9. ຄວາມເຊື່ອໝາຍເຖິງການເພິ່ງພາພຣະເຈົ້າ

ໂດຍ ເຊີງເຊີງ, ອິຕາລີ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ນັ້ນກໍຄື ຈາກພາຍໃນຄວາມເຊື່ອຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດເຫັນພຣະເຈົ້າໄດ້ ແລະ ເມື່ອເຈົ້າມີຄວາມເຊື່ອ ພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຫາກປາສະຈາກຄວາມເຊື່ອ, ພຣະອົງບໍ່ສາມາດເຮັດສິ່ງນີ້ໄດ້. ພຣະເຈົ້າຈະປະທານສິ່ງໃດກໍຕາມທີ່ເຈົ້າຫວັງຈະໄດ້ຮັບໃຫ້ກັບເຈົ້າ. ຖ້າເຈົ້າບໍ່ມີຄວາມເຊື່ອ, ເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນ ແລະ ເຈົ້າຈະບໍ່ສາມາດເຫັນການກະທຳຂອງພຣະເຈົ້າໄດ້, ແຮງໄກທີ່ຈະໄດ້ເຫັນອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ເມື່ອເຈົ້າມີຄວາມເຊື່ອວ່າເຈົ້າຈະເຫັນການກະທຳຂອງພຣະອົງໃນປະສົບການຕົວຈິງຂອງເຈົ້າ, ແລ້ວພຣະເຈົ້າຈະປາກົດຕໍ່ເຈົ້າ ແລະ ພຣະອົງຈະໃຫ້ຄວາມສະຫວ່າງ ແລະ ນໍາພາເຈົ້າຈາກພາຍໃນ. ຫາກປາສະຈາກຄວາມເຊື່ອນັ້ນ, ພຣະເຈົ້າຈະບໍ່ສາມາດເຮັດສິ່ງນັ້ນໄດ້. ຖ້າເຈົ້າສູນເສຍຄວາມຫວັງໃນພຣະເຈົ້າ, ເຈົ້າຈະສາມາດມີປະສົບການກັບພາລະກິດຂອງພຣະອົງໄດ້ແນວໃດ? ສະນັ້ນ, ມີແຕ່ເມື່ອເຈົ້າມີຄວາມເຊື່ອ ແລະ ເຈົ້າບໍ່ມີຄວາມສົງໄສຕໍ່ພຣະເຈົ້າເທົ່ານັ້ນ, ມີແຕ່ເມື່ອເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະອົງເທົ່ານັ້ນ ບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ, ພຣະອົງຈຶ່ງຈະໃຫ້ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ເຈົ້າຜ່ານປະສົບການຂອງເຈົ້າ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເຫັນການກະທຳຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ຖືກບັນລຸຜ່ານຄວາມເຊື່ອ. ຄວາມເຊື່ອມາຜ່ານການຫຼໍ່ຫຼອມເທົ່ານັ້ນ ແລະ ຫາກບໍ່ມີການຫຼໍ່ຫຼອມ ຄວາມເຊື່ອບໍ່ສາມາດພັດທະນາໄດ້. ຄຳນີ້ ‘ຄວາມເຊື່ອ’ ໝາຍເຖິງຫຍັງ? ຄວາມເຊື່ອແມ່ນຄວາມເຊື່ອທີ່ແທ້ຈິງ ແລະ ຫົວໃຈທີ່ຈິງໃຈທີ່ມະນຸດຄວນມີ ເມື່ອພວກເຂົາບໍ່ສາມາດເຫັນ ຫຼື ສຳຜັດບາງສິ່ງບາງຢ່າງ, ເມື່ອພາລະກິດຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ເມື່ອພາລະກິດນັ້ນຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ນີ້ແມ່ນຄວາມເຊື່ອທີ່ເຮົາເວົ້າເຖິງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ). ພຣະທຳຂອງພຣະເຈົ້າບອກພວກເຮົາວ່າ ການມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າເປັນສິ່ງສໍາຄັນ. ບໍ່ວ່າພວກເຮົາອາດປະສົບກັບການທົດລອງປະເພດໃດກໍຕາມ ຫຼື ຄວາມຫຍຸ້ງຍາກຂອງພວກເຮົາຈະຍິ່ງໃຫຍ່ສໍ່າໃດ, ພຣະເຈົ້າກໍຕ້ອງການໃຫ້ທຸກຄົນເຊື່ອພຣະທຳຂອງພຣະອົງ ແລະ ມີຄວາມເຊື່ອໃນພຣະອົງ, ເພິ່ງພາພຣະເຈົ້າຢ່າງແທ້ຈິງ ແລະ ຮ່ວມມືກັບພຣະອົງ. ນັ້ນເປັນວິທີດຽວທີ່ຈະເປັນພະຍານເຖິງການປົກຄອງອັນຊົງລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ການກະທໍາຂອງພຣະອົງຜ່ານປະສົບການ. ຂອບພຣະຄຸນສຳລັບການຊີ້ນໍາຂອງພຣະເຈົ້າ, ຂ້ອຍມີປະສົບການສ່ວນຕົວໜ້ອຍໜຶ່ງກັບສິ່ງນີ້.

ໃນຕອນເຊົ້າຂອງວັນທີ 18 ພະຈິກ 2016, ຂ້ອຍໄດ້ຮັບຂໍ້ຄວາມທາງອອນລາຍຈາກອ້າຍຄົນໜຶ່ງໃນປະເທດອິຕາລີ ໂດຍບອກວ່າລາວຮູ້ສຶກອ່ອນເພຍຝ່າຍວິນຍານ ແລະ ຢາກຮູ້ເພີ່ມເຕີມກ່ຽວກັບຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເມື່ອຂ້ອຍອ່ານມັນ, ຂ້ອຍກໍສາມາດຮູ້ສຶກເຖິງຄວາມຮ້ອນຮົນໃນຄວາມປາຖະໜາຂອງລາວ ແລະ ລໍຖ້າການກັບຄືນມາຂອງພຣະຜູ້ເປັນເຈົ້າ. ຂ້ອຍເລີ່ມຕິດຕໍ່ສື່ສານກັບລາວຜ່ານຊອບແວແປພາສາ. ລາວຮູ້ສຶກຜິດຫວັງກັບຄວາມເສື່ອມຊາມ ແລະ ຄວາມຊົ່ວຊ້າໃນຄຣິດຕະຈັກຄາໂທລິກ, ສະນັ້ນ ລາວຈຶ່ງຊອກຫາຄຣິດຕະຈັກທີ່ແທ້ຈິງຢູ່ໃນຫຼາຍໆແຫ່ງນັບຕັ້ງແຕ່ປີ 1991. ລາວຍັງໄດ້ອ່ານໜັງສືຂອງຜູ້ເຝົ້າເບິ່ງນີ ແລະ ພະຍານລີ, ແຕ່ລາວບໍ່ເຄີຍໄດ້ຮັບການບຳລຸງລ້ຽງທີ່ແທ້ຈິງໃດເລີຍໃນຝ່າຍວິນຍານ. ລາວເວົ້າວ່າ ການດໍາລົງຊີວິດໂດຍບໍ່ມີພຣະຜູ້ເປັນເຈົ້າແມ່ນເຈັບປວດ, ຂາດຄວາມໝາຍ ແລະ ປາສະຈາກຄວາມຫວັງ. ລາວເຫັນວິດີໂອ ແລະ ຮູບພາບບາງຢ່າງຈາກຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທາງອອນລາຍ ແລະ ຖືກດຶງດູດໃນທັນທີ. ລາວເວົ້າວ່າຄຣິດຕະຈັກດັ່ງກ່າວເບິ່ງຄືກັບຄຣິດຕະຈັກທີ່ແທ້ຈິງ ແລະ ລາວຕ້ອງການຮຽນຮູ້ເພີ່ມເຕີມກ່ຽວກັບຄຣິດຕະຈັກນັ້ນ. ເມື່ອເຫັນວ່າລາວຮ້ອນຮົນຫຼາຍສໍ່າໃດກັບການສະແຫວງຫາຈາກທຸກສິ່ງທີ່ລາວໄດ້ເວົ້າ, ມັນກໍເຮັດໃຫ້ຂ້ອຍມີຄວາມຮູ້ສຶກຮ້ອນຮົນຫຼາຍຍິ່ງຂຶ້ນ. ຂ້ອຍເຕັມລົ້ນດ້ວຍສິ່ງຕ່າງໆທີ່ຂ້ອຍຢາກບອກລາວ, ແຕ່ຂ້ອຍບໍ່ສາມາດກ່າວພວກມັນອອກເປັນພາສາອິຕາລີ. ຂ້ອຍຕ້ອງການອ່ານພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃຫ້ກັບລາວ, ແຕ່ບົດຄວາມພາສາອິຕາລີຍັງບໍ່ຖືກຕີພິມເທື່ອ. ຂ້ອຍຢາກໃຫ້ລາວເບິ່ງຮູບເງົາບາງເລື່ອງທີ່ກ່ຽວກັບພຣະກິດຕິຄຸນ, ແຕ່ຮູບເງົາສະບັບພາສາອິຕາລີຍັງບໍ່ທັນໄດ້ຖືກປ່ອຍອອກມາເຊັ່ນກັນ. ລາວບໍ່ຮູ້ຈັກພາສາອື່ນເລີຍ. ສິ່ງດຽວທີ່ຂ້ອຍສາມາດເຮັດໄດ້ແມ່ນສົ່ງວິດີໂອເພງໃຫ້ລາວ ເພາະວ່າດົນຕີ ແລະ ການເຕັ້ນເປັນພາສາສາກົນ. ແຕ່ລາວຮູ້ສຶກຮ້ອນຮົນຫຼາຍຍິ່ງຂຶ້ນຫຼັງຈາກເບິ່ງມັນ ແລະ ເວົ້າໃນລັກສະນະທີ່ອ້ອນວອນວ່າ “ພຽງແຕ່ບອກຂ້ອຍໃນທັນທີທີ່ຄຣິດຕະຈັກມີເວັບໄຊເປັນພາສາອິຕີລີ”. ການເຫັນແບບນີ້ຈາກລາວໄດ້ເຕືອນຂ້ອຍກ່ຽວກັບບາງສິ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້: “ເຈົ້າຈະຖ່າຍທອດສິ່ງທີ່ເຈົ້າໄດ້ເຫັນ ແລະ ຜະເຊີນໃຫ້ແກ່ຜູ້ເຊື່ອທີ່ເປັນຕາສັງເວດ, ທຸກຍາກ ແລະ ເຫຼື້ອມໃສເຫຼົ່ານັ້ນ, ຜູ້ທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາໄດ້ແນວໃດ? ຄົນປະເພດໃດທີ່ກຳລັງລໍຖ້າເຈົ້າໃຫ້ລ້ຽງດູພວກເຂົາ? ເຈົ້າສາມາດຈິນຕະນາການໄດ້ບໍ? ເຈົ້າຮູ້ຈັກພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທີ່ເປັນປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ຢ່າງພໍປະມານດັ່ງເຈົ້ານາຍໃນຍຸກຕໍ່ໄປແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າກ່ຽວກັບການເປັນນາຍບໍ? ເຈົ້າຈະອະທິບາຍເຖິງນາຍຂອງທຸກສິ່ງແນວໃດ? ມັນແມ່ນນາຍຂອງສິ່ງມີຊີວິດທີ່ຖືກສ້າງທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງສຳລັບຄວາມກ້າວໜ້າຂອງພາລະກິດຂັ້ນຕໍ່ໄປ? ມີຈັກຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າເພື່ອເປັນຄົນລ້ຽງດູຂອງພວກເຂົາ? ໜ້າທີ່ຂອງເຈົ້າແມ່ນໜ້າທີ່ໆໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ເຮັດຫຍັງກໍບໍ່ຖືກ, ຮ້ອງໄຫ້ຢູ່ໃນຄວາມມືດ, ຫົນທາງຢູ່ໃສ? ພວກເຂົາປາຖະໜາຫາແສງສະຫວ່າງ ຄ້າຍຄືດາວຕົກ ໃຫ້ລົງມາໃນທັນທີ ແລະ ກຳຈັດກອງກຳລັງແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ໃຜສາມາດຮູ້ໄດ້ເຖິງຂອບເຂດສົມບູນທີ່ພວກເຂົາຫວັງຢ່າງໃຈຈົດໃຈຈໍ່ ແລະ ວິທີທີ່ພວກເຂົາປາຖະໜາຫາ ໃນກາງເວັນ ແລະ ກາງຄືນສຳລັບສິ່ງນີ້? ແມ່ນແຕ່ໃນມື້ທີ່ແສງສະຫວ່າງແວວຜ່ານ, ຄົນເຫຼົ່ານີ້ທີ່ທົນທຸກທໍລະມານຢ່າງເລິກເຊິ່ງຍັງຄົງຖືກຈ່ອງຈຳໃນຄຸກມືດໃຕ້ດິນ ໂດຍບໍ່ມີຄວາມຫວັງທີ່ຈະໄດ້ຮັບການປ່ອຍຕົວ; ເມື່ອໃດພວກເຂົາຈະບໍ່ຮ້ອງໄຫ້ອີກຕໍ່ໄປ? ສິ່ງທີ່ເປັນຕາຢ້ານກໍຄືຄວາມໂຊກຮ້າຍຂອງວິນຍານທີ່ບອບບາງເຫຼົ່ານີ້ທີ່ບໍ່ເຄີຍໄດ້ຮັບການພັກຜ່ອນ ແລະ ພວກເຂົາຖືກມັດຢູ່ໃນສະພາວະນີ້ແຕ່ດົນ ໂດຍຂໍ້ຜູກມັດໄຮ້ປານີ ແລະ ປະຫວັດສາດທີ່ແຂງກະດ້າງ. ແລ້ວໃຜເຄີຍໄດ້ຍິນສຽງຮ້ອງໄຫ້ຂອງພວກເຂົາ? ໃຜເຄີຍເບິ່ງສະພາວະທີ່ເປັນທຸກຂອງພວກເຂົາ? ເຈົ້າເຄີຍຄິດບໍວ່າ ຫົວໃຈຂອງພຣະເຈົ້າໂສກເສົ້າ ແລະ ວິຕົກກັງວົນສໍ່າໃດ? ພຣະອົງຈະສາມາດທົນເຫັນມະນຸດຊາດຜູ້ໄຮ້ດຽງສາ ທີ່ພຣະອົງສ້າງດ້ວຍມືພຣະອົງເອງ ຕ້ອງທົນທຸກກັບການທໍລະມານດັ່ງກ່າວໄດ້ແນວໃດ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?). ຫຼັງຈາກທີ່ໄດ້ອ່ານສິ່ງນີ້, ຂ້ອຍກໍເຫັນວ່າພຣະເຈົ້າໄດ້ຝາກຝັງໃຫ້ພວກເຮົາເຜີຍແຜ່ຂ່າວປະເສີດ ແລະ ເປັນພະຍານ, ແຕ່ເຖິງແມ່ນວ່າຈະຢູ່ຕໍ່ໜ້າຄວາມຕ້ອງການອັນຮີບດ່ວນຂອງພຣະເຈົ້າ, ຂ້ອຍກໍຮູ້ສຶກຄືກັບວ່າມືຂອງຂ້ອຍຖືກມັດ. ຂ້ອຍບໍ່ສາມາດເປັນພະຍານສໍາລັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍໄດ້. ອ້າຍຄົນນັ້ນຫຼົງທາງໃນຄວາມມືດ ແລະ ດີ້ນຮົນເປັນເວລາຫຼາຍປີ, ແຕ່ຂ້ອຍບໍ່ສາມາດຊ່ວຍໃຫ້ລາວໄດ້ຮັບການບຳລຸງລ້ຽງຈາກພຣະທຳຂອງພຣະເຈົ້າ. ຂ້ອຍຮູ້ສຶກບໍ່ດີຫຼາຍ. ຂ້ອຍເກືອບຈະຮ້ອງໄຫ້ເມື່ອຂ້ອຍເຫັນຂໍ້ຄວາມຂອງລາວ ແລະ ຮູ້ສຶກວ່າຂ້ອຍຕົກຢູ່ໃນສະຖານະການທີ່ຕັດສິນໃຈຍາກ. ຖ້າຂ້ອຍຍ້ອນກັບໄດ້, ຂ້ອຍຈະບໍ່ຟ້າວໃຫ້ລາວສືບຫາຫົນທາງທີ່ແທ້ຈິງທີ່ລາວໄດ້ສະແຫວງຫາ ແລະ ປາຖະໜາຫາ. ຖ້າຂ້ອຍດຳເນີນຕໍ່ໄປ, ຂ້ອຍຈະອາໄສເຄື່ອງມືແປພາສາທີ່ບໍ່ຖືກຕ້ອງ ເນື່ອງຈາກຂ້ອຍບໍ່ສາມາດເວົ້າພາສາອິຕາລີໄດ້. ບາງຄັ້ງ ພວກມັນກໍບໍ່ຖືກຕ້ອງແມ່ນແຕ່ກັບສິ່ງທີ່ງ່າຍໆ, ແລ້ວບໍ່ຕ້ອງເວົ້າເຖິງຄຳສັບຝ່າຍວິນຍານເລີຍ. ສະນັ້ນ ພວກເຮົາສາມາດສື່ສານໄດ້ແນວໃດ? ຂ້ອຍຮູ້ສຶກຄືກັບວ່າຂ້ອຍປາກກືກ. ຕາຂອງຂ້ອຍເປີດກວ້າງ, ແຕ່ຂ້ອຍບໍ່ສາມາດເຮັດຫຍັງໄດ້. ຂ້ອຍຍັງຄິດກ່ຽວກັບການຊອກຫາອ້າຍເອື້ອຍນ້ອງທີ່ຮູ້ຈັກພາສາອິຕາລີ, ແຕ່ຂ້ອຍບໍ່ສາມາດຊອກຫາຄົນທີ່ເໝາະສົມກັບຈຸດປະສົງນີ້. ຂ້ອຍຄິດຫຍັງບໍ່ອອກແທ້ໆໃນຈຸດນັ້ນ ແລະ ຂ້ອຍຄິດວ່າ “ສິ່ງທີ່ຂ້ອຍຮູ້ຈັກເວົ້າໃນພາສາອິຕາລີມີພຽງແຕ່ ‘ສະບາຍດີ’ ແລະ ‘ລາກ່ອນ’. ສະນັ້ນ, ບໍ່ວ່າຂ້ອຍຈະພະຍາຍາມແນວໃດກໍຕາມ, ຂ້ອຍຈະບໍ່ສາມາດເປັນພະຍານໃຫ້ກັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍໄດ້ຈັກເທື່ອ”. ຂ້ອຍຮູ້ສຶກເສົ້າໃຈແທ້ໆ.

ໃນຕອນເຊົ້າຂອງມື້ຖັດໄປ, ຂ້ອຍໄດ້ຮັບຂໍ້ຄວາມຈາກລາວ ເຊິ່ງເວົ້າວ່າສິ່ງທໍາອິດທີ່ລາວຄິດເຖິງເມື່ອລາວຕື່ນຂຶ້ນມາກໍຄືຖາມຂ້ອຍກ່ຽວກັບຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຂໍ້ແທ້ຈິງທີ່ວ່າລາວສືບຕໍ່ສົ່ງຂໍ້ຄວາມຫາຂ້ອຍເຮັດໃຫ້ຂ້ອຍຮ້ອນຮົນແທ້ໆ. ຂ້ອຍກ່າວຄຳອະທິຖານຢ່າງຮ້ອນຮົນວ່າ: “ໂອ ພຣະເຈົ້າ, ຂ້ານ້ອຍບໍ່ເຄີຍໄດ້ສຶກສາພາສາອິຕາລີ ແລະ ຂ້ານ້ອຍບໍ່ຮູ້ຈັກວິທີແບ່ງປັນຂ່າວປະເສີດກັບອ້າຍຄົນນີ້ແທ້ໆ. ພຣະເຈົ້າ, ກະລຸນາຊີ້ນໍາຂ້ານ້ອຍ”. ຂໍ້ຄວາມນີ້ໃນພຣະທຳຂອງພຣະເຈົ້າປາກົດຂຶ້ນໃນຄວາມຄິດທັນທີຫຼັງຈາກທີ່ຂ້ອຍໄດ້ອະທິຖານ: “ເຈົ້າຕ້ອງມີຄວາມເຊື່ອວ່າທຸກສິ່ງແມ່ນຢູ່ໃນກໍາມືຂອງພຣະເຈົ້າ ແລະ ມະນຸດພຽງແຕ່ຮ່ວມມືກັບພຣະອົງ. ຖ້າຫົວໃຈຂອງເຈົ້າຈິງໃຈ, ພຣະເຈົ້າກໍຈະເຫັນມັນ ແລະ ພຣະອົງຈະເປີດເຜີຍເສັ້ນທາງທັງໝົດໃຫ້ກັບເຈົ້າ, ເຮັດໃຫ້ຄວາມຫຍຸ້ງຍາກບໍ່ຫຍຸ້ງຍາກອີກຕໍ່ໄປ. ນີ້ແມ່ນຄວາມເຊື່ອທີ່ເຈົ້າຕ້ອງມີ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໃນການເຊື່ອໃນພຣະເຈົ້າ, ແມ່ນຫຍັງຄືສິ່ງສຳຄັນທີ່ສຸດໃນການປະຕິບັດ ແລະ ການປະສົບກັບພຣະທຳຂອງພຣະອົງ). “ພວກເຈົ້າບໍ່ຈຳເປັນຕ້ອງກັງວົນກ່ຽວກັບສິ່ງໃດໜຶ່ງ ໃນຂະນະທີ່ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າ, ຕາບໃດທີ່ເຈົ້ານໍາໃຊ້ກຳລັງທັງໝົດ ແລະ ທຸ້ມເທຫົວໃຈຂອງເຈົ້າເຂົ້າໃນສິ່ງນັ້ນ. ພຣະເຈົ້າຈະບໍ່ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບເຈົ້າ ຫຼື ບັງຄັບໃຫ້ເຈົ້າເຮັດສິ່ງທີ່ເຈົ້າບໍ່ສາມາດເຮັດໄດ້(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໃນການເຊື່ອໃນພຣະເຈົ້າ, ແມ່ນຫຍັງຄືສິ່ງສຳຄັນທີ່ສຸດໃນການປະຕິບັດ ແລະ ການປະສົບກັບພຣະທຳຂອງພຣະອົງ). ການອ່ານສິ່ງນີ້ເສີມສ້າງຄວາມເຊື່ອ ແລະ ຄວາມກ້າຫານຂອງຂ້ອຍ. ມັນເປັນຈິງທີ່ທຸກສິ່ງຢູ່ໃນມືຂອງພຣະເຈົ້າ ແລະ ທຸກສິ່ງສາມາດເປັນໄປໄດ້ດ້ວຍພຣະອົງ. ສິ່ງທີ່ພຣະເຈົ້າຕ້ອງການຈາກພວກເຮົາຫຼາຍທີ່ສຸດເມື່ອພວກເຮົາພົບກັບຄວາມຫຍຸ້ງຍາກຄືຄວາມຈິງໃຈ ແລະ ການຮ່ວມມືຂອງພວກເຮົາ, ພວກເຮົາໄວ້ວາງໃຈ ແລະ ເພິ່ງພາພຣະອົງຢ່າງແທ້ຈິງ ແລະ ເຮັດສຸດຄວາມສາມາດຂອງພວກເຮົາເພື່ອເຮັດວຽກກັບພຣະອົງ. ຫຼັງຈາກນັ້ນ, ພຣະເຈົ້າຈະຊ່ວຍແກ້ໄຂບັນຫາຂອງພວກເຮົາ. ແຕ່ເມື່ອຂ້ອຍປະສົບກັບບັນຫາປະເພດນັ້ນ, ຂ້ອຍກໍຮູ້ວ່າພຣະເຈົ້າບໍ່ໄດ້ມີພື້ນທີ່ໃນຫົວໃຈຂອງຂ້ອຍ. ຂ້ອຍກຳລັງດໍາລົງຊີວິດພາຍໃນແນວຄິດ ແລະ ຈິນຕະນາຂອງຂ້ອຍເອງ ໂດຍຄິດວ່າ ຍ້ອນຂ້ອຍບໍ່ສາມາດເວົ້າພາສາອິຕາລີ, ຂ້ອຍຈຶ່ງບໍ່ສາມາດຕິດຕໍ່ສື່ສານຢ່າງເປັນປົກກະຕິກັບອ້າຍຄົນດັ່ງກ່າວ, ສະນັ້ນຈຶ່ງບໍ່ມີວິທີທີີ່ຂ້ອຍຈະສາມາດເປັນພະຍານໃຫ້ກັບພາລະກິດຂອງພຣະເຈົ້າ. ຂ້ອຍຕິດຢູ່ໃນຄວາມຫຍຸ້ງຍາກນີ້ ໂດຍຮູ້ສຶກລົບໆ ແລະ ຖົດຖອຍ. ຂ້ອຍຈະສາມາດຮັບເອົາການຊີ້ນໍາຂອງພຣະເຈົ້າ ແລະ ເປັນພະຍານໃຫ້ກັບການກະທຳຂອງພຣະອົງໃນລັກສະນະນັ້ນໄດ້ແນວໃດ? ຂ້ອຍຈໍາເປັນຕ້ອງເພິ່ງພາພຣະເຈົ້າຢ່າງແທ້ຈິງ ແລະ ເຮັດທຸກສິ່ງໃນອໍານາດຂອງຂ້ອຍເພື່ອຮ່ວມມືກັບພຣະອົງ ແລະ ໄວ້ວາງໃຈວ່າພຣະອົງໄດ້ເປີດເສັ້ນທາງອອກສໍາລັບຂ້ອຍ. ດ້ວຍຄວາມຄິດນັ້ນ, ໃນທັນທີ ຂ້ອຍກໍຄິດຫາຂໍ້ພຣະຄຳພີບາງຂໍ້ທີ່ເປັນພາສາອິຕາລີທີ່ຂ້ອຍໄດ້ຮວບຮວມສອງຄືນກ່ອນໜ້າ ເຊິ່ງທຳນາຍເຖິງພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ. ຂ້ອຍຄິດອອກວ່າຂ້ອຍສາມາດນໍາໃຊ້ສິ່ງເຫຼົ່ານັ້ນເພື່ອສື່ສານສື່ສານກັບອ້າຍຄົນນັ້ນໄດ້. ສະນັ້ນ, ໃນຕອນເຊົ້າຂອງມື້ຫນຶ່ງ ຂ້ອຍຈຶ່ງສົ່ງພວກມັນຫາລາວເພື່ອຊ່ວຍໃນການສື່ສານຂອງພວກເຮົາ. ຕອນສວາຍຂອງມື້ນັ້ນ, ຂ້ອຍປະຫຼາດໃຈຢ່າງປິຕິຍິນດີທີ່ໄດ້ເຫັນຕົວຢ່າງຮູບເງົາສຳລັບຮູບເງົາໃນສະບັບພາສາອິຕາລີ,ເລື່ອງຄວາມເລິກລັບຂອງຄວາມເປັນພຣະເຈົ້າ ໄດ້ຖືກປ່ອຍອອກ. ຂ້ອຍສົ່ງໃຫ້ລາວໃນທັນທີ. ຕໍ່ມາ, ລາວເວົ້າວ່າ ລາວເຂົ້າໃຈວ່າຮູບເງົາເວົ້າກ່ຽວກັບຄຳທຳນາຍກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າ. ລາວຖາມຂ້ອຍຢ່າງຕື່ນເຕັ້ນວ່າ “ພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວບໍ? ພຣະອົງຢູ່ໃນປະເທດຈີນບໍ? ຊື່ຂອງພຣະອົງໃນປັດຈຸບັນແມ່ນຫຍັງ?” ໃນຊ່ວງເວລານັ້ນ, ຂ້ອຍກໍຮູ້ສຶກຄືກັບວ່າ ລາວເປັນແກະຫຼົງທາງທີ່ໄດ້ຍິນສຽງເອີ້ນຂອງຜູ້ລ້ຽງແກະໃນທັນທີ ແລະ ກຳລັງຊອກຫາແຫຼ່ງທີ່ມາຂອງສຽງນັ້ນຢູ່ທົ່ວທຸກແຫ່ງ. ໂດຍເຮັດຫຍັງບໍ່ຖືກ, ຂ້ອຍໄດ້ຂຽນກັບໄປວ່າ, “ຊື່ຂອງພຣະອົງແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະອົງເປັນສິ່ງທີ່ຖືກທຳນາຍໄວ້ໃນພຣະນິມິດວ່າ ‘ເຮົາຄືປັດຈຸບັນ, ອະດີດ ແລະ ອະນາຄົດ ນັ້ນກໍຄື ຜູ້ຊົງລິດທານຸພາບສູງສຸດ’ (ພຣະນິມິດ 1:8)”. ໃນຈຸດນີ້, ຂ້ອຍໄດ້ເຫັນເຖິງວິທີການທີ່ທຸກຂັ້ນຕອນຂອງການປົກຄອງຂອງພຣະເຈົ້າໄດ້ເຊື່ອມໂຍງກັນໃນຕອນຖັດໄປຢ່າງລົງໂຕ. ຂ້ອຍບໍ່ຮູ້ຈັກພາສາອິຕາລີ ນອກຈາກການທັກທາຍສອງສາມຄຳທີ່ທຳມະດາ, ແຕ່ປະສົບການນີ້ເຮັດໃຫ້ຂ້ອຍມີຄວາມຮູ້ສຶກຢ່າງເລິກເຊິ່ງວ່າ ຂ້ອຍສື່ສານຢ່າງລ່ຽນໄຫຼກັບອ້າຍຄົນນັ້ນຜ່ານການຊີ້ນໍາຂອງພຣະເຈົ້າ ແລະ ຂ້ອຍໄດ້ເຫັນຜົນບາງຢ່າງ. ຂ້ອຍເຫັນວ່າທຸກສິ່ງທຸກຢ່າງຢູ່ໃນມືຂອງພຣະເຈົ້າ, ພວກເຮົາຄວນໄວ້ວາງໃຈຢ່າງແທ້ຈິງ ແລະ ອາໄສພຣະເຈົ້າ ແລະ ເຮັດວຽກກັບພຣະອົງຢ່າງຈິງຈັງ.

ຂ້ອຍໄດ້ຜະເຊີນກັບອີກການທົດສອບຫຼັງຈາກນັ້ນ. ອ້າຍຄົນນີ້ຖາມຂ້ອຍຢູ່ສະເໝີໃນເວລາທີ່ຂ້ອຍໃຫ້ຄຳພະຍານກ່ຽວກັບພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າແກ່ລາວ. ຂ້ອຍກະຕືລືລົ້ນທີ່ຈະເຮັດສິ່ງນັ້ນຄືກັນ, ແຕ່ພວກເຮົາຍັງມີອຸປະສັກດ້ານພາສາຄືເກົ່າ ແລະ ຂ້ອຍຍັງບໍ່ສາມາດຊອກຫາອ້າຍ ຫຼື ເອື້ອຍນ້ອງຄົນໃດທີ່ຈະຊ່ວຍໄດ້. ຖ້າຂ້ອຍພົບຜູ້ບໍ່ເຊື່ອທີ່ຈະແປພາສາໃຫ້, ພວກເຂົາກໍຈະບໍ່ເຂົ້າໃຈຄຳສັບຝ່າຍວິນຍານ ແລະ ອາດແປອອກມາບໍ່ດີ. ການຄິດເຖິງບັນຫາເຫຼົ່ານີ້ເຮັດໃຫ້ຂ້ອຍໝົດຫວັງ. ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ. ຂ້ອຍເປັນຄືກັບແມວທີ່ຢູ່ເທິງຫຼັງຄາກົ່ວທີ່ຮ້ອນ. ຂ້ອຍຮ້ອງຫາພຣະເຈົ້າຄັ້ງແລ້ວຄັ້ງອີກວ່າ: “ໂອ້ ພຣະເຈົ້າ, ມືຂອງຂ້ານ້ອຍຖືກມັດໄວ້. ຂ້ານ້ອຍບໍ່ຮູ້ວ່າຈະເຮັດແນວໃດໃນຕອນນີ້ ແລະ ຂ້ານ້ອຍບໍ່ຮູ້ວ່າຂ້ອຍຄວນຮຽນຮູ້ຫຍັງຈາກສິ່ງນີ້. ກະລຸນາຊີ້ນໍາຂ້ານ້ອຍ ແລະ ເປີດເສັ້ນທາງໃຫ້ແກ່ຂ້ານ້ອຍ”. ຫຼັງຈາກທີ່ໄດ້ອະທິຖານ, ຂ້ອຍກໍຄິດຫາການທີ່ໂມເຊຂ້າມທະເລແດງ. ໂມເຊປະສົບກັບຄວາມຫຍຸ້ງຍາກທຸກຮູບແບບ ໃນຂະນະທີ່ລາວນໍາພາຊາວອິດສະຣາເອນອອກຈາກປະເທດເອຢິບ, ແຕ່ລາວບໍ່ເຄີຍສູນເສຍຄວາມເຊື່ອໃນພຣະເຈົ້າຈັກເທື່ອ. ລາວໄດ້ອະທິຖານ ແລະ ຮ່ວມມືກັບພຣະເຈົ້າ ແລະ ໄດ້ເປັນພະຍານເຖິງສິ່ງອັດສະຈັນຫຼາຍຢ່າງຂອງພຣະເຈົ້າ. ຫາກບໍ່ມີທະເລແດງ ແລະ ກອງທັບທີ່ກຳລັງໄລ່ຕາມພວກເຂົາ ແລະ ຫາກບໍ່ມີເວລາ 40 ປີທີ່ລາວຢູ່ໃນທະເລຊາຍ, ໂມເຊຈະສາມາດມີຄວາມເຊື່ອດັ່ງກ່າວ ແລະ ເປັນພະຍານໄດ້ແນວໃດ? ຫາກບໍ່ຜະເຊີນກັບຄວາມຫຍຸ້ງຍາກເຫຼົ່ານັ້ນໃນໜ້າທີ່ຂອງຂ້ອຍ, ຂ້ອຍຈະສາມາດໄດ້ຮັບຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໄດ້ແນວໃດ? ບໍ່ຕ້ອງເວົ້າເຖິງເລີຍຫາກຂ້ອຍບໍ່ໄດ້ຜະເຊີນກັບແມ່ນຫຍັງກໍຕາມທີ່ຄ້າຍຄືກັບການຂ້າມທະເລແດງ. ແລ້ວນັບຕັ້ງແຕ່ທີ່ຂ້ອຍໄດ້ພົບກັບອ້າຍຄົນນັ້ນຜ່ານທາງອອນລາຍ, ພຣະເຈົ້າກໍໄດ້ເປີດທາງສຳລັບຂ້ອຍຢູ່ສະເໝີ ແລະ ຂ້ອຍໄດ້ເຫັນເຖິງການກະທໍາທີ່ອັດສະຈັນຫຼາຍຢ່າງຂອງພຣະອົງ. ຂ້ອຍຮູ້ວ່າຂ້ອຍຄວນມີຄວາມເຊື່ອຫຼາຍຂຶ້ນໃນພຣະເຈົ້າ ແລະ ເພິ່ງພາພຣະອົງຫຼາຍຂຶ້ນ. ໃນຄວາມຄິດນີ້, ຂ້ອຍກໍຮູ້ໃນທັນທີວ່າ ພຣະເຈົ້າຕ້ອງການເຮັດໃຫ້ຄວາມເຊື່ອຂອງຂ້ອຍ ແລະ ການເພິ່ງພາພຣະອົງນັ້ນສົມບູນໂດຍຜ່ານຄວາມຫຍຸ້ງຍາກເຫຼົ່ານີ້ ເພື່ອໃຫ້ຂ້ອຍມີຄວາມເຂົ້າໃຈຕົວຈິງຫຼາຍຂຶ້ນກ່ຽວກັບການປົກຄອງທີ່ຊົງລິດທານຸພາບສູງສຸດຂອງພຣະເຈົ້າຜ່ານປະສົບການຕົວຈິງຂອງຂ້ອຍ. ຫຼັງຈາກທີ່ຂ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ອຍກໍບໍ່ສົງໄສເລີຍວ່າ ພຣະເຈົ້າຈະເປີດທາງອອກໃຫ້ກັບຂ້ອຍ. ພວກເຮົາກໍານົດວັນທີເພື່ອນັດພົບກັນຜ່ານທາງອອນລາຍ ແລະ ອ້າຍເອື້ອຍນ້ອງໄດ້ຈັດແຈງໃຫ້ນ້ອງສາວທີ່ມີອາຍຸ 15 ປີ ເຊິ່ງເປັນຜູ້ທີ່ສຶກສາພາສາອິຕາລີ ມານໍາພວກເຮົາເພື່ອແປພາສາໃຫ້. ເມື່ອຂ້ອຍໄດ້ຍິນວ່ານ້ອງສາວທີ່ມີອາຍຸ 15 ປີຈະຊ່ວຍໃນການແປພາສາ, ຂ້ອຍກໍຄິດກ່ຽວກັບຕົນເອງ ແລະ ນ້ອງສາວຄົນນັ້ນ. ຂ້ອຍໜຸ່ມແທ້ໆ, ຂ້ອຍບໍ່ໄດ້ເຊື່ອໃນພຣະເຈົ້າເປັນເວລາດົນ ແລະ ຂ້ອຍບໍ່ເຄີຍປະກາດຂ່າວປະເສີດເລີຍ. ມັນຈະເປັນໄປໄດ້ບໍທີ່ຈະມີເດັກຍິງທີ່ອາຍຸນ້ອຍຄົນດັ່ງກ່າວຊ່ວຍໃນການເທດສະໜາຂ່າວປະເສີດ? ຂ້ອຍຮູ້ສຶກບໍ່ແນ່ນອນແທ້ໆ. ແຕ່ເມື່ອຂ້ອຍໄດ້ຍິນນ້ອງສາວຄົນນີ້ອ່ານພຣະທຳຂອງພຣະເຈົ້າເປັນພາສາອິຕາລີຢ່າງຄ່ອງແຄ່ວ ແລະ ລາວເວົ້າວ່າລາວທ່ອງຈຳພຣະທຳຂໍ້ໃໝ່ຢ່າງວ່ອງໄວ, ຂ້ອຍກໍທັງປະຫຼາດໃຈ ແລະ ອາຍ. ພຣະເຈົ້າໄດ້ເຕົ້າໂຮມທຸກຄົນທີ່ເໝາະສົມສຳລັບວຽກງານແຫ່ງການເຜີຍແຜ່ຂ່າວປະເສີດ. ສິ່ງນີ້ໄດ້ເຕືອນຂ້ອຍກ່ຽວກັບພຣະທຳຂອງພຣະເຈົ້າ: “ເມື່ອຄຳໝັ້ນສັນຍາ ຫຼື ຄຳສັນຍາຖືກກ່າວອອກຈາກປາກຂອງພຣະເຈົ້າ, ທຸກສິ່ງກໍຖືກເຮັດໃຫ້ສໍາເລັດ ແລະ ຖືກກຳນົດທິດທາງເພື່ອຄວາມສຳເລັດຂອງມັນ; ສິ່ງຖືກສ້າງທຸກຢ່າງກໍຖືກປັ້ນແຕ່ງ ແລະ ຈັດແຈງຢູ່ພາຍໃຕ້ອຳນາດຂອງພຣະຜູ້ສ້າງ, ເຮັດຕາມບົດບາດໃຜມັນ ແລະ ຮັບໃຊ້ໜ້າທີ່ຂອງໃຜມັນ. ນີ້ແມ່ນການສະແດງອອກຂອງສິດອຳນາດຂອງພຣະຜູ້ສ້າງ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I). ຜ່ານປະສົບການນັ້ນ, ຂ້ອຍໄດ້ເຫັນວ່າພຣະເຈົ້າຈະຊີ້ນໍາຂ້ອຍ ຕາບໃດທີ່ຂ້ອຍເພິ່ງພາພຣະອົງຢ່າງຈິງໃຈ ແລະ ຂ້ອຍເຫັນເຖິງການກະທຳທີ່ອັດສະຈັນຂອງພຣະອົງ.

ຫຼັງຈາກທີ່ພົບນ້ອງສາວຄົນນີ້ທີ່ຈະແປພາສາໃຫ້, ຂ້ອຍກໍສາມາດສື່ສານຢ່າງເປັນປົກກະຕິກັບອ້າຍຄົນນັ້ນໃນທີ່ສຸດ. ຄວາມໜັກໃຈທີ່ໃຫຍ່ຫຼວງຖືກຍົກອອກຈາກຂ້ອຍ. ແຕ່ກ່ອນທີ່ຂ້ອຍຈະຮູ້ຕົວ, ຂ້ອຍບໍ່ມີຄວາມປາຖະໜາທີ່ຈິງຈັງດັ່ງກ່າວໃນການເພິ່ງພາພຣະເຈົ້າ. ເຖິງຢ່າງໃດກໍຕາມ, ນ້ອງສາວຄົນນັ້ນກໍມີບາງສິ່ງທີ່ສຳຄັນຕ້ອງເຮັດ ແລະ ລາວບໍ່ສາມາດຊ່ວຍແປພາສາອີກຕໍ່ໄປ. ຂ້ອຍຮູ້ສຶກຄືວ່າຈະລົ້ມລົງ ເມື່ອຂ້ອຍໄດ້ຍິນຂ່າວ. ມີຫຼາຍຢ່າງທີ່ຂ້ອຍຍັງຕ້ອງການບອກອ້າຍຄົນນັ້ນ ເພື່ອວ່າລາວຈະສາມາດວາງພື້ນຖານເທິງຫົນທາງທີ່ແທ້ຈິງ. ແຕ່ຫາກບໍ່ມີລ່າມແປພາສາຂອງຂ້ອຍ, ບໍ່ມີຫຍັງທີ່ຂ້ອຍຈະສາມາດເຮັດໄດ້. ຫຼັງຈາກນັ້ນ, ຂ້ອຍກໍໄດ້ຍິນກ່ຽວກັບບາງຄົນທີ່ກໍາລັງສະແຫວງຫາຫົນທາງທີ່ແທ້ຈິງ ເຊິ່ງຖືືກຊັກຈູງໂດຍຂ່າວລືທີ່ແຜ່ກະຈາຍໂດຍພັກກອມມູນິດຈີນ ແລະ ຊຸມຊົນສາສະໜາ, ສະນັ້ນ ພວກເຂົາກໍບໍ່ກ້າເບິ່ງມັນ. ຂ້ອຍຢ້ານວ່າຖ້າລາວບໍ່ໄດ້ຮັບການລ້ຽງດູໄດ້ທັນເວລາ, ອ້າຍຄົນອິຕາລີນີ້ກໍຈະຖືກຂັດຂວາງເຊັ່ນກັນ. ຂ້ອຍຮູ້ສຶກໄຮ້ອຳນາດ ແລະ ບໍ່ຮູ້ແທ້ໆວ່າຈະເຮັດແນວໃດ. ຫຼັງຈາກນັ້ນ, ມື້ຫນຶ່ງ ຂ້ອຍໄດ້ເຫັນອ້າຍຄົນນີ້ແບ່ງປັນສິ່ງນີ້ໃນໜ້າເພຈຂອງລາວເອງ: “ໝູ່ເພື່ອນເອີຍ, ອ້າຍເອື້ອຍນ້ອງເອີຍ, ພຣະເຢຊູຄຣິດໄດ້ກັບຄືນມາແລ້ວ! ຈົ່ງປິຕິຍິນດີ!” ການເຫັນລາວໂພສແບບນັ້ນເຮັດໃຫ້ຂ້ອຍກັງວົນໃຈເປັນຢ່າງຫຼາຍ ເພາະລາວມີເພື່ອນຮ່ວມສາສະໜາຫຼາຍກວ່າ 3.000 ຄົນ. ຖ້າຫາກວ່າພຽງແຕ່ສອງສາມຄົນໃນຈຳນວນເຫຼົ່ານັ້ນເປັນຜູ້ຕໍ່ຕ້ານພຣະຄຣິດ ຜູ້ເຊິ່ງສາມາດນໍາພາລາວຢ່າງຜິດໆ ແລະ ລົບກວນລາວ, ລາວຈະຈັດການແນວໃດ? ຂ້ອຍວິຕົກກັງວົນ, ສະນັ້ນ ຂ້ອຍຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານວ່າ: “ໂອ ພຣະເຈົ້າ, ຫາກບໍ່ມີລ່າມແປພາສາ ອ້າຍຄົນນີ້ຈະບໍ່ສາມາດໄດ້ຮັບການລ້ຽງດູໃນທັນທີ ແລະ ຂ້ານ້ອຍຢ້ານວ່າລາວຈະອອກຫ່າງຫຼັງຈາກທີ່ຖືກຊັກຈູງໂດຍຂໍ້ໂຕ້ຖຽງຂອງຄົນອື່ນ. ຂ້ານ້ອຍຄວນປະສົບກັບພຣະທຳຂອງພຣະອົງ ແລະ ຮຽນຮູ້ບົດຮຽນຈາກສະຖານະການນີ້ໄດ້ແນວໃດ? ກະລຸນາຊີ້ນໍາຂ້ານ້ອຍ”. ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າຫຼັງຈາກຄຳອະທິຖານຂອງຂ້ອຍ: “ຜູ້ຄົນໃຊ້ເວລາສ່ວນໃຫຍ່ຂອງພວກເຂົາໃຊ້ຊີວິດໃນສະພາວະທີ່ບໍ່ມີສະຕິ. ພວກເຂົາບໍ່ຮູ້ວ່າພວກເຂົາຄວນເພິ່ງພາພຣະເຈົ້າ ຫຼື ຕົນເອງ. ແລ້ວພວກເຂົາກໍມັກທີ່ຈະເພິ່ງພາຕົນເອງ ແລະ ອີງໃສ່ເງື່ອນໄຂ ແລະ ສະພາບແວດລ້ອມທີ່ເປັນປະໂຫຍດທີ່ຢູ່ອ້ອມຂ້າງພວກເຂົາ ພ້ອມທັງຄົນ, ເຫດການ ແລະ ສິ່ງໃດໜຶ່ງທີ່ເປັນປະໂຫຍດຕໍ່ພວກເຂົາ. ນີ້ຄືສິ່ງທີ່ຜູ້ຄົນເຮັດໄດ້ດີທີ່ສຸດ. ສິ່ງທີ່ພວກເຂົາເຮັດບໍ່ໄດ້ດີທີ່ສຸດຄືການເພິ່ງພາພຣະເຈົ້າ ແລະ ການເຄົາລົບພຣະອົງ, ເພາະພວກເຂົາຮູ້ສຶກວ່າການເຄົາລົບພຣະເຈົ້າເປັນສິ່ງທີ່ຍາກຫຼາຍເກີນໄປ, ພວກເຂົາບໍ່ສາມາດເຫັນ, ພວກເຂົາບໍ່ສາມາດສຳຜັດ ແລະ ພວກເຂົາຮູ້ສຶກວ່າການເຮັດແບບນີ້ແມ່ນເລື່ອນລອຍເກີນໄປ ແລະ ບໍ່ເປັນຈິງ. ສະນັ້ນ ໃນບົດຮຽນດ້ານນີ້ຂອງພວກເຂົາ, ຜູ້ຄົນຈຶ່ງປະຕິບັດສິ່ງທີ່ບໍ່ດີທີ່ສຸດ ແລະ ທາງເຂົ້າຂອງພວກເຂົາກໍຕື້ນທີ່ສຸດ. ຖ້າເຈົ້າບໍ່ຮຽນຮູ້ວິທີການເຄົາລົບພຣະເຈົ້າ ແລະ ເພິ່ງພາພຣະເຈົ້າ, ເຈົ້າຈະບໍ່ເຫັນພຣະເຈົ້າປະຕິບັດພາລະກິດໃນຕົວເຈົ້າ, ຊີ້ນໍາເຈົ້າ ຫຼື ສ່ອງແສງສະຫວ່າງໃຫ້ກັບເຈົ້າ. ຖ້າເຈົ້າບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້, ແລ້ວສ່ວນເລິກໃນຫົວໃຈຂອງເຈົ້າ ຄຳຖາມ ເຊັ່ນ: ‘ພຣະເຈົ້າມີຈິງ ຫຼື ບໍ່ ແລະ ພຣະອົງຊີ້ນໍາທຸກສິ່ງໃນຊີວິດຂອງມະນຸດຊາດ ຫຼື ບໍ່’ ກໍຈະລົງທ້າຍດ້ວຍເຄື່ອງໝາຍຄໍາຖາມ ແທນທີ່ຈະເປັນເຄື່ອງໝາຍຈໍ້າ ຫຼື ເຄື່ອງໝາຍທ້ວງ. ‘ພຣະເຈົ້າຊີ້ນໍາທຸກສິ່ງໃນຊີວິດຂອງມະນຸດຊາດບໍ?’ ‘ພຣະເຈົ້າສັງເກດຄວາມເລິກໃນຫົວໃຈຂອງມະນຸດບໍ?’ ດ້ວຍເຫດຜົນໃດ ເຈົ້າຈຶ່ງເຮັດໃຫ້ສິ່ງເຫຼົ່ານີ້ກາຍເປັນຄຳຖາມ? ຖ້າເຈົ້າບໍ່ເພິ່ງພາ ຫຼື ເຄົາລົບພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະບໍ່ສາມາດເຮັດໃຫ້ເກີດມີຄວາມເຊື່ອທີ່ແທ້ຈິງໃນພຣະອົງ. ຖ້າເຈົ້າບໍ່ສາມາດກໍ່ໃຫ້ເກີດຄວາມເຊື່ອທີ່ແທ້ຈິງໃນພຣະອົງ, ແລ້ວສຳລັບເຈົ້າ ເຄື່ອງໝາຍຖາມເຫຼົ່ານັ້ນກໍຈະຢູ່ໃນທີ່ນັ້ນຕະຫຼອດໄປ, ຕິດຕາມທຸກສິ່ງທີ່ພຣະເຈົ້າເຮັດ ແລະ ຈະບໍ່ມີເຄື່ອງໝາຍຈໍ້າ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຄວາມເຊື່ອໃນພຣະເຈົ້າຕ້ອງເລີ່ມຕົ້ນດ້ວຍການເບິ່ງທະລຸແນວໂນ້ມທີ່ຊົ່ວຮ້າຍຂອງໂລກ). ພຣະທຳຂອງພຣະເຈົ້າປຸກໃຫ້ຂ້ອຍຕື່ນຂຶ້ນ ແລະ ຂ້ອຍກໍຮູ້ໃນທີ່ສຸດວ່າຂ້ອຍລືມພຣະເຈົ້າອີກແລ້ວ. ເມື່ອພຣະເຈົ້າວາງຂ້ອຍໃສ່ໃນສະຖານະການທີ່ຂ້ອຍຮູ້ສຶກໝົດຫົນທາງ ເຊິ່ງເປັນບ່ອນທີ່ຂ້ອຍບໍ່ສາມາດສື່ສານ ແລະ ບໍ່ຮູ້ຈັກວ່າຕ້ອງເຮັດແນວໃດ, ຂ້ອຍເຫັນພຣະເຈົ້າເປັນເສັ້ນຊີວິດຂອງຂ້ອຍ. ແຕ່ເມື່ອສະພາບການທີ່ເໝາະສົມ ແລະ ຜູ້ຄົນທີ່ເໝາະສົມຢູ່ບ່ອນນັ້ນ, ຂ້ອຍກໍພຽງແຕ່ເພິ່ງພາຄົນອື່ນໃນທັນທີ ເພາະຂ້ອຍຮູ້ສຶກວ່ານັ້ນເປັນຈິງຫຼາຍກວ່າ. ເມື່ອນ້ອງສາວຄົນນັ້ນມາຊ່ວຍຂ້ອຍເມື່ອຂ້ອຍຕ້ອງການຄວາມຊ່ວຍເຫຼືອ, ຂ້ອຍກໍຮູ້ວ່າມັນຄືການກະທຳຂອງພຣະເຈົ້າ. ແຕ່ຫລັງຈາກນັ້ນ, ຂ້ອຍຍັງຄິດວ່າ ການທີ່ອ້າຍຄົນນັ້ນຈະຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ຫຼື ບໍ່ ແມ່ນຂຶ້ນກັບລ່າມແປພາສາຄົນນັ້ນຢ່າງສິ້ນເຊີງ. ຂ້ອຍຍັງຂາດຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ຂ້ອຍຄິດເຖິງບາງສິ່ງທີ່ພຣະເຢຊູເຈົ້າໄດ້ກ່າວໄວ້ວ່າ: “ພຣະບິດາຂອງເຮົາ, ຜູ້ທີ່ໄດ້ມອບພວກມັນໃຫ້ແກ່ເຮົາ, ແມ່ນຍິ່ງໃຫຍ່ກວ່າທຸກສິ່ງ ແລະ ບໍ່ມີຜູ້ໃດສາມາດດຶງພວກມັນອອກຈາກມືຂອງພຣະບິດາຂອງເຮົາໄດ້(ໂຢຮັນ 10:29). ແກະຂອງພຣະເຈົ້າໄດ້ຍິນສຽງຂອງພຣະອົງ. ບໍ່ມີຂ່າວລືໃດ, ຄຳຂີ້ຕົວະໃດ ຫຼື ຄວາມລໍາບາກໃດທີ່ສາມາດເອົາຊະນະຜູ້ຄົນຂອງພຣະເຈົ້າຈາກມືຂອງພຣະອົງ. ນີ້ແມ່ນການສຳແດງອອກເຖິງສິດອໍານາດຂອງພຣະເຈົ້າ. ຂ້ອຍຄວນເຊື່ອພຣະທຳຂອງພຣະເຈົ້າ, ເຮັດໜ້າທີ່ຂອງຂ້ອຍເອງ ແລະ ຄົ້ນຫາທຸກວິທີທາງເພື່ອໂອ້ລົມກັບອ້າຍຄົນນັ້ນ. ບໍ່ວ່າລາວໄດ້ຖືກຊັກຈູງໂດຍຂ່າວລື ແລະ ຄຳຂີ້ຕົວະນັ້ນ ຫຼື ບໍ່ ບໍ່ແມ່ນໃຫ້ຂ້ອຍຕັດສິນ.

ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼັງຈາກນັ້ນ: “ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມເປັນເວລາຫຼາຍພັນປີ. ມັນໄດ້ສ້າງຄວາມຊົ່ວຮ້າຍຢ່າງນັບບໍ່ຖ້ວນ, ໄດ້ຫຼອກລວງຜູ້ຄົນຍຸກແລ້ວຍຸກເລົ່າ ແລະ ໄດ້ເຮັດຜິດຢ່າງຊົ່ວຮ້າຍໃນແຜ່ນດິນໂລກ. ມັນຂົ່ມເຫັງມະນຸດ, ຫຼອກລວງມະນຸດ, ລໍ້ລວງໃຫ້ມະນຸດຕໍ່ຕ້ານພຣະເຈົ້າ ແລະ ໄດ້ເຮັດການກະທຳຊົ່ວຮ້າຍຕ່າງໆທີ່ໄດ້ສັບສົນ ແລະ ທຳລາຍແຜນການຄຸ້ມຄອງຂອງພຣະເຈົ້າຄັ້ງແລ້ວຄັ້ງເລົ່າ. ເຖິງຢ່າງໃດກໍຕາມ ພາຍໃຕ້ສິດອຳນາດຂອງພຣະເຈົ້າ, ທຸກສິ່ງ ແລະ ສັດມີຊີວິດທີ່ມີຊີວິດທັງປວງກໍຍັງສືບຕໍ່ປະຕິບັດຕາມກົດລະບຽບ ແລະ ກົດເກນທີ່ພຣະເຈົ້າໄດ້ກຳນົດໄວ້. ເມື່ອປຽບທຽບກັບສິດອຳນາດຂອງພຣະເຈົ້າແລ້ວ, ທຳມະຊາດທີ່ຊົ່ວຮ້າຍ ແລະ ຄວາມປ່າເຖື່ອນຂອງຊາຕານເປັນສິ່ງທີ່ໜ້າລັງກຽດ, ກຽດຊັງ, ຕໍ່າຊາມ, ເລັກນ້ອຍ ແລະ ອ່ອນແອຫຼາຍ. ເຖິງແມ່ນວ່າຊາຕານຍ່າງທ່າມກາງທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນ, ມັນກໍບໍ່ສາມາດເຮັດໃຫ້ເກີດການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຜູ້ຄົນ, ສິ່ງຂອງ ແລະ ວັດຖຸທີ່ພຣະເຈົ້າບັນຊາການ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I). ພຣະທຳຂອງພຣະເຈົ້າຊ່ວຍໃຫ້ຂ້ອຍປ່ອຍວາງ. ມັນເປັນຈິງທີ່ວ່າທຸກສິ່ງຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດຂວາງທາງສິ່ງທີ່ພຣະເຈົ້າຕ້ອງການເຮັດ. ບໍ່ມີໃຜສາມາດເອົາແກະຂອງພຣະເຈົ້າໄປໄດ້. ຖ້າຄົນທີ່ບໍ່ແມ່ນແກະຂອງພຣະເຈົ້າເຂົ້າໄປໃນເຮືອນຂອງພຣະເຈົ້າ, ພວກເຂົາຈະຖືກເປີດໂປງ ແລະ ກໍາຈັດໃນມື້ຫນຶ່ງ. ນີ້ແມ່ນສິດອຳນາດ ແລະ ພະລັງຂອງພຣະເຈົ້າ. ຂ້ອຍເຫັນວ່າຂ້ອຍບໍ່ເຂົ້າໃຈພຣະເຈົ້າຢ່າງແທ້ຈິງ. ຂ້ອຍເປັນຕົວຢ່າງທີ່ມີຊີວິດຂອງສິ່ງນັ້ນ. ກ່ອນທີ່ຈະຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ອຍໄດ້ຟັງຄໍາເວົ້າຕົວະຂອງໂລກສາສະໜາ ແລະ ພັກກອມມູນິດຈີນເປັນເວລາຫ້າປີ. ເຖິງແມ່ນວ່າຈະມີຫຼາຍຢ່າງທີ່ຂວາງທາງຂ້ອຍ, ພຣະທຳຂອງພຣະເຈົ້າກໍໄດ້ດຶງດູດໃຫ້ຂ້ອຍຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະອົງ. ແລ້ວໃນຕອນນີ້, ບໍ່ມີຄວາມເຫັນນອກຮີດ ແລະ ຄຳເວົ້າຕົວະໃດເລີຍທີ່ພວກເຂົາເຜີຍແຜ່ຈະສາມາດຂວາງທາງທີ່ຂ້ອຍຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກມັນພຽງແຕ່ຊ່ວຍໃຫ້ຂ້ອຍເຫັນໃບໜ້າທີ່ເປັນຕາລັງກຽດຂອງຊາຕານໄດ້ຊັດເຈນຍິ່ງຂຶ້ນ ແລະ ເສີມສ້າງຄວາມເຊື່ອຂອງຂ້ອຍໃນການຕິດຕາມພຣະເຈົ້າ. ທຸກສິ່ງນີ້ຖືກບັນລຸໃນຂ້ອຍໂດຍພຣະທຳຂອງພຣະເຈົ້າ. ຂ້ອຍຫວນຄິດຄືນຫຼັງເຖິງການສື່ສານກັບອ້າຍຄົນນັ້ນເປັນເວລາເກືອບໜຶ່ງເດືອນ. ພວກເຮົາບໍ່ໄດ້ໃຊ້ພາສາດຽວກັນ ແລະ ບໍ່ສາມາດສື່ສານກັນຢ່າງເປັນປົກກະຕິ, ແຕ່ພວກເຮົາກໍສືບຕໍ່ດໍາເນີນໄປຈົນລາວໄດ້ຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ. ລາວເຖິງກັບກ່າວເຖິງການເຜີຍແຜ່ຂ່າວປະເສີດ ແລະ ການສ້າງຕັ້ງຄຣິດຕະຈັກໃນປະເທດອິຕາລີ. ສິ່ງໃດໜຶ່ງໃນນັ້ນຈະສາມາດຖືກບັນລຸໂດຍບໍ່ມີການຊີ້ນຳຈາກພຣະເຈົ້າ ໂດຍບໍ່ມີພຣະທຳຂອງພຣະເຈົ້າທີ່ເອົາຊະນະຜູ້ຄົນບໍ? ຂ້ອຍເຫັນວ່າຂ້ອຍຂາດຄວາມເຂົ້າໃຈກ່ຽວກັບພຣະເຈົ້າແທ້ໆ. ເມື່ອຂ້ອຍເຜີຍແຜ່ຂ່າວປະເສີດ, ຂ້ອຍຈະເວົ້າວ່າສິດອໍານາດຂອງພຣະເຈົ້າບໍ່ມີຫຍັງທຽບທຽມໄດ້ ແລະ ບໍ່ມີກອງກຳລັງໃດທີ່ຈະສາມາດຂັດຂວາງພາລະກິດຂອງພະອົງ, ແຕ່ຂ້ອຍວິເຄາະສິ່ງຕ່າງໆດ້ວຍເຫດຜົນຢ່າງສະເໝີ. ເມື່ອປະສົບກັບຄວາມຫຍຸ້ງຍາກຂອງອຸປະສັກທາງດ້ານພາສາ, ຂ້ອຍກໍຢ້ານວ່າອ້າຍຄົນນັ້ນຈະອອກຫ່າງໂດຍຂ່າວລື ແລະ ຄຳເວົ້າຕົວະຂອງຜູ້ຕໍ່ຕ້ານພຣະຄຣິດ. ຂ້ອຍດຳລົງຊີວິດຢູ່ໃນສະພາວະທີ່ຢ້ານກົວ. ແຕ່ໃນຄວາມເປັນຈິງແລ້ວ, ບໍ່ວ່າລາວຈະສາມາດຍອມຮັບຫົນທາງທີ່ແທ້ຈິງໄດ້ ຫຼື ບໍ່ ແມ່ນຢູ່ໃນມືຂອງພຣະເຈົ້າ, ມັນໄດ້ຖືກກຳນົດໄວ້ໂດຍພຣະເຈົ້າ. ແທນທີ່ຈະມີຄວາມກັງວົນທີ່ບໍ່ມີເຫດຜົນ, ຂ້ອຍຄວນພຽງແຕ່ເຮັດໜ້າທີ່ຂອງຂ້ອຍໃຫ້ດີ ແລະ ມີຄວາມຮັບຜິດຊອບ. ໃນຄວາມຄິດນັ້ນ, ຂ້ອຍໄດ້ອະທິຖານຫາພຣະເຈົ້າ, ເຕັມໃຈທີ່ຈະຍອມຢູ່ໃຕ້ການປົກຄອງ ແລະ ການຈັດແຈງຂອງພຣະອົງ. ແຕ່ເປັນເລື່ອງປະຫຼາດໃຈ, ຫຼັງຈາກນັ້ນອີກບໍ່ດົນ ນ້ອງສາວຄົນນັ້ນໄດ້ສົ່ງຂໍ້ຄວາມຫາຂ້ອຍ ເພື່ອບອກໃຫ້ຂ້ອຍຮູ້ວ່າລາວວ່າງ ແລະ ຈະສາມາດຊ່ວຍໃນການແປພາສາອີກຄັ້ງ. ໃນທີ່ສຸດ, ຂ້ອຍກໍສາມາດສື່ສານໄດ້ຢ່າງລ່ຽນໄຫຼກັບອ້າຍຄົນອິຕາລີຄົນນັ້ນ.

ເຖິງແມ່ນວ່າ ບາງຄັ້ງ ຂ້ອຍຮູ້ສຶກທໍ້ໃຈແທ້ໆ ແລະ ບາງຄັ້ງ ຂ້ອຍກະວົນກະວາຍຢ່າງບໍ່ເປັນຕາເຊື່ອໃນຂະບວນການແບ່ງປັນຂ່າວປະເສີດກັບອ້າຍຄົນນັ້ນ, ເມື່ອຂ້ອຍເພິ່ງພຣະເຈົ້າແທ້ໆ, ຂ້ອຍກໍໄດ້ເຫັນເຖິງການຊີ້ນໍາ ແລະ ການກະທໍາຂອງພຣະອົງຄັ້ງແລ້ວຄັ້ງອີກ. ຂ້ອຍເຫັນວ່າພາລະກິດທັງໝົດຂອງພຣະເຈົ້າຖືກດຳເນີນການໂດຍພຣະເຈົ້າເອງ ແລະ ຄວາມເຊື່ອຂອງຂ້ອຍໃນພຣະອົງກໍເພີ່ມຂຶ້ນ. ສິ່ງນີ້ລ້ວນແລ້ວແຕ່ເປັນຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າ. ຂ້ອຍເຄີຍຄິດວ່າ ການແບ່ງປັນຂ່າວປະເສີດຄືການຊ່ວຍຄົນອື່ນໃຫ້ລອດພົ້ນ, ແຕ່ຫຼັງຈາກນັ້ນ ຂ້ອຍກໍຮູ້ວ່າໃນຂະບວນການນັ້ນ, ຂ້ອຍກໍາລັງປະສົບກັບພາລະກິດ ແລະ ພຣະທຳຂອງພຣະເຈົ້າ. ຜ່ານປະສົບການນີ້, ຂ້ອຍ ເຊິ່ງເປັນ “ໂທມາຜູ້ມັກສົງໄສ”, ໄດ້ປະສົບກັບສິດອຳນາດ ແລະ ຄວາມຊື່ສັດຂອງພຣະເຈົ້າຢ່າງແທ້ຈິງ. ຄືກັບທີ່ໄດ້ກ່າວໄວ້ໃນພຣະທຳຂອງພຣະເຈົ້າວ່າ: “ເມື່ອບາງຄົນຜະເຊີນກັບຄວາມຫຍຸ້ງຍາກໜັກໜາສາຫັດ, ເມື່ອພວກເຂົາບໍ່ມີໃຜໃຫ້ເພິ່ງ ແລະ ໂດຍສະເພາະ ເມື່ອພວກເຂົາຮູ້ສຶກສິ້ນຫວັງ, ພວກເຂົາມອບຄວາມຫວັງດຽວຂອງພວກເຂົາໄວ້ກັບພຣະເຈົ້າ. ຄຳອະທິຖານຂອງພວກເຂົາເປັນຄືຫຍັງ? ສະພາວະຈິດໃຈຂອງພວກເຂົາເປັນແນວໃດ? ພວກເຂົາຈິງໃຈບໍ? ໃນເວລານັ້ນ ມີການເຈືອປົນໃດໆບໍ? ເມື່ອເຈົ້າວາງໃຈພຣະເຈົ້າເທົ່ານັ້ນ ວ່າພຣະອົງເປັນເສັ້ນສຸດທ້າຍທີ່ເຈົ້າຍຶດໄວ້ເພື່ອຊ່ວຍຊີວິດຂອງເຈົ້າ ໂດຍຫວັງວ່າພຣະອົງຈະຊ່ວຍເຈົ້າ, ວ່າຫົວໃຈຂອງເຈົ້າຈິງໃຈ. ເຖິງແມ່ນວ່າເຈົ້າອາດບໍ່ໄດ້ເວົ້າຫຼາຍ, ແຕ່ຫົວໃຈຂອງເຈົ້າກໍໄດ້ເຕັ້ນແຮງແລ້ວ. ນັ້ນກໍຄື, ເຈົ້າໄດ້ມອບຫົວໃຈທີ່ຈິງໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ພຣະເຈົ້າກໍຮັບຟັງ. ເມື່ອພຣະເຈົ້າຮັບຟັງ, ພຣະອົງເຫັນຄວາມຫຍຸງຍາກຂອງເຈົ້າ ແລະ ພຣະອົງຈະໃຫ້ແສງສະຫວ່າງແກ່ເຈົ້າ, ນຳທາງເຈົ້າ ແລະ ຊ່ວຍເຈົ້າ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຄວາມເຊື່ອໃນພຣະເຈົ້າຕ້ອງເລີ່ມຕົ້ນດ້ວຍການເບິ່ງທະລຸແນວໂນ້ມທີ່ຊົ່ວຮ້າຍຂອງໂລກ). ການຮູ້ຈັກພຣະເຈົ້າຮຽກຮ້ອງໃຫ້ພວກເຮົາປະຕິບັດຢ່າງແທ້ໆ ແລະ ປະສົບກັບພຣະທຳຂອງພຣະເຈົ້າຜ່ານຜູ້ຄົນ, ເຫດການ ແລະ ສິ່ງຕ່າງທີ່ພວກເຮົາພົບພໍ້ໃນທຸກໆມື້ ແລະ ໃນຂະບວນການທີ່ປະຕິບັດໜ້າທີ່ຂອງພວກເຮົາ. ນັ້ນເປັນວິທີດຽວທີ່ຈະຮູ້ຈັກ ແລະ ຢຳເກງພຣະເຈົ້າຢ່າງແທ້ຈິງ. ປະສົບການຂອງຂ້ອຍໄດ້ສອນໃຫ້ຂ້ອຍຊື່ນຊົມສິ່ງນີ້. ຂອບພຣະຄຸນພຣະເຈົ້າອົງຊົງລິດທານຸພາບສູງສຸດ!

ກ່ອນນີ້: 8. ການຮູ້ຈັກສິດອຳນາດ ແລະ ອຳນາດອະທິປະໄຕຂອງພຣະເຈົ້າໃນຊີວິດ

ຕໍ່ໄປ: 10. ການປົດປ່ອຍຫົວໃຈ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

51. ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ

ຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້