​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

ມີພາລະກິດຂອງມະນຸດຫຼາຍເທົ່າໃດທີ່ເປັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ເປັນປະສົບການຂອງມະນຸດ? ເຖິງແມ່ນໃນປັດຈຸບັນ ສາມາດເວົ້າໄດ້ວ່າ ຄົນຍັງບໍ່ເຂົ້າໃຈຄຳຖາມເຫຼົ່ານີ້ ເຊິ່ງເກີດຂຶ້ນ ກໍຍ້ອນຄົນບໍ່ເຂົ້າໃຈຫຼັກການການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ. ພາລະກິດຂອງມະນຸດທີ່ເຮົາເວົ້າ ແມ່ນໝາຍເຖິງພາລະກິດຂອງຄົນທີ່ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ເຮົາບໍ່ໄດ້ໝາຍເຖິງພາລະກິດທີ່ກຳເນີດຈາກເຈດຕະນາຂອງມະນຸດ ແຕ່ແມ່ນພາລະກິດຂອງພວກອັກຄະສາວົກ, ຄົນປະຕິບັດພາລະກິດ ຫຼື ອ້າຍເອື້ອຍນ້ອງທຳມະດາພາຍໃນຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ. ໃນທີ່ນີ້ ພາລະກິດຂອງມະນຸດບໍ່ໄດ້ໝາຍເຖິງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແຕ່ແມ່ນຂອບເຂດ ແລະ ຫຼັກການຂອງພາລະກິດຂອງພຣະວິນຍານບໍລິສຸດທີ່ປະຕິບັດໃນຜູ້ຄົນ. ເຖິງແມ່ນວ່າຫຼັກການເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ, ແຕ່ຫຼັກການເຫຼົ່ານີ້ບໍ່ຄືກັບຫຼັກການ ແລະ ຂອບເຂດຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດຂອງມະນຸດມີທາດແທ້ ແລະ ຫຼັກການຂອງມະນຸດ ແລະ ພາລະກິດຂອງພຣະເຈົ້າກໍມີທາດແທ້ ແລະ ຫຼັກການຂອງພຣະເຈົ້າ.

ພາລະກິດໃນກະແສຂອງພຣະວິນຍານບໍລິສຸດ, ບໍ່ວ່າຈະແມ່ນພາລະກິດຂອງພຣະເຈົ້າ ຫຼື ພາລະກິດຂອງມະນຸດທີ່ຖືກໃຊ້, ສິ່ງນັ້ນກໍແມ່ນພາລະກິດຂອງພຣະວິນຍານບໍລິສຸດ. ທາດແທ້ຂອງພຣະເຈົ້າເອງແມ່ນພຣະວິນຍານ ເຊິ່ງສາມາດເອີ້ນໄດ້ວ່າ ພຣະວິນຍານບໍລິສຸດ ຫຼື ພຣະວິນຍານເຈັດພຣະອົງ. ເບິ່ງໂດຍລວມ ພວກເພິ່ນກໍແມ່ນພຣະວິນຍານຂອງພຣະເຈົ້າ. ມີພຽງແຕ່ວ່າ ພຣະວິນຍານຂອງພຣະເຈົ້າໄດ້ຖືກເອີ້ນແຕກຕ່າງກັນໃນຍຸກທີ່ແຕກຕ່າງກັນເທົ່ານັ້ນ. ແຕ່ທາດແທ້ຂອງພວກເພິ່ນກໍຍັງເປັນອັນໜຶ່ງອັນດຽວ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າເອງແມ່ນພາລະກິດຂອງພຣະວິນຍານບໍລິສຸດ; ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນໃຜນອກຈາກພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດ. ພາລະກິດຂອງະນຸດທີ່ຖືກໃຊ້ກໍແມ່ນພາລະກິດຂອງພຣະວິນຍານບໍລິສຸດເຊັ່ນດຽວກັນ. ມີພຽງແຕ່ວ່າ ພາລະກິດຂອງພຣະເຈົ້າເປັນການສະແດງອອກໂດຍທັງໝົດຈາກພຣະວິນຍານບໍລິສຸດເທົ່ານັ້ນ ແລະ ບໍ່ມີຄວາມແຕກຕ່າງກັນເລີຍ, ໃນຂະນະທີ່ພາລະກິດຂອງມະນຸດທີ່ຖືກໃຊ້ແມ່ນໄດ້ປະສົມກັບສິ່ງທີ່ເປັນມະນຸດຫຼາຍຢ່າງ ແລະ ມັນບໍ່ແມ່ນການສະແດງອອກໂດຍກົງຂອງພຣະວິນຍານບໍລິສຸດ, ຢ່າວ່າແຕ່ການສະແດງອອກທີ່ສົມບູນເລີຍ. ພາລະກິດຂອງພຣະວິນຍານບໍລິສຸດປ່ຽນແປງໄປ ແລະ ບໍ່ຖືກຈຳກັດໂດຍເງື່ອນໄຂໃດໆ. ພາລະກິດປ່ຽນແປງໄປໃນແຕ່ລະຄົນທີ່ແຕກຕ່າງກັນ ແລະ ສະແດງທາດແທ້ຂອງການປະຕິບັດພາລະກິດທີ່ແຕກຕ່າງກັນ. ພາລະກິດໃນແຕ່ລະຍຸກກໍແຕກຕ່າງກັນ, ພາລະກິດໃນແຕ່ລະປະເທດກໍແຕກຕ່າງກັນ. ແນ່ນອນ, ເຖິງແມ່ນພຣະວິນຍານບໍລິສຸດປະຕິບັດພາລະກິດດ້ວຍຫຼາຍວິທີທີ່ແຕກຕ່າງກັນ ແລະ ສອດຄ່ອງກັບຫຼັກການຫຼາຍຢ່າງ, ບໍ່ວ່າພາລະກິດຈະສຳເລັດແນວໃດກໍຕາມ ຫຼື ໃນຄົນປະເພດໃດກໍຕາມ, ທາດແທ້ກໍແຕກຕ່າງກັນຢູ່ສະເໝີ ແລະ ພາລະກິດທີ່ພຣະອົງປະຕິບັດໃນແຕ່ລະຄົນທີ່ແຕກຕ່າງກັນລ້ວນແລ້ວແຕ່ມີຫຼັກການ ແລະ ລ້ວນແລ້ວແຕ່ສາມາດສະແດງໃຫ້ເຫັນເຖິງທາດແທ້ຂອງຈຸດມຸ່ງໝາຍຂອງພາລະກິດ. ສິ່ງນີ້ເກີດຂຶ້ນກໍຍ້ອນພາລະກິດຂອງພຣະວິນຍານບໍລິສຸດເຈາະຈົງໂດຍສະເພາະໃນຂອບເຂດ ແລະ ມີການວັດແທກຢ່າງດີ. ພາລະກິດທີ່ສຳເລັດລົງໃນເນື້ອໜັງທີ່ບັງເກີດເປັນມະນຸດບໍ່ຄືກັບພາລະກິດທີ່ປະຕິບັດໃນຜູ້ຄົນ ແລະ ພາລະກິດຍັງໄດ້ມີການປ່ຽນແປງໄປຕາມຄວາມສາມາດຂອງຜູ້ຄົນທີ່ແຕກຕ່າງກັນ. ພາລະກິດທີ່ປະຕິບັດໃນເນື້ອໜັງທີ່ບັງເກີດເປັນມະນຸດແມ່ນບໍ່ໄດ້ປະຕິບັດໃນຜູ້ຄົນ ແລະ ໃນເນື້ອໜັງທີ່ບັງເກີດເປັນມະນຸດ ພຣະອົງກໍບໍ່ປະຕິບັດພາລະກິດຄືກັນກັບພາລະກິດທີ່ທີ່ປະຕິບັດໃນຜູ້ຄົນ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດກໍຕາມ, ຈຸດປະສົງຂອງການປະຕິບັດພາລະກິດແມ່ນແຕກຕ່າງກັນ ແລະ ຫຼັກການທີ່ພຣະອົງປະຕິບັດພາລະກິດກໍແຕກຕ່າງກັນຕາມສະພາວະ ແລະ ທຳມະຊາດຂອງມະນຸດ. ພຣະວິນຍານບໍລິສຸດປະຕິບັດພາລະກິດໃນແຕ່ລະຄົນທີ່ແຕກຕ່າງກັນ ໂດຍອີງຕາມທາດແທ້ທີ່ເປັນທຳມະຊາດຂອງພວກເຂົາ ແລະ ບໍ່ໄດ້ຮຽກຮ້ອງໃນສິ່ງທີ່ນອກເໜືອທາດແທ້ທີ່ເປັນທຳມະຊາດ ຫຼື ພຣະອົງບໍ່ປະຕິບັດພາລະກິດໃນພວກເຮົາທີ່ນອກເໜືອຄວາມສາມາດທີ່ແທ້ຈິງຂອງພວກເຂົາ. ດ້ວຍເຫດນັ້ນ ພາລະກິດຂອງພຣະວິນຍານບໍລິສຸດໃນມະນຸດຈຶ່ງເຮັດໃຫ້ຜູ້ຄົນເຫັນທາດແທ້ຂອງຈຸດປະສົງຂອງພາລະກິດ. ທາດແທ້ທີ່ເປັນທຳມະຊາດຂອງມະນຸດບໍ່ປ່ຽນແປງ; ຄວາມສາມາດທີ່ແທ້ຈິງຂອງມະນຸດມີຂໍ້ຈຳກັດ. ບໍ່ວ່າພຣະວິນຍານບໍລິສຸດໃຊ້ຜູ້ຄົນ ຫຼື ປະຕິບັດພາລະກິດໃນຜູ້ຄົນ ຫຼື ບໍ, ພາລະກິດແມ່ນສອດຄ່ອງກັບຂໍ້ຈຳກັດຂອງຄວາມສາມາດຂອງຜູ້ຄົນຢູ່ສະເໝີ ເພື່ອພວກເຂົາຈະໄດ້ຮັບຜົນປະໂຫຍດຈາກສິ່ງນັ້ນ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດທີ່ຖືກໃຊ້, ທັງພອນສະຫວັນ ແລະ ຄວາມສາມາດທີ່ແທ້ຈິງຂອງພວກເຂົາຈະຖືກນໍາເຂົ້າມາມີບົດບາດ ແລະ ບໍ່ມີຂໍ້ຈໍາກັດ. ຄວາມສາມາດທີ່ແທ້ຈິງຂອງພວກເຂົາຈະຖືກນໍາມາໃຊ້ທັງໝົດເພື່ອຮັບໃຊ້ພາລະກິດ. ສາມາດເວົ້າໄດ້ວ່າ ພຣະອົງປະຕິບັດພາລະກິດໂດຍໃຊ້ພາກສ່ວນທີ່ມີຢູ່ຂອງມະນຸດເພື່ອບັນລຸຜົນໃນການປະຕິບັດພາລະກິດ. ກົງກັນຂ້າມ ພາລະກິດທີ່ສຳເລັດໃນເນື້ອໜັງທີ່ບັງເກີດເປັນມະນຸດແມ່ນການສະແດງອອກເຖິງພາລະກິດຂອງພຣະວິນຍານໂດຍກົງ ແລະ ບໍ່ປະສົມກັບຈິດໃຈ ແລະ ຄວາມຄິດຂອງມະນຸດ, ເຊິ່ງພອນສະຫວັນຂອງມະນຸດ, ປະສົບການຂອງມະນຸດ ຫຼື ສະພາບການພາຍໃນຂອງມະນຸດບໍ່ສາມາດຢັ່ງເຖິງໄດ້. ພາລະກິດທີ່ນັບບໍ່ຖ້ວນຂອງພຣະວິນຍານບໍລິສຸດລ້ວນແລ້ວແຕ່ແນໃສ່ການໃຫ້ຜົນປະໂຫຍດ ແລະ ການສັ່ງສອນມະນຸດ. ແຕ່ບາງຄົນສາມາດຖືກເຮັດໃຫ້ສົມບູນ ໃນຂະນະທີ່ຄົນອື່ນບໍ່ມີເງື່ອນໄຂສູ່ຄວາມສົມບູນ, ເຊິ່ງເວົ້າໄດ້ວ່າ ພວກເຂົາບໍ່ສາມາດເຮັດໃຫ້ສົມບູນ ແລະ ອາດບໍ່ສາມາດໄດ້ຮັບການຊ່ວຍໃຫ້ພົ້ນ ແລະ ເຖິງແມ່ນວ່າ ພວກເຂົາອາດມີພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາກໍຈະຖືກກຳຈັດໃນທີ່ສຸດ. ນັ້ນເວົ້າໄດ້ວ່າ ເຖິງແມ່ນພາລະກິດຂອງພຣະວິນຍານບໍລິສຸດແມ່ນເປັນການສັ່ງສອນຜູ້ຄົນ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າ ທຸກຄົນທີ່ມີພາລະກິດຂອງພຣະວິນຍານບໍລິສຸດຈະຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນ, ຍ້ອນເສັ້ນທາງທີ່ຫຼາຍຄົນສະແຫວງຫາບໍ່ແມ່ນເສັ້ນທາງສູ່ການຖືກເຮັດໃຫ້ສົມບູນ. ພວກເຂົາມີພຽງພາລະກິດຝ່າຍດຽວຂອງພຣະວິນຍານບໍລິສຸດ ແລະ ບໍ່ແມ່ນການຮ່ວມມືຕາມຄວາມຄິດຂອງມະນຸດເປັນຫຼັກ ຫຼື ການສະແຫວງຫາຂອງມະນຸດທີ່ຖືກຕ້ອງ. ດ້ວຍວິທີນີ້ ພາລະກິດຂອງພຣະວິນຍານບໍລິສຸດໃນຜູ້ຄົນເຫຼົ່ານີ້ກາຍເປັນພາລະກິດທີ່ຮັບໃຊ້ຄົນທີ່ຖືກເຮັດໃຫ້ສົມບູນ. ຜູ້ຄົນບໍ່ສາມາດເຫັນພາລະກິດຂອງພຣະວິນຍານບໍລິສຸດໂດຍກົງໄດ້ ຫຼື ສຳຜັດໂດຍກົງດ້ວຍຕົວຂອງພວກເຂົາເອງໄດ້. ມັນພຽງແຕ່ສາມາດສະແດງອອກຜ່ານການຊ່ວຍເຫຼືອຂອງມະນຸດທີ່ມີພອນສະຫວັນໃນການປະຕິບັດພາລະກິດ, ເຊິ່ງໝາຍຄວາມວ່າ ພາລະກິດຂອງພຣະວິນຍານບໍລິສຸດຖືກຈັດກຽມໃຫ້ກັບຜູ້ຕິດຕາມຜ່ານການສະແດງອອກຂອງມະນຸດ.

ພາລະກິດຂອງພຣະວິນຍານບໍລິສຸດຖືກເຮັດໃຫ້ສຳເລັດ ແລະ ສົມບູນຜ່ານຄົນຫຼາຍປະເພດ ແລະ ສະພາບການທີ່ແຕກຕ່າງກັນຫຼາຍຢ່າງ. ເຖິງແມ່ນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດສາມາດສະແດງໃຫ້ເຫັນເຖິງພາລະກິດແຫ່ງຍຸກທັງໝົດ ແລະ ສາມາດສະແດງໃຫ້ເຫັນເຖິງການເຂົ້າສູ່ຍຸກທັງໝົດຂອງຜູ້ຄົນ, ລາຍລະອຽດຂອງພາລະກິດໃນທາງເຂົ້າສູ່ຂອງຜູ້ຄົນຍັງຕ້ອງໄດ້ປະຕິບັດໂດຍຄົນທີ່ໃຊ້ໂດຍພຣະວິນຍານບໍລິສຸດ ແລະ ບໍ່ແມ່ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າ ຫຼື ພັນທະກິດຂອງພຣະເຈົ້າແມ່ນພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມະນຸດບໍ່ສາມາດເຮັດໃຫ້ສຳເລັດແທນພຣະອົງໄດ້. ພາລະກິດຂອງພຣະວິນຍານບໍລິສຸດຖືກເຮັດໃຫ້ສຳເລັດຜ່ານຄົນຫຼາຍປະເພດທີ່ແຕກຕ່າງກັນ ແລະ ບໍ່ສາມາດເຮັດໃຫ້ສຳເລັດໂດຍບຸກຄົນໃດໜຶ່ງເທົ່ານັ້ນ ຫຼື ເຮັດໃຫ້ແຈ່ມແຈ້ງຢ່າງຄົບຖ້ວນຜ່ານບຸກຄົນໃດໜຶ່ງ. ຄົນທີ່ນໍາພາຄຣິສຕະຈັກຍັງບໍ່ສາມາດສະແດງໃຫ້ເຫັນເຖິງພາລະກິດຂອງພຣະວິນຍານບໍລິສຸດຢ່າງຄົບຖ້ວນ; ພວກເຂົາພຽງແຕ່ສາມາດປະຕິບັດພາລະກິດໃນການນໍາພາບາງຢ່າງ. ດ້ວຍວິທີນີ້ ພາລະກິດຂອງພຣະວິນຍານບໍລິສຸດສາມາດແບ່ງອອກເປັນສາມພາກສ່ວນ: ພາລະກິດຂອງພຣະເຈົ້າເອງ, ພາລະກິດຂອງມະນຸດທີ່ຖືກໃຊ້ ແລະ ພາລະກິດໃນທຸກຄົນທີ່ຢຸ່ໃນກະແສຂອງພຣະວິນຍານບໍລິສຸດ. ທ່າມກາງພາລະກິດສາມຢ່າງ, ພາລະກິດຂອງພຣະເຈົ້າເອງແມ່ນການນໍາຍຸກທັງໝົດ; ພາລະກິດຂອງມະນຸດທີ່ຖືກໃຊ້ແມ່ນການນໍາຜູ້ຕິດຕາມທຸກຄົນຂອງພຣະເຈົ້າທີ່ໄດ້ຮັບໜ້າທີ່ມອບໝາຍ ແລະ ຖືກສົ່ງໄປປະຕິບັດຕາມພາລະກິດຂອງພຣະເຈົ້າເອງ ແລະ ມະນຸດເຫຼົ່ານີ້ແມ່ນຄົນທີ່ຮ່ວມມືກັບພາລະກິດຂອງພຣະເຈົ້າ; ພາລະກິດທີ່ເຮັດໃຫ້ສຳເລັດໂດຍພຣະວິນຍານບໍສຸດໃນຄົນທີ່ຢູ່ໃນກະແສແມ່ນການຮັກສາພາລະກິດທຸກຢ່າງຂອງພຣະເຈົ້າເອງ, ນັ້ນກໍຄື ເພື່ອຮັກສາການຄຸ້ມຄອງທັງໝົດ ແລະ ເພື່ອຮັກສາການເປັນພະຍານຂອງພຣະອົງ, ໃນຂະນະດຽວກັນກໍເຮັດໃຫ້ຄົນທີ່ສາມາດຖືກເຮັດໃຫ້ສົມບູນນັ້ນສົມບູນ. ທັງສາມພາກສ່ວນເຫຼົ່ານີ້ແມ່ນພາລະກິດທີ່ສົມບູນຂອງພຣະວິນຍານບໍລິສຸດ, ແຕ່ຖ້າປາສະຈາກພາລະກິດຂອງພຣະເຈົ້າເອງ, ພາລະກິດການຄຸ້ມຄອງທັງໝົດກໍຈະບໍ່ມີປະໂຫຍດຫຍັງ. ພາລະກິດຂອງພຣະເຈົ້າເອງກ່ຽວຂ້ອງກັບພາລະກິດຂອງມະນຸດຊາດທັງໝົດ ແລະ ມັນຍັງສະແດງເຖິງພາລະກິດຂອງຍຸກທັງໝົດອີກດ້ວຍ. ນັ້ນເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າເອງສະແດງເຖິງການເຄື່ອນໄຫວ ແລະ ແນວທາງຂອງທຸກພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງອັກຄະສາວົກແມ່ນປະຕິບັດຕາມພາລະກິດຂອງພຣະເຈົ້າເອງ ແລະ ບໍ່ໄດ້ນໍາພາຍຸກ ຫຼື ມັນບໍ່ໄດ້ສະແດງເຖິງແນວທາງການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດໃນຍຸກທັງໝົດ. ພວກເຂົາພຽງແຕ່ປະຕິບັດພາລະກິດທີ່ມະນຸດຄວນປະຕິບັດ, ເຊິ່ງບໍ່ກ່ຽວຂ້ອງກັບພາລະກິດການຄຸ້ມຄອງເລີຍ. ພາລະກິດຂອງພຣະເຈົ້າເອງແມ່ນໂຄງການພາຍໃນພາລະກິດການຄຸ້ມຄອງ. ພາລະກິດຂອງມະນຸດພຽງແຕ່ແມ່ນໜ້າທີ່ຂອງມະນຸດທີ່ຖືກໃຊ້ ແລະ ບໍ່ມີສ່ວນກ່ຽວພັນກັບພາລະກິດການຄຸ້ມຄອງ. ຍ້ອນລັກສະນະ ແລະ ການສະແດງເຖິງພາລະກິດທີ່ແຕກຕ່າງກັນ, ເຖິງແມ່ນວ່າ ທັງສອງເປັນພາລະກິດຂອງພຣະວິນຍານບໍລິສຸດ, ແຕ່ຄວາມແຕກຕ່າງແມ່ນຊັດເຈນ ແລະ ເປັນຈິງລະຫວ່າງພາລະກິດຂອງພຣະເຈົ້າເອງ ແລະ ພາລະກິດຂອງມະນຸດ. ຍິ່ງໄປກວ່ານັ້ນ ຂອບເຂດຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານບໍລິສຸດໃນຈຸດມຸ່ງໝາຍພາລະກິດ ໃນແຕ່ລະລັກສະນະກໍແຕກຕ່າງກັນ. ສິ່ງເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ.

ພາລະກິດຂອງມະນຸດສະແດງເຖິງປະສົບການຂອງພວກເຂົາ ແລະ ຄວາມເປັນມະນຸດຂອງພວກເຂົາ. ສິ່ງທີ່ມະນຸດຈັດກຽມ ແລະ ພາລະກິດທີ່ມະນຸດປະຕິບັດກໍສະແດງເຖິງພວກເຂົາ. ການເບິ່ງເຫັນຂອງມະນຸດ, ການຄິດຢ່າງມີເຫດຜົນຂອງມະນຸດ, ເຫດຜົນຂອງມະນຸດ ແລະ ຈິນຕະນາການທີ່ອຸດົມສົມບູນຂອງມະນຸດແມ່ນຖືກລວມຢູ່ໃນພາລະກິດຂອງພຣະອົງທັງໝົດ. ໂດຍສະເພາະ ປະສົບການຂອງມະນຸດສາມາດສະແດງໃຫ້ເຫັນເຖິງພາລະກິດຂອງພວກເຂົາຫຼາຍຂຶ້ນ ແລະ ສິ່ງທີ່ມະນຸດໄດ້ພົບພໍ້ຈະເປັນສ່ວນປະກອບຂອງພາລະກິດຂອງພວກເຂົາ. ພາລະກິດຂອງມະນຸດສາມາດສະແດງເຖິງປະສົບການຂອງພວກເຂົາ. ເມື່ອບາງຄົນກຳລັງຜະເຊີນໃນສະພາວະທີ່ບໍ່ດີ້ນລົນ, ການສົນທະນາຂອງພວກເຂົາສ່ວນຫຼາຍປະກອບດ້ວຍອົງປະກອບໃນທາງລົບ. ຖ້າປະສົບການຂອງພວກເຂົາໃນໄລຍະເວລາໃດໜຶ່ງຢູ່ໃນທາງບວກ ແລະ ໂດຍສະເພາະ ພວກເຂົາມີເສັ້ນທາງໃນທາງບວກ, ສິ່ງທີ່ພວກເຂົາສົນທະນາແມ່ນສິ່ງທີ່ໃຫ້ກຳລັງໃຈທີ່ສຸດ ແລະ ຜູ້ຄົນຈະສາມາດຮັບການສະໜອງໃນທາງບວກຈາກສິ່ງນັ້ນ. ຖ້າຄົນປະຕິບັດພາລະກິດເລີ່ມບໍ່ດີ້ນລົນໃນໄລຍະເວລາໃດໜຶ່ງ, ການສົນທະນາຂອງພວກເຂົາຈະມີອົງປະກອບໃນທາງລົບສະເໝີ. ການສົນທະນາປະເພດນີ້ເປັນຕາເສົ້າໃຈ ແລະ ຄົນອື່ນກໍຈະເສົ້າໃຈຢ່າງບໍ່ມີສະຕິຫຼັງຈາກການສົນທະນາຂອງພວກເຂົາ. ສະພາວະຂອງຜູ້ຕິດຕາມປ່ຽນໄປຕາມສະພາວະຂອງຜູ້ນໍາ. ສິ່ງທີ່ຄົນປະຕິບັດພາລະກິດໃນຂ້າງໃນແມ່ນສິ່ງພວກເຂົາສະແດງອອກມາ ແລະ ພາລະກິດຂອງພຣະວິນຍານບໍລິສຸດມັກຈະປ່ຽນແປງຕາມສະພາວະຂອງມະນຸດ. ພຣະອົງປະຕິບັດພາລະກິດຕາມປະສົບການຂອງມະນຸດ ແລະ ບໍ່ບັງຄັບມະນຸດ ແຕ່ຮຽກຮ້ອງໃຫ້ມະນຸດປະຕິບັດຕາມຊ່ວງເວລາແຫ່ງປະສົບການປົກກະຕິຂອງພວກເຂົາ. ນີ້ເວົ້າໄດ້ວ່າ ການສົນທະນາຂອງມະນຸດແຕກຕ່າງຈາກພຣະທຳຂອງພຣະເຈົ້າ. ສິ່ງທີ່ມະນຸດສົນທະນາສື່ເຖິງການເບິ່ງເຫັນ ແລະ ການສໍາຜັດເປັນສ່ວນຕົວຂອງພວກເຂົາ, ການສະແດງເຖິງສິ່ງທີ່ພວກເຂົາເຫັນ ແລະ ສໍາຜັດເທິງພື້ນຖານຂອງພາລະກິດຂອງພຣະເຈົ້າ. ໜ້າທີ່ຂອງພວກເຂົາແມ່ນເພື່ອຄົ້ນຫາສິ່ງທີ່ພວກເຂົາຄວນປະຕິບັດ ຫຼື ເຂົ້າສູ່ ຫຼັງຈາກພຣະເຈົ້າປະຕິບັດພາລະກິດ ຫຼື ກ່າວ, ແລ້ວມອບໝາຍໃຫ້ກັບຜູ້ຕິດຕາມ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດຈຶ່ງເປັນການສະແດງໃຫ້ເຫັນເຖິງທາງເຂົ້າ ແລະ ການປະຕິບັດຂອງພວກເຂົາ. ແນ່ນອນ ພາລະກິດດັ່ງກ່າວແມ່ນປະສົມກັບບົດຮຽນ, ປະສົບການ ຫຼື ຄວາມຄິດບາງຢ່າງຂອງມະນຸດ. ບໍ່ວ່າພຣະວິນຍານບໍລິສຸດຈະປະຕິບັດພາລະກິດແນວໃດກໍຕາມ, ບໍ່ວ່າພຣະອົງຈະປະຕິບັດພາລະກິດໃນມະນຸດ ຫຼື ໃນພຣະເຈົ້າທີ່ບັງເກີດເປັນມະນຸດ ມັນກໍຄືຄົນປະຕິບັດພາລະກິດທີ່ສະແດງເຖິງສິ່ງທີ່ພວກເຂົາເປັນຢູ່ສະເໝີ. ເຖິງແມ່ນ ພຣະວິນຍານບໍລິສຸດເປັນຜູ້ປະຕິບັດພາລະກິດ, ພາລະກິດກໍຈະຕັ້ງຢູ່ໃນຫຼັກການຂອງສິ່ງທີ່ມະນຸດເປັນໂດຍທຳມະຊາດ, ຍ້ອນພຣະວິນຍານບໍລິສຸດບໍ່ປະຕິບັດພາລະກິດນອກພື້ນຖານ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ພາລະກິດບໍ່ໄດ້ປະຕິບັດໂດຍບໍ່ມີພື້ນຖານ, ແຕ່ປະຕິບັດສອດຄ່ອງກັບສະພາບ ແລະ ເງື່ນໄຂທີ່ເປັນຈິງຢູ່ສະເໝີ. ມີພຽງແຕ່ວິທີນີ້ເທົ່ານັ້ນ ອຸປະນິໄສ, ແນວຄິດເກົ່າ ແລະ ຄວາມຄິດເກົ່າຂອງມະນຸດຈຶ່ງຈະສາມາດໄດ້ຮັບການປ່ຽນແປງ. ສິ່ງທີ່ມະນຸດສະແດງອອກແມ່ນສິ່ງທີ່ພວກເຂົາເຫັນ, ສໍາຜັດ ແລະ ສາມາດຈິນຕະນາການ. ເຖິງແມ່ນວ່າມັນເປັນທິດສະດີ ຫຼື ແນວຄິດ, ທຸກສິ່ງເຫຼົ່ານີ້ສາມາດເຂົ້າເຖິງໄດ້ໂດຍຄວາມຄິດຂອງມະນຸດ. ບໍ່ວ່າພາລະກິດຂອງມະນຸດຈະນ້ອຍ ຫຼື ໃຫຍ່, ມັນບໍ່ສາມາດເກີນຂອບເຂດປະສົບການຂອງມະນຸດ, ເກີນສິ່ງທີ່ມະນຸດເຫັນ ຫຼື ສິ່ງທີ່ມະນຸດສາມາດຈິນຕະນາການ ຫຼື ຄົ້ນຄິດຂຶ້ນໄດ້. ສິ່ງທີ່ພຣະເຈົ້າສະແດງອອກແມ່ນສິ່ງທີ່ເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນນອກເໜືອການຢັ່ງເຖິງຂອງມະນຸດ ນັ້ນກໍຄື ນອກເໜືອການຢັ່ງເຖິງຈາກແນວຄິດຂອງມະນຸດ. ພຣະອົງສະແດງພາລະກິດແຫ່ງການນໍາພາມະນຸດຊາດທັງໝົດຂອງພຣະອົງ ແລະ ສິ່ງນີ້ບໍ່ກ່ຽວຂ້ອງກັບລາຍລະອຽດຂອງປະສົບການມະນຸດ, ແຕ່ກົງກັນຂ້າມ ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງເອງ. ມະນຸດສະແດງເຖິງປະສົບການຂອງພວກເຂົາ ໃນຂະນະທີ່ພຣະເຈົ້າສະແດງເຖິງການເປັນຢູ່ຂອງພຣະອົງ ເຊິ່ງການເປັນຢູ່ນີ້ແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົງ ແລະ ສິ່ງນີ້ແມ່ນນອກເໜືອການຢັ່ງເຖິງຂອງມະນຸດ. ປະສົບການຂອງມະນຸດແມ່ນການເຫັນຂອງພວກເຂົາ ແລະ ຄວາມຮູ້ທີ່ໄດ້ຮັບອີງຕາມການສະແດງອອກຂອງພຣະເຈົ້າກ່ຽວກັບການເປັນຢູ່ຂອງພຣະອົງ. ການເຫັນ ແລະ ຄວາມຮູ້ດັ່ງກ່າວແມ່ນເອີ້ນວ່າ ການເປັນຢູ່ຂອງມະນຸດ. ພວກມັນຖືກສະແດງອອກບົນພື້ນຖານຂອງອຸປະນິໄສທີ່ເປັນທຳມະຊາດຂອງມະນຸດ ແລະ ຄວາມສາມາດທີ່ແທ້ຈິງຂອງພວກເຂົາ; ດ້ວຍເຫດນີ້ ພວກມັນຈຶ່ງຖືກເອີ້ນວ່າ ການເປັນຢູ່ຂອງມະນຸດ. ມະນຸດສາມາດສົນທະນາໃນສິ່ງທີ່ພວກເຂົາສໍາຜັດ ແລະ ເຫັນ. ສິ່ງທີ່ພວກເຂົາບໍ່ໄດ້ສໍາຜັດ ຫຼື ເຫັນ ຫຼື ຈິດໃຈຂອງພວກເຂົາບໍ່ສາມາດຢັ່ງເຖິງໄດ້, ນັ້ນກໍຄື ສິ່ງທີ່ເຂົ້າບໍ່ມີໃນຕົວພວກເຂົາ, ພວກເຂົາກໍບໍ່ສາມາດສົນທະນາໄດ້. ຖ້າສິ່ງທີ່ສະແດງອອກບໍ່ແມ່ນປະສົບການຂອງພວກເຂົາ, ມັນກໍແມ່ນຈິນຕະນາການ ຫຼື ທິດສະດີຂອງພວກເຂົາ. ເວົ້າໄດ້ອີກຢ່າງກໍຄື ບໍ່ມີຄວາມເປັນຈິງໃດໆໃນຄຳເວົ້າຂອງພວກເຂົາເລີຍ. ຖ້າເຈົ້າບໍ່ເຄີຍຕິດຕໍ່ພົວພັນກັບສິ່ງທີ່ຢູ່ໃນສັງຄົມ ເຈົ້າຈະບໍ່ສາມາດສົນທະນາໄດ້ຢ່າງຊັດເຈນກ່ຽວກັບຄວາມສຳພັນທີ່ຊັບຊ້ອນຂອງສັງຄົມ. ຖ້າເຈົ້າບໍ່ມີຄອບຄົວ ແຕ່ຄົນອື່ນກຳລັງລົມກັນກ່ຽວກັບບັນຫາຄອບຄົວ, ເຈົ້າບໍ່ສາມາດເຂົ້າໃຈສິ່ງສ່ວນໃຫຍ່ທີ່ພວກເຂົາກຳລັງລົມກັນ. ສະນັ້ນ ສິ່ງທີ່ມະນຸດສົນທະນາ ແລະ ພາລະກິດທີ່ພວກເຂົາປະຕິບັດແມ່ນສະແດງເຖິງການເປັນຢູ່ພາຍໃນຕົວພວກເຂົາ. ຖ້າບາງຄົນສົນທະນາກ່ຽວກັບຄວາມເຂົ້າໃຈໃນການຕີສອນ ແລະ ການພິພາກສາຂອງພວກເຂົາ, ຖ້າເຈົ້າບໍ່ມີປະສົບການໃນສິ່ງນັ້ນ, ເຈົ້າບໍ່ກ້າປະຕິເສດຄວາມຮູ້ຂອງພວກເຂົາ, ຢ່າວ່າແຕ່ກ້າໝັ້ນໃຈເຖິງໜຶ່ງຮ້ອຍເປີເຊັນເລີຍ. ນີ້ກໍຍ້ອນວ່າ ສິ່ງທີ່ພວກເຂົາສົນທະນາກ່ຽວກັບບາງສິ່ງທີ່ເຈົ້າບໍ່ເຄີຍຜະເຊີນຈັກເທື່ອ, ບາງສິ່ງທີ່ເຈົ້າບໍ່ເຄີຍຮູ້ຈັກມາກ່ອນ ແລະ ຈິດໃຈຂອງເຈົ້າບໍ່ສາມາດຈິນຕະນາການມັນອອກ. ເຈົ້າພຽງແຕ່ສາມາດນໍາເສັ້ນທາງໃນອະນາຄົດທີ່ກ່ຽວຂ້ອງກັບການຕີສອນ ແລະ ການພິພາກສາມາຈາກຄວາມຮູ້ຂອງພວກເຂົາ. ແຕ່ເສັ້ນທາງນີ້ສະມາດເປັນພຽງແຕ່ການເຂົ້າໃຈໂດຍອີງຕາມທິດສະກິດ ແລະ ບໍ່ສາມາດທົດແທນຄວາມເຂົ້າໃຈຂອງເຈົ້າເອງໄດ້, ຢ່າວ່າແຕ່ປະສົບການຂອງເຈົ້າເລີຍ. ບາງຄັ້ງ ເຈົ້າຄິດວ່າສິ່ງທີ່ພວກເຂົາເວົ້າແມ່ນຖືກຕ້ອງພໍສົມຄວນ, ແຕ່ເມື່ອເຈົ້າຜະເຊີນ, ເຈົ້າພົບວ່າ ມັນໃຊ້ການບໍ່ໄດ້ໃນຫຼາຍໆສິ່ງ. ບາງຄັ້ງ ເຈົ້າຮູ້ສຶກວ່າ ຄວາມຮູ້ບາງຢ່າງທີ່ເຈົ້າໄດ້ຍິນແມ່ນໃຊ້ການບໍ່ໄດ້ຢ່າງສົມບູນ; ເຈົ້າເຊື່ອງແນວຄິດກ່ຽວກັບສິ່ງນັ້ນໃນເວລາໃດໜຶ່ງ ແລະ ເຖິງແມ່ນເຈົ້າຍອມຮັບມັນ, ເຈົ້າກໍພຽງແຕ່ເຮັດດ້ວຍຄວາມບໍ່ເຕັມໃຈເທົ່ານັ້ນ. ແຕ່ເມື່ອເຈົ້າຜະເຊີນ, ຄວາມຮູ້ທີ່ໃຫ້ແນວຄິດກັບເຈົ້າກາຍມາເປັນວິທີການປະຕິບັດຂອງເຈົ້າ. ຍິ່ງເຈົ້າປະຕິບັດຫຼາຍພຽງໃດ, ເຈົ້າກໍຍິ່ງເຂົ້າໃຈຄຸນຄ່າທີ່ແທ້ຈິງ ແລະ ຄວາມໝາຍຂອງຄຳເວົ້າຂອງພວກເຂົາຫຼາຍພຽງນັ້ນ. ຫຼັງຈາກທີ່ເຈົ້າມີປະສົບການ ເຈົ້າກໍສາມາດລົມກ່ຽວກັບຄວາມຮູ້ທີ່ເຈົ້າຄວນມີກ່ຽວກັບສິ່ງທີ່ເຈົ້າໄດ້ຜະເຊີນ. ນອກຈາກນັ້ນ ເຈົ້າຍັງຈະສາມາດຈຳແນກລະຫວ່າງຄົນທີ່ີມີຄວາມຮູ້ແທ້ ແລະ ໃຊ້ການໄດ້ ແລະ ຄົນທີ່ມີຄວາມຮູ້ໂດຍອີງຕາມທິດສະດີ ແລະ ບໍ່ມີຄ່າ. ສະນັ້ນ ຄວາມຮູ້ທີ່ເຈົ້າກຳລັງເວົ້າເຖິງຈະສອດຄ່ອງກັບຄວາມຈິງ ຫຼື ບໍ່ ແມ່ນຂຶ້ນກັບວ່າ ເຈົ້າມີປະສົບການທີ່ໃຊ້ການໄດ້ ຫຼື ບໍ່. ບ່ອນໃດທີ່ມີຄວາມຈິງໃນປະສົບການຂອງເຈົ້າ, ຄວາມຮູ້ຂອງເຈົ້າກໍຈະເປັນຄວາມຈິງ ແລະ ມີຄຸນຄ່າ. ຜ່ານປະສົບການຂອງເຈົ້າ, ເຈົ້າຍັງສາມາດໄດ້ຮັບການເບິ່ງອອກ ແລະ ຄວາມເຂົ້າໃຈ, ເຮັດໃຫ້ຄວາມຮູ້ຂອງເຈົ້າເລິກເຊິ່ງຂຶ້ນ, ເພີ່ມສະຕິປັນຍາຂອງເຈົ້າ ແລະ ສາມັນສຳນຶກໃນການປະພຶດຕົນເອງ. ຄວາມຮູ້ບໍ່ວ່າຈະສູງພຽງໃດກໍຕາມ ທີ່ກ່າວໂດຍຄົນບໍ່ມີຄວາມຈິງແມ່ນທິດສະດີ. ຄົນປະເພດນີ້ອາດຈະສະຫຼາດຫຼາຍ ເມື່ອເວົ້າກ່ຽວກັບເລື່ອງຝ່າຍເນື້ອໜັງ ແຕ່ບໍ່ສາມາດແຍກແຍະເມື່ອເວົ້າກ່ຽວກັບເລື່ອງຝ່າຍວິນຍານ. ສິ່ງນີ້ເກີດຂຶ້ນກໍຍ້ອນວ່າຄົນດັ່ງກ່າວບໍ່ມີປະສົບການຫຍັງເລີຍກ່ຽວກັບເລື່ອງຝ່າຍວິນຍານ. ນີ້ແມ່ນຄົນທີ່ບໍ່ໄດ້ຮັບແສງສະຫວ່າງໃນເລື່ອງຝ່າຍວິນຍານ ແລະ ບໍ່ເຂົ້າໃຈວິນຍານ. ບໍ່ວ່າເຈົ້າຈະລົມກ່ຽວກັບດ້ານໃດຂອງຄວາມຮູ້ກໍຕາມ ຖ້າວ່າມັນແມ່ນການເປັນຢູ່ຂອງເຈົ້າ, ມັນກໍເປັນປະສົບການສ່ວນຕົວຂອງເຈົ້າ ແລະ ຄວາມຮູ້ທີ່ແທ້ຈິງຂອງເຈົ້າ. ຄົນທີ່ເວົ້່າພຽງແຕ່ທິດສະດີ ນັ້ນກໍຄື ຄົນທີ່ບໍ່ມີຄວາມຈິງ ຫຼື ຄວາມເປັນຈິງ ທີ່ເວົ້າກ່ຽວກັບທິດສະດີຍັງສາມາດເວົ້າໄດ້ວ່າ ກ່ຽວກັບການເປັນຢູ່ຂອງພວກເຂົາ, ຍ້ອນທິດສະດີຂອງພວກເຂົາແມ່ນພຽງແຕ່ໄດ້ມາຈາກການຕຶກຕອງຢ່າງເລິກເຊິ່ງ ແລະ ຍ້ອນຜົນທີ່ຈິດໃຈຂອງພວກເຂົາໄຕ່ຕອງຢ່າງເລິກເຊິ່ງ, ແຕ່ມັນເປັນພຽງທິດສະດີເທົ່ານັ້ນ, ມັນບໍ່ແມ່ນຫຍັງນອກຈາກຈິນຕະນາການ! ປະສົບການຂອງຄົນປະເພດຕ່າງໆສະແດງເຖິງສິ່ງທີ່ຢູ່ພາຍໃນພວກເຂົາ.​ ທຸກຄົນທີ່ບໍ່ມີປະສົບການຝ່າຍວິນຍານບໍ່ສາມາດເວົ້າກ່ຽວກັບຄວາມຮູ້ແຫ່ງຄວາມຈິງ ຫຼື ຄວາມຮູ້ທີ່ຖືກຕ້ອງກ່ຽວກັບເລື່ອງຝ່າຍວິນຍານຕ່າງໆ. ສິ່ງທີ່ມະນຸດສະແດງອອກແມ່ນສິ່ງທີ່ພວກເຂົາເປັນຢູ່ພາຍໃນ, ນີ້ຄືສິ່ງທີ່ແນ່ນອນ. ຖ້າຄົນໜຶ່ງປາຖະໜາທີ່ຈະມີຄວາມຮູ້ກ່ຽວກັບຝ່າຍວິນຍານ ແລະ ຄວາມຈິງ, ພວກເຂົາຕ້ອງມີປະສົບການທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດເວົ້າກ່ຽວກັບສາມັນສຳນຶກທີ່ກ່ຽວກັບຊີວິດຂອງມະນຸດຢ່າງຊັດເຈນ, ແລ້ວເຈົ້າຈະເວົ້າກ່ຽວກັບຝ່າຍວິນຍານໜ້ອຍລົງໄດ້ແນວໃດ? ຄົນທີ່ສາມາດນໍາພາຄຣິດສະຕະຈັກ, ຈັດກຽມຊີວິດໃຫ້ກັບຜູ້ຄົນ ແລະ ເປັນອັກຄະສາວົກໃຫ້ກັບຜູ້ຄົນ ຕ້ອງມີປະສົບການທີ່ແທ້ຈິງ, ຕ້ອງມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຝ່າຍວິນຍານ, ການເຂົ້າໃຈທີ່ຖືກຕ້ອງ ແລະ ປະສົບການແຫ່ງຄວາມຈິງ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ເທົ່ານັ້ນ ທີ່ມີຄຸນສົມບັດໃນການເປັນຄົນປະຕິບັດພາລະກິດ ຫຼື ອັກຄະສາວົກທີ່ນໍາພາຄຣິດສະຕະຈັກ. ຖ້າບໍ່ດັ່ງນັ້ນ ພວກເຂົາພຽງແຕ່ສາມາດຕິດຕາມໃນຖານະຄົນທີ່ຕ້ອຍຕໍ່າສຸດ ແລະ ບໍ່ສາມາດນໍາພາໄດ້, ຢ່າວ່າແຕ່ເປັນອັກຄະສາວົກທີ່ຈະຈັດກຽມຊີວິດໃຫ້ກັບຜູ້ຄົນເລີຍ. ນີ້ກໍຍ້ອນວ່າ ໜ້າທີ່ຂອງອັກຄະສາວົກບໍ່ແມ່ນການແລ່ນໜີ ຫຼື ການຕໍ່ສູ້; ແຕ່ແມ່ນການສະໜອງຊີວິດ ແລະ ນໍາພາການປ່ຽນແປງອຸປະນິໄສຂອງມະນຸດ. ມັນແມ່ນໜ້າທີ່ທີ່ປະຕິບັດໂດຍຜູ້ຄົນທີ່ຖືກມອບໝາຍໃຫ້ແບກຮັບໜ້າທີ່ຮັບຜິດຊອບທີ່ໜັກໜ່ວງນີ້ ແລະ ບໍ່ແມ່ນສິ່ງທີ່ທຸກຄົນສາມາດປະຕິບັດໄດ້. ພາລະກິດປະເພດນີ້ພຽງແຕ່ສາມາດປະຕິບັດໄດ້ໂດຍຄົນທີ່ມີຊີວິດເປັນຂອງຕົວເອງ, ນັ້ນກໍຄື ຄົນທີ່ມີປະສົບການແຫ່ງຄວາມຈິງ. ມັນບໍ່ສາມາດຖືກປະຕິບັດໂດຍທຸກຄົນທີ່ສາມາດຍອມຈໍານົນໄດ້, ສາມາດແລ່ນໜີ ຫຼື ເຕັມໃຈຊື້ຈ້າງຈອບອອຍ; ຄົນທີ່ບໍ່ມີປະສົບການແຫ່ງຄວາມຈິງ, ບໍ່ໄດ້ຖືກລິຮານ ຫຼື ພິພາກສາ ບໍ່ສາມາດປະຕິບັດພາລະກິດນີ້ໄດ້. ຄົນທີ່ບໍ່ມີປະສົບການ, ນັ້ນກໍຄື ຄົນທີ່ປາສະຈາກຄວາມເປັນຈິງ ແມ່ນບໍ່ສາມາດເຫັນຄວາມເປັນຈິງຢ່າງຊັດເຈນ ຍ້ອນພວກເຂົາເອງບໍ່ມີການເປັນຢູ່ຈິງໃນລັກສະນະນີ້. ດັ່ງນັ້ນ ຄົນປະເພດນີ້ບໍ່ພຽງແຕ່ບໍ່ສາມາດປະຕິບັດພາລະກິດແຫ່ງການເປັນຜູ້ນໍາໄດ້, ແຕ່ຈະເປັນເປົ້າໝາຍຂອງການກຳຈັດ ຖ້າຫາກພວກເຂົາບໍ່ມີຄວາມຈິງເປັນເວລາດົນນານ. ການເບິ່ງເຫັນໃນສິ່ງທີ່ເຈົ້າກ່າວສາມາດພິສຸດໃຫ້ເຫັນຄວາມລໍາບາກທີ່ເຈົ້າຜະເຊີນໃນຊີວິດ, ເຫັນສິ່ງທີ່ເຈົ້າຖືກຕີສອນ ແລະ ໃນສິ່ງທີ່ເຈົ້າຖືກພິພາກສາ. ສິ່ງນີ້ເປັນຈິງໃນການທົດລອງເຊັ່ນດຽວກັນ: ສິ່ງທີ່ເຮັດໃຫ້ຄົນໃດໜຶ່ງບໍລິສຸດ, ສິ່ງທີ່ເຮັດໃຫ້ຄົນໃດໜຶ່ງອ່ອນແອ, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຮັດໃຫ້ຄົນໃດໜຶ່ງມີປະສົບການ, ສິ່ງທີ່ເຮັດໃຫ້ຄົນໃດໜຶ່ງມີຫົນທາງ. ຕົວຢ່າງ ຖ້າຄົນໃດໜຶ່ງທຸກໃຈຕໍ່ບັນຫາຄອບຄົວ ສ່ວນໃຫຍ່ພວກເຂົາກໍຈະອະທິຖານວ່າ “ຂອບຄຸນພຣະເຈົ້າ, ສັນລະເສີນພຣະອົງ, ຂ້ານ້ອຍຕ້ອງເຮັດເປັນທີ່ພໍພຣະໄທຄວາມປາຖະໜາຂອງພຣະອົງ ແລະ ຖວາຍຊີວິດທັງໝົດຂອງຂ້ານ້ອຍ, ມອບບັນຫາຄອບຄົວຂອງຂ້ານ້ອຍໄວ້ໃນກໍາມືຂອງພຣະອົງ. ຂ້ານ້ອຍເຕັມໃຈທີ່ຈະປະຕິຍານຊີວິດທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ.” ຜ່ານຄໍາອະທິຖານດັ່ງກ່າວ, ທຸກສິ່ງທີ່ຢູ່ໃນມະນຸດ, ສິ່ງທີ່ພວກເຂົາເປັນ, ສາມາດສະແດງອອກໄດ້. ອັດຕາຄວາມໄວຂອງຄຳເວົ້າຂອງຄົນ, ບໍ່ວ່າພວກເຂົາຈະເວົ້າດັງ ຫຼື ງຽບ, ບັນຫາດັ່ງກ່າວທີ່ບໍ່ແມ່ນເລື່ອງຂອງປະສົບການບໍ່ສາມາດສະແດງເຖິງສິ່ງທີ່ພວກເຂົາມີ ແລະ ເປັນ. ພວກເຂົາພຽງແຕ່ສາມາດບອກໄດ້ວ່າ ລັກສະນະຂອງພວກເຂົາດີ ຫຼື ຊົ່ວຫຼືບໍ ຫຼື ບໍ່ວ່າທຳມະຊາດຂອງພວກເຂົາດີ ຫຼື ຊົ່ວຫຼື ບໍ, ແຕ່ບໍ່ສາມາດຖືວ່າພວກເຂົາມີປະສົບການຫຼື ບໍ. ຄວາມສາມາດທີ່ຈະສະແດງເຖິງຄົນໃດໜຶ່ງໃນເວລາທີ່ກຳລັງເວົ້າ ຫຼື ທັກສະ ຫຼື ຄວາມໄວຂອງຄຳເວົ້າ, ແມ່ນເປັນພຽງເລື່ອງການປະຕິບັດ ແລະ ບໍ່ສາມາດທົດແທນປະສົບການຂອງພວກເຂົາ. ​ເມື່ອເຈົ້າເວົ້າກ່ຽວກັບປະສົບການສ່ວນຕົວຂອງເຈົ້າ, ເຈົ້າສົນທະນາໃນສິ່ງທີ່ເຈົ້າໃຫ້ຄວາມສຳຄັນ ແລະ ທຸກສິ່ງທີ່ຢູ່ພາຍໃນເຈົ້າ. ຄຳເວົ້າຂອງເຮົາສະແດງເຖິງການເປັນຢູ່ຂອງເຮົາ, ແຕ່ສິ່ງທີ່ເຮົາເວົ້າແມ່ນນອກເໜືອການຢັ່ງເຖິງຂອງມະນຸດ. ສິ່ງທີ່ເຮົາເວົ້າບໍ່ແມ່ນສິ່ງທີ່ມະນຸດຜະເຊີນ ແລະ ມັນບໍ່ແມ່ນສິ່ງທີ່ມະນຸດສາມາດເຫັນໄດ້, ມັນບໍ່ແມ່ນສິ່ງທີ່ມະນຸດສາມາດຈັບຕ້ອງໄດ້ເຊັ່ນກັນ, ແຕ່ມັນເປັນສິ່ງທີ່ເຮົາເປັນ. ບາງຄົນພຽງແຕ່ຮັບຮູ້ວ່າ ສິ່ງທີ່ເຮົາສົນທະນາແມ່ນສິ່ງທີ່ເຮົາໄດ້ຜະເຊີນ, ແຕ່ພວກເຂົາບໍ່ເຂົ້າໃຈວ່າ ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນສິ່ງທີ່ເຮົາໄດ້ຜະເຊີນ. ມັນແມ່ນເຮົາທີ່ເປັນຜູ້ປະຕິບັດພາລະກິດການຄຸ້ມຄອງເປັນເວລາຫຼາຍກວ່າຫົກພັນປີ. ເຮົາໄດ້ຜະເຊີນກັບທຸກສິ່ງຈາກການເລີ່ມຕົ້ນຂອງການສ້າງມະນຸດຊາດຈົນເຖິງປັດຈຸບັນ; ແລ້ວເຮົາຈະບໍ່ສາມາດເວົ້າກ່ຽວກັບສິ່ງນັ້ນໄດ້ແນວໃດ? ເມື່ອເວົ້າເລື່ອງທຳມະຊາດຂອງມະນຸດ ເຮົາໄດ້ເຫັນຢ່າງຊັດເຈນ ແລະ ເຮົາສັງເກດມັນມາເປັນເວລາດົນນານແລ້ວ; ເຮົາຈະບໍ່ສາມາດເວົ້າກ່ຽວກັບສິ່ງນັ້ນຢ່າງຊັດເຈນໄດ້ແນວໃດ? ຍ້ອນເຮົາໄດ້ເຫັນທາດແທ້ຂອງມະນຸດຢ່າງຊັດເຈນ, ເຮົາມີຄຸນສົມບັດທີ່ຈະຕີສອນມະນຸດ ແລະ ພິພາກສາມະນຸດ, ຍ້ອນມະນຸດທຸກຄົນມາຈາກເຮົາ ແຕ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ. ແນ່ນອນ ເຮົາຍັງມີຄຸນສົມບັດໃນການປະເມີນພາລະກິດທີ່ເຮົາໄດ້ປະຕິບັດ. ເຖິງແມ່ນພາລະກິດນີ້ບໍ່ແມ່ນຖືກປະຕິບັດໂດຍເນື້ອໜັງຂອງເຮົາ, ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ນີ້ແມ່ນສິ່ງທີ່ເຮົາມີ ແລະ ສິ່ງທີ່ເຮົາເປັນ. ດ້ວຍເຫດນັ້ນ ເຮົາມີຄຸນສົມບັດທີ່ຈະສະແດງອອກເຖິງສິ່ງນີ້ ແລະ ປະຕິບັດພາລະກິດທີ່ເຮົາຄວນເຮັດ. ສິ່ງທີ່ມະນຸດເວົ້າແມ່ນສິ່ງທີ່ພວກເຂົາຜະເຊີນ.​ ມັນແມ່ນສິ່ງທີ່ພວກເຂົາເຫັນ, ສິ່ງທີ່ຈິດໃຈຂອງພວກເຂົາສາມາດຢັ່ງເຖິງ ແລະ ສິ່ງທີ່ຄວາມສຳນຶກຂອງພວກເຂົາສາມາດຮູ້ສຶກໄດ້. ນັ້ນຄືສິ່ງທີ່ພວກເຂົາສາມາດສົນທະນາ.​ ພຣະທຳທີ່ກ່າວໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງມະນຸດນັ້ນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ສະແດງເຖິງພາລະກິດທີ່ພຣະວິນຍານປະຕິບັດ. ເນື້ອໜັງບໍ່ໄດ້ຜະເຊີນ ຫຼື ເຫັນໃນສິ່ງນັ້ນ, ແຕ່ຍັງສະແດງເຖິງການເປັນຢູ່ຂອງພຣະອົງ ນັ້ນກໍຍ້ອນວ່າ ທາດແທ້ຂອງເນື້ອໜັງແມ່ນພຣະວິນຍານ ແລະ ພຣະອົງສະແດງເຖິງພາລະກິດຂອງພຣະວິນຍານ. ເຖິງແມ່ນເນື້ອໜັງບໍ່ສາມາດຢັ່ງເຖິງມັນໄດ້ ແຕ່ພຣະວິນຍານແມ່ນໄດ້ເຮັດສຳເລັດພາລະກິດນັ້ນແລ້ວ. ຫຼັງຈາກການບັງເກີດເປັນມະນຸດ ຜ່ານການສະແດງອອກຂອງເນື້ອໜັງ ພຣະອົງເຮັດໃຫ້ຜູ້ຄົນຮູ້ຈັກເຖິງການເປັນຢູ່ຂອງພຣະເຈົ້າ ແລະ ເຮັດໃຫ້ຜູ້ຄົນເຫັນອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດທີ່ພຣະອົງໄດ້ເຮັດສຳເລັດ. ພາລະກິດຂອງມະນຸດເຮັດໃຫ້ຜູ້ຄົນສາມາດເຫັນຊັດເຈນຫຼາຍຂຶ້ນກ່ຽວກັບສິ່ງທີ່ພວກເຂົາຄວນເຂົ້າສູ່ ແລະ ສິ່ງທີ່ພວກເຂົາຄວນເຂົ້າໃຈ; ມັນກ່ຽວຂ້ອງກັບການນໍາຜູ້ຄົນສູ່ການເຂົ້າໃຈ ແລະ ການຜະເຊີນກັບຄວາມຈິງ. ພາລະກິດຂອງມະນຸດຄືການສະໜັບສະໜູນຜູ້ຄົນ; ພາລະກິດຂອງພຣະເຈົ້າແມ່ນການເປີດເສັ້ນທາງໃໝ່ ແລະ ເປີດຍຸກໃໝ່ສຳລັບຄວາມເປັນມະນຸດ ແລະ ການເປີດເຜີຍໃຫ້ຄົນເຫັນເຖິງສິ່ງທີ່ມະນຸດບໍ່ເຄີຍຮູ້, ເຮັດໃຫ້ພວກເຂົາຮູ້ຈັກອຸປະນິໄສຂອງພຣະອົງ. ພາລະກິດຂອງພຣະເຈົ້າແມ່ນເພື່ອນໍາພາມວນມະນຸດຊາດ.

ພາລະກິດຂອງພຣະວິນຍານບໍລິສຸດທັງໝົດແມ່ນກ່ຽວກັບການເຮັດໃຫ້ຜູ້ຄົນຮັບຜົນປະໂຫຍດ; ມັນກ່ຽວກັບການສັ່ງສອນຜູ້ຄົນ; ບໍ່ມີພາລະກິດໃດທີ່ບໍ່ໃຫ້ຜົນປະໂຫຍດກັບຜູ້ຄົນ. ບໍ່ວ່າຄວາມຈິງຈະເລິກ ຫຼື ຕື້ນ ຫຼື ບໍ ແລະ ບໍ່ວ່າຄວາມສາມາດຂອງຄົນທີ່ຍອມຮັບຄວາມຈິງແມ່ນແນວໃດ, ພຣະວິນຍານບໍລິສຸດຈະເຮັດຫຍັງກໍຕາມ, ມັນໃຫ້ຜົນປະໂຫຍດກັບຜູ້ຄົນທັງໝົດ. ແຕ່ພາລະກິດຂອງພຣະວິນຍານບໍລິສຸດບໍ່ສາມາດເຮັດໃຫ້ສຳເລັດໂດຍກົງ; ມັນຕ້ອງຜ່ານມະນຸດທີ່ຮ່ວມມືກັບພຣະອົງ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ສາມາດຮັບຜົນຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້. ແນ່ນອນ ເມື່ອມັນເປັນພາລະກິດໂດຍກົງຂອງພຣະວິນຍານບໍລິສຸດ, ມັນເລີຍບໍ່ໄດ້ຮັບການເຈືອປົນ; ແຕ່ເມື່ອມັນໃຊ້ວິທີການຂອງມະນຸດ, ມັນຈຶ່ງໄດ້ຮັບການເຈືອປົນຢ່າງຫຼວງຫຼາຍ ແລະ ບໍ່ແມ່ນພາລະກິດເດີມຂອງພຣະວິນຍານບໍລິສຸດ. ດ້ວຍວິທີນີ້ ຄວາມຈິງຈຶ່ງປ່ຽນແປງໃນລະດັບທີ່ແຕກຕ່າງ. ຜູ້ຕິດຕາມບໍ່ໄດ້ຮັບຄວາມໝາຍເດີມຂອງພຣະວິນຍານບໍລິສຸດ, ແຕ່ເປັນການປະສົມກັນລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ປະສົບການ ແລະ ຄວາມຮູ້ຂອງມະນຸດ. ພາກສ່ວນຂອງພາລະກິດຂອງພຣະວິນຍານບໍລິສຸດທີ່ຜູ້ຕິດຕາມຮັບແມ່ນຖືກຕ້ອງ. ປະສົບການ ແລະ ຄວາມຮູ້ຂອງມະນຸດທີ່ໄດ້ຮັບແມ່ນປ່ຽນແປງໄປ ຍ້ອນຄົນປະຕິບັດພາລະກິດແຕກຕ່າງກັນ. ເມື່ອຄົນປະຕິບັດພາລະກິດມີແສງສະຫວ່າງ ແລະ ການນໍາພາຂອງພຣະວິນຍານບໍລິສຸດ, ຕໍ່ມາ ພວກເຂົາກໍຜະເຊີນໂດຍອີງຕາມແສງສະຫວ່າງ ແລະ ການນໍາພາດັ່ງກ່າວນີ້. ພາຍໃນປະສົບການເຫຼົ່ານີ້ປະສົມມີຈິດໃຈ ແລະ ປະສົບການຂອງມະນຸດ, ພ້ອມທັງການເປັນຢູ່ຂອງມະນຸດ ດ້ວຍເຫດນັ້ນພວກເຂົາຈຶ່ງໄດ້ຮັບຄວາມຮູ້ ຫຼື ການເຫັນທີ່ພວກເຂົາຄວນເຫັນ. ສິ່ງນີ້ແມ່ນວິທີການປະຕິບັດຫຼັງຈາກທີ່ມະນຸດສໍາຜັດກັບຄວາມຈິງ. ວິທີການປະຕິບັດນີ້ບໍ່ຄືກັນສະເໝີໄປ ຍ້ອນຜູ້ຄົນມີປະສົບການທີ່ແຕກຕ່າງກັນ ແລະ ສິ່ງທີ່ຜູ້ຄົນສໍາຜັດກໍແຕກຕ່າງກັນ. ດ້ວຍວິທີນີ້ ແສງສະຫວ່າງຂອງພຣະວິນຍານບໍລິສຸດກໍຈະປະກົດຜົນໃນຄວາມຮູ້ ແລະ ການປະຕິບັດທີ່ແຕກຕ່າງກັນກໍຈະສໍາເລັດຜົນ ຍ້ອນຜູ້ຄົນທີ່ຮັບແສງສະຫວ່າງແຕກຕ່າງກັນ. ບາງຄົນສ້າງຄວາມຜິດພາດເລັກນ້ອຍໃນລະຫວ່າງການປະຕິບັດ ໃນຂະນະທີ່ບາງຄົນສ້າງຄວາມຜິດພາດຢ່າງຮ້າຍແຮງ ແລະ ບາງຄົນບໍ່ໄດ້ສ້າງຫຍັງເລີຍນອກຈາກຄວາມຜິດພາດ. ນີ້ກໍຍ້ອນວ່າ ຄວາມສາມາດຂອງຜູ້ຄົນໃນການເຂົ້າໃຈແມ່ນແຕກຕ່າງກັນ ແລະ ຍ້ອນລະດັບຄວາມສາມາດທີ່ແທ້ຈິງຂອງພວກເຮົາກໍແຕກຕ່າງເຊັ່ນກັນ. ບາງຄົນເຂົ້າໃຈດ້ວຍວິທີນີ້ຫຼັງຈາກທີ່ໄດ້ຍິນຂໍ້ຄວາມ ແລະ ບາງຄົນເຂົ້າໃຈດ້ວຍວິທີນັ້ນຫຼັງຈາກທີ່ໄດ້ຍິນຄວາມຈິງ. ບາງຄົນອອກນອກທາງເລັກນ້ອຍ; ແລະ ບາງຄົນບໍ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງຄວາມຈິງເລິຍ. ດ້ວຍເຫດນັ້ນ ບໍ່ວ່າຄົນໜຶ່ງເຂົ້າໃຈແນວໃດກໍຕາມ ມັນຂຶ້ນຢູ່ກັບວ່າ ພວກເຂົາຈະນໍາພາຄົນອື່ນແນວໃດ; ສິ່ງນີ້ເປັນຈິງແນ່ນອນ, ຍ້ອນພາລະກິດຂອງພວກເຂົາຄືການສະແດງອອກເຖິງຄວາມເປັນຢູ່ຂອງພວກເຂົາເທົ່ານັ້ນ. ຜູ້ຄົນທີ່ຖືກນໍາພາໂດຍຄົນທີ່ມີຄວາມເຂົ້າໃຈຄວາມຈິງຢ່າງຖືກຕ້ອງຈະມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄວາມຈິງເຊັ່ນກັນ. ເຖິງແມ່ນ ມີຄົນທີ່ມີຂໍ້ຜິດພາດໃນຄວາມເຂົ້າໃຈ ກໍມີຈຳນວນໜ້ອຍ ແລະ ບໍ່ແມ່ນໝົດທຸກຄົນທີ່ຈະມີຂໍ້ຜິດພາດ. ຜູ້ຄົນທີ່ຖືກນໍາພາໂດຍຄົນທີ່ມີຂໍ້ຜິດພາດໃນການເຂົ້າໃຈຄວາມຈິງຈະຜິດໂດຍບໍ່ຕ້ອງສົງໄສເລີຍ. ຄົນເຫຼົ່ານີ້ຈະຜິດໃນຄຳເວົ້າທຸກປະການ. ລະດັບຄວາມເຂົ້າໃຈຄວາມຈິງທ່າມກາງຜູ້ຕິດຕາມຂຶ້ນຢູ່ກັບຄົນປະຕິບັດພາລະກິດເປັນສ່ວນໃຫຍ່. ແນ່ນອນ ຄວາມຈິງຈາກພຣະເຈົ້າເປັນສິ່ງທີ່ຖືກຕ້ອງ ແລະ ປາສະຈາກຂໍ້ຜິດພາດ ແລະ ແນ່ນອນທີ່ສຸດ. ແຕ່ຄົນປະຕິບັດພາລະກິດແມ່ນບໍ່ຖືກຕ້ອງທັງໝົດ ແລະ ບໍ່ສາມາດເວົ້າໄດ້ວ່າ ສາມາດເຊື່ອຖືໄດ້ທັງໝົດ. ຖ້າຄົນປະຕິບັດພາລະກິດມີວິທີການປະຕິບັດຄວາມຈິງ ທີ່ມີຄວາມເປັນຈິງສູງ ແລ້ວຜູ້ຕິດຕາມກໍຈະມີວິທີການປະຕິບັດເຊັ່ນດຽວກັນ. ຖ້າຄົນປະຕິບັດພາລະກິດບໍ່ມີວິທີການປະຕິບັດຄວາມຈິງ ມີແຕ່ທິດສະດີເທົ່ານັ້ນ, ຜູ້ຕິດຕາມຈະບໍ່ມີຄວາມເປັນຈິງໃດໆເລີຍ. ຄວາມສາມາດ ແລະ ທຳມະຊາດຂອງຜູ້ຕິດຕາມແມ່ນຖືກກຳນົດໂດຍກຳເນີດ ແລະ ບໍ່ກ່ຽວເນື່ອງກັບຄົນປະຕິບັດພາລະກິດ. ແຕ່ຂອບເຂດທີ່ຜູ້ຕິດຕາມເຂົ້າໃຈຄວາມຈິງ ແລະ ຮູ້ຈັກພຣະເຈົ້າແມ່ນຂຶ້ນຢູ່ກັບຄົນປະຕິບັດພາລະກິດ (ນີ້ແມ່ນສຳລັບບາງຄົນເທົ່ານັ້ນ). ຄົນປະຕິບັດພາລະກິດເປັນແນວໃດ, ຜູ້ຕິດຕາມທີ່ພວກເຂົານໍາພາກໍຈະເປັນແນວນັ້ນ. ສິ່ງທີ່ຄົນປະຕິບັດພາລະກິດສະແດງອອກແມ່ນການເປັນຢູ່ຂອງຕົວພວກເຂົາເອງ ແລະ ປາສະຈາກຂໍ້ຈຳກັດ. ຄວາມຮຽກຮ້ອງທີ່ພວກເຂົາມີຕໍ່ຜູ້ຕິດຕາມຂອງພວກເຂົາແມ່ນສິ່ງທີ່ພວກເຂົາເອງເຕັມໃຈເຮັດໃຫ້ບັນລຸ ຫຼື ສິ່ງທີ່ພວກເຂົາສາມາດເຮັດໃຫ້ບັນລຸ. ຄົນປະຕິບັດພາລະກິດສ່ວນໃຫຍ່ສ້າງຄວາມຮຽກຮ້ອງໃນຜູ້ຕິດຕາມຂອງພວກເຂົາໂດຍອີງຕາມສິ່ງທີ່ພວກເຂົາເຮັດດ້ວຍຕົນເອງ, ເຖິງແມ່ນວ່າມີຫຼາຍຢ່າງທີ່ຜູ້ຄົນບໍ່ສາມາດບັນລຸໄດ້ເລີຍ. ສິ່ງທີ່ຄົນບໍ່ສາມາດບັນລຸໄດ້ກາຍມາເປັນບັນຫາໃນທາງເຂົ້າຂອງພວກເຂົາ.

ມີຄວາມຜິດພາດໜ້ອຍຫຼາຍສໍາລັບພາລະກິດຂອງຄົນທີ່ໄດ້ຜ່ານການລິຮານ ແລະ ການພິພາກສາ. ການສະແດງອອກຂອງພາລະກິດຂອງພວກເຂົາກໍແນ່ນອນຫຼາຍກວ່າ. ຄົນທີ່ອາໄສຄວາມເປັນທຳມະຊາດຂອງພວກເຂົາໃນການປະຕິບັດພາລະກິດແມ່ນສ້າງຄວາມຜິດພາດຮ້າຍແຮງພໍສົມຄວນ. ພາລະກິດຂອງຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນມີຄວາມເປັນທໍາມະຊາດຫຼາຍເກີນໄປ ເຊິ່ງກໍ່ໃຫ້ເກີດອຸປະສັກໃຫຍ່ຫຼວງຕໍ່ພາລະກິດຂອງພຣະວິນຍານບໍລິສຸດ. ແມ່ນແຕ່ຄົນທີ່ມີເງື່ອນໄຂໃນການປະຕິບັດພາລະກິດໂດຍທຳມະຊາດກໍຕ້ອງໄດ້ຜະເຊີນກັບການລິຮານ ແລະ ການພິພາກສາຈຶ່ງຈະສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້. ຖ້າພວກເຂົາຍັງບໍ່ໄດ້ຜ່ານການພິພາກສາດັ່ງກ່າວ, ບໍ່ວ່າພວກເຂົາຈະເຮັດໄດ້ດີພຽງໃດ ມັນກໍບໍ່ສາມາດສອດຄ່ອງກັບຫຼັກການແຫ່ງຄວາມຈິງໄດ້ ເຊິ່ງທັງໝົດທີ່ພວກເຂົາເຮັດແມ່ນຄວາມເປັນມະນຸດ ແລະ ຄວາມດີຂອງມະນຸດ. ໃນການປະຕິບັດພາລະກິດຂອງພຣະເຈົ້າ, ພາລະກິດຂອງຄົນທີ່ໄດ້ຜ່ານການລິຮານ ແລະ ການພິພາກສາແມ່ນແນ່ນອນກວ່າພາລະກິດຂອງຄົນທີ່ບໍ່ເຄີຍຖືກພິພາກສາ. ຄົນທີ່ບໍ່ໄດ້ຜ່ານການພິພາກສາບໍ່ສະແດງອອກເຖິງຫຍັງນອກຈາກເນື້ອໜັງ ແລະ ຄວາມຄິດຂອງມະນຸດ ທີ່ເຈືອປົນກັບຄວາມສະຫຼາດ ແລະ ຄວາມສາມາດຕັ້ງແຕ່ເກີດຂອງມະນຸດ. ມັນບໍ່ແມ່ນການສະແດງອອກຂອງມະນຸດຢ່າງຖືກຕ້ອງເຖິງພາລະກິດຂອງພຣະເຈົ້າ. ຄົນທີ່ຕິດຕາມພວກເຂົາຖືກນໍາມາຢູ່ຕໍ່ໜ້າພວກເຂົາໂດຍຄວາມສາມາດມີມາຕັ້ງແຕ່ເກີດຂອງພວກເຂົາ. ຍ້ອນພວກເຂົາສະແດງອອກເຖິງການເບິ່ງເຫັນ ແລະ ປະສົບການຫຼາຍຢ່າງເກີນໄປຂອງມະນຸດ, ເຊິ່ງເກືອບແຍກອອກຈາກຄວາມໝາຍເດີມຂອງພຣະເຈົ້າ ແລະ ແຍກອອກຈາກຄວາມໝາຍນັ້ນຫຼາຍເກີນໄປ, ດັ່ງນັ້ນພາລະກິດຂອງຄົນປະເພດນີ້ຈຶ່ງບໍ່ສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າໄດ້, ແຕ່ຢູ່ຕໍ່ໜ້າພວກເຂົາ. ສະນັ້ນ ຄົນທີ່ບໍ່ໄດ້ຜ່ານການພິພາກສາ ແລະ ການຕີສອນແມ່ນບໍ່ມີຄຸນສົມບັດໃນການປະຕິບັດພາລະກິດຂອງພຣະເຈົ້າ. ພາລະກິດຂອງຄົນປະຕິບັດພາລະກິດທີ່ມີຄຸນສົມບັດສາມາດນໍາຜູ້ຄົນເຂົ້າສູ່ຫົນທາງທີ່ຖືກຕ້ອງ ແລະ ເຮັດໃຫ້ພວກເຂົາລົງເລິກເຖິງຄວາມຈິງໄດ້. ພາລະກິດທີ່ພວກເຂົາປະຕິບັດສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ. ນອກຈາກນັ້ນ ພາລະກິດທີ່ພວກເຂົາປະຕິບັດສາມາດປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ ແລະ ບໍ່ຖືກຜູກມັດໂດຍກົດລະບຽບ, ເຮັດໃຫ້ຜູ້ຄົນຖືກປົດປ່ອຍ ແລະ ຮັບອິດສະລະພາບ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຕີບໃຫຍ່ໃນຊີວິດເທື່ອລະໜ້ອຍ, ລົງເລິກໃນຄວາມຈິງຢ່າງເປັນລະດັບ. ພາລະກິດຂອງຄົນປະຕິບັດພາລະກິດທີ່ບໍ່ມີຄຸນສົມບັດແມ່ນບໍ່ເປັນໄປຕາມຄາດຫວັງຫຼາຍ; ພາລະກິດຂອງພວກເຂົາໂງ່ຈ້າ. ພວກເຂົາພຽງແຕ່ສາມາດນໍາຜູ້ຄົນມາສູ່ກົດລະບຽບເທົ່ານັ້ນ; ສິ່ງທີ່ພວກເຂົາຮຽກຮ້ອງຈາກຜູ້ຄົນ ບໍ່ປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ; ພວກເຂົາບໍ່ປະຕິບັດພາລະກິດອີງຕາມຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນ. ໃນພາລະກິດປະເພດນີ້ ມີກົດລະບຽບຫຼາຍເກີນໄປ ແລະ ທິດສະດີຫຼາຍເກີນໄປ ແລະ ມັນບໍ່ສາມາດນໍາຜູ້ຄົນເຂົ້າສູ່ຄວາມເປັນຈິງ ຫຼື ສູ່ການປະຕິບັດປົກກະຕິແຫ່ງການເຕີບໃຫຍ່ໃນຊີວິດໄດ້. ມັນສາມາດພຽງແຕ່ເຮັດໃຫ້ຜູ້ຄົນຢືນດ້ວຍກົດລະບຽບສອງສາມຂໍ້ທີ່ບໍ່ມີຄ່າຫຍັງເລີຍ. ການນໍາພາແບບນີ້ພຽງແຕ່ສາມາດນໍາຜູ້ຄົນໃຫ້ຫຼົງທາງ. ພວກເຂົານໍາເຈົ້າໃຫ້ກາຍເປັນສິ່ງທີ່ພວກເຂົາມັກ; ພວກເຂົາສາມາດນໍາເຈົ້າເຂົ້າສິ່ງທີ່ເຂົ້າມີ ແລະ ເປັນ. ສຳລັບການທີ່ຜູ້ຕິດຕາມຈະສາມາດເບິ່ງອອກວ່າ ຜູ້ນໍາມີຄຸນສົມບັດ ຫຼື ບໍ, ສໍາຄັນແມ່ນຕ້ອງເບິ່ງທີ່ເສັ້ນທາງທີ່ພວກເຂົານໍາພາ ແລະ ຜົນຂອງພາລະກິດຂອງພວກເຂົາ ແລະ ເບິ່ງວ່າ ຜູ້ຕິດຕາມຮັບຫຼັກການໂດຍສອດຄ່ອງກັບຄວາມຈິງ ຫຼື ບໍ ແລະ ພວກເຂົາຮັບວິທີການປະຕິບັດທີ່ເໝາະສົມທີ່ຈະເຮັດໃຫ້ພວກເຂົາໄດ້ຮັບການປ່ຽນແປງ ຫຼື ບໍ. ເຈົ້າຄວນຈຳແນກລະຫວ່າງພາລະກິດທີ່ແຕກຕ່າງຈາກຜູ້ຄົນປະເພດຕ່າງໆ; ເຈົ້າບໍ່ຄວນເປັນຜູ້ຕິດຕາມທີ່ໂງ່ຈ້າ. ສິ່ງນີ້ມີຜົນຕໍ່ເລື່ອງທາງເຂົ້າສູ່ຂອງເຈົ້າ. ຖ້າເຈົ້າບໍ່ສາມາດຈຳແນກວ່າ ການເປັນຜູ້ນໍາຂອງໃຜທີ່ມີເສັ້ນທາງ ແລະ ຂອງໃຜທີ່ບໍ່ມີ, ເຈົ້າຈະຖືກຫຼອກລວງໄດ້ຢ່າງງ່າຍດາຍ. ທຸກສິ່ງເຫຼົ່ານີ້ມີຄວາມກ່ຽວຂ້ອງໂດຍກົງກັບຊີວິດຂອງເຈົ້າເອງ. ພາລະກິດຂອງຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ ມີທາດແທ້ເປັນທໍາມະຊາດຫຼາຍເກີນໄປ; ຄວາມປະສົງຂອງມະນຸດຫຼາຍຢ່າງຖືກປະປົນຢູ່ໃນພາລະກິດນັ້ນ. ການເປັນຢູ່ຂອງພວກເຂົາແມ່ນຄວາມເປັນທຳມະຊາດ, ສິ່ງທີ່ພວກເຂົາເກີດມາພ້ອມ, ບໍ່ແມ່ນຊີວິດທີ່ໄດ້ຜ່ານຄວາມສຳພັນ ຫຼື ຄວາມເປັນຈິງຫຼັງຈາກທີ່ໄດ້ຮັບການປ່ຽນແປງ. ຄົນປະເພດນີ້ຈະສາມາດສົ່ງເສີມຄົນທີ່ກໍາລັງສະແຫວງຫາຊີວິດໄດ້ແນວໃດ? ຊີວິດດັ້ງເດີມຂອງມະນຸດແມ່ນຄວາມສະຫຼາດ ແລະ ຄວາມສາມາດທີ່ມີມາຕັ້ງແຕ່ເກີດຂອງພວກເຂົາ. ຄວາມສະຫຼາດ ຫຼື ຄວາມສາມາດປະເພດນີ້ຫ່າງຈາກສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຢ່າງແນ່ນອນຫຼາຍ. ຖ້າມະນຸດບໍ່ໄດ້ຖືກເຮັດໃຫ້ສົມບູນ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ່ໄດ້ຖືກລິຮານ ແລະ ຈັດການ, ຈະມີຊ່ອງວ່າງທີ່ກວ້າງລະຫວ່າງສິ່ງທີ່ພວກເຂົາສະແດງອອກ ແລະ ຄວາມຈິງ; ມັນຈະປະສົມກັບສິ່ງທີ່ບໍ່ແຈ່ມແຈ້ງ ເຊັ່ນຈິນຕະນາການ ແລະ ປະສົບການຝ່າຍດຽວຂອງພວກເຂົາ ແລະ ອື່ນໆ. ຍິ່ງໄປກວ່ານັ້ນ ບໍ່ວ່າພວກເຂົາຈະປະຕິບັດພາລະກິດແນວໃດກໍຕາມ, ຜູ້ຄົນຮູ້ສຶກວ່າ ບໍ່ມີເປົ້າໝາຍໂດຍລວມ ແລະ ບໍ່ມີຄວາມຈິງທີ່ເໝາະສົມກັບທາງເຂົ້າຂອງທຸກໆຄົນ. ຄວາມຮຽກຮ້ອງສ່ວນໃຫຍ່ທີ່ມອບໃຫ້ກັບຜູ້ຄົນ ແມ່ນຕ້ອງການໃຫ້ພວກເຂົາເຮັດໃນສິ່ງທີ່ນອກເໜືອຄວາມສາມາດຂອງພວກເຂົາ, ເຊິ່ງບໍ່ຕ່າງຫຍັງກັບການຂັບໄລ່ເປັດຂຶ້ນງ່າໄມ້. ນີ້ແມ່ນພາລະກິດທີ່ມະນຸດປາຖະໜາ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ຄວາມຄິດ ແລະ ແນວຄິດຂອງພວກເຂົາແຜ່ຄຸມໄປທົ່ວທຸກພາກສ່ວນໃນຮ່າງກາຍຂອງພວກເຂົາ. ມະນຸດບໍ່ໄດ້ເກີດພ້ອມກັບສັນຊາດຕະຍານໃນການປະຕິບັດຄວາມຈິງ ຫຼື ພວກເຂົາບໍ່ມີສັນຊາດຕະຍານທີ່ຈະເຂົ້າໃຈຄວາມຈິງໂດຍກົງ. ຖ້າປະກອບກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ເມື່ອຄົນທີ່ມີຄວາມເປັນທຳມະຊາດປະເພດນີ້ປະຕິບັດພາລະກິດ, ມັນບໍ່ແມ່ນການຂັດຂວາງບໍ? ແຕ່ວ່າມະນຸດທີ່ຖືກເຮັດໃຫ້ສົມບູນ ແມ່ນມີປະສົບການແຫ່ງຄວາມຈິງທີ່ຄົນຄວນເຂົ້າໃຈ ແລະ ມີຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເພື່ອສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນຈິງໃນພາລະກິດຂອງພວກເຂົາຈະຫາຍໄປເທື່ອລະໜ້ອຍ, ເຊິ່ງໝາຍຄວາມວ່າ ຄວາມຈິງທີ່ພວກເຂົາສະແດງອອກຈະກາຍມາເປັນສິ່ງທີ່ຖືກຕ້ອງ ແລະ ເປັນຈິງອີກດ້ວຍ. ຄວາມຄິດໃນຈິດໃຈໂດຍສະເພາະຂອງມະນຸດ ແມ່ນກີດຂວາງພາລະກິດຂອງພຣະວິນຍານບໍລິສຸດ. ມະນຸດມີຈິນຕະນາການທີ່ອຸດົມສົມບູນ ແລະ ເຫດຜົນທີ່ເໝາະສົມ ແລະ ປະສົບການອັນຍາວນານໃນການຈັດການກັບເລື່ອງຕ່າງໆ. ຖ້າສິ່ງເຫຼົ່ານີ້ບໍ່ຜ່ານການລິຮານ ແລະ ການເຮັດໃຫ້ຖືກຕ້ອງ, ພວກມັນກໍຈະເປັນອຸປະສັກຕໍ່ພາລະກິດ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດບໍ່ສາມາດຢັ່ງເຖິງລະດັບທີ່ຖືກຕ້ອງທີ່ສຸດໄດ້, ໂດຍສະເພາະພາລະກິດຂອງຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ.

ພາລະກິດຂອງມະນຸດມີຂອບເຂດ ແລະ ຂໍ້ຈຳກັດ. ຄົນໜຶ່ງພຽງແຕ່ສາມາດປະຕິບັດພາລະກິດຂອງໄລຍະໃດໜຶ່ງ ແລະ ບໍ່ສາມາດປະຕິບັດພາລະກິດຂອງຍຸກທັງໝົດ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະນໍາຜູ້ຄົນເຂົ້າສູ່ກົດລະບຽບ. ພາລະກິດຂອງມະນຸດພຽງແຕ່ສາມາດນໍາໃຊ້ໄດ້ກັບເວລາ ຫຼື ໄລຍະໃດໜຶ່ງ. ສິ່ງນີ້ເກີດຂຶ້ນກໍຍ້ອນປະສົບການຂອງມະນຸດມີຂອບເຂດ. ຄົນໃດໜຶ່ງບໍ່ສາມາດປຽບທຽບພາລະກິດຂອງມະນຸດກັບພາລະກິດຂອງພຣະເຈົ້າໄດ້. ວິທີການປະຕິບັດຂອງມະນຸດ ແລະ ຄວາມຮູ້ຂອງພວກເຂົາກ່ຽວກັບຄວາມຈິງທັງໝົດແມ່ນສາມາດນໍາໃຊ້ໄດ້ກັບຂອບເຂດໃດໜຶ່ງ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ມະນຸດກຳລັງຍ່າງແມ່ນຄວາມປະສົງຂອງພຣະວິນຍານບໍລິສຸດຢ່າງຄົບຖ້ວນ, ຍ້ອນມະນຸດພຽງແຕ່ສາມາດໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ບໍ່ສາມາດຖືກຕື່ມເຕັມດ້ວຍພຣະວິນຍານບໍລິສຸດຢ່າງຄົບຖ້ວນ. ສິ່ງທີ່ມະນຸດສາມາດສໍາຜັດແມ່ນຢູ່ພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ທຳມະດາທັງໝົດ ແລະ ບໍ່ສາມາດເກີນກວ່າຂອບເຂດຂອງຄວາມຄິດໃນຈິດໃຈທີ່ທຳມະດາຂອງມະນຸດ. ທຸກຄົນທີ່ມີການສະແດງອອກທີ່ມີຄວາມເປັນຈິງແມ່ນມີປະສົບການຢູ່ໃນຂອບເຂດນີ້. ເມື່ອພວກເຂົາມີປະສົບການກັບຄວາມຈິງ ມັນກໍເປັນປະສົບການໃນຊີວິດຂອງມະນຸດທໍາມະດາທີ່ຢູ່ພາຍໃຕ້ແສງສະຫວ່າງຂອງພຣະວິນຍານບໍລິສຸດຢູ່ສະເໝີ, ບໍ່ໄດ້ມີປະສົບການໃນຫົນທາງທີ່ແຍກອອກຈາກຊີວິດຂອງມະນຸດທໍາມະດາ. ພວກເຂົາຜະເຊີນກັບຄວາມຈິງທີ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດເທິງພື້ນຖານຂອງການໃຊ້ຊີວິດຂອງມະນຸດຂອງພວກເຂົາ. ຍິ່ງໄປກວ່ານັ້ນ ຄວາມຈິງນີ້ປ່ຽນແປງຈາກບຸກຄົນສູ່ບຸກຄົນ ແລະ ຄວາມເລິກຂອງຄວາມຈິງກໍຂຶ້ນກັບສະພາວະຂອງແຕລະບຸກຄົນ. ຄົນໃດໜຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນຊີວິດທີ່ທຳມະດາຂອງມະນຸດທີ່ສະແຫວງຫາຄວາມຈິງ ແລະ ມັນເປັນເສັ້ນທາງທີ່ຄົນທຳມະດາຍ່າງ ຜູ້ເຊິ່ງມີແສງສະຫວ່າງຂອງພຣະວິນຍານບໍລິສຸດ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນເສັ້ນທາງທີ່ພຣະວິນຍານບໍລິສຸດເລືອກ. ໃນປະສົບການຂອງມະນຸດທີ່ທໍາມະດາ, ຍ້ອນວ່າ ຄົນທີ່ສະແຫວງຫາບໍ່ຄືກັນ, ພາລະກິດຂອງພຣະວິນຍານບໍລິສຸດຈຶ່ງບໍ່ຄືກັນ. ນອກຈາກນັ້ນ ຍ້ອນສະພາບແວດລ້ອມທີ່ພວກເຂົາຜະເຊີນ ແລະ ຂອບເຂດຂອງປະສົບການຂອງພວກເຂົາບໍ່ຄືກັນ, ຍ້ອນການເຈືອປົນທາງດ້ານຈິດໃຈ ແລະ ຄວາມຄິດຂອງພວກເຂົາ ແລະ ຍ້ອນປະສົບການຂອງພວກເຂົາປະກອບຢູ່ໃນລະດັບທີ່ແຕກຕ່າງກັນ. ແຕ່ລະຄົນເຂົ້າໃຈຄວາມຈິງຕາມສະພາບທີ່ແຕກຕ່າງກັນຂອງພວກເຂົາ. ຄວາມເຂົ້າໃຈໃນຄວາມໝາຍທີ່ແທ້ຈິງຂອງຄວາມຈິງບໍ່ຄົບຖ້ວນ ແລະ ເປັນພຽງໜຶ່ງ ຫຼື ສອງສາມໃນລັກສະນະແຫ່ງຄວາມຈິງ. ຂອບເຂດທີ່ມະນຸດຜະເຊີນກັບຄວາມຈິງແມ່ນຂຶ້ນກັບສະພາບທີ່ແຕກຕ່າງຂອງແຕ່ລະບຸກຄົນຢູ່ສະເໝີ ແລະ ດ້ວຍເຫດນັ້ນ ມັນຈຶ່ງບໍ່ຄືກັນ. ດ້ວຍວິທີນີ້ ຄວາມຮູ້ທີ່ສະແດງອອກເຖິງຄວາມຈິງແບບດຽວກັນໂດຍຄົນທີ່ແຕກຕ່າງກັນຈຶ່ງບໍ່ຄືກັນ. ນັ້ນໝາຍຄວາມວ່າ ປະສົບການຂອງມະນຸດມີຂໍ້ຈຳກັດຢູ່ສະເໝີ ແລະ ບໍ່ສາມາດສະແດງເຖິງຄວາມປະສົງຂອງພຣະວິນຍານບໍລິສຸດໄດ້ຢ່າງຄົບຖ້ວນ ແລະ ພາລະກິດຂອງມະນຸດກໍບໍ່ສາມາດຮັບຮູ້ໄດ້ໃນຖານະພາລະກິດຂອງພຣະເຈົ້າ, ເຖິງແມ່ນວ່າ ສິ່ງທີ່ມະນຸດສະແດງອອກສອດຄ່ອງຢ່າງໃກ້ຄຽງຫຼາຍກັບຄວາມປະສົງຂອງພຣະເຈົ້າ, ເຖິງແມ່ນວ່າ ປະສົບການຂອງມະນຸດໃກ້ຄຽງຫຼາຍກັບພາລະກິດໃນການເຮັດໃຫ້ສົມບູນທີ່ພຣະວິນຍານບໍລິສຸດປະຕິບັດຢູ່, ມະນຸດພຽງແຕ່ສາມາດເປັນຄົນຮັບໃຊ້ຂອງພຣະເຈົ້າ, ປະຕິບັດພາລະກິດທີ່ພຣະເຈົ້າມອບໝາຍໃຫ້ກັບພວກເຂົາ. ມະນຸດພຽງແຕ່ສາມາດສະແດງຄວາມຮູ້ພາຍໃຕ້ແສງສະຫວ່າງຂອງພຣະວິນຍານບໍລິສຸດເທົ່ານັ້ນ ແລະ ຄວາມຈິງທີ່ໄດ້ຮັບຈາກປະສົບການສ່ວນຕົວຂອງພວກເຂົາ. ມະນຸດບໍ່ມີຄຸນສົມບັດ ແລະ ບໍ່ມີສະພາບທີ່ຈະເປັນທາງອອກໃຫ້ກັບພຣະວິນຍານບໍລິສຸດ. ພວກເຂົາບໍ່ມີສິດທີ່ຈະເວົ້າວ່າ ພາລະກິດຂອງມະນຸດແມ່ນພາລະກິດຂອງພຣະເຈົ້າ. ມະນຸດມີຫຼັກການໃນການປະຕິບັດພາລະກິດຂອງມະນຸດ ແລະ ມະນຸດທຸກຄົນມີປະສົບການທີ່ແຕກຕ່າງກັນ ແລະ ມີສະພາບທີ່ແຕກຕ່າງກັນອອກໄປ. ພາລະກິດຂອງມະນຸດປະກອບມີປະສົບການທຸກຢ່າງຂອງພວກເຂົາພາຍໃຕ້ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ປະສົບການເຫຼົ່ານີ້ພຽງແຕ່ສາມາດສະແດງເຖິງການເປັນຢູ່ຂອງມະນຸດ ແລະ ບໍ່ສະແດງເຖິງການເປັນຢູ່ຂອງພຣະເຈົ້າ ຫຼື ຄວາມປະສົງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ເສັ້ນທາງທີ່ມະນຸດຍ່າງບໍ່ສາມາດເປັນເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ ຍ້ອນພາລະກິດຂອງມະນຸດບໍ່ສາມາດສະແດງເຖິງພາລະກິດຂອງພຣະເຈົ້າໄດ້ ແລະ ພາລະກິດຂອງມະນຸດ ແລະ ປະສົບການຂອງມະນຸດບໍ່ແມ່ນຄວາມປະສົງຂອງພຣະວິນຍານບໍລິສຸດຢ່າງຄົບຖ້ວນ. ພາລະກິດຂອງມະນຸດມີຄວາມສ່ຽງທີ່ຈະຕົກຢູ່ໃນການຄວບຄຸນຂອງກົດລະບຽບ ແລະ ວິທີການຂອງພາລະກິດຂອງພວກເຂົາກໍຈະຖືກຈຳກັດໃຫ້ຢູ່ໃນຂອບເຂດທີ່ຈຳກັດຢ່າງງ່າຍດາຍ ແລະ ບໍ່ສາມາດນໍາຜູ້ຄົນເຂົ້າສູ່ຫົນທາງແຫ່ງອິດສະລະໄດ້. ຜູ້ຕິດຕາມສ່ວນໃຫຍ່ມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດ ແລະ ວິທີການສໍາຜັດຂອງພວກເຂົາກໍຈະຖືກຈຳກັດໃນຂອບເຂດນັ້ນເຊັ່ນກັນ. ປະສົບການຂອງມະນຸດຖືກຈຳກັດຢູ່ສະເໝີ; ວິທີການຂອງພາລະກິດຂອງພວກເຂົາກໍຖືກຈຳກັດຢູ່ໃນສອງສາມປະເພດເຊັ່ນກັນ ແລະ ບໍ່ສາມາດທຽບກັບພາລະກິດຂອງພຣະວິນຍານບໍລິສຸດໄດ້ ຫຼື ພາລະກິດຂອງພຣະເຈົ້າເອງ, ນັ້ນກໍຍ້ອນວ່າ ໃນທີ່ສຸດແລ້ວ ປະສົບການຂອງມະນຸດແມ່ນມີຂໍ້ຈຳກັດ. ບໍວ່າພຣະເຈົ້າຈະປະຕິບັດພາລະກິດຂອງພຣະອົງດ້ວຍວິທີໃດກໍຕາມ, ບໍ່ມີກົດລະບຽບໃນສິ່ງນັ້ນ; ບໍ່ວ່າ ພາລະກິດນັ້ນຈະສຳເລັດລົງດ້ວຍວິທີໃດກໍຕາມ, ບໍ່ໄດ້ຖືກຈຳກັດດ້ວຍວິທີທາງໃດໆ. ບໍ່ມີກົດລະບຽບໃດໆໃນພາລະກິດຂອງພຣະເຈົ້າ, ພາລະກິດທັງໝົດຂອງພຣະອົງແມ່ນຖືກປ່ອຍຢ່າງເປັນອິດສະລະ. ບໍ່ວ່າ ມະນຸດຈະໃຊ້ເວລາຫຼາຍພຽງໃດໃນການຕິດຕາມພຣະອົງ, ພວກເຂົາບໍ່ສາມາດສະຫຼຸບເອົາກົດລະບຽບໃດໜຶ່ງໃນວິທີການປະຕິບັດພາລະກິດຂອງພຣະອົງ. ເຖິງແມ່ນພາລະກິດຂອງພຣະອົງມີຫຼັກການ ແຕ່ກໍປະຕິບັດໃນວິທີທາງໃໝ່ຢູ່ສະເໝີ ແລະ ມີການພັດທະນາໃໝ່ຢູ່ສະເໝີ ເຊິ່ງຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ໃນລະຫວ່າງຊ່ວງເວລາໜຶ່ງ ພຣະເຈົ້າອາດມີພາລະກິດຫຼາຍປະເພດທີ່ແຕກຕ່າງກັນ ແລະ ວິທີການນໍາທີ່ແຕກຕ່າງກັນ ທີ່ເຮັດໃຫ້ຜູ້ຄົນມີທາງເຂົ້າໃໝ່ ແລະ ການປ່ຽນແປງໃໝ່ຢູ່ສະເໝີ. ເຈົ້າບໍ່ສາມາດຄົ້ນພົບພຣະບັນຍັດຂອງພາລະກິດຂອງພຣະເຈົ້າໄດ້ ຍ້ອນພຣະອົງປະຕິບັດພາລະກິດໃນວິທີໃໝ່ຢູ່ສະເໝີ. ມີພຽງແຕ່ວິທີນີ້ທີ່ຜູ້ຕິດຕາມຂອງພຣະເຈົ້າຈະບໍ່ຕົກຢູ່ໃນກົດລະບຽບ. ພາລະກິດຂອງພຣະເຈົ້າເອງຈັດກຽມແນວຄິດຂອງຜູ້ຄົນຢູ່ສະເໝີ ແລະ ຕໍ່ຕ້ານແນວຄິດຂອງພວກເຂົາ. ມີພຽງຄົນທີ່ຕິດຕາມ ແລະ ສະແຫວງຫາພຣະເຈົ້າດ້ວຍຫົວໃຈທີ່ແທ້ຈິງຈຶ່ງສາມາດປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ສາມາດມີຊີວິດຢ່າງອິດສະລະໂດຍບໍ່ຢູ່ພາຍໃຕ້ກົດລະບຽບໃດໜຶ່ງ ຫຼື ຖືກຄວບຄຸມໂດຍແນວຄິດທາງສາສະໜາໃດໜຶ່ງ. ຄວາມຮຽກຮ້ອງທີ່ພາລະກິດຂອງມະນຸດທີ່ເກີດຈາກຄົນແມ່ນອີງຕາມປະສົບການຂອງພວກເຂົາເອງ ແລະ ສິ່ງທີ່ຕົວພວກເຂົາເອງສາມາດບັນລຸໄດ້. ມາດຕະຖານຂອງເງື່ອນໄຂເຫຼົ່ານີ້ແມ່ນຖືກຈຳກັດຢູ່ພາຍໃນຂອບເຂດໃດໜຶ່ງ, ແລະ ວິທີການປະຕິບັດກໍມີຂໍ້ຈຳກັດຫຼາຍເຊັ່ນດຽວກັນ. ສະນັ້ນ ຜູ້ຕິດຕາມຈຶ່ງມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດນີ້ຢ່າງຂາດສະຕິ; ເມື່ອເວລາຜ່ານໄປ ຂໍ້ຈໍາກັດເຫຼົ່ານັ້ນກໍກາຍມາເປັນກົດລະບຽບ ແລະ ພິທີກຳ. ຖ້າພາລະກິດຂອງໄລຍະໜຶ່ງຖືກນໍາໂດຍຄົນທີ່ບໍ່ໄດ້ຜ່ານການເຮັດໃຫ້ສົມບູນໂດຍພຣະເຈົ້າເປັນການສ່ວນຕົວ ແລະ ບໍ່ໄດ້ຮັບການພິພາກສາ, ຜູ້ຕິດຕາມຂອງພວກເຂົາຈະກາຍເປັນນັກສາສະໜາ ແລະ ຜູ້ຊ່ຽວຊານໃນການຕໍ່ຕ້ານພຣະເຈົ້າທັງໝົດ. ດ້ວຍເຫດນັ້ນ ຖ້າບາງຄົນເປັນຜູ້ນໍາທີ່ມີຄຸນສົມບັດ ຄົນນັ້ນຕ້ອງຜ່ານການພິພາກສາ ແລະ ຍອມຮັບການຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ໄດ້ຜ່ານການພິພາກສາ, ເຖິງແມ່ນວ່າພວກເຂົາອາດມີພາລະກິດຂອງພຣະວິນຍານບໍລິສຸດ, ກໍພຽງແຕ່ສະແດງສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນຈິງເທົ່ານັ້ນ. ໃນເວລານັ້ນ ພວກເຂົາຈະນໍາຜູ້ຄົນເຂົ້າສູ່ກົດລະບຽບທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ. ພາລະກິດທີ່ພຣະເຈົ້າປະຕິບັດບໍ່ສອດຄ່ອງກັບເນື້ອໜັງຂອງມະນຸດ; ມັນບໍ່ສອດຄ່ອງກັບຄວາມຄິດຂອງມະນຸດ ແຕ່ຕໍ່ຕ້ານແນວຄິດຂອງມະນຸດ; ມັນບໍ່ໄດ້ປະປົນກັບສີຂອງສາສະໜາທີ່ບໍ່ແຈ່ມແຈ້ງ. ຜົນຂອງພາລະກິດຂອງພຣະອົງບໍ່ສາມາດບັນລຸໄດ້ໂດຍມະນຸດທີ່ບໍ່ໄດ້ຖືກພຣະອົງເຮັດໃຫ້ສົມບູນ ແລະ ເປັນສິ່ງທີ່ຢູ່ນອກເໜືອການຢັ່ງຄິດຂອງມະນຸດ.

ພາລະກິດໃນຈິດໃຈຂອງມະນຸດແມ່ນບັນລຸຜົນໂດຍມະນຸດໄດ້ຢ່າງງ່າຍດາຍຫຼາຍ. ຕົວຢ່າງ ສິດຍາພິບານ ແລະ ຜູ້ນໍາໃນໂລກແຫ່ງສາສະໜາອາໄສພອນສະຫວັນ ແລະ ຕໍາແໜ່ງຂອງພວກເຂົາເພື່ອປະຕິບັດພາລະກິດ. ຄົນທີ່ຕິດຕາມພວກເຂົາເປັນເວລາດົນນານຈະໄດ້ຮັບຜົນກະທົບຈາກພອນສະຫວັນຂອງພວກເຂົາ ແລະ ໄດ້ຮັບອິດທິພົນຈາກສິ່ງທີ່ພວກເຂົາເປັນ. ພວກເຂົາແນໃສ່ພອນສະຫວັນ, ຄວາມສາມາດ ແລະ ຄວາມຮູ້ຂອງຜູ້ຄົນ ແລະ ພວກເຂົາໃສ່ໃຈກັບສິ່ງທີ່ເໜືອທຳມະຊາດບາງຢ່າງ ແລະ ທິດສະດີທີ່ບໍ່ເປັນຈິງຢ່າງເລິກເຊິ່ງຫຼາຍຢ່າງ (ແນ່ນອນ ທິດສະດີທີ່ເລິກເຊິ່ງເຫຼົ່ານີ້ບໍ່ສາມາດຢັ່ງເຖິງໄດ້). ພວກເຂົາບໍ່ແນໃສ່ການປ່ຽນແປງໃນອຸປະນິໄສຂອງຜູ້ຄົນ, ແຕ່ກົງກັນຂ້າມ ພວກເຂົາແນໃສ່ຝຶກຝົນການເທດສະໜາຂອງຄົນ ແລະ ຄວາມສາມາດໃນການປະຕິບັດພາລະກິດ, ປັບປຸງຄວາມຮູ້ຂອງຄົນ ແລະ ທິດສະດີທາງສາສະໜາທີ່ອຸດົມສົມບູນ. ພວກເຂົາບໍ່ສົນໃຈວ່າ ອຸປະນິໄສຂອງຄົນປ່ຽນແປງຫຼາຍພຽງໃດ ຫຼື ຜູ້ຄົນເຂົ້າໃຈຄວາມຈິງຫຼາຍພຽງໃດ. ພວກເຂົາບໍ່ສົນໃຈກັບທາດແທ້ຂອງຄົນ ຢ່າວ່າແຕ່ພະຍາຍາມຮູ້ຈັກສະພາວະທີ່ທຳມະດາ ແລະ ບໍ່ທຳມະດາຂອງຜູ້ຄົນເລີຍ. ພວກເຂົາບໍ່ຕໍ່ຕ້ານແນວຄິດຂອງຜູ້ຄົນ ຫຼື ເປີດເຜີຍແນວຄິດຂອງພວກເຂົາ, ຢ່າວ່າແຕ່ແກ້ໄຂຄວາມຂາດຕົກບົກຜ່ອງ ຫຼື ການເສື່ອມຊາມຂອງພວກເຂົາເລີຍ. ຄົນສ່ວນໃຫຍ່ທີ່ຕິດຕາມພວກເຂົາຮັບໃຊ້ດ້ວຍພອນສະຫວັນທີ່ທຳມະຊາດຂອງພວກເຂົາ ແລະ ສິ່ງທີ່ພວກເຂົາສະແດງອອກແມ່ນຄວາມຮູ້ ແລະ ຄວາມຈິງທາງສາສະໜາທີ່ບໍ່ແຈ່ມແຈ້ງ, ເຊິ່ງອອກຈາກຄວາມເປັນຈິງ ແລະ ບໍ່ສາມາດໃຫ້ຄຳປຶກສາກັບຜູ້ຄົນກ່ຽວກັບຊີວິດຢ່າງສົມບູນ. ໃນຄວາມຈິງ ທາດແທ້ຂອງພາລະກິດຂອງພວກເຂົາແມ່ນການຊຸກຍູ້ຄົນທີ່ມີພອນສະຫວັນ, ສົ່ງເສີມຄົນທີ່ບໍ່ມີຫຍັງເລີຍໃຫ້ກາຍເປັນຜູ້ສຳເລັດການສຳມະນາທີ່ມີຄວາມສາມາດ ເຊິ່ງຕໍ່ມາກໍໄດ້ເປັນຜູ້ປະຕິບັດພາລະກິດ ແລະ ນໍາພາ. ສໍາລັບພາລະກິດຫົກພັນປີຂອງພຣະເຈົ້າ, ເຈົ້າສາມາດຄົ້ນພົບພຣະບັນຍັດໃດໜຶ່ງກ່ຽວກັບສິ່ງນີ້ບໍ? ມີກົດລະບຽບ ແລະ ຂໍ້ກຳນົດຫຼາຍຢ່າງໃນພາລະກິດທີ່ມະນຸດປະຕິບັດ ແລະ ສະໝອງຂອງມະນຸດກໍດື້ດ້ານເກີນໄປ. ສະນັ້ນ ສິ່ງທີ່ມະນຸດສະແດງອອກແມ່ນຄວາມຮູ້ບາງຢ່າງ ແລະ ເປັນປະສົບການຂອງພວກເຂົາທັງໝົດ. ມະນຸດບໍ່ສາມາດສະແດງສິ່ງໃດກໍຕາມນອກຈາກສິ່ງນີ້. ປະສົບການ ຫຼື ຄວາມຮູ້ຂອງມະນຸດບໍ່ໄດ້ເກີດຈາກພອນສະຫວັນມາຕັ້ງແຕ່ເກີດຂອງພວກເຂົາ ຫຼື ສັນຊາດຕະຍານຂອງພວກເຂົາ; ພວກມັນເກີດຂຶ້ນກໍຍ້ອນການນໍາພາຂອງພຣະເຈົ້າ ແລະ ການດູແລໂດຍກົງຂອງພຣະເຈົ້າ. ມະນຸດມີພຽງແຕ່ອະໄວຍະວະທີ່ຈະຮັບເອົາການດູແລນີ້ ແລະ ບໍ່ມີອະໄວຍະວະໃນການສະແດງອອກໂດຍກົງເຖິງສິ່ງທີ່ເປັນພຣະເຈົ້າ. ມະນຸດບໍ່ສາມາດເປັນແຫຼ່ງກຳເນີດໄດ້ ພວກເຂົາພຽງແຕ່ສາມາດເປັນພາຊະນະທີ່ຮັບນໍ້າຈາກແຫຼ່ງກຳເນີດ; ນີ້ແມ່ນສັນຊາດຕະຍານຂອງມະນຸດ, ເຊິ່ງເປັນອະໄວຍະວະທີ່ຄົນໜຶ່ງຕ້ອງມີໃນຖານະທີ່ເປັນມະນຸດ. ຖ້າຄົນໜຶ່ງສູນເສຍອະໄວຍະວະທີ່ຈະຍອມຮັບພຣະທຳຂອງພຣະເຈົ້າ ແລະ ສູນເສຍສັນຊາດຕະຍານຂອງມະນຸດ, ຄົນນັ້ນກໍສູນເສຍສິ່ງທີ່ມີຄຸນຄ່າເຊັ່ນດຽວກັນ ແລະ ສູນເສຍໜ້າທີ່ຂອງມະນຸດທີ່ຖືກສ້າງ. ຖ້າຄົນໜຶ່ງບໍ່ມີຄວາມຮູ້ ຫຼື ປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ ຫຼື ພາລະກິດຂອງພຣະອົງ, ຄົນນັ້ນກໍສູນເສຍໜ້າທີ່ຂອງພວກເຂົາ, ໜ້າທີ່ທີ່ພວກເຂົາຄວນປະຕິບັດໃນຖານະທີ່ເປັນສິ່ງທີ່ຖືກສ້າງ ແລະ ສູນເສຍສັກສີຂອງການເປັນສິ່ງທີ່ຖືກສ້າງ. ມັນເປັນສັນຊາດຕະຍານຂອງພຣະເຈົ້າທີ່ຈະສະແດງໃຫ້ເຫັນວ່າ ຄວາມເປັນພຣະເຈົ້າແມ່ນຫຍັງ, ບໍ່ວ່າຄວາມເປັນພຣະເຈົ້າຈະຖືກສະແດງອອກໃນເນື້ອໜັງ ຫຼື ໂດຍພຣະວິນຍານໂດຍກົງ; ນີ້ແມ່ນພັນທະກິດຂອງພຣະເຈົ້າ. ມະນຸດສະແດງປະສົບການ ຫຼື ຄວາມຮູ້ຂອງພວກເຂົາເອງ (ນັ້ນກໍຄື ສະແດງສິ່ງທີ່ພວກເຂົາເປັນ) ໃນລະຫວ່າງພາລະກິດຂອງພຣະເຈົ້າ ຫຼື ພາຍຫຼັງ; ນີ້ແມ່ນສັນຊາດຕະຍານຂອງມະນຸດ ແລະ ໜ້າທີ່ຂອງມະນຸດ, ມັນແມ່ນສິ່ງທີ່ມະນຸດຄວນເຮັດໃຫ້ສຳເລັດ. ເຖິງແມ່ນການສະແເດງອອກຂອງມະນຸດບໍ່ເປັນໄປຕາມສິ່ງທີ່ພຣະເຈົ້າສະແດງອອກ ແລະ ມີກົດລະບຽບຫຼາຍຢ່າງໃນສິ່ງທີ່ມະນຸດສະແດງອອກ, ມະນຸດຕ້ອງເຮັດໃຫ້ໜ້າທີ່ ທີ່ພວກເຂົາຄວນເຮັດໃຫ້ສຳເລັດນັ້ນສຳເລັດລົງ ແລະ ປະຕິບັດໃນສິ່ງທີ່ພວກເຂົາຕ້ອງປະຕິບັດ. ມະນຸດຄວນປະຕິບັດທຸກສິ່ງທີ່ມະນຸດສາມາດເຮັດເພື່ອເຮັດໃຫ້ໜ້າທີ່ຂອງພວກເຂົາສຳເລັດລົງ ແລະ ຍິ່ງບໍ່ຄວນມີການສະຫງວນແມ່ນແຕ່ໜ້ອຍດຽວ.

ຫຼັງຈາກການປະຕິບັດພາລະກິດເປັນເວລາຫຼາຍປີ, ມະນຸດຈະສະຫຼຸບປະສົບການບາງຢ່າງໃນປີທີ່ປະຕິບັດພາລະກິດເຫຼົ່ານັ້ນ, ລວມເຖິງສະຕິປັນຍາ ແລະ ກົດລະບຽບທີ່ຮວບໂຮມໄດ້. ພວກເຂົາປະຕິບັດພາລະກິດເປັນເວລາດົນນານຮູ້ຈັກວິທີການສຳຜັດການເຄື່ອນໄຫວແຫ່ງພາລະກິດຂອງພຣະວິນຍານບໍລິສຸດ, ຮູ້ຈັກເວລາທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ ແລະ ເວລາທີ່ພຣະອົງບໍ່ປະຕິບັດ; ພວກເຂົາຮູ້ຈັກວິທີການສົນທະນາໃນເວລາທີ່ແບກຮັບພາລະ, ພວກເຂົາມີສະຕິກ່ຽວກັບສະພາວະປົກກະຕິໃນພາລະກິດຂອງພຣະວິນຍານບໍລິສຸດ ແລະ ສະພາວະປົກກະຕິຂອງການເຕີບໃຫຍ່ໃນຊີວິດຂອງມະນຸດ. ຄົນດັ່ງກ່າວແມ່ນຄົນທີ່ໄດ້ປະຕິບັດພາລະກິດເປັນເວລາຫຼາຍປີ ແລະ ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ໄດ້ປະຕິບັດພາລະກິດເປັນເວລາດົນນານເວົ້າຢ່າງໝັ້ນໃຈ ແລະ ບໍ່ຮີບຮ້ອນ; ເຖິງແມ່ນໃນເວລາທີ່ພວກເຂົາບໍ່ມີຫຍັງເວົ້າ ພວກເຂົາກໍຈະງຽບສະຫງົບ. ຂ້າງໃນ ພວກເຂົາສາມາດສືບຕໍ່ອະທິຖານເພື່ອສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຊື່ອຟັງພຣະເຈົ້າຢ່າງແທ້ຈິງ; ພວກເຂົາມີປະສົບການໃນການປະຕິບັດພາລະກິດ. ຄົນທີ່ໄດ້ປະຕິບັດພາລະກິດເປັນເວລາດົນນານ ແລະ ມີບົດຮຽນ ແລະ ປະສົບການຫຼາຍຢ່າງມີຫຼາຍສິ່ງຢູ່ຂ້າງໃນທີ່ເປັນອຸປະສັກຕໍ່ພາລະກິດຂອງພຣະວິນຍານບໍລິສຸດ; ນີ້ແມ່ນຄວາມບົກຜ່ອງຂອງພາລະກິດໄລຍະຍາວຂອງພວກເຂົາ. ຄົນທີ່ຫາກໍເລີ່ມຕົ້ນປະຕິບັດພາລະກິດຍັງບໍ່ໄດ້ເອົາບົດຮຽນ ຫຼື ປະສົບການຂອງມະນຸດເຂົ້າດ້ານໃນ, ໂດຍສະເພາະຄວາມສູນເສຍກ່ຽວກັບວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ເຖິງຢ່າງໃດກໍຕາມ ໃນລະຫວ່າງຊ່ວງເວລາຂອງພາລະກິດ ພວກເຂົາຮຽນຮູ້ທີ່ຈະສຳຜັດວິທີການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດເທື່ອລະໜ້ອຍ ແລະ ເລີ່ມມີສະຕິໃນສິ່ງທີ່ຕ້ອງເຮັດເພື່ອສຳຜັດເຖິງຈຸດສຳຄັນຂອງຄົນອື່ນ. ພວກເຂົາມາຮູ້ຈັກຄວາມຮູ້ສາມັນດັ່ງກ່າວທີ່ຄົນປະຕິບັດພາລະກິດຄວນມີ. ຕະຫຼອດໄລຍະເວລາ ພວກເຂົາໄດ້ຮູ້ຈັກສະຕິປັນຍາດັ່ງກ່າວ ແລະ ຄວາມຮູ້ສາມັນກ່ຽວກັບການປະຕິບັດພາລະກິດຄືກັບຫຼັງມືຂອງພວກເຂົາ ແລະ ອາດນໍາໃຊ້ພວກເຂົາຢ່າງງ່າຍດາຍໃນເວລາທີ່ກຳລັງປະຕິບັດພາລະກິດ. ເຖິງຢ່າງໃດກໍຕາມ ເມື່ອພຣະວິນຍານບໍລິສຸດປ໋ຽນແປງວິທີທີ່ພຮະອົງປະຕິບັດພາລະກິດ, ພວກເຂົາຍັງຍຶດຕິດກັບຄວາມຮູ້ກ່ຽວກັບການປະຕິບັດພາລະກິດແບບເກົ່າຂອງພວກເຂົາ ແລະ ກົດລະບຽບກ່ຽວກັບການປະຕິບັດພາລະກິດແບບເກົ່າ ແລະ ຮູ້ຈັກພຽງໜ້ອຍດຽວກ່ຽວກັບການເຄື່ອນໄຫວແຫ່ງການປະຕິບັດພາລະກິດແບບໃໝ່. ຜ່ານເວລາຫຼາຍປີໃນໃນການປະຕິບັດພາລະກິດ ແລະ ການເຕັມໄປດ້ວຍການສະຖິດ ແລະ ການນໍາພາຂອງພຣະວິນຍານບໍລິສຸດ ເຮັດໃຫ້ພວກເຂົາໄດ້ຮັບບົດຮຽນ ແລະ ປະສົບການໃນການປະຕິບັດພາລະກິດຫຼາຍຂຶ້ນເລື້ອຍໆ. ສິ່ງເຫຼົ່ານັ້ນໄດ້ຕື່ມເຕັມພວກເຂົາດ້ວຍຄວາມໝັ້ນໃຈໃນຕົວເອງເຊິ່ງບໍ່ມີຄວາມພາກພູມໃຈເລີຍ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຮູ້ສຶກພໍໃຈກັບພາລະກິດຂອງພວກເຂົາເອງພໍສົມຄວນ ແລະ ພໍໃຈກັບຄວາມຮູ້ສາມັນທີ່ພວກເຂົາໄດ້ຮັບກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ. ໂດຍສະເພາະແລ້ວ ສິ່ງເຫຼົ່ານັ້ນທີ່ຄົນອື່ນບໍ່ໄດ້ຮັບ ຫຼື ເຂົ້າໃຈຢ່າງແຈ່ມແຈ້ງ ເຮັດໃຫ້ພວກເຂົາຍິ່ງມີຄວາມໝັ້ນໃຈໃນຕົນເອງຫຼາຍຂຶ້ນ; ມັນເບິ່ງຄືກັບວ່າ ພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ພາຍໃນຕົວພວກເຂົາບໍ່ສາມາດເຮັດໃຫ້ມອດດັບໄດ້, ໃນຂະນະທີ່ຄົນອື່ນບໍ່ມີຄຸນສົມບັດທີ່ຈະໄດ້ຮັບການປະຕິບັດທີ່ພິເສດນີ້. ມີພຽງຄົນປະເພດແບບພວກເຂົາທີ່ໄດ້ປະຕິບັດພາລະກິດເປັນເວລາຫຼາຍປີ ແລະ ມີຄຸນຄ່ານໍາໃຊ້ທີ່ສຳຄັນ ຈຶ່ງມີຄຸນສົມບັດໃນການຮັບສິ່ງນັ້ນ. ສິ່ງເຫຼົ່ານີ້ກາຍມາເປັນອຸປະສັກທີ່ຍິ່ງໃຫຍ່ສຳລັບພວກເຂົາໃນການຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ເຖິງແມ່ນພວກເຂົາສາມາດຍອມຮັບພາລະກິດໃໝ່ ແຕ່ກໍບໍ່ແມ່ນເລື່ອງທີ່ເກີດຂຶ້ນພຽງຂ້າມຄືນ. ພວກເຂົາຕ້ອງຜ່ານສະຖານການສະຫຼັບຊັບຊ້ອນກ່ອນທີ່ຈະຍອມຮັບມັນໄດ້. ສະຖານະການນີ້ພຽງແຕ່ສາມາດໄດ້ຮັບການປ່ຽນແປງເທື່ອລະໜ້ອຍຫຼັງຈາກທີ່ແນວຄວາມຄິດເກົ່າຂອງພວກເຂົາຖືກຈັດການ ແລະ ອຸປະນິໄສເກົ່າຂອງພວກເຂົາຖືກພິພາກສາ. ຫາກປາສະຈາກການຜ່ານຂັ້ນຕອນເຫຼົ່ານີ້ ພວກເຂົາຈະບໍ່ຍອມຈໍານົນ ແລະ ຍອມຮັບຄຳສັ່ງສອນໃໝ່ ແລະ ພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງພວກເຂົາຢ່າງງ່າຍດາຍ. ນີ້ຄືສິ່ງທີ່ຍາກສຸດກ່ຽວກັບການຈັດການມະນຸດ ແລະ ມັນບໍ່ງ່າຍທີ່ຈະປ່ຽນແປງພວກເຂົາ. ໃນຖານະທີ່ເປັນຄົນປະຕິບັດພາລະກິດ ຖ້າພວກເຂົາສາມາດທັງບັນລຸຄວາມເຂົ້າໃຈຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ສະຫຼຸບການເຄື່ອນໄຫວຂອງພາລະກິດນັ້ນ, ລວມເຖິງການທີ່ບໍ່ຖືກຈຳກັດໂດຍປະສົບການ ການປະຕິບັດພາລະກິດຂອງພວກເຂົາ ແລະ ສາມາດຍອມຮັບພາລະກິດໃໝ່ຕາມຄວາມຈິງແຫ່ງພາລະກິດເກົ່າ, ພວກເຂົາແມ່ນຄົນທີ່ມີສະຕິປັນຍາ ແລະ ຄົນທີ່ປະຕິບັດພາລະກິດທີ່ມີຄຸນສົມບັດຫຼາຍທີ່ສຸດ. ມະນຸດຈະປະຕິບັດພາລະກິດຫຼາຍປີໂດຍບໍ່ສາມາດສະຫຼຸບປະສົບການ ການປະຕິບັດພາລະກິດຂອງພວກເຂົາ ຫຼື ເລີ່ມໄດ້ຮັບອຸປະສັກໃນການຍອມຮັບພາລະກິດໃໝ່ຫຼັງຈາກທີ່ສະຫຼຸບປະສົບການໃນການປະຕິບັດພາລະກິດຂອງພວກເຂົາ ແລະ ສະຕິປັນຍາ ແລະ ບໍ່ສາມາດເຂົ້າໃຈຢ່າງເໝາະສົມ ຫຼື ປະຕິບັດພາລະກິດທີ່ເກົ່າ ແລະ ໃໝ່ຢ່າງຖືກຕ້ອງ. ມະນຸດເປັນສິ່ງທີ່ຈັດການຍາກແທ້ໆ! ພວກເຈົ້າສ່ວນໃຫຍ່ເປັນແບບນີ້. ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດເປັນເວລາຫຼາຍປີພົບວ່າ ມັນຍາກທີ່ຈະຍອມຮັບພາລະກິດໃໝ່, ເຊິ່ງເຕັມໄປດ້ວຍແນວຄິດຢູ່ສະເໝີ ທີ່ພວກເຂົາພົບວ່າ ມັນຍາກທີ່ຈະປະຖິ້ມສິ່ງເຫຼົ່ານີ້ ໃນຂະນະທີ່ມະນຸດທີ່ຫາກໍເລີ່ມຕົ້ນປະຕິບັດພາລະກິດພັດຂາດຄວາມຮູ້ສາມັນກ່ຽວກັບການປະຕິບັດພາລະກິດ ແລະ ຍິ່ງບໍ່ຮູ້ກ່ຽວກັບວິທີຈັດການກັບບັນຫາບາງຢ່າງທີ່ເລັກນ້ອຍ. ພວກເຈົ້າເປັນຄົນທີ່ຫຍຸ້ງຍາກແທ້ໆ! ຄົນທີ່ມີຄວາມເປັນອາວຸໂສຢູ່ເບື້ອງຫຼັງພວກເຂົາ ແມ່ນພາກພູມໃຈຫຼາຍ ແລະ ຖືກຫຼອກລວງຈົນພວກເຂົາລືມວ່າ ພວກເຂົາມາຈາກໃສ. ພວກເຂົາດູຖູກຄົນໜຸ່ມກວ່າຢູ່ສະເໝີ ແຕ່ພວກເຂົາບໍ່ສາມາດຍອມຮັບພາລະກິດໃໝ່ ແລະ ບໍ່ສາມາດປະຖິ້ມແນວຄິດທີ່ພວກເຂົາໄດ້ສະສົມ ແລະ ຮັກສາເປັນເວລາຫຼາຍປີ. ເຖິງແມ່ນຄົນໜຸ່ມນ້ອຍທີ່ໂງ່ຈ້າເຫຼົ່ານັ້ນຈະສາມາດຍອມຮັບພາລະກິດໃໝ່ທີ່ເລັກນ້ອຍຂອງພຣະວິນຍານບໍລິສຸດ ແລະ ພວກເຂົາຈະກະຕືລືລົ້ນພໍສົມຄວນ, ພວກເຂົາກໍສັບສົນຢູ່ສະເໝີ ແລະ ບໍ່ຮູ້ວ່າຈະເຮັດແນວໃດໃນເວລາທີ່ຜະເຊີນກັບບັນຫາ. ເຖິງແມ່ນຈະກະຕືລືລົ້ນ ພວກເຂົາກໍໂງ່ຈ້າເກີນໄປ. ພວກເຂົາພຽງແຕ່ມີຄວາມຮູ້ເລັກນ້ອຍກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ສາມາດນໍາໃຊ້ມັນໃນຊີວິດຂອງພວກເຂົາ; ມັນເປັນພຽງທິດສະດີທີ່ບໍ່ມີປະໂຫຍດເລີຍ. ມີຫຼາຍຄົນທີ່ຄ້າຍຄືກັນກັບພວກເຈົ້າ; ມີຈັກຄົນທີ່ເໝາະສົມແກ່ການນໍາໃຊ້? ມີຈັກຄົນທີ່ສາມາດເຊື່ອຟັງແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ພະຍາຍາມເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດລົງ? ມັນເບິ່ງຄືກັບວ່າ ພວກເຈົ້າເຫຼົ່ານັ້ນທີ່ເຄີຍເປັນຜູ້ຕິດຕາມຈົນຮອດປັດຈຸບັນໄດ້ເຊື່ອຟັງຫຼາຍ, ແຕ່ໃນຄວາມຈິງ ພວກເຈົ້າບໍ່ເຄີຍປະຖິ້ມແນວຄິດຂອງພວກເຈົ້າເລີຍ, ພວກເຈົ້າຍັງສະແຫວງຫາໃນພຣະຄຳພີ, ເຊື່ອໃນຄວາມບໍ່ແຈ່ມແຈ້ງ ຫຼື ຫຼົງທາງໃນແນວຄິດ. ບໍ່ມີໃຜທີ່ສືບສວນພາລະກິດທີ່ແທ້ຈິງໃນປັດຈຸບັນຢ່າງລະມັດລະວັງ ຫຼື ເຂົ້າສູ່ພາລະກິດຢ່າງເລິກເຊິ່ງ. ພວກເຈົ້າກຳລັງຍອມຮັບວິທີທາງແຫ່ງປັດຈຸບັນດ້ວຍແນວຄິດເກົ່າຂອງພວກເຈົ້າ. ພວກເຈົ້າຈະສາມາຮັບຫຍັງຈາກຄວາມເຊື່ອດັ່ງກ່າວ? ສາມາດເວົ້າໄດ້ວ່າ ມີແນວຄິດຫຼາຍຢ່າງທີ່ເຊື່ອງຊ້ອນໃນຕົວພວກເຈົ້າທີ່ບໍ່ຖືກເປີດເຜີຍເທື່ອ ແລະ ມັນເປັນຈິງທີ່ພວກເຈົາກຳລັງພະຍາຍາມຢ່າງສຸດຂີດເພື່ອປິດບັງແນວຄິດເຫຼົ່ານັ້ນ ແລະ ບໍ່ເປີດເຜີຍພວກມັນຢ່າງງ່າຍດາຍ. ພວກເຈົ້າບໍ່ຍອມຮັບພາລະກິດໃໝ່ຢ່າງຈິງໃຈ ແລະ ບໍ່ວາງແຜນທີ່ຈະປະຖິ້ມແນວຄິດເກົ່າຂອງພວກເຈົ້າ; ພວກເຈົ້າມີປັດຊະຍາໃນຊີວິດທີ່ຫຼາຍເກີນໄປ ແລະ ທຸກໃຈຫຼາຍເກີນໄປ. ພວກເຈົ້າບໍ່ປະຖິ້ມແນວຄິດເກົ່າຂອງພວກເຈົ້າ ແລະ ຈັດການກັບພາລະກິດໃໝ່ຢ່າງບໍ່ເຕັມໃຈ. ຫົວໃຈຂອງພວກເຈົ້າຊົ່ວຮ້າຍແທ້ໆ ແລະ ພວກເຈົ້າບໍ່ນໍາຂັ້ນຕອນແຫ່ງພາລະກິດໃໝ່ເຂົ້າສູ່ຫົວໃຈເລີຍ. ຄົນທີ່ບໍ່ເອົາຖ່ານແບບພວກເຈົ້າຈະສາມາດປະຕິບັດພາລະກິດແຫ່ງການເຜີຍແຜ່ຂ່າວປະເສີດໄດ້ບໍ? ພວກເຈົ້າຈະສາມາດຮັບພາລະກິດແຫ່ງການເຜີຍແຜ່ຂ່າວປະເສີດໄປທົ່ວທັງຈັກກະວານໄດ້ບໍ? ການປະຕິບັດເຫຼົ່ານີ້ຂອງພວກເຈົ້າກຳລັງຢຸດພວກເຈົ້າຈາກການປ່ຽນແປງອຸປະນິໄສຂອງພວກເຈົ້າ ແລະ ການຮູ້ຈັກພຣະເຈົ້າ. ຖ້າພວກເຈົ້າຍັງສືບຕໍ່ເປັນແບບນີ້ ພວກເຈົ້າກໍຈະຖືກກຳຈັດຢ່າງແນ່ນອນ.

ພວກເຈົ້າຕ້ອງຮູ້ຈັກຈຳແນກພາລະກິດຂອງພຣະເຈົ້າຈາກພາລະກິດຂອງມະນຸດ. ເຈົ້າສາມາດເຫັນຫຍັງຈາກພາລະກິດຂອງມະນຸດ? ມີອົງປະກອບຫຼາຍຢ່າງກ່ຽວກັບປະສົບການຂອງມະນຸດໃນການປະຕິບັດພາລະກິດຂອງມະນຸດ; ສິ່ງທີ່ມະນຸດສະແດງອອກກໍຄືສິ່ງທີ່ພວກເຂົາເປັນ. ພາລະກິດຂອງພຣະເຈົ້າເອງກໍສະແດງອອກເຖິງສິ່ງທີ່ພຣະອົງເປັນ ແຕ່ສິ່ງທີ່ພຣະອົງເປັນແມ່ນແຕກຕ່າງຈາກສິ່ງທີ່ມະນຸດເປັນ. ສິ່ງທີ່ມະນຸດເປັນແມ່ນຕົວແທນຂອງປະສົບການ ແລະ ຊີວິດຂອງມະນຸດ (ສິ່ງທີ່ມະນຸດຜະເຊີນ ຫຼື ພົບພໍ້ໃນຊີວິດຂອງພວກເຂົາ ຫຼື ປັດຊະຍາໃນຊີວິດທີ່ພວກເຂົາມີ) ແລະ ຄົນທີ່ມີຊີວິດໃນສະພາບແວດລ້ອມທີ່ແຕກຕ່າງກັນກໍສະແດງເຖິງການເປັນຢູ່ທີ່ແຕກຕ່າງກັນ. ບໍ່ວ່າເຈົ້າມີປະສົບການໃນສັງຄົມ ຫຼື ບໍ ແລະ ເຈົ້າມີຊີວິດຢ່າງແທ້ຈິງແນວໃດ ແລະ ມີປະສົບການໃນຄອບຄົວຂອງເຈົ້າແນວໃດ ແມ່ນສາມາດເຫັນໄດ້ຈາກສິ່ງທີ່ເຈົ້າສະແດງອອກ, ແຕ່ວ່າເຈົ້າບໍ່ສາມາດເຫັນຈາກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ບໍ່ວ່າພຣະອົງຈະມີປະສົບການໃນສັງຄົມ ຫຼື ບໍ. ພຣະອົງຮັບຮູ້ເຖິງທາດແທ້ຂອງມະນຸດຢ່າງດີ, ພຣະອົງສາມາດເປີດເຜີຍການປະຕິບັດທຸກປະເພດຂອງຄົນທຸກປະເພດ. ພຣະອົງຍິ່ງດີກວ່າໃນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ການປະພຶດທີ່ເປັນກະບົດຂອງມະນຸດ. ພຣະອົງບໍ່ມີຊີວິດຢູ່ທ່າມກາງຄົນໃນໂລກ, ແຕ່ພຣະອົງຮັບຮູ້ເຖິງທຳມະຊາດຂອງມະນຸດ ແລະ ຄວາມເສື່ອມຊາມທັງໝົດຂອງຄົນໃນໂລກ. ນີ້ຄືສິ່ງທີ່ພຣະອົງເປັນ. ເຖິງແມ່ນວ່າ ພຣະອົງບໍ່ຈັດການກັບໂລກ, ພຣະອົງຮູ້ຈັກກົດລະບຽບໃນການຈັດການກັບໂລກ ຍ້ອນພຣະອົງເຂົ້າໃຈເຖິງທຳມະຊາດຂອງມະນຸດຢ່າງສົມບູນ. ພຣະອົງຮູ້ຈັກກ່ຽວກັບພາລະກິດຂອງພຣະວິນຍານທີ່ຕາຂອງມະນຸດບໍ່ສາມາດເຫັນໄດ້ ແລະ ຫູຂອງມະນຸດບໍ່ສາມາດຍິນໄດ້ ທັງໃນປັດຈຸບັນ ແລະ ໃນອະດີດ. ນີ້ລວມເຖິງສະຕິປັນຍາທີ່ບໍ່ແມ່ນປັດຊະຍາຂອງຊີວິດ ແລະ ສິ່ງອັດສະຈັນທີ່ມະນຸດຮູ້ສຶກວ່າຍາກທີ່ຈະຢັ່ງເຖິງ. ນີ້ຄືສິ່ງທີ່ພຣະອົງເປັນ ນັ້ນກໍຄື ເປີດເຜີຍກັບຜູ້ຄົນ ແລະ ຍັງລີ້ລັບຈາກຜູ້ຄົນ. ສິ່ງທີ່ພຣະອົງສະແດງອອກບໍ່ແມ່ນສິ່ງທີ່ຄົນວິສາມັນເປັນ, ແຕ່ແມ່ນຄຸນລັກສະນະໂດຍທຳມະຊາດ ແລະ ການເປັນຢູ່ຂອງພຣະວິນຍານ. ພຣະອົງບໍ່ໄດ້ເດີນທາງອ້ອມໂລກ ແຕ່ຮູ້ຈັກທຸກສິ່ງທັງໝົດກ່ຽວກັບໂລກ. ພຣະອົງພົບພໍ້ “ລີງໂທນ” ຜູ້ເຊິ່ງບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈ, ແຕ່ພຣະອົງສະແດງພຣະທຳທີ່ຢູ່ເໜືອກວ່າຄວາມຮູ້ ແລະ ເໜືອກວ່າມະນຸດທີ່ຍິ່ງໃຫຍ່. ພຣະອົງມີຊີວິດຢູ່ທ່າມກາງກຸ່ມຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ສຶກ ຜູ້ເຊິ່ງບໍ່ມີຄວາມເປັນມະນຸດ ແລະ ຜູ້ເຊິ່ງບໍ່ເຂົ້າໃຈທຳນຽມ ແລະ ຊີວິດຂອງມະນຸດ, ແຕ່ພຣະອົງສາມາດຮຽກຮ້ອງໃຫ້ມະນຸດຊາດໃຊ້ຊີວິດຕາມຄວາມເປັນມະນຸດທຳມະດາໄດ້, ໃນຂະນະດຽວກັນກໍເປີດເຜີຍພື້ນຖານ ແລະ ຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງມະນຸດຊາດ. ທຸກສິ່ງນີ້ແມ່ນສິ່ງທີ່ພຣະອົງເປັນ, ເຊິ່ງສູງກວ່າຄົນທີ່ມີເນື້ອໜັງ ແລະ ເລືອດເນື້ອເປັນໄດ້. ສຳລັບພຣະອົງ ມັນບໍ່ຈຳເປັນທີ່ຕ້ອງຜະເຊີນກັບຊີວິດສັງຄົມທີ່ຊັບຊ້ອນ, ຫຍຸ້ງຍາກ ແລະ ສົກກະປົກເພື່ອປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ ແລະ ເປີດເຜີຍເຖິງທາດແທ້ຂອງມະນຸດຊາດທີ່ເສື່ອມຊາມຢ່າງລະອຽດ. ຊີວິດສັງຄົມທີ່ສົກກະປົກບໍ່ໄດ້ສັ່ງສອນເນື້ອໜັງຂອງພຣະອົງ. ພາລະກິດ ແລະ ພຣະທຳຂອງພຣະອົງພຽງແຕ່ເປີດເຜີຍການບໍ່ເຊື່ອຟັງຂອງມະນຸດ ແລະ ບໍ່ໄດ້ຈັດກຽມມະນຸດດ້ວຍປະສົບການ ແລະ ບົດຮຽນໃນການຈັດການກັບໂລກນີ້. ພຣະອົງບໍ່ຕ້ອງສືບສວນສັງຄົມ ຫຼື ຄອບຄົວຂອງມະນຸດ ເມື່ອພຣະອົງຈັດຕຽມມະນຸດດ້ວຍຊີວິດ. ການເປີດເຜີຍ ແລະ ການພິພາກສາມະນຸດບໍ່ແມ່ນການສະແດງອອກເຖິງປະສົບການຂອງເນື້ອໜັງຂອງພຣະອົງ; ມັນເປັນການເປີດເຜີຍເຖິງຄວາມບໍ່ຊອບທຳຂອງມະນຸດຫຼັງຈາກທີ່ຮູ້ຈັກຄວາມບໍ່ເຊື່ອຟັງຂອງມະນຸດເປັນເວລາດົນນານ ແລະ ກຽດຊັງຄວາມເສື່ອມຊາມຂອງມະນຸດຊາດ. ພາລະກິດທີ່ພຣະອົງປະຕິບັດທັງໝົດແມ່ນການເປີດເຜີຍອຸປະນິໄສໃຫ້ກັບມະນຸດ ແລະ ສະແດງເຖິງການເປັນຢູ່ຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ສາມາດປະຕິບັດພາລະກິດນີ້, ມັນບໍ່ແມ່ນສິ່ງທີ່ຄົນມີເນື້ອໜັງ ແລະ ເລືອດເນື້ອສາມາດເຮັດໃຫ້ສຳເລັດໄດ້. ເມື່ອກ່ຽວກັບພາລະກິດຂອງພຣະອົງ ມະນຸດບໍ່ສາມາດບອກໄດ້ວ່າ ພຣະອົງເປັນຄົນປະເພດໃດ. ມະນຸດຍັງບໍ່ສາມາດຈັດແບ່ງພຣະອົງໃຫ້ເປັນຄົນປະເພດທີ່ຖືກສ້າງບົນພື້ນຖານແຫ່ງພາລະກິດຂອງພຣະອົງ. ສິ່ງທີ່ພຣະອົງເປັນຍັງເຮັດໃຫ້ພຣະອົງບໍ່ສາມາດຖືກຈັດແບ່ງໃຫ້ເປັນຄົນປະເພດທີ່ຖືກສ້າງ. ມະນຸດພຽງແຕ່ສາມາດພິຈາລະນາໃຫ້ພຣະອົງເປັນສິ່ງທີ່ບໍ່ແມ່ນມະນຸດ, ແຕ່ບໍ່ຮູ້ຈັກຈັດແບ່ງພຣະອົງຢູ່ໃນປະເພດໃດ, ສະນັ້ນ ມະນຸດຈຶ່ງຖືກບັງຄັບໃຫ້ຈັດພຣະອົງຢູ່ໃນປະເພດຂອງພຣະເຈົ້າ. ມັນບໍ່ເໝາະສົມສຳລັບມະນຸດທີ່ຈະເຮັດແບບນີ້, ຍ້ອນພຣະອົງໄດ້ສຳເລັດພາລະກິດຫຼາຍຢ່າງທ່າມກາງຜູ້ຄົນເຊິ່ງມະນຸດບໍ່ສາມາດເຮັດໄດ້.

ພາລະກິດທີ່ພຣະເຈົ້າປະຕິບັດບໍ່ໄດ້ສະແດງເຖິງປະສົບການຂອງເນື້ອໜັງຂອງພຣະອົງ; ພາລະກິດທີ່ມະນຸດປະຕິບັດສະແດງເຖິງປະສົບການຂອງມະນຸດ. ທຸກຄົນເວົ້າກ່ຽວກັບປະສົບການສ່ວນຕົວຂອງພວກເຂົາ. ພຣະເຈົ້າສາມາດສະແດງຄວາມຈິງໂດຍກົງ, ໃນຂະນະທີ່ມະນຸດພຽງແຕ່ສາມາດສະແດງປະສົບການທີ່ສອດຄ່ອງກັນຫຼັງຈາກທີ່ຜະເຊີນກັບຄວາມຈິງ. ພາລະກິດຂອງພຣະເຈົ້າບໍ່ມີກົດລະບຽບ ແລະ ບໍ່ຢູ່ພາຍໃຕ້ເວລາ ຫຼື ຂໍ້ຈຳກັດທາງພູມສາດ. ພຣະອົງສາມາດສະແດງສິ່ງທີ່ພຣະອົງເປັນໃນເວລາໃດກໍໄດ້, ຢູ່ໃສກໍໄດ້. ພຣະອົງປະຕິບັດພາລະກິດດັ່ງທີ່ພຣະອົງພໍໃຈ. ພາລະກິດຂອງະນຸດມີເງື່ອນໄຂ ແລະ ສະພາບແວດລ້ອມ; ຖ້າບໍ່ດັ່ງນັ້ນ ພວກເຂົາກໍບໍ່ສາມາດປະຕິບັດພາລະກິດເພື່ອສະແດງຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າໄດ້ ຫຼື ປະສົບການຂອງພວກເຂົາທີ່ກ່ຽວກັບຄວາມຈິງ. ເຈົ້າພຽງແຕ່ຕ້ອງປຽບທຽບຄວາມແຕກຕ່າງລະຫວ່າງພາລະກິດເຫຼົ່ານັ້ນເພື່ອບອກວ່າ ມັນແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງມະນຸດ. ຖ້າບໍ່ມີພາລະກິດທີ່ເຮັດໃຫ້ສຳເລັດໂດບພຣະເຈົ້າເອງ ແລະ ມີພຽງແຕ່ພາລະກິດຂອງມະນຸດ, ເຈົ້າຈະຮູ້ຈັກຢ່າງງ່າຍດາຍວ່າ ການສັ່ງສອນຂອງມະນຸດນັ້ນສູງສົ່ງ, ນອກເໜືອຄວາມສາມາດຂອງຄົນໃດຄົນໜຶ່ງ; ນໍ້າສຽງໃນການເວົ້າຂອງພວກເຂົາ, ຫຼັກການຂອງພວກເຂົາໃນການຈັດການສິ່ງຕ່າງໆ ແລະ ວິທີການປະຕິບັດພາລະກິດທີ່ມີປະສົບການ ແລະ ໝັ້ນຄົງຂອງພວກເຂົາແມ່ນຢູ່ນອກເໜືອການຢັ່ງເຖິງຂອງຄົນອື່ນ. ພວກເຈົ້າທັງໝົດຍົກຍ້ອງຄົນເຫຼົ່ານີ້ດ້ວຍຄວາມເປັນມະນຸດທີ່ສູງສົ່ງ, ແຕ່ພວກເຈົ້າບໍ່ສາມາດເຫັນຈາກພາລະກິດ ແລະ ພຣະທຳຂອງພຣະເຈົ້າວ່າ ຄວາມເປັນມະນຸດຂອງພຣະອົງສູງສົ່ງພຽງໃດ. ກົງກັນຂ້າມ ພຣະອົງບໍ່ໄດ້ມີຫຍັງພິເສດເລີຍ ແລະ ເມື່ອປະຕິບັດພາລະກິດ ພຣະອົງກໍທຳມະດາ ແລະ ເປັນຈິງ ແຕ່ບໍ່ສາມາດວັດແທກໄດ້ໂດຍມະນຸດ, ເຊິ່ງດ້ວຍເຫດນັ້ນຈຶ່ງເຮັດໃຫ້ຄົນຮູ້ສຶກເຄົາລົບນັບຖືພຣະອົງ. ບາງເທື່ອ ປະສົບການຂອງມະນຸດໃນພາລະກິດຂອງພວກເຂົາກໍສູງຢ່າງຍິ່ງ ຫຼື ຈິນຕະນາການ ແລະ ການໃຫ້ເຫດຜົນຂອງພວກເຂົາກໍສູງຢ່າງຍິ່ງ, ແລະ ຄວາມເປັນມະນຸດຂອງພວກເຂົາກໍດີຢ່າງຍິ່ງ; ສິ່ງເຫຼົ່ານີ້ພຽງແຕ່ສາມາດໄດ້ຮັບການເຄົາລົບຂອງຜູ້ຄົນ ແຕ່ບໍ່ສາມາດປຸກໃຈຄວາມເຄົາລົບຢຳເກງ ແລະ ຄວາມຢ້ານກົວຂອງພວກເຂົາໄດ້. ທຸກຄົນເຄົາລົບຄົນທີ່ມີຄວາມສາມາດໃນການປະຕິບັດພາລະກິດ ແລະ ຄົນທີ່ມີປະສົບການຢ່າງເລິກເຊິ່ງຢ່າງຍິ່ງ ແລະ ສາມາດປະຕິບັດຄວາມຈິງ ແຕ່ພວກເຂົາບໍ່ສາມາດດຶງດູດຄວາມເຄົາລົບຢຳເກງໄດ້ຈັກເທື່ອ, ມີພຽງຄວາມເຄົາລົບ ແລະ ຄວາມອິດສາ. ແຕ່ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າບໍ່ເຄົາລົບພຣະເຈົ້າ, ກົງກັນຂ້າມ ພວກເຂົາຮູ້ສຶກວ່າ ພາລະກິດຂອງພຣະອົງຢູ່ນອກເໜືອການຢັ່ງເຖິງຂອງມະນຸດ ແລະ ບໍ່ສາມາດຢັ່ງເຖິງໄດ້ໂດຍມະນຸດຄົນໃດ ແລະ ເປັນພາລະກິດທີ່ບໍລິສຸດ ແລະ ອັດສະຈັນ. ເມື່ອຜູ້ຄົນຜະເຊີນກັບພາລະກິດຂອງພຣະອົງ, ຄວາມຮູ້ທຳອິດທີ່ພວກເຂົາມີກ່ຽວກັບພຣະອົງແມ່ນພຣະອົງບໍ່ສາມາດຢັ່ງເຖິງໄດ້, ມີສະຕິປັນຍາ ແລະ ອັດສະຈັນ ແລະ ພວກເຂົາກໍເຄົາລົບພຣະອົງຢ່າງບໍ່ມີສະຕິ ແລະ ຮູ້ສຶກເຖິງຄວາມເລິກລັບຂອງພາລະກິດທີ່ພຣະອົງປະຕິບັດ, ເຊິ່ງຢູ່ນອກເໜືອການຢັ່ງເຖິງຂອງຈິດໃຈຂອງມະນຸດ. ຄົນພຽງແຕ່ຢາກສາມາດບັນລຸຕາມເງື່ອນໄຂຂອງພຣະອົງ, ເພື່ອເຮັດໃຫ້ເປັນທີ່ພໍໃຈຕາມຄວາມປາຖະໜາຂອງພຣະອົງ; ພວກເຂົາບໍ່ປາຖະໜາທີ່ຈະເປັນໃຫຍ່ກວ່າພຣະອົງ, ຍ້ອນພາລະກິດທີ່ພຣະອົງປະຕິບັດແມ່ນຢູ່ເໜືອຄວາມຄິດ ແລະ ຈິນຕະນາການຂອງມະນຸດຢູ່ແລ້ວ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດແທນໄດ້. ແມ່ນແຕ່ມະນຸດເອງຍັງບໍ່ຮູ້ຈັກເຖິງຄວາມຂາດຕົກບົກຜ່ອງຂອງພວກເຂົາເອງເລີຍ, ໃນຂະນະທີ່ພຣະອົງໄດ້ເປີດເສັ້ນທາງໃໝ່ ແລະ ມາເພື່ອນໍາມະນຸດເຂົ້າສູ່ໂລກທີ່ໃໝ່ ແລະ ສວຍງາມກວ່າເກົ່າ ເພື່ອມະນຸດຊາດຈະມີຄວາມກ້າວໜ້າ ແລະ ມີການເລີ່ມຕົ້ນໃໝ່. ສິ່ງທີ່ມະນຸດຮູ້ສຶກກ່ຽວກັບພຣະອົງບໍ່ແມ່ນການເຄົາລົບ ຫຼື ກົງກັນຂ້າມ ບໍ່ແມ່ນພຽງການເຄົາລົບ. ປະສົບການທີ່ເລິກເຊິ່ງທີ່ສຸດຂອງພວກເຂົາແມ່ນຄວາມເຄົາລົບຢຳເກງ ແລະ ຄວາມຮັກ, ຄວາມຮູ້ສຶກຂອງພວກເຂົາກໍຄືພຣະເຈົ້ານັ້ນອັດສະຈັນຢ່າງແທ້ຈິງ. ພຣະອົງປະຕິບັດພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້, ພຣະອົງກ່າວໃນສິ່ງທີ່ມະນຸດບໍ່ສາມາດກ່າວໄດ້. ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຜະເຊີນກັບຄວາມຮູ້ສຶກທີ່ບໍ່ສາມາດອະທິບາຍໄດ້ຢູ່ຕະຫຼອດເວລາ. ຄົນທີ່ມີປະສົບການທີ່ເລິກເຊິ່ງຮັກພຣະເຈົ້າຢ່າງຍິ່ງ. ພວກເຂົາຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະອົງຢູ່ສະເໝີ, ຮູ້ສຶກວ່າ ພາລະກິດຂອງພຣະອົງມີສະຕິປັນຍາຫຼາຍ, ອັດສະຈັນຫຼາຍ ແລະ ດ້ວຍວິທີນີ້ຈຶ່ງກໍ່ໃຫ້ເກີດລິດອຳນາດທີ່ບໍ່ມີສິ້ນສຸດທ່າມກາງພວກເຂົາ.​ ມັນບໍ່ແມ່ນຄວາມຢ້ານກົວ ຫຼື ຄວາມຮັກບາງຄັ້ງບາງຄາວ ແລະ ຄວາມນັບຖື, ແຕ່ເປັນຄວາມຮູ້ສຶກເລິກເຊິ່ງເຖິງຄວາມເມດຕາຂອງພຣະເຈົ້າ ແລະ ການທີ່ພຣະອົງອົດທົນຕໍ່ພວກເຂົາ. ເຖິງຢ່າງໃດກໍຕາມ ຄົນທີ່ໄດ້ຜະເຊີນກັບການຕີສອນ ແລະ ການພິພາກສາຂອງພຣະອົງຮູ້ສຶກວ່າ ພຣະອົງສະຫງ່າງາມ ແລະ ບໍ່ສາມາດລ່ວງເກີນໄດ້. ແມ່ນແຕ່ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຫຼາຍຢ່າງກໍຍັງບໍ່ສາມາດຢັ່ງເຖິງພຣະອົງໄດ້; ທຸກຄົນທີ່ເຄົາລົບພຣະອົງຢ່າງແທ້ຈິງຮູ້ຈັກວ່າ ພາລະກິດຂອງພຣະອົງບໍ່ສອດຄ່ອງກັບແນວຄິດຂອງມະນຸດ ແຕ່ກົງກັນຂ້າມກັບແນວຄິດຂອງພວກເຂົາຕະຫຼອດເວລາ. ພຣະອົງບໍ່ຕ້ອງການຄົນໃຫ້ມີການເຄົາລົບໂດຍສິ້ນເຊີງ ຫຼື ສະແດງໃຫ້ເຫັນເຖິງການຍອມຢູ່ພາຍໃຕ້ພຣະອົງ, ແຕ່ກົງກັນຂ້າມ ໃຫ້ມີຄວາມເຄົາລົບຢ່າງແທ້ຈິງ ແລະ ການຍອມຢູ່ພາຍໃຕ້ຢ່າງແທ້ຈິງ. ໃນພາລະກິດທີ່ຫຼວງຫຼາຍຂອງພຣະອົງ ຄົນໃດທີ່ມີປະສົບການທີ່ແທ້ຈິງຮູ້ສຶກເຄົາລົບພຣະອົງ, ເຊິ່ງຢູ່ສູງກວ່າການຍົກຍ້ອງ. ຄົນທີ່ໄດ້ເຫັນອຸປະນິໄສຂອງພຣະອົງຍ້ອນພາລະກິດແຫ່ງການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ດ້ວຍເຫດນັ້ນ ພວກເຂົາເຄົາລົບພຣະອົງໃນຫົວໃຈຂອງພວກເຂົາ. ພຣະເຈົ້າສົມຄວນແກ່ການເຄົາລົບ ແລະ ເຊື່ອຟັງ, ຍ້ອນການເປັນຢູ່ຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງບໍ່ຄືກັບສິ່ງທີ່ຖືກສ້າງ ແລະ ສິ່ງເຫຼົ່ານັ້ນກໍຢູ່ເໜືອສິ່ງທີ່ຖືກສ້າງ. ພຣະເຈົ້າບໍ່ແມ່ນສິ່ງທີ່ຖືກສ້າງ ແລະ ມີແຕ່ພຣະອົງທີ່ສົມຄວນແກ່ການເຄົາລົບ ແລະ ການຍອມຢູ່ພາຍໃຕ້; ມະນຸດບໍ່ມີຄຸນສົມບັດສຳລັບສິ່ງນີ້. ສະນັ້ນ ທຸກຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງຮູ້ສຶກເຄົາລົບຕໍ່ພຣະອົງ. ເຖິງຢ່າງໃດກໍຕາມ ຄົນທີ່ບໍ່ປະຖິ້ມແນວຄິດຂອງພວກເຂົາກ່ຽວກັບພຣະອົງ,​ ນັ້ນກໍຄື ຄົນທີ່ບໍ່ນັບຖືພຣະອົງເປັນພຣະເຈົ້າເລີຍນັ້ນບໍ່ມີຄວາມເຄົາລົບໃດເລີຍຕໍ່ພຣະອົງ ແລະ ເຖິງແມ່ນວ່າ ພວກເຂົາຕິດຕາມພຣະອົງ ພວກເຂົາບໍ່ໄດ້ຖືກເອົາຊະນະ; ພວກເຂົາເປັນຄົນທີ່ບໍ່ເຊື່ອຟັງໂດຍທຳມະຊາດ. ພຣະອົງປະຕິບັດພາລະກິດນີ້ເພື່ອບັນລຸຜົນທຸກສິ່ງທີ່ຖືກສ້າງສາມາດເຄົາລົບພຣະຜູ້ສ້າງ, ນະມັດສະການພຣະອົງ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງໂດຍບໍ່ມີເງື່ອນໄຂ.​ ນີ້ຄືຜົນສຸດທ້າຍທີ່ທຸກພາລະກິດຂອງພຣະອົງມຸ່ງໝາຍທີ່ຈະເຮັດໃຫ້ສຳເລັດ. ຖ້າຄົນທີ່ໄດ້ຜະເຊີນພາລະກິດດັ່ງກ່າວບໍ່ເຄົາລົບພຣະເຈົ້າແມ່ນແຕ່ໜ້ອຍດຽວ, ຖ້າການບໍ່ເຊື່ອຟັງຂອງພວກເຂົາໃນອະດີດບໍ່ປ່ຽນແປງເລີຍ, ແລ້ວຄົນເຫຼົ່ານີ້ກໍຈະຖືກກຳຈັດຢ່າງແນ່ນອນ. ຖ້າທ່າທາງຂອງຄົນໃດໜຶ່ງທີ່ມີຕໍ່ພຣະເຈົ້າເປັນພຽງການຍົກຍ້ອງ ຫຼື ສະແດງຄວາມນັບຖືຈາກໄລຍະໄກ ແລະ ບໍ່ໄດ້ຮັກແມ່ນແຕ່ໜ້ອຍດຽວ ນີ້ຄືສິ່ງທີ່ຄົນປາສະຈາກຫົວໃຈໃນການຮັກພຣະເຈົ້າຈະໄປເຖິງ ແລະ ຄົນນັ້ນກໍຂາດສະພາບທີ່ຈະຖືກເຮັດໃຫ້ສົມບູນ. ຖ້າພາລະກິດຢ່າງຫຼວງຫຼາຍບໍ່ສາມາດໄດ້ຮັບຄວາມຮັກທີ່ແທ້ຈິງຈາກບຸກຄົນໃດໜຶ່ງ ນີ້ກໍໝາຍຄວາມວ່າ ຄົນນັ້ນບໍ່ໄດ້ຮັບພຣະເຈົ້າ ແລະ ບໍ່ສະແຫວງຫາຄວາມຈິງຢ່າງແທ້ຈິງ. ຄົນທີ່ບໍ່ຮັກພຣະເຈົ້າກໍບໍ່ຮັກຄວາມຈິງ ແລະ ດ້ວຍເຫດນັ້ນ ບໍ່ສາມາດຮັບພຣະເຈົ້າໄດ້ ຢ່າວ່າແຕ່ຮັບການຍິນຍອມຈາກພຣະເຈົ້າເລີຍ. ຄົນດັ່ງກ່າວ ບໍ່ວ່າພວກເຂົາຈະຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດແນວໃດ ແລະ ບໍ່ວ່າພວກເຂົາຈະຜະເຊີນກັບການພິພາກສາແນວໃດ ກໍຍັງບໍ່ສາມາດເຄົາລົບພຣະເຈົ້າໄດ້. ນີ້ແມ່ນຄົນທີ່ມີທຳມະຊາດທີ່ບໍ່ສາມາດປ່ຽນແປງໄດ້, ເຊິ່ງເປັນຄົນທີ່ມີອຸປະນິໄສທີ່ຊົ່ວຮ້າຍທີ່ສຸດ. ທຸກຄົນທີ່ບໍ່ເຄົາລົບພຣະເຈົ້າຕ້ອງຖືກກຳຈັດ, ເປັນຈຸດມຸ່ງໝາຍຂອງການລົງໂທດ ແລະ ຈະຖືກລົງໂທດຄືກັບຄົນທີ່ເຮັດສິ່ງຊົ່ວຮ້າຍ ແລະ ຍິ່ງທົນທຸກຫຼາຍກວ່າຄົນທີ່ໄດ້ເຮັດສິ່ງທີ່ບໍ່ຊອບທຳ.

​ກ່ອນ​ນີ້ :ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ

ຕໍ່​ໄປ:ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

ເນື່ອຫາທີ່ກ່ຽວຂ້ອງ