ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດເສີມທີ: ບົດທີ 2

ເມື່ອຜູ້ຄົນເຫັນພຣະເຈົ້າທີ່ແທ້ຈິງ, ເມື່ອພວກເຂົາດໍາລົງຊີວິດຂອງພວກເຂົາດ້ວຍຕົວເອງ, ຍ່າງຄຽງຂ້າງ ແລະ ອາໄສຢູ່ກັບພຣະເຈົ້າ ພວກເຂົາກໍຈະວາງຄວາມສົງໄສ ທີ່ຢູ່ໃນໃຈຂອງພວກເຂົາເປັນເວລາຫຼາຍປີໄວ້ທາງຂ້າງ. ຄວາມຮູ້ກ່ຽວກັບພຣະເຈົ້າ ທີ່ມີການເວົ້າເຖິງກ່ອນນັ້ນ ແມ່ນເປັນພຽງຂັ້ນຕອນທໍາອິດເທົ່ານັ້ນ; ເຖິງວ່າ ຜູ້ຄົນຈະມີຄວາມຮູ້ກ່ຽວກັບພຣະເຈົ້າ ແຕ່ຍັງມີຄວາມສົງໄສຢ່າງຫຼວງຫຼາຍເຫຼືອຢູ່ໃນໃຈຂອງພວກເຂົາຄືເກົ່າ. ພຣະເຈົ້າມາແຕ່ໃສ? ພຣະເຈົ້າກິນບໍ? ພຣະເຈົ້າແມ່ນແຕກຕ່າງຈາກຄົນທໍາມະດາຫຼາຍບໍ? ສໍາລັບພຣະເຈົ້າແລ້ວ, ການຈັດການກັບຜູ້ຄົນແມ່ນງ່າຍດາຍ ແລະ ເປັນພຽງແຕ່ການຫຼິ້ນຂອງເດັກນ້ອຍບໍ? ທຸກສິ່ງທີ່ກ່າວຈາກປາກຂອງພຣະເຈົ້າແມ່ນຄວາມລຶກລັບຂອງສະຫວັນບໍ? ທຸກສິ່ງທີ່ພຣະອົງກ່າວແມ່ນສູງສົ່ງກວ່າທຸກສິ່ງທີ່ມີຊີວິດທີ່ຖືກສ້າງຂຶ້ນບໍ? ແສງສະຫວ່າງແມ່ນຊ່ອງມາຈາກຕາຂອງພຣະເຈົ້າບໍ? ສິ່ງອື່ນໆນໍາ. ນີ້ແມ່ນຄວາມສາມາດຂອງແນວຄວາມຄິດຂອງຜູ້ຄົນ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈ ແລະ ເຂົ້າສູ່ກ່ອນທຸກສິ່ງ. ໃນແນວຄວາມຄິດຂອງຜູ້ຄົນ ພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນຍັງເປັນພຣະເຈົ້າທີ່ເລື່ອນລອຍຢູ່. ຖ້າບໍ່ຜ່ານຄວາມຮູ້ທີ່ແທ້ຈິງ, ຜູ້ຄົນຈະບໍ່ມີວັນສາມາດເຂົ້າໃຈເຮົາ ແລະ ຈະບໍ່ມີວັນເຫັນການກະທໍາຂອງເຮົາໃນປະສົບການຂອງພວກເຂົາ. ມັນເປັນຍ້ອນວ່າ ເຮົາໄດ້ກາຍເປັນເນື້ອໜັງ ຜູ້ຄົນຈຶ່ງ “ບໍ່ສາມາດເຂົ້າໃຈ” ຄວາມປະສົງຂອງເຮົາ. ຖ້າເຮົາບໍ່ໄດ້ກາຍເປັນເນື້ອໜັງ ແລະ ຍັງຢູ່ໃນສະຫວັນ, ຍັງຢູ່ໃນໂລກແຫ່ງວິນຍານ ແລ້ວຜູ້ຄົນຈະ “ຮູ້ຈັກ” ເຮົາ, ພວກເຂົາຈະກົ້ມລົງ ແລະ ນະມັດສະການເຮົາ ແລະ ເວົ້າກ່ຽວກັບ “ຄວາມຮູ້” ຂອງພວກເຂົາກ່ຽວກັບເຮົາຜ່ານປະສົບການຂອງພວກເຂົາ ແຕ່ຄວາມຮູ້ດັ່ງກ່າວຈະມີປະໂຫຍດຫຍັງ? ຄຸ່ນຄ່າຂອງມັນໃນການເປັນບ່ອນອ້າງອີງຈະແມ່ນຫຍັງ? ຄວາມຮູ້ທີ່ມາຈາກແນວຄວາມຄິດຂອງຜູ້ຄົນຈະສາມາດເປັນຈິງໄດ້ບໍ? ເຮົາບໍ່ຕ້ອງການຄວາມຮູ້ຈາກສະໝອງຂອງຜູ້ຄົນ. ເຮົາຕ້ອງການຄວາມຮູ້ທີ່ແທ້ຈິງ.

ຄວາມປະສົງຂອງເຮົາແມ່ນຖືກເປີດເຜີຍໃນທ່າມກາງພວກເຈົ້າທຸກເວລາ ແລະ ໃນທຸກເວລານັ້ນແມ່ນມີແສງເຍືອງທາງ ແລະ ແສງສະຫວ່າງຂອງເຮົາ. ເມື່ອເຮົາປະຕິບັດໂດຍກົງໃນຄວາມສັກສິດ, ມັນກໍບໍ່ໄດ້ຖືກກັ່ນຕອງຜ່ານສະໝອງ, ບໍ່ຈໍາເປັນຕ້ອງເພີ່ມ “ເຄື່ອງປຸງແຕ່ງ”. ນີ້ແມ່ນການປະຕິບັດໂດຍກົງຂອງຄວາມສັກສິດ. ຄວາມສາມາດຂອງຜູ້ຄົນແມ່ນຫຍັງ? ທຸກສິ່ງນັບແຕ່ເວລາແຫ່ງການຊົງສ້າງຈົນເຖິງປະຈຸບັນບໍ່ໄດ້ຖືກປະຕິບັດດ້ວຍຕົວເຮົາເອງບໍ? ໃນອະດີດ, ເຮົາໄດ້ເວົ້າກ່ຽວກັບພຣະວິນຍານທີ່ຮຸນແຮງເຈັດເທົ່າ ແຕ່ບໍ່ມີໃຜສາມາດເຂົ້າໃຈແກ່ນແທ້ຂອງພຣະອົງ. ແມ່ນແຕ່ໃນເວລາທີ່ພວກເຂົາຮູ້ກ່ຽວກັບສິ່ງນີ້, ພວກເຂົາກໍບໍ່ສາມາດເຂົ້າໃຈຢ່າງຄົບຖ້ວນໄດ້. ເມື່ອເຮົາເຮັດພາລະກິດໃນມະນຸດຊາດ ທີ່ຖືກຄຸ້ມຄອງໂດຍຄວາມສັກສິດ, ຍ້ອນພາລະກີດນີ້ແມ່ນຖືກດໍາເນີນໃນສະຖານະການ ທີ່ຜູ້ຄົນເຊື່ອວ່າ ບໍ່ໄດ້ມີຄວາມເໜືອທໍາມະຊາດ ແຕ່ມີຄວາມທໍາມະດາ, ສິ່ງນີ້ຈຶ່ງຖືກເອີ້ນວ່າ ເປັນພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອເຮົາເຮັດພາລະກິດໂດຍກົງໃນຄວາມສັກສິດ, ຍ້ອນເຮົາບໍ່ໄດ້ມີຂໍ້ຈໍາກັດຈາກແນວຄວາມຄິດຂອງຜູ້ຄົນ ແລະ ບໍ່ໄດ້ຢູ່ພາຍໃຕ້ຂໍ້ຈໍາກັດຂອງ “ຄວາມເໜືອທໍາມະຊາດ” ໃນແນວຄວາມຄິດຂອງພວກເຂົາ ພາລະກິດນີ້ຈຶ່ງມີຜົນທັນທີ, ເຂົ້າໄປສູ່ໃຈກາງຂອງບັນຫາ ແລະ ຕົງຕໍ່ປະເດັນ. ດ້ວຍເຫດນັ້ນ, ຂັ້ນຕອນນີ້ຂອງພາລະກິດຈຶ່ງບໍລິສຸດກວ່າ, ໄວກວ່າສອງເທົ່າ, ຄວາມຮູ້ຂອງຜູ້ຄົນໄດ້ເລັ່ງຄວາມໄວ ແລະ ພຣະທໍາຂອງເຮົາເພີ່ມຂຶ້ນ ເຊິ່ງເຮັດໃຫ້ທຸກຄົນຟ້າວນໍາໃຫ້ທັນ. ຍ້ອນຜົນໄດ້ຮັບແມ່ນແຕກຕ່າງກັນ, ຍ້ອນວິທີການ, ທໍາມະຊາດ ແລະ ເນື້ອຫາຂອງພາລະກິດຂອງເຮົາບໍ່ຄືກັນ ແລະ ຍິ່ງໄປກວ່ານັ້ນ ຍ້ອນເຮົາໄດ້ເລີ່ມເຮັດພາລະກິດຢ່າງເປັນທາງການໃນເນື້ອໜັງ, ໃນມຸມມອງຂອງສິ່ງທີ່ກ່າວມາກ່ອນໜ້ານັ້ນ ຂັ້ນຕອນນີ້ຂອງພາລະກິດຈຶ່ງຖືກເອີ້ນວ່າ ເປັນພາລະກິດຂອງພຣະວິນຍານທີ່ຮຸນແຮງເຈັດເທົ່າ. ສິ່ງນີ້ບໍ່ແມ່ນບາງສິ່ງທີ່ບໍ່ມີຕົວຕົນ. ຫຼັງຈາກການພັດທະນາໃນວິທີການທີ່ເຮົາເຮັດພາລະກິດໃນພວກເຈົ້າ ແລະ ຫຼັງຈາກການມາຮອດຂອງອານາຈັກ, ພຣະວິນຍານທີ່ຮຸນແຮງເຈັດເທົ່າຈຶ່ງໄດ້ເລີ່ມພາລະກິດ ແລະ ພາລະກິດນີ້ແມ່ນໄດ້ລົງເລິກຢ່າງຕໍ່ເນື່ອງ ແລະ ມີຄວາມຮຸນແຮງຫຼາຍຂຶ້ນ. ເມື່ອທຸກຄົນເຫັນພຣະເຈົ້າ ແລະ ພວກເຂົາທຸກຄົນໄດ້ເຫັນວ່າ ພຣະວິນຍານຂອງພຣະເຈົ້າແມ່ນຢູ່ທ່າມກາງມະນຸດ, ຄວາມໝາຍທີ່ຄົບຖ້ວນຂອງການບັງເກີດເປັນມະນຸດຂອງເຮົາກໍຖືກເຮັດໃຫ້ຊັດເຈນຂຶ້ນ. ບໍ່ຈໍາເປັນຕ້ອງສະຫຼຸບຫຍໍ້. ຜູ້ຄົນຮູ້ຈັກສິ່ງນີ້ໂດຍທໍາມະຊາດ.

ໃນການພິຈາລະນາຫຼາຍດ້ານ, ວິທີການທີ່ເຮົາໃຊ້ເຮັດພາລະກິດ, ຂັ້ນຕອນຂອງພາລະກິດຂອງເຮົາ, ນໍ້າສຽງຂອງພຣະທໍາຂອງເຮົາໃນປະຈຸບັນ ແລະ ອື່ນໆ, ມີແຕ່ສິ່ງທີ່ມາຈາກປາກຂອງເຮົາຕອນນີ້ເທົ່ານັ້ນ ທີ່ເປັນ “ພຣະວັດຈະນະຂອງພຣະວິນຍານທັງເຈັດ” ໃນຄວາມໝາຍທີ່ແທ້ຈິງ. ເຖິງວ່າ ເຮົາຍັງໄດ້ເວົ້າໃນອະດີດ ແຕ່ນັ້ນກໍແມ່ນໃນຊ່ວງຂັ້ນຕອນຂອງການສ້າງຄຣິສຕະຈັກ. ມັນຄ້າຍຄືກັບບົດນໍາ ແລະ ສາລະບານໃນນະວະນິຍາຍ ແລະ ບໍ່ໄດ້ມີແກ່ນແທ້; ມີແຕ່ພຣະວັດຈະນະໃນປະຈຸບັນເທົ່ານັ້ນ ທີ່ສາມາດຖືກເອີ້ນໄດ້ວ່າ ເປັນແກ່ນແທ້ຂອງພຣະວັດຈະນະຂອງພຣະວິນຍານທັງເຈັດ. “ພຣະວັດຈະນະຂອງພຣະວິນຍານທັງເຈັດ” ແມ່ນໝາຍເຖິງພຣະວັດຈະນະທີ່ມາຈາກບັນລັງ ເຊິ່ງຖ້າຈະວ່າໄປແລ້ວ ສິ່ງເຫຼົ່ານັ້ນແມ່ນຖືກກ່າວໂດຍກົງໃນຄວາມສັກສິດ. ໃນຊ່ວງເວລາທີ່ພຣະວັດຈະນະຂອງເຮົາໄດ້ຫັນໄປຫາການເປີດເຜີຍຄວາມລຶກລັບຂອງສະຫວັນ ແມ່ນຊ່ວງເວລາທີ່ເຮົາກ່າວໂດຍກົງໃນຄວາມສັກສິດ. ເວົ້າອີກແບບໜຶ່ງກໍຄື ເຮົາເປີດເຜີຍຄວາມລຶກລັບ ແລະ ສະຖານະການຂອງໂລກແຫ່ງວິນຍານທັງໝົດໂດຍກົງ ໂດຍທີ່ບໍ່ຖືກຈໍາກັດໂດຍຄວາມເປັນມະນຸດ. ເປັນຫຍັງເຮົາຈຶ່ງເວົ້າວ່າ ກ່ອນໜ້ານັ້ນເຮົາຢູ່ພາຍໃຕ້ຂໍ້ຈໍາກັດຂອງຄວາມເປັນມະນຸດ? ສິ່ງນີ້ຈໍາເປັນຕ້ອງມີຄໍາອະທິບາຍ. ໃນສາຍຕາຂອງຜູ້ຄົນ, ບໍ່ມີໃຜສາມາດເປີດເຜີຍຄວາມລຶກລັບຂອງສະຫວັນ; ຖ້າບໍ່ແມ່ນຍ້ອນພຣະເຈົ້າ ກໍຈະບໍ່ມີໃຜອື່ນເທິງແຜ່ນດິນໂລກ ທີ່ສາມາດຮູ້ຈັກຄວາມລຶກລັບເຫຼົ່ານີ້ໄດ້. ສະນັ້ນ, ເຮົາຈຶ່ງຈັດການກັບແນວຄວາມຄິດຂອງຜູ້ຄົນ ແລະ ເວົ້າວ່າ ໃນອະດີດ ເຮົາບໍ່ໄດ້ເປີດເຜີຍຄວາມລຶກລັບໃດໆ ຍ້ອນເຮົາຢູ່ພາຍໃຕ້ຂໍ້ຈໍາກັດຂອງຄວາມເປັນມະນຸດ. ຢ່າງໃດກໍຕາມ ໂດຍສະເພາະແລ້ວ ນີ້ບໍ່ແມ່ນກໍລະນີທີ່ວ່າ: ເນື້ອຫາຂອງພຣະທໍາຂອງເຮົາ ແມ່ນແຕກຕ່າງກັນ ເນື່ອງຈາກພາລະກິດຂອງເຮົາແຕກຕ່າງກັນ ແລະ ດ້ວຍເຫດນັ້ນ ເມື່ອເຮົາເລີ່ມປະຕິບັດພັນທະກິດຂອງເຮົາໃນຄວາມສັກສິດ ເຮົາກໍໄດ້ເປີດເຜີຍຄວາມລຶກລັບ; ໃນອະດີດ ເຮົາຕ້ອງໄດ້ເຮັດພາລະກິດໃນສະຖານະການ ທີ່ທຸກຄົນເຫັນວ່າທໍາມະດາ ແລະ ພຣະທໍາທີ່ເຮົາເວົ້າແມ່ນສາມາດບັນລຸໄດ້ໃນແນວຄວາມຄິດຂອງຜູ້ຄົນ. ເມື່ອເຮົາເລີ່ມເປີດເຜີຍຄວາມລຶກລັບ, ແນວຄວາມຄິດຂອງຜູ້ຄົນແມ່ນບໍ່ສາມາດຮັບເອົາສິ່ງເຫຼົ່ານີ້ແມ່ນແຕ່ໜຶ່ງ. ສິ່ງເຫຼົ່ານັ້ນແມ່ນບໍ່ຄືກັນກັບຄວາມຄິດຂອງມະນຸດ. ສະນັ້ນ, ເຮົາຈຶ່ງເລີ່ມຫັນໄປເວົ້າຢ່າງເປັນທາງການໃນຄວາມສັກສິດ ແລະ ສິ່ງເຫຼົ່ານີ້ແມ່ນພຣະວັດຈະນະຂອງພຣະວິນຍານທັງເຈັດໃນຄວາມໝາຍທີ່ແທ້ຈິງ. ເຖິງວ່າ ພຣະທໍາຂອງອະດີດຈະແມ່ນພຣະວັດຈະນະຈາກບັນລັງ ແຕ່ສິ່ງເຫຼົ່ານັ້ນແມ່ນຖືກກ່າວບົນພື້ນຖານຂອງສິ່ງທີ່ຜູ້ຄົນສາມາດໄດ້ຮັບ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ໄດ້ຖືກກ່າວໂດຍກົງໃນຄວາມສັກສິດ ຜົນຕາມມາກໍຄື ສິ່ງເຫຼົ່ານັ້ນບໍ່ແມ່ນພຣະວັດຈະນະຂອງພຣະວິນຍານທັງເຈັດໃນຄວາມໝາຍທີ່ແທ້ຈິງ.

​ກ່ອນ​ນີ້ :ບົດທີ 11

ຕໍ່​ໄປ:ບົດທີ 12

ເນື່ອຫາທີ່ກ່ຽວຂ້ອງ