ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ
ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງກາຍມາເປັນເນື້ອໜັງເພື່ອກ່າວຈາກມຸມມອງທີ່ແຕກຕ່າງກັນ ເພື່ອວ່າມະນຸດຈະສາມາດເຫັນພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນພຣະທໍາທີ່ປາກົດໃນເນື້ອໜັງ ແລະ ສາມາດເບິ່ງເຫັນສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພາລະກິດດັ່ງກ່າວແມ່ນຖືກປະຕິບັດເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດໄດ້ດີຂຶ້ນ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ ເຊິ່ງເປັນຄວາມໝາຍທີ່ແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກແຫ່ງພຣະທໍາ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນມາຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນເຂົ້າເຮັດ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການເຮັດໃນຍຸກແຫ່ງພຣະທໍາຈະເກີດຜົນຢ່າງສົມບູນ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ຜູ້ຄົນໄດ້ເຫັນພຣະທໍາຂອງພຣະເຈົ້າ, ໄດ້ຍິນພຣະທໍາເຫຼົ່ານີ້ ແລະ ຮັບຮູ້ວ່າການມີຢູ່ຈິງຂອງພຣະທໍາເຫຼົ່ານີ້. ຜົນຕາມມາກໍ່ຄື ພວກເຂົາໄດ້ມາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ຄໍາວ່າ “ພຣະທໍາ” ອາດເປັນສິ່ງທີ່ງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສັ່ນສະເທືອນຈັກກະວານ, ພວກມັນປ່ຽນຫົວໃຈຂອງຜູ້ຄົນ, ປ່ຽນແປງແນວຄິດ ແລະ ອຸປະນິໄສເດີມຂອງພວກເຂົາ ແລະ ປ່ຽນແປງລັກສະນະທີ່ໂລກທັງປວງເຄີຍເປັນ. ຕະຫຼອດຍຸກຕ່າງໆ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະນີ້ ແລະ ມີພຽງແຕ່ພຣະອົງທີ່ກ່າວແບບນີ້ ແລະ ມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ນັບຕັ້ງແຕ່ນີ້ຕໍ່ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ໄດ້ຮັບການລ້ຽງດູ ແລະ ການສະໜອງໂດຍພຣະທຳຂອງພຣະອົງ. ຜູ້ຄົນດຳລົງຊີວິດຢູ່ໃນໂລກແຫ່ງພຣະທຳຂອງພຣະເຈົ້າ, ທ່າມກາງຄໍາສາບແຊ່ງ ແລະ ພອນຈາກພຣະທໍາຂອງພຣະເຈົ້າ ແລະ ເຖິງກັບມີອີກຫຼາຍຄົນທີ່ມາດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕີສອນຈາກພຣະທໍາຂອງພຣະອົງ. ພຣະທໍາເຫຼົ່ານີ້ ແລະ ພາລະກິດນີ້ແມ່ນລ້ວນແລ້ວແຕ່ເຫັນແກ່ຄວາມລອດພົ້ນຂອງມະນຸດ, ເຫັນແກ່ການສຳເລັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຫັນແກ່ການປ່ຽນແປງພາບລັກເດີມຂອງໂລກແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກໂດຍໃຊ້ພຣະທໍາ, ພຣະອົງນໍາພາມະນຸດທົ່ວຈັກກະວານໂດຍໃຊ້ພຣະທໍາ ແລະ ພຣະອົງເອົາຊະນະ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນໂດຍໃຊ້ພຣະທໍາ. ໃນທີ່ສຸດແລ້ວ, ພຣະອົງກໍ່ຈະໃຊ້ພຣະທໍານໍາໂລກເດີມທັງປວງໄປສູ່ຈຸດສິ້ນສຸດ, ແລ້ວສຳເລັດແຜນການຄຸ້ມຄອງທັງໝົດຂອງພຣະອົງ. ຕະຫຼອດຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ບັນລຸຜົນໃນພາລະກິດຂອງພຣະອົງ. ພຣະອົງບໍ່ໄດ້ເຮັດສິ່ງອັດຈະຈັນ ຫຼື ສະແດງປະຕິຫານ, ພຽງແຕ່ເຮັດພາລະກິດຂອງພຣະອົງຜ່ານພຣະທໍາເທົ່ານັ້ນ. ຍ້ອນພຣະທໍາເຫຼົ່ານີ້, ມະນຸດຈຶ່ງໄດ້ຮັບການລໍ່ລ້ຽງ ແລະ ການສະໜອງ ແລະ ຮັບຄວາມຮູ້ ແລະ ປະສົບການທີ່ແທ້ຈິງ. ໃນຍຸກແຫ່ງພຣະທຳ, ມະນຸດໄດ້ຮັບພອນເປັນພິເສດ. ເຂົາບໍ່ໄດ້ທົນທຸກກັບຄວາມເຈັບປວດຂອງຮ່າງກາຍ ແລະ ພຽງແຕ່ມີຄວາມສຸກກັບການສະໜອງຢ່າງອຸດົມສົມບູນຈາກພຣະທໍາຂອງພຣະເຈົ້າ; ໂດຍບໍ່ຈໍາເປັນຕ້ອງສະແຫວງຫາຢ່າງຕາບອດ ຫຼື ອອກເດີນທາງຄົ້ນຫາຢ່າງຕາບອດ ເຂົາສາມາດເຫັນການປາກົດຕົວຂອງພຣະເຈົ້າ, ໄດ້ຍິນຂອງພຣະອົງກ່າວດ້ວຍປາກຂອງພຣະອົງເອງ, ໄດ້ຮັບເອົາສິ່ງທີ່ພຣະອົງປະທານໃຫ້ ແລະ ເຝົ້າເບິ່ງພຣະອົງທີ່ກຳລັງເຮັດພາລະກິດຂອງພຣະອົງດ້ວຍພຣະອົງເອງທ່າມກາງຄວາມສຸກສະບາຍຂອງເຂົາ. ສິ່ງເຫຼົ່ານີ້ຄືສິ່ງທີ່ມະນຸດໃນຍຸກທີ່ຜ່ານມາບໍ່ສາມາດຊື່ນຊົມໄດ້ ແລະ ພວກມັນເປັນພອນທີ່ພວກເຂົາບໍ່ສາມາດໄດ້ຮັບຈັກເທື່ອ.
ພຣະເຈົ້າຕັ້ງໃຈເຮັດໃຫ້ມະນຸດສົມບູນແບບ. ບໍ່ວ່າພຣະອົງຈະກ່າວຈາກມຸມມອງໃດກໍ່ຕາມ, ທັງໝົດກໍ່ເພື່ອເຫັນແກ່ການເຮັດໃຫ້ຜູ້ຄົນສົມບູນແບບ. ພຣະທໍາທີ່ກ່າວຈາກມຸມມອງຂອງພຣະວິນຍານກໍ່ຍາກທີ່ຜູ້ຄົນຈະເຂົ້າໃຈ; ພວກເຂົາບໍ່ມີທາງຄົ້ນພົບເສັ້ນທາງໃນການປະຕິບັດ, ຍ້ອນສັກກະຍາພາບຂອງພວກເຂົາສຳລັບຄວາມເຂົ້າໃຈແມ່ນມີຄວາມຈໍາກັດ. ພາລະກິດຂອງພຣະເຈົ້າບັນລຸຜົນທີ່ແຕກຕ່າງກັນ ແລະ ພຣະອົງມີເປົ້າໝາຍໃນການປະຕິບັດພາລະກິດແຕ່ລະຂັ້ນຕອນຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພຣະອົງຈໍາເປັນຕ້ອງກ່າວຈາກມຸມມອງທີ່ແຕກຕ່າງກັນ ຍ້ອນໂດຍການເຮັດແບບນັ້ນເທົ່ານັ້ນ ພຣະອົງຈຶ່ງສາມາດເຮັດໃຫ້ມະນຸດສົມບູນແບບໄດ້. ຖ້າພຣະອົງພຽງແຕ່ເປັ່ງສຽງຂອງພຣະອົງກ່າວຈາກມຸມມອງຂອງພຣະວິນຍານເທົ່ານັ້ນ, ມັນກໍ່ຈະບໍ່ມີທາງທີ່ຈະສຳເລັດຂັ້ນຕອນນີ້ໃນພາລະກິດຂອງພຣະອົງ. ຈາກນໍ້າສຽງທີ່ພຣະອົງກ່າວ, ເຈົ້າສາມາດເຫັນໄດ້ວ່າ ພຣະອົງຕັ້ງໃຈທີ່ຈະສ້າງໃຫ້ຄົນກຸ່ມນີ້ສົມບູນແບບ. ສະນັ້ນ ແມ່ນຫຍັງຄວນເປັນບາດກ້າວທຳອິດສຳລັບແຕ່ລະຄົນທີ່ປາຖະໜາຖືກເຮັດໃຫ້ສົມບູນ? ນອກເໜືອສິ່ງອື່ນໃດ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ. ມື້ນີ້, ວິທີການໄດ້ເລີ່ມຕົ້ນຂຶ້ນໃນພາລະກິດຂອງພຣະເຈົ້າ; ຍຸກສະໄໝໄດ້ປ່ຽນແປງໄປ, ລັກສະນະທີ່ພຣະເຈົ້າປະຕິບັດພາລະກິດກໍ່ປ່ຽນໄປເຊັ່ນກັນ ແລະ ວິທີການທີ່ພຣະອົງກ່າວກໍ່ແຕກຕ່າງກັນ. ມື້ນີ້ ບໍ່ແມ່ນພຽງແຕ່ວ່າວິທີການໃນພາລະກິດຂອງພຣະອົງໄດ້ປ່ຽນແປງໄປເທົ່ານັ້ນ, ແຕ່ຍຸກກໍ່ໄດ້ປ່ຽນແປງເຊັ່ນກັນ. ຕອນນີ້ແມ່ນຍຸກແຫ່ງລາຊະອານາຈັກ. ມັນຍັງເປັນຍຸກແຫ່ງການຮັກພຣະເຈົ້າ. ມັນຄືການຊີມລົດຊາດລ່ວງໜ້າຂອງຍຸກແຫ່ງອານາຈັກພັນປີ ເຊິ່ງຍັງເປັນຍຸກແຫ່ງພຣະທໍາອີກດ້ວຍ ແລະ ເປັນຍຸກທີ່ພຣະເຈົ້າໃຊ້ຫຼາຍວິທີໃນການກ່າວເພື່ອເຮັດໃຫ້ມະນຸດສົມບູນ ແລະ ກ່າວຈາກມຸມມອງທີ່ແຕກຕ່າງກັນເພື່ອສະໜອງໃຫ້ແກ່ມະນຸດ. ເມື່ອໄດ້ກ້າວເຂົ້າຍຸກແຫ່ງອານາຈັກພັນປີ, ພຣະເຈົ້າກໍ່ຈະເລີ່ມໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ, ເຮັດໃຫ້ມະນຸດສາມາດເຂົ້າສູ່ຄວາມເປັນຈິງໃນຊີວິດ ແລະ ນໍາພາມະນຸດໄປສູ່ເສັ້ນທາງທີ່ຖືກຕ້ອງ. ເມື່ອໄດ້ປະສົບກັບຫຼາຍຂັ້ນຕອນໃນພາລະກິດຂອງພຣະອົງ, ມະນຸດກໍ່ໄດ້ເຫັນວ່າພາລະກິດຂອງພຣະອົງບໍ່ໄດ້ຢຸດສະງັກ, ແຕ່ກຳລັງວິວັດທະນາການ ແລະ ລົງເລິກຢ່າງຕໍ່ເນື່ອງ. ຫຼັງຈາກທີ່ຜູ້ຄົນໄດ້ຜະເຊີນກັບມັນເປັນເວລາດົນ, ພາລະກິດກໍ່ໄດ້ໝຸນຊໍ້າແລ້ວຊໍ້າອີກ, ປ່ຽນແປງຄັ້ງແລ້ວຄັ້ງເລົ່າ. ເຖິງແມ່ນວ່າມັນຈະມີການປ່ຽນແປງຫຼາຍສໍ່າໃດກໍ່ຕາມ, ມັນບໍ່ເຄີຍບ່ຽງບຽນຈາກຈຸດປະສົງຂອງພຣະເຈົ້າໃນການນໍາຄວາມລອດພົ້ນມາສູ່ມະນຸດຊາດ. ເຖິງແມ່ນວ່າຈະມີການປ່ຽນແປງສິບພັນຄັ້ງກໍ່ຕາມ, ມັນກໍບໍ່ເຄີຍຫັນເຫອອກຈາກຈຸດປະສົງເດີມຂອງມັນ. ບໍ່ວ່າວິທີການໃນພາລະກິດຂອງພຣະເຈົ້າອາດປ່ຽນແປງແນວໃດກໍ່ຕາມ, ພາລະກິດນີ້ກໍ່ບໍ່ເຄີຍອອກຈາກຄວາມຈິງ ຫຼື ຈາກຊີວິດຈັກເທື່ອ. ການປ່ຽນແປງໃນວິທີການປະຕິບັດພາລະກິດແມ່ນກ່ຽວຂ້ອງກັບການປ່ຽນແປງໃນຮູບແບບຂອງພາລະກິດ ແລະ ມຸມມອງທີ່ພຣະເຈົ້າກ່າວເທົ່ານັ້ນ; ບໍ່ມີການປ່ຽນແປງໃນຈຸດປະສົງຫຼັກໃນພາລະກິດຂອງພຣະອົງ. ການປ່ຽນແປງໃນນໍ້າສຽງຂອງພຣະອົງ ແລະ ວິທີການໃນພາລະກິດຂອງພຣະອົງເກີດຂຶ້ນເພື່ອບັນລຸຜົນ. ການປ່ຽນແປງໃນນໍ້າສຽງບໍ່ໄດ້ໝາຍຄວາມເຖິງການປ່ຽນແປງໃນຈຸດປະສົງ ຫຼື ຫຼັກການທີ່ຢູ່ເບື້ອງຫຼັງຂອງພາລະກິດ. ຜູ້ຄົນເຊື່ອໃນພຣະເຈົ້າເພື່ອການສະແຫວງຫາຊີວິດເປັນຫຼັກ; ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ສະແຫວງຫາຊີວິດ ຫຼື ຄົ້ນຫາຄວາມຈິງ ຫຼື ຄວາມຮູ້ກ່ຽວກັບພຣະເຈົ້າ, ແລ້ວນີ້ກໍ່ບໍ່ແມ່ນຄວາມເຊື່ອໃນພຣະເຈົ້າ! ແລ້ວມັນເປັນຈິງບໍທີ່ຈະຍັງສະແຫວງຫາເພື່ອເຂົ້າສູ່ອານາຈັກເພື່ອເປັນກະສັດ? ການບັນລຸຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າຜ່ານການສະແຫວງຫາຊີວິດ, ມີພຽງແຕ່ສິ່ງນີ້ຈຶ່ງເປັນຄວາມເປັນຈິງ; ການສະແຫວງຫາ ແລະ ການປະຕິບັດຄວາມຈິງ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມເປັນຈິງ. ເມື່ອໄດ້ອ່ານພຣະທໍາຂອງພຣະເຈົ້າ ແລະ ຜະເຊີນກັບພຣະທຳເຫຼົ່ານີ້, ເຈົ້າຈຶ່ງຈະເຂົ້າໃຈໃນຄວາມຮູ້ກ່ຽວກັບພຣະເຈົ້າທ່າມກາງປະສົບການຕົວຈິງ ແລະ ນີ້ແມ່ນຄວາມໝາຍຂອງການສະແຫວງຫາຢ່າງແທ້ຈິງ.
ຕອນນີ້ແມ່ນຍຸກແຫ່ງລາຊະອານາຈັກ. ບໍ່ວ່າເຈົ້າໄດ້ເຂົ້າສູ່ຍຸກໃໝ່ນີ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວ່າ ເຈົ້າໄດ້ເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ ຫຼື ບໍ່, ຂຶ້ນຢູ່ກັບວ່າ ພຣະທໍາຂອງພຣະອົງໄດ້ກາຍມາເປັນຄວາມເປັນຈິງໃນຊີວິດຂອງເຈົ້າ ຫຼື ບໍ່. ພຣະທໍາຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ທຸກຄົນ ເພື່ອວ່າໃນທີ່ສຸດແລ້ວ ທຸກຄົນຈະດໍາລົງຊີວິດຢູ່ໃນໂລກແຫ່ງພຣະທໍາຂອງພຣະເຈົ້າ ແລະ ພຣະທໍາຂອງພຣະອົງ ຈະສ່ອງແສງ ແລະ ເຍືອງທາງໃຫ້ແຕ່ລະຄົນຈາກພາຍໃນ. ໃນລະຫວ່າງເວລານີ້ ຖ້າເຈົ້າປະໝາດໃນການອ່ານພຣະທໍາຂອງພຣະເຈົ້າ ແລະ ບໍ່ສົນໃຈໃນພຣະທໍາຂອງພຣະອົງ, ແລ້ວນີ້ກໍ່ສະແດງວ່າ ສະພາວະຂອງເຈົ້າບໍ່ຖືກຕ້ອງ. ຖ້າເຈົ້າບໍ່ສາມາດເຂົ້າສູ່ຍຸກແຫ່ງພຣະທໍາ, ແລ້ວພຣະວິນຍານບໍລິສຸດກໍ່ຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ; ຖ້າເຈົ້າໄດ້ເຂົ້າສູ່ຍຸກນີ້ແລ້ວ ພຣະອົງກໍ່ຈະປະຕິບັດພາລະກິດຂອງພຣະອົງ. ເຈົ້າສາມາດເຮັດຫຍັງໄດ້ແດ່ເມື່ອຍຸກແຫ່ງພຣະທໍາໄດ້ເລີ່ມຕົ້ນຂຶ້ນ ເພື່ອຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ? ໃນຍຸກນີ້ ແລະ ໃນບັນດາພວກເຈົ້າ, ພຣະເຈົ້າຈະສຳເລັດຕາມຂໍ້ແທ້ຈິງດັ່ງຕໍ່ໄປນີ້: ທຸກຄົນຕ້ອງໃຊ້ຊີວິດຕາມພຣະທໍາຂອງພຣະເຈົ້າ, ຕ້ອງສາມາດນໍາເອົາຄວາມຈິງມາປະຕິບັດ ແລະ ຮັກພຣະເຈົ້າຢ່າງຈິງໃຈ; ການທີ່ທຸກຄົນຈະໃຊ້ພຣະທໍາຂອງພຣະເຈົ້າເພື່ອເປັນພື້ນຖານ ແລະ ເປັນຄວາມເປັນຈິງຂອງພວກເຂົາ ແລະ ມີຫົວໃຈທີ່ເຄົາລົບບູຊາພຣະເຈົ້າ; ແລະ ໂດຍຜ່ານການປະຕິບັດຕາມພຣະທໍາຂອງພຣະເຈົ້າ ມະນຸດຈະໄດ້ຮັບລິດອໍານາດຂອງກະສັດຮ່ວມກັບພຣະເຈົ້າ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະບັນລຸຜົນ. ເຈົ້າສາມາດດຳເນີນຊີວິດຕໍ່ໄປໂດຍບໍ່ຕ້ອງອ່ານພຣະທໍາຂອງພຣະເຈົ້າບໍ? ມື້ີນີ້ ມີຫຼາຍຄົນທີ່ຮູ້ສຶກວ່າ ພວກເຂົາຈະບໍ່ສາມາດດຳເນີນຊີວິດຕໍ່ໄປໄດ້ແມ່ນແຕ່ໜຶ່ງມື້ ຫຼື ສອງມື້ ຖ້າບໍ່ໄດ້ອ່ານພຣະທຳຂອງພຣະອົງ. ພວກເຂົາຕ້ອງອ່ານພຣະທໍາຂອງພຣະອົງທຸກມື້ ແລະ ຖ້າເວລາບໍ່ເອື້ອອຳນວຍ, ການຟັງພຣະທຳເຫຼົ່ານັ້ນກໍ່ພຽງພໍແລ້ວ. ນີ້ແມ່ນຄວາມຮູ້ສຶກທີ່ພຣະວິນຍານບໍລິສຸດມອບໃຫ້ຜູ້ຄົນ ແລະ ມັນເປັນວິທີທີ່ພຣະອົງເລີ່ມຕົ້ນດົນບັນດານພວກເຂົາ. ນັ້ນກໍ່ຄື ພຣະອົງປົກຄອງຜູ້ຄົນຜ່ານພຣະທໍາ ເພື່ອວ່າມະນຸດຈະສາມາດເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ. ຫຼັງຈາກພຽງແຕ່ມື້ດຽວທີ່ບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ຖ້າເຈົ້າຮູ້ສຶກມືດມົວ ແລະ ຫິວກະຫາຍ ແລະ ບໍ່ສາມາດທົນໄດ້, ນີ້ກໍ່ສະແດງວ່າເຈົ້າຖືກດົນໃຈໂດຍພຣະວິນຍານບໍລິສຸດ ແລະ ພຣະອົງບໍ່ໄດ້ຫັນໜີຈາກເຈົ້າເລີຍ. ສະນັ້ນ ເຈົ້າຄືຄົນໜຶ່ງທີ່ຢູ່ໃນກະແສນີ້. ເຖິງຢ່າງໃດກໍຕາມ, ຫຼັງໜຶ່ງ ຫຼື ສອງມື້ທີ່ບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ຖ້າເຈົ້າບໍ່ຮູ້ສຶກຫຍັງເລີຍ ແລະ ຖ້າເຈົ້າບໍ່ໄດ້ຫິວກະຫາຍ ແລະ ບໍ່ຖືກດົນບັນດານຫຍັງເລີຍ, ສິ່ງນີ້ກໍ່ສະແດງວ່າພຣະວິນຍານບໍລິສຸດໄດ້ຫັນໜີຈາກເຈົ້າແລ້ວ. ແລ້ວນີ້ກໍ່ໝາຍຄວາມວ່າ ມີບາງສິ່ງທີ່ບໍ່ຖືກຕ້ອງກັບສະພາວະພາຍໃນຂອງເຈົ້າ; ເຈົ້າບໍ່ໄດ້ເຂົ້າສູ່ຍຸກແຫ່ງພຣະທໍາ ແລະ ເຈົ້າເປັນໜຶ່ງໃນຄົນທີ່ຖືກປະໄວ້ຂ້າງຫຼັງ. ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງຜູ້ຄົນ; ເຈົ້າຮູ້ສຶກດີ ຖ້າເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຮັດແບບນັ້ນ ເຈົ້າກໍ່ຈະບໍ່ມີເສັ້ນທາງທີ່ຈະເດີນຕາມ. ພຣະທໍາຂອງພຣະເຈົ້າໄດ້ກາຍມາເປັນອາຫານຂອງຜູ້ຄົນ ແລະ ພະລັງທີ່ຂັບເຄື່ອນພວກເຂົາ. ພຣະຄໍາພີໄດ້ກ່າວໄວ້ວ່າ “ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານຢ່າງດຽວ ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ” (ມັດທາຍ 4:4). ມື້ນີ້, ພຣະເຈົ້າຈະເຮັດໃຫ້ພາລະກິດນີ້ສໍາເລັດ ແລະ ພຣະອົງຈະສຳເລັດຕາມຂໍ້ແທ້ຈິງໃນພວກເຈົ້າ. ມັນເປັນໄປໄດ້ແນວໃດທີ່ໃນອະດີດ ຜູ້ຄົນສາມາດດໍາເນີນຊີວິດໄປຫຼາຍມື້ໂດຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ແຕ່ສາມາດກິນ ແລະ ເຮັດວຽກງານໄດ້ເປັນປົກກະຕິ, ແຕ່ສິ່ງນີ້ບໍ່ແມ່ນຄວາມຈິງໃນມື້ນີ້? ໃນຍຸກນີ້, ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງທຸກສິ່ງເປັນຫຼັກ. ມະນຸດຖືກພິພາກສາ ແລະ ຖືກເຮັດໃຫ້ສົມບູນໂດຍຜ່ານພຣະທໍາຂອງພຣະເຈົ້າ, ແລ້ວໃນທີ່ສຸດກໍ່ຖືກນໍາເຂົ້າສູ່ອານາຈັກ. ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດສະໜອງໃຫ້ແກ່ຊີວິດຂອງມະນຸດ ແລະ ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດມອບແສງສະຫວ່າງໃຫ້ແກ່ມະນຸດ ແລະ ເສັ້ນທາງໃຫ້ປະຕິບັດ ໂດຍສະເພາະໃນຍຸກແຫ່ງລາຊະອານາຈັກ. ຕາບໃດທີ່ເຈົ້າບໍ່ຫັນເຫຈາກຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້, ພຣະເຈົ້າກໍ່ຈະສາມາດເຮັດໃຫ້ເຈົ້າສົມບູນໄດ້.
ການສະແຫວງຫາຊີວິດບໍ່ແມ່ນສິ່ງທີ່ສາມາດຮີບດ່ວນໄດ້; ການຈະເລີນເຕີບໂຕໃນຊີວິດບໍ່ໄດ້ເກີດຂຶ້ນໃນມື້ໜຶ່ງ ຫຼື ສອງມື້. ພາລະກິດຂອງພຣະເຈົ້າເປັນປົກກະຕິ ແລະ ເປັນຈິງ ແລະ ມີຂະບວນການທີ່ມັນຈໍາເປັນຕ້ອງຜ່ານ. ພຣະເຢຊູທີ່ບັງເກີດເປັນມະນຸດໃຊ້ເວລາເຖິງສາມສິບສາມປີເຄິ່ງເພື່ອສໍາເລັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນຂອງພຣະອົງ, ແລ້ວພາລະກິດແຫ່ງການຊໍາລະລ້າງ ແລະ ການປ່ຽນແປງຊີວິດຂອງມະນຸດ, ພາລະກິດທີ່ຫຍຸ້ງຍາກທີ່ສຸດເດ? ມັນບໍ່ແມ່ນເລື່ອງງ່າຍທີ່ຈະສ້າງມະນຸດທໍາມະດາຄົນໜຶ່ງສຳແດງອອກເຖິງພຣະເຈົ້າ. ໂດຍສະເພາະແມ່ນເພື່ອໃຫ້ຄົນທີ່ເກີດຊົນຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງເປັນຄົນທີ່ມີຄວາມສາມາດຕໍ່າ ແລະ ຕ້ອງໄດ້ໃຊ້ເວລາດົນສໍາລັບພຣະທໍາ ແລະ ພາລະກິດຂອງພຣະເຈົ້າ. ສະນັ້ນຢ່າໃຈຮ້ອນຢາກເຫັນຜົນ. ເຈົ້າຕ້ອງຫ້າວຫັນໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ພະຍາຍາມຫຼາຍຂຶ້ນໃນພຣະທໍາຂອງພຣະເຈົ້າ. ເມື່ອເຈົ້າອ່ານພຣະທໍາຂອງພຣະອົງແລ້ວ, ເຈົ້າຕ້ອງສາມາດນໍາພຣະທໍາເຫຼົ່ານັ້ນເຂົ້າໃນການປະຕິບັດຕົວຈິງ, ເພີ່ມທະວີຄວາມຮູ້, ຄວາມເຂົ້າໃຈ, ການເຫັນແຈ້ງ ແລະ ສະຕິປັນຍາໃນພຣະທໍາຂອງພຣະເຈົ້າ. ຜ່ານສິ່ງນີ້ ເຈົ້າຈະປ່ຽນແປງໂດຍບໍ່ຮູ້ສຶກຕົວ. ຖ້າເຈົ້າສາມາດຍຶດຖືເອົາການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ, ການອ່ານພຣະທຳເຫຼົ່ານັ້ນ, ການຮູ້ຈັກພວກມັນ, ການມີປະສົບການກັບພວກມັນ ແລະ ການປະຕິບັດພວກມັນເປັນຫຼັກການຂອງເຈົ້າ, ເຈົ້າກໍ່ຈະເປັນຜູ້ໃຫຍ່ໂດຍບໍ່ຮູ້ສຶກຕົວ. ມີຄົນທີ່ເວົ້າວ່າ ພວກເຂົາບໍ່ສາມາດນໍາພຣະທໍາຂອງພຣະອົງເຂົ້າໃນການປະຕິບັດໄດ້ ແມ່ນແຕ່ຫຼັງຈາກທີ່ອ່ານພຣະທຳເຫຼົ່ານັ້ນ. ເຈົ້າຈະຟ້າວໄປໃສ? ເມື່ອເຈົ້າມີວຸດທິພາວະໃນລະດັບໃດໜຶ່ງ, ເຈົ້າກໍ່ຈະສາມາດນໍາພຣະທໍາຂອງພຣະອົງເຂົ້າໃນການປະຕິບັດໄດ້. ເດັກນ້ອຍທີ່ມີອາຍຸສີ່ ຫຼື ຫ້າປີຈະເວົ້າວ່າພວກເຂົາບໍ່ສາມາດສະໜັບສະໜູນ ຫຼື ໃຫ້ກຽດພໍ່ແມ່ຂອງພວກເຂົາບໍ? ເຈົ້າຄວນຮູ້ສະພາບວ່າວຸດທິພາວະໃນປັດຈຸບັນຂອງເຈົ້າມີຫຼາຍສໍ່າໃດ. ໃຫ້ນໍາສິ່ງທີ່ເຈົ້າສາມາດປະຕິບັດໄປປະຕິບັດ ແລະ ຫຼີກເວັ້ນຈາກການເປັນຄົນທີ່ຂັດຂວາງການຄຸ້ມຄອງຂອງພຣະເຈົ້າ. ພຽງແຕ່ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ຮັບເອົາສິ່ງນັ້ນເປັນຫຼັກການນັບແຕ່ນີ້ໄປ. ຕອນນີ້ ບໍ່ຕ້ອງກັງວົງກ່ຽວກັບວ່າພຣະເຈົ້າຈະສາມາດເຮັດໃຫ້ເຈົ້າສົມບູນ ຫຼື ບໍ່. ບໍ່ຟ້າວລົງເລິກໃນເລື່ອງນັ້ນ. ພຽງແຕ່ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າດັ່ງທີ່ພວກມັນມາເຖິງເຈົ້າ ແລະ ພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນຢ່າງແນ່ນອນ. ເຖິງຢ່າງໃດກໍ່ຕາມ, ມີຫຼັກການທີ່ເຈົ້າຕ້ອງກິນ ແລະ ດື່ມພຣະທໍາຂອງພຣະອົງ. ຢ່າເຮັດຢ່າງຫຼັບຫູຫຼັບຕາ. ໃນດ້ານໜຶ່ງ, ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ໃຫ້ສະແຫວງຫາພຣະທໍາທີ່ເຈົ້າຄວນຮູ້ຈັກ ນັ້ນກໍ່ຄື ພຣະທໍາທີ່ກ່ຽວຂ້ອງກັບນິມິດ ແລະ ໃນອີກດ້ານໜຶ່ງ ໃຫ້ສະແຫວງຫາສິ່ງທີ່ເຈົ້າຄວນນໍາໄປປະຕິບັດຕົວຈິງ ນັ້ນກໍ່ຄື ສິ່ງທີ່ເຈົ້າຄວນເຂົ້າປະຕິບັດ. ລັກສະນະໜຶ່ງຕ້ອງກ່ຽວຂ້ອງກັບຄວາມຮູ້ ແລະ ອີກລັກສະນະໜຶ່ງແມ່ນກ່ຽວຂ້ອງກັບການເຂົ້າປະຕິບັດ. ຫຼັງຈາກທີ່ເຈົ້າເຂົ້າໃຈທັງສອງລັກສະນະແລ້ວ, ເມື່ອເຈົ້າເຂົ້າໃຈໃນສິ່ງທີ່ເຈົ້າຄວນຮູ້ ແລະ ສິ່ງທີ່ເຈົ້າຄວນປະຕິບັດ, ເຈົ້າກໍ່ຈະຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ.
ໂດຍກ້າວໄປຂ້າງໜ້າ, ການເວົ້າເຖິງພຣະທໍາຂອງພຣະເຈົ້າຄວນເປັນຫຼັກການທີ່ເຈົ້າເວົ້າ. ໂດຍປົກກະຕິແລ້ວ ເມື່ອພວກເຈົ້າມາຢູ່ຮ່ວມກັນ ພວກເຈົ້າຄວນໂອ້ລົມກັນກ່ຽວກັບພຣະທໍາຂອງພຣະເຈົ້າ, ເອົາພຣະທໍາຂອງພຣະເຈົ້າເປັນເນື້ອໃນໃຈຄວາມໃນການພົວພັນຂອງພວກເຈົ້າ, ເວົ້າກ່ຽວກັບສິ່ງທີ່ພວກເຈົ້າຮູ້ກ່ຽວກັບພຣະທໍາເຫຼົ່ານີ້, ວິທີທີ່ພວກເຈົ້າຈະນໍາພຣະທໍາໄປປະຕິບັດ ແລະ ວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ຕາບໃດທີ່ເຈົ້າສົນທະນາກ່ຽວກັບພຣະທຳຂອງພຣະເຈົ້າ, ພຣະວິນຍານບໍລິສຸດຈະເຍືອງທາງໃຫ້ແກ່ເຈົ້າ. ການສ້າງໂລກແຫ່ງພຣະທໍາຂອງພຣະເຈົ້າໃຫ້ສຳເລັດແມ່ນຕ້ອງໄດ້ອາໄສການຮ່ວມມືຈາກມະນຸດ. ຖ້າເຈົ້າບໍ່ເຂົ້າສູ່ສິ່ງນີ້, ພຣະເຈົ້າກໍ່ຈະບໍ່ມີທາງປະຕິບັດພາລະກິດໄດ້; ຖ້າເຈົ້າຫຸບປາກຂອງເຈົ້າໄວ້ ແລະ ບໍ່ເວົ້າກ່ຽວກັບພຣະທໍາຂອງພຣະອົງ, ພຣະອົງກໍ່ຈະບໍ່ມີທາງທີ່ຈະເຍືອງທາງໃຫ້ແກ່ເຈົ້າ. ເມື່ອໃດກໍ່ຕາມທີ່ເຈົ້າບໍ່ຄາວຽກ, ໃຫ້ເວົ້າກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ຢ່າພຽງແຕ່ເຂົ້າຮ່ວມໃນການໂອ້ລົມກ່ຽວກັບເລື່ອງໄຮ້ສາລະ! ໃຫ້ຊີວິດຂອງເຈົ້າເຕັມໄປດ້ວຍພຣະທໍາຂອງພຣະເຈົ້າ, ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະກາຍເປັນຜູ້ເຊື່ອທີ່ເຫຼື້ອມໃສ. ມັນບໍ່ກ່ຽວກັບວ່າການສົນທະນາຂອງເຈົ້າເປັນພຽງເລື່ອງຜິວເຜີນ ຫຼື ບໍ່. ຖ້າປາສະຈາກຄວາມຕື້ນກໍ່ບໍ່ສາມາດມີຄວາມເລິກ. ມັນຕ້ອງຜ່ານຂະບວນການ. ຜ່ານການຝຶກຝົນຂອງເຈົ້າ, ເຈົ້າໄດ້ເຂົ້າໃຈການເຍືອງທາງຂອງພຣະວິນຍານບໍລິສຸດຕໍ່ເຈົ້າ ແລະ ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢ່າງມີປະສິດທິພາບ. ຫຼັງຈາກຊ່ວງເວລາຂອງການກວດສອບ, ເຈົ້າຈະເຂົ້າສູ່ຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ. ພຽງແຕ່ຖ້າເຈົ້າຕັ້ງໃຈຮ່ວມມື, ເຈົ້າຈຶ່ງຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ.
ໃນຫຼັກການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ໜຶ່ງຢ່າງແມ່ນກ່ຽວຂ້ອງກັບຄວາມຮູ້ ແລະ ອີກໜຶ່ງຢ່າງແມ່ນກ່ຽວກັບການເຂົ້າປະຕິບັດ. ເຈົ້າຄວນຮູ້ພຣະທຳອັນໃດ? ເຈົ້າຄວນມາຮູ້ຈັກພຣະທໍາທີ່ກ່ຽວຂ້ອງກັບນິມິດ (ເຊັ່ນ: ພຣະທຳທີ່ກ່ຽວຂ້ອງກັບວ່າພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ຍຸກໃດໃນຕອນນີ້, ພຣະເຈົ້າຕ້ອງການບັນລຸຜົນຫຍັງໃນຕອນນີ້, ການບັງເກີດເປັນມະນຸດແມ່ນຫຍັງ ແລະ ອື່ນໆອີກ; ທັງໝົດນີ້ແມ່ນກ່ຽວກັບນິມິດ). ເສັ້ນທາງທີ່ມະນຸດຄວນເຂົ້າໝາຍເຖິງຫຍັງ? ສິ່ງນີ້ໝາຍເຖິງພຣະທໍາຂອງພຣະເຈົ້າທີ່ມະນຸດຄວນປະຕິບັດຕາມ ແລະ ເຂົ້າປະຕິບັດ. ສິ່ງທີ່ໄດ້ກ່າວມາຂ້າງເທິງແມ່ນລັກສະນະສອງຢ່າງຂອງການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ. ນັບຈາກນີ້ໄປ, ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃນລັກສະນະນີ້. ຖ້າເຈົ້າມີຄວາມເຂົ້າໃຈທີ່ຊັດເຈນໃນພຣະທໍາຂອງພຣະເຈົ້າທີ່ກ່ຽວກັບນິມິດ, ແລ້ວມັນກໍ່ບໍ່ຈຳເປັນຕ້ອງສືບຕໍ່ອ່ານພວກມັນຕະຫຼອດເວລາ. ສິ່ງທີ່ສໍາຄັນຫຼັກໆກໍ່ຄືການກິນ ແລະ ດື່ມພຣະທໍາກ່ຽວກັບການເຂົ້າປະຕິບັດໃຫ້ຫຼາຍຂຶ້ນ ເຊັ່ນ: ວິທີການຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າ, ວິທີສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ວິທີການປະຖິ້ມເນື້ອໜັງ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນນໍາໄປປະຕິບັດ. ຖ້າບໍ່ຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ການສົນທະນາທີ່ແທ້ຈິງກໍ່ຈະເປັນໄປບໍ່ໄດ້. ຫຼັງຈາກທີ່ເຈົ້າຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະອົງ, ເມື່ອເຈົ້າເຂົ້າໃຈວ່າແມ່ນຫຍັງຄືສິ່ງສຳຄັນ, ການສົນທະນາກໍ່ຈະເປີດກວ້າງຂຶ້ນ ແລະ ສຳລັບບັນຫາຫຍັງກໍ່ຕາມທີ່ເກີດຂຶ້ນ ເຈົ້າກໍ່ຈະສາມາດສົນທະນາ ແລະ ເຂົ້າໃຈຄວາມເປັນຈິງ. ເມື່ອກຳລັງສົນທະນາກກ່ຽວກັບພຣະທຳຂອງພຣະເຈົ້າ, ຖ້າເຈົ້າບໍ່ມີຄວາມເປັນຈິງ, ແລ້ວເຈົ້າກໍ່ບໍ່ໄດ້ເຂົ້າໃຈວ່າແມ່ນຫຍັງຄືສິ່ງສຳຄັນ, ເຊິ່ງສະແດງໃຫ້ເຫັນວ່າ ເຈົ້າບໍ່ຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ບາງຄົນອາດຮູ້ສຶກເມື່ອຍເມື່ອກຳລັງອ່ານພຣະທໍາຂອງພຣະເຈົ້າ ເຊິ່ງບໍ່ແມ່ນສະພາວະທີ່ປົກກະຕິ. ສິ່ງທີ່ປົກກະຕິກໍ່ຄືການບໍ່ຮູ້ສຶກເມື່ອຍໃນການອ່ານພຣະທຳຂອງພຣະເຈົ້າຈັກເທື່ອ ແລະ ເຫັນພຣະທໍາຂອງພຣະເຈົ້າເປັນສິ່ງທີ່ດີຢູ່ສະເໝີ. ນີ້ແມ່ນວິທີການທີ່ຄົນທີ່ໄດ້ເຂົ້າສູ່ພຣະທໍາໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ເມື່ອເຈົ້າຮູ້ສຶກວ່າ ພຣະທໍາຂອງພຣະເຈົ້າເປັນຈິງຫຼາຍຂຶ້ນ ແລະ ເປັນສິ່ງທີ່ມະນຸດຄວນປະຕິບັດແທ້ໆ; ເມື່ອເຈົ້າຮູ້ສຶກວ່າພຣະທໍາຂອງພຣະອົງສາມາດຊ່ວຍເຫຼືອ ແລະ ເປັນປະໂຫຍດຕໍ່ມະນຸດຢ່າງຍິ່ງ ແລະ ພວກມັນຄືການສະໜອງໃຫ້ແກ່ຊີວິດຂອງມະນຸດ, ນັ້ນກໍ່ຄືພຣະວິນຍານບໍລິສຸດທີ່ໄດ້ມອບຄວາມຮູ້ສຶກນີ້ໃຫ້ແກ່ເຈົ້າ ແລະ ເປັນພຣະວິນຍານບໍລິສຸດທີ່ດົນບັນດານເຈົ້າ. ສິ່ງນີ້ພິສູດໃຫ້ເຫັນວ່າ ພຣະວິນຍານບໍລິສຸດກໍາລັງປະຕິບັດພາລະກິດໃນຕົວເຈົ້າ ແລະ ພຣະເຈົ້າບໍ່ໄດ້ຫັນໜີຈາກເຈົ້າ. ເມື່ອເຫັນວ່າພຣະເຈົ້າມີແຕ່ກ່າວພຣະທໍາຢູ່ສະເໝີ, ບາງຄົນກໍ່ເລີ່ມເມື່ອຍກັບພຣະທຳຂອງພຣະອົງ ແລະ ຄິດວ່າບໍ່ມີຜົນຫຍັງ ບໍ່ວ່າພວກເຂົາຈະອ່ານພຣະທໍາ ຫຼື ບໍ່, ເຊິ່ງບໍ່ແມ່ນສະພາວະທີ່ປົກກະຕິ. ພວກເຂົາຂາດຫົວໃຈທີ່ຫິວກະຫາຍເພື່ອເຂົ້າສູ່ຄວາມເປັນຈິງ ແລະ ຄົນແບບນັ້ນບໍ່ຫິວກະຫາຍ ຫຼື ໃຫ້ຄວາມສໍາຄັນແກ່ການຖືກເຮັດໃຫ້ສົມບູນ. ເມື່ອໃດກໍ່ຕາມທີ່ເຈົ້າເຫັນວ່າເຈົ້າບໍ່ຫິວກະຫາຍຫາພຣະທໍາຂອງພຣະເຈົ້າ, ສິ່ງນີ້ກໍ່ສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ຢູ່ໃນສະພາວະທີ່ປົກກະຕິ. ໃນອະດີດ, ການທີ່ພຣະເຈົ້າຫັນໜີຈາກເຈົ້າ ຫຼື ບໍ່ ແມ່ນສາມາດກຳນົດໄດ້ໂດຍການທີ່ເຈົ້າມີຄວາມສະຫງົບພາຍໃນ ຫຼື ບໍ່ ແລະ ເຈົ້າມີຄວາມສຸກ ຫຼື ບໍ່. ຕອນນີ້, ສິ່ງສໍາຄັນກໍ່ຄື ເຈົ້າຫິວກະຫາຍຫາພຣະທໍາຂອງພຣະເຈົ້າ ຫຼື ບໍ່, ພຣະທໍາຂອງພຣະອົງຄືຄວາມເປັນຈິງຂອງເຈົ້າ ຫຼື ບໍ່, ເຈົ້າມີຄວາມເຊື່ອ ຫຼື ບໍ່ ແລະ ເຈົ້າສາມາດເຮັດທຸກສິ່ງທີ່ເຈົ້າສາມາດເຮັດໄດ້ເພື່ອພຣະເຈົ້າ ຫຼື ບໍ່. ເວົ້າອີກຢ່າງໜຶ່ງກໍ່ຄື ມະນຸດຖືກຕັດສິນໂດຍຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ. ພຣະເຈົ້າຊີ້ນໍາພຣະທໍາຂອງພຣະອົງຕໍ່ມະນຸດຊາດທັງປວງ. ຖ້າເຈົ້າເຕັມໃຈອ່ານພຣະທໍາ, ພຣະອົງກໍ່ຈະສ່ອງແສງໃຫ້ແກ່ເຈົ້າ, ແຕ່ຖ້າເຈົ້າບໍ່ເຕັມໃຈ ພຣະອົງກໍ່ຈະບໍ່ສ່ອງແສງໃຫ້ແກ່ເຈົ້າ. ພຣະເຈົ້າສ່ອງແສງສະຫວ່າງແກ່ຄົນທີ່ຫິວ ແລະ ກະຫາຍຫາຄວາມຊອບທໍາ ແລະ ພຣະອົງສ່ອງແສງສະຫວ່າງໃຫ້ແກ່ຄົນທີ່ສະແຫວງຫາພຣະອົງ. ບາງຄົນເວົ້າວ່າ ພຣະເຈົ້າບໍ່ໄດ້ສ່ອງແສງສະຫວ່າງໃຫ້ແກ່ພວກເຂົາ ເຖິງແມ່ນຫຼັງຈາກທີ່ພວກເຂົາອ່ານພຣະທໍາຂອງພຣະອົງ. ແຕ່ເຈົ້າອ່ານພຣະທໍາເຫຼົ່ານີ້ໃນລັກສະນະໃດ? ຖ້າເຈົ້າອ່ານພຣະທໍາຂອງພຣະອົງໃນລັກສະນະທີ່ມະນຸດທີ່ນັ່ງຢູ່ເທິງຫຼັງມ້າແນມເບິ່ງດອກໄມ້ ແລະ ບໍ່ໃຫ້ຄວາມສໍາຄັນແກ່ຄວາມເປັນຈິງ, ພຣະເຈົ້າຈະສ່ອງສະຫວ່າງໃຫ້ແກ່ເຈົ້າໄດ້ແນວໃດ? ຄົນທີ່ບໍ່ເຊີດຊູພຣະທໍາຂອງພຣະເຈົ້າຈະຖືກພຣະອົງເຮັດໃຫ້ສຳເລັດໄດ້ແນວໃດ? ຖ້າເຈົ້າບໍ່ເຊີດຊູພຣະທໍາຂອງພຣະເຈົ້າ, ແລ້ວເຈົ້າກໍ່ຈະບໍ່ມີຄວາມຈິງ ແລະ ຄວາມເປັນຈິງ. ຖ້າເຈົ້າເຊີດຊູພຣະທໍາຂອງພຣະອົງ, ແລ້ວເຈົ້າຈະສາມາດນໍາຄວາມຈິງໄປປະຕິບັດ ແລະ ມີແຕ່ໃນເມື່ອນັ້ນ ເຈົ້າຈຶ່ງຈະມີຄວາມເປັນຈິງ. ນີ້ຄືເຫດຜົນທີ່ເຈົ້າຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢູ່ຕະຫຼອດເວລາ ບໍ່ວ່າເຈົ້າຈະຄາວຽກ ຫຼື ບໍ່, ບໍ່ວ່າສະຖານະການຈະດີ ຫຼື ບໍ່ ແລະ ບໍ່ວ່າເຈົ້າກໍາລັງຖືກທົດລອງ ຫຼື ບໍ່. ສະຫຼຸບກໍ່ຄືພຣະທໍາຂອງພຣະເຈົ້າຄືພື້ນຖານຂອງການມີຢູ່ຂອງມະນຸດ. ບໍ່ມີໃຜສາມາດຫັນໜີຈາກພຣະທໍາຂອງພຣະອົງໄດ້, ແຕ່ຕ້ອງກິນພຣະທໍາຂອງພຣະອົງດັ່ງທີ່ພວກເຂົາກິນເຂົ້າສາມຄາບໃນມື້. ການຖືກເຮັດໃຫ້ສົມບູນ ແລະ ການຖືກຮັບເອົາໂດຍພຣະເຈົ້າເປັນເລື່ອງງ່າຍແບບນັ້ນບໍ? ບໍ່ວ່າເຈົ້າຈະເຂົ້າໃຈໃນປັດຈຸບັນ ຫຼື ບໍ່ ແລະ ບໍ່ວ່າເຈົ້າມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າ ຫຼື ບໍ່, ເຈົ້າກໍ່ຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ນີ້ຄືການເຂົ້າສູ່ຫົນທາງທີ່ຫ້າວຫັນ. ຫຼັງຈາກທີ່ໄດ້ອ່ານພຣະທໍາຂອງພຣະເຈົ້າ, ໃຫ້ຟ້າວປະຕິບັດສິ່ງທີ່ເຈົ້າສາມາດປະຕິບັດໄດ້ ແລະ ປ່ອຍວາງສິ່ງເຈົ້າບໍ່ສາມາດປະຕິບັດໄດ້ກ່ອນ. ອາດຈະມີພຣະທໍາຂອງພຣະເຈົ້າຫຼາຍຂໍ້ທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້ໃນຕອນຕົ້ນ, ແຕ່ຫຼັງຈາກນັ້ນສອງ ຫຼື ສາມເດືອນ, ບາງເທື່ອກໍ່ໜຶ່ງປີ, ເຈົ້າກໍ່ຈະເຂົ້າໃຈ. ມັນເປັນແບບນີ້ໄດ້ແນວໃດ? ມັນເປັນເພາະພຣະເຈົ້າບໍ່ສາມາດເຮັດໃຫ້ມະນຸດສົມບູນໄດ້ພຽງມື້ໜຶ່ງ ຫຼື ສອງມື້. ໃນເວລາສ່ວນໃຫຍ່ ເມື່ອເຈົ້າອ່ານພຣະທໍາຂອງພຣະອົງ, ເຈົ້າອາດບໍ່ເຂົ້າໃຈໃນທັນທີ. ໃນເວລານັ້ນ ມັນອາດເບິ່ງຄືກັບວ່າເປັນໜັງສືທໍາມະດາ; ເຈົ້າຕ້ອງມີປະສົບການກັບພຣະທຳເຫຼົ່ານັ້ນໃນໄລຍະໜຶ່ງກ່ອນທີ່ເຈົ້າຈະສາມາດເຂົ້າໃຈພວກມັນໄດ້. ຍ້ອນພຣະເຈົ້າໄດ້ກ່າວພຣະທໍາໄວ້ຢ່າງຫຼວງຫຼາຍ, ເຈົ້າຄວນພະຍາຍາມສຸດຄວາມສາມາດຂອງເຈົ້າເພື່ອກິນ ແລະ ດື່ມພຣະທໍາຂອງພຣະອົງ ແລ້ວຫຼັງຈາກນັ້ນ ເຈົ້າຈະເຂົ້າໃຈໂດຍທີ່ເຈົ້າບໍ່ຮູ້ຕົວ ແລະ ພຣະວິນຍານບໍລິສຸດຈະສ່ອງແສງສະຫວ່າງໃຫ້ແກ່ເຈົ້າໂດຍທີ່ເຈົ້າບໍ່ຮູ້ຕົວ. ເມື່ອເວລາພຣະວິນຍານບໍລິສຸດສ່ອງສະຫວ່າງໃຫ້ແກ່ມະນຸດ, ມັນກໍ່ມັກເກີດຂຶ້ນໂດຍທີ່ມະນຸດບໍ່ຮູ້ຕົວ. ພຣະອົງສ່ອງແສງສະຫວ່າງ ແລະ ຊີ້ນໍາເຈົ້າ ເມື່ອເຈົ້າຫິວກະຫາຍ ແລະ ສະແຫວງຫາ. ຫຼັກການທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດແມ່ນອີງໃສ່ພຣະທໍາຂອງພຣະເຈົ້າທີ່ເຈົ້າກິນ ແລະ ດື່ມ. ທຸກຄົນທີ່ບໍ່ໃຫ້ຄວາມສໍາຄັນຕໍ່ພຣະທໍາຂອງພຣະເຈົ້າ ແລະ ມີທ່າທີ່ໆແຕກຕ່າງຕໍ່ພຣະທໍາຂອງພຣະອົງ ແລ້ວເຊື່ອໃນຄວາມຄິດທີ່ງົມງວາຍຂອງພວກເຂົາວ່າ ມັນບໍ່ໄດ້ແຕກຕ່າງເຖິງວ່າພວກເຂົາຈະອ່ານພຣະທຳຂອງພຣະອົງ ຫຼື ບໍ່, ຄົນເຫຼົ່າເປັນຄົນທີ່ບໍ່ມີຄວາມເປັນຈິງ. ພາລະກິດຂອງພຣະວິນຍານບໍລິສຸດ ຫຼື ແສງສະຫວ່າງຂອງພຣະອົງບໍ່ສາມາດປາກົດເຫັນໃນຄົນດັ່ງກ່າວ. ຄົນແບບນີ້ພຽງແຕ່ໃຊ້ຊີວິດຢ່າງໄຮ້ຄ່າ ແລະ ເປັນຄົນທຳທ່າເຮັດໂດຍທີ່ບໍ່ມີຄຸນສົມບັດຢ່າງແທ້ຈິງຄືກັນກັບ ທ້າວ ນາງກົວໃນຄໍາອຸປະມາ[ກ].
ຖ້າບໍ່ມີພຣະທໍາຂອງພຣະເຈົ້າເປັນຄວາມເປັນຈິງຂອງເຈົ້າ, ເຈົ້າກໍ່ບໍ່ມີວຸດທິພາວະທີ່ແທ້ຈິງ. ເມື່ອຮອດເວລາທີ່ຈະຖືກທົດລອງ, ເຈົ້າກໍ່ຈະລົ້ມຢ່າງແນ່ນອນ ແລະ ໃນເມື່ອນັ້ນເອງ ວຸດທິພາວະທີ່ແທ້ຈິງຂອງເຈົ້າຈະຖືກເປີດເຜີຍ. ແຕ່ເມື່ອຖືກອ້ອມລ້ອມດ້ວຍການທົດລອງ, ຄົນທີ່ສະແຫວງຫາເພື່ອເຂົ້າສູ່ຄວາມເປັນຈິງຢ່າງເປັນປົກກະຕິກໍ່ຈະເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ. ຜູ້ທີ່ມີຈິດສຳນຶກ ແລະ ຄົນທີ່ຫິວກະຫາຍຫາພຣະເຈົ້າຄວນດໍາເນີນການຕົວແທ້ຈິງເພື່ອຕອບແທນພຣະເຈົ້າສຳລັບຄວາມຮັກຂອງພຣະອົງ. ຜູ້ທີ່ບໍ່ມີຄວາມເປັນຈິງແມ່ນບໍ່ສາມາດຍຶດໝັ້ນເມື່ອຜະເຊີນໜ້າກັບແມ່ນແຕ່ບັນຫາເລັກນ້ອຍ. ສິ່ງດັ່ງກ່າວຄືຄວາມແຕກຕ່າງລະຫວ່າງຄົນທີ່ມີວຸດທິພາວະແທ້ຈິງ ແລະ ຄົນທີ່ບໍ່ມີ. ເຖິງແມ່ນວ່າພວກເຂົາທັງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ເປັນຫຍັງບາງຄົນຈຶ່ງສາມາດຍຶດໝັ້ນເມື່ອຢູ່ທ່າມກາງການທົດລອງ, ໃນຂະນະທີ່ຄົນອື່ນແລ່ນໜີໄປ? ຄວາມແຕກຕ່າງທີ່ຊັດເຈນກໍ່ຄື ບາງຄົນຂາດວຸດທິພາວະທີ່ແທ້ຈິງ; ພວກເຂົາບໍ່ມີພຣະທໍາຂອງພຣະເຈົ້າທີ່ເຮັດໜ້າທີ່ເປັນຄວາມເປັນຈິງຂອງພວກເຂົາ ແລະ ພຣະທໍາຂອງພຣະອົງບໍ່ໄດ້ຝັງຮາກພາຍໃນພວກເຂົາ. ທັນທີທີ່ພວກເຂົາຖືກທົດລອງ, ພວກເຂົາກໍ່ໄປເຖິງປາຍເສັ້ນທາງຂອງພວກເຂົາ. ແລ້ວເປັນຫຍັງບາງຄົນຈຶ່ງສາມາດຍຶດໝັ້ນເມື່ອຢູ່ທ່າມກາງການທົດລອງ? ມັນເປັນເພາະພວກເຂົາເຂົ້າໃຈຄວາມຈິງ ແລະ ມີນິມິດ ແລະ ພວກເຂົາເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ເງື່ອນໄຂຂອງພຣະອົງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງສາມາດຍຶດໝັ້ນເມື່ອຢູ່ທ່າມກາງການທົດລອງ. ນີ້ແມ່ນວຸດທິພາວະທີ່ແທ້ຈິງ ແລະ ນີ້ເປັນຊີວິດເຊັ່ນກັນ. ບາງຄົນອາດຍັງໄດ້ອ່ານພຣະທໍາຂອງພຣະເຈົ້າ ແຕ່ບໍ່ໄດ້ນໍາພຣະທໍາເຫຼົ່ານີ້ໄປປະຕິບັດ, ບໍ່ໄດ້ຈິງຈັງກັບພວກມັນ; ຄົນທີ່ບໍ່ຈິງຈັງກັບພຣະທຳເຫຼົ່ານັ້ນກໍ່ບໍ່ໃຫ້ຄວາມສໍາຄັນໃນການປະຕິບັດ. ຄົນທີ່ບໍ່ມີພຣະທໍາຂອງພຣະເຈົ້າທີ່ເຮັດໜ້າທີ່ເປັນຄວາມເປັນຈິງຂອງພວກເຂົາກໍ່ບໍ່ມີວຸດທິພາວະທີ່ແທ້ຈິງ ແລະ ຄົນດັ່ງກ່າວກໍ່ບໍ່ສາມາດຍຶດໝັ້ນຜ່ານການທົດລອງໄດ້.
ເມື່ອພຣະທໍາຂອງພຣະເຈົ້າປາກົດຂຶ້ນ, ເຈົ້າກໍ່ຄວນຮັບເອົາພວກມັນໃນທັນທີ ແລ້ວກິນ ແລະ ດື່ມພຣະທໍາເຫຼົ່ານັ້ນ. ບໍ່ວ່າເຈົ້າຈະເຂົ້າໃຈພຣະທໍາເຫຼົ່ານັ້ນຫຼາຍສໍ່າໃດ, ໜຶ່ງມຸມມອງທີ່ເຈົ້າຕ້ອງຍຶດໝັ້ນກໍ່ຄືການກິນ ແລະ ດື່ມ, ການຮູ້ຈັກ ແລະ ການປະຕິບັດພຣະທຳຂອງພຣະອົງ. ນີ້ແມ່ນສິ່ງທີ່ເຈົ້າຄວນສາມາດເຮັດໄດ້. ບໍ່ຕ້ອງກັງວົນວ່າວຸດທິພາວະຂອງເຈົ້າອາດມີຫຼາຍສໍ່າໃດ; ພຽງແຕ່ໃສ່ໃຈກັບການກິນ ແລະ ດື່ມພຣະທໍາຂອງພຣະອົງ. ນີ້ຄືສິ່ງທີ່ມະນຸດຄວນໃຫ້ການຮ່ວມມື. ຊີວິດຝ່າຍວິນຍານຂອງເຈົ້າຄືການພະຍາຍາມເຂົ້າສູ່ຄວາມເປັນຈິງໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເປັນຫຼັກ ແລະ ນໍາພຣະທໍາເຫຼົ່ານັ້ນໄປປະຕິບັດ. ມັນບໍ່ແມ່ນທຸລະຂອງເຈົ້າທີ່ຈະໄປໃສ່ໃຈກັບສິ່ງອື່ນ. ຜູ້ນໍາຄຣິສຕະຈັກຄວນທີ່ຈະສາມາດຊີ້ນໍາອ້າຍເອື້ອຍນ້ອງຂອງພວກເຂົາທຸກຄົນ ເພື່ອວ່າພວກເຂົາຈະໄດ້ຮູ້ຈັກວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ນີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາຄຣິສຕະຈັກແຕ່ລະຄົນ. ບໍ່ວ່າຈະເປັນຄົນໜຸ່ມ ຫຼື ຜູ້ສູງອາຍຸ, ທຸກຄົນຄວນຖືເອົາການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າເປັນສິ່ງທີ່ສໍາຄັນຫຼາຍ ແລະ ຄວນຮັກສາພຣະທໍານັ້ນໄວ້ໃນຫົວໃຈຂອງພວກເຂົາ. ການເຂົ້າສູ່ຄວາມເປັນຈິງນີ້ ໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ຄົນສ່ວນໃຫຍ່ຮູ້ສຶກວ່າພວກເຂົາບໍ່ສາມາດມີຊີວິດຢູ່ໄດ້ ຖ້າບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ຮູ້ສຶກວ່າພຣະທໍາຂອງພຣະອົງແມ່ນສົດໃໝ່ ບໍ່ວ່າຈະເປັນເວລາໃດກໍ່ຕາມ. ນີ້ໝາຍຄວາມວ່າ ພວກເຂົາກຳລັງເລີ່ມກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າໄດ້ໃຊ້ພຣະທໍາເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ສະໜອງໃຫ້ແກ່ມະນຸດ. ເມື່ອທຸກຄົນປາຖະໜາ ແລະ ຫິວກະຫາຍຫາພຣະທໍາຂອງພຣະເຈົ້າ, ມະນຸດຊາດກໍ່ຈະເຂົ້າສູ່ໂລກແຫ່ງພຣະທໍາຂອງພຣະອົງ.
ພຣະເຈົ້າໄດ້ກ່າວໄວ້ຢ່າງຫຼວງຫຼາຍ. ເຈົ້າຮູ້ຫຼາຍສໍ່າໃດ? ເຈົ້າໄດ້ນໍາໄປປະຕິບັດຫຼາຍສໍ່າໃດ? ຖ້າຜູ້ນໍາຄຣິສຕະຈັກທີ່ບໍ່ໄດ້ຊີ້ນໍາອ້າຍເອື້ອຍນ້ອງຂອງພວກເຂົາເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ, ແລ້ວພວກເຂົາກໍ່ໄດ້ປະລະໜ້າທີ່ຂອງພວກເຂົາ ແລະ ລົ້ມເຫຼວໃນການປະຕິບັດຕໍ່ຄວາມຮັບຜິດຊອບຂອງພວກເຂົາ! ບໍ່ວ່າຄວາມເຂົ້າໃຈຂອງເຈົ້າຈະເລິກເຊິ່ງ ຫຼື ມີພຽງແຕ່ຜິວເຜີນ, ບໍ່ວ່າ ເຈົ້າຈະມີຄວາມເຂົ້າໃຈໃນລະດັບໃດກໍ່ຕາມ, ເຈົ້າຕ້ອງຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະອົງ, ເຈົ້າຕ້ອງເອົາໃຈໃສ່ຫຼາຍຕໍ່ພຣະທໍາຂອງພຣະອົງ ແລະ ເຂົ້າໃຈຄວາມສໍາຄັນ ແລະ ຄວາມຈໍາເປັນໃນການກິນ ແລະ ການດື່ມພຣະທໍາເຫຼົ່ານັ້ນ. ພຣະເຈົ້າໄດ້ກ່າວມາຫຼາຍແລ້ວ, ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທໍາຂອງພຣະອົງ ຫຼື ພະຍາຍາມສະແຫວງຫາ ຫຼື ນໍາເອົາພຣະທໍາຂອງພຣະອົງໄປປະຕິບັດ, ນີ້ກໍ່ບໍ່ສາມາດເອີ້ນວ່າເປັນການເຊື່ອໃນພຣະເຈົ້າ. ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍ່ຕ້ອງກິນ ແລະ ດື່ມພຣະທໍາຂອງພຣະອົງ, ຜະເຊີນກັບພຣະທໍາຂອງພຣະອົງ ແລະ ໃຊ້ຊີວິດຕາມພຣະທໍາຂອງພຣະອົງ. ມີພຽງແຕ່ສິ່ງນີ້ຈຶ່ງສາມາດເອີ້ນໄດ້ວ່າເປັນການເຊື່ອໃນພຣະເຈົ້າ! ຖ້າເຈົ້າເວົ້າວ່າເຈົ້າເຊື່ອໃນພຣະເຈົ້າດ້ວຍປາກຂອງເຈົ້າ ແຕ່ຍັງບໍ່ສາມາດນໍາພຣະທໍາຂໍ້ໃດຂອງພຣະອົງໄປປະຕິບັດ ຫຼື ກໍ່ໃຫ້ເກີດຄວາມເປັນຈິງໃດເລີຍ, ສິ່ງນີ້ບໍ່ເອີ້ນວ່າເປັນການເຊື່ອໃນພຣະເຈົ້າ. ກົງກັນຂ້າມ, ມັນຄື “ການຊອກຫາເຂົ້າຈີ່ເພື່ອສະໜອງຄວາມຫິວ”. ການເວົ້າເຖິງຄຳພະຍານຕື້ນໆ, ສິ່ງທີ່ບໍ່ມີປະໂຫຍດ ແລະ ເລື່ອງຜິວເຜີນເທົ່ານັ້ນ ໂດຍບໍ່ມີຄວາມເປັນຈິງແມ່ນແຕ່ໜ້ອຍດຽວ: ສິ່ງເຫຼົ່ານີ້ບໍ່ໄດ້ປະກອບເປັນຄວາມເຊື່ອໃນພຣະເຈົ້າ ແລະ ເຈົ້າບໍ່ໄດ້ເຂົ້າໃຈວິທີທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າ. ເປັນຫຍັງເຈົ້າຈຶ່ງຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃຫ້ໄດ້ຫຼາຍເທົ່າທີ່ເປັນໄປໄດ້? ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທໍາຂອງພຣະອົງ ແຕ່ ສະແຫວງຫາພຽງແຕ່ເພື່ອຂຶ້ນສະຫວັນ, ນັ້ນແມ່ນການເຊື່ອໃນພຣະເຈົ້າບໍ? ແມ່ນຫຍັງຄືຂັ້ນຕອນທໍາອິດທີ່ຜູ້ເຊື່ອໃນພຣະເຈົ້າຄວນເຮັດ? ພຣະເຈົ້າເຮັດໃຫ້ມະນຸດສົມບູນດ້ວຍເສັ້ນທາງໃດ? ເຈົ້າສາມາດຖືກເຮັດໃຫ້ສົມບູນ ໂດຍບໍ່ຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າບໍ? ເຈົ້າສາມາດຖືວ່າເປັນປະຊາຊົນໃນອານາຈັກ ໂດຍບໍ່ມີພຣະທໍາຂອງພຣະເຈົ້າທີ່ເຮັດໜ້າທີ່ເປັນຄວາມເປັນຈິງຂອງເຈົ້າບໍ? ຄວາມເຊື່ອໃນພຣະເຈົ້າແມ່ນໝາຍເຖິງຫຍັງແທ້ໆ? ຢ່າງໜ້ອຍທີ່ສຸດ, ຜູ້ເຊື່ອໃນພຣະເຈົ້າຄວນປະພຶດດີໃນພາຍນອກ; ສິ່ງທີ່ສໍາຄັນທີ່ສຸດກໍ່ຄື ການມີພຣະທໍາຂອງພຣະເຈົ້າ. ບໍ່ວ່າດ້ວຍຫຍັງກໍ່ຕາມ ເຈົ້າບໍ່ສາມາດຫັນໜີຈາກພຣະທໍາຂອງພຣະອົງໄດ້. ການຮູ້ຈັກພຣະເຈົ້າ ແລະ ການສຳເລັດຕາມເຈດຕະນາຂອງພຣະອົງລ້ວນແລ້ວແຕ່ຖືກບັນລຸຜ່ານພຣະທໍາຂອງພຣະອົງ. ໃນອະນາຄົດ, ທຸກຊາດ, ທຸກນິກາຍ, ທຸກສາສະໜາ ແລະ ທຸກພາກສ່ວນຈະຖືກເອົາຊະນະຜ່ານພຣະທຳຂອງພຣະເຈົ້າ. ພຣະເຈົ້າຈະກ່າວໂດຍກົງ ແລະ ທຸກຄົນຈະຮັບເອົາພຣະທໍາຂອງພຣະອົງໄວ້ໃນມືຂອງພວກເຂົາ ແລະ ດ້ວຍວິທີນີ້, ມະນຸດຊາດກໍ່ຈະຖືກເຮັດໃຫ້ສົມບູນ. ພຣະທໍາຂອງພຣະເຈົ້າຈະເຜີຍແຜ່ໄປທົ່ວທັງພາຍໃນ ແລະ ພາຍນອກ: ມະນຸດຊາດຈະກ່າວພຣະທໍາຂອງພຣະເຈົ້າດ້ວຍປາກຂອງພວກເຂົາ, ປະຕິບັດຕາມພຣະທໍາຂອງພຣະເຈົ້າ ແລະ ຮັກສາພຣະທໍາຂອງພຣະອົງໄວ້ພາຍໃນ, ຍັງຄົງແຊ່ໃນພຣະທຳຂອງພຣະເຈົ້າທັງພາຍໃນ ແລະ ພາຍນອກ. ດັ່ງນັ້ນ, ມະນຸດຊາດຈຶ່ງຈະຖືກເຮັດໃຫ້ສົມບູນ. ຄົນທີ່ປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງ, ຄົນເຫຼົ່ານີ້ຄືຄົນທີ່ມີພຣະທໍາຂອງພຣະເຈົ້າເປັນຄວາມເປັນຈິງຂອງພວກເຂົາ.
ການເຂົ້າສູ່ຍຸກແຫ່ງພຣະທໍາ ນັ້ນກໍ່ຄື ຍຸກແຫ່ງອານາຈັກພັນປີ ຄືພາລະກິດທີ່ກໍາລັງສໍາເລັດໃນປັດຈຸບັນ. ນັບຕັ້ງແຕ່ນີ້ຕໍ່ໄປ, ໃຫ້ປະຕິບັດການສົນທະນາກ່ຽວກັບພຣະທໍາຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີການກິນ ແລະ ດື່ມ ພ້ອມທັງການຜະເຊີນກັບພຣະທໍາຂອງພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະສາມາດດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ. ເຈົ້າຕ້ອງກໍ່ໃຫ້ເກີດປະສົບການຕົວຈິງບາງຢ່າງເພື່ອທີ່ຈະຊັກຈູງຄົນອື່ນ. ຖ້າເຈົ້າບໍ່ສາມາດດຳລົງຊີວິດຕາມຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ, ບໍ່ມີຜູ້ໃດຈະຖືກຊັກຈູງໃຫ້ເຊື່ອໄດ້! ທຸກຄົນທີ່ຖືກພຣະເຈົ້າໃຊ້ກໍ່ສາມາດດໍາລົງຊີວິດຕາມຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ສາມາດກໍ່ໃຫ້ເກີດຄວາມເປັນຈິງນີ້ໄດ້ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ, ນີ້ກໍ່ສະແດງວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດໃນຕົວເຈົ້າ ແລະ ເຈົ້າກໍບໍ່ໄດ້ຖືກເຮັດໃຫ້ສົມບູນ. ນີ້ຄືຄວາມສໍາຄັນໃນພຣະທໍາຂອງພຣະເຈົ້າ. ເຈົ້າມີຫົວໃຈທີ່ຫິວກະຫາຍຫາພຣະທໍາຂອງພຣະເຈົ້າບໍ? ຄົນທີ່ຫິວກະຫາຍຫາພຣະທໍາຂອງພຣະເຈົ້າກໍ່ຫິວກະຫາຍຫາຄວາມຈິງ ແລະ ມີພຽງແຕ່ຄົນແບບນັ້ນຈຶ່ງຈະໄດ້ຮັບພອນຈາກພຣະເຈົ້າ. ໃນອະນາຄົດ, ມັນຈະມີພຣະທໍາອີກຫຼາຍຂໍ້ທີ່ພຣະເຈົ້າຈະກ່າວຕໍ່ທຸກສາສະໜາ ແລະ ທຸກນິກາຍຕ່າງໆ. ພຣະອົງກ່າວກ່ອນ ແລະ ເປັ່ງສຽງຂອງພຣະອົງທ່າມກາງພວກເຈົ້າເພື່ອເຮັດໃຫ້ພວກເຈົ້າສົມບູນ ກ່ອນທີ່ຈະສືບຕໍ່ກ່າວ ແລະ ເປັ່ງສຽງຂອງພຣະອົງທ່າມກາງຄົນຕ່າງຊາດເພື່ອເອົາຊະນະພວກເຂົາ. ຜ່ານພຣະທໍາຂອງພຣະອົງ, ທຸກຄົນຈະເຊື່ອໝັ້ນຢ່າງຈິງໃຈ ແລະ ຢ່າງສິ້ນເຊີງ. ຜ່ານພຣະທໍາຂອງພຣະເຈົ້າ ແລະ ການເປີດເຜີຍຂອງພຣະອົງ, ອຸປະນິໄສທີ່ເສື່ອມຊາມຂອງມະນຸດຈະຫາຍໄປ, ເຂົາຈະຮັບເອົາລັກສະນະຂອງມະນຸດ ແລະ ອຸປະນິໄສທີ່ກະບົດຂອງເຂົາກໍ່ຈະຫຼຸດລົງ. ພຣະທໍາປະຕິບັດພາລະກິດຕໍ່ມະນຸດດ້ວຍສິດອໍານາດ ແລະ ເອົາຊະນະມະນຸດດ້ວຍແສງສະຫວ່າງຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າເຮັດໃນຍຸກປັດຈຸບັນ ພ້ອມດ້ວຍຈຸດປ່ຽນແປງໃນພາລະກິດຂອງພຣະອົງ, ລ້ວນແລ້ວແຕ່ສາມາດຖືກຄົ້ນພົບໃນພຣະທໍາຂອງພຣະອົງ. ຖ້າເຈົ້າບໍ່ອ່ານພຣະທໍາຂອງພຣະອົງ, ເຈົ້າກໍ່ຈະບໍ່ເຂົ້າໃຈຫຍັງ. ຜ່ານການກິນ ແລະ ການດື່ມພຣະທໍາຂອງພຣະອົງດ້ວຍຕົວເຈົ້າເອງ ແລະ ຜ່ານການມີສ່ວນສົນທະນາກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ປະສົບການຕົວຈິງຂອງເຈົ້າ, ເຈົ້າຈະໄດ້ຮັບຄວາມຮູ້ທີ່ສົມບູນກ່ຽວກັບພຣະທໍາຂອງພຣະເຈົ້າ. ມີພຽງແຕ່ເມື່ອນັ້ນ, ເຈົ້າຈຶ່ງຈະສາມາດໃຊ້ຊີວິດຕາມຄວາມເປັນຈິງຢ່າງແທ້ຈິງ.
ໝາຍເຫດ:
ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ໃນຄໍາອຸປະມາ”.