດ. ຢ່າງໃດກໍຕາມ, ພຣະທໍາ ແລະ ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນເພື່ອດໍາເນີນພັນທະກິດຂອງພຣະອົງ. ເຖິງແມ່ນວ່າ ຮູບຮ່າງພາຍນອກຂອງພຣະອົງຈະເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ພາລະກິດຂອງພຣະອົງກໍບໍ່ແມ່ນເພື່ອເຮັດໜ້າທີ່ຂອງພຣະອົງ ແຕ່ແມ່ນເພື່ອພັນທະກິດຂອງພຣະອົງ. ຄໍາວ່າ “ໜ້າທີ່” ແມ່ນໃຊ້ກັບສິ່ງມີຊີວິດທີ່ຖືກສ້າງຂຶ້ນ ໃນຂະນະທີ່ຄໍາວ່າ “ພັນທະກິດ” ແມ່ນໃຊ້ກັບເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ທັງສອງຢ່າງແມ່ນມີຄວາມແຕກຕ່າງທີ່ສໍາຄັນ; ທັງສອງຢ່າງບໍ່ສາມາດນໍາໃຊ້ແທນກັນໄດ້. ພາລະກິດຂອງມະນຸດແມ່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ ໃນຂະນະທີ່ພາລະກິດຂອງພຣະເຈົ້າແມ່ນເພື່ອຄຸ້ມຄອງ ແລະ ດໍາເນີນພັນທະກິດຂອງພຣະອົງ. ດັ່ງນັ້ນ, ເຖິງແມ່ນມີສາວົກຫຼາຍຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ ແລະ ມີສາສະດາຫຼາຍຄົນທີ່ມີພຣະອົງສະຖິດຢູ່ໃນພວກເຂົາ, ພາລະກິດ ແລະ ຄໍາເວົ້າຂອງພວກເຂົາແມນພຽງເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນນາມເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນເທົ່ານັ້ນ. ການທໍານວາຍຂອງພວກເຂົາອາດຈະເກີນແນວທາງແຫ່ງຊີວິດທີ່ກ່າວໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ແມ່ນແຕ່ຄວາມເປັນມະນຸດຂອງພວກເຂົາອາດພົ້ນເດັ່ນກວ່າພຣະເຈົ້າຜູ້ບັງເກີດເປັນມະນຸດ ແຕ່ພວກເຂົາແມ່ນຍັງເຮັດໜ້າທີ່ຂອງພວກເຂົາ ແລະ ບໍ່ໄດ້ປະຕິບັດພັນທະກິດ. ໜ້າທີ່ຂອງມະນຸດໝາຍເຖິງວຽກງານຂອງມະນຸດ; ມັນເປັນສິ່ງທີ່ມະນຸດສາມາດໄດ້ຮັບ. ຢ່າງໃດກໍຕາມ, ພັນທະກິດທີ່ດໍາເນີນໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງ ແລະ ມະນຸດບໍ່ສາມາດໄດ້ຮັບສິ່ງນີ້ໄດ້. ບໍ່ວ່າພຣະເຈົ້າຜູ້ບັງເກີດເປັນມະນຸດຈະກ່າວ, ເຮັດພາລະກິດ ຫຼື ສະແດງເຖິງຄວາມມະຫັດສະຈັນ, ພຣະອົງແມ່ນກະທໍາພາລະກິດອັນປະເສີດຢູ່ທ່າມກາງການຄຸ້ມຄອງຂອງພຣະອົງ ແລະ ມະນຸດບໍ່ສາມາດເຮັດພາລະກິດດັ່ງກ່າວແທນພຣະອົງໄດ້. ພາລະກິດຂອງມະນຸດແມ່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນຖານະທີ່ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນເທົ່ານັ້ນຢູ່ໃນຂັ້ນຕອນໃດໜຶ່ງຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຖ້າຂາດການຄຸ້ມຄອງຂອງພຣະເຈົ້າ, ນັ້ນກໍຄື ຖ້າພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດສູນເສຍໄປ, ໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນກໍຈະສູນເສຍໄປ. ພາະລກິດຂອງພຣະເຈົ້າໃນການດໍາເນີນພັນທະກິດຂອງພຣະອົງແມ່ນເພື່ອຄຸ້ມຄອງມະນຸດ ໃນຂະນະການປະຕິບັດໜ້າທີ່ຂອງມະນຸດແມ່ນການເຮັດພັນທະຂອງຕົວເອງໃຫ້ສໍາເລັດ ເພື່ອຕອບສະໜອງຄວາມຕ້ອງການຂອງພຣະຜູ້ສ້າງ ແລະ ບໍ່ສາມາດຖືວ່າເປັນການດໍາເນີນພັນທະກິດຂອງຄົນເຮົາ. ສໍາລັບແກ່ນແທ້ຂອງພຣະເຈົ້າທີ່ມີຢູ່ໃນຕົວ ກໍຄື ພຣະວິນຍານຂອງພຣະອົງ, ພາລະກິດຂອງພຣະເຈົ້າກໍຄືການຄຸ້ມຄອງຂອງພຣະອົງ, ແຕ່ສໍາລັບພຣະເຈົ້າຜູ້ບັງເກີດເປັນມະນຸດ ຜູ້ທີ່ມີຮູບຮ່າງພາຍນອກຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ພາລະກິດຂອງພຣະອົງຄືການດໍາເນີນພັນທະກິດຂອງພຣະອົງ. ບໍ່ວ່າພາລະກິດໃດທີ່ພຣະອົງກະທໍາແມ່ນເປັນການດໍາເນີນພັນທະກິດຂອງພຣະອົງ; ສິ່ງທີ່ມະນຸດສາມາດເຮັດໄດ້ກໍຄື ປະຕິບັດໃຫ້ດີທີ່ສຸດຢູ່ໃນຂອບເຂດຂອງການຄຸ້ມຄອງ ແລະ ພາຍໃຕ້ການນໍາພາຂອງພຣະອົງ.

(ຄັດຈາກບົດ “ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

327. ໃນທີ່ສຸດແລ້ວ, ພາລະກິດຂອງພຣະເຈົ້າກໍແຕກຕ່າງຈາກພາລະກິດຂອງມະນຸດ, ແລ້ວການສະແດງອອກຂອງພຣະເຈົ້າ ແລະ ການສະແດງອອກຂອງມະນຸດຈະຄືກັນໄດ້ແນວໃດ? ພຣະເຈົ້າກໍມີອຸປະນິໄສສະເພາະຂອງພຣະເຈົ້າ, ໃນຂະນະທີ່ມະນຸດກໍມີໜ້າທີ່ໆມະນຸດຄວນປະຕິບັດ. ອຸປະນິໄສຂອງພຣະເຈົ້າແມ່ນຖືກສະແດງອອກໃນພາລະກິດຂອງພຣະອົງ, ໃນຂະນະທີ່ໜ້າທີ່ຂອງມະນຸດກໍປະກອບຢູ່ໃນປະສົບການຂອງມະນຸດ ແລະ ຖືກສະແດງອອກໃນການສະແຫວງຫາຂອງມະນຸດ. ສະນັ້ນ ມັນຈຶ່ງເຫັນໄດ້ຊັດເຈນ ບໍ່ວ່າຈະເປັນການສະແດງອອກຂອງພຣະເຈົ້າ ຫຼື ຂອງມະນຸດແມ່ນຜ່ານທາງພາລະກິດຂອງພວກເຂົາ. ມັນບໍ່ຈຳເປັນຕ້ອງໄດ້ຮັບການອະທິບາຍໂດຍພຣະເຈົ້າເອງ ຫຼື ຈຳເປັນຕ້ອງໃຫ້ມະນຸດພະຍາຍາມເປັນພະຍານ ແລະ ຍິ່ງໄປກວ່ານັ້ນ ບໍ່ຈຳເປັນຕ້ອງໃຫ້ພຣະເຈົ້າເອງຢັບຢັ້ງຄົນໃດໜຶ່ງ. ທຸກສິ່ງນີ້ແມ່ນການເປີດເຜີຍໂດຍທຳມະຊາດ; ມັນບໍ່ແມ່ນການບັງຄັບ ຫຼື ສິ່ງທີ່ມະນຸດສາມາດແຊກແຊງໄດ້. ໜ້າທີ່ຂອງມະນຸດແມ່ນສາມາດຮູ້ຈັກໄດ້ຜ່ານປະສົບການຂອງເຂົາ ແລະ ບໍ່ຈຳເປັນຕ້ອງໃຫ້ເຂົາປະຕິບັດພາລະກິດເພີ່ມເຕີມທີ່ໃຊ້ຈາກປະສົບການ. ແກ່ນແທ້ທຸກຢ່າງຂອງມະນຸດສາມາດຖືກເປີດເຜີຍອອກເມື່ອເຂົາປະຕິບັດໜ້າທີ່ຂອງເຂົາ, ໃນຂະນະທີ່ພຣະເຈົ້າສາມາດສະແດງອອກເຖິງອຸປະນິໄສໂດຍທຳມະຊາດຂອງພຣະອົງເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງ. ຖ້າມັນເປັນພາລະກິດຂອງມະນຸດ ແລ້ວມັນກໍບໍ່ສາມາດຖືກປົກປິດໄດ້. ຖ້າມັນເປັນພາລະກິດຂອງພຣະເຈົ້າ ແລ້ວອຸປະນິໄສຂອງພຣະເຈົ້າກໍຍິ່ງເປັນໄປບໍ່ໄດ້ທີ່ຈະຖືກປົກປິດໂດຍຄົນໃດຄົນໜຶ່ງ ແລະ ຍິ່ງໄປກວ່ານັ້ນກໍຄື ມັນບໍ່ສາມາດຖືກຄວບຄຸມໂດຍມະນຸດ. ບໍ່ສາມາດເວົ້າໄດ້ວ່າມະນຸດເປັນພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ພາລະກິດ ແລະ ຄຳເວົ້າຂອງເຂົາແມ່ນບໍ່ສາມາດເບິ່ງໄດ້ວ່າເປັນສິ່ງບໍລິສຸດ ຫຼື ຖືວ່າບໍ່ສາມາດປ່ຽນແປງໄດ້. ບໍ່ສາມາດເວົ້າໄດ້ວ່າພຣະເຈົ້າເປັນມະນຸດ ຍ້ອນພຣະອົງສວມຕົນເອງດ້ວຍເນື້ອໜັງ ແລະ ພາລະກິດຂອງພຣະອົງກໍບໍ່ສາມາດຖືວ່າເປັນພາລະກິດຂອງມະນຸດ ຫຼື ໜ້າທີ່ຂອງມະນຸດໄດ້. ຍິ່ງໄປກວ່ານັ້ນ ຖ້ອຍຄຳຂອງພຣະເຈົ້າ ແລະ ຈົດໝາຍຂອງໂປໂລກໍບໍ່ສາມາດເຮັດໃຫ້ເທົ່າທຽມກັນໄດ້ ຫຼື ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ຄຳສັ່ງສອນຂອງມະນຸດກໍບໍ່ສາມາດເວົ້າໄດ້ວ່າເທົ່າທຽມກັນໄດ້. ສະນັ້ນ ຈຶ່ງມີຫຼັກການທີ່ແຍກແຍະພາລະກິດຂອງພຣະເຈົ້າອອກຈາກພາລະກິດຂອງມະນຸດ. ສິ່ງນີ້ຖືກຈຳແນກໂດຍອີງຕາມທາດແທ້ຂອງມັນ, ບໍ່ແມ່ນຂອບເຂດຂອງພາລະກິດ ຫຼື ປະສິດທິພາບຊົ່ວຄາວຂອງພາລະກິດນັ້ນໆ. ໃນຫົວຂໍ້ນີ້ ຄົນສ່ວນໃຫຍ່ແມ່ນຜິດພາດກ່ຽວກັບຫຼັກການນັ້ນຫຼາຍ. ນີ້ກໍເພາະວ່າ ມະນຸດເບິ່ງແຕ່ພາຍນອກ ເຊິ່ງມະນຸດສາມາດບັນລຸໄດ້, ໃນຂະນະທີ່ພຣະເຈົ້າເບິ່ງທີ່ທາດເແທ້ ເຊິ່ງບໍ່ສາມາດສັງເກດເຫັນດ້ວຍສາຍຕາທາງເນື້ອໜັງຂອງມະນຸດຊາດໄດ້. ຖ້າເຈົ້າຖືວ່າພຣະທຳ ແລະ ພາລະກິດຂອງພຣະເຈົ້າເປັນໜ້າທີ່ຂອງມະນຸດປົກກະຕິ ແລະ ເບິ່ງພາລະກິດຂະໜາດໃຫຍ່ຂອງມະນຸດເປັນພາລະກິດຂອງພຣະເຈົ້າທີ່ຖືກປົກຄຸມໃນເນື້ອໜັງ, ເຊິ່ງກົງກັນຂ້າມກັບການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາ, ແລ້ວເຈົ້າບໍ່ໄດ້ເຂົ້າໃຈຫຼັກການຜິດບໍ? ຈົດໝາຍ ແລະ ຊີວະປະຫວັດຂອງມະນຸດສາມາດຖືກສ້າງຂຶ້ນໄດ້ຢ່າງງ່າຍດາຍ, ແຕ່ມັນຢູ່ບົນພື້ນຖານຂອງພາລະກິດຂອງພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ, ມະນຸດບໍ່ສາມາດເຮັດໃຫ້ຖ້ອຍຄຳ ແລະ ພາລະກິດຂອງພຣະເຈົ້າສຳເລັດໄດ້ຢ່າງງ່າຍດາຍ ຫຼື ບັນລຸໄດ້ໂດຍສະຕິປັນຍາ ແລະ ຄວາມຄິດຂອງມະນຸດ. ຍິ່ງໄປກວ່ານັ້ນ, ມັນບໍ່ສາມາດອະທິບາຍໄດ້ຈາກການຄົ້ນຄວ້າຂອງມະນຸດ. ຖ້າພວກເຈົ້າບໍ່ມີປະຕິກິລິຍາຕໍ່ຫຼັກການເຫຼົ່ານີ້, ແລ້ວນັ້ນກໍພິສູດວ່າຄວາມເຊື່ອຂອງພວກເຈົ້າບໍ່ເປັນຈິງ ແລະ ບໍ່ໄດ້ຖືກຫຼໍ່ຫຼອມເທື່ອ. ມັນພຽງແຕ່ສາມາດເວົ້າໄດ້ວ່າຄວາມເຊື່ອຂອງພວກເຈົ້າແມ່ນເຕັມໄປດ້ວຍຄວາມບໍ່ແຈ່ມແຈ້ງ ແລະ ມັນທັງສົບສົນ ແລະ ຂາດຫຼັກການອີກດ້ວຍ. ຫາກບໍ່ມີແມ່ນແຕ່ການເຂົ້າໃຈບັນຫາພື້ນຖານທີ່ສຳຄັນທີ່ສຸດຂອງພຣະເຈົ້າ ແລະ ມະນຸດ, ຄວາມເຊື່ອປະເພດນີ້ຈະບໍ່ແມ່ນຄວາມເຊື່ອແບບຂາດຄວາມສໍານຶກບໍ?

(ຄັດຈາກບົດ “ເຈົ້າຢືນຢູ່ຈຸດໃດກ່ຽວກັບຈົດໝາຍສິບສາມສະບັບ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

328. ພວກເຈົ້າຕ້ອງຮູ້ຈັກຈຳແນກພາລະກິດຂອງພຣະເຈົ້າຈາກພາລະກິດຂອງມະນຸດ. ເຈົ້າສາມາດເຫັນຫຍັງໃນພາລະກິດຂອງມະນຸດ? ມີອົງປະກອບຫຼາຍຢ່າງກ່ຽວກັບປະສົບການຂອງມະນຸດໃນພາລະກິດຂອງເຂົາ; ສິ່ງທີ່ມະນຸດສະແດງອອກກໍຄືສິ່ງທີ່ເຂົາເປັນ. ພາລະກິດຂອງພຣະເຈົ້າເອງກໍສະແດງອອກເຖິງສິ່ງທີ່ພຣະອົງເປັນ ແຕ່ສິ່ງທີ່ພຣະອົງເປັນແມ່ນແຕກຕ່າງຈາກສິ່ງທີ່ມະນຸດເປັນ. ສິ່ງທີ່ມະນຸດເປັນແມ່ນຕົວແທນຂອງປະສົບການ ແລະ ຊີວິດຂອງມະນຸດ (ສິ່ງທີ່ມະນຸດຜະເຊີນ ຫຼື ພົບພໍ້ໃນຊີວິດຂອງເຂົາ ຫຼື ປັດຊະຍາສຳລັບການດຳລົງຊີວິດທີ່ເຂົາມີ) ແລະ ຄົນທີ່ມີຊີວິດໃນສະພາບແວດລ້ອມທີ່ແຕກຕ່າງກັນກໍສະແດງເຖິງການເປັນຢູ່ທີ່ແຕກຕ່າງກັນ. ບໍ່ວ່າເຈົ້າມີປະສົບການໃນສັງຄົມ ຫຼື ບໍ່ ແລະ ເຈົ້າມີຊີວິດຢ່າງແທ້ຈິງແນວໃດໃນຄອບຄົວຂອງເຈົ້າ ແລະ ມີປະສົບການໃນຄອບຄົວຂອງເຈົ້າແນວໃດ ແມ່ນສາມາດເຫັນໄດ້ຈາກສິ່ງທີ່ເຈົ້າສະແດງອອກ, ໃນຂະນະທີ່ເຈົ້າບໍ່ສາມາດເຫັນຈາກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດວ່າ ພຣະອົງຈະມີປະສົບການໃນສັງຄົມ ຫຼື ບໍ່. ພຣະອົງຮັບຮູ້ເຖິງແກ່ນແທ້ຂອງມະນຸດເປັນຢ່າງດີ ແລະ ສາມາດເປີດເຜີຍການປະຕິບັດທຸກປະເພດທີ່ເປັນຂອງຄົນທຸກປະເພດ. ພຣະອົງຍິ່ງດີກວ່າໃນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ພຶດຕິກຳທີ່ເປັນກະບົດຂອງມະນຸດ. ພຣະອົງບໍ່ມີຊີວິດຢູ່ທ່າມກາງຄົນໃນໂລກ, ແຕ່ພຣະອົງຮັບຮູ້ເຖິງທຳມະຊາດຂອງມະນຸດ ແລະ ຄວາມເສື່ອມຊາມທັງໝົດຂອງຄົນໃນໂລກ. ນີ້ຄືສິ່ງທີ່ພຣະອົງເປັນ. ເຖິງແມ່ນວ່າ ພຣະອົງບໍ່ຈັດການກັບໂລກ, ພຣະອົງກໍຮູ້ຈັກກົດລະບຽບໃນການຈັດການກັບໂລກ ຍ້ອນພຣະອົງເຂົ້າໃຈເຖິງທຳມະຊາດຂອງມະນຸດຢ່າງສົມບູນ. ພຣະອົງຮູ້ຈັກກ່ຽວກັບພາລະກິດຂອງພຣະວິນຍານທີ່ຕາຂອງມະນຸດບໍ່ສາມາດເຫັນໄດ້ ແລະ ຫູຂອງມະນຸດບໍ່ສາມາດໄດ້ຍິນ ທັງໃນປັດຈຸບັນ ແລະ ໃນອະດີດ. ນີ້ລວມເຖິງສະຕິປັນຍາທີ່ບໍ່ແມ່ນປັດຊະຍາສຳລັບການດຳລົງຊີວິດ ແລະ ສິ່ງອັດສະຈັນທີ່ໃຫ້ຜູ້ຄົນຢັ່ງເຖິງໄດ້ຍາກ. ນີ້ຄືສິ່ງທີ່ພຣະອົງເປັນ ນັ້ນກໍຄື ເປີດເຜີຍກັບຜູ້ຄົນ ແລະ ຍັງລີ້ລັບຈາກຜູ້ຄົນ. ສິ່ງທີ່ພຣະອົງສະແດງອອກບໍ່ແມ່ນສິ່ງທີ່ຄົນພິເສດເປັນ, ແຕ່ແມ່ນຄຸນລັກສະນະໂດຍທຳມະຊາດ ແລະ ການເປັນຢູ່ຂອງພຣະວິນຍານ. ພຣະອົງບໍ່ໄດ້ເດີນທາງອ້ອມໂລກ ແຕ່ຮູ້ຈັກທຸກສິ່ກ່ຽວກັບໂລກ. ພຣະອົງພົບພໍ້ “ລີງໂທນ” ຜູ້ເຊິ່ງບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈ, ແຕ່ພຣະອົງສະແດງພຣະທຳທີ່ຢູ່ເໜືອກວ່າຄວາມຮູ້ ແລະ ເໜືອກວ່າມະນຸດທີ່ຍິ່ງໃຫຍ່. ພຣະອົງມີຊີວິດຢູ່ທ່າມກາງກຸ່ມຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ສຶກ ຜູ້ເຊິ່ງບໍ່ມີຄວາມເປັນມະນຸດ ແລະ ຜູ້ເຊິ່ງບໍ່ເຂົ້າໃຈທຳນຽມ ແລະ ຊີວິດຂອງມະນຸດ, ແຕ່ພຣະອົງສາມາດຮຽກຮ້ອງໃຫ້ມະນຸດຊາດໃຊ້ຊີວິດຕາມຄວາມເປັນມະນຸດທຳມະດາໄດ້, ໃນຂະນະດຽວກັນກໍເປີດເຜີຍພື້ນຖານ ແລະ ຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງມະນຸດຊາດ. ທຸກສິ່ງນີ້ແມ່ນສິ່ງທີ່ພຣະອົງເປັນ ເຊິ່ງສູງກວ່າຄົນທີ່ມີເນື້ອໜັງ ແລະ ເລືອດເນື້ອ. ສຳລັບພຣະອົງ ມັນບໍ່ຈຳເປັນທີ່ຕ້ອງຜະເຊີນກັບຊີວິດສັງຄົມທີ່ຊັບຊ້ອນ, ຫຍຸ້ງຍາກ ແລະ ສົກກະປົກເພື່ອປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ ແລະ ເປີດເຜີຍເຖິງແກ່ນແທ້ຂອງມະນຸດຊາດທີ່ເສື່ອມຊາມຢ່າງທົ່ວເຖິງ. ຊີວິດສັງຄົມທີ່ສົກກະປົກບໍ່ໄດ້ສັ່ງສອນເນື້ອໜັງຂອງພຣະອົງ. ພາລະກິດ ແລະ ພຣະທຳຂອງພຣະອົງພຽງແຕ່ເປີດເຜີຍການບໍ່ເຊື່ອຟັງຂອງມະນຸດ ແລະ ບໍ່ໄດ້ຈັດກຽມມະນຸດດ້ວຍປະສົບການ ແລະ ບົດຮຽນໃນການຈັດການກັບໂລກນີ້. ພຣະອົງບໍ່ຕ້ອງສືບສວນສັງຄົມ ຫຼື ຄອບຄົວຂອງມະນຸດ ເມື່ອພຣະອົງຈັດຕຽມມະນຸດດ້ວຍຊີວິດ. ການເປີດເຜີຍ ແລະ ການພິພາກສາມະນຸດບໍ່ແມ່ນການສະແດງອອກເຖິງປະສົບການຂອງເນື້ອໜັງຂອງພຣະອົງ; ມັນເປັນການເປີດເຜີຍເຖິງຄວາມບໍ່ຊອບທຳຂອງມະນຸດຫຼັງຈາກທີ່ຮູ້ຈັກຄວາມບໍ່ເຊື່ອຟັງຂອງມະນຸດເປັນເວລາດົນນານ ແລະ ກຽດຊັງຄວາມເສື່ອມຊາມຂອງມະນຸດຊາດ. ພາລະກິດທີ່ພຣະອົງປະຕິບັດທັງໝົດແມ່ນການເປີດເຜີຍອຸປະນິໄສໃຫ້ກັບມະນຸດ ແລະ ສະແດງເຖິງການເປັນຢູ່ຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ສາມາດປະຕິບັດພາລະກິດນີ້, ມັນບໍ່ແມ່ນສິ່ງທີ່ຄົນມີເນື້ອໜັງ ແລະ ເລືອດເນື້ອສາມາດເຮັດໃຫ້ສຳເລັດໄດ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

329. ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອນໍາພາຍຸກ ແລະ ເຄື່ອນໄຫວພາລະກິດໃໝ່ເທົ່ານັ້ນ. ມັນຈຳເປັນທີ່ພວກເຈົ້າຈະເຂົ້າໃຈໃນຈຸດນີ້. ສິ່ງນີ້ແມ່ນແຕກຕ່າງຈາກໜ້າທີ່ຂອງມະນຸດຫຼາຍ ແລະ ທັງສອງຢ່າງແມ່ນບໍ່ສາມາດຖືກກ່າວເຖິງດ້ວຍລົມຫາຍໃຈດຽວກັນ. ມະນຸດຕ້ອງຖືກປູກຝັງ ແລະ ຖືກເຮັດໃຫ້ສົມບູນເປັນໄລຍະເວລາດົນນານກ່ອນທີ່ເຂົາຈະສາມາດປະຕິບັດພາລະກິດ ແລະ ປະເພດຂອງຄວາມເປັນມະນຸດທີ່ຈຳເປັນແມ່ນມາຈາກລະດັບທີ່ສູງສົ່ງເປັນພິເສດ. ບໍ່ແມ່ນພຽງມະນຸດຕ້ອງສາມາດຮັກສາອຳນາດຂອງມະນຸດທີ່ທຳມະດາໃນການໃຊ້ເຫດຜົນ, ແຕ່ເຂົາຕ້ອງຍິ່ງເຂົ້າໃຈຫຼາຍໆຫຼັກການ ແລະ ກົດລະບຽບທີ່ຄຸ້ມຄອງການປະພຶດຂອງເຂົາໃນການພົວພັນກັບຄົນອື່ນ ແລະ ຍິ່ງໄປກວ່ານັ້ນ ເຂົາຕ້ອງອຸທິດຕົນທີ່ຈະສຶກສາຫຼາຍຍິ່ງຂຶ້ນກ່ຽວກັບສະຕິປັນຍາ ແລະ ຄວາມຮູ້ທາງຈັນຍາບັນຂອງມະນຸດ. ນີ້ແມ່ນສິ່ງທີ່ມະນຸດຄວນປະກອບມີ. ເຖິງຢ່າງໃດກໍຕາມ ມັນບໍ່ໄດ້ເປັນແບບນີ້ສຳລັບພຣະເຈົ້າທີ່ບັງເກີດເປັນມະນຸດ, ຍ້ອນພາລະກິດຂອງພຣະອົງບໍ່ໄດ້ສະແດງໃຫ້ເຫັນເຖິງມະນຸດ ຫຼື ບໍ່ແມ່ນພາລະກິດຂອງມະນຸດ; ກົງກັນຂ້າມ ມັນຄືການສະແດງອອກໂດຍກົງຂອງການເປັນຢູ່ຂອງພຣະອົງ ແລະ ການປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດໂດຍກົງ. (ໂດຍທຳມະຊາດແລ້ວ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນເວລາທີ່ເໝາະສົມ ແລະ ບໍ່ແມ່ນບາງຄັ້ງບາງຄາວ ແລະ ຕາມເວລາໃດໜຶ່ງ ແລະ ພາລະກິດນັ້ນເລີ່ມຕົ້ນກໍເມື່ອມັນເຖິງເວລາຂອງການປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ). ພຣະອົງບໍ່ມີສ່ວນຮ່ວມໃນຊີວິດຂອງມະນຸດ ຫຼື ພາລະກິດຂອງມະນຸດ ນັ້ນກໍຄື ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ປະກອບດ້ວຍສິ່ງເຫຼົ່ານີ້ (ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດຂອງພຣະອົງ). ພຣະອົງພຽງແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ເມື່ອມັນເຖິງເວລາທີ່ພຣະຕ້ອງປະຕິບັດ; ບໍ່ວ່າສະຖານະຂອງພຣະອົງຈະເປັນແນວໃດກໍຕາມ, ພຣະອົງກໍຈະເດີນໄປຂ້າງໜ້າຢ່າງໄວພ້ອມກັບພາລະກິດທີ່ພຣະອົງຄວນປະຕິບັດ. ບໍ່ວ່າມະນຸດຈະຮູ້ຫຍັງກ່ຽວກັບພຣະອົງ ແລະ ບໍ່ວ່າມະນຸດຈະມີແນວຄິດເຫັນຫຍັງກໍຕາມກ່ຽວກັບພຣະອົງ, ພາລະກິດຂອງພຣະອົງບໍ່ໄດ້ຮັບຜົນກະທົບທັງສິ້ນ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

330. ພາລະກິດທີ່ພຣະເຈົ້າປະຕິບັດບໍ່ໄດ້ເປັນຕົວແທນໃຫ້ແກ່ປະສົບການຂອງເນື້ອໜັງຂອງພຣະອົງ; ພາລະກິດທີ່ມະນຸດປະຕິບັດເປັນຕົວແທນໃຫ້ແກ່ປະສົບການຂອງມະນຸດ. ທຸກຄົນເວົ້າກ່ຽວກັບປະສົບການສ່ວນຕົວຂອງພວກເຂົາ. ພຣະເຈົ້າສາມາດສະແດງຄວາມຈິງໂດຍກົງ, ໃນຂະນະທີ່ມະນຸດພຽງແຕ່ສາມາດສະແດງປະສົບການທີ່ສອດຄ່ອງກັບການຜະເຊີນກັບຄວາມຈິງຂອງເຂົາ. ພາລະກິດຂອງພຣະເຈົ້າບໍ່ມີກົດລະບຽບ ແລະ ບໍ່ຢູ່ພາຍໃຕ້ເວລາ ຫຼື ຂໍ້ຈຳກັດທາງພູມສາດ. ພຣະອົງສາມາດສະແດງສິ່ງທີ່ພຣະອົງເປັນໃນເວລາໃດກໍໄດ້, ຢູ່ໃສກໍໄດ້. ພຣະອົງປະຕິບັດພາລະກິດດັ່ງທີ່ພຣະອົງພໍໃຈ. ພາລະກິດຂອງະນຸດມີເງື່ອນໄຂ ແລະ ບໍລິບົດ; ຫາກປາສະຈາກສິ່ງເຫຼົ່ານັ້ນ ເຂົາກໍບໍ່ສາມາດປະຕິບັດພາລະກິດ ແລະ ບໍ່ສາມາດສະແດງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າໄດ້ ຫຼື ປະສົບການຂອງເຂົາທີ່ກ່ຽວກັບຄວາມຈິງ. ເພື່ອທີ່ຈະບອກວ່າສິ່ງໃດສິ່ງໜຶ່ງແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງມະນຸດ, ເຈົ້າພຽງແຕ່ຕ້ອງປຽບທຽບຄວາມແຕກຕ່າງລະຫວ່າງພາລະກິດເຫຼົ່ານັ້ນ. ຖ້າບໍ່ມີພາລະກິດທີ່ເຮັດໃຫ້ສຳເລັດໂດຍພຣະເຈົ້າເອງ ແລະ ມີພຽງແຕ່ພາລະກິດຂອງມະນຸດ, ເຈົ້າຈະຮູ້ຈັກຢ່າງງ່າຍດາຍວ່າ ການສັ່ງສອນຂອງມະນຸດນັ້ນສູງສົ່ງ, ນອກເໜືອຄວາມສາມາດຂອງຄົນໃດຄົນໜຶ່ງ; ນໍ້າສຽງໃນການເວົ້າຂອງພວກເຂົາ, ຫຼັກການຂອງພວກເຂົາໃນການເວົ້າ ແລະ ວິທີການປະຕິບັດພາລະກິດທີ່ມີປະສົບການ ແລະ ໝັ້ນຄົງຂອງພວກເຂົາແມ່ນຢູ່ນອກເໜືອການຢັ່ງເຖິງຂອງຄົນອື່ນ. ພວກເຈົ້າທຸກຄົນຍົກຍ້ອງຄົນເຫຼົ່ານີ້ທີ່ມີຄວາມສາມາດດີ ແລະ ຄວາມຮູ້ອັນສົ່ງສົ່ງ, ແຕ່ເຈົ້າບໍ່ສາມາດເຫັນຈາກພາລະກິດ ແລະ ພຣະທຳຂອງພຣະເຈົ້າວ່າ ຄວາມເປັນມະນຸດຂອງພຣະອົງສູງສົ່ງພຽງໃດ. ກົງກັນຂ້າມ ພຣະອົງທຳມະດາ ແລະ ເມື່ອປະຕິບັດພາລະກິດ ພຣະອົງກໍທຳມະດາ ແລະ ເປັນຈິງ ແຕ່ບໍ່ສາມາດວັດແທກໄດ້ໂດຍມະນຸດ, ເຊິ່ງດ້ວຍເຫດນັ້ນຈຶ່ງເຮັດໃຫ້ຄົນຮູ້ສຶກເຄົາລົບນັບຖືພຣະອົງ. ບາງເທື່ອ ປະສົບການຂອງບຸກຄົນໃດໜຶ່ງໃນພາລະກິດຂອງເຂົາກໍກ້າວໜ້າຢ່າງຍິ່ງ ຫຼື ຈິນຕະນາການ ແລະ ການໃຫ້ເຫດຜົນຂອງເຂົາກໍກ້າວໜ້າຢ່າງຍິ່ງ, ແລະ ຄວາມເປັນມະນຸດຂອງເຂົາກໍດີເປັນພິເສດ; ລັກສະນະດັ່ງກ່າວພຽງແຕ່ສາມາດໄດ້ຮັບການເຄົາລົບຂອງຜູ້ຄົນ ແຕ່ບໍ່ສາມາດປຸກຄວາມເຄົາລົບຢຳເກງ ແລະ ຄວາມຢ້ານກົວຂອງພວກເຂົາໄດ້. ທຸກຄົນເຄົາລົບຄົນທີ່ສາມາດປະຕິບັດພາລະກິດໄດ້ເປັນຢ່າງດີ, ຄົນທີ່ມີປະສົບການຢ່າງເລິກເຊິ່ງເປັນພິເສດ ແລະ ຄົນທີ່ສາມາດປະຕິບັດຄວາມຈິງ ແຕ່ຜູ້ຄົນດັ່ງກ່າວບໍ່ສາມາດດຶງດູດຄວາມເຄົາລົບຢຳເກງໄດ້ຈັກເທື່ອ, ມີພຽງຄວາມເຄົາລົບ ແລະ ຄວາມອິດສາ. ແຕ່ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າບໍ່ເຄົາລົບພຣະເຈົ້າ, ກົງກັນຂ້າມ ພວກເຂົາຮູ້ສຶກວ່າ ພາລະກິດຂອງພຣະອົງຢູ່ນອກເໜືອການຢັ່ງເຖິງຂອງມະນຸດ ແລະ ບໍ່ສາມາດຢັ່ງເຖິງໄດ້ໂດຍມະນຸດຄົນໃດ, ມັນເປັນພາລະກິດທີ່ສົດໃໝ່ ແລະ ອັດສະຈັນ. ເມື່ອຜູ້ຄົນຜະເຊີນກັບພາລະກິດຂອງພຣະເຈົ້າ, ຄວາມຮູ້ທຳອິດທີ່ພວກເຂົາມີກ່ຽວກັບພຣະອົງແມ່ນພຣະອົງບໍ່ສາມາດຢັ່ງເຖິງໄດ້, ມີສະຕິປັນຍາ ແລະ ອັດສະຈັນ ແລະ ພວກເຂົາກໍເຄົາລົບພຣະອົງຢ່າງບໍ່ມີສະຕິ ແລະ ຮູ້ສຶກເຖິງຄວາມເລິກລັບຂອງພາລະກິດທີ່ພຣະອົງປະຕິບັດ, ເຊິ່ງຢູ່ນອກເໜືອການຢັ່ງເຖິງຂອງຈິດໃຈຂອງມະນຸດ. ຜູ້ຄົນພຽງແຕ່ຢາກສາມາດບັນລຸຕາມເງື່ອນໄຂຂອງພຣະອົງ, ເພື່ອເຮັດໃຫ້ເປັນທີ່ພໍໃຈຕາມຄວາມປາຖະໜາຂອງພຣະອົງ; ພວກເຂົາບໍ່ປາຖະໜາທີ່ຈະເປັນໃຫຍ່ກວ່າພຣະອົງ, ຍ້ອນພາລະກິດທີ່ພຣະອົງປະຕິບັດແມ່ນຢູ່ເໜືອຄວາມຄິດ ແລະ ຈິນຕະນາການຂອງມະນຸດຢູ່ແລ້ວ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດແທນພຣະອົງໄດ້. ແມ່ນແຕ່ມະນຸດເອງຍັງບໍ່ຮູ້ຈັກເຖິງຄວາມຂາດຕົກບົກຜ່ອງຂອງເຂົາເອງເລີຍ, ແຕ່ພຣະເຈົ້າໄດ້ເປີດເສັ້ນທາງໃໝ່ ແລະ ມາເພື່ອນໍາມະນຸດເຂົ້າສູ່ໂລກທີ່ໃໝ່ ແລະ ສວຍງາມກວ່າເກົ່າ ແລະ ເພື່ອມະນຸດຊາດຈະມີຄວາມກ້າວໜ້າ ແລະ ມີການເລີ່ມຕົ້ນໃໝ່. ສິ່ງທີ່ມະນຸດຮູ້ສຶກກ່ຽວກັບພຣະອົງບໍ່ແມ່ນການເຄົາລົບ ຫຼື ກົງກັນຂ້າມ ບໍ່ແມ່ນພຽງການເຄົາລົບ. ປະສົບການທີ່ເລິກເຊິ່ງທີ່ສຸດຂອງພວກເຂົາແມ່ນຄວາມເຄົາລົບຢຳເກງ ແລະ ຄວາມຮັກ; ຄວາມຮູ້ສຶກຂອງພວກເຂົາກໍຄືພຣະເຈົ້ານັ້ນອັດສະຈັນຢ່າງແທ້ຈິງ. ພຣະອົງປະຕິບັດພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້, ກ່າວໃນສິ່ງທີ່ມະນຸດບໍ່ສາມາດກ່າວໄດ້. ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຜະເຊີນກັບຄວາມຮູ້ສຶກທີ່ບໍ່ສາມາດອະທິບາຍໄດ້ຢູ່ຕະຫຼອດເວລາ. ຄົນທີ່ມີປະສົບການຢ່າງເລິກເຊິ່ງກໍສາມາດເຂົ້າໃຈຄວາມຮັກຂອງພຣະເຈົ້າ; ພວກເຂົາສາມາດຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະອົງ, ຮູ້ສຶກວ່າພາລະກິດຂອງພຣະອົງມີສະຕິປັນຍາຫຼາຍ, ອັດສະຈັນຫຼາຍ ແລະ ດ້ວຍວິທີນີ້ຈຶ່ງກໍ່ໃຫ້ເກີດລິດອຳນາດທີ່ບໍ່ມີສິ້ນສຸດທ່າມກາງພວກເຂົາ. ມັນບໍ່ແມ່ນຄວາມຢ້ານກົວ ຫຼື ຄວາມຮັກບາງຄັ້ງບາງຄາວ ແລະ ຄວາມນັບຖື, ແຕ່ເປັນຄວາມຮູ້ສຶກເລິກເຊິ່ງເຖິງຄວາມເຫັນອົກເຫັນໃຈຂອງພຣະເຈົ້າທີ່ມີສຳລັບມະນຸດ ແລະ ຄວາມອົດທົນຕໍ່ເຂົາ. ເຖິງຢ່າງໃດກໍຕາມ ຄົນທີ່ໄດ້ຜະເຊີນກັບການຂ້ຽນຕີ ແລະ ການພິພາກສາຂອງພຣະອົງກໍຮູ້ສຶກເຖິງສະຫງ່າງາມຂອງພຣະອົງ ແລະ ພຣະອົງບໍ່ສາມາດທົນຕໍ່ການເຮັດຜິດໄດ້. ແມ່ນແຕ່ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຫຼາຍຢ່າງກໍຍັງບໍ່ສາມາດຢັ່ງເຖິງພຣະອົງໄດ້; ທຸກຄົນທີ່ເຄົາລົບພຣະອົງຢ່າງແທ້ຈິງກໍຮູ້ຈັກວ່າ ພາລະກິດຂອງພຣະອົງບໍ່ສອດຄ່ອງກັບແນວຄິດຂອງມະນຸດ ແຕ່ຂັດກັບແນວຄິດຂອງພວກເຂົາຕະຫຼອດເວລາ. ພຣະອົງບໍ່ຕ້ອງການຄົນໃຫ້ເຄົາລົບເຂົາໂດຍສິ້ນເຊີງ ຫຼື ສະແດງໃຫ້ເຫັນເຖິງການປາກົດຕົວຂອງການຍອມຢູ່ພາຍໃຕ້ພຣະອົງ; ກົງກັນຂ້າມ ພວກເຂົາຄວນບັນລຸຄວາມເຄົາລົບຢ່າງແທ້ຈິງ ແລະ ການຍອມຢ່າງແທ້ຈິງ. ໃນພາລະກິດທີ່ຫຼວງຫຼາຍຂອງພຣະອົງ ຄົນໃດທີ່ມີປະສົບການທີ່ແທ້ຈິງຮູ້ສຶກເຄົາລົບສຳລັບພຣະອົງ, ເຊິ່ງຢູ່ສູງກວ່າການຍົກຍ້ອງ. ຄົນທີ່ໄດ້ເຫັນອຸປະນິໄສຂອງພຣະອົງຍ້ອນພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາ ແລະ ດ້ວຍເຫດນັ້ນ ພວກເຂົາກໍເຄົາລົບພຣະອົງໃນຫົວໃຈຂອງພວກເຂົາ. ພຣະເຈົ້າສົມຄວນແກ່ການເຄົາລົບ ແລະ ເຊື່ອຟັງ, ຍ້ອນການເປັນຢູ່ຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງບໍ່ຄືກັບສິ່ງທີ່ຖືກສ້າງ ແລະ ຢູ່ເໜືອສິ່ງທີ່ຖືກສ້າງ. ພຣະເຈົ້າເປັນຢູ່ເອງ ແລະ ຢູ່ຊົ່ວນິດນິລັນດອນ, ພຣະອົງບໍ່ແມ່ນສິ່ງທີ່ຖືກສ້າງ ແລະ ມີແຕ່ພຣະອົງທີ່ສົມຄວນແກ່ການເຄົາລົບ ແລະ ຄວາມເຊື່ອຟັງ; ມະນຸດບໍ່ມີຄຸນສົມບັດສຳລັບສິ່ງນີ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: VIII ພຣະທຳກ່ຽວກັບການຮູ້ຈັກພາລະກິດຂອງພຣະເຈົ້າ

ຕໍ່ໄປ: X ພຣະທຳກ່ຽວກັບວິທີການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໃນຄວາມເຊື່ອຂອງຄົນໆໜຶ່ງຕໍ່ພຣະເຈົ້າ

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ພຣະບັນຍັດແຫ່ງຍຸກໃໝ່

ໃນການຜະເຊີນພາລະກິດຂອງພຣະເຈົ້າ, ພວກເຈົ້າຕ້ອງອ່ານພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ ແລະ ປະກອບຕົນເອງດ້ວຍຄວາມຈິງ. ແຕ່ບໍ່ວ່າພວກເຈົ້າຕ້ອງການເຮັດຫຍັງ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້