(III) ຄວາມບໍລິສຸດຂອງພຣະເຈົ້າ
569. ພຣະເຈົ້າກາຍມາເປັນເນື້ອໜັງໃນສະຖານທີ່ໆຫຼ້າຫຼັງ ແລະ ສົກກະປົກທີ່ສຸດໃນບັນດາສະຖານທີ່ທັງປວງ ແລະ ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດສະແດງຢ່າງຊັດເຈນເຖິງອຸປະນິໄສອັນບໍລິສຸດ ແລະ ຊອບທຳທັງໝົດຂອງພຣະອົງ. ແລ້ວອຸປະນິໄສອັນຊອບທຳຂອງພຣະອົງຖືກສະແດງອອກຜ່ານຫຍັງ? ມັນຖືກສະແດງອອກ ເມື່ອພຣະອົງພິພາກສາຄວາມຜິດບາບຂອງມະນຸດ, ເມື່ອພຣະອົງພິພາກສາຊາຕານ, ເມື່ອພຣະອົງກຽດຊັງຄວາມຜິດບາບ ແລະ ເມື່ອພຣະອົງລັງກຽດສັດຕູທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ພຣະທຳທີ່ເຮົາກ່າວໃນມື້ນີ້ແມ່ນເພື່ອພິພາກສາຄວາມຜິດບາບຂອງມະນຸດ, ເພື່ອພິພາກສາຄວາມບໍ່ຊອບທຳຂອງມະນຸດ, ເພື່ອສາບແຊ່ງຄວາມບໍ່ເຊື່ອຟັງຂອງມະນຸດ. ຄວາມບໍ່ຊື່ສັດ ແລະ ຄວາມທໍລະຍົດຂອງມະນຸດ, ຄຳເວົ້າ ແລະ ການກະທຳຂອງມະນຸດ, ທຸກສິ່ງທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຕ້ອງຕົກຢູ່ພາຍໃຕ້ການພິພາກສາ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດແມ່ນໄດ້ຖືກປະນາມວ່າເປັນຄວາມຜິດບາບ. ພຣະທຳຂອງພຣະອົງກ່ຽວພັນກັບຫຼັກການແຫ່ງການພິພາກສາ; ພຣະອົງໃຊ້ການພິພາກສາແຫ່ງຄວາມບໍ່ຊອບທຳຂອງມະນຸດ, ຄຳສາບແຊ່ງແຫ່ງຄວາມກະບົດຂອງມະນຸດ ແລະ ການເປີດໂປງໃບໜ້າທີ່ຂີ້ຮ້າຍຂອງມະນຸດເພື່ອສະແດງອອກເຖິງອຸປະນິໄສອັນຊອບທຳຂອງພຣະອົງ. ຄວາມບໍລິສຸດເປັນຕົວແທນໃຫ້ແກ່ອຸປະນິໄສອັນຊອບທຳຂອງພຣະອົງ ແລະ ໃນຄວາມເປັນຈິງແລ້ວ ຄວາມບໍລິສຸດຂອງພຣະເຈົ້າຄືອຸປະນິໄສອັນຊອບທຳແທ້ຈິງຂອງພຣະອົງ. ອຸປະນິໄສອັນເສື່ອມຊາມຂອງພວກເຈົ້າແມ່ນບໍລິບົດແຫ່ງພຣະທຳໃນປັດຈຸບັນ, ເຮົາໃຊ້ພວກມັນເພື່ອກ່າວ ແລະ ພິພາກສາ ແລະ ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະ. ສິ່ງນີ້ເທົ່ານັ້ນຄືພາລະກິດທີ່ແທ້ຈິງ ແລະ ສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ຄວາມບໍລິສຸດຂອງພຣະເຈົ້າແຈ້ງສະຫວ່າງຢ່າງສົມບູນ. ຖ້າບໍ່ມີຮ່ອງຮອຍຂອງອຸປະນິໄສອັນເສື່ອມຊາມໃນຕົວເຈົ້າ, ແລ້ວພຣະເຈົ້າຈະບໍ່ພິພາກສາເຈົ້າ ຫຼື ພຣະອົງຈະບໍ່ສະແດງອຸປະນິໄສອັນຊອບທຳຂອງພຣະອົງຕໍ່ເຈົ້າ. ຍ້ອນເຈົ້າມີອຸປະນິໄສອັນເສື່ອມຊາມ, ພຣະເຈົ້າຈະບໍ່ປ່ອຍເຈົ້າໄປ ແລະ ມັນແມ່ນຜ່ານສິ່ງນີ້ ຄວາມບໍລິສຸດຂອງພຣະອົງຈຶ່ງຖືກສະແດງອອກ. ຖ້າພຣະເຈົ້າເຫັນວ່າ ຄວາມສົກກະປົກ ແລະ ຄວາມກະບົດຂອງມະນຸດມີຫຼາຍເກີນໄປ ແຕ່ພຣະອົງບໍ່ໄດ້ກ່າວ ຫຼື ພິພາກສາເຈົ້າ ຫຼື ບໍ່ໄດຂ້ຽນຕີເຈົ້າ ຍ້ອນຄວາມບໍ່ຊອບທຳຂອງເຈົ້າ, ແລ້ວສິ່ງນີ້ກໍຈະພິສູດວ່າພຣະອົງບໍ່ແມ່ນພຣະເຈົ້າ, ຍ້ອນວ່າພຣະອົງຈະບໍ່ມີຄວາມກຽດຊັງຄວາມຜິດບາບ; ພຣະອົງຈະສົກກະປົກຄືກັບມະນຸດ. ໃນປັດຈຸບັນ, ມັນເປັນຍ້ອນຄວາມສົກກະປົກຂອງເຈົ້າ ເຮົາຈຶ່ງພິພາກສາເຈົ້າ ແລະ ມັນເປັນຍ້ອນຄວາມເສື່ອມຊາມ ແລະ ຄວາມກະບົດຂອງເຈົ້າ ເຮົາຈຶ່ງຂ້ຽນຕີເຈົ້າ. ເຮົາບໍ່ໄດ້ໂອ້ອວດລິດອຳນາດຂອງເຮົາຕໍ່ພວກເຈົ້າ ຫຼື ຕັ້ງໃຈກົດຂີ່ພວກເຈົ້າ; ເຮົາເຮັດສິ່ງເຫຼົ່ານີ້ ກໍຍ້ອນພວກເຈົ້າຜູ້ທີ່ເກີດໃນດິນແດນອັນສົກກະປົກນີ້ ຖືກເຮັດໃຫ້ເປິເປື້ອນດ້ວຍຄວາມສົກກະປົກຢ່າງຮຸນແຮງ. ພວກເຈົ້າໄດ້ສູນເສຍຄວາມຊື່ສັດ ແລະ ຄວາມເປັນມະນຸດຂອງພວກເຈົ້າໄປແລ້ວ ແລະ ພວກເຈົ້າໄດ້ກາຍມາເປັນໝູທີ່ເກີດໃນມຸມທີ່ສົກກະປົກທີ່ສຸດຂອງໂລກ ແລະ ດ້ວຍເຫດນັ້ນ ມັນເປັນຍ້ອນສິ່ງນີ້ ພວກເຈົ້າຈຶ່ງຖືກພິພາກສາ ແລະ ເຮົາຈຶ່ງປ່ອຍຄວາມໂກດຮ້າຍຂອງເຮົາມາເຖິງພວກເຈົ້າ. ມັນເປັນຍ້ອນການພິພາກສານີ້ແທ້ໆ ພວກເຈົ້າຈຶ່ງສາມາດເຫັນວ່າພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ພຣະເຈົ້າເປັນພຣະເຈົ້າທີ່ບໍລິສຸດ; ມັນເປັນຍ້ອນຄວາມບໍລິສຸດຂອງພຣະອົງ ແລະ ຄວາມຊອບທຳຂອງພຣະອົງແທ້ໆ, ພຣະອົງຈຶ່ງພິພາກສາພວກເຈົ້າ ແລະ ປ່ອຍຄວາມໂກດຮ້າຍຂອງພຣະອົງໃສ່ພວກເຈົ້າ. ຍ້ອນພຣະອົງສາມາດເປີດເຜີຍອຸປະນິໄສອັນຊອບທຳຂອງພຣະອົງ ເມື່ອພຣະອົງເຫັນຄວາມກະບົດຂອງມະນຸດ ແລະ ຍ້ອນພຣະອົງສາມາດເປີດເຜີຍຄວາມບໍລິສຸດຂອງພຣະອົງ ເມື່ອພຣະອົງເຫັນຄວາມສົກກະປົກຂອງມະນຸດ, ສິ່ງນີ້ກໍພຽງພໍທີ່ຈະສະແດງວ່າ ພຣະອົງເປັນພຣະເຈົ້າເອງ ຜູ້ທີ່ບໍລິສຸດ ແລະ ສົມບູນ ແລະ ຍັງດຳລົງຊີວິດຢູ່ໃນດິນແດນທີ່ສົກກະປົກ. ຖ້າບຸກຄົນໃດໜຶ່ງ ກິ້ງເກືອກໃນບຶງໜອງກັບຄົນອື່ນ ແລະ ບໍ່ມີຫຍັງທີ່ບໍລິສຸດກ່ຽວກັບເຂົາ ແລະ ເຂົາບໍ່ມີອຸປະນິໄສທີ່ຊອບທຳ, ແລ້ວເຂົາກໍຈະບໍ່ມີຄຸນສົມບັດພິພາກສາຄວາມຊົ່ວຮ້າຍຂອງມະນຸດ ຫຼື ເຂົາຈະບໍ່ເໝາະສົມປະຕິບັດການພິພາກສາຂອງມະນຸດ. ຖ້າບຸກຄົນໜຶ່ງຈະຕັດສິນອີກຄົນໜຶ່ງ, ມັນຈະບໍ່ເປັນຄືກັບວ່າພວກເຂົາຕົບໜ້າກັນເອງບໍ? ຜູ້ຄົນທີ່ສົກກະປົກສໍ່າກັບອີກຄົນໜຶ່ງຈະສາມາດມີຄຸນສົມບັດພິພາກສາຄົນທີ່ເປັນຄືກັບພວກເຂົາໄດ້ແນວໃດ? ມີພຽງແຕ່ພຣະເຈົ້າອົງບໍລິສຸດເທົ່ານັ້ນທີ່ສາມາດພິພາກສາມະນຸດຊາດສົກກະປົກທັງປວງ. ມະນຸດຈະສາມາດພິພາກສາຄວາມຜິດບາບຂອງມະນຸດໄດ້ແນວໃດ? ມະນຸດຈະສາມາດເຫັນຄວາມຜິດບາບຂອງມະນຸດ ແລະ ມະນຸດຈະສາມາດມີຄຸນສົມບັດເພື່ອປະນາມຄວາມຜິດບາບເຫຼົ່ານີ້ໄດ້ແນວໃດ? ຖ້າພຣະເຈົ້າບໍ່ມີຄຸນສົມບັດພິພາກສາຄວາມຜິດບາບຂອງມະນຸດ, ແລ້ວພຣະອົງຈະເປັນພຣະເຈົ້າທີ່ຊອບທຳໄດ້ແນວໃດ? ເມື່ອອຸປະນິໄສອັນເສື່ອມຊາມຂອງຜູ້ຄົນຖືກເປີດເຜີຍອອກ, ພຣະເຈົ້າກໍກ່າວເພື່ອພິພາກສາຜູ້ຄົນ ແລະ ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງເຫັນວ່າພຣະອົງບໍລິສຸດ. ໃນຂະນະທີ່ພຣະອົງພິພາກສາ ແລະ ຂ້ຽນຕີມະນຸດຍ້ອນຄວາມຜິດບາບຂອງເຂົາ, ໃນຂະນະດຽວກັນກໍເປີດໂປງຄວາມຜິດບາບຂອງມະນຸດ, ບໍ່ມີຜູ້ໃດ ຫຼື ສິ່ງໃດສາມາດຫຼົບໜີການພິພາກສານີ້; ທຸກສິ່ງທີ່ສົກກະປົກແມ່ນຖືກພຣະອົງພິພາກສາ ແລະ ມັນແມ່ນດ້ວຍເຫດນີ້ເທົ່ານັ້ນ ອຸປະນິໄສຂອງພຣະອົງຈຶ່ງສາມາດເວົ້າໄດ້ວ່າຊອບທຳ. ຖ້າບໍ່ດັ່ງນັ້ນ, ມັນຈະສາມາດເວົ້າໄດ້ແນວໃດວ່າພວກເຈົ້າຄືຕົວປະກອບທັງໃນນາມ ແລະ ແທ້ຈິງ?
... ມັນແມ່ນຜ່ານຜູ້ຄົນທີ່ມາຈາກດິນແດນທີ່ສົກກະປົກ, ຄວາມບໍລິສຸດຂອງພຣະເຈົ້າຈຶ່ງຖືກສະແດງອອກ; ໃນປັດຈຸບັນ, ພຣະອົງໃຊ້ຄວາມສົກກະປົກທີ່ສະແດງອອກໃນຜູ້ຄົນເຫຼົ່ານີ້ທີ່ຢູ່ໃນດິນແດນແຫ່ງຄວາມສົກກະປົກນີ້ເພື່ອພິພາກສາ ແລະ ດັ່ງນັ້ນ ສິ່ງດັ່ງກ່າວຈຶ່ງເປັນສິ່ງທີ່ຖືກສະແດງອອກທ່າມກາງການພິພາກສາ. ເປັນຫຍັງພຣະອົງຈຶ່ງພິພາກສາ? ພຣະອົງສາມາດກ່າວພຣະທຳແຫ່ງການພິພາກສາກໍ ຍ້ອນພຣະອົງກຽດຊັງຄວາມຜິດບາບ; ພຣະອົງຈະສາມາດໃຈຮ້າຍແບບນັ້ນໄດ້ແນວໃດ ຖ້າພຣະອົງບໍ່ກຽດຊັງຄວາມກະບົດຂອງມະນຸດຊາດ? ຖ້າບໍ່ມີຄວາມເບື່ອໜ່າຍພາຍໃນພຣະອົງ, ບໍ່ມີຄວາມລັງກຽດຢ່າງແຮງ, ຖ້າພຣະອົງບໍ່ສົນໃຈຕໍ່ຄວາມກະບົດຂອງຜູ້ຄົນ, ແລ້ວນັ້ນກໍຈະພິສູດວ່າພຣະອົງສົກກະປົກສໍ່າກັບມະນຸດ. ການທີ່ພຣະອົງສາມາດພິພາກສາ ແລະ ຂ້ຽນຕີມະນຸດກໍແມ່ນຍ້ອນພຣະອົງກຽດຊັງຄວາມສົກກະປົກ ແລະ ສິ່ງທີ່ພຣະອົງກຽດຊັງແມ່ນບໍ່ມີຢູ່ໃນພຣະອົງ. ຖ້າມີຄວາມຕໍ່ຕ້ານ ແລະ ຄວາມກະບົດໃນພຣະອົງເຊັ່ນກັນ, ພຣະອົງຈະບໍ່ກຽດຊັງຄົນທີ່ຕໍ່ຕ້ານ ແລະ ກະບົດ. ຖ້າພາລະກິດແຫ່ງຍຸກສຸດທ້າຍຖືກປະຕິບັດໃນອິດສະຣາເອັນ, ຈະບໍ່ມີຄວາມໝາຍຫຍັງໃນພາລະກິດນັ້ນເລີຍ. ເປັນຫຍັງພາລະກິດແຫ່ງຍຸກສຸດທ້າຍຈຶ່ງເກີດຂຶ້ນໃນປະເທດຈີນ ເຊິ່ງເປັນສະຖານທີ່ໆມືດມົວທີ່ສຸດ ແລະ ຫຼ້າຫຼັງທີ່ສຸດໃນບັນດາສະຖານທີ່ທັງປວງ? ມັນແມ່ນເພື່ອສະແດງຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະອົງ. ສະຫຼຸບກໍຄື ຍິ່ງສະຖານທີ່ມືດມົວສໍ່າໃດ, ຄວາມບໍລິສຸດຂອງພຣະເຈົ້າກໍຍິ່ງຖືກສະແດງອອກມາຢ່າງຊັດເຈນສໍ່ານັ້ນ. ໃນຄວາມເປັນຈິງແລ້ວ, ທຸກສິ່ງນີ້ແມ່ນເພື່ອເຫັນແກ່ພາລະກິດຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ
570. ເຮົາໄດ້ເຫັນການກະທຳຕ່າງໆຂອງວິນຍານຊົ່ວຮ້າຍຢ່າງຊັດເຈນຕັ້ງແຕ່ດົນນານມາແລ້ວ. ແລ້ວເຮົາກໍຍັງເບິ່ງຄົນທີ່ຖືກວິນຍານຊົ່ວຮ້າຍໃຊ້ນັ້ນອອກ (ບັນດາຜູ້ທີ່ມີເຈດຕະນາຜິດ, ບັນດາຜູ້ທີ່ປາຖະໜາຫາເນື້ອໜັງ ຫຼື ຄວາມຮັ່ງມີ, ບັນດາຜູ້ທີ່ສັນລະເສີນຕົນເອງ, ບັນດາຜູ້ຄົນທີ່ເຮັດໃຫ້ຄຣິສຕະຈັກແຕກແຍກກັນ, ອື່ນໆ). ຢ່າຄິດວ່າທຸກສິ່ງຈົບລົງຫຼັງຈາກທີ່ວິນຍານຊົ່ວຮ້າຍຖືກໂຍນຖິ້ມ. ເຮົາຊີຂໍບອກເຈົ້າແນວນີ້! ຕັ້ງແຕ່ນີ້ເປັນຕົ້ນໄປ, ເຮົາຈະກໍາຈັດຄົນເຫຼົ່ານີ້ເທື່ອລະຄົນ ໂດຍທີ່ບໍ່ໃຊ້ພວກເຂົາອີກຕໍ່ໄປຈັກເທື່ອ! ນັ້ນໝາຍຄວາມວ່າ ຄົນໃດກໍຕາມທີ່ຖືກວິນຍານຊົ່ວຮ້າຍເຮັດໃຫ້ເສື່ອມຊາມຈະບໍ່ຖືກເຮົາໃຊ້ ແລະ ຈະຖືກເຕະອອກໄປ! ຢ່າຄິດວ່າເຮົາບໍ່ມີຄວາມຮູ້ສຶກ! ຈົ່ງຮູ້ສິ່ງນີ້ໄວ້! ເຮົາເປັນພຣະເຈົ້າທີ່ບໍລິສຸດ ແລະ ເຮົາຈະບໍ່ອາໄສຢູ່ໃນພຣະວິຫານທີ່ສົກກະປົກ! ເຮົາພຽງແຕ່ໃຊ້ຄົນທີ່ຊື່ສັດ ແລະ ມີສະຕິປັນຍາ ທີ່ຈົ່ງຮັກພັກດີຕໍ່ເຮົາແທ້ໆ ແລະ ສາມາດຄຳນຶງເຖິງພາລະຂອງເຮົາ. ນີ້ກໍເພາະວ່າຄົນປະເພດດັ່ງກ່າວແມ່ນຖືກເຮົາກຳນົດໄວ້ລ່ວງໜ້າແລ້ວ ແລະ ແນ່ນອນຢູ່ແລ້ວວ່າ ບໍ່ມີວິນຍານຊົ່ວຮ້າຍປະຕິບັດພາລະກິດໃນພວກເຂົາເລີຍ. ໃຫ້ເຮົາເຮັດອີກສິ່ງໜຶ່ງໃຫ້ຊັດເຈນເຊິ່ງກໍຄື: ຕັ້ງແຕ່ນີ້ເປັນຕົ້ນໄປ ທຸກຄົນທີ່ບໍ່ມີພາລະກິດຂອງພຣະວິນຍານບໍລິສຸດກໍມີພາລະກິດຂອງວິນຍານຊົ່ວຮ້າຍ. ໃຫ້ເຮົາເວົ້າຢໍ້າອີກຄັ້ງ: ເຮົາບໍ່ຕ້ອງການແມ່ນແຕ່ຄົນດຽວທີ່ມີພາລະກິດຂອງວິນຍານຊົ່ວຮ້າຍ. ພວກເຂົາທຸກຄົນຈະຖືກໂຍນລົງສູ່ດິນແດນມໍລະນາພ້ອມກັບເນື້ອໜັງຂອງພວກເຂົາ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 76
571. ເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່ແມ່ນເນື້ອໜັງຂອງພຣະເຈົ້າເອງ. ພຣະວິນຍານຂອງພຣະເຈົ້າສູງສຸດ; ພຣະອົງຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາ. ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງກໍສູງສຸດ, ຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາເຊັ່ນກັນ. ເນື້ອໜັງດັ່ງກ່າວແມ່ນພຽງແຕ່ສາມາດເຮັດໃນສິ່ງທີ່ຊອບທໍາ ແລະ ເປັນປະໂຫຍດແກ່ມະນຸດຊາດ, ເຮັດໃນສິ່ງທີ່ບໍລິສຸດ, ມີສະຫງ່າລາສີ ແລະ ຍິ່ງໃຫຍ່; ພຣະອົງບໍ່ສາມາດເຮັດສິ່ງທີ່ລະເມີດຄວາມຈິງ, ລະເມີດສິນທໍາ ແລະ ຄວາມຍຸຕິທໍາ ແລ້ວແຮງໄກທີ່ພຣະອົງຈະສາມາດເຮັດສິ່ງທີ່ທໍລະຍົດພຣະວິນຍານຂອງພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ດ້ວຍເຫດນັ້ນ ເນື້ອໜັງຂອງພຣະອົງຈຶ່ງບໍ່ສາມາດຖືກຊາຕານເຮັດໃຫ້ເສື່ອມຊາມ; ເນື້ອໜັງຂອງພຣະອົງມີແກ່ນແທ້ທີ່ແຕກຕ່າງຈາກເນື້ອໜັງຂອງມະນຸດ. ຍ້ອນເປັນມະນຸດ ບໍ່ແມ່ນພຣະເຈົ້າ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ; ຊາຕານບໍ່ສາມາດເຮັດໃຫ້ເນື້ອໜັງຂອງພຣະເຈົ້າເສື່ອມຊາມໄດ້. ສະນັ້ນ, ເຖິງວ່າມະນຸດ ແລະ ພຣະຄຣິດຈະອາໄສຢູ່ພາຍໃນພື້ນທີ່ດຽວກັນ, ມີພຽງແຕ່ມະນຸດເທົ່ານັ້ນທີ່ຖືກຊາຕານຄອບງໍາ, ນໍາໃຊ້ ແລະ ດັກຈັບ. ໃນທາງກົງກັນຂ້າມ, ພຣະຄຣິດແມ່ນມີຄວາມແຂງແກ່ນຕໍ່ຄວາມເສື່ອມຊາມຂອງຊາຕານຢູ່ຕະຫຼອດການ ຍ້ອນວ່າ ຊາຕານຈະບໍ່ສາມາດຂຶ້ນໄປຢູ່ບ່ອນທີ່ສູງທີ່ສຸດຈັກເທື່ອ ແລະ ຈະບໍ່ສາມາດຍັບເຂົ້າໃກ້ພຣະເຈົ້າໄດ້ຈັກເທື່ອ. ມື້ນີ້, ພວກເຈົ້າທຸກຄົນຄວນເຂົ້າໃຈວ່າ ມີແຕ່ມະນຸດເທົ່ານັ້ນ ຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ທີ່ທໍລະຍົດເຮົາ. ການທໍລະຍົດຈະບໍ່ເປັນບັນຫາທີ່ກ່ຽວຂ້ອງກັບພຣະຄຣິດແມ່ນແຕ່ໜ້ອຍດຽວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)
572. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມບໍ່ເຊື່ອຟັງ; ທາດແທ້ຂອງພຣະອົງແມ່ນດີ. ພຣະອົງສະແດງໃຫ້ເຫັນເຖິງຄວາມສວຍງາມ ແລະ ຄວາມດີທຸກຢ່າງ ພ້ອມທັງຄວາມຮັກທັງໝົດ. ແມ່ນແຕ່ໃນເນື້ອໜັງ ພຣະເຈົ້າກໍບໍ່ເຮັດສິ່ງໃດທີ່ບໍ່ເຊື່ອຟັງພຣະເຈົ້າພຣະບິດາ. ເຖິງແມ່ນຕ້ອງເສຍສະລະຊີວິດຂອງພຣະອົງ ພຣະອົງກໍເຕັມໃຈ ແລະ ບໍ່ຕັດສິນໃຈແບບອື່ນ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມຄິດວ່າຕົນເອງຖືກຕ້ອງ ແລະ ການເຫັນວ່າຕົນເອງສຳຄັນ ຫຼື ການຫຼອກລວງ ແລະ ຄວາມອວດດີ; ພຣະອົງບໍ່ມີອົງປະກອບແຫ່ງຄວາມບໍ່ຊື່ສັດ. ທຸກຄົນທີ່ບໍ່ເຊື່ອຟັງພຣະເຈົ້າມາຈາກຊາຕານ; ຊາຕານເປັນຕົ້ນເຫດແຫ່ງຄວາມໜ້າລັງກຽດ ແລະ ຄວາມຊົ່ວຮ້າຍທັງໝົດ. ເຫດຜົນທີ່ມະນຸດມີຄຸນສົມບັດຄ້າຍຄືກັບຂອງຊາຕານກໍຍ້ອນມະນຸດໄດ້ຖືກເຮັດໃຫ້ເສື່ອມໂຊມ ແລະ ຈັດການໂດຍຊາຕານ. ພຣະຄຣິດບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມໂຊມ ດ້ວຍເຫດນີ້ ພຣະອົງຈຶ່ງມີພຽງແຕ່ລັກສະນະຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ມີລັກສະນະຂອງຊາຕານ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ
573. “ຄວາມບໍລິສຸດຂອງພຣະເຈົ້າ” ໝາຍຄວາມວ່າແກ່ນແທ້ຂອງພຣະເຈົ້າບໍ່ມີຂໍ້ບົກຜ່ອງ, ຄວາມຮັກຂອງພຣະເຈົ້າບໍ່ເຫັນແກ່ຕົວ, ທຸກສິ່ງທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດແມ່ນສິ່ງທີ່ບໍ່ເຫັນແກ່ຕົວ ຄວາມບໍລິສຸດຂອງພຣະເຈົ້າບໍ່ມີມົນທິນ ແລະ ບໍ່ມີຄວາມຜິດ. ຮູບລັກສະນະແກ່ນແທ້ເຫຼົ່ານີ້ຂອງພຣະເຈົ້າບໍ່ແມ່ນພຽງຄຳເວົ້າທີ່ພຣະອົງໃຊ້ເພື່ອ ໂອ້ອວດເຖິງສະຖານະຂອງພຣະອົງ, ແຕ່ກົງກັນຂ້າມ ພຣະເຈົ້າໃຊ້ແກ່ນແທ້ຂອງພຣະອົງເພື່ອປະຕິບັດຕໍ່ແຕ່ລະຄົນດ້ວຍຄວາມຈິງໃຈຢ່າງງຽບໆ. ເວົ້າອີກຢ່າງໜຶ່ງກໍຄື ແກ່ນແທ້ຂອງພຣະເຈົ້າບໍ່ແມ່ນສິ່ງທີ່ວ່າງເປົ່າ ຫຼື ມັນບໍ່ແມ່ນທິດສະດີ ຫຼື ຄຳສັ່ງສອນ ແລະ ມັນບໍ່ແມ່ນຄວາມຮູ້ປະເພດໃດໜຶ່ງແນ່ນອນ. ມັນບໍ່ແມ່ນການສຶກສາປະເພດໃດໜຶ່ງສຳລັບມະນຸດ; ກົງກັນຂ້າມ ມັນຄືການເປີດເຜີຍທີ່ແທ້ຈິງກ່ຽວກັບການກະທຳຂອງພຣະເຈົ້າເອງ ແລະ ເປີດເຜີຍເຖິງແກ່ນແທ້ຂອງສິ່ງທີ່ພຣະເຈົ້າມີ ແລະ ເປັນ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VI
574. ຄວາມບໍລິສຸດຂອງພຣະເຈົ້າທີ່ເຮົາກ່າວເຖິງແມ່ນຫຍັງ? ໃຫ້ຄິດກ່ຽວກັບສິ່ງນັ້ນບຶດໜຶ່ງ. ຄວາມບໍລິສຸດຂອງພຣະເຈົ້າແມ່ນຄວາມເປັນຈິງຂອງພຣະອົງບໍ? ຄວາມບໍລິສຸດຂອງພຣະເຈົ້າແມ່ນຄວາມຊື່ສັດຂອງພຣະອົງບໍ? ຄວາມບໍລິສຸດຂອງພຣະເຈົ້າແມ່ນຄວາມບໍ່ເຫັນແກ່ຕົວຂອງພຣະອົງ? ມັນແມ່ນຄວາມຖ່ອມຕົວຂອງພຣະອົງບໍ? ມັນແມ່ນຄວາມຮັກຂອງພຣະອົງບໍ? ພຣະເຈົ້າປະທານຄວາມຈິງ ແລະ ຊີວິດໃຫ້ກັບມະນຸດຢ່າງບໍ່ຈໍາກັດ ສິ່ງນີ້ແມ່ນຄວາມບໍລິສຸດຂອງພຣະອົງບໍ? (ແມ່ນແລ້ວ). ທຸກສິ່ງເຫຼົ່ານີ້ທີ່ພຣະເຈົ້າເປີດເຜີຍແມ່ນເປັນເອກະລັກ ແລະ ບໍ່ມີຢູ່ພາຍໃນມະນຸດຊາດທີ່ເສື່ອມຊາມ ແລະ ມັນບໍ່ສາມາດເຫັນໄດ້ໃນມະນຸດຊາດ. ບໍ່ມີຮ່ອງຮອຍຂອງຄວາມບໍລິສຸດແມ່ນແຕ່ໜ້ອຍດຽວທີ່ສາມາດເຫັນໄດ້ຢູ່ໃນລະຫວ່າງທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ ຫຼື ໃນອຸປະນິໄສທີ່ເສື່ອມຊາມຂອງຊາຕານ ຫຼື ໃນແກ່ນແທ້ ຫຼື ທຳມະຊາດຂອງຊາຕານ. ທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນແມ່ນເປັນເອກະລັກ; ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີ ແລະ ຄອບຄອງທາດແທ້ປະເພດນີ້... ແກ່ນແທ້ຂອງຄວາມບໍລິສຸດແມ່ນຄວາມຮັກທີ່ແທ້ຈິງ, ແຕ່ສໍາຄັນໄປກວ່ານັ້ນກໍຄືມັນເປັນແກ່ນແທ້ແຫ່ງຄວາມຈິງ, ຄວາມຊອບທຳ ແລະ ແສງສະຫວ່າງ. ຄຳວ່າ “ບໍລິສຸດ” ພຽງແຕ່ເໝາະສົມເມື່ອໃຊ້ກັບພຣະເຈົ້າເທົ່ານັ້ນ; ບໍ່ມີຫຍັງໃນການເນລະມິດສ້າງທີ່ສົມຄວນແກ່ການຖືກເອີ້ນວ່າ “ບໍລິສຸດ”. ມະນຸດຕ້ອງເຂົ້າໃຈສິ່ງນີ້.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VI
575. ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ ພຣະອົງບໍ່ໄດ້ມາຈາກໂລກ ແລະ ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງເພື່ອເພີດເພີນກັບໂລກ. ສະຖານທີ່ໆການປະຕິບັດພາລະກິດຈະເປີດເຜີຍອຸປະນິໄສຂອງພຣະອົງ ແລະ ມີຄວາມໝາຍທີ່ສຸດກໍຄືສະຖານທີ່ໆພຣະອົງກໍາເນີດ. ບໍ່ວ່າມັນຈະເປັນດິນແດນທີ່ບໍລິສຸດ ຫຼື ສົກກະປົກ ແລະ ບໍ່ວ່າພຣະອົງຈະປະຕິບັດພາລະກິດຢູ່ໃສ, ພຣະອົງກໍບໍລິສຸດ. ທຸກສິ່ງໃນແຜ່ນດິນໂລກຖືກສ້າງໂດຍພຣະອົງ; ພຽງແຕ່ວ່າທຸກສິ່ງຖືກຊາຕານເຮັດໃຫ້ເສື່ອມຊາມເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ທຸກສິ່ງກໍຍັງເປັນຂອງພຣະອົງ; ພວກມັນລ້ວນແລ້ວແຕ່ຢູ່ໃນມືຂອງພຣະອົງ. ພຣະອົງມາສູ່ດິນແດນທີ່ສົກກະປົກ ແລະ ປະຕິບັດພາລະກິດເພື່ອເປີດເຜີຍຄວາມບໍລິສຸດຂອງພຣະອົງ; ພຣະອົງພຽງເຮັດສິ່ງນີ້ເພື່ອເຫັນແກ່ພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງອົດກັ້ນຕໍ່ຄວາມອັບອາຍຢ່າງຫຼວງຫຼາຍເພື່ອປະຕິບັດພາລະກິດແບບນີ້ໃນການຊ່ວຍຜູ້ຄົນໃຫ້ລອດພົ້ນໃນດິນແດນທີ່ສົກກະປົກນີ້. ການເຮັດແບບນີ້ກໍເພື່ອເປັນພະຍານໃຫ້ກັບມະນຸດຊາດທັງປວງ. ສິ່ງທີ່ພາລະກິດດັ່ງກ່າວສະແດງໃຫ້ຜູ້ຄົນເຫັນກໍຄືອຸປະນິໄສຂອງພຣະເຈົ້າ ແລະ ມັນຍັງສາມາດສະແດງເຖິງຄວາມເລີດລໍ້າຂອງພຣະເຈົ້າໄດ້ດີກວ່າ. ຄວາມຍິ່ງໃຫຍ່ ແລະ ຄວາມທ່ຽງທໍາຂອງພຣະອົງຖືກສະແດງຜ່ານຄວາມລອດພົ້ນຂອງກຸ່ມຄົນທີ່ຕໍ່າຕ້ອຍທີ່ຄົນອື່ນລັງກຽດ. ການເກີດໃນດິນແດນທີ່ສົກກະປົກບໍ່ໄດ້ພິສູດເລີຍວ່າພຣະອົງຕໍ່າຕ້ອຍ; ມັນພຽງແຕ່ເຮັດໃຫ້ສິ່ງຊົງສ້າງທັງໝົດຂອງພຣະອົງໄດ້ເຫັນເຖິງຄວາມຍິ່ງໃຫຍ່ ແລະ ຄວາມຮູ້ທີ່ແທ້ຈິງທີ່ພຣະອົງມີໃຫ້ກັບມະນຸດຊາດ. ຍິ່ງພຣະອົງເຮັດແບບນີ້, ມັນຍິ່ງເປີດເຜີຍເຖິງຄວາມຮັກທີ່ບໍລິສຸດ ແລະ ຄວາມຮັກທີ່ບໍ່ມີຂໍ້ບົກຜ່ອງຂອງພຣະອົງທີ່ມີຕໍ່ມະນຸດຊາດ. ພຣະເຈົ້າບໍລິສຸດ ແລະ ຊອບທຳ. ເຖິງແມ່ນພຣະອົງເກີດໃນດິນແດນທີ່ສົກກະປົກ ແລະ ເຖິງແມ່ນພຣະອົງດຳລົງຊີວິດກັບຄົນທີ່ເຕັມໄປດ້ວຍຄວາມສົກກະປົກ ເໝືອນກັບທີ່ພຣະເຢຊູດຳລົງຊີວິດກັບຄົນບາບໃນຍຸກແຫ່ງພຣະຄຸນ, ພາລະກິດທັງໝົດຂອງພຣະອົງບໍ່ແມ່ນເພື່ອຄວາມຢູ່ລອດຂອງມວນມະນຸດຊາດບໍ? ມັນບໍ່ໄດ້ເປັນແບບນັ້ນເພື່ອມະນຸດຊາດຈະສາມາດຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ບໍ? ສອງພັນປີກ່ອນ ພຣະອົງດຳລົງຊີວິດກັບຄົນບາບເປັນເວລາຫຼາຍປີ. ນັ້ນກໍເພື່ອການໄຖ່ບາບ. ໃນປັດຈຸບັນ, ພຣະອົງດຳລົງຊີວິດກັບກຸ່ມຄົນທີ່ສົກກະປົກ ແລະ ຕໍ່າຕ້ອຍ. ນີ້ແມ່ນເພື່ອຄວາມລອດພົ້ນ. ພາລະກິດທັງໝົດບໍ່ແມ່ນເພື່ອພວກເຈົ້າ, ມະນຸດທັງຫຼາຍບໍ? ຖ້າມັນບໍ່ແມ່ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ເປັນຫຍັງພຣະອົງຈຶ່ງດຳລົງຊີວິດ ແລະ ທົນທຸກກັບຄົນບາບເປັນເວລາຫຼາຍປີຫຼັງຈາກທີ່ເກີດໃນຮາງຫຍ້າ? ແລ້ວຖ້າບໍ່ແມ່ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ເປັນຫຍັງພຣະອົງຈຶ່ງກັບຄືນມາເປັນເນື້ອໜັງເປັນຄັ້ງທີສອງ, ເກີດໃນດິນແດນນີ້ທີ່ເຕັມໄປດ້ວຍຜີຮ້າຍຊຸມນຸມກັນ ແລະ ດຳລົງຊີວິດກັບຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ? ພຣະເຈົ້າບໍ່ຊື່ສັດບໍ? ມີພາລະກິດໃດແດ່ຂອງພຣະອົງທີ່ບໍ່ແມ່ນເພື່ອມະນຸດຊາດ? ມີພາລະກິດໃດທີ່ບໍ່ແມ່ນເພື່ອໂຊກຊະຕາຂອງພວກເຈົ້າ? ພຣະເຈົ້າບໍລິສຸດ. ສິ່ງນີ້ປ່ຽນແປງບໍ່ໄດ້! ພຣະອົງບໍ່ໄດ້ຖືກເຮັດໃຫ້ເປິເປື້ອນໂດຍຄວາມສົກກະປົກ ເຖິງແມ່ນພຣະອົງໄດ້ມາສູ່ດິນແດນທີ່ສົກກະປົກ; ທຸກສິ່ງເຫຼົ່ານີ້ພຽງແຕ່ໝາຍຄວາມວ່າ ຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດແມ່ນບໍ່ເຫັນແກ່ຕົວເລີຍ, ການທົນທຸກ ແລະ ຄວາມອັບອາຍທີ່ພຣະອົງອົດກັ້ນກໍຍິ່ງໃຫຍ່ຫຼາຍ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ
576. ແນວຄິດຂອງເຈົ້າ, ຄວາມຄິດຂອງເຈົ້າ, ພຶດຕິກຳຂອງເຈົ້າ, ຄຳເວົ້າ ແລະ ການກະທຳຂອງເຈົ້າ, ທຸກການສະແດງອອກເຫຼົ່ານີ້ບໍ່ເທົ່າກັບການເປັນຕົວປະກອບໃນຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະເຈົ້າບໍ? ການເວົ້າຂອງພວກເຈົ້າບໍ່ແມ່ນການສະແດງອອກເຖິງອຸປະນິໄສອັນເສື່ອມຊາມທີ່ຖືກເປີດເຜີຍໂດຍພຣະທຳຂອງພຣະເຈົ້າບໍ? ຄວາມຄິດ ແລະ ແນວຄິດຂອງເຈົ້າ, ແຮງຈູງໃຈຂອງເຈົ້າ ແລະ ຄວາມເສື່ອມຊາມທີ່ຖືກເປີດເຜີຍໃນຕົວເຈົ້າສະແດງເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າ ພ້ອມທັງເປັນຄວາມບໍລິສຸດຂອງພຣະອົງ. ພຣະເຈົ້າກໍເກີດໃນດິນແດນທີ່ສົກກະປົກເຊັ່ນກັນ ແຕ່ພຣະອົງຍັງບໍ່ໄດ້ເປິເປື້ອນໄປດ້ວຍຄວາມສົກກະປົກ. ພຣະອົງດຳລົງຊີວິດໃນໂລກທີ່ສົກກະປົກແບບດຽວກັບເຈົ້າ, ແຕ່ພຣະອົງມີເຫດຜົນ, ມີຄວາມເຂົ້າໃຈ ແລະ ພຣະອົງກຽດຊັງຄວາມສົກກະປົກ. ເຈົ້າເຖິງກັບອາດຈະບໍ່ສາມາດຄົ້ນພົບສິ່ງທີ່ສົກກະປົກໃນຄຳເວົ້າ ແລະ ການກະທຳຂອງເຈົ້າ, ແຕ່ພຣະອົງສາມາດເຮັດໄດ້ ແລະ ພຣະອົງຊີ້ແຈງສິ່ງເຫຼົ່ານີ້ໃຫ້ກັບເຈົ້າ. ສິ່ງເດີມໆເຫຼົ່ານັ້ນຂອງເຈົ້າ, ການຂາດການປູກຝັງ, ຄວາມເຂົ້າໃຈ ແລະ ຄວາມຮູ້ສຶກຂອງເຈົ້າ ແລະ ວິທີການດຳລົງຊີວິດທີ່ຫຼ້າຫຼັງຂອງເຈົ້າ, ບັດນີ້ ສິ່ງເຫຼົ່ານີ້ຖືກເຮັດໃຫ້ປາກົດອອກສູ່ສາທາລະນະໂດຍການເປີດເຜີຍໃນປັດຈຸບັນ; ໂດຍການທີ່ພຣະເຈົ້າມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດແບບນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະເຫັນເຖິງຄວາມບໍລິສຸດ ແລະ ອຸປະນິໄສອັນຊອບທຳຂອງພຣະອົງ. ພຣະອົງພິພາກສາ ແລະ ຂ້ຽນຕີເຈົ້າ, ເຮັດໃຫ້ເຈົ້າໄດ້ຮັບຄວາມເຂົ້າໃຈ; ບາງເທື່ອ ທຳມະຊາດແບບມານຮ້າຍຂອງເຈົ້າກໍສຳແດງອອກມາ ແລະ ພຣະອົງຊີ້ໃຫ້ເຈົ້າເຫັນສິ່ງນັ້ນ. ພຣະອົງຮູ້ຈັກທາດແທ້ຂອງມະນຸດຄືກັບຫຼັງມືຂອງພຣະອົງ. ພຣະອົງດຳລົງຊີວິດທ່າມກາງພວກເຈົ້າ, ພຣະອົງກິນອາຫານແບບດຽວກັບເຈົ້າ ແລະ ພຣະອົງດຳລົງຊີວິດໃນສະພາບແວດລ້ມດຽວກັນ, ແຕ່ເຖິງຢ່າງນັ້ນກໍຕາມ ພຣະອົງຮູ້ຫຼາຍກວ່າ; ພຣະອົງສາມາດເປີດໂປງເຈົ້າ ແລະ ເບິ່ງເຫັນທາດແທ້ທີ່ເສື່ອມຊາມຂອງມະນຸດຊາດ. ບໍ່ມີຫຍັງທີ່ພຣະອົງກຽດຊັງໄປຫຼາຍກວ່າປັດຊະຢາໃນການດຳລົງຊີວິດຂອງມະນຸດ ແລະ ຄວາມບໍ່ຊື່ສັດ ແລະ ຄວາມກະບົດ. ໂດຍສະເພາະແລ້ວ ພຣະອົງກຽດຊັງປະຕິກິລິຍາທາງເນື້ອໜັງຂອງຜູ້ຄົນ. ພຣະອົງອາດບໍ່ຄຸ້ນເຄີຍກັບປັດຊະຢາໃນການດຳລົງຊີວິດຂອງມະນຸດ, ແຕ່ພຣະອົງສາມາດເຫັນໄດ້ຢ່າງຊັດເຈນ ແລະ ເປີດໂປງອຸປະນິໄສອັນເສື່ອມຊາມທີ່ຜູ້ຄົນເປີດເຜີຍອອກ. ພຣະອົງປະຕິບັດພາລະກິດເພື່ອກ່າວ ແລະ ສອນມະນຸດຜ່ານສິ່ງເຫຼົ່ານີ້, ພຣະອົງໃຊ້ສິ່ງເຫຼົ່ານີ້ເພື່ອພິພາກສາຜູ້ຄົນ ແລະ ເພື່ອເຮັດໃຫ້ອຸປະນິໄສອັນຊອບທຳ ແລະ ບໍລິສຸດຂອງພຣະອົງເອງເປັນທີ່ປະຈັກ. ດ້ວຍເຫດນັ້ນ ຜູ້ຄົນຈຶ່ງກາຍມາເປັນຕົວປະກອບໃນພາລະກິດຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດເຮັດໃຫ້ອຸປະນິໄສອັນເສື່ອມຊາມຂອງມະນຸດ ແລະ ໃບໜ້າອັນຂີ້ຮ້າຍທັງໝົດຂອງຊາຕານປາກົດອອກຢ່າງແຈ່ມແຈ້ງ. ເຖິງແມ່ນພຣະອົງບໍ່ລົງໂທດເຈົ້າ ແລະ ພຽງແຕ່ໃຊ້ເຈົ້າໃຫ້ເປັນຕົວປະກອບໃນຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະອົງ, ເຈົ້າກໍຮູ້ສຶກອັບອາຍ ແລະ ບໍ່ມີບ່ອນໃຫ້ປົກປິດຕົນເອງ ຍ້ອນເຈົ້າສົກກະປົກເກີນໄປ. ພຣະອົງກ່າວສິ່ງເຫຼົ່ານີ້ທີ່ຖືກເປີດໂປງໃນມະນຸດເທົ່ານັ້ນ ແລະ ມີແຕ່ເມື່ອສິ່ງເຫຼົ່ານີ້ຖືກເຮັດໃຫ້ປາກົດອອກສູ່ສາທາລະນະເທົ່ານັ້ນ ຜູ້ຄົນຈຶ່ງຈະຮູ້ຈັກວ່າພຣະເຈົ້າບໍລິສຸດສໍ່າໃດ. ພຣະອົງບໍ່ເບິ່ງຂ້າມຄວາມບໍ່ບໍລິສຸດແມ່ນແຕ່ເລັກນ້ອຍໃນຜູ້ຄົນ, ບໍ່ແມ່ນແຕ່ຄວາມຄິດອັນສົກກະປົກທີ່ຢູ່ໃນຫົວໃຈຂອງພວກເຂົາ; ຖ້າຄຳເວົ້າ ແລະ ການກະທຳຂອງຜູ້ຄົນບໍ່ສອດຄ່ອງກັບຄວາມປະສົງຂອງພຣະອົງ, ແລ້ວພຣະອົງກໍບໍ່ຍົກໂທດໃຫ້ພວກເຂົາ. ໃນພຣະທຳຂອງພຣະອົງ, ບໍ່ມີຫ້ອງສຳລັບຄວາມສົກກະປົກຂອງມະນຸດ ຫຼື ສິ່ງອື່ນໆ, ມັນຕ້ອງຖືກເຮັດໃຫ້ປາກົດສູ່ສາທາລະນະທັງໝົດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ
577. ເຈົ້າຈະບໍ່ເຫັນຈັກເທື່ອວ່າພຣະເຈົ້າມີມຸມມອງທີ່ຄ້າຍຄືກັນກັບມະນຸດກ່ຽວກັບສິ່ງຕ່າງໆ ແລະ ຍິ່ງໄປກວ່ານັ້ນ ເຈົ້າຈະບໍ່ເຫັນວ່າພຣະອົງໃຊ້ມຸມມອງ, ຄວາມຮູ້, ວິທະຍາສາດ, ປັດຊະຍາ ຫຼື ຈິນຕະນາການຂອງມະນຸດຊາດເພື່ອຈັດການບັນຫາຕ່າງໆ. ກົງກັນຂ້າມ, ທຸກສິ່ງທີ່ພຣະເຈົ້າເຮັດ ແລະ ທຸກສິ່ງທີ່ພຣະອົງເປີດເຜີຍແມ່ນເຊື່ອມໂຍງກັບຄວາມຈິງ. ນັ້ນກໍຄື ພຣະທຳທຸກຂໍ້ທີ່ພຣະອົງກ່າວ ແລະ ທຸກການກະທຳທີ່ພຣະອົງໄດ້ເຮັດແມ່ນຜູກມັດກັບຄວາມຈິງ. ຄວາມຈິງນີ້ບໍ່ແມ່ນຜົນຂອງຄວາມເພີ້ຝັນທີ່ບໍ່ມີເຫດຜົນ; ຄວາມຈິງນີ້ ແລະ ພຣະທຳເຫຼົ່ານີ້ແມ່ນຖືກສະແດງອອກໂດຍພຣະເຈົ້າ ໂດຍຄຸນງາມຄວາມດີແຫ່ງແກ່ນແທ້ຂອງພຣະອົງ ແລະ ຊີວິດຂອງພຣະອົງ. ຍ້ອນພຣະທຳເຫຼົ່ານີ້ ແລະ ແກ່ນແທ້ຂອງທຸກສິ່ງທີ່ພຣະເຈົ້າໄດ້ເຮັດແມ່ນຄວາມຈິງ, ພວກເຮົາຈຶ່ງສາມາດເວົ້າວ່າແກ່ນແທ້ຂອງພຣະເຈົ້າສັກສິດ. ເວົ້າອີກຢ່າງກໍຄື ທຸກສິ່ງທີ່ພຣະເຈົ້າເວົ້າ ແລະ ເຮັດໄດ້ນໍາພາລະກຳລັງ ແລະ ແສງສະຫວ່າງມາເຖິງຜູ້ຄົນ, ເຮັດໃຫ້ຜູ້ຄົນສາມາດເຫັນສິ່ງທີ່ດີ ແລະ ຄວາມເປັນຈິງຂອງສິ່ງທີ່ດີເຫຼົ່ານັ້ນ ແລະ ຊີ້ເຖິງຫົນທາງສຳລັບມະນຸດຊາດ ເພື່ອວ່າພວກເຂົາອາດຍ່າງໃນເສັ້ນທາງທີ່ຖືກຕ້ອງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ຖືກກຳນົດໂດຍແກ່ນແທ້ຂອງພຣະເຈົ້າ ແລະ ໂດຍແກ່ນແທ້ແຫ່ງຄວາມສັກສິດຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ V
578. ເມື່ອເຈົ້າມາເຂົ້າໃຈເຖິງຄວາມບໍລິສຸດຂອງພຣະເຈົ້າ, ແລ້ວເຈົ້າກໍຈະສາມາດເຊື່ອໃນພຣະເຈົ້າໄດ້ຢ່າງແທ້ຈິງ; ເມື່ອເຈົ້າມາເຂົ້າໃຈຄວາມບໍລິສຸດຂອງພຣະເຈົ້າ, ແລ້ວເຈົ້າກໍຈະສາມາດເຂົ້າໃຈເຖິງຄວາມໝາຍທີ່ແທ້ຈິງຂອງພຣະທຳທີ່ວ່າ “ພຣະເຈົ້າເອງ, ທີ່ມີເອກະລັກ”. ເຈົ້າຈະບໍ່ເພີ້ຝັນອີກຕໍ່ໄປ ທີ່ຄິດວ່າມີເສັ້ນທາງອື່ນອີກນອກຈາກເສັ້ນທາງນີ້ທີ່ເຈົ້າສາມາດເລືອກຍ່າງ ແລະ ເຈົ້າຈະບໍ່ເຕັມໃຈທໍລະຍົດທຸກສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້ໃຫ້ກັບເຈົ້າ. ຍ້ອນແກ່ນແທ້ຂອງພຣະເຈົ້າຄືສິ່ງທີ່ບໍລິສຸດ, ນັ້ນໝາຍຄວາມວ່າ ມີແຕ່ຜ່ານທາງພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະສາມາດຍ່າງຜ່ານຊີວິດເທິງເສັ້ນທາງທີ່ຊອບທຳແຫ່ງແສງສະຫວ່າງໄດ້; ມີແຕ່ຜ່ານທາງພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະຮູ້ຈັກຄວາມໝາຍຂອງຊີວິດ; ມີແຕ່ຜ່ານທາງພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະສາມາດດຳລົງຊີວິດຕາມຄວາມເປັນມະນຸດທີ່ແທ້ຈິງ ແລະ ທັງມີ ແລະ ຮູ້ຈັກຄວາມຈິງ. ມີແຕ່ຜ່ານທາງພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດຮັບເອົາຊີວິດຈາກຄວາມຈິງ. ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດຊ່ວຍເຈົ້າໃຫ້ຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຊ່ວຍເຈົ້າໃຫ້ລອດພົ້ນຈາກໄພອັນຕະລາຍ ແລະ ການຄວບຄຸມຂອງຊາຕານ. ນອກຈາກພຣະເຈົ້າແລ້ວ, ບໍ່ມີຜູ້ໃດ ແລະ ບໍ່ມີສິ່ງໃດສາມາດຊ່ວຍເຈົ້າຈາກທະເລແຫ່ງການທົນທຸກ ເພື່ອວ່າເຈົ້າຈະບໍ່ທໍລະມານອີກຕໍ່ໄປ. ສິ່ງນີ້ຖືກກຳນົດໂດຍແກ່ນແທ້ຂອງພຣະເຈົ້າ. ມີພຽງພຣະເຈົ້າເທົ່ານັ້ນທີ່ຊ່ວຍເຈົ້າໂດຍບໍ່ເຫັນແກ່ຕົວ; ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຮັບຜິດຊອບອະນາຄົດຂອງເຈົ້າ, ໂຊກຊະຕາຂອງເຈົ້າ ແລະ ຊີວິດຂອງເຈົ້າຢ່າງທີ່ສຸດ ແລະ ພຣະອົງຈັດແຈງທຸກສິ່ງສຳລັບເຈົ້າ. ນີ້ແມ່ນສິ່ງທີ່ບໍ່ມີສິ່ງໃດ ບໍ່ວ່າຈະເປັນສິ່ງຖືກສ້າງ ຫຼື ບໍ່ຖືກສ້າງສາມາດບັນລຸໄດ້. ເພາະວ່າ ບໍ່ມີສິ່ງຖືກສ້າງ ຫຼື ບໍ່ຖືກສ້າງໃດໆທີ່ມີແກ່ນແທ້ຄືກັບແກ່ນແທ້ຂອງພຣະເຈົ້າ, ບໍ່ມີບຸກຄົນ ຫຼື ສິ່ງໃດມີຄວາມສາມາດທີ່ຈະຊ່ວຍເຈົ້າໃຫ້ລອດພົ້ນ ຫຼື ນໍາພາເຈົ້າໄດ້. ນີ້ຄືຄວາມສຳຄັນຂອງແກ່ນແທ້ຂອງພຣະເຈົ້າຕໍ່ມະນຸດ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VI
579. ຕະຫຼອດຜ່ານມາ ເຮົາໄດ້ຍຶດຕິດມະນຸດກັບມາດຕະຖານທີ່ເຂັ້ມງວດຫຼາຍ. ຖ້າຄວາມຈົງຮັກພັກດີຂອງເຈົ້າມາພ້ອມກັບເຈດຕະນາ ແລະ ເງື່ອນໄຂ, ແລ້ວເຮົາກໍຈະບໍ່ຂໍມີສິ່ງທີ່ເອີ້ນວ່າຄວາມຈົງຮັກພັກດີ, ເພາະວ່າເຮົາກຽດຊັງຄົນທີ່ຫຼອກລວງເຮົາຜ່ານເຈດຕະນາຂອງພວກເຂົາ ແລະ ຂູດຮີດເຮົາດ້ວຍເງື່ອນໄຂຕ່າງໆ. ເຮົາພຽງປາຖະໜາໃຫ້ມະນຸດຈົງຮັກພັກດີຕໍ່ເຮົາຢ່າງທີ່ສຸດ ແລະ ເຮັດທຸກສິ່ງເພື່ອເຫັນແກ່ ແລະ ເພື່ອພິສູດໜຶ່ງຄຳຄື: ຄວາມເຊື່ອ. ເຮົາກຽດຊັງການໃຊ້ຄຳເວົ້າທີ່ອ່ອນຫວານຂອງພວກເຈົ້າເພື່ອເຮັດໃຫ້ເຮົາຍິນດີ, ເພາະວ່າເຮົາປະຕິບັດຕໍ່ພວກເຈົ້າດ້ວຍຄວາມຈິງໃຈຢູ່ສະເໝີ ແລະ ສະນັ້ນ ເຮົາກໍປາຖະໜາຢາກໃຫ້ພວກເຈົ້າປະຕິບັດຕໍ່ເຮົາດ້ວຍຄວາມເຊື່ອທີ່ແທ້ຈິງເຊັ່ນກັນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?
580. ເຈົ້າຕ້ອງຮູ້ຈັກວ່າ ເຮົາປາຖະໜາຄົນປະເພດໃດ; ຄົນທີ່ບໍ່ບໍລິສຸດບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໃນອານາຈັກ, ຄົນທີ່ບໍ່ບໍລິສຸດບໍ່ໄດ້ຮັບອະນຸຍາດໃຫ້ເຮັດພື້ນດິນທີ່ສັກສິດຂອງເຮົາເປິເປື້ອນ. ເຖິງແມ່ນວ່າ ເຈົ້າອາດຈະປະຕິບັດພາລະກິດຫຼາຍຢ່າງ ແລະ ໄດ້ປະຕິບັດພາລະກິດຫຼາຍປີ, ໃນທີ່ສຸດແລ້ວ ຖ້າເຈົ້າຍັງເປິເປື້ອນຢ່າງໜ້າລັງກຽດ, ມັນກໍເຫຼືອທົນຕໍ່ກົດເກນແຫ່ງສະຫວັນທີ່ຈະປ່ອຍໃຫ້ເຈົ້າເຂົ້າສູ່ອານາຈັກຂອງເຮົາ! ຕັ້ງແຕ່ປະຖົມມະການຂອງໂລກຈົນເຖິງປັດຈຸບັນ, ເຮົາບໍ່ເຄີຍເຮັດໃຫ້ຄົນທີ່ປະຈົບປະແຈງເຮົາເຂົ້າສູ່ອານາຈັກຂອງເຮົາຢ່າງງ່າຍດາຍຈັກເທື່ອ. ນີ້ຄືກົດເກນແຫ່ງສະຫວັນ ແລະ ບໍ່ມີໃຜສາມາດທຳລາຍມັນໄດ້! ເຈົ້າຕ້ອງສະແຫວງຫາຊີວິດ. ໃນປັດຈຸບັນ, ຄົນທີ່ຈະຖືກເຮັດໃຫ້ສົມບູນກໍເປັນຄົນປະເພດດຽວກັນກັບເປໂຕ: ພວກເຂົາເປັນຄົນທີ່ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລະ ເຕັມໃຈທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ ແລະ ປະຕິບັດໜ້າທີ່ໃນຖານະເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ຈະຖືກເຮັດໃຫ້ສົມບູນ. ຖ້າເຈົ້າພຽງແຕ່ຄົ້ນຫາລາງວັນ ແລະ ບໍ່ສະແຫວງຫາເພື່ອປ່ຽນແປງຊີວິດ-ອຸປະນິໄສຂອງເຈົ້າເອງ, ແລ້ວຄວາມພະຍາຍາມທັງໝົດຂອງເຈົ້າກໍຈະສູນເປົ່າ ແລະ ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ
581. ພຣະເຈົ້າເປັນສິ່ງທີ່ພຣະອົງເປັນ ແລະ ພຣະອົງກໍມີສິ່ງທີ່ພຣະອົງມີ. ທຸກສິ່ງທຸກຢ່າງທີ່ພຣະອົງສະແດງອອກ ແລະ ເປີດເຜີຍແມ່ນການສະແດງເຖິງທາດແທ້ຂອງພຣະອົງ ແລະ ຕົວຕົນຂອງພຣະອົງ. ສິ່ງທີ່ພຣະອົງເປັນ ແລະ ສິ່ງທີ່ພຣະອົງມີ ພ້ອມກັບທາດແທ້ ແລະ ຕົວຕົນຂອງພຣະອົງ ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດແທນທີ່ໄດ້. ອຸປະນິໄສຂອງພຣະອົງປະກອບດ້ວຍຄວາມຮັກທີ່ພຣະອົງມີຕໍ່ມະນຸດ, ການປອບໃຈມະນຸດ, ຄວາມກຽດຊັງມະນຸດ ແລະ ຍິ່ງໄປກວ່ານັ້ນຍັງມີຄວາມເຂົ້າໃຈມະນຸດຢ່າງລະອຽດ. ເຖິງຢ່າງໃດກໍຕາມ ບຸກຄະລິກຂອງມະນຸດອາດແມ່ນການເບິ່ງໂລກໃນແງ່ດີ, ມີຊີວິດຊີວາ ຫຼື ປາສະຈາກຄວາມຮູ້ສຶກ. ອຸປະນິໄສຂອງພຣະເຈົ້າເປັນຂອງພຣະຜູ້ປົກຄອງຂອງທຸກສິ່ງ ແລະ ທຸກຢ່າງທີ່ມີຊີວິດ ເຊິ່ງເປັນຂອງພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງທັງໝົດ. ອຸປະນິໄສຂອງພຣະອົງສະແດງເຖິງກຽດຕິຍົດ, ລິດອຳນາດ, ຄວາມສະຫງ່າງາມ, ຄວາມຍິ່ງໃຫຍ່ ແລະ ເໜືອໄປກວ່ານັ້ນກໍຄືການມີລິດອໍານາດສູງສຸດ. ອຸປະນິໄສຂອງພຣະອົງແມ່ນສັນຍາລັກແຫ່ງສິດອຳນາດ, ສັນຍາລັກຂອງທຸກສິ່ງທີ່ຊອບທຳ, ສັນຍາລັກຂອງທຸກສິ່ງທີ່ສວຍງາມ ແລະ ດີ. ຍິ່ງໄປກວ່ານີ້ ມັນຍັງເປັນສັນຍາລັກຂອງພຣະອົງຜູ້ເຊິ່ງບໍ່ມີຄວາມມືດ ແລະ ກອງກຳລັງຂອງສັດຕູໃດທີ່ສາມາດ[ກ] ເອົາຊະນະ ຫຼື ຮຸກຮານໄດ້ ພ້ອມທັງເປັນສັນຍາລັກຂອງພຣະອົງຜູ້ເຊິ່ງບໍ່ມີສິ່ງຖືກສ້າງໃດທີ່ສາມາດລ່ວງເກີນໄດ້ (ຫຼື ພຣະອົງຈະບໍ່ອົດທົນຕໍ່ການເຮັດຜິດ)[ຂ]. ອຸປະນິໄສຂອງພຣະອົງເປັນສັນຍາລັກແຫ່ງລິດອໍານາດສູງສຸດ. ບໍ່ມີຄົນໃດ ຫຼື ກຸ່ມຄົນໃດທີ່ສາມາດ ຫຼື ອາດລົບກວນພາລະກິດຂອງພຣະອົງ ຫຼື ອຸປະນິໄສຂອງພຣະອົງ. ແຕ່ບຸກຄະລິກຂອງມະນຸດຄືສັນຍາລັກແຫ່ງອຳນາດເລັກນ້ອຍທີ່ມະນຸດມີເໜືອກວ່າສັດເທົ່ານັ້ນ. ມະນຸດໃນຕົວເຂົາ ແລະ ດ້ວຍຕົວເຂົາເອງແມ່ນບໍ່ມີສິດອຳນາດ, ບໍ່ມີການປົກຄອງຕົນເອງ ແລະ ບໍ່ມີຄວາມສາມາດຢູ່ເໜືອຕົນເອງ, ແຕ່ໃນທາດແທ້ຂອງເຂົາແລ້ວ ເຂົາເປັນຄົນທີ່ໝອບຢູ່ພາຍໃຕ້ຄວາມເມດຕາຂອງທຸກລັກສະນະຂອງຜູ້ຄົນ, ເຫດການ ແລະ ສິ່ງຂອງຕ່າງໆ. ຄວາມປິຕິຍິນດີຂອງພຣະເຈົ້າກໍເນື່ອງຈາກການມີຢູ່ ແລະ ການປາກົດຂອງຄວາມຊອບທຳ ແລະ ແສງສະຫວ່າງ, ຍ້ອນການທຳລາຍຄວາມມືດ ແລະ ສິ່ງຊົ່ວຮ້າຍ. ພຣະອົງຊື່ນຊົມຍິນດີ ໃນການນໍາແສງສະຫວ່າງ ແລະ ຊີວິດທີ່ດີມາໃຫ້ກັບມະນຸດຊາດ; ຄວາມຍິນດີຂອງພຣະອົງແມ່ນຄວາມຍິນດີທີ່ຊອບທຳ ເປັນສັນຍາລັກແຫ່ງການມີຢູ່ຂອງທຸກສິ່ງທີ່ຢູ່ໃນດ້ານບວກ ແລະ ຍິ່ງໄປກວ່ານັ້ນກໍຍັງເປັນສັນຍາລັກແຫ່ງຄວາມເປັນສິລິມົງຄຸນ. ຄວາມໂກດຮ້າຍຂອງພຣະເຈົ້າແມ່ນເນື່ອງຈາກຄວາມເສຍຫາຍທີ່ການເປັນຢູ່ ແລະ ການແຊກແຊງຂອງຄວາມບໍ່ຍຸຕິທຳໄດ້ນໍາມາສູ່ມະນຸດຊາດຂອງພຣະອົງ, ຍ້ອນການມີຢູ່ຂອງສິ່ງຊົ່ວຮ້າຍ ແລະ ຄວາມມືດ, ຍ້ອນການມີຢູ່ຂອງສິ່ງທີ່ຂັບໄລ່ຄວາມຈິງອອກ ແລະ ຍິ່ງໄປກວ່ານັ້ນ ຍ້ອນການມີຢູ່ຂອງສິ່ງທີ່ຕໍ່ຕ້ານສິ່ງທີ່ດີ ແລະ ສວຍງາມ. ຄວາມໂກດຮ້າຍຂອງພຣະອົງເປັນສັນຍາລັກບອກວ່າ ທຸກສິ່ງທີ່ຢູ່ໃນດ້ານລົບຈະບໍ່ມີຢູ່ອີກຕໍ່ໄປ ແລະ ຍິ່ງໄປກວ່ານັ້ນ ມັນຍັງເປັນສັນຍາລັກແຫ່ງຄວາມບໍລິສຸດຂອງພຣະອົງ. ຄວາມໂສກເສົ້າຂອງພຣະອົງແມ່ນເນື່ອງຈາກມະນຸດຊາດ ເຊິ່ງເປັນຄົນທີ່ພຣະອົງຄາດຫວັງໃຫ້ແກ່ພວກເຂົາ ແຕ່ໄດ້ຕົກຢູ່ໃນຄວາມມືດ, ຍ້ອນພາລະກິດທີ່ພຣະອົງປະຕິບັດໃນມະນຸດບໍ່ເປັນໄປຕາມຄວາມຄາດຫວັງຂອງພຣະອົງ ແລະ ຍ້ອນມະນຸດຊາດທີ່ພຣະອົງຮັກນັ້ນລ້ວນແລ້ວແຕ່ບໍ່ສາມາດດຳລົງຊີວິດໃນແສງສະຫວ່າງ. ພຣະອົງຮູ້ສຶກໂສກເສົ້າຕໍ່ມະນຸດຊາດທີ່ໄຮ້ດຽງສາ, ຕໍ່ມະນຸດທີ່ຊັດສື່ແຕ່ບໍ່ມີຄວາມຮູ້ ແລະ ຕໍ່ມະນຸດທີ່ດີແຕ່ຂາດມຸມມອງຂອງເຂົາເອງ. ຄວາມໂສກເສົ້າຂອງພຣະອົງເປັນສັນຍາລັກແຫ່ງຄວາມດີຂອງພຣະອົງ ແລະ ຄວາມເມດຕາຂອງພຣະອົງ, ເປັນສັນຍາລັກແຫ່ງຄວາມງົດງາມ ແລະ ຄວາມກະລຸນາ. ແນ່ນອນ ຄວາມສຸກຂອງພຣະອົງມາຈາກການເອົາຊະນະສັດຕູ ແລະ ຮັບເອົາຄວາມເຊື່ອທີ່ດີຂອງມະນຸດ. ຍິ່ງໄປກວ່ານີ້ ມັນເກີດຈາກການຂັບໄລ່ ແລະ ການທຳລາຍກອງກຳລັງສັດຕູທັງໝົດ ແລະ ຍ້ອນມະນຸດຊາດຮັບຊີວິດທີ່ດີ ແລະ ສະຫງົບສຸກ. ຄວາມສຸກຂອງພຣະເຈົ້າບໍ່ຄືກັນກັບຄວາມສຸກຂອງມະນຸດ; ກົງກັນຂ້າມ ມັນເປັນຄວາມຮູ້ສຶກໃນການເກັບກ່ຽວໝາກຜົນທີ່ດີ, ເປັນຄວາມຮູ້ສຶກທີ່ຍິ່ງໃຫຍ່ຫຼາຍກວ່າຄວາມປິຕິຍິນດີ. ຄວາມສຸກຂອງພຣະອົງເປັນສັນຍາລັກຂອງມະນຸດຊາດທີ່ເປັນອິດສະຫຼະຈາກຄວາມທົນທຸກທໍລະມານຕັ່ງແຕ່ເວລານີ້ເປັນຕົ້ນໄປ ແລະ ເປັນສັນຍາລັກຂອງມະນຸດທີ່ເຂົ້າສູ່ໂລກແຫ່ງແສງສະຫວ່າງ. ໃນທາງກົງກັນຂ້າມ ຄວາມຮູ້ສຶກທັງໝົດຂອງມະນຸດຊາດເກີດຂຶ້ນກໍເພື່ອຜົນປະໂຫຍດຂອງເຂົາເອງ ບໍ່ແມ່ນເພື່ອຄວາມຊອບທຳ, ແສງສະຫວ່າງ ຫຼື ສິ່ງທີ່ສວຍງາມ ແລະ ໜ້ອຍທີ່ສຸດກໍຄືເພື່ອຄວາມກະລຸນາທີ່ສະຫວັນປະທານໃຫ້. ຄວາມຮູ້ສຶກຂອງມະນຸດຊາດແມ່ນຄວາມເຫັນແກ່ຕົວ ແລະ ເປັນຂອງໂລກແຫ່ງຄວາມມືດມົວ. ສິ່ງເຫຼົ່ານັ້ນບໍ່ໄດ້ມີຢູ່ເພື່ອຜົນປະໂຫຍດແຫ່ງຄວາມປະສົງ ແຮງໄກທີ່ຈະແມ່ນເພື່ອແຜນການຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມະນຸດ ແລະ ພຣະເຈົ້າບໍ່ສາມາດກ່າວເຖິງໃນລົມຫາຍໃຈດຽວກັນໄດ້. ພຣະເຈົ້າສູງສົ່ງຕະຫຼອດໄປ ແລະ ສົມຄວນໄດ້ຮັບກຽດຕະຫຼອດໄປ, ໃນຂະນະທີ່ມະນຸດຕໍ່າຊ້າຕະຫຼອດໄປ, ໄຮ້ຄ່າຕະຫຼອດໄປ. ນີ້ກໍຍ້ອນວ່າ ພຣະເຈົ້າເສຍສະຫຼະຕະຫຼອດໄປ ແລະ ອຸທິດຕົວພຣະອົງເອງໃຫ້ກັບມະນຸດ; ເຖິງຢ່າງໃດກໍຕາມ ມະນຸດມີແຕ່ຮັບເອົາ ແລະ ພຽງແຕ່ອົດສູ້ເພື່ອຕົວເຂົາເອງເທົ່ານັ້ນ. ພຣະເຈົ້າຮັບເອົາຄວາມເຈັບປວດຕະຫຼອດໄປເພື່ອຄວາມຢູ່ລອດຂອງມະນຸດຊາດ ແຕ່ມະນຸດບໍ່ເຄີຍປະກອບສ່ວນຊ່ວຍຫຍັງເລີຍເພື່ອຜົນປະໂຫຍດແຫ່ງແສງສະຫວ່າງ ຫຼື ຄວາມຊອບທຳ. ເຖິງແມ່ນມະນຸດຈະພະຍາຍາມໃນຊ່ວງເວລາໃດໜຶ່ງ ແຕ່ອ່ອນແອຫຼາຍຈຶ່ງບໍ່ສາມາດຕ້ານທານຕໍ່ການໂຈມຕີແມ່ນແຕ່ຄັ້ງດຽວ ຍ້ອນຄວາມພະຍາຍາມຂອງມະນຸດແມ່ນເພື່ອຜົນປະໂຫຍດຂອງຕົວເຂົາເອງຢູ່ສະເໝີ ແລະ ບໍ່ແມ່ນເພື່ອຄົນອື່ນ. ມະນຸດເຫັນແກ່ໂຕຢູ່ສະເໝີ ໃນຂະນະທີ່ພຣະເຈົ້າເຫັນແກ່ຄົນອື່ນຕະຫຼອດໄປ. ພຣະເຈົ້າເປັນແຫຼ່ງກຳເນີດຂອງທຸກສິ່ງທີ່ຍຸຕິທຳ, ດີ ແລະ ສວຍງາມ, ໃນຂະນະທີ່ມະນຸດເປັນຄົນທີ່ສືບສານຕໍ່ ແລະ ເຮັດຄວາມຂີ້ຮ້າຍ ແລະ ສິ່ງຊົ່ວຮ້າຍທັງໝົດປາກົດແຈ້ງ. ພຣະເຈົ້າບໍ່ມີທາງປ່ຽນແປງທາດແທ້ແຫ່ງຄວາມຊອບທຳ ແລະ ຄວາມສວຍງາມຂອງພຣະອົງ, ແຕ່ມະນຸດກໍຍັງສາມາດທໍລະຍົດຄວາມຊອບທຳຢ່າງບໍ່ຕ້ອງສົງໄສ ໃນທຸກເວລາ ແລະ ໃນທຸກສະຖານະການ ແລະ ຫຼົງທາງຫ່າງເຫີນຈາກພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ
582. ການທີ່ພຣະເຈົ້າບໍ່ອົດກັ້ນຕໍ່ການກະທໍາຜິດຄືທາດແທ້ທີ່ເປັນເອກະລັກຂອງພຣະອົງ; ຄວາມໂກດຮ້າຍຂອງພຣະເຈົ້າແມ່ນອຸປະນິໄສທີ່ເປັນເອກະລັກຂອງພຣະອົງ; ລິດອໍານາດຂອງພຣະເຈົ້າແມ່ນທາດແທ້ທີ່ເປັນເອກະລັກຂອງພຣະອົງ. ຫຼັກການທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະເຈົ້າສະແດງອອກເຖິງຕົວຕົນ ແລະ ສະຖານະຂອງພຣະອົງ ເຊິ່ງມີພຽງແຕ່ພຣະອົງເທົ່ານັ້ນທີ່ມີ. ເຫັນໄດ້ຢ່າງຊັດເຈນແລ້ວວ່າ ຫຼັກການນີ້ຍັງເປັນສັນຍາລັກແຫ່ງທາດແທ້ຂອງພຣະເຈົ້າເອງທີ່ເປັນເອກະລັກ. ອຸປະນິໄສຂອງພຣະເຈົ້າແມ່ນທາດແທ້ຂອງພຣະອົງເອງ ເຊິ່ງບໍ່ໄດ້ປ່ຽນແປງຕາມການເວລາ ແລະ ບໍ່ໄດ້ປັບປ່ຽນຈາກການປ່ຽນແປງຂອງສະຖານທີ່ທາງພູມສາດ. ອຸປະນິໄສຕາມທຳມະຊາດຂອງພຣະອົງແມ່ນທາດແທ້ທີ່ເປັນເນື້ອແທ້ຂອງພຣະອົງ. ບໍ່ວ່າພຣະອົງຈະປະຕິບັດພາລະກິດຂອງພຣະອົງໃນຜູ້ໃດ, ທາດແທ້ຂອງພຣະອົງກໍບໍ່ປ່ຽນແປງ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງກໍເຊັ່ນກັນ. ເມື່ອຜູ້ຄົນເຮັດໃຫ້ພຣະເຈົ້າໃຈຮ້າຍ ເຊິ່ງເຮັດໃຫ້ພຣະເຈົ້າປ່ອຍອຸປະນິໄສໂດຍທຳມະຊາດຂອງພຣະອົງອອກມາ; ໃນກໍລະນີນີ້ ຫຼັກການທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະອົງແມ່ນບໍ່ໄດ້ປ່ຽນແປງ ຫຼື ຕົວຕົນ ແລະ ສະຖານະຂອງພຣະອົງກໍບໍ່ໄດ້ປ່ຽນແປງເຊັ່ນກັນ. ພຣະອົງບໍ່ໄດ້ໃຈຮ້າຍ ຍ້ອນການປ່ຽນແປງໃນທາດແທ້ຂອງພຣະອົງ ຫຼື ຍ້ອນອົງປະກອບແຕກຕ່າງກັນທີ່ເກີດຂຶ້ນຈາກອຸປະນິໄສຂອງພຣະອົງ, ແຕ່ຍ້ອນການຕໍ່ຕ້ານຂອງມະນຸດຕໍ່ພຣະອົງໄດ້ລ່ວງເກີນອຸປະນິໄສຂອງພຣະອົງ. ການທີ່ມະນຸດກະທໍາຜິດຕໍ່ພຣະເຈົ້າຢ່າງເປີດເຜີຍແມ່ນການກະທໍາຜິດຢ່າງຮຸນແຮງຕໍ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າ. ໃນມຸມມອງຂອງພຣະເຈົ້າ, ເມື່ອມະນຸດລ່ວງເກີນພຣະອົງ, ມະນຸດກຳລັງຕໍ່ສູ້ກັບພຣະອົງ ແລະ ທົດສອບຄວາມໃຈຮ້າຍຂອງພຣະອົງ. ເມື່ອມະນຸດຕໍ່ຕ້ານພຣະເຈົ້າ, ເມື່ອມະນຸດຕໍ່ສູ້ພຣະເຈົ້າ, ເມື່ອມະນຸດທົບສອບຄວາມໃຈຮ້າຍຂອງພຣະເຈົ້າຢ່າງຕໍ່ເນື່ອງ ແລະ ນັ້ນຄືເວລາແຫ່ງການແຜ່ຂະຫຍາຍຂອງຄວາມບາບ, ຄວາມໂກດຮ້າຍຂອງພຣະເຈົ້າກໍຈະເປີດເຜີຍໂດຍທຳມະຊາດ ແລະ ສະແດງຕົວຕົນຂອງມັນເອງ. ສະນັ້ນ ການສະແດງອອກເຖິງຄວາມໂກດຮ້າຍຂອງພຣະເຈົ້າ ຄືສັນຍາລັກບົ່ງບອກວ່າ ກອງກຳລັງທີ່ຊົ່ວຮ້າຍທັງໝົດຈະບໍ່ມີຢູ່ອີກຕໍ່ໄປ ແລະ ມັນເປັນສັນຍາລັກບອກວ່າ ກອງກຳລັງທີ່ຕໍ່ຕ້ານທັງໝົດຈະຖືກທຳລາຍ. ນີ້ແມ່ນຄວາມເປັນເອກະລັກຂອງອຸປະນິໄສທີ່ຊອບທຳ ແລະ ຄວາມໂກດຮ້າຍຂອງພຣະເຈົ້າ. ເມື່ອສັກສີ ແລະ ຄວາມບໍລິສຸດຂອງພຣະເຈົ້າຖືກທ້າທາຍ, ເມື່ອກຳລັງແຫ່ງຄວາມຍຸຕິທຳຖືກຂັດຂວາງ ແລະ ບໍ່ເບິ່ງເຫັນໂດຍມະນຸດ, ແລ້ວພຣະເຈົ້າກໍຈະປ່ອຍຄວາມໂກດຮ້າຍຂອງພຣະອົງ. ຍ້ອນທາດແທ້ຂອງພຣະເຈົ້າ, ບັນດາກອງກຳລັງເຫຼົ່ານີ້ທີ່ຢູ່ເທິງແຜ່ນດິນໂລກທີ່ຕໍ່ສູ້ພຣະເຈົ້າ, ຕໍ່ຕ້ານພຣະອົງ ແລະ ຂັດຂືນພຣະອົງ ຈຶ່ງຊົ່ວຮ້າຍ, ເສື່ອມຊາມ ແລະ ບໍ່ຍຸຕິທຳ; ພວກມັນມາຈາກຊາຕານ ແລະ ເປັນຂອງຊາຕານ. ຍ້ອນພຣະເຈົ້າຍຸຕິທຳ ແລະ ມີແສງສະຫວ່າງ ແລະ ບໍລິສຸດຢ່າງໄຮ້ມົນທິນ, ສະນັ້ນ ທຸກສິ່ງທີ່ຊົ່ວຮ້າຍ, ເສື່ອມຊາມ ແລະ ເປັນຂອງຊາຕານກໍຈະຫາຍໄປ ເມື່ອຄວາມໂກດຮ້າຍຂອງພຣະເຈົ້າຖືກປ່ອຍອອກ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ II
ໝາຍເຫດ:
ກ. ຕົ້ນສະບັບເດີມອ່ານວ່າ “ມັນເປັນສັນຍາລັກຂອງຄວາມບໍ່ສາມາດເປັນ”.
ຂ. ຕົ້ນສະບັບເດີມອ່ານວ່າ “ພ້ອມກັບເປັນສັນຍາລັກແຫ່ງຄວາມບໍ່ສາມາດຖືກລ່ວງເກີນໄດ້ (ແລະ ບໍ່ອົດທົນຕໍ່ການຖືກລ່ວງເກີນ)”.