ເພງຄຣິດສະຕຽນ “ບໍ່ມີມະນຸດຄົນໃດສາມາດເຮັດພາລະກິດຂອງພຣະເຈົ້າແທນທີ່ພຣະອົງໄດ້”

26 ເດືອນທັນວາ 2021

ພາລະກິດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າ

ແມ່ນຖືກປະຕິບັດໂດຍພຣະເຈົ້າເອງ.

ແມ່ນຖືກປະຕິບັດໂດຍພຣະເຈົ້າເອງ.

ຂັ້ນຕອນທຳອິດ ເຊິ່ງເປັນພາລະກິດຂອງຍຸກແຫ່ງພຣະບັນຍັດ

ຫຼັງຈາກການສ້າງໂລກ ຖືກປະຕິບັດໂດຍພຣະເຈົ້າເອງ

ແລະ ຖ້າບໍ່ເປັນດັ່ງນັ້ນ ກໍບໍ່ມີໃຜສາມາດສ້າງມະນຸດຊາດໄດ້;

ຂັ້ນຕອນທີສອງແມ່ນການໄຖ່ມະນຸດຊາດທັງປວງ

ແລະ ມັນກໍຖືກປະຕິບັດດ້ວຍຕົວພຣະອົງເອງ;

ຂັ້ນຕອນທີສາມເປັນທີ່ແນ່ຊັດແລ້ວວ່າ

ມີຄວາມຕ້ອງການທີ່ຫຼາຍຂຶ້ນສຳລັບເວລາສຸດທ້າຍຂອງ

ທຸກພາລະກິດຂອງພຣະເຈົ້າທີ່ຖືກປະຕິບັດດ້ວຍຕົວພຣະອົງເອງ.

ພາລະກິດແຫ່ງການໄຖ່, ການເອົາຊະນະ, ການຮັບ ແລະ

ການເຮັດໃຫ້ບັນດາມວນມະນຸດຊາດ

ສົມບູນແມ່ນຖືກປະຕິບັດໂດຍພຣະເຈົ້າເອງ.

ເພື່ອທີ່ຈະເອົາຊະນະຊາຕານ, ເພື່ອທີ່ຈະຮັບມະນຸດຊາດ

ແລະ ເພື່ອທີ່ຈະມອບຊີວິດປົກກະຕິ

ໃຫ້ກັບມະນຸດເທິງແຜ່ນດິນໂລກ,

ພຣະອົງແມ່ນນໍາພາມະນຸດດ້ວຍຕົວພຣະອົງເອງ ແລະ

ປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ;

ເພື່ອຜົນປະໂຫຍດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະອົງ

ແລະ ເພື່ອພາລະກິດທັງໝົດຂອງພຣະອົງ,

ພຣະອົງຈຶ່ງຕ້ອງປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ.

ພຣະເຢໂຮວາ ພຣະອົງເອງໄດ້ສ້າງມະນຸດຊາດ

ແລະ ຈັດແບ່ງແຕ່ລະຢ່າງອອກເປັນແຕ່ລະປະເພດ

ແລະ ເມື່ອເວລາສຸດທ້າຍມາເຖິງ

ພຣະອົງຍັງຈະປະຕິບັດພາລະກິດຂອງພຣະອົງເອງດ້ວຍຕົນເອງ

ຄືການຈັດແບ່ງສິ່ງທັງໝົດອອກເປັນແຕ່ລະປະເພດ

ແລະ ບໍ່ມີໃຜສາມາດປະຕິບັດສິ່ງນີ້ໄດ້ຍົກເວັ້ນພຣະເຈົ້າ.

ຄວາມຈິງຂອງພາລະກິດສາມຂັ້ນຕອນນີ້ແມ່ນຄວາມຈິງ

ຂອງຄວາມເປັນຜູ້ນໍາບັນດາມວນມະນຸດຂອງພຣະເຈົ້າ

ເຊິ່ງເປັນຄວາມຈິງທີ່ບໍ່ມີໃຜສາມາດປະຕິເສດໄດ້.

ໃນຕອນສຸດທ້າຍຂອງພາລະກິດສາມຂັ້ນຕອນ,

ທຸກສິ່ງຢ່າງຈະຖືກຈັດແບ່ງອອກເປັນແຕ່ລະປະເພດ

ແລະ ກັບຄືນສູ່ອຳນາດຂອງພຣະເຈົ້າ

ມີພຽງແຕ່ພຣະເຈົ້າພຣະອົງເອງເທົ່ານັ້ນທີ່

ຈະສາມາດປະຕິບັດພາລະກິດສາມຂັ້ນຕອນສຳເລັດໄດ້ ແລະ

ບໍ່ມີໃຜທີ່ສາມາດປະຕິບັດພາລະກິດດັ່ງກ່າວແທນພຣະອົງໄດ້.

ມີພຽງພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດ

ຂອງພຣະອົງເອງຕັ້ງແຕ່ຕົ້ນຈົນຮອດປັດຈຸບັນ.

ເຖິງແມ່ນວ່າ ພາລະກິດສາມຂັ້ນຕອນຂອງພຣະເຈົ້າ

ຖືກນໍາໄປປະຕິບັດໃນຍຸກ ແລະ ສະຖານທີ່ທີ່ແຕກຕ່າງກັນ

ແລະ ເຖິງແມ່ນວ່າ ພາລະກິດຂອງແຕ່ລະຢ່າງແຕກຕ່າງກັນ,

ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນທີ່ປະຕິບັດພາລະກິດທັງໝົດ.

ຈາກນິມິດທັງໝົດ, ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຄວນຮູ້.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ