ເຮົາກຳລັງເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ສະຫງ່າລາສີຂອງເຮົາແມບເຫຼື້ອມທົ່ວຈັກກະວານ; ຄົນທຸກປະເພດມີຄວາມປະສົງຂອງເຮົາຢູ່ພາຍໃນພວກເຂົາ ແລະ ທຸກຄົນຖືກຊີ້ນໍາໂດຍມືຂອງເຮົາ ແລະ ເລີ່ມປະຕິບັດພາລະໜ້າທີ່ທີ່ເຮົາມອບໝາຍໃຫ້. ເລີ່ມແຕ່ຈຸດນີ້ໄປ ເຮົາໄດ້ເຂົ້າສູ່ຍຸກໃໝ່ ແລະ ນໍາເອົາມວນມະນຸດໄປສູ່ໂລກອື່ນ. ເມື່ອເຮົາໄດ້ກັບມາສູ່ “ແຜ່ນດິນເກີດ” ຂອງເຮົາ ເຮົາກໍໄດ້ເລີ່ມປະຕິບັດອີກສ່ວນໜຶ່ງຂອງພາລະກິດໃນແຜນການເດີມຂອງເຮົາ ເພື່ອວ່າມະນຸດຈະໄດ້ຮູ້ຈັກເຮົາເລິກເຊິ່ງຍິ່ງຂຶ້ນ. ເຮົາເບິ່ງຈັກກະວານທັງໝົດ ແລະ ເຫັນວ່າ[ກ] ນີ້ຄືໂອກາດສໍາລັບພາລະກິດຂອງເຮົາ, ສະນັ້ນ ເຮົາຈຶ່ງຟ້າວໄປຟ້າວມາ ເພື່ອກະທໍາພາລະກິດໃໝ່ຂອງເຮົາໃນມະນຸດ. ໃນທີ່ສຸດແລ້ວ ນີ້ແມ່ນຍຸກໃໝ່ ແລະ ເຮົາໄດ້ນໍາເອົາພາລະກິດໃໝ່ມາ ເພື່ອຮັບເອົາຄົນໃໝ່ເຂົ້າສູ່ຍຸກໃໝ່ເພີ່ມຂຶ້ນ ແລະ ປະຖິ້ມຜູ້ທີ່ເຮົາຈະໂຍນອອກໃຫ້ຫຼາຍຂຶ້ນ. ໃນຊົນຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ເຮົາໄດ້ດໍາເນີນຂັ້ນຕອນໜຶ່ງຂອງພາລະກິດທີ່ມະນຸດບໍ່ອາດສາມາດເຂົ້າໃຈໄດ້, ເຮັດໃຫ້ພວກເຂົາໄກວໄປມາຕາມລົມ ເຊິ່ງຫຼັງຈາກນັ້ນ ຫຼາຍຄົນກໍຖືກພັດໄປກັບສາຍລົມຢ່າງງຽບໆ. ຄວາມຈິງແລ້ວ ນີ້ແມ່ນ “ພື້ນລານຟາດເຂົ້າ” ທີ່ເຮົາກໍາລັງຈະປັດກວດ; ມັນແມ່ນສິ່ງທີ່ເຮົາຕ້ອງການ ແລະ ພ້ອມນີ້ ມັນຄືແຜນການຂອງເຮົາ. ເພາະວ່າ ຄົນຊົ່ວຮ້າຍທັງຫຼາຍໄດ້ພາກັນຢ່ອງເຂົ້າມາ ໃນຂະນະທີ່ເຮົາປະຕິບັດພາລະກິດຢູ່ນັ້ນ, ແຕ່ເຮົາບໍ່ຟ້າວຟັ່ງທີ່ຈະຂັບໄລ່ພວກເຂົາໜີ. ກົງກັນຂ້າມ ເຮົາຈະທໍາລາຍພວກເຂົາໃຫ້ແຕກກະຈາຍ ເມື່ອເຖິງເວລາອັນສົມຄວນ. ແລ້ວຫຼັງຈາກນັ້ນ ເຮົາຈະໄດ້ເປັນນໍ້າພຸແຫ່ງຊີວິດ ທີ່ເຮັດໃຫ້ຜູ້ທີ່ຮັກເຮົາຢ່າງແທ້ຈິງໄດ້ຮັບໝາກໄມ້ຂອງຕົ້ນເດື່ອ ແລະ ກິ່ນຫອມຂອງດອກລິນລີ່ຈາກເຮົາ. ໃນດິນແດນທີ່ມີຊາຕານພັກເຊົາ, ດິນແດນແຫ່ງຝຸ່ນລະອອງ, ໃນນັ້ນຍັງບໍ່ມີຄໍາບໍລິສຸດ, ມີແຕ່ດິນຊາຍ ແລະ ດັ່ງນັ້ນ ເຮົາຈຶ່ງພົບກັບສະພາບແວດລ້ອມເຫຼົ່ານີ້. ເຈົ້າຄວນຮູ້ວ່າສິ່ງທີ່ເຮົາຮັບເອົາ ຄືກ້ອນຄໍາທີ່ບໍລິສຸດ, ຄໍາທີ່ຖືກຫຼໍ່ຫຼອມໃຫ້ສະອາດ, ບໍ່ແມ່ນດິນຊາຍ. ແລ້ວຄົນຊົ່ວຮ້າຍຈະຢູ່ໃນເຮືອນຂອງເຮົາໄດ້ແນວໃດ? ເຮົາຈະສາມາດປ່ອຍໃຫ້ໝາຈອກເປັນໜອນໃນດິນແດນສະຫວັນຂອງເຮົາໄດ້ແນວໃດ? ເຮົາໃຊ້ທຸກວິທີການທີ່ພໍຈະຄິດໄດ້ເພື່ອຂັບໄລ່ສິ່ງເຫຼົ່ານີ້ໜີ. ກ່ອນຄວາມປະສົງຂອງເຮົາຈະຖືກເປີດເຜີຍ ບໍ່ມີໃຜຮູ້ໃນສິ່ງທີ່ເຮົາກໍາລັງຈະເຮັດ. ເຮົາຖືເອົາໂອກາດນີ້ ຂັບໄລ່ຄົນຊົ່ວຮ້າຍເຫຼົ່ານັ້ນໜີ

ບໍ່ມີໃຜເຊື່ອວ່າ ພວກເຂົາຈະເຫັນສະຫງ່າລາສີຂອງເຮົາ ແລະ ເຮົາຈະບໍ່ບັງຄັບພວກເຂົາ, ແຕ່ກົງກັນຂ້າມ ເຮົາຈະເອົາຄວາມສະຫງ່າລາສີຂອງເຮົາອອກຈາກທ່າມກາງມະນຸດ ແລະ ນໍາໄປໄວ້ທີ່ໂລກອື່ນ. ເມື່ອມະນຸດສໍານຶກຜິດອີກຄັ້ງ, ເມື່ອນັ້ນເຮົາຈະນໍາເອົາຄວາມສະຫງ່າລາສີຂອງເຮົາ ແລະ ສະແດງມັນຕໍ່ຜູ້ທີ່ມີຄວາມເຊື່ອເຫຼົ່ານັ້ນ. ນີ້ແມ່ນຫຼັກການ ທີ່ເຮົາປະຕິບັດພາລະກິດ. ຍ້ອນມີເວລາທີ່ຄວາມສະຫງ່າລາສີຂອງເຮົາອອກຈາກການາອານ ແລະ ຍັງມີເວລາທີ່ສະຫງ່າລາສີຂອງເຮົາຈະອອກຈາກຜູ້ຄົນທີ່ຖືກເລືອກ. ຍິ່ງໄປກວ່ານັ້ນ ມີເວລາທີ່ສະຫງ່າລາສີຂອງເຮົາອອກຈາກແຜ່ນດິນໂລກ ໂດຍເຮັດໃຫ້ໂລກນີ້ມືດລົງ ແລະ ຈົມຢູ່ກັບຄວາມມືດ. ແມ່ນແຕ່ດິນແດນຂອງການາອານກໍຈະບໍ່ເຫັນແສງຕາເວັນ; ມະນຸດທຸກຄົນຈະສູນເສຍຄວາມເຊື່ອຂອງພວກເຂົາ, ແຕ່ບໍ່ມີຜູ້ໃດຈະສາມາດໜີຈາກກິ່ນຫອມອາຍດິນແດນການາອານໄດ້. ມີແຕ່ເມື່ອເຮົາໄດ້ຜ່ານເຂົ້າສູ່ສະຫວັນ ແລະ ແຜ່ນດິນໂລກແຫ່ງໃໝ່ ເຮົາຈະເອົາອີກສ່ວນໜຶ່ງຂອງສະຫງ່າລາສີຂອງເຮົາມາເປີດເຜີຍເປັນຄັ້ງທໍາອິດໃນດິນແດນການາອານ, ເຮັດໃຫ້ເກີດມີແສງສະຫວ່າງອ່ອນໆສ່ອງໄປທົ່ວແຜ່ນດິນໂລກ ທີ່ຈົມຢູ່ໃນຄວາມມືດສະນິດແຫ່ງຍາມຄໍ່າຄືນ ເພື່ອເຮັດໃຫ້ແຜ່ນດິນໂລກທັງໝົດມາສູ່ຄວາມສະຫວ່າງ; ໃຫ້ມະນຸດທົ່ວແຜ່ນດິນໂລກໄດ້ດຶງດູດເອົາກໍາລັງຈາກພະລັງແຫ່ງແສງສະຫວ່າງ, ເຮັດໃຫ້ສະຫງ່າລາສີຂອງເຮົາເພີ່ມຂຶ້ນ ແລະ ປາກົດຂຶ້ນໃໝ່ຕໍ່ທຸກຊົນຊາດ; ແລ້ວເພື່ອໃຫ້ມະນຸດຊາດທັງປວງຮັບຮູ້ວ່າເຮົາໄດ້ມາສູ່ໂລກມະນຸດນີ້ແຕ່ດົນນານແລ້ວ ແລະ ໄດ້ນໍາເອົາຄວາມສະຫງ່າລາສີຂອງເຮົາຈາກອິດສະຣາເອນໄປສູ່ທິດຕາເວັນອອກຕັ້ງແຕ່ດົນນານແລ້ວ; ຍ້ອນສະຫງ່າລາສີຂອງເຮົາໄດ້ສ່ອງແສງຈາກທິດຕາເວັນອອກ ແລະ ມັນເປັນບ່ອນທີ່ມັນຖືກນໍາມາຈາກຍຸກແຫ່ງພຣະຄຸນຈົນເຖິງທຸກວັນນີ້. ແຕ່ມັນຄືອິດສະຣາເອນທີ່ເຮົາຈາກມາ ແລະ ຈາກທີ່ນັ້ນ ເຮົາຈຶ່ງໄດ້ມາເຖິງທິດຕາເວັນອອກ. ເມື່ອແສງສະຫວ່າງແຫ່ງທິດຕາເວັນອອກຄ່ອຍໆກາຍເປັນສີຂາວ ເມື່ອນັ້ນຄວາມມືດທົ່ວແຜ່ນດິນໂລກກໍຈະເລີ່ມຫັນສູ່ແສງສະຫວ່າງ ແລະ ມີແຕ່ເມື່ອນັ້ນ ມະນຸດກໍຈະຄົ້ນພົບວ່າເຮົາໄດ້ໄປຈາກອິດສະຣາເອນແຕ່ດົນນານແລ້ວ ແລະ ປາກົດຕົວໃໝ່ອີກຄັ້ງໃນທິດຕາເວັນອອກ. ເມື່ອເຄີຍລົງມາສູ່ດິນແດນອິດສະຣາເອນຄັ້ງໜຶ່ງແລ້ວ, ເຮົາບໍ່ສາມາດບັງເກີດໃນອິດສະຣາເອນອີກຄັ້ງ, ເພາະວ່າພາລະກິດຂອງເຮົາຈະນໍາພາຈັກກະວານທັງໝົດ ແລະ ຍິ່ງໄປກວ່ານັ້ນ ຟ້າແມບເຫຼື້ອມສ່ອງແສງຈາກທິດຕາເວັນອອກສູ່ທິດຕາເວັນຕົກໂດຍກົງ. ດ້ວຍເຫດນີ້, ເຮົາໄດ້ລົງມາໃນທິດຕາເວັນອອກ ແລະ ນໍາເອົາການາອານມາສູ່ຜູ້ຄົນໃນທິດຕາເວັນອອກ. ເຮົາຈະນໍາເອົາຜູ້ຄົນຈາກທົ່ວແຜ່ນດິນໂລກໄປສູ່ດິນແດນຂອງການາອານ ແລະ ດັ່ງນັ້ນ ເຮົາຈະສືບຕໍ່ກ່າວພຣະຄຳໃນດິນແດນຂອງການາອານເພື່ອຄວບຄຸມຈັກກະວານທັງໝົດ. ໃນເວລານີ້ ບໍ່ມີແສງສະຫວ່າງໃນທົ່ວໂລກ ຍົກເວັ້ນຈາກການາອານ ແລະ ມະນຸດທຸກຄົນແມ່ນສ່ຽງຕໍ່ຄວາມອຶດຫິວ ແລະ ຄວາມໜາວ. ເຮົາໄດ້ມອບຄວາມສະຫງ່າລາສີຂອງເຮົາໃຫ້ແກ່ອິດສະຣາເອນ ແລະ ຕໍ່ມາກໍໄດ້ນໍາເອົາມັນອອກໄປ, ແລ້ວກໍ່ໄດ້ນໍາເອົາຊາວອິດສະຣາເອນໄປສູ່ທິດຕາເວັນອອກ ແລະ ມະນຸດຊາດທັງປວງໄປສູ່ທິດຕາເວັນອອກ. ເຮົາໄດ້ນໍາເອົາພວກເຂົາທັງໝົດມາສູ່ຄວາມສະຫວ່າງ ເພື່ອວ່າພວກເຂົາອາດຈະໄດ້ກັບໄປຢູ່ຮ່ວມກັນໃໝ່ ແລະ ມີຄວາມສໍາພັນກັບມັນ ແລະ ບໍ່ຈໍາເປັນຕ້ອງຊອກຫາຄວາມສະຫວ່າງນັ້ນອີກຕໍ່ໄປ. ເຮົາຈະເຮັດໃຫ້ທຸກຄົນທີ່ສະແຫວງຫາໄດ້ເຫັນແສງສະຫວ່າງອີກຄັ້ງ ແລະ ເຫັນຄວາມສະຫງ່າລາສີທີ່ເຮົາເຄີຍມີໃນອິດສະຣາເອນ; ເຮົາຈະເຮັດໃຫ້ພວກເຂົາເຫັນວ່າ


ໃນທົ່ວຈັກກະວານເຮົາກໍາລັງດຳເນີນພາລະກິດຂອງເຮົາ ແລະ ໃນທິດຕາເວັນອອກ, ສຽງຟ້າຮ້ອງດັງໄດ້ປາກົດຂຶ້ນຢ່າງບໍ່ສິ້ນສຸດ, ສັ່ນສະເທືອນທຸກຊົນຊາດ ແລະ ທຸກນິກາຍ. ມັນແມ່ນສຽງຂອງເຮົາທີ່ໄດ້ນໍາພາທຸກຄົນໃນປັດຈຸບັນ. ເຮົາເຮັດໃຫ້ທຸກຄົນຖືກເອົາຊະນະດ້ວຍສຽງຂອງເຮົາ, ໃຫ້ຕົກລົງສູ່ກະແສນີ້ ແລະ ຍອມຈຳນົນຕໍ່ໜ້າເຮົາ, ເພາະວ່າເຮົາໄດ້ທວງສະຫງ່າລາສີຂອງເຮົາຈາກທົ່ວໂລກ ແລະ ໄດ້ສ້າງມັນຂຶ້ນໃໝ່ໃນພາກຕາເວັນອອກ. ຜູ້ໃດຈະບໍ່ຢາກເຫັນສະຫງ່າລາສີຂອງເຮົາ? ຜູ້ໃດຈະບໍ່ລໍຖ້າດ້ວຍໃຈຕື່ນເຕັ້ນໃນການກັບມາຂອງເຮົາ? ຜູ້ໃດຈະບໍ່ປາຖະໜາຢາກເຫັນການປາກົດຕົວຂອງເຮົາ? ຜູ້ໃດຈະບໍ່ຄິດຮອດຄວາມເປັນຕາຮັກຂອງເຮົາ? ຜູ້ໃດທີ່ຈະບໍ່ຢາກມາສູ່ແສງສະຫວ່າງ? ຜູ້ໃດຈະບໍ່ຢາກເບິ່ງ ບໍ່ຢາກເຫັນຄວາມຮັ່ງມີຂອງການາອານ? ຜູ້ໃດຈະບໍ່ປາຖະໜາການກັບມາຂອງພຣະຜູ້ໄຖ່? ຜູ້ໃດຈະບໍ່ນັບຖືພຣະອົງຜູ້ທີ່ມີລິດອຳນາດທີ່ຍິ່ງໃຫຍ່? ສຽງຂອງເຮົາຈະແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ; ເຮົາຈະພົບກັບຜູ້ຄົນທີ່ຖືກເລືອກຂອງເຮົາ ແລະ ກ່າວພຣະທຳຕໍ່ພວກເຂົາຫຼາຍຂຶ້ນ. ເໝືອນດັ່ງສຽງຟ້າຮ້ອງທີ່ດັງສະນັ່ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ, ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ຢູ່ໃນປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກຕາເວັນອອກໄປເຖິງຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະຍອມສະຫຼະພວກມັນ ແລະ ໃນເວລາດຽວກັນກໍພົບວ່າພຣະທຳເຫຼົ່ານັ້ນເປັນສິ່ງທີ່ບໍ່ສາມາດຢັ່ງເຖິງ, ແຕ່ຊື່ນຊົມຍິນດີໃນທຸກສິ່ງຫຼາຍຂຶ້ນກວ່າເດີມ. ມະນຸດທຸກຄົນຍິນດີ ແລະ ມີຄວາມສຸກ, ສະເຫຼີມສະຫຼອງການມາຂອງເຮົາ ເປັນຄືກັບວ່າເດັກນ້ອຍຫາກໍ່ເກີດ. ດ້ວຍສຽງຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ເຊື້ອຊາດມະນຸດຢ່າງເປັນທາງການ ເພື່ອວ່າພວກເຂົາໄດ້ມານະມັດສະການເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ຢູ່ໃນປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາກົ້ມຫົວລົງຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ ແລະ ນັ້ນໝາຍຄວາມວ່າເຮົາໄດ້ລົງມາຍັງ “ພູເຂົາໝາກກອກ” ແຫ່ງທິດຕາເວັນອອກ. ພວກເຂົາຈະເຫັນວ່າເຮົາໄດ້ຢູ່ໂລກນີ້ມາດົນນານແລ້ວ, ບໍ່ແມ່ນບຸດຊາຍຂອງຊາວຢິວອີກຕໍ່ໄປແຕ່ເປັນແສງຟ້າແມບແຫ່ງທິດຕາເວັນອອກ. ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປາກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ! ໃຫ້ທຸກຄົນມາຢູ່ຕໍ່ຫນ້າບັນລັງຂອງເຮົາ ແລະ ເບິ່ງໃບໜ້າອັນສະຫງ່າລາສີຂອງເຮົາ, ຟັງສຽງຂອງເຮົາ ແລະ ຫຼຽວເບິ່ງການກະທໍາຂອງເຮົາ. ນີ້ແມ່ນຄວາມປະສົງທັງໝົດຂອງເຮົາ; ມັນແມ່ນຈຸດສິ້ນສຸດ ແລະ ຈຸດສູງສຸດຂອງແຜນການຂອງເຮົາ, ພ້ອມທັງເປັນຈຸດປະສົງຂອງການຄຸ້ມຄອງຂອງເຮົາເພື່ອໃຫ້ທຸກຊົນຊາດນະມັດສະການເຮົາ, ໃຫ້ທຸກພາສາຮັບຮູ້ເຮົາ, ໃຫ້ມະນຸດທຸກຄົນຍຶດໝັ້ນຄວາມເຊື່ອຂອງເຂົາໃນຕົວເຮົາ ແລະ ໃຫ້ທຸກຄົນຢູ່ພາຍໃຕ້ເຮົາ!
ໝາຍເຫດ:
ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ເຫັນວ່າ”.

