1. ເຫດໃດພຣະເຈົ້າຈຶ່ງກະທໍາພາລະກິດຊ່ວຍມະນຸດໃຫ້ພົ້ນ?
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນຄວາມສະຫງົບ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ. ພຣະອົງພຽງແຕ່ເລີ່ມພາລະກິດການຄຸ້ມຄອງຂອງພຣະອົງ ຫຼັງຈາກທີ່ເກີດມີມະນຸດ ແລະ ຫຼັງຈາກມະນຸດໄດ້ເສື່ອມຊາມ; ນັບແຕ່ນັ້ນມາ ພຣະອົງກໍບໍ່ໄດ້ຢຸດພັກເຊົາອີກເລີຍ ແຕ່ກົງກັນຂ້າມ ພຣະອົງແມ່ນເລີ່ມຫຍຸ້ງກັບການປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ເປັນຍ້ອນຄວາມເສື່ອມຊາມຂອງມະນຸດທີ່ພາໃຫ້ພຣະເຈົ້າບໍ່ໄດ້ຢຸດພັກ ແລະ ຍັງເປັນຍ້ອນການຕໍ່ຕ້ານຂອງເທວະທູດອີກດ້ວຍ. ຖ້າພຣະເຈົ້າບໍ່ເອົາຊະນະຊາຕານ ແລະ ຊ່ວຍມະນຸດຊາດທີ່ເສື່ອມຊາມໃຫ້ລອດພົ້ນ, ພຣະອົງກໍຈະບໍ່ສາມາດເຂົ້າສູ່ບ່ອນພັກເຊົາໄດ້ອີກ. ໃນເມື່ອມະນຸດບໍ່ມີຄວາມສະຫງົບ, ພຣະເຈົ້າກໍຈະບໍ່ມີຄວາມສະຫງົບເຊັ່ນກັນ ແລະ ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາອີກຄັ້ງ, ມະນຸດກໍຈະເຂົ້າສູ່ບ່ອນພັກເຊົາເຊັ່ນກັນ. ການໃຊ້ຊີວິດຢູ່ໃນຄວາມສະຫງົບໝາຍຄວາມວ່າເປັນຊີວິດທີ່ບໍ່ມີສົງຄາມ, ບໍ່ມີຄວາມເປິເປື້ອນ ແລະ ບໍ່ມີຄວາມບໍ່ຊອບທໍາຢ່າງຝັງແໜ້ນ. ນີ້ໝາຍຄວາມວ່າ ມັນເປັນຊີວິດທີ່ປາສະຈາກການຮຸກຮານຂອງຊາຕານ (ໃນນີ້ “ຊາຕານ” ໝາຍເຖິງກອງກໍາລັງສັດຕູ) ແລະ ປາສະຈາກຄວາມເສື່ອມຊາມຂອງຊາຕານ ຫຼື ມີຄວາມສ່ຽງຕໍ່ການຮຸກຮານຂອງກອງກໍາລັງໃດໆທີ່ຕໍ່ຕ້ານພຣະເຈົ້າ; ເຊິ່ງມັນເປັນຊີວິດທີ່ທຸກສິ່ງປະຕິບັດຕາມປະເພດຂອງຕົນເອງ ແລະ ສາມາດນະມັດສະການພຣະຜູ້ເປັນເຈົ້າແຫ່ງການສ້າງ; ເຊິ່ງສະຫວັນ ແລະ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມສະຫງົບ. ນີ້ຄືຄວາມໝາຍຂອງພຣະທໍາທີ່ວ່າ “ຊີວິດແຫ່ງການພັກເຊົາຂອງມະນຸດເອງ”. ເມື່ອພຣະເຈົ້າພັກເຊົາ ຄວາມບໍ່ຊອບທໍາກໍ່ຈະບໍ່ມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ ຫຼື ຈະບໍ່ມີການຮຸກຮານຈາກກອງກໍາລັງໃດໆຂອງສັດຕູອີກ ແລະ ມະນຸດຊາດກໍຈະໄດ້ເຂົ້າສູ່ໂລກໃໝ່, ມະນຸດຊາດຈະບໍ່ຖືກຊາຕານເຮັດໃຫ້ເສື່ອມຊາມອີກຕໍ່ໄປ, ແຕ່ກົງກັບຂ້າມ ພວກເຂົາຄືມະນຸດທີ່ໄດ້ຖືກຊ່ວຍໃຫ້ລອດພົ້ນ ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ວັນທີ່ມະນຸດມີຄວາມສະຫງົບກໍຍັງຈະເປັນວັນທີ່ພຣະເຈົ້າມີຄວາມສະຫງົບເຊັ່ນກັນ. ພຣະເຈົ້າສູນເສຍຄວາມສະຫງົບກໍຍ້ອນວ່າມະນຸດບໍ່ສາມາດເຂົ້າສູ່ຄວາມສະຫງົບໄດ້, ບໍ່ແມ່ນເປັນຍ້ອນວ່າພຣະອົງບໍ່ສາມາດມີຄວາມສະຫງົບຕັ້ງແຕ່ຕົ້ນ.
(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ສິ່ງເຫຼົ່ານີ້ແມ່ນຄວາມຈິງ: ໃນສະໄໝທີ່ຍັງບໍ່ມີແຜ່ນດິນໂລກ, ເທວະທູດຄືທູດສະຫວັນທີ່ຍິ່ງໃຫຍ່. ມັນມີອໍານາດຄວບຄຸມທູດສະຫວັນໃນສະຫວັນທັງໝົດ; ນີ້ແມ່ນອໍານາດທີ່ພຣະເຈົ້າຊົງມອບໃຫ້ມັນ. ນອກຈາກພຣະເຈົ້າແລ້ວ, ມັນຄືຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທູດສະຫວັນຂອງສະຫວັນ. ຕໍ່ມາເມື່ອພຣະເຈົ້າຊົງສ້າງມະນຸດ, ເທວະທູດຈຶ່ງດໍາເນີນການທໍລະຍົດຕໍ່ພຣະເຈົ້າຢ່າງໃຫຍ່ຫຼວງເທິງແຜ່ນດິນໂລກ. ເຮົາເວົ້າວ່າ ມັນທໍລະຍົດຕໍ່ພຣະເຈົ້າ ເພາະວ່າມັນຕ້ອງການຄຸ້ມຄອງມະນຸດຊາດ ແລະ ຢູ່ເໜືອອໍານາດຂອງພຣະເຈົ້າ. ມັນເປັນເທວະທູດທີ່ລໍ້ລວງເອວາເຂົ້າສູ່ຄວາມບາບ; ມັນເຮັດແບບນັ້ນ ຍ້ອນມັນຕ້ອງການສ້າງອານາຈັກຂອງມັນເທິງແຜ່ນດິນໂລກ ແລະ ເຮັດໃຫ້ມະນຸດຊາດທໍລະຍົດຕໍ່ພຣະເຈົ້າ ແລະ ມາເຊື່ອຟັງມັນແທນ. ເທວະທູດເຫັນວ່າ ມີຫຼາຍສິ່ງທີ່ສາມາດເຊື່ອຟັງມັນ; ທູດສະຫວັນສາມາດເຊື່ອຟັງມັນ ແລະ ຜູ້ຄົນໃນແຜ່ນດິນໂລກກໍສາມາດເຊັ່ນກັນ. ຝູງນົກ, ສັດປ່າ, ຕົ້ນໄມ້, ປ່າດົງ, ພູເຂົາ, ແມ່ນໍ້າ ແລະ ສັບພະສິ່ງທັງໝົດເທິງແຜ່ນດິນໂລກແມ່ນຢູ່ພາຍໃຕ້ການດູແລຂອງມະນຸດ ນັ້ນກໍຄື ອາດາມ ແລະ ເອວາ, ແລ້ວອາດາມ ແລະ ເອວາກໍເຊື່ອຟັງມັນ. ສະນັ້ນ, ເທວະທູດຈຶ່ງປາດຖະໜາຢາກຢູ່ເໜືອອໍານາດຂອງພຣະເຈົ້າ ແລະ ທໍລະຍົດຕໍ່ພຣະອົງ. ຫຼັງຈາກນັ້ນ ມັນນໍາພາທູດສະຫວັນທັງຫຼາຍກະບົດຕໍ່ພຣະເຈົ້າ ເຊິ່ງຕໍ່ມາກໍໄດ້ກາຍເປັນວິນຍານຊົ່ວຮ້າຍຕ່າງໆ. ການພັດທະນາຂອງມວນມະນຸດມາເຖິງທຸກວັນນີ້ບໍ່ແມ່ນເກີດຈາກຄວາມເສື່ອມຊາມຂອງເທວະທູດນັ້ນບໍ? ມວນມະນຸດເປັນດັ່ງທຸກມື້ນີ້ຍ້ອນເທວະທູດທໍລະຍົດຕໍ່ພຣະເຈົ້າ ແລະ ເຮັດໃຫ້ມະນຸດເສື່ອມຊາມ... ມວນມະນຸດ ແລະ ທຸກສັບພະສິ່ງເທິງແຜ່ນດິນໂລກໃນປັດຈຸບັນນີ້ແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ຢູ່ພາຍໃຕ້ການຄວບຄຸມຂອງຄົນຊົ່ວຮ້າຍ. ພຣະເຈົ້າຕ້ອງການເປີດເຜີຍການກະທໍາຂອງພຣະອົງຕໍ່ທຸກສັບພະສິ່ງ ເພື່ອວ່າ ຜູ້ຄົນຈະໄດ້ຮູ້ຈັກພຣະອົງ ແລະ ດ້ວຍເຫດນັ້ນຈະເອົາຊະນະຊາຕານ ແລະ ທໍາລາຍສັດຕູຂອງພຣະອົງໃຫ້ໝົດສິ້ນ. ພາລະກິດທັງໝົດນີ້ຈະສໍາເລັດໂດຍຜ່ານການເປີດເຜີຍການກະທໍາຂອງພຣະອົງ. ສິ່ງທີ່ມີຊີວິດທັງໝົດຂອງພຣະອົງແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານ, ດ້ວຍເຫດນັ້ນ ພຣະອົງຈື່ງຕ້ອງການເປີດເຜີຍລິດທານຸພາບສູງສຸດຂອງພຣະອົງໃຫ້ພວກເຂົາເຫັນ ເພື່ອເອົາຊະນະຊາຕານ. ຖ້າບໍ່ມີຊາຕານ ພຣະອົງຈະບໍ່ຈໍາເປັນຕ້ອງເປີດເຜີຍການກະທໍາຂອງພຣະອົງ. ຖ້າບໍ່ແມ່ນຍ້ອນການກໍ່ກວນຂອງຊາຕານ, ພຣະເຈົ້າກໍຈະສ້າງມວນມະນຸດ ແລະ ນໍາພາພວກເຂົາໃຊ້ຊີວິດຢູ່ໃນສວນຂອງເອເດນ. ດ້ວຍເຫດໃດພຣະອົງຈຶ່ງບໍ່ເຄີຍເປີດເຜີຍການກະທໍາຂອງພຣະອົງທັງໝົດໃຫ້ພວກທູດສະຫວັນ ຫຼື ເທວະທູດກ່ອນການທໍລະຍົດຂອງຊາຕານ? ຖ້າພວກທູດສະຫວັນ ແລະ ເທວະທູດໄດ້ຮູ້ຈັກພຣະອົງ ແລະ ເຊື່ອຟັງພຣະອົງແຕ່ເບື້ອງຕົ້ນ, ພຣະອົງກໍຈະບໍ່ໄດ້ດໍາເນີນພາລະກິດທີ່ບໍ່ມີຄວາມໝາຍເຫຼົ່ານີ້. ຍ້ອນການມີຢູ່ຂອງຊາຕານ ແລະ ພວກມານຮ້າຍ ແລະ ມະນຸດເຊັ່ນກັນທີ່ໄດ້ຕໍ່ຕ້ານພຣະອົງ ແລະ ເຕັມໄປດ້ວຍອຸປະນິໄສອັນຊົ່ວຮ້າຍ. ດ້ວຍເຫດນີ້ ພຣະອົງຈຶ່ງຕ້ອງການເປີດເຜີຍການກະທໍາຂອງພຣະອົງ. ເນື່ອງຈາກພຣະອົງຕ້ອງການເຮັດສົງຄາມກັບຊາຕານ, ພຣະອົງຈຶ່ງຕ້ອງໃຊ້ອໍານາດຂອງພຣະອົງເອງ ແລະ ທຸກການກະທໍາຂອງພຣະອົງເພື່ອເອົາຊະນະຊາຕານ; ດ້ວຍວິທີນີ້, ພາລະກິດແຫ່ງການລອດພົ້ນຂອງພຣະອົງທີ່ພຣະອົງປະຕິບັດທ່າມກາງມະນຸດຊາດຈະເຮັດໃຫ້ພວກເຂົາເຫັນສະຕິປັນຍາ ແລະ ລິດທານຸພາບອັນສູງສຸດຂອງພຣະອົງ.
(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເນື່ອງຈາກທ້ອງຟ້າທີ່ຢູ່ເທິງມະນຸດຊາດທຸກຄົນບໍ່ສົດໃສ ແລະ ມືດມົວ ໂດຍທີ່ບໍ່ມີຄວາມແຈ່ມແຈ້ງແມ່ນແຕ່ໜ້ອຍ ແລະ ໂລກມະນຸດຖືກໂຍນລົງສູ່ຄວາມມືດສະນິດ ເພື່ອວ່າ ຈະບໍ່ມີຜູ້ໃດທີ່ໃຊ້ຊີວິດຢູ່ໃນໂລກມະນຸດນັ້ນບໍ່ສາມາດເຫັນມືຂອງເຂົາທີ່ຍື່ນອອກໄປຢູ່ຕໍ່ໜ້າຂອງເຂົາ ຫຼື ເຫັນຕາເວັນເມື່ອເຂົາເງີຍຫົວຂອງເຂົາຂຶ້ນ. ເສັ້ນທາງທີ່ຢູ່ກ້ອງຕີນຂອງພວກເຂົາແມ່ນຂີ້ຕົມ ແລະ ເຕັມໄປດ້ວຍບວກຂຸມ ເຊິ່ງກ້ຽວໄປກ້ຽວມາຢ່າງຄົດລ້ຽວ; ທົ່ວແຜ່ນດິນແມ່ນຮົກໄປດ້ວຍຊາກສົບ. ມຸມມືດແມ່ນເຕັມໄປດ້ວຍຊາກສົບຂອງຄົນຕາຍ ແລະ ໃນມຸມທີ່ເຢັນ ແລະ ມີຮົ່ມແມ່ນມີພວກມານຮ້າຍອາໄສຢູ່. ທົ່ວທຸກແຫ່ງຫົນໃນໂລກມະນຸດແມ່ນມີພວກມານຮ້າຍໄປມາຢ່າງຫຼວງຫຼາຍ. ລູກຫຼານຂອງສັດຮ້າຍທຸກປະເພດ ທີ່ປົກຄຸມໄປດ້ວຍສິ່ງທີ່ສົກກະປົກ ແມ່ນຕິດຢູ່ໃນສົງຄາມທີ່ຈັດກອງກໍາລັງທະຫານຢ່າງເປັນລະບຽບ ໂດຍມີສຽງດັງກ້ອງສະທ້ານຫວັ່ນໄຫວໃນຫົວໃຈ. ໃນເວລາດັ່ງກ່າວນັ້ນ, ໃນໂລກດັ່ງກ່າວ, “ສະຫວັນເທິງແຜ່ນດິນໂລກ” ດັ່ງກ່າວ, ຜູ້ຄົນຈະສະແຫວງຫາຄວາມສຸກແຫ່ງຊີວິດໄດ້ຢູ່ໃສ? ຄົນໆໜຶ່ງຈະຄົ້ນຫາຈຸດໝາຍປາຍທາງຊີວິດຂອງຕົນໄດ້ຢູ່ໃສ? ມະນຸດຊາດໄດ້ຖືກຢຽບຢໍ່າຢູ່ພາຍໃຕ້ຕີນຂອງຊາຕານມາດົນນານ, ໄດ້ເປັນນັກສະແດງໃນຮູບພາບຂອງຊາຕານຕັ້ງແຕ່ທຳອິດ, ຍິ່ງໄປກວ່ານັ້ນ ມະນຸດຊາດທີ່ເປັນຕົວຢ່າງຂອງຊາຕານ ແລະ ເຮັດໜ້າທີ່ເປັນເຄື່ອງພິສູດຢັ້ງຢືນວ່າມະນຸດເປັນພະຍານໃຫ້ກັບຊາຕານຢ່າງຊັດເຈນ. ເມື່ອເປັນເຊັ່ນນັ້ນ ມະນຸດຊາດ ເຊິ່ງເປັນຄົນທີ່ຕໍ່າຊາມ, ເຊື້ອສາຍຂອງຊາດມະນຸດທີ່ຊົ່ວຊ້າເຫຼົ່ານີ້ຈະສາມາດເປັນພະຍານຝ່າຍພຣະເຈົ້າໄດ້ແນວໃດ? ແລ້ວຄວາມສະຫງ່າລາສີຂອງເຮົາມີຢູ່ໃສ? ໃຜສາມາດເລີ່ມກ່າວຄໍາພະຍານຂອງເຮົາ? ເພາະວ່າສັດຕູທີ່ເຮັດໃຫ້ມະນຸດເສື່ອມໂຊມ, ທີ່ຕັ້ງຕົນເປັນປໍລະປັກຕໍ່ເຮົາ ໄດ້ຍຶດເອົາມະນຸດທີ່ເຮົາສ້າງມາແຕ່ດົນນານທີ່ເຕັມໄປດ້ວຍຄວາມສະຫງ່າລາສີຂອງເຮົາ ແລະ ຄວາມເປັນຢູ່ຂອງເຮົາ ທີ່ເຮົາໃຫ້ການດູແລພວກເຂົາ. ມັນໄດ້ຍາດຊີງເອົາຄວາມສະຫງ່າລາສີຂອງເຮົາໄປ ແລະ ສິ່ງດຽວທີ່ມັນເຮັດຄືປູກຝັງຈິດໃຈມະນຸດດ້ວຍຢາພິດທີ່ເຕັມໄປດ້ວຍຄວາມຊົ່ວຮ້າຍຂອງຊາຕານ ແລະ ດ້ວຍນໍ້າໝາກໄມ້ຈາກຕົ້ນໄມ້ແຫ່ງສະຕິປັນຍາຂອງຄົນດີ ແລະ ຄົນຊົ່ວ. ໃນຕົ້ນເດີມນັ້ນ ເຮົາສ້າງມະນຸດ ນັ້ນກໍຄື ເຮົາສ້າງອາດາມຜູ້ທີ່ເປັນບັນພະບຸລຸດຂອງມະນຸດ. ອາດາມມີຮູບຮ່າງ ແລະ ຮູບພາບທີ່ເຕັມໄປດ້ວຍຄວາມກະຕືລືລົ້ນ ແລະ ຊີວິດຊີວາ ແລະ ຍິ່ງໄປກວ່ານັ້ນ ເປັນຄົນທີ່ຢູ່ໃນຄວາມສະຫງ່າລາສີຂອງພຣະເຈົ້າ. ນັ້ນແມ່ນວັນແຫ່ງຄວາມສະຫງ່າລາສີໃນການສ້າງມະນຸດຂອງເຮົາ. ຫລັງຈາກນັ້ນ ເຮົາສ້າງເອວາຈາກຮ່າງກາຍຂອງອາດາມ ແລະ ເຊັ່ນດຽວກັນ ເອວາກໍແມ່ນບັນພະບຸລຸດຂອງມະນຸດ. ດັ່ງນັ້ນຜູ້ຄົນທີ່ເຮົາສ້າງແມ່ນເຕັມໄປດ້ວຍລົມຫາຍໃຈ ແລະ ຄວາມສະຫງ່າລາສີຂອງເຮົາ. ອາດາມແມ່ນເກີດຈາກກໍາມືຂອງເຮົາ ແລະ ເປັນຕົວແທນໜ້າຕາຂອງເຮົາ. ດ້ວຍເຫດນັ້ນ ຄວາມໝາຍດັ່ງເດີມຂອງ “ອາດາມ” ກໍຄືເປັນມະນຸດທີ່ເຮົາເປັນຜູ້ສ້າງທີ່ເຕັມໄປດ້ວຍຊີວິດຈິດໃຈ ແລະ ຄວາມສະຫງ່າລາສີຂອງເຮົາ ທີ່ມີຮູບຮ່າງ, ໜ້າຕາ, ຈິດໃຈ ແລະ ລົມຫາຍໃຈ. ອາດາມຄືຜູ້ດຽວທີ່ມີຈິດໃຈ, ສາມາດເປັນຕົວແທນ, ເປັນໃບໜ້າ ແລະ ເປັນຊີວິດຈິດໃຈຂອງເຮົາ. ເມື່ອຕົ້ນເດີມນັ້ນ ເອວາເປັນມະນຸດຜູ້ທີ່ສອງທີ່ເຮົາສ້າງຂຶ້ນ ສະນັ້ນ ຄວາມໝາຍດັ່ງເດີມຂອງ “ເອວາ” ກໍຄືເປັນຜູ້ທີ່ເຮົາສ້າງເພື່ອສືບຕໍ່ກຽດຕິຍົດຂອງເຮົາ ເຊິ່ງນາງເປັນຜູ້ທີ່ເຕັມໄປດ້ວຍຊີວິດຊີວາຂອງເຮົາ ແລະ ນອກນັ້ນນາງຍັງເປັນຜູ້ໄດ້ຮັບຄວາມສະຫງ່າລາສີຈາກເຮົາ. ເອວາມາຈາກອາດາມ ສະນັ້ນ ນາງເປັນອີກຄົນໜຶ່ງທີ່ເປັນໜ້າຕາຂອງເຮົາ ເພາະວ່ານາງເປັນມະນຸດຜູ້ທີ່ສອງທີ່ຖືກສ້າງຂຶ້ນໃນຮູບພາບຂອງເຮົາ. ຄວາມໝາຍດັ່ງເດີມຂອງ “ເອວາ” ກໍຄືເປັນມະນຸດທີ່ມີຊີວິດ, ມີຈິດໃຈ, ເນື້ອຫນັງ ແລະ ກະດູກທີ່ເປັນພະຍານ ແລະ ໃບໜ້າຄົນທີ່ສອງຂອງເຮົາໃນທ່າມກາງມະນຸດຊາດ. ພວກເຂົາເປັນບັນພະບຸລຸດຂອງມະນຸດ, ເປັນມະນຸດທີ່ບໍລິສຸດ ແລະ ເປັນສົມບັດທີ່ມີຄຸນຄ່າທີ່ສຸດ. ພວກເຂົາເປັນສິ່ງທີ່ມີຊີວິດທໍາອິດທີ່ມີຈິດໃຈ. ແນວໃດກໍຕາມ ມານຮ້າຍໄດ້ຢຽບຢໍ່າ ແລະ ເອົາລູກຫຼານຂອງບັນພະບຸລຸດຂອງມະນຸດເປັນຊະເລີຍ ແລະ ຢຽບຢໍ່າທໍາລາຍ, ນໍາເອົາໂລກມະນຸດໄປສູ່ຄວາມມືດ ແລະ ເຮັດໃຫ້ລູກຫຼານຂອງມະນຸດບໍ່ເຊື່ອໃນຕົວເຮົາ. ຍິ່ງເປັນຕາເບື່ອໜ່າຍໄປກວ່ານັ້ນ ໃນຂະນະມານຮ້າຍໄດ້ເຮັດໃຫ້ຜູ້ຄົນເສື່ອມໂຊມ ແລະ ຢຽບຢໍ່າພວກເຂົາທຸກຫົນທຸກແຫ່ງ, ມັນເປັນການທໍາລາຍກຽດຕິດຍົດ, ຄໍາພະຍານ, ຊີວິດຈິດໃຈທີ່ເຮົາມອບໃຫ້ເຂົາ. ທໍາລາຍລົມຫາຍໃຈ ແລະ ຊີວິດທີ່ເຮົາມອບໃຫ້ເຂົາ. ທໍາລາຍຄວາມສະຫງ່າລາສີຂອງເຮົາໃນໂລກມະນຸດ ແລະ ທໍາລາຍເລືອດເນື້ອເຫື່ອແຮງທີ່ເຮົາສະຫຼະໃຫ້ມະນຸດ. ມະນຸດບໍ່ໄດ້ຢູ່ໃນແສງສະຫວ່າງອີກຕໍ່ໄປ, ຜູ້ຄົນໄດ້ສູນເສຍທຸກຢ່າງທີ່ເຮົາມອບໃຫ້ແກ່ພວກເຂົາ ແລະ ພວກເຂົາໄດ້ໂຍນຖິ້ມຄວາມສະຫງ່າລາສີທີ່ເຮົາມອບໃຫ້. ແລ້ວພວກເຂົາຈະຮັບຮູ້ໄດ້ແນວໃດວ່າເຮົາເປັນພຣະຜູ້ເປັນເຈົ້າຂອງທຸກສິ່ງທີ່ສ້າງຂຶ້ນ? ພວກເຂົາຈະສືບຕໍ່ເຊື່ອວ່າເຮົາມີຕົວຕົນໃນສະຫວັນໄດ້ແນວໃດ? ພວກເຂົາຈະຄົ້ນພົບການສະແດງສະຫງ່າລາສີຂອງເຮົາເທິງແຜ່ນດິນໂລກນີ້ໄດ້ແນວໃດ? ພວກຫຼານຊາຍ ຫຼານສາວເຫຼົ່ານີ້ຈະຮັບເອົາພຣະເຈົ້າທີ່ບັນພະບຸລຸດຂອງພວກເຂົາເຄົາລົບບູຊາວ່າເປັນພຣະຜູ້ເປັນເຈົ້າທີ່ສ້າງພວກເຂົາໄດ້ແນວໃດ? ພວກຫຼານຊາຍ ແລະ ຫຼານສາວທີ່ໜ້າອະນາດເຫຼົ່ານີ້ໄດ້ເຕັມໃຈ “ສະເໜີ” ຄວາມສະຫງ່າລາສີ, ໜ້າຕາ ແລະ ຄໍາພະຍານທີ່ເຮົາມອບໃຫ້ແກ່ອາດາມ ແລະ ເອວາ ໃຫ້ກັບມານຮ້າຍໄປໝົດ. ພ້ອມທັງຊີວິດທີ່ເຮົາມອບໃຫ້ແກ່ມະນຸດ ເຊິ່ງພວກເຂົາໄດ້ອາໄສມັນເພື່ອຄວາມຢູ່ລອດ; ແລະ ພວກເຂົາບໍ່ສົນໃຈຕໍ່ການເປັນຢູ່ຂອງສິ່ງຊົ່ວຮ້າຍແທ້ໆ ແລະ ໄດ້ມອບຄວາມສະຫງ່າລາສີຂອງເຮົາທັງໝົດມອບໃຫ້ມັນ. ນີ້ບໍ່ແມ່ນແຫຼ່ງທີ່ມາຂອງຄໍາວ່າ “ຕໍ່າຊາມ” ບໍ? ແລ້ວຈະໃຫ້ພວກມະນຸດ, ພວກມານຊົ່ວຮ້າຍ, ພວກຊາກຜີດິບ, ພວກຕົວຢ່າງຂອງຊາຕານ ແລະ ສັດຕູດັ່ງກ່າວຂອງເຮົາຮັບເອົາຄວາມສະຫງ່າລາສີຂອງເຮົາໄດ້ແນວໃດ? ເຮົາຈະຍຶດຄວາມສະຫງ່າລາສີຂອງເຮົາ, ຍຶດຄໍາພະຍານຂອງເຮົາທີ່ມີໃນບັນດາມະນຸດ ແລະ ທຸກສິ່ງທີ່ເປັນຂອງເຮົາທີ່ເຮົາມອບໃຫ້ມະນຸດໃນເມື່ອກ່ອນນັ້ນຄືນມາ. ເຮົາຈະເອົາຊະນະມະນຸດທັງໝົດ. ແຕ່ວ່າ ເຈົ້າຄວນຮູ້ວ່າ ມະນຸດທີ່ເຮົາສ້າງນັ້ນແມ່ນເປັນຄົນບໍລິສຸດທີ່ເປັນໜ້າຕາ ແລະ ເປັນກຽດຕິຍົດຂອງເຮົາ. ພວກເຂົາບໍ່ແມ່ນຄົນຂອງຊາຕານ ຫຼື ຢູ່ພາຍໃຕ້ການຢຽບຢໍ່າຂອງມັນ ແຕ່ພວກເຂົາເປັນຕົວຢ່າງຂອງເຮົາທີ່ປາສະຈາກພິດຊົ່ວຮ້າຍຂອງຊາຕານ. ສະນັ້ນ ເຮົາແຈ້ງແກ່ມະນຸດຮູ້ວ່າ ເຮົາຕ້ອງການແຕ່ຜູ້ທີ່ເຮົາສ້າງດ້ວຍກໍາມືຂອງເຮົາ ແລະ ຜູ້ທີ່ບໍລິສຸດທີ່ເຮົາຮັກ ແລະ ຜູ້ທີ່ບໍ່ເປັນຄົນຢູ່ພາຍໃຕ້ອໍານາດໃດໆ. ນອກນັ້ນ ເຮົາຈະຊື່ນຊົມໃນຕົວພວກເຂົາ ແລະ ພິຈາລະນາພວກເຂົາໃຫ້ເປັນກຽດຕິຍົດຂອງເຮົາ. ແນວໃດກໍຕາມ ສິ່ງທີ່ເຮົາຕ້ອງການບໍ່ແມ່ນມະນຸດທີ່ຖືກເສື່ອມໂຊມດ້ວຍຊາຕານ, ທີ່ເປັນຄົນຂອງຊາຕານໃນປັດຈຸບັນ ແລະ ເປັນຄົນທີ່ບໍ່ແມ່ນເຮົາສ້າງດັ່ງເດີມ. ເນື່ອງຈາກວ່າເຮົາມີຈຸດປະສົງທີ່ຈະຍຶດເອົາກຽດຕິຍົດຂອງເຮົາໃນໂລກມະນຸດຄືນມາ, ເຮົາຈະເອົາຊະນະຜູ້ຢູ່ລອດພົ້ນໃນບັນດາມະນຸດຊາດ ເພື່ອພິສູດຄວາມຍິ່ງໃຫຍ່ໃນການເອົາຊະນະຊາຕານ. ເຮົາຮັບເອົາແຕ່ຄໍາພະຍານທີ່ເປັນແກ້ວປະເສີດສໍາລັບເຮົາ ແລະ ເປັນສິ່ງທີ່ເຮົາຊື່ນຊົມ. ນີ້ແມ່ນຈຸດປະສົງຂອງເຮົາ.
(ຄັດຈາກບົດ “ການເປັນຄົນທີ່ແທ້ຈິງໝາຍເຖິງຫຍັງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)