ວິ​ດີ​ໂອ

เพลงประสานเสียงคริสเตียน “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ” ເບິ່ງຕົວຢາງທັງໝົດ
เพลงประสานเสียงคริสเตียน “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ” ເບິ່ງຕົວຢາງ: ການເຕັ້ນລໍາແທັບ

  • ຄຳ​ແນະນຳ

    ເພງແຫ່ງອານາຈັກທີ່ຕື່ນເຕັ້ນຕັນໃຈໄດ້ດັງຂຶ້ນ ເຊິ່ງປະກາດການມາເຖິງຂອງພຣະເຈົ້າທ່າມກາງມະນຸດແກ່ຈັກກະວານທັງປວງ! ອານາຈັກຂອງພຣະເຈົ້າໄດ້ມາເຖິງແລ້ວ! ທຸກຄົນຮ້ອງໂຮ, ທຸກສິ່ງຍິນດີ! ທຸກສິ່ງທົ່ວທັງສະຫວັນເຕັມໄປດ້ວຍຄວາມມ່ວນຊື່ນ. ແມ່ນຫຍັງຄືເຫດການແຫ່ງຄວາມປິຕິຍິນດີທີ່ຈັບໃຈແບບນີ້?

    ທ່າມກາງມະນຸດ, ແມ່ນໃຜທີ່ດຳລົງຊີວິດຢູ່ໃນຄວາມເຈັບປວດ ແລະ ໄດ້ອົດກັ້ນກັບຄວາມເສື່ອມຊາມຂອງຊາຕານເປັນເວລາຫຼາຍພັນປີ ຜູ້ທີ່ບໍ່ປາຖະໜາ, ບໍ່ໃຝ່ຝັນຫາການມາເຖິງຂອງພຣະເຈົ້າ? ມີຜູ້ເຊື່ອ ແລະ ຜູ້ຕິດຕາມຂອງພຣະເຈົ້າຈັກຄົນໃນຍຸກຕ່າງໆ ທີ່ໄດ້ອົດກັ້ນຕໍ່ການທົນທຸກ ແລະ ຄວາມລໍາບາກ, ການຂົມເຫັງ ແລະ ຄວາມແຕກແຍກ ພາຍໃຕ້ອິດທິພົນຂອງຊາຕານ? ແມ່ນໃຜແດ່ທີ່ບໍ່ຫວັງໃຫ້ອານາຈັກຂອງພຣະເຈົ້າມາໄວໆນີ້? ເມື່ອໄດ້ຊີມລົດຊາດແຫ່ງຄວາມສຸກ ແລະ ຄວາມໂສກເສົ້າຂອງຄວາມເປັນມະນຸດ, ມີມະນຸດຊາດຄົນໃດແດ່ທີ່ບໍ່ປາຖະໜາຫາຄວາມຈິງ ແລະ ຄວາມຊອບທຳເພື່ອມີອຳນາດທ່າມກາງມະນຸດ?

    ເມື່ອອານາຈັກຂອງພຣະເຈົ້າມາເຖິງ, ມື້ທີ່ປະຊາຊາດ ແລະ ທຸກຄົນລໍຄອຍຢ່າງເອົາເປັນເອົາຕາຍກໍຈະມາເຖິງໃນທີ່ສຸດ! ໃນເວລານີ້, ແມ່ນຫຍັງຈະເປັນເຫດການທ່າມກາງທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ? ຊີວິດໃນອານາຈັກຈະສວຍງາມພຽງໃດ? ຍ້ອນ “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ”, ຄຳອະທິຖານແຫ່ງພັນປີຈະກາຍເປັນຈິງ!

    ສຽງປະກອບ: ຜູ້ຄົນຍົກຍ້ອງພຣະເຈົ້າ, ຜູ້ຄົນສັນລະເສີນພຣະເຈົ້າ; ປາກທຸກຄົນຂະໜານນາມເຮົາວ່າ ພຣະເຈົ້າອົງແທ້ຈິງ. ອານາຈັກລົງມາເທິງໂລກມະນຸດ.

    1. ຜູ້ຄົນຍົກຍ້ອງພຣະເຈົ້າ; ຜູ້ຄົນສັນລະເສີນພຣະເຈົ້າ; ປາກທຸກຄົນຂະໜານນາມເຮົາວ່າ ພຣະເຈົ້າອົງແທ້ຈິງ, ທຸກຄົນມືນຕາເບິ່ງການກະທໍາຂອງພຣະເຈົ້າ. ອານາຈັກລົງມາເທິງໂລກມະນຸດ, ຄວາມເປັນຢູ່ຂອງພຣະເຈົ້າມັ່ງຄັ່ງ ແລະ ອຸດົມສົມບູນ. ໃຜຈະບໍ່ສະຫຼອງໃນສິ່ງນີ້? ໃຜຈະບໍ່ຟ້ອນລໍາດ້ວຍຄວາມສຸກໃຈກັບສິ່ງນີ້? ໂອ້ ຊີໂອນ! ຈົ່ງຍົກທຸງແຫ່ງໄຊຊະນະຂອງເຈົ້າເພື່ອສະຫຼອງໃຫ້ກັບພຣະເຈົ້າ! ຈົ່ງຮ້ອງເພງແຫ່ງໄຊຊະນະຂອງເຈົ້າ ແລະ ເຜີຍແຜ່ນາມບໍລິສຸດຂອງພຣະເຈົ້າ!

    2. ທຸກສິ່ງເທິງແຜ່ນດິນໂລກ! ຈົ່ງຊໍາລະລ້າງຕົນເອງໃຫ້ບໍລິສຸດໄວໆເພື່ອວ່າ ພວກເຈົ້າອາດຈະໄດ້ຖືກຖວາຍໃຫ້ກັບພຣະເຈົ້າ! ດວງດາວໃນທ້ອງຟ້າ! ຈົ່ງກັບຄືນມາສູ່ບ່ອນຂອງພວກເຈົ້າໄວໆ ເພື່ອສະແດງຄວາມຍິ່ງໃຫຍ່ຂອງພຣະເຈົ້າໃນທ້ອງຟ້າ! ພຣະເຈົ້າເອົາໃຈໃສ່ສຽງຂອງຜູ້ຄົນເທິງແຜ່ນດິນໂລກ, ຈົ່ງຖອກເທຄວາມຮັກຢ່າງນິລັນດອນ ແລະ ເຄົາລົບຕໍ່ພຣະອົງໃນບົດເພງ! ໃນມື້ນີ້ ໃນຂະນະທີ່ທຸກສິ່ງກັບຄືນສູ່ຊີວິດທີ່ສົດໃສ ພຣະເຈົ້າສະເດັດລົງມາເທິງໂລກມະນຸດ. ໃນໄລຍະເວລານີ້, ໃນວາລະນີ້ ດອກໄມ້ເບັ່ງບານໄປທົ່ວ, ຝູງສະກຸນາຮ້ອງສົ່ງເປັນສຽງດຽວກັນ ທຸກສິ່ງເຕັມໄປດ້ວຍຄວາມເບີກບານ! ທ່າມກາງສຽງໂຮ່ຮ້ອງແຫ່ງການຕ້ອນຮັບອານາຈັກ, ອານາຈັກຂອງຊາຕານລົ້ມລະລາຍ, ຖືກທໍາລາຍດ້ວຍສຽງເພງແຫ່ງອານາຈັກທີ່ດັງກ້ອງສະນັ່ນ ແລະ ມັນຈະບໍ່ຟື້ນຄືນມາອີກ!

    3. ມີໃຜຢູ່ເທິງແຜ່ນດິນໂລກກ້າລຸກຂຶ້ນ ແລະ ຕໍ່ຕ້ານ? ເມື່ອພຣະເຈົ້າສະເດັດລົງມາສູ່ແຜ່ນດິນໂລກ, ພຣະອົງນໍາການເຜົາໄໝ້, ນໍາມາຄວາມພິໂລດ, ນໍາມາແຫ່ງໄພພິບັດທຸກຢ່າງ. ບັດນີ້ ອານາຈັກຕ່າງໆແຫ່ງແຜ່ນດິນໂລກ ແມ່ນອານາຈັກຂອງພຣະເຈົ້າ! ເທິງທ້ອງຟ້າ ກ້ອນເມກພັງທະລາຍລົງ ແລະ ເປັນຄື້ນທະເລມອກ; ໃຕ້ທ້ອງຟ້າ, ທະເລສາບ ແລະ ຫ້ວຍນໍ້າ ນອງໄຫຼ ແລະ ຟັດເຟືອນເໝືອນດັ່ງທໍານອງເພງ. ຝູງສັດສາວາສິ່ງທີ່ຫຼັບນອນພັກຢູ່ ກໍອອກມາຈາກຖໍ້າຂອງພວກມັນ ແລະ ທຸກຄົນທີ່ນອນຫຼັບຢູ່ກໍຕື່ນຂຶ້ນມາຍ້ອນພຣະເຈົ້າ. ວັນທີ່ທຸກຄົນໄດ້ລໍຖ້າ ໃນທີ່ສຸດ ກໍມາຮອດແລ້ວ! ພວກເຂົາຖວາຍບົດເພງທີ່ສວຍງາມທີ່ສຸດໃຫ້ກັບພຣະເຈົ້າ!

    ຈາກໜັງສື ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

    ແບ່ງປັນຮູບພາບ

    ແບ່ງປັນໂປສເຕີ້

    ລາງວັນ ແລະ ການສະເໜີຊື່

    ການຄັດເລືອກຢ່າງເປັນທາງການ

    Best Documentary Feature: Silver Award, Los Angeles Independent Film Festival Awards, United States

    Best Documentary Feature: Silver Award, Los Angeles Independent Film Festival Awards, United States

    ແນະນຳ

    ເນື້ອຫາທີ່ດີເພີ່ມເຕີ່ມ

    ກົດທີ ກົດຕິດຕາມ ເພື່ອຮັບຊົມວິດີໂອ ແລະ ຂ່າວຫຼ້າສຸດທັນທີທີ່ນໍາອອກສາຍ.

    Subscribe to our site to have the latest updates sent directly to your inbox, including wonderful content such as church news, gospel videos, hymns, and written testimonies.

    More Options

    ຕິດຕໍ່ກັບພວກເຮົາ

    Copyright © 2021 ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ສະຫງວນລິຂະສິດ.