(III) ຄຳເຕືອນຂອງພຣະເຈົ້າຕໍ່ມະນຸດ
644. ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິສກ່າວໄວ້ ແມ່ນຄົນທີ່ເປັນຕາຫົວຂວັນທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິສນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິສໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິສເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ແລະ ບໍ່ມີໃຜທີ່ສາມາດຜ່ານພຣະອົງໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິສ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ອ່ອນນ້ອມຕໍ່ພຣະທໍາຂອງພຣະອົງ. ຢ່າຄິດເຖິງພຽງແຕ່ການໄດ້ຮັບພອນ ໃນຂະນະທີ່ບໍ່ສາມາດຍອມຮັບຄວາມຈິງ ແລະ ການສະໜອງຊີວິດ. ພຣະຄຣິສມາໃນຍຸກສຸດທ້າຍ ເພື່ອວ່າພຣະອົງຈະສາມາດສະໜອງຊີວິດໃຫ້ທຸກຄົນທີ່ເຊື່ອໃນພຣະອົງຢ່າງຈິງໃຈ. ພາລະກິດນີ້ແມ່ນເພື່ອສິ້ນສຸດຍຸກເກົ່າ ແລະ ເຂົ້າສູ່ຍຸກໃໝ່ ແລະ ພາລະກິດນີ້ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ຮັບຮູ້ພຣະຄຣິສ ແລະ ຍິ່ງໄປກວ່ານັ້ນແມ່ນກ່າວໂທດ, ໝິ່ນປະໝາດ ຫຼື ຂົ່ມເຫັງພຣະອົງ, ເຈົ້າກໍຈະຖືກເຜົາໄໝ້ໄປຊົ່ວນິດນິລັນຢ່າງແນ່ນອນ ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ນີ້ກໍຍ້ອນວ່າພຣະຄຣິສອົງນີ້ເອງເປັນການສະແດງອອກຂອງພຣະວິນຍານບໍລິສຸດ, ການສະແດງອອກຂອງພຣະເຈົ້າ, ເຊິ່ງແມ່ນຜູ້ທີ່ພຣະເຈົ້າໄດ້ມອບໝາຍໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິສແຫ່ງຍຸກສຸດທ້າຍໄດ້ກະທຳ, ເຈົ້າກໍກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ດູໝິ່ນພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າສິ່ງນີ້: ຖ້າເຈົ້າຕໍ່ຕ້ານພຣະຄຣິສແຫ່ງຍຸກສຸດທ້າຍ, ຖ້າເຈົ້າປະຕິເສດພຣະຄຣິສແຫ່ງຍຸກສຸດທ້າຍ, ຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາສໍາລັບສິ່ງນີ້ແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ, ນັບຕັ້ງແຕ່ຈຸດນັ້ນເປັນຕົ້ນໄປ ເຈົ້າຈະບໍ່ມີວັນມີໂອກາດທີ່ຈະໄດ້ຮັບການຮັບຮອງຈາກພຣະເຈົ້າອີກແລ້ວ; ເຖິງແມ່ນວ່າເຈົ້າຢາກຈະໄຖ່ຕົນເອງ, ເຈົ້າກໍຈະບໍ່ສາມາດເຫັນໃບໜ້າຂອງພຣະເຈົ້າອີກ. ນີ້ກໍຍ້ອນວ່າ ຜູ້ທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ຜູ້ທີ່ເຈົ້າປະຕິເສດບໍ່ແມ່ນບຸກຄົນທີ່ບໍ່ສໍາຄັນ ແຕ່ເປັນພຣະຄຣິສ. ເຈົ້າຮູ້ບໍວ່າຜົນຕາມມາແມ່ນຫຍັງ? ເຈົ້າບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການເຮັດບາບທີ່ໜັກໜາສາຫັດ. ດ້ວຍເຫດນີ້ ເຮົາຈຶ່ງຂໍແນະນຳໃຫ້ທຸກຄົນຢ່າສະແດງທ່າທາງຂົ່ມຂູ່ ຫຼື ມີຄຳເຫັນຕາມອໍາເພີໃຈຕໍ່ຄວາມຈິງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິສແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດປະທານຫົນທາງແຫ່ງຊີວິດຊົ່ວນິລັນດອນໃຫ້ກັບມະນຸດໄດ້
645. ພວກເຮົາທຸກຄົນເຊື່ອວ່າ ບໍ່ມີປະເທດ ຫຼື ກອງກໍາລັງໃດທີ່ສາມາດຂັດຂວາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸ ແລະ ຜູ້ທີ່ພະຍາຍາມຂັດຂວາງພາລະກິດຂອງພຣະເຈົ້າ ທີ່ຕໍ່ຕ້ານພຣະທຳຂອງພຣະເຈົ້າ ແລະ ຜູ້ທີ່ລົບກວນ ແລະພະຍາຍາມ ທຳລາຍແຜນການຂອງພຣະເຈົ້າຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ. ຄົນໃດທີ່ຕໍ່ຕ້ານພາລະກິດຂອງພຣະເຈົ້າກໍຈະຖືກສົ່ງລົງນະຮົກໂດຍພຣະເຈົ້າ; ປະເທດໃດກໍຕາມທີ່ຕໍ່ຕ້ານພາລະກິດຂອງພຣະເຈົ້າຈະຖືກທຳລາຍໂດຍພຣະເຈົ້າ; ຊົນຊາດໃດກໍຕາມທີ່ລຸກຮື້ຂຶ້ນເພື່ອຕໍ່ຕ້ານພາລະກິດຂອງພຣະເຈົ້າຈະຖືກກວາດລ້າງອອກຈາກແຜ່ນດິນໂລກນີ້ໂດຍພຣະເຈົ້າ ແລະ ຈະບໍ່ມີຜູ້ຄົນແບບນັ້ນໃນໂລກນີ້ອີກຕໍ່ໄປ. ເຮົາຊຸກຍູ້ໃຫ້ປະຊາຊົນຂອງທຸກຊົນຊາດ ແລະ ທຸກປະເທດ ແລະ ແມ່ນແຕ່ທຸກຂົງເຂດວິຊາຊີບໃຫ້ຟັງສຽງຂອງພຣະເຈົ້າ, ເບິ່ງພາລະກິດຂອງພຣະເຈົ້າ ແລະ ເອົາໃຈໃສ່ກັບຊະຕາກໍາຂອງມະນຸດຊາດ ເຊິ່ງເຮັດໃຫ້ພຣະເຈົ້າເປັນຜູ້ບໍລິສຸດທີ່ສຸດ, ມີກຽດສັກສີທີ່ສຸດ, ສູງສົ່ງທີ່ສຸດ ແລະ ເປັນພຽງເປົ້າໝາຍດຽວຂອງການນະມັດສະການທ່າມກາງມະນຸດ ແລະ ເຮັດໃຫ້ມະນຸດຊາດທັງໝົດດຳລົງຊີວິດຢູ່ທ່າມກາງພຣະພອນຂອງພຣະເຈົ້າ ເໝືອນກັບທີ່ເຊື້ອສາຍຂອງອັບຣາຮາມ ໄດ້ດຳລົງຊີວິດຢູ່ໃນພຣະສັນຍາຂອງພຣະເຢໂຮວາ ແລະ ເໝືອນກັບອາດາມ ແລະ ເອວາ ຜູ້ເຊິ່ງ ພຣະເຈົ້າໄດ້ສ້າງໃນຕອນຕົ້ນ ໄດ້ດຳລົງຊີວິດຢູ່ໃນສວນເອເດນ.
ພາລະກິດຂອງພຣະເຈົ້າຊັດສາດໄປຂ້າງໜ້າເໝືອນກັບຄື້ນທະເລທີ່ຊົງພະລັງ. ບໍ່ມີໃຜສາມາດໜ່ວງໜ່ຽວພຣະອົງໄວ້ໄດ້ ແລະ ບໍ່ມີໃຜສາມາດຢັບຢັ້ງບາດຍ່າງຂອງພຣະອົງໄດ້. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງຕັ້ງໃຈ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ເຮັດ ກໍຈະປະສົບກັບໄພພິບັດທີ່ບໍ່ອາດຕ້ານທານໄດ້ ແລະ ຈະໄດ້ຮັບການລົງໂທດທີ່ສົມຄວນໄດ້ຮັບ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກຜະໜວກ 2: ພຣະເຈົ້າຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດທັງປວງ
646. ພຣະເຈົ້າສະແຫວງຫາຄົນທີ່ປາຖະໜາຢາກໃຫ້ພຣະອົງປາກົດຕົວ. ພຣະອົງສະແຫວງຫາຄົນທີ່ສາມາດໄດ້ຍິນພຣະທຳຂອງພຣະອົງ, ຄົນທີ່ບໍ່ໄດ້ລືມການມອບໝາຍຂອງພຣະອົງ ແລະ ຖວາຍຫົວໃຈ ແລະ ຮ່າງກາຍຂອງພວກເຂົາໃຫ້ກັບພຣະອົງ. ພຣະອົງສະແຫວງຫາຄົນທີ່ອ່ອນນ້ອມຄືກັນກັບເດັກນ້ອຍທີ່ຢູ່ຕໍ່ໜ້າພຣະອົງ ແລະ ຜູ້ຄົນທີ່ບໍ່ຕໍ່ຕ້ານພຣະອົງ. ຖ້າຫາກເຈົ້າອຸທິດຕົນໃຫ້ກັບພຣະເຈົ້າ, ບໍ່ໄດ້ຖືກຂັດຂວາງໂດຍອໍານາດ ຫຼື ກອງກຳລັງໃດໜຶ່ງ ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ ແລະ ຈະປະທານພອນຂອງພຣະອົງມາຍັງເຈົ້າ. ຖ້າເຈົ້າມີຖານະທີ່ສູງສົ່ງ, ມີຊື່ສຽງອັນຊົງກຽດ, ປະກອບດ້ວຍຄວາມຮູ້ທີ່ເຫຼືອລົ້ນ, ເປັນເຈົ້າຂອງຊັບສິນທີ່ອຸດົມສົມບູນ ແລະ ມີໜ້າມີຕາໃນສັງຄົມ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ຂັດຂວາງເຈົ້າຈາກການມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາການຮຽກເອີ້ນຂອງພຣະອົງ ແລະ ການມອບໝາຍຂອງພຣະອົງແລະ ເພື່ອເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຕ້ອງການຈາກເຈົ້າ, ແລ້ວທຸກສິ່ງທີ່ເຈົ້າເຮັດກໍຈະເປັນສິ່ງທີ່ມີຄວາມໝາຍທີ່ສຸດເທິງແຜ່ນດິນໂລກ ແລະ ເປັນກິດຈະການທີ່ທຽງທຳທີ່ສຸດຂອງມະນຸດຊາດ. ຖ້າເຈົ້າປະຕິເສດການເອີ້ນຂອງພຣະເຈົ້າ ຍ້ອນເຫັນແກ່ຖານະ ແລະ ເປົ້າໝາຍຂອງເຈົ້າເອງ, ທຸກສິ່ງທີ່ເຈົ້າເຮັດກໍຈະຖືກສາບແຊ່ງ ແລະ ຍິ່ງໄປກວ່ານັ້ນ ແມ່ນຈະຖືກພຣະເຈົ້າກຽດຊັງ. ບາງເທື່ອ ເຈົ້າເປັນປະທານປະເທດ, ນັກວິທະຍາສາດ, ສິດຍາພິບານ ຫຼື ເຖົ້າແກ່, ແຕ່ບໍ່ວ່າຕໍາແໜ່ງຂອງເຈົ້າຈະສູງສົ່ງສໍ່າໃດກໍຕາມ, ຖ້າເຈົ້າເພິ່ງພາຄວາມຮູ້ ແລະ ຄວາມສາມາດຂອງເຈົ້າໃນພາລະໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຈະເປັນຄົນລົ້ມເຫຼວຢູ່ສະເໝີ ແລະ ຈະສູນເສຍການອວຍພອນຂອງພຣະເຈົ້າຕະຫຼອດເວລາ, ເພາະພຣະເຈົ້າບໍ່ຍອມຮັບຫຍັງເລີຍທີ່ເຈົ້າເຮັດ ແລະ ພຣະອົງຈະບໍ່ຍອມຮັບວ່າ ອາຊີບຂອງເຈົ້າເປັນອາຊີບທີ່ທຽງທຳ ຫຼື ຍອມຮັບວ່າ ເຈົ້າກຳລັງເຮັດວຽກເພື່ອຜົນປະໂຫຍດຂອງມະນຸດຊາດ. ພຣະອົງຈະເວົ້າວ່າ ທຸກສິ່ງທີ່ເຈົ້າເຮັດແມ່ນການນໍາໃຊ້ຄວາມຮູ້ ແລະ ອໍານາດຂອງມະນຸດເພື່ອຜັກການປົກປ້ອງຂອງພຣະເຈົ້າອອກຫ່າງຈາກມະນຸດ ແລະ ກໍ່ເປັນເຊັ່ນນັ້ນເພື່ອປະຕິເສດການອວຍພອນຂອງພຣະເຈົ້າ. ພຣະອົງຈະກ່າວວ່າ ເຈົ້າກຳລັງນໍາພາມະນຸດຊາດໄປສູ່ຄວາມມືດ, ສູ່ຄວາມຕາຍ ແລະ ສູ່ການເລີ່ມຕົ້ນຂອງການເປັນຢູ່ທີ່ປາສະຈາກຂໍ້ຈຳກັດ ເຊິ່ງມະນຸດໄດ້ສູນເສຍພຣະເຈົ້າ ແລະ ການອວຍພອນຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກຜະໜວກ 2: ພຣະເຈົ້າຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດທັງປວງ
647. ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາຣີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ແກ່ນແທ້ຂອງພວກຟາຣີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຊີວິດ-ຄວາມຈິງ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ແລ້ວຍ້ອນວ່າພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ, ພວກເຂົາຈຶ່ງຜິດພາດໃນການຍຶດຕິດກັບນາມມະຍົດທີ່ທຳມະດາຂອງພຣະເມຊີອາ ໃນຂະນະທີ່ກຳລັງຕໍ່ຕ້ານແກ່ນແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ແກ່ນແທ້ຂອງພວກຟາຣີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມເຊື່ອນີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອໜ່າຍບໍ? ເຮົາຂໍຖາມພວກເຈົ້າອີກວ່າ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາຣີຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່, ແລ້ວເຮົາເວົ້າວ່າ ເຈົ້າດຳລົງຊີວິດຢູ່ໃນຂອບເຂດໃກ້ຄວາມຕາຍແລ້ວ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເມຊີອາສາມາດຕໍ່ຕ້ານພຣະເຢຊູ, ປະຕິເສດພຣະເຢຊູ ແລະ ກ່າວຮ້າຍພຣະອົງໄດ້ທັງໝົດ. ທຸກຄົນທີ່ບໍ່ເຂົ້າໃຈພຣະເຢຊູສາມາດປະຕິເສດພຣະອົງ ແລະ ດ່າພຣະອົງ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນການກັບມາຂອງພຣະເຢຊູເປັນການຫຼອກລວງຂອງຊາຕານ ແລະ ມີຄົນຈຳນວນຫຼາຍຂຶ້ນຈະກ່າວໂທດພຣະເຢຊູທີ່ກັບມາເປັນມະນຸດ. ສິ່ງທັງໝົດນີ້ບໍ່ເຮັດໃຫ້ພວກເຈົ້າຢ້ານບໍ? ສິ່ງທີ່ພວກເຈົ້າຜະເຊີນຈະເປັນການໝິ່ນປະໝາດພຣະວິນຍານບໍລິສຸດ, ການຫຼົ້ມຈົມຂອງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ການປະຕິເສດແບບດູຖູກໃນທຸກສິ່ງທີ່ພຣະເຢຊູໄດ້ສຳແດງອອກ. ພວກເຈົ້າສາມາດຮັບຫຍັງຈາກພຣະເຢຊູຖ້າພວກເຈົ້າສັບສົນມືນເມົາເຊັ່ນນີ້? ຖ້າພວກເຈົ້າປະຕິເສດບໍ່ຍອມຮັບເອົາຄວາມຜິດພາດຂອງພວກເຈົ້າຢ່າງດື້ດ້ານ, ພວກເຈົ້າຈະສາມາດເຂົ້າໃຈພາລະກິດຂອງພຣະເຢຊູເມື່ອພຣະອົງກັບມາເປັນມະນຸດເທິງເມກສີຂາວໄດ້ແນວໃດ? ເຮົາບອກພວກເຈົ້າສິ່ງນີ້: ຄົນທີ່ບໍ່ຍອມຮັບຄວາມຈິງ ແຕ່ລໍຖ້າການມາເຖິງຂອງພຣະເຢຊູເທິງເມກສີຂາວຢ່າງຕາບອດຈະໝິ່ນປະໝາດພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ພວກເຂົາເປັນກຸ່ມຄົນທີ່ສົມຄວນຖືກທຳລາຍ. ພວກເຈົ້າພຽງແຕ່ຕ້ອງການພຣະຄຸນຂອງພຣະເຢຊູ ແລະ ພຽງແຕ່ຕ້ອງການຮັບອານາຈັກສະຫວັນທີ່ມີແຕ່ຄວາມສຸກ, ແຕ່ພວກເຈົ້າບໍ່ເຄີຍເຊື່ອຟັງພຣະທຳທີ່ພຣະເຢຊູກ່າວ ແລະ ບໍ່ເຄີຍຍອມຮັບເອົາຄວາມຈິງທີ່ພຣະເຢຊູສຳແດງອອກໃນເວລາທີ່ພຣະອົງກັບມາເປັນມະນຸດ. ພວກເຈົ້າຈະຍຶດຖືສິ່ງໃດເພື່ອແລກປ່ຽນກັບຄວາມຈິງທີ່ພຣະເຢຊູກັບມາເທິງເມກສີຂາວ? ຍຶດຖືຄວາມຈິງໃຈທີ່ພວກເຈົ້າເຮັດບາບຢູ່ຕະຫຼອດ ແລະ ຫຼັງຈາກນັ້ນກໍ່ກ່າວຄຳສາລະພາບຂອງເຈົ້າຊໍ້າແລ້ວຊໍ້າອີກນັ້ນບໍ? ພວກເຈົ້າຈະຖວາຍເຄື່ອງບູຊາຫຍັງໃຫ້ແກ່ພຣະເຢຊູ ຜູ້ທີ່ຈະກັບມາເທິງເມກສີຂາວ? ມັນເປັນຕົ້ນທຶນຂອງປີແຫ່ງພາລະກິດທີ່ພວກເຈົ້າສັນລະເສີນຕົນເອງບໍ? ພວກເຈົ້າຈະຍຶດຖືສິ່ງໃດເພື່ອເຮັດໃຫ້ພຣະເຢຊູ ຜູ້ທີ່ຈະກັບມາ ເຊື່ອໃນຕົວເຈົ້າ? ມັນເປັນທຳມະຊາດຄວາມອວດດີຂອງເຈົ້າບໍທີ່ບໍອ່ອນນ້ອມຕໍ່ຄວາມຈິງໃດໆ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າຈະໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ
648. ເຮົາບອກພວກເຈົ້າວ່າ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າຍ້ອນໝາຍສໍາຄັນກໍ່ເປັນປະເພດຄົນທີ່ຈະຖືກທຳລາຍ. ຄົນເຫຼົ່ານັ້ນທີ່ບໍ່ສາມາດຍອມຮັບພຣະທຳຂອງພຣະເຢຊູ ຜູ້ທີ່ໄດ້ກັບມາເປັນມະນຸດກໍ່ເປັນລູກຫຼານຂອງນະຮົກ, ຜູ້ສືບເຊື້ອສາຍຂອງອັກຄະເທວະດາ ເຊິ່ງເປັນກຸ່ມຄົນທີ່ຈະທຳລາຍໄປຕະຫຼອດການ. ຄົນຈຳນວນຫຼາຍອາດຈະບໍ່ສົນໃຈສິ່ງທີ່ເຮົາເວົ້າ ແຕ່ເຮົາຍັງຢາກບອກທຸກຄົນທີ່ອ້າງຕົນວ່າເປັນໄພ່ພົນ ຜູ້ທີ່ຕິດຕາມພຣະເຢຊູວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນເວລາທີ່ດວງອາທິດແຫ່ງຄວາມຊອບທຳປາກົດຕົວຢ່າງເປີດເຜີຍ. ບາງທີນັ້ນອາດຈະເປັນເວລາທີ່ຕື່ນເຕັ້ນຫຼາຍແຮງສຳລັບເຈົ້າ. ເຖິງຢ່າງໃດກໍຕາມ ເຈົ້າຄວນຮູ້ວ່າເວລາທີ່ເຈົ້າເຫັນພຣະເຢຊູລົງມາຈາກສະຫວັນດ້ວຍຕາຂອງເຈົ້າ ນັ້ນກໍຈະເປັນເວລາທີ່ເຈົ້າລົງໄປນະຮົກເພື່ອຮັບການລົງໂທດ ເຊິ່ງເປັນເວລາທີ່ການສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າຖືກປະກາດອອກໄປ ແລະ ເມື່ອພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຊ້າ. ເພາະວ່າການພິພາກສາຂອງພຣະເຈົ້າຈະໄດ້ສິ້ນສຸດລົງແລ້ວກ່ອນທີ່ມະນຸດຈະເຫັນໝາຍສຳຄັນ ເມື່ອມີພຽງແຕ່ການສະແດງອອກເຖິງຄວາມຈິງເທົ່ານັ້ນ. ຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນ ແລະ ດ້ວຍເຫດນີ້ຈຶ່ງໄດ້ຮັບການຊຳລະໃຫ້ບໍລິສຸດ ຈະຖືກນຳມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າສູ່ອ້ອມກອດຂອງພຣະຜູ້ສ້າງ. ມີພຽງຜູ້ທີ່ຍຶດໝັ້ນໃນຄວາມເຊື່ອທີ່ວ່າ “ພຣະເຢຊູຜູ້ທີ່ບໍ່ໄດ້ຂີ່ເມກສີຂາວແມ່ນພຣະຄຣິສປອມ” ເທົ່ານັ້ນທີ່ຈະຕ້ອງຮັບການລົງໂທດຊົ່ວນິລັນດອນ ເພາະພວກເຂົາເຊື່ອພຽງແຕ່ໃນພຣະເຢຊູຜູ້ທີ່ສະແດງໝາຍສຳຄັນ ແຕ່ບໍ່ຍອມຮັບຮູ້ພຣະເຢຊູຜູ້ທີ່ສະແດງອອກເຖິງການພິພາກສາທີ່ຮຸນແຮງ ແລະ ປົດປ່ອຍຊີວິດ ແລະ ຫົນທາງທີ່ແທ້ຈິງ. ດ້ວຍເຫດນີ້ ມັນຈຶ່ງເປັນໄດ້ພຽງແຕ່ວ່າພຣະເຢຊູຈັດການກັບພວກເຂົາ ເມື່ອພຣະອົງກັບມາຢ່າງເປີດເຜີຍເທິງເມກສີຂາວ. ພວກເຂົາດື້ດ້ານເກີນໄປ, ໝັ້ນໃຈໃນຕົນເອງເກີນໄປ ແລະ ອວດດີເກີນໄປ. ພວກເສດມະນຸດແບບນີ້ຈະໄດ້ຮັບລາງວັນຈາກພຣະເຢຊູໄດ້ແນວໃດ? ການກັບມາຂອງພຣະເຢຊູແມ່ນຄວາມລອດພົ້ນທີ່ຍິ່ງໃຫຍ່ສຳລັບຜູ້ທີ່ສາມາດຍອມຮັບເອົາຄວາມຈິງ ແຕ່ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງແລ້ວ, ນັ້ນແມ່ນສັນຍານຂອງການປະນາມ. ພວກເຈົ້າຄວນເລືອກເສັ້ນທາງຂອງພວກເຈົ້າເອງ ແລະ ບໍ່ຄວນໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ປະຕິເສດຄວາມຈິງ. ພວກເຈົ້າບໍ່ຄວນເປັນຄົນທີ່ໂງ່ຈ້າ ແລະ ອວດດີ ແຕ່ເປັນຄົນທີ່ອ່ອນນ້ອມຕໍ່ການນໍາຂອງພຣະວິນຍານບໍລິສຸດ ແລະ ກະຫາຍ ແລະ ສະແຫວງຫາຄວາມຈິງ; ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຈົ້າຈະໄດ້ຮັບຜົນປະໂຫຍດ. ເຮົາແນະນຳພວກເຈົ້າໃຫ້ຍ່າງຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຢ່າງລະມັດລະວັງ. ຢ່າດ່ວນສະຫຼຸບໂດຍພະລະການ; ຍິ່ງໄປກວ່ານັ້ນ ຢ່າຖືເບົາ ແລະ ເລິນເລີ່ກັບຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຄວນຮູ້ຈັກວ່າ ຢ່າງໜ້ອຍທີ່ສຸດ ຜູ້ທີ່ເຊື່ອໃນພຣະເຈົ້າຄວນມີຫົວໃຈທີ່ຖ່ອມຕົວ ແລະ ທີ່ຢໍາເກງພຣະເຈົ້າ. ຜູ້ທີ່ໄດ້ຍິນຄວາມຈິງແຕ່ດູຖູກ ແມ່ນຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ດ່ວນສະຫຼຸບໂດຍບໍ່ສົນຫຍັງ ຫຼື ປະນາມຄວາມຈິງນັ້ນລ້ວນແຕ່ເປັນຄົນອວດດີ. ທຸກຄົນທີ່ເຊື່ອໃນພຣະເຢຊູບໍ່ມີຄຸນສົມບັດທີ່ຈະສາບແຊ່ງ ຫຼື ປະນາມຄົນອື່ນ. ພວກເຈົ້າທຸກຄົນຄວນເປັນຄົນທີ່ມີເຫດຜົນ ແລະ ຍອມຮັບຄວາມຈິງ. ບາງເທື່ອ ເມື່ອໄດ້ຍິນຫົນທາງແຫ່ງຄວາມຈິງ ແລະ ເມື່ອໄດ້ອ່ານພຣະທຳແຫ່ງຊີວິດ, ເຈົ້າເຊື່ອວ່າ ມີພຽງໜຶ່ງໃນ 10.000 ຄຳເຫຼົ່ານີ້ເທົ່ານັ້ນ ທີ່ສອດຄ່ອງກັບມຸມມອງຂອງເຈົ້າ ແລະ ພຣະຄຳພີ ແລ້ວຈາກນັ້ນເຈົ້າກໍຄວນສືບຕໍ່ສະແຫວງຫາໜຶ່ງໃນ 10.000 ຈາກຄຳເຫຼົ່ານີ້. ເຮົາຍັງແນະນໍາໃຫ້ເຈົ້າຖ່ອມຕົວ ບໍ່ໝັ້ນໃຈໃນຕົນເອງຫຼາຍເກີນໄປ ແລະ ບໍ່ສັນລະເສີນຕົນເອງສູງສົ່ງເກີນໄປ. ດ້ວຍຫົວໃຈທີ່ຢໍາເກງພຣະເຈົ້າໜ້ອຍໜຶ່ງທີ່ເຈົ້າມີ ເຈົ້າຈະໄດ້ຮັບແສງສະຫວ່າງທີ່ຍິ່ງໃຫຍ່ກວ່າ. ຖ້າເຈົ້າພິຈາລະນາຢ່າງລະມັດລະວັງ ແລະ ຕຶກຕອງພຣະທຳເຫຼົ່ານີ້ຊໍ້າໄປຊໍ້າມາ ເຈົ້າຈະເຂົ້າໃຈວ່າ ພຣະທໍາເຫຼົ່ານັ້ນແມ່ນຄວາມຈິງຫຼືບໍ່ ແລະ ແມ່ນຊີວິດຫຼືບໍ່. ບາງເທື່ອ ການໄດ້ອ່ານສອງສາມປະໂຫຍກ ບາງຄົນຈະປະນາມພຣະທຳເຫຼົ່ານີ້ຢ່າງຕາບອດ ໂດຍກ່າວວ່າ “ສິ່ງນີ້ເປັນພຽງການເຮັດໃຫ້ມີຄວາມສະຫວ່າງຂອງພຣະວິນຍານບໍລິສຸດ” ຫຼື “ນີ້ແມ່ນພຣະຄຣິດຕົວປອມທີ່ມາເພື່ອຫຼອກລວງຜູ້ຄົນ”. ຄົນເຫຼົ່ານັ້ນທີ່ເວົ້າສິ່ງເຫຼົ່ານີ້ແມ່ນຖືກເຮັດໃຫ້ຕາບອດດ້ວຍຄວາມໂງ່ຈ້າ! ເຈົ້າເຂົ້າໃຈພາລະກິດ ແລະ ສະຕິປັນຍາຂອງພຣະເຈົ້າພຽງແຕ່ໜ້ອຍດຽວ ແລະ ເຮົາແນະນໍາໃຫ້ເຈົ້າເລີ່ມຕົ້ນໃໝ່ອີກຄັ້ງ! ພວກເຈົ້າຕ້ອງບໍ່ຫຼັບຫູຫຼັບຕາປະນາມພຣະທຳທີ່ສະແດງອອກໂດຍພຣະເຈົ້າ ຍ້ອນການປາກົດຂອງພຣະຄຣິດຕົວປອມໃນຍຸກສຸດທ້າຍ ແລະ ພວກເຈົ້າຕ້ອງບໍ່ເປັນຄົນທີ່ໝິ່ນປະໝາດພຣະວິນຍານບໍລິສຸດ ຍ້ອນພວກເຈົ້າຢ້ານການຫຼອກລວງ. ມັນຈະບໍ່ເປັນເລື່ອງທີ່ເປັນຕາເສຍດາຍຢ່າງຍິ່ງບໍ່? ຫຼັງຈາກການກວດສອບຢ່າງລະອຽດ, ຖ້າເຈົ້າຍັງເຊື່ອວ່າ ພຣະທຳເຫຼົ່ານີ້ບໍ່ແມ່ນຄວາມຈິງ, ບໍ່ແມ່ນຫົຍທາງ ແລະ ບໍ່ແມ່ນການສະແດງອອກຂອງພຣະເຈົ້າ ແລ້ວເຈົ້າຈະຖືກລົງໂທດໃນທີ່ສຸດ ແລະ ເຈົ້າຈະບໍ່ໄດ້ຮັບພອນ. ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງດັ່ງກ່າວທີ່ໄດ້ກ່າວຢ່າງແຈ່ມແຈ້ງ ແລະ ຊັດເຈນ ແລ້ວເຈົ້າກໍບໍ່ແມ່ນຄົນທີ່ບໍ່ຄູ່ຄວນທີ່ຈະໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າບໍ? ເຈົ້າບໍ່ແມ່ນຄົນທີ່ບໍ່ໄດ້ຮັບພອນຢ່າງພຽງພໍເພື່ອກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າບໍ? ຈົ່ງຄິດທົບທວນເບິ່ງ! ຢ່າໃຈຮ້ອນ ແລະ ຫຸນຫັນ ແລະ ຢ່າປະຕິບັດຄວາມເຊື່ອໃນພຣະເຈົ້າຄືກັບເກມ. ຈົ່ງຄິດເພື່ອຈຸດໝາຍປາຍທາງຂອງເຈົ້າ, ເພື່ອອະນາຄົດຂອງເຈົ້າ, ເພື່ອຊີວິດຂອງເຈົ້າ ແລະ ຢ່າຫຼິ້ນຕົນເອງ. ເຈົ້າສາມາດຍອມຮັບພຣະທຳເຫຼົ່ານີ້ບໍ່?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າຈະໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ
649. ພຣະຄຣິດແຫ່ງຍຸກສຸດທ້າຍຈະໃຊ້ຄວາມຈິງເພື່ອສອນມະນຸດໃນທົ່ວໂລກ ແລະ ເຮັດໃຫ້ພວກເຂົາຮູ້ຄວາມຈິງທັງໝົດ. ນີ້ແມ່ນພາລະກິດແຫ່ງການພິພາກສາຂອງພຣະເຈົ້າ. ມີຫຼາຍຄົນຮູ້ສຶກບໍ່ສະບາຍໃຈກ່ຽວກັບການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ເພາະວ່າມະນຸດເຫັນວ່າມັນເປັນສິ່ງທີ່ເຊື່ອໄດ້ຍາກທີ່ພຣະເຈົ້າຈະກາຍເປັນມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາ. ເຖິງຢ່າງໃດກໍຕາມ, ເຮົາຕ້ອງບອກເຈົ້າວ່າ ພາລະກິດຂອງພຣະເຈົ້າຢູ່ເໜືອຄວາມຄາດຫວັງຂອງມະນຸດຫຼາຍ ແລະ ຍາກທີ່ຄວາມຄິດຂອງມະນຸດຈະຍອມຮັບໄດ້. ຍ້ອນວ່າຜູ້ຄົນເປັນພຽງໂຕໜອນຢູ່ເທິງແຜ່ນດິນໂລກ ໃນຂະນະທີ່ພຣະເຈົ້າເປັນຜູ້ຍິ່ງໃຫຍ່ທີ່ຕື່ມຈັກກະວານໃຫ້ເຕັມ; ຄວາມຄິດຂອງມະນຸດເປັນຄືກັບບວກນໍ້າເນົ່າເໝັນທີ່ເປັນພຽງບໍ່ເກີດຂອງໜອນເທົ່ານັ້ນ, ໃນຂະນະທີ່ແຕ່ລະຂັ້ນຕອນຂອງພາລະກິດທີ່ຖືກນໍາພາໂດຍຄວາມຄິດຂອງພຣະເຈົ້າຄືການກັ່ນຕອງສະຕິປັນຍາຂອງພຣະເຈົ້າ. ຜູ້ຄົນພະຍາຍາມທີ່ຈະແຂ່ງຂັນກັບພຣະເຈົ້າຢູ່ຕະຫຼອດ ເຊິ່ງເຮົາບອກວ່າມັນມີຄວາມຊັດເຈນໃນຕົວມັນເອງວ່າ ໃນທີ່ສຸດແລ້ວຜູ້ໃດຈະລົ້ມເຫຼວ. ເຮົາຂໍແນະນໍາພວກເຈົ້າທຸກຄົນ ບໍ່ຄວນຄິດວ່າຕົນເອງມີຄ່າຫຼາຍໄປກວ່າທອງຄຳ. ຖ້າຄົນອື່ນສາມາດຮັບເອົາຄໍາພິພາກສາຂອງພຣະເຈົ້າ ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດຮັບເອົາຄໍາພິພາກສາຂອງພຣະອົງ? ເຈົ້າຢືນສູງກວ່າຄົນອື່ນຫຼາຍປານໃດ? ຖ້າຄົນອື່ນສາມາດກົ້ມຫົວລົງຕໍ່ໜ້າຄວາມຈິງ ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດເຮັດຄືຜູ້ຄົນດັ່ງກ່າວນັ້ນໄດ້? ພາລະກິດຂອງພຣະເຈົ້າມີແຮງຜັກດັນທີ່ບໍ່ສາມາດຢຸດຢັ້ງໄດ້. ພຣະອົງຈະບໍ່ປະຕິບັດຊໍ້າພາລະກິດແຫ່ງການພິພາກສາເພື່ອເຫັນແກ່ “ຄວາມດີ” ທີ່ເຈົ້າໄດ້ສ້າງ ແລະ ເຈົ້າກໍຈະເຕັມໄປດ້ວຍຄວາມເສຍໃຈທີ່ປ່ອຍໃຫ້ໂອກາດດີດັ່ງກ່າວນັ້ນຫຼຸດໄປ. ຖ້າເຈົ້າບໍ່ເຊື່ອພຣະທໍາຂອງເຮົາ ແລ້ວຈົ່ງລໍຖ້າໃຫ້ບັນລັງຂາວທີ່ຍິ່ງໃຫຍ່ໃນທ້ອງຟ້າພິພາກສາເຈົ້າ! ເຈົ້າຕ້ອງຮູ້ໄວ້ວ່າ ຊາວອິດສະຣາເອນທຸກຄົນບໍ່ຍອມຮັບ ແລະ ປະຕິເສດພຣະເຢຊູ, ແຕ່ເຖິງຢ່າງນັ້ນກໍຕາມ ຂໍ້ແທ້ຈິງຂອງການທີ່ພຣະເຢຊູໄຖ່ບາບມະນຸດຍັງຂະຫຍາຍໄປທົ່ວຈັກກະວານ ແລະ ໄປຈົນສຸດແຜ່ນດິນໂລກ. ແລ້ວນີ້ບໍ່ແມ່ນຂໍ້ແທ້ຈິງທີ່ພຣະເຈົ້າໄດ້ບັນລຸມາແຕ່ດົນນານບໍ? ຖ້າເຈົ້າຍັງລໍຖ້າພຣະເຢຊູຮັບເອົາເຈົ້າໄປສູ່ສະຫວັນ, ເຮົາຂໍເວົ້າວ່າເຈົ້າຄືທ່ອນໄມ້ຕາຍທີ່ແຂງກະດ້າງທ່ອນໜຶ່ງ[ກ]. ພຣະເຢຊູຈະບໍ່ຮັບຮູ້ຜູ້ເຊື່ອຈອມປອມຄືກັບເຈົ້າ ຜູ້ທີ່ບໍ່ຊື່ສັດຕໍ່ຄວາມຈິງ ແລະ ຜູ້ທີ່ສະແຫວງຫາພຽງແຕ່ພອນເທົ່ານັ້ນ. ໃນທາງກົງກັນຂ້າມ, ພຣະອົງຈະບໍ່ສະແດງຄວາມເມດຕາໃນການໂຍນເຈົ້າລົງໄປໃນບຶງໄຟເພື່ອຖືກເຜົາໄໝ້ເປັນເວລາຫຼາຍສິບພັນປີ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິສປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ
ໝາຍເຫດ:
ກ. ທ່ອນໄມ້ຕາຍ: ສຳນວນພາສາຈີນທີ່ໝາຍເຖິງ “ເກີນຄວາມຊ່ວຍເຫຼືອ”.
650. ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດນີ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກແບບແຜນຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຄຣິດສະຕຽນທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມແບບແຜນຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດນີ້ໄດ້. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ສຳນຶກຜິດ ແລະ ສາລະພາບບາບຕໍ່ໜ້າພຣະເຈົ້າ ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດຈະເປັນຄວາມຫາຍຍະນະທີ່ບໍ່ສາມາດຫຼີກລ່ຽງໄດ້ຢ່າງແນ່ນອນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກຜະໜວກ 2: ພຣະເຈົ້າຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດທັງປວງ
651. ພວກເຈົ້າຄວນສະແຫວງຫາການຮອງຮັບຂອງພຣະເຈົ້າ ເພື່ອຜົນປະໂຫຍດຕໍ່ຊາຕາກໍາຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ຍ້ອນພວກເຈົ້າຮັບຮູ້ວ່າພວກເຈົ້າເປັນສະມາຊິກໃນເຮືອນຂອງພຣະເຈົ້າ, ພວກເຈົ້າກໍຄວນເຮັດໃຫ້ຈິດໃຈຂອງພຣະເຈົ້າມີສັນຕິສຸກ ແລະ ເຮັດໃຫ້ພຣະອົງເພິ່ງພໍໃຈໃນທຸກສິ່ງທຸກຢ່າງ. ເວົ້າໄດ້ອີກວ່າ ເຈົ້າຕ້ອງມີຫຼັກການໃນການກະທໍາຂອງເຈົ້າ ແລະ ສອດຄ່ອງກັບຄວາມຈິງທີ່ມີຢູ່ໃນການກະທໍານັ້ນ. ຖ້າສິ່ງດັ່ງກ່າວເກີນຄວາມສາມາດຂອງເຈົ້າ, ແລ້ວເຈົ້າກໍຈະຖືກກຽດຊັງ ແລະ ປະຕິເສດໂດຍພຣະເຈົ້າ ແລະ ຖືກດູຖູກໂດຍມະນຸດທຸກຄົນ. ຫຼັງຈາກທີ່ເຈົ້າຕົກຢູ່ໃນສະພາບການທີ່ມືດມົວດັ່ງກ່າວ, ແລ້ວເຈົ້າກໍຈະບໍ່ສາມາດຖືກນັບເຂົ້າຢູ່ໃນເຮືອນຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າເຈົ້າຈະບໍ່ຖືກຮັບເອົາໂດຍພຣະເຈົ້າແທ້ໆ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້
652. ຄວາມຮຽກຮ້ອງຂອງເຮົາອາດຈະທໍາມະດາ, ແຕ່ສິ່ງທີ່ເຮົາກໍາລັງບອກພວກເຈົ້າແມ່ນບໍ່ທໍາມະດາຄືດັ່ງກັບໜຶ່ງບວກໜຶ່ງເທົ່າກັບສອງ. ຖ້າສິ່ງດຽວທີ່ພວກເຈົ້າເຮັດ ແມ່ນການເວົ້າກ່ຽວກັບສິ່ງນີ້ໂດຍບໍ່ມີເປົ້າໝາຍ ຫຼື ເວົ້າເລື້ອຍເປື່ອຍແບບເປົ່າຫວ່າງ ແລະ ຟັງຄືສູງສົ່ງ, ແລ້ວແບບແຜນຂອງພວກເຈົ້າ ແລະ ຄວາມປາດຖະໜາຂອງພວກເຈົ້າກໍຈະເປັນໜ້າເຈ້ຍທີ່ວ່າງເປົ່າຕະຫຼອດການ. ເຮົາຈະບໍ່ມີຄວາມຮູ້ສຶກສົງສານຜູ້ຄົນເຫຼົ່ານັ້ນໃນບັນດາພວກເຈົ້າທີ່ທົນທຸກທໍລະມານເປັນເວລາຫຼາຍປີ ແລະ ເຮັດວຽກຢ່າງໜັກແຕ່ບໍ່ມີຫຍັງສະແດງໃຫ້ເຫັນເປັນຮູບປະທໍາ. ໃນທາງກົງກັນຂ້າມ, ເຮົາຈະປະຕິບັດຕໍ່ຄົນທີ່ບໍ່ໄດ້ເຮັດຕາມຄວາມຮຽກຮ້ອງຂອງເຮົາໂດຍການລົງໂທດ, ບໍ່ແມ່ນໂດຍການໃຫ້ລາງວັນ, ແຮງໄກທີ່ຈະເປັນຄວາມເຫັນອົກເຫັນໃຈ. ພວກເຈົ້າອາດຈິນຕະນາການວ່າ ໃນການເປັນຜູ້ຕິດຕາມເປັນເວລາຫຼາຍປີ ພວກເຈົ້າແມ່ນໄດ້ເຮັດວຽກຢ່າງໜັກບໍ່ວ່າໃນກໍລະນີໃດກໍຕາມ ແລະ ພວກເຈົ້າຄວນໄດ້ຮັບຖ້ວຍເຂົ້າໃນເຮືອນຂອງພຣະເຈົ້າຍ້ອນການເປັນຜູ້ໃຫ້ບໍລິການເທົ່ານັ້ນ. ເຮົາຈະເວົ້າວ່າ ພວກເຈົ້າສ່ວນໃຫຍ່ຄິດແບບນີ້ ຍ້ອນພວກເຈົ້າໄດ້ສະແຫວງຫາຫຼັກການກ່ຽວກັບວິທີການເອົາປຽບສິ່ງຕ່າງໆ ແລະ ບໍ່ຖືກເອົາປຽບຢູ່ສະເໝີ. ດ້ວຍເຫດນັ້ນ ເຮົາຈິ່ງກໍາລັງບອກພວກເຈົ້າຕອນນີ້ດ້ວຍຄວາມຈິງຈັງແທ້ໆວ່າ: ເຮົາບໍ່ສົນວ່າ ວຽກໜັກຂອງເຈົ້າແມ່ນຄວນໄດ້ຮັບການສັນລະເສີນສໍ່າໃດ, ຄຸນວຸດທິຂອງເຈົ້າແມ່ນເປັນສິ່ງທີ່ໜ້າປະທັບໃຈພຽງໃດ, ເຈົ້າໄດ້ຕິດຕາມເຮົາຢ່າງໃກ້ຊິດສໍ່າໃດ, ເຈົ້າມີຊື່ສຽງສໍ່າໃດ ຫຼື ເຈົ້າໄດ້ປັບປຸງທັດສະນະຄະຕິຂອງເຈົ້າຫຼາຍສໍ່າໃດ; ຕາບໃດທີ່ເຈົ້າບໍ່ໄດ້ເຮັດຕາມທີ່ເຮົາຮຽກຮ້ອງ, ເຈົ້າກໍຈະບໍ່ສາມາດໄດ້ຮັບການຍ້ອງຍໍຈາກເຮົາ. ໃຫ້ຂີດຂ້າຄວາມຄິດ ແລະ ການຄໍານວນເຫຼົ່ານັ້ນຂອງພວກເຈົ້າໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະ ເລີ່ມປະຕິບັດກັບຄວາມຮຽກຮ້ອງຂອງເຮົາດ້ວຍຄວາມຈິງຈັງ; ບໍ່ສະນັ້ນ, ເຮົາຈະຫັນປ່ຽນທຸກໆຄົນໃຫ້ເປັນຂີ້ເຖົ່າເພື່ອສິ້ນສຸດພາລະກິດຂອງເຮົາ ແລະ ຫຼາຍສຸດກໍປ່ຽນພາລະກິດ ແລະ ການທົນທຸກເປັນເວລາຫຼາຍປີຂອງເຮົາໃຫ້ກາຍເປັນສິ່ງທີ່ໄຮ້ຄວາມໝາຍ ຍ້ອນເຮົາບໍ່ສາມາດນໍາສັດຕູ ແລະ ຜູ້ຄົນທີ່ມີການປາກົດຕົວຂອງຊາຕານເຂົ້າມາໃນອານາຈັກຂອງເຮົາ ຫຼື ພາພວກເຂົາໄປສູ່ຍຸກຕໍ່ໄປ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຝ່າຝືນຈະນໍາພາມະນຸດໄປສູ່ນະຮົກ
653. ບັດນີ້ຄືເວລາທີ່ພຣະວິນຍານຂອງເຮົາປະຕິບັດວຽກງານທີ່ຍິ່ງໃຫຍ່ ແລະ ເປັນເວລາທີ່ເຮົາເລີ່ມຕົ້ນວຽກງານຂອງເຮົາໃນທ່າມກາງຊາດທີ່ບໍ່ແມ່ນຊາວຢິວ. ຍິ່ງໄປກວ່ານັ້ນ, ມັນເປັນເວລາທີ່ເຮົາຈັດປະເພດສິ່ງທີ່ຖືກສ້າງທັງໝົດ, ໂດຍຈັດແຕ່ລະຄົນເຂົ້າໄປໃນປະເພດຂອງຕົນ, ເພື່ອໃຫ້ວຽກງານຂອງເຮົາດຳເນີນໄປຢ່າງວ່ອງໄວຂຶ້ນ ແລະ ສາມາດບັນລຸຜົນໄດ້ຮັບຫຼາຍຂຶ້ນ. ດັ່ງນັ້ນ, ສິ່ງທີ່ເຮົາຂໍຈາກພວກເຈົ້າຍັງຄົງເປັນການໃຫ້ພວກເຈົ້າຖວາຍຕົວຕົນທັງໝົດຂອງເຈົ້າໃຫ້ແກ່ວຽກງານທັງໝົດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ໃຫ້ເຈົ້າແຍກແຍະ ແລະ ເຫັນຢ່າງຖືກຕ້ອງແມ່ນຍຳ ເຖິງວຽກງານທັງໝົດທີ່ເຮົາໄດ້ເຮັດໃນໂຕເຈົ້າ ແລະ ອຸທິດພະລັງງານທັງໝົດຂອງເຈົ້າ ເພື່ອໃຫ້ວຽກງານຂອງເຮົາສາມາດບັນລຸຜົນໄດ້ຮັບທີ່ຍິ່ງໃຫຍ່ກວ່າເກົ່າ. ນີ້ຄືສິ່ງທີ່ເຈົ້າຕ້ອງເຂົ້າໃຈ. ຈົ່ງຢຸດຢັ້ງການແຂ່ງຂັນກັນ, ການຊອກຫາແຜນສຳຮອງ ຫຼື ການສະແຫວງຫາຄວາມສະບາຍໃຫ້ແກ່ເນື້ອໜັງຂອງເຈົ້າ, ເພື່ອຫຼີກລ່ຽງການເຮັດໃຫ້ວຽກງານຂອງເຮົາຊັກຊ້າ ແລະ ຂັດຂວາງອະນາຄົດອັນດີເລີດຂອງເຈົ້າ. ການເຮັດເຊັ່ນນັ້ນບໍ່ໄດ້ປົກປ້ອງເຈົ້າເລີຍ, ແຕ່ມັນສາມາດນຳເອົາຄວາມພິນາດມາສູ່ເຈົ້າເທົ່ານັ້ນ. ນີ້ບໍ່ແມ່ນຄວາມໂງ່ຈ້າຂອງເຈົ້າບໍ? ສິ່ງທີ່ເຈົ້າເພີດເພີນໃນມື້ນີ້ ຄືສິ່ງທີ່ກຳລັງທຳລາຍອະນາຄົດຂອງເຈົ້າ, ໃນຂະນະທີ່ຄວາມເຈັບປວດທີ່ເຈົ້າທົນໃນມື້ນີ້ ຄືສິ່ງທີ່ກຳລັງປົກປ້ອງເຈົ້າ. ເຈົ້າຕ້ອງຮັບຮູ້ສິ່ງເຫຼົ່ານີ້ຢ່າງແຈ່ມແຈ້ງ, ເພື່ອຫຼີກລ່ຽງການຕົກເປັນເຫຍື່ອຂອງການລໍ້ລວງ ເຊິ່ງເຈົ້າຈະເຫັນວ່າຍາກທີ່ຈະປົດປ່ອຍຕົນເອງອອກມາໄດ້ ແລະ ເພື່ອຫຼີກລ່ຽງການຫຼົງເຂົ້າໄປໃນໝອກໜາ ແລະ ບໍ່ສາມາດຊອກຫາແສງຕາເວັນໄດ້ອີກເລີຍ. ເມື່ອໝອກໜາຈາງລົງ, ເຈົ້າຈະພົບວ່າຕົນເອງຢູ່ທ່າມກາງການພິພາກສາແຫ່ງວັນທີ່ຍິ່ງໃຫຍ່. ເມື່ອເຖິງເວລານັ້ນ, ວັນຂອງເຮົາກໍຈະໄດ້ໃກ້ເຂົ້າມາສູ່ມະນຸດຊາດແລ້ວ. ເຈົ້າຈະຫຼົບໜີຈາກການພິພາກສາຂອງເຮົາໄດ້ແນວໃດ? ເຈົ້າຈະສາມາດທົນຕໍ່ຄວາມຮ້ອນທີ່ແຜດເຜົາຂອງດວງຕາເວັນໄດ້ແນວໃດ? ເມື່ອເວລາເຮົາມອບຄວາມອຸດົມສົມບູນໃຫ້ແກ່ມະນຸດ, ມະນຸດບໍ່ທະນຸຖະໜອມມັນໄວ້ໃນຫົວໃຈ, ແຕ່ປະຖິ້ມມັນໄວ້ໃນບ່ອນທີ່ເຊິ່ງບໍ່ມີໃຜຈະສັງເກດເຫັນມັນໄດ້. ເມື່ອຮອດມື້ຂອງເຮົາລົງມາຮອດມະນຸດ, ມະນຸດກໍ່ຈະບໍ່ສາມາດຄົ້ນພົບຄວາມສົມບູນຂອງເຮົາໄດ້ ຫຼື ເຫັນຄວາມຈິງທີ່ຂົມຂື່ນທີ່ເຮົາໄດ້ເວົ້າຕໍ່ມະນຸດໃນເມື່ອກ່ອນ. ມະນຸດກໍ່ຈະຄວນຄາງ ແລະ ຮ້ອງໄຫ້ ເພາະວ່າມະນຸດໄດ້ສູນເສຍຄວາມແສງສະຫວ່າງ ແລະ ຕົກຢູ່ໃນຄວາມມືດແລ້ວ. ສິ່ງທີ່ພວກເຈົ້າເຫັນໃນທຸກມື້ນີ້ພຽງແຕ່ແມ່ນດາບທີ່ແຫຼມຄົມຈາກປາກຂອງເຮົາເທົ່ານັ້ນ. ພວກເຈົ້າບໍ່ທັນເຄີຍເຫັນໄມ້ໃນມືຂອງເຮົາ ຫຼື ແປວໄຟທີ່ເຮົາເຜົາໄໝ້ມະນຸດ ແລະ ນັ້ນແມ່ນຍ້ອນຫຍັງພວກເຈົ້າຈິ່ງຍັງຈອງຫອງ ແລະ ບໍ່ໃສ່ໃຈຕໍ່ກັບການປາກົດຕົວຂອງເຮົາ. ນັ້ນແມ່ນເຫດຜົນຍ້ອນຫຍັງເຈົ້າຍັງຂັດຂືນກັບເຮົາຢູ່ໃນເຮືອນຂອງເຮົາ, ໂຕ້ຖຽງດ້ວຍຄໍາເວົ້າຈາກລີ້ນປາກຂອງມະນຸດກັບຄໍາເວົ້າຈາກປາກຂອງເຮົາທີ່ເຮົາໄດ້ເວົ້າໄປແລ້ວ. ມະນຸດບໍ່ຢ້ານກົວເຮົາ ແລະ ເຖິງແມ່ນວ່າ ເຂົາຍັງສືບຕໍ່ເປັນສັດຕູກັບເຮົາຈົນຮອດທຸກມື້ນີ້, ເຂົາກໍຍັງບໍ່ມີຄວາມຢ້ານກົວເລີຍ. ພວກເຈົ້າມີລີ້ນ ແລະ ແຂ້ວທີ່ບໍ່ຊອບທໍາໃນປາກຂອງພວກເຈົ້າ. ຄຳເວົ້າ ແລະ ການກະທຳຂອງພວກເຈົ້າຍັງຄືກັບຄຳເວົ້າ ແລະ ການກະທຳຂອງງູທີ່ຊັກຊວນໃຫ້ເອວາເຮັດບາບ. ພວກເຈົ້າຮຽກຮ້ອງຈາກກັນແລະກັນແບບຕາຕໍ່ຕາ ແລະ ແຂ້ວຕໍ່ແຂ້ວ ແລະ ພວກເຈົ້າດີ້ນຮົນໃນການປາກົດຕົວຂອງເຮົາເພື່ອຍາດຊິງຕຳແໜ່ງ, ຊື່ສຽງ ແລະ ຜົນປະໂຫຍດສຳລັບຕົວພວກເຈົ້າເອງ, ແຕ່ພວກເຈົ້າບໍ່ຮູ້ວ່າເຮົາກຳລັງເຝົ້າເບິ່ງຄຳເວົ້າ ແລະ ການກະທຳຂອງພວກເຈົ້າຢ່າງລັບໆຢູ່. ກ່ອນທີ່ພວກເຈົ້າຈະເຂົ້າມາຢູ່ໃນການປາກົດຕົວຂອງເຮົາ, ເຮົາໄດ້ຢັ່ງເຖິງສ່ວນເລິກຂອງຫົວໃຈພວກເຈົ້າແລ້ວ. ມະນຸດຕ້ອງການຫຼົບໜີຈາກກຳມືຂອງເຮົາ ແລະ ຫຼົບຫຼີກການສັງເກດຈາກສາຍຕາເຮົາຢູ່ສະເໝີ, ແຕ່ເຮົາບໍ່ເຄີຍຫຼົບຈາກການເຝົ້າຕິດຕາມຄຳເວົ້າ ຫຼື ການກະທຳຂອງມະນຸດເລີຍ. ກົງກັນຂ້າມ ເຮົາອະນຸຍາດຄຳເວົ້າ ແລະ ການກະທຳເຫຼົ່ານີ້ໃຫ້ເຂົ້າສູ່ສາຍຕາຂອງເຮົາຢ່າງມີຈຸດປະສົງ, ເພື່ອໃຫ້ເຮົາສາມາດລົງໂທດຄວາມບໍ່ຊອບທໍາຂອງມະນຸດ ແລະ ປະຕິບັດການພິພາກສາຕໍ່ກັບການກະບົດຂອງມະນຸດ. ສະນັ້ນ ຄຳເວົ້າ ແລະ ການກະທຳຂອງມະນຸດແບບລັບໆຍັງຄົງຢູ່ຕໍ່ໜ້າບັນລັງພິພາກສາຂອງເຮົາສະເໝີ ແລະ ຄຳພິພາກສາຂອງເຮົາບໍ່ເຄີຍປ່ອຍໃຫ້ມະນຸດຫຼຸດພົ້ນໄປໄດ້, ເພາະວ່າການກະບົດຂອງມະນຸດແມ່ນຫຼາຍເກີນໄປ. ພາລະກິດຂອງເຮົາແມ່ນເພື່ອເຜົາທຳລາຍ, ເພື່ອກັ່ນຕອງຄຳເວົ້າ, ເພື່ອການກະທຳທັງໝົດຂອງມະນຸດທີ່ໄດ້ເວົ້າໄປ ແລະ ເພື່ອການກະທຳໄປໂດຍຜ່ານການປາກົດຕົວຂອງພຣະວິນຍານຂອງເຮົາ. ດ້ວຍວິທີນີ້[ກ] ເມື່ອເຮົາອອກຈາກໂລກນີ້ໄປ, ຜູ້ຄົນຈະຍັງຮັກສາຄວາມຈົງຮັກພັກດີຕໍ່ເຮົາ ແລະ ຈະຍັງຮັບໃຊ້ເຮົາຄືກັນກັບຜູ້ຮັບໃຊ້ອັນບໍລິສຸດຂອງເຮົາທີ່ປະຕິບັດໃນພາລະກິດຂອງເຮົາໃນຕອນນີ້ ແລະ ຈະເຮັດໃຫ້ພາລະກິດຂອງເຮົາໃນໂລກນີ້ສືບຕໍ່ໄປຈົນກວ່າມື້ສຳເລັດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດເຜີຍແຜ່ພຣະກິດຕິຄຸນຍັງເປັນພາລະກິດທີ່ຊ່ວຍໃຫ້ມະນຸດລອດພົ້ນ
ໝາຍເຫດ:
ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ດ້ວຍວິທີນີ້”.
654. ຢູ່ເທິງແຜ່ນດິນໂລກ ວິນຍານທີ່ຊົ່ວຮ້າຍທຸກປະເພດອອກຫາບ່ອນພັກຜ່ອນຢູ່ຕະຫຼອດເວລາ ແລະ ຊອກຫາຊາກສົບຂອງມະນຸດ ທີ່ມັນສາມາດກິນໄດ້ຢ່າງບໍ່ມີສິ້ນສຸດ. ປະຊາຊົນຂອງເຮົາເອີຍ! ພວກເຈົ້າຕ້ອງຄົງຢູ່ພາຍໃນການເບິ່ງແຍງ ແລະ ການປົກປ້ອງຂອງເຮົາ. ຈົ່ງຢ່າໄຮ້ສິນທໍາເດັດຂາດ! ຈົ່ງຢ່າປະພຶດຕົນໂດຍບໍ່ລະວັງ! ເຈົ້າຄວນຖວາຍຄວາມຈົງຮັກພັກດີຂອງເຈົ້າໃນເຮືອນຂອງເຮົາ ແລະ ດ້ວຍຄວາມຈົງຮັກພັກດີເທົ່ານັ້ນ ເຈົ້າຈຶ່ງຈະສາມາດຕອບໂຕ້ຕໍ່ກົນອຸບາຍຂອງຜີຮ້າຍໄດ້. ພວກເຈົ້າບໍ່ຄວນປະພຶດດັ່ງທີ່ພວກເຈົ້າເຮັດໃນອະດີດ ບໍ່ວ່າ ຈະຢູ່ພາຍໃຕ້ສະຖານະການໃດກໍຕາມ ໂດຍເຮັດສິ່ງໜຶ່ງຕໍ່ໜ້າເຮົາ ແລ້ວເຮັດອີກສິ່ງລັບຫຼັງເຮົາ; ຖ້າພວກເຈົ້າເຮັດເຊັ່ນນີ້, ພວກເຈົ້າກໍເກີນທີ່ຈະໄດ້ຮັບການໄຖ່ບາບແລ້ວ. ເຮົາບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຢ່າງພຽງພໍບໍ? ມັນເປັນຍ້ອນວ່າ ທໍາມະຊາດເດີມໆຂອງມະນຸດແກ້ໄຂບໍ່ໄດ້, ເຮົາຈຶ່ງຕ້ອງໄດ້ເຕືອນຜູ້ຄົນຊໍ້າແລ້ວຊໍ້າອີກ. ຈົ່ງຢ່າເບື່ອໜ່າຍ! ທຸກສິ່ງທີ່ເຮົາເວົ້າແມ່ນເພື່ອຮັບປະກັນຊາຕາກໍາຂອງພວກເຈົ້າ! ບ່ອນທີ່ເປິເປື້ອນ ແລະ ສົກກະປົກແມ່ນສິ່ງທີ່ຊາຕານຕ້ອງການຢ່າງແທ້ຈິງ; ຍິ່ງພວກເຈົ້າບໍ່ສາມາດໄຖ່ບາບຢ່າງສິ້ນຫວັງ ແລະ ຍິ່ງພວກເຈົ້າໄຮ້ສິນທໍາ ໂດຍປະຕິເສດທີ່ຈະຍອມຢັບຢັ້ງໃຈ, ວິນຍານທີ່ສົກກະປົກເຫຼົ່ານັ້ນຍິ່ງຈະສວຍໂອກາດໃນການແຊກຊຶມເຂົ້າໄປໃນພວກເຈົ້າ. ຖ້າພວກເຈົ້າໄດ້ມາຮອດຈຸດນີ້, ຄວາມຈົງຮັກພັກດີຂອງພວກເຈົ້າກໍຈະບໍ່ມີຫຍັງ ນອກຈາກເປັນການເວົ້າຫຼິ້ນລ້າໆ ໂດຍບໍ່ມີຄວາມເປັນຈິງໃດໆ ແລະ ວິນຍານທີ່ສົກກະປົກກໍຈະກືນກິນຄວາມຕັ້ງໃຈຂອງພວກເຈົ້າ ແລະ ປະຕິຮູບມັນໃຫ້ເປັນຄວາມກະລົດ ແລະ ເປັນ ແຜນການຊົ່ວຮ້າຍ ເພື່ອໃຊ້ທໍາລາຍພາລະກິດຂອງເຮົາ. ຈາກນັ້ນ, ພວກເຈົ້າກໍຈະສາມາດຖືກເຮົາຂ້ຽນຕີໃນເວລາໃດກໍໄດ້. ບໍ່ມີໃຜເຂົ້າໃຈຄວາມຮ້າຍແຮງຂອງສະຖານະການນີ້; ທຸກຄົນພຽງແຕ່ເຮັດທໍາທ່າບໍ່ໄດ້ຍິນໃນສິ່ງທີ່ພວກເຂົາໄດ້ຍິນ ແລະ ບໍ່ໄດ້ລະວັງຕົວແມ່ນແຕ່ໜ້ອຍດຽວ. ເຮົາບໍ່ໄດ້ຈື່ໃນສິ່ງທີ່ຖືກເຮັດໃນອະດີດ; ເຈົ້າຍັງລໍຖ້າໃຫ້ເຮົາຜ່ອນຜັນຕໍ່ເຈົ້າໃນການ “ລືມ” ອີກຄັ້ງແທ້ບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 10
655. ຫຼາຍຄົນເລືອກທີ່ຈະຖືກລົງໂທດໃຫ້ຕົກນະຮົກແທນທີ່ຈະເວົ້າ ແລະ ປະຕິບັດຢ່າງຊື່ສັດ. ບໍ່ແປກໃຈເລີຍທີ່ເຮົາຈະມີວິທີການ ຈັດການແບບອື່ນທີ່ກຽມໄວ້ສໍາລັບຄົນທີ່ບໍ່ຊື່ສັດ. ແນ່ນອນຢູ່ແລ້ວ ເຮົາເຂົ້າໃຈດີເລື່ອງຄວາມຫຍຸ້ງຍາກລໍາບາກທີ່ພວກເຈົ້າພົບພໍ້ໃນການເປັນຄົນຊື່ສັດ. ເພາະພວກເຈົ້າທຸກຄົນສະຫຼາດ, ຊໍານິຊໍານານຫຼາຍໃນການປະເມີນຜູ້ຄົນດ້ວຍມາດຕະຖານອັນຕໍ່າໆຂອງພວກເຈົ້າເອງ, ສິ່ງນີ້ເຮັດໃຫ້ພາລະກິດຂອງເຮົາງ່າຍຂຶ້ນຫຼາຍ. ແລ້ວໃນເມື່ອພວກເຈົ້າແຕ່ລະຄົນຮັກສາຄວາມລັບຂອງພວກເຈົ້າໄວ້ກັບຕົວເອງ, ຖ້າເປັນເຊັ່ນນັ້ນ ເຮົາກໍຈະສົ່ງພວກເຈົ້າໄປສູ່ຄວາມພິນາດເທື່ອລະຄົນເພື່ອຮັບ “ການສັ່ງສອນ” ຈາກກອງໄຟ, ເພື່ອວ່າຫຼັງຈາກນັ້ນພວກເຈົ້າອາດຈະມີຄວາມມຸ່ງໝັ້ນຕໍ່ຄວາມເຊື່ອໃນພຣະທໍາຂອງເຮົາ. ໃນທີ່ສຸດ ເຮົາຈະດຶງຄໍາເວົ້າວ່າ “ພຣະເຈົ້າແມ່ນພຣະເຈົ້າທີ່ຊື່ສັດ” ອອກຈາກປາກຂອງພວກເຈົ້າ ແລ້ວຫຼັງຈາກນັ້ນ ພວກເຈົ້າຈະຕີເອິກຂອງພວກເຈົ້າ ແລະ ເວົ້າອອກມາດ້ວຍຄວາມໂສກເສົ້າເສຍໃຈວ່າ “ຈິດໃຈຂອງມະນຸດຈັ່ງແມ່ນບໍ່ຈິງໃຈ!” ສະພາບຈິດໃຈຂອງພວກເຈົ້າຈະເປັນຈັ່ງໃດໃນຕອນນີ້? ເຮົາຈິນຕະນາການວ່າ ເຈົ້າຈະບໍ່ອວດອົ່ງທະນົງຕົວເກີນໄປຄືດັ່ງທີ່ເຈົ້າເປັນໃນຕອນນີ້. ແຮງໄກທີ່ພວກເຈົ້າຈະເຮັດເປັນ “ຄົນເລິກເຊິ່ງ ແລະ ຍາກຈະເຂົ້າໃຈ” ຄືດັ່ງທີ່ເປັນໃນຕອນນີ້ເລີຍ. ບາງຄົນປະພຶດຕົນໃນຮູບແບບຮຽບຮ້ອຍ ແລະ ສຸພາບ, ພວກເຂົາຮັບເອົາຄວາມເຈັບປວດເພື່ອໃຫ້ເບິ່ງຄື “ມີມາລະຍາດທີ່ດີ” ແຕ່ພວກເຂົາພັດສະແດງແຂ້ວທີ່ມີພິດຂອງພວກເຂົາ ແລະ ແກວ່ງເລັບມືຂອງພວກເຂົາຕໍ່ໜ້າພຣະວິນຍານ. ພວກເຈົ້າຈະຮັບເອົາຄົນດັ່ງກ່າວລວມເຂົ້າກັບກຸ່ມຄົນທີ່ຊື່ສັດບໍ? ຖ້າເຈົ້າໜ້າຊື່ໃຈຄົດ, ເປັນຄົນທີ່ມີທັກສະ “ການພົວພັນລະຫວ່າງບຸກຄົນ”, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນທີ່ພະຍາຍາມຕໍ່ສູ້ກັບພຣະເຈົ້າຢ່າງແນ່ນອນ. ຖ້າຄໍາເວົ້າຂອງເຈົ້າເຕັມໄປດ້ວຍຂໍ້ແກ້ຕົວ ແລະ ເຫດຜົນທີ່ບໍ່ມີຄຸນຄ່າ, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນກຽດຊັງໃນການປະຕິບັດຕໍ່ຄວາມຈິງ. ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າລັງເລທີ່ຈະແບ່ງປັນ, ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມລັບໃນໃຈຂອງເຈົ້າ ເຊິ່ງເປັນຄວາມຫຍຸ້ງຍາກຂອງເຈົ້າຕໍ່ໜ້າຄົນອື່ນໃຫ້ສະແຫວງຫາຫົນທາງແຫ່ງແສງສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບຄວາມລອດພົ້ນຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກຄວາມມືດຢ່າງງ່າຍດາຍ... ຊາຕາກໍາຂອງບຸກຄົນຈະເປັນແນວໃດໃນຕອນສຸດທ້າຍນັ້ນແມ່ນຂຶ້ນຢູ່ກັບວ່າຄົນນັ້ນມີຫົວໃຈທີ່ຊື່ສັດ ແລະ ມີຫົວໃຈທີ່ບໍລິສຸດ ຫຼື ບໍ່ ແລະ ຄົນນັ້ນຍັງມີຈິດວິນຍານທີ່ບໍລິສຸດ ຫຼື ບໍ່. ຖ້າເຈົ້າເປັນຄົນທີ່ບໍ່ມີຄວາມຊື່ສັດຫຍັງເລີຍ, ເປັນຄົນທີ່ມີຈິດໃຈຊົ່ວຮ້າຍ ແລະ ເປັນຄົນທີ່ມີຈິດວິນຍານທີ່ບໍ່ສະອາດ, ແລ້ວແນ່ນອນ ໃນທີ່ສຸດເຈົ້າກໍ່ຈະຕົກຢູ່ບ່ອນທີ່ມະນຸດຖືກລົງໂທດ ດັ່ງທີ່ໄດ້ຂຽນໄວ້ໃນຊະຕາກໍາຂອງເຈົ້າ. ຖ້າເຈົ້າອ້າງຕົນວ່າເປັນຄົນທີ່ຊື່ສັດຫຼາຍ ແຕ່ບໍ່ເຄີຍປະພຶດຕົນຕາມຄວາມເປັນຈິງ ຫຼື ເວົ້າຄວາມຈິງ, ແລ້ວເຈົ້າຍັງຈະລໍຖ້າພຣະເຈົ້າໃຫ້ພອນແກ່ເຈົ້າບໍ? ເຈົ້າຍັງຫວັງໃຫ້ພຣະເຈົ້າຖືວ່າ ເຈົ້າເປັນບຸກຄົນທີ່ໂປດປານໃນສາຍຕາຂອງພຣະອົງບໍ? ນີ້ບໍ່ແມ່ນວິທີຄິດທີ່ຜິດປົກກະຕິບໍ? ເຈົ້າຫຼອກລວງພຣະເຈົ້າໃນທຸກສິ່ງທຸກຢ່າງ, ແລ້ວເຮືອນຂອງພຣະເຈົ້າຈະສາມາດຮອງຮັບເອົາຄົນແບບເຈົ້າ ທີ່ມີມືບໍ່ສະອາດໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້
656. ຕອນນີ້ ບໍ່ວ່າການສະແຫວງຫາຂອງພວກເຈົ້າຈະມີປະສິດທິພາບ ຫຼື ບໍ່ແມ່ນຖືກວັດແທກໂດຍສິ່ງທີ່ພວກເຈົ້າມີໃນປັດຈຸບັນ. ນີ້ແມ່ນສິ່ງທີ່ຖືກໃຊ້ເພື່ອກຳນົດຜົນຕາມມາຂອງພວກເຈົ້າ; ນີ້ໝາຍຄວາມວ່າ ຜົນຕາມມາຂອງພວກເຈົ້າແມ່ນຖືກເປີດເຜີຍອອກໃນການເສຍສະຫຼະທີ່ພວກເຈົ້າໄດ້ເຮັດ ແລະ ສິ່ງຕ່າງໆທີ່ພວກເຈົ້າໄດ້ເຮັດ. ຜົນຕາມມາຂອງພວກເຈົ້າຈະຖືກເຮັດໃຫ້ເປັນທີ່ຮູ້ຈັກຈາກການສະແຫວງຫາຂອງພວກເຈົ້າ, ຄວາມເຊື່ອຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າໄດ້ເຮັດ. ໃນບັນດາພວກເຈົ້າທັງໝົດ, ມີຫຼາຍຄົນທີ່ເກີນຄວາມລອດພົ້ນ, ຍ້ອນມື້ນີ້ເປັນມື້ທີ່ເປີດເຜີຍຜົນຕາມມາຂອງຜູ້ຄົນ ແລະ ເຮົາຈະບໍ່ສົບສົນໃນພາລະກິດຂອງເຮົາ; ເຮົາຈະບໍ່ນໍາພາຄົນທີ່ເກີນຄວາມລອດພົ້ນໄປສູ່ຍຸກຕໍ່ໄປ. ຈະມີເວລາທີ່ພາລະກິດຂອງເຮົາສຳເລັດ. ເຮົາຈະບໍ່ປະຕິບັດພາລະກິດໃນຊາກສົບທີ່ເໝັນເນົ່າ ແລະ ໄຮ້ວິນຍານທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ເລີຍ; ຕອນນີ້ແມ່ນຍຸກສຸດທ້າຍແຫ່ງຄວາມລອດພົ້ນຂອງມະນຸດ ແລະ ເຮົາຈະບໍ່ປະຕິບັດພາລະກິດທີ່ໄຮ້ປະໂຫຍດ. ຢ່າກ່າວໂທດສະຫວັນ ແລະ ແຜ່ນດິນໂລກ, ຈຸດຈົບຂອງໂລກໃກ້ເຂົ້າມາແລ້ວ. ມັນຫຼີກເວັ້ນບໍ່ໄດ້. ສິ່ງຕ່າງໆໄດ້ມາເຖິງຈຸດນີ້ ແລະ ບໍ່ມີຫຍັງທີ່ເຈົ້າໃນຖານະມະນຸດຈະສາມາດເຮັດໄດ້ເພື່ອຢຸດພວກມັນ; ເຈົ້າບໍ່ສາມາດປ່ຽນແປງສິ່ງຕ່າງໆຕາມທີ່ເຈົ້າປາຖະໜາ. ມື້ວານ, ເຈົ້າບໍ່ໄດ້ຈ່າຍລາຄາເພື່ອສະແຫວງຫາຄວາມຈິງ ແລະ ເຈົ້າບໍ່ໄດ້ຊື່ສັດ; ມື້ນີ້ ເວລາໄດ້ມາເຖິງ ເຈົ້າເກີນທີ່ຈະໄດ້ຮັບຄວາມລອດພົ້ນ; ແລະ ມື້ອື່ນ ເຈົ້າຈະຖືກກຳຈັດ ແລະ ຈະບໍ່ມີທາງເວັ້ນສຳລັບຄວາມລອດພົ້ນຂອງເຈົ້າ. ເຖິງແມ່ນຫົວໃຈຂອງເຮົາອ່ອນໂຍນ ແລະ ເຮົາກຳລັງເຮັດສຸດຄວາມສາມາດຂອງເຮົາເພື່ອຊ່ວຍເຈົ້າໃຫ້ລອດພົ້ນ, ຖ້າເຈົ້າບໍ່ພະຍາຍາມໃນສ່ວນຂອງເຈົ້າເອງ ຫຼື ຄິດຄຳນຶງເຖິງຕົວເຈົ້າເອງ, ສິ່ງນີ້ຈະກ່ຽວຫຍັງກັບເຮົາ? ຄົນທີ່ຄິດເຖິງພຽງແຕ່ເນື້ອໜັງຂອງພວກເຂົາ ແລະ ຄົນທີ່ມັກຄວາມສະບາຍ; ຄົນທີ່ເບິ່ງຄືເຊື່ອ ແຕ່ບໍ່ໄດ້ເຊື່ອແທ້ໆ; ຄົນທີ່ເຂົ້າຮ່ວມໃນການເຮັດຢາ ແລະ ເວດມົນທີ່ຊົ່ວຮ້າຍ; ຄົນທີ່ຜິດສິນທໍາ, ໃຈແຕກ ແລະ ສົກກະປົກ; ຄົນທີ່ລັກເຄື່ອງຖວາຍແກ່ພຣະເຢໂຮວາ ແລະ ສິ່ງຂອງໆພຣະອົງ; ຄົນທີ່ຮັກການຕິດສິນບົນ; ຄົນທີ່ຝັນຢ່າງຂີ້ຄ້ານເຖິງການຂຶ້ນສູ່ສະຫວັນ; ຄົນທີ່ອວດດີ ແລະ ທະນົງຕົວ; ຄົນທີ່ພຽງແຕ່ພະຍາຍາມຫາຊື່ສຽງ ແລະ ໂຊກລາບສ່ວນຕົວ; ຄົນທີ່ເຜີຍແຜ່ຄຳເວົ້າທີ່ບໍ່ສຸພາບ; ຄົນທີ່ໝິ່ນປະໝາດພຣະເຈົ້າເອງ; ຄົນທີ່ບໍ່ເຮັດຫຍັງ ນອກຈາກຕັດສິນ ແລະ ກ່າວຮ້າຍພຣະເຈົ້າເອງ; ຄົນທີ່ກໍ່ຕັ້ງກຸ່ມພັກພວກ ແລະ ສະແຫວງຫາຄວາມເປັນເອກະລາດ; ຄົນທີ່ຍົກຍ້ອງຕົນເອງເໜືອພຣະເຈົ້າ; ຊາຍ ແລະ ຍິງໜຸ່ມ, ໄວກາງຄົນ ແລະ ໄວອາວຸໂສທີ່ໄຮ້ຄ່າ ຜູ້ເຊິ່ງຕິດກັບດັກໃນກິເລດຕັນຫາ; ຊາຍ ແລະ ຍິງທີ່ເພີດເພີນກັບຊື່ສຽງສ່ວນຕົວ ແລະ ໂຊກລາບ ແລະ ສະແຫວງຫາສະຖານະສ່ວນຕົວທ່າມກາງຄົນອື່ນໆ; ຄົນທີ່ບໍ່ສໍານຶກຜິດທີ່ຕິດກັບດັກຢູ່ໃນຄວາມຜິດບາບ, ພວກເຂົາທັງໝົດບໍ່ໄດ້ເກີນຄວາມລອດພົ້ນບໍ? ຄວາມຜິດສິນທໍາ, ຄວາມຜິດບາບ, ຢາທີ່ຊົ່ວຮ້າຍ, ເວດມົນ, ຄຳເວົ້າທີ່ຫຍາບຄາຍ ແລະ ຄຳເວົ້າບໍ່ສຸພາບລ້ວນແລ້ວແຕ່ກໍ່ການຈະລາຈົນທ່າມກາງພວກເຈົ້າ; ແລະ ຄວາມໄວ້ວາງໃຈ ແລະ ຄຳເວົ້າແຫ່ງຊີວິດແມ່ນຖືກຢຽບຢໍ່າໃນບັນດາພວກເຈົ້າ ແລະ ພາສາບໍລິສຸດໄດ້ຖືກເຮັດໃຫ້ເປິເປື້ອນໃນບັນດາພວກເຈົ້າ. ພວກເຈົ້າທີ່ເປັນຊາວຕ່າງຊາດ ທີ່ເຕັມໄປດ້ວຍຄວາມສົກກະປົກ ແລະ ຄວາມກະບົດ! ຜົນຕາມມາສຸດທ້າຍຂອງພວກເຈົ້າຈະແມ່ນຫຍັງ? ຄົນທີ່ຮັກເນື້ອໜັງ, ຜູ້ທີ່ປະຕິບັດເວດມົນຂອງເນື້ອໜັງ ແລະ ຜູ້ທີ່ຕິດກັບດັກໃນຄວາມຜິດບາບຈາກຕັນຫາຈະສາມາດໜ້າດ້ານສືບຕໍ່ດຳລົງຊີວິດໄດ້ແນວໃດ! ເຈົ້າບໍ່ຮູ້ຈັກບໍວ່າຜູ້ຄົນແບບພວກເຈົ້າແມ່ນໜອນທີ່ເກີນຄວາມລອດພົ້ນ? ເຈົ້າມີສິດຫຍັງທີ່ຈະຮຽກຮ້ອງນີ້ ແລະ ນັ້ນ? ຈົນເຖິງປັດຈຸບັນ, ບໍ່ໄດ້ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຄົນທີ່ບໍ່ຮັກຄວາມຈິງ ແລະ ພຽງແຕ່ຮັກເນື້ອໜັງ, ຜູ້ຄົນດັ່ງກ່າວຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ຄົນທີ່ບໍ່ຮັກຫົນທາງແຫ່ງຊີວິດ, ຄົນທີ່ບໍ່ຍົກຍ້ອງພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ, ຜູ້ທີ່ວາງອຸບາຍເພື່ອເຫັນແກ່ສະຖານະຂອງພວກເຂົາເອງ, ຜູ້ທີ່ຍົກຍໍຕົນເອງ, ພວກເຂົາບໍ່ໄດ້ເປັນຄືເກົ່າບໍ ແມ່ນແຕ່ໃນປັດຈຸບັນ? ແມ່ນຫຍັງຄືຄຸນຄ່າໃນການຊ່ວຍພວກເຂົາໃຫ້ລອດພົ້ນ? ບໍ່ວ່າເຈົ້າຈະສາມາດຖືກຊ່ວຍໃຫ້ລອດພົ້ນ ຫຼື ບໍ່ ແມ່ນບໍ່ໄດ້ຂຶ້ນກັບວ່າຄວາມອາວຸໂສຂອງເຈົ້າມີຫຼາຍສໍ່າໃດ ຫຼື ເຈົ້າໄດ້ປະຕິບັດພາລະກິດຈັກປີແລ້ວ ແລະ ແຮງໄກທີ່ມັນຈະຂຶ້ນກັບວ່າເຈົ້າໄດ້ສ້າງຄວາມໜ້າເຊື່ອຖືຫຼາຍສໍ່າໃດ. ກົງກັນຂ້າມ ມັນຂຶ້ນກັບວ່າ ການສະແຫວງຫາຂອງເຈົ້າໄດ້ເກີດຜົນ ຫຼື ບໍ່. ເຈົ້າຄວນຮູ້ຈັກວ່າ ຄົນທີ່ຖືກຊ່ວຍໃຫ້ລອດພົ້ນແມ່ນ “ຕົ້ນໄມ້” ທີ່ອອກໝາກ, ບໍ່ແມ່ນຕົ້ນໄມ້ທີ່ມີໃບຂຽວງາມ ແລະ ເຕັມໄປດ້ວຍດອກ ແຕ່ບໍ່ໄດ້ເກີດໝາກຫຍັງເລີຍ. ເຖິງແມ່ນເຈົ້າໄດ້ໃຊ້ເວລາຫຼາຍປີເພື່ອພະເນຈອນຕາມທ້ອງຖະໜົນ, ມັນສຳຄັນຫຍັງ? ຄຳພະຍານຂອງເຈົ້າຢູ່ໃສ? ເຈົ້າມີຫົວໃຈທີ່ຢໍາເກງພຣະເຈົ້າທີ່ໜ້ອຍກວ່າຫົວໃຈທີ່ຮັກຕົວເຈົ້າເອງຫຼາຍ ແລະ ຄວາມປາຖະໜາທີ່ເຕັມໄປດ້ວຍຕັນຫາຂອງເຈົ້າ, ບຸກຄົນປະເພດນີ້ບໍ່ແມ່ນຄົນທີ່ເສື່ອມຊາມບໍ? ພວກເຂົາຈະສາມາດເປັນຕົ້ນແບບ ແລະ ແບບຢ່າງສຳລັບຄວາມລອດພົ້ນໄດ້ແນວໃດ? ທຳມະຊາດຂອງເຈົ້າແມ່ນບໍ່ສາມາດແກ້ໄຂໄດ້, ເຈົ້າກະບົດເກີນໄປ, ເຈົ້າເກີນທີ່ຈະໄດ້ຮັບຄວາມລອດພົ້ນ! ຜູ້ຄົນດັ່ງກ່າວບໍ່ແມ່ນຄົນທີ່ຈະຖືກກຳຈັດບໍ? ເວລາທີ່ພາລະກິດຂອງເຮົາສຳເລັດບໍ່ແມ່ນເວລາແຫ່ງການມາເຖິງຂອງວັນສຸດທ້າຍຂອງເຈົ້າບໍ? ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງ ແລະ ກ່າວພຣະທຳຫຼາຍຂໍ້ທ່າມກາງພວກເຈົ້າ, ມີຈັກຂໍ້ທີ່ໄດ້ເຂົ້າຫູຂອງພວກເຈົ້າແທ້ໆ? ມີຈັກຂໍ້ທີ່ພວກເຈົ້າໄດ້ອ່ອນນ້ອມ? ເມື່ອພາລະກິດຂອງເຮົາສິ້ນສຸດລົງ, ນັ້ນຈະເປັນເວລາທີ່ເຈົ້າເຊົາຕໍ່ຕ້ານເຮົາ, ເວລາທີ່ເຈົ້າເຊົາຢືນຂັດຂວາງເຮົາ. ໃນເວລາທີ່ເຮົາປະຕິບັດພາລະກິດ, ພວກເຈົ້າກໍປະພຶດຕໍ່ຕ້ານເຮົາຢ່າງຕໍ່ເນື່ອງ; ພວກເຈົ້າບໍ່ເຄີຍປະຕິບັດຕາມພຣະທຳຂອງເຮົາຈັກເທື່ອ. ເຮົາປະຕິບັດພາລະກິດຂອງເຮົາ ແລະ ເຈົ້າປະຕິບັດ “ພາລະກິດ” ຂອງເຈົ້າເອງ, ສ້າງອານາຈັກນ້ອຍໆຂອງເຈົ້າເອງ. ພວກເຈົ້າບໍ່ໄດ້ເປັນຫຍັງເລີຍນອກຈາກກຸ່ມໝາໄນ ແລະ ໝາ, ເຮັດທຸກສິ່ງເພື່ອຕໍ່ຕ້ານເຮົາ! ເຈົ້າພະຍາຍາມຢູ່ສະເໝີທີ່ຈະນໍາເອົາຄົນທີ່ມອບຄວາມຮັກໃຫ້ເຈົ້າທັງໝົດເຂົ້າສູ່ອ້ອມກອດຂອງເຈົ້າ, ຫົວໃຈທີ່ຢໍາເກງຂອງເຈົ້າຢູ່ໃສ? ທຸກສິ່ງທີ່ເຈົ້າເຮັດແມ່ນຫຼອກລວງ! ເຈົ້າບໍ່ມີຄວາມອ່ອນນ້ອມ ຫຼື ຄວາມຢໍາເກງ ແລະ ທຸກສິ່ງທີ່ເຈົ້າເຮັດແມ່ນຫຼອກລວງ ແລະ ໝິ່ນປະໝາດ! ຜູ້ຄົນດັ່ງກ່າວຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? ຜູ້ຊາຍທີ່ຜິດສິນທຳ ແລະ ເຕັມໄປດ້ວຍຕັນຫາທາງເພດຕ້ອງການສະເໝີທີ່ຈະດຶງດູດໂສເພນີທີ່ຍົ້ວເຍົ້າມາຫາພວກເຂົາເພື່ອຄວາມສຸກຂອງພວກເຂົາເອງ. ເຮົາຈະບໍ່ຊ່ວຍມານຮ້າຍທີ່ຜິດສິນທຳທາງເພດແບບນັ້ນໃຫ້ລອດພົ້ນຢ່າງເດັດຂາດ. ເຮົາກຽດຊັງພວກເຈົ້າ ມານຮ້າຍທີ່ສົກກະປົກ ແລະ ຄວາມເຕັມໄປດ້ວຍຕັນຫາ ແລະ ຄວາມຍົ້ວຍວນຂອງພວກເຈົ້າຈະເຮັດໃຫ້ພວກເຈົ້າຈົມລົງສູ່ນະຮົກ. ພວກເຈົ້າມີຫຍັງໃຫ້ແກ້ຕົວບໍ່? ພວກເຈົ້າ ມານຮ້າຍທີ່ສົກກະປົກ ແລະ ວິນຍານທີ່ຊົ່ວຮ້າຍແມ່ນເປັນຕາລັງກຽດ! ພວກເຈົ້າເປັນຕາຂີ້ດຽດ! ຂີ້ເຫຍື້ອແບບນີ້ຈະຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ພວກເຂົາທີ່ຕິດກັບດັກໃນຄວາມຜິດບາບຈະຍັງສາມາດຖືກຊ່ວຍໃຫ້ລອດພົ້ນບໍ? ມື້ນີ້ ຄວາມຈິງນີ້, ຫົນທາງນີ້ ແລະ ຊີວິດນີ້ບໍ່ໄດ້ດຶງດູດໃຈພວກເຈົ້າ; ກົງກັນຂ້າມ ພວກເຈົ້າຖືກດຶງດູດຫາຄວາມຜິດບາບ; ຫາເງິນ; ຫາຖານະ, ຊື່ສຽງ ແລະ ຜົນປະໂຫຍດ; ຫາຄວາມສຸກທາງເນື້ອໜັງ; ຫາຄວາມເຈົ້າຊູ້ຂອງຜູ້ຊາຍ ແລະ ສະເໜ່ຂອງແມ່ຍິງ. ແມ່ນຫຍັງເຮັດໃຫ້ພວກເຈົ້າມີຄຸນສົມບັດທີ່ຈະເຂົ້າສູ່ອານາຈັກຂອງເຮົາ? ພາບລັກຂອງພວກເຈົ້າເຖິງກັບຍິ່ງໃຫຍ່ກວ່າພຣະເຈົ້າ, ສະຖານະຂອງພວກເຈົ້າເຖິງກັບສູງສົ່ງກວ່າພຣະເຈົ້າ, ດ້ານກຽດຊື່ສຽງຂອງພວກເຈົ້າໃນທ່າມກາງມະນຸດແມ່ນບໍ່ຕ້ອງເວົ້າເຖິງ, ພວກເຈົ້າໄດ້ກາຍມາເປັນຮູບປັ້ນທີ່ຜູ້ຄົນບູຊາ. ເຈົ້າບໍ່ໄດ້ກາຍມາເປັນອັກຄະເທວະດາບໍ? ເມື່ອຜົນຕາມມາຂອງຜູ້ຄົນຖືກເປີດເຜີຍ ເຊິ່ງຍັງເປັນເວລາທີ່ພາລະກິດແຫ່ງຄວາມລອດພົ້ນໃກ້ຈະເຖິງຈຸດສິ້ນສຸດຂອງມັນ, ຫຼາຍຄົນໃນບັນດາພວກເຈົ້າຈະເປັນຊາກສົບທີ່ເກີນຄວາມລອດພົ້ນ ແລະ ຕ້ອງຖືກກຳຈັດ. ໃນລະຫວ່າງພາລະກິດແຫ່ງຄວາມລອດພົ້ນ, ເຮົາກະລຸນາ ແລະ ດີຕໍ່ທຸກຄົນ. ເມື່ອພາລະກິດສິ້ນສຸດລົງ, ຜົນຕາມມາຂອງຜູ້ຄົນປະເພດທີ່ແຕກຕ່າງກັນກໍຈະຖືກເປີດເຜີຍ ແລະ ໃນເວລານັ້ນ ເຮົາຈະບໍ່ກະລຸນາ ແລະ ດີອີກຕໍ່ໄປ, ຍ້ອນຜົນຕາມມາຂອງຜູ້ຄົນຈະໄດ້ຖືກເປີດເຜີຍອອກ ແລະ ແຕ່ລະຄົນກໍຈະໄດ້ຖືກຈັດອອກຕາມປະເພດຂອງພວກເຂົາ ແລະ ຈະບໍ່ເກີດປະໂຫຍດຫຍັງໃນການປະຕິບັດພາລະກິດແຫ່ງຄວາມລອດພົ້ນອີກ ຍ້ອນຍຸກແຫ່ງຄວາມລອດພົ້ນຈະຜ່ານໄປ ແລະ ເມື່ອຜ່ານໄປແລ້ວ ມັນກໍຈະບໍ່ກັບຄືນມາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (7)
657. ເຮົາໄດ້ເຕືອນພວກເຈົ້າຫຼາຍຄັ້ງ ແລະ ໄດ້ປະທານຄວາມຈິງຫຼາຍຂໍ້ແກ່ພວກເຈົ້າເພື່ອເອົາຊະນະພວກເຈົ້າ. ໃນຕອນນີ້ ພວກເຈົ້າທຸກຄົນຮູ້ສຶກອຸດົມສົມບູນຫຼາຍຂຶ້ນກວ່າທີ່ເຈົ້າເປັນໃນອະດີດ, ເຂົ້າໃຈຫຼັກການຫຼາຍຂໍ້ກ່ຽວກັບວິທີທີ່ຄົນໆໜຶ່ງຄວນເປັນ ແລະ ເຈົ້າມີສາມັນສໍານຶກຫຼາຍດັ່ງທີ່ຄົນຊື່ສັດຄວນມີ. ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບເປັນເວລາຫຼາຍປີແລ້ວ. ທັງໝົດນີ້ຄືຜົນເກັບກ່ຽວທີ່ພວກເຈົ້າໄດ້ເກັບຕະຫຼອດຊ່ວງເວລາຫຼາຍປີ. ເຮົາບໍ່ໄດ້ປະຕິເສດຄວາມສຳເລັດຂອງພວກເຈົ້າ, ແຕ່ເຮົາຍັງຕ້ອງເວົ້າຢ່າງກົງໄປກົງມາວ່າເຮົາຍັງບໍ່ໄດ້ປະຕິເສດການບໍ່ເຊື່ອຟັງ ແລະ ການກະບົດທັງຫຼາຍທີ່ພວກເຈົ້າມີຕໍ່ເຮົາຕະຫຼອດເວລາຫຼາຍປີມານີ້, ຍ້ອນວ່າໃນທ່າມກາງພວກເຈົ້າແມ່ນບໍ່ມີນັກບຸນແມ່ນແຕ່ຄົນດຽວ. ພວກເຈົ້າແມ່ນຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ໂດຍບໍ່ມີຂໍ້ຍົກເວັ້ນ; ພວກເຈົ້າເປັນສັດຕູຂອງພຣະຄຣິດ. ຈົນເຖິງປັດຈຸບັນ, ການເຮັດຜິດ ແລະ ການບໍ່ເຊື່ອຟັງຂອງພວກເຈົ້າແມ່ນນັບບໍ່ຖ້ວນ, ດ້ວຍເຫດນັ້ນ ມັນຈິ່ງບໍ່ຄ່ອຍແປກ ທີ່ເຮົາໄດ້ເວົ້າຊໍ້າຕະຫຼອດເວລາຢູ່ຕໍ່ໜ້າພວກເຈົ້າ. ເຮົາບໍ່ຢາກດໍາລົງຊີວິດແບບນີ້ກັບພວກເຈົ້າ, ແຕ່ເພື່ອເຫັນແກ່ອະນາຄົດຂອງພວກເຈົ້າ, ເພື່ອຈຸດໝາຍປາຍທາງຂອງພວກເຈົ້າ, ເຮົາຈິ່ງຈະທວນຄືນສິ່ງທີ່ເຮົາໄດ້ເວົ້າອີກຄັ້ງໃນທີ່ນີ້. ເຮົາຫວັງວ່າ ພວກເຈົ້າຈະເຮັດຕາມໃຈເຮົາ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຊື່ອຖ້ອຍຄຳທຸກຂໍ້ຂອງເຮົາ ແລະ ຮູ້ສຶກຂອບໃຈຕໍ່ຄວາມໝາຍທີ່ເລິກເຊິ່ງໃນພຣະທໍາຂອງເຮົາ. ຈົ່ງຢ່າສົງໄສກ່ຽວກັບສິ່ງທີ່ເຮົາເວົ້າ, ຢ່າພຽງແຕ່ຮັບເອົາພຣະທຳຂອງເຮົາຕາມທີ່ເຈົ້າປາຖະໜາ ແລະ ໂຍນພວກມັນຕາມອຳເພີໃຈ; ເຮົາເຫັນວ່ານີ້ຄືສິ່ງທີ່ຮັບບໍ່ໄດ້. ຈົ່ງຢ່າຕັດສິນພຣະທໍາຂອງເຮົາ ແລະ ຢ່າວ່າແຕ່ການຖືເບົາຕໍ່ພຣະທໍາເຫຼົ່ານັ້ນເລີຍ ຫຼື ເວົ້າວ່າເຮົາລໍ້ລວງພວກເຈົ້າຕະຫຼອດ ຫຼື ຮ້າຍໄປກວ່ານັ້ນ ແມ່ນການເວົ້າວ່າ ສິ່ງທີ່ເຮົາບອກພວກເຈົ້າແມ່ນບໍ່ມີຄວາມຖືກຕ້ອງ. ເຮົາເຫັນວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ຮັບບໍ່ໄດ້. ຍ້ອນພວກເຈົ້າປະຕິບັດຕໍ່ເຮົາ ແລະ ປະຕິບັດຕໍ່ສິ່ງທີ່ເຮົາເວົ້າດ້ວຍຄວາມສົງໄສແບບນັ້ນ, ບໍ່ເຄີຍເອົາພຣະທໍາຂອງເຮົາ ແລະ ເມີນເສີຍຕໍ່ເຮົາ, ເຮົາຂໍບອກພວກເຈົ້າແຕ່ລະຄົນດ້ວຍຄວາມຈິງຈັງແທ້ໆ: ຢ່າເອົາສິ່ງທີ່ເຮົາເວົ້າໄປເຊື່ອມໂຍງກັບປັດຊະຍາ; ຢ່າເອົາສິ່ງທີ່ເຮົາເວົ້າໄປລວມກັນກັບຄໍາຫຼອກລວງຂອງນັກຕົ້ມຕຸນ. ເຈົ້າແຮງບໍ່ຄວນໂຕ້ຕອບພຣະທໍາຂອງເຮົາດ້ວຍການດູຖູກ. ບາງເທື່ອໃນອະນາຄົດອາດຈະບໍ່ມີໃຜສາມາດບອກພວກເຈົ້າໃນສິ່ງທີ່ເຮົາກໍາລັງບອກພວກເຈົ້າຢູ່ ຫຼື ເວົ້າກັບພວກເຈົ້າດ້ວຍຄວາມກະລຸນາ ຫຼື ພາພວກເຈົ້າຍ່າງຜ່ານຈຸດເຫຼົ່ານີ້ດ້ວຍຄວາມອົດທົນເລີຍ. ພວກເຈົ້າຈະໃຊ້ມື້ເຫຼົ່ານັ້ນເພື່ອເອີ້ນເວລາທີ່ດີກັບຄືນມາ ຫຼື ໃນການຮ້ອງໄຫ້ສຽງດັງ ຫຼື ຄວນຄາງດ້ວຍຄວາມເຈັບປວດ ຫຼື ເຈົ້າຈະດໍາລົງຊີວິດຜ່ານກາງຄືນທີ່ຄໍ່າມືດ ໂດຍທີ່ບໍ່ມີຄວາມຈິງ ຫຼື ຊີວິດແມ່ນແຕ່ໜ້ອຍດຽວ ຫຼື ພຽງແຕ່ລໍຖ້າຢ່າງໝົດຫວັງ ຫຼື ຢູ່ໃນຄວາມເສຍໃຈທີ່ຂົມຂື່ນຈົນພວກເຈົ້າສູນເສຍເຫດຜົນທັງໝົດ... ໂດຍແທ້ຈິງແລ້ວ ບໍ່ມີພວກເຈົ້າຄົນໃດທີ່ສາມາດຫຼີກເວັ້ນຈາກຄວາມເປັນໄປໄດ້ເຫຼົ່ານີ້. ເພາະບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ຄອບຄອງບ່ອນນັ່ງທີ່ພວກເຈົ້າໃຊ້ນັ່ງເພື່ອນະມັດສະການພຣະເຈົ້າຢ່າງແທ້ຈິງ, ແຕ່ເຮັດໃຫ້ຕົນເອງຈົມຢູ່ໃນໂລກແຫ່ງຕັນຫາ ແລະ ຄວາມຊົ່ວຮ້າຍ, ປະປົນຄວາມເຊື່ອຂອງພວກເຈົ້າ, ເຂົ້າໃສ່ຈິດວິນຍານ, ວິນຍານ ແລະ ຮ່າງກາຍຂອງພວກເຈົ້າ, ຫຼາຍໆສິ່ງທີ່ບໍ່ມີສ່ວນກ່ຽວຂ້ອງກັບຊີວິດ ແລະ ຄວາມຈິງ ແລະ ແທ້ຈິງແລ້ວ ແມ່ນການຕໍ່ຕ້ານສິ່ງເຫຼົ່ານັ້ນ. ສະນັ້ນ ສິ່ງທີ່ເຮົາຄາດຫວັງຈາກພວກເຈົ້າກໍຄືການມີເສັ້ນທາງໃຫ້ພວກເຈົ້າສາມາດຮັບເອົາແສງສະຫວ່າງ. ຄວາມຫວັງຢ່າງດຽວຂອງເຮົາກໍຄືພວກເຈົ້າສາມາດເບິ່ງແຍງຕົວເອງ, ສາມາດລ້ຽງດູຕົວເອງ ແລະ ບໍ່ເນັ້ນໜັກຫຼາຍກັບຈຸດໝາຍປາຍທາງຂອງເຈົ້າເອງ ໃນຂະນະທີ່ເບິ່ງພຶດຕິກໍາ ແລະ ການເຮັດຜິດຂອງຕົວເອງດ້ວຍຄວາມບໍ່ສົນໃຈ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຝ່າຝືນຈະນໍາພາມະນຸດໄປສູ່ນະຮົກ
658. ຍິ່ງການເຮັດຜິດຂອງເຈົ້າຫຼາຍສໍ່າໃດ, ໂອກາດຂອງເຈົ້າໃນການໄດ້ຮັບຈຸດໝາຍປາຍທາງທີ່ດີກໍຍິ່ງໜ້ອຍລົງ. ກົງກັນຂ້າມ, ຍິ່ງການເຮັດຜິດຂອງເຈົ້າໜ້ອຍສໍ່າໃດ, ໂອກາດຂອງເຈົ້າໃນການຖືກພຣະເຈົ້າຍ້ອງຍໍກໍຍິ່ງຫຼາຍຂຶ້ນ. ຖ້າການເຮັດຜິດຂອງເຈົ້າເພີ່ມຂຶ້ນຮອດຈຸດທີ່ວ່າ ມັນເປັນໄປບໍ່ໄດ້ທີ່ເຮົາຈະຍົກໂທດໃຫ້ເຈົ້າ, ແລ້ວເຈົ້າກໍຈະສິ້ນເປືອງໂອກາດໃນການຖືກຍົກໂທດທັງໝົດ. ໃນກໍລະນີນັ້ນ ຈຸດໝາຍປາຍທາງຂອງເຈົ້າຈະບໍ່ຢູ່ເທິງ ແຕ່ຈະຢູ່ລຸ່ມ. ຖ້າເຈົ້າບໍ່ເຊື່ອເຮົາ ແລ້ວກໍຈົ່ງມີຄວາມກ້າຫານ ແລະ ເຮັດໃນສິ່ງທີ່ຜິດ ແລະ ຫຼັງຈາກນັ້ນ ກໍໃຫ້ເບິ່ງວ່າ ມັນຈະນໍາຫຍັງມາໃຫ້ເຈົ້າ. ຖ້າເຈົ້າເປັນຄົນທີ່ຈິງໃຈແທ້ກັບການປະຕິບັດຄວາມຈິງ ແລ້ວເຈົ້າກໍຈະມີໂອກາດທີ່ຄວາມຜິດຂອງເຈົ້າຈະໄດ້ຮັບການຍົກໂທດຢ່າງແນ່ນອນ ແລະ ເຈົ້າຈະບໍ່ເຊື່ອຟັງໜ້ອຍລົງເລື້ອຍໆ. ຖ້າເຈົ້າເປັນຄົນທີ່ບໍ່ເຕັມໃຈປະຕິບັດຄວາມຈິງ, ແລ້ວການເຮັດຜິດຂອງເຈົ້າຕໍ່ໜ້າພຣະເຈົ້າກໍຈະເພີ່ມທະວີຂຶ້ນຢ່າງແນ່ນອນ ແລະ ເຈົ້າຈະບໍ່ເຊື່ອຟັງຫຼາຍຂຶ້ນເລື້ອຍໆ, ຈົນວ່າເຈົ້າເຖິງຂີດຈໍາກັດ ເຊິ່ງຈະເປັນເວລາທີ່ເຈົ້າຖືກທໍາລາຍຢ່າງສິ້ນເຊີງ. ນີ້ຈະເປັນເວລາທີ່ຄວາມຝັນອັນສວຍງາມກ່ຽວກັບການຮັບພອນຂອງເຈົ້າຈະຖືກທໍາລາຍ. ຈົ່ງຢ່າຖືວ່າ ການເຮັດຜິດຂອງເຈົ້າແມ່ນເປັນຄວາມຜິດຂອງຄົນທີ່ຍັງບໍ່ບັນລຸນິຕິພາວະ ຫຼື ຄົນໂງ່; ຢ່າໃຊ້ຂໍ້ອ້າງວ່າ ເຈົ້າບໍ່ໄດ້ປະຕິບັດຄວາມຈິງ ເພາະຄວາມສາມາດຂອງເຈົ້າທີ່ມີໜ້ອຍໄດ້ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະປະຕິບັດແບບນັ້ນ. ຍິ່ງໄປກວ່ານັ້ນ ຢ່າພຽງແຕ່ຖືວ່າ ການເຮັດຜິດທີ່ເຈົ້າໄດ້ເຮັດນັ້ນແມ່ນເປັນການກະທໍາຂອງບາງຄົນທີ່ບໍ່ຮູ້ດີໄປກວ່ານີ້. ຖ້າເຈົ້າເກັ່ງໃນການຍົກໂທດໃຫ້ຕົວເອງ ແລະ ເກັ່ງໃນການປະຕິບັດກັບຕົວເອງດ້ວຍໃຈກວ້າງຂວາງ, ແລ້ວເຮົາກໍຂໍເວົ້າວ່າ ເຈົ້າແມ່ນຄົນຂີ້ຢ້ານຜູ້ທີ່ຈະບໍ່ມີວັນໄດ້ຮັບຄວາມຈິງ ຫຼື ການເຮັດຜິດຂອງເຈົ້າກໍຈະບໍ່ຢຸດຫຼອກຫຼອນເຈົ້າ; ພວກມັນຈະຫ້າມບໍ່ໃຫ້ເຈົ້າເຮັດຕາມຄວາມຮຽກຮ້ອງຂອງຄວາມຈິງ ແລະ ເຮັດໃຫ້ເຈົ້າເປັນໝູ່ຮ່ວມເດີນທາງທີ່ຈົງຮັກພັກດີຂອງຊາຕານຕະຫຼອດໄປ. ຄໍາແນະນໍາຂອງເຮົາໃຫ້ກັບເຈົ້າກໍຍັງຄືເກົ່າ: ຢ່າພຽງແຕ່ສົນໃຈກັບປາຍທາງຂອງເຈົ້າ ໃນຂະນະທີ່ເບິ່ງຂ້າມການເຮັດຜິດຂອງເຈົ້າທີ່ເຊື່ອງຊ້ອນຢູ່; ຈົ່ງຖືການເຮັດຜິດຂອງເຈົ້າຢ່າງຈິງຈັງ ແລະ ຢ່າເບິ່ງຂ້າມການເຮັດຜິດທັງໝົດຂອງເຈົ້າຍ້ອນເປັນຫ່ວງຕໍ່ຈຸດໝາຍປາຍທາງຂອງເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຝ່າຝືນຈະນໍາພາມະນຸດໄປສູ່ນະຮົກ
659. ເຖິງແມ່ນວ່າແກ່ນແທ້ຂອງພຣະເຈົ້າຈະມີອົງປະກອບແຫ່ງຄວາມຮັກ ແລະ ພຣະອົງເມດຕາຕໍ່ທຸກຄົນ, ຜູ້ຄົນແມ່ນໄດ້ເບິ່ງຂ້າມ ແລະ ລືມຂໍ້ແທ້ຈິງທີ່ວ່າ ແກ່ນແທ້ຂອງພຣະອົງເປັນແກ່ນແທ້ທີ່ມີກຽດສັກສີເຊັ່ນກັນ. ການທີ່ພຣະອົງຮັກບໍ່ໄດ້ໝາຍຄວາມວ່າ ຜູ້ຄົນຈະສາມາດກະທໍາຜິດຕໍ່ພຣະອົງຕາມອຳເພີໃຈ ໂດຍບໍ່ປຸກປັ່ນຄວາມຮູ້ສຶກ ຫຼື ປະຕິກິລິຍາຂອງພຣະອົງ ຫຼື ຂໍ້ແທ້ຈິງທີ່ວ່າພຣະອົງມີຄວາມເມດຕາບໍ່ໄດ້ໝາຍຄວາມວ່າພຣະອົງບໍ່ໄດ້ມີຫຼັກການໃນການປະຕິບັດຕໍ່ຜູ້ຄົນ. ພຣະເຈົ້າມີຊີວິດຢູ່; ພຣະອົງເປັນຢູ່ຢ່າງແທ້ຈິງ. ພຣະອົງບໍ່ແມ່ນຫຸ່ນຕຸກກະຕາທີ່ຖືກຈິນຕະນາການຂຶ້ນມາ ຫຼື ວັດຖຸອື່ນໆ. ເນື່ອງຈາກວ່າພຣະອົງເປັນຢູ່, ພວກເຮົາຄວນຟັງສຽງຂອງຫົວໃຈຂອງພຣະອົງຢ່າງລະມັດລະວັງຢູ່ຕະຫຼອດເວລາ, ໃສ່ໃຈກັບທ່າທີຂອງພຣະອົງຢ່າງໃກ້ຊິດ ແລະ ມາເຂົ້າໃຈຄວາມຮູ້ສຶກຂອງພຣະອົງ. ພວກເຮົາບໍ່ຄວນໃຊ້ຈິນຕະນາການຂອງມະນຸດເພື່ອນິຍາມພຣະເຈົ້າ ຫຼື ພວກເຮົາບໍ່ຄວນເອົາຄວາມຄິດ ຫຼື ຄວາມປາຖະໜາຂອງມະນຸດກໍານົດພຣະອົງ, ເຮັດໃຫ້ພຣະເຈົ້າປະຕິບັດຕໍ່ຜູ້ຄົນໃນລັກສະນະຂອງມະນຸດ ໂດຍອີງຕາມຈິນຕະນາການຂອງມະນຸດ. ຖ້າເຈົ້າເຮັດສິ່ງນີ້, ແລ້ວເຈົ້າກໍກຳລັງເຮັດໃຫ້ພຣະເຈົ້າໃຈຮ້າຍ, ປຸກປັ່ນຄວາມໂກດຮ້າຍຂອງພຣະອົງ ແລະ ທ້າທາຍກຽດສັກສີຂອງພຣະອົງ! ສະນັ້ນ ຫຼັງຈາກທີ່ພວກເຈົ້າໄດ້ມາເຂົ້າໃຈເຖິງຄວາມຮຸນແຮງຂອງເລື່ອງນີ້, ເຮົາແນະນຳໃຫ້ພວກເຈົ້າແຕ່ລະຄົນລະມັດລະວັງ ແລະ ຮອບຄອບໃນການກະທຳຂອງພວກເຈົ້າ. ໃຫ້ລະມັດລະວັງ ແລະ ຮອບຄອບໃນຄຳເວົ້າຂອງພວກເຈົ້າ. ສຳລັບວິທີການທີ່ເຈົ້າປະຕິບັດຕໍ່ພຣະເຈົ້າ, ຍິ່ງເຈົ້າລະມັດລະວັງ ແລະ ຮອບຄອບຫຼາຍສໍ່າໃດ, ມັນກໍຍິ່ງເປັນການດີຫຼາຍສໍ່ານັ້ນ! ເມື່ອເຈົ້າບໍ່ເຂົ້າໃຈວ່າແມ່ນຫຍັງຄືທ່າທີຂອງພຣະເຈົ້າ ກໍຈົ່ງລະເວັ້ນຈາກການເວົ້າໂລເລ, ຢ່າປະໝາດໃນການກະທຳຂອງເຈົ້າ ແລະ ຢ່າເວົ້າໄປເລື້ອຍເປືອຍ. ສຳຄັນໄປກວ່ານັ້ນ, ຢ່າສະຫຼຸບຕາມອຳເພີໃຈ. ກົງກັນຂ້າມ, ເຈົ້າຄວນລໍຖ້າ ແລະ ສະແຫວງຫາ; ການກະທຳເຫຼົ່ານີ້ແມ່ນເປັນການສະແດງອອກເຖິງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍເຊັ່ນກັນ. ນອກເໜືອສິ່ງອື່ນໃດ, ຖ້າເຈົ້າສາມາດບັນລຸສິ່ງນີ້ໄດ້ ແລະ ນອກເໜືອສິ່ງອື່ນໃດ ຖ້າເຈົ້າມີທັດສະນະຄະຕິນີ້, ແລ້ວພຣະເຈົ້າກໍຈະບໍ່ໂທດເຈົ້າສຳລັບຄວາມໂງ່ຈ້າ, ຄວາມບໍ່ຮູ້ ແລະ ການຂາດຄວາມເຂົ້າໃຈຂອງເຈົ້າໃນເຫດຜົນທີ່ຢູ່ເບື້ອງຫຼັງສິ່ງຕ່າງໆ. ກົງກັນຂ້າມ, ຍ້ອນທ່າທີໃນການຢ້ານກະທໍາຜິດຕໍ່ພຣະເຈົ້າ, ຄວາມເຄົາລົບຕໍ່ເຈດຕະນາຂອງພຣະອົງ ແລະ ຄວາມເຕັມໃຈທີ່ຈະເຊື່ອຟັງພຣະອົງ, ພຣະເຈົ້າຈະຈື່ເຈົ້າ, ນໍາພາ ແລະ ໃຫ້ສ່ອງແສງແກ່ເຈົ້າ ຫຼື ອົດທົນຕໍ່ຄວາມເປັນເດັກນ້ອຍ ແລະ ຄວາມບໍ່ຮູ້ຂອງເຈົ້າ. ແຕ່ຖ້າທ່າທີຂອງເຈົ້າທີ່ມີຕໍ່ພຣະອົງຄືການບໍ່ເຄົາລົບ, ຕັດສິນພຣະອົງຕາມທີ່ເຈົ້າປາຖະໜາ ຫຼື ຄາດເດົາຕາມອຳເພີໃຈ ແລະ ກຳນົດແນວຄິດຂອງພຣະອົງ, ພຣະເຈົ້າກໍຈະປະນາມເຈົ້າ, ລົງວິໄນເຈົ້າ ແລະ ເຖິງກັບລົງໂທດເຈົ້າ; ຫຼື ພຣະອົງອາດສະແດງຄວາມຄິດເຫັນກ່ຽວກັບເຈົ້າ. ບາງເທື່ອ ຄວາມຄິດເຫັນນີ້ຈະກ່ຽວພັນກັບຜົນຕາມມາຂອງເຈົ້າ. ສະນັ້ນ ເຮົາຈຶ່ງຂໍເນັ້ນອີກຄັ້ງ: ພວກເຈົ້າແຕ່ລະຄົນຄວນລະມັດລະວັງ ແລະ ຮອບຄອບກ່ຽວກັບທຸກສິ່ງທີ່ມາຈາກພຣະເຈົ້າ. ຢ່າເວົ້າໂດຍບໍ່ລະມັດລະວັງ ແລະ ຢ່າປະໝາດໃນການກະທຳຂອງເຈົ້າ. ກ່ອນທີ່ເຈົ້າຈະເວົ້າຫຍັງ, ເຈົ້າຄວນຢຸດ ແລະ ຄິດຄໍານຶງວ່າ: ການກະທຳນີ້ຂອງຂ້ານ້ອຍຈະເຮັດໃຫ້ພຣະເຈົ້າໃຈຮ້າຍບໍ? ການເຮັດສິ່ງນັ້ນ, ຂ້ານ້ອຍກຳລັງເຄົາລົບພຣະເຈົ້າບໍ? ແມ່ນແຕ່ໃນເລື່ອງເລັກໆນ້ອຍໆ, ເຈົ້າກໍຄວນພະຍາຍາມຕອບຄຳຖາມເຫຼົ່ານີ້ໃຫ້ໄດ້ ແລະ ໃຊ້ເວລາເພີມເຕີມເພື່ອພິຈາລະນາຄຳຖາມເຫຼົ່ານີ້. ຖ້າເຈົ້າສາມາດປະຕິບັດຕາມຫຼັກການເຫຼົ່ານີ້ຢ່າງແທ້ຈິງໃນທຸກລັກສະນະ, ໃນທຸກສິ່ງ, ຕະຫຼອດເວລາ ແລະ ນໍາໃຊ້ທ່າທີດັ່ງກ່າວ ໂດຍສະເພາະເມື່ອເວລາເຈົ້າບໍ່ເຂົ້າໃຈບາງສິ່ງບາງຢ່າງ, ແລ້ວພຣະເຈົ້າກໍຈະນໍາພາເຈົ້າຢູ່ສະເໝີ ແລະ ສະໜອງເສັ້ນທາງໃຫ້ເຈົ້າໄດ້ເດີນຕາມ. ບໍ່ວ່າຜູ້ຄົນຈະສະແດງອອກໃນຮູບແບບໃດກໍຕາມ, ພຣະເຈົ້າກໍເຫັນພວກເຂົາຢ່າງຊັດເຈນ ແລະ ແຈ່ມແຈ້ງ ແລະ ພຣະອົງຈະປະເມີນການສະແດງອອກເຫຼົ່ານີ້ຂອງເຈົ້າຢ່າງຖືກຕ້ອງ ແລະ ເໝາະສົມ. ຫຼັງຈາກທີ່ເຈົ້າໄດ້ຜ່ານການທົດລອງຄັ້ງສຸດທ້າຍ, ພຣະເຈົ້າຈະນໍາເອົາພຶດຕິກຳທັງໝົດຂອງເຈົ້າ ແລະ ສະຫຼຸບມັນຢ່າງຄົບຖ້ວນເພື່ອກຳນົດຜົນຕາມມາຂອງເຈົ້າ. ຜົນຕາມມານີ້ຈະເຮັດໃຫ້ທຸກຄົນເຊື່ອໂດຍບໍ່ມີການສົງໄສເລີຍ. ສິ່ງທີ່ເຮົາຕ້ອງການບອກພວກເຈົ້າໃນນີ້ກໍຄື: ທຸກການກະທຳຂອງພວກເຈົ້າ, ທຸກການປະພຶດຂອງພວກເຈົ້າ ແລະ ທຸກຄວາມຄິດຂອງພວກເຈົ້າຕັດສິນໂຊກຊະຕາຂອງພວກເຈົ້າ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ
660. ເມື່ອເວົ້າກ່ຽວກັບວິທີການທີ່ຜູ້ຄົນສະແຫວງຫາ ແລະ ວິທີທີ່ຜູ້ຄົນເຂົ້າຫາພຣະເຈົ້າ, ທ່າທີຂອງຜູ້ຄົນແມ່ນຫຼັກສຳຄັນ. ຢ່າເມີນເສີຍຕໍ່ພຣະເຈົ້າຄືກັບວ່າພຣະອົງເປັນພຽງອາກາດວ່າງເປົ່າທີ່ລ່ອງລອຍຢູ່ໃນຄວາມຄິດຂອງເຈົ້າ; ໃຫ້ຄິດເຖິງພຣະເຈົ້າທີ່ເຈົ້າເຊື່ອຢູ່ສະເໝີວ່າເປັນພຣະເຈົ້າທີ່ມີຊີວິດຢູ່, ເປັນພຣະເຈົ້າທີ່ແທ້ຈິງ. ພຣະອົງບໍ່ໄດ້ນັ່ງຢູ່ໃນທີ່ນັ້ນ ໃນສະຫວັນຊັ້ນສາມໂດຍບໍ່ມີຫຍັງເຮັດ. ກົງກັນຂ້າມ, ພຣະອົງກຳລັງຫຼຽວເບິ່ງຫົວໃຈຂອງທຸກຄົນຢ່າງສະໝໍ່າສະເໝີ, ສັງເກດວ່າເຈົ້າກຳລັງເຮັດຫຍັງ, ເຝົ້າເບິ່ງທຸກຄຳເວົ້າເລັກໆນ້ອຍໆ ແລະ ທຸກການກະທຳເລັກໆນ້ອຍໆຂອງເຈົ້າ, ເຝົ້າເບິ່ງວ່າເຈົ້າປະພຶດແນວໃດ ແລະ ເບິ່ງວ່າທ່າທີຂອງເຈົ້າຕໍ່ພຣະອົງແມ່ນເປັນແນວໃດ. ບໍ່ວ່າເຈົ້າຈະເຕັມໃຈມອບຕົນເອງໃຫ້ກັບພຣະເຈົ້າ ຫຼື ບໍ່, ພຶດຕິກຳຂອງເຈົ້າ ແລະ ຄວາມຄິດ ແລະ ແນວຄິດໃນສ່ວນເລິກສຸດຂອງເຈົ້າກໍໄດ້ຖືກເປີດເຜີຍຕໍ່ໜ້າພຣະອົງ ແລະ ຖືກເຝົ້າເບິ່ງໂດຍພຣະອົງແລ້ວ. ເນື່ອງຈາກພຶດຕິກຳຂອງເຈົ້າ, ເນື່ອງຈາກການກະທຳຂອງເຈົ້າ ແລະ ເນື່ອງຈາກທ່າທີຂອງເຈົ້າທີ່ມີຕໍ່ພຣະອົງ, ຄວາມຄິດເຫັນຂອງພຣະເຈົ້າກ່ຽວກັບເຈົ້າ ແລະ ທ່າທີຂອງພຣະອົງທີ່ມີຕໍ່ເຈົ້າກໍປ່ຽນແປງຢ່າງສະໝໍ່າສະເໝີ. ເຮົາຕ້ອງການໃຫ້ຄຳແນະນຳບາງຢ່າງກັບບາງຄົນ: ຢ່າວາງຕົນເອງຄືກັບເດັກເກີດໃໝ່ໃນມືຂອງພຣະເຈົ້າ, ຄືກັບວ່າພຣະອົງຄວນຫຼົງໄຫຼເຈົ້າ, ຄືກັບວ່າພຣະອົງບໍ່ສາມາດປະຖິ້ມເຈົ້າໄດ້ ແລະ ຄືກັບວ່າທ່າທີຂອງພຣະອົງທີ່ມີຕໍ່ເຈົ້ານັ້ນໝັ້ນຄົງ ແລະ ບໍ່ປ່ຽນແປງຈັກເທື່ອ ແລະ ເຮົາຂໍແນະນໍາເຈົ້າໃຫ້ເຊົາຝັນ! ພຣະເຈົ້າເປັນທຳໃນການທີ່ພຣະອົງປະຕິບັດຕໍ່ທຸກຄົນ ແລະ ພຣະອົງຈິງຈັງໃນວິທີການຂອງພຣະອົງໃນພາລະກິດແຫ່ງການເອົາຊະນະ ແລະ ການຊ່ວຍຜູ້ຄົນໃຫ້ລອດພົ້ນ. ນີ້ແມ່ນການຄຸ້ມຄອງຂອງພຣະອົງ. ພຣະອົງປະຕິບັດຕໍ່ທຸກຄົນຢ່າງຈິງຈັງ ແລະ ບໍ່ເຮັດຄືກັບສັດລ້ຽງໃຫ້ຢອກຫຼິ້ນ. ຄວາມຮັກຂອງພຣະເຈົ້າສຳລັບມະນຸດບໍ່ແມ່ນແບບຕາມໃຈ ຫຼື ເອົາໃຈ ຫຼື ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງຕໍ່ມະນຸດຊາດກໍບໍ່ໄດ້ຕາມໃຈ ຫຼື ເມີນເສີຍ. ໃນທາງກົງກັນຂ້າມ, ຄວາມຮັກຂອງພຣະເຈົ້າສຳລັບມະນຸດກ່ຽວພັນກັບການຖະໜຸຖະໜອມ, ການສົງສານ ແລະ ການເຄົາລົບຊີວິດ; ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງສະແດງເຖິງສິ່ງທີ່ພຣະອົງຄາດຫວັງຈາກພວກເຂົາ ແລະ ສິ່ງທີ່ມະນຸດຊາດຕ້ອງການເພື່ອຄວາມຢູ່ລອດ. ພຣະເຈົ້າມີຊີວິດຢູ່ ແລະ ພຣະເຈົ້າມີຢູ່ແທ້ຈິງ; ທ່າທີຂອງພຣະອົງມີຕໍ່ມະນຸດຊາດແມ່ນມີຫຼັກການ, ບໍ່ແມ່ນຈໍາພວກກົດລະບຽບທີ່ບໍ່ມີເຫດຜົນ ແລະ ມັນສາມາດປ່ຽນແປງໄດ້. ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດຊາດແມ່ນປ່ຽນແປງ ແລະ ປັບປ່ຽນເທື່ອລະໜ້ອຍຕາມການເວລາ, ຂຶ້ນກັບສະຖານະການທີ່ພວກມັນເກີດຂຶ້ນ ແລະ ພ້ອມກັບທ່າທີຂອງແຕ່ລະຄົນ. ສະນັ້ນ ເຈົ້າຄວນຮູ້ຈັກຢູ່ໃນຫົວໃຈຂອງເຈົ້າຢ່າງຊັດເຈນທີ່ສຸດວ່າ ແກ່ນແທ້ຂອງພຣະເຈົ້າແມ່ນບໍ່ສາມາດປ່ຽນແປງໄດ້ ແລະ ອຸປະນິໄສຂອງພຣະອົງຈະປາກົດໃນເວລາທີ່ແຕກຕ່າງກັນ ແລະ ໃນບໍລິບົດທີ່ແຕກຕ່າງກັນ. ເຈົ້າອາດບໍ່ຄິດວ່າ ນີ້ແມ່ນບັນຫາທີ່ຮ້າຍແຮງ ແລະ ເຈົ້າອາດໃຊ້ແນວຄິດຂອງເຈົ້າເອງເພື່ອຈິນຕະນາການເຖິງວິທີທີ່ພຣະເຈົ້າຄວນເຮັດສິ່ງຕ່າງໆ. ເຖິງຢ່າງໃດກໍຕາມ, ມີບາງຄັ້ງທີ່ມຸມມອງກົງກັນຂ້າມກັນຄົນລະຂົ້ວຂອງເຈົ້ານັ້ນເປັນຈິງ ແລະ ການໃຊ້ແນວຄິດຂອງເຈົ້າເອງເພື່ອພະຍາຍາມວັດແທກພຣະເຈົ້າ, ເຈົ້າກໍໄດ້ເຮັດໃຫ້ພຣະອົງໃຈຮ້າຍແລ້ວ. ນີ້ກໍຍ້ອນວ່າ ພຣະເຈົ້າບໍ່ໄດ້ດຳເນີນການໃນລັກສະນະທີ່ເຈົ້າຄິດວ່າພຣະອົງເຮັດ ຫຼື ພຣະອົງບໍ່ໄດ້ປະຕິບັດຕໍ່ເລື່ອງນີ້ຄືກັບທີ່ເຈົ້າເວົ້າວ່າພຣະອົງຈະເຮັດ. ສະນັ້ນ ເຮົາຈຶ່ງເຕືອນເຈົ້າໃຫ້ລະມັດລະວັງ ແລະ ຮອບຄອບໃນວິທີການຂອງເຈົ້າຕໍ່ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າ ແລະ ຮຽນຮູ້ທີ່ຈະປະຕິບັດຕາມຫຼັກການຍ່າງໃນຫົນທາງຂອງພຣະເຈົ້າໃນທຸກສິ່ງ ເຊິ່ງນັ້ນກໍຄື ການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ເຈົ້າຕ້ອງມີຄວາມເຂົ້າໃຈທີ່ໜັກແໜ້ນກ່ຽວກັບເລື່ອງຕ່າງໆໃນຄວາມປະສົງຂອງພຣະເຈົ້າ ແລະ ກ່ຽວກັບທ່າທີຂອງພຣະເຈົ້າ, ເຈົ້າຕ້ອງຄົ້ນຫາຄົນທີ່ມີແສງສະຫວ່າງເພື່ອສື່ສານເລື່ອງຕ່າງໆເຫຼົ່ານີ້ແກ່ເຈົ້າ ແລະ ເຈົ້າຕ້ອງສະແຫວງຫາຢ່າງຈິງຈັງ. ຢ່າເບິ່ງພຣະເຈົ້າໃນຄວາມເຊື່ອຂອງເຈົ້າເປັນຫຸ່ນຕຸກກະຕາ ໂດຍຕັດສິນພຣະອົງຕາມອຳເພີໃຈ, ສະຫຼຸບກ່ຽວກັບພຣະອົງຕາມອຳເພີໃຈ ແລະ ບໍ່ປະຕິບັດຕໍ່ພຣະອົງດ້ວຍຄວາມເຄົາລົບນັບຖືທີ່ພຣະອົງສົມຄວນໄດ້ຮັບ. ໃນຂະນະທີ່ພຣະເຈົ້າກຳລັງນໍາຄວາມລອດພົ້ນມາສູ່ເຈົ້າ ແລະ ກຳນົດຜົນຕາມມາຂອງເຈົ້າ, ພຣະອົງອາດມອບຄວາມເມດຕາ ຫຼື ຄວາມອົດກັ້ນ ຫຼື ການພິພາກສາ ແລະ ການຂ້ຽນຕີໃຫ້ກັບເຈົ້າ, ແຕ່ເຖິງຢ່າງໃດນກໍຕາມ, ທ່າທີຂອງພຣະອົງທີ່ມີຕໍ່ເຈົ້າແມ່ນບໍ່ໄດ້ໝັ້ນຄົງ. ມັນຂຶ້ນກັບທ່າທີຂອງເຈົ້າເອງທີ່ມີຕໍ່ພຣະອົງ ພ້ອມທັງຄວາມເຂົ້າໃຈທີ່ເຈົ້າມີກ່ຽວກັບພຣະອົງ. ຢ່າປ່ອຍໃຫ້ລັກສະນະໃດໜຶ່ງທີ່ຜ່ານໄປຂອງຄວາມຮູ້ ຫຼື ຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້ານັ້ນກຳນົດພຣະອົງຢ່າງບໍ່ສິ້ນສຸດ. ຢ່າເຊື່ອໃນພຣະເຈົ້າທີ່ຕາຍແລ້ວ; ໃຫ້ເຊື່ອໃນພຣະເຈົ້າທີ່ມີຊີວິດຢູ່.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ
661. ພວກເຈົ້າປາຖະໜາທີ່ຈະໃຫ້ພຣະເຈົ້າພໍໃຈໃນຕົວພວກເຈົ້າ ແຕ່ພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍ. ແມ່ນຫຍັງຄືບັນຫາໃນທີ່ນີ້? ພວກເຈົ້າຍອມຮັບພຽງແຕ່ພຣະທຳຂອງພຣະອົງ ແຕ່ບໍ່ຮັບການຈັດການຂອງພຣະອົງ ຫຼື ການລິຮານຂອງພຣະອົງ; ແຮງໄກທີ່ພວກເຈົ້າບໍ່ສາມາດຍອມຮັບເອົາການຈັດແຈງທຸກຢ່າງຂອງພຣະອົງ, ເພື່ອມີຄວາມເຊື່ອທີ່ສົມບູນໃນພຣະອົງ. ແລ້ວແມ່ນຫຍັງຄືບັນຫາໃນທີ່ນີ້? ໃນການວິເຄາະຄັ້ງສຸດທ້າຍ, ຄວາມເຊື່ອຂອງພວກເຈົ້າແມ່ນເປັນພຽງເປືອກໄຂ່ທີ່ວ່າງເປົ່າ ທີ່ບໍ່ສາມາດໃຫ້ກຳເນີດລູກໄກ່ໄດ້. ຍ້ອນຄວາມເຊື່ອຂອງພວກເຈົ້າຍັງບໍ່ໄດ້ນໍາເອົາຄວາມຈິງມາສູ່ພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າໄດ້ຮັບຊີວິດ ແຕ່ກົງກັນຂ້າມ ຄວາມເຊື່ອນັ້ນໄດ້ນໍາຄວາມຮູ້ສຶກລວງຕາເຖິງການບໍາລຸງລ້ຽງ ແລະ ຄວາມຫວັງມາສູ່ຊີວິດຂອງພວກເຈົ້າ. ມັນຄືຄວາມຮູ້ສຶກເຖິງການບໍາລຸງລ້ຽງ ແລະ ຄວາມຫວັງນີ້ທີ່ເປັນຈຸດປະສົງຂອງພວກເຈົ້າໃນການເຊື່ອໃນພຣະເຈົ້າບໍ່ແມ່ນຄວາມຈິງ ແລະ ຊີວິດ. ສະນັ້ນ ເຮົາຈຶ່ງເວົ້າວ່າ ແນວທາງປະຕິບັດໃນຄວາມເຊື່ອຂອງພວກເຈົ້າຕໍ່ພຣະເຈົ້ານັ້ນເປັນພຽງການພະຍາຍາມປະຈົບປະແຈງພຣະເຈົ້າຜ່ານການຍອມຮັບໃຊ້ ແລະ ຄວາມໄຮ້ຢາງອາຍ ແລະ ບໍ່ສາມາດຖືວ່າເປັນຄວາມເຊື່ອທີ່ແທ້ຈິງໄດ້ ບໍ່ວ່າໃນວິທີທາງໃດກໍຕາມ. ລູກໄກ່ຈະສາມາດປາກົດອອກຈາກຄວາມເຊື່ອແບບນີ້ໄດ້ແນວໃດ? ເວົ້າອີກແບບໜຶ່ງກໍຄື ຄວາມເຊື່ອປະເພດນີ້ຈະສາມາດສຳເລັດຫຍັງໄດ້? ຈຸດປະສົງຂອງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າແມ່ນເພື່ອໃຊ້ພຣະອົງເພື່ອບັນລຸເປົ້າໝາຍຂອງພວກເຈົ້າເອງ. ແລ້ວນີ້ບໍ່ແມ່ນຂໍ້ແທ້ຈິງແຫ່ງການເຮັດຜິດຂອງພວກເຈົ້າຕໍ່ອຸປະນິໄສຂອງພຣະເຈົ້າບໍ? ພວກເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ແລະ ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ເຖິງຢ່າງໃດກໍຕາມ ເຮົາບໍ່ຮັບຮູ້ມຸມມອງຂອງພວກເຈົ້າ; ເຮົາຍົກຍ້ອງພຽງແຕ່ຄົນທີ່ຕິດດິນ ແລະ ຮັບໃຊ້ພຣະເຈົ້າເທິງແຜ່ນດິນໂລກ, ບໍ່ແມ່ນຄົນທີ່ບໍ່ເຄີຍຮັບຮູ້ພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກຈັກເທື່ອ. ບໍ່ວ່າຜູ້ຄົນດັ່ງກ່າວຈະຊື່ສັດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນສໍ່າໃດກໍຕາມ, ສຸດທ້າຍແລ້ວ ພວກເຂົາຈະບໍ່ພົ້ນຈາກມືຂອງເຮົາທີ່ຈະລົງໂທດຄົນຊົ່ວຮ້າຍເຫຼົ່ານີ້. ມະນຸດເຫຼົ່ານີ້ເປັນຄົນທີ່ຊົ່ວຮ້າຍ; ພວກເຂົາເປັນຄົນຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ເຄີຍເຊື່ອຟັງພຣະຄຣິດດ້ວຍຄວາມຍິນດີ. ແນ່ນອນ ຈຳນວນຂອງພວກເຂົາລວມເຖິງທຸກຄົນທີ່ບໍ່ຮູ້ຈັກ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ຮັບຮູ້ພຣະຄຣິດ. ເຈົ້າເຊື່ອບໍວ່າ ເຈົ້າສາມາດປະຕິບັດຕໍ່ພຣະຄຣິດຕາມທີ່ເຈົ້າພໍໃຈ ຕາບໃດທີ່ເຈົ້າຊື່ສັດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນ? ຜິດແລ້ວ! ຄວາມບໍ່ຮູ້ພຣະຄຣິດຂອງເຈົ້າແມ່ນຄວາມບໍ່ຮູ້ພຣະເຈົ້າທີ່ຢູ່ໃນສະຫວັນ. ບໍ່ວ່າເຈົ້າຈະສັດຊື່ກັບພຣະເຈົ້າທີ່ຢູ່ໃນສະຫວັນສໍ່າໃດກໍຕາມ ມັນກໍເປັນພຽງການເວົ້າ ແລະ ການກະທໍາທີ່ວ່າງເປົ່າ ຍ້ອນວ່າພຣະເຈົ້າເທິງແຜ່ນດິນໂລກບໍ່ໄດ້ເປັນພຽງແຕ່ເຄື່ອງມືທີ່ເຮັດໃຫ້ມະນຸດຮັບເອົາຄວາມຈິງ ແລະ ມີຄວາມຮູ້ທີ່ເລິກເຊິ່ງຂຶ້ນເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນແມ່ນເຄື່ອງມືໃນການກ່າວໂທດມະນຸດ ແລະ ຫຼັງຈາກນັ້ນກໍຍັງຄວ້າເອົາຂໍ້ແທ້ຈິງເພື່ອລົງໂທດຄົນຊົ່ວຮ້າຍ. ເຈົ້າເຄີຍເຂົ້າໃຈຜົນຕາມມາທີ່ເປັນປະໂຫຍດ ແລະ ເປັນໄພໃນທີ່ນີ້ບໍ? ເຈົ້າເຄີຍມີປະສົບການກັບພວກມັນບໍ? ເຮົາປາຖະໜາວ່າ ມື້ໃດມື້ໜຶ່ງໃນໄວໆນີ້ ພວກເຈົ້າຈະເຂົ້າໃຈຄວາມຈິງນີ້ ນັ້ນກໍຄື ເພື່ອທີ່ຈະຮູ້ຈັກພຣະເຈົ້າ ເຈົ້າຕ້ອງບໍ່ພຽງແຕ່ຮູ້ຈັກພຣະເຈົ້າໃນສະຫວັນ ແຕ່ສຳຄັນໄປກວ່ານັ້ນ ແມ່ນຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກອີກດ້ວຍ. ຢ່າສັບສົນກັບບຸລິມະສິດຂອງເຈົ້າ ຫຼື ປ່ອຍໃຫ້ສິ່ງສໍາຮອງມາຢູ່ເໜືອສິ່ງທີ່ເປັນຫຼັກ. ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດສ້າງຄວາມສຳພັນທີ່ດີກັບພຣະເຈົ້າຢ່າງແທ້ຈິງ, ໃກ້ຊິດກັບພຣະເຈົ້າ ແລະ ນໍາຫົວໃຈຂອງເຈົ້າເຂົ້າໃກ້ພຣະອົງຫຼາຍຂຶ້ນ. ຖ້າເຈົ້າມີຄວາມເຊື່ອເປັນເວລາຫຼາຍປີ ແລະ ໄດ້ພົວພັນກັບເຮົາເປັນເວລາດົນນານມາແລ້ວ ແຕ່ຍັງຄົງຫ່າງເຫີນຈາກເຮົາ ແລ້ວເຮົາກໍຈະເວົ້າວ່າ ມັນແມ່ນເຈົ້າທີ່ໄດ້ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າຢູ່ເລື້ອຍໆ ແລະ ຈຸດຈົບຂອງເຈົ້າກໍຍາກຫຼາຍທີ່ຈະຄາດຄະເນໄດ້. ຖ້າການພົວພັນກັບເຮົາເປັນເວລາຫຼາຍປີບໍ່ພຽງແຕ່ລົ້ມເຫຼວທີ່ຈະປ່ຽນແປງໃຫ້ເຈົ້າກາຍເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄວາມຈິງໄດ້ ແຕ່ຍິ່ງໄປກວ່ານັ້ນ ມັນເຮັດໃຫ້ຝັງແໜ້ນວິທີການທີ່ຊົ່ວຮ້າຍຂອງເຈົ້າເຂົ້າໃນທຳມະຊາດຂອງເຈົ້າ ແລະ ເຈົ້າບໍ່ພຽງແຕ່ມີຄວາມອວດດີສອງເທົ່າກວ່າທີ່ມີແຕ່ກ່ອນ, ແຕ່ຄວາມເຂົ້າໃຈຜິດກ່ຽວກັບເຮົາຍິ່ງເພີ່ມທະວີຂຶ້ນ ຈົນເຈົ້າເຫັນເຮົາເປັນພຽງລູກນ້ອງຊັ້ນຕໍ່າຂອງເຈົ້າ ແລ້ວເຮົາຈະເວົ້າວ່າ ຄວາມເຈັບປວດຂອງເຈົ້າບໍ່ແມ່ນເລິກພຽງແຕ່ຢູ່ຜິວໜັງອີກຕໍ່ໄປ ແຕ່ມັນຈະຊຶມເຂົ້າໄປໃນກະດູກຂອງເຈົ້າ. ສິ່ງທີ່ຍັງເຫຼືອຢູ່ສໍາລັບເຈົ້າແມ່ນພຽງລໍຖ້າຈັດງານສົບຂອງເຈົ້າ. ເຈົ້າບໍ່ຕ້ອງອ້ອນວອນຂໍໃຫ້ເຮົາເປັນພຣະເຈົ້າຂອງເຈົ້າ ຍ້ອນເຈົ້າໄດ້ເຮັດບາບທີ່ສົມຄວນຕາຍ ເຊິ່ງເປັນບາບທີ່ບໍ່ສາມາດໃຫ້ອະໄພໄດ້. ເຖິງແມ່ນວ່າ ເຮົາມີຄວາມເມດຕາຕໍ່ເຈົ້າ, ພຣະເຈົ້າທີ່ຢູ່ໃນສະຫວັນກໍຈະຢືນຢັນທີ່ຈະເອົາຊີວິດຂອງເຈົ້າ ຍ້ອນຄວາມຜິດຂອງເຈົ້າຕໍ່ອຸປະນິໄສຂອງພຣະເຈົ້ານັ້ນ ບໍ່ແມ່ນບັນຫາທຳມະດາ ແຕ່ເປັນບັນຫາມີທໍາມະຊາດອັນຮ້າຍແຮງຫຼາຍ. ເມື່ອເຖິງເວລານັ້ນ ຢ່າໂທດວ່າເຮົາບໍ່ໄດ້ແຈ້ງໃຫ້ເຈົ້າຮູ້ລ່ວງໜ້າ. ທຸກສິ່ງແມ່ນຈະລົງເອີຍດ້ວຍວິທີນີ້ ນັ້ນກໍຄື ເມື່ອເຈົ້າກ່ຽວພັນກັບພຣະຄຣິດ ຜູ້ເປັນພຣະເຈົ້າເທິງແຜ່ນດິນໂລກທີ່ເປັນມະນຸດທຳມະດາ ນັ້ນກໍຄື ເມື່ອເຈົ້າເຊື່ອວ່າ ພຣະເຈົ້າອົງນີ້ບໍ່ໄດ້ເປັນຫຍັງເລີຍນອກຈາກບຸກຄົນໜຶ່ງ ແລ້ວຕອນນັ້ນ ເຈົ້າກໍຈະພົບກັບຄວາມຈິບຫາຍ. ນີ້ເປັນພຽງການຕັກເຕືອນຂອງເຮົາຕໍ່ພວກເຈົ້າທຸກຄົນເທົ່ານັ້ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ
662. ໃນຊ່ວງເວລາທີ່ດໍາລົງຊີວິດດ້ວຍຄວາມເຊື່ອຕໍ່ພຣະເຈົ້າ ທຸກຄົນໄດ້ເຮັດສິ່ງທີ່ຕໍ່ຕ້ານ ແລະ ຫຼອກລວງພຣະເຈົ້າ. ການກະທໍາບໍ່ດີບາງຢ່າງກໍບໍ່ຈໍາເປັນຕ້ອງບັນທຶກວ່າເປັນການກະທໍາຜິດ ແຕ່ບາງຄັ້ງກໍໃຫ້ອະໄພບໍ່ໄດ້; ເນື່ອງຈາກວ່າ ການກະທໍາຫຼາຍຢ່າງທີ່ຝ່າຝືນຕໍ່ພຣະດໍາລັດປົກຄອງ ເຊິ່ງລ່ວງເກີນອຸປະນິໄສຂອງພຣະເຈົ້າ. ຫຼາຍຄົນທີ່ເປັນຫ່ວງກັບຊາຕາກໍາຂອງພວກເຂົາເອງອາດຈະຖາມວ່າ ການກະທໍາເຫຼົ່ານີ້ແມ່ນຫຍັງ. ເຈົ້າຄວນຮູ້ວ່າ ພວກເຈົ້າມີນິໄສອວດດີ ແລະ ຈອງຫອງໂດຍທໍາມະຊາດ ແລະ ບໍ່ເຕັມໃຈຍອມຮັບເອົາຄວາມຈິງ. ຍ້ອນເຫດຜົນດັ່ງກ່າວນີ້, ເຮົາຈໍາເປັນຕ້ອງບອກພວກເຈົ້າໃນຕອນນີ້ເທື່ອລະໜ້ອຍ ຫຼັງຈາກທີ່ພວກເຈົ້າໄດ້ໄຕ່ຕອງຕົນເອງ. ເຮົາແນະນໍາໃຫ້ພວກເຈົ້າທໍາຄວາມເຂົ້າໃຈກັບເນື້ອໃນຂອງພຣະດໍາລັດປົກຄອງໃຫ້ດີຂຶ້ນກວ່າເກົ່າ ແລະ ພະຍາຍາມຮຽນຮູ້ອູປະນິໄສຂອງພຣະເຈົ້າ. ຖ້າບໍ່ດັ່ງນັ້ນ ພວກເຈົ້າຈະບໍ່ສາມາດປິດປາກພວກເຈົ້າໄດ້, ລີ້ນຂອງເຈົ້າຈາກການເວົ້າໂອ້ອວດຢ່າງຕາມໃຈເກີນໄປ ແລະ ເຈົ້າຈະລ່ວງເກີນອຸປະນິໄສຂອງພຣະເຈົ້າໂດຍບໍ່ໄດ້ເຈດຕະນາ ແລະ ຕົກໄປຢູ່ໃນຄວາມມືດ, ສູນເສຍການສະຖິດຂອງພຣະວິນຍານບໍລິສຸດ ແລະ ຂາດແສງສະຫວ່າງ. ເພາະວ່າພວກເຈົ້າແມ່ນບໍ່ມີຫຼັກການໃນການກະທໍາ, ເພາະເຈົ້າເຮັດ ແລະ ເວົ້າໃນສິ່ງທີ່ເຈົ້າບໍ່ຄວນ, ເຈົ້າຈະໄດ້ຮັບຜົນກໍາຕາມສະໜອງທີ່ເໝາະສົມ. ເຈົ້າຄວນຮູ້ວ່າ ເຖິງແມ່ນວ່າເຈົ້າບໍ່ມີຫຼັກການໃນຄຳເວົ້າ ແລະ ການກະທຳ, ພຣະເຈົ້າມີຫຼັກການໃນສອງຢ່າງນີ້ຫຼາຍ. ເຫດຜົນທີ່ເຈົ້າໄດ້ຮັບຜົນກໍາຕາມສະໜອງແມ່ນຍ້ອນວ່າເຈົ້າໄດ້ລ່ວງເກີນພຣະເຈົ້າ, ບໍ່ແມ່ນລ່ວງເກີນບຸກຄົນ. ໃນຊີວິດຂອງເຈົ້າ ຖ້າເຈົ້າໄດ້ກະທຳຜິດຫຼາຍຄັ້ງຕໍ່ອຸປະນິໄສຂອງພຣະເຈົ້າ, ແລ້ວເຈົ້າກໍຈະກາຍເປັນລູກຂອງນະຮົກ. ສໍາລັບມະນຸດແລ້ວ ມັນອາດຈະປະກົດວ່າເຈົ້າພຽງແຕ່ເຮັດສອງສາມຢ່າງທີ່ບໍ່ສອດຄ່ອງກັບຄວາມຈິງ ແລະ ບໍ່ມີຫຍັງຫຼາຍກວ່ານັ້ນ. ຢ່າງໃດກໍຕາມ ເຈົ້າຮູ້ຕົວຢູ່ບໍວ່າ ໃນສາຍຕາຂອງພຣະເຈົ້າ ເຈົ້າແມ່ນຄົນໜຶ່ງທີ່ບໍ່ມີເຄື່ອງບູຊາແທນຄວາມຜິດບາບໃຫ້ຖວາຍອີກແລ້ວ? ຍ້ອນເຈົ້າໄດ້ຝ່າຝືນພຣະດໍາລັດປົກຄອງຂອງພຣະເຈົ້າຫຼາຍກວ່າໜຶ່ງຄັ້ງ ແລະ ຍິ່ງໄປກວ່ານັ້ນ ເຈົ້າກໍບໍ່ໄດ້ສະແດງທ່າທີຂອງການສໍານຶກຜິດ, ບໍ່ມີທາງເລືອກອື່ນສຳລັບເຈົ້ານອກຈາກການຕົກນະຮົກ ເຊິ່ງເປັນບ່ອນທີ່ພຣະເຈົ້າລົງໂທດມະນຸດ. ໃນຂະນະທີ່ຕິດຕາມພຣະເຈົ້າ ມີຄົນຈໍານວນໜ້ອຍໄດ້ສ້າງການກະທຳບາງຢ່າງທີ່ລະເມີດຫຼັກການ ແຕ່ພາຍຫຼັງຖືກຈັດການ ແລະ ໄດ້ຮັບການຊີ້ນໍາ ພວກເຂົາກໍຄ່ອຍໆຄົ້ນພົບຄວາມເສື່ອມຊາມຂອງພວກເຂົາເອງ, ແລ້ວຫຼັງຈາກນັ້ນກໍໄດ້ເຂົ້າສູ່ເສັ້ນທາງແຫ່ງຄວາມຈິງທີ່ຖືກຕ້ອງ ແລະ ພວກເຂົາກໍສືບຕໍ່ຮັບການສຶກສາອົບຮົມເປັນຢ່າງດີຈົນຮອດປັດຈຸບັນ. ໃນຕອນສຸດທ້າຍ ກຸ່ມຄົນດັ່ງກ່າວແມ່ນຜູ້ທີ່ຈະຄົງເຫຼືອຢູ່. ແຕ່ເຮົາສະແຫວງຫາຄົນທີ່ຊື່ສັດ; ຖ້າເຈົ້າແມ່ນຄົນຊື່ສັດ ແລະ ເປັນຄົນທີ່ເຮັດຕາມຫຼັກການ ແລ້ວເຈົ້າກໍ່ສາມາດເປັນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈຈາກພຣະເຈົ້າ. ຖ້າໃນການກະທໍາຂອງເຈົ້າ, ເຈົ້າບໍ່ໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າ ແລະ ສະແຫວງຫາພຣະປະສົງຂອງພຣະເຈົ້າ ແລະ ມີຈິດໃຈເຄົາລົບບູຊາພຣະເຈົ້າ, ແລ້ວຄວາມເຊື່ອຂອງເຈົ້າກໍ່ໄດ້ມາດຕະຖານແລ້ວ. ຜູ້ໃດທີ່ບໍ່ເຄົາລົບບູຊາພຣະເຈົ້າ ແລະ ບໍ່ມີຈິດໃຈທີ່ຢໍາເກງແມ່ນຈະລ່ວງເກີນພຣະດໍາລັດປົກຄອງຂອງພຣະເຈົ້າຢ່າງຊັດເຈນ. ຫຼາຍຄົນຮັບໃຊ້ພຣະເຈົ້າດ້ວຍພະລັງຈາກຄວາມຮັກມັກຂອງພວກເຂົາ, ແຕ່ພັດບໍ່ມີຄວາມເຂົ້າໃຈກ່ຽວກັບພຣະດໍາລັດປົກຄອງຂອງພຣະເຈົ້າ, ແຮງໄກທີ່ຈະມີຄວາມຮູ້ກ່ຽວກັບຄວາມໝາຍ ທີ່ລຶກລັບຂອງພຣະທໍາຂອງພຣະອົງ. ແລ້ວສະນັ້ນ ດ້ວຍເຈດຕະນາທີ່ດີຂອງພວກເຂົາ, ພວກເຂົາກໍ່ມັກຈະຈົບລົງດ້ວຍການເຮັດສິ່ງຕ່າງໆທີ່ຂັດຂວາງການຄຸ້ມຄອງຂອງພຣະເຈົ້າ. ໃນກໍລະນີທີ່ຮ້າຍແຮງ ພວກເຂົາຈະຖືກໂຍນອອກ, ບໍ່ໃຫ້ມີໂອກາດໃນການຕິດຕາມພຣະອົງອີກ ແລະ ຖືກໂຍນລົງສູ່ນະຮົກ ເຊິ່ງຈະຢຸດຕິການພົວພັນທັງໝົດກັບເຮືອນຂອງພຣະອົງ. ຜູ້ຄົນເຫຼົ່ານີ້ເຮັດວຽກຢູ່ໃນເຮືອນຂອງພຣະເຈົ້າດ້ວຍພະລັງຈາກເຈດຕະນາດີຂອງພວກເຂົາຢ່າງບໍ່ຮູ້ ແລະ ສຸດທ້າຍກໍ່ສ້າງຄວາມໂກດເຄືອງໃຫ້ແກ່ອຸປະນິໄສຂອງພຣະເຈົ້າ. ຜູ້ຄົນຈະນໍາເອົາວິທີການຮັບໃຊ້ເຈົ້າໜ້າທີ່ ແລະ ເຈົ້ານາຍຂອງພວກເຂົາມາໃຊ້ໃນເຮືອນຂອງພຣະເຈົ້າ ແລະ ພະຍາຍາມນໍາໃຊ້ວິທີການເຫຼົ່ານັ້ນ ໂດຍຄິດຢ່າງໄຮ້ປະໂຫຍດວ່າ ວິທີການເຫຼົ່ານັ້ນຈະສາມາດນໍາມາໃຊ້ຢູ່ບ່ອນນີ້ຢ່າງງ່າຍດາຍໂດຍທີ່ບໍ່ຕ້ອງອອກແຮງຫຍັງ. ພວກເຂົາບໍ່ເຄີຍຈິນຕະນາການເລີຍວ່າ ພຣະເຈົ້າບໍ່ໄດ້ມີອຸປະນິໄສຄືດັ່ງລູກແກະ ແຕ່ພັດແມ່ນອຸປະນິໄສຄືດັ່ງໂຕສິງ. ດັ່ງນັ້ນ ຜູ້ທີ່ພົວພັນກັບພຣະເຈົ້າເປັນຄັ້ງທໍາອິດຈິ່ງບໍ່ສາມາດສື່ສານກັບພຣະອົງໄດ້ ເພາະວ່າຫົວໃຈຂອງພຣະອົງບໍ່ຄືກັນກັບມະນຸດ. ພາຍຫຼັງທີ່ເຈົ້າໄດ້ເຂົ້າໃຈຄວາມຈິງເຫຼົ່ານີ້ເທົ່ານັ້ນ, ເຈົ້າຈິ່ງຈະສາມາດສືບຕໍ່ມາຮູ້ຈັກກັບພຣະເຈົ້າໄດ້. ຄວາມຮູ້ນີ້ບໍ່ໄດ້ຖືກສ້າງຂຶ້ນໂດຍຄໍາເວົ້າ ແລະ ຫຼັກຄໍາສອນ, ແຕ່ສາມາດນໍາໄປໃຊ້ເປັນຊັບສົມບັດເພື່ອໃຫ້ເຈົ້າເປັນທີ່ໝັ້ນໃຈຢ່າງໃກ້ຊິດກັບພຣະເຈົ້າ ແລະ ເປັນສິ່ງພິສູດວ່າພຣະອົງມີຄວາມຍິນດີ ໃນຕົວເຈົ້າ. ຖ້າເຈົ້າຂາດຄວາມເປັນຈິງກ່ຽວກັບຄວາມຮູ້ ແລະ ບໍ່ປະກອບມີຄວາມຈິງ, ແລ້ວການຮັບໃຊ້ດ້ວຍຄວາມຮັກຂອງເຈົ້າກໍສາມາດນໍາເອົາຄວາມລັງກຽດ ແລະ ຄວາມກຽດຊັງ ຈາກພຣະເຈົ້າໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້
663. ທຸກປະໂຫຍກທີ່ເຮົາໄດ້ກ່າວແມ່ນມີອຸປະນິໄສຂອງພຣະເຈົ້າຢູ່ໃນນັ້ນ. ພວກເຈົ້າຕ້ອງຕັ້ງໃຈໄຕ່ຕອງພຣະທຳຂອງເຮົາຢ່າງລະມັດລະວັງ ແລ້ວພວກເຈົ້າຈະໄດ້ຮັບຜົນປະໂຫຍດຢ່າງໃຫຍ່ຫຼວງຈາກພຣະທຳເຫຼົ່ານັ້ນຢ່າງແນ່ນອນ. ແກ່ນແທ້ຂອງພຣະເຈົ້າແມ່ນຍາກຫຼາຍທີ່ຈະເຂົ້າໃຈ ແຕ່ເຮົາເຊື່ອໝັ້ນວ່າ ຢ່າງໜ້ອຍ ພວກເຈົ້າທັງໝົດກໍມີຄວາມຄິດບາງຢ່າງກ່ຽວກັບອຸປະນິໄສຂອງພຣະເຈົ້າ. ແລ້ວເຮົາກໍຫວັງວ່າ ພວກເຈົ້າຕ້ອງສະແດງໃຫ້ເຮົາເຫັນສິ່ງຕ່າງໆທີ່ເຈົ້າໄດ້ເຮັດເຊິ່ງບໍ່ຜິດຕໍ່ອຸປະນິໄສຂອງພຣະເຈົ້າຫຼາຍຂຶ້ນ. ເມື່ອນັ້ນເຮົາກໍຈະໄດ້ໝັ້ນໃຈອີກເທື່ອໜຶ່ງ. ຕົວຢ່າງ ຈົ່ງຮັກສາພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ທຸກເວລາ. ໃນຕອນທີ່ເຈົ້າກະທຳກໍຈົ່ງເຮັດຕາມພຣະທຳຂອງພຣະອົງ. ຈົ່ງສະແຫວງຫາເຈດຕະນາຂອງພຣະອົງໃນທຸກສິ່ງຢ່າງ ແລະ ຈົ່ງລະເວັ້ນຈາກການກະທຳທີ່ບໍ່ເຄົາລົບ ແລະ ບໍ່ໃຫ້ກຽດພຣະເຈົ້າ. ຍິ່ງໄປກວ່ານັ້ນ ເຈົ້າບໍ່ຄວນວາງພຣະເຈົ້າໄວ້ຢູ່ດ້ານຫຼັງຈິດໃຈຂອງເຈົ້າເພື່ອເຕີມເຕັມອະນາຄົດທີ່ເປົ່າຫວ່າງໃນຫົວໃຈຂອງເຈົ້າ. ຖ້າເຈົ້າເຮັດແບບນີ້ ເຈົ້າກໍໄດ້ກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າແລ້ວ. ອີກຄັ້ງ ສົມມຸດວ່າ ເຈົ້າບໍ່ເຄີຍເຮັດການໝິ່ນປະໝາດ ຫຼື ກ່າວຕໍ່ວ່າພຣະເຈົ້າຕະຫຼອດຊີວິດຂອງເຈົ້າ ແລະ ອີກຄັ້ງ ສົມມຸດວ່າ ເຈົ້າສາມາດປະຕິບັດຕາມທຸກສິ່ງທີ່ພຣະອົງໄດ້ຝາກຝັງໃຫ້ກັບເຈົ້າຢ່າງເໝາະສົມ ແລະ ຍອມຢູ່ພາຍໃຕ້ພຣະທຳທຸກຂໍ້ຂອງພຣະອົງຕະຫຼອດຊີວິດຂອງເຈົ້າ ແລ້ວເຈົ້າກໍໄດ້ຫຼີກເວັ້ນຈາກການຝ່າຝືນບົດບັນຍັດແຫ່ງການຄຸ້ມຄອງແລ້ວ. ຕົວຢ່າງ ຖ້າເຈົ້າເຄີຍເວົ້າວ່າ “ເປັນຫຍັງຂ້ານ້ອຍຈຶ່ງບໍ່ຄິດວ່າ ພຣະອົງເປັນພຣະເຈົ້າ?” “ຂ້ານ້ອຍຄິດວ່າພຣະທຳເຫຼົ່ານີ້ເປັນພຽງຄວາມສະຫວ່າງບາງຢ່າງຂອງພຣະວິນຍານບໍລິສຸດ”, “ໃນຄວາມຄິດເຫັນຂອງຂ້ານ້ອຍ ບໍ່ແມ່ນທຸກສິ່ງທີ່ພຣະເຈົ້າເຮັດແມ່ນຈຳເປັນຕ້ອງຖືກຕ້ອງ”, “ຄວາມເປັນມະນຸດຂອງພຣະເຈົ້າກໍບໍ່ໄດ້ດີກວ່າຄວາມເປັນມະນຸດຂອງຂ້ານ້ອຍ”, “ພຣະທຳຂອງພຣະເຈົ້າບໍ່ເປັນຕາເຊື່ອແທ້ໆ” ຫຼື ຄໍາເວົ້າທີ່ວິຈານອື່ນໆ, ແລ້ວເຮົາກໍຂໍຕັກເຕືອນໃຫ້ເຈົ້າຈົ່ງສາລະພາບ ແລະ ສຳນຶກຜິດໃນຄວາມບາບຂອງເຈົ້າໃຫ້ຫຼາຍຂຶ້ນ. ບໍ່ດັ່ງນັ້ນ ເຈົ້າຈະບໍ່ມີທາງໄດ້ຮັບໂອກາດແຫ່ງການອະໄພໂທດ ຍ້ອນເຈົ້າບໍ່ໄດ້ລ່ວງເກີນມະນຸດ ແຕ່ລ່ວງເກີນພຣະເຈົ້າເອງ. ເຈົ້າອາດເຊື່ອວ່າ ເຈົ້າກຳລັງຕັດສິນມະນຸດ ແຕ່ພຣະວິນຍານຂອງພຣະເຈົ້າບໍ່ໄດ້ຄິດແນວນັ້ນ. ການທີ່ເຈົ້າບໍ່ເຄົາລົບເນື້ອໜັງຂອງພຣະອົງກໍເທົ່າກັບການບໍ່ເຄົາລົບຕໍ່ພຣະອົງ. ເມື່ອເປັນແບບນີ້ ເຈົ້າບໍ່ໄດ້ກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າບໍ? ເຈົ້າຕ້ອງຈື່ວ່າ ທຸກສິ່ງທີ່ພຣະວິນຍານຂອງພຣະເຈົ້າປະຕິບັດກໍເພື່ອຮັກສາພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງ ແລະ ເພື່ອເຮັດໃຫ້ພາລະກິດນີ້ໄດ້ຮັບປະຕິບັດຢ່າງຖືກຕ້ອງ. ຖ້າເຈົ້າບໍ່ເອົາໃຈໃສ່ໃນສິ່ງນີ້ ແລ້ວເຮົາກໍເວົ້າວ່າ ເຈົ້າເປັນຄົນທີ່ບໍ່ມີທາງປະສົບຜົນສຳເລັດໃນການເຊື່ອພຣະເຈົ້າຈັກເທື່ອ. ຍ້ອນເຈົ້າໄດ້ທ້າທາຍຄວາມໂກດຮ້າຍຂອງພຣະເຈົ້າ ສະນັ້ນ ພຣະອົງຈະນໍາໃຊ້ການລົງໂທດທີ່ເໝາະສົມເພື່ອສັ່ງສອນບົດຮຽນໃຫ້ແກ່ເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ
664. ຫຼັງຈາກທີ່ໄດ້ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ, ພວກເຈົ້າໄດ້ຂໍ້ສະຫຼຸບກ່ຽວກັບວິທີທີ່ພວກເຈົ້າຄວນປະຕິບັດຕໍ່ພຣະເຈົ້າບໍ? ສຸດທ້າຍ, ເພື່ອຕອບຄຳຖາມນີ້, ເຮົາຕ້ອງການໃຫ້ຄຳແນະນຳສາມປະການແກ່ພວກເຈົ້າ: ປະການທີ່ໜຶ່ງ ຢ່າທົດສອບພຣະເຈົ້າ. ບໍ່ວ່າເຈົ້າຈະເຂົ້າໃຈຫຼາຍສໍ່າໃດກ່ຽວກັບພຣະເຈົ້າ, ບໍ່ວ່າເຈົ້າຮູ້ຈັກກ່ຽວກັບອຸປະນິໄສຂອງພຣະອົງຫຼາຍສໍ່າໃດກໍຕາມ, ຢ່າທົດສອບພຣະອົງແທ້ໆ. ປະການສອງ ຢ່າຕໍ່ສູ້ເພື່ອສະຖານະກັບພຣະເຈົ້າ. ບໍ່ວ່າພຣະເຈົ້າຈະມອບສະຖານະປະເພດໃດໃຫ້ແກ່ເຈົ້າ ຫຼື ພຣະອົງຈະຝາກຝັງພາລະກິດປະເພດໃດໃຫ້ແກ່ເຈົ້າ, ບໍ່ວ່າພຣະອົງຈະຍົກເຈົ້າໃຫ້ປະຕິບັດໜ້າທີ່ແບບໃດ ແລະ ບໍ່ວ່າເຈົ້າໄດ້ເສຍສະຫຼະຕົນເອງ ແລະ ສະຫຼະໃຫ້ແກ່ພຣະເຈົ້າຫຼາຍສໍ່າໃດ, ຢ່າແຂ່ງຂັນເພື່ອສະຖານະກັບພຣະອົງ. ປະການສາມ ຢ່າຕໍ່ຕ້ານພຣະເຈົ້າ. ບໍ່ວ່າເຈົ້າເຂົ້າໃຈ ຫຼື ບໍ່ ຫຼື ເຈົ້າສາມາດຍອມຕໍ່ສິ່ງທີ່ພຣະອົງເຮັດກັບເຈົ້າ ຫຼື ບໍ່, ສິ່ງທີ່ພຣະອົງຈັດແຈງໃຫ້ແກ່ເຈົ້າ ແລະ ສິ່ງຕ່າງໆທີ່ພຣະອົງນໍາມາໃຫ້ແກ່ເຈົ້າ, ຢ່າຂັດຂືນພຣະເຈົ້າແທ້ໆ. ຖ້າເຈົ້າສາມາດປະຕິບັດຕາມຄຳແນະນໍາສາມປະການນີ້, ແລ້ວເຈົ້າກໍຈະຂ້ອນຂ້າງປອດໄພ ແລະ ເຈົ້າຈະບໍ່ມັກເຮັດໃຫ້ພຣະເຈົ້າໃຈຮ້າຍ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III
665. ບາງເທື່ອ ເຈົ້າໄດ້ທົນທຸກຢ່າງຫຼວງຫຼາຍໃນຊີວິດຂອງເຈົ້າ, ແຕ່ເຈົ້າກໍຍັງບໍ່ເຂົ້າໃຈຫຍັງເລີຍ; ເຈົ້າບໍ່ຮູ້ຈັກຫຍັງກ່ຽວກັບຊີວິດ. ເຖິງແມ່ນເຈົ້າຈະຖືກຂ້ຽນຕີ ແລະ ຖືກພິພາກສາ, ເຈົ້າກໍບໍ່ໄດ້ປ່ຽນແປງຫຍັງເລີຍ ແລະ ໃນສ່ວນເລິກຂອງເຈົ້າ ເຈົ້າບໍ່ໄດ້ຮັບຊີວິດ. ເມື່ອເວລາທີ່ຈະທົດສອບວຽກງານຂອງເຈົ້າມາເຖິງ, ເຈົ້າຈະຜະເຊີນກັບການທົດລອງທີ່ດຸເດືອດຄືກັບແປວໄຟ ແລະ ຍິ່ງໄປກວ່ານັ້ນ ຈະຜະເຊີນກັບຄວາມລຳບາກຍາກແຄ້ນຫຼາຍທີ່ສຸດ. ແປວໄຟນີ້ຈະເຮັດໃຫ້ຕົວຕົນທັງໝົດຂອງເຈົ້າກາຍເປັນຂີ້ເທົ່າ. ໃນຖານະຂອງຄົນທີ່ບໍ່ມີຊີວິດ, ຄົນທີ່ບໍ່ມີຄຳບໍລິສຸດໜຶ່ງອອນຢູ່ພາຍໃນ, ຄົນທີ່ຍັງຕິດຢູ່ກັບອຸປະນິໄສເດີມທີ່ເສື່ອມຊາມ ແລະ ຄົນທີ່ບໍ່ສາມາດແມ່ນແຕ່ຈະເຮັດໜ້າທີ່ໃນການເປັນຄົນຮັບໃຊ້ທີ່ດີ, ເຈົ້າຈະບໍ່ຖືກກຳຈັດໄດ້ແນວໃດ? ຄົນທີ່ມີຄ່າໜ້ອຍກວ່າໜຶ່ງກີບ ແລະ ຄົນທີ່ບໍ່ມີຊີວິດຈະເປັນປະໂຫຍດຫຍັງສຳລັບພາລະກິດແຫ່ງການເອົາຊະນະ? ເມື່ອເວລານັ້ນມາເຖິງ, ມື້ຂອງພວກເຈົ້າຈະຍິ່ງຮ້າຍແຮງຫຼາຍກວ່າມື້ຂອງໂນອາ ແລະ ໂຊໂດມ! ແລ້ວຄຳອະທິຖານຂອງເຈົ້າຈະບໍ່ມີປະໂຫຍດຫຍັງກັບເຈົ້າ. ເຈົ້າຈະສາມາດກັບຄືນມາ ແລະ ເລີ່ມກັບໃຈໃໝ່ໄດ້ແນວໃດ ເມື່ອພາລະກິດແຫ່ງຄວາມລອດພົ້ນໄດ້ສິ້ນສຸດລົງແລ້ວ? ຫຼັງຈາກທີ່ພາລະກິດທັງໝົດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ມັນກໍຈະບໍ່ມີອີກຕໍ່ໄປ; ສິ່ງທີ່ຈະມີຢູ່ກໍຄືການເລີ່ມຕົ້ນຂອງພາລະກິດແຫ່ງການລົງໂທດຄົນທີ່ຊົ່ວຮ້າຍ. ເຈົ້າຕໍ່ຕ້ານ, ເຈົ້າກະບົດ ແລະ ເຈົ້າເຮັດສິ່ງຕ່າງໆທີ່ເຈົ້າຮູ້ວ່າເປັນສິ່ງຊົ່ວຮ້າຍ. ເຈົ້າບໍ່ແມ່ນເປົ້າໝາຍຂອງການລົງໂທດທີ່ຮ້າຍແຮງບໍ? ເຮົາກຳລັງສະກົດສິ່ງນີ້ອອກໃຫ້ເຈົ້າເຫັນໃນປັດຈຸບັນ. ຖ້າເຈົ້າເລືອກທີ່ຈະບໍ່ຟັງ, ແລ້ວເມື່ອໄພພິບັດເກີດຂຶ້ນກັບເຈົ້າໃນເວລາຕໍ່ມາ, ມັນຈະບໍ່ຊ້າເກີນໄປບໍ ຖ້າເຈົ້າພຽງແຕ່ເລີ່ມຮູ້ສຶກເສຍໃຈ ແລະ ເລີ່ມເຊື່ອໃນຕອນນັ້ນ? ເຮົາກຳລັງໃຫ້ໂອກາດເຈົ້າກັບໃຈໃນມື້ນີ້, ແຕ່ເຈົ້າກໍບໍ່ເຕັມໃຈທີ່ຈະເຮັດແບບນັ້ນ. ເຈົ້າຕ້ອງການລໍຖ້າອີກດົນປານໃດ? ຈົນເຖິງມື້ແຫ່ງການຂ້ຽນຕີບໍ? ໃນປັດຈຸບັນ ເຮົາບໍ່ຈື່ການຝ່າຝືນໃນອະດີດຂອງເຈົ້າ; ເຮົາໃຫ້ອະໄພເຈົ້າຄັ້ງແລ້ວຄັ້ງເລົ່າ, ພະຍາຍາມບໍ່ເບິ່ງດ້ານລົບຂອງເຈົ້າ ແຕ່ເບິ່ງພຽງດ້ານບວກຂອງເຈົ້າ, ເພາະວ່າ ພຣະທຳ ແລະ ພາລະກິດທັງໝົດຂອງເຮົາທີ່ຢູ່ໃນປັດຈຸບັນແມ່ນຕັ້ງໃຈຊ່ວຍໃຫ້ເຈົ້າລອດພົ້ນ ແລະ ເຮົາບໍ່ໄດ້ມີເຈດຕະນາທີ່ບໍ່ດີຕໍ່ເຈົ້າ. ແຕ່ເຈົ້າກໍປະຕິເສດທີ່ຈະເຂົ້າສູ່; ເຈົ້າບໍ່ສາມາດແຍກແຍະສິ່ງທີ່ດີອອກຈາກສິ່ງທີ່ຊົ່ວ ແລະ ບໍ່ຮູ້ຈັກເຫັນຄຸນຄ່າຄວາມເມດຕາ. ຄົນປະເພດດັ່ງກ່າວບໍ່ແມ່ນພຽງແຕ່ລໍຖ້າການມາເຖິງຂອງການລົງໂທດ ແລະ ຜົນກຳສະໜອງອັນຊອບທຳບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເລື່ອງຈິງຂອງພາລະກິດແຫ່ງການເອົາຊະນະ (1)
666. ພາລະກິດຂອງເຮົາໃນທ່າມກາງພວກເຈົ້າບໍ່ແມ່ນພາລະກິດດຽວກັນກັບຂອງພຣະເຢໂຮວາໃນອິດສະຣາເອນ ແລະ ໂດຍສະເພາະບໍ່ແມ່ນພາລະກິດດຽວກັນກັບທີ່ພຣະເຢຊູເຮັດໃນຢູດາຍ. ເຮົາເວົ້າ ແລະ ເຮັດພາລະກິດດ້ວຍຄວາມອົດທົນຢ່າງຫຼວງຫຼາຍ ແລະ ພ້ອມນີ້ ເຮົາຍັງເອົາຊະນະສິ່ງເສື່ອມຊາມເຫຼົ່ານີ້ດ້ວຍຄວາມໂມໂຫ ແລະ ການພິພາກສາອີກດ້ວຍ. ມັນບໍ່ຄືກັນກັບການທີ່ພຣະເຢໂຮວານໍາພາຜູ້ຄົນຂອງພຣະອົງໃນອິດສະຣາເອນ. ພາລະກິດຂອງພຣະອົງໃນອິດສະຣາເອນ ແມ່ນເພື່ອປະທານອາຫານ ແລະ ນໍ້າຫຼໍ່ລ້ຽງຊີວິດ ແລະ ພຣະອົງແມ່ນເຕັມໄປດ້ວຍຄວາມເຫັນອົກເຫັນໃຈ ແລະ ຄວາມຮັກທີ່ມີຕໍ່ຜູ້ຄົນຂອງພຣະອົງໃນຂະນະທີ່ກະທໍາການສະໜອງໃຫ້ແກ່ພວກເຂົາ. ພາລະກິດໃນມື້ນີ້ແມ່ນຖືກເຮັດໃນທ່າມກາງຊາດທີ່ຖືກສາບແຊ່ງຂອງຜູ້ຄົນທີ່ບໍ່ໄດ້ຖືກເລືອກ. ບໍ່ມີອາຫານທີ່ອຸດົມສົມບູນ ຫຼື ນໍ້າຫຼໍ່ລ້ຽງຊີວິດເພື່ອດັບຄວາມກະຫາຍ ແລ້ວແຮງໄກທີ່ຈະມີວັດສະດຸດີໆທີ່ພຽງພໍ; ມີແຕ່ການພິພາກສາ, ຄໍາສາບແຊ່ງ ແລະ ການຂ້ຽນຕີເທົ່ານັ້ນທີ່ມີຫຼາຍພໍ. ພວກໂຕໜອນເຫຼົ່ານີ້ ທີ່ອາໄສຢູ່ໃນກອງຂີ້ສັດ ແມ່ນບໍ່ຄູ່ຄວນທີ່ສຸດທີ່ຈະໄດ້ຮັບພູເຂົາທີ່ເຕັມໄປດ້ວຍຝູງງົວ ແລະ ແກະ, ຄວາມຮັ່ງມີຢ່າງມະຫາສານ ແລະ ລູກເຕົ້າທີ່ສວຍງາມທີ່ສຸດທີ່ມີຢູ່ທົ່ວບ້ານທົ່ວເມືອງ ທີ່ເຮົາໄດ້ປະທານໃຫ້ອິດສະຣາເອນ. ອິດສະຣາເອນສະໄໝໃໝ່ໄດ້ນໍາເອົາຝູງງົວ, ແກະ, ເຄື່ອງຄໍາ ແລະ ເຄື່ອງເງິນ ທີ່ເຮົາໄດ້ມອບໃຫ້ແກ່ຜູ້ຄົນຂອງອິດສະຣາເອນ ມາບູຊາຢູ່ແທ່ນບູຊາ ໂດຍມີຈໍານວນຫຼາຍກວ່າໜຶ່ງສ່ວນສິບທີ່ພຣະເຢໂຮວາຕ້ອງການພາຍໃຕ້ກົດເກນ ເຊິ່ງດ້ວຍເຫດນັ້ນ ເຮົາຈິ່ງໄດ້ມອບໃຫ້ພວກເຂົາຫຼາຍກວ່າເກົ່າ ກໍຄືຫຼາຍກວ່າຮ້ອຍເທົ່າທີ່ອິດສະຣາເອນໄດ້ຮັບພາຍໃຕ້ກົດເກນ. ສິ່ງທີ່ເຮົາຫຼໍ່ລ້ຽງໃຫ້ອິດສະຣາເອນ ແມ່ນມີຫຼາຍກວ່າສິ່ງທີ່ອັບຣາຮາມໄດ້ຮັບທັງໝົດ ແລະ ມີຫຼາຍກວ່າສິ່ງທີ່ອີຊາກໄດ້ຮັບທັງໝົດ. ເຮົາຈະເຮັດໃຫ້ຄອບຄົວຂອງອິດສະຣາເອນອຸດົມສົມບູນ ແລະ ເພີ່ມຈໍານວນຂຶ້ນ ແລະ ເຮົາຈະເຮັດໃຫ້ຜູ້ຄົນຂອງເຮົາທີ່ຢູ່ໃນອິດສະຣາເອນແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ. ຜູ້ທີ່ເຮົາອວຍພອນ ແລະ ຫ່ວງໃຍຍັງແມ່ນປະຊາຊົນຂອງອິດສະຣາເອນທີ່ຖືກເລືອກ ນັ້ນກໍຄືຜູ້ຄົນທີ່ໄດ້ອຸທິດທຸກສິ່ງທຸກຢ່າງເພື່ອເຮົາ ແລະ ຜູ້ທີ່ໄດ້ຮັບທຸກສິ່ງທຸກຢ່າງຈາກເຮົາ. ຍ້ອນວ່າ ພວກເຂົາເກັບເຮົາໄວ້ໃນຈິດໃຈ ເຊິ່ງເຮັດໃຫ້ພວກເຂົາໄດ້ນໍາເອົາລູກງົວ ແລະ ລູກແກະທີ່ເກີດໃໝ່ຂອງພວກເຂົາມາບູຊາຢູ່ເທິງແທ່ນບູຊາອັນສັກສິດຂອງເຮົາ ແລະ ໄດ້ຖວາຍທຸກສິ່ງທີ່ພວກເຂົາມີໃຫ້ເຮົາ ຈົນເຖິງຂັ້ນຖວາຍລູກຊາຍຄົນທໍາອິດທີ່ເກີດໃໝ່ຂອງພວກເຂົາ ໃນການລໍຖ້າຢ່າງຄາດຫວັງກັບການຄືນມາຂອງເຮົາ. ແລ້ວພວກເຈົ້າເດ? ພວກເຈົ້າໄດ້ປຸກຄວາມໂມໂຫຂອງເຮົາ, ຮຽກຮ້ອງຈາກເຮົາ ແລະ ລັກເຄື່ອງບູຊາຂອງຜູ້ອື່ນທີ່ໄດ້ນໍາມາຖວາຍໃຫ້ເຮົາ ແລະ ພວກເຈົ້າບໍ່ຮູ້ວ່າ ພວກເຈົ້າກໍາລັງລ່ວງເກີນເຮົາ; ດ້ວຍເຫດນັ້ນ, ສິ່ງດຽວທີ່ພວກເຈົ້າໄດ້ຮັບແມ່ນການຮ້ອງໄຫ້ ແລະ ການລົງໂທດຢູ່ໃນຄວາມມືດ. ພວກເຈົ້າໄດ້ຍຸແຍ່ຄວາມໂມໂຫຂອງເຮົາຫຼາຍຄັ້ງ ແລະ ເຮົາໄດ້ປ່ອຍໄຟທີ່ເຜົາໄໝ້ຂອງເຮົາລົງມາຈົນເຖິງຂັ້ນທີ່ວ່າ ບາງຄົນຕ້ອງພົບກັບຈຸດຈົບອັນໜ້າອະນາດ ແລະ ເຮືອນຊານທີ່ມີຄວາມສຸກແມ່ນໄດ້ກາຍເປັນຂຸມຝັງສົບທີ່ເປົ່າປ່ຽວ. ສິ່ງດຽວທີ່ເຮົາມີສໍາລັບພວກໜອນເຫຼົ່ານີ້ແມ່ນຄວາມໂມໂຫທີ່ບໍ່ສິ້ນສຸດ ແລະ ເຮົາບໍ່ມີເຈດຕະນາທີ່ຈະໃຫ້ພອນແກ່ພວກເຂົາ. ເຮົາໄດ້ກະທໍາການຍົກເວັ້ນ, ຍົກພວກເຈົ້າຂຶ້ນ, ອົດກັ້ນຕໍ່ຄວາມອັບອາຍອັນຍິ່ງໃຫຍ່ ແລະ ໄດ້ເຮັດພາລະກິດໃນພວກເຈົ້າກໍເພື່ອປະໂຫຍດຂອງພາລະກິດຂອງເຮົາເທົ່ານັ້ນ. ຖ້າບໍ່ແມ່ນຍ້ອນຄວາມປະສົງຂອງພຣະບິດາຂອງເຮົາ, ເຮົາຈະສາມາດອາໄສຢູ່ໃນເຮືອນຫຼັງດຽວກັນກັບໜອນທີ່ກິ້ງໄປກິ້ງມາໃນກອງຂີ້ສັດໄດ້ແນວໃດ? ເຮົາຮູ້ສຶກລັງກຽດການກະທໍາ ແລະ ຄໍາເວົ້າຂອງພວກເຈົ້າທຸກຄົນຫຼາຍ ແລະ ຢ່າງໃດກໍຕາມ ເພາະວ່າ ເຮົາມີ “ຄວາມສົນໃຈ” ໜ້ອຍໜຶ່ງໃນຄວາມສົກກະປົກ ແລະ ຄວາມກະບົດຂອງພວກເຈົ້າ, ສິ່ງນີ້ເລີຍໄດ້ກາຍເປັນສູນລວມພຣະທໍາອັນຍິ່ງໃຫຍ່ຂອງເຮົາ. ບໍ່ສະນັ້ນ ເຮົາກໍຈະບໍ່ໄດ້ຢູ່ໃນທ່າມກາງພວກເຈົ້າເປັນເວລາດົນນານຢ່າງແນ່ນອນ. ດັ່ງນັ້ນ, ພວກເຈົ້າຄວນຮູ້ວ່າ ທັດສະນະຄະຕິຂອງເຮົາທີ່ມີຕໍ່ພວກເຈົ້າແມ່ນພຽງແຕ່ຄວາມເຫັນໃຈ ແລະ ຄວາມອິດູສົງສານ; ເຮົາບໍ່ມີຄວາມຮັກໃຫ້ພວກເຈົ້າແມ່ນແຕ່ຢົດໜຶ່ງ. ສິ່ງທີ່ເຮົາມີສໍາລັບພວກເຈົ້າແມ່ນພຽງແຕ່ຄວາມອົດກັ້ນ ເພາະວ່າ ເຮົາເຮັດສິ່ງນີ້ເພື່ອປະໂຫຍດຂອງພາລະກິດຂອງເຮົາເທົ່ານັ້ນ. ພວກເຈົ້າໄດ້ເຫັນການກະທໍາຂອງເຮົາ ເພາະວ່າ ເຮົາໄດ້ຄັດເລືອກຄວາມສົກກະປົກ ແລະ ຄວາມກະບົດເປັນ “ວັດຖຸດິບ”; ຖ້າບໍ່ດັ່ງນັ້ນ, ເຮົາກໍຈະບໍ່ເປີດເຜີຍການກະທໍາຂອງເຮົາໃຫ້ພວກໂຕໜອນເຫຼົ່ານີ້ເຫັນແນ່ນອນ. ເຮົາເຮັດພາລະກິດໃນຕົວພວກເຈົ້າດ້ວຍຄວາມບໍ່ເຕັມໃຈ, ບໍ່ມີຄວາມພ້ອມ ແລະ ຄວາມເຕັມໃຈຄືດັ່ງທີ່ເຮົາມີໃນຕອນທີ່ເຮົາປະຕິບັດພາລະກິດຂອງເຮົາໃນອິດສະຣາເອນ. ເຮົາກໍາລັງອົດກັບຄວາມໂມໂຫຂອງເຮົາ ໃນຂະນະທີ່ບັງຄັບຕົວເຮົາເອງເພື່ອເວົ້າໃນທ່າມກາງພວກເຈົ້າ. ຖ້າບໍ່ແມ່ນເພື່ອພາລະກິດອັນຍິ່ງໃຫຍ່ຂອງເຮົາ ແລ້ວເຮົາຈະອົດທົນສືບຕໍ່ເບິ່ງພວກໂຕໜອນດັ່ງກ່າວໄດ້ແນວໃດ? ຖ້າບໍ່ແມ່ນເພື່ອປະໂຫຍດຂອງຊື່ຂອງເຮົາ ແລ້ວເຮົາຈະບໍ່ໄດ້ສະເດັດຂຶ້ນໄປຈຸດສູງສຸດອີກຕໍ່ໄປ ແລະ ເຜົາສົບໂຕໜອນເຫຼົ່ານີ້ໄປພ້ອມກັບກອງຂີ້ສັດຂອງພວກເຂົາຈົນໝົດ! ຖ້າບໍ່ແມ່ນເພື່ອປະໂຫຍດຂອງລັດສະໝີຂອງເຮົາ ແລ້ວເຮົາຈະອະນຸຍາດໃຫ້ພວກຜີສາດຮ້າຍເຫຼົ່ານີ້ຕໍ່ຕ້ານເຮົາຢ່າງເປີດເຜີຍພ້ອມກັບແກວ່ງຫົວຂອງພວກເຂົາຢູ່ຕໍ່ໜ້າເຮົາບໍ? ຖ້າບໍ່ແມ່ນເພື່ອເຮັດໃຫ້ພາລະກິດຂອງເຮົາດໍາເນີນໄປໄດ້ດີ ໂດຍທີ່ບໍ່ມີສິ່ງກີດຂວາງແມ່ນແຕ່ໜ້ອຍດຽວ ແລ້ວເຮົາຈະອະນຸຍາດໃຫ້ຄົນເຫຼົ່ານີ້ທີ່ເປັນຄືກັບໂຕໜອນມາຂົ່ມເຫັງເຮົາຢ່າງປ່າເຖື່ອນບໍ? ຖ້າຜູ້ຄົນຫຼາຍຮ້ອຍຄົນໃນໝູ່ບ້ານໃນອິດສະຣາເອນລຸກຮືຂຶ້ນເພື່ອຕໍ່ຕ້ານເຮົາຄືແບບນີ້, ເຖິງວ່າພວກເຂົາຈະເຮັດການບູຊາຕໍ່ເຮົາ ເຮົາກໍຈະທໍາລາຍພວກເຂົາພາຍໃຕ້ແຜ່ນດິນແຕກໃນພື້ນດິນ ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນທີ່ຢູ່ເມືອງອື່ນໆບໍ່ໃຫ້ຕໍ່ຕ້ານເຮົາອີກ. ເຮົາແມ່ນໄຟທີ່ເຜົາໄໝ້ ແລະ ເຮົາບໍ່ອົດກັ້ນຕໍ່ການກະທໍາຜິດ. ເພາະວ່າມະນຸດທຸກຄົນຖືກເຮົາສ້າງຂຶ້ນມາ, ພວກເຂົາກໍຕ້ອງອ່ອນນ້ອມຕໍ່ສິ່ງທີ່ເຮົາເວົ້າ ແລະ ເຮັດ ແລະ ບໍ່ສາມາດຕໍ່ຕ້ານໄດ້. ຜູ້ຄົນບໍ່ມີສິດເຂົ້າມາຫຍຸ້ງກ່ຽວໃນພາລະກິດຂອງເຮົາ ແລ້ວແຮງໄກທີ່ພວກເຂົາຈະມີຄຸນສົມບັດວິເຄາະສິ່ງທີ່ຖືກ ຫຼື ຜິດໃນພາລະກິດ ແລະ ພຣະທໍາຂອງເຮົາ. ເຮົາແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ ແລະ ສິ່ງທີ່ຖືກຊົງສ້າງຄວນບັນລຸທຸກສິ່ງທີ່ເຮົາຕ້ອງການດ້ວຍຫົວໃຈທີ່ຍໍາເກງເຮົາ; ພວກເຂົາບໍ່ຄວນພະຍາຍາມໃຊ້ເຫດຜົນກັບເຮົາ ແລະ ພິເສດ ພວກເຂົາບໍ່ຄວນຕໍ່ຕ້ານເຮົາ. ເຮົາຄຸ້ມຄອງຜູ້ຄົນຂອງເຮົາດ້ວຍອໍານາດຂອງເຮົາ ແລະ ທຸກຄົນທີ່ເປັນສ່ວນໃນການຊົງສ້າງຂອງເຮົາຄວນຍອມຢູ່ພາຍໃຕ້ອໍານາດຂອງເຮົາ. ເຖິງວ່າໃນປັດຈຸບັນ ພວກເຈົ້າຈະກ້າຫານ ແລະ ອວດດີຢູ່ຕໍ່ໜ້າເຮົາ, ເຖິງພວກເຈົ້າຈະກະບົດຕໍ່ພຣະທໍາທີ່ເຮົາສັ່ງສອນພວກເຈົ້າ ແລະ ບໍ່ຮູ້ຈັກຢ້ານ, ເຮົາພຽງໄດ້ແຕ່ທົນກັບຄວາມກະບົດຂອງພວກເຈົ້າ; ເຮົາຈະບໍ່ຍອມເສຍອາລົມຂອງເຮົາ ແລະ ເຮັດໃຫ້ມີຜົນກະທົບຕໍ່ພາລະກິດຂອງເຮົາ ຍ້ອນໂຕໜອນນ້ອຍໆທີ່ບໍ່ມີຄວາມໝາຍຫຍັງໄດ້ພິກດິນໃນກອງຂີ້ສັດຂຶ້ນມາ. ເຮົາອົດທົນກັບການມີຢູ່ຢ່າງຕໍ່ເນື່ອງຂອງທຸກສິ່ງທີ່ເຮົາລັງກຽດ ແລະ ທຸກສິ່ງທີ່ເຮົາກຽດຊັງ ຍ້ອນຜົນປະໂຫຍດແກ່ຄວາມປະສົງຂອງພຣະບິດາຂອງເຮົາ ຈົນກວ່າພຣະຄໍາຂອງເຮົາຈະສົມບູນ ແລະ ຈົນເຖິງວາລະສຸດທ້າຍຂອງເຮົາ. ຈົ່ງຢ່າກັງວົນ! ເຮົາບໍ່ສາມາດຈົມລົງໄປຢູ່ໃນລະດັບດຽວກັນກັບໂຕໜອນທີ່ບໍ່ມີຊື່ ແລະ ເຮົາຈະບໍ່ປຽບທຽບລະດັບທັກສະຂອງເຮົາກັບເຈົ້າ. ເຮົາລັງກຽດເຈົ້າ ແຕ່ເຮົາກໍສາມາດອົດທົນໄດ້. ເຈົ້າຕໍ່ຕ້ານເຮົາ ແຕ່ເຈົ້າບໍ່ສາມາດໜີພົ້ນຈາກມື້ທີ່ເຮົາຈະຕີສອນເຈົ້າ ເຊິ່ງພຣະບິດາຂອງເຮົາໄດ້ສັນຍາກັບເຮົາໄວ້ແລ້ວ. ໂຕໜອນທີ່ຖືກສ້າງຂຶ້ນສາມາດປຽບທຽບກັບພຣະຜູ້ເປັນເຈົ້າແຫ່ງການຊົງສ້າງໄດ້ບໍ? ໃນລະດູໃບໄມ້ຫຼົ່ນ, ໃບໄມ້ທີ່ຫຼົ່ນຈະກັບຄືນໄປສູ່ຮາກເຫງົ້າຂອງມັນ; ເຈົ້າຈະກັບຄືນເມືອເຮືອນຊານຂອງ “ບິດາ” ຂອງເຈົ້າ ແລະ ເຮົາຈະກັບຄືນໄປຢູ່ຄຽງຂ້າງພຣະບິດາຂອງເຮົາ. ຄວາມຮັກທີ່ອ່ອນໂຍນຂອງພຣະອົງຈະຕິດຕາມເຮົາ ແລະ ການຢຽບຢ່ຳຂອງບິດາຂອງເຈົ້າຈະຕິດຕາມເຈົ້າ. ເຮົາຈະມີລັດສະໝີຂອງພຣະບິດາຂອງເຮົາ ແລະ ເຈົ້າຈະມີຄວາມອັບອາຍຂອງບິດາຂອງເຈົ້າ. ເຮົາຈະໃຊ້ການຕີສອນທີ່ເຮົາໄດ້ເກັບໄວ້ເປັນເວລາດົນນານເພື່ອໃຫ້ຕິດຕາມເຈົ້າ ແລະ ເຈົ້າຈະພົບກັບການຕີສອນຂອງເຮົາດ້ວຍເນື້ອໜັງທີ່ເນົ່າບູດຂອງເຈົ້າ ທີ່ເສື່ອມຊາມເປັນເວລາຫຼາຍສິບພັນປີ. ເຮົາຈະຕ້ອງໄດ້ສະຫຼຸບພາລະກິດແຫ່ງພຣະທໍາຂອງເຮົາໃນຕົວເຈົ້າ ພ້ອມກັບການອົດກັ້ນ ແລະ ເຈົ້າຈະເລີ່ມເຮັດບົດບາດໃນການທົນທຸກຕໍ່ຄວາມພິນາດຈາກພຣະທໍາຂອງເຮົາ. ເຮົາຈະຍິນດີເປັນຢ່າງຍິ່ງ ແລະ ຈະປະຕິບັດພາລະກິດໃນອິດສະຣາເອນ; ເຈົ້າຈະຮ້ອງໄຫ້ ແລະ ກັດແຂ້ວຕົວເອງ, ດໍາລົງຢູ່ ແລະ ຕາຍໄປໃນຂີ້ຕົມ. ເຮົາຈະໄດ້ຮັບຮູບຮ່າງແທ້ຂອງເຮົາກັບຄືນມາ ແລະ ບໍ່ໄດ້ຢູ່ໃນຄວາມສົກກະປົກກັບພວກເຈົ້າອີກຕໍ່ໄປ ໃນຂະນະທີ່ພວກເຈົ້າຈະໄດ້ຮັບຄວາມຂີ້ຮ້າຍທີ່ແທ້ຈິງຂອງພວກເຈົ້າກັບຄືນໄປ ແລະ ສືບຕໍ່ດຸດໄປມາຢູ່ໃນກອງຂີ້ສັດ. ເມື່ອພາລະກິດ ແລະ ພຣະທໍາຂອງເຮົາຖືກເຮັດສໍາເລັດ, ມັນກໍຈະເປັນມື້ແຫ່ງຄວາມສຸກສໍາລັບເຮົາ. ເມື່ອການຕໍ່ຕ້ານ ແລະ ການກະບົດຂອງເຈົ້າຖືກເຮັດສໍາເລັດ, ມັນກໍຈະເປັນມື້ແຫ່ງການຮ້ອງໄຫ້ສໍາລັບເຈົ້າ. ເຮົາຈະບໍ່ເຫັນໃຈເຈົ້າ ແລະ ເຈົ້າຈະບໍ່ເຫັນເຮົາອີກ. ເຮົາຈະບໍ່ສົນທະນາກັບເຈົ້າອີກຕໍ່ໄປ ແລະ ເຈົ້າຈະບໍ່ຜະເຊີນກັບເຮົາອີກ. ເຮົາຈະກຽດຊັງການກະບົດຂອງເຈົ້າ ແລະ ເຈົ້າຈະຄິດຮອດຄວາມໜ້າຮັກຂອງເຮົາ. ເຮົາຈະຕີເຈົ້າ ແລະ ເຈົ້າຈະຄິດຮອດເຮົາ. ເຮົາຈະໜີອອກຈາກເຈົ້າດ້ວຍຄວາມຍິນດີ ແລະ ເຈົ້າຈະຮັບຮູ້ເຖິງໜີ້ບຸນຄຸນທີ່ເຈົ້າມີຕໍ່ເຮົາ. ເຮົາຈະບໍ່ເຫັນເຈົ້າອີກຕໍ່ໄປ ແຕ່ເຈົ້າຈະຫວັງຫາເຮົາສະເໝີ. ເຮົາຈະກຽດຊັງເຈົ້າ ເພາະວ່າ ໃນປັດຈຸບັນເຈົ້າຕໍ່ຕ້ານເຮົາ ແລະ ເຈົ້າຈະຄິດຮອດເຮົາ ເພາະວ່າ ໃນປັດຈຸບັນເຮົາຕີສອນເຈົ້າ. ເຮົາຈະບໍ່ເຕັມໃຈທີ່ຈະອາໄສຢູ່ຄຽງຂ້າງເຈົ້າ ແຕ່ເຈົ້າຈະໂຫຍຫາຢ່າງຂົມຂື່ນ ແລະ ຫ້ອງໄຮ້ຕະຫຼອດການ ເພາະເຈົ້າຈະເສຍໃຈກັບທຸກສິ່ງທີ່ເຈົ້າໄດ້ເຮັດຕໍ່ເຮົາ. ເຈົ້າຈະຮູ້ສຶກສໍານຶກຜິດຕໍ່ການກະບົດ ແລະ ການຕໍ່ຕ້ານຂອງເຈົ້າ, ເຈົ້າຈະໝອບລົງກັບພື້ນພ້ອມກັບຄວາມເສຍໃຈ ແລະ ລົ້ມລົງຢູ່ຕໍ່ໜ້າເຮົາ ແລະ ສາບານທີ່ຈະເລີກກະບົດຕໍ່ເຮົາອີກຕໍ່ໄປ. ຢ່າງໃດກໍຕາມ, ໃນໃຈຂອງເຈົ້າ ເຈົ້າຈະຮັກພຽງແຕ່ເຮົາ ແຕ່ເຈົ້າຈະບໍ່ສາມາດໄດ້ຍິນສຽງຂອງເຮົາອີກຕໍ່ໄປ. ເຮົາຈະເຮັດໃຫ້ເຈົ້າລະອາຍໃຈກັບຕົວເອງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ
667. ຕອນນີ້ເຮົາກໍາລັງເບິ່ງເນື້ອໜັງທີ່ໝົກມຸ້ນຂອງເຈົ້າ ເຊິ່ງຈະຫຼອກລວງເຮົາ ແລະ ເຮົາກໍມີຄໍາເຕືອນໜ້ອຍໜຶ່ງໃຫ້ກັບເຈົ້າ ເຖິງວ່າເຮົາຈະບໍ່ໃຊ້ການຕີສອນເພື່ອ “ຮັບໃຊ້” ເຈົ້າ. ເຈົ້າກໍຄວນຮູ້ບົດບາດທີ່ເຈົ້າມີໃນພາລະກິດຂອງເຮົາ ແລະ ຫຼັງຈາກນັ້ນ ເຮົາຈິ່ງຈະພໍໃຈ. ນອກເໜືອຈາກເລື່ອງນີ້, ຖ້າເຈົ້າຕໍ່ຕ້ານເຮົາ ຫຼື ໃຊ້ເງິນຂອງເຮົາ ຫຼື ກິນຂອງບູຊາທີ່ມີໄວ້ສໍາລັບເຮົາ ນັ້ນກໍຄືພຣະເຢໂຮວາ ຫຼື ຖ້າໂຕໜອນແບບພວກເຈົ້າຈະກັດກັນເອງ ຫຼື ຖ້າສັບພະສິ່ງທີ່ຄ້າຍຄືໝາຈະມີຂໍ້ຂັດແຍ້ງ ຫຼື ເຮັດຜິດຕໍ່ກັນເອງ, ເຮົາກໍຈະບໍ່ສົນໃຈກັບສິ່ງນັ້ນເລີຍ. ພວກເຈົ້າພຽງແຕ່ຈໍາເປັນຕ້ອງຮູ້ວ່າ ພວກເຈົ້າແມ່ນສິ່ງຫຍັງ ແລະ ເຮົາກໍຈະພໍໃຈແລ້ວ. ນອກຈາກທັງໝົດນີ້ແລ້ວ, ມັນກໍບໍ່ເປັນຫຍັງ ຖ້າເຈົ້າຢາກຈະຊັກອາວຸດໃສ່ກັນ ຫຼື ຕໍ່ສູ້ກັນເອງດ້ວຍຄໍາເວົ້າ; ເຮົາບໍ່ມີຄວາມປາຖະໜາທີ່ຈະໄປຫຍຸ້ງກ່ຽວໃນສິ່ງດັ່ງກ່າວ ແລະ ເຮົາບໍ່ໄດ້ກ່ຽວຂ້ອງກັບເລື່ອງຂອງມະນຸດແມ່ນແຕ່ໜ້ອຍດຽວ. ມັນບໍ່ແມ່ນວ່າ ເຮົາບໍ່ສົນໃຈກ່ຽວກັບຂໍ້ຂັດແຍ້ງລະຫວ່າງພວກເຈົ້າ; ມັນຍ້ອນວ່າ ເຮົາບໍ່ແມ່ນໜຶ່ງໃນບັນດາພວກເຈົ້າ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ໄດ້ເຂົ້າຮ່ວມໃນເລື່ອງຕ່າງໆທີ່ເກີດຂຶ້ນລະຫວ່າງພວກເຈົ້າ. ເຮົາເອງບໍ່ແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ບໍ່ແມ່ນສິ່ງຂອງໂລກ ເຊິ່ງດ້ວຍເຫດນັ້ນ ເຮົາຈິ່ງລັງກຽດຊີວິດທີ່ວຸ້ນວາຍຂອງຜູ້ຄົນ ແລະ ຄວາມສໍາພັນທີ່ບໍ່ເປັນລະບຽບ ແລະ ບໍ່ຖືກຕ້ອງລະຫວ່າງພວກເຂົາ. ໂດຍສະເພາະແມ່ນເຮົາລັງກຽດກຸ່ມຄົນທີ່ຝົດນັນ. ຢ່າງໃດກໍຕາມ, ເຮົາມີຄວາມຮູ້ທີ່ເລິກເຊິ່ງກ່ຽວກັບຄວາມບໍ່ບໍລິສຸດໃນຈິດໃຈຂອງສິ່ງທີ່ຖືກຊົງສ້າງແຕ່ລະຄົນ ແລະ ກ່ອນທີ່ເຮົາໄດ້ສ້າງພວກເຈົ້າ ເຮົາແມ່ນຮູ້ເຖິງຄວາມບໍ່ຊອບທໍາທີ່ຝັງເລິກຢູ່ໃນໃຈມະນຸດມາກ່ອນແລ້ວ ແລະ ເຮົາກໍຮູ້ເຖິງຄວາມຫຼອກລວງ ແລະ ຄວາມຄົດງໍໃນໃຈຂອງມະນຸດ. ດັ່ງນັ້ນ, ເຖິງວ່າຈະບໍ່ມີຮ່ອງຮອຍເລີຍໃນເວລາທີ່ຜູ້ຄົນເຮັດໃນສິ່ງທີ່ບໍ່ຊອບທໍາ, ເຮົາກໍຍັງຮູ້ວ່າ ຄວາມບໍ່ຊອບທໍາທີ່ຢູ່ພາຍໃນໃຈຂອງພວກເຈົ້າແມ່ນມີຫຼາຍກວ່າຄວາມອຸດົມສົມບູນຂອງທຸກສິ່ງທຸກຢ່າງທີ່ເຮົາໄດ້ຊົງສ້າງ. ພວກເຈົ້າທຸກຄົນໄດ້ຂຶ້ນໄປສູ່ຈຸດສູງສຸດຂອງຝູງຊົນ; ພວກເຈົ້າໄດ້ຂຶ້ນໄປເປັນບັນພະບຸລຸດຂອງມວນຊົນ. ພວກເຈົ້າເຮັດຕາມອໍາເພີໃຈທີ່ສຸດ ແລະ ພວກເຈົ້າແລ່ນອາລະວາດໃນທ່າມກາງໂຕໜອນ ໂດຍຊອກຫາບ່ອນທີ່ຈະຜ່ອນຄາຍ ແລະ ພະຍາຍາມກິນໜອນທີ່ນ້ອຍກວ່າພວກເຈົ້າ. ໃນຈິດໃຈຂອງພວກເຈົ້າ ພວກເຈົ້າແມ່ນມີເຈດຕະນາຮ້າຍ ແລະ ເປັນຕາຢ້ານຫຼາຍກວ່າຜີສາດ ທີ່ໄດ້ຈົມລົງໄປກົ້ນທະເລ. ພວກເຈົ້າຢູ່ໃນພື້ນຂອງກອງຂີ້ສັດ, ລົບກວນໂຕໜອນອື່ນໆແຕ່ທາງເທິງຈົນຮອດລຸ່ມ ຈົນກວ່າພວກມັນບໍ່ມີຄວາມສະຫງົບ, ຕໍ່ສູ້ກັນເອງໄລຍະໜຶ່ງ ແລະ ຫຼັງຈາກນັ້ນກໍໃຈເຢັນລົງ. ພວກເຈົ້າບໍ່ຮູ້ຈັກບ່ອນຂອງຕົວເອງ ແຕ່ພວກເຈົ້າກໍຍັງຕໍ່ສູ້ກັນເອງໃນກອງຂີ້ສັດ. ພວກເຈົ້າຈະໄດ້ຫຍັງຈາກການດິ້ນລົນດັ່ງກ່າວ? ຖ້າພວກເຈົ້າມີຫົວໃຈທີ່ຍໍາເກງເຮົາຢ່າງແທ້ຈິງ, ພວກເຈົ້າມີຄວາມເຄົາລົບຕໍ່ເຮົາຢ່າງແທ້ຈິງ ແລ້ວພວກເຈົ້າຈະສາມາດຕໍ່ສູ້ກັນເອງຫຼັບຫຼັງເຮົາໄດ້ແນວໃດ? ເຖິງວ່າສະຖານະຂອງເຈົ້າຈະສູງສົ່ງພຽງໃດກໍຕາມ ແຕ່ເຈົ້າກໍຍັງແມ່ນໂຕໜອນທີ່ເໝັນເນົ່າໃນກອງຂີ້ສັດບໍ່ແມ່ນບໍ? ເຈົ້າຈະສາມາດມີປີກ ແລະ ກາຍເປັນນົກເຂົາໃນທ້ອງຟ້າໄດ້ແນວໃດ? ພວກເຈົ້າແມ່ນໂຕໜອນນ້ອຍໆທີ່ເໝັນທີ່ລັກເຄື່ອງຖວາຍຈາກແທ່ນບູຊາຂອງເຮົາ ນັ້ນກໍຄືພຣະເຢໂຮວາ; ໃນການເຮັດແບບນັ້ນ, ເຈົ້າສາມາດຊ່ວຍຊື່ສຽງທີ່ເສຍຫາຍ ແລະ ລົ້ມເຫຼວ ແລະ ກາຍເປັນຜູ້ຄົນຂອງອິດສະຣາເອນທີ່ຖືກເລືອກໄດ້ບໍ? ເຈົ້າແມ່ນຄົນຊົ່ວທີ່ບໍ່ມີຢາງອາຍ! ເຄື່ອງບູຊາຢູ່ແທ່ນບູຊາແມ່ນຖືກຖວາຍແກ່ເຮົາໂດຍຜູ້ຄົນ ເພື່ອເປັນການສະແດງອອກເຖິງຄວາມຮູ້ສຶກເມດຕາກະລຸນາຈາກຄົນທີ່ຍໍາເກງເຮົາ. ພວກມັນແມ່ນເພື່ອການຄວບຄຸມ ແລະ ການນໍາໃຊ້ຂອງເຮົາ, ສະນັ້ນ ເຈົ້າຈະສາມາດປຸ້ນເອົານົກເຂົາຈາກເຮົາ ເຊິ່ງຜູ້ຄົນໄດ້ມອບໃຫ້ແກ່ເຮົາໄດ້ແນວໃດ? ເຈົ້າບໍ່ຢ້ານກາຍເປັນຄົນຢູດາບໍ? ເຈົ້າບໍ່ຢ້ານວ່າ ດິນແດນຂອງເຈົ້າອາດຈະກາຍເປັນສະໜາມທີ່ເຕັມໄປດ້ວຍເລືອດບໍ? ເຈົ້າແມ່ນສິ່ງທີ່ບໍ່ມີຢາງອາຍ! ເຈົ້າຄິດວ່າ ນົກເຂົາທີ່ຜູ້ຄົນຖວາຍແມ່ນເພື່ອຫຼໍ່ລ້ຽງທ້ອງໃສ້ຂອງໂຕໜອນແບບເຈົ້າບໍ? ສິ່ງທີ່ເຮົາໄດ້ເອົາໃຫ້ເຈົ້າແມ່ນສິ່ງທີ່ເຮົາພໍໃຈ ແລະ ເຕັມໃຈເອົາໃຫ້ເຈົ້າ; ສິ່ງທີ່ເຮົາບໍ່ໄດ້ໃຫ້ເຈົ້າແມ່ນສິ່ງທີ່ເຮົາສາມາດໃຊ້ໄດ້. ເຈົ້າບໍ່ສາມາດລັກເຄື່ອງຖວາຍຂອງເຮົາໄດ້ຢ່າງງ່າຍດາຍ. ຜູ້ທີ່ປະຕິບັດພາລະກິດແມ່ນເຮົາ, ພຣະເຢໂຮວາ ເຊິ່ງກໍຄືພຣະຜູ້ສ້າງ ແລະ ຜູ້ຄົນພາກັນຖວາຍເຄື່ອງບູຊາກໍຍ້ອນເຮົາ. ເຈົ້າຄິດວ່າ ມັນເປັນຄ່າຕອບແທນສໍາລັບການແລ່ນໄປມາທີ່ເຈົ້າເຮັດບໍ? ເຈົ້າຈັງແມ່ນບໍ່ມີຢາງອາຍແທ້ໆ! ເຈົ້າແລ່ນໄປມາເພື່ອຫຍັງ? ມັນບໍ່ແມ່ນເພື່ອຕົວເຈົ້າເອງບໍ? ເປັນຫຍັງເຈົ້າຈຶ່ງລັກເຄື່ອງບູຊາຂອງເຮົາ? ເປັນຫຍັງເຈົ້າຈຶ່ງລັກເງິນຈາກຖົງເງິນຂອງເຮົາ? ເຈົ້າບໍ່ແມ່ນລູກຊາຍຂອງ ຢູດາ ອິສະກາຣີອົດ ບໍ? ເຄື່ອງບູຊາທີ່ມີໃຫ້ເຮົາ ກໍຄືພຣະເຢໂຮວາ ແມ່ນເປັນເຄື່ອງບູຊາເພື່ອໃຫ້ພວກປະໂລຫິດໄດ້ຊື່ນຊົມ. ເຈົ້າແມ່ນພວກປະໂລຫິດບໍ? ເຈົ້າກ້າກິນເຄື່ອງຖວາຍຂອງເຮົາດ້ວຍຄວາມສະບາຍໃຈ ແລະ ເຖິງກັບວາງພວກມັນຢູ່ເທິງໂຕະ; ເຈົ້າບໍ່ມີຄ່າຫຍັງເລີຍ! ຄົນຊົ່ວທີ່ບໍ່ມີຄ່າເອີຍ! ໄຟຂອງເຮົາ ກໍຄືພຣະເຢໂຮວາ ຈະເຜົາເຈົ້າຈົນເປັນຂີ້ເຖົ່າ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ
668. ເຮົາໄດ້ດຳເນີນພາລະກິດ ແລະ ກ່າວແບບນີ້ທ່າມກາງພວກເຈົ້າ, ເຮົາໄດ້ໃຊ້ກຳລັງ ແລະ ຄວາມພະຍາຍາມຢ່າງຫຼວງຫຼາຍ ແຕ່ພວກເຈົ້າເຄີຍເຊື່ອຟັງໃນສິ່ງທີ່ເຮົາບອກພວກເຈົ້າຢ່າງແຈ່ມແຈ້ງນີ້ບໍ? ຢູ່ໃສແດ່ທີ່ພວກເຈົ້າເຄີຍກົ້ມຂາບລົງຕໍ່ເຮົາ ອົງຊົງລິດທານຸພາບສູງສຸດ? ເປັນຫຍັງພວກເຈົ້າຈຶ່ງປະຕິບັດຕໍ່ເຮົາແບບນີ້? ເປັນຫຍັງທຸກສິ່ງທີ່ພວກເຈົ້າເວົ້າ ແລະ ກະທຳຈຶ່ງເຮັດໃຫ້ເຮົາໂກດຮ້າຍ? ເປັນຫຍັງຫົວໃຈຂອງພວກເຈົ້າຈຶ່ງແຂງກະດ້າງ? ເຮົາເຄີຍໂຈມຕີພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງບໍ່ເຮັດຫຍັງ ມີແຕ່ເຮັດໃຫ້ເຮົາໂສກເສົ້າ ແລະ ກັງວົນໃຈ? ພວກເຈົ້າກຳລັງລໍຖ້າມື້ແຫ່ງຄວາມໂກດຮ້າຍຂອງເຮົາ ຜູ້ເປັນພຣະເຢໂຮວາ ໃຫ້ມາເຖິງພວກເຈົ້າບໍ? ພວກເຈົ້າກຳລັງລໍຖ້າໃຫ້ເຮົາສຳແດງຄວາມໂກດຮ້າຍທີ່ເກີດຈາກການທີ່ພວກເຈົ້າກະບົດບໍ? ທຸກສິ່ງທີ່ເຮົາເຮັດບໍ່ແມ່ນເພື່ອພວກເຈົ້າບໍ? ແຕ່ພວກເຈົ້າກໍປະຕິບັດຕໍ່ເຮົາ ຜູ້ເປັນພຣະເຢໂຮວາ ແບບນີ້ຢູ່ເປັນປະຈຳ: ລັກເອົາເຄື່ອງບູຊາຂອງເຮົາ, ເອົາເຄື່ອງບູຊາເທິງແທ່ນບູຊາຂອງເຮົາກັບບ້ານໄປຫາຖໍ້າໝາປ່າເພື່ອລ້ຽງລູກໝາປ່າ ແລະ ລູກຂອງໝາປ່າທີ່ຢູ່ໃນຖໍ້າຂອງໝາປ່າ; ຜູ້ຄົນຕໍ່ສູ້ກັນເອງ, ຜະເຊີນໜ້າກັນແລະກັນດ້ວຍດາບ ແລະ ຫອກຢ່າງໂກດແຄ້ນ, ໂຍນພຣະທຳຂອງເຮົາ ອົງຊົງລິດທານຸພາບສູງສຸດຖິ້ມລົງໃນສ້ວມໃຫ້ສົກກະປົກຄືກັບອາຈົມ. ຄວາມຊື່ສັດຂອງພວກເຈົ້າຢູ່ໃສ? ຄວາມເປັນມະນຸດຂອງພວກເຈົ້າໄດ້ກາຍເປັນຄວາມເປັນສັດແລ້ວ! ຫົວໃຈຂອງພວກເຈົ້າໄດ້ກາຍເປັນຫີນຕັ້ງແຕ່ດົນນານມາແລ້ວ. ພວກເຈົ້າບໍ່ຮູ້ບໍວ່າ ເວລາແຫ່ງຄວາມໂກດຮ້າຍຂອງເຮົາມາເຖິງຈະເປັນເວລາທີ່ເຮົາຈະພິພາກສາຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດກັບເຮົາ ນັ້ນຄື ອົງຊົງລິດທານຸພາບສູງສຸດ ໃນມື້ນີ້? ພວກເຈົ້າຄິດບໍວ່າ ໂດຍການຫຼອກລວງເຮົາດ້ວຍວິທີນີ້ ໂດຍການໂຍນພຣະທຳຂອງເຮົາຖິ້ມລົງໃນຕົມ ແລະ ບໍ່ຮັບຟັງພຣະທໍານັ້ນເລີຍ, ພວກເຈົ້າຄິດບໍວ່າ ໂດຍການເຮັດແບບນີ້ລັບຫຼັງເຮົາ ພວກເຈົ້າຈະສາມາດລອດພົ້ນຈາກສາຍຕາແຫ່ງຄວາມໂກດຮ້າຍຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ສາຍຕາຂອງເຮົາ ຜູ້ເປັນພຣະເຢໂຮວາ ເຫັນພວກເຈົ້າແລ້ວ ເມື່ອພວກເຈົ້າລັກເຄື່ອງບູຊາຂອງເຮົາ ແລະ ອິດສາຢາກໄດ້ສິ່ງທີ່ເປັນຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ເມື່ອພວກເຈົ້າລັກເຄື່ອງບູຊາຂອງເຮົາ, ເຈົ້າເຮັດແບບນັ້ນຕໍ່ໜ້າແທ່ນບູຊາທີ່ມີການຖວາຍເຄື່ອງບູຊາ? ພວກເຈົ້າເຊື່ອວ່າຕົນເອງສະຫຼາດພຽງພໍໄດ້ແນວໃດທີ່ຈະຫຼອກລວງເຮົາດ້ວຍວິທີນີ້? ຄວາມໂກດຮ້າຍຂອງເຮົາຈະອອກຫ່າງຈາກຄວາມຜິດບາບທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ແນວໃດ? ຄວາມໂກດຮ້າຍຂອງເຮົາຈະຂ້າມການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ແນວໃດ? ຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດໃນມື້ນີ້ ບໍ່ມີທາງອອກໃຫ້ກັບພວກເຈົ້າ ແຕ່ສະສົມການລົງໂທດໃຫ້ກັບພວກເຈົ້າໃນມື້ຕໍ່ໄປ; ມັນທ້າທາຍການລົງໂທດຂອງເຮົາອົງຊົງລິດທານຸພາບສູງສຸດທີ່ມີໃຫ້ກັບພວກເຈົ້າ. ການກະທຳທີ່ຊົ່ວຮ້າຍ ແລະ ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຈົ້າຈະສາມາດລອດພົ້ນຈາກການລົງໂທດຂອງເຮົາໄດ້ແນວໃດ? ຄຳອະທິຖານຂອງພວກເຈົ້າຈະສາມາດມາເຖິງຫູຂອງເຮົາໄດ້ແນວໃດ? ເຮົາຈະເປີດທາງອອກໃຫ້ກັບຄວາມບໍ່ທ່ຽງທຳຂອງພວກເຈົ້າໄດ້ແນວໃດ? ເຮົາຈະປ່ອຍການກະທຳທີ່ຊົ່ວຮ້າຍທີ່ພວກເຈົ້າຕໍ່ຕ້ານເຮົາໄດ້ແນວໃດ? ເຮົາຈະບໍ່ຕັດລີ້ນຂອງພວກເຈົ້າທີ່ເຕັມໄປດ້ວຍຄວາມກຽດຊັງຄືກັບງູໄດ້ແນວໃດ? ພວກເຈົ້າບໍ່ໄດ້ຂໍຮ້ອງເຮົາເພື່ອເຫັນແກ່ຜົນປະໂຫຍດຂອງຄວາມທ່ຽງທຳຂອງເຮົາ ແຕ່ ກົງກັນຂ້າມ ພວກເຈົ້າສະສົມຄວາມໂກດຮ້າຍຂອງເຮົາທີ່ເປັນຜົນມາຈາກຄວາມບໍ່ທ່ຽງທຳຂອງພວກເຈົ້າ. ເຮົາຈະສາມາດຍົກໂທດໃຫ້ພວກເຈົ້າໄດ້ແນວໃດ? ໃນສາຍຕາຂອງເຮົາ ອົງຊົງລິດທານຸພາບສູງສຸດ, ຄຳເວົ້າ ແລະ ການກະທຳຂອງພວກເຈົ້າແມ່ນສົກກະປົກ. ສາຍຕາຂອງເຮົາ ອົງຊົງລິດທານຸພາບສູງສຸດ ເຫັນຄວາມບໍ່ທ່ຽງທຳຂອງພວກເຈົ້າຄືກັບການລົງໂທດທີ່ບໍ່ລົດລະ. ການລົງໂທດ ແລະ ການພິພາກສາທີ່ທ່ຽງທຳຂອງເຮົາຈະສາມາດອອກຫ່າງຈາກພວກເຈົ້າໄດ້ແນວໃດ? ຍ້ອນພວກເຈົ້າເຮັດສິ່ງນີ້ກັບເຮົາ ເຮັດໃຫ້ເຮົາໂສກເສົ້າ ແລະ ໂກດຮ້າຍ ເຮົາຈະໃຫ້ພວກເຈົ້າລອດພົ້ນຈາກມືຂອງເຮົາ ແລະ ອອກຫ່າງຈາກມື້ທີ່ເຮົາ ຜູ້ເປັນພຣະເຢໂຮວາຈະລົງໂທດ ແລະ ສາບແຊ່ງພວກເຈົ້າໄດ້ແນວໃດ? ພວກເຈົ້າບໍ່ຮູ້ບໍວ່າ ຄຳເວົ້າ ແລະ ຖ້ອຍຄຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ມາເຖິງຫູເຮົາແລ້ວ? ພວກເຈົ້າບໍ່ຮູ້ບໍວ່າ ຄວາມບໍ່ທ່ຽງທຳຂອງພວກເຈົ້າໄດ້ເຮັດໃຫ້ຜ້າຄຸມແຫ່ງຄວາມທ່ຽງທຳອັນສັກສິດຂອງເຮົາເປິເປື້ອນ? ພວກເຈົ້າບໍ່ຮູ້ບໍວ່າ ຄວາມກະບົດຂອງພວກເຈົ້າໄດ້ທ້າທາຍຄວາມໂມໂຫທີ່ແຮງກ້າຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ເຮັດໃຫ້ເຮົາໃຈຮ້າຍຕັ້ງແຕ່ດົນນານມາແລ້ວ ແລະ ໄດ້ທົດສອບຄວາມອົດທົນຂອງເຮົາເປັນເວລາດົນນານມາແລ້ວເຊັ່ນກັນ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ທຳລາຍເນື້ອໜັງຂອງເຮົາ, ບັນທອນມັນຈົນກາຍເປັນຜ້າຂາດ? ເຮົາໄດ້ອົດທົນຈົນຮອດຕອນນີ້, ເຊັ່ນນັ້ນ ເຮົາຈຶ່ງປ່ອຍຄວາມໂກດຮ້າຍຂອງເຮົາ, ບໍ່ອົດທົນຕໍ່ພວກເຈົ້າອີກຕໍ່ໄປ. ພວກເຈົ້າບໍ່ຮູ້ບໍວ່າ ການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ມາເຖິງຫູຂອງເຮົາແລ້ວ ແລະ ສຽງຮ້ອງໄຫ້ຂອງເຮົາກໍໄດ້ໄປເຖິງຫູຂອງພຣະບິດາຂອງເຮົາ? ພຣະອົງຈະອະນຸຍາດໃຫ້ພວກເຈົ້າປະຕິບັດຕໍ່ເຮົາແບບນີ້ໄດ້ແນວໃດ? ມີພາລະກິດໃດແດ່ຂອງເຮົາທີ່ບໍ່ໄດ້ດຳເນີນເພື່ອເຫັນແກ່ຜົນປະໂຫຍດຂອງພວກເຈົ້າ? ແຕ່ມີຜູ້ໃດແດ່ໃນບັນດາພວກເຈົ້າທີ່ຮັກພາລະກິດຂອງເຮົາຫຼາຍຂຶ້ນ ຜູ້ເປັນພຣະເຢໂຮວາຫຼາຍຂຶ້ນ? ເຮົາຈະບໍ່ສັດຊື່ກັບຄວາມປະສົງຂອງພຣະບິດາຂອງເຮົາ ຍ້ອນວ່າເຮົາອ່ອນແອ ແລະ ຍ້ອນຄວາມທຸກທໍລະມານໃຈທີ່ເຮົາໄດ້ຮັບບໍ? ພວກເຈົ້າບໍ່ເຂົ້າໃຈຫົວໃຈຂອງເຮົາບໍ? ເຮົາກ່າວກັບພວກເຈົ້າດັ່ງທີ່ພຣະເຢໂຮວາໄດ້ກ່າວ; ເຮົາບໍ່ໄດ້ອຸທິດຫຼາຍຢ່າງເພື່ອພວກເຈົ້າບໍ? ເຖິງແມ່ນວ່າເຮົາເຕັມໃຈແບກຮັບຄວາມທົນທຸກທໍລະມານນີ້ທັງໝົດເພື່ອເຫັນແກ່ຜົນປະໂຫຍດຂອງພາລະກິດຂອງພຣະບິດາຂອງເຮົາ, ເຮົາຈະປ່ອຍໃຫ້ພວກເຈົ້າເປັນອິດສະຫຼະຈາກການລົງໂທດທີ່ເຮົາຈະນໍາມາຍັງພວກເຈົ້າ ເຊິ່ງເປັນຜົນມາຈາກການທົນທຸກທໍລະມານຂອງເຮົາໄດ້ແນວໃດ? ພວກເຈົ້າບໍ່ໄດ້ຊື່ນຊົມໃນຕົວເຮົາຢ່າງລົ້ນເຫຼືອບໍ? ມື້ນີ້ ພຣະບິດາຂອງເຮົາໄດ້ປະທານເຮົາໃຫ້ພວກເຈົ້າ; ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າໄດ້ຮັບຫຼາຍກວ່າພຣະທຳທີ່ອຸດົມສົມບູນຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ຊີວິດຂອງເຮົາຖືກແລກກັບຊີວິດຂອງພວກເຈົ້າ ແລະ ກັບສິ່ງທີ່ພວກເຈົ້າໄດ້ຮັບ? ພວກເຈົ້າບໍ່ຮູ້ບໍວ່າ ພຣະບິດາຂອງເຮົາໃຊ້ຊີວິດຂອງເຮົາເພື່ອເຮັດສົງຄາມກັບຊາຕານ ແລະ ພຣະອົງຍັງໄດ້ປະທານຊີວິດຂອງເຮົາໃຫ້ກັບພວກເຈົ້າ ເພື່ອເຮັດໃຫ້ພວກເຈົ້າໄດ້ຮັບຮ້ອຍເທົ່າ ແລະ ເພື່ອໃຫ້ພວກເຈົ້າຫຼີກເວັ້ນຈາກການທົດລອງຫຼາຍຢ່າງ? ພວກເຈົ້າບໍ່ຮູ້ບໍວ່າ ມີພຽງແຕ່ໂດຍພາລະກິດຂອງເຮົາ ເຈົ້າຈຶ່ງຈະຖືກລະເວັ້ນຈາກການທົດລອງຫຼາຍຢ່າງ ແລະ ຈາກການລົງໂທດທີ່ກຳລັງລຸກໄໝ້ຫຼາຍຢ່າງ? ພວກເຈົ້າບໍ່ຮູ້ບໍວ່າ ຍ້ອນເຮົາພຽງເທົ່ານັ້ນທີ່ພຣະບິດາຂອງເຮົາເຮັດໃຫ້ພວກເຈົ້າໄດ້ຮັບຄວາມສຸກໃຈຈົນຮອດບັດນີ້? ທຸກມື້ນີ້ ພວກເຈົ້າຍັງແຂງກະດ້າງຢ່າງໜັກ ແລະ ບໍ່ຍອມອ່ອນນ້ອມໄດ້ແນວໃດ, ມັນຄືກັບວ່າ ຄວາມຕາຍດ້ານໄດ້ເກີດຂຶ້ນໃນໃຈຂອງພວກເຈົ້າບໍ? ສິ່ງຊົ່ວຮ້າຍທີ່ພວກເຈົ້າເຮັດໃນມື້ນີ້ຈະເຮັດໃຫ້ພວກເຈົ້າລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍທີ່ຈະເກີດຂຶ້ນຫຼັງຈາກການຈາກລາຂອງເຮົາຈາກແຜ່ນດິນໂລກໄດ້ແນວໃດ? ເຮົາຈະອະນຸຍາດໃຫ້ຄົນເຫຼົ່ານັ້ນທີ່ມີຫົວໃຈທີ່ແຂງກະດ້າງ ແລະ ບໍ່ຍອມອ່ອນນ້ອມລອດພົ້ນຈາກຄວາມໂກດຮ້າຍຂອງພຣະເຢໂຮວາໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍນັ້ນ
669. ຈົ່ງຄິດທົບທວນໃນອະດີດ: ເມື່ອໃດທີ່ສາຍຕາຂອງເຮົາເກີດມີຄວາມໂກດຮ້າຍ ແລະ ນໍ້າສຽງຂອງເຮົາເກີດມີຄວາມຮຸນແຮງກັບພວກເຈົ້າ? ເມື່ອໃດທີ່ເຮົາໂຕ້ຖຽງກ່ຽວກັບເລື່ອງເລັກໆນ້ອຍໆກັບພວກເຈົ້າ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຢ່າງບໍ່ສົມເຫດສົມຜົນ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຕໍ່ໜ້າພວກເຈົ້າ? ມັນບໍ່ແມ່ນຍ້ອນເຫັນແກ່ຜົນປະໂຫຍດຂອງພາລະກິດຂອງເຮົາບໍທີ່ເຮົາຂໍໃຫ້ພຣະບິດາຂອງເຮົາຮັກສາພວກເຈົ້າຈາກການທົດລອງທຸກຢ່າງ? ເປັນຫຍັງພວກເຈົ້າຈຶ່ງປະຕິບັດຕໍ່ເຮົາແບບນີ້? ເຮົາເຄີຍໃຊ້ອຳນາດຂອງເຮົາເພື່ອໂຈມຕີເນື້ອໜັງຂອງພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງຕອບແທນເຮົາແບບນີ້? ຫຼັງຈາກທີ່ທຳທ່າສົນໃຈເຮົາ ເຈົ້າກໍຍັງບໍ່ຮ້ອນ ຫຼື ບໍ່ເຢັນ ແລະ ແລ້ວເຈົ້າກໍພະຍາຍາມໂນ້ມນ້າວເຮົາ ແລະ ເຊື່ອງສິ່ງຕ່າງໆຈາກເຮົາ ແລະ ປາກຂອງພວກເຈົ້າກໍເຕັມໄປດ້ວຍນໍ້າລາຍແຫ່ງຄວາມບໍ່ທ່ຽງທຳ. ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າຈະສາມາດຫຼອກລວງພຣະວິນຍານຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າສາມາດລອດພົ້ນຈາກຄວາມໂກດຮ້າຍຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າຈະສາມາດຕັດສິນການກະທຳຂອງເຮົາ ຜູ້ເປັນພຣະເຢໂຮວາ ຕາມທີ່ລີ້ນຂອງພວກເຈົ້າຕ້ອງການໄດ້ບໍ? ເຮົາເປັນພຣະເຈົ້າຜູ້ທີ່ຖືກມະນຸດດຳເນີນການພິພາກສາບໍ? ເຮົາຈະອະນຸຍາດໃຫ້ໜອນນ້ອຍໆມາເວົ້າໝິ່ນປະໝາດເຮົາແບບນີ້ບໍ? ເຮົາຈະຈັດວາງລູກແຫ່ງຄວາມກະບົດດັ່ງກ່າວໄວ້ທ່າມກາງການຮັບພອນທີ່ບໍ່ສິ້ນສຸດຂອງເຮົາໄດ້ແນວໃດ? ຄຳເວົ້າ ແລະ ການກະທຳຂອງພວກເຈົ້າໄດ້ເປີດເຜີຍ ແລະ ກ່າວໂທດພວກເຈົ້າເປັນເວລາດົນນານມາແລ້ວ. ເມື່ອເຮົາກາງທ້ອງຟ້າອອກ ແລະ ສ້າງທຸກສິ່ງຂຶ້ນ ເຮົາບໍ່ອະນຸຍາດໃຫ້ສິ່ງຊົງສ້າງໃດກໍຕາມມີສ່ວນຮ່ວມຕາມທີ່ພວກເຂົາມັກ, ເຮົາບໍ່ເຄີຍອະນຸຍາດໃຫ້ສິ່ງໃດທຳລາຍພາລະກິດຂອງເຮົາ ແລະ ການຄຸ້ມຄອງຂອງເຮົາຕາມທີ່ມັນຕ້ອງການໃນແບບໃດກໍຕາມ. ເຮົາບໍ່ອົດທົນຕໍ່ມະນຸດ ຫຼື ສິ່ງຂອງ; ເຮົາຈະສາມາດຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ໂຫດຮ້າຍ ແລະ ບໍ່ມີເມດຕາຕໍ່ເຮົາໄດ້ແນວໃດ? ເຮົາຈະສາມາດໃຫ້ອະໄພກັບຄົນເຫຼົ່ານັ້ນທີ່ທໍລະຍົດພຣະທຳຂອງເຮົາໄດ້ແນວໃດ? ເຮົາຈະຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ຕໍ່ຕ້ານເຮົາໄດ້ແນວໃດ? ຊະຕາກໍາຂອງມະນຸດບໍ່ໄດ້ຢູ່ໃນມືຂອງເຮົາ ອົງຊົງລິດທານຸພາບສູງສຸດບໍ? ເຮົາຈະພິຈາລະນາໃຫ້ຄວາມບໍ່ທ່ຽງທຳ ແລະ ຄວາມກະບົດຂອງເຈົ້າເປັນສິ່ງທີ່ບໍລິສຸດໄດ້ແນວໃດ? ຄວາມຜິດບາບຂອງເຈົ້າຈະທຳລາຍຄວາມບໍລິສຸດຂອງເຮົາໄດ້ແນວໃດ? ເຮົາບໍ່ຖືກທຳລາຍໂດຍຄວາມບໍ່ບໍລິສຸດຂອງຄົນທີ່ບໍ່ທ່ຽງທຳ ຫຼື ເຮົາບໍ່ຮັບເອົາການຖວາຍບູຊາຂອງຄົນທີ່ບໍ່ທ່ຽງທຳ. ຖ້າເຈົ້າຊື່ສັດກັບເຮົາ ຜູ້ເປັນພຣະເຢໂຮວາ ເຈົ້າສາມາດເອົາເຄື່ອງຖວາຍບູຊາທີ່ແທ່ນບູຊາຂອງເຮົາບໍ? ເຈົ້າສາມາດໃຊ້ລີ້ນທີ່ເປັນພິດຂອງເຈົ້າເວົ້າໝິ່ນປະໝາດນາມສັກສິດຂອງເຮົາໄດ້ບໍ? ເຈົ້າສາມາດທໍລະຍົດພຣະທຳຂອງເຮົາແບບນີ້ໄດ້ບໍ? ເຈົ້າສາມາດປະຕິບັດຕໍ່ລັດສະໝີ ແລະ ນາມສັກສິດຂອງເຮົາຄືກັບເຄື່ອງມືທີ່ຮັບໃຊ້ຊາຕານ ຜູ້ທີ່ຊົ່ວຮ້າຍບໍ? ຊີວິດຂອງເຮົາແມ່ນເພື່ອຄວາມຊື່ນບານຂອງຄົນທີ່ບໍລິສຸດ. ເຮົາສາມາດອະນຸຍາດໃຫ້ເຈົ້າຫຼິ້ນກັບຊີວິດຂອງເຮົາຕາມທີ່ເຈົ້າຕ້ອງການ ແລະ ໃຊ້ມັນເປັນເຄື່ອງມືໃນການສ້າງຂໍ້ຂັດແຍ້ງທ່າມກາງພວກເຈົ້າເອງໄດ້ແນວໃດ? ພວກເຈົ້າບໍ່ມີຄວາມເມດຕາເລີຍ ແລະ ຂາດວິທີທາງແຫ່ງຄວາມດີ ໃນວິທີທີ່ພວກເຈົ້າມີຕໍ່ເຮົາໄດ້ແນວໃດ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາໄດ້ບັນທຶກການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າລົງໃນພຣະທຳແຫ່ງຊີວິດແລ້ວ? ພວກເຈົ້າຈະລອດພົ້ນມື້ແຫ່ງຄວາມໂກດຮ້າຍເມື່ອເຮົາລົງໂທດອີຢິບໄດ້ແນວໃດ? ເຮົາຈະອະນຸຍາດໃຫ້ພວກເຈົ້າຕໍ່ຕ້ານ ແລະ ກະບົດຕໍ່ເຮົາແບບນີ້ ເທື່ອແລ້ວເທື່ອເລົ່າໄດ້ແນວໃດ? ເຮົາບອກເຈົ້າຢ່າງແຈ່ມແຈ້ງ ເມື່ອຮອດມື້ນັ້ນ ການລົງໂທດຂອງພວກເຈົ້າຈະໜັກຫຼາຍກວ່າຂອງອີຢິບ! ພວກເຈົ້າຈະສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍຂອງເຮົາໄດ້ແນວໃດ? ເຮົາບອກພວກເຈົ້າຕາມຄວາມຈິງ: ຄວາມອົດທົນຂອງເຮົາຖືກກຽມໄວ້ສຳລັບການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າ ແລະ ມີຢູ່ເພື່ອການລົງໂທດຂອງພວກເຈົ້າໃນມື້ນັ້ນ. ພວກເຈົ້າບໍ່ແມ່ນຄົນທີ່ຈະທໍລະມານຕໍ່ການພິພາກສາທີ່ໂກດຮ້າຍ ເມື່ອເຮົາໝົດຄວາມອົດທົນນັ້ນບໍ? ທຸກສິ່ງທຸກຢ່າງບໍ່ໄດ້ຢູ່ໃນກໍາມືຂອງເຮົາ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ ບໍ? ດັ່ງນັ້ນ ພາຍໃຕ້ທ້ອງຟ້ານີ້ ເຮົາຈະໃຫ້ພວກເຈົ້າຕໍ່ຕ້ານເຮົາແບບນັ້ນໄດ້ແນວໃດ? ຊີວິດຂອງພວກເຈົ້າຈະຫຍຸ້ງຍາກຫຼາຍ ເພາະພວກເຈົ້າໄດ້ພົບກັບພຣະເມຊີອາ ຕາມທີ່ຖືກກ່າວຂານໄວ້ວ່າ ພຣະອົງຈະສະເດັດມາ ແຕ່ບໍ່ເຄີຍມາຈັກເທື່ອ. ພວກເຈົ້າບໍ່ແມ່ນສັດຕູຂອງພຣະອົງບໍ? ພຣະເຢຊູເປັນເພື່ອນກັບພວກເຈົ້າ ແຕ່ພວກເຈົ້າເປັນສັດຕູກັບພຣະເມຊີອາ. ພວກເຈົ້າບໍ່ຮູ້ບໍວ່າ ເຖິງພວກເຈົ້າເປັນເພື່ອນກັບພຣະເຢຊູ ແຕ່ການກະທຳຊົ່ວຮ້າຍຂອງພວກເຈົ້າແມ່ນຝັງເລິກຢູ່ໃນເສັ້ນເລືອດຂອງຜູ້ຄົນທີ່ໜ້າລັງກຽດທີ່ສຸດ? ເຖິງແມ່ນພວກເຈົ້າຈະໃກ້ຊິດກັບພຣະເຢໂຮວາຫຼາຍ ແຕ່ພວກເຈົ້າບໍ່ຮູ້ບໍວ່າ ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຈົ້າໄດ້ໄປເຖິງຫູຂອງພຣະເຢໂຮວາ ແລະ ທ້າທາຍຄວາມໂກດຮ້າຍຂອງພຣະອົງ? ພຣະອົງຈະໃກ້ຊິດກັບເຈົ້າໄດ້ແນວໃດ ແລະ ພຣະອົງຈະບໍ່ເຜົາເສັ້ນເລືອດຂອງພວກເຈົ້າທີ່ເຕັມໄປດ້ວຍການກະທຳຊົ່ວຮ້າຍໄດ້ແນວໃດ? ພຣະອົງຈະບໍ່ສາມາດເປັນສັດຕູຂອງເຈົ້າໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍນັ້ນ
670. ພວກເຈົ້າທຸກຄົນກໍາລັງນັ່ງໃນບ່ອນນັ່ງທີ່ງົດງາມ ໂດຍສັ່ງສອນຄົນລຸ້ນໜຸ່ມທີ່ເປັນຄົນປະເພດດຽວກັນກັບພວກເຈົ້າ ແລະ ໃຫ້ພວກເຂົາທຸກຄົນນັ່ງກັບເຈົ້າ. ພວກເຈົ້າຮູ້ ຫຼື ບໍ່ວ່າ ດົນນານມາແລ້ວ “ລູກຫຼານ” ຂອງພວກເຈົ້າແມ່ນບໍ່ມີລົມຫາຍໃຈ ແລະ ເຮັດໃຫ້ພາລະກິດຂອງເຮົາສູນເສຍໄປ. ລັດສະໝີຂອງເຮົາແມ່ນເປັ່ງແສງຈາກດິນແດນແຫ່ງທິດຕາເວັນອອກ ຫາ ດິນແດນແຫ່ງທິດຕາເວັນຕົກ ແຕ່ເມື່ອລັດສະໝີຂອງເຮົາກະຈາຍໄປເຖິງສົ້ນຂົ້ວຂອງແຜ່ນດິນໂລກ ແລະ ເມື່ອມັນເປັ່ງແສງຂຶ້ນມາ ແລະ ສ່ອງສະຫວ່າງອອກໄປ, ເຮົາຈະເອົາລັດສະໝີຂອງເຮົາຈາກທິດຕາເວັນອອກ ແລະ ນໍາມັນໄປໃຫ້ທາງທິດຕາເວັນຕົກ ເພື່ອວ່າ ຜູ້ຄົນແຫ່ງຄວາມມືດ ທີ່ໄດ້ປະຖິ້ມເຮົາໃນທິດຕາເວັນອອກ ຈະບໍ່ມີແສງສະຫວ່າງອີກຕໍ່ໄປ. ເມື່ອສິ່ງນັ້ນເກີດຂຶ້ນ, ພວກເຈົ້າຈະດໍາລົງຊີວິດຢູ່ໃນຮ່ອມພູແຫ່ງເງົາມືດ. ເຖິງແມ່ນວ່າ ຜູ້ຄົນໃນປັດຈຸບັນ ແມ່ນດີກວ່າເກົ່າຫຼາຍຮ້ອຍເທົ່າ ແຕ່ພວກເຂົາກໍຍັງບໍ່ສາມາດເຮັດຕາມຄວາມຕ້ອງການຂອງເຮົາໄດ້ ແລະ ພວກເຂົາຍັງບໍ່ແມ່ນພະຍານທີ່ຍິ່ງໃຫຍ່ໃຫ້ເຮົາເທື່ອ. ພວກເຈົ້າສາມາດດີກວ່າເກົ່າຮ້ອຍເທົ່າກໍຍ້ອນຜົນທັງໝົດຂອງພາລະກິດຂອງເຮົາ. ມັນແມ່ນໝາກຜົນທີ່ເກີດຈາກພາລະກິດຂອງເຮົາຢູ່ເທິງແຜ່ນດິນໂລກ. ຢ່າງໃດກໍຕາມ, ເຮົາຮູ້ສຶກລັງກຽດຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າ ເຊັ່ນດຽວກັນກັບບຸກຄະລິກຂອງພວກເຈົ້າ ແລະ ເຮົາຮູ້ສຶກບໍ່ພໍໃຈຫຼາຍກັບການປະຕິບັດຂອງພວກເຈົ້າຢູ່ຕໍ່ໜ້າເຮົາ ເພາະວ່າ ພວກເຈົ້າບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບເຮົາ. ແລ້ວພວກເຈົ້າຈະສາມາດເປັນຜູ້ທີ່ດໍາລົງຊີວິດຕາມລັດສະໝີຂອງເຮົາໄດ້ແນວໃດ ແລະ ພວກເຈົ້າຈະສາມາດຈົງຮັກພັກດີທີ່ສຸດຕໍ່ພາລະກິດໃນອະນາຄົດຂອງເຮົາໄດ້ແນວໃດ? ຄວາມເຊື່ອຂອງພວກເຈົ້າແມ່ນງົດງາມຫຼາຍ; ພວກເຈົ້າເວົ້າວ່າ ພວກເຈົ້າເຕັມໃຈທີ່ຈະສະຫຼະທັງຊີວິດຂອງພວກເຈົ້າໃນນາມພາລະກິດຂອງເຮົາ ແລະ ເຕັມໃຈທີ່ຈະເສຍສະລະຊີວິດຂອງພວກເຈົ້າເພື່ອມັນ, ແຕ່ອຸປະນິໄສຂອງພວກເຈົ້າບໍ່ປ່ຽນແປງຈັກໜ້ອຍເລີຍ. ພວກເຈົ້າມີແຕ່ຄໍາເວົ້າທີ່ອວດດີ ເຖິງວ່າທີ່ຈິງແລ້ວ ການກະທໍາຕົວຈິງຂອງພວກເຈົ້າແມ່ນອະນາດຫຼາຍ. ມັນປະກົດວ່າ ລີ້ນ ແລະ ປາກຂອງຄົນແມ່ນຢູ່ໃນສະຫວັນ ແຕ່ຂາແມ່ນຢູ່ໃນແຜ່ນດິນໂລກ, ດ້ວຍເຫດນັ້ນ ຄໍາເວົ້າ ແລະ ການກະທໍາຂອງພວກເຂົາ ແລະ ຊື່ສຽງຂອງພວກເຂົາຈິ່ງຍັງຢູ່ໃນສະພາບທີ່ບໍ່ດີ ແລະ ຖືກທໍາລາຍ. ຊື່ສຽງຂອງພວກເຈົ້າແມ່ນຖືກທໍາລາຍ, ກິລິຍາທ່າທາງຂອງພວກເຈົ້າແມ່ນພື້ນຖານ, ວິທີເວົ້າຂອງພວກເຈົ້າແມ່ນຕໍ່າຕ້ອຍ, ຊີວິດຂອງພວກເຈົ້າແມ່ນເປັນຕາລັງກຽດ; ເຖິງແມ່ນແຕ່ຄວາມເປັນມະນຸດຂອງພວກເຈົ້າກໍຈະຈົມລົງສູ່ຄວາມຕໍ່າຕ້ອຍ. ພວກເຈົ້າແມ່ນມີຄວາມຄິດຄັບແຄບຕໍ່ຜູ້ຄົນ ແລະ ພວກເຈົ້າຜິດຖຽງກັນກ່ຽວກັບທຸກຢ່າງທີ່ເປັນເລື່ອງເລັກນ້ອຍ. ພວກເຈົ້າຜິດຖຽງກັນກ່ຽວກັບຊື່ສຽງ ແລະ ສະຖານະຂອງຕົວເອງ ຈົນເຖິງຂັ້ນທີ່ພວກເຈົ້າເຕັມໃຈທີ່ຈະຕົກລົງນະຮົກ ແລະ ເຂົ້າໄປຢູ່ໃນທະເລສາບແຫ່ງໄຟ. ຄໍາເວົ້າ ແລະ ການກະທໍາໃນປັດຈຸບັນຂອງພວກເຈົ້າແມ່ນພຽງພໍທີ່ເຮັດໃຫ້ເຮົາສາມາດຕັດສິນວ່າ ພວກເຈົ້າເປັນຄົນບາບ. ທັດສະນະຄະຕິຂອງພວກເຈົ້າຕໍ່ພາລະກິດຂອງເຮົາແມ່ນພຽງພໍສໍາລັບເຮົາທີ່ຈະຕັດສິນວ່າ ພວກເຈົ້າແມ່ນຄົນທີ່ບໍ່ຊອບທໍາ ແລະ ນິໄສທັງໝົດຂອງພວກເຈົ້າແມ່ນພຽງພໍທີ່ຈະບົ່ງບອກວ່າ ພວກເຈົ້າແມ່ນວິນຍານທີ່ສົກກະປົກ ທີ່ເຕັມໄປດ້ວຍສິ່ງທີ່ໜ້າລັງກຽດ. ການສະແດງອອກຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າເປີດເຜີຍ ແມ່ນພຽງພໍທີ່ຈະບົ່ງບອກວ່າ ພວກເຈົ້າແມ່ນຜູ້ຄົນທີ່ໄດ້ດື່ມເລືອດຂອງວິນຍານທີ່ສົກກະປົກຢ່າງພຽງພໍ. ເມື່ອມີການກ່າວເຖິງການເຂົ້າສູ່ອານາຈັກ ພວກເຈົ້າກໍຈົ່ງຢ່າທໍລະຍົດຄວາມຮູ້ສຶກຂອງຕົວເອງ. ພວກເຈົ້າເຊື່ອວ່າ ການເປັນຢູ່ຂອງພວກເຈົ້າໃນປັດຈຸບັນແມ່ນດີພໍສໍາລັບເຈົ້າ ໃນການເຂົ້າສູ່ປະຕູແຫ່ງອານາຈັກຂອງສະຫວັນແລ້ວບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າສາມາດເຂົ້າສູ່ດິນແດນບໍລິສຸດແຫ່ງພາລະກິດ ແລະ ພຣະທໍາຂອງເຮົາ ໂດຍທີ່ຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າບໍ່ຕ້ອງຜ່ານການທົດສອບຂອງເຮົາບໍ? ແມ່ນໃຜສາມາດຕົບຕາທັງສອງຂອງເຮົາໄດ້ຢ່າງສໍາເລັດແດ່? ຄວາມຊົ່ວຊ້າ, ຄວາມປະພຶດ ແລະ ການສົນທະນາອັນຕໍ່າຕ້ອຍຂອງພວກເຈົ້າຈະໜີພົ້ນສາຍຕາຂອງເຮົາໄດ້ແນວໃດ? ເຮົາໄດ້ກໍານົດຊີວິດຂອງພວກເຈົ້າເປັນຊີວິດທີ່ດື່ມເລືອດ ແລະ ກິນເນື້ອໜັງຂອງວິນຍານທີ່ສົກກະປົກເຫຼົ່ານັ້ນ ເພາະວ່າ ພວກເຈົ້າລອກຮຽນແບບພວກມັນຢູ່ຕໍ່ໜ້າເຮົາທຸກມື້. ໂດຍສະເພາະຢູ່ຕໍ່ໜ້າເຮົາ ພຶດຕິກໍາຂອງພວກເຈົ້າແມ່ນບໍ່ດີ ແລ້ວເຮົາຈະບໍ່ຮູ້ສຶກລັງກຽດພວກເຈົ້າໄດ້ແນວໃດ? ຄໍາເວົ້າຂອງພວກເຈົ້າມີຄວາມບໍ່ບໍລິສຸດຂອງວິນຍານທີ່ສົກກະປົກ: ພວກເຈົ້າອ້ອນວອນ, ປິດບັງ ແລະ ປະຈົບປະແຈງຄືກັບຜູ້ຄົນເຫຼົ່ານັ້ນທີ່ມີສ່ວນຮ່ວມໃນການເຮັດເວດມົນຄາຖາ ແລະ ຄືກັບຜູ້ຄົນເຫຼົ່ານັ້ນທີ່ຫຼອກລວງ ແລະ ດື່ມເລືອດຂອງຜູ້ທີ່ບໍ່ມີຄວາມຊອບທໍາ. ການສະແດງອອກຂອງມະນຸດທຸກຄົນ ແມ່ນບໍ່ມີຄວາມຊອບທໍາຫຼາຍ ແລ້ວຜູ້ຄົນທັງໝົດຈະສາມາດຖືກຈັດໃຫ້ຢູ່ໃນດິນແດນບໍລິສຸດທີ່ມີຄວາມຊອບທໍາໄດ້ແນວໃດ? ເຈົ້າຄິດວ່າ ພຶດຕິກໍາທີ່ຊົ່ວຊ້າຂອງເຈົ້າສາມາດເຮັດໃຫ້ເຈົ້າເປັນຜູ້ບໍລິສຸດທີ່ແຕກຕ່າງຈາກຜູ້ທີ່ບໍ່ຊອບທໍາບໍ? ໃນທີ່ສຸດ ລີ້ນທີ່ຄ້າຍຄືກັບງູໃຫຍ່ຂອງເຈົ້າຈະທໍາລາຍເນື້ອໜັງຂອງເຈົ້າ ໂດຍເຮັດໃຫ້ມີຄວາມພິນາດ ແລະ ເຮັດໃນສິ່ງທີ່ເປັນຕາລັງກຽດ ແລະ ໃນທີ່ສຸດແລ້ວ ມືຂອງເຈົ້າທີ່ເປື້ອນດ້ວຍເລືອດຂອງວິນຍານສົກກະປົກຍັງຈະດຶງວິນຍານຂອງເຈົ້າລົງສູ່ນະຮົກ ແລ້ວເປັນຫຍັງເຈົ້າຄືບໍ່ໂດດເອົາໂອກາດນີ້ ເພື່ອຊໍາລະລ້າງມືຂອງເຈົ້າທີ່ປົກຫຸ້ມດ້ວຍຄວາມສົກກະປົກ? ເປັນຫຍັງເຈົ້າບໍ່ໃຊ້ໂອກາດນີ້ໃຫ້ເປັນປະໂຫຍດເພື່ອຕັດລິ້ນຂອງເຈົ້າທີ່ກ່າວຄໍາເວົ້າບໍ່ຊອບທໍາ? ເປັນໄປໄດ້ບໍ ທີ່ເຈົ້າເຕັມໃຈທົນທຸກພາຍໃຕ້ແປວໄຟຂອງນະຮົກ ຍ້ອນມືທັງສອງ, ລີ້ນ ແລະ ປາກຂອງເຈົ້າ? ເຮົາເຝົ້າເບິ່ງໃຈຂອງທຸກຄົນດ້ວຍຕາທັງສອງ ເພາະວ່າ ແຕ່ດົນນານມາແລ້ວ ກ່ອນທີ່ເຮົາໄດ້ສ້າງມະນຸດ ເຮົາໄດ້ກໍາຫົວໃຈຂອງພວກເຂົາຢູ່ໃນມືຂອງເຮົາ. ເຮົາເບິ່ງໃຈມະນຸດອອກຕັ້ງແຕ່ດົນ, ສະນັ້ນຄວາມຄິດໃນໃຈຂອງມະນຸດຈະສາມາດໜີພົ້ນສາຍຕາຂອງເຮົາໄດ້ແນວໃດ? ພວກເຂົາຈະສາມາດຫຼົບໜີຈາກພຣະວິນຍານທີ່ເຜົາໄໝ້ຂອງເຮົາໃຫ້ທັນເວລາໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າທຸກຄົນຕໍ່າຊາມໃນບຸກຄະລິກຫຼາຍ!
671. ເຮົາໄດ້ຢູ່ທ່າມກາງພວກເຈົ້າ, ພົວພັນກັບພວກເຈົ້າໃນລະດູໃບໄມ້ປົ່ງ ແລະ ໃນລະດູໃບໄມ້ຫຼົ່ນເປັນເວລາຫຼາຍປີ, ເຮົາໄດ້ດໍາລົງຊີວິດຢູ່ໃນທ່າມກາງພວກເຈົ້າເປັນເວລາດົນນານ ແລະ ໄດ້ດໍາລົງຊີວິດຢູ່ກັບພວກເຈົ້າ. ແລ້ວຄວາມປະພຶດທີ່ຊົ່ວຊ້າຂອງພວກເຈົ້າຈະຫຼຸດພົ້ນອອກໄປຕໍ່ໜ້າຕໍ່ຕາຂອງເຮົາໄດ້ແນວໃດ? ຄໍາເວົ້າທີ່ປະທັບໃຈເຫຼົ່ານັ້ນຂອງພວກເຈົ້າ ແມ່ນຍັງດັງກ້ອງຢູ່ໃນຫູຂອງເຮົາຢູ່ຕະຫຼອດເວລາ; ຄວາມທະເຍີທະຍານຂອງພວກເຈົ້າເປັນຈໍານວນລ້ານໆ ແມ່ນຖືກວາງຢູ່ແທ່ນບູຊາຂອງເຮົາຈົນບໍ່ສາມາດນັບໄດ້. ເຖິງຢ່າງໃດກໍຕາມ, ໃນສ່ວນການອຸທິດຕົນ ແລະ ສິ່ງທີ່ພວກເຈົ້າໄດ້ໃຊ້ໄປແລ້ວ ແມ່ນບໍ່ມີແມ່ນແຕ່ໜ້ອຍດຽວ. ຄວາມຈິງໃຈຂອງພວກເຈົ້າແມ່ນແຕ່ຢົດນ້ອຍໆຢົດດຽວກໍບໍ່ມີຢູ່ເທິງແທ່ນບູຊາຂອງເຮົາ. ໝາກຜົນແຫ່ງຄວາມເຊື່ອຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນຢູ່ໃສ? ພວກເຈົ້າໄດ້ຮັບຄວາມກະລຸນາທີ່ບໍ່ມີວັນສິ້ນສຸດຈາກເຮົາ ແລະ ພວກເຈົ້າໄດ້ເຫັນຄວາມລຶກລັບທີ່ບໍ່ມີວັນສິ້ນສຸດຈາກສະຫວັນ ແລະ ເຮົາຍັງໄດ້ສະແດງແປວໄຟແຫ່ງສະຫວັນໃຫ້ພວກເຈົ້າເຫັນ ແຕ່ເຮົາບໍ່ມີໃຈທີ່ຈະຈູດເຜົາພວກເຈົ້າ. ຢ່າງໃດກໍຕາມ ພວກເຈົ້າໄດ້ມອບໃຫ້ເຮົາຫຼາຍສໍ່າໃດແລ້ວເພື່ອເປັນການຕອບແທນ? ພວກເຈົ້າເຕັມໃຈມອບໃຫ້ເຮົາຫຼາຍສໍ່າໃດ? ເຈົ້າຖືອາຫານທີ່ເຮົາໄດ້ເອົາໃຫ້ເຈົ້າ ແລ້ວຫັນມາຖວາຍມັນໃຫ້ກັບເຮົາ ໂດຍເວົ້າວ່າ ມັນແມ່ນສິ່ງທີ່ເຈົ້າໄດ້ຮັບເປັນການຕອບແທນ ເຫື່ອແຮງຈາກການເຮັດວຽກໜັກຂອງເຈົ້າ ເຈົ້າຈິ່ງຖວາຍທຸກສິ່ງທີ່ເຈົ້າມີໃຫ້ກັບເຮົາ. ເຈົ້າບໍ່ສາມາດຮູ້ໄດ້ແນວໃດວ່າ “ສິ່ງບໍລິຈາກ” ຂອງເຈົ້າທີ່ມີໃຫ້ເຮົາ ແມ່ນທຸກສິ່ງທີ່ເຈົ້າໄດ້ລັກຈາກແທ່ນບູຊາຂອງເຮົາ ແລ້ວຕອນນີ້ເຈົ້າກໍາລັງຖວາຍສິ່ງນັ້ນໃຫ້ກັບເຮົາ. ເຈົ້າບໍ່ແມ່ນກໍາລັງຫຼອກລວງເຮົາບໍ? ເຈົ້າບໍ່ໄດ້ຮູ້ບໍວ່າ ສິ່ງທີ່ເຮົາເພີດເພີນນໍາໃນປັດຈຸບັນນີ້ ແມ່ນສິ່ງຖວາຍທັງໝົດທີ່ຢູ່ແທ່ນບູຊາຂອງເຮົາ ແລະ ບໍ່ແມ່ນສິ່ງທີ່ເຈົ້າໄດ້ຮັບມາ ເພື່ອເປັນການຕອບແທນສໍາລັບການເຮັດວຽກໜັກຂອງເຈົ້າ ແລະ ນໍາສິ່ງນັ້ນມາຖວາຍໃຫ້ເຮົາ? ພວກເຈົ້າຈັ່ງແມ່ນກ້າຫຼອກລວງເຮົາແທ້ໆ ແລ້ວເຮົາຈະສາມາດອະໄພໃຫ້ພວກເຈົ້າໄດ້ແນວໃດ? ເຮົາຈະສາມາດອົດກັ້ນກັບສິ່ງນີ້ໄດ້ດົນປານໃດ? ເຮົາໄດ້ມອບທຸກສິ່ງທຸກຢ່າງໃຫ້ແກ່ພວກເຈົ້າ. ເຮົາໄດ້ເປີດເຜີຍທຸກສິ່ງທຸກຢ່າງເພື່ອພວກເຈົ້າ, ໄດ້ສະໜອງເພື່ອຄວາມຕ້ອງການຂອງພວກເຈົ້າ ແລະ ເປີດຕາຂອງພວກເຈົ້າ ແຕ່ພວກເຈົ້າກໍຍັງຫຼອກລວງເຮົາແບບນີ້ ໂດຍເມີນເສີຍຕໍ່ສາມັນສໍານຶກຂອງພວກເຈົ້າເອງ. ເຮົາໄດ້ປະທານທຸກສິ່ງແກ່ພວກເຈົ້າໂດຍບໍ່ເຫັນແກ່ຕົວ ເພື່ອວ່າ ເຖິງພວກເຈົ້າຈະທົນທຸກ ພວກເຈົ້າກໍຈະໄດ້ຮັບທຸກສິ່ງຈາກເຮົາ ເຊິ່ງເປັນສິ່ງທີ່ເຮົາໄດ້ນໍາມາຈາກສະຫວັນ. ນອກເໜືອຈາກນີ້, ພວກເຈົ້າບໍ່ອຸທິດຕົວຈັກດີ້ ແລະ ເຖິງແມ່ນວ່າ ພວກເຈົ້າຈະໄດ້ບໍລິຈາກພຽງເລັກນ້ອຍກໍຕາມ ພວກເຈົ້າກໍຈະມາ “ສະສາງ” ກັບເຮົາພາຍຫຼັງ. ສິ່ງບໍລິຈາກຂອງເຈົ້າຈະບໍ່ເສຍຖິ້ມບໍ? ສິ່ງທີ່ເຈົ້າໄດ້ມອບໃຫ້ກັບເຮົາແມ່ນບໍ່ມີຫຍັງ ແຕ່ເປັນພຽງເມັດຊາຍໜຶ່ງເມັດ ແຕ່ສິ່ງທີ່ເຈົ້າຂໍຈາກເຮົາແມ່ນເປັນຄໍາໜຶ່ງໂຕນ. ເຈົ້າບໍ່ໄຮ້ເຫດຜົນເກີນໄປໂພດບໍ? ເຮົາເຮັດພາລະກິດໃນທ່າມກາງພວກເຈົ້າ. ອັດຕາສິບສ່ວນຮ້ອຍທີ່ເຮົາຄວນໄດ້ຮັບບໍ່ເຫັນແມ່ນແຕ່ຮ່ອງຮອຍຈັກດີ້ ຢ່າວ່າແຕ່ການເສຍສະຫຼະເພີ່ມເຕີມເລີຍ. ຍິ່ງໄປກວ່ານັ້ນ, ອັດຕາສິບສ່ວນຮ້ອຍທີ່ຄົນເຫຼື້ອມໃສໃນສາສະໜາບໍລິຈາກ ແມ່ນຖືກຄົນຊົ່ວຍຶດເອົາໄປໝົດ. ພວກເຈົ້າທຸກຄົນບໍ່ແມ່ນແຕກກະຈາຍອອກຈາກເຮົາບໍ? ພວກເຈົ້າທຸກຄົນບໍ່ແມ່ນເປັນປໍລະປັກກັບເຮົາບໍ? ພວກເຈົ້າທຸກຄົນບໍ່ແມ່ນກໍາລັງທໍາລາຍແທ່ນບູຊາຂອງເຮົາບໍ? ແລ້ວຈະໃຫ້ເຮົາເຫັນບຸກຄົນປະເພດນີ້ເປັນສັບສົມບັດໃນສາຍຕາຂອງເຮົາໄດ້ແນວໃດ? ພວກເຂົາບໍ່ແມ່ນໝູ ແລະ ໝາທີ່ເຮົາກຽດຊັງບໍ? ຈະໃຫ້ເຮົາສາມາດເອີ້ນການກະທໍາທີ່ຊົ່ວຮ້າຍຂອງພວກເຈົ້າເປັນສັບສົມບັດໄດ້ແນວໃດ? ພາລະກິດຂອງເຮົາແມ່ນເພື່ອຜູ້ໃດກັນແທ້? ເປັນໄປໄດ້ບໍທີ່ມັນຈະໂຈມຕີພວກເຈົ້າທຸກຄົນ ເພື່ອເປີດເຜີຍອໍານາດຂອງເຮົາ? ຊີວິດຂອງພວກເຈົ້າທຸກຄົນບໍ່ແມ່ນເພິ່ງພາຂໍ້ພຣະທໍາຂອງເຮົາບໍ? ເປັນຫຍັງເຮົາຈຶ່ງໃຊ້ແຕ່ພຣະທໍາເພື່ອແນະນໍາພວກເຈົ້າເທົ່ານັ້ນ ແລະ ເປັນຫຍັງເຮົາຈິ່ງບໍ່ໄດ້ປ່ຽນພຣະທໍາເປັນຂໍ້ມູນຄວາມຈິງ ເພື່ອໂຈມຕີພວກເຈົ້າໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້? ພຣະທໍາ ແລະ ພາລະກິດຂອງເຮົາແມ່ນພຽງເພື່ອໂຈມຕີມະນຸດບໍ? ເຮົາແມ່ນພຣະເຈົ້າທີ່ຂ້າຄົນບໍລິສຸດໂດຍບໍ່ມີການຈໍາແນກບໍ? ຕອນນີ້ ມີພວກເຈົ້າຈັກຄົນທີ່ມາຢູ່ຕໍ່ໜ້າເຮົາດ້ວຍຕົວຕົນຂອງພວກເຈົ້າທັງໝົດເພື່ອສະແຫວງຫາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ? ມີແຕ່ຮ່າງກາຍຂອງພວກເຈົ້າທີ່ຢູ່ຕໍ່ໜ້າເຮົາ ແຕ່ໃຈຂອງພວກເຈົ້າແມ່ນຍັງລອຍນວນ ແລະ ຫ່າງເຫີນຈາກເຮົາຫຼາຍ. ຍ້ອນພວກເຈົ້າບໍ່ຮູ້ວ່າ ພາລະກິດທີ່ແທ້ຈິງຂອງເຮົາແມ່ນຫຍັງ, ຈິ່ງມີພວກເຈົ້າບາງຄົນທີ່ຕ້ອງການໜີອອກຈາກເຮົາ ແລະ ຜູ້ທີ່ຕ້ອງການຢູ່ຫ່າງຈາກເຮົາ ແລະ ຕ້ອງການດໍາລົງຊີວິດຢູ່ໃນວິມານສະຫວັນແຫ່ງນັ້ນ ທີ່ບໍ່ມີການຕີສອນ ແລະ ການພິພາກສາ. ນີ້ບໍ່ແມ່ນສິ່ງທີ່ຜູ້ຄົນປາດຖະໜາໃນໃຈຂອງພວກເຂົາບໍ? ແນ່ນອນ ເຮົາບໍ່ໄດ້ບັງຄັບເຈົ້າ. ເສັ້ນທາງໃດກໍຕາມທີ່ເຈົ້າເລືອກ ແມ່ນການເລືອກຂອງເຈົ້າເອງ ແລະ ເສັ້ນທາງໃນປັດຈຸບັນແມ່ນໄປພ້ອມກັບການພິພາກສາ ແລະ ການສາບແຊ່ງ ແຕ່ພວກເຈົ້າທຸກຄົນຄວນຮູ້ວ່າ ສິ່ງທີ່ເຮົາໄດ້ປະທານໃຫ້ແກ່ພວກເຈົ້າ ບໍ່ວ່າຈະແມ່ນການພິພາກສາ ຫຼື ການຕີສອນລ້ວນແລ້ວແຕ່ແມ່ນຂອງຂວັນທີ່ດີທີ່ສຸດ ທີ່ເຮົາສາມາດມອບແກ່ພວກເຈົ້າ ແລະ ພວກມັນແມ່ນທຸກສິ່ງທີ່ພວກເຈົ້າຕ້ອງການຢ່າງຮີບດ່ວນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າທຸກຄົນຕໍ່າຊາມໃນບຸກຄະລິກຫຼາຍ!
672. ວິນຍານທຸກດວງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ລ້ວນຕົກຢູ່ພາຍໃຕ້ອຳນາດຂອງຊາຕານ. ມີພຽງແຕ່ຜູ້ທີ່ເຊື່ອໃນພຣະຄຣິດເທົ່ານັ້ນ ທີ່ຖືກແຍກອອກມາ, ຊ່ວຍໃຫ້ລອດພົ້ນຈາກຄ້າຍຂອງຊາຕານ ແລະ ຖືກນໍາເຂົ້າມາສູ່ອານາຈັກໃນປັດຈຸບັນ. ຜູ້ຄົນເຫຼົ່ານີ້ບໍ່ໄດ້ດໍາລົງຊີວິດພາຍໃຕ້ອຳນາດຂອງຊາຕານອີກຕໍ່ໄປ. ເຖິງຢ່າງນັ້ນກໍຕາມ ທໍາມະຊາດຂອງມະນຸດກໍຍັງຝັງເລິກຢູ່ໃນເນື້ອໜັງຂອງມະນຸດ. ເຊິ່ງເວົ້າໄດ້ວ່າ ເຖິງແມ່ນວ່າວິນຍານຂອງພວກເຈົ້າໄດ້ຖືກຊ່ວຍໃຫ້ລອດພົ້ນ, ທໍາມະຊາດຂອງພວກເຈົ້າກໍຍັງເປັນຄືກັບທີ່ມັນເປັນໃນເມື່ອກ່ອນ ແລະ ໂອກາດທີ່ພວກເຈົ້າຈະທໍລະຍົດເຮົາກໍຍັງຄົງມີຢູ່ໜຶ່ງຮ້ອຍເປີເຊັນ. ນັ້ນກໍຄືເຫດຜົນທີ່ພາລະກິດຂອງເຮົາໃຊ້ເວລາຍາວນານຫຼາຍ ຍ້ອນວ່າ ທໍາມະຊາດຂອງພວກເຈົ້າແມ່ນປ່ຽນແປງໄດ້ຍາກ. ຕອນນີ້ ພວກເຈົ້າທຸກຄົນແມ່ນກໍາລັງຜະເຊີນກັບຄວາມລຳບາກດ້ວຍສຸດຄວາມສາມາດຂອງພວກເຈົ້າ ໃນຂະນະທີ່ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າ, ແຕ່ພວກເຈົ້າແຕ່ລະຄົນສາມາດທໍລະຍົດເຮົາໄດ້ ແລະ ກັບຄືນສູ່ອຳນາດຂອງຊາຕານ, ສູ່ຄ້າຍຂອງມັນ ແລະ ກັບໄປສູ່ຊີວິດເດີມຂອງພວກເຈົ້າ, ນີ້ແມ່ນຂໍ້ແທ້ຈິງທີ່ບໍ່ສາມາດປະຕິເສດໄດ້. ໃນເວລານັ້ນ ມັນຈະເປັນໄປບໍ່ໄດ້ທີ່ພວກເຈົ້າຈະສະແດງຄວາມເປັນມະນຸດ ຫຼື ຄວາມເໝືອນມະນຸດແມ່ນແຕ່ໜ້ອຍດຽວ ດັ່ງທີ່ພວກເຈົ້າເຮັດໃນປັດຈຸບັນ. ໃນກໍລະນີທີ່ຮ້າຍແຮງ ພວກເຈົ້າຈະຖືກທໍາລາຍ ແລະ ຍິ່ງໄປກວ່ານັ້ນ ກໍຈະຖືກພາໂຕໄປຮັບການລົງໂທດຊົ່ວນິລັນ, ຖືກລົງໂທດຢ່າງຮຸນແຮງ, ບໍ່ໄດ້ເກີດໃໝ່ອີກຈັກເທື່ອ. ນີ້ແມ່ນບັນຫາທີ່ຖືກວາງຢູ່ຕໍ່ໜ້າພວກເຈົ້າ. ເຮົາກໍາລັງເຕືອນພວກເຈົ້າດ້ວຍວິທີນີ້: ຢ່າງທີໜຶ່ງ, ເພື່ອວ່າພາລະກິດຂອງເຮົາຈະບໍ່ສູນເປົ່າ ແລະ ຢ່າງທີສອງ ແມ່ນເພື່ອວ່າພວກເຈົ້າທຸກຄົນອາດດໍາລົງຊີວິດໃນມື້ແຫ່ງແສງສະຫວ່າງ. ໃນຄວາມເປັນຈິງແລ້ວ, ເລື່ອງທີ່ ບໍ່ວ່າພາລະກິດຂອງເຮົາສູນເປົ່າ ຫຼື ບໍ່ນັ້ນບໍ່ແມ່ນບັນຫາທີ່ສຳຄັນ. ສິ່ງທີ່ສໍາຄັນແມ່ນພວກເຈົ້າສາມາດມີຊີວິດທີ່ມີຄວາມສຸກ ແລະ ອະນາຄົດທີ່ສົດໃສ. ພາລະກິດຂອງເຮົາແມ່ນພາລະກິດຂອງການຊ່ວຍວິນຍານຂອງຜູ້ຄົນໃຫ້ລອດພົ້ນ. ຖ້າວິນຍານຂອງເຈົ້າຕົກໄປຢູ່ໃນມືຂອງຊາຕານ, ຮ່າງກາຍ ຂອງເຈົ້າກໍຈະບໍ່ດຳລົງຊີວິດຢ່າງສະຫງົບສຸກ. ຖ້າເຮົາປົກປ້ອງຮ່າງກາຍ ຂອງເຈົ້າ, ວິນຍານຂອງເຈົ້າກໍຈະຢູ່ພາຍໃຕ້ການເບິ່ງແຍງຂອງເຮົາຢ່າງແນ່ນອນ. ຖ້າເຮົາລັງກຽດເຈົ້າແທ້ໆ, ຮ່າງກາຍ ແລະ ວິນຍານຂອງເຈົ້າກໍຈະຕົກໄປຢູ່ໃນມືຂອງຊາຕານທັນທີ. ແລ້ວເຈົ້າສາມາດຈິນຕະນາການເຖິງສະພາບການຂອງເຈົ້າໃນຕອນນັ້ນໄດ້ບໍ? ຖ້າມື້ໜຶ່ງພຣະທໍາຂອງເຮົາບໍ່ເກີດຜົນຫຍັງໃນຕົວພວກເຈົ້າ, ແລ້ວເຮົາກໍຈະມອບພວກເຈົ້າທຸກຄົນໃຫ້ແກ່ຊາຕານ ແລະ ປ່ອຍໃຫ້ມັນເຮັດໃຫ້ຄວາມທຸກທໍລະມານທີ່ພວກເຈົ້າໄດ້ຮັບຮຸນແຮງຂຶ້ນ ຈົນຄວາມໃຈຮ້າຍຂອງເຮົາຫາຍໄປຈົນໝົດ, ຫຼື ເຮົາເອງຈະເປັນຜູ້ລົງໂທດພວກເຈົ້າ ເຊິ່ງເປັນມະນຸດທີ່ບໍ່ສາມາດໄຖ່ຄືນໄດ້ ຍ້ອນວ່າ ຫົວໃຈຂອງພວກເຈົ້າທີ່ທໍລະຍົດເຮົາບໍ່ເຄີຍປ່ຽນແປງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)
673. ເຮົາພຽງແຕ່ຫວັງວ່າ ໃນພາລະກິດຂັ້ນຕອນສຸດທ້າຍຂອງເຮົານັ້ນ ພວກເຈົ້າຈະສາມາດປະຕິບັດໄດ້ຢ່າງໂດດເດັ່ນ, ອຸທິດຕົນຢ່າງເຕັມທີ່ ແລະ ບໍ່ເປັນຄົນທີ່ບໍ່ຈິງໃຈອີກຕໍ່ໄປ. ແນ່ນອນ ເຮົາຍັງຫວັງໃຫ້ພວກເຈົ້າທຸກຄົນມີຈຸດໝາຍປາຍທາງທີ່ດີ. ຢ່າງໃດກໍຕາມ ເຮົາຍັງມີເງື່ອນໄຂຂອງເຮົາ ເຊິ່ງນັ້ນກໍຄື ການໃຫ້ພວກເຈົ້າຕັດສິນໃຈຢ່າງດີທີ່ສຸດທີ່ຈະຖວາຍການອຸທິດຕົນຄັ້ງດຽວ ແລະ ຄັ້ງສຸດທ້າຍ. ຖ້າບາງຄົນບໍ່ມີການອຸທິດໃນຄັ້ງນີ້, ຄົນນັ້ນກໍຈະເປັນຊັບສົມບັດຂອງຊາຕານຢ່າງແນ່ນອນ ແລະ ເຮົາກໍຈະບໍ່ສືບຕໍ່ນໍາໃຊ້ເຂົາ. ເຮົາຈະສົ່ງເຂົາກັບເຮືອນເພື່ອໃຫ້ພໍ່ແມ່ຂອງເຂົາດູແລ. ພາລະກິດຂອງເຮົາເປັນປະໂຫຍດໃຫ້ກັບພວກເຈົ້າຫຼາຍ; ສິ່ງທີ່ເຮົາຫວັງໄດ້ຮັບຈາກພວກເຈົ້າກໍຄືຫົວໃຈທີ່ຊື່ສັດ ແລະ ມີຄວາມປາຖະໜາສູງ, ແຕ່ຈົນຮອດປັດຈຸບັນນີ້ ມືຂອງເຮົາກໍຍັງວ່າງເປົ່າເໝືອນເດີມ. ໃຫ້ລອງຄິດກ່ຽວກັບສິ່ງນີ້ເບິ່ງ: ຖ້າມື້ໜຶ່ງ ເຮົາຍັງຄົງເສຍໃຈເໜືອຄຳບັນຍາຍແບບນີ້ ທ່າທີຂອງເຮົາທີ່ມີຕໍ່ພວກເຈົ້າຈະເປັນແນວໃດ? ເຮົາຈະຍັງເປັນມິດຢູ່ບໍ່? ຫົວໃຈຂອງເຮົາຈະມີສັນຕິສຸກຢູ່ບໍ? ພວກເຈົ້າເຂົ້າໃຈເຖິງຄວາມຮູ້ສຶກຂອງຄົນທີ່ປູກເຂົ້າຢ່າງພາກພຽນ ແຕ່ບໍ່ໄດ້ເກັບກ່ຽວເມັດເຂົ້າແມ່ນແຕ່ເມັດດຽວບໍ່? ພວກເຈົ້າເຂົ້າໃຈບໍ່ວ່າ ຄວາມເຈັບປວດຂອງບາງຄົນທີ່ຖືກຕີຢ່າງໜັກເປັນແນວໃດ? ພວກເຈົ້າສາມາດຊີມລົດຊາດແຫ່ງຄວາມເຈັບປວດຂອງຄົນທີ່ເຕັມໄປດ້ວຍຄວາມຫວັງ ຜູ້ເຊິ່ງຕ້ອງຈາກບາງຄົນໄປບົນເງື່ອນໄຂທີ່ບໍ່ຈົບງາມບໍ? ພວກເຈົ້າເຄີຍເຫັນຄວາມໂກດຮ້າຍຂອງຄົນທີ່ຖືກເຮັດໃຫ້ໃຈຮ້າຍບໍ? ພວກເຈົ້າສາມາດຮູ້ຈັກເຖິງຄວາມຮູ້ສຶກຮີບດ່ວນໃນການຕ້ອງການແກ້ແຄ້ນຂອງຄົນທີ່ຖືກປະຕິບັດນໍາດ້ວຍຄວາມໂຫດຮ້າຍ ແລະ ຫຼອກລວງບໍ? ຖ້າພວກເຈົ້າເຂົ້າໃຈເຖິງຄວາມຄິດຂອງຄົນເຫຼົ່ານີ້, ເຮົາຄິດວ່າ ມັນກໍບໍ່ຍາກທີ່ພວກເຈົ້າຈະຈິນຕະນາການເຖິງທ່າທີຂອງພຣະເຈົ້າໃນເວລາແຫ່ງການແກ້ແຄ້ນຂອງພຣະອົງ. ສຸດທ້າຍນີ້ ເຮົາຫວັງໃຫ້ພວກເຈົ້າທຸກຄົນພະຍາຍາມຢ່າງຈິງຈັງເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າເອງ; ຢ່າງໃດກໍຕາມ, ພວກເຈົ້າບໍ່ຄວນນໍາໃຊ້ວິທີທີ່ຫຼອກລວງເຂົ້າໃນຄວາມພະຍາຍາມຂອງພວກເຈົ້າ ຫຼື ບໍ່ດັ່ງນັ້ນ ໃນຫົວໃຈຂອງເຮົາກໍຍັງຄົງຜິດຫວັງກັບພວກເຈົ້າ. ຄວາມຜິດຫວັງດັ່ງກ່າວຈະນໍາໄປສູ່ສິ່ງໃດ? ພວກເຈົ້າບໍ່ໄດ້ກຳລັງຫຼອກລວງຕົນເອງບໍ? ຄົນທີ່ຄິດເພື່ອຈຸດໝາຍປາຍທາງຂອງພວກເຂົາ ແຕ່ທຳລາຍມັນ ຄືຄົນຢ່າງໜ້ອຍແມ່ນບໍ່ສາມາດໄດ້ຮັບຄວາມລອດພົ້ນ. ເຖິງແມ່ນຜູ້ຄົນດັ່ງກ່າວຈະໂກດຮ້າຍພຽງໃດ, ແລ້ວມີໃຜຈະເຫັນອົກເຫັນໃຈພວກເຂົາ? ສະຫຼຸບແລ້ວ ເຮົາຍັງເຕັມໃຈທີ່ຈະປາຖະໜາໃຫ້ພວກເຈົ້າມີຈຸດໝາຍປາຍທາງທີ່ເໝາະສົມ ແລະ ດີ. ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ຈະບໍ່ມີຜູ້ໃດໃນພວກເຈົ້າປະສົບກັບຄວາມພິນາດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຈຸດໝາຍປາຍທາງ
674. ພາລະກິດສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອຈັດແຈງຈຸດໝາຍປາຍທາງຂອງມະນຸດ. ຍິ່ງໄປກວ່ານັ້ນ, ມັນກໍແມ່ນເພື່ອວ່າ ທຸກຄົນຈະຮັບຮູ້ການກະທໍາ ແລະ ການດໍາເນີນການຂອງເຮົາ. ເຮົາຕ້ອງການໃຫ້ແຕ່ລະຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສະແດງເຖິງອຸປະນິໄສຂອງເຮົາ. ມັນບໍ່ແມ່ນການກະທໍາຂອງມະນຸດທີ່ໄດ້ສ້າງມະນຸດຊາດຂຶ້ນມາ ແລ້ວແຮງໄກທີ່ຈະເປັນການກະທໍາຂອງທໍາມະຊາດ, ແຕ່ແມ່ນເຮົາທີ່ເປັນຜູ້ບໍາລຸງລ້ຽງສິ່ງມີຊີວິດທັງໝົດໃນການຊົງສ້າງ. ຖ້າປາສະຈາກການມີຢູ່ຂອງເຮົາ, ມະນຸດຊາດຈະດັບສູນ ແລະ ທົນທຸກກັບການລົງໂທດດ້ວຍໄພພິບັດຢ່າງຮ້າຍແຮງ. ບໍ່ມີມະນຸດຄົນໃດຈະເຫັນດວງຕາເວັນ ແລະ ດວງເດືອນທີ່ສວຍງາມອີກ ຫຼື ໂລກສີຂຽວອີກ; ມະນຸດຊາດຈະຜະເຊີນກັບກາງຄືນທີ່ໜາວຈັດ ແລະ ເຫວມືດແຫ່ງຄວາມຕາຍທີ່ບໍ່ມີຄວາມປານີ. ເຮົາຄືຄວາມລອດພົ້ນດຽວຂອງມະນຸດ. ເຮົາຄືຄວາມຫວັງດຽວຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ເຮົາຄືພຣະອົງຜູ້ນັ້ນທີ່ການເປັນຢູ່ຂອງມະນຸດຊາດທັງໝົດໄດ້ນອນໃສ່. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະຢຸດນິ້ງທັນທີ. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະທົນທຸກກັບໄພພິບັດຢ່າງຮ້າຍແຮງ ແລະ ຖືກຜີຮ້າຍທຸກຮູບແບບຢຽບຢໍ່າທໍາລາຍລົງ ເຖິງຈະບໍ່ມີຜູ້ໃດສົນໃຈເຮົາ. ເຮົາໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ແລະ ຫວັງຢ່າງດຽວວ່າມະນຸດຈະສາມາດຕອບແທນເຮົາດ້ວຍການກະທໍາບາງຢ່າງທີ່ດີ. ເຖິງວ່າຈະມີໜ້ອຍຄົນທີ່ສາມາດທີ່ຕອບແທນເຮົາ, ເຮົາຍັງຈະສິ້ນສຸດການເດີນທາງຂອງເຮົາໃນໂລກມະນຸດ ແລະ ເລີ່ມຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາທີ່ກໍາລັງປາກົດໃຫ້ເຫັນ ເພາະວ່າການຟ້າວໄປມາຂອງເຮົາທ່າມກາງມະນຸດໃນໄລຍະຫຼາຍປີຜ່ານມາໄດ້ເກີດມີໝາກຜົນ ແລະ ເຮົາກໍເພິ່ງພໍໃຈຫຼາຍ. ສິ່ງທີ່ເຮົາສົນໃຈບໍ່ແມ່ນຈໍານວນຄົນ ແຕ່ເປັນການກະທໍາຄວາມດີຂອງພວກເຂົາແທນ. ຢ່າງໃດກໍຕາມ, ເຮົາຫວັງວ່າ ພວກເຈົ້າຈະກະກຽມການກະທໍາຄວາມດີທີ່ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ. ແລ້ວເຮົາກໍ່ຈະເພິ່ງພໍໃຈ; ຖ້າບໍ່ດັ່ງນັ້ນ, ຈະບໍ່ມີຄົນໃດໃນບັນດາພວກເຈົ້າທີ່ຈະໜີພົ້ນຈາກໄພພິບັດທີ່ຈະມາເຖິງພວກເຈົ້ານັ້ນໄດ້. ໄພພິບັດນັ້ນເກີດມາຈາກເຮົາ ແລະ ແນ່ນອນວ່າ ເຮົາເປັນຜູ້ປັ້ນແຕ່ງ. ຖ້າພວກເຈົ້າບໍ່ປາກົດວ່າດີພໍໃນສາຍຕາເຮົາ, ພວກເຈົ້າກໍຈະໜີບໍ່ພົ້ນຈາກການທົນທຸກໃນໄພພິບັດ. ໃນທ່າມກາງຄວາມລໍາບາກ, ການປະພຶດ ແລະ ການກະທໍາຂອງພວກເຈົ້າຍັງບໍ່ຖືວ່າເໝາະສົມຢ່າງສິ້ນເຊີງ ຍ້ອນຄວາມເຊື່ອ ແລະ ຄວາມຮັກຂອງພວກເຈົ້າຍັງບໍ່ພຽງພໍ ແລະ ພວກເຈົ້າພຽງແຕ່ສະແດງວ່າໂຕເອງວ່າຂີ້ອາຍ ຫຼື ເຂັ້ມແຂງເທົ່ານັ້ນ. ກ່ຽວກັບເລື່ອງນີ້, ເຮົາຈະຕັດສິນພຽງແຕ່ຄວາມດີ ແລະ ຄວາມຊົ່ວ. ເຮົາສືບຕໍ່ກັງວົນກັບແນວທາງທີ່ພວກເຈົ້າແຕ່ລະຄົນປະຕິບັດ ແລະ ສະແດງຕົວເອງ ບົນພື້ນຖານທີ່ເຮົາຈະກໍານົດຈຸດຈົບຂອງພວກເຈົ້າ. ເຖິງຢ່າງໃດກໍຕາມ, ເຮົາຕ້ອງເຮັດໃຫ້ຊັດເຈນວ່າ: ເຮົາຈະບໍ່ມີຄວາມເມດຕາຕໍ່ບັນດາຜູ້ທີ່ບໍ່ສະແດງຄວາມຈົງຮັກພັກດີຕໍ່ເຮົາໃນຊ່ວງເວລາແຫ່ງຄວາມລໍາບາກອີກຕໍ່ໄປ, ເພາະວ່າຄວາມເມດຕາຂອງເຮົາມີຂອບເຂດ. ນອກຈາກນີ້, ເຮົາບໍ່ມັກຜູ້ທີ່ທໍລະຍົດຕໍ່ເຮົາແມ່ນແຕ່ເທື່ອດຽວ, ແລ້ວແຮງໄກທີ່ເຮົາຈະມັກພົວພັນກັບຄົນຂາຍຜົນປະໂຫຍດຂອງໝູ່ເພື່ອນຂອງພວກເຂົາ. ນີ້ແມ່ນອຸປະນິໄສຂອງເຮົາ ບໍ່ວ່າຄົນນັ້ນແມ່ນໃຜກໍຕາມ. ເຮົາຕ້ອງບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ຜູ້ໃດທີ່ເຮັດໃຫ້ເຮົາເສຍໃຈຈະບໍ່ໄດ້ຮັບໂອກາດຄັ້ງທີສອງຈາກເຮົາ ແລະ ຜູ້ໃດທີ່ຊື່ສັດຕໍ່ເຮົາກໍຈະຢູ່ໃນໃຈຂອງເຮົາຕະຫຼອດໄປ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມການກະທໍາທີ່ດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ