Generated by All in One SEO v4.9.10, this is an llms.txt file, used by LLMs to index the site.
# ພຣະກິດຕິຄຸນແຫ່ງການລົງມາຂອງອານາຈັກ
## Posts
- [ຫຼັກການທີ່ຄົນໆໜຶ່ງຄວນມີໃນການປະພຶດຕົນເອງ](https://lo.kingdomsalvation.org/principles-that-should-guide-one-s-conduct.html) - ຄົນທີ່ເຊື່ອໃນພຣະເຈົ້າຕ້ອງຍ່າງໃນເສັ້ນທາງແຫ່ງຄວາມເຊື່ອຕາມພຣະທຳຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຂອງພຣະອົງ. ຜູ້ເຊື່ອຕ້ອງປະພຶດຕົນຕາມຄວາມຈິງ. ຖ້າຄົນບໍ່ມີຄວາມຈິງ ແລະ ໃຊ້ຊີວິດຕາມປັດຊະຍາຂອງຊາຕານ, ໃນທີ່ສຸດແລ້ວນັ້ນພວກເຂົາຈະບໍ່ບັນລຸຜົນຮັບ ຫຼື ຈຸດຈົບທີ່ດີ. ມີພຽງແຕ່ພຣະທຳຂອງພຣະເຈົ້າທີ່ເປັນຄວາມຈິງຕະຫຼອດການ ແລະ ບໍ່ປ່ຽນແປງ. ຖ້າຜູ້ເຊື່ອບໍ່ໃຊ້ຊີວິດຕາມພຣະທຳຂອງພຣະເຈົ້າ ຫຼື ປະພຶດຕົນຕາມຄວາມຈິງ, ແລ້ວພວກເຂົາກໍຍິ່ງຕາບອດຫຼາຍກວ່າຄົນທີ່ຢູ່ໃນໂລກ, ຕາບອດຢ່າງສິ້ນຫວັງ. ຫຼາຍຄົນທີ່ບັນລຸຄວາມສຳເລັດບາງຢ່າງໃນຂົງເຂດໃດໜຶ່ງໃນໂລກທີ່ບໍ່ແມ່ນສາດສະໜາ ແລະ ກາຍມາມີຊື່ສຽງກໍເຮັດໃຫ້ຫົວຂອງພວກເຂົາຄຸມເຄືອໂດຍຊື່ສຽງ ແລະ ໂຊກຊະຕາ ແລະ ພວກເຂົາເລີ່ມເຊີດໜ້າຊູຕາຕົນເອງ. ໃນຄວາມເປັນຈິງແລ້ວ, ການຊົມເຊີຍ, ການຍົກຍ້ອງ, ການຢືນຢັນ ແລະ ການເຫັນດີເຫັນພ້ອມທີ່ຄົນອື່ນໃຫ້ແກ່ເຈົ້າເປັນພຽງກຽດຊົ່ວຄາວ. ພວກມັນບໍ່ໄດ້ເປັນຕົວແທນໃຫ້ຊີວິດ ຫຼື ພວກມັນບໍ່ໄດ້ໝາຍຄວາມແມ່ນແຕ່ໜ້ອຍດຽວວ່າຄົນໆໜຶ່ງກຳລັງຍ່າງໃນເສັ້ນທາງທີ່ຖືກຕ້ອງ. ພວກເຂົາເປັນພຽງກຽດ ແລະ ສະຫງ່າລາສີຊົ່ວຄາວເທົ່ານັ້ນ. ແມ່ນຫຍັງຄືສະຫງ່າລາສີເຫຼົ່ານີ້? ພວກມັນເປັນຈິງ ຫຼື ຫວ່າງເປົ່າ? (ຫວ່າງເປົ່າ.) ພວກມັນເປັນຄືກັບດາວຕົກ, ພວກມັນວາບຂຶ້ນສັ້ນໆ ແລະ ຫາຍໄປ. ຫຼັງຈາກທີ່ຄົນໄດ້ຮັບສະຫງ່າລາສີ, ກຽດ, ການສັນລະເສີນ, ຄວາມດີຄວາມຊອບ ແລະ ການຍົກຍ້ອງເຫຼົ່ານັ້ນ, ພວກເຂົາຍັງຕ້ອງກັບຄືນໄປສູ່ຊີວິດທີ່ເປັນຈິງ ແລະ ໃຊ້ຊີວິດຕາມທີ່ພວກເຂົາຄວນເຮັດ.
- [ເງື່ອນໄຂຫ້າຢ່າງທີ່ຕ້ອງບັນລຸເພື່ອເລີ່ມຕົ້ນເສັ້ນທາງທີ່ຖືກຕ້ອງແຫ່ງຄວາມເຊື່ອໃນພຣະເຈົ້າ](https://lo.kingdomsalvation.org/five-conditions-embark-on-right-track-of-belief.html) - ມີບັນຫາທີ່ມັກເກີດຂຶ້ນໃນອຸປະນິໄສທີ່ເສື່ອມຊາມຂອງຄົນ, ເປັນບັນຫາທີ່ມັກເກີດຂຶ້ນເຊິ່ງມີຢູ່ໃນຄວາມເປັນມະນຸດຂອງທຸກໆຄົນ, ເປັນບັນຫາທີ່ຮ້າຍແຮງທີ່ສຸດ. ບັນຫາທີ່ມັກເກີດຂຶ້ນນີ້ເປັນສ່ວນທີ່ອ່ອນແອທີ່ສຸດ ແລະ ເປັນອັນຕະລາຍທີ່ສຸດໃນຄວາມເປັນມະນຸດຂອງພວກເຂົາ ແລະ ໃນແກ່ນແທ້ຂອງທຳມະຊາດພວກເຂົາ, ມັນເປັນສິ່ງຍາກທີ່ສຸດທີ່ຈະຂຸດເອົາອອກ ຫຼື ປ່ຽນແປງ. ແມ່ນຫຍັງຄືບັນຫານີ້? ມັນກໍຄືມະນຸດຕ້ອງການເປັນຄົນທີ່ດີເລີດ, ເໜືອມະນຸດ, ສົມບູບແບບຢູ່ສະເໝີ. ຜູ້ຄົນເອງຄືສິ່ງຖືກສ້າງ. ສິ່ງຖືກສ້າງຈະສາມາດບັນລຸອຳນາດອັນໄພສານໄດ້ບໍ? ພວກເຂົາສາມາດບັນລຸຄວາມສົມບູນແບບ ແລະ ຄວາມໄຮ້ມົນທິນໄດ້ບໍ? ພວກເຂົາສາມາດບັນລຸຄວາມຊ່ຽວຊານໃນທຸກສິ່ງ, ມາເຂົ້າໃຈທຸກສິ່ງ, ເບິ່ງທຸກສິ່ງອອກ ແລະ ສາມາດເຮັດທຸກຢ່າງໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້. ເຖິງຢ່າງໃດກໍຕາມ, ພາຍໃນມະນຸດແມ່ນມີອຸປະນິໄສທີ່ເສື່ອມຊາມ ແລະ ຄວາມອ່ອນແອເຖິງຕາຍ: ທັນທີທີ່ພວກເຂົາຮຽນຮູ້ທັກສະ ຫຼື ວິຊາຊີບ, ຜູ້ຄົນກໍຈະຮູ້ສຶກວ່າພວກເຂົາມີຄວາມສາມາດ, ພວກເຂົາເປັນຄົນທີ່ມີສະຖານະ, ມີຄຸນຄ່າ ແລະ ພວກເຂົາເປັນຜູ້ຊ່ຽວຊານ. ບໍ່ວ່າພວກເຂົາຈະເກ່ງສໍ່າໃດກໍຕາມ, ພວກເຂົາທຸກຄົນກໍຕ້ອງການຫຸ້ມຫໍ່ຕົນເອງຂຶ້ນວ່າເປັນບາງຄົນມີຊື່ສຽງ ຫຼື ດີເດັ່ນ, ປ່ຽນຕົນເອງໃຫ້ກາຍເປັນຄົນມີຊື່ສຽງທີ່ເລັກໆນ້ອຍໆບາງຄົນ ແລະ ເຮັດໃຫ້ຄົນຄິດວ່າພວກເຂົາສົມບູນ ແລະ ໄຮ້ມົນທິນ, ບໍ່ມີຂໍ້ບົກຜ່ອງແມ່ນແຕ່ໜ້ອຍດຽວ; ໃນສາຍຕາຂອງຄົນອື່ນ, ພວກເຂົາປາຖະໜາທີ່ຈະກາຍເປັນຄົນມີຊື່ສຽງ, ມີລິດອຳນາດ ຫຼື ຍິ່ງໃຫຍ່ ແລະ ພວກເຂົາຕ້ອງການມີອຳນາດ,
- [ບົດທີ 92](https://lo.kingdomsalvation.org/ninety-second-utterance.html) - ທຸກຄົນສາມາດເຫັນຄວາມຊົງລິດທານຸພາບສູງສຸດຂອງເຮົາ ແລະ ສະຕິປັນຍາຂອງເຮົາໃນພຣະທຳຂອງເຮົາ ແລະ ການກະທຳຂອງເຮົາ. ບໍ່ວ່າເຮົາຈະໄປບ່ອນໃດກໍຕາມ, ພາລະກິດຂອງເຮົາກໍຢູ່ບ່ອນນັ້ນ. ຮອຍພຣະບາດຂອງເຮົາບໍ່ໄດ້ຢູ່ພຽງແຕ່ປະເທດຈີນເທົ່ານັ້ນ; ສິ່ງທີ່ສຳຄັນໄປກວ່ານັ້ນແມ່ນພວກມັນຢູ່ໃນທຸກຊົນຊາດທົ່ວໂລກ. ຢ່າງໃດກໍຕາມ, ຜູ້ທຳອິດທີ່ໄດ້ຮັບຊື່ນີ້ແມ່ນເຈັດປະເທດທີ່ໄດ້ສົນທະນາກັນກ່ອນໜ້ານີ້ເທົ່ານັ້ນ ເພາະວ່ານີ້ແມ່ນລຳດັບພາລະກິດຂອງເຮົາ; ໃນອະນາຄົດອັນໃກ້ນີ້, ພວກເຈົ້າຈະມີຄວາມກະຈ່າງແຈ້ງຫຼາຍກ່ຽວກັບເລື່ອງນີ້, ເຂົ້າໃຈມັນຢ່າງຖີ່ຖ້ວນ. ຖ້າເຮົາບອກພວກເຈົ້າຕອນນີ້ເຮົາຢ້ານວ່າ ຄົນສ່ວນໃຫຍ່ຈະລົ້ມລົງຕາມມາ ເພາະເຮົາໄດ້ກ່າວໄວ້ກ່ອນແລ້ວວ່າເຮົາກ່າວກັບພວກເຈົ້າ ແລະ ເປັ່ງສຽງຂອງເຮົາກັບພວກເຈົ້າຕາມວຸດທິພາວະຂອງພວກເຈົ້າ ແລະ ທຸກສິ່ງທີ່ເຮົາເຮັດແມ່ນມີສະຕິປັນຍາບໍ່ສິ້ນສຸດຂອງເຮົາຢູ່ພາຍໃນສິ່ງນັ້ນ ເຊິ່ງບໍ່ມີໃຜສາມາດຢັ່ງຮູ້ໄດ້; ວິທີດຽວຄືບອກພວກເຈົ້າເປັນຊຸດ. ຈົ່ງຮູ້ສິ່ງນີ້ໄວ້! ໃນສາຍຕາຂອງເຮົາ ພວກເຈົ້າເປັນເດັກນ້ອຍຕະຫຼອດໄປ; ໃນທຸກບາດກ້າວທີ່ເຈົ້າຍ່າງ, ເຈົ້າຕ້ອງຖືກເຮົານຳພາ ແລະ ແນະນຳ. ຄົນເອີຍ, ພຽງແຕ່ຢູ່ພາຍໃຕ້ການນຳທາງຂອງເຮົາເທົ່ານັ້ນ ເຈົ້າຈຶ່ງສາມາດມີຊີວິດຢູ່ຕະຫຼອດຊີວິດຂອງເຈົ້າ; ຫາກບໍ່ມີມັນແລ້ວ ບໍ່ມີໃຜຈະສາມາດມີຊີວິດຢູ່ຕໍ່ໄດ້. ໂລກຈັກກະວານທັງໝົດຢູ່ໃນມືຂອງເຮົາ, ແຕ່ເຈົ້າບໍ່ທັນເຫັນເຮົາຮ້ອນຮົນເທື່ອ. ກົງກັນຂ້າມ, ເຮົາຜ່ອນຄາຍ ແລະ ມີຄວາມສຸກ. ຜູ້ຄົນບໍ່ຮູ້ຈັກຄວາມຊົງລິດທານຸພາບສູງສຸດຂອງເຮົາ ແລະ ຈະຮູ້ສຶກເປັນກັງວົນໃຈກັບເຮົາ, ເຈົ້າຊ່າງຮູ້ຈັກຕົວເອງໜ້ອຍແທ້! ເຈົ້າຍັງໂອ້ອວດສິ່ງເລັກນ້ອຍທີ່ໄຮ້ຄ່າຂອງເຈົ້າຕໍ່ໜ້າເຮົາ ໂດຍຊົມເຊີຍຕົວເອງ! ເຮົາເບິ່ງທະລຸສິ່ງນີ້ມາດົນແລ້ວ. ເຈົ້າມີສ່ວນຮ່ວມໃນການລໍ້ລວງຕໍ່ໜ້າເຮົາ, ເຈົ້າຄົນຊົ່ວທີ່ໜ້າລັງກຽດເອີຍ! ຈົ່ງອອກໄປຈາກເຮືອນຂອງເຮົາດຽວນີ້! ເຮົາບໍ່ຕ້ອງການສິ່ງຊົ່ວຮ້າຍແບບເຈົ້າ. ເຮົາບໍ່ຢາກໃຫ້ໃຜໃນອານາຈັກຂອງເຮົາເປັນຄືພວກເຈົ້າ ຄົນຊົ່ວທີ່ໜ້າລັງກຽດເອີຍ!
- [ຄວາມໝາຍຂອງການສະແຫວງຫາຄວາມຈິງ (2)](https://lo.kingdomsalvation.org/what-it-is-to-pursue-the-truth-2.html) - ໃນການເຕົ້າໂຮມຄັ້ງກ່ອນຂອງພວກເຮົາ, ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມໝາຍຂອງການສະແຫວງຫາຄວາມຈິງ. ພວກເຮົາມາເລີ່ມທົບທວນກັນເທາະ: ແມ່ນຫຍັງຄືຄວາມໝາຍຂອງການສະແຫວງຫາຄວາມຈິງ? ເຈົ້າມີຄຳຕອບສຳລັບຄຳຖາມນີ້ບໍ? ພວກເຈົ້າໄດ້ຕຶກຕອງມັນບໍ ຫຼັງຈາກການໂອ້ລົມກ່ອນໜ້າຂອງພວກເຮົາ? ຫຼັງຈາກທີ່ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ໃດໜຶ່ງແລ້ວ, ເຈົ້າຈຳເປັນຕ້ອງຕຶກຕອງກ່ຽວກັບພວກມັນ ແລະ ຈາກນັ້ນກໍຫາປະສົບການ ແລະ ຜ່ານພວກມັນໄປໃຫ້ໄດ້ໃນຊີວິດຕົວຈິງ. ໃນຕອນນັ້ນເອງ, ເຈົ້າຈຶ່ງຈະສາມາດຮັບເອົາຄວາມຮູ້ທີ່ແທ້ຈິງ; ໃນຕອນນັ້ນເອງ, ເຈົ້າຈຶ່ງຈະສາມາດເຂົ້າໃຈ ແລະ ຢັ່ງຮູ້ຫົວຂໍ້ເຫຼົ່ານີ້ທີ່ເຈົ້າກຳລັງຕຶກຕອງໄດ້ຢ່າງແທ້ຈິງ; ໃນຕອນນັ້ນເອງ, ເຈົ້າຈຶ່ງຈະສາມາດໃຫ້ປະສົບການ ແລະ ຄວາມຮູ້ທີ່ແທ້ຈິງ. ມັນບໍ່ໄດ້ເປັນເຊັ່ນນັ້ນບໍ? (ແມ່ນແລ້ວ.) ແລ້ວພວກເຈົ້າໄດ້ຕຶກຕອງກ່ຽວກັບຄຳຖາມດັ່ງກ່າວບໍ? ແມ່ນຫຍັງຄືຄວາມໝາຍຂອງການສະແຫວງຫາຄວາມຈິງ? ແມ່ນຫຍັງຄືອົງປະກອບທີ່ກ່ຽວຂ້ອງໃນການສະແຫວງຫາຄວາມຈິງ? ແມ່ນຫຍັງຄືສິ່ງຫຼັກໆທີ່ມັນກໍ່ໃຫ້ເກີດ? ພວກເຈົ້າຈັບໃຈຄວາມສິ່ງເຫຼົ່ານີ້ໄດ້ແລ້ວບໍ? (ຄັ້ງກ່ອນ, ພຣະເຈົ້າເລີ່ມຕົ້ນໂດຍການໂອ້ລົມກ່ຽວກັບຫຼາກຫຼາຍແນວຄິດທີ່ຜິດໆ, ມຸມມອງ ແລະ ທັດສະນະທີ່ມະນຸດມີກ່ຽວກັບການສະແຫວງຫາຄວາມຈິງ, ຈາກນັ້ນພຣະເຈົ້າກໍໂອ້ລົມຢ່າງລະອຽດກ່ຽວກັບຫ້າບາດກ້າວຂອງການສະແຫວງຫາຄວາມຈິງ.) ມີສອງສ່ວນສຳຄັນໃນການໂອ້ລົມຄັ້ງກ່ອນຂອງພວກເຮົາ: ສະພາວະລົບໆ ຫຼື ມຸມມອງທີ່ຜິດໆບາງຢ່າງທີ່ຫຼາຍຄົນມີກ່ຽວກັບການສະແຫວງຫາຄວາມຈິງ, ຄວາມເຂົ້າໃຈຜິດຂອງມະນຸດກ່ຽວກັບການສະແຫວງຫາຄວາມຈິງ, ພ້ອມທັງຂໍ້ແກ້ຕົວ ແລະ ຂໍ້ອ້າງທີ່ຄົນມີເພື່ອທີ່ຈະບໍ່ສະແຫວງຫາຄວາມຈິງ, ນັ້ນຄືສ່ວນສຳຄັນທຳອິດ. ສ່ວນທີສອງຄືການໂອ້ລົມກ່ຽວກັບວິທີການສະແຫວງຫາຄວາມຈິງ, ເຊິ່ງປະກອບດ້ວຍຫ້າບາດກ້າວ. ເຖິງແມ່ນວ່າມີພຽງແຕ່ສອງສ່ວນ, ພວກເຮົາກໍໄດ້ເວົ້າຫຼາຍເຖິງລາຍລະອຽດ ແລະ ຂໍ້ມູນສະເພາະພາຍໃນພວກມັນແຕ່ລະສ່ວນ. ເຮົາໄດ້ເປີດເຜີຍຄວາມຮູ້ ແລະ ການຢັ່ງຮູ້ຢ່າງຜິດໆຂອງມະນຸດກ່ຽວກັບການສະແຫວງຫາຄວາມຈິງ ແລະ
- [ຄວາມໝາຍຂອງການສະແຫວງຫາຄວາມຈິງ (1)](https://lo.kingdomsalvation.org/what-it-is-to-pursue-the-truth-1.html) - ການໂອ້ລົມຂອງມື້ນີ້ແມ່ນກ່ຽວກັບຫົວຂໍ້ທີ່ທຸກຄົນລຶ້ງເຄີຍ. ມັນມີການເຊື່ອມໂຍງທີ່ໃກ້ຄຽງກັບຄວາມເຊື່ອຂອງມະນຸດໃນພຣະເຈົ້າ ແລະ ການສະແຫວງຫາຂອງພວກເຂົາ ແລະ ມັນເປັນຫົວຂໍ້ທີ່ຜູ້ຄົນພົບພໍ້ ແລະ ໄດ້ຍິນໃນທຸກໆມື້. ແລ້ວມັນແມ່ນຫຍັງ? ຫົວຂໍ້ກໍຄື ຄວາມໝາຍຂອງການສະແຫວງຫາຄວາມຈິງ. ເຈົ້າຄິດແນວໃດກັບຫົວຂໍ້ນີ້? ມັນເປັນສິ່ງທີ່ໃໝ່ພໍສຳລັບເຈົ້າບໍ? ມັນເປັນສິ່ງທີ່ກະຕຸ້ນຄວາມສົນໃຈບໍ? ບໍ່ວ່າຫົວຂໍ້ນີ້ຈະກະຕຸ້ນຄວາມສົນໃຈແນວໃດກໍຕາມ, ເຮົາຮູ້ວ່າມັນກ່ຽວຂ້ອງກັບພວກເຈົ້າທຸກໆຄົນ; ມັນກ່ຽວຂ້ອງກັບຄວາມລອດພົ້ນຂອງຜູ້ຄົນ, ກ່ຽວຂ້ອງກັບການທີ່ພວກເຂົາເຂົ້າສູ່ຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ ແລະ ການປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ກ່ຽວຂ້ອງກັບຜົນໄດ້ຮັບ ແລະ ປາຍທາງໃນອະນາຄົດຂອງພວກເຂົາ. ຕອນນີ້, ພວກເຈົ້າສ່ວນໃຫຍ່ເຕັມໃຈທີ່ຈະສະແຫວງຫາຄວາມຈິງ ແລະ ໄດ້ເລີ່ມຕື່ນຂຶ້ນ, ແຕ່ພວກເຈົ້າຍັງບໍ່ແນ່ໃຈກ່ຽວກັບຄວາມໝາຍຂອງການສະແຫວງຫາຄວາມຈິງ ຫຼື ວິທີການທີ່ຄວນສະແຫວງຫາຄວາມຈິງ. ນັ້ນຄືເຫດຜົນທີ່ມັນຈຳເປັນສຳລັບພວກເຮົາທີ່ຈະໂອ້ລົມກ່ຽວກັບຫົວຂໍ້ນີ້ໃນມື້ນີ້. ການສະແຫວງຫາຄວາມຈິງເປັນຫົວຂໍ້ທີ່ຜູ້ຄົນມັກພົບພໍ້ໃນຊີວິດປະຈຳວັນຂອງພວກເຂົາ; ມັນເປັນບັນຫາຕົວຈິງທີ່ຜູ້ຄົນຜະເຊີນເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາໃນລະຫວ່າງຊີວິດປະຈຳວັນຂອງພວກເຂົາ, ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ອື່ນໆອີກ. ເມື່ອບາງສິ່ງເກີດຂຶ້ນກັບຄົນສ່ວນໃຫຍ່, ພວກເຂົາພຽງແຕ່ພະຍາຍາມສ້າງແຮງຜັກດັນໃຫ້ກັບຕົນເອງເພື່ອອ່ານພຣະທຳຂອງພຣະເຈົ້າ ແລະ ພວກເຂົາຮັກສາບໍ່ໃຫ້ຄວາມຄິດຂອງພວກເຂົາເປັນສິ່ງທີ່ບໍ່ດີ, ຫວັງທີ່ຈະຫ້າມຕົນເອງບໍ່ໃຫ້ຈົມລົງສູ່ຄວາມຄິດລົບ ຫຼື ຄວາມເຂົ້າໃຈພຣະເຈົ້າຜິດ ແລະ ເພື່ອເຮັດໃຫ້ພວກເຂົາສາມາດຍອມຕໍ່ພາລະກິດຂອງພຣະອົງ. ຜູ້ຄົນທີ່ມີຄວາມສາມາດດີກໍສາມາດສະແຫວງຫາຄວາມຈິງທຸກດ້ານຢູ່ພາຍໃນພຣະທຳຂອງພຣະເຈົ້າດ້ວຍຄວາມຄິດບວກ ແລະ ຢ່າງຫ້າວຫັນ; ພວກເຂົາຊອກຫາຫຼັກການ, ຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ເສັ້ນທາງແຫ່ງການປະຕິບັດ. ຫຼື ພວກເຂົາສາມາດກວດສອບຕົນເອງ,
- [ການປະຕິບັດໜ້າທີ່ໆຖືກຕ້ອງຈຳເປັນຕ້ອງມີການຮ່ວມມືຢ່າງສາມັກຄີ](https://lo.kingdomsalvation.org/fulfilling-duty-properly-requires-harmonious-cooperation.html) - ການຮ່ວມມືຢ່າງສະໝານສັນເປັນສິ່ງຈຳເປັນສຳລັບການປະຕິບັດໜ້າທີ່ຢ່າງຖືກຕ້ອງ. ເພາະທຸກຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ມີຜູ້ໃດມີຄວາມຈິງ, ໂດຍຜ່ານການຮ່ວມມືຢ່າງສະໝານສັນເທົ່ານັ້ນ ພວກເຂົາຈຶ່ງສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ. ການຮ່ວມມືຢ່າງສະໝານສັນບໍ່ພຽງແຕ່ເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງຄົນ, ແຕ່ຍັງເປັນປະໂຫຍດຕໍ່ການປະຕິບັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ ແລະ ວຽກງານໃນຄຣິສຕະຈັກ. ຄົນທີ່ຮ່ວມມືຢ່າງສະໝານສັນເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄວາມຊື່ສັດຂ້ອນຂ້າງດີ, ແຕ່ຖ້າຄວາມເປັນມະນຸດຂອງຄົນໃດໜຶ່ງບໍ່ດີ, ຖ້າພວກເຂົາອວດດີ ແລະ ຖືວ່າຕົນເອງຊອບທຳເກີນໄປ ຫຼື ຄົດໂກງ ແລະ ມີເລ່ຫຼ່ຽມຫຼາຍເກີນໄປ, ແລ້ວພວກເຂົາກໍບໍ່ມີທາງຮ່ວມມືກັບຄົນອື່ນຢ່າງສະໝານສັນ. ບາງຄົນບໍ່ມີສ່ວນຮ່ວມໃນວຽກງານທີ່ຊື່ສັດ, ບໍ່ມີສະຕິເມື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຮັດການກະທຳທີ່ຊົ່ວຮ້າຍຢູ່ສະເໝີ. ຄົນແບບນີ້ບໍ່ສາມາດຮ່ວມມືກັບຄົນອື່ນໄດ້ ແລະ ບໍ່ສາມາດຊອກຫາຄວາມສະໝານສັນ ຫຼື ເຂົ້າກັບຄົນໃດໆໄດ້. ຄົນແບບນັ້ນບໍ່ມີຄວາມເປັນມະນຸດ ແລະ ເປັນຂອງສັດຮ້າຍ ແລະ ມານຮ້າຍ, ຊາຕານ. ຄົນທີ່ເຊື່ອຟັງ ແລະ ຍອມອ່ອນນ້ອຍທຸກຄົນທີ່ມີຄວາມເປັນມະນຸດທີ່ດີຈະມີຜົນຮັບຢ່າງແນ່ນອນ ເມື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ຮ່ວມມືກັບຄົນອື່ນໄດ້ຢ່າງງ່າຍດາຍ. ແລ້ວສຳລັບຄົນທີ່ເຂົ້າຮ່ວມຢ່າງຊື່ສັດເພື່ອປະຕິບັດໜ້າທີ່ຂອງພວກເຂົາ, ຄົນທີ່ກໍ່ກວນ ຫຼື ເຖິງກັບລົບກວນຄົນອື່ນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ຖ້າພວກເຂົາບໍ່ສາມາດແກ້ໄຂໄດ້ຫຼັງຈາກການຕັກເຕືອນຫຼາຍຄັ້ງ ແລະ ບໍ່ເຄີຍມີຄວາມຄິດທີ່ຈະກັບໃຈຈັກເທື່ອ, ສ້າງການລົບກວນ ແລະ ການຂັດຂວາງໃນໜ້າທີ່ຂອງພວກເຂົາຢູ່ສະເໝີ ແລະ ຄຸນນະພາບຄວາມເປັນມະນຸດຂອງພວກເຂົາແມ່ນຕໍ່າຊ້າ,
- [ການປະຕິບັດຄວາມຈິງແມ່ນຫຍັງ](https://lo.kingdomsalvation.org/what-it-is-to-practice-the-truth.html) - ຜູ້ຄົນຈຳນວນຫຼາຍໄດ້ຟັງຄຳເທດສະໜາເປັນເວລາຫຼາຍປີ, ແຕ່ບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ ຫຼື ພວກເຂົາບໍ່ຄວນທຸ້ມເທຄວາມພະຍາຍາມໄປສູ່ຄວາມຈິງດ້ານໃດ. ພວກເຂົາມີແຕ່ຮັບຟັງເທົ່ານັ້ນ, ປະໝາດຢູ່ສະເໝີ ຄືຄົນທີ່ມີຄວາມຄິດບໍ່ມີຫົວໃຈ. ບໍ່ແປກທີ່ພວກເຂົາໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ແຕ່ຍັງບໍ່ມີປະສົບການ ແລະ ປະຈັກພະຍານ. ຄົນທີ່ສະແຫວງຫາຄວາມຈິງຢ່າງແທ້ຈິງຕ້ອງໄຕ່ຕອງກ່ຽວກັບຕົນເອງ: ສິ່ງທີ່ເຮົ້າເວົ້າ ແລະ ເຮັດສອດຄ່ອງກັບຄວາມຈິງບໍ? ເຈົ້າຂາດຫຍັງ? ເຈົ້າຄວນຊົດເຊີຍຂໍ້ບົກຜ່ອງຫຍັງແດ່? ເຈົ້າປະຕິບັດໜ້າທີ່ຂອງເຈົ້າໄດ້ດີສ່ຳໃດ? ເຈົ້າສາມາດປະຕາມຫຼັກການໄດ້ບໍ? ຖ້າເຈົ້າບໍ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້, ແລ້ວເຈົ້າກໍບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ. ຖ້າເຈົ້າປາຖະໜາທີ່ຈະສະແຫວງຫາ ແລະ ຮັບເອົາຄວາມຈິງ, ເຈົ້າຕ້ອງອ່ານ ແລະ ໄຕ່ຕອງພຣະທຳຂອງພຣະເຈົ້າເລື້ອຍໆ. ບໍ່ວ່າເຈົ້າປະຕິບັດໜ້າທີ່ຫຍັງກໍຕາມ, ເຈົ້າຕ້ອງໄຕ່ຕອງ ແລະ ຄິດຫາຄວາມຈິງທີ່ເຈົ້າຕ້ອງເຂົ້າໃຈ ແລະ ເຈົ້າຕ້ອງສາມາດປະຕິບັດ ແລະ ປະສົບກັບຄວາມຈິງຫຼາຍຢ່າງທີ່ເຈົ້າເຂົ້າໃຈ. ເຈົ້າຕ້ອງຄຳນຶງຢູ່ສະເໝີວ່າ “ຂ້ອຍໄດ້ປະຕິບັດ ແລະ ເຂົ້າສູ່ຄວາມຈິງແລ້ວບໍ? ຊີວິດດ້ານໃດທີ່ຄວາມຈິງນີ້ໝາຍເຖິງ? ສະພາບແວດລ້ອມໃດ? ສະຖານະການໃດ?” ຄໍາຖາມເຫຼົ່ານີ້ຕ້ອງຖືກແກ້ໄຂຢູ່ໃນໃຈຂອງເຈົ້າ ແລະ ເຈົ້າຕ້ອງພະຍາຍາມຄິດໃຫ້ອອກໃນເວລາຫວ່າງຂອງເຈົ້າ. ຖ້າເຈົ້າຄິດກ່ຽວກັບມັນແຕ່ບໍ່ເຂົ້າໃຈ, ເຈົ້າກໍຕ້ອງອະທິຖານອ່ານ, ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເປີດໃຈຂອງເຈົ້າຕໍ່ພຣະອົງ. ຄົນສ່ວນຫຼາຍບໍ່ໄດ້ຕັ້ງໃຈຂອງຕົນໃສ່ຄວາມຈິງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ຫົວໃຈຂອງພວກເຂົາຢູ່ໃສ? ຫົວໃຈຂອງພວກເຂົາຕັ້ງຢູ່ກັບເລື່ອງລາວພາຍນອກຢູ່ສະເໝີ, ມົກໝຸ້ນຢູ່ກັບເລື່ອງໄຮ້ສາລະ ແລະ
- [ໂດຍການມີຊີວິດຢູ່ຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດມີຄວາມສຳພັນທີ່ເປັນປົກກະຕິກັບພຣະອົງ](https://lo.kingdomsalvation.org/often-living-before-God-normal-relationship-with-Him.html) - ພວກເຈົ້າສ່ວນໃຫຍ່ໄດ້ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ວາງພື້ນຖານໃນຫົນທາງທີ່ແທ້ຈິງບໍ່ຫຼາຍກໍໜ້ອຍ. ຕອນນີ້ພວກເຈົ້າສາມາດປະຖິ້ມສິ່ງກີດຂວາງຈາກຄອບຄົວ ແລະ ໂລກທີ່ບໍ່ແມ່ນສາດສະໜາເພື່ອຕິດຕາມພຣະເຈົ້າ. ເຈົ້າກຳລັງຝຶກຝົນເພື່ອປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ເຈົ້າເຕັມໃຈທີ່ຈະເສຍສະຫຼະຕົນເອງສຳລັບພຣະເຈົ້າ ແລະ ພ້ອມທີ່ຈະດິ້ນຮົນໄປຫາຄວາມຈິງ. ນີ້ໝາຍຄວາມວ່າພວກເຈົ້າໄດ້ເລີ່ມເຂົ້າໃຈສິ່ງຕ່າງໆ ແລະ ພວກເຈົ້າມີຄວາມສຳນຶກ ແລະ ເຫດຜົນໜ້ອຍໜຶ່ງ. ນັ້ນຄືສິ່ງທີ່ດີ. ຄວາມໝາຍສຳຄັນຂອງການປະຕິບັດໜ້າທີ່ເປັນສິ່ງທີ່ດີຫຼາຍ! ບໍ່ວ່າເຈົ້າຈະສາມາດເຮັດໜ້າທີ່ຂອງເຈົ້າໃຫ້ດີໄດ້ ຫຼື ບໍ່ ແມ່ນມີຄວາມສຳພັນໂດຍກົງກັບຄວາມລອດພົ້ນ ແລະ ຄວາມສົມບູນຂອງເຈົ້າ. ມັນອາດເວົ້າໄດ້ວ່າຄົນໆໜຶ່ງພຽງແຕ່ສາມາດຮັບເອົາການເຂົ້າສູ່ຊີວິດໂດຍການມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ຄົນໆໜຶ່ງພຽງແຕ່ສາມາດຮັບເອົາການເຫັນດີເຫັນພ້ອມຂອງພຣະເຈົ້າໂດຍການປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ. ສະນັ້ນ, ການຮຽກຮ້ອງຫຼາຍຂຶ້ນໜ້ອຍໜຶ່ງຈາກພວກເຈົ້າເມື່ອກ່ຽວຂ້ອງກັບໜ້າທີ່ຂອງພວກເຈົ້າ ແລະ ການລິຮານ ແລະ ການຈັດການເຈົ້າໜ້ອຍໜຶ່ງກໍຈະເປັນປະໂຫຍດໃຫ້ພວກເຈົ້າ. ຢ່າງໜ້ອຍທີ່ສຸດ, ເຈົ້າຈະເຮັດໃຫ້ຄວາມກ້າວໜ້າໃນຊີວິດໄວຂຶ້ນ. ມັນບໍ່ແມ່ນສິ່ງບໍ່ດີທີ່ການຮຽກຮ້ອງຈາກພວກເຈົ້ານັ້ນມີສູງຫຼາຍ ແລະ ມັນບໍ່ແມ່ນສິ່ງບໍ່ດີທີ່ຈະໃຫ້ບັນຫາທີ່ຍາກລຳບາກໃຫ້ພວກເຈົ້າເພື່ອທົດສອບພວກເຈົ້າ. ທຸກສິ່ງນີ້ແມ່ນເກີດຂຶ້ນເພື່ອຊ່ວຍໃຫ້ພວກເຈົ້າເຕີບໃຫຍ່ໃນຊີວິດ ແລະ ເຮັດຄວາມປະສົງຂອງພຣະເຈົ້າ ແລະ ເພື່ອວ່າພວກເຈົ້າຈະສາມາດມີຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບຄວາມຮູ້ວິຊາການ ແລະ ເລີ່ມມີປະສິດທິພາບໃນໜ້າທີ່ຂອງພວກເຈົ້າ. ຖ້າບໍ່ມີການຮຽກຮ້ອງເຫຼົ່ານີ້ຕໍ່ພວກເຈົ້າ, ຜົນຮັບຈະເປັນຫຍັງ? ພວກເຈົ້າຈະພຽງແຕ່ສາມາດເທດສະໜາຫຼັກຄຳສອນ ແລະ ປະຕິບັດຕາມກົດລະບຽບ ແລະ ພວກເຈົ້າຈະເຊື່ອໃນພຣະເຈົ້າເປັນເວລາຫຼາຍປີໂດຍບໍ່ປ່ຽນແປງຫຍັງເລີຍ. ໃນກໍລະນີນັ້ນ, ເມື່ອໃດພວກເຈົ້າຈຶ່ງຈະສາມາດກ້າວໜ້າໄດ້? ພວກເຈົ້າຈະສາມາດປະຕິບັດໜ້າທີ່ຂອງພວກເຈົ້າເປັນຢ່າງດີໄດ້ແນວໃດ? ເຈົ້າບໍ່ພຽງແຕ່ຈະບໍ່ກ້າວໜ້າກ່ຽວກັບຄວາມຈິງ,
- [ອຸປະນິໄສທີ່ເສື່ອມຊາມສາມາດຖືກແກ້ໄຂໄດ້ໂດຍການຍອມຮັບຄວາມຈິງ ແລະ ການເພິ່ງພາພຣະເຈົ້າເທົ່ານັ້ນ](https://lo.kingdomsalvation.org/corrupt-disposition-resolved-by-accepting-truth.html) - ການເຊື່ອໃນພຣະເຈົ້າຄືເສັ້ນທາງທີ່ຖືກຕ້ອງໃນຊີວິດ. ພຣະເຈົ້າໄດ້ເລືອກພວກເຈົ້າທຸກຄົນ ແລະ ພວກເຈົ້າທຸກຄົນໄດ້ເລືອກທີ່ຈະຕິດຕາມພຣະອົງ ແລະ ເລີ່ມຍ່າງໃນເສັ້ນທາງທີ່ຖືກຕ້ອງໃນຊີວິດ. ຕາມຫຼັກການແລ້ວ, ເຈົ້າຈະສາມາດຕອບສະໜອງຄວາມປະສົງຂອງພຣະເຈົ້າ, ເຮັດໜ້າທີ່ຂອງເຈົ້າໄດ້ຢ່າງເໝາະສົມ, ຮັບເອົາຄວາມຈິງ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ນີ້ບໍ່ແມ່ນຄວາມຝັນ ແລະ ຄວາມທະເຍີທະຍານຂອງພວກເຈົ້າບໍ? (ແມ່ນແລ້ວ.) ມັນເປັນສິ່ງທີ່ດີ, ເປັນສິ່ງທີ່ເປັນບວກ, ທີ່ຜູ້ເຊື່ອຈະມີຄວາມຝັນເຊັ່ນນັ້ນ ແລະ ພຣະເຈົ້າຕອບສະໜອງຄວາມຝັນ ແລະ ຄວາມທະເຍີທະຍານທີ່ເປັນບວກຂອງຜູ້ຄົນ. ໃນບາງຄັ້ງຄົນມີຄວາມຝັນ ແລະ ຄວາມທະເຍີທະຍານທີ່ບໍ່ດີ ຫຼື ບໍ່ຖືກຕ້ອງບໍ? ສິ່ງນີ້ແມ່ນເປັນໄປໄດ້, ຍ້ອນສະພາວະຂອງຄົນບໍ່ສະຫງົບກ່ອນທີ່ພວກເຂົາຈະຮັບເອົາຄວາມຈິງ, ເຖິງກັບເສື່ອມຖອຍໃນບາງຄັ້ງ. ເມື່ອສິ່ງທີ່ບໍ່ດີເຫຼົ່ານັ້ນປາກົດຂຶ້ນ, ພວກມັນບໍ່ໄດ້ກະທົບຕໍ່ການເຂົ້າສູ່ຊີວິດຂອງເຈົ້າ ແລະ ສົ່ງຜົນກະທົບຕໍ່ຄວາມສຳພັນທີ່ເປັນປົກກະຕິຂອງເຈົ້າກັບພຣະເຈົ້າບໍ? ຖ້າຄົນໃຊ້ຊີວິດໃນສະພາວະເຫຼົ່ານັ້ນ, ສະພາບການຂອງພວກເຂົາຈະບໍ່ຍິ່ງຮ້າຍແຮງ ແລະ ເລີ່ມຄິດລົບ ແລະ ອ່ອນແອບໍ? ພວກເຂົາຄວນເຮັດຫຍັງໃນເວລາແບບນັ້ນ? (ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ.) ແລ້ວບໍ່ມີເວລາທີ່ຄົນບໍ່ປາດຖະໜາຈະອະທິຖານ, ເວລາທີ່ພວກເຂົາຕ້ອງການສືບຕໍ່ໃຊ້ຊີວິດໃນສະພາວະທີ່ຕໍ່າຊ້າ, ປ່ອຍໃຫ້ຊາຕານບົງການພວກເຂົາຕາມທີ່ມັນພໍໃຈ, ໃນຂະນະທີ່ພວກເຂົາເຮັດຕາມໃຈຕົນເອງ ແລະ ເຮັດແມ່ນຫຍັງຕາມທີ່ພວກເຂົາປາດຖະໜາໂດຍບໍ່ຄິດວ່າຜົນຮັບຂອງພວກເຂົາຈະແມ່ນຫຍັງບໍ? ສະພາວະແບບນັ້ນມີຢູ່ບໍ? (ແມ່ນແລ້ວ.) ສິ່ງນີ້ເປັນການສຳແດງອອກເຖິງບັນຫາຫຍັງ? (ພວກເຂົາໄດ້ຫັນໜີຈາກພຣະເຈົ້າ.) ມັນແມ່ນເນື່ອງຈາກຄວາມເຂົ້າໃຈທີ່ບໍ່ພຽງພໍຂອງພວກເຂົາຕໍ່ຄວາມຈິງຢ່າງແນ່ນອນ ແລະ
- [ໂດຍການປະຕິບັດຄວາມຈິງເທົ່ານັ້ນ, ຄົນເຮົາຈຶ່ງສາມາດຖອດຖິ້ິ້ມໂສ້ລ່າມຂອງອຸປະນິໄສອັນເສື່ອມຊາມໄດ້](https://lo.kingdomsalvation.org/practicing-truth-cast-off-corrupt-disposition.html) - ການເຂົ້າສູ່ຊີວິດແມ່ນຫຍັງ? ມັນແມ່ນການທີ່ຫຼັງຈາກເຂົ້າໃຈຄວາມຈິງ, ຜູ້ຄົນມາຮູ້ຈັກພຣະເຈົ້າ, ຍອມຕໍ່ພຣະອົງ, ໄຕ່ຕອງ ແລະ ຮູ້ຈັກນິໄສທີ່ເສື່ອມຊາມຂອງຕົນ ແລະ ປະຖິ້ມພວກມັນ ແລະ ສາມາດນຳຄວາມຈິງເຂົ້າສູ່ການປະຕິບັດ. ເມື່ອຄົນໆໜຶ່ງສາມາດນຳຄວາມຈິງເຂົ້າສູ່ການປະຕິບັດ ແລະ ຍອມຕໍ່ພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ບັນດາຜູ້ທີ່ສາມາດນຳຄວາມຈິງເຂົ້າສູ່ການປະຕິບັດແມ່ນຄົນທີ່ມີການເຂົ້າສູ່ຊີວິດ. ທັນທີທີ່ຄວາມຈິງກາຍເປັນຊີວິດຂອງບາງຄົນ, ພວກເຂົາຈະບໍ່ຖືກຈຳກັດໂດຍບຸກຄົນ, ເລື່ອງລາວ ຫຼື ສິ່ງຂອງອີກຕໍ່ໄປ; ພວກເຂົາຈະສາມາດຍອມຕໍ່ພຣະເຈົ້າໄດ້ຢ່າງແທ້ຈິງ ແລະ ຮັກພຣະເຈົ້າຢ່າງແທ້ຈິງ ແລະ ນະມັດສະການພຣະເຈົ້າຢ່າງແທ້ຈິງ. ນັ້ນແມ່ນສິ່ງທີ່ໝາຍເຖິງການມີຄວາມເປັນຈິງແຫ່ງຄວາມຈິງ ແລະ ຄຳພະຍານທີ່ແທ້ຈິງ; ນັ້ນແມ່ນຜົນຮັບສຸດທ້າຍຂອງການເຂົ້າສູ່ຊີວິດ. ຖ້າບຸກຄົນໜຶ່ງເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ຍັງດຳລົງຊີວິດຕານິໄສແບບຊາຕານ, ເຮັດຕາມຄວາມປາຖະໜາຂອງຕົວເອງ ໂດຍບໍ່ໄດ້ອະທິຖານ ຫຼື ສະແຫວງຫາຄວາມຈິງ, ເຊື່ອມາເປັນເວລາຫຼາຍປີໂດຍບໍ່ປ່ຽນແປງແມ່ນແຕ່ໜ້ອຍດຽວ ແລະ ເກືອບບໍ່ແຕກຕ່າງຫຍັງຈາກຜູ້ທີ່ບໍ່ເຊື່ອ, ແລ້ວຄົນແບບນັ້ນກໍບໍ່ມີການເຂົ້າສູ່ຊີວິດ, ພວກເຂົາບໍ່ໄດ້ຮັບຄວາມຈິງ ແລະ ພວກເຂົາບໍ່ໄດ້ຮັບຊີວິດ. ຖ້າເຈົ້າບໍ່ໄດ້ຮັບຄວາມຈິງ, ເຈົ້າກໍດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ. ເຈົ້າບໍ່ສາມາດຍອມຕໍ່ພຣະເຈົ້າ, ຮັກພຣະເຈົ້າ, ປະຕິບັດຄວາມຈິງ ຫຼື ເຂັ້ມແຂງໄດ້, ເຖິງແມ່ນວ່າເຈົ້າປາຖະໜາກໍຕາມ. ຖ້າເຈົ້າບໍ່ສາມາດເຂັ້ມແຂງ, ເຈົ້າຈະຕົກຢູ່ໃນສະພາວະປະເພດໃດ? ເຈົ້າຈະບໍ່ຕົກຢູ່ໃນສະພາວະຄວາມຄິດລົບຢູ່ສະເໝີບໍ? ເຈົ້າຈະຖືກກະຕຸ້ນຈາກສະພາບແວດລ້ອມຂອງເຈົ້າຢູ່ສະເໝີ,
- [ການເຂົ້າສູ່ຊີວິດເລີ່ມດ້ວຍການປະຕິບັດໜ້າທີ່](https://lo.kingdomsalvation.org/life-entry-begins-with-performing-duty.html) - ມີຫຼາຍຄົນທີ່ຮູ້ສຶກວ່າພວກເຂົາກຳລັງຂາດເຂີນຫຼັງຈາກທີ່ພວກເຂົາເຮັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາບໍ່ມີຄວາມເປັນຈິງແຫ່ງຄວາມຈິງ, ສະນັ້ນພວກເຂົາຈຶ່ງຮຽກຮ້ອງໃຫ້ຕົນເອງຮັບຟັງຄຳເທດສະໜາຫຼາຍຂຶ້ນຢູ່ສະເໝີ ແລະ ໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຈັດການເຕົ້າໂຮມຫຼາຍຂຶ້ນ, ຄືກັບວ່ານັ້ນຄືສິ່ງດຽວທີ່ຈະສາມາດໃຫ້ການເຂົ້າສູ່ຊີວິດ ແລະ ການເຕີບໃຫຍ່ໃນຊີວິດແກ່ພວກເຂົາ. ຖ້າພວກເຂົາດຳເນີນໄປຊ່ວງໄລຍະໜຶ່ງໂດຍບໍ່ເຂົ້າຮ່ວມການເຕົ້າໂຮມ ຫຼື ການເທດສະໜາ, ພວກເຂົາຈຶ່ງຮູ້ສຶກວ່າຫົວໃຈຂອງພວກເຂົາວ່າງເປົ່າ ແລະ ສິ້ນຫວັງ, ຄືກັບວ່າພວກເຂົາບໍ່ມີຫຍັງ. ໃນຫົວໃຈຂອງພວກເຂົາ, ມັນເປັນຄືກັບວ່າການເຕົ້າໂຮມປະຈຳວັນ ແລະ ການເທດສະໜາປະຈຳວັນຈະໃຫ້ພວກເຂົາມີການເຂົ້າສູ່ຊີວິດ ຫຼື ເຮັດໃຫ້ພວກເຂົາສາມາດເຕີບໃຫຍ່ມີວຸດທິພາວະຝ່າຍວິນຍານ. ໃນຄວາມເປັນຈິງແລ້ວ, ຄວາມຄິດປະເພດນີ້ແມ່ນບໍ່ຖືກຕ້ອງໂດຍສິ້ນເຊີງ. ຄົນທີ່ເຊື່ອ ແລະ ຕິດຕາມພຣະເຈົ້າຕ້ອງເຮັດໜ້າທີ່ຂອງພວກເຂົາ, ໃນຕອນນັ້ນເອງ ພວກເຂົາຈຶ່ງຈະສາມາດໄດ້ຮັບປະສົບການໃນຊີວິດ. ຖ້າເຈົ້າເວົ້າວ່າເຈົ້າເຊື່ອໃນພຣະເຈົ້າຢ່າງຈິງໃຈ ແຕ່ເຈົ້າບໍ່ຕ້ອງການເຮັດໜ້າທີ່ຂອງເຈົ້າ, ແລ້ວຄວາມຈິງໃຈໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າແມ່ນຢູ່ໃສ? ຄົນທີ່ເຮັດໜ້າທີ່ຂອງພວກເຂົາຢ່າງຈິງໃຈແມ່ນຄົນທີ່ມີຄວາມເຊື່ອ. ມີພຽງແຕ່ຄົນທີ່ມີຄວາມເຊື່ອຈຶ່ງກ້າອຸທິດຊີວິດຂອງພວກເຂົາໃຫ້ພຣະເຈົ້າ ແລະ ເຕັມໃຈທີ່ຈະປະຖິ້ມທຸກສິ່ງເພື່ອເສຍສະຫຼະໃຫ້ພຣະເຈົ້າ. ຄົນເຊັ່ນນີ້ຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດເມື່ອພວກເຂົາເຮັດໜ້າທີ່ຂອງພວກເຂົາ; ພວກເຂົາໄດ້ຮັບແສງສະຫວ່າງ ແລະ ການລົງວິໄນໂດຍພຣະວິນຍານບໍລິສຸດ. ທຸກສິ່ງນີ້ກໍ່ໃຫ້ເກີດປະສົບການໃນຊີວິດ. ສະນັ້ນ, ການເຂົ້າສູ່ຊີວິດເລີ່ມຕົ້ນໂດຍການເຮັດໜ້າທີ່ຂອງຄົນໆໜຶ່ງຢ່າງເປັນທາງການ. ຖ້າຜູ້ຄົນບໍ່ກະຕືລືລົ້ນກ່ຽວກັບການເຮັດໜ້າທີ່ຂອງພວກເຂົາ ຫຼື ເຮັດໂງ່ໆຢູ່ສະເໝີ, ພວກເຈົ້າຄິດວ່ານີ້ແມ່ນທ່າທີ່ປະເພດໃດ? ມັນບໍ່ແມ່ນພຽງການເຮັດພໍແລ້ວມືແລ້ວຕີນບໍ? ນັ້ນແມ່ນທ່າທີ່ທີ່ເຈົ້າມີຕໍ່ໜ້າທີ່ຂອງພວກເຈົ້າບໍ? ນີ້ແມ່ນບັນຫາຄວາມສາມາດ ຫຼື ບັນຫາອຸປະນິໄສບໍ? ພວກເຈົ້າທຸກຄົນຄວນຊັດເຈນກ່ຽວກັບເລື່ອງນີ້.
- [ຄວາມເຊື່ອໃນພຣະເຈົ້າຕ້ອງເລີ່ມຕົ້ນດ້ວຍການເບິ່ງທະລຸແນວໂນ້ມທີ່ຊົ່ວຮ້າຍຂອງໂລກ](https://lo.kingdomsalvation.org/belief-in-God-first-seeing-through-evil-trends.html) - ເຖິງແມ່ນຄົນໜຸ່ມບາງຄົນເຊື່ອໃນພຣະເຈົ້າ, ມັນຍາກຫຼາຍສຳລັບພວກເຂົາທີ່ກຳຈັດນິໄສທີ່ບໍ່ດີໃນການມັກຫຼິ້ນເກມຄອມພິວເຕີອອກຈາກຕົວພວກເຂົາເອງ. ເກມຄອມພິວເຕີມັກຈະກ່ຽວຂ້ອງກັບຫຍັງ? ພວກມັນມີການໃຊ້ຄວາມຮຸນແຮງເປັນຈຳນວນຫຼາຍ. ການຫຼິ້ນເກມແມ່ນຂອບເຂດຂອງມານຮ້າຍ. ສຳລັບຄົນສ່ວນໃຫຍ່, ຫຼັງຈາກທີ່ຫຼິ້ນເກມເຫຼົ່ານີ້ເປັນເວລາດົນນານ, ພວກເຂົາກໍບໍ່ສາມາດເຮັດວຽກງານໃດທີ່ເປັນຈິງໄດ້ອີກ; ພວກເຂົາບໍ່ຢາກໄປໂຮງຮຽນ ຫຼື ເຮັດວຽກ ຫຼື ຄິດເຖິງອະນາຄົດຂອງພວກເຂົາອີກຕໍ່ໄປ, ແຮງໄກທີ່ພວກເຂົາຈະຄິດຄຳນຶງເຖິງຊີວິດຂອງພວກເຂົາ. ໃນຕອນນີ້, ແມ່ນຫຍັງຄືສິ່ງທີ່ເຕັມຢູ່ໃນຫົວໃຈຂອງຄົນໜຸ່ມສ່ວນໃຫຍ່ໃນສັງຄົມ? ນອກຈາກການກິນ, ການດື່ມ ແລະ ການມີຄວາມສຸກ, ຫົວໃຈຂອງພວກເຂົາເຕັມໄປດ້ວຍການຫຼິ້ນເກມ. ທຸກສິ່ງທີ່ພວກເຂົາເວົ້າ ແລະ ຄິດແມ່ນແປກປະຫຼາດ ແລະ ໄຮ້ມະນຸດສະທຳ. ຜູ້ຄົນບໍ່ສາມາດແມ່ນແຕ່ໃຊ້ຄຳວ່າ “ສົກກະປົກ” ຫຼື “ຊົ່ວຮ້າຍ” ເພື່ອອະທິບາຍເຖິງສິ່ງຕ່າງໆທີ່ພວກເຂົາຄິດອີກຕໍ່ໄປ; ພວກມັນບໍ່ແມ່ນສິ່ງຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນມີ, ພວກມັນລ້ວນແລ້ວແຕ່ເປັນສິ່ງທີ່ແປກປະຫຼາດ ແລະ ໄຮ້ມະນຸດສະທຳ. ຖ້າເຈົ້າເວົ້າກ່ຽວກັບເລື່ອງ ຫຼື ຫົວຂໍ້ທີ່ກ່ຽວຂ້ອງກັບຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາແມ່ນບໍ່ສາມາດທົນຟັງມັນໄດ້; ພວກເຂົາບໍ່ສົນໃຈ ຫຼື ບໍ່ເຕັມໃຈທີ່ຈະຮັບຟັງ ແລະ ພວກເຂົາຈະເຖິງກັບຮູ້ສຶກກຽດຊັງເຈົ້າ. ພວກເຂົາບໍ່ມີພາສາ ຫຼື ຫົວຂໍ້ຮ່ວມກັບມະນຸດຊາດທີ່ປົກກະຕິ. ຫົວຂໍ້ທັງໝົດຂອງພວກເຂົາກ່ຽວກັບການກິນ, ການດື່ມ ແລະ ການມ່ວນຊື່ນ. ຫົວໃຈຂອງພວກເຂົາເຕັມໄປດ້ວຍກະແສທາງໂລກ. ພວກເຂົາມີຄວາມຫວັງຫຍັງແດ່ໃນອະນາຄົດ? ພວກເຂົາມີອະນາຄົດບໍ? (ບໍ່,
- [ແກ່ນແທ້ຂອງພຣະຄຣິດຄືຄວາມຮັກ](https://lo.kingdomsalvation.org/Christ-s-essence-is-love.html) - ໃນດ້ານໜຶ່ງ, ການຮູ້ຈັກແກ່ນແທ້ຂອງພຣະຄຣິດເຮັດໃຫ້ເຈົ້າສາມາດແຍກພຣະຄຣິດທີ່ຢູ່ໃນເນື້ອໜັງອອກຈາກຄວາມເປັນມະນຸດທີ່ເສື່ອມຊາມ, ປະຕິບັດ ແລະ ເຊື່ອຟັງພຣະເຈົ້າທີ່ຢູ່ໃນເນື້ອໜັງດັ່ງພຣະເຈົ້າທີ່ເປັນຈິງ. ໃນອີກດ້ານໜຶ່ງ, ເຈົ້າຍັງຕ້ອງເຫັນພາລະກິດທີ່ແທ້ຈິງຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ, ການທີ່ພຣະອົງກ່າວເຖິງຄວາມຈິງຢ່າງເປັນຈິງ ແລະ ການທີ່ພຣະອົງດຳລົງຊີວິດຢ່າງແທ້ຈິງໃນບັນດາມະນຸດຊາດ. ເຈົ້າຕ້ອງເຫັນວ່າພຣະອົງຊຳລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ, ພຣະອົງບໍ່ແມ່ນຜູ້ປະກາດພຣະທຳ, ອັກຄະສາວົກ ຫຼື ຜູ້ໃຫ້ຄຳທຳນາຍ ຫຼື ຄົນບໍ່ສຳຄັນທີ່ຖືກສົ່ງມາໂດຍພຣະເຈົ້າ ແຕ່ເປັນພຣະເຈົ້າທີ່ຢູ່ໃນເນື້ອໜັງ, ເປັນພຣະຄຣິດ ແລະ ເປັນພຣະເຈົ້າເອງ. ເຖິງແມ່ນວ່າເນື້ອໜັງນີ້ເປັນສະມາຊິກຂອງມະນຸດຊາດ, ພຣະອົງກໍເປັນຄົນທຳມະດາທີ່ມີແກ່ນແທ້ຂອງຄວາມສັກສິດ. ການຮູ້ຈັກແກ່ນແທ້ນີ້ໃນຄວາມສັກສິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຄືສິ່ງຈຳເປັນທີ່ສຸດ, ການນໍາໃຊ້ຂໍ້ແທ້ຈິງທີ່ເຈົ້າສາມາດສັງເກດເຫັນເພື່ອພິສູດແກ່ນແທ້ທີ່ສັກສິດຂອງພຣະຄຣິດຄືສິ່ງທີ່ເຈົ້າຕ້ອງສາມາດເຮັດໄດ້ຢ່າງໜ້ອຍທີ່ສຸດ. ເພື່ອຮູ້ຈັກແກ່ນແທ້ທີ່ສັກສິດຂອງພຣະຄຣິດ, ເຈົ້າຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ມີປະສົບການກັບພາລະກິດຂອງພຣະອົງ ແລະ ຮູ້ຈັກອຸປະນິໄສຂອງພຣະອົງ. ການຮູ້ຈັກແກ່ນແທ້ຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງມີຜົນທີ່ເຮັດໃຫ້ຜູ້ຄົນສາມາດສືບຈົນແນ່ໃຈວ່າພຣະເຈົ້າໄດ້ກາຍມາເປັນເນື້ອໜັງຢ່າງແທ້ຈິງ ແລະ ເນື້ອໜັງນີ້ກໍເປັນພຣະເຈົ້າໂດຍແທ້ຈິງ. ນີ້ເປັນວິທີດຽວທີ່ຄົນຈະສາມາດສ້າງຕັ້ງຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ບັນລຸການເຊື່ອຟັງຢ່າງແທ້ຈິງ ແລະ ຄວາມຮັກທີ່ແທ້ຈິງ ແລະ ເມື່ອບັນລຸຜົນນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດພິສູດໄດ້ວ່າເຈົ້າມີຄວາມເຂົ້າໃຈກ່ຽວກັບແກ່ນແທ້ຂອງພຣະເຈົ້າ. ມື້ນີ້, ຄົນບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະຄຣິດ. ພວກເຂົາອ່ານພຣະທຳຂອງພຣະເຈົ້າ ແລະ ຍອມຮັບວ່າມັນເປັນຄວາມຈິງ ແລະ ການສະແດງອອກຂອງພຣະວິນຍານບໍລິສຸດ ໃນຂະນະທີ່ບໍ່ສົນໃຈເນື້ອໜັງໂດຍສິ້ນເຊີງ. ພວກເຂົາບໍ່ຮູ້ວ່າຈຸດກຳເນີດຂອງເນື້ອໜັງແມ່ນຫຍັງ ຫຼື
- [ເຈົ້າຮູ້ຈັກຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດບໍ?](https://lo.kingdomsalvation.org/do-you-know-God-s-love-for-mankind.html) - ໃນຍຸກສຸດທ້າຍ, ຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດແມ່ນສຳແດງອອກຢູ່ໃສໃນການປາກົດຕົວ ແລະ ພາລະກິດຂອງພຣະອົງ? ພວກເຈົ້າສາມາດເຫັນມັນໄດ້ໂດຍມີປະສົບການກັບແຕ່ລະກ້າວໃນພາລະກິດນີ້. ພຣະເຈົ້າກ່າວດ້ວຍວິທີການທີ່ສະເພາະໃນທຸກໆກ້າວໃນພາລະກິດຂອງພຣະອົງ, ມອບຄຳທຳນາຍທີ່ສະເພາະ ແລະ ສະແດງຄວາມຈິງ ແລະ ອຸປະນິໄສທີ່ສະເພາະຂອງພຣະອົງ ແລະ ທຸກຄົນຕ່າງກໍຕອບຮັບພວກເຂົາ. ຄົນມີການຕອບຮັບຫຍັງ? ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ເຊື່ອຟັງພຣະເຈົ້າ ແລະ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ຈົດຈໍ່ກັບການສະແຫວງຫາຄວາມຈິງຢ່າງຫ້າວຫັນ ຫຼື ການຍອມຮັບພາລະກິດຂອງພຣະອົງຢ່າງເຕັມໃຈ. ພວກເຂົາທຸກຄົນຕ່າງຄິດລົບ ແລະ ຕໍ່ຕ້ານ, ເປັນປໍລະປັກ, ປະຕິເສດ ແລະ ບໍ່ຍອມຮັບ. ເຖິງຢ່າງໃດກໍຕາມ, ພຣະເຈົ້າສືບຕໍ່ເຮັດພາລະກິດຂອງພຣະອົງຢູ່ສະເໝີ ແລະ ຄວາມຮັກຂອງພຣະເຈົ້າສຳລັບຜູ້ຄົນກໍບໍ່ໄດ້ປ່ຽນແປງ. ບໍ່ວ່າຄົນຈະມີທ່າທີ່ຫຍັງກໍຕາມ, ບໍ່ວ່າພວກເຂົາຈະປະຕິເສດ ຫຼື ຍອມຮັບຢ່າງລັງເລ ຫຼື ປ່ຽນແປງເລັກໆນ້ອຍໆ, ຄວາມຮັກຂອງພຣະເຈົ້າກໍບໍ່ປ່ຽນແປງ, ບາດກ້າວໃນພາລະກິດຂອງພຣະອົງບໍ່ເຄີຍຖືກລົບກວນຈັກເທື່ອ. ນີ້ຄືການສຳແດງອອກເຖິງຄວາມຮັກຂອງພຣະເຈົ້າສຳລັບຜູ້ຄົນ. ອີກຢ່າງ, ແຕ່ລະຄັ້ງທີ່ພຣະເຈົ້າສຳເລັດບາດກ້າວໜຶ່ງໃນພາລະກິດ, ບໍ່ວ່າຄົນຈະປະພຶດແນວໃດກໍຕາມ, ຄວາມຮັກຂອງພຣະອົງສຳລັບພວກເຂົາກໍບໍ່ໄດ້ປ່ຽນແປງ; ພຣະອົງຍັງສືບຕໍ່ເຮັດພາລະກິດຂອງພຣະອົງ ແລະ ສືບຕໍ່ຊ່ວຍຜູ້ຄົນໃຫ້ລອດພົ້ນ. ໃນທຸກໆກ້າວຂອງພາລະກິດໃນອະນາຄົດ, ພຣະທຳຂອງພຣະເຈົ້າທີ່ພິພາກສາ ແລະ ເປີດເຜີຍຜູ້ຄົນຈະເລິກຊຶ້ງ ແລະ ສຽບແທງຫຼາຍຂຶ້ນ ແລະ ສະເພາະເຈາະຈົງຫຼາຍຂຶ້ນຕໍ່ສະພາວະປັດຈຸບັນຂອງພວກເຂົາ. ພຣະອົງຈະເວົ້າສິ່ງຕ່າງໆທີ່ເຮັດໃຫ້ຜູ້ຄົນເຂົ້າໃຈພຣະອົງ
- [ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ](https://lo.kingdomsalvation.org/pursuing-truth-to-achieve-change-in-disposition.html) - ໂດຍການສະແຫວງຫາຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດບັນລຸການປ່ຽນແປງໃນອຸປະນິໄສໄດ້: ນີ້ແມ່ນສິ່ງທີ່ຜູ້ຄົນຕ້ອງຢັ່ງເຖິງ ແລະ ເຂົ້າໃຈຢ່າງທົ່ວເຖິງ. ຖ້າເຈົ້າບໍ່ມີຄວາມເຂົ້າໃຈຢ່າງພຽງພໍກ່ຽວກັບຄວາມຈິງ, ເຈົ້າຈະມື່ນລົ້ມ ແລະ ຫຼົງທາງຢ່າງງ່າຍດາຍ. ຖ້າເຈົ້າຕ້ອງການເຕີບໃຫຍ່ໃນຊີວິດ, ເຈົ້າຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ບໍ່ວ່າເຈົ້າກຳລັງເຮັດຫຍັງກໍ່ຕາມ, ເຈົ້າຄວນສະແຫວງຫາວິທີການປະພຶດເພື່ອໃຫ້ສອດຄ່ອງກັບຄວາມຈິງ ແລະ ຄົ້ນພົບວ່າມົນທິນໃດທີ່ຢູ່ພາຍໃນຕົວເຈົ້າ ເຊິ່ງລະເມີດຄວາມຈິງນັ້ນ; ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບສິ່ງເຫຼົ່ານີ້. ບໍ່ວ່າເຈົ້າກຳລັງເຮັດຫຍັງກໍ່ຕາມ, ເຈົ້າຄວນຄຳນຶງວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່ ແລະ ມັນມີຄຸນຄ່າ ແລະ ຄວາມໝາຍ ຫຼື ບໍ່. ເຈົ້າສາມາດເຮັດສິ່ງຕ່າງໆທີ່ສອດຄ່ອງກັບຄວາມຈິງ, ແຕ່ເຈົ້າຕ້ອງບໍ່ເຮັດສິ່ງທີ່ບໍ່ສອດຄ່ອງກັບຄວາມຈິງ. ເມື່ອເວົ້າກ່ຽວກັບສິ່ງທີ່ເຈົ້າສາມາດເຮັດ ຫຼື ບໍ່ສາມາດເຮັດ, ຖ້າພວກມັນສາມາດປ່ອຍວາງ, ແລ້ວເຈົ້າກໍ່ຄວນປ່ອຍວາງພວກມັນ. ຖ້າບໍ່ດັ່ງນັ້ນ, ຖ້າເຈົ້າເຮັດສິ່ງເຫຼົ່ານີ້ເປັນບາງຊ່ວງເວລາ ແລະ ຄົ້ນພົບໃນພາຍຫຼັງວ່າເຈົ້າຄວນປ່ອຍວາງພວກມັນ, ແລ້ວໃຫ້ດຳເນີນການຕັດສິນໃຈຢ່າງໄວວາ ແລະ ປ່ອຍພວກມັນໄປຢ່າງວ່ອງໄວ. ນີ້ຄືຫຼັກການທີ່ເຈົ້າຄວນປະຕິບັດຕາມໃນທຸກສິ່ງທີ່ເຈົ້າເຮັດ. ບາງຄົນຍົກຄຳຖາມນີ້ຂຶ້ນມາ: ເປັນຫຍັງການສະແຫວງຫາຄວາມຈິງ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດຈຶ່ງຫຍຸ້ງຍາກຫຼາຍ, ຄືກັບວ່າເຈົ້າກຳລັງພາຍເຮືອຖ່ວງກະແສນໍ້າ ແລະ ຈະໄຫຼກັບຫຼັງ ຖ້າເຈົ້າຢຸດພາຍໄປຂ້າງໜ້າ? ແລ້ວເປັນຫຍັງມັນຈຶ່ງງ່າຍຫຼາຍກວ່າທີ່ຈະເຮັດຊົ່ວ ຫຼື ເຮັດສິ່ງທີ່ບໍ່ມີຄວາມໝາຍ, ງ່າຍຄືກັບການພາຍເຮືອຕາມກະແສນໍ້າ? ເປັນຫຍັງມັນຈຶ່ງເປັນແບບນັ້ນ?
- [ວິທີຮູ້ຈັກທໍາມະຊາດຂອງມະນຸດ](https://lo.kingdomsalvation.org/how-to-know-man-s-nature.html) - ຈະຮູ້ຈັກທຳມະຊາດຂອງຄົນໆໜຶ່ງໄດ້ແນວໃດ? ແມ່ນຫຍັງປະກອບເປັນທຳມະຊາດຂອງບຸກຄົນໜຶ່ງ? ເຈົ້າພຽງແຕ່ຮູ້ຈັກຂໍ້ຜິດພາດ, ຂໍ້ບົກຜ່ອງ, ເຈດຕະນາ, ແນວຄິດ, ແງ່ລົບ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດ, ແຕ່ເຈົ້າບໍ່ສາມາດຄົ້ນພົບສິ່ງຕ່າງໆທີ່ຢູ່ພາຍໃນທຳມະຊາດຂອງມະນຸດ. ເຈົ້າພຽງແຕ່ຮູ້ຈັກເປືອກນອກ ໂດຍບໍ່ມີຄວາມສາມາດຄົ້ນພົບຕົ້ນກຳເນີດຂອງມັນ ແລະ ສິ່ງນີ້ບໍ່ໄດ້ສະແດງເຖິງຄວາມຮູ້ກ່ຽວກັບທຳມະຊາດຂອງມະນຸດ. ບາງຄົນຍອມຮັບຂໍ້ບົກຜ່ອງ ແລະ ຄວາມຄິດລົບຕ່າງໆຂອງພວກເຂົາ ໂດຍກ່າວວ່າ “ຂ້ານ້ອຍເຂົ້າໃຈທຳມະຊາດຂອງຂ້ານ້ອຍ. ເບິ່ງແມ, ຂ້ານ້ອຍຮັບຮູ້ຄວາມອວດດີຂອງຂ້ານ້ອຍ. ນັ້ນບໍ່ແມ່ນການຮູ້ຈັກທຳມະຊາດຂອງຂ້ານ້ອຍບໍ?” ຄວາມອວດດີແມ່ນສ່ວນໜຶ່ງໃນທຳມະຊາດຂອງມະນຸດ, ສິ່ງນັ້ນແມ່ນເປັນຈິງ. ເຖິງຢ່າງໃດກໍຕາມ ມັນບໍ່ພຽງພໍທີ່ຈະຮັບຮູ້ສິ່ງນີ້ໃນດ້ານທິດສະດີ. ການຮູ້ຈັກທຳມະຊາດຂອງຕົນເອງແມ່ນຫຍັງ? ມັນສາມາດເປັນທີ່ຮູ້ຈັກໄດ້ແນວໃດ? ມັນເປັນທີ່ຮູ້ຈັກຈາກລັກສະນະໃດ? ໂດຍສະເພາະແລ້ວ ທຳມະຊາດຂອງຄົນໃດໜຶ່ງຄວນຖືກເບິ່ງຈາກສິ່ງຕ່າງໆທີ່ຄົນໆນັ້ນເປີດເຜີຍອອກມາແນວໃດ? ກ່ອນອື່ນໝົດ ເຈົ້າສາມາດເຫັນທຳມະຊາດຂອງບຸກຄົນໜຶ່ງຜ່ານຄວາມສົນໃຈຂອງເຂົາ. ຕົວຢ່າງເຊັ່ນ: ບາງຄົນມີການເຊີດຊູຄົນທີ່ມີຊື່ສຽງ ແລະ ໂດດເດັ່ນເປັນຢ່າງຍິ່ງ, ບາງຄົນມັກເຕັ້ນ, ບາງຄົນມັກນັກຮ້ອງ ຫຼື ດາລາຮູບເງົາເປັນພິເສດ ແລະ ບາງຄົນມີຄວາມມັກຫຼິ້ນເກມເປັນພິເສດ. ຈາກຄວາມມັກເຫຼົ່ານີ້, ພວກເຮົາສາມາດເຫັນໄດ້ວ່າແມ່ນຫຍັງຄືທຳມະຊາດຂອງຜູ້ຄົນເຫຼົ່ານີ້. ນີ້ຄືຕົວຢ່າງງ່າຍໆ: ບາງຄົນອາດເຫຼື້ອມໃສນັກຮ້ອງຄົນໃດໜຶ່ງແທ້ໆ ພວກເຂົາເຄົາລົບບູຊາຕົນເອງຈົນຮອດຂັ້ນໃດ? ຈົນຮອດຂັ້ນທີ່ວ່າພວກເຂົາພາກັນໝົກມຸ້ນກັບການເຄື່ອນໄຫວທຸກຢ່າງ, ຮອຍຍິ້ມ ແລະ ຄຳເວົ້າຂອງນັກຮ້ອງຄົນນີ້. ພວກເຂົາຕິດພັນກັບນັກຮ້ອງຄົນນີ້ ແລະ ເຖິງກັບຖ່າຍຮູບທຸກສິ່ງທີ່ພວກເຂົານຸ່ງ
- [ຄວາມສຳຄັນ ແລະ ການປະຕິບັດການອະທິຖານ](https://lo.kingdomsalvation.org/significance-of-prayer-and-its-practice.html) - ໃນຕອນນີ້, ພວກເຈົ້າອະທິຖານຫາພຣະເຈົ້າແນວໃດ? ມັນດີຂຶ້ນຈາກການອະທິຖານທາງສາສະໜາແນວໃດ? ໃນຄວາມເປັນຈິງແລ້ວ, ພວກເຈົ້າເຂົ້າໃຈຫຍັງກ່ຽວກັບຄວາມໝາຍຂອງການອະທິຖານ? ພວກເຈົ້າໄດ້ໄຕ່ຕອງກ່ຽວກັບຄຳຖາມເຫຼົ່ານີ້ບໍ? ທຸກຄົນທີ່ບໍ່ອະທິຖານກໍຢູ່ຫ່າງຈາກພຣະເຈົ້າ ແລະ ທຸກຄົນທີ່ບໍ່ອະທິຖານກໍເຮັດຕາມຄວາມປະສົງຂອງພວກເຂົາເອງ. ການຂາດການອະທິຖານມີຄວາມໝາຍເຖິງການຢູ່ຫ່າງຈາກພຣະເຈົ້າ ແລະ ການທໍລະຍົດພຣະເຈົ້າ. ແມ່ນຫຍັງຄືປະສົບການຕົວຈິງຂອງພວກເຈົ້າກັບການອະທິຖານ? ຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດແມ່ນສາມາດເຫັນໄດ້ຈາກຄຳອະທິຖານຂອງຜູ້ຄົນ. ເຈົ້າປະພຶດແນວໃດ ເມື່ອອ້າຍເອື້ອຍນ້ອງຊື່ນຊົມ ແລະ ຍົກຍ້ອງເຈົ້າສຳລັບຜົນຮັບທີ່ເຈົ້າມີໃນວຽກງານຂອງເຈົ້າ? ເຈົ້າຈະມີປະຕິກິລິຍາແນວໃດ ເມື່ອຜູ້ຄົນໃຫ້ຄໍາແນະນໍາແກ່ເຈົ້າ? ເຈົ້າອະທິຖານຕໍ່ໜ້າພຣະເຈົ້າບໍ? ພວກເຈົ້າທຸກຄົນໃຊ້ເວລາເພື່ອອະທິຖານ ເມື່ອພວກເຈົ້າປະສົບກັບບັນຫາ ຫຼື ຄວາມຫຍຸ້ງຍາກ, ແຕ່ພວກເຈົ້າຂໍການຊ່ວຍເຫຼືອຈາກພຣະເຈົ້າໃນການອະທິຖານບໍ ເມື່ອພວກເຈົ້າບໍ່ໄດ້ຢູ່ໃນສະພາວະທີ່ດີ? ພວກເຈົ້າອະທິຖານບໍ ເມື່ອພວກເຈົ້າເປີດເຜີຍຄວາມເສື່ອມຊາມ? ພວກເຈົ້າອະທິຖານຢ່າງແທ້ຈິງບໍ? ຖ້າເຈົ້າບໍ່ອະທິຖານຢ່າງແທ້ຈິງ, ເຈົ້າຈະບໍ່ກ້າວໜ້າ. ໂດຍສະເພາະໃນການເຕົ້າໂຮມ, ເຈົ້າຄວນອະທິຖານ ແລະ ສັນລະເສີນ. ບາງຄົນເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ແຕ່ເປັນເລື່ອງທີ່ໜ້າເສຍດາຍທີ່ພວກເຂົາບໍ່ອະທິຖານຢູ່ເລື້ອຍໆ. ພວກເຂົາເຂົ້າໃຈຫຼັກຄຳສອນສອງສາມຄຳ ແລະ ເລີ່ມອວດດີ, ຄິດວ່າພວກເຂົາເຂົ້າໃຈຄວາມຈິງ, ພວກເຂົາໄດ້ຮັບວຸດທິພາວະ ແລະ ພວກເຂົາຮູ້ສຶກພໍໃຈກັບຕົນເອງຫຼາຍ. ຜົນຕາມມາກໍຄືພວກເຂົາເລີ່ມກິ້ງເກືອກໃນສະພາວະທີ່ຜິດປົກກະຕິປະເພດນີ້ ແລະ ເມື່ອພວກເຂົາມາອະທິຖານໃນເວລາຕໍ່ມາ, ພວກເຂົາກໍພົບວ່າຕົນເອງບໍ່ມີຫຍັງເວົ້າ ແລະ ບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອຄົນໆໜຶ່ງບໍ່ສາມາດຄວບຄຸມສະພາວະຂອງພວກເຂົາ, ພວກເຂົາອາດຈະມີຄວາມສຸກກັບໝາກຜົນຈາກການໃຊ້ແຮງງານຫຼັງຈາກທີ່ເຮັດວຽກໜ້ອຍໜຶ່ງ
- [ທຳມະຊາດທີ່ຈອງຫອງແມ່ນຢູ່ທີ່ຮາກເຫງົ້າແຫ່ງການຕໍ່ຕ້ານພຣະເຈົ້າຂອງມະສຸດ](https://lo.kingdomsalvation.org/arrogance-is-root-of-man-s-resistance-to-God.html) - ມື້ນີ້, ເຮົາຈະເວົ້າກ່ຽວກັບບັນຫາທຳມະຊາດ, ແກ່ນແທ້ ແລະ ອຸປະນິໄສຂອງມະນຸດຊາດທີ່ເສື່ອມຊາມ. ແມ່ນຫຍັງຄືທຳມະຊາດ? ທຳມະຊາດຄືແກ່ນແທ້ໂດຍທຳມະຊາດຂອງມະນຸດ, ເປັນສິ່ງທີ່ຢູ່ພາຍໃນພວກເຂົາທີ່ສ້າງຜົນຄວບຄຸມ ແລະ ກຳນົດທິດທາງ. ສິ່ງທີ່ຄົນໃດໜຶ່ງດູຖູກ, ກຽດຊັງ ຫຼື ມັກກໍລ້ວນແລ້ວແຕ່ເປັນຕົວແທນໃຫ້ອຸປະນິໄສຂອງພວກເຂົາ, ເຊິ່ງກ່ຽວຂ້ອງກັບທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາໂດຍກົງ. ໃນຄວາມເປັນຈິງແລ້ວ, ທຳມະຊາດຄືແກ່ນແທ້ ແລະ ທຳມະຊາດຂອງຄົນໆໜຶ່ງກໍກຳນົດແກ່ນແທ້ຂອງພວກເຂົາ. ອຸປະນິໄສຄືສິ່ງທີ່ສະແດງອອກຈາກແກ່ນແທ້ ແລະ ທຳມະຊາດຂອງຄົນໆໜຶ່ງ. ອຸປະນິໄສທີ່ຄົນເປີດເຜີຍໃນຄຳເວົ້າ, ການກະທຳ ແລະ ຄວາມປະພຶດຂອງພວກເຂົາຄືຕົວແທນຂອງທຳມະຊາດພວກເຂົາ, ເຊິ່ງເປັນແກ່ນແທ້ຂອງພວກເຂົາ. ນີ້ຄືແນວຄວາມຄິດຂອງທຳມະຊາດ. ນັ້ນໝາຍຄວາມວ່າສິ່ງທີ່ຄົນໃດໜຶ່ງມັກ, ກຽດຊັງ ຫຼື ດູຖູກ ແລະ ສິ່ງທີ່ຄົນໃດໜຶ່ງສະແຫວງຫາລ້ວນແລ້ວແຕ່ເປັນຕົວແທນຂອງທຳມະຊາດພວກເຂົາ. ສິ່ງເຫຼົ່ານີ້ຄືສິ່ງສຳຄັນທີ່ຕ້ອງພິຈາລະນາເພື່ອເບິ່ງວ່າທຳມະຊາດ ແລະ ແກ່ນແທ້ຂອງຄົນໆໜຶ່ງດີ ຫຼື ບໍ່ດີໃນທີ່ສຸດ. ຕົວຢ່າງ: ຖ້າຄົນໃດໜຶ່ງມັກເຮັດຊົ່ວ, ແລ້ວທຳມະຊາດ ແລະ ແກ່ນແທ້ຂອງຄົນນັ້ນຂ້ອນຂ້າງບໍ່ດີ; ຖ້າພວກເຂົາມັກເຮັດດີ ແລະ ເຮັດຢ່າງຊອບທຳ, ແລ້ວທຳມະຊາດ ແລະ ແກ່ນແທ້ຂອງຄົນນັ້ນກໍດີ. ເມື່ອໄດ້ເວົ້າສິ່ງນີ້, ພວກເຈົ້າທຸກຄົນເຂົ້າໃຈແນວຄວາມຄິດຂອງທຳມະຊາດບໍ? ທຳມະຊາດຄືແກ່ນແທ້.
- [ມະນຸດຈະຂ້າມໄປສູ່ຍຸກໃໝ່ໄດ້ແນວໃດ](https://lo.kingdomsalvation.org/how-man-crosses-into-the-new-age.html) - ມື້ນີ້, ຫົວຂໍ້ການໂອ້ລົມຂອງພວກເຮົາແມ່ນການທີ່ມະນຸດເຂົ້າສູ່ຍຸກໃໝ່, ຍຸກແຫ່ງອານາຈັກ ແລະ ວິທີການທີ່ມະນຸດຄວນດຳລົງຊີວິດໃນຍຸກແຫ່ງອານາຈັກ, ວິທີການທີ່ພວກເຂົາຄວນປະສົບກັບພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ ແລະ ຂ້າມສູ່ຍຸກໃໝ່ຢ່າງແທ້ຈິງ. ການສົນທະນານີ້ກ່ຽວກັບຫົວຂໍ້ວິທີການທີ່ມະນຸດຂ້າມເຂົ້າສູ່ຍຸກໃໝ່ສ່ວນໃຫຍ່ຈະສຸມໃສ່ຫຍັງ? ພຣະເຈົ້າກ່າວພຣະທຳຫຼາຍຂໍ້ໃນຍຸກແຫ່ງອານາຈັກ ແລະ ພຣະອົງກຳລັງປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ ແລະ ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າທຸກຄົນຄວນຮູ້ແທ້ໆວ່າມະນຸດຄວນເຊື່ອໃນພຣະເຈົ້າໃນຍຸກແຫ່ງອານາຈັກແນວໃດ ເພື່ອບັນລຸຄວາມຕ້ອງການຂອງພຣະເຈົ້າ. ຄົນສ່ວນໃຫຍ່ໃນອະດີດເຊື່ອໃນພຣະຜູ້ເປັນເຈົ້າ ແລະ ໄດ້ຮັບຄວາມກະລຸນາຢ່າງຫຼວງຫຼາຍຈາກພຣະເຈົ້າ. ປັດຈຸບັນນີ້, ພວກເຂົາກຳລັງເລີ່ມປະສົບກັບພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ແລ້ວພວກເຂົາຈະສາມາດເຮັດການປ່ຽນແປງຈາກມຸມມອງເກົ່າຂອງພວກເຂົາກ່ຽວກັບຄວາມເຊື່ອໃນພຣະເຈົ້າສູ່ມຸມມອງໃໝ່ທີ່ບັນລຸຄວາມຕ້ອງການຂອງພຣະເຈົ້າໄດ້ແນວໃດ? ບໍ່ວ່າມຸມມອງໃນອະດີດຂອງເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້ານັ້ນຖືກຕ້ອງ ຫຼື ຜິດ, ນີ້ຈະບໍ່ເປັນເລື່ອງສໍາລັບການກວດສອບ ແລະ ເຈົ້າຄວນຜະເຊີນໜ້າກັບຄວາມເປັນຈິງ ແລະ ເຈົ້າຕ້ອງຮູ້ຈັກວິທີທີ່ຈະເຊື່ອ ແລະ ວິທີການສະແຫວງຫາໃນປັດຈຸບັນ. ຖ້າເຈົ້າສືບຕໍ່ທີ່ຈະສະແຫວງຫາໂດຍອີງໃສ່ວິທີການທີ່ເຈົ້າເຊື່ອໃນຍຸກແຫ່ງພຣະຄຸນ ແລະ ເຈົ້າສືບຕໍ່ເຊື່ອໃນພຣະເຈົ້າໂດຍອີງໃສ່ມຸມມອງໃນອະດີດຂອງເຈົ້າ, ເຈົ້າກໍຈະບໍ່ໄດ້ເຂົ້າສູ່ຍຸກໃໝ່. ກ່ອນອື່ນ ໃຫ້ເຮົາເວົ້າປະໂຫຍກສາທິດທີ່ຈະອະທິບາຍບັນຫານີ້. ປະໂຫຍກນັ້ນແມ່ນຫຍັງ? ປະໂຫຍກນີ້ຖືກເວົ້າເລື້ອຍໆໃນຍຸກແຫ່ງພຣະຄຸນ: “ເມື່ອບຸກຄົນໜຶ່ງເຊື່ອໃນພຣະເຈົ້າ, ໝົດຄອບຄົວຂອງພວກເຂົາກໍໄດ້ຮັບພອນ”. ນັ້ນກໍຄື ເມື່ອບຸກຄົນໜຶ່ງເຊື່ອໃນພຣະເຢຊູ, ໝົດຄອບຄົວຂອງພວກເຂົາ ແຕ່ຄົນທີ່ເຖົ້າສຸດຫາຄົນທີ່ໜຸ່ມສຸດໄດ້ຮັບຜົນປະໂຫຍດຈາກການສະມາຄົມ ແລະ ພວກເຂົາທັງໝົດໄດ້ຮັບຄວາມສະຫງົບສຸກ ແລະ ຄວາມສຸກ. ຍ້ອນພຣະເຢຊູປະຕິບັດພາລະກິດແຫ່ງການກູ້ໄຖ່, ພຣະອົງຈຶ່ງອົດກັ້ນຢ່າງບໍ່ສິ້ນສຸດ,
- [ມັນເປັນສິ່ງສຳຄັນທີ່ຈະແກ້ໄຂຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າ](https://lo.kingdomsalvation.org/rectify-relations-between-man-and-God.html) - ໃນການສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ສິ່ງທີ່ສຳຄັນທີ່ສຸດແມ່ນຄຳຖາມກ່ຽວກັບວິທີການປະຕິບັດຕໍ່ພຣະທຳຂອງພຣະອົງ. ບໍ່ວ່າພຣະອົງຈະເວົ້າໃນລັກສະນະໃດກໍ່ຕາມ, ບໍ່ວ່າພຣະອົງເວົ້າໃນຫົວຂໍ້ໃດ ຫຼື ໃນຂອບເຂດໃດກໍ່ຕາມ, ຄວາມຈິງແມ່ນສິ່ງທີ່ພຣະອົງເວົ້າທັງໝົດແມ່ນສິ່ງທີ່ມະນຸດຕ້ອງການທີ່ສຸດ, ສິ່ງທີ່ມະນຸດຄວນເຂົ້າໃຈ ແລະ ສິ່ງທີ່ພວກເຂົາຄວນໄດ້ຮັບ. ຍິ່ງໄປກວ່ານັ້ນ, ພຣະທຳທີ່ພຣະເຈົ້າຊົງກ່າວໄວ້ນັ້ນ ຢູ່ໃນຂອບເຂດຂອງຈິດໃຈ ແລະຄວາມຄິດຂອງມະນຸດຢ່າງສົມບູນ, ນັ້ນຄືຄວາມສາມາດແກ່ກຳເນີດຂອງມະນຸດ. ພວກມັນສາມາດເຂົ້າເຖິງໄດ້ ແລະ ສາມາດເຂົ້າໃຈໄດ້ສຳລັບມະນຸດ. ບໍ່ວ່າພຣະເຈົ້າເວົ້າຫຍັງ ຫຼື ເຮັດຫຍັງກໍຕາມ, ບໍ່ວ່າມັນເປັນການທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວບຸກຄົນ ຫຼື ການທີ່ພຣະເຈົ້າຈັດແຈງຜູ້ຄົນ, ເຫດການ, ສິ່ງຕ່າງໆ ຫຼື ສະພາບແວດລ້ອມຕ່າງໆ, ມັນກໍບໍ່ເກີນຂອບເຂດຄວາມສາມາດແກ່ກຳເນີດຂອງມະນຸດ ຫຼື ອານາຈັກແຫ່ງຄວາມຄິດຂອງພວກເຂົາ; ກົງກັນຂ້າມ, ມັນເຈາະຈົງ, ແທ້ຈິງ ແລະ ເປັນຈິງ. ຖ້າບຸກຄົນໜຶ່ງບໍ່ສາມາດເຂົ້າໃຈມັນໄດ້, ກໍມີເລື່ອງບາງຢ່າງກັບພວກເຂົາ. ມັນໝາຍຄວາມວ່າ ພວກເຂົາມີຄວາມສາມາດຕ່ຳເກີນໄປ. ບໍ່ວ່າໃນກໍລະນີໃດ, ລັກສະນະການເວົ້າ ແລະ ນ້ຳສຽງຂອງພຣະເຈົ້າ, ແຮງຜັກດັນໃນການເວົ້າຂອງພຣະອົງ ແລະ ພຣະທຳທັງໝົດທີ່ພຣະອົງປະທານໃຫ້ແກ່ມະນຸດ ລ້ວນແລ້ວແຕ່ແມ່ນສິ່ງທີ່ຜູ້ເຊື່ອໃນພຣະເຈົ້າຕ້ອງເຂົ້າໃຈ ແລະ ພວກມັນທັງໝົດແມ່ນສາມາດເຂົ້າໃຈໄດ້ສຳລັບມະນຸດ. ນີ້ກໍຍ້ອນວ່າ ພຣະເຈົ້າກຳລັງເວົ້າກັບມະນຸດ ແລະ ສິ່ງທີ່ພຣະອົງເວົ້າແມ່ນພາສາມະນຸດ ແລະ
- [ຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຫົກປະເພດເທົ່ານັ້ນຈຶ່ງເປັນຄວາມຮູ້ກ່ຽວກັບຕົນເອງຢ່າງແທ້ຈິງ](https://lo.kingdomsalvation.org/knowing-six-kinds-of-corrupt-disposition.html) - ແມ່ນຫຍັງຄືຈຸດປະສົງຂອງຄວາມເຊື່ອໃນພຣະເຈົ້າຂອງມະນຸດ? (ເພື່ອຖືກຊ່ວຍໃຫ້ລອດພົ້ນ.) ຄວາມລອດພົ້ນຄືຫົວຂໍ້ທີ່ມີມາຢ່າງຍາວນານຂອງຄວາມເຊື່ອໃນພຣະເຈົ້າ. ສະນັ້ນຈະສາມາດຮັບເອົາຄວາມລອດພົ້ນໄດ້ແນວໃດ? (ໂດຍການສະແຫວງຫາຄວາມຈິງ ແລະ ການດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີ.) ນັ້ນແມ່ນການປະຕິບັດປະເພດໜຶ່ງ. ຈະໄດ້ຮັບຫຍັງໂດຍການດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີ? ແມ່ນຫຍັງຄືເປົ້າໝາຍ? (ເພື່ອສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ.) (ເພື່ອຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ ແລະ ເພື່ອເຂົ້າໃຈຄວາມຈິງ ແລະ ບັນລຸຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ.) ມີຫຍັງອີກ? (ເພື່ອສະແຫວງຫາຄວາມຈິງ, ເພື່ອເຮັດໃຫ້ຄວາມຈິງເປັນຊີວິດຂອງພວກເຮົາ.) ມັກມີການເວົ້າສິ່ງເຫຼົ່ານີ້ໃນລະຫວ່າງການເທດສະໜາ, ພວກມັນຄືວະລີຝ່າຍວິນຍານ. ມີຫຍັງອີກ? (ເພື່ອມີປະສົບການກັບການຖືກລິຮານ ແລະ ການຖືກຈັດການໂດຍພຣະເຈົ້າ, ພ້ອມກັບການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ແລະ ການທົດລອງ ແລະ ການຫຼໍ່ຫຼອມຂອງພຣະອົງ ເພື່ອທີ່ຈະມາໄຕ່ຕອງ ແລະ ຮູ້ຈັກຕົນເອງ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຮົາໃນລະຫວ່າງຂະບວນການນີ້, ພ້ອມທັງເພື່ອບັນລຸຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ແລ້ວກາຍມາເປັນຄົນທີ່ມີຄວາມຈິງ ແລະ ຄວາມເປັນມະນຸດໃນທີ່ສຸດ.) ມັນເບິ່ງຄືກັບວ່າພວກເຈົ້າໄດ້ເຂົ້າໃຈຫຼາຍຢ່າງຈາກຄຳເທດສະໜາຫຼາຍປີທີ່ຜ່ານມາ. ສະນັ້ນ, ສາມາດນໍາໃຊ້ສິ່ງເຫຼົ່ານີ້ທີ່ພວກເຈົ້າເຂົ້າໃຈໃນປະສົບການຂອງພວກເຈົ້າເພື່ອແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກໃດໜຶ່ງທີ່ເປັນຈິງບໍ? ຕົວຢ່າງ: ຄວາມຄິດ ແລະ ແນວຄິດທີ່ບໍ່ຖືກຕ້ອງ ແລະ ຄວາມຄິດລົບ ແລະ
- [54. ການຕໍ່ສູ້ຝ່າຍວິນຍານ](https://lo.kingdomsalvation.org/judgement-before-christ-054.html) - ໂດຍ ຢາງຈີ້, ສະຫະລັດອາເມຣິກາ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຈາກເວລາທີ່ພວກເຂົາເຊື່ອໃນພຣະເຈົ້າຈົນເຖິງປັດຈຸບັນ, ຜູ້ຄົນໄດ້ເຊື່ອງຊ້ອນແຮງຈູງໃຈທີ່ບໍ່ຖືກຕ້ອງຫຼາຍຢ່າງ. ເມື່ອເຈົ້າບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າຮູ້ສຶກວ່າ ແຮງຈູງໃຈທຸກຢ່າງຂອງເຈົ້າແມ່ນຖືກຕ້ອງ ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຈະເຫັນວ່າ ມີແຮງຈູງໃຈທີ່ບໍ່ຖືກຕ້ອງຫຼາຍຢ່າງພາຍໃນຕົວເຈົ້າ. ສະນັ້ນ ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບ, ພຣະອົງເຮັດໃຫ້ພວກເຂົາສຳນຶກວ່າ ມີແນວຄິດຫຼາຍຢ່າງພາຍໃນຕົວພວກເຂົາທີ່ກຳລັງຂັດຂວາງຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ. ເມື່ອເຈົ້າຮັບຮູ້ວ່າ ແຮງຈູງໃຈຂອງເຈົ້າຜິດໄປ, ຖ້າເຈົ້າສາມາດຢຸດປະຕິບັດຕາມແນວຄິດ ແລະ ແຮງຈູງໃຈຂອງເຈົ້າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ຍຶດໝັ້ນໃນຕໍາແໜ່ງຂອງເຈົ້າໃນທຸກສິ່ງທຸກຢ່າງທີ່ເກີດຂຶ້ນກັບເຈົ້າ, ສິ່ງນີ້ກໍພິສູດແລ້ວວ່າ ເຈົ້າໄດ້ກໍ່ການກະບົດຕໍ່ເນື້ອໜັງແລ້ວ. ເມື່ອເຈົ້າກໍ່ການກະບົດຕໍ່ເນື້ອໜັງ ກໍຈະມີສົງຄາມເກີດຂຶ້ນພາຍໃນຕົວເຈົ້າໂດຍຫຼີກເວັ້ນບໍ່ໄດ້. ຊາຕານຈະພະຍາຍາມ ແລະ ເຮັດໃຫ້ຜູ້ຄົນປະຕິບັດຕາມມັນ, ຈະພະຍາຍາມ ແລະ ເຮັດໃຫ້ພວກເຂົາປະຕິບັດຕາມແນວຄິດແຫ່ງເນື້ອໜັງ ແລະ ປ້ອງກັນຜົນປະໂຫຍດຂອງເນື້ອໜັງ, ແຕ່ພຣະທຳຂອງພຣະເຈົ້າຈະໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບຜູ້ຄົນຢູ່ພາຍໃນ ແລະ ໃນເວລານີ້ ມັນກໍຂຶ້ນຢູ່ກັບເຈົ້າແລ້ວວ່າ ເຈົ້າຈະຕິດຕາມພຣະເຈົ້າ ຫຼື ຕິດຕາມຊາຕານ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດຫຼັກໆກໍແມ່ນເພື່ອຈັດການກັບສິ່ງຕ່າງໆທີ່ຢູ່ພາຍໃນພວກເຂົາ, ເພື່ອຈັດການກັບຄວາມຄິດ ແລະ ແນວຄິດຂອງພວກເຂົາທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ພຣະວິນຍານບໍລິສຸດສຳຜັດຜູ້ຄົນໃນຫົວໃຈຂອງພວກເຂົາ, ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບພວກເຂົາ. ສະນັ້ນ
- [ການຮູ້ຈັກພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/book-daily-words-of-God-05.html)
- [ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ](https://lo.kingdomsalvation.org/book-daily-words-of-God-09.html)
- [ການເຂົ້າສູ່ຊີວິດ](https://lo.kingdomsalvation.org/book-daily-words-of-God-10.html)
- [1. ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຈົ້າທີ່ແທ້ຈິງອົງດຽວທີ່ປົກຄອງຢູ່ເໜືອສິ່ງທັງປວງ](https://lo.kingdomsalvation.org/Almighty-God-one-true-God-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ທຸກສິ່ງຢ່າງໃນໂລກນີ້ປ່ຽນແປງຢ່າງໄວວາໄປກັບແນວຄິດ ແລະ ພາຍໃຕ້ສາຍຕາຂອງອົງຊົງລິດທານຸພາບສູງສຸດ. ສິ່ງຕ່າງໆທີ່ມະນຸດຊາດບໍ່ເຄີຍໄດ້ຍິນ ທັນທີໃດ ກໍປາກົດຂຶ້ນ ແລະ ສິ່ງຕ່າງໆທີ່ມະນຸດຊາດໄດ້ຄອບຄອງມາເປັນເວລາດົນນານກໍສູນຫາຍໄປໂດຍບໍ່ຮູ້ສຶກຕົວ. ບໍ່ມີໃຜສາມາດເຂົ້າໃຈຢ່າງເລິກເຊິ່ງວ່າ ອົງຊົງລິດທານຸພາບສູງສຸດຢູ່ທີ່ໃດ ແລ້ວແຮງໄກທີ່ຜູ້ຄົນຈະສາມາດຮູ້ສຶກເຖິງຄວາມປະເສີດ ແລະ ຄວາມຍິ່ງໃຫຍ່ແຫ່ງພະລັງຊີວິດຂອງອົງຊົງລິດທານຸພາບສູງສຸດໄດ້. ພຣະອົງເໜືອທໍາມະຊາດເນື່ອງຈາກພຣະອົງສາມາດຮັບຮູ້ສິ່ງທີ່ມະນຸດບໍ່ສາມາດຮັບຮູ້ໄດ້. ພຣະອົງເປັນຜູ້ປະເສີດເນື່ອງຈາກວ່າພຣະອົງຈະຖືກມະນຸດປະຖິ້ມ, ແຕ່ພຣະອົງກໍຍັງຊ່ວຍມະນຸດໃຫ້ລອດພົ້ນ. ພຣະອົງຮູ້ຈັກຄວາມໝາຍຂອງຊີວິດ ແລະ ຄວາມຕາຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງຮູ້ຈັກກົດເກນແຫ່ງການມີຢູ່ທີ່ມະນຸດຊາດທີ່ຖືກສ້າງຂຶ້ນຄວນປະຕິບັດຕາມ. ພຣະອົງຄືພື້ນຖານແຫ່ງການດໍາລົງຢູ່ຂອງມະນຸດຊາດ ແລະ ພຣະອົງແມ່ນພຣະຜູ້ໄຖ່ບາບທີ່ເຮັດໃຫ້ມະນຸດຊາດຟື້ນຄືນຊີບອີກຄັ້ງ. ພຣະອົງຂົ່ມຫົວໃຈທີ່ເປັນສຸກດ້ວຍຄວາມທຸກ ແລະ ຍໍຫົວໃຈທີ່ເປັນທຸກດ້ວຍຄວາມສຸກ, ທັງໝົດນີ້ກໍເພື່ອພາລະກິດຂອງພຣະອົງ ແລະ ເພື່ອແຜນການຂອງພຣະອົງ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຖອນຫາຍໃຈຂອງອົງຊົງລິດທານຸພາບສູງສຸດ ໃນຈັກກະວານອັນກວ້າງໃຫຍ່ໄພສານ ແລະ ທ້ອງຟ້າ, ສິ່ງມີຊີວິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ດໍາລົງຊີວິດ ແລະ ຂະຫຍາຍພັນ, ປະຕິບັດຕາມກົດເກນແຫ່ງຊີວິດເປັນວົງຈອນທີ່ບໍ່ສິ້ນສຸດ ແລະ ຍຶດໝັ້ນກັບກົດລະບຽບໜຶ່ງຢ່າງທີ່ບໍ່ເຄີຍປ່ຽນແປງ. ຄົນທີ່ຕາຍກໍເອົາເລື່ອງລາວຂອງຄົນທີ່ມີຊີວິດຢູ່ໄປນຳ ແລະ ຄົນທີ່ຍັງມີຊີວິດຢູ່ກໍ່ດຳລົງຊີວິດແບບດຽວກັນກັບປະຫວັດສາດທີ່ໜ້າສະລົດໃຈຂອງຄົນທີ່ຕາຍໄປແລ້ວຊ້ຳໄປຊ້ຳມາ. ແລ້ວດ້ວຍເຫດນັ້ນ ມະນຸດຊາດຈຶ່ງບໍ່ອົດບໍ່ໄດ້ທີ່ຈະຖາມຕົນເອງວ່າ: ເປັນຫຍັງພວກເຮົາຈຶ່ງມີຊີວິດ? ແລ້ວເປັນຫຍັງພວກເຮົາຕ້ອງຕາຍ?
- [ຄໍານໍາ](https://lo.kingdomsalvation.org/preface-essentials.html) - ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ພວກເຂົາຄວນກະທຳແນວໃດແທ້ໆເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ເຖິງແມ່ນວ່າຜູ້ຄົນຮູ້ຈັກຄໍາວ່າ “ພຣະເຈົ້າ” ແລະ ວະລີ ເຊັ່ນ: “ພາລະກິດຂອງພຣະເຈົ້າ” ພວກເຂົາກໍບໍ່ຮູ້ຈັກພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮູ້ຈັກພາລະກິດຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍທີ່ທຸກຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າພາກັນສັບສົນໃນຄວາມເຊື່ອຂອງພວກເຂົາຕໍ່ພຣະເຈົ້າ. ຜູ້ຄົນບໍ່ຈິງຈັງກັບຄວາມເຊື່ອໃນພຣະເຈົ້າ ແລະ ທັງໝົດນີ້ກໍຍ້ອນວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍເກີນໄປ ແລະ ແປກປະຫຼາດເກີນໄປສໍາລັບພວກເຂົາ. ໃນລັກສະນະນີ້ ພວກເຂົາຫ່າງໄກຫຼາຍທີ່ຈະບັນລຸຂໍ້ກຳນົດຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ ແລ້ວພວກເຂົາກໍບໍ່ສາມາດທີ່ຈະມີຄວາມເໝາະສົມໃຫ້ພຣະເຈົ້າໃຊ້ ແລະ ແຮງໄກທີ່ພວກເຂົາຈະສາມາດບັນລຸຕາມເຈດຕະນາຂອງພຣະອົງໄດ້. “ຄວາມເຊື່ອໃນພຣະເຈົ້າ” ໝາຍເຖິງການເຊື່ອວ່າມີພຣະເຈົ້າ; ນີ້ແມ່ນແນວຄິດກ່ຽວກັບການເຊື່ອໃນພຣະເຈົ້າແບບທໍາມະດາທີ່ສຸດ. ເພື່ອກ້າວໄປອີກຂັ້ນໜຶ່ງ, ການເຊື່ອວ່າມີພຣະເຈົ້າບໍ່ຄືກັບການເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ກົງກັນຂ້າມ ມັນເປັນຄວາມເຊື່ອແບບທໍາມະດາທີ່ມີຄວາມໝາຍແຝງທາງສາສະໜາທີ່ໜັກແໜ້ນ. ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໝາຍເຖິງສິ່ງດັ່ງຕໍ່ໄປນີ້: ບົນພື້ນຖານຂອງຄວາມເຊື່ອທີ່ວ່າພຣະເຈົ້າມີອໍານາດສູງສຸດເໜືອສັບພະສິ່ງທັງປວງ, ຄົນໃດໜຶ່ງຕ້ອງປະສົບກັບພຣະທໍາຂອງພຣະອົງ ແລະ ພາລະກິດຂອງພຣະອົງ, ແລະ ດ້ວຍເຫດນີ້ຈຶ່ງຖອດຖິ້ມອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຕົນເອງ, ປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ມາຮູ້ຈັກພຣະເຈົ້າ. ມີພຽງແຕ່ການເດີນທາງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ “ຄວາມເຊື່ອໃນພຣະເຈົ້າ”. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນມັກຈະເຫັນຄວາມເຊື່ອໃນພຣະເຈົ້າເປັນເລື່ອງງ່າຍດາຍ ແລະ ບໍ່ເປັນຕາຈິງຈັງນໍາຫຼາຍ. ເມື່ອຜູ້ຄົນເຊື່ອໃນພຣະເຈົ້າໃນລັກສະນະນີ້,
- [ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຢໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ](https://lo.kingdomsalvation.org/fearing-God-and-shunning-evil-selections.html) - ພວກເຈົ້າທຸກຄົນຄວນກວດສອບການເດີນທາງຂອງເຈົ້າໃນຖານະຜູ້ເຊື່ອໃນພຣະເຈົ້າຄືນໃໝ່ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ, ໄດ້ຢັ່ງຮູ້ຢ່າງແທ້ຈິງ ແລະ ມາຮູ້ຈັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ເບິ່ງວ່າ ເຈົ້າຮູ້ຈັກຢ່າງແທ້ຈິງ ຫຼື ບໍ່ ວ່າພຣະເຈົ້າມີທັດສະນະຄະຕິຕ່າງໆແບບໃດຕໍ່ຄົນປະເພດຕ່າງໆ ແລະ ເບິ່ງວ່າ ເຈົ້າເຂົ້າໃຈຢ່າງແທ້ຈິງ ຫຼື ບໍ່ ກ່ຽວກັບພາລະກິດທີ່ພຣະເຈົ້າປະຕິບັດໃນຕົວເຈົ້າ ແລະ ວິທີທີ່ພຣະເຈົ້ານິຍາມທຸກການກະທໍາຂອງເຈົ້າ. ພຣະເຈົ້າອົງນີ້ທີ່ຢູ່ຄຽງຂ້າງເຈົ້າ, ໄປນຳເຈົ້າ, ຊີ້ນໍາທິດທາງຄວາມກ້າວໜ້າຂອງເຈົ້າ, ມີອຳນາດສູງສຸດເໜືອໂຊກຊະຕາຂອງເຈົ້າ ແລະ ສະໜອງຕໍ່ຄວາມຕ້ອງການຂອງເຈົ້າ, ແລ້ວເຈົ້າເຂົ້າໃຈ ແລະ ຮູ້ຈັກກ່ຽວກັບພຣະເຈົ້າອົງນີ້ຫຼາຍສໍ່າໃດແທ້? ເຈົ້າຮູ້ຈັກພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າທຸກມື້ບໍ? ເຈົ້າຮູ້ຈັກຫຼັກການ ແລະ ຈຸດປະສົງກ່ຽວກັບ ທຸກການກະທໍາຂອງພຣະອົງບໍ? ເຈົ້າຮູ້ວິທີທີ່ພຣະອົງຊີ້ນໍາເຈົ້າບໍ? ເຈົ້າຮູ້ວິທີທີ່ພຣະອົງສະໜອງໃຫ້ກັບເຈົ້າບໍ? ເຈົ້າຮູ້ວິທີການທີ່ພຣະອົງນໍາພາເຈົ້າບໍ? ເຈົ້າຮູ້ບໍວ່າ ພຣະອົງປາດຖະໜາຢາກໄດ້ຮັບຫຍັງຈາກເຈົ້າ ແລະ ສິ່ງທີ່ພຣະອົງປາດຖະໜາຢາກບັນລຸໃນຕົວເຈົ້າ? ເຈົ້າຮູ້ຈັກທັດສະນະຄະຕິຕ່າງໆທີ່ພຣະອົງມີຕໍ່ຄວາມປະພຶດຕ່າງໆນາໆຂອງເຈົ້າບໍ? ເຈົ້າຮູ້ບໍວ່າ ເຈົ້າແມ່ນບຸກຄົນທີ່ພຣະອົງຮັກ ຫຼື ບໍ່? ເຈົ້າຮູ້ຈັກຕົ້ນກໍາເນີດຂອງຄວາມສຸກ, ຄວາມໂມຫາ, ຄວາມໂສກເສົ້າ ແລະ ຄວາມດີໃຈຂອງພຣະອົງບໍ, ຄວາມຄິດ ແລະ
- [ພຣະເຈົ້າຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດທັງປວງ](https://lo.kingdomsalvation.org/God-presides-over-all-mankind-selections.html) - ໃນຖານະທີ່ເປັນສະມາຊິກຂອງຊົນຊາດມະນຸດ ແລະ ຄຣິດສະຕຽນທີ່ເຫຼື້ອມໃສສັດທາ, ມັນຄືຄວາມຮັບຜິດຊອບ ແລະ ພັນທະຂອງພວກເຮົາທຸກຄົນທີ່ຈະຖວາຍຈິດໃຈ ແລະ ຮ່າງກາຍຂອງພວກເຮົາເພື່ອບັນລຸຕາມການມອບໝາຍຂອງພຣະເຈົ້າ, ຍ້ອນການເປັນຢູ່ທັງໝົດຂອງພວກເຮົາແມ່ນມາຈາກພຣະເຈົ້າ ແລະ ມັນດໍາລົງຢູ່ໄດ້ຍ້ອນອຳນາດອະທິປະໄຕຂອງພຣະເຈົ້າ. ຖ້າຈິດໃຈ ແລະ ຮ່າງກາຍຂອງພວກເຮົາບໍ່ແມ່ນເພື່ອການມອບໝາຍຂອງພຣະເຈົ້າ ແລະ ບໍ່ແມ່ນເພື່ອພາລະກິດທີ່ທ່ຽງທຳຂອງມະນຸດຊາດ ແລ້ວຈິດວິນຍານຂອງພວກເຮົາກໍຈະຮູ້ສຶກບໍ່ສົມຄວນແກ່ຜູ້ຄົນທີ່ຍອມເສຍສະຫຼະຊີວິດເພື່ອພັນທະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍບໍ່ສົມຄວນແກ່ພຣະເຈົ້າ ຜູ້ເຊິ່ງສະໜອງທຸກສິ່ງທຸກຢ່າງໃຫ້ກັບພວກເຮົາ. ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດນີ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກແບບແຜນຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຊາວຄຣິສທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມແບບແຜນຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດນີ້ໄດ້. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວທຸກຄົນຕ້ອງກາບລົງຕໍ່ໜ້າພຣະເຈົ້າ ແລະ
- [ກ່ຽວກັບ “ຄວາມເຊື່ອ”, ເຈົ້າເຂົ້າໃຈຫຍັງແດ່?](https://lo.kingdomsalvation.org/what-do-you-know-of-faith-selections.html) - ໃນມະນຸດມີພຽງຄຳສັບທີ່ບໍ່ແນ່ນອນກ່ຽວກັບຄວາມສັດທາ, ນອກນັ້ນມະນຸດຍັງບໍ່ຮູ້ວ່າຄວາມສັດທາປະກອບມີຫຍັງແດ່, ແລ້ວແຮງໄກຍ້ອນຫຍັງເຂົາຈຶ່ງມີຄວາມສັດທາ. ມະນຸດເຂົ້າໃຈໜ້ອຍເກີນໄປ ແລະ ມະນຸດເອງແມ່ນຂາດແຄນເກີນໄປ; ຄວາມສັດທາຂອງເຂົາຕໍ່ກັບເຮົາ ແມ່ນບໍ່ມີສະຕິ ແລະ ບໍ່ສົນໃຈ. ເຖິງແມ່ນວ່າເຂົາບໍ່ຮູ້ວ່າສັດທາແມ່ນຫຍັງ ຫຼື ຍ້ອນຫຍັງເຂົາຈຶ່ງມີຄວາມສັດທາໃນເຮົາ, ເຂົາຍັງສືບຕໍ່ເຊື່ອໃນເຮົາຢ່າງຫຼົງໄຫຼ. ສິ່ງທີ່ເຮົາຮຽກຮ້ອງກັບມະນຸດບໍ່ແມ່ນພຽງແຕ່ໃຫ້ເຂົາຮ້ອງຫາເຮົາຢ່າງຫຼົງໄຫຼແບບວິທີນີ້ ຫຼື ເຊື່ອໃນເຮົາແບບພໍເປັນພິທີ, ຍ້ອນວ່າພາລະກິດທີ່ເຮົາເຮັດແມ່ນເພື່ອວ່າ ມະນຸດອາດໄດ້ເຫັນເຮົາ ແລະ ຮູ້ຈັກເຮົາ, ບໍ່ແມ່ນເພື່ອໃຫ້ມະນຸດໄດ້ປະທັບໃຈ ແລະ ເບິ່ງເຮົາໃນແສງສະຫວ່າງໃໝ່. ຄັ້ງໜຶ່ງ ເຮົາເຄີຍສຳແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນຫຼາຍຢ່າງ ແລະ ສະແດງຫຼາຍສິ່ງທີ່ອັດສະຈັນ ແລະ ບັນດາຊາວອິດສະຣາເອນໃນເວລານັ້ນໄດ້ສະແດງຄວາມເຄົາລົບຕໍ່ເຮົາຢ່າງໃຫຍ່ຫຼວງ ແລະ ເຊີດຊູຕໍ່ຄວາມສາມາດພິເສດຂອງເຮົາຢ່າງສູງ ໃນການຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ຜີສາດຮ້າຍ. ໃນເວລານັ້ນ, ຊາວຢິວຄິດວ່າພະລັງອຳນາດໃນການປິ່ນປົວຂອງເຮົາແມ່ນມີຄວາມຊໍານານ, ພິເສດທີ່ສຸດ ແລະ ຍ້ອນການກະທຳຫຼາຍຢ່າງຂອງເຮົາ, ພວກເຂົາທຸກຄົນຈຶ່ງເຄົາລົບບູຊາເຮົາ ແລະ ຮູ້ສຶກເຄົາລົບເຮົາຢ່າງສູງຕໍ່ອໍານາດທັງໝົດຂອງເຮົາ. ດັ່ງນັ້ນ, ຜູ້ຄົນທັງໝົດທີ່ໄດ້ເຫັນເຮົາສະແດງສິ່ງມະຫັດສະຈັນ ໄດ້ຕິດຕາມເຮົາຢ່າງໃກ້ສິດ, ເຊັ່ນວ່າບັນດາຫຼາຍພັນຄົນທີ່ໄດ້ຢູ່ອ້ອມຂ້າງເຮົາ ເພື່ອເບິ່ງເຮົາຮັກສາຄົນເຈັບປ່ວຍ. ເຮົາໄດ້ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນຢ່າງຫຼວງຫຼາຍ, ແຕ່ວ່າ ຜູ້ຄົນພຽງແຕ່ເບິ່ງເຮົາເປັນຜູ້ຊ່ຽວຊານທາງການແພດ;
- [ການຮັບໃຊ້ທາງສາສະໜາຕ້ອງຖືກລຶບລ້າງ](https://lo.kingdomsalvation.org/religious-way-of-service-banned-selections.html) - ນັບຕັ້ງແຕ່ເລີ່ມຕົ້ນພາລະກິດຂອງພຣະອົງຕະຫຼອດທົ່ວທັງຈັກກະວານ, ພຣະເຈົ້າໄດ້ກຳນົດຊະຕາຫຼາຍຄົນເພື່ອຮັບໃຊ້ພຣະອົງ ລວມທັງຜູ້ຄົນຈາກທຸກຊົນຊັ້ນທຸກສາຂາອາຊີບ. ຈຸດປະສົງຂອງພຣະອົງແມ່ນເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະອົງ ແລະ ເພື່ອເຮັດໃຫ້ພາລະກິດຂອງພຣະອົງໃນໂລກນີ້ສໍາເລັດລົງຢ່າງລາບລື້ນ. ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການເລືອກເອົາຜູ້ທີ່ຈະມາຮັບໃຊ້ພຣະອົງ. ທຸກຄົນທີ່ຮັບໃຊ້ພຣະເຈົ້າຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າ. ພາລະກິດນີ້ຂອງພຣະອົງເຮັດໃຫ້ສະຕິປັນຍາ ແລະ ລິດອຳນາດຂອງພຣະເຈົ້າ ແລະ ຫຼັກການແຫ່ງພາລະກິດຂອງພຣະອົງຢູ່ໃນແຜ່ນດິນໂລກນີ້ປະຈັກຕາຕໍ່ຜູ້ຄົນຫຼາຍຂຶ້ນ. ພຣະເຈົ້າໄດ້ສະເດັດມາໃນໂລກແທ້ຈິງເພື່ອກະທໍາພາລະກິດຂອງພຣະອົງ, ພົວພັນກັບຜູ້ຄົນ ແລະ ເພື່ອໃຫ້ພວກເຂົາໄດ້ຮູ້ເຖິງການກະທຳຂອງພຣະອົງຢ່າງຊັດເຈນຍິ່ງຂຶ້ນ. ມື້ນີ້, ພວກເຈົ້າ ນັ້ນກໍຄື ກຸ່ມຄົນເຫຼົ່ານີ້ແມ່ນໂຊກດີທີ່ໄດ້ຮັບໃຊ້ພຣະເຈົ້າແທ້ຈິງ. ນີ້ແມ່ນພອນທີ່ບໍ່ອາດຄຳນວນໄດ້ສຳລັບພວກເຈົ້າ. ແທ້ຈິງແລ້ວ, ພວກເຈົ້າແມ່ນຖືກຍົກລະດັບຂຶ້ນໂດຍພຣະເຈົ້າ. ໃນການເລືອກເອົາຄົນໃດໜຶ່ງມາຮັບໃຊ້ພຣະອົງ, ພຣະເຈົ້າມີຫຼັກການຂອງພຣະອົງເອງສະເໝີ. ການຮັບໃຊ້ພຣະເຈົ້າ ມັນບໍ່ແມ່ນເປັນເລື່ອງຂອງການກະຕືລືລົ້ນດັ່ງທີ່ຜູ້ຄົນຈິນຕະນາການ. ມື້ນີ້ພວກເຈົ້າເຫັນແລ້ວວ່າ ຜູ້ທີ່ຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າ ແມ່ນເຮັດສິ່ງນັ້ນໂດຍການຊີ້ນຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ; ຍ້ອນວ່າພວກເຂົາແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ນີ້ແມ່ນເງື່ອນໄຂຂັ້ນຕ່ຳສໍາລັບທຸກຄົນທີ່ຮັບໃຊ້ພຣະເຈົ້າ. ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໄສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໄສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ແລ້ວນິໄສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່ ເຊິ່ງພິສູດໃຫ້ເຫັນວ່າການທີ່ເຈົ້າຮັບໃຊ້ພຣະເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າເອງ ນັ້ນກໍຄືການຮັບໃຊ້ຂອງເຈົ້າແມ່ນອີງຕາມທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຍັງຄິດສະເໝີວ່າສິ່ງທີ່ເຈົ້າເຕັມໃຈເຮັດຄືສິ່ງທີ່ພຣະເຈົ້າເພິ່ງພໍໃຈ ແລະ ສິ່ງທີ່ເຈົ້າບໍ່ປາຖະໜາເຮັດຄືສິ່ງທີ່ພຣະເຈົ້າກຽດຊັງ; ທັງໝົດທີ່ເຈົ້າເຮັດແມ່ນອີງຕາມຄວາມມັກຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ,
- [ຄໍານໍາ](https://lo.kingdomsalvation.org/preface-selections.html) - ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ພວກເຂົາຄວນກະທຳແນວໃດແທ້ໆເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ເຖິງແມ່ນວ່າຜູ້ຄົນຮູ້ຈັກຄໍາວ່າ “ພຣະເຈົ້າ” ແລະ ວະລີ ເຊັ່ນ: “ພາລະກິດຂອງພຣະເຈົ້າ” ພວກເຂົາກໍບໍ່ຮູ້ຈັກພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮູ້ຈັກພາລະກິດຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍທີ່ທຸກຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າພາກັນສັບສົນໃນຄວາມເຊື່ອຂອງພວກເຂົາຕໍ່ພຣະເຈົ້າ. ຜູ້ຄົນບໍ່ຈິງຈັງກັບຄວາມເຊື່ອໃນພຣະເຈົ້າ ແລະ ທັງໝົດນີ້ກໍຍ້ອນວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍເກີນໄປ ແລະ ແປກປະຫຼາດເກີນໄປສໍາລັບພວກເຂົາ. ໃນລັກສະນະນີ້ ພວກເຂົາຫ່າງໄກຫຼາຍທີ່ຈະບັນລຸຂໍ້ກຳນົດຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ ແລ້ວພວກເຂົາກໍບໍ່ສາມາດທີ່ຈະມີຄວາມເໝາະສົມໃຫ້ພຣະເຈົ້າໃຊ້ ແລະ ແຮງໄກທີ່ພວກເຂົາຈະສາມາດບັນລຸຕາມເຈດຕະນາຂອງພຣະອົງໄດ້. “ຄວາມເຊື່ອໃນພຣະເຈົ້າ” ໝາຍເຖິງການເຊື່ອວ່າມີພຣະເຈົ້າ; ນີ້ແມ່ນແນວຄິດກ່ຽວກັບການເຊື່ອໃນພຣະເຈົ້າແບບທໍາມະດາທີ່ສຸດ. ເພື່ອກ້າວໄປອີກຂັ້ນໜຶ່ງ, ການເຊື່ອວ່າມີພຣະເຈົ້າບໍ່ຄືກັບການເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ກົງກັນຂ້າມ ມັນເປັນຄວາມເຊື່ອແບບທໍາມະດາທີ່ມີຄວາມໝາຍແຝງທາງສາສະໜາທີ່ໜັກແໜ້ນ. ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໝາຍເຖິງສິ່ງດັ່ງຕໍ່ໄປນີ້: ບົນພື້ນຖານຂອງຄວາມເຊື່ອທີ່ວ່າພຣະເຈົ້າມີອໍານາດສູງສຸດເໜືອສັບພະສິ່ງທັງປວງ, ຄົນໃດໜຶ່ງຕ້ອງປະສົບກັບພຣະທໍາຂອງພຣະອົງ ແລະ ພາລະກິດຂອງພຣະອົງ, ແລະ ດ້ວຍເຫດນີ້ຈຶ່ງຖອດຖິ້ມອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຕົນເອງ, ປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ມາຮູ້ຈັກພຣະເຈົ້າ. ມີພຽງແຕ່ການເດີນທາງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ “ຄວາມເຊື່ອໃນພຣະເຈົ້າ”. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນມັກຈະເຫັນຄວາມເຊື່ອໃນພຣະເຈົ້າເປັນເລື່ອງງ່າຍດາຍ ແລະ ບໍ່ເປັນຕາຈິງຈັງນໍາຫຼາຍ. ເມື່ອຜູ້ຄົນເຊື່ອໃນພຣະເຈົ້າໃນລັກສະນະນີ້,
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11)](https://lo.kingdomsalvation.org/responsibilities-of-leaders-and-workers-11.html) - ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ທີເກົ້າໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຊິ່ງກໍຄື: “ໃຫ້ສື່ສານ, ມອບໝາຍ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດຂອງມັນ, ໃຫ້ການຊີ້ນໍາ, ການກວດກາ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດຂອງພວກເຂົາ”. ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດໃຫ້ສຳເລັດ ແລະ ວຽກງານທີ່ພວກເຂົາຕ້ອງເຮັດ ແລະ ພວກເຮົາຍັງໄດ້ໄຈ້ແຍກພຶດຕິກຳຈຳນວນໜຶ່ງຂອງຜູ້ນໍາປອມ. ເຖິງແມ່ນວ່າພວກເຮົາບໍ່ໄດ້ໂອ້ລົມກ່ຽວກັບລາຍລະອຽດສະເພາະກ່ຽວກັບວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຈັດຕັ້ງປະຕິບັດການຈັດແຈງວຽກງານແຕ່ລະຢ່າງ, ແຕ່ພວກເຮົາໄດ້ໂອ້ລົມກ່ຽວກັບລາຍລະອຽດສະເພາະຂອງຫຼັກການສຳລັບການຈັດຕັ້ງປະຕິບັດການຈັດແຈງເຫຼົ່ານັ້ນ, ຕະຫຼອດຈົນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ. ຜ່ານການໂອ້ລົມຂອງພວກເຮົາກ່ຽວກັບຂໍ້ທີເກົ້າ, ພວກເຈົ້າໄດ້ຮັບຄຳນິຍາມທີ່ສະເພາະເຈາະຈົງ ແລະ ຖືກຕ້ອງກວ່າເກົ່າກ່ຽວກັບວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດແລ້ວບໍ? ຕອນນີ້ພວກເຈົ້າເຂົ້າໃຈແຈ້ງແລ້ວບໍກ່ຽວກັບວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ? ສິ່ງສຳຄັນສຳລັບພວກເຂົາກໍຄືການຈັດຕັ້ງປະຕິບັດວຽກງານຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະອົງ. ໂດຍພື້ນຖານແລ້ວກໍແມ່ນເທົ່ານັ້ນ. ຕອນນີ້, ພວກເຮົາທຸກຄົນກໍເຂົ້າໃຈແຈ້ງແລ້ວ. ວຽກງານໃດທີ່ຜູ້ນໍາ ຫຼື ຜູ້ເຮັດວຽກຕ້ອງເຮັດໃນເຮືອນຂອງພຣະເຈົ້າ ແລະ ຄວາມຮັບຜິດຊອບຂອງພວກເຂົາແມ່ນຫຍັງ, ຄວນຈະໄດ້ຮັບການໂອ້ລົມກັນຢ່າງລະອຽດພໍສົມຄວນໃນຂໍ້ທີເກົ້າ. ໂດຍພື້ນຖານແລ້ວແມ່ນຄົບຖ້ວນ. ຂອບເຂດຄວາມຮັບຜິດຊອບຂອງພວກເຂົາໄດ້ຖືກກຳນົດໄວ້ ແລະ
- [ຄວາມສຳຄັນຂອງການທີ່ພຣະເຈົ້າຊີມລົດຊາດການທົນທຸກທາງໂລກ](https://lo.kingdomsalvation.org/significance-of-God-tasting-worldly-suffering.html) - ພຣະເຈົ້າທີ່ບັງເກີດເປັນມະນຸດທົນທຸກໂດຍຕາງໜ້າໃຫ້ແກ່ມະນຸດເພື່ອແລກປ່ຽນກັບຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດໃນອະນາຄົດ. ຂັ້ນຕອນໃນພາລະກິດທີ່ພຣະເຢຊູປະຕິບັດຄືການຖືກຄຶງເທິງໄມ້ກາງແຂນດັ່ງພາບຂອງຮ່າງກາຍທີ່ຜິດບາບ, ເປັນເຄື່ອງບູຊາແທນຄວາມຜິດບາບ, ເພື່ອໄຖ່ມະນຸດຊາດທັງປວງ, ເພື່ອວາງພື້ນຖານສຳລັບການເຂົ້າສູ່ຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດ. ພຣະອົງຖືກຄຶງເທິງໄມ້ກາງແຂນ ແລະ ແບກຮັບຄວາມຜິດບາບຂອງມະນຸດ ແລະ ໄຖ່ມະນຸດຊາດຈາກຄວາມຜິດບາບ. ເວົ້າອີກຢ່າງໜຶ່ງກໍຄື ພຣະອົງເຮັດໜ້າທີ່ເປັນເຄື່ອງພິສູດຂອງມະນຸດທີ່ໄດ້ຮັບອະໄພສຳລັບຄວາມຜິດບາບຂອງເຂົາ ແລະ ສາມາດມາຢູ່ຕໍ່ໜ້າພຣະເຈົ້າ, ພຣະອົງເປັນຫຼຽນເດີມພັນໃນການສູ້ຮົບກັບຊາຕານ. ຕອນນີ້ເມື່ອຍຸກສຸດທ້າຍໄດ້ມາເຖິງ, ພຣະເຈົ້າປາຖະໜາທີ່ຈະນໍາພາລະກິດຂອງພຣະອົງໄປສູ່ຈຸດຈົບ, ເພື່ອສິ້ນສຸດຍຸກນີ້ ແລະ ເພື່ອນໍາພາຄົນທີ່ຍັງຄົງຢູ່ໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ພຣະເຈົ້າໄດ້ກາຍມາເປັນເນື້ອໜັງອີກຄັ້ງ ແລະ ໃນເວລາດຽວກັນກໍເອົາຊະນະ, ພິພາກສາ ແລະ ຊໍາລະລ້າງມະນຸດ, ພຣະອົງທົນທຸກໂດຍຕາງໜ້າໃຫ້ແກ່ມະນຸດ ແລະ ສະເໜີສິ່ງນີ້ເປັນເຄື່ອງພິສູດ ແລະ ຂໍ້ແທ້ຈິງສຳລັບການຍົກເວັ້ນມະນຸດຈາກຄວາມເຈັບປວດທັງໝົດ; ນັ້ນກໍຄືພຣະເຈົ້າແບກຮັບຄຳພະຍານຂອງພຣະອົງເອງ ແລະ ພຣະອົງໃຊ້ເຄື່ອງພິສູດນີ້, ຄຳພະຍານນີ້, ເພື່ອເອົາຊະນະຊາຕານ, ເພື່ອນໍາຄວາມອັບອາຍມາສູ່ພວກມານຮ້າຍ ແລະ ເປັນການແລກປ່ຽນສຳລັບຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດ. ບາງຄົນເວົ້າວ່າ “ຮ່າງກາຍທີ່ບັງເກີດເປັນມະນຸດທີ່ກຳລັງເຮັດພາລະກິດຍັງເປັນພຣະເຈົ້າທີ່ກຳລັງເຮັດພາລະກິດອີກດ້ວຍ. ມັນບໍ່ແມ່ນຮ່າງກາຍເນື້ອໜັງທີ່ກຳລັງເຮັດພາລະກິດ; ພຣະວິນຍານຂອງພຣະເຈົ້າຄວບຄຸມພຣະອົງຈາກພາຍໃນ”. ນີ້ຄືສິ່ງທີ່ຖືກຕ້ອງບໍ? ບໍ່. ມີການເວົ້າກ່ອນໜ້ານີ້ວ່າການບັງເກີດເປັນມະນຸດຂອງພຣະເຈົ້າເພື່ອດຳເນີນຂັ້ນຕອນໃນພາລະກິດແຫ່ງການເອົາຊະນະເກີດຂຶ້ນທ່າມກາງຄວາມເປັນມະນຸດທີ່ປົກກະຕິ; ສິ່ງທີ່ເຈົ້າເຫັນຄືຄວາມເປັນມະນຸດທີ່ປົກກະຕິ, ແຕ່ນີ້ຄືການທີ່ພຣະເຈົ້າເອງເຮັດພາລະກິດແທ້ໆ; ເມື່ອຮ່າງກາຍເນື້ອໜັງນີ້ເຮັດພາລະກິດ, ເປັນພຣະເຈົ້າເອງແທ້ໆທີ່ເຮັດພາລະກິດ. ເມື່ອມີການອະທິບາຍ ແລະ ການໂອ້ລົມເຊັ່ນນັ້ນ, ຜູ້ຄົນມັກເຊື່ອວ່າຮ່າງກາຍເນື້ອໜັງນີ້ເປັນພຽງເຄື່ອງມື, ເປັນເປືອກນອກ,
- [ພຣະເຈົ້າເອງ, ທີ່ເປັນເອກະລັກ VI](https://lo.kingdomsalvation.org/God-Himself-the-unique-vi.html) - ຄວາມບໍລິສຸດຂອງພຣະເຈົ້າ (III) ຫົວຂໍ້ທີ່ພວກເຮົາສົນທະນາກັນຄັ້ງກ່ອນແມ່ນກ່ຽວກັບຄວາມບໍລິສຸດຂອງພຣະເຈົ້າ. ຄວາມບໍລິສຸດຂອງພຣະເຈົ້າແມ່ນກ່ຽວຂ້ອງກັບລັກສະນະໃດແດ່ຂອງພຣະເຈົ້າ? ມັນກ່ຽວຂ້ອງກັບແກ່ນແທ້ຂອງພຣະເຈົ້າບໍ? (ແມ່ນແລ້ວ.) ແລ້ວແມ່ນຫຍັງຄືລັກສະນະຫຼັກຂອງແກ່ນແທ້ຂອງພຣະເຈົ້າທີ່ພວກເຮົາກ່າວເຖິງໃນການສົນທະນາຂອງພວກເຮົາ? ມັນແມ່ນຄວາມບໍລິສຸດຂອງພຣະເຈົ້າບໍ? ຄວາມບໍລິສຸດຂອງພຣະເຈົ້າແມ່ນແກ່ນແທ້ທີ່ເປັນເອກະລັກຂອງພຣະເຈົ້າ. ແມ່ນຫຍັງຄືເນື້ອຫາຫຼັກຂອງການສົນທະນາຂອງພວກເຮົາຄັ້ງກ່ອນ? (ການແຍກແຍະຄວາມຊົ່ວຮ້າຍຂອງຊາຕານ. ນັ້ນກໍຄື ວິທີທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມໂດຍໃຊ້ຄວາມຮູ້, ວິທະຍາສາດ, ວັດທະນະທຳດັ້ງເດີມ, ຄວາມເຊື່ອງົມງວາຍ ແລະ ຄວາມນິຍົມຂອງສັງຄົມ.) ນີ້ແມ່ນຫົວຂໍ້ຫຼັກທີ່ພວກເຮົາສົນທະນາກັນຄັ້ງກ່ອນ. ຊາຕານໃຊ້ຄວາມຮູ້, ວິທະຍາສາດ, ຄວາມເຊື່ອງົມງວາຍ, ວັດທະນະທຳດັ້ງເດີມ ແລະ ຄວາມນິຍົມຂອງສັງຄົມເພື່ອເຮັດໃຫ້ມະນຸດເສື່ອມຊາມ; ສິ່ງເຫຼົ່ານີ້ແມ່ນວິທີການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ ເຊິ່ງມີທັງໝົດຫ້າວິທີ. ວິທີການໃດໃນບັນດາວິທີການເຫຼົ່ານີ້ທີ່ພວກເຈົ້າຄິດວ່າຊາຕານນໍາໃຊ້ເພື່ອເຮັດໃຫ້ມະນຸດເສື່ອມຊາມຫຼາຍທີ່ສຸດ? ວິທີການໃດທີ່ຖືກນໍາໃຊ້ເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມຢ່າງຮຸນແຮງທີ່ສຸດ? (ວັດທະນະທຳດັ້ງເດີມ. ນີ້ກໍຍ້ອນປັດຊະຍາທີ່ຊົ່ວຮ້າຍ ເຊັ່ນຄຳສັ່ງສອນຂອງຂົງຈື້ ແລະ ເມິງຈື້ ໄດ້ຝັງແໜ້ນຢ່າງເລິກເຊິ່ງໃນຄວາມຄິດຂອງພວກຂ້ານ້ອຍ.) ສະນັ້ນ ອ້າຍເອື້ອຍນ້ອງບາງຄົນຈຶ່ງຄິດວ່າຄຳຕອບແມ່ນ “ວັດທະນະທຳດັ້ງເດີມ”. ຜູ້ໃດມີຄຳຕອບທີ່ແຕກຕ່າງບໍ່? (ຄວາມຮູ້. ຄວາມຮູ້ຈະບໍ່ຍອມໃຫ້ພວກຂ້ານ້ອຍນະມັດສະການພຣະເຈົ້າຈັກເທື່ອ. ມັນປະຕິເສດການເປັນຢູ່ຂອງພຣະເຈົ້າ ແລະ ປະຕິເສດກົດລະບຽບຂອງພຣະເຈົ້າ. ນັ້ນໝາຍຄວາມວ່າ ຊາຕານບອກພວກຂ້ານ້ອຍໃຫ້ເລີ່ມຕົ້ນສຶກສາຕັ້ງແຕ່ອາຍຸຍັງນ້ອຍ ແລະ ມີພຽງແຕ່ການສຶກສາ ແລະ ການຮັບເອົາຄວາມຮູ້ເທົ່ານັ້ນ, ພວກຂ້ານ້ອຍຈຶ່ງຈະມີໂອກາດທີ່ສົດໃສສຳລັບອະນາຄົດຂອງພວກຂ້ານ້ອຍ ແລະ ໂຊກຊະຕາທີ່ມີຄວາມສຸກ.) ຊາຕານໃຊ້ຄວາມຮູ້ເພື່ອຄວບຄຸມອະນາຄົດ ແລະ
- [ພຣະເຈົ້າເອງ, ທີ່ເປັນເອກະລັກ III](https://lo.kingdomsalvation.org/God-Himself-the-unique-iii.html) - ສິດອຳນາດຂອງພຣະເຈົ້າ (II) ມື້ນີ້ພວກເຮົາຈະສືບຕໍ່ການສົນທະນາຂອງພວກເຮົາໃນຫົວຂໍ້ “ພຣະເຈົ້າເອງ ທີ່ເປັນເອກະລັກ”. ພວກເຮົາໄດ້ສົນທະນາສອງເທື່ອແລ້ວກ່ຽວກັບເລື່ອງນີ້, ເທື່ອທຳອິດແມ່ນກ່ຽວກັບລິດອຳນາດຂອງພຣະເຈົ້າ ແລະ ເທື່ອທີສອງແມ່ນກ່ຽວກັບອຸປະນິໄສອັນຊອບທຳຂອງພຣະເຈົ້າ. ຫຼັງຈາກຟັງສອງການສົນທະນານີ້, ພວກເຈົ້າໄດ້ມີຄວາມເຂົ້າໃຈໃໝ່ກ່ຽວກັບຕົວຕົນ, ສະຖານະ ແລະ ແກ່ນແທ້ຂອງພຣະເຈົ້າບໍ? ຄວາມເຂົ້າໃຈເຫຼົ່ານີ້ໄດ້ຊ່ວຍໃຫ້ພວກເຈົ້າບັນລຸຄວາມຮູ້ທີ່ຈຳເປັນ ແລະ ຄວາມໝັ້ນໃຈກ່ຽວກັບຄວາມຈິງແຫ່ງການເປັນຢູ່ຂອງພຣະເຈົ້າບໍ? ມື້ນີ້ເຮົາວາງແຜນທີ່ຈະຂະຫຍາຍຫົວຂໍ້ກ່ຽວກັບ “ສິດອຳນາດຂອງພຣະເຈົ້າ”. ການເຂົ້າໃຈສິດອຳນາດຂອງພຣະເຈົ້າຈາກມຸມມອງມະຫາພາກ ແລະ ມຸມມອງຈຸລະພາກ ສິດອໍານາດຂອງພຣະເຈົ້ານັ້ນເປັນເອກະລັກ. ມັນແມ່ນລັກສະນະການສະແດງອອກ ແລະ ແກ່ນແທ້ທີ່ພິເສດແຫ່ງຕົວຕົນຂອງພຣະເຈົ້າເອງ ເຊັ່ນວ່າ ບໍ່ໄດ້ຖືກຄອບຄອງໂດຍສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ບໍ່ຖືກສ້າງຂຶ້ນ; ມີພຽງພຣະຜູ້ຊົງສ້າງເທົ່ານັ້ນທີ່ຄອບຄອງສິດອຳນາດແບບນີ້. ເຊິ່ງເວົ້າໄດ້ວ່າ ມີພຽງພຣະຜູ້ຊົງສ້າງ ນັ້ນກໍຄື ພຣະເຈົ້າເອງທີ່ເປັນເອກະລັກເທົ່ານັ້ນທີ່ສາມາດສະແດງອອກໃນທາງນີ້ ແລະ ມີແກ່ນແທ້ແບບນີ້. ດັ່ງນັ້ນ ເປັນຫຍັງພວກເຮົາຈິ່ງຄວນສົນທະນາກ່ຽວກັບສິດອຳນາດຂອງພຣະເຈົ້າ? ສິດອຳນາດຂອງພຣະເຈົ້າແຕກຕ່າງກັບ “ສິດອຳນາດ” ທີ່ມະນຸດຄິດຢູ່ໃນໃຈເຂົາແນວໃດ? ມີຫຍັງພິເສດກ່ຽວກັບມັນບໍ? ເປັນຫຍັງມັນຈິ່ງມີຄວາມສຳຄັນພິເສດທີ່ຈະຕ້ອງເວົ້າເຖິງມັນຢູ່ໃນນີ້? ພວກເຈົ້າທຸກຄົນຕ້ອງພິຈາລະນາບັນຫານີ້ຢ່າງຮອບຄອບ. ສຳລັບຄົນສ່ວນຫຼາຍ “ສິດອຳນາດຂອງພຣະເຈົ້າ” ແມ່ນຄວາມຄິດທີ່ເລື່ອນລອຍ ເຊິ່ງຕ້ອງໃຊ້ຄວາມພະຍາຍາມຢ່າງຫຼາຍເພື່ອໃຫ້ຄົນເຂົ້າໃຈ ແລະ ການສົນທະນາໃດໆກ່ຽວກັບມັນກໍຈະເປັນຄືກັບນາມມະທໍາ. ດັ່ງນັ້ນ ຈະມີຊ່ອງຫວ່າງສະເໝີລະຫວ່າງຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ ແລະ ແກ່ນແທ້ຂອງສິດອຳນາດຂອງພຣະເຈົ້າທີ່ມະນຸດສາມາດຄອບຄອງໄດ້.
- [ຄໍານໍາ](https://lo.kingdomsalvation.org/fearing-God-and-shunning-evil.html) - ພວກເຈົ້າທຸກຄົນຄວນກວດສອບການເດີນທາງຂອງເຈົ້າໃນຖານະຜູ້ເຊື່ອໃນພຣະເຈົ້າຄືນໃໝ່ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ, ໄດ້ຢັ່ງຮູ້ຢ່າງແທ້ຈິງ ແລະ ມາຮູ້ຈັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ເບິ່ງວ່າ ເຈົ້າຮູ້ຈັກຢ່າງແທ້ຈິງ ຫຼື ບໍ່ ວ່າພຣະເຈົ້າມີທັດສະນະຄະຕິຕ່າງໆແບບໃດຕໍ່ຄົນປະເພດຕ່າງໆ ແລະ ເບິ່ງວ່າ ເຈົ້າເຂົ້າໃຈຢ່າງແທ້ຈິງ ຫຼື ບໍ່ ກ່ຽວກັບພາລະກິດທີ່ພຣະເຈົ້າປະຕິບັດໃນຕົວເຈົ້າ ແລະ ວິທີທີ່ພຣະເຈົ້ານິຍາມທຸກການກະທໍາຂອງເຈົ້າ. ພຣະເຈົ້າອົງນີ້ທີ່ຢູ່ຄຽງຂ້າງເຈົ້າ, ໄປນຳເຈົ້າ, ຊີ້ນໍາທິດທາງຄວາມກ້າວໜ້າຂອງເຈົ້າ, ມີອຳນາດສູງສຸດເໜືອໂຊກຊະຕາຂອງເຈົ້າ ແລະ ສະໜອງຕໍ່ຄວາມຕ້ອງການຂອງເຈົ້າ, ແລ້ວເຈົ້າເຂົ້າໃຈ ແລະ ຮູ້ຈັກກ່ຽວກັບພຣະເຈົ້າອົງນີ້ຫຼາຍສໍ່າໃດແທ້? ເຈົ້າຮູ້ຈັກພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າທຸກມື້ບໍ? ເຈົ້າຮູ້ຈັກຫຼັກການ ແລະ ຈຸດປະສົງກ່ຽວກັບ ທຸກການກະທໍາຂອງພຣະອົງບໍ? ເຈົ້າຮູ້ວິທີທີ່ພຣະອົງຊີ້ນໍາເຈົ້າບໍ? ເຈົ້າຮູ້ວິທີທີ່ພຣະອົງສະໜອງໃຫ້ກັບເຈົ້າບໍ? ເຈົ້າຮູ້ວິທີການທີ່ພຣະອົງນໍາພາເຈົ້າບໍ? ເຈົ້າຮູ້ບໍວ່າ ພຣະອົງປາດຖະໜາຢາກໄດ້ຮັບຫຍັງຈາກເຈົ້າ ແລະ ສິ່ງທີ່ພຣະອົງປາດຖະໜາຢາກບັນລຸໃນຕົວເຈົ້າ? ເຈົ້າຮູ້ຈັກທັດສະນະຄະຕິຕ່າງໆທີ່ພຣະອົງມີຕໍ່ຄວາມປະພຶດຕ່າງໆນາໆຂອງເຈົ້າບໍ? ເຈົ້າຮູ້ບໍວ່າ ເຈົ້າແມ່ນບຸກຄົນທີ່ພຣະອົງຮັກ ຫຼື ບໍ່? ເຈົ້າຮູ້ຈັກຕົ້ນກໍາເນີດຂອງຄວາມສຸກ, ຄວາມໂມຫາ, ຄວາມໂສກເສົ້າ ແລະ ຄວາມດີໃຈຂອງພຣະອົງບໍ, ຄວາມຄິດ ແລະ
- [ພາກຜະໜວກ 2: ພຣະເຈົ້າຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດທັງປວງ](https://lo.kingdomsalvation.org/God-presides-over-all-mankind.html) - ໃນຖານະທີ່ເປັນສະມາຊິກຂອງຊົນຊາດມະນຸດ ແລະ ຄຣິດສະຕຽນທີ່ເຫຼື້ອມໃສສັດທາ, ມັນຄືຄວາມຮັບຜິດຊອບ ແລະ ພັນທະຂອງພວກເຮົາທຸກຄົນທີ່ຈະຖວາຍຈິດໃຈ ແລະ ຮ່າງກາຍຂອງພວກເຮົາເພື່ອບັນລຸຕາມການມອບໝາຍຂອງພຣະເຈົ້າ, ຍ້ອນການເປັນຢູ່ທັງໝົດຂອງພວກເຮົາແມ່ນມາຈາກພຣະເຈົ້າ ແລະ ມັນດໍາລົງຢູ່ໄດ້ຍ້ອນອຳນາດອະທິປະໄຕຂອງພຣະເຈົ້າ. ຖ້າຈິດໃຈ ແລະ ຮ່າງກາຍຂອງພວກເຮົາບໍ່ແມ່ນເພື່ອການມອບໝາຍຂອງພຣະເຈົ້າ ແລະ ບໍ່ແມ່ນເພື່ອພາລະກິດທີ່ທ່ຽງທຳຂອງມະນຸດຊາດ ແລ້ວຈິດວິນຍານຂອງພວກເຮົາກໍຈະຮູ້ສຶກບໍ່ສົມຄວນແກ່ຜູ້ຄົນທີ່ຍອມເສຍສະຫຼະຊີວິດເພື່ອພັນທະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍບໍ່ສົມຄວນແກ່ພຣະເຈົ້າ ຜູ້ເຊິ່ງສະໜອງທຸກສິ່ງທຸກຢ່າງໃຫ້ກັບພວກເຮົາ. ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດນີ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກແບບແຜນຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຊາວຄຣິສທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມແບບແຜນຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດນີ້ໄດ້. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວທຸກຄົນຕ້ອງກາບລົງຕໍ່ໜ້າພຣະເຈົ້າ ແລະ
- [ກ່ຽວກັບ “ຄວາມເຊື່ອ”, ເຈົ້າເຂົ້າໃຈຫຍັງແດ່?](https://lo.kingdomsalvation.org/what-do-you-know-of-faith.html) - ໃນມະນຸດມີພຽງຄຳສັບທີ່ບໍ່ແນ່ນອນກ່ຽວກັບຄວາມສັດທາ, ນອກນັ້ນມະນຸດຍັງບໍ່ຮູ້ວ່າຄວາມສັດທາປະກອບມີຫຍັງແດ່, ແລ້ວແຮງໄກຍ້ອນຫຍັງເຂົາຈຶ່ງມີຄວາມສັດທາ. ມະນຸດເຂົ້າໃຈໜ້ອຍເກີນໄປ ແລະ ມະນຸດເອງແມ່ນຂາດແຄນເກີນໄປ; ຄວາມສັດທາຂອງເຂົາຕໍ່ກັບເຮົາ ແມ່ນບໍ່ມີສະຕິ ແລະ ບໍ່ສົນໃຈ. ເຖິງແມ່ນວ່າເຂົາບໍ່ຮູ້ວ່າສັດທາແມ່ນຫຍັງ ຫຼື ຍ້ອນຫຍັງເຂົາຈຶ່ງມີຄວາມສັດທາໃນເຮົາ, ເຂົາຍັງສືບຕໍ່ເຊື່ອໃນເຮົາຢ່າງຫຼົງໄຫຼ. ສິ່ງທີ່ເຮົາຮຽກຮ້ອງກັບມະນຸດບໍ່ແມ່ນພຽງແຕ່ໃຫ້ເຂົາຮ້ອງຫາເຮົາຢ່າງຫຼົງໄຫຼແບບວິທີນີ້ ຫຼື ເຊື່ອໃນເຮົາແບບພໍເປັນພິທີ, ຍ້ອນວ່າພາລະກິດທີ່ເຮົາເຮັດແມ່ນເພື່ອວ່າ ມະນຸດອາດໄດ້ເຫັນເຮົາ ແລະ ຮູ້ຈັກເຮົາ, ບໍ່ແມ່ນເພື່ອໃຫ້ມະນຸດໄດ້ປະທັບໃຈ ແລະ ເບິ່ງເຮົາໃນແສງສະຫວ່າງໃໝ່. ຄັ້ງໜຶ່ງ ເຮົາເຄີຍສຳແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນຫຼາຍຢ່າງ ແລະ ສະແດງຫຼາຍສິ່ງທີ່ອັດສະຈັນ ແລະ ບັນດາຊາວອິດສະຣາເອນໃນເວລານັ້ນໄດ້ສະແດງຄວາມເຄົາລົບຕໍ່ເຮົາຢ່າງໃຫຍ່ຫຼວງ ແລະ ເຊີດຊູຕໍ່ຄວາມສາມາດພິເສດຂອງເຮົາຢ່າງສູງ ໃນການຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ຜີສາດຮ້າຍ. ໃນເວລານັ້ນ, ຊາວຢິວຄິດວ່າພະລັງອຳນາດໃນການປິ່ນປົວຂອງເຮົາແມ່ນມີຄວາມຊໍານານ, ພິເສດທີ່ສຸດ ແລະ ຍ້ອນການກະທຳຫຼາຍຢ່າງຂອງເຮົາ, ພວກເຂົາທຸກຄົນຈຶ່ງເຄົາລົບບູຊາເຮົາ ແລະ ຮູ້ສຶກເຄົາລົບເຮົາຢ່າງສູງຕໍ່ອໍານາດທັງໝົດຂອງເຮົາ. ດັ່ງນັ້ນ, ຜູ້ຄົນທັງໝົດທີ່ໄດ້ເຫັນເຮົາສະແດງສິ່ງມະຫັດສະຈັນ ໄດ້ຕິດຕາມເຮົາຢ່າງໃກ້ສິດ, ເຊັ່ນວ່າບັນດາຫຼາຍພັນຄົນທີ່ໄດ້ຢູ່ອ້ອມຂ້າງເຮົາ ເພື່ອເບິ່ງເຮົາຮັກສາຄົນເຈັບປ່ວຍ. ເຮົາໄດ້ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນຢ່າງຫຼວງຫຼາຍ, ແຕ່ວ່າ ຜູ້ຄົນພຽງແຕ່ເບິ່ງເຮົາເປັນຜູ້ຊ່ຽວຊານທາງການແພດ;
- [ການຮັບໃຊ້ທາງສາສະໜາຕ້ອງຖືກລຶບລ້າງ](https://lo.kingdomsalvation.org/religious-way-of-service-banned.html) - ນັບຕັ້ງແຕ່ເລີ່ມຕົ້ນພາລະກິດຂອງພຣະອົງຕະຫຼອດທົ່ວທັງຈັກກະວານ, ພຣະເຈົ້າໄດ້ກຳນົດຊະຕາຫຼາຍຄົນເພື່ອຮັບໃຊ້ພຣະອົງ ລວມທັງຜູ້ຄົນຈາກທຸກຊົນຊັ້ນທຸກສາຂາອາຊີບ. ຈຸດປະສົງຂອງພຣະອົງແມ່ນເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະອົງ ແລະ ເພື່ອເຮັດໃຫ້ພາລະກິດຂອງພຣະອົງໃນໂລກນີ້ສໍາເລັດລົງຢ່າງລາບລື້ນ. ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການເລືອກເອົາຜູ້ທີ່ຈະມາຮັບໃຊ້ພຣະອົງ. ທຸກຄົນທີ່ຮັບໃຊ້ພຣະເຈົ້າຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າ. ພາລະກິດນີ້ຂອງພຣະອົງເຮັດໃຫ້ສະຕິປັນຍາ ແລະ ລິດອຳນາດຂອງພຣະເຈົ້າ ແລະ ຫຼັກການແຫ່ງພາລະກິດຂອງພຣະອົງຢູ່ໃນແຜ່ນດິນໂລກນີ້ປະຈັກຕາຕໍ່ຜູ້ຄົນຫຼາຍຂຶ້ນ. ພຣະເຈົ້າໄດ້ສະເດັດມາໃນໂລກແທ້ຈິງເພື່ອກະທໍາພາລະກິດຂອງພຣະອົງ, ພົວພັນກັບຜູ້ຄົນ ແລະ ເພື່ອໃຫ້ພວກເຂົາໄດ້ຮູ້ເຖິງການກະທຳຂອງພຣະອົງຢ່າງຊັດເຈນຍິ່ງຂຶ້ນ. ມື້ນີ້, ພວກເຈົ້າ ນັ້ນກໍຄື ກຸ່ມຄົນເຫຼົ່ານີ້ແມ່ນໂຊກດີທີ່ໄດ້ຮັບໃຊ້ພຣະເຈົ້າແທ້ຈິງ. ນີ້ແມ່ນພອນທີ່ບໍ່ອາດຄຳນວນໄດ້ສຳລັບພວກເຈົ້າ. ແທ້ຈິງແລ້ວ, ພວກເຈົ້າແມ່ນຖືກຍົກລະດັບຂຶ້ນໂດຍພຣະເຈົ້າ. ໃນການເລືອກເອົາຄົນໃດໜຶ່ງມາຮັບໃຊ້ພຣະອົງ, ພຣະເຈົ້າມີຫຼັກການຂອງພຣະອົງເອງສະເໝີ. ການຮັບໃຊ້ພຣະເຈົ້າ ມັນບໍ່ແມ່ນເປັນເລື່ອງຂອງການກະຕືລືລົ້ນດັ່ງທີ່ຜູ້ຄົນຈິນຕະນາການ. ມື້ນີ້ພວກເຈົ້າເຫັນແລ້ວວ່າ ຜູ້ທີ່ຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າ ແມ່ນເຮັດສິ່ງນັ້ນໂດຍການຊີ້ນຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ; ຍ້ອນວ່າພວກເຂົາແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ນີ້ແມ່ນເງື່ອນໄຂຂັ້ນຕ່ຳສໍາລັບທຸກຄົນທີ່ຮັບໃຊ້ພຣະເຈົ້າ. ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໄສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໄສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ແລ້ວນິໄສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່ ເຊິ່ງພິສູດໃຫ້ເຫັນວ່າການທີ່ເຈົ້າຮັບໃຊ້ພຣະເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າເອງ ນັ້ນກໍຄືການຮັບໃຊ້ຂອງເຈົ້າແມ່ນອີງຕາມທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຍັງຄິດສະເໝີວ່າສິ່ງທີ່ເຈົ້າເຕັມໃຈເຮັດຄືສິ່ງທີ່ພຣະເຈົ້າເພິ່ງພໍໃຈ ແລະ ສິ່ງທີ່ເຈົ້າບໍ່ປາຖະໜາເຮັດຄືສິ່ງທີ່ພຣະເຈົ້າກຽດຊັງ; ທັງໝົດທີ່ເຈົ້າເຮັດແມ່ນອີງຕາມຄວາມມັກຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ,
- [ຄໍານໍາ](https://lo.kingdomsalvation.org/preface.html) - ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ພວກເຂົາຄວນກະທຳແນວໃດແທ້ໆເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ເຖິງແມ່ນວ່າຜູ້ຄົນຮູ້ຈັກຄໍາວ່າ “ພຣະເຈົ້າ” ແລະ ວະລີ ເຊັ່ນ: “ພາລະກິດຂອງພຣະເຈົ້າ” ພວກເຂົາກໍບໍ່ຮູ້ຈັກພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮູ້ຈັກພາລະກິດຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍທີ່ທຸກຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າພາກັນສັບສົນໃນຄວາມເຊື່ອຂອງພວກເຂົາຕໍ່ພຣະເຈົ້າ. ຜູ້ຄົນບໍ່ຈິງຈັງກັບຄວາມເຊື່ອໃນພຣະເຈົ້າ ແລະ ທັງໝົດນີ້ກໍຍ້ອນວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍເກີນໄປ ແລະ ແປກປະຫຼາດເກີນໄປສໍາລັບພວກເຂົາ. ໃນລັກສະນະນີ້ ພວກເຂົາຫ່າງໄກຫຼາຍທີ່ຈະບັນລຸຂໍ້ກຳນົດຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ ແລ້ວພວກເຂົາກໍບໍ່ສາມາດທີ່ຈະມີຄວາມເໝາະສົມໃຫ້ພຣະເຈົ້າໃຊ້ ແລະ ແຮງໄກທີ່ພວກເຂົາຈະສາມາດບັນລຸຕາມເຈດຕະນາຂອງພຣະອົງໄດ້. “ຄວາມເຊື່ອໃນພຣະເຈົ້າ” ໝາຍເຖິງການເຊື່ອວ່າມີພຣະເຈົ້າ; ນີ້ແມ່ນແນວຄິດກ່ຽວກັບການເຊື່ອໃນພຣະເຈົ້າແບບທໍາມະດາທີ່ສຸດ. ເພື່ອກ້າວໄປອີກຂັ້ນໜຶ່ງ, ການເຊື່ອວ່າມີພຣະເຈົ້າບໍ່ຄືກັບການເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ກົງກັນຂ້າມ ມັນເປັນຄວາມເຊື່ອແບບທໍາມະດາທີ່ມີຄວາມໝາຍແຝງທາງສາສະໜາທີ່ໜັກແໜ້ນ. ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໝາຍເຖິງສິ່ງດັ່ງຕໍ່ໄປນີ້: ບົນພື້ນຖານຂອງຄວາມເຊື່ອທີ່ວ່າພຣະເຈົ້າມີອໍານາດສູງສຸດເໜືອສັບພະສິ່ງທັງປວງ, ຄົນໃດໜຶ່ງຕ້ອງປະສົບກັບພຣະທໍາຂອງພຣະອົງ ແລະ ພາລະກິດຂອງພຣະອົງ, ແລະ ດ້ວຍເຫດນີ້ຈຶ່ງຖອດຖິ້ມອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຕົນເອງ, ປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ມາຮູ້ຈັກພຣະເຈົ້າ. ມີພຽງແຕ່ການເດີນທາງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ “ຄວາມເຊື່ອໃນພຣະເຈົ້າ”. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນມັກຈະເຫັນຄວາມເຊື່ອໃນພຣະເຈົ້າເປັນເລື່ອງງ່າຍດາຍ ແລະ ບໍ່ເປັນຕາຈິງຈັງນໍາຫຼາຍ. ເມື່ອຜູ້ຄົນເຊື່ອໃນພຣະເຈົ້າໃນລັກສະນະນີ້,
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27) ສ່ວນທີ ຫົກ](https://lo.kingdomsalvation.org/audio-responsibilities-of-leaders-and-workers-27-part-6.html) - ທີ່ຈິງແລ້ວ, ຄົນທີ່ໂອນເອນໄປມາ, ແມ່ນແຕ່ໃນເວລາທີ່ພວກເຂົາປອດໄພ ແລະ ສະບາຍດີ ກໍຍັງມີຄວາມສົງໄສ ແລະ ຄອຍສັງເກດການຢູ່ສະເໝີ. ເມື່ອໃດທີ່ພວກເຂົາໄດ້ປະເຊີນກັບການຂົ່ມເຫັງ ແລະ ການຈັບກຸມ, ພວກເຂົາກໍເລີ່ມໂອນເອນໄປມາ. ສິ່ງນີ້ສະແດງໃຫ້ເຫັນວ່າ ໃນການເຊື່ອໃນພຣະເຈົ້າຕາມປົກກະຕິຂອງພວກເຂົານັ້ນ, ພວກເຂົາບໍ່ໄດ້ມີຄວາມເຊື່ອທີ່ແທ້ຈິງ. ເມື່ອສະຖານະການເກີດຂຶ້ນ, ພວກເຂົາກໍຈະຖືກເປີດເຜີຍ. ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຂົາບໍ່ເຄີຍໝັ້ນໃຈໃນວຽກງານຂອງພຣະເຈົ້າ ແລະ ຄອຍຕັ້ງຄຳຖາມ ແລະ ສັງເກດການຢູ່ສະເໝີ. ເປັນຫຍັງພວກເຂົາຈຶ່ງບໍ່ອອກຈາກຄຣິສຕະຈັກ? ພວກເຂົາຄິດວ່າ: “ຂ້ານ້ອຍເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ທົນທຸກທໍລະມານຫຼາຍ. ຖ້າຂ້ານ້ອຍອອກໄປຕອນນີ້ໂດຍບໍ່ໄດ້ຮັບຜົນປະໂຫຍດຫຍັງເລີຍ, ມັນຈະບໍ່ເປັນການສູນເສຍບໍ? ຄວາມທຸກທໍລະມານທັງໝົດນັ້ນຈະບໍ່ແມ່ນສິ່ງທີ່ເສຍແຮງໄປລ້າໆບໍ?” ນີ້ຄືສິ່ງທີ່ພວກເຂົາຄິດ. ເຈົ້າອາດຈະຄິດວ່າພວກເຂົາໝັ້ນໃຈ, ວ່າພວກເຂົາມີຄວາມເຊື່ອ, ວ່າພວກເຂົາເຂົ້າໃຈຄວາມຈິງ, ແຕ່ທີ່ຈິງແລ້ວ, ພວກເຂົາບໍ່ໄດ້ເປັນແບບນັ້ນ. ພວກເຂົາຍັງຄົງສົງໄສ, ຍັງຄົງຄອຍສັງເກດການ. ໃນຫົວໃຈຂອງພວກເຂົາ, ພວກເຂົາພຽງແຕ່ຢາກເຫັນວ່າ ວຽກງານຂອງເຮືອນຂອງພຣະເຈົ້າຈະຈະເລີນຮຸ່ງເຮືອງຢ່າງແທ້ຈິງ ຫຼື ບໍ່, ວຽກງານແຕ່ລະຢ່າງຈະເກີດໝາກອອກຜົນ ຫຼື ບໍ່ ແລະ ມັນໄດ້ມີຜົນກະທົບອັນໃຫຍ່ຫຼວງຕໍ່ໂລກ ຫຼື ບໍ່. ສິ່ງທີ່ພວກເຂົາຢາກຮູ້ເປັນພິເສດແມ່ນສິ່ງຕໍ່ໄປນີ້: ການເຜີຍແຜ່ຂ່າວປະເສີດຂອງບັນດາຄຣິສຕະຈັກໃນປະເທດຕ່າງໆນັ້ນເປັນແນວໃດ? ມັນມີຂະໜາດ ແລະ
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27) ສ່ວນທີ ສອງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-27-part-2.html) - ໃນຄຣິສຕະຈັກ, ຍັງມີຄົນຈຳນວນໜຶ່ງທີ່ເປັນຄົນປະເພດຢູດາ ແລະ ພວກເຂົາພະຍາຍາມສອບຖາມຢູ່ສະເໝີວ່າ ເຮືອນຂອງພຣະເຈົ້າມີເງິນຢູ່ເທົ່າໃດ ແລະ ໃຜໃນຄຣິສຕະຈັກທີ່ຖວາຍຫຼາຍທີ່ສຸດ. ຄົນອື່ນເວົ້າກັບພວກເຂົາວ່າ: “ເລື່ອງນີ້ບອກເຈົ້າບໍ່ໄດ້. ການຮູ້ເລື່ອງນີ້ບໍ່ໄດ້ເປັນປະໂຫຍດຕໍ່ເຈົ້າ ແລະ ອີກຢ່າງ, ເລື່ອງນີ້ກໍບໍ່ແມ່ນສິ່ງທີ່ເຈົ້າຄວນສອບຖາມ”. ຫຼັງຈາກໄດ້ຍິນເຊັ່ນນີ້, ພວກເຂົາກໍກາຍເປັນປໍລະປັກ ແລະ ເວົ້າວ່າ: “ພວກເຈົ້າທຸກຄົນກຳລັງລະວັງຂ້ອຍ, ດູຖູກຂ້ອຍ, ບໍ່ໄດ້ປະຕິບັດຕໍ່ຂ້ອຍຄືກັບອ້າຍເອື້ອຍນ້ອງ; ພວກເຈົ້າປະຕິບັດຕໍ່ຂ້ອຍຄືກັບຄົນນອກ. ຂ້ອຍຮູ້ວ່າເງິນຂອງຄຣິສຕະຈັກຖືກເກັບຮັກສາໄວ້ຢູ່ເຮືອນຂອງໃຜ. ຂ້ອຍຈະໄປລາຍງານພວກເຈົ້າ ແລະ ໃຫ້ຕຳຫຼວດຍຶດເອົາທັງໝົດ, ແລ້ວຂ້ອຍກໍຈະຮູ້ວ່າເງິນມີເທົ່າໃດ!” ເມື່ອໃດກໍຕາມທີ່ມີເລື່ອງຫຍັງເກີດຂຶ້ນ, ພວກເຂົາກໍຢາກຫັກຫຼັງ ຫຼື ລາຍງານຕໍ່ຄົນອື່ນ; ມີພຽງແຕ່ເວລາທີ່ເກີດການລົບກວນຈາກຜູ້ນຳປອມ, ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍໃນຄຣິສຕະຈັກເທົ່ານັ້ນທີ່ພວກເຂົາບໍ່ເຄີຍລາຍງານຫຍັງເລີຍ. ຫຼື ແມ່ນແຕ່ເມື່ອພວກເຂົາເຫັນຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສລັກລອບ ຫຼື ຍຶດເອົາເຄື່ອງຖວາຍ, ພວກເຂົາກໍບໍ່ເຄີຍເປີດໂປງ ຫຼື ລາຍງານການກະທຳເຫຼົ່ານີ້ ແລະ ພວກເຂົາກໍບໍ່ໄດ້ແຈ້ງໃຫ້ເຮືອນຂອງພຣະເຈົ້າຮູ້. ພວກເຂົາບໍ່ໄດ້ສົນໃຈເລື່ອງດັ່ງກ່າວ. ແຕ່ຖ້າອ້າຍເອື້ອຍນ້ອງຄົນໃດຄົນໜຶ່ງເຮັດໃຫ້ໃຈຮ້າຍ, ເຮັດໃຫ້ພວກເຂົາຂຸ່ນເຄືອງ ຫຼື ປະຕິບັດກັບພວກເຂົາຢ່າງເມີນເສີຍ, ພວກເຂົາກໍຈະໄປລາຍງານຄົນເຫຼົ່ານັ້ນ. ຫຼື ຖ້າການຈັດແຈງວຽກງານບາງຢ່າງຂອງເຮືອນຂອງພຣະເຈົ້າບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ, ເຮັດໃຫ້ພວກເຂົາຮູ້ສຶກອັບອາຍ ຫຼື
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (23) ສ່ວນທີ ສອງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-23-part-2.html) - ໃຫ້ສະຫຼຸບລັກສະນະຂອງນັກສວຍໂອກາດ. ລັກສະນະທຳອິດຂອງພວກເຂົາກໍຄື ພວກເຂົາບໍ່ໄດ້ເອົາໃຈໃສ່ເລື່ອງທີ່ວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່ ຢ່າງຈິງຈັງ. ຖ້າເຈົ້າຖາມພວກເຂົາວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່, ພວກເຂົາຈະຕອບວ່າ “ຄົງຈະມີ. ແຕ່ຖ້າບໍ່ມີກໍບໍ່ເປັນຫຍັງ. ຂ້ອຍພຽງແຕ່ຢູ່ນີ້ເພື່ອເບິ່ງວ່າຄຳທຳນວາຍທີ່ພຣະເຈົ້າໄດ້ກ່າວໄວ້ນັ້ນຈະກາຍເປັນຈິງ ຫຼື ບໍ່ ແລະ ມະຫາໄພທີ່ໃຫຍ່ຫຼວງຈະເກີດຂຶ້ນ ຫຼື ບໍ່”. ພາຍໃນຄວາມຄິດ ແລະ ມຸມມອງຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາກໍຄື ມັນບໍ່ສຳຄັນວ່າພຣະເຈົ້າຈະມີຢູ່ຈິງ ຫຼື ບໍ່. ແລ້ວການທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິສຕະຈັກມັນບໍ່ແມ່ນເລື່ອງຕະຫຼົກບໍ? (ແມ່ນແລ້ວ). ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າເປັນພຽງຄວາມເຊື່ອທີ່ຮຽບງ່າຍ, ມັນຄືກັບເກມ ແລະ ມັນບໍ່ກ່ຽວຂ້ອງກັບຄວາມຈິງ ຫຼື ເສັ້ນທາງຊີວິດຂອງພວກເຂົາ. ທີ່ຈິງແລ້ວພວກເຂົາບໍ່ສົນໃຈວ່າພຣະເຈົ້າຈະມີຢູ່ຈິງ ຫຼື ບໍ່; ຖ້າພຣະອົງມີຢູ່ກໍໄດ້ ແລະ ຖ້າບໍ່ມີກໍໄດ້. ບາງຄົນໂຕ້ຖຽງພວກເຂົາ ໂດຍກ່າວວ່າພຣະເຈົ້າບໍ່ມີຢູ່ຈິງ ແລະ ພວກເຂົາກໍບໍ່ໄດ້ບໍ່ພໍໃຈ ຫຼື ກຽດຊັງຄົນເຫຼົ່ານັ້ນ. ຖ້າຄົນເວົ້າວ່າພຣະເຈົ້າມີຢູ່ຈິງ, ພວກເຂົາກໍຈະເວົ້າວ່າ “ຖ້າພຣະອົງມີຢູ່ຈິງ, ກໍຄືມີຢູ່ຈິງ. ຈັ່ງໃດກໍຕາມ, ຖ້າເຈົ້າເຊື່ອ, ພຣະອົງກໍມີຢູ່ຈິງ;
- [ວິທີການໄລ່ຕາມເສາະຫາຄວາມຈິງ (6)](https://lo.kingdomsalvation.org/how-to-pursue-the-truth-2-6.html) - 11 ມາດຕະຖານສຳລັບການປະເມີນຂີດຄວາມສາມາດຂອງຄົນໆໜຶ່ງ ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ໃຫຍ່ທີ່ກ່ຽວຂ້ອງກັບການໄລ່ຕາມເສາະຫາຄວາມຈິງ, “ການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າ”. ພາຍໃນຫົວຂໍ້ໃຫຍ່ນີ້, ພວກເຮົາໄດ້ເວົ້າກ່ຽວກັບການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດກ່ຽວກັບວຽກງານຂອງພຣະເຈົ້າ, ເຊິ່ງກ່ຽວຂ້ອງກັບຫົວຂໍ້ກ່ຽວກັບເງື່ອນໄຂຕິດໂຕມາແຕ່ກຳເນີດ, ຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ພາຍໃນຫົວຂໍ້ເຫຼົ່ານີ້, ບັນຫາທີ່ກ່ຽວຂ້ອງກັບຂີດຄວາມສາມາດກໍໄດ້ຖືກກ່າວເຖິງ. ພວກເຮົາໄດ້ໂອ້ລົມກັນເລັກນ້ອຍກ່ຽວກັບບັນຫາທີ່ກ່ຽວຂ້ອງກັບຂີດຄວາມສາມາດໃນຄັ້ງທີ່ຜ່ານມາ, ເຊິ່ງໄດ້ແກ້ໄຂຄວາມຄິດຫຼົງຜິດບາງສ່ວນຂອງຜູ້ຄົນ. ເມື່ອໄດ້ຍິນສິ່ງນີ້ແລ້ວ, ພວກເຈົ້າມີຄຳນິຍາມທີ່ຖືກຕ້ອງກ່ຽວກັບວ່າຂີດຄວາມສາມາດແມ່ນຫຍັງແລ້ວບໍ? ຂີດຄວາມສາມາດແມ່ນຫຍັງກັນແທ້? ຄວນເຂົ້າໃຈຂີດຄວາມສາມາດແນວໃດ? ຄົນເຮົາຈະຕັດສິນໄດ້ແນວໃດວ່າຂີດຄວາມສາມາດຂອງຄົນໆໜຶ່ງນັ້ນດີ, ປານກາງ ຫຼື ບໍ່ດີ? ຄວນຕັດສິນໂດຍອີງໃສ່ດ້ານໃດແດ່? ພວກເຈົ້າໄດ້ສະແຫວງຫາ ແລະ ໄຕ່ຕອງກ່ຽວກັບຄຳຖາມເຫຼົ່ານີ້ແລ້ວບໍ? (ຂ້ານ້ອຍໄດ້ໄຕ່ຕອງກ່ຽວກັບພວກມັນເລັກນ້ອຍ. ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພຣະເຈົ້າໄດ້ໂອ້ລົມວ່າ ເພື່ອປະເມີນຂີດຄວາມສາມາດຂອງຄົນໆໜຶ່ງ ພວກເຮົາຕ້ອງເບິ່ງທີ່ປະສິດທິພາບ ແລະ ປະສິດທິຜົນຂອງພວກເຂົາໃນການເຮັດສິ່ງຕ່າງໆ. ກ່ອນໜ້ານີ້, ຂ້ານ້ອຍບໍ່ມີຄວາມເຂົ້າໃຈຫຼາຍປານໃດໃນເລື່ອງນີ້ ແລະ ເຖິງກັບສັບສົນລະຫວ່າງຈຸດແຂງກັບຂີດຄວາມສາມາດ. ຕົວຢ່າງ: ເມື່ອຂ້ານ້ອຍເຫັນຄົນໃດໜຶ່ງບັນລຸຜົນການຮຽນທີ່ດີເປັນພິເສດ ຫຼື ຊຳນານໃນຫຼາຍພາສາ, ຂ້ານ້ອຍກໍຈະຄິດວ່າສິ່ງນີ້ບົ່ງບອກວ່າພວກເຂົາມີຂີດຄວາມສາມາດທີ່ດີ. ມີພຽງແຕ່ຜ່ານການຟັງການໂອ້ລົມຂອງພຣະເຈົ້າເທົ່ານັ້ນ ຂ້ານ້ອຍຈຶ່ງໄດ້ຮັບການຕັດສິນທີ່ຊັດເຈນກ່ຽວກັບວ່າຂີດຄວາມສາມາດທີ່ດີຢ່າງແທ້ຈິງແມ່ນຫຍັງ ແລະ ອັນໃດທີ່ຖືວ່າເປັນພຽງຈຸດແຂງບາງຢ່າງ. ຖ້າຄົນໃດໜຶ່ງເບິ່ງຄືວ່າສະຫຼາດຫຼັກແຫຼມຫຼາຍຢູ່ພາຍນອກ ແຕ່ມີປະສິດທິພາບຕໍ່າຫຼາຍໃນການປະຕິບັດໜ້າທີ່ຂອງຕົນ ແລະ
- [ບົດສົ່ງທ້າຍ](https://lo.kingdomsalvation.org/afterword.html) - ເຖິງແມ່ນວ່າພຣະທໍາເຫຼົ່ານີ້ບໍ່ໄດ້ປະກອບດ້ວຍການສະແດງອອກຂອງພຣະເຈົ້າທັງໝົດ, ແຕ່ມັນກໍພຽງພໍສໍາລັບຜູ້ຄົນທີ່ຈະບັນລຸເປົ້າຫມາຍຂອງການຮູ້ຈັກພຣະເຈົ້າ ແລະ ປະສົບກັບການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ບາງເທື່ອມີບາງຄົນຄິດວ່າ ເພາະວ່າພາລິກິດຂອງພຣະເຈົ້າຢູ່ໃນປະເທດຈີນແຜ່ນດິນໃຫຍ່ໄດ້ສິ້ນສຸດລົງແລ້ວ, ນີ້ພິສູດໃຫ້ເຫັນວ່າພຣະອົງໄດ້ສໍາເລັດການກ່າວພຣະທໍາທັງໝົດທີ່ພຣະອົງຄວນກ່າວ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະມີສິ່ງໃຫມ່ກ່າວ ເພາະວ່າພຣະເຈົ້າເທົ່ານັ້ນທີ່ສາມາດກ່າວພຣະທໍາເຫຼົ່ານັ້ນໄດ້. ຍິ່ງໄປກວ່ານັ້ນ, ຍັງມີຜູ້ຄົນທີ່ເຊື່ອວ່າໜັງສື ພຣະທໍາປາກົດໃນຮ່າງກາຍ ປະກອບດ້ວຍການສະແດງອອກທັງໝົດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ ແລະ ການໄດ້ຮັບໜັງສືເຫຼັ້ມນີ້ແມ່ນເທົ່າກັບການໄດ້ຮັບທຸກຢ່າງຂອງພຣະເຈົ້າ ຫຼື ໜັງສືເຫຼັ້ມນີ້ຈະນໍາພາມະນຸດຊາດໃນອະນາຄົດຄືກັບພຣະຄໍາພີໄດ້ນຳພາພວກເຂົາ. ເຮົາເຊື່ອວ່າຜູ້ຄົນທີ່ມີທັດສະນະດັ່ງກ່າວຄືກຸ່ມຄົນສ່ວນໃຫຍ່, ເພາະວ່າຜູ້ຄົນມັກຈະຈໍາກັດພຣະເຈົ້າ. ເຖິງແມ່ນວ່າພວກເຂົາທັງໝົດຈະປະກາດວ່າ ພຣະເຈົ້າມີລິດອໍານາດທີ່ຍິ່ງໃຫຍ່ ແລະ ຄວບຄຸມສັບພະສິ່ງທັງປວງ, ທຳມະຊາດຂອງມະນຸດກໍຍັງເຮັດໃຫ້ພວກເຂົາຈໍາກົດພຣະເຈົ້າຢູ່ໃນຂອບເຂດໃດໜຶ່ງ. ທຸກຄົນກໍາລັງຮູ້ຈັກພຣະເຈົ້າ ແຕ່ໃນຂະນະທີ່ທຸກຄົນກໍກໍາລັງປະຕິເສດ ແລະ ຈໍາກັດພຣະອົງເຊັ່ນກັນ. ພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກແມ່ນພຽງແຕ່ໄດ້ເລີ່ມຕົ້ນເທົ່ານັ້ນ. ພຣະຄໍາທັງໝົດຂອງພຣະເຈົ້າໃນໜັງສືເຫຼັ້ມນີ້ແມ່ນເພື່ອແນໃສ່ຜູ້ທີ່ຕິດຕາມພຣະອົງໃນເວລານັ້ນ ແລະ ມັນເປັນພຽງສ່ວນໜຶ່ງຂອງການສະແດງອອກຂອງພຣະເຈົ້າໃນການບັງເກີດເປັນມະນຸດຂອງພຣະອົງໃນປັດຈຸບັນ; ມັນບໍ່ໄດ້ເປັນຕົວແທນພຣະເຈົ້າທັງໝົດ. ຍິ່ງໄປກວ່ານັ້ນ, ບໍ່ສາມາດເວົ້າໄດ້ວ່າມັນກວມເອົາພາລະກິດທັງໝົດທີ່ພຣະເຈົ້າຈະກະທໍາໃນຂະນະທີ່ຢູ່ໃນການບັງເກີດເປັນມະນຸດນີ້. ພຣະເຈົ້າຈະແນພຣະທໍາຂອງພຣະອົງໃສ່ຜູ້ຄົນຈາກຫຼາກຫຼາຍຊົນເຜົ່າ ແລະ ຊົນຊັ້ນ ແລະ ພຣະອົງຈະເອົາຊະນະມະນຸດຊາດທັງໝົດ ແລະ ສິ້ນສຸດຍຸກເກົ່າ, ດັ່ງນັ້ນ ພຣະອົງຈະເຮັດສໍາເລັດໄດ້ແນວໃດ ໃນເມື່ອພຣະອົງພຽງແຕ່ສະແດງພຣະທໍາເລັກນ້ອຍບາງສ່ວນຂອງພຣະອົງເທົ່ານັ້ນ? ມັນເປັນເພາະວ່າພາລະກິດຂອງພຣະເຈົ້າໄດ້ຖືກແບ່ງອອກເປັນໄລຍະ ແລະ ຂັ້ນຕອນທີ່ແຕກຕ່າງກັນ: ພຣະອົງກໍາລັງປະຕິບັດພາລະກິດຕາມແຜນຂອງພຣະອົງ ແລະ ສະແດງພຣະທໍາຂອງພຣະອົງຕາມຂັ້ນຕອນຂອງພຣະອົງ. ມະນຸດຈະສາມາດຢັ່ງເຖິງຄວາມພະຍາຍາມ ແລະ ສະຕິປັນຍາຂອງພຣະເຈົ້າໄດ້ແນວໃດ?
- [ພາກຜະໜວກ 4: ເຫັນການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການລົງທັນຂອງພຣະອົງ](https://lo.kingdomsalvation.org/behold-God-in-judgment-chastisement.html) - ຄືກັບຄົນຫຼາຍຮ້ອຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຢູ່ເລື້ອຍໆ ແລະ ພວກເຮົາກໍເຂັ້ມແຂງຢູ່ເລື້ອຍໆເຊັ່ນກັນ. ພວກເຮົາເຊື່ອວ່າການກະທຳຂອງພວກເຮົາທຸກຢ່າງແມ່ນອີງຕາມຄຳສັ່ງສອນຂອງພຣະຜູ້ເປັນເຈົ້າ. ເປັນທີ່ແນ່ນອນແລ້ວວ່າ ພວກເຮົາເຊື່ອວ່າຕົນເອງໄດ້ຢູ່ໃນເສັ້ນທາງແຫ່ງການປະຕິບັດຕາມຄວາມປະສົງຂອງພຣະບິດາໃນສະຫວັນ. ພວກເຮົາປາຖະໜາເຖິງການກັບມາຂອງອົງພຣະເຢຊູເຈົ້າ, ເຖິງການລົງມາຢ່າງສະຫງ່າງາມຂອງພຣະອົງ, ເຖິງການສິ້ນສຸດຂອງຊີວິດເຮົາເທິງແຜ່ນດິນໂລກ, ເຖິງການປາກົດຂອງອານາຈັກ ແລະ ເຖິງທຸກໆສິ່ງທີ່ທຳນາຍໄວ້ໃນພຣະຄຳພີພຣະນິມິດ: ພຣະຜູ້ເປັນເຈົ້າມາເຖິງ, ພຣະອົງນໍາຄວາມຫາຍະນະ, ພຣະອົງໃຫ້ລາງວັນຄົນທີ່ກະທຳດີ ແລະ ລົງໂທດຄົນທີ່ກະທຳຊົ່ວ; ພຣະອົງຮັບເອົາທຸກຄົນທີ່ຕິດຕາມພຣະອົງ ແລະ ຕ້ອນຮັບການກັບມາຂອງພຣະອົງເພື່ອໄປພົບກັບພຣະອົງໃນທ້ອງຟ້າ. ເມື່ອໃດກໍຕາມທີ່ພວກເຮົາຄິດເຖິງສິ່ງນີ້ ພວກເຮົາຮູ້ສຶກຕຶ້ນຕັນໃຈຢ່າງຍິ່ງ, ປິຕິຍິນດີທີ່ພວກເຮົາໄດ້ເກີດໃນຍຸກສຸດທ້າຍ ແລະ ໂຊກດີທີ່ໄດ້ເຫັນການມາຂອງພຣະຜູ້ເປັນເຈົ້າ. ເຖິງແມ່ນວ່າ ພວກເຮົາໄດ້ທົນທຸກຕໍ່ການຂົ່ມເຫັງ ແຕ່ພວກເຮົາກໍໄດ້ຮັບ “ລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ” ກັບຄືນມາ. ເປັນການຕອບແທນ. ຊ່າງເປັນພອນປະເສີດແທ້ໆ! ຄວາມປາຖະໜາທັງໝົດນີ້ ແລະ ພຣະຄຸນທີ່ພຣະຜູ້ເປັນເຈົ້າປະທານໃຫ້ໄດ້ເຮັດໃຫ້ພວກເຮົາມີສະຕິໃນການອະທິຖານຢູ່ຕະຫຼອດເວລາ ແລະ ເຮັດໃຫ້ພວກເຮົາດຸໝັ່ນຍິ່ງຂຶ້ນໃນການເຕົ້າໂຮມກັນ. ບາງເທື່ອປີໜ້າ ບາງເທື່ອມື້ອື່ນ
- [ພາກຜະໜວກ 3: ມະນຸດສາມາດໄດ້ຮັບຄວາມລອດພົ້ນໄດ້ກໍຕໍ່ເມື່ອຢູ່ພາຍໃຕ້ການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ](https://lo.kingdomsalvation.org/saved-amidst-management-of-God.html) - ໃນສາຍຕາຂອງທຸກຄົນ, ການຄຸ້ມຄອງຂອງພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍຫຼາຍ ຍ້ອນຜູ້ຄົນຄິດວ່າການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ກ່ຽວຂ້ອງຫຍັງກັບພວກເຂົາຢ່າງສິ້ນເຊີງ. ຜູ້ຄົນຄິດວ່າການຄຸ້ມຄອງຂອງພຣະເຈົ້າເປັນພາລະກິດຂອງພຣະອົງເທົ່ານັ້ນ ແລະ ເປັນທຸລະຂອງພຣະເຈົ້າເທົ່ານັ້ນ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ສົນໃຈຕໍ່ການຄຸ້ມຄອງຂອງພຣະອົງ. ດ້ວຍເຫດນີ້, ຄວາມລອດພົ້ນຂອງມະນຸດຈຶ່ງກາຍເປັນຄວາມບໍ່ແຈ່ມແຈ້ງ ແລະ ຄວາມບໍ່ຊັດເຈນ ແລະ ຕອນນີ້ບໍ່ມີຫຍັງນອກຈາກວາທະສາດທີ່ວ່າງເປົ່າ. ເຖິງແມ່ນວ່າມະນຸດຕິດຕາມພຣະເຈົ້າເພື່ອຮັບເອົາຄວາມລອດພົ້ນ ແລະ ເຂົ້າສູ່ຈຸດໝາຍປາຍທາງທີ່ອັດສະຈັນ, ເຂົາບໍ່ສົນໃຈວິທີທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ. ມະນຸດບໍ່ສົນໃຈໃນສິ່ງທີ່ພຣະເຈົ້າໄດ້ວາງແຜນ ຫຼື ໃນພາກສ່ວນທີ່ເຂົາຕ້ອງປະຕິບັດເພື່ອຈະໄດ້ລອດພົ້ນ. ສິ່ງນີ້ຈັ່ງແມ່ນໜ້າເສົ້າໃຈແທ້ເດ! ຄວາມລອດພົ້ນຂອງມະນຸດບໍ່ສາມາດຖືກແຍກອອກຈາກການຄຸ້ມຄອງຂອງພຣະເຈົ້າ ທັງບໍ່ສາມາດຖືກແຍກອອກຈາກແຜນການຂອງພຣະອົງໄດ້. ແຕ່ເຖິງຢ່າງນັ້ນກໍຕາມ, ມະນຸດຖືວ່າການຄຸ້ມຄອງຂອງພຣະເຈົ້າບໍ່ສຳຄັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຫ່າງເຫີນຈາກພຣະອົງຫຼາຍຂຶ້ນ. ສິ່ງນີ້ເຮັດໃຫ້ຜູ້ຄົນຈຳນວນເພີ່ມຂຶ້ນ ທີ່ບໍ່ຮູ້ຫຍັງຈັກຢ່າງກ່ຽວກັບບັນຫາຕ່າງໆ ເຊິ່ງເຊື່ອມໂຍງຢ່າງໃກ້ຊິດກັບຄຳຖາມແຫ່ງຄວາມລອດພົ້ນ ເຊັ່ນ: ການສ້າງແມ່ນຫຍັງ, ການເຊື່ອໃນພຣະເຈົ້າແມ່ນຫຍັງ, ວິທີນະມັດສະການພຣະເຈົ້າ ແລະ ອື່ນໆອີກ, ກາຍເປັນສ່ວນໜຶ່ງຂອງຜູ້ຕິດຕາມຂອງພຣະອົງ. ດ້ວຍເຫດນີ້, ໃນຕອນນີ້ ພວກເຮົາຕ້ອງໄດ້ສົນທະນາກັນກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ ເພື່ອວ່າຜູ້ຕິດຕາມພຣະອົງແຕ່ລະຄົນຈະເຂົ້າໃຈຢ່າງຊັດເຈນເຖິງຄວາມໝາຍຂອງການຕິດຕາມ ແລະ ການເຊື່ອໃນພຣະອົງ. ການເຮັດແບບນີ້ຈະຊ່ວຍໃຫ້ແຕ່ລະຄົນເລືອກເສັ້ນທາງທີ່ພວກເຂົາຄວນເດີນຢ່າງຖືກຕ້ອງຫຼາຍຂຶ້ນ, ແທນທີ່ຈະຕິດຕາມພຣະເຈົ້າເພື່ອຮັບພອນເທົ່ານັ້ນ ຫຼື ຫຼີກລ່ຽງໄພພິບັດ ຫຼື ຢູ່ຢືນຢ່າງໂດດເດັ່ນທ່າມກາງຄົນອື່ນໆ. ເຖິງແມ່ນວ່າ ການຄຸ້ມຄອງຂອງພຣະເຈົ້າເລິກເຊິ່ງ, ມັນກໍບໍ່ໄດ້ເກີນຄວາມເຂົ້າໃຈຂອງມະນຸດ.
- [ພາກຜະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາໄປສູ່ຍຸກໃໝ່](https://lo.kingdomsalvation.org/God-has-brought-new-age.html) - ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ. ຮຽນອ້າຍເອື້ອຍນ້ອງຂອງເຮົາ, ພວກເຈົ້າກໍາລັງລໍຖ້າຫຍັງ? ແມ່ນຫຍັງທີ່ພວກເຈົ້າກຳລັງສະແຫວງຫາ? ພວກເຈົ້າກຳລັງລໍຖ້າໃຫ້ພຣະເຈົ້າປາກົດຕົວບໍ? ພວກເຈົ້າກຳລັງຊອກຫາຮອຍພຣະບາດຂອງພຣະອົງບໍ? ຊ່າງຢາກເຫັນການປາກົດຕົວຂອງພຣະເຈົ້າ! ແລ້ວມັນຊ່າງຍາກແທ້ທີ່ຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າ! ໃນຍຸກນີ້, ໃນໂລກແບບນີ້, ພວກເຮົາຈະຕ້ອງເຮັດແນວໃດເພື່ອເປັນພະຍານເຖິງມື້ທີ່ພຣະເຈົ້າປາກົດຕົວ? ພວກເຮົາຕ້ອງເຮັດແນວໃດເພື່ອຍ່າງໄປພ້ອມກັນກັບບາດກ້າວຂອງພຣະເຈົ້າ? ທຸກຄົນທີ່ກຳລັງລໍຖ້າໃຫ້ພຣະເຈົ້າປາກົດແມ່ນພົບກັບຄຳຖາມປະເພດນີ້. ພວກເຈົ້າທັງໝົດໄດ້ພິຈາລະນາເຖິງສິ່ງເຫຼົ່ານີ້ຫຼາຍເທື່ອ ແຕ່ຜົນໄດ້ຮັບຄືຫຍັງແດ່? ພຣະເຈົ້າປາກົດຕົວຢູ່ໃສ? ຮອຍພຣະບາດຂອງພຣະເຈົ້າຢູ່ທີ່ໃດ? ພວກເຈົ້າໄດ້ຮັບຄຳຕອບແລ້ວບໍ? ຫຼາຍຄົນຈະຕອບໃນລັກສະນະນີ້: “ພຣະເຈົ້າປາກົດຕົວທ່າມກາງທຸກຄົນທີ່ຕິດຕາມພຣະອົງ ແລະ ຮອຍພຣະບາດຂອງພຣະອົງກໍຢູ່ທ່າມກາງພວກເຮົາ; ມັນງ່າຍແບບນັ້ນເລີຍ!” ໃຜກໍຕາມສາມາດຈັດຫາຄຳຕອບທີ່ເປັນຫຼັກສູດໄດ້, ແຕ່ພວກເຈົ້າເຂົ້າໃຈບໍ່ວ່າ ການປາກົດຕົວຂອງພຣະເຈົ້າ ຫຼື ຮອຍພຣະບາດຂອງພຣະອົງແມ່ນຫຍັງ? ການປາກົດຕົວຂອງພຣະເຈົ້າໝາຍເຖິງການທີ່ພຣະອົງມາເຖິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງ. ດ້ວຍຕົວຕົນ ແລະ ອຸປະນິໄສຂອງພຣະອົງເອງ ແລະ ໃນຮູບລັກສະນະທີ່ພຣະອົງເປັນໂດຍກຳເນີດ, ພຣະອົງລົງມາຢູ່ທ່າມກາງມະນຸດຊາດເພື່ອປະຕິບັດພາລະກິດແຫ່ງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກໃດໜຶ່ງ. ການປາກົດຕົວແບບນີ້ບໍ່ແມ່ນຮູບແບບຂອງພິທີກໍາ. ມັນບໍ່ແມ່ນໝາຍສຳຄັນ, ຮູບພາບ, ການອັດສະຈັນ ຫຼື ນິມິດທີ່ຍິ່ງໃຫຍ່ບາງຢ່າງ ແລະ ຍິ່ງເປັນໄປບໍ່ໄດ້ທີ່ມັນຈະເປັນຂະບວນການທາງສາສະໜາປະເພດໃດໜຶ່ງ. ມັນເປັນຄວາມຈິງທີ່ແທ້ຈິງ ແລະ ຕາມຄວາມເປັນຈິງທີ່ທຸກຄົນສາມາດສຳຜັດ ແລະ ເບິ່ງເຫັນໄດ້. ການປາກົດຕົວແບບນີ້ບໍ່ແມ່ນເພື່ອເຮັດພໍເປັນພິທີ ຫຼື ສຳລັບການດຳເນີນການໄລຍະສັ້ນ;
- [ກົດການປົກຄອງສິບຂໍ້ທີ່ປະຊາກອນທີ່ພຣະເຈົ້າເລືອກໄວ້ ຕ້ອງຖືກເຊື່ອຟັງໃນຍຸກແຫ່ງລາຊະອານາຈັກ](https://lo.kingdomsalvation.org/the-ten-administrative-decrees.html) - 1. ມະນຸດບໍ່ຄວນສັນລະເສີນຕົນເອງ ຫຼື ຍົກຍ້ອງຕົນເອງ. ເຂົາຄວນນະມັດສະການ ແລະ ສັນລະເສີນພຣະເຈົ້າ. 2. ໃຫ້ເຮັດທຸກສິ່ງທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະເຈົ້າ ແລະ ບໍ່ເຮັດສິ່ງທີ່ສ້າງຄວາມເສຍຫາຍໃຫ້ກັບຜົນປະໂຫຍດໃນພາລະກິດຂອງພຣະເຈົ້າ. ໃຫ້ປົກປ້ອງພຣະນາມຂອງພຣະເຈົ້າ, ຄຳພະຍານຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ. 3. ເງິນ, ວັດຖຸສິ່ງຂອງ ແລະ ຊັບສິນທັງໝົດໃນຄົວເຮືອນຂອງພຣະເຈົ້າ ແມ່ນເຄື່ອງຖວາຍທີ່ມະນຸດຄວນມອບໃຫ້. ບໍ່ມີຜູ້ໃດອາດມີຄວາມສຸກກັບເຄື່ອງຖວາຍເຫຼົ່ານີ້ນອກຈາກປະໂລຫິດ ແລະ ພຣະເຈົ້າ ຍ້ອນເຄື່ອງຖວາຍຂອງມະນຸດ ແມ່ນມີໄວ້ສໍາລັບຄວາມສຸກຂອງພຣະເຈົ້າ. ພຣະເຈົ້າພຽງແຕ່ແບ່ງປັນເຄື່ອງຖວາຍເຫຼົ່ານີ້ກັບປະໂລຫິດເທົ່ານັ້ນ; ບໍ່ມີຜູ້ໃດທີ່ມີຄຸນສົມບັດ ຫຼື ມີສິດທີ່ຈະມີຄວາມສຸກໃນສ່ວນໃດສ່ວນໜຶ່ງຂອງເຄື່ອງຖວາຍເຫຼົ່ານີ້. ເຄື່ອງຖວາຍທັງໝົດຂອງມະນຸດ (ລວມທັງເງິນ ແລະ ວັດຖຸສິ່ງຂອງທີ່ສາມາດນໍາໃຊ້) ແມ່ນມອບໃຫ້ພຣະເຈົ້າ, ບໍ່ແມ່ນມອບໃຫ້ມະນຸດ ແລະ ດ້ວຍເຫດນີ້ ມະນຸດຈຶ່ງບໍ່ຄວນມີຄວາມສຸກກັບສິ່ງເຫຼົ່ານີ້; ຖ້າມະນຸດຈະມີຄວາມສຸກກັບສິ່ງເຫຼົ່ານີ້, ແລ້ວເຂົາກໍ່ກຳລັງລັກເອົາເຄື່ອງຖວາຍ. ຜູ້ໃດກໍ່ຕາມທີ່ເຮັດສິ່ງນີ້ແມ່ນຢູດາ ເພາະວ່ານອກຈາກຈະເປັນຄົນທໍລະຍົດແລ້ວ ຢູດາຍັງຊ່ວຍຕົນເອງໂດຍການລັກເອົາສິ່ງທີ່ຢູ່ໃນຖົງເງິນນໍາອີກ. 4. ມະນຸດມີອຸປະນິໄສທີ່ເສື່ອມຊາມ ແລະ ຍິ່ງໄປກວ່ານັ້ນ ມະນຸດມີຄວາມຮູ້ສຶກ. ເມື່ອເປັນເຊັ່ນນັ້ນ, ມັນຈຶ່ງເປັນການຫ້າມຢ່າງເດັດຂາດບໍ່ໃຫ້ສະມາຊິກສອງຄົນ ທີ່ເປັນເພດກົງກັນຂ້າມເຮັດວຽກຮ່ວມກັນຕາມລໍາພັງ ເມື່ອກຳລັງຮັບໃຊ້ພຣະເຈົ້າ. ຜູ້ໃດກໍ່ຕາມທີ່ຖືກຄົ້ນພົບວ່າໄດ້ເຮັດແບບນັ້ນແມ່ນຈະຖືກຂັບໄລ່ອອກ ໂດຍບໍ່ມີຂໍ້ຍົກເວັ້ນ.
- [ການຖອນຫາຍໃຈຂອງອົງຊົງລິດທານຸພາບສູງສຸດ](https://lo.kingdomsalvation.org/the-sighing-of-the-Almighty.html) - ໃນຫົວໃຈຂອງເຈົ້ານັ້ນມີຄວາມລັບຢ່າງມະຫາສານ ທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ ຍ້ອນວ່າເຈົ້າດໍາລົງຊີວິດຢູ່ໃນໂລກທີ່ຂາດແສງສະຫວ່າງ. ຫົວໃຈ ແລະ ຈິດວິນຍານຂອງເຈົ້າໄດ້ຖືກຜູ້ທີ່ຊົ່ວຮ້າຍແຍ່ງເອົາໄປ. ດວງຕາຂອງເຈົ້າຖືກປິດບັງດ້ວຍຄວາມມືດ ແລະ ເຈົ້າບໍ່ສາມາດເຫັນດວງອາທິດໃນທ້ອງຟ້າ ຫຼື ດວງດາວທີ່ສ່ອງແສງແວວວາວໃນຄໍ່າຄືນ. ຫູຂອງເຈົ້າຖືກອຸດຕັນດ້ວຍຖ້ອຍຄໍາທີ່ຫຼອກລວງ ແລະ ເຈົ້າບໍ່ສາມາດໄດ້ຍິນສຽງຟ້າລັ່ນຂອງພຣະເຢໂຮວາ ຫຼື ສຽງຂອງຫຼາຍສາຍນໍ້າທີ່ໄຫຼຈາກບັນລັງ. ເຈົ້າໄດ້ສູນເສຍທຸກສິ່ງທີ່ເປັນຂອງເຈົ້າໂດຍຊອບທໍາ ແລະ ເສຍທຸກສິ່ງທີ່ອົງຊົງລິດທານຸພາບສູງສຸດໄດ້ປະທານໃຫ້ເຈົ້າ. ເຈົ້າໄດ້ເຂົ້າສູ່ທະເລແຫ່ງຄວາມທຸກທໍລະມານຢ່າງບໍ່ສິ້ນສຸດ, ບໍ່ມີແຮງທີ່ຈະຊ່ວຍເຈົ້າ, ບໍ່ມີຄວາມຫວັງແຫ່ງການຢູ່ລອດ, ເຈົ້າໄດ້ແຕ່ດີ້ນຮົນ ແລະ ແລ່ນວົກວົນໄປມາ... ແລ້ວຈາກຊ່ວງເວລານັ້ນເປັນຕົ້ນມາ ເຈົ້າໄດ້ຖືກກຳນົດໂຊກຊະຕາໃຫ້ຖືກທໍລະມານໂດຍມານຜູ້ທີ່ຊົ່ວຮ້າຍ, ເຊິ່ງໄກຈາກພອນຂອງອົງຊົງລິດທານຸພາບສູງສຸດ, ໄກຈາກການສະໜອງຂອງອົງຊົງລິດທານຸພາບສູງສຸດ ແລະ ກໍາລັງຍ່າງຕາມເສັ້ນທາງທີ່ບໍ່ມີວັນຫວນຄືນ. ເອີ້ນຫາເປັນລ້ານຄັ້ງກໍຍາກທີ່ຈະປຸກໃຈ ແລະ ຈິດວິນຍານຂອງເຈົ້າໄດ້. ເຈົ້ານອນຫຼັບໄຫຼໃນກໍາມືຂອງຜູ້ທີ່ຊົ່ວຮ້າຍ ເຊິ່ງແມ່ນຜູ້ທີ່ລໍ້ລວງເຈົ້າເຂົ້າສູ່ດິນແດນທີ່ບໍ່ມີຂອບເຂດ ໂດຍຂາດທິດທາງ ຫຼື ປ້າຍບອກທາງ. ໃນເວລານັ້ນ, ເຈົ້າສູນເສຍຄວາມໄຮ້ດຽງສາ ແລະ ຄວາມບໍລິສຸດດັ່ງເດີມຂອງເຈົ້າ ແລະ ເລີ່ມຫຼີກເວັ້ນການເບິ່ງແຍງຂອງອົງຊົງລິດທານຸພາບສູງສຸດ. ພາຍໃນໃຈຂອງເຈົ້າ, ຜູ້ທີ່ຊົ່ວຮ້າຍຄວບຄຸມເຈົ້າໃນທຸກດ້ານ ແລະ ໄດ້ກາຍເປັນຊີວິດຂອງເຈົ້າ. ເຈົ້າບໍ່ຢ້ານມັນ, ຫຼີກເວັ້ນມັນ ຫຼື ສົງໄສມັນອີກຕໍ່ໄປ; ກົງກັນຂ້າມ ເຈົ້າປະຕິບັດຕໍ່ມັນຄືດັ່ງພຣະເຈົ້າໃນຫົວໃຈຂອງເຈົ້າ.
- [ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ](https://lo.kingdomsalvation.org/God-is-the-source-of-mans-life.html) - ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດຄວາມຮັບຜິດຊອບຂອງເຈົ້າ. ຍ້ອນເຫັນແກ່ແຜນການຂອງພຣະເຈົ້າ ແລະ ການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າເຮັດບົດບາດຂອງເຈົ້າ ແລະ ເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ບໍ່ວ່າເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ບໍ່ວ່າການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ບໍ່ວ່າໃນກໍລະນີໃດກໍຕາມ ແລະ ບໍ່ມີໃຜສາມາດຄວບຄຸມໂຊກຊະຕາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງຜູ້ຊົງອຳນາດສູງສຸດເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ທີ່ມະນຸດເກີດຂຶ້ນມາໃນຕອນເລີ່ມຕົ້ນ, ພຣະເຈົ້າກໍໄດ້ປະຕິບັດພາລະກິດຂອງພຣະອົງໃນລັກສະນະນີ້ຢູ່ສະເໝີ, ຄຸ້ມຄອງຈັກກະວານ ແລະ ຊີ້ນຳກົດແຫ່ງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊີວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນກຳມືຂອງພຣະເຈົ້າ ແລະ ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ. ບໍ່ວ່າເຈົ້າຈະເຊື່ອສິ່ງທັງໝົດນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ.
- [ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ](https://lo.kingdomsalvation.org/you-ought-to-consider-your-deeds.html) - ການກະທຳ ແລະ ການປະຕິບັດທຸກຢ່າງໃນຊີວິດຂອງພວກເຈົ້າສະແດງໃຫ້ເຫັນວ່າ ພວກເຈົ້າຕ້ອງໄດ້ຮັບຂໍ້ພຣະທຳຂອງເຮົາໃນແຕ່ລະມື້ເພື່ອເຕີມເຕັມພວກເຈົ້າ ຍ້ອນພວກເຈົ້າຂາດເຂີນຫຼາຍເກີນໄປ ແລະ ຄວາມຮູ້ ແລະ ຄວາມສາມາດໃນການເຂົ້າໃຈຂອງພວກເຈົ້າກໍມີບໍ່ພຽງພໍ. ໃນຊີວິດປະຈຳວັນຂອງພວກເຈົ້າ, ພວກເຈົ້າດຳລົງຊີວິດທ່າມກາງບັນຍາກາດ ແລະ ສະພາບແວດລ້ອມທີ່ປາສະຈາກຄວາມຈິງ ຫຼື ຄວາມສຳນຶກທີ່ດີ. ພວກເຈົ້າຂາດຕົ້ນທຶນໃນການເອົາຕົວລອດ ແລະ ບໍ່ມີພື້ນຖານທີ່ຈະຮູ້ຈັກເຮົາ ຫຼື ຄວາມຈິງ. ຄວາມເຊື່ອຂອງພວກເຈົ້າແມ່ນບໍ່ໄດ້ຖືກສ້າງຂຶ້ນຈາກຫຍັງເລີຍ ນອກຈາກຄວາມເຊື່ອທີ່ເລື່ອນລອຍ ແລະ ບໍ່ມີຕົວຕົນ ຫຼື ຄວາມຮູ້ດ້ານທິດສະດີຢ່າງສູງ ແລະ ພິທີກຳທາງສາສະໜາ. ໃນແຕ່ລະມື້ ເຮົາເບິ່ງການເຄື່ອນໄຫວຂອງພວກເຈົ້າ, ກວດສອບເບິ່ງເຈດຕະນາ ແລະ ໝາກຜົນອັນຊົ່ວຮ້າຍຂອງພວກເຈົ້າ ແລະ ເຮົາບໍ່ເຄີຍພົບໃຜຈັກຄົນທີ່ວາງຫົວໃຈ ແລະ ວິນຍານຂອງເຂົາໄວ້ເທິງແທ່ນບູຊາທີ່ບໍ່ເຄີຍປ່ຽນແປງຂອງເຮົາຢ່າງແທ້ຈິງ. ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ເຕັມໃຈທີ່ຈະເສຍເວລາຖອກເທພຣະທຳທັງໝົດທີ່ເຮົາປາຖະໜາຈະກ່າວໃຫ້ແກ່ມະນຸດຊາດດັ່ງກ່າວ; ແຜນການດຽວໃນຫົວໃຈຂອງເຮົາແມ່ນເພື່ອພາລະກິດທີ່ຍັງບໍ່ສຳເລັດຂອງເຮົາ ແລະ ໃຫ້ຄົນທີ່ຢູ່ທ່າມກາງມະນຸດຊາດທີ່ເຮົາຍັງບໍ່ທັນໄດ້ຊ່ວຍໃຫ້ລອດພົ້ນ. ຢ່າງໃດກໍຕາມ ເຮົາປາຖະໜາໃຫ້ທຸກຄົນທີ່ຕິດຕາມເຮົາຈະໄດ້ຮັບຄວາມລອດພົ້ນຂອງເຮົາ ແລະ ຄວາມຈິງທີ່ພຣະທຳຂອງເຮົາປະທານໃຫ້ແກ່ມະນຸດ. ເຮົາຫວັງວ່າ ມື້ໜຶ່ງເມື່ອເຈົ້າປິດຕາຂອງເຈົ້າ, ເຈົ້າຈະເຫັນອານາຈັກທີ່ມີກິ່ນຫອມເຕັມໄປທົ່ວອາກາດ ແລະ ສາຍນໍ້າແຫ່ງຊີວິດຫລັ່ງໄຫຼໄປ, ບໍ່ແມ່ນໂລກເຢືອກເຢັນທີ່ວ່າງເປົ່າ ບ່ອນທີ່ເມກມືດປົກຄຸມທ້ອງຟ້າ ແລະ ສຽງຫອນທີ່ບໍ່ມີວັນສິ້ນສຸດ.
- [ບັນຫາທີ່ຮ້າຍແຮງຫຼາຍ: ການທໍລະຍົດ (2)](https://lo.kingdomsalvation.org/a-very-serious-problem-betrayal-2.html) - ທໍາມະຊາດຂອງມະນຸດແມ່ນຂ້ອນຂ້າງແຕກຕ່າງຈາກແກ່ນແທ້ຂອງເຮົາ, ຍ້ອນທໍາມະຊາດທີ່ເສື່ອມຊາມຂອງມະນຸດແມ່ນເກີດມາຈາກຊາຕານທັງສິ້ນ; ທໍາມະຊາດຂອງມະນຸດໄດ້ຖືກຊາຕານແປຮູບ ແລະ ເຮັດໃຫ້ເສື່ອມຊາມ. ນັ້ນກໍຄື ມະນຸດດຳລົງຊີວິດພາຍໃຕ້ອິດທິພົນຂອງຄວາມຊົ່ວຮ້າຍ ແລະ ຄວາມຂີ້ຮ້າຍຂອງຊາຕານ. ມະນຸດບໍ່ໄດ້ເຕີບໃຫຍ່ຢູ່ໂລກແຫ່ງຄວາມຈິງ ຫຼື ສະພາບແວດລ້ອມທີ່ບໍລິສຸດ ແລະ ແຮງໄກທີ່ມະນຸດຈະດຳລົງຊີວິດໃນແສງສະຫວ່າງ. ດັ່ງນັ້ນ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຜູ້ໃດຜູ້ໜຶ່ງຈະມີຄວາມຈິງພາຍໃນທໍາມະຊາດຂອງພວກເຂົາຕັ້ງແຕ່ຊ່ວງເວລາທີ່ເກີດມາ ແລະ ແຮງໄກທີ່ຜູ້ໃດຜູ້ໜຶ່ງຈະເກີດມາພ້ອມກັບແກ່ນແທ້ທີ່ຢໍາເກງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ໃນທາງກົງກັນຂ້າມ ຜູ້ຄົນມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ, ກະບົດຕໍ່ພຣະເຈົ້າ ແລະ ບໍ່ມີຄວາມຮັກສຳລັບຄວາມຈິງ. ທໍາມະຊາດນີ້ແມ່ນບັນຫາທີ່ເຮົາຕ້ອງການສົນທະນາ ນັ້ນກໍຄື ການທໍລະຍົດ. ການທໍລະຍົດແມ່ນແຫຼ່ງທີ່ມາຂອງການທີ່ແຕ່ລະຄົນຕໍ່ຕ້ານພຣະເຈົ້າ. ນີ້ແມ່ນບັນຫາທີ່ມີຢູ່ໃນມະນຸດເທົ່ານັ້ນ ແລະ ບໍ່ໄດ້ມີຢູ່ໃນຕົວເຮົາ. ບາງຄົນຈະຖາມວ່າ: ຍ້ອນມະນຸດທຸກຄົນດໍາລົງຊີວິດໃນໂລກດັ່ງທີ່ພຣະຄຣິດດຳລົງຢູ່, ເປັນຫຍັງມະນຸດທຸກຄົນຈຶ່ງມີທໍາມະຊາດທີ່ທໍລະຍົດພຣະເຈົ້າ ແຕ່ພຣະຄຣິດບໍ່ມີ? ນີ້ແມ່ນບັນຫາທີ່ຕ້ອງໄດ້ອະທິບາຍໃຫ້ແກ່ພວກເຈົ້າຢ່າງຊັດເຈນ. ພື້ນຖານການເປັນຢູ່ຂອງມະນຸດຊາດ ແມ່ນການກັບມາເກີດໃໝ່ຂອງວິນຍານຊໍ້າໄປຊໍ້າມາ. ເວົ້າອີກແບບໜຶ່ງກໍຄື ແຕ່ລະຄົນແມ່ນໄດ້ຮັບຊີວິດມະນຸດເປັນເນື້ອໜັງ ເມື່ອວິນຍານຂອງພວກເຂົາໄດ້ກັບມາເກີດໃໝ່. ຫຼັງຈາກທີ່ຮ່າງກາຍຂອງບຸກຄົນໜຶ່ງເກີດມາ, ຊີວິດນັ້ນແມ່ນສືບຕໍ່ຈົນເນື້ອໜັງໄປເຖິງຂອບເຂດຂອງມັນໃນທີ່ສຸດ ເຊິ່ງກໍຄືຊ່ວງເວລາສຸດທ້າຍ ເມື່ອວິນຍານອອກຈາກເປືອກນອກຂອງມັນ. ຂະບວນການນີ້ແມ່ນເກີດຂຶ້ນຊໍ້າແລ້ວຊໍ້າອີກ ໂດຍທີ່ວິນຍານຂອງບຸກຄົນໃດໜຶ່ງມາ ແລະ ໄປຄັ້ງແລ້ວຄັ້ງເລົ່າ ແລະ ດ້ວຍເຫດນັ້ນ ການເປັນຢູ່ຂອງມະນຸດຊາດຈຶ່ງຖືກຮັກສາ. ຊີວິດຂອງເນື້ອໜັງຍັງເປັນຊີວິດຂອງວິນຍານຂອງມະນຸດ ແລະ
- [ບັນຫາທີ່ຮ້າຍແຮງຫຼາຍ: ການທໍລະຍົດ (1)](https://lo.kingdomsalvation.org/a-very-serious-problem-betrayal-1.html) - ພາລະກິດຂອງເຮົາຈະສໍາເລັດໃນອີກໄວໆນີ້ ແລະ ຫຼາຍປີຮ່ວມກັນໄດ້ກາຍມາເປັນຄວາມຊົງຈໍາທີ່ເຫຼືອທົນ. ເຮົາໄດ້ເວົ້າຊໍ້າພຣະທໍາຂອງເຮົາຢ່າງບໍ່ຢຸດເຊົາ ແລະ ເຮັດໃຫ້ພາລະກິດໃໝ່ຂອງເຮົາຄືບໜ້າຢູ່ເລື້ອຍໆ. ແນ່ນອນ ຄໍາແນະນໍາຂອງເຮົາແມ່ນອົງປະກອບທີ່ຈຳເປັນໃນແຕ່ລະສ່ວນຂອງພາລະກິດທີ່ເຮົາເຮັດ. ຫາກປາສະຈາກຄໍາປຶກສາຂອງເຮົາ, ພວກເຈົ້າທຸກຄົນຈະພະເນຈອນຫຼົງທາງ ແລະ ເຖິງກັບຄົ້ນພົບວ່າຕົນເອງສັບສົນຢ່າງສິ້ນເຊີງ. ໃນຕອນນີ້ ພາລະກິດຂອງເຮົາແມ່ນເກືອບຈະສໍາເລັດ ແລະ ຢູ່ໃນຂັ້ນຕອນສຸດທ້າຍ. ເຮົາຍັງປາຖະໜາທີ່ຈະປະຕິບັດພາລະກິດໃນການໃຫ້ຄຳປຶກສາ ນັ້ນກໍຄື ໃຫ້ຄໍາແນະນໍາໃຫ້ພວກເຈົ້າຟັງ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະບໍ່ເຮັດໃຫ້ຄວາມພຽນພະຍາຍາມຂອງເຮົາຕ້ອງເສຍຖິ້ມ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຂົ້າໃຈເຖິງເຈດຕະນາອັນພຽນພະຍາຍາມທີ່ເຮົາມີ ແລະ ປະຕິບັດຕໍ່ພຣະທຳຂອງເຮົາດັ່ງພື້ນຖານຂອງວິທີການທີ່ພວກເຈົ້າປະພຶດໃນຖານະມະນຸດ. ບໍ່ວ່າພວກມັນຈະເປັນພຣະທໍາທີ່ພວກເຈົ້າເຕັມໃຈຮັບຟັງ ຫຼື ບໍ່, ບໍ່ວ່າພວກເຈົ້າຈະມີຄວາມສຸກໃນການຍອມຮັບພວກມັນ ຫຼື ພຽງແຕ່ສາມາດຍອມຮັບພວກມັນດ້ວຍຄວາມອຶດອັດ, ພວກເຈົ້າກໍຕ້ອງປະຕິບັດຕໍ່ພຣະທໍາຢ່າງຈິງຈັງ. ບໍ່ດັ່ງນັ້ນ, ອຸປະນິໄສ ແລະ ການປະພຶດຕົວຕາມສະບາຍ ແລະ ບໍ່ກັງວົນຂອງພວກເຈົ້າຈະເຮັດໃຫ້ເຮົາເສຍໃຈຢ່າງຮຸນແຮງ ແລະ ເຮັດໃຫ້ເຮົາລັງກຽດຢ່າງແນ່ນອນ. ເຮົາຫວັງຢ່າງຍິ່ງວ່າ ພວກເຈົ້າທຸກຄົນຈະສາມາດອ່ານພຣະທໍາຂອງເຮົາຊໍ້າແລ້ວຊໍ້າອີກເປັນພັນໆຄັ້ງ ແລະ ພວກເຈົ້າອາດເຖິງກັບມາຈື່ພຣະທຳເຫຼົ່ານັ້ນຂຶ້ນໃຈ. ມີພຽງວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະບໍ່ເຮັດໃຫ້ເຮົາຜິດຫວັງໃນໂຕພວກເຈົ້າ. ເຖິງຢ່າງໃດກໍຕາມ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ດໍາລົງຊີວິດແບບນີ້ໃນປັດຈຸບັນ. ໃນທາງກົງກັນຂ້າມ, ພວກເຈົ້າທຸກຄົນແມ່ນມົວເມົາຢູ່ກັບຊີວິດທີ່ມົວເມົາ, ຊີວິດແຫ່ງການກິນ ແລະ ດື່ມຕາມໃຈຂອງພວກເຈົ້າເອງ
- [ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກໄດ້ແນວໃດກັນແທ້](https://lo.kingdomsalvation.org/how-to-know-the-God-on-earth.html) - ພວກເຈົ້າທຸກຄົນປາຖະໜາທີ່ຈະຮັບລາງວັນຕໍ່ໜ້າພຣະເຈົ້າ ແລະ ກາຍມາເປັນທີ່ພໍໃຈໂດຍພຣະອົງ; ທຸກຄົນປາຖະໜາຫາສິ່ງດັ່ງກ່າວ ເມື່ອພວກເຂົາເລີ່ມຕົ້ນເຊື່ອໃນພຣະເຈົ້າ ນັ້ນກໍຍ້ອນວ່າມະນຸດດີ້ນຮົນກັບການສະແຫວງຫາສິ່ງທີ່ສູງສົ່ງກວ່າ ແລະ ບໍ່ມີໃຜຕ້ອງການຖືກປະໄວ້ຢູ່ຫຼັງຄົນອື່ນ. ນີ້ຄືສິ່ງທີ່ຜູ້ຄົນເປັນ. ຍ້ອນເຫດຜົນນີ້ແທ້ໆ ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າຈຶ່ງພະຍາຍາມປະຈົບປະແຈງເພື່ອໃຫ້ພຣະເຈົ້າໃນສະຫວັນນິຍົມຊົມຊອບຕະຫຼອດເວລາ, ແຕ່ໃນຄວາມຈິງແລ້ວ ຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດທີ່ພວກເຈົ້າມີຕໍ່ພຣະເຈົ້ານັ້ນໜ້ອຍກວ່າຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດທີ່ພວກເຈົ້າມີຕໍ່ຕົນເອງອີກ. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ເພາະເຮົາບໍ່ຮັບຮູ້ຄວາມຊື່ສັດທີ່ພວກເຈົ້າມີຕໍ່ພຣະເຈົ້າເລີຍ ແລະ ຍິ່ງໄປກວ່ານັ້ນ ຍ້ອນເຮົາປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ມີຢູ່ໃນຫົວໃຈຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ພວກເຈົ້ານະມັດສະການ ເຊິ່ງເປັນພຣະເຈົ້າເລື່ອນລອຍທີ່ພວກເຈົ້າສັນລະເສີນນັ້ນ ບໍ່ມີຢູ່ຈິງເລີຍ. ເຫດຜົນທີ່ເຮົາສາມາດເວົ້າສິ່ງນີ້ໄດ້ຢ່າງແນ່ນອນກໍເພາະວ່າ ພວກເຈົ້າຫ່າງໄກຈາກພຣະເຈົ້າທີ່ເປັນຈິງຫຼາຍ. ເຫດຜົນສຳລັບຄວາມຊື່ສັດຂອງພວກເຈົ້າແມ່ນຮູບບູຊາທີ່ຢູ່ພາຍໃນຫົວໃຈຂອງພວກເຈົ້າ; ແຕ່ໃນຂະນະດຽວກັນ ສຳລັບເຮົາແລ້ວ ພຣະເຈົ້າທີ່ພວກເຈົ້າເບິ່ງຄືວ່າບໍ່ຍິ່ງໃຫຍ່ ຫຼື ເລັກນ້ອຍ, ພວກເຈົ້າພຽງແຕ່ຮັບຮູ້ເຮົາດ້ວຍຄຳເວົ້າເທົ່ານັ້ນ. ເມື່ອເຮົາເວົ້າວ່າພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍນັ້ນ ເຮົາໝາຍຄວາມວ່າພວກເຈົ້າໄດ້ຫ່າງໄກຈາກພຣະເຈົ້າທີ່ແທ້ຈິງ, ໃນຂະນະທີ່ພຣະເຈົ້າທີ່ເລື່ອນລອຍເບິ່ງຄືວ່າໃກ້ໂຕພວກເຈົ້າ. ເມື່ອເຮົາເວົ້າວ່າ “ບໍ່ຍິ່ງໃຫຍ່” ມັນແມ່ນເວົ້າເຖິງວິທີການທີ່ພຣະເຈົ້າທີ່ພວກເຈົ້າເຊື່ອໃນປັດຈຸບັນນີ້ເບິ່ງຄືວ່າເປັນພຽງແຕ່ມະນຸດທີ່ປາສະຈາກຄວາມສາມາດທີ່ຍິ່ງໃຫຍ່, ເປັນມະນຸດທີ່ບໍ່ສູງສົ່ງ. ເມື່ອເຮົາເວົ້າວ່າ “ບໍ່ນ້ອຍ”, ສິ່ງນີ້ໝາຍຄວາມວ່າ ເຖິງແມ່ນວ່າມະນຸດຄົນນີ້ບໍ່ສາມາດເອີ້ນລົມ ແລະ ຄວບຄຸມຝົນ, ເຖິງຢ່າງໃດກໍຕາມ ພຣະອົງສາມາດເອີ້ນຫາພຣະວິນຍານຂອງພຣະເຈົ້າໃຫ້ປະຕິບັດພາລະກິດທີ່ສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກໄດ້ ເຊິ່ງເຮັດໃຫ້ມະນຸດອັດສະຈັນໃຈຢ່າງສິ້ນເຊີງ. ຢູ່ພາຍນອກ ພວກເຈົ້າທັງໝົດເບິ່ງຄືກັບວ່າ
- [ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ](https://lo.kingdomsalvation.org/understand-God-s-disposition.html) - ມີຫຼາຍສິ່ງທີ່ເຮົາຄາດຫວັງໃຫ້ພວກເຈົ້າບັນລຸ. ເຖິງແນວໃດກໍຕາມ ບໍ່ແມ່ນການກະທຳທັງໝົດຂອງພວກເຈົ້າ, ບໍ່ແມ່ນທຸກສິ່ງກ່ຽວກັບຊີວິດຂອງພວກເຈົ້າທີ່ສາມາດສະໜອງສິ່ງທີ່ເຮົາຮຽກຮ້ອງ ສະນັ້ນ ເຮົາບໍ່ມີທາງເລືອກອື່ນນອກຈາກທີ່ຈະເຂົ້າປະເດັນໂດຍກົງ ແລະ ອະທິບາຍກັບພວກເຈົ້າເຖິງຄວາມປະສົງຂອງເຮົາ. ເນື່ອງຈາກການສັງເກດຂອງພວກເຈົ້າຍັງຕໍ່າ ແລະ ການເຂົ້າໃຈຂອງພວກເຈົ້າກໍຕໍ່າເຊັ່ນດຽວກັນ ພວກເຈົ້າຈຶ່ງເກືອບບໍ່ຮູ້ເຖິງອຸປະນິໄສ ແລະ ແກ່ນແທ້ຂອງເຮົາເລີຍ ແລະ ດ້ວຍເຫດນັ້ນ ມັນຈຶ່ງເປັນເລື່ອງຮີບດ່ວນທີ່ເຮົາຕ້ອງແຈ້ງໃຫ້ພວກເຈົ້າຮູ້ກ່ຽວກັບສິ່ງເຫຼົ່ານັ້ນ. ບໍ່ວ່າແຕ່ກ່ອນເຈົ້າໄດ້ເຂົ້າໃຈຫຼາຍສໍ່າໃດກໍຕາມ, ເຈົ້າປາຖະໜາທີ່ຈະເຂົ້າໃຈບັນຫາເຫຼົ່ານີ້ ຫຼື ບໍ່, ເຮົາຍັງຕ້ອງອະທິບາຍສິ່ງເຫຼົ່ານີ້ໃຫ້ເຈົ້າຮູ້ຢ່າງລະອຽດ. ບັນຫາເຫຼົ່ານີ້ບໍ່ແມ່ນສິ່ງທີ່ແປກໃໝ່ທັງໝົດສໍາລັບພວກເຈົ້າ ແຕ່ພວກເຈົ້າກໍຂາດຄວາມເຂົ້າໃຈຫຼາຍສິ່ງຢ່າງ, ຄວາມຄຸ້ນເຄີຍຫຼາຍຢ່າງກັບຄວາມໝາຍກ່ຽວກັບສິ່ງເຫຼົ່ານັ້ນ. ພວກເຈົ້າຫຼາຍຄົນພຽງແຕ່ມີຄວາມເຂົ້າໃຈແບບມືດມົວ ແລະ ຄວາມເຂົ້າໃຈພຽງແຕ່ບາງສ່ວນ ແລະ ບໍ່ຄົບຖ້ວນເລີຍ. ເພື່ອຊ່ວຍໃຫ້ພວກເຈົ້າປະຕິບັດຄວາມຈິງໄດ້ດີຍິ່ງຂຶ້ນ ນັ້ນກໍຄື ເພື່ອນໍາພຣະທຳຂອງເຮົາເຂົ້າສູ່ການປະຕິບັດໄດ້ດີຍິ່ງຂຶ້ນ ເຮົາຄິດວ່າ ສິ່ງເຫຼົ່ານີ້ຄືບັນຫາສິ່ງທີ່ພວກເຈົ້າຕ້ອງຮຽນຮູ້ຈັກກ່ອນ ແລະ ສຳຄັນທີ່ສຸດ. ຖ້າບໍ່ດັ່ງນັ້ນ ຄວາມເຊື່ອຂອງພວກເຈົ້າກໍຈະຍັງຄົງບໍ່ແຈ່ມແຈ້ງ, ໜ້າຊື່ໃຈຄົດ ແລະ ເຕັມໄປດ້ວຍກັບດັກແຫ່ງສາສະໜາ. ຖ້າເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລ້ວມັນກໍເປັນໄປບໍ່ໄດ້ທີ່ເຈົ້າຈະປະຕິບັດພາລະກິດທີ່ເຈົ້າຄວນປະຕິບັດເພື່ອພຣະອົງ. ຖ້າຫາກເຈົ້າບໍ່ຮູ້ຈັກແກ່ນແທ້ຂອງພຣະເຈົ້າ ແລ້ວມັນກໍ່ເປັນໄປບໍ່ໄດ້ທີ່ເຈົ້າຈະສະແດງການເຄົາລົບ ແລະ ຄວາມຢຳເກງຕໍ່ພຣະອົງ; ກົງກັນຂ້າມ ຈະມີພຽງຄວາມພໍເປັນພິທີໂດຍບໍ່ເອົາໃຈໃສ່ ແລະ ການເວົ້າແຕ່ປາກ ແລະ ຍິ່ງໄປກວ່ານັ້ນພາກັນໝິ່ນປະໝາດຈົນຕິດນິໄສ. ເຖິງແມ່ນວ່າ
- [ການກະທຳຜິດຈະນໍາພາມະນຸດໄປສູ່ນະຮົກ](https://lo.kingdomsalvation.org/transgressions-will-take-man-to-hell.html) - ເຮົາໄດ້ເຕືອນພວກເຈົ້າຫຼາຍຄັ້ງ ແລະ ໄດ້ປະທານຄວາມຈິງຫຼາຍຂໍ້ແກ່ພວກເຈົ້າເພື່ອເອົາຊະນະພວກເຈົ້າ. ໃນຕອນນີ້ ພວກເຈົ້າທຸກຄົນຮູ້ສຶກອຸດົມສົມບູນຫຼາຍຂຶ້ນກວ່າທີ່ເຈົ້າເປັນໃນອະດີດ, ເຂົ້າໃຈຫຼັກການຫຼາຍຂໍ້ກ່ຽວກັບວິທີທີ່ຄົນໆໜຶ່ງຄວນເປັນ ແລະ ເຈົ້າມີສາມັນສໍານຶກຫຼາຍດັ່ງທີ່ຄົນຊື່ສັດຄວນມີ. ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບເປັນເວລາຫຼາຍປີແລ້ວ. ທັງໝົດນີ້ຄືຜົນເກັບກ່ຽວທີ່ພວກເຈົ້າໄດ້ເກັບຕະຫຼອດຊ່ວງເວລາຫຼາຍປີ. ເຮົາບໍ່ໄດ້ປະຕິເສດຄວາມສຳເລັດຂອງພວກເຈົ້າ, ແຕ່ເຮົາຍັງຕ້ອງເວົ້າຢ່າງກົງໄປກົງມາວ່າເຮົາຍັງບໍ່ໄດ້ປະຕິເສດການບໍ່ເຊື່ອຟັງ ແລະ ການກະບົດທັງຫຼາຍທີ່ພວກເຈົ້າມີຕໍ່ເຮົາຕະຫຼອດເວລາຫຼາຍປີມານີ້, ຍ້ອນວ່າໃນທ່າມກາງພວກເຈົ້າແມ່ນບໍ່ມີນັກບຸນແມ່ນແຕ່ຄົນດຽວ. ພວກເຈົ້າແມ່ນຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ໂດຍບໍ່ມີຂໍ້ຍົກເວັ້ນ; ພວກເຈົ້າເປັນສັດຕູຂອງພຣະຄຣິດ. ຈົນເຖິງປັດຈຸບັນ, ການເຮັດຜິດ ແລະ ການບໍ່ເຊື່ອຟັງຂອງພວກເຈົ້າແມ່ນນັບບໍ່ຖ້ວນ, ດ້ວຍເຫດນັ້ນ ມັນຈິ່ງບໍ່ຄ່ອຍແປກ ທີ່ເຮົາໄດ້ເວົ້າຊໍ້າຕະຫຼອດເວລາຢູ່ຕໍ່ໜ້າພວກເຈົ້າ. ເຮົາບໍ່ຢາກດໍາລົງຊີວິດແບບນີ້ກັບພວກເຈົ້າ, ແຕ່ເພື່ອເຫັນແກ່ອະນາຄົດຂອງພວກເຈົ້າ, ເພື່ອຈຸດໝາຍປາຍທາງຂອງພວກເຈົ້າ, ເຮົາຈິ່ງຈະທວນຄືນສິ່ງທີ່ເຮົາໄດ້ເວົ້າອີກຄັ້ງໃນທີ່ນີ້. ເຮົາຫວັງວ່າ ພວກເຈົ້າຈະເຮັດຕາມໃຈເຮົາ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຊື່ອຖ້ອຍຄຳທຸກຂໍ້ຂອງເຮົາ ແລະ ຮູ້ສຶກຂອບໃຈຕໍ່ຄວາມໝາຍທີ່ເລິກເຊິ່ງໃນພຣະທໍາຂອງເຮົາ. ຈົ່ງຢ່າສົງໄສກ່ຽວກັບສິ່ງທີ່ເຮົາເວົ້າ, ຢ່າພຽງແຕ່ຮັບເອົາພຣະທຳຂອງເຮົາຕາມທີ່ເຈົ້າປາຖະໜາ ແລະ ໂຍນພວກມັນຕາມອຳເພີໃຈ; ເຮົາເຫັນວ່ານີ້ຄືສິ່ງທີ່ຮັບບໍ່ໄດ້. ຈົ່ງຢ່າຕັດສິນພຣະທໍາຂອງເຮົາ ແລະ ຢ່າວ່າແຕ່ການຖືເບົາຕໍ່ພຣະທໍາເຫຼົ່ານັ້ນເລີຍ ຫຼື ເວົ້າວ່າເຮົາລໍ້ລວງພວກເຈົ້າຕະຫຼອດ ຫຼື ຮ້າຍໄປກວ່ານັ້ນ ແມ່ນການເວົ້າວ່າ ສິ່ງທີ່ເຮົາບອກພວກເຈົ້າແມ່ນບໍ່ມີຄວາມຖືກຕ້ອງ. ເຮົາເຫັນວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ຮັບບໍ່ໄດ້. ຍ້ອນພວກເຈົ້າປະຕິບັດຕໍ່ເຮົາ ແລະ ປະຕິບັດຕໍ່ສິ່ງທີ່ເຮົາເວົ້າດ້ວຍຄວາມສົງໄສແບບນັ້ນ,
- [ຄຳຕັກເຕືອນສາມຂໍ້](https://lo.kingdomsalvation.org/three-admonitions.html) - ໃນຖານະເປັນຜູ້ທີ່ເຊື່ອໃນພຣະເຈົ້າ ເຈົ້າບໍ່ຄວນຈົງຮັກພັກດີຕໍ່ຜູ້ໃດນອກຈາກຕໍ່ພຣະອົງໃນທຸກສິ່ງ ແລະ ຕ້ອງສາມາດປະຕິບັດຕາມຄວາມປະສົງຂອງພຣະອົງໃນທຸກຢ່າງ. ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າທຸກຄົນເຂົ້າໃຈຂໍ້ຄວາມນີ້ ເພາະຄວາມຫຍຸ້ງຍາກຫຼາຍຢ່າງ, ເພາະຄວາມບໍ່ຮູ້, ຄວາມບໍ່ມີເຫດຜົນ ແລະ ຄວາມເສື່ອມຊາມຂອງເຂົາ, ຕົວຢ່າງ: ຄວາມຈິງເຫຼົ່ານີ້ເຊິ່ງຊັດເຈນ ແລະ ພື້ນຖານທີ່ສຸດໃນບັນດາຄວາມຈິງທັງໝົດ ບໍ່ໄດ້ຊັດເຈນໃນເຂົາຢ່າງສິ້ນເຊີງ ແລະ ດ້ວຍເຫດນັ້ນ ກ່ອນທີ່ຈຸດຈົບຂອງພວກເຂົາຈະຖືກກຳນົດໄວ້ໃນກ້ອນຫີນ, ເຮົາຄວນຈະບອກພວກເຈົ້າບາງຢ່າງກ່ອນເຊິ່ງມັນເປັນສິ່ງທີ່ສໍາຄັນທີ່ສຸດຕໍ່ກັບພວກເຈົ້າ. ກ່ອນທີ່ເຮົາຈະສືບຕໍ່, ພວກເຈົ້າຄວນເຂົ້າໃຈສິ່ງນີ້ກ່ອນ: ພຣະທໍາທີ່ເຮົາກ່າວແມ່ນຄວາມຈິງທີ່ມີຕໍ່ມະນຸດຊາດທັງປວງ; ພວກເຂົາບໍ່ໄດ້ຖືກນໍາສະເໜີສະເພາະຕໍ່ກັບບຸກຄົນໃດຄົນໜຶ່ງ ຫຼື ຄົນບາງປະເພດເທົ່ານັ້ນ. ດັ່ງນັ້ນ ພວກເຈົ້າຄວນຕັ້ງໃຈທີ່ຈະເຂົ້າໃຈພຣະທໍາຂອງເຮົາຈາກຈຸດຢືນຂອງຄວາມຈິງ ແລະ ຕ້ອງມີທ່າທີ່ມີຄວາມເອົາໃຈໃສ່ ແລະ ຄວາມຈິງໃຈຢ່າງໜັກແໜ້ນ; ບໍ່ເມີນເສີຍຕໍ່ພຣະທໍາແມ່ນແຕ່ຄໍາດຽວ ຫຼື ຄວາມຈິງທີ່ເຮົາເວົ້າ ແລະ ບໍ່ໃຫ້ຖືເບົາໃນພຣະທໍາທັງໝົດຂອງເຮົາ. ໃນຊີວິດຂອງພວກເຈົ້າ ເຮົາເຫັນຫຼາຍຢ່າງທີ່ ພວກເຈົ້າກະທຳທີ່ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ດ້ວຍເຫດນີ້ ເຮົາຈຶ່ງຂໍຮ້ອງພວກເຈົ້າໂດຍສະເພາະໃຫ້ພວກເຈົ້າເປັນຜູ້ຮັບໃຊ້ຄວາມຈິງ ແລະ ບໍ່ໃຫ້ເປັນທາດແຫ່ງຄວາມຊົ່ວຮ້າຍ ແລະ ຄວາມໜ້າລັງກຽດ ແລະ ບໍ່ໃຫ້ພວກເຈົ້າຢຽບຢ່ຳຄວາມຈິງ ຫຼື ເຮັດໃຫ້ມຸມໃດໜຶ່ງຂອງພຣະວິຫານຂອງພຣະເຈົ້າເປິເປື້ອນ. ນີ້ຄືຄໍາພຣະໂອວາດຂອງເຮົາທີ່ມີຕໍ່ພວກເຈົ້າ. ບັດນີ້ ເຮົາຈະເລີ່ມເວົ້າກ່ຽວກັບຫົວຂໍ້ທີ່ມີຢູ່ໃນປັດຈຸບັນ. ຢ່າງທໍາອິດ,
- [ວ່າດ້ວຍເລື່ອງຈຸດໝາຍປາຍທາງ](https://lo.kingdomsalvation.org/on-destination.html) - ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ພວກເຈົ້າປະຕິບັດກັບມັນດ້ວຍຄວາມຈິງຈັງເປັນພິເສດ; ຍິ່ງໄປກວ່ານັ້ນ, ມັນເປັນສິ່ງທີ່ພວກເຈົ້າທຸກຄົນຄວນລະມັດລະວັງເປັນພິເສດ. ພວກເຈົ້າບາງຄົນບໍ່ສາມາດລໍຖ້າທີ່ຈະກົ້ມກາບລົງພື້ນ, ຄຸເຂົ່າໃຫ້ກັບພຣະເຈົ້າເພື່ອລົງເອີຍດ້ວຍຈຸດໝາຍປາຍທາງທີ່ດີ. ເຮົາສາມາດພິສູດຄວາມກະຕືລືລົ້ນຂອງພວກເຈົ້າ ເຊິ່ງບໍ່ຈຳເປັນຕ້ອງສະແດງອອກເປັນຄຳເວົ້າກໍໄດ້. ພວກເຈົ້າບໍ່ຕ້ອງການໃຫ້ເນື້ອໜັງຂອງພວກເຈົ້າຕົກລົງສູ່ໄພພິບັດຢ່າງແນ່ນອນ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າບໍ່ຕ້ອງການຖືກລົງໂທດນິລັນດອນໃນອະນາຄົດ. ພວກເຈົ້າພຽງແຕ່ຫວັງທີ່ຈະດຳລົງຊີວິດຢ່າງລຽບງ່າຍ ແລະ ເປັນອິດສະຫຼະຫຼາຍຂຶ້ນ. ແລ້ວສະນັ້ນ ພວກເຈົ້າຈຶ່ງຮູ້ສຶກກັງວົນໃຈເປັນພິເສດ ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ໂດຍຢ້ານຢູ່ເລິກໆວ່າ ຖ້າພວກເຈົ້າບໍ່ຕັ້ງໃຈພໍ ພວກເຈົ້າອາດຈະລ່ວງເກີນພຣະເຈົ້າ ແລະ ຍ້ອນເຫດນັ້ນ ຈະປະສົບກັບຜົນກຳສະໜອງທີ່ສົມຄວນ. ພວກເຈົ້າບໍ່ລັງເລທີ່ຈະອ່ອນນ້ອມເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ພວກເຈົ້າທັງຫຼາຍທີ່ເຄີຍຄົດໂກງ ແລະ ບໍ່ຈິງຈັງມາກ່ອນ ກໍກາຍເປັນຄົນທີ່ອ່ອນໂຍນເປັນພິເສດ ແລະ ມີຄວາມຈິງໃຈໃນທັນທີທັນໃດ; ການປາກົດຂອງຄວາມຈິງໃຈຂອງເຈົ້າເຮັດໃຫ້ຜູ້ຄົນໜາວສັ່ນເຖິງກະດູກ. ບໍ່ວ່າຫຍັງກໍຕາມ, ພວກເຈົ້າທຸກຄົນມີຫົວໃຈທີ່ “ສັດຊື່” ແລະ ພວກເຈົ້າໄດ້ເປີດໃຈກັບເຮົາ ເຖິງຄວາມລັບທີ່ຢູ່ໃນຫົວໃຈຂອງພວກເຈົ້າ ໂດຍບໍ່ໄດ້ເຊື່ອງຄວາມລັບຫຍັງໄວ້, ບໍ່ວ່າຈະເປັນການກ່າວໂທດ, ການຫຼອກລວງ ຫຼື ການອຸທິດຕົນ. ໂດຍລວມແລ້ວ ພວກເຈົ້າໄດ້ “ສາລະພາບ” ຕໍ່ເຮົາຈາກສ່ວນເລິກທີ່ສຸດຂອງການເປັນຢູ່ຂອງພວກເຈົ້າ ແບບກົງໄປກົງມາກ່ຽວກັບສິ່ງທີ່ສໍາຄັນ. ແນ່ນອນ, ເຮົາບໍ່ເຄີຍຫຼີກເວັ້ນສິ່ງດັ່ງກ່າວ ເພາະພວກມັນໄດ້ກາຍມາເປັນເລື່ອງທຳມະດາສຳລັບເຮົາ. ພວກເຈົ້າແມ່ນຍອມລົງສູ່ທະເລໄຟເພື່ອຈຸດໝາຍປາຍທາງຂອງພວກເຈົ້າ ແຕ່ບໍ່ຍອມສູນເສຍເສັ້ນຜົມແມ່ນແຕ່ເສັ້ນດຽວເພື່ອຮັບເອົາການເຫັນດີຂອງພຣະເຈົ້າ. ມັນບໍ່ແມ່ນວ່າເຮົາແຂງກະດ້າງກັບພວກເຈົ້າຫຼາຍເກີນໄປ;
- [ເຈົ້າຈົງຮັກພັກດີຕໍ່ຜູ້ໃດກັນແທ້?](https://lo.kingdomsalvation.org/to-whom-are-you-loyal.html) - ໃນຕອນນີ້ ແຕ່ລະມື້ທີ່ພວກເຈົ້າດໍາເນີນຊີວິດຢູ່ແມ່ນສຳຄັນຫຼາຍ ແລະ ມີຄວາມສໍາຄັນທີ່ສຸດຕໍ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ຊະຕາກໍາຂອງພວກເຈົ້າ. ເພາະສະນັ້ນ ພວກເຈົ້າຈໍາເປັນຕ້ອງຖະໜອມທຸກສິ່ງທີ່ພວກເຈົ້າມີໃນມື້ນີ້ ແລະ ເຫັນຄຸນຄ່າໃນທຸກນາທີທີ່ຜ່ານໄປ. ເຈົ້າຕ້ອງໃຊ້ເວລາຂອງເຈົ້າໃຫ້ຄຸ້ມຄ່າເພື່ອໃຫ້ຕົວຂອງເຈົ້າເອງໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ ເພື່ອວ່າເຈົ້າຈະບໍ່ໄດ້ໃຊ້ຊີວິດນີ້ຢ່າງສູນເປົ່າ. ພວກເຈົ້າອາດຈະຮູ້ສຶກສັບສົນວ່າ ເປັນຫຍັງເຮົາຈຶ່ງເວົ້າຄຳເຫຼົ່ານີ້ອອກມາ. ເວົ້າກົງໆກໍຄື ເຮົາເອງກໍບໍ່ພໍໃຈກັບພຶດຕິກຳຂອງພວກເຈົ້າຜູ້ໃດຜູ້ໜຶ່ງເລີຍ ເພາະຄວາມຫວັງທີ່ເຮົາມີຕໍ່ພວກເຈົ້າບໍ່ແມ່ນສິ່ງທີ່ພວກເຈົ້າເປັນຢູ່ໃນທຸກມື້ນີ້. ສະນັ້ນ ເຮົາຈຶ່ງສາມາດເວົ້າໄດ້ເລີຍວ່າ: ພວກເຈົ້າແຕ່ລະຄົນແມ່ນຢູ່ໃກ້ກັບອັນຕະລາຍ ແລະ ການຮ້ອງໄຫ້ໃນອະດີດເພື່ອຂໍຄວາມຊ່ວຍເຫຼືອ ແລະ ຄວາມປາຖະໜາໃນແຕ່ກ່ອນທີ່ຈະສະແຫວງຫາຄວາມຈິງ ແລະ ສະແຫວງຫາຄວາມສະຫວ່າງແມ່ນໃກ້ຈະສິ້ນສຸດລົງແລ້ວ. ນີ້ຄືການສະແດງເຖິງການຕອບແທນຄັ້ງສຸດທ້າຍຂອງພວກເຈົ້າ ແລະ ມັນເປັນສິ່ງທີ່ເຮົາບໍ່ເຄີຍຄາດຫວັງເລີຍ. ເຮົາບໍ່ປາຖະໜາທີ່ຈະເວົ້າໃນສິ່ງທີ່ຂັດກັບຂໍ້ແທ້ຈິງ, ຍ້ອນພວກເຈົ້າໄດ້ເຮັດໃຫ້ເຮົາຜິດຫວັງຫຼາຍ. ບາງເທື່ອ ພວກເຈົ້າປາຖະໜາທີ່ຍອມຮັບເອົາສິ່ງນີ້ໂດຍບໍ່ຕໍ່ສູ້, ບໍ່ຕ້ອງການຜະເຊີນກັບຄວາມເປັນຈິງ, ແຕ່ເຮົາກໍຕ້ອງຖາມເຈົ້າເຖິງສິ່ງນີ້ຢ່າງຈິງຈັງ: ໃນຫຼາຍປີເຫຼົ່ານີ້, ຫົວໃຈຂອງພວກເຈົ້າແມ່ນເຕັມໄປດ້ວຍຫຍັງ? ຫົວໃຈຂອງພວກເຈົ້າຈົງຮັກພັກດີຕໍ່ຜູ້ໃດ? ຢ່າເວົ້າວ່າຄຳຖາມເຫຼົ່ານີ້ແມ່ນກະທັນຫັນເກີນໄປ ແລະ ຢ່າຖາມເຮົາວ່າເປັນຫຍັງເຮົາຈຶ່ງຕັ້ງຄຳຖາມແບບນີ້. ໃຫ້ຮູ້ວ່າ: ມັນເປັນເພາະເຮົາຮູ້ຈັກພວກເຈົ້າດີຫຼາຍ, ເປັນຫ່ວງເປັນໄຍພວກເຈົ້າຫຼາຍ ແລະ ທຸ້ມເທຫຼາຍຢ່າງໃນຫົວໃຈຂອງເຮົາເຂົ້າໃນພຶດຕິກຳ ແລະ ການກະທຳຂອງພວກເຈົ້າ, ເຮົາຈຶ່ງຕັ້ງຄໍາຖາມກັບພວກເຈົ້າຢ່າງບໍ່ຢຸດຢັ້ງ ແລະ ທົນທຸກຕໍ່ຄວາມຍາກລຳບາກອັນຂົມຂື່ນ. ແຕ່ປານນັ້ນ ເຈົ້າກໍບໍ່ໄດ້ຕອບແທນເຮົາດ້ວຍຫຍັງ ນອກຈາກຄວາມເສີຍເມີຍ ແລະ
- [ກະກຽມການກະທໍາທີ່ດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ](https://lo.kingdomsalvation.org/prepare-good-deeds-for-destination.html) - ເຮົາໄດ້ເຮັດພາລະກິດຫຼາຍຢ່າງທ່າມກາງພວກເຈົ້າ ແລະ ແນ່ນອນວ່າ ເຮົາໄດ້ກ່າວຖ້ອຍຄຳຈຳນວນໜຶ່ງເຊັ່ນກັນ. ແຕ່ເຮົາກໍ່ສາມາດຫ້າມບໍ່ໃຫ້ຮູ້ສຶກວ່າ ພຣະທໍາຂອງເຮົາ ແລະ ພາລະກິດຂອງເຮົາຍັງບໍ່ທັນບັນລຸຕາມຈຸດປະສົງໃນພາລະກິດຂອງເຮົາໃນຍຸກສຸດທ້າຍຢ່າງສົມບູນ. ເນື່ອງຈາກວ່າໃນຍຸກສຸດທ້າຍນີ້ ພາລະກິດຂອງເຮົາບໍ່ແມ່ນເພື່ອເຫັນແກ່ຜູ້ໃດຜູ້ໜຶ່ງ ຫຼື ຜູ້ຄົນໃດໜຶ່ງ ແຕ່ແມ່ນເພື່ອສະແດງອຸປະນິໄສໂດຍທຳມະຊາດຂອງເຮົາ. ເຖິງຢ່າງໃດກໍຕາມ, ຍ້ອນຫຼາຍສາເຫດ ບາງເທື່ອກໍ່ອາດເປັນຍ້ອນບໍ່ມີເວລາ ຫຼື ຫຍຸ້ງຢູ່ກັບວຽກ, ຜູ້ຄົນຈຶ່ງບໍ່ໄດ້ຮັບຄວາມຮູ້ໃດໆກ່ຽວກັບເຮົາຈາກອຸປະນິໄສຂອງເຮົາເລີຍ. ເພາະສະນັ້ນ ເຮົາຈຶ່ງກ້າວເຂົ້າສູ່ແຜນການໃໝ່ຂອງເຮົາ, ພາລະກິດຂັ້ນສຸດທ້າຍຂອງເຮົາ ແລະ ເປີດໜ້າໃໝ່ໃນພາລະກິດຂອງເຮົາ ເພື່ອໃຫ້ທຸກຄົນທີ່ເຫັນເຮົາຈະທຸບຕີເອິກຂອງພວກເຂົາ ແລະ ຮ້ອງໄຫ້ຄໍ່າຄວນຢູ່ບໍ່ເຊົາຍ້ອນການມີຢູ່ຂອງເຮົາ. ນີ້ກໍຍ້ອນວ່າ ເຮົາຈະນໍາຈຸດຈົບຂອງມະນຸດມາສູ່ໂລກ ແລະ ນັບຈາກຈຸດນີ້ເປັນຕົ້ນໄປ ເຮົາຈະເປີດເຜີຍອຸປະນິໄສທັງໝົດຂອງເຮົາຕໍ່ໜ້າມະນຸດຊາດ ເພື່ອໃຫ້ທຸກຄົນທີ່ຮູ້ຈັກເຮົາ ແລະ ທຸກຄົນທີ່ບໍ່ຮູ້ຈັກເຮົາໄດ້ເຫັນເຕັມຕາ ແລະ ຮູ້ວ່າເຮົາໄດ້ມາເຖິງໂລກມະນຸດແທ້ໆ, ໄດ້ມາຍັງແຜ່ນດິນໂລກບ່ອນທີ່ທຸກສິ່ງຢ່າງແຜ່ຂະຫຍາຍ. ນີ້ແມ່ນແຜນການຂອງເຮົາ ແລະ “ການສາລະພາບ” ດຽວຂອງເຮົາຕັ້ງແຕ່ທີ່ເຮົາໄດ້ສ້າງມະນຸດຊາດ. ຂໍໃຫ້ພວກເຈົ້າຈະເອົາໃຈໃສ່ເຝົ້າຕິດຕາມທຸກການເຄື່ອນໄຫວຂອງເຮົາຢ່າງຕັ້ງໃຈ, ເພາະໄມ້ຄ້ອນຂອງເຮົາຍັບເຂົ້າໃກ້ມະນຸດຊາດ, ເຂົ້າໃກ້ບັນດາຜູ້ທີ່ຕໍ່ຕ້ານເຮົາ. ເຮົາລິເລີ່ມພາລະກິດທີ່ເຮົາຕ້ອງປະຕິບັດຮ່ວມກັບສະຫວັນ. ແລ້ວເຮົາຍ່າງໄປມາທ່າມກາງກະແສຂອງຜູ້ຄົນ ແລະ ຍັບໄປມາລະຫວ່າງສະຫວັນ ແລະ ແຜ່ນດິນໂລກ ໂດຍບໍ່ມີຜູ້ໃດສັງເກດເຫັນການເຄື່ອນໄຫວຂອງເຮົາ ຫຼື ສັງເກດເຫັນພຣະທໍາຂອງເຮົາ. ສະນັ້ນ,
- [ມີພຽງແຕ່ພຣະຄຣິສແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດປະທານຫົນທາງແຫ່ງຊີວິດຊົ່ວນິລັນດອນໃຫ້ກັບມະນຸດໄດ້](https://lo.kingdomsalvation.org/Christ-give-way-of-eternal-life.html) - ເສັ້ນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ບຸກຄົນໃດກໍສາມາດມີໄດ້ ແລະ ມັນບໍ່ແມ່ນສິ່ງທີ່ຄົນທຸກຄົນກໍສາມາດໄດ້ຮັບຢ່າງງ່າຍດາຍ. ນີ້ກໍຍ້ອນວ່າຊີວິດແມ່ນສາມາດມາຈາກພຣະເຈົ້າເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າເອງທີ່ມີແກ່ນແທ້ຂອງຊີວິດ ແລະ ມີພຽງພຣະເຈົ້າເອງທີ່ມີເສັ້ນທາງແຫ່ງຊີວິດ. ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ການສ້າງແຜ່ນດິນໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຈໍານວນຫຼາຍທີ່ມີຄວາມມີຊີວິດຊີວາມາໃຫ້, ພຣະອົງປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ພຣະອົງມີການເສຍສະລະຫຼາຍທີ່ເຮັດໃຫ້ມະນຸດໄດ້ຮັບຊີວິດ. ນີ້ກໍຍ້ອນວ່າພຣະເຈົ້າເອງເປັນຊີວິດນິລັນດອນ ແລະ ພຣະເຈົ້າເອງເປັນເສັ້ນທາງທີ່ມະນຸດຈະສາມາດຖືກເຮັດໃຫ້ຟື້ນຊີວິດໄດ້. ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ພຣະອົງອາໄສຢູ່ທ່າມກາງຜູ້ຄົນຕະຫຼອດເວລາ. ພຣະອົງເປັນກໍາລັງຜັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການດໍາລົງຢູ່ຂອງມະນຸດ ແລະ ເປັນຊັບພະຍາກອນທີ່ອຸດົມສົມບູນສໍາລັບການດໍາລົງຢູ່ຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ຜູ້ຄົນເກີດໃໝ່ ແລະ ເຮັດໃຫ້ພວກເຂົາສາມາດດຳລົງຊີວິດໃນບົດບາດສ່ວນຕົວຂອງພວກເຂົາເອງຢ່າງໜຽວແໜ້ນ. ການອາໄສລິດທານຸພາບຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ໃນຂະນະທີ່ພະລັງແຫ່ງຊີວິດຂອງພຣະເຈົ້າໄດ້ໃຫ້ການຄໍ້າຊູໃນທ່າມກາງມະນຸດຢ່າງສະໝໍ່າສະເໝີ ແລະ ພຣະເຈົ້າໄດ້ເສຍສະລະໃນສິ່ງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍເສຍສະຫຼະມາກ່ອນ. ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາຊະນະເໜືອລິດອຳນາດທັງປວງ; ຫຼາຍໄປກວ່ານັ້ນ ມັນຍັງເໜືອກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດທານຸພາບຂອງພຣະອົງເໜືອສາມັນ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກປາບໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງດ້ວຍລັດສະໝີທີ່ເປັ່ງປະກາຍ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດມີການປ່ຽນແປງຢ່າງຫຼວງຫຼາຍ,
- [ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ](https://lo.kingdomsalvation.org/God-done-great-thing-among-men.html) - ຍຸກເກົ່າໄດ້ຜ່ານໄປ ແລະ ຍຸກໃໝ່ໄດ້ມາເຖິງ. ປີແລ້ວປີເລົ່າ ແລະ ມື້ແລ້ວມື້ເລົ່າ, ພຣະເຈົ້າໄດ້ເຮັດພາລະກິດຫຼາຍຢ່າງ. ພຣະອົງໄດ້ເຂົ້າມາໃນໂລກ ແລະ ຫຼັງຈາກນັ້ນກໍ່ຈາກໄປ. ວົງຈອນນີ້ເກີດຂຶ້ນຊໍ້າແລ້ວຊໍ້າອີກຕະຫຼອດຫຼາຍຮຸ່ນຄົນ. ມື້ນີ້ ພຣະເຈົ້າສືບຕໍ່ເຮັດພາລະກິດທີ່ພຣະອົງຕ້ອງເຮັດຄືແຕ່ກ່ອນ ເຊິ່ງເປັນພາລະກິດທີ່ພຣະອົງຍັງບໍ່ທັນສໍາເລັດ ຍ້ອນຈົນມາຮອດທຸກມື້ນີ້ ພຣະອົງຍັງບໍ່ໄດ້ຢຸດພັກ. ນັບຕັ້ງແຕ່ການຊົງສ້າງຈົນຮອດມື້ນີ້, ພຣະເຈົ້າໄດ້ເຮັດພາລະກິດຢ່າງຫຼວງຫຼາຍ. ແຕ່ເຈົ້າຮູ້ບໍວ່າພຣະເຈົ້າໃນປັດຈຸບັນເຮັດພາລະກິດຫຼາຍກວ່າແຕ່ກ່ອນ ແລະ ຂອບເຂດພາລະກິດຂອງພຣະອົງກໍ່ຍິ່ງໃຫຍ່ກວ່າແຕ່ກ່ອນ? ນີ້ຄືເຫດຜົນນີ້ທີ່ເຮົາເວົ້າວ່າພຣະເຈົ້າໄດ້ເຮັດການອັນຍິ່ງໃຫຍ່ທ່າມກາງມະນຸດ. ພາລະກິດທັງໝົດຂອງພຣະເຈົ້າມີຄວາມສໍາຄັນຫຼາຍ ບໍ່ວ່າຈະເປັນການກະທໍາຕໍ່ມະນຸດ ຫຼື ຕໍ່ພຣະເຈົ້າເອງກໍຕາມ ຍ້ອນທຸກລາຍການໃນພາລະກິດຂອງພຣະອົງແມ່ນກ່ຽວພັນກັບມະນຸດ. ຍ້ອນພາລະກິດຂອງພຣະເຈົ້າເປັນສິ່ງທີ່ບໍ່ສາມາດເບິ່ງເຫັນ ຫຼື ສໍາຜັດໄດ້, ແຮງໄກທີ່ໂລກຈະເບິ່ງເຫັນໄດ້, ແລ້ວມັນສາມາດເປັນສິ່ງທີ່ຍິ່ງໃຫຍ່ໄດ້ແນວໃດ? ສິ່ງໃດແທ້ໆຈຶ່ງຈະຖືວ່າຍິ່ງໃຫຍ່? ແນ່ນອນ ບໍ່ມີຜູ້ໃດສາມາດປະຕິເສດໄດ້ວ່າ ໃນພາລະກິດຫຍັງກໍ່ຕາມທີ່ພຣະເຈົ້າເຮັດ, ມັນສາມາດຖືວ່າຍິ່ງໃຫຍ່ໄດ້, ແຕ່ເປັນຫຍັງເຮົາຈິ່ງເວົ້າແບບນີ້ກ່ຽວກັບພາລະກິດທີ່ພຣະເຈົ້າເຮັດໃນມື້ນີ້? ເມື່ອເຮົາເວົ້າວ່າ ພຣະເຈົ້າໄດ້ກະທໍາການອັນຍິ່ງໃຫຍ່, ບໍ່ຕ້ອງສົງໄສເລີຍວ່າ ສິ່ງນີ້ແມ່ນກ່ຽວຂ້ອງກັບຄວາມເລິກລັບຫຼາຍຢ່າງທີ່ມະນຸດຍັງບໍ່ທັນເຂົ້າໃຈ. ໃຫ້ພວກເຮົາເວົ້າເຖິງພວກມັນໃນຕອນນີ້. ພຣະເຢຊູກຳເນີດໃນຮາງຫຍ້າໃນຍຸກທີ່ບໍ່ສາມາດທົນຮັບການເປັນຢູ່ຂອງພຣະອົງ ແຕ່ເຖິງຢ່າງໃດກໍ່ຕາມ ໂລກບໍ່ສາມາດຂວາງທາງພຣະອົງໄດ້ ແລະ ພຣະອົງໄດ້ອາໄສຢູ່ທ່າມກາງມະນຸດເປັນເວລາສາມສິບສາມປີພາຍໃຕ້ການດູແລຂອງພຣະເຈົ້າ. ໃນຕະຫຼອດເວລາຫຼາຍປີເຫຼົ່ານີ້ທີ່ມີຊີວິດ, ພຣະອົງໄດ້ຜະເຊີນກັບຄວາມຂົມຂື່ນໃນໂລກ ແລະ ຊີມລົດຍາກກັບຊີວິດທີ່ທຸກໃຈເທິງແຜ່ນດິນໂລກ. ພຣະອົງໄດ້ແບກຫາບເອົາພາລະໜັກໃນການຖືກຄຶງເທິງໄມ້ກາງແຂນ ເພື່ອໄຖ່ບາບມະນຸດຊາດທັງປວງ. ພຣະອົງໄດ້ໄຖ່ບາບໃຫ້ຄົນບາບທັງໝົດທີ່ຢູ່ພາຍໃຕ້ອຳນາດຂອງຊາຕານ
- [ພຣະຄຣິສປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ](https://lo.kingdomsalvation.org/Christ-does-work-of-judgment-with-truth.html) - ພາລະກິດຂອງຍຸກສຸດທ້າຍແມ່ນເພື່ອຈັດແບ່ງທຸກສິ່ງອອກຕາມປະເພດໃຜປະເພດມັນ ແລະ ເພື່ອສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າ, ເພາະວ່າ ເວລາໃກ້ມາເຖິງແລ້ວ ແລະ ມື້ຂອງພຣະເຈົ້າມາຮອດແລ້ວ. ພຣະເຈົ້ານໍາເອົາທຸກຄົນທີ່ໄດ້ເຂົ້າສູ່ອານາຈັກຂອງພຣະອົງ, ນັ້ນກໍຄື ຜູ້ຄົນທັງໝົດທີ່ຊື່ສັດຕໍ່ພຣະອົງຈົນເຖິງທີ່ສຸດ ເຂົ້າສູ່ຍຸກຂອງພຣະເຈົ້າເອງ. ແຕ່ວ່າ, ພາລະກິດທີ່ພຣະເຈົ້າຕ້ອງປະຕິບັດ ກ່ອນທີ່ຍຸກຂອງພຣະເຈົ້າເອງຈະມາເຖິງນັ້ນ ບໍ່ແມ່ນເພື່ອສັງເກດການປະພຶດຂອງມະນຸດ ຫຼື ຂຸດຄົ້ນຫາຊີວິດຂອງມະນຸດ, ແຕ່ເພື່ອພິພາກສາຄວາມກະບົດຂອງພວກເຂົາ ເພາະວ່າພຣະເຈົ້າຈະຕ້ອງຊໍາລະລ້າງຜູ້ຄົນທັງໝົດທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃຫ້ບໍລິສຸດ. ຜູ້ຄົນທັງໝົດທີ່ໄດ້ເດີນຕາມບາດກ້າວຂອງພຣະເຈົ້າຈົນເຖິງທຸກວັນນີ້ ແມ່ນຜູ້ທີ່ໄດ້ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ດ້ວຍເຫດນີ້ ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍຄືຄົນທີ່ພຣະເຈົ້າຊໍາລະລ້າງໃຫ້ບໍລິສຸດ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍນີ້ ຄືຄົນທີ່ໄດ້ຮັບເອົາການພິພາກສາຂອງພຣະເຈົ້າ. ໃນການພິພາກສາທີ່ເລີ່ມຕົ້ນຈາກຄົວເຮືອນຂອງພຣະເຈົ້ານັ້ນ, “ການພິພາກສາ” ໃນພຣະທໍາເຫຼົ່ານີ້ໝາຍເຖິງ ການພິພາກສາທີ່ພຣະເຈົ້າຈະດໍາເນີນໃນມື້ນີ້ກັບຜູ້ຄົນທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃນຍຸກແຫ່ງສຸດທ້າຍ. ບາງທີອາດຍັງມີຜູ້ຄົນທີ່ເຊື່ອໃນຈິນຕະນາການເໜືອທຳມະຊາດທີ່ວ່າ: ເມື່ອຍຸກສຸດທ້າຍມາເຖິງ, ພຣະເຈົ້າຈະຕັ້ງໂຕະໃຫຍ່ໃນສະຫວັນ, ປູໂຕະນັ້ນດ້ວຍຜ້າສີຂາວ ແລະ ຫລັງຈາກນັ້ນ ພຣະອົງຈະນັ່ງຢູ່ເທິງບັນລັງທີ່ຍິ່ງໃຫຍ່ ໂດຍທີ່ມະນຸດທຸກຄົນຈະພາກັນຄຸເຂົ່າຂາບລົງດິນ, ແລ້ວພຣະອົງຈະເປີດເຜີຍຄວາມບາບຂອງແຕ່ລະຄົນ ແລະ ຫລັງຈາກນັ້ນກໍານົດເບິ່ງວ່າຜູ້ໃດຈະຖືກສົ່ງຂຶ້ນໄປສະຫວັນ ຫຼື ຜູ້ໃດຈະຖືກສົ່ງລົງທະເລສາບແຫ່ງໄຟ ແລະ ມາດ. ບໍ່ວ່າມະນຸດຈະຈິນຕະນາການໄປໃນຮູບແບບໃດກໍຕາມ, ມັນບໍ່ສາມາດປ່ຽນແປງແກ່ນແທ້ຂອງພາລະກິດຂອງພຣະເຈົ້າໄດ້. ການວາດພາບຕ່າງໆນາໆຂອງມະນຸດແມ່ນບໍ່ມີຫຍັງ. ຈິນຕະນາການຂອງມະນຸດເປັນພຽງການສ້າງຂຶ້ນຈາກແນວຄວາມຄິດຂອງມະນຸດ; ພວກມັນມາຈາກສະໝອງຂອງມະນຸດທີ່ສະສົມ ແລະ ຮວບຮວມເອົາເລື່ອງຕ່າງໆນາໆທີ່ຕົນໄດ້ເຫັນ ແລະ ໄດ້ຍິນ.
- [ເຈົ້າແມ່ນຜູ້ເຊື່ອໃນພຣະເຈົ້າແທ້ບໍ?](https://lo.kingdomsalvation.org/are-you-a-true-believer-of-God.html) - ເຈົ້າອາດໄດ້ຍ່າງໃນເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ ຫຼາຍກວ່າໜຶ່ງ ຫຼື ສອງປີ ແລະ ບາງເທື່ອ ເຈົ້າໄດ້ທົນທຸກກັບຄວາມລໍາບາກຫຼາຍຢ່າງໃນຊີວິດຂອງເຈົ້າໃນໄລຍະເວລາຫຼາຍປີນີ້; ຫຼື ບາງເທື່ອເຈົ້າອາດບໍ່ໄດ້ຜະເຊີນກັບຄວາມຍາກລຳບາກຫຼາຍ ແລະ ໄດ້ຮັບຄວາມກະລຸນາຢ່າງຫຼວງຫຼາຍແທນ. ມັນອາດເປັນໄປໄດ້ວ່າເຈົ້າບໍ່ໄດ້ປະສົບກັບຄວາມຍາກລຳບາກ ຫຼື ຄວາມກະລຸນາ, ແຕ່ກົງກັນຂ້າມແມ່ນໄດ້ດຳລົງຊີວິດທີ່ທຳມະດາ. ແນວໃດກໍຕາມ ເຈົ້າຍັງຄົງເປັນຜູ້ຕິດຕາມຂອງພຣະເຈົ້າ, ດັ່ງນັ້ນຂໍໃຫ້ພວກເຮົາມາຮ່ວມສົນທະນາກັນກ່ຽວກັບການຕິດຕາມພຣະອົງ. ເຖິງແນວໃດກໍຕາມ ເຮົາຕ້ອງເຕືອນທຸກຄົນທີ່ອ່ານພຣະທໍາເຫຼົ່ານີ້ວ່າພຣະທໍາຂອງພຣະເຈົ້າແມ່ນແນໃສ່ທຸກຄົນທີ່ຍອມຮັບຮູ້ ແລະ ຕິດຕາມພຣະອົງ, ບໍ່ແມ່ນໃສ່ທຸກຄົນ ບໍ່ວ່າພວກເຂົາຮັບຮູ້ພຣະອົງ ຫຼື ບໍ່. ຖ້າເຈົ້າເຊື່ອວ່າພຣະເຈົ້າກຳລັງກ່າວຕໍ່ຝູງຊົນ, ຕໍ່ທຸກຄົນໃນໂລກ, ແລ້ວພຣະທໍາຂອງພຣະເຈົ້າກໍ່ຈະບໍ່ມີຜົນຫຍັງຕໍ່ເຈົ້າ. ສະນັ້ນ, ເຈົ້າຄວນຈື່ພຣະທໍາເຫຼົ່ານີ້ທັງໝົດໄວ້ໃນຫົວໃຈຂອງເຈົ້າ ແລະ ບໍ່ເອົາຕົນເອງອອກຈາກພຣະທໍາດັ່ງກ່າວ. ໃນກໍລະນີໃດກໍຕາມ, ໃຫ້ພວກເຮົາເວົ້າເຖິງສິ່ງທີ່ກຳລັງເກີດຂຶ້ນຢູ່ໃນເຮືອນຂອງພວກເຮົາ. ຕອນນີ້ ພວກເຈົ້າທຸກຄົນຄວນເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງການເຊື່ອໃນພຣະເຈົ້າ. ຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ແມ່ນກ່ຽວຂ້ອງກັບທາງເຂົ້າດ້ານບວກຂອງພວກເຈົ້າ. ມື້ນີ້ແມ່ນແຕກຕ່າງ: ມື້ນີ້ ເຮົາຈະແຍກແຍະເຖິງແກ່ນແທ້ແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ແນ່ນອນວ່າ ນີ້ແມ່ນການຊີ້ນຳພວກເຈົ້າຈາກດ້ານລົບ; ຖ້າເຮົາບໍ່ເຮັດດັ່ງນີ້, ພວກເຈົ້າກໍ່ຈະບໍ່ຮູ້ຈັກໃບໜ້າທີ່ແທ້ຈິງຂອງພວກເຈົ້າ ແລະ ຈະອວດອ້າງຄວາມສັດທາ ແລະ ຄວາມຊື່ສັດຂອງພວກເຈົ້າຕະຫຼອດໄປ. ມັນຖືກຕ້ອງທີ່ຈະເວົ້າວ່າ ຖ້າເຮົາບໍ່ເປີດໂປງຄວາມຂີ້ຮ້າຍ ໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ, ແລ້ວພວກເຈົ້າແຕ່ລະຄົນກໍ່ຈະວາງມົງກຸດໄວ້ເທິງຫົວຂອງພວກເຈົ້າ ແລະ ໃຫ້ຄວາມສະຫງ່າລາສີທັງໝົດແກ່ພວກເຈົ້າເອງ.
- [ເຈົ້າຄວນສະແຫວງຫາຫົນທາງທີ່ເຂົ້າກັນໄດ້ກັບພຣະຄຣິສ](https://lo.kingdomsalvation.org/way-of-compatibility-with-Christ.html) - ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງມະນຸດ ເຊິ່ງໃນລະຫວ່າງນັ້ນ ເຮົາໄດ້ກ່າວພຣະທຳຫຼາຍຂໍ້. ພຣະທຳເຫຼົ່ານີ້ແມ່ນເຫັນແກ່ຄວາມລອດພົ້ນຂອງມະນຸດ ແລະ ຖືກກ່າວອອກເພື່ອໃຫ້ມະນຸດເຂົ້າກັບເຮົາໄດ້. ເຖິງຢ່າງໃດກໍ່ຕາມ, ເຮົາໄດ້ຮັບພຽງສອງສາມຄົນຢູ່ເທິງໂລກ ເຊິ່ງເປັນຄົນທີ່ສາມາດເຂົ້າກັບເຮົາໄດ້ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ເຊີດຊູພຣະທຳຂອງເຮົາ, ມັນເປັນຍ້ອນມະນຸດບໍ່ສາມາດເຂົ້າກັບເຮົາໄດ້. ໃນລັກສະນະນີ້ ພາລະກິດທີ່ເຮົາປະຕິບັດບໍ່ແມ່ນພຽງແຕ່ເພື່ອໃຫ້ມະນຸດສາມາດນະມັດສະການເຮົາ; ສິ່ງທີ່ສຳຄັນໄປກວ່ານັ້ນກໍ່ຄືເພື່ອໃຫ້ມະນຸດສາມາດເຂົ້າກັບເຮົາໄດ້. ມະນຸດຖືກເຮັດໃຫ້ເສື່ອມໂຊມ ແລະ ດຳລົງຊີວິດຢູ່ໃນກັບດັກຂອງຊາຕານ. ທຸກຄົນດຳລົງຊີວິດໃນເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດເຂົ້າກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັບເຮົາໄດ້ ແຕ່ທຸກຄົນເຫຼົ່ານັ້ນນະມັດສະການພະທຽມທີ່ເລື່ອນລອຍ. ເຖິງແມ່ນວ່າພວກເຂົາຮັບຮູ້ວ່ານາມຂອງເຮົາບໍລິສຸດ, ພວກເຂົາກໍ່ຍັງຍ່າງຕາມເສັ້ນທາງທີ່ຢູ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍ່ເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງ. ນີ້ກໍ່ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັບເຮົາໄດ້. ໃນແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ສຸ່ມຊອກຫາຂໍ້ຄວາມທີ່ “ເໝາະສົມ” ເຊິ່ງພວກເຂົາພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາເຫຼົ່ານັ້ນໂດຍບໍ່ຢຸດເຊົາ. ພວກເຂົາບໍ່ຮູ້ຈັກເລີຍວ່າຈະສາມາດເຂົ້າກັບເຮົາໄດ້ແນວໃດ ຫຼື ການຕໍ່ຕ້ານເຮົາໝາຍຄວາມວ່າແນວໃດ. ພວກເຂົາພຽງແຕ່ອ່ານຂໍ້ພຣະຄຳຢ່າງຫຼັບຫູຫຼັບຕາ. ພາຍໃນພຣະຄຳພີ, ພວກເຂົາຈຳກັດພຣະເຈົ້າທີ່ເລື່ອນລອຍທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ ແລະ ບໍ່ສາມາດເຫັນໄດ້ ແລະ
- [ຫຼາຍຄົນຖືກເອີ້ນ, ແຕ່ໜ້ອຍຄົນຖືກເລືອກ](https://lo.kingdomsalvation.org/many-are-called-but-few-are-chosen.html) - ເຮົາໄດ້ຊອກຫາຫຼາຍຄົນໃນໂລກທີ່ຈະເປັນຜູ້ຕິດຕາມຂອງເຮົາ. ໃນບັນດາຜູ້ຕິດຕາມທຸກຄົນນີ້, ມີຄົນທີ່ຮັບໃຊ້ເປັນນັກບວດ, ຄົນທີ່ນໍາພາ, ຄົນທີ່ເປັນບຸດຂອງພຣະເຈົ້າ, ຄົນທີ່ເປັນຄົນຂອງພຣະເຈົ້າ ແລະ ຄົນທີ່ເຮັດວຽກງານຮັບໃຊ້. ເຮົາໄດ້ຈັດແບ່ງພວກເຂົາອອກເປັນກຸ່ມໂດຍອີງຕາມຄວາມຈົງຮັກພັກດີທີ່ພວກເຂົາສະແດງຕໍ່ເຮົາ. ເມື່ອທຸກຄົນໄດ້ຖືກຈໍາແນກອອກຕາມປະເພດຂອງພວກເຂົາ ນັ້ນກໍ່ຄື ເມື່ອທໍາມະຊາດຂອງຄົນແຕ່ລະປະເພດໄດ້ຖືກເປີດເຜີຍ, ເຮົາຈະຖືເອົາພວກເຂົາແຕ່ລະຄົນຢູ່ທ່າມກາງປະເພດທີ່ຊອບທຳຂອງພວກເຂົາ ແລະ ຈັດວາງແຕ່ລະປະເພດເຂົ້າໃສ່ບ່ອນທີ່ເໝາະສົມຂອງພວກເຂົາ ເພື່ອບັນລຸເປົ້າໝາຍແຫ່ງຄວາມລອດພົ້ນຂອງເຮົາຕໍ່ມະນຸດຊາດ. ໃນກຸ່ມຕ່າງໆ, ເຮົາເອີ້ນເອົາຄົນທີ່ເຮົາປາຖະໜາຈະຊ່ວຍໃຫ້ເຂົ້າສູ່ເຮືອນຂອງເຮົາ, ແລ້ວຫຼັງຈາກນັ້ນ ເຮົາກໍ່ຈະເຮັດໃຫ້ພວກເຂົາທຸກຄົນຍອມຮັບເອົາພາລະກິດໃນຍຸກສຸດທ້າຍຂອງເຮົາ. ໃນເວລາດຽວກັນນັ້ນ, ເຮົາຈໍາແນກພວກເຂົາຕາມປະເພດ, ແລ້ວໃຫ້ລາງວັນ ຫຼື ລົງໂທດແຕ່ລະຄົນບົນພື້ນຖານການກະທໍາຂອງພວກເຂົາ. ນີ້ຄືຂັ້ນຕອນທີ່ປະກອບເປັນພາລະກິດຂອງເຮົາ. ມື້ນີ້, ເຮົາດໍາລົງຊີວິດຢູ່ເທິງໂລກ ແລະ ເຮົາດໍາລົງຊີວິດຢູ່ທ່າມກາງມະນຸດ. ຜູ້ຄົນໄດ້ປະສົບກັບພາລະກິດຂອງເຮົາ ແລະ ເຝົ້າເບິ່ງຖ້ອຍຄຳຂອງເຮົາ ແລະ ພ້ອມກັນນີ້ ເຮົາກໍ່ປະທານຄວາມຈິງທັງໝົດໃຫ້ກັບຜູ້ຕິດຕາມຂອງເຮົາແຕ່ລະຄົນ ເພື່ອທີ່ພວກເຂົາອາດຈະໄດ້ຮັບຊີວິດຈາກເຮົາ ແລະ ຮັບເອົາເສັ້ນທາງທີ່ພວກເຂົາກ້າວເດີນ. ຍ້ອນເຮົາຄືພຣະເຈົ້າ, ຜູ້ໃຫ້ຊີວິດ. ໃນລະຫວ່າງເວລາຫຼາຍປີໃນພາລະກິດຂອງເຮົາ, ຜູ້ຄົນໄດ້ຮັບຫຼາຍຢ່າງ ແລະ ປະຖິ້ມຫຼາຍຢ່າງ, ແຕ່ເຖິງຢ່າງນັ້ນ ເຮົາກໍ່ຍັງເວົ້າໄດ້ວ່າພວກເຂົາບໍ່ເຊື່ອໃນເຮົາຢ່າງແທ້ຈິງ. ຍ້ອນຜູ້ຄົນພຽງແຕ່ຍອມຮັບດ້ວຍປາກຂອງພວກເຂົາວ່າເຮົາເປັນພຣະເຈົ້າ, ແຕ່ພວກເຂົາບໍ່ເຫັນດ້ວຍກັບຄວາມຈິງທີ່ເຮົາເວົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ປະຕິບັດຄວາມຈິງທີ່ເຮົາຮ້ອງຂໍຈາກພວກເຂົາ. ນັ້ນໝາຍຄວາມວ່າ ຜູ້ຄົນຮັບຮູ້ພຽງແຕ່ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບດ້ວຍຄວາມຈິງ;
- [ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິສເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ](https://lo.kingdomsalvation.org/incompatible-with-Christ-opponents-of-God.html) - ມະນຸດທຸກຄົນປາຖະໜາຢາກເຫັນໃບໜ້າທີ່ແທ້ຈິງຂອງພຣະເຢຊູ ແລະ ທຸກຄົນປາຖະໜາຢາກຢູ່ກັບພຣະອົງ. ເຮົາບໍ່ຄິດວ່າອ້າຍເອື້ອຍນ້ອງຄົນໃດໜຶ່ງຈະເວົ້າວ່າ ພວກເຂົາບໍ່ປາຖະໜາຢາກເຫັນ ຫຼື ຢູ່ກັບພຣະເຢຊູ. ກ່ອນທີ່ພວກເຈົ້າຈະໄດ້ເຫັນພຣະເຢຊູ ນັ້ນກໍ່ຄື ກ່ອນທີ່ພວກເຈົ້າຈະໄດ້ເຫັນພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນ, ພວກເຈົ້າອາດມີແນວຄິດຕ່າງໆນາໆກ່ຽວກັບພຣະອົງ ຕົວຢ່າງ: ກ່ຽວກັບຮູບລັກສະນະຂອງພຣະເຢຊູ, ວິທີການເວົ້າຂອງພຣະອົງ, ວິຖີຊີວິດຂອງພຣະອົງ ແລະ ອື່ນໆ. ແຕ່ຫຼັງຈາກທີ່ພວກເຈົ້າໄດ້ເຫັນພຣະອົງຢ່າງແທ້ຈິງແລ້ວ, ແນວຄິດຂອງພວກເຈົ້າກໍ່ຈະປ່ຽນໄປຢ່າງໄວວາ. ເປັນຫຍັງຈິ່ງເປັນແນວນີ້? ພວກເຈົ້າຢາກຮູ້ບໍ? ຄວາມຄິດຂອງມະນຸດແມ່ນບໍ່ສາມາດເບິ່ງຂ້າມໄດ້ ເຊິ່ງເປັນຄວາມຈິງ, ແຕ່ຍິ່ງໄປກວ່ານັ້ນ ແກ່ນແທ້ຂອງພຣະຄຣິດບໍ່ຍອມໃຫ້ມະນຸດມາປ່ຽນແປງໄດ້. ພວກເຈົ້າຄິດວ່າພຣະຄຣິດເປັນອຳມະຕະ ຫຼື ນັກປາດ, ແຕ່ບໍ່ມີໃຜພິຈາລະນາວ່າພຣະອົງເປັນມະນຸດທໍາມະດາທີ່ມີແກ່ນແທ້ຂອງພຣະເຈົ້າ. ເມື່ອເປັນດັ່ງນັ້ນ, ຫຼາຍຄົນທີ່ສະແຫວງຫາໝົດມື້ໝົດຄືນເພື່ອຈະໄດ້ເຫັນພຣະເຈົ້ານັ້ນກໍ່ເປັນສັດຕູຂອງພຣະເຈົ້າແທ້ໆ ແລະ ບໍ່ສາມາດເຂົ້າກັບພຣະອົງໄດ້. ນີ້ບໍ່ແມ່ນຄວາມຜິດພາດໃນສ່ວນຂອງມະນຸດບໍ? ແມ່ນແຕ່ໃນເວລານີ້ ພວກເຈົ້າກໍ່ຍັງຄິດວ່າ ຄວາມເຊື່ອ ແລະ ຄວາມຈົງຮັກພັກດີຂອງພວກເຈົ້າແມ່ນພຽງພໍທີ່ຈະເຮັດໃຫ້ພວກເຈົ້າໄດ້ເຫັນໃບໜ້າຂອງພຣະຄຣິດ, ແຕ່ເຮົາຂໍແນະນໍາໃຫ້ພວກເຈົ້າປະກອບຕົນເອງອີກຫຼາຍຢ່າງທີ່ເປັນຈິງກວ່ານີ້! ສຳລັບໃນອະດີດ, ປັດຈຸບັນ ແລະ ໃນອະນາຄົດ, ຫຼາຍຄົນຜູ້ທີ່ໄດ້ເຂົ້າມາພົວພັນກັບພຣະຄຣິດໄດ້ລົ້ມເຫຼວ ແລະ ຈະລົ້ມເຫຼວ; ພວກເຂົາທຸກຄົນເຮັດບົດບາດເປັນພວກຟາຣິຊາຍ. ເຫດຜົນສຳລັບຄວາມລົ້ມເຫຼວຂອງພວກເຈົ້າແມ່ນຫຍັງ? ມັນເປັນຍ້ອນວ່າມີພຣະເຈົ້າທີ່ສູງສົ່ງ ແລະ ສົມຄວນໄດ້ຮັບການສັນລະເສີນແທ້ໆໃນແນວຄິດຂອງພວກເຈົ້າ. ແຕ່ຄວາມຈິງບໍ່ໄດ້ເປັນດັ່ງທີ່ມະນຸດຄາດຫວັງໄວ້ເລີຍ. ພຣະຄຣິດບໍ່ພຽງແຕ່ບໍ່ໄດ້ສູງສົ່ງເທົ່ານັ້ນ, ແຕ່ພຣະອົງຍັງຕ້ອຍຕໍ່າເປັນພິເສດ;
- [ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າຈະໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ](https://lo.kingdomsalvation.org/when-God-made-anew-heaven-earth.html) - ເຈົ້າຕ້ອງການເຫັນພຣະເຢຊູບໍ່? ເຈົ້າຕ້ອງການດຳລົງຊີວິດຮ່ວມກັບພຣະເຢຊູບໍ່? ເຈົ້າຕ້ອງການໄດ້ຍິນພຣະທຳທີ່ພຣະເຢຊູກ່າວບໍ່? ຖ້າຕ້ອງການ ແລ້ວເຈົ້າຈະຕ້ອນຮັບການກັບມາຂອງພຣະເຢຊູໄດ້ແນວໃດ? ເຈົ້າກຽມພ້ອມຢ່າງຄົບຖ້ວນແລ້ວບໍ່? ເຈົ້າຈະຕ້ອນຮັບການກັບມາຂອງພຣະເຢຊູໃນລັກສະນະໃດ? ເຮົາຄິດວ່າ ອ້າຍເອື້ອຍນ້ອງທຸກຄົນທີ່ເດີນຕາມພຣະເຢຊູຈະໃຫ້ການຕ້ອນຮັບພຣະອົງຢ່າງດີ. ແຕ່ພວກເຈົ້າເຄີຍພິຈາລະນາເລື່ອງນີ້ບໍ່: ເມື່ອພຣະອົງກັບມາ ພວກເຈົ້າຈະຮູ້ຈັກພຣະເຢຊູຢ່າງແທ້ຈິງບໍ່? ພວກເຈົ້າຈະເຂົ້າໃຈທຸກສິ່ງທີ່ພຣະອົງກ່າວຢ່າງແທ້ຈິງບໍ່? ເຈົ້າຈະຍອມຮັບພາລະກິດທັງໝົດທີ່ພຣະອົງປະຕິບັດໂດຍບໍ່ມີເງື່ອນໄຂຢ່າງແທ້ຈິງບໍ່? ຄົນເຫຼົ່ານັ້ນທຸກຄົນທີ່ໄດ້ອ່ານພຣະຄຳພີຮູ້ຈັກເຖິງການກັບມາຂອງພຣະເຢຊູ ແລະ ຄົນເຫຼົ່ານັ້ນທຸກຄົນທີ່ອ່ານພຣະຄຳພີຢ່າງຕັ້ງອົກຕັ້ງໃຈກໍລໍຖ້າການມາຂອງພຣະອົງ. ພວກເຈົ້າຕັ້ງໃຈໃສ່ໃນການມາເຖິງຂອງຊ່ວງເວລານັ້ນ ແລະ ຄວາມສັດຊື່ຂອງພວກເຈົ້າເປັນຕາສັນລະເສີນ, ຄວາມເຊື່ອຂອງພວກເຈົ້າເປັນຕາອິດສາແທ້ໆ, ແຕ່ເຈົ້າຮູ້ບໍ່ວ່າ ພວກເຈົ້າໄດ້ເຮັດຜິດພາດຢ່າງຮ້າຍແຮງ? ພຣະເຢຊູຈະກັບມາໃນລັກສະນະໃດ? ພວກເຈົ້າເຊື່ອວ່າ ພຣະເຢຊູຈະກັບມາເທິງເມກສີຂາວ ແຕ່ເຮົາຖາມເຈົ້າວ່າ: ເມກສີຂາວນີ້ໝາຍເຖິງຫຍັງ? ມີຜູ້ຕິດຕາມພຣະເຢຊູຫຼາຍຄົນທີ່ກຳລັງລໍຖ້າການກັບມາຂອງພຣະອົງ, ພຣະອົງຈະລົງມາທ່າມກາງຄົນກຸ່ມໃດ? ຖ້າພວກເຈົ້າແມ່ນກຸ່ມທຳອິດທີ່ພຣະເຢຊູຈະລົງມາຫາ ຄົນອື່ນຈະບໍ່ເບິ່ງສິ່ງນີ້ເປັນສິ່ງທີ່ບໍ່ຍຸຕິທຳຢ່າງແຮງບໍ່? ເຮົາຮູ້ວ່າ ພວກເຈົ້າມີຄວາມຈິງໃຈ ແລະ ຄວາມສັດຊື່ທີ່ຍິ່ງໃຫຍ່ໃຫ້ກັບພຣະເຢຊູ ແຕ່ພວກເຈົ້າເຄີຍພົບພຣະເຢຊູບໍ່? ພວກເຈົ້າຮູ້ຈັກຈິດໃຈຂອງພຣະອົງບໍ່? ພວກເຈົ້າເຄີຍດຳລົງຊີວິດຮ່ວມກັບພຣະອົງບໍ່? ພວກເຈົ້າຮູ້ຈັກພຣະອົງແທ້ໆຫຼາຍສໍ່າໃດ? ບາງຄົນຈະເວົ້າວ່າ ຄຳເວົ້າເຫຼົ່ານີ້ເຮັດໃຫ້ພວກເຂົາຕົກຢູ່ໃນສະຖານະການລຳບາກທີ່ຕອບຍາກ. ພວກເຂົາຈະເວົ້າວ່າ “ຂ້ານ້ອຍໄດ້ອ່ານພຣະຄຳພີຕັ້ງແຕ່ຕົ້ນຈົນຈົບເປັນເວລາຫຼາຍຄັ້ງ. ຂ້ານ້ອຍຈະບໍ່ຮູ້ຈັກພຣະເຢຊູໄດ້ແນວໃດ? ບໍ່ແມ່ນພຽງແຕ່ຈິດໃຈຂອງພຣະເຢຊູ, ຂ້ານ້ອຍຮູ້ຈັກແມ່ນແຕ່ສີຂອງເສື້ອຜ້າທີ່ພຣະອົງມັກນຸ່ງ. ພຣະອົງບໍ່ໄດ້ດູຖູກຂ້ານ້ອຍບໍ ເມື່ອພຣະອົງເວົ້າວ່າຂ້ານ້ອຍບໍ່ເຂົ້າໃຈພຣະອົງ?” ເຮົາແນະນໍາໃຫ້ເຈົ້າບໍ່ໂຕ້ຖຽງບັນຫາເຫຼົ່ານີ້; ໃຈເຢັນໄວ້ກ່ອນຈະດີກວ່າ ແລະ ຈົ່ງມາສົນທະນາກັນກ່ຽວກັບຄຳຖາມດັ່ງຕໍ່ໄປນີ້: ໜຶ່ງ, ເຈົ້າຮູ້ຈັກບໍ່ວ່າ
- [ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກຜ່ອນພ້ອມກັນ](https://lo.kingdomsalvation.org/God-and-man-enter-into-rest.html) - ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນການພັກເຊົາ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ. ພຣະອົງພຽງແຕ່ເລີ່ມພາລະກິດການຄຸ້ມຄອງຂອງພຣະອົງ ຫຼັງຈາກທີ່ເກີດມີມະນຸດ ແລະ ຫຼັງຈາກມະນຸດໄດ້ເສື່ອມຊາມ; ນັບແຕ່ນັ້ນມາ ພຣະອົງກໍບໍ່ໄດ້ຢຸດພັກເຊົາອີກເລີຍ ແຕ່ກົງກັນຂ້າມ ພຣະອົງແມ່ນເລີ່ມຫຍຸ້ງກັບການປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ເປັນຍ້ອນຄວາມເສື່ອມຊາມຂອງມະນຸດທີ່ເຮັດໃຫ້ພຣະເຈົ້າບໍ່ມີການພັກເຊົາ ແລະ ຍັງເປັນຍ້ອນການທໍລະຍົດຂອງອັກຄະທູດສະຫວັນອີກດ້ວຍ. ຖ້າພຣະເຈົ້າບໍ່ເອົາຊະນະຊາຕານ ແລະ ຊ່ວຍມະນຸດຊາດທີ່ເສື່ອມຊາມໃຫ້ລອດພົ້ນ, ພຣະອົງກໍຈະບໍ່ສາມາດເຂົ້າສູ່ການພັກເຊົາໄດ້ອີກ. ໃນເມື່ອມະນຸດຂາດການພັກເຊົາ, ພຣະເຈົ້າກໍຈະບໍ່ມີການພັກເຊົາເຊັ່ນກັນ ແລະ ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາອີກຄັ້ງ, ມະນຸດກໍຈະເຂົ້າສູ່ບ່ອນພັກເຊົາເຊັ່ນກັນ. ການໃຊ້ຊີວິດຢູ່ໃນການພັກເຊົາໝາຍຄວາມວ່າເປັນຊີວິດທີ່ບໍ່ມີສົງຄາມ, ບໍ່ມີຄວາມເປິເປື້ອນ ແລະ ບໍ່ມີຄວາມບໍ່ຊອບທໍາຢ່າງຝັງແໜ້ນ. ນີ້ໝາຍຄວາມວ່າ ມັນເປັນຊີວິດທີ່ປາສະຈາກການລົບກວນຂອງຊາຕານ (ໃນນີ້ “ຊາຕານ” ໝາຍເຖິງກອງກໍາລັງສັດຕູ) ແລະ ປາສະຈາກຄວາມເສື່ອມຊາມຂອງຊາຕານ ແລະ ມີຄວາມສ່ຽງຕໍ່ການຮຸກຮານຂອງກອງກໍາລັງໃດໆທີ່ຕໍ່ຕ້ານພຣະເຈົ້າ; ເຊິ່ງມັນເປັນຊີວິດທີ່ທຸກສິ່ງປະຕິບັດຕາມປະເພດຂອງຕົນເອງ ແລະ ສາມາດນະມັດສະການພຣະຜູ້ເປັນເຈົ້າແຫ່ງການສ້າງ; ເຊິ່ງສະຫວັນ ແລະ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມສະຫງົບ. ນີ້ຄືສິ່ງທີ່ໝາຍເຖິງຄໍາເວົ້າທີ່ວ່າ “ຊີວິດແຫ່ງການພັກເຊົາຂອງມະນຸດເອງ”. ເມື່ອພຣະເຈົ້າພັກເຊົາ ຄວາມບໍ່ຊອບທໍາກໍ່ຈະບໍ່ມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ ແລະ ຈະບໍ່ມີການຮຸກຮານຈາກກອງກໍາລັງໃດໆຂອງສັດຕູອີກ ແລະ ມະນຸດຊາດກໍຈະໄດ້ເຂົ້າສູ່ໂລກໃໝ່, ມະນຸດຊາດຈະບໍ່ຖືກຊາຕານເຮັດໃຫ້ເສື່ອມຊາມອີກຕໍ່ໄປ,
- [ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ຈຸດໝາຍປາຍທາງທີ່ດີງາມ](https://lo.kingdomsalvation.org/taking-man-to-wonderful-destination.html) - ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈຈຸດໝາຍປາຍທາງທີ່ມະນຸດຊາດຈະເຂົ້າສູ່. ໃນຖານະທີ່ເປັນສິ່ງຖືກສ້າງ ມະນຸດຄວນປະຕິບັດໜ້າທີ່ຂອງສິ່ງຖືກສ້າງ: ມະນຸດຄວນຕິດຕາມພຣະເຈົ້າໃນທຸກສິ່ງທີ່ພຣະອົງປະຕິບັດ; ພວກເຈົ້າຄວນດຳເນີນການໃນຫົນທາງໃດກໍຕາມທີ່ເຮົາບອກກັບພວກເຈົ້າ. ເຈົ້າບໍ່ມີທາງຈັດການສິ່ງຕ່າງໆສຳລັບຕົວເຈົ້າເອງໄດ້ ແລະ ເຈົ້າບໍ່ມີຄວາມລຶກລັບເໜືອຕົວເຈົ້າເອງໄດ້; ທຸກສິ່ງຕ້ອງປະໄວ້ທີ່ການຈັດແຈງຂອງພຣະເຈົ້າ ແລະ ທຸກສິ່ງແມ່ນຖືກກຳໄວ້ຢູ່ພາຍໃນມືຂອງພຣະອົງ. ຖ້າພາລະກິດຂອງພຣະເຈົ້າໄດ້ຈັດກຽມແກ່ມະນຸດດ້ວຍຈຸດຈົບ, ຈຸດໝາຍປາຍທາງທີ່ມະຫັດສະຈັນໄວ້ລ່ວງໜ້າ ແລະ ຖ້າພຣະເຈົ້ານໍາໃຊ້ສິ່ງນີ້ເພື່ອລໍ້ໃຈມະນຸດ ແລະ ເຮັດໃຫ້ມະນຸດຕິດຕາມພຣະອົງ ນັ້ນກໍຄື ຖ້າພຣະອົງສ້າງຂໍ້ສັນຍາກັບມະນຸດ ແລ້ວສິ່ງນີ້ຈະບໍ່ແມ່ນການເອົາຊະນະ ຫຼື ມັນບໍ່ແມ່ນເພື່ອປະຕິບັດພາລະກິດໃນຊີວິດຂອງມະນຸດ. ຖ້າພຣະເຈົ້າຕ້ອງໃຊ້ຈຸດຈົບຂອງມະນຸດເພື່ອຄວບຄຸມມະນຸດ ແລະ ຮັບເອົາຫົວໃຈຂອງເຂົາ, ແລ້ວໃນເລື່ອງນີ້ ພຣະອົງຈະບໍ່ໄດ້ເຮັດໃຫ້ມະນຸດສົມບູນ ຫຼື ພຣະອົງຈະບໍ່ສາມາດຮັບເອົາມະນຸດ, ແຕ່ກົງກັນຂ້າມ ພຣະອົງຈະໃຊ້ຈຸດໝາຍປາຍທາງເພື່ອຄວບຄຸມເຂົາ. ມະນຸດບໍ່ສົນໃຈໃນສິ່ງໃດນອກຈາກຈຸດຈົບໃນອະນາຄົດ, ຈຸດໝາຍປາຍທາງສຸດທ້າຍ ແລະ ບໍ່ວ່າຈະມີສິ່ງດີໆໃຫ້ຄາດຫວັງ ຫຼື ບໍ່. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນລະຫວ່າງພາລະກິດແຫ່ງການເອົາຊະນະ ແລະ ຖ້າກ່ອນໜ້າການເອົາຊະນະມະນຸດ, ເຂົາໄດ້ຮັບຈຸດໝາຍປາຍທາງທີ່ເໝາະສົມໃຫ້ສະແຫວງຫາ ແລ້ວການເອົາຊະນະມະນຸດຈະບໍ່ພຽງແຕ່ບໍ່ບັນລຸຜົນຂອງມັນເທົ່ານັ້ນ, ແຕ່ຜົນໄດ້ຮັບຂອງພາລະກິດແຫ່ງການເອົາຊະນະກໍຍັງຈະໄດ້ຮັບອິດທິພົນອີກດ້ວຍ. ນັ້ນໝາຍຄວາມວ່າ ພາລະກິດແຫ່ງການເອົາຊະນະບັນລຸຜົນຂອງມັນໂດຍການເອົາໂຊກຊະຕາອອກໄປ ແລະ ຄວາມຄາດຫວັງຂອງມະນຸດ ແລະ ການພິພາກສາ ແລະ ການຂ້ຽນຕີອຸປະນິໄສທີ່ກະບົດຂອງມະນຸດ. ມັນບໍ່ໄດ້ບັນລຸໂດຍການເຮັດຂໍ້ສັນຍາກັບມະນຸດ
- [ແກ່ນແທ້ຂອງພຣະຄຣິສຄືການອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ](https://lo.kingdomsalvation.org/substance-of-Christ-obedience-to-Heavenly-Father.html) - ພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນຖືກເອີ້ນວ່າ ພຣະຄຣິສ ແລະ ພຣະຄຣິສເປັນເນື້ອໜັງທີ່ສວມໃສ່ໂດຍພຣະວິນຍານຂອງພຣະເຈົ້າ. ເນື້ອໜັງນີ້ບໍ່ຄືກັບມະນຸດໃດໆທີ່ເປັນຝ່າຍເນື້ອໜັງ. ຄວາມແຕກຕ່າງນີ້ແມ່ນຍ້ອນພຣະຄຣິສແມ່ນການບັງເກີດເປັນເນື້ອໜັງຂອງພຣະວິນຍານ, ແທນທີ່ຈະເປັນຝ່າຍເນື້ອໜັງ. ພຣະອົງມີທັງຄວາມເປັນມະນຸດທີ່ປົກກະຕິ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງແມ່ນສິ່ງທີ່ມະນຸດຄົນໃດບໍ່ມີ. ຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງປະຄັບປະຄອງກິດຈະກຳປົກກະຕິທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າຂອງພຣະອົງ ທັງສອງກໍຍອມອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ. ແກ່ນແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ແກ່ນແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ແກ່ນແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ເພາະສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ແກ່ນແທ້ຂອງພາລະກິດຂອງພຣະວິນຍານບໍລິສຸດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະເຈົ້າເອງ. ໃນທຳນອງດຽວກັນ ພາລະກິດຂອງພຣະຄຣິດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງຄວາມປະສົງຂອງພຣະເຈົ້າອີກດ້ວຍ. ດ້ວຍວ່າ ພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງເຂົ້າໃຈເຖິງແກ່ນແທ້ຂອງພຣະອົງທີ່ຢູ່ພາຍໃຕ້ເນື້ອໜັງຂອງພຣະອົງ ຈົນເຖິງຂັ້ນທີ່ວ່າເນື້ອໜັງຂອງພຣະອົງພຽງພໍທີ່ຈະຮັບພາລະກິດຂອງພຣະອົງໄດ້. ດ້ວຍເຫດນັ້ນ ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າຈຶ່ງຖືກແທນໂດຍພາລະກິດຂອງພຣະຄຣິດໃນລະຫວ່າງເວລາແຫ່ງການບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະຄຣິດແມ່ນຈຸດໃຈກາງທີ່ສໍາຄັນຂອງພາລະກິດທັງໝົດໃນຕະຫຼອດເວລາແຫ່ງການບັງເກີດເປັນມະນຸດ. ພາລະກິດຂອງພຣະຄຣິດບໍ່ສາມາດປະສົມກັນກັບພາລະກິດຈາກຍຸກອື່ນໆ. ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງຈຶ່ງປະຕິບັດພາລະກິດໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ; ຍ້ອນພຣະອົງມາບັງເກີດເປັນມະນຸດ ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງຄວນປະຕິບັດໂດຍຜ່ານເນື້ອໜັງ. ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື ພຣະຄຣິດ ທັງສອງກໍເປັນພຣະເຈົ້າເອງ ແລະ
- [ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ](https://lo.kingdomsalvation.org/God-s-work-and-mans-practice.html) - ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ສາມາດຕັດຂາດຈາກມະນຸດໄດ້, ຍ້ອນມະນຸດຄືເປົ້າໝາຍຂອງພາລະກິດນີ້ ແລະ ເປັນພຽງສິ່ງມີຊີວິດດຽວທີ່ພຣະເຈົ້າສ້າງ ເຊິ່ງສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້. ຊີວິດຂອງມະນຸດ ແລະ ກິດຈະກຳທຸກຢ່າງຂອງມະນຸດແມ່ນບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ລ້ວນແລ້ວແຕ່ຖືກຄວບຄຸມໂດຍກໍາມືຂອງພຣະເຈົ້າ ແລະ ມັນຍັງເວົ້າໄດ້ວ່າ ບໍ່ມີໃຜສາມາດມີຊີວິດຢູ່ຢ່າງເປັນອິດສະຫຼະໄດ້ໂດຍທີ່ບໍ່ມີພຣະເຈົ້າ. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ຍ້ອນມັນຄືຄວາມຈິງ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອຜົນປະໂຫຍດຂອງມະນຸດຊາດ ແລະ ແນໃສ່ແຜນການຂອງຊາຕານ. ທຸກສິ່ງທີ່ມະນຸດຕ້ອງການແມ່ນມາຈາກພຣະເຈົ້າ ແລະ ພຣະເຈົ້າຄືແຫຼ່ງກໍາເນີດແຫ່ງຊີວິດຂອງມະນຸດ. ສະນັ້ນ ມະນຸດຈຶ່ງບໍ່ສາມາດອອກຫ່າງຈາກພຣະເຈົ້າໄດ້. ຍິ່ງໄປກວ່ານັ້ນ ພຣະເຈົ້າບໍ່ເຄີຍມີເຈດຕະນາທີ່ຈະອອກຫ່າງຈາກມະນຸດຈັກເທື່ອ. ພາລະກິດທີ່ພຣະເຈົ້າປະຕິບັດແມ່ນເພື່ອມະນຸດຊາດທັງປວງ ແລະ ຄວາມຄິດຂອງພຣະອົງກໍມີຄວາມກະລຸນາຢູ່ສະເໝີ. ສຳລັບມະນຸດ, ພາລະກິດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າ (ນັ້ນຄືເຈດຕະນາຂອງພຣະເຈົ້າ) ທັງສອງຢ່າງນັ້ນຄື “ນິມິດ” ທີ່ມະນຸດຄວນຮູ້. ນິມິດດັ່ງກ່າວຍັງເປັນການຄຸ້ມຄອງຂອງພຣະເຈົ້າ ແລະ ເປັນພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້. ໃນເວລາດຽວກັນນັ້ນ ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນລະຫວ່າງພາລະກິດຂອງພຣະອົງແມ່ນເອີ້ນວ່າ “ການປະຕິບັດ” ຂອງມະນຸດ. ນິມິດຄືພາລະກິດຂອງພຣະເຈົ້າເອງ ຫຼື ມັນເປັນເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດຊາດ ຫຼື ຈຸດປະສົງ ແລະ ຄວາມໝາຍຂອງພາລະກິດຂອງພຣະອົງ. ຍັງສາມາດເວົ້າໄດ້ວ່າ ນິມິດເປັນສ່ວນໜຶ່ງຂອງການຄຸ້ມຄອງ, ຍ້ອນການຄຸ້ມຄອງນີ້ຄືພາລະກິດຂອງພຣະເຈົ້າ ແລະ ແນໃສ່ມະນຸດ
- [ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່](https://lo.kingdomsalvation.org/essence-of-flesh-inhabited-by-God.html) - ພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະອົງ ໄດ້ດຳລົງຊີວິດຢູ່ເທິງແຜ່ນດິນໂລກເປັນເວລາສາມສິບສາມປີເຄິ່ງ ແລະ ພຣະອົງປະຕິບັດພັນທະກິດຂອງພຣະອົງເປັນເວລາພຽງແຕ່ສາມປີເຄິ່ງຈາກບັນດາປີເຫຼົ່ານັ້ນ. ທັງໃນໄລຍະເວລາທີ່ພຣະອົງປະຕິບັດພາລະກິດ ແລະ ກ່ອນເວລາທີ່ພຣະອົງເລີ່ມປະຕິບັດພາລະກິດ, ພຣະອົງມີຄວາມເປັນມະນຸດທີ່ທຳມະດາ. ພຣະອົງສະຖິດຢູ່ກັບຄວາມເປັນມະນຸດທີ່ທຳມະດາຂອງພຣະອົງເປັນເວລາສາມສິບສາມປີເຄິ່ງ. ຕະຫຼອດໄລຍະເວລາສາມປີເຄິ່ງສຸດທ້າຍນັ້ນ ພຣະອົງເປີດເຜີຍຕົນເອງວ່າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ກ່ອນທີ່ພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງປາກົດຕົວດ້ວຍຄວາມເປັນມະນຸດທຳມະດາ ແລະ ສາມັນ ໂດຍບໍ່ໄດ້ສະແດງເຄື່ອງໝາຍເຖິງຄວາມເປັນພຣະເຈົ້າຂອງພຣະອົງ ແລະ ພຽງແຕ່ຫຼັງຈາກພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງຢ່າງເປັນທາງການ ຄວາມເປັນພຣະເຈົ້າຂອງພຣະອົງຈຶ່ງໄດ້ຖືກເປີດເຜີຍອອກ. ຊີວິດ ແລະ ພາລະກິດຂອງພຣະອົງໃນໄລຍະເວລາຊາວເກົ້າປີທຳອິດສະແດງໃຫ້ເຫັນວ່າ ພຣະອົງເປັນມະນຸດທີ່ແທ້ຈິງ, ເປັນບຸດມະນຸດ ແລະ ເປັນຮ່າງກາຍທີ່ມີເນື້ອໜັງ, ຍ້ອນພັນທະກິດຂອງພຣະອົງພຽງແຕ່ເລີ່ມຕົ້ນຢ່າງຈິງຈັງຫຼັງຈາກອາຍຸໄດ້ຊາວເກົ້າປີ. “ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ, ເນື່ອງຈາກພຣະອົງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງຕ້ອງເປັນເນື້ອໜັງກ່ອນ, ເນື້ອໜັງທີ່ມີຄວາມເປັນມະນຸດທີ່ປົກກະຕິ; ນີ້ແມ່ນຂໍ້ກໍານົດເບື້ອງຕົ້ນໂດຍພື້ນຖານທີ່ສຸດ. ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າທີ່ຢູ່ໃນແກ່ນແທ້ຂອງພຣະອົງໄດ້ບັງເກີດເປັນເນື້ອໜັງ, ກາຍມາເປັນບຸກຄົນໜຶ່ງ. ຊີວິດທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະອົງສາມາດແບ່ງອອກເປັນສອງຂັ້ນຕອນ. ຂັ້ນຕອນທີໜຶ່ງແມ່ນຊີວິດທີ່ພຣະອົງມີກ່ອນການປະຕິບັດພັນທະກິດຂອງພຣະອົງ. ພຣະອົງມີຊີວິດໃນຄອບຄົວມະນຸດທີ່ທຳມະດາ, ຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງ, ເຊື່ອຟັງສິນທຳທີ່ປົກກະຕິ ແລະ ກົດເກນແຫ່ງຊີວິດມະນຸດ, ມີຄວາມຕ້ອງການແບບມະນຸດປົກກະຕິ (ອາຫານ, ເຄື່ອງນຸ່ງ,
- [ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງກວ່າ](https://lo.kingdomsalvation.org/in-need-of-God-become-flesh.html) - ພຣະເຈົ້າກາຍເປັນເນື້ອໜັງກໍຍ້ອນວ່າ ເປົ້າໝາຍແຫ່ງພາລະກິດຂອງພຣະອົງບໍ່ແມ່ນວິນຍານຂອງຊາຕານ ຫຼື ສິ່ງທີ່ບໍ່ມີຮູບຮ່າງ, ແຕ່ເປັນມະນຸດ ຜູ້ເຊິ່ງມີເນື້ອໜັງ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມ. ແນ່ນອນ ຍ້ອນວ່າເນື້ອໜັງຂອງມະນຸດຖືກເຮັດໃຫ້ເສື່ອມຊາມ, ພຣະເຈົ້າຈຶ່ງເຮັດໃຫ້ມະນຸດທີ່ມີເນື້ອໜັງເປັນເປົ້າໝາຍແຫ່ງພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ, ເພາະວ່າ ມະນຸດເປັນເປົ້າໝາຍຂອງການເສື່ອມຊາມ, ພຣະເຈົ້າຈຶ່ງເຮັດໃຫ້ມະນຸດເປັນເປົ້າໝາຍຢ່າງດຽວຂອງພາລະກິດຂອງພຣະອົງໃນທຸກຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ. ມະນຸດເປັນສິ່ງມີຊີວິດທີ່ຕ້ອງຕາຍ, ມີເນື້ອໜັງ ແລະ ເລືອດ ແລະ ພຣະເຈົ້າຄືສິ່ງດຽວທີ່ສາມາດຊ່ວຍໃຫ້ມະນຸດລອດພົ້ນໄດ້. ໃນວິທີນີ້, ພຣະເຈົ້າຕ້ອງກາຍເປັນເນື້ອໜັງທີ່ມີຄຸນລັກສະນະຄືກັບມະນຸດເພື່ອປະຕິບັດພາລະກິດຂອງພຣະອົງ, ເພື່ອວ່າ ພາລະກິດຂອງພຣະອົງອາດບັນລຸຜົນຫຼາຍຂຶ້ນ. ພຣະເຈົ້າຕ້ອງກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ ນັ້ນກໍຍ້ອນວ່າ ມະນຸດມີເນື້ອໜັງ ແລະ ບໍ່ສາມາດເອົາຊະນະຄວາມຜິດບາບ ຫຼື ຖອນຕົວອອກຈາກເນື້ອໜັງໄດ້. ເຖິງແມ່ນວ່າແກ່ນແທ້ ແລະ ຕົວຕົນຂອງພຣະເຈົ້າທີ່ບັງເກີດເປັນມະນຸດແຕກຕ່າງຈາກແກ່ນແທ້ ແລະ ຕົວຕົນຂອງມະນຸດຢ່າງຫຼວງຫຼາຍ, ແຕ່ລັກສະນະພາຍນອກຂອງພຣະອົງແມ່ນຄືກັນກັບມະນຸດ; ພຣະອົງມີລັກສະນະພາຍນອກຂອງຄົນທຳມະດາ ແລະ ດຳເນີນຊີວິດແບບຄົນທຳມະດາ ແລະ ຄົນທີ່ເຫັນພຣະອົງກໍບໍ່ສາມາດແຍກແຍະຄວາມແຕກຕ່າງຈາກຄົນທຳມະດາໄດ້. ລັກສະນະພາຍນອກທີ່ທຳມະດາ ແລະ ຄວາມເປັນມະນຸດທຳມະດານີ້ແມ່ນພຽງພໍສຳລັບພຣະອົງໃນການປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາ. ເນື້ອໜັງຂອງພຣະອົງເຮັດໃຫ້ພຣະອົງປະຕິບັດພາລະກິດຢູ່ໃນຄວາມເປັນມະນຸດທີ່ທຳມະດາ ແລະ ຊ່ວຍໃຫ້ພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ ແລະ ທ່າມກາງຄວາມເປັນມະນຸດທຳມະດາຂອງພຣະອົງ, ຍິ່ງໄປກວ່ານັ້ນ ກໍຍັງຊ່ວຍໃຫ້ພຣະອົງປະຕິບັດພາລະກິດແຫ່ງຄວາມລອດພົ້ນໃນທ່າມກາງມະນຸດ. ເຖິງແມ່ນວ່າ ຄວາມເປັນມະນຸດທຳມະດາຂອງພຣະອົງໄດ້ກໍ່ໃຫ້ເກີດຄວາມສັບສົນວຸ້ນວາຍຫຼາຍປະການໃນທ່າມກາງມະນຸດ,
- [ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ](https://lo.kingdomsalvation.org/knowing-three-stages-of-work.html) - ພາລະກິດການຄຸ້ມຄອງມະນຸດຊາດແມ່ນຖືກຈັດແບ່ງອອກເປັນສາມຂັ້ນຕອນເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຖືກແບ່ງອອກເປັນສາມຂັ້ນຕອນ. ສາມຂັ້ນຕອນນີ້ບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແຕ່ກົງກັນຂ້າມ ພວກມັນແມ່ນພາລະກິດສາມຂັ້ນຕອນຂອງຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ພາລະກິດແຫ່ງການສ້າງໂລກແມ່ນພາລະກິດແຫ່ງການກໍ່ໃຫ້ເກີດບັນດາມວນມະນຸດຊາດ. ມັນບໍ່ແມ່ນພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ມີສ່ວນພົວພັນກັບພາລະກິດແຫ່ງການໄຖ່ມະນຸດຊາດ ຍ້ອນໃນຕອນທີ່ໂລກຖືກສ້າງຂຶ້ນນັ້ນ ມະນຸດຊາດຍັງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຕ້ອງມີການປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ. ພາລະກິດແຫ່ງການໄຖ່ມະນຸດຊາດພຽງແຕ່ເລີ່ມຕົ້ນຂຶ້ນເມື່ອມະນຸດຊາດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍພຽງແຕ່ເກີດຂຶ້ນເມື່ອມະນຸດຊາດຖືກເຮັດໃຫ້ເສື່ອມຊາມແລ້ວເຊັ່ນກັນ. ສາມາດເວົ້າໄດ້ອີກວ່າ ການຄຸ້ມຄອງມະນຸດຂອງພຣະເຈົ້າເລີ່ມຕົ້ນຈາກຜົນຂອງພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ໄດ້ເກີດມາຈາກພາລະກິດແຫ່ງການສ້າງໂລກ. ພຽງແຕ່ຫຼັງຈາກທີ່ມະນຸດໄດ້ຮັບອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ ພາລະກິດແຫ່ງການຄຸ້ມຄອງກໍຈຶ່ງໄດ້ເກີດຂຶ້ນ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດຈຶ່ງປະກອບມີສາມສ່ວນ ແທນທີ່ຈະເປັນສີ່ສ່ວນ ຫຼື ສີ່ຍຸກ. ນີ້ແມ່ນວິທີການກ່າວເຖິງການຄຸ້ມຄອງມະນຸດຂອງພຣະເຈົ້າທີ່ຖືກຕ້ອງວິທີດຽວເທົ່ານັ້ນ. ເມື່ອຍຸກສຸດທ້າຍເຂົ້າໃກ້ຈຸດສິ້ນສຸດ, ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະເຖິງຈຸດສິ້ນສຸດຢ່າງບໍລິບູນ. ການສິ້ນສຸດຂອງພາລະກິດແຫ່ງການຄຸ້ມຄອງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຈະສຳເລັດລົງຢ່າງສົມບູນ ແລະ ດ້ວຍເຫດນັ້ນ ໄລຍະນີ້ກໍ່ຈະສິ້ນສຸດລົງສຳລັບມະນຸດຊາດ. ຖ້າປາສະຈາກພາລະກິດແຫ່ງການໄຖ່ບັນດາມວນມະນຸດຊາດ ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະບໍ່ເກີດຂຶ້ນ ຫຼື ພາລະກິດສາມຂັ້ນຕອນກໍຈະບໍ່ມີຢູ່ເຊັ່ນດຽວກັນ. ແນ່ນອນຢູ່ແລ້ວທີ່ມັນເປັນຍ້ອນຄວາມຊົ່ວຊ້າຂອງມະນຸດຊາດ ແລະ ຍ້ອນມະນຸດຊາດຕ້ອງການຄວາມລອດພົ້ນຢ່າງຮີບດ່ວນ ຈຶ່ງເຮັດໃຫ້ພຣະເຢໂຮວາສິ້ນສຸດການສ້າງໂລກ ແລະ ເລີ່ມຕົ້ນພາລະກິດຂອງຍຸກແຫ່ງພຣະບັນຍັດ. ພາລະກິດແຫ່ງການຄຸ້ມຄອງມະນຸດເລີ່ມຕົ້ນຂຶ້ນຫຼັງຈາກຕອນນັ້ນ ເຊິ່ງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ຕອນນັ້ນ. “ການຄຸ້ມຄອງມະນຸດຊາດ”
- [ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ](https://lo.kingdomsalvation.org/God-s-work-and-mans-work.html) - ມີພາລະກິດຂອງມະນຸດຫຼາຍເທົ່າໃດທີ່ເປັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ມີຫຼາຍເທົ່າໃດທີ່ເປັນປະສົບການຂອງມະນຸດ? ມັນສາມາດເວົ້າໄດ້ວ່າ ຜູ້ຄົນຍັງບໍ່ເຂົ້າໃຈຄຳຖາມເຫຼົ່ານີ້ ແລະ ເຫດຜົນທີ່ພວກເຂົາບໍ່ເຂົ້າໃຈຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອເຮົາເວົ້າວ່າ “ພາລະກິດຂອງມະນຸດ”, ແນ່ນອນ ເຮົາໝາຍເຖິງພາລະກິດຂອງຄົນທີ່ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ເຮົາບໍ່ໄດ້ໝາຍເຖິງພາລະກິດທີ່ກຳເນີດຈາກຄວາມປະສົງຂອງມະນຸດ ແຕ່ແມ່ນພາລະກິດຂອງພວກອັກຄະສາວົກ, ຄົນປະຕິບັດພາລະກິດ ຫຼື ອ້າຍເອື້ອຍນ້ອງທຳມະດາຕົກຢູ່ພາຍໃນຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ. ໃນທີ່ນີ້ “ພາລະກິດຂອງມະນຸດ” ບໍ່ໄດ້ໝາຍເຖິງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແຕ່ແມ່ນຂອບເຂດ ແລະ ຫຼັກການຂອງພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນຜູ້ຄົນ. ເຖິງແມ່ນວ່າ ຫຼັກການເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດແຫ່ງພາລະກິດຂອງພຣະວິນຍານບໍລິສຸດ, ພວກມັນບໍ່ແມ່ນສິ່ງດຽວກັນກັບຫຼັກການ ແລະ ຂອບເຂດແຫ່ງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດຂອງມະນຸດມີແກ່ນແທ້ ແລະ ຫຼັກການຂອງມະນຸດ ແລະ ພາລະກິດຂອງພຣະເຈົ້າມີແກ່ນແທ້ ແລະ ຫຼັກການຂອງພຣະເຈົ້າ. ພາລະກິດໃນກະແສຂອງພຣະວິນຍານບໍລິສຸດ, ບໍ່ວ່າຈະແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງຜູ້ຄົນທີ່ຖືກໃຊ້, ແມ່ນພາລະກິດຂອງພຣະວິນຍານບໍລິສຸດ. ແກ່ນແທ້ຂອງພຣະເຈົ້າເອງແມ່ນພຣະວິນຍານ ເຊິ່ງສາມາດເອີ້ນໄດ້ວ່າ ພຣະວິນຍານບໍລິສຸດ ຫຼື ພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ. ເບິ່ງໂດຍລວມແລ້ວ ພຣະອົງກໍແມ່ນພຣະວິນຍານຂອງພຣະເຈົ້າ, ເຖິງແມ່ນພຣະວິນຍານຂອງພຣະເຈົ້າໄດ້ຖືກເອີ້ນດ້ວຍຊື່ທີ່ແຕກຕ່າງກັນໃນຍຸກທີ່ແຕກຕ່າງກັນ. ແກ່ນແທ້ຂອງພຣະອົງຍັງເປັນອັນໜຶ່ງອັນດຽວກັນ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າເອງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນໃຜນອກເໜືອຈາກພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດ.
- [ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງທີ່ຄົນເຮົາຍ່າງ](https://lo.kingdomsalvation.org/success-or-failure-depends-on-man.html) - ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າເພື່ອເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ ຫຼື ເພື່ອຄວາມສຸກຊົ່ວຄາວ. ສຳລັບຄົນທີ່ບໍ່ໄດ້ຜ່ານການລິຮານຫຍັງເລີຍ, ພວກເຂົາເຊື່ອໃນພຣະເຈົ້າເພື່ອເຂົ້າສູ່ສະຫວັນ, ເພື່ອຮັບເອົາລາງວັນ. ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອຖືກເຮັດໃຫ້ສົມບູນ ຫຼື ເພື່ອປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງໃຫ້ສຳເລັດ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງພວກເຂົາ ຫຼື ເພື່ອເຮັດໃຫ້ໜ້າທີ່ຂອງພວກເຂົາສຳເລັດ. ມີໜ້ອຍຄົນທີ່ເຊື່ອໃນພຣະເຈົ້າເພື່ອດຳລົງຊີວິດທີ່ມີຄວາມໝາຍ ແລະ ກໍມີໜ້ອຍຄົນທີ່ເຊື່ອວ່າ ຍ້ອນມະນຸດມີຊີວິດຢູ່, ລາວຈຶ່ງສົມຄວນຮັກພຣະເຈົ້າ ເພາະການເຮັດແບບນັ້ນເປັນເລື່ອງທໍາມະຊາດ ແລະ ທ່ຽງທຳໂດຍສົມບຸນ ແລະ ມັນຄືກະແສຮຽກຕາມທຳມະຊາດຂອງມະນຸດ. ໃນລັກສະນະນີ້, ເຖິງແມ່ນວ່າ ແຕ່ລະຄົນຕ່າງສະແຫວງຫາເປົ້າໝາຍຂອງພວກເຂົາເອງ, ຈຸດມຸ່ງໝາຍຂອງການສະແຫວງຫາຂອງພວກເຂົາ ແລະ ແຮງຜັກດັນທີ່ຢູ່ເບື້ອງຫຼັງຂອງການສະແຫວງຫານັ້ນແມ່ນລ້ວນແລ້ວແຕ່ຄືກັນ ແລະ ຍິ່ງໄປກວ່ານັ້ນ ສຳລັບພວກເຂົາສ່ວນໃຫຍ່ແລ້ວ ຈຸດປະສົງຂອງການນະມັດສະການຂອງພວກເຂົາແມ່ນຄືກັນ. ຕະຫຼອດເວລາສອງສາມພັນປີທີ່ຜ່ານມາ, ຜູ້ເຊື່ອຫຼາຍຄົນໄດ້ຕາຍ ແລະ ຫຼາຍຄົນໄດ້ຕາຍ ແລະ ເກີດອີກຄັ້ງ. ບໍ່ແມ່ນພຽງແຕ່ໜຶ່ງ ຫຼື ສອງຄົນເທົ່ານັ້ນທີ່ສະແຫວງຫາພຣະເຈົ້າ ຫຼື ບໍ່ແມ່ນແຕ່ໜຶ່ງ ຫຼື ສອງພັນຄົນ, ເຖິງຢ່າງໃດກໍຕາມ ຄົນເຫຼົ່ານີ້ສ່ວນໃຫຍ່ແມ່ນສະແຫວງຫາເພື່ອເຫັນແກ່ຄວາມຄາດຫວັງຂອງພວກເຂົາເອງ ຫຼື ຄວາມຫວັງໃນອະນາຄົດທີ່ສະຫງ່າງາມຂອງພວກເຂົາ. ຄົນທີ່ອຸທິດຕໍ່ພຣະຄຣິດແມ່ນມີໜ້ອຍຫຼາຍ. ຜູ້ເຊື່ອຫຼາຍຄົນທີ່ເຫຼື້ອມໃສກໍຍັງຕາຍຍ້ອນຕິດດາງແຫຂອງພວກເຂົາເອງ ແລະ ຍິ່ງໄປກວ່ານັ້ນ ຈຳນວນຄົນທີ່ມີໄຊຊະນະແມ່ນມີໜ້ອຍຫຼາຍ.
- [ເຈົ້າມີຈຸດຢືນແນວໃດຕໍ່ຈົດໝາຍສິບສາມສະບັບ?](https://lo.kingdomsalvation.org/what-attitude-toward-the-thirteen-epistles.html) - ພຣະສັນຍາໃໝ່ຂອງພຣະຄຳພີປະກອບມີຈົດໝາຍຂອງໂປໂລສິບສາມສະບັບ. ຕະຫຼອດເວລາທີ່ເພິ່ນປະຕິບັດພາລະກິດຂອງເພິ່ນ, ໂປໂລຂຽນຈົດໝາຍສິບສາມສະບັບນີ້ໃຫ້ກັບຄຣິດຕະຈັກທີ່ເຊື່ອໃນພຣະເຢຊູຄຣິດ. ນັ້ນກໍຄື ໂປໂລຖືກຍົກຂຶ້ນ ແລະ ຂຽນຈົດໝາຍເຫຼົ່ານີ້ຂຶ້ນຫຼັງຈາກທີ່ພຣະເຢຊູສະເດັດຂຶ້ນສູ່ສະຫວັນ. ຈົດໝາຍຂອງເພິ່ນເປັນຄຳພະຍານໃຫ້ກັບການຟື້ນຄືນຊີບ ແລະ ການຂຶ້ນສູ່ສະຫວັນຂອງພຣະເຢຊູເຈົ້າຫຼັງຈາກການຕາຍຂອງພຣະອົງ ແລະ ຈົດໝາຍເຫຼົ່ານີ້ຍັງໄດ້ຂະຫຍາຍຫົນທາງແຫ່ງການກັບໃຈ ແລະ ການແບກໄມ້ກາງແຂນ. ແນ່ນອນ ຂໍ້ຄວາມ ແລະ ຄຳພະຍານເຫຼົ່ານີ້ລ້ວນແລ້ວແຕ່ແມ່ນເພື່ອສັ່ງສອນອ້າຍເອື້ອຍນ້ອງໃນສະຖານທີ່ຕ່າງໆໃນຢູດາຍໃນເວລານັ້ນ, ເພາະໃນເວລານັ້ນ ໂປໂລເປັນຄົນຮັບໃຊ້ຂອງພຣະເຢຊູເຈົ້າ ແລະ ເພິ່ນຖືກຍົກຂຶ້ນໃຫ້ເປັນພະຍານໃຫ້ກັບພຣະເຢຊູເຈົ້າ. ໃນແຕ່ລະໄລຍະຂອງພາລະກິດຂອງພຣະວິນຍານບໍລິສຸດນັ້ນ ຫຼາກຫຼາຍຜູ້ຄົນຖືກຍົກຂຶ້ນເພື່ອປະຕິບັດພາລະກິດທີ່ແຕກຕ່າງຂອງພຣະອົງ ນັ້ນກໍຄື ເພື່ອປະຕິບັດພາລະກິດຂອງອັກຄະສາວົກ ເພື່ອສືບຕໍ່ພາລະກິດທີ່ພຣະເຈົ້າໄດ້ເຮັດໃຫ້ສຳເລັດດ້ວຍຕົວພຣະອົງເອງ. ຖ້າພຣະວິນຍານບໍລິສຸດປະຕິບັດພາລະກິດນັ້ນໂດຍກົງ ແລະ ບໍ່ມີຄົນໃດຖືກຍົກຂຶ້ນ, ແລ້ວມັນກໍຈະຍາກຫຼາຍໃນການປະຕິບັດພາລະກິດ. ຍ້ອນແບບນັ້ນ, ໂປໂລຈຶ່ງກາຍເປັນຄົນທີ່ຖືກຕີໃຫ້ລົ້ມລົງໃນຂະນະທີ່ກຳລັງເດີນທາງສູ່ເມືອງດາມັສກັດ ແລະ ຫຼັງຈາກນັ້ນກໍຖືກຍົກຂຶ້ນໃຫ້ເປັນພະຍານໃຫ້ກັບພຣະເຢຊູເຈົ້າ. ເພິ່ນເປັນອັກຄະສາວົກທີ່ຢູ່ນອກສາວົກສິບສອງຄົນຂອງພຣະເຢຊູ. ນອກຈາກການເຜີຍແຜ່ຂ່າວປະເສີດ, ເພິ່ນຍັງຮັບພາລະກິດໃນການດູແລຄຣິດຕະຈັກໃນສະຖານທີ່ຕ່າງໆ ເຊິ່ງປະກອບມີການເບິ່ງແຍງອ້າຍເອື້ອຍນ້ອງໃນຄຣິດຕະຈັກ, ເວົ້າອີກຢ່າງກໍຄື ນໍາພາອ້າຍເອື້ອຍນ້ອງສູ່ພຣະຜູ້ເປັນເຈົ້າ. ຄຳພະຍານຂອງໂປໂລແມ່ນເພື່ອເຮັດໃຫ້ຄວາມຈິງທີ່ພຣະເຢຊູເຈົ້າຟື້ນຄືນ ແລະ ຂຶ້ນສູ່ສະຫວັນນັ້ນເປັນທີ່ຮູ້ຈັກ ພ້ອມທັງສັ່ງສອນຜູ້ຄົນໃຫ້ກັບໃຈ, ສາລະພາບ ແລະ ຍ່າງຕາມເສັ້ນທາງແຫ່ງໄມ້ກາງແຂນ. ເພິ່ນເປັນໜຶ່ງໃນພະຍານຂອງພຣະເຢຊູຄຣິດໃນເວລານັ້ນ. ຈົດໝາຍສິບສາມສະບັບຂອງໂປໂລແມ່ນຖືກຄັດເລືອກເພື່ອນໍາໃຊ້ໃນພຣະຄຳພີ. ເພິ່ນຂຽນຈົດໝາຍທັງສິບສາມສະບັບ ເພື່ອນໍາສະເໜີສະພາວະທີ່ແຕກຕ່າງກັນຂອງຜູ້ຄົນໃນສະຖານທີ່ຕ່າງໆ. ເພິ່ນໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດໃຫ້ຂຽນສິ່ງເຫຼົ່ານີ້ອອກມາ ແລະ ສັ່ງສອນອ້າຍເອື້ອຍນ້ອງທີ່ຢູ່ໃນທຸກຫົນແຫ່ງຈາກຕໍາແໜ່ງອັກຄະສາວົກ
- [ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າຂອງສິ່ງທີ່ຖືກສ້າງທັງປວງ](https://lo.kingdomsalvation.org/God-is-the-Lord-of-all-creation.html) - ໜຶ່ງຂັ້ນຕອນຂອງພາລະກິດສອງຍຸກທີ່ຜ່ານມາແມ່ນຖືກປະຕິບັດຢູ່ໃນອິດສະຣາເອນ ແລະ ອີກຂັ້ນຕອນໜຶ່ງແມ່ນຖືກປະຕິບັດຢູ່ໃນຢູດາຍ. ເວົ້າລວມແລ້ວ, ບໍ່ມີຂັ້ນຕອນໃດຂອງພາລະກິດນີ້ອອກນອກອິດສະຣາເອນເລີຍ ແລະ ແຕ່ລະຂັ້ນຕອນແມ່ນຖືກປະຕິບັດໃນຜູ້ຄົນທີ່ຖືກເລືອກກຸ່ມທຳອິດ. ສະນັ້ນ, ຊາວອິດສະຣາເອນເຊື່ອວ່າ ພຣະເຈົ້າເຢໂຮວາແມ່ນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ. ເນື່ອງຈາກພຣະເຢຊູເຮັດພາລະກິດຢູ່ໃນຢູດາຍ ບ່ອນທີ່ພຣະອົງປະຕິບັດພາລະກິດຂອງການຖືກຄຶງເທິງໄມ້ກາງແຂນ, ຊາວຢິວເບິ່ງພຣະອົງເປັນພຣະຜູ້ໄຖ່ບາບຂອງຊາວຢິວ. ພວກເຂົາຄິດວ່າ ພຣະອົງແມ່ນກະສັດຂອງຊາວຢິວເທົ່ານັ້ນບໍ່ແມ່ນກະສັດຂອງຄົນຊາດອື່ນ; ພຣະອົງບໍ່ແມ່ນພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຄົນອັງກິດ ຫຼື ພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຄົນອາເມຣິກາ, ແຕ່ພຣະອົງແມ່ນພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຊາວອິດສະຣາເອນ ແລະ ມີແຕ່ຊາວຢິວທີ່ພຣະອົງໄຖ່ບາບໃຫ້. ທີ່ຈິງແລ້ວ, ພຣະອົງແມ່ນຜູ້ທີ່ມີອໍານາດສູງສຸດເໜືອສັບພະສິ່ງທັງປວງ. ພຣະອົງແມ່ນພຣະເຈົ້າຜູ້ສ້າງສັບພະສິ່ງທັງປວງ. ພຣະອົງບໍ່ແມ່ນພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອນ ຫຼື ບໍ່ແມ່ນພຽງແຕ່ເປັນພຣະເຈົ້າຂອງຊາວຢິວ. ພຣະອົງແມ່ນພຣະເຈົ້າຂອງສັບພະສິ່ງທັງປວງ. ສອງຂັ້ນຕອນຂອງພາລະກິດທີ່ຜ່ານມາຂອງພຣະອົງເກີດຂຶ້ນຢູ່ໃນອິດສະຣາເອນ ເຊິ່ງໄດ້ສ້າງຄວາມເຂົ້າໃຈໃນບາງຢ່າງພາຍໃນມະນຸດ. ພວກເຂົາເຊື່ອວ່າພຣະເຢໂຮວາດຳເນີນພາລະກິດຂອງພຣະອົງໃນອິດສະຣາເອນ, ພຣະເຢຊູດຳເນີນພາລະກິດຂອງພຣະອົງຢູ່ໃນຢູດາຍດ້ວຍຕົນເອງ ແລະ ພຣະອົງກໍກາຍເປັນມະນຸດເພື່ອດຳເນີນພາລະກິດ. ຈະຍ້ອນສາເຫດໃດກໍຕາມ, ພາລະກິດນີ້ແມ່ນບໍ່ໄດ້ຂະຫຍາຍອອກນອກອິດສະຣາເອນເລີຍ. ພຣະອົງບໍ່ໄດ້ດຳເນີນພາລະກິດກັບຊາວເອຢິບ ຫຼື ຊາວອິນເດຍ. ພຣະອົງເຄີຍແຕ່ດຳເນີນພາລະກິດກັບຊາວອິດສະຣາເອນເທົ່ານັ້ນ. ສະນັ້ນ ມະນຸດຈຶ່ງມີຄວາມເຂົ້າໃຈຕ່າງໆນາໆ ແລະ ວາງແຜນພາລະກິດຂອງພຣະເຈົ້າພາຍໃນຂອບເຂດບາງຢ່າງ. ພວກເຂົາເລົ່າຂານກັນວ່າເມື່ອພຣະເຈົ້າດຳເນີນພາລະກິດ, ພຣະອົງຕ້ອງດໍາເນີນພາລະກິດນັ້ນກັບບັນດາຜູ້ຄົນທີ່ຖືກເລືອກ ແລະ ຢູ່ໃນອິດສະຣາເອນ; ຮັກສາໄວ້ສໍາລັບຊາວອິດສະຣາເອນ ພຣະເຈົ້າບໍ່ໄດ້ດໍາເນີນພາລະກິດກັບຜູ້ອື່ນ ຫຼື ພຣະອົງບໍ່ມີພາລະກິດໃນຂອບເຂດອື່ນ. ພວກເຂົາຈຶ່ງເຄັ່ງຄັດເປັນພິເສດເພື່ອຮັກສາໃຫ້ພຣະເຈົ້າບັງເກີດເປັນມະນຸດຕາມເຊື້ອສາຍ ແລະ ບໍ່ອະນຸຍາດໃຫ້ພຣະອົງເຄື່ອນໄຫວອອກນອກດິນແດນອິດສະຣາເອນເລີຍ.
- [ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ](https://lo.kingdomsalvation.org/ministry-of-incarnate-God-duty-of-man.html) - ພວກເຈົ້າຕ້ອງມາຮູ້ຈັກນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈທິດທາງໂດຍທົ່ວໄປແຫ່ງພາລະກິດຂອງພຣະອົງ. ນີ້ແມ່ນການເຂົ້າສູ່ທີ່ເປັນບວກ. ເມື່ອເຈົ້າຊ່ຽວຊານດ້ານຄວາມຈິງຂອງນິມິດຢ່າງແທ້ຈິງ, ການເຂົ້າສູ່ຂອງເຈົ້າກໍຈະປອດໄພ; ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງໄປແບບໃດກໍຕາມ, ເຈົ້າກໍຈະຍັງໝັ້ນຄົງໃນໃຈຂອງເຈົ້າ, ມີຄວາມຊັດເຈນກ່ຽວກັບນິມິດ ແລະ ມີເປົ້າໝາຍໃນການເຂົ້າສູ່ ແລະ ການສະແຫວງຫາຂອງເຈົ້າ. ດ້ວຍວິທີນີ້, ປະສົບການ ແລະ ຄວາມຮູ້ທັງໝົດໃນຕົວເຈົ້າຈະເລິກເຊິ່ງ ແລະ ລະອຽດຫຼາຍຂຶ້ນ. ເມື່ອເຈົ້າໄດ້ເຂົ້າໃຈພາບລວມທັງໝົດທີ່ໃຫຍ່ກວ່າເກົ່າ, ເຈົ້າຈະບໍ່ທົນທຸກກັບການສູນເສຍໃນຊີວິດ ແລະ ເຈົ້າຈະບໍ່ຫຼົງທາງ. ຖ້າເຈົ້າບໍ່ມາຮູ້ຈັກກັບຂັ້ນຕອນຂອງພາລະກິດເຫຼົ່ານີ້, ເຈົ້າຈະທົນທຸກກັບການສູນເສຍໃນແຕ່ລະຂັ້ນຕອນ ແລະ ເຈົ້າຈະໃຊ້ເວລາຫຼາຍກວ່າສອງສາມມື້ເພື່ອພິກປີ້ນສິ່ງຕ່າງໆ ແລະ ເຈົ້າຈະບໍ່ສາມາດຍ່າງຢູ່ເສັ້ນທາງທີ່ຖືກຕ້ອງໄດ້ພຽງພາຍໃນສອງສາມອາທິດ. ນີ້ຈະບໍ່ທ່ວງດຶງເຈົ້າໄວ້ບໍ? ມີຫຼາຍສິ່ງທີ່ຂວາງທາງຂອງການເຂົ້າສູ່ທີ່ເປັນບວກ ແລະ ການປະຕິບັດທີ່ພວກເຈົ້າຕ້ອງມີຄວາມຊ່ຽວຊານ. ສ່ວນນິມິດແຫ່ງພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເຂົ້າໃຈຈຸດຕ່າງໆລຸ່ມນີ້: ຄວາມສໍາຄັນຂອງພາລະກິດໃນການເອົາຊະນະຂອງພຣະອົງ, ເສັ້ນທາງສູ່ຄວາມສົມບູນໃນອະນາຄົດ, ສິ່ງທີ່ຕ້ອງບັນລຸຜົນຜ່ານການປະສົບກັບການທົດສອບ ແລະ ຄວາມຍາກລໍາບາກ, ຄວາມສໍາຄັນຂອງການພິພາກສາ ແລະ ການຂ້ຽນຕີ, ຫຼັກການທີ່ຢູ່ເບື້ອງຫຼັງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຫຼັກການທີ່ຢູ່ເບື້ອງຫຼັງຄວາມສົມບູນ ແລະ ການເອົາຊະນະ. ທັງໝົດນີ້ຄືຄວາມຈິງຂອງນິມິດ. ສ່ວນທີ່ເຫຼືອຄືພາລະກິດຂອງສາມຂັ້ນຕອນໃນຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ ພ້ອມດ້ວຍຄໍາພະຍານໃນອະນາຄົດ. ສິ່ງເຫຼົ່ານີ້ຄືຄວາມຈິງກ່ຽວກັບນິມິດເຊັ່ນກັນ
- [ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ແມ່ນຜູ້ທີ່ເຮັດໃຫ້ພຣະເຈົ້າພໍໃຈ](https://lo.kingdomsalvation.org/who-know-God-can-satisfy-God.html) - ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ ໄດ້ຄຶງພຣະເຢຊູທີ່ໄມ້ກາງແຂນ. ຄັ້ງທີສອງ ຜູ້ຄົນກໍບໍ່ໄດ້ເຊື່ອໃນພຣະອົງເຊັ່ນດຽວກັນ ເຊິ່ງຢ່າວ່າແຕ່ຮູ້ຈັກພຣະອົງເລີຍ ແລະ ຜູ້ຄົນຍັງໄດ້ຄຶງພຣະຄຣິດທີ່ໄມ້ກາງແຂນດ້ວຍຕະປູອີກຄັ້ງ. ມະນຸດບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ຖ້າມະນຸດບໍ່ຮູ້ຈັກພຣະອົງ ແລ້ວພວກເຂົາຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ເຂົາຈະສາມາດມີຄຸນສົມບັດໃນການເປັນພະຍານໃຫ້ກັບພຣະເຈົ້າໄດ້ແນວໃດ? ການອ້າງວ່າ ຮັກພຣະເຈົ້າ, ຮັບໃຊ້ພຣະເຈົ້າ ແລະ ສັນລະເສີນພຣະເຈົ້າບໍ່ແມ່ນຄຳຫຼອກລວງບໍ? ຖ້າເຈົ້າອຸທິດຊີວິດຂອງເຈົ້າໃຫ້ກັບສິ່ງທີ່ບໍ່ເປັນຈິງ ແລະ ບໍ່ມີປະໂຫຍດເຫຼົ່ານີ້, ເຈົ້າຈະບໍ່ໄດ້ພະຍາຍາມຢ່າງບໍ່ເປັນປະໂຫຍດບໍ? ເຈົ້າຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ ເມື່ອເຈົ້າກໍຍັງບໍ່ຮູ້ວ່າ ພຣະເຈົ້າແມ່ນໃຜ? ການສະແຫວງຫາດັ່ງກ່າວບໍ່ແມ່ນການທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ມັນບໍ່ແມ່ນການຫຼອກລວງບໍ? ບຸກຄົນໜຶ່ງຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ຄວາມໝາຍທີ່ແທ້ຈິງຂອງການເປັນຜູ້ໃກ້ຊິດຂອງພຣະເຈົ້າແມ່ນຫຍັງ? ເຈົ້າສາມາດເປັນຜູ້ໃກ້ຊິດຂອງພຣະວິນຍານຂອງພຣະເຈົ້າບໍ? ເຈົ້າສາມາດເຫັນບໍວ່າ ພຣະວິນຍານຍິ່ງໃຫຍ່ ແລະ ສູງສົ່ງພຽງໃດ? ເພື່ອເປັນຜູ້ໃກ້ຊິດຂອງພຣະເຈົ້າ ທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງໄດ້ ເຊິ່ງນັ້ນບໍ່ແມ່ນສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ຄວາມໝາຍທີ່ແທ້ຈິງຂອງການສະແຫວງຫາດັ່ງກ່າວແມ່ນຫຍັງ? ມັນບໍ່ແມ່ນຄຳຫຼອກລວງທັງໝົດບໍ? ສິ່ງທີ່ເຈົ້າສະແຫວງຫາກໍຄືການມາເປັນຜູ້ໃກ້ຊິດຂອງພຣະເຈົ້າ ແຕ່ໃນຄວາມເປັນຈິງ ເຈົ້າເປັນໝາຮັບໃຊ້ຂອງຊາຕານ ຍ້ອນເຈົ້າບໍ່ຮູ້ຈັກພຣະເຈົ້າ ແລະ ສະແຫວງຫາ
- [ຜູ້ທີ່ກໍານົດຂອບເຂດຂອງພຣະເຈົ້າໃນແນວຄິດຂອງພວກເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?](https://lo.kingdomsalvation.org/receive-revelations-of-God.html) - ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າຢູ່ສະເໝີ ແລະ ເຖິງແມ່ນວ່າຈຸດປະສົງຂອງພາລະກິດຂອງພຣະເຈົ້າບໍ່ໄດ້ປ່ຽນແປງ, ວິທີການທີ່ພຣະອົງໃຊ້ເພື່ອດຳເນີນພາລະກິດແມ່ນປ່ຽນແປງຕະຫຼອດເວລາ ເຊິ່ງໝາຍຄວາມວ່າຜູ້ຄົນທີ່ຕິດຕາມພຣະເຈົ້າກໍປ່ຽນແປງເຊັ່ນດຽວກັນ. ຍິ່ງພຣະເຈົ້າປະຕິບັດພາລະກິດຫຼາຍຂຶ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າກໍຍິ່ງທົ່ວເຖິງຫຼາຍຂຶ້ນ. ການປ່ຽນແປງທີ່ສອດຄ່ອງກັນກໍເກີດຂຶ້ນໃນອຸປະນິໄສຂອງມະນຸດເຊັ່ນກັນ ດ້ວຍການປຸກຈາກພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ມັນແມ່ນຍ້ອນພາລະກິດຂອງພຣະເຈົ້າທີ່ປ່ຽນແປງຢູ່ເປັນປະຈຳ, ຜູ້ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນໂງ່ຈ້າເຫຼົ່ານັ້ນທີ່ບໍ່ຮູ້ຈັກຄວາມຈິງຈຶ່ງກາຍມາເປັນຄົນທີ່ຕໍ່ຕ້ານພຣະເຈົ້າ. ພາລະກິດຂອງພຣະເຈົ້າບໍ່ເຄີຍສອດຄ່ອງກັບແນວຄິດຂອງມະນຸດ ເພາະພາລະກິດຂອງພຣະອົງໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ພຣະອົງບໍ່ເຄີຍເຮັດຊໍ້າພາລະກິດແບບເກົ່າ, ແຕ່ກົງກັນຂ້າມ ພຣະອົງປະຕິບັດພາລະກິດທີ່ພຣະອົງບໍ່ເຄີຍປະຕິບັດມາກ່ອນ. ໃນເມື່ອພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ ແລະ ມະນຸດຕັດສິນພາລະກິດໃນປັດຈຸບັນຂອງພຣະເຈົ້າດ້ວຍພາລະກິດທີ່ພຣະອົງປະຕິບັດໃນອະດີດໂດຍບໍ່ປ່ຽນແປງ, ມັນຈຶ່ງຍາກຫຼາຍທີ່ພຣະເຈົ້າຈະດຳເນີນແຕ່ລະຂັ້ນຕອນຂອງພາລະກິດແຫ່ງຍຸກໃໝ່. ມະນຸດຊ່າງມີຄວາມຫຍຸ້ງຍາກຫຼາຍເກີນໄປ! ເຂົາມີການຄິດທີ່ມີຂອບເຂດຫຼາຍເກີນໄປ! ບໍ່ມີໃຜຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ທຸກຄົນຈຳກັດພາລະກິດດັ່ງກ່າວ. ເມື່ອເຂົາອອກຈາກພຣະເຈົ້າ ມະນຸດກໍສູນເສຍຊີວິດ, ຄວາມຈິງ ແລະ ພອນຂອງພຣະເຈົ້າ, ແຕ່ມະນຸດກໍບໍ່ຍອມຮັບຊີວິດ ຫຼື ຄວາມຈິງເລີຍ, ແຮງໄກທີ່ຈະໄດ້ຮັບພອນອັນຍິ່ງໃຫຍ່ກວ່າທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດຊາດ. ມະນຸດທຸກຄົນຫວັງຈະໄດ້ຮັບພຣະເຈົ້າ ແຕ່ບໍ່ສາມາດອົດທົນຕໍ່ການປ່ຽນແປງຕ່າງໆໃນພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ເຊື່ອວ່າ ພາລະກິດຂອງພຣະເຈົ້າບໍ່ມີການປ່ຽນແປງ, ພາລະກິດຂອງພຣະເຈົ້າຍັງຄົງຢຸດຢູ່ບ່ອນເກົ່າຕະຫຼອດໄປ. ໃນຄວາມເຊື່ອຂອງພວກເຂົາ ທຸກສິ່ງທີ່ຈຳເປັນເພື່ອຮັບເອົາຄວາມລອດພົ້ນຕະຫຼອດໄປເປັນນິດຈາກພຣະເຈົ້າແມ່ນເພື່ອປະຕິບັດຕາມກົດເກນ ແລະ ຕາບໃດທີ່ພວກເຂົາກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ ເຈດຕະນາຂອງພຣະເຈົ້າກໍຈະເປັນທີ່ພໍໃຈຢູ່ສະເໝີ. ພວກເຂົາມີຄວາມຄິດເຫັນວ່າ ພຣະເຈົ້າສາມາດເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ກົດບັນຍັດ ແລະ
- [ພວກເຈົ້າຄວນປ່ອຍວາງພອນທາງດ້ານສະຖານະ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ](https://lo.kingdomsalvation.org/put-aside-blessings-of-status-understand-God-s-will.html) - ຈາກທັດສະນະຂອງມະນຸດ, ມັນເປັນໄປບໍ່ໄດ້ສຳລັບລູກຫຼານຂອງໂມອາບທີ່ຈະຖືກເຮັດໃຫ້ສົມບູນໄດ້ ຫຼື ພວກເຂົາມີຄຸນສົມບັດທີ່ຈະຖືກເຮັດເຊັ່ນນັ້ນ. ກົງກັນຂ້າມ, ບັນດາລູກຫຼານຂອງເດວິດແມ່ນມີຄວາມຫວັງ ແລະ ສາມາດຖືກເຮັດໃຫ້ສົມບູນຢ່າງແນ່ນອນ. ຖ້າວ່າບຸກຄົນໃດເປັນລູກຫຼານຂອງໂມອາບ, ພວກເຂົາກໍ່ຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ເຖິງປັດຈຸບັນນີ້ ພວກເຈົ້າກໍຍັງບໍ່ຮູ້ຄວາມໝາຍຂອງພາລະກິດທີ່ຖືກປະຕິບັດທ່າມກາງພວກເຈົ້າ; ຈົນເຖິງຂັ້ນນີ້ ພວກເຈົ້າຍັງຖືເອົາຄວາມຄາດຫວັງໃນອະນາຄົດຂອງພວກເຈົ້າໄວ້ໃນຫົວໃຈຂອງພວກເຈົ້າ ແລະ ບໍ່ເຕັມໃຈທີ່ຈະສະຫຼະມັນ. ບໍ່ມີໃຜສົນໃຈວ່າເປັນຫຍັງມື້ນີ້ພຣະເຈົ້າຈິ່ງໄດ້ເລືອກປະຕິບັດພາລະກິດກັບກຸ່ມຄົນທີ່ບໍ່ຄູ່ຄວນທີ່ສຸດຄືດັ່ງພວກເຈົ້າ. ມັນສາມາດເປັນໄປໄດ້ບໍວ່າ ພຣະອົງໄດ້ເຮັດຜິດພາດໃນພາລະກິດນີ້? ພາລະກິດນີ້ໄດ້ຖືກເບິ່ງຂ້າມຊົ່ວໄລຍະໜຶ່ງບໍ? ເປັນຫຍັງພຣະເຈົ້າຈຶ່ງເຈາະຈົງລົງມາເພື່ອປະຕິບັດພາລະກິດຢູ່ທ່າມກາງພວກເຈົ້າ ໃນເມື່ອພຣະອົງຮູ້ມາດົນແລ້ວວ່າພວກເຈົ້າເປັນລູກຫຼານຂອງໂມອາບ? ພວກເຈົ້າບໍ່ເຄີຍຄິດກ່ຽວກັບເລື່ອງນີ້ບໍ? ພຣະເຈົ້າບໍ່ເຄີຍພິຈາລະນາເລື່ອງນີ້ ເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງບໍ? ພຣະອົງປະພຶດຕົນໃນລັກສະນະແບບໂອ້ອວດບໍ? ພຣະອົງບໍ່ຮູ້ວ່າພວກເຈົ້າເປັນລູກຫຼານຂອງໂມອາບມາຕັ້ງແຕ່ເລີ່ມຕົ້ນບໍ? ພວກເຈົ້າບໍ່ຮູ້ຈັກພິຈາລະນາສິ່ງເຫຼົ່ານີ້ບໍ? ແນວຄວາມຄິດຂອງພວກເຈົ້າຫາຍໄປໃສແລ້ວ? ຄວາມຄິດດ້ານບວກຂອງພວກເຈົ້າໄດ້ກາຍມາເປັນຄວາມຄິດທີ່ບໍ່ສາມາດປັບປຸງໄດ້ແລ້ວບໍ? ຄວາມສະຫຼາດ ແລະ ສະຕິປັນຍາຂອງພວກເຈົ້າຫາຍໄປໃສແລ້ວ? ມັນແມ່ນບໍວ່າ ພວກເຈົ້າມີຈຸດຢືນຢ່າງກວ້າງຂວາງຈົນວ່າພວກເຈົ້າບໍ່ສົນໃຈເລື່ອງເລັກນ້ອຍ? ພວກເຈົ້າໃສ່ໃຈຫຼາຍທີ່ສຸດຕໍ່ສິ່ງທີ່ຄາດຫວັງໃນອະນາຄົດຂອງພວກເຈົ້າ ແລະ ໂຊກຊະຕາຂອງພວກເຈົ້າເອງ, ແຕ່ສໍາລັບສິ່ງອື່ນແລ້ວພວກເຈົ້າກັບບໍ່ມີຄວາມຮູ້ສຶກຫຍັງ, ປຶກໜາ ແລະ ໂງ່ທີ່ສຸດ. ແມ່ນຫຍັງຢູ່ເທິງແຜ່ນດິນໂລກທີ່ພວກເຈົ້າເຊື່ອ? ຄວາມຄາດຫວັງໃນອະນາຄົດຂອງພວກເຈົ້າບໍ? ຫຼື ພຣະເຈົ້າ? ທຸກສິ່ງທີ່ເຈົ້າເຊື່ອບໍ່ແມ່ນຈຸດໝາຍປາຍທາງອັນສວຍງາມຂອງເຈົ້າບໍ? ມັນບໍ່ແມ່ນຄວາມຄາດຫວັງໃນອະນາຄົດຂອງເຈົ້າບໍ? ປັດຈຸບັນນີ້ເຈົ້າເຂົ້າໃຈວິຖີແຫ່ງຊີວິດຫຼາຍປານໃດ? ເຈົ້າບັນລຸຫຼາຍປານໃດແລ້ວ? ເຈົ້າຄິດວ່າພາລະກິດທີ່ກໍາລັງປະຕິບັດຕໍ່ບັນດາລູກຫຼານຂອງໂມອາບໃນປັດຈຸບັນນີ້ແມ່ນປະຕິບັດເພື່ອເຮັດໃຫ້ພວກເຈົ້າອັບອາຍບໍ? ມັນຖືກຕັ້ງໃຈເຮັດເພື່ອເປີດເຜີຍຄວາມຂີ້ຮ້າຍຂອງພວກເຈົ້າບໍ? ມັນຖືກເຮັດດ້ວຍເຈດຕະນາເພື່ອໃຫ້ພວກເຈົ້າຍອມຮັບການຂ້ຽນຕີ ແລະ ຈາກນັ້ນກໍ່ໂຍນພວກເຈົ້າເຂົ້າໃນທະເລສາບແຫ່ງໄຟບໍ?
- [ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້](https://lo.kingdomsalvation.org/perfected-can-live-meaningful-life.html) - ໃນຄວາມຈິງ ພາລະກິດທີ່ກຳລັງປະຕິບັດຢູ່ໃນຕອນນີ້ແມ່ນເພື່ອໃຫ້ຜູ້ຄົນກະບົດຕໍ່ຊາຕານ, ບັນພະບຸລຸດເດີມຂອງພວກເຂົາ. ການພິພາກສາທຸກຢ່າງດ້ວຍພຣະທຳແມ່ນແນໃສ່ເພື່ອເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ ແລະ ເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ແຫ່ງຊີວິດ. ການພິພາກສາຊໍ້າໆເຫຼົ່ານີ້ໄດ້ແທງສຽບຫົວໃຈຂອງຜູ້ຄົນ. ການພິພາກສາແຕ່ລະຄັ້ງກ່ຽວພັນກັບຊະຕາກໍາຂອງພວກເຂົາໂດຍກົງ ແລະ ມຸ່ງໝາຍທີ່ຈະເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບບາດເຈັບ ເພື່ອວ່າພວກເຂົາຈະສາມາດປະຖິ້ມທຸກສິ່ງ ແລະ ມາຮູ້ຈັກຊີວິດ; ຮູ້ຈັກໂລກທີ່ສົກກະປົກນີ້, ຮູ້ຈັກສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ຍັງຮູ້ຈັກມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ຍິ່ງການຕີສອນ ແລະ ການພິພາກສາເປັນແບບນີ້ຫຼາຍສໍ່າໃດ, ຫົວໃຈຂອງມະນຸດກໍ່ຍິ່ງສາມາດຖືກເຮັດໃຫ້ບາດເຈັບໄດ້ຫຼາຍສໍ່ານັ້ນ ແລະ ຈິດວິນຍານຂອງເຂົາກໍ່ຍິ່ງສາມາດຖືກປຸກໃຫ້ຕື່ນຫຼາຍຍິ່ງຂຶ້ນ. ການປຸກຈິດວິນຍານຂອງຄົນເຫຼົ່ານີ້ທີ່ເສື່ອມຊາມທີ່ສຸດ ແລະ ຄົນ ຖືກຫຼອກລວງຢ່າງຮ້າຍແຮງທີ່ສຸດຄືເປົ້າໝາຍຂອງການພິພາກສາປະເພດນີ້. ມະນຸດບໍ່ມີຈິດວິນຍານ ນັ້ນກໍ່ຄື ຈິດວິນຍານຂອງເຂົາໄດ້ຕາຍໄປດົນນານແລ້ວ ແລະ ເຂົາບໍ່ຮູ້ຈັກວ່າມີສະຫວັນ, ບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ບໍ່ສາມາດຮູ້ໄດ້ວ່າເຂົາກຳລັງດີ້ນຮົນໃນເຫວເລິກແຫ່ງຄວາມຕາຍ; ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ເຂົາກຳລັງດຳລົງຊີວິດໃນນະຮົກນີ້ທີ່ຢູ່ເທິງແຜ່ນດິນໂລກ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ຊາກສົບຂອງເຂົາທີ່ເນົ່າເປື່ອຍນີ້ໄດ້ຕົກລົງໄປຢູ່ໃນແດນມໍລະນາແຫ່ງຄວາມຕາຍຜ່ານການທີ່ຊາຕານເຮັດໃຫ້ເສື່ອມຊາມ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ທຸກສິ່ງເທິງແຜ່ນດິນໂລກຖືກທຳລາຍເປັນເວລາດົນນານຈົນເກີນກວ່າທີ່ມະນຸດຈະສາມາດແກ້ໄຂໄດ້? ແລ້ວເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ພຣະຜູ້ສ້າງໄດ້ລົງມາເທິງແຜ່ນດິນໂລກໃນມື້ນີ້ ແລະ ກຳລັງຊອກຫາກຸ່ມຄົນເສື່ອມຊາມທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້? ເຖິງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຜະເຊີນກັບການຫຼໍ່ຫຼອມ ແລະ ການພິພາກສາທຸກຢ່າງທີ່ສາມາດເກີດຂຶ້ນໄດ້, ຈິດສຳນຶກທີ່ແຂງກະດ້າງຂອງເຂົາກໍ່ຍັງບໍ່ຕື່ນຂຶ້ນແມ່ນພຽງໜ້ອຍດຽວ ແລະ ບໍ່ມີການຕອບໂຕ້ຫຍັງແມ່ນແຕ່ໜ້ອຍດຽວແທ້ໆ. ມະນຸດຊາດຊ່າງເສື່ອມໂຊມ!
- [ວ່າດ້ວຍເລື່ອງນາມ ແລະ ຕົວຕົນ](https://lo.kingdomsalvation.org/concerning-appellations-and-identity.html) - ຖ້າເຈົ້າປາຖະໜາທີ່ຈະເໝາະສົມສຳລັບການຖືກໃຊ້ໂດຍພຣະເຈົ້າ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງຮູ້ຈັກພາລະກິດທີ່ພຣະອົງໄດ້ປະຕິບັດກ່ອນໜ້ານີ້ (ໃນພຣະສັນຍາໃໝ່ ແລະ ເດີມ), ແລະ ຍິ່ງໄປກວ່ານັ້ນ ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະອົງໃນປັດຈຸບັນ; ນັ້ນໝາຍຄວາມວ່າ ເຈົ້າຕ້ອງຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າທີ່ປະຕິບັດມາຫຼາຍກວ່າ 6.000 ປີ. ຖ້າເຈົ້າຖືກຮ້ອງຂໍໃຫ້ເຜີຍແຜ່ຂ່າວປະເສີດ, ແລ້ວເຈົ້າກໍຈະບໍ່ສາມາດເຮັດໄດ້ ຫາກບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ບາງຄົນອາດຖາມເຈົ້າກ່ຽວກັບສິ່ງທີ່ພຣະເຈົ້າຂອງພວກເຈົ້າໄດ້ເວົ້າໄວ້ກ່ຽວກັບພຣະຄຳພີ, ພຣະສັນຍາເດີມ ແລະ ພາລະກິດ ແລະ ພຣະທຳຂອງພຣະເຢຊູໃນເວລານັ້ນ. ຖ້າເຈົ້າບໍ່ສາມາດເວົ້າເຖິງເລື່ອງລາວເບື້ອງຫຼັງຂອງພຣະຄຳພີ, ແລ້ວພວກເຂົາກໍຈະບໍ່ເຊື່ອ. ໃນເວລານັ້ນ, ພຣະເຢຊູເວົ້າຫຼາຍຢ່າງກັບສາວົກຂອງພຣະອົງກ່ຽວກັບພຣະສັນຍາເດີມ. ທຸກສິ່ງທີ່ພວກເຂົາອ່ານແມ່ນມາຈາກພຣະສັນຍາເດີມ; ພຣະສັນຍາໃໝ່ພຽງແຕ່ຫາກໍ່ຂຽນຂຶ້ນສອງສາມທົດສະວັດຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ເພື່ອເຜີຍແຜ່ຂ່າວປະເສີດ, ພວກເຈົ້າຄວນເຂົ້າໃຈຄວາມຈິງສ່ວນໃນຂອງພຣະຄຳພີເປັນຫຼັກ ແລະ ພາລະກິດຂອງພຣະເຈົ້າທີ່ຢູ່ໃນອິດສະຣາເອນ ເຊິ່ງນັ້ນກໍຄືພາລະກິດທີ່ພຣະເຢໂຮວາໄດ້ປະຕິບັດ ແລະ ພວກເຈົ້າກໍຕ້ອງເຂົ້າໃຈເຖິງພາລະກິດທີ່ພຣະເຢຊູປະຕິບັດເຊັ່ນກັນ. ສິ່ງເຫຼົ່ານີ້ແມ່ນບັນຫາທີ່ທຸກຄົນເປັນຫ່ວງທີ່ສຸດ ແລະ ເລື່ອງລາວເບື້ອງຫຼັງຂອງສາມຂັ້ນຕອນຂອງພາລະກິດຄືສິ່ງທີ່ພວກເຂົາບໍ່ເຄີຍໄດ້ຍິນ. ເມື່ອເຜີຍແຜ່ຂ່າວປະເສີດ, ກ່ອນອື່ນ ໃຫ້ປະວາງການເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ. ຂັ້ນຕອນນີ້ຂອງພາລະກິດແມ່ນຢູ່ນອກເໜືອການຢັ່ງເຖິງຂອງພວກເຂົາ, ເພາະສິ່ງທີ່ພວກເຂົາສະແຫວງຫາແມ່ນສິ່ງທີ່ສູງສົ່ງທີ່ສຸດໃນບັນດາສິ່ງທັງປວງ: ຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ມີຫຍັງທີ່ສູງສົ່ງໄປກວ່າສອງສິ່ງເຫຼົ່ານີ້. ຖ້າພວກເຈົ້າເວົ້າກ່ຽວກັບສິ່ງທີ່ສູງສົ່ງກ່ອນ, ມັນກໍຈະຫຼາຍເກີນໄປສຳລັບພວກເຂົາ ຍ້ອນບໍ່ມີຜູ້ໃດໄດ້ຜະເຊີນກັບພາລະກິດດັ່ງກ່າວຂອງພຣະວິນຍານບໍລິສຸດ; ມັນບໍ່ເຄີຍມີມາກ່ອນ ແລະ ມັນບໍ່ໄດ້ງ່າຍສຳລັບມະນຸດທີ່ຈະຍອມຮັບໄດ້. ປະສົບການຂອງພວກເຂົາແມ່ນສິ່ງເດີມໆຈາກອະດີດ
- [ເຈົ້າຄວນຮູ້ວ່າ ມວນມະນຸດທັງໝົດໄດ້ພັດທະນາມາຮອດປັດຈຸບັນນີ້ໄດ້ແນວໃດ](https://lo.kingdomsalvation.org/how-humanity-has-developed.html) - ພາລະກິດທັງໝົດທີ່ດໍາເນີນມາຫຼາຍກວ່າຫົກພັນປີ ໄດ້ມີການປ່ຽນແປງເທື່ອລະໜ້ອຍຕາມຍຸກສະໄໝຕ່າງໆທີ່ຜ່ານມາ ແລະ ຜ່ານໄປ. ການປ່ຽນແປງໃນພາລະກິດນີ້ໄດ້ເກີດຂຶ້ນ ໂດຍອີງຕາມສະຖານະການໂດຍລວມຂອງໂລກ ແລະ ຕາມແນວໂນ້ມການພັດທະນາຂອງມະນຸດໂດຍລວມ; ພາລະກິດແຫ່ງການຄຸ້ມຄອງກໍພຽງແຕ່ປ່ຽນແປງຕາມນັ້ນເທື່ອລະໜ້ອຍ. ທັງໝົດບໍ່ໄດ້ມີການວາງແຜນໄວ້ໃນຕອນທີ່ເລີ່ມຕົ້ນຂອງການສ້າງ. ກ່ອນທີ່ໂລກຈະຖືກສ້າງຂຶ້ນ ຫຼື ຫຼັງຈາກທີ່ໄດ້ຖືກສ້າງຂຶ້ນໃນບໍ່ດົນ, ພຣະເຢໂຮວາຍັງບໍ່ໄດ້ວາງແຜນຂັ້ນຕອນທໍາອິດຂອງພາລະກິດ, ຂັ້ນຕອນແຫ່ງພຣະບັນຍັດ; ຂັ້ນຕອນທີສອງຂອງພາລະກິດ ແມ່ນຂັ້ນຕອນແຫ່ງພຣະຄຸນ; ຫຼື ຂັ້ນຕອນທີສາມຂອງພາລະກິດ ແມ່ນຂັ້ນຕອນແຫ່ງການເອົາຊະນະ, ເຊິ່ງພຣະອົງຈະເລີ່ມຕົ້ນດ້ວຍເຊື້ອສາຍຂອງໂມອາບກ່ອນ ແລະ ຜ່ານວິທີການນີ້ ພຣະອົງຈະເອົາຊະນະຈັກກະວານທັງປວງ. ຫຼັງຈາກທີ່ໄດ້ສ້າງແຜ່ນດິນໂລກ ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ ຫຼື ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຫຼັງຈາກໂມອາບ; ແນ່ນອນກ່ອນໜ້າໂລດ ພຣະອົງກໍບໍ່ເຄີຍກ່າວພຣະທໍາເຫຼົ່ານີ້. ພາລະກິດທັງໝົດຖືກປະຕິບັດຢ່າງເປັນທໍາມະຊາດ. ນີ້ແມ່ນວິທີທີ່ພາລະກິດແຫ່ງການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ພັດທະນາ; ກ່ອນສ້າງໂລກ ພຣະອົງຈະເຄີຍຂຽນແຜນການດັ່ງກ່າວຂຶ້ນເປັນຮູບຮ່າງຄືກັບ “ຕາຕະລາງສະຫຼຸບສໍາລັບການພັດທະນາຂອງມະນຸດຊາດ”. ໃນພາລະກິດຂອງພຣະເຈົ້າ, ພຣະອົງສະແດງສິ່ງທີ່ພຣະອົງເປັນໂດຍກົງ; ພຣະອົງບໍ່ໄດ້ພະຍາຍາມຄິດຢ່າງໜັກເພື່ອສ້າງແຜນການຂຶ້ນ. ແນ່ນອນ ຜູ້ປະກາດພຣະທໍາຈຳນວນເລັກນ້ອຍຄົນໄດ້ກ່າວຄໍາທໍານາຍອັນຍິ່ງໃຫຍ່ຫຼາຍຢ່າງ ແຕ່ມັນກໍຍັງບໍ່ສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າແມ່ນໜຶ່ງໃນການວາງແຜນການທີ່ຊັດເຈນຢູ່ສະເໝີ; ຄໍາທໍານາຍເຫຼົ່ານັ້ນຖືກສ້າງຂຶ້ນຕາມພາລະກິດຂອງພຣະເຈົ້າໃນເວລານັ້ນ. ພາລະກິດທັງໝົດທີ່ພຣະອົງປະຕິບັດ ແມ່ນພາລະກິດທີ່ແທ້ຈິງທີ່ສຸດ. ພຣະອົງດໍາເນີນພາລະກິດຂອງພຣະອົງຕາມການພັດທະນາໃນແຕ່ລະຍຸກສະໄໝ ແລະ ອີງພາລະກິດນັ້ນຕາມວິທີທີ່ສິ່ງຕ່າງໆປ່ຽນແປງ. ສໍາລັບພຣະອົງແລ້ວ, ການດໍາເນີນພາລະກິດແມ່ນຄ້າຍຄືກັບການຈັດຢາເພື່ອປິ່ນປົວຄວາມເຈັບປ່ວຍ; ໃນຂະນະທີ່ປະຕິບັດພາລະກິດຂອງພຣະອົງ, ພຣະອົງສັງເກດການ ແລະ ສືບຕໍ່ພາລະກິດຂອງພຣະອົງຕາມການສັງເກດການຂອງພຣະອົງ. ໃນທຸກຂັ້ນຕອນ
- [ພຣະທຳສຳລັບຄົນໜຸ່ມ ແລະ ຄົນເຖົ້າ](https://lo.kingdomsalvation.org/words-to-the-young-and-old.html) - ເຮົາໄດ້ປະຕິບັດພາລະກິດຈຳນວນຫຼວງຫຼາຍເທິງແຜ່ນດິນໂລກ ແລະ ເຮົາໄດ້ຍ່າງທ່າມກາງມະນຸດຊາດເປັນເວລາຫຼາຍປີ, ແຕ່ຫາຍາກທີ່ຜູ້ຄົນຈະມີຄວາມຮູ້ກ່ຽວກັບພາບລັກຂອງເຮົາ ແລະ ອຸປະນິໄສຂອງເຮົາ ແລະ ມີໜ້ອຍຄົນທີ່ສາມາດອະທິບາຍພາລະກິດທີ່ເຮົາເຮັດຢ່າງທົ່ວເຖິງ. ມີຫຼາຍສິ່ງທີ່ຜູ້ຄົນຂາດ, ພວກເຂົາຂາດຄວາມເຂົ້າໃຈໃນສິ່ງທີ່ເຮົາເຮັດຢູ່ສະເໝີ ແລະ ຫົວໃຈຂອງພວກເຂົາກໍເຝົ້າປ້ອງກັນຢູ່ສະເໝີ ຄືກັບວ່າພວກເຂົາຢ້ານຢູ່ເລິກໆວ່າ ເຮົາຈະວາງພວກເຂົາຢູ່ໃນອີກສະຖານະການ ແລະ ຫຼັງຈາກນັ້ນກໍບໍ່ໃສ່ໃຈກັບພວກເຂົາອີກ. ສະນັ້ນ ທ່າທີຂອງຜູ້ຄົນຕໍ່ເຮົາຈຶ່ງບໍ່ຮ້ອນບໍ່ໜາວ ພ້ອມທັງມີຄວາມລະມັດລະວັງຢ່າງສູງ. ນີ້ແມ່ນຍ້ອນຜູ້ຄົນໄດ້ມາເຖິງປັດຈຸບັນໂດຍບໍ່ເຂົ້າໃຈພາລະກິດທີ່ເຮົາປະຕິບັດ ແລະ ໂດຍສະເພາະແລ້ວ ພວກເຂົາແມ່ນສັບສົນກັບພຣະທຳທີ່ເຮົາກ່າວຕໍ່ພວກເຂົາ. ພວກເຂົາຖືພຣະທຳຂອງເຮົາໄວ້ໃນມືຂອງພວກເຂົາ ໂດຍບໍ່ຮູ້ວ່າພວກເຂົາຄວນອຸທິດຕົນເອງໃຫ້ແກ່ຄວາມເຊື່ອທີ່ບໍ່ໝັ້ນຄົງໃນພຣະທໍາເຫຼົ່ານັ້ນ ຫຼື ພວກເຂົາຄວນເລືອກທີ່ຈະບໍ່ຕັດສິນໃຈ ແລະ ລືມພວກມັນໄປ. ພວກເຂົາບໍ່ຮູ້ວ່າພວກເຂົາຄວນນໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດ ຫຼື ລໍຖ້າ ແລະ ເບິ່ງ ຫຼື ພວກເຂົາຄວນປະຖິ້ມທຸກສິ່ງ ແລະ ຕິດຕາມຢ່າງກ້າຫານ ຫຼື ສືບຕໍ່ຍຶດໝັ້ນຕໍ່ມິດຕະພາບທາງໂລກຄືກັບແຕ່ກ່ອນ. ໂລກພາຍໃນຂອງຜູ້ຄົນສັບສົນຫຼາຍ ແລະ ພວກມັນມີເລ່ລ່ຽມຫຼາຍ. ຍ້ອນຜູ້ຄົນບໍ່ສາມາດເຫັນພຣະທຳຂອງເຮົາໄດ້ຢ່າງຊັດເຈນ ຫຼື ຢ່າງຄົບຖ້ວນ, ພວກເຂົາຫຼາຍຄົນຈຶ່ງມີຄວາມຫຍຸ້ງຍາກໃນການປະຕິບັດພຣະທຳເຫຼົ່ານັ້ນ ແລະ ມີຄວາມຫຍຸ້ງຍາກທີ່ຈະວາງຫົວໃຈຂອງພວກເຂົາຕໍ່ໜ້າເຮົາ. ເຮົາເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຫຍຸ້ງຍາກຂອງພວກເຈົ້າ. ຄວາມບົກຜ່ອງຫຼາຍຢ່າງແມ່ນບໍ່ສາມາດຫຼີກເວັ້ນໄດ້ ເມື່ອດຳລົງຊີວິດຢູ່ໃນເນື້ອໜັງ ແລະ ປັດໄຈທີ່ເປັນຈິງຫຼາຍຢ່າງໄດ້ສ້າງຄວາມຫຍຸ້ງຍາກສຳລັບພວກເຈົ້າ. ພວກເຈົ້າລ້ຽງຄອບຄົວຂອງພວກເຈົ້າ,
- [ເລື່ອງຈິງຂອງພາລະກິດໃນຍຸກແຫ່ງການໄຖ່ບາບ](https://lo.kingdomsalvation.org/behind-work-in-age-of-redemption.html) - ແຜນການຄຸ້ມຄອງທັງໝົດຂອງເຮົາ ເຊິ່ງນັ້ນກໍຄື ແຜນການຄຸ້ມຄອງຫົກພັນປີ ແມ່ນປະກອບມີສາມຂັ້ນຕອນ ຫຼື ສາມຍຸກຄື: ຍຸກແຫ່ງພຣະບັນຍັດໃນຕອນເລີ່ມຕົ້ນ; ຍຸກແຫ່ງພຣະຄຸນ (ເຊິ່ງກໍຄືຍຸກແຫ່ງການໄຖ່ບາບ); ແລະ ຍຸກແຫ່ງລາຊະອານາຈັກໃນຍຸກສຸດທ້າຍ. ເນື້ອໃນພາລະກິດຂອງເຮົາໃນສາມຍຸກນີ້ແມ່ນແຕກຕ່າງກັນໄປຕາມແຕ່ລະຍຸກ ແຕ່ໃນແຕ່ລະຂັ້ນຕອນ ພາລະກິດນີ້ຖືກປະຕິບັດຕາມຄວາມຕ້ອງການຂອງມະນຸດ ຫຼື ຖ້າຈະເວົ້າໃຫ້ຊັດເຈນກວ່ານັ້ນກໍຄື ມັນຖືກປະຕິບັດຕາມເລ່ຫຼ່ຽມທີ່ຊາຕານໃຊ້ໃນສົງຄາມທີ່ເຮົາຕໍ່ສູ້ກັບມັນ. ຈຸດປະສົງກໍເພື່ອເອົາຊະນະຊາຕານ, ເພື່ອເປີດເຜີຍສະຕິປັນຍາ ແລະ ຄວາມຊົງລິດທານຸພາບອັນສູງສຸດຂອງເຮົາ, ເພື່ອເປີດໂປງເລ່ຫຼ່ຽມທັງໝົດຂອງຊາຕານ ແລະ ດ້ວຍເຫດນັ້ນຈຶ່ງຊ່ວຍມວນມະນຸດຊາດທັງປວງທີ່ອາໄສຢູ່ພາຍໃຕ້ອຳນາດຂອງຊາຕານໃຫ້ລອດພົ້ນ. ມັນແມ່ນເພື່ອເປີດເຜີຍສະຕິປັນຍາ ແລະ ຄວາມຊົງລິດທານຸພາບອັນສູງສຸດຂອງເຮົາ ພ້ອມທັງເພື່ອເປີດໂປງຄວາມຂີ້ດຽດທີ່ທົນບໍ່ໄດ້ຂອງຊາຕານ; ຍິ່ງໄປກວ່ານັ້ນ ມັນແມ່ນເພື່ອໃຫ້ສິ່ງທີ່ຖືກສ້າງສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ, ໃຫ້ຮູ້ວ່າເຮົາເປັນຜູ້ຊົງອຳນາດສູງສຸດເໜືອທຸກຊັບພະສິ່ງ, ໃຫ້ເຫັນຢ່າງຊັດເຈນວ່າຊາຕານເປັນສັດຕູຂອງມະນຸດຊາດ, ເປັນຕົວເສື່ອມຊາມ, ເປັນຜູ້ຊົ່ວຮ້າຍ ແລະ ເພື່ອເຮັດໃຫ້ພວກເຂົາສາມາດຈໍາແນກຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວ, ຄວາມຈິງ ແລະ ຄຳເວົ້າຜິດໆ, ຄວາມບໍລິສຸດ ແລະ ຄວາມສົກກະປົກ ພ້ອມທັງສິ່ງທີ່ຍິ່ງໃຫຍ່ ແລະ ສິ່ງທີ່ຕ່ຳຊ້າໄດ້ຢ່າງຊັດເຈນ. ມັນແມ່ນເພື່ອໃຫ້ມະນຸດຊາດທີ່ໂງ່ຈ້າເຫຼົ່ານີ້ສາມາດເປັນປະຈັກພະຍານໃຫ້ແກ່ເຮົາວ່າ ບໍ່ແມ່ນ “ເຮົາ” ທີ່ເຮັດໃຫ້ມະນຸດເສື່ອມຊາມ ແລະ ມີພຽງເຮົາເອງເຊິ່ງເປັນພຣະຜູ້ສ້າງເທົ່ານັ້ນ
- [ພາລະກິດໃນຍຸກແຫ່ງພຣະບັນຍັດ](https://lo.kingdomsalvation.org/the-work-in-the-age-of-law.html) - ພາລະກິດທີ່ພຣະເຢໂຮວາໄດ້ເຮັດຕໍ່ຊົນຊາດອິດສະຣາເອນນັ້ນ ໄດ້ສ້າງສະຖານທີ່ໆເປັນຕົ້ນກຳເນີດຂອງພຣະເຈົ້າເທິງແຜ່ນດິນໂລກເຊິ່ງພ້ອມນີ້ ຍັງເປັນສະຖານທີ່ທີ່ສັກສິດທີ່ພຣະອົງໄດ້ປະທັບຢູ່. ພຣະອົງໄດ້ຈໍາກັດພາລະກິດຂອງພຣະອົງສະເພາະຊົນຊາດອິດສະຣາເອນເທົ່ານັ້ນ. ທໍາອິດພຣະອົງບໍ່ໄດ້ດໍາເນີນພາລະກິດນອກດິນແດນອິດສະຣາເອນ ແຕ່ກົງກັນຂ້າມ ພຣະອົງເລືອກຊົນຊາດທີ່ພຣະອົງເຫັນວ່າ ເໝາະສົມໃນການຈໍາກັດຂອບເຂດພາລະກິດຂອງພຣະອົງ. ອິດສະຣາເອນເປັນສະຖານທີ່ພຣະເຈົ້າສ້າງອາດາມ ແລະ ເອວາ. ພຣະເຢໂຮວາໄດ້ສ້າງມະນຸດຈາກລະອອງຝຸ່ນຂອງສະຖານທີ່ນັ້ນ ແລະ ດັ່ງນັ້ນ ສະຖານທີ່ດັ່ງກ່າວຈຶ່ງກາຍເປັນຖານພາລະກິດ ຂອງພຣະອົງໃນແຜ່ນດິນໂລກ. ຊົນຊາດອິດສະຣາເອນ ທີ່ເປັນລູກຫຼານຂອງໂນອາ ແລະ ທັງເປັນລູກຫຼານຂອງອາດາມ, ພວກເຂົາຄືມະນຸດທີ່ເປັນພື້ນຖານພາລະກິດຂອງພຣະເຢໂຮວາໃນແຜ່ນດິນໂລກ. ໃນເວລານັ້ນ ຄວາມສໍາຄັນ, ຈຸດປະສົງ ແລະ ບາດກ້າວພາລະກິດຂອງພຣະເຢໂຮວາ ໃນດິນແດນອິດສະຣາເອນແມ່ນເປັນການລິເລີ່ມພາລະກິດຂອງພຣະອົງໃນທົ່ວແຜ່ນດິນໂລກເຊິ່ງພຣະອົງໄດ້ຖືເອົາດິນແດນອິດສະຣາເອນເປັນຈຸດສູນກາງ, ແລ້ວຫລັງຈາກນັ້ນຈຶ່ງໄດ້ຄ່ອຍໆຂະຫຍາຍອອກໄປສູ່ບັນດາປະເທດຕ່າງໆ. ນີ້ຄືຫຼັກການ ການດໍາເນີນພາລະກິດຂອງພຣະອົງໃນທົ່ວຈັກກະວານເພື່ອສ້າງຮູບແບບ ພ້ອມຂະຫຍາຍກວ້າງອອກໄປຈົນກວ່າຜູ້ຄົນໃນທົ່ວຈັກກະວານຈະໄດ້ຮັບຂ່າວປະເສີດຂອງພຣະອົງ. ຄົນອິດສະຣາເອນຄົນທໍາອິດແມ່ນລູກຫຼານຂອງໂນອາ. ຜູ້ຄົນເຫຼົ່ານີ້ໄດ້ຮັບພຽງລົມຫາຍໃຈຈາກພຣະເຢໂຮວາ ແລະ ມີຄວາມເຂົ້າໃຈພຽງພໍທີ່ຈະດູແລຄວາມຈໍາເປັນຂັ້ນພື້ນຖານຂອງຊີວິດເທົ່ານັ້ນ, ແຕ່ພວກເຂົາບໍ່ຮູ້ວ່າພຣະເຢໂຮວາເປັນພຣະເຈົ້າແບບໃດ ຫຼື ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດແນວໃດ, ແລ້ວແຮງໄກກັບການເຂົາເຈົ້າຄວນຍໍາເກງພຣະຜູ້ເປັນເຈົ້າຂອງສິ່ງຊົງສ້າງທັງໝົດ. ໃນເມື່ອເປັນດັ່ງນັ້ນ ຈະໃຫ້ພວກເຂົາເຄົາລົບບູຊາຕໍ່ພຣະເຈົ້າຜູ້ສ້າງສັບພະທຸກສິ່ງໄດ້ແນວໃດ. ສ່ວນທີ່ວ່າມີກົດເກນ ຫຼື ມີຂໍ້ບັນຍັດຫຍັງແດ່ທີ່ຕ້ອງເຊື່ອຟັງ ຫຼື ບໍ່[ກ] ຫຼື ມີໜ້າທີ່ຫຍັງແດ່ທີ່ຜູ້ຖືກສ້າງຄວນປະຕິບັດເພື່ອພຣະຜູ້ສ້າງ, ລູກຫຼານຂອງອາດາມແມ່ນບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້. ສິ່ງທີ່ພວກເຂົາຮູ້ຄື ຜົວຄວນສະຫຼະເຫື່ອແຮງເຮັດວຽກເພື່ອລ້ຽງດູຄອບຄົວ ແລະ ຜູ້ເປັນເມຍຄວນຖວາຍຕົນໃຫ້ກັບຜົວຂອງລາວເພື່ອສືບຕໍ່ ຂະຫຍາຍຊາດຕິພັນມະນຸດທີ່ພຣະເຢໂຮວາໄດ້ສ້າງຂຶ້ນ. ເວົ້າຢ່າງໜຶ່ງກໍຄື
- [ພວກເຈົ້າທຸກຄົນຕໍ່າຊາມໃນບຸກຄະລິກຫຼາຍ!](https://lo.kingdomsalvation.org/your-character-is-so-lowly.html) - ພວກເຈົ້າທຸກຄົນກໍາລັງນັ່ງໃນບ່ອນນັ່ງທີ່ງົດງາມ ໂດຍສັ່ງສອນຄົນລຸ້ນໜຸ່ມທີ່ເປັນຄົນປະເພດດຽວກັນກັບພວກເຈົ້າ ແລະ ໃຫ້ພວກເຂົາທຸກຄົນນັ່ງກັບເຈົ້າ. ພວກເຈົ້າຮູ້ ຫຼື ບໍ່ວ່າ ດົນນານມາແລ້ວ “ລູກຫຼານ” ຂອງພວກເຈົ້າແມ່ນບໍ່ມີລົມຫາຍໃຈ ແລະ ເຮັດໃຫ້ພາລະກິດຂອງເຮົາສູນເສຍໄປ. ລັດສະໝີຂອງເຮົາແມ່ນເປັ່ງແສງຈາກດິນແດນແຫ່ງທິດຕາເວັນອອກ ຫາ ດິນແດນແຫ່ງທິດຕາເວັນຕົກ ແຕ່ເມື່ອລັດສະໝີຂອງເຮົາກະຈາຍໄປເຖິງສົ້ນຂົ້ວຂອງແຜ່ນດິນໂລກ ແລະ ເມື່ອມັນເປັ່ງແສງຂຶ້ນມາ ແລະ ສ່ອງສະຫວ່າງອອກໄປ, ເຮົາຈະເອົາລັດສະໝີຂອງເຮົາຈາກທິດຕາເວັນອອກ ແລະ ນໍາມັນໄປໃຫ້ທາງທິດຕາເວັນຕົກ ເພື່ອວ່າ ຜູ້ຄົນແຫ່ງຄວາມມືດ ທີ່ໄດ້ປະຖິ້ມເຮົາໃນທິດຕາເວັນອອກ ຈະບໍ່ມີແສງສະຫວ່າງອີກຕໍ່ໄປ. ເມື່ອສິ່ງນັ້ນເກີດຂຶ້ນ, ພວກເຈົ້າຈະດໍາລົງຊີວິດຢູ່ໃນຮ່ອມພູແຫ່ງເງົາມືດ. ເຖິງແມ່ນວ່າ ຜູ້ຄົນໃນປັດຈຸບັນ ແມ່ນດີກວ່າເກົ່າຫຼາຍຮ້ອຍເທົ່າ ແຕ່ພວກເຂົາກໍຍັງບໍ່ສາມາດເຮັດຕາມຄວາມຕ້ອງການຂອງເຮົາໄດ້ ແລະ ພວກເຂົາຍັງບໍ່ແມ່ນພະຍານທີ່ຍິ່ງໃຫຍ່ໃຫ້ເຮົາເທື່ອ. ພວກເຈົ້າສາມາດດີກວ່າເກົ່າຮ້ອຍເທົ່າກໍຍ້ອນຜົນທັງໝົດຂອງພາລະກິດຂອງເຮົາ. ມັນແມ່ນໝາກຜົນທີ່ເກີດຈາກພາລະກິດຂອງເຮົາຢູ່ເທິງແຜ່ນດິນໂລກ. ຢ່າງໃດກໍຕາມ, ເຮົາຮູ້ສຶກລັງກຽດຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າ ເຊັ່ນດຽວກັນກັບບຸກຄະລິກຂອງພວກເຈົ້າ ແລະ ເຮົາຮູ້ສຶກບໍ່ພໍໃຈຫຼາຍກັບການປະຕິບັດຂອງພວກເຈົ້າຢູ່ຕໍ່ໜ້າເຮົາ ເພາະວ່າ ພວກເຈົ້າບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບເຮົາ. ແລ້ວພວກເຈົ້າຈະສາມາດເປັນຜູ້ທີ່ດໍາລົງຊີວິດຕາມລັດສະໝີຂອງເຮົາໄດ້ແນວໃດ ແລະ ພວກເຈົ້າຈະສາມາດຈົງຮັກພັກດີທີ່ສຸດຕໍ່ພາລະກິດໃນອະນາຄົດຂອງເຮົາໄດ້ແນວໃດ? ຄວາມເຊື່ອຂອງພວກເຈົ້າແມ່ນງົດງາມຫຼາຍ; ພວກເຈົ້າເວົ້າວ່າ ພວກເຈົ້າເຕັມໃຈທີ່ຈະສະຫຼະທັງຊີວິດຂອງພວກເຈົ້າໃນນາມພາລະກິດຂອງເຮົາ ແລະ ເຕັມໃຈທີ່ຈະເສຍສະລະຊີວິດຂອງພວກເຈົ້າເພື່ອມັນ, ແຕ່ອຸປະນິໄສຂອງພວກເຈົ້າບໍ່ປ່ຽນແປງຈັກໜ້ອຍເລີຍ.
- [ພາລະກິດເຜີຍແຜ່ພຣະກິດຕິຄຸນຍັງເປັນພາລະກິດທີ່ຊ່ວຍໃຫ້ມະນຸດລອດພົ້ນ](https://lo.kingdomsalvation.org/spreading-gospel-is-saving-man.html) - ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ພາລະກິດທີ່ເຮົາປາຖະໜາທີ່ຈະໄດ້ຮັບສູງສຸດ ແລະ ລະດັບໃດທີ່ເຮົາຕ້ອງບັນລຸໄດ້ໃນພາລະກິດນີ້ກ່ອນທີ່ພາລະກິດຈະສຳເລັດໄດ້. ຫຼັງຈາກໄດ້ກ້າວມາກັບເຮົາຈົນມາຮອດມື້ນີ້, ຖ້າມະນຸດຍັງບໍ່ເຂົ້າໃຈວ່າພາລະກິດຂອງເຮົາແມ່ນກ່ຽວກັບຫຍັງ, ນັ້ນໝາຍຄວາມວ່າພວກເຂົາແມ່ນໄດ້ຕິດຕາມເຮົາໂດຍໄຮ້ປະໂຫຍດເລີຍບໍ? ຖ້າຜູ້ຄົນຕິດຕາມເຮົາ, ພວກເຂົາຄວນຮູ້ເຈດຕະນາຂອງເຮົາ. ເຮົາໄດ້ດຳເນີນພາລະກິດໃນໂລກມະນຸດເປັນເວລາຫຼາຍພັນປີມາແລ້ວ ແລະ ມາຮອດມື້ນີ້ ເຮົາຍັງດຳເນີນພາລະກິດຂອງເຮົາຢູ່. ເຖິງແມ່ນວ່າພາລະກິດຂອງເຮົາຈະມີຫຼາຍໂຄງການກໍ່ຕາມ, ແຕ່ຈຸດປະສົງຂອງພາລະກິດນີ້ຍັງຄົງບໍ່ປ່ຽນແປງ. ເຖິງແມ່ນວ່າເຮົາຈະມາພ້ອມກັບການພິພາກສາ ແລະ ການລົງໂທດຕໍ່ກັບມະນຸດກໍ່ຕາມ, ຍົກຕົວຢ່າງ, ສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດໃນການຊ່ວຍໃຫ້ມະນຸດລອດພົ້ນ ແລະ ເພື່ອປະໂຫຍດໃນການເຜີຍແຜ່ພຣະກິດຕິຄຸນຂອງເຮົາໃຫ້ດີຂຶ້ນກວ່າເກົ່າ ແລະ ການເພີ່ມຂະຫຍາຍພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຫລັງຈາກມະນຸດໄດ້ຮັບການສ້າງໃຫ້ສົມບູນແລ້ວ. ສະນັ້ນໃນມື້ນີ້, ໃນເວລາທີ່ຫຼາຍໆຄົນຈົມເລິກໄປກັບຄວາມສິ້ນຫວັງ, ເຮົາຍັງສືບຕໍ່ພາລະກິດຂອງເຮົາ, ເຮົາສືບຕໍ່ວຽກທີ່ເຮົາຕ້ອງເຮັດເພື່ອພິພາກສາ ແລະ ລົງໂທດມະນຸດ. ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດແມ່ນເບື່ອໜ່າຍໃນສິ່ງທີ່ເຮົາກ່າວ ແລະ ມະນຸດກໍບໍ່ມີຄວາມຕ້ອງການທີ່ຈະສົນໃຈໃນພາລະກິດຂອງເຮົາ, ເຮົາກໍຍັງສືບຕໍ່ປະຕິບັດໜ້າທີ່ຂອງເຮົາຕໍ່ໄປ ເພາະວ່າຈຸດປະສົງໃນພາລະກິດຂອງເຮົາຍັງຄົງບໍ່ປ່ຽນແປງ ແລະ ແຜນການເບື້ອງຕົ້ນຂອງເຮົາຈະບໍ່ຖືກທຳລາຍ. ຈຸດປະສົງໃນການພິພາກສາຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດອ່ອນນ້ອມຕໍ່ເຮົາໄດ້ດີຂຶ້ນ ແລະ ຈຸດປະສົງໃນການລົງໂທດຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດບັນລຸການປ່ຽນແປງໄດ້ດີຍິ່ງຂຶ້ນ. ເຖິງແມ່ນວ່າທຸກສິ່ງທີ່ເຮົາເຮັດແມ່ນເພື່ອເຫັນແກ່ການຄຸ້ມຄອງຂອງເຮົາ, ເຮົາບໍ່ເຄີຍປະຕິບັດພາລະກິດໃດທີ່ບໍ່ມີຜົນປະໂຫຍດຕໍ່ມະນຸດເລີຍ ເພາະວ່າເຮົາຕ້ອງການເຮັດໃຫ້ທຸກຊາດຢູ່ນອກດິນແດນອິດສະຣາເອນອ່ອນນ້ອມຄືກັນກັບຊາວອິດສະຣາເອນ ແລະ ເພື່ອເຮັດໃຫ້ພວກເຂົາກາຍເປັນມະນຸດທີ່ແທ້ຈິງ ແລະ ເພື່ອໃຫ້ເຮົາມີບ່ອນຢືນຢູ່ໃນດິນແດນນອກອິດສະຣາເອນ. ນີ້ແມ່ນການຄຸ້ມຄອງຂອງເຮົາ; ມັນແມ່ນພາລະກິດຂອງເຮົາໃນທ່າມກາງຊາດທີ່ບໍ່ແມ່ນຊາວຢິວ. ແມ່ນແຕ່ໃນຕອນນີ້, ຫຼາຍໆຄົນຍັງບໍ່ເຂົ້າໃຈການຄຸ້ມຄອງຂອງເຮົາ, ເພາະວ່າພວກເຂົາບໍ່ສົນໃຈກ່ຽວກັບສິ່ງດັ່ງກ່າວ ແລະ ແທນທີ່ຈະເປັນແນວນັ້ນ
- [ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ” ແລ້ວ](https://lo.kingdomsalvation.org/Savior-has-returned.html) - ເປັນເວລາຫຼາຍພັນປີມາແລ້ວ ມະນຸດໄດ້ປາດຖະໜາຢາກເຫັນການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ. ມະນຸດປາດຖະໜາຢາກເຫັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຂີ່ກ້ອນເມກສີຂາວເມື່ອພຣະອົງລົງມາດ້ວຍຕົນເອງຢູ່ທ່າມກາງຜູ້ທີ່ລໍຄອຍ ແລະ ປາດຖະໜາຢາກເຫັນພຣະອົງເປັນເວລາຫຼາຍພັນປີມາແລ້ວ. ມະນຸດຍັງປາດຖະໜາໃຫ້ພຣະຜູ້ຊ່ວຍໃຫ້ລອດພົ້ນກັບຄືນມາ ແລະ ມາຢູ່ຮ່ວມກັບພວກເຂົາ; ນັ້ນກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຜູ້ທີ່ໄດ້ແຍກຈາກຜູ້ຄົນເປັນເວລາຫຼາຍພັນປີກັບຄືນມາ ແລະ ປະຕິບັດພາລະກິດແຫ່ງການໄຖ່ບາບທີ່ພຣະອົງເຄີຍເຮັດໃນທ່າມກາງຄົນຢິວອີກຄັ້ງ, ໃຫ້ພຣະອົງຈະມີຄວາມສົງສານ ແລະ ມີຄວາມຮັກຕໍ່ມະນຸດ, ໃຫ້ອະໄພບາບແກ່ມະນຸດ ແລະ ແບກຮັບຄວາມຜິດບາບຂອງມະນຸດ ແລະ ເຖິງກັບແບກຮັບເອົາການກະທຳຜິດຂອງມະນຸດທຸກຄົນ ແລະ ນຳມະນຸດອອກຈາກຄວາມຜິດບາບ. ສິ່ງທີ່ພວກເຂົາປາດຖະໜາກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນເປັນຄືແຕ່ກ່ອນ ນັ້ນກໍ່ຄືເປັນພຣະຜູ້ຊ່ວຍໃຫ້ລອດທີ່ເຕັມໄປດ້ວຍຄວາມຮັກ, ມີເມດຕາ ແລະ ໜ້າເຄົາລົບນັບຖື, ເປັນຜູ້ທີ່ບໍ່ເຄີຍໂກດຮ້າຍຕໍ່ມະນຸດ ແລະ ຜູ້ທີ່ບໍ່ເຄີຍຕຳນິມະນຸດ, ແຕ່ເປັນຜູ້ທີ່ໃຫ້ອະໄພ ແລະ ແບກຮັບເອົາບາບທັງໝົດຂອງມະນຸດ ແລະ ຜູ້ທີ່ເຖິງກັບຕາຍເທິງໄມ້ກາງແຂນເພື່ອມະນຸດຄືກັບຄັ້ງກ່ອນ. ຕັ້ງແຕ່ທີ່ພຣະເຢຊູໄດ້ຈາກໄປ, ສາວົກຜູ້ທີ່ຕິດຕາມພຣະອົງ ພ້ອມທັງໄພ່ພົນທຸກຄົນທີ່ໄດ້ຮັບຄວາມລອດພົ້ນໃນພຣະນາມຂອງພຣະອົງກໍ່ໄດ້ພາກັນສະແຫວງຫາ ແລະ ລໍຄອຍພຣະອົງຢ່າງສິ້ນຫວັງ. ທຸກຄົນທີ່ໄດ້ຮັບຄວາມລອດພົ້ນຈາກພຣະກະລຸນາຂອງພຣະເຢຊູຄຣິດໃນລະຫວ່າງຍຸກແຫ່ງພຣະຄຸນກໍ່ປາດຖະໜາຫາມື້ແຫ່ງຄວາມປິຕິຍິນດີໃນຍຸກສຸດທ້າຍ ເມື່ອພຣະຜູ້ຊ່ວຍໃຫ້ລອດພົ້ນຈະລົງມາເທິງກ້ອນເມກສີຂາວ ເພື່ອປາກົດຕົວຕໍ່ໜ້າທຸກຄົນ. ແນ່ນອນ ສິ່ງນີ້ຍັງແມ່ນຄວາມປາດຖະໜາລວມກັນຂອງທຸກຄົນທີ່ຍອມຮັບພຣະນາມຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໃນມື້ນີ້. ທຸກຄົນໃນຈັກກະວານທີ່ຮູ້ຈັກຄວາມລອດພົ້ນຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ລໍຄອຍຢ່າງສິ້ນຫວັງໃຫ້ພຣະເຢຊູຄຣິດມາເຖິງຢ່າງກະທັນຫັນ ເພື່ອເຮັດສຳເລັດສິ່ງທີ່ພຣະເຢຊູໄດ້ກ່າວໄວ້ໃນຂະນະທີ່ຢູ່ເທິງໂລກ: “ເຮົາຈະມາຄືກັນກັບຕອນທີ່ເຮົາຈາກໄປ”. ມະນຸດເຊື່ອວ່າ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ ແລະ ການຄືນຊີບ ພຣະເຢຊູໄດ້ກັບຄືນໄປສູ່ສະຫວັນເທິງກ້ອນເມກສີຂາວ ເພື່ອຮັບຕຳແໜ່ງຂອງພຣະອົງໃນມືເບື້ອງຂວາຂອງອົງຊົງສູງສຸດ. ໃນລັກສະນະດຽວກັນ, ພຣະເຢຊູຈະລົງມາເທິງກ້ອນເມກສີຂາວອີກຄັ້ງ
- [ບໍ່ມີໃຜທີ່ເປັນຂອງເນື້ອໜັງສາມາດລອດພົ້ນຈາກວັນແຫ່ງຄວາມໂກດຮ້າຍນັ້ນໄດ້](https://lo.kingdomsalvation.org/none-of-flesh-escape-day-of-wrath.html) - ເຮົາໄດ້ຕັກເຕືອນພວກເຈົ້າໂດຍເຫັນແກ່ຜົນປະໂຫຍດຂອງການເອົາຕົວລອດຂອງພວກເຈົ້າເອງ ເພື່ອໃຫ້ພາລະກິດຂອງເຮົາດຳເນີນໄປຢ່າງນິ້ມນວນ ແລະ ເພື່ອໃຫ້ພາລະກິດທີ່ເລີ່ມຕົ້ນຂອງເຮົາທົ່ວທັງຈັກກະວານດຳເນີນໄປຢ່າງເໝາະສົມ ແລະ ສົມບູນ ໂດຍເປີດເຜີຍພຣະທຳ, ອຳນາດ, ສະຫງ່າລາສີ ແລະ ການພິພາກສາຂອງເຮົາທີ່ມີໃຫ້ກັບປະຊາຊົນໃນທຸກປະເທດ ແລະ ຊົນຊາດ. ພາລະກິດທີ່ເຮົາດຳເນີນທ່າມກາງພວກເຈົ້າແມ່ນການເລີ່ມຕົ້ນຂອງພາລະກິດຂອງເຮົາທົ່ວທັງຈັກກະວານ. ເຖິງແມ່ນວ່າ ປັດຈຸບັນນີ້ຄືເວລາແຫ່ງຍຸກສຸດທ້າຍ ຈົ່ງຮູ້ໄວ້ວ່າ “ຍຸກສຸດທ້າຍ” ເປັນພຽງຊື່ຂອງຍຸກໜຶ່ງ; ຄືກັນກັບຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ, ມັນໝາຍເຖິງຍຸກ ແລະ ມັນກ່າວເຖິງຍຸກທັງໝົດ ແທນທີ່ຈະແມ່ນສອງສາມປີ ຫຼື ສອງສາມເດືອນສຸດທ້າຍ. ເຖິງຢ່າງນັ້ນກໍຕາມ ຍຸກສຸດທ້າຍບໍ່ຄືກັບຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ພາລະກິດຂອງຍຸກສຸດທ້າຍບໍ່ໄດ້ດຳເນີນໃນອິດສະຣາເອນ ແຕ່ທ່າມກາງຕ່າງຊາດ; ມັນເປັນການເອົາໄຊຊະນະຕໍ່ໜ້າບັນລັງແຫ່ງປະຊາຊົນຂອງເຮົາຈາກທຸກຊົນຊາດ ແລະ ຊົນເຜົ່າທີ່ຢູ່ນອກອິດສະຣາເອນ ເພື່ອວ່າສະຫງ່າລາສີຂອງເຮົາທົ່ວທັງຈັກກະວານຈະສາມາດເຕັມໄປທົ່ວອາວະກາດ ແລະ ທ້ອງຟ້າ. ມັນເປັນດັ່ງນັ້ນກໍເພື່ອວ່າ ເຮົາຈະສາມາດໄດ້ຮັບລັດສະໝີທີ່ຍິ່ງໃຫຍ່ກວ່າເກົ່າ ເພື່ອທຸກສິ່ງທີ່ມີຊີວິດເທິງແຜ່ນດິນໂລກຈະສາມາດສົ່ງຕໍ່ລັດສະໝີຂອງເຮົາໄປທຸກໆຊົນຊາດ, ຈາກຮຸ່ນສູ່ຮຸ່ນຕະຫຼອດໄປ ແລະ ທຸກສິ່ງທີ່ມີຊີວິດໃນສະຫວັນ ແລະ ເທິງແຜ່ນດີນໂລກຈະສາມາດເຫັນລັດສະໝີທັງໝົດທີ່ເຮົາໄດ້ຮັບຢູ່ເທິງແຜ່ນດິນໂລກນີ້. ພາລະກິດທີ່ດຳເນີນໃນລະຫວ່າງຍຸກສຸດທ້າຍນີ້ ເປັນພາລະກິດແຫ່ງເອົາໄຊຊະນະ. ມັນບໍ່ແມ່ນການນໍາພາຊີວິດຂອງທຸກຄົນເທິງແຜ່ນດິນໂລກ ແຕ່ເປັນການສິ້ນສຸດຄວາມເປັນອໍາມະຕະຂອງມະນຸດຊາດ ແລະ ຊີວິດທີ່ຍາວນານເປັນເວລາພັນປີຂອງຄວາມອົດທົນຢູ່ເທິງແຜ່ນດິນໂລກ. ຜົນຕາມມາກໍຄື
- [ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບການກະທຳທີ່ຊົ່ວຮ້າຍທັງໝົດທີ່ເຈົ້າໄດ້ເຮັດ](https://lo.kingdomsalvation.org/regret-all-evil-you-have-done.html) - ພວກເຈົ້າທຸກຄົນໄດ້ເຫັນພາລະກິດທີ່ເຮົາໄດ້ເຮັດທ່າມກາງພວກເຈົ້າດ້ວຍຕາຂອງພວກເຈົ້າເອງ, ພວກເຈົ້າເອງແມ່ນໄດ້ຮັບຟັງພຣະທໍາທີ່ເຮົາໄດ້ກ່າວ ແລະ ພວກເຈົ້າທຸກຄົນແມ່ນໄດ້ຮູ້ຈັກທ່າທີທີ່ເຮົາມີຕໍ່ພວກເຈົ້າ, ສະນັ້ນ ພວກເຈົ້າກໍຄວນຮູ້ວ່າ ເປັນຫຍັງເຮົາຈິ່ງເຮັດພາລະກິດນີ້ໃນຕົວພວກເຈົ້າ. ເຮົາຂໍບອກພວກເຈົ້າຕາມຕົງວ່າ ພວກເຈົ້າບໍ່ມີຄວາມສໍາຄັນຫຍັງ ນອກຈາກແຕ່ເປັນເຄື່ອງມືສໍາລັບພາລະກິດແຫ່ງການເອົາຊະນະຂອງເຮົາໃນຍຸກສຸດທ້າຍ ແລະ ເປັນເຄື່ອງໃຊ້ສໍາລັບການຂະຫຍາຍພາລະກິດຂອງເຮົາໃນຊາດທີ່ບໍ່ແມ່ນຊາດຂອງຊາວຢິວ. ເຮົາເວົ້າຜ່ານຄວາມບໍ່ຊອບທໍາ, ຄວາມສົກກະປົກ, ການຕໍ່ຕ້ານ ແລະ ການກະບົດຂອງພວກເຈົ້າ ເພື່ອຂະຫຍາຍພາລະກິດຂອງເຮົາໃຫ້ກວ້າງກວ່າເກົ່າ ແລະ ເຜີຍແຜ່ຊື່ຂອງເຮົາໃນທ່າມກາງຊາດທີ່ບໍ່ແມ່ນຊາດຂອງຊາວຢິວ ເຊິ່ງກໍຄືການເຜີຍແຜ່ພາລະກິດໃນບັນດາຊາດຕ່າງໆນອກເໜືອຈາກອິດສະຣາເອນ. ນີ້ກໍເພື່ອວ່າ ຊື່ຂອງເຮົາ, ການກະທໍາຂອງເຮົາ ແລະ ສຽງຂອງເຮົາອາດໄດ້ຮັບການເຜີຍແຜ່ໄປທົ່ວຊາດຕ່າງໆທີ່ບໍ່ແມ່ນຊາດຂອງຊາວຢິວ ເຊິ່ງດ້ວຍເຫດນັ້ນ ບັນດາຊາດເຫຼົ່ານັ້ນທັງໝົດທີ່ບໍ່ແມ່ນອິດສະຣາເອນອາດຖືກເຮົາເອົາຊະນະ ແລະ ອາດນະມັດສະການເຮົາ ແລ້ວກາຍເປັນດິນແດນສັກສິດທີ່ຢູ່ນອກດິນແດນອິດສະຣາເອນ ແລະ ເອຢິບ. ການຂະຫຍາຍພາລະກິດຂອງເຮົາທີ່ຈິງແລ້ວແມ່ນການຂະຫຍາຍພາລະກິດແຫ່ງການເອົາຊະນະຂອງເຮົາ ແລະ ແມ່ນການຂະຫຍາຍດິນແດນສັກສິດ; ມັນແມ່ນການຂະຫຍາຍຖານທີ່ໝັ້ນຂອງເຮົາຢູ່ແຜ່ນດິນໂລກ. ພວກເຈົ້າຄວນມີຄວາມຊັດເຈນວ່າ ພວກເຈົ້າແມ່ນພຽງແຕ່ສິ່ງຊົງສ້າງທ່າມກາງຕ່າງຊາດທີ່ບໍ່ແມ່ນຊາດຂອງຊາວຢິວທີ່ເຮົາໄດ້ເອົາຊະນະ. ໂດຍແທ້ຈິງແລ້ວ, ພວກເຈົ້າບໍ່ມີສະຖານະ ຫຼື ຄຸນຄ່າເພື່ອການນໍາໃຊ້ ແລະ ບໍ່ໄດ້ຖືກນໍາໃຊ້ຫຍັງເລີຍ. ມັນເປັນພຽງເພາະວ່າ ເຮົາໄດ້ຍົກພວກໂຕໜອນຂຶ້ນຈາກກອງຂີ້ສັດ ເພື່ອມາເປັນຕົວຢ່າງຂອງການເອົາຊະນະດິນແດນທັງໝົດຂອງເຮົາ ແລະ ເພື່ອເປັນ “ສິ່ງອ້າງອີງ” ສໍາລັບການເອົາຊະນະດິນແດນທັງໝົດຂອງເຮົາ, ພວກເຈົ້າຈຶ່ງໄດ້ໂຊກດີພໍທີ່ໄດ້ມາພົບກັບເຮົາ ແລະ ມາເຕົ້າໂຮມຢູ່ກັບເຮົາໃນຕອນນີ້.
- [ການເປັນຄົນທີ່ແທ້ຈິງໝາຍເຖິງຫຍັງ](https://lo.kingdomsalvation.org/what-it-means-to-be-a-real-man.html) - ມັນຄືໜ້າທີ່ຂອງເຮົາຢູ່ສະເໝີທີ່ຈະຄຸ້ມຄອງມະນຸດ. ຍິ່ງໄປກວ່ານັ້ນ, ການເອົາຊະນະມະນຸດແມ່ນສິ່ງທີ່ເຮົາກຳນົດໄວ້ລ່ວງໜ້າເມື່ອເຮົາສ້າງໂລກ. ຜູ້ຄົນອາດຈະບໍ່ຮູ້ວ່າ ເຮົາຈະເອົາຊະນະມະນຸດໃນຍຸກສຸດທ້າຍຢ່າງສົມບູນ ຫຼື ການເອົາຊະນະຜູ້ທີ່ກະບົດໃນທ່າມກາງມະນຸດຊາດແມ່ນຫຼັກຖານໃນການເອົາຊະນະຊາຕານຂອງເຮົາ. ແຕ່ເມື່ອເວລາສັດຕູຂອງເຮົາໄດ້ມາສູ້ຮົບກັບເຮົາ, ເຮົາກໍໄດ້ບອກມັນແລ້ວວ່າ ເຮົາຈະເອົາຊະນະຜູ້ທີ່ຊາຕານໄດ້ຈັບກຸມໄປເປັນສະເລີຍ ແລະ ເຮັດໃຫ້ເປັນລູກຂອງມັນ ເຊິ່ງເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີ ທີ່ເຝົ້າເບິ່ງເຮືອນຂອງມັນ. ຄວາມໝາຍດັ້ງເດີມຂອງການເອົາຊະນະກໍຄືການປາບ, ການເຮັດໃຫ້ອັບອາຍ; ໃນພາສາຂອງຊາວອິດສະຣາເອນ, ມັນໝາຍເຖິງການເອົາຊະນະຢ່າງສິ້ນເຊີງ, ການທໍາລາຍ ແລະ ເຮັດໃຫ້ບໍ່ສາມາດຕໍ່ຕ້ານເຮົາໄດ້ອີກຕໍ່ໄປ. ແຕ່ໃນປັດຈຸບັນ ເມື່ອຖືກນໍາໃຊ້ໃນທ່າມກາງພວກເຈົ້າ ແມ່ນໝາຍເຖິງການເອົາຊະນະ. ພວກເຈົ້າຄວນຮູ້ວ່າ ເຈດຕະນາຂອງເຮົາແມ່ນເພື່ອທໍາລາຍ ແລະ ເອົາຊະນະມະນຸດຊາດທີ່ຊົ່ວຮ້າຍຢ່າງສິ້ນເຊີງ ເພື່ອວ່າ ພວກເຂົາຈະບໍ່ສາມາດທໍລະຍົດເຮົາອີກຕໍ່ໄປ ແລ້ວແຮງໄກທີ່ຈະໃຫ້ມີຮອດລົມຫາຍໃຈທີ່ຈະມາຂັດຂວາງ ຫຼື ລົບກວນພາລະກິດຂອງເຮົາ. ສະນັ້ນ, ເທົ່າທີ່ມະນຸດຮູ້, ຄຳເວົ້ານີ້ແມ່ນໝາຍເຖິງການເອົາຊະນະ. ບໍ່ວ່າຄວາມໝາຍເພີ່ມຂອງຄໍາສັບຈະສື່ເຖິງຫຍັງກໍຕາມ ແຕ່ພາລະກິດຂອງເຮົາແມ່ນເພື່ອເອົາຊະນະມວນມະນຸດ. ໃນຊົ່ວໄລຍະໜຶ່ງ ມັນແມ່ນຄວາມຈິງທີ່ມະນຸດຊາດເປັນສ່ວນປະກອບໃນການຄຸ້ມຄອງຂອງເຮົາ ແຕ່ຖ້າໃຫ້ເວົ້າໃຫ້ຖືກຕ້ອງກວ່ານີ້ ມວນມະນຸດກໍບໍ່ໄດ້ເປັນຫຼາຍກວ່າສັດຕູຂອງເຮົາ. ມວນມະນຸດເປັນສິ່ງຊົ່ວຮ້າຍທີ່ຕໍ່ຕ້ານ ແລະ ກະບົດຕໍ່ເຮົາ. ມະນຸດຊາດບໍ່ໄດ້ເປັນຫຼາຍກວ່າລູກຫຼານຂອງສິ່ງຊົ່ວຮ້າຍທີ່ເຮົາໄດ້ສາບແຊ່ງ. ມວນມະນຸດບໍ່ໄດ້ເປັນຫຼາຍກວ່າລູກຫຼານຂອງນາຍເທວະດາທີ່ທໍລະຍົດເຮົາ. ມວນມະນຸດບໍ່ໄດ້ເປັນຫຼາຍກວ່າມໍລະດົກຂອງພວກມານຮ້າຍທີ່ເຮົາໄດ້ປະຕິເສດມາດົນນານແລ້ວ ແລະ ໄດ້ເປັນສັດຕູອັນຮ້າຍກາດຂອງເຮົາທີ່ບໍ່ສາມາດຄືນດີກັນໄດ້ຈົນເຖິງທຸກວັນນີ້. ເນື່ອງຈາກທ້ອງຟ້າທີ່ຢູ່ເທິງມະນຸດຊາດທຸກຄົນບໍ່ສົດໃສ ແລະ ມືດມົວ ໂດຍທີ່ບໍ່ມີຄວາມແຈ່ມແຈ້ງແມ່ນແຕ່ໜ້ອຍ ແລະ
- [ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າ?](https://lo.kingdomsalvation.org/when-it-comes-to-God.html) - ຜູ້ຄົນເຊື່ອໃນພຣະເຈົ້າຕັ້ງແຕ່ດົນແລ້ວ, ແຕ່ຄົນສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈຄຳວ່າ “ພຣະເຈົ້າ” ແມ່ນຫຍັງ ແລະ ພຽງແຕ່ຕິດຕາມດ້ວຍຄວາມສັບສົນມຶນງົງ. ພວກເຂົາບໍ່ຮູ້ຫຍັງເລີຍວ່າ ຍ້ອນຫຍັງແທ້ມະນຸດຈຶ່ງຕ້ອງເຊື່ອໃນພຣະເຈົ້າ ຫຼື ພຣະເຈົ້າແມ່ນຫຍັງ. ຖ້າຜູ້ຄົນຮູ້ພຽງແຕ່ເຊື່ອ ແລະ ຕິດຕາມພຣະເຈົ້າເທົ່ານັ້ນ, ແຕ່ບໍ່ຮູ້ວ່າພຣະເຈົ້າແມ່ນຫຍັງ ຫຼື ຖ້າພວກເຂົາຍັງບໍ່ຮູ້ຈັກພຣະເຈົ້າ, ແລ້ວນີ້ບໍ່ແມ່ນເລື່ອງທີ່ຕະຫຼົກທີ່ເປັນຕາຫົວຫຼາຍບໍ? ເມື່ອໄດ້ມາຈົນເຖິງປັດຈຸບັນນີ້ ເຖິງແມ່ນວ່າຜູ້ຄົນໄດ້ເປັນພະຍານເຖິງຄວາມລຶກລັບຫຼາຍຢ່າງໃນສະຫວັນ ແລະ ໄດ້ຍິນຄວາມຮູ້ທີ່ເລິກເຊິ່ງຫຼາຍທີ່ມະນຸດບໍ່ເຄີຍເຂົ້າໃຈມາກ່ອນຈັກເທື່ອ, ພວກເຂົາບໍ່ຮູ້ຄວາມຈິງຫຼາຍຢ່າງທີ່ເປັນພື້ນຖານທີ່ສຸດເຊິ່ງມະນຸດບໍ່ເຄີຍຕຶກຕອງມາກ່ອນ. ບາງຄົນອາດເວົ້າວ່າ: “ພວກເຮົາເຊື່ອໃນພຣະເຈົ້າເປັນເວລາຫຼາຍປີແລ້ວ. ພວກເຮົາຈະບໍ່ຮູ້ໄດ້ແນວໃດວ່າ ພຣະເຈົ້າແມ່ນຫຍັງ? ຄຳຖາມນີ້ບໍ່ໄດ້ດູຖູກພວກເຮົາບໍ?” ແຕ່ໃນຄວາມເປັນຈິງແລ້ວ, ເຖິງແມ່ນວ່າໃນປັດຈຸບັນຜູ້ຄົນຕິດຕາມເຮົາ, ພວກເຂົາບໍ່ຮູ້ຫຍັງກ່ຽວກັບພາລະກິດໃດໜຶ່ງໃນປັດຈຸບັນ ແລະ ລົ້ມເຫຼວທີ່ຈະເຂົ້າໃຈແມ່ນແຕ່ຄຳຖາມທີ່ຊັດເຈນທີ່ສຸດ ແລະ ງ່າຍທີ່ສຸດ, ແຮງໄກທີ່ຈະເວົ້າເຖິງຄຳຖາມທີ່ສັບຊ້ອນສູງເຊັ່ນຄຳຖາມກ່ຽວກັບພຣະເຈົ້າ. ໃຫ້ຮູ້ວ່າຄໍາຖາມທີ່ເຈົ້າບໍ່ສົນໃຈ, ຄຳຖາມທີ່ເຈົ້າບໍ່ໄດ້ລະບຸ ແມ່ນຄຳຖາມທີ່ສໍາຄັນທີ່ສຸດທີ່ເຈົ້າຕ້ອງເຂົ້າໃຈ ເພາະເຈົ້າຮູ້ພຽງແຕ່ເຮັດຕາມຝູງຊົນ ໂດຍບໍ່ໃສ່ໃຈ ແລະ ບໍ່ສົນໃຈຕໍ່ສິ່ງທີ່ເຈົ້າຄວນກຽມພ້ອມໃຫ້ແກ່ຕົນເອງ. ເຈົ້າຮູ້ແທ້ບໍວ່າ ເປັນຫຍັງເຈົ້າຈຶ່ງຄວນມີຄວາມເຊື່ອໃນພຣະເຈົ້າ? ເຈົ້າຮູ້ແທ້ໆບໍວ່າ ພຣະເຈົ້າແມ່ນຫຍັງ? ເຈົ້າຮູ້ແທ້ໆບໍວ່າ ມະນຸດແມ່ນຫຍັງ? ໃນຖານະເປັນຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈສິ່ງເຫຼົ່ານີ້, ເຈົ້າຈະບໍ່ສູນເສຍສັກສີຂອງຜູ້ທີ່ເຊື່ອໃນພຣະເຈົ້າບໍ? ພາລະກິດຂອງເຮົາໃນປັດຈຸບັນແມ່ນມີດັ່ງນີ້: ເພື່ອໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ຂອງພວກເຂົາ, ເຂົ້າໃຈທຸກສິ່ງທີ່ເຮົາປະຕິບັດ ແລະ
- [ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບພອນແມ່ນຫຍັງ?](https://lo.kingdomsalvation.org/understanding-of-blessings.html) - ເຖິງແມ່ນວ່າ ບັນດາມະນຸດທີ່ເກີດມາໃນຍຸກນີ້ຈະຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ມານຮ້າຍທີ່ສົກກະປົກ, ຄວາມເສື່ອມຊາມດັ່ງກ່າວໄດ້ນຳຄວາມລອດພົ້ນອັນຍິ່ງໃຫຍ່ມາສູ່ພວກເຂົາ, ຄວາມລອດພົ້ນທີ່ແມ່ນແຕ່ໃຫຍ່ກວ່າພູເຂົາ ແລະ ທົ່ງພຽງຂອງສັດລ້ຽງ ແລະ ຄວາມຮັ່ງມີຢ່າງຫຼວງຫຼາຍຂອງໂຢບ ແລະ ຍິ່ງໃຫຍ່ເກີນກວ່າພອນຂອງການໄດ້ພົບກັບພຣະເຢໂຮວາທີ່ໂຢບໄດ້ຮັບພາຍຫຼັງການທົດລອງຂອງເພີ່ນອີກດ້ວຍ. ສິ່ງນີ້ໄດ້ເກີດຂຶ້ນພາຍຫຼັງທີ່ໂຢບໄດ້ຜ່ານການທົດລອງແຫ່ງຄວາມຕາຍ ເຊິ່ງເພິ່ນໄດ້ຍິນພຣະເຢໂຮວາກ່າວ ແລະ ໄດ້ຍິນສຽງຂອງພຣະເຢໂຮວາມາຕາມສາຍລົມ. ເຖິງຢ່າງໃດກໍຕາມ, ເພິ່ນບໍ່ໄດ້ເຫັນໃບໜ້າຂອງພຣະເຢໂຮວາ ແລະ ເພິ່ນກໍບໍ່ຮູ້ຈັກອຸປະນິໄສຂອງພຣະອົງ. ສິ່ງທີ່ໂຢບໄດ້ຮັບຄື ຄວາມຮັ່ງມີທາງວັດຖຸພຽງຢ່າງດຽວ ເຊິ່ງມັນເຮັດໃຫ້ໂຢບມີຄວາມສຸກທາງຮ່າງກາຍ ແລະ ມີລູກທີ່ສວຍງາມທີ່ສຸດໃນທຸກເມືອງທີ່ອ້ອມຂ້າງ, ພ້ອມທັງການປົກປ້ອງຈາກເຫຼົ່າທູດສະຫວັນເປັນຢ່າງດີ. ເພິ່ນບໍ່ເຄີຍເຫັນພຣະເຢໂຮວາ ແລະ ເຖິງແມ່ນວ່າເພິ່ນໄດ້ຖືກເອີ້ນວ່າເປັນຜູ້ຊອບທຳ, ເພິ່ນກໍບໍ່ເຄີຍຮູ້ຈັກອຸປະນິໄສຂອງພຣະເຢໂຮວາ. ແລ້ວເຖິງແມ່ນມັນສາມາດເວົ້າໄດ້ວ່າ ຄວາມສຸກທາງວັດຖຸຂອງຜູ້ຄົນໃນປັດຈຸບັນແມ່ນຄວາມຍາກຈົນພຽງຊົ່ວຄາວ ຫຼື ສະພາບແວດລ້ອມພາຍນອກໂລກທີ່ບໍ່ເປັນມິດ, ເຮົາກໍໄດ້ເປີດເຜີຍອຸປະນິໄສຂອງເຮົາ ເຊິ່ງເຮົາບໍ່ເຄີຍສະແດງໃຫ້ມະນຸດຊາດຮູ້ຕັ້ງແຕ່ຍຸກບູຮານ ແລະ ເປັນຄວາມລັບຢູ່ສະເໝີ, ພ້ອມທັງເປັນຄວາມລຶກລັບຕັ້ງແຕ່ຍຸກສະໄໝທີ່ຜ່ານມາ ໃຫ້ແກ່ທຸກຄົນທີ່ຕໍ່າຕ້ອຍທີ່ສຸດ ເຊິ່ງເຮົາໄດ້ມອບຄວາມລອດພົ້ນອັນຍິ່ງໃຫຍ່ທີ່ສຸດຂອງເຮົາໃຫ້. ຍິ່ງໄປກວ່ານັ້ນ, ນີ້ແມ່ນເທື່ອທຳອິດ ທີ່ເຮົາໄດ້ເປີດເຜີຍສິ່ງເຫຼົ່ານີ້; ເຮົາບໍ່ເຄີຍປະຕິບັດພາລະກິດນີ້ມາກ່ອນ. ເຖິງແມ່ນວ່າພວກເຈົ້າຈະຕໍ່າຕ້ອຍກວ່າໂຢບຫຼາຍ, ສິ່ງທີ່ພວກເຈົ້າໄດ້ຮັບ ແລະ ສິ່ງທີ່ພວກເຈົ້າໄດ້ເຫັນ ແມ່ນເໜືອກວ່າເພິ່ນຫຼາຍ. ເຖິງແມ່ນວ່າພວກເຈົ້າໄດ້ຜ່ານການທົນທຸກໆຊະນິດ ແລະ ໄດ້ຮັບປະສົບການກັບຄວາມທໍລະມານທຸກຮູບແບບ, ການທົນທຸກນັ້ນ ບໍ່ໄດ້ຄືກັນກັບການທົດລອງຂອງໂຢບເລີຍ;
- [ຜູ້ຄົນທີ່ຖືກເລືອກໃນປະເທດຈີນບໍ່ສາມາດເປັນຕົວແທນຊົນເຜົ່າໃດໃນປະເທດອິດສະຣາເອນ](https://lo.kingdomsalvation.org/chosen-people-in-china-cannot-represent-israel.html) - ຄົວເຮືອນຂອງເດວິດຄືຄອບຄົວດັ່ງເດີມທີ່ຮັບພັນທະສັນຍາ ແລະ ມໍລະດົກຂອງພຣະເຢໂຮວາ. ໃນຕອນດັ່ງເດີມ ພວກເຂົາແມ່ນໜຶ່ງໃນບັນດາຊົນເຜົ່າຂອງອິດສະຣາເອນທີ່ໄດ້ຖືກເລືອກ. ໃນເວລານັ້ນ ພຣະເຢໂຮວາໄດ້ຕັ້ງກົດບັນຍັດສຳລັບຊາວອິດສະຣາເອນວ່າ ຊາວຢິວທຸກຄົນທີ່ຢູ່ໃນຄົວເຮືອນຂອງເດວິດ, ທຸກຄົນທີ່ເກີດໃນຄົວເຮືອນນັ້ນຈະໄດ້ຮັບມໍລະດົກຂອງພຣະອົງ. ພວກເຂົາຈະໄດ້ຮັບເປັນຮ້ອຍເທົ່າ ແລະ ໄດ້ຮັບສະຖານະເປັນລູກຊາຍກົກ. ໃນເວລານັ້ນ ພວກເຂົາເປັນກຸ່ມຄົນທີ່ສູງສົ່ງທີ່ສຸດທ່າມກາງຊາວອິດສະຣາເອນທັງໝົດ ນັ້ນກໍຄື ພວກເຂົາມີຕໍາແໜ່ງສູງສຸດທ່າມກາງປະຊາຊົນທັງໝົດຂອງອິດສະຣາເອນ ແລະ ພວກເຂົາໄດ້ຮັບໃຊ້ພຣະເຢໂຮວາໃນພຣະວິຫານໂດຍກົງ ໂດຍນຸ່ງເສື້ອຄຸມ ແລະ ໃສ່ມົງກຸດຂອງປະໂລຫິດ. ໃນເວລານັ້ນ, ພຣະເຢໂຮວາເອີ້ນພວກເຂົາວ່າ ເປັນຄົນຮັບໃຊ້ທີ່ຊື່ສັດ ແລະ ໃຈບຸນ ແລະ ພວກເຂົາກໍໄດ້ຮັບຄວາມນັບຖືຈາກຊົນເຜົ່າຕ່າງໆໃນອິດສະຣາເອນ. ສະນັ້ນ, ໃນເວລານັ້ນ ພວກເຂົາທຸກຄົນຖືກກ່າວເຖິງໃນຖານະເປັນເຈົ້ານາຍ, ທຸກສິ່ງທັງໝົດນີ້ກໍແມ່ນພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ. ໃນປັດຈຸບັນ ພວກເຂົາຍັງຮັບໃຊ້ພຣະເຢໂຮວາໃນລັກສະນະແບບນີ້ໃນພຣະວິຫານຢູ່, ສະນັ້ນພວກເຂົາຈຶ່ງເປັນກະສັດທີ່ພຣະເຢໂຮວາແຕ່ງຕັ້ງສະເໝີມາ. ບໍ່ມີໃຜທີ່ສາມາດເອົາມົງກຸດຂອງພວກເຂົາໄປໄດ້ ແລະ ບໍ່ມີໃຜທີ່ສາມາດປ່ຽນແປງການຮັບໃຊ້ຂອງພວກເຂົາ ເພາະພວກເຂົາຄືຄົວເຮືອນຂອງເດວິດຕັ້ງແຕ່ຕົ້ນມາ; ນີ້ຄືສິ່ງທີ່ພຣະເຢໂຮວາມອບໃຫ້ກັບພວກເຂົາ. ເຫດຜົນທີ່ພວກເຈົ້າບໍ່ໄດ້ເປັນໜຶ່ງໃນຄົວເຮືອນຂອງເດວິດກໍຍ້ອນວ່າ ພວກເຈົ້າບໍ່ໄດ້ມາຈາກອິດສະຣາເອນ ແຕ່ພວກເຈົ້າເປັນຄອບຄົວຊາວຕ່າງຊາດທີ່ຢູ່ນອກອິດສະຣາເອນ. ອີກຢ່າງ ທຳມະຊາດຂອງພວກເຈົ້າບໍ່ແມ່ນການນະມັດສະການພຣະເຢໂຮວາ ແຕ່ເປັນການຕໍ່ຕ້ານພຣະອົງ ສະນັ້ນພວກເຈົ້າບໍ່ມີຕົວຕົນຄືກັບຄົນທີ່ມາຈາກຄົວເຮືອນຂອງເດວິດ ແລະ ພວກເຈົ້າບໍ່ແມ່ນໜຶ່ງໃນກຸ່ມຄົນທີ່ຈະໄດ້ຮັບມໍລະດົກຂອງເຮົາ. ໂດຍສະເພາະແລ້ວ ພວກເຈົ້າບໍ່ແມ່ນຄົນທີ່ຈະໄດ້ຮັບພອນຈາກເຮົາເປັນຮ້ອຍເທົ່າ. ໃນອິດສະຣາເອນເວລານັ້ນ, ໄດ້ມີຫຼາຍຄົວເຮືອນທີ່ແຕກຕ່າງກັນ ແລະ ຫຼາຍຊົນເຜົ່າທີ່ແຕກຕ່າງກັນ,
- [ຜູ້ທີ່ບໍ່ຮຽນຮູ້ ແລະ ຍັງຄົງໂງ່ຈ້າ: ພວກເຂົາບໍ່ແມ່ນສັດເດຍລະສານບໍ?](https://lo.kingdomsalvation.org/not-learn-and-know-are-nothing-but-beasts.html) - ໃນຂະນະທີ່ເຈົ້າຍ່າງຢູ່ເສັ້ນທາງຂອງປັດຈຸບັນ, ການສະແຫວງຫາປະເພດໃດແມ່ນເໝາະສົມທີ່ສຸດ? ໃນການສະແຫວງຫາຂອງເຈົ້າ, ຄົນປະເພດໃດທີ່ເຈົ້າເຫັນວ່າ ຕົວເອງຄວນເປັນ? ມັນຈໍາເປັນສໍາລັບເຈົ້າທີ່ຈະຮູ້ຈັກວິທີທີ່ເຈົ້າຄວນເຂົ້າຫາທຸກສິ່ງທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ, ບໍ່ວ່າຈະແມ່ນການທົດລອງ ຫຼື ຄວາມລໍາບາກ ຫຼື ການຂ້ຽນຕີຢ່າງໄຮ້ປານີ ແລະ ການສາບແຊ່ງ. ເມື່ອຜະເຊີນກັບທຸກສິ່ງເຫຼົ່ານີ້, ເຈົ້າກໍຄວນໄຕ່ຕອງພວກມັນຢ່າງລະມັດລະວັງໃນທຸກກໍລະນີ. ເປັນຫຍັງເຮົາຈຶ່ງກ່າວສິ່ງນີ້? ບໍ່ວ່າຢ່າງໃດກໍຕາມ, ເຮົາກ່າວມັນກໍຍ້ອນວ່າ ສິ່ງຕ່າງໆທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ ແມ່ນການທົດລອງໃນໄລຍະສັ້ນ ເຊິ່ງເກີດຂຶ້ນຊໍ້າແລ້ວຊໍ້າອີກ; ບາງເທື່ອ ເທົ່າທີ່ເຈົ້າຮູ້, ສິ່ງເຫຼົ່ານັ້ນແມ່ນບໍ່ຫຍຸ້ງຍາກຕໍ່ຈິດໃຈໂດຍສະເພາະ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງປ່ອຍໃຫ້ສິ່ງຕ່າງໆລ່ອງລອຍໄປຕາມເສັ້ນທາງທໍາມະຊາດຂອງສິ່ງເຫຼົ່ານັ້ນ ແລະ ບໍ່ຖືວ່າ ສິ່ງເຫຼົ່ານັ້ນແມ່ນຊັບສົມບັດທີ່ມີຄ່າໃນການສະແຫວງຫາຄວາມກ້າວໜ້າ. ເຈົ້າຈັ່ງແມ່ນບໍ່ມີຄວາມຄິດ! ບໍ່ມີຄວາມຄິດຫຼາຍຈົນເຈົ້າຄິດວ່າ ຊັບສົມບັດທີ່ມີຄ່ານີ້ເປັນຄືກັບກ້ອນເມກທີ່ລ່ອງລອຍຢູ່ຕໍ່ໜ້າເຈົ້າ ແລະ ເຈົ້າບໍ່ຖືເອົາການໂຈມຕີທີ່ຮຸນແຮງເຫຼົ່ານີ້ເປັນສິ່ງມີຄ່າເຊິ່ງຕົກລົງໃສ່ເຈົ້າຊໍ້າແລ້ວຊໍ້າອີກ, ກໍຄືການໂຈມຕີທີ່ສັ້ນ ແລະ ເປັນສິ່ງທີ່ມີນໍ້າໜັກໜ້ອຍດຽວສໍາລັບເຈົ້າ ແຕ່ເຈົ້າພັດເບິ່ງສິ່ງເຫຼົ່ານັ້ນດ້ວຍການແຍກຕົວອອກຢ່າງເຢືອກເຢັນ, ບໍ່ໃສ່ໃຈກັບສິ່ງເຫຼົ່ານັ້ນ ແລະ ປະຕິບັດຕໍ່ສິ່ງເຫຼົ່ານັ້ນເປັນພຽງເຄາະຮ້າຍໂດຍບັງເອີນ. ເຈົ້າຈັ່ງແມ່ນອວດດີ! ຕໍ່ການໂຈມຕີທີ່ໂຫດຮ້າຍເຫຼົ່ານີ້, ການໂຈມຕີທີ່ຄ້າຍກັບພາຍຸ ທີ່ມາຢ່າງຊໍ້າແລ້ວຊໍ້າອີກ, ເຈົ້າກໍມີແຕ່ສະແດງຄວາມບໍ່ສົນໃຈຕໍ່ສິ່ງນັ້ນ; ບາງຄັ້ງເຈົ້າເຖິງກັບມີຮອຍຍິ້ມທີ່ເຢືອກເຢັນ ໂດຍເປີດໂປງສີໜ້າທີ່ບໍ່ສົນໃຈຢ່າງສິ້ນເຊີງ ເພາະວ່າ ເຈົ້າບໍ່ເຄີຍຄິດກັບຕົວເອງວ່າ ເປັນຫຍັງເຈົ້າຈຶ່ງທົນທຸກກັບ “ຄວາມໂຊກຮ້າຍ” ດັ່ງກ່າວ. ເປັນໄປໄດ້ບໍ
- [ຕົວຕົນໂດຍທໍາມະຊາດຂອງມະນຸດ ແລະ ຄຸນຄ່າຂອງພວກເຂົາ: ພວກເຂົາເປັນແບບໃດກັນແທ້?](https://lo.kingdomsalvation.org/man-inherent-identity-and-worth.html) - ພວກເຈົ້າຖືກແຍກອອກຈາກຕົມ ແລະ ບໍ່ວ່າຫຍັງກໍຕາມ ພວກເຈົ້າແມ່ນສິ່ງ ທີ່ຖືກເລືອກຈາກສິ່ງເສດເຫຼືອ, ເປັນສິ່ງສົກກະປົກ ແລະ ເປັນສິ່ງທີ່ພຣະເຈົ້າກຽດຊັງ. ພວກເຈົ້າເປັນຂອງຊາຕານ ແລະ ເຄີຍຖືກມັນຢຽບຢ່ຳ ແລະ ເຮັດໃຫ້ມີມົນທິນ. ນັ້ນຄືເຫດຜົນທີ່ເວົ້າວ່າ ພວກເຈົ້າຖືກແຍກອອກຈາກຕົມ ແລະ ນອກຈາກຈະຫ່າງໄກຈາກຄວາມບໍລິສຸດແລ້ວ, ໃນທາງກົງກັນຂ້າມ ພວກເຈົ້າຄືສິ່ງທີ່ບໍ່ແມ່ນມະນຸດເຊິ່ງໄດ້ກາຍເປັນເປົ້າໝາຍໃຫ້ຊາຕານຫຼອກລວງຕັ້ງແຕ່ດົນແລ້ວ. ນີ້ແມ່ນການປະເມີນທີ່ເໝາະສົມກ່ຽວກັບພວກເຈົ້າ. ພວກເຈົ້າຕ້ອງຮູ້ວ່າ ໂດຍເດີມແລ້ວ ພວກເຈົ້າແມ່ນສິ່ງທີ່ບໍ່ບໍລິສຸດ ທີ່ພົບເຫັນໃນນໍ້າເປື້ອນ ແລະ ຕົມ ເຊິ່ງກົງກັນຂ້າມກັບສິ່ງທີ່ເປັນຕາປາດຖະໜາ ເຊັ່ນ: ປາ ແລະ ກຸ້ງ ເນື່ອງຈາກວ່າບໍ່ຄວາມສຸກໃດໆມາຈາກຕົວພວກເຈົ້າເລີຍ. ຖ້າໃຫ້ເວົ້າແບບກົງໄປກົງມາ ພວກເຈົ້າກໍແມ່ນສັດຮ້າຍທີ່ມີຄຸນຄ່າຕໍ່າຂອງສັງຄົມທີ່ຕໍ່າຕ້ອຍ, ຮ້າຍແຮງກວ່າໝູ ແລະ ໝາ. ເວົ້າຕາມກົງກໍຄື ການຈະເວົ້າເຖິງພວກເຈົ້າໂດຍໃຊ້ຖ້ອຍຄໍາດັ່ງກ່າວນັ້ນບໍ່ແມ່ນການເວົ້າທີ່ເກີນຄວາມຈິງ ຫຼື ເປັນການເວົ້າທີ່ເກີນເຫດຜົນ; ກົງກັນຂ້າມ ແຕ່ມັນແມ່ນວິທີເພື່ອເຮັດໃຫ້ບັນຫາງ່າຍຂຶ້ນ. ຍິ່ງສາມາດເວົ້າໄດ້ວ່າ ການເວົ້າເຖິງພວກເຈົ້າໂດຍໃຊ້ຖ້ອຍຄໍາດັ່ງກ່າວແມ່ນວິທີສະແດງຄວາມເຄົາລົບຕໍ່ພວກເຈົ້າ. ຄວາມເຂົ້າໃຈຂອງພວກເຈົ້າ, ຖ້ອຍຄໍາ, ພຶດຕິກໍາແບບມະນຸດ ແລະ ທຸກລັກສະນະໃນຊີວິດຂອງພວກເຈົ້າ ເຊິ່ງລວມທັງສະຖານະຂອງພວກເຈົ້າທີ່ຢູ່ໃນຕົມ ແມ່ນພຽງພໍທີ່ຈະພິສູດວ່າ ຕົວຕົນຂອງພວກເຈົ້າແມ່ນ “ບໍ່ປົກກະຕິ”.
- [ທາດແທ້ ແລະ ຕົວຕົນຂອງມະນຸດ](https://lo.kingdomsalvation.org/the-essence-and-identity-of-man.html) - ທີ່ຈິງແລ້ວ ຊາວອິດສະຣາເອນບໍ່ໄດ້ຜິດຫວັງ, ພວກເຂົາໄດ້ເຫັນການປະຕິບັດພາລະກິດຂອງພຣະເຈົ້າຫຼາຍກວ່າຫົກພັນປີຜ່ານມາ ເນື່ອງຈາກເຮົາບໍ່ເຄີຍປະຖິ້ມພວກເຂົາເລີຍ. ກົງກັນຂ້າມ, ຍ້ອນບັນພະບຸລຸດຂອງພວກເຂົາໄດ້ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ຂອງຄວາມດີ ແລະ ຄວາມຊົ່ວຮ້າຍ ເຊິ່ງຜູ້ຊົ່ວຮ້າຍໄດ້ມອບໃຫ້ພວກເຂົາເປັນຂອງຂວ້ນ, ພວກເຂົາຈິ່ງໄດ້ປະຖິ້ມເຮົາເພື່ອຄວາມບາບ. ຄວາມດີເປັນຂອງເຮົາສະເໝີ ໃນຂະນະທີ່ຄວາມຊົ່ວຮ້າຍເປັນຂອງຜູ້ຊົ່ວຮ້າຍ ທີ່ຊັກຈູງເຮົາເພື່ອເຫັນແກ່ຄວາມບາບ. ເຮົາບໍ່ກ່າວໂທດມະນຸດ ຫຼື ເຮົາບໍ່ທໍາລາຍລ້າງພວກເຂົາຢ່າງປ່າເຖື່ອນ ແລະ ເຮັດໃຫ້ພວກເຂົາໄດ້ຮັບການຂ້ຽນຕີໂດຍບໍ່ມີຄວາມເມດຕາ ເນື່ອງຈາກວ່າ ຄວາມຊົ່ວຮ້າຍບໍ່ໄດ້ເປັນຂອງມະນຸດມາແຕ່ຕົ້ນ. ດັ່ງນັ້ນ ເຖິງແມ່ນວ່າ ຊາວອິດສະຣາເອນຈະຕອກເຮົາໃສ່ໄມ້ກາງແຂນຢ່າງເປີດເຜີຍ ແຕ່ພວກເຂົາທີ່ໄດ້ລໍຖ້າພຣະເມຊີອາ ແລະ ພຣະເຢໂຮວາ ແລະ ປາດຖະໜາເຖິງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນ ກໍບໍ່ເຄີຍລືມສັນຍາຂອງເຮົາ: ເພາະວ່າ ເຮົາບໍ່ໄດ້ປະຖິ້ມພວກເຂົາ. ສໍາຄັນໄປກວ່ານັ້ນ ເຮົາໄດ້ເອົາເລືອດເປັນຫຼັກຖານ ສໍາລັບສັນຍາທີ່ເຮົາໄດ້ໃຫ້ກັບມະນຸດ. ຂໍ້ແທ້ຈິງນີ້ໄດ້ກາຍເປັນ “ສັນຍາດ້ວຍເລືອດ” ທີ່ຈາລຶກໃນຫົວໃຈຂອງຄົນໜຸ່ມ ແລະ ຄົນບໍລິສຸດ ຄືດັ່ງກາເຄື່ອງໝາຍ ແລະ ຄືດັ່ງການຢູ່ຮ່ວມກັນລະຫວ່າງສະຫວັນ ແລະ ແຜ່ນດິນໂລກຕະຫຼອດໄປເປັນນິດ. ເນື່ອງຈາກວ່າ ເຮົາບໍ່ເຄີຍຫຼອກລວງວິນຍານທີ່ໂສກເສົ້າເຫຼົ່ານັ້ນ ທີ່ເຮົາໄດ້ກໍານົດໄວ້ລ່ວງໜ້າ, ໄດ້ຄັດເລືອກ ແລະ ຫຼັງຈາກນັ້ນ ກໍໄຖ່ບາບ ແລະ ຮັບເອົາ; ແລະ ຜູ້ທີ່ຮັກເຮົາຫຼາຍກວ່າຄົນຊົ່ວຮ້າຍ
- [ຈຸດປະສົງໃນການຄຸ້ມຄອງມະນຸດ](https://lo.kingdomsalvation.org/the-purpose-of-managing-mankind.html) - ຖ້າຜູ້ຄົນສາມາດເຫັນຢ່າງແທ້ຈິງເຖິງເສັ້ນທາງທີ່ຖືກຕ້ອງກ່ຽວກັບຊີວິດມະນຸດ ພ້ອມທັງຈຸດປະສົງຂອງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າໄດ້ຢ່າງຊັດເຈນ, ພວກເຂົາກໍຈະບໍ່ຖືວ່າ ອະນາຄົດ ແລະ ໂຊກຊະຕາສ່ວນຕົວຂອງພວກເຂົາເປັນຊັບສົມບັດໃນຫົວໃຈຂອງພວກເຂົາ. ພວກເຂົາຈະບໍ່ສົນໃຈໃນການຮັບໃຊ້ພໍ່ແມ່ຂອງພວກເຂົາ ຜູ້ທີ່ຮ້າຍຍິ່ງກວ່າໝູ ແລະ ໝາຕໍ່ໄປອີກ. ອະນາຄົດ ແລະ ໂຊກຊະຕາຂອງມະນຸດ ແທ້ຈິງແລ້ວ ບໍ່ແມ່ນທີ່ເອີ້ນໃນປັດຈຸບັນວ່າ “ພໍ່ແມ່” ຂອງເປໂຕບໍ? ພວກເຂົາເປັນເໝືອນກັບເນື້ອໜັງ ແລະ ເລືອດຂອງມະນຸດ. ແລ້ວຈຸດໝາຍປາຍທາງ ແລະ ອະນາຄົດຂອງເນື້ອໜັງຈະເປັນແນວໃດ? ມັນຈະເປັນການເຫັນພຣະເຈົ້າໃນຂະນະທີ່ມີຊີວິດຢູ່ ຫຼື ຈະໃຫ້ວິນຍານພົບກັບພຣະເຈົ້າຫຼັງຈາກທີ່ຕາຍໄປແລ້ວ? ເນື້ອໜັງຈະຕົກລົງສູ່ເຕົາຫຼໍ່ໃຫຍ່ໃນມື້ອື່ນຢ່າງທຸກທໍລະມານບໍ ຫຼື ມັນຈະຖືກເຜົາໄໝ້ດ້ວຍແປວໄຟ? ບໍ່ແມ່ນຄຳຖາມແບບນີ້ກ່ຽວຂ້ອງກັບເນື້ອໜັງຂອງມະນຸດທີ່ຈະອົດທົນຕໍ່ຄວາມໂຊກຮ້າຍ ຫຼື ທົນທຸກກັບຂ່າວໃຫຍ່ທີ່ສຸດເຊິ່ງໃຜກໍຕາມທີ່ຢູ່ໃນກະແສປັດຈຸບັນນີ້ທີ່ມີສະໝອງ ແລະ ແນວຄິດເປັນປົກກະຕິໃສ່ໃຈຫຼາຍທີ່ສຸດບໍ? (ໃນນີ້, ຄວາມທຸກທໍລະມານໝາຍເຖິງການໄດ້ຮັບພອນ; ໝາຍຄວາມວ່າ ການທົດລອງໃນອະນາຄົດຄືຜົນປະໂຫຍດສຳລັບຈຸດໝາຍປາຍທາງຂອງມະນຸດ. ຄວາມໂຊກຮ້າຍໝາຍເຖິງການບໍ່ສາມາດຍຶດໝັ້ນ ຫຼື ທີ່ເຮັດໃຫ້ເຂົ້າໃຈຜິດ ຫຼື ໝາຍຄວາມວ່າ ຄົນໜຶ່ງຈະພົບກັບສະຖານະການທີ່ໂຊກຮ້າຍ ແລະ ສູນເສຍຊີວິດຂອງຕົນເອງໃນທ່າມກາງໄພພິບັດ ແລະ ບໍ່ມີຈຸດໝາຍປາຍທາງທີ່ເໝາະສົມສຳລັບວິນຍານຂອງບຸກຄົນດັ່ງກ່າວ). ເຖິງແມ່ນວ່າມະນຸດມີເຫດຜົນທີ່ຖືກຕ້ອງ ແຕ່ບາງເທື່ອສິ່ງທີ່ພວກເຂົາຄິດທັງໝົດກໍບໍ່ສອດຄ່ອງກັບເຫດຜົນທີ່ພວກເຂົາຄວນມີ. ນີ້ກໍເພາະວ່າ ແທ້ຈິງແລ້ວ ພວກເຂົາທຸກຄົນຂ້ອນຂ້າງສັບສົນ ແລະ ປະຕິບັດຕາມສິ່ງຕ່າງໆຢ່າງຕາບອດ.
- [ເຈົ້າຄວນເອົາໃຈໃສ່ກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?](https://lo.kingdomsalvation.org/how-should-attend-to-future-mission.html) - ເຈົ້າສາມາດສື່ສານເຖິງອຸປະນິໄສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ເໝາະສົມ ແລະ ມີຄວາມໝາຍຂອງຍຸກນັ້ນບໍ? ເຈົ້າ ຜູ້ທີ່ມີປະສົບການກັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ສາມາດບັນຍາຍອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງລະອຽດໄດ້ບໍ? ເຈົ້າຈະສາມາດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໄດ້ບໍ? ເຈົ້າຈະບອກສິ່ງທີ່ເຈົ້າໄດ້ເຫັນ ແລະ ປະສົບໃຫ້ແກ່ຜູ້ເຊື່ອສາສະໜາທີ່ເປັນຕາສັງເວດ, ທຸກຍາກ ແລະ ເຫຼື້ອມໃສເຫຼົ່ານັ້ນ, ຜູ້ທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາໄດ້ແນວໃດ? ຄົນປະເພດໃດທີ່ກຳລັງລໍຖ້າເຈົ້າໃຫ້ລ້ຽງດູພວກເຂົາ? ເຈົ້າສາມາດຈິນຕະນາການໄດ້ບໍ? ເຈົ້າຮັບຮູ້ພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທາງປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ໃນຖານະຜູ້ເປັນນາຍແຫ່ງຍຸກຕໍ່ໄປຢ່າງເໝາະສົມໄດ້ແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າຂອງການເປັນນາຍບໍ? ຜູ້ເປັນນາຍຂອງທຸກສິ່ງຄວນຖືກອະທິບາຍແນວໃດ? ມັນແມ່ນນາຍຂອງສິ່ງທີ່ມີຊີວິດທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງແນ່ ເພື່ອຄວາມກ້າວໜ້າຂອງພາລະກິດຂັ້ນຕໍ່ໄປ? ຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າລ້ຽງດູພວກເຂົາ ມີຫຼາຍເທົ່າໃດ? ໜ້າທີ່ຂອງເຈົ້າໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ເຮັດຫຍັງບໍ່ຖືກ, ຮ້ອງໄຫ້ຄໍ້າຄວນຢູ່ໃນຄວາມມືດ, ຫົນທາງຢູ່ໃສ? ພວກເຂົາຈັ່ງແມ່ນໂຫຍຫາແສງສະຫວ່າງ ຄ້າຍຄືກັບດາວຕົກ ໃຫ້ລົງມາກະທັນຫັນ ແລະ ປັດເປົ່າອຳນາດແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ພວກເຂົາຫວັງຢ່າງໃຈຈົດໃຈຈໍ່ ແລະ
- [ວິທີທີ່ເຈົ້າຄວນຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງ](https://lo.kingdomsalvation.org/walk-the-last-leg-of-path.html) - ໃນປັດຈຸບັນ ພວກເຈົ້າໄດ້ຢູ່ໃນໄລຍະສຸດທ້າຍຂອງເສັ້ນທາງ ແລະ ມັນແມ່ນສ່ວນທີ່ສຳຄັນຂອງເສັ້ນທາງນັ້ນ. ບາງເທື່ອ ເຈົ້າໄດ້ອົດທົນກັບການທົນທຸກຫຼາຍພໍສົມຄວນ, ໄດ້ປະຕິບັດພາລະກິດຫຼາຍຢ່າງ, ເດີນທາງໃນຫຼາຍເສັ້ນທາງ ແລະ ຟັງບົດເທດສະໜາຫຼາຍຄັ້ງ; ບາງເທື່ອ ມັນກໍບໍ່ໄດ້ງ່າຍທີ່ຈະມາເຖິງບ່ອນທີ່ເຈົ້າຢູ່ໃນຕອນນີ້. ຖ້າເຈົ້າບໍ່ສາມາດແບກຮັບເອົາການທົນທຸກທີ່ເຈົ້າກໍາລັງຜະເຊີນ ແລະ ຖ້າເຈົ້າສືບຕໍ່ເຮັດຄືກັບທີ່ເຈົ້າເຄີຍເຮັດໃນອະດີດ, ແລ້ວເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ຄໍາເວົ້າເຫຼົ່ານີ້ບໍ່ແມ່ນເພື່ອເຮັດໃຫ້ເຈົ້າຢ້ານ, ມັນຄືຄວາມຈິງ. ຫຼັງຈາກທີ່ເປໂຕໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າຫຼາຍຢ່າງ, ລາວຈຶ່ງໄດ້ຮັບຄວາມເຂົ້າໃຈບາງຢ່າງ ແລະ ການເຫັນແຈ້ງເຖິງຫຼາຍຢ່າງ. ລາວຍັງເຂົ້າໃຈຫຼັກການຂອງການຮັບໃຊ້ຫຼາຍພໍສົມຄວນ ແລະ ຫຼັງຈາກນັ້ນ ລາວກໍສາມາດຈົງຮັກພັກດີຕໍ່ສິ່ງທີ່ພຣະເຢຊູໄດ້ມອບໝາຍໄວ້ໃຫ້ກັບລາວ. ເມື່ອພິຈາລະນາສິ່ງຕ່າງໆທີ່ລາວໄດ້ເຮັດດ້ວຍຕົວເອງ, ການຫຼໍ່ຫຼອມອັນຍິ່ງໃຫຍ່ທີ່ລາວໄດ້ຮັບສ່ວນໃຫຍ່ແມ່ນຍ້ອນ ລາວຮູ້ສຶກວ່າລາວຕິດໜີ້ພຣະເຈົ້າຢ່າງຫຼາຍ ແລະ ລາວຈະບໍ່ສາມາດທົດແທນສິ່ງນັ້ນໃຫ້ກັບພຣະອົງໄດ້ ໃນຂະນະທີ່ຍັງເຂົ້າໃຈອີກວ່າ ມະນຸດຊາດເສື່ອມຊາມຫຼາຍ ເຊິ່ງລ້ວນແລ້ວແຕ່ເຮັດໃຫ້ລາວມີຄວາມສຳນຶກຜິດ. ພຣະເຢຊູໄດ້ກ່າວຫຼາຍໆສິ່ງຕໍ່ເປໂຕ ແຕ່ໃນເວລາທີ່ມີການກ່າວສິ່ງເຫຼົ່ານີ້ນັ້ນ ລາວມີຄວາມເຂົ້າໃຈພຽງແຕ່ໜ້ອຍດຽວ. ບາງຄັ້ງ ລາວຍັງມີຄວາມຕໍ່ຕ້ານ ແລະ ຄວາມກະບົດ. ຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ, ລາວກໍມີຄວາມຕື່ນຕົວຂຶ້ນເລັກນ້ອຍ ແລະ ລາວກໍຮູ້ສຶກຜິດຢ່າງຮຸນແຮງ. ໃນທີ່ສຸດ, ມັນກໍເຖິງຈຸດທີ່ລາວຮູ້ສຶກວ່າ ມັນຮັບບໍ່ໄດ້ທີ່ຈະມີແນວຄິດທີ່ບໍ່ຖືກຕ້ອງ. ລາວຮູ້ຈັກສະພາວະຂອງລາວເປັນຢ່າງດີ ແລະ ລາວຍັງຮູ້ຈັກເປັນຢ່າງດີເຖິງຄວາມບໍລິສຸດຂອງພຣະຜູ້ເປັນເຈົ້າ. ຜົນຕາມມາກໍຄື ຫົວໃຈແຫ່ງຄວາມຮັກສຳລັບພຣະຜູ້ເປັນເຈົ້າໄດ້ເຕີບໃຫຍ່ໃນລາວຫຼາຍຍິ່ງຂຶ້ນ ແລະ ລາວໃສ່ໃຈກັບຊີວິດຂອງລາວຫຼາຍຂຶ້ນ.
- [ພວກເຈົ້າຕ້ອງເຂົ້າໃຈພາລະກິດ ຢ່າຕິດຕາມຢ່າງຫຼັບຫູຫຼັບຕາ!](https://lo.kingdomsalvation.org/dont-follow-confusedly.html) - ໃນປັດຈຸບັນນີ້ ມີຫຼາຍຄົນທີ່ເຊື່ອໃນລັກສະນະທີ່ສັບສົນ. ພວກເຈົ້າມີຄວາມຢາກຮູ້ຢາກເຫັນຫຼາຍເກີນໄປ, ມີຄວາມປາຖະໜາຢາກໄດ້ພອນຫຼາຍເກີນໄປ ແລະ ມີຄວາມປາຖະໜາທີ່ຈະສະແຫວງຫາຊີວິດໜ້ອຍເກີນໄປ. ຜູ້ທີ່ເຊື່ອໃນພຣະເຢຊູທຸກມື້ນີ້ແມ່ນເຕັມໄປດ້ວຍຄວາມກະຕືລືລົ້ນ. ພຣະເຢຊູຈະນໍາພາພວກເຂົາກັບໄປສູ່ເຮືອນແຫ່ງສະຫວັນ ແລ້ວພວກເຂົາຈະບໍ່ເຊື່ອໄດ້ແນວໃດ? ບາງຄົນເປັນຜູ້ທີ່ເຊື່ອຕະຫຼອດຊີວິດຂອງພວກເຂົາ, ພວກເຂົາເຊື່ອມາເປັນເວລາ 40 ຫຼື 50 ປີແລ້ວ ແລະ ພວກເຂົາບໍ່ເຄີຍເບື່ອທີ່ຈະອ່ານພຣະຄຳພີເລີຍ. ນີ້ກໍຍ້ອນພວກເຂົາຄິດວ່າ[ກ] ບໍ່ວ່າຈະເກີດຫຍັງຂຶ້ນ, ຕາບໃດທີ່ພວກເຂົາເຊື່ອ, ພວກເຂົາກໍຈະໄດ້ຂຶ້ນສະຫວັນ. ພວກເຈົ້າໄດ້ຕິດຕາມພຣະເຈົ້າດ້ວຍເສັ້ນທາງນີ້ພຽງແຕ່ສອງສາມປີເທົ່ານັ້ນ, ແຕ່ວ່າພວກເຈົ້າກໍລັງເລໃຈ ແລະ ສູນເສຍຄວາມອົດທົນ. ນີ້ກໍຍ້ອນວ່າຄວາມປາຖະໜາທີ່ຈະໄດ້ຮັບພອນນັ້ນແຮງກ້າເກີນໄປ. ການຍ່າງບົນເສັ້ນທາງທີ່ແທ້ຈິງຂອງພວກເຈົ້ານັ້ນຖືກຄອບງຳໂດຍຄວາມປາຖະໜາທີ່ຈະໄດ້ຮັບພອນຂອງພວກເຈົ້າ ແລະ ດ້ວຍຄວາມຢາກຮູ້ຢາກເຫັນຂອງພວກເຈົ້າ. ພວກເຈົ້າບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບຂັ້ນຕອນນີ້ຂອງພາລະກິດ. ສິ່ງທີ່ເຮົາກ່າວໃນມື້ນີ້ສ່ວນຫຼາຍບໍ່ແມ່ນກ່ຽວກັບບັນດາຜູ້ທີ່ເຊື່ອໃນພຣະເຢຊູ; ບໍ່ໄດ້ກ່າວເພື່ອຕໍ່ຕ້ານຄວາມຄິດຂອງພວກເຂົາແມ່ນແຕ່ໜ້ອຍດຽວ. ຄວາມຈິງແລ້ວ, ຄວາມຄິດເຫຼົ່ານີ້ທີ່ຖືກເປີດເຜີຍເປັນຄວາມຄິດທີ່ມີຢູ່ໃນພວກເຈົ້າແລ້ວ, ຍ້ອນພວກເຈົ້າບໍ່ເຂົ້າໃຈວ່າເປັນຫຍັງພຣະຄຳພີຈິ່ງຖືກວາງໄວ້ທາງຂ້າງ, ເປັນຫຍັງເຮົາຈິ່ງເວົ້າວ່າພາລະກິດຂອງພຣະເຢໂຮວານັ້ນຫຼ້າສະໄໝ ແລະ ເປັນຫຍັງເຮົາຈິ່ງເວົ້າວ່າພາລະກິດຂອງພຣະເຢຊູນັ້ນຫຼ້າສະໄໝ. ຄວາມຈິງກໍຄື ພວກເຈົ້າມີຫຼາຍແນວຄວາມຄິດທີ່ພວກເຈົ້າບໍ່ໄດ້ເວົ້າອອກມາ. ພວກເຈົ້າມີຫຼາຍຄຳຄິດເຫັນທີ່ຝັງເລິກຢູ່ໃນຫົວໃຈຂອງພວກເຈົ້າ ແລະ ພວກເຈົ້າພຽງແຕ່ຕິດຕາມຝູງຊົນຊື່ໆ. ພວກເຈົ້າຄິດແທ້ບໍວ່າ ພວກເຈົ້າບໍ່ໄດ້ມີແນວຄວາມຄິດຢ່າງຫຼວງຫຼາຍ? ພຽງແຕ່ພວກເຈົ້າບໍ່ໄດ້ເວົ້າເຖິງພວກມັນເທົ່ານັ້ນເອງ! ໃນແທ້ຈິງແລ້ວ, ພວກເຈົ້າຕິດຕາມພຣະເຈົ້າພໍເປັນພິທີເທົ່ານັ້ນ, ພວກເຈົ້າບໍ່ໄດ້ສະແຫວງຫາເສັ້ນທາງທີ່ແທ້ຈິງແມ່ນແຕ່ໜ້ອຍດຽວ ແລະ ບໍ່ໄດ້ຕັ້ງໃຈມາເພື່ອຮັບຊີວິດ. ພວກເຈົ້າມີທັດສະນະຄະຕິພຽງຢາກເຫັນວ່າຈະເກີດຫຍັງຂຶ້ນ. ຍ້ອນວ່າພວກເຈົ້າບໍ່ໄດ້ປ່ອຍວາງຄວາມຄິດເກົ່າໆຂອງພວກເຈົ້າ, ບໍ່ມີໃຜໃນບັນດາພວກເຈົ້າທີ່ສາມາດຖວາຍຕົນເອງໄດ້ຢ່າງເຕັມທີ່. ມາຮອດຈຸດນີ້ແລ້ວ
- [ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການລົງທັນ ແລະ ການພິພາກສາ](https://lo.kingdomsalvation.org/the-experiences-of-peter.html) - ເມື່ອເປໂຕກຳລັງຖືກຕີສອນໂດຍພຣະເຈົ້າ, ເພິ່ນອະທິຖານວ່າ “ໂອ ພຣະເຈົ້າ! ເນື້ອໜັງຂອງຂ້ານ້ອຍກະບົດ ແລະ ພຣະອົງຕີສອນຂ້ານ້ອຍ ແລະ ພິພາກສາຂ້ານ້ອຍ. ຂ້ານ້ອຍຊື່ນຊົມຍິນດີໃນການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ເຖິງແມ່ນວ່າພຣະອົງບໍ່ຕ້ອງການຂ້ານ້ອຍ, ຂ້ານ້ອຍກໍເຫັນເຖິງອຸປະນິໄສທີ່ສັກສິດ ແລະ ຊອບທຳຂອງພຣະອົງໃນການພິພາກສາຂອງພຣະອົງ. ເມື່ອພຣະອົງພິພາກສາຂ້ານ້ອຍ ເພື່ອຄົນອື່ນຈະໄດ້ເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງໃນການພິພາກສາຂອງພຣະອົງ, ຂ້ານ້ອຍກໍຮູ້ສຶກພໍໃຈ. ມັນບໍ່ພຽງພໍ ຖ້າການພິພາກສາຂອງພຣະອົງສາມາດສຳແດງອຸປະນິໄສຂອງພຣະອົງ ແລະ ປ່ອຍໃຫ້ອຸປະນິໄສອັນຊອບທຳຂອງພຣະອົງໄດ້ເປັນທີ່ປະຈັກຕໍ່ສິ່ງຖືກສ້າງທັງໝົດ ແລະ ຖ້າມັນສາມາດເຮັດໃຫ້ຄວາມຮັກຂອງຂ້ານ້ອຍສຳລັບພຣະອົງບໍລິສຸດຍິ່ງຂຶ້ນ, ຈົນຂ້ານ້ອຍສາມາດບັນລຸໃນລັກສະນະຂອງຄົນທີ່ຊອບທຳ. ການພິພາກສາຂອງພຣະອົງນີ້ແມ່ນເໝາະສົມດີ ຍ້ອນເຈດຕະນາທີ່ດີຂອງພຣະອົງ. ຂ້ານ້ອຍຮູ້ວ່າ ຍັງມີຫຼາຍສິ່ງໃນຕົວຂ້ານ້ອຍທີ່ເປັນປໍລະປັກ ແລະ ຂ້ານ້ອຍຍັງບໍ່ສົມຄວນທີ່ຈະມາຢູ່ຕໍ່ໜ້າພຣະອົງ. ຂ້ານ້ອຍປາຖະໜາທີ່ຈະໃຫ້ພຣະອົງພິພາກສາຂ້ານ້ອຍຫຼາຍຍິ່ງຂຶ້ນ, ບໍ່ວ່າຜ່ານທາງສະພາບແວດລ້ອມທີ່ໂຫດຮ້າຍ ຫຼື ຄວາມທຸກຍາກລຳບາກທີ່ຍິ່ງໃຫຍ່; ບໍ່ວ່າພຣະອົງຈະກະທຳຫຍັງກໍຕາມ, ມັນກໍມີຄ່າສຳລັບຂ້ານ້ອຍ. ຄວາມຮັກຂອງພຣະອົງເລິກເຊິ່ງຫຼາຍ ແລະ ຂ້ານ້ອຍເຕັມໃຈທີ່ຈະໃຫ້ຕົນເອງຢູ່ໃນການປັ້ນແຕ່ງຂອງພຣະອົງໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ”. ນີ້ແມ່ນຄວາມຮູ້ຂອງເປໂຕຫຼັງຈາກທີ່ເພິ່ນໄດ້ມີປະສົບການໃນພາລະກິດຂອງພຣະອົງ ແລະ ມັນຍັງເປັນຄຳພະຍານກ່ຽວກັບຄວາມຮັກທີ່ເພິ່ນມີໃຫ້ກັບພຣະເຈົ້າ. ໃນປັດຈຸບັນ, ພວກເຈົ້າໄດ້ຖືກເອົາຊະນະແລ້ວ, ແຕ່ໄຊຊະນະນີ້ຈະຖືກສຳແດງອອກໃນຕົວພວກເຈົ້າໄດ້ແນວໃດ? ບາງຄົນເວົ້າວ່າ “ໄຊຊະນະຂອງຂ້ານ້ອຍແມ່ນຄວາມກະລຸນາສູງສຸດ ແລະ ການສັນລະເສີນພຣະເຈົ້າ. ຂ້ານ້ອຍຫາກໍເຂົ້າໃຈວ່າ ຊີວິດຂອງມະນຸດວ່າງເປົ່າ ແລະ
- [ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ](https://lo.kingdomsalvation.org/significance-of-saving-descendants-of-moab.html) - ໃນສອງຫາສາມປີແຫ່ງພາລະກິດນີ້, ສິ່ງທີ່ຄວນຖືກເຮັດໃຫ້ບັນລຸໃນພາລະກິດແຫ່ງການພິພາກສາ ເຊິ່ງຖືກປະຕິບັດໃນພວກເຈົ້ານັ້ນ ໄດ້ຖືກເຮັດໃຫ້ບັນລຸໂດຍພື້ນຖານແລ້ວ. ຄົນສ່ວນໃຫຍ່ໄດ້ປະຖິ້ມຄວາມຄາດຫວັງບາງຢ່າງໃນອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ, ພວກເຈົ້າຫຼາຍຄົນກໍຮັບມັນບໍ່ໄດ້, ໃບໜ້າຂອງພວກເຈົ້າບູດ, ປາກຂອງພວກເຈົ້າບິດ ແລະ ຕາຂອງພວກເຈົ້າກໍຈ້ອງເບິ່ງ. ພວກເຈົ້າບໍ່ສາມາດເຊື່ອໄດ້ແທ້ວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ. ໂມອາບຖືກເນລະເທດມາສູ່ດິນແດນນີ້ຫຼັງຈາກທີ່ຖືກສາບແຊ່ງ. ສາຍເລືອດຂອງລູກຫຼານຂອງໂມອາບແມ່ນຖືກສືບທອດມາຈົນເຖິງປັດຈຸບັນ ແລະ ພວກເຈົ້າກໍລ້ວນແລ້ວແຕ່ເປັນເຊື້ອສາຍຂອງໂມອາບ. ເຮົາບໍ່ສາມາດເຮັດຫຍັງໄດ້, ແລ້ວ ແມ່ນໃຜເຮັດໃຫ້ເຈົ້າເກີດໃນຄົວເຮືອນຂອງໂມອາບ? ເຮົາສົງສານເຈົ້າ ແລະ ບໍ່ປາຖະໜາຢາກໃຫ້ເຈົ້າເປັນແບບນີ້, ແຕ່ຜູ້ຄົນບໍ່ສາມາດປ່ຽນແປງຄວາມຈິງນີ້ໄດ້. ເຈົ້າເປັນເຊື້ອສາຍຂອງໂມອາບ ແລະ ເຮົາບໍ່ສາມາດເວົ້າວ່າ ເຈົ້າເປັນເຊື້ອສາຍຂອງເດວິດ. ບໍ່ວ່າເຈົ້າຈະເປັນເຊື້ອສາຍຂອງໃຜກໍຕາມ, ເຈົ້າກໍຍັງເປັນໜຶ່ງໃນສິ່ງທີ່ຖືກສ້າງ. ພຽງແຕ່ວ່າເຈົ້າເປັນສັດໂລກທີ່ມີຖານະຕໍ່າຕ້ອຍ, ເຈົ້າເປັນສັດໂລກທີ່ມີຕົ້ນກຳເນີດທີ່ຕໍ່າຕ້ອຍ. ສິ່ງຖືກສ້າງທັງໝົດຕ້ອງຜະເຊີນກັບພາລະກິດຂອງພຣະເຈົ້າ, ພວກເຂົາລ້ວນແລ້ວແຕ່ເປັນເປົ້າໝາຍແຫ່ງການເອົາຊະນະຂອງພຣະອົງ ແລະ ພວກເຂົາທຸກຄົນຕ້ອງເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ຜະເຊີນກັບສະຕິປັນຍາ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງ. ໃນປັດຈຸບັນ ເຈົ້າເປັນເຊື້ອສາຍຂອງໂມອາບ ແລະ ເຈົ້າຕ້ອງຍອມຮັບເອົາການພິພາກສາ ແລະ ການຂ້ຽນຕີນີ້; ຖ້າເຈົ້າບໍ່ແມ່ນເຊື້ອສາຍຂອງໂມອາບ, ແລ້ວເຈົ້າຈະບໍ່ຕ້ອງການຮັບເອົາການພິພາກສາ ແລະ ຂ້ຽນຕີນີ້ບໍ? ເຈົ້າຄວນເຂົ້າໃຈສິ່ງນີ້!
- [ການເພີ່ມຄວາມສາມາດແມ່ນເພື່ອຮັບເອົາຄວາມລອດພົ້ນຂອງພຣະເຈົ້າ](https://lo.kingdomsalvation.org/improving-caliber-is-for-receiving-God-s-salvation.html) - ການເພີ່ມຄວາມສາມາດຂອງຄົນໝາຍເຖິງການຕ້ອງການໃຫ້ພວກເຈົ້າປັບປຸງຄວາມສາມາດໃນການເຂົ້າໃຈຂອງພວກເຈົ້າ ເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈ ແລະ ຮູ້ຈັກວິທີປະຕິບັດຕາມພຣະທຳຂອງພຣະເຈົ້າ. ນີ້ຄືຂໍ້ກຳນົດຂັ້ນພື້ນຖານທີ່ສຸດ. ຖ້າເຈົ້າບໍ່ເຂົ້າໃຈໃນສິ່ງທີ່ເຮົາໄດ້ກ່າວ ແຕ່ພາກັນປະຕິບັດຕາມເຮົາ, ການເຮັດແບບນັ້ນບໍ່ແມ່ນຄວາມເຊື່ອແບບມືດມົວບໍ? ບໍ່ວ່າເຮົາຈະກ່າວພຣະທໍາຫຼາຍຂໍ້ປານໃດກໍຕາມ, ຖ້າພວກເຈົ້າບໍ່ສາມາດຢັ່ງເຖິງພຣະທຳເຫຼົ່ານັ້ນໄດ້, ຖ້າພວກເຈົ້າບໍ່ສາມາດເຂົ້າໃຈພຣະທຳເຫຼົ່ານັ້ນໄດ້ ບໍ່ວ່າເຮົາຈະກ່າວຫຍັງກໍຕາມ, ນີ້ກໍຈະໝາຍຄວາມວ່າ ພວກເຈົ້າຂາດຄວາມສາມາດ. ຖ້າປາສະຈາກຄວາມສາມາດໃນການເຂົ້າໃຈແລ້ວ ພວກເຈົ້າກໍບໍ່ເຂົ້າໃຈສິ່ງທີ່ເຮົາກ່າວເລີຍ ເຊິ່ງເຮັດໃຫ້ຍາກຫຼາຍທີ່ຈະບັນລຸຜົນທີ່ຕ້ອງການ; ມີຫຼາຍສິ່ງທີ່ເຮົາບໍ່ສາມາດກ່າວຕໍ່ພວກເຈົ້າໄດ້ໂດຍກົງ ແລະ ບໍ່ສາມາດບັນລຸຜົນຕາມທີ່ຕ້ອງການໄດ້, ເພາະສະນັ້ນ ຈຶ່ງຈຳເປັນຕ້ອງມີພາລະກິດເພີ່ມເຕີມອີກ. ເນື່ອງຈາກຄວາມສາມາດໃນການເຂົ້າໃຈຂອງພວກເຈົ້າ, ຄວາມສາມາດໃນການເຫັນສິ່ງຕ່າງໆ ແລະ ມາດຕະຖານທີ່ພວກເຈົ້າດຳລົງຊີວິດຢູ່ນັ້ນຕໍ່າເກີນໄປ, ການປະຕິບັດພາລະກິດແຫ່ງ “ການຍົກຄວາມສາມາດ” ຈຶ່ງຕ້ອງດໍາເນີນໃນຕົວພວກເຈົ້າ. ນີ້ແມ່ນສິ່ງທີ່ບໍ່ສາມາດຫຼີກເວັ້ນໄດ້ ແລະ ບໍ່ມີທາງເລືອກອື່ນ. ມີແຕ່ແບບນີ້ເທົ່ານັ້ນຈຶ່ງສາມາດບັນລຸຜົນບາງຢ່າງໄດ້; ຖ້າບໍ່ດັ່ງນັ້ນ, ພຣະທໍາທຸກຂໍ້ທີ່ເຮົາກ່າວໄປນັ້ນຈະບໍ່ມີປະໂຫຍດຫຍັງເລີຍ ແລ້ວພວກເຈົ້າທຸດຄົນຈະບໍ່ໄດ້ຖືກຈາລຶກໄວ້ໃນປື້ມປະຫວັດສາດວ່າ ເປັນຄົນບາບບໍ? ພວກເຈົ້າຈະບໍ່ກາຍເປັນຄົນເສື່ອມຊາມທີ່ສຸດຂອງແຜ່ນດິນໂລກບໍ? ພວກເຈົ້າບໍ່ຮູ້ບໍວ່າ ພາລະກິດໃດທີ່ຖືກປະຕິບັດກັບພວກເຈົ້າ ແລະ ແມ່ນຫຍັງຄືສິ່ງທີ່ເຮົາຕ້ອງການຈາກພວກເຈົ້າ? ພວກເຈົ້າຄວນຮູ້ຈັກຄວາມສາມາດຂອງຕົວເອງ ເຊິ່ງເຮົາຂໍບອກວ່າ: ມັນບໍ່ເຖິງລະດັບທີ່ເຮົາຕ້ອງການເລີຍ. ແບບນີ້ຈະບໍ່ເຮັດໃຫ້ພາລະກິດຂອງເຮົາຊັກຊ້າບໍ່? ອີງຕາມຄວາມສາມາດ ແລະ ສະພາບບຸກຄະລິກໃນປັດຈຸບັນຂອງພວກເຈົ້າ, ພວກເຈົ້າບໍ່ເໝາະສົມຈະເປັນພະຍານໃຫ້ກັບເຮົາ ແລະ ບໍ່ມີໃຜສາມາດຮັບຜິດຊອບໜ້າທີ່ອັນໜັກໜ່ວງຕໍ່ພາລະກິດຂອງເຮົາໃນອະນາຄົດໄດ້ເລີຍ. ພວກເຈົ້າບໍ່ຮູ້ສຶກອັບອາຍແດ່ບໍ? ຖ້າເຈົ້າສືບຕໍ່ເປັນແບບນີ້, ເຈົ້າຈະສາມາດປະຕິບັດຕາມເຈດຕະນາຂອງເຮົາໄດ້ແນວໃດ?
- [ຮັບໃຊ້ດັ່ງທີ່ຊາວອິດສະຣາເອນເຮັດ](https://lo.kingdomsalvation.org/serve-as-the-israelites-did.html) - ໃນປັດຈຸບັນນີ້ ຫຼາຍຄົນບໍ່ໃສ່ໃຈກັບບົດຮຽນທີ່ຄວນຮຽນຮູ້ໃນຂະນະທີ່ປະສານງານກັບຄົນອື່ນ. ເຮົາໄດ້ຄົ້ນພົບວ່າ ພວກເຈົ້າຫຼາຍຄົນບໍ່ສາມາດຮຽນຮູ້ບົດຮຽນໃດເລີຍໃນຂະນະທີ່ປະສານງານກັບຄົນອື່ນ; ພວກເຈົ້າສ່ວນໃຫຍ່ຍຶດຕິດກັບທັດສະນະຂອງພວກເຈົ້າເອງ. ເມື່ອປະຕິບັດພາລະກິດໃນຄຣິສຕະຈັກ, ເຈົ້າກໍເວົ້າສ່ວນຂອງເຈົ້າ ແລະ ຄົນອື່ນກໍເວົ້າສ່ວນຂອງພວກເຂົາ ແລະ ຜູ້ທີ່ບໍ່ໄດ້ມີການພົວພັນກັບຄົນອື່ນ; ເຈົ້າກໍບໍ່ຮ່ວມມືນໍາເລີຍ. ພວກເຈົ້າໝົກມຸ້ນກັບການສື່ສານເຖິງຄວາມເຂົ້າໃຈຂອງພວກເຈົ້າເອງເທົ່ານັ້ນ, ໝົກມຸ້ນກັບການປົດປ່ອຍ “ພາລະ” ທີ່ຢູ່ພາຍໃນພວກເຈົ້າໂດຍບໍ່ສະແຫວງຫາຊີວິດແມ່ນແຕ່ນ້ອຍເລີຍ. ເບິ່ງຄືກັບວ່າ ເຈົ້າພຽງແຕ່ເຮັດພາລະກິດພໍເປັນພິທີ, ໂດຍເຊື່ອຢູ່ສະເໝີວ່າ ເຈົ້າຄວນປະຕິບັດຕາມວິທີຂອງເຈົ້າເອງ ບໍ່ສົນໃຈວ່າຄົນອື່ນຈະເວົ້າຫຍັງ ຫຼື ເຮັດຫຍັງກໍຕາມ; ເຈົ້າຄິດວ່າເຈົ້າຄວນສົນທະນາຕາມທີ່ພຣະວິນຍານບໍລິສຸດນໍາພາເຈົ້າ ໂດຍບໍ່ຄຳນຶງເຖິງວ່າສະຖານະພາບຂອງຄົນອື່ນຈະເປັນແນວໃດ. ພວກເຈົ້າບໍ່ສາມາດຄົ້ນພົບຄວາມເຂັ້ມແຂງຂອງຄົນອື່ນໄດ້ ແລະ ບໍ່ສາມາດກວດສອບຕົນເອງໄດ້. ຄວາມເຂົ້າໃຈຂອງພວກເຈົ້າມີຄວາມບິດເບືອນຫຼາຍແທ້ໆ. ມັນສາມາດເວົ້າໄດ້ວ່າ ແມ່ນແຕ່ໃນປັດຈຸບັນ ພວກເຈົ້າກໍຍັງສະແດງຄວາມຄິດທີ່ວ່າຕົນເອງຊອບທຳຫຼາຍ ຄືກັບວ່າຄວາມເຈັບໄຂ້ໄດ້ກັບຄືນສູ່ສະພາບເດີມ. ພວກເຈົ້າບໍ່ສື່ສານກັນໃນທາງທີ່ຈະບັນລຸຄວາມເປີດເຜີຍຢ່າງສົມບູນ, ຍົກຕົວຢ່າງ: ພວກເຈົ້າໄດ້ບັນລຸຜົນຈາກພາລະກິດຫຍັງແດ່ໃນຄຣິສຕະຈັກໃດໜຶ່ງ ຫຼື ກ່ຽວກັບສະພາວະພາຍໃນຕົວພວກເຈົ້າໃນປັດຈຸບັນ ແລະ ອື່ນໆ; ພວກເຈົ້າບໍ່ເຄີຍສື່ສານກ່ຽວກັບສິ່ງນີ້ເລີຍ. ແທ້ຈິງແລ້ວ ພວກເຈົ້າບໍ່ມີການປະຕິບັດໃນການລົ້ມເລີກແນວຄິດຂອງພວກເຈົ້າ ຫຼື ກະບົດຕໍ່ຕົນເອງ. ຜູ້ນໍາ ແລະ ຜູ້ປະຕິບັດພາລະກິດພຽງແຕ່ຄິດເຖິງວິທີທີ່ຈະຮັກສາອ້າຍເອື້ອຍນ້ອງບໍ່ໃຫ້ເຮັດໃນສິ່ງທີ່ເປັນລົບ ແລະ ວິທີທີ່ຈະເຮັດໃຫ້ພວກເຂົາສາມາດຕິດຕາມຢ່າງຕັ້ງໜ້າ. ຢ່າງໃດກໍຕາມ, ພວກເຈົ້າທຸກຄົນຄິດວ່າພຽງຕິດຕາມຢ່າງຕັ້ງໜ້າກໍພຽງພໍ ແລະ ໂດຍພື້ນຖານແລ້ວ ພວກເຈົ້າບໍ່ເຂົ້າໃຈວ່າ
- [ການປະຕິບັດ (8)](https://lo.kingdomsalvation.org/practice-8.html) - ພວກເຈົ້າຍັງບໍ່ເຂົ້າໃຈຄວາມຈິງໃນຫຼາຍດ້ານ ແລະ ຍັງມີຂໍ້ຜິດພາດ ແລະ ການບິດເບືອນຫຼາຍພໍສົມຄວນໃນການປະຕິບັດຂອງພວກເຈົ້າ; ໃນຫຼາຍໆຂອບເຂດ, ພວກເຈົ້າດຳລົງຊີວິດໂດຍແນວຄິດ ແລະ ຈິນຕະນາການຂອງພວກເຈົ້າເອງ, ບໍ່ສາມາດເຂົ້າໃຈຫຼັກການປະຕິບັດຈັກເທື່ອ. ສະນັ້ນ ມັນຈຶ່ງຍັງຈຳເປັນທີ່ຈະນໍາພາຜູ້ຄົນໃຫ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ; ເວົ້າອີກຢ່າງໜຶ່ງກໍຄື ເພື່ອພວກເຂົາຈະສາມາດຄວບຄຸມຊີວິດຝ່າຍເນື້ອໜັງ ແລະ ຝ່າຍວິນຍານຂອງພວກເຂົາໄດ້, ນໍາທັງສອງດ້ານເຂົ້າສູ່ການປະຕິບັດ ແລະ ເພື່ອວ່າ ພວກເຂົາຈະບໍ່ຕ້ອງຖືກເບິ່ງແຍງ ຫຼື ນໍາພາຢູ່ເລື້ອຍໆ. ພຽງເມື່ອນັ້ນ ພວກເຂົາຈຶ່ງຈະມີວຸດທິພາວະທີ່ແທ້ຈິງ. ແລ້ວເຖິງແມ່ນບໍ່ມີຜູ້ໃດນໍາພາເຈົ້າໃນອະນາຄົດ, ເຈົ້າກໍຍັງຈະສາມາດຜະເຊີນດ້ວຍຕົວເຈົ້າເອງ. ໃນປັດຈຸບັນ ຖ້າເຈົ້າເຂົ້າໃຈວ່າ ດ້ານໃດຂອງຄວາມຈິງທີ່ຈຳເປັນ ແລະ ດ້ານໃດທີ່ບໍ່ຈຳເປັນ, ໃນອະນາຄົດ ເຈົ້າກໍຈະສາມາດເຂົ້າສູ່ຄວາມເປັນຈິງໄດ້. ໃນປັດຈຸບັນ, ພວກເຈົ້າກຳລັງຖືກນໍາພາສູ່ເສັ້ນທາງທີ່ຖືກຕ້ອງ, ເຮັດໃຫ້ພວກເຈົ້າເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ໃນອະນາຄົດ ພວກເຈົ້າຈະສາມາດເຂົ້າໃຈໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ. ສາມາດເວົ້າໄດ້ວ່າ ສິ່ງທີ່ຜູ້ຄົນກຳລັງຖືກເຮັດໃຫ້ເຂົ້າໃຈໃນຕອນນີ້ແມ່ນຫົນທາງທີ່ບໍລິສຸດທີ່ສຸດ. ໃນປັດຈຸບັນ, ເຈົ້າກຳລັງຖືກນໍາພາສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເມື່ອມື້ໜຶ່ງ ບໍ່ມີຜູ້ໃດນໍາພາເຈົ້າ, ເຈົ້າກໍຈະປະຕິບັດ ແລະ ກ້າວໄປຢ່າງໄກຕາມເສັ້ນທາງທີ່ບໍລິສຸດທີ່ສຸດຂອງເສັ້ນທາງທັງໝົດ. ໃນປັດຈຸບັນ, ຜູ້ຄົນກຳລັງຖືກເຮັດໃຫ້ເຂົ້າໃຈວ່າ ການປະຕິບັດແບບໃດຈຶ່ງຖືກຕ້ອງ ແລະ ການປະຕິບັດແບບໃດທີ່ອອກນອກຮູ້ນອກທາງ. ຫຼັງຈາກທີ່ເຂົ້າໃຈສິ່ງເຫຼົ່ານີ້ແລ້ວ,
- [ການປະຕິບັດ (7)](https://lo.kingdomsalvation.org/practice-7.html) - ຄວາມເປັນມະນຸດຂອງພວກເຈົ້າຂາດເຂີນເກີນໄປ, ວິຖີຊີວິດຂອງພວກເຈົ້າກໍຕໍ່າຕ້ອຍ ແລະ ເສື່ອມຊາມເກີນໄປ, ພວກເຈົ້າບໍ່ມີຄວາມເປັນມະນຸດ ແລະ ພວກເຈົ້າຂາດຄວາມເຂົ້າໃຈ. ນັ້ນຄືເຫດຜົນທີ່ພວກເຈົ້າຈຳເປັນຕ້ອງປະກອບຕົນເອງດ້ວຍສິ່ງທີ່ມີຄວາມເປັນມະນຸດປົກກະຕິ. ການມີຄວາມສຳນຶກ, ເຫດຜົນ ແລະ ຄວາມເຂົ້າໃຈ; ການຮູ້ຈັກວິທີເວົ້າ ແລະ ເບິ່ງສິ່ງຕ່າງໆ; ການໃສ່ໃຈກັບຄວາມສະອາດ; ການເຮັດໜ້າທີ່ດັ່ງມະນຸດປົກກະຕິ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄຸນລັກສະນະຂອງຄວາມຮູ້ກ່ຽວກັບຄວາມເປັນມະນຸດທີ່ປົກກະຕິ. ເມື່ອພວກເຈົ້າປະພຶດຢ່າງເໝາະສົມໃນສິ່ງເຫຼົ່ານີ້, ແລ້ວພວກເຈົ້າກໍຖືວ່າມີລະດັບຄວາມເປັນມະນຸດທີ່ສາມາດຍອມຮັບໄດ້. ພວກເຈົ້າຍັງຕ້ອງປະກອບຕົນເອງສຳລັບຊີວິດຝ່າຍວິນຍານ. ພວກເຈົ້າຕ້ອງຮູ້ຈັກພາລະກິດທັງໝົດຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ ແລະ ມີປະສົບການໃນພຣະທຳຂອງພຣະອົງ. ເຈົ້າຄວນຮູ້ຈັກວິທີອ່ອນນ້ອມຕໍ່ການຈັດແຈງຂອງພຣະອົງ ແລະ ວິທີປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ສິ່ງເຫຼົ່ານີ້ແມ່ນສອງລັກສະນະຂອງສິ່ງທີ່ເຈົ້າຄວນເຂົ້າສູ່ໃນປັດຈຸບັນ ນັ້ນກໍຄື ການປະກອບຕົນເອງສຳລັບຊີວິດແຫ່ງຄວາມເປັນມະນຸດ ແລະ ການປະຕິບັດສຳລັບຊີວິດຝ່າຍວິນຍານ. ທັງສອງຢ່າງແມ່ນແຍກອອກຈາກກັນບໍ່ໄດ້. ບາງຄົນກໍໄຮ້ສາລະ: ພວກເຂົາຮູ້ຈັກພຽງແຕ່ປະດັບຕົນເອງດ້ວຍຄຸນລັກສະນະຂອງຄວາມເປັນມະນຸດ. ບໍ່ສາມາດຄົ້ນພົບຂໍ້ບົກຜ່ອງຫຍັງຈາກຮູບລັກສະນະຂອງພວກເຂົາ; ສິ່ງຕ່າງໆທີ່ພວກເຂົາເວົ້າ ແລະ ລັກສະນະການເວົ້າຂອງພວກເຂົາແມ່ນເໝາະສົມ ແລະ ການນຸ່ງເຄື່ອງຂອງພວກເຂົາກໍສະຫງ່າງາມ ແລະ ເໝາະສົມຫຼາຍ. ແຕ່ພວກເຂົາແມ່ນວ່າງເປົ່າຢູ່ພາຍໃນ; ພວກເຂົາພຽງແຕ່ເບິ່ງຄືກັບມີຄວາມເປັນມະນຸດປົກກະຕິໃນທາງຜິວເຜີນ. ມີບາງຄົນທີ່ພຽງແຕ່ໃສ່ໃຈໃນສິ່ງທີ່ຈະກິນ, ສິ່ງທີ່ຈະນຸ່ງ ແລະ ສິ່ງທີ່ຈະເວົ້າ. ເຖິງກັບມີຄົນທີ່ໃສ່ໃຈໃນສິ່ງຕ່າງໆຢ່າງພິເສດ ເຊັ່ນການກວາດພື້ນ, ການຈັດຕຽງນອນ ແລະ ຄວາມສະອາດທົ່ວໄປ. ພວກເຂົາອາດປະຕິບັດຢ່າງດີໃນທຸກສິ່ງເຫຼົ່ານີ້,
- [ການປະຕິບັດ (6)](https://lo.kingdomsalvation.org/practice-6.html) - ໃນປັດຈຸບັນ ບໍ່ຕ້ອງສົນໃຈຄວາມສຳນຶກທີ່ເປໂຕມີ, ຫຼາຍຄົນບໍ່ສາມາດແມ່ນແຕ່ທີ່ຈະມີຄວາມສຳນຶກທີ່ໂປໂລມີ. ພວກເຂົາບໍ່ມີແມ່ນແຕ່ການຮູ້ຈັກຕົນເອງຂອງໂປໂລ. ເຖິງແມ່ນໂປໂລຖືກຕີໃຫ້ລົ້ມລົງໂດຍພຣະຜູ້ເປັນເຈົ້າ ຍ້ອນເພິ່ນຂົ່ມເຫັງພຣະເຢຊູເຈົ້າ, ຕໍ່ມາ ເພິ່ນກໍມີຄວາມເດັດດ່ຽວທີ່ຈະປະຕິບັດພາລະກິດ ແລະ ທົນທຸກເພື່ອພຣະຜູ້ເປັນເຈົ້າ. ພຣະເຢຊູມອບຄວາມເຈັບປ່ວຍໃຫ້ກັບເພິ່ນ ແລະ ຫຼັງຈາກນັ້ນ ໂປໂລກໍສືບຕໍ່ທົນທຸກກັບຄວາມເຈັບປ່ວຍນີ້ຫຼັງຈາກທີ່ເພິ່ນເລີ່ມຕົ້ນປະຕິບັດພາລະກິດ. ເປັນຫຍັງເພິ່ນຈຶ່ງເວົ້າວ່າເພິ່ນມີໜາມໃນເນື້ອໜັງຂອງເພິ່ນ? ໃນຄວາມເປັນຈິງແລ້ວ ໜາມແມ່ນຄວາມເຈັບປ່ວຍ ແລະ ສຳລັບໂປໂລແລ້ວ ມັນຄືຄວາມອ່ອນແອທີ່ຮ້າຍແຮງ. ບໍ່ວ່າເພິ່ນໄດ້ປະຕິບັດພາລະກິດຫຼາຍສໍ່າໃດກໍຕາມ ຫຼື ເພິ່ນມີຄວາມເດັດດ່ຽວທີ່ຈະທົນທຸກຫຼາຍສໍ່າໃດກໍຕາມ, ເພິ່ນກໍບໍ່ສາມາດກຳຈັດໜາມນັ້ນອອກໄດ້. ແຕ່ໂປໂລກໍມີຄວາມສາມາດທີ່ດີກວ່າພວກເຈົ້າທຸກຄົນທີ່ຢູ່ໃນປັດຈຸບັນນີ້ຫຼາຍ ແລະ ເພິ່ນຍັງຮູ້ຈັກຕົນເອງ ແລະ ມີຄວາມສຳນຶກຫຼາຍກວ່າພວກເຈົ້າ. ຫຼັງຈາກທີ່ໂປໂລຖືກພຣະເຢຊູຕີໃຫ້ລົ້ມລົງ, ເພິ່ນກໍເຊົາຂົ່ມເຫັງສາວົກຂອງພຣະເຢຊູ ແລະ ເລີ່ມຕົ້ນເທດສະໜາ ແລະ ທົນທຸກເພື່ອພຣະເຢຊູ. ແລ້ວແມ່ນຫຍັງທີ່ດົນໃຈໃຫ້ເພິ່ນອົດທົນຕໍ່ການທົນທຸກກັບສິ່ງນັ້ນ? ໂປໂລເຊື່ອວ່າ ຍ້ອນເພິ່ນໄດ້ເຫັນແສງສະຫວ່າງທີ່ຍິ່ງໃຫຍ່, ເພິ່ນຈຶ່ງຕ້ອງເປັນພະຍານໃຫ້ກັບພຣະເຢຊູເຈົ້າ, ຕ້ອງບໍ່ຂົ່ມເຫັງສາວົກຂອງພຣະເຢຊູອີກຕໍ່ໄປ ແລະ ຕ້ອງບໍ່ຕໍ່ຕ້ານພາລະກິດຂອງພຣະເຈົ້າອີກຕໍ່ໄປ. ໂປໂລເປັນໜຶ່ງໃນບຸກຄົນຊັ້ນສູງຂອງສາສະໜາ. ເພິ່ນມີຄວາມຮູ້ ແລະ ມີພອນສະຫວັນ, ເພິ່ນດູຖູກຄົນທົ່ວໄປ ແລະ ມີບຸກຄະລິກທີ່ເຂັ້ມແຂງກວ່າຄົນສ່ວນໃຫຍ່. ແຕ່ຫຼັງຈາກທີ່ “ແສງສະຫວ່າງທີ່ຍິ່ງໃຫຍ່” ສ່ອງມາໃສ່ເພິ່ນ, ເພິ່ນຈຶ່ງສາມາດປະຕິບັດພາລະກິດເພື່ອພຣະເຢຊູເຈົ້າ, ຕັ້ງໃຈທົນທຸກເພື່ອພຣະເຈົ້າ ແລະ
- [ເລື່ອງຈິງຂອງພາລະກິດແຫ່ງການເອົາຊະນະ (4)](https://lo.kingdomsalvation.org/inside-truth-of-conquering-work-4.html) - ການຖືກເຮັດໃຫ້ສົມບູນແມ່ນມີຄວາມໝາຍແນວໃດ? ການຖືກເອົາຊະນະແມ່ນມີຄວາມໝາຍແນວໃດ? ຕ້ອງບັນລຸບັນທັດຖານຫຍັງເພື່ອໃຫ້ຜູ້ຄົນຖືກເອົາຊະນະ? ແລ້ວຕ້ອງບັນລຸບັນທັດຖານຫຍັງເພື່ອໃຫ້ພວກເຂົາຖືກເຮັດໃຫ້ສົມບູນ? ການເອົາຊະນະ ແລະ ການເຮັດໃຫ້ສົມບູນ ທັງສອງແມ່ນເພື່ອຈຸດປະສົງຂອງການເຮັດໃຫ້ມະນຸດສົມບູນ ເພື່ອວ່າ ເຂົາຈະສາມາດກັບຄືນໄປສູ່ລັກສະນະດັ່ງເດີມຂອງເຂົາ ແລະ ເປັນອິດສະຫຼະຈາກອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງເຂົາ ແລະ ຈາກອິດທິພົນຂອງຊາຕານ. ການເອົາຊະນະແມ່ນມາກ່ອນຂະບວນການຂອງການປັ້ນມະນຸດ; ແນ່ນອນ ມັນແມ່ນຂັ້ນຕອນທໍາອິດຂອງພາລະກິດ. ການເຮັດໃຫ້ສົມບູນແມ່ນຂັ້ນຕອນທີສອງ ຫຼື ມັນຄືພາລະກິດສິ້ນສຸດ. ມະນຸດທຸກຄົນແມ່ນຕ້ອງໄດ້ຜ່ານການຖືກເອົາຊະນະ. ຖ້າບໍ່ສະນັ້ນ ພວກເຂົາຈະບໍ່ມີທາງຮູ້ຈັກພຣະເຈົ້າ ຫຼື ພວກເຂົາຈະບໍ່ຮູ້ວ່າ ມີພຣະເຈົ້າ ນັ້ນໝາຍຄວາມວ່າ ມັນຈະເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະຮັບຮູ້ພຣະເຈົ້າ. ແລ້ວຖ້າຜູ້ຄົນບໍ່ຮັບຮູ້ພຣະເຈົ້າ ມັນກໍຈະເປັນໄປບໍ່ໄດ້ສຳລັບພວກເຂົາຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໄດ້ ຍ້ອນພວກເຂົາບໍ່ບັນລຸບັນທັດຖານສໍາລັບການສຳເລັດນີ້. ຖ້າເຈົ້າເຖິງກັບບໍ່ຮັບຮູ້ພຣະເຈົ້າ ແລ້ວເຈົ້າຈະສາມາດຮູ້ຈັກພຣະອົງໄດ້ແນວໃດ? ເຈົ້າຈະສະແຫວງຫາພຣະອົງໄດ້ແນວໃດ? ເຈົ້າຍັງຈະບໍ່ສາມາດເປັນພະຍານໃຫ້ກັບພຣະອົງ ແລ້ວແຮງໄກທີ່ຈະມີຄວາມເຊື່ອເພື່ອເຮັດໃຫ້ພຣະອົງພໍໃຈ. ສະນັ້ນ, ສໍາລັບໃຜກໍຕາມທີ່ຕ້ອງການຖືກເຮັດໃຫ້ສົມບູນ, ຂັ້ນຕອນທໍາອິດແມ່ນຕ້ອງຜ່ານພາລະກິດຂອງການເອົາຊະນະ. ນີ້ແມ່ນເງື່ອນໄຂທໍາອິດ. ແຕ່ທັງການເອົາຊະນະ ແລະ ການເຮັດໃຫ້ສົມບູນແມ່ນເພື່ອປັ້ນຜູ້ຄົນ ແລະ ເພື່ອປ່ຽນແປງພວກເຂົາ ແລະ ແຕ່ລະຢ່າງແມ່ນສ່ວນຂອງພາລະກິດຂອງການຄຸ້ມຄອງມະນຸດ. ຂັ້ນຕອນທັງສອງແມ່ນສິ່ງທີ່ຈໍາເປັນເພື່ອເຮັດໃຫ້ຜູ້ໃດຜູ້ໜຶ່ງສົມບູນ ແລະ ບໍ່ສາມາດເບິ່ງຂ້າມໄດ້. ມັນແມ່ນຄວາມຈິງທີ່ວ່າ “ການຖືກເອົາຊະນະ” ບໍ່ຟັງເບິ່ງຄືດີຫຼາຍ, ແຕ່ທີ່ຈິງແລ້ວ ຂະບວນການໃນການເອົາຊະນະຜູ້ໃດຜູ້ໜຶ່ງແມ່ນຂັ້ນຕອນໃນການປ່ຽນແປງພວກເຂົາ.
- [ເລື່ອງຈິງຂອງພາລະກິດແຫ່ງການເອົາຊະນະ (3)](https://lo.kingdomsalvation.org/inside-truth-of-conquering-work-3.html) - ຜົນທີ່ຕັ້ງໃຈເອົາໄວ້ຂອງພາລະກິດແຫ່ງການເອົາຊະນະ ນອກເໜືອສິ່ງອື່ນໃດ ແມ່ນເພື່ອບໍ່ໃຫ້ເນື້ອໜັງຂອງມະນຸດກະບົດອີກຕໍ່ໄປ; ນັ້ນກໍຄື ເພື່ອໃຫ້ຄວາມຄິດຂອງມະນຸດໄດ້ຮັບເອົາຄວາມຮູ້ໃໝ່ກ່ຽວກັບພຣະເຈົ້າ, ເພື່ອໃຫ້ຫົວໃຈຂອງມະນຸດອ່ອນນ້ອມຕໍ່ພຣະເຈົ້າໂດຍສິ້ນເຊີງ ແລະ ເພື່ອໃຫ້ມະນຸດປາຖະໜາທີ່ຈະເປັນເພື່ອພຣະເຈົ້າ. ຜູ້ຄົນບໍ່ຖືວ່າໄດ້ຖືກເອົາຊະນະ ເມື່ອນິໄສ ຫຼື ເນື້ອໜັງຂອງພວກເຂົາປ່ຽນແປງ; ເມື່ອຄວາມຄິດຂອງມະນຸດ, ສະຕິຂອງມະນຸດ ແລະ ຄວາມຮູ້ສຶກຂອງມະນຸດປ່ຽນແປງ, ເຊິ່ງເວົ້າໄດ້ວ່າ ເມື່ອທ່າທີທາງຈິດໃຈທັງໝົດຂອງເຈົ້າປ່ຽນແປງ, ນັ້ນຈະເປັນເວລາທີ່ເຈົ້າໄດ້ຖືກເອົາຊະນະໂດຍພຣະເຈົ້າ. ເມື່ອເຈົ້າໄດ້ຕັ້ງໃຈທີ່ຈະອ່ອນນ້ອມ ແລະ ນໍາໃຊ້ຄວາມຄິດແບບໃໝ່, ເມື່ອເຈົ້າບໍ່ນຳເອົາແນວຄິດ ຫຼື ເຈດຕະນາໃດໆຂອງເຈົ້າເອງເຂົ້າສູ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າອີກຕໍ່ໄປ ແລະ ເມື່ອສະໝອງຂອງເຈົ້າສາມາດຄິດຢ່າງປົກກະຕິ, ນັ້ນໝາຍຄວາມວ່າ ເມື່ອເຈົ້າສາມາດທຸ້ມເທຕົວເຈົ້າເອງໃຫ້ກັບພຣະເຈົ້າດ້ວຍຫົວໃຈທັງໝົດຂອງເຈົ້າ, ແລ້ວເຈົ້າກໍເປັນຄົນປະເພດທີ່ຖືກເອົາຊະນະຢ່າງສົມບູນ. ໃນສາສະໜາ, ຫຼາຍຄົນໄດ້ທົນທຸກຢ່າງຫຼວງຫຼາຍຕະຫຼອດຊີວິດຂອງພວກເຂົາ: ພວກເຂົາເອົາຊະນະຮ່າງກາຍຂອງພວກເຂົາ ແລະ ແບກໄມ້ກາງແຂນຂອງພວກເຂົາ ແລະ ພວກເຂົາເຖິງກັບສືບຕໍ່ທົນທຸກ ແລະ ອົດກັ້ນໃນເວລາທີ່ໃກ້ຈະຕາຍ! ບາງຄົນຍັງອົດອາຫານໃນຕອນເຊົ້າກ່ອນພວກເຂົາຈະຕາຍ. ຕະຫຼອດທັງຊີວິດຂອງພວກເຂົາ, ພວກເຂົາປະຕິເສດອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ດີສໍາລັບຕົວພວກເຂົາເອງ, ພຽງແຕ່ໃສ່ໃຈກັບການທົນທຸກຢ່າງດຽວ. ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາ ແລະ ກະບົດຕໍ່ເນື້ອໜັງຂອງພວກເຂົາ. ວິນຍານແຫ່ງການອົດກັ້ນຕໍ່ການທົນທຸກຂອງພວກເຂົາເປັນຕາຍ້ອງຍໍສັນລະເສີນ. ແຕ່ຄວາມຄິດຂອງພວກເຂົາ, ແນວຄິດຂອງພວກເຂົາ, ທ່າທີທາງຈິດໃຈຂອງພວກເຂົາ ແລະ
- [ເລື່ອງຈິງຂອງພາລະກິດແຫ່ງການເອົາຊະນະ (2)](https://lo.kingdomsalvation.org/inside-truth-of-conquering-work-2.html) - ພວກເຈົ້າເຄີຍສະແຫວງຫາເພື່ອປົກຄອງດັ່ງກະສັດ ແລະ ໃນປັດຈຸບັນພວກເຈົ້າກໍຍັງບໍ່ໄດ້ປະຖິ້ມສິ່ງນີ້ຢ່າງສິ້ນເຊີງເທື່ອ; ເຈົ້າຍັງປາດຖະໜາທີ່ຈະປົກຄອງດັ່ງກະສັດ, ຍົກສະຫວັນຂຶ້ນ ແລະ ຄໍ້າຊູແຜ່ນດິນໂລກ. ຕອນນີ້ ໃຫ້ພິຈາລະນາຄຳຖາມນີ້: ເຈົ້າມີຄຸນສົມບັດດັ່ງກ່າວຢູ່ບໍ? ເຈົ້າບໍ່ໄດ້ໄຮ້ຄວາມຮູ້ສຶກໂດຍສິ້ນເຊີງບໍ? ເຈົ້າບໍ່ມີເຫດຜົນຫຍັງເລີຍບໍ? ສິ່ງທີ່ພວກເຈົ້າສະແຫວງຫາ ແລະ ອຸທິດຄວາມເອົາໃຈໃສ່ຂອງພວກເຈົ້າແມ່ນມີຄວາມເປັນຈິງຢູ່ບໍ? ພວກເຈົ້າບໍ່ມີແມ່ນແຕ່ຄວາມເປັນມະນຸດປົກກະຕິ, ມັນບໍ່ເປັນຕາເວດທະນາບໍ? ດັ່ງນັ້ນ, ມື້ນີ້ ເຮົາຈຶ່ງເວົ້າແຕ່ກ່ຽວກັບການຖືກເອົາຊະນະ, ການເປັນພະຍານ, ການພັດທະນາຄວາມສາມາດຂອງເຈົ້າ ແລະ ການເຂົ້າສູ່ເສັ້ນທາງຂອງການຖືກເຮັດໃຫ້ສົມບູນ ແລະ ຈະບໍ່ໄດ້ເວົ້າກ່ຽວກັບສິ່ງອື່ນເລີຍ. ບາງຄົນແມ່ນບໍ່ມັກຄວາມຈິງທີ່ບໍ່ໄດ້ຖືກເຈືອປົນ ແລະ ເມື່ອພວກເຂົາເຫັນມີແຕ່ເວົ້າກ່ຽວກັບຄວາມເປັນມະນຸດທີ່ທໍາມະດາ ແລະ ການປັບປຸງຄວາມສາມາດຂອງຜູ້ຄົນ ພວກເຂົາກໍລັງເລໃຈແລ້ວ. ຜູ້ທີ່ບໍ່ຮັກຄວາມຈິງຈະເຮັດໃຫ້ສົມບູນບໍ່ແມ່ນງ່າຍ. ຕາບໃດທີ່ພວກເຈົ້າເຂົ້າສູ່ປັດຈຸບັນ ແລະ ກະທໍາຕາມເຈດຕະນາຂອງພຣະເຈົ້າເທື່ອລະບາດກ້າວ ເຈົ້າຈະສາມາດຖືກກໍາຈັດຢູ່ບໍ? ພາຍຫຼັງທີ່ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍໃນປະເທດຈີນແຜ່ນດິນໃຫຍ່ ເຊິ່ງເປັນພາລະກິດທີ່ມີຂອບເຂດຢ່າງໃຫຍ່ຫຼວງດັ່ງກ່າວ ແລະ ພາຍຫຼັງທີ່ພຣະອົງໄດ້ກ່າວພຣະທໍາຫຼາຍຂໍ້ ພຣະອົງຈະສາມາດຍົກເລີກກາງທາງໄດ້ບໍ? ພຣະເຈົ້າຈະສາມາດນໍາພາຜູ້ຄົນລົງໄປສູ່ຂຸມເລິກຈົນຢັ່ງບໍ່ເຖິງໄດ້ບໍ? ໃນປັດຈຸບັນ ສິ່ງທີ່ສໍາຄັນແມ່ນພວກເຈົ້າຕ້ອງຮູ້ຈັກທາດແທ້ຂອງມະນຸດ ແລະ ຕ້ອງຮູ້ຈັກສິ່ງທີ່ພວກເຈົ້າຄວນເຂົ້າສູ່; ພວກເຈົ້າຕ້ອງເວົ້າກ່ຽວກັບການເຂົ້າສູ່ຊີວິດ ແລະ ການປ່ຽນແປງໃນອຸປະນິໄສ, ວິທີທີ່ຈະຖືກເອົາຊະນະຢ່າງແທ້ຈິງ ແລະ ວິທີອ່ອນນ້ອມຕໍ່ພຣະເຈົ້າຢ່າງທັງໝົດ, ວິທີເປັນພະຍານສຸດທ້າຍໃຫ້ແກ່ພຣະເຈົ້າ ແລະ
- [ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ](https://lo.kingdomsalvation.org/work-of-conquest-bears-fruit.html) - ພາລະກິດຂອງຜູ້ໃຫ້ບໍລິການແມ່ນບາດກ້າວທຳອິດໃນພາລະກິດແຫ່ງການເອົາຊະນະ. ປັດຈຸບັນແມ່ນບາດກ້າວທີສອງໃນພາລະກິດແຫ່ງການເອົາຊະນະ. ເປັນຫຍັງຈຶ່ງຍັງເວົ້າເຖິງການຖືກເຮັດໃຫ້ສົມບູນໃນພາລະກິດແຫ່ງການເອົາຊະນະ? ມັນແມ່ນເພື່ອສ້າງພື້ນຖານສຳລັບອະນາຄົດ. ປັດຈຸບັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດແຫ່ງການເອົາຊະນະ; ເປັນເວລາແຫ່ງການຜະເຊີນກັບຄວາມລຳບາກຍາກແຄ້ນອັນຍິ່ງໃຫຍ່ ເຊິ່ງຈະສະແດງເຖິງຈຸດເລີ່ມຕົ້ນຢ່າງເປັນທາງການຂອງການເຮັດໃຫ້ມະນຸດຊາດສົມບູນ, ທີ່ຈະຕາມມາ. ປະເດັນຫຼັກໃນຕອນນີ້ແມ່ນການເອົາຊະນະ, ແຕ່ຕອນນີ້ຍັງເປັນເວລາຂອງບາດກ້າວທຳອິດໃນຂະບວນການເຮັດໃຫ້ສົມບູນ. ສິ່ງທີ່ບາດກ້າວທຳອິດນີ້ຈຳເປັນຕ້ອງເຮັດກໍຄືການເຮັດໃຫ້ຄວາມຮູ້ ແລະ ຄວາມອ່ອນນ້ອມຂອງຜູ້ຄົນສົມບູນ ເຊິ່ງແນ່ນອນນີ້ຄືການສ້າງພື້ນຖານໃຫ້ແກ່ພາລະກິດແຫ່ງການເອົາຊະນະ. ຖ້າເຈົ້າຈະຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຕ້ອງສາມາດທີ່ຈະຍຶດໝັ້ນໃນທ່າມກາງຄວາມລຳບາກຍາກແຄ້ນຂອງອະນາຄົດ ແລະ ມອບທຸກຢ່າງຂອງເຈົ້າເພື່ອຂະຫຍາຍບາດກ້າວຕໍ່ໄປຂອງພາລະກິດ; ນີ້ຄືຄວາມໝາຍຂອງການຖືກເຮັດໃຫ້ສົມບູນ ແລະ ເວລາດັ່ງກ່າວກໍຍັງເປັນເວລາທີ່ຜູ້ຄົນຖືກຮັບໂດຍພຣະເຈົ້າຢ່າງສິ້ນເຊີງ. ມື້ນີ້ ພວກເຮົາກຳລັງສົນທະນາກ່ຽວກັບການຖືກເອົາຊະນະ ເຊິ່ງກໍຄືກັນກັບການສົນທະນາກ່ຽວກັບການຖືກເຮັດໃຫ້ສົມບູນ. ແຕ່ພາລະກິດທີ່ປະຕິບັດໃນມື້ນີ້ແມ່ນພື້ນຖານສຳລັບການຖືກເຮັດໃຫ້ສົມບູນໃນອະນາຄົດ; ເພື່ອທີ່ຈະຖືກເຮັດໃຫ້ສົມບູນ, ຜູ້ຄົນຕ້ອງຜະເຊີນກັບຄວາມຍາກລຳບາກ ແລະ ປະສົບການແຫ່ງຄວາມຍາກລຳບາກນີ້ຕ້ອງມີພື້ນຖານໃນການຖືກເອົາຊະນະ. ຖ້າຜູ້ຄົນປາສະຈາກພື້ນຖານໃນປັດຈຸບັນ, ຖ້າພວກເຂົາບໍ່ໄດ້ຖືກເອົາຊະນະຢ່າງສິ້ນເຊີງ, ແລ້ວມັນກໍຈະຍາກສຳລັບພວກເຂົາທີ່ຈະຍຶດໝັ້ນໃນລະຫວ່າງບາດກ້າວຕໍ່ໄປຂອງພາລະກິດ. ການຖືກເອົາຊະນະພຽງຢ່າງດຽວບໍ່ແມ່ນເປົ້າໝາຍສຸດທ້າຍ. ມັນເປັນພຽງບາດກ້າວໜຶ່ງຂອງການເປັນພະຍານໃຫ້ແກ່ພຣະເຈົ້າຢູ່ຕໍ່ໜ້າຊາຕານ. ການຖືກເຮັດໃຫ້ສົມບູນແມ່ນເປົ້າໝາຍສຸດທ້າຍ ແລະ ຖ້າເຈົ້າບໍ່ຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຄວນຖືກຕັດອອກຈະດີກວ່າ. ມີພຽງແຕ່ເມື່ອໄດ້ປະສົບກັບຄວາມລໍາບາກຍາກແຄ້ນໃນອະນາຄົດເທົ່ານັ້ນ ວຸດທິພາວະທີ່ແທ້ຈິງຂອງເຈົ້າຈຶ່ງຈະເປັນທີ່ປະຈັກ; ນັ້ນໝາຍຄວາມວ່າ ມີພຽງແຕ່ເມື່ອນັ້ນ ລະດັບຄວາມບໍລິສຸດຂອງຄວາມຮັກຂອງເຈົ້າສຳລັບພຣະເຈົ້າຈຶ່ງຈະຊັດເຈນ. ສິ່ງທີ່ຜູ້ຄົນເວົ້າໃນມື້ນີ້ກໍຄື: “ພວກຂ້ານ້ອຍຕ້ອງອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າເຮັດ. ພວກຂ້ານ້ອຍເຕັມໃຈທີ່ຈະເປັນຕົວປະກອບທີ່ສາມາດສະແດງລິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະໃຈດີຕໍ່ພວກຂ້ານ້ອຍ ຫຼື ສາບແຊ່ງພວກຂ້ານ້ອຍ ຫຼື ບໍ່ວ່າພຣະອົງຈະພິພາກສາພວກຂ້ານ້ອຍ ຫຼື ບໍ່,
- [ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບເສີມຄວາມເດັ່ນ?](https://lo.kingdomsalvation.org/why-arent-willing-to-be-foil.html) - ຄົນທີ່ຖືກເອົາຊະນະແມ່ນຕົວປະກອບ ແລະ ພຽງແຕ່ຫຼັງຈາກທີ່ຖືກເຮັດໃຫ້ສົມບູນ ຜູ້ຄົນຈຶ່ງໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດແຫ່ງຍຸກສຸດທ້າຍ. ກ່ອນທີ່ຈະຖືກເຮັດໃຫ້ສົມບູນ, ພວກເຂົາເປັນຕົວປະກອບ, ເປັນເຄື່ອງມື ພ້ອມທັງເປັນວັດຖຸເພື່ອບໍລິການ. ຄົນທີ່ຖືກພຣະເຈົ້າເອົາຊະນະທັງໝົດກໍຄືແກ້ວຜະລຶກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ພ້ອມທັງເປັນແບບຢ່າງ ແລະ ຕົວຢ່າງອີກດ້ວຍ. ຖ້ອຍຄໍາເຫຼົ່ານີ້ທີ່ເຮົາໄດ້ໃຊ້ເພື່ອອະທິບາຍເຖິງຜູ້ຄົນອາດຈະບໍ່ມີຄວາມໝາຍ, ແຕ່ພວກມັນເປີດເຜີຍເຖິງເລື່ອງລາວທີ່ໜ້າສົນໃຈ. ພວກເຈົ້າທີ່ມີຄວາມເຊື່ອເລັກນ້ອຍຈະໂຕ້ຖຽງກ່ຽວກັບຕໍາແໜ່ງທີ່ບໍ່ມີຄວາມໝາຍຢູ່ສະເໝີ ຈົນພວກເຈົ້າໜ້າແດງ ແລະ ບາງຄັ້ງ ຄວາມສຳພັນເຖິງກັບຖືກທໍາລາຍຍ້ອນສິ່ງນັ້ນ. ເຖິງແມ່ນມັນເປັນພຽງຕໍາແໜ່ງທີ່ເລັກນ້ອຍ, ແຕ່ໃນຄວາມຄິດຂອງພວກເຈົ້າ, ໃນຄວາມເຊື່ອຂອງພວກເຈົ້າ, ສິ່ງນີ້ບໍ່ພຽງແຕ່ໃຫຍ່ກວ່າຕໍາແໜ່ງທີ່ບໍ່ສຳຄັນ ແຕ່ເປັນເລື່ອງສໍາຄັນທີ່ກ່ຽວພັນກັບໂຊກຊະຕາຂອງພວກເຈົ້າ. ສະນັ້ນ ຄົນທີ່ບໍ່ມີເຫດຜົນກໍຈະມັກທົນທຸກກັບການສູນເສຍທີ່ຍິ່ງໃຫຍ່ໃນສິ່ງເລັກນ້ອຍແບບນີ້ຢູ່ສະເໝີ, ນີ້ຄືການຮັກສາເລັກນ້ອຍ ແຕ່ສູນເສຍຫຼາຍ. ຍ້ອນຕໍາແໜ່ງບໍ່ສໍາຄັນບາງຢ່າງເທົ່ານັ້ນ ພວກເຈົ້າກໍຈະແລ່ນໜີ ແລະ ບໍ່ກັບຄືນມາອີກ. ນີ້ກໍຍ້ອນວ່າ ພວກເຈົ້າເຫັນຊີວິດເປັນສິ່ງບໍ່ສຳຄັນ ແລະ ພວກເຈົ້າໃຫ້ຄຸນຄ່າຫຼາຍເກີນໄປໃນຊື່ທີ່ພວກເຈົ້າຖືກເອີ້ນ. ສະນັ້ນ ໃນຊີວິດຝ່າຍວິນຍານຂອງພວກເຈົ້າ ແລະ ແມ່ນແຕ່ໃນຊີວິດຕົວຈິງຂອງພວກເຈົ້າ, ພວກເຈົ້າຈຶ່ງມັກຈະມີຄວາມສັບສົນ ແລະ ເລື່ອງລາວແປກປະຫຼາດຢູ່ສະເໝີ ຍ້ອນແນວຄິດຂອງພວກເຈົ້າທີ່ກ່ຽວກັບສະຖານະ. ບາງເທື່ອ ພວກເຈົ້າຈະບໍ່ຍອມຮັບສິ່ງນີ້, ແຕ່ເຮົາຈະບອກພວກເຈົ້າວ່າ ຄົນເຫຼົ່ານີ້ແມ່ນມີແທ້ໃນຊີວິດຕົວຈິງ, ເຖິງແມ່ນວ່າ ພວກເຈົ້າຍັງບໍ່ໄດ້ຖືກເປີດໂປງແຕ່ລະຄົນເທື່ອກໍຕາມ. ສິ່ງແບບນີ້ເກີດຂຶ້ນໃນຊີວິດຂອງພວກເຈົ້າທຸກຄົນ. ຖ້າເຈົ້າບໍ່ເຊື່ອ ກໍໃຫ້ສັງເກດເບິ່ງບົດຄວາມສັ້ນຂ້າງລຸ່ມນີ້ຈາກຊີວິດຂອງເອື້ອຍນ້ອງ
- [ເລື່ອງຈິງຂອງພາລະກິດແຫ່ງການເອົາຊະນະ (1)](https://lo.kingdomsalvation.org/inside-truth-of-conquering-work-1.html) - ເມື່ອຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ, ມະນຸດຊາດກໍບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ຢຸດນະມັດສະການພຣະເຈົ້າ. ໃນຕອນເລີ່ມຕົ້ນ, ເມື່ອອາດາມ ແລະ ເອວາຖືກສ້າງ, ສະຫງ່າລາສີ ແລະ ຄຳພະຍານຂອງພຣະເຢໂຮວາກໍປາກົດຢູ່ສະເໝີ. ແຕ່ຫຼັງຈາກທີ່ຖືກເຮັດໃຫ້ເສື່ອມຊາມ, ມະນຸດກໍສູນເສຍສະຫງ່າລາສີ ແລະ ຄຳພະຍານ ຍ້ອນທຸກຄົນກະບົດຕໍ່ພຣະເຈົ້າ ແລະ ເຊົາຢໍາເກງພຣະອົງທັງສິ້ນ. ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນເພື່ອຟື້ນຟູຄຳພະຍານທັງໝົດ ແລະ ສະຫງ່າລາສີທັງໝົດ ແລະ ເພື່ອເຮັດໃຫ້ມະນຸດທຸກຄົນນະມັດສະການພຣະເຈົ້າ, ເພື່ອວ່າຈະມີຄຳພະຍານຢູ່ທ່າມກາງສິ່ງຊົງສ້າງ; ນີ້ແມ່ນພາລະກິດທີ່ຈະຖືກປະຕິບັດໃນລະຫວ່າງຂັ້ນຕອນນີ້. ມະນຸດຊາດຈະຖືກເອົາຊະນະແນວໃດກັນແທ້? ໂດຍໃຊ້ພາລະກິດແຫ່ງພຣະທຳໃນຂັ້ນຕອນນີ້ເພື່ອເຮັດໃຫ້ມະນຸດເຊື່ອຢ່າງສົມບູນ; ໂດຍໃຊ້ການເປີດເຜີຍ, ການພິພາກສາ, ການຂ້ຽນຕີ ແລະ ການສາບແຊ່ງຢ່າງໄຮ້ປານີເພື່ອຊັກຈູງເຂົາຢ່າງທີ່ສຸດ; ໂດຍເປີດໂປງຄວາມກະບົດຂອງມະນຸດ ແລະ ພິພາກສາການຕໍ່ຕ້ານຂອງເຂົາ ເພື່ອວ່າເຂົາອາດຮູ້ຈັກຄວາມບໍ່ຊອບທຳ ແລະ ຄວາມສົກກະປົກຂອງມະນຸດຊາດ ແລະ ດ້ວຍເຫດນັ້ນຈຶ່ງໃຊ້ສິ່ງເຫຼົ່ານີ້ເພື່ອເປັນສິ່ງສະແດງໃຫ້ເຫັນເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າແຈ້ງຂຶ້ນ. ໂດຍສະເພາະຢ່າງຍິ່ງແມ່ນຜ່ານພຣະທຳເຫຼົ່ານີ້ ມະນຸດຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ເຊື່ອຢ່າງສົມບູນ. ພຣະທຳແມ່ນວິທີໃນການເອົາຊະນະຂັ້ນສຸດທ້າຍຂອງມະນຸດຊາດ ແລະ ທຸກຄົນທີ່ຍອມຮັບການເອົາຊະນະຂອງພຣະເຈົ້າກໍຕ້ອງຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງພຣະທຳຂອງພຣະອົງ. ຂະບວນການແຫ່ງການເອົາຊະນະໃນປັດຈຸບັນແມ່ນຂະບວນການແຫ່ງການກ່າວພຣະທຳຢ່າງແນ່ນອນ. ແລ້ວຜູ້ຄົນຄວນຮ່ວມມືແນວໃດ? ໂດຍຮູ້ຈັກວິທີການກິນ ແລະ ດື່ມພຣະທຳເຫຼົ່ານີ້ ແລະ
- [ການປະຕິບັດ (5)](https://lo.kingdomsalvation.org/practice-5.html) - ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູໄດ້ກ່າວພຣະທຳບາງຢ່າງ ແລະ ປະຕິບັດໜຶ່ງຂັ້ນຕອນຂອງພາລະກິດ. ທຸກສິ່ງມີບໍລິບົດຂອງມັນ ແລະ ພວກມັນກໍລ້ວນແລ້ວແຕ່ເໝາະສົມສຳລັບສະພາວະຂອງຜູ້ຄົນໃນເວລານັ້ນ; ພຣະເຢຊູກ່າວ ແລະ ເຮັດພາລະກິດຢ່າງເໝາະສົມກັບບໍລິບົດໃນເວລານັ້ນ. ພຣະອົງຍັງກ່າວຄຳທໍານາຍບາງຢ່າງ. ພຣະອົງທໍານາຍວ່າ ພຣະວິນຍານແຫ່ງຄວາມຈິງຈະມາໃນລະຫວ່າງຍຸກສຸດທ້າຍ ແລະ ຈະປະຕິບັດໜຶ່ງຂັ້ນຕອນຂອງພາລະກິດ. ນັ້ນໝາຍຄວາມວ່າ ພຣະອົງບໍ່ໄດ້ເຂົ້າໃຈຫຍັງເລີຍນອກຈາກພາລະກິດທີ່ພຣະອົງຕ້ອງປະຕິບັດໃນລະຫວ່າງຍຸກນັ້ນ; ເວົ້າອີກຢ່າງກໍຄື ພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດປະຕິບັດນັ້ນແມ່ນຈຳກັດ. ສະນັ້ນ ພຣະອົງພຽງແຕ່ປະຕິບັດພາລະກິດໃນຍຸກຂອງພຣະອົງ ແລະ ບໍ່ໄດ້ປະຕິບັດພາລະກິດອື່ນທີ່ບໍ່ໄດ້ກ່ຽວຂ້ອງກັບພຣະອົງ. ໃນເວລານັ້ນ ພຣະເຢຊູບໍ່ໄດ້ປະຕິບັດພາລະກິດຕາມຄວາມຮູ້ສຶກ ຫຼື ນິມິດ, ແຕ່ຕາມທີ່ເໝາະສົມກັບເວລາ ແລະ ບໍລິບົດ. ບໍ່ມີໃຜຊີ້ນໍາ ຫຼື ນໍາພາພຣະອົງ. ພາລະກິດທັງໝົດຂອງພຣະອົງແມ່ນການເປັນຢູ່ຂອງພຣະອົງເອງ, ມັນແມ່ນພາລະກິດທີ່ພຣະວິນຍານຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດຄວນປະຕິບັດ ເຊິ່ງພາລະກິດທັງໝົດແມ່ນເລີ່ມຕົ້ນໂດຍການບັງເກີດເປັນມະນຸດ. ພຣະເຢຊູປະຕິບັດພາລະກິດຕາມສິ່ງທີ່ພຣະອົງເອງໄດ້ເຫັນ ແລະ ໄດ້ຍິນເທົ່ານັ້ນ. ເວົ້າອີກຢ່າງກໍຄື ພຣະວິນຍານປະຕິບັດພາລະກິດໂດຍກົງ; ບໍ່ຈຳເປັນຕ້ອງມີຜູ້ສົ່ງຂ່າວປາກົດຕໍ່ພຣະອົງ ແລະ ເຮັດໃຫ້ພຣະອົງຝັນ ຫຼື ຕ້ອງການໃຫ້ແສງສະຫວ່າງທີ່ຍິ່ງໃຫຍ່ສ່ອງມາເຖິງພຣະອົງ ແລະ ເຮັດໃຫ້ພຣະອົງເຫັນ. ພຣະອົງປະຕິບັດພາລະກິດຢ່າງເປັນອິດສະຫຼະ ແລະ ປາສະຈາກຂໍ້ຈຳກັດ ເຊິ່ງນັ້ນກໍຍ້ອນວ່າ ພາລະກິດຂອງພຣະອົງບໍ່ໄດ້ອີງຕາມຄວາມຮູ້ສຶກ. ເວົ້າອີກຢ່າງກໍຄື ເມື່ອພຣະອົງປະຕິບັດພາລະກິດ,
- [ການປະຕິບັດ (4)](https://lo.kingdomsalvation.org/practice-4.html) - ສັນຕິສຸກ ແລະ ຄວາມປິຕິຍິນດີທີ່ເຮົາກ່າວເຖິງໃນປັດຈຸບັນບໍ່ຄືກັນກັບສິ່ງທີ່ເຈົ້າເຊື່ອ ແລະ ເຂົ້າໃຈ. ເຈົ້າເຄີຍຄິດວ່າສັນຕິສຸກ ແລະ ຄວາມປິຕິຍິນດີໝາຍເຖິງການມີຄວາມສຸກໝົດມື້, ການປາສະຈາກພະຍາດ ຫຼື ຄວາມໂຊກຮ້າຍໃນຄອບຄົວຂອງເຈົ້າ, ການເພິ່ງພໍໃຈຢູ່ສະເໝີໂດຍບໍ່ມີຄວາມຮູ້ສຶກໂສກເສົ້າແມ່ນແຕ່ໜ້ອຍດຽວ ແລະ ການມີຄວາມຮູ້ສຶກປິຕິຍິນດີຢ່າງໄຮ້ຄໍາບັນຍາຍ ບໍ່ວ່າຊີວິດຂອງເຈົ້າໄດ້ພັດທະນາໄປຮອດລະດັບໃດແລ້ວກໍຕາມ. ນັ້ນແມ່ນນອກຈາກການຂຶ້ນເງິນເດືອນ ແລະ ການທີ່ລູກຊາຍຂອງເຈົ້າເຂົ້າມະຫາວິທະຍາໄລ. ໂດຍທີ່ມີສິ່ງເຫຼົ່ານີ້ຢູ່ໃນຄວາມຄິດ, ເຈົ້າຈຶ່ງອະທິຖານຫາພຣະເຈົ້າ ແລະ ເມື່ອເຫັນວ່າຄວາມກະລຸນາຂອງພຣະອົງຍິ່ງໃຫຍ່ຫຼາຍ, ເຈົ້າກໍດີໃຈຫຼາຍ, ຍິ້ມຈົນປາກຈີກໄປເຖິງຫູ ແລະ ບໍ່ສາມາດຢຸດຂອບໃຈພຣະເຈົ້າໄດ້. ສັນຕິສຸກ ແລະ ຄວາມປິຕິຍິນດີດັ່ງກ່າວບໍ່ແມ່ນສັນຕິສຸກ ແລະ ຄວາມປິຕິຍິນດີຢ່າງແທ້ຈິງທີ່ມາພ້ອມກັບການສະຖິດຂອງພຣະວິນຍານບໍລິສຸດ. ກົງກັນຂ້າມ, ມັນຄືສັນຕິສຸກ ແລະ ຄວາມປິຕິຍິນດີທີ່ເປັນຜົນມາຈາກຄວາມພໍໃຈຂອງເນື້ອໜັງ. ເຈົ້າຄວນເຂົ້າໃຈວ່າມັນແມ່ນຍຸກໃດໃນປັດຈຸບັນ; ມັນບໍ່ແມ່ນຍຸກແຫ່ງພຣະຄຸນ ແລະ ມັນບໍ່ແມ່ນເວລາທີ່ເຈົ້າຈະສະແຫວງຫາເພື່ອກິນເຂົ້າຈີ່ຂອງເຈົ້າໃຫ້ອີ່ມ. ເຈົ້າອາດເບີກບານໃຈ ຍ້ອນທຸກສິ່ງເປັນໄປດ້ວຍດີກັບຄອບຄົວຂອງເຈົ້າ, ແຕ່ຊີວິດຂອງເຈົ້າແມ່ນຫັນໃຈຫອບເປັນຄັ້ງສຸດທ້າຍ ແລະ ສະນັ້ນ ບໍ່ວ່າຄວາມປິຕິຍິນດີຂອງເຈົ້າຈະມີຫຼາຍສໍ່າໃດກໍຕາມ, ພຣະວິນຍານບໍລິສຸດກໍບໍ່ໄດ້ຢູ່ກັບເຈົ້າ. ການໄດ້ຮັບເອົາການສະຖິດຂອງພຣະວິນຍານບໍລິສຸດແມ່ນເລື່ອງງ່າຍ: ໃຫ້ເຮັດໃນສິ່ງທີ່ເຈົ້າຄວນເຮັດຢ່າງເໝາະສົມ, ປະຕິບັດໜ້າທີ່ ແລະ ບົດບາດຂອງມະນຸດເປັນຢ່າງດີ ແລະ ສາມາດປະກອບຕົວເຈົ້າເອງດ້ວຍສິ່ງຕ່າງໆທີ່ເຈົ້າຈຳເປັນເພື່ອທົດແທນຂໍ້ບົກຜ່ອງຂອງເຈົ້າ. ຖ້າເຈົ້າມີພາລະຕໍ່ຊີວິດຂອງເຈົ້າເອງຢູ່ສະເໝີ ແລະ
- [ການປະຕິບັດ (3)](https://lo.kingdomsalvation.org/practice-3.html) - ພວກເຈົ້າຕ້ອງມີຄວາມສາມາດທີ່ຈະດຳລົງຊີວິດຢູ່ຢ່າງອິດສະຫຼະ, ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າໂດຍພວກເຈົ້າເອງ, ສາມາດປະສົບກັບພຣະທຳຂອງພຣະເຈົ້າດ້ວຍຕົວພວກເຈົ້າເອງ ແລະ ດຳລົງຊີວິດຝ່າຍວິນຍານທີ່ປົກກະຕິໂດຍປາສະຈາກການນໍາພາຂອງຄົນອື່ນ. ພວກເຈົ້າຕ້ອງສາມາດເພິ່ງພາພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນເພື່ອດຳລົງຊີວິດ, ເຂົ້າສູ່ປະສົບການທີ່ແທ້ຈິງ ແລະ ຮັບເອົາຄວາມເຂົ້າໃຈທີ່ແທ້ຈິງ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະສາມາດຍຶດໝັ້ນໄດ້. ໃນປັດຈຸບັນ, ຫຼາຍຄົນບໍ່ເຂົ້າໃຈຄວາມລໍາບາກຍາກແຄ້ນ ແລະ ການທົດລອງໃນອະນາຄົດຢ່າງສົມບູນ. ໃນອະນາຄົດ, ບາງຄົນຈະປະສົບກັບຄວາມລໍາບາກຍາກແຄ້ນ ແລະ ບາງຄົນຈະປະສົບກັບການລົງໂທດ. ການລົງໂທດນີ້ຈະຮ້າຍແຮງຫຼາຍຍິ່ງຂຶ້ນ; ມັນຈະເປັນການມາເຖິງຂອງຄວາມຈິງ. ໃນປັດຈຸບັນ ທຸກສິ່ງທີ່ເຈົ້າປະສົບ, ປະຕິບັດ ແລະ ສະແດງອອກ ໄດ້ວາງພື້ນຖານສໍາລັບການທົດລອງໃນອະນາຄົດ ແລະ ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງສາມາດດຳລົງຊີວິດຢ່າງເປັນອິດສະຫຼະ. ໃນປັດຈຸບັນ, ໂດຍທົ່ວໄປແລ້ວ ສະຖານະການທີ່ກ່ຽວກັບຫຼາຍຄົນໃນຄຣິສຕະຈັກແມ່ນເປັນຄືດັ່ງຕໍ່ໄປນີ້: ຖ້າມີຜູ້ນໍາ ແລະ ຜູ້ເຮັດວຽກປະຕິບັດພາລະກິດ, ພວກເຂົາກໍມີຄວາມສຸກ ແລະ ຖ້າບໍ່ມີ ພວກເຂົາກໍບໍ່ມີຄວາມສຸກ. ພວກເຂົາບໍ່ສົນໃຈຕໍ່ພາລະກິດຂອງຄຣິສຕະຈັກ ຫຼື ຕໍ່ຊີວິດຝ່າຍວິນຍານຂອງພວກເຂົາເອງ ແລະ ບໍ່ມີພາລະແມ່ນແຕ່ໜ້ອຍດຽວ, ພວກເຂົາດຳເນີນຊີວິດໂດຍບໍ່ມີຈຸດໝາຍປາຍທາງຄືກັບນົກຮານເຮົາ[ກ]. ເວົ້າແບບກົງໄປກົງມາກໍຄື ພາລະກິດທີ່ເຮົາປະຕິບັດໃນຫຼາຍໆຄົນເປັນພຽງພາລະກິດແຫ່ງການເອົາຊະນະ, ຍ້ອນວ່າ ໂດຍພື້ນຖານແລ້ວ ຫຼາຍຄົນແມ່ນບໍ່ເໝາະສົມແກ່ການຖືກເຮັດໃຫ້ສົມບູນ. ມີພຽງແຕ່ຄົນສ່ວນໜ້ອຍເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າເມື່ອໄດ້ຍິນພຣະທຳເຫຼົ່ານີ້ແລ້ວ,
- [ພຣະເຈົ້າຕຣີເອການຸພາບມີແທ້ບໍ?](https://lo.kingdomsalvation.org/does-the-trinity-exist.html) - ຫຼັງຈາກຄວາມຈິງຂອງພຣະເຢຊູໄດ້ກາຍມາເປັນເນື້ອໜັງ, ມະນຸດກໍ່ເຊື່ອວ່າໃນສະຫວັນແມ່ນບໍ່ໄດ້ມີພຽງແຕ່ພຣະບິດາ, ແຕ່ຍັງມີພຣະບຸດ ແລະ ແມ່ນແຕ່ພຣະວິນຍານ. ນີ້ຄືແນວຄິດຕາມປະເພນີທີ່ມະນຸດມີ ຄືມີພຣະເຈົ້າແບບນີ້ທີ່ຢູ່ໃນສະຫວັນ: ພຣະເຈົ້າຕຣີເອການຸພາບທີ່ເປັນພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມະນຸດຊາດທັງປວງມີແນວຄິດເຫຼົ່ານີ້: ພຣະເຈົ້າເປັນພຣະເຈົ້າອົງດຽວ, ແຕ່ປະກອບມີສາມພາກສ່ວນ ເຊິ່ງທຸກຄົນເຫຼົ່ານັ້ນທີ່ຝັງເລິກຢ່າງໜ້າເສົ້າໃຈຢູ່ກັບແນວຄິດດັ່ງເດີມຖືວ່າມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງແຕ່ສາມສ່ວນເຫຼົ່ານັ້ນລວມກັນເປັນໜຶ່ງເທົ່ານັ້ນ ຈຶ່ງຈະເປັນພຣະເຈົ້າທັງໝົດ. ຫາກປາສະຈາກພຣະບິດາບໍລິສຸດ, ພຣະເຈົ້າກໍຈະບໍ່ສົມບູນ. ໃນທຳນອງດຽວກັນ, ພຣະເຈົ້າກໍຈະບໍ່ສົມບູນເຊັ່ນກັນ ຖ້າປາສະຈາກພຣະບຸດ ຫຼື ພຣະວິນຍານບໍລິສຸດ. ໃນແນວຄິດຂອງພວກເຂົາ, ພວກເຂົາເຊື່ອວ່າ ພຣະບິດາພຽງອົງດຽວ ຫຼື ພຣະບຸດພຽງອົງດຽວ ບໍ່ສາມາດຖືວ່າເປັນພຣະເຈົ້າໄດ້. ມີພຽງແຕ່ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຮ່ວມກັນເທົ່ານັ້ນ ຈຶ່ງຖືວ່າເປັນພຣະເຈົ້າເອງ. ບັດນີ້ ຜູ້ເຊື່ອສາສະໜາທຸກຄົນ ແລະ ແມ່ນແຕ່ຜູ້ຕິດຕາມແຕ່ລະຄົນທີ່ຢູ່ທ່າມກາງພວກເຈົ້າ ແມ່ນມີຄວາມເຊື່ອແບບນີ້. ແຕ່ສຳລັບເລື່ອງທີ່ວ່າ ຄວາມເຊື່ອນີ້ຖືກຕ້ອງ ຫຼື ບໍ່ນັ້ນ, ບໍ່ມີໃຜສາມາດອະທິບາຍໄດ້ ຍ້ອນພວກເຈົ້າສັບສົນກ່ຽວກັບເລື່ອງຂອງພຣະເຈົ້າເອງຢູ່ສະເໝີ. ເຖິງແມ່ນສິ່ງເຫຼົ່ານີ້ຄືແນວຄິດ, ພວກເຈົ້າກໍບໍ່ຮູ້ວ່າ ສິ່ງເຫຼົ່ານີ້ຖືກ ຫຼື ຜິດ, ຍ້ອນວ່າພວກເຈົ້າຖືກກະທົບໂດຍແນວຄິດທາງສາສະໜາຢ່າງຮຸນແຮງເກີນໄປ.
- [ການບັງເກີດເປັນມະນຸດທັງສອງຄັ້ງເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ](https://lo.kingdomsalvation.org/complete-significance-of-incarnation.html) - ແຕ່ລະຂັ້ນຕອນຂອງພາລະກິດທີ່ປະຕິບັດໂດຍພຣະເຈົ້າແມ່ນມີຄວາມສໍາຄັນຕົວຈິງຂອງມັນເອງ. ໃນເວລານັ້ນ ເມື່ອພຣະເຢຊູມາ ພຣະອົງມາໃນຮູບຮ່າງຜູ້ຊາຍ ແລະ ເມື່ອພຣະເຈົ້າມາໃນຄັ້ງນີ້ ຮູບຮ່າງຂອງພຣະອົງເປັນແມ່ຍິງ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ການເນລະມິດສ້າງທັງຜູ້ຊາຍ ແລະ ແມ່ຍິງຂອງພຣະເຈົ້າສາມາດເປັນປະໂຫຍດໃນພາລະກິດຂອງພຣະອົງ ແລະ ສໍາລັບພຣະອົງແລ້ວ ບໍ່ມີຄວາມແບ່ງແຍກທາງດ້ານເພດ. ເມື່ອພຣະວິນຍານຂອງພຣະອົງມາ ພຣະອົງສາມາດສະຖິດເຂົ້າໃນເນື້ອໜັງໃດກໍໄດ້ທີ່ພຣະອົງພໍໃຈ ແລະ ເນື້ອໜັງນັ້ນສາມາດເປັນຕົວແທນຂອງພຣະອົງໄດ້; ບໍ່ວ່າຈະເປັນເພດຊາຍ ຫຼື ຍິງ, ມັນສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໄດ້ ຕາບໃດທີ່ມັນຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ຖ້າພຣະເຢຊູປາກົດເປັນເພດຍິງໃນເວລາພຣະອົງມາ, ເວົ້າອີກຢ່າງໜຶ່ງກໍຄື ຖ້າພຣະວິນຍານບໍລິສຸດບັງເກີດເປັນເດັກຍິງເຍົາໄວ ແລະ ບໍ່ແມ່ນເດັກຊາຍ ຂັ້ນຕອນພາລະກິດກໍຈະຖືກເຮັດໃຫ້ສໍາເລັດທັງໝົດເຊັ່ນດຽວກັນ. ຖ້າເປັນເຊັ່ນນັ້ນ, ຂັ້ນຕອນພາລະກິດໃນປັດຈຸບັນກໍຈະຕ້ອງເຮັດໂດຍເພດຊາຍແທນ ແຕ່ພາລະກິດດັ່ງກ່າວກໍຈະຖືກເຮັດໃຫ້ສໍາເລັດທັງໝົດຄືເກົ່າ. ພາລະກິດທີ່ສໍາເລັດໃນແຕ່ລະຂັ້ນຕອນມີຄວາມສໍາຄັນຂອງມັນ; ບໍ່ມີຂັ້ນຕອນໃດຂອງພາລະກິດທີ່ຖືກເຮັດຊໍ້າກັນ ຫຼື ມັນບໍ່ຂັດແຍ້ງກັນເອງ. ໃນເວລານັ້ນ ເມື່ອກຳລັງປະຕິບັດພາລະກິດຂອງພຣະອົງ ພຣະເຢຊູໄດ້ຖືກເອີ້ນວ່າພຣະບຸດອົງດຽວ ແລະ “ພຣະບຸດ” ໝາຍເຖິງເພດຊາຍ. ແຕ່ເຫດໃດພຣະບຸດອົງດຽວຈຶ່ງບໍ່ໄດ້ກ່າວເຖິງໃນຍຸກນີ້? ນີ້ກໍຍ້ອນວ່າ ຄວາມຮຽກຮ້ອງຕ້ອງການຂອງພາລະກິດໄດ້ເຮັດໃຫ້ມີການປ່ຽນແປງເພດທີ່ແຕກຕ່າງຈາກພຣະເຢຊູ. ສໍາລັບພຣະເຈົ້າແລ້ວ ບໍ່ມີຄວາມແຕກຕ່າງດ້ານທາງເພດ. ພຣະອົງກະທໍາພາລະກິດຂອງພຣະອົງຕາມທີ່ພຣະອົງປາຖະໜາຈະເຮັດ ແລະ ໃນການປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ຢູ່ພາຍໃຕ້ຂໍ້ຈໍາກັດໃດໆ, ແຕ່ເປັນການປະຕິບັດຢ່າງເສລີເປັນພິເສດ. ເຖິງຢ່າງໃດກໍຕາມ, ທຸກຂັ້ນຕອນຂອງພາລະກິດແມ່ນມີຄວາມສໍາຄັນທີ່ແທ້ຈິງຂອງມັນເອງ.
- [ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)](https://lo.kingdomsalvation.org/mystery-of-incarnation-4.html) - ພວກເຈົ້າຄວນຮູ້ຈັກເລື່ອງລາວທີ່ຢູ່ເບື້ອງຫຼັງພຣະຄຳພີ ແລະ ກ່ຽວກັບການສ້າງພຣະຄໍາພີ. ຄວາມຮູ້ນີ້ບໍ່ແມ່ນເປັນຂອງຄົນທີ່ບໍ່ຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າ. ພວກເຂົາບໍ່ຮູ້ຈັກ. ຖ້າເຈົ້າເວົ້າກ່ຽວກັບແກ່ນແທ້ໃນເລື່ອງນີ້ຕໍ່ພວກເຂົາຢ່າງຊັດເຈນ, ພວກເຂົາກໍຈະບໍ່ເຂັ້ມງວດກ່ຽວກັບພຣະຄຳພີກັບເຈົ້າອີກຕໍ່ໄປ. ພວກເຂົາຂຸດຄົ້ນໃນສິ່ງທີ່ຖືກທຳນາຍໄວ້ແລ້ວຢູ່ຕະຫຼອດເວລາ: ຂໍ້ຄວາມນີ້ໄດ້ເກີດຂຶ້ນແລ້ວບໍ? ຂໍ້ຄວາມນັ້ນໄດ້ເກີດຂຶ້ນແລ້ວບໍ? ການທີ່ພວກເຂົາຍອມຮັບຂ່າວປະເສີດແມ່ນອີງຕາມພຣະຄຳພີ; ແລະ ພວກເຂົາເທດສະໜາຂ່າວປະເສີດຕາມພຣະຄຳພີ. ຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າແມ່ນນອນຢູ່ໃນພຣະທຳຂອງພຣະຄຳພີ; ຫາກປາສະຈາກພຣະຄຳພີ, ພວກເຂົາຈະບໍ່ເຊື່ອໃນພຣະເຈົ້າ. ນີ້ແມ່ນລັກສະນະທີ່ພວກເຂົາດຳລົງຊີວິດຢູ່, ວິເຄາະພຣະຄຳພີແບບບໍ່ມີເຫດຜົນ. ເມື່ອພວກເຂົາມາຂຸດຄົ້ນເລື່ອງພຣະຄຳພີອີກຄັ້ງ ແລະ ຂໍໃຫ້ເຈົ້າອະທິບາຍ, ເຈົ້າເວົ້າວ່າ “ກ່ອນອື່ນ ພວກເຮົາບໍ່ຕ້ອງສໍາຫຼວດຂໍ້ຄວາມແຕ່ລະຂໍ້. ກົງກັນຂ້າມ ຂໍໃຫ້ພວກເຮົາຫຼຽວເບິ່ງວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ໃຫ້ພວກເຮົາຮັບເອົາເສັ້ນທາງທີ່ພວກເຮົາຍ່າງ ແລະ ປຽບທຽບເສັ້ນທາງນັ້ນກັບຄວາມຈິງເພື່ອເບິ່ງວ່າເສັ້ນທາງແມ່ນພາລະກິດຂອງພຣະວິນຍານບໍລິສຸດຢ່າງທີ່ຈິງ ຫຼື ບໍ່ ແລະ ໃຊ້ພາລະກິດຂອງພຣະວິນຍານບໍລິສຸດເພື່ອກວດເບິ່ງວ່າເສັ້ນທາງດັ່ງກ່າວຖືກຕ້ອງ ຫຼື ບໍ່. ແຕ່ສຳລັບຂໍ້ຄວາມນີ້ ຫຼື ຂໍ້ຄວາມນັ້ນໄດ້ເກີດຂຶ້ນຕາມການທຳນາຍ ຫຼື ບໍ່ນັ້ນ, ພວກເຮົາຜູ້ເປັນມະນຸດບໍ່ຄວນສອດຮູ້ໃນສິ່ງນັ້ນ. ກົງກັນຂ້າມ ມັນຈະດີກວ່າຖ້າພວກເຮົາພາກັນເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຫຼ້າສຸດທີ່ພຣະເຈົ້າກຳລັງປະຕິບັດ”. ຄຳທຳນາຍທີ່ຢູ່ໃນພຣະຄຳພີແມ່ນພຣະທຳຂອງພຣະເຈົ້າທີ່ຖ່າຍທອດໃນເວລານັ້ນ ໂດຍຜູ້ປະກາດພຣະທຳ ແລະ ພຣະທຳທີ່ຖືກຂຽນໂດຍຄົນທີ່ພຣະເຈົ້າໃຊ້, ຮັບເອົາຄວາມປາຖະໜາ; ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ສາມາດອະທິບາຍພຣະທຳເຫຼົ່ານັ້ນໄດ້, ມີພຽງແຕ່ພຣະວິນຍານບໍລິສຸດເທົ່ານັ້ນທີ່ສາມາດເຮັດໃຫ້ຄວາມໝາຍຂອງພຣະທຳເຫຼົ່ານັ້ນເປັນທີ່ຮູ້ຈັກ ແລະ ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ສາມາດທຳລາຍຕາປະທັບທັງເຈັດ ແລະ
- [ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)](https://lo.kingdomsalvation.org/mystery-of-incarnation-3.html) - ເມື່ອພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ເຂົ້າຮ່ວມໃນການຈັດຕັ້ງ ຫຼື ການເຄື່ອນໄຫວໃດໆ, ແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ. ໃນແຕ່ລະຄັ້ງທີ່ພຣະອົງກາຍມາເປັນເນື້ອໜັງ, ມັນແມ່ນພຽງແຕ່ເພື່ອເຮັດໃຫ້ຂັ້ນຕອນຂອງພາລະກິດສຳເລັດ ແລະ ເລີ່ມຕົ້ນຍຸກໃໝ່. ບັດນີ້ ຍຸກແຫ່ງອານາຈັກໄດ້ມາເຖິງແລ້ວ ເຊັ່ນດຽວກັບການຝຶກຝົນຂອງອານາຈັກກໍມາເຖິງແລ້ວ. ຂັ້ນຕອນນີ້ຂອງພາລະກິດບໍ່ແມ່ນພາລະກິດຂອງມະນຸດ ແລະ ມັນບໍ່ແມ່ນເພື່ອປັ້ນມະນຸດຈົນເຖິງລະດັບໃດໜຶ່ງ, ແຕ່ພຽງແຕ່ເພື່ອເຮັດໃຫ້ສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າສຳເລັດ. ສິ່ງທີ່ພຣະເຈົ້າປະຕິບັດບໍ່ແມ່ນພາລະກິດຂອງມະນຸດ, ມັນບໍ່ແມ່ນເພື່ອບັນລຸຜົນໃດໜຶ່ງໃນການປັ້ນມະນຸດກ່ອນທີ່ຈະຈາກໂລກໄປ; ມັນແມ່ນເພື່ອປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ແລະ ສຳເລັດພາລະກິດທີ່ພຣະອົງຄວນເຮັດໃຫ້ສຳເລັດ ເຊິ່ງກໍຄືການຈັດກຽມຢ່າງເໝາະສົມສຳລັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນຈຶ່ງໄດ້ຮັບສະຫງ່າລາສີ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ຄືກັບພາລະກິດຂອງຜູ້ຄົນທີ່ພຣະວິນຍານບໍລິສຸດໄດ້ໃຊ້. ເມື່ອພຣະເຈົ້າມາເພື່ອປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງພຽງແຕ່ສົນໃຈກັບການປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ. ແຕ່ສຳລັບເລື່ອງອື່ນໆທີ່ບໍ່ກ່ຽວຂ້ອງກັບພັນທະກິດຂອງພຣະອົງ, ພຣະອົງເກືອບບໍ່ມີສ່ວນຮ່ວມໃດໆເລີຍ, ຈົນເຖິງຂັ້ນເຮັດຄືບໍ່ຮູ້ບໍ່ເຫັນ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດເທົ່ານັ້ນ ແລະ ໜ້ອຍທີ່ສຸດທີ່ພຣະອົງຈະສົນໃຈໃນພາລະກິດທີ່ມະນຸດຄວນປະຕິບັດ. ພາລະກິດທີ່ພຣະອົງປະຕິບັດແມ່ນສິ່ງທີ່ກ່ຽວຂ້ອງກັບຍຸກທີ່ພຣະອົງກຳລັງຢູ່ເທົ່ານັ້ນ ແລະ ກ່ຽວຂ້ອງກັບພັນທະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ, ຄືກັບວ່າເລື່ອງອື່ນໆທັງໝົດແມ່ນຢູ່ນອກຂອບເຂດຂອງພຣະອົງ. ພຣະອົງບໍ່ປະກອບຕົນເອງດ້ວຍຄວາມຮູ້ພື້ນຖານເພີ່ມຂຶ້ນກ່ຽວກັບການດຳລົງຊີວິດດັ່ງຄົນໆໜຶ່ງທ່າມກາງມວນມະນຸດ ຫຼື ພຣະອົງບໍ່ໄດ້ຮຽນຮູ້ທັກສະສັງຄົມຫຼາຍຂຶ້ນ ຫຼື ປະກອບຕົນເອງດ້ວຍສິ່ງໃດໆທີ່ມະນຸດເຂົ້າໃຈ. ທຸກສິ່ງທີ່ມະນຸດຄວນມີບໍ່ໄດ້ກ່ຽວພັນກັບພຣະອົງເລີຍ ແລະ ພຣະອົງພຽງແຕ່ປະຕິບັດພາລະກິດທີ່ເປັນໜ້າທີ່ຂອງພຣະອົງ. ແລ້ວດ້ວຍເຫດນີ້ ຕາມທີ່ມະນຸດເຂົ້າໃຈ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຂາດເຂີນໃນຫຼາຍຢ່າງຈົນພຣະອົງບໍ່ໃສ່ໃຈກັບຫຼາຍໆສິ່ງທີ່ມະນຸດຄວນມີເລີຍ ແລະ ພຣະອົງບໍ່ມີຄວາມເຂົ້າໃຈບັນຫາດັ່ງກ່າວ. ສິ່ງດັ່ງກ່າວທີ່ເປັນຄວາມຮູ້ສາມັນກ່ຽວກັບຊີວິດ ພ້ອມກັບຫຼັກການທີ່ຄຸ້ມຄອງການປະພຶດສ່ວນຕົວ ແລະ ການມີປະຕິກິລິຍາກັບຄົນອື່ນ ແມ່ນປາກົດວ່າ
- [ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)](https://lo.kingdomsalvation.org/mystery-of-incarnation-2.html) - ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດໃນຢູດາຍ, ພຣະອົງກໍປະຕິບັດຢ່າງເປີດເຜີຍ, ແຕ່ໃນປັດຈຸບັນນີ້, ເຮົາປະຕິບັດພາລະກິດ ແລະ ກ່າວທ່າມກາງພວກເຈົ້າຢ່າງລັບໆ. ຄົນທີ່ບໍ່ແມ່ນຊາວຢິວແມ່ນບໍ່ຮູ້ຈັກເຖິງສິ່ງນີ້ເລີຍ. ພາລະກິດຂອງເຮົາທີ່ຢູ່ທ່າມກາງພວກເຈົ້າແມ່ນປິດລັບຕໍ່ຄົນທີ່ຢູ່ຂ້າງນອກ. ພຣະທຳເຫຼົ່ານີ້, ການຂ້ຽນຕີ ແລະ ການພິພາກສາເຫຼົ່ານີ້ແມ່ນເປັນທີ່ຮູ້ຈັກຕໍ່ພວກເຈົ້າເທົ່ານັ້ນ ແລະ ບໍ່ແມ່ນຄົນອື່ນ. ທັງໝົດຂອງພາລະກິດນີ້ແມ່ນຖືກປະຕິບັດໃນທ່າມກາງພວກເຈົ້າ ແລະ ເປີດເຜີຍໃຫ້ກັບພວກເຈົ້າເທົ່ານັ້ນ; ບໍ່ມີໃຜທ່າມກາງຄົນທີ່ບໍ່ແມ່ນຊາວຢິວທີ່ຮູ້ຈັກເຖິງສິ່ງນີ້, ຍ້ອນເວລານັ້ນຍັງບໍ່ທັນມາເຖິງ. ຜູ້ຄົນເຫຼົ່ານີ້ທີ່ຢູ່ໃນນີ້ແມ່ນໃກ້ຖືກເຮັດໃຫ້ສົມບູນແລ້ວຫຼັງຈາກທີ່ໄດ້ອົດກັ້ນກັບການຂ້ຽນຕີ, ແຕ່ຄົນທີ່ຢູ່ຂ້າງນອກບໍ່ຮູ້ຈັກຫຍັງກ່ຽວກັບເລື່ອງນີ້ເທື່ອ. ພາລະກິດນີ້ແມ່ນລີ້ລັບຫຼາຍເກີນໄປ! ສຳລັບພວກເຂົາແລ້ວ, ພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນລີ້ລັບ, ແຕ່ສຳລັບຄົນທີ່ຢູ່ໃນກະແສນີ້, ສາມາດເວົ້າໄດ້ວ່າພຣະອົງເປີດເຜີຍ. ເຖິງແມ່ນວ່າ ສໍາລັບພຣະເຈົ້າ ທຸກສິ່ງໄດ້ເປີດອອກ, ທຸກສິ່ງຖືກເປີດເຜີຍ ແລະ ທຸກສິ່ງຖືກເຮັດໃຫ້ເປັນອິດສະຫຼະ, ສິ່ງນີ້ແມ່ນເປັນຈິງສຳລັບຄົນທີ່ເຊື່ອໃນພຣະອົງເທົ່ານັ້ນ; ສໍາລັບຄົນອື່ນທີ່ບໍ່ແມ່ນຊາວຢິວແລ້ວ, ບໍ່ມີຫຍັງໃຫ້ຮູ້ຈັກ. ພາລະກິດທີ່ກຳລັງຖືກປະຕິບັດໃຫ້ສໍາເລັດທ່າມກາງພວກເຈົ້າ ແລະ ໃນປະເທດຈີນໃນປັດຈຸບັນ ແມ່ນຖືກປົກປິດຢ່າງເຄັ່ງຄັດເພື່ອບໍ່ໃຫ້ພວກເຂົາຮູ້. ຖ້າພວກເຂົາຮູ້ຈັກເຖິງພາລະກິດນີ້, ແລ້ວສິ່ງທີ່ພວກເຂົາຈະເຮັດກໍມີແຕ່ກ່າວໂທດພາລະກິດນັ້ນ ແລະ ເຮັດໃຫ້ພາລະກິດນັ້ນຕົກຢູ່ໃນການຂົ່ມເຫັງ. ພວກເຂົາຈະບໍ່ເຊື່ອໃນພາລະກິດນັ້ນ. ການປະຕິບັດພາລະກິດໃນຊົນຊາດຂອງມັງກອນແດງໃຫຍ່ ເຊິ່ງເປັນສະຖານທີ່ຫຼ້າຫຼັງທີ່ສຸດ ກໍບໍ່ແມ່ນໜ້າວຽກທີ່ງ່າຍດາຍ. ຖ້າພາລະກິດນີ້ຕ້ອງຖືກປະຕິບັດໃນທີ່ເປີດເຜີຍ, ມັນກໍຈະສືບຕໍ່ໄປໄດ້ຍາກ. ຂັ້ນຕອນນີ້ຂອງພາລະກິດບໍ່ສາມາດຖືກປະຕິບັດໃນສະຖານທີ່ນີ້ໄດ້ຢ່າງແທ້ຈິງ. ຖ້າພາລະກິດນີ້ຕ້ອງຖືກປະຕິບັດໃນທີ່ເປີດເຜີຍ, ພວກເຂົາຈະຍອມໃຫ້ພາລະກິດນີ້ດຳເນີນໄປຂ້າງໜ້າໄດ້ແນວໃດ? ສິ່ງນີ້ຈະຍິ່ງບໍ່ເຮັດໃຫ້ພາລະກິດຢູ່ພາຍໃຕ້ຄວາມສ່ຽງຫຼາຍຂຶ້ນບໍ? ຖ້າພາລະກິດນີ້ບໍ່ຖືກປົກປິດ,
- [ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)](https://lo.kingdomsalvation.org/mystery-of-incarnation-1.html) - ໃນຍຸກແຫ່ງພຣະຄຸນ, ໂຢຮັນປູທາງສຳລັບພຣະເຢຊູ. ເພິ່ນບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ພຽງແຕ່ປະຕິບັດໜ້າທີ່ຂອງມະນຸດ. ເຖິງແມ່ນໂຢຮັນເປັນຜູ້ບຸກເບີກທາງໃຫ້ກັບພຣະຜູ້ເປັນເຈົ້າ, ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້; ເພິ່ນພຽງແຕ່ເປັນມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ. ຫຼັງຈາກທີ່ພຣະເຢຊູໄດ້ຮັບບັບຕິດສະມາ, ພຣະວິນຍານບໍລິສຸດກໍລົງມາຢູ່ເທິງພຣະອົງດັ່ງນົກເຂົາ. ຫຼັງຈາກນັ້ນ ພຣະອົງກໍເລີ່ມຕົ້ນພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງເລີ່ມປະຕິບັດພັນທະກິດຂອງພຣະຄຣິດ. ເຫດຜົນທີ່ວ່າເປັນຫຍັງພຣະອົງຈຶ່ງມີຕົວຕົນຂອງພຣະເຈົ້າ ນັ້ນກໍຍ້ອນວ່າ ພຣະອົງມາຈາກພຣະເຈົ້າ. ບໍ່ວ່າຄວາມເຊື່ອຂອງພຣະອົງກ່ອນໜ້ານີ້ຈະເປັນແນວໃດກໍຕາມ, ມັນອາດຈະອ່ອນແອໃນຫຼາຍຄັ້ງ ຫຼື ເຂັ້ມແຂງໃນບາງຄັ້ງ, ທຸກສິ່ງແມ່ນເປັນຍ້ອນຊີວິດມະນຸດທຳມະດາທີ່ພຣະອົງດໍາລົງຢູ່ກ່ອນປະຕິບັດພັນທະກິດຂອງພຣະອົງ. ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ (ນັ້ນກໍຄື ຖືກເຈີມ) ລິດອຳນາດ ແລະ ສະຫງ່າລາສີຂອງພຣະເຈົ້າຈຶ່ງຢູ່ກັບພຣະອົງທັນທີ ແລະ ແລ້ວພຣະອົງກໍເລີ່ມປະຕິບັດພັນທະກິດຂອງພຣະອົງ. ພຣະອົງສາມາດເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ປະຕິບັດການອັດສະຈັນ ແລະ ພຣະອົງມີລິດອຳນາດ ແລະ ສິດອຳນາດ, ນັ້ນກໍຍ້ອນພຣະອົງປະຕິບັດພາລະກິດແທນພຣະເຈົ້າໂດຍກົງ; ພຣະອົງປະຕິບັດພາລະກິດຂອງພຣະວິນຍານແທນພຣະອົງ ແລະ ສຳແດງເຖິງສຽງຂອງພຣະວິນຍານ. ສະນັ້ນ ພຣະອົງຈຶ່ງເປັນພຣະເຈົ້າເອງ; ສິ່ງນີ້ ແມ່ນບໍ່ສາມາດໂຕ້ຖຽງໄດ້. ໂຢຮັນແມ່ນຖືກພຣະວິນຍານບໍລິສຸດໃຊ້. ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ ຫຼື ເປັນໄປບໍ່ໄດ້ທີ່ເພິ່ນຈະເປັນຕົວແທນໃຫ້ກັບພຣະເຈົ້າ. ຖ້າເພິ່ນປາຖະໜາທີ່ຈະເຮັດແບບນັ້ນ, ພຣະວິນຍານບໍລິສຸດກໍຈະບໍ່ອະນຸຍາດໃຫ້ເພິ່ນເຮັດໄດ້, ນັ້ນກໍຍ້ອນວ່າ ເພິ່ນຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າຕັ້ງໃຈເຮັດໃຫ້ສຳເລັດ. ບາງເທື່ອມີຫຼາຍສິ່ງໃນຕົວເພິ່ນທີ່ມາຈາກຄວາມປະສົງຂອງມະນຸດ
- [ການປະຕິບັດ (2)](https://lo.kingdomsalvation.org/practice-2.html) - ໃນເວລາທີ່ຜ່ານມາ, ຜູ້ຄົນຝຶກຝົນຕົນເອງເພື່ອໃຫ້ຢູ່ກັບພຣະເຈົ້າ ແລະ ດຳລົງຊີວິດພາຍໃນວິນຍານໃນທຸກຊ່ວງເວລາ. ເມື່ອປຽບທຽບກັບການປະຕິບັດໃນປັດຈຸບັນ, ນັ້ນແມ່ນຮູບແບບທຳມະດາຂອງການຝຶກຝົນຝ່າຍວິນຍານ; ມັນແມ່ນວິທີການປະຕິບັດທີ່ຕື້ນທີ່ສຸດ ແລະ ງ່າຍດາຍທີ່ສຸດ ກ່ອນທີ່ຜູ້ຄົນຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດ ແລະ ມັນປະກອບມີຂັ້ນຕອນທຳອິດຂອງການປະຕິບັດໃນຄວາມເຊື່ອຂອງຜູ້ຄົນ. ຖ້າຜູ້ຄົນເພິ່ງພາການປະຕິບັດແບບນີ້ຢູ່ສະເໝີໃນຊີວິດຂອງພວກເຂົາ, ພວກເຂົາຈະມີຄວາມຮູ້ສຶກຫຼາຍຢ່າງ ແລະ ຈະມັກເຮັດຜິດ ແລະ ພວກເຂົາຈະບໍ່ສາມາດເຂົ້າສູ່ປະສົບການໃນຊີວິດທີ່ແທ້ຈິງໄດ້; ພວກເຂົາຈະພຽງແຕ່ສາມາດຝຶກຝົນວິນຍານຂອງພວກເຂົາ, ຫຍັບເຂົ້າໃກ້ພຣະເຈົ້າໃນຫົວໃຈຂອງພວກເຂົາຢ່າງເປັນປົກກະຕິ ແລະ ຈະຄົ້ນພົບຄວາມປິຕິຍິນດີຢ່າງຫຼວງຫຼາຍໃນການມີພຣະເຈົ້າຢູ່ກັບພວກເຂົາ. ພວກເຂົາຈະຈຳກັດຕົນເອງໃນຂອບເຂດນ້ອຍໆຂອງການທີ່ພວກເຂົາຢູ່ຮ່ວມກັບພຣະເຈົ້າ ແລະ ຈະບໍ່ສາມາດເຂົ້າຫາສິ່ງໃດສິ່ງໜຶ່ງຢ່າງເລິກເຊິ່ງໄດ້. ຜູ້ຄົນທີ່ດຳລົງຊີວິດຢູ່ພາຍໃນຂອບເຂດເຫຼົ່ານີ້ແມ່ນບໍ່ສາມາດຄືບໜ້າໄດ້ເລີຍ. ໃນເວລາໃດກໍຕາມ, ພວກເຂົາອາດຈະຮ້ອງຂຶ້ນວ່າ “ໂອ້ຍ! ພຣະເຢຊູເຈົ້າ. ອາແມນ!” ໃນແຕ່ລະມື້ ພວກເຂົາເປັນແບບນີ້ແທ້ໆ, ມັນຄືການປະຕິບັດໃນອະດີດ, ການປະຕິບັດແຫ່ງການດຳລົງຊີວິດຢູ່ໃນວິນຍານທຸກຊ່ວງເວລາ. ມັນບໍ່ທຳມະດາບໍ? ໃນປັດຈຸບັນ, ເມື່ອມັນເຖິງເວລາທີ່ຈະໄຕ່ຕອງພຣະທຳຂອງພຣະເຈົ້າ, ກໍໃຫ້ໃສ່ໃຈກັບການໄຕ່ຕອງພຣະທຳຂອງພຣະເຈົ້າເທົ່ານັ້ນ; ເມື່ອມັນເຖິງເວລາທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ, ກໍໃຫ້ໃສ່ໃຈກັບການນຳຄວາມຈິງເຂົ້າສູ່ການປະຕິບັດເທົ່ານັ້ນ; ເມື່ອມັນເຖິງເວລາທີ່ຈະປະຕິບັດໜ້າທີ່ຂອງເຈົ້າ, ກໍໃຫ້ໃສ່ໃຈກັບການປະຕິບັດໜ້າທີ່ຂອງເຈົ້າເທົ່ານັ້ນ. ການປະຕິບັດແບບນີ້ແມ່ນເປັນອິດສະຫຼະພໍສົມຄວນ; ມັນປົດປ່ອຍເຈົ້າ. ມັນບໍ່ແມ່ນຄືກັບວິທີທີ່ຜູ້ເຖົ້າທີ່ເຄັ່ງສາສະໜາອະທິຖານ ແລະ ກ່າວຄຳອະທິຖານສັ້ນໆ. ແນ່ນອນ ເມື່ອກ່ອນ ສິ່ງນີ້ເປັນການປະຕິບັດຂອງຜູ້ຄົນທີ່ມີຄວາມເຊື່ອ, ແຕ່ໃນປັດຈຸບັນ ການປະຕິບັດໃນລັກສະນະນີ້ເປັນສິ່ງທີ່ຫຼ້າຫຼັງເກີນໄປ. ບັດນີ້ ພາລະກິດຂອງພຣະເຈົ້າຢູ່ໃນລະດັບສູງ;
- [ການປະຕິບັດ (1)](https://lo.kingdomsalvation.org/practice-1.html) - ໃນອະດີດ, ມີການອອກນອກຮູ້ນອກທາງຫຼາຍຢ່າງ ແລະ ເຖິງກັບມີຄວາມບໍ່ສົມເຫດສົມຜົນໃນວິທີທີ່ຜູ້ຄົນໄດ້ຜະເຊີນ. ພວກເຂົາບໍ່ເຂົ້າໃຈມາດຕະຖານໃນເງື່ອນໄຂຂອງພຣະເຈົ້າແທ້ໆ, ສະນັ້ນຈຶ່ງມີຫຼາຍຂົງເຂດທີ່ປະສົບການຂອງຜູ້ຄົນເກີດຜິດພາດ. ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດກໍຄືການໃຫ້ພວກເຂົາສາມາດດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິ. ຕົວຢ່າງເຊັ່ນ ມັນຖືກຕ້ອງແລ້ວທີ່ຜູ້ຄົນປະຕິບັດຕາມທຳນຽມສະໄໝໃໝ່ໃນເລື່ອງຂອງອາຫານ ແລະ ເຄື່ອງນຸ່ງຫົ່ມ, ນຸ່ງຊູດ ແລະ ກາລະຫວັດ, ຮຽນຮູ້ເລັກໆນ້ອຍໆກ່ຽວກັບສິລະປະສະໄໝໃໝ່ ແລະ ທີ່ພວກເຂົາຈະມີຄວາມສຸກກັບສິລະປະ, ວັດທະນະທຳ ແລະ ການບັນເທິງໃນເວລາຫວ່າງຂອງພວກເຂົາ. ພວກເຂົາສາມາດຖ່າຍຮູບບາງຮູບເພື່ອທີ່ລະລຶກ, ພວກເຂົາສາມາດອ່ານ ແລະ ຮັບເອົາຄວາມຮູ້ບາງຢ່າງທີ່ມີປະໂຫຍດ ແລະ ສາມາດມີສະພາບແວດລ້ອມການເປັນຢູ່ທີ່ດີ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ສົມຄວນແກ່ຊີວິດແຫ່ງຄວາມເປັນມະນຸດປົກກະຕິ, ແຕ່ຜູ້ຄົນເຫັນສິ່ງເຫຼົ່ານັ້ນເປັນສິ່ງທີ່ພຣະເຈົ້າລັງກຽດ ແລະ ພວກເຂົາກໍຫັກຫ້າມຕົນເອງບໍ່ໃຫ້ເຮັດສິ່ງເຫຼົ່ານັ້ນ. ການປະຕິບັດຂອງພວກເຂົາປະກອບພຽງການປະຕິບັດຕາມກົດລະບຽບໜ້ອຍດຽວເທົ່ານັ້ນ ເຊິ່ງນໍາໄປສູ່ຊີວິດທີ່ຈືດຈາງຄືກັບນໍ້າທີ່ຢູ່ໃນຮ່ອງ ແລະ ບໍ່ມີຄວາມໝາຍໃດທັງສິ້ນ. ຕາມຄວາມຈິງແລ້ວ, ພຣະເຈົ້າບໍ່ເຄີຍຮຽກຮ້ອງໃຫ້ຜູ້ຄົນເຮັດສິ່ງຕ່າງໆໃນລັກສະນະນີ້. ທຸກຄົນປາຖະໜາທີ່ຈະກໍານົດອຸປະນິໄສຂອງພວກເຂົາເອງ, ອະທິຖານພາຍໃນວິນຍານຂອງພວກເຂົາຢ່າງບໍ່ຢຸດຢັ້ງເພື່ອຈະໄດ້ເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ, ແນວຄິດຂອງພວກເຂົາກໍຄິດຢ່າງຮອບຄອບໃນສິ່ງທີ່ພຣະເຈົ້າເຈດຕະນາຢູ່ຕະຫຼອດເວລາ, ຕາຂອງພວກເຂົາກໍສັງເກດສິ່ງນັ້ນສິ່ງນີ້ຢູ່ສະເໝີ, ໂດຍຢ້ານຢ່າງແຮງວ່າຄວາມສຳພັນຂອງພວກເຂົາກັບພຣະເຈົ້າຈະຖືກຕັດອອກຈາກກັນດ້ວຍວິທີໃດວິທີໜຶ່ງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຂໍ້ສະຫຼຸບທີ່ຜູ້ຄົນຄິດຂຶ້ນມາເອງ; ພວກມັນຄືກົດລະບຽບທີ່ຜູ້ຄົນກຳນົດໃຫ້ກັບພວກເຂົາເອງ. ຖ້າເຈົ້າບໍ່ຮູ້ຈັກທຳມະຊາດ-ແກ່ນແທ້ຂອງເຈົ້າເອງ ແລະ ເຈົ້າບໍ່ຮູ້ຈັກວ່າການປະຕິບັດຂອງເຈົ້າເອງຈະສາມາດໄປຮອດລະດັບໃດ, ແລ້ວເຈົ້າກໍຈະບໍ່ມີທາງແນ່ໃຈໄດ້ກ່ຽວກັບມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຢ່າງແນ່ນອນ ແລະ ເຈົ້າກໍຈະບໍ່ມີເສັ້ນທາງແຫ່ງການປະຕິບັດທີ່ຖືກຕ້ອງອີກດ້ວຍ. ຍ້ອນເຈົ້າບໍ່ສາມາດເຂົ້າໃຈວ່າພຣະເຈົ້າຮຽກຮ້ອງຫຍັງຈາກມະນຸດ, ແນວຄິດຂອງເຈົ້າຈຶ່ງກະວົນກະວາຍຢູ່ສະເໝີ, ເຈົ້າຈຶ່ງຄິດຢ່າງໜັກເພື່ອວິເຄາະເຈດຕະນາຂອງພຣະເຈົ້າ ແລະ ງົມຫາວິທີການບາງຢ່າງເພື່ອທີ່ຈະໄດ້ຮັບການດົນບັນດານ ແລະ
- [ກ່ຽວກັບພຣະຄຳພີ (4)](https://lo.kingdomsalvation.org/concerning-the-bible-4.html) - ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ ເລື່ອງລາວຕ່າງໆງ່າຍດາຍແບບນັ້ນແທ້ບໍ? ບໍ່ມີໃຜຮູ້ຈັກຄວາມເປັນຈິງແຫ່ງພຣະຄຳພີ ເຊິ່ງບໍ່ມີຫຍັງຫຼາຍນອກຈາກການບັນທຶກທາງປະຫວັດສາດຂອງພາລະກິດຂອງພຣະເຈົ້າ ແລະ ເປັນພະຍານໃຫ້ກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ແລະ ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈສິ່ງໃດເລີຍກ່ຽວກັບຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ທຸກຄົນທີ່ໄດ້ອ່ານພຣະຄຳພີກໍຮູ້ຈັກວ່າ ພຣະຄຳພີບັນທຶກພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກເຫດການປະຫວັດສາດຂອງອິດສະຣາເອນ ແລະ ວິທີການທີ່ພຣະເຢໂຮວາປະຕິບັດພາລະກິດຕັ້ງແຕ່ເວລາການຊົງສ້າງຈົນເຖິງເວລາສຸດທ້າຍຂອງຍຸກແຫ່ງພຣະບັນຍັດ. ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກ ເຊິ່ງກໍຢູ່ໃນພຣະກິດຕິຄຸນທັງສີ່ ພ້ອມທັງພາລະກິດຂອງໂປໂລ, ສິ່ງເຫຼົ່ານີ້ບໍ່ແມ່ນການບັນທຶກທາງປະຫວັດສາດບໍ? ການນໍາເອົາສິ່ງທີ່ຢູ່ໃນອະດີດມາເວົ້າເຮັດໃຫ້ພວກມັນກາຍເປັນປະຫວັດສາດ ແລະ ບໍ່ວ່າ ພວກມັນອາດເປັນຈິງ ຫຼື ແທ້ຈິງຫຼາຍສໍ່າໃດກໍຕາມ, ພວກມັນກໍຍັງເປັນປະຫວັດສາດ ແລະ ປະຫວັດສາດບໍ່ສາມາດກ່າວເຖິງປັດຈຸບັນ, ຍ້ອນພຣະເຈົ້າບໍ່ໄດ້ທົບທວນຄືນເບິ່ງປະຫວັດສາດ! ເພາະສະນັ້ນ ຖ້າເຈົ້າພຽງແຕ່ເຂົ້າໃຈພຣະຄຳພີເທົ່ານັ້ນ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະເຈົ້າຕັ້ງໃຈປະຕິບັດໃນປັດຈຸບັນ ແລະ ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ການສະແຫວງຫາພຣະເຈົ້າໝາຍເຖິງຫຍັງ. ຖ້າເຈົ້າອ່ານພຣະຄຳພີເພື່ອສຶກສາປະຫວັດສາດຂອງອິດສະຣາເອນ, ເພື່ອຄົ້ນຄວ້າປະຫວັດສາດຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ໄດ້ເຊື່ອໃນພຣະເຈົ້າ. ແຕ່ໃນປັດຈຸບັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຊີວິດ, ຍ້ອນເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຄໍາເວົ້າ
- [ກ່ຽວກັບພຣະຄຳພີ (3)](https://lo.kingdomsalvation.org/concerning-the-bible-3.html) - ບໍ່ແມ່ນທຸກສິ່ງທີ່ຢູ່ໃນພຣະຄຳພີຄືການບັນທຶກກ່ຽວກັບພຣະທຳທີ່ພຣະເຈົ້າຊົງກ່າວດ້ວຍພຣະອົງເອງ. ພຣະຄຳພີພຽງແຕ່ບັນທຶກພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ເຊິ່ງສ່ວນໜຶ່ງແມ່ນການບັນທຶກເຖິງຄຳທຳນາຍລ່ວງໜ້າຂອງຜູ້ປະກາດພຣະທຳ ແລະ ອີກສ່ວນໜຶ່ງແມ່ນປະສົບການ ແລະ ຄວາມຮູ້ທີ່ຖືກຂຽນຂຶ້ນໂດຍຜູ້ຄົນທີ່ພຣະເຈົ້າຊົງໃຊ້ຕະຫຼອດທັງຍຸກຕ່າງໆ. ປະສົບການຂອງມະນຸດຖືກເປື້ອນເປິດ້ວຍຄວາມຄິດເຫັນ ແລະ ຄວາມຮູ້ຂອງມະນຸດ ແລະ ນີ້ຄືສິ່ງທີ່ບໍ່ສາມາດຫຼີກເວັ້ນໄດ້. ໜັງສືຫຼາຍເຫຼັ້ມໃນພຣະຄຳພີແມ່ນມີແນວຄິດຂອງມະນຸດ, ອະຄະຕິຂອງມະນຸດ ແລະ ການເຂົ້າໃຈທີ່ບິດເບືອນຂອງມະນຸດ. ແນ່ນອນ, ພຣະທຳສ່ວນຫຼາຍແມ່ນຜົນຂອງການສ່ອງສະຫວ່າງ ແລະ ການໃຫ້ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ພວກມັນກໍແມ່ນການເຂົ້າໃຈທີ່ຖືກຕ້ອງ, ແຕ່ກໍຍັງບໍ່ສາມາດເວົ້າໄດ້ວ່າ ພວກມັນແມ່ນການສຳແດງອອກທີ່ແນ່ນອນກ່ຽວກັບຄວາມຈິງທັງໝົດ. ມຸມມອງຂອງພວກເຂົາກ່ຽວກັບບາງສິ່ງບາງຢ່າງເປັນພຽງຄວາມຮູ້ທີ່ມາຈາກປະສົບການສ່ວນຕົວ ຫຼື ການສອ່ງສະຫວ່າງຂອງພຣະວິນຍານບໍລິສຸດເທົ່ານັ້ນ. ຄຳພະຍາກອນຂອງຜູ້ປະກາດພຣະທຳແມ່ນໄດ້ຮັບການສັ່ງສອນຈາກພຣະເຈົ້າເປັນການສ່ວນຕົວ ນັ້ນກໍຄື ຄຳທຳນາຍຕ່າງໆເຊັ່ນ: ຂອງເອຊາຢາ, ດານີເອນ, ເອັດຊະຣາ, ເຢເຣມີຢາ ແລະ ເອເຊກີເອນ ແມ່ນມາຈາກການສັ່ງສອນໂດຍກົງຂອງພຣະວິນຍານບໍລິສຸດ; ຜູ້ຄົນເຫຼົ່ານີ້ເປັນນັກທຳນາຍ, ພວກເຂົາໄດ້ຮັບພຣະວິນຍານແຫ່ງການທຳນາຍ ແລະ ພວກເຂົາທັງໝົດແມ່ນຜູ້ປະກາດພຣະທຳແຫ່ງພຣະສັນຍາເດີມ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ຜູ້ຄົນເຫຼົ່ານີ້ ຜູ້ເຊິ່ງໄດ້ຮັບການດົນບັນດານຈາກພຣະເຢໂຮວາ ກໍໄດ້ກ່າວຄຳທຳນາຍຫຼາຍຢ່າງ ເຊິ່ງໄດ້ຮັບການສັ່ງສອນຈາກພຣະເຢໂຮວາໂດຍກົງ. ແລ້ວເປັນຫຍັງພຣະເຢໂຮວາຈຶ່ງປະຕິບັດພາລະກິດໃນພວກເຂົາ? ເພາະວ່າປະຊາຊົນອິດສະຣາເອນແມ່ນຜູ້ຄົນທີ່ພຣະເຈົ້າເລືອກ ແລະ ພາລະກິດຂອງຜູ້ປະກາດພຣະທຳຕ້ອງຖືກກະທຳທ່າມກາງພວກເຂົາ; ນັ້ນຄືເຫດຜົນທີ່ຜູ້ປະກາດພຣະທໍາສາມາດຮັບການເປີດເຜີຍດັ່ງກ່າວ. ຕາມຄວາມຈິງແລ້ວ ພວກເຂົາເອງກໍບໍ່ເຂົ້າໃຈການເປີດເຜີຍຂອງພຣະເຈົ້າທີ່ມີໃຫ້ພວກເຂົາ. ພຣະວິນຍານບໍລິສຸດກ່າວພຣະທຳເຫຼົ່ານັ້ນຜ່ານປາກຂອງພວກເຂົາ ເພື່ອຜູ້ຄົນໃນອະນາຄົດຈະສາມາດເຂົ້າໃຈເຖິງສິ່ງຕ່າງໆເຫຼົ່ານັ້ນ
- [ກ່ຽວກັບພຣະຄຳພີ (2)](https://lo.kingdomsalvation.org/concerning-the-bible-2.html) - ພຣະຄຳພີຍັງຖືກເອີ້ນວ່າ ພຣະສັນຍາເດີມ ແລະ ໃໝ່. ພວກເຈົ້າຮູ້ບໍ່ວ່າ “ພຣະສັນຍາ” ໝາຍເຖິງຫຍັງ? “ພຣະສັນຍາ” ໃນພຣະສັນຍາເດີມມາຈາກຄຳໝັ້ນສັນຍາຂອງພຣະເຈົ້າເຢໂຮວາທີ່ມີຕໍ່ປະຊາຊົນອິດສະຣາເອນ ໃນຕອນທີ່ພຣະອົງຂ້າຊາວອີຢິບ ແລະ ຊ່ວຍຊາວອິດສະຣາເອນຈາກຟາໂຣ. ແນ່ນອນ, ເຄື່ອງພິສູດຂອງຄຳໝັ້ນສັນຍານີ້ແມ່ນເລືອດຂອງແກະທີ່ທາໄວ້ເທິງຂອບປະຕູ ໂດຍທີ່ພຣະເຈົ້າສ້າງຄຳໝັ້ນສັນຍາກັບມະນຸດ ເຊິ່ງເປັນຄຳໝັ້ນສັນຍາທີ່ວ່າ ທຸກຄົນທີ່ມີເລືອດແກະຢູ່ເທິງ ແລະ ຂ້າງຂອບປະຕູແມ່ນຊາວອິດສະຣາເອນ, ພວກເຂົາແມ່ນຄົນທີ່ພຣະເຈົ້າຊົງເລືອກໄວ້ ແລະ ພວກເຂົາຈະຖືກພຣະເຢໂຮວາລະເວັ້ນ (ຍ້ອນວ່າ ໃນຕອນນັ້ນ ພຣະເຢໂຮວາກຳລັງຈະຂ້າບຸດຊາຍກົກທັງໝົດຂອງອີຢິບ ລວມທັງແກະ ແລະ ງົວຄວາຍຫົວປີ). ຄຳໝັ້ນສັນຍານີ້ມີຄວາມໝາຍຢູ່ສອງລະດັບ. ບໍ່ມີຄົນໃດ ຫຼື ສັດໂຕໃດຂອງອີຢິບທີ່ຈະໄດ້ຮັບການຊ່ວຍເຫຼືອຈາກພຣະເຢໂຮວາ; ພຣະອົງຈະຂ້າບຸດຊາຍກົກ ລວມທັງແກະ ແລະ ງົວຄວາຍຫົວປີທັງໝົດ. ສະນັ້ນ ໃນໜັງສືຫຼາຍເຫຼັ້ມແຫ່ງການທໍານາຍ, ມັນຈຶ່ງຖືກທຳນາຍລ່ວງໜ້າໄວ້ວ່າ ຊາວອີຢິບຈະຖືກຕີສອນຢ່າງຮຸນແຮງ ເຊິ່ງເປັນຜົນມາຈາກຄຳໝັ້ນສັນຍາຂອງພຣະເຢໂຮວາ. ນີ້ແມ່ນຄວາມໝາຍໃນລະດັບທຳອິດຂອງຄຳໝັ້ນສັນຍາ. ພຣະເຢໂຮວາໄດ້ຂ້າບຸດຊາຍກົກຂອງອີຢິບ ແລະ ສັດລ້ຽງຫົວປີທັງໝົດຂອງອີຢິບ ແລະ ພຣະອົງລະເວັ້ນຊາວອິດສະຣາເອນທັງໝົດ ເຊິ່ງໝາຍຄວາມວ່າ ທຸກຄົນທີ່ເກີດຈາກດິນແດນແຫ່ງອິດສະຣາເອນແມ່ນຖືກພຣະເຢໂຮວາຮັກສາໄວ້ ແລະ ຈະຖືກລະເວັ້ນທຸກຄົນ; ພຣະອົງປາຖະໜາທີ່ຈະປະຕິບັດພາລະກິດໄລຍະຍາວໃນພວກເຂົາ ແລະ ສ້າງຄຳໝັ້ນສັນຍາກັບພວກເຂົາ ໂດຍໃຊ້ເລືອດແກະ.
- [ກ່ຽວກັບພຣະຄຳພີ (1)](https://lo.kingdomsalvation.org/concerning-the-bible-1.html) - ຄວນມີການເຂົ້າຫາພຣະຄຳພີແນວໃດໃນຄວາມເຊື່ອໃນພຣະເຈົ້າ? ນີ້ຄືຄຳຖາມກ່ຽວກັບຫຼັກການ. ເປັນຫຍັງພວກເຮົາຈຶ່ງໂອ້ລົມກ່ຽວກັບຄຳຖາມນີ້? ເພາະວ່າໃນອະນາຄົດ ເຈົ້າຈະເທດສະໜາພຣະກິດຕິຄຸນຢ່າງກວ້າງຂວາງ ແລະ ເຜີຍແຜ່ພາລະກິດຂອງຍຸກແຫ່ງລາຊະອານາຈັກ ແລະ ການມີພຽງແຕ່ສາມາດແບ່ງປັນຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນແມ່ນບໍ່ພຽງພໍ. ເພື່ອເຜີຍແຜ່ພາລະກິດຂອງພຣະອົງ ມັນຍິ່ງສຳຄັນທີ່ເຈົ້າຈະສາມາດແກ້ໄຂແນວຄິດທາງສາສະໜາທີ່ເກົ່າແກ່ຂອງຜູ້ຄົນ ແລະ ວິທີຄວາມເຊື່ອທີ່ເກົ່າແກ່ ແລະ ປ່ອຍໃຫ້ພວກເຂົາເຊື່ອໝັ້ນແທ້ໆ ແລະ ການບັນລຸລະດັບນີ້ໄດ້ແມ່ນຕ້ອງກ່ຽວພັນກັບພຣະຄຳພີ. ເປັນເວລາຫຼາຍປີ, ວິທີຄວາມເຊື່ອຕາມປະເພນີຂອງຜູ້ຄົນ (ຂອງສາສະໜາຄຣິດ ເຊິ່ງເປັນໜຶ່ງໃນສາມສາສະໜາຫຼັກຂອງໂລກ) ກໍຄືການອ່ານພຣະຄຳພີ; ການໜີຈາກພຣະຄຳພີບໍ່ແມ່ນຄວາມເຊື່ອໃນພຣະຜູ້ເປັນເຈົ້າ, ການໜີຈາກພຣະຄຳພີແມ່ນຄວາມຄິດນອກຄອກ ແລະ ຄວາມເຊື່ອນອກຮີດ ແລະ ແມ່ນແຕ່ໃນເວລາທີ່ຜູ້ຄົນອ່ານໜັງສືເຫຼັ້ມອື່ນໆ, ພື້ນຖານຂອງໜັງສືເຫຼົ່ານີ້ກໍຕ້ອງເປັນການອະທິບາຍກ່ຽວກັບພຣະຄຳພີ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະຜູ້ເປັນເຈົ້າ ແລ້ວເຈົ້າຕ້ອງອ່ານພຣະຄຳພີ ແລະ ນອກຈາກພຣະຄຳພີແລ້ວ ເຈົ້າຕ້ອງບໍ່ນະມັດສະການໜັງສືໃດທີ່ບໍ່ກ່ຽວຂ້ອງກັບພຣະຄຳພີ. ຖ້າເຈົ້າເຮັດແບບນັ້ນ ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະເຈົ້າ. ຕັ້ງແຕ່ເວລາທີ່ມີພຣະຄຳພີ, ຄວາມເຊື່ອໃນພຣະຜູ້ເປັນເຈົ້າຂອງຜູ້ຄົນແມ່ນຄວາມເຊື່ອໃນພຣະຄຳພີ. ແທນທີ່ຈະເວົ້າວ່າ ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະຄຳພີ; ແທນທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມອ່ານພຣະຄຳພີ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມເຊື່ອໃນພຣະຄຳພີ; ແລະ ແທນທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຄຳພີ. ໃນລັກສະນະນີ້, ຜູ້ຄົນນະມັດສະການພຣະຄຳພີຄືກັບວ່າມັນເປັນພຣະເຈົ້າ, ຄືກັບວ່າມັນເປັນເລືອດເນື້ອແຫ່ງຊີວິດຂອງພວກເຂົາ
- [ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)](https://lo.kingdomsalvation.org/vision-of-God-s-work-3.html) - ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນມະນຸດແມ່ນຜ່ານການປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ສິ່ງນີ້ກ່ຽວພັນກັບພາລະກິດທີ່ພຣະອົງຕັ້ງໃຈຈະເຮັດ. ຍຸກແຫ່ງພຣະຄຸນເລີ່ມຕົ້ນດ້ວຍພຣະນາມຂອງພຣະເຢຊູ. ເມື່ອພຣະເຢຊູເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະວິນຍານບໍລິສຸດກໍເລີ່ມຕົ້ນເປັນພະຍານໃຫ້ກັບພຣະນາມຂອງພຣະເຢຊູ ແລະ ພຣະນາມຂອງພຣະເຢໂຮວາແມ່ນບໍ່ໄດ້ກ່າວເຖິງອີກຕໍ່ໄປ; ກົງກັນຂ້າມ, ພຣະວິນຍານບໍລິສຸດໄດ້ຮັບພາລະກິດໃໝ່ພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄຳພະຍານຂອງຄົນທີ່ເຊື່ອໃນພຣະອົງແມ່ນສຳລັບພຣະເຢຊູຄຣິດ ແລະ ພາລະກິດທີ່ພວກເຂົາກະທຳກໍແມ່ນເພື່ອພຣະເຢຊູຄຣິດ. ການສິ້ນສຸດຂອງພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດໝາຍຄວາມວ່າ ພາລະກິດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກນັ້ນໄດ້ສິ້ນສຸດລົງແລ້ວ. ຕັ້ງແຕ່ນີ້ເປັນຕົ້ນໄປ ພຣະນາມຂອງພຣະເຈົ້າກໍຈະບໍ່ແມ່ນພຣະເຢໂຮວາອີກຕໍ່ໄປ; ກົງກັນຂ້າມ ພຣະອົງຈະຖືກເອີ້ນວ່າ ພຣະເຢຊູ ແລະ ຈາກນີ້ເປັນຕົ້ນໄປ ພຣະວິນຍານບໍລິສຸດກໍເລີ່ມຕົ້ນພາລະກິດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ສະນັ້ນ ຫຼາຍຄົນທີ່ຍັງກິນ ແລະ ດື່ມພຣະທຳຂອງພຣະເຢໂຮວາ ແລະ ຍັງຄົງປະຕິບັດທຸກສິ່ງຕາມພາລະກິດໃນຍຸກແຫ່ງພຣະບັນຍັດ, ເຈົ້າບໍ່ໄດ້ຫຼັບຫູຫຼັບຕາປະຕິບັດຕາມກົດລະບຽບບໍ? ເຈົ້າບໍ່ໄດ້ຍຶດຕິດຢູ່ໃນອະດີດບໍ? ບັດນີ້ ພວກເຈົ້າຮູ້ວ່າ ຍຸກສຸດທ້າຍໄດ້ມາເຖິງແລ້ວ. ເປັນໄປໄດ້ບໍ່ວ່າ ເມື່ອພຣະເຢຊູກັບມາ, ພຣະອົງຍັງຈະຖືກເອີ້ນວ່າ ພຣະເຢຊູ? ພຣະເຢໂຮວາບອກກັບປະຊາຊົນອິດສະຣາເອນວ່າ ພຣະເມຊີອາຈະກັບມາ ແລະ ເຖິງຢ່າງໃດກໍຕາມ ເມື່ອພຣະອົງກັບມາ ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເມຊີອາ ແຕ່ແມ່ນພຣະເຢຊູ. ພຣະເຢຊູກ່າວວ່າ ພຣະອົງຈະກັບມາອີກຄັ້ງ ແລະ ພຣະອົງຈະມາເໝືອນກັບທີ່ພຣະອົງໄດ້ຈາກໄປ. ສິ່ງເຫຼົ່ານີ້ແມ່ນພຣະທຳຂອງພຣະເຢຊູ, ແຕ່ເຈົ້າໄດ້ເຫັນເຖິງວິທີທີ່ພຣະເຢຊູຈາກໄປບໍ? ພຣະເຢຊູຈາກໄປໂດຍຂີ່ເມກສີຂາວ, ແຕ່ເປັນໄປໄດ້ບໍວ່າ ພຣະອົງຈະກັບຄືນມາທ່າມກາງມະນຸດເທິງເມກສີຂາວ?
- [ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)](https://lo.kingdomsalvation.org/vision-of-God-s-work-2.html) - ໃນຍຸກແຫ່ງພຣະຄຸນໄດ້ມີການເທດສະໜາເຖິງຂ່າວປະເສີດແຫ່ງການກັບໃຈ ແລະ ຕັ້ງເງື່ອນໄຂວ່າ ຖ້າມະນຸດເຊື່ອ ແລ້ວເຂົາກໍຈະລອດພົ້ນ. ໃນປັດຈຸບັນ ມີພຽງແຕ່ການສົນທະນາກ່ຽວກັບການເອົາຊະນະ ແລະ ການເຮັດໃຫ້ສົມບູນ ແທນເລື່ອງຄວາມລອດພົ້ນ. ບໍ່ເຄີຍມີການເວົ້າວ່າ ຖ້າບຸກຄົນໃດເຊື່ອ, ຄອບຄົວທັງໝົດຂອງພວກເຂົາກໍຈະໄດ້ຮັບພອນ ຫຼື ເມື່ອຖືກຊ່ວຍໃຫ້ລອດພົ້ນກໍຈະຖືກຊ່ວຍໃຫ້ລອດພົ້ນສະເໝີ. ໃນປັດຈຸບັນ ບໍ່ມີໃຜກ່າວຄຳເວົ້າເຫຼົ່ານີ້ ແລະ ສິ່ງດັ່ງກ່າວກໍເປັນສິ່ງທີ່ຫຼ້າສະໄໝໄປແລ້ວ. ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນພາລະກິດເພື່ອໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ມີບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ເປັນຄົນຊອບທໍາດ້ວຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ. ໂດຍມີເງື່ອນໄຂຄືເຈົ້າເຊື່ອ, ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ກ່າວຫຼາຍຢ່າງທີ່ຜູ້ຄົນບໍ່ເຂົ້າໃຈ. ນີ້ກໍຍ້ອນວ່າ ໃນເວລານັ້ນ ພຣະອົງບໍ່ໄດ້ໃຫ້ຄຳອະທິບາຍຫຍັງ. ສະນັ້ນ ຫຼາຍປີຫຼັງຈາກທີ່ພຣະອົງຈາກໄປ, ມັດທາຍກໍໄດ້ສ້າງລຳດັບເຊື້ອວົງຂອງພຣະເຢຊູຂຶ້ນ
- [ນິມິດແຫ່ງພາລະກິດຂອງພຣະເຈົ້າ (1)](https://lo.kingdomsalvation.org/vision-of-God-s-work-1.html) - ໂຢຮັນປະຕິບັດພາລະກິດເປັນເວລາເຈັດປີໃຫ້ກັບພຣະເຢຊູ ແລະ ໄດ້ບຸກເບີກຫົນທາງແລ້ວເມື່ອພຣະເຢຊູມາເຖິງ. ກ່ອນໜ້ານີ້ ຂ່າວປະເສີດແຫ່ງອານາຈັກສະຫວັນທີ່ໂຢຮັນເທດສະໜານັ້ນເປັນທີ່ໄດ້ຍິນທົ່ວດິນແດນ ຍ້ອນວ່າມັນໄດ້ຂະຫຍາຍໄປທົ່ວຢູດາຍ ແລະ ທຸກຄົນກໍເອີ້ນເພິ່ນວ່າ ຜູ້ປະກາດພຣະທຳ. ໃນເວລານັ້ນ, ກະສັດເຮໂຣດປາຖະໜາທີ່ຈະຂ້າໂຢຮັນ ແຕ່ເພິ່ນກໍບໍ່ກ້າ ຍ້ອນຜູ້ຄົນນັບຖືໂຢຮັນໃຫ້ເປັນບຸກຄົນສູງສົ່ງ ແລະ ເຮໂຣດກໍຢ້ານວ່າ ຖ້າເພິ່ນຂ້າໂຢຮັນ ພວກເຂົາກໍຈະກໍ່ກະບົດຕໍ່ເພິ່ນ. ພາລະກິດທີ່ໂຢຮັນປະຕິບັດໄດ້ວາງຮາກຖານທ່າມກາງຄົນສາມັນ ແລະ ເພິ່ນກໍໄດ້ເຮັດໃຫ້ຊາວຢິວກາຍເປັນຜູ້ເຊື່ອ. ເປັນເວລາເຈັດປີທີ່ເພິ່ນໄດ້ບຸກເບີກຫົນທາງໃຫ້ກັບພຣະເຢຊູ, ຈົນເຖິງເວລາທີ່ພຣະເຢຊູໄດ້ເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ດ້ວຍເຫດນີ້ ໂຢຮັນຈຶ່ງເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດ. ພຣະເຢຊູພຽງແຕ່ເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງການຫຼັງຈາກທີ່ໂຢຮັນຖືກຂັງຄຸກ. ກ່ອນໜ້າໂຢຮັນ, ບໍ່ເຄີຍມີໃຜເປັນຜູ້ປະກາດພຣະທຳທີ່ບຸກເບີກຫົນທາງໃຫ້ກັບພຣະເຈົ້າ ເພາະວ່າກ່ອນໜ້າພຣະເຢຊູນັ້ນ ພຣະເຈົ້າບໍ່ເຄີຍມາເປັນເນື້ອໜັງຈັກເທື່ອ. ດ້ວຍເຫດນັ້ນ ຈາກຜູ້ປະກາດພຣະທຳທັງໝົດຈົນເຖິງໂຢຮັນ ເພິ່ນຈຶ່ງເປັນພຽງຄົນດຽວທີ່ບຸກເບີກຫົນທາງໃຫ້ກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ດ້ວຍວິທີນີ້ ໂຢຮັນກໍກາຍເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດໃນພຣະສັນຍາເດີມ ແລະ ໃໝ່. ໂຢຮັນເລີ່ມເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນເປັນເວລາເຈັດປີກ່ອນການຮັບບັບຕິດສະມາຂອງພຣະເຢຊູ. ສຳລັບປະຊາຊົນແລ້ວ ພາລະກິດທີ່ເພິ່ນປະຕິບັດເບິ່ງຄືເໜືອກວ່າພາລະກິດຂອງພຣະເຢຊູທີ່ເກີດຂຶ້ນພາຍຫຼັງ ແຕ່ຢ່າງໃດກໍຕາມ ເພິ່ນກໍຍັງເປັນພຽງຜູ້ປະກາດພຣະທຳເທົ່ານັ້ນ. ເພິ່ນບໍ່ໄດ້ປະຕິບັດພາລະກິດ ແລະ ກ່າວຢູ່ໃນພຣະວິຫານ ແຕ່ຢູ່ທີ່ເມືອງ ແລະ ໝູ່ບ້ານທີ່ຢູ່ນອກພຣະວິຫານ. ແນ່ນອນ ເພິ່ນກະທຳສິ່ງນີ້ທ່າມກາງຊົນຊາດຢິວ ໂດຍສະເພາະຄົນທີ່ທຸກຍາກ. ມີໜ້ອຍເທື່ອທີ່ໂຢຮັນຈະຕິດຕໍ່ພົວພັນກັບຄົນຊັ້ນສູງໃນສັງຄົມ ເພິ່ນພຽງແຕ່ເຜີຍແຜ່ຂ່າວປະເສີດທ່າມກາງປະຊາຊົນສາມັນໃນຢູດາຍ. ນີ້ແມ່ນເພື່ອຈັດກຽມຄົນທີ່ເໝາະສົມໃຫ້ກັບພຣະເຢຊູເຈົ້າ ແລະ
- [ພາລະກິດ ແລະ ທາງເຂົ້າ (10)](https://lo.kingdomsalvation.org/work-and-entry-10.html) - ການທີ່ມະນຸດຊາດໄດ້ຄືບໜ້າມາໄກຂະໜາດນີ້ແມ່ນເປັນສະຖານະການທີ່ບໍ່ເຄີຍມີມາກ່ອນ. ພາລະກິດຂອງພຣະເຈົ້າ ແລະ ທາງເຂົ້າຂອງມະນຸດໄດ້ກ້າວໜ້າຢ່າງຄຽງບ່າຄຽງໄຫຼ່ກັນ ແລະ ສະນັ້ນ ພາລະກິດຂອງພຣະເຈົ້າກໍ່ເປັນເຫດການພິເສດທີ່ບໍ່ມີຫຍັງທຽບໄດ້ເຊັ່ນກັນ. ທາງເຂົ້າຂອງມະນຸດໃນປັດຈຸບັນຄືສິ່ງມະຫັດສະຈັນທີ່ມະນຸດບໍ່ເຄີຍຈິນຕະນາການມາກ່ອນ. ພາລະກິດຂອງພຣະເຈົ້າໄດ້ໄປເຖິງຈຸດສຸດຍອດ ແລະ ຕໍ່ມາ “ທາງເຂົ້າ”[1] ຂອງມະນຸດກໍໄປເຖິງຈຸດສູງສຸດເຊັ່ນດຽວກັນ. ພຣະເຈົ້າໄດ້ລົດຕົວພຣະອົງເອງລົງຫຼາຍເທົ່າທີ່ພຣະອົງສາມາດເຮັດໄດ້ ແລະ ພຣະອົງບໍ່ເຄີຍປະທ້ວງຕໍ່ມະນຸດຊາດ ຫຼື ຕໍ່ຈັກກະວານ ແລະ ສິ່ງທັງປວງຈັກເທື່ອ. ໃນຂະນະດຽວກັນ ມະນຸດໄດ້ຢືນຢູ່ເທິງຫົວຂອງພຣະເຈົ້າ ແລະ ການກົດຂີ່ພຣະເຈົ້າຂອງມະນຸດໄດ້ໄປເຖິງຈຸດສຸດຍອດ; ທຸກສິ່ງໄດ້ໄປເຖິງຈຸດສູງສຸດ ແລະ ມັນເຖິງເວລາສຳລັບມື້ທີ່ຄວາມຊອບທຳຈະປາກົດຂຶ້ນ. ເປັນຫຍັງຈຶ່ງສືບຕໍ່ໃຫ້ຄວາມມືດມົນປົກຄຸມແຜ່ນດິນ ແລະ ຄວາມມືດມົວປົກຄຸມຜູ້ຄົນຈໍານວນນັບບໍ່ຖ້ວນ? ພຣະເຈົ້າໄດ້ເຝົ້າເບິ່ງເປັນເວລາສອງສາມພັນປີ, ອາດຈະຮອດຫຼາຍສິບພັນປີ ແລະ ຄວາມອົດກັ້ນຂອງພຣະອົງກໍເຖິງຈຸດສູງສຸດຕັ້ງແຕ່ດົນນານມາແລ້ວ. ພຣະອົງເບິ່ງທຸກການເຄື່ອນໄຫວຂອງມະນຸດຊາດ, ພຣະອົງສັງເກດເບິ່ງວ່າ ຄວາມບໍ່ຊອບທຳຂອງມະນຸດຈະກໍ່ຄວາມວຸ້ນວາຍໄດ້ດົນສໍ່າໃດ ແລະ ເຖິງຢ່າງນັ້ນກໍຕາມ ມະນຸດຜູ້ທີ່ຕາຍດ້ານຕັ້ງແຕ່ດົນແລ້ວກໍຍັງບໍ່ຮູ້ສຶກຫຍັງເລີຍ. ແລ້ວຜູ້ໃດເຄີຍສັງເກດເບິ່ງການກະທຳຂອງພຣະເຈົ້າແດ່? ຜູ້ໃດເຄີຍເຫຼືອກຕາຂອງພວກເຂົາ ແລະ ເບິ່ງໄປທາງໄກ? ຜູ້ໃດເຄີຍຟັງຢ່າງລະມັດລະວັງ? ຜູ້ໃດເຄີຍຢູ່ໃນກໍາມືຂອງອົງຊົງລິດທານຸພາບສູງສຸດແດ່? ທຸກຄົນເສຍຂວັນຍ້ອນຄວາມຢ້ານໃນຈິນຕະນາການ[2]. ກອງຫຍ້າແຫ້ງ ແລະ ເຟືອງຈະມີປະໂຫຍດຫຍັງ? ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ກໍຄືທໍລະມານພຣະເຈົ້າທີ່ບັງເກີດເປັນມະນຸດຈົນຕາຍ. ເຖິງແມ່ນພວກເຂົາເປັນພຽງແຕ່ກອງຫຍ້າແຫ້ງ ແລະ ເຟືອງ, ຍັງມີສິ່ງໜຶ່ງທີ່ພວກເຂົາສາມາດເຮັດ
- [ພາລະກິດ ແລະ ທາງເຂົ້າ (9)](https://lo.kingdomsalvation.org/work-and-entry-9.html) - ປະເພນີຂອງຊົນເຜົ່າທີ່ຝັງແໜ້ນ ແລະ ທັດສະນະທາງດ້ານຈິດໃຈ ແມ່ນໄດ້ປົກຄຸມຈິດໃຈຂອງມະນຸດທີ່ບໍລິສຸດ ແລະ ຄືເດັກນ້ອຍ ແລະ ສິ່ງເຫຼົ່ານັ້ນໄດ້ໂຈມຕີຈິດໃຈຂອງມະນຸດ ໂດຍບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍ ຄືກັບວ່າ ບໍ່ມີສະຕິ ຫຼື ຄວາມຮູ້ສຶກກ່ຽວກັບຕົວເອງ. ວິທີການທີ່ພວກຜີສາດເຫຼົ່ານີ້ແມ່ນໂຫດຮ້າຍທີ່ສຸດ ແລະ ມັນຄືກັບວ່າ “ການສຶກສາ” ແລະ “ການລໍ່ລ້ຽງ” ໄດ້ກາຍເປັນວິທີການທີ່ເກົ່າແກ່ ທີ່ກະສັດຂອງພວກມານຮ້າຍໃຊ້ຂ້າມະນຸດ. ມັນປົກປິດຈິດໃຈທີ່ຊົ່ວຮ້າຍຂອງມັນ ໂດຍນໍາໃຊ້ “ຄໍາສັ່ງສອນທີ່ເລິກເຊິ່ງ” ຂອງມັນ, ແຕ່ງກາຍໃນເຄື່ອງນຸ່ງຫົ່ມຂອງແກະ ເພື່ອໄດ້ຮັບຄວາມໄວ້ວາງໃຈຈາກມະນຸດ ແລ້ວກໍຄວ້າເອົາໂອກາດໃນເວລາທີ່ມະນຸດນອນຫຼັບໃນຄວາມບໍ່ມີເຫື່ອບໍ່ມີແຮງ ເພື່ອກິນເຂົາທັງໝົດ. ມະນຸດຊາດທີ່ໜ້າສັງເວດເອີຍ. ພວກເຂົາຈະສາມາດຮູ້ໄດ້ແນວໃດວ່າ ດິນແດນທີ່ພວກເຂົາຖືກລ້ຽງແມ່ນດິນແດນຂອງມານຮ້າຍ ເຊິ່ງຜູ້ທີ່ລ້ຽງພວກເຂົາ ທີ່ຈິງແລ້ວກໍແມ່ນສັດຕູທີ່ເຮັດໃຫ້ພວກເຂົາເຈັບປວດ. ແຕ່ມະນຸດກໍຍັງບໍ່ຕື່ນເທື່ອ; ເມື່ອໄດ້ເຮັດໃຫ້ຄວາມຫິວ ແລະ ຄວາມກະຫາຍຂອງພວກເຂົາອິ່ມຈົນພໍໃຈ ເຂົາກໍກຽມຕອບແທນ “ຄວາມເມດຕາ” ຂອງ “ພໍ່ແມ່” ຂອງເຂົາຕໍ່ການລ້ຽງດູເຂົາ. ມະນຸດແມ່ນເປັນແນວນັ້ນ. ໃນປັດຈຸບັນ ເຂົາຍັງບໍ່ຮູ້ວ່າ ກະສັດທີ່ລ້ຽງເຂົາແມ່ນສັດຕູຂອງເຂົາ. ແຜ່ນດິນໂລກແມ່ນເຕັມໄປດ້ວຍກະດູກຂອງຄົນຕາຍ, ມານຮ້າຍແມ່ນມ່ວນຊື່ນຢ່າງບ້າປ່ວງ ໂດຍທີ່ບໍ່ຢຸດເຊົາ ແລະ ສືບຕໍ່ກິນເນື້ອໜັງຂອງມະນຸດໃນ “ໂລກນະຮົກ” ໂດຍທີ່ແບ່ງປັນຂຸມຝັງສົບກັບກະດູກມະນຸດ ແລະ
- [ພາລະກິດ ແລະ ທາງເຂົ້າ (8)](https://lo.kingdomsalvation.org/work-and-entry-8.html) - ເຮົາໄດ້ກ່າວຫຼາຍຄັ້ງແລ້ວວ່າ ພາລະກິດຂອງພຣະເຈົ້າຂອງຍຸກສຸດທ້າຍ ແມ່ນຖຶກປະຕິບັດເພື່ອປ່ຽນແປງຈິດໃຈຂອງແຕ່ລະຄົນ ແລະ ເພື່ອປ່ຽນແປງຈິດວິນຍານຂອງແຕ່ລະຄົນ ເພື່ອວ່າ ຫົວໃຈຂອງພວກເຂົາທີ່ໄດ້ທົນທຸກກັບຄວາມເຈັບປວດຢ່າງມະຫາສານຈະໄດ້ຖືກປ່ຽນແປງ ແລະ ດ້ວຍເຫດນີ້ ກໍຈະເປັນການຊ່ວຍຈິດໃຈຂອງພວກເຂົາທີ່ຖືກເຮັດໃຫ້ເຈັບປວດດ້ວຍບາບ; ເພື່ອປຸກຈິດວິນຍານຂອງຜູ້ຄົນ, ເພື່ອລະລາຍຫົວໃຈທີ່ເຢັນຊາຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາຟື້ນຄືນອີກຄັ້ງ. ນີ້ຄືເຈດຕະນາທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ. ຈົ່ງຢຸດການເວົ້າເຖິງຄວາມສູງສົ່ງ ຫຼື ຄວາມເລິກເຊິ່ງຂອງຊີວິດ ແລະ ປະສົບການຂອງມະນຸດ; ເມື່ອໃຈຂອງຜູ້ຄົນຖືກປຸກໃຫ້ຕື່ນຂຶ້ນ, ເມື່ອພວກເຂົາຖືກປຸກໃຫ້ຕື່ນຈາກຄວາມຝັນຂອງພວກເຂົາ ແລະ ໄດ້ຮູ້ຈັກໄພອັນຕະລາຍທີ່ມັງກອນແດງທີ່ຍິ່ງໃຫຍ່ໄດ້ສ້າງຂຶ້ນເປັນຢ່າງດີ ການປະຕິບັດພັນທະກິດຂອງພຣະເຈົ້າກໍຈະສໍາເລັດລົງ. ມື້ທີ່ພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສໍາເລັດຍັງເປັນມື້ທີ່ມະນຸດໄດ້ເລີ່ມເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າຢ່າງເປັນທາງການ. ໃນເວລານີ້ ພັນທະກິດຂອງພຣະເຈົ້າກໍຈະສິ້ນສຸດລົງ: ພາລະກິດຂອງພຣະເຈົ້າທີ່ກາຍເປັນເນື້ອໜັງຈະສໍາເລັດຢ່າງສົມບູນ ແລະ ມະນຸດຈະເລີ່ມປະຕິບັດໜ້າທີ່ ທີ່ເຂົາຄວນປະຕິບັດຢ່າງເປັນທາງການ ນັ້ນກໍຄື ເຂົາຈະປະຕິບັດພັນທະກິດຂອງຕົນເອງ. ນີ້ແມ່ນຂັ້ນຕອນຕ່າງໆຂອງພາລະກິດຂອງພຣະເຈົ້າ. ສະນັ້ນ, ພວກເຈົ້າຄວນຊອກຫາເສັ້ນທາງຂອງພວກເຈົ້າ ເພື່ອເຂົ້າສູ່ພື້ນຖານໃນການຮູ້ຈັກສິ່ງເຫຼົ່ານີ້. ທັງໝົດນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈ. ການເຂົ້າສູ່ຂອງມະນຸດຈະດີຂຶ້ນ ເມື່ອມີການປ່ຽນແປງເກີດຂຶ້ນພາຍໃນໃຈຂອງເຂົາເທົ່ານັ້ນ ຍ້ອນວ່າ ພາລະກິດຂອງພຣະເຈົ້າແມ່ນຄວາມລອດພົ້ນທີ່ສົມບູນຂອງມະນຸດ ນັ້ນກໍຄື ມະນຸດທີ່ຖືກໄຖ່ບາບ, ຜູ້ທີ່ຍັງອາໄສຢູ່ພາຍໃຕ້ອໍານາດແຫ່ງຄວາມມືດ ແລະ ຜູ້ທີ່ບໍ່ໄດ້ປຸກຕົວເອງໃຫ້ຕື່ນຈາກບ່ອນເຕົ້າໂຮມແຫ່ງນີ້ຂອງພວກຜີສາດ; ເພື່ອວ່າ ມະນຸດອາດຈະລອດພົ້ນຈາກພັນປີແຫ່ງຄວາມບາບ ແລະ ເປັນທີ່ຮັກຂອງພຣະເຈົ້າ, ໂຈມຕີມັງກອນແດງທີ່ຍິ່ງໃຫຍ່ໃຫ້ລົ້ມຢ່າງສົມບູນ, ສ້າງຕັ້ງອານາຈັກຂອງພຣະເຈົ້າ ແລະ
- [ພາລະກິດ ແລະ ທາງເຂົ້າ (7)](https://lo.kingdomsalvation.org/work-and-entry-7.html) - ມະນຸດໄດ້ໃຊ້ເວລາຈົນເຖິງປັດຈຸບັນຈິ່ງຮູ້ວ່າ ສິ່ງທີ່ມະນຸດຂາດຫາຍໄປນັ້ນບໍ່ແມ່ນພຽງແຕ່ການສະໜອງຊີວິດທາງຈິດວິນຍານ ແລະ ປະສົບການໃນການຮູ້ຈັກພຣະເຈົ້າເທົ່ານັ້ນ ແຕ່ສໍາຄັນໄປກວ່ານັ້ນ ແມ່ນການປ່ຽນແປງອຸປະນິໄສຂອງພວກເຂົາ. ເນື່ອງຈາກມະນຸດບໍ່ມີຄວາມຮູ້ຢ່າງສິ້ນເຊີງກ່ຽວກັບປະຫວັດສາດ ແລະ ວັດທະນະທໍາບູຮານຂອງເຊື້ອຊາດຕົນເອງ ດ້ວຍເຫດນັ້ນ ພວກເຂົາຈິ່ງບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພາລະກິດຂອງພຣະເຈົ້າ. ມະນຸດຫວັງຢ່າງເລິກໆໃນໃຈວ່າ ມະນຸດຈະສາມາດຕິດພັນກັບພຣະເຈົ້າ ແຕ່ເນື່ອງຈາກວ່າເນື້ອໜັງຂອງມະນຸດເສື່ອມຊາມຫຼາຍເກີນໄປ ພ້ອມກັບການຕາຍດ້ານ ແລະ ຄວາມໂງ່ຈ້າ, ສິ່ງນີ້ຈິ່ງເຮັດໃຫ້ເຂົາບໍ່ມີຄວາມຮູ້ຫຍັງເລີຍກ່ຽວກັບພຣະເຈົ້າ. ພຣະເຈົ້າສະເດັດມາໃນທ່າມກາງມະນຸດໃນປັດຈຸບັນ ເພື່ອຈຸດປະສົງໃນການປ່ຽນແປງຄວາມຄິດ ແລະ ຈິດວິນຍານຂອງຜູ້ຄົນ ພ້ອມກັບພາບລັກຂອງພຣະເຈົ້າໃນຫົວໃຈຂອງພວກເຂົາທີ່ພວກເຂົາມີເປັນເວລາຫຼາຍລ້ານປີ. ພຣະອົງຈະຖືເອົາໂອກາດນີ້ເຮັດໃຫ້ມະນຸດສົມບູນ. ນັ້ນກໍຄື ພຣະອົງຈະປ່ຽນວິທີທີ່ພວກເຂົາຮູ້ຈັກພຣະອົງ ແລະ ປ່ຽນທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະອົງໂດຍຜ່ານຄວາມຮູ້ຂອງມະນຸດ, ເຮັດໃຫ້ມະນຸດສ້າງຈຸດເລີ່ມຕົ້ນໃໝ່ໃນການມາຮູ້ຈັກພຣະເຈົ້າຢ່າງມີໄຊຊະນະ ແລະ ດ້ວຍວິທີນີ້ ຈິ່ງຈະບັນລຸການເລີ່ມຕົ້ນໃໝ່ ແລະ ການປ່ຽນແປງຈິດວິນຍານຂອງມະນຸດ. ການລິຮານ ແລະ ການລົງວິໄນແມ່ນວິທີການ, ໃນຂະນະທີ່ການເອົາຊະນະ ແລະ ການເລີ່ມຕົ້ນໃໝ່ແມ່ນເປົ້າໝາຍ. ການກໍາຈັດຄວາມຄິດແບບງົມງວາຍທີ່ມະນຸດມີກ່ຽວກັບພຣະເຈົ້າເລື່ອນລອຍແມ່ນເປັນເຈດຕະນາຂອງພຣະເຈົ້າມາຕະຫຼອດ ແລະ ໃນບໍ່ດົນມານີ້ກໍໄດ້ກາຍເປັນປະເດັນສຸກເສີນຂອງພຣະອົງ. ຫວັງວ່າທຸກຄົນຈະເບິ່ງຢ່າງລະອຽດໃນການຄໍານຶງເຖິງສະຖານະການນີ້. ປ່ຽນວິທີທີ່ແຕ່ລະຄົນມີປະສົບການ ເພື່ອວ່າ ເຈດຕະນາອັນຮີບດ່ວນນີ້ຂອງພຣະເຈົ້າອາດຈະເກີດໝາກຜົນໂດຍໄວ ແລະ ເພື່ອວ່າ ຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງເທິງແຜ່ນດິນໂລກອາດຈະນໍາໄປສູ່ຄວາມສໍາເລັດຢ່າງສົມບູນ. ຈົ່ງມອບຄວາມຈົງຮັກພັກດີທີ່ເຈົ້າສົມຄວນມອບໃຫ້ກັບພຣະເຈົ້າ ແລະ ຈົ່ງປອບໃຈພຣະເຈົ້າເປັນເທື່ອສຸດທ້າຍ. ຫວັງວ່າໃນທ່າມກາງອ້າຍເອື້ອຍນ້ອງ ຈະບໍ່ມີຜູ້ໃດໜີຄວາມຮັບຜິດຊອບນີ້
- [ພາລະກິດ ແລະ ທາງເຂົ້າ (6)](https://lo.kingdomsalvation.org/work-and-entry-6.html) - ພາລະກິດ ແລະ ທາງເຂົ້າແມ່ນສິ່ງທີ່ເປັນຈິງໂດຍທຳມະຊາດ; ພວກມັນໝາຍເຖິງພາລະກິດຂອງພຣະເຈົ້າ ແລະ ທາງເຂົ້າຂອງມະນຸດ. ຄວາມບໍ່ສາມາດຢ່າງສິ້ນເຊີງຂອງມະນຸດໃນການເບິ່ງອອກເຊິ່ງໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າໄດ້ນໍາຄວາມຫຍຸ້ງຍາກທີ່ສຸດມາສູ່ທາງເຂົ້າຂອງເຂົາ. ຈົນເຖິງປັດຈຸບັນ, ຫຼາຍຄົນຍັງບໍ່ຮູ້ຈັກພາລະກິດທີ່ພຣະເຈົ້າຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍ ຫຼື ເປັນຫຍັງພຣະເຈົ້າຈຶ່ງທົນຕໍ່ຄວາມອັບອາຍທີ່ສຸດເພື່ອມາຢູ່ໃນເນື້ອໜັງ ເພື່ອຢືນຍັດຢູ່ກັບມະນຸດທັງໃນຍາມສຸກ ແລະ ຍາມທຸກ. ມະນຸດບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້ນັບແຕ່ເປົ້າໝາຍໃນພາລະກິດຂອງພຣະເຈົ້າຈົນຮອດຈຸດປະສົງໃນແຜນການຂອງພຣະເຈົ້າສຳລັບຍຸກສຸດທ້າຍ. ດ້ວຍຫຼາກຫຼາຍເຫດຜົນ, ຜູ້ຄົນບໍ່ກະຕືລືລົ້ນ ແລະ ຄຸມເຄືອ[1] ຢູ່ສະເໝີຕໍ່ທາງເຂົ້າທີ່ພຣະເຈົ້າຮຽກຮ້ອງຈາກພວກເຂົາ ເຊິ່ງໄດ້ນໍາຄວາມຫຍຸ້ງຍາກຢ່າງໃຫຍ່ຫຼວງມາສູ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ. ເບິ່ງຄືວ່າຜູ້ຄົນໄດ້ກາຍເປັນອຸປະສັກທັງໝົດ ແລະ ຈົນເຖິງປັດຈຸບັນ ພວກເຂົາຍັງບໍ່ມີຄວາມເຂົ້າໃຈຢ່າງຊັດເຈນ. ດ້ວຍເຫດນັ້ນ ເຮົາຈຶ່ງຄິດວ່າພວກເຮົາຄວນເວົ້າກ່ຽວກັບພາລະກິດທີ່ພຣະເຈົ້າປະຕິບັດໃນມະນຸດ ແລະ ເຈດຕະນາອັນຮີບດ່ວນຂອງພຣະເຈົ້າ ເພື່ອເຮັດໃຫ້ພວກເຈົ້າທຸກຄົນກາຍມາເປັນຄົນຮັບໃຊ້ທີ່ຊື່ສັດຂອງພຣະເຈົ້າ ຜູ້ທີ່ຈະຍອມຕາຍແທນທີ່ຈະປະຕິເສດພຣະເຈົ້າ ແລະ ຍອມທົນຄວາມອັບອາຍທຸກຢ່າງຄືກັບໂຢບ; ແລະ ຜູ້ທີ່ຈະມອບຊີວິດທັງໝົດຂອງພວກເຈົ້າໃຫ້ກັບພຣະເຈົ້າ ແລະ ກາຍມາເປັນມິດສະຫາຍທີ່ພຣະເຈົ້າຮັບເອົາໃນຍຸກສຸດທ້າຍຄືກັບເປໂຕ. ຂໍໃຫ້ອ້າຍເອື້ອຍນ້ອງທຸກຄົນສາມາດເຮັດທຸກສິ່ງສຸດກໍາລັງຂອງພວກເຂົາ ເພື່ອມອບຊີວິດທັງໝົດຂອງພວກເຂົາໃຫ້ແກ່ຄວາມປະສົງໃນສະຫວັນຂອງພຣະເຈົ້າ, ກາຍມາເປັນຄົນຮັບໃຊ້ທີ່ບໍລິສຸດໃນເຮືອນຂອງພຣະເຈົ້າ ແລະ ໄດ້ຮັບສັນຍາຢ່າງຫຼວງຫຼາຍທີ່ພຣະເຈົ້າປະທານໃຫ້ ເພື່ອວ່າຫົວໃຈຂອງພຣະເຈົ້າພຣະບິດາຈະສາມາດມີການພັກຜ່ອນທີ່ສະຫງົບສຸກໃນອີກບໍ່ດົນ. “ການເຮັດໃຫ້ຄວາມປະສົງຂອງພຣະເຈົ້າພຣະບິດາສຳເລັດລົງ” ຄວນເປັນຄຳຂວັນຂອງທຸກຄົນທີ່ຮັກພຣະເຈົ້າ. ຄຳເວົ້າເຫຼົ່ານີ້ຄວນເຮັດໜ້າທີ່ເປັນຄຳຊີ້ນໍາສຳລັບທາງເຂົ້າຂອງມະນຸດ ແລະ ເຂັມທິດທີ່ຊີ້ນຳການກະທຳຂອງເຂົາ. ນີ້ແມ່ນການຕັດສິນໃຈທີ່ມະນຸດຄວນມີ. ການເຮັດໃຫ້ພາລະກິດຂອງພຣະເຈົ້າສຳເລັດຢ່າງສົມບູນເທິງແຜ່ນດິນໂລກ ແລະ ການຮ່ວມມືກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ, ນີ້ແມ່ນໜ້າທີ່ຂອງມະນຸດ
- [ພາລະກິດ ແລະ ທາງເຂົ້າ (5)](https://lo.kingdomsalvation.org/work-and-entry-5.html) - ໃນມື້ນີ້ ພວກເຈົ້າທຸກຄົນໄດ້ຮູ້ວ່າ ພຣະເຈົ້າກຳລັງນໍາພາຜູ້ຄົນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຊີວິດ, ພຣະອົງກຳລັງນໍາພາມະນຸດເພື່ອຍ່າງໃນບາດກ້າວຕໍ່ໄປຂອງອີກຍຸກ, ພຣະອົງກຳລັງນໍາພາມະນຸດໃຫ້ຢູ່ເໜືອຍຸກເດີມທີ່ມືດມົວນີ້, ອອກຈາກເນື້ອໜັງ, ອອກຈາກການກົດຂີ່ຂົ່ມເຫັງຂອງກອງກຳລັງແຫ່ງຄວາມມືດ ແລະ ອິດທິພົນຂອງຊາຕານ ເພື່ອວ່າທຸກຄົນຈະສາມາດດຳລົງຊີວິດຢູ່ໃນໂລກແຫ່ງອິດສະຫຼະພາບ. ເພື່ອມື້ອື່ນທີ່ສວຍງາມ ແລະ ເພື່ອວ່າຜູ້ຄົນຈະກ້າຫານຫຼາຍຂຶ້ນໃນບາດກ້າວຂອງພວກເຂົາໃນມື້ອື່ນ, ພຣະວິນຍານບໍລິສຸດຈຶ່ງໄດ້ວາງແຜນທຸກຢ່າງສຳລັບມະນຸດ ແລະ ເພື່ອທີ່ມະນຸດຈະສາມາດຮັບຄວາມສຸກທີ່ຍິ່ງໃຫຍ່ຂຶ້ນ, ພຣະເຈົ້າໄດ້ອຸທິດຄວາມພະຍາຍາມທັງໝົດຂອງພຣະອົງໃນເນື້ອໜັງເພື່ອຈັດກຽມເສັ້ນທາງຢູ່ເບື້ອງໜ້າສຳລັບມະນຸດ ແລະ ຮີບເລັ່ງການມາເຖິງຂອງມື້ທີ່ມະນຸດປາຖະໜາຫາ. ພວກເຈົ້າທຸກຄົນກໍຊື່ນຊົມຊ່ວງເວລາທີ່ສວຍງາມນີ້; ມັນບໍ່ແມ່ນຄວາມສໍາເລັດທີ່ໄດ້ມາງ່າຍໆເພື່ອທີ່ຈະມາຢູ່ຮ່ວມກັບພຣະເຈົ້າ. ເຖິງວ່າພວກເຈົ້າບໍ່ເຄີຍຮູ້ຈັກພຣະອົງ, ພວກເຈົ້າກໍໄດ້ຢູ່ກັບພຣະອົງຕັ້ງແຕ່ດົນແລ້ວ. ຖ້າພຽງແຕ່ທຸກຄົນສາມາດຈື່ມື້ທີ່ສວຍງາມແຕ່ຊົ່ວຄາວເຫຼົ່ານີ້ຕະຫຼອດໄປ ແລະ ເຮັດໃຫ້ພວກມັນເປັນຊັບສິນທີ່ຖືກຖະໜອມຂອງພວກເຂົາເທິງແຜ່ນດິນໂລກ. ພາລະກິດຂອງພຣະເຈົ້າຖືກເປີດເຜີຍຕໍ່ມະນຸດຕັ້ງແຕ່ດົນແລ້ວ ແຕ່ຍ້ອນຫົວໃຈຂອງຜູ້ຄົນສັບສົນເກີນໄປ ແລະ ຍ້ອນພວກເຂົາບໍ່ສົນໃຈມັນເລີຍ, ພາລະກິດຂອງພຣະເຈົ້າຈຶ່ງຍັງຄົງຄ້າງຢູ່ໃນພື້ນຖານເດີມຂອງມັນ. ເບິ່ງຄືວ່າ ຄວາມຄິດ, ແນວຄິດ ແລະ ທັດສະນະທາງຈິດໃຈຂອງພວກເຂົາ ຍັງຄົງຫຼ້າຫຼັງຫຼາຍ ຈົນທັດສະນະທາງຈິດໃຈຂອງພວກເຂົາຫຼາຍຄົນຄ້າຍຄືກັບຄົນສະໄໝດຶກດຳບັນໃນເວລາບູຮານ ແລະ ບໍ່ປ່ຽນແປງແມ່ນແຕ່ໜ້ອຍດຽວ. ຜົນຕາມມາກໍຄື ຜູ້ຄົນຍັງມຶນງົງ ແລະ ບໍ່ຊັດເຈນກ່ຽວກັບພາລະກິດທີ່ພຣະເຈົ້າປະຕິບັດ. ພວກເຂົາຍິ່ງບໍ່ຊັດເຈນກ່ຽວກັບສິ່ງທີ່ພວກເຂົາເຮັດ ແລະ ສິ່ງທີ່ພວກເຂົາຄວນເຂົ້າສູ່. ສິ່ງເຫຼົ່ານີ້ນໍາສະມາເຊິ່ງຄວາມຫຍຸ້ງຍາກຢ່າງຫຼວງຫຼາຍຕໍ່ພາລະກິດຂອງພຣະເຈົ້າ ແລະ ຂັດຂວາງບໍ່ໃຫ້ຊີວິດຂອງຜູ້ຄົນຂັບເຄື່ອນໄປຂ້າງໜ້າ. ຍ້ອນທາດແທ້ຂອງມະນຸດ ແລະ ຄວາມສາມາດຂອງພວກເຂົາ, ໂດຍພື້ນຖານແລ້ວ ພວກເຂົາຈຶ່ງບໍ່ສາມາດເຂົ້າໃຈພາລະກິດຂອງພຣະເຈົ້າ
- [ພາລະກິດ ແລະ ທາງເຂົ້າ (4)](https://lo.kingdomsalvation.org/work-and-entry-4.html) - ຖ້າມະນຸດສາມາດເຂົ້າສູ່ອີງຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ຢ່າງແທ້ຈິງ, ຊີວິດຂອງເຂົາກໍຈະງອກງາມຢ່າງໄວວາ, ຄືກັບໜໍ່ໄມ້ຫຼັງຈາກຝົນໃນລະດູໃບໄມ້ປົ່ງ. ເມື່ອຕັດສິນຈາກວຸດທິພາວະໃນປັດຈຸບັນຂອງຜູ້ຄົນສ່ວນໃຫຍ່, ຜູ້ຄົນແມ່ນບໍ່ໄດ້ໃຫ້ຄວາມສຳຄັນກັບຊີວິດ ແລະ ກົງກັນຂ້າມ ພວກເຂົາໃຫ້ຄວາມສຳຄັນກັບເລື່ອງໃດໜຶ່ງທີ່ປາກົດວ່າບໍ່ມີຜົນຕາມມາ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍຈະຟ້າວໄປບ່ອນນັ້ນ ແລະ ບ່ອນນີ້, ເຮັດວຽກຢ່າງໄຮ້ຈຸດໝາຍ ແລະ ໃນວິທີການທີ່ບໍ່ມີເປົ້າໝາຍ ແລະ ບໍ່ມີທິດທາງ, ໂດຍບໍ່ຮູ້ວ່າວພວກເຂົາຄວນໄປໃນທິດທາງໃດ ແລະ ແຮງໄກທີ່ພວກເຂົາຈະຮູ້ວ່າໄປເພື່ອໃຜ. ພວກເຂົາພຽງແຕ່ “ປິດບັງຕົນເອງຢ່າງຖ່ອມຕົວ”. ຄວາມຈິງກໍຄື ມີໜ້ອຍຄົນໃນທ່າມກາງພວກເຈົ້າທີ່ຮູ້ຈັກກ່ຽວກັບເຈດຕະນາຂອງພຣະເຈົ້າສຳລັບຍຸກສຸດທ້າຍ. ຫາຍາກທີ່ຈະມີຜູ້ໃດໃນບັນດາພວກເຈົ້າຮູ້ຈັກບາດກ້າວຂອງພຣະເຈົ້າ, ແຕ່ທີ່ຮ້າຍແຮງໄປກວ່ານັ້ນແມ່ນ ບໍ່ມີຜູ້ໃດຮູ້ຈັກວ່າຄວາມສຳເລັດສຸດທ້າຍຂອງພຣະເຈົ້າຈະແມ່ນຫຍັງ. ແຕ່ທຸກຄົນກໍຜ່ານການລົງວິໄນ ແລະ ການລິຮານຄົນອື່ນ ຜ່ານທາງຄວາມອົດທົນ ແລະ ຄວາມອົດກັ້ນທີ່ສຸດ, ຄືກັບວ່າກຳລັງເບັ່ງກ້າມຂອງພວກເຂົາ ແລະ ກຽມພ້ອມສຳລັບການຕໍ່ສູ້[1] ໂດຍຄາດໝາຍວ່າພວກເຂົາຈະໄດ້ຮັບເວລາແຫ່ງໄຊຊະນະຂອງພວກເຂົາ. ເຮົາຈະບໍ່ໃຫ້ຄຳເຫັນໃດໆກ່ຽວກັບ “ພາບແປກປະຫຼາດ” ເຫຼົ່ານີ້ທີ່ຢູ່ທ່າມກາງມະນຸດຊາດ, ແຕ່ມີຈຸດໜຶ່ງທີ່ພວກເຈົ້າທຸກຄົນຕ້ອງເຂົ້າໃຈ. ໃນຕອນນີ້ ຄົນສ່ວນໃຫຍ່ກຳລັງພັດທະນາສູ່ຄວາມຜິດປົກກະຕິ[2] ແລະ ໃນບາດກ້າວສູ່ທາງເຂົ້າຂອງພວກເຂົາ, ພວກເຂົາແມ່ນກຳລັງກ້າວເດີນໄປສູ່ທາງຕັນ[3]. ມີຫຼາຍຄົນທີ່ຄິດວ່າ ນັ້ນຄືດິນແດນໃນຝັນທີ່ຢູ່ນອກໂລກມະນຸດ ທີ່ມະນຸດປາຖະໜາຫາ ໂດຍເຊື່ອວ່າມັນຄືອານາຈັກແຫ່ງອິດສະຫຼະພາບ, ແຕ່ໃນຄວາມເປັນຈິງແລ້ວ ມັນບໍ່ໄດ້ເປັນແບບນັ້ນ ຫຼື ບາງເທື່ອອາດສາມາດເວົ້າໄດ້ວ່າ
- [ພາລະກິດ ແລະ ທາງເຂົ້າ (3)](https://lo.kingdomsalvation.org/work-and-entry-3.html) - ພຣະເຈົ້າໄດ້ມອບໝາຍຫຼາຍຢ່າງໃຫ້ກັບມະນຸດ ແລະ ຍັງໄດ້ຈັດການທາງເຂົ້າຂອງພວກເຂົາໃນຫຼາຍວິທີຈົນນັບບໍ່ຖ້ວນ. ແຕ່ຍ້ອນຄວາມສາມາດຂອງຜູ້ຄົນຕໍ່າຫຼາຍ, ພຣະທຳຫຼາຍຂໍ້ຂອງພຣະເຈົ້າຈຶ່ງບໍ່ສາມາດປັກຮາກຖານໄດ້. ມີຫຼາກຫຼາຍເຫດຜົນສຳລັບຄວາມສາມາດຕໍ່າເຊັ່ນນີ້ ເຊັ່ນ: ຄວາມເສື່ອມຊາມຂອງຄວາມຄິດ ແລະ ສິນທຳຂອງມະນຸດ ແລະ ການຂາດການສັ່ງສອນທີ່ຖືກຕ້ອງ; ຄວາມເຊື່ອງົມງວາຍແບບສັກດີນາທີ່ໄດ້ເຂົ້າຍຶດຫົວໃຈຂອງມະນຸດຢ່າງຮ້າຍແຮງ; ວິທີຊີວິດທີ່ຊົ່ວຊ້າ ແລະ ເສື່ອມໂຊມທີ່ໄດ້ຝັງຄວາມຊົ່ວຫຼາຍຢ່າງຢູ່ໃນມຸມເລິກທີ່ສຸດຂອງຫົວໃຈມະນຸດ; ຄວາມເຂົ້າໃຈໜັງສືກ່ຽວກັບວັດທະນະທຳແບບຜິວເຜີນ ເຊິ່ງຄົນເກືອບເກົ້າສິບແປດເປີເຊັນແມ່ນຂາດການສຶກສາໃນເລື່ອງໜັງສືວັດທະນະທຳ ແລະ ຍິ່ງໄປກວ່ານັ້ນ ມີຄົນຈຳນວນໜ້ອຍຫຼາຍທີ່ໄດ້ຮັບການສຶກສາກ່ຽວກັບວັດທະນະທຳໃນລະດັບສູງ. ສະນັ້ນ ໂດຍພື້ນຖານແລ້ວຜູ້ຄົນແມ່ນບໍ່ຮູ້ຈັກວ່າ ພຣະເຈົ້າ ຫຼື ພຣະວິນຍານໝາຍເຖິງຫຍັງ, ພວກເຂົາມີພຽງພາບລັກສະນະທີ່ເລື່ອນລອຍ ແລະ ບໍ່ຊັດເຈນກ່ຽວກັບພຣະເຈົ້າ ເຊິ່ງໄດ້ຮັບມາຈາກຄວາມເຊື່ອງົມງວາຍແບບສັກດີນາ. ອິດທິພົນທີ່ເປັນອັນຕະລາຍຫຼາຍພັນປີຂອງ “ວິນຍານແຫ່ງຊາດນິຍົມຢ່າງສູງ” ທີ່ໄດ້ຝັງເລິກເຂົ້າໃນຫົວໃຈມະນຸດ ພ້ອມກັບຄວາມຄິດແບບສັກດີນາທີ່ຜູກມັດ ແລະ ລ່າມໂສ້ຜູ້ຄົນໂດຍບໍ່ມີອິດສະຫຼະແມ່ນແຕ່ໜ້ອຍດຽວ, ບໍ່ມີຄວາມປະສົງທີ່ຈະສະແຫວງຫາ ຫຼື ຄວາມພາກພຽນ, ບໍ່ມີຄວາມປາຖະໜາທີ່ຈະກ້າວໜ້າ, ແຕ່ກົງກັນຂ້າມ ຍັງເປັນຄົນຄິດລົບ ແລະ ຖອຍຫຼັງ, ຍຶດຕິດໃນຄວາມຄິດທາງດ້ານຂ້າທາດ ແລະ ອື່ນໆອີກ, ປັດໄຈແທ້ຈິງເຫຼົ່ານີ້ໄດ້ຖ່າຍທອດແບບພິມຂອງຄວາມສົກກະປົກ ແລະ ຂີ້ຮ້າຍທີ່ລຶບບໍ່ອອກ ໃຫ້ກັບທັດສະນະຕາມອຸດົມຄະຕິ, ອຸດົມການ, ສິນທຳ ແລະ ອຸປະນິໄສຂອງມະນຸດ.
- [ພາລະກິດ ແລະ ທາງເຂົ້າ (2)](https://lo.kingdomsalvation.org/work-and-entry-2.html) - ພາລະກິດ ແລະ ທາງເຂົ້າຂອງພວກເຈົ້າແມ່ນບໍ່ດີປານໃດ; ມະນຸດບໍ່ໃຫ້ຄວາມສຳຄັນກັບວິທີການປະຕິບັດພາລະກິດ ແລະ ຍິ່ງບໍ່ຕັ້ງໃຈສົນໃຈກ່ຽວກັບທາງເຂົ້າແຫ່ງຊີວິດ. ມະນຸດບໍ່ຖືວ່າສິ່ງເຫຼົ່ານີ້ເປັນບົດຮຽນທີ່ພວກເຂົາຄວນເຂົ້າສູ່; ສະນັ້ນ ໃນປະສົບການພວກເຈົ້າ ຕາມຄວາມຈິງແລ້ວ ສິ່ງທີ່ມະນຸດເຫັນແມ່ນພາບລວງຕາທີ່ວ່າງເປົ່າ. ບໍ່ມີຫຍັງຫຼາຍທີ່ຮຽກຮ້ອງຈາກພວກເຈົ້າເທົ່າທີ່ກ່ຽວຂ້ອງກັບພາລະກິດ, ແຕ່ເມື່ອມະນຸດຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ພວກເຈົ້າກໍຄວນຮຽນຮູ້ບົດຮຽນຂອງພວກເຈົ້າທີ່ກ່ຽວກັບການປະຕິບັດພາລະກິດເພື່ອພຣະເຈົ້າ ເພື່ອວ່າພວກເຈົ້າອາດສອດຄ່ອງກັບເຈດຕະນາຂອງພຣະເຈົ້າໃນອີກບໍ່ດົນ. ທົ່ວຍຸກຕ່າງໆ, ຄົນທີ່ປະຕິບັດພາລະກິດແມ່ນຖືກເອີ້ນວ່າ ຜູ້ປະຕິບັດພາລະກິດ ຫຼື ອັກຄະສາວົກ ເຊິ່ງໝາຍເຖິງຄົນຈຳນວນໜ້ອຍທີ່ພຣະເຈົ້າໃຊ້. ເຖິງຢ່າງໃດກໍຕາມ, ພາລະກິດທີ່ເຮົາກ່າວເຖິງໃນປັດຈຸບັນບໍ່ໄດ້ໝາຍເຖິງຜູ້ປະຕິບັດພາລະກິດ ຫຼື ອັກຄະສາວົກເຫຼົ່ານັ້ນເທົ່ານັ້ນ, ແຕ່ກົງກັນຂ້າມແມ່ນແນໃສ່ທຸກຄົນທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ບາງເທື່ອ ມີຫຼາຍຄົນທີ່ສົນໃຈເລັກນ້ອຍໃນສິ່ງນີ້, ແຕ່ເພື່ອເຫັນແກ່ທາງເຂົ້າ ມັນຈະດີທີ່ສຸດທີ່ຈະສົນທະນາເຖິງຄວາມຈິງກ່ຽວກັບເລື່ອງນີ້. ເມື່ອເວົ້າເຖິງພາລະກິດ, ມະນຸດເຊື່ອວ່າພາລະກິດແມ່ນຕ້ອງແລ່ນໄປມາເພື່ອພຣະເຈົ້າ, ເທດສະໜາໃນທຸກບ່ອນ ແລະ ໃຊ້ເວລາເພື່ອຜົນປະໂຫຍດຂອງພຣະອົງ. ເຖິງແມ່ນຄວາມເຊື່ອນີ້ຖືກຕ້ອງ, ມັນກໍເປັນພຽງດ້ານດຽວ; ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດບໍ່ແມ່ນການເດີນທາງໄປໆມາໆເພື່ອພຣະອົງເທົ່ານັ້ນ; ນອກເໜືອຈາກນີ້, ພາລະກິດນີ້ແມ່ນກ່ຽວຂ້ອງກັບພັນທະກິດ ແລະ ການຕອບສະໜອງພາຍໃນຈິດວິນຍານ. ອ້າຍເອື້ອຍນ້ອງຫຼາຍຄົນບໍ່ເຄີຍຄິດເຖິງການປະຕິບັດພາລະກິດເພື່ອພຣະເຈົ້າ ແມ່ນແຕ່ຫຼັງຈາກມີປະສົບການຫຼາຍປີ, ຍ້ອນວ່າ ພາລະກິດທີ່ມະນຸດຄິດຂຶ້ນແມ່ນບໍ່ສອດຄ່ອງກັບສິ່ງທີ່ພຣະເຈົ້າຮຽກຮ້ອງ. ສະນັ້ນ ມະນຸດຈຶ່ງບໍ່ສົນໃຈສິ່ງໃດໃນເລື່ອງພາລະກິດ ແລະ ນີ້ກໍຄືເຫດຜົນຢ່າງແທ້ຈິງທີ່ວ່າ ເປັນຫຍັງທາງເຂົ້າຂອງມະນຸດຈຶ່ງຍັງຢູ່ໃນດ້ານດຽວມາຕະຫຼອດ. ພວກເຈົ້າທຸກຄົນຄວນເລີ່ມຕົ້ນເຂົ້າສູ່ໂດຍການປະຕິບັດພາລະກິດເພື່ອພຣະເຈົ້າ ເພື່ອວ່າ ພວກເຈົ້າຈະມີປະສົບການທີ່ດີຂຶ້ນໃນທຸກດ້ານ. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່.
- [ພາລະກິດ ແລະ ທາງເຂົ້າ (1)](https://lo.kingdomsalvation.org/work-and-entry-1.html) - ຕັ້ງແຕ່ຜູ້ຄົນເລີ່ມເດີນຕາມເສັ້ນທາງທີ່ຖືກຕ້ອງແຫ່ງຄວາມເຊື່ອໃນພຣະເຈົ້າ ໄດ້ມີຫຼາຍສິ່ງທີ່ພວກເຂົາຍັງບໍ່ຊັດເຈນ. ພວກເຂົາຍັງຢູ່ໃນການສັບສົນຢ່າງສິ້ນເຊີງກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ກ່ຽວກັບພາລະກິດຫຼາຍຢ່າງທີ່ພວກເຂົາຄວນປະຕິບັດ. ສິ່ງນີ້ແມ່ນເນື່ອງຈາກວ່າ ໃນດ້ານໜຶ່ງ ຍ້ອນການຫັນທິດທາງໃນປະສົບການຂອງພວກເຂົາ ແລະ ຂີດຈຳກັດໃນຄວາມສາມາດທີ່ຈະເຂົ້າໃຈຂອງພວກເຂົາ; ອີກດ້ານໜຶ່ງ ກໍຍ້ອນວ່າ ພາລະກິດຂອງພຣະເຈົ້າຍັງບໍ່ທັນໄດ້ນໍາຜູ້ຄົນມາເຖິງຂັ້ນຕອນນີ້ເທື່ອ. ສະນັ້ນ, ທຸກຄົນຈຶ່ງຄຸມເຄືອກ່ຽວກັບບັນຫາສ່ວນໃຫຍ່ທາງດ້ານວິນຍານ. ບໍ່ແມ່ນແຕ່ວ່າເຈົ້າບໍ່ຊັດເຈນກ່ຽວກັບສິ່ງທີ່ເຈົ້າຄວນເຂົ້າສູ່ເທົ່ານັ້ນ; ເຈົ້າຍິ່ງບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າຫຼາຍຂຶ້ນ. ສິ່ງນີ້ເປັນຫຼາຍກວ່າບັນຫາຂໍ້ບົກຜ່ອງທີ່ຢູ່ພາຍໃນຕົວເຈົ້າແທ້ໆ: ມັນຄືຈຸດບົກຜ່ອງຢ່າງໃຫຍ່ທີ່ມັກເກີດຂຶ້ນຕໍ່ທຸກຄົນທີ່ຢູ່ໃນໂລກແຫ່ງສາສະໜາ. ໃນນີ້ມີຈຸດສໍາຄັນສຳລັບຄຳຖາມທີ່ວ່າ ເປັນຫຍັງຜູ້ຄົນຈຶ່ງບໍ່ຮູ້ຈັກພຣະເຈົ້າ ແລະ ສະນັ້ນ ຄວາມບົກຜ່ອງນີ້ຈຶ່ງເປັນຄວາມບົກຜ່ອງທົ່ວໄປຂອງທຸກຄົນທີ່ສະແຫວງຫາພຣະອົງ. ບໍ່ມີແມ່ນແຕ່ຄົນດຽວເຄີຍຮູ້ຈັກພຣະເຈົ້າ ຫຼື ເຄີຍເຫັນໃບໜ້າທີ່ແທ້ຈິງຂອງພຣະອົງ. ມັນເປັນຍ້ອນສິ່ງນີ້ ພາລະກິດຂອງພຣະເຈົ້າຈຶ່ງຫຍຸ້ງຍາກສໍ່າກັບການເຄື່ອນຍ້າຍພູເຂົາ ຫຼື ລະບາຍນໍ້າທະເລ. ສະນັ້ນ ຫຼາຍຄົນໄດ້ເສຍສະຫຼະຊີວິດຂອງພວກເຂົາສຳລັບພາລະກິດຂອງພຣະເຈົ້າ; ສະນັ້ນ ຫຼາຍຄົນໄດ້ຖືກຂັບໄລ່ໜີເນື່ອງຈາກພາລະກິດຂອງພຣະອົງ; ສະນັ້ນ ຫຼາຍຄົນໄດ້ຖືກທໍລະມານຈົນຕາຍ ຍ້ອນເຫັນແກ່ພາລະກິດຂອງພຣະອົງ; ສະນັ້ນ ຫຼາຍຄົນຕາຍຢ່າງບໍ່ຍຸຕິທຳ ເຖິງແມ່ນຕາຂອງພວກເຂົາເຕັມໄປດ້ວຍນໍ້າຕາແຫ່ງຄວາມຮັກສຳລັບພຣະເຈົ້າ; ສະນັ້ນ ຫຼາຍຄົນໄດ້ພົບກັບການຂົ່ມເຫັງຢ່າງໂຫດຮ້າຍ ແລະ ໄຮ້ມະນຸດສະທໍາ... ໂສກກະນາດຕະກໍາເຫຼົ່ານີ້ເກີດຂຶ້ນບໍ່ແມ່ນຍ້ອນຜູ້ຄົນຂາດຄວາມຮູ້ກ່ຽວກັບພຣະເຈົ້າບໍ? ຄົນທີ່ບໍ່ຮູ້ຈັກພຣະເຈົ້າຈະມີໜ້າມາຢູ່ຕໍ່ໜ້າພຣະອົງໄດ້ແນວໃດ? ຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຂົ່ມເຫັງພຣະເຈົ້າຈະມີໜ້າມາຢູ່ຕໍ່ໜ້າພຣະອົງໄດ້ແນວໃດ? ສິ່ງເຫຼົ່ານີ້ບໍ່ແມ່ນແຕ່ຄວາມບົກຜ່ອງຂອງຄົນທີ່ຢູ່ພາຍໃນໂລກແຫ່ງສາສະໜາເທົ່ານັ້ນ, ແຕ່ກົງກັນຂ້າມ ພວກມັນເປັນເລື່ອງປົກກະຕິສໍາລັບພວກເຈົ້າ ແລະ ພວກເຂົາ. ຄົນເຊື່ອໃນພຣະເຈົ້າໂດຍບໍ່ຮູ້ຈັກພຣະອົງ;
- [ທຸກຄົນທີ່ບໍ່ຮູ້ຈັກພຣະເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າ](https://lo.kingdomsalvation.org/do-not-know-God-are-oppose-God.html) - ເພື່ອເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ, ຜົນກະທົບທີ່ພາລະກິດຂອງພຣະອົງບັນລຸໃນມະນຸດ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະອົງສຳລັບມະນຸດ: ນີ້ແມ່ນສິ່ງທີ່ທຸກຄົນທີ່ຕິດຕາມພຣະເຈົ້າຄວນບັນລຸ. ໃນທຸກມື້ນີ້ ຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າເປັນພຽງແຕ່ສິ່ງທີ່ທຸກຄົນກຳລັງຂາດ. ການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດຕໍ່ຜູ້ຄົນ, ພາລະກິດທັງໝົດຂອງພຣະເຈົ້າ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະເຈົ້າສຳລັບມະນຸດ ນັບຕັ້ງແຕ່ການເນລະມິດສ້າງໂລກຈົນເຖິງເວລາໃນປັດຈຸບັນ, ສິ່ງເຫຼົ່ານີ້ຄືສິ່ງທີ່ມະນຸດບໍ່ຮູ້ ຫຼື ເຂົ້າໃຈ. ຄວາມຂາດເຂີນນີ້ບໍ່ພຽງແຕ່ເຫັນໄດ້ທົ່ວໂລກສາສະໜາ, ແຕ່ຍັງໃນທຸກຄົນທີ່ເຊື່ອໃນພຣະເຈົ້າ. ເມື່ອມື້ທີ່ເຈົ້າຫຼຽວເຫັນພຣະເຈົ້າຢ່າງແທ້ຈິງໄດ້ມາເຖິງ, ເມື່ອເຈົ້າຊື່ນຊົມສະຕິປັນຍາຂອງພຣະອົງຢ່າງແທ້ຈິງ, ເມື່ອເຈົ້າຫຼຽວເຫັນທຸກການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດ, ເມື່ອເຈົ້າຮັບຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ແລະ ມີ, ເມື່ອເຈົ້າໄດ້ເຫັນຄວາມອຸດົມສົມບູນຂອງພຣະອົງ, ສະຕິປັນຍາ, ສິ່ງອັດສະຈັນ ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດພາລະກິດໃນຜູ້ຄົນ, ມັນກໍ່ເປັນຕອນນັ້ນເອງທີ່ເຈົ້າຈະບັນລຸຄວາມສຳເລັດໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ເມື່ອເວົ້າວ່າພຣະເຈົ້າຮອບຮູ້ທຸກດ້ານ ແລະ ອຸດົມສົມບູນທຸກຢ່າງ, ພຣະອົງຮອບຮູ້ທຸກດ້ານໃນລັກສະນະໃດແທ້ໆ ແລະ ພຣະອົງອຸດົມສົມບູນທຸກຢ່າງໃນລັກສະນະໃດ? ຖ້າເຈົ້າບໍ່ເຂົ້າໃຈສິ່ງນີ້, ແລ້ວກໍ່ບໍ່ຖືວ່າເຈົ້າເຊື່ອໃນພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນທີ່ຢູ່ໃນໂລກສາສະໜາແມ່ນຜູ້ບໍ່ເຊື່ອໃນພຣະເຈົ້າ ແຕ່ເປັນຜູ້ເຮັດການຊົ່ວ, ເປັນພັກພວກດຽວກັນກັບມານຮ້າຍ? ເມື່ອເຮົາເວົ້າວ່າພວກເຂົາເປັນຜູ້ເຮັດການຊົ່ວ, ມັນເປັນເພາະພວກເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ບໍ່ສາມາດເບິ່ງເຫັນສະຕິປັນຍາຂອງພຣະອົງ. ພຣະເຈົ້າບໍ່ເຄີຍເປີດເຜີຍພາລະກິດຂອງພຣະອົງໃຫ້ແກ່ພວກເຂົາ. ພວກເຂົາຕາບອດ; ພວກເຂົາບໍ່ສາມາດເຫັນການກະທຳຂອງພຣະເຈົ້າ, ພວກເຂົາໄດ້ຖືກປະຖິ້ມໂດຍພຣະເຈົ້າ ແລະ ພວກເຂົາຂາດການດູແລ ແລະ ການປົກປ້ອງຈາກພຣະເຈົ້າຢ່າງສົມບູນ, ແຮງບໍ່ຕ້ອງເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດເລີຍ. ຄົນທີ່ບໍ່ມີພາລະກິດຂອງພຣະເຈົ້າກໍ່ລ້ວນແລ້ວແຕ່ເປັນຄົນເຮັດການຊົ່ວ ແລະ
- [ການຍັງຄົງບໍ່ປ່ຽນແປງອຸປະນິໄສຄືການເປັນສັດຕູຕໍ່ພຣະເຈົ້າ](https://lo.kingdomsalvation.org/unchanged-disposition-is-enmity-to-God.html) - ຫຼັງຈາກຫຼາຍພັນປີຂອງຄວາມເສື່ອມຊາມ, ມະນຸດໄດ້ຕາຍດ້ານ ແລະ ໂງ່ຈ້າ; ພວກເຂົາໄດ້ກາຍເປັນຜີສາດທີ່ຕໍ່ຕ້ານພຣະເຈົ້າ ເຖິງຂັ້ນທີ່ວ່າ ການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າຖືກບັນທຶກໄວ້ໃນໜັງສືແຫ່ງປະຫວັດສາດ ແລະ ແມ່ນແຕ່ມະນຸດເອງກໍບໍ່ສາມາດອະທິບາຍໄດ້ເຖິງພຶດຕິກໍາການຕໍ່ຕ້ານຂອງຕົນ ເນື່ອງຈາກວ່າ ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກ ແລະ ຖືກຊາຕານນໍາພາໄປໃນທາງທີ່ຜິດຈົນບໍ່ຮູ້ວ່າຈະຫັນໄປທາງໃດດີ. ແມ່ນແຕ່ທຸກມື້ນີ້, ມະນຸດຍັງຄົງທໍລະຍົດຕໍ່ພຣະເຈົ້າ: ເມື່ອມະນຸດແນມເຫັນພຣະເຈົ້າ, ເຂົາກໍທໍລະຍົດຕໍ່ພຣະອົງ ແລະ ເມື່ອເຂົາບໍ່ສາມາດແນມເຫັນພຣະເຈົ້າ, ເຂົາກໍຍັງຄົງທໍລະຍົດຕໍ່ພຣະອົງ. ແລ້ວຍັງມີຜູ້ຄົນ ເຖິງວ່າໄດ້ເຫັນເຖິງການສາບແຊ່ງຂອງພຣະເຈົ້າ ແລະ ຄວາມໂກດຮ້າຍຂອງພຣະອົງ ແຕ່ກໍຍັງທໍລະຍົດຕໍ່ພຣະອົງ. ດ້ວຍເຫດນັ້ນ, ເຮົາຈຶ່ງກ່າວວ່າ ຄວາມຮູ້ຂອງມະນຸດແມ່ນໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນໄປແລ້ວ ແລະ ລວມທັງສາມັນສໍານຶກຂອງມະນຸດກໍໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນເຊັ່ນກັນ. ມະນຸດທີ່ເຮົາແນມເບິ່ງແມ່ນສັດເດຍລະສານທີ່ແຕ່ງກາຍເປັນຄົນ, ເຂົາເປັນງູທີ່ມີພິດຮ້າຍ ແລະ ບໍ່ວ່າເຂົາຈະພະຍາຍາມກະທໍາຕົວໃຫ້ໜ້າສົງສານພຽງໃດໃນສາຍຕາຂອງເຮົາກໍຕາມ, ເຮົາກໍຈະບໍ່ມີວັນເມດຕາເຂົາ ເນື່ອງຈາກວ່າ ມະນຸດບໍ່ເຂົ້າໃຈຄວາມແຕກຕ່າງ ລະຫວ່າງ ສີດໍາ ແລະ ສີຂາວ ຫຼື ຄວາມແຕກຕ່າງ ລະຫວ່າງ ຄວາມຈິງ ແລະ ຄວາມເທັດ. ຄວາມຮູ້ສຶກຂອງມະນຸດແມ່ນດ້ານຊາຫຼາຍ, ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຮັບພອນ; ຄວາມເປັນມະນຸດຂອງເຂົາຕໍ່າຊ້າ ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຄອບຄອງອໍານາດຂອງກະສັດ. ການມີຄວາມຮູ້ສຶກແບບນັ້ນເຂົາຈະເປັນກະສັດຂອງໃຜໄດ້? ຜູ້ທີ່ມີຄວາມເປັນມະນຸດແບບນັ້ນຈະນັ່ງເທິງບັນລັງໄດ້ແນວໃດ?
- [ເຈົ້າຄືບຸກຄົນທີ່ໄດ້ກັບມາມີຊີວິດແລ້ວບໍ?](https://lo.kingdomsalvation.org/have-you-come-alive.html) - ມີແຕ່ເມື່ອເຈົ້າໄດ້ໂຍນຖິ້ມອຸປະນິໄສທີ່ເສື່ອມຊາມ ແລະ ບັນລຸການດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິແລ້ວ ເຈົ້າຈຶ່ງຈະຖືກເຮັດໃຫ້ສົມບູນ. ເຖິງແມ່ນວ່າ ເຈົ້າຈະບໍ່ສາມາດບອກການທຳນາຍ ຫຼື ຄວາມລຶກລັບໃດໆໄດ້, ເຈົ້າກໍຈະດຳເນີນຊີວິດ ແລະ ເປີດເຜີຍລັກສະນະຂອງມະນຸດ. ພຣະເຈົ້າໄດ້ສ້າງມະນຸດ ແຕ່ຫຼັງຈາກນັ້ນ ມະນຸດກໍຖືກຊາຕານເຮັດໃຫ້ເສື່ອມຊາມ ຈົນຜູ້ຄົນໄດ້ກາຍເປັນ “ຄົນຕາຍ”. ດ້ວຍເຫດນີ້ ຫຼັງຈາກທີ່ເຈົ້າໄດ້ປ່ຽນແປງ ເຈົ້າຈະບໍ່ເປັນຄືກັບ “ຄົນຕາຍ” ເຫຼົ່ານີ້ອີກຕໍ່ໄປ. ມັນແມ່ນພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ວິນຍານຂອງຜູ້ຄົນລຸກສະຫວ່າງ ແລະ ເຮັດໃຫ້ພວກເຂົາໄດ້ເກີດໃໝ່ ແລະ ເມື່ອວິນຍານຂອງຜູ້ຄົນໄດ້ເກີດໃໝ່, ແລ້ວພວກເຂົາກໍຈະມີຊີວິດ. ເມື່ອເຮົາເວົ້າເຖິງ “ຄົນຕາຍ”, ເຮົາໝາຍເຖິງຊາກສົບທີ່ບໍ່ມີວິນຍານ, ຜູ້ຄົນທີ່ວິນຍານຂອງພວກເຂົາໄດ້ຕາຍຢູ່ພາຍໃນພວກເຂົາ. ເມື່ອປະກາຍໄຟຊີວິດຖືກຈູດຂຶ້ນໃນວິນຍານຂອງຜູ້ຄົນ, ແລ້ວຜູ້ຄົນກໍມີຊີວິດໃໝ່. ນັກບຸນທີ່ກ່າວເຖິງໃນເມື່ອກ່ອນ ໝາຍເຖິງຜູ້ຄົນທີ່ໄດ້ມີຊີວິດ, ຜູ້ທີ່ຢູ່ພາຍໃຕ້ອິດທິພົນຂອງຊາຕານ ແຕ່ເອົາຊະນະຊາຕານໄດ້. ປະຊາຊົນທີ່ຖືກເລືອກໃນປະເທດຈີນໄດ້ອົດທົນກັບການຂົ່ມເຫັງທີ່ໂຫດຮ້າຍ ແລະ ໄຮ້ມະນຸດສະທຳ ແລະ ການຫຼອກລວງຂອງມັງກອນແດງທີ່ຍິ່ງໃຫຍ່, ເຊິ່ງໄດ້ປ່ອຍໃຫ້ພວກເຂົາຖືກທຳລາຍດ້ານຈິດໃຈ ແລະ ບໍ່ມີຄວາມກ້າແມ່ນແຕ່ໜ້ອຍດຽວທີ່ຈະມີຊີວິດຢູ່. ສະນັ້ນ, ການປຸກວິນຍານຂອງພວກເຂົາຕ້ອງເລີ່ມດ້ວຍແກ່ນແທ້ຂອງພວກເຂົາ: ໃນແກ່ນແທ້ຂອງພວກເຂົາ, ວິນຍານຂອງພວກເຂົາຕ້ອງຖືກປຸກຂຶ້ນມາ ເທື່ອລະໜ້ອຍ. ເມື່ອມື້ໜຶ່ງ ພວກເຂົາມີຊີວິດແລ້ວ, ກໍຈະບໍ່ມີສິ່ງກີດຂວາງອີກຕໍ່ໄປ ແລະ ທຸກຢ່າງຈະດຳເນີນໄປຢ່າງລຽບງ່າຍ.
- [ເຈົ້າຄວນຮັກສາຄວາມຈົງຮັກພັກດີຂອງເຈົ້າຕໍ່ພຣະເຈົ້າ](https://lo.kingdomsalvation.org/ought-to-maintain-devotion-to-God.html) - ໃນປັດຈຸບັນນີ້ ພຣະວິນຍານບໍລິສຸດປະຕິບັດພາລະກິດຢູ່ໃນແຕ່ລະຄຣິສຕະຈັກແນວໃດ? ເຈົ້າມີຄວາມເຂົ້າໃຈກ່ຽວກັບຄໍາຖາມນີ້ບໍ? ຄວາມຫຍຸ້ງຍາກອັນຍິ່ງໃຫຍ່ທີ່ສຸດຂອງອ້າຍເອື້ອຍນ້ອງແມ່ນຫຍັງ? ພວກເຂົາຂາດເຂີນຫຍັງຫຼາຍທີ່ສຸດ? ປັດຈຸບັນນີ້, ມີບາງຄົນທີ່ຄິດດ້ານລົບ ໃນຂະນະທີ່ພວກເຂົາໄດ້ຮັບການທົດລອງ ແລະ ບາງຄົນໃນພວກເຂົາເຖິງກັບຕໍ່ວ່າ. ບາງຄົນບໍ່ກ້າວໄປຂ້າງໜ້າອີກ ຍ້ອນວ່າພຣະເຈົ້າໄດ້ກ່າວສໍາເລັດແລ້ວ. ຜູ້ຄົນບໍ່ໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການເຊື່ອພຣະເຈົ້າ. ພວກເຂົາບໍ່ສາມາດດຳລົງຊີວິດຢູ່ຢ່າງເປັນອິດສະຫຼະ ແລະ ພວກເຂົາບໍ່ສາມາດຮັກສາຊີວິດຝ່າຍວິນຍານຂອງພວກເຂົາໄດ້. ມີບາງຄົນທີ່ປະຕິບັດຕາມ ແລະ ສະແຫວງຫາດ້ວຍຄວາມແຮງກ້າ ແລະ ເຕັມໃຈປະຕິບັດຕາມເມື່ອພຣະເຈົ້າເວົ້າ. ແຕ່ເມື່ອພຣະເຈົ້າບໍ່ເວົ້າ, ພວກເຂົາກໍບໍ່ກ້າວໄປຂ້າງໜ້າອີກຕໍ່ໄປ. ຜູ້ຄົນຍັງບໍ່ເຂົ້າໃຈໃຈເຈດຕະນາຂອງພຣະເຈົ້າພາຍໃນຫົວໃຈຂອງພວກເຂົາ ແລະ ພວກເຂົາບໍ່ມີຄວາມຮັກທີ່ເກີດຂຶ້ນໂດຍທໍາມະຊາດຕໍ່ພຣະເຈົ້າ; ໃນອະດີດພວກເຂົາໄດ້ຕິດຕາມພຣະເຈົ້າກໍຍ້ອນວ່າພວກເຂົາຖືກບັງຄັບ. ປັດຈຸບັນນີ້ ມີບາງຄົນທີ່ເບື່ອໜ່າຍກັບພາລະກິດຂອງພຣະເຈົ້າ. ແລ້ວຜູ້ຄົນດັ່ງກ່າວບໍ່ໄດ້ຕົກຢູ່ໃນອັນຕະລາຍບໍ? ມີຫຼາຍຄົນທີ່ຢູ່ໃນສະພາວະທີ່ພຽງແຕ່ໃຊ້ຊີວິດຮັບມືກັບບັນຫາ. ເຖິງແມ່ນວ່າພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ອະທິຖານຕໍ່ພຣະອົງ, ພວກເຂົາປະຕິບັດຢ່າງບໍ່ເຕັມໃຈ ແລະ ພວກເຂົາກໍບໍ່ມີແຮງຜັກດັນທີ່ພວກເຂົາເຄີຍມີ ແລະ ຄົນສ່ວນຫຼາຍບໍ່ສົນໃຈໃນພາລະກິດແຫ່ງການເຮັດໃຫ້ບໍລິສຸດ ແລະ ການເຮັດໃຫ້ສົມບູນແບບຂອງພຣະເຈົ້າ ແລະ ແນ່ນອນແລ້ວ ມັນຄືກັບວ່າ ພວກເຂົາບໍ່ເຄີຍມີແຮງຜັກດັນໃດເລີຍຈາກພາຍໃນທີ່ສະໝໍ່າສະເໝີ. ເມື່ອພວກເຂົາເອົາຊະນະການຝ່າຝືນ, ພວກເຂົາບໍ່ຮູ້ສຶກເປັນໜີ້ບຸນຄຸນຕໍ່ພຣະເຈົ້າ ຫຼື ພວກເຂົາບໍ່ຮູ້ສຶກເສຍໃຈເລີຍ. ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ອອກຫ່າງຈາກຄຣິສຕະຈັກ ແລະ
- [ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ](https://lo.kingdomsalvation.org/warning-to-not-practice-the-truth.html) - ໃນບັນດາອ້າຍເອື້ອຍນ້ອງຜູ້ທີ່ມັກລະບາຍຄວາມຄິດລົບຂອງພວກເຂົາອອກແມ່ນຜູ້ຮັບໃຊ້ຂອງຊາຕານ ແລະ ພວກເຂົາລົບກວນຄຣິສຕະຈັກ. ຜູ້ຄົນດັ່ງກ່າວຈະຕ້ອງຖືກຂັບໄລ່ ແລະ ກຳຈັດໃນມື້ໃດມື້ໜຶ່ງ. ໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ຖ້າຜູ້ຄົນບໍ່ມີຫົວໃຈທີ່ຢໍາເກງພຣະເຈົ້າ, ຖ້າພວກເຂົາບໍ່ມີຫົວໃຈທີ່ອ່ອນນ້ອມຕໍ່ພຣະເຈົ້າ, ແລ້ວບໍ່ພຽງແຕ່ພວກເຂົາຈະບໍ່ສາມາດເຮັດພາລະກິດໃດເລີຍເພື່ອພຣະອົງເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ພວກເຂົາຈະກາຍເປັນຜູ້ລົບກວນພາລະກິດຂອງພຣະອົງ ແລະ ເປັນຜູ້ຕໍ່ຕ້ານພຣະອົງ. ການເຊື່ອໃນພຣະເຈົ້າ ແຕ່ບໍ່ອ່ອນນ້ອມ ຫຼື ຢໍາເກງພຣະອົງ ແລະ ພັດຕໍ່ຕ້ານພຣະອົງ ແມ່ນເປັນເລື່ອງທີ່ເສື່ອມເສຍທີ່ສຸດສໍາລັບຜູ້ທີ່ມີຄວາມເຊື່ອ. ຖ້າຜູ້ເຊື່ອພຽງແຕ່ບໍ່ສົນໃຈ ແລະ ປ່ອຍຕົວປ່ອຍໃຈໃນຄຳເວົ້າ ແລະ ຄວາມປະພຶດຂອງພວກເຂົາຄືກັບຜູ້ທີ່ບໍ່ເຊື່ອ, ແລ້ວພວກເຂົາກໍຍິ່ງຊົ່ວຮ້າຍກວ່າຜູ້ທີ່ບໍ່ເຊື່ອ; ພວກເຂົາແມ່ນຕົ້ນແບບຂອງຜີສາດ. ຜູ້ທີ່ລະບາຍຄໍາເວົ້າທີ່ເປັນພິດ ແລະ ເຈດຕະນາຮ້າຍຂອງພວກເຂົາພາຍໃນຄຣິສຕະຈັກ, ຜູ້ທີ່ປ່ອຍຂ່າວລື, ສ້າງຄວາມແຕກແຍກ ແລະ ສ້າງພັກສ້າງພວກໃນທ່າມກາງອ້າຍເອື້ອຍນ້ອງ, ພວກເຂົາຄວນຖືກຂັບໄລ່ອອກຈາກຄຣິສຕະຈັກ. ຢ່າງໃດກໍຕາມ, ຍ້ອນຕອນນີ້ແມ່ນຍຸກທີ່ແຕກຕ່າງກັນຂອງພາລະກິດຂອງພຣະເຈົ້າ, ຜູ້ຄົນເຫຼົ່ານີ້ຈຶ່ງຖືກຈໍາກັດ ຍ້ອນພວກເຂົາຈະຖືກກໍາຈັດຢ່າງແນ່ນອນ. ທຸກຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນມີອຸປະນິໄສທີ່ເສື່ອມຊາມ. ບາງຄົນພຽງແຕ່ມີອຸປະນິໄສທີ່ເສື່ອມຊາມ, ໃນຂະນະທີ່ຄົນອື່ນແມ່ນແຕກຕ່າງ: ພວກເຂົາບໍ່ພຽງແຕ່ມີອຸປະນິໄສທີ່ເສື່ອມຊາມແບບຊາຕານ ແຕ່ທຳມະຊາດຂອງພວກເຂົາຍັງຊົ່ວຮ້າຍຫຼາຍອີກດ້ວຍ. ຄຳເວົ້າ ແລະ ການກະທຳຂອງພວກເຂົາບໍ່ພຽງແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມແບບຊາຕານ; ຍິ່ງໄປກວ່ານັ້ນ ຜູ້ຄົນເຫຼົ່ານີ້ແມ່ນມານຮ້າຍ ແລະ ຊາຕານຕົວຈິງ. ພຶດຕິກຳຂອງພວກເຂົາຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ,
- [ພາລະກິດຂອງພຣະວິນຍານບໍລິສຸດ ແລະ ວຽກງານຂອງຊາຕານ](https://lo.kingdomsalvation.org/work-of-the-Holy-Spirit-work-of-satan.html) - ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດໃນມະນຸດແນວໃດ? ແລະ ແມ່ນຫຍັງຄືການສະແດງອອກ? ເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ ສິ່ງນັ້ນມາຈາກພຣະວິນຍານບໍລິສຸດບໍ ແລະ ເຈົ້າຄວນອ່ອນນ້ອມຕໍ່ມັນບໍ ຫຼື ປະຕິເສດມັນ? ໃນການປະຕິບັດຕົວຈິງຂອງຜູ້ຄົນ, ຫຼາຍຢ່າງໄດ້ເກີດຂຶ້ນຈາກຄວາມປະສົງຂອງມະນຸດ ຈົນຜູ້ຄົນເຊື່ອຢູ່ຕະຫຼອດວ່າມາຈາກພຣະວິນຍານບໍລິສຸດ. ບາງຢ່າງມາຈາກວິນຍານຊົ່ວຮ້າຍ ແຕ່ມະນຸດຍັງຄິດວ່າ ພວກມັນມາຈາກພຣະວິນຍານບໍລິສຸດ ແລະ ບາງເທື່ອ ພຣະວິນຍານບໍລິສຸດນໍາພາມະນຸດຈາກພາຍໃນ ແຕ່ຜູ້ຄົນຢ້ານວ່າ ການນໍາພາດັ່ງກ່າວແມ່ນມາຈາກຊາຕານ ແລະ ບໍ່ກ້າທີ່ຈະອ່ອນນ້ອມ ເຊິ່ງໃນຄວາມເປັນຈິງແລ້ວ ການນໍາພານັ້ນແມ່ນຄວາມສະຫວ່າງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ນອກຈາກຄົນໆໜຶ່ງນໍາໃຊ້ການແຍກແຍະ, ແລ້ວກໍບໍ່ມີທາງທີ່ຈະໄດ້ຮັບປະສົບການຕົວຈິງຂອງຄົນໆນັ້ນ; ຫາກປາສະຈາກການແຍກແຍະ, ກໍບໍ່ມີທາງທີ່ຈະໄດ້ຮັບຊີວິດ. ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດແນວໃດ? ແມ່ນຫຍັງມາຈາກຄວາມປະສົງຂອງມະນຸດ? ແລ້ວແມ່ນຫຍັງເກີດຈາກການນໍາພາ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ? ຖ້າເຈົ້າເຂົ້າໃຈເຖິງຮູບແບບພາລະກິດຂອງພຣະວິນຍານບໍລິສຸດພາຍໃນມະນຸດ, ແລ້ວໃນຊີວິດປະຈຳວັນຂອງເຈົ້າ ແລະ ໃນລະຫວ່າງປະສົບການຕົວຈິງຂອງເຈົ້າ ເຈົ້າຈະສາມາດພັດທະນາຄວາມຮູ້ຂອງເຈົ້າ ແລະ ແຍກແຍະໄດ້; ເຈົ້າຈະມາຮູ້ຈັກພຣະເຈົ້າ, ເຈົ້າຈະສາມາດເຂົ້າໃຈ ແລະ ເບິ່ງຊາຕານອອກ; ເຈົ້າຈະບໍ່ສັບສົນໃນການອ່ອນນ້ອມ ຫຼື ການສະແຫວງຫາຂອງເຈົ້າ ແລະ ເຈົ້າຈະກາຍເປັນຄົນທີ່ມີຄວາມຄິດທີ່ແຈ່ມແຈ້ງ, ເປັນຄົນທີ່ອ່ອນນ້ອມຕໍ່ພາລະກິດຂອງພຣະວິນຍານບໍລິສຸດ.
- [ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ](https://lo.kingdomsalvation.org/who-focus-on-practice-can-be-perfected.html) - ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ເພື່ອປະຕິບັດພັນທະກິດແຫ່ງພຣະທຳຂອງພຣະອົງ. ພຣະອົງສະເດັດມາດ້ວຍຕົວພຣະອົງເອງເພື່ອປະຕິບັດພາລະກິດຢູ່ທ່າມກາງມວນມະນຸດ ພ້ອມກັບເປົ້າໝາຍແຫ່ງການເຮັດໃຫ້ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງສົມບູນ. ນັບຕັ້ງແຕ່ເວລາການສ້າງໂລກຈົນມາຮອດປັດຈຸບັນນີ້, ພຣະອົງປະຕິບັດພາລະກິດປະເພດນີ້ໃນໄລຍະຍຸກສຸດທ້າຍເທົ່ານັ້ນ. ມີພຽງໄລຍະຍຸກສຸດທ້າຍເທົ່ານັ້ນທີ່ພຣະເຈົ້າໄດ້ບັງເກີດເປັນມະນຸດເພື່ອປະຕິບັດພາລະກິດທີ່ໃຫຍ່ຂະໜາດນັ້ນ. ເຖິງແມ່ນວ່າພຣະອົງທົນກັບຄວາມຍາກລຳບາກທີ່ຄົນຈະພົບວ່າເປັນການຍາກທີ່ຈະທົນໄດ້ ແລະ ເຖິງແມ່ນວ່າພຣະອົງຜູ້ເປັນພຣະເຈົ້າອົງຍິ່ງໃຫຍ່ແຕ່ກໍຍັງມີຄວາມຖ່ອມຕົວເພື່ອກາຍເປັນຄົນທຳມະດາຄົນໜຶ່ງ, ບໍ່ມີພາລະກິດດ້ານໃດຂອງພຣະອົງທີ່ຊັກຊ້າ ແລະ ແຜນການຂອງພຣະອົງກໍບໍ່ໄດ້ຕົກຢູ່ໃນຄວາມສັບສົນເລີຍ. ພຣະອົງກຳລັງປະຕິບັດພາລະກິດຕາມແຜນການເດີມຂອງພຣະອົງ. ໜຶ່ງໃນຈຸດປະສົງແຫ່ງການບັງເກີດເປັນມະນຸດນີ້ແມ່ນເພື່ອເອົາຊະນະຜູ້ຄົນ. ອີກຈຸດໜຶ່ງແມ່ນເພື່ອເຮັດໃຫ້ຄົນທີ່ພຣະອົງຮັກສົມບູນ. ພຣະອົງປາດຖະໜາຢາກເຫັນຄົນທີ່ພຣະອົງເຮັດໃຫ້ສົມບູນດ້ວຍຕາຂອງພຣະອົງເອງ ແລະ ພຣະອົງຢາກເຫັນດ້ວຍພຣະອົງເອງວ່າຄົນທີ່ພຣະອົງເຮັດໃຫ້ສົມບູນນັ້ນເປັນປະຈັກພະຍານໃຫ້ພຣະອົງແນວໃດ. ມັນບໍ່ແມ່ນຄົນດຽວ ຫຼື ສອງຄົນທີ່ຖືກເຮັດໃຫ້ສົມບູນ. ກົງກັນຂ້າມ, ມັນເປັນກຸ່ມທີ່ປະກອບດ້ວຍຄົນຈໍານວນໜ້ອຍໜຶ່ງເທົ່ານັ້ນ. ຜູ້ຄົນທີ່ຢູ່ກຸ່ມນີ້ມາຈາກຫຼາກຫຼາຍປະເທດໃນໂລກ ແລະ ມາຈາກຫຼາກຫຼາຍເຊື້ອຊາດຂອງໂລກ. ວັດຖຸປະສົງແຫ່ງການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້ກໍແມ່ນເພື່ອໃຫ້ໄດ້ຄົນກຸ່ມນີ້ມາ, ເພື່ອໃຫ້ໄດ້ຄົນກຸ່ມນີ້ມາເປັນປະຈັກພະຍານໃຫ້ກັບພຣະອົງ ແລະ ເພື່ອໄດ້ຄວາມມີສະຫງ່າລາສີທີ່ພຣະອົງສາມາດໄດ້ຮັບຈາກພວກເຂົາ. ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມສຳຄັນ ຫຼື ປະຕິບັດພາລະກິດທີ່ບໍ່ມີຄຸນຄ່າ. ສາມາດເວົ້າໄດ້ວ່າ, ໃນການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້, ເປົ້າໝາຍຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ບັນດາຜູ້ທີ່ພຣະອົງປາດຖະໜາຢາກເຮັດໃຫ້ສົມບູນທັງໝົດສົມບູນ. ນອກຈາກສິ່ງນີ້ແລ້ວ ເມື່ອພຣະອົງມີເວລາຫວ່າງ, ພຣະອົງກໍຈະກຳຈັດບັນດາຄົນຊົ່ວຮ້າຍ. ຮູ້ໄວ້ວ່າ ພຣະອົງບໍ່ໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ນີ້ຍ້ອນຄົນຊົ່ວຮ້າຍ; ແຕ່ກົງກັນຂ້າມ, ພຣະອົງມອບທຸກສິ່ງທຸກຢ່າງຂອງພຣະອົງກໍຍ້ອນຄົນຈຳນວນນ້ອຍທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ພາລະກິດທີ່ພຣະອົງປະຕິບັດ, ພຣະທຳທີ່ພຣະອົງກ່າວ, ຄວາມເລິກລັບທີ່ພຣະອົງເປີດເຜີຍ ແລະ ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ທັງໝົດແມ່ນເພື່ອຄົນຈຳນວນນ້ອຍເຫຼົ່ານັ້ນ. ພຣະອົງບໍ່ໄດ້ບັງເກີດເປັນເນື້ອໜັງຍ້ອນບັນດາຄົນຊົ່ວຮ້າຍ
- [ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ](https://lo.kingdomsalvation.org/love-God-forever-live-within-light.html) - ແກ່ນແທ້ຂອງຄວາມເຊື່ອໃນພຣະເຈົ້າຂອງຄົນສ່ວນໃຫຍ່ແມ່ນຄວາມເຊື່ອໃນສາສະໜາ ນັ້ນກໍຄື ພວກເຂົາບໍ່ສາມາດຮັກພຣະເຈົ້າໄດ້ ແລະ ພຽງແຕ່ສາມາດຕິດຕາມພຣະເຈົ້າຄືກັບຫຸ່ນຍົນ ໂດຍບໍ່ສາມາດປາດຖະໜາຫາພຣະເຈົ້າ ຫຼື ເຄົາລົບນັບຖືພຣະອົງໄດ້ຢ່າງແທ້ຈິງ. ພວກເຂົາພຽງແຕ່ຕິດຕາມພຣະອົງຢ່າງງຽບໆ. ຫຼາຍຄົນເຊື່ອໃນພຣະເຈົ້າ ແຕ່ມີໜ້ອຍຄົນທີ່ຮັກພຣະເຈົ້າ; ພວກເຂົາພຽງແຕ່ “ຢໍາເກງ” ພຣະເຈົ້າຍ້ອນພວກເຂົາຢ້ານໄພພິບັດ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍ “ນັບຖື” ພຣະເຈົ້າຍ້ອນພຣະອົງສູງສົ່ງ ແລະ ມີລິດທານຸພາບສູງສຸດ, ແຕ່ໃນການຢໍາເກງ ແລະ ຄວາມນັບຖືຂອງພວກເຂົານັ້ນບໍ່ມີຄວາມຮັກ ຫຼື ຄວາມປາຖະໜາຢ່າງແທ້ຈິງເລີຍ. ໃນປະສົບການຂອງພວກເຂົາ, ພວກເຂົາສະແຫວງຫາຂໍ້ມູນເລັກນ້ອຍຂອງຄວາມຈິງ ຫຼື ບໍ່ກໍເປັນສິ່ງເລິກລັບທີ່ບໍ່ສຳຄັນ. ຄົນສ່ວນໃຫຍ່ພຽງແຕ່ຕິດຕາມເທົ່ານັ້ນ, ຕຶກປາເພື່ອໄດ້ຮັບພອນໃນນໍ້າທີ່ປັ່ນປ່ວນ; ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ພວກເຂົາບໍ່ອ່ອນນ້ອມຕໍ່ພຣະເຈົ້າເພື່ອຮັບເອົາການອວຍພອນຂອງພຣະອົງຢ່າງແທ້ຈິງ. ຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າຂອງທຸກຄົນບໍ່ມີຄວາມໝາຍເລີຍ, ມັນປາສະຈາກຄຸນຄ່າ ແລະ ໃນນັ້ນກໍມີແຕ່ຂໍ້ພິຈາລະນາ ແລະ ການສະແຫວງຫາສ່ວນຕົວ; ພວກເຂົາບໍ່ເຊື່ອໃນພຣະເຈົ້າເພື່ອຮັກພຣະເຈົ້າ ແຕ່ເພື່ອເຫັນແກ່ການໄດ້ຮັບພອນ. ຫຼາຍຄົນປະຕິບັດຕົວຕາມທີ່ພວກເຂົາພໍໃຈ, ພວກເຂົາເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະ ບໍ່ເຄີຍພິຈາລະນາເຖິງຜົນປະໂຫຍດຂອງພຣະເຈົ້າເລີຍ ຫຼື ສິ່ງທີ່ພວກເຂົາເຮັດນັ້ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ຄົນດັ່ງກ່າວຍິ່ງບໍ່ສາມາດບັນລຸຄວາມເຊື່ອທີ່ແທ້ຈິງ ຢ່າວ່າແຕ່ຄວາມຮັກທີ່ມີຕໍ່ພຣະເຈົ້າເລີຍ. ແກ່ນແທ້ຂອງພຣະເຈົ້າບໍ່ໄດ້ມີພຽງແຕ່ໃຫ້ມະນຸດເຊື່ອເທົ່ານັ້ນ, ຍິ່ງໄປກວ່ານັ້ນ
- [ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ](https://lo.kingdomsalvation.org/experiencing-refinement-truly-love-God.html) - ພວກເຈົ້າທຸກຄົນຢູ່ໃນທ່າມກາງການທົດລອງ ແລະ ການຫຼໍ່ຫຼອມ. ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ເມື່ອໄດ້ປະສົບກັບການຫຼໍ່ຫຼອມ, ໃນລະຫວ່າງການຫຼໍ່ຫຼອມ ຜູ້ຄົນສາມາດມອບການສັນລະເສີນທີ່ແທ້ຈິງໃຫ້ແກ່ພຣະເຈົ້າ ແລະ ທ່າມກາງການຫຼໍ່ຫຼອມ ພວກເຂົາສາມາດເຫັນວ່າ ພວກເຂົາກຳລັງຂາດເຂີນຢ່າງຫຼວງຫຼາຍ. ຍິ່ງການຫຼໍ່ຫຼອມຍິ່ງໃຫຍ່ຫຼາຍສໍ່າໃດ, ເຈົ້າຍິ່ງສາມາດກະບົດຕໍ່ເນື້ອໜັງຫຼາຍສໍ່ານັ້ນ; ຍິ່ງການຫຼໍ່ຫຼອມຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາຍິ່ງມີຄວາມຮັກສຳລັບພຣະເຈົ້າຫຼາຍສໍ່ານັ້ນ. ນີ້ແມ່ນສິ່ງທີ່ພວກເຈົ້າຕ້ອງເຂົ້າໃຈ. ເປັນຫຍັງຜູ້ຄົນຕ້ອງຖືກຫຼໍ່ຫຼອມ? ການຫຼໍ່ຫຼອມແມ່ນແນໃສ່ເພື່ອບັນລຸຫຍັງ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດແຫ່ງການຫຼໍ່ຫຼອມຂອງພຣະເຈົ້າທີ່ຢູ່ໃນມະນຸດ? ຖ້າເຈົ້າສະແຫວງຫາພຣະເຈົ້າຢ່າງແທ້ຈິງ, ແລ້ວການໄດ້ປະສົບກັບການຫຼໍ່ຫຼອມຂອງພຣະອົງຈົນເຖິງຈຸດໃດໜຶ່ງ ເຈົ້າຈະຮູ້ສຶກວ່າ ມັນດີຫຼາຍ ແລະ ເປັນສິ່ງທີ່ຈຳເປັນທີ່ສຸດ. ມະນຸດຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ໂດຍການຕັ້ງໃຈຮັກພຣະເຈົ້າເພື່ອຍອມຮັບເອົາການຫຼໍ່ຫຼອມຂອງພຣະອົງ ນັ້ນກໍຄື ໃນລະຫວ່າງການຫຼໍ່ຫຼອມ ເຈົ້າທໍລະມານຢູ່ຂ້າງໃນ, ຄືກັບວ່າ ມີມີດສຽບບິດຢູ່ໃນຫົວໃຈຂອງເຈົ້າ, ແຕ່ເຈົ້າກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈໂດຍໃຊ້ຫົວໃຈຂອງເຈົ້າຮັກພຣະອົງ ແລະ ເຈົ້າກໍບໍ່ເຕັມໃຈທີ່ຈະສົນໃຈເນື້ອໜັງ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກຕໍ່ພຣະເຈົ້າ. ເຈົ້າເຈັບຢູ່ຂ້າງໃນ ແລະ ການທົນທຸກຂອງເຈົ້າແມ່ນເຖິງຈຸດໃດໜຶ່ງ ແຕ່ເຈົ້າກໍຍັງເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດຈາກພຣະອົງໄປໄດ້. ເຖິງແມ່ນວ່າມີຄວາມມືດຢູ່ພາຍໃນຕົວຂ້ານ້ອຍ, ຂ້ານ້ອຍກໍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍໃຈ; ພຣະອົງຮູ້ຈັກຫົວໃຈຂອງຂ້ານ້ອຍ ແລະ ຂໍໃຫ້ພຣະອົງຈົ່ງສ້າງຄວາມຮັກຂອງພຣະອົງໃຫ້ເກີດຂື້ນພາຍໃນຕົວຂ້ານ້ອຍໃຫ້ຫຼາຍຍິ່ງຂຶ້ນ”. ນີ້ແມ່ນການປະຕິບັດໃນລະຫວ່າງການຫຼໍ່ຫຼອມ. ຖ້າເຈົ້າໃຊ້ຫົວໃຈທີ່ຮັກພຣະເຈົ້າເປັນພື້ນຖານ, ການຫຼໍ່ຫຼອມສາມາດນໍາເຈົ້າໃຫ້ເຂົ້າໃກ້ພຣະເຈົ້າໄດ້ ແລະ ເຮັດໃຫ້ເຈົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ.
- [ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ](https://lo.kingdomsalvation.org/how-peter-came-to-know-Jesus.html) - ໃນລະຫວ່າງທີ່ເປໂຕໃຊ້ເວລາກັບພຣະເຢຊູນັ້ນ, ລາວໄດ້ເຫັນອຸປະນິໄສອັນເປັນຕາຮັກຫຼາຍຢ່າງໃນພຣະເຢຊູ, ມີຫຼາຍດ້ານທີ່ສົມຄວນເອົາເປັນແບບຢ່າງ ແລະ ຫຼາຍດ້ານກໍໄດ້ຊ່ວຍເຫຼືອລາວ. ເຖິງແມ່ນວ່າເປໂຕໄດ້ເຫັນເຖິງການເປັນຢູ່ຂອງພຣະເຈົ້າໃນພຣະເຢຊູໃນຫຼາຍທາງ ແລະ ໄດ້ເຫັນຄຸນສົມບັດທີ່ໜ້າຮັກຫຼາຍຢ່າງ, ລາວບໍ່ໄດ້ຮູ້ຈັກພຣະເຢຊູເທື່ອໃນຕອນທຳອິດ. ເປໂຕເລີ່ມຕິດຕາມພຣະເຢຊູເມື່ອລາວໄດ້ 20 ປີ ແລະ ລາວສືບຕໍ່ຕິດຕາມພຣະອົງເປັນເວລາຫົກປີ. ໃນລະຫວ່າງເວລານັ້ນ ເປໂຕບໍ່ເຄີຍຮູ້ຈັກພຣະເຢຊູ; ເປໂຕເຕັມໃຈທີ່ຈະຕິດຕາມພຣະເຢຊູດ້ວຍຄວາມນັບຖືສຳລັບພຣະອົງຢ່າງແທ້ຈິງ. ເມື່ອພຣະເຢຊູເອີ້ນໃສ່ເປໂຕຄັ້ງທໍາອິດເທິງແຄມທະເລກາລິເລ, ພຣະອົງຖາມວ່າ: “ຊີໂມນ, ບາໂຢນາ ທ່ານຈະຕິດຕາມເຮົາບໍ?” ເປໂຕເວົ້າວ່າ: “ຂ້ານ້ອຍຕ້ອງຕິດຕາມຜູ້ທີ່ຖືກສົ່ງມາໂດຍພຣະບິດາເທິງສະຫວັນ. ຂ້ານ້ອຍຕ້ອງຍອມຮັບຮູ້ຜູ້ທີ່ຖືກເລືອກໂດຍພຣະວິນຍານບໍລິສຸດ. ຂ້ານ້ອຍຈະຕິດຕາມພຣະອົງ”. ໃນເວລານັ້ນ ເປໂຕແມ່ນເຄີຍໄດ້ຍິນເລື່ອງລາວກ່ຽວກັບຊາຍຄົນໜຶ່ງທີ່ຊື່ພຣະເຢຊູ ເປັນຜູ້ທີ່ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດ ແລະ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ເປໂຕກໍ່ຫວັງຢູ່ສະເໝີເພື່ອພົບພຣະອົງ ແລະ ຫວັງວ່າຈະມີໂອກາດໄດ້ເຫັນພຣະອົງ (ເພາະວ່ານັ້ນຄືລັກສະນະທີ່ລາວຖືກນໍາພາໂດຍພຣະວິນຍານບໍລິສຸດ). ເຖິງແມ່ນວ່າ ເປໂຕບໍ່ເຄີຍເຫັນພຣະອົງມາກ່ອນ ແລະ ເຄີຍໄດ້ຍິນແຕ່ຂ່າວລືກ່ຽວກັບພຣະອົງ ແຕ່ຄວາມສະແຫວງຫາ ແລະ ຄວາມເຄົາລົບຮັກທີ່ມີຕໍ່ພຣະເຢຊູກໍ່ເຕີບໃຫຍ່ຢູ່ໃນຫົວໃຈຂອງລາວເທື່ອລະໜ້ອຍ ແລະ ລາວຫວັງຢູ່ສະເໝີວ່າ ມື້ໜຶ່ງຈະໄດ້ເຫັນພຣະເຢຊູ. ແລ້ວພຣະເຢຊູເອີ້ນຫາເປໂຕແນວໃດ? ພຣະອົງເອງກໍ່ເຄີຍໄດ້ຍິນເລື່ອງລາວກ່ຽວກັບຊາຍຄົນໜຶ່ງທີ່ຊື່ເປໂຕ, ແຕ່ມັນບໍ່ແມ່ນພຣະວິນຍານບໍລິສຸດທີ່ສັ່ງບອກພຣະອົງວ່າ: “ໃຫ້ໄປຍັງທະເລກາລິເລ, ຢູ່ທີ່ນັ້ນຈະມີຄົນຊື່ເປໂຕ ບາໂຢນາ”. ພຣະເຢຊູ ໄດ້ຍິນບາງຄົນເວົ້າວ່າມີຄົນຊື່ຊີໂມນ ບາໂຢນາ
- [ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນປະຈັກພະຍານໃຫ້ກັບພຣະເຈົ້າໄດ້](https://lo.kingdomsalvation.org/know-God-can-bear-testimony.html) - ການທີ່ຈະເຊື່ອໃນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າແມ່ນເລື່ອງທໍາມະຊາດ ແລະ ມີເຫດຜົນແທ້ໆ ແລະ ໄດ້ຮັບການຍອມຮັບຈາກໂລກ ແລະ ໃນມື້ນີ້ ເຊິ່ງຢູ່ໃນຍຸກທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດກຳລັງປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ເຊິ່ງເປັນເວລາທີ່ດີ ໂດຍສະເພາະໃນການທີ່ຈະຮູ້ຈັກພຣະເຈົ້າ. ການເຮັດໃຫ້ພຣະເຈົ້າພໍພຣະໄທແມ່ນບາງສິ່ງທີ່ສາມາດເຮັດໄດ້ ໂດຍການສ້າງຮາກຖານໃນການເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ເພື່ອທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ, ມັນກໍ່ມີຄວາມຈຳເປັນທີ່ຈະຕ້ອງມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ. ຄວາມຮູ້ດັ່ງກ່າວນີ້ກ່ຽວກັບພຣະເຈົ້າ ແມ່ນນິມິດທີ່ຜູ້ທີ່ເຊື່ອໃນພຣະເຈົ້າຕ້ອງມີ; ມັນແມ່ນພື້ນຖານຂອງຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າ. ໃນກໍລະນີທີ່ບໍ່ມີຄວາມຮູ້ດັ່ງກ່າວນີ້, ຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າຈະຢູ່ໃນສະພາບທີ່ຄຸມເຄືອ ແລະ ໃນທ່າມກາງທິດສະດີທີ່ວ່າງເປົ່າ. ເຖິງແມ່ນວ່າມັນຈະເປັນປະນິທານຂອງຄົນແບບນີ້ທີ່ຕິດຕາມພຣະເຈົ້າ, ພວກເຂົາກໍ່ຈະບໍ່ໄດ້ຮັບຫຍັງເລີຍ. ບັນດາຜູ້ທີ່ບໍ່ໄດ້ຮັບຫຍັງເລີຍຈາກສາຍທານນີ້ແມ່ນຜູ້ທີ່ຈະຖືກກໍາຈັດ ເຊິ່ງພວກເຂົາທຸກຄົນແມ່ນຄົນທີ່ເອົາປຽບຜູ້ອື່ນ. ບໍ່ວ່າເຈົ້າພົບກັບພາລະກິດຂອງພຣະເຈົ້າໃນຂັ້ນຕອນໃດກໍຕາມ, ເຈົ້າກໍຄວນໄດ້ຮັບການນຳພາໂດຍນິມິດທີ່ຍິ່ງໃຫຍ່. ບໍ່ສະນັ້ນ, ມັນກໍຈະເປັນສິ່ງທີ່ລໍາບາກສຳລັບເຈົ້າທີ່ຈະຍອມຮັບເອົາພາລະກິດໃໝ່ໃນແຕ່ລະຂັ້ນຕອນ, ຍ້ອນວ່າພາລະກິດໃໝ່ຂອງພຣະເຈົ້ານັ້ນເກີນຂີດຄວາມສາມາດຂອງມະນຸດທີ່ຈິນຕະນາການໄດ້ ແລະ ຢູ່ນອກຂອບເຂດຂອງຄວາມຄິດຂອງພວກເຂົາ. ດັ່ງນັ້ນ, ຖ້າບໍ່ມີຜູ້ດູແລທີ່ຄອຍມານໍາພາມະນຸດ, ຖ້າບໍ່ມີຜູ້ດູແລທີ່ມາພົວພັນກັນກ່ຽວກັບເລື່ອງຂອງນິມິດ, ມະນຸດກໍບໍ່ສາມາດທີ່ຈະຮັບເອົາພາລະກິດໃໝ່ນີ້. ຖ້າມະນຸດບໍ່ສາມາດເຂົ້າໃຈນິມິດຕ່າງໆໄດ້, ເຂົາກໍບໍ່ສາມາດເຂົ້າໃຈພາລະກິດໃໝ່ຂອງພຣະເຈົ້າໄດ້ ແລະ ຖ້າມະນຸດບໍ່ອ່ອນນ້ອມຕໍ່ພາລະກິດໃໝ່ຂອງພຣະເຈົ້າ, ເຂົາກໍຈະບໍ່ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຈະບໍ່ມີຄ່າຫຍັງເລີຍ. ກ່ອນທີ່ມະນຸດຈະປະຕິບັດຕາມພຣະທຳຂອງພຣະເຈົ້າ, ເຂົາຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ; ເຊິ່ງນັ້ນກໍຄື ເຂົາຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ຈິ່ງຈະສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ນີ້ຄືສິ່ງທີ່ທຸກຄົນທີ່ສະແຫວງຫາຄວາມຈິງຕ້ອງມີ
- [ການສົນທະນາສັ້ນໆກ່ຽວກັບ “ລາຊະອານາຈັກພັນປີມາຮອດແລ້ວ”](https://lo.kingdomsalvation.org/brief-talk-millennial-kingdom-has-arrived.html) - ພວກເຈົ້າຄິດແນວໃດກ່ຽວກັບນິມິດແຫ່ງອານາຈັກພັນປີ? ບາງຄົນຄິດກ່ຽວກັບມັນຫຼາຍ ແລະ ພວກເຂົາເວົ້າວ່າ: “ອານາຈັກພັນປີຈະຄົງຢູ່ເທິງແຜ່ນດິນໂລກເປັນເວລາໜຶ່ງພັນປີ ເຊິ່ງດ້ວຍເຫດນັ້ນ ຖ້າຫາກສະມາຊິກອາວຸໂສຂອງຄຣິສຕະຈັກທີ່ຍັງບໍ່ໄດ້ແຕ່ງດອງ, ພວກເຂົາກໍຕ້ອງໄດ້ແຕ່ງດອງບໍ? ຄອບຄົວຂອງຂ້ານ້ອຍບໍ່ມີເງິນ, ຂ້ານ້ອຍຄວນຈະເລີ່ມຫາເງິນບໍ? ...” ອານາຈັກພັນປີແມ່ນຫຍັງ? ພວກເຈົ້າຮູ້ຈັກບໍ? ຜູ້ຄົນແມ່ນຕາບອດຫຼາຍ ແລະ ໄດ້ຮັບຄວາມທຸກທໍລະມານຢ່າງໃຫຍ່ຫຼວງ. ໃນຄວາມຈິງແລ້ວ ອານາຈັກພັນປີຍັງບໍ່ທັນມາເຖິງຢ່າງເປັນທາງການເທື່ອ. ໃນລະຫວ່າງຂັ້ນຕອນຂອງການເຮັດໃຫ້ຜູ້ຄົນສົມບູນ, ອານາຈັກພັນປີເປັນພຽງລູກນົກນ້ອຍທີ່ຫາກໍເກີດ; ໃນເວລາທີ່ອານາຈັກພັນປີໄດ້ຖືກກ່າວເຖິງໂດຍພຣະເຈົ້າ, ມະນຸດກໍຄົງຈະໄດ້ຖືກເຮັດໃຫ້ສົມບູນແລ້ວ. ກ່ອນໜ້ານີ້, ໄດ້ມີການເວົ້າກັນວ່າ ຜູ້ຄົນຈະເປັນເໝືອນນັກບຸນ ແລະ ຕັ້ງໝັ້ນຢູ່ໃນດິນແດນແຫ່ງຊິນິມ. ເມື່ອຜູ້ຄົນໄດ້ຖືກເຮັດໃຫ້ສົມບູນເທົ່ານັ້ນ, ເມື່ອພວກເຂົາກາຍເປັນນັກບຸນທີ່ພຣະເຈົ້າກ່າວເຖິງ ແລ້ວເມື່ອນັ້ນອານາຈັກພັນປີກໍຈະມາເຖິງ. ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ, ພຣະອົງຊໍາລະລ້າງເຮັດໃຫ້ພວກເຂົາບໍລິສຸດ ແລະ ຍິ່ງພວກເຂົາບໍລິສຸດຫຼາຍຂຶ້ນເທົ່າໃດ ພວກເຂົາກໍຍິ່ງໄດ້ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ເມື່ອຄວາມບໍ່ບໍລິສຸດ, ການກະບົດ, ການຕໍ່ຕ້ານ ແລະ ສິ່ງຕ່າງໆຂອງເນື້ອໜັງທີ່ຢູ່ພາຍໃນຕົວເຈົ້າຖືກຂັບໄລ່ອອກໝົດແລ້ວ, ເມື່ອເຈົ້າໄດ້ຮັບການຊຳລະລ້າງໃຫ້ບໍລິສຸດ, ເຈົ້າກໍຈະໄດ້ເປັນທີ່ຮັກຂອງພຣະເຈົ້າ (ເວົ້າໄດ້ອີກຢ່າງໜຶ່ງກໍຄື ເຈົ້າຈະໄດ້ເປັນນັກບຸນ); ເມື່ອເຈົ້າໄດ້ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ກາຍເປັນນັກບຸນ, ເຈົ້າກໍຈະໄດ້ຢູ່ໃນອານາຈັກພັນປີ. ບັດນີ້ ແມ່ນຍຸກແຫ່ງລາຊະອານາຈັກ. ໃນຍຸກແຫ່ງອານາຈັກພັນປີນັ້ນ ຜູ້ຄົນຈະອາໄສພຣະທຳຂອງພຣະເຈົ້າເພື່ອໃຫ້ມີຊີວິດຢູ່ ແລະ ທຸກຊາດຈະມາຢູ່ພາຍໃຕ້ນາມຂອງພຣະເຈົ້າ ແລະ
- [ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ](https://lo.kingdomsalvation.org/loving-God-truly-believing-in-God.html) - ໃນປັດຈຸບັນ, ເມື່ອພວກເຈົ້າສະແຫວງຫາທີ່ຈະຮັກ ແລະ ຮູ້ຈັກພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງອົດກັ້ນຕໍ່ຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ ແລະ ໃນອີກດ້ານໜຶ່ງ ພວກເຈົ້າຕ້ອງຍອມເສຍສະຫຼະ. ບໍ່ມີບົດຮຽນໃດທີ່ເລິກເຊິ່ງໄປກວ່າບົດຮຽນແຫ່ງການຮັກພຣະເຈົ້າ ແລະ ສາມາດເວົ້າໄດ້ວ່າ ບົດຮຽນທີ່ຜູ້ຄົນຮຽນຮູ້ກ່ຽວກັບຄວາມເຊື່ອຕະຫຼອດຊີວິດແມ່ນການຮັກພຣະເຈົ້າ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ຖ້າເຈົ້າພຽງແຕ່ເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ຮັກພຣະອົງ ແລະ ບໍ່ໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ເຄີຍໄດ້ຮັກພຣະເຈົ້າດ້ວຍຄວາມຮັກທີ່ແທ້ຈິງເຊິ່ງມາຈາກພາຍໃນຫົວໃຈຂອງເຈົ້າຈັກເທື່ອ, ແລ້ວຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າກໍບໍ່ມີປະໂຫຍດຫຍັງ; ໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ ຖ້າເຈົ້າບໍ່ຮັກພຣະເຈົ້າ ແລ້ວເຈົ້າກໍດຳລົງຊີວິດຢ່າງໄຮ້ຄ່າ ແລະ ຊີວິດທັງໝົດຂອງເຈົ້າກໍຕໍ່າຕ້ອຍທີ່ສຸດໃນບັນດາຊີວິດທັງປວງ. ຕະຫຼອດທັງຊີວິດຂອງເຈົ້າ ຖ້າເຈົ້າບໍ່ເຄີຍຮັກ ຫຼື ເຮັດໃຫ້ພຣະເຈົ້າພໍພຣະໄທເລີຍ, ແລ້ວແມ່ນຫຍັງຄືຄວາມໝາຍໃນການດຳລົງຊີວິດຂອງເຈົ້າ? ແລ້ວແມ່ນຫຍັງຄືຄວາມໝາຍຂອງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ? ນັ້ນບໍ່ແມ່ນຄວາມພະຍາຍາມທີ່ສູນເປົ່າບໍ? ນີ້ໝາຍຄວາມວ່າ ຖ້າຜູ້ຄົນຕ້ອງເຊື່ອ ແລະ ຮັກພຣະເຈົ້າ, ແລ້ວພວກເຂົາຕ້ອງຍອມເສຍສະຫຼະ. ແທນທີ່ຈະພະຍາຍາມປະພຶດໃນລັກສະນະໃດໜຶ່ງດ້ານພາຍນອກ, ພວກເຂົາຄວນສະແຫວງຫາຄວາມເຂົ້າໃຈທີ່ແທ້ຈິງໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ຖ້າເຈົ້າກະຕືລືລົ້ນໃນການຮ້ອງເພງ ແລະ ເຕັ້ນລໍາ, ແຕ່ບໍ່ສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງ, ຈະສາມາດເວົ້າໄດ້ບໍວ່າ ເຈົ້າຮັກພຣະເຈົ້າ? ການຮັກພຣະເຈົ້າຕ້ອງການໆສະແຫວງຫາເຈດຕະນາຂອງພຣະເຈົ້າໃນທຸກສິ່ງທຸກຢ່າງ ແລະ ເຈົ້າຕ້ອງສືບສວນຢ່າງເລິກເຊິ່ງຢູ່ພາຍໃນ ເມື່ອມີສິ່ງໃດກໍຕາມເກີດຂຶ້ນກັບເຈົ້າ, ພະຍາຍາມທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ
- [ເມື່ອເຈົ້າປະສົບກັບການທົດສອບທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມໜ້າຮັກຂອງພຣະເຈົ້າ](https://lo.kingdomsalvation.org/experience-painful-trials-know-loveliness-of-God.html) - ໃນປັດຈຸບັນນີ້ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ? ແລ້ວ ເຈົ້າຮູ້ຈັກທຸກສິ່ງທີ່ພຣະເຈົ້າໄດ້ກະທຳໃນຕົວເຈົ້າຫຼາຍສໍ່າໃດ? ນີ້ແມ່ນສິ່ງທີ່ເຈົ້າຄວນຮຽນຮູ້. ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ, ທຸກສິ່ງທີ່ພຣະອົງໄດ້ກະທຳໃນມະນຸດ ແລະ ຍອມໃຫ້ມະນຸດເຫັນແມ່ນເພື່ອວ່າມະນຸດຈະໄດ້ຮັກພຣະອົງ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງ. ໃນດ້ານໜຶ່ງ ການທີ່ມະນຸດສາມາດທົນທຸກເພື່ອພຣະເຈົ້າ ແລະ ໄດ້ມາໄກເຖິງຂະໜາດນີ້ແມ່ນຍ້ອນຄວາມຮັກຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງແມ່ນຍ້ອນຄວາມລອດພົ້ນຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ, ມັນເປັນຍ້ອນພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີທີ່ພຣະເຈົ້າປະຕິບັດໃນມະນຸດ. ຖ້າພວກເຈົ້າປາສະຈາກການພິພາກສາ, ການຂ້ຽນຕີ ແລະ ການທົດລອງຂອງພຣະເຈົ້າ ແລະ ຖ້າພຣະເຈົ້າບໍ່ໄດ້ເຮັດໃຫ້ພວກເຈົ້າທົນທຸກ, ແລ້ວຄວາມຈິງກໍຄື ພວກເຈົ້າບໍ່ໄດ້ຮັກພຣະເຈົ້າແທ້ຈິງ. ຍິ່ງພາລະກິດຂອງພຣະເຈົ້າໃນມະນຸດຍິ່ງໃຫຍ່ສໍ່າໃດ ແລະ ຍິ່ງການທົນທຸກຂອງມະນຸດຍິ່ງໃຫຍ່ຫຼາຍສໍ່າໃດ, ມັນກໍຍິ່ງສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍສໍ່ານັ້ນ ແລະ ຫົວໃຈຂອງມະນຸດກໍຍິ່ງສາມາດຮັກພຣະເຈົ້າຢ່າງແທ້ຈິງສໍ່ານັ້ນ. ເຈົ້າຮຽນຮູ້ວິທີຮັກພຣະເຈົ້າໄດ້ແນວໃດ? ຫາກປາສະຈາກການທໍລະມານ ແລະ ການຫຼໍ່ຫຼອມ, ຫາກປາສະຈາກການທົດລອງທີ່ເຈັບປວດ ແລະ ຍິ່ງໄປກວ່ານັ້ນ ຖ້າທຸກສິ່ງທີ່ພຣະເຈົ້າມອບໃຫ້ກັບມະນຸດແມ່ນພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາ, ແລ້ວເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງແທ້ຈິງໄດ້ບໍ? ໃນດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະເຈົ້າ ມະນຸດຮຽນຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ເຫັນວ່າ ເຂົາບໍ່ມີຄວາມໝາຍ, ເປັນຕາດູຖູກ ແລະ
- [ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ](https://lo.kingdomsalvation.org/made-perfect-must-undergo-refinement.html) - ຖ້າເຈົ້າເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍຕ້ອງອ່ອນນ້ອມຕໍ່ພຣະເຈົ້າ, ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຕິບັດໜ້າທີ່ທັງໝົດຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງເຂົ້າໃຈສິ່ງຕ່າງໆທີ່ເຈົ້າຄວນຜະເຊີນ. ຖ້າເຈົ້າພຽງແຕ່ຜະເຊີນກັບການຖືກລິຮານ, ການຖືກລົງວິໄນ ແລະ ການຖືກພິພາກສາ, ຖ້າເຈົ້າພຽງແຕ່ມີຄວາມສຸກກັບພຣະເຈົ້າ, ແຕ່ຍັງບໍ່ສາມາດຮູ້ສຶກເຖິງເວລາທີ່ພຣະເຈົ້າກຳລັງລົງວິໄນເຈົ້າ ຫຼື ລິຮານກັບເຈົ້າ, ສິ່ງນີ້ເປັນເລື່ອງທີ່ຮັບບໍ່ໄດ້. ບາງເທື່ອໃນກໍລະນີຂອງການຫຼໍ່ຫຼອມແບບນີ້, ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ, ແຕ່ນີ້ກໍຍັງບໍ່ພຽງພໍ; ເຈົ້າຍັງຕ້ອງກ້າວໄປຂ້າງໜ້າ. ບົດຮຽນກ່ຽວກັບການຮັກພຣະເຈົ້າບໍ່ເຄີຍສິ້ນສຸດ ແລະ ບໍ່ມີຈຸດຈົບຈັກເທື່ອ. ຜູ້ຄົນເຫັນວ່າ ການເຊື່ອພຣະເຈົ້າເປັນສິ່ງທີ່ງ່າຍດາຍຫຼາຍ, ແຕ່ທັນທີທີ່ພວກເຂົາໄດ້ຮັບປະສົບການຕົວຈິງບາງຢ່າງ, ແລ້ວພວກເຂົາຈະເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຕາມທີ່ຜູ້ຄົນຈິນຕະນາການ. ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຫຼໍ່ຫຼອມມະນຸດ, ມະນຸດກໍຈະທົນທຸກ. ຍິ່ງການຫຼໍ່ຫຼອມຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາຍິ່ງຈະມີຫົວໃຈທີ່ຮັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວພວກເຂົາຫຼາຍສໍ່ານັ້ນ. ໃນທາງກົງກັນຂ້າມ ຍິ່ງບຸກຄົນໃດໜຶ່ງໄດ້ຮັບການຫຼໍ່ຫຼອມໜ້ອຍສໍ່າໃດ, ພວກເຂົາຍິ່ງຈະມີຫົວໃຈທີ່ຮັກພຣະເຈົ້າໜ້ອຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວເຂົາໜ້ອຍສໍ່ານັ້ນ. ຍິ່ງການຫຼໍ່ຫຼອມ ແລະ ຄວາມເຈັບປວດຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງຄວາມທໍລະມານທີ່ພວກເຂົາຜະເຊີນມີຫຼາຍສໍ່າໃດ, ຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າຈະຍິ່ງເຕີບໃຫຍ່ຫຼາຍສໍ່ານັ້ນ, ຄວາມເຊື່ອຂອງເຂົາທີ່ມີໃນພຣະເຈົ້າກໍແທ້ຈິງຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຍິ່ງເລິກເຊິ່ງຫຼາຍຂຶ້ນ. ໃນປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ຄົນທີ່ທົນທຸກຢ່າງໃຫ່ຍຫຼວງໃນຂະນະທີ່ພວກເຂົາຖືກຫຼໍ່ຫຼອມ, ຄົນທີ່ຖືກລິຮານ ແລະ ຖືກລົງວິໄນຫຼາຍຢ່າງ, ແມ່ນຄວາມຮັກຂອງພວກເຂົາຈະເລິກເຊິ່ງຕໍ່ພຣະເຈົ້າ
- [ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງແມ່ນຄົນທີ່ສາມາດຍອມອ່ອນນ້ອມຕໍ່ຄວາມເປັນຈິງຂອງພຣະອົງຢ່າງສິ້ນເຊີງ](https://lo.kingdomsalvation.org/absolutely-obedient-toward-God-s-practicality.html) - ການໄດ້ຮັບຄວາມຮູ້ກ່ຽວກັບຄວາມເປັນຈິງ ແລະ ການເຂົ້າໃຈພາລະກິດຂອງພຣະເຈົ້າຢ່າງຖິ່ຖ້ວນ, ທັງສອງສິ່ງນີ້ແມ່ນເຫັນໄດ້ໃນພຣະທຳຂອງພຣະອົງ ແລະ ໂດຍຜ່ານຖ້ອຍຄຳເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮັບເອົາແສງສະຫວ່າງໄດ້. ສະນັ້ນ ເຈົ້າຄວນເຮັດຫຼາຍກວ່າເກົ່າເພື່ອປະກອບຕົນເອງດ້ວຍພຣະທຳຂອງພຣະເຈົ້າ. ໃຫ້ສື່ສານຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າໃນການໂອ້ລົມ ແລະ ໃນລັກສະນະນີ້ ເຈົ້າຈະສາມາດສ່ອງແສງສະຫວ່າງໃຫ້ຄົນອື່ນ ແລະ ມອບທາງອອກໃຫ້ພວກເຂົາ, ນີ້ແມ່ນເສັ້ນທາງທີ່ເປັນຈິງ. ກ່ອນທີ່ພຣະເຈົ້າຈະຈັດແຈງສະພາບແວດລ້ອມໃຫ້ແກ່ເຈົ້າ, ພວກເຈົ້າຕ້ອງປະກອບຕົນເອງດ້ວຍພຣະທຳຂອງພຣະອົງກ່ອນ. ນີ້ແມ່ນສິ່ງທີ່ທຸກຄົນຄວນເຮັດ; ມັນຄືບູລິມະສິດທີ່ຮີບດ່ວນ. ກ່ອນອື່ນແມ່ນໃຫ້ໄປເຖິງຈຸດທີ່ເຈົ້າຮູ້ຈັກວິທີການກິນ ແລະ ດື່ມພຣະທຳຂອງພຣະອົງ. ສຳລັບສິ່ງໃດໜຶ່ງທີ່ເຈົ້າບໍ່ສາມາດເຮັດໄດ້ນັ້ນ, ໃຫ້ຄົ້ນຫາເສັ້ນທາງແຫ່ງການປະຕິບັດໃນພຣະທຳຂອງພຣະອົງ; ສໍາລັບບັນຫາໃດໜຶ່ງທີ່ເຈົ້າບໍ່ເຂົ້າໃຈ ຫຼື ຄວາມຫຍຸ້ງຍາກໃດໜຶ່ງທີ່ເຈົ້າອາດມີ, ໃຫ້ເບິ່ງພຣະທໍາຂອງພຣະອົງ. ເຮັດໃຫ້ພຣະທຳຂອງພຣະເຈົ້າເປັນການບຳລຸງລ້ຽງຂອງເຈົ້າ ແລະ ຍອມໃຫ້ພຣະທຳເຫຼົ່ານັ້ນຊ່ວຍເຈົ້າແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາຕົວຈິງຂອງເຈົ້າ; ນອກຈາກນັ້ນກໍຍອມໃຫ້ພຣະທຳຂອງພຣະອົງກາຍມາເປັນການຊ່ວຍເຫຼືອໃນຊີວິດຂອງເຈົ້າ. ສິ່ງເຫຼົ່ານີ້ຈະຮຽກຮ້ອງໃຫ້ເຈົ້າພະຍາຍາມໃນສ່ວນຂອງເຈົ້າ. ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງບັນລຸຜົນ; ເຈົ້າຕ້ອງສາມາດສະຫງົບຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ ແລະ ເຈົ້າຕ້ອງປະຕິບັດຕາມຖ້ອຍຄຳຂອງພຣະອົງເມື່ອໃດກໍຕາມທີ່ເຈົ້າພົບກັບບັນຫາໃດໜຶ່ງ. ເມື່ອເຈົ້າບໍ່ໄດ້ພົບກັບບັນຫາໃດໜຶ່ງ, ເຈົ້າຄວນພຽງແຕ່ກັງວົນກັບການກິນ ແລະ ການດື່ມພຣະທຳຂອງພຣະອົງເທົ່ານັ້ນ. ບາງເທື່ອ ເຈົ້າອາດອະທິຖານ ແລະ ຕຶກຕອງຄວາມຮັກຂອງພຣະເຈົ້າ, ແບ່ງປັນຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທຳຂອງພຣະອົງໃນການໂອ້ລົມ ແລະ ໂອ້ລົມກ່ຽວກັບແສງສະຫວ່າງ ແລະ
- [ທຸກສິ່ງສໍາເລັດໄດ້ໂດຍພຣະທໍາຂອງພຣະເຈົ້າ](https://lo.kingdomsalvation.org/achieved-by-word-of-God.html) - ພຣະເຈົ້າກ່າວພຣະທໍາຂອງພຣະອົງ ແລະ ເຮັດພາລະກິດຂອງພຣະອົງຕາມຍຸກທີ່ແຕກຕ່າງກັນ ແລະ ໃນຍຸກທີ່ແຕກຕ່າງກັນ, ພຣະອົງກ່າວພຣະທໍາທີ່ແຕກຕ່າງກັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ ຫຼື ເຮັດຊໍ້າພາລະກິດເດີມ ຫຼື ຮູ້ສຶກອຸກອັ່ງກັບສິ່ງຕ່າງໆໃນອະດີດ; ພຣະອົງແມ່ນພຣະເຈົ້າຜູ້ທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພຣະອົງກ່າວພຣະທໍາໃໝ່ທຸກມື້. ເຈົ້າຄວນປະຕິບັດຕາມສິ່ງທີ່ຄວນປະຕິບັດໃນມື້ນີ້; ນີ້ແມ່ນຄວາມຮັບຜິດຊອບ ແລະ ໜ້າທີ່ຂອງມະນຸດ. ມັນສຳຄັນຢູ່ທີ່ການປະຕິບັດຕ້ອງເນັ້ນໃສ່ແສງສະຫວ່າງ ແລະ ພຣະທໍາຂອງພຣະເຈົ້າໃນຍຸກປັດຈຸບັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນ ແລະ ສາມາດກ່າວໄດ້ຈາກຫຼາຍມຸມມອງທີ່ແຕກຕ່າງກັນເພື່ອເຮັດໃຫ້ສະຕິປັນຍາ ແລະ ອຳນາດອັນໄພສານຂອງພຣະອົງນັ້ນຊັດເຈນ. ມັນບໍ່ສຳຄັນວ່າພຣະອົງຈະກ່າວຈາກມຸມມອງຂອງພຣະວິນຍານ ຫຼື ຂອງມະນຸດ ຫຼື ຂອງບຸກຄົນທີສາມ ພຣະເຈົ້າກໍ່ຍັງເປັນພຣະເຈົ້າຢູ່ສະເໝີ ແລະ ເຈົ້າບໍ່ສາມາດເວົ້າໄດ້ວ່າພຣະອົງບໍ່ແມ່ນພຣະເຈົ້າ ຍ້ອນມຸມມອງຂອງມະນຸດທີ່ພຣະອົງກ່າວ. ໃນທ່າມກາງບາງຄົນ ມັນມີແນວຄິດທີ່ປາກົດຂຶ້ນໂດຍເປັນຜົນມາຈາກມຸມມອງແຕກຕ່າງກັນທີ່ພຣະເຈົ້າກ່າວ. ຄົນແບບນັ້ນບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະອົງ. ຖ້າພຣະເຈົ້າໄດ້ກ່າວຈາກມຸມມອງດຽວຢູ່ສະເໝີ, ມະນຸດຈະບໍ່ກຳນົດກົດເກນຕ່າງໆກ່ຽວກັບພຣະເຈົ້າບໍ? ພຣະເຈົ້າຈະປ່ອຍໃຫ້ມະນຸດເຮັດແບບນັ້ນໄດ້ບໍ? ບໍ່ວ່າພຣະເຈົ້າຈະກ່າວຈາກມຸມມອງໃດກໍ່ຕາມ, ພຣະອົງກໍ່ມີຈຸດປະສົງທີ່ເຮັດແບບນັ້ນ. ຖ້າພຣະເຈົ້າກ່າວຈາກມຸມມອງຂອງພຣະວິນຍານຢູ່ສະເໝີ, ເຈົ້າຈະສາມາດພົວພັນກັບພຣະອົງບໍ? ດັ່ງນັ້ນ, ບາງຄັ້ງ ພຣະອົງກ່າວໃນບຸກຄົນທີສາມເພື່ອໃຫ້ພຣະທໍາຂອງພຣະອົງແກ່ເຈົ້າ ແລະ ນຳພາເຈົ້າເຂົ້າສູ່ຄວາມເປັນຈິງ. ທຸກສິ່ງທີ່ພຣະເຈົ້າເຮັດກໍ່ແມ່ນເໝາະສົມແລ້ວ.
- [ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ](https://lo.kingdomsalvation.org/age-of-kingdom-age-of-word.html) - ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງກາຍມາເປັນເນື້ອໜັງເພື່ອກ່າວຈາກມຸມມອງທີ່ແຕກຕ່າງກັນ ເພື່ອວ່າມະນຸດຈະສາມາດເຫັນພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນພຣະທໍາທີ່ປາກົດໃນເນື້ອໜັງ ແລະ ສາມາດເບິ່ງເຫັນສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພາລະກິດດັ່ງກ່າວແມ່ນຖືກປະຕິບັດເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດໄດ້ດີຂຶ້ນ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ ເຊິ່ງເປັນຄວາມໝາຍທີ່ແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກແຫ່ງພຣະທໍາ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນມາຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນເຂົ້າເຮັດ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການເຮັດໃນຍຸກແຫ່ງພຣະທໍາຈະເກີດຜົນຢ່າງສົມບູນ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນຈະຖືກເປີດໂປງ, ກໍາຈັດ ແລະ ທົດລອງ. ຜູ້ຄົນໄດ້ເຫັນພຣະທໍາຂອງພຣະເຈົ້າ, ໄດ້ຍິນພຣະທໍາເຫຼົ່ານີ້ ແລະ ຮັບຮູ້ເຖິງການມີຢູ່ຈິງຂອງພຣະທໍາເຫຼົ່ານີ້. ຜົນຕາມມາກໍ່ຄື ພວກເຂົາໄດ້ມາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ໃນລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ຄໍາວ່າ “ພຣະທໍາ” ອາດເປັນສິ່ງທີ່ງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສັ່ນສະເທືອນຈັກກະວານ, ພວກມັນປ່ຽນຫົວໃຈຂອງຜູ້ຄົນ, ປ່ຽນແປງແນວຄິດ ແລະ ອຸປະນິໄສເດີມຂອງພວກເຂົາ ແລະ ປ່ຽນແປງລັກສະນະທີ່ໂລກທັງປວງເຄີຍເປັນ.
- [ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍໃຈຈິງ ຈະຖືກຮັບເອົາໂດຍພຣະເຈົ້າຢ່າງແນ່ນອນ](https://lo.kingdomsalvation.org/obey-God-with-a-true-heart.html) - ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້. ພາລະກິດນັ້ນສູງສົ່ງຂຶ້ນຕາມແຕ່ລະບາດກ້າວ, ຕາມການເປີດເຜີຍແຫ່ງວັນໃໝ່ທີ່ສູງສົ່ງກວ່າວັນນີ້ ໂດຍສູງສົ່ງຂຶ້ນ ແລະ ສູງຂຶ້ນໄປຕາມແຕ່ລະຂັ້ນຕອນ. ນັ້ນຄືພາລະກິດຂອງພຣະເຈົ້າເພື່ອເຮັດໃຫ້ມະນຸດສົມບູນ. ຫາກມະນຸດບໍ່ສາມາດກ້າວຕາມທັນ, ພວກເຂົາກໍອາດຈະຖືກກໍາຈັດໄດ້ທຸກເວລາ. ຖ້າຫາກມະນຸດບໍ່ມີຫົວໃຈທີ່ອ່ອນນ້ອມ, ພວກເຂົາຈະບໍ່ສາມາດເດີນຕາມໄປເຖິງທີ່ສຸດ. ຍຸກເກົ່າໄດ້ຜ່ານໄປ; ນີ້ແມ່ນຍຸກໃໝ່. ໃນຍຸກໃໝ່ນີ້ແມ່ນຕ້ອງໄດ້ເຮັດພາລະກິດໃໝ່. ໂດຍສະເພາະໃນຍຸກສຸດທ້າຍທີ່ຜູ້ຄົນຖືກເຮັດໃຫ້ສົມບູນ, ພຣະເຈົ້າຈະປະຕິບັດພາລະກິດໃໝ່ໃຫ້ໄວຂຶ້ນ, ເພາະສະນັ້ນ ຖ້າບໍ່ມີການອ່ອນນ້ອມໃນຈິດໃຈຂອງພວກເຂົາ ຜູ້ຄົນຈະພົບຄວາມຫຍຸ້ງຍາກໃນການເດີນຕາມບາດກ້າວຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດໃດໆ ແລະ ພຣະອົງບໍ່ໄດ້ປະຕິບັດກັບພາລະກິດຂອງພຣະອົງວ່າເປັນສິ່ງທີ່ປ່ຽນແປງບໍ່ໄດ້. ແຕ່ພາລະກິດທີ່ພຣະອົງປະຕິບັດຢູ່ແມ່ນໃໝ່ສະເໝີ ແລະ ສູງສົ່ງສະເໝີ. ພາລະກິດຂອງພຣະອົງແມ່ນນັບມື້ນັບເປັນຈິງໃນແຕ່ລະບາດກ້າວ ແລະ ນັບມື້ນັບສອດຄ່ອງກັບຄວາມຕ້ອງການຕົວຈິງຂອງມະນຸດ. ພາຍຫຼັງທີ່ຜູ້ຄົນໄດ້ປະສົບກັບພາລະກິດແບບນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດສໍາເລັດການປ່ຽນແປງຈິດໃຈຂັ້ນສຸດທ້າຍຂອງພວກເຂົາ. ຄວາມຮູ້ຂອງມະນຸດກ່ຽວກັບຊີວິດແມ່ນສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ ແລະ ເຊັ່ນດຽວກັນ ພາລະກິດຂອງພຣະເຈົ້າກໍ່ສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະຖືກເຮັດໃຫ້ສົມບູນ ແລະ ເໝາະທີ່ຈະໃຫ້ພຣະເຈົ້ານໍາໃຊ້. ພຣະເຈົ້າດຳເນີນພາລະກິດດ້ວຍວິທີນີ້ ຍ້ອນດ້ານໜຶ່ງກໍ່ເພື່ອຕອບໂຕ້ ແລະ ຫັນປ່ຽນຄວາມຄິດຂອງມະນຸດ ແລະ ອີກດ້ານໜຶ່ງກໍ່ເພື່ອນຳພາມະນຸດໄປສູ່ສະພາບທີ່ສູງຂຶ້ນ ແລະ ເປັນຈິງຫຼາຍຂຶ້ນ ເພື່ອເຂົ້າສູ່ໂລກທີ່ສູງສຸດຂອງຄວາມເຊື່ອໃນພຣະເຈົ້າ ເພື່ອວ່າໃນທີ່ສຸດແລ້ວ ຄວາມປະສົງຂອງພຣະເຈົ້າຈະໄດ້ສໍາເລັດ. ທຸກຄົນທີ່ກະບົດໂດຍທໍາມະຊາດ ທີ່ເຕັມໃຈຄັດຄ້ານຈະຖືກກໍາຈັດໃນຂັ້ນຕອນນີ້ຂອງພາລະກິດທີ່ວ່ອງໄວ ແລະ ກ້າວໜ້າຢ່າງດຸເດືອດຂອງພຣະເຈົ້າ; ຜູ້ທີ່ເຕັມໃຈອ່ອນນ້ອມ ແລະ
- [ພຣະເຈົ້າເຮັດໃຫ້ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງສົມບູນ](https://lo.kingdomsalvation.org/God-perfects-those-after-his-own-heart.html) - ປັດຈຸບັນນີ້, ພຣະເຈົ້າຕ້ອງການໄດ້ຮັບຄົນກຸ່ມໃດໜຶ່ງ, ກຸ່ມທີ່ປະກອບມີຄົນທີ່ພະຍາຍາມຮ່ວມມືກັບພຣະອົງ, ຄົນທີ່ສາມາດອ່ອນນ້ອມຕໍ່ພາລະກິດຂອງພຣະອົງ, ຄົນທີ່ເຊື່ອພຣະທຳທີ່ພຣະເຈົ້າກ່າວນັ້ນເປັນຄວາມຈິງ ແລະ ຄົນທີ່ສາມາດນໍາເງື່ອນໄຂຂອງພຣະເຈົ້າເຂົ້າສູ່ການປະຕິບັດ; ພວກເຂົາແມ່ນຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງຢູ່ໃນຫົວໃຈຂອງພວກເຂົາ, ພວກເຂົາແມ່ນຄົນທີ່ສາມາດຖືກເຮັດໃຫ້ສົມບູນແບບ ແລະ ພວກເຂົາຈະສາມາດເດີນຕາມເສັ້ນທາງແຫ່ງຄວາມສົມບູນແບບຢ່າງຫຼີກເວັ້ນບໍ່ໄດ້. ຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນແມ່ນຄົນທີ່ປາສະຈາກຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າ, ຄົນທີ່ບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຄົນທີ່ບໍ່ໃສ່ໃຈຕໍ່ພຣະທຳຂອງພຣະອົງ ແລະ ຄົນທີ່ບໍ່ມີຫົວໃຈທີ່ຮັກພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ຄົນທີ່ສົງໄສໃນພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນບໍ່ແນ່ໃຈກ່ຽວກັບພຣະອົງ, ບໍ່ເຄີຍປະຕິບັດຕໍ່ພຣະທຳຂອງພຣະອົງຢ່າງຈິງຈັງຈັກເທື່ອ ແລະ ຫຼອກລວງພຣະອົງຢູ່ສະເໝີ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານ; ບໍ່ມີທາງທີ່ຈະເຮັດໃຫ້ຄົນດັ່ງກ່າວສົມບູນແບບໄດ້. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນແບບ, ແລ້ວກ່ອນອື່ນ ເຈົ້າຕ້ອງເປັນທີ່ໂປດປານຂອງພຣະເຈົ້າ ຍ້ອນວ່າ ພຣະເຈົ້າເຮັດໃຫ້ຄົນທີ່ພຣະອົງໂປດປານ ແລະ ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງສົມບູນ. ຖ້າເຈົ້າປາຖະໜາທີ່ເປັນທີ່ຈະມີຄວາມສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ແລ້ວເຈົ້າຕ້ອງມີຫົວໃຈທີ່ອ່ອນນ້ອມຕໍ່ພາລະກິດຂອງພຣະອົງ, ເຈົ້າຕ້ອງພະຍາຍາມສະແຫວງຫາຄວາມຈິງ ແລະ ເຈົ້າຕ້ອງຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ທຸກສິ່ງທີ່ເຈົ້າເຮັດໄດ້ຜ່ານການກວດສອບຂອງພຣະເຈົ້າແລ້ວບໍ? ເຈດຕະນາຂອງເຈົ້າຖືກຕ້ອງບໍ? ຖ້າເຈດຕະນາຂອງເຈົ້າຖືກຕ້ອງ, ແລ້ວພຣະເຈົ້າຈະຊົມເຊີຍເຈົ້າ; ຖ້າເຈດຕະນາຂອງເຈົ້ານັ້ນຜິດ, ສິ່ງນີ້ສະແດງໃຫ້ເຫັນວ່າ ສິ່ງທີ່ຫົວໃຈຂອງເຈົ້າຮັກບໍ່ແມ່ນພຣະເຈົ້າ, ແຕ່ຮັກເນື້ອໜັງ ແລະ ຊາຕານ. ສະນັ້ນ, ເຈົ້າຕ້ອງໃຊ້ການອະທິຖານເປັນວິທີຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ເມື່ອເຈົ້າອະທິຖານ, ເຖິງແມ່ນວ່າເຮົາບໍ່ໄດ້ຢືນຢູ່ຕໍ່ໜ້າເຈົ້າດ້ວຍຕົນເອງ, ພຣະວິນຍານບໍລິດສຸດກໍຈະຢູ່ກັບເຈົ້າ ແລະ
- [ໃຫ້ຄໍານຶງເຖິງເຈດຕະນາຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ](https://lo.kingdomsalvation.org/be-mindful-of-God-s-will-to-attain-perfection.html) - ຍິ່ງເຈົ້າມີການຄໍານຶງເຖິງເຈດຕະນາຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງມີພາລະຫຼາຍຂຶ້ນສໍ່ານັ້ນ; ຍິ່ງເຈົ້າມີພາລະຫຼາຍຂຶ້ນ, ປະສົບການຂອງເຈົ້າກໍຍິ່ງເພີ່ມພູນຂຶ້ນສໍ່ານັ້ນ. ເມື່ອເຈົ້າມີການຄໍານຶງເຖິງເຈດຕະນາຂອງພຣະເຈົ້າ, ພຣະເຈົ້າຈະມອບພາລະນີ້ໃຫ້ກັບເຈົ້າ ແລະ ພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ກັບເຈົ້າກ່ຽວກັບວຽກງານຕ່າງໆທີ່ພຣະອົງໄດ້ມອບໝາຍໃຫ້ກັບເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ມອບພາລະນີ້ໃຫ້ກັບເຈົ້າ, ເຈົ້າຈະໃສ່ໃຈຄວາມຈິງທີ່ກ່ຽວຂ້ອງທັງໝົດໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ຖ້າເຈົ້າມີພາລະທີ່ກ່ຽວຂ້ອງກັບສະພາວະໃນຊີວິດຂອງອ້າຍເອື້ອຍນ້ອງ, ແລ້ວນີ້ກໍຄືພາລະທີ່ພຣະເຈົ້າໄດ້ມອບໝາຍໃຫ້ກັບເຈົ້າ ແລະ ເຈົ້າຈະຕ້ອງແບກຫາບພາລະນີ້ຢູ່ໃນຄໍາອະທິຖານປະຈໍາວັນຂອງເຈົ້າສະເໝີ. ສິ່ງທີ່ພຣະເຈົ້າກະທຳແມ່ນໄດ້ຝາກຝັງໃຫ້ກັບເຈົ້າແລ້ວ, ເຈົ້າເຕັມໃຈທີ່ຈະປະຕິບັດສິ່ງທີ່ພຣະເຈົ້າຕ້ອງການເຮັດ; ນີ້ແມ່ນຄວາມໝາຍຂອງການຮັບພາລະຂອງພຣະເຈົ້າມາເປັນພາລະຂອງເຈົ້າເອງ. ໃນຈຸດນີ້, ການທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະແນໃສ່ບັນຫາໃນລັກສະນະເຫຼົ່ານີ້ ແລະ ເຈົ້າຈະຄິດວ່າ ຂ້ານ້ອຍຈະແກ້ໄຂບັນຫານີ້ໄດ້ແນວໃດ? ຂ້ານ້ອຍຈະເຮັດໃຫ້ອ້າຍເອື້ອຍນ້ອງຖືກປົດປ່ອຍໃຫ້ເປັນອິດສະຫຼະ, ໃຫ້ມີຄວາມສຸກທາງຝ່າຍວິນຍານຂອງພວກເຂົາໄດ້ແນວໃດ? ເຈົ້າຈະໃສ່ໃຈກັບການແກ້ໄຂບັນຫາເຫຼົ່ານີ້ ເມື່ອເຈົ້າຢູ່ໃນການສົນທະນາ ແລະ ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະໃສ່ໃຈໃນການກິນ ແລະ ດື່ມພຣະທໍາທີ່ກ່ຽວຂ້ອງກັບບັນຫາເຫຼົ່ານີ້. ເຈົ້າຍັງຈະໄດ້ແບກຫາບພາລະໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າອີກດ້ວຍ. ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈເຖິງຄວາມຕ້ອງການຂອງພຣະເຈົ້າ, ເຈົ້າຈະມີຄວາມຄິດທີ່ຊັດເຈນຂຶ້ນກ່ຽວກັບເສັ້ນທາງທີ່ຈະຍ່າງ. ນີ້ແມ່ນແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດທີ່ເກີດຂຶ້ນຈາກພາລະຂອງເຈົ້າ ແລະ ນີ້ແມ່ນການຊີ້ນໍາຂອງພຣະເຈົ້າທີ່ພຣະອົງໄດ້ປະທານໃຫ້ກັບເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຖ້າເຈົ້າບໍ່ມີພາລະ, ແລ້ວເຈົ້າກໍຈະບໍ່ໃສ່ໃຈ ໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ເມື່ອເຈົ້າກິນ
- [ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ](https://lo.kingdomsalvation.org/on-quieting-your-heart-before-God.html) - ບໍ່ມີຂັ້ນຕອນໃດທີ່ສຳຄັນໃນການເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍກວ່າການເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບກັບການສະຖິດຂອງພຣະອົງ. ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງການຢ່າງຮີບດ່ວນຂອງການເຂົ້າສູ່ໃນປັດຈຸບັນ. ເສັ້ນທາງແຫ່ງການເຂົ້າສູ່ໃນການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າມີດັ່ງຕໍ່ໄປນີ້: 1. ຖອນຫົວໃຈຂອງເຈົ້າຈາກບັນຫາພາຍນອກ. ຈົ່ງມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ຕັ້ງຈິດຕັ້ງໃຈໃນການອະທິຖານຫາພຣະເຈົ້າ. 2. ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າ. 3. ຕັ້ງສະຕິ ແລະ ຕຶກຕອງຫາຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນຫົວໃຈຂອງເຈົ້າ. ທຳອິດ ເລີ່ມຕົ້ນຈາກທິດທາງແຫ່ງການອະທິຖານ. ອະທິຖານດ້ວຍຄວາມຕັ້ງໃຈໃຫ້ເຕັມທີ່ ແລະ ໃຫ້ຢູ່ໃນເວລາທີ່ແນ່ນອນ. ບໍ່ວ່າເຈົ້າກົດດັນພຽງໃດໃນເວລາໃດໜຶ່ງ, ຫຍຸ້ງກັບວຽກພຽງໃດ ຫຼື ມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຈົ່ງອະທິຖານທຸກໆມື້ໃຫ້ເປັນເລື່ອງປົກກະຕິ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ເປັນເລື່ອງປົກກະຕິ. ຖ້າເມື່ອໃດທີ່ເຈົ້າຍັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບໍ່ວ່າສະພາບອ້ອມຂ້າງເຈົ້າຈະເປັນແນວໃດກໍຕາມ, ເຈົ້າຈະມີຄວາມສຸກໃນຈິດວິນຍານຂອງເຈົ້າ ແລະ ເຈົ້າຈະບໍ່ຖືກລົບກວນດ້ວຍຄົນອື່ນ, ເຫດການ ຫຼື ສິ່ງອ້ອມຂ້າງເຈົ້າ. ເມື່ອເຈົ້າຕຶກຕອງພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ເປັນປົກກະຕິ, ສິ່ງທີ່ເກີດຂຶ້ນຢູ່ພາຍນອກຈະບໍ່ສາມາດລົບກວນເຈົ້າໄດ້. ນີ້ຄືຄວາມໝາຍຂອງການມີວຸດທິພາວະ. ເລີ່ມຕົ້ນດ້ວຍຄຳອະທິຖານ: ອະທິຖານຢ່າງງຽບສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນເປັນຜົນດີທີ່ສຸດ. ຫຼັງຈາກນັ້ນຈົ່ງ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສະແຫວງຫາແສງສະຫວ່າງໃນພຣະທຳຂອງພຣະເຈົ້າໂດຍໄຕ່ຕອງເຖິງພຣະທຳເຫຼົ່ານັ້ນ, ຊອກຫາຫົນທາງເພື່ອປະຕິບັດຕົວຈິງ, ຮູ້ຈັກຄວາມປະສົງຂອງພຣະເຈົ້າໃນການກ່າວພຣະທຳຂອງພຣະອົງ
- [ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ](https://lo.kingdomsalvation.org/disposition-changed-enter-into-reality.html) - ກ່ອນອື່ນໝົດ ບາດກ້າວທຳອິດຂອງເສັ້ນທາງຂອງພຣະວິນຍານບໍລິສຸດໃນຕົວມະນຸດແມ່ນເພື່ອເຮັດໃຫ້ຫົວໃຈຂອງມະນຸດຫ່າງອອກຈາກຜູ້ຄົນ, ເຫດການ ແລະ ສິ່ງຂອງ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ, ເຮັດໃຫ້ຫົວໃຈຂອງມະນຸດເຊື່ອວ່າ ພຣະທຳຂອງພຣະເຈົ້າຢູ່ເໜືອຂໍ້ສົງໄສທຸກປະການ ແລະ ເປັນຈິງທັງໝົດ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າກໍຕ້ອງເຊື່ອໃນພຣະທຳຂອງພຣະອົງ; ຫຼັງຈາກເວລາຫຼາຍປີທີ່ໄດ້ເຊື່ອໃນພຣະເຈົ້າ ຖ້າເຈົ້າຍັງບໍ່ຮູ້ເສັ້ນທາງທີ່ພຣະວິນຍານບໍລິສຸດເດີນ, ແລ້ວເຈົ້າເປັນຜູ້ເຊື່ອແທ້ບໍ? ເພື່ອບັນລຸຊີວິດຂອງມະນຸດປົກກະຕິ, ຊີວິດທຳມະດາຂອງມະນຸດທີ່ມີຄວາມສໍາພັນປົກກະຕິກັບພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງເຊື່ອໃນພຣະທຳຂອງພຣະອົງ. ຖ້າເຈົ້າຍັງບໍ່ໄດ້ບັນລຸບາດກ້າວທຳອິດໃນພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນຜູ້ຄົນ, ແລ້ວເຈົ້າກໍບໍ່ມີຮາກຖານ. ຖ້າແມ່ນແຕ່ຫຼັກການທີ່ເລັກນ້ອຍທີ່ສຸດຍັງຢູ່ເໜືອເຈົ້າ, ເຈົ້າຈະຍ່າງໃນເສັ້ນທາງທີ່ຢູ່ເບື້ອງໜ້າໄດ້ແນວໃດ? ການຍ່າງຕາມເສັ້ນທາງທີ່ຖືກຕ້ອງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ ໝາຍເຖິງການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນພາລະກິດປັດຈຸບັນຂອງພຣະວິນຍານບໍລິສຸດ; ມັນໝາຍເຖິງການຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ. ຕອນນີ້ ເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງແມ່ນຕາມພຣະທຳໃນປັດຈຸບັນຂອງພຣະເຈົ້າ. ດັ່ງນັ້ນ ຖ້າຜູ້ຄົນຕ້ອງຍ່າງຕາມເສັ້ນທາງຂອງພຣະວິນຍານບໍລິສຸດ, ພວກເຂົາຕ້ອງອ່ອນນ້ອມ ແລະ ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດທີ່ພຣະອົງປະຕິບັດແມ່ນພາລະກິດແຫ່ງພຣະທຳ; ທຸກສິ່ງເລີ່ມຕົ້ນຈາກພຣະທຳຂອງພຣະອົງ ແລະ ທຸກສິ່ງແມ່ນຖືກສ້າງຂຶ້ນບົນພຣະທຳຂອງພຣະອົງ, ບົນພຣະທຳໃນປັດຈຸບັນຂອງພຣະອົງ. ບໍ່ວ່າຈະເປັນການໝັ້ນໃຈໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ການຮູ້ຈັກກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ລະຢ່າງແມ່ນຈຳເປັນຕ້ອງໃຊ້ຄວາມພະຍາຍາມຫຼາຍໃນພຣະທຳຂອງພຣະອົງ. ຖ້າບໍ່ດັ່ງນັ້ນ ຜູ້ຄົນກໍບໍ່ສາມາດສຳເລັດຫຍັງໄດ້ ແລະ ຈະບໍ່ເຫຼືອຫຍັງເລີຍ. ມີພຽງບົນຮາກຖານແຫ່ງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ການມາຮູ້ຈັກພຣະອົງ ແລະ
- [ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມບາດກ້າວຂອງພຣະອົງ](https://lo.kingdomsalvation.org/follow-the-footsteps-of-God.html) - ຕອນນີ້ ເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ. ການກາຍມາເປັນປະຊາຊົນຂອງພຣະເຈົ້າໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ເຈົ້າເລີ່ມເຂົ້າສູ່ການຝຶກຝົນແຫ່ງອານາຈັກຢ່າງເປັນທາງການ ແລະ ຊີວິດໃນອະນາຄົດຂອງເຈົ້າກໍ່ຈະບໍ່ໂລເລ ແລະ ໄຮ້ລະບຽບດັ່ງທີ່ພວກເຂົາເປັນກ່ອນໜ້ານີ້; ເມື່ອດຳລົງຊີວິດໃນລັກສະນະນັ້ນ, ມັນເປັນໄປບໍ່ໄດ້ທີ່ຈະບັນລຸມາດຕະຖານທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າບໍ່ຮູ້ສຶກເຖິງຄວາມຮີບຮ້ອນໃດໆ ແລ້ວນີ້ກໍ່ສະແດງວ່າ ເຈົ້າບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ, ການສະແຫວງຫາຂອງເຈົ້າສັບສົນ ແລະ ວຸ້ນວາຍ ແລະ ເຈົ້າບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າສຳເລັດໄດ້. ການເຂົ້າສູ່ການຝຶກອົບຮົມແຫ່ງອານາຈັກໝາຍເຖິງການເລີ່ມຕົ້ນຊີວິດຂອງປະຊາຊົນຂອງພຣະເຈົ້າ, ເຈົ້າເຕັມໃຈທີ່ຈະຍອມຮັບການຝຶກຝົນດັ່ງກ່າວບໍ? ເຈົ້າເຕັມໃຈທີ່ຈະຮູ້ສຶກເຖິງຄວາມຮີບດ່ວນບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ລະບຽບວິໄນຂອງພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຕີສອນຂອງພຣະເຈົ້າບໍ? ເມື່ອພຣະທຳຂອງພຣະເຈົ້າມາເຖິງເຈົ້າ ແລະ ທົດສອບເຈົ້າ, ເຈົ້າຈະເຮັດແນວໃດ? ເຈົ້າຈະເຮັດຫຍັງແດ່ເມື່ອພົບກັບຂໍ້ແທ້ຈິງທຸກຮູບແບບ? ໃນອະດີດ ຄວາມສົນໃຈຂອງເຈົ້າບໍ່ແມ່ນກ່ຽວກັບຊີວິດ; ມື້ນີ້, ເຈົ້າຕ້ອງເຂົ້າສູ່ຊີວິດ-ຄວາມເປັນຈິງ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າ. ນີ້ຄືສິ່ງທີ່ປະຊາຊົນໃນອານາຈັກຕ້ອງເຮັດໃຫ້ສຳເລັດ. ທຸກຄົນທີ່ເປັນປະຊາຊົນຂອງພຣະເຈົ້າຕ້ອງມີຊີວິດ, ພວກເຂົາຕ້ອງຍອມຮັບການຝຶກຝົນແຫ່ງອານາຈັກ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງພວກເຂົາ. ນີ້ຄືສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກ. ສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກຄືດັ່ງລຸ່ມນີ້: 1. ພວກເຂົາຕ້ອງຍອມຮັບການຝາກຝັງຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ພວກເຂົາຕ້ອງຍອມຮັບພຣະທຳທຸກຂໍ້ທີ່ກ່າວໄວ້ໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ. 2. ພວກເຂົາຕ້ອງເຂົ້າສູ່ການຝຶກຝົນແຫ່ງອານາຈັກ. 3. ພວກເຂົາຕ້ອງສະແຫວງຫາເພື່ອເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບການສຳຜັດຈາກພຣະເຈົ້າ. ເມື່ອຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າມີຊີວິດຝ່າຍວິນຍານທີ່ທຳມະດາ
- [ວ່າດ້ວຍການປະຕິບັດການອະທິຖານ](https://lo.kingdomsalvation.org/concerning-the-practice-of-prayer.html) - ພວກເຈົ້າບໍ່ໃຫ້ຄວາມສຳຄັນກ່ຽວກັບຄຳອະທິຖານໃນຊີວິດປະຈຳວັນຂອງພວກເຈົ້າ. ມະນຸດເມິນເສີຍເລື່ອງຄຳອະທິຖານ. ຄຳອະທິຖານເຄີຍເຮັດພໍເປັນພິທີ ໂດຍທີ່ມະນຸດພຽງແຕ່ທຳທ່າເຮັດຕໍ່ໜ້າພຣະເຈົ້າ. ບໍ່ມີມະນຸດຄົນໃດເຄີຍຖວາຍຫົວໃຈຂອງເຂົາຕໍ່ໜ້າພຣະເຈົ້າຢ່າງສົມບູນ ແລະ ມີສ່ວນຮ່ວມໃນການອະທິຖານກັບພຣະເຈົ້າຢ່າງແທ້ຈິງ. ມະນຸດພຽງແຕ່ອະທິຖານຫາພຣະເຈົ້າເມື່ອເກີດບັນຫາຂຶ້ນເທົ່ານັ້ນ. ຕະຫຼອດເວລານີ້, ເຈົ້າເຄີຍອະທິຖານຫາພຣະເຈົ້າຢ່າງແທ້ຈິງບໍ? ເຄີຍມີເວລາທີ່ເຈົ້າຮ້ອງໄຫ້ດ້ວຍນໍ້າຕາແຫ່ງຄວາມເຈັບປວດຕໍ່ໜ້າພຣະເຈົ້າບໍ? ເຄີຍມີເວລາທີ່ເຈົ້າມາຮູ້ຈັກຕົນເອງຕໍ່ໜ້າພຣະອົງບໍ? ເຈົ້າເຄີຍອະທິຖານຫາພຣະເຈົ້າຢ່າງເປີດໃຈບໍ? ຄຳອະທິຖານເກີດຂຶ້ນຜ່ານການປະຕິບັດ: ຖ້າເຈົ້າບໍ່ອະທິຖານຢູ່ເຮືອນເປັນປົກກະຕິ, ແລ້ວເຈົ້າກໍ່ຈະບໍ່ມີທາງອະທິຖານໃນຄຣິດຕະຈັກ ແລະ ຖ້າເຈົ້າບໍ່ອະທິຖານເປັນປົກກະຕິໃນການເຕົ້າໂຮມຂະໜາດນ້ອຍ, ແລ້ວເຈົ້າກໍ່ຈະບໍ່ສາມາດອະທິຖານໃນການເຕົ້າໂຮມຂະໜາດໃຫຍ່ໄດ້. ຖ້າເຈົ້າບໍ່ຍັບເຂົ້າໃກ້ພຣະເຈົ້າເປັນປົກກະຕິ ຫຼື ຮຳພຶງເຖິງພຣະທໍາຂອງພຣະເຈົ້າ, ແລ້ວເຈົ້າກໍ່ຈະບໍ່ມີຫຍັງໃຫ້ເວົ້າເຖິງ ເມື່ອມັນຮອດເວລາອະທິຖານ ແລະ ເຖິງແມ່ນວ່າຖ້າເຈົ້າອະທິຖານ, ເຈົ້າກໍ່ຈະພຽງແຕ່ອະທິຖານແຕ່ປາກ; ມັນຈະບໍ່ແມ່ນຄຳອະທິຖານທີ່ແທ້ຈິງ. ການອະທິຖານທີ່ແທ້ຈິງແມ່ນຫຍັງ? ມັນຄືເວລາທີ່ເຈົ້າບອກພຣະເຈົ້າເຖິງສິ່ງທີ່ຢູ່ໃນໃຈຂອງເຈົ້າ, ຈັບໃຈຄວາມຂອງເຈດຕະນາຂອງພຣະເຈົ້າ ແລະ ໂອ້ລົມກັບພຣະອົງ ແລະ ໂອ້ລົມກັບພຣະເຈົ້າກ່ຽວກັບພຣະທຳຂອງພຣະອົງ, ຮູ້ສຶກໃກ້ຊິດກັບພຣະເຈົ້າເປັນພິເສດ, ສຳຜັດໄດ້ວ່າພຣະອົງຊົງສະຖິດຢູ່ຕໍ່ໜ້າເຈົ້າ, ຮູ້ສຶກວ່າເຈົ້າມີບາງສິ່ງທີ່ຈະກ່າວຕໍ່ພຣະອົງ, ຮູ້ສຶກເຖິງຄວາມສະຫວ່າງຢ່າງເຫຼືອເຊື່ອໃນໃຈຂອງເຈົ້າ ແລະ ຮູ້ສຶກວ່າພຣະເຈົ້າຊົງໜ້າຮັກສໍ່າໃດ, ສິ່ງນີ້ເຮັດໃຫ້ເຈົ້າຮູ້ສຶກບັນດານໃຈເປັນພິເສດ. ການຮັບຟັງເຈົ້າໄດ້ນຳເອົາຄວາມສຸກມາສູ່ອ້າຍເອື້ອຍນ້ອງ. ພວກເຂົາຮູ້ສຶກວ່າຄຳເວົ້າທີ່ເຈົ້າກ່າວອອກມານັ້ນແມ່ນຄຳເວົ້າທີ່ຢູ່ພາຍໃນໃຈຂອງພວກເຂົາ, ເປັນຄຳເວົ້າທີ່ພວກເຂົາປາຖະໜາທີ່ຈະກ່າວ ແລະ ຄຳເວົ້າຂອງເຈົ້າກໍເປັນຕົວແທນໃຫ້ກັບຄຳເວົ້າຂອງພວກເຂົາເອງ. ນີ້ຄືການອະທິຖານທີ່ແທ້ຈິງ. ເມື່ອເຈົ້າມີການອະທິຖານທີ່ແທ້ຈິງແລ້ວ, ກໍຈະມີຄວາມສະຫງົບ ແລະ ຄວາມຮູ້ສຶກແຫ່ງຄວາມສຸກໃນໃຈຂອງເຈົ້າ. ພະລັງທີ່ຈະຮັກພຣະເຈົ້າສາມາດເກີດຂຶ້ນ ແລະ ເຈົ້າຈະຮູ້ສຶກວ່າບໍ່ມີສິ່ງໃດໃນຊີວິດທີ່ມີຄຸນຄ່າ
- [ການຮັກພຣະເຈົ້າຢ່າງແທ້ຈິງແມ່ນເກີດຂຶ້ນເອງ](https://lo.kingdomsalvation.org/genuine-love-for-God-is-spontaneous.html) - ທຸກຄົນແມ່ນຂຶ້ນຢູ່ກັບການຫຼໍ່ຫຼອມຍ້ອນພຣະທຳຂອງພຣະເຈົ້າ. ຖ້າບໍ່ແມ່ນຍ້ອນພຣະເຈົ້າທີ່ບັງເກີດເປັນມະນຸດ ມະນຸດຊາດຈະບໍ່ໄດ້ຮັບພອນໃຫ້ທົນທຸກຜ່ານການຫຼໍ່ຫຼອມນີ້. ສາມາດເວົ້າໄດ້ອີກວ່າ ຄົນທີ່ສາມາດຍອມຮັບເອົາການທົດລອງແຫ່ງພຣະທຳຂອງພຣະເຈົ້າແມ່ນໄດ້ຮັບການອວຍພອນ. ອີງຕາມຄວາມສາມາດດັ່ງເດີມຂອງຜູ້ຄົນ, ຄວາມປະພຶດຂອງພວກເຂົາ ແລະ ທ່າທີຂອງພວກເຂົາຕໍ່ພຣະເຈົ້າແລ້ວ, ພວກເຂົາບໍ່ສົມຄວນທີ່ຈະໄດ້ຮັບເອົາການຫຼໍ່ຫຼອມແບບນີ້. ນັ້ນກໍຍ້ອນວ່າ ພວກເຂົາຖືກພຣະເຈົ້າຍົກຂຶ້ນຈຶ່ງເຮັດໃຫ້ພວກເຂົາໄດ້ຮັບການອວຍພອນນີ້. ຜູ້ຄົນເຄີຍເວົ້າວ່າ ພວກເຂົາບໍ່ສົມຄວນທີ່ຈະເຫັນໜ້າຂອງພຣະເຈົ້າ ຫຼື ໄດ້ຍິນພຣະທຳຂອງພຣະອົງ. ໃນປັດຈຸບັນ ທັງໝົດແມ່ນເປັນຍ້ອນການຍົກຂຶ້ນຂອງພຣະເຈົ້າ ແລະ ຄວາມກະລຸນາຂອງພຣະອົງທີ່ເຮັດໃຫ້ຜູ້ຄົນໄດ້ຮັບເອົາການຫຼໍ່ຫຼອມແຫ່ງພຣະທຳຂອງພຣະອົງ. ນີ້ແມ່ນການໄດ້ຮັບພອນຂອງແຕ່ລະຄົນທີ່ເກີດໃນຍຸກສຸດທ້າຍ, ພວກເຈົ້າໄດ້ຜະເຊີນກັບສິ່ງນີ້ດ້ວຍຕົນເອງແລ້ວບໍ? ໃນລັກສະນະທີ່ຜູ້ຄົນຄວນທົນທຸກ ແລະ ໄດ້ຮັບຄວາມລໍາບາກ ແມ່ນຖືກກຳນົດໂດຍພຣະເຈົ້າ ແລະ ບໍ່ໄດ້ອີງຕາມເງື່ອນໄຂຂອງຜູ້ຄົນ. ສິ່ງນີ້ແມ່ນຄວາມຈິງຢ່າງແນ່ນອນ. ຜູ້ທີ່ມີຄວາມເຊື່ອທຸກຄົນຄວນມີຄວາມສາມາດທີ່ຈະຍອມຮັບການທົດລອງແຫ່ງພຣະທຳຂອງພຣະເຈົ້າ ແລະ ທົນທຸກຢູ່ພາຍໃນພຣະທຳຂອງພຣະອົງ. ສິ່ງນີ້ຊັດເຈນກັບພວກເຈົ້າແລ້ວບໍ? ສະນັ້ນ ເພື່ອເປັນການແລກປ່ຽນສໍາລັບຄວາມທຸກທໍລະມານທີ່ພວກເຈົ້າໄດ້ຜ່ານພົ້ນມາ ເຈົ້າຈະໄດ້ຮັບພອນຂອງມື້ນີ້; ຖ້າເຈົ້າບໍ່ທົນທຸກເພື່ອພຣະເຈົ້າ, ເຈົ້າກໍບໍ່ສາມາດຮັບເອົາການຍົກຍ້ອງຈາກພຣະອົງໄດ້. ບາງເທື່ອ ເຈົ້າອາດຕໍ່ວ່າໃນອະດີດ, ແຕ່ບໍ່ວ່າເຈົ້າໄດ້ຕໍ່ວ່າຫຼາຍສໍ່າໃດກໍຕາມ ພຣະເຈົ້າກໍຈະບໍ່ຈົດຈໍາໃນສິ່ງນັ້ນກ່ຽວກັບເຈົ້າ. ມື້ນີ້ໄດ້ມາເຖິງແລ້ວ ແລະ ບໍ່ມີເຫດຜົນໃດທີ່ຈະພິຈາລະນາບັນຫາຂອງມື້ວານ. ບາງຄົນເວົ້າວ່າ ພວກເຂົາພະຍາຍາມຮັກພຣະເຈົ້າ ແຕ່ເຮັດບໍ່ໄດ້. ແລ້ວເມື່ອພວກເຂົາໄດ້ຍິນວ່າ ພຣະເຈົ້າກຳລັງຈະຈາກໄປ, ພວກເຂົາກໍຊອກເຫັນຫົວໃຈທີ່ຮັກພຣະເຈົ້າຂອງພວກເຂົາ. ໂດຍທົ່ວໄປແລ້ວ ບາງຄົນບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເມື່ອພວກເຂົາໄດ້ຍິນວ່າ
- [ຜູ້ທີ່ຮູ້ຈັກພາລະກິດໃນປັດຈຸບັນຂອງພຣະເຈົ້າເທົ່ານັ້ນຈຶ່ງສາມາດຮັບໃຊ້ພຣະເຈົ້າໄດ້](https://lo.kingdomsalvation.org/know-work-of-God-can-serve-God.html) - ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ຄົນໆໜຶ່ງຕ້ອງມີຫຼັກການ ແລະ ຄົນໆໜຶ່ງຕ້ອງບັນລຸເງື່ອນໄຂໃດໜຶ່ງ: ຄົນໆໜຶ່ງຕ້ອງຮັກພຣະເຈົ້າໃນໃຈຂອງພວກເຂົາ ແລະ ເຂົ້າຫາພຣະທຳຂອງພຣະອົງ. ຖ້າເຈົ້າບໍ່ເຂົ້າສູ່ພຣະທຳຂອງພຣະເຈົ້າ ແລ້ວເຈົ້າກໍ່ບໍ່ມີທາງທີ່ຈະສ້າງຄວາມອັບອາຍໃຫ້ກັບຊາຕານໄດ້. ຕະຫຼອດການເຕີບໃຫຍ່ໃນຊີວິດຂອງພວກເຈົ້າ ພວກເຈົ້າກະບົດຕໍ່ມັງກອນແດງທີ່ຍິ່ງໃຫຍ່ ແລະ ນໍາຄວາມອັບອາຍຂາຍໜ້າທີ່ສຸດມາສູ່ມັນ. ມີພຽງສິ່ງນີ້ເທົ່ານັ້ນ ຈິ່ງເປັນການເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ໄດ້ຮັບຄວາມອັບອາຍຢ່າງແທ້ຈິງ. ຍິ່ງເຈົ້າເຕັມໃຈນໍາເອົາພຣະທຳຂອງພຣະເຈົ້າໄປປະຕິບັດຫຼາຍສໍ່າໃດ ຍິ່ງເປັນການພິສູດເຖິງຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ ແລະ ຄວາມກຽດຊັງທີ່ເຈົ້າມີຕໍ່ມັງກອນແດງທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ; ຍິ່ງເຈົ້າອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ ກໍຍິ່ງເປັນການພິສູດເຖິງຄວາມສະແຫວງຫາຄວາມຈິງຂອງເຈົ້າຫຼາຍສໍ່ານັ້ນ. ຄົນທີ່ບໍ່ສະແຫວງຫາພຣະທຳຂອງພຣະເຈົ້າແມ່ນຄົນທີ່ປາສະຈາກຊີວິດ. ຄົນເຫຼົ່ານັ້ນແມ່ນຄົນທີ່ຢູ່ນອກພຣະທຳຂອງພຣະເຈົ້າ, ເປັນຄົນຂອງສາສະໜາ. ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງມີຄວາມຮູ້ຢ່າງເລິກເຊິ່ງຫຼາຍຂຶ້ນກ່ຽວກັບພຣະທຳຂອງພຣະເຈົ້າ ໂດຍຜ່ານການກິນ ແລະ ດື່ມພຣະທຳຂອງພຣະອົງ. ຖ້າເຈົ້າບໍ່ສະແຫວງຫາພຣະທຳຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ສາມາດກິນ ແລະ ດື່ມພຣະທຳຂອງພຣະອົງຢ່າງແທ້ຈິງໄດ້ ແລະ ຖ້າເຈົ້າບໍ່ມີຄວາມຮູ້ໃນພຣະທຳຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ມີວິທີໃດທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ ຫຼື ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໄດ້. ໃນການເຊື່ອພຣະເຈົ້າ ຄົນໆໜຶ່ງຄວນຮູ້ຈັກພຣະເຈົ້າແນວໃດ? ຄົນໆໜຶ່ງຄວນມາຮູ້ຈັກພຣະເຈົ້າໂດຍອີງໃສ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ ໂດຍບໍ່ມີຄວາມບ່ຽງເບນ ຫຼື ມີຄວາມເຊື່ອທີ່ບໍ່ຖືກຕ້ອງ ແລະ ກ່ອນອື່ນໝົດ ຄົນໆໜຶ່ງຄວນຮູ້ຈັກພາລະກິດຂອງພຣະເຈົ້າ. ນີ້ຄືພື້ນຖານຂອງການຮູ້ຈັກພຣະເຈົ້າ. ທຸກຄວາມເຊື່ອທີ່ຫຼາກຫຼາຍ ແລະ ບໍ່ຖືກຕ້ອງເຫຼົ່ານັ້ນທີ່ຂາດຄວາມເຂົ້າໃຈກ່ຽວກັບພຣະທຳທີ່ບໍລິສຸດຂອງພຣະເຈົ້າແມ່ນແນວຄວາມຄິດທາງສາສະໜາ ເຊິ່ງເປັນຄວາມເຂົ້າໃຈທີ່ບິດເບືອນ.
- [ໃນຄວາມເຊື່ອ, ຄົນໆໜຶ່ງຕ້ອງໃຫ້ຄວາມສຳຄັນກັບຄວາມເປັນຈິງ ນັ້ນກໍຄື ການເຂົ້າຮ່ວມໃນພິທີກຳທາງສາສະໜາບໍ່ແມ່ນຄວາມເຊື່ອ](https://lo.kingdomsalvation.org/focus-on-reality-not-religius-rituals.html) - ເຈົ້າປະຕິບັດພິທີກຳທາງສາສະໜາຫຼາຍສໍ່າໃດ? ເຈົ້າຕໍ່ຕ້ານພຣະທຳຂອງພຣະເຈົ້າ ແລະ ໄປຕາມທາງຂອງເຈົ້າເອງຈັກຄັ້ງແລ້ວ? ມີຈັກຄັ້ງທີ່ເຈົ້ານໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ເພາະເຈົ້າຄຳນຶງເຖິງພາລະຂອງພຣະອົງຢ່າງແທ້ຈິງ ແລະ ສະແຫວງຫາເພື່ອເຮັດຕາມເຈດຕະນາຂອງພຣະອົງ? ເຈົ້າຄວນເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ນໍາມັນເຂົ້າສູ່ການປະຕິບັດຕາມນັ້ນ. ໃຫ້ມີຫຼັກການໃນທຸກການກະທຳ ແລະ ການປະຕິບັດຂອງເຈົ້າ, ເຖິງແມ່ນວ່າສິ່ງນີ້ຈະບໍ່ໄດ້ໝາຍເຖິງການປະຕິບັດຕາມກົດລະບຽບ ຫຼື ການເຮັດບາງສິ່ງເພື່ອສະແດງອອກຢ່າງບໍ່ເຕັມໃຈເທົ່ານັ້ນ; ກົງກັນຂ້າມ, ມັນໝາຍເຖິງການປະຕິບັດຄວາມຈິງ ແລະ ການດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ. ການປະຕິບັດແບບນີ້ເທົ່ານັ້ນຈະເຮັດໃຫ້ພຣະເຈົ້າພໍໃຈ. ການປະຕິບັດໃດໜຶ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈບໍ່ແມ່ນກົດລະບຽບ, ແຕ່ເປັນການປະຕິບັດຄວາມຈິງ. ບາງຄົນມີຄວາມມັກທີ່ຈະດຶງດູດຄວາມສົນໃຈມາຫາຕົນເອງ. ເມື່ອຢູ່ຕໍ່ໜ້າອ້າຍເອື້ອຍນ້ອງຂອງພວກເຂົາ, ພວກເຂົາອາດເວົ້າວ່າພວກເຂົາຕິດໜີ້ບຸນຄຸນພຣະເຈົ້າ, ແຕ່ເມື່ອຢູ່ລັບຫລັງ ພວກເຂົາກໍບໍ່ປະຕິບັດຕາມຄວາມຈິງ ແລະ ເຮັດໃນທາງທີ່ກົງກັນຂ້າມຢ່າງສິ້ນເຊີງ. ສິ່ງເຫຼົ່ານີ້ບໍ່ແມ່ນພວກຟາຣີຊາຍທີ່ເຄັ່ງສາສະໜາບໍ? ບຸກຄົນໃດທີ່ຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມຈິງແມ່ນຄົນທີ່ມີຄວາມຈົງຮັກພັກດີຕໍ່ພຣະເຈົ້າ ພຽງແຕ່ບໍ່ເປີດເຜີຍອອກສູ່ພາຍນອກ. ບຸກຄົນນັ້ນຈະເຕັມໃຈປະຕິບັດຄວາມຈິງເມື່ອເກີດມີບັນຫາ ແລະ ຈະບໍ່ເວົ້າ ຫຼື ເຮັດໄປໃນທໍານອງທີ່ຂັດກັບຄວາມສຳນຶກຂອງພວກເຂົາ. ບຸກຄົນປະເພດນີ້ຈະສະແດງອອກເຖິງສະຕິປັນຍາ ເມື່ອເກີດມີບັນຫາ ແລະ ມີຫຼັກການໃນການກະທຳຂອງເຂົາ ບໍ່ວ່າຈະຢູ່ໃນສະຖານະການໃດໆກໍຕາມ. ບຸກຄົນແບບນີ້ແມ່ນບຸກຄົນທີ່ສາມາດໃຫ້ບໍລິການຢ່າງແທ້ຈິງ. ມີບາງຄົນມັກເວົ້າແຕ່ປາກເພື່ອສະແດງຄວາມຮູ້ບຸນຄຸນຂອງພວກເຂົາທີ່ມີຕໍ່ພຣະເຈົ້າ; ພວກເຂົາໃຊ້ເວລາແຕ່ລະມື້ຢູ່ກັບຄວາມເປັນຫ່ວງກັງວົນ, ໂອ້ອວດວ່າໂຕເອງດີເດັ່ນ ແລະ ທໍາທ່າເຮັດໂຕໜ້າສົງສານ. ຈັ່ງແມ່ນເປັນຕາໜ້າລັງກຽດແທ້ໆ! ຖ້າເຈົ້າຖາມພວກເຂົາວ່າ “ເຈົ້າສາມາດບອກຂ້ອຍໄດ້ບໍວ່າເຈົ້າຕິດໜີ້ບຸນຄຸນພຣະເຈົ້າແນວໃດ?”
- [ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ](https://lo.kingdomsalvation.org/escape-from-influence-of-darkness.html) - ອິດທິພົນຂອງຄວາມມືດແມ່ນຫຍັງ? ສິ່ງທີ່ເອີ້ນວ່າ “ອິດທິພົນຂອງຄວາມມືດ” ນີ້ແມ່ນອິດທິພົນຈາກການຫຼອກລວງ, ຄວາມເສື່ອມຊາມ, ການຜູກມັດ ແລະ ຄວບຄຸມຜູ້ຄົນຂອງຊາຕານ; ອິດທິພົນຂອງຊາຕານແມ່ນອິດທິພົນທີ່ມີກິ່ນອາຍຂອງຄວາມຕາຍ. ທຸກຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານຈະຈິບຫາຍຢ່າງແນ່ນອນ. ເຈົ້າຈະສາມາດຫຼົບໜີຈາກອິດທິພົນຂອງຄວາມມືດໄດ້ແນວໃດ ຫຼັງຈາກທີ່ໄດ້ຮັບເອົາຄວາມເຊື່ອໃນພຣະເຈົ້າ? ຫຼັງຈາກເຈົ້າໄດ້ອະທິຖານຫາພຣະເຈົ້າຢ່າງຈິງໃຈ, ເຈົ້າກໍ່ຫັນຫົວໃຈຂອງເຈົ້າໄປຫາພຣະອົງຢ່າງສົມບູນ ເຊິ່ງໃນຈຸດນັ້ນ ຫົວໃຈຂອງເຈົ້າໄດ້ຮັບການດົນບັນດານໂດຍພຣະວິນຍານຂອງພຣະເຈົ້າ, ເຈົ້າເລີ່ມເຕັມໃຈທີ່ມອບຕົນເອງໃຫ້ກັບພຣະເຈົ້າຢ່າງສົມບູນ ແລະ ໃນຊ່ວງເວລານີ້ ເຈົ້າຈະຫຼົບໜີຈາກອິດທິພົນຂອງຄວາມມືດ. ຖ້າທຸກສິ່ງທີ່ຜູ້ຄົນເຮັດຄືສິ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈ ແລະ ສອດຄ່ອງກັບຂໍ້ຮຽກຮ້ອງຂອງພຣະອົງ, ພວກເຂົາກໍເປັນຄົນທີ່ດໍາລົງຊີວິດພາຍໃນພຣະທໍາຂອງພຣະເຈົ້າ ແລະ ພາຍໃຕ້ການເບິ່ງແຍງ ແລະ ການປົກປ້ອງຂອງພຣະອົງ. ຖ້າຜູ້ຄົນບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າໄດ້, ຖ້າພວກເຂົາພະຍາຍາມຫຼອກລວງພຣະອົງຢູ່ສະເໝີ, ເຮັດໃນລັກສະນະທີ່ພໍເປັນພິທີຕໍ່ພຣະອົງ ແລະ ບໍ່ເຊື່ອໃນການມີຢູ່ຂອງພຣະອົງ, ແລ້ວຄົນເຫຼົ່ານີ້ກໍ່ລ້ວນແລ້ວແຕ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ມະນຸດທີ່ບໍ່ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າກໍ່ກຳລັງດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ; ນັ້ນໝາຍຄວາມວ່າ ພວກເຂົາທຸກຄົນດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຄົນທີ່ບໍ່ເຊື່ອໃນພຣະເຈົ້າກໍ່ດໍາລົງຊີວິດພາຍໃຕ້ອຳນາດຂອງຊາຕານ. ແມ່ນແຕ່ຄົນທີ່ເຊື່ອໃນການມີຢູ່ຂອງພຣະເຈົ້າກໍ່ອາດຈະບໍ່ຈຳເປັນຕ້ອງດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ ຍ້ອນຄົນທີ່ເຊື່ອພຣະອົງອາດຈະບໍ່ດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະອົງແທ້ໆ ຫຼື ສາມາດອ່ອນນ້ອມຕໍ່ພຣະເຈົ້າ. ມະນຸດຖືກຈຳກັດໃນການເຊື່ອໃນພຣະເຈົ້າ ແລະ ຍ້ອນເຂົາບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ, ເຂົາຈຶ່ງ ຍັງດໍາລົງຊີວິດຢູ່ພາຍໃນກົດເກນເດີມໆ, ຢູ່ທ່າມກາງພຣະທຳທີ່ຕາຍແລ້ວ, ມີຊີວິດທີ່ມືດມົວ ແລະ ບໍ່ແນ່ນອນ, ບໍ່ໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດໂດຍພຣະເຈົ້າ ຫຼື ຖືກຮັບເອົາໂດຍພຣະອົງຢ່າງສົມບູນ. ສະນັ້ນ
- [ຄວາມແຕກຕ່າງທີ່ເປັນແກ່ນແທ້ລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ](https://lo.kingdomsalvation.org/incarnate-God-and-people-used-by-God.html) - ພຣະວິນຍານຂອງພຣະເຈົ້າໄດ້ຊອກຫາເປັນເວລາຫຼາຍປີ ໃນຂະນະທີ່ພຣະອົງປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າໄດ້ນໍາໃຊ້ຜູ້ຄົນຫຼາຍຄົນເພື່ອປະຕິບັດພາລະກິດຂອງພຣະອົງຕະຫຼອດຍຸກຕ່າງໆ. ແຕ່ເຖິງຢ່າງນັ້ນກໍຕາມ ພຣະວິນຍານຂອງພຣະເຈົ້າກໍຍັງບໍ່ມີບ່ອນພັກຜ່ອນທີ່ເໝາະສົມ ເຊິ່ງນີ້ແມ່ນເຫດຜົນທີ່ພຣະເຈົ້າປ່ຽນຜູ້ຄົນຕ່າງໆໃນການເຮັດພາລະກິດຂອງພຣະອົງ. ໂດຍລວມແລ້ວ ພາລະກິດຂອງພຣະອົງແມ່ນຖືກເຮັດຜ່ານຜູ້ຄົນ. ນັ້ນໝາຍຄວາມວ່າ ຫຼາຍປີຜ່ານມາ ພາລະກິດຂອງພຣະເຈົ້າ ແມ່ນບໍ່ເຄີຍຢຸດ ແຕ່ສືບຕໍ່ດໍາເນີນຢູ່ໃນມະນຸດເລື້ອຍມາຈົນເຖິງທຸກວັນນີ້. ເຖິງແມ່ນວ່າພຣະເຈົ້າໄດ້ກ່າວພຣະທໍາຫຼາຍພຽງໃດ ແລະ ໄດ້ປະຕິບັດພາລະກິດຫຼາຍເທົ່າໃດກໍຕາມ ແຕ່ມະນຸດກໍຍັງບໍ່ຮູ້ຈັກພຣະເຈົ້າ ເຊິ່ງນັ້ນກໍເນື່ອງຈາກວ່າພຣະເຈົ້າບໍ່ເຄີຍປາກົດຕົວໃຫ້ມະນຸດໄດ້ເຫັນ ແລະ ພ້ອມນີ້ ພຣະອົງບໍ່ມີເນື້ອກາຍທີ່ສາມາດຈັບຕ້ອງໄດ້. ສະນັ້ນພຣະເຈົ້າຈຶ່ງຕ້ອງນໍາເອົາພາລະກິດດັ່ງກ່າວນີ້ມາສູ່ຄວາມສໍາເລັດ ເຊິ່ງເປັນພາລະກິດທີ່ຈະເຮັດໃຫ້ມະນຸດທຸກຄົນໄດ້ຮູ້ຈັກຄວາມໝາຍຄວາມສໍາຄັນຂອງພຣະເຈົ້າອົງແທ້ຈິງ. ເພື່ອບັນລຸຜົນສໍາເລັດນີ້ ພຣະເຈົ້າຕ້ອງເປີດເຜີຍພຣະວິນຍານຂອງພຣະອົງໃຫ້ມວນມະນຸດໄດ້ສໍາຜັດ ແລະ ປະຕິບັດພາລະກິດຂອງພຣະອົງໃນທ່າມກາງພວກເຂົາ. ນັ້ນໝາຍຄວາມວ່າ ເມື່ອພຣະວິນຍານຂອງພຣະເຈົ້າຮັບເອົາຮູບຮ່າງທີ່ເປັນຮູບປະທໍາ, ໃສ່ເນື້ອໜັງ ແລະ ກະດູກ ແລະ ສາມາດຍ່າງໃນທ່າມກາງຜູ້ຄົນຢ່າງເປີດເຜີຍ, ຕິດຕາມພວກເຂົາໃນຊີວິດຂອງພວກເຂົາ, ບາງຄັ້ງປາກົດຕົວ ແລະ ບາງຄັ້ງລົບຊ້ອນພຣະອົງເອງ, ເມື່ອນັ້ນເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດເຂົ້າໃຈພຣະອົງຢ່າງເລິກເຊິ່ງ. ຖ້າພຣະເຈົ້າຍັງສະຖິດຢູ່ໃນເນື້ອໜັງເທົ່ານັ້ນ, ພຣະອົງຈະບໍ່ສາມາດສໍາເລັດພາລະກິດທັງໝົດຂອງພຣະອົງໄດ້. ຫລັງຈາກປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງໃນໄລຍະໜຶ່ງ ແລະ ໄດ້ສໍາເລັດພັນທະກິດທີ່ຈໍາເປັນຕ້ອງກະທໍາໃຫ້ສໍາເລັດໃນເນື້ອໜັງ, ພຣະອົງກໍຈະອອກຈາກເນື້ອໜັງ ແລະ ເຮັດພາລະກິດໃນໂລກວິນຍານໃນຮູບລັກຂອງເນື້ອໜັງ ຄືດັງພຣະເຢຊູໄດ້ກະທໍາຫຼັງຈາກທີ່ພຣະອົງໄດ້ເຮັດພາລະກິດໃນໄລຍະໜຶ່ງໃນຄວາມເປັນມະນຸດທໍາມະດາ ແລະ ສໍາເລັດພາລະກິດທັງໝົດທີ່ພຣະອົງຈໍາເປັນຕ້ອງເຮັດໃຫ້ສຳເລັດ. ພວກເຈົ້າອາດຈື່ບົດຄວາມນີ້ຈາກ “ເສັ້ນທາງ... (5)”
- [ສຽງຟ້າຮ້ອງສະນັ່ນທັງເຈັດກໍາລັງທໍານາຍວ່າ ພຣະກິດຕິຄຸນຂອງອານາຈັກຈະເຜີຍແຜ່ໄປທົ່ວຈັກກະວານ](https://lo.kingdomsalvation.org/the-seven-thunders-peal.html) - ເຮົາກຳລັງເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ສະຫງ່າລາສີຂອງເຮົາແມບເຫຼື້ອມທົ່ວຈັກກະວານ; ຄົນທຸກປະເພດມີເຈດຕະນາຂອງເຮົາຢູ່ພາຍໃນພວກເຂົາ ແລະ ທຸກຄົນຖືກຊີ້ນໍາໂດຍມືຂອງເຮົາ ແລະ ເລີ່ມປະຕິບັດພາລະໜ້າທີ່ທີ່ເຮົາມອບໝາຍໃຫ້. ເລີ່ມແຕ່ຈຸດນີ້ໄປ ເຮົາໄດ້ເຂົ້າສູ່ຍຸກໃໝ່ ແລະ ນໍາເອົາມວນມະນຸດໄປສູ່ໂລກອື່ນ. ເມື່ອເຮົາໄດ້ກັບມາສູ່ “ແຜ່ນດິນເກີດ” ຂອງເຮົາ ເຮົາກໍໄດ້ເລີ່ມປະຕິບັດອີກສ່ວນໜຶ່ງຂອງພາລະກິດໃນແຜນການເດີມຂອງເຮົາ ເພື່ອວ່າມະນຸດຈະໄດ້ຮູ້ຈັກເຮົາເລິກເຊິ່ງຍິ່ງຂຶ້ນ. ເຮົາເບິ່ງຈັກກະວານທັງໝົດ ແລະ ເຫັນວ່າ[ກ] ນີ້ຄືໂອກາດສໍາລັບພາລະກິດຂອງເຮົາ, ສະນັ້ນ ເຮົາຈຶ່ງຟ້າວໄປຟ້າວມາ ເພື່ອກະທໍາພາລະກິດໃໝ່ຂອງເຮົາໃນມະນຸດ. ໃນທີ່ສຸດແລ້ວ ນີ້ແມ່ນຍຸກໃໝ່ ແລະ ເຮົາໄດ້ນໍາເອົາພາລະກິດໃໝ່ມາ ເພື່ອຮັບເອົາຄົນໃໝ່ເຂົ້າສູ່ຍຸກໃໝ່ເພີ່ມຂຶ້ນ ແລະ ປະຖິ້ມຜູ້ທີ່ເຮົາຈະກໍາຈັດໃຫ້ຫຼາຍຂຶ້ນ. ໃນຊົນຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ເຮົາໄດ້ດໍາເນີນຂັ້ນຕອນໜຶ່ງຂອງພາລະກິດທີ່ມະນຸດບໍ່ອາດສາມາດເຂົ້າໃຈໄດ້, ເຮັດໃຫ້ພວກເຂົາໄກວໄປມາຕາມລົມ ເຊິ່ງຫຼັງຈາກນັ້ນ ຫຼາຍຄົນກໍຖືກພັດໄປກັບສາຍລົມຢ່າງງຽບໆ. ຄວາມຈິງແລ້ວ ນີ້ແມ່ນ “ພື້ນລານຟາດເຂົ້າ” ທີ່ເຮົາກໍາລັງຈະປັດກວດ; ມັນແມ່ນສິ່ງທີ່ເຮົາຕ້ອງການ ແລະ ພ້ອມນີ້ ມັນຄືແຜນການຂອງເຮົາ. ເພາະວ່າ ຄົນຊົ່ວຮ້າຍທັງຫຼາຍໄດ້ພາກັນຢ່ອງເຂົ້າມາ ໃນຂະນະທີ່ເຮົາປະຕິບັດພາລະກິດຢູ່ນັ້ນ, ແຕ່ເຮົາບໍ່ຟ້າວຟັ່ງທີ່ຈະຂັບໄລ່ພວກເຂົາໜີ. ກົງກັນຂ້າມ ເຮົາຈະທໍາລາຍພວກເຂົາໃຫ້ແຕກກະຈາຍ ເມື່ອເຖິງເວລາອັນສົມຄວນ. ແລ້ວຫຼັງຈາກນັ້ນ ເຮົາຈະໄດ້ເປັນນໍ້າພຸແຫ່ງຊີວິດ ທີ່ເຮັດໃຫ້ຜູ້ທີ່ຮັກເຮົາຢ່າງແທ້ຈິງໄດ້ຮັບໝາກໄມ້ຂອງຕົ້ນເດື່ອ ແລະ ກິ່ນຫອມຂອງດອກລິນລີ່ຈາກເຮົາ.
- [ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ](https://lo.kingdomsalvation.org/live-for-truth-since-believe-in-God.html) - ບັນຫາທົ່ວໄປທີ່ເກີດຂຶ້ນກັບທຸກຄົນກໍຄື ພວກເຂົາເຂົ້າໃຈຄວາມຈິງ ແຕ່ລົ້ມເຫຼວໃນການນຳມັນເຂົ້າສູ່ການປະຕິບັດ. ດ້ານໜຶ່ງກໍ່ຍ້ອນວ່າ ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ອີກຢ່າງກໍຍ້ອນຄວາມເຂົ້າໃຈຂອງພວກເຂົາມີບໍ່ພຽງພໍເກີນໄປ; ພວກເຂົາຈຶ່ງບໍ່ສາມາດເບິ່ງຜ່ານຄວາມຍາກລຳບາກຫຼາຍຢ່າງໃນຊີວິດປະຈຳວັນສຳລັບສິ່ງທີ່ພວກເຂົາເປັນ ແລະ ບໍ່ຮູ້ວິທີປະຕິບັດຢ່າງເໝາະສົມ. ຍ້ອນວ່າປະສົບການຂອງມະນຸດນັ້ນຕື້ນເກີນໄປ, ຄວາມສາມາດຕໍ່າເກີນໄປ ແລະ ລະດັບຄວາມເຂົ້າໃຈເຖິງຄວາມຈິງຂອງພວກເຂົາກໍ່ຈຳກັດ ພວກເຂົາບໍ່ມີທາງແກ້ໄຂຄວາມຍາກລຳບາກທີ່ພວກເຂົາຜະເຊີນໃນຊີວິດປະຈຳວັນໄດ້. ພວກເຂົາເຊື່ອໃນພຣະເຈົ້າພຽງແຕ່ໃນຄຳເວົ້າເທົ່ານັ້ນ ແລະ ບໍ່ສາມາດນໍາພຣະເຈົ້າເຂົ້າໄປໃນຊີວິດປະຈຳວັນຂອງພວກເຂົາໄດ້. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າຄືພຣະເຈົ້າ, ຊີວິດກໍຄືຊີວິດ ແລະ ຄືກັບວ່າ ໃນຊີວິດຂອງເຂົາ, ຜູ້ຄົນບໍ່ມີຄວາມສຳພັນຫຍັງກັບພຣະເຈົ້າເລີຍ. ນັ້ນຄືສິ່ງທີ່ທຸກຄົນຄິດ. ໃນຄວາມເປັນຈິງ ການເຊື່ອພຣະເຈົ້າໃນລັກສະນະນັ້ນ ຈະບໍ່ເຮັດໃຫ້ຜູ້ຄົນຖືກຮັບ ແລະ ເຮັດໃຫ້ສົມບູນໂດຍພຣະອົງ. ແທ້ຈິງແລ້ວ ບໍ່ແມ່ນເປັນຍ້ອນພຣະທໍາຂອງພຣະເຈົ້າບໍ່ເປັນທີ່ຮູ້ຈັກຢ່າງສົມບູນ ແຕ່ເປັນຍ້ອນຄວາມສາມາດໃນການເຂົ້າໃຈຂອງຜູ້ຄົນບໍ່ພຽງພໍ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ເກືອບບໍ່ມີຄົນໃດເລີຍທີ່ເຮັດຕາມຄວາມປາດຖະໜາເດີມຂອງພຣະເຈົ້າ; ກົງກັນຂ້າມ ຄວາມເຊື່ອຂອງພວກເຂົາທີ່ຢູ່ໃນພຣະເຈົ້າແມ່ນຂຶ້ນກັບຄວາມປາດຖະໜາຂອງພວກເຂົາເອງ, ຄວາມຄິດເຫັນກ່ຽວກັບສາດສະໜາທີ່ພວກເຂົາມີໃນອະດີດ ແລະ ວິທີການເຮັດສິ່ງຕ່າງໆຂອງພວກເຂົາ. ມີພຽງໜ້ອຍຄົນທີ່ຮັບການປ່ຽນແປງຫຼັງຈາກທີ່ຮັບເອົາພຣະທໍາຂອງພຣະເຈົ້າ ແລະ ເລີ່ມຕົ້ນເຮັດຕາມເຈດຕະນາຂອງພຣະອົງ. ກົງກັນຂ້າມ ພວກເຂົາຍຶດໝັ້ນໃນຄວາມເຊື່ອທີ່ຜິດຂອງພວກເຂົາ. ເມື່ອຜູ້ຄົນເລີ່ມຕົ້ນເຊື່ອໃນພຣະເຈົ້າ ພວກເຂົາພຽງແຕ່ເຊື່ອອີງຕາມລະບຽບປະເພນີຂອງສາສະໜາ ແລະ ພວກເຂົາດຳລົງຊີວິດ ແລະ ມີປະຕິສຳພັນຕໍ່ກັບຄົນອື່ນໂດຍອີງໃສ່ຮາກຖານປັດຊະຍາກ່ຽວກັບຄວາມສໍາພັນທາງໂລກຂອງພວກເຂົາເອງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ກໍລະນີເຊັ່ນນີ້ແມ່ນເກີດຂຶ້ນສຳລັບເກົ້າຄົນໃນທຸກໆສິບຄົນ. ມີພຽງໜ້ອຍຄົນທີ່ກຳນົດແຜນອື່ນ
- [ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ?](https://lo.kingdomsalvation.org/is-the-work-of-God-so-simple.html) - ໃນຖານະເປັນຄົນທີ່ເຊື່ອໃນພຣະເຈົ້າ, ເຈົ້າແຕ່ລະຄົນຄວນຊາບຊຶ່ງວ່າ ເຈົ້າໄດ້ຮັບການສັນລະເສີນ ແລະ ຄວາມລອດພົ້ນສູງສຸດຢ່າງແທ້ຈິງພາຍໃນປັດຈຸບັນໂດຍການໄດ້ຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ພາລະກິດທັງໝົດໃນແຜນການຂອງພຣະອົງທີ່ພຣະອົງປະຕິບັດໃນຕົວເຈົ້າ. ພຣະເຈົ້າໄດ້ມອບຄວາມເອົາໃຈໃສ່ທັງໝົດໃຫ້ແກ່ພາລະກິດຂອງພຣະອົງທົ່ວທັງຈັກກະວານກັບກຸ່ມຄົນດັ່ງກ່າວນີ້. ພຣະອົງໄດ້ເສຍສະຫຼະເລືອດຫົວໃຈທັງໝົດຂອງພຣະອົງສຳລັບພວກເຈົ້າ; ພຣະອົງໄດ້ຮຽກພາລະກິດທັງໝົດຂອງພຣະວິນຍານທົ່ວທັງຈັກກະວານກັບຄືນ ແລະ ມອບໃຫ້ກັບພວກເຈົ້າ. ນີ້ຄືເຫດຜົນທີ່ວ່າ ພວກເຈົ້າເປັນຄົນທີ່ໂຊກດີ. ນອກຈາກນັ້ນ, ພຣະອົງໄດ້ຍ້າຍລັດສະໝີຂອງພຣະອົງຈາກອິດສະຣາເອນ ເຊິ່ງເປັນຊົນຊາດທີ່ພຣະອົງໄດ້ຊົງເລືອກ ແລະ ມອບໃຫ້ກັບພວກເຈົ້າ ແລະ ພຣະອົງຈະເຮັດໃຫ້ຄວາມປະສົງຂອງແຜນງານຂອງພຣະອົງປາກົດອອກມາຢ່າງສົມບູນຜ່ານຄົນກຸ່ມນີ້. ດ້ວຍເຫດນັ້ນ, ພວກເຈົ້າເປັນຄົນທີ່ຈະຮັບມໍລະດົກຂອງພຣະເຈົ້າ ແລະ ຍິ່ງກວ່ານັ້ນແມ່ນ ພວກເຈົ້າເປັນຜູ້ສືບທອດລັດສະໝີຂອງພຣະເຈົ້າ. ບາງເທື່ອ ພວກເຈົ້າທຸກຄົນຈະຈົດຈໍາພຣະທຳເຫຼົ່ານີ້: “ສຳລັບຄວາມຍາກລໍາບາກອັນເລັກນ້ອຍຂອງພວກເຮົານັ້ນ ເປັນພຽງຊົ່ວຄາວ ທີ່ຫຼໍ່ຫຼອມໃຫ້ພວກເຮົາໄດ້ຮັບລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ”. ພວກເຈົ້າທຸກຄົນໄດ້ຍິນພຣະທຳເຫຼົ່ານີ້ກ່ອນໜ້ານີ້ ແຕ່ບໍ່ມີໃຜໃນພວກເຈົ້າທີ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພວກມັນ. ໃນມື້ນີ້ພວກເຈົ້າໄດ້ຮູ້ຢ່າງເລິກເຊິ່ງເຖິງຄວາມໝາຍທີ່ແທ້ຈິງຢູ່ໃນພຣະທໍາ. ພຣະທຳເຫຼົ່ານີ້ຈະຖືກປະຕິບັດໃຫ້ສຳເລັດໂດຍພຣະເຈົ້າໃນຍຸກສຸດທ້າຍ ແລະ ພວກມັນຈະຖືກເຮັດໃຫ້ສຳເລັດກັບຜູ້ຄົນທີ່ໄດ້ຖືກບຽດບຽນຂົ່ມເຫັງຢ່າງໂຫດຮ້າຍຈາກມັງກອນແດງທີ່ຍິ່ງໃຫຍ່ໃນດິນແດນທີ່ມັນນອນຂົດຢູ່. ມັງກອນແດງທີ່ຍິ່ງໃຫຍ່ຂົ່ມເຫັງພຣະເຈົ້າ ແລະ ເປັນສັດຕູຂອງພຣະເຈົ້າ, ເພາະສະນັ້ນ, ປະຊາຊົນໃນດິນແດນແຫ່ງນີ້ ຈຶ່ງຖືກເຮັດໃຫ້ອັບອາຍ ແລະ ຖືກກົດຂີ່ ເນື່ອງຈາກຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ພຣະທຳເຫຼົ່ານີ້ຈະຖືກປະຕິບັດໃຫ້ສຳເລັດໃນຄົນກຸມນີ້ ນັ້ນກໍ່ຄືພວກເຈົ້າ. ຍ້ອນມັນໄດ້ລົງມືປະຕິບັດໃນດິນແດນທີ່ຕໍ່ຕ້ານພຣະເຈົ້າ, ພາລະກິດທັງໝົດຂອງພຣະເຈົ້າກໍຈະພົບກັບອຸປະສັກອັນໃຫຍ່ຫຼວງ ແລະ ພຣະທຳຂອງພຣະອົງຫຼາຍຂໍ້ກໍບໍ່ສາມາດສໍາເລັດໄດ້ທັນທີ;
- [ຄວາມຮູ້ກ່ຽວກັບພາລະກິດໃນປັດຈຸບັນຂອງພຣະເຈົ້າ](https://lo.kingdomsalvation.org/knowing-God-s-work-today.html) - ສ່ວນໃຫຍ່ແລ້ວ, ການຮູ້ຈັກພາລະກິດຂອງພຣະເຈົ້າໃນຍຸກປັດຈຸບັນນີ້ແມ່ນການຮູ້ຈັກພັນທະກິດທີ່ສຳຄັນຂອງພຣະເຈົ້າທີ່ມາບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ເລື່ອງທີ່ພຣະອົງໄດ້ລົງມາເພື່ອປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ. ກ່ອນໜ້ານີ້ ເຮົາໄດ້ກ່າວໄວ້ໃນພຣະທຳຂອງເຮົາແລ້ວວ່າ ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກ (ໃນຊ່ວງຍຸກສຸດທ້າຍ) ເພື່ອວາງແບບຢ່າງກ່ອນທີ່ຈະຈາກໄປ. ພຣະເຈົ້າວາງແບບຢ່າງນີ້ແນວໃດ? ພຣະອົງກະທຳດັ່ງນັ້ນໂດຍການກ່າວພຣະທຳ ແລະ ໂດຍການປະຕິບັດພາລະກິດ ແລະ ການກ່າວໄປທົ່ວແຜ່ນດິນ. ນີ້ຄືພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍ; ພຣະອົງພຽງແຕ່ກ່າວ ເພື່ອເຮັດໃຫ້ແຜ່ນດິນໂລກກາຍມາເປັນໂລກແຫ່ງພຣະທຳ, ເພື່ອວ່າທຸກຄົນຈະໄດ້ຮັບການຈັດຕຽມ ແລະ ໄດ້ຮັບຄວາມສະຫວ່າງຈາກພຣະທໍາຂອງພຣະອົງ ແລະ ເພື່ອວ່າວິນຍານຂອງມະນຸດຈະໄດ້ຕື່ນຂຶ້ນ ແລະ ເຂົາຈະໄດ້ຮັບຄວາມຊັດເຈນກ່ຽວກັບນິມິດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ລົງມາເທິງແຜ່ນດິນໂລກເພື່ອກ່າວພຣະທຳໂດຍສະເພາະ. ເມື່ອພຣະເຢຊູມາ, ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ພຣະອົງສໍາເລັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ພຣະອົງໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະບັນຍັດ ແລະ ລຶບລ້າງສິ່ງເກົ່າທັງໝົດ. ການມາຂອງພຣະເຢຊູໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ; ການມາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະຄຸນ. ພຣະອົງໄດ້ມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອໃຊ້ພຣະທຳໃນການເຮັດໃຫ້ມະນຸດສົມບູນ, ເພື່ອເຍືອງທາງ ແລະ ໃຫ້ແສງສະຫວ່າງກັບມະນຸດ ແລະ ເພື່ອກຳຈັດບ່ອນຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ. ນີ້ບໍ່ແມ່ນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດເມື່ອເວລາພຣະອົງມາ. ເມື່ອພຣະເຢຊູມາ, ພຣະອົງໄດ້ກະທໍາການອັດສະຈັນຫຼາຍຢ່າງ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງປະຕິບັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ຜົນຕາມມາກໍຄື
- [ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ](https://lo.kingdomsalvation.org/truth-into-practice-is-having-reality.html) - ການເຊີດຊູພຣະທໍາຂອງພຣະເຈົ້າ ແລະ ການທີ່ສາມາດອະທິບາຍພຣະທໍາເຫຼົ່ານັ້ນຢ່າງເປີດເຜີຍບໍ່ໄດ້ໝາຍຄວາມວ່າ ເຈົ້າມີຄວາມເປັນຈິງ. ມັນບໍ່ງ່າຍຄືດັ່ງທີ່ເຈົ້າຈິນຕະນາການໄວ້. ເຈົ້າຈະມີຄວາມເປັນຈິງ ຫຼື ບໍ່ມີຄວາມເປັນຈິງ ບໍ່ໄດ້ອີງຕາມສິ່ງທີ່ເຈົ້າເວົ້າ; ແຕ່ກົງກັນຂ້າມ ແມ່ນອີງຕາມສິ່ງທີ່ເຈົ້າດໍາລົງຊີວິດຕາມ. ເມື່ອພຣະທໍາຂອງພຣະເຈົ້າກາຍເປັນຊີວິດຂອງເຈົ້າ ແລະ ກາຍເປັນຖ້ອຍຄຳທີ່ສະແດງອອກແບບທໍາມະຊາດຂອງເຈົ້າ ນັ້ນສາມາດເວົ້າໄດ້ວ່າ ເຈົ້າມີຄວາມເປັນຈິງ ແລະ ພຽງເມື່ອນັ້ນເຈົ້າຈຶ່ງສາມາດຖືວ່າໄດ້ຮັບຄວາມເຂົ້າໃຈ ແລະ ໄດ້ຮັບວຸດທິພາວະທີ່ແທ້ຈິງ. ເຈົ້າຕ້ອງສາມາດທົນຕໍ່ການກວດສອບໄລຍະຍາວ ແລະ ເຈົ້າຕ້ອງສາມາດດໍາລົງຊີວິດຕາມລັກສະນະຂອງຄວາມຕ້ອງການຂອງພຣະເຈົ້າ. ນີ້ຕ້ອງບໍ່ແມ່ນພຽງແຕ່ການທໍາທ່າເຮັດ ແຕ່ມັນຕ້ອງໄຫຼອອກມາຈາກເຈົ້າຢ່າງເປັນທໍາມະຊາດ. ພຽງເມື່ອນັ້ນ ເຈົ້າຈຶ່ງຈະມີຄວາມເປັນຈິງຢ່າງແທ້ຈິງ ແລະ ພຽງເມື່ອນັ້ນ ເຈົ້າຈຶ່ງຈະໄດ້ຮັບຊີວິດ. ເຮົາຂໍຍົກການທົດລອງຂອງຜູ້ບໍລິການທີ່ທຸກຄົນຄຸ້ນເຄີຍມາເປັນຕົວຢ່າງ. ໃຜກໍສາມາດອະທິບາຍກ່ຽວກັບທິດສະດີທີ່ສູງສົ່ງກ່ຽວກັບຜູ້ບໍລິການໄດ້; ທຸກຄົນແມ່ນມີລະດັບຄວາມເຂົ້າໃຈທີ່ເໝາະສົມກ່ຽວກັບເລື່ອງດັ່ງກ່າວນີ້; ພວກເຂົາບັນຍາຍກ່ຽວກັບມັນ ແລະ ແຕ່ລະຄໍາບັນຍາຍກໍເລີດເກີນກວ່າຄໍາບັນຍາຍທີ່ຜ່ານມາ ຄືກັບວ່າ ນີ້ແມ່ນການແຂ່ງຂັນ. ຢ່າງໃດກໍຕາມ, ຖ້າມະນຸດບໍ່ໄດ້ຜ່ານການທົດລອງທີ່ສໍາຄັນນີ້ ມັນກໍຍາກທີ່ຈະເວົ້າວ່າ ເຂົາມີຄໍາພະຍານທີ່ດີ. ສະຫຼຸບກໍຄື ການດໍາລົງຊີວິດຕາມຂອງມະນຸດແມ່ນຍັງຂາດເຂີນຫຼາຍ ແລະ ມັນບໍ່ສອດຄ່ອງກັບຄວາມເຂົ້າໃຈຂອງເຂົາເລີຍ. ດັ່ງນັ້ນ, ມັນຈຶ່ງຍັງບໍ່ໄດ້ກາຍເປັນວຸດທິພາວະທີ່ແທ້ຈິງຂອງມະນຸດ ແລະ ມັນກໍຍັງບໍ່ແມ່ນຊີວິດຂອງມະນຸດ. ຍ້ອນວ່າ ຄວາມເຂົ້າໃຈຂອງມະນຸດບໍ່ໄດ້ຖືກນໍາເຂົ້າສູ່ຄວາມເປັນຈິງ, ວຸດທິພາວະຂອງເຂົາແມ່ນຍັງຄ້າຍຄືກັບຫໍຜາສາດທີ່ຖືກສ້າງຂຶ້ນຢູ່ເທິງດິນຊາຍ, ໄກວໄປມາ ແລະ
- [ເຈົ້າຄວນຮູ້ວ່າ ພຣະເຈົ້າຜູ້ຊົງສໍາພັນກັບຊີວິດຈິງແມ່ນຕົວພຣະເຈົ້າເອງ](https://lo.kingdomsalvation.org/practical-God-is-God-Himself.html) - ເຈົ້າຄວນຮູ້ຫຍັງແດ່ກ່ຽວກັບພຣະເຈົ້າທີ່ແທ້ຈິງ? ພຣະວິນຍານ, ບຸກຄົນ ແລະ ພຣະທຳປະກອບເປັນພຣະເຈົ້າທີ່ແທ້ຈິງ ແລະ ສິ່ງນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງພຣະເຈົ້າທີ່ແທ້ຈິງ. ຖ້າເຈົ້າພຽງແຕ່ຮູ້ຈັກບຸກຄົນເທົ່ານັ້ນ ນັ້ນກໍຄື ຖ້າເຈົ້າຮູ້ຈັກນິໄສ ແລະ ລັກສະນະຂອງພຣະອົງ ແຕ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານ ຫຼື ສິ່ງທີ່ພຣະວິນຍານປະຕິບັດໃນເນື້ອໜັງ ແລະ ຖ້າເຈົ້າພຽງແຕ່ໃຫ້ຄວາມໃສ່ໃຈກັບພຣະວິນຍານ ແລະ ພຣະທຳ ແລະ ພຽງແຕ່ອະທິຖານຕໍ່ໜ້າພຣະວິນຍານ ແຕ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນພຣະເຈົ້າທີ່ແທ້ຈິງ ແລ້ວສິ່ງນີ້ກໍຍັງພິສູດອີກວ່າ ເຈົ້າບໍ່ຮູ້ຈັກພຣະເຈົ້າທີ່ແທ້ຈິງ. ຄວາມຮູ້ກ່ຽວກັບພຣະເຈົ້າທີ່ແທ້ຈິງລວມເຖິງການຮູ້ຈັກ ແລະ ການມີປະສົບການໃນພຣະທຳຂອງພຣະອົງ ແລະ ການເຂົ້າໃຈກົດລະບຽບ ແລະ ຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ ແລະ ວິທີທີ່ພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ມັນຍັງລວມເຖິງການຮູ້ຈັກວ່າ ທຸກການກະທຳຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງແມ່ນຖືກຄວບຄຸມໂດຍພຣະວິນຍານ ແລະ ພຣະທຳຕ່າງໆທີ່ພຣະອົງກ່າວອອກມາແມ່ນການສຳແດງເຖິງພຣະວິນຍານໂດຍກົງ. ສະນັ້ນ ເພື່ອຮູ້ຈັກພຣະເຈົ້າທີ່ແທ້ຈິງ, ມັນເປັນສິ່ງສຳຄັນທີ່ສຸດທີ່ຕ້ອງຮູ້ຈັກວ່າ ພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ ແລະ ໃນຄວາມເປັນພຣະເຈົ້າແນວໃດ; ດ້ວຍເຫດນັ້ນ ສິ່ງນີ້ຈຶ່ງກ່ຽວຂ້ອງກັບການສຳແດງເຖິງພຣະວິນຍານ ເຊິ່ງທຸກຄົນມີສ່ວນຮ່ວມນໍາ. ແມ່ນຫຍັງຄືລັກສະນະຂອງການສຳແດງເຖິງພຣະວິນຍານ? ບາງຄັ້ງ ພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ ແລະ ບາງຄັ້ງກໍປະຕິບັດໃນຄວາມເປັນພຣະເຈົ້າ, ແຕ່ໃນທັງສອງກໍລະນີ ແມ່ນຄວບຄຸມໂດຍພຣະວິນຍານ. ວິນຍານຫຍັງກໍຕາມທີ່ຢູ່ພາຍໃນຜູ້ຄົນແມ່ນການສຳແດງອອກພາຍນອກຂອງພວກເຂົາ. ພຣະວິນຍານປະຕິບັດພາລະກິດເປັນປົກກະຕິ
- [ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງ](https://lo.kingdomsalvation.org/keep-commandments-and-practicing-truth.html) - ໃນທາງປະຕິບັດ, ການຮັກສາພຣະບັນຍັດຄວນເຊື່ອມໂຍງກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ. ໃນຂະນະທີ່ກຳລັງຮັກສາພຣະບັນຍັດ, ຄົນໆໜຶ່ງຕ້ອງປະຕິບັດຄວາມຈິງ. ເມື່ອກຳລັງປະຕິບັດຄວາມຈິງ, ຄົນໆໜຶ່ງຕ້ອງບໍ່ລະເມີດຫຼັກການແຫ່ງພຣະບັນຍັດ ຫຼື ຂັດກັບພຣະບັນຍັດ; ເຈົ້າຕ້ອງເຮັດແມ່ນຫຍັງກໍ່ຕາມທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າ. ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງແມ່ນກ່ຽວພັນກັນ, ບໍ່ໄດ້ຂັດຈາກກັນ. ຍິ່ງເຈົ້າປະຕິບັດຄວາມຈິງຫຼາຍສໍ່າໃດ, ເຈົ້າກໍ່ຍິ່ງຮັກສາແກ່ນແທ້ຂອງພຣະບັນຍັດຫຼາຍສໍ່ານັ້ນ. ຍິ່ງເຈົ້າປະຕິບັດຄວາມຈິງຫຼາຍສໍ່າໃດ, ເຈົ້າກໍ່ຍິ່ງເຂົ້າໃຈພຣະທຳຂອງພຣະເຈົ້າທີ່ກ່າວອອກໃນພຣະບັນຍັດຫຼາຍສໍ່ານັ້ນ. ການປະຕິບັດຄວາມຈິງ ແລະ ການຮັກສາພຣະບັນຍັດບໍ່ແມ່ນການກະທຳທີ່ຂັດກັນ, ພວກມັນເປັນສິ່ງທີ່ກ່ຽວພັນກັນ. ໃນເບື້ອງຕົ້ນນັ້ນ, ພຽງຫຼັງຈາກທີ່ມະນຸດໄດ້ຮັກສາພຣະບັນຍັດເທົ່ານັ້ນ ເຂົາຈຶ່ງສາມາດປະຕິບັດຄວາມຈິງ ແລະ ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດໄດ້, ແຕ່ສິ່ງນີ້ບໍ່ແມ່ນເຈດຕະນາເດີມຂອງພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ເຈົ້ານະມັດສະການພຣະອົງດ້ວຍຫົວໃຈ, ບໍ່ແມ່ນພຽງແຕ່ປະພຶດດີຢ່າງດຽວ. ເຖິງຢ່າງໃດກໍ່ຕາມ, ເຈົ້າຕ້ອງຮັກສາພຣະບັນຍັດຢ່າງໜ້ອຍໃຫ້ຢູ່ໃນລະດັບຜິວເຜີນ. ຜ່ານປະສົບການເທື່ອລະໜ້ອຍຫຼັງຈາກທີ່ໄດ້ຮັບຄວາມເຂົ້າໃຈທີ່ຊັດເຈນຂຶ້ນກ່ຽວກັບພຣະເຈົ້າ, ຜູ້ຄົນກໍ່ຈະເຊົາກະບົດ ແລະ ເຊົາຕໍ່ຕ້ານພຣະອົງ ແລະ ຈະບໍ່ມີຂໍ້ສົງໄສກ່ຽວກັບພາລະກິດຂອງພຣະອົງອີກຕໍ່ໄປ. ນີ້ຄືຫົນທາງດຽວທີ່ມະນຸດສາມາດປະຕິບັດຕາມແກ່ນແທ້ຂອງພຣະບັນຍັດ. ສະນັ້ນ, ການພຽງແຕ່ຮັກສາພຣະບັນຍັດຢ່າງດຽວໂດຍບໍ່ມີການປະຕິບັດຄວາມຈິງແມ່ນບໍ່ມີປະສິດທິພາບ ແລະ ບໍ່ໄດ້ປະກອບເປັນການນະມັດສະການພຣະເຈົ້າຢ່າງແທ້ຈິງ, ຍ້ອນເຈົ້າຍັງບໍ່ໄດ້ບັນລຸວຸດທິພາວະທີ່ແທ້ຈິງເທື່ອ. ການຮັກສາພຣະບັນຍັດໂດຍປາສະຈາກຄວາມຈິງກໍ່ເທົ່າກັບການຍຶດຕິດກົດລະບຽບຢ່າງໜຽວແໜ້ນ. ໃນການເຮັດແບບນັ້ນ, ພຣະບັນຍັດກໍ່ຈະກາຍມາເປັນກົດໝາຍຂອງເຈົ້າ ເຊິ່ງຈະບໍ່ຊ່ວຍໃຫ້ເຈົ້າເຕີບໃຫຍ່ໃນຊີວິດ. ໃນທາງກົງກັນຂ້າມ, ພວກມັນຈະກາຍມາເປັນພາລະຂອງເຈົ້າ ແລະ ຜູກມັດເຈົ້າຢ່າງແໜ້ນເໝືອນກັບກົດໝາຍໃນພຣະສັນຍາເດີມ ເຊິ່ງເຮັດໃຫ້ເຈົ້າສູນເສຍການສະຖິດຂອງພຣະວິນຍານບໍລິສຸດ. ສະນັ້ນ, ໂດຍການປະຕິບັດຄວາມຈິງເທົ່ານັ້ນ ເຈົ້າຈຶ່ງສາມາດຮັກສາພຣະບັນຍັດໄດ້ຢ່າງມີປະສິດທິພາບ
- [ຈົດຈໍ່ກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ](https://lo.kingdomsalvation.org/focus-more-on-reality.html) - ທຸກຄົນແມ່ນມີຄວາມເປັນໄປໄດ້ທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ສະນັ້ນ ທຸກຄົນຄວນເຂົ້າໃຈວ່າ ການຮັບໃຊ້ພຣະເຈົ້າປະເພດໃດຈຶ່ງຈະສອດຄ່ອງກັບເຈດຕະນາຂອງພຣະອົງໄດ້ດີທີ່ສຸດ. ຄົນສ່ວນໃຫຍ່ບໍ່ຮູ້ຈັກວ່າ ການເຊື່ອໃນພຣະເຈົ້າມີຄວາມໝາຍແນວໃດ ແລະ ພວກເຂົາບໍ່ເຂົ້າໃຈວ່າ ເປັນຫຍັງພວກເຂົາຈຶ່ງຄວນເຊື່ອໃນພຣະອົງ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າ ຫຼື ຈຸດປະສົງໃນແຜນການຄຸ້ມຄອງຂອງພຣະອົງ. ໃນປັດຈຸບັນນີ້, ຄົນສ່ວນຫຼາຍຍັງຄິດວ່າ ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບການຂຶ້ນສະຫວັນ ແລະ ການເຮັດໃຫ້ຈິດວິນຍານຂອງພວກເຂົາລອດພົ້ນ. ພວກເຂົາບໍ່ຮູ້ວ່າ ການເຊື່ອໃນພຣະເຈົ້າໝາຍຄວາມວ່າແມ່ນຫຍັງກັນແທ້; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ສໍາຄັນທີ່ສຸດໃນແຜນການຄຸ້ມຄອງຂອງພຣະເຈົ້າ. ຍ້ອນເຫດຜົນຫຼາຍໆຢ່າງຂອງພວກເຂົາ, ຜູ້ຄົນຈຶ່ງບໍ່ສົນໃຈພາລະກິດຂອງພຣະເຈົ້າເລີຍ ແລະ ບໍ່ຄຳນຶງເຖິງເຈດຕະນາຂອງພຣະອົງ ຫຼື ແຜນການຄຸ້ມຄອງຂອງພຣະອົງ. ໃນຖານະເປັນຄົນຜູ້ໜຶ່ງໃນກະແສນີ້, ແຕ່ລະຄົນຄວນຮູ້ຈັກວ່າ ຈຸດປະສົງໃນແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນຫຍັງ, ແມ່ນຫຍັງຄືສິ່ງທີ່ພຣະອົງໄດ້ເຮັດໃຫ້ກາຍເປັນຈິງແລ້ວ, ເປັນຫຍັງພຣະອົງຈຶ່ງເລືອກຄົນກຸ່ມນີ້, ແມ່ນຫຍັງຄືຈຸດປະສົງ ແລະ ຄວາມໝາຍທີ່ພຣະອົງໄດ້ເລືອກເອົາພວກເຂົາ ແລະ ແມ່ນຫຍັງຄືສິ່ງທີ່ພຣະອົງຕ້ອງການບັນລຸໃນກຸ່ມຄົນດັ່ງກ່າວນີ້. ສໍາລັບພຣະເຈົ້າທີ່ສາມາດຍົກຍໍກຸ່ມຄົນທີ່ບໍ່ເດັ່ນໃນປະເທດມັງກອນແດງໃຫຍ່ ແລະ ໄດ້ສືບຕໍ່ປະຕິບັດພາລະກິດຈົນເຖິງປັດຈຸບັນ ໂດຍການທົດສອບ ແລະ ເຮັດໃຫ້ພວກເຂົາສົມບູນດ້ວຍທຸກວິທີທາງ, ກ່າວພຣະທໍາຈົນນັບບໍ່ຖ້ວນ, ປະຕິບັດພາລະກິດຢ່າງຫຼວງຫຼາຍ ແລະ ສົ່ງມອບເຄື່ອງມືຮັບໃຊ້ຢ່າງຫຼວງຫຼາຍ, ສໍາລັບພຣະເຈົ້າພຽງຜູ້ດຽວທີ່ໄດ້ເຮັດສໍາເລັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວນີ້ສະແດງໃຫ້ເຫັນວ່າ ພາລະກິດຂອງພຣະອົງນັ້ນສຳຄັນຫຼາຍພຽງໃດ. ໃນເວລານີ້, ພວກເຈົ້າຍັງບໍ່ສາມາດແນມເຫັນຄຸນຄ່າໃນສິ່ງນີ້ຢ່າງເຕັມທີ່. ດັ່ງນັ້ນ, ພວກເຈົ້າຕ້ອງບໍ່ເບິ່ງພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນພວກເຈົ້າວ່າ ເປັນເລື່ອງເລັກນ້ອຍ;
- [ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?](https://lo.kingdomsalvation.org/how-is-your-relationship-with-God.html) - ໃນການເຊື່ອໃນພຣະເຈົ້າ ຢ່າງໜ້ອຍເຈົ້າຕ້ອງແກ້ໄຂບັນຫາກ່ຽວກັບການມີຄວາມສຳພັນປົກກະຕິກັບພຣະເຈົ້າ. ຖ້າເຈົ້າບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ, ແລ້ວຄວາມໝາຍໃນການເຊື່ອໃນພຣະເຈົ້າກໍ່ຈະສູນຫາຍໄປ. ການສ້າງຄວາມສຳພັນປົກກະຕິກັບພຣະເຈົ້ານັ້ນບັນລຸຜົນໄດ້ຢ່າງສິ້ນເຊີງດ້ວຍຫົວໃຈທີ່ສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ການມີຄວາມສຳພັນປົກກະຕິກັບພຣະເຈົ້າໝາຍເຖິງການສາມາດບໍ່ມີຂໍ້ສົງໄສ ແລະ ບໍ່ປະຕິເສດພາລະກິດໃດໆຂອງພຣະເຈົ້າ ແລະ ສາມາດອ່ອນນ້ອມຕໍ່ພາລະກິດຂອງພຣະອົງ. ມັນໝາຍເຖິງການມີເຈດຕະນາອັນຖືກຕ້ອງຕໍ່ໜ້າພຣະເຈົ້າ, ບໍ່ວາງແຜນສຳລັບຕົວເຈົ້າເອງ ແລະ ການຄຳນຶງເຖິງຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າໃນທຸກສິ່ງກ່ອນ; ມັນໝາຍເຖິງການຍອມຮັບການກວດສອບວິເຄາະຂອງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ. ເຈົ້າຕ້ອງສາມາດເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດ. ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຈົ້າຕ້ອງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ດີທີ່ສຸດ. ເມື່ອເຈດຕະນາຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ເຈົ້າ, ໃຫ້ປະຕິບັດຕາມພວກມັນ ແລະ ມັນຈະບໍ່ຊ້າເກີນໄປ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າກາຍມາເປັນປົກກະຕິ, ເມື່ອນັ້ນເຈົ້າກໍ່ຈະມີຄວາມສຳພັນປົກກະຕິກັບຜູ້ຄົນເຊັ່ນດຽວກັນ. ເພື່ອສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ທຸກສິ່ງຕ້ອງຖືກສ້າງບົນພື້ນຖານພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດປະຕິບັດໜ້າທີ່ຂອງເຈົ້າຕາມພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າໄດ້ຮ້ອງຂໍ, ເຈົ້າຕ້ອງເຮັດໃຫ້ມຸມມອງຂອງເຈົ້າຊື່ກົງ ແລະ ຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ເຈົ້າຕ້ອງປະຕິບັດຄວາມຈິງ ເມື່ອເຈົ້າເຂົ້າໃຈມັນ ແລະ ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາດ້ວຍຫົວໃຈທີ່ອ່ອນນ້ອມຕໍ່ພຣະເຈົ້າ. ເມື່ອປະຕິບັດແບບນັ້ນ, ເຈົ້າຈະສາມາດຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ. ໃນເວລາດຽວກັນກັບທີ່ປະຕິບັດໜ້າທີ່ຂອງເຈົ້າຢ່າງຖືກຕ້ອງ, ເຈົ້າຍັງຕ້ອງຮັບປະກັນວ່າເຈົ້າບໍ່ໄດ້ເຮັດຫຍັງທີ່ບໍ່ເປັນປະໂຫຍດຕໍ່ທາງເຂົ້າສູ່ຊີວິດຂອງຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ ແລະ ບໍ່ເວົ້າສິ່ງທີ່ບໍ່ເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງ. ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງບໍ່ເຮັດສິ່ງທີ່ຂັດກັບຄວາມສຳນຶກຂອງເຈົ້າ ແລະ ຕ້ອງບໍ່ເຮັດສິ່ງທີ່ເປັນຕາອັບອາຍແທ້ໆ. ໂດຍສະເພາະແລ້ວ, ສຳລັບສິ່ງທີ່ກະບົດ
- [ອານາຈັກພັນປີມາຮອດແລ້ວ](https://lo.kingdomsalvation.org/millennial-kingdom-has-arrived.html) - ພວກເຈົ້າເຄີຍເຫັນບໍ່ວ່າພຣະເຈົ້າຈະບັນລຸພາລະກິດໃດໃນກຸ່ມຄົນເຫຼົ່ານີ້? ພຣະເຈົ້າເຄີຍກ່າວໄວ້ຄັ້ງໜຶ່ງວ່າ ເຖິງແມ່ນຢູ່ໃນອານາຈັກພັນປີ ມະນຸດຍັງຈະຕ້ອງປະຕິບັດຕາມພຣະວັດຈະນະຂອງພຣະອົງຕໍ່ໄປ ແລະ ໃນອະນາຄົດ ພຣະວັດຈະນະຂອງພຣະເຈົ້າກໍຍັງຈະນຳພາຊີວິດຂອງມະນຸດໂດຍກົງຢູ່ໃນດິນແດນທີດີແຫ່ງການາອານນີ້. ເມື່ອໂມເຊຢູ່ໃນຖິ່ນແຫ້ງແລ້ງກັນດານ, ພຣະເຈົ້າໄດ້ແນະນຳ ແລະ ເວົ້າກັບລາວໂດຍກົງ. ພຣະເຈົ້າສົ່ງອາຫານ ສົ່ງນໍ້າ ແລະ ອາຫານມານາຈາກສະຫວັນມາໃຫ້ຜູ້ຄົນ ແລະ ທຸກມື້ນີ້ກໍຍັງເປັນແບບນັ້ນຢູ່: ພຣະເຈົ້າໄດ້ສົ່ງສິ່ງຕ່າງໆລົງມາໃຫ້ຜູ້ຄົນກິນ ແລະ ດື່ມໂດຍພຣະອົງເອງ ແລະ ພຣະອົງໄດ້ສົ່ງຄຳສາບເພື່ອຂ້ຽນຕີຜູ້ຄົນໂດຍພຣະອົງເອງເຊັ່ນກັນ. ສະນັ້ນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງແມ່ນຖືກດຳເນີນໂດຍຕົວພຣະເຈົ້າເອງ. ໃນທຸກມື້ນີ້ ຜູ້ສະແຫວງຫາການປະກົດຂອງຄວາມຈິງ, ພວກເຂົາສະແຫວງຫາສັນຍານບອກເຫດການ ແລະ ຄວາມມະຫັດສະຈັນ ແລະ ມັນອາດເປັນໄປໄດ້ທີ່ຄົນທັງໝົດດັ່ງກ່າວຈະຖືກປະຖິ້ມ ເພາະວ່າພາລະກິດຂອງພຣະເຈົ້າກໍປາກົດເປັນຈິງຫຼາຍຂຶ້ນ. ບໍ່ມີຜູ້ໃດຮູ້ວ່າພຣະເຈົ້າໄດ້ສະເດັດລົງມາຈາກສະຫວັນແລ້ວ, ພວກເຂົາຍັງບໍ່ຮູ້ຊໍ້າວ່າພຣະເຈົ້າໄດ້ສົ່ງອາຫານ ແລະ ຢາບຳລຸງຈາກສະຫວັນມາໃຫ້. ແຕ່ພຣະເຈົ້າມີຢູ່ຈິງ ແລະ ພາບທີ່ປຸກໃຈຂອງອານາຈັກພັນປີທີ່ຜູ້ຄົນຈິນຕະນາການເຖິງ ກໍເປັນພຣະວັດຈະນະສ່ວນຕົວຂອງພຣະເຈົ້າເຊັ່ນກັນ. ນີ້ເປັນຄວາມຈິງ ແລະ ມີແຕ່ສິ່ງນີ້ເທົ່ານັ້ນທີ່ຖືກເອີ້ນວ່າເປັນການປົກຄອງກັບພຣະເຈົ້າຢູ່ເທິງແຜ່ນດິນໂລກ. ການປົກຄອງກັບພຣະເຈົ້າຢູ່ໃນແຜ່ນດິນໂລກແມ່ນໝາຍເຖິງເນື້ອໜັງມະນຸດ. ສິ່ງທີ່ບໍ່ແມ່ນເນື້ອໜັງມະນຸດບໍ່ມີຢູ່ຈິງຢູ່ເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ທຸກຄົນທີ່ສົນໃຈການໄປສະຫວັນທີສາມແມ່ນເຮັດໄປໂດຍທີ່ບໍ່ມີປະໂຫຍດຫຍັງ. ມື້ໜຶ່ງ ເມື່ອຈັກກະວານທັງໝົດກັບຄືນຫາພຣະເຈົ້າ ສູນກາງພາລະກິດຂອງພຣະອົງໃນທົ່ວຈັກກະວານຈະປະຕິບັດຕາມພຣະວັດຈະນະຂອງພຣະອົງ; ໃນຂະນະຢູ່ບ່ອນອື່ນ, ບາງຄົນຈະໃຊ້ໂທລະສັບ, ບາງຄົນຈະຂີ່ຍົນ, ບາງຄົນຈະຂີ່ເຮືອຂ້າມທະເລ
- [ພຣະບັນຍັດແຫ່ງຍຸກໃໝ່](https://lo.kingdomsalvation.org/commandments-of-the-new-age.html) - ໃນການຜະເຊີນພາລະກິດຂອງພຣະເຈົ້າ, ພວກເຈົ້າຕ້ອງອ່ານພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ ແລະ ປະກອບຕົນເອງດ້ວຍຄວາມຈິງ. ແຕ່ບໍ່ວ່າພວກເຈົ້າຕ້ອງການເຮັດຫຍັງ ຫຼື ພວກເຈົ້າຕ້ອງການເຮັດມັນແນວໃດກໍຕາມ, ບໍ່ຈໍາເປັນສໍາລັບຄໍາອະທິຖານ ຫຼື ຄໍາອ້ອນວອນຢ່າງຈິງຈັງຂອງພວກເຈົ້າ ແລະ ແນ່ນອນ ສິ່ງເຫຼົ່ານີ້ບໍ່ມີປະໂຫຍດໃດໆ. ແຕ່ໃນປັດຈຸບັນ, ບັນຫາທີ່ກໍາລັງຢູ່ຕໍ່ໜ້າພວກເຈົ້າກໍຄືພວກເຈົ້າບໍ່ຮູ້ວິທີການຜະເຊີນພາລະກິດຂອງພຣະເຈົ້າ ແລະ ມີດ້ານລົບຫຼາຍຢ່າງໃນຕົວພວກເຈົ້າ. ພວກເຈົ້າຮູ້ຈັກຄຳສັ່ງສອນ, ແຕ່ພວກເຈົ້າບໍ່ມີຄວາມເປັນຈິງຫຼາຍ. ນີ້ບໍ່ແມ່ນສັນຍານບົ່ງບອກເຖິງຄວາມບິດເບືອນບໍ? ຄວາມບິດເບືອນຫຼາຍຢ່າງແມ່ນປາກົດອອກຢ່າງຊັດເຈນຢູ່ໃນພວກເຈົ້າ ກຸ່ມນີ້. ໃນປັດຈຸບັນ, ພວກເຈົ້າບໍ່ສາມາດບັນລຸການທົດລອງດັ່ງກ່າວໃນຖານະທີ່ເປັນ “ຜູ້ບໍລິການ” ແລະ ພວກເຈົ້າບໍ່ສາມາດຈິນຕະນາການ ຫຼື ສໍາເລັດການທົດລອງອື່ນໆ ແລະ ການຫຼໍ່ຫຼອມທີ່ກ່ຽວຂ້ອງກັບພຣະທໍາຂອງພຣະເຈົ້າ. ພວກເຈົ້າຕ້ອງຍຶດໝັ້ນຕໍ່ຫຼາຍສິ່ງທີ່ພວກເຈົ້າຄວນນໍາໄປປະຕິບັດ. ໝາຍຄວາມວ່າ ຜູ້ຄົນຕ້ອງຍຶດໝັ້ນຕໍ່ຫຼາຍໜ້າທີ່ ທີ່ພວກເຂົາຄວນປະຕິບັດ. ນີ້ຄືສິ່ງທີ່ຜູ້ຄົນຄວນຍຶດໝັ້ນ ແລະ ນີ້ຄືສິ່ງທີ່ພວກເຂົາຕ້ອງປະຕິບັດ. ຈົ່ງປ່ອຍໃຫ້ພຣະວິນຍານບໍລິສຸດເຮັດໃນສິ່ງທີ່ພຣະວິນຍານບໍລິສຸດຕ້ອງເຮັດ; ມະນຸດບໍ່ສາມາດມີບົດບາດໃນສິ່ງດັ່ງກ່າວ. ມະນຸດຄວນຍຶດໝັ້ນໃນສິ່ງທີ່ມະນຸດຄວນເຮັດ ເຊິ່ງບໍ່ມີສ່ວນກ່ຽວຂ້ອງກັບພຣະວິນຍານບໍລິສຸດ. ມັນບໍ່ແມ່ນຫຍັງເລີຍ ນອກຈາກເປັນສິ່ງທີ່ມະນຸດຄວນເຮັດ ແລະ ຄວນຍຶດໝັ້ນດັ່ງພຣະບັນຍັດ, ຄືກັນກັບການຍຶດໝັ້ນຕາມພຣະບັນຍັດໃນພັນທະສັນຍາເດີມ. ເຖິງປັດຈຸບັນຈະບໍ່ແມ່ນຍຸກແຫ່ງພຣະບັນຍັດ ແຕ່ກໍຍັງມີພຣະທໍາຫຼາຍຂໍ້ທີ່ຄວນຍຶດໝັ້ນ ເຊິ່ງຢູ່ໃນຮູບແບບດຽວກັບພຣະທຳໃນຍຸກແຫ່ງພຣະບັນຍັດ. ພຣະທໍາເຫຼົ່ານີ້ບໍ່ໄດ້ຖືກດໍາເນີນພຽງແຕ່ອາໄສການສໍາຜັດຂອງພຣະວິນຍານບໍລິສຸດເທົ່ານັ້ນ, ແຕ່ກົງກັນຂ້າມ ພວກມັນແມ່ນສິ່ງທີ່ມະນຸດຄວນຍຶດໝັ້ນ. ຕົວຢ່າງ: ເຈົ້າຈະບໍ່ຕັດສິນພາລະກິດຂອງພຣະເຈົ້າທີ່ແທ້ຈິງ.
- [ວ່າດ້ວຍເລື່ອງປະສົບການ](https://lo.kingdomsalvation.org/on-experience.html) - ຕະຫຼອດທັງປະສົບການຂອງເປໂຕ, ເພິ່ນໄດ້ປະສົບກັບການທົດລອງຫຼາຍຮ້ອຍປະການ. ເຖິງແມ່ນວ່າ ຄົນໃນປັດຈຸບັນຮັບຮູ້ເຖິງຄຳວ່າ “ການທົດລອງ”, ແຕ່ພວກເຂົາກໍສັບສົນເມື່ອເວົ້າເຖິງຄວາມໝາຍ ແລະ ສະພາບການທີ່ແທ້ຈິງຂອງມັນ. ພຣະເຈົ້າເຮັດໃຫ້ຄວາມຕັ້ງໃຈຂອງຜູ້ຄົນໜັກແໜ້ນຂຶ້ນ, ຫຼໍ່ຫຼອມຄວາມໝັ້ນໃຈຂອງພວກເຂົາ ແລະ ເຮັດໃຫ້ທຸກສ່ວນຂອງພວກເຂົານັ້ນສົມບູນແບບຂຶ້ນ ແລະ ສ່ວນໃຫຍ່ແລ້ວ ສິ່ງນີ້ແມ່ນບັນລຸຜ່ານການທົດລອງ ເຊິ່ງກໍຍັງເປັນພາລະກິດທີ່ລີ້ລັບຂອງພຣະວິນຍານບໍລິສຸດ. ເບິ່ງຄືກັບວ່າ ພຣະເຈົ້າໄດ້ປະຖິ້ມຜູ້ຄົນແລ້ວ ສະນັ້ນ ຖ້າພວກເຂົາບໍ່ລະມັດລະວັງ, ພວກເຂົາກໍຈະເຫັນການທົດລອງເຫຼົ່ານີ້ເປັນສິ່ງລໍ້ໃຈຂອງຊາຕານ. ຕາມຄວາມຈິງແລ້ວ ການທົດລອງຫຼາຍຢ່າງຖືໄດ້ວ່າເປັນສິ່ງລໍ້ໃຈ ແລະ ສິ່ງນີ້ກໍເປັນຫຼັກການ ແລະ ກົດລະບຽບທີ່ພຣະເຈົ້າປະຕິບັດພາລະກິດ. ຖ້າຜູ້ຄົນດຳລົງຊີວິດໃນການສະຖິດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຈະເຫັນວ່າສິ່ງດັ່ງກ່າວເປັນການທົດລອງທີ່ມາຈາກພຣະເຈົ້າ ແລະ ຈະບໍ່ປ່ອຍໃຫ້ພວກມັນຫຼຸດໄປ. ຖ້າຄົນໜຶ່ງຄົນໃດເວົ້າວ່າ ຍ້ອນພຣະເຈົ້າຢູ່ກັບພວກເຂົາ, ຊາຕານຈຶ່ງຈະບໍ່ເຂົ້າມາໃກ້ພວກເຂົາຢ່າງແນ່ນອນ, ສິ່ງນີ້ກໍບໍ່ຖືກຕ້ອງທັງໝົດ; ຖ້າມັນເປັນແບບນັ້ນ, ມັນຈະອະທິບາຍກ່ຽວກັບຕອນທີ່ພຣະເຢຊູຜະເຊີນກັບການທົດລອງຫຼັງຈາກທີ່ພຣະອົງໄດ້ອົດອາຫານໃນຖິ່ນກັນດານເປັນເວລາສີ່ສິບມື້ໄດ້ແນວໃດ? ສະນັ້ນຖ້າຜູ້ຄົນແກ້ໄຂມຸມມອງຂອງພວກເຂົາກ່ຽວກັບຄວາມເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຈະເຫັນຫຼາຍສິ່ງຊັດເຈນຫຼາຍຍິ່ງຂຶ້ນ ແລະ ຄວາມເຂົ້າໃຈຂອງພວກເຂົາກໍຈະບໍ່ຖືກບິດເບືອນ. ຖ້າຄົນໃດຄົນໜຶ່ງຕັ້ງໃຈຢ່າງແທ້ຈິງທີ່ຈະໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບ, ພວກເຂົາກໍ່ຕ້ອງເຂົ້າຫາທຸກບັນຫາທີ່ພວກເຂົາກຳລັງຜະເຊີນຢູ່ຈາກຫຼາຍໆມຸມທີ່ແຕກຕ່າງກັນ ໂດຍບໍ່ໄກວໄປທາງຊ້າຍ ຫຼື ທາງຂວາ. ຖ້າເຈົ້າບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍຍັງບໍ່ຮູ້ຈັກວິທີການຮ່ວມມືກັບພຣະເຈົ້າ. ຖ້າເຈົ້າບໍ່ຮູ້ຈັກຫຼັກການແຫ່ງພາລະກິດຂອງພຣະເຈົ້າ ແລະ ບໍ່ຮັບຮູ້ເຖິງວິທີທີ່ຊາຕານປະຕິບັດພາລະກິດໃນມະນຸດ, ເຈົ້າກໍຈະບໍ່ມີເສັ້ນທາງໃຫ້ປະຕິບັດ. ການສະແຫວງຫາຢ່າງກະຕືລືລົ້ນພຽງຢ່າງດຽວບໍ່ໄດ້ເຮັດໃຫ້ເຈົ້າບັນລຸຜົນຕາມທີ່ພຣະເຈົ້າຕ້ອງການ. ວິທີການຮັບປະສົບການດັ່ງກ່າວກໍເໝືອນກັບການຮັບປະສົບການຂອງລໍເຣັນ ນັ້ນກໍຄື:
- [ສິ່ງທີ່ຜູ້ລ້ຽງແກະທີ່ເໝາະສົມແກ່ການນຳໃຊ້ຄວນມີ](https://lo.kingdomsalvation.org/adequate-shepherd-should-be-equipped-with.html) - ເຈົ້າຕ້ອງມີຄວາມເຂົ້າໃຈກ່ຽວກັບສະພາບການຕ່າງໆຂອງຜູ້ຄົນທີ່ຈະຜະເຊີນ ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນພວກເຂົາ. ໂດຍສະເພາະຜູ້ຄົນເຫຼົ່ານັ້ນທີ່ປະສານງານເພື່ອຮັບໃຊ້ພຣະເຈົ້າ ຕ້ອງມີຄວາມເຂົ້າໃຈທີ່ໜັກແໜ້ນຍິ່ງຂຶ້ນກ່ຽວກັບສະພາວະເຫຼົ່ານີ້. ຖ້າເຈົ້າພຽງແຕ່ເວົ້າກ່ຽວກັບປະສົບການ ແລະ ວິທີທາງທັງຫຼາຍໃນການເຂົ້າສູ່, ມັນກໍສະແດງໃຫ້ເຫັນວ່າ ປະສົບການຂອງເຈົ້າແມ່ນມາຈາກມຸມມອງດ້ານດຽວ. ຖ້າບໍ່ຮູ້ຈັກສະພາບການທີ່ແທ້ຈິງຂອງເຈົ້າ ຫຼື ເຂົ້າໃຈບັນດາຄວາມຈິງ-ຫຼັກການ, ມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ການປ່ຽນແປງອຸປະນິໄສນັ້ນສໍາເລັດ. ຖ້າບໍ່ຮູ້ບັນດາຫຼັກການຂອງພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຖ້າບໍ່ເຂົ້າໃຈກ່ຽວກັບໝາກຜົນທີ່ເກີດຈາກພາລະກິດນັ້ນ, ມັນກໍຍາກສໍາລັບເຈົ້າທີ່ຈະເບິ່ງເຫັນວຽກງານຂອງວິນຍານຊົ່ວຮ້າຍນັ້ນໄດ້. ເຈົ້າຕ້ອງເປີດເຜີຍວຽກງານຂອງວິນຍານຊົ່ວຮ້າຍ ແລະ ຄວາມຄິດຂອງມະນຸດ ແລະ ເລັ່ງໃສ່ໃຈກາງຂອງບັນຫາ; ພ້ອມນີ້ ເຈົ້າກໍຕ້ອງຊີ້ໃຫ້ເຫັນຄວາມນອກຮູ້ນອກທາງຫຼາຍຢ່າງໃນການປະຕິບັດ ຫຼື ບັນຫາຂອງຜູ້ຄົນທີ່ພວກເຂົາອາດມີ ໃນການເຊື່ອໃນພຣະເຈົ້າ ເພື່ອພວກເຂົາອາດຈະຮັບຮູ້ສິ່ງເຫຼົ່ານັ້ນ. ຢ່າງໜ້ອຍທີ່ສຸດ, ເຈົ້າບໍ່ຕ້ອງເຮັດໃຫ້ພວກເຂົາຮູ້ສຶກບໍ່ດີ ຫຼື ຢູ່ຊື່ໆ. ຢ່າງໃດກໍຕາມ, ເຈົ້າຕ້ອງເຂົ້າໃຈຄວາມລໍາບາກແທ້ຈິງທີ່ຜູ້ຄົນສ່ວນໃຫຍ່ມີ, ເຈົ້າບໍ່ຕ້ອງໄຮ້ເຫດຜົນ ຫຼື “ພະຍາຍາມສອນໝູໃຫ້ຮ້ອງເພງ”; ນັ້ນແມ່ນການປະພຶດຂອງຄົນທີ່ໂງ່ຈ້າ. ເພື່ອແກ້ໄຂບັນຫາທັງຫຼາຍຂອງມະນຸດມີ, ເຈົ້າຕ້ອງເຂົ້າໃຈເຖິງພະລັງຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຈົ້າຕ້ອງເຂົ້າໃຈວິທີການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດທີ່ມີຕໍ່ຜູ້ຄົນທີ່ແຕກຕ່າງກັນ, ເຈົ້າຕ້ອງເຂົ້າໃຈຄວາມລໍາບາກຂອງມະນຸດ, ຂໍ້ບົກຜ່ອງຂອງມະນຸດ, ເບິ່ງເຫັນປະເດັນສໍາຄັນຂອງບັນຫາ ແລະ ເຂົ້າເຖິງຕົ້ນຕໍຂອງບັນຫາ ໂດຍບໍ່ມີຄວາມນອກຮູ້ນອກທາງ ຫຼື ຂໍ້ຜິດພາດ. ມີແຕ່ຄົນປະເພດນີ້ເທົ່ານັ້ນ ທີ່ມີຄຸນນະສົມບັດໃນການປະສານງານເພື່ອຮັບໃຊ້ພຣະເຈົ້າ. ເຈົ້າຈະສາມາດເຂົ້າໃຈບັນຫາຫຼັກ ແລະ ເຫັນຫຼາຍສິ່ງຢ່າງຊັດເຈນ ຫຼື
- [ຜູ້ທີ່ໄດ້ຮັບຄວາມລອດພົ້ນແມ່ນຜູ້ທີ່ຍິນດີປະຕິບັດຄວາມຈິງ](https://lo.kingdomsalvation.org/willing-to-practice-the-truth.html) - ຄວາມຈໍາເປັນໃນການມີຊີວິດຄຣິສຕະຈັກທີ່ດີກໍໄດ້ຖືກກ່າວໄວ້ໃນບົດເທດສະໜາຢູ່ເປັນປະຈໍາ. ເປັນຫຍັງຊີວິດຂອງຄຣິສຕະຈັກຈຶ່ງຍັງບໍ່ດີຂຶ້ນ ແລະ ຍັງເປັນຄືເກົ່າ? ເປັນຫຍັງຈຶ່ງບໍ່ມີວິຖີຊີວິດອັນໃໝ່ ແລະ ທີ່ແຕກຕ່າງ? ແລ້ວເປັນເລື່ອງປົກກະຕິບໍທີ່ຄົນໃນຍຸກ 90 ຈະດໍາລົງຊີວິດຄືຈັກກະພັດໃນຍຸກຜ່ານມາ? ເຖິງວ່າສິ່ງທີ່ຜູ້ຄົນກິນ ແລະ ດື່ມໃນຕອນນີ້ຄືອາຫານແຊບນົວທີ່ຈະຊີມລົດຊາດໄດ້ຍາກໃນຍຸກຜ່ານມາ ແຕ່ຍັງບໍ່ມີການປ່ຽນແປງຢ່າງໃຫຍ່ຫຼວງໃດໆໃນຊີວິດຄຣິສຕະຈັກ. ມັນບໍ່ຕ່າງຫຍັງກັບການເອົາເຫຼົ້າແວງເກົ່າໃສ່ໃນຂວດໃໝ່. ເປັນແບບນັ້ນແລ້ວ ການທີ່ພຣະເຈົ້າກ່າວຫຼາຍຈະມີປະໂຫຍດອັນໃດ? ຄຣິສຕະຈັກໃນບ່ອນສ່ວນໃຫຍ່ຍັງບໍ່ມີການປ່ຽນແປງເລີຍ. ເຮົາໄດ້ເຫັນກັບຕາຂອງເຮົາ ແລະ ມັນຈະແຈ້ງໃນໃຈຂອງເຮົາ; ເຖິງແມ່ນວ່າເຮົາຍັງບໍ່ທັນໄດ້ປະສົບກັບຊີວິດຂອງຄຣິສຕະຈັກດ້ວຍຕົນເອງ ເຮົາກໍຮູ້ສະພາບການຊຸມນຸມຂອງຄຣິສຕະຈັກປານຫຼັງມືຂອງເຮົາ. ພວກເຂົາບໍ່ມີຄວາມຄືບໜ້າຫຍັງຫຼາຍ. ມັນກັບໄປຄໍາເວົ້ານັ້ນທີ່ວ່າ ມັນເປັນຄືກັບການໃສ່ເຫຼົ້າແວງເກົ່າເຂົ້າໃນຂວດໃໝ່. ບໍ່ມີຫຍັງປ່ຽນແປງ! ເມື່ອມີຄົນລ້ຽງດູພວກເຂົາ ພວກເຂົາກໍລຸກປານໄຟ ແຕ່ເມື່ອບໍ່ມີໃຜຊ່ວຍພວກເຂົາ ພວກເຂົາກໍເຢັນປານນໍ້າກ້ອນ. ມີໜ້ອຍຄົນທີ່ສາມາດເວົ້າກ່ຽວກັບສິ່ງທີ່ເປັນຈິງໄດ້ ແລະ ບໍ່ຄ່ອຍມີຜູ້ໃດສາມາດຮັບເອົາຕໍາແໜ່ງຜູ້ນໍາໄດ້. ເຖິງແມ່ນວ່າການເທດສະໜາຈະດີງາມ ແຕ່ກໍຫາຍາກທີ່ຈະມີຄົນເຂົ້າເຖິງ. ໜ້ອຍຄົນຖະໜອມຮັກພຣະທໍາຂອງພຣະເຈົ້າ. ພວກເຂົາຮ້ອງໄຫ້ເມື່ອພວກເຂົາຮັບເອົາພຣະທໍາຂອງພຣະເຈົ້າ, ຍິ້ມແຍ້ມເມື່ອພວກເຂົາວາງພຣະທໍາຂອງພຣະອົງລົງໄວ້ທາງຂ້າງ ແລະ ຂາດລົດຊາດ ແລະ ຂາດຄວາມສົດໃສເມື່ອພວກເຂົາອອກຈາກພຣະທໍານັ້ນ. ເວົ້າໃຫ້ຈະແຈ້ງກໍຄື ພວກເຈົ້າບໍ່ໄດ້ຖະໜອມຮັກພຣະທໍາຂອງພຣະເຈົ້າເລີຍ ແລະ ພວກເຈົ້າບໍ່ເຄີຍເຫັນຄຸນຄ່າພຣະທໍາທີ່ອອກມາຈາກປາກຂອງພຣະອົງໃນທຸກມື້ນີ້. ພວກເຈົ້າກັງວົນເມື່ອອ່ານພຣະທໍາຂອງພຣະອົງ ແລະ ຮູ້ສຶກອິດເມື່ອຍເມື່ອທ່ອງຂຶ້ນໃຈ ແລະ ເມື່ອເຖິງເວລານໍາເອົາພຣະທໍາຂອງພຣະເຈົ້າເຂົ້າສູ່ການປະຕິບັດ, ມັນກໍຄືກັນກັບການພະຍາຍາມຕັກນໍ້າສ້າງໂດຍການດຶງມັນຂຶ້ນດ້ວຍຂົນຫາງມ້າ. ເຖິງວ່າພວກເຈົ້າຈະພະຍາຍາມຫຼາຍພຽງໃດກໍຕາມ, ພວກເຈົ້າຈະບໍ່ສາມາດດຶງມັນຂຶ້ນມາໄດ້ຢ່າງເຕັມກໍາລັງ.
- [ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ](https://lo.kingdomsalvation.org/practice-the-truth-once-you-understand-it.html) - ພາລະກິດ ແລະ ພຣະທຳຂອງພຣະເຈົ້າມີເຈດຕະນາທີ່ເຮັດໃຫ້ເກີດການປ່ຽນແປງໃນອຸປະນິໄສຂອງພວກເຈົ້າ; ເປົ້າໝາຍຂອງພຣະອົງບໍ່ແມ່ນພຽງເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈ ຫຼື ຄວາມຮູ້. ນັ້ນມັນບໍ່ພຽງພໍ. ຄົນທີ່ມີຄວາມສາມາດໃນການເຂົ້າໃຈບໍ່ຄວນມີຄວາມຫຍຸ້ງຍາກໃນການເຂົ້າໃຈພຣະທຳຂອງພຣະເຈົ້າ ເພາະພຣະທຳສ່ວນໃຫຍ່ຂອງພຣະເຈົ້າແມ່ນສະແດງອອກໃນພາສາຂອງມະນຸດ ແລະ ພຣະອົງເວົ້າຢ່າງແຈ່ມແຈ້ງຫຼາຍ. ຍົກຕົວຢ່າງເຊັ່ນ ພວກເຂົາສາມາດຮຽນຮູ້ວ່າ ພຣະເຈົ້າຕ້ອງການໃຫ້ພວກເຂົາເຂົ້າໃຈ ແລະ ປະຕິບັດຫຍັງ; ນີ້ແມ່ນສິ່ງທີ່ຄົນປົກກະຕິ ຜູ້ເຊິ່ງມີຄວາມສາມາດໃນການເຂົ້າໃຈ ຄວນສາມາດເຮັດໄດ້. ໂດຍສະເພາະແລ້ວ ພຣະທຳທີ່ພຣະເຈົ້າກ່າວໃນຂັ້ນຕອນປັດຈຸບັນກໍຊັດເຈນ ແລະ ໂປ່ງໃສເປັນພິເສດ ແລະ ພຣະເຈົ້າກໍາລັງຊີ້ໃຫ້ເຫັນຫຼາຍໆສິ່ງທີ່ຜູ້ຄົນບໍ່ໄດ້ພິຈາລະນາ ພ້ອມທັງທຸກລັກສະນະຂອງສະພາວະຂອງມະນຸດ. ພຣະທຳຂອງພຣະອົງປົກຄຸມໝົດທຸກຢ່າງ ແລະ ແຈ່ມແຈ້ງຄືກັບແສງສະຫວ່າງຂອງເດືອນເພັງ. ແລ້ວໃນຕອນນີ້ ຜູ້ຄົນກໍເຂົ້າໃຈບັນຫາຫຼາຍຢ່າງ, ແຕ່ຍັງມີສິ່ງທີ່ຂາດໄປ ນັ້ນກໍຄືການທີ່ຜູ້ຄົນນໍາພຣະທຳຂອງພຣະອົງເຂົ້າສູ່ໃນການປະຕິບັດ. ຜູ້ຄົນຕ້ອງປະສົບກັບຄວາມຈິງທຸກດ້ານຢ່າງລະອຽດ ແລະ ຄົ້ນຫາ ແລະ ສະແຫວງຫາໃນລາຍລະອຽດຫຼາຍຂຶ້ນ, ແທນທີ່ຈະລໍຖ້າຮັບເອົາແມ່ນຫຍັງກໍຕາມທີ່ຖືກຈັດກຽມໄວ້ໃຫ້ກັບພວກເຂົາແລ້ວ; ຖ້າບໍ່ດັ່ງນັ້ນ ພວກເຂົາກໍບໍ່ຕ່າງຫຍັງກັບເຊື້ອກາຝາກ. ຜູ້ທີ່ຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ບໍ່ໄດ້ນໍາໄປປະຕິບັດບໍ່ຮັກຄວາມຈິງ ແລະ ຈະຖືກກໍາຈັດໄປໃນທີ່ສຸດ. ເພື່ອຈະເປັນຄືກັບເປໂຕໃນຊຸມປີ 90, ນີ້ໝາຍຄວາມວ່າ ພວກເຈົ້າແຕ່ລະຄົນຄວນປະຕິບັດພຣະທຳຂອງພຣະເຈົ້າ, ມີທາງເຂົ້າທີ່ແທ້ຈິງໃນປະສົບການຂອງພວກເຈົ້າ ແລະ ເຖິງກັບໄດ້ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ເພີ່ມຂຶ້ນເລື້ອຍໆໃນການຮ່ວມມືຂອງພວກເຈົ້າກັບພຣະເຈົ້າ ເຊິ່ງຈະເປັນຄວາມຊ່ວຍເຫຼືອທີ່ເພີ່ມຂຶ້ນເລື້ອຍໆໃນສູ່ຊີວິດຂອງພວກເຈົ້າເອງ. ຖ້າພວກເຈົ້າໄດ້ອ່ານພຣະທຳຫຼາຍຂໍ້ຂອງພຣະເຈົ້າ ແຕ່ເຂົ້າໃຈພຽງແຕ່ຄວາມໝາຍຂອງຄໍາສັບ
- [ກ່ຽວກັບການນຳໃຊ້ມະນຸດຂອງພຣະເຈົ້າ](https://lo.kingdomsalvation.org/concerning-God-s-use-of-man.html) - ບໍ່ມີໃຜສາມາດດໍາລົງຊີວິດແບບອິດສະຫຼະໄດ້ຍົກເວັ້ນຜູ້ທີ່ໄດ້ຮັບທິດທາງ ແລະ ການຊີ້ນໍາພິເສດໂດຍພຣະວິນຍານບໍລິສຸດ, ເພາະວ່າພວກເຂົາຕ້ອງການພັນທະກິດ ແລະ ການລ້ຽງດູຈາກຜູ້ທີ່ຖືກໃຊ້ໂດຍພຣະເຈົ້າ. ດ້ວຍເຫດນັ້ນ, ໃນແຕ່ລະຍຸກ ພຣະເຈົ້າຍົກລະດັບຜູ້ຄົນທີ່ແຕກຕ່າງກັນ ຜູ້ທີ່ເຮັ່ງຮີບ ແລະ ຫຍຸ້ງວຽກຕະຫຼອດຍ້ອນລ້ຽງດູຄຣິດຕະຈັກຕ່າງໆເພື່ອຜົນປະໂຫຍດຂອງພາລະກິດຂອງພຣະອົງ. ນັ້ນໝາຍຄວາມວ່າ ພາລະກິດຂອງພຣະເຈົ້າຕ້ອງເຮັດໂດຍຜູ້ທີ່ພຣະອົງເຫັນຊອບ ແລະ ອະນຸມັດ; ພຣະວິນຍານບໍລິສຸດຕ້ອງໃຊ້ສ່ວນໜຶ່ງທີ່ຢູ່ໃນຕົວພວກເຂົາທີ່ເໝາະສົມໃນການນໍາໃຊ້ເພື່ອປະຕິບັດພາລະກິດ ແລະ ພວກເຂົາຈະຖືກເຮັດໃຫ້ເໝາະສົມໃນການນໍາໃຊ້ໂດຍພຣະເຈົ້າ ໂດຍຜ່ານການເຮັດໃຫ້ສົມບູນແບບໂດຍພຣະວິນຍານບໍລິສຸດ. ເນື່ອງຈາກວ່າຄວາມສາມາດໃນການເຂົ້າໃຈຂອງມະນຸດຍັງມີຄວາມຈໍາກັດຫຼາຍເກີນໄປ ເຂົາຕ້ອງໄດ້ຮັບການລ້ຽງດູຈາກຜູ້ທີ່ຖືກໃຊ້ໂດຍພຣະເຈົ້າ; ມັນຄືກັນກັບ ການທີ່ພຣະເຈົ້ານໍາໃຊ້ໂມເຊ, ຜູ້ທີ່ພຣະອົງເຫັນວ່າເໝາະສົມສໍາລັບການນໍາໃຊ້ໃນເວລານັ້ນ ແລະ ຜູ້ທີ່ພຣະອົງໃຊ້ເພື່ອປະຕິບັດພາລະກິດຂອງພຣະເຈົ້າໃນຍຸກນັ້ນ. ໃນຂັ້ນຕອນນີ້, ພຣະເຈົ້າໃຊ້ຊາຍຄົນຫນຶ່ງ ໂດຍໃຊ້ປະໂຫຍດຈາກສ່ວນໜຶ່ງໃນຕົວເຂົາ ທີ່ສາມາດນຳໃຊ້ໂດຍພຣະວິນຍານບໍລິສຸດເພື່ອປະຕິບັດພາລະກິດ ແລະ ພຣະວິນຍານບໍລິສຸດທັງຊີ້ນໍາ ແລະ ເຮັດໃຫ້ສ່ວນທີ່ຍັງເຫຼືອທີ່ບໍ່ສາມາດໃຊ້ໄດ້ນັ້ນສົມບູນແບບໃນເວລາດຽວກັນ. ພາລະກິດທີ່ປະຕິບັດໂດຍຜູ້ທີ່ຖືກນຳໃຊ້ໂດຍພຣະເຈົ້າແມ່ນເພື່ອການຮ່ວມມືກັບພາລະກິດຂອງພຣະຄຣິດ ຫຼື ພຣະວິນຍານບໍລິສຸດ. ຜູ້ຊາຍຄົນນີ້ໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າໃນບັນດາມະນຸດ, ເພິ່ນຢູ່ທີ່ນັ້ນເພື່ອນໍາພາທຸກຄົນທີ່ຖືກເລືອກໂດຍພຣະເຈົ້າ ແລະ ເພິ່ນຍັງໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າເພື່ອເຮັດວຽກຮ່ວມມືກັບມະນຸດ. ໂດຍຜ່ານບຸກຄົນນີ້, ຜູ້ທີ່ສາມາດເຮັດວຽກຮ່ວມມືກັບມະນຸດ, ຄວາມຕ້ອງການຂອງພຣະເຈົ້າຕໍ່ມະນຸດທີ່ຫຼາຍຂຶ້ນ ແລະ ພາລະກິດທີ່ພຣະວິນຍານບໍລິສຸດຕ້ອງປະຕິບັດທ່າມກາງມະນຸດກໍຈະສາມາດບັນລຸໄດ້ໂດຍຜ່ານບຸກຄົນນີ້. ເວົ້າໄດ້ອີກຢ່າງໜຶ່ງກໍຄື: ຈຸດປະສົງຂອງພຣະເຈົ້າໃນການນໍາໃຊ້ຜູ້ຊາຍຄົນນີ້ແມ່ນເພື່ອໃຫ້ທຸກຄົນທີ່ຕິດຕາມພຣະເຈົ້າສາມາດເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າຫຼາຍຂຶ້ນ ແລະ ສາມາດບັນລຸຂໍ້ກໍານົດຂອງພຣະເຈົ້າຫຼາຍຂຶ້ນ. ເນື່ອງຈາກວ່າຜູ້ຄົນບໍ່ສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າ ຫຼື ເຈດຕະນາຂອງພຣະເຈົ້າໄດ້ໂດຍກົງ, ພຣະເຈົ້າຈຶ່ງແຕ່ງຕັ້ງບາງຄົນຂຶ້ນມາ
- [ສໍາລັບທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນ](https://lo.kingdomsalvation.org/on-everyone-performing-their-function.html) - ໃນກະແສປັດຈຸບັນ ທຸກຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ ມີໂອກາດທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ບໍ່ວ່າພວກເຂົາຈະໜຸ່ມ ຫຼື ເຖົ້າກໍຕາມ ຕາບໃດທີ່ພວກເຂົາມີຫົວໃຈທີ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ຢໍາເກງພຣະອົງ, ພວກເຂົາກໍຈະສາມາດຖືກເຮັດໃຫ້ສົມບູນໂດຍພຣະອົງ. ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ ໂດຍອີງຕາມພາລະໜ້າທີ່ ທີ່ແຕກຕ່າງກັນຂອງພວກເຂົາ. ຕາບໃດທີ່ເຈົ້າໄດ້ປະຕິບັດທຸກສິ່ງທຸກຢ່າງດ້ວຍສຸດກໍາລັງຂອງເຈົ້າ ແລະ ຖວາຍຕົນຕໍ່ພາລະກິດຂອງພຣະເຈົ້າ, ເຈົ້າກໍຈະສາມາດຖືກເຮັດໃຫ້ສົມບູນໄດ້ ໂດຍພຣະອົງ. ໃນປັດຈຸບັນ ພວກເຈົ້າຍັງບໍ່ມີໃຜທີ່ສົມບູນແບບ. ບາງຄັ້ງພວກເຈົ້າກໍສາມາດເຮັດໄດ້ໜ້າທີ່ດຽວ ແລະ ບາງຄັ້ງພວກເຈົ້າກໍເຮັດໄດ້ສອງໜ້າທີ່; ຕາບໃດທີ່ພວກເຈົ້າເຮັດສຸດກໍາລັງຂອງຕົນ ເພື່ອທຸ້ມເທໃຫ້ກັບພຣະເຈົ້າ, ສຸດທ້າຍແລ້ວ ພວກເຈົ້າກໍຈະຖືກເຮັດໃຫ້ສົມບູນ ໂດຍພຣະອົງ. ຄົນໄວໜຸ່ມ ມີປັດຊະຍາກ່ຽວກັບຄວາມສໍາພັນທາງໂລກທີ່ໜ້ອຍ ແລະ ຂາດສະຕິປັນຍາ ແລະ ຄວາມເຂົ້າໃຈອັນເລິກເຊິ່ງ. ພຣະເຈົ້າມາເພື່ອເຮັດໃຫ້ສະຕິປັນຍາ ແລະ ຄວາມເຂົ້າໃຈອັນເລິກເຊິ່ງຂອງມະນຸດມີຄວາມສົມບູນ ແລະ ພຣະທຳຂອງພຣະເຈົ້າ ທົດແທນສິ່ງເຫຼົ່ານີ້ ທີ່ພວກເຂົາຂາດເຂີນ. ແນວໃດກໍຕາມ, ນິໄສຂອງຄົນໄວໜຸ່ມຍັງບໍ່ສະຖຽນ ແລະ ຍັງຈຳເປັນຕ້ອງມີການປະຕິຮູບໂດຍພຣະເຈົ້າ. ຄົນໄວໜຸ່ມມີຄວາມເຊື່ອທາງສາສະໜາໜ້ອຍລົງ ແລະ ມີປັດຊະຍາກ່ຽວກັບຄວາມສໍາພັນທາງໂລກ; ພວກເຂົາຄິດໃນທາງທີ່ງ່າຍດາຍ ແລະ ການພິຈາລະນາຂອງພວກເຂົາກໍບໍ່ສະລັບຊັບຊ້ອນ. ນີ້ແມ່ນດ້ານທີ່ ຄວາມເປັນມະນຸດຂອງພວກເຂົາຍັງບໍ່ເຂົ້າຮູບເຂົ້າຊົງ ແລະ ມັນເປັນດ້ານທີ່ເພິ່ງປາດຖະໜາ,
- [ການສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ](https://lo.kingdomsalvation.org/discussing-church-life-and-everyday-life.html) - ຜູ້ຄົນຮູ້ສຶກວ່າ ພວກເຂົາພຽງແຕ່ສາມາດປ່ຽນແປງພາຍໃນຊີວິດຄຣິສຕະຈັກເທົ່ານັ້ນ. ຖ້າພວກເຂົາບໍ່ໄດ້ຢູ່ພາຍໃນຊີວິດຄຣິສຕະຈັກ, ແລ້ວພວກເຂົາກໍ່ຮູ້ສຶກວ່າບໍ່ສາມາດປ່ຽນແປງໄດ້ ຄືກັບວ່າການປ່ຽນແປງບໍ່ສາມາດຖືກບັນລຸໄດ້ໃນຊີວິດຈິງ. ພວກເຈົ້າສາມາດເຫັນເຖິງບັນຫາທີ່ຢູ່ໃນນີ້ໄດ້ບໍ? ເຮົາໄດ້ສົນທະນາເຖິງການນໍາເອົາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງກ່ອນໜ້າແລ້ວ; ສຳລັບຄົນທີ່ເຊື່ອໃນພຣະເຈົ້າ, ນີ້ແມ່ນເສັ້ນທາງທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ຊີວິດຄຣິສຕະຈັກເປັນພຽງຫົນທາງທີ່ຈຳກັດໃນການເຮັດໃຫ້ມະນຸດສົມບູນ. ສະພາບແວດລ້ອມຫຼັກທີ່ຈະເຮັດໃຫ້ມະນຸດສົມບູນກໍ່ຍັງແມ່ນຊີວິດທີ່ເປັນຈິງ. ນີ້ແມ່ນການປະຕິບັດຕົວຈິງ ແລະ ການຝຶກຝົນຕົວຈິງທີ່ເຮົາເວົ້າເຖິງ ເຊິ່ງເຮັດໃຫ້ຜູ້ຄົນບັນລຸຊີວິດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ດຳລົງຊີວິດຕາມລັກສະນະຂອງບຸກຄົນທີ່ແທ້ຈິງໃນຊີວິດປະຈຳວັນ. ໃນດ້ານໜຶ່ງ, ຄົນໆໜຶ່ງຕ້ອງສຶກສາເພື່ອຍົກສູງລະດັບການສຶກສາຂອງພວກເຂົາເອງ, ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ບັນລຸຄວາມສາມາດໃນການເຂົ້າໃຈ. ໃນອີກດ້ານໜຶ່ງ, ຄົນໆໜຶ່ງຕ້ອງປະກອບມີຄວາມຮູ້ພື້ນຖານທີ່ຈຳເປັນໃນການດຳລົງຊີວິດແບບມະນຸດ ເພື່ອບັນລຸຄວາມເຂົ້າໃຈ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ເພາະວ່າຜູ້ຄົນເກືອບຂາດທຸກສິ່ງໃນຂົງເຂດເຫຼົ່ານີ້. ຍິ່ງໄປກວ່ານັ້ນ, ຄົນໆໜຶ່ງຍັງຕ້ອງໄດ້ມາຊີມລົດຊາດພຣະທຳຂອງພຣະເຈົ້າຜ່ານທາງຊີວິດຄຣິສຕະຈັກອີກດ້ວຍ ແລະ ເລີ່ມມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຄວາມຈິງເທື່ອລະໜ້ອຍ. ເປັນຫຍັງຈຶ່ງເວົ້າວ່າ ໃນການເຊື່ອໃນພຣະເຈົ້າ ຄົນໆໜຶ່ງຕ້ອງນໍາເອົາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງ? ມັນບໍ່ແມ່ນພຽງແຕ່ຊີວິດຄຣິສຕະຈັກທີ່ປ່ຽນແປງຜູ້ຄົນ; ສິ່ງທີ່ສຳຄັນໄປກວ່ານັ້ນກໍ່ຄື ຜູ້ຄົນຄວນເຂົ້າສູ່ຄວາມເປັນຈິງໃນຊີວິດທີ່ເປັນຈິງ. ພວກເຈົ້າເຄີຍລົມກ່ຽວກັບສະພາວະຝ່າຍວິນຍານ ແລະ ບັນຫາຕ່າງໆຝ່າຍວິນຍານຂອງພວກເຈົ້າຢູ່ສະເໝີ ໃນຂະນະທີ່ເບິ່ງຂ້າມການປະຕິບັດຫຼາຍສິ່ງໃນຊີວິດຈິງ ແລະ ເບິ່ງຂ້າມທາງເຂົ້າສູ່ສິ່ງເຫຼົ່ານັ້ນອີກດ້ວຍ. ພວກເຈົ້າຂຽນທຸກມື້, ພວກເຈົ້າຟັງທຸກມື້ ແລະ ພວກເຈົ້າອ່ານທຸກມື້. ພວກເຈົ້າເຖິງກັບອະທິຖານໃນຂະນະທີ່ພວກເຈົ້າກຳລັງຄົວກິນ “ໂອ ພຣະເຈົ້າ! ຂໍໃຫ້ພຣະອົງກາຍມາເປັນຊີວິດຢູ່ພາຍໃນຂອງຂ້ານ້ອຍ. ບໍ່ວ່າມື້ນີ້ຈະເປັນແນວໃດກໍ່ຕາມ, ຂໍໃຫ້ອວຍພອນຂ້ານ້ອຍ
- [ກ່ຽວກັບຊີວິດຝ່າຍວິນຍານປົກກະຕິ](https://lo.kingdomsalvation.org/regarding-a-normal-spiritual-life.html) - ຄວາມເຊື່ອໃນພຣະເຈົ້າຈຳເປັນຕ້ອງມີຊີວິດຝ່າຍວິນຍານປົກກະຕິ, ເຊິ່ງເປັນພື້ນຖານສຳລັບການມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ການເຂົ້າສູ່ຄວາມເປັນຈິງ. ການປະຕິບັດການອະທິຖານໃນປັດຈຸບັນຂອງພວກເຈົ້າ, ການຫຍັບເຂົ້າໃກ້ພຣະເຈົ້າ, ການຮ້ອງເພງນະມັດສະການ, ການສັນລະເສີນ, ການປະຕິບັດສະມາທິ ແລະ ການໄຕ່ຕອງພຣະທຳຂອງພຣະເຈົ້າເທົ່າກັບ “ຊີວິດຝ່າຍວິນຍານທີ່ປົກກະຕິ” ບໍ? ບໍ່ມີໃຜໃນບັນດາພວກເຈົ້າທີ່ຮູ້. ຊີວິດຝ່າຍວິນຍານປົກກະຕິ ບໍ່ໄດ້ຈຳກັດຢູ່ທີ່ການປະຕິບັດ ເຊັ່ນ: ການອະທິຖານ, ການຮ້ອງເພງນະມັດສະການ, ການມີຊີວິດຄຣິດຕະຈັກ ແລະ ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ. ກົງກັນຂ້າມ, ມັນປະກອບມີການໃຊ້ຊີວິດຝ່າຍວິນຍານທີ່ສົດໃໝ່ ແລະ ຢ່າງມີຊີວິດຊີວາ. ສິ່ງທີ່ສຳຄັນບໍ່ແມ່ນວິທີການທີ່ເຈົ້າປະຕິບັດ, ແຕ່ກ່ຽວກັບໝາກຜົນທີ່ການປະຕິບັດຂອງເຈົ້າເກີດອອກ. ຜູ້ຄົນສ່ວນໃຫຍ່ເຊື່ອວ່າ ຊີວິດຝ່າຍວິນຍານປົກກະຕິປະກອບມີການອະທິຖານ, ການຮ້ອງເພງນະມັດສະການ, ການກິນ ແລະ ການດື່ມ ພຣະທຳຂອງພຣະເຈົ້າ ຫຼື ການໄຕ່ຕອງພຣະທຳຂອງພຣະອົງ, ບໍ່ວ່າການປະຕິບັດດັ່ງກ່າວຈະມີຜົນແບບໃດກໍ່ຕາມ ຫຼື ນໍາໄປສູ່ຄວາມເຂົ້າໃຈທີ່ແທ້ຈິງ ຫຼື ບໍ່ກໍ່ຕາມ. ຄົນເຫຼົ່ານີ້ໃສ່ໃຈກັບການປະຕິບັດຕາມລະບຽບການທີ່ພໍເປັນພິທີ ໂດຍບໍ່ຄິດເຖິງຜົນຕາມມາຂອງພວກມັນ; ພວກເຂົາເປັນຄົນທີ່ດຳລົງຊີວິດຢູ່ໃນພິທີກຳທາງສາສະໜາ, ບໍ່ແມ່ນຄົນທີ່ດຳລົງຊີວິດຢູ່ພາຍໃນຄຣິດຕະຈັກ ແລະ ແຮງໄກທີ່ພວກເຂົາຈະເປັນປະຊາຊົນແຫ່ງອານາຈັກ. ຄຳອະທິຖານ, ການຮ້ອງເພງນະມັດສະການ ແລະ ການກິນ ແລະ
- [ວິທີການຮູ້ຈັກຄວາມເປັນຈິງ](https://lo.kingdomsalvation.org/how-to-know-reality.html) - ພຣະເຈົ້າແມ່ນພຣະເຈົ້າທີ່ແທ້ຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນແທ້ຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນແທ້ຈິງ ແລະ ຄວາມຈິງທຸກປະການທີ່ພຣະອົງສຳແດງອອກກໍແມ່ນແທ້ຈິງ. ທຸກສິ່ງທີ່ບໍ່ແມ່ນພຣະທຳຂອງພຣະອົງແມ່ນຄວາມຫວ່າງເປົ່າ, ບໍ່ມີຕົວຕົນ ແລະ ເຊື່ອຖືບໍ່ໄດ້. ໃນປັດຈຸບັນ, ພຣະວິນຍານບໍລິສຸດຕ້ອງນໍາພາຜູ້ຄົນເຂົ້າສູ່ພຣະທຳຂອງພຣະເຈົ້າ. ຖ້າຜູ້ຄົນຕ້ອງສະແຫວງຫາທາງເຂົ້າສູ່ຄວາມເປັນຈິງ ພວກເຂົາຕ້ອງຄົ້ນຫາຄວາມເປັນຈິງ ແລະ ຮູ້ຈັກຄວາມເປັນຈິງ, ຫຼັງຈາກນັ້ນ ພວກເຂົາຕ້ອງມີປະສົບການກັບຄວາມເປັນຈິງ ແລະ ດຳລົງຊີວິດຕາມຄວາມເປັນຈິງ. ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງສາມາດແຍກແຍະໄດ້ວ່າຄຳເວົ້າຂອງຄົນອື່ນເປັນຈິງ ຫຼື ບໍ່; ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະມີແນວຄິດໜ້ອຍລົງສໍ່ານັ້ນ; ຍິ່ງຜູ້ຄົນມີປະສົບການກັບຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຮູ້ຈັກການກະທຳຂອງພຣະເຈົ້າທີ່ແທ້ຈິງຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍຂຶ້ນທີ່ຈະໃຫ້ພວກເຂົາເປັນອິດສະຫຼະຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ຍິ່ງຜູ້ຄົນມີຄວາມຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງກຽດຊັງຝ່າຍເນື້ອໜັງ ແລະ ຮັກຄວາມຈິງຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົາມີຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງເຂົ້າໃກ້ມາດຕະຖານແຫ່ງເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າຫຼາຍສໍ່ານັ້ນ. ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາແມ່ນຄົນທີ່ປະກອບດ້ວຍຄວາມເປັນຈິງ, ຮູ້ຈັກຄວາມເປັນຈິງ ແລະ ໄດ້ຮຽນຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າຜ່ານປະສົບການກັບຄວາມເປັນຈິງ. ຍິ່ງເຈົ້າຮ່ວມມືກັບພຣະເຈົ້າໃນລັກສະນະທີ່ເປັນຈິງ ແລະ ລົງວິໄນຮ່າງກາຍຂອງເຈົ້າຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍສໍ່ານັ້ນ, ເຈົ້າຈະໄດ້ຮັບຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສະຫວ່າງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງເຈົ້າກ່ຽວກັບການກະທຳທີ່ເປັນຈິງຂອງພຣະເຈົ້າກໍຈະຍິ່ງມີຫຼາຍສໍ່ານັ້ນ. ຖ້າເຈົ້າສາມາດດຳລົງຊີວິດໃນແສງສະຫວ່າງແຫ່ງປັດຈຸບັນຂອງພຣະວິນຍານບໍລິສຸດ ແລ້ວເສັ້ນທາງສູ່ການປະຕິບັດຂອງເຈົ້າໃນປັດຈຸບັນກໍຈະຊັດເຈນຂຶ້ນສຳລັບເຈົ້າ
- [ວິທີຮັບໃຊ້ໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ](https://lo.kingdomsalvation.org/serve-in-harmony-with-God-s-will.html) - ເມື່ອຄົນໆໜຶ່ງເຊື່ອໃນພຣະເຈົ້າ, ຄົນໆນັ້ນຄວນຮັບໃຊ້ພຣະອົງແນວໃດແທ້ໆ? ມີເງື່ອນໄຂຫຍັງແດ່ທີ່ຄວນປະຕິບັດຕາມ ແລະ ມີຄວາມຈິງຫຍັງແດ່ທີ່ຄົນທີ່ຮັບໃຊ້ພຣະເຈົ້າຄວນເຂົ້າໃຈ? ແລ້ວພວກເຈົ້າອາດຫັນເຫຢູ່ບ່ອນໃດໃນການຮັບໃຊ້ຂອງພວກເຈົ້າ? ພວກເຈົ້າຄວນຮູ້ຈັກຄຳຕອບຕໍ່ທຸກສິ່ງເຫຼົ່ານີ້. ບັນຫາເຫຼົ່ານີ້ຈະບົ່ງບອກເຖິງວິທີທີ່ພວກເຈົ້າເຊື່ອໃນພຣະເຈົ້າ ແລະ ວິທີທີ່ພວກເຈົ້າຍ່າງບົນເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ ແລະ ປ່ອຍໃຫ້ພຣະເຈົ້າປັ້ນແຕ່ງເຈົ້າໃນທຸກສິ່ງ, ເຊິ່ງດ້ວຍເຫດນັ້ນຈຶ່ງຈະເຮັດໃຫ້ພວກເຈົ້າເຂົ້າໃຈທຸກຂັ້ນຕອນໃນພາລະກິດຂອງພຣະເຈົ້າທີ່ປະຕິບັດໃນຕົວພວກເຈົ້າ. ເມື່ອພວກເຈົ້າໄປເຖິງຈຸດນັ້ນ, ພວກເຈົ້າຈະເຂົ້າໃຈວ່າແມ່ນຫຍັງຄືຄວາມເຊື່ອຕໍ່ພຣະເຈົ້າ, ວິທີການເຊື່ອໃນພຣະເຈົ້າຢ່າງຖືກຕ້ອງ ແລະ ສິ່ງທີ່ພວກເຈົ້າຄວນເຮັດປະຕິບັດໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ສິ່ງນີ້ຈະເຮັດໃຫ້ພວກເຈົ້າເຊື່ອຟັງພາລະກິດຂອງພຣະເຈົ້າຢ່າງສົມບູນແບບ ແລະ ຢ່າງເຕັມທີ່; ພວກເຈົ້າຈະບໍ່ມີການຕໍ່ວ່າ ແລະ ພວກເຈົ້າຈະບໍ່ຕັດສິນ ຫຼື ວິເຄາະ, ແຮງໄກທີ່ຈະຄົ້ນຄວ້າພາລະກິດຂອງພຣະເຈົ້າ. ເມື່ອເປັນດັ່ງນັ້ນ, ພວກເຈົ້າທຸກຄົນຈະສາມາດອ່ອນນ້ອມຕໍ່ພຣະເຈົ້າຈົນເຖິງມື້ຕາຍ, ຍິນຍອມໃຫ້ພຣະເຈົ້າບັນຊາພວກເຈົ້າ ແລະ ສັງເວີຍພວກເຈົ້າຄືດັ່ງໂຕແກະເພື່ອວ່າພວກເຈົ້າທຸກຄົນຈະໄດ້ສາມາດມາກາຍເປັນເປໂຕແຫ່ງຊຸມປີ 1990 ແລະ ສາມາດຮັກພຣະເຈົ້າຢ່າງສຸດໃຈໂດຍບໍ່ມີການຕໍ່ວ່າຫຍັງທັງສິ້ນເຖິງແມ່ນວ່າຈະຖືກຄຶງໃສ່ໄມ້ກາງແຂນກໍ່ຕາມ. ໃນຕອນນັ້ນເອງ ພວກເຈົ້າຈຶ່ງຈະສາມາດດໍາລົງຊີວິດເໝືອນເປໂຕແຫ່ງຊຸມປີ 1990. ທຸກຄົນທີ່ໄດ້ຕັດສິນໃຈຢ່າງເດັດດ່ຽວທີ່ຈະຮັບໃຊ້ພຣະເຈົ້າ, ແຕ່ມີພຽງຄົນທີ່ສະແດງເຖິງການຄໍານຶງ ແລະ ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າເທົ່ານັ້ນຈຶ່ງມີຄຸນສົມບັດ ແລະ ມີສິດທີ່ຈະຮັບໃຊ້ພຣະເຈົ້າໄດ້. ເຮົາໄດ້ຄົ້ນພົບສິ່ງນີ້ທ່າມກາງພວກເຈົ້າ: ຫຼາຍຄົນເຊື່ອວ່າຕາບໃດທີ່ພວກເຂົາຕັ້ງໃຈເຜີຍແຜ່ຂ່າວປະເສີດສຳລັບພຣະເຈົ້າຢ່າງກະຕືລືລົ້ນ, ອອກເດີນທາງເພື່ອພຣະເຈົ້າ, ເສຍສະຫຼະຕົນເອງ ແລະ ສະຫຼະຖິ້ມສິ່ງຕ່າງໆເພື່ອພຣະເຈົ້າ ແລະ ອື່ນໆອີກ, ແລ້ວນີ້ກໍ່ແມ່ນການຮັບໃຊ້ພຣະເຈົ້າ. ແມ່ນແຕ່ຄົນທີ່ຍິ່ງເຄັ່ງສາສະໜາຫຼາຍຄົນເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການແລ່ນໄປມາໂດຍທີ່ມີພຣະຄໍາພີໃນມືຂອງພວກເຂົາ, ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ
- [ວິທີເຂົ້າສູ່ສະພາບປົກກະຕິ](https://lo.kingdomsalvation.org/how-to-enter-into-a-normal-state.html) - ຍິ່ງຄົນຍອມຮັບເອົາພຣະທໍາຂອງພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຍິ່ງໄດ້ຮັບຄວາມສະຫວ່າງຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາກໍຍິ່ງຫິວ ແລະ ກະຫາຍທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ມີແຕ່ຜູ້ທີ່ຮັບເອົາພຣະທໍາຂອງພຣະເຈົ້າເທົ່ານັ້ນຈຶ່ງສາມາດມີປະສົບການອັນເລິກເຊິ່ງ ແລະ ລໍ້າຄ່າຍິ່ງຂຶ້ນ ແລະ ພວກເຂົາເທົ່ານັ້ນເປັນຜູ້ທີ່ມີຊີວິດສືບຕໍ່ງອກງາມຄືກັບດອກງາ. ທຸກຄົນທີ່ສະແຫວງຫາຊີວິດຕ້ອງຖືສິ່ງນີ້ຄືກັບວ່າແມ່ນວຽກງານເຕັມເວລາຂອງພວກເຂົາ; ພວກເຂົາຄວນມີຄວາມຮູ້ສຶກວ່າ “ຫາກປາສະຈາກພຣະເຈົ້າ, ຂ້ານ້ອຍບໍ່ສາມາດມີຊີວິດໄດ້ ຫາກປາສະຈາກພຣະເຈົ້າ, ຂ້ານ້ອຍບໍ່ສາມາດສຳເລັດຫຍັງໄດ້; ຫາກປາສະຈາກພຣະເຈົ້າ, ທຸກສິ່ງແມ່ນວ່າງເປົ່າ”. ແລ້ວເຊັ່ນດຽວກັນ, ຖ້າພວກເຂົາມີຄວາມຕັ້ງໃຈວ່າ “ຖ້າປາສະຈາກການສະຖິດຂອງພຣະວິນຍານບໍລິສຸດ, ຂ້ານ້ອຍຈະບໍ່ເຮັດຫຍັງ ແລະ ຖ້າການອ່ານພຣະທໍາຂອງພຣະເຈົ້າບໍ່ມີຜົນຫຍັງ, ແລ້ວຂ້ານ້ອຍກໍຈະບໍ່ສົນໃຈເຮັດຫຍັງ”. ຢ່າຕາມໃຈຕົນເອງ. ປະສົບການຊີວິດແມ່ນມາຈາກຄວາມສະຫວ່າງ ແລະ ການນໍາພາຂອງພຣະເຈົ້າ ແລະ ພວກມັນແມ່ນການຜະລຶກຂອງຄວາມພະຍາຍາມສ່ວນຕົວຂອງພວກເຈົ້າ. ສິ່ງທີ່ພວກເຈົ້າຄວນຮຽກຮ້ອງຈາກຕົນເອງກໍຄື “ເມື່ອເວົ້າເຖິງປະສົບການຊີວິດ, ຂ້ານ້ອຍບໍ່ສາມາດເອົາໂຕເອງລອດໄປຢ່າງງ່າຍດາຍໄດ້”. ບາງຄັ້ງ ໃນສະພາວະທີ່ບໍ່ປົກກະຕິ, ເຈົ້າສູນເສຍການສະຖິດຂອງພຣະເຈົ້າ ແລະ ບໍ່ສາມາດສໍາຜັດພຣະອົງໄດ້ ເມື່ອເຈົ້າອະທິຖານ. ມັນປົກກະຕິທີ່ຈະຮູ້ສຶກຢ້ານໃນເວລາດັ່ງກ່າວ. ເຈົ້າຄວນເລີ່ມສະແຫວງຫາທັນທີ. ຖ້າເຈົ້າບໍ່ສະແຫວງຫາ, ພຣະເຈົ້າກໍຈະຫ່າງອອກຈາກເຈົ້າ ແລະ ເຈົ້າກໍຈະບໍ່ມີການສະຖິດຂອງພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ເປັນເວລາໜຶ່ງມື້ ຫຼື ສອງມື້, ແມ່ນແຕ່ໜຶ່ງເດືອນ ຫຼື ສອງເດືອນ.
- [ຄົນຊົ່ວຮ້າຍຈະຖືກລົງໂທດຢ່າງແນ່ນອນ](https://lo.kingdomsalvation.org/the-wicked-must-be-punished.html) - ຈົ່ງເບິ່ງໃນຕົວພວກເຈົ້າວ່າເຫັນຄວາມຊອບທຳໃນທຸກສິ່ງທີ່ເຈົ້າກະທຳ ຫຼື ບໍ່ ແລະ ພຣະເຈົ້າໄດ້ເຝົ້າເບິ່ງການກະທໍາທັງໝົດຂອງເຈົ້າ ຫຼື ບໍ່: ນີ້ ແມ່ນຫຼັກການຂອງຄົນທີ່ເຊື່ອໃນພຣະເຈົ້າປະຕິບັດພາລະກິດຂອງພວກເຂົາ. ພວກເຈົ້າຈະຖືກເອີ້ນວ່າເປັນຄົນທ່ຽງທໍາ ຍ້ອນວ່າພວກເຈົ້າສາມາດເຮັດໃຫ້ພຣະເຈົ້າເພິ່ງພໍໃຈ ແລະ ຍ້ອນວ່າພວກເຈົ້າໄດ້ຍອມຮັບເອົາການເບິ່ງແຍງດູແລ ແລະ ການປົກປ້ອງຈາກພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ, ທຸກຄົນທີ່ຍອມຮັບເອົາການເບິ່ງແຍງດູແລ, ການປົກປ້ອງ ແລະ ຄວາມສົມບູນແບບຂອງພຣະເຈົ້າ ແລະ ຜູ້ທີ່ພຣະອົງຊົງເລືອກແມ່ນຄົນມີສິນທໍາ ແລະ ພຣະອົງຖືວ່າພວກເຂົາທັງໝົດມີຄຸນຄ່າ. ຍິ່ງເຈົ້າຍອມຮັບພຣະທໍາຂອງພຣະເຈົ້າໃນປັດຈຸບັນຫຼາຍເທົ່າໃດ, ເຈົ້າກໍຍິ່ງຈະສາມາດເຂົ້າໃຈ ແລະ ຢັ່ງຮູ້ເຈດຕະນາຂອງພຣະເຈົ້າຫຼາຍເທົ່ານັ້ນ ແລະ ດ້ວຍເຫດນີ້ ເຈົ້າກໍຈະຍິ່ງສາມາດດໍາລົງຊີວິດດ້ວຍພຣະທໍາຂອງພຣະເຈົ້າ ແລະ ຕອບສະໜອງຄວາມຕ້ອງການຂອງພຣະອົງ. ນີ້ຄືພາລະກິດຂອງພຣະເຈົ້າ ທີ່ໄດ້ມອບໝາຍໃຫ້ພວກເຈົ້າ ແລະ ມັນແມ່ນສິ່ງທີ່ພວກເຈົ້າທຸກຄົນຄວນເຮັດໃຫ້ສໍາເລັດ. ຖ້າເຈົ້າໃຊ້ແນວຄວາມຄິດຕົວເອງວັດແທກ ແລະ ຈໍາກັດພຣະເຈົ້າ ຄືດັ່ງພຣະເຈົ້າເປັນຮູບປັ້ນດິນໜຽວທີ່ບໍ່ມີການປ່ຽນແປງ ແລະ ຖ້າເຈົ້າພຽງແຕ່ຈໍາກັດພຣະເຈົ້າຢູ່ພາຍໃນຂອບເຂດພຣະຄໍາພີ ແລະ ຈໍາກັດພຣະອົງພາຍໃນຂອບເຂດວຽກງານທີ່ຈໍາກັດ, ແລ້ວນີ້ກໍພິສູດວ່າພວກເຈົ້າໄດ້ປະນາມພຣະເຈົ້າ. ຍ້ອນວ່າຄົນຢິວຂອງຍຸກແຫ່ງພັນທະສັນຍາເດີມນັ້ນ ເຫັນພຣະເຈົ້າເປັນຮູບປັ້ນບູຊາທີ່ເປັນຮູບຮ່າງຕາຍຕົວທີ່ພວກເຂົາຍຶດຖືໃນຫົວໃຈຂອງພວກເຂົາ ຄືດັ່ງວ່າພຣະເຈົ້າສາມາດເປັນພຽງພຣະເມຊີອາເທົ່ານັ້ນ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ຖືກເອີ້ນວ່າພຣະເມຊີອາທີ່ສາມາດເປັນພຣະເຈົ້າ ແລະ ຍ້ອນວ່າມະນຸດຮັບໃຊ້ ແລະ ບູຊາພຣະເຈົ້າຄ້າຍກັບວ່າພຣະອົງແມ່ນຮູບປັ້ນດິນໜຽວ
- [ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນ](https://lo.kingdomsalvation.org/promises-to-those-perfected.html) - ເສັ້ນທາງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບແມ່ນຫຍັງ? ລວມມີດ້ານໃດແດ່? ເຈົ້າເຕັມໃຈໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບບໍ? ເຈົ້າເຕັມໃຈຍອມຮັບການພິພາກສາ ແລະ ການລົງໂທດຂອງພຣະອົງບໍ? ເຈົ້າຮູ້ຫຍັງແດ່ກ່ຽວກັບຄຳຖາມເຫຼົ່ານີ້? ຖ້າເຈົ້າບໍ່ມີຄວາມຮູ້ທີ່ຈະກ່າວກ່ຽວກັບສິ່ງນີ້, ແລ້ວສິ່ງນີ້ພິສູດໃຫ້ເຫັນວ່າເຈົ້າຍັງບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ເຊິ່ງເຈົ້າບໍ່ໄດ້ຖືກເຮັດໃຫ້ຮູ້ແຈ້ງໂດຍພຣະວິນຍານບໍລິສຸດແມ່ນແຕ່ໜ້ອຍດຽວ. ມັນເປັນໄປບໍ່ໄດ້ສໍາລັບຜູ້ຄົນດັ່ງກ່າວຈະຖືກເຮັດໃຫ້ສົມບູນແບບ. ພວກເຂົາພຽງແຕ່ໄດ້ຮັບພຣະຄຸນຈຳນວນໜ້ອຍດຽວເທົ່ານັ້ນເພື່ອຊື່ນຊົມມັນໃນເວລາສັ້ນໆ ແລະ ສິ່ງນັ້ນຈະບໍ່ຢືນຍົງຄົງຕົວ. ຜູ້ຄົນບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້ ຖ້າພວກເຂົາພຽງແຕ່ຊື່ນຊົມພຣະຄຸນຂອງພຣະອົງ. ບາງຄົນພໍໃຈເມື່ອເນື້ອໜັງຂອງພວກເຂົາມີຄວາມສະຫງົບສຸກ ແລະ ຄວາມຊື່ນບານ, ເມື່ອຊີວິດຂອງພວກເຂົາສະດວກສະບາຍໂດຍບໍ່ມີຄວາມທຸກຍາກ ຫຼື ຄວາມໂຊກຮ້າຍໃດໆ, ເມື່ອຄອບຄົວຂອງພວກເຂົາດຳລົງຊີວິດຢູ່ໃນຄວາມສະຫງົບສຸກໂດຍບໍ່ມີການຕໍ່ສູ້ ຫຼື ການຂັດແຍ້ງ ແລະ ພວກເຂົາອາດເຊື່ອວ່ານີ້ແມ່ນພຣະພອນຂອງພຣະເຈົ້າ, ແຕ່ໃນຄວາມຈິງແລ້ວ ມັນເປັນພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ພວກເຈົ້າບໍ່ຄວນພໍໃຈກັບການຊື່ນຊົມພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ຄວາມຄິດແບບນີ້ແມ່ນຫຍາບຊ້າຫຼາຍ. ເຖິງແມ່ນວ່າເຈົ້າອ່ານພຣະທໍາຂອງພຣະເຈົ້າທຸກມື້, ອະທິຖານທຸກມື້ ແລະ ຈິດວິນຍານຂອງເຈົ້າຮູ້ສຶກເຖິງຄວາມຊື່ນຊົມຍິນດີຢ່າງຍິ່ງ ແລະ ມີຄວາມສະຫງົບສຸກເປັນພິເສດ, ແຕ່ທ້າຍສຸດແລ້ວ ຖ້າເຈົ້າບໍ່ມີສິ່ງໃດຈະເວົ້າເຖິງຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ບໍ່ມີປະສົບການຫຍັງເລີຍ; ບໍ່ວ່າເຈົ້າໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຫຼາຍປານໃດກໍຕາມ, ຖ້າເຈົ້າພຽງແຕ່ຮູ້ສຶກເຖິງຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີໃນຈິດວິນຍານຂອງເຈົ້າ ແລະ ພຣະທໍາຂອງພຣະເຈົ້ານັ້ນຫວານເກີນກວ່າຈະປຽບທຽບໄດ້, ຄືກັບວ່າເຈົ້າບໍ່ສາມາດຊື່ນຊົມມັນໄດ້ຢ່າງພຽງພໍ, ແຕ່ເຈົ້າບໍ່ມີປະສົບການຕົວຈິງ ແລະ ຂາດຄວາມເປັນຈິງກ່ຽວກັບພຣະທໍາຂອງພຣະເຈົ້າຢ່າງສິ້ນເຊີງ,
- [ຊີວິດທາງຈິດວິນຍານປົກກະຕິນໍາພາມະນຸດໄປສູ່ທາງທີ່ຖືກຕ້ອງ](https://lo.kingdomsalvation.org/normal-spiritual-life.html) - ພວກເຈົ້າໄດ້ຍ່າງໃນສ່ວນທີ່ນ້ອຍຫຼາຍໃນເສັ້ນທາງຂອງຜູ້ທີ່ເຊື່ອໃນພຣະເຈົ້າເທົ່ານັ້ນ ແລະ ພວກເຈົ້າຍັງບໍ່ທັນໄດ້ເຂົ້າໄປຍ່າງໃນທາງທີ່ຖືກຕ້ອງເທື່ອ, ສະນັ້ນ ພວກເຈົ້າຍັງໄກການບັນລຸມາດຖານຂອງພຣະເຈົ້າ. ດຽວນີ້ ວຸດທິພາວະຂອງພວກເຈົ້າຍັງບໍ່ພຽງພໍເພື່ອຕອບສະໜອງຄວາມຕ້ອງການຂອງພຣະອົງ. ຍ້ອນຄວາມສາມາດຂອງພວກເຈົ້າ ແລະ ທໍາມະຊາດອັນເສື່ອມຊາມຂອງພວກເຈົ້າ, ພວກເຈົ້າຈຶ່ງປະຕິບັດຕໍ່ພາລະກິດຂອງພຣະເຈົ້າຢ່າງບໍ່ລະມັດລະວັງ; ພວກເຈົ້າບໍ່ຈິງຈັງຕໍ່ພາລະກິດນັ້ນ. ສິ່ງນີ້ແມ່ນຄວາມບົກຜ່ອງທີ່ຮ້າຍແຮງທີ່ສຸດຂອງພວກເຈົ້າ. ບໍ່ມີຜູ້ໃດແທ້ໆທີ່ສາມາດຄົ້ນຫາເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ; ພວກເຈົ້າສ່ວນຫຼາຍບໍ່ເຂົ້າໃຈ ແລະ ເບິ່ງບໍ່ເຫັນທາງນັ້ນຢ່າງຈະແຈ້ງ. ຍິ່ງໄປກວ່ານັ້ນ ພວກເຈົ້າສ່ວນໃຫຍ່ຍັງບໍ່ໃສ່ໃຈຕໍ່ເລື່ອງນີ້, ແຮງໄກທີ່ພວກເຈົ້າຈະເອົາມັນໃສ່ໃນຫົວໃຈ. ຖ້າພວກເຈົ້າສືບຕໍ່ປະພຶດໃນລັກສະນະນີ້ ໂດຍໃຊ້ຊີວິດໂດຍບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ, ແລ້ວເສັ້ນທາງທີ່ພວກເຈົ້າຍ່າງຢູ່ໃນຖານະຜູ້ທີ່ເຊື່ອໃນພຣະເຈົ້າກໍໄຮ້ປະໂຫຍດ. ນີ້ກໍຍ້ອນວ່າ ພວກເຈົ້າບໍ່ເຮັດທຸກສິ່ງຕາມກໍາລັງຂອງພວກເຈົ້າ ເພື່ອສະແຫວງຫາໃຫ້ບັນລຸຕາມເຈດຕະນາຂອງພຣະເຈົ້າ ແລະ ຍ້ອນວ່າພວກເຈົ້າບໍ່ຮ່ວມມືກັບພຣະເຈົ້າເປັນຢ່າງດີ. ມັນບໍ່ແມ່ນຍ້ອນພຣະເຈົ້າບໍ່ໄດ້ເຮັດພາລະກິດໃນຕົວເຈົ້າ ຫຼື ຍ້ອນວ່າ ພຣະວິນຍານບໍລິສຸດບໍ່ໄດ້ດົນບັນດານໃຈເຈົ້າ. ມັນແມ່ນຍ້ອນເຈົ້າບໍ່ລະມັດລະວັງຫຼາຍ, ເຈົ້າຈຶ່ງບໍ່ຈິງຈັງຕໍ່ພາລະກິດຂອງພຣະວິນຍານບໍລິສຸດ. ພວກເຈົ້າຕ້ອງໄດ້ຫັນປ່ຽນສະຖານະການນີ້ຢ່າງຮີບດ່ວນ ແລະ ຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາຜູ້ຄົນ. ນີ້ແມ່ນຫົວຂໍ້ຫຼັກສໍາລັບມື້ນີ້. “ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາໄປ” ໝາຍເຖິງ ການໄດ້ຮັບແສງສະຫວ່າງໃນຈິດວິນຍານ; ການມີຄວາມຮູ້ກ່ຽວກັບພຣະທໍາຂອງພຣະເຈົ້າ; ການຮັບຄວາມຊັດເຈນກ່ຽວກັບເສັ້ນທາງທີ່ຢູ່ຕໍ່ໜ້າ; ການທີ່ສາມາດເຂົ້າສູ່ຄວາມຈິງເທື່ອລະກ້າວ; ແລະ ການມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບພຣະເຈົ້າ. ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາຜູ້ຄົນໄປ ແມ່ນເສັ້ນທາງສູ່ການເຂົ້າໃຈທີ່ຊັດເຈນຍິ່ງຂຶ້ນໃນພຣະທໍາຂອງພຣະເຈົ້າເປັນຫຼັກ, ປາສະຈາກການຫັນເຫ ແລະ ແນວຄິດຜິດໆ ແລະ ຄົນທີ່ຍ່າງໃນເສັ້ນທາງນັ້ນກໍຍ່າງໄປຊື່ໆຕາມເສັ້ນທາງ. ເພື່ອໃຫ້ບັນລຸສິ່ງນີ້ ພວກເຈົ້າຈໍາເປັນຕ້ອງປອງດອງກັບພຣະເຈົ້າ,
- [ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ](https://lo.kingdomsalvation.org/proper-relationship-with-God.html) - ເມື່ອຜູ້ຄົນເຊື່ອພຣະເຈົ້າ, ຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າເພິ່ງພໍໃຈ, ພວກເຂົາກໍສໍາຜັດພຣະວິນຍານຂອງພຣະເຈົ້າດ້ວຍຫົວໃຈຂອງພວກເຂົາ ແລະ ດ້ວຍວິທີດັ່ງກ່າວຈຶ່ງໄດ້ຮັບຄວາມເພິ່ງພໍໃຈຂອງພຣະອົງ, ພວກເຂົາໃຊ້ຫົວໃຈຂອງພວກເຂົາເພື່ອພົວພັນກັບພຣະທຳຂອງພຣະເຈົ້າ ແລ້ວໄດ້ຮັບການດົນໃຈໂດຍພຣະວິນຍານຂອງພຣະອົງ. ຖ້າເຈົ້າປາຖະໜາທີ່ຈະໃຊ້ຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ແລ້ວກ່ອນອື່ນໝົດເຈົ້າຕ້ອງມອບໃຈໃຫ້ກັບພຣະອົງກ່ອນ. ມີພຽງແຕ່ຫຼັງຈາກທີ່ເຈົ້າໄດ້ສະຫງົບໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ ແລະ ຖອກເທຫົວໃຈທັງໝົດຂອງເຈົ້າໃຫ້ກັບພຣະອົງ ເຈົ້າຈຶ່ງຈະສາມາດພັດທະນາຊີວິດຝ່າຍວິນຍານທີ່ປົກກະຕິເທື່ອລະໜ້ອຍ. ຖ້າໃນຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ, ພວກເຂົາບໍ່ໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະອົງ, ຖ້າຫົວໃຈຂອງພວກເຂົາບໍ່ໄດ້ຢູ່ໃນພຣະອົງ ແລະ ພວກເຂົາບໍ່ປະຕິບັດຕໍ່ພາລະຂອງພຣະອົງເປັນດັ່ງພາລະຂອງພວກເຂົາເອງ, ແລ້ວທຸກສິ່ງທີ່ພວກເຂົາກະທໍາກໍເປັນການຫຼອກລວງພຣະເຈົ້າ, ເປັນການກະທຳທີ່ປົກກະຕິຂອງຄົນທີ່ເຊື່ອຖືສາສະໜາ ແລະ ມັນຈະບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າໄດ້. ພຣະເຈົ້າບໍ່ສາມາດໄດ້ຮັບສິ່ງໃດຈາກຄົນປະເພດນີ້, ພວກເຂົາສາມາດເຮັດໜ້າທີ່ເປັນສິ່ງປະກອບສຳລັບພາລະກິດຂອງພຣະເຈົ້າເທົ່ານັ້ນ. ຄົນເຫຼົ່ານີ້ປຽບເໝືອນເຄື່ອງປະດັບໃນເຮືອນຂອງພຣະເຈົ້າ, ພວກເຂົາເປັນຕົວຍຶດ ແລະ ພວກເຂົາເປັນຂີ້ເຫຍື້ອ ແລະ ພຣະເຈົ້າບໍ່ນໍາໃຊ້ພວກເຂົາ. ບໍ່ພຽງແຕ່ບໍ່ມີໂອກາດທີ່ພາລະກິດຂອງພຣະວິນຍານບໍລິສຸດຈະເຮັດພາລະກິດໃນພວກເຂົາ, ບໍ່ມີຄຸນຄ່າໃນການເຮັດໃຫ້ພວກເຂົາສົມບູນແບບເລີຍ. ຄົນປະເພດນີ້ແມ່ນຊາກສົບຍ່າງໄດ້ແທ້ໆ. ພວກເຂົາບໍ່ມີສ່ວນໃດທີ່ພຣະວິນຍານບໍລິສຸດສາມາດນໍາໃຊ້ໄດ້, ພວກເຂົາຖືກຄອບງໍາທັງໝົດ ແລະ ຖືກເຮັດໃຫ້ເສື່ອມຊາມຢ່າງໜັກໂດຍຊາຕານ. ພຣະເຈົ້າຈະກໍາຈັດຄົນເຫຼົ່ານີ້ອອກໃຫ້ໝົດ. ເມື່ອພຣະວິນຍານບໍລິສຸດນໍາໃຊ້ຜູ້ຄົນໃນມື້ນີ້, ພຣະອົງບໍ່ພຽງແຕ່ນໍາໃຊ້ພາກສ່ວນທີ່ເປັນປະໂຫຍດຂອງພວກເຂົາເພື່ອເຮັດໃຫ້ສິ່ງນັ້ນສໍາເລັດເທົ່ານັ້ນ ແຕ່ພຣະອົງຍັງເຮັດໃຫ້ສົມບູນ ແລະ ປ່ຽນແປງສ່ວນຕ່າງໆຂອງພວກເຂົາທີ່ບໍ່ເປັນປະໂຫຍດ. ຖ້າເຈົ້າສາມາດຖອກເທຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ສະຫງົບຕໍ່ໜ້າພຣະອົງ, ແລ້ວເຈົ້າກໍຈະມີໂອກາດ ແລະ ມີຄຸນສົມບັດເພື່ອໃຫ້ພຣະວິນຍານບໍລິສຸດນໍາໃຊ້ ແລະ ຮັບຄວາມສະຫວ່າງ
- [ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນອ່ອນນ້ອມຕໍ່ພຣະເຈົ້າ](https://lo.kingdomsalvation.org/faith-in-God-should-obey-God.html) - ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຄົນສ່ວນໃຫຍ່ຈະສັບສົນກັບຄໍາຖາມນີ້. ພວກເຂົາຈະມີມຸມມອງ ທີ່ແຕກຕ່າງກັນຢ່າງສິ້ນເຊີງກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ ພຣະເຈົ້າທີ່ຢູ່ເທິງສະຫວັນຢູ່ສະເໝີ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາເຊື່ອໃນພຣະເຈົ້າ ບໍ່ແມ່ນຍ້ອນເພື່ອອ່ອນນ້ອມຕໍ່ພຣະອົງ ແຕ່ເພື່ອຮັບຜົນປະໂຫຍດບາງຢ່າງ ຫຼື ເພື່ອຫຼົບໜີຄວາມທຸກທໍລະມານທີ່ໄພພິບັດໄດ້ນໍາມາ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະຂ້ອນຂ້າງອ່ອນນ້ອມ. ການອ່ອນນ້ອມຂອງພວກເຂົາແມ່ນມີເງື່ອນໄຂ ນັ້ນກໍຄືເພື່ອຜົນປະໂຫຍດຕໍ່ຄວາມຫວັງສ່ວນຕົວຂອງພວກເຂົາ ແລະ ພວກເຂົາຖືກບິບບັງຄັບ. ສະນັ້ນ ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຖ້າພຽງເພື່ອຜົນປະໂຫຍດຕໍ່ຄວາມຫວັງ ແລະ ເພື່ອຊະຕາກໍາຂອງເຈົ້າເທົ່ານັ້ນ ແລ້ວມັນຈະດີກວ່າຖ້າເຈົ້າບໍ່ໄດ້ເຊື່ອເລີຍ. ຄວາມເຊື່ອແບບນີ້ແມ່ນການຫຼອກລວງຕົວເອງ, ການເຮັດໃຫ້ໝັ້ນໃຈໃນຕົວເອງ ແລະ ການຍົກຍ້ອງຕົວເອງ. ຖ້າຄວາມເຊື່ອຂອງເຈົ້າບໍ່ໄດ້ຖືກສ້າງຂຶ້ນບົນພື້ນຖານຂອງການອ່ອນນ້ອມຕໍ່ພຣະເຈົ້າ ສຸດທ້າຍເຈົ້າກໍຈະຖືກລົງໂທດ ຍ້ອນການຕໍ່ຕ້ານພຣະເຈົ້າ. ທຸກຄົນທີ່ບໍ່ສະແຫວງຫາຄວາມອ່ອນນ້ອມຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາກໍຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ, ໃຫ້ພວກເຂົາຫິວກະຫາຍຫາພຣະທໍາຂອງພຣະອົງ ແລະ ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ນໍາເອົາພຣະທໍາເຫຼົ່ານັ້ນມາປະຕິບັດ ເພື່ອວ່າພວກເຂົາຈະສາມາດບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ຖ້າສິ່ງເຫຼົ່ານີ້ຄືເຈດຕະນາທີ່ແທ້ຈິງຂອງເຈົ້າ, ແລ້ວພຣະເຈົ້າກໍຈະຍົກເຈົ້າຂຶ້ນຢ່າງແນ່ນອນ ແລະ ມີຄວາມເມດຕາຕໍ່ເຈົ້າຢ່າງແນ່ນອນ. ສິ່ງນີ້ແມ່ນບໍ່ຕ້ອງສົງໄສ ແລະ ບໍ່ສາມາດປ່ຽນແປງໄດ້. ຖ້າເຈດຕະນາຂອງເຈົ້າບໍ່ແມ່ນເພື່ອອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຈົ້າມີເປົ້າໝາຍອື່ນ ແລ້ວທຸກສິ່ງທີ່ເຈົ້າເວົ້າ ແລະ ເຮັດ ແລະ
- [ມະນຸດທີ່ເສື່ອມຊາມບໍ່ສາມາດເປັນຕົວແທນພຣະເຈົ້າໄດ້](https://lo.kingdomsalvation.org/man-incapable-of-representing-God.html) - ມະນຸດໄດ້ດຳລົງຊີວິດຢູ່ພາຍໃຕ້ການປົກຄຸມຂອງອິດທິພົນແຫ່ງຄວາມມືດ, ຕົກເປັນທາດອິດທິພົນຂອງຊາຕານທີ່ບໍ່ສາມາດຫຼົບໜີໄດ້. ຫຼັງຈາກທີ່ອຸປະນິໄສຂອງມະນຸດໄດ້ຜ່ານການປຸງແຕ່ງໂດຍຊາຕານ ມະນຸດກໍຍິ່ງເສື່ອມຊາມຂຶ້ນເລື້ອຍໆ. ມັນສາມາດເວົ້າໄດ້ວ່າ ມະນຸດໄດ້ດຳລົງຊີວິດຢູ່ທ່າມກາງອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງເຂົາຢູ່ສະເໝີ ແລະ ບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເມື່ອເປັນດັ່ງນັ້ນ ຖ້າມະນຸດປາຖະໜາທີ່ຈະຮັກພຣະເຈົ້າ, ເຂົາຕ້ອງປົດຖິ້ມຄວາມຄິດທີ່ວ່າຕົວເອງຊອບທໍາ, ຄວາມຄິດທີ່ວ່າຕົວເອງສຳຄັນ, ຄວາມຈອງຫອງ, ຄວາມອວດດີ ແລະ ສິ່ງອື່ນໆທີ່ຄ້າຍຄືກັນ ເຊິ່ງທຸກສິ່ງນີ້ແມ່ນເປັນອຸປະນິໄສຂອງຊາຕານ. ຖ້າບໍ່ດັ່ງນັ້ນ ຄວາມຮັກຂອງພວກເຂົາກໍເປັນຄວາມຮັກທີ່ບໍ່ບໍລິສຸດ, ຄວາມຮັກທີ່ຊົ່ວຮ້າຍ ແລະ ເປັນຄວາມຮັກທີ່ບໍ່ສາມາດຮັບເອົາການເຫັນດີຂອງພຣະເຈົ້າຢ່າງແນ່ນອນ. ຫາກປາສະຈາກການຖືກເຮັດໃຫ້ສົມບູນ, ແຕກຫັກ, ລິຮານ, ລົງວິໄນ, ຕີສອນ ຫຼື ຫຼໍ່ຫຼອມໂດຍພຣະວິນຍານບໍລິສຸດໂດຍກົງ, ບໍ່ມີໃຜສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ. ຖ້າເຈົ້າເວົ້າວ່າ ສ່ວນໜຶ່ງຂອງອຸປະນິໄສຂອງເຈົ້າເປັນຕົວແທນໃຫ້ກັບພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າກໍສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ, ເຈົ້າແມ່ນເປັນຄົນທີ່ກ່າວຄຳເວົ້າແບບຈອງຫອງ ແລະ ເປັນມະນຸດທີ່ໄຮ້ສາລະທີ່ສຸດ. ມະນຸດປະເພດນີ້ຄືຫົວໜ້າທູດສະຫວັນ! ທຳມະຊາດທີ່ມີມາແຕ່ເກີດຂອງມະນຸດບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ. ມະນຸດຕ້ອງປະຖິ້ມທຳມະຊາດທີ່ມີມາແຕ່ເກີດຂອງເຂົາໂດຍຜ່ານການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ຫຼັງຈາກນັ້ນ ມີພຽງແຕ່ການພິຈາລະນາຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືການປະສົບພາລະກິດຂອງພຣະວິນຍານບໍລິສຸດ, ການດຳລົງຊີວິດຂອງເຂົາຈຶ່ງສາມາດໄດ້ຮັບການເຫັນດີຈາກພຣະເຈົ້າໄດ້. ບໍ່ມີໃຜຜູ້ເຊິ່ງດຳລົງຊີວິດຢູ່ໃນເນື້ອໜັງສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ ນອກຈາກເຂົາຈະເປັນມະນຸດທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ ແມ່ນແຕ່ສຳລັບຄົນປະເພດນີ້, ມັນບໍ່ສາມາດເວົ້າໄດ້ວ່າ ອຸປະນິໄສຂອງເຂົາ ແລະ
- [ກ່ຽວກັບຂັ້ນຕອນຂອງພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/on-the-steps-of-God-s-work.html) - ຈາກພາຍນອກ, ມັນເບິ່ງຄືວ່າ ຂັ້ນຕອນຂອງພາລະກິດໃນປັດຈຸບັນຂອງພຣະເຈົ້າໄດ້ສໍາເລັດລົງແລ້ວ ແລະ ມະນຸດໄດ້ປະສົບກັບການພິພາກສາ, ການຕີສອນ, ການຂ້ຽນຕີ ແລະ ການຫຼໍ່ຫຼອມຕາມພຣະທໍາຂອງພຣະອົງ ແລະ ໄດ້ປະສົບຜ່ານຂັ້ນຕອນ ເຊັ່ນ: ການທົດລອງຂອງຜູ້ບໍລິການ, ການຫຼໍ່ຫຼອມໃນເວລາການຕີສອນ, ການທົດລອງແຫ່ງຄວາມຕາຍ, ການທົດລອງດ້ວຍການປຽບທຽບ ແລະ ໃນເວລາແຫ່ງຄວາມຮັກຂອງພຣະເຈົ້າ. ເຖິງແມ່ນວ່າຜູ້ຄົນໄດ້ຜ່ານຄວາມທຸກທໍລະມານຢ່າງຍິ່ງໃຫຍ່ໃນແຕ່ລະຂັ້ນຕອນ ພວກເຂົາກໍຍັງບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ. ໃຫ້ພິຈາລະນາການທົດລອງຂອງຜູ້ບໍລິການ, ຕົວຢ່າງເຊັ່ນ: ພວກເຂົາຍັງບໍ່ມີຄວາມຊັດເຈນກ່ຽວກັບສິ່ງທີ່ພວກເຂົາໄດ້ຮັບ, ສິ່ງທີ່ພວກເຂົາໄດ້ມາຮູ້ຈັກ ແລະ ຜົນທີ່ພຣະເຈົ້າຕ້ອງການຈະບັນລຸ. ເມື່ອຄວາມໄວຂອງພາລະກິດຂອງພຣະເຈົ້າ, ມັນເບິ່ງຄືວ່າມະນຸດບໍ່ສາມາດຕາມທັນຄວາມໄວຂອງມື້ນີ້. ມັນສາມາດເຫັນໄດ້ຈາກເລື່ອງນັ້ນວ່າ ທຳອິດ ພຣະເຈົ້າໄດ້ເປີດເຜີຍຂັ້ນຕອນເຫຼົ່ານີ້ຂອງພາລະກິດຂອງພຣະອົງຕໍ່ມະນຸດ ແລະ ແທນທີ່ຕ້ອງບັນລຸລະດັບທີ່ມະນຸດສາມາດຈິນຕະນາການໄດ້ໃນຂັ້ນຕອນໃດໜຶ່ງ, ພຣະອົງພະຍາຍາມໃຊ້ວິທີການນີ້ເພື່ອອະທິບາຍບັນຫາ. ເພື່ອໃຫ້ພຣະເຈົ້າເຮັດໃຫ້ຜູ້ໃດຜູ້ໜຶ່ງສົມບູນ ເພື່ອໃຫ້ພຣະອົງຮັບເອົາຢ່າງແທ້ຈິງ, ພຣະອົງຕ້ອງດໍາເນີນຂັ້ນຕອນຕ່າງໆທີ່ຢູ່ຂ້າງເທິງນີ້. ເປົ້າໝາຍຂອງການປະຕິບັດພາລະກິດນີ້ ແມ່ນເພື່ອສະແດງໃຫ້ເຫັນວ່າ ພຣະເຈົ້າຕ້ອງດໍາເນີນຂັ້ນຕອນໃດເພື່ອເຮັດໃຫ້ກຸ່ມຄົນໃດໜຶ່ງສົມບູນ. ສະນັ້ນ ເມື່ອເບິ່ງຈາກທາງນອກ, ຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນໄດ້ສໍາເລັດໄປແລ້ວ, ແຕ່ໂດຍເນື້ອແທ້ແລ້ວ ພຣະອົງຫາກໍ່ໄດ້ເລີ່ມຕົ້ນການເຮັດໃຫ້ມະນຸດຊາດສົມບູນຢ່າງເປັນທາງການ. ຜູ້ຄົນຄວນຊັດເຈນກ່ຽວກັບສິ່ງນີ້ ນັ້ນກໍຄື ຂັ້ນຕອນຂອງພາລະກິດຂອງພຣະອົງທີ່ໄດ້ສໍາເລັດ, ແຕ່ພາລະກິດຍັງບໍ່ໄດ້ມາເຖິງຈຸດສິ້ນສຸດ. ແຕ່ໃນແນວຄິດຂອງພວກເຂົາ, ພວກເຂົາເຊື່ອຈາກວ່າ ຂັ້ນຕອນທັງໝົດຂອງພາລະກິດຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ມະນຸດ ແລະ ສະນັ້ນ ບໍ່ຕ້ອງສົງໄສເລີຍວ່າ
- [ຜູ້ເຊື່ອຄວນມີມຸມມອງແບບໃດ](https://lo.kingdomsalvation.org/viewpoint-believers-ought-to-hold.html) - ມະນຸດໄດ້ຮັບຫຍັງ ນັບຕັ້ງແຕ່ທີ່ໄດ້ເລີ່ມເຊື່ອໃນພຣະເຈົ້າເປັນຄັ້ງທຳອິດ? ເຈົ້າໄດ້ມາຮູ້ຈັກຫຍັງແດ່ກ່ຽວກັບພຣະເຈົ້າ? ເຈົ້າໄດ້ປ່ຽນແປງຫຼາຍປານໃດ ຍ້ອນຄວາມເຊື່ອຂອງເຈົ້າທີ່ມີໃນພຣະເຈົ້າ? ມື້ນີ້ ພວກເຈົ້າທັງຫຼາຍລ້ວນແຕ່ຮູ້ແລ້ວວ່າ ຄວາມເຊື່ອໃນພຣະເຈົ້າຂອງມະນຸດ ບໍ່ແມ່ນສະເພາະສໍາລັບຄວາມລອດພົ້ນຂອງຈິດວິນຍານ ແລະ ເພື່ອຄວາມສຸກທາງເນື້ອກາຍເທົ່ານັ້ນ ຫຼື ມັນບໍ່ແມ່ນເພື່ອເຮັດໃຫ້ຊີວິດຂອງເຂົາເພີ່ມພູນຂຶ້ນ ຜ່ານການຮັກພຣະເຈົ້າ ແລະ ອື່ນໆ. ເມື່ອເປັນແນວນັ້ນ, ຖ້າເຈົ້າຮັກພຣະເຈົ້າ ເພື່ອຈຸດປະສົງແຫ່ງຄວາມຜາສຸກຂອງເນື້ອໜັງ ຫຼື ຄວາມເພິ່ງພໍໃຈຊົ່ວຂະນະ, ແລ້ວເຖິງແມ່ນວ່າ ທ້າຍທີ່ສຸດແລ້ວ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ຈະມາຮອດຈຸດສູງສຸດ ແລະ ພວກເຈົ້າ ກໍບໍ່ຂໍຫຍັງອີກເລີຍ, ຄວາມຮັກທີ່ເຈົ້າສະແຫວງຫາ ຍັງຄົງເປັນຄວາມຮັກທີ່ບໍ່ບໍລິສຸດ ແລະ ບໍ່ເປັນທີ່ພໍໃຈຕໍ່ພຣະເຈົ້າ. ຜູ້ທີ່ໃຊ້ຄວາມຮັກທີ່ມີຕໍ່ພຣະເຈົ້າ ເພື່ອເພີ່ມພູນຊີວິດອັນໜ້າເບື່ອຂອງພວກເຂົາ ແລະ ເຕີມເຕັມຊ່ອງວ່າງໃນໃຈຂອງພວກເຂົາ ແມ່ນປະເພດຂອງຜູ້ຄົນທີ່ເຫັນແກ່ຕົວສໍາລັບຊີວິດອັນແສນສະບາຍ, ບໍ່ແມ່ນຜູ້ທີ່ສະແຫວງຫາຄວາມຮັກພຣະເຈົ້າຢ່າງແທ້ຈິງ. ຄວາມຮັກປະເພດນີ້ ແມ່ນການບັງຄັບ, ມັນເປັນການສະແຫວງຫາຄວາມເພິ່ງພໍໃຈທາງອາລົມ ແລະ ພຣະເຈົ້າບໍ່ຕ້ອງການມັນ. ແລ້ວຄວາມຮັກຂອງເຈົ້າແມ່ນແບບໃດ? ເຈົ້າຮັກພຣະເຈົ້າເພື່ອຫຍັງ? ຕອນນີ້, ຄວາມຮັກອັນແທ້ຈິງ ທີ່ເຈົ້າມີໃຫ້ພຣະເຈົ້ານັ້ນຫຼາຍປານໃດ? ຄວາມຮັກທີ່ພວກເຈົ້າສ່ວນໃຫຍ່ມີ ແມ່ນດັ່ງທີ່ໄດ້ກ່າວໄວ້ກ່ອນໜ້ານີ້. ຄວາມຮັກດັ່ງກ່າວ ພຽງແຕ່ສາມາດຮັກສາສະຖານະພາບໃນປັດຈຸບັນໄວ້ໄດ້ເທົ່ານັ້ນ; ມັນບໍ່ສາມາດ ເຮັດໃຫ້ເກີດຄວາມໝັ້ນຄົງຊົ່ວນິລັນດອນໄດ້ ຫຼື
- [ເສັ້ນທາງ... (8)](https://lo.kingdomsalvation.org/the-path-8.html) - ມັນບໍ່ແມ່ນເປັນພຽງມື້ໜຶ່ງ ຫຼື ສອງມື້ ຕັ້ງແຕ່ພຣະເຈົ້າໄດ້ມາເທິງແຜ່ນດິນໂລກເພື່ອພົວພັນກັບມະນຸດຊາດ ແລະ ເພື່ອດຳລົງຊີວິດກັບຜູ້ຄົນ. ບາງເທື່ອ ໃນລະຫວ່າງເວລານີ້ ຜູ້ຄົນໄດ້ບັນລຸຄວາມຮູ້ຢ່າງຫຼວງຫຼາຍກ່ຽວກັບພຣະເຈົ້າ ແລະ ບາງເທື່ອ ພວກເຂົາໄດ້ຮັບຄວາມເຂົ້າໃຈບາງຢ່າງໃນການຮັບໃຊ້ພຣະເຈົ້າ ແລະ ພວກເຂົາໄດ້ມີປະສົບການໃນຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າ. ບໍ່ວ່າຈະເປັນກໍລະນີໃດກໍຕາມ, ຜູ້ຄົນແມ່ນເຂົ້າໃຈອຸປະນິໄສຂອງພຣະເຈົ້າໃນລະດັບໃດໜຶ່ງຢູ່ແລ້ວ ແລະ ພວກເຂົາຍັງໄດ້ສະແດງອຸປະນິໄສຂອງພວກເຂົາເອງໃນຫຼາກຫຼາຍວິທີຈົນນັບບໍ່ຖ້ວນເຊັ່ນກັນ. ຕາມທີ່ເຮົາໄດ້ເຫັນນັ້ນ, ການສະແດງອອກຕ່າງໆຂອງຜູ້ຄົນແມ່ນພຽງພໍທີ່ພຣະເຈົ້າຈະໃຊ້ເປັນຕົວຢ່າງ ແລະ ກິດຈະກຳທາງດ້ານຈິດໃຈຂອງພວກເຂົາກໍພຽງພໍທີ່ພຣະອົງຈະໃຊ້ເປັນບ່ອນອ້າງອີງ. ນີ້ສາມາດເປັນດ້ານໜຶ່ງຂອງການຮ່ວມມືລະຫວ່າງມະນຸດ ແລະ ພຣະເຈົ້າ, ເປັນສິ່ງທີ່ມະນຸດບໍ່ຮູ້ຈັກ, ເຮັດໃຫ້ການສະແດງນີ້ທີ່ກຳກັບໂດຍພຣະເຈົ້າເປັນສິ່ງທີ່ຊັດແຈ້ງ ແລະ ມີຊີວິດຊີວາຫຼາຍ. ເຮົາກໍາລັງເວົ້າສິ່ງເຫຼົ່ານີ້ຕໍ່ອ້າຍເອື້ອຍນ້ອງຂອງເຮົາໃນຖານະຜູ້ກຳກັບທົ່ວໄປຂອງບົດລະຄອນເລື່ອງນີ້, ພວກເຮົາທຸກຄົນສາມາດສະແດງຄວາມຄິດ ແລະ ຄວາມຮູ້ສຶກຂອງພວກເຮົາຫຼັງຈາກທີ່ໄດ້ສະແດງເລື່ອງນີ້ສຳເລັດ ແລະ ລົມກັນກ່ຽວກັບວິທີທີ່ພວກເຮົາແຕ່ລະຄົນໄດ້ຜະເຊີນກັບຊີວິດຂອງພວກເຮົາພາຍໃນບົດລະຄອນເລື່ອງນີ້. ພວກເຮົາອາດຈັດກອງປະຊຸມໃໝ່ທັງໝົດເພື່ອເປີດຫົວໃຈຂອງພວກເຮົາ ແລະ ລົມກັນກ່ຽວກັບການສະແດງຂອງພວກເຮົາ ແລະ ເບິ່ງວິທີທີ່ພຣະເຈົ້ານໍາພາແຕ່ລະຄົນ ເພື່ອວ່າໃນການສະແດງຄັ້ງຕໍ່ໄປ ພວກເຮົາຈະສາມາດສະແດງສິລະປະຂອງພວກເຮົາໃຫ້ໄດ້ດີກວ່າເກົ່າ ແລະ ແຕ່ລະຄົນຈະໄດ້ສະແດງບົດບາດຂອງພວກເຮົາເອງດ້ວຍສຸດຄວາມສາມາດ ແລະ ບໍ່ເຮັດໃຫ້ພຣະເຈົ້າຜິດຫວັງ. ເຮົາຫວັງວ່າອ້າຍເອື້ອຍນ້ອງຂອງເຮົາຈະຈິງຈັງກັບເລື່ອງນີ້. ບໍ່ມີຜູ້ໃດຄວນຖືເບົາໃນເລື່ອງນີ້, ຍ້ອນການຫຼິ້ນບົດບາດໃດໜຶ່ງໄດ້ເປັນຢ່າງດີບໍ່ແມ່ນສິ່ງທີ່ສາມາດບັນລຸໄດ້ໃນໜຶ່ງ ຫຼື ສອງມື້; ມັນຮຽກຮ້ອງໃຫ້ພວກເຮົາຜະເຊີນກັບຊີວິດ ແລະ ລົງເລິກໃນຊີວິດທີ່ເປັນຈິງຂອງພວກເຮົາຕະຫຼອດເວລາອັນຍາວນານ ແລະ
- [ເສັ້ນທາງ... (7)](https://lo.kingdomsalvation.org/the-path-7.html) - ໃນປະສົບການຕົວຈິງຂອງພວກເຮົາ, ພວກເຮົາໄດ້ເຫັນວ່າມີຫຼາຍຄັ້ງທີ່ພຣະເຈົ້າໄດ້ເປີດເສັ້ນທາງອອກໃຫ້ແກ່ພວກເຮົາດ້ວຍຕົວພຣະອົງເອງ, ເພື່ອວ່າເສັ້ນທາງທີ່ພວກເຮົາຍ່າງຈະໝັ້ນຄົງຍິ່ງຂຶ້ນ ແລະ ເປັນຈິງຍິ່ງຂຶ້ນ. ຍ້ອນນີ້ແມ່ນເສັ້ນທາງທີ່ພຣະເຈົ້າໄດ້ເປີດອອກໃຫ້ແກ່ພວກເຮົາຕັ້ງແຕ່ດົນນານມາແລ້ວ ແລະ ຖືກສົ່ງຕໍ່ສູ່ຮຸ່ນຂອງພວກເຮົາຫຼັງຈາກຫຼາຍສິບພັນປີ. ສະນັ້ນ ພວກເຮົາຈຶ່ງໄດ້ຍ່າງໃນເສັ້ນທາງຂອງບັນພະບຸລຸດຂອງພວກເຮົາ ຜູ້ເຊິ່ງບໍ່ໄດ້ຍ່າງໃນເສັ້ນທາງນັ້ນຈົນເຖິງທີ່ສຸດ. ພວກເຮົາໄດ້ຖືກເລືອກໂດຍພຣະເຈົ້າໃຫ້ຍ່າງໃນຂັ້ນຕອນສຸດທ້າຍຂອງເສັ້ນທາງ. ດ້ວຍເຫດນັ້ນ ເສັ້ນທາງນີ້ຈຶ່ງຖືກພຣະເຈົ້າຈັດຕຽມໃຫ້ແກ່ພວກເຮົາເປັນພິເສດ ແລະ ບໍ່ວ່າພວກເຮົາຈະໄດ້ຮັບພອນ ຫຼື ທົນທຸກຢູ່ກັບຄວາມໂຊກຮ້າຍກໍຕາມ, ບໍ່ມີຜູ້ໃດທີ່ສາມາດຍ່າງໃນເສັ້ນທາງນີ້. ໃຫ້ເຮົາເພີ່ມຄວາມເຂົ້າໃຈຂອງເຮົາເອງໃສ່ໃນສິ່ງນີ້: ຢ່າຄິດທີ່ຈະພະຍາຍາມໜີໄປບ່ອນອື່ນ ຫຼື ພະຍາຍາມທີ່ຈະຄົ້ນຫາເສັ້ນທາງອື່ນ ແລະ ຢ່າປາຖະໜາຢາກໄດ້ສະຖານະ ຫຼື ພະຍາຍາມສ້າງຕັ້ງອານາຈັກຂອງເຈົ້າເອງ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມເພີ້ຝັນ. ເຈົ້າອາດມີແນວຄິດໃດໜຶ່ງທີ່ໄດ້ຄິດໄວ້ກ່ອນລ່ວງໜ້າກ່ຽວກັບພຣະທຳຂອງເຮົາ ເຊິ່ງໃນກໍລະນີນີ້ ເຮົາແນະນຳໃຫ້ເຈົ້າເຊົາສັບສົນ. ມັນຈະດີກວ່າຖ້າເຈົ້າໃສ່ໃຈໃນສິ່ງນີ້ຫຼາຍຂຶ້ນ; ຢ່າພະຍາຍາມເຮັດເປັນສະຫຼາດ ແລະ ຢ່າສັບສົນລະຫວ່າງຄວາມດີ ແລະ ຄວາມຊົ່ວ. ເຈົ້າຈະເສຍໃຈ ຫຼັງຈາກທີ່ແຜນການຂອງພຣະເຈົ້າໄດ້ສຳເລັດແລ້ວ. ສິ່ງທີ່ເຮົາກຳລັງໝາຍເຖິງກໍຄື ເມື່ອອານາຈັກຂອງພຣະເຈົ້າໄດ້ມາເຖິງ, ທຸກຊາດເທິງແຜ່ນດິນໂລກຈະຖືກຕີໃຫ້ແຕກມຸ່ນເປັນເສດສ່ວນນ້ອຍໆ. ໃນເວລານັ້ນ ເຈົ້າຈະໄດ້ເຫັນວ່າ ແຜນການຂອງເຈົ້າເອງແມ່ນໄດ້ຖືກທຳລາຍລ້າງເຊັ່ນກັນ ແລະ ຄົນທີ່ຖືກຂ້ຽນຕີກໍຈະຖືກຟາດຕີ ແລະ ໃນນີ້ ພຣະເຈົ້າຈະສະແດງໃຫ້ເຫັນອຸປະນິໄສຂອງພຣະອົງຢ່າງສົມບູນ. ເຮົາຄິດວ່າ ຍ້ອນສິ່ງເຫຼົ່ານີ້ຊັດເຈນສໍາລັບເຮົາຫຼາຍ, ເຮົາຈຶ່ງຄວນບອກສິ່ງເຫຼົ່ານີ້ໃຫ້ແກ່ເຈົ້າ, ເພື່ອເຈົ້າຈະບໍ່ກ່າວໂທດເຮົາຫຼັງຈາກນັ້ນ. ການທີ່ພວກເຮົາສາມາດຍ່າງໃນເສັ້ນທາງນີ້ຈົນເຖິງປັດຈຸບັນແມ່ນຖືກກຳນົດໄວ້ໂດຍພຣະເຈົ້າແລ້ວ,
- [ເສັ້ນທາງ... (6)](https://lo.kingdomsalvation.org/the-path-6.html) - ມັນເປັນຍ້ອນພາລະກິດຂອງພຣະເຈົ້າ ພວກເຮົາຈຶ່ງໄດ້ຢູ່ມາເຖິງປັດຈຸບັນ ແລະ ດ້ວຍເຫດນັ້ນ ພວກເຮົາຈຶ່ງເປັນຜູ້ລອດຊີວິດໃນແຜນການຄຸ້ມຄອງຂອງພຣະເຈົ້າ. ການທີ່ພວກເຮົາຍັງຄົງຢູ່ໃນປັດຈຸບັນແມ່ນການຊ່ວຍເຫຼືອຢ່າງໃຫຍ່ຫຼວງຈາກພຣະເຈົ້າ, ຍ້ອນວ່າ ອີງຕາມແຜນການຂອງພຣະເຈົ້າແລ້ວ ປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ຄວນຖືກທຳລາຍ. ແຕ່ເຮົາຄິດວ່າ ບາງເທື່ອ ພຣະອົງໄດ້ສ້າງອີກແຜນການໜຶ່ງ ຫຼື ພຣະອົງປາຖະໜາທີ່ຈະປະຕິບັດອີກສ່ວນໜຶ່ງຂອງພາລະກິດຂອງພຣະອົງ, ສະນັ້ນ ແມ່ນແຕ່ໃນປັດຈຸບັນ ເຮົາກໍຍັງບໍ່ສາມາດອະທິບາຍສິ່ງນີ້ໄດ້ຢ່າງຊັດເຈນ, ມັນເປັນຄືກັບປິດສະໜາທີ່ບໍ່ສາມາດແກ້ໄດ້. ແຕ່ໂດຍລວມແລ້ວ, ພວກເຮົາກຸ່ມນີ້ແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ ແລະ ເຮົາກໍສືບຕໍ່ເຊື່ອວ່າພຣະເຈົ້າມີອີກພາລະກິດອື່ນໃນພວກເຮົາ. ຂໍໃຫ້ພວກເຮົາທຸກຄົນອ້ອນວອນຕໍ່ສະຫວັນແບບນີ້: “ຂໍໃຫ້ຄວາມປະສົງຂອງພຣະອົງສຳເລັດ ແລະ ຂໍໃຫ້ພຣະອົງປາກົດຕໍ່ພວກຂ້ານ້ອຍອີກຄັ້ງ ແລະ ບໍ່ປິດບັງພຣະອົງເອງ ເພື່ອວ່າພວກຂ້ານ້ອຍຈະໄດ້ເຫັນສະຫງ່າລາສີຂອງພຣະອົງ ແລະ ໃບໜ້າຂອງພຣະອົງຢ່າງຊັດເຈນຂຶ້ນຕື່ມ”. ມັນແມ່ນຄວາມຮູ້ສຶກຂອງເຮົາຢູ່ຕະຫຼອດວ່າ ເສັ້ນທາງທີ່ພຣະເຈົ້ານໍາພາພວກເຮົາບໍ່ແມ່ນທາງຊື່, ແຕ່ເປັນເສັ້ນທາງຄົດລ້ຽວທີ່ເຕັມໄປດ້ວຍຂຸມ; ຍິ່ງໄປກວ່ານັ້ນ ພຣະເຈົ້າກ່າວວ່າ ຍິ່ງເສັ້ນທາງມີກ້ອນຫີນຫຼາຍສໍ່າໃດ, ມັນກໍຍິ່ງສາມາດເປີດເຜີຍຫົວໃຈແຫ່ງຄວາມຮັກຂອງພວກເຮົາຫຼາຍສໍ່ານັ້ນ. ແຕ່ບໍ່ມີຜູ້ໃດໃນບັນດາພວກເຮົາທີ່ສາມາດເປີດເສັ້ນທາງດັ່ງກ່າວນັ້ນໄດ້. ໃນປະສົບການຂອງເຮົາ, ເຮົາໄດ້ຍ່າງໃນເສັ້ນທາງຫຼາຍເສັ້ນທີ່ມີກ້ອນຫີນ ແລະ ກັນດານຫຼາຍ ແລະ ເຮົາໄດ້ອົດກັ້ນກັບການທົນທຸກຢ່າງໃຫຍ່; ບາງຄັ້ງ ເຮົາເຖິງກັບຫົດຫູ່ໃຈຫຼາຍ ຈົນເຮົາຢາກຮ້ອງໄຫ້ອອກມາ, ແຕ່ເຮົາກໍໄດ້ຍ່າງໃນເສັ້ນທາງນີ້ຈົນເຖິງມື້ນີ້. ເຮົາເຊື່ອວ່ານີ້ຄືເສັ້ນທາງທີ່ພຣະເຈົ້າໄດ້ນໍາພາ, ສະນັ້ນ ເຮົາຈຶ່ງອົດກັ້ນກັບຄວາມທໍລະມານທັງໝົດ ແລະ ສືບຕໍ່ໄປຂ້າງໜ້າ. ຍ້ອນນີ້ຄືສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້,
- [ເສັ້ນທາງ... (5)](https://lo.kingdomsalvation.org/the-path-5.html) - ໃນອະດີດ, ບໍ່ມີຜູ້ໃດຮູ້ຈັກພຣະວິນຍານບໍລິສຸດ, ແຮງໄກທີ່ພວກເຂົາຈະຮູ້ຈັກເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ. ນັ້ນຄືເຫດຜົນທີ່ຜູ້ຄົນເຮັດໃຫ້ຕົນເອງເປັນຕົວຕະຫຼົກຕໍ່ໜ້າພຣະເຈົ້າຢູ່ສະເໝີ. ມັນຖືກຕ້ອງແລ້ວທີ່ຈະເວົ້າວ່າ ເກືອບທຸກຄົນທີ່ເຊື່ອໃນພຣະເຈົ້າບໍ່ຮູ້ຈັກພຣະວິນຍານ ແລະ ທີ່ວ່າຄວາມເຊື່ອຂອງພວກເຂົາວຸ້ນວາຍ ແລະ ສັບສົນ. ຊັດເຈນຢູ່ແລ້ວ, ຜູ້ຄົນບໍ່ເຂົ້າໃຈພຣະເຈົ້າ; ແລະ ເຖິງແມ່ນປາກຂອງພວກເຂົາອາດເວົ້າວ່າພວກເຂົາເຊື່ອໃນພຣະອົງ, ແຕ່ໂດຍພື້ນຖານແລ້ວ ອີງຕາມພຶດຕິກຳຂອງພວກເຂົາ, ພວກເຂົາເຊື່ອໃນຕົນເອງ ແລະ ບໍ່ແມ່ນເຊື່ອໃນພຣະເຈົ້າ. ໃນປະສົບການຕົວຈິງຂອງເຮົາເອງ, ເຮົາໄດ້ເຫັນວ່າ ພຣະເຈົ້າເປັນພະຍານເຖິງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຈາກພາຍນອກ ມັນປາກົດວ່າ ຜູ້ຄົນຖືກບັງຄັບໃຫ້ຮັບຮູ້ຄຳພະຍານຂອງພຣະເຈົ້າ, ມັນສາມາດເກືອບເວົ້າໄດ້ວ່າ ພວກເຂົາເຊື່ອວ່າພຣະວິນຍານຂອງພຣະເຈົ້າແມ່ນປາສະຈາກຂໍ້ຜິດພາດໂດຍສິ້ນເຊີງ. ເຖິງຢ່າງໃດກໍຕາມ, ເຮົາເວົ້າວ່າ ສິ່ງທີ່ຜູ້ຄົນເຊື່ອບໍ່ແມ່ນໃນບຸກຄົນນີ້, ແຮງໄກທີ່ຈະເປັນພຣະວິນຍານຂອງພຣະເຈົ້າ, ແຕ່ເປັນຄວາມຮູ້ສຶກຂອງພວກເຂົາເອງ. ການເຮັດແບບນັ້ນ ພວກເຂົາບໍ່ພຽງເຊື່ອໃນຕົນເອງເທົ່ານັ້ນບໍ? ສິ່ງທີ່ເຮົາເວົ້າແມ່ນເປັນຈິງ. ເຮົາບໍ່ໄດ້ຕີກາຜູ້ຄົນ, ແຕ່ມີສິ່ງໜຶ່ງທີ່ເຮົາຕ້ອງໄດ້ຊີ້ແຈງ: ບໍ່ວ່າພວກເຂົາຈະມີຄວາມຊັດເຈນ ຫຼື ສັບສົນກໍຕາມ, ສໍາລັບຜູ້ຄົນທີ່ຖືກນໍາມາເຖິງປັດຈຸບັນແມ່ນລ້ວນແລ້ວແຕ່ຂຶ້ນກັບພຣະວິນຍານບໍລິສຸດທັງນັ້ນ. ມັນບໍ່ແມ່ນສິ່ງທີ່ມະນຸດສາມາດຄວບຄຸມໄດ້. ນີ້ແມ່ນຕົວຢ່າງໃນສິ່ງທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ ກ່ຽວກັບການທີ່ພຣະວິນຍານບໍລິສຸດບັງຄັບຄວາມເຊື່ອຂອງຜູ້ຄົນ; ນີ້ຄືວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ ແລະ ມັນຄືເສັ້ນທາງທີ່ພຣະວິນຍານບໍລິສຸດໄດ້ຍ່າງ. ໂດຍເນື້ອແທ້ແລ້ວ ບໍ່ວ່າຜູ້ຄົນຈະເຊື່ອໃນຜູ້ໃດກໍຕາມ, ພຣະວິນຍານບໍລິສຸດຈະມອບຄວາມຮູ້ສຶກປະເພດໃດໜຶ່ງໃຫ້ແກ່ຜູ້ຄົນຢ່າງແຮງ, ເຮັດໃຫ້ພວກເຂົາເຊື່ອໃນພຣະເຈົ້າທີ່ຢູ່ໃນຫົວໃຈຂອງພວກເຂົາ. ນັ້ນບໍ່ແມ່ນວິທີທີ່ເຈົ້າເຊື່ອບໍ? ເຈົ້າບໍ່ຮູ້ສຶກບໍວ່າຄວາມເຊື່ອຂອງເຈົ້າທີ່ມີໃນພຣະເຈົ້ານັ້ນເປັນສິ່ງທີ່ແປກປະຫຼາດ? ເຈົ້າບໍ່ຄິດບໍວ່າມັນແປກທີ່ເຈົ້າບໍ່ສາມາດຫຼົບໜີຈາກກະແສນີ້ໄດ້?
- [ເສັ້ນທາງ... (4)](https://lo.kingdomsalvation.org/the-path-4.html) - ການທີ່ຜູ້ຄົນສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະເຈົ້າ, ສະແຫວງຫາຫົນທາງແຫ່ງການຮັກພຣະເຈົ້າໃນຍຸກປັດຈຸບັນ ແລະ ການທີ່ພວກເຂົາເຕັມໃຈທີ່ຈະຍອມຮັບການຝຶກຝົນຂອງອານາຈັກໃນປັດຈຸບັນ, ທຸກສິ່ງນີ້ຄືຄວາມກະລຸນາຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມັນຄືການທີ່ພຣະອົງຍົກລະດັບຂອງມະນຸດຊາດ. ເມື່ອໃດກໍຕາມທີ່ເຮົາຄິດເຖິງສິ່ງນີ້, ເຮົາກໍມີຄວາມຮູ້ສຶກຢ່າງແຮງເຖິງຄວາມເປັນຕາຮັກຂອງພຣະເຈົ້າ. ພຣະເຈົ້າຮັກພວກເຮົາຢ່າງແທ້ຈິງ; ຖ້າພຣະອົງບໍ່ໄດ້ຮັກ, ຜູ້ໃດຈະສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະອົງ? ມີພຽງດ້ວຍເຫດນັ້ນ ເຮົາຈຶ່ງໄດ້ເຫັນວ່າ ພາລະກິດທັງໝົດນີ້ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ຜູ້ຄົນຖືກນໍາພາ ແລະ ຖືກຊີ້ນໍາໂດຍພຣະເຈົ້າ. ເຮົາຂອບຄຸນພຣະເຈົ້າສຳລັບສິ່ງນີ້ ແລະ ເຮົາຕ້ອງການໃຫ້ອ້າຍເອື້ອຍນ້ອງຂອງເຮົາຮ່ວມກັບເຮົາໃນການສັນລະເສີນພຣະເຈົ້າ ວ່າ: “ສະຫງ່າລາສີທັງໝົດຈົ່ງມີແກ່ພຣະອົງ, ພຣະເຈົ້າອົງສູງສຸດ! ຂໍໃຫ້ສະຫງ່າລາສີຂອງພຣະອົງເພີ່ມພູນ ແລະ ຖືກເປີດເຜີຍໃນພວກຂ້ານ້ອຍເຫຼົ່ານັ້ນທີ່ຖືກເລືອກ ແລະ ຖືກຮັບເອົາໂດຍພຣະອົງ”. ພຣະເຈົ້າໃຫ້ແສງສະຫວ່າງແກ່ເຮົາວ່າ: ພຣະອົງໄດ້ສະແດງໃຫ້ເຮົາເຫັນວ່າ ພວກເຮົາໄດ້ຖືກກຳນົດໄວ້ລ່ວງໜ້າເປັນເວລາຫຼາຍຍຸກກ່ອນແລ້ວ ແລະ ພຣະອົງປາຖະໜາທີ່ຈະຮັບເອົາພວກເຮົາໃນຍຸກສຸດທ້າຍ, ແລ້ວກໍເຮັດໃຫ້ຈັກກະວານ ແລະ ສິ່ງທັງປວງໄດ້ເຫັນສະຫງ່າລາສີທັງໝົດຂອງພຣະເຈົ້າຜ່ານທາງພວກເຮົາ. ແລ້ວພວກເຮົາກໍເປັນຜະລຶກແຫ່ງເວລາຫົກພັນປີຂອງແຜນການຄຸ້ມຄອງຂອງພຣະເຈົ້າ; ພວກເຮົາເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າໃນຈັກກະວານທັງປວງ. ມີພຽງຕອນນີ້ເທົ່ານັ້ນ ເຮົາຈຶ່ງຮູ້ວ່າພຣະເຈົ້າຮັກພວກເຮົາຫຼາຍສໍ່າໃດແທ້ ແລະ ພາລະກິດທີ່ພຣະອົງປະຕິບັດໃນພວກເຮົາ ແລະ ສິ່ງຕ່າງໆທີ່ພຣະອົງກ່າວກໍມີຫຼາຍກວ່າໃນຍຸກທີ່ຜ່ານມາລ້ານເທົ່າ. ບໍ່ມີແມ່ນແຕ່ໃນອິດສະຣາເອນ ຫຼື ໃນເປໂຕທີ່ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍແບບນີ້ ຫຼື ກ່າວພຣະທຳຫຼາຍເຊັ່ນນີ້, ເຊິ່ງສະແດງວ່າ
- [ເສັ້ນທາງ... (3)](https://lo.kingdomsalvation.org/the-path-3.html) - ໃນຊີວິດຂອງເຮົາ, ເຮົາຍິນດີຢູ່ສະເໝີທີ່ຈະມອບຄວາມຄິດ ແລະ ຮ່າງກາຍຂອງເຮົາທັງໝົດໃຫ້ແກ່ພຣະເຈົ້າ. ມີແຕ່ເມື່ອນັ້ນ ຄວາມສຳນຶກຂອງເຮົາຈຶ່ງຈະປາສະຈາກການຕໍານິຕິເຕືອນ ແລະ ຂ້ອນຂ້າງສະຫງົບສຸກ. ຄົນທີ່ສະແຫວງຫາຊີວິດຕ້ອງມອບຫົວໃຈທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າກ່ອນ; ນີ້ຄືເງື່ອນໄຂລ່ວງໜ້າ. ເຮົາຢາກໃຫ້ອ້າຍເອື້ອຍນ້ອງຂອງເຮົາອະທິຖານຫາພຣະເຈົ້າພ້ອມກັບເຮົາ: “ໂອ ພຣະເຈົ້າ! ຂໍໃຫ້ພຣະວິນຍານຂອງພຣະອົງທີ່ຢູ່ໃນສະຫວັນປະທານຄວາມກະລຸນາໃຫ້ກັບຜູ້ຄົນເທິງແຜ່ນດິນໂລກ, ເພື່ອວ່າຫົວໃຈຂອງຂ້ານ້ອຍຈະຫັນມາຫາພຣະອົງຢ່າງສົມບູນ, ເພື່ອວ່າພຣະວິນຍານຂອງຂ້ານ້ອຍຈະຖືກດົນບັນດານໂດຍພຣະອົງ, ເພື່ອວ່າຂ້ານ້ອຍຈະໄດ້ເຫັນຄວາມເປັນຕາຮັກຂອງພຣະອົງໃນຫົວໃຈຂອງຂ້ານ້ອຍ ແລະ ໃນພຣະວິນຍານຂອງຂ້ານ້ອຍ ແລະ ເພື່ອວ່າຄົນທີ່ຢູ່ເທິງແຜ່ນດິນໂລກຈະໄດ້ຮັບພອນເພື່ອເຫັນຄວາມສວຍງາມຂອງພຣະອົງ. ພຣະເຈົ້າເອີຍ! ຂໍໃຫ້ພຣະວິນຍານຂອງພຣະອົງດົນບັນດານວິນຍານຂອງພວກຂ້ານ້ອຍອີກຄັ້ງ, ເພື່ອວ່າຄວາມຮັກຂອງພວກຂ້ານ້ອຍຈະເປັນນິດນິລັນ ແລະ ບໍ່ມີວັນປ່ຽນແປງ!” ໃນພວກເຮົາທຸກຄົນ, ພຣະເຈົ້າໄດ້ທົດສອບຫົວໃຈຂອງພວກເຮົາກ່ອນ ແລະ ຫຼັງຈາກທີ່ພວກເຮົາໄດ້ຖອກເທຫົວໃຈຂອງພວກເຮົາໃຫ້ແກ່ພຣະອົງ, ພຣະອົງຈະເລີ່ມດົນບັນດານວິນຍານຂອງພວກເຮົາ. ມັນແມ່ນຢູ່ໃນວິນຍານຂອງພວກເຮົາເທົ່ານັ້ນ ພວກເຮົາຈຶ່ງຈະສາມາດເບິ່ງເຫັນຄວາມເປັນຕາຮັກ, ອຳນາດສູງສຸດ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ. ນີ້ຄືເສັ້ນທາງຂອງພຣະວິນຍານບໍລິສຸດທີ່ຢູ່ໃນມະນຸດ. ເຈົ້າມີຊີວິດແບບນີ້ບໍ? ເຈົ້າໄດ້ຜະເຊີນກັບຊີວິດຂອງພຣະວິນຍານບໍລິສຸດບໍ? ວິນຍານຂອງເຈົ້າຖືກດົນບັນດານໂດຍພຣະເຈົ້າບໍ? ເຈົ້າໄດ້ເຫັນເຖິງວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຜູ້ຄົນບໍ? ເຈົ້າໄດ້ມອບຫົວໃຈທັງໝົດຂອງເຈົ້າໃຫ້ແກ່ພຣະເຈົ້າບໍ? ເມື່ອເຈົ້າໄດ້ມອບຫົວໃຈທັງໝົດຂອງເຈົ້າໃຫ້ແກ່ພຣະເຈົ້າ, ເຈົ້າກໍຈະສາມາດຜະເຊີນກັບຊີວິດຂອງພຣະວິນຍານບໍລິສຸດໂດຍກົງ ແລະ ພາລະກິດຂອງພຣະອົງກໍຈະຖືກເຮັດໃຫ້ຊັດແຈ້ງແກ່ເຈົ້າຢ່າງສະໝໍ່າສະເໝີ. ໃນເວລານີ້, ເຈົ້າຈະກາຍມາເປັນຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ເຈົ້າປາຖະໜາທີ່ຈະກາຍມາເປັນບຸກຄົນດັ່ງກ່າວບໍ? ເຮົາຈື່ໄດ້ວ່າ ເຮົາຖືກດົນບັນດານໂດຍພຣະວິນຍານບໍລິສຸດ ແລະ ມອບຫົວໃຈຂອງເຮົາໃຫ້ແກ່ພຣະເຈົ້າຄັ້ງທຳອິດແນວໃດເມື່ອເຮົາລົ້ມລົງຕໍ່ໜ້າພຣະອົງ ແລະ ຮ້ອງໄຫ້ອອກມາວ່າ:
- [ເສັ້ນທາງ... (2)](https://lo.kingdomsalvation.org/the-path-2.html) - ອ້າຍເອື້ອຍນ້ອງຂອງພວກເຮົາອາດມີແນວຄິດບາງຢ່າງກ່ຽວກັບລຳດັບ, ບາດກ້າວ ແລະ ວິທີການຂອງພາລະກິດຂອງພຣະເຈົ້າໃນປະເທດຈີນແຜ່ນດິນໃຫຍ່, ແຕ່ເຮົາຍັງຄິດວ່າ ມັນສົມຄວນທີ່ຈະຍ້ອນກັບໄປເບິ່ງສິ່ງເຫຼົ່ານັ້ນ ຫຼື ໃຫ້ຂໍ້ສະຫຼຸບແກ່ເຈົ້າຢ່າງໄວ. ເຮົາຈະໃຊ້ໂອກາດນີ້ເພື່ອເວົ້າເຖິງສິ່ງທີ່ຢູ່ໃນຫົວໃຈຂອງເຮົາເທົ່ານັ້ນ ແລະ ເຮົາຈະບໍ່ເວົ້າເຖິງເລື່ອງຕ່າງໆທີ່ຢູ່ນອກເໜືອພາລະກິດນີ້. ເຮົາຫວັງວ່າ ອ້າຍເອື້ອຍນ້ອງພວກເຮົາຈະສາມາດເຂົ້າໃຈຄວາມຮູ້ສຶກຂອງເຮົາ ແລະ ເຮົາຮຽກຮ້ອງຢ່າງຖ່ອມຕົນໃຫ້ທຸກຄົນທີ່ອ່ານພຣະທຳຂອງເຮົາໄດ້ເຂົ້າໃຈ ແລະ ໃຫ້ອະໄພການມີວຸດທິພາວະຕໍ່າຂອງເຮົາ, ຄວາມບໍ່ພຽງພໍຂອງປະສົບການໃນຊີວິດຂອງເຮົາ ແລະ ຄວາມບໍ່ສາມາດຂອງເຮົາທີ່ຈະພູມໃຈໃນຕົນເອງຢູ່ຕໍ່ໜ້າພຣະເຈົ້າ. ຢ່າງໃດກໍຕາມ, ຄວາມຮູ້ສຶກຂອງເຮົາກໍຄື ສິ່ງເຫຼົ່ານີ້ແມ່ນເຫດຜົນທີ່ເປັນຈິງ. ສະຫຼຸບກໍຄື ບໍ່ວ່າແມ່ນຫຍັງກໍຕາມ, ບໍ່ມີຜູ້ໃດ, ເຫດການໃດ ຫຼື ສິ່ງໃດສາມາດຢຸດພວກເຮົາບໍ່ໃຫ້ສົນທະນາກັນຕໍ່ໜ້າພຣະເຈົ້າ ແລະ ເຮົາຫວັງວ່າອ້າຍເອື້ອຍນ້ອງຂອງພວກເຮົາຈະສາມາດຮ່ວມກັບເຮົາເພື່ອປະຕິບັດພາລະກິດຕໍ່ໜ້າພຣະເຈົ້າໜັກຂຶ້ນ. ເຮົາຕ້ອງການທີ່ຈະຖວາຍຄຳອະທິຖານດັ່ງຕໍ່ໄປນີ້: “ໂອ ພຣະເຈົ້າ! ຂໍໂຜດມີຄວາມເມດຕາຕໍ່ພວກຂ້ານ້ອຍ ເພື່ອວ່າຂ້ານ້ອຍ ແລະ ອ້າຍເອື້ອຍນ້ອງຂອງຂ້ານ້ອຍຈະໄດ້ດີ້ນຮົນໄປພ້ອມກັນພາຍໃຕ້ອຳນາດໃນອຸດົມຄະຕິຂອງພວກຂ້ານ້ອຍ, ຊື່ສັດຕໍ່ພຣະອົງຈົນເຖິງແກ່ຄວາມຕາຍ ແລະ ບໍ່ເສຍໃຈໃດໆເລີຍ!” ພຣະທຳເຫຼົ່ານີ້ຄືຄວາມຕັ້ງໃຈຂອງເຮົາຕໍ່ໜ້າພຣະເຈົ້າ, ແຕ່ມັນຍັງສາມາດເວົ້າໄດ້ວ່າ ພຣະທຳເຫຼົ່ານັ້ນຄືຄະຕິຂອງເຮົາເອງ ໃນຖານະຄົນທີ່ມີເນື້ອໜັງ ທີ່ຖືກໃຊ້ໂດຍພຣະເຈົ້າ. ເຮົາໄດ້ແບ່ງປັນພຣະທຳເຫຼົ່ານີ້ໃນການສົນທະນາກັບອ້າຍເອື້ອຍນ້ອງທີ່ຢູ່ຄຽງຂ້າງເຮົາຫຼາຍຄັ້ງ ແລະ ເຮົາໄດ້ມອບພຣະທຳເຫຼົ່ານັ້ນໃຫ້ແກ່ຄົນທີ່ຢູ່ຄຽງຂ້າງເຮົາເພື່ອເປັນຂໍ້ຄວາມ. ເຮົາບໍ່ຮູ້ວ່າຜູ້ຄົນຄິດແນວໃດກັບພຣະທຳເຫຼົ່ານັ້ນ, ແຕ່ບໍ່ວ່າຫຍັງກໍຕາມ ເຮົາເຊື່ອວ່າພຣະທຳເຫຼົ່ານີ້ບໍ່ພຽງແຕ່ມີລັກສະນະຂອງຄວາມພະຍາຍາມສ່ວນຕົວ, ແຕ່ຍິ່ງໄປກວ່ານັ້ນ ພຣະທຳເຫຼົ່ານັ້ນຍັງມີລັກສະນະຂອງທິດສະດີທີ່ອີງຕາມຄວາມເປັນຈິງ. ຍ້ອນສິ່ງນີ້,
- [ເສັ້ນທາງ... (1)](https://lo.kingdomsalvation.org/the-path-1.html) - ໃນຊົ່ວຊີວິດຂອງພວກເຂົາ, ບໍ່ມີຜູ້ໃດຮູ້ວ່າພວກເຂົາຈະຜະເຊີນກັບຄວາມຍາກລໍາບາກແບບໃດ ຫຼື ພວກເຂົາຈະຕົກຢູ່ໃນການຫຼໍ່ຫຼອມແບບໃດ. ສຳລັບບາງຄົນ ມັນແມ່ນຢູ່ໃນວຽກງານຂອງພວກເຂົາ, ສຳລັບບາງຄົນ ມັນແມ່ນຢູ່ໃນຄວາມຄາດຫວັງສຳລັບອະນາຄົດຂອງພວກເຂົາ, ສຳລັບບາງຄົນ ມັນແມ່ນຢູ່ໃນຄອບຄົວທີ່ພວກເຂົາໄດ້ເກີດມາ ແລະ ສຳລັບບາງຄົນ ມັນແມ່ນຢູ່ໃນຊີວິດຄູ່ຂອງພວກເຂົາ. ແຕ່ຄວາມແຕກຕ່າງລະຫວ່າງພວກເຂົາ ແລະ ພວກເຮົາກໍຄື ໃນປັດຈຸບັນ ພວກເຮົາ ເຊິ່ງເປັນຄົນກຸ່ມນີ້ ກຳລັງທົນທຸກຢູ່ໃນທ່າມກາງພຣະທຳຂອງພຣະເຈົ້າ. ນັ້ນກໍຄື ໃນຖານະຄົນຮັບໃຊ້ພຣະເຈົ້າ ພວກເຮົາໄດ້ທົນທຸກກັບຄວາມຍາກລໍາບາກໃນເສັ້ນທາງແຫ່ງການເຊື່ອໃນພຣະອົງ ເຊິ່ງເປັນເສັ້ນທາງທີ່ຜູ້ເຊື່ອທຸກຄົນໄດ້ຍ່າງ ແລະ ຫົນທາງທີ່ຢູ່ພາຍໃຕ້ຕີນຂອງພວກເຮົາທັງໝົດ. ນັບຕັ້ງແຕ່ຈຸດນີ້ເປັນຕົ້ນມາທີ່ ພວກເຮົາໄດ້ເລີ່ມຕົ້ນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າຢ່າງເປັນທາງການ, ເປີດຜ້າກັ້ງໃນຊີວິດຂອງມະນຸດຢ່າງເປັນທາງການ ແລະ ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດ. ເວົ້າອີກຢ່າງໜຶ່ງກໍຄື ນີ້ຄືເວລາທີ່ພວກເຮົາກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການທີ່ພຣະເຈົ້າດຳລົງຊີວິດຢູ່ຄຽງຂ້າງມະນຸດ, ເຊິ່ງເປັນເສັ້ນທາງທີ່ຜູ້ຄົນທົ່ວໄປຍ່າງ. ໃນຖານະເປັນຄົນທີ່ຢືນຢູ່ຕໍ່ໜ້າພຣະເຈົ້າ ແລະ ຮັບໃຊ້ພຣະເຈົ້າ, ຄົນທີ່ນຸ່ງເສື້ອຄຸມປະໂລຫິດໃນພຣະວິຫານ ທີ່ ມີກຽດສັກສີ, ມີສິດອຳນາດ ແລະ ຄວາມສະຫງ່າຜ່າເຜີຍຂອງພຣະເຈົ້າ, ເຮົາຂໍປະກາດດັ່ງຕໍ່ໄປນີ້ກັບທຸກຄົນໂດຍສະພາະ: ໃບໜ້າທີ່ມີສະຫງ່າລາສີຂອງພຣະເຈົ້າຄືສະຫງ່າລາສີຂອງເຮົາ, ແຜນການຄຸ້ມຄອງຂອງພຣະອົງຄືແກ່ນສຳຄັນຂອງເຮົາ. ເຮົາບໍ່ສະແຫວງຫາເພື່ອຮັບເອົາຮ້ອຍເທົ່າໃນໂລກທີ່ຈະມາເຖິງ, ພຽງແຕ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າໃນໂລກນີ້, ເພື່ອວ່າພຣະອົງຈະໄດ້ຮັບສ່ວນເລັກນ້ອຍສ່ວນໜຶ່ງຈາກສະຫງ່າລາສີຂອງພຣະອົງເທິງແຜ່ນດິນໂລກ ຈາກຄວາມພະຍາຍາມອັນເລັກນ້ອຍທີ່ເຮົາໄດ້ປະຕິບັດໃນເນື້ອໜັງ. ນີ້ແມ່ນຄວາມປາຖະໜາດຽວຂອງເຮົາ. ໃນຄວາມຄິດເຫັນຂອງເຮົາ, ນີ້ຄືອາຫານຝ່າຍວິນຍານຢ່າງດຽວຂອງເຮົາ. ເຮົາເຊື່ອວ່າ ສິ່ງເຫຼົ່ານີ້ຄວນເປັນ
- [ບົດນໍາ](https://lo.kingdomsalvation.org/introduction-words-3.html) - ພຣະທຳຂອງພຣະເຈົ້າສ່ວນນີ້ມີທັງໝົດສີ່ພາກທີ່ລ້ວນແລ້ວແຕ່ຖືກກ່າວໂດຍພຣະຄຣິດ ໃນລະຫວ່າງເດືອນມິຖຸນາ 1992 ແລະ ວັນທີ 23 ມີນາ 2010. ພຣະທຳສ່ວນໃຫຍ່ແມ່ນອີງໃສ່ການບັນທຶກຄຳເທດສະນາ ແລະ ການສົນທະນາຂອງພຣະຄຣິດ ໃນຂະນະທີ່ພຣະອົງເດີນທາງໄປທົ່ວຄຣິສຕະຈັກຕ່າງໆ. ພຣະທຳເຫຼົ່ານີ້ບໍ່ໄດ້ຖືກແກ້ໄຂໃນລັກສະນະໃດໜຶ່ງ ຫຼື ຖືກປ່ຽນແປງໂດຍພຣະຄຣິດໃນເວລາຕໍ່ມາ. ພາກສ່ວນທີ່ເຫຼືອແມ່ນຖືກຂຽນຂຶ້ນໂດຍພຣະຄຣິດເອງ (ເມື່ອພຣະຄຣິດຂຽນ, ພຣະອົງກໍສືບຕໍ່ຂຽນຢ່າງຕໍ່ເນື່ອງ ໂດຍບໍ່ໄດ້ເຊົາເພື່ອຈະຄິດ ຫຼື ດຳເນີນການແກ້ໄຂໃດໆ ແລະ ພຣະທຳຂອງພຣະອົງແມ່ນຖ້ອຍຄຳຂອງພຣະວິນຍານບໍລິສຸດທັງສິ້ນ, ສິ່ງນີ້ແມ່ນຢູ່ນອກເໜືອຂໍ້ສົງໄສທຸກປະການ). ແທນທີ່ຈະແຍກພຣະຄຳທັງສອງປະເພດນີ້ອອກ, ພວກເຮົາໄດ້ນໍາສະເໜີພຣະທຳເຫຼົ່ານີ້ລວມກັນ ໂດຍໃຊ້ລຳດັບເດີມຂອງການກ່າວພຣະທຳເຫຼົ່ານັ້ນ; ຈາກພຣະຄຳທັງໝົດຂອງພຣະອົງ, ສິ່ງນີ້ເຮັດໃຫ້ພວກເຮົາເຫັນເຖິງບາດກ້າວຂອງພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈເຖິງວິທີທີ່ພຣະອົງປະຕິບັດພາລະກິດໃນແຕ່ລະໄລຍະ ເຊິ່ງເປັນປະໂຫຍດຕໍ່ຄວາມຮູ້ຂອງຜູ້ຄົນກ່ຽວກັບບາດກ້າວຂອງພາລະກິດຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະເຈົ້າ. ແປດບົດທຳອິດຂອງໜັງສື “ພຣະທໍາຂອງພຣະຄຣິດໃນຂະນະທີ່ພຣະອົງຊົງຍ່າງໃນຄຣິສຕະຈັກ I” ເຊິ່ງເອີ້ນລວມກັນວ່າ “ເສັ້ນທາງ” ແມ່ນພາກສ່ວນເລັກນ້ອຍຂອງພຣະທຳທີ່ພຣະຄຣິດໄດ້ກ່າວ ໃນຂະນະທີ່ພຣະອົງຢືນຢ່າງເທົ່າທຽມກັບມະນຸດ. ເຖິງແມ່ນພຣະທໍາເຫຼົ່ານີ້ເບິ່ງຄືກັບວ່າໜ້າເບື່ອ, ພວກມັນກໍເຕັມໄປດ້ວຍຄວາມຮັກຂອງພຣະເຈົ້າ ແລະ ຄວາມຫ່ວງໃຍສຳລັບມະນຸດຊາດ. ກ່ອນໜ້ານີ້, ພຣະເຈົ້າໄດ້ກ່າວຈາກທັດສະນະຂອງສະຫວັນຊັ້ນສາມ ເຊິ່ງໄດ້ສ້າງຄວາມຫ່າງໄກຢ່າງໃຫຍ່ຫຼວງລະຫວ່າງພຣະອົງກັບມະນຸດ ແລະ ເຮັດໃຫ້ຜູ້ຄົນຢ້ານທີ່ຈະເຂົ້າຫາພຣະເຈົ້າ, ແລ້ວແຮງໄກທີ່ຈະຂໍໃຫ້ພຣະອົງສະໜອງຊີວິດໃຫ້ແກ່ພວກເຂົາ. ສະນັ້ນ ໃນໜັງສື “ເສັ້ນທາງ”, ພຣະເຈົ້າຈຶ່ງກ່າວຕໍ່ມະນຸດດັ່ງຄົນເທົ່າທຽມກັນ
- [ບົດທີ 46](https://lo.kingdomsalvation.org/interpretation-of-the-forty-sixth-utterance.html) - ໃນບັນດາພຣະທຳເຫຼົ່ານີ້, ບໍ່ມີຂໍ້ໃດທີ່ບໍ່ສາມາດລືມໄດ້ຫຼາຍໄປກວ່າພຣະທຳໃນປັດຈຸບັນ. ທີ່ຜ່ານມາ ພຣະທຳຂອງພຣະເຈົ້າໄດ້ເປີດເຜີຍສະພາວະຂອງມະນຸດ ຫຼື ຄວາມເລິກລັບແຫ່ງສະຫວັນ, ແຕ່ຖ້ອຍຄຳປັດຈຸບັນນີ້ກໍບໍ່ຄືກັບຖ້ອຍຄຳທີ່ຢູ່ໃນອະດີດ. ມັນບໍ່ໄດ້ເຍາະເຍີ້ຍ ຫຼື ຫົວຂວັນໃສ່, ແຕ່ເປັນສິ່ງທີ່ບໍ່ໄດ້ຄາດຫວັງໄວ້ແທ້ໆ: ພຣະເຈົ້ານັ່ງລົງ ແລະ ລົມກັບຜູ້ຄົນຢ່າງງຽບໆ. ຈຸດປະສົງຂອງພຣະອົງແມ່ນຫຍັງ? ເຈົ້າເຫັນຫຍັງເມື່ອພຣະເຈົ້າເວົ້າວ່າ “ໃນປັດຈຸບັນ, ເຮົາໄດ້ເລີ່ມຕົ້ນພາລະກິດໃໝ່ເໜືອຈັກກະວານ. ເຮົາໄດ້ມອບການເລີ່ມຕົ້ນໃໝ່ໃຫ້ກັບຜູ້ຄົນຢູ່ເທິງແຜ່ນດິນໂລກ ແລະ ເຮົາຂໍໃຫ້ພວກເຂົາທຸກຄົນຍ້າຍອອກຈາກເຮືອນຂອງເຮົາ. ຍ້ອນຜູ້ຄົນມັກໃສ່ໃຈພວກເຂົາເອງຢູ່ສະເໝີ, ເຮົາຈຶ່ງແນະນຳໃຫ້ພວກເຂົາຮູ້ຈັກຖານະຕົນເອງ ແລະ ບໍ່ລົບກວນພາລະກິດຂອງເຮົາຢູ່ຕະຫຼອດ”? ແລ້ວແມ່ນຫຍັງຄື “ການເລີ່ມຕົ້ນໃໝ່” ນີ້ທີ່ພຣະເຈົ້າກ່າວເຖິງ? ຜ່ານມາ ພຣະເຈົ້າກໍໄດ້ແນະນຳໃຫ້ຜູ້ຄົນໜີໄປ, ແຕ່ຕອນນັ້ນ ເຈດຕະນາຂອງພຣະເຈົ້າແມ່ນເພື່ອທົບສອບຄວາມເຊື່ອຂອງພວກເຂົາ. ສະນັ້ນ ໃນປັດຈຸບັນ ເມື່ອພຣະອົງເວົ້າໃນນໍ້າສຽງຕ່າງເກົ່າ, ພຣະອົງເປັນຈິງ ຫຼື ຈອມປອມ? ກ່ອນໜ້ານີ້, ຜູ້ຄົນບໍ່ຮູ້ຈັກເຖິງການທົດລອງທີ່ພຣະເຈົ້າກ່າວເຖິງ. ພຽງແຕ່ຜ່ານຂັ້ນຕອນຂອງພາລະກິດຂອງຜູ້ບໍລິການ ຕາຂອງພວກເຂົາຈຶ່ງເຫັນ ແລະ ພວກເຂົາຈຶ່ງຜະເຊີນການທົດລອງຂອງພຣະເຈົ້າເປັນການສ່ວນຕົວ. ສະນັ້ນ ຕັ້ງແຕ່ເວລານັ້ນເປັນຕົ້ນມາ ເນື່ອງຈາກຕົວຢ່າງຂອງການທົດລອງຫຼາຍຮ້ອຍຄັ້ງຂອງເປໂຕ, ຜູ້ຄົນຈຶ່ງເຂົ້າໃຈຜິດຢູ່ສະເໝີ ໂດຍເຊື່ອວ່າ “ມັນເປັນການທົດລອງຂອງພຣະເຈົ້າ”. ຍິ່ງໄປກວ່ານັ້ນ ໃນພຣະທຳຂອງພຣະເຈົ້າ ຄວາມຈິງໄດ້ເກີດຂຶ້ນໜ້ອຍທີ່ສຸດ. ເມື່ອເປັນດັ່ງນັ້ນ ຜູ້ຄົນຈຶ່ງຍິ່ງຈົມເລິກລົງໄປໃນຄວາມເຊື່ອທີ່ງົມງວາຍຫຼາຍກວ່າເກົ່າກ່ຽວກັບການທົດລອງຂອງພຣະເຈົ້າ
- [ບົດທີ 44 ແລະ 45](https://lo.kingdomsalvation.org/interpretation-of-forty-fourth-forty-fifth-utterances.html) - ນັບຕັ້ງແຕ່ເວລາທີ່ພຣະເຈົ້າໄດ້ບອກມະນຸດກ່ຽວກັບ “ຄວາມຮັກສໍາລັບພຣະເຈົ້າ” ເຊິ່ງເປັນບົດຮຽນທີ່ເລິກເຊິ່ງທີ່ສຸດ ພຣະອົງໄດ້ສຸມໃສ່ການກ່າວເຖິງຫົວຂໍ້ນີ້ໃນ “ພຣະຄຳຂອງພຣະວິນຍານທັງເຈັດ” ເຮັດໃຫ້ທຸກຄົນພະຍາຍາມຮູ້ຈັກຄວາມວ່າງເປົ່າຂອງຊີວິດມະນຸດ ແລະ ດ້ວຍເຫດນັ້ນ ຈິ່ງເປັນການຂຸດເອົາຄວາມຮັກທີ່ແທ້ຈິງພາຍໃນພວກເຂົາອອກມາ. ຜູ້ທີ່ຢູ່ໃນຂັ້ນຕອນປັດຈຸບັນຮັກພຣະເຈົ້າຫຼາຍສໍ່າໃດ? ພວກເຈົ້າຮູ້ບໍ? ບໍ່ມີຂໍ້ຈໍາກັດຕໍ່ບົດຮຽນກ່ຽວກັບ “ຄວາມຮັກສໍາລັບພຣະເຈົ້າ”. ທຸກຄົນມີຄວາມເຂົ້າໃຈກ່ຽວກັບຊີວິດມະນຸດຢ່າງໃດ? ທັດສະນະຄະຕິຂອງພວກເຂົາ ທີ່ມີຕໍ່ຄວາມຮັກສໍາລັບພຣະເຈົ້າແມ່ນຫຍັງ? ພວກເຂົາເຕັມໃຈ ຫຼື ບໍ່ເຕັມໃຈ? ພວກເຂົາໄດ້ຕິດຕາມຝູງຊົນ ຫຼື ກຽດຊັງເນື້ອໜັງບໍ? ພວກເຈົ້າຄວນມີຄວາມຊັດເຈນ ແລະ ເຂົ້າໃຈທຸກສິ່ງເຫຼົ່ານີ້. ພາຍໃນຜູ້ຄົນແມ່ນບໍ່ມີຫຍັງແທ້ບໍ? “ເຮົາຕ້ອງການໃຫ້ມະນຸດຮັກເຮົາຢ່າງແທ້ຈິງ; ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ຜູ້ຄົນຍັງຊັກຊ້າເສຍເວລາ ໂດຍບໍ່ສາມາດມອບຄວາມຮັກຢ່າງແທ້ຈິງຂອງພວກເຂົາໃຫ້ກັບເຮົາ. ໃນຈິນຕະນາການຂອງພວກເຂົາ, ພວກເຂົາເຊື່ອວ່າ ຖ້າພວກເຂົາມອບຄວາມຮັກທີ່ແທ້ຈິງຂອງພວກເຂົາໃຫ້ກັບເຮົາ ພວກເຂົາຈະບໍ່ມີຫຍັງເຫຼືອເລີຍ”. ໃນພຣະທໍາເຫຼົ່ານີ້ “ຄວາມຮັກທີ່ແທ້ຈິງ” ແມ່ນໝາຍເຖິງຫຍັງກັນແທ້? ເປັນຫຍັງພຣະເຈົ້າຍັງຖາມຫາຄວາມຮັກທີ່ແທ້ຈິງຂອງຜູ້ຄົນໃນຍຸກນີ້ ໃນເມື່ອ “ທຸກຄົນຮັກພຣະເຈົ້າ”? ສະນັ້ນ, ເຈດຕະນາຂອງພຣະເຈົ້າແມ່ນເພື່ອຂໍໃຫ້ມະນຸດຂຽນຄວາມໝາຍຂອງຄວາມຮັກທີ່ແທ້ຈິງໃສ່ເຈ້ຍຄໍາຕອບ ແລະ ນີ້ຄືວຽກບ້ານທີ່ພຣະເຈົ້າໄດ້ມອບໃຫ້ມະນຸດ. ສໍາລັບຂັ້ນຕອນນີ້ໃນປັດຈຸບັນ ເຖິງແມ່ນວ່າ ພຣະເຈົ້າຈະບໍ່ຮຽກຮ້ອງຫຼາຍຈາກມະນຸດ ແຕ່ຜູ້ຄົນກໍຍັງບໍ່ມີເງື່ອນໄຂດັ່ງເດີມທີ່ພຣະເຈົ້າຕ້ອງການຈາກມະນຸດ; ເວົ້າອີກແບບໜຶ່ງກໍຄື ພວກເຂົາຍັງບໍ່ໄດ້ທຸ້ມເທເຫື່ອແຮງທັງໝົດໃນການຮັກພຣະເຈົ້າ. ສະນັ້ນ, ໃນທ່າມກາງຄວາມບໍ່ເຕັມໃຈຂອງພວກເຂົາ ພຣະເຈົ້າຍັງສ້າງເງື່ອນໄຂຂອງພຣະອົງແກ່ຜູ້ຄົນ ຈົນກວ່າພາລະກິດນີ້ຈະມີຜົນ
- [ບົດທີ 42](https://lo.kingdomsalvation.org/interpretation-of-the-forty-second-utterance.html) - ເຮົາບໍ່ຮູ້ວ່າຜູ້ຄົນໄດ້ສັງເກດເຫັນການປ່ຽນແປງໃນຖ້ອຍຄຳໃນປັດຈຸບັນ ຫຼື ບໍ່. ບາງຄົນອາດໄດ້ເຫັນແລ້ວໜ້ອຍໜຶ່ງ, ແຕ່ພວກເຂົາບໍ່ກ້າເວົ້າຢ່າງໝັ້ນໃຈ. ບາງເທື່ອ ຄົນອື່ນບໍ່ໄດ້ຮັບຮູ້ຫຍັງເລີຍ. ເປັນຫຍັງຈຶ່ງມີການປ່ຽນແປງຢ່າງຍິ່ງໃຫຍ່ໃນຖ້ອຍຄໍາຂອງພຣະເຈົ້າລະຫວ່າງວັນທີສິບສອງ ແລະ ວັນທີສິບຫ້າຂອງແຕ່ລະເດືອນ? ເຈົ້າໄດ້ໄຕ່ຕອງໃນສິ່ງນີ້ຢູ່ບໍ? ເຈົ້າມີມຸມມອງແນວໃດ? ເຈົ້າໄດ້ເຂົ້າໃຈຫຍັງຈາກຖ້ອຍຄຳທັງໝົດຂອງພຣະເຈົ້າບໍ? ແມ່ນຫຍັງຄືພາລະກິດຫຼັກທີ່ຖືກປະຕິບັດໃນລະຫວ່າງວັນທີສອງຂອງເດືອນເມສາ ແລະ ວັນທີສິບຫ້າຂອງເດືອນພຶດສະພາ? ໃນປັດຈຸບັນ, ເປັນຫຍັງຜູ້ຄົນຈຶ່ງບໍ່ຮູ້ຫຍັງ ແລະ ສັບສົນຄືກັບວ່າພວກເຂົາຖືກຕີຫົວດ້ວຍໄມ້ຄ້ອນ? ໃນປັດຈຸບັນ, ເປັນຫຍັງຈຶ່ງບໍ່ມີບົດຄວາມທີ່ມີຊື່ວ່າ: “ເລື່ອງເສຍຫາຍຂອງປະຊາຊົນແຫ່ງອານາຈັກ”? ໃນວັນທີສອງ ແລະ ວັນທີສີ່ຂອງເດືອນເມສາ, ພຣະເຈົ້າບໍ່ໄດ້ຊີ້ໃຫ້ເຫັນສະພາບຂອງມະນຸດ; ໃນທໍານອງດຽວກັນ, ໃນສອງສາມມື້ຫຼັງຈາກມື້ນີ້, ພຣະອົງກໍບໍ່ໄດ້ຊີ້ໃຫ້ເຫັນສະພາບຂອງມະນຸດ. ເປັນຫຍັງຈຶ່ງເປັນແບບນີ້? ແນ່ນອນວ່າມີປິດສະໜາທີ່ຍັງບໍ່ໄດ້ຖືກເປີດເຜີຍໃນນີ້ ແລ້ວເປັນຫຍັງຈຶ່ງມີການປີ້ນກັບ 180 ອົງສາ? ໃຫ້ພວກເຮົາມາລົມກັນໜ້ອຍໜຶ່ງກ່ຽວກັບວ່າເປັນຫຍັງພຣະເຈົ້າຈຶ່ງເວົ້າແບບນັ້ນ. ໃຫ້ພວກເຮົາມາເບິ່ງພຣະທຳໆອິດຂອງພຣະເຈົ້າ ເຊິ່ງພຣະອົງບໍ່ໄດ້ເສຍເວລາທີ່ຈະກ່າວວ່າ: “ທັນທີທີ່ພາລະກິດໃໝ່ເລີ່ມຕົ້ນຂຶ້ນ”. ປະໂຫຍກດັ່ງກ່າວນີ້ໃຫ້ວີ່ແວວທຳອິດແກ່ເຈົ້າວ່າ ພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ການເລີ່ມຕົ້ນໃໝ່ແລ້ວ, ພຣະອົງໄດ້ເລີ່ມຕົ້ນພາລະກິດໃໝ່ອີກຄັ້ງໜຶ່ງ. ສິ່ງນີ້ສະແດງວ່າ ການຂ້ຽນຕີນັ້ນກຳລັງຫຍັບເຂົ້າໃກ້ຈຸດສິ້ນສຸດ; ສາມາດເວົ້າໄດ້ວ່າ ໄດ້ມີການເຂົ້າສູ່ຈຸດສູງສຸດຂອງການຂ້ຽນຕີແລ້ວ ແລະ ສະນັ້ນ ພວກເຈົ້າຈຶ່ງຕ້ອງໃຊ້ເວລາຂອງເຈົ້າໃຫ້ຄຸ້ມຄ່າທີ່ສຸດເພື່ອປະສົບກັບພາລະກິດຂອງຍຸກແຫ່ງການຂ້ຽນຕີນີ້ຢ່າງເໝາະສົມ ເພື່ອວ່າ ພວກເຈົ້າຈະບໍ່ຫຼ້າຫຼັງ ແລະ ຖືກປະຖິ້ມ. ສິ່ງນີ້ລ້ວນແລ້ວແຕ່ເປັນພາລະກິດຂອງມະນຸດ ແລະ
- [ບົດທີ 41](https://lo.kingdomsalvation.org/interpretation-of-the-forty-first-utterance.html) - ພຣະເຈົ້າປະຕິບັດພາລະກິດໃນມະນຸດແນວໃດ? ພວກເຈົ້າຄິດສິ່ງນີ້ອອກບໍ? ມັນຊັດເຈນສໍາລັບພວກເຈົ້າບໍ? ແລ້ວພຣະອົງປະຕິບັດພາລະກິດໃນຄຣິສຕະຈັກແນວໃດ? ມຸມມອງຂອງພວກເຈົ້າກ່ຽວກັບສິ່ງເຫຼົ່ານີ້ແມ່ນຫຍັງ? ພວກເຈົ້າເຄີຍພິຈາລະນາຄໍາຖາມເຫຼົ່ານີ້ບໍ? ພຣະອົງປະສົງທີ່ຈະບັນລຸຫຍັງຜ່ານພາລະກິດຂອງພຣະອົງໃນຄຣິສຕະຈັກ? ສິ່ງເຫຼົ່ານີ້ທັງໝົດແມ່ນຊັດເຈນຕໍ່ພວກເຈົ້າບໍ? ຖ້າບໍ່ຊັດເຈນ, ທຸກສິ່ງທີ່ພວກເຈົ້າເຮັດກໍຈະບໍ່ມີປະໂຫຍດ ແລະ ເປົ່າວ່າງ! ພຣະທໍາເຫຼົ່ານີ້ບໍ່ໄດ້ດົນໃຈພວກເຈົ້າບໍ? ມີພຽງແຕ່ຄວາມກ້າວໜ້າຢ່າງຫ້າວຫັນໂດຍບໍ່ມີການຖອຍຫຼັງກັບຢ່າງຊ້າໆ, ສິ່ງນີ້ຈະສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າໄດ້ບໍ? ການຮ່ວມມືແບບຕາບອດພຽງພໍແລ້ວບໍ? ພວກເຈົ້າຄວນເຮັດຫຍັງ ຖ້າພວກເຈົ້າບໍ່ມີຄວາມຊັດເຈນກ່ຽວກັບນິມິດ? ເປັນໄປໄດ້ບໍທີ່ຈະບໍ່ສະແຫວງຫາເພີ່ມເຕີມ? ພຣະເຈົ້າກ່າວວ່າ: “ຄັ້ງໜຶ່ງເຮົາເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍໃນທ່າມກາງມະນຸດ ແຕ່ພວກເຂົາບໍ່ສັງເກດເຫັນ ເຮົາຈຶ່ງໄດ້ໃຊ້ພຣະທໍາຂອງເຮົາເພື່ອເປີດເຜີຍສິ່ງນັ້ນໃຫ້ແກ່ພວກເຂົາເທື່ອລະໜ້ອຍ. ເຖິງຢ່າງນັ້ນ ມະນຸດກໍຍັງບໍ່ສາມາດເຂົ້າໃຈພຣະທໍາຂອງເຮົາ ແລະ ເຂົາຍັງບໍ່ຮູ້ຈຸດປະສົງຂອງແຜນການຂອງເຮົາ”. ພຣະທໍາເຫຼົ່ານີ້ໝາຍເຖິງຫຍັງ? ພວກເຈົ້າເຄີຍພິຈາລະນາຈຸດປະສົງນີ້ບໍ? ເຮົາສ້າງມັນໂດຍບໍ່ໄດ້ໄຕ່ຕອງ ແລະ ບໍ່ມີເປົ້າໝາຍແທ້ບໍ? ຖ້າເປັນເຊັ່ນນັ້ນ ແລ້ວຈຸດປະສົງຈະແມ່ນຫຍັງ? ຖ້າຈຸດປະສົງນີ້ບໍ່ຊັດເຈນ ແລະ ບໍ່ສາມາດເຂົ້າໃຈໄດ້ສໍາລັບພວກເຈົ້າ ແລ້ວຈະສາມາດບັນລຸການຮ່ວມມືທີ່ແທ້ຈິງໄດ້ແນວໃດ? ພຣະເຈົ້າກ່າວວ່າ ການສະແຫວງຫາມະນຸດທຸກຄົນແມ່ນຢູ່ທະເລທີ່ບໍ່ມີຂອບເຂດ ແລະ ໃນທ່າມກາງຄໍາເວົ້າ ແລະ ທິດສະດີທີ່ວ່າງເປົ່າ. ສໍາລັບການສະແຫວງຫາຂອງພວກເຈົ້າ, ແມ່ນແຕ່ເຈົ້າກໍຍັງບໍ່ສາມາດອະທິບາຍໄດ້ວ່າ ພວກມັນຈັດຢູ່ໃນປະເພດໃດ. ພຣະເຈົ້າຕ້ອງການບັນລຸຫຍັງໃນມະນຸດ? ພວກເຈົ້າຄວນມີຄວາມຊັດເຈນກ່ຽວກັບສິ່ງເຫຼົ່ານີ້ທັງໝົດ. ມັນແມ່ນພຽງເພື່ອເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ອັບອາຍໃນທາງທີ່ບໍ່ດີເທົ່ານັ້ນບໍ? ຫຼັງຈາກໄດ້ເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ອັບອາຍແລ້ວ, ພຣະເຈົ້າຈະໄປໃນພູເຂົາໂດຍມືເປົ່າ ແລະ ດໍາລົງຊີວິດຢູ່ໃນນັ້ນຢ່າງສັນໂດດແທ້ບໍ? ແລ້ວພຣະເຈົ້າຕ້ອງການຫຍັງ?
- [ບົດທີ 40](https://lo.kingdomsalvation.org/interpretation-of-the-fortieth-utterance.html) - ສຳລັບພຣະເຈົ້າແລ້ວ ມະນຸດກໍເປັນຄືກັບຂອງຫຼິ້ນໃນກຳມືຂອງພຣະອົງ, ຄືກັບເສັ້ນໝີ່ທີ່ຍືດຢູ່ໃນມືຂອງພຣະອົງ, ເສັ້ນໝີ່ທີ່ສາມາດຖືກເຮັດໃຫ້ບາງ ຫຼື ໜາຕາມທີ່ພຣະເຈົ້າປາຖະໜາ, ເພື່ອໃຊ້ປະໂຫຍດຕາມທີ່ພຣະອົງພໍໃຈ. ມັນຍຸຕິທຳທີ່ຈະເວົ້າວ່າ ມະນຸດເປັນຂອງຫຼິ້ນໃນມືຂອງພຣະເຈົ້າຢ່າງແທ້ຈິງ, ຄືກັບແມວເປີເຊຍທີ່ຜູ້ຍິງໄດ້ຊື້ມາຈາກຕະຫຼາດ. ໂດຍບໍ່ຕ້ອງສົງໄສ, ເຂົາເປັນຂອງຫຼິ້ນໃນມືຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນຈຶ່ງບໍ່ມີຫຍັງທີ່ຜິດໃນຄວາມຮູ້ຂອງເປໂຕ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ພຣະທຳ ແລະ ການກະທຳຂອງພຣະເຈົ້າທີ່ຢູ່ໃນຕົວມະນຸດແມ່ນຖືກເຮັດໃຫ້ສຳເລັດຢ່າງສະບາຍ ແລະ ຢ່າງງ່າຍດາຍ. ພຣະອົງບໍ່ໄດ້ຄິດຢ່າງໜັກ ຫຼື ວາງແຜນ ດັ່ງທີ່ຜູ້ຄົນຈິນຕະນາການ; ພາລະກິດທີ່ພຣະອົງປະຕິບັດໃນມະນຸດແມ່ນທຳມະດາແທ້ໆ ແລະ ເຊັ່ນດຽວກັນກັບພຣະທຳທີ່ພຣະອົງກ່າວຕໍ່ມະນຸດ. ເມື່ອພຣະເຈົ້າກ່າວ, ພຣະອົງເບິ່ງຄືກັບວ່າ ກ່າວໄປທົ່ວ, ພຣະອົງເວົ້າໄປຕາມຄວາມຄິດຂອງພຣະອົງ ໂດຍບໍ່ມີການຢັບຢັ້ງ. ເຖິງຢ່າງໃດກໍຕາມ ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ຜູ້ຄົນກໍເຊື່ອທັງໝົດ, ພວກເຂົາປາກບໍ່ອອກ, ຕາຄ້າງ ແລະ ຕົກຕະລຶງ. ແມ່ນຫຍັງກຳລັງເກີດຂຶ້ນໃນນີ້? ສິ່ງນີ້ສະແດງວ່າສະຕິປັນຍາຂອງພຣະເຈົ້າຍິ່ງໃຫຍ່ສໍ່າໃດ. ຕາມທີ່ມະນຸດຈິນຕະນາການ, ຖ້າພາລະກິດຂອງພຣະເຈົ້າໃນມະນຸດຕ້ອງຖືກວາງແຜນຢ່າງຮອບຄອບໃຫ້ຖືກຕ້ອງ ແລະ ແນ່ນອນ, ແລ້ວເພື່ອຂະຫຍາຍຈິນຕະນາການນັ້ນໃຫ້ໄກອອກໄປອີກ, ສະຕິປັນຍາ, ຄວາມມະຫັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະເຈົ້າກໍຈະສາມາດບອກປະລິມານໄດ້ ເຊິ່ງສະແດງວ່າການທີ່ຜູ້ຄົນປະເມີນພຣະເຈົ້ານັ້ນແມ່ນຕໍ່າເກີນໄປ. ຍ້ອນມີຄວາມໂງ່ຈ້າໃນການກະທຳຂອງຜູ້ຄົນຢູ່ສະເໝີ, ພວກເຂົາຈຶ່ງວັດແທກພຣະເຈົ້າໃນລັກສະນະດຽວກັນ. ພຣະເຈົ້າບໍ່ໄດ້ວາງແຜນ ຫຼື
- [ບົດທີ 39](https://lo.kingdomsalvation.org/interpretation-of-the-thirty-ninth-utterance.html) - ໃຫ້ພວກເຮົາໄປໄກກວ່າພຣະທຳຂອງພຣະເຈົ້າ ແລະ ເວົ້າໜ້ອຍກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບຊີວິດຂອງພວກເຮົາ, ເພື່ອວ່າຊີວິດຂອງພວກເຮົາຈະເບັ່ງບານຫຼາຍຂຶ້ນ ແລະ ພວກເຮົາຈະດຳລົງຊີວິດຕາມຄວາມຫວັງຂອງພຣະເຈົ້າສຳລັບພວກເຮົາ. ໂດຍສະເພາະແລ້ວ, ການມາເຖິງຂອງປັດຈຸບັນ ເຊິ່ງເປັນເວລາທີ່ແຕ່ລະຄົນຈະຖືກຈັດແບ່ງຕາມປະເພດ ແລະ ເວລາແຫ່ງການຂ້ຽນຕີ, ຍິ່ງມີຄວາມຈຳເປັນທີ່ຈະຕ້ອງໃຫ້ຄວາມສຳຄັນກັບພາບລວມ ແລະ ໃສ່ໃຈກັບ “ຜົນປະໂຫຍດສ່ວນລວມ”. ນີ້ແມ່ນເຈດຕະນາຂອງພຣະເຈົ້າ ແລະ ມັນເປັນສິ່ງທີ່ທຸກຄົນຄວນບັນລຸ. ພວກເຮົາຈະບໍ່ຖວາຍພວກເຮົາເອງສຳລັບເຈດຕະນາຂອງພຣະເຈົ້າທີ່ຢູ່ໃນສະຫວັນໄດ້ແນວໃດ? ພຣະເຈົ້າ “ກຳນົດຕົວເລກໃຫ້ກັບຜູ້ຄົນທຸກປະເພດ ແລະ ເຮັດເຄື່ອງໝາຍທີ່ແຕກຕ່າງກັນກັບຄົນທຸກປະເພດ ເພື່ອວ່າບັນພະບຸລຸດຂອງພວກເຂົາຈະສາມາດນໍາພາພວກເຂົາກັບຄືນສູ່ຄອບຄົວຂອງພວກເຂົາໄດ້” ເຊິ່ງສະແດງວ່າ ຜູ້ຄົນໄດ້ຖືກຈັດແບ່ງຕາມປະເພດ ແລະ ຜົນຕາມມາກໍຄື ຜູ້ຄົນທຸກປະເພດກຳລັງເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ. ເມື່ອເປັນດັ່ງນັ້ນ ມັນກໍຍຸຕິທຳທີ່ຈະເວົ້າວ່າ ຜູ້ຄົນຊື່ສັດຕໍ່ບັນພະບຸລຸດຂອງພວກເຂົາ, ບໍ່ແມ່ນພຣະເຈົ້າ. ເຖິງຢ່າງໃດກໍຕາມ ທຸກຄົນຍັງຮັບໃຊ້ພຣະເຈົ້າພາຍໃຕ້ການນໍາທາງຂອງບັນພະບຸລຸດຂອງພວກເຂົາ ເຊິ່ງເປັນຄວາມມະຫັດສະຈັນຂອງພາລະກິດຂອງພຣະເຈົ້າ. ທຸກສິ່ງກຳລັງຮັບໃຊ້ພຣະເຈົ້າ ແລະ ເຖິງແມ່ນຊາຕານລົບກວນຜູ້ຄົນ, ພຣະເຈົ້າກໍໃຊ້ໂອກາດນີ້ເພື່ອອາໄສ “ຊັບພະຍາກອນທ້ອງຖິ່ນ” ທີ່ຈະຮັບໃຊ້ພຣະອົງ. ດັ່ງທີ່ພຣະເຈົ້າເວົ້າວ່າ “ສະນັ້ນ ເຮົາຍັງຈະແບ່ງວຽກງານ ແລະ ປະທານຄວາມພະຍາຍາມໃຫ້ອີກດ້ວຍ. ນີ້ແມ່ນສ່ວນໜຶ່ງຂອງແຜນການຂອງເຮົາ ແລະ ບໍ່ສາມາດຖືກຂັດຂວາງໂດຍມະນຸດຄົນໃດໄດ້”. ຜູ້ຄົນບໍ່ສາມາດເຫັນທຸກສິ່ງທີ່ພຣະເຈົ້າໄດ້ກຳນົດ ແລະ ທຸກສິ່ງທີ່ພຣະເຈົ້າປາຖະໜາທີ່ຈະເຮັດໃຫ້ສຳເລັດ ກ່ອນທີ່ພຣະອົງຈະເຮັດ. ພວກເຂົາພຽງແຕ່ສາມາດເຫັນສິ່ງນັ້ນໄດ້
- [ບົດທີ 38](https://lo.kingdomsalvation.org/interpretation-of-the-thirty-eighth-utterance.html) - ເມື່ອພິຈາລະນາເຖິງລັກສະນະພິເສດທີ່ມີຢູ່ໃນຕົວຂອງມະນຸດ ນັ້ນກໍຄືໃບໜ້າທີ່ແທ້ຈິງຂອງມະນຸດ, ການທີ່ຈະສາມາດສືບຕໍ່ມາຈົນຮອດປັດຈຸບັນ ແທ້ຈິງແລ້ວ ແມ່ນບໍ່ໄດ້ງ່າຍເລີຍ ແລະ ຜ່ານສິ່ງນີ້ເທົ່ານັ້ນ ພະລັງອັນຍິ່ງໃຫຍ່ຂອງພຣະເຈົ້າຈຶ່ງປາກົດໃຫ້ເຫັນຢ່າງແທ້ຈິງ. ເມື່ອພິຈາລະນາເຖິງແກ່ນແທ້ຂອງເນື້ອໜັງ ພ້ອມກັບຄວາມຈິງທີ່ວ່າ ມະນຸດໄດ້ຖືກມັງກອນແດງຜູ້ຍິ່ງໃຫຍ່ເຮັດໃຫ້ເສື່ອມຊາມມາຈົນເຖິງປັດຈຸບັນ, ແລ້ວເຂົາຈະສາມາດສືບຕໍ່ຢືນຈົນມາຮອດປັດຈຸບັນໄດ້ແນວໃດ ຖ້າບໍ່ແມ່ນຍ້ອນການນໍາພາຈາກພຣະວິນຍານຂອງພຣະເຈົ້າ? ມະນຸດບໍ່ຄູ່ຄວນມາຢູ່ຕໍ່ໜ້າພຣະເຈົ້າ ແຕ່ເພື່ອການຄຸ້ມຄອງຂອງພຣະອົງ ແລະ ເພື່ອນໍາເອົາພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງໄປສູ່ການບັນລຸຜົນໃຫ້ໄວທີ່ສຸດ ພຣະເຈົ້າຈຶ່ງຮັກມະນຸດ. ຄວາມຈິງກໍຄື ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດແມ່ນສິ່ງທີ່ມະນຸດບໍ່ມີວັນສາມາດຕອບແທນໄດ້ໃນຊົ່ວຊີວິດຂອງເຂົາ. ບາງເທື່ອອາດມີບາງຄົນທີ່ປາຖະໜາຈະຕອບແທນພຣະຄຸນຂອງພຣະເຈົ້າດ້ວຍການເສຍສະຫຼະຊີວິດຂອງພວກເຂົາ ແຕ່ເຮົາຂໍບອກເຈົ້າວ່າ: ມະນຸດບໍ່ຄູ່ຄວນທີ່ຈະຕາຍຢູ່ຕໍ່ໜ້າພຣະເຈົ້າ ແລະ ດ້ວຍເຫດນັ້ນ ການຕາຍຂອງເຂົາກໍຈະບໍ່ມີປະໂຫຍດຫຍັງ. ນີ້ກໍຍ້ອນວ່າ ສໍາລັບພຣະເຈົ້າແລ້ວ ຄວາມຕາຍຂອງມະນຸດແມ່ນບໍ່ເຖິງຂັ້ນທີ່ຈະມີຄ່າໃຫ້ກ່າວເຖິງ, ບໍ່ມີຄ່າແມ່ນແຕ່ກີບດຽວ ຄືກັບການຕາຍຂອງມົດຢູ່ພື້ນດິນ. ເຮົາແນະນໍາມະນຸດບໍ່ໃຫ້ຖືຕົວເອງວ່າມີຄ່າສູງຫຼາຍເກີນໄປ ແລະ ບໍ່ໃຫ້ຄິດວ່າການຕາຍເພື່ອພຣະເຈົ້າແມ່ນມີນໍ້າໜັກຫຼາຍຄືກັບພູເຂົາໄຕ. ແທ້ຈິງແລ້ວ ການຕາຍຂອງມະນຸດແມ່ນເບົາຄືຂົນນົກ ເຊິ່ງບໍ່ມີຄ່າທີ່ຈະໃຫ້ກ່າວເຖິງ. ເວົ້າອີກຢ່າງໜຶ່ງກໍຄື ເນື້ອໜັງຂອງມະນຸດແມ່ນຖືກກໍານົດໃຫ້ຕາຍໂດຍທໍາມະຊາດ ແລະ ສະນັ້ນ ໃນທີ່ສຸດ ຮ່າງກາຍທາງກາຍະພາບຕ້ອງຈົບສິ້ນລົງເທິງແຜ່ນດິນໂລກ. ນີ້ແມ່ນຄວາມຈິງຢ່າງແທ້ຈິງ ທີ່ບໍ່ມີໃຜສາມາດປະຕິເສດໄດ້. ນີ້ແມ່ນ “ກົດເກນແຫ່ງທໍາມະຊາດ” ທີ່ເຮົາໄດ້ມາຈາກປະສົບການຊີວິດທັງໝົດຂອງມະນຸດ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງໄດ້ກໍານົດຈຸດຈົບຂອງມະນຸດດ້ວຍວິທີນີ້ ໂດຍທີ່ບໍ່ມີຜູ້ໃດຮູ້ເຖິງສິ່ງນີ້ມາກ່ອນ. ເຈົ້າເຂົ້າໃຈບໍ? ບໍ່ແປກໃຈເລີຍທີ່ພຣະເຈົ້າກ່າວວ່າ: “ເຮົາກຽດຊັງຄວາມກະບົດຂອງມະນຸດ.
- [ບົດທີ 36](https://lo.kingdomsalvation.org/interpretation-of-the-thirty-sixth-utterance.html) - ມີການເວົ້າວ່າ ບັດນີ້ ພຣະເຈົ້າໄດ້ເລີ່ມຂ້ຽນຕີມະນຸດແລ້ວ, ແຕ່ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນ, ບໍ່ມີໃຜສາມາດໃຫ້ຄຳຕອບຢ່າງຊັດເຈນວ່າ ເຈດຕະນາເດີມຂອງການຂ້ຽນຕີນີ້ໄດ້ເກີດຂຶ້ນກັບມະນຸດແລ້ວ ຫຼື ບໍ່. ພຣະເຈົ້າເວົ້າວ່າ “ມະນຸດບໍ່ເຄີຍຄົ້ນພົບຫຍັງໃນການຂ້ຽນຕີຂອງເຮົາຈັກເທື່ອ, ຍ້ອນເຂົາບໍ່ໄດ້ເຮັດຫຍັງ ນອກຈາກຈັບແອກທີ່ຢູ່ອ້ອມຄໍຂອງພວກເຂົາດ້ວຍມືທັງສອງ, ຕາສອງໜ່ວຍຈ້ອງເບິ່ງເຮົາ ຄືກັບວ່າ ກໍາລັງເບິ່ງສັດຕູ ແລະ ໃນຊ່ວງເວລານີ້ເອງ ທີ່ເຮົາເຫັນວ່າພວກເຂົາຈ່ອຍເຫຼືອງຫຼາຍສໍ່າໃດ. ມັນເປັນຍ້ອນສິ່ງນີ້, ເຮົາຈຶ່ງເວົ້າວ່າບໍ່ມີຜູ້ໃດຍຶດໝັ້ນໃນທ່າມກາງການທົດລອງເລີຍ”. ພຣະເຈົ້າບອກກັບມະນຸດກ່ຽວກັບຄວາມຈິງຂອງການຂ້ຽນຕີທີ່ຍັງບໍ່ທັນເກີດຂຶ້ນກັບເຂົາເທື່ອ ແລະ ພຣະອົງເຮັດແບບນັ້ນຢ່າງລະອຽດຫຼາຍໂດຍບໍ່ໄດ້ຕັດຫຍັງອອກເລີຍ. ມັນເປັນຄືກັບວ່າມະນຸດໄດ້ເຂົ້າສູ່ການຂ້ຽນຕີ ແລະ ບໍ່ສາມາດຍຶດໝັ້ນໄດ້ຢ່າງແທ້ຈິງ. ພຣະເຈົ້າໄດ້ພັນລະນາເຖິງຄວາມສົດໃສ ແລະ ຄວາມມີຊີວິດຊີວາກ່ຽວກັບພາບລັກສະນະທີ່ຂີ້ຮ້າຍຂອງມະນຸດ. ນີ້ຄືເຫດຜົນທີ່ມະນຸດຮູ້ສຶກມີຄວາມກົດດັນ: ຍ້ອນພຣະເຈົ້າເວົ້າວ່າພວກເຂົາບໍ່ເຄີຍຍຶດໝັ້ນຈັກເທື່ອໃນທ່າມກາງການທົດລອງ, ແລ້ວເຮົາຈະສາມາດເປັນຄົນທີ່ທຳລາຍສະຖິຕິໂລກ, ຖືກຍອມຮັບໂດຍປາສະຈາກທຳນຽມປະຕິບັດໄດ້ແນວໃດ? ໃນຊ່ວງເວລານີ້, ພວກເຂົາກໍເລີ່ມນຶກຄິດ. ໃນຄວາມເປັນຈິງແລ້ວ, ມັນກໍເປັນຄືດັ່ງພຣະເຈົ້າເວົ້າວ່າ “ເຮົາໄດ້ນໍາພວກເຂົາໄປສູ່ທາງຕັນບໍ?” ແນ່ນອນ ພຣະເຈົ້າໄດ້ນໍາທຸກຄົນໄປສູ່ທາງຕັນ ແລະ ສະນັ້ນ ໃນຄວາມຄິດຂອງພວກເຂົາ, ຜູ້ຄົນເຊື່ອຢູ່ສະເໝີວ່າ ພຣະເຈົ້າໂຫດຮ້າຍ ແລະ ໄຮ້ມະນຸດສະທຳ. ພຣະເຈົ້າໄດ້ຕຶກທຸກຄົນອອກຈາກທະເລແຫ່ງຄວາມທຸກທາງໂລກ, ຫຼັງຈາກນັ້ນ “ເພື່ອປ້ອງກັນອຸປະຕິເຫດໃດໜຶ່ງ, ເຮົາຈຶ່ງຂ້າ ‘ປາ’ ທຸກໂຕທີ່ຖືກຈັບໄດ້, ຫຼັງຈາກນັ້ນ ປາເຫຼົ່ານັ້ນກໍເຊື່ອຟັງ
- [ບົດທີ 35](https://lo.kingdomsalvation.org/interpretation-of-the-thirty-fifth-utterance.html) - ໃນປັດຈຸບັນ ມະນຸດທຸກຄົນໄດ້ເຂົ້າສູ່ການຂ້ຽນຕີໃນລະດັບທີ່ແຕກຕ່າງກັນ. ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ: “ເຮົາຍ່າງຄຽງຂ້າງກັບມະນຸດ”. ສິ່ງນີ້ແມ່ນຄວາມຈິງຢ່າງແນ່ນອນ ແຕ່ຜູ້ຄົນກໍຍັງບໍ່ສາມາດເຂົ້າໃຈຈຸດນີ້ຢ່າງຄົບຖ້ວນ. ດ້ວຍເຫດນັ້ນ ພາລະກິດໃນສ່ວນທີ່ພວກເຂົາໄດ້ເຮັດຈຶ່ງບໍ່ມີຄວາມຈໍາເປັນ. ພຣະເຈົ້າໄດ້ກ່າວໄວ້ວ່າ: “ເຮົາສະໜັບສະໜູນ ແລະ ສະໜອງໃຫ້ພວກເຂົາຕາມວຸດທິພາວະຂອງພວກເຂົາ. ຍ້ອນມະນຸດແມ່ນຕົວລະຄອນຫຼັກຂອງແຜນການຄຸ້ມຄອງທັງໝົດຂອງເຮົາ, ເຮົາຈຶ່ງມອບການຊີ້ນໍາຫຼາຍຂຶ້ນໃຫ້ແກ່ຜູ້ທີ່ຖືກກໍານົດໃຫ້ມີບົດບາດເປັນ ‘ມະນຸດ’ ເພື່ອວ່າພວກເຂົາຈະສາມາດຫຼິ້ນບົດບາດນັ້ນຢ່າງຈິງໃຈ ແລະ ຢ່າງສຸດຄວາມສາມາດຂອງພວກເຂົາ” ເຊັ່ນດຽວກັນກັບ “... ຢ່າງໃດກໍຕາມ ເຮົາປະຕິເສດທີ່ຈະວິຈານສາມັນສໍານຶກຂອງພວກເຂົາໂດຍກົງ; ກົງກັນຂ້າມ, ເຮົາສືບຕໍ່ນໍາພາພວກເຂົາຢ່າງອົດທົນ ແລະ ເປັນລະບົບ. ບໍ່ວ່າຢ່າງໃດກໍຕາມ, ມະນຸດແມ່ນອ່ອນແອ ແລະ ບໍ່ສາມາດເຮັດພາລະກິດໃດໄດ້ເລີຍ”. ຄວາມຄິດຂອງພຣະເຈົ້າຄື: ເຖິງແມ່ນວ່າໃນທີ່ສຸດແລ້ວ ພຣະອົງຈະກໍາຈັດມະນຸດເຫຼົ່ານີ້ທຸກຄົນ ແຕ່ພາລະກິດຂອງພຣະອົງຢູ່ແຜ່ນດິນໂລກຈະຍັງສືບຕໍ່ໄປຕາມແຜນດັ່ງເດີມຂອງພຣະອົງ. ພຣະເຈົ້າບໍ່ປະຕິບັດພາລະກິດທີ່ບໍ່ມີປະໂຫຍດ; ທຸກສິ່ງທີ່ພຣະເຈົ້າປະຕິບັດແມ່ນສິ່ງທີ່ດີ. ດັ່ງທີ່ເປໂຕໄດ້ກ່າວໄວ້ວ່າ: “ເຖິງແມ່ນວ່າພຣະເຈົ້າຈະຫຼິ້ນກັບມະນຸດຄືກັບວ່າ ພວກເຂົາແມ່ນຂອງຫຼິ້ນ ແຕ່ມະນຸດຈະຈົ່ມວ່າຫຍັງໄດ້? ພວກເຂົາຈະມີສິດຫຍັງ?” ໃນປັດຈຸບັນ ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າກໍາລັງບັນລຸກັບມວນມະນຸດບໍ? ມະນຸດສາມາດມີທັດສະນະດັ່ງກ່າວໄດ້ແທ້ບໍ? ເປັນຫຍັງເປໂຕ ທີ່ມີຊີວິດເມື່ອຫຼາຍພັນປີກ່ອນ ສາມາດເວົ້າສິ່ງດັ່ງກ່າວໄດ້ ໃນຂະນະທີ່ “ເປໂຕ” ໃນປັດຈຸບັນຜູ້ທີ່ດໍາລົງຊີວິດຢູ່ໃນຍຸກທັນສະໄໝ ແລະ ເທັກໂນໂລຊີທີ່ທັນສະໄໝນີ້ບໍ່ສາມາດເຮັດໄດ້? ເຮົາບໍ່ສາມາດກ່າວຢ່າງໝັ້ນໃຈວ່າ ປະຫວັດສາດກໍາລັງເດີນໜ້າ ຫຼື
- [ບົດທີ 33](https://lo.kingdomsalvation.org/interpretation-of-the-thirty-third-utterance.html) - ໃນຄວາມຈິງແລ້ວ ໂດຍອີງຕາມສິ່ງທີ່ພຣະເຈົ້າໄດ້ປະຕິບັດໃນຜູ້ຄົນ ແລະ ໃນສິ່ງທີ່ພຣະອົງມີໄດ້ມອບໃຫ້ພວກເຂົາ ພ້ອມກັບສິ່ງທີ່ຜູ້ຄົນມີ ແມ່ນສາມາດເວົ້າໄດ້ວ່າ ຄວາມຕ້ອງການຂອງພຣະອົງຈາກຜູ້ຄົນແມ່ນບໍ່ໄດ້ມີຫຼາຍ ເຊິ່ງພຣະອົງບໍ່ໄດ້ຂໍຫຍັງຫຼາຍຈາກພວກເຂົາ. ແລ້ວພວກເຂົາຈະບໍ່ສາມາດພະຍາຍາມເຮັດໃຫ້ພຣະເຈົ້າພໍໃຈໄດ້ແນວໃດ? ພຣະເຈົ້າມອບຮ້ອຍເປີເຊັນໃຫ້ແກ່ມະນຸດ ແຕ່ພຣະອົງພຽງແຕ່ຕ້ອງຜູ້ຄົນໃນສ່ວນເປີເຊັນນ້ອຍໆ. ນີ້ແມ່ນການຂໍຫຼາຍເກີນໄປບໍ? ພຣະເຈົ້າກໍາລັງສ້າງເລື່ອງທີ່ບໍ່ເປັນເລື່ອງບໍ? ຜູ້ຄົນບໍ່ຮູ້ຈັກຕົວເອງ, ພວກເຂົາບໍ່ຄ່ອຍກວດສອບຕົວເອງເມື່ອຢູ່ຕໍ່ໜ້າພຣະເຈົ້າ ແລະ ສະນັ້ນ ຈຶ່ງມີໄລຍະທີ່ພວກເຂົາຕິດແຮ້ວເປັນປະຈໍາ ເມື່ອເປັນເຊັ່ນນັ້ນແລ້ວຈະສາມາດຖືເອົາສິ່ງນີ້ເປັນການຮ່ວມມືກັບພຣະເຈົ້າໄດ້ແນວໃດ? ຖ້າເວລາໃດໜຶ່ງທີ່ພຣະເຈົ້າບໍ່ໄດ້ມອບພາລະທີ່ໜັກໜ່ວງໃຫ້ແກ່ຜູ້ຄົນ, ພວກເຂົາກໍຈະແຕກພັງທະລາຍລົງຄືກັບຂີ້ຕົມ ແລະ ຈະບໍ່ມີຄວາມພະຍາຍາມດ້ວຍຕົວເອງເພື່ອຊອກຫາແນວເຮັດ. ບໍ່ວ່າ ຈະໃນທາງບວກ ຫຼື ທາງລົບ ຜູ້ຄົນແມ່ນເປັນແບບນັ້ນ, ບໍ່ສາມາດຮ່ວມມືກັບພຣະເຈົ້າຢ່າງຫ້າວຫັນ ແລະ ຊອກຫາເຫດຜົນທາງລົບຕະຫຼອດເພື່ອຍອມຈໍານົນກັບຕົວເອງ. ເຈົ້າແມ່ນຄົນທີ່ເຮັດທຸກຢ່າງ ທີ່ບໍ່ແມ່ນເພື່ອຕົວເອງ ແຕ່ເພື່ອເຮັດໃຫ້ພຣະເຈົ້າພໍໃຈຢ່າງແທ້ຈິງບໍ? ເຈົ້າແມ່ນຄົນທີ່ບໍ່ອີງໃສ່ຄວາມຮູ້ສຶກຂອງເຈົ້າ, ຜູ້ທີ່ບໍ່ມີຄວາມຕ້ອງການສ່ວນຕົວ ແລະ ຜູ້ທີ່ປະຕິບັດຕາມຄວາມຕ້ອງການຂອງພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? “ເປັນຫຍັງຜູ້ຄົນຈຶ່ງພະຍາຍາມຕໍ່ລອງກັບເຮົາຕະຫຼອດເວລາ? ເຮົາແມ່ນຜູ້ຈັດການທົ່ວໄປຂອງສູນການຄ້າບໍ? ເປັນຫຍັງເຮົາຈຶ່ງຕ້ອງເຮັດສິ່ງທີ່ຜູ້ຄົນຕ້ອງການໃຫ້ສໍາເລັດຢ່າງພໍໃຈ ແຕ່ສິ່ງທີ່ເຮົາຂໍຈາກມະນຸດແມ່ນບໍ່ມີຜົນຫຍັງ?” ເປັນຫຍັງພຣະເຈົ້າຈຶ່ງຂໍສິ່ງດັ່ງກ່າວຫຼາຍຄັ້ງຢ່າງຕໍ່ເນື່ອງ? ເປັນຫຍັງພຣະອົງຈຶ່ງຮ້ອງໄຫ້ດ້ວຍຄວາມທໍ້ໃຈ? ພຣະເຈົ້າບໍ່ໄດ້ຮັບຫຍັງໃນຜູ້ຄົນ, ສິ່ງດຽວທີ່ພຣະອົງເຫັນແມ່ນພາລະກິດທີ່ພວກເຂົາຄັດເລືອກເອງ. ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າ “ແຕ່ສິ່ງທີ່ເຮົາຂໍຈາກມະນຸດແມ່ນບໍ່ມີຜົນຫຍັງ”? ຖາມຕົວພວກເຈົ້າເອງເບິ່ງວ່າ: ນັບແຕ່ຕົ້ນຈົນຈົບ ແມ່ນໃຜສາມາດເຮັດພາລະກິດ ທີ່ເປັນໜ້າທີ່ຂອງພວກເຂົາ ເຊິ່ງເປັນພາລະກິດທີ່ພວກເຂົາບໍ່ມີທາງເລືອກ? ເປັນຫຍັງຄືບໍ່ເຮັດດ້ວຍຄວາມຮູ້ສຶກທີ່ຢູ່ພາຍໃນໃຈຂອງພວກເຂົາ? ຜູ້ຄົນໃຫ້ອິດສະຫຼະແກ່ບຸກຄະລິກກະພາບຂອງຕົວເອງ
- [ບົດທີ 32](https://lo.kingdomsalvation.org/interpretation-of-the-thirty-second-utterance.html) - ພຣະທຳຂອງພຣະເຈົ້າປ່ອຍໃຫ້ຜູ້ຄົນເກົາຫົວ; ມັນຄືກັບວ່າເມື່ອພຣະອົງກ່າວ ພຣະເຈົ້າກຳລັງຫຼີກເວັ້ນມະນຸດ ແລະ ກ່າວຕໍ່ອາກາດ, ຄືກັບວ່າພຣະອົງບໍ່ມີຄວາມຄິດທີ່ຈະໃສ່ໃຈການກະທຳຂອງມະນຸດອີກເລີຍ ແລະ ບໍ່ສົນໃຈຕໍ່ວຸດທິພາວະຂອງມະນຸດຢ່າງສິ້ນເຊີງ, ຄືກັບວ່າພຣະທຳທີ່ພຣະອົງກ່າວບໍ່ໄດ້ແນໃສ່ແນວຄິດຂອງຜູ້ຄົນ, ແຕ່ຫຼີກເວັ້ນມະນຸດ ຕາມເຈດຕະນາເດີມຂອງພຣະເຈົ້າ. ຍ້ອນເຫດຜົນຫຼາຍຢ່າງ ທີ່ມະນຸດບໍ່ສາມາດເຂົ້າໃຈ ແລະ ເຂົ້າເຖິງພຣະທຳຂອງພຣະເຈົ້າໄດ້. ສິ່ງນີ້ບໍ່ແມ່ນເລື່ອງປະຫຼາດ. ຈຸດປະສົງເດີມຂອງພຣະທຳທຸກຂໍ້ຂອງພຣະເຈົ້າບໍ່ແມ່ນໃຫ້ຜູ້ຄົນໄດ້ຮັບຄວາມຮູ້ ຫຼື ຮຽນຮູ້ກົນອຸບາຍຈາກພຣະທຳເຫຼົ່ານັ້ນ; ກົງກັນຂ້າມ ສິ່ງເຫຼົ່ານັ້ນເປັນວິທີທາງໜຶ່ງທີ່ພຣະເຈົ້າໄດ້ປະຕິບັດພາລະກິດຕັ້ງແຕ່ຕອນເລີ່ມຕົ້ນຈົນເຖິງປັດຈຸບັນ. ແນ່ນອນວ່າຜູ້ຄົນຮັບເອົາສິ່ງຕ່າງໆຈາກພຣະທຳຂອງພຣະເຈົ້າ: ສິ່ງຕ່າງໆທີ່ກ່ຽວຂ້ອງກັບຄວາມເລິກລັບ ຫຼື ສິ່ງຕ່າງໆທີ່ກ່ຽວພັນກັບເປໂຕ, ໂປໂລ ແລະ ໂຢບ, ແຕ່ນີ້ແມ່ນສິ່ງທີ່ພວກເຂົາຄວນບັນລຸ ແລະ ສິ່ງທີ່ພວກເຂົາສາມາດບັນລຸໄດ້ ແລະ ຕາມທີ່ເໝາະສົມກັບວຸດທິພາວະຂອງພວກເຂົາ, ພວກເຂົາໄດ້ເຮັດສຸດຄວາມສາມາດຂອງພວກເຂົາແລ້ວໃນການຮັບເອົາສິ່ງເຫຼົ່ານີ້. ເປັນຫຍັງຜົນທີ່ພຣະເຈົ້າຮຽກຮ້ອງໃຫ້ບັນລຸຈຶ່ງບໍ່ສູງ, ແຕ່ເຖິງຢ່າງນັ້ນ ພຣະອົງກໍຍັງກ່າວພຣະທຳຫຼາຍຂໍ້? ສິ່ງນີ້ແມ່ນພົວພັນກັບການຂ້ຽນຕີທີ່ພຣະອົງກ່າວ ແລະ ໂດຍທຳມະຊາດແລ້ວ ມັນລ້ວນແລ້ວແຕ່ຖືກບັນລຸໂດຍທີ່ຜູ້ຄົນບໍ່ຮູ້. ໃນປັດຈຸບັນ ຜູ້ຄົນອົດກັ້ນກັບການທົນທຸກຫຼາຍຂຶ້ນພາຍໃຕ້ການໂຈມຕີຈາກພຣະທຳຂອງພຣະເຈົ້າ. ໂດຍຜິວເຜີນແລ້ວ, ບໍ່ມີໃຜໃນບັນດາພວກເຂົາ ຄືກັບວ່າ ຖືກລິຮານແລ້ວ, ຜູ້ຄົນໄດ້ເລີ່ມເປັນອິດສະຫຼະໃນການປະຕິບັດພາລະກິດຂອງພວກເຂົາ ແລະ ຜູ້ບໍລິການຖືກຍົກລະດັບໃຫ້ເປັນປະຊາຊົນຂອງພຣະເຈົ້າ ເຊິ່ງໃນສິ່ງນີ້, ປາກົດວ່າ ພວກເຂົາໄດ້ເຂົ້າສູ່ຄວາມສຸກແລ້ວ. ແທ້ຈິງແລ້ວ, ຄວາມເປັນຈິງກໍຄື
- [ບົດທີ 31](https://lo.kingdomsalvation.org/interpretation-of-the-thirty-first-utterance.html) - ອຸປະນິໄສຂອງພຣະເຈົ້າແມ່ນຢູ່ໃນພຣະວັດຈະນະທັງໝົດຂອງພຣະເຈົ້າ ແຕ່ຫຼັກໆແລ້ວເລື່ອງລາວຂອງພຣະທໍາຂອງພຣະອົງແມ່ນກ່ຽວກັບການເປີດເຜີຍຄວາມກະບົດຂອງມະນຸດທຸກຄົນ ແລະ ການເປີດເຜີຍສິ່ງຕ່າງໆ ເຊັ່ນ: ຄວາມບໍ່ເຊື່ອຟັງ, ການຂັດຄໍາສັ່ງ, ຄວາມບໍ່ຍຸຕິທໍາ, ຄວາມບໍ່ຊອບທໍາ ແລະ ຄວາມບໍ່ສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ ຈົນຄືກັບວ່າ ພຣະທໍາຂອງພຣະເຈົ້າແມ່ນໄດ້ໄປຮອດຈຸດທີ່ພຣະອົງຕ້ອງເວົ້າວ່າ ຮູຂົນທຸກຮູໃນຮ່າງກາຍຂອງຜູ້ຄົນແມ່ນມີການຕໍ່ຕ້ານພຣະເຈົ້າ, ແມ່ນແຕ່ເສັ້ນເລືອດຝອຍຂອງພວກເຂົາກໍຍັງມີການຂັດຂືນຕໍ່ພຣະເຈົ້າ. ຖ້າຜູ້ຄົນບໍ່ພະຍາຍາມກວດສອບສິ່ງເຫຼົ່ານີ້ ພວກເຂົາກໍຈະບໍ່ສາມາດຮູ້ຈັກສິ່ງເຫຼົ່ານັ້ນໄດ້ຈັກເທື່ອ ແລະ ຈະບໍ່ມີວັນທີ່ຈະປະຖິ້ມສິ່ງເຫຼົ່ານັ້ນ. ຖ້າຈະເວົ້າໄປແລ້ວ ເຊື້ອຮ້າຍທີ່ຕໍ່ຕ້ານພຣະເຈົ້າຈະແຜ່ລາມໃນຕົວພວກເຂົາ ແລະ ໃນທີ່ສຸດ ມັນກໍຈະເປັນຄືກັບວ່າ ຈຸລັງເມັດເລືອດຂາວຂອງພວກເຂົາໄດ້ກືນກິນຈຸລັງເມັດເລືອດແດງ ໂດຍປ່ອຍໃຫ້ຮ່າງກາຍທັງໝົດຂອງພວກເຂົາບໍ່ມີຈຸລັງເມັດເລືອດແດງເລີຍ; ສຸດທ້າຍ ພວກເຂົາກໍຈະຕາຍຍ້ອນໂລກມະເຮັງເມັດເລືອດຂາວ. ນີ້ແມ່ນສະພາບທີ່ແທ້ຈິງຂອງມະນຸດ ແລະ ບໍ່ມີໃຜສາມາດປະຕິເສດມັນໄດ້. ຍ້ອນເກີດຢູ່ໃນດິນແດນມັງກອນແດງທີ່ຍິ່ງໃຫຍ່ນອນຂົດຢູ່, ພາຍໃນແຕ່ລະຄົນແມ່ນມີສິ່ງໃດໜຶ່ງທີ່ເປັນແບບຢ່າງ ແລະ ຕົວຢ່າງຂອງພິດຂອງມັງກອນແດງທີ່ຍິ່ງໃຫຍ່. ສະນັ້ນ, ໃນຂັ້ນຕອນຂອງພາລະກິດນີ້ ເສັ້ນດ້າຍຫຼັກໃນພຣະທໍາຂອງພຣະເຈົ້າແມ່ນການຮູ້ຈັກຕົວເອງ, ການປະຕິເສດຕົວເອງ, ການປະຖິ້ມຕົວເອງ ແລະ ການຂ້າຕົວເອງ. ສາມາດເວົ້າໄດ້ວ່າ ນີ້ແມ່ນພາລະກິດຫຼັກຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍ ແລະ ຂັ້ນຕອນຂອງພາລະກິດນີ້ແມ່ນລະອຽດ ແລະ ທົ່ວເຖິງທີ່ສຸດ ເຊິ່ງນີ້ສະແດງໃຫ້ເຫັນວ່າ ພຣະເຈົ້າກໍາລັງວາງແຜນ ເພື່ອເຮັດໃຫ້ຍຸກສິ້ນສຸດລົງ. ບໍ່ມີໃຜຄາດຄະເນສິ່ງນີ້ ແຕ່ໃນຂະນະດຽວກັນມັນກໍເປັນບາງສິ່ງທີ່ພວກເຂົາໄດ້ຄາດໄວ້ລ່ວງໜ້າແລ້ວໃນຄວາມຮູ້ສຶກຂອງພວກເຂົາ. ເຖິງວ່າພຣະເຈົ້າບໍ່ໄດ້ກ່າວຢ່າງຊັດເຈນ ແຕ່ຄວາມຮູ້ສຶກຂອງຜູ້ຄົນກໍໄວຫຼາຍ.
- [ບົດທີ 30](https://lo.kingdomsalvation.org/interpretation-of-the-thirtieth-utterance.html) - ບາງຄົນອາດຈະມີການຢັ່ງຮູ້ໜ້ອຍໜຶ່ງໃນພຣະທໍາຂອງພຣະເຈົ້າ ແຕ່ບໍ່ມີຜູ້ໃດເຊື່ອໃຈຄວາມຮູ້ສຶກຂອງພວກເຂົາ; ພວກເຂົາຢ້ານທີ່ຈະຕົກໄປສູ່ຄວາມເປັນລົບຫຼາຍ. ສະນັ້ນ, ພວກເຂົາຈຶ່ງມີຄວາມສຸກ ແລະ ຄວາມເສົ້າສະຫຼັບກັນຢູ່ຕະຫຼອດ. ມັນຍຸຕິທໍາທີ່ຈະເວົ້າວ່າ ຊີວິດຂອງຜູ້ຄົນແມ່ນເຕັມໄປດ້ວຍຄວາມໂສກເສົ້າ; ເພື່ອເພີ່ມເຕີມໃນສິ່ງນີ້, ມັນໄດ້ມີການເຮັດໃຫ້ ຊີວິດປະຈໍາວັນຂອງທຸກຄົນບໍລິສຸດ ແຕ່ເຮົາກໍສາມາດເວົ້າໄດ້ວ່າ ບໍ່ມີໃຜໄດ້ຮັບການປົດປ່ອຍໃດໆໃນຈິດໃຈຂອງພວກເຂົາໃນແຕ່ລະມື້ ແລະ ມັນເປັນຄືກັບວ່າ ພູເຂົາໃຫຍ່ທັງສາມກໍາລັງເຕັງຫົວຂອງພວກເຂົາ. ບໍ່ມີແມ່ນແຕ່ໜຶ່ງຊີວິດຂອງພວກເຂົາທີ່ຈະມີຄວາມສຸກ ແລະ ຄວາມເບີກບານຕະຫຼອດເວລາ ແລະ ແມ່ນແຕ່ໃນເວລາທີ່ພວກເຂົາມີຄວາມສຸກເລັກນ້ອຍ ພວກເຂົາກໍພຽງແຕ່ພະຍາຍາມທໍາທ່າເຮັດ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນມີຄວາມຮູ້ສຶກສະເໝີວ່າ ມີບາງຢ່າງທີ່ຍັງບໍ່ສໍາເລັດ. ສະນັ້ນ, ພວກເຂົາບໍ່ມີຄວາມໝັ້ນໃຈໃນຫົວໃຈຂອງພວກເຂົາ; ການໃຊ້ຊີວິດແບບນີ້, ຮູ້ສຶກວ່າ ສິ່ງຕ່າງໆເປົ່າວ່າງ ແລະ ບໍ່ຍຸຕິທໍາ ແລະ ເມື່ອເວົ້າເຖິງຄວາມເຊື່ອໃນພຣະເຈົ້າ ພວກເຂົາກໍຫຍຸ້ງ ແລະ ບໍ່ມີເວລາ ຫຼື ພວກເຂົາບໍ່ມີເວລາກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ຫຼື ບໍ່ຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢ່າງຖືກຕ້ອງ. ບໍ່ມີບຸກຄົນໃດໃນພວກເຂົາມີຄວາມສະຫງົບ, ຄວາມແຈ່ມແຈ້ງ ແລະ ຄວາມໝັ້ນໃຈໃນພວກເຂົາ. ມັນເປັນຄືກັບວ່າ ພວກເຂົາໄດ້ອາໄສຢູ່ໃຕ້ທ້ອງຟ້າທີ່ມືດຄື້ມຕະຫຼອດເວລາ, ຄືກັບວ່າ ພວກເຂົາອາໄສຢູ່ໃນອາວະກາດທີ່ບໍ່ມີອາກາດ ແລະ
- [ບົດທີ 29](https://lo.kingdomsalvation.org/interpretation-of-the-twenty-ninth-utterance.html) - ໃນບັນດາພາລະກິດທີ່ຜູ້ຄົນປະຕິບັດ, ພາລະກິດບາງຢ່າງແມ່ນຖືກປະຕິບັດດ້ວຍຄຳສັ່ງມາຈາກພຣະເຈົ້າໂດຍກົງ, ແຕ່ຍັງມີສ່ວນໜຶ່ງຂອງພາລະກິດທີ່ ພຣະເຈົ້າບໍ່ໄດ້ໃຫ້ຄຳສັ່ງແບບສະເພາະ, ນີ້ແມ່ນພຽງພໍທີ່ຈະສະແດງໃຫ້ເຫັນວ່າສິ່ງທີ່ພຣະເຈົ້າໄດ້ປະຕິບັດໃນປັດຈຸບັນແມ່ນຍັງບໍ່ຖືກເປີດເຜີຍຢ່າງຄົບຖ້ວນເທື່ອ ເຊິ່ງໝາຍຄວາມວ່າ ພາລະກິດຫຼາຍຢ່າງຍັງລີ້ລັບ ແລະ ຍັງບໍ່ໄດ້ຖືກເປີດເຜີຍເທື່ອ. ເຖິງຢ່າງໃດກໍຕາມ, ບາງສິ່ງຈຳເປັນຕ້ອງຖືກເຮັດໃຫ້ເປີດເຜີຍ ໃນຂະນະທີ່ສິ່ງອື່ນໆຈຳເປັນຕ້ອງປ່ອຍໃຫ້ຜູ້ຄົນມືດມົວ ແລະ ສັບສົນ; ນີ້ແມ່ນສິ່ງທີ່ຖືກຮຽກຮ້ອງໂດຍພາລະກິດຂອງພຣະເຈົ້າ. ຕົວຢ່າງເຊັ່ນ ການມາເຖິງຂອງພຣະເຈົ້າຈາກສະຫວັນທ່າມກາງມະນຸດ: ພຣະອົງມາຮອດໄດ້ແນວໃດ, ພຣະອົງມາຮອດຕອນຈັກວິນາທີ ຫຼື ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງໄດ້ຜ່ານການປ່ຽນແປງ ຫຼື ຍັງ, ສິ່ງເຫຼົ່ານີ້ເຮັດໃຫ້ຜູ້ຄົນສັບສົນ. ສິ່ງນີ້ຍັງອີງຕາມສະຖານະການຕົວຈິງ, ຍ້ອນເນື້ອໜັງຂອງມະນຸດເອງແມ່ນບໍ່ສາມາດເຂົ້າສູ່ອານາຈັກຝ່າຍວິນຍານໄດ້ໂດຍກົງ. ສະນັ້ນ ເຖິງແມ່ນພຣະເຈົ້າກ່າວຢ່າງຊັດເຈນວ່າ ພຣະອົງມາຈາກສະຫວັນສູ່ແຜ່ນດິນໂລກໄດ້ແນວໃດ ຫຼື ເມື່ອພຣະອົງເວົ້າວ່າ “ໃນມື້ທີ່ທຸກສິ່ງຖືກເຮັດໃຫ້ຟື້ນຄືນຊີບ, ເຮົາໄດ້ລົງມາຢູ່ທ່າມກາງມະນຸດ ແລະ ເຮົາໄດ້ໃຊ້ເວລາທັງກາງເວັນ ແລະ ກາງຄືນຢ່າງມະຫັດສະຈັນກັບເຂົາ”, ພຣະທຳດັ່ງກ່າວເປັນຄືກັບວ່າບາງຄົນກຳລັງເວົ້າກັບຕໍໄມ້, ບໍ່ມີປະຕິກິລິຍາແມ່ນແຕ່ໜ້ອຍດຽວ, ຍ້ອນຜູ້ຄົນບໍ່ມີຄວາມຮູ້ກ່ຽວກັບຂັ້ນຕອນຕ່າງໆຂອງພາລະກິດຂອງພຣະເຈົ້າ. ເຖິງແມ່ນພວກເຂົາຈະຮູ້ຈັກຢ່າງແທ້ຈິງ, ພວກເຂົາກໍຍັງເຊື່ອວ່າພຣະເຈົ້າບິນຈາກສະຫວັນລົງສູ່ແຜ່ນດິນໂລກຄືກັບນາງຟ້າ ແລະ ເກີດທ່າມກາງມະນຸດ. ນີ້ແມ່ນສິ່ງທີ່ຄວາມຄິດຂອງມະນຸດສາມາດຢັ່ງເຖິງ. ມັນເປັນຍ້ອນທາດແທ້ຂອງມະນຸດ ທີ່ເຮັດໃຫ້ເຂົາບໍ່ສາມາດເຂົ້າໃຈທາດແທ້ຂອງພຣະເຈົ້າ ແລະ ບໍ່ສາມາດເຂົ້າໃຈຄວາມເປັນຈິງຂອງອານາຈັກຝ່າຍວິນຍານ. ດ້ວຍທາດແທ້ຂອງພວກເຂົາ, ຜູ້ຄົນຈຶ່ງບໍ່ສາມາດເຮັດໜ້າທີ່ເປັນແບບຢ່າງໃຫ້ກັບຄົນອື່ນໄດ້,
- [ບົດທີ 28](https://lo.kingdomsalvation.org/interpretation-of-the-twenty-eighth-utterance.html) - ສະພາວະຂອງຜູ້ຄົນກໍຄື ຍິ່ງພວກເຂົາເຂົ້າໃຈພຣະທຳຂອງພຣະເຈົ້າໜ້ອຍສໍ່າໃດ, ພວກເຂົາກໍຍິ່ງສົງໄສກ່ຽວກັບວິທີການປະຕິບັດພາລະກິດໃນປັດຈຸບັນຂອງພຣະເຈົ້າຫຼາຍສໍ່ານັ້ນ. ແຕ່ສິ່ງນີ້ບໍ່ມີຜົນຕໍ່ພາລະກິດຂອງພຣະເຈົ້າ; ເມື່ອພຣະທຳຂອງພຣະອົງໄດ້ໄປເຖິງຈຸດໃດໜຶ່ງ, ຫົວໃຈຂອງຜູ້ຄົນຈະປ່ຽນແປງໂດຍທຳມະຊາດ. ໃນຊີວິດຂອງພວກເຂົາ, ທຸກຄົນຕັ້ງຈິດຕັ້ງໃຈໃສ່ພຣະທຳຂອງພຣະເຈົ້າ ແລະ ພວກເຂົາຍັງໄດ້ເລີ່ມຕົ້ນປາຖະໜາຫາພຣະທຳຂອງພຣະອົງ ແລະ ຍ້ອນການເປີດໂປງຢ່າງຕໍ່ເນື່ອງຂອງພຣະເຈົ້າ, ພວກເຂົາກໍເລີ່ມກຽດຊັງຕົນເອງ. ແຕ່ພຣະເຈົ້າຍັງໄດ້ກ່າວພຣະທຳຫຼາຍຂໍ້ດັ່ງຕໍ່ໄປນີ້: “ເມື່ອເຂົາເຂົ້າໃຈພຣະທຳທັງໝົດຂອງເຮົາຢ່າງທົ່ວເຖິງ, ວຸດທິພາວະຂອງມະນຸດກໍຕອບສະໜອງຕໍ່ເຈດຕະນາຂອງເຮົາ ແລະ ຄຳຮ້ອງຂໍຂອງເຂົາກໍມີຜົນ ແລະ ບໍ່ໄດ້ສູນເປົ່າ ຫຼື ໄຮ້ປະໂຫຍດ; ເຮົາອວຍພອນກັບຄຳຮ້ອງຂໍຂອງມະນຸດຊາດທີ່ຈິງໃຈ ແລະ ສິ່ງເຫຼົ່ານັ້ນບໍ່ແມ່ນການທໍາທ່າເຮັດ”. ຕາມຄວາມຈິງແລ້ວ, ຜູ້ຄົນບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ຢ່າງສົມບູນ, ພວກເຂົາພຽງແຕ່ສາມາດເຂົ້າໃຈແບບຜິວເຜີນ. ພຣະເຈົ້າພຽງແຕ່ໃຊ້ພຣະທຳເຫຼົ່ານີ້ເພື່ອໃຫ້ຈຸດປະສົງກັບພວກເຂົາໃນການສະແຫວງຫາ, ເພື່ອເຮັດໃຫ້ພວກເຂົາຮູ້ສຶກວ່າພຣະເຈົ້າບໍ່ໄດ້ຖືເບົາໃນສິ່ງຕ່າງໆ, ແຕ່ພຣະອົງຈິງໃຈກ່ຽວກັບພາລະກິດຂອງພຣະອົງ; ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະມີຄວາມເຊື່ອໃນການສະແຫວງຫາ. ຍ້ອນທຸກຄົນພຽງແຕ່ອ້ອນວອນເພື່ອພວກເຂົາເອງ, ບໍ່ແມ່ນເພື່ອຄວາມປະສົງຂອງພຣະເຈົ້າ, ແຕ່ພຣະເຈົ້າບໍ່ໄດ້ຮ້ອນ ແລະ ໜາວ, ພຣະທຳຂອງພຣະອົງແມ່ນແນໃສ່ທຳມະຊາດຂອງມະນຸດ. ເຖິງແມ່ນຄົນສ່ວນໃຫຍ່ໃນປັດຈຸບັນອ້ອນວອນ, ພວກເຂົາກໍບໍ່ໄດ້ຈິງໃຈ, ມັນເປັນພຽງການທໍາທ່າ. ສະພາວະຂອງທຸກຄົນກໍຄື “ພວກເຂົາ ພິຈາລະນາວ່າປາກຂອງເຮົາຄືຄວາມອຸດົມສົມບູນ. ທຸກຄົນປາຖະໜາທີ່ຈະໄດ້ຮັບບາງສິ່ງຈາກປາກຂອງເຮົາ. ບໍ່ວ່າມັນຈະເປັນຄວາມລັບຂອງລັດ ຫຼື ຄວາມເລິກລັບແຫ່ງສະຫວັນ ຫຼື ພະລັງຂອງໂລກຝ່າຍວິນຍານ ຫຼື ຈຸດໝາຍປາຍທາງຂອງມະນຸດຊາດ”. ຍ້ອນຄວາມຢາກຮູ້ຢາກເຫັນຂອງພວກເຂົາ, ຜູ້ຄົນຈຶ່ງລ້ວນແລ້ວແຕ່ເຕັມໃຈທີ່ຈະຄົ້ນຫາສິ່ງເຫຼົ່ານີ້
- [ບົດທີ 27](https://lo.kingdomsalvation.org/interpretation-of-the-twenty-seventh-utterance.html) - ໃນປັດຈຸບັນ ພຣະທໍາຂອງພຣະເຈົ້າແມ່ນໄດ້ເຖິງຈຸດສູງສຸດ ເຊິ່ງເວົ້າໄດ້ວ່າ ພາກສ່ວນທີສອງຂອງຍຸກແຫ່ງການພິພາກສາແມ່ນໄດ້ເຖິງຈຸດສູງຂອງມັນແລ້ວ. ແຕ່ນັ້ນບໍ່ແມ່ນຈຸດທີ່ສູງທີ່ສຸດ. ໃນເວລານີ້ ນໍ້າສຽງຂອງພຣະເຈົ້າໄດ້ປ່ຽນໄປ, ມັນບໍ່ແມ່ນການເຍາະເຍີ້ຍ ຫຼື ຕະຫຼົກ ແລະ ມັນບໍ່ແມ່ນການຂ້ຽນຕີ ຫຼື ສາບແຊ່ງ; ພຣະເຈົ້າໄດ້ຜ່ອນນໍ້າສຽງຂອງພຣະທໍາຂອງພຣະອົງລົງ. ດຽວນີ້ ພຣະເຈົ້າເລີ່ມ “ແລກປ່ຽນຄວາມຮູ້ສຶກ” ກັບມະນຸດ. ພຣະເຈົ້າທັງສືບຕໍ່ພາລະກິດຂອງຍຸກແຫ່ງການພິພາກສາ ແລະ ໃນເວລາດຽວກັນກໍເປີດເສັ້ນທາງຂອງພາກສ່ວນຕໍ່ໄປຂອງພາລະກິດ ເພື່ອວ່າ ທຸກພາກສ່ວນຂອງພາລະກິດຂອງພຣະອົງຈະໄດ້ກ່ຽວພັນກັນ. ໃນດ້ານໜຶ່ງ, ພຣະອົງກ່າວກ່ຽວກັບ “ຄວາມດື້ດ້ານ ແລະ ຄວາມຜິດຊໍ້າຊາກ” ຂອງມະນຸດ ແລະ ໃນອີກດ້ານ ພຣະອົງກ່າວກ່ຽວກັບ “ໃນຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງການຖືກຕັດຂາດ ແລະ ຫຼັງຈາກນັ້ນກໍກັບມາຮ່ວມກັນໃໝ່ກັບມະນຸດ” ເຊິ່ງທັງໝົດໄດ້ກະຕຸ້ນປະຕິກິລິຍາໃນໃຈຂອງຜູ້ຄົນ ແລະ ດົນໃຈແມ່ນແຕ່ຜູ້ທີ່ໃຈເຢັນຊາທີ່ສຸດໃນບັນດາມະນຸດ. ເປົ້າໝາຍຂອງພຣະເຈົ້າໃນການກ່າວພຣະທໍາເຫຼົ່ານີ້ ໂດຍຕົ້ນຕໍແລ້ວໃນທີ່ສຸດແມ່ນເພື່ອເຮັດໃຫ້ທຸກຄົນລົ້ມລົງຢ່າງໄຮ້ສຽງຢູ່ຕໍ່ໜ້າພຣະເຈົ້າ ແລະ ພຽງຫຼັງຈາກນັ້ນ “ເຮົາຈຶ່ງເຮັດໃຫ້ການກະທຳຂອງເຮົາເປັນທີ່ປະຈັກ, ເຮັດໃຫ້ທຸກຄົນຮູ້ຈັກເຮົາຜ່ານຄວາມລົ້ມເຫຼວຂອງພວກເຂົາເອງ”. ຄວາມຮູ້ກ່ຽວກັບພຣະເຈົ້າຂອງຜູ້ຄົນໃນຍຸກນີ້ລ້ວນແລ້ວແຕ່ຍັງຢູ່ໃນຜິວເຜີນ; ມັນບໍ່ແມ່ນຄວາມຮູ້ທີ່ແທ້ຈິງ. ເຖິງແມ່ນວ່າ ພວກເຂົາຈະພະຍາຍາມຢ່າງໜັກເທົ່າທີ່ພວກເຂົາຈະສາມາດ ແຕ່ພວກເຂົາກໍບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າໄດ້; ໃນປັດຈຸບັນ ພຣະທໍາຂອງພຣະເຈົ້າແມ່ນໄດ້ເຖິງຈຸດສູງສຸດແລ້ວ ແຕ່ຜູ້ຄົນຍັງຢູ່ໃນຂັ້ນຕອນເບື້ອງຕົ້ນ
- [ບົດທີ 26](https://lo.kingdomsalvation.org/interpretation-of-the-twenty-sixth-utterance.html) - ຈາກພຣະທໍາທຸກຂໍ້ທີ່ພຣະເຈົ້າກ່າວແມ່ນສາມາດເຫັນໄດ້ວ່າ ມື້ຂອງພຣະເຈົ້າແມ່ນໃກ້ເຂົ້າມາທຸກມື້. ມັນເປັນຄືກັບວ່າ ມື້ນີ້ແມ່ນຢູ່ຕໍ່ໜ້າສາຍຕາຂອງຜູ້ຄົນ ແລະ ເປັນຄືກັບວ່າ ມັນຈະມາຮອດໃນມື້ອື່ນ. ສະນັ້ນ, ຫຼັງຈາກອ່ານພຣະທໍາຂອງພຣະເຈົ້າ ທຸກຄົນຈຶ່ງມີຄວາມຢ້ານກົວ ແລະ ພວກເຂົາຍັງຮູ້ສຶກເຖິງສ່ວນໜຶ່ງຂອງຄວາມເປົ່າປ່ຽວຂອງໂລກອີກດ້ວຍ ຄືດັ່ງໃບໄມ້ຫຼົ່ນລົງໃນສາຍລົມ ທີ່ຕາມດ້ວຍສາຍຝົນຄ່ອຍໆ. ຜູ້ຄົນຫາຍໄປໂດຍບໍ່ມີຮ່ອງຮອຍ ຄືກັບວ່າ ພວກເຂົາທຸກຄົນຫາຍສາບສູນໄປຈົນໝົດ. ທຸກຄົນຮູ້ສຶກມີລາງຮ້າຍ ແລະ ເຖິງແມ່ນວ່າທຸກຄົນຈະພະຍາຍາມຢ່າງໜັກ ແລະ ປາຖະໜາທີ່ຈະຕອບສະໜອງຄວາມປະສົງຂອງພຣະເຈົ້າ ແລະ ແຕ່ລະຄົນໃຊ້ກໍາລັງທັງໝົດຂອງພວກເຂົາເພື່ອຕອບສະໜອງເຈດຕະນາຂອງພຣະເຈົ້າ ເພື່ອວ່າ ເຈດຕະນາຂອງພຣະເຈົ້າອາດຈະດໍາເນີນໄປຢ່າງລາບລື້ນ ແລະ ປາສະຈາກສິ່ງກີດຂວາງໃດໆ ເຊິ່ງທັດສະນະດັ່ງກ່າວແມ່ນປະປົນກັບຄວາມຮູ້ສຶກສັງຫອນໃຈຕະຫຼອດ. ໃຫ້ເອົາການກ່າວພຣະທໍາຂອງມື້ນີ້ເປັນຕົວຢ່າງ: ຖ້າພຣະທໍາເຫຼົ່ານີ້ຖືກເຜີຍແຜ່ແກ່ມວນຊົນ ແລະ ຖືກປະກາດຕໍ່ຈັກກະວານທັງໝົດ, ທຸກຄົນກໍຈະກົ້ມລົງ ແລະ ຮ້ອງໄຫ້ ເນື່ອງຈາກໃນພຣະທໍາທີ່ວ່າ: “ເຮົາຈະເຝົ້າເບິ່ງທົ່ວແຜ່ນດິນໂລກ ແລະ ປາກົດຢູ່ທາງພາກຕາເວັນອອກຂອງໂລກດ້ວຍຄວາມຊອບທໍາ, ຄວາມສະຫງ່າຜ່າເຜີຍ, ຄວາມພິໂລດ ແລະ ການຂ້ຽນຕີ ເຮົາຈະເປີດເຜີຍຕົວເອງຕໍ່ມະນຸດທັງຫຼາຍທີ່ນັບບໍ່ຖ້ວນ!” ທຸກຄົນທີ່ເຂົ້າໃຈເລື່ອງທາງວິນຍານເຫັນວ່າ ບໍ່ມີຜູ້ໃດທີ່ຈະສາມາດໜີຈາກການຂ້ຽນຕີຂອງພຣະເຈົ້າໄດ້ ແລະ ພາຍຫຼັງທີ່ປະສົບກັບຄວາມທຸກຈາກການຂ້ຽນຕີ ທຸກຄົນກໍຈະຖືກແຍກອອກຕາມປະເພດຂອງພວກເຂົາ. ແທ້ຈິງແລ້ວ ນີ້ແມ່ນຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ເມື່ອພຣະເຈົ້າສ້າງໂລກ
- [ບົດທີ 24 ບວກດ້ວຍບົດທີ 25](https://lo.kingdomsalvation.org/interpretation-of-twenty-fourth-twenty-fifth-utterances.html) - ຖ້າບໍ່ໄດ້ອ່ານຢ່າງໃກ້ຊິດ ມັນກໍເປັນໄປບໍ່ໄດ້ທີ່ຈະກວດພົບເຫັນສິ່ງໃດໜຶ່ງໃນພຣະວັດຈະນະຂອງສອງມື້ເຫຼົ່ານີ້; ແທ້ຈິງແລ້ວ ສິ່ງເຫຼົ່ານີ້ຄວນຖືກກ່າວໃນມື້ດຽວ ແຕ່ພຣະເຈົ້າກໍໄດ້ແບ່ງສິ່ງເຫຼົ່ານີ້ອອກເປັນສອງມື້. ເວົ້າໄດ້ວ່າ ພຣະວັດຈະນະຂອງສອງມື້ເຫຼົ່ານີ້ແມ່ນເປັນອັນດຽວກັນ ແຕ່ເພື່ອເຮັດໃຫ້ມັນງ່າຍຂຶ້ນສໍາລັບຜູ້ຄົນທີ່ຈະຮັບເອົາສິ່ງເຫຼົ່ານີ້ ພຣະເຈົ້າຈຶ່ງໄດ້ແບ່ງສິ່ງເຫຼົ່ານີ້ອອກເປັນສອງມື້ ເພື່ອໃຫ້ໂອກາດແກ່ຜູ້ຄົນໄດ້ຫາຍໃຈ. ສິ່ງດັ່ງກ່າວແມ່ນການພິຈາລະນາຂອງພຣະເຈົ້າທີ່ມີຕໍ່ມະນຸດ. ໃນພາລະກິດທັງໝົດຂອງພຣະເຈົ້າ, ທຸກຄົນປະຕິບັດພາລະ ແລະ ໜ້າທີ່ຂອງພວກເຂົາໃນບ່ອນຂອງພວກເຂົາເອງ. ມັນບໍ່ແມ່ນພຽງຜູ້ຄົນທີ່ມີຈິດວິນຍານຂອງທູດສະຫວັນທີ່ໃຫ້ຄວາມຮ່ວມມື; ຜູ້ທີ່ມີຈິດວິນຍານຂອງຜີສາດກໍຍັງໄດ້ “ຮ່ວມມື” ແລະ ເຊັ່ນດຽວກັນກັບຈິດວິນຍານຂອງຊາຕານ. ໃນພຣະວັດຈະນະຂອງພຣະເຈົ້າ ແມ່ນພົບເຫັນເຈດຕະນາຂອງພຣະເຈົ້າ ແລະ ຄວາມຕ້ອງການຂອງພຣະອົງທີ່ມີຕໍ່ມະນຸດ. ພຣະທໍາທີ່ວ່າ: “ການຂ້ຽນຕີຂອງເຮົາໄດ້ມາເຖິງບັນດາຜູ້ຄົນ, ແຕ່ມັນກໍຍັງຄົງຫ່າງໄກຈາກຜູ້ຄົນທັງປວງ. ຊົ່ວຊີວິດຂອງທຸກຄົນແມ່ນເຕັມໄປດ້ວຍຄວາມຮັກ ແລະ ຄວາມກຽດຊັງຕໍ່ເຮົາ” ສະແດງໃຫ້ເຫັນວ່າ ພຣະເຈົ້າໃຊ້ການຂ້ຽນຕີເພື່ອຂົ່ມຂູ່ທຸກຄົນ ໂດຍເຮັດໃຫ້ພວກເຂົາໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ. ຍ້ອນຄວາມເສື່ອມຊາມຂອງຊາຕານ ແລະ ຄວາມອ່ອນແອຂອງທູດສະຫວັນ ພຣະເຈົ້າຈຶ່ງໄດ້ໃຊ້ແຕ່ພຣະທໍາເທົ່ານັ້ນ ແລະ ບໍ່ໄດ້ໃຊ້ກົດບັນຍັດແຫ່ງການບໍລິຫານເພື່ອຂ້ຽນຕີຜູ້ຄົນ. ນັບຕັ້ງແຕ່ເວລາແຫ່ງການຊົງສ້າງຈົນຮອດປັດຈຸບັນ ນີ້ແມ່ນຫຼັກການຂອງພາລະກິດຂອງພຣະເຈົ້າ ກ່ຽວກັບທູດສະຫວັນ ແລະ ທຸກຄົນ. ຍ້ອນທູດສະຫວັນເປັນຂອງພຣະເຈົ້າ, ໃນມື້ໜຶ່ງພວກເຂົາກໍຈະກາຍເປັນຜູ້ຄົນແຫ່ງອານາຈັກຂອງພຣະເຈົ້າ ແລະ ຈະໄດ້ຮັບການດູແລ ແລະ ການປົກປ້ອງຈາກພຣະເຈົ້າ. ໃນຂະນະດຽວກັນ, ທຸກຄົນຍັງຈະຖືກຈັດຕາມປະເພດ, ວິນຍານຊົ່ວຮ້າຍທັງໝົດຂອງຊາຕານຈະຖືກຂ້ຽນຕີ ແລະ ທຸກຄົນທີ່ບໍ່ມີວິນຍານຈະຖືກປົກຄອງໂດຍບຸດຊາຍ
- [ບົດທີ 22 ບວກດ້ວຍບົດທີ 23](https://lo.kingdomsalvation.org/interpretation-of-twenty-second-twenty-third-utterances.html) - ໃນປັດຈຸບັນ, ທຸກຄົນແມ່ນເຕັມໃຈທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຮູ້ຈັກອຸປະນິໄສຂອງພຣະເຈົ້າ ແຕ່ກໍບໍ່ມີໃຜຮູ້ເຫດຜົນວ່າ ເປັນຫຍັງພວກເຂົາຈຶ່ງບໍ່ສາມາດປະຕິບັດຕາມສິ່ງທີ່ພວກເຂົາເຕັມໃຈເຮັດ, ເປັນຫຍັງໃຈຂອງພວກເຂົາຈຶ່ງກະບົດຕໍ່ພວກເຂົາ ແລະ ເປັນຫຍັງພວກເຂົາຈຶ່ງບໍ່ສາມາດບັນລຸສິ່ງທີ່ພວກເຂົາຕ້ອງການ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງຖືກອ້ອມລ້ອມໄປດ້ວຍຄວາມໝົດຫວັງຢ່າງໜັກອີກຄັ້ງ ແຕ່ພວກເຂົາກໍຍັງຢ້ານກົວ. ເມື່ອບໍ່ສາມາດສະແດງອາລົມທີ່ຄັດກັນເຫຼົ່ານີ້ ພວກເຂົາຈຶ່ງໄດ້ແຕ່ເຮັດຄໍຕົກດ້ວຍຄວາມໂສກເສົ້າ ແລະ ຖາມຕົວເອງຊໍ້າແລ້ວຊໍ້າອີກວ່າ: “ເປັນໄປໄດ້ບໍທີ່ພຣະເຈົ້າບໍ່ໄດ້ໃຫ້ແສງສະຫວ່າງແກ່ຂ້ານ້ອຍ? ເປັນໄປໄດ້ບໍທີ່ພຣະເຈົ້າໄດ້ປະຖິ້ມຂ້ານ້ອຍຢ່າງລັບໆ? ບາງເທື່ອຄົນອື່ນແມ່ນມີຄວາມສຸກດີ ແລະ ພຣະເຈົ້າໄດ້ໃຫ້ແສງສະຫວ່າງແກ່ທຸກຄົນນອກຈາກຂ້ານ້ອຍ. ເປັນຫຍັງຂ້ານ້ອຍຄືຮູ້ສຶກບໍ່ສະບາຍໃຈຕະຫຼອດ ເມື່ອຂ້ານ້ອຍອ່ານພຣະທໍາຂອງພຣະເຈົ້າ, ເປັນຫຍັງຂ້ານ້ອຍຈຶ່ງບໍ່ເຄີຍເຂົ້າໃຈຫຍັງເລີຍ?” ເຖິງແມ່ນວ່າ ຄວາມຄິດດັ່ງກ່າວຈະມີຢູ່ໃນຈິດໃຈຂອງຜູ້ຄົນ, ແຕ່ກໍບໍ່ມີໃຜກ້າທີ່ຈະສະແດງພວກມັນອອກມາ; ພວກເຂົາພຽງແຕ່ສືບຕໍ່ດິ້ນລົນຢູ່ພາຍໃນ. ທີ່ຈິງແລ້ວ, ບໍ່ມີໃຜ ນອກຈາກພຣະເຈົ້າທີ່ສາມາດເຂົ້າໃຈພຣະທໍາຂອງພຣະອົງ ຫຼື ເຂົ້າໃຈເຈດຕະນາທີ່ແທ້ຈິງຂອງພຣະອົງ. ແຕ່ພຣະເຈົ້າກໍຂໍໃຫ້ຜູ້ຄົນເຂົ້າໃຈເຈດຕະນາຂອງພຣະອົງສະເໝີ. ນີ້ບໍ່ຄືກັນກັບການພະຍາຍາມບັງຄັບໃຫ້ເປັດປີນຂຶ້ນຮາວບໍ? ພຣະເຈົ້າບໍ່ຮູ້ຄວາມລົ້ມເຫຼວຂອງມະນຸດບໍ? ນີ້ແມ່ນຈຸດເຊື່ອມຕໍ່ຂອງພາລະກິດຂອງພຣະເຈົ້າ, ມັນແມ່ນສິ່ງທີ່ຜູ້ຄົນບໍ່ເຂົ້າໃຈ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເວົ້າວ່າ: “ມະນຸດດຳລົງຊີວິດທ່າມກາງແສງສະຫວ່າງ ແຕ່ເຂົາກໍບໍ່ຮູ້ເຖິງຄວາມລໍ້າຄ່າຂອງແສງສະຫວ່າງນັ້ນ. ເຂົາບໍ່ໃສ່ໃຈຕໍ່ແກ່ນແທ້ຂອງແສງສະຫວ່າງ ແລະ ແຫຼ່ງກຳເນີດແສງສະຫວ່າງ ແລະ ຍິ່ງໄປກວ່ານັ້ນ ເຂົາບໍ່ໃສ່ໃຈວ່າ ແສງສະຫວ່າງນັ້ນເປັນຂອງໃຜ”. ອີງຕາມສິ່ງທີ່ພຣະທໍາຂອງພຣະເຈົ້າບອກມະນຸດ ແລະ ສິ່ງທີ່ພຣະອົງຂໍຈາກມະນຸດ, ບໍ່ມີໃຜຈະລອດຊີວິດໄດ້ ເນື່ອງຈາກວ່າ
- [ບົດທີ 21](https://lo.kingdomsalvation.org/interpretation-of-the-twenty-first-utterance.html) - ໃນສາຍຕາຂອງພຣະເຈົ້າ, ຜູ້ຄົນເປັນຄືກັບສັດທີ່ຢູ່ໃນໂລກຂອງສັດ. ພວກເຂົາຕີກັນເອງ, ຂ້າກັນເອງ ແລະ ມີປະຕິກິລິຍາທີ່ພິເສດຕໍ່ກັນເອງ. ໃນສາຍຕາຂອງພຣະເຈົ້າ, ພວກເຂົາຍັງເປັນຄືກັບທະນີຄົນ, ວາງແຜນຕໍ່ສູ້ກັນເອງ ບໍ່ວ່າຈະອາຍຸສໍ່າໃດ ຫຼື ເພດໃດກໍຕາມ. ດັ່ງນັ້ນ ທຸກສິ່ງທີ່ມະນຸດຊາດທັງປວງເຮັດ ແລະ ສຳແດງອອກແມ່ນບໍ່ເຄີຍສອດຄ່ອງກັບເຈດຕະນາຂອງພຣະເຈົ້າຈັກເທື່ອ. ເວລາທີ່ພຣະເຈົ້າປົກປິດໃບໜ້າຂອງພຣະອົງກໍຄືເວລາທີ່ຜູ້ຄົນທົ່ວໂລກຖືກທົດສອບແທ້ຈິງ. ທຸກຄົນຮ້ອງຄາງດ້ວຍຄວາມເຈັບປວດ, ພວກເຂົາທຸກຄົນດຳລົງຊີວິດຢູ່ພາຍໃຕ້ການຂົ່ມຂູ່ຂອງໄພພິບັດ ແລະ ບໍ່ມີພວກເຂົາແມ່ນແຕ່ຄົນດຽວທີ່ເຄີຍຫຼົບໜີຈາກການພິພາກສາຂອງພຣະເຈົ້າໄດ້. ຄວາມເປັນຈິງແລ້ວ ເປົ້າໝາຍຫຼັກໆຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງກໍຄືເພື່ອພິພາກສາມະນຸດ ແລະ ກ່າວໂທດເຂົາໃນເນື້ອໜັງຂອງພຣະອົງ. ໃນຄວາມຄິດຂອງພຣະເຈົ້າ ມັນໄດ້ຖືກຕັດສິນແຕ່ດົນແລ້ວວ່າ ຜູ້ໃດຈະຖືກຊ່ວຍໃຫ້ລອດພົ້ນ ຫຼື ຖືກທຳລາຍຕາມທາດແທ້ຂອງພວກເຂົາ ແລະ ສິ່ງນີ້ຈະຖືກເຮັດໃຫ້ຊັດແຈ້ງເທື່ອລະໜ້ອຍໃນໄລຍະສຸດທ້າຍ. ເມື່ອວັນ ແລະ ເດືອນໄດ້ຜ່ານໄປ, ຜູ້ຄົນກໍປ່ຽນໄປ ແລະ ຮູບຮ່າງເດີມຂອງພວກເຂົາກໍຖືກເປີດເຜີຍ. ມັນຊັດເຈນວ່າມີໄກ່ ຫຼື ເປັດຢູ່ໃນໄຂ່ ກໍເມື່ອໄຂ່ນັ້ນແຕກອອກ. ເວລາທີ່ໄຂ່ແຕກອອກແມ່ນເວລາທີ່ໄພພິບັດເທິງໂລກຈະສິ້ນສຸດລົງ. ຈາກສິ່ງນີ້ ມັນສາມາດເຫັນໄດ້ວ່າ ກ່ອນທີ່ຈະຮູ້ຈັກວ່າ ມີ “ໄກ່” ຫຼື “ເປັດ” ຢູ່ໃນໄຂ່, “ໄຂ່” ຕ້ອງຖືກເຮັດໃຫ້ແຕກອອກກ່ອນ. ນີ້ແມ່ນແຜນການໃນຫົວໃຈຂອງພຣະເຈົ້າ ແລະ
- [ບົດທີ 20](https://lo.kingdomsalvation.org/interpretation-of-the-twentieth-utterance.html) - ພຣະເຈົ້າສ້າງມະນຸດຊາດທັງປວງ ແລະ ໄດ້ນໍາພາມະນຸດຊາດຈົນເຖິງປັດຈຸບັນ. ສະນັ້ນ ພຣະເຈົ້າຈຶ່ງຮູ້ຈັກທຸກສິ່ງທີ່ເກີດຂຶ້ນທ່າມກາງມະນຸດ: ພຣະອົງຮູ້ຈັກເຖິງຄວາມຂົມຂື່ນໃນໂລກຂອງມະນຸດ, ເຂົ້າໃຈຄວາມຫວານຊື່ນໃນໂລກຂອງມະນຸດ ແລະ ສະນັ້ນ ໃນແຕ່ລະມື້ ພຣະອົງຈຶ່ງອະທິບາຍສະພາບຊີວິດຂອງມະນຸດຊາດທັງປວງ ແລະ ຍິ່ງໄປກວ່ານັ້ນ ພຣະອົງລິຮານກັບຄວາມອ່ອນແອ ແລະ ຄວາມເສື່ອມຊາມຂອງມະນຸດຊາດທັງປວງ. ມັນບໍ່ແມ່ນເຈດຕະນາຂອງພຣະເຈົ້າທີ່ຈະໃຫ້ມະນຸດຊາດທັງປວງຖືກໂຍນຖິ້ມລົງສູ່ເຫວເລິກທີ່ຢັ່ງບໍ່ເຖິງ ຫຼື ທີ່ຈະໃຫ້ມະນຸດຊາດທັງໝົດຖືກຊ່ວຍໃຫ້ລອດພົ້ນ. ມີຫຼັກການໃນການກະທຳຂອງພຣະເຈົ້າຢູ່ສະເໝີ, ແຕ່ບໍ່ມີໃຜສາມາດເຂົ້າໃຈກົດເກນຂອງທຸກສິ່ງທີ່ພຣະອົງເຮັດໄດ້. ເມື່ອຜູ້ຄົນຮູ້ຈັກເຖິງຄວາມສະຫງ່າຜ່າເຜີຍ ແລະ ຄວາມໂກດຮ້າຍຂອງພຣະເຈົ້າ, ພຣະເຈົ້າກໍປ່ຽນແປງນໍ້າສຽງໃຫ້ກາຍເປັນຄວາມເມດຕາ ແລະ ຄວາມຮັກທັນທີ, ແຕ່ເມື່ອຜູ້ຄົນມາຮູ້ຈັກຄວາມເມດຕາ ແລະ ຄວາມຮັກຂອງພຣະເຈົ້າ, ທັນທີພຣະອົງກໍປ່ຽນນໍ້າສຽງອີກຄັ້ງ ໂດຍເຮັດໃຫ້ພຣະທຳຂອງພຣະອົງກິນຍາກ ຄືກັບວ່າພຣະທຳເຫຼົ່ານັ້ນເປັນໄກ່ດິບ. ໃນບັນດາພຣະທຳທັງໝົດຂອງພຣະເຈົ້າ, ການເລີ່ມຕົ້ນບໍ່ເຄີຍຊໍ້າໄປມາ ແລະ ພຣະທຳຂໍ້ໃດຂໍ້ໜຶ່ງຂອງພຣະອົງກໍບໍ່ເຄີຍຖືກກ່າວຕາມຫຼັກການຂອງຖ້ອຍຄຳທີ່ຢູ່ໃນມື້ວານ; ແມ່ນແຕ່ນໍ້າສຽງກໍບໍ່ຄືກັນ ແລະ ບໍ່ມີເນື້ອຫາເຊື່ອມໂຍງກັນເລີຍ, ທຸກສິ່ງເຫຼົ່ານີ້ຍິ່ງເຮັດໃຫ້ຜູ້ຄົນຮູ້ສຶກສັບສົນຫຼາຍຂຶ້ນ. ນີ້ຄືສະຕິປັນຍາຂອງພຣະເຈົ້າ ແລະ ການເປີດເຜີຍເຖິງອຸປະນິໄສຂອງພຣະອົງ. ພຣະອົງໃຊ້ນໍ້າສຽງ ແລະ ລັກສະນະຄຳເວົ້າຂອງພຣະອົງເພື່ອແຍກແນວຄິດຂອງຜູ້ຄົນອອກ ເພື່ອເຮັດໃຫ້ຊາຕານສັບສົນ, ບໍ່ໃຫ້ຊາຕານມີໂອກາດໄດ້ໃສ່ພິດໃນການກະທຳຂອງພຣະເຈົ້າ. ຄວາມມະຫັດສະຈັນຂອງການກະທຳຂອງພຣະເຈົ້າເຮັດໃຫ້ຄວາມຄິດຂອງຜູ້ຄົນຫວັ່ນໄຫວໂດຍພຣະທຳຂອງພຣະເຈົ້າ. ພວກເຂົາເກືອບຈະບໍ່ສາມາດຄົ້ນພົບປະຕູທາງໜ້າຂອງພວກເຂົາເອງ ແລະ ເຖິງບໍ່ຮູ້ຈັກແມ່ນແຕ່ວ່າເມື່ອໃດພວກເຂົາຄວນກິນ ຫຼື ພັກຜ່ອນ
- [ບົດທີ 19](https://lo.kingdomsalvation.org/interpretation-of-the-nineteenth-utterance.html) - ໃນຈິນຕະນາການຂອງຜູ້ຄົນແມ່ນເບິ່ງຄືວ່າ ພຣະເຈົ້າສູງສົ່ງຫຼາຍ ແລະ ບໍ່ສາມາດຢັ່ງເຖິງພຣະອົງໄດ້. ມັນເປັນຄືກັບວ່າ ພຣະເຈົ້າບໍ່ໄດ້ອາໄສໃນທ່າມກາງມະນຸດ ແລະ ຄືກັບວ່າ ພຣະອົງດູຖູກຜູ້ຄົນຍ້ອນພຣະອົງສູງສົ່ງຫຼາຍ. ຢ່າງໃດກໍຕາມ, ພຣະເຈົ້າທໍາລາຍແນວຄິດຂອງຜູ້ຄົນ ແລະ ກໍາຈັດມັນທັງໝົດ, ຝັງມັນໄວ້ໃນ “ຂຸມຝັງສົບ” ເຊິ່ງເປັນບ່ອນທີ່ພວກມັນຈະກາຍເປັນຂີ້ເທົ່າ. ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ແນວຄິດຂອງມະນຸດແມ່ນຄ້າຍຄືກັບທັດສະນະຄະຕິຂອງພຣະອົງທີ່ມີຕໍ່ຄົນຕາຍ ເຊິ່ງກໍານົດພວກເຂົາຢ່າງຕາມໃຈ. ເບິ່ງຄືວ່າ “ແນວຄິດ” ບໍ່ມີປະຕິກິລິຍາ; ດັ່ງນັ້ນ, ພຣະເຈົ້າຈຶ່ງໄດ້ປະຕິບັດພາລະກິດນີ້ນັບແຕ່ການສ້າງໂລກຈົນຮອດປັດຈຸບັນ ແລະ ບໍ່ເຄີຍໄດ້ຢຸດຢັ້ງ. ຍ້ອນເນື້ອໜັງ ມະນຸດຈຶ່ງຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຍ້ອນການກະທໍາຂອງຊາຕານຢູ່ເທິງແຜ່ນດິນໂລກ ມະນຸດຈຶ່ງມີແນວຄິດທຸກຮູບແບບໃນຊ່ວງເວລາປະສົບການຂອງພວກເຂົາ. ນີ້ເອີ້ນວ່າ “ການສ້າງໂດຍທໍາມະຊາດ”. ນີ້ແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ເຊິ່ງດ້ວຍເຫດນັ້ນ ວິທີການຂອງພາລະກິດຂອງພຣະອົງຈຶ່ງໄດ້ຮອດຈຸດສູງສຸດ ແລະ ພຣະອົງກໍເພີ່ມທະວີການຝຶກຝົນຂອງພຣະອົງຕໍ່ຜູ້ຄົນ ເພື່ອວ່າພວກເຂົາຈະສາມາດຖືກເຮັດໃຫ້ສົມບູນໃນພາລະກິດສຸດທ້າຍຂອງພຣະອົງ ເຊິ່ງໃນທີ່ສຸດແລ້ວ ກໍເປັນການຕອບສະໜອງເຈດຕະນາຂອງພຣະເຈົ້າ. ກ່ອນໜ້ານັ້ນແມ່ນມີພຽງແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດໃນທ່າມກາງມະນຸດເທົ່ານັ້ນ ແຕ່ບໍ່ມີພຣະທໍາທີ່ກ່າວໂດຍພຣະເຈົ້າເອງ. ເມື່ອພຣະເຈົ້າກ່າວດ້ວຍສຽງຂອງພຣະອົງເອງ ທຸກຄົນກໍຕົກໃຈ ແລະ ພຣະທໍາໃນປັດຈຸບັນກໍຍິ່ງເປັນປິດສະໜາຫຼາຍຂຶ້ນ. ຄວາມໝາຍຂອງພຣະທໍາເຫຼົ່ານັ້ນແມ່ນຍິ່ງຍາກທີ່ຈະຢັ່ງເຖິງ ແລະ ເບິ່ງຄືວ່າ ມະນຸດມີຄວາມສັບສົນ ເນື່ອງຈາກວ່າ ຫ້າສິບເປີເຊັນຂອງພຣະທໍາຂອງພຣະອົງແມ່ນຢູ່ໃນເຄື່ອງໝາຍວົງຢືມ. “ເວລາທີ່ເຮົາກ່າວ
- [ບົດທີ 18](https://lo.kingdomsalvation.org/interpretation-of-the-eighteenth-utterance.html) - ພຣະທໍາທຸກຂໍ້ຂອງພຣະເຈົ້າແມ່ນມີພາກສ່ວນກ່ຽວກັບອຸປະນິໄສຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າແມ່ນບໍ່ສາມາດສະແດງອອກຢ່າງຄົບຖ້ວນໃນພຣະທໍາ ເຊິ່ງພຽງພໍທີ່ຈະສະແດງໃຫ້ເຫັນວ່າ ຄວາມອຸດົມສົມບູນທີ່ມີຢູ່ໃນຕົວພຣະອົງແມ່ນມີຫຼາຍສໍ່າໃດ. ສິ່ງທີ່ມະນຸດສາມາດເຫັນ ແລະ ຈັບຕ້ອງໄດ້ ແທ້ຈິງແລ້ວ ແມ່ນມີຂໍ້ຈໍາກັດ, ເຊັ່ນດຽວກັນກັບຄວາມສາມາດຂອງຜູ້ຄົນ. ເຖິງວ່າ ພຣະທໍາຂອງພຣະເຈົ້າຈະຊັດເຈນ ແຕ່ຜູ້ຄົນກໍບໍ່ສາມາດເຂົ້າໃຈໃນພຣະທໍາເຫຼົ່ານັ້ນຢ່າງຄົບຖ້ວນ. ຈົ່ງເອົາພຣະທໍາເຫຼົ່ານີ້ເປັນຕົວຢ່າງ: “ໃນທ່າມກາງຟ້າແມບເຫຼື້ອມ, ສັດທຸກຊະນິດແມ່ນຖືກເປີດເຜີຍໃນຮູບຮ່າງທີ່ແທ້ຈິງຂອງພວກມັນ. ເຊັ່ນກັນ ດ້ວຍການເຍືອງທາງຈາກແສງສະຫວ່າງຂອງເຮົາ ມະນຸດກໍໄດ້ກອບກູ້ເອົາຄວາມບໍລິສຸດທີ່ເຂົາເຄີຍມີຄັ້ງໜຶ່ງກັບຄືນມາ. ໂອ, ໂລກທີ່ເສື່ອມຊາມຂອງອະດີດ! ໃນທີ່ສຸດ ມັນກໍຖືກຂວໍ້າລົງໄປໃນນໍ້າທີ່ສົກກະປົກ ແລະ ຈົມລົງພື້ນ ແລ້ວກໍສະຫຼາຍກາຍເປັນຂີ້ຕົມ!” ພຣະທໍາທຸກຂໍ້ຂອງພຣະເຈົ້າມີຕົວຕົນຂອງພຣະອົງ ແລະ ເຖິງວ່າ ທຸກຄົນຈະຮູ້ພຣະທໍາເຫຼົ່ານີ້, ບໍ່ມີຜູ້ໃດເຄີຍຮູ້ຄວາມໝາຍຂອງພຣະທໍາເຫຼົ່ານີ້ເລີຍ. ໃນສາຍຕາຂອງພຣະເຈົ້າ, ທຸກຄົນທີ່ຕໍ່ຕ້ານພຣະອົງແມ່ນສັດຕູຂອງພຣະອົງ ນັ້ນກໍຄືຜູ້ທີ່ເປັນວິນຍານທີ່ຊົ່ວຮ້າຍແມ່ນສັດ. ຈາກສິ່ງນີ້ ຜູ້ຄົນສາມາດສັງເກດເຫັນສະພາບແທ້ຈິງຂອງຄຣິສຕະຈັກ. ພຣະທໍາຂອງພຣະເຈົ້າແມ່ນເຍືອງທາງໃຫ້ມະນຸດທຸກຄົນ ແລະ ໃນແສງສະຫວ່າງນີ້ ພວກເຂົາໄດ້ກວດສອບຕົວເອງໂດຍບໍ່ໄດ້ຜ່ານການສັ່ງສອນ ຫຼື ການຂ້ຽນຕີ ຫຼື ການໄລ່ຜູ້ອື່ນອອກໂດຍກົງ, ໂດຍບໍ່ໄດ້ຂຶ້ນກັບແນວທາງຂອງມະນຸດອື່ນໆໃນການເຮັດສິ່ງຕ່າງໆ ແລະ ໂດຍບໍ່ມີຜູ້ອື່ນຊີ້ນໍາ. ຈາກ “ທັດສະນະນ້ອຍທີ່ສຸດ” ພວກເຂົາແມ່ນເຫັນຢ່າງຊັດເຈນວ່າ ມີຄວາມເຈັບປ່ວຍຫຼາຍສໍ່າໃດຢູ່ໃນຕົວພວກເຂົາກັນແທ້. ໃນພຣະທໍາຂອງພຣະເຈົ້າ, ວິນຍານທຸກປະເພດແມ່ນຖືກຈໍາແນກ ແລະ ເປີດເຜີຍໃນຮູບຮ່າງດັ່ງເດີມຂອງມັນ.
- [ບົດທີ 17](https://lo.kingdomsalvation.org/interpretation-of-the-seventeenth-utterance.html) - ໃນຄວາມຈິງແລ້ວ, ມະນຸດແມ່ນບໍ່ຮູ້ຈັກພຣະວັດຈະນະທັງໝົດ ທີ່ອອກຈາກປາກຂອງພຣະເຈົ້າ; ພຣະວັດຈະນະເຫຼົ່ານັ້ນ ລ້ວນແລ້ວແຕ່ແມ່ນພາສາທີ່ຜູ້ຄົນບໍ່ເຄີຍໄດ້ຍິນ. ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ພຣະທໍາຂອງພຣະເຈົ້າແມ່ນສິ່ງທີ່ລຶກລັບ. ຄົນສ່ວນໃຫຍ່ເຊື່ອຢ່າງຜິດໆວ່າ ຄວາມລຶກລັບປະກອບມີແຕ່ສິ່ງທີ່ຜູ້ຄົນບໍ່ສາມາດສະຫຼຸບດ້ວຍຄວາມຄິດເທົ່ານັ້ນ, ເປັນເລື່ອງຂອງສະຫວັນທີ່ພຣະເຈົ້າອະນຸຍາດໃຫ້ຜູ້ຄົນຮູ້ຈັກໃນປັດຈຸບັນ ຫຼື ເປັນຄວາມຈິງກ່ຽວກັບສິ່ງທີ່ພຣະເຈົ້າເຮັດໃນໂລກແຫ່ງວິນຍານ. ຈາກສິ່ງນີ້, ມັນຈຶ່ງຊັດເຈນວ່າ ຜູ້ຄົນບໍ່ປະຕິບັດຕໍ່ພຣະທໍາທັງໝົດຂອງພຣະເຈົ້າດ້ວຍຄວາມສະເໝີພາບ ແລະ ພວກເຂົາບໍ່ຖະໜອມພຣະທໍາເຫຼົ່ານັ້ນ; ກົງກັນຂ້າມ, ພວກເຂົາສຸມໃສ່ສິ່ງທີ່ພວກເຂົາເຊື່ອວ່າເປັນ “ສິ່ງລຶກລັບ”. ນີ້ພິສູດໃຫ້ເຫັນວ່າ ຜູ້ຄົນບໍ່ຮູ້ຈັກວ່າ ພຣະທໍາຂອງພຣະເຈົ້າແມ່ນຫຍັງ ຫຼື ຄວາມລຶກລັບແມ່ນຫຍັງ; ພວກເຂົາພຽງແຕ່ອ່ານພຣະທໍາຂອງພຣະອົງ ພາຍໃນຂອບເຂດຂອງຄວາມເຊື່ອຂອງພວກເຂົາເອງ. ຄວາມເປັນຈິງກໍຄື ບໍ່ມີແມ່ນແຕ່ຄົນດຽວ ທີ່ຮັກພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ ແລະ ນີ້ກໍແມ່ນຕົ້ນຕໍແທ້ຈິງໃນການທີ່ພຣະອົງກ່າວວ່າ: “ມະນຸດແມ່ນຜູ້ຊ່ຽວຊານໃນການຫຼອກລວງເຮົາ”. ມັນບໍ່ແມ່ນວ່າ ພຣະເຈົ້າໄດ້ເວົ້າວ່າ ຜູ້ຄົນຂາດຄຸນຄວາມດີໃດໆ ຫຼື ຢູ່ໃນຄວາມສັບສົນຢ່າງສິ້ນເຊີງ; ນີ້ອະທິບາຍເຖິງສະຖານະການຕົວຈິງຂອງມະນຸດ. ຜູ້ຄົນເອງແມ່ນບໍ່ມີຄວາມຊັດເຈນຫຼາຍ ວ່າພຣະເຈົ້າຄອບຄອງພື້ນທີ່ວ່າງໃນຫົວໃຈຂອງພວກເຂົາຫຼາຍສໍ່າໃດ; ມີແຕ່ພຣະເຈົ້າເອງເທົ່ານັ້ນທີ່ຮູ້ເລື່ອງນີ້ທັງໝົດ. ດັ່ງນັ້ນ, ໃນຂະນະນີ້ ຜູ້ຄົນແມ່ນຄືກັນກັບເດັກເກີດໃໝ່ທີ່ກໍາລັງດູດນົມ. ພວກເຂົານັ້ນບໍ່ຮູ້ເລີຍວ່າ ເປັນຫຍັງພວກເຂົາຈຶ່ງດື່ມນົມ ແລະ ເປັນຫຍັງພວກເຂົາຈຶ່ງຄວນຢູ່ລອດ. ມີແຕ່ແມ່ເທົ່ານັ້ນ ທີ່ເຂົ້າໃຈຄວາມຕ້ອງການຂອງເດັກເກີດໃໝ່; ລາວຈະບໍ່ປ່ອຍໃຫ້ເດັກເກີດໃໝ່ອຶດຢາກຈົນຕາຍ ແລະ ລາວຈະບໍ່ຍອມໃຫ້ເດັກເກີດໃໝ່ກິນຕົວເອງຈົນຕາຍ.
- [ບົດທີ 16](https://lo.kingdomsalvation.org/interpretation-of-the-sixteenth-utterance.html) - ຈາກມຸມມອງຂອງມະນຸດ, ພຣະເຈົ້າແມ່ນຍິ່ງໃຫຍ່ຫຼາຍ, ອຸດົມສົມບູນຫຼາຍ, ມະຫັດສະຈັນຫຼາຍ, ຍາກຫຼາຍທີ່ຈະຢັ່ງເຖິງ; ໃນສາຍຕາຂອງຜູ້ຄົນ, ພຣະທໍາຂອງພຣະເຈົ້າແມ່ນລອຍຂຶ້ນສູງ ແລະ ປາກົດເປັນຜົນງານທີ່ດີເດັ່ນຂອງໂລກ. ແຕ່ຍ້ອນວ່າ ຜູ້ຄົນມີຄວາມລົ້ມເຫຼວຫຼາຍເກີນໄປ ແລະ ຈິດໃຈຂອງພວກເຂົາທໍາມະດາເກີນໄປ ແລະ ຍິ່ງໄປກວ່ານັ້ນ ຍ້ອນຄວາມສາມາດຂອງພວກເຂົາໃນການຍອມຮັບແມ່ນບໍ່ພຽງພໍ, ເຖິງວ່າ ພຣະເຈົ້າຈະກ່າວພຣະທໍາຂອງພຣະອົງຢ່າງຊັດເຈນສໍ່າໃດກໍຕາມ ພວກເຂົາກໍຍັງຄົງນັ່ງ ແລະ ບໍ່ມີການເຄື່ອນໄຫວ ຄືກັບວ່າ ກໍາລັງທົນທຸກກັບຄວາມປ່ວຍທາງຈິດ. ໃນເວລາທີ່ພວກເຂົາຫິວ ພວກເຂົາກໍບໍ່ເຂົ້າໃຈວ່າ ພວກເຂົາຕ້ອງກິນ, ໃນເວລາທີ່ພວກເຂົາກະຫາຍ ພວກເຂົາກໍບໍ່ເຂົ້າໃຈວ່າ ພວກເຂົາຕ້ອງດື່ມ; ພວກເຂົາພຽງແຕ່ສືບຕໍ່ຮ້ອງ ແລະ ຮ້ອງສຽງດັງ ຄືກັບວ່າ ພວກເຂົາກຳລັງປະສົບກັບຄວາມລໍາບາກໃຈໃນສ່ວນເລິກຂອງຈິດວິນຍານຂອງພວກເຂົາທີ່ບໍ່ສາມາດອະທິບາຍໄດ້ ແຕ່ພວກເຂົາກໍບໍ່ສາມາດເວົ້າກ່ຽວກັບມັນໄດ້. ເມື່ອພຣະເຈົ້າສ້າງມະນຸດຊາດ ເຈດຕະນາຂອງພຣະອົງແມ່ນເພື່ອໃຫ້ມະນຸດດໍາລົງຊີວິດໃນຄວາມເປັນມະນຸດທໍາມະດາ ແລະ ຍອມຮັບເອົາພຣະທໍາຂອງພຣະເຈົ້າຕາມສັນຊາດຕະຍານຂອງເຂົາ. ແຕ່ຍ້ອນວ່າ ໃນເບື້ອງຕົ້ນນັ້ນ ມະນຸດໄດ້ຍອມຈໍານົນຕໍ່ການລໍ້ລວງຂອງຊາຕານ, ໃນປັດຈຸບັນ ເຂົາຈຶ່ງຍັງບໍ່ສາມາດປົດປ່ອຍຕົວເອງ ແລະ ຍັງບໍ່ສາມາດຮູ້ຈັກເຖິງແຜນຫຼອກລວງທີ່ດໍາເນີນໂດຍຊາຕານເປັນເວລາຫຼາຍພັນກວ່າປີ. ນອກຈາກນັ້ນ, ມະນຸດແມ່ນຂາດຄວາມສາມາດທີ່ຈະຮູ້ຈັກພຣະທໍາຂອງພຣະເຈົ້າຢ່າງຄົບຖ້ວນ, ທັງໝົດນີ້ໄດ້ນໍາໄປສູ່ສະຖານະການໃນປັດຈຸບັນ. ໃນສະຖານະການປັດຈຸບັນ, ຜູ້ຄົນຍັງດໍາລົງຊີວິດຢູ່ໃນຄວາມອັນຕະລາຍຈາກການລໍ້ລວງຂອງຊາຕານ ແລະ ດ້ວຍເຫດນັ້ນ ຈຶ່ງຍັງບໍ່ສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າໃນທາງທີ່ຖືກຕ້ອງ. ໃນອຸປະນິໄສຂອງຄົນປົກກະຕິແມ່ນບໍ່ມີຄວາມຄົດງໍ
- [ບົດທີ 15](https://lo.kingdomsalvation.org/interpretation-of-the-fifteenth-utterance.html) - ຄວາມແຕກຕ່າງທີ່ຍິ່ງໃຫຍ່ທີ່ສຸດລະຫວ່າງພຣະເຈົ້າ ແລະ ມະນຸດກໍຄື ພຣະທໍາຂອງພຣະເຈົ້າແມ່ນເຂົ້າກົງໃຈກາງຂອງບັນຫາຢູ່ສະເໝີໂດຍທີ່ບໍ່ປິດບັງຫຍັງ. ສະນັ້ນ, ດ້ານນີ້ຂອງອຸປະນິໄສຂອງພຣະເຈົ້າຈຶ່ງສາມາດເຫັນໄດ້ໃນປະໂຫຍກທໍາອິດຂອງມື້ນີ້. ມັນເປີດໂປງທາດແທ້ຂອງມະນຸດທັນທີ ແລະ ສະແດງໃຫ້ເຫັນອຸປະນິໄສຂອງພຣະເຈົ້າຢ່າງເປີດເຜີຍ. ມັນແມ່ນແຫຼ່ງທີ່ມາຂອງຫຼາຍມຸມມອງກ່ຽວກັບຄວາມສາມາດຂອງພຣະທໍາຂອງພຣະເຈົ້າໃນການບັນລຸຜົນ. ຢ່າງໃດກໍຕາມ, ຜູ້ຄົນບໍ່ສາມາດເຂົ້າໃຈສິ່ງນີ້ໄດ້; ພວກເຂົາພຽງແຕ່ມາເພື່ອຮູ້ຈັກຕົວເອງຜ່ານພຣະທໍາຂອງພຣະເຈົ້າຢູ່ສະເໝີ ໂດຍບໍ່ໄດ້ “ວິເຄາະ” ພຣະເຈົ້າຢ່າງລະອຽດ. ມັນເປັນຄືກັບວ່າ ພວກເຂົາຢ້ານທີ່ຈະລ່ວງເກີນພຣະອົງ ຫຼື ຢ້ານວ່າພຣະອົງຈະຂ້າພວກເຂົາຍ້ອນ “ຄວາມລະມັດລະວັງ” ຂອງພວກເຂົາ. ທີ່ຈິງແລ້ວ ເມື່ອຄົນສ່ວນໃຫຍ່ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ພວກເຂົາເຮັດເຊັ່ນນັ້ນຈາກທັດສະນະທີ່ບໍ່ດີ ແລະ ບໍ່ແມ່ນຈາກທັດສະນະທີ່ດີ. ມັນອາດເວົ້າໄດ້ວ່າ ບັດນີ້ຜູ້ຄົນໄດ້ເລີ່ມ “ເອົາໃຈໃສ່ກັບການຖ່ອມຕົວ ແລະ ການອ່ອນນ້ອມ” ພາຍໃຕ້ການນໍາພາຂອງພຣະທໍາຂອງພຣະອົງ. ຈາກສິ່ງນີ້ ມັນຈຶ່ງຊັດເຈນວ່າ ຜູ້ຄົນໄດ້ເລີ່ມພັດທະນາຫຼາຍຂຶ້ນ: ຈາກການທີ່ບໍ່ເອົາໃຈໃສ່ພຣະທໍາຂອງພຣະອົງຈົນເຖິງຂັ້ນເອົາໃຈໃສ່ພຣະທໍາເຫຼົ່ານັ້ນຢ່າງບໍ່ເໝາະສົມ. ຢ່າງໃດກໍຕາມ, ບໍ່ມີແມ່ນແຕ່ຄົນດຽວທີ່ໄດ້ເຂົ້າເຖິງຈາກທັດສະນະທີ່ດີ ແລະ ບໍ່ມີຜູ້ໃດເຄີຍເຂົ້າໃຈເປົ້າໝາຍຂອງພຣະເຈົ້າຢ່າງແທ້ຈິງໃນການໃຫ້ມະນຸດເອົາໃຈໃສ່ກັບພຣະທໍາຂອງພຣະອົງ. ມັນເປັນທີ່ຮູ້ຈັກກັນຈາກສິ່ງທີ່ພຣະເຈົ້າກ່າວວ່າ ພຣະອົງບໍ່ຈໍາເປັນຕ້ອງປະສົບກັບຊີວິດຂອງຄຣິສຕະຈັກດ້ວຍຕົວເອງ ເພື່ອທີ່ຈະສາມາດເຂົ້າໃຈຢ່າງຖືກຕ້ອງ ແລະ ໂດຍທີ່ບໍ່ມີຂໍ້ຜິດພາດ ກ່ຽວກັບສະພາບຕົວຈິງຂອງທຸກຄົນທີ່ຢູ່ໃນຄຣິສຕະຈັກ. ຍ້ອນພວກເຂົາໄດ້ເຂົ້າສູ່ວິທີການໃໝ່ຢ່າງສໍາເລັດ ຜູ້ຄົນຈຶ່ງຍັງບໍ່ໄດ້ກໍາຈັດອົງປະກອບທີ່ບໍ່ດີຂອງພວກເຂົາອອກຈາກຕົວພວກເຂົາທັງໝົດເທື່ອ; ກິ່ນອາຍຂອງຊາກສົບຍັງພັດປິວຄ່ອຍໆທົ່ວຄຣິສຕະຈັກ. ມັນເປັນຄືກັບວ່າ ຜູ້ຄົນຫາກໍໄດ້ກິນຢາ ແລະ
- [ບົດທີ 14](https://lo.kingdomsalvation.org/interpretation-of-the-fourteenth-utterance.html) - ມະນຸດບໍ່ເຄີຍຢັ່ງເຖິງສິ່ງໃດຈາກພຣະທໍາຂອງພຣະເຈົ້າ. ກົງກັນຂ້າມ, ພວກເຂົາພຽງແຕ່ໃຫ້ “ຄຸນຄ່າ” ສິ່ງເຫຼົ່ານັ້ນແບບຜິວເຜີນ ໂດຍບໍ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງສິ່ງເຫຼົ່ານັ້ນ. ດັ່ງນັ້ນ, ເຖິງແມ່ນວ່າ ຄົນສ່ວນໃຫຍ່ຈະມັກການກ່າວພຣະຄໍາຂອງພຣະອົງ, ພຣະເຈົ້າກໍໄດ້ຊີ້ໃຫ້ເຫັນວ່າ ທີ່ຈິງແລ້ວ ພວກເຂົາບໍ່ໄດ້ຖະໜອມສິ່ງເຫຼົ່ານັ້ນເລີຍ. ໃນມຸມມອງຂອງພຣະເຈົ້າ, ເຫດຜົນສໍາລັບສິ່ງນີ້ກໍຄືວ່າ ເຖິງແມ່ນວ່າພຣະທໍາຂອງພຣະອົງຈະມີຄຸນຄ່າ ແຕ່ຜູ້ຄົນກໍບໍ່ໄດ້ຊີມລົດຊາດຄວາມຫວານທີ່ແທ້ຈິງຂອງພຣະທໍາເຫຼົ່ານັ້ນ. ສະນັ້ນ, ພວກເຂົາພຽງແຕ່ສາມາດ “ດັບຄວາມກະຫາຍຂອງພວກເຂົາດ້ວຍຄວາມຄິດທີ່ດີເລີດ” ເຊິ່ງດ້ວຍເຫດນັ້ນ ກໍເປັນການກໍາຈັດຫົວໃຈທີ່ໂລພາຂອງພວກເຂົາ. ພຣະວິນຍານຂອງພຣະເຈົ້າບໍ່ພຽງແຕ່ປະຕິບັດພາລະກິດໃນທ່າມກາງມະນຸດທຸກຄົນເທົ່ານັ້ນ ແຕ່ພວກເຂົາຍັງໄດ້ຮັບແສງສະຫວ່າງຈາກພຣະທໍາຂອງພຣະເຈົ້າຢ່າງແນ່ນອນ; ພຽງແຕ່ວ່າ ພວກເຂົາບໍ່ສົນໃຈຫຼາຍທີ່ຈະຮູ້ຄຸນຄ່າເຖິງແກ່ນແທ້ຂອງສິ່ງນັ້ນຢ່າງແທ້ຈິງ. ໃນຄວາມຄິດຂອງຜູ້ຄົນ, ຕອນນີ້ແມ່ນຍຸກທີ່ອານາຈັກຖືກເຮັດໃຫ້ເກີດເປັນຈິງຢ່າງສົມບູນ ແຕ່ໃນແກ່ນແທ້ແລ້ວ ນີ້ບໍ່ແມ່ນເລີຍ. ເຖິງແມ່ນວ່າສິ່ງທີ່ພຣະເຈົ້າທໍານາຍແມ່ນສິ່ງທີ່ພຣະອົງເຮັດສໍາເລັດ ແຕ່ອານາຈັກຕົວຈິງແມ່ນຍັງບໍ່ໄດ້ມາຮອດແຜ່ນດິນໂລກຢ່າງສົມບູນເທື່ອ. ກົງກັນຂ້າມ, ໃນຂະນະທີ່ມ່ວນມະນຸດປ່ຽນໄປ, ໃນຂະນະທີ່ພາລະກິດຄືບໜ້າ ແລະ ໃນຂະນະທີ່ຟ້າແມບເຫຼື້ອມມາຈາກທິດຕາເວັນອອກ ເຊິ່ງນັ້ນກໍຄື ໃນຂະນະທີ່ພຣະທໍາຂອງພຣະເຈົ້າມີຄວາມເລິກເຊິ່ງ, ອານາຈັກກໍຈະລົງມາສູ່ແຜ່ນດິນໂລກຢ່າງຊ້າໆເທື່ອລະບາດກ້າວ ແຕ່ຈະລົງມາສູ່ໂລກນີ້ຢ່າງສົມບູນ. ຂັ້ນຕອນຂອງການມາຂອງອານາຈັກຍັງແມ່ນຂັ້ນຕອນຂອງພາລະກິດສັກສິດຢູ່ເທິງແຜ່ນດິນໂລກ. ໃນຂະນະດຽວກັນນັ້ນ ໃນທົ່ວຈັກກະວານ ພຣະເຈົ້າໄດ້ເລີ່ມພາລະກິດທີ່ຍັງບໍ່ໄດ້ຖືກປະຕິບັດໃນທຸກຍຸກຕະຫຼອດປະຫວັດສາດ: ເພື່ອຮູ້ຈັກແຜ່ນດິນໂລກທັງໝົດ. ຍົກຕົວຢ່າງ: ມີການປ່ຽນແປງທີ່ຍິ່ງໃຫຍ່ເກີດຂຶ້ນທົ່ວຈັກກະວານ ເຊິ່ງລວມເຖິງການປ່ຽນແປງໃນລັດອິດສະຣາເອນ, ມີລັດຖະປະຫານໃນສະຫະລັດອາເມຣິກາ, ການປ່ຽນແປງໃນເອຢິບ, ການປ່ຽນແປງໃນສະຫະພາບໂຊຫວຽດ ແລະ ການໂຄ່ນລົ້ມປະເທດຈີນ. ເມື່ອຈັກກະວານທັງໝົດໄດ້ສະຫງົບລົງ ແລະ
- [ບົດທີ 13](https://lo.kingdomsalvation.org/interpretation-of-the-thirteenth-utterance.html) - ພຣະເຈົ້າກຽດຊັງລູກຫຼານທັງໝົດຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ພຣະອົງຍິ່ງຊັງມັງກອນແດງທີ່ຍິ່ງໃຫຍ່ຫຼາຍກວ່າ: ນີ້ແມ່ນແຫຼ່ງທີ່ມາຂອງຄວາມໂກດຮ້າຍພາຍໃນໃຈຂອງພຣະເຈົ້າ. ເບິ່ງຄືກັບວ່າ ພຣະເຈົ້າປາດຖະໜາທີ່ຈະໂຍນທຸກສິ່ງ ທີ່ເປັນຂອງມັງກອນແດງທີ່ຍິ່ງໃຫຍ່ລົງສູ່ທະເລສາບແຫ່ງແປວໄຟ ແລະ ມາດເພື່ອເຜົາພວກມັນ. ເຖິງກັບມີບາງເວລາ ທີ່ເບິ່ງຄືວ່າ ພຣະເຈົ້າຕ້ອງການຍື່ນມືຂອງພຣະອົງ ເພື່ອກວາດລ້າງມັງກອນແດງທີ່ຍິ່ງໃຫຍ່ດ້ວຍຕົວພຣະອົງເອງ. ມີແຕ່ສິ່ງນັ້ນທີ່ຈະສາມາດລຶບຄວາມກຽດຊັງໃນຫົວໃຈຂອງພຣະອົງໄດ້. ທຸກຄົນໃນເຮືອນຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນສັດຮ້າຍທີ່ບໍ່ມີຄວາມເປັນມະນຸດ ແລະ ນີ້ແມ່ນເຫດຜົນທີ່ພຣະເຈົ້າໄດ້ອົດກັ້ນຄວາມໃຈຮ້າຍຂອງພຣະອົງເພື່ອເວົ້າສິ່ງຕໍ່ໄປນີ້ວ່າ: “ໃນທ່າມກາງປະຊາຊົນຂອງເຮົາທຸກຄົນ ແລະ ໃນທ່າມກາງບຸດຊາຍຂອງເຮົາທຸກຄົນ ນັ້ນກໍຄືໃນທ່າມກາງຜູ້ທີ່ເຮົາໄດ້ເລືອກຈາກເຜົ່າພັນມະນຸດທັງໝົດ, ພວກເຈົ້າແມ່ນເປັນກຸ່ມທີ່ຕໍ່າຕ້ອຍທີ່ສຸດ” ພຣະເຈົ້າໄດ້ເລີ່ມການຕໍ່ສູ້ຢາງຊີ້ຂາດກັບມັງກອນແດງທີ່ຍິ່ງໃຫຍ່ໃນປະເທດຂອງມັນເອງ ແລະ ພຣະອົງຈະທໍາລາຍມັນເມື່ອແຜນການຂອງພຣະອົງໄດ້ເກີດໝາກຜົນ ແລະ ຈະບໍ່ຍອມໃຫ້ມັນເຮັດໃຫ້ມະນຸດເສື່ອມຊາມ ຫຼື ທໍາລາຍວິນຍານຂອງພວກເຂົາອີກຕໍ່ໄປ. ທຸກມື້ນີ້ ພຣະເຈົ້າຮ້ອງຫາປະຊາຊົນຂອງພຣະອົງທີ່ກໍາລັງນອນຫຼັບຢູ່ເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ ແຕ່ພວກເຂົາທຸກຄົນກໍຍັງຢູ່ໃນສະພາບທີ່ມືນເມົາ ຄືກັບວ່າ ພວກເຂົາໄດ້ກິນຢານອນຫຼັບ. ຖ້າພຣະເຈົ້າຢຸດປຸກພວກເຂົາແມ່ນແຕ່ວິນາທີດຽວພວກເຂົາກໍຈະກັບຄືນສູ່ສະພາບທີ່ນອນຫຼັບໂດຍບໍ່ຮູ້ເມື່ອຄີງຢ່າງສິ້ນເຊີງ. ເບິ່ງຄືວ່າ ປະຊາຊົນຂອງພຣະອົງທຸກຄົນແມ່ນເປັນອໍາມະພາດສອງສ່ວນສາມໄປແລ້ວ. ພວກເຂົາບໍ່ຮູ້ຈັກຄວາມຕ້ອງການຂອງຕົວເອງ ຫຼື ຂໍ້ບົກຜ່ອງຂອງຕົວເອງ ແລະ ບໍ່ຮູ້ແມ່ນແຕ່ສິ່ງທີ່ພວກເຂົາຄວນນຸ່ງ ຫຼື ສິ່ງທີ່ພວກເຂົາຄວນກິນ. ສິ່ງນີ້ແມ່ນພຽງພໍທີ່ຈະສະແດງໃຫ້ເຫັນວ່າ ມັງກອນແດງທີ່ຍິ່ງໃຫຍ່ໄດ້ໃຊ້ຄວາມພະຍາຍາມຫຼາຍ ເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ. ຄວາມຂີ້ຮ້າຍຂອງມັນຂະຫຍາຍໄປທົ່ວທຸກພາກພື້ນຂອງປະເທດຈີນ ແລະ ມັນໄດ້ເຮັດໃຫ້ຫຼາຍຄົນບໍ່ສະບາຍໃຈ ຈົນພວກເຂົາບໍ່ເຕັມໃຈທີ່ຈະຢູ່ໃນປະເທດທີ່ເສື່ອມໂຊມ ແລະ ຕໍ່າຊ້ານີ້ອີກຕໍ່ໄປ. ສິ່ງທີ່ພຣະເຈົ້າຊັງທີ່ສຸດແມ່ນທາດແທ້ຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງນີ້ຄືເຫດຜົນທີ່ພຣະອົງໄດ້ເຕືອນຜູ້ຄົນທຸກມື້ດ້ວຍຄວາມໂກດຮ້າຍຂອງພຣະອົງ
- [ບົດທີ 12](https://lo.kingdomsalvation.org/interpretation-of-the-twelfth-utterance.html) - ເມື່ອທຸກຄົນເອົາໃຈໃສ່, ເມື່ອທຸກສິ່ງຖືກສ້າງຄືນໃໝ່ ແລະ ຖືກເຮັດໃຫ້ຟື້ນຄືນໃໝ່, ເມື່ອທຸກຄົນອ່ອນນ້ອມຕໍ່ພຣະເຈົ້າ ໂດຍບໍ່ມີຄວາມກະວົນກະວາຍໃຈ ແລະ ເຕັມໃຈທີ່ຈະແບກຮັບຄວາມຮັບຜິດຊອບທີ່ໜັກໜ່ວງຕໍ່ພາລະຂອງພຣະເຈົ້າ, ນີ້ແມ່ນເວລາທີ່ຟ້າແມບເຫຼື້ອມຈາກທິດຕະເວັນອອກໄດ້ແມບເຫຼື້ອມອອກມາ ໂດຍເຍືອງແສງໄປທົ່ວທິດຕາເວັນອອກສູ່ທິດຕາເວັນຕົກ ແລະ ເຮັດໃຫ້ທົ່ວແຜ່ນດິນໂລກຢ້ານກົວການມາຂອງແສງສະຫວ່າງນີ້; ແລະ ໃນຕອນນີ້ ພຣະເຈົ້າໄດ້ເລີ່ມຊີວິດໃໝ່ອີກຄັ້ງ. ນີ້ເວົ້າໄດ້ວ່າ ໃນຊ່ວງເວລານີ້ ພຣະເຈົ້າໄດ້ເລີ່ມພາລະກິດໃໝ່ຢູ່ເທິງແຜ່ນດິນໂລກ ໂດຍປະກາດຕໍ່ຜູ້ຄົນທົ່ວຈັກກະວານທັງໝົດວ່າ: “ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ຈັກກະວານທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ”. ສະນັ້ນ, ເມື່ອໃດທີ່ຟ້າແມບເຫຼື້ອມອອກຈາກທິດຕາເວັນອອກ? ເມື່ອສະຫວັນມືດມົວ ແລະ ແຜ່ນດິນໂລກອ່ອນແສງລົງ ແມ່ນເວລາທີ່ພຣະເຈົ້າເຊື່ອງໃບໜ້າຂອງພຣະອົງຈາກໂລກ ແລະ ແມ່ນຊ່ວງເວລານັ້ນ ທີ່ທຸກສິ່ງຢູ່ກ້ອງສະຫວັນຈະຖືກພາຍຸຍັກໃຫຍ່ຖະລົ່ມ. ໃນຊ່ວງເວລານີ້ເອງທີ່ ທຸກຄົນມີຄວາມຕົກໃຈ, ມີຄວາມຢ້ານກົວຕໍ່ສຽງຟ້າຮ້ອງ, ຢ້ານແສງເຫຼື້ອມຂອງຟ້າແມບເຫຼື້ອມ ແລະ ຍິ່ງມີຄວາມຢ້ານຫຼາຍຕໍ່ການໂຈມຕີຂອງຟ້າຝົນ ຈົນພວກເຂົາສ່ວນໃຫຍ່ຕ້ອງປິດຕາຂອງຕົວເອງ ແລະ ລໍຖ້າໃຫ້ພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ ແລະ ໂຈມຕີພວກເຂົາ. ເມື່ອສະພາບຕ່າງໆໄດ້ຜ່ານໄປ ຟ້າແມບເຫຼື້ອມຈາກທິດຕະເວັນອອກກໍແມບເຫຼື້ອມຂຶ້ນທັນທີ. ນີ້ໝາຍຄວາມວ່າ ໃນທິດຕາເວັນອອກຂອງໂລກ ຈາກຕອນທີ່ການເປັນພະຍານຂອງພຣະເຈົ້າໄດ້ເລີ່ມຂຶ້ນຈົນຮອດຕອນທີ່ພຣະອົງເລີ່ມເຮັດພາລະກິດ ແລະ ຈົນຮອດຕອນທີ່ຄວາມເປັນພຣະເຈົ້າໄດ້ເລີ່ມຖືອໍານາດສູງສຸດໄປທົ່ວແຜ່ນດິນໂລກ. ນີ້ແມ່ນສາຍເປັ່ງປະກາຍຂອງຟ້າແມບເຫຼື້ອມຈາກທິດຕະເວັນອອກ ເຊິ່ງເຄີຍສ່ອງແສງໃສ່ຈັກກະວານທັງໝົດ.
- [ບົດເສີມທີ: ບົດທີ 2](https://lo.kingdomsalvation.org/addendum2-the-second-utterance.html) - ເມື່ອຜູ້ຄົນເຫັນພຣະເຈົ້າທີ່ແທ້ຈິງ, ເມື່ອພວກເຂົາດໍາລົງຊີວິດຂອງພວກເຂົາດ້ວຍຕົວເອງ, ຍ່າງຄຽງຂ້າງ ແລະ ອາໄສຢູ່ກັບພຣະເຈົ້າ ພວກເຂົາກໍຈະວາງຄວາມສົງໄສ ທີ່ຢູ່ໃນໃຈຂອງພວກເຂົາເປັນເວລາຫຼາຍປີໄວ້ທາງຂ້າງ. ຄວາມຮູ້ກ່ຽວກັບພຣະເຈົ້າ ທີ່ມີການເວົ້າເຖິງກ່ອນນັ້ນ ແມ່ນເປັນພຽງຂັ້ນຕອນທໍາອິດເທົ່ານັ້ນ; ເຖິງວ່າ ຜູ້ຄົນຈະມີຄວາມຮູ້ກ່ຽວກັບພຣະເຈົ້າ ແຕ່ຍັງມີຄວາມສົງໄສຢ່າງຫຼວງຫຼາຍເຫຼືອຢູ່ໃນໃຈຂອງພວກເຂົາຄືເກົ່າ. ພຣະເຈົ້າມາແຕ່ໃສ? ພຣະເຈົ້າກິນບໍ? ພຣະເຈົ້າແມ່ນແຕກຕ່າງຈາກຄົນທໍາມະດາຫຼາຍບໍ? ສໍາລັບພຣະເຈົ້າແລ້ວ, ການຈັດການກັບຜູ້ຄົນແມ່ນສິ່ງທີ່ງ່າຍດາຍ ແລະ ເປັນພຽງແຕ່ການຫຼິ້ນຂອງເດັກນ້ອຍບໍ? ທຸກສິ່ງທີ່ກ່າວຈາກປາກຂອງພຣະເຈົ້າແມ່ນຄວາມລຶກລັບຂອງສະຫວັນບໍ? ທຸກສິ່ງທີ່ພຣະອົງກ່າວແມ່ນສູງສົ່ງກວ່າທຸກສິ່ງທີ່ມີຊີວິດທີ່ຖືກສ້າງຂຶ້ນບໍ? ແສງສະຫວ່າງແມ່ນຊ່ອງມາຈາກຕາຂອງພຣະເຈົ້າບໍ? ແລະ ສິ່ງອື່ນໆອີກ, ນີ້ແມ່ນຄວາມສາມາດຂອງແນວຄວາມຄິດຂອງຜູ້ຄົນທັງໝົດ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈ ແລະ ເຂົ້າສູ່ກ່ອນທຸກສິ່ງ. ໃນແນວຄວາມຄິດຂອງຜູ້ຄົນ ພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນຍັງເປັນພຣະເຈົ້າທີ່ເລື່ອນລອຍຢູ່. ຖ້າບໍ່ຜ່ານຄວາມຮູ້ທີ່ແທ້ຈິງ, ຜູ້ຄົນຈະບໍ່ມີວັນສາມາດເຂົ້າໃຈເຮົາ ແລະ ຈະບໍ່ມີວັນເຫັນການກະທໍາຂອງເຮົາໃນປະສົບການຂອງພວກເຂົາ. ມັນເປັນຍ້ອນວ່າ ເຮົາໄດ້ກາຍເປັນເນື້ອໜັງ ຜູ້ຄົນຈຶ່ງ “ບໍ່ສາມາດເຂົ້າໃຈ” ເຈດຕະນາຂອງເຮົາ. ຖ້າເຮົາບໍ່ໄດ້ກາຍເປັນເນື້ອໜັງ ແລະ ຍັງຢູ່ໃນສະຫວັນ, ຍັງຢູ່ໃນໂລກແຫ່ງວິນຍານ ແລ້ວຜູ້ຄົນຈະ “ຮູ້ຈັກ” ເຮົາ, ພວກເຂົາຈະກົ້ມລົງ ແລະ ນະມັດສະການເຮົາ ແລະ ເວົ້າກ່ຽວກັບ “ຄວາມຮູ້” ຂອງພວກເຂົາກ່ຽວກັບເຮົາຜ່ານປະສົບການຂອງພວກເຂົາ
- [ບົດທີ 11](https://lo.kingdomsalvation.org/interpretation-of-the-eleventh-utterance.html) - ໃນສາຍຕາເປົ່າຂອງມະນຸດ, ເບິ່ງຄືວ່າ ບໍ່ມີການປ່ຽນແປງໃນພຣະວັດຈະນະຂອງພຣະເຈົ້າໃນຊ່ວງໄລຍະນີ້ ເຊິ່ງນັ້ນກໍຍ້ອນວ່າ ຜູ້ຄົນບໍ່ສາມາດເຂົ້າໃຈກົດເກນທີ່ພຣະເຈົ້າກ່າວ ແລະ ບໍ່ເຂົ້າໃຈເນື້ອຫາໃນພຣະທໍາຂອງພຣະອົງ. ພາຍຫຼັງໄດ້ອ່ານພຣະທໍາຂອງພຣະເຈົ້າ, ຜູ້ຄົນບໍ່ເຊື່ອວ່າ ຈະມີສິ່ງລຶກລັບໃໝ່ໃນພຣະທໍາເຫຼົ່ານີ້; ດ້ວຍເຫດນັ້ນ, ພວກເຂົາຈຶ່ງບໍ່ສາມາດນໍາພາຊີວິດທີ່ເປັນຊີວິດໃໝ່ຢ່າງພິເສດ ແລະ ໃນທາງກົງກັນຂ້າມ ດໍາລົງຊີວິດທີ່ບໍ່ມີການເຄື່ອນໄຫວ ແລະ ບໍ່ມີຊີວິດຊີວາ. ແຕ່ໃນພຣະວັດຈະນະຂອງພຣະເຈົ້າ, ພວກເຮົາເຫັນວ່າ ມີຄວາມໝາຍທີ່ເລິກເຊິ່ງທີ່ມະນຸດບໍ່ສາມາດຢັ່ງເຖິງ ແລະ ເອື້ອມເຖິງໄດ້. ໃນປັດຈຸບັນ, ການທີ່ມະນຸດໂຊກດີຫຼ າຍທີ່ໄດ້ອ່ານພຣະທໍາດັ່ງກ່າວຂອງພຣະເຈົ້າ ແມ່ນເປັນພອນທີ່ຍິ່ງໃຫຍ່ທີ່ສຸດ. ຖ້າບໍ່ມີໃຜອ່ານພຣະທໍາເຫຼົ່ານີ້, ມະນຸດຈະຍັງອວດດີ, ຄິດວ່າຕົວເອງເປັນຝ່າຍຖືກ, ບໍ່ຮູ້ຈັກຕົວເອງຕະຫຼອດ ແລະ ບໍ່ຮູ້ວ່າ ຕົນໄດ້ລົ້ມເຫຼວຫຼາຍສໍ່າໃດແລ້ວ. ຫຼັງຈາກໄດ້ອ່ານພຣະທໍາຂອງພຣະເຈົ້າ ທີ່ມີຄວາມໝາຍເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້, ຜູ້ຄົນຈຶ່ງເຫຼື້ອມໃສພຣະທໍາເຫຼົ່ານັ້ນຢ່າງລັບໆ ແລະ ມີຄວາມເຊື່ອໝັ້ນທີ່ແທ້ຈິງໃນໃຈຂອງພວກເຂົາ ໂດຍປາສະຈາກຄວາມເຊື່ອທີ່ບໍ່ຈິງ; ຫົວໃຈຂອງພວກເຂົາໄດ້ກາຍເປັນຂອງແທ້ ໂດຍທີ່ບໍ່ແມ່ນສິນຄ້າປອມ. ນີ້ແມ່ນສິ່ງທີ່ເກີດຂຶ້ນໃນໃຈຂອງຜູ້ຄົນໂດຍແທ້ຈິງ. ທຸກຄົນມີເລື່ອງຂອງຕົວເອງໃນໃຈຂອງພວກເຂົາ. ມັນເປັນຄືກັບວ່າ ພວກເຂົາກໍາລັງເວົ້າກັບຕົວເອງວ່າ: ເປັນໄປໄດ້ສູງທີ່ວ່າ ພຣະເຈົ້າໄດ້ກ່າວເລື່ອງນີ້ເອງ. ຖ້າບໍ່ແມ່ນພຣະເຈົ້າ ແລ້ວແມ່ນໃຜທີ່ຈະສາມາດກ່າວພຣະທໍາດັ່ງກ່າວ? ເປັນຫຍັງເຮົາຈຶ່ງເວົ້າສິ່ງເຫຼົ່ານັ້ນບໍ່ໄດ້? ເປັນຫຍັງຈຶ່ງບໍ່ສາມາດເຮັດພາລະກິດດັ່ງກ່າວ? ເບິ່ງຄືວ່າ ພຣະເຈົ້າຜູ້ບັງເກີດເປັນມະນຸດ
- [ບົດທີ 10](https://lo.kingdomsalvation.org/interpretation-of-the-tenth-utterance.html) - ໃນໄລຍະຂອງການສ້າງຄຣິສຕະຈັກ, ພຣະເຈົ້າເກືອບບໍ່ໄດ້ກ່າວເຖິງການສ້າງອານາຈັກເລີຍ. ແມ່ນແຕ່ໃນເວລາທີ່ພຣະອົງກ່າວເຖິງມັນ, ພຣະອົງກໍກ່າວເປັນພາສາຂອງສະໄໝນັ້ນ. ເມື່ອຍຸກແຫ່ງອານາຈັກມາຮອດ, ພຣະເຈົ້າກໍຂີດລຶບບາງວິທີການ ແລະ ຄວາມກັງວົນຂອງຊ່ວງເວລາສ້າງຄຣິສຕະຈັກນັ້ນອອກດ້ວຍການຂີດບາດດຽວ ແລະ ບໍ່ເຄີຍກ່າວເຖິງສິ່ງເຫຼົ່ານັ້ນແມ່ນແຕ່ໜຶ່ງຄໍາອີກເລີຍ. ນີ້ແມ່ນຄວາມໝາຍພື້ນຖານອັນແນ່ນອນຂອງຄໍາວ່າ “ພຣະເຈົ້າເອງ” ຜູ້ທີ່ໃໝ່ຕະຫຼອດ ແລະ ບໍ່ເຄີຍເກົ່າ. ແທ້ຈິງແລ້ວ ສິ່ງຕ່າງໆທີ່ອາດຖືກເຮັດໃນອະອີດ ພວກມັນຄືສ່ວນໜຶ່ງຂອງຍຸກທີ່ຜ່ານໄປ, ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງຈັດປະເພດຂອງເຫດການໃນອະດີດດັ່ງກ່າວວ່າ ເປັນເຫດການທີ່ໄດ້ເກີດຂຶ້ນໃນຊ່ວງເວລາກ່ອນພຣະຄຣິດ ໃນຂະນະທີ່ຍຸກປັດຈຸບັນແມ່ນຮູ້ຈັກກັນວ່າ ເປັນຊ່ວງເວລາຫຼັງພຣະຄຣິດ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ການສ້າງຄຣິສຕະຈັກແມ່ນສິ່ງທີ່ຈໍາເປັນສໍາລັບການສ້າງອານາຈັກ; ມັນວາງພື້ນຖານເພື່ອໃຫ້ພຣະເຈົ້າຖືອໍານາດສູງສຸດຂອງພຣະອົງໃນອານາຈັກ. ການສ້າງຄຣິສຕະຈັກແມ່ນຮູບແບບຂອງປັດຈຸບັນ; ພາລະກິດຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກສ່ວນໃຫຍ່ແລ້ວແມ່ນສຸມໃສ່ພາກສ່ວນນີ້ ນັ້ນກໍຄືການສ້າງອານາຈັກ. ກ່ອນພຣະອົງໄດ້ສ້າງຄຣິສຕະຈັກສໍາເລັດ, ພຣະອົງໄດ້ດໍາເນີນການກະກຽມ ສໍາລັບພາລະກິດທັງໝົດທີ່ຈະຕ້ອງເຮັດໝົດແລ້ວ ແລະ ເມື່ອເວລາເໝະສົມ ພຣະອົງກໍໄດ້ເລີ່ມພາລະກິດຂອງພຣະອົງຢ່າງເປັນທາງການ. ນີ້ຄືເຫດຜົນທີ່ພຣະເຈົ້າເວົ້າວ່າ: “ໂດຍພື້ນຖານແລ້ວ, ຍຸກແຫ່ງອານາຈັກແມ່ນແຕກຕ່າງຈາກເວລາທີ່ຜ່ານມາ. ມັນບໍ່ກ່ຽວກັບການກະທໍາຂອງມະນຸດ; ກົງກັນຂ້າມ, ເຮົາໄດ້ລົງມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງເຮົາດ້ວຍຕົວເອງ ເຊິ່ງແມ່ນບາງສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈ ແລະ ບໍ່ສາມາດບັນລຸໄດ້”. ແນ່ນອນ ພຣະເຈົ້າຕ້ອງປະຕິບັດພາລະກິດນີ້ດ້ວຍຕົວເອງ. ມະນຸດບໍ່ສາມາດເຮັດພາລະກິດດັ່ງກ່າວນີ້ໄດ້; ພວກເຂົາບໍ່ສາມາດເຮັດມັນໄດ້. ນອກຈາກພຣະເຈົ້າແລ້ວ ມີຜູ້ໃດ ທີ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວໃນທ່າມກາງມະນຸດບໍ່? ມີຜູ້ໃດທີ່ສາມາດ “ທໍລະມານ” ມະນຸດຊາດທັງໝົດຈົນຕາຍໄປເຄິ່ງໜຶ່ງບໍ່?
- [ບົດເສີມທີ: ບົດທີ 1](https://lo.kingdomsalvation.org/addendum1-the-first-utterance.html) - ສິ່ງທີ່ເຮົາຂໍໃຫ້ພວກເຈົ້າເຮັດແມ່ນບໍ່ແມ່ນທິດສະດີທີ່ເລື່ອນລອຍ ແລະ ເປົ່າວ່າງທີ່ເຮົາກ່າວເຖິງ ແລະ ມັນບໍ່ແມ່ນສິ່ງທີ່ສະໝອງຂອງມະນຸດຄິດບໍ່ເຖິງ ຫຼື ບໍ່ແມ່ນສິ່ງທີ່ເນື້ອໜັງຂອງມະນຸດບັນລຸບໍ່ໄດ້. ແມ່ນໃຜສາມາດຈົງຮັກພັກດີພາຍໃນເຮືອນຂອງເຮົາຢ່າງສົມບູນ? ແມ່ນໃຜສາມາດຖວາຍທຸກສິ່ງຂອງພວກເຂົາພາຍໃນອານາຈັກຂອງເຮົາ? ຖ້າບໍ່ແມ່ນຍ້ອນການເປີດເຜີຍເຈດຕະນາຂອງເຮົາ ເຈົ້າຈະຮຽກຮ້ອງຕົວເອງໃຫ້ປະຕິບັດຕາມໃຈຂອງເຮົາຢ່າງແທ້ຈິງບໍ? ບໍ່ມີໃຜເຄີຍເຂົ້າໃຈໃຈຂອງເຮົາ ແລະ ບໍ່ມີໃຜເຄີຍເຫັນເຈດຕະນາຂອງເຮົາ. ແມ່ນໃຜເຄີຍເຫັນໃບໜ້າ ຫຼື ໄດ້ຍິນສຽງຂອງເຮົາແນ່? ເປໂຕບໍ? ຫຼື ໂປໂລບໍ? ຫຼື ໂຢຮັນບໍ? ຫຼື ຢາໂຄບບໍ? ແມ່ນໃຜເຄີຍຖືກເຮົາຫໍ່ຫຸ້ມ ຫຼື ຖືກເຮົາຄອບຄອງ ຫຼື ຖືກເຮົາໃຊ້ແນ່? ເຖິງວ່າ ຄັ້ງທໍາອິດທີ່ເຮົາໄດ້ກາຍເປັນເນື້ອໜັງແມ່ນຢູ່ໃນຄວາມສັກສິດ ແຕ່ເນື້ອໜັງທີ່ເຮົາເອົາຫໍ່ຫຸ້ມຕົວເອງແມ່ນບໍ່ຮູ້ເຖິງຄວາມທົນທຸກຂອງມະນຸດ ຍ້ອນເຮົາບໍ່ໄດ້ບັງເກີດຢູ່ໃນຮູບຮ່າງໃດໜຶ່ງ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ສາມາດເວົ້າໄດ້ວ່າ ເນື້ອໜັງປະຕິບັດຕາມຄວາມປະສົງຂອງເຮົາຢ່າງສົມບູນ. ເມື່ອຄວາມສັກສິດຂອງເຮົາສາມາດເຮັດດັ່ງທີ່ເຮົາຈະເຮັດ ແລະ ເວົ້າດັ່ງທີ່ເຮົາຈະເວົ້າໃນບຸກຄົນທີ່ມີຄວາມເປັນມະນຸດປົກກະຕິເທົ່ານັ້ນ, ໂດຍທີ່ບໍ່ມີອຸປະສັກ ຫຼື ສິ່ງກີດຂວາງ ຈຶ່ງຈະສາມາດເວົ້າໄດ້ວ່າ ໄດ້ມີການປະຕິບັດຕາມຄວາມປະສົງຂອງເຮົາໃນເນື້ອໜັງ. ຍ້ອນຄວາມເປັນມະນຸດທໍາມະດາຂອງເຮົາສາມາດປ້ອງກັນຄວາມສັກສິດຂອງເຮົາ, ດ້ວຍເຫດນັ້ນ ເປົ້າໝາຍຂອງເຮົາໃນການອ່ອນນ້ອມ ແລະ ລີ້ລັບຈຶ່ງໄດ້ບັນລຸ. ໃນຊ່ວງຂັ້ນຕອນຂອງພາລະກິດໃນເນື້ອໜັງ, ເຖິງວ່າ ຄວາມສັກສິດຈະກະທໍາໂດຍກົງ ແຕ່ການກະທໍາດັ່ງກ່າວກໍບໍ່ງ່າຍທີ່ຜູ້ຄົນຈະແນມເຫັນ ເຊິ່ງເປັນພຽງຍ້ອນຊີວິດ
- [ບົດທີ 9](https://lo.kingdomsalvation.org/interpretation-of-the-ninth-utterance.html) - ໃນຈິນຕະນາການຂອງຜູ້ຄົນ, ພຣະເຈົ້າຄືພຣະເຈົ້າ ແລະ ມະນຸດກໍຄືມະນຸດ. ພຣະເຈົ້າບໍ່ເວົ້າພາສາຂອງມະນຸດ ແລະ ມະນຸດກໍບໍ່ສາມາດເວົ້າພາສາຂອງພຣະເຈົ້າໄດ້. ສໍາລັບພຣະເຈົ້າແລ້ວ ການຕອບສະໜອງຄວາມຕ້ອງການຂອງມະນຸດຈາກພຣະອົງນັ້ນແມ່ນເປັນເລື່ອງງ່າຍທີ່ສາມາດເຮັດໄດ້ງ່າຍທີ່ສຸດ ໃນຂະນະທີ່ຄວາມຕ້ອງການຂອງພຣະເຈົ້າຈາກມະນຸດແມ່ນບໍ່ສາມາດບັນລຸໄດ້ ແລະ ບໍ່ສາມາດຄິດໄດ້ໂດຍມະນຸດ. ຢ່າງໃດກໍຕາມ, ຄວາມຈິງແລ້ວ ມັນເປັນເລື່ອງກົງກັນຂ້າມ: ພຣະເຈົ້າພຽງແຕ່ຂໍ “0.1 ເປີເຊັນ” ຈາກມະນຸດເທົ່ານັ້ນ. ສິ່ງນີ້ບໍ່ພຽງແຕ່ເປັນເລື່ອງທີ່ເປັນຕາງຶດເທົ່ານັ້ນສໍາລັບຜູ້ຄົນ ແຕ່ຍັງເຮັດໃຫ້ພວກເຂົາຮູ້ສຶກງົງ ຄືກັບວ່າ ພວກເຂົາມີຄວາມສັບສົນ. ມັນເປັນຍ້ອນແສງສະຫວ່າງ ແລະ ພຣະຄຸນຂອງພຣະເຈົົ້າເທົ່ານັ້ນ ທີ່ຜູ້ຄົນໄດ້ຮັບຄວາມຮູ້ເລັກນ້ອຍກ່ຽວກັບເຈດຕະນາຂອງພຣະເຈົ້າ. ຢ່າງໃດກໍຕາມ, ໃນວັນທີ 1 ມີນາ ທຸກຄົນແມ່ນຖືກປະໃຫ້ງົງ ແລະ ເກົາຫົວຕົນເອງອີກຄັ້ງ; ພຣະເຈົ້າຂໍໃຫ້ປະຊາຊົນຂອງພຣະອົງເປັນຫິມະທີ່ສະທ້ອນແສງຍິບຍັບ ແລະ ບໍ່ແມ່ນເປັນເມກທີ່ລ່ອງລອຍ. ແລ້ວ “ຫິມະ” ນີ້ແມ່ນໝາຍເຖິງຫຍັງ? ແລະ “ເມກທີ່ລ່ອງລອຍ” ນັ້ນບົ່ງບອກເຖິງຫຍັງ? ໃນຕອນນີ້, ພຣະເຈົ້າແມ່ນຈົງໃຈບໍ່ຍອມເປີດເຜີຍຄວາມໝາຍອັນເລິກເຊິ່ງຂອງພຣະທໍາເຫຼົ່ານີ້. ສິ່ງນີ້ເຮັດໃຫ້ຜູ້ຄົນຕົກຢູ່ໃນຄວາມສັບສົນ ແລະ ດ້ວຍເຫດນັ້ນ ພວກເຂົາກໍຈະໄດ້ເພີ່ມຄວາມເຊື່ອຂອງພວກເຂົາ ໃນຂະນະທີ່ພວກເຂົາສະແຫວງຫາຄວາມຮູ້ ເພາະວ່ານີ້ແມ່ນຄວາມຮຽກຮ້ອງຂອງປະຊາຊົນຂອງພຣະເຈົ້າໂດຍສະເພາະ ແລະ ບໍ່ມີສິ່ງອື່ນໃດອີກ; ດັ່ງນັ້ນ ທຸກຄົນຈຶ່ງພົບເຫັນຕົວເອງໃຊ້ເວລາໂດຍບໍ່ຮູ້ຕົວ
- [ບົດທີ 8](https://lo.kingdomsalvation.org/interpretation-of-the-eighth-utterance.html) - ເມື່ອພຣະເຈົ້າເວົ້າຈາກທັດສະນະຂອງພຣະວິນຍານ, ນໍ້າສຽງຂອງພຣະອົງແມ່ນແນໃສ່ມະນຸດທຸກຄົນ. ເມື່ອພຣະເຈົ້າເວົ້າຈາກທັດສະນະຂອງມະນຸດ, ນໍ້າສຽງຂອງພຣະອົງແມ່ນແນໃສ່ທຸກຄົນທີ່ປະຕິບັດຕາມການຊີ້ນໍາຂອງພຣະວິນຍານຂອງພຣະອົງ. ເມື່ອພຣະເຈົ້າເວົ້າເປັນບຸກຄົນທີສາມ (ຈາກສິ່ງທີ່ຜູ້ຄົນເອີ້ນວ່າ ທັດສະນະຂອງຜູ້ສັງເກດການ), ພຣະອົງແມ່ນສະແດງພຣະທໍາຂອງພຣະອົງຕໍ່ຜູ້ຄົນໂດຍກົງ ເພື່ອວ່າພວກເຂົາຈະເຫັນພຣະອົງເປັນຜູ້ບັນຍາຍ ແລະ ເບິ່ງຄືກັບວ່າ ສໍາລັບພວກເຂົາແລ້ວ ສິ່ງທີ່ອອກມາຈາກປາກຂອງພຣະອົງ ແມ່ນສິ່ງທີ່ບໍ່ມີຈໍາກັດ ທີ່ມະນຸດບໍ່ມີຄວາມຮູ້ ແລະ ເປັນສິ່ງທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້. ບໍ່ແມ່ນແນວນັ້ນບໍ? ເມື່ອພຣະເຈົ້າເວົ້າຈາກທັດສະນະຂອງພຣະວິນຍານ, ມະນຸດທຸກຄົນກໍຕົກຕະລຶງ. “ຄວາມຮັກຂອງມະນຸດທີ່ມີຕໍ່ເຮົາແມ່ນໜ້ອຍຫຼາຍ ແລະ ສັດທາຂອງພວກເຂົາທີ່ມີໃນຕົວເຮົາກໍໜ້ອຍຢ່າງເປັນຕາສົມເພດເຊັ່ນກັນ. ຖ້າເຮົາບໍ່ໄດ້ແນການໂຈມຕີດ້ວຍພຣະທໍາຂອງເຮົາໃສ່ຈຸດອ່ອນຂອງມະນຸດ ພວກເຂົາກໍຈະໂອ້ອວດ ແລະ ເວົ້າເກີນຄວາມຈິງ, ເວົ້າຂີ້ຄຸຍ ແລະ ມີທິດສະດີທີ່ໂອ້ອວດ ຄືກັບວ່າ ພວກເຂົາຮອບຮູ້ ແລະ ຮູ້ໝົດທຸກຢ່າງ ກ່ຽວກັບບັນຫາທາງແຜ່ນດິນໂລກ”. ພຣະທໍາເຫຼົ່ານີ້ບໍ່ພຽງແຕ່ເປີດເຜີຍມະນຸດຕາມທີ່ພວກເຂົາເປັນຢ່າງແທ້ຈິງ ແລະ ຕໍາແໜ່ງທີ່ພຣະເຈົ້າມີໃນຫົວໃຈຂອງມະນຸດເທົ່ານັ້ນ, ແຕ່ຍັງເປີດເຜີຍຊີວິດທັງໝົດຂອງມະນຸດອີກດ້ວຍ. ແຕ່ລະຄົນເຊື່ອວ່າ ພວກເຂົາພິເສດ ແຕ່ບໍ່ຮູ້ແມ່ນແຕ່ວ່າ ມີຄໍາທີ່ຮຽກວ່າ “ພຣະເຈົ້າ”. ດັ່ງນັ້ນ, ພວກເຂົາກ້າມີທິດສະດີທີ່ໂອ້ອວດ. ຢ່າງໃດກໍຕາມ, ການ “ມີທິດສະດີທີ່ໂອ້ອວດ” ບໍ່ແມ່ນ “ການເວົ້າ” ໃນລັກສະນະທີ່ວ່າ ຜູ້ຄົນເຂົ້າໃຈມັນ. ກົງກັນຂ້າມ, ມັນໝາຍຄວາມວ່າ
- [ກ່ຽວກັບຊີວິດຂອງເປໂຕ](https://lo.kingdomsalvation.org/on-the-life-of-peter.html) - ເປໂຕເປັນແບບຢ່າງຂອງພຣະເຈົ້າສຳລັບມະນຸດຊາດ, ດວງປະທີບທີ່ເປັນທີ່ຮູ້ຈັກສຳລັບທຸກຄົນ. ເປັນຫຍັງຄົນໜຶ່ງທີ່ບໍ່ໂດດເດັ່ນແບບນັ້ນຈຶ່ງຖືກຍົກຂຶ້ນໃຫ້ເປັນຕົວຢ່າງໂດຍພຣະເຈົ້າ ແລະ ຖືກຍົກຍ້ອງໂດຍຄົນຮຸ່ນຕໍ່ມາ? ແນ່ນອນ ສິ່ງນີ້ບໍ່ສາມາດແຍກອອກໄດ້ຈາກຄຳເວົ້າແຫ່ງຄວາມຮັກຂອງລາວສຳລັບພຣະເຈົ້າ ແລະ ຄວາມຕັ້ງໃຈທີ່ຈະຮັກພຣະເຈົ້າ. ສຳລັບວິທີການສຳແດງຫົວໃຈແຫ່ງຄວາມຮັກຂອງເປໂຕຕໍ່ພຣະເຈົ້າ ແລະ ປະສົບການໃນຊີວິດຂອງລາວເປັນແນວໃດແທ້ໆ, ພວກເຮົາຕ້ອງກັບໄປທີ່ຍຸກແຫ່ງພຣະຄຸນເພື່ອເບິ່ງປະເພນີໃນເວລານັ້ນ ແລະ ສັງເກດເບິ່ງເປໂຕໃນຍຸກນັ້ນ. ເປໂຕເກີດໃນຄົວເຮືອນຊາວນາທີ່ເປັນຄົນຢິວທຳມະດາ. ພໍ່ແມ່ຂອງລາວລ້ຽງດູໝົດຄອບຄົວໂດຍການເຮັດນາ ແລະ ລາວເປັນລູກກົກ ໂດຍມີອ້າຍເອື້ອຍນ້ອງສີ່ຄົນ. ແນ່ນອນ ນີ້ບໍ່ແມ່ນສ່ວນຫຼັກຂອງເລື່ອງລາວຂອງພວກເຮົາ; ເປໂຕເປັນຕົວລະຄອນຫຼັກຂອງພວກເຮົາ. ເມື່ອລາວອາຍຸຫ້າປີ, ພໍ່ແມ່ຂອງເປໂຕກໍ່ເລີ່ມສັ່ງສອນລາວໃຫ້ອ່ານ. ໃນເວລານັ້ນ, ຄົນຢິວຂ້ອນຂ້າງມີຄວາມຮູ້ສູງ ແລະ ກ້າວໜ້າເປັນພິເສດໃນຂະແໜງການຕ່າງໆ ເຊັ່ນ: ກະສິກຳ, ອຸດສາຫະກຳ ແລະ ການຄ້າ. ຜົນຕາມມາຂອງສະພາບແວດລ້ອມສັງຄົມຂອງພວກເຂົາກໍ່ຄື ທັງພໍ່ແມ່ຂອງເປໂຕໄດ້ຮັບການສຶກສາສູງ. ເຖິງແມ່ນວ່າຈະມາຈາກຊົນນະບົດ, ພວກເຂົາກໍ່ມີການສຶກສາດີ ແລະ ສາມາດປຽບທຽບໄດ້ກັບນັກສຶກສາມະຫາວິທະຍາໄລໃນປັດຈຸບັນ. ເຫັນໄດ້ຢ່າງຊັດເຈນວ່າ ເປໂຕໄດ້ຮັບພອນໃຫ້ເກີດໃນສະພາບສັງຄົມທີ່ເອື້ອຍອຳນວຍແບບນັ້ນ. ດ້ວຍຄວາມສະຫຼາດ ແລະ ຄວາມເຂົ້າໃຈໄວ, ລາວກໍ່ໄດ້ຊຶມຊັບແນວຄິດໃໝ່ແລ້ວ. ຫຼັງຈາກທີ່ໄດ້ເລີ່ມການສຶກສາຂອງລາວ, ລາວກໍ່ຄິດສິ່ງຕ່າງໆທີ່ຢູ່ໃນຊົ່ວໂມງຮຽນອອກຢ່າງງ່າຍດາຍຫຼາຍ. ພໍ່ແມ່ຂອງລາວພູມໃຈທີ່ມີລູກຊາຍສະຫຼາດແບບນັ້ນ ແລະ ພະຍາຍາມທຸກຢ່າງເພື່ອເຮັດໃຫ້ລາວໄດ້ໄປໂຮງຮຽນ ໂດຍຫວັງວ່າລາວຈະສາມາດເຮັດໃຫ້ຕົນເອງໂດດເດັ່ນ ແລະ ຮັບເອົາຕຳແໜ່ງທາງການບາງຢ່າງໃນສັງຄົມ. ໂດຍບໍ່ຮູ້ຕົວ,
- [ບົດທີ 6](https://lo.kingdomsalvation.org/interpretation-of-the-sixth-utterance.html) - ຜູ້ຄົນຕົກຕະລຶງເມື່ອພວກເຂົາໄດ້ອ່ານພຣະວັດຈະນະຂອງພຣະເຈົ້າ ແລະ ພວກເຂົາຄິດວ່າ ພຣະເຈົ້າໄດ້ກະທໍາການທີ່ຍິ່ງໃຫຍ່ໃນໂລກແຫ່ງວິນຍານ ເຊິ່ງເປັນສິ່ງທີ່ມະນຸດບໍ່ສາມາດເຮັດໄດ້ ແລະ ພຣະເຈົ້າເອງກໍຕ້ອງເຮັດໃຫ້ສໍາເລັດດ້ວຍພຣະອົງເອງ. ສະນັ້ນ ພຣະເຈົ້າຈຶ່ງໄດ້ກ່າວພຣະທໍາກ່ຽວກັບຄວາມອົດທົນຕໍ່ມະນຸດຊາດອີກຄັ້ງ. ພວກເຂົາມີຄວາມຂັດແຍ້ງຢູ່ໃນໃຈຂອງພວກເຂົາ: “ພຣະເຈົ້າບໍ່ແມ່ນພຣະເຈົ້າແຫ່ງຄວາມເມດຕາ ແລະ ຄວາມກະລຸນາ, ພຣະອົງແມ່ນພຣະເຈົ້າທີ່ໂຈມຕີມະນຸດເທົ່ານັ້ນ. ເຫດໃດພຣະອົງຈຶ່ງຈະອົດທົນຕໍ່ພວກເຮົາ? ເປັນໄປໄດ້ບໍ ທີ່ພຣະເຈົ້າໄດ້ປ່ຽນວິທີການໃໝ່ອີກຄັ້ງ?” ເມື່ອແນວຄິດເຫຼົ່ານີ້ ແລະ ຄວາມຄິດເຫຼົ່ານີ້ໄດ້ເຂົ້າໄປຢູ່ໃນໃຈຂອງພວກເຂົາ, ພວກເຂົາກໍຈະພະຍາຍາມຢ່າງສຸດຄວາມສາມາດ ເພື່ອລິຮານສິ່ງເຫຼົ່ານັ້ນ. ແຕ່ຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ດໍາເນີນໄປເປັນເວລາໃດໜຶ່ງ ພຣະວິນຍານບໍລິສຸດກໍປະຕິບັດພາລະກິດທີ່ຍິ່ງໃຫຍ່ໃນຄຣິສຕະຈັກ ແລະ ທຸກຄົນກໍເລີ່ມເຮັດໜ້າທີ່ຂອງພວກເຂົາ, ທຸກຄົນເຂົ້າສູ່ວິທີການຂອງພຣະເຈົ້າ ເນື່ອງຈາກບໍ່ມີໃຜຈະສາມາດເຫັນຄວາມບໍ່ສົມບູນໃດໆໃນສິ່ງທີ່ພຣະເຈົ້າກ່າວ ແລະ ກະທໍາ. ສ່ວນວ່າ ແມ່ນຫຍັງຄືຂັ້ນຕອນຕໍ່ໄປຂອງພຣະເຈົ້ານັ້ນ ບໍ່ມີໃຜຮູ້ແມ່ນແຕ່ໜ້ອຍດຽວ. ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້: “ໃນບັນດາທຸກສິ່ງທີ່ຢູ່ພາຍໃຕ້ສະຫວັນ ສິ່ງໃດທີ່ບໍ່ຢູ່ໃນກໍາມືຂອງເຮົາ? ສິ່ງໃດແດ່ທີ່ບໍ່ເຮັດພາຍໃຕ້ການຊີ້ນໍາຂອງເຮົາ?” ເຮົາຂໍສະເໜີຄໍາແນະນໍາບາງຂໍ້ໃຫ້ກັບພວກເຈົ້າ, ແຕ່ຢ່າງໃດກໍຕາມ: ໃນເລື່ອງທີ່ບໍ່ຊັດເຈນສໍາລັບພວກເຈົ້າ, ພວກເຈົ້າບໍ່ຕ້ອງເວົ້າ ຫຼື ເຮັດສິ່ງໃດເລີຍ. ເຮົາເວົ້າສິ່ງນີ້ບໍ່ແມ່ນເພື່ອຕ້ານຄວາມກະຕືລືລົ້ນຂອງເຈົ້າ ແຕ່ເພື່ອອະນຸຍາດໃຫ້ເຈົ້າເຮັດຕາມການຊີ້ນໍາຂອງພຣະເຈົ້າໃນການກະທໍາຂອງເຈົ້າ. ບໍ່ວ່າກໍລະນີໃດໆ ຖ້າເຈົ້າສູນເສຍກໍາລັງໃຈ ຫຼື ມີຄວາມສົງໄສ ຍ້ອນການທີ່ເຮົາໄດ້ກ່າວຄໍາວ່າ “ຄວາມບໍ່ສົມບູນ”; ເປົ້າໝາຍຫຼັກຂອງເຮົາກໍເພື່ອເຕືອນເຈົ້າ ເພື່ອໃຫ້ເອົາໃຈໃສ່ກັບພຣະທໍາຂອງພຣະເຈົ້າ. ຜູ້ຄົນຕົກຕະລຶງອີກຄັ້ງ ເມື່ອພວກເຂົາອ່ານພຣະທໍາຂອງພຣະເຈົ້າ
- [ບົດທີ 5](https://lo.kingdomsalvation.org/interpretation-of-the-fifth-utterance.html) - ເມື່ອພຣະເຈົ້າຮຽກຮ້ອງຈາກມະນຸດທີ່ຍາກສໍາລັບພວກເຂົາຈະອະທິບາຍໄດ້ ແລະ ເມື່ອພຣະທຳຂອງພຣະອົງໂຈມຕີເຂົ້າໄປໃນຫົວໃຈຂອງມະນຸດໂດຍກົງ ແລະ ຜູ້ຄົນມອບຫົວໃຈທີ່ຈິງໃຈຂອງພວກເຂົາໃຫ້ພຣະອົງໄດ້ຊື່ນຊົມ, ພຣະເຈົ້າກໍຈຶ່ງມອບໂອກາດໃຫ້ພວກເຂົາໄດ້ໄຕ່ຕອງ, ຕັດສິນໃຈຢ່າງເດັດດ່ຽວ ແລະ ສະແຫວງຫາເສັ້ນທາງເພື່ອການປະຕິບັດ. ໃນລັກສະນະນີ້, ທຸກຄົນທີ່ເປັນປະຊາຊົນຂອງພຣະອົງກໍຈະຖວາຍຄວາມເປັນຢູ່ທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າດ້ວຍຄວາມຕັ້ງໃຈອີກຄັ້ງ. ບາງເທື່ອ ບາງຄົນອາດວາງແຜນ ແລະ ສ້າງຕາຕະລາງປະຈຳວັນ ໃນຂະນະທີ່ພວກເຂົາກຽມຕົວລະດົມກຳລັງເພື່ອເຮັດວຽກໜັກ, ອຸທິດກຳລັງຂອງພວກເຂົາຕໍ່ແຜນການຄຸ້ມຄອງຂອງພຣະເຈົ້າ ເພື່ອນໍາເອົາຄວາມສະຫງ່າລາສີມາສູ່ແຜນການນັ້ນ ແລະ ເລັ່ງໃຫ້ແຜນການນັ້ນໄປສູ່ຄວາມສໍາເລັດໂດຍໄວ. ພຽງເມື່ອຜູ້ຄົນເລີ່ມເຊື່ອງຊ້ອນແນວຄິດແບບນີ້, ຍຶດຖືສິ່ງເຫຼົ່ານີ້ໄວ້ໃນຄວາມຄິດຂອງພວກເຂົາຢ່າງໃກ້ຊິດ ໃນຂະນະທີ່ພວກເຂົາເຮັດວຽກເຮືອນຂອງພວກເຂົາ, ໃນຂະນະທີ່ພວກເຂົາເວົ້າ ແລະ ໃນຂະນະທີ່ພວກເຂົາເຮັດວຽກ, ພຣະເຈົ້າກໍເລີ່ມເວົ້າອີກຄັ້ງວ່າ “ສຽງແຫ່ງພຣະວິນຍານຂອງເຮົາແມ່ນການສະແດງອອກຂອງອຸປະນິໄສທັງໝົດຂອງເຮົາ. ພວກເຈົ້າເຂົ້າໃຈບໍ?” ຍິ່ງມະນຸດຕັ້ງໝັ້ນຫຼາຍສໍ່າໃດ, ພວກເຂົາກໍຍິ່ງຕ້ອງການປາຖະໜາທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງປາຖະໜາໃຫ້ພຣະເຈົ້າຮຽກຮ້ອງຈາກພວກເຂົາຢ່າງຈິງຈັງຫຼາຍສໍ່ານັ້ນ. ຍ້ອນເຫດຜົນນີ້ ແລະ ສວຍເອົາໂອກາດນີ້ເພື່ອບອກກ່າວເຖິງພຣະທຳຂອງພຣະອົງ ພຣະເຈົ້າຈຶ່ງໃຫ້ສິ່ງທີ່ຜູ້ຄົນຕ້ອງການແກ່ພວກເຂົາ ເຊິ່ງໄດ້ຖືກກຽມພ້ອມເປັນເວລາດົນນານໂດຍເຂົ້າສູ່ຈຸດເລິກສຸດໃນຕົວຕົນຂອງພວກເຂົາ. ເຖິງແມ່ນພຣະທຳເຫຼົ່ານີ້ອາດເບິ່ງຄືຂ້ອນຂ້າງຮຸນແຮງ ຫຼື ກະດ້າງ, ສຳລັບມະນຸດຊາດແລ້ວ ພວກມັນຟັງເບິ່ງຄືວ່າມ່ວນຫູເກີນຄໍາບັນລະຍາຍ. ທັນໃດນັ້ນ ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມປິຕິຍິນດີ, ຄືກັບວ່າພວກເຂົາຢູ່ໃນສະຫວັນ ຫຼື ຖືກສົ່ງໄປອີກໂລກໜຶ່ງ ເຊິ່ງເປັນສະຫວັນວິມານແຫ່ງຈິນຕະນາການທີ່ເປັນຈິງ ແລະ ເປັນບ່ອນທີ່ເລື່ອງຕ່າງໆຂອງໂລກພາຍນອກຈະບໍ່ມີຜົນກະທົບຕໍ່ມະນຸດຊາດອີກຕໍ່ໄປ. ເພື່ອຫຼີກເວັ້ນເຫດການທີ່ຜູ້ຄົນຈະເວົ້າຈາກພາຍນອກ ແລະ ປະພຶດຈາກພາຍນອກ ດັ່ງທີ່ພວກເຂົາເຮັດໃນອະດີດຈົນກາຍເປັນນິໄສ
- [ບົດທີ 4](https://lo.kingdomsalvation.org/interpretation-of-the-fourth-utterance.html) - ເພື່ອຢຸດທຸກຄົນຈາກການອວດດີ ແລະ ຕື່ນເຕັ້ນຈົນລືມໂຕ ຫຼັງຈາກການປ່ຽນແປງສະພາບຂອງພວກເຂົາຈາກລົບເປັນບວກ, ໃນບົດສຸດທ້າຍຂອງພຣະວັດຈະນະຂອງພຣະເຈົ້າ, ເມື່ອພຣະເຈົ້າໄດ້ກ່າວຄວາມຕ້ອງການສູງສຸດຂອງພຣະອົງທີ່ມີຕໍ່ປະຊາຊົນຂອງພຣະອົງ ເຊິ່ງກໍຄື ເມື່ອພຣະເຈົ້າໄດ້ບອກຜູ້ຄົນ ກ່ຽວກັບເຈດຕະນາຂອງພຣະອົງ ໃນຂັ້ນຕອນແຫ່ງແຜນການຄຸ້ມຄອງຂອງພຣະອົງ, ພຣະອົງແມ່ນໄດ້ມອບໂອກາດໃຫ້ພວກເຂົາໄຕ່ຕອງພຣະທໍາຂອງພຣະອົງ ເພື່ອຊ່ວຍໃຫ້ພວກເຂົາຕັດສິນໃຈ ເພື່ອຕອບສະໜອງເຈດຕະນາຂອງພຣະເຈົ້າໃນເວລາສຸດທ້າຍ. ເມື່ອສະພາບການຂອງຜູ້ຄົນເປັນບວກ, ພຣະເຈົ້າກໍຈະເລີ່ມຖາມພວກເຂົາ ກ່ຽວກັບອີກດ້ານໜຶ່ງຂອງບັນຫາທັນທີ. ພຣະອົງຖາມຄໍາຖາມຕ່າງໆທີ່ເຮັດໃຫ້ຜູ້ຄົນຍາກທີ່ຈະຄິດຫາຄໍາຕອບໄດ້: “ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາແມ່ນມີຮອຍດ່າງຈາກຄວາມບໍ່ບໍລິສຸດບໍ? ຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດ ແລະ ດ້ວຍຄວາມເຕັມໃຈບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາແມ່ນແທ້ຈິງບໍ? ເຮົາມີຈັກຫ້ອງຢູ່ໃນຫົວໃຈຂອງພວກເຈົ້າ?” ແລະ ອື່ນໆ. ໃນເຄິ່ງທໍາອິດຂອງວັກນີ້, ຍົກເວັ້ນການຕໍານິສອງຂໍ້ ນອກນັ້ນມີຄໍາຖາມທັງໝົດ. ໂດຍສະເພາະໜຶ່ງຄໍາຖາມກໍຄື “ພຣະວັດຈະນະຂອງເຮົາໄດ້ຕີຖືກຈຸດອ່ອນຂອງພວກເຈົ້າຢູ່ບໍ?” ແມ່ນຄໍາຖາມທີ່ເໝາະສົມທີ່ສຸດ. ມັນເຈາະຖືກສິ່ງທີ່ເປັນຄວາມລັບທີ່ສຸດໃນສ່ວນເລິກຂອງຫົວໃຈຂອງຜູ້ຄົນຢ່າງແທ້ຈິງ ໂດຍເຮັດໃຫ້ພວກເຂົາຖາມຕົວເອງໂດຍບໍ່ຮູ້ສຶກຕົວວ່າ: “ເຮົາຈົງຮັກພັກດີໃນຄວາມຮັກຂອງເຮົາທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງບໍ?” ໃນໃຈຂອງພວກເຂົາແລ້ວ, ຜູ້ຄົນແມ່ນນຶກເຖິງປະສົບການໃນອະດີດຂອງພວກເຂົາໃນການຮັບໃຊ້ຢ່າງບໍ່ຮູ້ສຶກຕົວ: ພວກເຂົາຖືກຄອບງຳໂດຍການໃຫ້ອະໄພຕົວເອງ, ການຄິດວ່າຕົວເອງເປັນຝ່າຍຖືກ, ການເຫັນຕົວເອງສໍາຄັນ, ການເຮັດໃຫ້ຕົວເອງພໍໃຈ, ການພໍໃຈໃນຕົວເອງ ແລະ ຄວາມພາກພູມໃຈ. ພວກເຂົາເປັນຄືກັບປາໂຕໃຫຍ່ທີ່ຖືກຕິດຢູ່ໃນແຫຫຼັງຈາກຕົກເຂົ້າໄປຢູ່ໃນແຫ, ມັນກໍບໍ່ງ່າຍສໍາລັບພວກເຂົາທີ່ຈະເຮັດໃຫ້ຕົວເອງເປັນອິດສະຫຼະໄດ້. ນອກຈາກນັ້ນ, ພວກເຂົາກໍບໍ່ໄດ້ຖືກຈໍາກັດເປັນປະຈໍາ, ພວກເຂົາມັກຫຼອກລວງຄວາມເປັນມະນຸດປົກກະຕິຂອງພຣະເຈົ້າ ແລະ ພວກເຂົາເຮັດໃຫ້ຕົວເອງໄດ້ທີໜຶ່ງໃນທຸກສິ່ງທີ່ພວກເຂົາເຮັດ. ກ່ອນຈະຖືກເອີ້ນວ່າເປັນ “ຜູ້ເຮັດການບໍລິການ” ພວກເຂົາແມ່ນຄ້າຍຄືກັບລູກເສືອທີ່ເກີດໃໝ່ ທີ່ເຕັມໄປດ້ວຍກໍາລັງ. ເຖິງແມ່ນວ່າ
- [ບົດທີ 3](https://lo.kingdomsalvation.org/interpretation-of-the-third-utterance.html) - ປັດຈຸບັນບໍ່ແມ່ນຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງຄວາມເມດຕາ ແຕ່ແມ່ນຍຸກແຫ່ງອານາຈັກ ທີ່ປະຊາຊົນຂອງພຣະເຈົ້າຖືກເປີດເຜີຍ, ເປັນຍຸກທີ່ພຣະເຈົ້າເຮັດສິ່ງຕ່າງໆຜ່ານຄວາມເປັນພຣະເຈົ້າໂດຍກົງ. ດັ່ງນັ້ນ, ໃນບົດນີ້ ທີ່ກ່ຽວກັບພຣະທໍາຂອງພຣະເຈົ້າ, ພຣະເຈົ້າແມ່ນນໍາພາທຸກຄົນທີ່ເຂົ້າໃຈພຣະທໍາຂອງພຣະອົງໃນໂລກແຫ່ງວິນຍານ. ໃນວັກຕົ້ນ, ພຣະອົງໄດ້ກະກຽມສິ່ງເຫຼົ່ານີ້ໄວ້ແລ້ວລ່ວງໜ້າ ແລະ ຖ້າຄົນເຮົາມີຄວາມຮູ້ກ່ຽວກັບພຣະທໍາຂອງພຣະເຈົ້າ, ພວກເຂົາກໍຈະນໍາຕາມເຄືອໄມ້ເພື່ອເອົາໝາກ ແລະ ຈະເຂົ້າໃຈເຖິງສິ່ງທີ່ພຣະເຈົ້າປາດຖະໜາທີ່ຈະບັນລຸໃນປະຊາຊົນຂອງພຣະອົງໂດຍກົງ. ໃນແຕ່ກ່ອນ, ຜູ້ຄົນຖືກທົດສອບຜ່ານຕໍາແໜ່ງ “ຜູ້ເຮັດການບໍລິການ” ແລະ ໃນປັດຈຸບັນ ພາຍຫຼັງທີ່ພວກເຂົາໄດ້ຮັບການທົດສອບ ການເຝິກອົບຮົມຂອງພວກເຂົາກໍໄດ້ເລີ່ມຂຶ້ນຢ່າງເປັນທາງການ. ນອກຈາກນັ້ນ, ຜູ້ຄົນຕ້ອງມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພາລະກິດຂອງພຣະເຈົ້າ ໂດຍອີງໃສ່ພື້ນຖານຂອງພຣະທໍາໃນອະດີດ ແລະ ຕ້ອງເບິ່ງພຣະທໍາ ແລະ ບຸກຄົນ ແລະ ພຣະວິນຍານ ແລະ ບຸກຄົນວ່າເປັນສິ່ງທີ່ແຍກອອກຈາກກັນບໍ່ໄດ້ ໂດຍຖືວ່າ ເປັນປາກດຽວ, ຫົວໃຈດຽວ, ການກະທໍາດຽວ ແລະ ແຫຼ່ງທີ່ມາດຽວກັນ. ເງື່ອນໄຂເຫຼົ່ານີ້ແມ່ນເງື່ອນໄຂສູງສຸດທີ່ພຣະເຈົ້າໄດ້ສ້າງຂຶ້ນໃຫ້ແກ່ມະນຸດນັບແຕ່ການຊົງສ້າງ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ພຣະເຈົ້າປາດຖະໜາທີ່ຈະໃຊ້ສ່ວນໜຶ່ງຂອງຄວາມພະຍາຍາມຂອງພຣະອົງເພື່ອປະຊາຊົນຂອງພຣະອົງ, ພຣະອົງປາດຖະໜາສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນໃນຕົວຂອງພວກເຂົາ ແລະ ທີ່ສໍາຄັນໄປກວ່ານັ້ນກໍຄື ພຣະອົງປາດຖະໜາທີ່ຈະເຮັດໃຫ້ທຸກຄົນອ່ອນນ້ອມຕໍ່ພາລະກິດ ແລະ ພຣະທໍາທັງໝົດຂອງພຣະເຈົ້າ. ໃນດ້ານໜຶ່ງ, ພຣະເຈົ້າເອງແມ່ນຍຶດໝັ້ນຕໍ່ການເປັນພະຍານຂອງພຣະອົງ ແລະ
- [ບົດທີ 1](https://lo.kingdomsalvation.org/interpretation-of-the-first-utterance.html) - ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ “ບໍ່ມີຜູ້ໃດສາມາດເຂົ້າໃຈຮາກຖານຂອງພຣະທໍາຂອງເຮົາ ແລະ ພວກເຂົາບໍ່ຮູ້ຈັກຈຸດປະສົງຂອງເຮົາໃນການກ່າວພຣະທໍາເຫຼົ່ານັ້ນ”, ຖ້າບໍ່ແມ່ນຍ້ອນການນໍາພາຂອງພຣະວິນຍານຂອງພຣະເຈົ້າ ແລະ ຖ້າບໍ່ແມ່ນຍ້ອນການມາເຖິງຂອງພຣະວັດຈະນະຂອງພຣະອົງ, ທຸກຄົນກໍຈະຖືກລົບລ້າງໄປພາຍໃຕ້ການຂ້ຽນຕີຂອງພຣະອົງ. ເປັນຫຍັງພຣະເຈົ້າຈຶ່ງໃຊ້ເວລາດົນເພື່ອທົດສອບທຸກຄົນ? ເປັນເວລາດົນເຖິງຫ້າເດືອນບໍ? ແນ່ນອນຢູ່ແລ້ວວ່ານີ້ແມ່ນຈຸດໃຈກາງຂອງການສົນທະນາຂອງພວກເຮົາ ພ້ອມກັບຈຸດສູນກາງໃນສະຕິປັນຍາຂອງພຣະເຈົ້າ. ພວກເຮົາອາດສົມມຸດຕິຖານໃນສິ່ງຕໍ່ໄປນີ້: ຖ້າການສ້າງຄຣິສຕະຈັກໄດ້ສືບຕໍ່ຈົນຮອດປັດຈຸບັນ ໂດຍບໍ່ມີຊ່ວງເວລາປັດຈຸບັນໃນການເອົາມະນຸດເຂົ້າສູ່ການທົດລອງ ແລະ ໂດຍບໍ່ມີການໂຈມຕີ, ການຂ້າ ແລະ ການຟັນຢ່າງຮຸນແຮງຂອງພຣະເຈົ້າໃສ່ເຜົ່າພັນມະນຸດທີ່ເສື່ອມຊາມ ແລ້ວຜົນທີ່ຈະໄດ້ຮັບແມ່ນຫຍັງ? ສະນັ້ນ, ພຣະເຈົ້າຈຶ່ງເຂົ້າສູ່ປະເດັນໃນປະໂຫຍກທໍາອິດຢ່າງທັນທີ ໂດຍຊີ້ໃຫ້ເຫັນໂດຍກົງເຖິງຜົນທີ່ໄດ້ຮັບຈາກພາລະກິດທີ່ປະຕິບັດໃນຫຼາຍເດືອນຜ່ານມາ. ແທ້ຈິງແລ້ວ ພຣະອົງເຮັດໃຫ້ເລືອດແຕກອອກດ້ວຍການແທງຄັ້ງທໍາອິດ. ນີ້ພຽງພໍທີ່ຈະສະແດງໃຫ້ເຫັນເຖິງສະຕິປັນຍາຂອງການກະທໍາຂອງພຣະເຈົ້າໃນຊ່ວງໄລຍະຫຼາຍເດືອນນີ້: ສິ່ງເຫຼົ່ານັ້ນເຮັດໃຫ້ທຸກຄົນສາມາດຮຽນຮູ້ຜ່ານການທົດລອງກ່ຽວກັບວິທີອ່ອນນ້ອມ ແລະ ວິທີສະຫຼະຕົວເອງດ້ວຍຄວາມຈິງໃຈ ພ້ອມກັບວິທີຮູ້ຈັກພຣະເຈົ້າໃຫ້ດີຂຶ້ນຜ່ານການຫຼໍ່ຫຼອມທີ່ເຈັບປວດ. ຍິ່ງຜູ້ຄົນປະສົບກັບຄວາມໝົດຫວັງຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກກັບຕົວເອງຫຼາຍສໍ່ານັ້ນ. ເວົ້າຕາມຄວາມຈິງແລ້ວ, ຍິ່ງພວກເຂົາຜະເຊີນກັບການຫຼໍ່ຫຼອມທີ່ເຕັມໄປດ້ວຍການທົນທຸກ ພວກເຂົາກໍຍິ່ງມາຮູ້ຈັກຄວາມເສື່ອມຊາມຂອງຕົວເອງຫຼາຍສໍ່ານັ້ນ ຈົນເຖິງຈຸດທີ່ຮູ້ວ່າ ພວກເຂົາບໍ່ຄູ່ຄວນແມ່ນແຕ່ຈະເປັນຜູ້ເຮັດການບໍລິການໃຫ້ພຣະເຈົ້າ ແລະ ການໃຫ້ບໍລິການແມ່ນຖືກຍົກສູງໂດຍພຣະອົງ. ສະນັ້ນ, ຫຼັງຈາກທີ່ໄດ້ບັນລຸຜົນນີ້ແລ້ວ ເມື່ອມະນຸດໄດ້ໃຊ້ທຸກພາກສ່ວນຂອງຕົວເອງ ພຣະເຈົ້າຈຶ່ງອອກສຽງແຫ່ງຄວາມເມດຕາໂດຍກົງໂດຍບໍ່ໄດ້ມີການປິດບັງສິ່ງໃດ. ຫຼັງຈາກສອງສາມເດືອນເຫຼົ່ານີ້ແມ່ນສາມາດເຫັນໄດ້ທັນທີວ່າ ວິທີການປະຕິບັດພາລະກິດຂອງພຣະເຈົ້າ ໄດ້ເອົາມື້ນີ້ເປັນຈຸດເລີ່ມຕົ້ນຂອງມັນ; ພຣະອົງໄດ້ສ້າງແຜນນີ້ເພື່ອໃຫ້ທຸກຄົນໄດ້ເຫັນ. ຍ້ອນໃນອະດີດ ພຣະເຈົ້າກ່າວເປັນປະຈໍາວ່າ “ມັນບໍ່ງ່າຍທີ່ຈະໄດ້ຮັບສິດໃນການຖືກຮຽກວ່າ ປະຊາຊົນຂອງພຣະເຈົ້າ” ພຣະອົງຈຶ່ງເຮັດໃຫ້ພຣະທໍາເຫຼົ່ານີ້ເກີດຂຶ້ນໃນຜູ້ຄົນທີ່ຖືກເອີ້ນວ່າຜູ້ເຮັດການບໍລິການ ເຊິ່ງພຽງພໍທີ່ຈະສະແດງໃຫ້ເຫັນວ່າ ພຣະເຈົ້າແມ່ນໄວ້ໃຈໄດ້ໂດຍທີ່ບໍ່ຕ້ອງສົງໄສຫຍັງ.
- [ບົດທີ 47](https://lo.kingdomsalvation.org/the-forty-seventh-utterance.html) - ເພື່ອເຮັດໃຫ້ຊີວິດຂອງມວນມະນຸດມີວຸດທິພາວະ ແລະ ເພື່ອວ່າ ມະນຸດຊາດ ແລະ ເຮົາຈະສາມາດບັນລຸຜົນດ້ວຍອຸດົມຄະດີຮ່ວມກັນ ເຮົາຈຶ່ງໄດ້ອະນຸໂລມໃຫ້ແກ່ມະນຸດຕະຫຼອດ ໂດຍຍອມໃຫ້ພວກເຂົາໄດ້ຮັບສິ່ງບໍາລຸງ ແລະ ການບໍາລຸງລ້ຽງຈາກພຣະທໍາຂອງເຮົາ ແລະ ເພື່ອໃຫ້ໄດ້ຮັບຄວາມອຸດົມສົມບູນທັງໝົດຂອງເຮົາ. ເຮົາບໍ່ເຄີຍມອບຄວາມອັບອາຍໃຫ້ແກ່ມວນມະນຸດ ແຕ່ມະນຸດບໍ່ເຄີຍພິຈາລະນາເຖິງຄວາມຮູ້ສຶກຂອງເຮົາເລີຍ. ນີ້ກໍຍ້ອນວ່າ ມະນຸດບໍ່ມີຄວາມຮູ້ສຶກ ແລະ “ກຽດຊັງ” ທຸກສິ່ງນອກຈາກເຮົາ. ເນື່ອງຈາກຄວາມບົກຜ່ອງຂອງພວກເຂົາ, ເຮົາຈຶ່ງຂ້ອນຂ້າງຈະເຫັນອົກເຫັນໃຈພວກເຂົາ; ດ້ວຍເຫດນັ້ນ ເຮົາຈຶ່ງໃຊ້ຄວາມພະຍາຍາມຫຼາຍຂຶ້ນກັບມະນຸດ ເພື່ອວ່າ ພວກເຂົາອາດໄດ້ມີຄວາມສຸກຈົນກວ່າຈະພໍໃຈກັບຄວາມອຸດົມສົມບູນທັງໝົດເທິງແຜ່ນດິນໂລກ ໃນໄລຍະເວລາທີ່ພວກເຂົາມີຊີວິດຢູ່ໃນໂລກ. ເຮົາບໍ່ໄດ້ປະຕິບັດກັບຜູ້ຄົນຢ່າງບໍ່ຍຸຕິທໍາ ແລະ ເມື່ອພິຈາລະນາເຖິງໄລຍະເວລາທີ່ພວກເຂົາໄດ້ຕິດຕາມເຮົາເປັນເວລາຫຼາຍປີ ເຮົາກໍໃຈອ່ອນສໍາລັບພວກເຂົາ. ມັນຄືກັບວ່າ ເຮົາບໍ່ສາມາດທົນປະຕິບັດພາລະກິດຂອງເຮົາກັບມະນຸດເຫຼົ່ານີ້ໄດ້. ດ້ວຍເຫດນັ້ນ ການເຫັນຄົນຈ່ອຍເຫືອງເຫຼົ່ານີ້ ທີ່ຮັກເຮົາ ຄືກັບພວກເຂົາຮັກຕົວເອງ ຈຶ່ງເຮັດໃຫ້ໃຈຂອງເຮົາມີຄວາມຮູ້ສຶກເຈັບປວດຢ່າງໜັກ ແຕ່ໃຜຈະເຮັດຜິດທໍານຽມຍ້ອນສິ່ງນີ້? ໃຜຈະລົບກວນຕົວເອງຍ້ອນສິ່ງນີ້? ຢ່າງໃດກໍຕາມ ເຮົາໄດ້ມອບລາງວັນຂອງເຮົາໃຫ້ກັບມະນຸດ ເພື່ອວ່າ ພວກເຂົາຈະສາມາດມີຄວາມສຸກກັບມັນຢ່າງເຕັມທີ່ ແລະ ກ່ຽວກັບເລື່ອງນີ້ ເຮົາແມ່ນບໍ່ໄດ້ປະຕິບັດໃນທາງທີ່ບໍ່ດີກັບມະນຸດ. ນີ້ແມ່ນເຫດຜົນທີ່ມວນມະນຸດຍັງເຫັນໃບໜ້າທີ່ມີຄວາມເມດຕາ ແລະ ກະລຸນາຂອງເຮົາ. ເຮົາໄດ້ອົດທົນມາຕະຫຼອດ ແລະ ເຮົາໄດ້ລໍຖ້າມາຕະຫຼອດ. ເມື່ອມະນຸດໄດ້ມີຄວາມສຸກພຽງພໍແລ້ວ ແລະ ເລີ່ມມີຄວາມເບື່ອ,
- [ບົດທີ 46](https://lo.kingdomsalvation.org/the-forty-sixth-utterance.html) - ເຮົາບໍ່ຮູ້ວ່າຜູ້ຄົນປະຕິບັດດີສໍ່າໃດໃນການເຮັດໃຫ້ພຣະທຳຂອງເຮົາເປັນພື້ນຖານຂອງການເປັນຢູ່ຂອງພວກເຂົາ. ເຮົາຮູ້ສຶກເປັນຫ່ວງເປັນໃຍຕໍ່ໂຊກຊະຕາຂອງມະນຸດຢູ່ສະເໝີ, ແຕ່ຜູ້ຄົນແມ່ນຄືກັບບໍ່ຮູ້ສຶກເຖິງສິ່ງນີ້ ແລະ ຜົນຕາມມາກໍຄື ພວກເຂົາບໍ່ເຄີຍໃສ່ໃຈຕໍ່ການປະຕິບັດຂອງເຮົາຈັກເທື່ອ ແລະ ບໍ່ເຄີຍເກີດມີການເຄົາລົບບູຊາເຮົາ ຍ້ອນທ່າທີຂອງເຮົາທີ່ມີຕໍ່ມະນຸດ. ມັນເປັນຄືກັບວ່າ ພວກເຂົາປະຖິ້ມຄວາມຮູ້ສຶກຂອງພວກເຂົາເພື່ອເຮັດໃຫ້ເຮົາພໍໃຈແຕ່ດົນແລ້ວ. ເມື່ອພົບກັບສະຖານະການດັ່ງກ່າວ ເຮົາກໍມິດງຽບລົງອີກຄັ້ງ. ເປັນຫຍັງພຣະທຳຂອງເຮົາຈຶ່ງບໍ່ສົມຄວນໃຫ້ມະນຸດຄຳນຶງເຖິງ ແລະ ບໍ່ສົມຄວນແກ່ທາງເຂົ້າຫຼາຍຂື້ນ? ມັນເປັນຍ້ອນ ເຮົາບໍ່ມີຄວາມເປັນຈິງ ແລະ ເຮົາກຳລັງພະຍາຍາມຄົ້ນຫາບາງສິ່ງເພື່ອຕໍ່ຕ້ານຜູ້ຄົນບໍ? ເປັນຫຍັງຜູ້ຄົນຈຶ່ງ “ປະຕິບັດຕໍ່ເຮົາເປັນພິເສດ” ຢູ່ສະເໝີ? ເຮົາເປັນຄົນເຈັບໄຂ້ທີ່ຢູ່ໃນຫ້ອງຄົນເຈັບພິເສດຂອງເຂົາເອງບໍ? ເມື່ອສິ່ງຕ່າງໆໄດ້ມາເຖິງຈຸດທີ່ພວກມັນເປັນຢູ່ໃນປັດຈຸບັນ ເປັນຫຍັງຜູ້ຄົນຈຶ່ງຍັງຫຼຽວເບິ່ງເຮົາແບບຕ່າງເກົ່າ? ມີຂໍ້ຜິດພາດໃນທັດສະນະຄະຕິທີ່ເຮົາມີຕໍ່ມະນຸດບໍ? ໃນປັດຈຸບັນ, ເຮົາໄດ້ເລີ່ມຕົ້ນພາລະກິດໃໝ່ເໜືອຈັກກະວານ. ເຮົາໄດ້ມອບການເລີ່ມຕົ້ນໃໝ່ໃຫ້ກັບຜູ້ຄົນຢູ່ເທິງແຜ່ນດິນໂລກ ແລະ ເຮົາຂໍໃຫ້ພວກເຂົາທຸກຄົນຍ້າຍອອກຈາກເຮືອນຂອງເຮົາ. ຍ້ອນຜູ້ຄົນມັກໃສ່ໃຈພວກເຂົາເອງຢູ່ສະເໝີ, ເຮົາຈຶ່ງແນະນໍາໃຫ້ພວກເຂົາຮູ້ຈັກຖານະຕົນເອງ ແລະ ບໍ່ລົບກວນພາລະກິດຂອງເຮົາຢູ່ຕະຫຼອດ. ໃນ “ບ້ານພັກ” ທີ່ເຮົາໄດ້ເປີດ, ບໍ່ມີຫຍັງດົນໃຈໃຫ້ເຮົາຮູ້ສຶກລັງກຽດຫຼາຍໄປກວ່າມະນຸດ, ຍ້ອນຜູ້ຄົນສ້າງບັນຫາໃຫ້ກັບເຮົາ ແລະ ເຮັດໃຫ້ເຮົາຜິດຫວັງຢູ່ສະເໝີ. ພຶດຕິກຳຂອງພວກເຂົານໍາຄວາມອັບອາຍມາໃຫ້ກັບເຮົາ ແລະ ເຮົາບໍ່ເຄີຍໄດ້ ເຊີດໜ້າຊູຕາຈັກເທື່ອ. ສະນັ້ນ ເຮົາຈຶ່ງເວົ້າກັບພວກເຂົາຢ່າງໃຈເຢັນ, ຂໍໃຫ້ພວກເຂົາອອກຈາກເຮືອນຂອງເຮົາໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ເຊົາກິນອາຫານຂອງເຮົາລ້າໆ. ຖ້າພວກເຂົາປາຖະໜາທີ່ຈະຄົງຢູ່, ແລ້ວພວກເຂົາກໍຕ້ອງຜ່ານການທົນທຸກ ແລະ
- [ບົດທີ 45](https://lo.kingdomsalvation.org/the-forty-fifth-utterance.html) - ຄັ້ງໜຶ່ງ ເຮົາເຄີຍເລືອກສິ່ງຂອງທີ່ດີເພື່ອເກັບໄວ້ໃນເຮືອນຂອງເຮົາ ເພື່ອວ່າ ພາຍໃນສິ່ງນີ້ຈະມີຄວາມອຸດົມສົມບູນທີ່ບໍ່ມີສິ່ງໃດທຽບເທົ່າໄດ້ ແລະ ດ້ວຍເຫດນັ້ນ ມັນກໍຈະຖືກຕົກແຕ່ງຂຶ້ນ ແລະ ເຮົາກໍຈະໄດ້ຮັບຄວາມສຸກຈາກສິ່ງນີ້ໄປນໍາ. ແຕ່ຍ້ອນທັດສະນະຄະຕິຂອງມະນຸດທີ່ມີຕໍ່ເຮົາ ແລະ ຍ້ອນແຮງຈູງໃຈຂອງຜູ້ຄົນ ເຮົາຈຶ່ງບໍ່ມີທາງເລືອກ ນອກຈາກວາງພາລະກິດນີ້ໄວ້ທາງຂ້າງ ແລະ ເຮັດພາລະກິດອື່ນ. ເຮົາຈະໃຊ້ແຮງຈູງໃຈຂອງມະນຸດເພື່ອບັນລຸພາລະກິດຂອງເຮົາ, ເຮົາຈະເຮັດໃຫ້ທຸກສິ່ງມາຮັບໃຊ້ເຮົາ ແລະ ດ້ວຍເຫດນັ້ນ ກໍຈະເຮັດໃຫ້ເຮືອນຂອງເຮົາບໍ່ມົວໝອງ ແລະ ເປົ່າປ່ຽວອີກຕໍ່ໄປ. ເຮົາຄັ້ງໜຶ່ງເຄີຍເບິ່ງທ່າມກາງມະນຸດ: ທຸກສິ່ງທີ່ເປັນເນື້ອໜັງ ແລະ ເລືອດແມ່ນຢູ່ໃນຄວາມມືດມົວ ແລະ ບໍ່ມີສິ່ງໃດໄດ້ຮັບພອນຂອງການມີຢູ່ຂອງເຮົາ. ຜູ້ຄົນດໍາລົງຊີວິດໃນທ່າມກາງການອວຍພອນ ແຕ່ພວກເຂົາບໍ່ຮູ້ວ່າ ຕົວເອງໄດ້ຮັບພອນເຫຼົ່ານັ້ນ. ຖ້າພອນຂອງເຮົາທີ່ມີຕໍ່ມະນຸດຊາດບໍ່ໄດ້ສືບເນື່ອງຈົນຮອດປັດຈຸບັນ ແລ້ວແມ່ນໃຜໃນທ່າມກາງມະນຸດຊາດທີ່ຈະມີຊີວິດຢູ່ຈົນຮອດປັດຈຸບັນ ແລະ ບໍ່ໄດ້ດັບສະຫຼາຍໄປ? ການທີ່ມະນຸດດໍາລົງຊີວິດແມ່ນພອນຂອງເຮົາ ແລະ ນັ້ນໝາຍຄວາມວ່າ ເຂົາດໍາລົງຊີວິດໃນທ່າມກາງການອວຍພອນຂອງເຮົາ ເພາະເຂົາບໍ່ມີຫຍັງແຕ່ຕົ້ນ ແລະ ເພາະເຂົາບໍ່ມີຕົ້ນທຶນທີ່ຈະດໍາລົງຊີວິດເທິງແຜ່ນດິນໂລກ ແລະ ພາຍໃຕ້ສະຫວັນມາແຕ່ຕົ້ນ; ໃນປັດຈຸບັນ ເຮົາສືບຕໍ່ຊ່ວຍມະນຸດ ແລະ ຍ້ອນສິ່ງນີ້ເທົ່ານັ້ນ ມະນຸດຈຶ່ງຢືນຢູ່ຕໍ່ໜ້າເຮົາ ແລະ ໂຊກດີທີ່ໄດ້ຫຼົບໜີຄວາມຕາຍ. ຜູ້ຄົນສະຫຼຸບຄວາມລັບຂອງການມີຢູ່ຂອງມະນຸດ ແຕ່ບໍ່ມີໃຜເຄີຍເຫັນວ່າ ນີ້ແມ່ນພອນຂອງເຮົາ.
- [ບົດທີ 44](https://lo.kingdomsalvation.org/the-forty-fourth-utterance.html) - ຜູ້ຄົນປະຕິບັດຕໍ່ພາລະກິດຂອງເຮົາເປັນພຽງສິ່ງປະກອບ; ພວກເຂົາບໍ່ໄດ້ສະຫຼະອາຫານ ຫຼື ການຫຼັບນອນເພື່ອເຫັນແກ່ພາລະກິດຂອງເຮົາ, ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ມີທາງເລືອກ ນອກຈາກຮຽກຮ້ອງຢ່າງເໝາະສົມຈາກມະນຸດຕາມຄວາມເໝາະສົມຕໍ່ທັດສະນະຄະຕິທີ່ເຂົາມີຕໍ່ເຮົາ. ເຮົາຈື່ໄດ້ວ່າ ຄັ້ງໜຶ່ງ ເຮົາໄດ້ມອບພຣະຄຸນ ແລະ ພອນຢ່າງຫຼວງຫຼາຍໃຫ້ແກ່ມະນຸດ ແຕ່ຫຼັງຈາກທີ່ໄດ້ຄວ້າເອົາສິ່ງເຫຼົ່ານີ້ແລ້ວ ເຂົາກໍຈາກເຮົາໄປໃນທັນທີ. ມັນເປັນຄືກັບວ່າ ເຮົາໄດ້ມອບສິ່ງເຫຼົ່ານັ້ນໃຫ້ກັບເຂົາໂດຍບໍ່ຮູ້ສຶກຕົວ. ດ້ວຍເຫດນັ້ນ ມະນຸດຈຶ່ງຮັກເຮົາດ້ວຍວິທີການແນວຄິດຂອງພວກເອງຢູ່ສະເໝີ. ເຮົາຕ້ອງການໃຫ້ມະນຸດຮັກເຮົາຢ່າງແທ້ຈິງ; ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ຜູ້ຄົນຍັງຊັກຊ້າເສຍເວລາ ໂດຍບໍ່ສາມາດມອບຄວາມຮັກຢ່າງແທ້ຈິງຂອງພວກເຂົາໃຫ້ກັບເຮົາ. ໃນຈິນຕະນາການຂອງພວກເຂົາ, ພວກເຂົາເຊື່ອວ່າ ຖ້າພວກເຂົາມອບຄວາມຮັກທີ່ແທ້ຈິງຂອງພວກເຂົາໃຫ້ກັບເຮົາ ພວກເຂົາຈະບໍ່ມີຫຍັງເຫຼືອເລີຍ. ເມື່ອເຮົາຄັດຄ້ານ, ຮ່າງກາຍທັງໝົດຂອງພວກເຂົາກໍສັ່ນເຊັນດ້ວຍຄວາມຢ້ານກົວ, ແຕ່ພວກເຂົາຍັງບໍ່ເຕັມໃຈທີ່ຈະມອບຄວາມຮັກທີ່ແທ້ຈິງຂອງພວກເຂົາໃຫ້ກັບເຮົາ. ມັນເປັນຄືກັບວ່າ ພວກເຂົາກໍາລັງລໍຖ້າບາງຢ່າງ, ດ້ວຍເຫດນັ້ນ ພວກເຂົາຈຶ່ງເບິ່ງໄປທາງໜ້າ ໂດຍບໍ່ເຄີຍບອກຄວາມຈິງຂອງສິ່ງທີ່ກຳລັງເກີດຂຶ້ນຕໍ່ເຮົາ. ມັນຄ້າຍຄືກັບວ່າ ມີເທັບຕິດປາກຂອງພວກເຂົາ ດັ່ງນັ້ນ ການເວົ້າຂອງພວກເຂົາຈຶ່ງລັງເລຢູ່ຕະຫຼອດເວລາ. ມັນເບິ່ງຄືກັບວ່າ ເຮົາໄດ້ກາຍເປັນນາຍທຶນທີ່ໂຫດຮ້າຍຢູ່ຕໍ່ໜ້າມະນຸດ. ຜູ້ຄົນແມ່ນຢ້ານເຮົາສະເໝີ: ເມື່ອເຫັນເຮົາ, ພວກເຂົາຈະຫາຍໄປທັນທີຢ່າງບໍ່ມີຮ່ອງຮອຍ ໂດຍຢ້ານວ່າເຮົາຈະຖາມພວກເຂົາກ່ຽວກັບສະຖານະການຂອງພວກເຂົາ. ເຮົາບໍ່ຮູ້ເຫດຜົນວ່າ ເປັນຫຍັງຜູ້ຄົນຈຶ່ງສາມາດຮັກ “ຄົນບ້ານດຽວກັນ” ຂອງພວກເຂົາຢ່າງຈິງໃຈ ແຕ່ບໍ່ສາມາດຮັກເຮົາ ຜູ້ທີ່ມີຈິດໃຈທີ່ທ່ຽງທໍາ. ຍ້ອນສິ່ງນີ້ ເຮົາຈຶ່ງຖອນຫາຍໃຈ: ເປັນຫຍັງຜູ້ຄົນຈຶ່ງປ່ອຍຄວາມຮັກຂອງພວກເຂົາຢູ່ໃນໂລກມະນຸດຕະຫຼອດເວລາ? ເປັນຫຍັງເຮົາຈຶ່ງບໍ່ສາມາດຊິມລົດຊາດຄວາມຮັກຂອງມະນຸດ?
- [ບົດທີ 43](https://lo.kingdomsalvation.org/the-forty-third-utterance.html) - ບາງເທື່ອ ມັນເປັນຍ້ອນບົດບັນຍັດບໍລິຫານຂອງເຮົາເທົ່ານັ້ນ ຜູ້ຄົນຈຶ່ງ “ສົນໃຈຫຼາຍ” ໃນພຣະທຳຂອງເຮົາ. ຖ້າພວກເຂົາບໍ່ໄດ້ຖືກປົກຄອງດ້ວຍບົດບັນຍັດບໍລິຫານຂອງເຮົາ, ພວກເຂົາທຸກຄົນກໍຈະສົ່ງສຽງຄາງຄືກັບເສືອທີ່ຫາກໍຖືກລົບກວນ. ໃນແຕ່ລະມື້ ເຮົາພະເນຈອນຢູ່ທ່າມກາງກ້ອນເມກ ໂດຍເຝົ້າເບິ່ງມະນຸດຊາດທີ່ປົກຄຸມແຜ່ນດິນໂລກໃນຂະນະທີ່ພວກເຂົາວຸ້ນວາຍຢູ່ບໍ່ຢຸດ, ຖືກເຮົາຄວບຄຸມໂດຍຜ່ານບົດບັນຍັດບໍລິຫານຂອງເຮົາ. ໃນລັກສະນະນີ້ ມະນຸດຊາດແມ່ນຖືກຮັກສາໃຫ້ເປັນລະບົບລະບຽບ ແລະ ເຮົາຈຶ່ງເຮັດໃຫ້ບົດບັນຍັດບໍລິຫານຂອງເຮົາເປັນຢູ່ຢ່າງຖາວອນ. ຕັ້ງແຕ່ເວລານີ້ເປັນຕົ້ນໄປ, ຄົນທີ່ຢູ່ເທິງແຜ່ນດິນໂລກຈະຮັບການຂ້ຽນຕີທຸກຮູບແບບເນື່ອງຈາກບົດບັນຍັດບໍລິຫານຂອງເຮົາ ແລະ ເມື່ອການຂ້ຽນຕີນີ້ລົງມາເທິງພວກເຂົາ ມະນຸດທຸກຄົນສົ່ງສຽງດັງໂວຍວາຍ ແລະ ແຕກໜີໄປທົ່ວທຸກສາລະທິດ. ໃນຊ່ວງເວລານີ້, ປະຊາຊາດເທິງແຜ່ນດິນໂລກຈະດັບສະຫຼາຍໄປທັນທີ, ຊາຍແດນລະຫວ່າງປະຊາຊາດກໍຈະບໍ່ມີຢູ່, ສະຖານທີ່ໃດໜຶ່ງຈະບໍ່ຖືກແບ່ງແຍກອອກຈາກສະຖານທີ່ແຫ່ງໜຶ່ງອີກຕໍ່ໄປ ແລະ ຈະບໍ່ມີຄວາມເຫີນຫາງລະຫວ່າງມະນຸດອີກຕໍ່ໄປ. ເຮົາເລີ່ມຕົ້ນເຮັດ “ພາລະກິດຕາມອຸດົມຄະຕິ” ໃນທ່າມກາງມະນຸດ, ເພື່ອວ່າມະນຸດຈະຢູ່ຮ່ວມນໍາກັນຢ່າງສັນຕິສຸກ, ບໍ່ຕໍ່ສູ້ກັນອີກຕໍ່ໄປ ແລະ ເມື່ອເຮົາສ້າງຂົວ ແລະ ສ້າງຄວາມສຳພັນໃນທ່າມກາງມະນຸດຊາດ, ຜູ້ຄົນກໍຈະສາມັກຄີກັນ. ເຮົາຈະເຮັດໃຫ້ສະຫວັນວິມານເຕັມໄປດ້ວຍການສະແດງອອກເຖິງການກະທຳຂອງເຮົາ ແລະ ເຮັດໃຫ້ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຈະກົ້ມລົງຂາບຢູ່ພາຍໃຕ້ລິດອຳນາດຂອງເຮົາ, ແລ້ວນໍາແຜນການຂອງເຮົາໄປປະຕິບັດເພື່ອ “ຄວາມສາມັກຄີທົ່ວໂລກ” ແລະ ເຮັດໃຫ້ຄວາມປາຖະໜາໜຶ່ງດຽວຂອງເຮົານີ້ໃຫ້ເກີດໝາກຜົນ, ເພື່ອວ່າມະນຸດຈະບໍ່ “ທ່ອງທ່ຽວໄປມາ” ເທິງໂລກອີກຕໍ່ໄປ ແຕ່ຈະຄົ້ນພົບຈຸດໝາຍປາຍທາງທີ່ເໝາະສົມໂດຍບໍ່ຊັກຊ້າ. ເຮົາຄຳນຶງເຖິງມະນຸດຊາດໃນທຸກໆທາງ, ເຮັດແບບນັ້ນກໍເພື່ອວ່າມະນຸດຊາດຈະໄດ້ດຳລົງຊີວິດຢູ່ໃນດິນແດນແຫ່ງສັນຕິສຸກ ແລະ ຄວາມສຸກໂດຍໄວ, ເພື່ອວ່າມື້ແຫ່ງຊີວິດຂອງພວກເຂົາຈະບໍ່ໂສກເສົ້າ ແລະ
- [ບົດທີ 42](https://lo.kingdomsalvation.org/the-forty-second-utterance.html) - ທັນທີທີ່ພາລະກິດໃໝ່ເລີ່ມຕົ້ນຂຶ້ນ, ທຸກຄົນກໍມີທາງເຂົ້າໃໝ່ ແລະ ພວກເຂົາກໍຈັບມືກັນກ້າວໄປກັບເຮົາ. ພວກເຮົາຍ່າງຢູ່ ຫົນທາງອັນຍິ່ງໃຫຍ່ແຫ່ງອານາຈັກຮ່ວມກັນ ແລະ ມີຄວາມສະໜິດສະໜົມກັນຫຼາຍລະຫວ່າງມະນຸດ ແລະ ເຮົາ. ເພື່ອສະແດງຄວາມຮູ້ສຶກຂອງເຮົາ ແລະ ເພື່ອສະແດງທ່າທີຂອງເຮົາຕໍ່ມະນຸດ, ເຮົາໄດ້ກ່າວຕໍ່ມະນຸດຢູ່ສະເໝີ. ເຖິງຢ່າງໃດກໍຕາມ ສ່ວນໜຶ່ງຂອງພຣະທຳເຫຼົ່ານີ້ອາດທຳຮ້າຍຜູ້ຄົນ ໃນຂະນະທີ່ພຣະທຳບາງຂໍ້ອາດມີປະໂຫຍດຫຼາຍສໍາລັບພວກເຂົາ ແລະ ສະນັ້ນ ເຮົາຈຶ່ງແນະນຳໃຫ້ຜູ້ຄົນຟັງຢ່າງໃກ້ຊິດຍິ່ງຂຶ້ນໃນສິ່ງທີ່ອອກມາຈາກປາກຂອງເຮົາ. ໂດຍສະເພາະແລ້ວ ຖ້ອຍຄຳຂອງເຮົາອາດບໍ່ສວຍງາມ ແລະ ສຸພາບຮຽບຮ້ອຍ, ແຕ່ຖ້ອຍຄຳເຫຼົ່ານັ້ນລ້ວນແລ້ວແຕ່ເປັນພຣະທຳທີ່ມາຈາກສ່ວນເລິກໃນຫົວໃຈຂອງເຮົາ. ຍ້ອນມະນຸດເປັນເພື່ອນຂອງເຮົາ, ເຮົາໄດ້ສືບຕໍ່ປະຕິບັດພາລະກິດຂອງເຮົາທ່າມກາງມະນຸດ ແລະ ມະນຸດກໍພະຍາຍາມເຖິງທີ່ສຸດເພື່ອຮ່ວມມືກັບເຮົາເຊັ່ນກັນ, ໂດຍຢ້ານຢ່າງເລິກໆວ່າຈະລົບກວນພາລະກິດຂອງເຮົາ. ໃນຊ່ວງເວລານີ້, ຫົວໃຈຂອງເຮົາແມ່ນເຕັມໄປດ້ວຍຄວາມດີອົກດີໃຈຢ່າງໃຫຍ່ ຍ້ອນເຮົາໄດ້ຮັບເອົາຄົນບາງສ່ວນ ແລະ ສະນັ້ນ “ທຸລະກິດ” ຂອງເຮົາກໍບໍ່ຕົກຕໍ່າອີກຕໍ່ໄປ; ມັນຈະບໍ່ປະກອບດ້ວຍພຣະທຳທີ່ວ່າງເປົ່າອີກຕໍ່ໄປ ແລະ “ຕະຫຼາດຜະລິດຕະພັນພິເສດ” ຂອງເຮົາກໍຈະບໍ່ດໍາເນີນໄປຢ່າງຊັກຊ້າອີກຕໍ່ໄປ. ໃນທີ່ສຸດແລ້ວ ຜູ້ຄົນແມ່ນສະຫຼາດ, ພວກເຂົາລ້ວນແລ້ວແຕ່ເຕັມໃຈທີ່ຈະ “ອຸທິດຕົນເອງ” ເພື່ອນາມຂອງເຮົາ ແລະ ສະຫງ່າລາສີຂອງເຮົາ ແລະ ມີພຽງແຕ່ໃນລັກສະນະນີ້ເທົ່ານັ້ນທີ່ “ຕະຫຼາດພິເສດ” ຂອງເຮົາຈຶ່ງຈະໄດ້ຮັບເອົາ “ສິນຄ້າ” ໃໝ່ບາງຢ່າງ ແລະ
- [ບົດທີ 41](https://lo.kingdomsalvation.org/the-forty-first-utterance.html) - ຄັ້ງໜຶ່ງເຮົາເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍໃນທ່າມກາງມະນຸດ ແຕ່ພວກເຂົາບໍ່ສັງເກດເຫັນ ເຮົາຈຶ່ງໄດ້ໃຊ້ພຣະທໍາຂອງເຮົາເພື່ອເປີດເຜີຍສິ່ງນັ້ນໃຫ້ແກ່ພວກເຂົາເທື່ອລະໜ້ອຍ. ເຖິງຢ່າງນັ້ນ ມະນຸດກໍຍັງບໍ່ສາມາດເຂົ້າໃຈພຣະທໍາຂອງເຮົາ ແລະ ເຂົາຍັງບໍ່ຮູ້ຈຸດປະສົງຂອງແຜນການຂອງເຮົາ. ສະນັ້ນ, ເນື່ອງຈາກຄວາມຂາດເຂີນ ແລະ ຄວາມບົກຜ່ອງຂອງພວກເຂົາ, ມະນຸດຈຶ່ງເຮັດສິ່ງທີ່ຂັດຂວາງການຄຸ້ມຄອງຂອງເຮົາ ແລະ ນີ້ເຮັດໃຫ້ວິນຍານທີ່ສົກກະປົກທຸກຮູບແບບມີໂອກາດເຂົ້າຫາ ເພື່ອວ່າມະນຸດຈະກາຍເປັນເຫຍື່ອຂອງພວກມັນ ແລະ ຖືກທໍລະມານໂດຍວິນຍານທີ່ສົກກະປົກເຫຼົ່ານີ້ຈົນພວກເຂົາເປິເປື້ອນຈົນໝົດ. ພຽງເມື່ອນັ້ນ ເຮົາຈຶ່ງເຫັນເຈດຕະນາ ແລະ ເປົ້າໝາຍຂອງມະນຸດຢ່າງຊັດເຈນ. ເຮົາເສົ້າໃຈພາຍໃນກ້ອນເມກ: ເປັນຫຍັງມະນຸດຈຶ່ງເຮັດເພື່ອຕົວເອງຕະຫຼອດ? ການຂ້ຽນຕີຂອງເຮົາບໍ່ໄດ້ມີເຈດຕະນາເຮັດໃຫ້ພວກເຂົາສົມບູນບໍ? ເຮົາຈົງໃຈໂຈມຕີທັດສະນະຄະຕິທີ່ດີຂອງພວກເຂົາບໍ? ພາສາຂອງມະນຸດແມ່ນງົດງາມ ແລະ ອ່ອນໂຍນຫຼາຍ ໃນຂະນະທີ່ການກະທໍາຂອງເຂົາແມ່ນຂາດລະບຽບຢ່າງສິ້ນເຊີງ. ເປັນຫຍັງການຮຽກຮ້ອງທີ່ເຮົາມີຕໍ່ມະນຸດຈຶ່ງບໍ່ມີຜົນຕະຫຼອດ? ເປັນໄປໄດ້ບໍວ່າ ເຮົາກໍາລັງຂໍໃຫ້ໝາປີນຕົ້ນໄມ້? ເຮົາກໍາລັງສ້າງຄວາມວຸ້ນວາຍກັບສິ່ງທີ່ບໍ່ມີຫຍັງບໍ? ໃນຊ່ວງໄລຍະຂອງແຜນການຄຸ້ມຄອງທັງໝົດຂອງເຮົາ, ເຮົາໄດ້ຕັດ “ແຜນການທົດລອງ” ປະເພດຕ່າງໆອອກ; ຢ່າງໃດກໍຕາມ, ເນື່ອງຈາກສະພາບທີ່ບໍ່ດີ ແລະ ການຂາດແສງແດດເປັນເວລາຫຼາຍປີ, ພູມີປະເທດກໍມີການປ່ຽນແປງຢູ່ຕະຫຼອດເວລາ ເຊິ່ງເຮັດໃຫ້ດິນ “ເສື່ອມໂຊມ”. ສະນັ້ນ, ພາຍໃນຄວາມຊົງຈໍາຂອງເຮົາ, ເຮົາໄດ້ປະຖິ້ມຕອນດິນດັ່ງກ່າວໂດຍນັບບໍ່ຖ້ວນ. ແມ່ນແຕ່ໃນຕອນນີ້, ດິນສ່ວນໃຫຍ່ກໍຍັງສືບຕໍ່ປ່ຽນແປງ. ໃນມື້ໃດມື້ໜຶ່ງ, ຖ້າດິນປ່ຽນແປງເປັນປະເພດອື່ນຢ່າງແທ້ຈິງ, ເຮົາກໍຈະປະຖິ້ມມັນໄວ້ທາງຂ້າງດ້ວຍການດີດມືຂອງເຮົາ. ນີ້ບໍ່ແມ່ນພາລະກິດຂອງເຮົາໃນຍຸກປັດຈຸບັນຢ່າງແທ້ຈິງບໍ? ແຕ່ມວນມະນຸດບໍ່ຮູ້ຈັກສິ່ງນີ້ແມ່ນແຕ່ໜ້ອຍເລີຍ; ພວກເຂົາພຽງແຕ່ຖືກ
- [ບົດທີ 40](https://lo.kingdomsalvation.org/the-fortieth-utterance.html) - ຜູ້ຄົນຈ້ອງເບິ່ງທຸກການເຄື່ອນໄຫວຂອງເຮົາ ຄືກັບວ່າເຮົາກຳລັງຈະນໍາສະຫວັນລົງມາ ແລະ ພວກເຂົາກໍສັບສົນຍ້ອນການກະທຳຂອງເຮົາຢູ່ສະເໝີ ຄືກັບວ່າການກະທຳຂອງເຮົາບໍ່ສາມາດຢັ່ງເຖິງໂດຍພວກເຂົາແທ້ໆ. ສະນັ້ນ ພວກເຂົາຈຶ່ງຮັບເອົາຄຳແນະນໍາຈາກເຮົາໃນທຸກສິ່ງທີ່ພວກເຂົາເຮັດ ໂດຍຢ້ານວ່າພວກເຂົາຈະຝ່າຝືນສະຫວັນ ແລະ ຖືກໂຍນສູ່ “ໂລກມະນຸດ”. ເຮົາບໍ່ໄດ້ພະຍາຍາມຄົ້ນຫາສິ່ງໃດທີ່ເຮົາສາມາດໃຊ້ຕໍ່ຜູ້ຄົນ ຫຼື ເຮັດໃຫ້ຄວາມບົກຜ່ອງຂອງພວກເຂົາເປັນເປົ້າໝາຍຂອງພາລະກິດຂອງເຮົາ. ໃນຊ່ວງເວລານີ້, ພວກເຂົາມີຄວາມສຸກຫຼາຍ ແລະ ມາເພິ່ງພາເຮົາ. ເມື່ອເຮົາມອບໃຫ້ກັບມະນຸດ, ຜູ້ຄົນຮັກເຮົາດັ່ງທີ່ພວກເຂົາຮັກຊີວິດຂອງພວກເຂົາເອງ, ແຕ່ເມື່ອເຮົາຂໍສິ່ງຕ່າງໆຈາກພວກເຂົາ, ພວກເຂົາກໍຫຼີກເວັ້ນເຮົາ. ເປັນຫຍັງຈຶ່ງເປັນແບບນີ້? ພວກເຂົາບໍ່ສາມາດນໍາເອົາ “ຄວາມຍຸຕິທຳ ແລະ ຄວາມມີເຫດຜົນ” ຂອງໂລກມະນຸດເຂົ້າສູ່ການປະຕິບັດບໍ? ເປັນຫຍັງເຮົາຈຶ່ງຮຽກຮ້ອງສິ່ງຕ່າງໆຈາກຜູ້ຄົນຊໍ້າແລ້ວຊໍ້າອີກ? ມັນເປັນຍ້ອນວ່າເຮົາບໍ່ມີຫຍັງແທ້ບໍ? ຜູ້ຄົນປະຕິບັດຕໍ່ເຮົາຄືກັບຄົນຂໍທານ. ເມື່ອເຮົາຂໍສິ່ງຕ່າງໆຈາກພວກເຂົາ, ພວກເຂົາກໍຍື່ນ “ຂອງເຫຼືອ” ຂອງພວກເຂົາຕໍ່ໜ້າເຮົາເພື່ອໃຫ້ເຮົາ “ຮັບເອົາ” ແລະ ເຖິງກັບເວົ້າວ່າພວກເຂົາດູແລເຮົາເປັນພິເສດ. ເຮົາຫຼຽວເບິ່ງໃບໜ້າທີ່ຂີ້ຮ້າຍ ແລະ ສະພາບທີ່ຜິດປົກກະຕິຂອງພວກເຂົາ ແລ້ວເຮົາກໍຈາກມະນຸດໄປອີກຄັ້ງ. ພາຍໃຕ້ສະຖານະການດັ່ງກ່າວ, ຜູ້ຄົນຍັງບໍ່ເຂົ້າໃຈ ແລະ ເອົາສິ່ງທີ່ເຮົາໄດ້ປະຕິເສດພວກເຂົານັ້ນກັບຄືນອີກຄັ້ງ, ລໍຖ້າການກັບມາຂອງເຮົາ. ເຮົາໄດ້ສະຫຼະເວລາຢ່າງຫຼວງຫຼາຍ ແລະ ໄດ້ຈ່າຍລາຄາຢ່າງສູງເພື່ອເຫັນແກ່ມະນຸດ, ແຕ່ໃນເວລານີ້ ບໍ່ຮູ້ວ່າຍ້ອນເຫດຜົນໃດ, ຄວາມສຳນຶກຂອງຜູ້ຄົນຈຶ່ງຍັງບໍ່ສາມາດປະຕິບັດໜ້າທີ່ເດີມຂອງພວກເຂົາໄດ້. ດ້ວຍເຫດນັ້ນ ເຮົາຈຶ່ງຂຽນ
- [ບົດທີ 39](https://lo.kingdomsalvation.org/the-thirty-ninth-utterance.html) - ໃນແຕ່ລະມື້ ເຮົາເຄື່ອນໄຫວເໜືອຈັກກະວານ, ສັງເກດສິ່ງທັງປວງທີ່ສ້າງຂຶ້ນໂດຍມືຂອງເຮົາ. ທີ່ພັກຜ່ອນຂອງເຮົາແມ່ນຢູ່ເທິງສະຫວັນ ແລະ ຂ້າງລຸ່ມແມ່ນດິນແດນທີ່ເຮົາເຄື່ອນໄຫວໄປມາ. ເຮົາປົກຄອງທຸກສິ່ງໃນທ່າມກາງສິ່ງທັງປວງ, ເຮົາບັນຊາທຸກສິ່ງໃນທ່າມກາງສິ່ງທັງປວງ, ເຮັດໃຫ້ທຸກສິ່ງທີ່ມີຢູ່ນັ້ນປະຕິບັດຕາມກົດເກນທຳມະຊາດ ແລະ ຍອມຈໍານົນຕໍ່ຄຳສັ່ງຂອງທຳມະຊາດ. ເພາະເຮົາລັງກຽດຄົນທີ່ກະບົດ ແລະ ລັງກຽດຄົນທີ່ຕໍ່ຕ້ານເຮົາ ແລະ ບໍ່ຍອມຢູ່ໃນໝວດຂອງຕົວເອງ, ເຮົາຈະເຮັດໃຫ້ທຸກສິ່ງຍອມຕໍ່ການຈັດແຈງຂອງເຮົາ ໂດຍບໍ່ມີການຕໍ່ຕ້ານ, ເຮົາຈະເຮັດໃຫ້ທຸກສິ່ງຂ້າງເທິງ ແລະ ພາຍໃນຈັກກະວານມີລະບຽບ. ຜູ້ໃດແດ່ຍັງກ້າຕໍ່ຕ້ານເຮົາຢ່າງຕາມໃຈ? ຜູ້ໃດກ້າບໍ່ອ່ອນນ້ອມຕໍ່ການຈັດແຈງໂດຍມືຂອງເຮົາບໍ? ມະນຸດຈະມີ “ຄວາມສົນໃຈ” ທໍລະຍົດເຮົາໄດ້ແນວໃດ? ເຮົາຈະນໍາຜູ້ຄົນມາຢູ່ຕໍ່ໜ້າ “ບັນພະບຸລຸດ” ຂອງພວກເຂົາ, ຈະເຮັດໃຫ້ບັນພະບຸລຸດຂອງພວກເຂົານໍາພາພວກເຂົາຄືນສູ່ຄອບຄົວຂອງພວກເຂົາ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ກະບົດຕໍ່ບັນພະບຸລຸດຂອງພວກເຂົາ ແລະ ກັບຄືນມາຢູ່ຂ້າງເຮົາ. ສິ່ງດັ່ງກ່າວແມ່ນແຜນການຂອງເຮົາ. ໃນປັດຈຸບັນ, ພຣະວິນຍານຂອງເຮົາເຄື່ອນໄຫວທົ່ວແຜ່ນດິນໂລກ, ກຳນົດຕົວເລກໃຫ້ກັບຜູ້ຄົນທຸກປະເພດ, ເຮັດເຄື່ອງໝາຍທີ່ແຕກຕ່າງກັນກັບຄົນທຸກປະເພດ, ເພື່ອວ່າບັນພະບຸລຸດຂອງພວກເຂົາຈະສາມາດນໍາພາພວກເຂົາກັບຄືນສູ່ຄອບຄົວຂອງພວກເຂົາໄດ້ຢ່າງສຳເລັດ ແລະ ເຮົາຈະບໍ່ຈຳເປັນຕ້ອງສືບຕໍ່ “ກັງວົນ” ກ່ຽວກັບພວກເຂົາ ເຊິ່ງເປັນສິ່ງທີ່ໜ້າລຳຄານທີ່ສຸດ; ສະນັ້ນ ເຮົາຍັງຈະແບ່ງວຽກງານ ແລະ ປະທານຄວາມພະຍາຍາມໃຫ້ອີກດ້ວຍ. ນີ້ແມ່ນສ່ວນໜຶ່ງຂອງແຜນການຂອງເຮົາ ແລະ ບໍ່ສາມາດຖືກຂັດຂວາງໂດຍມະນຸດຄົນໃດໄດ້. ເຮົາຈະເລືອກຕົວແທນທີ່ເໝາະສົມຈາກທຸກສິ່ງທີ່ມີຢູ່ເພື່ອຄຸ້ມຄອງສິ່ງທັງປວງ, ເຮັດໃຫ້ເກີດການຍອມຮັບຢ່າງເປັນລະບົບລະບຽບຂອງທຸກສິ່ງຕໍ່ໜ້າເຮົາ. ເຮົາພະເນຈອນຢູ່ເທິງສະຫວັນຢູ່ເລື້ອຍໆ
- [ບົດທີ 38](https://lo.kingdomsalvation.org/the-thirty-eighth-utterance.html) - ບໍ່ເຄີຍມີຮ່ອງຮອຍຂອງເຮົາ ແລະ ບໍ່ເຄີຍມີການຊີ້ນໍາຂອງພຣະທໍາຂອງເຮົາໃນສິ່ງທີ່ມະນຸດຜະເຊີນ. ດ້ວຍເຫດນັ້ນ, ເຮົາຈຶ່ງເຮັດໃຫ້ມະນຸດຢູ່ຫ່າງຕະຫຼອດ ແລະ ຫຼັງຈາກນັ້ນກໍຈາກເຂົາໄປ. ເຮົາກຽດຊັງຄວາມກະບົດຂອງມະນຸດ. ເຮົາບໍ່ຮູ້ວ່າເປັນຫຍັງ; ເບິ່ງຄືວ່າເຮົາກຽດຊັງມະນຸດນັບແຕ່ຕອນຕົ້ນ ແລະ ເຖິງຢ່າງນັ້ນ ເຮົາກໍຮູ້ສຶກເຫັນອົກເຫັນໃຈເຂົາຢ່າງເລິກເຊິ່ງ. ສະນັ້ນ, ຜູ້ຄົນຈຶ່ງມີສອງທັດສະນະຕໍ່ເຮົາສະເໝີ ເນື່ອງຈາກວ່າ ເຮົາຮັກມະນຸດ ແລະ ເຮົາກໍຊັງມະນຸດເຊັ່ນກັນ. ຜູ້ໃດໃນບັນດາມະນຸດທີ່ສົນໃຈຄວາມຮັກຂອງເຮົາຢ່າງແທ້ຈິງ? ແລ້ວມີຜູ້ໃດທີ່ສົນໃຈຄວາມກຽດຊັງຂອງເຮົາ? ໃນສາຍຕາຂອງເຮົາ, ມະນຸດແມ່ນສິ່ງທີ່ຕາຍໄປແລ້ວ ທີ່ບໍ່ມີຊີວິດຄືກັບຮູບປັ້ນດິນໜຽວໃນທ່າມກາງທຸກສິ່ງ. ຍ້ອນຄວາມກະບົດຂອງເຂົາ, ມະນຸດຈຶ່ງໄດ້ກະຕຸ້ນຄວາມໂມໂຫຂອງເຮົາເປັນບາງຄັ້ງບາງຄາວ. ໃນເວລາທີ່ເຮົາດໍາລົງຊີວິດໃນທ່າມກາງມະນຸດ, ພວກເຂົາກໍມີຮອຍຍິ້ມເລັກນ້ອຍເມືອເຮົາມາຮອດຢ່າງກະທັນຫັນ ຍ້ອນພວກເຂົາ “ສະແຫວງຫາ” ເຮົາຢ່າງມີສະຕິຕະຫຼອດເວລາ ຄືກັບວ່າ ເຮົາກໍາລັງຫຼິ້ນກັບມະນຸດຢູ່ແຜ່ນດິນໂລກ. ພວກເຂົາບໍ່ເຄີຍຈິງຈັງກັບເຮົາ ແລະ ຍ້ອນທັດສະນະຂອງພວກເຂົາທີ່ມີຕໍ່ເຮົາ ເຮົາຈຶ່ງບໍ່ມີທາງເລືອກນອກຈາກ “ອອກບໍານານ” ຈາກ “ໜ່ວຍງານເຮັດວຽກ” ຂອງມະນຸດ. ເຖິງຢ່າງໃດກໍຕາມ, ເຮົາປາຖະໜາທີ່ຈະກ່າວວ່າ ເຖິງແມ່ນວ່າເຮົາຈະ “ອອກບໍານານ” ແຕ່ “ເບ້ຍບໍານານ” ຂອງເຮົາແມ່ນບໍ່ສາມາດຂາດເງິນແມ່ນແຕ່ກີບດຽວ. ຍ້ອນ “ຄວາມອາວຸໂສ” ຂອງເຮົາໃນ “ໜ່ວຍງານເຮັດວຽກ” ຂອງມະນຸດ, ເຮົາຈຶ່ງສືບຕໍ່ຮຽກຮ້ອງເງິນຈາກພວກເຂົາທີ່ຍັງຕິດໜີ້ເຮົາ. ເຖິງແມ່ນວ່າພວກເຂົາຈະໄດ້ຈາກເຮົາໄປ
- [ບົດທີ 37](https://lo.kingdomsalvation.org/the-thirty-seventh-utterance.html) - ໃນທຸກພາລະກິດທີ່ເຮົາໄດ້ເຮັດຕະຫຼອດຍຸກຕ່າງໆ, ທຸກຂັ້ນຕອນຂອງພາລະກິດນັ້ນ ແມ່ນພົວພັນກັບວິທີການເຮັດພາລະກິດທີ່ເໝາະສົມຂອງເຮົາ. ດ້ວຍເຫດນີ້, ປະຊາຊົນທີ່ເປັນທີ່ຮັກຂອງເຮົາຈຶ່ງຖືກເຮັດໃຫ້ບໍລິສຸດຂຶ້ນ ແລະ ບໍລິສຸດຂຶ້ນ ແລະ ກໍເໝາະສົມສໍາລັບການນໍາໃຊ້ຂອງເຮົາຫຼາຍຂຶ້ນ ແລະ ຫຼາຍຂຶ້ນ. ຢ່າງໃດກໍຕາມ, ຍ້ອນເຫດຜົນດຽວກັນນີ້ “ສິ່ງທີ່ໜ້າເສຍດາຍ” ກໍຄື ເມື່ອວິທີການເຮັດພາລະກິດຂອງເຮົາເພີ່ມຂຶ້ນ ຈໍານວນຜູ້ຄົນກໍຫຼຸດລົງ ແລະ ນີ້ເຮັດໃຫ້ພວກເຂົາຕ້ອງພິຈາລະນາຢ່າງເລິກເຊິ່ງ. ແນ່ນອນຢູ່ແລ້ວວ່າ ພາລະກິດຂອງປັດຈຸບັນນີ້ຍັງບໍ່ຖືກຍົກເວັ້ນ ແລະ ຄົນສ່ວນໃຫຍ່ຍັງຕິດຢູ່ກັບການພິຈາລະນາອີກຄັ້ງ; ສະນັ້ນ, ເນື່ອງຈາກການປ່ຽນແປງຕໍ່ວິທີການຂອງເຮົາ ຈຶ່ງຍັງມີບາງຄົນທີ່ຕ້ອງໄດ້ຖອນໂຕ. ອາດຈະອະທິບາຍສິ່ງນີ້ດ້ວຍວິທີນີ້: ນີ້ແມ່ນສິ່ງທີ່ເຮົາໄດ້ກໍານົດໄວ້ລ່ວງໜ້າ ແຕ່ບໍ່ແມ່ນສິ່ງທີ່ເຮົາໄດ້ເຮັດ. ນັບແຕ່ການຊົງສ້າງ, ຫຼາຍຄົນໄດ້ເສື່ອມໂຊມ ແລະ ຫຼາຍຄົນໄດ້ສູນເສຍແນວທາງຂອງພວກເຂົາຍ້ອນວິທີການເຮັດພາລະກິດຂອງເຮົາ. ຢ່າງໃດກໍຕາມ, ເຮົາບໍ່ສົນໃຈໃນສິ່ງທີ່ຜູ້ຄົນເຮັດ. ເຖິງແມ່ນວ່າ ພວກເຂົາຈະຮູ້ສຶກວ່າ ເຮົາບໍ່ມີຄວາມກະລຸນາ ຫຼື ໂຫດຮ້າຍຫຼາຍກໍຕາມ ແລະ ເຖິງແມ່ນວ່າ ຄວາມເຂົ້າໃຈຂອງພວກເຂົາຈະຖືກຕ້ອງ ຫຼື ບໍ່ກໍຕາມ, ເຮົາຈະຫຼີກເວັ້ນໃນການອະທິບາຍ. ກ່ອນອື່ນ ໃຫ້ພວກເຮົາມາສົນທະນາ ກ່ຽວກັບປະເດັນຫຼັກຂອງການສົນທະນານີ້ ເພື່ອວ່າ ທຸກຄົນອາດຈະໄດ້ຮັບຄວາມເຂົ້າໃຈຢ່າງທົ່ວເຖິງ ແລະ ເພື່ອຫ້າມບໍ່ໃຫ້ພວກເຂົາບໍ່ມີຄວາມເຂົ້າໃຈວ່າ ເປັນຫຍັງພວກເຂົາຈຶ່ງທົນທຸກ. ເຮົາຈະບໍ່ບັງຄັບໃຫ້ຜູ້ຄົນທົນທຸກຢ່າງງຽບໆຄືກັບຄົນປາກກືກ;
- [ບົດທີ 36](https://lo.kingdomsalvation.org/the-thirty-sixth-utterance.html) - ທຸກສິ່ງແມ່ນຖືກຈັດແຈງໂດຍມືຂອງເຮົາ. ຜູ້ໃດແດ່ທີ່ກ້າເຮັດຕາມໃຈຂອງພວກເຂົາ? ຜູ້ໃດແດ່ທີ່ສາມາດປ່ຽນແປງສິ່ງນັ້ນໄດ້ຢ່າງງ່າຍດາຍ? ຜູ້ຄົນລ່ອງລອຍຢູ່ໃນອາກາດ, ເຄື່ອນໄຫວໃນຄະນະທີ່ຂີ້ຝຸ່ນພັດປິວໄປມາ, ໜ້າຂອງພວກເຂົາເປິເປື້ອນ, ເຮັດໃຫ້ພວກເຂົາເປັນຕາລັງກຽດຕັ້ງແຕ່ຫົວຈົນຮອດໂປ້ຕີນ. ເຮົາຫຼຽວເບິ່ງຈາກທ່າມກາງກ້ອນເມກດ້ວຍຄວາມໜັກໃຈ: ເປັນຫຍັງມະນຸດທີ່ເຄີຍເຕັມໄປດ້ວຍຊີວິດຊີວາຈຶ່ງກາຍເປັນແບບນີ້? ແລ້ວເປັນຫຍັງເຂົາຈຶ່ງບໍ່ຮູ້ເຖິງສິ່ງນີ້ ແລະ ເສີຍເມີຍຕໍ່ສິ່ງນີ້? ເປັນຫຍັງເຂົາຈຶ່ງ “ລະເລີງກັບຕົນເອງ” ແລະ ຍອມໃຫ້ຕົນເອງຖືກປົກຄຸມດ້ວຍຄວາມສົກກະປົກ? ສິ່ງດັ່ງກ່າວຄືການຂາດຄວາມຮັກ ແລະ ການບໍນັບຖືຕົນເອງ. ເປັນຫຍັງມະນຸດຈຶ່ງຫຼີກເວັ້ນສິ່ງທີ່ເຮົາຂໍຮ້ອງຢູ່ສະເໝີ? ເຮົາໂຫດຮ້າຍ ແລະ ໄຮ້ມະນຸດສະທຳຕໍ່ເຂົາແທ້ບໍ? ເຮົາເຮັດແບບພະເດັດການ ແລະ ບໍ່ມີເຫດຜົນແທ້ບໍ? ແລ້ວເປັນຫຍັງຜູ້ຄົນຈຶ່ງຫຼຽວເບິ່ງເຮົາດ້ວຍສາຍຕາແບບບໍ່ພໍໃຈຢູ່ສະເໝີ? ເປັນຫຍັງພວກເຂົາຈຶ່ງກຽດຊັງເຮົາຢູ່ຕະຫຼອດ? ເຮົາໄດ້ນໍາພວກເຂົາໄປສູ່ທາງຕັນບໍ? ມະນຸດບໍ່ເຄີຍຄົ້ນພົບຫຍັງໃນການຂ້ຽນຕີຂອງເຮົາຈັກເທື່ອ, ຍ້ອນເຂົາບໍ່ໄດ້ເຮັດຫຍັງ ນອກຈາກຈັບແອກທີ່ຢູ່ອ້ອມຄໍຂອງພວກເຂົາດ້ວຍມືທັງສອງ, ຕາສອງໜ່ວຍຈ້ອງເບິ່ງເຮົາ ຄືກັບວ່າ ກໍາລັງເບິ່ງສັດຕູ ແລະ ໃນຊ່ວງເວລານີ້ເອງ ທີ່ເຮົາຮູ້ສຶກວ່າພວກເຂົາຈ່ອຍເຫຼືອງຫຼາຍສໍ່າໃດ. ມັນເປັນຍ້ອນສິ່ງນີ້, ເຮົາຈຶ່ງເວົ້າວ່າບໍ່ມີຜູ້ໃດຍຶດໝັ້ນໃນທ່າມກາງການທົດລອງເລີຍ. ວຸດທິພາວະຂອງມະນຸດບໍ່ໄດ້ເປັນແບບນັ້ນແທ້ບໍ? ເຮົາຕ້ອງບອກຕົວເລກຈາກ “ການວັດແທກ” ຂອງເຂົາບໍ? “ຄວາມສູງ” ຂອງມະນຸດບໍ່ໄດ້ສູງເກີນໄປກວ່າໜອນນ້ອຍທີ່ກະດູກກະດິກຕາມພື້ນດິນ ແລະ “ເອິກ” ຂອງເຂົາກໍສໍ່າກັບຄວາມກວ້າງຂອງງູໂຕໜຶ່ງເທົ່ານັ້ນ. ໃນສິ່ງນີ້, ເຮົາບໍ່ໄດ້ດູຖູກມະນຸດ, ແຕ່ສິ່ງເຫຼົ່ານີ້ບໍ່ແມ່ນປະລິມານແທ້ຈິງຂອງວຸດທິພາວະຂອງເຂົາບໍ? ເຮົາເຮັດໃຫ້ມະນຸດເສື່ອມເສຍບໍ? ມະນຸດເປັນຄືກັບເດັກນ້ອຍທີ່ຫຼິ້ນຢ່າງມີຄວາມສຸກ. ບາງຄັ້ງເຂົາເຖິງກັບຫຼິ້ນກັບສັດ,
- [ບົດທີ 35](https://lo.kingdomsalvation.org/the-thirty-fifth-utterance.html) - ເຮົາໄດ້ເລີ່ມປະຕິບັດພາລະກິດຂອງເຮົາໃນທ່າມກາງມະນຸດ ໂດຍອະນຸຍາດໃຫ້ຜູ້ຄົນດໍາລົງຊີວິດໃນກະແສດຽວກັນຄືກັບເຮົາ. ເມື່ອເຮົາປະຕິບັດພາລະກິດຂອງເຮົາສໍາເລັດ, ເຮົາຍັງຈະຢູ່ໃນທ່າມກາງມະນຸດ ເນື່ອງຈາກພວກເຂົາແມ່ນສິ່ງທີ່ຖືກຄຸ້ມຄອງຕະຫຼອດແຜນການຄຸ້ມຄອງທັງໝົດຂອງເຮົາ ແລະ ມັນແມ່ນຄວາມປາຖະໜາຂອງເຮົາທີ່ຢາກໃຫ້ພວກເຂົາກາຍເປັນເຈົ້ານາຍໃນທຸກສິ່ງ. ຍ້ອນເຫດຜົນນີ້ ເຮົາຈຶ່ງສືບຕໍ່ຍ່າງໃນທ່າມກາງມະນຸດຊາດ. ໃນຂະນະທີ່ມະນຸດຊາດ ແລະ ເຮົາເຂົ້າສູ່ຍຸກປັດຈຸບັນ ເຮົາກໍຮູ້ສຶກສະບາຍ ຍ້ອນຄວາມໄວຂອງພາລະກິດຂອງເຮົາໄດ້ໄວຂຶ້ນ. ມະນຸດຈະສາມາດນໍາທັນໄດ້ແນວໃດ? ເຮົາໄດ້ປະຕິບັດພາລະກິດກັບຜູ້ຄົນທີ່ມືນຊາ ແລະ ໂງ່ຈ້າ ແຕ່ເຖິງຢາງນັ້ນ ພວກເຂົາກໍບໍ່ໄດ້ຮັບຫຍັງ ຍ້ອນພວກເຂົາບໍ່ຖະໜອມເຮົາ. ເຮົາອາໄສຢູ່ໃນທ່າມກາງທຸກຄົນ ແລະ ສັງເກດເບິ່ງທຸກການເຄື່ອນໄຫວຂອງພວກເຂົາ ບໍ່ວ່າພວກເຂົາຈະຢູ່ບ່ອນໃດກໍຕາມ ທັງເທິງພື້ນດິນ ແລະ ໃຕ້ດິນ. ທຸກຄົນທີ່ຖືກຈັດປະເພດເປັນ “ມະນຸດ” ແມ່ນຕໍ່ຕ້ານເຮົາ ຄືກັບວ່າ “ການຕໍ່ຕ້ານເຮົາ” ແມ່ນວຽກຂອງມະນຸດ, ຄືກັບວ່າ ການເຮັດວຽກນີ້ຈະເຮັດໃຫ້ພວກເຂົາເປັນຄົນກໍາພ້າພະເນຈອນ ທີ່ບໍ່ມີຜູ້ໃດເອົາໄປລ້ຽງ. ຢ່າງໃດກໍຕາມ, ເຮົາບໍ່ໄດ້ຕັດສິນພວກເຂົາຕາມອໍາເພີໃຈບົນພື້ນຖານຂອງການກະທໍາ ແລະ ການປະພຶດຂອງພວກເຂົາ. ກົງກັນຂ້າມ, ເຮົາສະໜັບສະໜູນ ແລະ ສະໜອງໃຫ້ພວກເຂົາຕາມວຸດທິພາວະຂອງພວກເຂົາ. ຍ້ອນມະນຸດແມ່ນຕົວລະຄອນຫຼັກຂອງແຜນການຄຸ້ມຄອງທັງໝົດຂອງເຮົາ, ເຮົາຈຶ່ງມອບການຊີ້ນໍາຫຼາຍຂຶ້ນໃຫ້ແກ່ຜູ້ທີ່ຖືກກໍານົດໃຫ້ມີບົດບາດເປັນ “ມະນຸດ” ເພື່ອວ່າພວກເຂົາຈະສາມາດຫຼິ້ນບົດບາດນັ້ນຢ່າງຈິງໃຈ ແລະ ຢ່າງສຸດຄວາມສາມາດຂອງພວກເຂົາ ແລະ ເພື່ອວ່າລະຄອນນີ້ທີ່ເຮົາກໍາລັງກໍາກັບຈະປະສົບຜົນສໍາເລັດຢ່າງໜ້າຕື່ນເຕັ້ນ. ນີ້ແມ່ນການຮ້ອງຂໍຂອງເຮົາທີ່ມີຕໍ່ມະນຸດ. ຖ້າເຮົາບໍ່ອະທິຖານເພື່ອມະນຸດ
- [ບົດທີ 34](https://lo.kingdomsalvation.org/the-thirty-fourth-utterance.html) - ຄັ້ງໜຶ່ງເຮົາໄດ້ເຊີນມະນຸດມາເຮືອນຂອງເຮົາໃນຖານະແຂກ ແຕ່ເຂົາແລ່ນໄປບ່ອນນັ້ນ ແລະ ບ່ອນນີ້ຍ້ອນການຮຽກເອີ້ນຂອງເຮົາ ຄືກັບວ່າ ແທນທີ່ຈະເຊີນເຂົາໃນຖານະເປັນແຂກ ເຮົາໄດ້ນໍາເອົາເຂົາໄປສູ່ເດີ່ນປະຫານ. ສະນັ້ນ, ເຮືອນຂອງເຮົາຈຶ່ງຖືກປະໃຫ້ເປົ່າວ່າງ ເນື່ອງຈາກມະນຸດຫຼີກເວັ້ນເຮົາຕະຫຼອດ ແລະ ໄດ້ລະແວງເຮົາຢູ່ສະເໝີ. ສິ່ງນີ້ເຮັດໃຫ້ເຮົາບໍ່ມີຫົນທາງປະຕິບັດພາກສ່ວນຂອງພາລະກິດຂອງເຮົາ ເຊິ່ງໝາຍຄວາມວ່າ ເຮົາໄດ້ເອົາອາຫານທີ່ເຮົາໄດ້ຈັດຕຽມໄວ້ໃຫ້ເຂົານັ້ນກັບຄືນມາ ເນື່ອງຈາກວ່າມະນຸດບໍ່ເຕັມໃຈທີ່ຈະກິນອາຫານນີ້ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ໄດ້ບັງຄັບໃຫ້ເຂົາກິນ. ແຕ່ມະນຸດກໍພົບວ່າຕົນເອງຕົກຢູ່ໃນຄວາມອຶດຫີວຢ່າງກະທັນຫັນ ເຂົາຈຶ່ງມາເຄາະປະຕູຂອງເຮົາເພື່ອຂໍຄວາມຊ່ວຍເຫຼືອຈາກເຮົາ. ເມື່ອເຫັນເຂົາຢູ່ໃນຄວາມທຸກທີ່ຮ້າຍແຮງດັ່ງກ່າວ ເຮົາຈະບໍ່ຊ່ວຍເຂົາໄດ້ແນວໃດ? ສະນັ້ນ, ເຮົາຈຶ່ງຈັດວາງອາຫານໃຫ້ມະນຸດອີກຄັ້ງ ເພື່ອເຂົາຈະໄດ້ກິນມັນ ແລະ ພຽງຫຼັງຈາກນັ້ນ ເຂົາຈຶ່ງຮູ້ສຶກວ່າເຮົາເປັນຕາເຊີດຊູສໍ່າໃດ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງມາເພິ່ງພາເຮົາ. ຍ້ອນທັດສະນະຄະຕິຂອງເຮົາທີ່ມີຕໍ່ເຂົາ, ເຂົາຈຶ່ງມາຮັກເຮົາເທື່ອລະໜ້ອຍ “ໂດຍບໍ່ມີຂໍ້ຈໍາກັດ” ແລະ ເຂົາບໍ່ສົງໄສວ່າ ເຮົາຈະສົ່ງເຂົາໄປສູ່ “ດິນແດນແຫ່ງການເຜົາສົບ” ອີກຕໍ່ໄປ ຍ້ອນວ່າ ນີ້ບໍ່ແມ່ນເຈດຕະນາຂອງເຮົາ. ສະນັ້ນ, ຫຼັງຈາກທີ່ໄດ້ເຫັນຫົວໃຈຂອງເຮົາ ມະນຸດຈຶ່ງເພິ່ງພາເຮົາຢ່າງແທ້ຈິງ ເຊິ່ງສະແດງໃຫ້ເຫັນວ່າເຂົາ “ລະມັດລະວັງ” ສໍ່າໃດ. ແຕ່ເຮົາກໍບໍ່ໄດ້ລະວັງມະນຸດ ຍ້ອນຄວາມຫຼອກລວງຂອງເຂົາ ແຕ່ກົງກັນຂ້າມ ເຮົາດົນໃຈຜູ້ຄົນດ້ວຍອ້ອມກອດທີ່ອົບອຸ່ນຂອງເຮົາ. ນີ້ບໍ່ແມ່ນສິ່ງທີ່ເຮົາກໍາລັງປະຕິບັດໃນປັດຈຸບັນບໍ? ນີ້ບໍ່ແມ່ນສິ່ງທີ່ສະແດງອອກໃນຜູ້ຄົນໃນປັດຈຸບັນບໍ? ເປັນຫຍັງພວກເຂົາຈຶ່ງສາມາດເຮັດສິ່ງດັ່ງກ່າວ?
- [ບົດທີ 33](https://lo.kingdomsalvation.org/the-thirty-third-utterance.html) - ໃນເຮືອນຂອງເຮົາ ຄັ້ງໜຶ່ງເຄີຍມີຄົນສັນລະເສີນຊື່ບໍລິສຸດຂອງເຮົາ ແລະ ຜູ້ທີ່ເຮັດພາລະກິດທີ່ບໍ່ຮູ້ຈັກເມື່ອຍ ເພື່ອວ່າລັດສະໝີຂອງເຮົາຢູ່ເທິງແຜ່ນດິນໂລກຈະມີເຕັມທ້ອງຟ້າ. ເພາະສິ່ງນີ້ ເຮົາຈຶ່ງມີຄວາມສຸກຫຼາຍ ແລະ ໃຈຂອງເຮົາກໍເຕັມໄປດ້ວຍຄວາມເບີກບານ ແຕ່ມີໃຜແດ່ທີ່ສາມາດເຮັດພາລະກິດແທນເຮົາ ແລະ ອົດລັບອົດນອນທັງກາງຄືນ ແລະ ກາງເວັນ? ຄວາມເດັດດ່ຽວຂອງມະນຸດທີ່ຢູ່ຕໍ່ໜ້າເຮົາໄດ້ມອບຄວາມສຸກໃຫ້ແກ່ເຮົາ ແຕ່ຄວາມກະບົດຂອງເຂົາແມ່ນເຮັດໃຫ້ເຮົາໃຈຮ້າຍ ແລະ ດ້ວຍເຫດນັ້ນ ຍ້ອນມະນຸດບໍ່ສາມາດປະຕິບັດຕາມໜ້າທີ່ຂອງຕົນ ເຮົາຈຶ່ງເສຍໃຈກັບພວກເຂົາຫຼາຍທີ່ສຸດ. ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດອຸທິດຕົນເພື່ອເຮົາສະເໝີ? ເປັນຫຍັງພວກເຂົາຈຶ່ງພະຍາຍາມຕໍ່ລອງກັບເຮົາຕະຫຼອດເວລາ? ເຮົາແມ່ນຜູ້ຈັດການທົ່ວໄປຂອງສູນການຄ້າບໍ? ເປັນຫຍັງເຮົາຈຶ່ງຕ້ອງເຮັດສິ່ງທີ່ຜູ້ຄົນຕ້ອງການໃຫ້ສໍາເລັດຢ່າງພໍໃຈ ແຕ່ສິ່ງທີ່ເຮົາຂໍຈາກມະນຸດແມ່ນບໍ່ມີຜົນຫຍັງ? ເປັນໄປໄດ້ບໍ ທີ່ເຮົາບໍ່ຊໍານານໃນດ້ານທຸລະກິດ ແຕ່ມະນຸດພັດຊໍານານທາງດ້ານນັ້ນ? ເປັນຫຍັງຜູ້ຄົນຈຶ່ງຫຼອກລວງເຮົາດ້ວຍຄໍາເວົ້າທີ່ມີຄາລົມ ແລະ ແບບປະຈົບປະແຈງ? ເປັນຫຍັງຜູ້ຄົນຈຶ່ງມາມອບ “ຂອງຂວັນ” ໃຫ້ເຮົາຕະຫຼອດ ແຕ່ຖາມຫາທາງເຂົ້າດ້ານຫຼັງ? ນີ້ແມ່ນສິ່ງທີ່ເຮົາສອນໃຫ້ມະນຸດບໍ? ເປັນຫຍັງຜູ້ຄົນຈຶ່ງເຮັດສິ່ງດັ່ງກ່າວຢ່າງໄວ ແລະ ສະອາດ? ເປັນຫຍັງຜູ້ຄົນຈຶ່ງມີແຮງຈູງໃຈທີ່ຈະຫຼອກລວງເຮົາ? ໃນເວລາທີ່ເຮົາຢູ່ທ່າມກາງມະນຸດ, ຜູ້ຄົນໄດ້ເບິ່ງເຮົາເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ; ໃນເວລາທີ່ເຮົາຢູ່ສະຫວັນຊັ້ນສາມ ພວກເຂົາກໍຖືເອົາເຮົາເປັນອົງຊົງລິດທານຸພາບສູງສຸດ ຜູ້ທີ່ປົກຄອງທຸກສິ່ງທຸກຢ່າງ; ໃນເວລາທີ່ເຮົາຢູ່ເທິງຟ້າ ພວກເຂົາແມ່ນເຫັນເຮົາເປັນພຣະວິນຍານທີ່ເຕີມເຕັມທຸກສິ່ງ. ໂດຍລວມແລ້ວ ແມ່ນບໍ່ມີບ່ອນທີ່ເໝາະສົມສໍາລັບເຮົາໃນໃຈຂອງຜູ້ຄົນເລີຍ. ເປັນຄືກັບວ່າ ເຮົາເປັນແຂກທີ່ບໍ່ໄດ້ຖືກຮັບເຊີນ, ຜູ້ຄົນກຽດຊັງເຮົາ ແລະ ດ້ວຍເຫດນັ້ນ ໃນເວລາທີ່ເຮົາຈັບເອົາປີ້
- [ບົດທີ 32](https://lo.kingdomsalvation.org/the-thirty-second-utterance.html) - ເມື່ອຜູ້ຄົນເຕົ້າໂຮມກັນກັບເຮົາ, ຫົວໃຈຂອງເຮົາກໍເຕັມໄປດ້ວຍຄວາມປິຕິຍິນດີ. ທັນໃດນັ້ນ, ເຮົາກໍປະທານພອນທີ່ຢູ່ໃນມືຂອງເຮົາທ່າມກາງມະນຸດ ເພື່ອຜູ້ຄົນອາດຈະຊຸມນຸມກັນກັບເຮົາ ແລະ ບໍ່ເປັນສັດຕູທີ່ກະບົດຕໍ່ເຮົາ ແຕ່ເປັນເພື່ອນທີ່ສາມາດເຂົ້າກັນກັບເຮົາໄດ້. ສະນັ້ນ ເຮົາຍັງປະຕິບັດກັບມະນຸດດ້ວຍຄວາມຈິງໃຈ. ໃນພາລະກິດຂອງເຮົາ, ມະນຸດແມ່ນເບິ່ງຄືກັບເປັນສະມາຊິກຂອງອົງກອນລະດັບສູງ, ສະນັ້ນ ເຮົາຈຶ່ງສົນໃຈເຂົາຫຼາຍຂຶ້ນ, ຍ້ອນເຂົາເປັນເປົ້າໝາຍຂອງພາລະກິດຂອງເຮົາສະເໝີ. ເຮົາໄດ້ສ້າງພື້ນທີ່ຂອງເຮົາໃນຫົວໃຈຂອງຜູ້ຄົນ ເພື່ອວ່າຫົວໃຈຂອງພວກເຂົາອາດຫຼຽວມາທາງເຮົາ, ແຕ່ພວກເຂົາກໍຍັງຂາດຄວາມຮູ້ຢ່າງສິ້ນເຊີງວ່າເປັນຫຍັງເຮົາຈຶ່ງເຮັດສິ່ງນີ້ ແລະ ພວກເຂົາບໍ່ເຮັດຫຍັງເລີຍນອກຈາກລໍຖ້າ. ເຖິງແມ່ນມີຫ້ອງທີ່ເຮົາໄດ້ສ້າງຂຶ້ນໃນຫົວໃຈຂອງຜູ້ຄົນ, ພວກເຂົາກໍບໍ່ຕ້ອງການໃຫ້ເຮົາອາໄສຢູ່ໃນນັ້ນ. ກົງກັນຂ້າມ, ພວກເຂົາລໍຖ້າ “ຜູ້ສັກສິດ” ໃນຫົວໃຈຂອງພວກເຂົາໃຫ້ມາເຖິງໃນໄວໆ. ຍ້ອນຕົວຕົນຂອງເຮົາ “ຕໍ່າຕ້ອຍ” ເກີນໄປ, ເຮົາຈຶ່ງບໍ່ເໝາະສົມກັບຄວາມຮຽກຮ້ອງຂອງຜູ້ຄົນ ແລະ ສະນັ້ນຈຶ່ງຖືກພວກເຂົາກໍາຈັດ. ສິ່ງທີ່ພວກເຂົາຕ້ອງການກໍຄືຕົວ “ເຮົາ” ທີ່ສູງສົ່ງ ແລະ ຍິ່ງໃຫຍ່, ແຕ່ເມື່ອເວລາເຮົາມາ, ເຮົາບໍ່ໄດ້ປາກົດໃນລັກສະນະແບບນັ້ນໃຫ້ມະນຸດເຫັນ, ສະນັ້ນ ພວກເຂົາຈຶ່ງສືບຕໍ່ຫຼຽວເບິ່ງໄປໄກໆ, ລໍຖ້າຜູ້ຄົນທີ່ຢູ່ໃນຫົວໃຈຂອງພວກເຂົາ. ເມື່ອເຮົາມາຢູ່ທ່າມກາງຜູ້ຄົນ, ພວກເຂົາປະຕິເສດເຮົາຢູ່ຕໍ່ໜ້າປວງຊົນ. ເຮົາພຽງແຕ່ສາມາດຢືນຢູ່ຂ້າງດຽວ, ລໍຖ້າໃຫ້ມະນຸດ “ຈັດການ”, ໄດ້ແຕ່ຫຼຽວເບິ່ງວ່າ ໃນທີ່ສຸດແລ້ວ ຜູ້ຄົນຈະເຮັດກັບເຮົາແນວໃດ, ນີ້ຄື “ຜະລິດຕະພັນ” ທີ່ຂາດເຂີນ. ເຮົາບໍ່ຫຼຽວເບິ່ງຮອຍແປ້ວຂອງຜູ້ຄົນ, ແຕ່ຫຼຽວເບິ່ງສ່ວນໃດໃນພວກເຂົາທີ່ບໍ່ມີຮອຍແປ້ວ
- [ບົດທີ 31](https://lo.kingdomsalvation.org/the-thirty-first-utterance.html) - ເຮົາບໍ່ເຄີຍມີບ່ອນຢູ່ໃນຫົວໃຈຂອງຜູ້ຄົນ. ເມື່ອເຮົາຊອກຫາຜູ້ຄົນຢ່າງແທ້ຈິງ ພວກເຂົາກໍປິດຕາຂອງພວກເຂົາ ແລ້ວເມີນເສີຍຕໍ່ການກະທໍາຂອງເຮົາ ຄືກັບວ່າ ທຸກສິ່ງທີ່ເຮົາເຮັດແມ່ນການພະຍາຍາມເຮັດໃຫ້ພວກເຂົາພໍໃຈ ເຊິ່ງດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ພວກເຂົາລັງກຽດການກະທໍາຂອງເຮົາສະເໝີ. ມັນຄືກັບວ່າ ເຮົາຂາດການຮັບຮູ້ໃດໜຶ່ງ, ຄືກັບວ່າ ເຮົາສະແດງຕົວເຮົາເອງຕໍ່ໜ້າມະນຸດສະເໝີ ເຊິ່ງເຮັດໃຫ້ເຂົາໂກດຮ້າຍ ນັ້ນກໍຄືຜູ້ທີ່ “ຊື່ສັດ ແລະ ຊອບທໍາ”. ແຕ່ເຮົາໄດ້ອົດທົນພາຍໃຕ້ສະພາບການທີ່ບໍ່ດີດັ່ງກ່າວ ແລະ ເຮົາສືບຕໍ່ເຮັດພາລະກິດຂອງເຮົາ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ເຮົາໄດ້ຊີມລົດຊາດທີ່ຫວານ, ສົ້ມ, ຂົມ ແລະ ຈັດຈາກປະສົບການຂອງມະນຸດ ແລະ ເຮົາໄດ້ມາໃນສາຍລົມ ແລະ ໄປກັບຝົນ; ເຮົາເວົ້າວ່າ ເຮົາໄດ້ປະສົບກັບການຂົ່ມເຫັງຂອງຄອບຄົວ, ປະສົບກັບການຂຶ້ນ ແລະ ລົງຂອງຊີວິດ ແລະ ປະສົບກັບຄວາມເຈັບປວດກັບການຈາກໄປຈາກຮ່າງກາຍ. ຢ່າງໃດກໍຕາມ, ໃນເວລາທີ່ເຮົາສະເດັດມາເທິງແຜ່ນດິນໂລກ ຜູ້ຄົນກໍໄດ້ປະຕິເສດເຈດຕະນາທີ່ດີຂອງເຮົາ “ຢ່າງສຸພາບ” ແທນທີ່ຈະຍິນດີຕ້ອນຮັບເຮົາ ຍ້ອນຄວາມລໍາບາກທີ່ເຮົາໄດ້ທົນທຸກເພື່ອພວກເຂົາ. ເຮົາຈະບໍ່ເຈັບປວດດ້ວຍສິ່ງນີ້ໄດ້ແນວໃດ? ເຮົາຈະບໍ່ເສົ້າເສຍໃຈໄດ້ແນວໃດ? ເປັນໄປໄດ້ບໍ ທີ່ເຮົາໄດ້ກາຍເປັນເນື້ອໜັງເພື່ອໃຫ້ທຸກສິ່ງຈົບລົງແບບນີ້ເທົ່ານັ້ນ? ເປັນຫຍັງມະນຸດຈຶ່ງບໍ່ຮັກເຮົາ? ເປັນຫຍັງຄວາມຮັກຂອງເຮົາຈຶ່ງຖືກຕອບແທນດ້ວຍຄວາມກຽດຊັງຂອງມະນຸດ? ເປັນໄປໄດ້ບໍວ່າ ເຮົາຕ້ອງທົນທຸກແບບນີ້? ຜູ້ຄົນໄດ້ເສຍນໍ້າຕາແຫ່ງຄວາມເຫັນອົກເຫັນໃຈ ຍ້ອນຄວາມລໍາບາກຂອງເຮົາຢູ່ເທິງແຜ່ນດິນໂລກ ແລະ
- [ບົດທີ 30](https://lo.kingdomsalvation.org/the-thirtieth-utterance.html) - ຄັ້ງໜຶ່ງໃນທ່າມກາງມະນຸດ ເຮົາເຄີຍສະຫຼຸບໂດຍຫຍໍ້ເຖິງຄວາມກະບົດ ແລະ ຄວາມອ່ອນແອຂອງມະນຸດ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໄດ້ເຂົ້າໃຈຄວາມອ່ອນແອຂອງມະນຸດ ແລະ ໄດ້ຮູ້ຈັກຄວາມກະບົດຂອງເຂົາ. ກ່ອນທີ່ຈະມາຢູ່ທ່າມກາງມະນຸດ, ເຮົາໄດ້ເຂົ້າໃຈຄວາມສຸກ ແລະ ຄວາມໂສກເສົ້າໃນມະນຸດມາດົນນານແລ້ວ ແລະ ຍ້ອນສິ່ງນີ້ ເຮົາຈຶ່ງສາມາດເຮັດສິ່ງທີ່ມະນຸດບໍ່ສາມາດເຮັດໄດ້ ແລະ ເວົ້າໃນສິ່ງທີ່ມະນຸດບໍ່ສາມາດເວົ້າໄດ້ ແລະ ເຮົາກໍເຮັດໄດ້ຢ່າງງ່າຍດາຍ. ນີ້ບໍ່ແມ່ນຄວາມແຕກຕ່າງລະຫວ່າງເຮົາ ແລະ ມະນຸດບໍ? ນີ້ບໍ່ແມ່ນຄວາມແຕກຕ່າງທີ່ຊັດເຈນບໍ? ເປັນໄປໄດ້ບໍວ່າ ພາລະກິດຂອງເຮົາແມ່ນສາມາດບັນລຸໄດ້ໃນຜູ້ຄົນທີ່ມີເນື້ອໜັງ ແລະ ເລືອດ? ເປັນໄປໄດ້ບໍ ທີ່ເຮົາຄືປະເພດດຽວກັບສິ່ງທີ່ຖືກສ້າງຂຶ້ນ? ຜູ້ຄົນໄດ້ຈັດລໍາດັບໃຫ້ກັບເຮົາວ່າ “ເປັນຄືກັນ” ແລະ ນີ້ບໍ່ແມ່ນຍ້ອນວ່າ ພວກເຂົາບໍ່ຮູ້ຈັກເຮົາບໍ? ແທນທີຈະເປັນຜູ້ສູງສົ່ງທ່າມກາງມະນຸດ ແລ້ວເປັນຫຍັງເຮົາຕ້ອງຖ່ອມຕົນເອງ? ເປັນຫຍັງມະນຸດຈຶ່ງປະຖິ້ມເຮົາ, ເປັນຫຍັງມະນຸດຈຶ່ງບໍ່ສາມາດປ່າວປະກາດນາມຂອງເຮົາ? ໃນໃຈຂອງເຮົາແມ່ນມີຄວາມໂສກເສົ້າຢ່າງມະຫາສານ ແຕ່ຜູ້ຄົນຈະສາມາດຮູ້ໄດ້ແນວໃດ? ພວກເຂົາຈະສາມາດເຫັນໄດ້ແນວໃດ? ການທີ່ບໍ່ເຄີຍປະຕິບັດກັບສິ່ງທີ່ກ່ຽວຂ້ອງກັບເຮົາໃຫ້ ເປັນສິ່ງທີ່ສໍາຄັນທີ່ສຸດໃນຊີວິດຂອງພວກເຂົາ ໄດ້ເຮັດໃຫ້ຜູ້ຄົນມືດມົວ ແລະ ສັບສົນ ຄືກັບວ່າ ພວກເຂົາຫາກໍກິນຢານອນຫຼັບ; ເມື່ອເຮົາເອີ້ນໃສ່ພວກເຂົາ, ພວກເຂົາພຽງແຕ່ສືບຕໍ່ຝັນ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜເຄີຍຮູ້ຈັກເຖິງການກະທໍາຂອງເຮົາ. ໃນປັດຈຸບັນ,
- [ບົດທີ 29](https://lo.kingdomsalvation.org/the-twenty-ninth-utterance.html) - ໃນມື້ທີ່ທຸກສິ່ງຖືກເຮັດໃຫ້ຟື້ນຄືນຊີບ, ເຮົາໄດ້ລົງມາຢູ່ທ່າມກາງມະນຸດ ແລະ ເຮົາໄດ້ໃຊ້ເວລາທັງກາງເວັນ ແລະ ກາງຄືນຢ່າງມະຫັດສະຈັນກັບເຂົາ. ມີແຕ່ໃນເວລານີ້ເທົ່ານັ້ນ ມະນຸດຈຶ່ງຮູ້ສຶກໄດ້ໜ້ອຍໜຶ່ງເຖິງຄວາມສາມາດເຂົ້າຫາໄດ້ງ່າຍ ແລະ ເຂົ້າກັນໄດ້ຂອງເຮົາ ແລະ ເມື່ອການປະຕິສໍາພັນຂອງເຂົາກັບເຮົາມີຫຼາຍຂຶ້ນ, ເຂົາຈຶ່ງເຫັນເຖິງບາງສິ່ງທີ່ເຮົາມີ ແລະ ເປັນ ເຊິ່ງດ້ວຍເຫດນັ້ນ ຜົນຕາມມາກໍຄື ເຂົາໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບເຮົາ. ໃນທ່າມກາງບັນດາຄົນທັງປວງ, ເຮົາໄດ້ເງີຍຫົວຂຶ້ນ ແລະ ເຝົ້າເບິ່ງ ແລະ ພວກເຂົາທຸກຄົນກໍເຫັນເຮົາ. ແຕ່ເມື່ອໄພພິບັດເກີດຂຶ້ນເທິງແຜ່ນດິນໂລກ, ພວກເຂົາກໍເປັນກັງວົນທັນທີ ແລະ ພາບຫຼັກຂອງເຮົາກໍຫາຍໄປຈາກຫົວໃຈຂອງພວກເຂົາ; ຕື່ນຕົກໃຈຍ້ອນການມາຂອງໄພພິບັດ, ພວກເຂົາບໍ່ສົນໃຈການຕັກເຕືອນຂອງເຮົາເລີຍ. ເປັນເວລາຫຼາຍປີທີ່ເຮົາໄດ້ຍ່າງຜ່ານທ່າມກາງມະນຸດ, ແຕ່ເຂົາກໍຍັງບໍ່ຮູ້ສຶກຕົວສະເໝີ ແລະ ບໍ່ຮູ້ຈັກເຮົາຈັກເທື່ອ. ໃນປັດຈຸບັນ ເຮົາບອກສິ່ງນີ້ໃຫ້ແກ່ເຂົາດ້ວຍປາກຂອງເຮົາເອງ ເພື່ອວ່າທຸກຄົນຈະສາມາດມາຢູ່ຕໍ່ໜ້າເຮົາເພື່ອຮັບເອົາບາງສິ່ງຈາກເຮົາ, ແຕ່ພວກເຂົາກໍຍັງຫ່າງເຫີນຈາກເຮົາ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ຈັກເຮົາ. ເມື່ອບາດກ້າວຂອງເຮົາກ້າວໄປຂ້າມຈັກກະວານ ແລະ ສົ້ນປາຍຂອງແຜ່ນດິນໂລກ, ມະນຸດຈະເລີ່ມໄຕ່ຕອງກ່ຽວກັບຕົນເອງ ແລະ ທຸກຄົນຈະມາຫາເຮົາ ແລະ ກົ້ມລົງຕໍ່ໜ້າເຮົາ ແລະ ນະມັດສະການເຮົາ. ນີ້ຈະເປັນມື້ທີ່ເຮົາໄດ້ຮັບສະຫງ່າລາສີ, ມື້ທີ່ເຮົາກັບມາ ແລະ ຍັງເປັນມື້ທີ່ເຮົາຈາກໄປອີກດ້ວຍ.
- [ບົດທີ 28](https://lo.kingdomsalvation.org/the-twenty-eighth-utterance.html) - ເມື່ອເຮົາອອກມາຈາກຊີໂອນ, ທຸກສິ່ງລໍຖ້າເຮົາ ແລະ ເມື່ອເຮົາກັບຄືນສູ່ຊີໂອນ ທຸກຄົນກໍທັກທາຍເຮົາ. ເມື່ອເຮົາອອກມາ ແລະ ໄປ, ສິ່ງຕ່າງໆທີ່ເປັນສັດຕູກັບເຮົາແມ່ນບໍ່ເຄີຍຂັດຂວາງຂັ້ນຕອນພາລະກິດຂອງເຮົາຈັກເທື່ອ ແລະ ສະນັ້ນ ພາລະກິດຂອງເຮົາຈຶ່ງກ້າວໜ້າໄປຢ່າງລາບລື້ນ. ໃນປັດຈຸບັນ, ເມື່ອເຮົາມາຢູ່ທ່າມກາງບັນດາສິ່ງຖືກສ້າງ, ທຸກສິ່ງກໍທັກທາຍເຮົາດ້ວຍຄວາມງຽບສະຫງົບ ໂດຍຢ້ານຢູ່ເລິກໆວ່າເຮົາຈະຈາກໄປອີກຄັ້ງ ແລະ ຢ້ານວ່າພວກເຂົາຈະສູນເສຍໃນສິ່ງທີ່ພວກເຂົາອາໄສເປັນສິ່ງສະໜັບສະໜູນ. ທຸກສິ່ງປະຕິບັດຕາມການນໍາພາຂອງເຮົາ ແລະ ທຸກຄົນກໍເບິ່ງໄປໃນທິດທາງທີ່ມືຂອງເຮົາຊີ້ໄປ. ພຣະທຳທີ່ອອກມາຈາກປາກຂອງເຮົາກໍເຮັດໃຫ້ສິ່ງມີຊີວິດສົມບູນ ແລະ ຂ້ຽນຕີລູກຊາຍແຫ່ງຄວາມກະບົດຫຼາຍຄົນ. ສະນັ້ນ ທຸກຄົນຈຶ່ງຕັ້ງໃຈຈ້ອງເບິ່ງພຣະທຳຂອງເຮົາ ແລະ ຟັງຖ້ອຍຄຳທີ່ອອກຈາກປາກຂອງເຮົາຢ່າງໃກ້ຊິດ ແລະ ຢ້ານຢ່າງແຮງວ່າຈະສູນເສຍໂອກາດທອງນີ້ໄປ. ມັນຍ້ອນເຫດຜົນນີ້ທີ່ເຮັດໃຫ້ເຮົາສືບຕໍ່ກ່າວ ເພື່ອວ່າ ພາລະກິດຂອງເຮົາອາດຈະຖືກປະຕິບັດໄດ້ໄວຂຶ້ນ ແລະ ເພື່ອວ່າ ສະພາບແຫ່ງການພໍໃຈອາດປາກົດຂຶ້ນເທິງແຜ່ນດິນໂລກໄວຂຶ້ນ ແລະ ແກ້ໄຂພາບແຫ່ງຄວາມໂດດດ່ຽວຢູ່ເທິງແຜ່ນດິນໂລກ. ຕອນເຮົາຫຼຽວເບິ່ງທ້ອງຟ້າກໍເປັນເວລາທີ່ເຮົາຫັນມາຜະເຊີນກັບມະນຸດຊາດອີກຄັ້ງ; ທຸກຫົນແຫ່ງຂອງແຜ່ນດິນກໍເຕັມໄປດ້ວຍຊີວິດທັນທີ, ຂີ້ຝຸ່ນກໍບໍ່ຢູ່ໃນອາກາດອີກຕໍ່ໄປ ແລະ ຂີ້ຕົມກໍບໍ່ປົກຄຸມພື້ນດິນອີກຕໍ່ໄປ. ຕາຂອງເຮົາກໍສ່ອງແສງອອກມາທັນທີ, ເຮັດໃຫ້ປະຊາຊົນໃນທຸກຫົນແຫ່ງຂອງແຜ່ນດິນຫຼຽວເບິ່ງເຮົາ ແລະ ຫຼົບໄພໃນເຮົາ. ທ່າມກາງປະຊາຊົນໃນໂລກແຫ່ງປັດຈຸບັນ, ລວມເຖິງທຸກຄົນທີ່ຢູ່ໃນຄົວເຮືອນຂອງເຮົາ, ຜູ້ໃດລີ້ໄພໃນເຮົາຢ່າງແທ້ຈິງແດ່? ຜູ້ໃດມອບຫົວໃຈຂອງພວກເຂົາເພື່ອແລກປ່ຽນກັບລາຄາທີ່ເຮົາໄດ້ຈ່າຍແດ່? ຜູ້ໃດເຄີຍຢູ່ໃນຄວາມສະຫງົບສຸກໃນຄົວເຮືອນຂອງເຮົາແດ່? ຜູ້ໃດເຄີຍຖວາຍຕົນເອງຢູ່ຕໍ່ໜ້າເຮົາຢ່າງແທ້ຈິງແດ່? ເມື່ອເຮົາຮຽກຮ້ອງຈາກມະນຸດ, ເຂົາກໍປິດ
- [ບົດທີ 27](https://lo.kingdomsalvation.org/the-twenty-seventh-utterance.html) - ຄວາມປະພຶດຂອງມະນຸດບໍ່ເຄີຍຈັບໃຈເຮົາຈັກເທື່ອ ຫຼື ມັນບໍ່ເຄີຍເຮັດໃຫ້ເຮົາຮູ້ສຶກວ່າມີຄ່າເລີຍ. ໃນສາຍຕາຂອງມະນຸດ, ເຮົາເຄັ່ງຄັດກັບເຂົາຢູ່ສະເໝີ ແລະ ເຮົາໃຊ້ສິດອຳນາດເໜືອເຂົາຢູ່ສະເໝີ. ໃນການກະທຳທຸກຢ່າງຂອງມະນຸດ, ເກືອບຈະບໍ່ມີຫຍັງເລີຍທີ່ປະຕິບັດເພື່ອເຫັນແກ່ເຮົາ, ເກືອບຈະບໍ່ມີຫຍັງເລີຍທີ່ຕັ້ງໝັ້ນຢູ່ໃນສາຍຕາຂອງເຮົາ. ໃນທີ່ສຸດແລ້ວ, ທຸກສິ່ງທີ່ກ່ຽວຂ້ອງກັບມະນຸດກໍລົ້ມສະຫຼາຍຢູ່ຕໍ່ໜ້າເຮົາໂດຍບໍ່ມີສຽງຫຍັງເລີຍ; ມີແຕ່ຫຼັງຈາກນັ້ນ ເຮົາຈຶ່ງເຮັດໃຫ້ການກະທຳຂອງເຮົາເປັນທີ່ປະຈັກ, ເຮັດໃຫ້ທຸກຄົນຮູ້ຈັກເຮົາຜ່ານຄວາມລົ້ມເຫຼວຂອງພວກເຂົາເອງ. ທຳມະຊາດຂອງມະນຸດຍັງຄົງບໍ່ປ່ຽນແປງ. ສິ່ງທີ່ຢູ່ໃນຫົວໃຈຂອງພວກເຂົາກໍບໍ່ສອດຄ່ອງກັບເຈດຕະນາຂອງເຮົາ, ມັນບໍ່ແມ່ນສິ່ງທີ່ເຮົາຕ້ອງການ. ສິ່ງທີ່ເຮົາກຽດຊັງທີ່ສຸດແມ່ນຄວາມດື້ດ້ານ ແລະ ຄວາມຜິດຊໍ້າຊາກຂອງມະນຸດ, ແຕ່ແມ່ນຫຍັງຄືອຳນາດທີ່ເຮັດໃຫ້ມະນຸດສືບຕໍ່ລົ້ມເຫຼວໃນການຮູ້ຈັກເຮົາ, ຢູ່ຫ່າງເຮົາຕະຫຼອດເວລາ ແລະ ບໍ່ເຄີຍປະຕິບັດຕາມເຈດຕະນາຂອງເຮົາເມື່ອຢູ່ຕໍ່ໜ້າເຮົາ ແຕ່ກົງກັນຂ້າມ ເຮັດໃຫ້ພວກເຂົາຕໍ່ຕ້ານເຮົາເມື່ອຢູ່ລັບຫຼັງເຮົາ? ນີ້ແມ່ນຄວາມຊື່ສັດຂອງພວກເຂົາບໍ? ນີ້ແມ່ນຄວາມຮັກທີ່ພວກເຂົາມີສຳລັບເຮົາບໍ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດກັບໃຈ ແລະ ເກີດໃໝ່ໄດ້? ເປັນຫຍັງຜູ້ຄົນຈຶ່ງເຕັມໃຈທີ່ຈະດຳລົງຊີວິດຢູ່ໃນບຶງຕະຫຼອດໄປ ແທນທີ່ຈະຢູ່ໃນບ່ອນທີ່ປາສະຈາກຂີ້ຕົມ? ເປັນໄປໄດ້ບໍວ່າ ຍ້ອນເຮົາປະຕິບັດຕໍ່ພວກເຂົາຢ່າງໂຫດຮ້າຍ? ເປັນໄປໄດ້ບໍວ່າ ຍ້ອນເຮົາຊີ້ນໍາພວກເຂົາໄປໃນທິດທາງທີ່ຜິດ? ເປັນໄປໄດ້ບໍວ່າ ຍ້ອນເຮົາກຳລັງນໍາພາພວກເຂົາໄປສູ່ນະຮົກ? ທຸກຄົນເຕັມໃຈທີ່ຈະດຳລົງຊີວິດຢູ່ໃນ “ນະຮົກ”. ເມື່ອແສງສະຫວ່າງມາເຖິງ, ຕາຂອງພວກເຂົາກໍຈະບອດທັນທີ ຍ້ອນວ່າ ທຸກສິ່ງທີ່ມີໃນພວກເຂົາແມ່ນມາຈາກນະຮົກ. ແຕ່ມະນຸດບໍ່ໃສ່ໃຈໃນສິ່ງນີ້ ແລະ ພຽງແຕ່ໄດ້ຮັບ “ພອນຈາກນະຮົກ” ເຫຼົ່ານີ້. ພວກເຂົາເຖິງກັບຍຶດຖືຊັບສົມບັດເຫຼົ່ານີ້ທັນທີ, ຢ້ານວ່າເຮົາຈະຍາດຊິງຊັບສົມບັດເຫຼົ່ານີ້ໄປ ປ່ອຍໃຫ້ພວກເຂົາບໍ່ມີ “ແຫຼ່ງກຳເນີດຊີວິດຂອງພວກເຂົາ”.
- [ບົດທີ 26](https://lo.kingdomsalvation.org/the-twenty-sixth-utterance.html) - ແມ່ນໃຜອາໄສໃນເຮືອນຂອງເຮົາ? ແມ່ນໃຜໄດ້ຢືນຢັດເພື່ອເຮົາ? ແມ່ນໃຜໄດ້ທົນທຸກເພື່ອເຮົາ? ແມ່ນໃຜໃຫ້ຄຳໝັ້ນສັນຍາຕໍ່ໜ້າເຮົາ? ແມ່ນໃຜຕິດຕາມເຮົາຈົນມາເຖິງປັດຈຸບັນ ແລະ ຍັງບໍ່ໄດ້ຈືດຈາງ? ເປັນຫຍັງມະນຸດທຸກຄົນຈຶ່ງເຢັນຊາ ແລະ ໄຮ້ຄວາມຮູ້ສຶກ? ເປັນຫຍັງມະນຸດຊາດຈຶ່ງປະຖິ້ມເຮົາ? ເປັນຫຍັງມະນຸດຈຶ່ງເບື່ອໜ່າຍເຮົາ? ເປັນຫຍັງຈຶ່ງບໍ່ມີຄວາມອົບອຸ່ນໃນໂລກຂອງມະນຸດ? ໃນຂະນະທີ່ຢູ່ເທິງຊີໂອນ, ເຮົາໄດ້ຊີມລົດຊາດຄວາມອົບອຸ່ນທີ່ຢູ່ໃນສະຫວັນ ແລະ ໃນຂະນະທີ່ຢູ່ເທິງຊີໂອນ ເຮົາໄດ້ຮັບພອນທີ່ຢູ່ໃນສະຫວັນ. ອີກຄັ້ງ, ເຮົາໄດ້ດຳລົງຊີວິດຢູ່ທ່າມກາງມະນຸດຊາດ, ເຮົາໄດ້ຊີມລົດຊາດຄວາມຂົມຂືນຂອງໂລກມະນຸດ ແລະ ເຮົາໄດ້ເຫັນດ້ວຍຕາຂອງເຮົາເອງເຖິງສະພາບຕ່າງໆທີ່ແຕກຕ່າງກັນເຊິ່ງມີຢູ່ທ່າມກາງມະນຸດ. ມະນຸດໄດ້ປ່ຽນແປງເມື່ອເຮົາໄດ້ “ປ່ຽນແປງ” ໂດຍບໍ່ຮູ້ຕົວ ແລະ ໃນວິທີນີ້ເທົ່ານັ້ນ ເຂົາຈຶ່ງມາເຖິງປັດຈຸບັນນີ້ໄດ້. ເຮົາບໍ່ຕ້ອງການໃຫ້ມະນຸດເຮັດຫຍັງເພື່ອເຫັນແກ່ເຮົາ ຫຼື ເຮົາບໍ່ຕ້ອງການໃຫ້ເຂົາເຮັດຫຍັງເພີ່ມຂຶ້ນເນື່ອງຈາກເຮົາ. ເຮົາພຽງແຕ່ຕ້ອງການໃຫ້ເຂົາສາມາດປະຕິບັດຕາມແຜນການຂອງເຮົາ ແລະ ບໍ່ກະບົດຕໍ່ເຮົາ ຫຼື ກາຍເປັນເຄື່ອງໝາຍແຫ່ງຄວາມອັບອາຍໃຫ້ກັບເຮົາ ແຕ່ເພື່ອໃຫ້ເຂົາເປັນພະຍານທີ່ດັງກ້ອງໃຫ້ກັບເຮົາ. ໃນບັນດາມະນຸດ, ມີຄົນທີ່ເປັນພະຍານໃຫ້ກັບເຮົາເປັນຢ່າງດີ ແລະ ສັນລະເສີນນາມຂອງເຮົາ, ແຕ່ການປະຕິບັດຂອງມະນຸດ, ຄວາມປະພຶດຂອງມະນຸດຈະເຮັດໃຫ້ເຮົາພໍໃຈໄດ້ແນວໃດ? ເຂົາຈະສອດຄ່ອງກັບຫົວໃຈຂອງເຮົາ ຫຼື ຕອບສະໜອງຕໍ່ເຈດຕະນາຂອງເຮົາໄດ້ແນວໃດ? ນັບແຕ່ພູເຂົາ ແລະ ນໍ້າເທິງແຜ່ນດິນໂລກ ແລະ ດອກໄມ້, ຫຍ້າ ແລະ ຕົ້ນໄມ້ເທິງແຜ່ນດິນໂລກ,
- [ພວກເຈົ້າທຸກຄົນ ຈົ່ງປິຕິຍິນດີ!](https://lo.kingdomsalvation.org/people-rejoice.html) - ໃນແສງສະຫວ່າງຂອງເຮົາ, ຜູ້ຄົນເຫັນແສງສະຫວ່າງອີກຄັ້ງ. ໃນພຣະທໍາຂອງເຮົາ, ຜູ້ຄົນຮັບເອົາສິ່ງຕ່າງໆເພື່ອຄວາມເພີດເພີນຂອງພວກເຂົາ. ເຮົາມາຈາກທິດຕາເວັນອອກ, ເຮົາເດີນທາງຈາກທິດຕາເວັນອອກ. ເມື່ອແສງລັດສະໝີຂອງເຮົາເປັ່ງປະກາຍອອກມາ, ບັນດາປະຊາຊາດກໍໄດ້ຮັບແສງສະຫວ່າງ, ທຸກສິ່ງທຸກຢ່າງໄດ້ຮັບແສງເຍືອງທາງ, ບໍ່ມີແມ່ນແຕ່ສິ່ງດຽວທີ່ຢູ່ໃນຄວາມມືດອີກຕໍ່ໄປ. ໃນລາຊະອານາຈັກ, ຊີວິດທີ່ປະຊາກອນຂອງພຣະເຈົ້າດຳລົງຊີວິດຢູ່ກັບພຣະເຈົ້າແມ່ນມີຄວາມສຸກເໜືອທີ່ຈະຊັ່ງຊາໄດ້. ສາຍນໍ້າເຕັ້ນລໍາດ້ວຍຄວາມປິຕິຍິນດີກັບຊີວິດທີ່ໄດ້ຮັບພອນຂອງຜູ້ຄົນ, ພູເຂົາ ພ້ອມດ້ວຍຜູ້ຄົນຊື່ນຊົມຄວາມອຸດົມສົມບູນຂອງເຮົາ. ທຸກຄົນກຳລັງພະຍາຍາມ, ເຮັດວຽກໜັກ ແລະ ສະແດງຄວາມອຸທິດຕົນຂອງພວກເຂົາໃນລາຊະອານາຈັກຂອງເຮົາ. ໃນລາຊະອານາຈັກ, ບໍ່ມີການກະບົດອີກ, ບໍ່ມີການຕໍ່ຕ້ານອີກ; ສະຫວັນ ແລະ ແຜ່ນດິນໂລກເພິ່ງພາເຊິ່ງກັນ ແລະ ກັນ, ມະນຸດ ແລະ ເຮົາຫຍັບເຂົ້າໃກ້ກັນດ້ວຍຄວາມຮູ້ສຶກຢ່າງເລິກເຊິ່ງ, ໃຊ້ຊີວິດຮ່ວມກັນຢ່າງຫວານຊື່ນ, ເພິ່ງພາອາໄສເຊິ່ງກັນ ແລະ ກັນ... ໃນເວລານີ້, ເຮົາເລີ່ມຕົ້ນຊີວິດຂອງເຮົາຢູ່ໃນສະຫວັນຢ່າງເປັນທາງການ. ບໍ່ມີການລົບກວນຂອງຊາຕານອີກ ແລະ ຜູ້ຄົນກໍເຂົ້າສູ່ການພັກສະຫງົບ. ຕະຫຼອດທົ່ວຈັກກະວານ, ຜູ້ຄົນທີ່ຖືກເລືອກຂອງເຮົາດໍາລົງຊີວິດຢູ່ພາຍໃນສະຫງ່າລາສີຂອງເຮົາ, ໄດ້ຮັບພອນທີ່ຫາທຽບບໍ່ໄດ້, ບໍ່ແມ່ນໃນຖານະຜູ້ຄົນທີ່ດໍາລົງຊີວິດຢູ່ທ່າມກາງຜູ້ຄົນ ແຕ່ໃນຖານະຜູ້ຄົນດໍາລົງຊີວິດຢູ່ກັບພຣະເຈົ້າ. ມະນຸດຊາດທຸກຄົນໄດ້ຜ່ານຄວາມເສື່ອມຊາມຂອງຊາຕານ ແລະ ໄດ້ດື່ມຊີວິດທີ່ຂົມຂື່ນ ແລະ ຫວານຊື່ນຈົນເຖິງທີ່ສຸດ. ບັດນີ້, ເມື່ອດຳລົງຊີວິດຢູ່ໃນແສງສະຫວ່າງຂອງເຮົາ, ຄົນໆໜຶ່ງຈະບໍ່ປິຕິຍິນດີໄດ້ແນວໃດ? ຄົນໆໜຶ່ງສາມາດປະຖິ້ມຊ່ວງເວລາອັນງົດງາມນີ້ໄດ້ງ່າຍດາຍ ແລະ ປ່ອຍໃຫ້ມັນຫຼຸດໄປໄດ້ແນວໃດ?
- [ບົດທີ 25](https://lo.kingdomsalvation.org/the-twenty-fifth-utterance.html) - ເວລາຜ່ານພົ້ນໄປ ແລະ ພາຍໃນພິບຕາດຽວ ຍຸກປັດຈຸບັນກໍມາເຖິງ. ພາຍໃຕ້ການນໍາພາຂອງພຣະວິນຍານຂອງເຮົາ, ທຸກຄົນດຳລົງຊີວິດຢູ່ທ່າມກາງແສງສະຫວ່າງຂອງເຮົາ ແລະ ບໍ່ມີໃຜຄິດເຖິງອະດີດ ຫຼື ສົນໃຈກັບມື້ວານອີກຕໍ່ໄປ. ຜູ້ໃດແດ່ບໍ່ເຄີຍດຳລົງຊີວິດ ແລະ ມີຕົວຕົນຢູ່ໃນປັດຈຸບັນ? ຜູ້ໃດບໍ່ໄດ້ໃຊ້ມື້ ແລະ ເດືອນທີ່ມະຫັດສະຈັນໃນອານາຈັກ? ຜູ້ໃດບໍ່ໄດ້ດຳລົງຊີວິດຢູ່ພາຍໃຕ້ດວງຕາເວັນ? ເຖິງແມ່ນອານາຈັກໄດ້ລົງມາທ່າມກາງມະນຸດແລ້ວ, ບໍ່ມີໃຜໄດ້ພົບກັບຄວາມອົບອຸ່ນຂອງມັນຢ່າງແທ້ຈິງ; ມະນຸດພຽງແຕ່ເຫັນມັນຈາກດ້ານນອກ, ບໍ່ເຂົ້າໃຈເຖິງແກ່ນແທ້ຂອງມັນ. ໃນລະຫວ່າງເວລາທີ່ອານາຈັກຂອງເຮົາຖືກສ້າງຂຶ້ນ, ມີຜູ້ໃດແດ່ທີ່ບໍ່ດີໃຈຍ້ອນອານາຈັກນັ້ນ? ບັນດາປະເທດຕ່າງໆເທິງແຜ່ນດິນໂລກຈະຫຼົບໜີໄດ້ແທ້ບໍ? ມັງກອນແດງທີ່ຍິ່ງໃຫຍ່ສາມາດຫຼົບໜີຍ້ອນເລ່ລ່ຽມຂອງມັນໄດ້ແທ້ບໍ? ບົດບັນຍັດແຫ່ງການບໍລິຫານຂອງເຮົາຖືກປະກາດໄປທົ່ວຈັກກະວານ, ພວກມັນຈັດຕັ້ງສິດອຳນາດຂອງເຮົາທ່າມກາງຄົນທັງປວງ ແລະ ພວກມັນເກີດໝາກຜົນທົ່ວຈັກກະວານ; ເຖິງຢ່າງໃດກໍຕາມ, ມະນຸດບໍ່ຮູ້ຈັກສິ່ງນີ້ຢ່າງແທ້ຈິງ. ເວລາທີ່ບົດບັນຍັດແຫ່ງການບໍລິຫານຂອງເຮົາໄດ້ຖືກເປີດເຜີຍຕໍ່ຈັກກະວານ ເຊິ່ງກໍຍັງເປັນເວລາທີ່ພາລະກິດຂອງເຮົາເທິງແຜ່ນດິນໂລກໃກ້ຈະສຳເລັດ. ເມື່ອເຮົາປົກຄອງ ແລະ ໃຊ້ລິດອຳນາດທ່າມກາງມະນຸດທຸກຄົນ ແລະ ເມື່ອເຮົາຖືກຍອມຮັບວ່າເປັນພຣະເຈົ້າໜຶ່ງດຽວ, ອານາຈັກຂອງເຮົາຈະລົງມາເທິງແຜ່ນດິນໂລກຢ່າງສົມບູນ. ໃນປັດຈຸບັນ, ທຸກຄົນໄດ້ເລີ່ມຕົ້ນໃໝ່ໃນເສັ້ນທາງໃໝ່. ພວກເຂົາໄດ້ເລີ່ມຕົ້ນຊີວິດໃໝ່, ແຕ່ບໍ່ມີໃຜເຄີຍຜະເຊີນກັບຊີວິດເທິງແຜ່ນດິນໂລກຄ້າຍກັບສະຫວັນຢ່າງແທ້ຈິງ. ພວກເຈົ້າດຳລົງຊີວິດທ່າມກາງແສງສະຫວ່າງຂອງເຮົາແທ້ບໍ? ເຈົ້າດຳລົງຊີວິດທ່າມກາງພຣະທຳຂອງເຮົາແທ້ບໍ? ຜູ້ໃດທີ່ບໍ່ຄິດເຖິງໂອກາດຂອງຕົນເອງແດ່? ຜູ້ໃດທີ່ບໍ່ອຸກໃຈຍ້ອນຊະຕາກໍາຂອງຕົນເອງແດ່? ຜູ້ໃດແດ່ທີ່ບໍ່ດິ້ນຮົນເມື່ອຢູ່ທ່າມກາງທະເລແຫ່ງຄວາມທຸກທໍລະມານ? ຜູ້ໃດແດ່ທີ່ບໍ່ປາຖະໜາທີ່ຈະເຮັດໃຫ້ຕົນເອງເປັນອິດສະຫຼະ? ພອນຕ່າງໆຈາກສະຫວັນແມ່ນຖືກມອບໃຫ້ເພື່ອແລກປ່ຽນກັບການເຮັດວຽກໜັກຂອງມະນຸດທີ່ຢູ່ເທິງແຜ່ນດິນໂລກບໍ? ຄວາມປາຖະໜາຂອງມະນຸດຈະຖືກເຮັດໃຫ້ສຳເລັດຕາມທີ່ເຂົາປາຖະໜາໄດ້ບໍ? ເຮົາເຄີຍນໍາສະເໜີພາບທີ່ສວຍງາມຂອງອານາຈັກຕໍ່ໜ້າມະນຸດ, ແຕ່ເຂົາພຽງແຕ່ຈ້ອງເບິ່ງມັນດ້ວຍສາຍຕາໂລພາ ແລະ ບໍ່ມີໃຜສະແຫວງຫາເພື່ອເຂົ້າເຖິງມັນຢ່າງແທ້ຈິງ.
- [ບົດທີ 24](https://lo.kingdomsalvation.org/the-twenty-fourth-utterance.html) - ການຂ້ຽນຕີຂອງເຮົາໄດ້ມາເຖິງບັນດາຜູ້ຄົນ, ແຕ່ມັນກໍຍັງຄົງຫ່າງໄກຈາກຜູ້ຄົນທັງປວງ. ຊົ່ວຊີວິດຂອງທຸກຄົນແມ່ນເຕັມໄປດ້ວຍຄວາມຮັກ ແລະ ຄວາມກຽດຊັງຕໍ່ເຮົາ ແລະ ບໍ່ມີໃຜເຄີຍຮູ້ຈັກເຮົາ ແລະ ດ້ວຍເຫດນັ້ນ ທ່າທີຂອງມະນຸດທີ່ມີຕໍ່ເຮົາຈຶ່ງເປັນຮ້ອນໆໜາວໆ ແລະ ບໍ່ສາມາດເປັນປົກກະຕິໄດ້. ແຕ່ເຮົາກໍດູແລ ແລະ ປົກປ້ອງມະນຸດຢູ່ສະເໝີ, ມັນເປັນພຽງຍ້ອນຄວາມໂງ່ຂອງເຂົາທີ່ເຮັດໃຫ້ເຂົາບໍ່ສາມາດເຫັນທຸກການກະທຳ ແລະ ເຂົ້າໃຈເຈດຕະນາທີ່ຈິງໃຈຂອງເຮົາ. ເຮົາເປັນຜູ້ທີ່ນໍາພາບັນດາຊາດຕ່າງໆ ແລະ ເຮົາແມ່ນຜູ້ທີ່ສູງສົ່ງທີ່ສຸດໃນທ່າມກາງຜູ້ຄົນ; ມັນເປັນຍ້ອນມະນຸດບໍ່ຮູ້ຈັກເຮົາເທົ່ານັ້ນ. ເປັນເວລາຫຼາຍປີທີ່ເຮົາໄດ້ດຳລົງຊີວິດທ່າມກາງມະນຸດ ແລະ ຜະເຊີນກັບຊີວິດໃນໂລກຂອງມະນຸດ, ແຕ່ເຂົາກໍປະຕິເສດເຮົາຢູ່ສະເໝີ ແລະ ປະຕິບັດຕໍ່ເຮົາຄືກັບສິ່ງມີຊີວິດທີ່ມາຈາກຕ່າງດາວ. ສະນັ້ນຍ້ອນຄວາມແຕກຕ່າງໃນອຸປະນິໄສ ແລະ ພາສາ, ຜູ້ຄົນປະຕິບັດຕໍ່ເຮົາຄືກັບຄົນແປກໜ້າທີ່ຢູໃນຖະໜົນຫົນທາງ. ມັນເບິ່ງຄືກັບວ່າ ເຄື່ອງນຸ່ງຂອງເຮົາຍັງເປັນຮູບລັກສະນະພິເສດເກີນໄປ ເຊິ່ງເປັນຜົນເຮັດໃຫ້ມະນຸດຂາດຄວາມໝັ້ນໃຈທີ່ຈະເຂົ້າຫາເຮົາ. ດ້ວຍເຫດນັ້ນ ເຮົາຈຶ່ງຮູ້ສຶກເຖິງຄວາມໂດດດ່ຽວຂອງຊີວິດມະນຸດ ແລະ ດັ່ງນັ້ນ ເຮົາຈຶ່ງຮູ້ສຶກເຖິງຄວາມບໍ່ຍຸຕິທຳຂອງໂລກມະນຸດ. ເຮົາຍ່າງທ່າມກາງຄົນທີ່ຍ່າງຜ່ານໄປມາ, ສັງເກດໃບໜ້າຂອງພວກເຂົາທັງໝົດ. ມັນເປັນຄືກັບວ່າ ພວກເຂົາດຳລົງຊີວິດຢູ່ທ່າມກາງຄວາມເຈັບປ່ວຍ, ຄວາມເຈັບປ່ວຍທີ່ເຕັມຢູ່ໃບໜ້າຂອງພວກເຂົາເຕັມໄປດ້ວຍຄວາມໂສກເສົ້າ; ແລະ ມັນເປັນຄືກັບວ່າພວກເຂົາດໍາລົງຊີວິດຢູ່ໃນທ່າມກາງການຂ້ຽນຕີເຊັ່ນກັນ ເຊິ່ງບໍ່ໃຫ້ພວກເຮົາຖືກປົດປ່ອຍເປັນອິດສະຫຼະ. ມະນຸດຈໍາກັດຕົນເອງ ແລະ ສະແດງໃຫ້ເຫັນເຖິງຄວາມຖ່ອມຕົວ. ຄົນສ່ວນໃຫຍ່ສ້າງຄວາມປະທັບໃຈຈອມປອມກ່ຽວກັບຕົນເອງເມື່ອຢູ່ຕໍ່ໜ້າເຮົາ ເພື່ອວ່າເຮົາອາດຕົບມືໃຫ້ກັບພວກເຂົາ, ຄົນສ່ວນໃຫຍ່ຕັ້ງໃຈເຮັດໃຫ້ຕົນເອງເບິ່ງຄືເປັນຕາໜ້າສົງສານເມື່ອຢູ່ຕໍ່ໜ້າເຮົາ ເພື່ອວ່າພວກເຂົາອາດໄດ້ຮັບເອົາຄວາມຊ່ວຍເຫຼືອຂອງເຮົາ.
- [ບົດທີ 23](https://lo.kingdomsalvation.org/the-twenty-third-utterance.html) - ເມື່ອສຽງຂອງເຮົາດັງຂຶ້ນ, ເມື່ອຕາຂອງເຮົາພົ່ນໄຟອອກມາ, ເຮົາກຳລັງເຝົ້າເບິ່ງຢູ່ເໜືອໂລກທັງປວງ, ເຮົາກຳລັງສັງເກດຈັກກະວານທັງປວງ. ມະນຸດທຸກຄົນກຳລັງອະທິຖານຫາເຮົາ, ຫຼຽວມາຈ້ອງເບິ່ງເຮົາ, ອ້ອນວອນເຮົາໃຫ້ຢຸດຄວາມໃຈຮ້າຍຂອງເຮົາ ແລະ ສາບານທີ່ຈະບໍ່ກະບົດຕໍ່ເຮົາອີກຕໍ່ໄປ. ແຕ່ນີ້ບໍ່ແມ່ນອະດີດອີກຕໍ່ໄປ; ມັນຄືປັດຈຸບັນ. ຜູ້ໃດສາມາດມອບຄືນຄວາມເດັດດ່ຽວຂອງເຮົາ? ແນ່ນອນ ມັນບໍ່ແມ່ນການພາວະນາທີ່ຢູ່ພາຍໃນຫົວໃຈຂອງມະນຸດ ຫຼື ຄຳເວົ້າທີ່ຢູ່ໃນປາກຂອງພວກເຂົາບໍ? ຜູ້ໃດສາມາດຢູ່ລອດຈົນເຖິງປັດຈຸບັນ ຖ້າບໍ່ແມ່ນຍ້ອນເຮົາ? ຜູ້ໃດຢູ່ລອດໄດ້ ໂດຍບໍ່ມີພຣະທຳທີ່ຢູ່ໃນປາກເຮົາ? ຜູ້ໃດບໍ່ ຖືກສາຍຕາຂອງເຮົາເຝົ້າເບິ່ງ? ເຮົາປະຕິບັດພາລະກິດໃໝ່ຂອງເຮົາເທິງແຜ່ນດິນໂລກທັງປວງ, ແລ້ວຜູ້ໃດສາມາດຫຼົບໜີຈາກພາລະກິດນັ້ນໄດ້? ພູເຂົາຕ່າງໆສາມາດຫຼີກເວັ້ນພາລະກິດນັ້ນ ດ້ວຍຄວາມສູງຂອງພວກມັນໄດ້? ດ້ວຍຄວາມກວ້າງໃຫຍ່ໄພສານຂອງມັນ ນໍ້າກໍສາມາດປ້ອງກັນພາລະກິດນັ້ນໄດ້? ໃນແຜນການຂອງເຮົາ, ເຮົາບໍ່ເຄີຍປ່ອຍໃຫ້ສິ່ງໃດກໍຕາມຜ່ານໄປຢ່າງງ່າຍດາຍ ແລະ ສະນັ້ນຈຶ່ງບໍ່ເຄີຍມີໃຜ ຫຼື ສິ່ງໃດທີ່ໜີພົ້ນກຳມືຂອງເຮົາ. ໃນປັດຈຸບັນ, ນາມອັນບໍລິສຸດຂອງເຮົາເປັນທີ່ຍົກຍ້ອງໃນບັນດາມະນຸດ ແລະ ອີກຄັ້ງ ຂ່າວແຫ່ງການປະທ້ວງຕໍ່ເຮົາກໍເກີດຂຶ້ນໃນບັນດາມະນຸດ ແລະ ເລື່ອງເລົ່າລືກ່ຽວກັບການທີ່ເຮົາຢູ່ເທິງແຜ່ນດິນໂລກກໍມີຢູ່ທົ່ວໄປໃນບັນດາມະນຸດ. ເຮົາບໍ່ທົນຕໍ່ການທີ່ມະນຸດຕັດສິນເຮົາ ຫຼື ເຮົາບໍ່ທົນຕໍ່ການທີ່ພວກເຂົາແຍກຮ່າງກາຍຂອງເຮົາອອກ ແລ້ວແຮງໄກທີ່ເຮົາຈະທົນຕໍ່ຄໍາປ້ອຍດ່າທີ່ພວກເຂົາໃຊ້ກັບເຮົາ. ເພາະເຂົາບໍ່ເຄີຍຮູ້ຈັກເຮົາຢ່າງແທ້ຈິງ, ມະນຸດຈຶ່ງຕໍ່ຕ້ານ ແລະ ຫຼອກລວງເຮົາຢູ່ສະເໝີ, ບໍ່ສາມາດຊື່ນຊົມພຣະວິນຍານຂອງເຮົາ ຫຼື ເຊີດຊູພຣະທຳຂອງເຮົາ. ສຳລັບການກະທຳ ແລະ ການປະພຶດທຸກຢ່າງຂອງເຂົາ
- [ບົດທີ 22](https://lo.kingdomsalvation.org/the-twenty-second-utterance.html) - ມະນຸດດຳລົງຊີວິດທ່າມກາງແສງສະຫວ່າງ ແຕ່ເຂົາກໍບໍ່ຮູ້ເຖິງຄວາມລໍ້າຄ່າຂອງແສງສະຫວ່າງນັ້ນ. ເຂົາບໍ່ໃສ່ໃຈຕໍ່ແກ່ນແທ້ຂອງແສງສະຫວ່າງ ແລະ ແຫຼ່ງກຳເນີດແສງສະຫວ່າງ ແລະ ຍິ່ງໄປກວ່ານັ້ນ ເຂົາບໍ່ໃສ່ໃຈວ່າ ແສງສະຫວ່າງນັ້ນເປັນຂອງໃຜ. ເມື່ອເຮົາມອບແສງສະຫວ່າງທ່າມກາງມະນຸດ, ເຮົາກວດສອບສະພາບການຕ່າງໆໃນທ່າມກາງມະນຸດທັນທີ: ຍ້ອນແສງສະຫວ່າງ, ທຸກຄົນໄດ້ປ່ຽນແປງ ແລະ ເຕີບໃຫຍ່ ແລະ ໄດ້ອອກຈາກຄວາມມືດ. ເຮົາເຝົ້າເບິ່ງຈັກກະວານໃນທຸກມຸມ ແລະ ເຫັນວ່າໝອກໄດ້ປົກຫຸ້ມພູເຂົາ, ແມ່ນໍ້າກາຍເປັນນໍ້າກ້ອນໃນຄວາມເຢືອກເຢັນ ແລະ ຍ້ອນການກັບມາຂອງແສງສະຫວ່າງ, ຜູ້ຄົນຈຶ່ງເບິ່ງໄປທາງທິດຕະເວັນອອກເພື່ອວ່າພວກເຂົາອາດຈະຄົ້ນພົບບາງສິ່ງທີ່ມີຄ່າ, ແຕ່ເຖິງຢ່າງນັ້ນ ມະນຸດກໍຍັງບໍ່ສາມາດເບິ່ງເຫັນທິດທາງຢ່າງຈະແຈ້ງໃນຄວາມມືດມົວໄດ້. ເພາະໂລກທັງໝົດຖືກປົກຄຸມດ້ວຍໝອກ, ເມື່ອເຮົາຫຼຽວເບິ່ງຈາກກ້ອນເມກ, ບໍ່ເຄີຍມີມະນຸດຄົນໃດທີ່ຄົ້ນພົບການເປັນຢູ່ຂອງເຮົາຈັກເທື່ອ. ມະນຸດຊອກຫາບາງສິ່ງຢູ່ເທິງແຜ່ນດິນໂລກ; ເບິ່ງຄືກັບວ່າ ເຂົາກຳລັງຫາອາຫານ; ເບິ່ງຄືກັບວ່າ ເຂົາເຈດຕະນາທີ່ຈະລໍຖ້າການມາເຖິງຂອງເຮົາ, ແຕ່ເຂົາບໍ່ຮູ້ມື້ຂອງເຮົາ ແລະ ພຽງແຕ່ສາມາດຫຼຽວເບິ່ງແສງຮິບຮີ່ທີ່ຢູ່ທາງທິດຕະເວັນອອກເລື້ອຍໆເທົ່ານັ້ນ. ໃນບັນດາຜູ້ຄົນທັງປວງ, ເຮົາສະແຫວງຫາຄົນທີ່ສອດຄ່ອງກັບເຈດຕະນາຂອງເຮົາຢ່າງແທ້ຈິງ. ເຮົາຍ່າງທ່າມກາງບັນດາຜູ້ຄົນ ແລະ ດຳລົງຊີວິດຢູ່ທ່າມກາງຜູ້ຄົນທັງປວງ, ແຕ່ມະນຸດເທິງແຜ່ນດິນໂລກມີຄວາມປອດໄພ ແລະ ໝັ້ນຄົງ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜທີ່ສອດຄ່ອງກັບເຈດຕະນາຂອງເຮົາຢ່າງແທ້ຈິງ. ຜູ້ຄົນບໍ່ຮູ້ຈັກວິທີສະແດງເຖິງການຄໍານຶງເຈດຕະນາຂອງເຮົາ, ພວກເຂົາບໍ່ສາມາດເຫັນການກະທຳຂອງເຮົາ ແລະ ພວກເຂົາບໍ່ສາມາດເຄື່ອນໄຫວຢູ່ໃນແສງສະຫວ່າງ ແລະ ຖືກແສງສະຫວ່າງສ່ອງລົງໃສ່. ເຖິງແມ່ນມະນຸດເຄີຍເຊີດຊູພຣະທຳຂອງເຮົາ,
- [ບົດທີ 21](https://lo.kingdomsalvation.org/the-twenty-first-utterance.html) - ມະນຸດຕົກລົງຢູ່ໃນທ່າມກາງແສງສະຫວ່າງຂອງເຮົາ ແລະ ຍຶດໝັ້ນຢູ່ໄດ້ຍ້ອນຄວາມລອດພົ້ນຂອງເຮົາ. ເມື່ອເຮົານໍາຄວາມລອດພົ້ນມາສູ່ຈັກກະວານທັງປວງ, ມະນຸດກໍພະຍາຍາມຄົ້ນຫາວິທີຕ່າງໆເພື່ອເຂົ້າສູ່ກະແສແຫ່ງການຟື້ນຟູຂອງເຮົາ, ແຕ່ກໍມີຄົນທີ່ຖືກກະແສຮຸນແຮງຂອງການຟື້ນຟູນີ້ພັດອອກໄປໂດຍບໍ່ເຫຼືອຮ່ອງຮອຍເລີຍ; ມີຫຼາຍຄົນທີ່ຈົມລົງ ແລະ ຖືກກະແສນໍ້າຮຸນແຮງກືນກິນ; ແລະ ກໍມີຫຼາຍຄົນທີ່ຍຶດໝັ້ນທ່າມກາງກະແສຮຸນແຮງດັ່ງກ່າວເຊັ່ນກັນ ຜູ້ເຊິ່ງບໍ່ເຄີຍຫຼົງທາງ ແລະ ຜູ້ເຊິ່ງຕິດຕາມກະແສທີ່ຮຸນແຮງດັ່ງກ່າວຈົນເຖິງປັດຈຸບັນ. ເຮົາກ້າວໜ້າຕາມຂັ້ນຕອນກັບມະນຸດ, ແຕ່ເຖິງຢ່າງນັ້ນ ມະນຸດກໍບໍ່ເຄີຍຮູ້ຈັກເຮົາເລີຍ; ເຂົາພຽງແຕ່ຮູ້ຈັກເສື້ອຜ້າທີ່ເຮົາໃສ່ຢູ່ດ້ານນອກ ແຕ່ບໍ່ສົນໃຈໃນຄວາມຮັ່ງມີທີ່ເຊື່ອງຊ້ອນຢູ່ພາຍໃນຕົວເຮົາ. ເຖິງແມ່ນເຮົາຈັດກຽມໃຫ້ມະນຸດ ແລະ ສະໜອງໃຫ້ກັບເຂົາໃນແຕ່ລະມື້ ເຂົາກໍບໍ່ສາມາດຮັບເອົາຢ່າງແທ້ຈິງ, ບໍ່ສາມາດຮັບເອົາຄວາມຮັ່ງມີທຸກຢ່າງທີ່ເຮົາໄດ້ມອບໃຫ້. ບໍ່ມີຄວາມເສື່ອມຊາມໃດຂອງມະນຸດສາມາດຫຼົບໜີຈາກການສັງເກດຂອງເຮົາໄດ້; ສຳລັບເຮົາແລ້ວ ໂລກພາຍໃນຂອງເຂົາກໍແຈ້ງຄືກັບເດືອນແຈ້ງຢູ່ເທິງໜ້ານໍ້າ. ເຮົາບໍ່ປະຕິບັດກັບມະນຸດໃນລັກສະນະທີ່ບໍ່ຮອບຄອບ ຫຼື ທຳທ່າປະຕິບັດຕໍ່ເຂົາ; ມັນພຽງແຕ່ເປັນຍ້ອນວ່າມະນຸດບໍ່ສາມາດຮັບຜິດຊອບຕົນເອງ ແລະ ສະນັ້ນ ມະນຸດຊາດທັງປວງຈຶ່ງຊົ່ວຊ້າຢູ່ສະເໝີ ແລະ ແມ່ນແຕ່ປັດຈຸບັນ ເຂົາກໍຍັງບໍ່ສາມາດເຮັດໃຫ້ຕົນເອງຫຼຸດອອກຈາກຄວາມຊົ່ວຊ້າດັ່ງກ່າວນັ້ນໄດ້. ມະນຸດຊາດທີ່ຕໍ່າຊ້າ ແລະ ເປັນຕາສົມເພດເອີຍ! ເປັນຫຍັງມະນຸດຈຶ່ງຮັກເຮົາ ແຕ່ບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະວິນຍານຂອງເຮົາ? ເຮົາບໍ່ໄດ້ເປີດເຜີຍຕົນເອງຕໍ່ມະນຸດຊາດຢ່າງແທ້ຈິງບໍ? ມະນຸດຊາດບໍ່ເຄີຍໄດ້ເຫັນໜ້າຂອງເຮົາແທ້ບໍ? ເປັນໄປໄດ້ບໍ່ວ່າ ເຮົາໄດ້ສະແດງຄວາມເມດຕາເລັກນ້ອຍເກີນໄປຕໍ່ມະນຸດຊາດ? ໂອ ມະນຸດຊາດທີ່ກະບົດທຸກຄົນເອີຍ! ພວກເຂົາຕ້ອງຖືກທຳລາຍລົງພາຍໃຕ້ຕີນຂອງເຮົາ; ພວກເຂົາຕ້ອງຫາຍໄປທ່າມກາງການຂ້ຽນຕີຂອງເຮົາ ແລະ ພວກເຂົາຕ້ອງຖືກໂຍນຖິ້ມຈາກບັນດາມະນຸດຊາດໃນມື້ທີ່ກິດຈະການອັນຍິ່ງໃຫຍ່ຂອງເຮົາຖືກເຮັດໃຫ້ສົມບູນ, ເພື່ອວ່າມະນຸດຊາດທັງປວງຈະຮູ້ຈັກໜ້າຂີ້ເຮິຂອງພວກເຂົາ. ຄວາມຈິງທີ່ວ່າມັນຍາກທີ່ມະນຸດເຫັນໜ້າເຮົາ ຫຼື
- [ບົດທີ 20](https://lo.kingdomsalvation.org/the-twentieth-utterance.html) - ຄວາມຮັ່ງມີຂອງຄົວເຮືອນຂອງເຮົາແມ່ນບໍ່ສາມາດນັບໄດ້ ແລະ ບໍ່ສາມາດຢັ່ງເຖິງໄດ້, ແຕ່ມະນຸດກໍບໍ່ເຄີຍມາຫາເຮົາເພື່ອຮັບເອົາສິ່ງເຫຼົ່ານັ້ນຈັກເທື່ອ. ເຂົາບໍ່ສາມາດຮັບເອົາສິ່ງເຫຼົ່ານັ້ນດ້ວຍຕົນເອງ ຫຼື ບໍ່ສາມາດປົກປ້ອງຕົນເອງດ້ວຍຄວາມພະຍາຍາມຂອງເຂົາເອງ; ກົງກັນຂ້າມ ເຂົາໄວ້ວາງໃຈໃນຄົນອື່ນຢູ່ສະເໝີ. ໃນບັນດາຄົນທີ່ເຮົາເຝົ້າເບິ່ງ, ບໍ່ມີໃຜສະແຫວງຫາເຮົາຢ່າງຕັ້ງໃຈ ແລະ ແບບກົງໄປກົງມາ. ພວກເຂົາລ້ວນແລ້ວແຕ່ມາຢູ່ຕໍ່ໜ້າເຮົາຍ້ອນການຊັກຈູງຂອງຄົນອື່ນ, ແລ່ນຕາມຄົນສ່ວນໃຫຍ່ ແລະ ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ຫຼື ໃຊ້ເວລາເພື່ອເພີ່ມພູນຊີວິດຂອງພວກເຂົາ. ສະນັ້ນ ໃນທ່າມກາງມະນຸດ ບໍ່ມີໃຜເຄີຍດຳລົງຊີວິດຢູ່ໃນຄວາມເປັນຈິງຈັກເທື່ອ ແລະ ທຸກຄົນດຳລົງຊີວິດຢ່າງບໍ່ມີຄວາມໝາຍ. ຍ້ອນວິທີທາງ ແລະ ປະເພນີຂອງມະນຸດທີ່ຖືກຈັດຕັ້ງຂຶ້ນມາແຕ່ດົນ, ຮ່າງກາຍຂອງທຸກຄົນຈຶ່ງເຕັມໄປດ້ວຍກິ່ນອາຍຂອງດິນ. ຜົນຕາມມາກໍຄື ມະນຸດເລີ່ມບໍ່ມີຄວາມຮູ້ສຶກ, ບໍ່ສາມາດຮູ້ສຶກເຖິງຄວາມສິ້ນຫວັງຂອງໂລກ ແລະ ກົງກັນຂ້າມ ເຂົາຫຍຸ້ງຢູ່ກັບການເຮັດໃຫ້ຕົນເອງມີຄວາມສຸກເທິງແຜ່ນດິນໂລກທີ່ເຢືອກເຢັນນີ້. ຊີວິດຂອງມະນຸດບໍ່ມີຄວາມອົບອຸ່ນແມ່ນແຕ່ໜ້ອຍດຽວ ແລະ ປາສະຈາກຮ່ອງຮອຍຂອງມະນຸດ ຫຼື ແສງສະຫວ່າງທັງສິ້ນ, ແຕ່ເຂົາກໍຍັງຕາມໃຈຕົວເອງ, ພວກເຂົາປ່ອຍໃຫ້ຊີວິດໝົດຄຸນຄ່າກັບການດີ້ນລົນໂດຍບໍ່ບັນລຸຫຍັງຈັກຢ່າງ. ໃນພິບຕາດຽວ, ມື້ແຫ່ງຄວາມຕາຍກໍໃກ້ເຂົ້າມາ ແລະ ມະນຸດກໍຕາຍຢ່າງຂົມຂື່ນ. ໃນໂລກນີ້ ເຂົາບໍ່ເຄີຍສຳເລັດຫຍັງເລີຍ ຫຼື ໄດ້ຮັບຫຍັງເລີຍ, ເຂົາພຽງແຕ່ມາ ແລະ ຈາກໄປຢ່າງຮີບດ່ວນ. ໃນສາຍຕາຂອງເຮົາ ບໍ່ມີໃຜໃນບັນດາຄົນເຫຼົ່ານີ້ທີ່ນໍາຫຍັງມາ ຫຼື
- [ບົດທີ 19](https://lo.kingdomsalvation.org/the-nineteenth-utterance.html) - ການຖືເອົາພຣະທຳຂອງເຮົາໃຫ້ເປັນພື້ນຖານໃນການຢູ່ລອດຂອງເຂົາ, ນີ້ແມ່ນພັນທະຂອງມະນຸດ. ຜູ້ຄົນຕ້ອງກຳນົດສ່ວນແບ່ງຂອງພວກເຂົາເອງໃນທຸກພາກສ່ວນຂອງພຣະທຳຂອງເຮົາ; ການບໍ່ເຮັດຕາມຈະເປັນການສະແຫວງຫາຄວາມພິນາດຂອງພວກເຂົາເອງ ແລະ ເປັນການເຊີນໃຫ້ເກີດການດູຖູກ. ມະນຸດຊາດບໍ່ຮູ້ຈັກເຮົາ ແລະ ຍ້ອນສິ່ງນີ້ ແທນທີ່ຈະນໍາຊີວິດຂອງເຂົາເອງມາຫາເຮົາ ເພື່ອສະເໜີການແລກປ່ຽນກັນ ສິ່ງທີ່ເຂົາເຮັດກໍ່ຄືການແຫ່ນຂະບວນຕໍ່ໜ້າເຮົາພ້ອມດ້ວຍຂີ້ເຫຍື້ອຢູ່ໃນມືຂອງເຂົາ, ເພື່ອພະຍາຍາມເຮັດໃຫ້ເຮົາພໍໃຈ. ເຖິງຢ່າງໃດກໍ່ຕາມ, ໄກຈາກຄວາມພໍໃຈສິ່ງຕ່າງໆທີ່ພວກມັນເປັນ, ເຮົາສືບຕໍ່ຮຽກຮ້ອງຈາກມະນຸດຊາດ. ເຮົາຮັກການປະກອບສ່ວນຂອງຜູ້ຄົນ, ແຕ່ກຽດຊັງຄວາມຮຽກຮ້ອງຂອງເຂົາ. ມະນຸດທຸກຄົນມີຫົວໃຈທີ່ເຕັມໄປດ້ວຍຄວາມໂລບ; ມັນເປັນຄືກັບວ່າຫົວໃຈຂອງມະນຸດຕົກເປັນທາດໃຫ້ກັບມານຮ້າຍ ແລະ ບໍ່ມີຜູ້ໃດສາມາດເປັນອິດສະຫຼະ ແລະ ຖວາຍຫົວໃຈຂອງພວກເຂົາໃຫ້ກັບເຮົາໄດ້. ເວລາທີ່ເຮົາກ່າວ ຜູ້ຄົນຈະຟັງສຽງຂອງເຮົາດ້ວຍຄວາມເອົາໃຈໃສ່ຢ່າງຕັ້ງອົກຕັ້ງໃຈ; ແຕ່ເມື່ອເຮົາງຽບ ພວກເຂົາກໍເລີ່ມ “ກິດຈະການ” ຂອງພວກເຂົາອີກຄັ້ງ ແລະ ເຊົາໃສ່ໃຈຕໍ່ພຣະທຳຂອງເຮົາໂດຍສິ້ນເຊີງ, ຄືກັບວ່າພຣະທຳຂອງເຮົາເປັນເຄື່ອງປະກອບສຳລັບ “ກິດຈະການ” ຂອງພວກເຂົາ. ເຮົາບໍ່ເຄີຍຍຸຍານກັບມະນຸດຊາດຈັກເທື່ອ ແລະ ເຖິງຢ່າງໃດກໍຕາມ ເຮົາກໍຍັງອົດທົນ ແລະ ອົດກັ້ນຕໍ່ມະນຸດຊາດ. ແລ້ວດ້ວຍເຫດນັ້ນ ຍ້ອນຄວາມຜ່ອນຜັນຂອງເຮົາ ມະນຸດທຸກຄົນແມ່ນປະເມີນຄ່າຕົວເອງສູງເກີນໄປ ແລະ ບໍ່ສາມາດຮູ້ຈັກຕົນເອງ ແລະ ບໍ່ໄຕ່ຕອງກ່ຽວກັບຕົນເອງ; ພວກເຂົາພຽງແຕ່ເອົາປຽບຄວາມອົດທົນຂອງເຮົາເພື່ອຫຼອກລວງເຮົາ. ບໍ່ມີແມ່ນແຕ່ໜຶ່ງຄົນທ່າມກາງພວກເຂົາທີ່ໃສ່ໃຈເຮົາຢ່າງຈິງໃຈ ແລະ ບໍ່ມີແມ່ນແຕ່ໜຶ່ງຄົນທີ່ເຊີດຊູເຮົາໃຫ້ເປັນສິ່ງທີ່ມີຄ່າສຳລັບຫົວໃຈຂອງພວກເຂົາ; ມີແຕ່ເມື່ອພວກເຂົາມີຊ່ວງເວລາວ່າງ ພວກເຂົາຈຶ່ງສົນໃຈເຮົາພໍເປັນພິທີ. ຄວາມພະຍາຍາມທີ່ເຮົາໄດ້ສະຫຼະໃຫ້ກັບມະນຸດເກີນກວ່າຈະວັດແທກໄດ້;
- [ບົດທີ 18](https://lo.kingdomsalvation.org/the-eighteenth-utterance.html) - ໃນທ່າມກາງຟ້າແມບເຫຼື້ອມ, ສັດທຸກຊະນິດແມ່ນຖືກເປີດເຜີຍໃນຮູບຮ່າງທີ່ແທ້ຈິງຂອງພວກມັນ. ເຊັ່ນກັນ ດ້ວຍການເຍືອງທາງຈາກແສງສະຫວ່າງຂອງເຮົາ ມະນຸດກໍໄດ້ກອບກູ້ເອົາຄວາມບໍລິສຸດທີ່ເຂົາເຄີຍມີຄັ້ງໜຶ່ງກັບຄືນມາ. ໂອ, ໂລກທີ່ເສື່ອມຊາມຂອງອະດີດ! ໃນທີ່ສຸດ ມັນກໍຖືກຂວໍ້າລົງໄປໃນນໍ້າທີ່ສົກກະປົກ ແລະ ຈົມລົງພື້ນ ແລ້ວກໍສະຫຼາຍກາຍເປັນຂີ້ຕົມ! ໂອ, ມະນຸດທັງໝົດເອີຍ ທີ່ເປັນສິ່ງຊົງສ້າງຂອງເຮົາເອງ! ໃນທີ່ສຸດພວກເຂົາກໍໄດ້ກັບຄືນມາມີຊີວິດອີກຄັ້ງໃນແສງສະຫວ່າງ, ໄດ້ຮັບເອົາພື້ນຖານສໍາລັບການມີຊີວິດ ແລະ ຢຸດດິ້ນຮົນໃນຂີ້ຕົມ! ໂອ, ສິ່ງຕ່າງໆທີ່ນັບບໍ່ຖ້ວນທີ່ເຮົາຖືໃນມືຂອງເຮົາ! ພວກເຂົາບໍ່ສາມາດຖືກສ້າງຂຶ້ນໃໝ່ຜ່ານພຣະທໍາຂອງເຮົາບໍ? ພວກເຂົາຈະບໍ່ມີບົດບາດໃນໜ້າທີ່ຂອງພວກເຂົາໃນແສງສະຫວ່າງໄດ້ແນວໃດ? ແຜ່ນດິນໂລກຈະບໍ່ຢຸດນິ້ງ ແລະ ມິດງຽບອີກຕໍ່ໄປ ແລະ ສະຫວັນຈະບໍ່ເປົ່າປ່ຽວ ແລະ ໂສກເສົ້າອີກຕໍ່ໄປ. ສະຫວັນ ແລະ ແຜ່ນດິນໂລກທີ່ບໍ່ຖືກແຍກໂດຍຊ່ອງວ່າງອີກຕໍ່ໄປ ຖືກຮວມເຂົ້າກັນໂດຍບໍ່ມີວັນຈະຖືກແຍກອອກອີກ. ໃນໂອກາດທີ່ປິຕິຍິນດີນີ້, ໃນຊ່ວງເວລາແຫ່ງຄວາມຍິນດີນີ້, ຄວາມຊອບທໍາຂອງເຮົາ ແລະ ຄວາມບໍລິສຸດຂອງເຮົາໄດ້ແຜ່ອອກໄປທົ່ວຈັກກະວານ ແລະ ຖືກສັນລະເສີນຢ່າງບໍ່ຢຸດຢັ້ງໂດຍມະນຸດທຸກຄົນ. ນະຄອນແຫ່ງສະຫວັນກໍາລັງຫົວດ້ວຍຄວາມສຸກ ແລະ ອານາຈັກຂອງແຜ່ນດິນໂລກກໍາລັງເຕັ້ນລໍາດ້ວຍຄວາມສຸກ. ໃນເວລານີ້ ແມ່ນຜູ້ໃດທີ່ບໍ່ມີຄວາມຍິນດີ ແລະ ມີຜູ້ໃດທີ່ບໍ່ຮ້ອງໄຫ້ແດ່? ແຜ່ນດິນໂລກທີ່ຢູ່ໃນສະພາບດັ່ງເດີມຂອງມັນແມ່ນເປັນຂອງສະຫວັນ ແລະ ສະຫວັນກໍໄດ້ຮວມເຂົ້າກັນກັບແຜ່ນດິນໂລກ. ມະນຸດແມ່ນສາຍເຊືອກທີ່ຮັດສະຫວັນ ແລະ ແຜ່ນດິນໂລກເຂົ້າກັນ ແລະ
- [ບົດທີ 17](https://lo.kingdomsalvation.org/the-seventeenth-utterance.html) - ພຣະວັດຈະນະຂອງເຮົາໄດ້ດັງກ້ອງຄືສຽງຟ້າຮ້ອງ ໂດຍປ່ອຍແສງໄປທຸກທິດທາງ ແລະ ທົ່ວແຜ່ນດິນໂລກທັງໝົດ ແລະ ໃນທ່າມກາງສຽງຟ້າຮ້ອງ ແລະ ຟ້າແມບເຫຼື້ອມນັ້ນ, ມະນຸດຖືກໂຈມຕີ. ບໍ່ມີມະນຸດຜູ້ໃດທີ່ເຄີຍເຂັ້ມແຂງໃນທ່າມກາງສຽງຟ້າຮ້ອງ ແລະ ຟ້າແມບເຫຼື້ອມ; ມະນຸດສ່ວນໃຫຍ່ແມ່ນຢ້ານກົວຫຼາຍຕໍ່ການມາຂອງແສງສະຫວ່າງຂອງເຮົາ ແລະ ບໍ່ຮູ້ວ່າຈະຕ້ອງເຮັດແນວໃດ. ເມື່ອແສງຮິບຮີ່ເລີ່ມປາກົດຂຶ້ນໃນທິດຕາເວັນອອກ, ຫຼາຍຄົນທີ່ຖືກດົນບັນດານດ້ວຍແສງຮິບຮີ່ນີ້ ກໍຖືກປຸກໃຫ້ຕື່ນຈາກພາບລວງຕາຂອງພວກເຂົາທັນທີ. ແຕ່ບໍ່ມີໃຜເຄີຍຮູ້ວ່າ ມື້ນັ້ນໄດ້ມາເຖິງແລ້ວ ທີ່ແສງສະຫວ່າງຂອງເຮົາລົງມາສູ່ແຜ່ນດິນໂລກ. ມະນຸດສ່ວນໃຫຍ່ແມ່ນຕົກຕະລຶງຈາກການມາເຖິງຂອງແສງສະຫວ່າງຢ່າງກະທັນຫັນ ແລະ ບາງຄົນທີ່ຈ້ອງເບິ່ງດ້ວຍຄວາມຕື່ນເຕັ້ນຢາກຮູ້ຢາກເຫັນ ກໍພາກັນສັງເກດເບິ່ງການເຄື່ອນໄຫວຂອງແສງສະຫວ່າງ ແລະ ທິດທາງຂອງການມາຂອງມັນ ໃນຂະນະທີ່ບາງຄົນຢືນຕຽມພ້ອມເມື່ອພວກເຂົາຜະເຊີນກັບແສງສະຫວ່າງ ເພື່ອພວກເຂົາອາດຈະເຂົ້າໃຈຢ່າງຊັດເຈນຫຼາຍຂຶ້ນ ກ່ຽວກັບແຫຼ່ງທີ່ມາຂອງມັນ. ເຖິງຢ່າງນັ້ນກໍຕາມມີໃຜເຄີຍຄົ້ນພົບວ່າ ແສງສະຫວ່າງໃນມື້ນີ້ມີຄ່າສໍ່າໃດບໍ? ມີໃຜເຄີຍຕື່ນຂຶ້ນສູ່ຄວາມເປັນເອກະລັກຂອງແສງສະຫວ່າງໃນປັດຈຸບັນບໍ? ມະນຸດສ່ວນໃຫຍ່ໄດ້ແຕ່ສັບສົນ; ພວກເຂົາມີບາດແຜໃນຕາ ແລະ ຖືກໂຍນລົງໃສ່ຂີ້ຕົມໂດຍແສງສະຫວ່າງ. ພາຍໃຕ້ແສງທີ່ມືດມົວນີ້, ຜູ້ຄົນອາດເວົ້າວ່າ ຄວາມວຸ້ນວາຍປົກຄຸມໄປທົ່ວແຜ່ນດິນໂລກ ເຊິ່ງເປັນພາບທີ່ໜ້າສົມເພດທີ່ບໍ່ອາດທົນເບິ່ງໄດ້ ເມື່ອກວດສອບຢ່າງຖີ່ຖ້ວນແລ້ວ ກໍຈະໂຈມຕີຜູ້ຄົນດ້ວຍຄວາມໂສກເສົ້າຢ່າງແຮງ. ເມື່ອແສງສະຫວ່າງສ່ອງແສງກ້າຢ່າງແຮງ, ຜູ້ຄົນກໍຈະເຂົ້າໃຈຈາກສິ່ງນີ້ວ່າ ສະພາບຂອງແຜ່ນດິນໂລກຈະມີຄວາມສາມາດໜ້ອຍລົງ ທີ່ຈະເຮັດໃຫ້ມະນຸດມາຢືນຢູ່ຕໍ່ໜ້າເຮົາ. ມະນຸດນອນຢູ່ໃນລັດສະໝີຂອງແສງສະຫວ່າງ; ອີກເທື່ອໜຶ່ງ ມະນຸດທຸກຄົນນອນຢູ່ໃນຄວາມລອດພົ້ນຂອງແສງສະຫວ່າງ ແຕ່ຍັງຢູ່ໃນບາດແຜຂອງມັນ: ມີຜູ້ໃດບໍ ທີ່ບໍ່ໄດ້ຢູ່ໃນທ່າມກາງການໂຈມຕີອັນໂຫດຮ້າຍຂອງແສງສະຫວ່າງ? ມີຜູ້ໃດທີ່ສາມາດໜີຈາກການເຜົາໄໝ້ຂອງແສງສະຫວ່າງແດ່? ເຮົາໄດ້ຍ່າງໄປທົ່ວຈັກກະວານ
- [ບົດທີ 16](https://lo.kingdomsalvation.org/the-sixteenth-utterance.html) - ມີຫຼາຍຢ່າງທີ່ເຮົາປາດຖະໜາຢາກເວົ້າກັບມະນຸດ, ມີຫຼາຍສິ່ງທີ່ເຮົາຕ້ອງບອກເຂົາ. ແຕ່ມະນຸດແມ່ນຍັງຂາດເຂີນຫຼາຍດ້ານຄວາມສາມາດໃນການຍອມຮັບ; ມະນຸດເຂົາບໍ່ສາມາດເຂົ້າໃຈພຣະທໍາຂອງເຮົາທັງໝົດຕາມທີ່ເຮົາໄດ້ສະໜອງໃຫ້ ແລະ ພຽງແຕ່ເຂົ້າໃຈດ້ານດຽວເທົ່ານັ້ນ ໂດຍທີ່ຍັງຂາດຄວາມຮູ້ໃນດ້ານອື່ນໆ. ເຖິງຢ່າງນັ້ນກໍຕາມ ເຮົາກໍບໍ່ໄດ້ເຮັດໃຫ້ມະນຸດຕາຍ ຍ້ອນຄວາມບໍ່ມີພະລັງຂອງເຂົາ ຫຼື ເຮົາບໍ່ເສຍໃຈກັບຄວາມອ່ອນແອຂອງເຂົາ. ເຮົາພຽງແຕ່ປະຕິບັດພາລະກິດຂອງເຮົາ ແລະ ກ່າວຄືດັ່ງທີ່ເຄີຍກ່າວມາ ເຖິງແມ່ນວ່າ ມະນຸດຈະບໍ່ເຂົ້າໃຈເຈດຕະນາຂອງເຮົາເລີຍ; ເມື່ອມື້ນັ້ນມາເຖິງ ຜູ້ຄົນຈະຮູ້ຈັກເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ຈະຈື່ຈໍາເຮົາໃນຄວາມຄິດຂອງພວກເຂົາ. ເວລາທີ່ເຮົາຈາກແຜ່ນດິນໂລກໄປຈະເປັນເວລາອັນແນ່ນອນທີ່ເຮົາຂຶ້ນຄອງບັນລັງໃນຫົວໃຈຂອງມະນຸດ ເຊິ່ງໝາຍຄວາມວ່າ ມັນຈະເປັນເວລາທີ່ມະນຸດທຸກຄົນຮູ້ຈັກເຮົາ. ມັນຈະເປັນເວລາທີ່ບຸດຊາຍ ແລະ ປະຊາຊົນຂອງເຮົາປົກຄອງແຜ່ນດິນໂລກຄືກັນ. ຜູ້ທີ່ຮູ້ຈັກເຮົາຈະກາຍເປັນເສົາຫຼັກຂອງອານາຈັກຂອງເຮົາຢ່າງແນ່ນອນ ແລະ ບໍ່ມີໃຜ ນອກຈາກພວກເຂົາ ທີ່ຈະມີຄຸນສົມບັດປົກຄອງ ແລະ ກໍາອໍານາດໃນອານາຈັກຂອງເຮົາ. ທຸກຄົນທີ່ຮູ້ຈັກເຮົາແມ່ນມີຄວາມເປັນຢູ່ຂອງເຮົາ ແລະ ສາມາດດໍາລົງຢູ່ກັບເຮົາໃນທ່າມກາງມະນຸດທຸກຄົນ. ເຮົາບໍ່ສົນໃຈວ່າ ມະນຸດຈະຮູ້ຈັກເຮົາຮອດຂອບເຂດໃດ: ບໍ່ມີໃຜສາມາດຂັດຂວາງພາລະກິດຂອງເຮົາໃນທາງໃດທາງໜຶ່ງ ແລະ ມະນຸດບໍ່ສາມາດຖວາຍການຊ່ວຍເຫຼືອໃຫ້ເຮົາ ແລະ ບໍ່ສາມາດເຮັດຫຍັງໃຫ້ເຮົາ. ມະນຸດສາມາດປະຕິບັດຕາມການນໍາພາຂອງເຮົາຈາກແສງສະຫວ່າງຂອງເຮົາເທົ່ານັ້ນ ແລະ ສະແຫວງຫາຄວາມປະສົງຂອງເຮົາໃນແສງສະຫວ່າງນີ້. ໃນປັດຈຸບັນນີ້ ຜູ້ຄົນໄດ້ມີຄຸນສົມບັດ ແລະ ເຊື່ອວ່າ ພວກເຂົາສາມາດຍ່າງວາງທ່າຢູ່ຕໍ່ໜ້າເຮົາ ແລະ ຫົວຂວັນ ແລະ
- [ບົດທີ 15](https://lo.kingdomsalvation.org/the-fifteenth-utterance.html) - ມະນຸດລ້ວນແລ້ວແຕ່ເປັນສິ່ງມີຊີວິດທີ່ບໍ່ມີຄວາມຮູ້ກ່ຽວກັບຕົວເອງ ແລະ ພວກເຂົາບໍ່ສາມາດຮູ້ຈັກຕົວເອງໄດ້. ເຖິງຢ່າງໃດກໍຕາມ, ພວກເຂົາຮູ້ຈັກຄົນອື່ນໆຄືກັບຫຼັງມືຂອງພວກເຂົາ ຄືກັບວ່າທຸກສິ່ງທີ່ຄົນອື່ນໄດ້ເຮັດ ແລະ ໄດ້ເວົ້າໄດ້ຖືກ “ກວດສອບ” ໂດຍພວກເຂົາ, ຢູ່ຕໍ່ໜ້າພວກເຂົາ ແລະ ໄດ້ຮັບການອະນຸມັດຈາກພວກເຂົາກ່ອນທີ່ຈະເຮັດ. ດ້ວຍເຫດນັ້ນ, ມັນຈຶ່ງຄືກັບວ່າພວກເຂົາໄດ້ໃຊ້ມາດຕະການເຕັມກັບທຸກຄົນຕະຫຼອດເຖິງສະພາບທາງຈິດໃຈຂອງພວກເຂົາ. ມະນຸດລ້ວນແລ້ວແຕ່ເປັນແບບນີ້. ເຖິງວ່າໃນປັດຈຸບັນ ມະນຸດໄດ້ເຂົ້າສູ່ຍຸກແຫ່ງອານາຈັກ, ແຕ່ທຳມະຊາດຂອງເຂົາກໍຍັງບໍ່ໄດ້ປ່ຽນແປງ. ພວກເຂົາຍັງເຮັດແບບທີ່ເຮົາເຮັດເມື່ອຢູ່ຕໍ່ໜ້າເຮົາ, ແຕ່ເມື່ອລັບຫຼັງເຮົາ ພວກເຂົາກໍເລີ່ມລຸກຂຶ້ນເຮັດ “ທຸລະກິດ” ພິເສດຂອງເຂົາເອງ. ຢ່າງໃດກໍຕາມ, ຫຼັງຈາກນັ້ນ ເມື່ອພວກເຂົາມາຢູ່ຕໍ່ໜ້າເຮົາ, ພວກເຂົາກໍເປັນຄົນທີ່ແຕກຕ່າງຈາກເດີມ, ເຊິ່ງເບິ່ງຄືໃຈເຢັນ ແລະ ບໍ່ຢ້ານ, ໃບໜ້າສະຫງົບ ແລະ ໃຈເຕັ້ນປົກກະຕິ. ສິ່ງນີ້ບໍ່ແມ່ນສິ່ງທີ່ເຮັດໃຫ້ມະນຸດຊົ່ວຊ້າຫຼາຍແທ້ບໍ? ມີຈັກຄົນທີ່ມີສອງໜ້າທີ່ແຕກຕ່າງກັນຢ່າງສິ້ນເຊີງ, ໜ້າໜຶ່ງເມື່ອຢູ່ຕໍ່ໜ້າເຮົາ ແລະ ອີກໜ້າເມື່ອຢູ່ລັບຫຼັງເຮົາ? ມີພວກເຂົາຫຼາຍຄົນທີ່ເຮັດຄືກັບແກະນ້ອຍເກີດໃໝ່ເມື່ອຢູ່ຕໍ່ໜ້າເຮົາ ແຕ່ເມື່ອຢູ່ລັບຫຼັງເຮົາ ພວກເຂົາກໍກາຍເປັນເສືອທີ່ດຸຮ້າຍ ແລະ ຫຼັງຈາກນັ້ນກໍເຮັດຄືກັນກັບນົກນ້ອຍທີ່ບິນໄປມາໃນພູເຂົາຢ່າງລ່າເລີງ. ມີຈັກຄົນທີ່ສະແດງຈຸດປະສົງ ແລະ ປະນິທານເມື່ອຢູ່ຕໍ່ໜ້າເຮົາ? ມີຫຼາຍຄົນທີ່ມາຢູ່ຕໍ່ໜ້າເຮົາໂດຍສະແຫວງຫາພຣະທຳຂອງເຮົາດ້ວຍຄວາມກະຫາຍ ແລະ ຄວາມປາຖະໜາ, ແຕ່ເມື່ອຢູ່ລັບຫຼັງເຮົາ ພວກເຂົາກໍຮູ້ສຶກບໍ່ມັກພຣະທຳເຫຼົ່ານັ້ນ ແລະ ປະຖິ້ມ ຄືກັບວ່າພຣະວັດຈະນະຂອງເຮົາເປັນພາລະ.
- [ບົດທີ 14](https://lo.kingdomsalvation.org/the-fourteenth-utterance.html) - ຕະຫຼອດຍຸກຕ່າງໆ, ບໍ່ມີມະນຸດຄົນໃດໄດ້ເຂົ້າເຖິງອານາຈັກ ແລະ ສະນັ້ນ ຈຶ່ງບໍ່ມີໃຜໄດ້ຮັບພຣະຄຸນຈາກຍຸກແຫ່ງອານາຈັກ ແລະ ບໍ່ມີໃຜໄດ້ເຫັນກະສັດຂອງອານາຈັກ. ເຖິງຈະຢູ່ພາຍໃຕ້ແສງສະຫວ່າງຂອງພຣະວິນຍານຂອງເຮົາ, ຫຼາຍຄົນໄດ້ທໍານາຍເຖິງຄວາມງົດງາມຂອງອານາຈັກ, ພວກເຂົາຮູພຽງແຕ່ພາຍນອກຂອງມັນ ແຕ່ບໍ່ຮູ້ສິ່ງທີ່ສຳຄັນທີ່ຢູ່ພາຍໃນ. ໃນປັດຈຸບັນ ໃນຂະນະທີ່ອານາຈັກໄດ້ເກີດຂຶ້ນຢູ່ເທິງແຜ່ນດິນໂລກຢ່າງເປັນທາງການ, ແຕ່ມະນຸດຊາດສ່ວນໃຫຍ່ກໍຍັງບໍ່ຮູ້ເຖິງສິ່ງທີ່ຕ້ອງເຮັດໃຫ້ສຳເລັດ ຫຼື ບໍ່ຮູ້ວ່າອານາຈັກແບບໃດທີ່ຜູ້ຄົນຈະຖືກນໍາເຂົ້າໄປໃນທີ່ສຸດ ໃນຊ່ວງຍຸກແຫ່ງອານາຈັກ. ກ່ຽວກັບເລື່ອງດັ່ງກ່າວນີ້, ເຮົາຢ້ານວ່າ ມະນຸດທຸກຄົນຈະຕົກຢູ່ໃນສະພາບທີ່ສັບສົນ. ຍ້ອນວ່າມື້ທີ່ຈະສ້າງອານາຈັກໃຫ້ສໍາເລັດຍັງບໍ່ມາເຖິງ, ມະນຸດທຸກຄົນເລີຍສັບສົນ ແລະ ບໍ່ສາມາດເຫັນມັນຢ່າງຊັດເຈນ. ພາລະກິດຂອງເຮົາໃນຄວາມເປັນພະເຈົ້າແມ່ນເລີ່ມຕົ້ນຢ່າງເປັນທາງການພ້ອມກັບຍຸກແຫ່ງອານາຈັກ ແລະ ດ້ວຍການເລີ່ມຕົ້ນຢ່າງເປັນທາງການຂອງຍຸກແຫ່ງອານາຈັກນີ້ ອຸປະນິໄສຂອງເຮົາຈຶ່ງເລີ່ມສະແດງໃຫ້ມະນຸດເຫັນຢ່າງຕໍ່ເນື່ອງ. ສະນັ້ນ, ໃນເວລານີ້ ສຽງແກສັກສິດຈະເລີ່ມດັງຂຶ້ນຢ່າງເປັນທາງການເພື່ອສົ່ງສຽງ ແລະ ປະກາດກັບທຸກຄົນ. ເມື່ອເຮົາເລີ່ມຮັບອຳນາດຂອງເຮົາ ແລະ ປົກຄອງເປັນກະສັດໃນອານາຈັກຢ່າງເປັນທາງການ, ເຮົາຈະເຮັດໃຫ້ປະຊາຊົນຂອງເຮົາທຸກຄົນສົມບູນຕາມການເວລາ. ເມື່ອທຸກຊາດທົ່ວໂລກໄດ້ຖືກທຳລາຍ, ເມື່ອນັ້ນ ອານາຈັກຂອງເຮົາຈະຖືກກໍ່ຕັ້ງຂຶ້ນ ແລະ ເປັນຮູບປະທໍາ ແລະ ເມື່ອນັ້ນ ເຮົາຈະປ່ຽນແປງ ແລະ ຫັນມາຜະເຊີນກັບຈັກກະວານທັງໝົດ. ໃນເວລານັ້ນ, ທຸກຄົນຈະໄດ້ເຫັນໜ້າຕາທີ່ເຕັມໄປດ້ວຍລັດສະໝີພາບຂອງເຮົາ ແລະ ເຫັນລັກສະນະໃບໜ້າທີ່ແທ້ຈິງຂອງເຮົາ. ຕັ້ງແຕ່ການສ້າງໂລກ, ຈາກການທີ່ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມ ຈົນເຖິງຂອບເຂດທີ່ວ່າພວກເຂົາໄດ້ເສື່ອມຊາມໃນປັດຈຸບັນ, ຈາກມຸມມອງຂອງພວກເຂົາ,
- [ບົດທີ 13](https://lo.kingdomsalvation.org/the-thirteenth-utterance.html) - ພາຍໃນພຣະທໍາ ແລະ ພຣະວັດຈະນະຂອງເຮົາ ແມ່ນມີເຈດຕະນາຈໍານວນໜຶ່ງຂອງເຮົາທີ່ເຊື່ອງຊ້ອນຢູ່ ແຕ່ຜູ້ຄົນບໍ່ຮູ້ຈັກ ແລະ ເຂົ້າໃຈສິ່ງເຫຼົ່ານີ້; ພວກເຂົາເຂົ້າໃຈພຣະທໍາຂອງເຮົາຈາກພາຍນອກ ແລະ ປະຕິບັດຕາມພຣະທໍາເຫຼົ່ານັ້ນຈາກພາຍນອກ ແລະ ພວກເຂົາບໍ່ສາມາດເຂົ້າໃຈຫົວໃຈຂອງເຮົາ ຫຼື ຢັ່ງຮູ້ເຈດຕະນາຂອງເຮົາຈາກພາຍໃນພຣະທໍາຂອງເຮົາ. ເຖິງແມ່ນວ່າ ເຮົາໄດ້ເຮັດໃຫ້ພຣະທໍາຂອງເຮົາຊັດເຈນ ແຕ່ມີໃຜແດ່ທີ່ເຂົ້າໃນສິ່ງເຫຼົ່ານັ້ນ? ເຮົາລົງມາສູ່ມະນຸດຈາກພູເຂົາຊີໂອນ. ຍ້ອນເຮົາໄດ້ສວມໃສ່ຄວາມເປັນມະນຸດທໍາມະດາ ແລະ ໜັງຂອງມະນຸດ, ຜູ້ຄົນຈຶ່ງຮູ້ແຕ່ຮູບຮ່າງຂອງເຮົາຈາກພາຍນອກ ແຕ່ພວກເຂົາບໍ່ຮູ້ຈັກຊີວິດພາຍໃນຕົວເຮົາ ແລະ ພວກເຂົາບໍ່ຮູ້ພຣະເຈົ້າແຫ່ງພຣະວິນຍານ ແລະ ພຽງແຕ່ຮູ້ຈັກມະນຸດໃນເນື້ອໜັງເທົ່ານັ້ນ. ພຣະເຈົ້າທີ່ແທ້ຈິງແມ່ນບໍ່ຄູ່ຄວນກັບຄວາມພະຍາຍາມຂອງພວກເຈົ້າໃນການຮູ້ຈັກພຣະອົງບໍ? ພຣະເຈົ້າທີ່ແທ້ຈິງບໍ່ສາມາດຄູ່ຄວນກັບຄວາມພະຍາຍາມຂອງພວກເຈົ້າໃນການ “ວິເຄາະ” ພຣະອົງຢ່າງລະອຽດບໍ? ເຮົາກຽດຊັງຄວາມເສື່ອມຊາມຂອງເຜົ່າພັນມະນຸດທັງໝົດ ແຕ່ເຮົາຮູ້ສຶກເຫັນໃຈຄວາມອ່ອນແອຂອງພວກເຂົາ. ເຮົາຍັງລິຮານທໍາມະຊາດເກົ່າຂອງເຜົ່າພັນມະນຸດທັງໝົດ. ໃນຖານະທີ່ເປັນໜຶ່ງໃນປະຊາຊົນຂອງເຮົາຢູ່ປະເທດຈີນ, ພວກເຈົ້າບໍ່ໄດ້ເປັນສ່ວນໜຶ່ງຂອງເຜົ່າພັນມະນຸດເຊັ່ນກັນບໍ? ໃນທ່າມກາງປະຊາຊົນຂອງເຮົາທຸກຄົນ ແລະ ໃນທ່າມກາງບຸດຊາຍຂອງເຮົາທຸກຄົນ ນັ້ນກໍຄືໃນທ່າມກາງຜູ້ທີ່ເຮົາໄດ້ເລືອກຈາກເຜົ່າພັນມະນຸດທັງໝົດ, ພວກເຈົ້າແມ່ນເປັນກຸ່ມທີ່ຕໍ່າຕ້ອຍທີ່ສຸດ. ດ້ວຍເຫດຜົນນີ້, ເຮົາຈຶ່ງໃຊ້ພະລັງສ່ວນໃຫຍ່ກັບພວກເຈົ້າ ເຊິ່ງເປັນຄວາມພະຍາຍາມທີ່ຫຼາຍທີ່ສຸດ. ພວກເຈົ້າຍັງບໍ່ຖະໜອມຊີວິດທີ່ໄດ້ຮັບພອນ ທີ່ພວກເຈົ້າມີຄວາມສຸກນໍາໃນປັດຈຸບັນບໍ? ພວກເຈົ້າຍັງເຮັດໃຫ້ຫົວໃຈຂອງພວກເຈົ້າແຂງກະດ້າງ ເພື່ອກະບົດຕໍ່ເຮົາ ແລະ ມຸ່ງໝັ້ນເຮັດຕາມຄວາມຕັ້ງໃຈຂອງຕົວເອງບໍ? ຖ້າບໍ່ແມ່ນຍ້ອນຄວາມເມດຕາ ແລະ ຄວາມຮັກອັນຕໍ່ເນື່ອງຂອງເຮົາ ມະນຸດຊາດທັງໝົດແມ່ນຖືກຊາຕານຈັບກຸມແຕ່ດົນນານແລ້ວ ແລະ
- [ບົດທີ 12](https://lo.kingdomsalvation.org/the-twelfth-utterance.html) - ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ຈັກກະວານທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ. ມັນຄືກັບວ່າ ເຜົ່າພັນມະນຸດທັງໝົດກໍາລັງຖືກຊໍາລະລ້າງ. ພາຍໃຕ້ການເຍືອງແສງສະຫວ່າງນີ້ຈາກທິດຕາເວັນອອກ, ມະນຸດທຸກຄົນຖືກເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ, ຕາຂອງພວກເຂົາມົວ ໂດຍບໍ່ແນ່ໃຈວ່າຈະເຮັດແນວໃດ ແລະ ຍິ່ງບໍ່ແນ່ໃຈວ່າ ຈະປິດບັງໜ້າຕາອັນຂີ້ຮ້າຍຂອງພວກເຂົາແນວໃດດີ. ພວກເຂົາຍັງຄືກັບສັດທີ່ແລ່ນໜີຈາກແສງສະຫວ່າງຂອງເຮົາ ແລະ ໄປລີ້ໄພຢູ່ໃນຖໍ້າເທິງພູເຂົາ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາສາມາດຖືກລົບລ້າງຈາກເເສງສະຫວ່າງຂອງເຮົາໄດ້. ມະນຸດທຸກຄົນແມ່ນພາກັນຕື່ນຕົກໃຈ, ທຸກຄົນກໍາລັງລໍຖ້າ, ທຸກຄົນກໍາລັງເຝົ້າເບິ່ງ; ພ້ອມກັບການມາຂອງແສງສະຫວ່າງຂອງເຮົາ, ທຸກຄົນດີໃຈໃນມື້ທີ່ພວກເຂົາເກີດ ແລະ ໃນທໍານອງດຽວກັນ ທຸກຄົນກໍສາບແຊ່ງມື້ທີ່ພວກເຂົາເກີດ. ຄວາມຮູ້ສຶກຢ່າງສັບສົນແມ່ນບໍ່ສາມາດອະທິບາຍໄດ້; ນໍ້າຕາຈາກການຕໍານິຕົວເອງກາຍເປັນແມ່ນໍ້າ ແລະ ທັນທີໃດກໍຖືກກະແສນໍ້າພັດຫາມໄປໂດຍບໍ່ມີຮ່ອງຮອຍ. ມື້ຂອງເຮົາໄດ້ເຂົ້າມາໃກ້ມະນຸດທຸກຄົນອີກຄັ້ງ, ມັນໄດ້ປຸກເຜົ່າພັນມະນຸດໃຫ້ຕື່ນອີກຄັ້ງ ໂດຍມອບການເລີ່ມຕົ້ນໃໝ່ໃຫ້ແກ່ມະນຸດຊາດ. ຫົວໃຈຂອງເຮົາເຕັ້ນ ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈຕາມຈັງຫວະເຕັ້ນຂອງຫົວໃຈຂອງເຮົາ, ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫີນ. ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ. ເຮົາຕ້ອງການເຮັດໃຫ້ສິ່ງທີ່ສົກກະປົກຖືກເຜົາໄໝ້ເປັນຂີ້ເຖົ່າພາຍໃຕ້ສາຍຕາຂອງເຮົາ; ເຮົາຕ້ອງການເຮັດໃຫ້ບຸດຊາຍທີ່ກະບົດທຸກຄົນຫາຍໄປຈາກສາຍຕາຂອງເຮົາ ໂດຍບໍ່ໃຫ້ຄົງຢູ່ອີກຕໍ່ໄປ. ເຮົາບໍ່ພຽງແຕ່ໄດ້ສ້າງການເລີ່ມຕົ້ນໃໝ່ໃນບ່ອນອາໄສຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ເຮົາຍັງໄດ້ເລີ່ມພາລະກິດໃໝ່ໃນຈັກກະວານ. ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະກາຍເປັນອານາຈັກຂອງເຮົາ; ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະບໍ່ມີຢູ່ອີກຕະຫຼອດການ ຍ້ອນອານາຈັກຂອງເຮົາ, ຍ້ອນເຮົາໄດ້ຮັບໄຊຊະນະແລ້ວ ແລະ ຍ້ອນເຮົາໄດ້ກັບມາຢ່າງມີໄຊ.
- [ບົດທີ 11](https://lo.kingdomsalvation.org/the-eleventh-utterance.html) - ທຸກຄົນໃນມະນຸດຊາດຄວນຍອມຮັບການກວດສອບຢ່າງຖີ່ຖ້ວນໂດຍພຣະວິນຍານຂອງເຮົາ, ຄວນກວດກາທຸກຄໍາເວົ້າ ແລະ ການກະທໍາຂອງພວກເຂົາຢ່າງໃກ້ຊິດ ແລະ ຍິ່ງໄປກວ່ານັ້ນ ກໍຄວນເບິ່ງການກະທໍາທີ່ມະຫັດສະຈັນຂອງເຮົາ. ພວກເຈົ້າຮູ້ສຶກແນວໃດ ໃນເວລາທີ່ອານາຈັກມາຮອດແຜ່ນດິນໂລກ? ເມື່ອພຣະບຸດ ແລະ ປະຊາຊົນຂອງເຮົາຫຼັ່ງໄຫຼໄປຍັງບັນລັງຂອງເຮົາ, ເຮົາຈະເລີ່ມການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຢ່າງເປັນທາງການ. ໝາຍຄວາມວ່າ ເມື່ອເຮົາເລີ່ມພາລະກິດຂອງເຮົາເທິງແຜ່ນດິນໂລກດ້ວຍຕົວເອງ ແລະ ເມື່ອຍຸກແຫ່ງການພິພາກສາໃກ້ຈະສິ້ນສຸດລົງ, ເຮົາຈະສອນພຣະທໍາຂອງເຮົາໃຫ້ແກ່ຈັກກະວານທັງໝົດ ແລະ ເປັ່ງສຽງຂອງພຣະວິນຍານຂອງເຮົາໄປທົ່ວຈັກກະວານ. ຜ່ານພຣະທໍາຂອງເຮົາ, ເຮົາຈະຊໍາລະລ້າງທຸກຄົນ ແລະ ທຸກສິ່ງທັງມວນທີ່ຢູ່ໃນສະຫວັນ ແລະ ແຜ່ນດິນໂລກ ເພື່ອວ່າ ດິນແດນຈະບໍ່ສົກກະປົກ ແລະ ຂາດສິນທໍາອີກຕໍ່ໄປ ແຕ່ເປັນອານາຈັກບໍລິສຸດ. ເຮົາຈະສ້າງທຸກສິ່ງຄືນໃໝ່ ເພື່ອວ່າ ສິ່ງເຫຼົ່ານັ້ນຈະຖືກກຽມໄວ້ໃຫ້ສໍາລັບການນໍາໃຊ້ຂອງເຮົາ, ເພື່ອວ່າ ສິ່ງເຫຼົ່ານັ້ນຈະບໍ່ມີລົມຫາຍໃຈຂອງແຜ່ນດິນໂລກອີກຕໍ່ໄປ ແລະ ບໍ່ມີຮອຍມົນທິນຈາກລົດຊາດຂອງພື້ນດິນອີກຕໍ່ໄປ. ຢູ່ແຜ່ນດິນໂລກ, ມະນຸດພະຍາຍາມຊອກຫາເປົ້າໝາຍ ແລະ ຕົ້ນກໍາເນີດຂອງພຣະທໍາຂອງເຮົາ ແລະ ໄດ້ສັງເກດເບິ່ງພຣະທໍາຂອງເຮົາ ແຕ່ບໍ່ມີໃຜຮູ້ຈັກຕົ້ນກໍາເນີດຂອງພຣະທໍາຂອງເຮົາຢ່າງແທ້ຈິງ ແລະ ບໍ່ມີໃຜເຄີຍເຫັນຄວາມມະຫັດສະຈັນຂອງການກະທໍາຂອງເຮົາຢ່າງແທ້ຈິງ. ພຽງໃນປັດຈຸບັນນີ້ເທົ່ານັ້ນ ເມື່ອເຮົາໄດ້ມາຢູ່ໃນທ່າມກາງມະນຸດດ້ວຍຕົວເອງ ແລະ ກ່າວພຣະທໍາຂອງເຮົາ, ມະນຸດຈຶ່ງມີຄວາມຮູ້ໜ້ອຍໜຶ່ງກ່ຽວກັບເຮົາ, ກໍາຈັດບ່ອນທີ່ “ເຮົາ” ຈັບຈອງໃນຄວາມຄິດຂອງພວກເຂົາ
- [ເພງແຫ່ງອານາຈັກ](https://lo.kingdomsalvation.org/kingdom-anthem.html) - ຝູງຊົນຍົກຍ້ອງເຮົາ ຝູງຊົນສັນລະເສີນເຮົາ; ປາກທຸກຄົນຂະໜານນາມເຮົາວ່າເປັນພຣະເຈົ້າອົງແທ້ຈິງ, ທຸກຄົນມືນຕາຂອງພວກເຂົາເພື່ອເບິ່ງການກະທໍາຂອງເຮົາ. ອານາຈັກລົງມາເທິງໂລກມະນຸດ, ບຸກຄົນຂອງເຮົາມັ່ງຄັ່ງ ແລະ ອຸດົມສົມບູນ. ຜູ້ໃດຈະບໍ່ສະຫຼອງໃນສິ່ງນີ້? ຜູ້ໃດຈະບໍ່ຟ້ອນລໍາດ້ວຍຄວາມສຸກໃຈ? ໂອ້ ຊີໂອນ! ຈົ່ງຍົກທຸງແຫ່ງໄຊຊະນະຂອງເຈົ້າເພື່ອສະຫຼອງໃຫ້ກັບເຮົາ! ຈົ່ງຮ້ອງເພງແຫ່ງໄຊຊະນະຂອງເຈົ້າເພື່ອປະກາດນາມອັນບໍລິສຸດຂອງເຮົາ! ທຸກສິ່ງເທິງແຜ່ນດິນໂລກຈົນເຖິງສຸດປາຍແຜ່ນດິນ! ໃຫ້ຟ້າວຊໍາລະລ້າງຕົວພວກເຈົ້າເອງ ເພື່ອວ່າພວກເຈົ້າຈະຖືກເຮັດໃຫ້ເປັນເຄື່ອງຖວາຍໃຫ້ແກ່ເຮົາ! ດວງດາວໃນທ້ອງຟ້າ! ຈົ່ງກັບຄືນມາສູ່ບ່ອນຂອງພວກເຈົ້າໂດຍໄວເພື່ອສະແດງລິດທານຸພາບອັນຍິ່ງໃຫຍ່ຂອງເຮົາໃນທ້ອງຟ້າ! ເຮົາງ່ຽງຫູຂອງເຮົາຕໍ່ສຽງຂອງຜູ້ຄົນເທິງແຜ່ນດິນໂລກ, ຜູ້ທີ່ຖອກເທຄວາມຮັກຢ່າງນິລັນດອນ ແລະ ເຄົາລົບຕໍ່ເຮົາໃນບົດເພງ! ໃນມື້ນີ້ ເມື່ອສິ່ງຊົງສ້າງທັງປວງກັບຄືນສູ່ຊີວິດ, ເຮົາລົງມາສູ່ໂລກແຫ່ງມະນຸດ. ໃນຊ່ວງເວລານີ້, ໃນຈຸດເຊື່ອມຕໍ່ນີ້, ດອກໄມ້ເບັ່ງບານທັງໝົດ, ຝູງສະກຸນາຮ້ອງເພງດ້ວຍສຽງດຽວກັນ, ທຸກສິ່ງເຕັ້ນດ້ວຍຄວາມເບີກບານ! ທ່າມກາງສຽງໂຮ່ຮ້ອງແຫ່ງການຕ້ອນຮັບອານາຈັກ, ອານາຈັກຂອງຊາຕານລົ້ມລະລາຍ, ຖືກທໍາລາຍດ້ວຍສຽງຮ້ອງນັ້ນຂອງເພງແຫ່ງອານາຈັກ, ບໍ່ຟື້ນຄືນມາອີກ! ມີໃຜຢູ່ເທິງແຜ່ນດິນໂລກກ້າລຸກຂຶ້ນ ແລະ ຕໍ່ຕ້ານ? ເມື່ອເຮົາລົງມາສູ່ແຜ່ນດິນໂລກ ເຮົານໍາການເຜົາໄໝ້, ນໍາຄວາມໂກດຮ້າຍ, ນໍາໄພພິບັດທັງໝົດ. ບັດນີ້ ອານາຈັກຕ່າງໆເທິງແຜ່ນດິນໂລກແມ່ນອານາຈັກຂອງເຮົາ! ເທິງທ້ອງຟ້າ ກ້ອນເມກກິ້ງໄປມາເປັນຄື້ນ; ກ້ອງທ້ອງຟ້າ, ທະເລສາບ ແລະ ແມ່ນ້ຳ ຊັດຟາດຟອງຢ່າງຄະນອງ ແລະ ບັນເລງທຳນອງເພງອັນຈັບໃຈຢ່າງເບີກບານມ່ວນຊື່ນ. ຝູງສັດສາວາສິ່ງທີ່ຫຼັບນອນພັກຢູ່ ກໍອອກມາຈາກຖໍ້າຂອງພວກມັນ
- [ບົດທີ 10](https://lo.kingdomsalvation.org/the-tenth-utterance.html) - ໂດຍພື້ນຖານແລ້ວ, ຍຸກແຫ່ງອານາຈັກແມ່ນແຕກຕ່າງຈາກເວລາທີ່ຜ່ານມາ. ມັນບໍ່ກ່ຽວກັບການກະທໍາຂອງມະນຸດ; ກົງກັນຂ້າມ, ເຮົາໄດ້ລົງມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງເຮົາດ້ວຍຕົວເອງ ເຊິ່ງແມ່ນບາງສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈ ແລະ ບໍ່ສາມາດບັນລຸໄດ້. ເປັນເວລາຫຼາຍປີ ນັບແຕ່ການຊົງສ້າງໂລກ, ພາລະກິດແມ່ນກ່ຽວກັບການສ້າງຄຣິສຕະຈັກເທົ່ານັ້ນ ແຕ່ບໍ່ມີຜູ້ໃດເຄີຍໄດ້ຍິນກ່ຽວກັບການສ້າງອານາຈັກ. ເຖິງແມ່ນວ່າ ເຮົາຈະເວົ້າກ່ຽວກັບສິ່ງນີ້ດ້ວຍປາກຂອງເຮົາເອງ ແຕ່ມີໃຜແດ່ທີ່ຮູ້ຈັກແກ່ນແທ້ຂອງມັນ? ຄັ້ງໜຶ່ງເຮົາເຄີຍລົງມາສູ່ໂລກມະນຸດ ແລະ ໄດ້ມີປະສົບການ ແລະ ໄດ້ສັງເກດເບິ່ງການທົນທຸກຂອງພວກເຂົາ ແຕ່ເຮົາເຮັດເຊັ່ນນັ້ນໂດຍທີ່ບໍ່ໄດ້ເຮັດໃຫ້ຈຸດປະສົງຂອງການບັງເກີດເປັນມະນຸດຂອງເຮົາສໍາເລັດ. ເມື່ອການສ້າງອານາຈັກໄດ້ເລີ່ມດໍາເນີນການ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາກໍໄດ້ເລີ່ມປະຕິບັດພັນທະກິດຂອງເຮົາຢ່າງເປັນທາງການ; ນັ້ນກໍຄື ກະສັດຂອງອານາຈັກໄດ້ຖືເອົາອໍານາດສູງສຸດຂອງພຣະອົງຢ່າງເປັນທາງການ. ຈາກສິ່ງນີ້ ມັນຈຶ່ງເຫັນໄດ້ຢ່າງຊັດເຈນວ່າ ການລົງມາຂອງອານາຈັກສູ່ໂລກມະນຸດ ເຊິ່ງບໍ່ແມ່ນແຕ່ເປັນພຽງການສະແດງອອກຕາມຕົວໜັງສືແຕ່ມັນຄືໜຶ່ງໃນບັນດາຄວາມເປັນຈິງທີ່ແທ້ຈິງ; ນີ້ແມ່ນສ່ວນໜຶ່ງຂອງຄວາມໝາຍຂອງ “ຄວາມເປັນຈິງຂອງການປະຕິບັດ”. ມະນຸດບໍ່ເຄີຍເຫັນການກະທໍາຂອງເຮົາແມ່ນແຕ່ຢ່າງດຽວ ແລະ ພວກເຂົາບໍ່ເຄີຍໄດ້ຍິນພຣະວັດຈະນະຂອງເຮົາແມ່ນແຕ່ໜຶ່ງຄໍາ. ເຖິງແມ່ນວ່າ ພວກເຂົາໄດ້ເຫັນການກະທໍາຂອງເຮົາ ແຕ່ພວກເຂົາໄດ້ຄົ້ນພົບຫຍັງບໍ່? ຖ້າພວກເຂົາໄດ້ຍິນເຮົາເວົ້າ ແລ້ວພວກເຂົາຈະເຂົ້າໃຈຫຍັງບໍ່? ທົ່ວໂລກ ທຸກຄົນແມ່ນມີຊີວິດຢູ່ພາຍໃນຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາ ແຕ່ມະນຸດທຸກຄົນກໍຢູ່ພາຍໃຕ້ການພິພາກສາຂອງເຮົາເຊັ່ນກັນ ແລະ ໃນທໍານອງດຽວກັນນັ້ນກໍຢູ່ພາຍໃຕ້ການທົດລອງຂອງເຮົາ. ເຮົາໄດ້ມີຄວາມເມດຕາ ແລະ ຄວາມຮັກຕໍ່ຜູ້ຄົນ ເຖິງແມ່ນພວກເຂົາທຸກຄົນໄດ້ເສື່ອມຊາມໃນລະດັບໃດໜຶ່ງກໍຕາມ; ເຮົາໄດ້ຂ້ຽນຕີພວກເຂົາ ເຖິງແມ່ນພວກເຂົາທຸກຄົນໄດ້ຍອມຈໍານົນຕໍ່ໜ້າບັນລັງຂອງເຮົາກໍຕາມ. ຢ່າງໃດກໍຕາມ, ມີມະນຸດຜູ້ໃດທີ່ບໍ່ໄດ້ຢູ່ໃນທ່າມກາງການທົນທຸກ
- [ບົດທີ 9](https://lo.kingdomsalvation.org/the-ninth-utterance.html) - ໃນເມື່ອເຈົ້າຢູ່ໃນທ່າມກາງຜູ້ຄົນຂອງຄົວເຮືອນຂອງເຮົາ ແລະ ໃນເມື່ອເຈົ້າຈົງຮັກພັກດີໃນອານາຈັກຂອງເຮົາ ເຈົ້າກໍຕ້ອງຍຶດໝັ້ນກັບມາດຕະຖານຂອງຄວາມຕ້ອງການຂອງເຮົາ ໃນທຸກສິ່ງທີ່ເຈົ້າເຮັດ. ເຮົາບໍ່ໄດ້ຂໍໃຫ້ເຈົ້າເປັນຫຍັງຫຼາຍໄປກວ່າເມກທີ່ລ່ອງລອຍ ແຕ່ຂໍໃຫ້ເຈົ້າເປັນແສງຫິມະອ່ອນໆ ແລະ ມີແກ່ນແທ້ຂອງມັນ ແລະ ຍິ່ງໄປກວ່ານັ້ນກໍແມ່ນຄຸນຄ່າຂອງມັນ. ຍ້ອນເຮົາມາຈາກດິນແດນທີ່ບໍລິສຸດ, ເຮົາຈຶ່ງບໍ່ຄືກັນກັບດອກບົວ ເຊິ່ງມີແຕ່ຊື່ເທົ່ານັ້ນ ແລະ ບໍ່ມີແກ່ນແທ້ ເນື່ອງຈາກມັນມາຈາກຕົມ ແລະ ບໍ່ແມ່ນດິນແດນທີ່ບໍລິສຸດ. ເວລາທີ່ສະຫວັນໃໝ່ສະເດັດລົງມາແຜ່ນດິນໂລກ ແລະ ແຜນດິນໂລກໃໝ່ຂະຫຍາຍອອກໄປທົ່ວທ້ອງຟ້າ ແນ່ນອນ ຍັງແມ່ນເວລາທີ່ເຮົາເຮັດພາລະກິດຢ່າງເປັນທາງການໃນທ່າມກາງມະນຸດ. ແມ່ນໃຜໃນທ່າມກາງມະນຸດທີ່ຮູ້ຈັກເຮົາແດ່? ແມ່ນໃຜໄດ້ເຫັນຊ່ວງເວລາທີ່ເຮົາໄດ້ມາເຖິງບໍ່? ແມ່ນໃຜທີ່ເຫັນວ່າເຮົາບໍ່ພຽງແຕ່ມີຊື່ ແຕ່ຍິ່ງໄປກວ່ານັ້ນ ແມ່ນຍັງມີແກ່ນແທ້ນໍາ? ເຮົາກວາດເມກສີຂາວຖິ້ມດ້ວຍມືຂອງເຮົາ ແລະ ສັງເກດເບິ່ງທ້ອງຟ້າຢ່າງໃກ້ຊິດ; ບໍ່ມີຫຍັງໃນອາວະກາດທີ່ບໍ່ໄດ້ຖືກຈັດກຽມດ້ວຍມືຂອງເຮົາ ແລະ ຢູ່ທາງລຸ່ມຂອງມັນກໍບໍ່ມີຜູ້ໃດທີ່ບໍ່ປະກອບຄວາມພະຍາຍາມເລັກນ້ອຍຂອງເຂົາຕໍ່ຄວາມສໍາເລັດຂອງກິດຈະການອັນຍິ່ງໃຫຍ່ຂອງເຮົາ. ເຮົາບໍ່ເຮັດການຮຽກຮ້ອງທີ່ຍາກລໍາບາກຈາກຜູ້ຄົນຢູ່ເທິງແຜ່ນດິນໂລກ ເນື່ອງຈາກວ່າ ເຮົາແມ່ນພຣະເຈົ້າແຫ່ງຄວາມຈິງຢ່າງສະເໝີມາ ແລະ ຍ້ອນເຮົາແມ່ນອົງຊົງລິດທານຸພາບສູງສຸດ ທີ່ໄດ້ສ້າງມະນຸດ ແລະ ຮູ້ຈັກພວກເຂົາເປັນຢ່າງດີ. ທຸກຄົນແມ່ນຢູ່ພາຍໃຕ້ສາຍຕາຂອງອົງຊົງລິດທານຸພາບສູງສຸດ. ຜູ້ທີ່ຢູ່ໃນແຈມຸມໄກສຸດຂອງແຜ່ນດິນໂລກຈະສາມາດຫຼີກເວັ້ນການກວດສອບຢ່າງລະອຽດຂອງພຣະວິນຍານຂອງເຮົາໄດ້ແນວໃດ? ເຖິງວ່າຜູ້ຄົນຈະ “ຮູ້ຈັກ” ພຣະວິນຍານຂອງເຮົາ ແຕ່ພວກເຂົາກໍຍັງລ່ວງເກີນພຣະວິນຍານຂອງເຮົາ. ພຣະທໍາຂອງເຮົາເປີດເຜີຍໃບໜ້າອັນຂີ້ຮ້າຍຂອງທຸກຄົນ ພ້ອມກັບຄວາມຄິດໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຖືກເຮັດໃຫ້ແຈ້ງຂຶ້ນດ້ວຍແສງສະຫວ່າງຂອງເຮົາ ແລະ ລົ້ມລົງໃນທ່າມກາງຄວາມກວດສອບຂອງເຮົາ.
- [ບົດທີ 8](https://lo.kingdomsalvation.org/the-eighth-utterance.html) - ເມື່ອການເປີດເຜີຍຂອງເຮົາເຖິງຈຸດສູງສຸດ ແລະ ເມື່ອການພິພາກສາຂອງເຮົາໃກ້ຈຸດສິ້ນສຸດ, ມັນກໍຈະເປັນເວລາທີ່ປະຊາຊົນຂອງເຮົາທຸກຄົນຖືກເປີດເຜີຍ ແລະ ເຮັດໃຫ້ສົມບູນ. ເຮົາເດີນທາງໄປທຸກແຈມຸມຂອງໂລກຈັກກະວານໃນການຊອກຫາຢ່າງຕໍ່ເນື່ອງເຖິງຜູ້ທີ່ສອດຄ່ອງກັບຄວາມປະສົງຂອງເຮົາ ແລະ ເໝາະສົມສໍາລັບການໃຊ້ງານຂອງເຮົາ. ແມ່ນໃຜສາມາດລຸກຂຶ້ນ ແລະ ຮ່ວມມືກັບເຮົາແດ່? ຄວາມຮັກຂອງມະນຸດທີ່ມີຕໍ່ເຮົາແມ່ນໜ້ອຍຫຼາຍ ແລະ ສັດທາຂອງພວກເຂົາທີ່ມີໃນຕົວເຮົາກໍໜ້ອຍຢ່າງເປັນຕາສົມເພດເຊັ່ນກັນ. ຖ້າເຮົາບໍ່ໄດ້ແນການໂຈມຕີດ້ວຍພຣະທໍາຂອງເຮົາໃສ່ຈຸດອ່ອນຂອງມະນຸດ ພວກເຂົາກໍຈະໂອ້ອວດ ແລະ ເວົ້າເກີນຄວາມຈິງ, ເວົ້າຂີ້ຄຸຍ ແລະ ມີທິດສະດີທີ່ໂອ້ອວດ ຄືກັບວ່າ ພວກເຂົາຮອບຮູ້ ແລະ ຮູ້ໝົດທຸກຢ່າງ ກ່ຽວກັບບັນຫາທາງແຜ່ນດິນໂລກ. ໃນບັນດາຜູ້ທີ່ “ຈົງຮັກພັກດີ” ຕໍ່ເຮົາໃນອະດີດ ແລະ ໃນບັນດາຜູ້ທີ່ໃນປັດຈຸບັນໄດ້ “ຢືນຢັດ” ຕໍ່ໜ້າເຮົາ ມີໃຜກ້າທີ່ຈະເວົ້າຢ່າງໂອ້ອວດບໍ່? ມີໃຜທີ່ບໍ່ດີໃຈຢ່າງລັບໆສໍາລັບໂອກາດຂອງພວກເຂົາເອງບໍ່? ເມື່ອເຮົາບໍ່ໄດ້ເປີດເຜີຍຜູ້ຄົນໂດຍກົງ, ພວກເຂົາກໍຈະບໍ່ມີບ່ອນໃດໃຫ້ລີ້ ແລະ ຈະຖືກທາລຸນດ້ວຍຄວາມອັບອາຍ. ມັນຈະຮຸນແຮງຫຼາຍຂຶ້ນສໍ່າໃດ ຖ້າເຮົາເວົ້າດ້ວຍວິທີອື່ນ? ຜູ້ຄົນຍິ່ງຈະມີຄວາມຮູ້ສຶກເປັນໜີ້ບຸນຄຸນຫຼາຍຂຶ້ນ, ເຊື່ອວ່າບໍ່ມີຫຍັງຈະສາມາດຮັກສາພວກເຂົາໄດ້ ແລະ ທຸກຄົນຈະຖືກຜູກມັດຢ່າງແໜ້ນກັບດ້ານລົບຂອງພວກເຂົາ. ເມື່ອຜູ້ຄົນສູນເສຍຄວາມຫວັງ, ການຄໍານັບຂອງອານາຈັກກໍດັງກ້ອງຂຶ້ນຢ່າງເປັນທາງການ ເຊິ່ງດັ່ງທີ່ຜູ້ຄົນໄດ້ກ່າວໄວ້ວ່າ “ເວລາທີ່ພຣະວິນຍານທີ່ຮຸນແຮງເຈັດເທົ່າໄດ້ເລີ່ມເຮັດພາລະກິດ”. ເວົ້າອີກແບບໜຶ່ງກໍຄື ນີ້ແມ່ນເວລາທີ່ຊີວິດຂອງອານາຈັກໄດ້ເລີ່ມຂຶ້ນຢູ່ແຜ່ນດິນໂລກຢ່າງເປັນທາງການ; ມັນແມ່ນເວລາທີ່ຄວາມເປັນພຣະເຈົ້າຂອງເຮົາໄດ້ປາກົດຂຶ້ນ ເພື່ອທໍາການໂດຍກົງ (ໂດຍປາສະຈາກ
- [ບົດທີ 7](https://lo.kingdomsalvation.org/the-seventh-utterance.html) - ຂະແໜງຕະເວັນຕົກທັງໝົດຄວນຟັງສຽງຂອງເຮົາ: ໃນອະດີດ, ພວກເຈົ້າໄດ້ຊື່ສັດຕໍ່ເຮົາບໍ? ພວກເຈົ້າໄດ້ຟັງຖ້ອຍຄໍາແຫ່ງການແນະນໍາທີ່ດີເລີດຂອງເຮົາບໍ? ຄວາມຫວັງຂອງພວກເຈົ້າເປັນຈິງ ແລະ ບໍ່ເລື່ອນລອຍ ແລະ ແນ່ນອນບໍ? ຄວາມຊື່ສັດຂອງມະນຸດຊາດ, ຄວາມຮັກຂອງມະນຸດຊາດ, ຄວາມເຊື່ອຂອງມະນຸດຊາດ, ບໍ່ມີສິ່ງໃດທີ່ບໍ່ໄດ້ມາຈາກເຮົາ ແລະ ບໍ່ມີສິ່ງໃດທີ່ເຮົາບໍ່ໄດ້ປະທານ. ປະຊາຊົນຂອງເຮົາ ເມື່ອເຈົ້າໄດ້ຟັງພຣະທຳຂອງເຮົາ, ພວກເຈົ້າເຂົ້າໃຈເຈດຕະນາຂອງເຮົາບໍ? ພວກເຈົ້າເຫັນຫົວໃຈຂອງເຮົາບໍ? ໂດຍບໍ່ຄຳນຶງເຖິງຄວາມຈິງທີ່ວ່າ ໃນອະດີດ ເມື່ອຢູ່ໃນເສັ້ນທາງແຫ່ງການຮັບໃຊ້, ພວກເຈົ້າໄດ້ພົບກັບເຫດການຂຶ້ນໆລົງໆ, ຄວາມກ້າວໜ້າ ແລະ ຄວາມລົ້ມເຫຼວ ແລະ ເຫດການທີ່ເຈົ້າຢູ່ໃນອັນຕະລາຍທີ່ຈະລົ້ມລົງ ແລະ ແມ່ນແຕ່ທໍລະຍົດຕໍ່ເຮົາ, ພວກເຈົ້າຮູ້ບໍວ່າເຮົາກຳລັງຊ່ວຍພວກເຈົ້າໃຫ້ລອດພົ້ນຢ່າງສະໝໍ່າສະເໝີໃນທຸກຊ່ວງເວລາ? ເຮົາກຳລັງສົ່ງສຽງຂອງເຮົາເພື່ອຮຽກເອີ້ນ ແລະ ຊ່ວຍເຫຼືອພວກເຈົ້າຢູ່ຕະຫຼອດເວລາ? ເປັນເວລາຫຼາຍຄັ້ງທີ່ພວກເຈົ້າໄດ້ຕົກລົງສູ່ດາງແຫຂອງຊາຕານ; ເປັນເວລາຫຼາຍຄັ້ງທີ່ພວກເຈົ້າໄດ້ຕິດໃນບ້ວງແຮ້ວຂອງຄວາມເປັນມະນຸດ; ເປັນເວລາຫຼາຍຄັ້ງທີ່ພວກເຈົ້າລົ້ມເຫຼວໃນການປ່ອຍວາງຕົນເອງ ແລະ ຕົກຢູ່ໃນການໂຕ້ຖຽງກັນຢ່າງບໍ່ສິ້ນສຸດ. ເປັນເວລາຫຼາຍຄັ້ງທີ່ຮ່າງກາຍຂອງເຈົ້າຢູ່ໃນເຮືອນຂອງເຮົາ ໃນຂະນະທີ່ຫົວໃຈຂອງເຈົ້າບໍ່ສາມາດຄົ້ນພົບໄດ້. ເຖິງຢ່າງໃດກໍຕາມ, ເປັນເວລາຫຼາຍຄັ້ງທີ່ເຮົາໄດ້ຍື່ນມືແຫ່ງຄວາມຊ່ວຍເຫຼືອຂອງເຮົາເພື່ອຊຸກຍູ້ພວກເຈົ້າ ແລະ ເປັນເວລາຫຼາຍຄັ້ງທີ່ເຮົາໄດ້ໂຍນເມັດພືດແຫ່ງຄວາມເມດຕາລົງທ່າມກາງພວກເຈົ້າ. ເປັນເວລາຫຼາຍຄັ້ງທີ່ເຮົາບໍ່ສາມາດທົນເບິ່ງຄວາມເຈັບປວດຂອງພວກເຈົ້າຫຼັງຈາກຖືກທໍລະມານ; ເປັນເວລາຫຼາຍຄັ້ງ... ພວກເຈົ້າຮູ້ສິ່ງນີ້ບໍ? ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ໃນການຮັກສາຂອງເຮົາ ພວກເຈົ້າໄດ້ເອົາຊະນະຄວາມລໍາບາກທຸກຢ່າງໃນທີ່ສຸດ ແລະ ເຮົາກໍຍິນດີກັບພວກເຈົ້າ; ນີ້ຄືແກ້ວຜະລຶກແຫ່ງສະຕິປັນຍາຂອງເຮົາ.
- [ບົດທີ 6](https://lo.kingdomsalvation.org/the-sixth-utterance.html) - ການເຂົ້າໃຈຢ່າງລະອຽດເຖິງເລື່ອງລາວຂອງວິນຍານ, ການເອົາໃຈໃສ່ກັບພຣະທໍາຂອງເຮົາ ແລະ ການມີຄວາມສາມາດຢ່າງແທ້ຈິງກ່ຽວກັບພຣະວິນຍານ ແລະ ຕົວຕົນຂອງເຮົາ, ກ່ຽວກັບພຣະທໍາ ແລະ ຕົວຕົນຂອງເຮົາ ແມ່ນເປັນສິ່ງທີ່ແຍກອອກຈາກກັນບໍ່ໄດ້ ເພື່ອວ່າ ທຸກຄົນຈະສາມາດເຮັດໃຫ້ເຮົາພໍໃຈໃນເວລາຢູ່ຕໍ່ໜ້າເຮົາ. ເຮົາໄດ້ໄປທຸກບ່ອນທີ່ມີຢູ່, ເຮົາໄດ້ແນມເບິ່ງທົ່ວຈັກກະວານທີ່ກວ້າງໃຫຍ່ໄພສານ ແລະ ເຮົາໄດ້ຍ່າງໃນທ່າມກາງທຸກຄົນ, ໄດ້ຊິມຄວາມຫວານ ແລະ ຄວາມຂົມໃນທ່າມກາງມະນຸດ ແຕ່ມະນຸດກໍບໍ່ເຄີຍຮູ້ຈັກເຮົາຢ່າງແທ້ຈິງ, ບໍ່ເຄີຍເອົາໃຈໃສ່ເຮົາໃນລະຫວ່າງການເດີນທາງຂອງເຮົາ. ຍ້ອນເຮົາມິດງຽບ ແລະ ບໍ່ເຄີຍປະຕິບັດສິ່ງທີ່ເໜືອທໍາມະຊາດ ຈຶ່ງບໍ່ມີໃຜເຄີຍເຫັນເຮົາຢ່າງແທ້ຈິງ. ປັດຈຸບັນແມ່ນບໍ່ຄືກັນກັບອະດີດ: ເຮົາຈະເຮັດໃນສິ່ງທີ່ບໍ່ເຄີຍເຫັນມາກ່ອນນັບແຕ່ເວລາຂອງການຊົງສ້າງ, ເຮົາຈະກ່າວພຣະທໍາທີ່ບໍ່ມີໃຜເຄີຍໄດ້ຍິນມາກ່ອນຕະຫຼອດຍຸກຕ່າງໆ ເພາະວ່າ ເຮົາຂໍໃຫ້ທຸກຄົນມາຮູ້ຈັກເຮົາໃນເນື້ອໜັງ. ສິ່ງເຫຼົ່ານີ້ແມ່ນຂັ້ນຕອນຂອງການຄຸ້ມຄອງຂອງເຮົາ, ແຕ່ມະນຸດບໍ່ມີຄວາມສົງໄສແມ່ນແຕ່ໜ້ອຍດຽວ. ເຖິງວ່າ ເຮົາຈະໄດ້ເວົ້າແບບທໍາມະດາ ແຕ່ຜູ້ຄົນກໍຍັງສັບສົນ; ມັນຍາກທີ່ຈະເຮັດໃຫ້ພວກເຂົາເຂົ້າໃຈ. ນີ້ບໍ່ແມ່ນຄວາມຕໍ່າຕ້ອຍຂອງມະນຸດບໍ? ນີ້ບໍ່ແມ່ນສິ່ງທີ່ເຮົາຕ້ອງການແກ້ໄຂບໍ? ເປັນເວລາຫຼາຍປີ ທີ່ເຮົາບໍ່ໄດ້ເຮັດຫຍັງໃນມະນຸດ; ເປັນເວລາຫຼາຍປີ ເຖິງຈະໄດ້ຕິດຕໍ່ພົວພັນກັບເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາໂດຍກົງ ແຕ່ກໍບໍ່ມີໃຜເຄີຍໄດ້ຍິນສຽງທີ່ອອກຈາກຄວາມເປັນພຣະເຈົ້າຂອງເຮົາໂດຍກົງ. ສະນັ້ນ ຜູ້ຄົນຈຶ່ງຂາດຄວາມຮູ້ກ່ຽວກັບເຮົາຢ່າງຫຼີກເວັ້ນບໍ່ໄດ້ ເຖິງແມ່ນວ່າ ສິ່ງນີ້ບໍ່ໄດ້ກະທົບຕໍ່ຄວາມຮັກຂອງພວກເຂົາ ທີ່ມີຕໍ່ເຮົາໃນຍຸກຕ່າງໆ. ຢ່າງໃດກໍຕາມ, ໃນປັດຈຸບັນ ເຮົາໄດ້ປະຕິບັດພາລະກິດຢ່າງມະຫັດສະຈັນໃນຕົວພວກເຈົ້າ ເຊິ່ງເປັນພາລະກິດທີ່ບໍ່ສາມາດຢັ່ງເຖິງ ແລະ ປະເມີນໄດ້ ແລະ
- [ບົດທີ 5](https://lo.kingdomsalvation.org/the-fifth-utterance.html) - ສຽງແຫ່ງພຣະວິນຍານຂອງເຮົາແມ່ນການສະແດງອອກຂອງອຸປະນິໄສທັງໝົດຂອງເຮົາ. ພວກເຈົ້າເຂົ້າໃຈບໍ? ການທີ່ບໍ່ຊັດເຈນໃນຈຸດນີ້ກໍເທົ່າກັບການຕໍ່ຕ້ານເຮົາໂດຍກົງ. ພວກເຈົ້າໄດ້ເຫັນເຖິງຄວາມສຳຄັນທີ່ນອນຢູ່ໃນນີ້ຢ່າງແທ້ຈິງບໍ? ພວກເຈົ້າຮູ້ຈັກແທ້ບໍວ່າເຮົາໄດ້ໃຊ້ຄວາມພະຍາຍາມ ແລະ ກຳລັງຫຼາຍສໍ່າໃດກັບພວກເຈົ້າ? ພວກເຈົ້າກ້າເປີດເຜີຍສິ່ງທີ່ພວກເຈົ້າໄດ້ກະທຳ ແລະ ວິທີທີ່ພວກເຈົ້າປະພຶດຕໍ່ໜ້າເຮົາບໍ? ແລ້ວພວກເຈົ້າບັງອາດເອີ້ນຕົນເອງວ່າເປັນປະຊາຊົນຂອງເຮົາເມື່ອຢູ່ຕໍ່ໜ້າເຮົາ, ພວກເຈົ້າບໍ່ມີຢາງອາຍ, ແຮງໄກທີ່ຈະມີຄວາມຮູ້ສຶກ! ບໍ່ໄວກໍຊ້າ ຄົນແບບພວກເຈົ້າຈະຖືກກໍາຈັດຈາກເຮືອນຂອງເຮົາ! ຢ່າໃຊ້ປະສົບການຂອງພວກເຈົ້າເພື່ອຫຼອກລວງເຮົາ ໂດຍເຮັດທຳທ່າວ່າພວກເຈົ້າໄດ້ຢືນເປັນພະຍານໃຫ້ແກ່ເຮົາ! ນີ້ແມ່ນສິ່ງທີ່ມະນຸດຊາດສາມາດເຮັດໄດ້ບໍ? ຖ້າບໍ່ມີຫຍັງຢູ່ໃນເຈດຕະນາຂອງເຈົ້າ ແລະ ເປົ້າໝາຍຂອງເຈົ້າ, ເຈົ້າກໍຄົງຈະຍ່າງໃນເສັ້ນທາງອື່ນຕັ້ງແຕ່ດົນແລ້ວ. ເຈົ້າຄິດວ່າເຮົາບໍ່ຮູ້ບໍວ່າຫົວໃຈຂອງມະນຸດສາມາດແບກຮັບໄດ້ຫຼາຍສໍ່າໃດ? ຕັ້ງແຕ່ເວລານີ້ເປັນຕົ້ນໄປ, ໃນບັນດາທຸກສິ່ງ, ເຈົ້າຕ້ອງເຂົ້າສູ່ຄວາມເປັນຈິງແຫ່ງການປະຕິບັດ; ຖ້າມີແຕ່ເວົ້າເລື້ອຍເປືອຍຄືກັບທີ່ເຈົ້າໄດ້ເຮັດໃນອະດີດ, ມັນຈະບໍ່ພາໃຫ້ເຈົ້າໄປຮອດໃສເລີຍ. ໃນອະດີດ, ພວກເຈົ້າສ່ວນຫຼາຍແມ່ນສາມາດເອົາປຽບຜູ້ອື່ນພາຍໃຕ້ຫຼັງຄາຂອງເຮົາ; ຄວາມຈິງທີ່ເຮັດໃຫ້ພວກເຈົ້າສາມາດຍຶດໝັ້ນໄດ້ໃນປັດຈຸບັນກໍເນື່ອງຈາກຄວາມຮຸນແຮງຂອງພຣະທຳຂອງເຮົາທັງສິ້ນ. ເຈົ້າຄິດວ່າເຮົາເວົ້າເລື້ອຍເປືອຍ ແລະ ບໍ່ມີຈຸດປະສົງບໍ? ເປັນໄປບໍ່ໄດ້! ເຮົາຫຼຽວລົງເບິ່ງທຸກສິ່ງຈາກເບື້ອງສູງ ແລະ ໃຊ້ອຳນາດເໜືອທຸກສິ່ງຈາກເບື້ອງສູງ. ໃນລັກສະນະດຽວກັນ, ເຮົາໄດ້ປະຕິບັດຄວາມລອດພົ້ນຂອງເຮົາເທິງແຜ່ນດິນໂລກ. ບໍ່ເຄີຍມີຊ່ວງເວລາໃດທີ່ເຮົາບໍ່ໄດ້ເຝົ້າເບິ່ງການກະທຳທຸກຢ່າງຂອງມະນຸດ ແລະ ທຸກສິ່ງທີ່ພວກເຂົາເວົ້າ ແລະ ກະທຳ ຈາກບ່ອນລີ້ລັບຂອງເຮົາ. ສຳລັບເຮົາແລ້ວ, ມະນຸດເປັນຄືປຶ້ມທີ່ເປີດອອກ: ເຮົາເຫັນ ແລະ ຮູ້ພວກເຂົາແຕ່ລະຄົນ ແລະ ໝົດທຸກຄົນ. ບ່ອນລີ້ລັບແມ່ນບ່ອນດໍາລົງຢູ່ຂອງເຮົາ ແລະ
- [ບົດທີ 4](https://lo.kingdomsalvation.org/the-fourth-utterance.html) - ປະຊາຊົນຂອງເຮົາທຸກຄົນທີ່ຮັບໃຊ້ຢູ່ຕໍ່ໜ້າເຮົາຄວນຄິດຄືນຫຼັງເຖິງອະດີດ: ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາແມ່ນມີຮອຍດ່າງຈາກຄວາມບໍ່ບໍລິສຸດບໍ? ຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດ ແລະ ໃຫ້ທັງໝົດຫົວໃຈບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາແມ່ນແທ້ຈິງບໍ? ເຮົາມີຈັກຫ້ອງຢູ່ໃນຫົວໃຈຂອງພວກເຈົ້າ? ເຮົາໄດ້ເຕີມເຕັມຫົວໃຈຂອງພວກເຈົ້າທັງໝົດບໍ? ພຣະທໍາຂອງເຮົາຈັກຄຳທີ່ໄດ້ບັນລຸຜົນພາຍໃນຕົວພວກເຈົ້າ? ຢ່າພະຍາຍາມຫຼອກລວງເຮົາ! ສິ່ງເຫຼົ່ານີ້ແມ່ນຊັດເຈນສໍາລັບເຮົາໝົດແລ້ວ! ປັດຈຸບັນ ໃນຂະນະທີ່ສຽງຂອງຄວາມລອດພົ້ນຂອງເຮົາໄດ້ດັງອອກ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນໄດ້ເພີ່ມຂຶ້ນບໍ? ມີສ່ວນໃດຂອງຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາໄດ້ມີຄວາມເລິກເຊິ່ງບໍ? ການສັນລະເສີນທີ່ມອບໃຫ້ໃນອະດີດໄດ້ປູພື້ນຖານຢ່າງໜາແໜ້ນໃຫ້ແກ່ຄວາມຮູ້ຂອງພວກເຈົ້າໃນປັດຈຸບັນບໍ? ພຣະວິນຍານຂອງເຮົາຄອບຄອງພາຍໃນພວກເຈົ້າຫຼາຍສໍ່າໃດ? ພາບລັກຂອງເຮົາມີຢູ່ພາຍໃນພວກເຈົ້າຈັກບ່ອນ? ພຣະວັດຈະນະຂອງເຮົາໄດ້ຕີຖືກຈຸດອ່ອນຂອງພວກເຈົ້າຢູ່ບໍ? ພວກເຈົ້າຮູ້ສຶກວ່າ ພວກເຈົ້າບໍ່ມີບ່ອນເຊື່ອງຄວາມອັບອາຍຂອງຕົວເອງແທ້ບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າບໍ່ມີຄຸນສົມບັດເປັນປະຊາຊົນຂອງເຮົາແທ້ບໍ? ຖ້າພວກເຈົ້າບໍ່ຕະໜັກເຖິງຄໍາຖາມຂ້າງເທິງເລີຍ, ແລ້ວນີ້ກໍສະແດງໃຫ້ເຫັນວ່າ ພວກເຈົ້າກໍາລັງຕຶກເບັດຢູ່ນໍ້າຂຸ່ນ, ພວກເຈົ້າພຽງມີຢູ່ເພື່ອເພີ່ມຈໍານວນຄົນເທົ່ານັ້ນ ແລະ ເມື່ອເຖິງເວລາທີ່ເຮົາກໍານົດລ່ວງໜ້າ ພວກເຈົ້າກໍຈະຖືກກໍາຈັດ ແລະ ຖືກຖິ້ມລົງໃນຂຸມເລິກທີ່ສຸດເປັນຄັ້ງທີ່ສອງຢ່າງແນ່ນອນ. ສິ່ງເຫຼົ່ານີ້ແມ່ນພຣະທໍາແຫ່ງການຕັກເຕືອນຂອງເຮົາ ແລະ ຜູ້ໃດທີ່ຖືເບົາກັບພຣະທໍາເຫຼົ່ານີ້ຈະຖືກໂຈມຕີດ້ວຍການພິພາກສາຂອງເຮົາ ແລະ ຜະເຊີນດ້ວຍໄພພິບັດຕາມເວລາທີ່ໄດ້ກໍານົດໄວ້. ແລ້ວມັນບໍ່ແມ່ນແບບນີ້ບໍ? ເຮົາຍັງຈໍາເປັນຕ້ອງຍົກຕົວຢ່າງເພື່ອອະທິບາຍສິ່ງນີ້ອີກບໍ? ເຮົາຕ້ອງເວົ້າໃຫ້ແຈ້ງຂຶ້ນກວ່ານີ້ບໍ ເພື່ອຍົກເປັນຕົວຢ່າງແກ່ພວກເຈົ້າ? ຕັ້ງແຕ່ເວລາຂອງການຊົງສ້າງຈົນເຖິງປັດຈຸບັນ, ຫຼາຍຄົນໄດ້ກະບົດຕໍ່ພຣະທໍາຂອງເຮົາ ແລະ ດ້ວຍເຫດນັ້ນ ຈຶ່ງຖືກປະຖິ້ມ ແລະ ກໍາຈັດໂດຍກະແສຂອງການຟື້ນຟູຂອງເຮົາ; ໃນທີ່ສຸດ ຮ່າງກາຍຂອງພວກເຂົາກໍຈະດັບສູນ ແລະ ວິນຍານຂອງພວກເຂົາກໍຈະຖືກສົ່ງໄປຍັງແດນມໍລະນາ ແລະ ແມ່ນແຕ່ໃນປັດຈຸບັນ
- [ບົດທີ 3](https://lo.kingdomsalvation.org/the-third-utterance.html) - ເນື່ອງຈາກພວກເຈົ້າຖືກເອີ້ນວ່າ ປະຊາຊົນຂອງເຮົາ, ສິ່ງຕ່າງໆຈຶ່ງບໍ່ຄືເກົ່າຕາມທີ່ເຄີຍເປັນ; ພວກເຈົ້າຄວນຟັງ ແລະ ອ່ອນນ້ອມຕໍ່ພຣະວັດຈະນະຂອງພຣະວິນຍານຂອງເຮົາ, ຕິດຕາມພາລະກິດຂອງເຮົາຢ່າງໃກ້ຊິດ ແລະ ອາດບໍ່ແຍກພຣະວິນຍານ ແລະ ເນື້ອໜັງຂອງເຮົາອອກຈາກກັນ ເພາະວ່າ ໂດຍທໍາມະຊາດແລ້ວ ພວກເຮົາແມ່ນໜຶ່ງດຽວ ແລະ ບໍ່ໄດ້ຕ່າງຈາກກັນ. ໃຜກໍຕາມທີ່ແຍກພຣະວິນຍານ ແລະ ຄົນອອກຈາກກັນ ໂດຍສົນໃຈ ຢ່າງໃດຢ່າງໜຶ່ງລະຫວ່າງຄົນ ຫຼື ພຣະວິນຍານ ຈະຕ້ອງທົນທຸກກັບການສູນເສຍ ແລະ ຈະສາມາດດື່ມໄດ້ແຕ່ຈາກຈອກທີ່ຂົມຂື່ນຂອງພວກເຂົາເທົ່ານັ້ນ ໂດຍບໍ່ມີທາງເລືອກອື່ນ. ຜູ້ທີ່ສາມາດເບິ່ງອອກວ່າ ພຣະວິນຍານ ແລະ ຄົນເປັນສິ່ງດຽວກັນທີ່ແຍກບໍ່ໄດ້ເທົ່ານັ້ນ ທີ່ຈະມີຄວາມຮູ້ຢ່າງພຽງພໍກ່ຽວກັບເຮົາ; ຊີວິດພາຍໃນພວກເຂົາຈະມີການປ່ຽນແປງເກີດຂຶ້ນເທື່ອລະໜ້ອຍ. ເພື່ອໃຫ້ຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາດໍາເນີນໄປຢ່າງດີ ໂດຍບໍ່ມີສິ່ງໃດຂັດຂວາງ ເຮົາຈໍາເປັນຕ້ອງນໍາໃຊ້ຄວາມບໍລິສຸດຂອງພຣະທໍາ ເພື່ອທົດສອບທຸກຄົນທີ່ຢູ່ໃນເຮືອນຂອງເຮົາ ແລະ ນໍາໃຊ້ວິທີການເຮັດພາລະກິດ ເພື່ອທົດສອບຜູ້ທີ່ຕິດຕາມເຮົາ. ພາຍໃຕ້ສະຖານະການເຫຼົ່ານີ້, ອາດເວົ້້າໄດ້ວ່າ ພວກເຂົາທຸກຄົນໄດ້ໝົດຫວັງ; ໃນຖານະເປັນຄົນ, ບໍ່ມີແມ່ນແຕ່ຄົນດຽວໃນບັນດາພວກເຂົາ ທີ່ບໍ່ມີສະພາບບໍ່ດີ ແລະ ຂີ້ຄ້ານ ຄືກັບວ່າ ພື້ນທີ່ທັງໝົດຂອງພວກເຂົາຖືກປ່ຽນແປງ. ບາງຄົນຕໍ່ວ່າສະຫວັນ ແລະ ແຜ່ນດິນໂລກ; ບາງຄົນທີ່ຢູ່ໃນຄວາມສິ້ນຫວັງຂອງພວກເຂົາໄດ້ກຽມໃຈ ແລະ
- [ບົດທີ 2](https://lo.kingdomsalvation.org/the-second-utterance.html) - ພ້ອມກັບການເຂົ້າສູ່ວິທີການໃໝ່ ກໍຈະມີບາດກ້າວໃໝ່ໃນພາລະກິດຂອງເຮົາ. ເໝືອນດັ່ງຢູ່ໃນອານາຈັກ, ເຮົາຈະເຮັດສິ່ງຕ່າງໆຜ່ານຄວາມເປັນພຣະເຈົ້າໂດຍກົງ, ນໍາພາທຸກບາດກ້າວໃນເສັ້ນທາງຢ່າງຊັດເຈນ ແລະ ຢ່າງລາຍລະອຽດທີ່ສຸດ ແລະ ປາສະຈາກການປົນເຈືອດ້ວຍເຈດຕະນາຂອງມະນຸດຢ່າງແນ່ນອນ. ຂ້າງລຸ່ມນີ້ອະທິບາຍເຖິງວິທີການປະຕິບັດຕົວຈິງ: ຍ້ອນຜ່ານຄວາມລໍາບາກ ແລະ ການຫຼໍ່ຫຼອມ ພວກເຂົາຈຶ່ງໄດ້ຮັບຕໍາແໜ່ງ “ປະຊາຊົນ” ແລະ ຍ້ອນພວກເຂົາເປັນປະຊາຊົນແຫ່ງອານາຈັກຂອງເຮົາ, ເຮົາຈຶ່ງຕ້ອງວາງເງື່ອນໄຂຢ່າງເຂັ້ມງວດສໍາລັບພວກເຂົາ ເຊິ່ງສູງກວ່າວິທີການຂອງພາລະກິດທີ່່ເຮົາໃຊ້ກັບຮຸ່ນຜ່ານມາ. ມັນບໍ່ແມ່ນພຽງແຕ່ຄວາມເປັນຈິງແຫ່ງພຣະທຳເທົ່ານັ້ນ, ແຕ່ທີ່ສຳຄັນໄປກວ່ານັ້ນ ມັນຄືຄວາມເປັນຈິງໃນການປະຕິບັດ ແລະ ກ່ອນອື່ນໝົດ ສິ່ງນີ້ຕ້ອງຖືກເຮັດໃຫ້ສຳເລັດ. ໃນທຸກຄຳເວົ້າ ແລະ ການກະທຳ, ພວກເຂົາຕ້ອງບັນລຸມາດຕະຖານທີ່ຈໍາເປັນຂອງປະຊາຊົນແຫ່ງອານາຈັກ ແລະ ຜູ້ໃດທີ່ເຮັດຜິດແມ່ນຈະຖືກກຳຈັດທັນທີ ເພື່ອຫຼີກເວັ້ນບໍ່ໃຫ້ພວກເຂົານໍາເອົາຄວາມອັບອາຍມາສູ່ນາມຂອງເຮົາ. ເຖິງຢ່າງໃດກໍຕາມ, ສໍາລັບຄົນທີ່ໂງ່ຈ້າຜູ້ທີ່ບໍ່ສາມາດເຫັນ ແລະ ເຂົ້າໃຈຢ່າງຊັດເຈນແມ່ນຈະຖືກຍົກເວັ້ນ. ໃນການສ້າງອານາຈັກຂອງເຮົາ, ໃຫ້ໃສ່ໃຈກັບການກິນ ແລະ ດື່ມພຣະທຳຂອງເຮົາ, ຮັບຮູ້ສະຕິປັນຍາຂອງເຮົາ ແລະ ຄົ້ນຫາຫຼັກຖານຜ່ານພາລະກິດຂອງເຮົາ. ຖ້າຜູ້ໃດໃສ່ໃຈກັບປຶ້ມທີ່ບໍ່ມີພຣະທໍາຂອງເຮົາ, ເຮົາຈະບໍ່ຕ້ອງການຢ່າງແນ່ນອນ; ຜູ້ຄົນດັ່ງກ່າວຄືຍິງໂສເພນີທີ່ຕໍ່ຕ້ານເຮົາ. ໃນຖານະທີ່ເປັນອັກຄະສາວົກ, ເຈົ້າຕ້ອງບໍ່ອາໄສຢູ່ໃນເຮືອນດົນເກີນໄປ. ຖ້າເຈົ້າເຮັດແບບນັ້ນ ເຮົາກໍຈະບໍ່ບັງຄັບເຈົ້າ ແຕ່ ເຮົາຈະໂຍນຖິ້ມ ແລະ ບໍ່ໃຊ້ເຈົ້າອີກຕໍ່ໄປ. ເມື່ອອັກຄະສາວົກບໍ່ໄດ້ຢູ່ແຕ່ໃນເຮືອນ,
- [ບົດທີ 1](https://lo.kingdomsalvation.org/the-first-utterance.html) - ຄົນທີ່ໄດ້ເຫັນພຣະທຳຂອງເຮົາຍອມຮັບພຣະທຳເຫຼົ່ານັ້ນແທ້ບໍ? ພວກເຈົ້າຮູ້ຈັກເຮົາແທ້ບໍ? ພວກເຈົ້າໄດ້ຮຽນຮູ້ໃນການອ່ອນນ້ອມແທ້ບໍ? ພວກເຈົ້າສະຫຼະຕົນເອງເພື່ອເຮົາຢ່າງຈິງໃຈບໍ? ພວກເຈົ້າໄດ້ຍຶດໝັ້ນ ແລະ ຕັ້ງໃຈເປັນພະຍານໃຫ້ກັບເຮົາ ເມື່ອຢູ່ຕໍ່ໜ້າມັງກອນແດງທີ່ຍິ່ງໃຫຍ່ຢ່າງແທ້ຈິງບໍ? ການອຸທິດຂອງພວກເຈົ້າເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ອັບອາຍແທ້ບໍ? ຜ່ານການທົດລອງແຫ່ງພຣະທຳຂອງເຮົາເທົ່ານັ້ນ ເຮົາຈຶ່ງສາມາດບັນລຸເປົ້າໝາຍຂອງເຮົາໃນການຊໍາລະລ້າງຄຣິສຕະຈັກ ແລະ ເລືອກຄົນທີ່ຮັກເຮົາຢ່າງແທ້ຈິງໄດ້. ຖ້າເຮົາບໍ່ປະຕິບັດພາລະກິດໃນລັກສະນະນີ້, ແລ້ວຜູ້ໃດຈະສາມາດຮູ້ຈັກເຮົາໄດ້? ຜູ້ໃດສາມາດເຂົ້າໃຈຄວາມສະຫງ່າງາມຂອງເຮົາ, ຄວາມໂກດຮ້າຍຂອງເຮົາ ແລະ ສະຕິປັນຍາຂອງເຮົາຜ່ານທາງພຣະທຳຂອງເຮົາໄດ້ບໍ່? ເມື່ອເຮົາໄດ້ເລີ່ມຕົ້ນພາລະກິດຂອງເຮົາແລ້ວ ເຮົາກໍຈະເຮັດໃຫ້ມັນສຳເລັດ, ແຕ່ເຖິງຢ່າງໃດມັນກໍຍັງເປັນເຮົາທີ່ວັດແທກຫົວໃຈຂອງມະນຸດໃຫ້ເລິກທີ່ສຸດ. ໃນຄວາມເປັນຈິງແລ້ວ, ບໍ່ມີຜູ້ໃດສາມາດເຂົ້າໃຈເຮົາໄດ້ຢ່າງແທ້ຈິງ, ສະນັ້ນ ເຮົາຈຶ່ງໃຊ້ພຣະທໍາເພື່ອນໍາພາມະນຸດທຸກຄົນ ແລະ ນໍາພາພວກເຂົາທຸກຄົນໄປສູ່ຍຸກໃໝ່. ໃນທີ່ສຸດແລ້ວ ເຮົາຈະໃຊ້ພຣະທຳເພື່ອເຮັດໃຫ້ພາລະກິດທັງໝົດຂອງເຮົາສຳເລັດ ໂດຍເຮັດໃຫ້ຄົນທີ່ຮັກເຮົາຢ່າງແທ້ຈິງຍອມຈໍານົນຕໍ່ອານາຈັກຂອງເຮົາ ແລະ ເພື່ອດຳລົງຊີວິດຕໍ່ໜ້າບັນລັງຂອງເຮົາ. ສະຖານະການໃນປັດຈຸບັນບໍ່ຄືແຕ່ກ່ອນ ແລະ ພາລະກິດຂອງເຮົາໄດ້ເຂົ້າສູ່ຈຸດເລີ່ມຕົ້ນໃໝ່ແລ້ວ. ເມື່ອເປັນແບບນັ້ນ, ມັນກໍຈະມີວິທີການໃໝ່: ຄົນທີ່ເຫັນພຣະທຳຂອງເຮົາ ແລະ ຍອມຮັບເອົາພຣະທຳເປັນຊີວິດຈິດໃຈຂອງພວກເຂົາ ແມ່ນຄົນແຫ່ງອານາຈັກຂອງເຮົາ. ຍ້ອນພວກເຂົາຢູ່ໃນອານາຈັກຂອງເຮົາ, ພວກເຂົາແມ່ນຄົນແຫ່ງອານາຈັກຂອງເຮົາ. ເພາະວ່າພວກເຂົາໄດ້ຮັບການນໍາພາໂດຍພຣະທຳຂອງເຮົາ, ເຖິງແມ່ນພວກເຂົາຈະຖືກເອີ້ນວ່າປະຊາຊົນຂອງເຮົາ, ຕໍາແໜ່ງນີ້ກໍບໍ່ໄດ້ເປັນຮອງການຖືກເອີ້ນວ່າ “ບຸດຊາຍ” ຂອງເຮົາ. ເມື່ອເປັນປະຊາຊົນຂອງເຮົາ, ທຸກຄົນກໍຕ້ອງຮັບໃຊ້ຢ່າງຊື່ສັດທີ່ສຸດ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃນອານາຈັກຂອງເຮົາ. ຜູ້ໃດກໍຕາມທີ່ເຮັດຜິດຕໍ່ກົດບັນຍັດແຫ່ງການບໍລິຫານຂອງເຮົາຈະຕ້ອງໄດ້ຮັບການລົງໂທດຂອງເຮົາ. ນີ້ແມ່ນຄຳເຕືອນຂອງເຮົາຕໍ່ທຸກຄົນ.
- [ບົດນໍາ](https://lo.kingdomsalvation.org/introduction-words-2.html) - ໜັງສື “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ” ແມ່ນສ່ວນທີສອງຂອງພຣະຄຳທີ່ພຣະຄຣິດໄດ້ກ່າວໃນຕົວຕົນຂອງພຣະເຈົ້າເອງ. ພຣະທຳເຫຼົ່ານີ້ປົກຄຸມຊ່ວງເວລານັບຕັ້ງແຕ່ວັນທີ 20 ກຸມພາ 1992 ຈົນເຖິງວັນທີ 1 ມິຖຸນາ 1992 ແລະ ປະກອບມີທັງໝົດສີ່ສິບເຈັດບົດ. ລັກສະນະ, ເນື້ອຫາ ແລະ ທັດສະນະຂອງພຣະທຳຂອງພຣະເຈົ້າທີ່ຢູ່ໃນພຣະຄຳເຫຼົ່ານີ້ບໍ່ໄດ້ຄືກັນກັບໜັງສື “ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ” ທັງໝົດ. ໜັງສື “ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ” ເປີດໂປງ ແລະ ນໍາພາພຶດຕິກຳພາຍນອກຂອງຜູ້ຄົນ ແລະ ຊີວິດຝ່າຍວິນຍານທີ່ທຳມະດາຂອງພວກເຂົາ. ໃນທີ່ສຸດແລ້ວ, ມັນກໍຈົບລົງດ້ວຍ “ການທົດລອງຂອງຜູ້ບໍລິການ”. ເຖິງຢ່າງໃດກໍຕາມ ໜັງສື “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ” ເປີດສາກດ້ວຍການສິ້ນສຸດຕົວຕົນຂອງຜູ້ບໍລິການ ແລະ ເລີ່ມຕົ້ນຊີວິດຂອງພວກເຂົາໃນຖານະເປັນປະຊາຊົນຂອງພຣະເຈົ້າ. ມັນນຳພາຜູ້ຄົນໄປສູ່ຈຸດສູງສຸດຄັ້ງທີສອງຂອງພາລະກິດຂອງພຣະເຈົ້າ ເຊິ່ງຢູ່ໃນລະຫວ່າງຊ່ວງໄລຍະເວລາທີ່ພວກເຂົາໄດ້ຜະເຊີນກັບການທົດລອງຂອງທະເລສາບແຫ່ງໄຟ, ການທົດລອງແຫ່ງຄວາມຕາຍ ແລະ ເວລາແຫ່ງການຮັກພຣະເຈົ້າ. ສອງສາມບາດກ້າວເຫຼົ່ານີ້ເປີດໂປງຄວາມຂີ້ຮ້າຍຂອງມະນຸດຕໍ່ໜ້າພຣະເຈົ້າຢ່າງສົມບູນ ພ້ອມທັງໃບໜ້າທີ່ແທ້ຈິງຂອງມະນຸດ. ໃນທີ່ສຸດແລ້ວ ພຣະເຈົ້າກໍສຳເລັດບົດທີ່ພຣະອົງມອບໃຫ້ກັບມະນຸດ, ສິ້ນສຸດບາດກ້າວທັງໝົດຂອງການບັງເກີດເປັນມະນຸດຄັ້ງນີ້ຂອງການເອົາຊະນະຄົນກຸ່ມທຳອິດຂອງພຣະເຈົ້າ. ໃນໜັງສື “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ” ພຣະເຈົ້າກ່າວພຣະທຳຂອງພຣະອົງຈາກທັດສະນະຂອງພຣະວິນຍານ. ລັກສະນະທີ່ພຣະອົງກ່າວແມ່ນບໍ່ສາມາດບັນລຸໄດ້ໂດຍມະນຸດຊາດ. ຍິ່ງໄປກວ່ານັ້ນ ຄຳສັບ ແລະ ລັກສະນະແຫ່ງພຣະທຳຂອງພຣະອົງແມ່ນສວຍງາມ ແລະ ດົນໃຈ
- [ບົດທີ 120](https://lo.kingdomsalvation.org/one-hundred-and-twentieth-utterance.html) - ພູເຂົາຊີໂອນເອີຍ! ຈົ່ງປິຕິຍິນດີເຖີດ! ພູເຂົາຊີໂອນເອີຍ! ຈົ່ງຮ້ອງເພງອອກມາ! ເຮົາໄດ້ກັບຄືນມາດ້ວຍຄວາມມີໄຊ, ເຮົາໄດ້ກັບຄືນມາດ້ວຍໄຊຊະນະ! ທຸກໆຄົນ! ຈົ່ງຟ້າວລຽນແຖວຢ່າງເປັນລະບຽບ! ສິ່ງຊົງສ້າງທັງໝົດເອີຍ! ຕອນນີ້ຈົ່ງພາກັນຢຸດນິ້ງ ເນື່ອງຈາກຕົວຕົນຂອງເຮົາກໍາລັງຜະເຊີນກັບຈັກກະວານທັງໝົດ ແລະ ປາກົດຕົວຢູ່ທິດຕາເວັນອອກຂອງໂລກ! ຜູ້ໃດກ້າທີ່ຈະບໍ່ຄູ້ເຂົ່າລົງເພື່ອນະມັດສະການ? ຜູ້ໃດກ້າທີ່ຈະບໍ່ເອີ້ນເຮົາວ່າພຣະເຈົ້າທີ່ແທ້ຈິງ? ຜູ້ໃດກ້າທີ່ຈະບໍ່ແນມເບິ່ງດ້ວຍຫົວໃຈທີ່ຍໍາເກງ? ຜູ້ໃດກ້າທີ່ຈະບໍ່ສັນລະເສີນ? ຜູ້ໃດກ້າທີ່ຈະບໍ່ມີຄວາມປິຕິຍິນດີ? ປະຊາຊົນຂອງເຮົາຈະໄດ້ຍິນສຽງຂອງເຮົາຢ່າງແນ່ນອນ ແລະ ບຸດຊາຍຂອງເຮົາຈະຢູ່ລອດໃນອານາຈັກຂອງເຮົາຢ່າງແນ່ນອນ! ພູເຂົາ, ແມ່ນໍ້າ ແລະ ທຸກສິ່ງຈະເຊີດຊູຢ່າງບໍ່ຈົບສິ້ນ ແລະ ໂດດໄປມາຢ່າງບໍ່ຢຸດເຊົາ. ໃນເວລານີ້, ບໍ່ມີຜູ້ໃດກ້າທີ່ຈະຖອຍຫຼັງ ແລະ ບໍ່ມີຜູ້ໃດກ້າທີ່ຈະລຸກຂຶ້ນເພື່ອຕໍ່ຕ້ານ. ນີ້ແມ່ນການກະທໍາທີ່ມະຫັດສະຈັນຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ມັນແມ່ນພະລັງທີ່ຍິ່ງໃຫຍ່ຂອງເຮົາ! ເຮົາຈະເຮັດໃຫ້ທຸກສິ່ງມີຫົວໃຈທີ່ຍໍາເກງເຮົາ ແລະ ຫຼາຍໄປກວ່ານີ້ ແມ່ນເຮົາຈະເຮັດໃຫ້ທຸກສິ່ງສັນລະເສີນເຮົາ! ນີ້ແມ່ນເປົ້າໝາຍສູງສຸດຂອງແຜນການຄຸ້ມຄອງຫົກພັນປີຂອງເຮົາ ແລະ ມັນແມ່ນສິ່ງທີ່ເຮົາໄດ້ບັນຍັດໄວ້. ຈະບໍ່ມີຄົນໃດ ຫຼື ວັດຖຸໃດ ຫຼື ເຫດການໃດທີ່ຈະກ້າລຸກຂຶ້ນເພື່ອຂັດຂືນເຮົາ ຫຼື ຕໍ່ຕ້ານເຮົາ. ປະຊາຊົນທັງໝົດຂອງເຮົາຈະຫລັ່ງໄຫຼໄປພູເຂົາຂອງເຮົາ (ເວົ້າອີກແບບໜຶ່ງກໍຄື ໂລກທີ່ເຮົາຈະສ້າງຂຶ້ນພາຍຫຼັງ) ແລະ ພວກເຂົາຈະຍິນຍອມຕໍ່ໜ້າເຮົາຢ່າງແນ່ນອນ ຍ້ອນເຮົາມີຄວາມສະຫງ່າ
- [ບົດທີ 119](https://lo.kingdomsalvation.org/one-hundred-and-nineteenth-utterance.html) - ພວກເຈົ້າທຸກຄົນຄວນເຂົ້າໃຈເຈດຕະນາຂອງເຮົາ ແລະ ພວກເຈົ້າທຸກຄົນຄວນຈະເຂົ້າໃຈອາລົມຂອງເຮົາ. ຕອນນີ້ແມ່ນເວລາທີ່ຈະກຽມກັບຄືນສູ່ຊີໂອນ. ເຮົາບໍ່ມີຄວາມຄິດທີ່ຈະເຮັດຫຍັງ ນອກຈາກສິ່ງນີ້. ເຮົາພຽງແຕ່ຫວັງວ່າຈະໄດ້ກັບມາຮ່ວມຢູ່ກັບພວກເຈົ້າໃນມື້ໃດມື້ໜຶ່ງໃນອີກບໍ່ດົນ ແລະ ໃຊ້ທຸກນາທີ ແລະ ທຸກວິນາທີຮ່ວມກັນກັບພວກເຈົ້າໃນຊີໂອນ. ເຮົາກຽດຊັງໂລກ, ເຮົາກຽດຊັງເນື້ອໜັງ ແລະ ຍິ່ງໄປກວ່ານັ້ນ ເຮົາກຽດຊັງມະນຸດທຸກຄົນທີ່ຢູ່ເທິງແຜ່ນດິນໂລກ. ເຮົາບໍ່ເຕັມໃຈທີ່ຈະເຫັນພວກເຂົາ ເພາະພວກເຂົາທຸກຄົນເປັນຄືກັບມານຮ້າຍ ບໍ່ມີຮ່ອງຮອຍທຳມະຊາດຂອງມະນຸດແມ່ນແຕ່ໜ້ອຍດຽວ. ເຮົາບໍ່ເຕັມໃຈທີ່ຈະດຳລົງຊີວິດເທິງແຜ່ນດິນໂລກ; ເຮົາກຽດຊັງສິ່ງຖືກສ້າງທັງໝົດ, ເຮົາກຽດຊັງທຸກຄົນທີ່ມາຈາກເນື້ອໜັງ ແລະ ເລືອດ. ໂລກທັງປວງເຕັມໄປດ້ວຍຊາກສົບ; ເຮົາຕ້ອງການກັບຄືນສູ່ຊີໂອນທັນທີ, ເພື່ອກຳຈັດກິ່ນຊາກສົບທັງໝົດອອກຈາກແຜ່ນດິນໂລກ ແລະ ເຕີມເຕັມໂລກທັງປວງໄປດ້ວຍສຽງສັນລະເສີນໃຫ້ແກ່ເຮົາ. ເຮົາຈະກັບຄືນສູ່ຊີໂອນ, ເຮົາຈະແຍກຕົວອອກຈາກເນື້ອໜັງ ແລະ ໂລກ ແລະ ບໍ່ມີຜູ້ໃດອາດຂວາງທາງເຮົາໄດ້. ມືຂອງເຮົາທີ່ຂ້າມະນຸດແມ່ນບໍ່ມີຄວາມຮູ້ສຶກທາງເນື້ອໜັງ! ຈາກນີ້ເປັນຕົ້ນໄປ ອາດບໍ່ມີຜູ້ໃດເວົ້າເຖິງການສ້າງຄຣິສຕະຈັກ. ຖ້າຜູ້ໃດກໍຕາມເວົ້າ ເຮົາຈະບໍ່ອະໄພໃຫ້ພວກເຂົາ. (ນີ້ກໍຍ້ອນວ່າ ຕອນນີ້ແມ່ນເວລາທີ່ຈະເປັນພະຍານໃຫ້ແກ່ລູກຊາຍກົກຂອງເຮົາ ແລະ ມັນເປັນເວລາທີ່ຈະສ້າງອານາຈັກ; ຜູ້ໃດກໍຕາມທີ່ເວົ້າເຖິງການສ້າງຄຣິສຕະຈັກແມ່ນກຳລັງທຳລາຍການສ້າງອານາຈັກລົງ ແລະ ຂັດຂວາງການຄຸ້ມຄອງຂອງເຮົາ). ທຸກສິ່ງແມ່ນກຽມພ້ອມແລ້ວ, ທຸກສິ່ງໄດ້ຖືກຈັດກຽມແລ້ວ; ສິ່ງດຽວທີ່ຍັງຄົງຢູ່ກໍຄືເພື່ອໃຫ້ລູກຊາຍກົກໄດ້ຮັບການເຊີດຊູ ແລະ ການເປັນພະຍານ. ເມື່ອສິ່ງນັ້ນເກີດຂຶ້ນ ເຮົາຈະກັບຄືນສູ່ຊີໂອນທັນທີ ໂດຍບໍ່ຊັກຊ້າແມ່ນແຕ່ຊ່ວງເວລາດຽວ
- [ບົດທີ 118](https://lo.kingdomsalvation.org/one-hundred-and-eighteenth-utterance.html) - ຜູ້ໃດກໍຕາມທີ່ລຸກຂຶ້ນເປັນພະຍານໃຫ້ແກ່ພຣະບຸດຂອງເຮົາ, ເຮົາຈະປະທານພຣະຄຸນໃຫ້ແກ່ພວກເຂົາ; ຜູ້ໃດກໍຕາມທີ່ບໍ່ລຸກຂຶ້ນເປັນພະຍານໃຫ້ແກ່ພຣະບຸດຂອງເຮົາ ແຕ່ກົງກັນຂ້າມ ພວກເຂົາຕໍ່ຕ້ານ ແລະ ໃຊ້ແນວຄິດມະນຸດເພື່ອປະເມີນການດ້ວຍຕົວພວກເຂົາເອງ ເຮົາກໍຈະທຳລາຍພວກເຂົາ. ທຸກຄົນຕ້ອງໄດ້ເຫັນຢ່າງຊັດເຈນ! ການເປັນພະຍານໃຫ້ກັບພຣະບຸດຂອງເຮົາແມ່ນການກະທຳທີ່ຍໍາເກງເຮົາ ແລະ ມັນເປັນໄປຕາມເຈດຕະນາຂອງເຮົາ. ຢ່າພຽງແຕ່ເຄົາລົບພຣະບິດາ, ໃນຂະນະທີ່ຂົ່ມເຫັງ ແລະ ກົດຂີ່ພຣະບຸດ. ຄົນທີ່ເຮັດແບບນັ້ນກໍເປັນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່. ເຮົາບໍ່ຕ້ອງການຄົນເວດທະນາແບບນີ້ໃຫ້ເປັນພະຍານແກ່ພຣະບຸດຂອງເຮົາ; ເຮົາຈະທຳລາຍພວກເຂົາໃນຂຸມເລິກທີ່ບໍ່ສິ້ນສຸດ. ເຮົາຕ້ອງການຜູ້ໃຫ້ບໍລິການທີ່ຈົ່ງຮັກພັກດີ ແລະ ຊື່ສັດເພື່ອໃຫ້ບໍລິການແກ່ພຣະບຸດຂອງເຮົາ; ສ່ວນຄົນທີ່ເຫຼືອ ເຮົາບໍ່ຕ້ອງການພວກເຂົາ. ນີ້ແມ່ນອຸປະນິໄສທີ່ຊອບທຳຂອງເຮົາ ແລະ ມັນເຮັດໜ້າທີ່ເພື່ອສະແດງວ່າ ເຮົາເປັນພຣະເຈົ້າທີ່ບໍລິສຸດ ແລະ ໄຮ້ມົນທິນ. ເຮົາຈະບໍ່ໃຫ້ອະໄພຜູ້ໃດກໍຕາມທີ່ເຮັດຜິດບົດບັນຍັດການປົກຄອງຂອງເຮົາ. ຜູ້ໃດກໍຕາມທີ່ທ້າທາຍພຣະອົງ ຫຼື ຂົ່ມເຫັງພຣະອົງໃນອະດີດ, ບໍ່ວ່າຈະຢູ່ໃນຄອບຄົວ ຫຼື ຢູ່ໃນໂລກ, ເຮົາຈະຂ້ຽນຕີພວກເຂົາເທື່ອລະຄົນ ແລະ ຈະບໍ່ມີຜູ້ໃດຖືກປ່ອຍໄປ ຍ້ອນບໍ່ມີສ່ວນໃດສ່ວນໜຶ່ງໃນເຮົາທີ່ມາຈາກເນື້ອໜັງ ແລະ ເລືອດ. ການເປັນພະຍານໃຫ້ແກ່ພຣະອົງໃນມື້ນີ້ກໍສະແດງວ່າ ຜູ້ໃຫ້ບໍລິການເຫຼົ່ານີ້ໄດ້ສຳເລັດການໃຫ້ບໍລິການແກ່ເຮົາ, ສະນັ້ນ ຢ່າລັງເລໃຈ ຫຼື ກັງວົນໃຈແຕ່ຢ່າງໃດເລີຍ. ໃນທີ່ສຸດແລ້ວ ພວກເຂົາເປັນຜູ້ໃຫ້ບໍລິການຂອງພຣະອົງ ແລະ ເມື່ອທຸກສິ່ງຖືກເວົ້າອອກ ແລະ ຖືກປະຕິບັດ
- [ບົດທີ 117](https://lo.kingdomsalvation.org/one-hundred-and-seventeenth-utterance.html) - ພຣະອົງແມ່ນຜູ້ທີ່ເປີດໜັງສືມ້ວນ ແລະ ພຣະອົງແມ່ນຜູ້ທີ່ຫັກຕາປະທັບທັງເຈັດອອກ ຍ້ອນວ່າຄວາມລຶກລັບທັງໝົດມາຈາກພຣະອົງ ແລະ ພອນທັງໝົດຖືກເປີດເຜີຍໂດຍພຣະອົງ. ເຮົາຕັ້ງໜ້າທີ່ຈະຮັກພຣະອົງຕະຫຼອດໄປ ແລະ ເຮົາຕັ້ງໜ້າທີ່ຈະເຮັດໃຫ້ທຸກຄົນນະມັດສະການພຣະອົງ ຍ້ອນວ່າພຣະອົງແມ່ນຕົວຕົນຂອງເຮົາ; ພຣະອົງແມ່ນສ່ວນໜຶ່ງຂອງການສະແດງອອກທີ່ອຸດົມສົມບູນ ແລະ ຄົບຖ້ວນຂອງເຮົາ, ສ່ວນທີ່ຂາດບໍ່ໄດ້ໃນຮ່າງກາຍຂອງເຮົາ. ສະນັ້ນ, ເຮົາຕ້ອງໃຫ້ປະຈັກພະຍານເປັນພິເສດ. ມີໃຜແດ່ນອກຈາກຜູ້ທີ່ຢູ່ພາຍໃນຕົວຕົນຂອງເຮົາທີ່ສອດຄ່ອງກັບເຈດຕະນາຂອງເຮົາ? ບໍ່ແມ່ນພຣະອົງເອງທີ່ເປັນພະຍານໃຫ້ແກ່ພຣະອົງ, ແຕ່ແມ່ນພຣະວິນຍານຂອງເຮົາທີ່ເປັນພະຍານໃຫ້ແກ່ພຣະອົງ ແລະ ເຮົາຈະບໍ່ຍົກໂທດໃຫ້ໃຜກໍຕາມທີ່ກ້າທ້າທາຍພຣະອົງຢ່າງແນ່ນອນ ຍ້ອນວ່ານີ້ກ່ຽວຂ້ອງກັບບົດບັນຍັດການປົກຄອງຂອງເຮົາ. ທຸກສິ່ງທີ່ພຣະອົງກ່າວ, ເຮົາຈະເຮັດໃຫ້ສຳເລັດຢ່າງແນ່ນອນ ແລະ ທຸກສິ່ງທີ່ພຣະອົງຄິດ, ເຮົາກໍຈະຍອມຮັບຢ່າງແນ່ນອນ. ຖ້າຜູ້ໃດຜູ້ໜຶ່ງບໍ່ຈົ່ງຮັກພັກດີຕໍ່ພຣະອົງ, ແລ້ວພວກເຂົາກໍຕໍ່ຕ້ານເຮົາຢ່າງເປີດເຜີຍ ແລະ ເຮົາຈະບໍ່ຍົກໂທດໃຫ້ພວກເຂົາຢ່າງແນ່ນອນ. ເຮົາຈະຂ້ຽນຕີທຸກຄົນທີ່ຕໍ່ຕ້ານລູກຊາຍຂອງເຮົາຢ່າງຮຸນແຮງ ແລະ ເຮົາຈະອວຍພອນບັນດາຜູ້ທີ່ເຂົ້າກັບພຣະອົງໄດ້. ນີ້ແມ່ນສິດອຳນາດທີ່ເຮົາມອບໃຫ້ພຣະອົງ. ໃນນັ້ນເຊິ່ງຖືກກ່າວເຖິງໃນອະດີດ, ຄວາມຮຽກຮ້ອງ ແລະ ມາດຕະຖານທີ່ຖືກວາງໄວ້ເທິງລູກຊາຍກົກ, ພຣະອົງແມ່ນແບບຢ່າງ. ນັ້ນໝາຍຄວາມວ່າ ເຮົາກໍຄວນຮຽກຮ້ອງໃຫ້ລູກຊາຍກົກເປັນແບບນັ້ນ. ນີ້ບໍ່ແມ່ນສິ່ງທີ່ມະນຸດສາມາດເຮັດໄດ້, ແຕ່ກົງກັນຂ້າມ ມັນແມ່ນສິ່ງທີ່ພຣະວິນຍານຂອງເຮົາເອງເປັນຜູ້ກະທຳ. ຖ້າໃຜເຊື່ອວ່າແມ່ນມະນຸດທີ່ກຳລັງເປັນພະຍານໃຫ້ແກ່ພຣະອົງ, ແລ້ວສິ່ງມີຊີວິດນັ້ນກໍເປັນພັກພວກຂອງຊາຕານ ແລະ ເປັນສັດຕູຂອງເຮົາຢ່າງບໍ່ຕ້ອງສົງໄສ! ສະນັ້ນ, ປະຈັກພະຍານຈຶ່ງແນ່ນອນ, ບໍ່ປ່ຽນແປງຊົ່ວນິລັນດອນ ແລະ ແມ່ນສິ່ງທີ່ພຣະວິນຍານບໍລິສຸດຢືນຢັນ! ບໍ່ມີໃຜອາດປ່ຽນແປງມັນໄດ້ຢ່າງງ່າຍດາຍ
- [ບົດທີ 116](https://lo.kingdomsalvation.org/one-hundred-and-sixteenth-utterance.html) - ໃນບັນດາພຣະທຳຂອງເຮົາ, ພຣະທຳຫຼາຍຂໍ້ເຮັດໃຫ້ຜູ້ຄົນຮູ້ສຶກຢ້ານ, ພຣະທຳຫຼາຍຂໍ້ເຮັດໃຫ້ຜູ້ຄົນສັ່ນດ້ວຍຄວາມຢ້ານຫຼາຍ; ພຣະທຳອີກຫຼາຍຂໍ້ກໍຍັງເຮັດໃຫ້ຜູ້ຄົນທົນທຸກ ແລະ ສິ້ນຫວັງ ແລະ ພຣະທຳຂໍ້ອື່ນໆອີກຫຼາຍຂໍ້ກໍຍິ່ງກໍ່ໃຫ້ເກີດຄວາມພິນາດແກ່ຜູ້ຄົນ. ບໍ່ມີໃຜສາມາດຢັ່ງເຖິງ ຫຼື ເຂົ້າໃຈຄວາມອຸດົມສົມບູນໃນພຣະທຳຂອງເຮົາໄດ້ຢ່າງຊັດເຈນ. ມີແຕ່ເມື່ອເຮົາບອກພວກເຈົ້າກ່ຽວກັບພຣະທຳຂອງເຮົາ ແລະ ເປີດເຜີຍພຣະທຳເຫຼົ່ານັ້ນໃຫ້ກັບພວກເຈົ້າແຕ່ລະປະໂຫຍກເທົ່ານັ້ນ ພວກເຈົ້າຈຶ່ງຮຽນຮູ້ສະຖານະການທົ່ວໄປຂອງເລື່ອງລາວຕ່າງໆ; ໃນຂະນະທີ່ຍັງຄົງບໍ່ຊັດເຈນກ່ຽວກັບໂສມໜ້າທີ່ແທ້ຈິງຂອງຄວາມເປັນຈິງສະເພາະເຈາະຈົງ. ສະນັ້ນ, ເຮົາຈະໃຊ້ຄວາມຈິງເພື່ອເປີດເຜີຍພຣະທຳທັງໝົດຂອງເຮົາ, ດ້ວຍເຫດນັ້ນກໍເຮັດໃຫ້ພວກເຈົ້າເຂົ້າໃຈຫຼາຍຍິ່ງຂຶ້ນ. ເມື່ອຄຳນຶງເຖິງຮູບແບບແຫ່ງຖ້ອຍຄຳຂອງເຮົາ, ເຮົາບໍ່ພຽງແຕ່ເວົ້າດ້ວຍພຣະທຳຂອງເຮົາເທົ່ານັ້ນ, ແຕ່ເຮົາປະຕິບັດຫຼາຍຍິ່ງຂຶ້ນດ້ວຍພຣະທຳຂອງເຮົາ; ນີ້ແມ່ນຄວາມໝາຍແທ້ຈິງຂອງພຣະທຳ ແລະ ຄວາມສຳເລັດທີ່ເກີດຂຶ້ນໃນເວລາດຽວກັນ. ຍ້ອນເຮົາ ທຸກສິ່ງຈຶ່ງເປັນອິດສະຫຼະ ແລະ ທຸກສິ່ງຈຶ່ງຖືກປົດປ່ອຍ ແລະ ບົນພື້ນຖານນີ້, ທຸກສິ່ງທີ່ເຮົາເຮັດກໍເຕັມໄປດ້ວຍສະຕິປັນຍາ. ເຮົາບໍ່ເວົ້າໂດຍບໍ່ຮອບຄອບ ແລະ ເຮົາຍັງບໍ່ປະຕິບັດໂດຍບໍ່ຮອບຄອບ. (ບໍ່ວ່າຈະຢູ່ໃນຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າ, ເຮົາເວົ້າ ແລະ ປະຕິບັດດ້ວຍສະຕິປັນຍາ, ເພາະຄວາມເປັນມະນຸດຂອງເຮົາບໍ່ສາມາດຕັດຂາດຈາກຕົວຕົນຂອງເຮົາເອງ.) ແຕ່ເມື່ອເຮົາເວົ້າ, ບໍ່ມີໃຜໃສ່ໃຈນໍ້າສຽງແຫ່ງຖ້ອຍຄຳຂອງເຮົາ; ເມື່ອເຮົາປະຕິບັດ, ບໍ່ມີໃຜສົນໃຈວິທີການແຫ່ງພາລະກິດຂອງເຮົາ. ນີ້ຄືຂໍ້ບົກຜ່ອງຂອງມະນຸດ. ເຮົາຈະເປີດເຜີຍກຳລັງຂອງເຮົາຕໍ່ມະນຸດທຸກຄົນ, ບໍ່ແມ່ນຕໍ່ລູກຊາຍກົກຂອງເຮົາເທົ່ານັ້ນ, ແຕ່ເຮົາຍິ່ງຈະເປີດເຜີຍກຳລັງຂອງເຮົາພາຍໃນບັນດາປະຊາຊາດ ແລະ ທ່າມກາງທຸກຄົນ; ການເຮັດແບບນີ້ເທົ່ານັ້ນຈຶ່ງຈະເປັນຄຳພະຍານທີ່ມີອຳນາດໃນການເຮັດໃຫ້ຊາຕານອັບອາຍ. ເຮົາບໍ່ໄດ້ປະຕິບັດຢ່າງໂງ່ໆ; ຄົນສ່ວນຫຼາຍຄິດວ່າ
- [ບົດທີ 115](https://lo.kingdomsalvation.org/one-hundred-and-fifteenth-utterance.html) - ຍ້ອນເຈົ້າ, ຫົວໃຈຂອງເຮົາຈະປິຕິຍິນດີເປັນຢ່າງຍິ່ງ; ຍ້ອນເຈົ້າ, ມືຂອງເຮົາຈະຟ້ອນລຳຢ່າງມີຄວາມສຸກ ແລະ ເຮົາຈະປະທານພອນອັນບໍ່ສິ້ນສຸດໃຫ້ແກ່ເຈົ້າ, ຍ້ອນວ່າເຈົ້າມາຈາກເຮົາກ່ອນເວລາແຫ່ງການສ້າງ. ມື້ນີ້ເຈົ້າຕ້ອງກັບຄືນມາຢູ່ຂ້າງໆເຮົາ, ຍ້ອນວ່າເຈົ້າບໍ່ແມ່ນຂອງໂລກ ຫຼື ແຜ່ນດິນໂລກ, ແຕ່ເປັນຂອງເຮົາ. ເຮົາຈະຮັກເຈົ້າຕະຫຼອດໄປ, ເຮົາຈະອວຍພອນເຈົ້າຕະຫຼອດໄປ ແລະ ເຮົາຈະປົກປ້ອງເຈົ້າຕະຫຼອດໄປ. ມີພຽງຜູ້ທີ່ມາຈາກເຮົາເທົ່ານັ້ນທີ່ຮູ້ເຈດຕະນາຂອງເຮົາ; ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຈະຄຳນຶງເຖິງພາລະຂອງເຮົາ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຈະເຮັດສິ່ງທີ່ເຮົາຕ້ອງການຢາກເຮັດ. ມື້ນີ້, ທຸກສິ່ງໄດ້ສຳເລັດລົງແລ້ວ. ຫົວໃຈຂອງເຮົາເປັນຄືກັບລູກໄຟ, ປາຖະໜາຢາກໃຫ້ລູກຊາຍທີ່ຮັກຂອງເຮົາກັບມາຢູ່ກັບເຮົາໃນໄວໆນີ້ ແລະ ໃຫ້ຕົວຕົນຂອງເຮົາກັບຄືນສູ່ຊີໂອນໃນໄວໆນີ້. ເຈົ້າມີຄວາມຮູ້ບາງຢ່າງກ່ຽວກັບເລື່ອງນີ້. ເຖິງແມ່ນວ່າພວກເຮົາບໍ່ສາມາດຕິດຕາມກັນໃນວິນຍານ, ພວກເຮົາກໍສາມາດຕິດຕາມກັນໃນວິນຍານ ແລະ ພົບກັນໃນເນື້ອໜັງ. ພຣະບິດາ ແລະ ພຣະບຸດບໍ່ສາມາດແຍກອອກຈາກກັນໄດ້ຕະຫຼອດໄປ; ພວກເຂົາຜູກພັນກັນຢ່າງໃກ້ຊິດ. ບໍ່ມີໃຜສາມາດເອົາເຈົ້າອອກຈາກຂ້າງເຮົາໄດ້ຈົນກວ່າຈະຮອດມື້ທີ່ກັບຄືນສູ່ພູຊີໂອນ. ເຮົາຮັກລູກຊາຍກົກທັງໝົດທີ່ມາຈາກເຮົາ ແລະ ເຮົາຊັງສັດຕູທັງໝົດທີ່ຕໍ່ຕ້ານເຮົາ. ເຮົາຈະນຳເອົາຜູ້ທີ່ເຮົາຮັກກັບຄືນສູ່ຊີໂອນ ແລະ ໂຍນບັນດາຜູ້ທີ່ເຮົາຊັງລົງສູ່ດິນແດນມໍລະນາ, ສູ່ນະຮົກ. ນີ້ແມ່ນຫຼັກການຫຼັກຂອງບົດບັນຍັດການປົກຄອງທັງໝົດຂອງເຮົາ. ທຸກສິ່ງທີ່ລູກຊາຍກົກຂອງເຮົາເວົ້າ ຫຼື ເຮັດແມ່ນການສະແດງອອກຂອງພຣະວິນຍານຂອງເຮົາ. ມັນມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບສິ່ງນີ້ທີ່ທຸກຄົນຕ້ອງເປັນພະຍານໃຫ້ແກ່ລູກຊາຍກົກຂອງເຮົາ. ນີ້ແມ່ນບາດກ້າວຕໍ່ໄປຂອງພາລະກິດເຮົາ ແລະ ຖ້າຜູ້ໃດຕໍ່ຕ້ານ, ເຮົາຈະໃຫ້ລູກຊາຍສຸດທີ່ຮັກຂອງເຮົາຈັດການກັບພວກເຂົາເສຍ. ຕອນນີ້ແມ່ນແຕກຕ່າງຈາກເມື່ອກ່ອນ. ຖ້າບັນດາຜູ້ທີ່ເຮົາຮັກກ່າວຄຳຕັດສິນ, ຊາຕານຕາຍໃນນະຮົກທັນທີ,
- [ບົດທີ 114](https://lo.kingdomsalvation.org/one-hundred-and-fourteenth-utterance.html) - ເຮົາໄດ້ສ້າງໂລກຈັກກະວານ; ເຮົາສ້າງພູ, ແມ່ນ້ຳ ແລະ ທຸກສິ່ງ; ເຮົາປັ້ນຈັກກະວານ ແລະ ຂອບສຸດຂອງແຜ່ນດິນໂລກ; ເຮົານຳພາບັນດາລູກຊາຍຂອງເຮົາ ແລະ ປະຊາຊົນຂອງເຮົາ; ເຮົາສັ່ງການທຸກສິ່ງ ແລະ ທຸກເລື່ອງ. ປັດຈຸບັນນີ້, ເຮົາຈະນໍາພາລູກຊາຍກົກຂອງເຮົາກັບຄືນສູ່ພູຊີໂອນຂອງເຮົາ, ກັບຄືນສູ່ບ່ອນທີ່ເຮົາອາໄສຢູ່ ແລະ ນີ້ຈະເປັນບາດກ້າວສຸດທ້າຍໃນພາລະກິດຂອງເຮົາ. ທັງໝົດທີ່ເຮົາໄດ້ເຮັດໄປ (ທຸກສິ່ງທີ່ສຳເລັດລົງນັບແຕ່ເວລາການສ້າງຈົນຮອດປັດຈຸບັນ) ແມ່ນເພື່ອຂັ້ນຕອນພາລາລະກິດຂອງເຮົາໃນມື້ນີ້ ແລະ ຍິ່ງໄປກວ່ານັ້ນ ມັນແມ່ນເພື່ອການປົກຄອງໃນມື້ອື່ນ, ອານາຈັກຂອງມື້ອື່ນ ແລະ ເພື່ອເຮົາ ແລະ ລູກຊາຍກົກຂອງເຮົາຈະມີຄວາມສຸກຊົ່ວນິລັນດອນ. ນີ້ແມ່ນເປົ້າໝາຍຂອງເຮົາໃນການສ້າງທຸກສິ່ງ ແລະ ມັນແມ່ນສິ່ງທີ່ເຮົາຈະບັນລຸໃນທີ່ສຸດຜ່ານການສ້າງຂອງເຮົາ. ມີຈຸດປະສົງ ແລະ ແຜນການຕໍ່ສິ່ງທີ່ເຮົາກ່າວ ແລະ ກະທຳ; ບໍ່ມີຫຍັງສຳເລັດລົງໂດຍບັງເອີນ. ເຖິງແມ່ນເຮົາເວົ້າວ່າ ທຸກສິ່ງເປັນອິດສະຫຼະ ແລະ ມີເສລີພາບ ເມື່ອຢູ່ກັບເຮົາ, ເຖິງຢ່າງໃດກໍຕາມ ທຸກສິ່ງທີ່ເຮົາເຮັດແມ່ນມີຫຼັກການ, ທຸກສິ່ງທີ່ເຮົາເຮັດແມ່ນອີງຕາມສະຕິປັນຍາ ແລະ ອຸປະນິໄສຂອງເຮົາ. ພວກເຈົ້າມີຄວາມເຂົ້າໃຈກ່ຽວກັບເລື່ອງນີ້ບໍ? ນັບແຕ່ເວລາການສ້າງຈົນຮອດປັດຈຸບັນ, ນອກຈາກລູກຊາຍກົກຂອງເຮົາ, ບໍ່ມີໃຜໄດ້ມາຮູ້ຈັກເຮົາ ແລະ ບໍ່ມີໃຜໄດ້ເຫັນໃບໜ້າທີ່ແທ້ຈິງຂອງເຮົາ.
- [ບົດທີ 113](https://lo.kingdomsalvation.org/one-hundred-and-thirteenth-utterance.html) - ສະຕິປັນຍາຂອງເຮົາແມ່ນຢູ່ພາຍໃນການກະທຳທຸກຢ່າງທີ່ເຮົາເຮັດ, ແຕ່ໂດຍພື້ນຖານແລ້ວ ມະນຸດແມ່ນບໍ່ສາມາດຢັ່ງເຖິງສະຕິປັນຍານີ້ເລີຍ; ມະນຸດພຽງແຕ່ສາມາດເຫັນການກະທຳຂອງເຮົາ ແລະ ພຣະທຳຂອງເຮົາເທົ່ານັ້ນ, ບໍ່ແມ່ນສະຫງ່າລາສີຂອງເຮົາ ຫຼື ການປາກົດຕົວຕົນຂອງເຮົາ ຍ້ອນໂດຍພື້ນຖານແລ້ວ ມະນຸດຂາດຄວາມສາມາດນີ້. ສະນັ້ນ ຫາກປາສະຈາກການທີ່ເຮົາເຮັດໃຫ້ມະນຸດປ່ຽນແປງ ລູກຊາຍກົກຂອງເຮົາ ແລະ ເຮົາກໍຈະກັບຄືນສູ່ຊີໂອນ ແລະ ປ່ຽນແປງຮູບຮ່າງ ເພື່ອໃຫ້ມະນຸດໄດ້ເຫັນສະຕິປັນຍາຂອງເຮົາ ແລະ ອຳນາດອັນໄພສານຂອງເຮົາ. ສະຕິປັນຍາ ແລະ ອຳນາດອັນໄພສານຂອງເຮົາ ເຊິ່ງມະນຸດໄດ້ເຫັນໃນຕອນນີ້ ກໍເປັນພຽງສ່ວນໜຶ່ງທີ່ເລັກນ້ອຍໃນສະຫງ່າລາສີຂອງເຮົາ ບໍ່ຄວນຄ່າແກ່ການກ່າວເຖິງແມ່ນແຕ່ໜ້ອຍດຽວ. ຈາກນີ້ ມັນສາມາດເຫັນໄດ້ວ່າ ສະຕິປັນຍາຂອງເຮົາ ແລະ ສະຫງ່າລາສີຂອງເຮົາບໍ່ສິ້ນສຸດ ນັ້ນກໍຄື ສິ່ງເຫຼົ່ານັ້ນເລິກເຊິ່ງໂດຍບໍ່ສາມາດວັດແທກໄດ້ ແລະ ໂດຍພື້ນຖານແລ້ວ ຄວາມຄິດຂອງມະນຸດບໍ່ສາມາດພິຈາລະນາ ຫຼື ເຂົ້າໃຈມັນໄດ້. ການສ້າງອານາຈັກແມ່ນໜ້າທີ່ຂອງລູກຊາຍກົກ ແລະ ນີ້ແມ່ນໜ້າທີ່ຂອງເຮົາເຊັ່ນກັນ. ນັ້ນໝາຍຄວາມວ່າ ມັນຄືລາຍການທີ່ຢູ່ໃນແຜນການຄຸ້ມຄອງຂອງເຮົາ. ການສ້າງອານາຈັກບໍ່ຄືກັບການສ້າງຄຣິສຕະຈັກ; ຍ້ອນລູກຊາຍກົກຂອງເຮົາ ແລະ ເຮົາເປັນຕົວຕົນຂອງເຮົາ ແລະ ອານາຈັກ, ແລ້ວເມື່ອລູກຊາຍກົກຂອງເຮົາ ແລະ ເຮົາເຂົ້າສູ່ພູຊີໂອນ, ການສ້າງອານາຈັກກໍຈະຖືກບັນລຸແລ້ວ. ເວົ້າອີກຢ່າງໜຶ່ງກໍຄື
- [ບົດທີ 112](https://lo.kingdomsalvation.org/the-one-hundred-and-twelfth-utterance.html) - ຄຳວ່າ “ພຣະທຳ ແລະ ຄວາມເປັນຈິງດຳເນີນໄປຄຽງຄູ່ກັນ” ນັ້ນເປັນສ່ວນໜຶ່ງຂອງອຸປະນິໄສທີ່ຊອບທຳຂອງເຮົາ. ຈາກພຣະທຳເຫຼົ່ານີ້, ເຮົາຈະເຮັດໃຫ້ທຸກຄົນເຫັນເຖິງອຸປະນິໄສທັງໝົດຂອງເຮົາຢ່າງແນ່ນອນ. ຜູ້ຄົນຄິດວ່າ ສິ່ງນີ້ບໍ່ສາມາດຖືກບັນລຸໄດ້, ແຕ່ສຳລັບເຮົາແລ້ວ ມັນງ່າຍ ແລະ ສະບາຍ ແລະ ບໍ່ຕ້ອງພະຍາຍາມຫຍັງເລີຍ. ທັນທີທີ່ພຣະທຳຂອງເຮົາອອກຈາກປາກຂອງເຮົາ ມັນກໍຈະມີຂໍ້ແທ້ຈິງໃຫ້ຜູ້ຄົນສາມາດເຫັນໄດ້ໃນທັນທີ. ນີ້ແມ່ນອຸປະນິໄສຂອງເຮົາ. ເມື່ອເຮົາໄດ້ກ່າວເຖິງສິ່ງໃດໜຶ່ງ, ສິ່ງເຫຼົ່ານັ້ນກໍຈະຖືກເຮັດໃຫ້ສຳເລັດຢ່າງແນ່ນອນ. ບໍ່ດັ່ງນັ້ນ ເຮົາກໍຈະບໍ່ເວົ້າ. ໃນແນວຄິດຂອງມະນຸດ, ຄຳວ່າ “ຄວາມລອດພົ້ນ” ແມ່ນຖືກກ່າວເຖິງສຳລັບທຸກຄົນ, ແຕ່ນີ້ບໍ່ໄດ້ກົງກັບເຈດຕະນາຂອງເຮົາ. ໃນອະດີດ ເຮົາເວົ້າວ່າ “ເຮົາຊ່ວຍຄົນທີ່ບໍ່ມີຄວາມຮູ້ ແລະ ຜູ້ທີ່ສະແຫວງຢ່າງກະຕືລືລົ້ນໃຫ້ລອດພົ້ນຢູ່ສະເໝີ”. ໃນນີ້ ຄຳວ່າ “ຊ່ວຍໃຫ້ລອດພົ້ນ” ແມ່ນກ່າວກ່ຽວກັບຄົນທີ່ໃຫ້ບໍລິການແກ່ເຮົາ ແລະ ມັນໝາຍຄວາມວ່າ ເຮົາຈະປະຕິບັດຢ່າງພິເສດຕໍ່ຜູ້ໃຫ້ບໍລິການດັ່ງກ່າວ. ເວົ້າອີກຢ່າງໜຶ່ງກໍຄື ເຮົາຈະຫຼຸດຜ່ອນການລົງໂທດສຳລັບຄົນເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ ຜູ້ໃຫ້ບໍລິການເຫຼົ່ານັ້ນທີ່ຄົດໂກງ ແລະ ຫຼອກລວງຈະຢູ່ທ່າມກາງເປົ້າໝາຍແຫ່ງຄວາມພິນາດ ເຊິ່ງໝາຍຄວາມວ່າ ເຮົາຈະເຮັດໃຫ້ພວກເຂົາຢູ່ພາຍໃຕ້ການລົງໂທດທີ່ຮຸນແຮງ. (ເຖິງແມ່ນພວກເຂົາຢູ່ທ່າມກາງເປົ້າໝາຍແຫ່ງຄວາມພິນາດ, ພວກເຂົາກໍແຕກຕ່າງຫຼາຍຈາກຄົນທີ່ຈະຖືກທຳລາຍ: ພວກເຂົາຈະໄດ້ຮັບການລົງໂທດທີ່ຮຸນແຮງຕະຫຼອດໄປເປັນນິດ ແລະ ການລົງໂທດທີ່ຜູ້ຄົນເຫຼົ່ານັ້ນຈະໄດ້ຮັບແມ່ນການລົງໂທດຂອງມານຮ້າຍ ແລະ ຊາຕານ. ນີ້ຍັງເປັນຄວາມໝາຍທີ່ແທ້ຈິງຂອງສິ່ງທີ່ເຮົາໝາຍເຖິງເມື່ອເຮົາເວົ້າວ່າ
- [ບົດທີ 111](https://lo.kingdomsalvation.org/one-hundred-and-eleventh-utterance.html) - ທຸກຊົນຊາດຈະໄດ້ຮັບພອນຍ້ອນພຣະອົງຢ່າງແນ່ນອນ; ທຸກຄົນຈະໂຮ່ຮ້ອງ ແລະ ສັນລະເສີນເຮົາຍ້ອນພຣະອົງ. ອານາຈັກຂອງເຮົາຈະຮຸ່ງເຮືອງ ແລະ ພັດທະນາ ແລະ ຈະຄົງຢູ່ຕະຫຼອດໄປ. ບໍ່ມີຜູ້ໃດຈະໄດ້ຮັບອະນຸຍາດໃຫ້ຢຽບຢໍ່າມັນ ແລະ ບໍ່ມີຫຍັງຈະໄດ້ຮັບອະນຸຍາດໃຫ້ເປັນຢູ່ໂດຍບໍ່ສອດຄ່ອງກັບເຮົາ ຍ້ອນເຮົາເປັນພຣະເຈົ້າທີ່ສະຫງ່າຜ່າເຜີຍ ຜູ້ທີ່ບໍ່ອົດທົນຕໍ່ການເຮັດຜິດ. ເຮົາບໍ່ອະນຸຍາດໃຫ້ຜູ້ຄົນຕັດສິນເຮົາ ແລະ ເຮົາບໍ່ອະນຸຍາດໃຫ້ຜູ້ໃດກໍຕາມບໍ່ສາມາດເຂົ້າກັນໄດ້ກັບເຮົາ. ສິ່ງນີ້ກໍພຽງພໍທີ່ຈະສະແດງອຸປະນິໄສຂອງເຮົາ ແລະ ຄວາມສະຫງ່າຜ່າເຜີຍຂອງເຮົາ. ເມື່ອຜູ້ໃດກໍຕາມຕໍ່ຕ້ານເຮົາ ເຮົາຈະລົງໂທດເຂົາໃນເວລາຂອງເຮົາເອງ. ເປັນຫຍັງຈຶ່ງບໍ່ມີຜູ້ໃດເຫັນເຮົາລົງໂທດຜູ້ໃດຜູ້ໜຶ່ງ? ມັນເປັນພຽງແຕ່ເພາະເວລາຂອງເຮົາຍັງບໍ່ທັນໄດ້ມາເຖິງ ແລະ ມືຂອງເຮົາຍັງບໍ່ທັນໄດ້ລົງມືຢ່າງແທ້ຈິງ. ເຖິງແມ່ນໄພພິບັດອັນໃຫຍ່ຫຼວງໄດ້ຖອກເທລົງມາ, ສິ່ງນີ້ກໍປະກອບມີພຽງແຕ່ການເວົ້າເຖິງວ່າ ໄພພິບັດອັນໃຫຍ່ຫຼວງກໍ່ໃຫ້ເກີດຫຍັງ ໃນຂະນະທີ່ຄວາມເປັນຈິງຂອງໄພພິບັດອັນໃຫຍ່ຫຼວງບໍ່ໄດ້ເກີດຂຶ້ນກັບມະນຸດຄົນໃດ. ພວກເຈົ້າເຂົ້າໃຈຫຍັງແນ່ບໍຈາກພຣະທຳຂອງເຮົາ? ມື້ນີ້ ເຮົາຈະເລີ່ມປົດປ່ອຍຄວາມເປັນຈິງແຫ່ງໄພພິບັດອັນໃຫຍ່ຫຼວງ. ຫຼັງຈາກນີ້ ຜູ້ໃດກໍຕາມທີ່ຕໍ່ຕ້ານເຮົາກໍຈະຖືກມືຂອງເຮົາໂຈມຕີໃຫ້ລົ້ມລົງ. ໃນອະດີດ ເຮົາພຽງແຕ່ເຮັດເພື່ອເປີດໂປງສອງສາມຄົນ; ໄພພິບັດອັນໃຫຍ່ຫຼວງຍັງບໍ່ທັນໄດ້ມາເຖິງເທື່ອ. ປັດຈຸບັນແມ່ນແຕກຕ່າງຈາກອະດີດ. ຍ້ອນເຮົາໄດ້ບອກພວກເຈົ້າທຸກສິ່ງກ່ຽວກັບວ່າ ໄພພິບັດອັນໃຫຍ່ຫຼວງຈະກໍ່ໃຫ້ເກີດຫຍັງ, ເຮົາຈະປະກາດຕໍ່ສາທາລະນະໃນເວລາທີ່ກຳນົດເຖິງຄວາມເປັນຈິງແຫ່ງໄພພິບັດອັນໃຫຍ່ຫຼວງ. ກ່ອນໜ້ານີ້ ບໍ່ມີຜູ້ໃດຖືກແຕະຕ້ອງໂດຍໄພພິບັດອັນໃຫຍ່ຫຼວງ, ສະນັ້ນ ຄົນສ່ວນໃຫຍ່ (ນັ້ນກໍຄື ລູກຊາຍຂອງມັງກອນແດງຜູ້ຍິ່ງໃຫຍ່) ຈຶ່ງສືບຕໍ່ເຮັດຢ່າງປະໝາດ ແລະ ຕາມອຳເພີໃຈ. ເມື່ອຄວາມເປັນຈິງມາເຖິງ, ສິ່ງຖືກສ້າງທີ່ໜ້າເວດທະນາເຫຼົ່ານີ້ກໍຈະໄດ້ເຊື່ອຢ່າງສົມບູນ. ບໍ່ດັ່ງນັ້ນ ທຸກຄົນຈະບໍ່ແນ່ໃຈກ່ຽວກັບເຮົາ
- [ບົດທີ 110](https://lo.kingdomsalvation.org/one-hundred-and-Tenth-utterance.html) - ເມື່ອທຸກສິ່ງຖືກເປີດເຜີຍອອກ, ນັ້ນຈະເປັນເວລາທີ່ເຮົາຈະພັກຜ່ອນ ແລະ ຍິ່ງໄປກວ່ານັ້ນ ມັນຈະເປັນເວລາທີ່ທຸກສິ່ງເປັນລະບົບລະບຽບ. ເຮົາປະຕິບັດພາລະກິດຂອງເຮົາດ້ວຍຕົວເຮົາເອງ; ເຮົາປັ້ນແຕ່ງ ແລະ ຈັດແຈງທຸກສິ່ງດ້ວຍຕົນເອງ. ເມື່ອເຮົາອອກມາຈາກຊີໂອນ ແລະ ເມື່ອເຮົາກັບຄືນມາ ແລະ ເມື່ອລູກຊາຍກົກຂອງເຮົາໄດ້ຖືກເຮົາເຮັດໃຫ້ສົມບູນ, ເຮົາກໍຈະໄດ້ສຳເລັດພາລະກິດທີ່ຍິ່ງໃຫຍ່ຂອງເຮົາແລ້ວ. ໃນແນວຄິດຂອງຜູ້ຄົນ ສິ່ງທີ່ເກີດຂຶ້ນຕ້ອງສາມາດເຫັນໄດ້ ແລະ ສຳຜັດໄດ້, ແຕ່ຕາມທີ່ເຮົາເຫັນນັ້ນ ທຸກສິ່ງຄົບຖ້ວນໃນຊ່ວງເວລາທີ່ເຮົາວາງແຜນໄວ້. ຊີໂອນແມ່ນບ່ອນຢູ່ອາໄສຂອງເຮົາ ແລະ ມັນຍັງເປັນຈຸດໝາຍປາຍທາງຂອງເຮົາ; ແມ່ນຢູ່ທີ່ນັ້ນທີ່ເຮົາຈະເປີດເຜີຍຄວາມລິດທານຸພາບສູງສຸດຂອງເຮົາ ແລະ ແມ່ນຢູ່ທີ່ນັ້ນທີ່ລູກຊາຍກົກຂອງເຮົາ ແລະ ເຮົາຈະຮ່ວມຄວາມສຸກນໍາກັນດັ່ງຄອບຄົວ. ແມ່ນຢູ່ທີ່ນັ້ນທີ່ເຮົາຈະດຳລົງຊີວິດຢູ່ກັບພວກເຂົາຕະຫຼອດໄປເປັນນິດ. ຊີໂອນ ສະຖານທີ່ສວຍງາມ ເຊິ່ງເປັນບ່ອນທີ່ຜູ້ຄົນປາຖະໜາຫາ. ຜູ້ຄົນນັບຈຳນວນບໍ່ຖ້ວນປາຖະໜາທີ່ຈະໄປທີ່ຊີໂອນຕະຫຼອດຍຸກຕ່າງໆ, ແຕ່ນັບຈາກເລີ່ມຕົ້ນ ບໍ່ມີແມ່ນແຕ່ຄົນດຽວທີ່ໄດ້ເຂົ້າໄປ. (ບໍ່ມີແມ່ນແຕ່ໄພ່ພົນ ແລະ ຜູ້ປະກາດພຣະທຳຄົນໃດຈາກຍຸກຕ່າງໆໃນອະດີດເຄີຍເຂົ້າໄປໃນຊີໂອນ; ນີ້ກໍຍ້ອນເຮົາກຳລັງຄັດເລືອກລູກຊາຍກົກຂອງເຮົາໃນຍຸກສຸດທ້າຍ ແລະ ພວກເຂົາທຸກຄົນກໍເກີດໃນເວລານີ້; ຜ່ານທາງສິ່ງນີ້ ຄວາມເມດຕາຂອງເຮົາ ແລະ ຄວາມກະລຸນາຂອງເຮົາ ເຊິ່ງເຮົາໄດ້ກ່າວເຖິງ ແມ່ນຈະຊັດເຈນຍິ່ງຂຶ້ນ). ທຸກຄົນທີ່ເປັນລູກຊາຍກົກໃນຕອນນີ້ຈະເຂົ້າສູ່ຊີໂອນພ້ອມກັບເຮົາ ແລະ ມີຄວາມສຸກກັບພອນນັ້ນ. ເຮົາກຳລັງຍົກລະດັບລູກຊາຍກົກຂອງເຮົາຈົນເຖິງລະດັບໃດໜຶ່ງ ເພາະພວກເຂົາມີຄວາມສາມາດຂອງເຮົາ ແລະ ຮູບລັກສະນະທີ່ມີສະຫງ່າລາສີຂອງເຮົາ
- [ບົດທີ 109](https://lo.kingdomsalvation.org/one-hundred-and-ninth-utterance.html) - ໃນແຕ່ລະມື້ ເຮົາໄດ້ກ່າວພຣະຄຳ, ເວົ້າ ແລະ ເປີດເຜີຍສັນຍານ ແລະ ສິ່ງອັດສະຈັນອັນຍິ່ງໃຫຍ່ຂອງເຮົາ. ທຸກສິ່ງເຫຼົ່ານີ້ປະກອບເປັນພາລະກິດຂອງພຣະວິນຍານຂອງເຮົາ. ໃນສາຍຕາຂອງຜູ້ຄົນ, ເຮົາເປັນພຽງມະນຸດຄົນໜຶ່ງ, ແຕ່ມັນຢູ່ໃນມະນຸດນີ້ແທ້ໆທີ່ເຮົາເປີດເຜີຍທັງໝົດຂອງເຮົາ ພ້ອມທັງອຳນາດອັນຍິ່ງໃຫຍ່ຂອງເຮົາ. ຍ້ອນຜູ້ຄົນເມີນເສີຍມະນຸດທີ່ເຮົາເປັນ ແລະ ເບິ່ງຂ້າມການກະທຳຂອງເຮົາ, ພວກເຂົາກໍສັນນິຖານວ່າ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ມະນຸດໄດ້ເຮັດ. ແລ້ວເປັນຫຍັງເຈົ້າຈຶ່ງບໍ່ຢຸດທີ່ຈະສົງໄສວ່າ ມະນຸດຈະສາມາດສຳເລັດສິ່ງທີ່ເຮົາສຳເລັດໄດ້ ຫຼື ບໍ່? ຜູ້ຄົນບໍ່ຮູ້ຈັກເຮົາຈົນເຖິງຂອບເຂດນີ້; ພວກເຂົາບໍ່ເຂົ້າໃຈພຣະທຳຂອງເຮົາ ຫຼື ພວກເຂົາບໍ່ຢັ່ງເຖິງການກະທຳຂອງເຮົາ. ມະນຸດທີ່ຊົ່ວຮ້າຍ ແລະ ເສື່ອມຊາມເອີຍ! ເມື່ອໃດເຮົາຈຶ່ງຈະກືນກິນເຈົ້າ? ເມື່ອໃດເຮົາຈຶ່ງຈະຝັງເຈົ້າໃນທະເລສາບແຫ່ງໄຟ ແລະ ມາດ? ມີຫຼາຍຄັ້ງທີ່ເຮົາຖືກຂັບໄລ່ຈາກກຸ່ມຂອງພວກເຈົ້າ, ມີຫຼາຍຄັ້ງທີ່ຜູ້ຄົນດູຖູກ, ເຍາະເຍີ້ຍ ແລະ ເຮັດໃຫ້ເຮົາເສື່ອມເສຍຊື່ສຽງ ແລະ ມີຫຼາຍຄັ້ງທີ່ຜູ້ຄົນພິພາກສາ ແລະ ທ້າທາຍເຮົາຢ່າງເປີດເຜີຍ. ມະນຸດທີ່ຕາບອດເອີຍ! ເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນພຽງຂີ້ຕົມກຳໜຶ່ງທີ່ຢູ່ໃນຝາມືຂອງເຮົາ? ເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນພຽງສິ່ງທີ່ຖືກສ້າງ? ຄວາມໂກດຮ້າຍຂອງເຮົາຖືກປົດປ່ອຍໃນຕອນນີ້ ແລະ ບໍ່ມີຜູ້ໃດສາມາດປ້ອງກັນມັນໄດ້. ຜູ້ຄົນພຽງແຕ່ສາມາດຂໍຄວາມເມດຕາຊໍ້າໄປຊໍ້າມາ. ເຖິງຢ່າງໃດກໍຕາມ ໃນຂະນະທີ່ພາລະກິດຂອງເຮົາກ້າວໜ້າມາຈົນເຖິງລະດັບນີ້ ບໍ່ມີຜູ້ໃດສາມາດປ່ຽນແປງມັນໄດ້. ຄົນທີ່ຖືກສ້າງຕ້ອງກັບຄືນສູ່ຂີ້ຕົມ. ມັນບໍ່ແມ່ນວ່າເຮົາບໍ່ຊອບທຳ,
- [ບົດທີ 108](https://lo.kingdomsalvation.org/one-hundred-and-eighth-utterance.html) - ພາຍໃນຕົວເຮົາ, ທຸກຄົນສາມາດພົບການພັກຜ່ອນ ແລະ ທຸກຄົນສາມາດບັນລຸອິດສະຫຼະພາບໄດ້. ຄົນທີ່ຢູ່ນອກຕົວເຮົາແມ່ນບໍ່ສາມາດບັນລຸທັງອິດສະຫຼະພາບ ຫຼື ຄວາມສຸກໄດ້, ຍ້ອນວ່າພຣະວິນຍານຂອງເຮົາບໍ່ໄດ້ຢູ່ກັບພວກເຂົາ. ຄົນເຊັ່ນນັ້ນຖືກເອີ້ນວ່າຄົນຕາຍທີ່ໄຮ້ວິນຍານ, ໃນຂະນະທີ່ເຮົາເອີ້ນຄົນທີ່ຢູ່ພາຍໃນຕົວເຮົາວ່າ “ສິ່ງມີຊີວິດທີ່ມີວິນຍານ”. ພວກເຂົາເປັນຂອງເຮົາ ແລະ ພວກເຂົາຖືກຜູກມັດໃຫ້ກັບຄືນສູ່ບັນລັງຂອງເຮົາ. ບັນດາຜູ້ທີ່ໃຫ້ບໍລິການ ແລະ ບັນດາຜູ້ທີ່ເປັນຂອງມານຮ້າຍແມ່ນຄົນຕາຍທີ່ໄຮ້ວິນຍານ ແລະ ພວກເຂົາທັງໝົດຈະຕ້ອງຖືກປະຖິ້ມ ແລະ ກາຍເປັນຄວາມວ່າງເປົ່າ. ນີ້ແມ່ນຄວາມລຶກລັບແຫ່ງແຜນການຄຸ້ມຄອງຂອງເຮົາ ແລະ ແມ່ນສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງເຮົາທີ່ມະນຸດຊາດບໍ່ສາມາດເຂົ້າໃຈໄດ້; ແນວໃດກໍຕາມ, ໃນຂະນະດຽວກັນ ເຮົາໄດ້ເຜີຍແຜ່ເລື່ອງນີ້ແກ່ທຸກຄົນ. ບັນດາຜູ້ທີ່ບໍ່ເປັນຂອງເຮົາກໍຕໍ່ຕ້ານເຮົາ; ບັນດາຜູ້ທີ່ເປັນຂອງເຮົາແມ່ນຜູ້ທີ່ເຂົ້າກັນກັບເຮົາໄດ້. ນີ້ເປັນສິ່ງທີ່ໂຕ້ແຍ້ງບໍ່ໄດ້ຢ່າງສິ້ນເຊີງ ແລະ ມັນຄືຫຼັກການທີ່ຢູ່ເບື້ອງຫຼັງການທີ່ເຮົາພິພາກສາຊາຕານ. ຫຼັກການນີ້ຄວນເປັນທີ່ຮູ້ຈັກແກ່ທຸກຄົນເພື່ອວ່າພວກເຂົາຈະສາມາດເຫັນຄວາມຊອບທຳ ແລະ ຄວາມທ່ຽງທຳຂອງເຮົາ. ທຸກຄົນທີ່ມາຈາກຊາຕານຈະຖືກພິພາກສາ, ເຜົາໄໝ້ ແລະ ເຮັດໃຫ້ກາຍເປັນຂີ້ເຖົ່າ. ນີ້ແມ່ນຄວາມໂກດຮ້າຍຂອງເຮົາເຊັ່ນກັນ ແລະ ຈາກນີ້ ອຸປະນິໄສຂອງເຮົາໄດ້ຖືກເຮັດໃຫ້ຊັດເຈນຍິ່ງຂຶ້ນ. ນັບແຕ່ນີ້ໄປ, ອຸປະນິໄສຂອງເຮົາຈະຖືກປະກາດຢ່າງເປີດເຜີຍ; ມັນຈະຖືກເປີດເຜີຍຢ່າງຕໍ່ເນື່ອງແກ່ທຸກຄົນ ແລະ ທຸກຊົນຊາດ, ແກ່ທຸກສາສະໜາ, ແກ່ທຸກນິກາຍ ແລະ ແກ່ຄົນທຸກສາຂາອາຊີບ. ບໍ່ມີຫຍັງທີ່ຈະຖືກປິດບັງໄວ້; ທັງໝົດຈະຖືກເປີດເຜີຍ. ມັນເປັນຍ້ອນອຸປະນິໄສຂອງເຮົາ
- [ບົດທີ 107](https://lo.kingdomsalvation.org/one-hundred-and-seventh-utterance.html) - ເມື່ອພຣະທຳຂອງເຮົາໄປເຖິງຄວາມຮຸນແຮງລະດັບໃດໜຶ່ງ, ຄົນສ່ວນໃຫຍ່ກໍຖອນຕົວ ຍ້ອນພຣະທຳເຫຼົ່ານັ້ນ ແລະ ມັນຢູ່ໃນຊ່ວງເວລານີ້ແທ້ໆທີ່ລູກຊາຍກົກຂອງເຮົາຖືກເປີດເຜີຍ. ເຮົາໄດ້ເວົ້າວ່າ ເຮົາບໍ່ໄດ້ຍົກນິ້ວມືນິ້ວດຽວ ແຕ່ໃຊ້ພຽງພຣະທຳຂອງເຮົາເພື່ອບັນລຸທຸກສິ່ງ. ດ້ວຍພຣະທຳຂອງເຮົາ, ເຮົາຈະທຳລາຍທຸກສິ່ງທີ່ເຮົາກຽດຊັງ ແລະ ເຮົາຍັງໃຊ້ພຣະທຳເຫຼົ່ານັ້ນເພື່ອເຮັດໃຫ້ລູກຊາຍກົກຂອງເຮົາສົມບູນ. (ເມື່ອພຣະທຳຂອງເຮົາຖືກກ່າວອອກມາ, ສຽງຟ້າຮ້ອງທັງເຈັດກໍຈະດັງຂຶ້ນ ແລະ ໃນຊ່ວງເວລານັ້ນ ລູກຊາຍກົກຂອງເຮົາ ແລະ ເຮົາຈະປ່ຽນຮູບຮ່າງ ແລະ ເຂົ້າສູ່ໂລກຝ່າຍວິນຍານ). ເມື່ອເຮົາເວົ້າວ່າ ພຣະວິນຍານຂອງເຮົາປະຕິບັດພາລະກິດເປັນການສ່ວນຕົວ, ເຮົາກໍໝາຍຄວາມວ່າ ພຣະທຳຂອງເຮົາບັນລຸທຸກສິ່ງ ແລະ ຈາກນີ້ ມັນກໍປາກົດແຈ້ງແລ້ວວ່າເຮົາມີລິດທານຸພາບສູງສຸດ. ສະນັ້ນ ຄົນໃດໜຶ່ງສາມາດເຫັນດ້ວຍຄວາມຊັດເຈນທີ່ຫຼາຍຍິ່ງຂຶ້ນເຖິງເປົ້າໝາຍ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງແຕ່ລະປະໂຫຍກທີ່ເຮົາກ່າວອອກມາ. ດັ່ງທີ່ເຮົາໄດ້ເວົ້າກ່ອນໜ້ານີ້, ທຸກສິ່ງທີ່ເຮົາສົ່ງສຽງອອກມາພາຍໃນຄວາມເປັນມະນຸດຂອງເຮົາແມ່ນລັກສະນະການສະແດງອອກຂອງເຮົາ. ສະນັ້ນ ຄົນເຫຼົ່ານັ້ນທີ່ບໍ່ສາມາດແນ່ໃຈ ແລະ ຜູ້ທີ່ບໍ່ເຊື່ອໃນສິ່ງທີ່ເຮົາກ່າວຢູ່ພາຍໃນຄວາມເປັນມະນຸດທີ່ທຳມະດາຂອງເຮົາຢ່າງແທ້ຈິງຕ້ອງຖືກກຳຈັດອອກ! ເຮົາໄດ້ເນັ້ນຢໍ້າຢ່າງຊໍ້າໄປຊໍ້າມາວ່າ ຄວາມເປັນມະນຸດທີ່ປົກກະຕິຂອງເຮົາແມ່ນລັກສະນະທີ່ບໍ່ສາມາດຂາດໄດ້ໃນຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາ, ແຕ່ຫຼາຍຄົນກໍສືບຕໍ່ໃຫ້ຄວາມສຳຄັນໃນຄວາມເປັນພຣະເຈົ້າຂອງເຮົາ ໃນຂະນະທີ່ປະຕິເສດຄວາມເປັນມະນຸດຂອງເຮົາ. ພວກເຈົ້າຊ່າງຕາບອດ! ເຈົ້າເວົ້າວ່າເຮົາບໍ່ສອດຄ່ອງກັບແນວຄິດຂອງເຈົ້າ ແລະ ມະນຸດທີ່ເຮົາເປັນກໍບໍ່ສອດຄ່ອງກັບພຣະເຈົ້າຂອງເຈົ້າ. ຜູ້ຄົນເຫຼົ່ານີ້ສາມາດຢູ່ໃນອານາຈັກຂອງເຮົາໄດ້ບໍ? ເຮົາຈະຢຽບຢໍ່າເຈົ້າໃຕ້ຕີນຂອງເຮົາ! ເຮົາທ້າໃຫ້ເຈົ້າກະບົດຕໍ່ເຮົາອີກ! ເຮົາທ້າໃຫ້ເຈົ້າສືບຕໍ່ເຮັດສິ່ງທີ່ດື້ດ້ານເຫຼົ່ານັ້ນ! ຮອຍຍິ້ມຂອງເຮົາບໍ່ເໝາະສົມກັບແນວຄິດຂອງເຈົ້າ, ຄຳເວົ້າຂອງເຮົາບໍ່ໄດ້ມ່ວນຫູຂອງເຈົ້າ ແລະ ການກະທຳຂອງເຮົາບໍ່ໄດ້ເປັນປະໂຫຍດຕໍ່ເຈົ້າ, ເຮົາເວົ້າຖືກບໍ?
- [ບົດທີ 106](https://lo.kingdomsalvation.org/one-hundred-and-sixth-utterance.html) - ຄົນທີ່ບໍ່ຮູ້ຈັກພຣະທຳຂອງເຮົາ, ຄົນທີ່ບໍ່ຮູ້ຈັກຄວາມເປັນມະນຸດທີ່ປົກກະຕິຂອງເຮົາ ແລະ ຄົນທີ່ທ້າທາຍຄວາມເປັນພຣະເຈົ້າຂອງເຮົາທຸກຄົນຈະຖືກທຳລາຍໃຫ້ກາຍເປັນຄວາມວ່າງເປົ່າ. ບໍ່ມີຜູ້ໃດຈະໄດ້ຮັບການລະເວັ້ນຈາກສິ່ງນີ້ ແລະ ທຸກຄົນຕ້ອງຜ່ານມາດຕະຖານທີ່ເໝາະສົມໃນລັກສະນະນີ້ ຍ້ອນມັນຄືບົດບັນຍັດການປົກຄອງຂອງເຮົາ ແລະ ນີ້ແມ່ນບົດບັນຍັດທີ່ຮຸນແຮງທີ່ສຸດທີ່ຕ້ອງໄດ້ປະຕິບັດ. ຄົນທີ່ບໍ່ຮູ້ຈັກພຣະທຳຂອງເຮົາກໍເປັນຄົນທີ່ຟັງສິ່ງຕ່າງໆທີ່ເຮົາຊີ້ແຈງຢ່າງຊັດເຈນ ແຕ່ຍັງບໍ່ມີຄວາມຮູ້ກ່ຽວກັບສິ່ງເຫຼົ່ານັ້ນ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາເປັນຄົນທີ່ບໍ່ມີຄວາມເຂົ້າໃຈເລື່ອງຝ່າຍວິນຍານ (ຍ້ອນເຮົາບໍ່ໄດ້ສ້າງຄວາມສາມາດຂອງມະນຸດສໍາລັບເລື່ອງນັ້ນ, ເຮົາບໍ່ຮຽກຮ້ອງຈາກພວກເຂົາຫຼາຍ; ເຮົາພຽງແຕ່ຮຽກຮ້ອງໃຫ້ພວກເຂົາຟັງພຣະທຳຂອງເຮົາ ແລະ ສາມາດນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດ). ຄົນເຫຼົ່ານັ້ນບໍ່ແມ່ນປະຊາຊົນໃນເຮືອນຂອງເຮົາ ຫຼື ພວກເຂົາບໍ່ແມ່ນປະເພດດຽວກັນກັບເຮົາ; ພວກເຂົາເປັນຂອງປະເທດຂອງຊາຕານ. ສະນັ້ນ ເຮົາຈຶ່ງບໍ່ຕ້ອງການຜູ້ຄົນເຫຼົ່ານີ້ທີ່ບໍ່ມີຄວາມເຂົ້າໃຈເລື່ອງຝ່າຍວິນຍານຂອງເຮົາແມ່ນແຕ່ຄົນດຽວ. ແຕ່ກ່ອນ ພວກເຈົ້າຄິດວ່າເຮົາໄປໄກເກີນໄປ, ແຕ່ໃນຕອນນີ້ ພວກເຈົ້າຄວນເຂົ້າໃຈ. ສັດຮ້າຍຈະສາມາດສົນທະນາກັບພຣະເຈົ້າໄດ້ແນວໃດ? ນັ້ນຈະບໍ່ແມ່ນສິ່ງທີ່ບໍ່ສົມເຫດສົມຜົນບໍ? ຜູ້ຄົນທີ່ບໍ່ຮູ້ຈັກຄວາມເປັນມະນຸດທີ່ປົກກະຕິຂອງເຮົາແມ່ນຄົນທີ່ໃຊ້ແນວຄິດຂອງພວກເຂົາເອງເພື່ອວັດແທກສິ່ງທີ່ເຮົາກະທຳໃນຄວາມເປັນມະນຸດຂອງເຮົາ. ແທນທີ່ຈະຍອມຈຳນົນ, ພວກເຂົາພັດມາຈັບຜິດເຮົາດ້ວຍສາຍຕາໃນເນື້ອໜັງຂອງພວກເຂົາ. ບາງທີ ພຣະທຳທີ່ເຮົາກ່າວນັ້ນສູນເປົ່າບໍ? ເຮົາໄດ້ເວົ້າວ່າ ຄວາມເປັນມະນຸດທີ່ປົກກະຕິຂອງເຮົາແມ່ນສ່ວນທີ່ບໍ່ສາມາດຂາດໄດ້ໃນຕົວເຮົາ ຜູ້ເປັນພຣະເຈົ້າທີ່ສົມບູນ ແລະ ນີ້ແມ່ນວິທີທີ່ຖືກຕ້ອງເຊິ່ງຄວາມເປັນມະນຸດທີ່ປົກກະຕິ ແລະ ຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາເຮັດວຽກຮ່ວມກັນ. ເມື່ອສິ່ງຕ່າງໆທີ່ເຮົາເຮັດຜ່ານຄວາມເປັນມະນຸດທີ່ປົກກະຕິຂອງເຮົາບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ຄົນທີ່ທ້າທາຍເຮົາ ແລະ ຄົນທີ່ບໍ່ເຂົ້າກັນໄດ້ກັບເຮົາກໍຖືກເປີດເຜີຍອອກ. ຫຼັງຈາກນັ້ນ ຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາຈຶ່ງກ່າວຜ່ານຄວາມເປັນມະນຸດ ແລະ ເຮົາໄດ້ຈັດການກັບບາງຄົນດ້ວຍວິທີນີ້. ຖ້າເຈົ້າບໍ່ເຂົ້າໃຈໃນສິ່ງທີ່ເຮົາກະທຳ ແຕ່ກໍຍອມບໍ່ວ່າຫຍັງກໍຕາມ, ແລ້ວເຈົ້າກໍເປັນຄົນປະເພດທີ່ເຮົາຈະບໍ່ກ່າວໂທດ; ເຮົາພຽງແຕ່ສ່ອງແສງສະຫວ່າງແກ່ຄົນດັ່ງກ່າວ.
- [ບົດທີ 105](https://lo.kingdomsalvation.org/one-hundred-and-fifth-utterance.html) - ຍ້ອນຫຼັກການທີ່ຢູ່ເບື້ອງຫຼັງພຣະທຳຂອງເຮົາ ແລະ ຍ້ອນລັກສະນະທີ່ເຮົາປະຕິບັດພາລະກິດ ຜູ້ຄົນຈຶ່ງປະຕິເສດເຮົາ; ນີ້ແມ່ນຈຸດປະສົງທີ່ຢູ່ເບື້ອງຫຼັງການເວົ້າຂອງເຮົາເປັນເວລາຍາວນານ (ສິ່ງນີ້ແມ່ນແນໃສ່ເຊື້ອສາຍທຸກຄົນຂອງມັງກອນແດງຜູ້ຍິ່ງໃຫຍ່). ນີ້ແມ່ນວິທີການທີ່ມີສະຕິປັນຍາຂອງພາລະກິດຂອງເຮົາ; ມັນຄືການທີ່ເຮົາພິພາກສາມັງກອນແດງຜູ້ຍິ່ງໃຫຍ່. ນີ້ແມ່ນຍຸດທະສາດຂອງເຮົາ ແລະ ບໍ່ມີບຸກຄົນໃດສາມາດເຂົ້າໃຈມັນໄດ້ຢ່າງສົມບູນ. ໃນຈຸດປ່ຽນທຸກຈຸດ ນັ້ນກໍຄື ໃນທຸກໄລຍະທີ່ປ່ຽນແປງໃນແຜນການຄຸ້ມຄອງຂອງເຮົາ ບາງຄົນຕ້ອງຖືກກຳຈັດ; ພວກເຂົາຖືກກຳຈັດຕາມຜົນຕາມມາຂອງພາລະກິດຂອງເຮົາ. ສິ່ງນີ້ ແລະ ສິ່ງນີ້ເທົ່ານັ້ນແມ່ນວິທີການທີ່ແຜນການຄຸ້ມຄອງທັງໝົດຂອງເຮົາດຳເນີນການໄປ. ຫຼັງຈາກທີ່ເຮົາໄດ້ໂຍນຜູ້ຄົນທີ່ເຮົາຕ້ອງການກຳຈັດຖິ້ມເທື່ອລະຄົນ, ແລ້ວເຮົາກໍເລີ່ມຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ. ເຖິງຢ່າງໃດກໍຕາມ ນີ້ແມ່ນຄັ້ງສຸດທ້າຍທີ່ການໂຍນອອກນີ້ຈະເກີດຂຶ້ນ (ແລະ ນີ້ກໍໝາຍເຖິງຢູ່ພາຍໃນຄຣິສຕະຈັກໃນປະເທດຈີນ) ແລະ ມັນຍັງເປັນເວລາທີ່ຜູ້ຄົນຈຳນວນຫຼວງຫຼາຍທີ່ສຸດຈະຖືກກຳຈັດ ໃນລະຫວ່າງໄລຍະທີ່ປ່ຽນແປງ ນັບຕັ້ງແຕ່ການເນລະມິດສ້າງໂລກ. ຕະຫຼອດປະຫວັດສາດ ທຸກຄັ້ງທີ່ຜູ້ຄົນຖືກກຳຈັດ ມັນກໍຈະມີຄົນຈຳນວນໜຶ່ງທີ່ຫຼົງເຫຼືອໄວ້ເພື່ອໃຫ້ບໍລິການແກ່ເຮົາສຳລັບພາລະກິດຕໍ່ມາ. ເຖິງຢ່າງໃດກໍຕາມ ຄັ້ງນີ້ບໍ່ໄດ້ຄືກັນກັບຄັ້ງທີ່ຜ່ານມາ; ມັນສະອາດ ແລະ ມີປະສິດທິພາບ. ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ ແລະ ຄວບຄຸມທີ່ສຸດຕະຫຼອດການ. ເຖິງແມ່ນຄົນສ່ວນໃຫຍ່ໄດ້ພະຍາຍາມບັງຄັບໃຫ້ເກີດມີຄວາມສົງໄສຈາກຄວາມຄິດຂອງພວກເຂົາ ຫຼັງຈາກທີ່ໄດ້ອ່ານພຣະທຳຂອງເຮົາ, ໃນທີ່ສຸດແລ້ວ ພວກເຂົາກໍບໍ່ສາມາດເອົາຊະນະມັນໄດ້ ແລະ ໃນທີ່ສຸດແລ້ວ ພວກເຂົາກໍຕົກລົງຢູ່ໃນຄວາມດີ້ນລົນຂອງພວກເຂົາ. ສິ່ງນີ້ບໍ່ໄດ້ຂຶ້ນກັບພວກເຂົາທີ່ຈະຕັດສິນໃຈ ຍ້ອນຄົນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າບໍ່ສາມາດຫຼົບໜີໄດ້ ແລະ ເຮົາພຽງແຕ່ສາມາດດູຖູກຄົນທີ່ເຮົາບໍ່ໄດ້ກຳນົດໄວ້ລ່ວງໜ້າ. ຄົນດຽວທີ່ເຮົາຮັກແມ່ນຄົນທີ່ເຮົາຫຼຽວເບິ່ງດ້ວຍຄວາມຊົມຊອບ; ບໍ່ດັ່ງນັ້ນກໍຈະບໍ່ມີແມ່ນແຕ່ຄົນດຽວທີ່ອາດຈາກໄປ ແລະ ເຂົ້າສູ່ອານາຈັກຂອງເຮົາຢ່າງອິດສະຫຼະ.
- [ບົດທີ 104](https://lo.kingdomsalvation.org/one-hundred-and-fourth-utterance.html) - ທຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ນອກຕົວເຮົາຈະຜ່ານໄປສູ່ຄວາມວ່າງເປົ່າ, ໃນຂະນະທີ່ທຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ພາຍໃນຕົວເຮົາຈະໄດ້ຮັບທຸກສິ່ງຈາກເຮົາ ແລະ ເຂົ້າໄປສູ່ຄວາມສະຫງ່າລາສີຮ່ວມກັບເຮົາ, ເຂົ້າໄປຢູ່ເທິງພູເຂົາຊີໂອນຂອງເຮົາ, ເຂົ້າໄປສູ່ບ່ອນພັກເຊົາຂອງເຮົາ ແລະ ຢູ່ຮ່ວມກັບເຮົາຕະຫຼອດໄປ. ເຮົາໄດ້ສ້າງທຸກສິ່ງໃນເບື້ອງຕົ້ນ ແລະ ເຮົາຈະເຮັດໃຫ້ພາລະກິດຂອງເຮົາສຳເລັດລົງໃນຕອນສຸດທ້າຍ. ພ້ອມນັ້ນ ເຮົາຍັງຈະດໍາລົງຢູ່ ແລະ ປົກຄອງເໝືອນດັ່ງກະສັດຕະຫຼອດໄປ. ໃນລະຫວ່າງເວລານັ້ນ, ເຮົາຍັງຈະນຳພາ ແລະ ຄວບຄຸມຈັກກະວານທັງໝົດອີກດ້ວຍ. ບໍ່ມີໃຜສາມາດຍຶດເອົາສິດອຳນາດຂອງເຮົາໄປໄດ້, ເພາະວ່າເຮົາຄືພຣະເຈົ້າອົງດຽວ. ຍິ່ງໄປກວ່ານັ້ນ ເຮົາຍັງມີອຳນາດທີ່ຈະສົ່ງຕໍ່ສິດອຳນາດຂອງເຮົາໃຫ້ແກ່ລູກຊາຍກົກຂອງເຮົາ ເພື່ອວ່າພວກເຂົາຈະຂຶ້ນຄອງລາດຢູ່ຄຽງຂ້າງເຮົາ. ສິ່ງເຫຼົ່ານີ້ຈະມີຢູ່ຊົ່ວນິລັນດອນ ແລະ ບໍ່ສາມາດປ່ຽນແປງໄດ້. ນີ້ຄືດຳລັດການບໍລິຫານຂອງເຮົາ. (ບ່ອນໃດກໍຕາມທີ່ເຮົາສົນທະນາເຖິງດຳລັດການບໍລິຫານຂອງເຮົາ ເຮົາກຳລັງໝາຍເຖິງສິ່ງທີ່ເກີດຂຶ້ນໃນອານາຈັກຂອງເຮົາ ແລະ ສິ່ງທີ່ຈະມີຢູ່ຕະຫຼອດໄປ ແລະ ບໍ່ສາມາດປ່ຽນແປງໄດ້). ທຸກຄົນຕ້ອງເຊື່ອໝັ້ນຢ່າງໝົດໃຈ ແລະ ຕ້ອງເຫັນອຳນາດອັນຍິ່ງໃຫຍ່ຂອງເຮົາໃນຜູ້ຄົນທີ່ເຮົາຮັກ. ບໍ່ມີໃຜສາມາດເຮັດໃຫ້ພຣະນາມຂອງເຮົາເສຍຊື່ສຽງໄດ້; ຜູ້ໃດເຮັດໃຫ້ຊື່ສຽງຂອງເຮົາເສື່ອມເສຍຕ້ອງອອກໄປຈາກບ່ອນນີ້! ບໍ່ແມ່ນວ່າເຮົາບໍ່ມີຄວາມເມດຕາ, ແຕ່ຍ້ອນວ່າເຈົ້າບໍ່ມີຄວາມຊອບທຳ. ຖ້າເຈົ້າລະເມີດຕໍ່ການຕີສອນຂອງເຮົາ ແລ້ວເຮົາກໍຈະຈັດການເຈົ້າ ແລະ ເຮັດໃຫ້ເຈົ້າດັບສູນໄປຊົ່ວນິລັນດອນ. (ແນ່ນອນ, ທັງໝົດນີ້ແມ່ນແນໃສ່ຄົນທີ່ບໍ່ແມ່ນລູກຊາຍກົກຂອງເຮົາ). ເຮືອນຂອງເຮົາບໍ່ຕ້ອນຮັບຂີ້ເຫຍື້ອດັ່ງກ່າວ, ດັ່ງນັ້ນ
- [ບົດທີ 103](https://lo.kingdomsalvation.org/one-hundred-and-third-utterance.html) - ສຽງທີ່ດັງຄືສຽງຟ້າຮ້ອງໄດ້ດັງອອກມາ ເຊິ່ງເຮັດໃຫ້ຈັກກະວານທັງໝົດສັ່ນສະເທືອນ, ດັງຈົນໜວກຫູ ແລະ ຜູ້ຄົນບໍ່ມີເວລາທີ່ຈະຫຼົບຫຼີກມັນໄດ້. ບາງຄົນຖືກໂຈມຕີ, ບາງຄົນຖືກທໍາລາຍ ແລະ ບາງຄົນຖືກພິພາກສາ. ມັນເປັນພາບທີ່ບໍ່ເຄີຍມີໃຜເຫັນມາກ່ອນຢ່າງແທ້ຈິງ. ຈົ່ງຟັງດີໆ: ສຽງຟ້າຮ້ອງດັງກ້ອງແມ່ນມາພ້ອມກັບສຽງຮ້ອງໄຫ້ຄໍ່າຄວນ ແລະ ສຽງນີ້ແມ່ນມາຈາກແດນມໍລະນະ; ມັນມາຈາກນະຮົກ. ມັນເປັນສຽງຮ້ອງໄຫ້ທີ່ຂົມຂື່ນຂອງບຸດຊາຍແຫ່ງການກະບົດເຫຼົ່ານັ້ນ ທີ່ຖືກເຮົາພິພາກສາແລ້ວ. ຜູ້ທີ່ບໍ່ໄດ້ຟັງໃນສິ່ງທີ່ເຮົາກ່າວ ແລະ ຜູ້ທີ່ບໍ່ໄດ້ນໍາເອົາພຣະທໍາຂອງເຮົາໄປປະຕິບັດໄດ້ຖືກພິພາກສາຢ່າງໜັກ ແລະ ໄດ້ຮັບການສາບແຊ່ງຈາກຄວາມໂກດຮ້າຍຂອງເຮົາ. ສຽງຂອງເຮົາແມ່ນການພິພາກສາ ແລະ ຄວາມໂກດຮ້າຍ; ມັນບໍ່ໄດ້ສະແດງຄວາມເມດຕາຕໍ່ຜູ້ໃດ ແລະ ບໍ່ສະແດງຄວາມປານີຕໍ່ຜູ້ໃດ ເພາະວ່າເຮົາແມ່ນພຣະເຈົ້າເອງທີ່ຊອບທໍາ ແລະ ເຮົາມີຄວາມໂກດຮ້າຍ, ການເຜົາຜານ, ການຊໍາລະໃຫ້ບໍລິສຸດ ແລະ ການທໍາລາຍລ້າງ. ໃນຕົວເຮົາແມ່ນບໍ່ມີສິ່ງໃດທີ່ຖືກເຊື່ອງ ແລະ ບໍ່ມີຄວາມຮູ້ສຶກຂອງເນື້ອໜັງ; ແຕ່ໃນທາງກົງກັນຂ້າມແມ່ນມີຄວາມເປີດເຜີຍ, ຄວາມຊອບທໍາ, ຄວາມຍຸຕິທໍາ ແລະ ຄວາມເປັນກາງ. ຍ້ອນບັນດາບຸດຊາຍຄົນທໍາອິດຂອງເຮົາແມ່ນຢູ່ກັບເຮົາທີ່ບັນລັງແລ້ວ ປົກຄອງປະຊາຊາດ ແລະ ປະຊາຊົນຈໍານວນມະຫາສານ, ສິ່ງຕ່າງໆ ແລະ ຜູ້ຄົນເຫຼົ່ານັ້ນທີ່ບໍ່ເປັນ ແລະ ບໍ່ຍຸຕິທໍາຈຶ່ງເລີ່ມຖືກພິພາກສາໃນຕອນນີ້. ເຮົາຈະສືບສວນພວກມັນເທື່ອລະຄົນເທື່ອລະຢ່າງ ໂດຍບໍ່ໃຫ້ພາດຫຍັງ ແລະ
- [ບົດທີ 102](https://lo.kingdomsalvation.org/one-hundred-and-second-utterance.html) - ເຮົາໄດ້ເວົ້າໃນລະດັບໃດໜຶ່ງ ແລະ ພາລະກິດຂອງເຮົາກໍໄດ້ໄປເຖິງຈຸດໃດໜຶ່ງ; ພວກເຈົ້າແຕ່ລະຄົນຄວນເຂົ້າໃຈເຈດຕະນາຂອງເຮົາ ແລະ ສາມາດຄຳນຶງເຖິງພາລະຂອງເຮົາຈົນເຖິງລະດັບທີ່ແຕກຕ່າງກັນໄປ. ຕອນນີ້ແມ່ນຈຸດປ່ຽນ ເມື່ອເນື້ອໜັງປ່ຽນເຂົ້າສູ່ໂລກຝ່າຍວິນຍານ, ພວກເຈົ້າເປັນຜູ້ບຸກເບີກທີ່ຂ້າມລະຫວ່າງຍຸກຕ່າງໆ, ຜູ້ຄົນທົ່ວໄປທີ່ເດີນທາງຂ້າມຈັກກະວານ ແລະ ສຸດປາຍແຜ່ນດິນໂລກ. ພວກເຈົ້າເປັນຜູ້ເປັນທີ່ຮັກທີ່ສຸດຂອງເຮົາ; ພວກເຈົ້າເປັນຄົນທີ່ເຮົາຮັກ. ມັນສາມາດເວົ້າໄດ້ວ່າ ເຮົາບໍ່ໄດ້ຮັກຜູ້ໃດເລີຍ ນອກຈາກພວກເຈົ້າ, ເພາະຄວາມພະຍາຍາມອັນພາກພຽນທັງໝົດຂອງເຮົາແມ່ນເພື່ອເຫັນແກ່ພວກເຈົ້າ. ມັນເປັນໄປໄດ້ບໍວ່າ ພວກເຈົ້າບໍ່ຮູ້ຈັກເຖິງສິ່ງນັ້ນ? ເປັນຫຍັງເຮົາຈຶ່ງສ້າງທຸກສິ່ງ? ເປັນຫຍັງເຮົາຈຶ່ງເຄື່ອນຍ້າຍພວກມັນທັງໝົດ ເພື່ອໃຫ້ຮັບໃຊ້ພວກເຈົ້າ? ການກະທຳທັງໝົດນີ້ແມ່ນການສະແດງອອກເຖິງຄວາມຮັກຂອງເຮົາທີ່ມີຕໍ່ພວກເຈົ້າ. ພູເຂົາ ແລະ ທຸກສິ່ງທີ່ຢູ່ໃນພູເຂົາ ແລະ ແຜ່ນດິນໂລກ ແລະ ທຸກສິ່ງເທິງແຜ່ນດິນໂລກກໍສັນລະເສີນເຮົາ ແລະ ຖວາຍສະຫງ່າລາສີໃຫ້ແກ່ເຮົາທີ່ໄດ້ຮັບເອົາພວກເຈົ້າ. ແທ້ຈິງແລ້ວ ທຸກສິ່ງໄດ້ຖືກດຳເນີນ; ຍິ່ງໄປກວ່ານັ້ນ ທຸກສິ່ງໄດ້ຖືກດຳເນີນຢ່າງລະອຽດຮອບຄອບ. ພວກເຈົ້າເປັນພະຍານທີ່ດັງກ້ອງກັງວານໃຫ້ແກ່ເຮົາ ແລະ ພວກເຈົ້າໄດ້ເຮັດໃຫ້ມານຮ້າຍ ແລະ ຊາຕານຂາຍໜ້າເພື່ອເຮົາ. ທຸກຄົນ, ທຸກເລື່ອງ ແລະ ທຸກສິ່ງທີ່ຢູ່ພາຍນອກຂອງເຮົາກໍຍອມຕໍ່ສິດອຳນາດຂອງເຮົາ ແລະ ທຸກຢ່າງກໍປະຕິບັດຕາມປະເພດຂອງພວກມັນເອງ ເນື່ອງຈາກການສຳເລັດແຜນການຄຸ້ມຄອງຂອງເຮົາ (ປະຊາຊົນຂອງເຮົາກໍເປັນຂອງເຮົາ ແລະ ພັກພວກຂອງຊາຕານກໍລ້ວນແລ້ວແຕ່ເປັນຂອງທະເລສາບແຫ່ງໄຟ ນັ້ນກໍຄື ພວກເຂົາຈະຕົກລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ ເຊິ່ງເປັນບ່ອນທີ່ພວກເຂົາຈະຮ້ອງໄຫ້ຊົ່ວນິດນິລັນ
- [ບົດທີ 101](https://lo.kingdomsalvation.org/one-hundred-and-first-utterance.html) - ເຮົາຈະບໍ່ຜ່ອນຜັນແມ່ນແຕ່ໜ້ອຍດຽວຕໍ່ຜູ້ໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງເຮົາ ແລະ ຜູ້ທີ່ສະແຫວງຫາເພື່ອທຳລາຍແຜນການຂອງເຮົາ. ທຸກຄົນຄວນເຂົ້າໃຈຄວາມໝາຍຂອງເຮົາຈາກພຣະທຳທີ່ເຮົາກ່າວອອກມາ ແລະ ຄວນມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບສິ່ງທີ່ເຮົາກຳລັງເວົ້າເຖິງ. ຍ້ອນສະຖານະການໃນປັດຈຸບັນ, ພວກເຈົ້າແຕ່ລະຄົນຄວນກວດສອບຕົນເອງ: ເຈົ້າກຳລັງເຮັດບົດບາດຫຍັງ? ເຈົ້າກຳລັງມີຊີວິດຢູ່ເພື່ອເຮົາ ຫຼື ເຈົ້າກຳລັງຮັບໃຊ້ຊາຕານ? ການກະທຳທຸກຢ່າງຂອງເຈົ້າອອກມາຈາກເຮົາ ຫຼື ມາຈາກມານຮ້າຍ? ເຈົ້າຄວນຊັດເຈນກ່ຽວກັບທຸກສິ່ງນີ້ ເພື່ອຫຼີກເວັ້ນບໍ່ໃຫ້ເຮັດຜິດຕໍ່ກົດບັນຍັດແຫ່ງການບໍລິຫານຂອງເຮົາ ແລະ ດ້ວຍເຫດນັ້ນ ກໍເຮັດໃຫ້ເຮົາເກີດມີຄວາມໃຈຮ້າຍຢ່າງຮຸນແຮງ. ເມື່ອຫວນຄິດຄືນຫາອະດີດ, ຜູ້ຄົນບໍ່ຊື່ສັດ ແລະ ອະກະຕັນຍູຕໍ່ເຮົາຢູ່ສະເໝີ; ພວກເຂົາບໍ່ເຄົາລົບນັບຖື ແລະ ຍິ່ງໄປກວ່ານັ້ນ ພວກເຂົາໄດ້ທໍລະຍົດເຮົາ. ຍ້ອນເຫດຜົນເຫຼົ່ານີ້ ຜູ້ຄົນເຫຼົ່ານີ້ຈຶ່ງຜະເຊີນກັບການພິພາກສາຂອງເຮົາໃນມື້ນີ້. ເຖິງແມ່ນວ່າເຮົາປາກົດວ່າເປັນພຽງມະນຸດ, ທຸກຄົນທີ່ເຮົາບໍ່ຮອງຮັບ (ເຈົ້າຄວນເຂົ້າໃຈຄວາມໝາຍຂອງເຮົາຈາກສິ່ງນີ້: ມັນບໍ່ໄດ້ກ່ຽວກັບວ່າເຈົ້າສວຍງາມສໍ່າໃດ ຫຼື ເຈົ້າມີສະເໜ່ສໍ່າໃດ, ແຕ່ມັນກ່ຽວກັບວ່າເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ຄັດເລືອກເອົາເຈົ້າ ຫຼື ບໍ່) ຈະຖືກເຮົາກໍາຈັດ. ສິ່ງນີ້ເປັນຈິງຢ່າງແນ່ນອນ. ນີ້ກໍຍ້ອນເຮົາອາດຈະປາກົດວ່າເປັນມະນຸດໃນພາຍນອກ, ແຕ່ເຈົ້າຕ້ອງເບິ່ງຜ່ານຄວາມເປັນມະນຸດຂອງເຮົາເພື່ອຮັບເອົາຄວາມເປັນພຣະເຈົ້າຂອງເຮົາ. ດັ່ງທີ່ເຮົາໄດ້ກ່າວຫຼາຍຄັ້ງວ່າ “ຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນແມ່ນສອງສ່ວນຂອງພຣະເຈົ້າທີ່ສົມບູນແບບຢ່າງບໍ່ສາມາດແຍກອອກຈາກກັນໄດ້”. ເຖິງຢ່າງໃດກໍຕາມ ພວກເຈົ້າກໍຍັງບໍ່ເຂົ້າໃຈເຮົາ; ພວກເຈົ້າພຽງແຕ່ໃຫ້ຄວາມສຳຄັນກັບພຣະເຈົ້າທີ່ເລື່ອນລອຍຂອງເຈົ້າເທົ່ານັ້ນ. ພວກເຈົ້າເປັນຄົນທີ່ບໍ່ມີຄວາມເຂົ້າໃຈເລື່ອງຝ່າຍວິນຍານ. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນດັ່ງກ່າວກໍຍັງປາຖະໜາທີ່ຈະເປັນລູກຊາຍກົກຂອງເຮົາ.
- [ບົດທີ 100](https://lo.kingdomsalvation.org/one-hundredth-utterance.html) - ເຮົາກຽດຊັງທຸກຄົນທີ່ບໍ່ໄດ້ຖືກກຳນົດໄວ້ລ່ວງໜ້າ ແລະ ຖືກເລືອກໂດຍເຮົາ. ເພາະສະນັ້ນ ເຮົາຕ້ອງເອົາຄົນເຫຼົ່ານີ້ອອກໄປຈາກເຮືອນຂອງເຮົາເທື່ອລະຄົນ ແລ້ວດ້ວຍເຫດນັ້ນຈຶ່ງເຮັດໃຫ້ວິຫານຂອງເຮົາບໍລິສຸດ ແລະ ບໍ່ມີມົນທິນ, ເຮືອນຂອງເຮົາໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ, ຊື່ອັນບໍລິສຸດຂອງເຮົາແມ່ນສາມາດເຜີຍແຜ່ໄປຕະຫຼອດການ ແລະ ຄົນບໍລິສຸດຂອງເຮົາສາມາດກາຍເປັນສຸດທີ່ຮັກຂອງເຮົາໄດ້. ສາກແບບນີ້, ເຮືອນແບບນີ້, ລາຊະອານາຈັກແບບນີ້ແມ່ນເປົ້າໝາຍຂອງເຮົາ ແລະ ທີ່ຢູ່ອາໃສຂອງເຮົາ; ນີ້ແມ່ນພື້ນຖານແຫ່ງການຊົງສ້າງທຸກສິ່ງຂອງເຮົາ. ບໍ່ມີໃຜທີ່ອາດແກວ່ງ ຫຼື ປ່ຽນແປງມັນໄດ້. ຈະມີພຽງແຕ່ເຮົາ ແລະ ບຸດຊາຍສຸດທີ່ຮັກຂອງເຮົາເທົ່ານັ້ນທີ່ອາໄສຢູ່ຮ່ວມກັບພາຍໃນມັນ ແລະ ຈະບໍ່ມີໃຜໄດ້ຮັບອະນຸຍາດໃຫ້ຢຽບຢໍ້າມັນລົງໃຕ້ຕີນໄດ້, ບໍ່ມີຫຍັງທີ່ຈະໄດ້ຮັບອະນຸຍາດໃຫ້ຄອບຄອງມັນ ແລະ ແຮງແລ້ວທີ່ສິ່ງທີ່ບໍ່ພຶ່ງປະສົງຈະໄດ້ຮັບອະນຸຍາດໃຫ້ເກີດຂຶ້ນໄດ້. ທັງໝົດຈະແມ່ນການສັນລະເສີນ ແລະ ການເຊີດຊູ ແລະ ທັງໝົດຈະເປັນສາກທີ່ມະນຸດບໍ່ສາມາດຈິນຕະນາການໄດ້. ເຮົາປາດຖະໜາພຽງແຕ່ວ່າພວກເຈົ້າຖະຫວາຍພາລະກຳລັງທັງໝົດຂອງພວກເຈົ້າໃຫ້ແກ່ເຮົາແບບໝົດຈິດໝົດໃຈຂອງພວກເຈົ້າ ແລະ ດ້ວຍສຸດຄວາມສາມາດຂອງພວກເຈົ້າ. ບໍ່ວ່າຈະເປັນມື້ນີ້ ຫຼື ມື້ອື່ນ, ບໍ່ວ່າເຈົ້າຈະເປັນຜູ້ທີ່ໃຫ້ບໍລິການແກ່ເຮົາ ຫຼື ເປັນຜູ້ທີ່ໄດ້ຮັບພອນ, ພວກເຈົ້າທັງໝົດຄວນອອກແຮງວັດກຳລັງຂອງພວກເຈົ້າເພື່ອລາຊະອານາຈັກຂອງເຮົາ. ນີ້ແມ່ນຂໍ້ມູກມັດທີ່ຜູ້ທີ່ຖືກສ້າງທັງໝົດຄວນຮັບເອົາ ແລະ ມັນຕ້ອງຖືກປະຕິບັດ ແລະ ຖືກຈັດຕັ້ງປະຕິບັດດ້ວຍວິທີນີ້. ເຮົາຈະກະຕຸ້ນໃຫ້ທຸກສິ່ງໃຫ້ບໍລິການເພື່ອເຮັດໃຫ້ຄວາມງົດງາມຂອງລາຊະອານາຈັກຂອງເຮົາໃໝ່ຕະຫຼອດໄປ ແລະ ເພື່ອເຮັດໃຫ້ເຮືອນຂອງເຮົານັ້ນມີຄວາມກົມກຽວ ແລະ
- [ບົດທີ 99](https://lo.kingdomsalvation.org/ninety-ninth-utterance.html) - ຍ້ອນບາດກ້າວພາລະກິດຂອງເຮົາກຳລັງກ້າວໄວຂຶ້ນ ຈຶ່ງບໍ່ມີໃຜສາມາດນຳທັນບາດກ້າວຂອງເຮົາໄດ້ ແລະ ບໍ່ມີໃຜສາມາດຢັ່ງເຖິງຈິດໃຈຂອງເຮົາໄດ້, ແຕ່ນີ້ແມ່ນວິທີດຽວທີ່ຈະກ້າວໄປຂ້າງໜ້າ. ນີ້ແມ່ນ “ຄວາມຕາຍ” (ໝາຍເຖິງ ການທີ່ບໍ່ສາມາດເຂົ້າໃຈເຈດຕະນາຂອງເຮົາໄດ້, ບໍ່ສາມາດເຂົ້າໃຈສິ່ງທີ່ເຮົາໝາຍເຖິງຈາກພຣະທຳຂອງເຮົາ; ນີ້ແມ່ນອີກຄຳອະທິບາຍກ່ຽວກັບ “ຄວາມຕາຍ” ແລະ ບໍ່ໄດ້ໝາຍຄວາມວ່າ “ຖືກປະຖິ້ມໂດຍພຣະວິນຍານຂອງເຮົາ”) ໃນໄລຍະ “ການຟື້ນຄືນຊີບຈາກຄວາມຕາຍ” ເຊິ່ງໄດ້ກ່າວມາແລ້ວ. ເມື່ອພວກເຈົ້າ ແລະ ເຮົາໄດ້ປ່ຽນຈາກໄລຍະນີ້ເປັນຮ່າງກາຍ, ເມື່ອນັ້ນຄວາມໝາຍທີ່ແທ້ຈິງຂອງ “ການຟື້ນຄືນຊີບຈາກຄວາມຕາຍ” ກໍຈະຖືກບັນລຸ (ນັ້ນກໍຄື, ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການຟື້ນຄືນຊີບຈາກຄວາມຕາຍ). ປັດຈຸບັນ, ນີ້ແມ່ນສະພາບທີ່ພວກເຈົ້າທັງໝົດດຳລົງຢູ່: ພວກເຈົ້າບໍ່ສາມາດເຂົ້າໃຈເຈດຕະນາຂອງເຮົາ ແລະ ພວກເຈົ້າບໍ່ສາມາດຊອກເຫັນບາດກ້າວຂອງເຮົາ. ຍິ່ງໄປກວ່ານັ້ນ, ພວກເຈົ້າບໍ່ສາມາດສະຫງົບໃນວິນຍານຂອງພວກເຈົ້າໄດ້, ດັ່ງນັ້ນພວກເຈົ້າຈຶ່ງຮູ້ສຶກອຶດອັດໃຈ. ສະພາບແບບນີ້ແມ່ນ “ຄວາມທໍລະມານ” ຢ່າງແທ້ຈິງທີ່ເຮົາກ່າວເຖິງ ແລະ ຜູ້ຄົນບໍ່ສາມາດທົນຕໍ່ຄວາມທໍລະມານນີ້ໄດ້, ດ້ານໜຶ່ງພວກເຈົ້າກຳລັງຄິດເຖິງອະນາຄົດຂອງຕົວເອງ, ອີກດ້ານໜຶ່ງພວກເຈົ້າຍອມຮັບການເຜົາໄໝ້ ແລະ ການພິພາກສາຂອງເຮົາ ເຊິ່ງກຳລັງສຸມຍິງ ແລະ ໂຈມຕີພວກເຈົ້າຈາກທຸກທິດທາງ. ນອກນັ້ນ, ພວກເຈົ້າຍັງບໍ່ເຂົ້າໃຈກົດເກນຈາກນ້ຳສຽງ ແລະ ທ່າທາງທີ່ເຮົາກ່າວ ແລະ ໃນມື້ໜຶ່ງການກ່າວຈະມີນ້ຳສຽງຫຼາຍປະເພດ ເພື່ອວ່າ ພວກເຈົ້າຈະໄດ້ທົນທຸກຢ່າງໃຫຍ່ຫຼວງ. ສິ່ງເຫຼົ່ານີ້ແມ່ນຂັ້ນຕອນໃນພາລະກິດຂອງເຮົາ.
- [ບົດທີ 98](https://lo.kingdomsalvation.org/ninety-eighth-utterance.html) - ທຸກສິ່ງຈະເກີດຂຶ້ນກັບພວກເຈົ້າທຸກຄົນ ແລະ ພວກມັນຈະເຮັດໃຫ້ພວກເຈົ້າຮູ້ກ່ຽວກັບເຮົາຫຼາຍຂຶ້ນ ແລະ ແນ່ໃຈກ່ຽວກັບເຮົາຫຼາຍຂຶ້ນ. ພວກມັນຈະເຮັດໃຫ້ເຈົ້າຮູ້ຈັກເຮົາຜູ້ທີ່ເປັນພຣະເຈົ້າອົງດຽວ, ຮູ້ຈັກເຮົາ ອົງຊົງລິດທານຸພາບສູງສຸດ, ຮູ້ຈັກເຮົາພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ຫຼັງຈາກນັ້ນ, ເຮົາຈະອອກມາຈາກເນື້ອໜັງ, ກັບຄືນສູ່ຊີໂອນ, ສູ່ດິນແດນທີ່ດີຂອງການາອານ ເຊິ່ງເປັນບ່ອນພັກເຊົາຂອງເຮົາ ແລະ ຈຸດໝາຍປາຍທາງຂອງເຮົາ, ຖານທີ່ເຮົາສ້າງທຸກສິ່ງ. ຕອນນີ້, ບໍ່ມີໃຜໃນພວກເຈົ້າເຂົ້າໃຈຄວາມໝາຍຂອງພຣະທຳທີ່ເຮົາກຳລັງກ່າວ; ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດເຂົ້າໃຈຄວາມໝາຍຂອງພຣະທຳເຫຼົ່ານີ້. ມີແຕ່ເມື່ອທຸກສິ່ງຖືກເປີດເຜີຍໃຫ້ແກ່ພວກເຈົ້າເທົ່ານັ້ນ ພວກເຈົ້າຈຶ່ງຈະເຂົ້າໃຈວ່າເປັນຫຍັງເຮົາຈຶ່ງກ່າວພຣະທຳເຫຼົ່ານີ້. ເຮົາບໍ່ໄດ້ເປັນຂອງໂລກ, ແຮງແລ້ວທີ່ເຮົາຈະເປັນຂອງຈັກກະວານ, ຍ້ອນວ່າເຮົາແມ່ນພຣະເຈົ້າອົງດຽວ. ເຮົາຖືໂລກຈັກກະວານທັງໝົດໄວ້ໃນມືຂອງເຮົາ, ເຮົາຮັບຜິດຊອບມັນດ້ວຍຕົວເຮົາເອງ ແລະ ຄົນພຽງແຕ່ສາມາດຍອມຕໍ່ອຳນາດອະທິປະໄຕຂອງເຮົາເທົ່ານັ້ນ, ກ່າວນາມອັນບໍລິສຸດຂອງເຮົາ, ເຊີດຊູເຮົາ ແລະ ສັນລະເສີນເຮົາ. ທຸກສິ່ງຈະຄ່ອຍໆຖືກເປີດເຜີຍແກ່ພວກເຈົ້າ. ເຖິງແມ່ນວ່າບໍ່ມີຫຍັງຖືກປິດບັງໄວ້, ພວກເຈົ້າກໍຍັງບໍ່ສາມາດເຂົ້າໃຈວິທີການເວົ້າຂອງເຮົາ ຫຼື ນ້ຳສຽງແຫ່ງພຣະທຳຂອງເຮົາໄດ້. ເຈົ້າຍັງບໍ່ເຂົ້າໃຈວ່າ ແຜນການຄຸ້ມຄອງຂອງເຮົານັ້ນແມ່ນລ້ວນແລ້ວແຕ່ກ່ຽວກັບຫຍັງ. ດັ່ງນັ້ນ, ເຮົາຈະບອກເຈົ້າພາຍຫຼັງກ່ຽວກັບທຸກສິ່ງທີ່ເຈົ້າບໍ່ເຂົ້າໃຈໃນສິ່ງທີ່ເຮົາໄດ້ກ່າວ ຍ້ອນວ່າ ສຳລັບເຮົາແລ້ວ ທຸກສິ່ງລຽບງ່າຍ ແລະ ຊັດເຈນ, ໃນຂະນະທີ່ສຳລັບເຈົ້າ ມັນຍາກສຸດໆ ແລະ ເຈົ້າພຽງແຕ່ບໍ່ເຂົ້າໃຈມັນແມ່ນແຕ່ໜ້ອຍເລີຍ. ດ້ວຍເຫດນີ້, ເຮົາຈະປ່ຽນວິທີການເວົ້າຂອງເຮົາ ແລະ ເມື່ອເຮົາກ່າວ
- [ບົດທີ 97](https://lo.kingdomsalvation.org/ninety-seventh-utterance.html) - ເຮົາຈະເຮັດໃຫ້ທຸກໆຄົນໄດ້ເຫັນການກະທຳທີ່ອັດສະຈັນຂອງເຮົາ ແລະ ໄດ້ຍິນພຣະທຳທີ່ມີສະຕິປັນຍາຂອງເຮົາ. ນີ້ຕ້ອງລວມເຖິງທຸກໆຄົນ ແລະ ມັນຕ້ອງເກີດຂຶ້ນຜ່ານທຸກໆສິ່ງ. ນີ້ແມ່ນບົດບັນຍັດການປົກຄອງຂອງເຮົາ ແລະ ນີ້ແມ່ນຄວາມໂກດຮ້າຍຂອງເຮົາ. ເຮົາຈະສຳຜັດທຸກໆຄົນ ແລະ ທຸກໆເລື່ອງ ເພື່ອວ່າທຸກຄົນທີ່ຢູ່ທຸກຫົນແຫ່ງໃນຈັກກະວານ ແລະ ຈົນສຸດປາຍແຜ່ນດິນໂລກຈະໄດ້ເຫັນດ້ວຍຕາຂອງພວກເຂົາເອງ; ເຮົາຈະບໍ່ຢຸດຈັກເທື່ອ ຈົນກວ່າສິ່ງນີ້ໄດ້ຖືກບັນລຸແລ້ວ. ຄວາມໂກດຮ້າຍຂອງເຮົາໄດ້ຖອກເທອອກຢ່າງຄົບຖ້ວນ ໂດຍບໍ່ຖືກກັກໄວ້ແມ່ນແຕ່ໜ້ອຍດຽວ. ມັນແນໃສ່ທຸກໆຄົນທີ່ຍອມຮັບນາມນີ້ (ອີກບໍ່ດົນ ມັນຈະຖືກຫັນໄປສູ່ທຸກຊົນຊາດເທິງແຜ່ນດິນໂລກ). ແລ້ວຄວາມໂກດຮ້າຍນີ້ແມ່ນຫຍັງ? ມັນຮຸນແຮງສໍ່າໃດ? ຄວາມໂກດຮ້າຍຂອງເຮົາຈະເກີດຂຶ້ນກັບຄົນປະເພດໃດ? ຄົນສ່ວນໃຫຍ່ຄິດວ່າຄວາມໂກດຮ້າຍແມ່ນຄວາມໃຈຮ້າຍລະດັບທີ່ຮຸນແຮງທີ່ສຸດ, ແຕ່ນີ້ກໍບໍ່ໄດ້ອະທິບາຍມັນຢ່າງເຕັມສ່ວນ. ຄວາມໂກດຮ້າຍຂອງເຮົາ ແລະ ບົດບັນຍັດການປົກຄອງຂອງເຮົາແມ່ນສອງສ່ວນທີ່ບໍ່ສາມາດແຍກອອກຈາກກັນໄດ້; ເມື່ອເຮົາອອກບົດບັນຍັດການປົກຄອງຂອງເຮົາ, ຄວາມໂກດຮ້າຍກໍຕາມໆກັນມາ. ແລ້ວຄວາມໂກດຮ້າຍແມ່ນຫຍັງກັນແທ້? ຄວາມໂກດຮ້າຍແມ່ນລະດັບການພິພາກສາທີ່ເຮົາຕັດສິນໃຫ້ກັບຜູ້ຄົນ ແລະ ມັນແມ່ນຫຼັກການທີ່ຢູ່ເບື້ອງຫຼັງການອອກບົດບັນຍັດການປົກຄອງໃດໜຶ່ງຂອງເຮົາ. ຜູ້ໃດກໍຕາມທີ່ເຮັດຜິດຕໍ່ໜຶ່ງໃນບົດບັນຍັດຂອງເຮົາ, ຄວາມໂກດຮ້າຍຂອງເຮົາກໍຈະມີຂະໜາດຄ້າຍຄືກັນ ໂດຍຂຶ້ນກັບວ່າໄດ້ເຮັດຜິດບົດບັນຍັດອັນໃດ. ເມື່ອປາກົດມີຄວາມໂກດຮ້າຍຂອງເຮົາ, ມັນກໍແນ່ນອນວ່າມີບົດບັນຍັດການປົກຄອງຂອງເຮົາເຊັ່ນກັນ ແລະ ໃນທຳນອງກັບກັນ. ບົດບັນຍັດການປົກຄອງ ແລະ ຄວາມໂກດຮ້າຍຂອງເຮົາປະກອບກັນເປັນສ່ວນສົມບູນທີ່ບໍ່ສາມາດແຍກອອກຈາກກັນໄດ້. ມັນຄືການພິພາກສາທີ່ຮຸນແຮງທີ່ສຸດ ເຊິ່ງບໍ່ມີຜູ້ໃດອາດລະເມີດໄດ້. ທຸກຄົນຕ້ອງປະຕິບັດຕາມມັນ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍບໍ່ສາມາດຫຼີກເວັ້ນທີ່ຈະຖືກມືຂອງເຮົາໂຈມຕີໄດ້ຢ່າງງ່າຍດາຍ. ຜູ້ຄົນບໍ່ເຄີຍຮູ້ເຖິງມັນເລີຍຕະຫຼອດຍຸກຕ່າງໆ (ເຖິງແມ່ນມີບາງຄົນທີ່ທົນທຸກຕໍ່ຄວາມເຈັບປວດທີ່ເກີດຂຶ້ນຈາກໄພພິບັດທີ່ຍິ່ງໃຫຍ່, ພວກເຂົາກໍຍັງບໍ່ຮູ້ຈັກມັນເລີຍ;
- [ບົດທີ 96](https://lo.kingdomsalvation.org/ninety-sixth-utterance.html) - ເຮົາຈະຂ້ຽນຕີທຸກຄົນທີ່ເກີດຈາກເຮົາ ທີ່ຍັງບໍ່ຮູ້ຈັກເຮົາເທື່ອ ເພື່ອເຮັດໃຫ້ເປັນທີ່ປະຈັກເຖິງຄວາມໂກດຮ້າຍທັງໝົດຂອງເຮົາ, ອໍານາດທີ່ຍິ່ງໃຫຍ່ຂອງເຮົາ ແລະ ສະຕິປັນຍາທີ່ສົມບູນຂອງເຮົາ. ພາຍໃນຕົວເຮົາ ທຸກຢ່າງແມ່ນຊອບທໍາ ແລະ ບໍ່ມີຄວາມບໍ່ຊອບທໍາ, ບໍ່ມີການຫຼອກລວງ ແລະ ບໍ່ມີຄວາມຄົດໂກງຢ່າງແນ່ນອນ; ຜູ້ໃດກໍຕາມທີ່ຄົດໂກງ ແລະ ຫຼອກລວງຕ້ອງແມ່ນບຸດຊາຍຂອງນະຮົກ ເຊິ່ງເກີດໃນແດນມໍລະນາ. ພາຍໃນຕົວເຮົາ ທຸກຢ່າງແມ່ນເປີດເຜີຍ; ແມ່ນຫຍັງກໍຕາມທີ່ເຮົາກ່າວແມ່ນຈະຕ້ອງຖືກເຮັດໃຫ້ສໍາເລັດ ແລະ ຈະຖືກເຮັດໃຫ້ສໍາເລັດຢ່າງແນ່ນອນ; ແມ່ນຫຍັງກໍຕາມທີ່ເຮົາກ່າວແມ່ນຈະຖືກສ້າງຕັ້ງ, ຈະຖືກສ້າງຕັ້ງຂຶ້ນ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງ ຫຼື ຮຽນແບບສິ່ງເຫຼົ່ານີ້ໄດ້ ຍ້ອນວ່າເຮົາແມ່ນພຣະເຈົ້າພຽງຜູ້ດຽວ. ໃນສິ່ງທີ່ຈະມາເຖິງ, ທຸກຄົນທີ່ຢູ່ໃນກຸ່ມບຸດຊາຍກົກຂອງເຮົາ ທີ່ຖືກກໍານົດໄວ້ລ່ວງໜ້າ ແລະ ຖືກເລືອກແມ່ນຈະຖືກເປີດເຜີຍເທື່ອລະຄົນ ແລະ ທຸກຄົນທີ່ບໍ່ໄດ້ຢູ່ໃນກຸ່ມບຸດຊາຍກົກກໍຈະຖືກເຮົາກໍາຈັດຜ່ານສິ່ງນີ້. ນີ້ແມ່ນວິທີທີ່ເຮົາປະຕິບັດ ແລະ ເຮັດໃຫ້ສຳເລັດພາລະກິດຂອງເຮົາ. ຕອນນີ້ ເຮົາເປີດໂປງພຽງແຕ່ບາງຄົນເທົ່ານັ້ນເພື່ອວ່າ ບຸດຊາຍກົກຂອງເຮົາຈະສາມາດເຫັນການກະທໍາອັນມະຫັດສະຈັນຂອງເຮົາ ແຕ່ຫຼັງຈາກນັ້ນ ເຮົາຈະບໍ່ປະຕິບັດພາລະກິດດ້ວຍວິທີນີ້. ກົງກັນຂ້າມ, ເຮົາຈະດໍາເນີນຈາກສະຖານະການທົ່ວໄປ ແທນທີ່ຈະປ່ອຍໃຫ້ພວກເຂົາສະແດງທາດແທ້ຂອງພວກເຂົາອອກມາເທື່ອລະຄົນ (ຍ້ອນໂດຍທົ່ວໄປແລ້ວ ພວກຜີສາດແມ່ນຄືກັນໝົດ ແລະ ມັນພຽງພໍທີ່ຈະເລືອກເອົາບາງໂຕເທົ່ານັ້ນເພື່ອເປັນຕົວຢ່າງ). ບຸດຊາຍກົກຂອງເຮົາທັງໝົດແມ່ນມີຄວາມຊັດເຈນໃນໃຈຂອງພວກເຂົາ ແລະ ບໍ່ຈໍາເປັນຕ້ອງໃຫ້ເຮົາອະທິບາຍ (ເພາະໃນເວລາທີ່ນັດໝາຍ
- [ບົດທີ 95](https://lo.kingdomsalvation.org/ninety-fifth-utterance.html) - ຜູ້ຄົນຈິນຕະນາການວ່າທຸກສິ່ງງ່າຍດາຍຢ່າງທີ່ສຸດ, ເມື່ອໃນຄວາມເປັນຈິງແລ້ວ ສິ່ງນີ້ບໍ່ແມ່ນຄວາມຈິງ. ມີຄວາມລຶກລັບທີ່ລີ້ລັບຢູ່ພາຍໃນທຸກສິ່ງ ພ້ອມທັງສະຕິປັນຍາຂອງເຮົາ ແລະ ການຈັດແຈງຂອງເຮົາ. ບໍ່ມີລາຍລະອຽດໃດທີ່ຈະຖືກເບິ່ງຂ້າມ ແລະ ທຸກສິ່ງຖືກຈັດແຈງໂດຍເຮົາເອງ. ການພິພາກສາຂອງມື້ທີ່ຍິ່ງໃຫຍ່ເກີດຂຶ້ນຕໍ່ທຸກຄົນທີ່ບໍ່ຮັກເຮົາຢ່າງຈິງໃຈ (ໃຫ້ຈື່ໄວ້ວ່າ ການພິພາກສາຂອງມື້ທີ່ຍິ່ງໃຫຍ່ແມ່ນແນໃສ່ທຸກຄົນທີ່ໄດ້ຮັບນາມນີ້) ແລະ ເຮັດໃຫ້ພວກເຂົາຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ສຽງຮ້ອງໄຫ້ຄໍ່າຄວນມາຈາກດິນແດນມໍລະນາ ແລະ ມາຈາກນະຮົກ; ມັນບໍ່ແມ່ນຜູ້ຄົນທີ່ຮ້ອງໄຫ້, ແຕ່ເປັນມານຮ້າຍ. ມັນຄືການພິພາກສາຂອງເຮົາທີ່ນໍາການຮ້ອງໄຫ້ນີ້ມາ, ທີ່ນໍາຄວາມລອດພົ້ນສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາມາໃຫ້ແກ່ຜູ້ຄົນ. ເຮົາເຄີຍຕັ້ງຄວາມຫວັງບາງຢ່າງໄວ້ກັບບາງຄົນ. ແຕ່ເມື່ອຫຼຽວເບິ່ງໃນຕອນນີ້, ເຮົາຕ້ອງປະຖິ້ມຄົນເຫຼົ່ານີ້ເທື່ອລະຄົນ, ຍ້ອນນີ້ແມ່ນຂັ້ນຕອນທີ່ພາລະກິດຂອງເຮົາໄດ້ໄປເຖິງ ແລະ ນີ້ແມ່ນສິ່ງທີ່ບໍ່ມີຜູ້ໃດສາມາດປ່ຽນແປງໄດ້. ທຸກຄົນທີ່ບໍ່ແມ່ນລູກຊາຍກົກຂອງເຮົາ ຫຼື ປະຊາຊົນຂອງເຮົາຕ້ອງຖືກປະຖິ້ມ ແລະ ຕ້ອງໜີໄປຈາກເຮົາ! ເຈົ້າຕ້ອງເຂົ້າໃຈວ່າ ໃນປະເທດຈີນ ນອກຈາກລູກຊາຍກົກຂອງເຮົາ ແລະ ປະຊາຊົນຂອງເຮົາ, ທຸກຄົນທີ່ເຫຼືອເປັນລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່ ແລະ ຕ້ອງຖືກປະຖິ້ມ. ພວກເຈົ້າທຸກຄົນຕ້ອງເຂົ້າໃຈ, ໃນທີ່ສຸດແລ້ວ ປະເທດຈີນກໍເປັນຊົນຊາດທີ່ຖືກເຮົາສາບແຊ່ງ ແລະ ປະຊາຊົນຂອງເຮົາສອງສາມຄົນກໍເປັນພຽງຄົນທີ່ໃຫ້ບໍລິການແກ່ພາລະກິດຂອງເຮົາໃນອະນາຄົດ. ເວົ້າອີກຢ່າງໜຶ່ງກໍຄື ນອກຈາກລູກຊາຍກົກຂອງເຮົາ ບໍ່ແມ່ນຜູ້ໃດອີກ ນັ້ນກໍຄື ພວກເຂົາທຸກຄົນຕ້ອງຈິບຫາຍ. ຢ່າຄິດວ່າ ເຮົາຮຸນແຮງເກີນໄປໃນການກະທຳຂອງເຮົາ
- [ບົດທີ 94](https://lo.kingdomsalvation.org/ninety-fourth-utterance.html) - ເຮົາກັບຄືນສູ່ຊີໂອນພ້ອມກັບລູກຊາຍກົກຂອງເຮົາ, ພວກເຈົ້າເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທຳເຫຼົ່ານີ້ແທ້ໆບໍ? ດັ່ງທີ່ເຮົາໄດ້ເຕືອນພວກເຈົ້າຄັ້ງແລ້ວຄັ້ງເລົ່າ, ເຮົາຕ້ອງການໃຫ້ພວກເຈົ້າເຕີບໃຫຍ່ຂຶ້ນໂດຍໄວ ແລະ ປົກຄອງຮ່ວມກັບເຮົາ. ພວກເຈົ້າຈື່ບໍ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວຂ້ອງໂດຍກົງກັບການບັງເກີດເປັນມະນຸດຂອງເຮົາ: ຈາກຊີໂອນ, ເຮົາໄດ້ມາສູ່ໂລກໃນເນື້ອໜັງ ເພື່ອຮັບເອົາຄົນກຸ່ມໜຶ່ງທີ່ເປັນຈິດໜຶ່ງໃຈດຽວກັນກັບເຮົາຜ່ານເນື້ອໜັງ ແລະ ເມື່ອເປັນດັ່ງນັ້ນ, ເຮົາຈະກັບຄືນສູ່ຊີໂອນ. ນີ້ໝາຍຄວາມວ່າພວກເຮົາຍັງຈຳເປັນຕ້ອງກັບຄືນຈາກເນື້ອໜັງສູ່ຮ່າງກາຍເດີມ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງ “ການກັບຄືນສູ່ຊີໂອນ”. ນີ້ຍັງແມ່ນຄວາມໝາຍທີ່ແທ້ຈິງ ແລະ ຈຸດສຳຄັນຂອງແຜນການຄຸ້ມຄອງທັງໝົດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ມັນແມ່ນພາກສ່ວນທີ່ສຳຄັນທີ່ສຸດຂອງແຜນການຄຸ້ມຄອງຂອງເຮົາ ເຊິ່ງບໍ່ມີໃຜສາມາດກີດຂວາງໄດ້ ແລະ ເຊິ່ງຈະບັນລຸໄດ້ທັນທີ. ເມື່ອຢູ່ໃນເນື້ອໜັງ, ຄົນໆໜຶ່ງບໍ່ສາມາດໂຍນຖິ້ມແນວຄິດ ແລະ ຄວາມຄິດຂອງມະນຸດໄດ້ ແລະ ແຮງໄກທີ່ຄົນໆນັ້ນຈະສາມາດໂຍນຖິ້ມອາກາດເທິງໂລກ ຫຼື ໂຍນຖິ້ມຂີ້ຝຸ່ນໄດ້ ແລະ ຄົນໆນັ້ນຈະເປັນດິນໜຽວຢູ່ສະເໝີ; ມີພຽງແຕ່ໃນຮ່າງກາຍເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດມີສິດຊື່ນຊົມພອນໄດ້. ພອນແມ່ນຫຍັງ? ພວກເຈົ້າຈື່ບໍ? ໃນເນື້ອໜັງ, ບໍ່ມີການຄຳນຶງເຖິງພອນໃດໆ, ດັ່ງນັ້ນ ເສັ້ນທາງຈາກເນື້ອໜັງສູ່ຮ່າງກາຍເປັນເສັ້ນທາງດຽວທີ່ລູກຊາຍກົກທຸກຄົນຕ້ອງປະຕິບັດຕາມ. ໃນເນື້ອໜັງ, ເຈົ້າຖືກກົດຂີ່ ແລະ ຖືກຂົ່ມເຫັງໂດຍມັງກອນແດງຜູ້ຍິ່ງໃຫຍ່ (ເຊິ່ງເປັນຍ້ອນເຈົ້າບໍ່ມີລິດອຳນາດ ແລະ ບໍ່ໄດ້ຮັບສະຫງ່າລາສີ), ແຕ່ໃນຮ່າງກາຍ ມັນຈະແຕກຕ່າງກັນຫຼາຍ ແລະ ເຈົ້າຈະພາກພູມໃຈ
- [ບົດທີ 93](https://lo.kingdomsalvation.org/ninety-third-utterance.html) - ຄວາມຈິງໄດ້ສຳເລັດລົງຕໍ່ໜ້າຕໍ່ຕາຜູ້ຄົນ ແລະ ທຸກສິ່ງໄດ້ສຳເລັດລົງແລ້ວ; ພາລະກິດຂອງເຮົາດໍາເນີນໄປໄວຂຶ້ນ ແລະ ສູງຂຶ້ນຄືກັບຈະຫຼວດທີ່ຖືກຍິງຂຶ້ນເທິງຟ້າ. ບໍ່ມີໃຜເຄີຍຄາດຄິດສິ່ງນີ້ມາກ່ອນເລີຍ. ພາຍຫຼັງທີ່ສິ່ງຕ່າງໆເກີດຂຶ້ນເທົ່ານັ້ນ ພວກເຈົ້າຈິ່ງຈະເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງເຮົາ. ບໍ່ມີຂໍ້ຍົກເວັ້ນສຳລັບລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ພວກເຂົາຕ້ອງຖືກເຮັດໃຫ້ເປັນພະຍານເຖິງການກະທຳອັນໜ້າອັດສະຈັນຂອງເຮົາດ້ວຍຕາຂອງພວກເຂົາເອງ. ຢ່າຄິດວ່າເຮົາຈະບໍ່ປະຖິ້ມເຈົ້າ ຍ້ອນເຈົ້າໝັ້ນໃຈໃນຕົວເຮົາຫຼັງຈາກທີ່ໄດ້ເຫັນການກະທຳຂອງເຮົາ. ມັນບໍ່ໄດ້ງ່າຍປານນັ້ນ! ແນ່ນອນ ເຮົາຈະເຮັດໃຫ້ພຣະທໍາທີ່ເຮົາກ່າວ ແລະ ເຫດການຕ່າງໆທີ່ເຮົາໄດ້ຕັດສິນໃຈເຮັດເກີດເປັນຈິງ ແລະ ພວກມັນຈະບໍ່ກັບມາຫາເຮົາໂດຍວ່າງເປົ່າ. ໃນປະເທດຈີນ, ນອກຈາກຊົນເຜົ່າກຸ່ມນ້ອຍທີ່ເປັນລູກຊາຍກົກຂອງເຮົາ ມີໜ້ອຍຄົນທີ່ເປັນຄົນຂອງເຮົາ. ດັ່ງນັ້ນ ມື້ນີ້ເຮົາກ່າວກັບພວກເຈົ້າ (ລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່ທີ່ໄດ້ຂົ່ມເຫັງເຮົາຢ່າງໂຫດຮ້າຍທີ່ສຸດ) ຢ່າງແຈ່ມແຈ້ງວ່າ ພວກເຈົ້າຕ້ອງບໍ່ຢຶດຕິດກັບຄວາມຫວັງອັນຍິ່ງໃຫຍ່ໃດໆ ເພາະວ່າຈຸດສຸມຂອງພາລະກິດຂອງເຮົາ (ນັບແຕ່ການຊົງສ້າງໂລກ) ໄດ້ສຸມໃສ່ກັບບັນດາລູກຊາຍກົກຂອງເຮົາ ແລະ ນອກຈາກປະເທດຈີນກໍຍັງມີອີກສອງສາມປະເທດອີກດ້ວຍ. ດ້ວຍເຫດນີ້, ເຈດຕະນາຂອງເຮົາຈະບັນລຸຜົນເມື່ອລູກຊາຍກົກຂອງເຮົາເຕີບໃຫຍ່ຂຶ້ນ. (ເມື່ອລູກຊາຍກົກຂອງເຮົາໃຫຍ່ຂຶ້ນ ທຸກສິ່ງຈະສຳເລັດລົງ ຍ້ອນວ່າວຽກງານໃນຕໍ່ໜ້າໄດ້ຖືກມອບໝາຍໃຫ້ແກ່ພວກເຂົາແລ້ວ). ປັດຈຸບັນນີ້ ເຮົາອະນຸຍາດໃຫ້ຄົນເຫຼົ່ານີ້ເຫັນສ່ວນໜຶ່ງຂອງການກະທຳອັນໜ້າອັດສະຈັນຂອງເຮົາ ເພື່ອພຽງເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ໄດ້ຮັບຄວາມອັບອາຍ. ຄົນເຫຼົ່ານີ້ແມ່ນບໍ່ສາມາດມີຄວາມສຸກໄດ້, ແຕ່ພວກເຂົາພຽງດີໃຈທີ່ໄດ້ໃຫ້ການບໍລິການແກ່ເຮົາເທົ່ານັ້ນ. ພວກເຂົາບໍ່ມີທາງເລືອກ ເພາະວ່າເຮົາມີກົດບັນຍັດແຫ່ງການບໍລິຫານ ແລະ ບໍ່ມີໃຜກ້າລະເມີດມັນ. ບັດນີ້ເຮົາຈະສົນທະນາກ່ຽວກັບບາງສະຖານະການທີ່ກ່ຽວຂ້ອງກັບການມາຂອງຄົນຕ່າງຊາດ ເພື່ອວ່າພວກເຈົ້າຈະໄດ້ຮູ້ລ່ວງໜ້າ, ກຽມທຸກຢ່າງໃຫ້ຖືກຕ້ອງເພື່ອເປັນພະຍານຕໍ່ນາມຂອງເຮົາ ແລະ ໄປຢືນຢູ່ເໜືອພວກເຂົາ ແລະ ປົກຄອງພວກເຂົາ.
- [ບົດທີ 91](https://lo.kingdomsalvation.org/ninety-first-utterance.html) - ພຣະວິນຍານຂອງເຮົາກ່າວ ແລະ ເປັ່ງສຽງຂອງເຮົາຢູ່ຢ່າງສະໝໍ່າສະເໝີ, ມີຈັກຄົນທ່າມກາງພວກເຈົ້າທີ່ສາມາດຮູ້ຈັກເຮົາໄດ້? ເປັນຫຍັງເຮົາຈຶ່ງຕ້ອງກາຍເປັນເນື້ອໜັງ ແລະ ມາຢູ່ທ່າມກາງພວກເຈົ້າ? ນີ້ແມ່ນຄວາມລຶກລັບທີ່ຍິ່ງໃຫຍ່. ພວກເຈົ້າຄິດເຖິງເຮົາ ແລະ ປາຖະໜາເຮົາໝົດມື້ ແລະ ເຈົ້າສັນລະເສີນເຮົາ, ຊື່ນຊົມເຮົາ, ກິນ ແລະ ດື່ມຈາກເຮົາທຸກໆມື້, ແຕ່ມື້ນີ້ ພວກເຈົ້າຍັງບໍ່ຮູ້ຈັກເຮົາ. ພວກເຈົ້າຊ່າງບໍ່ມີຄວາມຮູ້ ແລະ ຕາບອດແທ້! ພວກເຈົ້າຊ່າງຮູ້ຈັກເຮົາໜ້ອຍແທ້! ມີຈັກຄົນໃນພວກເຈົ້າທີ່ສາມາດຄຳນຶງເຖິງເຈດຕະນາຂອງເຮົາ? ນັ້ນກໍຄື ມີຈັກຄົນໃນພວກເຈົ້າທີ່ສາມາດຮູ້ຈັກເຮົາໄດ້? ພວກເຈົ້າທຸກຄົນລ້ວນແລ້ວແຕ່ເປັນຄົນປະເພດທີ່ຊົ່ວຮ້າຍ, ແຕ່ພວກເຈົ້າກໍຍັງຕ້ອງການເຮັດຕາມເຈດຕະນາຂອງເຮົາບໍ? ລືມໄປເສຍ! ເຮົາຂໍບອກເຈົ້າວ່າ: ບໍ່ວ່າການກະທຳຂອງຊາຕານຈະດີພຽງໃດ, ພວກມັນແມ່ນມີເຈດຕະນາເພື່ອທຳລາຍການກໍ່ສ້າງຂອງເຮົາ ແລະ ເພື່ອຂັດຂວາງການຄຸ້ມຄອງຂອງເຮົາ. ບໍ່ວ່າການກະທຳຂອງມັນຈະດີພຽງໃດກໍຕາມ, ທາດແທ້ຂອງມັນກໍບໍ່ປ່ຽນແປງ, ມັນທ້າທາຍເຮົາ. ເພາະສະນັ້ນ, ຫຼາຍຄົນຈຶ່ງຖືກມືຂອງເຮົາໂຈມຕີໂດຍບໍ່ຮູ້ຕົວ ແລະ ຖືກຂັບໄລ່ອອກຈາກຄອບຄົວຂອງເຮົາໂດຍບໍ່ຮູ້ຕົວ. ປັດຈຸບັນນີ້, ບໍ່ມີແມ່ນແຕ່ສິ່ງດຽວ (ບໍ່ວ່າໃຫຍ່ ຫຼື ນ້ອຍ) ທີ່ຖືກປັ້ນແຕ່ງໂດຍມະນຸດ; ທັງໝົດຢູ່ໃນມືຂອງເຮົາ. ຖ້າບາງຄົນເວົ້າວ່າທຸກສິ່ງຢູ່ພາຍໃຕ້ການຄວບຄຸມຂອງມະນຸດ, ແລ້ວເຮົາກໍຈະເວົ້າວ່າ ເຈົ້າທ້າທາຍເຮົາ ແລະ ແນ່ນອນ ເຮົາຈະຂ້ຽນຕີເຈົ້າຢ່າງຮຸນແຮງ ແລະ
- [ບົດທີ 90](https://lo.kingdomsalvation.org/ninetieth-utterance.html) - ທຸກຄົນທີ່ຕາບອດຕ້ອງອອກຈາກເຮົາໄປ ແລະ ຕ້ອງບໍ່ຢູ່ດົນກວ່ານີ້, ສຳລັບຜູ້ທີ່ເຮົາຕ້ອງການແມ່ນຜູ້ທີ່ສາມາດຮູ້ຈັກເຮົາ, ຜູ້ທີ່ສາມາດເຫັນເຮົາ ແລະ ຜູ້ທີ່ສາມາດໄດ້ຮັບທຸກສິ່ງຈາກເຮົາ. ແລ້ວໃຜຈະສາມາດໄດ້ຮັບທຸກສິ່ງຈາກເຮົາແທ້ໆ? ແນ່ນອນທີ່ສຸດວ່າມີຄົນປະເພດນີ້ໜ້ອຍຫຼາຍ ແລະ ພວກເຂົາຈະໄດ້ຮັບພອນຂອງເຮົາຢ່າງແນ່ນອນ. ເຮົາຮັກຄົນເຫຼົ່ານີ້ ແລະ ເຮົາຈະເລືອກເອົາພວກເຂົາເທື່ອລະຄົນໃຫ້ເປັນມືຂວາຂອງເຮົາ, ເປັນການສະແດງອອກຂອງເຮົາ. ເຮົາຈະເຮັດໃຫ້ທຸກຊົນຊາດ ແລະ ທຸກຄົນສັນລະເສີນເຮົາຢ່າງບໍ່ຢຸດເຊົາ, ເຊີດຊູຕໍ່ໄປເລື້ອຍໆເພື່ອເຫັນແກ່ຄົນເຫຼົ່ານີ້. ໂອ ພູຊີໂອນເອີຍ! ຈົ່ງຍົກແຜ່ນປ້າຍແຫ່ງໄຊຊະນະຂຶ້ນ ແລະ ເຊີດຊູເຮົາ! ຍ້ອນວ່າເຮົາໄປທົ່ວຈັກກະວານ ແລະ ຈົນສຸດປາຍແຜ່ນດິນໂລກ, ປົກຄຸມທຸກມຸມຂອງພູ, ແມ່ນ້ຳ ແລະ ທຸກສິ່ງ ກ່ອນທີ່ຈະກັບມານີ້ອີກຄັ້ງ. ເຮົາກັບມາຢ່າງມີໄຊພ້ອມດ້ວຍຄວາມຊອບທຳ, ການພິພາກສາ, ຄວາມໂກດຮ້າຍ ແລະ ການເຜົາໄໝ້ ແລະ ຍິ່ງໄປກວ່ານັ້ນແມ່ນພ້ອມກັບລູກຊາຍກົກຂອງເຮົາ. ທຸກສິ່ງທີ່ເຮົາກຽດຊັງ ແລະ ທຸກຄົນ, ທຸກເລື່ອງ ແລະ ວັດຖຸທີ່ເຮົາລັງກຽດ, ເຮົາກໍໂຍນຖິ້ມໄປໄກໆ. ເຮົາມີໄຊຊະນະ ແລະ ເຮົາສຳເລັດທຸກສິ່ງທີ່ເຮົາຕ້ອງການກະທຳ. ໃຜກ້າເວົ້າວ່າເຮົາບໍ່ໄດ້ສຳເລັດພາລະກິດຂອງເຮົາ? ໃຜກ້າເວົ້າວ່າເຮົາບໍ່ໄດ້ຮັບລູກຊາຍກົກຂອງເຮົາ? ໃຜກ້າເວົ້າວ່າເຮົາບໍ່ໄດ້ກັບຄືນມາພ້ອມກັບໄຊຊະນະ? ຄົນເຊັ່ນນັ້ນແມ່ນພັກພວກຂອງຊາຕານຢ່າງແນ່ນອນ; ພວກເຂົາແມ່ນຜູ້ທີ່ຍາກຈະໄດ້ຮັບການອະໄພໂທດຈາກເຮົາ. ພວກເຂົາຕາບອດ,
- [ບົດທີ 89](https://lo.kingdomsalvation.org/eighty-ninth-utterance.html) - ມັນບໍ່ງ່າຍທີ່ຈະເຮັດທຸກສິ່ງໃຫ້ສອດຄ່ອງກັບຄວາມຕັ້ງໃຈຂອງເຮົາ; ມັນບໍ່ແມ່ນເລື່ອງການບັງຄັບຕົວເຈົ້າເອງໃຫ້ທຳທ່າເຮັດ; ແຕ່ກົງກັນຂ້າມ ມັນຂຶ້ນຢູ່ກັບວ່າເຮົາໄດ້ສະໜອງໃຫ້ເຈົ້າດ້ວຍຄວາມສາມາດຂອງເຮົາກ່ອນການສ້າງໂລກ ຫຼື ບໍ່. ທຸກສິ່ງເຫຼົ່ານີ້ແມ່ນຂຶ້ນຢູ່ກັບເຮົາ. ພວກມັນບໍ່ແມ່ນສິ່ງທີ່ມະນຸດສາມາດເຮັດສໍາເລັດໄດ້. ເຮົາຮັກຜູ້ທີ່ເຮົາປາດຖະໜາທີ່ຈະຮັກ ແລະ ໃຜກໍຕາມທີ່ເຮົາກ່າວວ່າແມ່ນລູກຊາຍກົກ ແນ່ນອນວ່າຄົນນັ້ນກໍຄືລູກຊາຍກົກ. ສິ່ງນັ້ນຖືກຕ້ອງຢ່າງແນ່ນອນ! ເຈົ້າອາດຢາກຈະທຳທ່າເຮັດ ແຕ່ໃນການເຮັດແບບນັ້ນຈະບໍ່ມີປະໂຫຍດຫຍັງ! ເຈົ້າຄິດວ່າເຮົາບໍ່ສາມາດຮູ້ຈັກເຈົ້າໃນສິ່ງທີ່ເຈົ້າເປັນບໍ? ມັນດີພໍສໍາລັບເຈົ້າແລ້ວບໍທີ່ພຽງແຕ່ສະແດງພຶດຕິກໍາທີ່ດີບາງຢ່າງເມື່ອຢູ່ຕໍ່ໜ້າເຮົາ? ມັນງ່າຍປານນັ້ນບໍ? ແນ່ນອນວ່າບໍ່; ເຈົ້າຕ້ອງມີຄຳສັນຍາຂອງເຮົາ ແລະ ເຈົ້າຕ້ອງມີການກຳນົດໄວ້ລ່ວງໜ້າຂອງເຮົາ. ເຈົ້າຄິດວ່າເຮົາບໍ່ຮູ້ວ່າເຈົ້າເຮັດຫຍັງຢູ່ລັບຫຼັງເຮົາບໍ? ເຈົ້າຊົ່ວຊ້າຫຼາຍ! ຫຼັງຈາກການບໍລິການຂອງເຈົ້າສໍາລັບເຮົາສິ້ນສຸດລົງ ກໍຈົ່ງຟ້າວກັບໄປສູ່ທະເລໄຟ ແລະ ມາດ! ເຮົາເບື່ອໜ່າຍ; ເຮົາເຕັມປ່ຽມດ້ວຍຄວາມກຽດຊັງເມື່ອເຫັນເຈົ້າ. ທຸກການບໍລິການເພື່ອເຮົາ, ທຸກຄົນທີ່ບໍ່ຊື່ສັດໃນການສະຫຼະຕົນເອງເພື່ອເຮົາ, ທຸກຄົນທີ່ເຮັດຜິດສິນລະທຳ ແລະ ບໍ່ມີລະບຽບວິໄນ ແລະ ທຸກຄົນທີ່ບໍ່ສາມາດເຂົ້າໃຈເຈດຕະນາຂອງເຮົາ; ຫຼັງຈາກການບໍລິການຂອງພວກເຈົ້າສິ້ນສຸດລົງ ກໍຈົ່ງຮີບໜີໄປໃຫ້ພົ້ນສາຍຕາເຮົາ! ບໍ່ດັ່ງນັ້ນ ເຮົາຈະເຕະເຈົ້າອອກໄປ! ຄົນເຫຼົ່ານີ້ບໍ່ສາມາດຢູ່ໃນເຮືອນຂອງເຮົາໄດ້ (ນັ້ນກໍຄື ຄຣິສຕະຈັກ) ແມ່ນແຕ່ວິນາທີດຽວ. ພວກເຂົາຕ້ອງໜີອອກຈາກບ່ອນນີ້ ເພື່ອຈະບໍ່ໄດ້ນຳເອົາຄວາມອັບອາຍມາສູ່ນາມຂອງເຮົາ ແລະ ທຳລາຍຊື່ສຽງຂອງເຮົາ. ຄົນເຫຼົ່ານີ້ແມ່ນລູກຫຼານຂອງມັງກອນແດງໃຫຍ່ທັງໝົດ; ພວກເຂົາໄດ້ຖືກມັງກອນແດງໃຫຍ່ສົ່ງມາເພື່ອຂັດຂວາງການຄຸ້ມຄອງຂອງເຮົາ. ພວກເຂົາຊ່ຽວຊານໃນການຫຼອກລວງ ເພື່ອຂັດຂວາງພາລະກິດຂອງເຮົາ. ລູກຊາຍຂອງເຮົາເອີຍ! ເຈົ້າຕ້ອງເບິ່ງຜ່ານສິ່ງນີ້!
- [ບົດທີ 88](https://lo.kingdomsalvation.org/eighty-eighth-utterance.html) - ຜູ້ຄົນບໍ່ສາມາດຈິນຕະນາການຂອບເຂດທີ່ບາດຍ່າງຂອງເຮົາກ້າວໄວຂຶ້ນແທ້ໆ: ນີ້ແມ່ນຄວາມອັດສະຈັນທີ່ໄດ້ເກີດຂຶ້ນເຊິ່ງມະນຸດບໍ່ສາມາດຢັ່ງຮູ້ໄດ້. ບາດຍ່າງຂອງເຮົາໄດ້ສືບຕໍ່ນັບຕັ້ງແຕ່ການເນລະມິດສ້າງໂລກ ແລະ ພາລະກິດຂອງເຮົາບໍ່ເຄີຍຢຸດເຊົາ. ຈັກກະວານໂລກທັງມວນປ່ຽນແປງຈາກມື້ສູ່ມື້ ແລະ ຜູ້ຄົນກໍປ່ຽນແປງຢ່າງສະໝໍ່າສະເໝີເຊັ່ນກັນ. ສິ່ງເຫຼົ່ານີ້ແມ່ນສ່ວນທັງໝົດຂອງພາລະກິດຂອງເຮົາ, ສ່ວນທັງໝົດຂອງແຜນການຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ພວກມັນຢູ່ໃນການຄຸ້ມຄອງຂອງເຮົາ ແລະ ບໍ່ມີມະນຸດຄົນໃດຮູ້ ຫຼື ເຂົ້າໃຈສິ່ງເຫຼົ່ານີ້. ມີແຕ່ເມື່ອເຮົາບອກພວກເຈົ້າດ້ວຍຕົວເຮົາເອງເທົ່ານັ້ນ, ມີແຕ່ເມື່ອເຮົາສື່ສານກັບພວກເຈົ້າຕໍ່ໜ້າເທົ່ານັ້ນ ພວກເຈົ້າຈຶ່ງຈະຮູ້ແມ່ນແຕ່ສ່ວນທີ່ນ້ອຍທີ່ສຸດ; ບໍ່ດັ່ງນັ້ນ ກໍຈະບໍ່ມີໃຜແທ້ໆທີ່ສາມາດມີແນວຄິດກ່ຽວກັບແຜນຜັງສຳລັບແຜນການຂອງເຮົາ. ສິ່ງດັ່ງກ່າວອຳນາດອັນຍິ່ງໃຫຍ່ຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ສິ່ງດັ່ງກ່າວຄືການກະທຳທີ່ໜ້າອັດສະຈັນຂອງເຮົາ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ບໍ່ມີໃຜສາມາດປ່ຽນແປງໄດ້. ສະນັ້ນ, ສິ່ງທີ່ເຮົາເວົ້າໃນມື້ນີ້ເປັນໄປ ແລະ ສິ່ງນີ້ກໍ່ບໍ່ສາມາດປ່ຽນແປງໄດ້. ແນວຄິດຂອງມະນຸດບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບເຮົາ, ພວກມັນທັງໝົດເປັນພຽງການເວົ້າຫຼິ້ນເວົ້າຫົວທີ່ໄຮ້ສາລະ! ຢ່າຄິດວ່າເຈົ້າມີພຽງພໍແລ້ວ ຫຼື ເຈົ້າພໍໃຈແລ້ວ! ເຮົາຂໍບອກເຈົ້າວ່າ: ເຈົ້າຍັງຕ້ອງກ້າວໄປອີກໄກ! ຈາກແຜນການຄຸ້ມຄອງທັງໝົດຂອງເຮົາ, ພວກເຈົ້າຮູ້ແຕ່ຮູ້ໜ້ອຍດຽວ, ດັ່ງນັ້ນ ພວກເຈົ້າຕ້ອງຟັງສິ່ງທີ່ເຮົາເວົ້າ ແລະ ເຮັດສິ່ງໃດກໍຕາມທີ່ເຮົາບອກໃຫ້ພວກເຈົ້າເຮັດ. ຈົ່ງເຮັດຕາມຄວາມປາຖະໜາຂອງເຮົາໃນທຸກສິ່ງ ແລະ ເຈົ້າຈະໄດ້ຮັບພອນຂອງເຮົາຢ່າງແນ່ນອນ; ໃຜກໍຕາມທີ່ເຊື່ອກໍສາມາດໄດ້ຮັບ, ໃນຂະນະທີ່ຜູ້ໃດທີ່ບໍ່ເຊື່ອກໍຈະມີ “ຄວາມວ່າງເປົ່າ” ທີ່ພວກເຂົາຈິນຕະນາການໄວ້ ເຊິ່ງເກີດເປັນຈິງໃນຕົວພວກເຂົາ. ນີ້ແມ່ນຄວາມຊອບທຳຂອງເຮົາ ແລະ ຍິ່ງໄປກວ່ານັ້ນກໍແມ່ນເດຊານຸພາບຂອງເຮົາ,
- [ບົດທີ 87](https://lo.kingdomsalvation.org/eighty-seventh-utterance.html) - ເຈົ້າຕ້ອງກ້າວໂດຍໄວ ແລະ ເຮັດສິ່ງທີ່ເຮົາຕ້ອງການເຮັດສໍາເລັດ. ນີ້ແມ່ນຄວາມປະສົງອັນແຮງກ້າຂອງເຮົາຕໍ່ພວກເຈົ້າ. ເປັນໄປໄດ້ບໍວ່າ ແມ່ນແຕ່ຕອນນີ້ ພວກເຈົ້າກໍຍັງບໍ່ທັນເຂົ້າໃຈຄວາມໝາຍຂອງພຣະທໍາຂອງເຮົາ? ເປັນໄປໄດ້ບໍທີ່ເຈົ້າຍັງບໍ່ຮູ້ເຈດຕະນາຂອງເຮົາ? ເຮົາໄດ້ເວົ້າຊັດເຈນຂຶ້ນ ແລະ ໄດ້ເວົ້າຫຼາຍຂຶ້ນ ແລະ ຫຼາຍຂຶ້ນ ແຕ່ພວກເຈົ້າຍັງບໍ່ໄດ້ພະຍາຍາມເຂົ້າໃຈຄວາມໝາຍຂອງພຣະທໍາຂອງເຮົາເລີຍບໍ? ຊາຕານເອີຍ, ຢ່າຄິດວ່າ ເຈົ້າຈະສາມາດທໍາລາຍແຜນການຂອງເຮົາໄດ້! ຜູ້ທີ່ເຮັດການບໍລິການໃຫ້ຊາຕານ ກໍຄືລູກຫຼານຂອງຊາຕານ (ນີ້ໝາຍເຖິງຜູ້ທີ່ຖືກຊາຕານຄອບງຳ. ສະນັ້ນ ຜູ້ທີ່ຖືກຊາຕານຄອບງຳຈະມີຊີວິດຂອງຊາຕານຢ່າງແນ່ນອນ ແລະ ດ້ວຍເຫດນັ້ນຈິ່ງຖືກເອີ້ນວ່າ ເປັນລູກຫຼານຂອງຊາຕານ) ຂາບຕີນເຮົາວິງວອນຮ້ອງຂໍຄວາມເມດຕາ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ແນວໃດກໍຕາມ ເຮົາຈະບໍ່ເຮັດໃນສິ່ງທີ່ໂງ່ຈ້າເຊັ່ນນັ້ນ! ເຮົາສາມາດໃຫ້ອະໄພໃຫ້ຊາຕານໄດ້ບໍ? ເຮົາສາມາດນໍາເອົາຄວາມລອດພົ້ນມາສູ່ຊາຕານໄດ້ບໍ? ມັນເປັນໄປບໍ່ໄດ້! ເຮົາເຮັດໃນສິ່ງທີ່ເຮົາເວົ້າ ແລະ ເຮົາບໍ່ເຄີຍເສຍໃຈເລີຍ! ແມ່ນຫຍັງກໍຕາມທີ່ເຮົາເວົ້າຈະກາຍເປັນຈິງ, ບໍ່ແມ່ນບໍ? ປານນັ້ນກໍ່ດີ, ພວກເຈົ້າກໍຍັງບໍ່ໄວ້ວາງໃຈເຮົາ, ສົງໄສພຣະທໍາຂອງເຮົາ ແລະ ຄິດວ່າເຮົາກໍາລັງເວົ້າຫຼິ້ນກັບພວກເຈົ້າຢູ່. ຈັ່ງແມ່ນເປັນຕາຫົວຂວັນແທ້ໆ. ເຮົາຄືພຣະເຈົ້າ! ເຈົ້າເຂົ້າໃຈບໍ? ເຮົາຄືພຣະເຈົ້າ! ຖ້າເຮົາບໍ່ມີສະຕິປັນຍາ ແລະ ອໍານາດ, ເຮົາຈະສາມາດເຮັດ ແລະ ເວົ້າຕາມໃຈເຮົາໄດ້ບໍ? ແຕ່ເຈົ້າຍັງບໍ່ໄວ້ວາງໃຈເຮົາ.
- [ບົດທີ 86](https://lo.kingdomsalvation.org/eighty-sixth-utterance.html) - ຜູ້ຄົນເວົ້າວ່າເຮົາແມ່ນພຣະເຈົ້າຜູ້ມີຄວາມເມດຕາ; ພວກເຂົາເວົ້າວ່າເຮົາຈະນໍາຄວາມລອດພົ້ນມາສູ່ທຸກສິ່ງທີ່ເຮົາສ້າງ. ສິ່ງເຫຼົ່ານີ້ລ້ວນຖືກກ່າວຕາມຄວາມຄິດຂອງມະນຸດ. ນັ້ນກໍຄື ເຮົາຄືພຣະເຈົ້າຜູ້ມີຄວາມເມດຕາ ແມ່ນເວົ້າເຖິງລູກຊາຍກົກຂອງເຮົາ ແລະ ເຮົາຈະນໍາເອົາຄວາມລອດພົ້ນມາສູ່ທຸກສິ່ງທີ່ໄດ້ກ່າວໄວ້ກັບລູກຊາຍກົກ ແລະ ປະຊາຊົນຂອງເຮົາ. ຍ້ອນວ່າ ເຮົາຄືພຣະເຈົ້າທີ່ສະຫຼາດ, ມັນຊັດເຈນ, ໃນໃຈຂອງເຮົາ ແມ່ນໃຜທີ່ເຮົາຮັກ ແລະ ໃຜທີ່ເຮົາຊັງ. ສຳລັບບັນດາຜູ້ທີ່ເຮົາຮັກ, ເຮົາຈະຮັກເຂົາສະເໝີໄປຈົນເຖິງທີ່ສຸດ ແລະ ຄວາມຮັກນັ້ນຈະບໍ່ມີວັນປ່ຽນແປງ. ສຳລັບບັນດາຜູ້ທີ່ເຮົາຊັງ, ເຮົາຈະບໍ່ສົນໃຈແມ່ນແຕ່ໜ້ອຍດຽວ ບໍ່ວ່າເຂົາຈະປະພຶດດີປານໃດກໍຕາມ. ນີ້ກໍຍ້ອນວ່າພວກເຂົາບໍ່ໄດ້ເກີດມາຈາກເຮົາ ແລະ ບໍ່ໄດ້ມີຄວາມສາມາດຂອງເຮົາ ຫຼື ຊີວິດຂອງເຮົາ. ເວົ້າອີກຢ່າງກໍຄື ພວກເຂົາບໍ່ໄດ້ຖືກກຳນົດໄວ້ລ່ວງໜ້າ ແລະ ບໍ່ໄດ້ຖືກເລືອກໂດຍເຮົາ ຍ້ອນວ່າເຮົາບໍ່ມີຄວາມຜິດພາດ. ນັ້ນກໍຄື ທຸກສິ່ງທີ່ເຮົາກະທຳນັ້ນເອີ້ນວ່າ ບໍລິສຸດ ແລະ ມີກຽດ, ເຮົາບໍ່ເຄີຍເສຍໃຈກັບສິ່ງນີ້ເລີຍ. ໃນສາຍຕາຂອງຄົນ ເຮົາອາດຂາດນໍ້າໃຈທີ່ສຸດ, ແຕ່ເຈົ້າບໍ່ຮູ້ບໍວ່າ ເຮົາເອງແມ່ນພຣະເຈົ້າຜູ້ທ່ຽງທຳ ແລະ ສະຫງ່າງາມ? ທຸກສິ່ງທີ່ເປັນຂອງເຮົານັ້ນຖືກຕ້ອງ; ແນ່ນອນວ່າ ບັນດາຜູ້ທີ່ເຮົາກຽດຊັງຈະໄດ້ຮັບຄຳສາບແຊ່ງຈາກເຮົາ ແລະ ສ່ວນບັນດາຜູ້ທີ່ເຮົາຮັກຈະໄດ້ພອນຈາກເຮົາຢ່າງແນ່ນອນ. ນີ້ຄືອຸປະນິໄສອັນບໍລິສຸດຂອງເຮົາ ແລະ ບໍ່ສາມາດຝ່າຝືນໄດ້ ແລະ
- [ບົດທີ 85](https://lo.kingdomsalvation.org/eighty-fifth-utterance.html) - ເຮົາໃຊ້ປະໂຫຍດຈາກຄົນທີ່ແຕກຕ່າງກັນເພື່ອບັນລຸຄວາມປະສົງຂອງເຮົາ: ຄຳສາບແຊ່ງຂອງເຮົາໄດ້ເກີດເປັນຈິງກັບບັນດາຜູ້ທີ່ເຮົາຂ້ຽນຕີ ເຊັ່ນດຽວກັນກັບທີ່ພອນຂອງເຮົາເກີດເປັນຈິງກັບຜູ້ທີ່ເຮົາຮັກ. ປັດຈຸບັນນີ້, ຄຳຖາມວ່າຜູ້ໃດໃນທ່າມກາງພວກເຈົ້າຈະໄດ້ຮັບພອນຂອງເຮົາ ແລະ ຜູ້ໃດຈະທົນທຸກກັບຄຳສາບແຊ່ງຂອງເຮົານັ້ນ ຂຶ້ນຢູ່ກັບຄຳເວົ້າດຽວຂອງເຮົາຢ່າງສິ້ນເຊີງ; ມັນລ້ວນແລ້ວແຕ່ຖືກກຳນົດໄວ້ໂດຍພຣະຄຳຂອງເຮົາ. ເຈົ້າຮູ້ວ່າຜູ້ທີ່ເຮົາດີນຳຈົນຮອດປັດຈຸບັນນີ້ໄດ້ຖືກຜູກມັດໃຫ້ໄດ້ຮັບພອນຂອງເຮົາຢູ່ສະເໝີ (ໝາຍເຖິງ ມາຮູ້ຈັກເຮົາເທື່ອລະໜ້ອຍ ແລະ ເລີ່ມໝັ້ນໃຈກ່ຽວກັບເຮົາຂຶ້ນເລື້ອຍໆ, ໄດ້ຮັບແສງສະຫວ່າງ ແລະ ການເປີດເຜີຍໃໝ່ ແລະ ສາມາດນຳທັນບາດຍ່າງຂອງພາລະກິດຂອງເຮົາ). ໃຜກໍຕາມທີ່ເຮົາກຽດຊັງ (ນີ້ແມ່ນສິ່ງໃນຕົວເຮົາທີ່ຜູ້ຄົນບໍ່ສາມາດເຫັນຈາກຂ້າງນອກໄດ້) ແມ່ນຜູ້ທີ່ຈະທົນທຸກກັບຄຳສາບແຊ່ງຂອງເຮົາຢ່າງແນ່ນອນ ແລະ ພວກເຂົາຢູ່ໃນທ່າມກາງບັນດາລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່ຢ່າງບໍ່ຕ້ອງສົງໄສ; ເມື່ອເປັນເຊັ່ນນັ້ນ ພວກເຂົາຈະມີສ່ວນໃນການທີ່ເຮົາສາບແຊ່ງມັນ. ສ່ວນບັນດາຜູ້ທີ່ເຮົາບໍ່ສາມາດເຫັນໄດ້ວ່າມີຄວາມສາມາດທີ່ເຮົາເຫັນວ່າຍັງຂາດເຂີນ ແລະ ຜູ້ທີ່ບໍ່ສາມາດຖືກເຮົາເຮັດໃຫ້ສົມບູນ ແລະ ໃຊ້, ພວກເຂົາຍັງຈະມີໂອກາດຖືກຊ່ວຍໃຫ້ລອດພົ້ນຢູ່ ແລະ ພວກເຂົາຈະເປັນໜຶ່ງໃນບັນດາລູກຊາຍຂອງເຮົາ. ຖ້າຜູ້ໃດຜູ້ໜຶ່ງບໍ່ມີຄວາມສາມາຂອງເຮົາ, ບໍ່ມີຄວາມເຂົ້າໃຈເລື່ອງຝ່າຍວິນຍານ ແລະ ບໍ່ຮູ້ຈັກເຮົາ ແຕ່ມີຄວາມຄິດທີ່ແຮງກ້າ, ແລ້ວຄົນໆນັ້ນກໍຈະຖືກກຳນົດໃຫ້ເປັນໜຶ່ງໃນຄົນຂອງເຮົາ. ເຮົາພິຈາລະນາຄົນຜູ້ທີ່ມີສ່ວນຮ່ວມໃນຄຳສາບແຊ່ງຂອງເຮົາວ່າຢູ່ນອກເໜືອຄວາມລອດພົ້ນ ແລະ ພວກເຂົາແມ່ນຜູ້ທີ່ຈະຖືກວິນຍານຊົ່ວຮ້າຍຄອບງຳ. ເຮົາກະຕືລືລົ້ນທີ່ຈະເຕະພວກເຂົາອອກ. ພວກເຂົາເກີດຈາກມັງກອນແດງຜູ້ຍິ່ງໃຫຍ່ ແລະ ເປັນຄົນທີ່ເຮົາກຽດຊັງທີ່ສຸດ. ນັບແຕ່ຈຸດນີ້ໄປ, ເຮົາບໍ່ຕ້ອງການໃຫ້ພວກເຂົາໃຫ້ບໍລິການແກ່ເຮົາ. ເຮົາພຽງແຕ່ບໍ່ຕ້ອງການພວກເຂົາອີກຕໍ່ໄປ! ເຮົາບໍ່ຕ້ອງການພວກເຂົາຈັກຄົນເລີຍ! ແມ່ນແຕ່ການຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາຕໍ່ໜ້າເຮົາກໍບໍ່ມີຜົນຫຍັງ; ເຮົາບໍ່ແນມເບິ່ງພວກເຂົາຈັກຄົນ.
- [ບົດທີ 84](https://lo.kingdomsalvation.org/eighty-fourth-utterance.html) - ຍ້ອນພວກເຂົາຂາດຄວາມຮູ້ກ່ຽວກັບເຮົາ, ມະນຸດຈຶ່ງໄດ້ຂັດຂວາງການຄຸ້ມຄອງຂອງເຮົາ ແລະ ໄດ້ທຳລາຍແຜນການຂອງເຮົານັບຄັ້ງບໍ່ຖ້ວນ ແຕ່ພວກເຂົາບໍ່ເຄີຍສາມາດຂັດຂວາງຂັ້ນຕອນທີ່ກ້າວໜ້າຂອງເຮົາໄດ້. ນີ້ກໍຍ້ອນວ່າເຮົາແມ່ນພຣະເຈົ້າທີ່ມີສະຕິປັນຍາ. ໃນຕົວເຮົາແມ່ນມີສະຕິປັນຍາທີ່ບໍ່ສິ້ນສຸດ ແລະ ໃນຕົວເຮົາແມ່ນມີຄວາມລຶກລັບທີ່ບໍ່ມີຂອບເຂດ ແລະ ບໍ່ສາມາດຢັ່ງຮູ້ໄດ້. ຕັ້ງແຕ່ອະດີດຕະການ, ມະນຸດບໍ່ເຄີຍສາມາດຢັ່ງຮູ້ ແລະ ເຂົ້າໃຈສິ່ງເຫຼົ່ານີ້ໄດ້ຢ່າງຄົບຖ້ວນ. ນັ້ນບໍ່ແມ່ນບໍ? ບໍ່ພຽງແຕ່ມີສະຕິປັນຍາໃນພຣະທຳທຸກຂໍ້ທີ່ເຮົາກ່າວ ແຕ່ວ່າແຕ່ລະພຣະທຳກໍຍັງມີຄວາມລຶກລັບທີ່ປິດບັງໄວ້ຂອງເຮົາອີກດ້ວຍ. ກັບເຮົາ, ທຸກສິ່ງແມ່ນຄວາມລຶກລັບ; ທຸກສ່ວນຂອງເຮົາແມ່ນຄວາມລຶກລັບ. ມື້ນີ້ພວກເຈົ້າພຽງແຕ່ໄດ້ເຫັນຄວາມລຶກລັບ ເຊິ່ງພວກເຈົ້າໄດ້ເຫັນຕົວຕົນຂອງເຮົາ ແຕ່ພວກເຈົ້າຍັງບໍ່ທັນໄດ້ໄຂຄວາມລຶກລັບນີ້ທີ່ຖືກປິດບັງໄວ້ພາຍໃນ. ມະນຸດສາມາດເຂົ້າສູ່ອານາຈັກຂອງເຮົາໂດຍການຕິດຕາມການນຳພາຂອງເຮົາເທົ່ານັ້ນ; ບໍ່ດັ່ງນັ້ນ ພວກເຂົາກໍຄົງພິນາດໄປພ້ອມກັບໂລກ ແລະ ກາຍເປັນຂີ້ເທົ່າ. ເຮົາແມ່ນພຣະເຈົ້າເອງທີ່ສົມບູນ; ເຮົາບໍ່ແມ່ນຜູ້ໃດອື່ນ ແຕ່ແມ່ນພຣະເຈົ້າເອງ. ມີຄຳເວົ້າກ່ອນໜ້ານີ້ເຊັ່ນ “ການສຳແດງຕົວຂອງພຣະເຈົ້າ” ໄດ້ຫຼ້າສະໄໝໄປແລ້ວ; ພວກມັນແມ່ນຂອງເກົ່າທີ່ເສື່ອມສະພາບເຊິ່ງບໍ່ສາມາດໃຊ້ງານໄດ້ອີກຕໍ່ໄປ. ມີຈັກຄົນໃນບັນດາພວກເຈົ້າທີ່ໄດ້ມາເຂົ້າໃຈໃນສິ່ງນີ້? ມີຈັກຄົນໃນບັນດາພວກເຈົ້າທີ່ໄດ້ແນ່ໃຈກ່ຽວກັບເຮົາຈົນເຖິງລະດັບນີ້? ທຸກຄົນຕ້ອງໄດ້ຮັບການອະທິບາຍ ແລະ ແນະນຳຢ່າງຈະແຈ້ງຈາກເຮົາ. ອານາຈັກຂອງຊາຕານໄດ້ຖືກທຳລາຍ ແລະ ອີກບໍ່ດົນຄົນຂອງມັນຈະໄດ້ສຳເລັດການໃຫ້ການບໍລິການແກ່ເຮົາ. ພວກເຂົາຈະຖືກຂັບໄລ່ອອກຈາກເຮືອນຂອງເຮົາເທື່ອລະຄົນ ເຊິ່ງໝາຍຄວາມວ່າຜູ້ທີ່ໄດ້ປອມຕົວເປັນຄົນອື່ນໃນບົດບາດຕ່າງໆ ລ້ວນແຕ່ໄດ້ຖືກເປີດເຜີຍສີສັນທີ່ແທ້ຈິງຂອງພວກເຂົາ ແລະ ພວກເຂົາທຸກຄົນຈະຖືກຕັດອອກຈາກອານາຈັກຂອງເຮົາ. ຈົ່ງຢ່າລືມ! ນັບແຕ່ມື້ນີ້ເປັນຕົ້ນໄປ, ທຸກຄົນທີ່ເຮົາປະຖິ້ມ ລວມເຖິງບັນດາຜູ້ທີ່ເຮົາປະຖິ້ມໃນອະດີດແມ່ນເປັນຄົນທີ່ພຽງແຕ່ສະແດງ ແລະ ພຽງແຕ່ທຳທ່າ;
- [ບົດທີ 83](https://lo.kingdomsalvation.org/eighty-third-utterance.html) - ເຈົ້າບໍ່ຮູ້ວ່າເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼື ຮູ້ວ່າທຸກເລື່ອງ ແລະ ທຸກສິ່ງຢູ່ພາຍໃຕ້ການຄວບຄຸມຂອງເຮົາ! ທຸກສິ່ງໄດ້ຖືກສ້າງ ແລະ ຖືກເຮັດໃຫ້ສົມບູນແບບໂດຍເຮົານັ້ນໝາຍຄວາມວ່າແນວໃດ? ພອນ ຫຼື ຄວາມໂຊກຮ້າຍຂອງທຸກຄົນ ທັງໝົດນັ້ນຂຶ້ນຢູ່ກັບການປະຕິບັດຂອງເຮົາ ແລະ ຂຶ້ນຢູ່ກັບການກະທຳຂອງເຮົາ. ມະນຸດສາມາດເຮັດຫຍັງໄດ້ແດ່? ມີຫຍັງແດ່ທີ່ມະນຸດສາມາດເຮັດສຳເລັດໄດ້ດ້ວຍການຄິດ? ໃນຍຸກສຸດທ້າຍນີ້, ໃນຍຸກທີ່ມຶນເມົານີ້, ໃນໂລກອັນມືດມົນນີ້ທີ່ຊາຕານໄດ້ເຮັດໃຫ້ເສື່ອມຊາມຈົນເຖິງລະດັບໃດໜຶ່ງ, ມີຈັກຄົນທີ່ສອດຄ່ອງກັບເຈດຕະນາຂອງເຮົາ? ບໍ່ວ່າຈະເປັນມື້ນີ້, ມື້ວານນີ້ ຫຼື ໃນອະນາຄົດອັນໃກ້ນີ້, ຊີວິດຂອງທຸກຄົນໄດ້ຖືກເຮົາກຳນົດໄວ້ແລ້ວ. ບໍ່ວ່າພວກເຂົາໄດ້ຮັບພອນ ຫຼື ປະສົບກັບຄວາມໂຊກຮ້າຍ ແລະ ບໍ່ວ່າພວກເຂົາຈະຖືກເຮົາຮັກ ຫຼື ຊັງ, ທຸກສິ່ງແມ່ນຖືກເຮົາກຳນົດໄວ້ໂດຍບາດດຽວຢ່າງແນ່ນອນ. ມີໃຜໃນພວກເຈົ້າທີ່ກ້າຢືນຢັນວ່າບາດກ້າວຂອງເຈົ້ານັ້ນແມ່ນເຈົ້າເອງເປັນຜູ້ກຳນົດ ແລະ ຊະຕາກຳຂອງເຈົ້າແມ່ນຢູ່ໃນການຄວບຄຸມຂອງເຈົ້າບໍ? ມີໃຜກ້າເວົ້າແບບນັ້ນບໍ? ໃຜກ້າທີ່ຈະຕໍ່ຕ້ານຢ່າງຮຸນແຮງບໍ? ໃຜທີ່ບໍ່ຢ້ານເຮົາ? ໃຜທີ່ມີຫົວໃຈບໍ່ເຊື່ອຟັງເຮົາ? ໃຜກ້າທີ່ຈະເຮັດຕາມໃຈຕົນເອງບໍ? ເຮົາຈະຂ້ຽນຕີພວກເຂົາທັນທີ ແລະ ແນ່ນອນວ່າຈະບໍ່ມີຄວາມເມດຕາຕໍ່ມະນຸດຊາດ ຫຼື ຊ່ວຍໃຫ້ລອດພົ້ນອີກຕໍ່ໄປ. ເທື່ອນີ້ ນັ້ນກໍຄື ທັນທີໃດທີ່ພວກເຈົ້າຍອມຮັບເອົາຊື່ຂອງເຮົາ ນັ້ນກໍຈະເປັນເທື່ອສຸດທ້າຍທີ່ເຮົາຈະສະແດງຄວາມເມດຕາຕໍ່ມະນຸດຊາດ. ເວົ້າໄດ້ວ່າ ເຮົາໄດ້ເລືອກເອົາ ມະນຸດຊາດສ່ວນໜຶ່ງແລ້ວ ເຊິ່ງເຖິງແມ່ນວ່າພອນຂອງພວກເຂົາອາດຈະບໍ່ເປັນນິລັນດອນ ແຕ່ພວກເຂົາກໍຈະໄດ້ຮັບພຣະຄຸນຂອງເຮົາ;
- [ບົດທີ 82](https://lo.kingdomsalvation.org/eighty-second-utterance.html) - ເມື່ອໄດ້ຍິນພຣະທຳຂອງເຮົາ, ທຸກຄົນກໍ່ຢ້ານກົວ; ທຸກໆຄົນເຕັມໄປດ້ວຍຄວາມກັງວົນໃຈ. ເຈົ້າຢ້ານຫຍັງ? ເຮົາບໍ່ໄດ້ກຳລັງຈະຂ້າພວກເຈົ້າ! ມັນຄືພວກເຈົ້າມີຄວາມສຳນຶກຜິດ; ສິ່ງທີ່ເຈົ້າເຮັດລັບຫຼັງເຮົານັ້ນຊ່າງບໍ່ສຳຄັນ ແລະ ບໍ່ມີຄ່າ. ສິ່ງນີ້ໄດ້ເຮັດໃຫ້ເຮົາກຽດຊັງເຈົ້າຫຼາຍຈົນເຮົາປາຖະໜາຢ່າງແຮງກ້າວ່າເຮົາຈະໂຍນທຸກຄົນທີ່ເຮົາບໍ່ໄດ້ກຳນົດໄວ້ລ່ວງໜ້າ ແລະ ຄັດເລືອກນັ້ນລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ, ຖືກທຸບເປັນຕ່ອນໆ. ແນວໃດກໍຕາມ, ເຮົາມີແຜນການຂອງເຮົາ; ເຮົາມີເປົ້າໝາຍຂອງເຮົາ. ເຮົາຈະປ່ອຍຊີວິດທີ່ນ້ອຍໆຂອງເຈົ້າໄວ້ໃນຂະນະນີ້ ແລະ ຢັບຢັ້ງທີ່ຈະເຕະເຈົ້າອອກຈົນກວ່າການຮັບໃຊ້ຂອງເຈົ້າສຳລັບເຮົາຈະສິ້ນສຸດລົງ. ເຮົາບໍ່ຢາກເຫັນສິ່ງມີຊີວິດເຊັ່ນນັ້ນ; ພວກເຂົາເປັນຄວາມອັບອາຍຕໍ່ນາມຂອງເຮົາ! ເຈົ້າຮູ້ເລື່ອງນີ້ບໍ? ເຈົ້າເຂົ້າໃຈບໍ? ຄົນເວດທະນາທີ່ໄຮ້ຄ່າເອີຍ! ຈົ່ງຈື່ສິ່ງນີ້ໃສ່ຫົວເຈົ້າເອົາໄວ້! ເມື່ອເຈົ້າຖືກນຳໄປໃຊ້, ແມ່ນເຮົາທີ່ກະທຳເຊັ່ນນັ້ນ ແລະ ເມື່ອເຈົ້າບໍ່ຖືກນຳໄປໃຊ້, ນີ້ກໍເປັນຍ້ອນເຮົາເຊັ່ນກັນ. ທຸກສິ່ງໄດ້ຖືກເຮົາປັ້ນແຕ່ງ ແລະ ໃນມືຂອງເຮົາ ທຸກສິ່ງປະພຶດດີ ແລະ ເປັນລະບຽບ. ໃຜກໍຕາມທີ່ກ້າຍ້າຍໃນຊ່ວງເວລາທີ່ບໍ່ເໝາະສົມ ກໍຈະຖືກມືຂອງເຮົາຟາດລົງທັນທີ. ເຮົາເວົ້າເລື້ອຍໆວ່າ “ຟາດລົງ”; ເຈົ້າຄິດວ່າເຮົາເຮັດສິ່ງນັ້ນດ້ວຍມືຂອງເຮົາເອງແທ້ໆບໍ? ເຮົາບໍ່ຈຳເປັນຕ້ອງເຮັດ! ການກະທຳຂອງເຮົາບໍ່ໄດ້ໂງ່ຈ້າແບບທີ່ມະນຸດຄິດ. ເມື່ອເວົ້າວ່າທຸກສິ່ງໄດ້ຖືກກຳນົດຂຶ້ນ ແລະ ສຳເລັດລົງດ້ວຍພຣະທຳຂອງເຮົານັ້ນ ມັນໝາຍຄວາມວ່າແນວໃດ? ທຸກສິ່ງສຳເລັດລົງໂດຍທີ່ເຮົາບໍ່ຕ້ອງຍົກແມ່ນແຕ່ນິ້ວມື. ເຈົ້າເຂົ້າໃຈຄວາມໝາຍທີ່ແທ້ຂອງຂອງພຣະທຳຂອງເຮົາບໍ? ເຮົາຈະບໍ່ນຳເອົາຄວາມລອດມາສູ່ຜູ້ໃດທີ່ເຮັດບໍລິການສຳລັບຮັບໃຊ້ເຮົາ; ພວກເຂົາບໍ່ມີສ່ວນໃນອານາຈັກຂອງເຮົາ. ນີ້ກໍຍ້ອນວ່າ ຄົນເຫຼົ່ານີ້ພຽງແຕ່ຫຍຸ້ງຢູ່ກັບເລື່ອງພາຍນອກເທົ່ານັ້ນ, ແທນທີ່ຈະປະຕິບັດຕາມຄວາມປະສົງຂອງເຮົາ. ເຖິງແມ່ນວ່າເຮົາກຳລັງໃຊ້ພວກເຂົາໃນຕອນນີ້,
- [ບົດທີ 81](https://lo.kingdomsalvation.org/eighty-first-utterance.html) - ຍຸກສະໄໝເກົ່ານີ້ຊ່າງຊົ່ວຮ້າຍ ແລະ ໄຮ້ສິນທຳ! ເຮົາຈະກືນກິນເຈົ້າເສຍ! ພູຊີໂອນເອີຍ! ຈົ່ງລຸກຂຶ້ນມາຕ້ອນຮັບເຮົາ! ເພື່ອຄວາມສຳເລັດຂອງແຜນການຄຸ້ມຄອງຂອງເຮົາ, ເພື່ອຄວາມສຳເລັດຢ່າງສົມບູນຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາ, ຜູ້ໃດກ້າບໍ່ລຸກຂຶ້ນ ແລະ ຮ້ອງໂຮ! ຜູ້ໃດກ້າບໍ່ລຸກຂຶ້ນ ແລະ ໂດດເຕັ້ນດ້ວຍຄວາມຍິນດີຢ່າງບໍ່ສິ້ນສຸດ? ພວກເຂົາຈະພົບຄວາມຕາຍຂອງພວກເຂົາໃນມືຂອງເຮົາ! ເຮົາປະຕິບັດຄວາມຊອບທຳຕໍ່ທຸກຄົນ ໂດຍບໍ່ມີຄວາມເມດຕາ ຫຼື ຄວາມຮັກກະລຸນາແມ່ນແຕ່ໜ້ອຍດຽວ ແລະ ເຮົາກໍກະທຳຢ່າງເປັນກາງຫຼາຍທີ່ສຸດ. ຄົນທັງຫຼາຍເອີຍ! ຈົ່ງລຸກຂຶ້ນສັນລະເສີນ ແລະ ມອບສະຫງ່າລາສີໃຫ້ແກ່ເຮົາ! ສະຫງ່າລາສີທີ່ບໍ່ສິ້ນສຸດທັງໝົດຈາກນິລັນດອນສູ່ນິລັນດອນດຳລົງຢູ່ກໍຍ້ອນເຮົາ ແລະ ຖືກສ້າງຕັ້ງຂຶ້ນໂດຍເຮົາ. ໃຜຈະກ້າເອົາສະຫງ່າລາສີໃຫ້ແກ່ຕົວເອງ? ໃຜຈະກ້າປະຕິບັດຕໍ່ສະຫງ່າລາສີຂອງເຮົາດັ່ງສິ່ງຂອງທາງວັດຖຸ? ພວກເຂົາຈະຖືກຂ້າໂດຍມືຂອງເຮົາ! ໂອ ມະນຸດຜູ້ໂຫດຮ້າຍເອີຍ! ເຮົາສ້າງພວກເຈົ້າ ແລະ ສະໜອງໃຫ້ແກ່ພວກເຈົ້າ ແລະ ເຮົາໄດ້ນຳພາພວກເຈົ້າຈົນມາຮອດມື້ນີ້, ແຕ່ພວກເຈົ້າບໍ່ຮູ້ກ່ຽວກັບເຮົາແມ່ນແຕ່ເລັກນ້ອຍທີ່ສຸດ ແລະ ພວກເຈົ້າບໍ່ໄດ້ຮັກເຮົາເລີຍ. ແລ້ວເຮົາຈະສາມາດສະແດງຄວາມເມດຕາຕໍ່ພວກເຈົ້າອີກໄດ້ແນວໃດ? ເຮົາຈະສາມາດຊ່ວຍພວກເຈົ້າໃຫ້ລອດພົ້ນໄດ້ແນວໃດ? ເຮົາສາມາດປະຕິບັດກັບພວກເຈົ້າດ້ວຍຄວາມໂກດຮ້າຍຂອງເຮົາເທົ່ານັ້ນ! ເຮົາຈະຕອບແທນພວກເຈົ້າດ້ວຍການທຳລາຍ ແລະ ດ້ວຍການຂ້ຽນຕີນິລັນດອນ. ນີ້ແມ່ນຄວາມຊອບທຳ; ມັນສາມາດເປັນໄດ້ແຕ່ວິທີນີ້ເທົ່ານັ້ນ. ອານາຈັກຂອງເຮົາແໜ້ນໜາ ແລະ ໝັ້ນຄົງ; ມັນຈະບໍ່ມີວັນພັງທະລາຍ. ມັນຈະດຳລົງຢູ່ຕະຫຼອດໄປເປັນນິດ! ລູກຊາຍຂອງເຮົາ,
- [ບົດທີ 80](https://lo.kingdomsalvation.org/eightieth-utterance.html) - ໃນທຸກສິ່ງ, ການສື່ສານທີ່ແທ້ຈິງກັບເຮົາແມ່ນຈຳເປັນສຳລັບຄົນທີ່ຈະຖືກສ່ອງແສງສະຫວ່າງ ແລະ ໄດ້ຮັບແສງເຍືອງທາງ; ມີພຽງຜ່ານສິ່ງນີ້ເທົ່ານັ້ນວິນຍານຈິ່ງຈະສາມາດຢູ່ຢ່າງສະຫງົບສຸກ. ບໍ່ດັ່ງນັ້ນ, ວິນຍານກໍຈະບໍ່ມີຄວາມສະຫງົບສຸກ. ປັດຈຸບັນ, ການເຈັບປ່ວຍທີ່ແສນສາຫັດທີ່ສຸດທ່າມກາງພວກເຈົ້າໄດ້ແຍກຄວາມເປັນມະນຸດທຳມະດາຂອງເຮົາຈາກຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາ; ຍິ່ງໄປກວ່ານັ້ນ, ພວກເຈົ້າສ່ວນໃຫຍ່ເນັ້ນໃສ່ຄວາມເປັນມະນຸດທຳມະດາຂອງເຮົາ, ຄືກັບພວກເຈົ້າບໍ່ເຄີຍຮູ້ວ່າເຮົາມີຄວາມເປັນພຣະເຈົ້າທີ່ສົມບູນ. ນີ້ແມ່ນດູໝິ່ນເຮົາ! ພວກເຈົ້າຮູ້ບໍ? ຄວາມເຈັບປ່ວຍຂອງພວກເຈົ້ານັ້ນສາຫັດຫຼາຍ ຖ້າວ່າພວກເຈົ້າບໍ່ຮີບຮ້ອນ ແລະ ຟື້ນຟູມັນ, ພວກເຈົ້າຈະຖືກຂ້າດ້ວຍມືຂອງເຮົາ. ຕໍ່ໜ້າເຮົາພວກເຈົ້າປະພຶດຕົວແບບໜຶ່ງ (ປາກົດວ່າເປັນຄົນມີກຽດ; ຖ່ອມຕົວ ແລະ ມີຄວາມອົດທົນ), ແຕ່ລັບຫຼັງເຮົາ ພວກເຈົ້າປະພຶດຕົນແຕກຕ່າງຢ່າງສິ້ນເຊີງ (ໜ້າຊື່ໃຈຄົດທັງໝົດ, ໄຮ້ສິນລະທໍາ ແລະ ບໍ່ມີລະບຽບວິໄນ, ເຮັດສິ່ງໃດກໍຕາມທີ່ເຈົ້າຢາກເຮັດ, ສ້າງພັກພວກ, ຕັ້ງອານາຈັກທີ່ເປັນເອກະລາດ, ປາດຖະໜາທີ່ຈະທໍລະຍົດເຮົາ). ພວກເຈົ້າຕາບອດ! ຈົ່ງເປີດຕາຂອງພວກເຈົ້າທີ່ຖືກເລືອມຕາໂດຍຊາຕານນັ້ນອອກ! ຈົ່ງເບິ່ງວ່າ ແທ້ຈິງແລ້ວ ເຮົາແມ່ນໃຜ! ພວກເຈົ້າບໍ່ມີຄວາມອັບອາຍ! ພວກເຈົ້າບໍ່ຮູ້ວ່າການກະທຳຂອງເຮົານັ້ນໜ້າອັດສະຈັນ! ພວກເຈົ້າບໍ່ຮູ້ຈັກລິດທານຸພາບສູງສຸດຂອງເຮົາ! ໃຜສາມາດເວົ້າໄດ້ວ່າ ຮັບໃຊ້ພຣະຄຣິດໃນຂະນະທີ່ຍັງບໍ່ທັນຖືກຊ່ວຍໃຫ້ລອດພົ້ນແດ່? ເຈົ້າບໍ່ຮູ້ວ່າເຈົ້າກຳລັງຫຼິ້ນບົດບາດຫຍັງຢູ່! ແທ້ຈິງແລ້ວເຈົ້າມາຢູ່ຕໍ່ໜ້າເຮົາດ້ວຍການປອມຕົວ, ໂອ້ອວດສະເໜ່ຂອງເຈົ້າ, ເຈົ້າຜູ້ເຄະຮ້າຍ! ເຮົາຈະເຕະເຈົ້າອອກຈາກເຮືອນຂອງເຮົາ; ເຮົາບໍ່ໃຊ້ຄົນແບບນີ້, ເພາະວ່າເຮົາບໍ່ໄດ້ກຳນົດພວກເຂົາໄວ້ລ່ວງໜ້າ ແລະ ບໍ່ໄດ້ເລືອກພວກເຂົາ. ເຮົາເຮັດສິ່ງທີ່ເຮົາກ່າວ. ບັນດາຜູ້ທີ່ເຮັດຄວາມຊົ່ວບໍ່ຕ້ອງຢ້ານ;
- [ບົດທີ 79](https://lo.kingdomsalvation.org/seventy-ninth-utterance.html) - ຄົນຕາບອດເອີຍ! ຄົນໂງ່ເອີຍ! ກອງຂີ້ເຫຍື້ອທີ່ບໍ່ມີຄ່າເອີຍ! ພວກເຈົ້າແຍກຄວາມເປັນມະນຸດທຳມະດາຂອງເຮົາອອກຈາກຄວາມເປັນພຣະເຈົ້າຂອງເຮົາ! ພວກເຈົ້າບໍ່ເຫັນບໍວ່ານີ້ເປັນບາບຕໍ່ເຮົາ? ຍິ່ງໄປກວ່ານັ້ນ, ມັນແມ່ນບາງສິ່ງທີ່ຍາກຈະໃຫ້ອາໄພ! ມື້ນີ້ພຣະເຈົ້າທີ່ແທ້ຈິງໄດ້ມາທ່າມກາງພວກເຈົ້າ, ແຕ່ພວກເຈົ້າຮູ້ພຽງແຕ່ດ້ານດຽວຂອງເຮົາເທົ່ານັ້ນ ນັ້ນກໍຄືຄວາມເປັນມະນຸດທຳມະດາຂອງເຮົາ ແລະ ບໍ່ເຫັນດ້ານທີ່ເປັນພຣະເຈົ້າທັງໝົດຂອງເຮົາ. ເຈົ້າຄິດວ່າເຮົາບໍ່ຮູ້ວ່າໃຜສໍ້ໂກງເຮົາລັບຫຼັງເຮົາບໍ? ເຮົາບໍ່ໄດ້ກຳລັງວິຈານເຈົ້າ; ເຮົາພຽງແຕ່ກຳລັງເຝົ້າເບິ່ງເພື່ອເບິ່ງວ່າເຈົ້າສາມາດບັນລຸເຖິງຂັ້ນໃດ ແລະ ເພື່ອເບິ່ງວ່າໃນທີ່ສຸດແລ້ວເຈົ້າຈະຈົບລົງດ້ວຍວິທີໃດ. ພຣະທຳຂອງເຮົາໄດ້ຖືກກ່າວເປັນຮ້ອຍເປັນພັນຄັ້ງ, ແຕ່ພວກເຈົ້າໄດ້ເຮັດສິ່ງທີ່ບໍ່ດີຫຼາຍຢ່າງ. ເປັນຫຍັງພວກເຈົ້າຈຶ່ງພະຍາຍາມໂກງເຮົາຊ້ຳແລ້ວຊໍ້າອີກ. ຈົ່ງລະວັງການສູນເສຍຊີວິດຂອງເຈົ້າ! ຖ້າເຈົ້າກະຕຸ້ນຄວາມໂກດຮ້າຍຂອງເຮົາຈົນເຖິງລະດັບໜຶ່ງ, ເຮົາກໍຈະບໍ່ສະແດງຄວາມເມດຕາຕໍ່ເຈົ້າ ແລະ ເຈົ້າກໍຈະຖືກໄລ່ອອກ. ເຮົາຈະບໍ່ຄຳນຶງວ່າເຈົ້າເຄີຍເປັນແນວໃດມາກ່ອນ, ບໍ່ວ່າເຈົ້າຈະຊື່ສັດ ຫຼື ອຸທິດຕົນ, ບໍ່ວ່າເຈົ້າຈະໄດ້ແລ່ນໄປມາຫຼາຍປານໃດ ຫຼື ເຈົ້າໄດ້ຈ່າຍໃຫ້ເຮົາຫຼາຍປານໃດກໍຕາມ; ເຮົາຈະບໍ່ແນມເບິ່ງສິ່ງເຫຼົ່ານີ້ເລີຍ. ຕອນນີ້ເຈົ້າຕ້ອງການພຽງແຕ່ທ້າທາຍເຮົາ ແລະ ເຮົາກໍຈະໂຍນເຈົ້າລົງສູ່ຂຸມເລິກ. ໃຜຍັງກ້າພະຍາຍາມສໍ້ໂກງເຮົາອີກບໍ? ຈົ່ງຈື່ຈຳສິ່ງນີ້ເອົາໄວ້! ນັບຕັ້ງແຕ່ນີ້ໄປ, ເມື່ອໃດກໍຕາມທີ່ເຮົາໂກດຮ້າຍ, ບໍ່ວ່າຈະແມ່ນກັບໃຜກໍຕາມ, ເຮົາກໍຈະກວາດລ້າງເຈົ້າທັນທີເພື່ອວ່າຈະບໍ່ມີບັນຫາໃນອະນາຄົດ ແລະ ເພື່ອວ່າເຮົາຈະບໍ່ຕ້ອງເຫັນເຈົ້າອີກຕໍ່ໄປ. ຖ້າເຈົ້າທ້າທາຍເຮົາ, ເຮົາກໍຈະຂ້ຽນຕີເຈົ້າທັນທີ. ພວກເຈົ້າຈົດຈໍາສິ່ງນີ້ໄວ້ໃນໃຈບໍ? ຄົນທີ່ສະຫຼາດທ່າມກາງພວກເຈົ້າຄວນກັບໃຈທັນທີ. ມື້ນີ້, ໝາຍຄວາມວ່າ ຕອນນີ້ເຮົາກຳລັງໂກດຮ້າຍ. ພວກເຈົ້າທຸກຄົນຄວນຊື່ສັດຕໍ່ເຮົາ ແລະ ຖວາຍຕົນຕົວຂອງພວກເຈົ້າທັງໝົດໃຫ້ແກ່ເຮົາ. ເຈົ້າບໍ່ຕ້ອງຊັກຊ້າອີກຕໍ່ໄປ.
- [ບົດທີ 78](https://lo.kingdomsalvation.org/seventy-eighth-utterance.html) - ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ວ່າເຮົາເປັນຜູ້ທີ່ປະຕິບັດພາລະກິດ ບໍ່ແມ່ນມະນຸດຄົນໃດເປັນຜູ້ປະຕິບັດ. ເມື່ອມີເຮົາ, ທຸກສິ່ງສະບາຍ ແລະ ມີຄວາມສຸກ, ແຕ່ເມື່ອມີພວກເຈົ້ານັ້ນ ສິ່ງຕ່າງໆກໍແຕກຕ່າງກັນຫຼາຍ; ພວກເຈົ້າປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນທຸກສິ່ງທີ່ພວກເຈົ້າເຮັດ. ສິ່ງທີ່ເຮົາເຫັນດີນຳ ເຮົາກໍຈະເຮັດໃຫ້ສຳເລັດຢ່າງແນ່ນອນ; ຜູ້ໃດກໍຕາມທີ່ເຮົາເຫັນດີນຳ ເຮົາກໍຈະເຮັດໃຫ້ສົມບູນ. ມະນຸດ: ຢ່າເຂົ້າມາຫຍຸ້ງກັບພາລະກິດຂອງເຮົາ! ພວກເຈົ້າພຽງແຕ່ຕ້ອງເຮັດໃນຂະນະທີ່ຕິດຕາມການນຳພາຂອງເຮົາ, ເຮັດສິ່ງທີ່ເຮົາຮັກ, ປະຕິເສດທຸກສິ່ງທີ່ເຮົາກຽດຊັງ, ຖອນຕົວອອກຈາກຄວາມຜິດບາບ ແລະ ໂຍນຕົວເຂົ້າສູ່ອ້ອມກອດແຫ່ງຄວາມຮັກຂອງເຮົາ. ເຮົາບໍ່ໄດ້ໂອ້ອວດກັບພວກເຈົ້າ ຫຼື ເຮົາກໍບໍ່ໄດ້ເວົ້າເກີນໄປດ້ວຍ; ນີ້ແມ່ນຄວາມຈິງແທ້ໆ. ຖ້າເຮົາເວົ້າວ່າເຮົາກຳລັງຈະທຳລາຍໂລກ, ແລ້ວໃນເວລາທີ່ພວກເຈົ້າກະພິບຕາ ໂລກກໍຈະກາຍເປັນຂີ້ເທົ່າ. ພວກເຈົ້າມັກຈະກັງວົນໃຈຫຼາຍເກີນໄປ ແລະ ເພີ່ມພາລະຂອງຕົນເອງ ໂດຍຢ້ານຢ່າງສຸດຊຶ້ງວ່າພຣະທຳຂອງເຮົານັ້ນວ່າງເປົ່າ. ສະນັ້ນ, ພວກເຈົ້າຈຶ່ງວຸ້ນວາຍພະຍາຍາມ “ຫາທາງອອກ” ໃຫ້ກັບເຮົາ. ຄົນຕາບອດເອີຍ! ຄົນໂງ່ຈ້າເອີຍ! ເຈົ້າບໍ່ຮູ້ຈັກແມ່ນແຕ່ຄຸນຄ່າຂອງຕົນເອງ ແຕ່ເຈົ້າພະຍາຍາມທີ່ຈະເປັນທີ່ປຶກສາຂອງເຮົາ. ເຈົ້າຄູ່ຄວນບໍ? ຈົ່ງແຍງແວ່ນເບິ່ງດີໆ! ໃຫ້ເຮົາບອກບາງຢ່າງແກ່ເຈົ້າ! ຄົນຂີ້ຢ້ານຕ້ອງຖືກລົງທັນຍ້ອນຄວາມຂີ້ຢ້ານຂອງຕົນ ໃນຂະນະທີ່ຄົນທີ່ເຕັມໄປດ້ວຍຄວາມເຊື່ອຈະໄດ້ຮັບພອນຍ້ອນຄວາມເຊື່ອຂອງພວກເຂົາ. ເພື່ອໃຫ້ຊັດເຈນ, ປະເດັນທີ່ສຳຄັນທີ່ສຸດໃນຕອນນີ້ແມ່ນ ຄວາມເຊື່ອ. ກ່ອນທີ່ພອນທີ່ຈະມາເຖິງພວກເຈົ້າໄດ້ຖືກເປີດເຜີຍ, ຕອນນີ້ ພວກເຈົ້າຕ້ອງເສຍສະລະທຸກສິ່ງເພື່ອສະລະໃຫ້ແກ່ເຮົາ. ນີ້ແມ່ນດ້ານ “ການໄດ້ຮັບພອນ” ແລະ “ການທົນທຸກກັບເຄາະຮ້າຍ”
- [ບົດທີ 77](https://lo.kingdomsalvation.org/seventy-seventh-utterance.html) - ການບໍ່ແນ່ໃຈໃນພຣະທຳຂອງເຮົາກໍເທົ່າກັບການມີທ່າທີປະຕິເສດຕໍ່ການກະທຳຂອງເຮົາ. ນັ້ນກໍຄື ພຣະທຳຂອງເຮົາໄດ້ຫຼັ່ງໄຫຼອອກຈາກພາຍໃນພຣະບຸດຂອງເຮົາ ແຕ່ພວກເຈົ້າບໍ່ໃຫ້ຄວາມສຳຄັນກັບພຣະທຳເຫຼົ່ານັ້ນ. ພວກເຈົ້າບໍ່ຈິງຈັງຫຼາຍ! ພຣະທຳຫຼາຍຂໍ້ໄດ້ຫຼັ່ງໄຫຼອອກຈາກພາຍໃນຂອງພຣະບຸດຂອງເຮົາ ແຕ່ພວກເຈົ້າກໍຍັງສົງໄສ ແລະ ບໍ່ໝັ້ນໃຈ. ພວກເຈົ້າຊ່າງຕາບອດແທ້ເດ! ພວກເຈົ້າບໍ່ເຂົ້າໃຈເຖິງເປົ້າໝາຍທີ່ຢູ່ເບື້ອງຫຼັງຂອງແຕ່ລະຢ່າງທີ່ເຮົາໄດ້ກະທຳ. ພຣະທຳທີ່ເຮົາສຳແດງຜ່ານທາງພຣະບຸດຂອງເຮົາບໍ່ແມ່ນພຣະທຳຂອງເຮົາເອງບໍ? ມີບາງສິ່ງທີ່ເຮົາບໍ່ປະສົງທີ່ຈະກ່າວໂດຍກົງ ສະນັ້ນເຮົາຈຶ່ງກ່າວຜ່ານທາງພຣະບຸດຂອງເຮົາ. ແຕ່ເຖິງຢ່າງນັ້ນ ເປັນຫຍັງພວກເຈົ້າຈຶ່ງໄຮ້ເຫດຜົນແທ້ ທີ່ຢືນຢັນວ່າເຮົາຄວນກ່າວພຣະທໍາໂດຍກົງ? ພວກເຈົ້າບໍ່ເຂົ້າໃຈເຮົາເລີຍ ແລະ ພວກເຈົ້າສົງໄສກ່ຽວກັບການປະຕິບັດ ແລະ ການກະທຳຂອງເຮົາຢູ່ສະເໝີ! ເຮົາບໍ່ໄດ້ກ່າວໄວ້ກ່ອນໜ້ານີ້ບໍວ່າ ທຸກການເຄື່ອນໄຫວຂອງເຮົາ ແລະ ທຸກການປະຕິບັດ ແລະ ການກະທຳຂອງເຮົາຖືກຕ້ອງ? ຜູ້ຄົນຕ້ອງເຊົາກວດເບິ່ງສິ່ງເຫຼົ່ານັ້ນ. ຈົ່ງຖອນມືທີ່ສົກກະປົກຂອງເຈົ້າອອກໄປ! ເຮົາຂໍບອກບາງສິ່ງກັບເຈົ້າວ່າ ທຸກຄົນທີ່ເຮົາໃຊ້ແມ່ນຖືກເຮົາແຕ່ງຕັ້ງໄວ້ລ່ວງໜ້າກ່ອນທີ່ເຮົາຈະສ້າງໂລກ ແລະ ພວກເຂົາກໍໄດ້ຮັບການເຫັນດີຈາກເຮົາໃນປັດຈຸບັນ. ພວກເຈົ້າມັກພະຍາຍາມກັບສິ່ງດັ່ງກ່າວສະເໝີ, ມັກກວດເບິ່ງຕົວຕົນທີ່ເຮົາເປັນ ແລະ ສຶກສາການປະຕິບັດຂອງເຮົາ. ພວກເຈົ້າທຸກຄົນມີຄວາມຄິດແບບສໍ້ສົນ. ຖ້າສິ່ງນີ້ເກີດຂຶ້ນອີກຄັ້ງ ພວກເຈົ້າກໍຈະຖືກມືເຮົາຟາດລົງໃສ່ຢ່າງແນ່ນອນ. ສິ່ງທີ່ເຮົາກຳລັງເວົ້າກໍຄື: ຢ່າສົງໄສໃນຕົວເຮົາ ແລະ ຢ່າວິເຄາະ ຫຼື ໄຕ່ຕອງຫຼາຍກ່ຽວກັບສິ່ງທີ່ເຮົາໄດ້ກະທຳ. ຍິ່ງໄປກວ່ານັ້ນ ເຈົ້າບໍ່ຄວນເຂົ້າໄປຫຍຸ້ງກັບສິ່ງດັ່ງກ່າວ ເພາະວ່າສິ່ງນີ້ແມ່ນກ່ຽວຂ້ອງກັບພຣະບັນຍັດແຫ່ງການຄຸ້ມຄອງຂອງເຮົາ. ສິ່ງນີ້ບໍ່ແມ່ນບັນຫາເລັກນ້ອຍ! ຈົ່ງຍຶດເອົາເວລາໃດໜຶ່ງທີ່ເຈົ້າມີເພື່ອເຮັດທຸກສິ່ງທີ່ເຮົາໄດ້ແນະນໍາໄວ້. ເຮົາຂໍເວົ້າມັນອີກຄັ້ງ ແລະ ນີ້ຖືວ່າເປັນການເຕືອນ:
- [ບົດທີ 76](https://lo.kingdomsalvation.org/seventy-sixth-utterance.html) - ພຣະວັດຈະນະຂອງເຮົາລ້ວນແລ້ວແຕ່ເປັນການສະແດງອອກເຖິງເຈດຕະນາຂອງເຮົາ. ຜູ້ໃດສາມາດຄຳນຶງເຖິງພາລະຂອງເຮົາ? ຜູ້ໃດສາມາດເຂົ້າໃຈເຈດຕະນາຂອງເຮົາ? ພວກເຈົ້າໄດ້ພິຈາລະນາຄຳຖາມແຕ່ລະຂໍ້ທີ່ເຮົາໄດ້ຕັ້ງໄວ້ກັບພວກເຈົ້າແລ້ວບໍ? ຊ່າງປະໝາດແທ້ເດ! ເຈົ້າກ້າລົບກວນແຜນການຂອງເຮົາໄດ້ແນວໃດ? ພວກເຈົ້າຈັ່ງແມ່ນຄວບຄຸມບໍ່ໄດ້ແທ້ເດ! ຖ້າພາລະກິດດັ່ງກ່າວຂອງວິນຍານຊົ່ວຮ້າຍຍັງສືບຕໍ່, ເຮົາຈະໂຍນພວກມັນໃຫ້ຕາຍຢູ່ຂຸມທີ່ເລິກຫຼາຍທັນທີ! ເຮົາໄດ້ເຫັນການກະທຳຕ່າງໆຂອງວິນຍານຊົ່ວຮ້າຍຢ່າງຊັດເຈນຕັ້ງແຕ່ດົນນານມາແລ້ວ. ແລ້ວເຮົາກໍຍັງເບິ່ງຄົນທີ່ຖືກວິນຍານຊົ່ວຮ້າຍໃຊ້ນັ້ນອອກ (ບັນດາຜູ້ທີ່ມີເຈດຕະນາຜິດ, ບັນດາຜູ້ທີ່ປາຖະໜາຫາເນື້ອໜັງ ຫຼື ຄວາມຮັ່ງມີ, ບັນດາຜູ້ທີ່ສັນລະເສີນຕົນເອງ, ບັນດາຜູ້ຄົນທີ່ເຮັດໃຫ້ຄຣິສຕະຈັກແຕກແຍກກັນ, ອື່ນໆ). ຢ່າຄິດວ່າທຸກສິ່ງຈົບລົງຫຼັງຈາກທີ່ວິນຍານຊົ່ວຮ້າຍຖືກໂຍນຖິ້ມ. ເຮົາຊິຂໍບອກເຈົ້າແນວນີ້! ຕັ້ງແຕ່ນີ້ເປັນຕົ້ນໄປ, ເຮົາຈະກໍາຈັດຄົນເຫຼົ່ານີ້ເທື່ອລະຄົນ ໂດຍທີ່ບໍ່ໃຊ້ພວກເຂົາອີກຕໍ່ໄປຈັກເທື່ອ! ນັ້ນໝາຍຄວາມວ່າ ຄົນໃດກໍຕາມທີ່ຖືກວິນຍານຊົ່ວຮ້າຍເຮັດໃຫ້ເສື່ອມຊາມຈະບໍ່ຖືກເຮົາໃຊ້ ແລະ ຈະຖືກເຕະອອກໄປ! ຢ່າຄິດວ່າເຮົາບໍ່ມີຄວາມຮູ້ສຶກ! ຈົ່ງຮູ້ສິ່ງນີ້ໄວ້! ເຮົາເປັນພຣະເຈົ້າທີ່ບໍລິສຸດ ແລະ ເຮົາຈະບໍ່ອາໄສຢູ່ໃນພຣະວິຫານທີ່ສົກກະປົກ! ເຮົາພຽງແຕ່ໃຊ້ຄົນທີ່ຊື່ສັດ ແລະ ມີສະຕິປັນຍາ ທີ່ຈົ່ງຮັກພັກດີຕໍ່ເຮົາແທ້ໆ ແລະ ສາມາດຄຳນຶງເຖິງພາລະຂອງເຮົາ. ນີ້ກໍເພາະວ່າຄົນປະເພດດັ່ງກ່າວແມ່ນຖືກເຮົາກຳນົດໄວ້ລ່ວງໜ້າແລ້ວ ແລະ ແນ່ນອນຢູ່ແລ້ວວ່າ ບໍ່ມີວິນຍານຊົ່ວຮ້າຍປະຕິບັດພາລະກິດໃນພວກເຂົາເລີຍ. ໃຫ້ເຮົາເຮັດອີກສິ່ງໜຶ່ງໃຫ້ຊັດເຈນເຊິ່ງກໍຄື: ຕັ້ງແຕ່ນີ້ເປັນຕົ້ນໄປ ທຸກຄົນທີ່ບໍ່ມີພາລະກິດຂອງພຣະວິນຍານບໍລິສຸດກໍມີພາລະກິດຂອງວິນຍານຊົ່ວຮ້າຍ. ໃຫ້ເຮົາເວົ້າຢໍ້າອີກຄັ້ງ: ເຮົາບໍ່ຕ້ອງການແມ່ນແຕ່ຄົນດຽວທີ່ມີພາລະກິດຂອງວິນຍານຊົ່ວຮ້າຍ. ພວກເຂົາທຸກຄົນຈະຖືກໂຍນລົງສູ່ດິນແດນມໍລະນາພ້ອມກັບເນື້ອໜັງຂອງພວກເຂົາ! ຂໍ້ຮຽກຮ້ອງຂອງເຮົາຈາກພວກເຈົ້າໃນອະດີດກໍບໍ່ໄດ້ເຄັ່ງຄັດປານໃດ ແລະ ພວກເຈົ້າກໍເສເພເມື່ອເວົ້າເຖິງເນື້ອໜັງ. ຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ເຮົາຈະບໍ່ຍອມໃຫ້ພວກເຈົ້າສືບຕໍ່ເຮັດແບບນີ້. ຖ້າຄຳເວົ້າ ແລະ
- [ບົດທີ 75](https://lo.kingdomsalvation.org/seventy-fifth-utterance.html) - ທຸກສິ່ງທຸກຢ່າງຈະຖືກປະຕິບັດທັນທີທີ່ພຣະທຳຂອງເຮົາຖືກກ່າວອອກໄປ ໂດຍພາຍໃນຂອບເຂດຂອງຫຼັກການ. ຕັ້ງແຕ່ນີ້ເປັນຕົ້ນໄປ, ຄວາມລຶກລັບທຸກຢ່າງທີ່ຖືກເຊື່ອງຊ້ອນໄວ້ຈະບໍ່ຖືກປິດບັງ ຫຼື ປົກປິດອີກຕໍ່ໄປ ແລະ ຈະຖືກເປີດເຜີຍໃຫ້ພວກເຈົ້າເຫັນຢ່າງຊັດເຈນ ນັ້ນກໍຄືບຸດຊາຍອັນເປັນທີ່ຮັກຂອງເຮົາ. ເຮົາຈະເຮັດໃຫ້ເຈົ້າເຫັນເຖິງໝາຍສຳຄັນ ແລະ ການອັດສະຈັນທີ່ຍິ່ງໃຫຍ່ໃນຕົວເຮົາ ແລະ ຄວາມລຶກລັບທີ່ຍິ່ງໃຫຍ່ກວ່າເກົ່າ. ສິ່ງເຫຼົ່ານີ້ຈະເຮັດໃຫ້ພວກເຈົ້າຕົກຕະລຶງຢ່າງແນ່ນອນ ແລະ ເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈກ່ຽວກັບເຮົາຫຼາຍຂຶ້ນ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສູດ ແລະ ໃນນັ້ນພວກເຈົ້າກໍຈະໄດ້ຮັບຮູ້ເຖິງສະຕິປັນຍາຂອງເຮົາອີກດ້ວຍ. ໃນປັດຈຸບັນ ພວກເຈົ້າຖືກນໍາມາຢູ່ຕໍ່ໜ້າພຣະເຈົ້າອົງແທ້ຈິງອົງດຽວ ທີ່ມະນຸດບໍ່ເຄີຍເຫັນຈັກເທື່ອຕັ້ງແຕ່ການຊົງສ້າງ ແລະ ບໍ່ມີຫຍັງທີ່ພິເສດກ່ຽວກັບເຮົາເລີຍ. ເຮົາກິນ, ດຳລົງຊີວິດ, ກ່າວ ແລະ ຫົວໄປກັບພວກເຈົ້າ ແລະ ເຮົາດຳລົງຊີວິດພາຍໃນຕົວພວກເຈົ້າຢູ່ຕະຫຼອດເວລາ ໃນຂະນະດຽວກັນຍັງເຄື່ອນໄຫວທ່າມກາງພວກເຈົ້າອີກດ້ວຍ. ສຳລັບຄົນທີ່ບໍ່ເຊື່ອ ຫຼື ຜູ້ທີ່ມີແນວຄິດຂອງຕົນເອງທີ່ຮ້າຍແຮງ, ສິ່ງນີ້ຄືອຸປະສັກ. ນີ້ແມ່ນສະຕິປັນຍາຂອງເຮົາ. ເຮົາຍັງຈະເປີດເຜີຍໃຫ້ບາງຄົນເຫັນໃນສິ່ງທີ່ຄວາມເປັນມະນຸດປົກກະຕິຂອງເຮົາບໍ່ຮູ້ຈັກ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ເຮົາບໍ່ແມ່ນພຣະເຈົ້າ. ໃນທາງກົງກັນຂ້າມ, ຂໍ້ນີ້ແມ່ນພຽງພໍທີ່ຈະພິສູດໃຫ້ເຫັນແລ້ວວ່າ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສຳລັບຄົນທີ່ເຊື່ອ, ຂໍ້ນີ້ແມ່ນມີຜົນກະທົບຢ່າງແນ່ນອນ ແລະ ຍ້ອນປະເດັນນີ້ ພວກເຂົາຈຶ່ງມີຄວາມໝັ້ນໃຈໃນຕົວເຮົາຮ້ອຍເປີເຊັນ. ຢ່າໃຈຮ້ອນຫຼາຍເກີນໄປ; ເຮົາຈະເປີດເຜີຍສິ່ງຕ່າງໆໃຫ້ກັບເຈົ້າເທື່ອລະຢ່າງ. ສຳລັບພວກເຈົ້າແລ້ວ, ເຮົາເປີດເຜີຍ ແລະ
- [ບົດທີ 74](https://lo.kingdomsalvation.org/seventy-fourth-utterance.html) - ຄົນທີ່ອ່ານພຣະທຳຂອງເຮົາ ແລະ ເຊື່ອວ່າພຣະທຳເຫຼົ່ານັ້ນຈະຖືກເຮັດໃຫ້ສຳເລັດ ກໍເປັນສຸກ, ເຮົາຈະບໍ່ປະຕິບັດຕໍ່ເຈົ້າແບບຜິດໆເລີຍ; ແຕ່ຈະເຮັດໃຫ້ສິ່ງທີ່ເຈົ້າເຊື່ອນັ້ນສຳເລັດໃນຕົວເຈົ້າ. ນີ້ແມ່ນພອນຂອງເຮົາທີ່ຈະມາເຖິງເຈົ້າ. ພຣະທຳຂອງເຮົາໂຈມຕີຄວາມລັບທີ່ລີ້ລັບຢູ່ໃນທຸກຄົນຕາມຄາດໝາຍ; ທຸກຄົນມີບາດແຜຂອງມະນຸດ ແລະ ເຮົາເປັນໝໍດີທີ່ຮັກສາພວກເຂົາ: ພຽງແຕ່ໃຫ້ມາຢູ່ຕໍ່ໜ້າເຮົາ. ເປັນຫຍັງເຮົາຈຶ່ງເວົ້າວ່າໃນອະນາຄົດ ຈະບໍ່ມີໂສກເສົ້າ ແລະ ບໍ່ມີນໍ້າຕາອີກຕໍ່ໄປ? ມັນເປັນຍ້ອນເຫດຜົນນີ້. ໃນເຮົາ, ທຸກສິ່ງຖືກເຮັດໃຫ້ສຳເລັດ, ແຕ່ໃນມະນຸດ ທຸກສິ່ງລ້ວນແລ້ວແຕ່ເສື່ອມຊາມ, ວ່າງເປົ່າ ແລະ ຫຼອກລວງສຳລັບມະນຸດ. ຕໍ່ໜ້າເຮົາ, ເຈົ້າຈະຮັບທຸກສິ່ງຢ່າງແນ່ນອນ ແລະ ເຈົ້າຈະສາມາດທັງເຫັນ ແລະ ຊື່ນຊົມພອນທຸກຢ່າງທີ່ເຈົ້າບໍ່ສາມາດຈິນຕະນາການໄດ້ຢ່າງແນ່ນອນ. ຄົນທີ່ບໍ່ມາຢູ່ຕໍ່ໜ້າເຮົາເປັນຄົນກະບົດຢ່າງແນ່ນອນ ແລະ ເປັນຄົນທີ່ຕໍ່ຕ້ານເຮົາຢ່າງແນ່ນອນ. ເຮົາຈະບໍ່ປ່ອຍພວກເຂົາໄປງ່າຍໆຢ່າງແນ່ນອນ; ເຮົາຈະຂ້ຽນຕີຄົນປະເພດນີ້ຢ່າງຮຸນແຮງ. ໃຫ້ຈື່ສິ່ງນີ້ໄວ້! ຍິ່ງຜູ້ຄົນມາຢູ່ຕໍ່ໜ້າເຮົາຫຼາຍສໍ່າໃດ, ພວກເຂົາກໍຍິ່ງຈະໄດ້ຮັບຫຼາຍຂຶ້ນ, ເຖິງແມ່ນວ່າມັນຈະເປັນພຽງຄວາມກະລຸນາ. ຈັກໜ້ອຍ, ພວກເຂົາຈະໄດ້ຮັບພອນທີ່ຍິ່ງໃຫຍ່ຫຼາຍກວ່າເກົ່າ. ຕັ້ງແຕ່ການເນລະມິດສ້າງແຜ່ນດິນໂລກ, ເຮົາກໍເລີ່ມກຳນົດໂຊກຊະຕາ ແລະ ຄັດເລືອກຄົນກຸ່ມນີ້ ກ່າວຄື ພວກເຈົ້າໃນປັດຈຸບັນ. ອາລົມ, ຄວາມສາມາດ, ຮູບຮ່າງ ແລະ ວຸດທິພາວະ, ຄອບຄົວທີ່ພວກເຈົ້າເກີດ, ອາຊີບຂອງເຈົ້າ ແລະ
- [ບົດທີ 73](https://lo.kingdomsalvation.org/seventy-third-utterance.html) - ພຣະທຳຂອງເຮົາຖືກເຮັດໃຫ້ສຳເລັດທັນທີທີ່ເຮົາກ່າວອອກມາ; ພຣະທຳເຫຼົ່ານັ້ນບໍ່ເຄີຍປ່ຽນແປງຈັກເທື່ອ ແລະ ຖືກຕ້ອງທັງໝົດ. ຈົ່ງຈື່ສິ່ງນີ້ໄວ້! ເຈົ້າຕ້ອງພິຈາລະນາພຣະທຳ ແລະ ວະລີທຸກຂໍ້ທີ່ອອກມາຈາກປາກຂອງເຮົາຢ່າງລະອຽດ. ຈົ່ງລະມັດລະວັງເພີ່ມຂຶ້ນຕື່ມ ເພື່ອບໍ່ໃຫ້ເຈົ້າໄດ້ຮັບຄວາມສູນເສຍ ແລະ ໄດ້ຮັບແຕ່ການພິພາກສາຂອງເຮົາ, ຄວາມໂກດຮ້າຍຂອງເຮົາ, ການເຜົາໄໝ້ຂອງເຮົາເທົ່ານັ້ນ. ບັດນີ້ ພາລະກິດຂອງເຮົາກຳລັງເຄື່ອນໄປຢ່າງໄວຫຼາຍ, ເຖິງແມ່ນວ່າມັນບໍ່ສົມບູນ; ມັນກໍປານີດຫຼາຍຈົນໃນຄວາມເປັນຈິງແລ້ວ ມັນບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ແລະ ບໍ່ສາມາດຈັບຕ້ອງໄດ້ດ້ວຍມືຂອງມະນຸດ. ມັນປານີດເປັນພິເສດ. ເຮົາບໍ່ເຄີຍກ່າວພຣະທໍາທີ່ວ່າງເປົ່າຈັກເທື່ອ ແລະ ທຸກສິ່ງທີ່ເຮົາກ່າວລ້ວນແລ້ວແຕ່ເປັນຈິງ. ເຈົ້າຄວນເຊື່ອວ່າ ພຣະທຳທຸກຂໍ້ເປັນຈິງ ແລະ ຖືກຕ້ອງ. ຢ່າເລີນເລີ້; ນີ້ຄືຊ່ວງເວລາທີ່ສຳຄັນ! ບໍ່ວ່າເຈົ້າຈະໄດ້ຮັບພອນ ຫຼື ຄວາມໂຊກຮ້າຍກໍຈະຖືກກຳນົດໃນຊ່ວງເວລານີ້ ແລະ ຄວາມແຕກຕ່າງແມ່ນຄືກັບລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ບໍ່ວ່າເຈົ້າຈະໄປສະຫວັນ ຫຼື ດິນແດນມໍລະນາ ກໍລ້ວນແລ້ວແຕ່ຢູ່ໃນການຄວບຄຸມຂອງເຮົາທັງໝົດ. ຄົນທີ່ໄປດິນແດນມໍລະນາກໍຕໍ່ສູ້ກັບການດີ້ນລົນຄັ້ງສຸດທ້າຍກ່ອນຕາຍ, ໃນຂະນະທີ່ຄົນໄປສະຫວັນກຳລັງທົນທຸນເປັນຄັ້ງສຸດທ້າຍ ແລະ ເສຍສະຫຼະເປັນຄັ້ງສຸດທ້າຍສຳລັບເຮົາ ແລະ ທຸກສິ່ງທີ່ພວກເຂົາຈະເຮັດໃນອະນາຄົດກ່ຽວຂ້ອງກັບການເພີດເພີນ ແລະ ການສັນລະເສີນ ໂດຍບໍ່ມີສິ່ງເລັກນ້ອຍໃດໆມາລົບກວນພວກເຂົາ (ການແຕ່ງດອງ, ວຽກງານ, ຄວາມຮັ່ງມີທີ່ແສນລຳບາກ, ສະຖານະ
- [ບົດທີ 72](https://lo.kingdomsalvation.org/seventy-second-utterance.html) - ຖ້າເຈົ້າຄົ້ນພົບຂໍ້ບົກຜ່ອງ ຫຼື ຄວາມອ່ອນແອໃດໜຶ່ງໃນຕົວເຈົ້າເອງ, ເຈົ້າຕ້ອງເພິ່ງພາເຮົາເພື່ອທີ່ຈະກຳຈັດມັນໃຫ້ອອກຈາກຕົວເຈົ້າໃນທັນທີ. ຢ່າຊັກຊ້າເລີຍ; ບໍ່ດັ່ງນັ້ນ ພາລະກິດຂອງພຣະວິນຍານບໍລິສຸດຈະຢູ່ຫ່າງໄກຈາກເຈົ້າຫຼາຍ ແລະ ເຈົ້າຈະຕົກຢູ່ຂ້າງຫຼັງຫຼາຍ. ພາລະກິດທີ່ເຮົາໄດ້ຝາກຝັງໄວ້ກັບເຈົ້ານັ້ນສາມາດຖືກເຮັດໃຫ້ສຳເລັດໄດ້ໂດຍພຽງແຕ່ຜ່ານທາງການຫຍັບເຂົ້າໃກ້, ການອະທິຖານ ແລະ ການສົນທະນາຕໍ່ໜ້າເຮົາຢູ່ເລື້ອຍໆເທົ່ານັ້ນ. ຖ້າເຈົ້າບໍ່ເຮັດສິ່ງເຫຼົ່ານີ້, ແລ້ວມັນກໍຈະບໍ່ບັນລຸຜົນຫຍັງເລີຍ ແລະ ທຸກສິ່ງຖືກປະຕິບັດໂດຍສູນເປົ່າ. ພາລະກິດຂອງເຮົາໃນປັດຈຸບັນບໍ່ຄືກັບໃນອະດີດ; ຂອບເຂດຊີວິດໃນຜູ້ຄົນທີ່ເຮົາຮັກກໍແຕກຕ່າງກັນຫຼາຍຈາກສິ່ງທີ່ມັນເຄີຍເປັນມາກ່ອນ. ພວກເຂົາທຸກຄົນມີຄວາມເຂົ້າໃຈພຣະທຳຂອງເຮົາຢ່າງຊັດເຈນ ພ້ອມທັງມີຄວາມເຂົ້າໃຈແຫຼມຄົມໃນພຣະທຳເຫຼົ່ານັ້ນ. ນີ້ແມ່ນລັກສະນະທີ່ຊັດເຈນທີ່ສຸດ ເຊິ່ງສາມາດສະທ້ອນຄວາມມະຫັດສະຈັນຂອງພາລະກິດຂອງເຮົາໄດ້ຫຼາຍທີ່ສຸດ. ບາດກ້າວຂອງພາລະກິດຂອງເຮົາໄດ້ໄວຂຶ້ນ ແລະ ພາລະກິດຂອງເຮົາແມ່ນແຕກຕ່າງຈາກອະດີດຢ່າງແນ່ນອນ. ມັນຍາກທີ່ຈະໃຫ້ຜູ້ຄົນຈິນຕະນາການ ແລະ ຍິ່ງໄປກວ່ານັ້ນ ມັນເປັນໄປບໍ່ໄດ້ທີ່ຈະໃຫ້ຜູ້ຄົນຢັ່ງເຖິງ. ບໍ່ມີຫຍັງທີ່ເປັນຄວາມເລິກລັບຕໍ່ພວກເຈົ້າອີກຕໍ່ໄປ; ກົງກັນຂ້າມ ທຸກສິ່ງຖືກເຮັດໃຫ້ເປັນທີ່ຮູ້ຈັກ ແລະ ຊັດແຈ້ງຂຶ້ນ. ມັນໂປງໃສ, ມັນຖືກປົດປ່ອຍໃຫ້ເປັນອິດສະຫຼະ ແລະ ຍິ່ງໄປກວ່ານັ້ນ ມັນເສລີແທ້ໆ. ຄົນທີ່ເຮົາຮັກຈະບໍ່ຖືກຈຳກັດໂດຍຄົນໃດໜຶ່ງ, ເຫດການ, ສິ່ງຂອງ ຫຼື ອາວະກາດ ຫຼື ພູມມີສາດໃດໜຶ່ງ; ພວກເຂົາຈະຢູ່ເໜືອການຈໍາກັດທີ່ກຳນົດຂຶ້ນໂດຍສະພາບແວດລ້ອມທັງໝົດ ແລະ ປາກົດອອກມາຈາກເນື້ອໜັງ. ນີ້ແມ່ນຄວາມສຳເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາ. ຫຼັງຈາກນັ້ນ ຈະບໍ່ມີຫຍັງທີ່ຫຼົງເຫຼືອໃຫ້ເຮັດອີກ; ມັນຈະຖືກເຮັດໃຫ້ສຳເລັດຢ່າງສົມບູນ. ຄວາມສຳເລັດຂອງພາລະກິດທີ່ຍິ່ງໃຫຍ່ແມ່ນຖືກກ່າວເພື່ອອ້າງອີງເຖິງລູກຊາຍກົກທຸກຄົນ
- [ບົດທີ 71](https://lo.kingdomsalvation.org/seventy-first-utterance.html) - ເຮົາໄດ້ເຮັດໃຫ້ທັງໝົດຂອງເຮົາເປັນທີ່ປະຈັກຕໍ່ພວກເຈົ້າທຸກຄົນແລ້ວ, ແຕ່ເປັນຫຍັງພວກເຈົ້າຈຶ່ງບໍ່ໄຕ່ຕອງພຣະທຳຂອງເຮົາດ້ວຍຫົວໃຈ ແລະ ວິນຍານທັງໝົດຂອງພວກເຈົ້າ? ເປັນຫຍັງເຈົ້າຈຶ່ງເຮັດຄືກັບພຣະທຳຂອງເຮົາເປັນຂີ້ເຫຍື້ອ? ສິ່ງທີ່ເຮົາເວົ້າບໍ່ຖືກຕ້ອງບໍ? ພຣະທຳຂອງເຮົາໄດ້ໂຈມຕີຖືກສ່ວນສຳຄັນຂອງພວກເຈົ້າບໍ? ພວກເຈົ້າຊັກຊ້າ ແລະ ລັງເລຢ່າງເປັນປະຈຳ? ເປັນຫຍັງເຮົາຈຶ່ງປະພຶດໃນລັກສະນະນີ້? ເຮົາບໍ່ໄດ້ກ່າວຢ່າງຊັດເຈນບໍ? ເຮົາໄດ້ກ່າວຫຼາຍເທື່ອແລ້ວວ່າ ພຣະທຳຂອງເຮົາຄວນໄດ້ຮັບການໄຕ່ຕອງຢ່າງລະມັດລະວັງ ແລະ ພວກເຈົ້າຄວນເອົາໃຈໃສ່ພຣະທຳເຫຼົ່ານັ້ນຢ່າງໃກ້ຊິດ. ມີຄົນໃດທ່າມກາງພວກເຈົ້າທີ່ເປັນລູກທີ່ເຊື່ອຟັງ ແລະ ອ່ອນນ້ອມບໍ? ພຣະທຳຂອງເຮົາສູນເປົ່າບໍ? ພວກມັນບໍ່ມີຜົນເລີຍ ແມ່ນບໍ? ມີຫຼາຍສໍ່າໃດໃນຕົວເຈົ້າທີ່ສາມາດສອດຄ່ອງກັບເຈດຕະນາຂອງເຮົາ? ຖ້າເຈົ້າໄປໂດຍບໍ່ຖືກກ່າວເຖິງແມ່ນແຕ່ຊ່ວງເວລາໃດໜຶ່ງ, ແລ້ວເຈົ້າກໍເລີ່ມເສເພ ແລະ ບໍ່ຖືກຈໍາກັດ. ຖ້າເຮົາບໍ່ລະບຸວິທີປະຕິບັດ ແລະ ເວົ້າຢ່າງຊັດເຈນ, ແລ້ວມັນເປັນໄປໄດ້ບໍວ່າ ເລິກໆໃນພາຍນອກ ເຈົ້າກໍຈະບໍ່ຮູ້ຫຍັງ? ໃຫ້ເຮົາບອກເຈົ້າ! ຄົນທີ່ທົນທຸກກັບການສູນເສຍແມ່ນຄົນທີ່ບໍ່ເຊື່ອຟັງ, ຜູ້ທີ່ບໍ່ຍອມຈຳນົນ ແລະ ຜູ້ທີ່ເຊື່ອຢ່າງໂງ່ຈ້າ! ຄົນໜຶ່ງບໍ່ໃສ່ໃຈໃນສິ່ງທີ່ເຮົາເວົ້າ ແລະ ບໍ່ສາມາດເຂົ້າໃຈລາຍລະອຽດ ກໍຈະບໍ່ສາມາດຢັ່ງເຖິງເຈດຕະນາຂອງເຮົາໄດ້ ຫຼື ພວກເຂົາຈະບໍ່ສາມາດຮັບໃຊ້ເຮົາໄດ້. ຄົນປະເພດນີ້ຈະຖືກເຮົາລິຮານ ແລະ ຈະພົບກັບການພິພາກສາຂອງເຮົາ. ການບໍ່ເຂົ້າໃຈລາຍລະອຽດກໍຄືຄວາມໜ້າດ້ານຫຼາຍ ພ້ອມທັງຄວາມເຈດຕະນາບໍ່ຮອບຄອບ; ສະນັ້ນ ເຮົາຈຶ່ງກຽດຊັງຄົນປະເພດນີ້ ແລະ ບໍ່ໃຈເຢັນໆຕໍ່ພວກເຂົາ. ເຮົາຈະບໍ່ສະແດງຄວາມເມດຕາໃຫ້ກັບພວກເຂົາເລີຍ; ເຮົາຈະສະແດງພຽງແຕ່ຄວາມສະຫງ່າຜ່າເຜີຍ
- [ບົດທີ 70](https://lo.kingdomsalvation.org/seventieth-utterance.html) - ການທີ່ຄວາມລຶກລັບຂອງເຮົາຖືກເປີດເຜີຍ ແລະ ສະແດງອອກຢ່າງເປີດເຜີຍ ແລະ ບໍ່ຖືກປິດບັງອີກຕໍ່ໄປນັ້ນ ກໍເນື່ອງມາຈາກພຣະຄຸນ ແລະ ຄວາມເມດຕາຂອງເຮົາທັງນັ້ນ. ຍິ່ງໄປກວ່ານັ້ນ, ການທີ່ພຣະທຳຂອງເຮົາປາກົດຂຶ້ນທ່າມກາງມະນຸດ ແລະ ບໍ່ຖືກປົກປິດໄວ້ອີກຕໍ່ໄປນັ້ນ ກໍເນື່ອງມາຈາກພຣະຄຸນ ແລະ ຄວາມເມດຕາຂອງເຮົາເຊັ່ນກັນ. ເຮົາຮັກທຸກຄົນທີ່ສະລະຕົນເພື່ອເຮົາ ແລະ ຖວາຍຕົນເພື່ອເຮົາຢ່າງຈິງໃຈ. ເຮົາກຽດຊັງທຸກຄົນທີ່ເກີດຈາກເຮົາ ແຕ່ບໍ່ຮູ້ຈັກເຮົາ ແລະ ເຖິງກັບຕໍ່ຕ້ານເຮົາ. ເຮົາຈະບໍ່ປະຖິ້ມຜູ້ໃດກໍຕາມທີ່ມີຄວາມຈິງໃຈກັບເຮົາ; ກົງກັນຂ້າມ, ເຮົາຈະປະທານພອນໃຫ້ຄົນໆນັ້ນເປັນສອງເທົ່າ. ເຮົາຈະລົງໂທດບັນດາຜູ້ທີ່ກັດມືທີ່ປ້ອນພວກເຂົາສອງເທົ່າ ແລະ ເຮົາຈະບໍ່ປ່ອຍພວກເຂົາໄປຢ່າງງ່າຍດາຍຢ່າງເດັດຂາດ. ໃນລາຊະອານາຈັກຂອງເຮົາ ບໍ່ມີຄວາມຄົດໂກງ ຫຼື ເລ່ລ່ຽມ ແລະ ບໍ່ມີເລື່ອງທາງໂລກ; ນັ້ນກໍຄື ບໍ່ມີກິ່ນແຫ່ງຄວາມຕາຍ. ກົງກັນຂ້າມ, ທັງໝົດແມ່ນຄວາມຖືກຕ້ອງ ແລະ ຄວາມຊອບທຳ; ທັງໝົດແມ່ນຄວາມຮຽບງ່າຍລ້ວນໆ ແລະ ການເປີດເຜີຍ ໂດຍບໍ່ມີຫຍັງຖືກປິດບັງໄວ້ ຫຼື ປົກປິດໄວ້. ທຸກສິ່ງສົດໃໝ່, ທຸກສິ່ງແມ່ນຄວາມສຸກ ແລະ ທຸກສິ່ງແມ່ນການເສີມສ້າງ. ໃຜກໍຕາມທີ່ຍັງສົ່ງກິ່ນແຫ່ງຄວາມຕາຍອອກມາ ບໍ່ມີທາງທີ່ຈະຢູ່ໃນອານາຈັກຂອງເຮົາໄດ້, ກົງກັນຂ້າມແມ່ນຈະຖືກປົກຄອງດ້ວຍທ່ອນເຫຼັກຂອງເຮົາ. ຄວາມລຶກລັບທັງໝົດທີ່ບໍ່ມີທີ່ສິ້ນສຸດ ຕັ້ງແຕ່ອະດີດຕະການຈົນເຖິງປັດຈຸບັນ
- [ບົດທີ 69](https://lo.kingdomsalvation.org/sixty-ninth-utterance.html) - ເມື່ອເຈດຕະນາຂອງເຮົາຖືກປະກາດອອກມາ, ໃຜກໍຕາມທີ່ກ້າຕໍ່ຕ້ານ ແລະ ໃຜກໍຕາມທີ່ກ້າຕັດສິນ ຫຼື ສົງໄສ, ເຮົາຈະກຳຈັດໃນທັນທີ. ມື້ນີ້, ໃຜກໍຕາມທີ່ບໍ່ປະຕິບັດຕາມເຈດຕະນາຂອງເຮົາ ຫຼື ໃຜກໍຕາມທີ່ເຮັດຜິດເຈດຕະນາຂອງເຮົາ ຕ້ອງຖືກໂຍນອອກ ແລະ ກຳຈັດຈາກອານາຈັກຂອງເຮົາ. ໃນອານາຈັກຂອງເຮົາ ບໍ່ມີຄົນອື່ນອີກເລີຍ; ທຸກຄົນເປັນລູກຊາຍຂອງເຮົາ ນັ້ນກໍຄື ຄົນທີ່ເຮົາຮັກ ແລະ ຜູ້ທີ່ຄຳນຶງເຖິງເຮົາ. ຍິ່ງໄປກວ່ານັ້ນ, ພວກເຂົາເປັນຜູ້ທີ່ປະຕິບັດຕາມພຣະທຳຂອງເຮົາ ແລະ ສາມາດປົກຄອງໂດຍມີອຳນາດເພື່ອພິພາກສາທຸກຊົນຊາດ ແລະ ທຸກຄົນແທນເຮົາ. ຍິ່ງໄປກວ່ານັ້ນ, ພວກເຂົາເປັນກຸ່ມຂອງລູກຊາຍກົກ ຜູ້ທີ່ໄຮ້ດຽງສາ ແລະ ມີຊີວິດຊີວາ; ທຳມະດາ ແລະ ເປີດເຜີຍ; ແລະ ທັງຊື່ສັດ ແລະ ມີສະຕິປັນຍາ. ເຈດຕະນາຂອງເຮົາຖືກເຮັດໃຫ້ສຳເລັດໃນພວກເຈົ້າ ແລະ ສິ່ງທີ່ເຮົາປາຖະໜາຢາກເຮັດແມ່ນຖືກບັນລຸໃນພວກເຈົ້າ, ໂດຍບໍ່ມີຂໍ້ຜິດພາດໃດໆ, ເປີດອອກ ແລະ ເປີດເຜີຍຢ່າງສົມບູນ. ຄົນທີ່ມີເຈດຕະນາ ແລະ ເປົ້າໝາຍຜິດໆ, ເຮົາໄດ້ເລີ່ມປະຖິ້ມພວກເຂົາ ແລະ ເຮົາຈະເຮັດໃຫ້ພວກເຂົາລົ້ມລົງເທື່ອລະຄົນ. ເຮົາຈະທຳລາຍພວກເຂົາເທື່ອລະຄົນຈົນເຖິງຈຸດທີ່ພວກເຂົາບໍ່ສາມາດຢູ່ລອດໄດ້, ແລະ ທຸກສິ່ງນີ້ໝາຍເຖິງຈິດໃຈຂອງພວກເຂົາ,
- [ບົດທີ 68](https://lo.kingdomsalvation.org/sixty-eighth-utterance.html) - ພຣະທຳຂອງເຮົາໄດ້ຖືກຈັດຕັ້ງປະຕິບັດໃນທຸກປະເທດ, ທຸກບ່ອນ, ທຸກຊາດ ແລະ ທຸກນິກາຍ; ແລະ ພຣະທຳຂອງເຮົາໄດ້ສຳເລັດລົງໃນທຸກມຸມຕາມເວລາທີ່ກຳນົດໄວ້. ໄພພິບັດຕ່າງໆທີ່ເກີດຂຶ້ນຢູ່ທຸກຫົນທຸກແຫ່ງບໍ່ແມ່ນການຕໍ່ສູ້ລະຫວ່າງຜູ້ຄົນ ຫຼື ພວກເຂົາຕໍ່ສູ້ກັນດ້ວຍອາວຸດ. ຫຼັງຈາກນີ້ຈະບໍ່ມີສົງຄາມອີກຕໍ່ໄປ. ທັງໝົດຢູ່ໃນກຳມືຂອງເຮົາ. ທຸກຄົນຈະພົບກັບການພິພາກສາຂອງເຮົາ ແລະ ຈະສະຫຼາຍໄປໃນທ່າມກາງໄພພິບັດຕ່າງໆ. ໃຫ້ບັນດາຜູ້ທີ່ຕໍ່ຕ້ານເຮົາ ລວມທັງບັນດາຜູ້ທີ່ບໍ່ເອົາໃຈໃສ່ທີ່ຈະຮ່ວມມືກັບເຮົາທົນທຸກກັບຄວາມເຈັບປວດຈາກໄພພິບັດຕ່າງໆ; ປ່ອຍໃຫ້ພວກເຂົາຮ້ອງໄຫ້ ແລະ ກັດແຂ້ວໄປຊົ່ວນິລັນດອນ ແລະ ຢູ່ໃນຄວາມມືດຕະຫຼອດໄປ. ພວກເຂົາຈະບໍ່ມີຊີວິດລອດ. ເຮົາປະຕິບັດດ້ວຍຄວາມກົງໄປກົງມາ ແລະ ດ້ວຍຄວາມຄ່ອງແຄ້ວ ແລະ ເຮົາບໍ່ໄດ້ພິຈາລະນາວ່າໃນອະດີດເຈົ້າເຄີຍມີຄວາມສັດທາຕໍ່ເຮົາຫຼາຍພຽງໃດ; ຕາບໃດທີ່ເຈົ້າຕໍ່ຕ້ານເຮົາ, ມືແຫ່ງການພິພາກສາຂອງເຮົາຈະປ່ອຍຄວາມໂກດຮ້າຍລົງໃສ່ເຈົ້າໂດຍໄວ ໂດຍບໍ່ມີການຊັກຊ້າໃດໆ, ບໍ່ແມ່ນແຕ່ວິນາທີດຽວ ແລະ ປາສະຈາກຄວາມເມດຕາໃດໆ. ເຮົາໄດ້ເວົ້າມາໂດຍຕະຫຼອດວ່າເຮົາແມ່ນພຣະເຈົ້າທີ່ຮັກສາສັດຈະຂອງເຮົາ. ທຸກໆພຣະທຳທີ່ເຮົາກ່າວຈະເປັນຈິງ ແລະ ເຮົາຈະເຮັດໃຫ້ພວກເຈົ້າເຫັນມັນທຸກປະການ. ນີ້ແມ່ນຄວາມໝາຍທີ່ແທ້ຈິງໃນການເຂົ້າສູ່ຄວາມເປັນຈິງໃນທຸກສິ່ງ. ໄພພິບັດຄັ້ງຍິ່ງໃຫຍ່ຈະບໍ່ເກີດຂຶ້ນກັບລູກຊາຍຂອງເຮົາ ແລະ ກັບຄົນທີ່ເຮົາຮັກຢ່າງແນ່ນອນ. ເຮົາຈະເບິ່ງແຍງລູກຊາຍທັງຫຼາຍຂອງເຮົາໃນທຸກຍາມ ແລະ ທຸກເວລາ. ແນ່ນອນ ພວກເຈົ້າຈະບໍ່ຕ້ອງທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກທໍລະມານດັ່ງກ່າວນັ້ນ. ກົງກັນຂ້າມ, ເຫດຜົນຂອງມັນກໍຄື ເພື່ອເຮັດໃຫ້ລູກຊາຍຂອງເຮົາສົມບູນແບບ ແລະ ເພື່ອຕື່ມເຕັມພຣະທຳຂອງເຮົາໃນຕົວພວກເຂົາ. ດ້ວຍເຫດນັ້ນ
- [ບົດທີ 67](https://lo.kingdomsalvation.org/sixty-seventh-utterance.html) - ລູກຊາຍຂອງເຮົາປາກົດຢ່າງເປີດເຜີຍ ແລະ ຕໍ່ໜ້າທຸກຄົນ. ເຮົາຈະຂ້ຽນຕີຄົນໃດກໍຕາມທີ່ກ້າທ້າທາຍພວກເຂົາແບບເປີດເຜີຍຢ່າງຮຸນແຮງ; ນັ້ນເປັນສິ່ງທີ່ແນ່ນອນ. ມື້ນີ້, ທຸກຄົນທີ່ສາມາດລຸກຂຶ້ນ ແລະ ລ້ຽງດູຄຣິສຕະຈັກ ກໍໄດ້ບັນລຸສະຖານະຂອງລູກຊາຍກົກແລ້ວ ແລະ ຢູ່ຮ່ວມກັບເຮົາຢ່າງມີສະຫງ່າລາສີໃນຕອນນີ້, ທຸກສິ່ງທີ່ເປັນຂອງເຮົາກໍເປັນຂອງພວກເຈົ້າເຊັ່ນກັນ. ເຮົາປະທານຄວາມກະລຸນາຢ່າງເຫຼືອລົ້ນມາເຖິງທຸກຄົນທີ່ຍອມຕໍ່ເຮົາຢ່າງຈິງໃຈ, ເພື່ອເຈົ້າອາດຈະຍິ່ງໃຫຍ່, ຢູ່ເໜືອກຳລັງຂອງມະນຸດຄົນອື່ນໆ. ເຈດຕະນາຂອງເຮົາທັງໝົດແມ່ນແນໃສ່ພວກເຈົ້າ ຜູ້ເຊິ່ງເປັນລູກຊາຍກົກ ແລະ ເຮົາພຽງແຕ່ປາຖະໜາໃຫ້ພວກເຈົ້າເປັນຜູ້ໃຫຍ່ຢ່າງໄວເທົ່າທີ່ຈະໄວໄດ້ ແລະ ເຮັດສິ່ງທີ່ເຮົາຝາກຝັງໄວ້ກັບເຈົ້ານັ້ນໃຫ້ສຳເລັດ. ຈົ່ງຮູ້ສິ່ງນີ້ໄວ້! ສິ່ງທີ່ເຮົາໄດ້ຝາກຝັງໄວ້ກັບພວກເຈົ້າກໍຄືໂຄງການສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາ. ເຮົາພຽງແຕ່ຫວັງໃຫ້ພວກເຈົ້າສາມາດຖວາຍການເປັນຢູ່ທັງໝົດຂອງເຈົ້າໃຫ້ກັບເຮົາ ດ້ວຍສຸດໃຈ, ສຸດຄວາມຄິດ ແລະ ສຸດກຳລັງຂອງເຈົ້າ ແລະ ເສຍສະຫຼະທຸກສິ່ງເພື່ອເຮົາ. ເວລາບໍ່ໄດ້ລໍຖ້າໃຜແທ້ໆ ແລະ ບໍ່ມີໃຜ, ບໍ່ມີເຫດການໃດ ແລະ ບໍ່ມີສິ່ງໃດສາມາດຂັດຂວາງພາລະກິດຂອງເຮົາໄດ້. ຈົ່ງຮູ້ສິ່ງນີ້ໄວ້! ພາລະກິດຂອງເຮົາຄືບໜ້າຢ່າງລາບລື່ນໂດຍບໍ່ມີການກີດຂວາງໃນທຸກບາດກ້າວ. ບາດກ້າວຂອງເຮົາຢຽບໄປທົ່ວຈັກກະວານ ແລະ ສຸດປາຍແຜ່ນດິນໂລກ, ຕາຂອງເຮົາກວດສອບແຕ່ລະຄົນຢ່າງສະໝໍ່າສະເໝີ ແລະ ຍິ່ງໄປກວ່ານັ້ນ ເຮົາເຝົ້າເບິ່ງຈັກກະວານໂດຍລວມ. ໃນຄວາມເປັນຈິງແລ້ວ ພຣະທຳຂອງເຮົາດຳເນີນໄປທົ່ວທຸກມຸມຂອງຈັກກະວານ. ໃຜກໍຕາມທີ່ກ້າບໍ່ໃຫ້ບໍລິການແກ່ເຮົາ, ໃຜກໍຕາມທີ່ກ້າບໍ່ຊື່ສັດຕໍ່ເຮົາ, ໃຜກໍຕາມທີ່ກ້າຕັດສິນນາມຂອງເຮົາ ແລະ ໃຜກໍຕາມທີ່ກ້າດ່າ ແລະ ໃສ່ຮ້າຍປ້າຍສີລູກຊາຍຂອງເຮົາ,
- [ບົດທີ 66](https://lo.kingdomsalvation.org/sixty-sixth-utterance.html) - ພາລະກິດຂອງເຮົາສືບຕໍ່ຈົນເຖິງຂັ້ນຕອນນີ້ ແລະ ທັງໝົດລ້ວນແລ້ວແຕ່ປະຕິບັດຕາມການຈັດແຈງທີ່ເຕັມໄປດ້ວຍສະຕິປັນຍາຈາກກໍາມືຂອງເຮົາ ແລະ ທັງໝົດມັນເປັນຄວາມສຳເລັດທີ່ຍິ່ງໃຫຍ່ຂອງເຮົາ. ແມ່ນໃຜທ່າມກາງມະນຸດຊາດທີ່ສາມາດເຮັດສິ່ງດັ່ງກ່າວນັ້ນໄດ້ແດ່? ກົງກັນຂ້າມ ມັນບໍ່ແມ່ນໃນກໍລະນີທີ່ຜູ້ຄົນຂັດຂວາງການຈັດການຂອງເຮົາບໍ? ເຖິງຢ່າງໃດກໍຕາມ ເຈົ້າຕ້ອງຮູ້ວ່າ ບໍ່ມີຄົນໃດສາມາດປະຕິບັດພາລະກິດຂອງເຮົາແທນເຮົາໄດ້, ແລ້ວແຮງໄກທີ່ຈະຂັດຂວາງພາລະກິດນັ້ນໄດ້ ນັ້ນກໍຍ້ອນວ່າ ບໍ່ມີຜູ້ໃດເລີຍທີ່ສາມາດກ່າວ ຫຼື ເຮັດສິ່ງຕ່າງໆທີ່ເຮົາເຮັດ ແລະ ກ່າວໄດ້. ເຖິງສິ່ງນີ້ເປັນຄວາມຈິງ, ຜູ້ຄົນກໍຍັງບໍ່ຮູ້ຈັກເຮົາ, ເຮົາຜູ້ທີ່ມີສະຕິປັນຍາ, ຜູ້ທີ່ເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພາຍນອກ ເຈົ້າບໍ່ກ້າທ້າທາຍເຮົາຢ່າງເປີດເຜີຍ, ແຕ່ໃນຫົວໃຈຂອງເຈົ້າ ແລະ ໃນຄວາມຄິດຂອງເຈົ້າ, ເຈົ້າຕັ້ງຕົນເອງເປັນປໍລະປັກຕໍ່ເຮົາ. ຄົນໂງ່ເອີຍ! ເຈົ້າບໍ່ຮູ້ບໍວ່າ ເຮົາເປັນພຣະເຈົ້າທີ່ເຝົ້າເບິ່ງສ່ວນເລິກສຸດໃນຫົວໃຈຂອງມະນຸດ? ເຈົ້າບໍ່ຮູ້ບໍວ່າ ເຮົາເຝົ້າເບິ່ງຄຳເວົ້າ ແລະ ການກະທຳທຸກຢ່າງຂອງເຈົ້າ? ເຮົາຂໍເວົ້າກັບເຈົ້າດັ່ງນີ້: ເຮົາຈະບໍ່ກ່າວພຣະທຳອັນອ່ອນໂຍນອອກຈາກຮີມສົບຂອງເຮົາອີກຕໍ່ໄປ. ກົງກັນຂ້າມ ມັນຈະເປັນພຣະທຳແຫ່ງການພິພາກສາຢ່າງໜັກ ແລະ ເຮົາຈະເບິ່ງວ່າ ເຈົ້າສາມາດທົນຕໍ່ພຣະທຳເຫຼົ່ານັ້ນໄດ້ ຫຼື ບໍ່. ຕັ້ງແຕ່ນີ້ຕໍ່ໄປ, ຄົນທີ່ມີຫົວໃຈທີ່ບໍ່ໃກ້ຊິດກັບເຮົາ ໝາຍເຖິງຄົນທີ່ບໍ່ມີຄວາມຮັກຢ່າງຈິງໃຈສຳລັບເຮົາແມ່ນຄົນທີ່ທ້າທ້າຍເຮົາຢ່າງເປີດເຜີຍ. ໃນປັດຈຸບັນ, ພາລະກິດຂອງພຣະວິນຍານບໍລິສຸດໄດ້ມາເຖິງຈຸດທີ່ຈະບໍ່ມີການນໍາໃຊ້ວິທີການແບບເກົ່າອີກຕໍ່ໄປ; ກົງກັນຂ້າມ ວິທີການໃໝ່ແມ່ນກໍາລັງຖືກປະຕິບັດແທນ. ຄົນທີ່ບໍ່ຮ່ວມມືກັບເຮົາຢ່າງເດັດຂາດ ແລະ ຢ່າງຫ້າວຫັນຈະຕົກລົງສູ່ແດນມໍລະນາ ເຊິ່ງເປັນເຫວເລິກແຫ່ງຄວາມຕາຍ
- [ບົດທີ 65](https://lo.kingdomsalvation.org/sixty-fifth-utterance.html) - ພຣະທຳຂອງເຮົາຍິງຖືກຈຸດອ່ອນຂອງພວກເຈົ້າຢູ່ສະເໝີ ຊຶ່ງຊີ້ໃຫ້ເຫັນຈຸດອ່ອນທີ່ຮ້າຍແຮງຂອງພວກເຈົ້າ, ຖ້າບໍ່ດັ່ງນັ້ນ ພວກເຈົ້າກໍຈະຄົງລາກສົ້ນນ່ອງຂອງພວກເຈົ້າ ໂດຍບໍ່ຮູ້ຈັກວ່າຕອນນີ້ເວລາຈັກໂມງແລ້ວ. ຈົ່ງຮູ້ຈັກເລື່ອງນີ້! ເຮົາໃຊ້ຫົນທາງແຫ່ງຄວາມຮັກເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນ. ບໍ່ວ່າພວກເຈົ້າປະພຶດຕົນແນວໃດກໍ່ຕາມ, ເຮົາກໍຈະເຮັດສຳເລັດສິ່ງຕ່າງໆທີ່ເຮົາໄດ້ອະນຸມັດໄປແລ້ວຢ່າງແນ່ນອນ ແລະ ບໍ່ມີຂໍ້ຜິດພາດໃດໆ. ເປັນໄປໄດ້ບໍທີ່ເຮົາຜູ້ເປັນພຣະເຈົ້າອົງຊົງລິດທານຸພາສູງສຸດທີ່ຊອບທຳຈະສາມາດເຮັດຜິດພາດໄດ້? ນີ້ບໍ່ແມ່ນແນວຄວາມຄິດຂອງມະນຸດບໍ? ບອກເຮົາແດ່ວ່າ ທຸກສິ່ງທຸກຢ່າງທີ່ເຮົາກະທຳ ແລະ ກ່າວນັ້ນ ບໍ່ແມ່ນເພື່ອຜົນປະໂຫຍດຂອງພວກເຈົ້າບໍ່? ບາງຄົນຈະເວົ້າຢ່າງອ່ອນນ້ອມວ່າ: “ໂອ ພຣະເຈົ້າ! ທຸກສິ່ງທຸກຢ່າງທີ່ພຣະອົງຊົງກະທຳ ແມ່ນເພື່ອພວກຂ້ານ້ອຍ, ແຕ່ວ່າ ພວກຂ້ານ້ອຍ ບໍ່ຮູ້ວ່າຈະສະແດງຮ່ວມກັບພຣະອົງແນວໃດ”. ຊ່າງໄຮ້ດຽງສາແທ້ເດ! ເຈົ້າຍັງໄປໃກເຖິງຂັ້ນເວົ້າວ່າ ພວກເຈົ້າບໍ່ຮູ້ຈັກວ່າຈະຮ່ວມມືກັບເຮົາແນວໃດນັ້ນ! ສິ່ງເຫຼົ່ານີ້ທັງໝົດລ້ວນແລ້ວແມ່ນເປັນການຂີ້ຕົວະທີ່ໜ້າອັບອາຍທີ່ສຸດ! ໃນເມື່ອພວກເຈົ້າກ່າວສິ່ງຕ່າງໆເຊັ່ນນີ້, ແລ້ວເຫດໃດ ພວກເຈົ້າຈຶ່ງສະແດງຄວາມສົນໃຈທາງເນື້ອໜັງຊ້ຳແລ້ວຊ້ຳອີກໃນຄວາມເປັນຈິງ? ຄຳເວົ້າຂອງພວກເຈົ້າ ຟັງຄືວ່າດີ, ແຕ່ພວກເຈົ້າບໍ່ໄດ້ປະພຶດໃນລັກສະນະທີ່ງ່າຍດາຍ ແລະ ສວຍງາມ. ພວກເຈົ້າຕ້ອງເຂົ້າໃຈສິ່ງນີ້: ເຮົາບໍ່ໄດ້ຮຽກຮ້ອງຫຍັງຫຼາຍຈາກພວກເຈົ້າໃນມື້ນີ້ ຫຼື ຂໍ້ຮຽກຮ້ອງຂອງເຮົາຢູ່ນອກເໜືອຄວາມເຂົ້າໃຈຂອງພວກເຈົ້າ, ກົງກັນຂ້າມ ພວກມັນເປັນສິ່ງທີ່ມະນຸດສາມາດບັນລຸໄດ້. ເຮົາບໍ່ໄດ້ປະເມີນພວກເຈົ້າສູງເກີນໄປແມ່ນແຕ່ໜ້ອຍເລີຍ; ເຮົາບໍ່ຮູ້ຂອບເຂດຄວາມສາມາດຂອງມະນຸດເລີຍບໍ? ເຮົາມີຄວາມເຂົ້າໃຈມັນຢ່າງຊັດເຈນທີ່ສຸດ. ພຣະທຳຂອງເຮົາໃຫ້ແສງສະຫວ່າງແກ່ພວກເຈົ້າສະເໝີ, ແຕ່ໃຈຂອງພວກເຈົ້າແຂງກະດ້າງເກີນໄປ ແລະ ພວກເຈົ້າບໍ່ສາມາດເຂົ້າໃຈເຖິງເຈດຕະນາຂອງເຮົາພາຍໃນຈິດວິຍານຂອງພວກເຈົ້າ! ບອກເຮົາແດ່: ເຮົາໄດ້ເຕືອນພວກເຈົ້າຈັກເທື່ອແລ້ວວ່າ ບໍ່ໃຫ້ໃສ່ໃຈເລື່ອງອາຫານ, ເຄື່ອງນຸ່ງຫົ່ມ
- [ບົດທີ 64](https://lo.kingdomsalvation.org/sixty-fourth-utterance.html) - ເຈົ້າຕ້ອງບໍ່ເຂົ້າໃຈພຣະທຳຂອງເຮົາໃນລັກສະນະທີ່ບິດເບືອນ ແລະ ຜິດພາດ; ເຈົ້າຄວນເຂົ້າໃຈພຣະທຳເຫຼົ່ານັ້ນຈາກທຸກດ້ານ ແລະ ພະຍາຍາມເຂົ້າໃຈພຣະທຳເຫຼົ່ານັ້ນຫຼາຍຍິ່ງຂຶ້ນ ແລະ ໄຕ່ຕອງພຣະທຳເຫຼົ່ານັ້ນຢ່າງລະອຽດຊໍ້າແລ້ວຊໍ້າອີກ ບໍ່ແມ່ນພຽງແຕ່ໜຶ່ງມື້ ຫຼື ໜຶ່ງຄືນເທົ່ານັ້ນ. ເຈົ້າບໍ່ຮູ້ຈັກວ່າເຈດຕະນາຂອງເຮົາຢູ່ໃສ ຫຼື ເຮົາໄດ້ຈ່າຍລາຄາອັນພຽນພະຍາຍາມໃນດ້ານໃດ; ເຈົ້າຈະຄຳນຶງເຖິງເຈດຕະນາຂອງເຮົາໄດ້ແນວໃດ? ນີ້ແມ່ນສິ່ງທີ່ພວກເຈົ້າທຸກຄົນເປັນ, ບໍ່ສາມາດລົງສູ່ລາຍລະອຽດຢ່າງທີ່ສຸດ, ໃສ່ໃຈພຽງແຕ່ຜິວເຜີນ ແລະ ພຽງແຕ່ສາມາດລອກແບບ. ສິ່ງນີ້ຈະຖືກເອີ້ນວ່າຄວາມເຊື່ອຝ່າຍວິນຍານໄດ້ແນວໃດ? ມັນເປັນພຽງຄວາມກະຕືລືລົ້ນຂອງມະນຸດເທົ່ານັ້ນ; ມັນເປັນສິ່ງເຮົາບໍ່ຍົກຍ້ອງ ແລະ ຍິ່ງໄປກວ່ານັ້ນ ມັນເປັນສິ່ງທີ່ເຮົາກຽດຊັງ. ເຮົາເວົ້າກັບເຈົ້າວ່າ: ທຸກສິ່ງທີ່ເຮົາກຽດຊັງຕ້ອງຖືກກຳຈັດຖິ້ມ, ຕ້ອງອ່ອນກຳລັງໃນໄພພິບັດ ແລະ ຕ້ອງຜ່ານການເຜົາໄໝ້ ແລະ ການພິພາກສາຂອງເຮົາ. ບໍ່ດັ່ງນັ້ນ ຜູ້ຄົນຈະບໍ່ຮູ້ວ່າ ການຢ້ານຢຳເກງໝາຍເຖິງຫຍັງ ແລະ ຈະມຶນເມົາຫຼາຍ, ເບິ່ງເຮົາດ້ວຍສາຍຕາຂອງມະນຸດຢູ່ສະເໝີ, ພວກເຂົາຊ່າງໂງ່ຈ້າຫຼາຍ! ວິທີທີ່ດີທີ່ສຸດໃນການກຳຈັດແນວຄິດຂອງຊາຕານອອກຈາກຕົວເຈົ້າຄືການຫຍັບເຂົ້າໃກ້ເຮົາ ແລະ ສື່ສານກັບເຮົາ. ເຮົາຕ້ອງການໃຫ້ພວກເຈົ້າທຸກຄົນປະຕິບັດຕາມກົດລະບຽບນີ້ເພື່ອຫຼີກຫຼ່ຽງການຖືກພິພາກສາ ແລະ ການປະສົບກັບຄວາມສູນເສຍໃນຊີວິດຂອງເຈົ້າ. ມະນຸດແມ່ນຈັດການຍາກຫຼາຍ, ຢູ່ພາຍໃຕ້ການຈໍາກັດຂອງຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ພາຍນອກຢູ່ສະເໝີ ພ້ອມທັງແນວຄິດຂອງພວກເຂົາເອງ. ຜົນຕາມມາກໍຄື ພວກເຂົາບໍ່ສາມາດເປັນພະຍານທີ່ດີໃຫ້ກັບເຮົາໄດ້ ແລະ
- [ບົດທີ 63](https://lo.kingdomsalvation.org/sixty-third-utterance.html) - ເຈົ້າຕ້ອງເຂົ້າໃຈສະພາບການຂອງເຈົ້າເອງ ແລະ ຍິ່ງໄປກວ່ານັ້ນ ຈົ່ງຊັດເຈນໃນເສັ້ນທາງທີ່ເຈົ້າຕ້ອງຍ່າງ; ຢ່າລໍຖ້າໃຫ້ເຮົາດຶງຫູເຈົ້າຂຶ້ນ ແລະ ຊີ້ສິ່ງຕ່າງໆໃຫ້ກັບເຈົ້າອີກຕໍ່ໄປເລີຍ. ເຮົາເປັນພຣະເຈົ້າ ຜູ້ທີ່ສັງເກດສ່ວນເລິກສຸດໃນຫົວໃຈຂອງມະນຸດ ແລະ ເຮົາຮູ້ຈັກຄວາມຄິດ ແລະ ແນວຄິດທຸກຢ່າງຂອງເຈົ້າ. ຍິ່ງໄປກວ່ານັ້ນ ເຮົາເຂົ້າໃຈການກະທຳ ແລະ ການປະພຶດຂອງເຈົ້າ ແຕ່ສິ່ງເຫຼົ່ານີ້ທັງໝົດມີສັນຍາຂອງເຮົາບໍ? ສິ່ງເຫຼົ່ານັ້ນທັງໝົດມີເຈດຕະນາຂອງເຮົາບໍ? ຕາມຈິງແລ້ວ ເຈົ້າເຄີຍສະແຫວງຫາໄດ້ຊອກຫາສິ່ງເຫຼົ່ານີ້ມາກ່ອນບໍ? ເຈົ້າໄດ້ໃຊ້ເວລາໃນເລື່ອງນີ້ແທ້ບໍ? ເຈົ້າໄດ້ພະຍາຍາມຢ່າງແທ້ຈິງແລ້ວບໍ? ເຮົາບໍ່ໄດ້ກຳລັງວິຈານເຈົ້າ; ເຈົ້າພຽງແຕ່ໄດ້ບໍ່ໃສ່ໃຈໃນເລື່ອງນີ້ເທົ່ານັ້ນ! ເຈົ້າສັບສົນຫຼາຍຢູ່ສະເໝີ ແລະ ບໍ່ສາມາດເຫັນສິ່ງຕ່າງໆຢ່າງຊັດເຈນ. ເຈົ້າຮູ້ບໍວ່າ ແມ່ນຫຍັງຄືຕົ້ນເຫດຂອງສິ່ງນີ້? ຄືວ່າ ຄວາມຄິດຂອງພວກເຈົ້າບໍ່ຊັດເຈນ ແລະ ແນວຄິດຂອງພວກເຈົ້າຝັງເລິກຢ່າງຕິດແໜ້ນເກີນໄປ; ຍິ່ງໄປກວ່ານັ້ນ ເຈົ້າບໍ່ໃສ່ໃຈເຈດຕະນາຂອງເຮົາ. ບາງຄົນຈະອ້າງວ່າ “ພຣະອົງກ່າວວ່າ ພວກຂ້ານ້ອຍບໍ່ສົນໃຈເຈດຕະນາຂອງພຣະອົງໄດ້ແນວໃດ? ພວກຂ້ານ້ອຍພະຍາຍາມເຂົ້າໃຈເຈດຕະນາຂອງພຣະອົງຢ່າງສະໝໍ່າສະເໝີ, ແຕ່ພວກຂ້ານ້ອຍບໍ່ເຄີຍເຂົ້າປະສົບຜົນສຳເລັດ ແລ້ວພວກຂ້ານ້ອຍຄວນຈະເຮັດແນວໃດ? ພຣະອົງຈະເວົ້າແທ້ບໍວ່າ ພວກຂ້ານ້ອຍບໍ່ໄດ້ພະຍາຍາມ?” ໃຫ້ເຮົາຖາມເຈົ້າວ່າ ເຈົ້າກ້າທີ່ຈະອ້າງວ່າເຈົ້າຊື່ສັດຕໍ່ເຮົາແທ້ບໍ? ແລ້ວແມ່ນໃຜກ້າເວົ້າວ່າ ພວກເຂົາຖວາຍຕົນເອງໃຫ້ກັບເຮົາຢ່າງຊື່ສັດແທ້ຈິງ? ເຮົາຢ້ານວ່າ ບໍ່ມີໃຜທ່າມກາງພວກເຈົ້າທີ່ສາມາດເວົ້າແບບນີ້ໄດ້ ບໍ່ຈຳເປັນຕ້ອງໃຫ້ເຮົາເວົ້າກໍໄດ້ ນັ້ນກໍເພາະວ່າ ພວກເຈົ້າແຕ່ລະຄົນມີທາງເລືອກຂອງພວກເຈົ້າເອງ, ຄວາມມັກຂອງພວກເຈົ້າເອງ ແລະ
- [ບົດທີ 62](https://lo.kingdomsalvation.org/sixty-second-utterance.html) - ການເຂົ້າໃຈເຈດຕະນາຂອງເຮົາບໍ່ແມ່ນພຽງເພື່ອໃຫ້ເຈົ້າຮູ້ຈັກເທົ່ານັ້ນ ແຕ່ຍັງເພື່ອໃຫ້ເຈົ້າປະຕິບັດຕາມຄວາມປາຖະໜາຂອງເຮົາ. ຜູ້ຄົນກໍ່ພຽງບໍ່ເຂົ້າໃຈຫົວໃຈຂອງເຮົາ. ເມື່ອເຮົາເວົ້າວ່າ ນີ້ແມ່ນທິດຕາເວັນອອກ, ພວກເຂົາບໍ່ສາມາດເຂົ້າໃຈໄດ້ແຕ່ຄິດຢ່າງໜັກໂດຍນຶກສົງໄສວ່າ “ມັນແມ່ນທິດຕາເວັນອອກແທ້ບໍ? ບາງເທື່ອ ມັນບໍ່ແມ່ນ. ຂ້ານ້ອຍບໍ່ສາມາດເຊື່ອງ່າຍໆແບບນັ້ນ. ຂ້ານ້ອຍຕ້ອງເຫັນມັນດ້ວຍຕົນເອງ”. ເວົ້າກັບພວກເຈົ້ານີ້ຈັ່ງແມ່ນຍາກຫຼາຍ ແລະ ພວກເຈົ້າບໍ່ຮູ້ຈັກວ່າ ຄວາມອ່ອນນ້ອມທີ່ແທ້ຈິງແມ່ນຫຍັງ. ເມື່ອເຈົ້າຮູ້ຈັກຄວາມປາຖະໜາຂອງເຮົາແລ້ວ ຈົ່ງໄປເຮັດມັນໂດຍບໍ່ຕ້ອງລັງເລໃຈ, ບໍ່ຈຳເປັນຕ້ອງຄິດກ່ຽວກັບສິ່ງນັ້ນອີກ! ເຈົ້າພິຈາລະນາສິ່ງທີ່ເຮົາກ່າວດ້ວຍຄວາມສົງໄສ ແລະ ເຈົ້າມີວິທີການທີ່ໂງ່ໃນການເຂົ້າໃຈມັນ, ແລ້ວເຈົ້າຈະມີຄວາມເຂົ້າໃຈທີ່ແທ້ຈິງໄດ້ແນວໃດ? ເຈົ້າບໍ່ເຄີຍເຂົ້າສູ່ພຣະທຳຂອງເຮົາ. ດັ່ງທີ່ເຮົາໄດ້ກ່າວຜ່ານມາ, ຄົນທີ່ເຮົາຕ້ອງການແມ່ນຄົນທີ່ດີເລີດ, ບໍ່ແມ່ນຄົນຈຳນວນຫຼວງຫຼາຍ. ຄົນທີ່ບໍ່ໃຫ້ຄວາມສຳຄັນກັບການເຂົ້າສູ່ພຣະທຳຂອງເຮົາ ແມ່ນບໍ່ສົມຄວນທີ່ຈະເປັນທະຫານທີ່ດີຂອງພຣະຄຣິດ; ແຕ່ກົງກັນຂ້າມ ພວກເຂົາປະພຶດຕົວຄືກັບຂີ້ຂ້າຂອງຊາຕານ ແລະ ຂັດຂວາງພາລະກິດຂອງເຮົາ. ຢ່າຄິດວ່ານີ້ແມ່ນເລື່ອງເລັກນ້ອຍ. ໃຜກໍຕາມທີ່ຂັດຂວາງພາລະກິດຂອງເຮົາ ຄົນນັ້ນແມ່ນລະເມີດກົດບັນຍັດແຫ່ງການບໍລິຫານຂອງເຮົາ ແລະ ແນ່ນອນທີ່ສຸດ ເຮົາຈະລົງວິໄນພວກເຂົາຢ່າງໜັກ. ໝາຍຄວາມວ່າ ຕັ້ງແຕ່ນີ້ເປັນຕົ້ນໄປ ຖ້າເຈົ້າໜີອອກຈາກເຮົາເປັນເວລາໃດໜຶ່ງ ແລ້ວການພິພາກສາຂອງເຮົາກໍຈະເກີດຂຶ້ນກັບເຈົ້າທັນທີ. ຖ້າເຈົ້າບໍ່ເຊື່ອພຣະທຳຂອງເຮົາ ກໍຈົ່ງເບິ່ງດ້ວຍຕົວເຈົ້າເອງ, ເພື່ອຈະໄດ້ເຫັນວ່າສະພາບຂອງເຈົ້າເປັນແນວໃດເມື່ອດໍາລົງຊີວິດຢູ່ໃນແສງສະຫວ່າງແຫ່ງໃບໜ້າຂອງເຮົາ ແລະ ສະພາບຂອງເຈົ້າຈະເປັນແນວໃດ ເມື່ອເຈົ້າຈາກເຮົາໄປ. ເຮົາບໍ່ໄດ້ຢ້ານວ່າເຈົ້າຈະບໍ່ດຳລົງຊີວິດໃນຝ່າຍວິນຍານ. ພາລະກິດຂອງເຮົາໄດ້ສືບຕໍ່ຈົນເຖິງຂັ້ນຕອນປັດຈຸບັນ, ແລ້ວເຈົ້າຈະສາມາດເຮັດຫຍັງໄດ້? ເຮົາເຮັດສິ່ງຕ່າງໆຕາມຂັ້ນຕອນ, ສະນັ້ນ ເຈົ້າບໍ່ຈຳເປັນຕ້ອງກັງວົນ. ເຮົາຈະປະຕິບັດພາລະກິດຂອງເຮົາດ້ວຍຕົນເອງ.
- [ບົດທີ 61](https://lo.kingdomsalvation.org/sixty-first-utterance.html) - ເມື່ອເຈົ້າມີຄວາມຮູ້ກ່ຽວກັບສະພາບຂອງເຈົ້າເອງ, ເຈົ້າກໍຈະສາມາດຕອບສະໜອງຕໍ່ເຈດຕະນາຂອງເຮົາ. ໃນຄວາມຈິງແລ້ວ ເຈດຕະນາຂອງເຮົາບໍ່ໄດ້ຍາກທີ່ຈະເຂົ້າໃຈ, ພຽງແຕ່ວ່າ ໃນອະດີດນັ້ນ ເຈົ້າບໍ່ເຄີຍສະແຫວງຫາຕາມຄວາມປາຖະໜາຂອງເຮົາຈັກເທື່ອ. ສິ່ງທີ່ເຮົາຕ້ອງການບໍ່ແມ່ນແນວຄິດຂອງມະນຸດ ຫຼື ຄວາມຄິດຂອງມະນຸດ, ແລ້ວເຮົາກໍບໍ່ໄດ້ຕ້ອງການເງິນຂອງເຈົ້າ ຫຼື ຊັບສິນຂອງເຈົ້າເລີຍ. ສິ່ງທີ່ເຮົາຕ້ອງການແມ່ນຫົວໃຈຂອງເຈົ້າ, ເຈົ້າເຂົ້າໃຈບໍ? ນີ້ແມ່ນເຈດຕະນາຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ມັນເປັນສິ່ງທີ່ເຮົາຕ້ອງການໄດ້ຮັບ. ຜູ້ຄົນໃຊ້ແນວຄິດໃນຄວາມຄິດຂອງພວກເຂົາເພື່ອຕັດສິນເຮົາຢູ່ສະເໝີ ແລະ ຊັ່ງຊາວຸດທິພາວະຂອງເຮົາໂດຍໃຊ້ບັນທັດຖານຂອງພວກເຂົາເອງ. ກັບມວນມະນຸດຊາດ, ນີ້ແມ່ນສິ່ງຍາກທີ່ສຸດໃນການຈັດການ ແລະ ມັນແມ່ນສິ່ງທີ່ເຮົາກຽດຊັງ ແລະ ລັງກຽດທີ່ສຸດ, ຕອນນີ້ເຈົ້າເຫັນບໍ? ເພາະວ່າ ນີ້ແມ່ນອຸປະນິໄສທີ່ສາມາດເຫັນໄດ້ທີ່ສຸດຂອງຊາຕານ. ຍິ່ງໄປກວ່ານັ້ນ, ວຸດທິພາວະຂອງພວກເຈົ້າກໍຕໍ່າຫຼາຍ, ສະນັ້ນ ພວກເຈົ້າຈຶ່ງຕົກຢູ່ໃນກົນອຸບາຍຂອງຊາຕານຕະຫຼອດເວລາ. ເຈົ້າພຽງແຕ່ບໍ່ສາມາດແຍກແຍະກົນອຸບາຍເຫຼົ່ານັ້ນໄດ້! ເຮົາໄດ້ບອກພວກເຈົ້າຫຼາຍຄັ້ງແລ້ວວ່າ ໃຫ້ລະມັດລະວັງຢູ່ຕະລອດເວລາ ແລະ ບໍ່ໃຫ້ຖືກຊາຕານລໍ້ລວງໃນທຸກຮູບແບບ. ແຕ່ພວກເຈົ້າກໍບໍ່ຟັງ ແລະ ພວກເຈົ້າເມີນເສີຍໃນສິ່ງທີ່ເຮົາໄດ້ກ່າວໂດຍບໍ່ມີການໄຕ່ຕອງ, ສະນັ້ນພວກເຈົ້າຈຶ່ງລົງເອີຍກັບການສູນເສຍຢ່າງທົນທຸກທໍລະມານໃນຊີວິດຂອງພວກເຈົ້າ ແລະຄວາມເສຍໃຈກໍຊ້າເກີນໄປ. ເຖິງຢ່າງໃດກໍຕາມ, ນີ້ຈະບໍ່ເປັນການດີບໍທີ່ເຈົ້າຈະນໍາເອົາສິ່ງນີ້ໄປເປັນບົດຮຽນສຳລັບການສະແຫວງຫາໃນອະນາຄົດຂອງເຈົ້າບໍ? ເຮົາຂໍເວົ້າກັບເຈົ້າວ່າ ການມີຄວາມຄິດລົບຢ່າງງ່າຍດາຍຈະນໍາເອົາຄວາມສູນເສຍມາສູ່ຊີວິດຂອງເຈົ້າ ແລະ ມັນຈະຮ້າຍແຮງທີ່ສຸດ. ເມື່ອຮູ້ຈັກສິ່ງນີ້ແລ້ວ ບໍ່ແມ່ນເວລາທີ່ເຈົ້າຄວນຕື່ນຂຶ້ນແລ້ວບໍ? ຜູ້ຄົນບໍ່ມີຄວາມອົດທົນຕໍ່ຜົນຕາມມາຢ່າງກະທັນຫັນ ແລະ
- [ບົດທີ 60](https://lo.kingdomsalvation.org/sixtieth-utterance.html) - ມັນບໍ່ແມ່ນເລື່ອງງ່າຍທີ່ຊີວິດຈະເຕີບໃຫຍ່; ມັນຮຽກຮ້ອງໃຫ້ມີຂະບວນການ ແລະ ຍິ່ງໄປກວ່ານັ້ນ ມັນຮຽກຮ້ອງໃຫ້ພວກເຈົ້າສາມາດຈ່າຍລາຄາ ແລະ ໃຫ້ພວກເຈົ້າຮ່ວມມືກັບເຮົາໂດຍມີໃຈດຽວກັບເຮົາ ແລະ ດ້ວຍເຫດນັ້ນຈຶ່ງໄດ້ຮັບການຮັບຮອງຈາກເຮົາ. ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກຊັບພະສິ່ງຖືກສ້າງຕັ້ງຂຶ້ນ ແລະ ເຮັດໃຫ້ສຳເລັດໂດຍພຣະທຳທີ່ເຮົາເປັ່ງອອກມາ ແລະ ສຳລັບເຮົາແລ້ວ ບໍ່ມີສິ່ງໃດທີ່ເປັນໄປບໍ່ໄດ້. ຄວາມປາຖະໜາພຽງຢ່າງດຽວຂອງເຮົາກໍຄືໃຫ້ພວກເຈົ້າເຕີບໃຫຍ່ໂດຍໄວ, ຮັບເອົາພາລະຈາກບ່າຂອງເຮົາ, ວາງມັນລົງເທິງບ່າຂອງພວກເຈົ້າເອງ ແລະ ອອກແຮງງານແທນເຮົາ; ເມື່ອນັ້ນຫົວໃຈຂອງເຮົາຈຶ່ງຈະພໍໃຈ. ມີບຸດຊາຍຄົນໃດແດ່ທີ່ຈະບໍ່ແບກຮັບພາລະໃຫ້ກັບບິດາຂອງຕົນ? ມີບິດາຄົນໃດແດ່ທີ່ຈະບໍ່ອອກແຮງງານທັງຕອນກາງເວັນ ແລະ ກາງຄືນເພື່ອບຸດຊາຍຂອງຕົນ? ເຖິງຢ່າງໃດກໍຕາມ, ພວກເຈົ້າພຽງແຕ່ບໍ່ມີຄວາມເຂົ້າໃຈກ່ຽວກັບເຈດຕະນາຂອງເຮົາ ແລະ ບໍ່ຄໍານຶງເຖິງພາລະຂອງເຮົາ; ພຣະທຳຂອງເຮົາບໍ່ມີນໍ້າໜັກສຳລັບພວກເຈົ້າ ແລະ ພວກເຈົ້າກໍບໍ່ເຮັດຕາມທີ່ເຮົາບອກ; ພວກເຈົ້າເປັນນາຍຂອງຕົນເອງຢູ່ສະເໝີ. ຈັ່ງແມ່ນເຫັນແກ່ຕົວແທ້ໆ! ພວກເຈົ້າວາງແຜນສຳລັບຕົນເອງເທົ່ານັ້ນ! ເຈົ້າເຂົ້າໃຈເຈດຕະນາຂອງເຮົາແທ້ບໍ ຫຼື ເຈົ້າພຽງແຕ່ທຳທ່າບໍ່ເຂົ້າໃຈບໍ? ເປັນຫຍັງເຈົ້າຈຶ່ງມີຄວາມປະພຶດທີ່ບໍ່ມີເຫດຜົນແບບນັ້ນຢູ່ສະເໝີ? ຄວາມສຳນຶກຂອງເຈົ້າເວົ້າວ່າ ເຈົ້າກຳລັງໃຫ້ກຽດເຮົາ ໃນການເຮັດແບບນັ້ນບໍ? ເມື່ອໄດ້ຄົ້ນພົບສາເຫດຂອງຄວາມເຈັບປ່ວຍ, ເປັນຫຍັງເຈົ້າຈຶ່ງບໍ່ສື່ສານກັບເຮົາເພື່ອຫາວິທີຮັກສາ? ເຮົາຈະບອກເຈົ້າວ່າ: ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ພວກເຈົ້າຈະບໍ່ມີພະຍາດທາງຮ່າງກາຍອີກຕໍ່ໄປ. ຖ້າມີບາງສ່ວນໃນຕົວເຈົ້າທີ່ຮູ້ສຶກບໍ່ສະບາຍ ກໍຢ່າວຸ້ນວາຍຕົນເອງໃນການຊອກຫາສາເຫດພາຍນອກເລີຍ; ກົງກັນຂ້າມ, ຈົ່ງມາຢູ່ຕໍ່ໜ້າເຮົາ
- [ບົດທີ 59](https://lo.kingdomsalvation.org/fifty-ninth-utterance.html) - ຈົ່ງສະແຫວງຫາເຈດຕະນາຂອງເຮົາຫຼາຍຂຶ້ນໃນສະພາບແວດລ້ອມທີ່ເຈົ້າຜະເຊີນຢູ່ ແລະ ເຈົ້າຈະໄດ້ຮັບການອະນຸມັດຈາກເຮົາຢ່າງແນ່ນອນ. ຕາບໃດທີ່ເຈົ້າເຕັມໃຈທີ່ຈະຄົ້ນຫາ ແລະ ມີຫົວໃຈທີ່ຍໍາເກງເຮົາ, ເຮົາຈະປະທານທຸກສິ່ງທີ່ເຈົ້າຂາດເຂີນໃຫ້ແກ່ເຈົ້າ. ປັດຈຸບັນນີ້ ຄຣິສຕະຈັກແມ່ນເຂົ້າສູ່ການຝືກຝົນຢ່າງເປັນທາງການ ແລະ ທຸກສິ່ງຄືເສັ້ນທາງທີ່ຖືກຕ້ອງ. ສິ່ງຕ່າງໆຈະບໍ່ຄືເກົ່າອີກຕໍ່ໄປເມື່ອມັນໄດ້ຊີມລົດຊາດໃນສິ່ງທີ່ຈະມາເຖິງ. ພວກເຈົ້າບໍ່ຕ້ອງສັບສົນ ຫຼື ປາສະຈາກຄວາມຮູ້ແຈ້ງອີກຕໍ່ໄປ. ເປັນຫຍັງເຮົາຈິ່ງຮຽກຮ້ອງໃຫ້ພວກເຈົ້າເຂົ້າສູ່ຄວາມເປັນຈິງໃນທຸກສິ່ງ? ເຈົ້າເຄີຍມີປະສົບການກັບສິ່ງນີ້ແທ້ບໍ? ພວກເຈົ້າສາມາດເຮັດໃຫ້ເຮົາພໍໃຈຢ່າງແທ້ຈິງໃນສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າ, ດັ່ງທີ່ເຮົາເຮັດໃຫ້ພວກເຈົ້າພໍໃຈບໍ? ຢ່າຫຼອກລວງເລີຍ! ເຮົາພຽງສືບຕໍ່ອົດທົນຕໍ່ພວກເຈົ້າຄັ້ງແລ້ວຄັ້ງເລົ່າ ແຕ່ພວກເຈົ້າກໍຍັງບໍສາມາດບອກຄວາມແຕກຕ່າງລະຫວ່າຄວາມດີ ແລະ ຄວາມຊົ່ວຊໍ້າແລ້ວຊໍ້າອີກ ແລະ ລົ້ມເຫຼວໃນການສະແດງເຖິງຄຸນຄ່າໃນສິ່ງນັ້ນ! ຄວາມທ່ຽງທຳຂອງເຮົາ, ຄວາມສະຫງ່າງາມຂອງເຮົາ, ການພິພາກສາຂອງເຮົາ ແລະ ຄວາມຮັກຂອງເຮົາ; ທຸກສິ່ງເຫຼົ່ານີ້ຄືສິ່ງທີ່ເຮົາມີ ແລະ ຄືສິ່ງທີ່ເຮົາເປັນ; ເຈົ້າເຄີຍໄດ້ຊີມລົດຊາດພວກມັນແທ້ບໍ? ເຈົ້າຊ່າງໄຮ້ຄວາມຄິດແທ້ໆ ແລະ ເຈົ້າຢືນຢັນທີ່ຈະບໍ່ຮັບຮູ້ເຈດຕະນາຂອງເຮົາ. ເຮົາໄດ້ບອກພວກເຈົ້າຊ້ຳແລ້ວຊໍ້າອີກວ່າພວກເຈົ້າເອງຕ້ອງຊີມລົດຊາດອາຫານທີ່ເຮົາຈັດຕຽມໄວ້ໃຫ້, ແຕ່ພວກເຈົ້າກໍປະຕິເສດພວກມັນຊ້ຳແລ້ວຊ້ຳອີກ ແລະ ບໍ່ສາມາດບອກເຖິງສະພາບແວດລ້ອມທີ່ດີຈາກສະພາບແວດລ້ອມທີ່ບໍ່ດີໄດ້. ມີສະພາບແວດລ້ອມໃດບໍໃນບັນດາສະພາບແວດລ້ອມເຫຼົ່ານີ້ທີ່ຖືກສ້າງຂຶ້ນໂດຍຕົວພວກເຈົ້າເອງ? ອັນໃດທີ່ຖືກຈັດແຈງໂດຍມືຂອງເຮົາ? ຢ່າປົກປ້ອງຕົວເອງເລີຍ! ເຮົາເຫັນທຸກສິ່ງຢ່າງຊັດເຈນ ແລະ ຄວາມຈິງກໍຄືເຈົ້າບໍ່ໄດ້ສະແຫວງຫາເລີຍ. ເຮົາສາມາດເວົ້າຫຍັງໄດ້ອີກຢູ່ບໍ? ເຮົາຈະເອົາໃຈທຸກຄົນທີ່ຮັບຮູ້ເຈດຕະນາຂອງເຮົາສະເໝີ ແລະ ເຮົາຈະບໍ່ຍອມໃຫ້ພວກເຂົາຕ້ອງທົນທຸກທໍລະມານ ຫຼື ໄດ້ຮັບອັນຕະລາຍ. ສິ່ງທີ່ສຳຄັນທີ່ສຸດໃນຕອນນີ້ກໍຄືການສາມາດດຳເນີນການໃຫ້ສອດຄ່ອງກັບເຈດຕະນາຂອງເຮົາ.
- [ບົດທີ 58](https://lo.kingdomsalvation.org/fifty-eighth-utterance.html) - ຖ້າເຈົ້າເຂົ້າໃຈເຈດຕະນາຂອງເຮົາ, ເຈົ້າຈະສາມາດພິຈາລະນາພາລະຂອງເຮົາໄດ້ ແລະ ເຈົ້າກໍ່ຈະສາມາດໄດ້ຮັບຄວາມສະຫວ່າງ ແລະ ການເປີດເຜີຍໄດ້ ແລະ ໄດ້ຮັບການປົດປ່ອຍ ແລະ ອິດສະຫຼະພາບ. ນີ້ເປັນທີ່ພໍໃຈເຮົາ ແລະ ເຮັດໃຫ້ຄວາມປະສົງຂອງເຮົາຖືກດຳເນີນການໃນຕົວເຈົ້າ, ນຳເອົາການສັ່ງສອນມາສູ່ໄພ່ພົນທັງຫຼາຍ ແລະ ເຮັດໃຫ້ອານາຈັກຂອງເຮົາໝັ້ນຄົງ ແລະ ຖາວອນຢູ່ເທິງແຜ່ນດິນໂລກ. ສິ່ງສຳຄັນທີ່ສຸດໃນຕອນນີ້ຄືການເຂົ້າໃຈເຈດຕະນາຂອງເຮົາ; ນີ້ແມ່ນເສັ້ນທາງທີ່ພວກເຈົ້າຄວນເຂົ້າສູ່ ແລະ ຍິ່ງໄປກວ່ານັ້ນ ມັນແມ່ນໜ້າທີ່ຂອງທຸກຄົນທີ່ຕ້ອງໄດ້ປະຕິບັດໃຫ້ສໍາເລັດ. ພຣະທຳຂອງເຮົາແມ່ນຢາທີ່ດີທີ່ປິ່ນປົວການເຈັບປ່ວຍທຸກຮູບແບບ. ຕາບໃດທີ່ເຈົ້າເຕັມໃຈທີ່ຈະມາຢູ່ຕໍ່ໜ້າເຮົາ, ເຮົາຈະປິ່ນປົວເຈົ້າ ແລະ ໃຫ້ເຈົ້າເຫັນການມີອຳນາດໃນທຸກຢ່າງຂອງເຮົາ, ເຫັນການກະທຳຢ່າງມະຫັດສະຈັນຂອງເຮົາ, ເຫັນຄວາມທ່ຽງທຳ ແລະ ຄວາມສະຫງ່າງາມຂອງເຮົາ. ຍິ່ງໄປກວ່ານັ້ນ ເຮົາຈະໃຫ້ພວກເຈົ້າເຫັນຄວາມເສື່ອມຊາມ ແລະ ຄວາມອ່ອນແອໃນຕົວພວກເຈົ້າເອງ. ເຮົາເຂົ້າໃຈທຸກສະຖານະພາບໃນຕົວເຈົ້າທັງໝົດ; ເຈົ້າປະຕິບັດສິ່ງຕ່າງໆຢູ່ໃນໃຈເຈົ້າສະເໝີ ແລະ ບໍ່ສະແດງມັນອອກມາຂ້າງນອກ. ເຮົາຍິ່ງຮູ້ຊັດເຈນກ່ຽວກັບທຸກສິ່ງທີ່ເຈົ້າກະທຳ. ຢ່າງໃດກໍຕາມ, ເຈົ້າຄວນຮູ້ວ່າສິ່ງໃດທີ່ເຮົາສັນລະເສີນ ແລະ ສິ່ງໃດທີ່ເຮົາບໍ່ສັນລະເສີນ; ເຈົ້າຄວນແຍກແຍະລະຫວ່າງສອງສິ່ງນີ້ຢ່າງຊັດເຈນ ແລະ ເຈົ້າຕ້ອງບໍ່ໃຊ້ທັດສະນະຄະຕິທີ່ເປັນກັນເອງກັບສິ່ງນີ້. ການເວົ້າວ່າ “ພວກເຮົາຕ້ອງສະແດງຄວາມພິຈາລະນາຕໍ່ພາລະຂອງພຣະເຈົ້າ”, ເຈົ້າພຽງແຕ່ຮັບໃຊ້ດ້ວຍປາກເທົ່ານັ້ນ. ແຕ່ເມື່ອເຈົ້າຜະເຊີນໜ້າກັບຂໍ້ເທັດຈິງ, ເຈົ້າບໍ່ໄດ້ໃຫ້ການພິຈາລະນາໃດໆ ເຖິງແມ່ນເຈົ້າຮູ້ຢ່າງຊັດເຈນແລ້ວວ່າພາລະຂອງພຣະເຈົ້າແມ່ນຫຍັງ. ເຈົ້າສັບສົນທີ່ສຸດ,
- [ບົດທີ 57](https://lo.kingdomsalvation.org/fifty-seventh-utterance.html) - ເຈົ້າໄດ້ກວດສອບເບິ່ງຄວາມຄິດ ແລະ ແນວຄິດແຕ່ລະຢ່າງຂອງເຈົ້າ ແລະ ການກະທຳທຸກຢ່າງຂອງເຈົ້າແລ້ວບໍ? ເຈົ້າມີແນວຄິດທີ່ຊັດເຈນກ່ຽວກັບວ່າສິ່ງໃດແມ່ນສອດຄ່ອງກັບເຈດຕະນາຂອງເຮົາ ແລະ ສິ່ງໃດບໍ່ສອດຄ່ອງ? ເຈົ້າບໍ່ສາມາດແຍກແຍະສິ່ງນີ້ໄດ້ແທ້ໆ! ແລ້ວເປັນຫຍັງເຈົ້າຈຶ່ງບໍ່ມາຢູ່ຕໍ່ໜ້າເຮົາ? ມັນເປັນຍ້ອນເຮົາບໍ່ໄດ້ບອກເຈົ້າບໍ ຫຼື ຍ້ອນເຫດຜົນອື່ນ? ເຈົ້າຄວນຮູ້ສິ່ງນີ້! ຈົ່ງຮູ້ວ່າ ຄົນທີ່ບໍ່ເອົາໃຈໃສ່ແມ່ນຈະບໍ່ສາມາດເຂົ້າໃຈເຈດຕະນາຂອງເຮົາ ຫຼື ຮັບເອົາແສງເຍືອງທາງ ຫຼື ການເປີດເຜີຍທີ່ຍິ່ງໃຫຍ່ໃດໆຢ່າງແນ່ນອນ. ເຈົ້າໄດ້ຄົ້ນພົບເຫດຜົນທີ່ວ່າ ເປັນຫຍັງຄຣິສຕະຈັກຈຶ່ງບໍ່ໄດ້ຮັບການຫຼໍ່ລ້ຽງ ແລະ ຂາດການສົນທະນາຢ່າງແທ້ຈິງ? ເຈົ້າຮູ້ຕົວບໍວ່າ ມີຈັກປັດໄຈທີ່ກ່ຽວຂ້ອງກັບເຈົ້າທີ່ນໍາພາໄປສູ່ເຫດການແບບນີ້? ເຮົາສັ່ງສອນເຈົ້າໃຫ້ສະໜອງຊີວິດ ແລະ ປ່ອຍສຽງຂອງເຮົາອອກ. ເຈົ້າໄດ້ເຮັດສິ່ງເຫຼົ່ານີ້ແລ້ວບໍ? ເຈົ້າຈະສາມາດຮັບຜິດຊອບກັບການທ່ວງດຶງຄວາມກ້າວໜ້າໃນຊີວິດຂອງອ້າຍເອື້ອຍນ້ອງເຈົ້າໄດ້ບໍ? ເມື່ອເຈົ້າຜະເຊີນກັບບັນຫາ ແທນທີ່ເຈົ້າຈະໃຈເຢັນ ແລະ ສະຫງົບ ເຈົ້າວິຕົກກັງວົນ. ເຈົ້າຊ່າງຂາດຄວາມຮູ້ແທ້ໆ! ສຽງຂອງເຮົາຄວນຖືກປ່ອຍອອກໃຫ້ກັບໄພ່ພົນ. ຢ່າສະກັດກັ້ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຢ່າທ່ວງດຶງເຮົາຜ່ານການເລື່ອນເວລາ; ມັນບໍ່ມີປະໂຫຍດໃຫ້ກັບໃຜເລີຍ. ເຮົາຕ້ອງການໃຫ້ເຈົ້າອຸທິດຕົນໃຫ້ກັບເຮົາຢ່າງສົມບູນ ທັງດ້ານຮ່າງກາຍ ແລະ ຄວາມຄິດ ເພື່ອວ່າທຸກຄວາມຄິດ ແລະ ແນວຄິດຂອງເຈົ້າຈະເປັນຂອງເຮົາ, ເພື່ອເຈົ້າຈະແບ່ງປັນຄວາມຄິດ ແລະ ຄວາມກັງວົນຂອງເຮົາ ແລະ ເພື່ອວ່າທຸກສິ່ງທີ່ເຈົ້າເຮັດຈະແມ່ນເພື່ອເຫັນແກ່ອານາຈັກໃນປັດຈຸບັນ ແລະ
- [ບົດທີ 56](https://lo.kingdomsalvation.org/fifty-sixth-utterance.html) - ເຮົາໄດ້ເລີ່ມຕົ້ນລົງມືປະຕິບັດເພື່ອລົງໂທດຄົນທີ່ເຮັດການຊົ່ວຮ້າຍ, ຄົນທີ່ມີອຳນາດ ແລະ ຄົນທີ່ຂົ່ມເຫັງລູກຊາຍຂອງພຣະເຈົ້າ. ຕັ້ງແຕ່ນີ້ເປັນຕົ້ນໄປ, ໃຜກໍຕາມທີ່ຂັດກັບເຮົາຢູ່ໃນຫົວໃຈຂອງພວກເຂົາ, ມືແຫ່ງພຣະດຳລັດຂອງເຮົາຈະມາເຖິງພວກເຂົາ. ໃຫ້ຮູ້ສິ່ງນີ້ໄວ້! ນີ້ແມ່ນການເລີ່ມຕົ້ນແຫ່ງການພິພາກສາຂອງເຮົາ ແລະ ຈະບໍ່ມີການສະແດງຄວາມເມດຕາຕໍ່ໃຜເລີຍ ແລະ ບໍ່ມີໃຜທີ່ຈະຖືກປ່ອຍໄປ ຍ້ອນເຮົານພຣະເຈົ້າທີ່ໄຮ້ຄວາມຮູ້ສຶກທາງເນື້ອໜັງ ແລະ ປະຕິບັດຄວາມຊອບທຳ; ມັນຈະດີສຳລັບພວກເຈົ້າທີ່ຈະຮັບຮູ້ສິ່ງນີ້. ບໍ່ແມ່ນວ່າເຮົາຕ້ອງການລົງໂທດຄົນທີ່ເຮັດການຊົ່ວຮ້າຍ, ກົງກັນຂ້າມ ມັນຄືຜົນກຳສະໜອງທີ່ພວກເຂົານຳມາສູ່ຕົວເອງຍ້ອນການເຮັດຊົ່ວຂອງພວກເຂົາເອງ. ເຮົາບໍ່ໄດ້ລົງໂທດໃຜຢ່າງໄວ ແລະ ເຮົາບໍ່ປະຕິບັດຕໍ່ຄົນໃດຄົນໜຶ່ງຢ່າງບໍ່ຍຸຕິທຳ, ເຮົາຊອບທຳຕໍ່ທຸກຄົນ. ເຮົາຮັກລູກຊາຍຂອງເຮົາຢ່າງແນ່ນອນ ແລະ ເຮົາກໍກຽດຊັງຄົນຊົ່ວຮ້າຍເຫຼົ່ານັ້ນທີ່ທ້າທາຍເຮົາຢ່າງແນ່ນອນ; ນີ້ແມ່ນຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງເຮົາ. ພວກເຈົ້າແຕ່ລະຄົນຄວນມີຄວາມເຂົ້າໃຈໃນພຣະດຳລັດຂອງເຮົາ. ຖ້າບໍ່ດັ່ງນັ້ນ, ພວກເຈົ້າກໍຈະບໍ່ມີຄວາມຢຳເກງແມ່ນແຕ່ໜ້ອຍດຽວ ແລະ ຈະປະພຶດຕົນຢ່າງບໍ່ສົນໃຈເມື່ອຢູ່ຕໍ່ໜ້າເຮົາ. ເຈົ້າຈະບໍ່ຮູ້ສິ່ງທີ່ເຮົາຢາກບັນລຸເຊັ່ນກັນ, ເຮົາຕ້ອງການເຮັດຫຍັງໃຫ້ສຳເລັດ, ເຮົາຕ້ອງການຮັບເອົາຫຍັງ ຫຼື ອານາຈັກຂອງເຮົາຕ້ອງການຄົນປະເພດໃດ. ພຣະດຳລັດຂອງເຮົາກໍຄື: 1. ບໍ່ວ່າເຈົ້າເປັນໃຜກໍຕາມ, ຖ້າເຈົ້າຂັດແຍ້ງເຮົາຢູ່ໃນຫົວໃຈຂອງເຈົ້າ, ເຈົ້າກໍຈະຖືກພິພາກສາ. 2. ບັນດາຄົນທີ່ເຮົາໄດ້ເລືອກຈະຖືກລົງວິໄນທັນທີສຳລັບແນວຄິດໃດກໍຕາມທີ່ຜິດ. 3. ເຮົາຈະວາງຄົນທີ່ບໍ່ເຊື່ອໃນເຮົາໄວ້ອີກດ້ານໜຶ່ງ. ເຮົາຈະໃຫ້ພວກເຂົາເວົ້າ ແລະ ປະພຶດຢ່າງເລິນເລີ້ຈົນເຖິງວາລະສຸດທ້າຍເຊິ່ງເຮົາຈະລົງໂທດພວກເຂົາທັງໝົດ ແລະ ຈັດລຳດັບພວກເຂົາ. 4. ສຳລັບຄົນທີ່ເຊື່ອໃນເຮົາ, ເຮົາຈະເບິ່ງແຍງພວກເຂົາ
- [ບົດທີ 55](https://lo.kingdomsalvation.org/fifty-fifth-utterance.html) - ຄວາມເປັນມະນຸດທຳມະດາທີ່ຖືກກ່າວເຖິງ ບໍ່ແມ່ນສິ່ງທີ່ເໜືອທຳມະຊາດຄືກັບທີ່ຜູ້ຄົນຈິນຕະນາການ. ກົງກັນຂ້າມ ມັນສາມາດຢູ່ເໜືອຂໍ້ຈໍາກັດຂອງທຸກຄົນ, ທຸກເຫດການ ແລະ ທຸກສິ່ງ ແລະ ການຂົ່ມເຫັງທີ່ເກີດຂຶ້ນຈາກສະພາບແວດລ້ອມຂອງຜູ້ໃດໜຶ່ງ. ມັນ ສາມາດຫຍັບເຂົ້າໃກ້ເຮົາ ແລະ ລົມກັບເຮົາໃນສະຖານທີ່ ຫຼື ສະຖານະການໃດກໍຕາມ. ພວກເຈົ້າທີ່ເປັນມະນຸດຕີຄວາມໝາຍເຈດຕະນາຂອງເຮົາຢ່າງຜິດຢູ່ສະເໝີ. ເມື່ອເຮົາເວົ້າວ່າ ພວກເຈົ້າຄວນດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ, ພວກເຈົ້າກໍຫັກຫ້າມຕົນເອງ ແລະ ຄວບຄຸມເນື້ອໜັງຂອງພວກເຈົ້າ, ແຕ່ພວກເຈົ້າບໍ່ສົນໃຈໃນທີ່ຈະຄົ້ນຫາພາຍໃນວິນຍານຂອງເຈົ້າຢ່າງລະມັດລະວັງ. ເຈົ້າພຽງແຕ່ໃຫ້ຄວາມສຳຄັນກັບລັກສະນະພາຍນອກຂອງເຈົ້າ, ເບິ່ງຂ້າມການເປີດເຜີຍ ແລະ ການກະຕຸ້ນທີ່ເຮົາເຮັດໃຫ້ເກີດຂຶ້ນຢູ່ພາຍໃນເຈົ້າ. ເຈົ້າຊ່າງບໍ່ລະມັດລະວັງ! ບໍ່ລະມັດລະວັງຫຼາຍເກີນໄປ! ເປັນໄປໄດ້ບໍວ່າ ເຈົ້າຖືວ່າການສຳເລັດສິ່ງທີ່ເຮົາໄດ້ຝາກຝັງໃຫ້ແກ່ເຈົ້າເປັນຜົນສຳເລັດບາງຢ່າງທີ່ຍິ່ງໃຫຍ່? ເຈົ້າຊ່າງໂງ່ຈ້າ! ເຈົ້າບໍ່ສົນໃຈທີ່ຈະຢັ່ງຮາກລົງໃຫ້ເລິກໆ! “ຢ່າເປັນຄືກັບໃບໄມ້ທີ່ຢູ່ເທິງຕົ້ນໄມ້, ແຕ່ໃຫ້ເປັນຮາກຂອງຕົ້ນໄມ້” ນັ້ນຄືຄຳຂວັນຂອງເຈົ້າແທ້ໆບໍ? ຊ່າງບໍ່ມີຄວາມຄິດ! ຊ່າງບໍ່ລະມັດລະວັງ! ເຈົ້າພໍໃຈ ທັນທີທີ່ເຈົ້າຄິດວ່າ ເຈົ້າໄດ້ຮັບຜົນປະໂຫຍດທີ່ເລັກນ້ອຍ. ເຈົ້າສະແດງເຖິງການຄໍານຶງເຖິງເຈດຕະນາຂອງເຮົາພຽງແຕ່ໜ້ອຍດຽວ! ຕັ້ງແຕ່ນີ້ເປັນຕົ້ນໄປ ໃຫ້ລະມັດລະວັງ, ຢ່າຂີ້ຄ້ານ ແລະ ຢ່າຄິດລົບ! ໃນຂະນະທີ່ເຈົ້າຮັບໃຊ້, ໃຫ້ຫຍັບເຂົ້າໃກ້ເຮົາເລື້ອຍຂຶ້ນ ແລະ ສື່ສານກັບເຮົາຫຼາຍຂຶ້ນ: ນີ້ແມ່ນທາງອອກດຽວຂອງເຈົ້າ. ເຮົາຮູ້ວ່າ ເຈົ້າປະຕິເສດຕົນເອງແລ້ວ, ຮູ້ຈັກຂໍ້ບົກຜ່ອງຂອງເຈົ້າເອງ ແລະ
- [ບົດທີ 54](https://lo.kingdomsalvation.org/fifty-fourth-utterance.html) - ເຮົາຮູ້ຈັກສະຖານະການຂອງຄຣິສຕະຈັກແຕ່ລະແຫ່ງຄືກັບຫຼັງມືຂອງເຮົາ. ຢ່າຄິດວ່າເຮົາບໍ່ເຂົ້າໃຈ ຫຼື ບໍ່ມີຄວາມກະຈ່າງແຈ້ງກ່ຽວກັບສະຖານະການຕ່າງໆ. ເຮົາຍິ່ງເຂົ້າໃຈ ແລະ ຮູ້ຈັກຄົນຫຼາກຫຼາຍປະເພດທີ່ຢູ່ໃນຄຣິສຕະຈັກແຕ່ລະແຫ່ງຫຼາຍກວ່ານັ້ນ. ຕອນນີ້ ມັນແມ່ນເຈດຕະນາອັນຮີບດ່ວນຂອງເຮົາທີ່ຕ້ອງຝຶກຝົນເຈົ້າ, ເພື່ອວ່າເຈົ້າຈະໄດ້ເຕີບໂຕເປັນຜູ້ໃຫຍ່ໂດຍໄວຍິ່ງຂຶ້ນ ແລະ ເພື່ອວ່າມື້ທີ່ເຈົ້າມີປະໂຫຍດຕໍ່ເຮົາຈະມາເຖິງໄວຂຶ້ນ; ເພື່ອການກະທຳຂອງພວກເຈົ້າຈະເຕັມໄປດ້ວຍສະຕິປັນຍາຂອງເຮົາ ແລະ ເພື່ອວ່າພວກເຈົ້າຈະສາມາດສຳແດງເຖິງພຣະເຈົ້າຢູ່ທຸກຫົນແຫ່ງທີ່ພວກເຈົ້າຢູ່. ດ້ວຍວິທີນີ້ ຈຸດປະສົງສູງສຸດຂອງເຮົາຈຶ່ງຈະຖືກບັນລຸ. ລູກຊາຍທັງຫຼາຍຂອງເຮົາເອີຍ! ພວກເຈົ້າຄວນຄຳນຶງເຖິງເຈດຕະນາຂອງເຮົາ, ຢ່າເຮັດໃຫ້ເຮົາຈັບມືຂອງພວກເຈົ້າໃນເວລາທີ່ເຮົາສັ່ງສອນພວກເຈົ້າ. ພວກເຈົ້າຕ້ອງຮຽນຮູ້ທີ່ຈະເຂົ້າໃຈຄວາມປະສົງຂອງເຮົາ ແລະ ເຫັນເຖິງຫົວໃຈສຳຄັນຂອງເລື່ອງຕ່າງໆ. ສິ່ງນີ້ຈະເຮັດໃຫ້ພວກເຈົ້າສາມາດຈັດການກັບທຸກເລື່ອງລາວທີ່ພວກເຈົ້າຜະເຊີນຢ່າງງ່າຍດາຍ ຄືກັບການດີດນິ້ວ. ບາງເທື່ອໃນການຝຶກຝົນຂອງພວກເຈົ້າ, ທໍາອິດ ພວກເຈົ້າອາດຈະບໍ່ສາມາດເຂົ້າໃຈໄດ້ ແຕ່ຫຼັງຈາກຄັ້ງທີສອງ, ຄັ້ງທີສາມ... ໃນທີ່ສຸດ ພວກເຈົ້າກໍຈະສາມາດເຂົ້າໃຈເຈດຕະນາຂອງເຮົາ. ຄຳເວົ້າຂອງພວກເຈົ້າແມ່ນມີຄຸນນະພາບທີ່ບໍ່ສາມາດເຈາະໄດ້. ພວກເຈົ້າເຊື່ອວ່ານີ້ແມ່ນສະຕິປັນຍາ, ແມ່ນບໍ? ບາງເທື່ອພວກເຈົ້າເວົ້າແບບບໍ່ເຊື່ອຟັງ, ບາງເທື່ອພວກເຈົ້າເວົ້າແບບລໍ້ຫຼິ້ນ ແລະ ບາງເທື່ອພວກເຈົ້າກໍເວົ້າອອກຈາກແນວຄວາມຄິດ ຫຼື ຈາກຄວາມອິດສາຂອງມະນຸດ... ສະຫຼຸບກໍຄື ພວກເຈົ້າເວົ້າແບບບໍ່ໝັ້ນຄົງ ໂດຍບໍ່ຮູ້ວິທີສະໜອງຊີວິດໃຫ້ກັບຄົນອື່ນ ຫຼື ເຂົ້າໃຈເຖິງສະພາບການຂອງພວກເຂົາ ແຕ່ກັບສື່ສານຢ່າງບໍ່ໃສ່ໃຈ. ຄວາມຄິດຂອງພວກເຈົ້າບໍ່ຊັດເຈນ, ພວກເຈົ້າບໍ່ຮູ້ຈັກວ່າສະຕິປັນຍາແມ່ນຫຍັງ ແລະ ການຫຼອກລວງແມ່ນຫຍັງ. ພວກເຈົ້າຊ່າງສັບສົນແທ້ເດ! ພວກເຈົ້າຖືວ່າການຫຼອກລວງ ແລະ ການຄົດໂກງເປັນສະຕິປັນຍາ,
- [ບົດທີ 53](https://lo.kingdomsalvation.org/fifty-third-utterance.html) - ເຮົາຄືການເລີ່ມຕົ້ນ ແລະ ເຮົາຄືຈຸດຈົບ. ເຮົາແມ່ນພຣະຜູ້ຟື້ນຄືນຊີບ ແລະ ເປັນພຣະເຈົ້າອົງທ່ຽງແທ້ຢ່າງສົມບູນ. ເຮົາກ່າວພຣະທຳຂອງເຮົາຕໍ່ໜ້າພວກກເຈົ້າ ແລະ ພວກເຈົ້າຕ້ອງເຊື່ອໝັ້ນສິ່ງທີ່ເຮົາກ່າວຢ້່ງໜັກແໜ້ນ. ສະຫວັນ ແລະ ແຜ່ນດິນໂລກອາດຈະຜ່ານພົ້ນໄປ ແຕ່ບໍ່ມີໜັງສືບົດໃດ ຫຼື ຂໍ້ຄວາມໃດທີ່ເຮົາກ່າວຈະຜ່ານພົ້ນໄປໄດ້. ຈົ່ງຈື່ຈຳສິ່ງນີ້ເອົາໄວ້! ຈົ່ງຈື່ຈຳມັນເອົາໄວ້! ເມື່ອເຮົາໄດ້ກ່າວມັນອອກມາແລ້ວ, ບໍ່ມີແມ່ນແຕ່ຄຳດຽວທີ່ເຄີຍຖືກນຳກັບມາ ແລະ ທຸກຄຳຈະເກີດເປັນຈິງ. ຕອນນີ້ ເຖິງເວລາແລ້ວ ແລະ ພວກເຈົ້າຕ້ອງເຂົ້າໄປສູ່ຄວາມເປັນຈິງໂດຍໄວ. ບໍ່ມີເວລາເຫຼືອຫຼາຍແລ້ວ. ເຮົາຈະນຳບັນດາລູກຊາຍຂອງເຮົາໄປສູ່ອານາຈັກອັນສະຫງ່າລາສີ ແລະ ສິ່ງທີ່ພວກເຈົ້າສະແຫວງຫາ ແລະ ໂຫຍຫາຈະເກີດເປັນຈິງ. ລູກຊາຍຂອງເຮົາເອີຍ! ຈົ່ງລຸກຂຶ້ນໂດຍໄວ ແລະ ຕິດຕາມເຮົາມາ! ບໍ່ມີເວລາພຽງພໍໃຫ້ພວກເຈົ້າຄຸ່ນຄິດແລ້ວ. ເວລາທີ່ເສຍໄປຈະບໍ່ມີວັນກັບຄືນມາ; ຫຼັງຈາກຄວາມມືດຈະມີຄວາມສະຫວ່າງ ແລະ ການຍົກຂຶ້ນສູ່ສະຫວັນແມ່ນຢູ່ບ່ອນນີ້ຕໍ່ໜ້າຕໍ່ຕາພວກເຈົ້າແລ້ວ. ພວກເຈົ້າເຂົ້າໃຈບໍ? ຈົ່ງມືນຕາຂອງພວກເຈົ້າ! ຈົ່ງຕື່ນຂຶ້ນໄວໆ! ຕອນນີ້ ເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ສື່ສານກັນເອງໃນບັນດາພວກເຈົ້າເພື່ອລົມກັນຫຼິ້ນແບບບໍ່ມີຜົນປະໂຫຍດ ຫຼື ເວົ້າສິ່ງໃດທີ່ບໍ່ເປັນປະໂຫຍດແກ່ການສ້າງສາຄຣິດຕະຈັກ. ສິ່ງສຳຄັນຄືການມອບປະສົບການຕົວຈິງຂອງເຈົ້າໃຫ້ແກ່ບັນດາອ້າຍເອື້ອຍນ້ອງຂອງເຈົ້າ ຫຼື ອະທິບາຍວ່າເຈົ້າໄດ້ຮັບແສງເຍືອງທາງຢູ່ຕໍ່ໜ້າພຣະເຈົ້າ ແລະ ຮູ້ຈັກຕົວຕົນຂອງເຈົ້າເອງແນວໃດ. ໃຜກໍ່ຕາມທີ່ສາມາດຈັດຫາສິ່ງເຫຼົ່ານີ້ຈະມີວຸດທິພາວະ! ປັດຈຸບັນນີ້ ພວກເຈົ້າບາງຄົນຍັງບໍ່ຢ້ານ
- [ບົດທີ 52](https://lo.kingdomsalvation.org/fifty-second-utterance.html) - ເຮົາປາກົດອອກມາເປັນດວງອາທິດແຫ່ງຄວາມຊອບທຳ, ພວກເຈົ້າ ແລະ ເຮົາຈະແບ່ງປັນສະຫງ່າລາສີ ແລະ ພອນທີ່ດີຮ່ວມກັນຕະລອດເປັນນິດ! ສິ່ງນີ້ແມ່ນຄວາມຈິງທີ່ບໍ່ສາມາດໂຕ້ຖຽງໄດ້ ແລະ ມັນໄດ້ເລີ່ມຖືກຢືນຢັນໃນຕົວພວກເຈົ້າແລ້ວ. ນີ້ກໍ່ຍ້ອນວ່າ ທຸກສິ່ງທີ່ເຮົາໄດ້ສັນຍາໄວ້ ເຮົາຈະເຮັດໃຫ້ມັນເປັນຈິງໃນຕົວພວກເຈົ້າ; ທຸກສິ່ງທີ່ເຮົາກ່າວນັ້ນຄືຄວາມເປັນຈິງ ແລະ ຈະບໍ່ມີວັນກັບມາຫາເຮົາໂດຍບໍ່ໄດ້ຮັບຜົນຫຍັງ. ພອນທີ່ດີເຫຼົ່ານີ້ມີໄວ້ສຳລັບພວກເຈົ້າ ແລະ ບໍ່ມີໃຜສາມາດອ້າງສິດໄດ້; ພວກມັນແມ່ນໝາກຜົນແຫ່ງການຮັບໃຊ້ຂອງພວກເຈົ້າທີ່ສອດຄ່ອງ ແລະ ເປັນເອກະພາບກັນກັບເຮົາ. ຈົ່ງປະຖິ້ມແນວຄວາມຄິດທາງສາສະໜາຂອງພວກເຈົ້າ; ຈົ່ງເຊື່ອໃນຄວາມຈິງແຫ່ງພຣະທຳຂອງເຮົາ ແລະ ບໍ່ຕ້ອງສົງໄສຫຍັງ! ເຮົາບໍ່ໄດ້ເວົ້າຫຼິ້ນກັບພວກເຈົ້າ; ເຮົາຈິງຈັງໃນສິ່ງທີ່ເຮົາກ່າວ. ບັນດາຜູ້ທີ່ເຮົາປະທານພອນໃຫ້ກໍ່ຈະໄດ້ຮັບພອນນັ້ນ; ສ່ວນບັນດາຜູ້ທີ່ເຮົາບໍ່ປະທານພອນໃຫ້ກໍ່ຈະບໍ່ໄດ້ຮັບພອນໃດໆ. ສິ່ງທັງໝົດນີ້ລ້ວນແລ້ວແຕ່ແມ່ນເຮົາເປັນຜູ້ກຳນົດ. ຄວາມຮັ່ງມີທາງໂລກແມ່ນບໍ່ສຳຄັນ! ໃນມຸມມອງຂອງເຮົາແມ່ນບໍ່ມີຫຍັງ ນອກຈາກຂີ້ສັດທີ່ບໍ່ມີຄ່າແມ່ນແຕ່ແດງດຽວ. ເພາະສະນັ້ນ ເຈົ້າບໍ່ຄວນເຫັນຄຸນຄ່າຂອງຄວາມສຸກທາງໂລກຫຼາຍເກີນໄປ; ການເພີດເພີນກັບພອນຈາກສະຫວັນຮ່ວມກັບເຮົາບໍ່ແມ່ນສິ່ງທີ່ມີຄວາມໝາຍ ແລະ ມີຄຸນຄ່າຢ່າງຍິ່ງບໍ? ກ່ອນໜ້ານີ້ ຄວາມຈິງບໍ່ໄດ້ຖືກເປີດເຜີຍ ແລະ ເຮົາກໍບໍ່ໄດ້ປາກົດຢ່າງເປີດເຜີຍ; ໃນຕອນນັ້ນ ພວກເຈົ້າຈຶ່ງສົງໄສເຮົາ ແລະ ບໍ່ກ້າທີ່ຈະຮູ້ສຶກໝັ້ນໃຈໃນຕົວເຮົາ. ແນວໃດກໍ່ຕາມ, ປັດຈຸບັນນີ້ ທຸກສິ່ງໄດ້ຖືກເປີດເຜີຍແລ້ວ ແລະ ເຮົາໄດ້ປາກົດອອກມາເປັນດວງອາທິດແຫ່ງຄວາມຊອບທຳ; ແລ້ວຖ້າພວກເຈົ້າຍັງສົງໄສຢູ່, ແລ້ວມີຫຍັງອີກທີ່ຕ້ອງກ່າວເພີ່ມເຕີມ? ເມື່ອຄວາມມືດປົກຄຸມແຜ່ນດິນໂລກ ມັນສາມາດໃຫ້ອະໄພໄດ້ທີ່ພວກເຈົ້າບໍ່ສາມາດເຫັນຄວາມສະຫວ່າງ,
- [ບົດທີ 51](https://lo.kingdomsalvation.org/fifty-first-utterance.html) - ໂອ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ອາແມນ! ດ້ວຍພຣະອົງ ທຸກສິ່ງຖືກປົດປ່ອຍ, ທຸກສິ່ງເປັນອິດສະຫຼະ, ທຸກສິ່ງຖືກເປີດອອກ, ທຸກສິ່ງຖືກເປີດເຜີຍ, ທຸກສິ່ງສະຫວ່າງສົດໃສ, ປາສະຈາກການປົກປິດ ຫຼື ການເຊື່ອງຊ້ອນໃດໆ. ພຣະອົງແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດຜູ້ບັງເກີດເປັນມະນຸດ. ພຣະອົງຊົງຄອງລາດດັ່ງກະສັດ. ພຣະອົງໄດ້ເປີດເຜີຍຢ່າງກວ້າງຂວາງ, ພຣະອົງບໍ່ມີຄວາມເລິກລັບອີກຕໍ່ໄປ ແຕ່ພຣະອົງຖືກເປີດເຜີຍຢ່າງສົມບູນເປັນນິລັນ! ເຮົາໄດ້ຖືກເປີດເຜີຍຢ່າງແທ້ຈິງທັງໝົດ, ເຮົາໄດ້ມາຮອດຢ່າງເປີດເຜີຍ ແລະ ເຮົາໄດ້ປາກົດຕົວດັ່ງດວງອາທິດແຫ່ງຄວາມຊອບທຳ ຍ້ອນວ່າ ມື້ນີ້ບໍ່ແມ່ນຍຸກແຫ່ງການປາກົດຕົວຂອງດາວເພັດອີກຕໍ່ໄປ, ມັນບໍ່ແມ່ນໄລຍະເວລາແຫ່ງການປິດບັງອີກຕໍ່ໄປ. ພາລະກິດຂອງເຮົານັ້ນຄືດັ່ງສາຍຟ້າແມບເຫຼື້ອມ; ມັນສຳເລັດລົງຢ່າງໄວຄືກັບສຽງຟ້າຮ້ອງ. ພາລະກິດຂອງເຮົາໄດ້ກ້າວໜ້າມາຮອດຂັ້ນຕອນນີ້ ແລະ ໃຜກໍ່ຕາມທີ່ຊັກຊ້າ ຫຼື ຂີ້ຄ້ານຈະພົບແຕ່ກັບການພິພາກສາຢ່າງໄຮ້ຄວາມປານີ. ເຈົ້າຕ້ອງເຂົ້າໃຈຢ່າງຈະແຈ້ງເປັນພິເສດວ່າ ເຮົາແມ່ນຄວາມສະຫງ່າງາມ ແລະ ການພິພາກສາ ແລະ ເຮົາບໍ່ແມ່ນຄວາມກະລຸນາ ແລະ ຄວາມຮັກແບບທີ່ພວກເຈົ້າຈິນຕະນາການອີກຕໍ່ໄປ. ຖ້າເຈົ້າຍັງບໍ່ຊັດເຈນໃນຈຸດນີ້ ສິ່ງທີ່ເຈົ້າຈະໄດ້ຮັບກໍ່ຄືການພິພາກສາ ຍ້ອນວ່າເຈົ້າເອງຈະໄດ້ຊີມລົດຊາດທີ່ເຈົ້າບໍ່ເຄີຍຮັບຮູ້ມາກ່ອນ, ບໍ່ດັ່ງນັ້ນ ເຈົ້າກໍຈະຍັງມີຄວາມສົງໄສຢູ່ ແລະ ບໍ່ກ້າທີ່ຈະຍຶດໝັ້ນໃນຄວາມເຊື່ອຂອງເຈົ້າໄດ້. ສິ່ງທີ່ເຮົາມອບໝາຍໃຫ້ພວກເຈົ້າ, ພວກເຈົ້າສາມາດເຮັດມັນໃຫ້ສຳເລັດດ້ວຍການອຸທິດໄດ້ບໍ? ເຮົາເວົ້າວ່າ ມັນຕ້ອງໃຊ້ສະຕິປັນຍາໃນການເຮັດສິ່ງໃດໜຶ່ງ, ແຕ່ວ່າມີສິ່ງໃດແດ່ທີ່ພວກເຈົ້າໄດ້ເຮັດຕາມຄຳແນະນຳຂອງເຮົາເທື່ອແລ້ວເທື່ອເລົ່າ ແລະ ໄດ້ພິຈາລະນາສິ່ງນັ້ນຕໍ່ໄປ? ເຖິງແມ່ນວ່າເຈົ້າມີຄວາມເຂົ້າໃຈຄຳດຽວກ່ຽວກັບຄຳແນະນຳຂອງເຮົາ ແລະ
- [ບົດທີ 50](https://lo.kingdomsalvation.org/fiftieth-utterance.html) - ຄຣິສຕະຈັກທັງໝົດ ແລະ ໄພ່ພົນທັງໝົດຄວນຄິດເຖິງອະດີດພ້ອມທັງເບິ່ງອະນາຄົດ: ການກະທຳໃນອະດີດຂອງພວກເຈົ້າ ມີຈັກຢ່າງທີ່ມີຄຸນສົມບັດ ແລະ ມີຈັກຢ່າງທີ່ມີສ່ວນຮ່ວມໃນການສ້າງອານາຈັກ? ຢ່າຄິດວ່າຕົນເອງສະຫຼາດ! ເຈົ້າຄວນເຫັນຂໍ້ບົກຜ່ອງຂອງຕົວເຈົ້າເອງຢ່າງຊັດເຈນ ແລະ ເຈົ້າຄວນເຂົ້າໃຈສະພາບການຕ່າງໆເຈົ້າເອງ. ເຮົາຮູ້ວ່າບໍ່ມີໃຜໃນບັນດາພວກເຈົ້າທີ່ເຕັມໃຈທີ່ຈະໃຊ້ຄວາມພະຍາຍາມໃດໆ ແລະ ເສຍສະຫຼະເວລາໃດໜຶ່ງໃນເລື່ອງນີ້, ດັ່ງນັ້ນ ເຈົ້າຈິ່ງບໍ່ສາມາດບັນລຸຜົນສຳເລັດໃດໆ. ພວກເຈົ້າຢູ່ລ້າໆໂດຍບໍ່ໄດ້ເຮັດຫຍັງ, ເວລາທັງໝົດຂອງພວກເຈົ້າແມ່ນການກິນ, ການດື່ມ ແລະ ມີຄວາມມ່ວນຊື່ນ. ເມື່ອສອງສາມຄົນໃນພວກເຈົ້າເຕົ້າໂຮມກັນເພື່ອສ້າງສັນ ໂດຍບໍ່ໄດ້ໃສ່ໃຈເຖິງການໂອ້ລົມກັນກ່ຽວກັບເລື່ອງຝ່າຍວິນຍານໃນຊີວິດ ຫຼື ການມອບຊີວິດໃຫ້ແກ່ກັນແລະກັນ. ເຮົາທົນບໍ່ໄດ້ທີ່ຈະເຫັນພວກເຈົ້າເວົ້າຕະຫຼົກ ແລະ ຫົວຂວັນ ແລະ ເຖິງຢ່າງນັ້ນ ພວກເຈົ້າກໍ່ຍັງໄຮ້ສາລະຢູ່. ເຮົາໄດ້ກ່າວຫຼາຍເທື່ອແລ້ວ, ແຕ່ພວກເຈົ້າພຽງບໍ່ຮູ້ຈັກຄວາມໝາຍຂອງສິ່ງທີ່ເຮົາກ່າວ, ນີ້ບໍ່ແມ່ນບາງສິ່ງທີ່ເຫັນໄດ້ຊັດເຈນຢູ່ປາຍດັງຂອງພວກເຈົ້າບໍ? ເຮົາໄດ້ກ່າວສິ່ງຕ່າງໆແບບນີ້ກ່ອນໜ້ານີ້ ແຕ່ພວກເຈົ້າຍັງບໍ່ທັນເຊື່ອໝັ້ນ ແລະ ພວກເຈົ້າບໍ່ຮັບຮູ້ສິ່ງທີ່ເຮົາກ່າວ, ຄິດວ່າເຮົາເຂົ້າໃຈພວກເຈົ້າຜິດ, ຄິດວ່າສິ່ງທີ່ເຮົາກ່າວນັ້ນບໍ່ເປັນຈິງ. ຫຼື ນັ້ນອາດຈະບໍ່ຖືກຕ້ອງບໍ? ຖ້າເຈົ້າທຳທ່າປະຕິບັດກັບເຮົາ, ແລ້ວເຮົາກໍ່ຈະວາງເຈົ້າໄວ້ອີກຟາກໜຶ່ງ. ພຽງແຕ່ເຈົ້າກ້າທີ່ຈະເຮັດພໍເປັນພິທີອີກຄັ້ງ! ພຽງແຕ່ເຈົ້າກ້າທີ່ຈະເປັນຄົນໄຮ້ຄວາມຄິດ ແລະ ປະໝາດອີກຄັ້ງ! ພຣະທຳຂອງເຮົາແມ່ນມີດແກະສະຫຼັກ; ສິ່ງໃດກໍ່ຕາມທີ່ບໍ່ສອດຄ່ອງກັບເຈດຕະນາຂອງເຮົາຈະຖືກຕັດອອກດ້ວຍມີດນີ້ ແລະ ເຈົ້າບໍ່ຈຳເປັນຕ້ອງພິຈາລະນາຫຼາຍເກີນໄປສຳລັບການໃຫ້ກຽດຕົວເຈົ້າເອງ. ເຮົາແກະສະຫຼັກເຈົ້າ ເພື່ອວ່າເຈົ້າຈະສາມາດເປັນຮູບເປັນຮ່າງ ແລະ
- [ບົດທີ 49](https://lo.kingdomsalvation.org/forty-ninth-utterance.html) - ໃນການເຮັດໜ້າທີ່ປະສານງານ, ຄົນໜຶ່ງຕ້ອງໄດ້ປະສານງານຢ່າງຖືກຕ້ອງ, ມີພະລັງ ແລະ ຢ່າງມີຊີວິດຊີວາ. ຍິ່ງໄປກວ່ານັ້ນ ຄົນໆໜຶ່ງຕ້ອງມີຄວາມເຂັ້ມແຂງ, ມີພະລະກຳລັງ ແລະ ເຕັມໄປດ້ວຍຄວາມໝັ້ນໃຈ ເພື່ອວ່າ ເມື່ອພວກເຂົາເຫັນ, ຄົນອື່ນໆຈະໄດ້ຮັບການຕອບສະໜອງ ແລະ ຈະໄດ້ອີ່ມໜຳສຳລານ. ເພື່ອຮັບໃຊ້ເຮົາ ເຈົ້າຕ້ອງຮັບໃຊ້ດັ່ງທີ່ເຮົາປະສົງ, ບໍ່ພຽງແຕ່ເຮັດຕາມໃຈເຮົາເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນ ຕ້ອງປະຕິບັດຕາມຄວາມຕັ້ງໃຈຂອງເຮົາ ເພື່ອວ່າ ເຮົາຈະໄດ້ພໍໃຈໃນສິ່ງທີ່ເຮົາເຮັດສຳເລັດໃນຕົວເຈົ້າ. ຈົ່ງຕື່ມເຕັມຊີວິດຂອງເຈົ້າດ້ວຍພຣະທຳຂອງເຮົາ, ຕື່ມເຕັມຄຳເວົ້າຂອງເຈົ້າດ້ວຍພະລັງຂອງເຮົາ ແລະ ນີ້ຄືສິ່ງທີ່ເຮົາຮຽກຮ້ອງຈາກເຈົ້າ. ການເຮັດຕາມຄວາມປາດຖະໜາຂອງເຈົ້າເອງນັ້ນ ມັນໄດ້ເປີດເຜີຍພາບລັກຂອງເຮົາຢູ່ບໍ? ນັ້ນຈະເປັນສິ່ງທີ່ພໍໃຈເຮົາຢູ່ບໍ? ເຈົ້າແມ່ນຄົນທີ່ໄດ້ສັງເກດຄວາມຕັ້ງໃຈຂອງເຮົາຢ່າງຈິງໃຈຢູ່ບໍ່? ເຈົ້າແມ່ນຄົນທີ່ພະຍາຍາມເຂົ້າໃຈຫົວໃຈຂອງເຮົາແທ້ບໍ່? ແທ້ຈິງແລ້ວ ເຈົ້າໄດ້ຖວາຍຕົວເຈົ້າເອງໃຫ້ເຮົາແລ້ວບໍ່? ເຈົ້າໄດ້ເສຍສະຫຼະຕົວເຈົ້າເພື່ອເຮົາແທ້ບໍ? ເຈົ້າໄດ້ໄຕ່ຕອງພຣະທຳຂອງເຮົາແລ້ວບໍ? ຄົນຕ້ອງໃຊ້ສະຕິປັນຍາໃນທຸກດ້ານ ແລະ ໃຊ້ສະຕິປັນຍາເດີນຕາມເສັ້ນທາງອັນສົມບູນແບບຂອງເຮົາ. ບັນດາຜູ້ທີ່ເຮັດຕາມພຣະທຳຂອງເຮົາແມ່ນຄົນທີ່ສະຫຼາດທີ່ສຸດ ແລະ ບັນດາຜູ້ທີ່ປະພຶດຕົນໃຫ້ສອດຄ່ອງກັບພຣະທຳຂອງເຮົານັ້ນແມ່ນຜູ້ທີ່ອ່ອນນ້ອມຕໍ່ເຮົາຫຼາຍທີ່ສຸດ. ເຮົາເວົ້າແນວໃດກໍ່ຕ້ອງເປັນແນວນັ້ນ, ເຈົ້າບໍ່ຈຳເປັນຕ້ອງໂຕ້ຖຽງກັບເຮົາ ຫຼື ພະຍາຍາມໃຫ້ເຫດຜົນກັບເຮົາ. ທຸກສິ່ງທີ່ເຮົາກ່າວ ເຮົາກ່າວກັບເຈົ້າຢູ່ໃນໃຈ (ບໍ່ວ່າເຮົາຈະເຂັ້ມງວດ ຫຼື ອ່ອນໂຍນກໍຕາມ). ຖ້າເຈົ້າສຸມໃສ່ໃນການອ່ອນນ້ອມກໍ່ຖືວ່າເປັນການດີ ແລະ ນີ້ແມ່ນເສັ້ນທາງແຫ່ງສະຕິປັນຍາອັນແທ້ຈິງ (ແລະ ເປັນການປ້ອງກັນບໍ່ໃຫ້ການພິພາກສາຂອງພຣະເຈົ້າເກີດຂຶ້ນກັບເຈົ້າ).
- [ບົດທີ 48](https://lo.kingdomsalvation.org/forty-eighth-utterance.html) - ເຮົາກັງວົນໃຈ, ມີຈັກຄົນໃນພວກເຈົ້າທີ່ສາມາດເປັນຈິດໜຶ່ງໃຈດຽວກັບເຮົາໄດ້? ພວກເຈົ້າບໍ່ໃສ່ໃຈໃນພຣະທຳຂອງເຮົາ, ເມີນເສີຍ ແລະ ຂາດຄວາມເອົາໃຈໃສ່ທັງໝົດ, ກົງກັນຂ້າມ ເອົາໃຈໃສ່ແຕ່ສິ່ງຜິວເຜີນຕ່າງໆຂອງຕົວເຈົ້າເອງເທົ່ານັ້ນ. ເຈົ້າຖືວ່າການເບິ່ງແຍງດ້ວຍຄວາມເຈັບປວດ ແລະ ຄວາມພະຍາຍາມຂອງເຮົາເປັນເໝືອນດັ່ງຂີ້ເຫຍື້ອ; ພວກເຈົ້າບໍ່ມີຄວາມສໍານຶກຜິດເລີຍບໍ? ພວກເຈົ້າທຸກຄົນເປັນຄົນບໍ່ມີຄວາມຮູ້ ແລະ ຂາດເຫດຜົນ; ພວກເຈົ້າເປັນຄົນໂງ່ ແລະ ບໍ່ສາມາດເຮັດໃຫ້ເຮົາພໍໃຈໄດ້ເລີຍ. ເຮົາເພື່ອພວກເຈົ້າໂດຍສິ້ນເຊິ່ງ, ແລ້ວພວກເຈົ້າເພື່ອເຮົາຫຼາຍປານໃດ? ພວກເຈົ້າເຂົ້າໃຈເຈດຕະນາຂອງເຮົາຜິດ ແລະ ນີ້ຄືຄວາມຕາບອດ ແລະ ການໄຮ້ຄວາມສາມາດທີ່ຈະເບິ່ງທະລຸສິ່ງຕ່າງໆໄດ້ຢ່າງແທ້ຈິງ, ເຮັດໃຫ້ເຮົາເປັນຫ່ວງພວກເຈົ້າ ແລະ ໃຊ້ເວລາກັບພວກເຈົ້າຢູ່ສະເໝີ. ປັດຈຸບັນນີ້, ພວກເຈົ້າສາມາດສະຫຼະເວລາ ແລະ ອຸທິດເວລາຂອງພວກເຈົ້າເພື່ອເຮົາໄດ້ຫຼາຍປານໃດ? ພວກເຈົ້າຄວນຖາມຄໍາຖາມເຫຼົ່ານີ້ກັບຕົວພວກເຈົ້າເອງຕື່ມອີກເລື້ອຍໆ. ເຈດຕະນາຂອງເຮົາທັງໝົດແມ່ນກ່ຽວກັບພວກເຈົ້າ, ພວກເຈົ້າເຂົ້າໃຈສິ່ງນີ້ແທ້ບໍ? ຖ້າພວກເຈົ້າເຂົ້າໃຈມັນຢ່າງແທ້ຈິງ, ພວກເຈົ້າຄົງຈະເຂົ້າໃຈຄວາມຕັ້ງໃຈຂອງເຮົາ ແລະ ໄດ້ຄຳນຶງເຖິງພາລະຂອງເຮົາມາດົນແລ້ວ. ຢ່າຖືເບົາອີກເລີຍ ຫຼື ພວກເຈົ້າຈະບໍ່ມີພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຈົ້າ ເຊິ່ງຈະເຮັດໃຫ້ຈິດວິນຍານຂອງພວກເຈົ້າຕາຍ ແລະ ຕົກສູ່ດິນແດນມໍລະນາ. ນັ້ນມັນບໍ່ໂຫດຮ້າຍເກີນໄປສຳລັບພວກເຈົ້າບໍ? ບໍ່ຈຳເປັນທີ່ເຮົາຈະຕ້ອງເຕືອນພວກເຈົ້າອີກ. ເຈົ້າຄວນຄົ້ນຫາມະໂນທຳຂອງເຈົ້າ ແລະ ຖາມຕົວເອງວ່າ: ເປັນຍ້ອນເຮົາເສຍໃຈນຳພວກເຈົ້າທຸກຄົນຫຼາຍເກີນໄປບໍ ຫຼື ວ່າ ພວກເຈົ້າເປັນໜີ້ເຮົາຫຼາຍເກີນໄປກັນແທ້? ຢ່າສັບສົນລະຫວ່າງຖືກ
- [ບົດທີ 47](https://lo.kingdomsalvation.org/forty-seventh-utterance.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງຄວາມຊອບທຳ, ຜູ້ຊົງລິດທານຸພາບສູງສຸດ! ຕໍ່ໃນພຣະອົງ ແມ່ນບໍ່ມີສິ່ງໃດທີ່ລີ້ລັບຢ່າງແນ່ນອນ. ຄວາມເລິກລັບແຕ່ລະຢ່າງໃນຕົວພຣະອົງ ຕັ້ງແຕ່ປະຖົມມະການຈົນເຖິງຊົ່ວນິດນິລັນດອນ ທີ່ມະນຸດບໍ່ເຄີຍເປີດເຜີຍມາກ່ອນ ຕອນນີ້ແມ່ນໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງ ແລະ ຊັດເຈນ. ພວກເຮົາບໍ່ຈຳເປັນຕ້ອງສະແຫວງຫາ ແລະ ງົມຫາອີກຕໍ່ໄປ, ຍ້ອນວ່າໃນປັດຈຸບັນນີ້ ຕົວຕົນຂອງພຣະອົງໄດ້ສະແດງອອກຕໍ່ພວກເຮົາຢ່າງເປີດເຜີຍ, ພຣະອົງຄືຄວາມເລິກລັບທີ່ໄດ້ຖືກເປີດເຜີຍ, ພຣະອົງຄືພຣະເຈົ້າທີ່ແທ້ຈິງ ແລະ ຍ້ອນໃນປັດຈຸບັນ ພຣະອົງໄດ້ມາຢູ່ຕໍ່ໜ້າພວກເຮົາ ແລະ ການທີ່ພວກເຮົາໄດ້ເຫັນຕົວຕົນຂອງພຣະອົງກໍຄືໄດ້ເຫັນຄວາມເລິກລັບທຸກຢ່າງແຫ່ງອານາຈັກຝ່າຍວິນຍານ. ນີ້ແມ່ນສິ່ງທີ່ບໍ່ມີໃຜສາມາດຈິນຕະນາການໄດ້ຢ່າງແທ້ຈິງ! ພຣະອົງຢູ່ທ່າມກາງພວກເຮົາໃນປັດຈຸບັນ, ແມ່ນແຕ່ຢູ່ພາຍໃນຕົວພວກເຮົາ ແລະ ໃກ້ຊິດກັບພວກເຮົາຫຼາຍທີ່ສຸດ; ສິ່ງນີ້ຂັດກັບຄຳອະທິບາຍ ແລະ ຄວາມເລິກລັບທີ່ຢູ່ພາຍໃນສິ່ງນີ້ແມ່ນບໍ່ມີຈຳກັດ! ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເຮັດໃຫ້ແຜນການຄຸ້ມຄອງຂອງພຣະອົງສຳເລັດ. ພຣະອົງເປັນກະສັດທີ່ມີໄຊຊະນະແຫ່ງຈັກກະວານ. ທຸກສິ່ງ ແລະ ທຸກບັນຫາຢູ່ໃນການຄວບຄຸມໃນກໍາມືຂອງພຣະອົງ. ທຸກຄົນຄຸເຂົ່ານະມັດສະການ ແລະ ສັນລະເສີນພຣະນາມຂອງພຣະເຈົ້າທີ່ແທ້ຈິງ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ດ້ວຍພຣະທຳທີ່ອອກຈາກປາກຂອງພຣະອົງ, ທຸກສິ່ງຖືກເຮັດໃຫ້ສຳເລັດ. ເປັນຫຍັງພວກເຈົ້າຈຶ່ງນິ້ງເສີຍ, ບໍ່ສາມາດເຮັດໃຫ້ຕົນເອງປະຕິບັດພາລະກິດກັບພຣະອົງຢ່າງຈິງໃຈ, ຮ່ວມກັບພຣະອົງຢ່າງໃກ້ຊິດ ແລະ ໄປສູ່ຄວາມສະຫງ່າລາສີຮ່ວມກັບພຣະອົງ? ເປັນໄປໄດ້ບໍ່ວ່າ ເຈົ້າເຕັມໃຈທີ່ຈະທົນທຸກ? ເຕັມໃຈທີ່ຈະຖືກຖິ້ມ? ພວກເຈົ້າຄິດວ່າ ເຮົາບໍ່ຮູ້ບໍວ່າ ແມ່ນໃຜທີ່ອຸທິດໃຫ້ກັບເຮົາຢ່າງຈິງໃຈ ແລະ ແມ່ນໃຜທີ່ເສຍສະຫຼະຕົນເອງໃຫ້ກັບເຮົາຢ່າງຈິງໃຈ?
- [ບົດທີ 46](https://lo.kingdomsalvation.org/forty-sixth-utterance.html) - ໃຜກໍຕາມທີ່ເສຍສະຫຼະ ແລະ ຖວາຍຕົນເອງເພື່ອເຮົາຢ່າງຈິງໃຈ, ເຮົາຈະປົກປ້ອງເຈົ້າຈົນເຖິງທີ່ສຸດຢ່າງແນ່ນອນ; ມືຂອງເຮົາຈະຈັບເຈົ້າໄວ້ຢ່າງແນ່ນອນ ເພື່ອວ່າ ເຈົ້າຈະສະຫງົບສຸກຕະຫຼອດໄປ, ມີຄວາມເບີກບານຢູ່ສະເໝີ ແລະ ແຕ່ລະມື້ ເຈົ້າຈະໄດ້ຮັບແສງສະຫວ່າງ ແລະ ການເປີດເຜີຍຂອງເຮົາ. ແນ່ນອນວ່າ ເຮົາຈະເພີ່ມພອນຂອງເຮົາໃຫ້ກັບເຈົ້າເປັນສອງເທົ່າ ເພື່ອວ່າເຈົ້າຈະມີສິ່ງທີ່ເຮົາມີ ແລະ ຄອບຄອງສິ່ງທີ່ເຮົາເປັນ. ສິ່ງທີ່ຖືກມອບໃຫ້ເຈົ້າແມ່ນຊີວິດຂອງເຈົ້າ ແລະ ບໍ່ມີໃຜສາມາດເອົາມັນໄປຈາກເຈົ້າໄດ້. ຈົ່ງຢ່ານໍາບັນຫາ ຫຼື ຄວາມອຸກໃຈມາສູ່ຕົນເອງ; ພາຍໃນຕົວເຮົາມີພຽງແຕ່ຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີ. ເຮົາຮັກເຈົ້າຢ່າງຈິງໃຈ, ລູກເອີຍ, ເຈົ້າຜູ້ທີ່ເອົາໃຈໃສ່ ແລະ ອ່ອນນ້ອມຕໍ່ເຮົາຢ່າງຈິງໃຈ. ຄົນທີ່ເຮົາກຽດຊັງທີ່ສຸດແມ່ນພວກໜ້າຊື່ໃຈຄົດ; ເຮົາຈະກວາດລ້າງພວກເຂົາອອກຢ່າງແນ່ນອນ. ເຮົາຈະທຳລາຍກິ່ນເໝັນຂອງແຜ່ນດິນໂລກອອກຈາກເຮືອນຂອງເຮົາ ແລະ ທໍາລາຍທຸກສິ່ງທີ່ເຮົາບໍ່ສາມາດທົນເບິ່ງໄດ້. ຢູ່ໃນຫົວໃຈຂອງເຮົາ, ເຮົາຮູ້ຈັກຢ່າງແທ້ຈິງວ່າ ແມ່ນໃຜຕ້ອງການເຮົາຢ່າງຈິງໃຈ ແລະ ແມ່ນໃຜທີ່ບໍ່ຕ້ອງການເຮົາ. ເຖິງວ່າພວກເຂົາອາດຈະປິດບັງຕົນເອງໄດ້ເປັນຢ່າງດີ ແລະ ສວມເຄື່ອງແຕ່ງກາຍປອມຕົວຢ່າງສະຫຼາດ ແລະ ຍັງສາມາດເວົ້າໄດ້ວ່າ ພວກເຂົາເປັນນັກສະແດງທີ່ດີເດັ່ນທີ່ສຸດໃນໂລກ, ແຕ່ເຮົາເຫັນທຸກສິ່ງທີ່ພວກເຂົາມີຢູ່ໃນໃຈຂອງພວກເຂົາຢ່າງຊັດເຈນ. ຢ່າຄິດວ່າ ເຮົາບໍ່ຮູ້ວ່າແມ່ນຫຍັງທີ່ຢູ່ໃນຫົວໃຈຂອງເຈົ້າ; ໃນຄວາມເປັນຈິງ ບໍ່ມີໃຜທີ່ສາມາດເຂົ້າໃຈໄດ້ຢ່າງຊັດເຈນຫຼາຍກວ່າເຮົາ. ເຮົາຮູ້ວ່າແມ່ນຫຍັງທີ່ຢູ່ໃນຫົວໃຈຂອງເຈົ້າ; ເຈົ້າເຕັມໃຈທີ່ຈະຖວາຍຕົນເອງໃຫ້ກັບພຣະເຈົ້າ
- [ບົດທີ 45](https://lo.kingdomsalvation.org/forty-fifth-utterance.html) - ເຈົ້າຕັດສິນອ້າຍເອື້ອຍນ້ອງຂອງເຈົ້າຢ່າງເປີດເຜີຍຄືກັບວ່າບໍ່ມີຫຍັງເກີດຂຶ້ນ. ເຈົ້າບໍ່ຮູ້ຈັກແຍກແຍະຄວາມດີຈາກຄວາມຊົ່ວຮ້າຍແທ້ໆ; ເຈົ້າບໍ່ຮູ້ຈັກຢາງອາຍ! ນີ້ບໍ່ແມ່ນການປະພຶດທີ່ໜ້າດ້ານຢ່າງແຮງ ແລະ ເຮັດຕາມອຳເພີໃຈບໍ? ພວກເຈົ້າແຕ່ລະຄົນສັບສົນ ແລະ ໜັກໃຈ; ເຈົ້າແບກຫາບກະເປົາຫຼາຍເກີນໄປ ແລະ ບໍ່ມີເຮົາພາຍໃນຫົວໃຈຂອງເຈົ້າເລີຍ. ມະນຸດຕາບອດເອີຍ! ຄວາມອຳມະຫິດຂອງເຈົ້າໄດ້ໄປເຖິງຂີດສູງສຸດ, ເມື່ອໃດມັນຈຶ່ງຈະຈົບສິ້ນ? ເຮົາກ່າວກັບພວກເຈົ້າຈາກຫົວໃຈຂອງເຮົາຄັ້ງແລ້ວຄັ້ງເລົ່າ ແລະ ເຮົາມອບທຸກສິ່ງທີ່ເຮົາມີໃຫ້ກັບພວກເຈົ້າ, ແຕ່ພວກເຈົ້າຂີ້ຖີ່ຫຼາຍ ແລະ ບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວ; ນີ້ເປັນສິ່ງທີ່ຢັ່ງເຖິງໄດ້ຍາກແທ້ໆ. ເປັນຫຍັງເຈົ້າຈຶ່ງຍຶດຕິດກັບແນວຄິດຂອງເຈົ້າເອງ? ເປັນຫຍັງເຈົ້າຈຶ່ງບໍ່ໃຫ້ເຮົາມີບ່ອນຢູ່ໃນຕົວເຈົ້າ? ເຮົາຈະທຳຮ້າຍພວກເຈົ້າໄດ້ແນວໃດ? ເຈົ້າບໍ່ຕ້ອງສືບຕໍ່ປະພຶດແບບນີ້, ແທ້ຈິງແລ້ວ ມື້ຂອງເຮົາບໍ່ໄດ້ໄກຈາກປັດຈຸບັນ. ຢ່າເວົ້າໂດຍບໍ່ຄິດ, ປະພຶດໂດຍບໍ່ໄຕ່ຕອງ ຫຼື ຕໍ່ສູ້ ແລະ ສ້າງບັນຫາ; ມີຫຍັງດີທີ່ສິ່ງນີ້ຈະນໍາມາສູ່ຊີວິດຂອງພວກເຈົ້າ? ເຮົາກຳລັງບອກພວກເຈົ້າດ້ວຍຄວາມຈິງ, ເຖິງແມ່ນບໍ່ມີແມ່ນແຕ່ຄົນດຽວທີ່ຖືກຊ່ວຍໃຫ້ລອດພົ້ນ ເມື່ອມື້ຂອງເຮົາມາເຖິງ, ເຮົາກໍຍັງຈະຈັດການກັບບັນຫາຕາມແຜນການຂອງເຮົາ. ເຈົ້າຕ້ອງຮູ້ຈັກວ່າ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ! ບໍ່ມີສິ່ງໃດ, ບໍ່ມີຄົນໃດ, ບໍ່ມີເລື່ອງໃດທີ່ກ້າຂັດຂວາງບາດກ້າວຂອງເຮົາ. ພວກເຈົ້າບໍ່ຄວນຄິດວ່າ ເຮົາບໍ່ມີທາງປະຕິບັດຄວາມປະສົງຂອງເຮົາໄດ້ ຫາກບໍ່ມີພວກເຈົ້າ. ເຮົາສາມາດບອກເຈົ້າວ່າ ຖ້າເຈົ້າປະຕິບັດຕໍ່ຊີວິດຂອງເຈົ້າເອງໃນລັກສະນະດ້ານລົບແບບນີ້, ເຈົ້າຈະພຽງແຕ່ທຳລາຍຊີວິດຂອງເຈົ້າເອງ; ສິ່ງນີ້ຈະບໍ່ແມ່ນຄວາມກັງວົນຂອງເຮົາ. ພາລະກິດຂອງພຣະວິນຍານບໍລິສຸດໄດ້ຄືບໜ້າຈົນເຖິງຂັ້ນຕອນໃດໜຶ່ງແລ້ວ ແລະ ຄຳພະຍານກໍໄດ້ໄປເຖິງຈຸດສູງສຸດແລ້ວ. ນີ້ຄືຄວາມຈິງທີ່ເຫັນໄດ້ງ່າຍທີ່ສຸດ.
- [ບົດທີ 44](https://lo.kingdomsalvation.org/forty-fourth-utterance.html) - ເຮົາຊອບທຳ, ເຮົາໜ້າເຊື່ອຖື ແລະ ເຮົາເປັນພຣະເຈົ້າທີ່ກວດສອບສ່ວນເລິກທີ່ສຸດໃນຫົວໃຈຂອງມະນຸດ! ເຮົາຈະເປີດເຜີຍທັນທີວ່າ ແມ່ນໃຜເປັນຈິງ ແລະ ແມ່ນໃຜຈອມປອມ. ຢ່າໄດ້ຕື່ນຕົກໃຈ, ທຸກສິ່ງດຳເນີນໄປຕາມເວລາຂອງເຮົາ. ເຮົາຈະບອກພວກເຈົ້າແຕ່ລະຄົນວ່າ ແມ່ນໃຜຕ້ອງການເຮົາຢ່າງຈິງໃຈ ແລະ ແມ່ນໃຜບໍ່ຕ້ອງການເຮົາຢ່າງຈິງໃຈ. ພວກເຈົ້າພຽງແຕ່ກຽມພ້ອມໃຫ້ກິນ, ໃຫ້ດື່ມ ແລະ ຫຍັບເຂົ້າໃກ້ເຮົາ ເມື່ອມາຢູ່ຕໍ່ໜ້າເຮົາ ແລະ ເຮົາຈະປະຕິບັດພາລະກິດຂອງເຮົາດ້ວຍຕົນເອງ. ຢ່າໃຈຮ້ອນເກີນໄປກັບຜົນຕາມມາທີ່ໄວວາ, ພາລະກິດຂອງເຮົາບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດພ້ອມກັນທັນທີ. ມີບາດກ້າວຂອງເຮົາ ແລະ ສະຕິປັນຍາຂອງເຮົາຢູ່ພາຍໃນພາລະກິດນັ້ນ ແລະ ດ້ວຍເຫດນັ້ນ ສະຕິປັນຍາຂອງເຮົາຈຶ່ງສາມາດຖືກເປີດເຜີຍໄດ້. ເຮົາຈະເຮັດໃຫ້ພວກເຈົ້າເຫັນວ່າ ແມ່ນຫຍັງທີ່ຖືກເຮັດໃຫ້ສຳເລັດໂດຍມືຂອງເຮົາ ນັ້ນກໍຄື ການລົງໂທດຄົນຊົ່ວຮ້າຍ ແລະ ການໃຫ້ລາງວັນຄົນດີ. ເຮົາບໍ່ເຂົ້າຂ້າງຄົນໃດຄົນໜຶ່ງຢ່າງແນ່ນອນ. ເຈົ້າຮັກເຮົາຢ່າງຈິງໃຈ, ເຮົາກໍຈະຮັກເຈົ້າຢ່າງຈິງໃຈ ແລະ ສໍາລັບ ຜູ້ທີ່ບໍ່ຮັກເຮົາຢ່າງຈິງໃຈ ຄວາມໂກດຮ້າຍຂອງເຮົາຈະຢູ່ກັບພວກເຂົາຕະຫຼອດໄປ ເພື່ອວ່າພວກເຂົາຈະໄດ້ຈົດຈໍາຊົ່ວນິລັນດອນວ່າ ເຮົາເປັນພຣະເຈົ້າທີ່ແທ້ຈິງ, ເປັນພຣະເຈົ້າຜູ້ທີ່ກວດສອບສ່ວນເລິກທີ່ສຸດໃນຫົວໃຈຂອງມະນຸດ. ຢ່າປະພຶດແບບໜຶ່ງໃນເວລາຢູ່ຕໍ່ໜ້າຄົນອື່ນ ແລ້ວປະພຶດອີກແບບເວລາຢູ່ລັບຫຼັງພວກເຂົາ, ເຮົາເຫັນທຸກສິ່ງທີ່ເຈົ້າເຮັດຢ່າງຊັດເຈນ ແລະ ເຖິງແມ່ນວ່າ ເຈົ້າອາດຫຼອກລວງຄົນອື່ນໄດ້ ແຕ່ເຈົ້າບໍ່ສາມາດຫຼອກລວງເຮົາໄດ້. ເຮົາເຫັນທຸກສິ່ງຢ່າງຊັດເຈນ. ມັນເປັນໄປບໍ່ໄດ້ທີ່ເຈົ້າຈະປົກປິດສິ່ງໃດສິ່ງໜຶ່ງ; ທຸກສິ່ງຢູ່ພາຍໃນກໍາມືຂອງເຮົາ.
- [ບົດທີ 43](https://lo.kingdomsalvation.org/forty-third-utterance.html) - ເຮົາບໍ່ໄດ້ເຕືອນພວກເຈົ້າເທື່ອບໍ? ຈົ່ງຢ່າວິຕົກກັງວົນເລີຍ; ພວກເຈົ້າບໍ່ຟັງເຮົາເລີຍ, ພວກເຈົ້າຈັ່ງແມ່ນຄົນທີ່ບໍ່ມີຄວາມຄິດ! ພວກເຈົ້າຈະສາມາດເຂົ້າໃຈຫົວໃຈຂອງເຮົາໄດ້ຕອນໃດ? ທຸກມື້ແມ່ນມີແສງສະຫວ່າງໃໝ່, ທຸກມື້ແມ່ນມີແສງໃໝ່. ພວກເຈົ້າໄດ້ຄວ້າມັນມາເພື່ອຕົວເອງຈັກຄັ້ງແລ້ວ? ເຮົາບໍ່ໄດ້ບອກພວກເຈົ້າດ້ວຍຕົວເອງບໍ? ພວກເຈົ້າຍັງບໍ່ດິ້ນຮົນຄືກັນກັບແມງໄມ້ທີ່ເຄື່ອນໄຫວເມື່ອຖືກແຍ່ເທົ່ານັ້ນ ແຕ່ພວກເຈົ້າບໍ່ສາມາດເປັນເຈົ້າການໃນການຮ່ວມມືກັບເຮົາ ແລະ ເພື່ອສະແດງຄວາມເຫັນໃຈຕໍ່ພາລະຂອງເຮົາ. ເຮົາຢາກເຫັນຮອຍຍິ້ມທີ່ມີຊີວິດຊີວາ ແລະ ໜ້າຮັກຂອງພວກເຈົ້າ, ຢາກເຫັນກິລິຍາທີ່ຫ້າວຫັນ ແລະ ມີຊີວິດຊີວາຂອງບຸດຊາຍຂອງເຮົາ ແຕ່ເຮົາບໍ່ສາມາດເຮັດໄດ້. ກົງກັນຂ້າມ, ພວກເຈົ້າມີສະໝອງທີ່ອ່ອນແອ, ເປັນບ້າ ແລະ ໂງ່ຈ້າ. ພວກເຈົ້າຄວນເປັນເຈົ້າການໃນການສະແຫວງຫາ. ຈົ່ງສະແຫວງຫາດ້ວຍຄວາມກ້າຫານ! ພຽງແຕ່ເປີດໃຈຂອງເຈົ້າ ແລະ ໃຫ້ເຮົາອາໄສຢູ່ພາຍໃນເຈົ້າ. ຈົ່ງລະວັງ ແລະ ຈົ່ງເຝົ້າເບິ່ງດ້ວຍຄວາມລະມັດລະວັງ! ບາງຄົນໃນຄຣິສຕະຈັກເຮັດໃຫ້ຄົນອື່ນເຂົ້າໃຈຜິດ ແລະ ເຈົ້າຄວນເໜັ້ນໜັກໃສ່ພຣະທໍາເຫຼົ່ານີ້ສະເໝີ ເພາະຢ້ານວ່າ ຊີວິດຂອງເຈົ້າຈະຖືກກະທົບ ຫຼື ທົນທຸກກັບການສູນເສຍບາງຢ່າງ. ຈົ່ງໝັ້ນໃຈວ່າ ຕາບໃດທີ່ເຈົ້າມີຄວາມກ້າຫານທີ່ຈະຢືນຂຶ້ນ ແລະ ເວົ້າເພື່ອເຮົາ, ເຮົາກໍຈະແບກຮັບພາລະທັງໝົດ ແລະ ສ້າງຄວາມເຂັ້ມແຂງໃຫ້ເຈົ້າ! ຕາບໃດທີ່ເຈົ້າເຮັດໃຫ້ໃຈຂອງເຮົາພໍໃຈ, ເຮົາກໍຈະສະແດງຮອຍຍິ້ມ ແລະ ເຈດຕະນາຂອງເຮົາໃຫ້ເຈົ້າເຫັນສະເໝີ. ຕາບໃດທີ່ເຈົ້າມີຄວາມຕັ້ງໃຈທີ່ເຂັ້ມແຂງ ແລະ ສະແດງອອກເຖິງອຸປະນິໄສຂອງບຸດຊາຍ, ເຮົາກໍຈະສະໜັບສະໜູນເຈົ້າ
- [ບົດທີ 42](https://lo.kingdomsalvation.org/forty-second-utterance.html) - ການກະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດນັ້ນຍິ່ງໃຫຍ່ແທ້! ຊ່າງໜ້າອັດສະຈັນແທ້! ຊ່າງໜ້າມະຫັດສະຈັນແທ້! ມີສຽງແກດັງເຈັດເທື່ອ, ມີສຽງຟ້າຮ້ອງດັງເຈັດຄັ້ງ ແລະ ມີການເທອອກຈາກຖ້ວຍເຈັດໃບ. ສິ່ງເຫຼົ່ານີ້ຈະຖືກສະແດງໃຫ້ເຫັນຢ່າງເປີດເຜີຍທັນທີ ແລະ ຈະບໍ່ມີຂໍ້ສົງໄສໃດໆ. ຄວາມຮັກຂອງພຣະເຈົ້າແມ່ນມາເຖິງພວກເຮົາທຸກມື້. ມີແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນທີ່ສາມາດຊ່ວຍພວກເຮົາໄດ້; ບໍ່ວ່າພວກເຮົາຈະພົບກັບຄວາມໂຊກຮ້າຍ ຫຼື ໄດ້ຮັບພອນ ແມ່ນລ້ວນແລ້ວແຕ່ເປັນຍ້ອນພຣະອົງ ແລະ ພວກເຮົາທີ່ເປັນມະນຸດບໍ່ມີທາງທີ່ຈະຕັດສິນໃຈໃນເລື່ອງດັ່ງກ່າວນີ້ໄດ້. ຜູ້ທີ່ອຸທິດຕົນຕໍ່ພຣະເຈົ້າຢ່າງໝົດໃຈຈະໄດ້ຮັບພອນທີ່ຍິ່ງໃຫຍ່ຢ່າງແນ່ນອນ ໃນຂະນະທີ່ຜູ້ທີ່ຕ້ອງການຮັກສາຊີວິດຂອງຕົນຈະທົນທຸກຕໍ່ຄວາມສູນເສຍອັນຍິ່ງໃຫຍ່ຂອງຊີວິດພວກເຂົາ; ທຸກສິ່ງ ແລະ ທຸກບັນຫາແມ່ນຢູ່ໃນມືຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຈົ່ງຢ່າຢຸດບາດກ້າວຂອງເຈົ້າອີກຕໍ່ໄປ. ການປ່ຽນແປງທີ່ໃຫຍ່ຫຼວງຈະມາຈາກສະຫວັນ ແລະ ແຜ່ນດິນໂລກ; ມະນຸດບໍ່ມີທາງລີ້ ແລະ ຈະມີແຕ່ສຽງຮ້ອງໄຫ້ຢ່າງຂົມຂື່ນເທົ່ານັ້ນ ໂດຍບໍ່ມີທາງເລືອກອື່ນ. ຈົ່ງປະຕິບັດຕາມພາລະກິດທີ່ພຣະວິນຍານບໍລິສຸດກຳລັງປະຕິບັດຢູ່ໃນປັດຈຸບັນນີ້. ເຈົ້າຄວນມີຄວາມຊັດເຈນພາຍໃນຕົວເຈົ້າ ກ່ຽວກັບບາດກ້າວທີ່ເຮັດໃຫ້ພາລະກິດຂອງພຣະອົງມີຄວາມຄືບໜ້າ ໂດຍບໍ່ຈໍາເປັນຕ້ອງໃຫ້ຜູ້ອື່ນມາກ່າວເຕືອນອີກ. ຕອນນີ້ຈົ່ງມາຢູ່ຕໍ່ໜ້າພຣະເຈົ້າອົງຊົງລິດທານຸພາບສູງສຸດໃຫ້ເປັນປະຈໍາ ແລະ ຂໍທຸກສິ່ງທຸກຢ່າງຈາກພຣະອົງ. ພຣະອົງຈະສ່ອງສະຫວ່າງເຈົ້າຢູ່ພາຍໃນຢ່າງແນ່ນອນ ແລະ ໃນເວລາທີ່ສໍາຄັນ ພຣະອົງກໍຈະປົກປ້ອງເຈົ້າ. ຈົ່ງຢ່າມີຄວາມຢ້ານກົວ! ພຣະອົງໄດ້ຄອບຄອງການດໍາລົງຢູ່ທັງໝົດຂອງເຈົ້າແລ້ວ ແລະ ດ້ວຍການປົກປ້ອງຂອງພຣະອົງ ແລະ ການເບິ່ງແຍງຂອງພຣະອົງ ແລ້ວຍັງມີຫຍັງອີກທີ່ເຈົ້າຈະຕ້ອງຢ້ານກົວ? ໃນປັດຈຸບັນ ຜົນສໍາເລັດຂອງຄວາມປະສົງຂອງພຣະເຈົ້າແມ່ນໃກ້ຈະມາເຖິງ ແລະ ຜູ້ໃດທີ່ມີຄວາມຢ້ານກົວຈະສູນເສຍທັງຢືນ. ສິ່ງທີ່ເຮົາກຳລັງບອກພວກເຈົ້າແມ່ນຄວາມຈິງ. ຈົ່ງມືນຕາທາງຈິດວິນຍານຂອງເຈົ້າ
- [ບົດທີ 41](https://lo.kingdomsalvation.org/forty-first-utterance.html) - ຈົ່ງຢ່າມີຄວາມສົງໄສຫຼາຍ ກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນໃນຄຣິສຕະຈັກ. ໃນເວລາທີ່ຄຣິສຕະຈັກຖືກສ້າງຂຶ້ນ ມັນກໍເປັນໄປບໍ່ໄດ້ທີ່ຈະຫຼີກເວັ້ນຂໍ້ຜິດພາດ ແຕ່ບໍ່ຕ້ອງຕົກໃຈເມື່ອເຈົ້າຜະເຊີນກັບບັນຫາ; ຈົ່ງໃຈເຢັນ ແລະ ບໍ່ສະດຸ້ງສະເທືອນ. ເຮົາບໍ່ໄດ້ບອກພວກເຈົ້າແບບນັ້ນບໍ? ຈົ່ງມາຢູ່ຕໍ່ໜ້າເຮົາ ແລະ ອະທິຖານເຖິງເຮົາເລື້ອຍໆ ແລະ ເຮົາຈະສະແດງເຈດຕະນາຂອງເຮົາໃຫ້ເຈົ້າເຫັນຢ່າງຊັດເຈນ. ຄຣິສຕະຈັກແມ່ນຫົວໃຈຂອງເຮົາ ແລະ ມັນແມ່ນເປົ້າໝາຍສູງສຸດຂອງເຮົາ ແລ້ວເຮົາຈະບໍ່ຮັກຄຣິສຕະຈັກໄດ້ແນວໃດ? ຈົ່ງຢ່າຢ້ານກົວ ເມື່ອສິ່ງແບບນີ້ເກີດຂຶ້ນໃນຄຣິສຕະຈັກ ພວກມັນເກີດຂຶ້ນຈາກການອະນຸຍາດຂອງເຮົາ. ຈົ່ງຢືນຂຶ້ນ ແລະ ເວົ້າຕາງໜ້າໃຫ້ແກ່ເຮົາ. ຈົ່ງມີຄວາມເຊື່ອວ່າທຸກສິ່ງ ແລະ ທຸກເລື່ອງແມ່ນໄດ້ຮັບອະນຸຍາດຈາກບັນລັງຂອງເຮົາ ແລະ ທຸກຢ່າງແມ່ນມີເຈດຕະນາຂອງເຮົາຢູ່ພາຍໃນພວກມັນ. ຖ້າເຈົ້າສືບຕໍ່ສົນທະນາແບບດື້ດ້ານ ມັນກໍຈະມີບັນຫາ ແລ້ວເຈົ້າບໍ່ໄດ້ຄິດເຖິງຜົນທີ່ຈະຕາມມາບໍ? ນີ້ແມ່ນສິ່ງທີ່ຊາຕານຈະນໍາໃຊ້ເປັນຜົນປະໂຫຍດ. ຈົ່ງມາຢູ່ຕໍ່ໜ້າເຮົາເປັນປະຈໍາ. ເຮົາຈະເວົ້າແບບທໍາມະດາ: ຖ້າເຈົ້າຈະເຮັດບາງສິ່ງໂດຍບໍ່ໄດ້ມາຢູ່ຕໍ່ໜ້າເຮົາ ແລ້ວຢ່າຄິດວ່າ ເຈົ້າຈະສາມາດເຮັດມັນສໍາເລັດ. ມັນແມ່ນພວກເຈົ້າທີ່ໄດ້ບັງຄັບໃຫ້ເຮົາມາຢູ່ຈຸດນີ້. ຈົ່ງຢ່າທໍ້ແທ້, ຢ່າອ່ອນແອ ແລະ ເຮົາຈະເປີດເຜີຍສິ່ງຕ່າງໃຫ້ກັບເຈົ້າ. ເສັ້ນທາງໄປສູ່ອານາຈັກແມ່ນບໍ່ລຽບງ່າຍ ແລະ ບໍ່ມີສິ່ງໃດທີ່ຈະງ່າຍປານນັ້ນ! ເຈົ້າຕ້ອງການໃຫ້ພອນມາຫາເຈົ້າແບບງ່າຍໆແມ່ນບໍ? ໃນປັດຈຸບັນ ທຸກຄົນຈະຜະເຊີນກັບການທົດລອງທີ່ຂົມຂື່ນ, ປາສະຈາກການທົດລອງດັ່ງກ່າວ ຫົວໃຈຂອງພວກເຈົ້າທີ່ມີຄວາມຮັກຕໍ່ເຮົາກໍຈະບໍ່ເຂັ້ມແຂງຂຶ້ນ ແລະ ພວກເຈົ້າຈະບໍ່ມີຄວາມຮັກທີ່ແທ້ຈິງຕໍ່ເຮົາ. ເຖິງແມ່ນການທົດລອງເຫຼົ່ານີ້ຈະເປັນພຽງເຫດການເລັກນ້ອຍ ແຕ່ທຸກຄົນກໍຕ້ອງໄດ້ຜ່ານພວກມັນ
- [ບົດທີ 40](https://lo.kingdomsalvation.org/fortieth-utterance.html) - ເປັນຫຍັງເຈົ້າຈຶ່ງສະໝອງຊ້າຫຼາຍ? ເປັນຫຍັງເຈົ້າຈຶ່ງມຶນຫຼາຍ? ເຄື່ອງເຕືອນໃຈຫຼາຍຢ່າງກໍບໍ່ໄດ້ປຸກໃຫ້ພວກເຈົ້າຕື່ນເລີຍ; ສິ່ງນີ້ເປັນຕາເສົ້າໃຈສຳລັບເຮົາ. ເຮົາບໍ່ມີຫົວໃຈທີ່ຈະເຫັນລູກຊາຍຂອງເຮົາເປັນແບບນີ້ແທ້ໆ. ຫົວໃຈຂອງເຮົາຈະຮັບສິ່ງນີ້ໄດ້ແນວໃດ? ໂອ້ຍ! ເຮົາຕ້ອງສັ່ງສອນພວກເຈົ້າດ້ວຍມືຂອງເຮົາເອງ. ກ້າວຍ່າງຂອງເຮົາກໍສືບຕໍ່ໄວຂຶ້ນ. ລູກຊາຍຂອງເຮົາເອີຍ! ຈົ່ງລຸກຂຶ້ນໄວໆ ແລະ ຮ່ວມມືກັບເຮົາ. ແມ່ນໃຜທີ່ຈະເສຍສະຫຼະຕົນເອງເພື່ອເຮົາໃນຕອນນີ້? ແມ່ນໃຜທີ່ຈະສາມາດອຸທິດຕົນເອງແທ້ໆ ໂດຍປາສະຈາກຄຳຕໍ່ວ່າແມ່ນແຕ່ໜ້ອຍດຽວ? ພວກເຈົ້າມຶນຫຼາຍ ແລະ ປຶກຢູ່ສະເໝີ! ມີຈັກຄົນທີ່ສາມາດຄິດຫາຄວາມຮູ້ສຶກຂອງເຮົາ ແລະ ແມ່ນໃຜທີ່ຈະສາມາດເຂົ້າໃຈພຣະວິນຍານແຫ່ງພຣະທຳຂອງເຮົາຢ່າງແທ້ຈິງ? ສິ່ງທີ່ເຮົາສາມາດເຮັດໄດ້ກໍຄືລໍຖ້າ ແລະ ຫວັງຢ່າງກັງວົນໃຈ; ເມື່ອເຫັນວ່າການເຄື່ອນໄຫວແຕ່ລະຢ່າງຂອງເຈົ້າບໍ່ສາມາດເປັນທີ່ພໍໃຈເຮົາໄດ້, ເຮົາຈະເວົ້າຫຍັງໄດ້ແດ່? ລູກຊາຍຂອງເຮົາເອີຍ! ທຸກສິ່ງທີ່ພຣະບິດາເຮັດໃນປັດຈຸບັນກໍແມ່ນເພື່ອລູກຊາຍຂອງເຮົາ. ເປັນຫຍັງລູກຊາຍຂອງເຮົາຈຶ່ງບໍ່ເຄີຍເຂົ້າໃຈຫົວໃຈຂອງເຮົາ ແລະ ເປັນຫຍັງລູກຊາຍຂອງເຮົາຈຶ່ງເຮັດໃຫ້ເຮົາ ຜູ້ເຊິ່ງເປັນພຣະບິດາຂອງເຈົ້າ ກັງວົນຢູ່ສະເໝີ? ເມື່ອໃດລູກຊາຍຂອງເຮົາຈຶ່ງຈະເຕີບໂຕເປັນຜູ້ໃຫຍ່ຂຶ້ນ, ບໍ່ເຮັດໃຫ້ເຮົາກັງວົນ ແລະ ຍອມໃຫ້ເຮົາໄວ້ໃຈໃນລູກຊາຍຂອງເຮົາ? ເມື່ອໃດລູກຊາຍຂອງເຮົາຈຶ່ງຈະສາມາດດຳລົງຊີວິດຢ່າງເປັນອິດສະຫຼະ, ລຸກຢືນຂຶ້ນ ແລະ ແບ່ງເບົາພາລະກິດທີ່ຢູ່ເທິງບ່າຂອງພຣະບິດາຂອງພວກເຂົາ? ເຮົາຫຼັ່ງນໍ້າຕາຢ່າງງຽບໆເພື່ອລູກຊາຍຂອງເຮົາ ແລະ ເຮົາທຸ້ມເທທຸກສິ່ງເພື່ອຄວາມສຳເລັດແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ເພື່ອຊ່ວຍລູກຊາຍຂອງເຮົາ, ຄົນອັນເປັນທີ່ຮັກຂອງເຮົາ. ເຮົາບໍ່ມີທາງເລືອກອື່ນເລີຍ. ຄຳສັນຍາຂອງເຮົາໄດ້ເກີດຂຶ້ນແລ້ວ ແລະ ຖືກສຳແດງອອກຕໍ່ຕາຂອງພວກເຈົ້າ. ເປັນຫຍັງເຈົ້າຈຶ່ງບໍ່ຄິດຫາຫົວໃຈຂອງເຮົາ? ເປັນຫຍັງ? ເປັນຫຍັງ?
- [ບົດທີ 39](https://lo.kingdomsalvation.org/thirty-ninth-utterance.html) - ຈົ່ງເປີດຕາຂອງພວກເຈົ້າ ແລະ ເບິ່ງ, ພວກເຈົ້າສາມາດເຫັນລິດທານຸພາບທີ່ຍິ່ງໃຫຍ່ຂອງເຮົາໄດ້ຢູ່ທຸກຫົນທຸກແຫ່ງ! ພວກເຈົ້າສາມາດຮັບເອົາຄວາມແນ່ນອນກ່ຽວກັບເຮົາຢູ່ທຸກຫົນທຸກແຫ່ງ. ຈັກກະວານ ແລະ ທ້ອງຟ້າກຳລັງປະກາດລິດທານຸພາບທີ່ຍິ່ງໃຫຍ່ຂອງເຮົາ. ອາກາດທີ່ຮ້ອນຂຶ້ນ, ການປ່ຽນແປງຂອງສະພາບອາກາດ, ຄວາມຜິດປົກກະຕິຂອງມະນຸດ, ຄວາມວຸ້ນວາຍຂອງການປ່ຽນແປງທາງສັງຄົມ ແລະ ເລ່ລ່ຽມພາຍໃນຫົວໃຈຂອງຜູ້ຄົນ ລ້ວນແລ້ວແຕ່ຈະເຮັດໃຫ້ພຣະທຳທີ່ເຮົາໄດ້ກ່າວໄວ້ນັ້ນເປັນຈິງ. ດວງຕາເວັນກາຍເປັນສີຂາວ ແລະ ດວງເດືອນກາຍເປັນສີແດງ; ທຸກຢ່າງລ້ວນແຕ່ຂາດຄວາມສົມດຸນ. ພວກເຈົ້າຍັງບໍ່ເຫັນສິ່ງເຫຼົ່ານີ້ແທ້ໆບໍ? ລິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າຖືກເປີດເຜີຍໃນເລື່ອງນີ້. ບໍ່ຕ້ອງສົງໄສເລີຍວ່າ ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ ຄື ອົງຊົງລິດທານຸພາບສູງສຸດ ທີ່ຜູ້ຄົນໄດ້ສະແຫວງຫາເປັນເວລາຫຼາຍປີ! ໃຜທີ່ສາມາດກ່າວອອກມາ ແລ້ວເຮັດໃຫ້ສິ່ງຕ່າງໆເກີດຂຶ້ນໄດ້? ມີແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດຂອງພວກເຮົາ. ຄວາມຈິງປະກົດຂຶ້ນທັນທີທີ່ພຣະອົງກ່າວອອກມາ. ເຈົ້າຈະບໍ່ເວົ້າວ່າ ພຣະອົງເປັນພຣະເຈົ້າທີ່ແທ້ຈິງ ໄດ້ແນວໃດ? ເຮົາຮູ້ຢ່າງເລິກເຊິ່ງວ່າ ພວກເຈົ້າທຸກຄົນເຕັມໃຈທີ່ຈະຮ່ວມມືກັບເຮົາ ແລະ ເຮົາເຊື່ອວ່າ ຄົນທີ່ຖືກເລືອກຂອງເຮົາ, ອ້າຍເອື້ອຍນ້ອງອັນເປັນທີ່ຮັກຂອງເຮົາ ລ້ວນແລ້ວແຕ່ມີຄວາມປາຖະໜາແບບນີ້, ພຽງແຕ່ເຈົ້າບໍ່ສາມາດເຂົ້າສູ່ ຫຼື ປະຕິບັດຕົວຈິງ, ບໍ່ສາມາດໃຈເຢັນ ແລະ ສະຫງົບອາລົມ ເມື່ອເຈົ້າພົບກັບປະກົດການແຫ່ງຄວາມເປັນຈິງ. ເຈົ້າບໍ່ເຄີຍເອົາໃຈໃສ່ເຈດຕະນາຂອງພຣະເຈົ້າຈັກເທື່ອ ແລະ ເຈົ້າເອົາຜົນປະໂຫຍດສ່ວນຕົວຂອງເຈົ້າມາກ່ອນ ແລະ ລົງມືເຮັດໂດຍບໍ່ຕ້ອງຖ້າ. ເຮົາຢາກບອກພວກເຈົ້າວ່າ ຫົນທາງນີ້ຈະບໍ່ບັນລຸເຈດຕະນາຂອງເຮົາຈັກເທື່ອ! ເດັກນ້ອຍເອີຍ!
- [ບົດທີ 38](https://lo.kingdomsalvation.org/thirty-eighth-utterance.html) - ບໍ່ແມ່ນວ່າຄວາມເຊື່ອຂອງເຈົ້າດີ ຫຼື ບໍລິສຸດ, ແຕ່ກົງກັນຂ້າມ ພາລະກິດຂອງເຮົາອັດສະຈັນ! ທຸກສິ່ງເປັນໄປຍ້ອນຄວາມເມດຕາຂອງເຮົາ! ເຈົ້າຕ້ອງບໍ່ມີອຸປະນິໄສທີ່ເສື່ອມຊາມໃນການເຫັນແກ່ຕົວ ຫຼື ຄວາມອວດດີແມ່ນແຕ່ໜ້ອຍດຽວ, ບໍ່ດັ່ງນັ້ນ ເຮົາຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ. ເຈົ້າຕ້ອງເຂົ້າໃຈຢ່າງແຈ່ມແຈ້ງວ່າ ການທີ່ມະນຸດຈະລົ້ມລົງ ຫຼື ຢຶນຢ່າງເຂັ້ມແຂງນັ້ນບໍ່ແມ່ນຍ້ອນພວກເຂົາ; ແຕ່ມັນເປັນຍ້ອນເຮົາ. ໃນປັດຈຸບັນ, ຖ້າເຈົ້າບໍ່ເຂົ້າໃຈຂັ້ນຕອນນີ້ຢ່າງແຈ່ມແຈ້ງ, ເຈົ້າກໍຈະລົ້ມເຫຼວໃນການເຂົ້າສູ່ອານາຈັກ! ເຈົ້າຕ້ອງເຂົ້າໃຈວ່າ ສິ່ງທີ່ຖືກເຮັດໃນປັດຈຸບັນແມ່ນພາລະກິດທີ່ອັດສະຈັນຂອງພຣະເຈົ້າ; ມັນບໍ່ກ່ຽວຂ້ອງກັບມະນຸດເລີຍ. ການກະທຳຂອງມະນຸດມີປະໂຫຍດຫຍັງແດ່? ພວກເຂົາເຫັນແກ່ຕົວ, ອວດດີ ແລະ ໂອຫັງ ຫຼື ພວກເຂົາຂັດຂວາງການຄຸ້ມຄອງຂອງພຣະເຈົ້າ ແລະ ທຳລາຍແຜນການຂອງພຣະອົງ. ໂອ ຄົນເສື່ອມຊາມທັງຫຼາຍ! ເຈົ້າຕ້ອງມາເພິ່ງພາເຮົາໃນມື້ນີ້; ຖ້າເຈົ້າບໍ່ມາ, ມື້ນີ້ ເຮົາຈະບອກກັບເຈົ້າວ່າ ເຈົ້າຈະບໍ່ບັນລຸຫຍັງຈັກເທື່ອ! ທຸກສິ່ງຈະສູນເປົ່າ ແລະ ກິດຈະການຂອງເຈົ້າກໍຈະບໍ່ມີຄ່າຫຍັງເລີຍ! ຢ່າທ່ວງດຶງເວລາ ຫຼື ລັງເລໃຈ; ໃນປັດຈຸບັນ ແຕ່ລະຄົນທີ່ຮັກເຮົາຈະໄດ້ຮັບພາລະກິດຢ່າງອັດສະຈັນຂອງເຮົາທີ່ປະຕິບັດຢູ່ໃນພວກເຂົາ. ເຮົາຈະບໍ່ໃຊ້ຄົນທີ່ບໍ່ຖ່ອມຕົວ ແລະ ໃນປັດຈຸບັນນີ້ ເຮົາຈະໃຊ້ພຽງແຕ່ຄົນທີ່ຖ່ອມຕົວໂດຍແທ້. ເຮົາຈະເປີດເຜີຍຢ່າງເຕັມທີ່ກັບເຈົ້າທີ່ຮັກເຮົາດ້ວຍໃຈຈິງ, ຄົນທີ່ຖືກຄົນອື່ນດູຖູກ ແລະ ຄົນທີ່ສາມາດເປີດເຜີຍຕົນເອງກັບເຮົາຢ່າງແທ້ຈິງ. ເຮົາຈະໃຫ້ເຈົ້າເຂົ້າໃຈເຈດຕະນາຂອງເຮົາ
- [ບົດທີ 37](https://lo.kingdomsalvation.org/thirty-seventh-utterance.html) - ພວກເຈົ້າຂາດຄວາມເຊື່ອໃນການສະຖິດຂອງເຮົາແທ້ໆ ແລະ ມັກເພິ່ງພາຕົນເອງໃນການເຮັດສິ່ງຕ່າງໆຢູ່ສະເໝີ. “ຫາກປາສະຈາກເຮົາແລ້ວ ພວກເຈົ້າບໍ່ສາມາດເຮັດຫຍັງໄດ້ເລີຍ!” ແຕ່ພວກເຈົ້າ ຄົນທີ່ເສື່ອມຊາມ ເອົາພຣະທຳຂອງເຮົາເຂົ້າຫູຂ້າງໜຶ່ງແລ້ວອອກອີກຂ້າງໜຶ່ງຢູ່ຕະຫຼອດເວລາ. ຊີວິດໃນປັດຈຸບັນຄືຊີວິດແຫ່ງພຣະທຳ; ຫາກປາສະຈາກພຣະທຳກໍຈະບໍ່ມີຊີວິດ, ບໍ່ມີປະສົບການ ແລະ ແມ່ນແຕ່ຄວາມເຊື່ອກໍຈະບໍ່ມີ. ຄວາມເຊື່ອຢູ່ໃນພຣະທຳ; ພຽງແຕ່ເຈົ້າເອົາໃຈໃສ່ກັບພຣະທຳຂອງພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ ເຈົ້າຈິ່ງສາມາດມີທຸກສິ່ງໄດ້. ຢ່າກັງວົນວ່າເຈົ້າຈະບໍ່ເຕີບໃຫຍ່; ຊີວິດມາຈາກການເຕີບໃຫຍ່, ບໍ່ແມ່ນຈາກຄວາມກັງວົນ. ພວກເຈົ້າມັກຈະກັງວົນໃຈ ແລະ ບໍ່ຟັງຄຳສັ່ງສອນຂອງເຮົາ. ເຈົ້າຕ້ອງການກ້າວເດີນໄວກວ່າບາດກ້າວຂອງເຮົາຢູ່ສະເໝີ. ນີ້ແມ່ນຫຍັງແທ້? ມັນແມ່ນຄວາມທະເຍີທະຍານຢ່າງເພີ້ຝັນຂອງມະນຸດ. ເຈົ້າຄວນແຍກແຍະໃຫ້ຊັດເຈນລະຫວ່າງສິ່ງທີ່ມາຈາກພຣະເຈົ້າ ແລະ ສິ່ງທີ່ມາຈາກເຈົ້າເອງ. ຄວາມກະຕືລືລົ້ນຈະບໍ່ຖືກຍົກຍ້ອງຢູ່ຕໍ່ໜ້າເຮົາຈັກເທື່ອ. ເຮົາຕ້ອງການໃຫ້ພວກເຈົ້າສາມາດຕິດຕາມເຮົາຢ່າງຈິງໃຈຕັ້ງແຕ່ຕົ້ນຈົນຈົບ ໂດຍບໍ່ມີການປ່ຽນແປງຄວາມຈົງຮັກພັກດີແມ່ນແຕ່ໜ້ອຍເລີຍ. ເຈົ້າເຊື່ອວ່າ ການປະພຶດໃນລັກສະນະນີ້ແມ່ນການອຸທິດໃຫ້ກັບພຣະເຈົ້າ. ມະນຸດຕາບອດເອີຍ! ເປັນຫຍັງເຈົ້າຈຶ່ງບໍ່ມາຢູ່ຕໍ່ໜ້າເຮົາຫຼາຍກວ່ານີ້ເພື່ອສະແຫວງຫາ, ແຕ່ກັບຈົມປັກຢູ່ກັບຕົວເອງ? ເຈົ້າຕ້ອງເຫັນຢ່າງຈະແຈ້ງ! ຄົນທີ່ກຳລັງປະຕິບັດພາລະກິດໃນຕອນນີ້ບໍ່ແມ່ນມະນຸດຢ່າງແນ່ນອນ, ແຕ່ກົງກັນຂ້າມ ແມ່ນພຣະຜູ້ປົກຄອງສັບພະສິ່ງທັງປວງ ເຊິ່ງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ! ເຈົ້າຕ້ອງບໍ່ເບິ່ງຂ້າມ, ແຕ່ກົງກັນຂ້າມ ຕ້ອງຍຶດໝັ້ນກັບທຸກສິ່ງທີ່ພວກເຈົ້າມີຢູ່ສະເໝີ ເພາະວ່າມື້ຂອງເຮົາໃກ້ເຂົ້າມາແລ້ວ. ບັດນີ້ ພວກເຈົ້າຍັງບໍ່ຕື່ນໃນເວລາແບບນີ້ອີກບໍ? ພວກເຈົ້າຍັງບໍ່ເຫັນຢ່າງແຈ່ມແຈ້ງບໍ? ພວກເຈົ້າຍັງພົວພັນຢູ່ກັບໂລກ ແລະ ບໍ່ສາມາດແຍກອອກຈາກມັນໄດ້. ເປັນຫຍັງ? ເຈົ້າຮັກເຮົາແທ້ບໍ?
- [ບົດທີ 36](https://lo.kingdomsalvation.org/thirty-sixth-utterance.html) - ພຣະເຈົ້າທີ່ແທ້ຈິງຜູ້ຊົງລິດທານຸພາບສູງສຸດ, ກະສັດຜູ້ປະທັບເທິງບັນລັງ, ປົກຄອງທົ່ວທັງຈັກກະວານ, ຫັນໜ້າຫາປະຊາຊາດ ແລະ ຜູ້ຄົນຈຳນວນນັບບໍ່ຖ້ວນ ແລະ ສະຫງ່າລາສີຂອງພຣະເຈົ້າກໍສ່ອງແສງໄປທົ່ວໂລກ. ທຸກສິ່ງທີ່ມີຊີວິດໃນຈັກກະວານ ແລະ ຈົນສຸດປາຍແຜ່ນດິນໂລກຈະໄດ້ເຫັນ. ພູເຂົາ, ແມ່ນໍ້າ, ທະເລສາບ, ແຜ່ນດິນ, ມະຫາສະໝຸດ ແລະ ສິ່ງມີຊີວິດທັງປວງໄດ້ເປີດຜ້າມ່ານຂອງພວກເຂົາອອກໃນແສງສະຫວ່າງແຫ່ງພຣະພັກຂອງພຣະເຈົ້າທີ່ແທ້ຈິງ ແລະ ພວກເຂົາກໍໄດ້ຮັບການຟື້ນຟູ, ຄືກັບວ່າຕື່ນຈາກຄວາມຝັນ, ຄືກັບວ່າພວກເຂົາເປັນໜໍ່ອ່ອນທີ່ແທງດິນຂຶ້ນມາ! ໂອ້! ພຣະເຈົ້າທີ່ແທ້ຈິງອົງດຽວປາກົດຕໍ່ໜ້າປະຊາກອນຂອງໂລກ. ຜູ້ໃດຈະກ້າເຂົ້າໃກ້ພຣະອົງດ້ວຍການຕໍ່ຕ້ານ? ທຸກຄົນຕ່າງສັ່ນສະທ້ານດ້ວຍຄວາມຢ້ານກົວ. ທຸກຄົນຕ່າງກໍເຊື່ອ ແລະ ຍອມຮັບຢ່າງສິ້ນເຊີງ. ແລະ ທັງໝົດຕ່າງກໍວອນຂໍການອະໄພໂທດຊໍ້າແລ້ວຊໍ້າອີກ. ຜູ້ຄົນຈຳນວນນັບບໍ່ຖ້ວນຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ປາກຈຳນວນນັບບໍ່ຖ້ວນກໍນະມັດສະການພຣະອົງ! ທະວີບ ແລະ ມະຫາສະໝຸດ, ພູເຂົາ, ແມ່ນໍ້າ ແລະ ທຸກສິ່ງຕ່າງກໍສັນລະເສີນພຣະອົງຢ່າງບໍ່ມີສິ້ນສຸດ! ສາຍລົມທີ່ອົບອຸ່ນ, ພ້ອມກັບລົມຫາຍໃຈຂອງລະດູບານໃໝ່ ໄດ້ນໍາເອົາຝົນລະດູບານໃໝ່ທີ່ຕົກຄ່ອຍໆ ແລະ ບໍ່ຂາດສາຍມາດ້ວຍ. ສາຍນໍ້າທີ່ໄຫຼລິນ ແລະ ມວນຊົນກໍເປັນເໝືອນກັນ, ທັງສອງຕ່າງກໍເຕັມໄປດ້ວຍຄວາມໂສກເສົ້າ ແລະ ຄວາມປິຕິຍິນດີ, ຫຼັ່ງນໍ້າຕາແຫ່ງຄວາມຮູ້ສຶກຜິດ ແລະ ການຕຳໜິຕົນເອງ.
- [ບົດທີ 35](https://lo.kingdomsalvation.org/thirty-fifth-utterance.html) - ສຽງຟ້າຮ້ອງທັງເຈັດອອກມາຈາກບັນລັງ, ສັ່ນສະເທືອນຈັກກະວານ, ພິກສະຫວັນ ແລະ ແຜ່ນດິນໂລກ ແລະ ດັງກ້ອງໄປທົ່ວທ້ອງຟ້າ! ສຽງທະລຸຫູ ແລະ ຜູ້ຄົນບໍ່ສາມາດໜີມັນພົ້ນ ຫຼື ພວກເຂົາບໍ່ສາມາດລີ້ຈາກມັນໄດ້. ຟ້າຮ້ອງ ແລະ ຟ້າຜ່າລະເບີດອອກມາ ແລະ ໃນທັນທີ ສະຫວັນ ແລະ ແຜ່ນດິນໂລກກໍປ່ຽນແປງໄປ ແລະ ຜູ້ຄົນກໍໃກ້ຈະຕາຍ. ຈາກນັ້ນ, ດ້ວຍຄວາມໄວດັ່ງຟ້າຜ່າ, ອາວະກາດທັງໝົດກໍຖືກປົກຄຸມດ້ວຍພາຍຸຝົນທີ່ຮຸນແຮງ ແລະ ຕົກລົງມາຈາກສະຫວັນ! ໃນມຸມທີ່ໄກທີ່ສຸດຂອງແຜ່ນດິນໂລກ, ມັນບໍ່ຍອມໃຫ້ມີຄາບເປື້ອນເນື່ອງຈາກວ່າມັນລ້າງທົ່ວແຕ່ຫົວຮອດຕີນຢ່າງທົ່ວເຖິງຄືກັບການອາບນ້ຳ; ບໍ່ມີຫຍັງສາມາດລີ້ລັບຈາກມັນໄດ້ ຫຼື ບໍ່ມີໃຜສາມາດຫຼີກໜີຈາກມັນໄດ້. ສຽງດັງກັງວານຂອງຟ້າຮ້ອງ ຄືກັບແສງມາບເຫຼື້ອມຂອງຟ້າຜ່າ, ເປັ່ງປະກາຍດ້ວຍແສງທີ່ເຍືອກເຢັນ ແລະ ເຮັດໃຫ້ມະນຸດສັ່ນເຊັນດ້ວຍຄວາມຢ້ານກົວ! ດາບສອງຄົມອັນແຫຼມຄົມຟາດລົງໃສ່ລູກຊາຍແຫ່ງການກະບົດ ແລະ ພວກສັດຕູກໍປະເຊີນກັບຄວາມຫາຍະນະ, ບໍ່ມີບ່ອນໃຫ້ລີ້; ພວກເຂົາມຶນງົງຢູ່ທ່າມກາງລົມ ແລະ ຝົນ ແລະ ໂຊເຊຈາກການພັດ, ພວກເຂົາຕາຍລົງທັນທີສູ່ນ້ຳທີ່ໄຫຼ ແລະ ກໍຖືກພັດລ້າງໄປ. ມີພຽງຄວາມຕາຍ ແລະ ບໍ່ມີທາງອື່ນໃຫ້ພວກເຂົາມີຊີວິດລອດ. ຟ້າຮ້ອງທັງເຈັດອອກຈາກເຮົາ ແລະ ຖ່າຍທອດເຈດຕະນາຂອງເຮົາ
- [ບົດທີ 34](https://lo.kingdomsalvation.org/thirty-fourth-utterance.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດນັ້ນມີອຳນາດໃນທຸກສິ່ງ, ບັນລຸທຸກຢ່າງ ແລະ ເປັນພຣະເຈົ້າທີ່ແທ້ຈິງຢ່າງສົມບູນ! ພຣະອົງບໍ່ພຽງແຕ່ຖືດວງດາວທັງເຈັດໄວ້, ໄດ້ຮັບປະທານດ້ວຍພຣະວິນຍານທັງເຈັດ, ມີຕາເຈັດໜ່ວຍ, ເປີດຕາປະທັບທັງເຈັດອອກ ແລະ ເປີດໜັງສືມ້ວນອອກເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ, ພຣະອົງຄຸ້ມຄອງໄພພິບັດທັງເຈັດ ແລະ ຖ້ວຍທັງເຈັດ ແລະ ເປີດເຜີຍໃຫ້ເຫັນສຽງຟ້າຮ້ອງທັງເຈັດ. ດົນນານມາແລ້ວ ພຣະອົງໄດ້ເປົ່າແກທັງເຈັດເຊັ່ນກັນ! ທຸກສິ່ງທີ່ພຣະອົງສ້າງ ແລະ ເຮັດໃຫ້ສົມບູນຄວນສັນລະເສີນພຣະອົງ, ມອບສະຫງ່າລາສີໃຫ້ແກ່ພຣະອົງ ແລະ ເຊີດຊູບັນລັງຂອງພຣະອົງ. ໂອ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພຣະອົງຄືທຸກສິ່ງ. ພຣະອົງໄດ້ເຮັດໃຫ້ທຸກສິ່ງສຳເລັດໄປ ແລະ ດ້ວຍພຣະອົງ ທຸກສິ່ງສົມບູນ, ສົດໃສ, ຖືກປົດປ່ອຍ, ເປັນອິດສະຫຼະ, ແຂງແຮງ ແລະ ມີອຳນາດ! ບໍ່ມີຫຍັງທີ່ລີ້ລັບ ຫຼື ຖືກປິດບັງໄວ້ເລີຍ; ດ້ວຍພຣະອົງ, ຄວາມລຶກລັບທັງໝົດໄດ້ຖືກເປີດເຜີຍ. ຍິ່ງໄປກວ່ານັ້ນ, ພຣະອົງໄດ້ພິພາກສາສັດຕູຂອງພຣະອົງຈຳນວນຫຼວງຫຼາຍ, ພຣະອົງເປີດເຜີຍຄວາມສະຫງ່າຜ່າເຜີຍຂອງພຣະອົງ, ສຳແດງໄຟທີ່ລຸກໄໝ້ຂອງພຣະອົງ, ພຣະອົງສະແດງຄວາມໂກດຮ້າຍຂອງພຣະອົງ ແລະ ຫຼາຍໄປກວ່ານັ້ນ ແມ່ນພຣະອົງຊົງສຳແດງສະຫງ່າລາສີທີ່ບໍ່ເຄີຍມີມາກ່ອນ, ເປັນນິລັນດອນ ແລະ ບໍ່ສິ້ນສຸດເດັດຂາດ! ທຸກຄົນຄວນຕື່ນຂຶ້ນມາໂຮຮ້ອງ ແລະ
- [ບົດທີ 33](https://lo.kingdomsalvation.org/thirty-third-utterance.html) - ອານາຈັກຂອງເຮົາຕ້ອງການຄົນທີ່ຊື່ສັດ, ບໍ່ໜ້າຊື່ໃຈຄົດ ແລະ ບໍ່ຫຼອກລວງ. ຄົນທີ່ຈິງໃຈ ແລະ ຊື່ສັດບໍ່ແມ່ນຄົນທີ່ບໍ່ເປັນທີ່ນິຍົມໃນໂລກບໍ? ເຮົາພຽງຢູ່ກົງກັນຂ້າມ. ມັນເປັນເລື່ອງທີ່ຮັບໄດ້ທີ່ຈະໃຫ້ຄົນຊື່ສັດມາຫາເຮົາ; ເຮົາປິຕິຍິນດີໃນຄົນປະເພດນີ້ ແລະ ເຮົາກໍ່ຍັງຕ້ອງການຄົນປະເພດນີ້ດ້ວຍ. ນີ້ແມ່ນຄວາມຊອບທຳຂອງເຮົາແທ້ໆ. ບາງຄົນກໍບໍ່ຮູ້; ພວກເຂົາບໍ່ສາມາດຮູ້ສຶກເຖິງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາບໍ່ສາມາດເຂົ້າໃຈເຈດຕະນາຂອງເຮົາ. ພວກເຂົາບໍ່ສາມາດເຫັນສະພາບແວດລ້ອມເຊິ່ງຄອບຄົວຂອງພວກເຂົາ ແລະ ຄົນອ້ອມຂ້າງພວກເຂົາດຳລົງຢູ່ຢ່າງຊັດເຈນ, ພວກເຂົາເຮັດສິ່ງຕ່າງໆຢ່າງຫຼັບຫູຫຼັບຕາ ແລະ ສູນເສຍໂອກາດທີ່ຈະໄດ້ຮັບພຣະຄຸນຫຼາຍຄັ້ງ. ເທື່ອແລ້ວເທື່ອເລົ່າ, ພວກເຂົາກໍກິນແໜງກັບການກະທຳຂອງພວກເຂົາ ແລະ ເມື່ອພວກເຂົາຜະເຊີນກັບບັນຫາ, ພວກເຂົາກໍບໍ່ສາມາດເຫັນບັນຫານັ້ນຢ່າງຊັດເຈນໄດ້. ບາງເທື່ອ ພວກເຂົາສາມາດເພິ່ງພາພຣະເຈົ້າເພື່ອເພີ່ມຕື່ມໄຊຊະນະ, ແຕ່ເມື່ອພວກເຂົາຜະເຊີນກັບບັນຫາທີ່ຄ້າຍຄືກັນຫຼັງຈາກນັ້ນ, ຄວາມເຈັບປ່ວຍແບບເກົ່າໆກໍກັບຄືນມາ ແລະ ພວກເຂົາບໍ່ສາມາດເຂົ້າໃຈເຈດຕະນາຂອງເຮົາ. ແຕ່ເຮົາບໍ່ໄດ້ເບິ່ງໃນສິ່ງເຫຼົ່ານີ້ ແລະ ເຮົາບໍ່ຈື່ການຝ່າຝືນຂອງພວກເຈົ້າ. ກົງກັນຂ້າມ ເຮົາຕ້ອງການຊ່ວຍເຫຼືອພວກເຈົ້າຈາກດິນແດນທີ່ສັບສົນປົນເປກັນນີ້ ແລະ ຍອມໃຫ້ພວກເຈົ້າເລີ່ມຕົ້ນໃໝ່ຊີວິດຂອງພວກເຈົ້າ. ເຮົາໄດ້ອະໄພໂທດໃຫ້ກັບພວກເຈົ້າເທື່ອແລ້ວເທື່ອເລົ່າ. ເຖິງຢ່າງໃດກໍຕາມ, ຕອນນີ້ແມ່ນບາດກ້າວທີ່ສຳຄັນຫຼາຍທີ່ສຸດ. ພວກເຈົ້າບໍ່ສາມາດສັບສົນໄດ້ອີກແລ້ວ ແລະ ບໍ່ສາມາດດັນຕໍ່ໄປແບບນັ້ນອີກ, ແບບໄປໆ ແລະ ຢຸດໆ. ເມື່ອໃດເຈົ້າຈຶ່ງຈະສາມາດໄປເຖິງຈຸດໝາຍປາຍທາງ? ພວກເຈົ້າຕ້ອງເຮັດສຸດຄວາມສາມາດຂອງພວກເຈົ້າເພື່ອແລ່ນສູ່ຫຼັກໄຊໂດຍບໍ່ຢຸດ. ຢ່າຜ່ອນຄວາມໄວລົງໃນເວລາທີ່ສຳຄັນທີ່ສຸດ, ຈົ່ງກ້າວໄປທາງໜ້າຢ່າງກ້າຫານ ແລະ
- [ບົດທີ 32](https://lo.kingdomsalvation.org/thirty-second-utterance.html) - ແມ່ນຫຍັງຄືແສງສະຫວ່າງ? ໃນອະດີດ ພວກເຈົ້າເຫັນການປ່ຽນແປງແຫ່ງພາລະກິດຂອງພຣະວິນຍານບໍລິສຸດເປັນແສງສະຫວ່າງ. ມີແສງສະຫວ່າງທີ່ແທ້ຈິງຢູ່ຕະລອດເວລາ ນັ້ນຄືການຮັບເອົາສິ່ງທີ່ພຣະເຈົ້າເປັນຜ່ານການຫຍັບເຂົ້າໃກ້ເຮົາ ແລະ ສົນທະນາກັບເຮົາ; ການມີຄວາມເຂົ້າໃຈໃນພຣະທຳຂອງພຣະເຈົ້າ ແລະ ການເຂົ້າໃຈເຈດຕະນາຂອງພຣະເຈົ້າໃນພຣະທຳຂອງພຣະອົງ, ຄືວ່າ ໃນຂະນະທີ່ກຳລັງກິນ ແລະ ດື່ມ, ເຈົ້າຮູ້ສຶກເຖິງພຣະວິນຍານແຫ່ງພຣະທຳຂອງພຣະເຈົ້າ ແລະ ຮັບເອົາພຣະທຳຂອງພຣະເຈົ້າໃຫ້ຢູ່ຂ້າງໃນຕົວພວກເຈົ້າ; ເຈົ້າເຂົ້າໃຈສິ່ງທີ່ພຣະອົງເປັນຜ່ານປະສົບການ ແລະ ຮັບເອົາແສງເຍືອງທາງຂອງພຣະເຈົ້າໃນຂະນະທີ່ກຳລັງສື່ສານກັບພຣະອົງ; ທັງໝົດແມ່ນຄວາມສະຫວ່າງ. ເຈົ້າຍັງສາມາດຖືກສ່ອງແສງສະຫວ່າງ ແລະ ການມີຄວາມເຂົ້າໃຈໃນພຣະທຳຂອງພຣະເຈົ້າຕະລອດເວລາ ໃນຂະນະທີ່ກຳລັງຕຶກຕອງ ແລະ ໄຕ່ຕອງ. ຖ້າເຈົ້າເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຈົ້າຮູ້ສຶກເຖິງແສງສະຫວ່າງໃໝ່, ແລ້ວເຈົ້າບໍ່ໄດ້ມີລິດອຳນາດໃນການຮັບໃຊ້ຂອງເຈົ້າບໍ? ພວກເຈົ້າກັງວົນໃຈຫຼາຍໃນຂະນະທີ່ພວກເຈົ້າຮັບໃຊ້! ນັ້ນກໍຍ້ອນພວກເຈົ້າບໍ່ໄດ້ສຳຜັດຄວາມເປັນຈິງ, ເຈົ້າບໍ່ມີປະສົບການ ຫຼື ຄວາມເຂົ້າໃຈທີ່ແທ້ຈິງ. ຖ້າເຈົ້າມີຄວາມເຂົ້າໃຈທີ່ແທ້ຈິງ, ແລ້ວເຈົ້າຈະບໍ່ຮູ້ຈັກວິທີການຮັບໃຊ້ບໍ? ເມື່ອສິ່ງໃດໜຶ່ງເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງຜະເຊີນບັນຫາເຫຼົ່ານັ້ນຢ່າງພາກພຽນ. ຖ້າຢູ່ໃນສະພາບແວດລ້ອມທີ່ງ່າຍ ແລະ ສະດວກສະບາຍແລ້ວ, ເຈົ້າສາມາດດຳລົງຊີວິດໃນແສງສະຫວ່າງແຫ່ງໃບໜ້າຂອງພຣະເຈົ້າ, ແລ້ວເຈົ້າຈະເຫັນໜ້າຂອງພຣະເຈົ້າໃນແຕ່ລະມື້. ຖ້າເຈົ້າເຫັນໃບໜ້າຂອງພຣະເຈົ້າ ແລະ ສື່ສານກັບພຣະອົງ, ເຈົ້າຈະບໍ່ມີແສງສະຫວ່າງບໍ? ພວກເຈົ້າບໍ່ໄດ້ເຂົ້າສູ່ຄວາມເປັນຈິງ ແລະ ພວກເຈົ້າກໍຢູ່ທາງນອກເພື່ອສະແຫວງຫາຢູ່ສະເໝີ; ຜົນຕາມມາກໍຄື ພວກເຈົ້າບໍ່ໄດ້ຄົ້ນພົບຫຍັງເລີຍ ແລະ
- [ບົດທີ 31](https://lo.kingdomsalvation.org/thirty-first-utterance.html) - ເຮົາຮັກທຸກຄົນທີ່ຕ້ອງການເຮົາຢ່າງຈິງໃຈ. ຖ້າພວກເຈົ້າສຸມໃສ່ແຕ່ຮັກເຮົາ, ແນ່ນອນວ່າເຮົາຈະໃຫ້ພອນແກ່ພວກເຈົ້າຢ່າງມະຫາສານ. ພວກເຈົ້າເຂົ້າໃຈຄວາມຕັ້ງໃຈຂອງເຮົາບໍ? ໃນເຮືອນຂອງເຮົາ, ບໍ່ມີຄວາມແຕກຕ່າງລະຫວ່າງສະຖານະພາບສູງ ແລະ ຕໍ່າ. ທຸກຄົນແມ່ນລູກຊາຍຂອງເຮົາ ແລະ ເຮົາເປັນພຣະບິດາຂອງພວກເຈົ້າ ແລະ ເປັນພຣະເຈົ້າຂອງພວກເຈົ້າ. ເຮົາຄືຜູ້ສູງສຸດ ແລະ ເປັນເອກະລັກ. ເຮົາຄວບຄຸມຈັກກະວານ ແລະ ທຸກສິ່ງ! ເຈົ້າຄວນ “ຮັບໃຊ້ເຮົາດ້ວຍຄວາມອ່ອນນ້ອມຖ່ອມຕົນ ແລະ ບໍ່ສະເໜີໜ້າ” ໃນເຮືອນຂອງເຮົາ. ວະລີນີ້ຄວນເຮັດໜ້າທີ່ເປັນຄະຕິປະຈຳໃຈຂອງເຈົ້າ. ຈົ່ງຢ່າເປັນໃບໄມ້ເທິງຕົ້ນໄມ້, ແຕ່ຈົ່ງເປັນຮາກຂອງຕົ້ນໄມ້ ແລະ ຢັ່ງຮາກເລິກເຂົ້າໄປໃນຊີວິດ. ຈົ່ງເຂົ້າສູ່ປະສົບການທີ່ແທ້ຈິງຂອງຊີວິດ, ດໍາລົງຊີວິດຕາມພຣະທໍາຂອງເຮົາ, ສະແຫວງຫາເຮົາຫຼາຍຂຶ້ນໃນທຸກອະລິຍະບົດ, ຫຍັບເຂົ້າໃກ້ເຮົາ ແລະ ສົນທະນາກັບເຮົາ. ບໍ່ຕ້ອງໃສ່ໃຈກັບສິ່ງທີ່ຢູ່ພາຍນອກ ແລະ ບໍ່ຕ້ອງໃຫ້ບຸກຄົນໃດ, ເຫດການ ຫຼື ສິ່ງໃດຈໍາກັດ ແຕ່ຈົ່ງສົນທະນາກັບຜູ້ຄົນທາງວິນຍານກ່ຽວກັບສິ່ງທີ່ເຮົາເປັນເທົ່ານັ້ນ. ຈົ່ງເຂົ້າໃຈໃນຄວາມຕັ້ງໃຈຂອງເຮົາ, ປ່ອຍໃຫ້ຊີວິດຂອງເຮົາໄຫຼສູ່ທ່າມກາງພວກເຈົ້າ, ຈົ່ງດໍາລົງຊີວິດຕາມພຣະທໍາຂອງເຮົາ ແລະ ປະຕິບັດຕາມເງື່ອນໄຂຄວາມຕ້ອງການຂອງເຮົາ. ຈົ່ງອຸທິດກຳລັງທັງຫມົດຂອງເຈົ້າໃຫ້ກັບເລື່ອງຕ່າງໆທີ່ເຮົາໄດ້ມອບໝາຍໃຫ້ເຈົ້າ; ຈົ່ງເຮັດສຸດຄວາມອາດສາມາດຂອງເຈົ້າເພື່ອຄວາມເພິ່ງພໍໃຈຂອງເຮົາ. ເຮົາແມ່ນອໍານາດຂອງເຈົ້າ ແລະ ເຮົາແມ່ນຄວາມສຸກຂອງເຈົ້າ... ເຮົາແມ່ນທຸກສິ່ງຂອງເຈົ້າ. ຈົ່ງສະແຫວງຫາແຕ່ເຮົາ. ເຮົາຮູ້ຄວາມປາຖະຫນາທີ່ແທ້ຈິງໃນຫົວໃຈຂອງເຈົ້າ
- [ບົດທີ 30](https://lo.kingdomsalvation.org/thirtieth-utterance.html) - ຈົ່ງຕື່ນຂຶ້ນເຖີດ ອ້າຍນ້ອງເອີຍ! ຈົ່ງຕື່ນຂຶ້ນເຖີດ ເອື້ອຍນ້ອງເອີຍ! ມື້ຂອງເຮົາຈະບໍ່ຊັກຊ້າ; ເວລາຄືຊີວິດ ແລະ ການຍ້ອນເວລາກັບໄປແມ່ນການຊ່ວຍຊີວິດ! ເວລານັ້ນບໍ່ໄດ້ຢູ່ຫ່າງໄກເລີຍ! ຖ້າພວກເຈົ້າສອບເສັງເຂົ້າວິທະຍາໄລ ບໍ່ຜ່ານ ພວກເຈົ້າກໍສາມາດສຶກສາ ແລະ ເສັງຄືນໃໝ່ຫຼາຍຄັ້ງຕາມໃຈມັກ. ຢ່າງໃດກໍຕາມ, ມື້ຂອງເຮົາຈະບໍ່ຊັກຊ້າອີກຕໍ່ໄປ. ຈົ່ງຈື່ໄວ້! ຈົ່ງຈື່ໄວ້! ເຮົາຂໍຊຸກຍູ້ເຈົ້າດ້ວຍພຣະທໍາທີ່ດີເຫຼົ່ານີ້. ຈຸດຈົບຂອງໂລກຈະຖືກເປີດເຜີຍຕໍ່ສາຍຕາຂອງພວກເຈົ້າ ແລະ ໄພທີ່ຮ້າຍແຮງຄືບຄານເຂົ້າມາໃກ້ຢ່າງໄວວາ. ອັນໃດສຳຄັນກວ່າກັນ: ຊີວິດຂອງພວກເຈົ້າ ຫຼື ການນອນ, ອາຫານ, ເຄື່ອງດື່ມ ແລະ ເຄື່ອງນຸ່ງຫົ່ມຂອງພວກເຈົ້າມີຄວາມສໍາຄັນກວ່າ? ມັນເຖິງເລວາແລ້ວທີ່ພວກເຈົ້າຕ້ອງພິຈາລະນາສິ່ງເຫຼົ່ານີ້. ຈົ່ງຢ່າສົງໄສອີກຕໍ່ໄປ ແລະ ຈົ່ງຢ່າຫຼົບໜີຄວາມແນ່ນອນ! ຈັ່ງແມ່ນເປັນຕາສົງສານແທ້ເດ! ຈັ່ງແມ່ນເປັນຕາດູຕົນແທ້ເດ! ຈັ່ງແມ່ນຕາບອດ! ມະນຸດຈັ່ງແມ່ນໂຫດຮ້າຍ! ແທ້ຈິງແລ້ວ ເຈົ້າເຮັດຕິບໍ່ໄດ້ຍິນພຣະທໍາຂອງເຮົາ. ເຮົາກໍາລັງເວົ້າກັບພວກເຈົ້າໂດຍບໍ່ມີປະໂຫຍດຫຍັງບໍ? ເປັນຫຍັງພວກເຈົ້າຄືຍັງເມີນເສີຍກັນຢູ່? ເປັນຫຍັງຄືເປັນແນວນັ້ນ? ພວກເຈົ້າບໍ່ເຄີຍມີຄວາມຄິດແບບນັ້ນແທ້ບໍ? ເຮົາກໍາລັງເວົ້າສິ່ງເຫຼົ່ານີ້ເພື່ອໃຜ? ຈົ່ງເຊື່ອໃນຕົວເຮົາ! ເຮົາຄືພຣະຜູ້ໄຖ່ຂອງພວກເຈົ້າ! ເຮົາຄືພຣະຜູ້ຊົງລິດທານຸພາບສູງສຸດຂອງພວກເຈົ້າ! ຈົ່ງເຝົ້າເບິ່ງ! ຈົ່ງເຝົ້າເບິ່ງ! ຈົ່ງຈື່ໄວ້ວ່າ ເວລາທີ່ເສຍໄປຈະບໍ່ມີວັນກັບຄືນມາອີກຄັ້ງ! ບໍ່ມີຢາໃດໃນໂລກນີ້ທີ່ປິ່ນປົວຄວາມເສຍໃຈໄດ້! ສະນັ້ນແລ້ວ ເຮົາຄວນເວົ້າກັບພວກເຈົ້າແນວໃດດີ?
- [ບົດທີ 29](https://lo.kingdomsalvation.org/twenty-ninth-utterance.html) - ເຈົ້າຮູ້ບໍວ່າ ເວລາກໍາລັງບີບຮັດ? ເພາະສະນັ້ນ, ເວົ້າສັ້ນໆກໍຄື ເຈົ້າຕ້ອງອາໄສເຮົາ ແລະ ປະຖິ້ມທຸກສິ່ງທີ່ບໍ່ເຂົ້າກັບອຸປະນິໄສຂອງເຮົາຈາກຕົວເຈົ້າເຊັ່ນ: ຄວາມໂງ່ຈ້າ, ຄວາມຊັກຊ້າໃນການຕອບສະໜອງ, ຄວາມຄິດທີ່ບໍ່ຊັດເຈນ, ຄວາມໃຈອ່ອນ, ຄວາມຕັ້ງໃຈທີ່ອ່ອນແອ, ຄວາມບໍ່ມີສາລະ, ຄວາມຍຶດຕິດອາລົມທີ່ແຮງກ້າ, ຄວາມສັບສົນ ແລະ ການຂາດການຢັ່ງຮູ້. ສິ່ງເຫຼົ່ານີ້ຈະຕ້ອງຖືກປະຖິ້ມໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ເຮົາຄືພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຕາບໃດທີ່ເຈົ້າເຕັມໃຈທີ່ຈະຮ່ວມມືກັບເຮົາ, ເຮົາກໍສາມາດປິ່ນປົວຄວາມເຈັບປ່ວຍທັງໝົດຂອງເຈົ້າ. ເຮົາແມ່ນພຣະເຈົ້າທີ່ສາມາດເບິ່ງເຫັນເລິກເຂົ້າໄປໃນໃຈຂອງຜູ້ຄົນ; ເຮົາຮູ້ຈັກຄວາມເຈັບປ່ວຍທັງໝົດຂອງເຈົ້າ ແລະ ບ່ອນທີ່ເຈົ້າມີຂໍ້ບົກຜ່ອງ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຫ້າມບໍ່ໃຫ້ເຈົ້າມີຄວາມກ້າວໜ້າໃນຊີວິດ ແລະ ພວກມັນຕ້ອງຖືກປະຖິ້ມໃຫ້ໄວທີ່ສຸດ. ບໍ່ດັ່ງນັ້ນ, ຄວາມປະສົງຂອງເຮົາຈະບໍ່ຖືກດໍາເນີນໃນຕົວເຈົ້າ. ຈົ່ງອາໄສເຮົາ ເພື່ອປະຖິ້ມທຸກສິ່ງທີ່ເປັນຂອງເຈົ້າເຊິ່ງເຮົາສ່ອງສະຫວ່າງ, ດໍາລົງຊີວິດຢູ່ຄຽງຂ້າງເຮົາສະເໝີ, ຢູ່ໃກ້ຊິດເຮົາ ແລະ ດຳເນີນການກະທໍາ ແລະ ພຶດຕະກຳທຸກຢ່າງດ້ວຍຄວາມຄ້າຍຄືກັນກັບເຮົາ. ການສົນທະນາກັບເຮົາຫຼາຍຂຶ້ນ ກ່ຽວກັບສິ່ງທີ່ເຈົ້າບໍ່ເຂົ້າໃຈ ແລະ ເຮົາຈະນໍາພາເຈົ້າ ເພື່ອເຈົ້າຈະສາມາດກ້າວໄປທາງໜ້າໄດ້. ຖ້າເຈົ້າບໍ່ແນ່ໃຈ ກໍຈົ່ງຢ່າເຮັດຢ່າງບູມບ່າມ ແຕ່ໃຫ້ລໍຖ້າເວລາຂອງເຮົາ. ຈົ່ງຮັກສາອາລົມໃຫ້ໝັ້ນຄົງ ແລະ ຢ່າໃຫ້ອາລົມຂອງຕົວເອງປ່ຽນໄປປ່ຽນມາ; ເຈົ້າຕ້ອງມີໃຈທີ່ມີຍໍາເກງເຮົາຕະຫຼອດເວລາ. ສິ່ງທີ່ເຈົ້າເຮັດຢູ່ຕໍ່ໜ້າເຮົາ ແລະ ນອກສາຍຕາເຮົາແມ່ນຕ້ອງເປັນໄປຕາມເຈດຕະນາຂອງເຮົາສະເໝີ. ຈົ່ງຢ່າຜ່ອນຜັນໃຫ້ຜູ້ໃດແທນເຮົາ ບໍ່ວ່າຈະແມ່ນຜົວຂອງເຈົ້າ
- [ບົດທີ 28](https://lo.kingdomsalvation.org/twenty-eighth-utterance.html) - ເມື່ອເຈົ້າເຫັນວ່າ ເວລານັ້ນສັ້ນຫຼາຍ ແລະ ພາລະກິດຂອງພຣະວິນຍານບໍລິສຸດກໍກ້າວໄປຂ້າງໜ້າ ເຊິ່ງເຮັດໃຫ້ເຈົ້າໄດ້ຮັບພອນອັນຍິ່ງໃຫຍ່ ແລະ ໄດ້ຮັບກະສັດແຫ່ງຈັກກະວານ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ ຜູ້ທີ່ແມ່ນດວງຕາເວັນທີ່ຮຸ່ງແຈ້ງ ແລະ ກະສັດແຫ່ງອານາຈັກ; ນີ້ແມ່ນຄວາມກະລຸນາ ແລະ ຄວາມເມດຕາທັງໝົດຂອງເຮົາ. ມັນຈະມີສິ່ງໃດອີກທີ່ສາມາດຕັດເຈົ້າອອກຈາກຄວາມຮັກຂອງເຮົາໄດ້? ຈົ່ງໄຕ່ຕອງໃຫ້ລະອຽດ, ຈົ່ງຢ່າພະຍາຍາມທີ່ຈະຫລົບໜີ, ຈົ່ງລໍຖ້າຢ່າງງຽບໆຢູ່ຕໍ່ໜ້າເຮົາໃນທຸກເວລາ ແລະ ຈົ່ງຢ່າຍ່າງເລື່ອນລອຍໄປມາຢູ່ທາງນອກຕະຫຼອດເວລາ. ໃຈຂອງເຈົ້າຕ້ອງຢູ່ໃກ້ກັບໃຈຂອງເຮົາ ແລະ ບໍ່ວ່າຫຍັງຈະເກີດຂຶ້ນ ກໍຈົ່ງຢ່າຫຼັບຫູຫຼັບຕາເຮັດສິ່ງຕ່າງໆ ຫຼື ເຮັດຕາມອໍາເພີໃຈ. ເຈົ້າຕ້ອງເບິ່ງເຈດຕະນາຂອງເຮົາ, ເຮັດທຸກສິ່ງຕາມທີ່ເຮົາຕ້ອງການ ແລະ ຈົ່ງມີຄວາມຕັ້ງໃຈທີ່ຈະປະຖິ້ມສິ່ງທີ່ເຮົາບໍ່ຕ້ອງການ. ເຈົ້າຕ້ອງບໍ່ເຮັດຕາມຄວາມຮູ້ສຶກຂອງຕົວເອງ ແຕ່ກົງກັນຂ້າມ ໃຫ້ປະຕິບັດຄວາມຊອບທໍາຄືກັນກັບເຮົາແມ່ນແຕ່ກັບພໍ່ ແລະ ແມ່ຂອງເຈົ້າ. ເຈົ້າຕ້ອງປະຖິ້ມທຸກສິ່ງທີ່ບໍ່ສອດຄ່ອງກັບຄວາມຈິງ ແລະ ເຈົ້າຕ້ອງຖວາຍຕົວເອງ ແລະ ເສຍສະຫຼະເພື່ອເຮົາດ້ວຍຫົວໃຈທີ່ຮັກເຮົາຢ່າງບໍລິສຸດ. ຈົ່ງຢ່າຢູ່ພາຍໃຕ້ການຈໍາກັດຂອງຄົນ, ເຫດການ ຫຼື ວັດຖຸໃດໜຶ່ງ; ຕາບໃດທີ່ມັນສອດຄ່ອງກັບເຈດຕະນາຂອງເຮົາ ກໍຈົ່ງປະຕິບັດມັນຕາມພຣະທໍາຂອງເຮົາ. ຈົ່ງຢ່າຢ້ານກົວ ເພາະວ່າ ມືຂອງເຮົາຈະຊຸກຍູ້ເຈົ້າ ແລະ ເຮົາຈະປົກປ້ອງເຈົ້າຈາກຄົນຊົ່ວຮ້າຍທັງໝົດຢ່າງແນ່ນອນ. ເຈົ້າຄວນປົກປ້ອງຫົວໃຈຂອງຕົວເອງ ແລະ ຢູ່ພາຍໃນເຮົາຕະຫຼອດເວລາ ເນື່ອງຈາກວ່າ
- [ບົດທີ 27](https://lo.kingdomsalvation.org/twenty-seventh-utterance.html) - ພຣະເຈົ້າທີ່ແທ້ຈິງອົງດຽວຜູ້ທີ່ປົກຄອງເໜືອຈັກກະວານ ແລະ ທຸກສິ່ງ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ! ນີ້ແມ່ນຄໍາພະຍານຂອງພຣະວິນຍານບໍລິສຸດ ເຊິ່ງເປັນຫຼັກຖານທີ່ບໍ່ສາມາດໂຕ້ຖຽງໄດ້! ພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດ ແລະ ກຳລັງເປັນພະຍານຢູ່ທົ່ວທຸກບ່ອນ ເພື່ອຈະບໍ່ມີໃຜມີຄວາມສົງໄສອີກ. ກະສັດຜູ້ມີໄຊຊະນະ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພຣະອົງໄດ້ມີໄຊຊະນະເໜືອໂລກ, ພຣະອົງໄດ້ມີໄຊເໜືອຄວາມຜິດບາບ ແລະ ພຣະອົງໄດ້ສຳເລັດການໄຖ່ບາບຂອງພຣະອົງ! ພຣະອົງໄດ້ຊ່ວຍພວກເຮົາໃຫ້ລອດພົ້ນ ນັ້ນກໍຄື ຄົນກຸ່ມນີ້ທີ່ໄດ້ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ຈະເຮັດໃຫ້ພວກເຮົາບໍລິບູນເພື່ອປະຕິບັດຕາມຄວາມປະສົງຂອງພຣະອົງ. ພຣະອົງມີອຳນາດປົກຄອງດັ່ງກະສັດທົ່ວທັງແຜ່ນດິນໂລກ, ຍຶດເອົາດິນແດນນີ້ຄືນມາ ແລະ ຂັບໄລ່ຊາຕານລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ. ພຣະອົງພິພາກສາໂລກ ແລະ ບໍ່ມີໃຜສາມາດໜີພົ້ນຈາກກໍາມືຂອງພຣະອົງໄດ້. ພຣະອົງຂຶ້ນຄອງລາດເປັນກະສັດ. ທົ່ວທັງແຜ່ນດິນໂລກຮ້ອງອອກມາດ້ວຍຄວາມປິຕິຍິນດີ! ສັນລະເສີນກະສັດຜູ້ມີໄຊຊະນະ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຕະຫຼອດນິລັນດອນ! ພຣະອົງຄູ່ຄວນໄດ້ຮັບກິດຕິມະສັກ ແລະ ການສັນລະເສີນ. ລິດອຳນາດ ແລະ ສະຫງ່າລາສີ ເປັນຂອງກະສັດຜູ້ຍິ່ງໃຫຍ່ແຫ່ງຈັກກະວານ! ເວລາມັນສັ້ນ, ຈົ່ງຕິດຕາມບາດກ້າວຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ສືບຕໍ່ເດີນໜ້າຕໍ່ໄປ. ຈົ່ງລະມັດລະວັງຕໍ່ຄວາມຜິດພາດ, ຈົ່ງຄຳນຶງເຖິງພາລະຂອງພຣະອົງ, ຈົ່ງເປັນຈິດໜຶ່ງໃຈດຽວກັບພຣະອົງ ແລະ ເສຍສະຫຼະຕົວເຈົ້າເອງໃຫ້ກັບແຜນການຄຸ້ມຄອງຂອງພຣະອົງ. ເຈົ້າບໍ່ຕ້ອງເກັບຮັກສາຊັບສົມບັດຂອງເຈົ້າໄວ້ ເພາະວ່າ ເວລາເຫຼືອໜ້ອຍຫຼາຍແລ້ວ.
- [ບົດທີ 26](https://lo.kingdomsalvation.org/twenty-sixth-utterance.html) - ລູກຊາຍຂອງເຮົາເອີຍ, ຈົ່ງໃສ່ໃຈໃນພຣະທຳຂອງເຮົາ, ຟັງສຽງຂອງເຮົາຢ່າງງຽບໆ ແລະ ເຮົາຈະໃຫ້ການເປີດເຜີຍແກ່ເຈົ້າ. ຈົ່ງງຽບສະຫງົບຢູ່ພາຍໃນເຮົາ ຍ້ອນເຮົາເປັນພຣະເຈົ້າຂອງເຈົ້າ ແລະ ເປັນພຣະຜູ້ໄຖ່ອົງດຽວຂອງເຈົ້າ. ພວກເຈົ້າຕ້ອງເຮັດໃຫ້ຫົວໃຈຂອງພວກເຈົ້າງຽບຢູ່ຕະຫຼອດເວລາ ແລະ ດຳລົງຊີວິດຢູ່ພາຍໃນເຮົາ; ເຮົາເປັນສິລາຂອງເຈົ້າ, ເປັນຜູ້ຄໍ້າເຈົ້າ. ຢ່າມີຄວາມຄິດອື່ນ, ແຕ່ຈົ່ງເພິ່ງພາເຮົາຢ່າງເຕັມໃຈຂອງເຈົ້າ ແລະ ເຮົາຈະປາກົດແກ່ພວກເຈົ້າຢ່າງແນ່ນອນ, ເຮົາເປັນພຣະເຈົ້າຂອງພວກເຈົ້າ! ໂອ້, ພວກຂີ້ສົງໄສເຫຼົ່ານັ້ນເອີຍ! ພວກເຂົາບໍ່ສາມາດຍຶດໝັ້ນຢ່າງແນ່ນອນ ແລະ ພວກເຂົາຈະບໍ່ໄດ້ຮັບຫຍັງເລີຍ. ເຈົ້າຕ້ອງຮູ້ວ່າໃນຕອນນີ້ແມ່ນເວລາໃດ, ມັນຊ່າງເປັນເວລາທີ່ສຳຄັນ! ມັນຊ່າງສຳຄັນ! ຢ່າວຸ້ນວາຍກັບຕົວເອງໃນສິ່ງທີ່ບໍ່ມີປະໂຫຍດ; ຫຍັບເຂົ້າມາໃກ້ເຮົາໄວໆ, ສົນທະນາກັບເຮົາ ແລະ ເຮົາຈະເປີດເຜີຍຄວາມເລິກລັບທຸກຢ່າງໃຫ້ກັບພວກເຈົ້າ. ເຈົ້າຕ້ອງຟັງພຣະທຳແຫ່ງການຊີ້ນໍາທຸກຂໍ້ຈາກພຣະວິນຍານ ແລະ ໃຫ້ນຳມາໃສ່ໃຈ. ຫຼາຍຄັ້ງ ທີ່ເຈົ້າໄດ້ຍິນພຣະທຳຂອງເຮົາ ແລະ ຫຼັງຈາກນັ້ນກໍລືມພຣະທຳເຫຼົ່ານັ້ນ. ໂອ ຜູ້ເຊິ່ງບໍ່ມີຄວາມຄິດເອີຍ! ເຈົ້າໄດ້ສູນເສຍການອວຍພອນຢ່າງຫຼວງຫຼາຍ! ບັດນີ້ ເຈົ້າຕ້ອງຟັງຢ່າງລະມັດລະວັງ ແລະ ໃສ່ໃຈກັບພຣະທຳຂອງເຮົາ, ສົນທະນາກັບເຮົາຫຼາຍຂຶ້ນ ແລະ ຫຍັບເຂົ້າໃກ້ເຮົາຫຼາຍຂຶ້ນ. ເຮົາຈະຊີ້ນໍາເຈົ້າໃນທຸກສິ່ງທີ່ເຈົ້າບໍ່ເຂົ້າໃຈ ແລະ ເຮົາຈະນໍາພາພວກເຈົ້າກ້າວໄປຂ້າງໜ້າ. ຢ່າຄິດແຕ່ເລື່ອງສົນທະນາກັບຄົນອື່ນຫຼາຍ. ໃນປັດຈຸບັນ ມີຫຼາຍຄົນທີ່ເທດສະໜາຕາມຕົວຄໍາເວົ້າ
- [ບົດທີ 25](https://lo.kingdomsalvation.org/twenty-fifth-utterance.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະບິດານິລັນດອນ, ເຈົ້າຊາຍແຫ່ງສັນຕິສຸກ, ພຣະເຈົ້າຂອງພວກເຮົາແມ່ນກະສັດ! ພຣະເຈົ້າອົງຊົງລິດທານຸພາບສູງສຸດວາງຕີນຂອງພຣະອົງລົງເທິງພູເຂົາໝາກກອກເທດ. ມັນຊ່າງສວຍງາມ! ຈົ່ງຟັງ! ພວກເຮົາທີ່ເປັນຜູ້ເຝົ້າຍາມໄດ້ສົ່ງສຽງຂອງພວກເຮົາດັງຂຶ້ນ; ດ້ວຍສຽງຂອງພວກເຮົາ, ພວກເຮົາຮ້ອງເພງຮ່ວມກັນ, ຍ້ອນພຣະເຈົ້າໄດ້ກັບຄືນສູ່ຊີໂອນ. ພວກເຮົາເຫັນດ້ວຍຕາຂອງພວກເຮົາເຖິງການຮົກຮ້າງຂອງເຢຣູຊາເລັມ. ຈົ່ງຮ້ອງຂຶ້ນດ້ວຍສຽງແຫ່ງຄວາມປິຕິຍິນດີ ແລະ ຮ້ອງຢ່າງພ້ອມພຽງກັນ, ຍ້ອນພຣະເຈົ້າໄດ້ນໍາຄວາມສະບາຍມາໃຫ້ພວກເຮົາ ແລະ ໄດ້ໄຖ່ເຢຣູຊາເລັມ. ພຣະເຈົ້າໄດ້ເປີດແຂນອັນບໍລິສຸດຂອງພຣະອົງຕໍ່ສາຍຕາຂອງບັນດາປະຊາຊາດ, ຕົວຕົນທີ່ແທ້ຈິງຂອງພຣະເຈົ້າໄດ້ປາກົດຂຶ້ນແລ້ວ! ທຸກແຈມຸມຂອງໂລກໄດ້ເຫັນເຖິງຄວາມລອດພົ້ນຂອງພຣະເຈົ້າຂອງພວກເຮົາ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພຣະວິນຍານທັງເຈັດໄດ້ອອກຈາກບັນລັງຂອງພຣະອົງໄປທົ່ວທຸກຄຣິສຕະຈັກເພື່ອເປີດເຜີຍຄວາມເລິກລັບຂອງພຣະອົງ. ເມື່ອນັ່ງເທິງບັນລັງແຫ່ງສະຫງ່າລາສີຂອງພຣະອົງ, ພຣະອົງຄຸ້ມຄອງອານາຈັກຂອງພຣະອົງ ແລະ ເຮັດໃຫ້ມັນເຂັ້ມແຂງ ແລະ ໝັ້ນຄົງດ້ວຍຄວາມຍຸຕິທຳ ແລະ ຄວາມຊອບທຳ ແລະ ພຣະອົງໄດ້ເອົາຊະນະບັນດາປະຊາຊາດຕໍ່ໜ້າພຣະອົງ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພຣະອົງໄດ້ແກ້ສາຍຮັດແອວຂອງກະສັດ, ພຣະອົງໄດ້ເຮັດໃຫ້ປະຕູເມືອງເປີດກວ້າງອອກຕໍ່ໜ້າພຣະອົງ, ບໍ່ອັດອີກຈັກເທື່ອ. ຍ້ອນແສງສະຫວ່າງຂອງພຣະອົງໄດ້ມາ ແລະ ສະຫງ່າລາສີຂອງພຣະອົງປາກົດຂຶ້ນ ແລະ ສ່ອງແສງດ້ວຍລັດສະໝີຂອງມັນ. ຄວາມມືດມົວປົກຄຸມແຜ່ນດິນໂລກ ແລະ ຄວາມມືດມົວທີ່ໜາທຶບປົກຄຸມເໜືອຜູ້ຄົນ. ໂອ ພຣະເຈົ້າ! ເຖິງຢ່າງໃດກໍຕາມ ພຣະອົງໄດ້ປາກົດ ແລະ ສ່ອງແສງສະຫວ່າງຂອງພຣະອົງໃຫ້ແກ່ພວກຂ້ານ້ອຍ ແລະ ສະຫງ່າລາສີຂອງພຣະອົງຈະປາກົດເຫັນໃນພວກຂ້ານ້ອຍ;
- [ບົດທີ 24](https://lo.kingdomsalvation.org/twenty-fourth-utterance.html) - ເວລາຫຍັບໃກ້ເຂົ້າມາຫຼາຍແລ້ວ. ຈົ່ງຕື່ນຂຶ້ນ! ໄພ່ພົນທຸກຄົນ! ເຮົາຈະກ່າວກັບພວກເຈົ້າ ແລະ ທຸກຄົນທີ່ໄດ້ຍິນຈົ່ງຕື່ນຂຶ້ນ. ເຮົາເປັນພຣະເຈົ້າທີ່ພວກເຈົ້າມີຄວາມເຊື່ອໃນໄລຍະຫຼາຍປີຜ່ານມາ. ໃນປັດຈຸບັນນີ້, ເຮົາໄດ້ກາຍມາເປັນເນື້ອໜັງ ແລະ ມາຢູ່ຕໍ່ໜ້າພວກເຈົ້າ, ສະນັ້ນຈຶ່ງເປັນການເປີດເຜີຍໃຫ້ເຫັນວ່າໃຜທີ່ຕ້ອງການເຮົາຢ່າງແທ້ຈິງ, ໃຜທີ່ເຕັມໃຈຍອມຈ່າຍລາຄາທຸກຢ່າງສຳລັບເຮົາ, ໃຜທີ່ຟັງພຣະທຳຂອງເຮົາຢ່າງແທ້ຈິງ ແລະ ໃຜທີ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດ. ຍ້ອນເຮົາເປັນພຣະເຈົ້າທີ່ມີລິດທານຸພາບສູງສຸດ, ເຮົາສາມາດເຫັນຄວາມລຶກລັບທຸກຢ່າງຂອງມະນຸດທີ່ລີ້ລັບໃນຄວາມມືດ, ເຮົາຮູ້ຈັກວ່າໃຜຕ້ອງການເຮົາຢ່າງແທ້ຈິງ ແລະ ເຮົາຮູ້ຈັກຜູ້ໃດທີ່ຕໍ່ຕ້ານເຮົາ; ເຮົາສັງເກດເຫັນທຸກສິ່ງ. ບັດນີ້ ເຮົາປາຖະໜາທີ່ຈະສ້າງກຸ່ມຄົນທີ່ສອດຄ່ອງກັບເຈດຕະນາຂອງເຮົາ ເຊິ່ງເປັນກຸ່ມຄົນທີ່ສາມາດຄຳນຶງເຖິງພາລະຂອງເຮົາໃຫ້ໄວເທົ່າທີ່ຈະໄວໄດ້. ເຖິງຢ່າງໃດກໍຕາມ, ເຮົາບໍ່ສາມາດລະເວັ້ນຈາກການເຮັດໃຫ້ຄຣິດຕະຈັກຂອງເຮົາສະອາດ ແລະ ບໍລິສຸດ; ຄຣິດຕະຈັກແມ່ນຫົວໃຈຂອງເຮົາ. ເຮົາກຽດຊັງຄົນຊົ່ວຮ້າຍທຸກຄົນທີ່ຂັດຂວາງພວກເຈົ້າຈາກການກິນ ແລະ ດື່ມພຣະທຳຂອງເຮົາ. ນີ້ກໍຍ້ອນວ່າ ມີຄົນອື່ນໆຈຳນວນໜຶ່ງທີ່ບໍ່ຕ້ອງການເຮົາຢ່າງແທ້ຈິງ. ຄົນເຫຼົ່ານີ້ເຕັມໄປດ້ວຍຄວາມຫຼອກລວງ, ພວກເຂົາບໍ່ເຂົ້າໃກ້ເຮົາດ້ວຍຫົວໃຈທີ່ແທ້ຈິງ; ພວກເຂົາຊົ່ວຮ້າຍ ແລະ ພວກເຂົາເປັນຄົນທີ່ຂັດຂວາງການປະຕິບັດຄວາມປະສົງຂອງເຮົາ; ພວກເຂົາບໍ່ແມ່ນຄົນທີ່ນໍາຄວາມຈິງເຂົ້າສູ່ການປະຕິບັດ. ຜູ້ຄົນເຫຼົ່ານີ້ເຕັມໄປດ້ວຍຄວາມຄິດທີ່ວ່າ ຕົນເອງຊອບທຳ ແລະ ຄວາມອວດດີ, ພວກເຂົາທະເຍີທະຍານຢ່າງບ້າປ່ວງ, ພວກເຂົາມັກທີ່ຈະໂອ້ອວດ ແລະ ເຖິງແມ່ນວ່າຖ້ອຍຄຳທີ່ພວກເຂົາກ່າວເປັນຕາຟັງ, ລັບຫຼັງ ພວກເຂົາບໍ່ປະຕິບັດຄວາມຈິງ. ຄົນຊົ່ວຮ້າຍເຫຼົ່ານີ້ຈະຖືກຕັດອອກ ແລະ ຖືກກວາດອອກໄປ; ພວກເຂົາຈະທົນທຸກຢູ່ທ່າມກາງໄພພິບັດ.
- [ບົດທີ 23](https://lo.kingdomsalvation.org/twenty-third-utterance.html) - ເຖິງອ້າຍເອື້ອຍນ້ອງທຸກຄົນທີ່ໄດ້ຍິນສຽງຂອງເຮົາ, ພວກເຈົ້າໄດ້ຍິນສຽງແຫ່ງການພິພາກສາທີ່ຮຸນແຮງຂອງເຮົາ ແລະ ພວກເຈົ້າໄດ້ອົດທົນຕໍ່ການທົນທຸກຢ່າງຮຸນແຮງ. ເຖິງຢ່າງໃດກໍຕາມ, ພວກເຈົ້າຄວນຮູ້ວ່າ ຢູ່ເບື້ອງຫຼັງສຽງທີ່ເຂັ້ມງວດຂອງເຮົາຈະມີເຈດຕະນາທີ່ລີ້ລັບຂອງເຮົາ! ເຮົາລົງວິໄນພວກເຈົ້າເພື່ອວ່າ ພວກເຈົ້າຈະໄດ້ຮັບຄວາມລອດພົ້ນ. ພວກເຈົ້າຄວນຮູ້ວ່າ ສໍາລັບລູກຊາຍອັນເປັນທີ່ຮັກຂອງເຮົາ, ເຮົາຈະລົງວິໄນພວກເຈົ້າ, ລິຮານພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າສົມບູນໃນອີກບໍ່ດົນຢ່າງແນ່ນອນ. ຫົວໃຈຂອງເຮົາຮ້ອນຮົນຫຼາຍ, ແຕ່ພວກເຈົ້າບໍ່ເຂົ້າໃຈຫົວໃຈຂອງເຮົາ ແລະ ພວກເຈົ້າບໍ່ປະພຶດຕາມພຣະທຳຂອງເຮົາ. ພຣະທຳຂອງເຮົາໃນປັດຈຸບັນໄດ້ມາເຖິງພວກເຈົ້າແລ້ວ, ເຮັດໃຫ້ພວກເຈົ້າຮູ້ຢ່າງແທ້ຈິງວ່າ ພຣະເຈົ້າແມ່ນພຣະເຈົ້າແຫ່ງຄວາມຮັກ ແລະ ເຮັດໃຫ້ພວກເຈົ້າທຸກຄົນໄດ້ຜະເຊີນກັບຄວາມຮັກທີ່ແທ້ຈິງຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຍັງມີຄົນຈຳນວນໜຶ່ງທີ່ກຳລັງທຳທ່າເຮັດ. ເມື່ອພວກເຂົາເຫັນຄວາມໂສກເສົ້າຂອງຄົນອື່ນ ພວກເຂົາກໍລອກຮຽນແບບ, ເຮັດໃຫ້ຕາຂອງພວກເຂົາເຕັມໄປດ້ວຍນ້ຳຕາເຊັ່ນກັນ. ແລ້ວກໍຍັງມີຄົນອື່ນທີ່ ເບິ່ງພາຍນອກຄືກັບວ່າຕິດໜີ້ບຸນຄຸນພຣະເຈົ້າ ແລະ ພວກເຂົາ ເບິ່ງຄືກັບວ່າ ພາກັນສຳນຶກຜິດ, ແຕ່ພາຍໃນພວກເຂົາ, ພວກເຂົາບໍ່ເຂົ້າໃຈພຣະເຈົ້າຢ່າງແທ້ຈິງ, ພວກເຂົາບໍ່ໝັ້ນໃຈກ່ຽວກັບພຣະອົງເລີຍ; ກົງກັນຂ້າມ, ພວກເຂົາພຽງແຕ່ທຳທ່າເຮັດເປັນສາກບັງໜ້າເທົ່ານັ້ນ. ເຮົາກຽດຊັງຄົນເຫຼົ່ານີ້ທີ່ສຸດ! ອີກບໍ່ດົນ, ຄົນເຫຼົ່ານີ້ກໍຈະຖືກຕັດອອກຈາກນະຄອນຂອງເຮົາ. ເຈດຕະນາຂອງເຮົາກໍຄື: ເຮົາຕ້ອງການຄົນທີ່ປາດຖະໜາຫາເຮົາຢ່າງແຮງກ້າ ແລະ ມີພຽງແຕ່ຄົນທີ່ໄລ່ຕາມເສາະຫາເຮົາດ້ວຍຫົວໃຈທີ່ແທ້ຈິງເທົ່ານັ້ນ ທີ່ຈະສາມາດເຮັດໃຫ້ເຮົາພໍໃຈໄດ້. ເຮົາຈະສະໜັບສະໜູນຄົນດັ່ງກ່າວດ້ວຍມືຂອງເຮົາເອງຢ່າງແນ່ນອນ ໂດຍຈະປົກປ້ອງພວກເຂົາຈາກໄພພິບັດທັງໝົດ. ຜູ້ຄົນທີ່ຕ້ອງການພຣະເຈົ້າຢ່າງແທ້ຈິງແມ່ນເຕັມໃຈທີ່ຈະຄຳນຶງເຖິງຫົວໃຈຂອງພຣະເຈົ້າ ແລະ ເຮັດຕາມຄວາມປະສົງຂອງເຮົາ. ສະນັ້ນ, ພວກເຈົ້າຄວນເຂົ້າສູ່ຄວາມເປັນຈິງໃນອີກບໍ່ດົນ
- [ບົດທີ 22](https://lo.kingdomsalvation.org/twenty-second-utterance.html) - ການເຊື່ອໃນພຣະເຈົ້າບໍ່ແມ່ນສິ່ງທີ່ຈະເຮັດໄດ້ຢ່າງງ່າຍດາຍ. ເຈົ້າດໍາເນີນຊີວິດໄປຢ່າງບໍ່ມີຈຸດໝາຍປາຍທາງ, ກິນທຸກສິ່ງ ແລະ ຄິດວ່າທຸກຢ່າງແມ່ນໜ້າສົນໃຈຫຼາຍ ແລະ ແຊບຫຼາຍ! ມີບາງຄົນທີ່ຍັງສັນລະເສີນ ໂດຍທີ່ໃນຈິດວິນຍານຂອງພວກເຂົານັ້ນຍັງບໍ່ມີຄວາມສາມາດໃນການຕັດສິນໃຈ. ປະສົບການດັ່ງກ່າວນີ້ສົມຄວນໄດ້ຮັບຄໍາອະທິບາຍຂອງພວກເຈົ້າຢ່າງລະອຽດ. ໃນຍຸກສຸດທ້າຍ, ວິນຍານທຸກປະເພດຈະອອກມາຫຼິ້ນບົດບາດຂອງພວກມັນ ໂດຍຕໍ່ຕ້ານຢ່າງເປີດເຜີຍຕໍ່ບາດກ້າວຂອງລູກຫຼານຂອງພຣະເຈົ້າ ແລະ ເຂົ້າຮ່ວມໃນການທໍາລາຍການກໍ່ສ້າງຂອງຄຣິສຕະຈັກ. ຖ້າເຈົ້າຖືເບົາຕໍ່ສິ່ງນີ້ ໂດຍມອບໂອກາດໃຫ້ຊາຕານປະຕິບັດວຽກງານ, ມັນກໍຈະສ້າງຄວາມວຸ້ນວາຍໃຫ້ກັບຄຣິສຕະຈັກ, ຜູ້ຄົນຈະຕົກໃຈ ແລະ ຮູ້ສຶກໝົດຫວັງ ແລະ ໃນກໍລະນີທີ່ຮ້າຍແຮງ ຜູ້ຄົນກໍຈະສູນເສຍນິມິດ. ເມື່ອເປັນເຊັ່ນນີ້, ລາຄາທີ່ເຮົາໄດ້ຈ່າຍດ້ວຍຄວາມເຈັບປວດເປັນເວລາຫຼາຍປີນັ້ນກໍຈະສູນເສຍໄປລ້າໆ. ເວລາຂອງການກໍ່ສ້າງຄຣິສຕະຈັກຍັງແມ່ນເວລາທີ່ປ່ວງບ້າທີ່ສຸດຂອງຊາຕານ. ຊາຕານມັກຈະກໍ່ກວນ ແລະ ຂັດຂວາງຜ່ານສອງສາມຄົນ ແລະ ແມ່ນຜູ້ທີ່ບໍ່ຮູ້ຈັກວິນຍານ ຫຼື ຜູ້ທີ່ຫາກໍເລີ່ມມີຄວາມເຊື່ອ ທີ່ຈະຫຼິ້ນບົດບາດເປັນຊາຕານໄດ້ງ່າຍທີ່ສຸດ. ສ່ວນໃຫຍ່ກໍຍ້ອນວ່າ ຜູ້ຄົນບໍ່ເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາເຮັດໃນສິ່ງຕ່າງໆຕາມລໍາພັງໃຈ, ຕາມຄວາມມັກ, ຕາມວິທີການເຮັດໃນສິ່ງຕ່າງໆ ແລະ ອີງຕາມແນວຄວາມຄິດຂອງພວກເຂົາ. ຈົ່ງຢູ່ຢ່າງງຽບໆ, ນີ້ແມ່ນເພື່ອຄວາມປອດໄພຂອງເຈົ້າເອງ. ຈົ່ງຮັບຟັງ ແລະ ເຊື່ອຟັງໃຫ້ດີ. ຄຣິສຕະຈັກ ແລະ ສັງຄົມແມ່ນແຕກຕ່າງກັນ. ເຈົ້າບໍ່ສາມາດເວົ້າໃນສິ່ງທີ່ເຈົ້າມັກ ຫຼື ເວົ້າສິ່ງໃດກໍໄດ້ທີ່ເຈົ້າຄິດ. ເຮັດຢູ່ນີ້ບໍ່ໄດ້ ເພາະວ່ານີ້ຄືຄົວເຮືອນຂອງພຣະເຈົ້າ.
- [ບົດທີ 21](https://lo.kingdomsalvation.org/twenty-first-utterance.html) - ບັດນີ້ ພາລະກິດຂອງພຣະວິນຍານບໍລິສຸດໄດ້ນໍາພວກເຈົ້າເຂົ້າສູ່ສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່. ທຸກສິ່ງກຳລັງຖືກຮື້ຟື້ນຂຶ້ນໃໝ່, ທຸກສິ່ງຢູ່ໃນມືຂອງເຮົາ ແລະ ທຸກສິ່ງກຳລັງເລີ່ມຕົ້ນໃໝ່! ດ້ວຍແນວຄິດຂອງພວກເຂົາ, ຜູ້ຄົນບໍ່ສາມາດເຂົ້າໃຈ ແລະ ສຳລັບພວກເຂົາແລ້ວ ມັນກໍບໍ່ມີຄວາມໝາຍຫຍັງ, ແຕ່ແມ່ນເຮົາທີ່ປະຕິບັດພາລະກິດ ແລະ ສະຕິປັນຍາຂອງເຮົາກໍຢູ່ໃນພາລະກິດນັ້ນ. ສະນັ້ນ ພວກເຈົ້າຄວນໃສ່ໃຈຕົນເອງກັບການວາງແນວຄິດ ແລະ ຄວາມຄິດເຫັນທຸກຢ່າງຂອງພວກເຈົ້າລົງ, ກັບການກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຄວາມອ່ອນນ້ອມ ໂດຍບໍ່ມີຄວາມສົງໄສແຕ່ຢ່າງໃດເລີຍ. ເມື່ອເຮົາປະຕິບັດພາລະກິດແບບນີ້, ເຮົາກຳລັງແບກຮັບເອົາໜ້າທີ່ອັນສັກສິດ. ຕາມຄວາມຈິງແລ້ວ ຜູ້ຄົນບໍ່ຈຳເປັນຕ້ອງເປັນລັກສະນະຈຳເພາະ. ກົງກັນຂ້າມ, ແມ່ນພຣະເຈົ້າທີ່ເຮັດສິ່ງອັດສະຈັນຕ່າງໆ, ເຮັດໃຫ້ຄວາມສາມາດຮອບດ້ານຂອງພຣະອົງປະກົດແຈ້ງ. ຜູ້ຄົນບໍ່ອາດໂອ້ອວດ ນອກຈາກພວກເຂົາຈະໂອ້ອວດກ່ຽວກັບພຣະເຈົ້າ. ບໍ່ດັ່ງນັ້ນ ພວກເຂົາຈະທົນທຸກກັບການສູນເສຍ. ພຣະເຈົ້າຍົກຄົນຂັດສົນຈາກຂີ້ຝຸ່ນ ແລະ ຄົນຖ່ອມຕົນຕ້ອງຖືກເຮັດໃຫ້ສູງຂຶ້ນ. ເຮົາຈະໃຊ້ສະຕິປັນຍາຂອງເຮົາປົກຄອງຄຣິສຕະຈັກສາກົນໃນທຸກຮູບແບບ, ປົກຄອງປະຊາຊາດ ແລະ ຜູ້ຄົນທັງປວງ ເພື່ອວ່າພວກເຂົາລ້ວນແລ້ວແຕ່ຢູ່ພາຍໃນເຮົາ ແລະ ເພື່ອວ່າພວກເຈົ້າທຸກຄົນທີ່ຢູ່ໃນຄຣິສຕະຈັກຈະນອບນ້ອມຕໍ່ເຮົາ. ບັດນີ້ ຄົນທີ່ບໍ່ເຊື່ອຟັງກ່ອນໜ້ານີ້ຕ້ອງເຊື່ອຟັງຕໍ່ໜ້າເຮົາ, ຕ້ອງອ່ອນນ້ອມຕໍ່ກັນ ແລະ ກັນ, ອົດທົນຕໍ່ກັນ ແລະ ກັນ, ມີຊີວິດທີ່ຕິດຕໍ່ກັນ ແລະ
- [ບົດທີ 20](https://lo.kingdomsalvation.org/twentieth-utterance.html) - ພາລະກິດຂອງພຣະວິນຍານບໍລິສຸດກຳລັງເລັ່ງໄປຂ້າງໜ້າໂດຍນໍາເອົາພວກເຈົ້າໄປສູ່ອານາຈັກໃໝ່ຢ່າງສົມບູນ ເຊິ່ງເວົ້າໄດ້ວ່າ ຄວາມເປັນຈິງແຫ່ງຊີວິດຂອງອານາຈັກໄດ້ປາກົດຢູ່ຕໍ່ໜ້າພວກເຈົ້າແລ້ວ. ພຣະທໍາທີ່ພຣະວິນຍານບໍລິສຸດກ່າວແມ່ນໄດ້ເປີດເຜີຍຄວາມຄິດທີ່ເລິກເຊິ່ງພາຍໃນໃຈຂອງເຈົ້າໂດຍກົງ ແລະ ກໍມີພາບປາກົດຂຶ້ນມາຕໍ່ໜ້າພວກເຈົ້າເທື່ອລະພາບ. ທຸກຄົນທີ່ຫິວ ແລະ ກະຫາຍຄວາມຊອບທໍາ ແລະ ຄົນທີ່ມີເຈດຕະນາຍອມອ່ອນນ້ອມຈະຍັງຄົງຢູ່ໃນພູເຂົາຊີໂອນຢ່າງແນ່ນອນ ແລະ ຢູ່ໃນເຢຣູຊາເລັມໃໝ່; ພວກເຂົາຈະໄດ້ຮັບລັດສະໝີ ແລະ ກຽດຕິຍົດຢ່າງແນ່ນອນ ແລະ ໃນຂະນະດຽວກັນກໍ່ແບ່ງປັນພອນທີ່ງົດງາມຮ່ວມກັບເຮົາ. ປັດຈຸບັນນີ້ມີຄວາມລຶກລັບບາງຢ່າງຂອງໂລກຝ່າຍວິນຍານທີ່ພວກເຈົ້າຍັງບໍ່ທັນໄດ້ເຫັນ ເພາະວ່າດວງຕາຝ່າຍວິນຍານຂອງພວກເຈົ້າຍັງບໍ່ເປີດຂຶ້ນເທື່ອ. ທຸກສິ່ງແມ່ນມະຫັດສະຈັນ, ປະຕິຫານ ແລະ ອັດສະຈັນຢ່າງແນ່ນອນ ແລະ ສິ່ງຕ່າງໆທີ່ຜູ້ຄົນບໍ່ເຄີຍຄິດເຖິງຈະກາຍເປັນຈິງເທື່ອລະໜ້ອຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຈະສະແດງປະຕິຫານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະອົງ ເພື່ອວ່າ ຈັກກະວານ ແລະ ຈຸດຈົບຂອງແຜ່ນດິນໂລກ ແລະ ທຸກປະເທດ ແລະ ຜູ້ຄົນທັງໝົດຈະສາມາດເຫັນປະຕິຫານນັ້ນດ້ວຍຕາຂອງພວກເຂົາເອງ ແລະ ຍັງເຫັນວ່າສະຫງ່າລາສີ, ຄວາມຊອບທໍາ ແລະ ລິດທານຸພາບສູງສຸດຂອງເຮົາຢູ່ບ່ອນໃດ. ມື້ນັ້ນກໍາລັງເຂົ້າມາໃກ້ເລື້ອຍໆ! ນີ້ແມ່ນໄລຍະເວລາທີ່ສໍາຄັນຫຼາຍ: ເຈົ້າຈະຖອນໂຕບໍ ຫຼື ເຈົ້າຈະພະຍາຍາມຈົນເຖິງທີ່ສຸດ, ບໍ່ມີວັນຫັນຫຼັງກັບບໍ? ຢ່າໄປເບິ່ງຄົນ, ເຫດການ ຫຼື ສິ່ງຂອງໃດໆ, ຢ່າໄປເບິ່ງໂລກ, ຜົວຂອງເຈົ້າ, ລູກຂອງເຈົ້າ ຫຼື ຄວາມສົງໄສຂອງເຈົ້າກ່ຽວກັບຊີວິດ.
- [ບົດທີ 19](https://lo.kingdomsalvation.org/nineteenth-utterance.html) - ໃນຂະນະທີ່ພາລະກິດຂອງພຣະວິນຍານບໍລິສຸດດຳເນີນຕໍ່ໄປນັ້ນ ພຣະເຈົ້າໄດ້ນໍາພາພວກເຮົາເຂົ້າສູ່ວິທີການໃໝ່ເຊິງພຣະວິນຍານບໍລິສຸດປະຕິບັດພາລະກິດອີກຄັ້ງ. ຜົນຕາມມາກໍຄື ບາງຄົນໄດ້ເຂົ້າໃຈເຮົາຜິດຢ່າງຫຼີກລ້ຽງບໍ່ໄດ້ ແລະ ໄດ້ຕໍານິເຮົາ. ບາງຄົນຕໍ່ຕ້ານ ແລະ ຄັດຄ້ານເຮົາ ແລະ ວິເຄາະເຮົາຢ່າງຖີ່ຖ້ວນ. ເຖິງຢ່າງໃດກໍຕາມ ເຮົາຍັງລໍຖ້າໃຫ້ພວກເຈົ້າກັບໃຈ ແລະ ປ່ຽນແປງຕົວເອງດ້ວຍຄວາມເມດຕາ. ການປ່ຽນແປງຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດນັ້ນ ແມ່ນພຣະອົງເຈົ້າເອງໄດ້ປາກົດຕົວເອງຢ່າງເປີດເຜີຍ. ແຕ່ພຣະທຳຂອງເຮົາຈະຍັງຄົງບໍ່ປ່ຽນແປງ! ຍ້ອນແມ່ນເຈົ້າທີ່ເຮົາກຳລັງຊ່ວຍໃຫ້ລອດພົ້ນ, ເຮົາບໍ່ປາຖະໜາທີ່ຈະປະຖິ້ມເຈົ້າໄວ້ກາງທາງ. ພຽງແຕ່ວ່າ ພວກເຈົ້າຍັງມີຂໍ້ສົງໄສ ແລະ ຕ້ອງການກັບຄືນໄປມືເປົ່າ. ມີພວກເຈົ້າບາງຄົນໄດ້ຢຸດທີ່ຈະກ້າວໄປຂ້າງໜ້າ ໃນຂະນະທີ່ບາງຄົນກໍໄດ້ແຕ່ລໍຖ້າ ແລະ ເຝົ້າເບິ່ງ. ບາງຄົນຍັງຮັບມືກັບສະພາບການໂດຍບໍ່ມີຄວາມດີ້ນຮົນ ໃນຂະນະທີ່ບາງຄົນກໍພຽງແຕ່ລອກຮຽນແບບເທົ່ານັ້ນ. ເຈົ້າໄດ້ເຮັດໃຫ້ຫົວໃຈຂອງເຈົ້າແຂງກະດ້າງຫຼາຍ! ເຈົ້າໄດ້ຮັບເອົາສິ່ງທີ່ເຮົາໄດ້ກ່າວຕໍ່ພວກເຈົ້າ ແລະ ປ່ຽນມັນໃຫ້ກາຍເປັນສິ່ງທີ່ເຈົ້າພູມໃຈ ຫຼື ບາງສິ່ງທີ່ເຈົ້າໂອ້ອວດ. ຈົ່ງຕຶກຕອງສິ່ງນີ້ເພິ່ມເຕີມໃຫ້ດີ: ນີ້ບໍ່ແມ່ນຫຍັງ ນອກຈາກພຣະທຳແຫ່ງຄວາມເມດຕາ ແລະ ການພິພາກສາທີ່ລົງມາສູ່ເຈົ້າ. ເມື່ອເຫັນວ່າພວກເຈົ້າກະບົດແທ້ໆ ພຣະວິນຍານບໍລິສຸດກໍເລີ່ມຕົ້ນກ່າວ ແລະ ຈຳແນກໂດຍກົງ. ພວກເຈົ້າຄວນຢໍາເກງ. ຢ່າປະພຶດຢ່າງເລິນເລີ້ ຫຼື ເຮັດຫຍັງກໍຕາມໂດຍບໍ່ຮອບຄອບ ແລະ ຢ່າທະນົງຕົວ, ອວດດີ ຫຼື ຫົວດື້! ພວກເຈົ້າຄວນໃສ່ໃຈກັບການນໍາເອົາພຣະທຳຂອງເຮົາເຂົ້າສູ່ການປະຕິບັດໃຫ້ຫຼາຍຂຶ້ນ
- [ບົດທີ 18](https://lo.kingdomsalvation.org/eighteenth-utterance.html) - ການສ້າງຄຣິສຕະຈັກບໍ່ແມ່ນສິ່ງທີ່ຈະເຮັດໄດ້ຢ່າງງ່າຍດາຍ! ເຮົາທຸ້ມເທຫົວໃຈທັງໝົດຂອງເຮົາເຂົ້າໃນການສ້າງຄຣິສຕະຈັກ ແລະ ຊາຕານຈະເຮັດທຸກສິ່ງທີ່ມັນເຮັດໄດ້ເພື່ອທໍາລາຍຄຣິສຕະຈັກນັ້ນຖິ້ມ. ຖ້າເຈົ້າຕ້ອງການຖືກສ້າງ ເຈົ້າຕ້ອງມີນິມິດ; ເຈົ້າຕ້ອງດຳລົງຊີວິດຢູ່ໂດຍເຮົາ, ເປັນພະຍານຂອງພຣະຄຣິດ, ຍົກພຣະຄຣິດຂຶ້ນສູງ ແລະ ຊື່ສັດກັບເຮົາ. ເຈົ້າບໍ່ຄວນມີຂໍ້ອ້າງ, ແຕ່ກົງກັນຂ້າມ ເຈົ້າຄວນອ່ອນນ້ອມໂດຍບໍ່ມີເງື່ອນໄຂ; ເຈົ້າຕ້ອງອົດກັ້ນກັບການທົດລອງຕ່າງໆ ແລະ ຍອມຮັບທຸກສິ່ງທີ່ມາຈາກເຮົາ. ເຈົ້າຕ້ອງຕິດຕາມບໍ່ວ່າພຣະວິນຍານບໍລິສຸດຈະນໍາພາເຈົ້າໄປໃສກໍຕາມ. ເຈົ້າຕ້ອງມີແນວຄິດທີ່ສະຫຼາດ ແລະ ຄວາມສາມາດທີ່ຈະແຍກແຍະສິ່ງຕ່າງໆ. ເຈົ້າຕ້ອງເຂົ້າໃຈຜູ້ຄົນ ແລະ ບໍ່ຕິດຕາມຄົນອື່ນຢ່າງຫຼັບຫູຫຼັບຕາ, ຈົ່ງຮັກສາດວງຕາຝ່າຍວິນຍານຂອງເຈົ້າໃຫ້ແຈ້ງ ແລະ ມີຄວາມຮູ້ທີ່ລະອຽດກ່ຽວກັບສິ່ງຕ່າງໆ. ຜູ້ຄົນທີ່ມີຈິດໃຈແບບດຽວກັບເຮົາຕ້ອງຢືນເປັນພະຍານໃຫ້ກັບເຮົາ ແລະ ຕໍ່ສູ້ໃນສະໜາມຮົບຢ່າງຊີ້ຂາດກັບຊາຕານ. ເຈົ້າຕ້ອງຖືກສ້າງ ແລະ ຕໍ່ສູ້ໃນສະໜາມຮົບພ້ອມກັນ. ເຮົາຢູ່ທ່າມກາງພວກເຈົ້າ, ເຮົາສະໜັບສະໜູນພວກເຈົ້າ ແລະ ເຮົາເປັນບ່ອນລີ້ໄພຂອງພວກເຈົ້າ. ສິ່ງທຳອິດທີ່ເຈົ້າຕ້ອງເຮັດຄືການຊໍາລະລ້າງຕົນເອງ, ກາຍເປັນຄົນທີ່ຮັບການປ່ຽນແປງ ແລະ ມີອາລົມທີ່ທຸ່ນທ່ຽງ. ເຈົ້າຕ້ອງດຳລົງຊີວິດຢູ່ໂດຍເຮົາ ບໍ່ວ່າທັງໃນສະພາບແວດລ້ອມທີ່ດີ ແລະ ບໍ່ດີ ແລະ ບໍ່ວ່າເຈົ້າຈະຢູ່ໃນເຮືອນ ຫຼື ຢູ່ໃນສະພາບແວດລ້ອມອື່ນໆ, ເຈົ້າຕ້ອງບໍ່ລັງເລຍ້ອນຄົນອື່ນ ຫຼື ຍ້ອນເຫດການໃດໜຶ່ງ ຫຼື ບັນຫາໃດໜຶ່ງ. ເຈົ້າຕ້ອງຍຶດໝັ້ນ
- [ບົດທີ 17](https://lo.kingdomsalvation.org/seventeenth-utterance.html) - ຄຣິສຕະຈັກກຳລັງກໍ່ສ້າງ ແລະ ຊາຕານກໍກຳລັງພະຍາຍາມທີ່ສຸດທີ່ຈະທຳລາຍມັນ. ມັນຕ້ອງການທຳລາຍການກໍ່ສ້າງຂອງເຮົາດ້ວຍທຸກວິທີທາງທີ່ເປັນໄປໄດ້; ດ້ວຍເຫດນີ້, ຄຣິສຕະຈັກຕ້ອງຖືກເຮັດໃຫ້ບໍລິສຸດໂດຍໄວ. ຕ້ອງບໍ່ເຫຼືອສິ່ງຊົ່ວຮ້າຍແມ່ນແຕ່ໜ້ອຍດຽວ; ຄຣິສຕະຈັກຕ້ອງຖືກເຮັດໃຫ້ບໍລິສຸດເພື່ອມັນຈະບໍ່ມີຂໍ້ບົກຜ່ອງ ແລະ ສືບຕໍ່ບໍລິສຸດຄືກັບໃນອະດີດ. ພວກເຈົ້າຕ້ອງຕື່ນຕົວ ແລະ ລໍຖ້າຢູ່ຕະຫຼອດເວລາ, ພວກເຈົ້າຕ້ອງອະທິຖານຫາເຮົາຫຼາຍຂຶ້ນ. ພວກເຈົ້າຕ້ອງຮັບຮູ້ແຜນການຕ່າງໆ ແລະ ແຜນການອັນສະຫຼາດຫຼັກແຫຼມຂອງຊາຕານ, ຮັບຮູ້ວິນຍານ, ຮູ້ຈັກຄົນ ແລະ ສາມາດແຍກແຍະຄົນທຸກປະເພດ, ເຫດການ ແລະ ສິ່ງຕ່າງໆ; ພວກເຈົ້າຕ້ອງກິນ ແລະ ດື່ມພຣະທຳຂອງເຮົາຫຼາຍຂຶ້ນເຊັ່ນກັນ, ສຳຄັນໄປກວ່ານັ້ນ, ພວກເຈົ້າຕ້ອງສາມາດກິນ ແລະ ດື່ມພວກມັນດ້ວຍຕົວພວກເຈົ້າເອງ. ຈົງຕຽມຕົວໃຫ້ພ້ອມດ້ວຍຄວາມຈິງທັງໝົດ ແລະ ມາຢູ່ຕໍ່ໜ້າເຮົາ ເພື່ອວ່າເຮົາອາດຈະເປີດດວງຕາຝ່າຍຈິດວິນຍານຂອງພວກເຈົ້າ ແລະ ອະນຸຍາດໃຫ້ພວກເຈົ້າເຫັນຄວາມເລິກລັບທັງໝົດທີ່ຢູ່ໃນວິນຍານໄດ້... ເມື່ອຄຣິສຕະຈັກເຂົ້າສູ່ໄລຍະການກໍ່ສ້າງຂອງມັນ, ບັນດາໄພ່ພົນກໍຍ່າງເຂົ້າສູ່ການສູ້ຮົບ. ຄຸນລັກສະນະຕ່າງໆທີ່ໜ້າກຽດຊັງຂອງຊາຕານໄດ້ຖືກຕັ້ງໄວ້ຕໍ່ໜ້າພວກເຈົ້າ: ພວກເຈົ້າຢຸດ ແລະ ເຄື່ອນຖອຍຫຼັງບໍ ຫຼື ໂດຍໄວ້ວາງໃຈໃນເຮົາ, ພວກເຈົ້າລຸກຢືນຂຶ້ນ ແລະ ກ້າວໄປຂ້າງໜ້າ? ຈົ່ງເປີດເຜີຍຄຸນລັກສະນະອັນເສື່ອມຊາມ ແລະ ໜ້າລັງກຽດຂອງຊາຕານຢ່າງລະອຽດ, ຢ່າເຫັນໃຈ ແລະ ສະແດງຄວາມເມດຕາ! ສູ້ກັບຊາຕານຈົນເຖິງຕາຍ!
- [ບົດທີ 16](https://lo.kingdomsalvation.org/sixteenth-utterance.html) - ຫຼັງຈາກທີ່ໄດ້ເປັນພະຍານເຖິງບຸດມະນຸດ, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງຕົວຕົນຢ່າງເປີດເຜີຍຕໍ່ພວກເຮົາດັ່ງດວງຕາເວັນແຫ່ງຄວາມຊອບທຳ. ນີ້ແມ່ນການແປງກາຍຢູ່ເທິງພູເຂົາ! ບັດນີ້ ມັນຍິ່ງເປັນຈິງເພີ່ມຂຶ້ນເລື້ອຍໆ ແລະ ມີຄວາມເປັນຈິງຍິ່ງຂຶ້ນ. ພວກເຮົາໄດ້ເຫັນວ່າເຖິງ ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ ແລະ ພຣະເຈົ້າເອງໄດ້ປາກົດຕົວອອກຈາກ ເນື້ອໜັງ. ພຣະອົງບໍ່ໄດ້ຢູ່ພາຍໃຕ້ການຈໍາກັດຂອງມະນຸດ, ອາວະກາດ ຫຼື ພູມສາດ; ພຣະອົງຢູ່ເໜືອຂອບເຂດຂອງແຜ່ນດິນໂລກ ແລະ ທະເລ, ພຣະອົງແຜ່ຂະຫຍາຍໄປທົ່ວຈັກກະວານຈົນສຸດປາຍແຜ່ນດິນໂລກ ແລະ ທົ່ວປະຊາຊາດ ແລະ ທຸກຄົນກຳລັງຟັງສຽງຂອງພຣະອົງຢ່າງງຽບສະຫງົບ. ເມື່ອພວກເຮົາມືນຕາແຫ່ງວິນຍານຂອງພວກເຮົາ ພວກເຮົາເຫັນວ່າ ພຣະທຳຂອງພຣະເຈົ້າໄດ້ສ່ອງແສງອອກມາຈາກຮ່າງກາຍທີ່ສະຫງ່າງາມຂອງພຣະອົງ; ນີ້ແມ່ນພຣະເຈົ້າເອງທີ່ປາກົດຕົວອອກມາຈາກເນື້ອໜັງ. ພຣະອົງເອງເປັນພຣະເຈົ້າທີ່ເປັນຈິງ ແລະ ສົມບູນ. ພຣະອົງກ່າວກັບພວກເຮົາຢ່າງເປີດເຜີຍ, ພຣະອົງຢູ່ຕໍ່ໜ້າພວກເຮົາ, ພຣະອົງແນະນໍາພວກເຮົາ, ພຣະອົງເມດຕາພວກເຮົາ, ພຣະອົງຄອງຖ້າພວກເຮົາ, ພຣະອົງປອບໃຈພວກເຮົາ, ພຣະອົງລົງວິໄນພວກເຮົາ ແລະ ພຣະອົງພິພາກສາພວກເຮົາ. ພຣະອົງນໍາພາພວກເຮົາດ້ວຍມືຂອງພຣະອົງເອງ ແລະ ຄວາມເປັນຫ່ວງຂອງພຣະອົງສຳລັບພວກເຮົາກໍເຜົາໄໝ້ຄືກັບແປວໄຟທີ່ຢູ່ພາຍໃນພຣະອົງ; ພຣະອົງຟ້າວປຸກພວກເຮົາໃຫ້ຕື່ນ ແລະ ເຂົ້າເຖິງພຣະອົງດ້ວຍຫົວໃຈທີ່ຮ້ອນຮົນ. ຊີວິດທີ່ເໜືອທໍາມະຊາດຂອງພຣະອົງໄດ້ປູກຝັງຢູ່ໃນໃຈຂອງພວກເຮົາທຸກຄົນ ແລະ ທຸກຄົນທີ່ເຂົ້າເຖິງພຣະອົງກໍຈະບັນລຸຄວາມເປັນເລີດ ແລະ ເອົາຊະນະໂລກ ແລະ ທຸກສິ່ງທີ່ຊົ່ວຮ້າຍ ແລະ ປົກຄອງດັ່ງກະສັດຮ່ວມກັບພຣະອົງ.
- [ບົດທີ 15](https://lo.kingdomsalvation.org/fifteenth-utterance.html) - ການປາກົດຕົວຂອງພຣະເຈົ້າໄດ້ເກີດຂຶ້ນໃນທຸກຄຣິສຕະຈັກ. ແມ່ນພຣະວິນຍານທີ່ກ່າວອອກ; ພຣະອົງແມ່ນໄຟທີ່ລຸກລາມ, ມີຄວາມສະຫງ່າຜ່າເຜີຍ ແລະ ກຳລັງພິພາກສາ. ພຣະອົງເປັນບຸດມະນຸດ, ນຸ່ງເສື້ອຜ້າທີ່ລ່າມລົງຈົນຮອດຕີນຂອງພຣະອົງ ແລະ ມີສາຍແອວຄຳອ້ອມເອິກຂອງພຣະອົງ. ຫົວ ແລະ ຜົມຂອງພຣະອົງຂາວຄືຂົນແກະ ແລະ ຕາຂອງພຣະອົງກໍລຸກໄໝ້ຄືກັບແປວໄຟ; ຕີນຂອງພຣະອົງຄ້າຍຄືກັບທອງເຫຼືອງກ້ຽງ, ຄືກັບວ່າທີ່ຖືກເຮັດໃຫ້ບໍລິສຸດໃນເຕົາໄຟ ແລະ ສຽງຂອງພຣະອົງກໍຄືກັບສຽງນ້ຳຫຼາຍແຫ່ງ. ໃນມືກ້ຳຂວາຂອງພຣະອົງແມ່ນຖືດາວເຈັດດວງ ແລະ ໃນປາກຂອງພຣະອົງແມ່ນມີດາບແຫຼມສອງຄົມ ແລະ ໃບໜ້າຂອງພຣະອົງສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ເຜົາໄໝ້! ບຸດມະນຸດໄດ້ຖືກເປັນພະຍານ ແລະ ພຣະເຈົ້າເອງໄດ້ຖືກເປີດເຜີຍອອກມາຢ່າງເປີດເຜີຍ. ສະຫງ່າລາສີຂອງພຣະເຈົ້າໄດ້ສະແດງອອກ, ສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ກຳລັງເຜົາໄໝ້! ໃບໜ້າທີ່ມີສະຫງ່າລາສີຂອງພຣະອົງສ່ອງແສງຈ້າດ້ວຍແສງແວວວາວ; ສາຍຕາຂອງຜູ້ໃດກ້າປະຕິບັດຕໍ່ພຣະອົງດ້ວຍການຕໍ່ຕ້ານ? ການຕໍ່ຕ້ານນຳໄປສູ່ຄວາມຕາຍ! ບໍ່ມີຄວາມເມດຕາແມ່ນແຕ່ໜ້ອຍດຽວສຳລັບສິ່ງໃດໜຶ່ງທີ່ເຈົ້າຄິດຢູ່ໃນຫົວໃຈ, ຄຳເວົ້າໃດໜຶ່ງທີ່ເຈົ້າກ່າວ ຫຼື ສິ່ງໃດໜຶ່ງທີ່ເຈົ້າເຮັດ. ພວກເຈົ້າທຸກຄົນຈະໄດ້ມາເຂົ້າໃຈ ແລະ ມາເຫັນວ່າສິ່ງທີ່ພວກເຈົ້າໄດ້ຮັບນັ້ນແມ່ນຫຍັງ, ມັນບໍ່ໄດ້ເປັນຫຍັງເລີຍ ນອກຈາກການພິພາກສາຂອງເຮົາ! ເຮົາສາມາດທົນມັນໄດ້ບໍ ເມື່ອພວກເຈົ້າບໍ່ພະຍາຍາມກິນ ແລະ ດື່ມພຣະທຳຂອງເຮົາ ແລະ ກົງກັນຂ້າມກັບພັດຂັດຂວາງ ແລະ ທຳລາຍການກໍ່ສ້າງຂອງເຮົາຕາມອຳເພີໃຈ? ເຮົາຈະບໍ່ປະຕິບັດຕໍ່ຄົນແບບນີ້ຢ່າງສຸພາບ! ຖ້າພຶດຕິກຳຂອງເຈົ້າເສື່ອມຊາມລົງຢ່າງຮຸນແຮງຂຶ້ນ ເຈົ້າຈະຖືກແປວໄຟກືນກິນ! ພຣະເຈົ້າອົງຊົງລິດທານຸພາບສູງສຸດປາກົດອອກໃນຮ່າງກາຍຝ່າຍວິນຍານ ໂດຍບໍ່ມີເນື້ອໜັງ ຫຼື
- [ບົດທີ 14](https://lo.kingdomsalvation.org/fourteenth-utterance.html) - ຕອນນີ້, ເວລາກຳລັງເລັ່ງດ່ວນແທ້ໆ. ພຣະວິນຍານບໍລິສຸດໃຊ້ຫຼາຍວິທີການທີ່ແຕກຕ່າງກັນເພື່ອນຳພາພວກເຮົາສູ່ພຣະທຳຂອງພຣະເຈົ້າ. ເຈົ້າຄວນປະກອບດ້ວຍຄວາມຈິງທັງໝົດ, ຖືກເຮັດໃຫ້ບໍລິສຸດ ແລະ ຢູ່ໃກ້ກັບເຮົາແທ້ໆ ແລະ ມີການຄົບຫາສະມາຄົມກັບເຮົາ ແລະ ເຈົ້າຈະບໍ່ໄດ້ຮັບອະນຸຍາດໃຫ້ມີບ່ອນວ່າງເພື່ອຄັດ ແລະ ເລືອກເອົາ. ພາລະກິດຂອງພຣະວິນຍານບໍລິສຸດປາສະຈາກອາລົມ ແລະ ບໍ່ສົນວ່າເຈົ້າເປັນຄົນແບບໃດ. ຕາບໃດທີ່ເຈົ້າເຕັມໃຈຄົ້ນຫາ ແລະ ຕິດຕາມ, ບໍ່ແກ້ຕົວ ແລະ ບໍ່ໂຕ້ຖຽງກ່ຽວກັບຜົນກຳໄລ ແລະ ການຂາດທຶນຂອງຕົວເຈົ້າເອງ, ແຕ່ຄົ້ນຫາດ້ວຍຄວາມຫິວ ແລະ ຄວາມກະຫາຍຫາຄວາມຊອບທຳ, ແລ້ວເຮົາຈະສ່ອງສະຫວ່າງໃຫ້ກັບເຈົ້າ. ບໍ່ວ່າເຈົ້າຈະເປັນຄົນໂງ່ຈ້າ ແລະ ບໍ່ຮູ້ປານໃດກໍຕາມ, ເຮົາບໍ່ໄດ້ແນໃສ່ສິ່ງເຫຼົ່ານີ້. ເຮົາຢາກເຫັນວ່າເຈົ້າເຮັດວຽກໜັກພຽງໃດໃນດ້ານບວກ. ຖ້າເຈົ້າຍັງຍຶດໝັ້ນໃນແນວຄິດຂອງຕົວເອງ, ໝຸນເປັນວົງກົມໃນໂລກນ້ອຍໆຂອງຕົວເຈົ້າເອງ, ແລ້ວເຮົາກໍຄິດວ່າເຈົ້າຢູ່ໃນອັນຕະລາຍ... ການຖືກຍົກຂຶ້ນແມ່ນຫຍັງ? ການຖືກປະຖິ້ມໝາຍຄວາມວ່າແນວໃດ? ມື້ນີ້ ເຈົ້າຄວນມີຊີວິດຢູ່ຕໍ່ໜ້າພຣະເຈົ້າແນວໃດ? ເຈົ້າຄວນຮ່ວມມືກັບເຮົາຢ່າງຫ້າວຫັນແນວໃດ? ຈົ່ງປະຖິ້ມແນວຄິດຂອງເຈົ້າເອງ, ວິເຄາະຕົວເຈົ້າເອງຢ່າງລະອຽດ, ຖອດໜ້າກາກຂອງເຈົ້າອອກ, ເຫັນທາດແທ້ຂອງຕົວເຈົ້າເອງຢ່າງຊັດເຈນ, ກຽດຊັງຕົວເອງ, ມີຫົວໃຈທີ່ສະແຫວງຫາຄວາມຊອບທຳຢ່າງຫິວ ແລະ ກະຫາຍ, ເຊື່ອວ່າຕົວເຈົ້າເອງນັ້ນບໍ່ມີຄ່າຫຍັງເລີຍ, ເຕັມໃຈທີ່ຈະສະຫຼະຕົວເອງ, ສາມາດຢຸດທຸກວິທີການເຮັດສິ່ງຕ່າງໆຂອງເຈົ້າ, ເຮັດໃຫ້ຕົນເອງສະຫງົບງຽບຢູ່ຕໍ່ໜ້າເຮົາ, ຖວາຍຄຳອະທິຖານຫຼາຍຂຶ້ນ, ເພິ່ງພາເຮົາຢ່າງເອົາຈິງເອົາຈັງ,
- [ບົດທີ 13](https://lo.kingdomsalvation.org/thirteenth-utterance.html) - ໃນສະພາບປັດຈຸບັນຂອງພວກເຈົ້າ, ພວກເຈົ້າຢຶດໝັ້ນໃນແນວຄວາມຄິດຂອງຕົວເອງຫຼາຍເກີນໄປ ແລະ ມີຄວາມວຸ້ນວາຍທາງສາສະໜາທີ່ຂ້ອນຂ້າງຮ້າຍແຮງຢູ່ໃນຕົວພວກເຈົ້າ. ເຈົ້າບໍ່ສາມາດປະຕິບັດໃນວິນຍານ, ເຈົ້າບໍ່ສາມາດເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຈົ້າປະຕິເສດແສງສະຫວ່າງໃໝ່. ເຈົ້າບໍ່ສາມາດເຫັນດວງອາທິດໃນຍາມກາງເວັນ ຍ້ອນວ່າເຈົ້າຕາບອດ, ເຈົ້າບໍ່ຮູ້ຈັກຜູ້ຄົນ, ເຈົ້າບໍ່ສາມາດໜີຈາກ “ພໍ່ແມ່” ຂອງເຈົ້າໄດ້, ເຈົ້າຂາດການຢັ່ງຮູ້ທາງຝ່າຍວິນຍານ, ເຈົ້າບໍ່ຮັບຮູ້ພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຈົ້າກໍບໍ່ມີຄວາມຄິດວ່າຈະກິນ ແລະ ດື່ມພຣະທຳຂອງເຮົາແນວໃດ. ມັນແມ່ນບັນຫາທີ່ເຈົ້າບໍ່ຮູ້ວ່າຈະກິນ ແລະ ດື່ມມັນດ້ວຍຕົວເຈົ້າເອງແນວໃດ. ພາລະກິດຂອງພຣະວິນຍານບໍລິສຸດກ້າວໄປຂ້າງໜ້າດ້ວຍຄວາມໄວທີ່ໜ້າຕົກໃຈທຸກໆວັນ; ມີແສງສະຫວ່າງໃໝ່ທຸກໆວັນ ແລະ ກໍມີສິ່ງສົດໃໝ່ທຸກໆວັນອີກດ້ວຍ. ແນວໃດກໍຕາມ, ເຈົ້າບໍ່ເຂົ້າໃຈດອກ. ກົງກັນຂ້າມ, ເຈົ້າມັກເຮັດການຄົ້ນຄວ້າ, ເຈົ້າແນມເບິ່ງສິ່ງຕ່າງໆຜ່ານເລນຄວາມມັກສ່ວນຕົວຂອງເຈົ້າໂດຍບໍ່ໄດ້ພິຈາລະນາພວກມັນຢ່າງຮອບຄອບ ແລະ ເຈົ້າກໍຟັງດ້ວຍຄວາມມືນງົງ. ເຈົ້າບໍ່ໄດ້ອະທິຖານດ້ວຍຈິດວິນຍານຢ່າງດຸໝັ່ນ ແລະ ເຈົ້າກໍບໍ່ໄດ້ແນມຫາເຮົາ ຫຼື ໄຕ່ຕອງພຣະທຳຂອງເຮົາຫຼາຍຂຶ້ນ. ສະນັ້ນ, ທຸກສິ່ງທີ່ເຈົ້າມີແມ່ນຄໍາເວົ້າ, ກົດ ແລະ ຫຼັກຄຳສອນ. ເຈົ້າຕ້ອງມີຄວາມຄິດທີ່ຊັດເຈນກ່ຽວກັບວິທີກິນ ແລະ ດື່ມພຣະທຳຂອງເຮົາ ແລະ ເຈົ້າຕ້ອງນຳເອົາພຣະທຳຂອງເຮົາມາຢູ່ຕໍ່ໜ້າເຮົາເລື້ອຍໆ. ຄົນທຸກມື້ນີ້ບໍ່ສາມາດສະຫຼະຕົນເອງໄດ້; ພວກເຂົາຄິດຢູ່ສະເໝີວ່າພວກເຂົາຖືກ. ພວກເຂົາຕິດຢູ່ໃນໂລກນ້ອຍໆຂອງພວກເຂົາເອງ ແລະ ພວກເຂົາບໍ່ແມ່ນປະເພດຄົນທີ່ຖືກຕ້ອງ. ພວກເຂົາມີເຈດຕະນາ
- [ບົດທີ 12](https://lo.kingdomsalvation.org/twelfth-utterance.html) - ຖ້າເຈົ້າມີອຸປະນິໄສທີ່ບໍ່ໝັ້ນຄົງທີ່ພັດມາທາງນີ້ ຫຼື ທາງນັ້ນຄືກັບລົມ ແລະ ຝົນ ແລະ ຖ້າເຈົ້າບໍ່ສາມາດກ້າວໄປຂ້າງໜ້າດ້ວຍສຸດແຮງຂອງເຈົ້າແລ້ວ, ໄມ້ແສ້ຂອງເຮົາກໍຈະບໍ່ຢູ່ໄກຈາກເຈົ້າຈັກເທື່ອ. ເມື່ອເຈົ້າຖືກລິຮານ, ຍິ່ງສະພາບແວດລ້ອມຮ້າຍແຮງຂຶ້ນເທົ່າໃດ ແລະ ຍິ່ງເຈົ້າຖືກຂົ່ມເຫັງຫຼາຍເທົ່າໃດ, ຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າກໍຍິ່ງຫຼາຍຂຶ້ນເທົ່ານັ້ນ ແລະ ເຈົ້າຈະເຊົາຍຶດຕິດກັບໂລກ. ເຈົ້າຈະມາຫາເຮົາ ແລະ ຟື້ນຄືນຄວາມແຂງແຮງ ແລະ ຄວາມໝັ້ນໃຈຂອງເຈົ້າຄືນ ໂດຍບໍ່ມີທາງເລືອກອື່ນຢູ່ຂ້າງໜ້າ. ແນວໃດກໍຕາມ, ເຈົ້າຈະດຳເນີນໄປຢ່າງບໍ່ມີຈຸດໝາຍປາຍທາງໃນສະພາບແວດລ້ອມທີ່ງ່າຍຂຶ້ນ. ເຈົ້າຕ້ອງເຂົ້າຈາກດ້ານບວກ; ຈົ່ງຫ້າວຫັນ ແລະ ບໍ່ກຽດຄ້ານ. ເຈົ້າຕ້ອງບໍ່ຫວັ່ນໄຫວກັບໃຜ ຫຼື ສິ່ງໃດ ໃນທຸກສະຖານະການ ແລະ ເຈົ້າຕ້ອງບໍ່ໄດ້ຮັບອິດທິພົນຈາກຄຳເວົ້າຂອງຜູ້ໃດ. ເຈົ້າຕ້ອງມີອຸປະນິໄສທີ່ໝັ້ນຄົງ; ບໍ່ວ່າຄົນຈະເວົ້າຫຍັງກໍຕາມ, ເຈົ້າຕ້ອງນຳສິ່ງທີ່ເຈົ້າຮູ້ວ່າເປັນຄວາມຈິງໄປປະຕິບັດທັນທີ. ເຈົ້າຕ້ອງໃຫ້ພຣະທຳຂອງເຮົາເຮັດວຽກຢູ່ຂ້າງໃນຕົວເຈົ້າຢູ່ສະເໝີ, ບໍ່ວ່າເຈົ້າອາດຈະປະເຊີນໜ້າກັບໃຜກໍຕາມ; ເຈົ້າຕ້ອງສາມາດຍຶດໝັ້ນໃນການເປັນພະຍານຂອງເຈົ້າໃຫ້ແກ່ເຮົາ ແລະ ຄຳນຶງເຖິງພາລະຂອງເຮົາ. ເຈົ້າຕ້ອງບໍ່ເຫັນດີຢ່າງຕາບອດກັບຄົນອື່ນໂດຍບໍ່ມີຄວາມຄິດເປັນຂອງຕົວເອງ; ກົງກັນຂ້າມ, ເຈົ້າຕ້ອງມີຄວາມກ້າຫານທີ່ຈະຢືນຂຶ້ນ ແລະ ຄັດຄ້ານສິ່ງເຫຼົ່ານັ້ນທີ່ບໍ່ສອດຄ່ອງກັບຄວາມຈິງ. ຖ້າເຈົ້າຮູ້ຢ່າງຊັດເຈນວ່າບາງສິ່ງຜິດພາດ, ແຕ່ເຈົ້າກໍຍັງຂາດຄວາມກ້າທີ່ຈະເປີດໂປງມັນ, ແລ້ວເຈົ້າກໍບໍ່ແມ່ນຜູ້ທີ່ປະຕິບັດຄວາມຈິງ. ເຈົ້າຕ້ອງການເວົ້າບາງຢ່າງ, ແຕ່ບໍ່ກ້າອອກມາພ້ອມກັບມັນ, ດັ່ງນັ້ນເຈົ້າຈຶ່ງເວົ້າອ້ອມແລ້ວກໍປ່ຽນເລື່ອງ; ຊາຕານແມ່ນຢູ່ພາຍໃຈໂຕເຈົ້າໂດຍທີ່ທ່ວງດຶງເຈົ້າໄວ້ ເຊິ່ງເຮັດໃຫ້ເຈົ້າເວົ້າໂດຍບໍ່ມີຜົນຫຍັງ ແລະ
- [ບົດທີ 11](https://lo.kingdomsalvation.org/eleventh-utterance.html) - ເຮົາເປັນພຣະເຈົ້າຂອງເຈົ້າບໍ? ເຮົາເປັນກະສັດຂອງເຈົ້າບໍ? ເຈົ້າຍອມໃຫ້ເຮົາປົກຄອງໃນຕົວເຈົ້າດັ່ງກະສັດແທ້ບໍ? ເຈົ້າຄວນໄຕ່ຕອງກັບຕົນເອງໃຫ້ລະອຽດ. ເຈົ້າບໍ່ໄດ້ຄົ້ນຄວ້າ ແລະ ປະຕິເສດແສງສະຫວ່າງໃໝ່ບໍ ແລະ ເຖິງຂັ້ນວ່າຢຸດໂດຍບໍ່ຍອມຕິດຕາມມັນເມື່ອເວລາມັນມາບໍ? ຍ້ອນສິ່ງນີ້, ເຈົ້າຈະຜະເຊີນກັບການພິພາກສາ ແລະ ຕົກລົງສູ່ຄວາມພິນາດ; ເຈົ້າຈະຖືກພິພາກສາ ແລະ ຂ້ຽນຕີໂດຍຄ້ອນເຫຼັກ ແລະ ເຈົ້າຈະໄດ້ບໍ່ສໍາຜັດກັບພາລະກິດຂອງພຣະວິນຍານບໍລິສຸດ. ອີກບໍ່ດົນ ເຈົ້າຈະຮ້ອງໄຫ້ ແລະ ຄຸເຂົ່າລົງນະມັດສະການພ້ອມຮ້ອງໄຫ້ອອກມາສຽງດັງ. ເຮົາໄດ້ບອກພວກເຈົ້າຢູ່ສະເໝີ, ເຮົາໄດ້ກ່າວກັບພວກເຈົ້າຢູ່ຕະຫຼອດເວລາ; ເຮົາໄດ້ບໍ່ເຄີຍກັກຕວງພຣະທຳຂອງເຮົາກັບພວກເຈົ້າ. ໃຫ້ທົບທວນເບິ່ງ: ມີເວລາໃດບໍທີ່ເຮົາເຄີຍລົ້ມເຫຼວໃນການບອກບາງສິ່ງແກ່ພວກເຈົ້າ? ເຖິງຢ່າງນັ້ນກໍຕາມ, ຍັງມີບາງຄົນທີ່ດື້ເຮັດສິ່ງຕ່າງໆໃນທາງທີ່ຜິດ. ພວກເຂົາຫຼົງໄຫຼຢູ່ໃນຄວາມມືດຂອງຂໍ້ສົງໄສທີ່ບົດບັງດວງຕາເວັນ ແລະ ພວກເຂົາບໍ່ເຄີຍເຫັນແສງສະຫວ່າງຈັກເທື່ອເລີຍ. ນີ້ບໍ່ແມ່ນຍ້ອນຄວາມຮູ້ສຶກຂອງພວກເຂົາກ່ຽວກັບ “ຕົນເອງ” ຫຼາຍເກີນໄປບໍ ແລະ ແນວຄິດຂອງພວກເຂົາຍິ່ງໃຫຍ່ເກີນໄປບໍ? ເຈົ້າມີຄວາມນັບຖືໃຫ້ແກ່ເຮົານັບແຕ່ຕອນໃດ? ເຈົ້າມີຫ້ອງຫົວໃຈສໍາລັບເຮົານັບແຕ່ຕອນໃດ? ເມື່ອເຈົ້າລົ້ມເຫຼວ, ເມື່ອເຈົ້າພົບວ່າຕົນເອງບໍ່ມີຄວາມສາມາດ ແລະ ເມື່ອເຈົ້າບໍ່ມີທາງເລືອກແທ້ໆ, ເມື່ອນັ້ນ ເຈົ້າຈຶ່ງອະທິຖານຫາເຮົາ. ເປັນແບບນັ້ນກໍ່ດີ, ແລ້ວເປັນຫຍັງໃນຕອນນີ້ ເຈົ້າຈຶ່ງບໍ່ເຮັດສິ່ງຕ່າງໆດ້ວຍຕົນເອງ? ພວກເຈົ້າ ມະນຸດເອີຍ! ມັນຄືຕົວຕົນດັ່ງເດີມທີ່ໄດ້ທຳລາຍເຈົ້າ! ບາງຄົນບໍ່ສາມາດພົບເຫັນເສັ້ນທາງ ແລະ ພວກເຂົາບໍ່ສາມາດນໍາທັນແສງສະຫວ່າງໃໝ່ໄດ້. ພວກເຂົາພຽງແຕ່ສົນທະນາ
- [ບົດທີ 10](https://lo.kingdomsalvation.org/tenth-utterance.html) - ເຈົ້າບໍ່ຄວນຢ້ານຫັ້ນຢ້ານນີ້; ບໍ່ວ່າເຈົ້າອາດຈະຜະເຊີນກັບຄວາມຫຍຸ້ງຍາກ ແລະ ໄພອັນຕະລາຍຫຼາຍສໍ່າໃດກໍ່ຕາມ, ເຈົ້າກໍຍັງສາມາດທີ່ຈະໝັ້ນຄົງຢູ່ຕໍ່ໜ້າເຮົາ; ຢ່າທໍ້ຖອຍໃນສິ່ງກີດຂວາງໃດໆເລີຍ ເພື່ອຄວາມປະສົງຂອງເຮົາອາດຈະໄດ້ຮັບການປະຕິບັດໂດຍບໍ່ມີຂໍ້ຈຳກັດ. ນີ້ແມ່ນໜ້າທີ່ຂອງເຈົ້າ; ບໍ່ດັ່ງນັ້ນ ເຮົາຈະນຳເອົາຄວາມໂກດຮ້າຍຂອງເຮົາມາສູ່ເຈົ້າ ແລະ ດ້ວຍມືຂອງເຮົາ ເຮົາຈະ... ແລ້ວເຈົ້າຈະອົດກັ້ນຕໍ່ຄວາມທຸກທໍລະມານທາງຈິດໃຈຢ່າງບໍ່ຈົບສິ້ນ. ເຈົ້າຕ້ອງອົດກັ້ນຕໍ່ທຸກຢ່າງ; ເພື່ອເຮົາແລ້ວ ເຈົ້າຕ້ອງກຽມພ້ອມທີ່ຈະປ່ອຍຖິ້ມທຸກສິ່ງທີ່ເຈົ້າມີ ແລະ ເຮັດທຸກສິ່ງຢ່າງທີ່ເຈົ້າສາມາດເຮັດໄດ້ ເພື່ອຕິດຕາມເຮົາ ແລະ ກຽມພ້ອມທີ່ຈະສະຫຼະທຸກສິ່ງທີ່ເຈົ້າມີ. ຕອນນີ້ແມ່ນເວລາທີ່ເຮົາຈະທົດສອບເຈົ້າ: ເຈົ້າຈະມອບຄວາມຊື່ສັດຂອງເຈົ້າໃຫ້ເຮົາບໍ? ເຈົ້າສາມາດຕິດຕາມເຮົາຈົນສຸດປາຍທາງຢ່າງຊື່ສັດໄດ້ບໍ? ຢ່າຢ້ານເລີຍ; ດ້ວຍການຊ່ວຍເຫຼືອຂອງເຮົາ, ແມ່ນໃຜທີ່ຈະສາມາດຂວາງຫົນທາງນີ້ໄດ້? ຈົ່ງຈື່ສິ່ງນີ້ໄວ້! ຢ່າລືມ! ທຸກສິ່ງທີ່ເກີດຂຶ້ນແມ່ນຍ້ອນຄວາມປາດຖະໜາດຂອງເຮົາ ແລະ ທຸກຢ່າງແມ່ນຢູ່ພາຍໃຕ້ການສັງເກດການຂອງເຮົາ. ເຈົ້າສາມາດປະຕິບັດຕາມພຣະທຳຂອງເຮົາໃນທຸກສິ່ງທີ່ເຈົ້າເວົ້າ ແລະ ກະທຳໄດ້ບໍ? ເມື່ອການທົດລອງແຫ່ງໄຟໄດ້ມາເຖິງເຈົ້າ, ເຈົ້າຈະຄຸເຂົ່າລົງ ແລະ ຮ້ອງອອກມາບໍ? ຫຼື ເຈົ້າຈະຫົດໝອບ ໂດຍທີ່ບໍ່ສາມາດກ້າວໄປຂ້າງໜ້າບໍ? ເຈົ້າຕ້ອງມີຄວາມກ້າຫານຂອງເຮົາໃນຕົວເຈົ້າ ແລະ ເຈົ້າຕ້ອງມີຫຼັກການ ເມື່ອເວົ້າເຖິງການພົບກັບຍາດພີ່ນ້ອງທີ່ບໍ່ມີຄວາມເຊື່ອ. ຢ່າງໃດກໍ່ຕາມ, ເພື່ອເຫັນແກ່ເຮົາ, ເຈົ້າຕ້ອງບໍ່ຍອມແພ້ໃຫ້ກັບກຳລັງແຫ່ງຄວາມມືດເຊັ່ນກັນ. ຈົ່ງເພິ່ງພາສະຕິປັນຍາຂອງເຮົາເພື່ອຍ່າງຕາມເສັ້ນທາງທີ່ສົມບູນ; ຢ່າປ່ອຍໃຫ້ແຜນການໃດໆຂອງຊາຕານເລີ່ມມີຜົນ. ຈົ່ງທຸ້ມເທຄວາມພະຍາຍາມທັງໝົດຂອງເຈົ້າໃສ່ໃນການວາງຫົວໃຈຂອງເຈົ້າຕໍ່ໜ້າເຮົາ ແລະ ເຮົາຈະປອບໃຈເຈົ້າ
- [ບົດທີ 9](https://lo.kingdomsalvation.org/ninth-utterance.html) - ເຮົາຕ້ອງການເຕືອນເຈົ້າວ່າ ການສົງໄສ ຫຼື ການປະໝາດແມ່ນແຕ່ໜ້ອຍດຽວກ່ຽວກັບພຣະທໍາຂອງເຮົາແມ່ນບໍ່ສາມາດຮັບໄດ້. ເຈົ້າຕ້ອງໃສ່ໃຈ ແລະ ເຊື່ອຟັງ ແລະ ປະຕິບັດຕາມເຈດຕະນາຂອງເຮົາ. ເຈົ້າຕ້ອງຕື່ນຕົວຢູ່ສະເໝີ ແລະ ຢ່າສະແດງນິໄສອວດດີ ແລະ ຄິດວ່າຕົນເອງຊອບທຳຈັກເທື່ອ: ເຈົ້າຕ້ອງເພິ່ງພາເຮົາເພື່ອກໍາຈັດອຸປະນິໄສເກົ່າ, ອຸປະນິໄສໂດຍທຳມະຊາດທີ່ຕິດຝັງຢູ່ພາຍໃນຕົວເຈົ້ານັ້ນອອກໄປ. ເຈົ້າຄວນມີຄວາມສາມາດຮັກສາສະພາບປົກກະຕິຕໍ່ໜ້າເຮົາ ແລະ ມີອຸປະນິໄສທີ່ໝັ້ນຄົງ. ຄວາມຄິດຂອງເຈົ້າຕ້ອງມີສະຕິ ແລະ ຊັດເຈນ ແລະ ບໍ່ຄວນຖືກຈໍາກັດ ຫຼື ຖືກຄວບຄຸມໂດຍຄົນໃດຄົນໜຶ່ງ, ເຫດການໃດໜຶ່ງ ຫຼື ສິ່ງໃດໜຶ່ງ. ເຈົ້າຄວນສາມາດມີຄວາມສະຫງົບຢູ່ຕໍ່ໜ້າເຮົາສະເໝີ ແລະ ຮັກສາຄວາມໃກ້ຊິດ ແລະ ການສົນທະນາກັບເຮົາຢ່າງຕໍ່ເນື່ອງ. ເຈົ້າຕ້ອງສະແດງກໍາລັງ ແລະ ກະດູກສັນຫຼັງຂອງເຈົ້າ ແລະ ຍຶດໝັ້ນໃນຄຳພະຍານຂອງເຈົ້າທີ່ມີຕໍ່ເຮົາ; ຈົ່ງລຸກຂຶ້ນ ແລະ ເວົ້າເພື່ອເຮົາ ແລະ ຢ່າຢ້ານສິ່ງທີ່ຄົນອື່ນຈະເວົ້າ. ຈົ່ງຕອບສະໜອງຕໍ່ເຈດຕະນາຂອງເຮົາ ແລະ ຢ່າປ່ອຍໃຫ້ຄົນອື່ນຈໍາກັດເຈົ້າ. ສິ່ງທີ່ເຮົາເປີດເຜີຍໃຫ້ກັບເຈົ້າຕ້ອງຖືກປະຕິບັດຕາມເຈດຕະນາຂອງເຮົາ ແລະ ບໍ່ສາມາດຊັກຊ້າໄດ້. ໃນສ່ວນເລິກຂອງເຈົ້າ ເຈົ້າຮູ້ສຶກແນວໃດ? ເຈົ້າອຶດອັດ ແມ່ນບໍ່? ເຈົ້າຈະເຂົ້າໃຈ.
- [ບົດທີ 8](https://lo.kingdomsalvation.org/eighth-utterance.html) - ນັບຕັ້ງແຕ່ເວລາທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ ກໍຄືກະສັດຂອງລາຊະອານາຈັກ ໄດ້ຮັບການເປັນພະຍານ, ຂອບເຂດຂອງການຄຸ້ມຄອງຂອງພຣະເຈົ້າໄດ້ຖືກເປີດເຜີຍ ໄປຢ່າງຄົບຖ້ວນທົ່ວທັງຈັກກະວານທັງປວງ ການປາກົດຕົວຂອງພຣະເຈົ້າບໍ່ພຽງແຕ່ໄດ້ຮັບການເປັນພະຍານຢູ່ປະເທດຈີນເທົ່ານັ້ນ ແຕ່ຊື່ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຮັບການເປັນພະຍານໃນທຸກປະເທດ ແລະ ທຸກແຫ່ງຫົນ. ພວກເຂົາທຸກຄົນ ກຳລັງຮ້ອງເອີ້ນຊື່ອັນບໍລິສຸດ, ສະແຫວງຫາທີ່ຈະສົນທະນາກັບພຣະເຈົ້າດ້ວຍທຸກວິທີທາງທີ່ເປັນໄປໄດ້, ເຂົ້າໃຈເຈດຕະນາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮັບໃຊ້ພຣະອົງດ້ວຍການຮ່ວມມືໃນຄຣິສຕະຈັກ. ນີ້ແມ່ນວິທີທີ່ໜ້າອັດສະຈັນໃຈທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ພາສາຂອງປະເທດຕ່າງໆນັ້ນແຕກຕ່າງກັນ ແຕ່ມີພຽງພຣະວິນຍານໜຶ່ງດຽວເທົ່ານັ້ນ. ພຣະວິນຍານອົງນີ້ຮວມຄຣິສຕະຈັກຕ່າງໆທົ່ວຈັກກະວານເຂົ້າກັນ ແລະ ເປັນໜຶ່ງດຽວກັບພຣະເຈົ້າແທ້ໆ ໂດຍບໍ່ມີຄວາມແຕກຕ່າງກັນແມ່ນແຕ່ໜ້ອຍເລີຍ. ນີ້ແມ່ນສິ່ງທີ່ບໍ່ຕ້ອງສົງໄສເລີຍ. ຕອນນີ້ ພຣະວິນຍານບໍລິສຸດເອີ້ນຫາພວກເຂົາ ແລະ ສຽງຂອງພຣະອົງປຸກພວກເຂົາໃຫ້ຕື່ນ. ນີ້ແມ່ນສຽງແຫ່ງຄວາມເມດຕາຂອງພຣະເຈົ້າ. ພວກເຂົາທຸກຄົນກຳລັງຮ້ອງຫານາມອັນບໍລິສຸດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກເຂົາຍັງໃຫ້ການສັນລະເສີນ ແລະ ພວກເຂົາຮ້ອງເພງ. ບໍ່ເຄີຍມີການບ່ຽງເບນໃດໆໃນພາລະກິດຂອງພຣະວິນຍານບໍລິສຸດ; ຄົນເຫຼົ່ານີ້ໄປໄກເພື່ອກ້າວໄປສູ່ເສັ້ນທາງທີ່ຖືກຕ້ອງ, ພວກເຂົາບໍ່ຍອມຖອຍຫຼັງ ເພາະສິ່ງມະຫັດສະຈັນກອງຢູ່ເທິງສິ່ງມະຫັດສະຈັນ. ນີ້ແມ່ນບາງສິ່ງທີ່ຜູ້ຄົນເຫັນວ່າຍາກທີ່ຈະຈິນຕະນາການໄດ້ ແລະ ເປັນໄປບໍ່ໄດ້ທີ່ຈະຄາດເດົາອອກ. ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນກະສັດຂອງຊີວິດໃນຈັກກະວານ! ພຣະອົງປະທັບນັ່ງຢູ່ເທິງບັນລັງອັນມີສະຫງ່າລາສີ ແລະ ພິພາກສາໂລກ, ຄອບຄອງທຸກສິ່ງ ແລະ ປົກຄອງທຸກຊາດ; ທຸກຄົນຄຸເຂົ່າລົງຕໍ່ພຣະອົງ, ອະທິຖານຫາພຣະອົງ, ເຂົ້າໃກ້ພຣະອົງ ແລະ ສື່ສານກັບພຣະອົງ. ບໍ່ວ່າເຈົ້າໄດ້ເຊື່ອໃນພຣະເຈົ້າມາດົນປານໃດກໍຕາມ, ບໍ່ວ່າສະຖານະຂອງເຈົ້າຈະສູງພຽງໃດ ຫຼື ບໍ່ວ່າຄວາມອາວຸໂສຂອງເຈົ້າຈະມີຫຼາຍພຽງໃດກໍຕາມ,
- [ບົດທີ 7](https://lo.kingdomsalvation.org/seventh-utterance.html) - ການເກີດຂຶ້ນຂອງສະພາບແວດລ້ອມທີ່ຢູ່ອ້ອມຂ້າງພວກເຮົາເລັ່ງໃຫ້ພວກເຮົາຖອນກັບຄືນສູ່ວິນຍານ. ຢ່າປະພຶດດ້ວຍຫົວໃຈທີ່ແຂງກະດ້າງ ໂດຍບໍ່ສົນໃຈວ່າພຣະວິນຍານບໍລິສຸດກັງວົນ ຫຼື ບໍ່ ແລະ ຢ່າພະຍາຍາມເຮັດວ່າໂຕສະຫຼາດ. ຢ່າອີ່ມອົກອີ່ມໃຈ ແລະ ພໍໃຈໃນຕົນເອງ ຫຼື ໃຫ້ຄວາມສຳຄັນຫຼາຍເກີນໄປກັບຄວາມລຳບາກຂອງເຈົ້າເອງ. ສິ່ງດຽວທີ່ຕ້ອງເຮັດກໍຄືການນະມັດສະການພຣະເຈົ້າດ້ວຍຫົວໃຈ ແລະ ຄວາມຊື່ສັດ. ເຈົ້າບໍ່ສາມາດປະພຣະທຳຂອງພຣະເຈົ້າໄວ້ເບື້ອງຫຼັງ ຫຼື ເຮັດຫູທວນລົມໃສ່ພຣະທຳເຫຼົ່ານັ້ນ; ເຈົ້າຕ້ອງພິຈາລະນາພວກມັນຢ່າງຮອບຄອບ, ເຮັດຊໍ້າການອະທິຖານ-ການອ່ານຂອງເຈົ້າ ແລະ ເຂົ້າໃຈເຖິງຊີວິດທີ່ຢູ່ພາຍໃນພຣະທຳ. ຢ່າມີສ່ວນຮ່ວມໃນສິ່ງທີ່ໄຮ້ປະໂຫຍດໂດຍກືນກິນພວກມັນຢ່າງໂລພາ ໂດຍບໍ່ໃຫ້ເວລາຕົນເອງໄດ້ຍ່ອຍພວກມັນ. ເຈົ້າອີງໃສ່ພຣະທຳຂອງພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດບໍ? ຢ່າເວົ້າຢ່າງໂອ້ອວດຄືກັບເດັກນ້ອຍ ແລະ ຫຼັງຈາກນັ້ນກໍສັບສົນໝົດເມື່ອໃດກໍຕາມທີ່ບັນຫາເກີດຂຶ້ນ. ເຈົ້າຕ້ອງຝຶກວິນຍານຂອງເຈົ້າທຸກຊົ່ວໂມງໃນທຸກມື້; ຢ່າຫຼຸດຄວາມເຂັ້ມງວດລົງແມ່ນແຕ່ຊ່ວງເວລາດຽວ. ເຈົ້າຕ້ອງມີວິນຍານທີ່ກະຕືລືລົ້ນ. ບໍ່ວ່າເຈົ້າອາດຜະເຊີນກັບຜູ້ໃດ, ເຫດການໃດ ຫຼື ສິ່ງໃດກໍຕາມ, ຖ້າເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ, ເຈົ້າຈະມີເສັ້ນທາງໃຫ້ຕິດຕາມ. ເຈົ້າຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າທຸກມື້, ຊອກຫາຄວາມໝາຍຂອງພຣະທຳເຫຼົ່ານີ້ ໂດຍບໍ່ປ່ອຍປະລະເລີຍ, ໃຫ້ພະຍາຍາມຫຼາຍຂຶ້ນ, ເຮັດໃຫ້ສິ່ງຕ່າງໆຖືກຕ້ອງຈົນເຖິງລາຍລະອຽດສຸດທ້າຍ ແລະ ເຮັດໃຫ້ຕົນເອງພຽບພ້ອມດ້ວຍຄວາມຈິງຢ່າງຄົບຖ້ວນ ເພື່ອຫຼີກລ່ຽງການເຂົ້າໃຈເຈດຕະນາຂອງພຣະເຈົ້າຢ່າງຜິດໆ. ເຈົ້າຕ້ອງຂະຫຍາຍຂອບເຂດປະສົບການຂອງເຈົ້າ ແລະ ແນໃສ່ການຜະເຊີນກັບພຣະທຳຂອງພຣະເຈົ້າ. ຜ່ານທາງປະສົບການ, ເຈົ້າຈະສາມາດແນ່ໃຈຫຼາຍຂຶ້ນກ່ຽວກັບພຣະເຈົ້າ; ຫາກປາສະຈາກປະສົບການ, ການອ້າງວ່າໝັ້ນໃຈໃນພຣະອົງກໍເປັນພຽງຊຸດຄຳເວົ້າທີ່ວ່າງເປົ່າເທົ່ານັ້ນ. ພວກເຮົາຕ້ອງຊັດເຈນ!
- [ບົດທີ 6](https://lo.kingdomsalvation.org/sixth-utterance.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເຈົ້ານາຍຂອງສິ່ງທັງປວງ, ມີລິດອຳນາດແບບກະສັດຂອງພຣະອົງຈາກບັນລັງຂອງພຣະອົງ. ພຣະອົງປົກຄອງເໜືອຈັກກະວານ ແລະ ສິ່ງທັງປວງ ແລະ ພຣະອົງປະຕິບັດໜ້າທີ່ໃນການນໍາພາພວກເຮົາເທິງໂລກທັງປວງ. ໃນທຸກຊ່ວງເວລາ ພວກເຮົາຈະໃກ້ຊິດກັບພຣະອົງ ແລະ ມາຢູ່ຕໍ່ໜ້າພຣະອົງຢ່າງງຽບໆ ບໍ່ເຄີຍພາດແມ່ນແຕ່ຊ່ວງເວລາດຽວ ແລະ ມີບົດຮຽນໃຫ້ພວກເຮົາໄດ້ຮຽນຮູ້ຢູ່ສະເໝີ. ສະພາບແວດລ້ອມອ້ອມຂ້າງ ລວມເຖິງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ເປັນຢູ່ໂດຍການອະນຸຍາດຈາກບັນລັງຂອງພຣະອົງ. ຢ່າປ່ອຍໃຫ້ຄວາມຂັດຂ້ອງໃຈເກີດຂຶ້ນໃນຫົວໃຈຂອງເຈົ້າ ບໍ່ວ່າໃນກໍລະນີໃດກໍຕາມ ຫຼື ພຣະເຈົ້າຈະບໍ່ປະທານພຣະຄຸນຂອງພຣະອົງໃຫ້ແກ່ເຈົ້າ. ເມື່ອຄວາມເຈັບປ່ວຍເກີດຂຶ້ນ, ນີ້ແມ່ນຄວາມຮັກຂອງພຣະເຈົ້າ ແລະ ແນ່ນອນ ເຈດຕະນາດີຂອງພຣະອົງປະກອບຢູ່ພາຍໃນມັນ. ເຖິງແມ່ນເນື້ອໜັງຂອງເຈົ້າອາດຜະເຊີນກັບການທົນທຸກເລັກນ້ອຍ, ບໍ່ໃຫ້ຍອມຮັບແນວຄິດໃດໆຈາກຊາຕານ. ໃຫ້ສັນລະເສີນພຣະເຈົ້າໃນທ່າມກາງຄວາມເຈັບປ່ວຍ ແລະ ມີຄວາມສຸກກັບພຣະເຈົ້າໃນທ່າມກາງການສັນລະເສີນຂອງເຈົ້າ. ຢ່າເສຍໃຈເມື່ອຢູ່ຕໍ່ໜ້າຄວາມເຈັບປ່ວຍ, ໃຫ້ສືບຕໍ່ສະແຫວງຫາອີກຄັ້ງ ແລະ ຢ່າທໍ້ຖອຍ ແລະ ພຣະເຈົ້າຈະສ່ອງແສງເຍື່ອງທາງ ແລະ ໃຫ້ແສງສະຫວ່າງແກ່ເຈົ້າ. ຄວາມເຊື່ອຂອງໂຢບເປັນແນວໃດ? ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນທ່ານໝໍທີ່ມີອຳນາດທັງປວງ! ການອາໄສໃນຄວາມເຈັບປ່ວຍກໍຄືການເຈັບປ່ວຍ, ແຕ່ການອາໄສໃນວິນຍານຄືການສະບາຍດີ. ຕາບໃດທີ່ເຈົ້າຍັງມີໜຶ່ງລົມຫາຍໃຈ, ພຣະເຈົ້າຈະບໍ່ປ່ອຍໃຫ້ເຈົ້າຕາຍ. ພວກເຮົາມີຊີວິດຂອງພຣະຄຣິດທີ່ຟື້ນຄືນຊີບຢູ່ພາຍໃນພວກເຮົາ. ພວກເຮົາຂາດຄວາມເຊື່ອໃນການສະຖິດຂອງພຣະເຈົ້າຢ່າງປະຕິເສດບໍ່ໄດ້: ຂໍໃຫ້ພຣະເຈົ້າໃສ່ຄວາມເຊື່ອທີ່ແທ້ຈິງພາຍໃນພວກເຮົາ. ແນ່ນອນ ພຣະທຳຂອງພຣະເຈົ້າຫວານຊື່ນ! ພຣະທຳຂອງພຣະເຈົ້າຄືຢາທີ່ແຮງ!
- [ບົດທີ 5](https://lo.kingdomsalvation.org/fifth-utterance.html) - ພູເຂົາ ແລະ ແມ່ນໍ້າປ່ຽນແປງ, ສາຍນໍ້າໄຫຼໄປຕາມເສັ້ນທາງຂອງພວກມັນ ແລະ ຊີວິດຂອງມະນຸດບໍ່ມີຄວາມທົນທານຄືກັບແຜ່ນດິນໂລກ ແລະ ທ້ອງຟ້າ. ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນທີ່ເປັນຊີວິດທີ່ຟື້ນຄືນຊີບ ແລະ ຕະຫຼອດໄປເປັນນິດ ເຊິ່ງສືບຕໍ່ຕະຫຼອດໄປຈາກຮຸ່ນສູ່ຮຸ່ນ. ທຸກສິ່ງ ແລະ ທຸກເຫດການຢູ່ໃນມືຂອງພຣະອົງ ແລະ ຊາຕານຢູ່ກ້ອງຕີນຂອງພຣະອົງ. ມື້ນີ້ ມັນແມ່ນການຄັດເລືອກທີ່ກຳນົດໄວ້ລ່ວງໜ້າຂອງພຣະເຈົ້າທີ່ພຣະອົງໄດ້ປົດປ່ອຍພວກເຮົາອອກຈາກກຳມືຂອງຊາຕານ. ພຣະອົງເປັນພຣະຜູ້ໄຖ່ຂອງພວກເຮົາຢ່າງແທ້ຈິງ. ແນ່ນອນ ຊີວິດທີ່ຟື້ນຄືນຊີບຊົ່ວນິດນິລັນຂອງພຣະຄຣິດໄດ້ເກີດຂຶ້ນຂ້າງໃນພວກເຮົາ, ດົນບັນດານໃຫ້ພວກເຮົາເຊື່ອມຕໍ່ກັບຊີວິດຂອງພຣະເຈົ້າ, ເພື່ອພວກເຮົາອາດຈະສາມາດມາຢູ່ຕໍ່ໜ້າພຣະອົງຢ່າງແນ່ນອນ, ກິນພຣະອົງ, ດື່ມພຣະອົງ ແລະ ຊື່ນຊົມພຣະອົງ. ນີ້ຄືການຖວາຍທີ່ບໍ່ເຫັນແກ່ຕົວທີ່ພຣະເຈົ້າໄດ້ມອບໃຫ້ໂດຍຈ່າຍລາຄາດ້ວຍເລືອດຈາກຫົວໃຈຂອງພຣະອົງ. ລະດູການຜ່ານມາ ແລະ ຜ່ານໄປ, ຜ່ານລົມ ແລະ ນໍ້າກ້າມ, ປະສົບກັບຄວາມທົນທຸກ, ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນຢ່າງຫຼວງຫຼາຍໃນຊີວິດ, ການປະຕິເສດ ແລະ ການໃສ່ຮ້າຍຂອງໂລກຢ່າງໜັກ, ການກ່າວໂທດທີ່ຜິດໆຫຼາຍຢ່າງຈາກລັດຖະບານ ແລະ ເຖິງຢ່າງໃດກໍຕາມ ຄວາມເຊື່ອຂອງພຣະເຈົ້າ ຫຼື ຄວາມຕັ້ງໃຈຂອງພຣະອົງກໍບໍ່ຫຼຸດນ້ອຍຖອຍລົງແມ່ນແຕ່ໜ້ອຍເລີຍ. ອຸທິດຕົນໝົດຫົວໃຈຕໍ່ຄວາມປະສົງຂອງພຣະເຈົ້າ ແລະ ຕໍ່ການຄຸ້ມຄອງ ແລະ ແຜນການຂອງພຣະເຈົ້າ, ເພື່ອວ່າພວກມັນອາດຖືກເຮັດໃຫ້ສຳເລັດ, ພຣະອົງກໍານົດຊີວິດຂອງພຣະອົງເອງໄວ້ຕ່າງຫາກ.
- [ບົດທີ 4](https://lo.kingdomsalvation.org/fourth-utterance.html) - ພວກເຮົາຈະເຝົ້າເບິ່ງ ແລະ ລໍຄອຍເປັນໄລຍະໄລຍະ, ສະຫງົບໃນຈິດໃຈ ແລະ ສະແຫວງຫາດ້ວຍຫົວໃຈທີ່ບໍລິສຸດ. ບໍ່ວ່າຫຍັງຈະເກີດຂຶ້ນກັບພວກເຮົາກໍຕາມ, ພວກເຮົາຈະບໍ່ເຂົ້າຮ່ວມໃນການສົນທະນາຢ່າງຫຼັບຫູຫຼັບຕາ. ພວກເຮົາພຽງແຕ່ຕ້ອງສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ຮ່ວມໃນການສົນທະນາກັບພຣະອົງຢູ່ຢ່າງສະໝໍ່າສະເໝີ ແລະ ຫຼັງຈາກນັ້ນ ເຈດຕະນາຂອງພຣະອົງກໍຈະຖືກເປີດເຜີຍໃຫ້ແກ່ພວກເຮົາຢ່າງແນ່ນອນ. ພາຍໃນຈິດໃຈ, ພວກເຮົາຕ້ອງກຽມພ້ອມທີ່ຈະແຍກແຍະຢູ່ຕະຫຼອດເວລາ ແລະ ພວກເຮົາຕ້ອງມີຈິດໃຈທີ່ກະຕືລືລົ້ນ ແລະ ໝັ້ນຄົງ. ພວກເຮົາຕ້ອງຕັກຈາກນໍ້າແຫ່ງຊີວິດຕໍ່ໜ້າພຣະເຈົ້າ ເຊິ່ງເປັນນໍ້າທີ່ບຳລຸງລ້ຽງ ແລະ ເຕີມເຕັມຈິດໃຈທີ່ແຫ້ງແລ້ງຂອງພວກເຮົາ. ພວກເຮົາຕ້ອງກຽມພ້ອມຢູ່ຕະຫຼອດເວລາເພື່ອຊໍາລະລ້າງອຸປະນິໄສແບບຊາຕານຂອງພວກເຮົາອອກຈາກພວກເຮົາເອງ ເຊິ່ງນັ້ນກໍຄືການຖືວ່າຕົນເອງຊອບທຳ, ຄວາມອວດດີ, ຄວາມທະນົງຕົວ ແລະ ຄວາມພໍໃຈໃນຕົນເອງ. ພວກເຮົາຕ້ອງເປີດຫົວໃຈຂອງພວກເຮົາເພື່ອຮັບເອົາພຣະທຳຂອງພຣະເຈົ້າ ແລະ ເລີ່ມລົງມືປະຕິບັດໂດຍອີງຕາມພຣະທຳຂອງພຣະອົງ. ພວກເຮົາຕ້ອງຜະເຊີນ ແລະ ໝັ້ນໃຈໃນພຣະທຳຂອງພຣະອົງ ແລະ ບັນລຸຄວາມເຂົ້າໃຈກ່ຽວກັບພຣະທຳຂອງພຣະອົງ, ປ່ອຍໃຫ້ພຣະທຳຂອງພຣະອົງກາຍມາເປັນຊີວິດຂອງພວກເຮົາ. ນີ້ຄືໂອກາດທີ່ດີຂອງພວກເຮົາ! ມີແຕ່ເມື່ອພວກເຮົາດຳລົງຊີວິດຕາມພຣະທຳຂອງພຣະເຈົ້າເທົ່ານັ້ນ ພວກເຮົາຈຶ່ງຈະມີໄຊຊະນະ! ບັດນີ້ ແນວຄິດຂອງພວກເຮົາເປັນຕາເບື່ອເກີນໄປ ແລະ ພວກເຮົາເວົ້າຢ່າງບໍ່ຈິງໃຈ ແລະ ປະພຶດຢ່າງບໍ່ຮອບຄອບ, ບໍ່ສາມາດທີ່ຈະປະຕິບັດຕາມພຣະວິນຍານ. ມື້ນີ້ບໍ່ຄືກັບທີ່ມັນເຄີຍເປັນໃນອະດີດ. ພາລະກິດຂອງພຣະວິນຍານບໍລິສຸດເຄື່ອນໄຫວໄປທາງໜ້າດ້ວຍຄວາມໄວຫຼາຍ. ພວກເຮົາຕ້ອງປະສົບກັບພຣະທຳຂອງພຣະເຈົ້າຢ່າງລະອຽດ; ທຸກແນວຄິດ ແລະ ທຸກຄວາມຄິດ,
- [ບົດທີ 2](https://lo.kingdomsalvation.org/second-utterance.html) - ຄຣິສຕະຈັກແຫ່ງຟິລາເດັນເຟຍໄດ້ກໍ່ຕົວຂຶ້ນ ເຊິ່ງກໍເນື່ອງຈາກຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າທັງສິ້ນ. ຫົວໃຈທີ່ຮັກພຣະເຈົ້າໄດ້ເກີດຂຶ້ນໃນຫົວໃຈຂອງໄພ່ພົນຈຳນວນຫຼວງຫຼາຍ ແລະ ພວກເຂົາບໍ່ລັງເລໃຈໃນການເດີນທາງຝ່າຍວິນຍານຂອງພວກເຂົາ. ພວກເຂົາຍຶດໝັ້ນໃນຄວາມເຊື່ອຂອງພວກເຂົາທີ່ວ່າ ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ກາຍມາເປັນເນື້ອໜັງ, ພຣະອົງເປັນເຈົ້ານາຍແຫ່ງຈັກກະວານ, ເປັນຜູ້ບັນຊາການສິ່ງທັງປວງ: ພຣະວິນຍານບໍລິສຸດໄດ້ຢືນຢັນເຖິງສິ່ງນີ້, ມັນບໍ່ສາມາດເຄື່ອນຍ້າຍໄດ້ເຊັ່ນດຽວກັບພູເຂົາ! ແລ້ວມັນຈະບໍ່ປ່ຽນແປງຈັກເທື່ອ! ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ມື້ນີ້ ແມ່ນພຣະອົງທີ່ໄດ້ເປີດຕາຝ່າຍວິນຍານຂອງພວກຂ້ານ້ອຍ, ເຮັດໃຫ້ຄົນຕາບອດເຫັນຮຸ່ງ, ໃຫ້ຄົນອໍາມະພາດຍ່າງໄດ້ ແລະ ຄົນຂີ້ທູດໄດ້ຮັບການຮັກສາ. ແມ່ນພຣະອົງທີ່ໄດ້ເປີດປ່ອງຢ້ຽມຂອງສະຫວັນ, ເຮັດໃຫ້ພວກຂ້ານ້ອຍໄດ້ເຫັນຄວາມເລິກລັບຂອງໂລກຝ່າຍວິນຍານ. ເມື່ອຖືກຊຶມເຂົ້າໂດຍພຣະທຳອັນສັກສິດຂອງພຣະອົງ ແລະ ຖືກຊ່ວຍໃຫ້ລອດພົ້ນຈາກຄວາມເປັນມະນຸດຂອງພວກຂ້ານ້ອຍ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງດັ່ງກ່າວແມ່ນພາລະກິດອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ ແລະ ຄວາມເມດຕາອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ. ພວກຂ້ານ້ອຍເປັນພະຍານຂອງພຣະອົງ! ພຣະອົງໄດ້ລີ້ລັບຢ່າງຖ່ອມຕົນ ແລະ ງຽບໆຕັ້ງແຕ່ດົນແລ້ວ. ພຣະອົງໄດ້ຜ່ານການຟື້ນຄືນມາຈາກຄວາມຕາຍ, ການທົນທຸກຈາກການຖືກຄຶງທີ່ໄມ້ກາງແຂນ, ຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງຊີວິດມະນຸດ ແລະ ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນ; ພຣະອົງໄດ້ປະສົບ ແລະ ຊີມລົດຊາດຄວາມເຈັບປວດຂອງໂລກມະນຸດ ແລະ ພຣະອົງຖືກປະຖິ້ມໂດຍຍຸກດັ່ງກ່າວ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືພຣະເຈົ້າເອງ. ເພື່ອເຫັນແກ່ຄວາມປະສົງຂອງພຣະເຈົ້າ, ພຣະອົງໄດ້ຊ່ວຍພວກຂ້ານ້ອຍຈາກກອງຂີ້ເຫຍື້ອ, ຖືພວກຂ້ານ້ອຍດ້ວຍມືຂວາຂອງພຣະອົງ ແລະ ມອບພຣະຄຸນຂອງພຣະອົງໃຫ້ແກ່ພວກຂ້ານ້ອຍລ້າໆ.
- [ບົດທີ 1](https://lo.kingdomsalvation.org/first-utterance.html) - ຄຳສັນລະເສີນໄດ້ມາເຖິງຊີໂອນ ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. ນາມບໍລິສຸດອັນສະຫງ່າລາສີທີ່ຄົນຫຼວງຫຼາຍສັນລະເສີນ ແລະ ກຳລັງແຜ່ຂະຫຍາຍອອກ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ເຈົ້າແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະອົງຄືດວງຕາເວັນສ່ອງແສງເຫຼືອງເຫຼື້ອມ ທີ່ຂຶ້ນຢູ່ພາຍໃນຈັກກະວານທັງໝົດ, ເໜືອພູຊີໂອນທີ່ສະຫງ່າຜ່າເຜີຍ ແລະ ສະຫງ່າງາມ... ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກຂ້ານ້ອຍເອີ້ນຫາພຣະອົງດ້ວຍຄວາມຕື່ນເຕັ້ນຕັນໃຈ; ພວກຂ້ານ້ອຍເຕັ້ນລຳ ແລະ ຮ້ອງເພງ. ພຣະອົງເປັນພຣະຜູ້ໄຖ່ຂອງພວກຂ້ານ້ອຍແທ້ໆ, ເປັນກະສັດອົງຍິ່ງໃຫຍ່ແຫ່ງຈັກກະວານ! ພຣະອົງໄດ້ສ້າງກຸ່ມຜູ້ຊະນະ ແລະ ບັນລຸແຜນການຄຸ້ມຄອງຂອງພຣະເຈົ້າ. ທຸກຄົນຈະຫຼັ່ງໄຫຼໄປສູ່ພູເຂົານີ້. ທຸກຄົນຈະຄຸເຂົ່າລົງຕໍ່ໜ້າບັນລັງ! ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ ແລະ ພຣະອົງສົມຄວນໄດ້ຮັບສະຫງ່າລາສີ ແລະ ກຽດຕິຍົດ. ສະຫງ່າລາສີ, ຄຳສັນລະເສີນ ແລະ ສິດອຳນາດທັງໝົດຈົ່ງມີແກ່ບັນລັງ! ນໍ້າພຸແຫ່ງຊີວິດຈະຫຼັ່ງໄຫຼອອກຈາກບັນລັງ, ຫົດນໍ້າ ແລະ ລໍ່ລ້ຽງຜູ້ຄົນຈຳນວນຫຼວງຫຼາຍຂອງພຣະເຈົ້າ. ຊີວິດປ່ຽນແປງໃນແຕ່ລະມື້; ແສງສະຫວ່າງ ແລະ ການເປີດເຜີຍໃໝ່ຕິດຕາມພວກເຮົາ, ໃຫ້ຄວາມເຂົ້າໃຈໃໝ່ກ່ຽວກັບພຣະເຈົ້າຢ່າງຕໍ່ເນື່ອງ. ໃນທ່າມກາງປະສົບການ, ພວກເຮົາໄດ້ມາເຖິງຄວາມໝັ້ນໃຈຢ່າງສົມບູນກ່ຽວກັບພຣະເຈົ້າ. ພຣະທຳຂອງພຣະອົງຖືກເຮັດໃຫ້ປະຈັກແຈ້ງຕະຫຼອດເວລາ, ເຮັດໃຫ້ປະຈັກແຈ້ງພາຍໃນຄົນທີ່ຖືກຕ້ອງ. ພວກເຮົາໄດ້ຮັບພອນຫຼາຍແທ້ໆ! ພົບກັບພຣະເຈົ້າເຊິ່ງໜ້າໃນແຕ່ລະມື້, ສື່ສານກັບພຣະເຈົ້າກ່ຽວກັບທຸກສິ່ງ ແລະ ມອບອຳນາດອະທິປະໄຕເໜືອທຸກສິ່ງໃຫ້ແກ່ພຣະເຈົ້າ. ພວກເຮົາໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ,
- [ບົດນໍາ](https://lo.kingdomsalvation.org/introduction-words.html) - ໃນວັນທີ 11 ກຸມພາ ປີ 1991, ພຣະເຈົ້າໄດ້ກ່າວພຣະຄຳຂອງພຣະອົງເປັນຄັ້ງທຳອິດໃນຄຣິສຕະຈັກ ແລະ ພຣະຄຳນີ້ກໍມີຜົນພິເສດຕໍ່ທຸກຄົນທີ່ດຳລົງຊີວິດຢູ່ໃນກະແສຂອງພຣະວິນຍານບໍລິສຸດໃນເວລານັ້ນ. ພຣະຄຳຂໍ້ນີ້ໄດ້ກ່າວວ່າ “ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ” ແລະ “ເຈົ້ານາຍແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະອົງຄືດວງຕາເວັນສ່ອງແສງ”. ດ້ວຍພຣະທຳທີ່ມີຄວາມໝາຍຢ່າງເລິກເຊິ່ງເຫຼົ່ານີ້, ທຸກຄົນແມ່ນໄດ້ຖືກນໍາເຂົ້າສູ່ອານາຈັກໃໝ່. ທຸກຄົນທີ່ໄດ້ອ່ານພຣະຄຳນີ້ຮູ້ສຶກເຖິງການຊີ້ແຈງເຖິງພາລະກິດໃໝ່, ພາລະກິດອັນຍິ່ງໃຫຍ່ທີ່ພຣະເຈົ້າກຳລັງຈະລິເລີ່ມ. ມັນແມ່ນພຣະຄຳທີ່ສວຍງາມ, ນິ້ມນວນ ແລະ ກະທັດຮັດນີ້ທີ່ໄດ້ນໍາພາມະນຸດຊາດທັງປວງເຂົ້າສູ່ພາລະກິດໃໝ່ຂອງພຣະເຈົ້າ ແລະ ເຂົ້າສູ່ຍຸກໃໝ່ ແລະ ວາງພື້ນຖານ ແລະ ກຳນົດຂັ້ນຕອນສຳລັບພາລະກິດຂອງພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງນີ້. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ພຣະຄຳທີ່ພຣະເຈົ້າໄດ້ກ່າວໃນເວລານີ້ແມ່ນພຣະຄຳທີ່ເຊື່ອມຕໍ່ຍຸກຕ່າງໆ, ມັນຄືຄັ້ງທຳອິດນັບຕັ້ງແຕ່ການເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນທີ່ພຣະເຈົ້າໄດ້ກ່າວຢ່າງເປີດເຜີຍຕໍ່ມະນຸດຊາດ, ມັນຄືຄັ້ງທຳອິດທີ່ພຣະອົງໄດ້ກ່າວຫຼັງຈາກທີ່ລີ້ລັບເປັນເວລາສອງພັນປີ ແລະ ຍິ່ງໄປກວ່ານັ້ນ ມັນຄືການເລີ່ມຕົ້ນ, ເປັນຈຸດເລີ່ມຕົ້ນທີ່ສຳຄັນ ສຳລັບພາລະກິດທີ່ພຣະເຈົ້າກຳລັງຈະປະຕິບັດໃນຍຸກແຫ່ງອານາຈັກ. ຄັ້ງທຳອິດທີ່ພຣະເຈົ້າກ່າວພຣະຄຳ, ພຣະອົງກ່າວໃນລັກສະນະຄຳສັນລະເສີນຈາກທັດສະນະຂອງບຸກຄົນທີສາມ, ໃນພາສາທີ່ທັງສະຫງ່າງາມ ແລະ ລຽບງ່າຍ, ພ້ອມທັງການສະໜອງຊີວິດທີ່ເຂົ້າໃຈໄດ້ໂດຍທັນທີ ແລະ ຢ່າງງ່າຍດາຍ. ດ້ວຍສິ່ງນີ້, ພຣະອົງຈຶ່ງເອົາຜູ້ຄົນກຸ່ມນ້ອຍນີ້, ຜູ້ທີ່ຮູ້ຈັກພຽງແຕ່ຮັບເອົາພຣະຄຸນຂອງພຣະອົງ ໃນຂະນະທີ່ກຳລັງລໍຖ້າການກັບຄືນມາຂອງພຣະເຢຊູເຈົ້າຢ່າງຮ້ອນຮົນ ແລະ ນໍາພວກເຂົາເຂົ້າສູ່ອີກຂັ້ນຕອນໜຶ່ງຂອງພາລະກິດໃນແຜນການຄຸ້ມຄອງຂອງພຣະເຈົ້າຢ່າງງຽບໆ. ພາຍໃຕ້ສະຖານະການເຫຼົ່ານີ້, ມະນຸດຊາດບໍ່ຮູ້ຫຍັງເລີຍ ແລະ ແຮງໄກທີ່ຈະກ້າຈິນຕະນາການວ່າ
- [ຄວາມໝາຍຂອງການສະແຫວງຫາຄວາມຈິງ (4)](https://lo.kingdomsalvation.org/what-it-is-to-pursue-the-truth-4.html) - ພວກເຮົາມາເລີ່ມທົບທວນສິ່ງທີ່ພວກເຮົາໄດ້ໂອ້ລົມກັນໃນການເຕົ້າໂຮມຄັ້ງກ່ອນຂອງພວກເຮົາກັນເທາະ. (ໃນການເຕົ້າໂຮມຄັ້ງກ່ອນຂອງພວກເຮົາ, ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ “ຄວາມໝາຍຂອງການສະແຫວງຫາຄວາມຈິງ”. ພວກເຮົາໄດ້ໃຫ້ຄວາມສຳຄັນກັບຄຳຖາມນີ້ກ່ອນ: “ເນື່ອງຈາກສິ່ງຕ່າງໆທີ່ຜູ້ຄົນຖືວ່າດີ ແລະ ຖືກຕ້ອງນັ້ນບໍ່ແມ່ນຄວາມຈິງ, ເປັນຫຍັງຄົນຈຶ່ງຍັງຍຶດຕິດກັບສິ່ງເຫຼົ່ານັ້ນຄືກັບວ່າພວກມັນເປັນຄວາມຈິງ ແລະ ຄິດວ່າໃນການເຮັດເຊັ່ນນັ້ນ ພວກເຂົາກຳລັງສະແຫວງຫາຄວາມຈິງ?” ພຣະອົງໄດ້ໃຫ້ເຫດຜົນສາມຢ່າງສຳລັບສິ່ງນີ້. ພຣະອົງເວົ້າກ່ຽວກັບເຫດຜົນທຳອິດເປັນຫຼັກ, ເຊິ່ງກ່ຽວກັບວ່າແມ່ນຫຍັງຄືສິ່ງທີ່ຜູ້ຄົນຖືວ່າດີ ແລະ ຖືກຕ້ອງໃນແນວຄິດຂອງພວກເຂົາແທ້ໆ.) ໃນການເຕົ້າໂຮມຄັ້ງກ່ອນຂອງພວກເຮົາ, ພວກເຮົາໄດ້ໂອ້ລົມກ່ຽວກັບເຫດຜົນທຳອິດເປັນຫຼັກ. ພວກເຮົາໄດ້ເວົ້າເຖິງສິ່ງຕ່າງໆທີ່ຄົນຖືວ່າດີ ແລະ ຖືກຕ້ອງໃນແນວຄິດຂອງພວກເຂົາ ແລະ ພວກເຮົາໄດ້ແຍກສິ່ງເຫຼົ່ານັ້ນອອກເປັນສອງໝວດໝູ່ທີ່ກວ້າງ: ໝວດໝູ່ທຳອິດແມ່ນ “ພຶດຕິກຳທີ່ດີ”, ໝວດໝູ່ທີສອງແມ່ນ “ຄວາມປະພຶດທາງສິນທຳທີ່ດີ”. ໂດຍລວມແລ້ວ, ເຮົາໄດ້ຍົກຫົກຕົວຢ່າງສຳລັບໝວດໝູ່ທຳອິດຂອງ “ພຶດຕິກຳທີ່ດີ”: ການມີການສຶກສາດີ ແລະ ມີເຫດຜົນ, ການເປັນຄົນອ່ອນໂຍນ ແລະ ສຸພາບຮຽບຮ້ອຍ, ການເປັນຄົນນອບນ້ອມ, ການເຄົາລົບຜູ້ອາວຸໂສ ແລະ ດູແລຄົນໜຸ່ມ, ການມີອັດທະຍາໄສດີ ແລະ ການເປັນຄົນທີ່ສາມາດເຂົ້າເຖິງໄດ້. ພວກເຮົາຍັງບໍ່ໄດ້ໂອ້ລົມກ່ຽວກັບໝວດໝູ່ທີສອງເທື່ອ ນັ້ນກໍ່ຄື “ຄວາມປະພຶດທາງສິນທຳທີ່ດີ”. ມີບັນຫາບາງຢ່າງທີ່ພວກເຮົາຕ້ອງທົບທວນໜ້ອຍໜຶ່ງຫຼັງຈາກທີ່ໂອ້ລົມກ່ຽວກັບພວກມັນ, ສະສາງບັນຫາ ແລະ ຊີ້ແຈງຄວາມຈິງ ແລະ ຫຼັກການໃນການໂອ້ລົມຄັ້ງນັ້ນ, ແລ້ວເຮັດໃຫ້ທຸກສິ່ງຊັດເຈນ ແລະ
- [ຄວາມໝາຍຂອງການສະແຫວງຫາຄວາມຈິງ (3)](https://lo.kingdomsalvation.org/what-it-is-to-pursue-the-truth-3.html) - ທຸກມື້ນີ້, ຄົນທີ່ປະຕິບັດໜ້າທີ່ແມ່ນຫຍຸ້ງຫຼາຍຂຶ້ນເລື້ອຍໆ. ພວກເຂົາຮູ້ສຶກວ່າເວລາຜ່ານໄປໄວເຫຼືອເກີນ, ວ່າບໍ່ມີເວລາພຽງພໍ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ຂໍ້ແທ້ຈິງຄືມັນເປັນເພາະຕອນນີ້ພວກເຂົາເຂົ້າໃຈຄວາມຈິງ ແລະ ມີການຢັ່ງຮູ້ໃນຫຼາຍເລື່ອງ. ຄວາມສຳນຶກເຖິງຄວາມຮັບຜິດຊອບມີຄວາມສຳຄັນສຳລັບພວກເຂົາຫຼາຍຂຶ້ນເລື້ອຍໆ ແລະ ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາຢ່າງບາກບັ່ນຍິ່ງຂຶ້ນ, ເຮັດວຽກງານລະອຽດຫຼາຍຍິ່ງຂຶ້ນ. ສະນັ້ນພວກເຂົາຈຶ່ງຮູ້ສຶກວ່າມີໜ້າທີ່ອີກຫຼາຍທີ່ພວກເຂົາຄວນປະຕິບັດ. ນັ້ນຄືເຫດຜົນທີ່ວ່າເປັນຫຍັງພວກເຮົາຈຶ່ງຫຍຸ້ງກັບໜ້າທີ່ຂອງພວກເຂົາຫຼາຍຍິ່ງຂຶ້ນ. ແລ້ວນອກຈາກນັ້ນ, ທຸກໆມື້ ຄົນສ່ວນໃຫຍ່ທີ່ປະຕິບັດໜ້າທີ່ຍັງຕ້ອງອ່ານພຣະທຳຂອງພຣະເຈ້ົາ ແລະ ໂອ້ລົມກ່ຽວກັບຄວາມຈິງ. ພວກເຂົາຕ້ອງໄຕ່ຕອງກ່ຽວກັບຕົນເອງ ແລະ ເມື່ອເກີດບັນຫາຂຶ້ນກັບພວກເຂົາ, ພວກເຂົາກໍຕ້ອງສະແຫວງຫາຄວາມຈິງເພື່ອແກ້ໄຂມັນ. ພວກເຂົາຕ້ອງຮຽນຮູ້ທັກສະວິຊາຊີບບາງຢ່າງເຊັ່ນກັນ. ພວກເຂົາຮູ້ສຶກຢູ່ສະເໝີວ່າບໍ່ມີເວລາທີ່ພຽງພໍ, ແຕ່ລະມື້ຜ່ານໄປໄວເຫຼືອເກີນ. ໃນຕອນກາງຄືນ, ພວກເຂົາຄິດທົບທວນສິ່ງທີ່ພວກເຂົາເຮັດໃນມື້ນັ້ນ ແລະ ພວກເຂົາຄິດໄດ້ວ່າສິ່ງທີ່ພວກເຂົາເຮັດນັ້ນບໍ່ໄດ້ມີຄຸນຄ່າຫຼາຍ, ບໍ່ໄດ້ເກີດຫຍັງທີ່ຍິ່ງໃຫຍ່ຈາກສິ່ງນັ້ນ. ພວກເຂົາຮູ້ສຶກວ່າມີວຸດທິພາວະຕໍ່າ ແລະ ບົກຜ່ອງຫຼາຍ ແລະ ພວກເຂົາກະຕືລືລົ້ນທີ່ຈະມີວຸດທິພາວະທີ່ໃຫຍ່ຂຶ້ນໂດຍໄວ. ພວກເຂົາບາງຄົນເວົ້າວ່າ “ເມື່ອໃດຄວາມຫຍຸ້ງວຽກນີ້ຈະຈົບສິ້ນ? ເມື່ອໃດຂ້ອຍຈຶ່ງຈະສາມາດສະຫງົບຫົວໃຈຂອງຂ້ອຍລົງ ແລະ ອ່ານພຣະທຳຂອງພຣະເຈົ້າຢ່າງເໝາະສົມ ແລະ ປະກອບຕົນເອງດ້ວຍຄວາມຈິງຢ່າງເໝາະສົມ? ມີຂໍ້ຈຳກັດນັ້ນໃນສິ່ງທີ່ຂ້ອຍໄດ້ຮັບຈາກການເຕົ້າໂຮມໜຶ່ງ ຫຼື ສອງຄັ້ງຕໍ່ອາທິດ. ພວກເຮົາຄວນເຕົ້າໂຮມກັນຫຼາຍຂຶ້ນ ແລະ ຮັບຟັງຄຳເທດສະໜາຫຼາຍຂຶ້ນ, ນັ້ນຄືວິທີດຽວທີ່ຈະເຂົ້າໃຈຄວາມຈິງ”. ສະນັ້ນພວກເຂົາຈຶ່ງລໍຖ້າ ແລະ ໂຫຍຫາ ແລະ ໃນພິບຕາດຽວ,
- [ກ່ຽວກັບການປະສານງານຢ່າງສະໝານສັນ](https://lo.kingdomsalvation.org/on-harmonious-cooperation.html) - ວິທີການທີ່ຜູ້ຄົນເຮັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າແມ່ນແຕກຕ່າງຈາກວິທີການທີ່ສິ່ງຕ່າງໆຖືກເຮັດທ່າມກາງຜູ້ບໍ່ເຊື່ອຢ່າງສິ້ນເຊີງ. ແມ່ນຫຍັງຄືຄວາມແຕກຕ່າງ? ອ້າຍເອື້ອຍນ້ອງອ່ານພຣະທຳຂອງພຣະເຈົ້າຮ່ວມກັນ ແລະ ເຊື່ອມໂຍງກັນໃນວິຍານ. ພວກເຂົາສາມາດດຳລົງຊີວິດຢ່າງສະໝານສັນ ແລະ ບອກກັນ ແລະ ກັນກ່ຽວກັບສິ່ງທີ່ຢູ່ໃນຄວາມຄິດຂອງພວກເຂົາຢ່າງແທ້ຈິງ. ພວກເຂົາສາມາດໂອ້ລົມຄວາມຈິງກັບກັນ ແລະ ກັນຢ່າງລຽບງ່າຍ ແລະ ຢ່າງເປີດໃຈ. ບໍ່ວ່າໃຜກໍຕາມທີ່ມີຄວາມຫຍຸ້ງຍາກ, ພວກເຂົາກໍສະແຫວງຫາຄວາມຈິງຮ່ວມກັນເພື່ອແກ້ໄຂບັນຫາ, ພວກເຂົາສາມາດບັນລຸຄວາມເປັນໜຶ່ງດຽວກັນໃນວິຍານ ແລະ ພວກເຂົາສາມາດຍອມອ່ອນນ້ອມຕໍ່ໜ້າຄວາມຈິງ ແລະ ຕໍ່ໜ້າພຣະເຈົ້າ. ຜູ້ບໍ່ເຊື່ອແມ່ນແຕກຕ່າງກັນ. ພວກເຂົາລ້ວນມີຄວາມລັບຂອງຕົວເອງ, ພວກເຂົາບໍ່ສື່ສານກັນຢ່າງເປີດເຜີຍ, ພວກເຂົາຕັ່ງທ່າລະວັງກັນ ແລະ ກັນ ແລະ ພວກເຂົາເຖິງກັບວາງແຜນຮ້າຍ ແລະ ແຂ່ງຂັນກັນເອງ. ໃນທີ່ສຸດແລ້ວ, ພວກເຂົາກໍແຍກທາງກັນໃນເງື່ອນໄຂທີ່ບໍ່ດີ ແລະ ເດີນຕາມທາງຂອງຕົນເອງ. ຄວາມແຕກຕ່າງທີ່ໃຫຍ່ທີ່ສຸດລະຫວ່າງການຢູ່ໃນຄຣິສຕະຈັກ ແລະ ການຢູ່ໃນໂລກຂອງຜູ້ບໍ່ເຊື່ອກໍຄື ບັນດາຄົນທີ່ເຊື່ອໃນພຣະເຈົ້າຢ່າງລັບໆສາມາດຍອມຮັບຄວາມຈິງໄດ້. ບໍ່ວ່າໃຜກໍຕາມທີ່ມີບັນຫາ ຫຼື ຄວາມຍຸກຍາກ, ທຸກຄົນກໍສາມາດໂອ້ລົມຢ່າງເປີດເຜີຍ ແລະ ຊ່ວຍເຫຼືອກັນ ແລະ ຖ້າບາງຄົນເຜີຍຄວາມເສື່ອມຊາມອອກມາ, ພວກເຂົາສາມາດໄດ້ຮັບການວິຈານ, ຖືກຈັດການ ແລະ ຖືກລິຮານ, ເພື່ອໃຫ້ບຸກຄົນນີ້ສາມາດກັບໃຈໄດ້. ນີ້ແມ່ນສິ່ງທີ່ໝາຍເຖິງການຮັກກັນ ແລະ
- [ການຈ່າຍລາຄາເພື່ອຮັບເອົາຄວາມຈິງຄືສິ່ງທີ່ມີຄວາມໝາຍຢ່າງຍິ່ງໃຫຍ່](https://lo.kingdomsalvation.org/paying-price-to-gain-truth-is-significant.html) - ຈຸດປະສົງຂອງການເຊື່ອໃນພຣະເຈົ້າແມ່ນເພື່ອຮັບເອົາຄວາມລອດພົ້ນ, ແຕ່ການຮັບເອົາຄວາມລອດພົ້ນເປັນເລື່ອງງ່າຍບໍ? ແມ່ນຫຍັງຄືສິ່ງທີ່ຍາກທີ່ສຸດກ່ຽວກັບມັນ? ມີຫຼາຍຄົນທີ່ບໍ່ສາມາດເຫັນສິ່ງນີ້ໄດ້ຢ່າງຊັດເຈນ, ແຕ່ການຮັບເອົາຄວາມຈິງເປັນສ່ວນທີ່ຫຍຸ້ງຍາກທີ່ສຸດແທ້ໆໃນການຮັບເອົາຄວາມລອດພົ້ນ. ສະນັ້ນ, ການທົນທຸກກັບຄວາມເຈັບປວດຫຼາຍຢ່າງ ແລະ ການຈ່າຍລາຄາເພື່ອທີ່ຈະຮັບເອົາຄວາມຈິງແມ່ນກຸ້ມຄ່າຢູ່ສະເໝີ, ບໍ່ວ່າເຈົ້າຈະໄດ້ຮັບຫຼາຍສໍ່າໃດກໍຕາມ. ສະນັ້ນເຈົ້າຕ້ອງທົນທຸກກັບຫຍັງເພື່ອທີ່ຈະຮັບເອົາຄວາມຈິງ? ເຈົ້າຕ້ອງທົນທຸກຜ່ານການພິພາກສາ ແລະ ການຂ້ຽນຕີ, ການທົດສອບ ແລະ ການຫຼໍ່ຫຼອມ ແລະ ການຖືກລິຮານ ແລະ ການຖືກຈັດການ, ເຈົ້າຕ້ອງທົນທຸກກັບການຂົ່ມເຫັງ ແລະ ຄວາມລຳບາກຍາກແຄ້ນທີ່ເກີດຂຶ້ນຈາກການຕິດຕາມພຣະເຈົ້າ, ເຈົ້າຕ້ອງທົນທຸກຜ່ານການຖືກຂັງຄຸກ ແລະ ການໃສ່ຮ້າຍ ແລະ ການປະນາມຈາກໂລກສາສະໜາ. ເຈ້ົາຕ້ອງອົດກັ້ນກັບຄວາມລຳບາກທັງໝົດນີ້. ຖ້າເຈົ້າສາມາດອົດທົນຜ່ານພວກມັນທັງໝົດ, ເຈົ້າກໍຈະສາມາດຮັບເອົາຄວາມຈິງໄດ້. ໃນຕອນນີ້, ຄົນສ່ວນໃຫຍ່ເຕັມໃຈທີ່ຈະສະແຫວງຫາຄວາມຈິງ. ພວກເຂົາເອົາໃຈໃສ່ກັບການປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ພວກເຂົາຕ້ອງການຝຶກຝົນໃນການປະຕິບັດຄວາມຈິງໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ເພື່ອຮັບເອົາຄວາມຈິງ. ການເຊື່ອໃນພຣະເຈົ້າ ແລະ ການເຮັດໜ້າທີ່ຂອງຄົນໆໜຶ່ງຄືເສັ້ນທາງທີ່ຖືກຕ້ອງໃນຊີວິດ. ມັນເປັນສິ່ງທີ່ຖືກຕ້ອງທີ່ຈະເລືອກເສັ້ນທາງນີ້ ແລະ ມັນເປັນສິ່ງທີ່ຈະໄດ້ຮັບພອນຈາກພຣະເຈົ້າຫຼາຍທີ່ສຸດ. ຜູ້ຄົນສາມາດສະຫຼະຕົນເອງເພື່ອພຣະອົງຢ່າງຈິງໃຈ ແລະ ປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ນີ້ຄືຄວາມກະລຸນາ ແລະ ພອນທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ມີບາງຄົນທີ່ບໍ່ເຫັນຄວາມໝາຍສຳຄັນໃນການປະຕິບັດໜ້າທີ່ຢ່າງຊັດເຈນ, ຄົນທີ່ພະຍາຍາມຕໍ່ລອງກັບພຣະເຈົ້າຢູ່ສະເໝີ. ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບພວກເຂົາກໍຕາມ, ພວກເຂົາສາມາດຖືກຈຳກັດ
- [ເພື່ອໄດ້ຮັບຄວາມຈິງ, ຄົນໆໜຶ່ງຕ້ອງຮຽນຮູ້ຈາກຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຂ້າງ](https://lo.kingdomsalvation.org/gain-truth-learn-from-people-matters-things.html) - ຕອນນີ້, ຄົນທີ່ເຊື່ອໃນພຣະເຈົ້າໝົດໃຈໃຫ້ຄວາມສຳຄັນກັບການເຮັດໜ້າທີ່ຂອງພວກເຂົາຢ່າງດຸໝັ່ນ ແລະ ຕ້ອງການເຮັດໜ້າທີ່ຂອງພວກເຂົາໃຫ້ດີ. ເຖິງຢ່າງໃດກໍຕາມ, ເພາະທຸກຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ພວກເຂົາແຕ່ລະຄົນມີຄວາມຫຍຸ້ງຍາກ ແລະ ຂໍ້ບົກຜ່ອງທີ່ກ່ຽວຂ້ອງຂອງພວກເຂົາເອງ, ມັນຫຍຸ້ງຍາກສຳລັບພວກເຂົາທີ່ຈະເຮັດໜ້າທີ່ຂອງພວກເຂົາຢ່າງເໝາະສົມ, ສິ່ງນັ້ນຈະຮຽກຮ້ອງໃຫ້ພວກເຂົາສະແຫວງຫາ ແລະ ເຮັດວຽກໜັກກ່ຽວກັບຄວາມຈິງ. ເມື່ອຄວາມຫຍຸ້ງຍາກມາເຖິງ, ທຸກຄົນຄວນອະທິຖານຮ່ວມກັນ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງພວກເຂົາຮ່ວມກັນ. ນີ້ຄືຄວາມຮັບຜິດຊອບ ແລະ ໜ້າທີ່ຂອງທຸກຄົນ. ທຸກຄົນມີຄວາມຮັບຜິດຊອບ ແລະ ພັນທະທີ່ຈະເຮັດໜ້າທີ່ຂອງພວກເຂົາໃຫ້ດີ. ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງຄົນໜຶ່ງໂດຍສະເພາະ, ໃນທາງກົງກັນຂ້າມ ມັນຄືຄວາມຮັບຜິດຊອບຮ່ວມຂອງທຸກຄົນ. ສະນັ້ນ, ທຸກຄົນຈຶ່ງຕ້ອງເຮັດວຽກໜັກຮ່ວມກັນ ແລະ ຮຽນຮູ້ທີ່ຈະຮ່ວມມືກັນຢ່າງສະໝານສັນ. ນອກຈາກການປະກອບຕົນເອງດ້ວຍຄວາມຈິງ, ທຸກຄົນຍັງຕ້ອງປະກອບຕົນເອງດ້ວຍຄວາມຮູ້ທາງວິຊາຊີບ, ເຮັດຕາມຈຸດແຂງຂອງພວກເຂົາເອງ, ຮຽນຮູ້ບາງຢ່າງທີ່ເປັນຈິງ, ຮຽນຮູ້ຈາກກັນ ແລະ ພັດທະນາຄວາມອ່ອນແອຂອງພວກເຂົາໂດຍຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໂດຍການເຮັດເຊັ່ນນີ້, ພວກເຂົາຈະໄດ້ມີຜົນຮັບທີ່ດີຂຶ້ນເລື້ອຍໆໃນໜ້າທີ່ຂອງພວກເຂົາ. ເປັນຫຍັງເຈົ້າຈຶ່ງຄິດວ່າມັນຍາກຫຼາຍສຳລັບຜູ້ບໍ່ເຊື່ອທີ່ຈະເຮັດຫຍັງ ແລະ ເປັນຫຍັງອຸປະສັກຂອງພວກເຂົາຈຶ່ງມີຫຼາຍ? ມັນເປັນເພາະຜູ້ຄົນມີທຳມະຊາດທີ່ຊົ່ວຳຮ້າຍ; ພວກເຂົາທຸກຄົນໃຊ້ຊີວິດຕາມອຸປະນິໄສທີ່ເສື່ອມຊາມ, ຕ້ອງການໂອ້ອວດ, ຕ້ອງການມີສິດອຳນາດຕັດສິນໃຈ ແລະ ບໍ່ມີທາງທີ່ຈະຮ່ວມມືຢ່າງສະໝານສັນ. ສະນັ້ນ, ມັນຈຶ່ງຫຍຸ້ງຍາກຫຼາຍສຳລັບພວກເຂົາທີ່ຈະເຮັດຫຍັງກໍຕາມໄດ້ຢ່າງສຳເລັດ. ເມື່ອຢູ່ເຄິ່ງທາງທີ່ກຳລັງເຮັດບາງຢ່າງ, ພວກເຂົາເລີ່ມແຕກແຍກກັນ
- [ອິດສະຫຼະພາບ ແລະ ເສລີພາບສາມາດຮັບເອົາໄດ້ໂດຍການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງເທົ່ານັ້ນ](https://lo.kingdomsalvation.org/liberation-from-casting-off-corrupt-disposition.html) - ໃນຖານະຜູ້ນໍາຄຣິສຕະຈັກ, ທ່ານບໍ່ແມ່ນພຽງແຕ່ການຮຽນຮູ້ທີ່ຈະໃຊ້ຄວາມຈິງເພື່ອແກ້ໄຂບັນຫາເທົ່ານັ້ນ, ທ່ານຍັງຈຳເປັນຕ້ອງຮຽນຮູ້ເພື່ອຄົ້ນຫາ ແລະ ປູກຝັງຄວາມສາມາດພິເສດໃຫ້ແກ່ຜູ້ຄົນ, ເຊິ່ງເປັນຜູ້ທີ່ເຈົ້າຕ້ອງບໍ່ອິດສາ ຫຼື ຍັບຍັ້ງ. ການປະຕິບັດໃນລັກສະນະນີ້ເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ. ຖ້າເຈົ້າສາມາດຝຶກຝົນຜູ້ສະແຫວງຫາຄວາມຈິງສອງສາມຄົນເພື່ອຮ່ວມມືກັບເຈົ້າ ແລະ ເຮັດວຽກງານທັງໝົດໃຫ້ດີ ແລະ ໃນທີ່ສຸດ ເຈົ້າທຸກຄົນມີຄຳພະຍານກ່ຽວກັບປະສົບການ, ແລ້ວເຈົ້າກໍຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ຖ້າເຈົ້າມີຄວາມສາມາດຮັບມືກັບທຸກໆສິ່ງຕາມຫຼັກການ, ແລ້ວເຈົ້າກໍຈະເຮັດການອຸທິດຂອງເຈົ້າໄດ້. ບາງຄົນຢ້ານຢູ່ສະເໝີວ່າ ຄົນອື່ນຈະດີກວ່າພວກເຂົາ ຫຼື ຢູ່ເໜືອກວ່າພວກເຂົາ, ຢ້ານວ່າຄົນອື່ນຈະເປັນທີ່ຍອມຮັບໃນຂະນະທີ່ພວກເຂົາຖືກເບິ່ງຂ້າມ ແລະ ສິ່ງນີ້ເຮັດໃຫ້ພວກເຂົາໂຈມຕີ ແລະ ກີດກັນຄົນອື່ນ. ນີ້ບໍ່ແມ່ນກໍລະນີການອິດສາຄົນທີ່ມີພອນສະຫວັນບໍ? ນັ້ນບໍ່ແມ່ນການເຫັນແກ່ຕົວ ແລະ ເປັນຕາລັງກຽດບໍ? ນີ້ແມ່ນອຸປະນິໄສແບບໃດ? ມັນຄືການມີເຈດຕະນາຮ້າຍ! ຄົນທີ່ພຽງແຕ່ຄິດເຖິງຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ, ຄົນທີ່ຕອບສະໜອງຄວາມປາຖະໜາຂອງພວກເຂົາເອງເທົ່ານັ້ນ ໂດຍບໍ່ຄິດຫາຄົນອື່ນ ຫຼື ພິຈາລະນາເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ຄົນແບບນີ້ມີອຸປະນິໄສທີ່ບໍ່ດີ ແລະ ພຣະເຈົ້າບໍ່ມີຄວາມຮັກສຳລັບພວກເຂົາ. ຖ້າເຈົ້າສາມາດສະແດງການຄຳນຶງເຖິງຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະສາມາດປະຕິບັດຕໍ່ຄົນອື່ນຢ່າງຍຸຕິທຳ. ຖ້າເຈົ້າແນະນໍາຄົນດີ ແລະ ປ່ອຍໃຫ້ພວກເຂົາໄດ້ຜ່ານການຝຶກຝົນ ແລະ ປະຕິບັດໜ້າທີ່, ແລ້ວເພີ່ມຄົນທີ່ມີພອນສະຫວັນເຂົ້າໃນເຮືອນຂອງພຣະເຈົ້າ, ສິ່ງນັ້ນຈະບໍ່ເຮັດໃຫ້ວຽກງານຂອງເຈົ້າງ່າຍຂຶ້ນບໍ? ແລ້ວເຈົ້າຈະບໍ່ສະແດງການອຸທິດໃນໜ້າທີ່ຂອງເຈົ້າບໍ? ນັ້ນຄືການກະທຳທີ່ດີຕໍ່ໜ້າພຣະເຈົ້າ; ມັນຄືຄວາມສຳນຶກ
- [ໂດຍການມອບໃຈໃຫ້ພຣະເຈົ້າ, ຄົນເຮົາຈຶ່ງສາມາດໄດ້ຮັບຄວາມຈິງ](https://lo.kingdomsalvation.org/giving-heart-to-God-to-obtain-truth.html) - ພວກເຈົ້າສາມາດອົດທົນກັບການທົດລອງຫຍັງໄດ້ໃນມື້ນີ້? ພວກເຈົ້າກ້າເວົ້າວ່າພວກເຈົ້າມີພື້ນຖານບໍ, ພວກເຈົ້າສາມາດຍຶດໝັ້ນໄດ້ບໍ ເມື່ອຜະເຊີນໜ້າກັບການທົດສອບຕ່າງໆ? ຕົວຢ່າງ: ການທົດສອບຂອງການຖືກຕາມລ່າ ແລະ ຂົ່ມເຫັງໂດຍຊາຕານ ຫຼື ການທົດສອບຂອງສະຖານະ ແລະ ກຽດຕິຍົດ, ການແຕ່ງດອງ ຫຼື ຄວາມຮັ່ງມີ, ພວກເຈົ້າສາມາດເອົາຊະນະການທົດສອບເຫຼົ່ານີ້ບໍ? (ພວກເຮົາສາມາດເອົາຊະນະພວກມັນບາງຢ່າງໄດ້ພໍສົມຄວນ.) ມີການທົດສອບຈັກລະດັບຊັ້ນຢູ່ໃນນັ້ນ? ແລ້ວພວກເຈົ້າສາມາດເອົາຊະນະໄດ້ຈັກລະດັບຊັ້ນ? ຕົວຢ່າງ: ເຈົ້າອາດບໍ່ຢ້ານເມື່ອເຈົ້າໄດ້ຍິນວ່າຄົນໃດໜຶ່ງຖືກຈັບກຸມຍ້ອນເຊື່ອໃນພຣະເຈົ້າ ແລະ ເຈົ້າອາດບໍ່ຢ້ານເມື່ອເຈົ້າເຫັນຄົນອື່ນກຳລັງຖືກຈັບກຸມ ແລະ ທໍລະມານ, ແຕ່ເມື່ອເຈົ້າຖືກຈັບກຸມ ເມື່ອເຈົ້າພົບວ່າຕົນເອງຢູ່ໃນສະຖານະການນີ້, ເຈົ້າສາມາດຍຶດໝັ້ນໄດ້ບໍ? ນີ້ຄືການທົດສອບຄັ້ງໃຫຍ່, ບໍ່ແມ່ນບໍ? ສົມມຸດຕົວຢ່າງ: ເຈົ້າຮູ້ຄົນໃດໜຶ່ງ ເຊິ່ງເປັນຄົນທີ່ມີຄວາມເປັນມະນຸດທີ່ດີພໍສົມຄວນ, ຄົນທີ່ຫຼົງໄຫຼໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ຄົນທີ່ໄດ້ປະຖິ້ມຄອບຄົວ ແລະ ອາຊີບເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ໄດ້ທົນທຸກກັບຄວາມລຳບາກຫຼາຍຢ່າງ: ມື້ໜຶ່ງມາເຖິງໃນທັນທີທີ່ພວກເຂົາຖືກຈັບກຸມ ແລະ ຕັດສິນລົງໂທດໃຫ້ຕິດຄຸກຍ້ອນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ເຈົ້າໄດ້ຍິນວ່າພວກເຂົາຖືກທຸບຕີຈົນເຖິງໃນພາຍຫຼັງ. ນີ້ຄືການທົດສອບຂອງເຈົ້າບໍ? ເຈົ້າຈະຕອບໂຕ້ແນວໃດ ຖ້າສິ່ງນີ້ເກີດຂຶ້ນກັບເຈົ້າ? ເຈົ້າຈະຜະເຊີນໜ້າກັບສິ່ງນີ້ໄດ້ແນວໃດ? ເຈົ້າຈະສະແຫວງຫາຄວາມຈິງບໍ? ເຈົ້າຈະສະແຫວງຫາຄວາມຈິງໄດ້ແນວໃດ? ໃນລະຫວ່າງການທົດສອບນັ້ນ, ເຈົ້າຈະເຮັດໃຫ້ຕົນເອງຍຶດໝັ້ນ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ
- [ສິ່ງທີ່ຄວນຮູ້ກ່ຽວກັບການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງ](https://lo.kingdomsalvation.org/knowing-about-transforming-one-s-disposition.html) - ຕະຫຼອດຫຼາຍປີທີ່ຜະເຊີນໜ້າກັບພາລະກິດຂອງພຣະເຈົ້າ ແລະ ຮັບຟັງຄຳເທດສະໜາ, ມີບາງຄົນທີ່ມີຄວາມເຂົ້າໃຈບາງຢ່າງກ່ຽວກັບພວກເຂົາເອງ, ຄົນທີ່ສາມາດເວົ້າກ່ຽວກັບປະສົບການບາງຢ່າງທີ່ເປັນຈິງ ແລະ ໂອ້ລົມກ່ຽວກັບສະພາວະທີ່ແທ້ຈິງຂອງພວກເຂົາເອງ, ການເຂົ້າສ່ວນຕົວຂອງພວກເຂົາ, ຄວາມຄືບໜ້າສ່ວນຕົວຂອງພວກເຂົາ, ຂໍ້ບົກຜ່ອງຂອງພວກເຂົາ ແລະ ພວກເຂົາວາງແຜນເພື່ອເຂົ້າແນວໃດ. ແຕ່ມີບາງຄົນທີ່ບໍ່ມີຄວາມເຂົ້າໃຈກ່ຽວກັບພວກເຂົາເອງ ແລະ ຄົນທີ່ບໍ່ສາມາດເວົ້າກ່ຽວກັບປະສົບການທີ່ເປັນຈິງໃດໆເລີຍ. ພວກເຂົາພຽງແຕ່ສາມາດເວົ້າກ່ຽວກັບເລື່ອງພາຍນອກ ເຊັ່ນ: ຄຳເວົ້າທີ່ເປັນຫຼັກຄຳສອນ, ການເຮັດວຽກພາຍນອກ, ສະຖານະການປັດຈຸບັນ ແລະ ຄວາມຄືບໜ້າໃນການເຜີຍແຜ່ຂ່າວປະເສີດ, ແຕ່ບໍ່ມີຫຍັງກ່ຽວກັບການເຂົ້າສູ່ຊີວິດຢ່າງເປັນຮູບປະທຳ ຫຼື ປະສົບການສ່ວນຕົວ. ສິ່ງນີ້ສະແດງວ່າພວກເຂົາຍັງບໍ່ໄດ້ຢູ່ໃນເສັ້ນທາງທີ່ຖືກຕ້ອງເພື່ອເຂົ້າສູ່ຊີວິດ. ການປ່ຽນແປງໃນອຸປະນິໄສຂອງຄົນໆໜຶ່ງບໍ່ແມ່ນການປ່ຽນແປງໃນພຶດຕິກຳ ຫຼື ມັນບໍ່ແມ່ນການທຳທ່າປ່ຽນແປງພຽງພາຍນອກ ຫຼື ການປັບປ່ຽນຊົ່ວຄາວທີ່ເກີດຈາກຄວາມກະຕືລືລົ້ນ. ບໍ່ວ່າການປ່ຽນແປງເຫຼົ່ານີ້ດີສໍ່າໃດກໍຕາມ, ພວກມັນບໍ່ສາມາດແທນທີ່ການປ່ຽນແປງໃນອຸປະນິໄສຊີວິດໄດ້, ເພາະການປ່ຽນແປງໃນພາຍນອກເຫຼົ່ານີ້ແມ່ນສາມາດບັນລຸໄດ້ຜ່ານຄວາມພະຍາຍາມຂອງມະນຸດ, ແຕ່ການປ່ຽນແປງໃນອຸປະນິໄສຊີວິດບໍ່ສາມາດບັນລຸໄດ້ຜ່ານຄວາມພະຍາຍາມຂອງຄົນໆໜຶ່ງເທົ່ານັ້ນ. ການຜະເຊີນກັບການພິພາກສາ, ການຂ້ຽນຕີ, ການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າເປັນສິ່ງທີ່ຈຳເປັນເພື່ອບັນລຸສິ່ງນີ້, ພ້ອມທັງການເຮັດໃຫ້ສົມບູນໂດຍພຣະວິນຍານບໍລິສຸດ. ເຖິງແມ່ນວ່າຜູ້ຄົນທີ່ເຊື່ອໃນພຣະເຈົ້າສະແດງພຶດຕິກຳດີໆບາງຢ່າງ, ບໍ່ມີແມ່ນແຕ່ຄົນດຽວໃນພວກເຂົາທີ່ເຊື່ອຟັງພຣະເຈົ້າຢ່າງແທ້ຈິງ, ຮັກພຣະເຈົ້າຢ່າງແທ້ຈິງ ຫຼື ສາມາດເຮັດຕາມຄວາມປະສົງຂອງພຣະເຈົ້າ. ເປັນຫຍັງຈຶ່ງເປັນແບບນີ້? ມັນເປັນເພາະສິ່ງນີ້ຈຳເປັນຕ້ອງມີການປ່ຽນແປງໃນອຸປະນິໄສຊີວິດເພື່ອບັນລຸ ແລະ ການປ່ຽນແປງສໍ່າໃດສໍ່າໜຶ່ງໃນພຶດຕິກຳກໍຫ່າງໄກຫຼາຍຈາກຄວາມພຽງພໍ. ການປ່ຽນແປງໃນອຸປະນິໄສໝາຍຄວາມວ່າເຈົ້າມີຄວາມຮູ້ ແລະ ປະສົບການກັບຄວາມຈິງ ແລະ ຄວາມຈິງໄດ້ກາຍມາເປັນຊີວິດຂອງເຈົ້າ,
- [ວິທີຍ່າງໃນເສັ້ນທາງຂອງເປໂຕ](https://lo.kingdomsalvation.org/how-to-walk-the-path-of-peter.html) - ຖ້າຈະເວົ້າໃຫ້ຊັດເຈນ, ການທີ່ຄົນໜຶ່ງຍ່າງໃນເສັ້ນທາງແຫ່ງຄວາມເຊື່ອຂອງເປໂຕໝາຍເຖິງການຍ່າງໃນເສັ້ນທາງແຫ່ງການສະແຫວງຫາຄວາມຈິງ, ເຊິ່ງຍັງເປັນເສັ້ນທາງແຫ່ງການຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ການປ່ຽນແປງອຸປະນິໄສຂອງຄົນໆນັ້ນ. ມີພຽງແຕ່ການຍ່າງໃນເສັ້ນຂອງເປໂຕເທົ່ານັ້ນ, ຜູ້ຄົນຈຶ່ງຈະຢູ່ໃນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ຜູ້ຄົນຕ້ອງຊັດເຈນກ່ຽວກັບວິທີການຍ່າງໃນເສັ້ນທາງຂອງເປໂຕແທ້ຈິງ, ພ້ອມທັງວິທີການນໍາສິ່ງນັ້ນເຂົ້າສູ່ການປະຕິບັດ. ຢ່າງທຳອິດ, ຜູ້ຄົນຕ້ອງປ່ອຍວາງເຈດຕະນາຂອງຕົນເອງ, ປະວາງການສະແຫວງຫາທີ່ບໍ່ເໝາະສົມ ແລະ ແມ່ນແຕ່ຄອບຄົວ ແລະ ທຸກສິ່ງທີ່ຢູ່ໃນເນື້ອໜັງຂອງຕົນເອງ. ມະນຸດຕ້ອງອຸທິດໝົດຫົວໃຈ; ນັ້ນໝາຍຄວາມວ່າ ຜູ້ຄົນຕ້ອງອຸທິດຕົນເອງຕໍ່ພຣະທຳຂອງພຣະເຈົ້າຢ່າງສົມບູນ, ຕັ້ງໃຈໃສ່ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເອົາໃຈໃສ່ໃນການຊອກຫາຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າໃນພຣະທຳຂອງພຣະອົງ ແລະ ພະຍາຍາມເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ. ນີ້ແມ່ນວິທີການປະຕິບັດທີ່ເປັນພື້ນຖານ ແລະ ຈຳເປັນທີ່ສຸດ. ນີ້ຄືສິ່ງທີ່ເປໂຕເຮັດຫຼັງຈາກທີ່ໄດ້ເຫັນພຣະເຢຊູ ແລະ ມີພຽງການປະຕິບັດໃນວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດບັນລຸຜົນທີ່ດີທີ່ສຸດໄດ້. ການອຸທິດຢ່າງເຕັມໃຈຕໍ່ພຣະທຳຂອງພຣະເຈົ້າ ຫຼັກໆແລ້ວແມ່ນກ່ຽວພັນກັບການສະແຫວງຫາຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າທີ່ຢູ່ພາຍໃນພຣະທຳຂອງພຣະອົງ, ການຕັ້ງໃຈໃສ່ໃນການເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ການເຂົ້າໃຈ ແລະ ການໄດ້ຮັບຄວາມຈິງຫຼາຍຂຶ້ນຈາກພຣະທຳຂອງພຣະເຈົ້າ. ເມື່ອອ່ານພຣະທຳຂອງພຣະເຈົ້າ, ເປໂຕບໍ່ໄດ້ຕັ້ງໃຈໃສ່ໃນການເຂົ້າໃຈຄຳສັ່ງສອນ, ແຮງໄກທີ່ເພິ່ນຈະເອົາໃຈໃສ່ໃນການຮັບເອົາຄວາມຮູ້ທາງທິດສະດີ. ໃນກົງກັນຂ້າມ, ເພິ່ນຕັ້ງໃຈໃສ່ໃນການເຂົ້າໃຈຄວາມຈິງ ແລະ ການເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ພ້ອມທັງການບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສ ແລະ ຄວາມເປັນຕາຮັກຂອງພຣະເຈົ້າ. ເປໂຕຍັງໄດ້ພະຍາຍາມເຂົ້າໃຈສະພາວະທີ່ເສື່ອມຊາມຕ່າງໆຂອງມະນຸດຈາກພຣະທຳຂອງພຣະເຈົ້າ, ພ້ອມທັງທຳມະຊາດ,
- [ລັກສະນະທີ່ສອງແຫ່ງຄວາມສຳຄັນຂອງການບັງເກີດເປັນມະນຸດ](https://lo.kingdomsalvation.org/second-aspect-of-significance-of-incarnation.html) - ແມ່ນຫຍັງຄືຄວາມໝາຍຂອງຄວາມທຳມະດາ ແລະ ຄວາມປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນມະນຸດ? ພວກມັນເປັນພຽງສິ່ງທີ່ມີຢູ່ເພື່ອໃຫ້ພຣະອົງສາມາດປະຕິບັດພາລະກິດບໍ? ມັນແມ່ນເພື່ອພິສູດວ່າພຣະອົງແມ່ນພຣະຄຣິດບໍ? ບາງຄົນເວົ້າວ່າ “ພຣະເຈົ້າທີ່ບັງເກີດເປັນມະນຸດຕ້ອງເປັນຄົນທຳມະດາສາມັນຢ່າງແນ່ນອນ”. ມັນໝາຍເຖິງສິ່ງນີ້ເທົ່ານັ້ນບໍ? ໂດຍການເວົ້າວ່າ “ຖ້າພຣະອົງແມ່ນພຣະຄຣິດ, ພຣະອົງກໍຕ້ອງເປັນຄົນທຳມະດາສາມັນຢ່າງແນ່ນອນ”, ນີ້ບໍ່ເປັນການຈຳກັດຂອບເຂດຂອງພຣະເຈົ້າບໍ? “ແນ່ນອນ” ໝາຍຄວາມວ່າແນວໃດ? ບາງຄົນເວົ້າວ່າ “ມັນເປັນການສະແດງພຣະທຳຂອງພຣະເຈົ້າ, ເພື່ອໃຫ້ມະນຸດສາມາດຕິດຕໍ່ກັບພຣະອົງໄດ້ຢ່າງງ່າຍດາຍ”. ນີ້ແມ່ນຈຸດປະສົງໜຶ່ງດຽວບໍ? ເມື່ອເບິ່ງມັນໃນແງ່ຂອງແກ່ນແທ້ຂອງພຣະຄຣິດ, ແກ່ນແທ້ຂອງພຣະຄຣິດແມ່ນພຣະເຈົ້າເອງຢ່າງຄົບຖ້ວນ ແລະ ສົມບູນ. ທຸກສິ່ງທີ່ພຣະເຈົ້າເຮັດມີຄວາມໝາຍ. ຮ່າງກາຍທີ່ເປັນເນື້ອໜັງທີ່ໄດ້ຮັບການແຕ່ງຕັ້ງເປັນພິເສດ, ເຊິ່ງມີຮູບຮ່າງທີ່ຖືກແຕ່ງຕັ້ງເປັນພິເສດ, ເປັນຄອບຄົວທີ່ຖືກແຕ່ງຕັ້ງເປັນພິເສດ, ສະພາບແວດລ້ອມການດຳລົງຊີວິດທີ່ຖືກແຕ່ງຕັ້ງເປັນພິເສດ. ສິ່ງເຫຼົ່ານີ້ທີ່ພຣະເຈົ້າເຮັດລ້ວນແລ້ວແຕ່ມີຄວາມໝາຍ. ບາງຄົນຖາມວ່າ: “ເປັນໄປໄດ້ແນວໃດທີ່ຂ້ອຍບໍ່ສາມາດເຫັນຄວາມໝາຍອັນຍິ່ງໃຫຍ່ທີ່ຢູ່ເບື້ອງຫຼັງການສວມໃສ່ເນື້ອໜັງທີ່ທຳມະດາ ແລະ ປົກກະຕິຂອງພຣະເຈົ້າ? ເນື້ອໜັງຂອງພຣະອົງບໍ່ແມ່ນພຽງເປືອກພາຍນອກບໍ? ຫຼັງຈາກທີ່ພຣະເຈົ້າສຳເລັດພາລະກິດຂອງພຣະອົງ, ເປືອກພາຍນອກນີ້ຈະບໍ່ໄຮ້ປະໂຫຍດບໍ?” ໃນຈິນຕະນາການຂອງຜູ້ຄົນ ແລະ ໃນຄວາມຮັບຮູ້ຂອງພວກເຂົາ, ພວກເຂົາຄິດວ່າເປືອກພາຍນອກຂອງເນື້ອໜັງທີ່ທຳມະດາ ແລະ ປົກກະຕິນີ້ບໍ່ມີປະໂຫຍດອັນຍິ່ງໃຫຍ່, ມັນບໍ່ໄດ້ຮັບໃຊ້ຈຸດປະສົງອັນຍິ່ງໃຫຍ່ໃນພາລະກິດຂອງພຣະເຈົ້າ ຫຼື ໃນແຜນການຄຸ້ມຄອງຂອງພຣະອົງ ແລະ ມັນມີຢູ່ພຽງເພື່ອເຮັດໃຫ້ພາລະກິດຂັ້ນຕອນນີ້ສໍາເລັດເທົ່ານັ້ນ. ຜູ້ຄົນເຊື່ອວ່າ ມັນມີຢູ່ ເພື່ອວ່າພວກເຂົາຈະສາມາດຕິດຕໍ່ພົວພັນກັບພຣະອົງໄດ້ຢ່າງງ່າຍດາຍ ແລະ ໄດ້ຍິນພຣະທຳຂອງພຣະອົງ, ເພື່ອວ່າພວກເຂົາອາດຈະເຫັນ ແລະ ຮູ້ສຶກໄດ້ເຖິງພຣະອົງ ແລະ
- [ກ່ຽວກັບບົດບັນຍັດບໍລິຫານຂອງພຣະເຈົ້າໃນຍຸກແຫ່ງອານາຈັກ](https://lo.kingdomsalvation.org/God-s-administrative-decrees-in-the-age-of-kingdom.html) - ກ່ອນອື່ນໝົດ, ໃຫ້ພວກເຮົາເວົ້າກ່ຽວລົມກັນກ່ຽວກັບວ່າດຳລັດການບໍລິຫານແມ່ນຫຍັງ ແລະ ກ່ຽວກັບນິຍາມຂອງດຳລັດການບໍລິຫານ. ນີ້ແມ່ນສິ່ງທີ່ຕ້ອງໄດ້ເຂົ້າໃຈ. ເມື່ອບາງຄົນໄດ້ຍິນກ່ຽວກັບ “ດຳລັດການບໍລິຫານ”, ພວກເຂົາກໍສົງໄສວ່າ “ແມ່ນຫຍັງຄືຄວາມໝາຍຂອງດຳລັດການບໍລິຫານ? ພວກມັນແມ່ນກົດເກນທາງກົດໝາຍບໍ? ພວກມັນແມ່ນກົດລະບຽບບໍ? ພວກມັນແມ່ນລະບົບບໍ? ຊຸດກົດເກນຂອງເຜົ່າບໍ? ພວກມັນແມ່ນພຣະບັນຍັດບໍ? ພວກມັນແມ່ນຫຍັງເທິງແຜ່ນດິນໂລກ?” ຜູ້ຄົນຂາດຄວາມເຂົ້າໃຈ. ບໍ່ມີໃຜເຂົ້າໃຈແທ້ໆວ່າດຳລັດການບໍລິຫານແມ່ນຫຍັງ ຫຼື ພວກມັນເຮັດວຽກແນວໃດ. ເຖິງແມ່ນຄົນມັກເວົ້າເລື່ອຍໆວ່າ “ພຣະເຈົ້າມີດຳລັດການບໍລິຫານຂອງພຣະອົງ. ຖ້າເຈົ້າບໍ່ເຊື່ອຟັງ, ພຣະເຈົ້າຈະໃຊ້ດຳລັດເຫຼົ່ານັ້ນເພື່ອຄວບຄຸມເຈົ້າ ແລະ ລົງໂທດເຈົ້າ”. ພວກເຂົາກ່າວຄຳວ່າ “ດຳລັດການບໍລິຫານ” ອອກມາໂດຍບໍ່ເຂົ້າໃຈຄວາມໝາຍທີ່ສຳຄັນຂອງພວກມັນ. ແລ້ວດຳລັດການບໍລິຫານແມ່ນຫຍັງກັນແທ້? ພວກມັນເປັນກຸ່ມຄຳເວົ້າທີ່ພຣະເຈົ້າກຳນົດຂຶ້ນເພື່ອແກ້ໄຂທຳມະຊາດ ແລະ ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນເພື່ອຄວບຄຸມພວກມັນ. ດຳລັດການບໍລິຫານບໍ່ແມ່ນກົດໝາຍ ຫຼື ກົດເກນທາງກົດໝາຍ, ແຮງໄກທີ່ຈະປຽບທຽບພວກມັນກັບລັດຖະທຳມະນູນຂອງໂລກມະນຸດ. ພວກມັນເປັນຊຸດຂອງຕົວກໍານົດການທີ່ພຣະເຈົ້າກໍານົດໄວ້ເພື່ອຄວບຄຸມພຶດຕິກໍາຂອງຜູ້ຄົນ. ລາຍລະອຽດຂອງດຳລັດການບໍລິຫານແມ່ນກຽວກັບວິທີການຢຳເກງພຣະເຈົ້າ, ວິທີການນະມັດສະການພຣະເຈົ້າ, ວິທີການເຊື່ອຟັງພຣະເຈົ້າ, ວິທີການປະພຶດຕົວໃນຖານະສິ່ງຖືກສ້າງ, ວິທີການປະພຶດຕົວໃນຖານະບຸກຄົນ, ວິທີການເຮັດໃຫ້ພຣະເຈົ້າພໍໃຈ ແລະ ວິທີການຫຼີກລ່ຽງການນຳຄວາມອັບອາຍມາສູ່ພຣະນາມຂອງພຣະເຈົ້າ. ລາຍລະອຽດດຳລັດການບໍລິຫານຂອງພຣະເຈົ້າແມ່ນກ່ຽວຂ້ອງກັບຫຼາຍຢ່າງ. ບາງຄົນເວົ້າວ່າ “ພຣະວິນຍານຂອງພຣະເຈົ້າສາມາດເຮັດສິ່ງຕ່າງໆໄດ້. ພຣອົງສາມາດລົງໂທດຜູ້ຄົນ ແລະ ຕອບແທນແຕ່ລະຄົນຕາມຕາມສິດທີ່ພວກເຂົາຄວນໄດ້ຮັບ. ພຣະເຈົ້າຍັງໄດ້ກ່າວຄວາມຈິງເພື່ອຊີ້ນຳຄົນທັງປວງ. ເປັນຫຍັງຕ້ອງມີດຳລັດການບໍລິຫານ?” ຄວາມຈິງກ່ຽວຂ້ອງກັບການເຂົ້າສູ່ຊີວິດຂອງຄົນ ແລະ
- [ໂດຍການເຂົ້າໃຈຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດຮູ້ຈັກການກະທຳຂອງພຣະເຈົ້າໄດ້](https://lo.kingdomsalvation.org/understanding-truth-to-know-God-s-deeds.html) - ພຣະເຈົ້າມີອຳນາດສູງສຸດເໜືອໂຊກຊະຕາຂອງມະນຸດຊາດທັງປວງ ແລະ ທຸກສິ່ງໃນຈັກກະວານ. ຜູ້ຄົນເຫັນຂໍ້ແທ້ຈິງຫຍັງກ່ຽວກັບອຳນາດສູງສຸດຂອງພຣະເຈົ້າ? ບໍ່ວ່າໂລກຈະໃຫຍ່ສໍ່າໃດກໍຕາມ ຫຼື ຈັກກະວານຈະກວ້າງໃຫຍ່ໄພສານສໍ່າໃດກໍຕາມ, ຈາກສິ່ງທີ່ເບິ່ງເຫັນດ້ວຍຕາເປົ່າຈົນເຖິງສິ່ງທີ່ເບິ່ງເຫັນໄດ້ດ້ວຍກ້ອງຈຸລະທັດ, ພຣະເຈົ້າປົກຄອງເໜືອທຸກສິ່ງ ແລະ ປັ້ນແຕ່ງທຸກຢ່າງ. ບໍ່ວ່າຈະເປັນຄວາມປາຖະໜາຂອງມະນຸດ, ຄວາມທະເຍີທະຍານ, ຄວາມຕ້ອງການ ຫຼື ທິດທາງທີ່ເຂົາມີແນວໂນ້ມຈະພັດທະນາ, ຈາກຈຸດທີ່ພຣະເຈົ້າຢືນຢູ່, ອຳນາດສູງສຸດ ແລະ ການປັ້ນແຕ່ງຂອງພຣະອົງບໍ່ໄດ້ຮັບຜົນກະທົບຈາກສິ່ງເຫຼົ່ານີ້ແມ່ນແຕ່ໜ້ອຍດຽວ. ແມ່ນຫຍັງຄືຫຼັກການທີ່ພຣະເຈົ້າປົກຄອງດ້ວຍອຳນາດສູງສຸດ ແລະ ປັ້ນແຕ່ງທຸກສິ່ງ? ມັນອີງໃສ່ບົນພື້ນຖານຫຍັງ? ແມ່ນຫຍັງຄືເປົ້າໝາຍຂອງພຣະເຈົ້າໃນການເຮັດທຸກສິ່ງນີ້? ມັນກ່ຽວພັນກັບຫຍັງ? (ມັນກ່ຽວພັນກັບແຜນການຄຸ້ມຄອງຂອງພຣະເຈົ້າ.) ການຕອບໂຕ້ນີ້ຖືກຕ້ອງ; ທຸກສິ່ງທີ່ພຣະເຈົ້າເຮັດແມ່ນກ່ຽວພັນກັບແຜນການຄຸ້ມຄອງຂອງພຣະອົງ. ຄຳເວົ້າເຫຼົ່ານີ້ສັບສົນໜ້ອຍໜຶ່ງ, ແຕ່ພວກເຂົາມີຄວາມໝາຍແອບແຝງທີ່ເລິກຊຶ້ງຍິ່ງຂຶ້ນ. ໃນສິ່ງນັ້ນ, ເຮົາໝາຍຄວາມວ່າພາລະກິດທັງໝົດທີ່ພຣະເຈົ້າເຮັດບໍ່ແກວ່ງໄກວໂດຍຄວາມປາຖະໜາຂອງມະນຸດ. ອຳນາດສູງສຸດ ແລະ ການປັ້ນແຕ່ງຂອງພຣະເຈົ້າ; ວິທີການທີ່ພຣະອົງປັ້ນແຕ່ປະເທດ, ຜູ້ຄົນ ຫຼື ກຸ່ມຊາຕິພັນ; ຫຼື ສິ່ງຕ່າງໆທີ່ພຣະອົງຈັດແຈງໃຫ້ເກີດຂຶ້ນໃນຍຸກໃດໜຶ່ງທີ່ກຳນົດໄວ້ຈະບໍ່ແກວ່ງໄກວໂດຍຄວາມປາຖະໜາຂອງມະນຸດ. ພຣະເຈົ້າບໍ່ຖືກຈຳກັດໂດຍເວລາ, ພື້ນທີ່, ພູມິສາດ ຫຼື ຜູ້ຄົນ. ທຸກສິ່ງທີ່ພຣະອົງເຮັດແມ່ນດຳເນີນການຕາມແຜນການຂອງພຣະອົງຢ່າງຄັກແນ່ ແລະ ບໍ່ມີມະນຸດຄົນໃດສາມາດຂັດຂວາງ ຫຼື ລົບກວນມັນໄດ້. ບໍ່ວ່າເຈົ້າເຕັມໃຈ ຫຼື ບໍ່
- [ການປະຕິບັດທີ່ເປັນພື້ນຖານທີ່ສຸດຂອງການເປັນຄົນສັດຊື່](https://lo.kingdomsalvation.org/fundamental-practice-of-being-honest-person.html) - ແມ່ນຫຍັງຄືປະສົບການສ່ວນຕົວຂອງພວກເຈົ້າກ່ຽວກັບການເປັນຄົນສັດຊື່? (ຮູ້ສຶກວ່າການເປັນຄົນສັດຊື່ນັ້ນຍາກແທ້ໆ). ເປັນຫຍັງຈຶ່ງຮູ້ສຶກວ່າຍາກ? (ຂ້ອຍຕ້ອງການເປັນຄົນສັດຊື່ແທ້ໆ. ແຕ່ເມື່ອຂ້ອຍກວດສອບເບິ່ງຕົວເອງແຕ່ລະມື້, ຂ້ອຍພົບວ່າຂ້ອຍບໍ່ຈິງໃຈ ແລະ ມີການເຈືອປົນຫຼາຍໃນຄຳເວົ້າຂອງຂ້ອຍ. ບາງຄັ້ງ ຂ້ອຍກໍໃສ່ອາລົມໃນຄຳເວົ້າຂອງຂ້ອຍ ຫຼື ຂ້ອຍມີແຮງຈູງໃຈບາງຢ່າງເມື່ອຂ້ອຍເວົ້າ. ບາງຄັ້ງ ຂ້ອຍຫຼິ້ນເກມນ້ອຍໆ ຫຼື ຂ້ອຍເວົ້າກັບໄປວົນມາ ຫຼື ຂ້ອຍເວົ້າສິ່ງທີ່ກົງກັນຂ້າມກັບຄວາມເປັນຈິງ ນັ້ນຄືສິ່ງທີ່ຫຼອກລວງ, ສິ່ງທີ່ເປັນຄວາມຈິງພຽງເຄິ່ງໜຶ່ງ ແລະ ຄວາມບໍ່ຈິງປະເພດອື່ນ, ທັງໝົດນັ້ນແມ່ນເພື່ອໃຫ້ບັນລຸເປົ້າໝາຍ). ພຶດຕິກຳທັງໝົດນີ້ເກີດຂຶ້ນຈາກອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ; ພວກມັນເປັນສ່ວນໜຶ່ງຂອງຄົນທີ່ເຈົ້າເລ່ ແລະ ຫຼວກລວງ. ເປັນຫຍັງຄົນຈຶ່ງເຮັດໂຕເຈົ້າເລ່? ມັນແມ່ນເພື່ອບັນລຸຈຸດປະສົງຂອງພວກເຂົາເອງ, ເພື່ອບັນລຸເປົ້າໝາຍຂອງພວກເຂົາເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໃຊ້ວິທີການລັບໆ. ໃນການເຮັດເຊັ່ນນີ້, ພວກເຂົາບໍ່ໄດ້ເປີດໃຈ ແລະ ກົງໄປກົງມາ ແລະ ພວກເຂົາບໍ່ໄດ້ເປັນຄົນສັດຊື່. ມັນແມ່ນໃນຊ່ວງເວລາເຫຼົ່ານີ້ທີ່ຜູ້ຄົນເປີດເຜີຍຄວາມຮ້າຍກາດ ແລະ ຄວາມເຈົ້າເລ່ຂອງຕົນ ຫຼື ຄວາມຊົ່ວຮ້າຍ ແລະ ຄວາມດູຖູກຫຍຽດຫຍາມຂອງພວກເຂົາ. ນີ້ແມ່ນບ່ອນທີ່ມີຄວາມຫຍຸ້ງຍາກໃນການເປັນຄົນສັດຊື່: ດ້ວຍອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ໃນຫົວໃຈຂອງຄົນໆໜຶ່ງ, ການເປັນຄົນສັດຊື່ຈະເບິ່ງຄືວ່າຍາກເປັນພິເສດ. ແຕ່ຖ້າເຈົ້າເປັນຄົນທີ່ຮັກຄວາມຈິງ ແລະ ສາມາດຍອມຮັບຄວາມຈິງໄດ້, ແລ້ວການເປັນຄົນສັດຊື່ກໍຈະບໍ່ຍາກເກີນໄປ. ເຈົ້າຈະຮູ້ສຶກວ່າມັນງ່າຍກວ່າຫຼາຍ. ຄົນທີ່ມີປະສົບການສ່ວນຕົວຮູ້ດີວ່າ
- [ພຣະເຈົ້າເອງ, ທີ່ເປັນເອກະລັກ X](https://lo.kingdomsalvation.org/God-Himself-the-unique-x.html) - ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ (IV) ມື້ນີ້ ພວກເຮົາຈະສົນທະນາກັນກ່ຽວກັບຫົວຂໍ້ໜຶ່ງເປັນພິເສດ. ສຳລັບຄົນທີ່ເຊື່ອແຕ່ລະຄົນ ແລະ ທຸກໆຄົນ, ມີພຽງສອງສິ່ງຫຼັກເທົ່ານັ້ນທີ່ຕ້ອງຮູ້, ປະສົບ ແລະ ເຂົ້າໃຈ. ສອງສິ່ງນີ້ແມ່ນຫຍັງ? ສິ່ງທຳອິດແມ່ນການເຂົ້າສູ່ຊີວິດຂອງສ່ວນບຸກຄົນ ແລະ ສິ່ງທີສອງແມ່ນກ່ຽວກັບການຮູ້ຈັກພຣະເຈົ້າ. ກ່ຽວກັບຫົວຂໍ້ການຮູ້ຈັກພຣະເຈົ້າທີ່ພວກເຮົາຫາກໍໄດ້ສົນທະນາກັນນັ້ນ, ພວກເຈົ້າຄິດວ່າມັນສາມາດບັນລຸໄດ້ບໍ? ມັນຍຸຕິທຳທີ່ຈະເວົ້າວ່າ ແທ້ຈິງແລ້ວມັນຢູ່ເໜືອການເຂົ້າເຖິງຂອງຄົນສ່ວນໃຫຍ່. ພວກເຈົ້າອາດຈະບໍ່ເຊື່ອພຣະທຳຂອງເຮົາ, ແຕ່ເປັນຫຍັງເຮົາຈຶ່ງເວົ້າເລື່ອງນີ້? ເຮົາເວົ້າກໍຍ້ອນວ່າ ເມື່ອພວກເຈົ້າຟັງສິ່ງທີ່ເຮົາເວົ້າໃນເມື່ອກ່ອນ, ບໍ່ວ່າເຮົາໄດ້ເວົ້າແນວໃດ ຫຼື ດ້ວຍພຣະທຳຂໍ້ໃດ, ພວກເຈົ້າກໍສາມາດຮູ້ໄດ້ວ່າພຣະທຳເຫຼົ່ານີ້ກ່ຽວກັບຫຍັງ ທັງທາງຕົວໜັງສື ແລະ ທາງທິດສະດີ. ແນວໃດກໍຕາມ, ສຳລັບພວກເຈົ້າທຸກຄົນ, ບັນຫາທີ່ຮ້າຍແຮງທີ່ສຸດກໍຄືພວກເຈົ້າບໍ່ເຂົ້າໃຈວ່າເປັນຫຍັງເຮົາຈຶ່ງເວົ້າສິ່ງດັ່ງກ່າວ ຫຼື ເປັນຫຍັງເຮົາຈຶ່ງເວົ້າເຖິງຫົວຂໍ້ດັ່ງກ່າວ. ນີ້ຄືບັນຫາຫຼັກ. ສະນັ້ນ, ເຖິງແມ່ນວ່າພວກເຈົ້າໄດ້ຍິນສິ່ງເຫຼົ່ານີ້ເພີ່ມຂຶ້ນເລັກນ້ອຍ ແລະ ເພີ່ມພູນຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບພຣະເຈົ້າ ແລະ ການກະທຳຂອງພຣະອົງ, ພວກເຈົ້າກໍຍັງຮູ້ສຶກວ່າການຮູ້ຈັກພຣະເຈົ້ານັ້ນຕ້ອງໃຊ້ຄວາມພະຍາຍາມຢ່າງສຸດຂີດ. ໝາຍຄວາມວ່າ, ຫຼັງຈາກທີ່ໄດ້ຍິນສິ່ງທີ່ເຮົາເວົ້າ, ພວກເຈົ້າສ່ວນຫຼາຍແມ່ນບໍ່ເຂົ້າໃຈວ່າເປັນຫຍັງເຮົາຈຶ່ງໄດ້ເວົ້າມັນອອກມາ ຫຼື ມັນກ່ຽວຂ້ອງຫຍັງກັບການຮູ້ຈັກພຣະເຈົ້າ. ເຫດຜົນທີ່ພວກເຈົ້າບໍ່ສາມາດເຂົ້າໃຈຄວາມກ່ຽວພັນຂອງມັນກັບການຮູ້ຈັກພຣະເຈົ້າກໍຍ້ອນວ່າ ປະສົບການຊີວິດຂອງພວກເຈົ້ານັ້ນຜິວເຜີນເກີນໄປ. ຖ້າວ່າຄວາມຮູ້ ແລະ ປະສົບການຂອງຄົນກ່ຽວກັບພຣະທຳຂອງພຣະເຈົ້າຍັງຢູ່ໃນລະດັບທີ່ຕື້ນຫຼາຍ, ແລ້ວຄວາມຮູ້ສ່ວນໃຫຍ່ຂອງພວກເຂົາກ່ຽວກັບພຣະອົງກໍຈະເລື່ອນລອຍ ແລະ
- [ພຣະເຈົ້າເອງ, ທີ່ເປັນເອກະລັກ IX](https://lo.kingdomsalvation.org/God-Himself-the-unique-ix.html) - ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ (III) ຕະຫຼອດໄລຍະເວລາຜ່ານມາ, ພວກເຮົາໄດ້ກ່າວເຖິງຫຼາຍສິ່ງທີ່ກ່ຽວຂ້ອງກັບການຮູ້ຈັກພຣະເຈົ້າ ແລະ ເມື່ອບໍ່ດົນມານີ້ພວກເຮົາກໍໄດ້ເວົ້າກ່ຽວກັບຫົວຂໍ້ໜຶ່ງທີ່ກ່ຽວຂ້ອງກັບເລື່ອງນີ້ ແລະ ມີຄວາມສຳຄັນຫຼາຍ. ຫົວຂໍ້ດັ່ງກ່າວນີ້ແມ່ນຫຍັງ? (ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ.) ເບິ່ງຄືກັບວ່າ ປະເດັນ ແລະ ຫົວຂໍ້ທີ່ເຮົາກ່າວເຖິງນັ້ນໄດ້ສ້າງຄວາມປະທັບໃຈໃຫ້ກັບທຸກຄົນຢ່າງຊັດເຈນ. ຄັ້ງກ່ອນພວກເຮົາໄດ້ເວົ້າເຖິງສອງສາມດ້ານກ່ຽວກັບສະພາບແວດລ້ອມເພື່ອການຢູ່ລອດທີ່ພຣະເຈົ້າໄດ້ສ້າງຂຶ້ນເພື່ອມວນມະນຸດ ແລະ ພ້ອມທັງອາຫານຫຼາກຫຼາຍປະເພດທີ່ຈຳເປັນສຳລັບການດຳລົງຊີວິດຂອງຜູ້ຄົນ ເຊິ່ງພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ແກ່ມວນມະນຸດ. ຄວາມຈິງແລ້ວ, ສິ່ງທີ່ພຣະເຈົ້າກະທຳບໍ່ໄດ້ຈຳກັດຢູ່ທີ່ການກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດຂອງຜູ້ຄົນ ຫຼື ການກະກຽມອາຫານປະຈຳວັນຂອງພວກເຂົາ. ກົງກັນຂ້າມ, ມັນປະກອບດ້ວຍການບັນລຸພາລະກິດທີ່ເລິກລັບ ແລະ ພາລະກິດຈຳເປັນ ເຊິ່ງກ່ຽວຂ້ອງກັບຫຼາຍແງ່ມຸມ ແລະ ຫຼາຍດ້ານເພື່ອຄວາມຢູ່ລອດຂອງຜູ້ຄົນ ແລະ ເພື່ອຊີວິດຂອງມວນມະນຸດ. ທັງໝົດນີ້ແມ່ນການກະທຳຂອງພຣະເຈົ້າ. ການກະທຳເຫຼົ່ານີ້ຂອງພຣະເຈົ້າບໍ່ພຽງແຕ່ຈຳກັດສະເພາະການກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດຂອງຄົນ ແລະ ກະກຽມອາຫານປະຈຳວັນຂອງພວກເຂົາເທົ່ານັ້ນ, ແຕ່ພວກມັນມີຂອບເຂດທີ່ກວ້າງຂວາງກວ່ານັ້ນ. ນອກຈາກພາລະກິດສອງປະເພດນີ້ແລ້ວ, ພຣະອົງຍັງກະກຽມສະພາບແວດລ້ອມ ແລະ ເງື່ອນໄຂຈໍາເປັນຕ່າງໆເພື່ອຄວາມຢູ່ລອດຂອງມະນຸດໃນການດຳລົງຊີວິດ. ນີ້ແມ່ນຫົວຂໍ້ທີ່ພວກເຮົາຈະສົນທະນາກັນໃນມື້ນີ້. ມັນກ່ຽວຂ້ອງກັບການກະທຳຂອງພຣະເຈົ້າເຊັ່ນກັນ; ບໍ່ດັ່ງນັ້ນ, ການເວົ້າເຖິງມັນຢູ່ບ່ອນນີ້ອາດຈະບໍ່ມີຄວາມໝາຍຫຍັງເລີຍ. ຖ້າຄົນຢາກຮູ້ຈັກພຣະເຈົ້າ ແຕ່ວ່າພວກເຂົາມີຄວາມເຂົ້າໃຈ “ພຣະເຈົ້າ” ເປັນພຽງຄຳເວົ້າເທົ່ານັ້ນ ຫຼື ເຂົ້າໃຈດ້ານຕ່າງໆກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ, ນັ້ນກໍບໍ່ແມ່ນຄວາມເຂົ້າໃຈທີ່ແທ້ຈິງ. ແລ້ວເສັ້ນທາງສູ່ຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຫຍັງ? ມັນແມ່ນການມາຮູ້ຈັກພຣະອົງຜ່ານການກະທຳຂອງພຣະອົງ
- [ພຣະເຈົ້າເອງ, ທີ່ເປັນເອກະລັກ VIII](https://lo.kingdomsalvation.org/God-Himself-the-unique-viii.html) - ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ (II) ພວກເຮົາຈະສືບຕໍ່ສົນທະນາກ່ຽວກັບຫົວຂໍ້ຄັ້ງກ່ອນຂອງພວກເຮົາ. ພວກເຈົ້າສາມາດຈື່ໄດ້ບໍວ່າຫົວຂໍ້ທີ່ພວກເຮົາສົນທະນາກັນຄັ້ງກ່ອນແມ່ນຫຍັງ? (ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ.) ຫົວຂໍ້: “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ” ນີ້ ແມ່ນຫົວຂໍ້ທີ່ຮູ້ສຶກວ່າຫ່າງໄກຫຼາຍສຳລັບພວກເຈົ້າບໍ? ຫຼື ພວກເຈົ້າມີແນວຄວາມຄິດພໍປະມານກ່ຽວກັບສິ່ງນັ້ນໃນຫົວໃຈຂອງພວກເຈົ້າແລ້ວບໍ? ມີໃຜສາມາດເວົ້າໂດຍຫຍໍ້ກ່ຽວກັບປະເດັນສຳຄັນຂອງການສົນທະນາຄັ້ງກ່ອນຂອງພວກເຮົາທີ່ກ່ຽວກັບຫົວຂໍ້ນີ້ບໍ? (ຜ່ານການເນລະມິດສ້າງສິ່ງທັງປວງຂອງພຣະເຈົ້າ, ຂ້ານ້ອຍໄດ້ເຫັນວ່າ ພຣະອົງບໍາລຸງລ້ຽງທຸກສິ່ງ ແລະ ບໍາລຸງລ້ຽງມະນຸດຊາດ. ໃນອະດີດ, ຂ້ານ້ອຍຄິດຢູ່ສະເໝີວ່າ ເມື່ອພຣະເຈົ້າສະໜອງໃຫ້ແກ່ມະນຸດ, ພຣະອົງໃຫ້ພຣະທຳຂອງພຣະອົງເທົ່ານັ້ນແກ່ຜູ້ຄົນທີ່ຖືກເລືອກຂອງພຣະອົງ; ຂ້ານ້ອຍບໍ່ເຄີຍເຫັນວ່າ ຜ່ານທາງກົດເກນຕ່າງໆທີ່ປົກຄອງສິ່ງທັງປວງ ພຣະເຈົ້າບຳລຸງລ້ຽງມະນຸດຊາດທັງປວງ. ມັນແມ່ນຜ່ານການສື່ສານຂອງພຣະເຈົ້າເຖິງຄວາມຈິງນີ້ເທົ່ານັ້ນ ຂ້ານ້ອຍຈຶ່ງຮູ້ຈັກວ່າ ພຣະອົງເປັນຕົ້ນກຳເນີດຂອງສິ່ງທັງປວງ, ຊີວິດຂອງສິ່ງທັງປວງແມ່ນຖືກສະໜອງໃຫ້ໂດຍພຣະອົງ, ພຣະເຈົ້າຈັດແຈງກົດເກນເຫຼົ່ານີ້ ແລະ ບໍາລຸງລ້ຽງສິ່ງທັງປວງ. ຈາກການເນລະມິດສ້າງສິ່ງທັງປວງຂອງພຣະເຈົ້າ, ຂ້ານ້ອຍໄດ້ເຫັນເຖິງຄວາມຮັກຂອງພຣະອົງ.) ຄັ້ງກ່ອນ, ຫຼັກໆແມ່ນພວກເຮົາສົນທະນາກັນກ່ຽວກັບການເນລະມິດສ້າງສິ່ງທັງປວງຂອງພຣະເຈົ້າ ແລະ ວິທີທີ່ພຣະອົງສ້າງຕັ້ງກົດເກນ ແລະ ຫຼັກການສຳລັບສິ່ງເຫຼົ່ານັ້ນ. ພາຍໃຕ້ກົດເກນດັ່ງກ່າວ ແລະ ຫຼັກການດັ່ງກ່າວ, ທຸກສິ່ງດຳລົງຊີວິດ ແລະ ຕາຍ ແລະ ມີຢູ່ຮ່ວມກັນກັບມະນຸດພາຍໃຕ້ອຳນາດຂອງພຣະເຈົ້າ ແລະ ພາຍໃນສາຍຕາຂອງພຣະເຈົ້າ. ກ່ອນອື່ນ ພວກເຮົາໄດ້ກ່າວກ່ຽວກັບການທີ່ພຣະເຈົ້າເນລະມິດສ້າງສິ່ງທັງປວງ ແລະ ໃຊ້ວິທີການຂອງພຣະອົງເອງ ເພື່ອກຳນົດກົດເກນທີ່ສິ່ງເຫຼົ່ານັ້ນເຕີບໃຫຍ່, ພ້ອມທັງເສັ້ນໂຄຈອນ
- [ພຣະເຈົ້າເອງ, ທີ່ເປັນເອກະລັກ VII](https://lo.kingdomsalvation.org/God-Himself-the-unique-vii.html) - ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ (I) ພາບລວມໃນສິດອໍານາດຂອງພຣະເຈົ້າ, ອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ ແລະ ຄວາມບໍລິສຸດຂອງພຣະເຈົ້າ ເມື່ອພວກເຈົ້າໄດ້ກ່າວຄໍາອະທິຖານຂອງພວກເຈົ້າ, ໃຈຂອງພວກເຈົ້າຮູ້ສຶກສະຫງົບໃນເວລາຢູ່ຕໍ່ໜ້າພຣະເຈົ້າບໍ່? (ຮູ້ສຶກ.) ຖ້າໃຈຂອງຄົນສາມາດຖືກເຮັດໃຫ້ສະຫງົບ ພວກເຂົາກໍຈະສາມາດໄດ້ຍິນ ແລະ ເຂົ້າໃຈພຣະທໍາຂອງພຣະເຈົ້າ ແລະ ພວກເຂົາຈະສາມາດໄດ້ຍິນ ແລະ ເຂົ້າໃຈຄວາມຈິງ. ຖ້າໃຈຂອງເຈົ້າບໍ່ສາມາດຖືກເຮັດໃຫ້ສະຫງົບໄດ້, ຖ້າໃຈຂອງເຈົ້າເລື່ອນລອຍ ຫຼື ຄິດຕະຫຼອດເວລາກ່ຽວກັບສິ່ງອື່ນ, ສິ່ງນີ້ກໍຈະມີຜົນກະທົບຕໍ່ເຈົ້າ ເມື່ອເຈົ້າເຂົ້າຮ່ວມການຊຸມນຸມເພື່ອຟັງພຣະທໍາຂອງພຣະເຈົ້າ. ແມ່ນຫຍັງຄືຈຸດສໍາຄັນຂອງບັນຫາທີ່ພວກເຮົາໄດ້ສົນທະນາ? ພວກເຮົາຈົ່ງພາກັນຄິດຄືນຫຼັງໜ້ອຍໜຶ່ງກ່ຽວກັບປະເດັນຫຼັກ. ສໍາລັບການຮູ້ຈັກພຣະເຈົ້າເອງທີ່ເປັນເອກະລັກ, ໃນພາກທີໜຶ່ງ ພວກເຮົາໄດ້ສົນທະນາກ່ຽວກັບອໍານາດຂອງພຣະເຈົ້າ. ໃນພາກທີສອງ ພວກເຮົາໄດ້ສົນທະນາ ກ່ຽວກັບອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ ແລະ ໃນພາກທີສາມ ພວກເຮົາໄດ້ສົນທະນາກ່ຽວກັບຄວາມບໍລິສຸດຂອງພຣະເຈົ້າ. ເນື້ອຫາບາງຢ່າງທີ່ພວກເຮົາໄດ້ສົນທະນາແຕ່ລະຄັ້ງໄດ້ເຮັດໃຫ້ພວກເຈົ້າປະທັບໃຈບໍ່? ໃນພາກທີໜຶ່ງ, “ອໍານາດຂອງພຣະເຈົ້າ” ໄດ້ເຮັດໃຫ້ພວກເຈົ້າປະທັບໃຈຢ່າງເລິກເຊິ່ງທີ່ສຸດບໍ? ພາກໃດທີ່ມີຜົນຕໍ່ພວກເຈົ້າຫຼາຍທີ່ສຸດ? (ທໍາອິດ ພຣະເຈົ້າໄດ້ສື່ສານເຖິງອໍານາດ ແລະ ອິດທິພົນຂອງພຣະທໍາຂອງພຣະເຈົ້າ; ພຣະເຈົ້າຈະປະເສີດໄດ້ກໍເນື່ອງຈາກພຣະທໍາຂອງພຣະອົງ ແລະ ພຣະທໍາຂອງພຣະອົງກໍເປັນຈິງ. ນີ້ແມ່ນແກ່ນແທ້ຂອງພຣະເຈົ້າທີ່ມີມາແຕ່ດັ່ງເດີມ.) (ຄໍາສັ່ງຂອງພຣະເຈົ້າທີ່ມີຕໍ່ຊາຕານອາດຈະລໍ້ລວງໂຢບໄດ້ ແຕ່ບໍ່ສາມາດເອົາຊີວິດຂອງລາວໄດ້. ຈາກສິ່ງນີ້ ພວກເຮົາຈຶ່ງເຫັນອໍານາດຂອງພຣະທໍາຂອງພຣະເຈົ້າ.) ມີຫຍັງທີ່ຈະເພີ່ມອີກບໍ? (ພຣະເຈົ້າໃຊ້ພຣະທໍາເພື່ອສ້າງສະຫວັນ ແລະ ແຜ່ນດິນໂລກ
- [ພຣະເຈົ້າເອງ, ທີ່ເປັນເອກະລັກ V](https://lo.kingdomsalvation.org/God-Himself-the-unique-v.html) - ຄວາມບໍລິສຸດຂອງພຣະເຈົ້າ (II) ອ້າຍເອື້ອຍນ້ອງເອີຍ, ໃນມື້ນີ້ພວກເຮົາຈົ່ງພາກັນຮ້ອງເພງນະມັດສະການກັນ. ຊອກເພງທີ່ພວກເຈົ້າມັກ ແລະ ເພງທີ່ພວກເຈົ້າຮ້ອງຢູ່ເປັນປະຈຳ. (ພວກເຮົາຈະຮ້ອງເພງນະມັດສະການໝາຍເລກ 760 ຂອງພຣະທຳຂອງພຣະເຈົ້າ “ຄວາມຮັກບໍລິສຸດທີ່ປາສະຈາກມົນທິນ”.) 1 “ຄວາມຮັກ” ແມ່ນໝາຍເຖິງຄວາມຮູ້ສຶກທີ່ບໍລິສຸດ ແລະ ບໍ່ມີຂໍ້ຕໍານິ, ເຊິ່ງພວກເຈົ້າໃຊ້ຫົວໃຈຂອງພວກເຈົ້າເພື່ອຮັກ, ເພື່ອຮູ້ສຶກ ແລະ ເພື່ອຄຸ່ນຄິດ. ໃນຄວາມຮັກແມ່ນບໍ່ມີເງື່ອນໄຂ, ບໍ່ມີອຸປະສັກ ແລະ ບໍ່ມີໄລຍະທາງ. ໃນຄວາມຮັກແມ່ນບໍ່ມີຂໍ້ສົງໄສ, ບໍ່ມີການຫຼອກລວງ ແລະ ບໍ່ມີເລ່ລ່ຽມ. ໃນຄວາມຮັກແມ່ນບໍ່ມີການຄ້າຂາຍ ແລະ ບໍ່ມີສິ່ງທີ່ບໍ່ບໍລິສຸດ. ຖ້າເຈົ້າຮັກ, ແລ້ວເຈົ້າຈະບໍ່ຫຼອກລວງ, ຈົ່ມຕໍ່ວ່າ, ທໍລະຍົດ, ກະບົດ, ບີບບັງຄັບ ຫຼື ສະແຫວງຫາເພື່ອຮັບເອົາບາງສິ່ງບາງຢ່າງ ຫຼື ເພື່ອຮັບເອົາໃນຈໍານວນໃດໜຶ່ງ. 2 ສິ່ງທີ່ເອີ້ນວ່າ “ຄວາມຮັກ” ແມ່ນໝາຍເຖິງຄວາມຮູ້ສຶກທີ່ບໍລິສຸດ ແລະ ບໍ່ມີຂໍ້ຕໍານິ, ເຊິ່ງພວກເຈົ້າໃຊ້ຫົວໃຈຂອງພວກເຈົ້າເພື່ອຮັກ, ເພື່ອຮູ້ສຶກ ແລະ ເພື່ອຄຸ່ນຄິດ. ໃນຄວາມຮັກແມ່ນບໍ່ມີເງື່ອນໄຂ, ບໍ່ມີອຸປະສັກ ແລະ ບໍ່ມີໄລຍະທາງ. ໃນຄວາມຮັກແມ່ນບໍ່ມີຂໍ້ສົງໄສ, ບໍ່ມີການຫຼອກລວງ
- [ພຣະເຈົ້າເອງ, ທີ່ເປັນເອກະລັກ IV](https://lo.kingdomsalvation.org/God-Himself-the-unique-iv.html) - ຄວາມບໍລິສຸດຂອງພຣະເຈົ້າ (I) ພວກເຮົາໄດ້ສົນທະນາເພີ່ມເຕີມກ່ຽວກັບສິດອຳນາດຂອງພຣະເຈົ້າໃນລະຫວ່າງການຊຸມນຸມກັນຄັ້ງສຸດທ້າຍຂອງພວກເຮົາ. ສໍາລັບຕອນນີ້ ພວກເຮົາຈະບໍ່ເວົ້າເຖິງຄວາມຊອບທຳຂອງພຣະເຈົ້າ. ມື້ນີ້ພວກເຮົາຈະມາເວົ້າກ່ຽວກັບຫົວຂໍ້ໃໝ່ທັງໝົດ ນັ້ນກໍຄືຄວາມບໍລິສຸດຂອງພຣະເຈົ້າ. ຄວາມບໍລິສຸດຂອງພຣະເຈົ້າແມ່ນອີກດ້ານໜຶ່ງກ່ຽວກັບທາດແທ້ທີ່ເປັນເອກະລັກຂອງພຣະເຈົ້າ, ດັ່ງນັ້ນ ມັນຈຶ່ງມີຄວາມຈຳເປັນທີ່ພວກເຮົາຕ້ອງສົນທະນາກ່ຽວກັບຫົວຂໍ້ນີ້. ຜ່ານມາເຮົາໄດ້ສົນທະນາກ່ຽວກັບທາດແທ້ສອງດ້ານຂອງພຣະເຈົ້າ ນັ້ນກໍຄື ອຸປະນິໄສອັນຊອບທຳ ແລະ ສິດອຳນາດຂອງພຣະເຈົ້າ; ທັງສອງດ້ານດັ່ງກ່າວນີ້ ແລະ ອີກດ້ານໜຶ່ງທີ່ເຮົາກໍາລັງຈະສົນທະນາໃນມື້ນີ້ ທັງໝົດແມ່ນເປັນເອກະລັກບໍ? (ແມ່ນ.) ຄວາມບໍລິສຸດຂອງພຣະເຈົ້າກໍເປັນເອກະລັກເຊັ່ນກັນ, ດັ່ງນັ້ນ ບົນພື້ນຖານຂອງຄວາມເປັນເອກະລັກນີ້ ແລະ ຮາກເຫງົ້າຂອງຄວາມເປັນເອກະລັກນີ້ຈະເປັນຫົວຂໍ້ສຳລັບການສົນທະນາຂອງພວກເຮົາໃນມື້ນີ້. ມື້ນີ້ພວກເຮົາຈະສົນທະນາກ່ຽວກັບທາດແທ້ທີ່ເປັນເອກະລັກຂອງພຣະເຈົ້າ ນັ້ນກໍຄື ຄວາມບໍລິສຸດຂອງພຣະອົງ. ບາງເທື່ອ ພວກເຈົ້າບາງຄົນອາດມີຄວາມສົງໄສບາງຢ່າງ ແລະ ຖາມວ່າ: “ເປັນຫຍັງພວກເຮົາຕ້ອງສົນທະນາກ່ຽວກັບຄວາມບໍລິສຸດຂອງພຣະເຈົ້າ?” ບໍ່ຕ້ອງກັງວົນ, ເຮົາຈະເວົ້າໃຫ້ພວກເຈົ້າຟັງແບບຊ້າໆ. ເມື່ອພວກເຈົ້າໄດ້ຍິນໃນສິ່ງທີ່ເຮົາເວົ້າ, ພວກເຈົ້າຈະຮູ້ວ່າເປັນຫຍັງມັນຈິ່ງຈຳເປັນຢ່າງຍິ່ງສຳລັບເຮົາທີ່ຕ້ອງສົນທະນາກ່ຽວກັບຫົວຂໍ້ນີ້. ກ່ອນອື່ນໝົດ, ໃຫ້ພວກເຮົານິຍາມຄຳວ່າ “ບໍລິສຸດ” ນັ້ນກ່ອນ. ຈົ່ງໃຊ້ຄວາມຄິດຂອງພວກເຈົ້າ ແລະ ຈາກຄວາມຮູ້ທັງໝົດທີ່ເຈົ້າມີ, ພວກເຈົ້າເຂົ້າໃຈນິຍາມຂອງຄຳວ່າ “ບໍລິສຸດ” ແມ່ນຫຍັງບໍ? (“ບໍລິສຸດ” ໝາຍເຖິງ ບໍ່ມີຮອຍເປື້ອນ, ບໍ່ມີການທຸຈະລິດ ຫຼື ຂໍ້ບົກຜ່ອງໃດໆຂອງມະນຸດຊາດ. ຄວາມບໍລິສຸດທໍແສງສະຫວ່າງໃຫ້ກັບທຸກສິ່ງທີ່ເປັນບວກ ບໍ່ວ່າຈະເປັນຄວາມຄິດ,
- [ພຣະເຈົ້າເອງ, ທີ່ເປັນເອກະລັກ II](https://lo.kingdomsalvation.org/God-Himself-the-unique-ii.html) - ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ບັດນີ້ ພວກເຈົ້າໄດ້ຍິນການສົນທະນາທີ່ຜ່ານມາກ່ຽວກັບສິດອຳນາດຂອງພຣະເຈົ້າແລ້ວ, ເຮົາໝັ້ນໃຈວ່າ ພວກເຈົ້າຈະມີຄຳເວົ້າດີໆຫຼາຍຢ່າງກ່ຽວກັບເລື່ອງນີ້. ພວກເຈົ້າຈະສາມາດໄດ້ຮັບ, ຢັ່ງເຖິງ ແລະ ເຂົ້າໃຈໄດ້ຫຼາຍສໍ່າໃດກໍລ້ວນແລ້ວແຕ່ຂຶ້ນກັບວ່າພວກເຈົ້າໄດ້ໃຊ້ຄວາມພະຍາຍາມຫຼາຍສໍ່າໃດໃນສິ່ງນັ້ນ. ມັນຄືຄວາມຫວັງຂອງເຮົາທີ່ພວກເຈົ້າຈະສາມາດເຂົ້າເຖິງເລື່ອງນີ້ຢ່າງຈິງຈັງ; ບໍ່ວ່າດ້ວຍວິທີໃດກໍຕາມ ພວກເຈົ້າຄວນພົວພັນກັບມັນຢ່າງເຕັມໃຈ! ບັດນີ້ ການຮູ້ຈັກສິດອຳນາດຂອງພຣະເຈົ້າເທົ່າກັບການຮູ້ຈັກກັບພຣະເຈົ້າທັງໝົດບໍ? ສາມາດເວົ້າໄດ້ວ່າ ການຮູ້ຈັກສິດອຳນາດຂອງພຣະເຈົ້າແມ່ນການເລີ່ມຕົ້ນຂອງການຮູ້ຈັກພຣະເຈົ້າເອງ ຜູ້ເຊິ່ງທີ່ເປັນເອກະລັກ ແລະ ຄົນໆໜຶ່ງຍັງສາມາດເວົ້າໄດ້ວ່າ ການຮູ້ຈັກສິດອຳນາດຂອງພຣະເຈົ້າໝາຍຄວາມວ່າ ຄົນໆນັ້ນໄດ້ກ້າວເຂົ້າຜ່ານປະຕູແຫ່ງການຮູ້ຈັກແກ່ນແທ້ຂອງພຣະເຈົ້າເອງ ຜູ້ເຊິ່ງເປັນເອກະລັກແລ້ວ. ຄວາມເຂົ້າໃຈນີ້ແມ່ນພາກສ່ວນໜຶ່ງຂອງການຮູ້ຈັກພຣະເຈົ້າ. ແລ້ວສ່ວນອື່ນໆເດ? ນີ້ແມ່ນຫົວຂໍ້ທີ່ເຮົາຕ້ອງການສົນທະນາໃນມື້ນີ້ ນັ້ນກໍຄື ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ເຮົາໄດ້ເລືອກເອົາພຣະທໍາສອງບົດໃນພຣະຄຳພີເພື່ອເປັນຫົວຂໍ້ຂອງການສົນທະນາໃນມື້ນີ້: ບົດທຳອິດແມ່ນກ່ຽວກັບການທີ່ພຣະເຈົ້າທຳລາຍເມືອງໂຊໂດມ ເຊິ່ງສາມາດພົບເຫັນໄດ້ໃນ ປະຖົມມະການ 19:1-11 ແລະ ປະຖົມມະການ 19:24-25; ບົດທີສອງກ່ຽວຂ້ອງກັບການທີ່ພຣະເຈົ້າຊ່ວຍເມືອງນີນາເວໃຫ້ລອດພົ້ນ ເຊິ່ງສາມາດພົບເຫັນໄດ້ໃນໂຢນາ 1:1-2, ພ້ອມນັ້ນກໍຈະມີບົດທີສາມ ແລະ ທີສີ່ຂອງໜັງສືໂຢນາອີກດ້ວຍ. ເຮົາຄາດວ່າພວກເຈົ້າທຸກຄົນຄົງກຳລັງລໍຖ້າເພື່ອໄດ້ຍິນສິ່ງທີ່ເຮົາຈະເວົ້າກ່ຽວກັບພຣະທໍາສອງບົດເຫຼົ່ານີ້. ໂດຍທໍາມະຊາດແລ້ວ ສິ່ງທີ່ເຮົາເວົ້າບໍ່ສາມາດບ່ຽງເບນໄປຈາກຂອບເຂດຂອງການຮູ້ຈັກພຣະເຈົ້າເອງ ແລະ ການຮູ້ຈັກແກ່ນແທ້ຂອງພຣະອົງ, ແຕ່ແມ່ນຫຍັງຈະເປັນຈຸດສຳຄັນຂອງການສົນທະນາໃນມື້ນີ້? ມີຜູ້ໃດໃນພວກເຈົ້າຮູ້ຈັກບໍ? ສ່ວນໃດຂອງການສົນທະນາຂອງເຮົາທີ່ກ່ຽວກັບສິດອຳນາດຂອງພຣະເຈົ້າໄດ້ດຶງເອົາຄວາມສົນໃຈຂອງພວກເຈົ້າ? ເປັນຫຍັງເຮົາຈຶ່ງເວົ້າວ່າ ຜູ້ດຽວທີ່ມີສິດອຳນາດ ແລະ ລິດອຳນາດດັ່ງກ່າວກໍຄືພຣະເຈົ້າເອງ? ແມ່ນຫຍັງຄືສິ່ງທີ່ເຮົາປາຖະໜາຢາກຊີ້ແຈງໃນການເວົ້າແບບນັ້ນ? ແມ່ນຫຍັງຄືສິ່ງທີ່ເຮົາປາຖະໜາຢາກໃຫ້ພວກເຈົ້າຮຽນຮູ້ຈາກມັນ?
- [ພຣະເຈົ້າເອງ, ທີ່ເປັນເອກະລັກ I](https://lo.kingdomsalvation.org/God-Himself-the-unique-i.html) - ສິດອຳນາດຂອງພຣະເຈົ້າ (I) ການສົນທະນາຫຼາຍຄັ້ງທີ່ຜ່ານມາຂອງເຮົາແມ່ນກ່ຽວກັບພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ. ຫຼັງຈາກທີ່ໄດ້ຍິນການສົນທະນາເຫຼົ່ານີ້ແລ້ວ, ພວກເຈົ້າຮູ້ສຶກບໍວ່າ ພວກເຈົ້າໄດ້ຮັບຄວາມເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ? ພວກເຈົ້າໄດ້ຮັບຄວາມເຂົ້າໃຈ ແລະ ຄວາມຮູ້ໃນລະດັບໃດ? ພວກເຈົ້າສາມາດລະບຸເປັນຈຳນວນໄດ້ບໍ? ການສົນທະນາເຫຼົ່ານັ້ນໄດ້ເຮັດໃຫ້ເຈົ້າມີຄວາມເຂົ້າໃຈຢ່າງເລິກເຊິ່ງຂຶ້ນກ່ຽວກັບພຣະເຈົ້າຢູ່ບໍ? ສາມາດເວົ້າໄດ້ບໍວ່າ ຄວາມເຂົ້າໃຈນີ້ແມ່ນຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ? ສາມາດເວົ້າໄດ້ບໍວ່າ ຄວາມຮູ້ ແລະ ຄວາມເຂົ້າໃຈນີ້ທີ່ກ່ຽວກັບພຣະເຈົ້າແມ່ນຄວາມຮູ້ກ່ຽວກັບແກ່ນແທ້ທັງໝົດຂອງພຣະເຈົ້າ ແລະ ທຸກສິ່ງທີ່ພຣະອົງມີ ແລະ ເປັນ? ບໍ່ໄດ້, ບໍ່ໄດ້ຢ່າງແນ່ນອນ! ນັ້ນກໍເພາະວ່າ ການສົນທະນາເຫຼົ່ານີ້ພຽງແຕ່ໃຫ້ຄວາມເຂົ້າໃຈກ່ຽວກັບສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ບໍ່ແມ່ນທັງໝົດຈາກທັງໝົດຂອງມັນ. ການສົນທະນາເຫຼົ່ານີ້ເຮັດໃຫ້ພວກເຈົ້າສາມາດເຂົ້າໃຈສ່ວນໜຶ່ງຂອງພາລະກິດທີ່ພຣະເຈົ້າເຮັດສຳເລັດໃນອະດີດ; ຜ່ານການສົນທະນາເຫຼົ່ານີ້ ພວກເຈົ້າໄດ້ເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ລວມເຖິງວິທີການ ແລະ ຄວາມຄິດທີ່ຢູ່ເບື້ອງຫຼັງທຸກສິ່ງທີ່ພຣະອົງໄດ້ກະທຳ. ແຕ່ນີ້ເປັນພຽງຄວາມເຂົ້າໃຈກ່ຽວກັບພຣະເຈົ້າທີ່ຕາມຕົວອັກສອນ ແລະ ຜ່ານການເວົ້າອອກມາ ແລະ ໃນຫົວໃຈຂອງພວກເຈົ້າ, ພວກເຈົ້າຍັງຄົງບໍ່ໝັ້ນໃຈວ່າ ມີຫຼາຍສໍ່າໃດທີ່ເປັນຄວາມຈິງ. ແມ່ນຫຍັງຄືເຫດຜົນຫຼັກທີ່ກຳນົດຄວາມເຂົ້າໃຈຂອງຜູ້ຄົນຕໍ່ສິ່ງດັ່ງກ່າວວ່າເປັນຄວາມຈິງ ຫຼື ບໍ່?
- [ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III](https://lo.kingdomsalvation.org/God-s-work-iii.html) - ການສົນທະນາສອງສາມຄັ້ງທີ່ຜ່ານມາຂອງພວກເຮົາແມ່ນໄດ້ມີຜົນກະທົບອັນໃຫຍ່ຫຼວງຕໍ່ພວກເຈົ້າທຸກຄົນ. ໃນປັດຈຸບັນ, ໃນທີ່ສຸດ ຜູ້ຄົນກໍສາມາດຮູ້ສຶກເຖິງການເປັນຢູ່ທີ່ແທ້ຈິງຂອງພຣະເຈົ້າ ແລະ ຮູ້ສຶກວ່າ ຄວາມຈິງແລ້ວ ພຣະເຈົ້າໃກ້ຊິດກັບມະນຸດຫຼາຍ. ເຖິງແມ່ນຜູ້ຄົນອາດໄດ້ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ແຕ່ ພວກເຂົາກໍບໍ່ເຄີຍເຂົ້າໃຈຄວາມຄິດ ແລະ ແນວຄິດຂອງພຣະອົງຢ່າງແທ້ຈິງ ດັ່ງທີ່ພວກເຂົາຮູ້ໃນຕອນນີ້ ຫຼື ພວກເຂົາບໍ່ເຄີຍໄດ້ຜະເຊີນກັບການກະທຳຕົວຈິງຂອງພຣະອົງຢ່າງແທ້ຈິງ ດັ່ງທີ່ພວກເຂົາໄດ້ຜະເຊີນໃນຕອນນີ້. ບໍ່ວ່າມັນຈະເປັນຄວາມຮູ້ ຫຼື ການປະຕິບັດຕົວຈິງ, ຜູ້ຄົນສ່ວນໃຫຍ່ແມ່ນໄດ້ຮຽນຮູ້ບາງສິ່ງທີ່ໃໝ່ ແລະ ບັນລຸຄວາມເຂົ້າໃຈຫຼາຍຍິ່ງຂຶ້ນ ແລະ ພວກເຂົາໄດ້ເຂົ້າໃຈເຖິງຂໍ້ຜິດພາດທີ່ຢູ່ໃນການສະແຫວງຫາທີ່ຜ່ານມາຂອງພວກເຂົາເອງ, ເຂົ້າໃຈເຖິງປະສົບການທີ່ຜິວເຜີນຂອງພວກເຂົາ ແລະ ເຂົ້າໃຈວ່າປະສົບການຫຼາຍຢ່າງຂອງພວກເຂົາແມ່ນບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ເຂົ້າໃຈວ່າສິ່ງທີ່ມະນຸດຂາດຫຼາຍທີ່ສຸດກໍຄືຄວາມຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ. ຄວາມຮູ້ນີ້ໃນສ່ວນຂອງມະນຸດເປັນພຽງປະເພດຂອງຄວາມຮູ້ທີ່ອີງຕາມການເຂົ້າໃຈເທົ່ານັ້ນ; ການເພີ່ມຂຶ້ນສູ່ລະດັບຄວາມຮູ້ແບບມີເຫດຜົນແມ່ນຈຳເປັນຕ້ອງມີການລົງເລິກ ແລະ ການພັດທະນາເທື່ອລະໜ້ອຍຜ່ານທາງປະສົບການຂອງຄົນໆໜຶ່ງ. ກ່ອນທີ່ມະນຸດຈະເຂົ້າໃຈພຣະເຈົ້າຢ່າງແທ້ຈິງ, ໂດຍສ່ວນຕົວແລ້ວ ມັນສາມາດເວົ້າໄດ້ວ່າ ພວກເຂົາເຊື່ອໃນການເປັນຢູ່ຂອງພຣະເຈົ້າໃນຫົວໃຈຂອງພວກເຂົາ, ແຕ່ພວກເຂົາບໍ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄຳຖາມທີ່ສະເພາະເຈາະຈົງ ເຊັ່ນ: ພຣະອົງເປັນພຣະເຈົ້າແບບໃດກັນແທ້, ແມ່ນຫຍັງຄືຄວາມປະສົງຂອງພຣະອົງ, ແມ່ນຫຍັງຄືອຸປະນິໄສຂອງພຣະອົງ ແລະ ແມ່ນຫຍັງຄືທັດສະນະຄະຕິແທ້ຈິງຂອງພຣະອົງຕໍ່ມະນຸດຊາດ. ສິ່ງນີ້ເປັນອັນຕະລາຍຕໍ່ຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າຢ່າງໃຫຍ່ຫຼວງ, ມັນ ຂັດຂວາງບໍ່ໃຫ້ຄວາມເຊື່ອຂອງພວກເຂົາບັນລຸຄວາມບໍລິສຸດ ຫຼື ຄວາມສົມບູນຈັກເທື່ອ. ເຖິງແມ່ນເຈົ້າຢູ່ເຊິ່ງໜ້າພຣະທຳຂອງພຣະເຈົ້າ ຫຼື ຮູ້ສຶກວ່າ ເຈົ້າໄດ້ຜະເຊີນກັບພຣະເຈົ້າຜ່ານທາງປະສົບການຂອງເຈົ້າ, ມັນກໍຍັງບໍ່ສາມາດເວົ້າໄດ້ວ່າ
- [ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II](https://lo.kingdomsalvation.org/God-s-work-ii.html) - ໃນລະຫວ່າງການພົບປະກັນຄັ້ງກ່ອນຂອງພວກເຮົາ, ພວກເຮົາໄດ້ສົນທະນາກັນກ່ຽວກັບຫົວຂໍ້ທີ່ສຳຄັນຫຼາຍ. ພວກເຈົ້າຈື່ບໍ່ວ່າ ມັນແມ່ນຫຍັງ? ເຮົາຈະຂໍເວົ້າມັນຄືນໃໝ່. ຫົວຂໍ້ຂອງການສົນທະນາຄັ້ງກ່ອນຂອງພວກເຮົາແມ່ນ: ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ. ນີ້ແມ່ນຫົວຂໍ້ສຳຄັນສໍາລັບພວກເຈົ້າບໍ? ສ່ວນໃດຂອງມັນສຳຄັນທີ່ສຸດຕໍ່ພວກເຈົ້າ? ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ຫຼື ວ່າພຣະເຈົ້າເອງ? ອັນໃດທີ່ພວກເຈົ້າສົນໃຈຫຼາຍທີ່ສຸດ? ສ່ວນໃດທີ່ພວກເຈົ້າຕ້ອງການໄດ້ຍິນຫຼາຍທີ່ສຸດ? ເຮົາຮູ້ວ່າມັນຍາກທີ່ຈະໃຫ້ພວກເຈົ້າຕອບຄຳຖາມນັ້ນ, ຍ້ອນອຸປະນິໄສຂອງພຣະເຈົ້າສາມາດເຫັນໄດ້ໃນທຸກລັກສະນະຂອງພາລະກິດຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງແມ່ນຖືກເປີດເຜີຍໃນພາລະກິດຂອງພຣະອົງຢູ່ສະເໝີ ແລະ ຢູ່ທຸກແຫ່ງຫົນ ແລະ ໃນຄວາມເປັນຈິງແລ້ວ, ສິ່ງນີ້ເປັນຕົວແທນໃຫ້ກັບພຣະເຈົ້າເອງ; ໃນແຜນການຄຸ້ມຄອງໂດຍລວມຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງລ້ວນແລ້ວແຕ່ບໍ່ສາມາດແຍກອອກຈາກກັນໄດ້. ເນື້ອຫາຂອງການສົນທະນາຄັ້ງກ່ອນຂອງພວກເຮົາທີ່ກ່ຽວກັບພາລະກິດຂອງພຣະເຈົ້າປະກອບມີເລື່ອງລາວຈາກພຣະຄຳພີທີ່ກ່ຽວກັບເຫດການທີ່ເກີດຂຶ້ນເປັນເວລາດົນນານມາແລ້ວ. ພວກມັນລ້ວນແລ້ວແຕ່ເປັນເລື່ອງທີ່ກ່ຽວກັບມະນຸດ ແລະ ພຣະເຈົ້າ ແລະ ພວກມັນກ່ຽວກັບສິ່ງທີ່ເກີດຂຶ້ນກັບມະນຸດ ພ້ອມນັ້ນກໍຍັງກ່ຽວພັນເຖິງການມີສ່ວນຮ່ວມ ແລະ ການສະແດງອອກຂອງພຣະເຈົ້າ, ສະນັ້ນເລື່ອງລາວເຫຼົ່ານີ້ຈຶ່ງມີຄຸນຄ່າ ແລະ ຄວາມໝາຍໂດຍສະເພາະໃນການຮູ້ຈັກພຣະເຈົ້າ. ຫຼັງຈາກທີ່ໄດ້ສ້າງມະນຸດຊາດ, ພຣະເຈົ້າກໍເລີ່ມພົວພັນກັບມະນຸດ ແລະ ສົນທະນາກັບມະນຸດ ແລະ ອຸປະນິໄສຂອງພຣະອົງກໍເລີ່ມຖືກສະແດງອອກຕໍ່ມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ນັບຕັ້ງແຕ່ເວລາທີ່ພຣະເຈົ້າໄດ້ພົວພັນກັບມະນຸດຊາດເປັນຄັ້ງທຳອິດ ພຣະອົງກໍເລີ່ມເປີດເຜີຍແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ
- [ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I](https://lo.kingdomsalvation.org/God-s-work-i.html) - ມື້ນີ້ພວກເຮົາຈະສົນທະນາກັນກ່ຽວກັບຫົວຂໍ້ທີ່ສຳຄັນ. ນີ້ແມ່ນຫົວຂໍ້ທີ່ໄດ້ຖືກສົນທະນາກັນນັບຕັ້ງແຕ່ການເລີ່ມຕົ້ນພາລະກິດຂອງພຣະເຈົ້າ ແລະ ເປັນຫົວຂໍ້ທີ່ມີຄວາມໝາຍຄວາມສຳຄັນຍິ່ງຕໍ່ທຸກຄົນ. ເວົ້າອີກຢ່າງໜຶ່ງກໍຄື ນີ້ແມ່ນບັນຫາທີ່ທຸກຄົນຈະຜະເຊີນໃນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ; ມັນເປັນບັນຫາທີ່ຕ້ອງຜະເຊີນ. ມັນເປັນບັນຫາທີ່ສຳຄັນ, ບໍ່ສາມາດຫຼີກເວັ້ນໄດ້ ແລະ ມະນຸດບໍ່ສາມາດຍ່າງໜີຈາກມັນໄດ້. ເວົ້າເຖິງຄວາມສຳຄັນ, ແມ່ນຫຍັງຄືສິ່ງທີ່ສຳຄັນທີ່ສຸດສຳລັບທຸກຄົນທີ່ເຊື່ອໃນພຣະເຈົ້າ? ບາງຄົນຄິດວ່າສິ່ງທີ່ສຳຄັນທີ່ສຸດແມ່ນການເຂົ້າໃຈຄວາມປະສົງຂອງພຣະເຈົ້າ; ບາງຄົນເຊື່ອວ່າມັນສຳຄັນທີ່ສຸດທີ່ຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ; ບາງຄົນຮູ້ສຶກວ່າສິ່ງທີ່ສຳຄັນທີ່ສຸດຄືການຮູ້ຈັກຕົວເອງ; ບາງຄົນມີຄຳຄິດເຫັນວ່າສິ່ງທີ່ສຳຄັນທີ່ສຸດແມ່ນການຮູ້ຈັກວິທີຄົ້ນຫາຄວາມລອດພົ້ນຜ່ານພຣະເຈົ້າ, ວິທີຕິດຕາມພຣະເຈົ້າ ແລະ ວິທີປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ປະເດັນທັງໝົດເຫຼົ່ານີ້ພວກເຮົາຈະບໍ່ເວົ້າເຖິງໃນມື້ນີ້. ແລ້ວພວກເຮົາຈະສົນທະນາກັນກ່ຽວກັບເລື່ອງຫຍັງ? ຫົວຂໍ້ແມ່ນພຣະເຈົ້າ. ຫົວຂໍ້ນີ້ເປັນຫົວຂໍ້ທີ່ສຳຄັນທີ່ສຸດສຳລັບທຸກຄົນບໍ? ຫົວຂໍ້ນີ້ກ່ຽວກັບຫຍັງ? ແນ່ນອນວ່າມັນບໍ່ສາມາດຖືກແຍກອອກຈາກອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າໄດ້. ດັ່ງນັ້ນ, ມື້ນີ້ພວກເຮົາມາສົນທະນາກັນກ່ຽວກັບ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ”. ນັບແຕ່ເວລາທີ່ມະນຸດເລີ່ມເຊື່ອໃນພຣະເຈົ້າ, ພວກເຂົາໄດ້ຜະເຊີນກັບຫົວຂໍ້ຕ່າງໆເຊັ່ນ: ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ. ເມື່ອເວົ້າເຖິງພາລະກິດຂອງພຣະເຈົ້າບາງຄົນຈະເວົ້າວ່າ: “ພາລະກິດຂອງພຣະເຈົ້າໄດ້ປະຕິບັດໃນພວກຂ້ານ້ອຍ; ພວກຂ້ານ້ອຍປະສົບກັບມັນທຸກມື້, ດັ່ງນັ້ນ ພວກຂ້ານ້ອຍຈຶ່ງຄຸ້ນເຄີຍກັບມັນ”. ເມື່ອເວົ້າເຖິງອຸປະນິໄສຂອງພຣະເຈົ້າ, ບາງຄົນຈະເວົ້າວ່າ: “ອຸປະນິໄສຂອງພຣະເຈົ້າແມ່ນຫົວຂໍ້ທີ່ພວກຂ້ານ້ອຍສຶກສາ, ສຳຫຼວດ ແລະ ສຸມໃສ່ໝົດຊີວິດຂອງພວກຂ້ານ້ອຍ, ດັ່ງນັ້ນ
- [ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ](https://lo.kingdomsalvation.org/know-God-s-disposition.html) - ກ່ອນອື່ນ ໃຫ້ພວກເຮົາຮ້ອງເພງສັນລະເສີນ: ເພງແຫ່ງອານາຈັກ (I) ອານາຈັກລົງມາເທິງແຜ່ນດິນໂລກ. ສຽງເພງປະກອບ: ຝູງຊົນຍົກຍ້ອງເຮົາ ຝູງຊົນສັນລະເສີນເຮົາ; ປາກທຸກຄົນຂະໜານນາມເຮົາວ່າເປັນພຣະເຈົ້າອົງແທ້ຈິງ. ອານາຈັກລົງມາເທິງໂລກມະນຸດ. 1 ຝູງຊົນຍົກຍ້ອງເຮົາ ຝູງຊົນສັນລະເສີນເຮົາ; ປາກທຸກຄົນຂະໜານນາມເຮົາວ່າເປັນພຣະເຈົ້າອົງແທ້ຈິງ, ທຸກຄົນມືນຕາຂອງພວກເຂົາເພື່ອເບິ່ງການກະທໍາຂອງເຮົາ. ອານາຈັກລົງມາເທິງໂລກມະນຸດ, ບຸກຄົນຂອງເຮົາມັ່ງຄັ່ງ ແລະ ອຸດົມສົມບູນ. ຜູ້ໃດຈະບໍ່ສະຫຼອງໃນສິ່ງນີ້? ຜູ້ໃດຈະບໍ່ຟ້ອນລໍາດ້ວຍຄວາມສຸກໃຈ? ໂອ້ ຊີໂອນ! ຈົ່ງຍົກທຸງແຫ່ງໄຊຊະນະຂອງເຈົ້າເພື່ອສະຫຼອງໃຫ້ກັບເຮົາ! ຈົ່ງຮ້ອງເພງແຫ່ງໄຊຊະນະຂອງເຈົ້າເພື່ອປະກາດນາມອັນບໍລິສຸດຂອງເຮົາ! 2 ທຸກສິ່ງເທິງແຜ່ນດິນໂລກຈົນເຖິງສຸດປາຍແຜ່ນດິນ! ໃຫ້ຟ້າວຊໍາລະລ້າງຕົວພວກເຈົ້າເອງ ເພື່ອວ່າພວກເຈົ້າຈະຖືກເຮັດໃຫ້ເປັນເຄື່ອງຖວາຍໃຫ້ແກ່ເຮົາ! ດວງດາວໃນທ້ອງຟ້າ! ຈົ່ງກັບຄືນມາສູ່ບ່ອນຂອງພວກເຈົ້າໂດຍໄວເພື່ອສະແດງລິດທານຸພາບອັນຍິ່ງໃຫຍ່ຂອງເຮົາໃນທ້ອງຟ້າ! ເຮົາງ່ຽງຫູຂອງເຮົາຕໍ່ສຽງຂອງຜູ້ຄົນເທິງແຜ່ນດິນໂລກ, ຜູ້ທີ່ຖອກເທຄວາມຮັກຢ່າງນິລັນດອນ ແລະ ເຄົາລົບຕໍ່ເຮົາໃນບົດເພງ! ໃນມື້ນີ້ ເມື່ອສິ່ງຊົງສ້າງທັງປວງກັບຄືນສູ່ຊີວິດ, ເຮົາລົງມາສູ່ໂລກແຫ່ງມະນຸດ. ໃນຊ່ວງເວລານີ້, ໃນຈຸດເຊື່ອມຕໍ່ນີ້, ດອກໄມ້ເບັ່ງບານ, ຝູງສະກຸນາຮ້ອງເພງດ້ວຍສຽງດຽວກັນ, ທຸກສິ່ງເຕັ້ນດ້ວຍຄວາມເບີກບານ! ທ່າມກາງສຽງໂຮ່ຮ້ອງແຫ່ງການຕ້ອນຮັບອານາຈັກ, ອານາຈັກຂອງຊາຕານລົ້ມລະລາຍ, ຖືກທໍາລາຍດ້ວຍສຽງຮ້ອງນັ້ນຂອງເພງແຫ່ງອານາຈັກ, ບໍ່ຟື້ນຄືນມາອີກ! 3 ມີໃຜຢູ່ເທິງແຜ່ນດິນໂລກກ້າລຸກຂຶ້ນ ແລະ ຕໍ່ຕ້ານ? ເມື່ອເຮົາລົງມາສູ່ແຜ່ນດິນໂລກ ເຮົານໍາການເຜົາໄໝ້, ນໍາຄວາມໂກດຮ້າຍ, ນໍາໄພພິບັດທຸກຮູບແບບ. ບັດນີ້ ອານາຈັກຕ່າງໆເທິງແຜ່ນດິນໂລກແມ່ນອານາຈັກຂອງເຮົາ! ເທິງທ້ອງຟ້າ
- [7. ຜູ້ເຊື່ອໃນພຣະເຈົ້າຄວນກະກຽມສຳລັບຈຸດໝາຍປາຍທາງຂອງພວກເຂົາດ້ວຍການກະທຳດີທີ່ພຽງພໍ](https://lo.kingdomsalvation.org/prepare-with-good-deeds-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ຄວາມເມດຕາຂອງເຮົາແມ່ນສະແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ປະຕິເສດຕົວເອງ. ການລົງໂທດແມ່ນມາຫາຄົນຊົ່ວໃນຂະນະທີ່ເປັນຫຼັກຖານເຖິງອຸປະນິໄສທີ່ຊອບທໍາຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ແມ່ນຍັງເປັນພະຍານເຖິງໂກດຮ້າຍຂອງເຮົາ. ເມື່ອໄພພິບັດມາເຖິງ, ທຸກຄົນທີ່ຕໍ່ຕ້ານເຮົາຈະຮ້ອງໄຫ້ໃນຂະນະທີ່ພວກເຂົາຕົກເປັນຜູ້ເຄາະຮ້າຍຈາກຄວາມອຶດຫິວ ແລະ ໂລກລະບາດ. ບັນດາຜູ້ທີ່ເຮັດຊົ່ວທຸກຮູບແບບ ແຕ່ໄດ້ຕິດຕາມເຮົາເປັນເວລາຫຼາຍປີ ຈະບໍ່ໜີພົ້ນຈາກຊົດໃຊ້ສຳລັບຄວາມຜິດບາບຂອງພວກເຂົາ; ພວກເຂົາກໍຍັງຈະຕົກສູ່ໄພພິບັດເຊັ່ນກັນ ເຊິ່ງບໍ່ຄ່ອຍປາກົດໃຫ້ເຫັນໃນຫຼາຍລ້ານປີທີ່ຜ່ານມາ ແລະ ພວກເຂົາກໍຈະໃຊ້ຊີວິດໃນສະພາວະທີ່ຕື່ນຕົກໃຈ ແລະ ຢ້ານກົວ. ແລ້ວຜູ້ຕິດຕາມຂອງເຮົາທີ່ສະແດງຄວາມຈົງຮັກພັກດີຕໍ່ເຮົາກໍ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະປະສົບກັບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ດໍາລົງຊີວິດທ່າມກາງຄວາມສຸກໃນແບບທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາທີ່ຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດຊາດ, ເຮົາຫວັງຢ່າງຍິ່ງທີ່ຈະຮັບເອົາກຸ່ມຄົນທີ່ມີຈິດໃຈຄືກັນກັບເຮົາ. ໃນຂະນະດຽວກັນ, ເຮົາບໍ່ເຄີຍລືມຜູ້ທີ່ບໍ່ມີຈິດໃຈຄືກັນກັບເຮົາ; ເຮົາກຽດຊັງຄົນເຫຼົ່ານັ້ນຕະຫຼອດເວລາໃນໃຈຂອງເຮົາ, ລໍຖ້າໂອກາດທີ່ຈະໃຫ້ພວກເຂົາຕອບຄໍາຖາມຕໍ່ການກະທໍາຊົ່ວຂອງພວກເຂົາ ເຊິ່ງແມ່ນບາງຢ່າງທີ່ເຮົາຈະພໍໃຈທີ່ຈະໄດ້ເຫັນ. ຕອນນີ້ ໃນທີ່ສຸດແລ້ວ ມື້ຂອງເຮົາໄດ້ມາຮອດ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ! ພາລະກິດສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອຈັດແຈງຈຸດໝາຍປາຍທາງຂອງມະນຸດ. ຍິ່ງໄປກວ່ານັ້ນ, ມັນກໍແມ່ນເພື່ອວ່າ ທຸກຄົນຈະຮັບຮູ້ການກະທໍາ ແລະ ການດໍາເນີນການຂອງເຮົາ. ເຮົາຕ້ອງການໃຫ້ແຕ່ລະຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສະແດງເຖິງອຸປະນິໄສຂອງເຮົາ. ມັນບໍ່ແມ່ນການກະທໍາຂອງມະນຸດທີ່ໄດ້ສ້າງມະນຸດຊາດຂຶ້ນມາ ແລ້ວແຮງໄກທີ່ຈະເປັນການກະທໍາຂອງທໍາມະຊາດ, ແຕ່ແມ່ນເຮົາທີ່ເປັນຜູ້ບໍາລຸງລ້ຽງສິ່ງມີຊີວິດທັງໝົດໃນການຊົງສ້າງ.
- [6. ຄວາມໝາຍຂອງການທົນທຸກ ແລະ ປະເພດຂອງການທົນທຸກທີ່ຜູ້ເຊື່ອຂອງພຣະເຈົ້າຕ້ອງແບກຮັບ](https://lo.kingdomsalvation.org/meaning-of-suffering-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ໃນປັດຈຸບັນນີ້, ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ແບບນັ້ນ. ພວກເຂົາເຊື່ອວ່າ ການທົນທຸກແມ່ນບໍ່ມີຄຸນຄ່າ, ພວກເຂົາຖືກໂລກປະຖິ້ມ, ຊີວິດໃນເຮືອນຂອງພວກເຂົາກໍມີບັນຫາ, ພວກເຂົາບໍ່ເປັນທີ່ຮັກຂອງພຣະເຈົ້າ ແລະ ຄວາມຄາດຫວັງຂອງພວກເຂົາກໍວ່າງເປົ່າ. ການທົນທຸກຂອງບາງຄົນໄປເຖິງຈຸດສູງສຸດ ແລະ ຄວາມຄິດຂອງພວກເຂົາກໍຄິດເຖິງແຕ່ຄວາມຕາຍ. ນີ້ບໍ່ແມ່ນການຮັກພຣະເຈົ້າທີ່ແທ້ຈິງ; ຄົນປະເພດດັ່ງກ່າວແມ່ນຄົນຂີ້ຢ້ານ, ພວກເຂົາບໍ່ມີຄວາມບາກບັ່ນ, ພວກເຂົາອ່ອນແອ ແລະ ບໍ່ມີພະລັງ! ພຣະເຈົ້າຮ້ອນຮົນທີ່ຈະໃຫ້ມະນຸດຮັກພຣະອົງ, ແຕ່ວ່າຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົນທຸກຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ ແລະ ຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົດລອງຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ. ຖ້າເຈົ້າຮັກພຣະອົງ, ແລ້ວການທົນທຸກທຸກຮູບແບບຈະເກີດຂຶ້ນກັບເຈົ້າ ແລະ ຖ້າເຈົ້າບໍ່ໄດ້ຮັກພຣະອົງ, ແລ້ວບາງເທື່ອ ທຸກສິ່ງຈະດຳເນີນໄປຢ່າງລາບລື້ນສຳລັບເຈົ້າ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າກໍຈະສະຫງົບສຸກ. ເມື່ອເຈົ້າຮັກພຣະເຈົ້າ, ເຈົ້າຈະຮູ້ສຶກວ່າ ຫຼາຍສິ່ງທີ່ຢູ່ອ້ອມຂ້າງເຈົ້າແມ່ນບໍ່ສາມາດຜ່ານພົ້ນໄປໄດ້ ແລະ ຍ້ອນວ່າວຸດທິພາວະຂອງເຈົ້າຕໍ່າເກີນໄປ ເຈົ້າຈະຖືກຫຼໍ່ຫຼອມ; ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈດຕະນາຂອງພຣະເຈົ້າສູງສົ່ງເກີນໄປ, ພວກມັນຢູ່ເໜືອທີ່ມະນຸດຈະເອື້ອມເຖິງໄດ້. ຍ້ອນທຸກສິ່ງເຫຼົ່ານີ້ ເຈົ້າຈຶ່ງຈະຖືກຫຼໍ່ຫຼອມ; ຍ້ອນວ່າມີຄວາມອ່ອນແອຫຼາຍຢ່າງພາຍໃນຕົວເຈົ້າ ແລະ ມີຫຼາຍສິ່ງທີ່ບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າໄດ້, ເຈົ້າຈຶ່ງຈະຖືກຫຼໍ່ຫຼອມຢູ່ຂ້າງໃນ. ແຕ່ພວກເຈົ້າຕ້ອງເຫັນຢ່າງຊັດເຈນວ່າ ການຊໍາລະລ້າງໃຫ້ບໍລິສຸດນັ້ນແມ່ນຖືກບັນລຸຜົນຜ່ານການຫຼໍ່ຫຼອມເທົ່ານັ້ນ. ສະນັ້ນ ໃນລະຫວ່າງຍຸກສຸດທ້າຍນີ້
- [5. ຄວາມເຊື່ອໃນພຣະເຈົ້າບໍ່ຄວນມີເພື່ອສະແຫວງຫາສັນຕິສຸກ ແລະ ພອນ](https://lo.kingdomsalvation.org/not-only-seeking-blessings-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ມະນຸດໄດ້ຮັບຫຍັງ ນັບຕັ້ງແຕ່ທີ່ໄດ້ເລີ່ມເຊື່ອໃນພຣະເຈົ້າເປັນຄັ້ງທຳອິດ? ເຈົ້າໄດ້ມາຮູ້ຈັກຫຍັງແດ່ກ່ຽວກັບພຣະເຈົ້າ? ເຈົ້າໄດ້ປ່ຽນແປງຫຼາຍປານໃດ ຍ້ອນຄວາມເຊື່ອຂອງເຈົ້າທີ່ມີໃນພຣະເຈົ້າ? ມື້ນີ້ ພວກເຈົ້າທັງຫຼາຍລ້ວນແຕ່ຮູ້ແລ້ວວ່າ ຄວາມເຊື່ອໃນພຣະເຈົ້າຂອງມະນຸດ ບໍ່ແມ່ນສະເພາະສໍາລັບຄວາມລອດພົ້ນຂອງຈິດວິນຍານ ແລະ ເພື່ອຄວາມສຸກທາງເນື້ອກາຍເທົ່ານັ້ນ ຫຼື ມັນບໍ່ແມ່ນເພື່ອເຮັດໃຫ້ຊີວິດຂອງເຂົາເພີ່ມພູນຂຶ້ນ ຜ່ານການຮັກພຣະເຈົ້າ ແລະ ອື່ນໆ. ເມື່ອເປັນແນວນັ້ນ, ຖ້າເຈົ້າຮັກພຣະເຈົ້າ ເພື່ອຈຸດປະສົງແຫ່ງຄວາມຜາສຸກຂອງເນື້ອໜັງ ຫຼື ຄວາມເພິ່ງພໍໃຈຊົ່ວຂະນະ, ແລ້ວເຖິງແມ່ນວ່າ ທ້າຍທີ່ສຸດແລ້ວ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ຈະມາຮອດຈຸດສູງສຸດ ແລະ ພວກເຈົ້າ ກໍບໍ່ຂໍຫຍັງອີກເລີຍ, ຄວາມຮັກທີ່ເຈົ້າສະແຫວງຫາ ຍັງຄົງເປັນຄວາມຮັກທີ່ບໍ່ບໍລິສຸດ ແລະ ບໍ່ເປັນທີ່ພໍໃຈຕໍ່ພຣະເຈົ້າ. ຜູ້ທີ່ໃຊ້ຄວາມຮັກທີ່ມີຕໍ່ພຣະເຈົ້າ ເພື່ອເພີ່ມພູນຊີວິດອັນໜ້າເບື່ອຂອງພວກເຂົາ ແລະ ເຕີມເຕັມຊ່ອງວ່າງໃນໃຈຂອງພວກເຂົາ ແມ່ນປະເພດຂອງຜູ້ຄົນທີ່ເຫັນແກ່ຕົວສໍາລັບຊີວິດອັນແສນສະບາຍ, ບໍ່ແມ່ນຜູ້ທີ່ສະແຫວງຫາຄວາມຮັກພຣະເຈົ້າຢ່າງແທ້ຈິງ. ຄວາມຮັກປະເພດນີ້ ແມ່ນການບັງຄັບ, ມັນເປັນການສະແຫວງຫາຄວາມເພິ່ງພໍໃຈທາງອາລົມ ແລະ ພຣະເຈົ້າບໍ່ຕ້ອງການມັນ. ແລ້ວຄວາມຮັກຂອງເຈົ້າແມ່ນແບບໃດ? ເຈົ້າຮັກພຣະເຈົ້າເພື່ອຫຍັງ? ຕອນນີ້, ຄວາມຮັກອັນແທ້ຈິງ ທີ່ເຈົ້າມີໃຫ້ພຣະເຈົ້ານັ້ນຫຼາຍປານໃດ? ຄວາມຮັກທີ່ພວກເຈົ້າສ່ວນໃຫຍ່ມີ ແມ່ນດັ່ງທີ່ໄດ້ກ່າວໄວ້ກ່ອນໜ້ານີ້. ຄວາມຮັກດັ່ງກ່າວ ພຽງແຕ່ສາມາດຮັກສາສະຖານະພາບໃນປັດຈຸບັນໄວ້ໄດ້ເທົ່ານັ້ນ; ມັນບໍ່ສາມາດ ເຮັດໃຫ້ເກີດຄວາມໝັ້ນຄົງຊົ່ວນິລັນດອນໄດ້
- [4. ຄວາມເໝາະສົມຂອງໄພ່ພົນທີ່ຜູ້ເຊື່ອຂອງພຣະເຈົ້າຄວນມີ](https://lo.kingdomsalvation.org/saintly-decency-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ຄວາມເປັນມະນຸດປະກອບມີລັກສະນະຫຍັງແດ່? ຄວາມເຂົ້າໃຈເລິກເຊີ່ງ, ຄວາມຮູ້ສຶກ, ສາມັນສໍານຶກ ແລະ ບຸກຄະລິກ. ຖ້າຫາກເຈົ້າສາມາດບັນລຸເຖິງຄວາມເປັນປົກກະຕິໃນແຕ່ລະດ້ານເຫຼົ່ານີ້, ຄວາມເປັນມະນຸດຂອງເຈົ້າກໍຈະມີມາດຕະຖານ. ເຈົ້າຄວນຈະມີຄວາມຄ້າຍຄືກັບມະນຸດແບບປົກກະຕິ ແລະ ເຈົ້າຄວນຄ້າຍຄືກັບຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າ. ເຈົ້າບໍ່ຕ້ອງບັນລຸຫຼາຍເກີນໄປ ຫຼື ມີສ່ວນຮ່ວມໃນວຽກການທູດ; ເຈົ້າພຽງແຕ່ຕ້ອງການເປັນມະນຸດທໍາມະດາ ທີ່ມີຄວາມຮູ້ສຶກແບບຄົນປົກກະຕິ, ທີ່ສາມາດເບີ່ງສິ່ງຕ່າງໆອອກ ແລະ ຢ່າງໜ້ອຍກໍເບີ່ງຄ້າຍຄືກັບມະນຸດປົກກະຕິ. ນັ້ນກໍພຽງພໍແລ້ວ. ທຸກສິ່ງທຸກຢ່າງທີ່ຮຽກຮ້ອງຈາກເຈົ້າແມ່ນນອນຢູ່ໃນຄວາມອາດສາມາດຂອງເຈົ້າ; ນີ້ບໍ່ແມ່ນໃນກໍລະນີທີ່ພະຍາຍາມໄລ່ເປັດຂຶ້ນຢອງງ່າໄມ້. ຈະບໍ່ມີການປະຕິບັດພຣະທໍາທີ່ບໍ່ມີປະໂຫຍດ ຫຼື ພາລະກິດທີ່ບໍ່ເປັນປະໂຫຍດໃດໆກັບເຈົ້າ. ຄວາມຂີ້ຮ້າຍທັງໝົດທີ່ຖືກສະແດງອອກ ຫຼື ຖືກເປີດເຜີຍຢູ່ໃນຊີວິດຂອງເຈົ້າຕ້ອງຖືກກຳຈັດຖີ້ມ. ພວກເຈົ້າໄດ້ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ມີພິດຮ້າຍຈາກຊາຕານຫຼາຍເກີນໄປ. ສິ່ງດຽວທີ່ຮຽກຮ້ອງຈາກເຈົ້າກໍຄືການກຳຈັດອຸປະນິໄສທີ່ເສື່ອມຊາມແບບຊາຕານອອກໄປ. ເຈົ້າບໍ່ໄດ້ຖືກຮຽກຮ້ອງໃຫ້ກາຍເປັນຜູ້ມີຍົດສູງສົ່ງ ຫຼື ເປັນຄົນມີຊື່ສຽງ ຫຼື ເປັນຜູ້ຍິ່ງໃຫຍ່. ສິ່ງນັ້ນບໍ່ມີປະໂຫຍດ. ພາລະກິດທີ່ປະຕິບັດກັບພວກເຈົ້າ ແມ່ນຄຳນຶງເຖິງສິ່ງທີ່ມີໃນຕົວພວກເຈົ້າ. ສິ່ງທີ່ເຮົາຂໍຈາກຜູ້ຄົນແມ່ນມີຈຳກັດ. ຖ້າຫາກເຈົ້າປະຕິບັດໃນລັກສະນະ ແລະ ໃນນ້ຳສຽງການເວົ້າຂອງປັນຍາຊົນ, ສິ່ງນີ້ແມ່ນຈະບໍ່ພຽງພໍ; ເຈົ້າຈະບໍ່ສາມາດເຮັດມັນໄດ້. ເນື່ອງຈາກຄວາມສາມາດຂອງພວກເຈົ້າ, ຢ່າງໜ້ອຍພວກເຈົ້າກໍຄວນສາມາດເວົ້າດ້ວຍສະຕິປັນຍາ ແລະ ໄຫວພິບ ແລະ ອະທິບາຍສິ່ງຕ່າງໆໃນລັກສະນະທີ່ຊັດເຈນ ແລະ ເຂົ້າໃຈໄດ້.
- [3. ໃນຄວາມເຊື່ອໃນພຣະເຈົ້າ, ເຈົ້າຄວນສ້າງຄວາມສຳພັນປົກກະຕິກັບພຣະເຈົ້າ](https://lo.kingdomsalvation.org/normal-relationship-with-God-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ໃນການເຊື່ອໃນພຣະເຈົ້າ ຢ່າງໜ້ອຍເຈົ້າຕ້ອງແກ້ໄຂບັນຫາກ່ຽວກັບການມີຄວາມສຳພັນປົກກະຕິກັບພຣະເຈົ້າ. ຖ້າເຈົ້າບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ, ແລ້ວຄວາມໝາຍໃນການເຊື່ອໃນພຣະເຈົ້າກໍ່ຈະສູນຫາຍໄປ. ການສ້າງຄວາມສຳພັນປົກກະຕິກັບພຣະເຈົ້ານັ້ນບັນລຸຜົນໄດ້ຢ່າງສິ້ນເຊີງດ້ວຍຫົວໃຈທີ່ສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ການມີຄວາມສຳພັນປົກກະຕິກັບພຣະເຈົ້າໝາຍເຖິງການສາມາດບໍ່ມີຂໍ້ສົງໄສ ແລະ ບໍ່ປະຕິເສດພາລະກິດໃດໆຂອງພຣະເຈົ້າ ແລະ ສາມາດອ່ອນນ້ອມຕໍ່ພາລະກິດຂອງພຣະອົງ. ມັນໝາຍເຖິງການມີເຈດຕະນາອັນຖືກຕ້ອງຕໍ່ໜ້າພຣະເຈົ້າ, ບໍ່ວາງແຜນສຳລັບຕົວເຈົ້າເອງ ແລະ ການຄຳນຶງເຖິງຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າໃນທຸກສິ່ງກ່ອນ; ມັນໝາຍເຖິງການຍອມຮັບການກວດສອບວິເຄາະຂອງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ. ເຈົ້າຕ້ອງສາມາດເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດ. ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຈົ້າຕ້ອງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ດີທີ່ສຸດ. ເມື່ອເຈດຕະນາຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ເຈົ້າ, ໃຫ້ປະຕິບັດຕາມພວກມັນ ແລະ ມັນຈະບໍ່ຊ້າເກີນໄປ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າກາຍມາເປັນປົກກະຕິ, ເມື່ອນັ້ນເຈົ້າກໍ່ຈະມີຄວາມສຳພັນປົກກະຕິກັບຜູ້ຄົນເຊັ່ນດຽວກັນ. ເພື່ອສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ທຸກສິ່ງຕ້ອງຖືກສ້າງບົນພື້ນຖານພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດປະຕິບັດໜ້າທີ່ຂອງເຈົ້າຕາມພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າໄດ້ຮ້ອງຂໍ, ເຈົ້າຕ້ອງເຮັດໃຫ້ມຸມມອງຂອງເຈົ້າຊື່ກົງ ແລະ ຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ເຈົ້າຕ້ອງປະຕິບັດຄວາມຈິງ ເມື່ອເຈົ້າເຂົ້າໃຈມັນ ແລະ ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາດ້ວຍຫົວໃຈທີ່ອ່ອນນ້ອມຕໍ່ພຣະເຈົ້າ. ເມື່ອປະຕິບັດແບບນັ້ນ, ເຈົ້າຈະສາມາດຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ. ໃນເວລາດຽວກັນກັບທີ່ປະຕິບັດໜ້າທີ່ຂອງເຈົ້າຢ່າງຖືກຕ້ອງ, ເຈົ້າຍັງຕ້ອງຮັບປະກັນວ່າເຈົ້າບໍ່ໄດ້ເຮັດຫຍັງທີ່ບໍ່ເປັນປະໂຫຍດຕໍ່ທາງເຂົ້າສູ່ຊີວິດຂອງຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ ແລະ ບໍ່ເວົ້າສິ່ງທີ່ບໍ່ເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງ. ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງບໍ່ເຮັດສິ່ງທີ່ຂັດກັບຄວາມສຳນຶກຂອງເຈົ້າ ແລະ ຕ້ອງບໍ່ເຮັດສິ່ງທີ່ເປັນຕາອັບອາຍແທ້ໆ. ໂດຍສະເພາະແລ້ວ,
- [2. ເພື່ອຄົ້ນຫາຫົນທາງທີ່ແທ້ຈິງ, ເຈົ້າຕ້ອງປະກອບມີເຫດຜົນ](https://lo.kingdomsalvation.org/possessed-of-reason-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ພຣະເຈົ້າ ແລະ ມະນຸດບໍ່ສາມາດເວົ້າເຖິງໃນຮູບແບບເທົ່າທຽມກັນໄດ້. ແກ່ນແທ້ຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ທີ່ສຸດ ແລະ ຍາກທີ່ມະນຸດຈະເຂົ້າໃຈ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທໍາທ່າມກາງມະນຸດຊາດດ້ວຍຕົວພຣະອົງເອງ, ແລ້ວບໍ່ວ່າແນວໃດກໍຕາມ ມະນຸດກໍຈະບໍ່ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້. ສະນັ້ນ ແມ່ນແຕ່ຜູ້ທີ່ອຸທິດຊີວິດທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະອົງໄດ້. ຖ້າພຣະເຈົ້າບໍ່ເລີ່ມປະຕິບັດພາລະກິດ, ແລ້ວບໍ່ວ່າມະນຸດຈະເຮັດດີປານໃດກໍຕາມ ມັນກໍຈະບໍ່ເກີດຜົນປະໂຫຍດຫຍັງເລີຍ, ເພາະວ່າ ແນວຄວາມຄິດຂອງພຣະເຈົ້າຈະສູງສົ່ງກວ່າແນວຄວາມຄິດຂອງມະນຸດສະເໝີ ແລະ ສະຕິປັນຍາຂອງພຣະເຈົ້າກໍເປັນສິ່ງທີ່ບຸກຄົນໃດກໍບໍ່ສາມາດຢັ່ງເຖິງໄດ້. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ “ເຂົ້າໃຈຢ່າງເຕັມປ່ຽມ” ໃນພຣະເຈົ້າ ແລະ ພາລະກິດຂອງພຣະອົງແມ່ນພວກບໍ່ມີຄວາມສາມາດ; ພວກເຂົາທຸກຄົນອວດດີ ແລະ ບໍ່ມີຄວາມຮູ້ຫຍັງ. ມະນຸດບໍ່ຄວນນິຍາມພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດນິຍາມພາລະກິດຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ ມະນຸດແມ່ນນ້ອຍກວ່າໂຕມົດ, ສະນັ້ນ ມະນຸດຈະສາມາດເຂົ້າໃຈພາລະກິດຂອງພຣະເຈົ້າໄດ້ແນວໃດ? ຜູ້ທີ່ມັກເວົ້າວ່າ: “ພຣະເຈົ້າບໍ່ໄດ້ເຮັດແບບນີ້ ຫຼື ແບບນັ້ນ” ຫຼື “ພຣະເຈົ້າເປັນແບບນີ້ ຫຼື ແບບນັ້ນ” ພວກເຂົາເຫຼົ່ານີ້ບໍ່ເວົ້າຢ່າງໂອຫັງບໍ? ພວກເຮົາທຸກຄົນຄວນຮູ້ວ່າ ມະນຸດທີ່ເປັນຂອງເນື້ອໜັງແມ່ນລ້ວນແຕ່ຖືກເສື່ອມຊາມໂດຍຊາຕານ. ທໍາມະຊາດແທ້ຂອງມະນຸດຊາດແມ່ນການຕໍ່ຕ້ານພຣະເຈົ້າ. ມະນຸດຊາດບໍ່ສາມາດຢູ່ໃນລະດັບເທົ່າທຽມກັບພຣະເຈົ້າ, ແຮງໄກທີ່ມະນຸດຊາດຈະຫວັງສາມາດແນະນໍາພາລະກິດຂອງພຣະເຈົ້າໄດ້. ແຕ່ສຳລັບວິທີທີ່ພຣະເຈົ້ານໍາພາມະນຸດ,
- [1. ການຮູ້ຈັກແຫຼ່ງທີ່ມາຂອງການທີ່ຜູ້ຄົນຕໍ່ຕ້ານພາລະກິດໃໝ່ຂອງພຣະເຈົ້າໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ](https://lo.kingdomsalvation.org/source-of-opposition-to-new-work-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ໃນດ້ານໜຶ່ງ, ເຫດຜົນທີ່ວ່າເປັນຫຍັງມະນຸດຈຶ່ງຕໍ່ຕ້ານພຣະເຈົ້າແມ່ນເກີດມາຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາ ແລະ ໃນອີກດ້ານໜຶ່ງ ມັນກໍ່ມາຈາກການບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ການຂາດຄວາມເຂົ້າໃຈກ່ຽວກັບຫຼັກການທີ່ພຣະເຈົ້າປະຕິບັດພາລະກິດ ແລະ ກ່ຽວກັບເຈດຕະນາຂອງພຣະອົງສຳລັບມະນຸດ. ທັງສອງລັກສະນະນີ້ເມື່ອນໍາມາໃສ່ກັນໄດ້ປະກອບເປັນປະຫວັດສາດທີ່ມະນຸດຕໍ່ຕ້ານພຣະເຈົ້າ. ຜູ້ເຊື່ອໃໝ່ຕໍ່ຕ້ານພຣະເຈົ້າ ເພາະການຕໍ່ຕ້ານດັ່ງກ່າວນອນຢູ່ພາຍໃນທຳມະຊາດຂອງພວກເຂົາ, ໃນຂະນະທີ່ການຕໍ່ຕ້ານພຣະເຈົ້າຂອງຄົນທີ່ມີຄວາມເຊື່ອຫຼາຍປີແມ່ນມີຜົນມາຈາກການບໍ່ມີຄວາມຮູ້ກ່ຽວກັບພຣະອົງ ນອກຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກຄົນທີ່ບໍ່ຮູ້ຈັກພຣະເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າ ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າຢູ່ສະເໝີ ແລະ ເຖິງແມ່ນວ່າຈຸດປະສົງຂອງພາລະກິດຂອງພຣະເຈົ້າບໍ່ໄດ້ປ່ຽນແປງ, ວິທີການທີ່ພຣະອົງໃຊ້ເພື່ອດຳເນີນພາລະກິດແມ່ນປ່ຽນແປງຕະຫຼອດເວລາ ເຊິ່ງໝາຍຄວາມວ່າຜູ້ຄົນທີ່ຕິດຕາມພຣະເຈົ້າກໍປ່ຽນແປງເຊັ່ນດຽວກັນ. ຍິ່ງພຣະເຈົ້າປະຕິບັດພາລະກິດຫຼາຍຂຶ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າກໍຍິ່ງທົ່ວເຖິງຫຼາຍຂຶ້ນ. ການປ່ຽນແປງທີ່ສອດຄ່ອງກັນກໍເກີດຂຶ້ນໃນອຸປະນິໄສຂອງມະນຸດເຊັ່ນກັນ ດ້ວຍການປຸກຈາກພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ມັນແມ່ນຍ້ອນພາລະກິດຂອງພຣະເຈົ້າທີ່ປ່ຽນແປງຢູ່ເປັນປະຈຳ, ຜູ້ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນໂງ່ຈ້າເຫຼົ່ານັ້ນທີ່ບໍ່ຮູ້ຈັກຄວາມຈິງຈຶ່ງກາຍມາເປັນຄົນທີ່ຕໍ່ຕ້ານພຣະເຈົ້າ. ພາລະກິດຂອງພຣະເຈົ້າບໍ່ເຄີຍສອດຄ່ອງກັບແນວຄິດຂອງມະນຸດ ເພາະພາລະກິດຂອງພຣະອົງໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ພຣະອົງບໍ່ເຄີຍເຮັດຊໍ້າພາລະກິດແບບເກົ່າ, ແຕ່ກົງກັນຂ້າມ ພຣະອົງປະຕິບັດພາລະກິດທີ່ພຣະອົງບໍ່ເຄີຍປະຕິບັດມາກ່ອນ. ໃນເມື່ອພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ ແລະ ມະນຸດຕັດສິນພາລະກິດໃນປັດຈຸບັນຂອງພຣະເຈົ້າດ້ວຍພາລະກິດທີ່ພຣະອົງປະຕິບັດໃນອະດີດໂດຍບໍ່ປ່ຽນແປງ, ມັນຈຶ່ງຍາກຫຼາຍທີ່ພຣະເຈົ້າຈະດຳເນີນແຕ່ລະຂັ້ນຕອນຂອງພາລະກິດແຫ່ງຍຸກໃໝ່. ມະນຸດຊ່າງມີຄວາມຫຍຸ້ງຍາກຫຼາຍເກີນໄປ! ເຂົາມີການຄິດທີ່ມີຂອບເຂດຫຼາຍເກີນໄປ! ບໍ່ມີໃຜຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ທຸກຄົນຈຳກັດພາລະກິດດັ່ງກ່າວ. ເມື່ອເຂົາອອກຈາກພຣະເຈົ້າ ມະນຸດກໍສູນເສຍຊີວິດ, ຄວາມຈິງ
- [7. ຄວາມແຕກຕ່າງລະຫວ່າງການກະທຳທີ່ດີພາຍນອກ ແລະ ການປ່ຽນແປງໃນອຸປະນິໄສ](https://lo.kingdomsalvation.org/external-good-deeds-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ການປ່ຽນແປງອຸປະນິໄສ ຫຼັກໆແມ່ນໝາຍເຖິງການປ່ຽນແປງທຳມະຊາດຂອງບຸກຄົນໃດໜຶ່ງ. ສິ່ງທີ່ເປັນທຳມະຊາດຂອງບຸກຄົນໃດໜຶ່ງບໍ່ສາມາດຮັບຮູ້ໄດ້ຈາກພຶດຕິກຳພາຍນອກ. ພວກມັນກ່ຽວຂ້ອງກັບຄຸນຄ່າ ແລະ ຄວາມໝາຍຂອງການເປັນຢູ່ຂອງພວກເຂົາໂດຍກົງ, ກ່ຽວຂ້ອງກັບທັດສະນະຂອງບຸກຄົນໃດໜຶ່ງກ່ຽວກັບຊີວິດ ແລະ ຄຸນຄ່າຂອງພວກເຂົາໂດຍກົງ, ພວກມັນກ່ຽວກັບສິ່ງຕ່າງໆທີ່ຢູ່ໃນສ່ວນເລິກຈິດວິນຍານຂອງພວກເຂົາ ແລະ ກ່ຽວກັບແກ່ນແທ້ຂອງພວກເຂົາ. ຖ້າບຸກຄົນໃດໜຶ່ງບໍ່ສາມາດຍອມຮັບຄວາມຈິງ, ພວກເຂົາກໍຈະບໍ່ປະສົບກັບການປ່ຽນແປງໃນດ້ານຕ່າງໆເຫຼົ່ານີ້. ມີພຽງໂດຍປະສົບການຈາກພາລະກິດຂອງພຣະເຈົ້າ, ການເຂົ້າສູ່ຄວາມຈິງຢ່າງສົມບູນ, ການປ່ຽນແປງຄຸນຄ່າຂອງຄົນ ແລະ ທັດສະນະຄະຕິຂອງຄົນໃດໜຶ່ງກ່ຽວກັບການເປັນຢູ່ ແລະ ຊີວິດ, ການປັບທັດສະນະຂອງຄົນໆໜຶ່ງກ່ຽວກັບສິ່ງຕ່າງໆໃຫ້ເຂົ້າກັບພຣະທຳຂອງພຣະເຈົ້າ ແລະ ຄວາມສາມາດຍອມອ່ອນນ້ອມ ແລະ ອຸທິດຕໍ່ພຣະອົງທັງໝົດເທົ່ານັ້ນ, ອຸປະນິໄສຂອງຄົນຈຶ່ງຈະສາມາດເວົ້າໄດ້ວ່າ ໄດ້ຮັບການປ່ຽນແປງ. ໃນປັດຈຸບັນາ, ເຈົ້າອາດຈະເບິ່ງຄືກັບວ່າ ໄດ້ໃຊ້ຄວາມພະຍາຍາມບາງຢ່າງ ແລະ ຫົດຍືດໄດ້ເມື່ອປະສົບກັບຄວາມລຳບາກໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າອາດຈະອົດທົນເມື່ອຜະເຊີນກັບຄວາມລຳບາກ, ເຈົ້າອາດຈະສາມາດປະຕິບັດພາລະກິດທີ່ຖືກຈັດແຈງຈາກເບື້ອງເທິງ ຫຼື ເຈົ້າອາດຈະສາມາດໄປໃສກໍໄດ້ທີ່ເຈົ້າຖືກສັ່ງໃຫ້ໄປ. ໃນທາງຜິວເຜີນ, ມັນອາດເບິ່ງຄືກັບວ່າເຈົ້າຂ້ອນຂ້າງເຊື່ອຟັງ, ແຕ່ເມື່ອບາງສິ່ງເກີດຂຶ້ນເຊິ່ງບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ຄວາມກະບົດຂອງເຈົ້າກໍຈະປາກົດອອກມາ. ຕົວຢ່າງ: ເຈົ້າບໍ່ຍອມຕໍ່ການຖືກລິຮານ ແລະ ການຖືກຈັດການ ແລະ ເຈົ້າເຖິງກັບຍອມຈຳນົນໜ້ອຍລົງ ເມື່ອໄພພິບັດໂຈມຕີ; ເຈົ້າເຖິງກັບຝືນຕົນເອງເພື່ອໃສ່ຮ້າຍພຣະເຈົ້າ. ສະນັ້ນ, ຄວາມເຊື່ອຟັງ ແລະ ການປ່ຽນແປງເລັກໆນ້ອຍໆຢູ່ພາຍນອກນັ້ນເປັນພຽງການປ່ຽນແປງເລັກນ້ອຍໃນພຶດຕິກຳ. ມີການປ່ຽນແປງເລັກໆນ້ອຍໆ,
- [6. ຄວາມແຕກຕ່າງລະຫວ່າງຜູ້ນໍາທີ່ແທ້ຈິງ ແລະ ປອມ ແລະ ລະຫວ່າງຄົນລ້ຽງແກະທີ່ແທ້ຈິງ ແລະ ປອມ](https://lo.kingdomsalvation.org/true-false-shepherds-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ພາລະກິດຂອງຄົນປະຕິບັດພາລະກິດທີ່ມີຄຸນສົມບັດສາມາດນໍາຜູ້ຄົນເຂົ້າສູ່ຫົນທາງທີ່ຖືກຕ້ອງ ແລະ ມອບທາງເຂົ້າທີ່ຍິ່ງໃຫຍ່ຂຶ້ນສູ່ຄວາມຈິງໃຫ້ແກ່ພວກເຂົາ. ພາລະກິດຂອງພຣະເຈົ້າສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ. ນອກຈາກນັ້ນ ພາລະກິດທີ່ເຂົາປະຕິບັດສາມາດປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ ແລະ ບໍ່ຖືກຜູກມັດໂດຍກົດລະບຽບ, ເຮັດໃຫ້ຜູ້ຄົນຖືກປົດປ່ອຍ ແລະ ຮັບອິດສະຫຼະພາບ ແລະ ຄວາມສາມາດໃນການເຕີບໃຫຍ່ໃນຊີວິດເທື່ອລະໜ້ອຍ ແລະ ການມີທາງເຂົ້າທີ່ເລິກເຊິ່ງຫຼາຍຂຶ້ນໃນຄວາມຈິງເທື່ອລະໜ້ອຍ. ພາລະກິດຂອງຄົນປະຕິບັດພາລະກິດທີ່ບໍ່ມີຄຸນສົມບັດແມ່ນບໍ່ເປັນໄປຕາມຄາດຫວັງຫຼາຍ. ພາລະກິດຂອງເຂົາໂງ່ຈ້າ. ເຂົາພຽງແຕ່ສາມາດນໍາຜູ້ຄົນມາສູ່ກົດລະບຽບເທົ່ານັ້ນ ແລະ ສິ່ງທີ່ເຂົາຮຽກຮ້ອງຈາກຜູ້ຄົນບໍ່ປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ; ເຂົາບໍ່ປະຕິບັດພາລະກິດຕາມຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນ. ໃນພາລະກິດປະເພດນີ້ ມີກົດລະບຽບຫຼາຍເກີນໄປ ແລະ ທິດສະດີຫຼາຍເກີນໄປ ແລະ ມັນບໍ່ສາມາດນໍາຜູ້ຄົນເຂົ້າສູ່ຄວາມເປັນຈິງ ຫຼື ສູ່ການປະຕິບັດປົກກະຕິແຫ່ງການເຕີບໃຫຍ່ໃນຊີວິດໄດ້. ມັນສາມາດພຽງແຕ່ເຮັດໃຫ້ຜູ້ຄົນຍຶດຖືກົດລະບຽບສອງສາມຂໍ້ທີ່ບໍ່ມີຄ່າຫຍັງເລີຍ. ການນໍາພາແບບນີ້ພຽງແຕ່ສາມາດນໍາຜູ້ຄົນໃຫ້ຫຼົງທາງ. ເຂົານໍາພາເຈົ້າໃຫ້ກາຍເປັນຄືກັບເຂົາ; ເຂົາສາມາດນໍາເຈົ້າເຂົ້າສິ່ງທີ່ເຂົາມີ ແລະ ເປັນ. ເພື່ອທີ່ຜູ້ຕິດຕາມຈະແຍກແຍະວ່າ ຜູ້ນໍາມີຄຸນສົມບັດ ຫຼື ບໍ່, ສິ່ງສໍາຄັນແມ່ນຕ້ອງເບິ່ງທີ່ເສັ້ນທາງທີ່ພວກເຂົານໍາພາ ແລະ ຜົນຂອງພາລະກິດຂອງພວກເຂົາ ແລະ ເບິ່ງວ່າ ຜູ້ຕິດຕາມໄດ້ຮັບຫຼັກການຕາມຄວາມຈິງ ຫຼື ບໍ່ ແລະ ພວກເຂົາໄດ້ຮັບວິທີການປະຕິບັດທີ່ເໝາະສົມສຳລັບການປ່ຽນແປງຂອງພວກເຂົາ ຫຼື ບໍ່. ເຈົ້າຄວນຈຳແນກລະຫວ່າງພາລະກິດທີ່ແຕກຕ່າງຂອງຜູ້ຄົນປະເພດຕ່າງໆ; ເຈົ້າບໍ່ຄວນເປັນຜູ້ຕິດຕາມທີ່ໂງ່ຈ້າ. ສິ່ງນີ້ມີຜົນຕໍ່ເລື່ອງທາງເຂົ້າສູ່ຂອງເຈົ້າ.
- [5. ຄວາມແຕກຕ່າງລະຫວ່າງການຕິດຕາມພຣະເຈົ້າ ແລະ ການຕິດຕາມຜູ້ຄົນ](https://lo.kingdomsalvation.org/following-God-following-people-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ຄວາມສຳຄັນຫຼັກໃນການຕິດຕາມພຣະເຈົ້າກໍ່ຄື ທຸກສິ່ງຄວນເປັນໄປຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນ: ບໍ່ວ່າເຈົ້າກຳລັງສະແຫວງຫາເພື່ອເຂົ້າສູ່ຊີວິດ ຫຼື ເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ, ທຸກສິ່ງຄວນຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ. ຖ້າສິ່ງທີ່ເຈົ້າສົນທະນາ ແລະ ພະຍາຍາມເຂົ້າສູ່ບໍ່ໄດ້ຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລ້ວເຈົ້າກໍ່ເປັນຄົນແປກໜ້າສຳລັບພຣະທຳຂອງພຣະເຈົ້າ ແລະ ຈະຖືກປ່ອຍປະໂດຍພາລະກິດຂອງພຣະວິນຍານບໍລິສຸດຢ່າງສິ້ນເຊີງ. ຄົນທີ່ພຣະເຈົ້າຕ້ອງການແມ່ນຄົນທີ່ຕິດຕາມບາດກ້າວຂອງພຣະອົງ. ບໍ່ວ່າສິ່ງທີ່ເຈົ້າເຂົ້າໃຈກ່ອນໜ້ານີ້ຈະອັດສະຈັນ ແລະ ບໍລິສຸດພຽງໃດກໍ່ຕາມ, ພຣະເຈົ້າບໍ່ຕ້ອງການມັນ ແລະ ຖ້າເຈົ້າບໍ່ສາມາດປະວາງສິ່ງເຫຼົ່ານັ້ນໄວ້ ແລ້ວພວກມັນກໍ່ຈະເປັນອຸປະສັກທີ່ໃຫຍ່ຫຼວງໃນທາງເຂົ້າຂອງເຈົ້າໃນອະນາຄົດ. ທຸກຄົນທີ່ສາມາດປະຕິບັດຕາມແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍ່ໄດ້ຮັບການອວຍພອນ. ປະຊາຊົນໃນຍຸກຜ່ານມາຍັງຕິດຕາມບາດກ້າວຂອງພຣະເຈົ້າອີກດ້ວຍ ແຕ່ພວກເຂົາບໍ່ສາມາດຕິດຕາມຈົນຮອດປັດຈຸບັນ; ນີ້ຄືພອນສຳລັບປະຊາຊົນໃນຍຸກສຸດທ້າຍ. ຄົນທີ່ສາມາດຕິດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າຈົນພວກເຂົາຕິດຕາມພຣະເຈົ້າບໍ່ວ່າພຣະອົງຈະນໍາພາພວກເຂົາໄປໃສກໍ່ຕາມ, ຄົນເຫຼົ່ານີ້ແມ່ນຄົນທີ່ໄດ້ຮັບພອນຈາກພຣະເຈົ້າ. ຄົນທີ່ບໍ່ຕິດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນບໍ່ໄດ້ເຂົ້າສູ່ພາລະກິດແຫ່ງພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະປະຕິບັດພາລະກິດໜັກພຽງໃດກໍ່ຕາມ ຫຼື ການທົນທຸກຂອງພວກເຂົາມີຫຼາຍພຽງໃດກໍ່ຕາມ ຫຼື ພວກເຂົາດີ້ນຮົນຫຼາຍພຽງໃດກໍ່ຕາມ, ບໍ່ມີສິ່ງໃດທີ່ມີຄວາມໝາຍຕໍ່ພຣະເຈົ້າເລີຍ ແລະ ພຣະອົງຈະບໍ່ເຫັນດີກັບພວກເຂົາ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ ບາງຄົນບໍ່ຊື່ນຊົມຍິນດີໃນຄວາມຈິງ, ແຮງໄກທີ່ຈະຊື່ນຊົມກັບການພິພາກສາ. ກົງກັນຂ້າມ, ພວກເຂົາຊື່ນຊົມຍິນດີໃນອຳນາດ ແລະ ຄວາມຮັ່ງມີ; ຄົນເຊັ່ນນີ້ຖືວ່າເປັນຄົນທີ່ສະແຫວງຫາອຳນາດ.
- [4. ຄວາມແຕກຕ່າງລະຫວ່າງຫົນທາງທີ່ແທ້ຈິງ ແລະ ປອມ ແລະ ລະຫວ່າງຄຣິສຕະຈັກທີ່ແທ້ຈິງ ແລະ ປອມ](https://lo.kingdomsalvation.org/true-ways-false-ways-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ແມ່ນຫຍັງຄືຫຼັກການພື້ນຖານທີ່ສຸດໃນການສະແຫວງຫາຫົນທາງທີ່ແທ້ຈິງ? ເຈົ້າຕ້ອງເບິ່ງວ່າ ມັນມີພາລະກິດຂອງພຣະວິນຍານບໍລິສຸດໃນລັກສະນະນີ້ ຫຼື ບໍ່, ພຣະທໍາເຫຼົ່ານີ້ແມ່ນການສະແດງເຖິງຄວາມຈິງ ຫຼື ບໍ່, ເປັນພະຍານໃຫ້ກັບໃຜ ແລະ ມັນສາມາດນໍາຫຍັງມາໃຫ້ເຈົ້າ. ການຈຳແນກລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ຈອມປອມຕ້ອງການຄວາມຮູ້ພື້ນຖານໃນຫຼາຍໆດ້ານ ເຊິ່ງສິ່ງທີ່ເປັນພື້ນຖານທີ່ສຸດຄືການສາມາດບອກວ່າ ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ່. ຍ້ອນແກ່ນແທ້ຂອງຄວາມເຊື່ອໃນພຣະເຈົ້າແມ່ນຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າ ແລະ ແມ່ນແຕ່ຄວາມເຊື່ອໃນພຣະເຈົ້າໃນຮ່າງຂອງມະນຸດກໍເກີດຂຶ້ນ ຍ້ອນເນື້ອໜັງນີ້ເປັນຕົວຕົນຂອງພຣະວິນຍານຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ຄວາມເຊື່ອດັ່ງກ່າວກໍຍັງແມ່ນຄວາມເຊື່ອໃນພຣະວິນຍານ. ມີຄວາມແຕກຕ່າງລະຫວ່າງພຣະວິນຍານ ແລະ ເນື້ອໜັງ ແຕ່ຍ້ອນເນື້ອໜັງມາຈາກພຣະວິນຍານ ແລະ ພຣະທຳກາຍເປັນເນື້ອໜັງ, ສະນັ້ນ, ສິ່ງທີ່ມະນຸດເຊື່ອຍັງຄົງເປັນແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ໃນການຈຳແນກວ່າ ມັນແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ່, ກ່ອນອື່ນໝົດ ເຈົ້າຕ້ອງເບິ່ງວ່າ ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ່ ແລ້ວຫຼັງຈາກນັ້ນ ເຈົ້າຕ້ອງເບິ່ງວ່າ ມີຄວາມຈິງໃນຫົນທາງນີ້ ຫຼື ບໍ່. ຕາມທີ່ເອີ້ນກັນ, ຄວາມຈິງນີ້ແມ່ນຊີວິດ-ອຸປະນິໄສ ຂອງຄວາມເປັນມະນຸດທີ່ປົກກະຕິ. ເວົ້າອີກຢ່າງໜຶ່ງຄື ມັນເປັນສິ່ງທີ່ຕ້ອງການຈາກມະນຸດ ເມື່ອພຣະເຈົ້າຊົງສ້າງເຂົາຕັ້ງແຕ່ຕອນເລີ່ມຕົ້ນ ໂດຍສະເພາະຄວາມເປັນມະນຸດທີ່ປົກກະຕິທັງໝົດ
- [3. ຄວາມແຕກຕ່າງລະຫວ່າງພຣະຄຣິດທີ່ແທ້ຈິງ ແລະ ພຣະຄຣິດປອມ](https://lo.kingdomsalvation.org/true-Christ-false-Christs-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິສ ແລະ ດ້ວຍເຫດນັ້ນ ການເອີ້ນພຣະຄຣິສທີ່ສາມາດປະທານຄວາມຈິງໃຫ້ກັບຜູ້ຄົນວ່າພຣະເຈົ້າຈິ່ງບໍ່ແມ່ນສິ່ງທີ່ຫຼາຍເກີນໄປເລີຍ. ນີ້ກໍຍ້ອນວ່າພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງມີອຸປະນິໄສຂອງພຣະເຈົ້າ ແລະ ສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າ ເຊິ່ງມະນຸດບໍ່ສາມາດບັນລຸໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິສ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິສບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ຍັງແມ່ນເນື້ອໜັງພິເສດທີ່ພຣະເຈົ້າຊົງຮັບເອົາໄວ້ ໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ເຮັດພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນເນື້ອໜັງທີ່ສາມາດແບກຮັບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງພຽງພໍ, ທີ່ສາມາດສະແດງອຸປະນິໄສຂອງພຣະເຈົ້າ, ທີ່ສາມາດເປັນຕົວແທນຂອງພຣະເຈົ້າໄດ້ຢ່າງພຽງພໍ ແລະ ທີ່ສາມາດສະໜອງຊີວິດໃຫ້ກັບມະນຸດໄດ້. ບໍ່ໄວກໍຊ້າ ຜູ້ທີ່ປອມເປັນພຣະຄຣິສເຫຼົ່ານັ້ນຈະຫຼົ້ມຈົມໄປໝົດ, ເຖິງພວກເຂົາຈະອ້າງວ່າເປັນພຣະຄຣິສ ພວກເຂົາກໍບໍ່ມີແກ່ນແທ້ຂອງພຣະຄຣິສເລີຍ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ສາມາດຕັດສິນຄວາມແທ້ຈິງຂອງພຣະຄຣິສໄດ້, ມີແຕ່ພຣະເຈົ້າເອງທີ່ສາມາດຕອບ ແລະ ຕັດສິນໃຈໄດ້. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິສແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດປະທານຫົນທາງແຫ່ງຊີວິດຊົ່ວນິລັນດອນໃຫ້ກັບມະນຸດໄດ້ ພຣະອົງຜູ້ທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງຜູ້ທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດມີການສະແດງອອກຂອງພຣະເຈົ້າ. ຍ້ອນພຣະເຈົ້າໄດ້ບັງເກີດເປັນມະນຸດ, ພຣະອົງຈຶ່ງນຳເອົາພາລະກິດທີ່ພຣະອົງຕັ້ງໃຈຈະເຮັດມາກັບພຣະອົງ ແລະ ຍ້ອນວ່າພຣະອົງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງຈຶ່ງສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ
- [2. ຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງພຣະວິນຍານຊົ່ວຮ້າຍ](https://lo.kingdomsalvation.org/work-of-Holy-Spirit-and-evil-spirits-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ, ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນຈິງ, ພຣະອົງບໍ່ກຳນົດເງື່ອນໄຂຈໍານວນຫຼາຍໃຫ້ກັບມະນຸດ ແລະ ພຣະອົງບໍ່ປະຕິບັດພາລະກິດທີ່ເກີນເຫດຜົນຂອງມະນຸດ. ພາລະກິດທັງໝົດທີ່ພຣະອົງປະຕິບັດຢູ່ພາຍໃນຂອບເຂດເຫດຜົນປົກກະຕິຂອງມະນຸດ ແລະ ບໍ່ເຮັດເກີນເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ພາລະກິດຂອງພຣະອົງແມ່ນອີງຕາມເງື່ອນໄຂປົກກະຕິຂອງມະນຸດ. ຖ້າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ມະນຸດຈະຍິ່ງກາຍມາເປັນຄົນປົກກະຕິຫຼາຍຂຶ້ນ ແລະ ຄວາມເປັນມະນຸດຍິ່ງກາຍເປັນສິ່ງທີ່ປົກກະຕິຫຼາຍຂຶ້ນ. ມະນຸດມີຄວາມຮູ້ທີ່ເພີ່ມຂຶ້ນກ່ຽວກັບຈິດໃຈທີ່ເສື່ອມຊາມຂອງຊາຕານ ແລະ ທາດແທ້ຂອງມະນຸດ ແລະ ເຂົາມີຄວາມປາດຖະໜາຫາຄວາມຈິງທີ່ຍິ່ງໃຫຍ່ຂຶ້ນ. ນັ້ນກໍເພື່ອເວົ້າວ່າ ຊີວິດຂອງມະນຸດຈະເຕີບໃຫຍ່ເລື້ອຍໆ ແລະ ຈິດໃຈທີ່ເສື່ອມຊາມຂອງມະນຸດກໍສາມາດປ່ຽນແປງໄດ້ຫຼາຍຍິ່ງຂຶ້ນ ເຊິ່ງທຸກສິ່ງທີ່ເປັນຄວາມໝາຍຂອງພຣະເຈົ້າຈະກາຍມາເປັນຊີວິດຂອງມະນຸດ. ຖ້າຫົນທາງບໍ່ສາມາດເປີດເຜີຍສິ່ງເຫຼົ່ານັ້ນທີ່ເປັນທາດແທ້ຂອງມະນຸດ, ບໍ່ສາມາດປ່ຽນແປງຈິດໃຈຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ບໍ່ສາມາດນໍາເຂົາມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ເຮັດໃຫ້ເຂົາເຂົ້າໃຈພຣະເຈົ້າຢ່າງແທ້ຈິງ ແລະ ຍັງເຮັດໃຫ້ຄວາມເປັນມະນຸດຂອງເຂົາຍິ່ງກາຍມາເປັນສິ່ງທີ່ຕ້ອຍຕໍ່າ ແລະ ເຫດຜົນຂອງເຂົາຍິ່ງກາຍເປັນສິ່ງທີ່ບໍ່ປົກກະຕິ ເຊິ່ງດ້ວຍເຫດນີ້ ຫົນທາງນີ້ຈຶ່ງບໍ່ຄວນເປັນຫົນທາງທີ່ແທ້ຈິງ ແລະ ມັນອາດເປັນພາລະກິດຂອງວິນຍານຊົ່ວຮ້າຍ ຫຼື ວິທີທາງເກົ່າໆ. ຖ້າຈະເວົ້າໃຫ້ສັ້ນໆກໍຄືມັນບໍ່ສາມາດເປັນພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ ເຈົ້າຕ້ອງເຂົ້າໃຈວ່າ ສິ່ງໃດທີ່ມາຈາກພຣະເຈົ້າ ແລະ
- [1. ຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ](https://lo.kingdomsalvation.org/work-of-God-work-of-man-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ພາລະກິດຂອງພຣະເຈົ້າເອງກ່ຽວຂ້ອງກັບພາລະກິດຂອງມະນຸດຊາດທັງໝົດ ແລະ ມັນຍັງເປັນຕົວແທນໃຫ້ແກ່ພາລະກິດຂອງຍຸກທັງໝົດອີກດ້ວຍ ເຊິ່ງໝາຍຄວາມວ່າ ພາລະກິດຂອງພຣະເຈົ້າເອງເປັນຕົວແທນໃຫ້ແກ່ການເຄື່ອນໄຫວ ແລະ ແນວທາງຂອງພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພວກອັກຄະສາວົກເກີດຂຶ້ນຫຼັງຈາກພາລະກິດຂອງພຣະເຈົ້າເອງ ແລະ ຕາມມາພາຍຫຼັງພາລະກິດນັ້ນ ແລະ ບໍ່ໄດ້ນໍາພາຍຸກ ຫຼື ມັນບໍ່ໄດ້ສະແດງເຖິງແນວທາງພາລະກິດຂອງພຣະວິນຍານບໍລິສຸດໃນຍຸກທັງໝົດ. ພວກເຂົາພຽງແຕ່ປະຕິບັດພາລະກິດທີ່ມະນຸດຄວນປະຕິບັດ, ເຊິ່ງບໍ່ກ່ຽວຂ້ອງກັບພາລະກິດການຄຸ້ມຄອງເລີຍ. ພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົນເອງແມ່ນໂຄງການພາຍໃນພາລະກິດການຄຸ້ມຄອງ. ພາລະກິດຂອງມະນຸດພຽງແຕ່ແມ່ນໜ້າທີ່ໆຜູ້ຄົນທີ່ຖືກໃຊ້ນັ້ນປະຕິບັດ ແລະ ມັນບໍ່ມີສ່ວນກ່ຽວພັນກັບພາລະກິດການຄຸ້ມຄອງ. ເຖິງແມ່ນຈະມີຂໍ້ແທ້ຈິງທີ່ທັງສອງຢ່າງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ເນື່ອງຈາກຄວາມແຕກຕ່າງໃນຕົວຕົນ ແລະ ການເປັນຕົວຂອງພາລະກິດນັ້ນ, ມີຄວາມແຕກຕ່າງທີ່ຊັດເຈນ ແລະ ສຳຄັນລະຫວ່າງພາລະກິດຂອງພຣະເຈົ້າເອງ ແລະ ພາລະກິດຂອງມະນຸດ. ຍິ່ງໄປກວ່ານັ້ນ ຂອບເຂດຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານບໍລິສຸດມີຄວາມຫຼາກຫຼາຍໃນຈຸດມຸ່ງໝາຍທີ່ມີຕົວຕົນທີ່ແຕກຕ່າງກັນ. ສິ່ງເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ ພາລະກິດທີ່ພຣະເຈົ້າເອງປະຕິບັດກໍເປັນພາລະກິດທີ່ພຣະອົງຕັ້ງໃຈປະຕິບັດໃນແຜນການຄຸ້ມຄອງຂອງພຣະອົງເອງ ແລະ ກ່ຽວພັນກັບການຄຸ້ມຄອງທີ່ຍິ່ງໃຫຍ່. ພາລະກິດທີ່ມະນຸດປະຕິບັດ ປະກອບດ້ວຍການສະໜອງປະສົບການສ່ວນຕົວຂອງພວກເຂົາເອງ. ມັນປະກອບດ້ວຍການຊອກຫາເສັ້ນທາງແຫ່ງປະສົບການໃໝ່ທີ່ຢູ່ເໜືອເສັ້ນທາງທີ່ຜູ້ຄົນກ່ອນໜ້ານັ້ນໄດ້ຍ່າງ ແລະ ປະກອບດ້ວຍການນໍາພາອ້າຍເອື້ອຍນ້ອງຂອງພວກເຂົາໃນຂະນະທີ່ຢູ່ພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງທີ່ມະນຸດເຫຼົ່ານີ້ສະໜອງກໍຄືປະສົບການສ່ວນຕົວຂອງພວກເຂົາ ຫຼື ບົດຂຽນກ່ຽວກັບຝ່າຍວິນຍານຂອງມະນຸດທີ່ເຄັ່ງສາສະໜາ.
- [5. ການບັງເກີດເປັນມະນຸດສອງຄັ້ງເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດຄົບຖ້ວນ](https://lo.kingdomsalvation.org/complete-significance-of-incarnation-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ. ສະນັ້ນ ໃນທັງສາມຂັ້ນຕອນຂອງພາລະກິດ, ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ສອງຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນັ້ນກໍເພາະວ່າ ມີພຽງໜຶ່ງໃນສາມຂັ້ນຕອນຂອງພາລະກິດເທົ່ານັ້ນທີ່ເປັນການນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ, ໃນຂະນະທີ່ອີກສອງຂັ້ນຕອນປະກອບດ້ວຍພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ການບັງເກີດເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ ແລະ ດຳລົງຊີວິດໃນຮ່າງກາຍເນື້ອໜັງທຳມະດາ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດສະໜອງພຣະທຳທີ່ແທ້ຈິງໃຫ້ກັບມະນຸດໄດ້ ເຊິ່ງເປັນສິ່ງທີ່ພວກເຂົາຕ້ອງການໃນຖານະສິ່ງຖືກສ້າງ. ມັນແມ່ນຜ່ານການບັງເກີດເປັນມະນຸດຂອງພຣະເຈົ້າ ມະນຸດຈຶ່ງໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ ແລະ ບໍ່ແມ່ນໄດ້ຮັບມາຈາກສະຫວັນໂດຍກົງຍ້ອນຄໍາອະທິຖານຂອງເຂົາ. ມະນຸດແມ່ນເນື້ອໜັງ ແລະ ເລືອດ, ເຂົາຈຶ່ງບໍ່ມີທາງເຫັນພຣະວິນຍານຂອງພຣະເຈົ້າໄດ້, ແຮງໄກທີ່ເຂົາຈະເຂົ້າເຖິງພຣະວິນຍານຂອງພຣະອົງ, ສະນັ້ນ ສິ່ງທີ່ເຂົາສຳຜັດລ້ວນແລ້ວແຕ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ.
- [4. ມະນຸດຊາດທີ່ເສື່ອມຊາມຍິ່ງຕ້ອງການຄວາມລອດພົ້ນຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງ](https://lo.kingdomsalvation.org/need-of-God-become-flesh-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າບໍ່ໄດ້ປະຕິບັດດ້ວຍວິທີການຂອງພຣະວິນຍານ ແລະ ດ້ວຍຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ທັງມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໂດຍກົງໃນຖານະພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ຮູບຮ່າງພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້ໄດ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງໄດ້ຢ່າງແນ່ນອນ, ຄືກັບທີ່ບໍ່ມີຜູ້ໃດສາມາດເຂົ້າໃກ້ກ້ອນເມກຂອງພຣະເຢໂຮວາໄດ້. ມີພຽງການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ, ນັ້ນກໍຄື ມີພຽງແຕ່ການເອົາພຣະທຳຂອງພຣະອົງສະຖິດເຂົ້າໃນ ເນື້ອໜັງທີ່ພຣະອົງກຳລັງຈະກາຍເປັນເທົ່ານັ້ນ ພຣະອົງຈຶ່ງຈະສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ແລ້ວເມື່ອນັ້ນ ມະນຸດຈຶ່ງຈະສາມາດໄດ້ຍິນ ແລະ ເຫັນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ແມ່ນແຕ່ໄດ້ຮັບພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ບັງເກີດເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອສາມາດຮັບເອົາຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວນີ້ໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມຕີໃຫ້ລົ້ມລົງ ຫຼື ບໍ່ມີທາງທີ່ຈະຕິດຕໍ່ກັບພຣະເຈົ້າໄດ້, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ. ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ
- [3. ຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະວິນຍານ](https://lo.kingdomsalvation.org/work-of-God-incarnate-and-spirit-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າບໍ່ໄດ້ປະຕິບັດດ້ວຍວິທີການຂອງພຣະວິນຍານ ແລະ ດ້ວຍຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ທັງມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໂດຍກົງໃນຖານະພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ຮູບຮ່າງພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້ໄດ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງໄດ້ຢ່າງແນ່ນອນ, ຄືກັບທີ່ບໍ່ມີຜູ້ໃດສາມາດເຂົ້າໃກ້ກ້ອນເມກຂອງພຣະເຢໂຮວາໄດ້. ມີພຽງການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ, ນັ້ນກໍຄື ມີພຽງແຕ່ການເອົາພຣະທຳຂອງພຣະອົງສະຖິດເຂົ້າໃນ ເນື້ອໜັງທີ່ພຣະອົງກຳລັງຈະກາຍເປັນເທົ່ານັ້ນ ພຣະອົງຈຶ່ງຈະສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ແລ້ວເມື່ອນັ້ນ ມະນຸດຈຶ່ງຈະສາມາດໄດ້ຍິນ ແລະ ເຫັນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ແມ່ນແຕ່ໄດ້ຮັບພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ບັງເກີດເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອສາມາດຮັບເອົາຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວນີ້ໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມຕີໃຫ້ລົ້ມລົງ ຫຼື ບໍ່ມີທາງທີ່ຈະຕິດຕໍ່ກັບພຣະເຈົ້າໄດ້, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມລຶກລັບແຫ່ງການບັງເກີດເປັນມະນຸດ (4) ພຣະເຈົ້າໄດ້ເຂົ້າສູ່ຂັ້ນຕອນໃໝ່ຂອງພາລະກິດໃນຍຸກສຸດທ້າຍ. ພຣະອົງຈະເປີດເຜີຍອຸປະນິໄສຂອງພຣະອົງຫຼາຍຍິ່ງຂຶ້ນ ແລະ ມັນຈະບໍ່ແມ່ນຄວາມເມດຕາ ແລະ ຄວາມຮັກແບບໃນຍຸກຂອງພຣະເຢຊູ. ໃນປັດຈຸບັນ ຍ້ອນພຣະອົງມີພາລະກິດໃໝ່ ແລະ
- [2. ຄວາມສຳຄັນຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງ](https://lo.kingdomsalvation.org/importance-of-God-become-flesh-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ເນື້ອໜັງນີ້ສຳຄັນຫຼາຍຕໍ່ມະນຸດຊາດ ເພາະວ່າພຣະອົງເປັນມະນຸດ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນພຣະເຈົ້າ, ເພາະພຣະອົງສາມາດປະຕິບັດພາລະກິດທີ່ມະນຸດປົກກະຕິທີ່ເກີດຈາກເນື້ອໜັງບໍ່ສາມາດເຮັດໄດ້ ແລະ ເພາະວ່າພຣະອົງສາມາດຊ່ວຍມະນຸດໃຫ້ພົ້ນຈາກຄວາມເສື່ອມຊາມ, ມະນຸດຜູ້ທີ່ດຳລົງຊີວິດຢູ່ຮ່ວມກັບພຣະອົງເທິງແຜ່ນດິນໂລກ. ເຖິງແມ່ນພຣະອົງກໍ່ເປັນມະນຸດເຊັ່ນກັນ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍສຳຄັນຕໍ່ມະນຸດຫຼາຍກວ່າຄົນອື່ນໆທີ່ມີຄຸນຄ່າສູງສົ່ງ, ຍ້ອນວ່າພຣະອົງສາມາດປະຕິບັດພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໄດ້, ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ຫຼາຍກວ່າພຣະວິນຍານຂອງພຣະເຈົ້າ ແລະ ສາມາດຮັບເອົາມະນຸດຊາດໄດ້ຢ່າງສົມບູນກວ່າພຣະວິນຍານຂອງພຣະເຈົ້າ. ຜົນຕາມມາກໍຄື ເຖິງແມ່ນເນື້ອໜັງນີ້ທຳມະດາ ແລະ ປົກກະຕິ, ເມື່ອກ່ຽວກັບການປະກອບສ່ວນຂອງພຣະອົງຕໍ່ມະນຸດຊາດ ແລະ ຄວາມໝາຍຂອງພຣະອົງຕໍ່ການຢູ່ລອດຂອງມະນຸດຊາດ, ພວກເຂົາມີຄ່າຢ່າງສູງ ແລະ ຄຸນຄ່າ ແລະ ຄວາມໝາຍທີ່ແທ້ຈິງຂອງເນື້ອໜັງນີ້ແມ່ນບໍ່ສາມາດວັດແທກໄດ້ໂດຍມະນຸດ. ເຖິງແມ່ນເນື້ອໜັງນີ້ບໍ່ສາມາດທຳລາຍຊາຕານໂດຍກົງ, ພຣະອົງກໍສາມາດໃຊ້ພາລະກິດຂອງພຣະອົງເພື່ອເອົາຊະນະມະນຸດຊາດ ແລະ ເອົາຊະນະຊາຕານ ແລະ ເຮັດໃຫ້ຊາຕານຍອມຈຳນົນຕໍ່ອຳນາດຂອງພຣະອົງຢ່າງສົມບູນ. ມັນເປັນຍ້ອນພຣະເຈົ້າບັງເກີດເປັນມະນຸດ ພຣະອົງຈຶ່ງສາມາດເອົາຊະນະຊາຕານໄດ້ ແລະ ສາມາດຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນ. ພຣະອົງບໍ່ໄດ້ທຳລາຍຊາຕານໂດຍກົງ, ແຕ່ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດໃນການເອົາຊະນະມະນຸດຊາດແທນ ຜູ້ເຊິ່ງໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ດ້ວຍເຫດນີ້, ພຣະອົງຈຶ່ງສາມາດເປັນພະຍານທີ່ດີກວ່າໃຫ້ກັບພຣະອົງເອງໃນທ່າມກາງສິ່ງທີ່ຖືກສ້າງຂຶ້ນຂອງພຣະອົງ ແລະ ພຣະອົງສາມາດຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນໄດ້ດີກວ່າ. ການເອົາຊະນະຊາຕານຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນພະຍານທີ່ຍິ່ງໃຫຍ່ກວ່າ ແລະ ມີນໍ້າໜັກກວ່າການທີ່ພຣະວິນຍານຂອງພຣະເຈົ້າທຳລາຍຊາຕານໂດຍກົງ. ພຣະເຈົ້າທີ່ຢູ່ໃນເນື້ອໜັງເປັນປະໂຫຍດຫຼາຍກວ່າໃຫ້ມະນຸດຮູ້ຈັກພຣະຜູ້ສ້າງ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າເອງໃນທ່າມກາງສິ່ງຖືກສ້າງຂອງພຣະອົງໄດ້ດີກວ່າ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ
- [1. ແມ່ນຫຍັງຄືການບັງເກີດເປັນມະນຸດ? ແມ່ນຫຍັງຄືທາດແທ້ຂອງການບັງເກີດເປັນມະນຸດ?](https://lo.kingdomsalvation.org/substance-of-incarnation-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: “ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ, ເນື່ອງຈາກພຣະອົງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງຕ້ອງເປັນເນື້ອໜັງກ່ອນ, ເນື້ອໜັງທີ່ມີຄວາມເປັນມະນຸດທີ່ປົກກະຕິ; ນີ້ແມ່ນຂໍ້ກໍານົດເບື້ອງຕົ້ນໂດຍພື້ນຖານທີ່ສຸດ. ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າທີ່ຢູ່ໃນແກ່ນແທ້ຂອງພຣະອົງໄດ້ບັງເກີດເປັນເນື້ອໜັງ, ກາຍມາເປັນບຸກຄົນໜຶ່ງ. ຊີວິດທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະອົງສາມາດແບ່ງອອກເປັນສອງຂັ້ນຕອນ. ຂັ້ນຕອນທີໜຶ່ງແມ່ນຊີວິດທີ່ພຣະອົງມີກ່ອນການປະຕິບັດພັນທະກິດຂອງພຣະອົງ. ພຣະອົງມີຊີວິດໃນຄອບຄົວມະນຸດທີ່ທຳມະດາ, ຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງ, ເຊື່ອຟັງສິນທຳທີ່ປົກກະຕິ ແລະ ກົດເກນແຫ່ງຊີວິດມະນຸດ, ມີຄວາມຕ້ອງການແບບມະນຸດປົກກະຕິ (ອາຫານ, ເຄື່ອງນຸ່ງ, ການຫຼັບນອນ, ທີ່ພັກອາໄສ), ມີຄວາມອ່ອນແບບມະນຸດປົກກະຕິ ແລະ ມີຄວາມຮູ້ສຶກແບບມະນຸດປົກກະຕິ. ເວົ້າອີກຢ່າງໜຶ່ງກໍຄື ໃນລະຫວ່າງຂັ້ນຕອນທຳອິດນັ້ນ ພຣະອົງບໍ່ໄດ້ດໍາລົງຊີວິດຢູ່ໃນຄວາມເປັນມະນຸດທີ່ບໍ່ມີຄວາມເປັນພຣະເຈົ້າ, ທຳມະດາຢ່າງສິ້ນເຊີງ, ໂດຍມີສ່ວນຮ່ວມໃນທຸກກິດຈະກຳທີ່ປົກກະຕິຂອງມະນຸດ. ຂັ້ນຕອນທີສອງແມ່ນຊີວິດທີ່ພຣະອົງມີຫຼັງຈາກເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ພຣະອົງຍັງດຳລົງຢູ່ໃນຄວາມເປັນມະນຸດທີ່ທຳມະດາ ໂດຍມີເປືອກນອກຂອງມະນຸດທຳມະດາ, ບໍ່ໄດ້ສະແດງເຖິງໝາຍສຳຄັນພາຍນອກທີ່ເໜືອທຳມະຊາດ. ແຕ່ພຣະອົງມີຊີວິດເພື່ອຜົນປະໂຫຍດແຫ່ງພັນທະກິດຂອງພຣະອົງແທ້ໆ ແລະ ໃນໄລຍະເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງມີຢູ່ເພື່ອສະໜັບສະໜູນພາລະກິດທີ່ທຳມະດາແຫ່ງຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ, ຍ້ອນເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງໄດ້ເຕີບໃຫຍ່ຈົນເຖິງຈຸດທີ່ສາມາດປະຕິບັດພັນທະກິດຂອງພຣະອົງໄດ້. ສະນັ້ນ ຂັ້ນຕອນທີສອງແຫ່ງຊີວິດຂອງພຣະອົງແມ່ນການປະຕິບັດພັນທະກິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ, ເມື່ອມັນເປັນຊີວິດທີ່ມີທັງຄວາມເປັນມະນຸດທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ໃນລະຫວ່າງຂັ້ນຕອນທຳອິດຂອງຊີວິດຂອງພຣະອົງ
- [5. ເຈົ້າຕ້ອງເຊື່ອແນວໃດໃນພຣະເຈົ້າເພື່ອທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຖືກເຮັດໃຫ້ສົມບູນ?](https://lo.kingdomsalvation.org/saved-and-made-perfected-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ຖ້າຈະເວົ້າໃຫ້ຊັດເຈນ, ການທີ່ຄົນໜຶ່ງຍ່າງໃນເສັ້ນທາງແຫ່ງຄວາມເຊື່ອຂອງເປໂຕໝາຍເຖິງການຍ່າງໃນເສັ້ນທາງແຫ່ງການສະແຫວງຫາຄວາມຈິງ, ເຊິ່ງຍັງເປັນເສັ້ນທາງແຫ່ງການຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ການປ່ຽນແປງອຸປະນິໄສຂອງຄົນໆນັ້ນ. ມີພຽງແຕ່ການຍ່າງໃນເສັ້ນຂອງເປໂຕເທົ່ານັ້ນ, ຜູ້ຄົນຈຶ່ງຈະຢູ່ໃນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ຜູ້ຄົນຕ້ອງຊັດເຈນກ່ຽວກັບວິທີການຍ່າງໃນເສັ້ນທາງຂອງເປໂຕແທ້ຈິງ, ພ້ອມທັງວິທີການນໍາສິ່ງນັ້ນເຂົ້າສູ່ການປະຕິບັດ. ຢ່າງທຳອິດ, ຜູ້ຄົນຕ້ອງປ່ອຍວາງເຈດຕະນາຂອງຕົນເອງ, ປະວາງການສະແຫວງຫາທີ່ບໍ່ເໝາະສົມ ແລະ ແມ່ນແຕ່ຄອບຄົວ ແລະ ທຸກສິ່ງທີ່ຢູ່ໃນເນື້ອໜັງຂອງຕົນເອງ. ມະນຸດຕ້ອງອຸທິດໝົດຫົວໃຈ; ນັ້ນໝາຍຄວາມວ່າ ຜູ້ຄົນຕ້ອງອຸທິດຕົນເອງຕໍ່ພຣະທຳຂອງພຣະເຈົ້າຢ່າງສົມບູນ, ຕັ້ງໃຈໃສ່ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເອົາໃຈໃສ່ໃນການຊອກຫາຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າໃນພຣະທຳຂອງພຣະອົງ ແລະ ພະຍາຍາມເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ. ນີ້ແມ່ນວິທີການປະຕິບັດທີ່ເປັນພື້ນຖານ ແລະ ຈຳເປັນທີ່ສຸດ. ນີ້ຄືສິ່ງທີ່ເປໂຕເຮັດຫຼັງຈາກທີ່ໄດ້ເຫັນພຣະເຢຊູ ແລະ ມີພຽງການປະຕິບັດໃນວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດບັນລຸຜົນທີ່ດີທີ່ສຸດໄດ້. ການອຸທິດຢ່າງເຕັມໃຈຕໍ່ພຣະທຳຂອງພຣະເຈົ້າ ຫຼັກໆແລ້ວແມ່ນກ່ຽວພັນກັບການສະແຫວງຫາຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າທີ່ຢູ່ພາຍໃນພຣະທຳຂອງພຣະອົງ, ການຕັ້ງໃຈໃສ່ໃນການເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ການເຂົ້າໃຈ ແລະ ການໄດ້ຮັບຄວາມຈິງຫຼາຍຂຶ້ນຈາກພຣະທຳຂອງພຣະເຈົ້າ. ເມື່ອອ່ານພຣະທຳຂອງພຣະເຈົ້າ, ເປໂຕບໍ່ໄດ້ຕັ້ງໃຈໃສ່ໃນການເຂົ້າໃຈຄຳສັ່ງສອນ, ແຮງໄກທີ່ເພິ່ນຈະເອົາໃຈໃສ່ໃນການຮັບເອົາຄວາມຮູ້ທາງທິດສະດີ. ໃນກົງກັນຂ້າມ, ເພິ່ນຕັ້ງໃຈໃສ່ໃນການເຂົ້າໃຈຄວາມຈິງ ແລະ ການເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ພ້ອມທັງການບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສ ແລະ ຄວາມເປັນຕາຮັກຂອງພຣະເຈົ້າ. ເປໂຕຍັງໄດ້ພະຍາຍາມເຂົ້າໃຈສະພາວະທີ່ເສື່ອມຊາມຕ່າງໆຂອງມະນຸດຈາກພຣະທຳຂອງພຣະເຈົ້າ,
- [4. ຄວາມໝາຍຂອງພາລະກິດແຫ່ງການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ](https://lo.kingdomsalvation.org/significance-of-trials-refinement-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ແມ່ນຫຍັງຄືສະພາວະພາຍໃນຜູ້ຄົນ ທີ່ການທົດລອງແນໃສ່? ພວກມັນແນໃສ່ອຸປະນິໄສທີ່ເປັນປໍລະປັກໃນຜູ້ຄົນ ເຊິ່ງບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ມີຫຼາຍສິ່ງທີ່ບໍ່ບໍລິສຸດພາຍໃນຜູ້ຄົນ ແລະ ມີຫຼາຍສິ່ງທີ່ບໍ່ຈິງໃຈ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເຮັດໃຫ້ຜູ້ຄົນໄດ້ຮັບການທົດລອງເພື່ອເຮັດໃຫ້ພວກເຂົາບໍລິສຸດ... ຖ້າເຈົ້າບໍ່ຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລ້ວເຈົ້າກໍຈະພ່າຍແພ້ໃນລະຫວ່າງການທົດລອງຢ່າງຫຼີກເວັ້ນບໍ່ໄດ້, ຍ້ອນເຈົ້າບໍ່ຮັບຮູ້ວ່າ ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບໄດ້ແນວໃດ, ພຣະອົງເຮັດໃຫ້ພວກເຂົາສົມບູນແບບດ້ວຍວິທີໃດ ແລະ ເມື່ອການທົດລອງຂອງພຣະເຈົ້າມາເຖິງເຈົ້າ ແລະ ການທົດລອງເຫຼົ່ານັ້ນບໍ່ເຂົ້າກັນກັບຄວາມຄິດຂອງເຈົ້າ, ເຈົ້າກໍຈະບໍ່ສາມາດຍຶດໝັ້ນໄດ້. ຄວາມຮັກທີ່ແທ້ຈິງຂອງພຣະເຈົ້າແມ່ນອຸປະນິໄສທັງໝົດຂອງພຣະອົງ ແລະ ເມື່ອອຸປະນິໄສທັງໝົດຂອງພຣະອົງຖືກສຳແດງໃຫ້ກັບຜູ້ຄົນ, ມັນຈະເກີດຫຍັງຂຶ້ນກັບເນື້ອໜັງຂອງເຈົ້າ? ເມື່ອອຸປະນິໄສທີ່ຊອບທຳຂອງພຣະອົງຖືກສຳແດງໃຫ້ກັບຜູ້ຄົນ, ເນື້ອໜັງຂອງພວກເຂົາກໍຈະທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງໂດຍຫຼີກເວັ້ນບໍ່ໄດ້. ຖ້າເຈົ້າບໍ່ທົນທຸກຕໍ່ຄວາມເຈັບປວດນີ້ ແລ້ວເຈົ້າກໍບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ ຫຼື ເຈົ້າຈະບໍ່ສາມາດອຸທິດຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າໄດ້. ຖ້າພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ພຣະອົງກໍຈະສຳແດງອຸປະນິໄສທັງໝົດຂອງພຣະອົງໃຫ້ກັບເຈົ້າຢ່າງແນ່ນອນ. ຕັ້ງແຕ່ເວລາແຫ່ງການຊົງສ້າງຈົນເຖິງປັດຈຸບັນ, ພຣະເຈົ້າບໍ່ເຄີຍສຳແດງອຸປະນິໄສທັງໝົດຂອງພຣະອົງຕໍ່ມະນຸດຈັກເທື່ອ, ແຕ່ໃນລະຫວ່າງຍຸກສຸດທ້າຍນີ້ ພຣະອົງໄດ້ເປີດເຜີຍອຸປະນິໄສນັ້ນໃຫ້ກັບກຸ່ມຄົນທີ່ພຣະອົງໄດ້ລິຂິດ ແລະ ໄດ້ເລືອກໄວ້ແລ້ວ ແລະ ໂດຍການເຮັດໃຫ້ຜູ້ຄົນສົມບູນ, ພຣະອົງເປີດເຜີຍອຸປະນິໄສຂອງພຣະອົງ, ຜ່ານທາງທີ່ພຣະອົງເຮັດໃຫ້ກຸ່ມຄົນສົມບູນ. ສິ່ງດັ່ງກ່າວແມ່ນຄວາມຮັກທີ່ແທ້ຈິງຂອງພຣະເຈົ້າທີ່ມີໃຫ້ກັບຜູ້ຄົນ. ການຜະເຊີນຄວາມຮັກທີ່ແທ້ຈິງຂອງພຣະເຈົ້ານັ້ນ ແມ່ນຮຽກຮ້ອງໃຫ້ຜູ້ຄົນທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງ ແລະ ຈ່າຍລາຄາທີ່ສູງ. ມີແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກຮັບໂດຍພຣະເຈົ້າ ແລະ ຈະສາມາດມອບຄວາມຮັກທີ່ແທ້ຈິງຄືນໃຫ້ກັບພຣະເຈົ້າໄດ້ ແລະ ມີພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະພໍໃຈ.
- [3. ຄວາມໝາຍຂອງພາລະກິດແຫ່ງການພິພາກສາ ແລະ ການຕີສອນຂອງພຣະເຈົ້າ](https://lo.kingdomsalvation.org/significance-of-work-of-judgment-chastisement-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ພາລະກິດຂອງຍຸກສຸດທ້າຍແມ່ນເພື່ອຈັດແບ່ງທຸກສິ່ງອອກຕາມປະເພດໃຜປະເພດມັນ ແລະ ເພື່ອສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າ, ເພາະວ່າ ເວລາໃກ້ມາເຖິງແລ້ວ ແລະ ມື້ຂອງພຣະເຈົ້າມາຮອດແລ້ວ. ພຣະເຈົ້ານໍາເອົາທຸກຄົນທີ່ໄດ້ເຂົ້າສູ່ອານາຈັກຂອງພຣະອົງ, ນັ້ນກໍຄື ຜູ້ຄົນທັງໝົດທີ່ຊື່ສັດຕໍ່ພຣະອົງຈົນເຖິງທີ່ສຸດ ເຂົ້າສູ່ຍຸກຂອງພຣະເຈົ້າເອງ. ແຕ່ວ່າ, ພາລະກິດທີ່ພຣະເຈົ້າຕ້ອງປະຕິບັດ ກ່ອນທີ່ຍຸກຂອງພຣະເຈົ້າເອງຈະມາເຖິງນັ້ນ ບໍ່ແມ່ນເພື່ອສັງເກດການປະພຶດຂອງມະນຸດ ຫຼື ຂຸດຄົ້ນຫາຊີວິດຂອງມະນຸດ, ແຕ່ເພື່ອພິພາກສາຄວາມກະບົດຂອງພວກເຂົາ ເພາະວ່າພຣະເຈົ້າຈະຕ້ອງຊໍາລະລ້າງຜູ້ຄົນທັງໝົດທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃຫ້ບໍລິສຸດ. ຜູ້ຄົນທັງໝົດທີ່ໄດ້ເດີນຕາມບາດກ້າວຂອງພຣະເຈົ້າຈົນເຖິງທຸກວັນນີ້ ແມ່ນຜູ້ທີ່ໄດ້ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ດ້ວຍເຫດນີ້ ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍຄືຄົນທີ່ພຣະເຈົ້າຊໍາລະລ້າງໃຫ້ບໍລິສຸດ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍນີ້ ຄືຄົນທີ່ໄດ້ຮັບເອົາການພິພາກສາຂອງພຣະເຈົ້າ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິສປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ ພຣະຄຣິສແຫ່ງຍຸກສຸດທ້າຍໃຊ້ຄວາມຈິງທີ່ຫຼາກຫຼາຍເພື່ອສອນມະນຸດ, ເພື່ອເປີດໂປງແກ່ນສານຂອງມະນຸດ ແລະ ເພື່ອໄຈ້ແຍກຄຳເວົ້າ ແລະ ການກະທຳຂອງມະນຸດ. ພຣະທຳເຫຼົ່ານີ້ປະກອບດ້ວຍຄວາມຈິງຕ່າງໆ ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີທີ່ມະນຸດຄວນຈະອ່ອນນ້ອມຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນຈະຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນຈະໃຊ້ຊີວິດທີ່ເປັນຄວາມເປັນມະນຸດປົກກະຕິ, ພ້ອມທັງສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ. ພຣະທຳເຫຼົ່ານີ້ທັງໝົດແມ່ນມຸ່ງໄປທີ່ແກ່ນສານຂອງມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຂົາ. ໂດຍສະເພາະຢ່າງຍິ່ງ, ພຣະທຳທີ່ເປີດໂປງວິທີທີ່ມະນຸດປະຕິເສດພຣະເຈົ້າ
- [2. ຄວາມໝາຍຂອງພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າ](https://lo.kingdomsalvation.org/significance-of-work-of-conquest-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ເມື່ອຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ, ມະນຸດຊາດກໍບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ຢຸດນະມັດສະການພຣະເຈົ້າ. ໃນຕອນເລີ່ມຕົ້ນ, ເມື່ອອາດາມ ແລະ ເອວາຖືກສ້າງ, ສະຫງ່າລາສີ ແລະ ຄຳພະຍານຂອງພຣະເຢໂຮວາກໍປາກົດຢູ່ສະເໝີ. ແຕ່ຫຼັງຈາກທີ່ຖືກເຮັດໃຫ້ເສື່ອມຊາມ, ມະນຸດກໍສູນເສຍສະຫງ່າລາສີ ແລະ ຄຳພະຍານ ຍ້ອນທຸກຄົນກະບົດຕໍ່ພຣະເຈົ້າ ແລະ ເຊົາຢໍາເກງພຣະອົງທັງສິ້ນ. ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນເພື່ອຟື້ນຟູຄຳພະຍານທັງໝົດ ແລະ ສະຫງ່າລາສີທັງໝົດ ແລະ ເພື່ອເຮັດໃຫ້ມະນຸດທຸກຄົນນະມັດສະການພຣະເຈົ້າ, ເພື່ອວ່າຈະມີຄຳພະຍານຢູ່ທ່າມກາງສິ່ງຊົງສ້າງ; ນີ້ແມ່ນພາລະກິດທີ່ຈະຖືກປະຕິບັດໃນລະຫວ່າງຂັ້ນຕອນນີ້. ມະນຸດຊາດຈະຖືກເອົາຊະນະແນວໃດກັນແທ້? ໂດຍໃຊ້ພາລະກິດແຫ່ງພຣະທຳໃນຂັ້ນຕອນນີ້ເພື່ອເຮັດໃຫ້ມະນຸດເຊື່ອຢ່າງສົມບູນ; ໂດຍໃຊ້ການເປີດເຜີຍ, ການພິພາກສາ, ການຂ້ຽນຕີ ແລະ ການສາບແຊ່ງຢ່າງໄຮ້ປານີເພື່ອຊັກຈູງເຂົາຢ່າງທີ່ສຸດ; ໂດຍເປີດໂປງຄວາມກະບົດຂອງມະນຸດ ແລະ ພິພາກສາການຕໍ່ຕ້ານຂອງເຂົາ ເພື່ອວ່າເຂົາອາດຮູ້ຈັກຄວາມບໍ່ຊອບທຳ ແລະ ຄວາມສົກກະປົກຂອງມະນຸດຊາດ ແລະ ດ້ວຍເຫດນັ້ນຈຶ່ງໃຊ້ສິ່ງເຫຼົ່ານີ້ເພື່ອເປັນສິ່ງສະແດງໃຫ້ເຫັນເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າແຈ້ງຂຶ້ນ. ໂດຍສະເພາະຢ່າງຍິ່ງແມ່ນຜ່ານພຣະທຳເຫຼົ່ານີ້ ມະນຸດຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ເຊື່ອຢ່າງສົມບູນ. ພຣະທຳແມ່ນວິທີໃນການເອົາຊະນະຂັ້ນສຸດທ້າຍຂອງມະນຸດຊາດ ແລະ ທຸກຄົນທີ່ຍອມຮັບການເອົາຊະນະຂອງພຣະເຈົ້າກໍຕ້ອງຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງພຣະທຳຂອງພຣະອົງ. ຂະບວນການແຫ່ງການເອົາຊະນະໃນປັດຈຸບັນແມ່ນຂະບວນການແຫ່ງການກ່າວພຣະທຳຢ່າງແນ່ນອນ. ແລ້ວຜູ້ຄົນຄວນຮ່ວມມືແນວໃດ? ໂດຍຮູ້ຈັກວິທີການກິນ ແລະ ດື່ມພຣະທຳເຫຼົ່ານີ້
- [1. ຄວາມໝາຍຂອງພາລະກິດແຫ່ງພຣະທຳຂອງພຣະເຈົ້າ](https://lo.kingdomsalvation.org/significance-of-work-of-words-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງກາຍມາເປັນເນື້ອໜັງເພື່ອກ່າວຈາກມຸມມອງທີ່ແຕກຕ່າງກັນ ເພື່ອວ່າມະນຸດຈະສາມາດເຫັນພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນພຣະທໍາທີ່ປາກົດໃນເນື້ອໜັງ ແລະ ສາມາດເບິ່ງເຫັນສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພາລະກິດດັ່ງກ່າວແມ່ນຖືກປະຕິບັດເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດໄດ້ດີຂຶ້ນ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ ເຊິ່ງເປັນຄວາມໝາຍທີ່ແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກແຫ່ງພຣະທໍາ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນມາຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນເຂົ້າເຮັດ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການເຮັດໃນຍຸກແຫ່ງພຣະທໍາຈະເກີດຜົນຢ່າງສົມບູນ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນຈະຖືກເປີດໂປງ, ກໍາຈັດ ແລະ ທົດລອງ. ຜູ້ຄົນໄດ້ເຫັນພຣະທໍາຂອງພຣະເຈົ້າ, ໄດ້ຍິນພຣະທໍາເຫຼົ່ານີ້ ແລະ ຮັບຮູ້ເຖິງການມີຢູ່ຈິງຂອງພຣະທໍາເຫຼົ່ານີ້. ຜົນຕາມມາກໍ່ຄື ພວກເຂົາໄດ້ມາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ໃນລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ຄໍາວ່າ “ພຣະທໍາ” ອາດເປັນສິ່ງທີ່ງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສັ່ນສະເທືອນຈັກກະວານ, ພວກມັນປ່ຽນຫົວໃຈຂອງຜູ້ຄົນ, ປ່ຽນແປງແນວຄິດ ແລະ ອຸປະນິໄສເດີມຂອງພວກເຂົາ ແລະ
- [5. ເປັນຫຍັງຈຶ່ງເວົ້າວ່າການຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າຈຶ່ງເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ?](https://lo.kingdomsalvation.org/knowing-three-stages-of-God-s-work.html) - ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ ພາລະກິດການຄຸ້ມຄອງມະນຸດຊາດແມ່ນຖືກຈັດແບ່ງອອກເປັນສາມຂັ້ນຕອນເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຖືກແບ່ງອອກເປັນສາມຂັ້ນຕອນ. ສາມຂັ້ນຕອນນີ້ບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແຕ່ກົງກັນຂ້າມ ພວກມັນແມ່ນພາລະກິດສາມຂັ້ນຕອນຂອງຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ພາລະກິດແຫ່ງການສ້າງໂລກແມ່ນພາລະກິດແຫ່ງການກໍ່ໃຫ້ເກີດບັນດາມວນມະນຸດຊາດ. ມັນບໍ່ແມ່ນພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ມີສ່ວນພົວພັນກັບພາລະກິດແຫ່ງການໄຖ່ມະນຸດຊາດ ຍ້ອນໃນຕອນທີ່ໂລກຖືກສ້າງຂຶ້ນນັ້ນ ມະນຸດຊາດຍັງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຕ້ອງມີການປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ. ພາລະກິດແຫ່ງການໄຖ່ມະນຸດຊາດພຽງແຕ່ເລີ່ມຕົ້ນຂຶ້ນເມື່ອມະນຸດຊາດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍພຽງແຕ່ເກີດຂຶ້ນເມື່ອມະນຸດຊາດຖືກເຮັດໃຫ້ເສື່ອມຊາມແລ້ວເຊັ່ນກັນ. ສາມາດເວົ້າໄດ້ອີກວ່າ ການຄຸ້ມຄອງມະນຸດຂອງພຣະເຈົ້າເລີ່ມຕົ້ນຈາກຜົນຂອງພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ໄດ້ເກີດມາຈາກພາລະກິດແຫ່ງການສ້າງໂລກ. ພຽງແຕ່ຫຼັງຈາກທີ່ມະນຸດໄດ້ຮັບອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ ພາລະກິດແຫ່ງການຄຸ້ມຄອງກໍຈຶ່ງໄດ້ເກີດຂຶ້ນ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດຈຶ່ງປະກອບມີສາມສ່ວນ ແທນທີ່ຈະເປັນສີ່ສ່ວນ ຫຼື ສີ່ຍຸກ. ນີ້ແມ່ນວິທີການກ່າວເຖິງການຄຸ້ມຄອງມະນຸດຂອງພຣະເຈົ້າທີ່ຖືກຕ້ອງວິທີດຽວເທົ່ານັ້ນ. ເມື່ອຍຸກສຸດທ້າຍເຂົ້າໃກ້ຈຸດສິ້ນສຸດ, ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະເຖິງຈຸດສິ້ນສຸດຢ່າງບໍລິບູນ. ການສິ້ນສຸດຂອງພາລະກິດແຫ່ງການຄຸ້ມຄອງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຈະສຳເລັດລົງຢ່າງສົມບູນ ແລະ ດ້ວຍເຫດນັ້ນ ໄລຍະນີ້ກໍ່ຈະສິ້ນສຸດລົງສຳລັບມະນຸດຊາດ. ຖ້າປາສະຈາກພາລະກິດແຫ່ງການໄຖ່ບັນດາມວນມະນຸດຊາດ ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະບໍ່ເກີດຂຶ້ນ ຫຼື ພາລະກິດສາມຂັ້ນຕອນກໍຈະບໍ່ມີຢູ່ເຊັ່ນດຽວກັນ. ແນ່ນອນຢູ່ແລ້ວທີ່ມັນເປັນຍ້ອນຄວາມຊົ່ວຊ້າຂອງມະນຸດຊາດ ແລະ ຍ້ອນມະນຸດຊາດຕ້ອງການຄວາມລອດພົ້ນຢ່າງຮີບດ່ວນ ຈຶ່ງເຮັດໃຫ້ພຣະເຢໂຮວາສິ້ນສຸດການສ້າງໂລກ ແລະ ເລີ່ມຕົ້ນພາລະກິດຂອງຍຸກແຫ່ງພຣະບັນຍັດ. ພາລະກິດແຫ່ງການຄຸ້ມຄອງມະນຸດເລີ່ມຕົ້ນຂຶ້ນຫຼັງຈາກຕອນນັ້ນ ເຊິ່ງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ຕອນນັ້ນ.
- [4. ຄວາມສຳພັນລະຫວ່າງແຕ່ລະຂັ້ນຕອນໃນສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/relationship-between-each-of-three-stages-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ຈາກພາລະກິດຂອງພຣະເຢໂຮວາຈົນເຖິງພາລະກິດຂອງພຣະເຢຊູ ແລະ ຈາກພາລະກິດພຣະເຢຊູຈົນເຖິງຂັ້ນຕອນປັດຈຸບັນ, ສາມຂັ້ນຕອນເຫຼົ່ານີ້ເປັນຂັ້ນຕອນຕໍ່ເນື່ອງທີ່ກວມເອົາທຸກຂອບເຂດແຫ່ງການຄຸ້ມຄອງຂອງພຣະເຈົ້າຢ່າງຕໍ່ເນຶ່ອງ ແລະ ພວກມັນທັງໝົດເປັນພາລະກິດຂອງພຣະວິນຍານອົງດຽວ. ນັບຕັ້ງແຕ່ການສ້າງໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຄຸ້ມຄອງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເປັນການເລີ່ມຕົ້ນ ແລະ ການສິ້ນສຸດ. ພຣະອົງເປັນຜູ້ທໍາອິດ ແລະ ຜູ້ສຸດທ້າຍ. ພຣະອົງເປັນຜູ້ທີ່ເລີ່ມຕົ້ນຍຸກ ແລະ ເປັນຜູ້ທີ່ນໍາຍຸກມາສູ່ການສິ້ນສຸດ. ພາລະກິດສາມຂັ້ນຕອນໃນຍຸກທີ່ແຕກຕ່າງກັນ ແລະ ໃນສະຖານທີ່ທີ່ແຕກຕ່າງກັນ ແມ່ນພາລະກິດຂອງພຣະວິນຍານອົງດຽວຢ່າງແນ່ນອນ. ທຸກຄົນທີ່ແບ່ງແຍກສາມຂັ້ນຕອນເຫຼົ່ານີ້ແມ່ນຢືນຢູ່ກົງກັນຂ້າມກັບພຣະເຈົ້າ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3) ພາລະກິດທີ່ປະຕິບັດໃນຍຸກສຸດທ້າຍບໍ່ສາມາດແທນ ພາລະກິດຂອງຍຸກແຫ່ງພຣະບັນຍັດໄດ້ ຫຼື ແທນຍຸກແຫ່ງພຣະຄຸນໄດ້. ເຖິງຢ່າງໃດກໍຕາມ ສາມຂັ້ນຕອນເຊື່ອມໂຍງກັນເປັນອັນໜຶ່ງອັນດຽວ ແລະ ຂັ້ນຕອນທັງໝົດແມ່ນພາລະກິດຂອງພຣະເຈົ້າອົງດຽວ. ຕາມທໍາມະຊາດແລ້ວ ການປະຕິບັດພາລະກິດນີ້ຖືກແບ່ງອອກເປັນຍຸກທີ່ແຕກຕ່າງກັນ. ພາລະກິດທີ່ສໍາເລັດໃນຍຸກສຸດທ້າຍເປັນພາລະກິດທີ່ນໍາທຸກສິ່ງໄປສູ່ການສິ້ນສຸດ; ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະບັນຍັດແມ່ນພາລະກິດແຫ່ງການເລີ່ມຕົ້ນ ແລະ ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະຄຸນແມ່ນພາລະກິດແຫ່ງການໄຖ່ບາບ. ສໍາລັບນິມິດຂອງພາລະກິດທີ່ຢູ່ໃນແຜນການຄຸ້ມຄອງຫົກພັນປີນີ້, ບໍ່ມີຜູ້ໃດສາມາດຮັບເອົາຄວາມຮູ້ ຫຼື ຄວາມເຂົ້າໃຈ ແລະ ນິມິດເຫຼົ່ານີ້ກໍຍັງເປັນປິດສະໜາຢູ່. ໃນຍຸກສຸດທ້າຍ ມີພຽງພາລະກິດຂອງພຣະທໍາເທົ່ານັ້ນທີ່ຖືກປະຕິບັດເພື່ອນໍາໄປສູ່ຍຸກແຫ່ງອານາຈັກ, ແຕ່ຍຸກສຸດທ້າຍບໍ່ແມ່ນຕົວແທນຂອງຍຸກທັງໝົດ. ຍຸກສຸດທ້າຍກໍເປັນຍຸກສຸດທ້າຍ
- [3. ເປົ້າໝາຍ ແລະ ຄວາມສຳຄັນຂອງແຕ່ຂັ້ນຕອນໃນສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/significance-of-three-stages-of-work-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ພາລະກິດທີ່ພຣະເຢໂຮວາໄດ້ເຮັດຕໍ່ຊົນຊາດອິດສະຣາເອນນັ້ນ ໄດ້ສ້າງສະຖານທີ່ໆເປັນຕົ້ນກຳເນີດຂອງພຣະເຈົ້າເທິງແຜ່ນດິນໂລກເຊິ່ງພ້ອມນີ້ ຍັງເປັນສະຖານທີ່ທີ່ສັກສິດທີ່ພຣະອົງໄດ້ປະທັບຢູ່. ພຣະອົງໄດ້ຈໍາກັດພາລະກິດຂອງພຣະອົງສະເພາະຊົນຊາດອິດສະຣາເອນເທົ່ານັ້ນ. ທໍາອິດພຣະອົງບໍ່ໄດ້ດໍາເນີນພາລະກິດນອກດິນແດນອິດສະຣາເອນ ແຕ່ກົງກັນຂ້າມ ພຣະອົງເລືອກຊົນຊາດທີ່ພຣະອົງເຫັນວ່າ ເໝາະສົມໃນການຈໍາກັດຂອບເຂດພາລະກິດຂອງພຣະອົງ. ອິດສະຣາເອນເປັນສະຖານທີ່ພຣະເຈົ້າສ້າງອາດາມ ແລະ ເອວາ. ພຣະເຢໂຮວາໄດ້ສ້າງມະນຸດຈາກລະອອງຝຸ່ນຂອງສະຖານທີ່ນັ້ນ ແລະ ດັ່ງນັ້ນ ສະຖານທີ່ດັ່ງກ່າວຈຶ່ງກາຍເປັນຖານພາລະກິດ ຂອງພຣະອົງໃນແຜ່ນດິນໂລກ. ຊົນຊາດອິດສະຣາເອນ ທີ່ເປັນລູກຫຼານຂອງໂນອາ ແລະ ທັງເປັນລູກຫຼານຂອງອາດາມ, ພວກເຂົາຄືມະນຸດທີ່ເປັນພື້ນຖານພາລະກິດຂອງພຣະເຢໂຮວາໃນແຜ່ນດິນໂລກ. ໃນເວລານັ້ນ ຄວາມສໍາຄັນ, ຈຸດປະສົງ ແລະ ບາດກ້າວພາລະກິດຂອງພຣະເຢໂຮວາ ໃນດິນແດນອິດສະຣາເອນແມ່ນເປັນການລິເລີ່ມພາລະກິດຂອງພຣະອົງໃນທົ່ວແຜ່ນດິນໂລກເຊິ່ງພຣະອົງໄດ້ຖືເອົາດິນແດນອິດສະຣາເອນເປັນຈຸດສູນກາງ, ແລ້ວຫລັງຈາກນັ້ນຈຶ່ງໄດ້ຄ່ອຍໆຂະຫຍາຍອອກໄປສູ່ບັນດາປະເທດຕ່າງໆ. ນີ້ຄືຫຼັກການ ການດໍາເນີນພາລະກິດຂອງພຣະອົງໃນທົ່ວຈັກກະວານເພື່ອສ້າງຮູບແບບ ພ້ອມຂະຫຍາຍກວ້າງອອກໄປຈົນກວ່າຜູ້ຄົນໃນທົ່ວຈັກກະວານຈະໄດ້ຮັບຂ່າວປະເສີດຂອງພຣະອົງ. ຄົນອິດສະຣາເອນຄົນທໍາອິດແມ່ນລູກຫຼານຂອງໂນອາ. ຜູ້ຄົນເຫຼົ່ານີ້ໄດ້ຮັບພຽງລົມຫາຍໃຈຈາກພຣະເຢໂຮວາ ແລະ ມີຄວາມເຂົ້າໃຈພຽງພໍທີ່ຈະດູແລຄວາມຈໍາເປັນຂັ້ນພື້ນຖານຂອງຊີວິດເທົ່ານັ້ນ, ແຕ່ພວກເຂົາບໍ່ຮູ້ວ່າພຣະເຢໂຮວາເປັນພຣະເຈົ້າແບບໃດ ຫຼື ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດແນວໃດ, ແລ້ວແຮງໄກກັບການເຂົາເຈົ້າຄວນຍໍາເກງພຣະຜູ້ເປັນເຈົ້າຂອງສິ່ງຊົງສ້າງທັງໝົດ. ໃນເມື່ອເປັນດັ່ງນັ້ນ ຈະໃຫ້ພວກເຂົາເຄົາລົບບູຊາຕໍ່ພຣະເຈົ້າຜູ້ສ້າງສັບພະທຸກສິ່ງໄດ້ແນວໃດ. ສ່ວນທີ່ວ່າມີກົດເກນ ຫຼື ມີຂໍ້ບັນຍັດຫຍັງແດ່ທີ່ຕ້ອງເຊື່ອຟັງ ຫຼື ບໍ່[ກ] ຫຼື ມີໜ້າທີ່ຫຍັງແດ່ທີ່ຜູ້ຖືກສ້າງຄວນປະຕິບັດເພື່ອພຣະຜູ້ສ້າງ, ລູກຫຼານຂອງອາດາມແມ່ນບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້. ສິ່ງທີ່ພວກເຂົາຮູ້ຄື ຜົວຄວນສະຫຼະເຫື່ອແຮງເຮັດວຽກເພື່ອລ້ຽງດູຄອບຄົວ ແລະ ຜູ້ເປັນເມຍຄວນຖວາຍຕົນໃຫ້ກັບຜົວຂອງລາວເພື່ອສືບຕໍ່ ຂະຫຍາຍຊາດຕິພັນມະນຸດທີ່ພຣະເຢໂຮວາໄດ້ສ້າງຂຶ້ນ.
- [2. ຈຸດປະສົງຂອງສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/aim-of-three-stages-of-work-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ແຜນການຄຸ້ມຄອງທັງຫມົດຂອງເຮົາ, ແຜນການທີ່ກວມເອົາຫົກພັນປີ, ປະກອບດ້ວຍສາມໄລຍະ ຫຼື ສາມຍຸກ: ຍຸກແຫ່ງພຣະບັນຍັດໃນເບື້ອງຕົ້ນ, ຍຸກແຫ່ງພຣະຄຸນ (ເຊິ່ງແມ່ນຍຸກຂອງການໄຖ່ບາບ) ແລະ ຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ການເຮັດພາລະກິດຂອງເຮົາໃນສາມຍຸກນີ້ ແຕກຕ່າງກັນໃນເນື້ອຫາຕາມທຳມະຊາດຂອງແຕ່ລະຍຸກ, ແຕ່ໃນແຕ່ລະຂັ້ນຕອນແມ່ນສອດຄ່ອງກັບຄວາມຕ້ອງການຂອງມະນຸດ ຫຼື ເວົ້າຢ່າງຊັດເຈນກໍຄື ມັນຖືກສ້າງຂຶ້ນເພື່ອໃຫ້ທຽບທັນກັບກົນລະຍຸດທີ່ຊາຕານໃຊ້ໃນສົງຄາມທີ່ເຮົາຕໍ່ສູ້ກັບມັນ. ຈຸດປະສົງຂອງພາລະກິດຂອງເຮົາແມ່ນເພື່ອເອົາຊະນະຊາຕານ, ເພື່ອສະແດງໃຫ້ເຫັນເຖິງ ສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ, ເພື່ອເປີດເຜີຍກົນລະຍຸດທຸກຢ່າງຂອງຊາຕານ ແລະ ເພື່ອຊ່ວຍເຊື້ອຊາດມະນຸດທັງໝົດໃຫ້ລອດພົ້ນ ເຊິ່ງດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງມັນ. ມັນເປັນການສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ ໃນຂະນະດຽວກັນ ເປີດເຜີຍໃຫ້ເຫັນເຖິງຄວາມຫນ້າກຽດຊັງທີ່ບໍ່ສາມາດທົນຕໍ່ໄປໄດ້ຂອງຊາຕານ. ຍິ່ງໄປກວ່ານັ້ນ ມັນເປັນການສິດສອນຕໍ່ສິ່ງທີ່ເຮົາສ້າງຂຶ້ນມາເພື່ອໃຫ້ຮູ້ຈັກໃຈ້ແຍກລະຫວ່າງຄວາມດີ ແລະ ຄວາມຊົ່ວ, ເພື່ອໃຫ້ຮູ້ວ່າເຮົາເປັນຜູ້ມີອໍານາດສູງສຸດເໜືອທຸກສິ່ງ, ເພື່ອໃຫ້ເຫັນຢ່າງແຈ່ມແຈ້ງວ່າຊາຕານແມ່ນສັດຕູຂອງມະນຸດ, ເປັນສິ່ງທີ່ຕໍ່າສຸດຂອງຄວາມຕໍ່າ, ສິ່ງຊົ່ວຮ້າຍ ແລະ ເພື່ອບອກເຖິງຄວາມແນ່ນອນແທ້ຈິງ, ຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວຮ້າຍ, ຄວາມຈິງ ແລະ ຄວາມບໍ່ຖືກຕ້ອງ, ຄວາມບໍລິສຸດ ແລະ ຄວາມເປິເປື້ອນ ແລະ ແມ່ນຫຍັງເປັນສິ່ງທີ່ຍິ່ງໃຫຍ່ ແລະ ແມ່ນຫຍັງເປັນສິ່ງທີ່ໄຮ້ກຽດສັກສີ. ດ້ວຍວິທີນີ້,
- [1. ແມ່ນຫຍັງຄືພາລະກິດແຫ່ງການຄຸ້ມຄອງມະນຸດຊາດ?](https://lo.kingdomsalvation.org/work-of-managing-mankind-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ພາລະກິດການຄຸ້ມຄອງມະນຸດຊາດແມ່ນຖືກຈັດແບ່ງອອກເປັນສາມຂັ້ນຕອນເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຖືກແບ່ງອອກເປັນສາມຂັ້ນຕອນ. ສາມຂັ້ນຕອນນີ້ບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແຕ່ກົງກັນຂ້າມ ພວກມັນແມ່ນພາລະກິດສາມຂັ້ນຕອນຂອງຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ພາລະກິດແຫ່ງການສ້າງໂລກແມ່ນພາລະກິດແຫ່ງການກໍ່ໃຫ້ເກີດບັນດາມວນມະນຸດຊາດ. ມັນບໍ່ແມ່ນພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ມີສ່ວນພົວພັນກັບພາລະກິດແຫ່ງການໄຖ່ມະນຸດຊາດ ຍ້ອນໃນຕອນທີ່ໂລກຖືກສ້າງຂຶ້ນນັ້ນ ມະນຸດຊາດຍັງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຕ້ອງມີການປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ. ພາລະກິດແຫ່ງການໄຖ່ມະນຸດຊາດພຽງແຕ່ເລີ່ມຕົ້ນຂຶ້ນເມື່ອມະນຸດຊາດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍພຽງແຕ່ເກີດຂຶ້ນເມື່ອມະນຸດຊາດຖືກເຮັດໃຫ້ເສື່ອມຊາມແລ້ວເຊັ່ນກັນ. ສາມາດເວົ້າໄດ້ອີກວ່າ ການຄຸ້ມຄອງມະນຸດຂອງພຣະເຈົ້າເລີ່ມຕົ້ນຈາກຜົນຂອງພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ໄດ້ເກີດມາຈາກພາລະກິດແຫ່ງການສ້າງໂລກ. ພຽງແຕ່ຫຼັງຈາກທີ່ມະນຸດໄດ້ຮັບອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ ພາລະກິດແຫ່ງການຄຸ້ມຄອງກໍຈຶ່ງໄດ້ເກີດຂຶ້ນ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດຈຶ່ງປະກອບມີສາມສ່ວນ ແທນທີ່ຈະເປັນສີ່ສ່ວນ ຫຼື ສີ່ຍຸກ. ນີ້ແມ່ນວິທີການກ່າວເຖິງການຄຸ້ມຄອງມະນຸດຂອງພຣະເຈົ້າທີ່ຖືກຕ້ອງວິທີດຽວເທົ່ານັ້ນ. ເມື່ອຍຸກສຸດທ້າຍເຂົ້າໃກ້ຈຸດສິ້ນສຸດ, ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະເຖິງຈຸດສິ້ນສຸດຢ່າງບໍລິບູນ. ການສິ້ນສຸດຂອງພາລະກິດແຫ່ງການຄຸ້ມຄອງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຈະສຳເລັດລົງຢ່າງສົມບູນ ແລະ ດ້ວຍເຫດນັ້ນ ໄລຍະນີ້ກໍ່ຈະສິ້ນສຸດລົງສຳລັບມະນຸດຊາດ. ຖ້າປາສະຈາກພາລະກິດແຫ່ງການໄຖ່ບັນດາມວນມະນຸດຊາດ ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະບໍ່ເກີດຂຶ້ນ ຫຼື ພາລະກິດສາມຂັ້ນຕອນກໍຈະບໍ່ມີຢູ່ເຊັ່ນດຽວກັນ. ແນ່ນອນຢູ່ແລ້ວທີ່ມັນເປັນຍ້ອນຄວາມຊົ່ວຊ້າຂອງມະນຸດຊາດ ແລະ ຍ້ອນມະນຸດຊາດຕ້ອງການຄວາມລອດພົ້ນຢ່າງຮີບດ່ວນ ຈຶ່ງເຮັດໃຫ້ພຣະເຢໂຮວາສິ້ນສຸດການສ້າງໂລກ ແລະ ເລີ່ມຕົ້ນພາລະກິດຂອງຍຸກແຫ່ງພຣະບັນຍັດ. ພາລະກິດແຫ່ງການຄຸ້ມຄອງມະນຸດເລີ່ມຕົ້ນຂຶ້ນຫຼັງຈາກຕອນນັ້ນ ເຊິ່ງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ຕອນນັ້ນ.
- [2. ເປັນຫຍັງພຣະເຈົ້າຈຶ່ງຖືກເອີ້ນດ້ວຍຊື່ທີ່ແຕກຕ່າງກັນໃນຍຸກຕ່າງໆ?](https://lo.kingdomsalvation.org/God-called-by-different-names-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ໃນແຕ່ລະຍຸກ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ແລະ ຖືກເອີ້ນໂດຍພຣະນາມໃໝ່; ພຣະອົງຈະສາມາດປະຕິບັດພາລະກິດເກົ່າໆໃນຍຸກທີ່ແຕກຕ່າງກັນໄດ້ແນວໃດ? ພຣະອົງຈະຍຶດຕິດກັບສິ່ງເກົ່າໄດ້ແນວໃດ? ພຣະນາມຂອງພຣະເຢຊູແມ່ນຖືກໃຊ້ ໂດຍເຫັນແກ່ພາລະກິດແຫ່ງການໄຖ່ບາບ, ສະນັ້ນ ພຣະອົງຍັງຈະຖືກເອີ້ນໂດຍພຣະນາມເດີມເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍນີ້ບໍ? ພຣະອົງຍັງຈະປະຕິບັດພາລະກິດແຫ່ງການໄຖ່ບາບອີກບໍ? ເປັນຫຍັງພຣະເຢໂຮວາ ແລະ ພຣະເຢຊູທີ່ເປັນໜຶ່ງດຽວກັນ, ແຕ່ພຣະອົງທັງສອງພັດຖືກເອີ້ນຊື່ຕ່າງກັນໃນຍຸກທີ່ແຕກຕ່າງກັນ? ບໍ່ແມ່ນຍ້ອນຍຸກແຫ່ງພາລະກິດຂອງພຣະອົງທັງສອງແຕກຕ່າງກັນບໍ? ພຣະນາມດຽວຈະສາມາດເປັນຕົວແທນທັງໝົດໃຫ້ກັບພຣະອົງໄດ້ແນວໃດ? ຖ້າເປັນແບບນັ້ນ, ພຣະເຈົ້າກໍຕ້ອງຖືກເອີ້ນຫຼາຍຊື່ທີ່ແຕກຕ່າງກັນຕາມແຕ່ລະຍຸກທີ່ແຕກຕ່າງ ແລະ ພຣະອົງຕ້ອງໃຊ້ພຣະນາມເພື່ອປ່ຽນແປງຍຸກ ແລະ ເປັນຕົວແທນໃຫ້ກັບຍຸກດັ່ງກ່າວ. ຍ້ອນບໍ່ມີພຣະນາມໃດໜຶ່ງສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງຢ່າງສົມບູນໄດ້ ແລະ ພຣະນາມແຕ່ລະຢ່າງກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບລັກສະນະຂອງອຸປະນິໄສຂອງພຣະເຈົ້າໃນບາງຍຸກເທົ່ານັ້ນ; ທຸກສິ່ງທີ່ຕ້ອງເຮັດກໍຄືການເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງ. ສະນັ້ນ, ພຣະເຈົ້າສາມາດເລືອກພຣະນາມໃດກໍຕາມທີ່ເໝາະສົມກັບອຸປະນິໄສຂອງພຣະອົງເພື່ອແທນໃຫ້ກັບຍຸກທັງໝົດ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3) “ພຣະເຢໂຮວາ” ແມ່ນພຣະນາມທີ່ເຮົາໃຊ້ໃນລະຫວ່າງພາລະກິດຂອງເຮົາໃນອິດສະຣາເອນ ແລະ ມັນໝາຍເຖິງພຣະເຈົ້າຂອງຄົນອິດສະຣາເອນ (ຄົນທີ່ຖືກເລືອກຂອງພຣະເຈົ້າ) ຜູ້ທີ່ສາມາດມີຄວາມສົງສານຕໍ່ມະນຸດ, ສາບແຊ່ງມະນຸດ ແລະ ນຳທາງຊີວິດຂອງມະນຸດໄດ້; ພຣະເຈົ້າທີ່ມີລິດອຳນາດຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາ. “ພຣະເຢຊູ” ຄືເອມະນູເອນ ເຊິ່ງໝາຍເຖິງເຄື່ອງຖວາຍແທນຄວາມຜິດບາບທີ່ເຕັມໄປດ້ວຍຄວາມຮັກ, ເຕັມໄປດ້ວຍຄວາມເມດຕາ ແລະ
- [1. ເປັນຫຍັງພຣະເຈົ້າຈຶ່ງມີຊື່ ແລະ ຊື່ດຽວສາມາດສະແດງເຖິງພຣະເຈົ້າທັງໝົດໄດ້ບໍ?](https://lo.kingdomsalvation.org/why-does-God-take-names-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ພຣະນາມຂອງພຣະເຢຊູທີ່ໝາຍຄວາມວ່າ “ພຣະເຈົ້າຢູ່ກັບພວກເຮົາ” ຈະສາມາດເປັນຕົວແທນໃຫ້ກັບອຸປະນິໄສທັງໝົດຂອງພຣະເຈົ້າໄດ້ບໍ? ມັນສາມາດອະທິບາຍກ່ຽວກັບພຣະເຈົ້າໄດ້ຢ່າງສົມບູນບໍ? ຖ້າມະນຸດເວົ້າວ່າ ພຣະເຈົ້າສາມາດຖືກເອີ້ນໄດ້ແຕ່ຊື່ ພຣະເຢຊູ ແລະ ບໍ່ມີຊື່ອື່ນເລີຍ ເພາະວ່າ ພຣະເຈົ້າບໍ່ສາມາດປ່ຽນແປງອຸປະນິໄສຂອງພຣະອົງໄດ້, ຄຳເວົ້າເຫຼົ່ານີ້ແມ່ນເປັນການໝິ່ນປະໝາດຢ່າງແນ່ນອນ! ເຈົ້າເຊື່ອວ່າ ມີພຽງແຕ່ພຣະນາມພຣະເຢຊູເທົ່ານັ້ນບໍ ເຊິ່ງໝາຍເຖິງພຣະເຈົ້າຢູ່ກັບພວກເຮົາ ທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ທັງໝົດ? ພຣະເຈົ້າອາດຈະຖືກເອີ້ນໂດຍຫຼາຍພຣະນາມ, ແຕ່ທ່າມກາງພຣະນາມເຫຼົ່ານີ້, ບໍ່ມີພຣະນາມໃດເລີຍທີ່ສາມາດສະຫຼຸບຄວາມໃຫ້ກັບພຣະເຈົ້າໄດ້ທັງໝົດ, ບໍ່ມີພຣະນາມໃດເລີຍທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງມີຫຼາຍພຣະນາມ, ແຕ່ພຣະນາມເຫຼົ່ານີ້ບໍ່ສາມາດອະທິບາຍອຸປະນິໄສຂອງພຣະເຈົ້າໄດ້ຢ່າງສົມບູນ ຍ້ອນອຸປະນິໄສຂອງພຣະເຈົ້າອຸດົມສົມບູນຫຼາຍ ເຊິ່ງມັນຫຼາຍກວ່າຄວາມສາມາດຂອງມະນຸດທີ່ຈະຮູ້ຈັກພຣະອົງໄດ້ຢ່າງແທ້ຈິງ. ບໍ່ມີທາງທີ່ມະນຸດຈະໃຊ້ພາສາຂອງມະນຸດເພື່ອສະຫຼຸບຄວາມພຣະເຈົ້າໄດ້ຢ່າງສົມບູນ. ມະນຸດຊາດມີຄຳສັບທີ່ຈຳກັດ ເຊິ່ງໃຊ້ເພື່ອສະຫຼຸບຄວາມໃນສິ່ງທີ່ພວກເຂົາຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ ເຊັ່ນ: ຍິ່ງໃຫຍ່, ເປັນຕານັບຖື, ອັດສະຈັນ, ບໍ່ສາມາດຢັ່ງເຖິງໄດ້, ສູງສຸດ, ສັກສິດ, ຊອບທຳ, ມີສະຕິປັນຍາ ແລະ ອື່ນໆອີກ. ມີຫຼາຍຄຳເວົ້າ! ຄຳສັບທີ່ຈຳກັດນີ້ບໍ່ສາມາດບັນລະຍາຍໄດ້ແມ່ນແຕ່ໜ້ອຍດຽວກ່ຽວກັບເລື່ອງມະນຸດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າ. ເມື່ອເວລາຜ່ານໄປ, ມີຄຳເວົ້າຫຼາຍຄໍາເພີ່ມຂຶ້ນທີ່ພວກເຂົາຄິດວ່າສາມາດບັນລະຍາຍເຖິງຄວາມຈິງໃຈໃນຫົວໃຈຂອງພວກເຂົາໄດ້ດີກວ່າ ເຊັ່ນ: ພຣະເຈົ້າຍິ່ງໃຫຍ່ຫຼາຍ! ພຣະເຈົ້າສັກສິດຫຼາຍ! ພຣະເຈົ້າເປັນທີ່ຮັກຫຼາຍ! ໃນປັດຈຸບັນ, ຄຳເວົ້າແບບນີ້ຂອງມະນຸດແມ່ນຮ້າຍແຮງຈົນເຖິງຈຸດສູງສຸດແລ້ວ, ເຖິງຢ່າງໃດກໍຕາມ ມະນຸດກໍຍັງບໍ່ສາມາດສະແດງຕົວເອງອອກມາຢ່າງຊັດເຈນ. ດ້ວຍເຫດນັ້ນ ສຳລັບມະນຸດແລ້ວ ພຣະເຈົ້າມີຫຼາຍພຣະນາມ
- [3. ຄວາມລອດພົ້ນສາມາດບັນລຸໄດ້ຜ່ານທາງຄວາມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສຸງສຸດເທົ່ານັ້ນ](https://lo.kingdomsalvation.org/salvation-through-belief-in-Almighty-God-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ນຳເອົາຍຸກແຫ່ງພຣະຄຸນເຂົ້າມາ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງອີກເທື່ອໜຶ່ງ ແລະ ດ້ວຍການບັງເກີດເປັນມະນຸດນີ້ ພຣະເຈົ້າໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ນຳມາຍຸກແຫ່ງລາຊະອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງລາຊະອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາດ້ວຍຕົວເອງຈາກພຣະເຈົ້າ. ເຖິງແມ່ນວ່າ ພຣະເຢຊູໄດ້ມາຢູ່ທ່າມກາງມະນຸດ ແລະ ປະຕິບັດພາລະກິດຫຼາຍຢ່າງ, ພຣະອົງພຽງສໍາເລັດພາລະກິດໃນການໄຖ່ບາບຂອງມະນຸດຊາດທັງໝົດ ແລະ ກາຍເປັນເຄື່ອງຖວາຍບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ພຽງແຕ່ຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສທີ່ຊາຕານເຮັດໃຫ້ເສື່ອມຊາມໃຫ້ອອກຈາກມະນຸດຢ່າງສິ້ນເຊີງ. ດັ່ງນັ້ນ, ພາຍຫຼັງມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການລົງໂທດ ແລະ ການພິພາກສາ. ພາລະກິດນີ້ໄດ້ນຳພາມະນຸດໄປສູ່ໂລກທີ່ສູງຂຶ້ນ. ທຸກຄົນທີ່ອ່ອນນ້ອມຢູ່ພາຍໃຕ້ອຳນາດປົກຄອງຂອງພຣະເຈົ້າຈະຊົມໃຊ້ຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ເສັ້ນທາງ ແລະ ຊີວິດ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື
- [2. ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ກັບຄືນມາ](https://lo.kingdomsalvation.org/Almighty-God-returned-Jesus-essentials.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ຫຼັງຈາກພາລະກິດຂອງພຣະເຢໂຮວາ, ພຣະເຢຊູໄດ້ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ພາລະກິດຂອງພຣະອົງບໍ່ໄດ້ດໍາເນີນການຢ່າງໂດດດ່ຽວ ແຕ່ຖືກສ້າງຂຶ້ນບົນພາລະກິດຂອງພຣະເຢໂຮວາ. ມັນຄືພາລະກິດສໍາລັບຍຸກໃໝ່ທີ່ພຣະເຈົ້າໄດ້ປະຕິບັດ ຫຼັງຈາກທີ່ພຣະອົງໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ. ເຊັ່ນດຽວກັນ ຫຼັງຈາກພາລະກິດຂອງພຣະເຢໂຮວາສິ້ນສຸດລົງ, ພຣະເຈົ້າກໍສືບຕໍ່ພາລະກິດຂອງພຣະອົງສຳລັບຍຸກຕໍ່ໄປ ຍ້ອນວ່າການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນກ້າວໄປທາງໜ້າຢູ່ເລື້ອຍໆ. ເມື່ອຍຸກເກົ່າຜ່ານໄປ ມັນກໍຈະຖືກແທນທີ່ໂດຍຍຸກໃໝ່ ແລະ ຫຼັງຈາກທີ່ພາລະກິດເກົ່າໄດ້ສໍາເລັດລົງ ກໍຈະມີພາລະກິດໃໝ່ເພື່ອສືບຕໍ່ການຄຸ້ມຄອງຂອງພຣະເຈົ້າ. ການບັງເກີດເປັນມະນຸດໃນຄັ້ງນີ້ແມ່ນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ຫຼັງຈາກພາລະກິດຂອງພຣະເຢຊູ. ແນ່ນອນ ການບັງເກີດເປັນມະນຸດໃນຄັ້ງນີ້ບໍ່ໄດ້ເກີດຂຶ້ນດ້ວຍຕົນເອງ; ມັນເປັນຂັ້ນຕອນທີສາມຂອງພາລະກິດຫຼັງຈາກຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ແຕ່ລະຄັ້ງທີ່ພຣະເຈົ້າເລີ່ມຕົ້ນຂັ້ນຕອນໃໝ່ຂອງພາລະກິດ, ມັນກໍຕ້ອງມີການເລີ່ມຕົ້ນໃໝ່ ແລະ ມັນຕ້ອງນໍາຍຸກໃໝ່ມາຢູ່ສະເໝີ. ພ້ອມນີ້ ກໍຈະມີການປ່ຽນແປງທີ່ກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ, ປ່ຽນແປງ ລັກສະນະແຫ່ງການປະຕິບັດພາລະກິດຂອງພຣະອົງ, ສະຖານທີ່ຂອງພາລະກິດຂອງພຣະອົງ ແລະ ນາມຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍ ທີ່ມັນຫຍຸ້ງຍາກສຳລັບມະນຸດທີ່ຈະຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍຸກໃໝ່. ແຕ່ເຖິງແມ່ນວ່າພຣະອົງຈະຖືກມະນຸດຕໍ່ຕ້ານແນວໃດກໍຕາມ, ພຣະເຈົ້າກໍປະຕິບັດພາລະກິດຂອງພຣະອົງຢູ່ສະເໝີ ແລະ ນໍາພາມວນມະນຸດຊາດກ້າວໄປຂ້າງໜ້າສະເໝີ. ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ນຳເອົາຍຸກແຫ່ງພຣະຄຸນເຂົ້າມາ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງອີກເທື່ອໜຶ່ງ ແລະ ດ້ວຍການບັງເກີດເປັນມະນຸດນີ້ ພຣະເຈົ້າໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ນຳມາຍຸກແຫ່ງລາຊະອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງລາຊະອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາດ້ວຍຕົວເອງຈາກພຣະເຈົ້າ.
- [ເຫັນການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການລົງທັນຂອງພຣະອົງ](https://lo.kingdomsalvation.org/behold-God-in-judgment-chastisement-essentials.html) - ຄືກັບຄົນຫຼາຍຮ້ອຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຢູ່ເລື້ອຍໆ ແລະ ພວກເຮົາກໍເຂັ້ມແຂງຢູ່ເລື້ອຍໆເຊັ່ນກັນ. ພວກເຮົາເຊື່ອວ່າການກະທຳຂອງພວກເຮົາທຸກຢ່າງແມ່ນອີງຕາມຄຳສັ່ງສອນຂອງພຣະຜູ້ເປັນເຈົ້າ. ເປັນທີ່ແນ່ນອນແລ້ວວ່າ ພວກເຮົາເຊື່ອວ່າຕົນເອງໄດ້ຢູ່ໃນເສັ້ນທາງແຫ່ງການປະຕິບັດຕາມຄວາມປະສົງຂອງພຣະບິດາໃນສະຫວັນ. ພວກເຮົາປາຖະໜາເຖິງການກັບມາຂອງອົງພຣະເຢຊູເຈົ້າ, ເຖິງການລົງມາຢ່າງສະຫງ່າງາມຂອງພຣະອົງ, ເຖິງການສິ້ນສຸດຂອງຊີວິດເຮົາເທິງແຜ່ນດິນໂລກ, ເຖິງການປາກົດຂອງອານາຈັກ ແລະ ເຖິງທຸກໆສິ່ງທີ່ທຳນາຍໄວ້ໃນພຣະຄຳພີພຣະນິມິດ: ພຣະຜູ້ເປັນເຈົ້າມາເຖິງ, ພຣະອົງນໍາຄວາມຫາຍະນະ, ພຣະອົງໃຫ້ລາງວັນຄົນທີ່ກະທຳດີ ແລະ ລົງໂທດຄົນທີ່ກະທຳຊົ່ວ; ພຣະອົງຮັບເອົາທຸກຄົນທີ່ຕິດຕາມພຣະອົງ ແລະ ຕ້ອນຮັບການກັບມາຂອງພຣະອົງເພື່ອໄປພົບກັບພຣະອົງໃນທ້ອງຟ້າ. ເມື່ອໃດກໍຕາມທີ່ພວກເຮົາຄິດເຖິງສິ່ງນີ້ ພວກເຮົາຮູ້ສຶກຕຶ້ນຕັນໃຈຢ່າງຍິ່ງ, ປິຕິຍິນດີທີ່ພວກເຮົາໄດ້ເກີດໃນຍຸກສຸດທ້າຍ ແລະ ໂຊກດີທີ່ໄດ້ເຫັນການມາຂອງພຣະຜູ້ເປັນເຈົ້າ. ເຖິງແມ່ນວ່າ ພວກເຮົາໄດ້ທົນທຸກຕໍ່ການຂົ່ມເຫັງ ແຕ່ພວກເຮົາກໍໄດ້ຮັບ “ລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ” ກັບຄືນມາ. ເປັນການຕອບແທນ. ຊ່າງເປັນພອນປະເສີດແທ້ໆ! ຄວາມປາຖະໜາທັງໝົດນີ້ ແລະ ພຣະຄຸນທີ່ພຣະຜູ້ເປັນເຈົ້າປະທານໃຫ້ໄດ້ເຮັດໃຫ້ພວກເຮົາມີສະຕິໃນການອະທິຖານຢູ່ຕະຫຼອດເວລາ ແລະ ເຮັດໃຫ້ພວກເຮົາດຸໝັ່ນຍິ່ງຂຶ້ນໃນການເຕົ້າໂຮມກັນ. ບາງເທື່ອປີໜ້າ ບາງເທື່ອມື້ອື່ນ
- [ການປາກົດຕົວຂອງພຣະເຈົ້າໄດ້ນໍາໄປສູ່ຍຸກໃໝ່](https://lo.kingdomsalvation.org/God-has-ushered-in-new-age-essentials.html) - ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ. ຮຽນອ້າຍເອື້ອຍນ້ອງຂອງເຮົາ, ພວກເຈົ້າກໍາລັງລໍຖ້າຫຍັງ? ແມ່ນຫຍັງທີ່ພວກເຈົ້າກຳລັງສະແຫວງຫາ? ພວກເຈົ້າກຳລັງລໍຖ້າໃຫ້ພຣະເຈົ້າປາກົດຕົວບໍ? ພວກເຈົ້າກຳລັງຊອກຫາຮອຍພຣະບາດຂອງພຣະອົງບໍ? ຊ່າງຢາກເຫັນການປາກົດຕົວຂອງພຣະເຈົ້າ! ແລ້ວມັນຊ່າງຍາກແທ້ທີ່ຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າ! ໃນຍຸກນີ້, ໃນໂລກແບບນີ້, ພວກເຮົາຈະຕ້ອງເຮັດແນວໃດເພື່ອເປັນພະຍານເຖິງມື້ທີ່ພຣະເຈົ້າປາກົດຕົວ? ພວກເຮົາຕ້ອງເຮັດແນວໃດເພື່ອຍ່າງໄປພ້ອມກັນກັບບາດກ້າວຂອງພຣະເຈົ້າ? ທຸກຄົນທີ່ກຳລັງລໍຖ້າໃຫ້ພຣະເຈົ້າປາກົດແມ່ນພົບກັບຄຳຖາມປະເພດນີ້. ພວກເຈົ້າທັງໝົດໄດ້ພິຈາລະນາເຖິງສິ່ງເຫຼົ່ານີ້ຫຼາຍເທື່ອ ແຕ່ຜົນໄດ້ຮັບຄືຫຍັງແດ່? ພຣະເຈົ້າປາກົດຕົວຢູ່ໃສ? ຮອຍພຣະບາດຂອງພຣະເຈົ້າຢູ່ທີ່ໃດ? ພວກເຈົ້າໄດ້ຮັບຄຳຕອບແລ້ວບໍ? ຫຼາຍຄົນຈະຕອບໃນລັກສະນະນີ້: “ພຣະເຈົ້າປາກົດຕົວທ່າມກາງທຸກຄົນທີ່ຕິດຕາມພຣະອົງ ແລະ ຮອຍພຣະບາດຂອງພຣະອົງກໍຢູ່ທ່າມກາງພວກເຮົາ; ມັນງ່າຍແບບນັ້ນເລີຍ!” ໃຜກໍຕາມສາມາດຈັດຫາຄຳຕອບທີ່ເປັນຫຼັກສູດໄດ້, ແຕ່ພວກເຈົ້າເຂົ້າໃຈບໍ່ວ່າ ການປາກົດຕົວຂອງພຣະເຈົ້າ ຫຼື ຮອຍພຣະບາດຂອງພຣະອົງແມ່ນຫຍັງ? ການປາກົດຕົວຂອງພຣະເຈົ້າໝາຍເຖິງການທີ່ພຣະອົງມາເຖິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງ. ດ້ວຍຕົວຕົນ ແລະ ອຸປະນິໄສຂອງພຣະອົງເອງ ແລະ ໃນຮູບລັກສະນະທີ່ພຣະອົງເປັນໂດຍກຳເນີດ, ພຣະອົງລົງມາຢູ່ທ່າມກາງມະນຸດຊາດເພື່ອປະຕິບັດພາລະກິດແຫ່ງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກໃດໜຶ່ງ. ການປາກົດຕົວແບບນີ້ບໍ່ແມ່ນຮູບແບບຂອງພິທີກໍາ. ມັນບໍ່ແມ່ນໝາຍສຳຄັນ, ຮູບພາບ, ການອັດສະຈັນ ຫຼື ນິມິດທີ່ຍິ່ງໃຫຍ່ບາງຢ່າງ ແລະ ຍິ່ງເປັນໄປບໍ່ໄດ້ທີ່ມັນຈະເປັນຂະບວນການທາງສາສະໜາປະເພດໃດໜຶ່ງ. ມັນເປັນຄວາມຈິງທີ່ແທ້ຈິງ ແລະ ຕາມຄວາມເປັນຈິງທີ່ທຸກຄົນສາມາດສຳຜັດ ແລະ ເບິ່ງເຫັນໄດ້. ການປາກົດຕົວແບບນີ້ບໍ່ແມ່ນເພື່ອເຮັດພໍເປັນພິທີ ຫຼື ສຳລັບການດຳເນີນການໄລຍະສັ້ນ;
- [ເຫັນການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການລົງທັນຂອງພຣະອົງ](https://lo.kingdomsalvation.org/behold-God-in-judgment-chastisement-selections.html) - ຄືກັບຄົນຫຼາຍຮ້ອຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຢູ່ເລື້ອຍໆ ແລະ ພວກເຮົາກໍເຂັ້ມແຂງຢູ່ເລື້ອຍໆເຊັ່ນກັນ. ພວກເຮົາເຊື່ອວ່າການກະທຳຂອງພວກເຮົາທຸກຢ່າງແມ່ນອີງຕາມຄຳສັ່ງສອນຂອງພຣະຜູ້ເປັນເຈົ້າ. ເປັນທີ່ແນ່ນອນແລ້ວວ່າ ພວກເຮົາເຊື່ອວ່າຕົນເອງໄດ້ຢູ່ໃນເສັ້ນທາງແຫ່ງການປະຕິບັດຕາມຄວາມປະສົງຂອງພຣະບິດາໃນສະຫວັນ. ພວກເຮົາປາຖະໜາເຖິງການກັບມາຂອງອົງພຣະເຢຊູເຈົ້າ, ເຖິງການລົງມາຢ່າງສະຫງ່າງາມຂອງພຣະອົງ, ເຖິງການສິ້ນສຸດຂອງຊີວິດເຮົາເທິງແຜ່ນດິນໂລກ, ເຖິງການປາກົດຂອງອານາຈັກ ແລະ ເຖິງທຸກໆສິ່ງທີ່ທຳນາຍໄວ້ໃນພຣະຄຳພີພຣະນິມິດ: ພຣະຜູ້ເປັນເຈົ້າມາເຖິງ, ພຣະອົງນໍາຄວາມຫາຍະນະ, ພຣະອົງໃຫ້ລາງວັນຄົນທີ່ກະທຳດີ ແລະ ລົງໂທດຄົນທີ່ກະທຳຊົ່ວ; ພຣະອົງຮັບເອົາທຸກຄົນທີ່ຕິດຕາມພຣະອົງ ແລະ ຕ້ອນຮັບການກັບມາຂອງພຣະອົງເພື່ອໄປພົບກັບພຣະອົງໃນທ້ອງຟ້າ. ເມື່ອໃດກໍຕາມທີ່ພວກເຮົາຄິດເຖິງສິ່ງນີ້ ພວກເຮົາຮູ້ສຶກຕຶ້ນຕັນໃຈຢ່າງຍິ່ງ, ປິຕິຍິນດີທີ່ພວກເຮົາໄດ້ເກີດໃນຍຸກສຸດທ້າຍ ແລະ ໂຊກດີທີ່ໄດ້ເຫັນການມາຂອງພຣະຜູ້ເປັນເຈົ້າ. ເຖິງແມ່ນວ່າ ພວກເຮົາໄດ້ທົນທຸກຕໍ່ການຂົ່ມເຫັງ ແຕ່ພວກເຮົາກໍໄດ້ຮັບ “ລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ” ກັບຄືນມາ. ເປັນການຕອບແທນ. ຊ່າງເປັນພອນປະເສີດແທ້ໆ! ຄວາມປາຖະໜາທັງໝົດນີ້ ແລະ ພຣະຄຸນທີ່ພຣະຜູ້ເປັນເຈົ້າປະທານໃຫ້ໄດ້ເຮັດໃຫ້ພວກເຮົາມີສະຕິໃນການອະທິຖານຢູ່ຕະຫຼອດເວລາ ແລະ ເຮັດໃຫ້ພວກເຮົາດຸໝັ່ນຍິ່ງຂຶ້ນໃນການເຕົ້າໂຮມກັນ. ບາງເທື່ອປີໜ້າ ບາງເທື່ອມື້ອື່ນ
- [ການປາກົດຕົວຂອງພຣະເຈົ້າໄດ້ນໍາໄປສູ່ຍຸກໃໝ່](https://lo.kingdomsalvation.org/God-has-brought-new-age-selections.html) - ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ. ຮຽນອ້າຍເອື້ອຍນ້ອງຂອງເຮົາ, ພວກເຈົ້າກໍາລັງລໍຖ້າຫຍັງ? ແມ່ນຫຍັງທີ່ພວກເຈົ້າກຳລັງສະແຫວງຫາ? ພວກເຈົ້າກຳລັງລໍຖ້າໃຫ້ພຣະເຈົ້າປາກົດຕົວບໍ? ພວກເຈົ້າກຳລັງຊອກຫາຮອຍພຣະບາດຂອງພຣະອົງບໍ? ຊ່າງຢາກເຫັນການປາກົດຕົວຂອງພຣະເຈົ້າ! ແລ້ວມັນຊ່າງຍາກແທ້ທີ່ຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າ! ໃນຍຸກນີ້, ໃນໂລກແບບນີ້, ພວກເຮົາຈະຕ້ອງເຮັດແນວໃດເພື່ອເປັນພະຍານເຖິງມື້ທີ່ພຣະເຈົ້າປາກົດຕົວ? ພວກເຮົາຕ້ອງເຮັດແນວໃດເພື່ອຍ່າງໄປພ້ອມກັນກັບບາດກ້າວຂອງພຣະເຈົ້າ? ທຸກຄົນທີ່ກຳລັງລໍຖ້າໃຫ້ພຣະເຈົ້າປາກົດແມ່ນພົບກັບຄຳຖາມປະເພດນີ້. ພວກເຈົ້າທັງໝົດໄດ້ພິຈາລະນາເຖິງສິ່ງເຫຼົ່ານີ້ຫຼາຍເທື່ອ ແຕ່ຜົນໄດ້ຮັບຄືຫຍັງແດ່? ພຣະເຈົ້າປາກົດຕົວຢູ່ໃສ? ຮອຍພຣະບາດຂອງພຣະເຈົ້າຢູ່ທີ່ໃດ? ພວກເຈົ້າໄດ້ຮັບຄຳຕອບແລ້ວບໍ? ຫຼາຍຄົນຈະຕອບໃນລັກສະນະນີ້: “ພຣະເຈົ້າປາກົດຕົວທ່າມກາງທຸກຄົນທີ່ຕິດຕາມພຣະອົງ ແລະ ຮອຍພຣະບາດຂອງພຣະອົງກໍຢູ່ທ່າມກາງພວກເຮົາ; ມັນງ່າຍແບບນັ້ນເລີຍ!” ໃຜກໍຕາມສາມາດຈັດຫາຄຳຕອບທີ່ເປັນຫຼັກສູດໄດ້, ແຕ່ພວກເຈົ້າເຂົ້າໃຈບໍ່ວ່າ ການປາກົດຕົວຂອງພຣະເຈົ້າ ຫຼື ຮອຍພຣະບາດຂອງພຣະອົງແມ່ນຫຍັງ? ການປາກົດຕົວຂອງພຣະເຈົ້າໝາຍເຖິງການທີ່ພຣະອົງມາເຖິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງ. ດ້ວຍຕົວຕົນ ແລະ ອຸປະນິໄສຂອງພຣະອົງເອງ ແລະ ໃນຮູບລັກສະນະທີ່ພຣະອົງເປັນໂດຍກຳເນີດ, ພຣະອົງລົງມາຢູ່ທ່າມກາງມະນຸດຊາດເພື່ອປະຕິບັດພາລະກິດແຫ່ງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກໃດໜຶ່ງ. ການປາກົດຕົວແບບນີ້ບໍ່ແມ່ນຮູບແບບຂອງພິທີກໍາ. ມັນບໍ່ແມ່ນໝາຍສຳຄັນ, ຮູບພາບ, ການອັດສະຈັນ ຫຼື ນິມິດທີ່ຍິ່ງໃຫຍ່ບາງຢ່າງ ແລະ ຍິ່ງເປັນໄປບໍ່ໄດ້ທີ່ມັນຈະເປັນຂະບວນການທາງສາສະໜາປະເພດໃດໜຶ່ງ. ມັນເປັນຄວາມຈິງທີ່ແທ້ຈິງ ແລະ ຕາມຄວາມເປັນຈິງທີ່ທຸກຄົນສາມາດສຳຜັດ ແລະ ເບິ່ງເຫັນໄດ້. ການປາກົດຕົວແບບນີ້ບໍ່ແມ່ນເພື່ອເຮັດພໍເປັນພິທີ ຫຼື ສຳລັບການດຳເນີນການໄລຍະສັ້ນ;
- [ການຖອນຫາຍໃຈຂອງອົງຊົງລິດທານຸພາບສູງສຸດ](https://lo.kingdomsalvation.org/the-sighing-of-the-Almighty-selections.html) - ໃນຫົວໃຈຂອງເຈົ້ານັ້ນມີຄວາມລັບຢ່າງມະຫາສານ ທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ ຍ້ອນວ່າເຈົ້າດໍາລົງຊີວິດຢູ່ໃນໂລກທີ່ຂາດແສງສະຫວ່າງ. ຫົວໃຈ ແລະ ຈິດວິນຍານຂອງເຈົ້າໄດ້ຖືກຜູ້ທີ່ຊົ່ວຮ້າຍແຍ່ງເອົາໄປ. ດວງຕາຂອງເຈົ້າຖືກປິດບັງດ້ວຍຄວາມມືດ ແລະ ເຈົ້າບໍ່ສາມາດເຫັນດວງອາທິດໃນທ້ອງຟ້າ ຫຼື ດວງດາວທີ່ສ່ອງແສງແວວວາວໃນຄໍ່າຄືນ. ຫູຂອງເຈົ້າຖືກອຸດຕັນດ້ວຍຖ້ອຍຄໍາທີ່ຫຼອກລວງ ແລະ ເຈົ້າບໍ່ສາມາດໄດ້ຍິນສຽງຟ້າລັ່ນຂອງພຣະເຢໂຮວາ ຫຼື ສຽງຂອງຫຼາຍສາຍນໍ້າທີ່ໄຫຼຈາກບັນລັງ. ເຈົ້າໄດ້ສູນເສຍທຸກສິ່ງທີ່ເປັນຂອງເຈົ້າໂດຍຊອບທໍາ ແລະ ເສຍທຸກສິ່ງທີ່ອົງຊົງລິດທານຸພາບສູງສຸດໄດ້ປະທານໃຫ້ເຈົ້າ. ເຈົ້າໄດ້ເຂົ້າສູ່ທະເລແຫ່ງຄວາມທຸກທໍລະມານຢ່າງບໍ່ສິ້ນສຸດ, ບໍ່ມີແຮງທີ່ຈະຊ່ວຍເຈົ້າ, ບໍ່ມີຄວາມຫວັງແຫ່ງການຢູ່ລອດ, ເຈົ້າໄດ້ແຕ່ດີ້ນຮົນ ແລະ ແລ່ນວົກວົນໄປມາ... ແລ້ວຈາກຊ່ວງເວລານັ້ນເປັນຕົ້ນມາ ເຈົ້າໄດ້ຖືກກຳນົດໂຊກຊະຕາໃຫ້ຖືກທໍລະມານໂດຍມານຜູ້ທີ່ຊົ່ວຮ້າຍ, ເຊິ່ງໄກຈາກພອນຂອງອົງຊົງລິດທານຸພາບສູງສຸດ, ໄກຈາກການສະໜອງຂອງອົງຊົງລິດທານຸພາບສູງສຸດ ແລະ ກໍາລັງຍ່າງຕາມເສັ້ນທາງທີ່ບໍ່ມີວັນຫວນຄືນ. ເອີ້ນຫາເປັນລ້ານຄັ້ງກໍຍາກທີ່ຈະປຸກໃຈ ແລະ ຈິດວິນຍານຂອງເຈົ້າໄດ້. ເຈົ້ານອນຫຼັບໄຫຼໃນກໍາມືຂອງຜູ້ທີ່ຊົ່ວຮ້າຍ ເຊິ່ງແມ່ນຜູ້ທີ່ລໍ້ລວງເຈົ້າເຂົ້າສູ່ດິນແດນທີ່ບໍ່ມີຂອບເຂດ ໂດຍຂາດທິດທາງ ຫຼື ປ້າຍບອກທາງ. ໃນເວລານັ້ນ, ເຈົ້າສູນເສຍຄວາມໄຮ້ດຽງສາ ແລະ ຄວາມບໍລິສຸດດັ່ງເດີມຂອງເຈົ້າ ແລະ ເລີ່ມຫຼີກເວັ້ນການເບິ່ງແຍງຂອງອົງຊົງລິດທານຸພາບສູງສຸດ. ພາຍໃນໃຈຂອງເຈົ້າ, ຜູ້ທີ່ຊົ່ວຮ້າຍຄວບຄຸມເຈົ້າໃນທຸກດ້ານ ແລະ ໄດ້ກາຍເປັນຊີວິດຂອງເຈົ້າ. ເຈົ້າບໍ່ຢ້ານມັນ, ຫຼີກເວັ້ນມັນ ຫຼື ສົງໄສມັນອີກຕໍ່ໄປ; ກົງກັນຂ້າມ ເຈົ້າປະຕິບັດຕໍ່ມັນຄືດັ່ງພຣະເຈົ້າໃນຫົວໃຈຂອງເຈົ້າ.
- [ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ](https://lo.kingdomsalvation.org/God-is-the-source-of-mans-life-selections.html) - ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດຄວາມຮັບຜິດຊອບຂອງເຈົ້າ. ຍ້ອນເຫັນແກ່ແຜນການຂອງພຣະເຈົ້າ ແລະ ການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າເຮັດບົດບາດຂອງເຈົ້າ ແລະ ເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ບໍ່ວ່າເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ບໍ່ວ່າການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ບໍ່ວ່າໃນກໍລະນີໃດກໍຕາມ ແລະ ບໍ່ມີໃຜສາມາດຄວບຄຸມໂຊກຊະຕາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງຜູ້ຊົງອຳນາດສູງສຸດເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ທີ່ມະນຸດເກີດຂຶ້ນມາໃນຕອນເລີ່ມຕົ້ນ, ພຣະເຈົ້າກໍໄດ້ປະຕິບັດພາລະກິດຂອງພຣະອົງໃນລັກສະນະນີ້ຢູ່ສະເໝີ, ຄຸ້ມຄອງຈັກກະວານ ແລະ ຊີ້ນຳກົດແຫ່ງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊີວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນກຳມືຂອງພຣະເຈົ້າ ແລະ ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ. ບໍ່ວ່າເຈົ້າຈະເຊື່ອສິ່ງທັງໝົດນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ.
- [ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ](https://lo.kingdomsalvation.org/you-ought-to-consider-your-deeds-selections.html) - ການກະທຳ ແລະ ການປະຕິບັດທຸກຢ່າງໃນຊີວິດຂອງພວກເຈົ້າສະແດງໃຫ້ເຫັນວ່າ ພວກເຈົ້າຕ້ອງໄດ້ຮັບຂໍ້ພຣະທຳຂອງເຮົາໃນແຕ່ລະມື້ເພື່ອເຕີມເຕັມພວກເຈົ້າ ຍ້ອນພວກເຈົ້າຂາດເຂີນຫຼາຍເກີນໄປ ແລະ ຄວາມຮູ້ ແລະ ຄວາມສາມາດໃນການເຂົ້າໃຈຂອງພວກເຈົ້າກໍມີບໍ່ພຽງພໍ. ໃນຊີວິດປະຈຳວັນຂອງພວກເຈົ້າ, ພວກເຈົ້າດຳລົງຊີວິດທ່າມກາງບັນຍາກາດ ແລະ ສະພາບແວດລ້ອມທີ່ປາສະຈາກຄວາມຈິງ ຫຼື ຄວາມສຳນຶກທີ່ດີ. ພວກເຈົ້າຂາດຕົ້ນທຶນໃນການເອົາຕົວລອດ ແລະ ບໍ່ມີພື້ນຖານທີ່ຈະຮູ້ຈັກເຮົາ ຫຼື ຄວາມຈິງ. ຄວາມເຊື່ອຂອງພວກເຈົ້າແມ່ນບໍ່ໄດ້ຖືກສ້າງຂຶ້ນຈາກຫຍັງເລີຍ ນອກຈາກຄວາມເຊື່ອທີ່ເລື່ອນລອຍ ແລະ ບໍ່ມີຕົວຕົນ ຫຼື ຄວາມຮູ້ດ້ານທິດສະດີຢ່າງສູງ ແລະ ພິທີກຳທາງສາສະໜາ. ໃນແຕ່ລະມື້ ເຮົາເບິ່ງການເຄື່ອນໄຫວຂອງພວກເຈົ້າ, ກວດສອບເບິ່ງເຈດຕະນາ ແລະ ໝາກຜົນອັນຊົ່ວຮ້າຍຂອງພວກເຈົ້າ ແລະ ເຮົາບໍ່ເຄີຍພົບໃຜຈັກຄົນທີ່ວາງຫົວໃຈ ແລະ ວິນຍານຂອງເຂົາໄວ້ເທິງແທ່ນບູຊາທີ່ບໍ່ເຄີຍປ່ຽນແປງຂອງເຮົາຢ່າງແທ້ຈິງ. ດ້ວຍເຫດນັ້ນ ເຮົາຈຶ່ງບໍ່ເຕັມໃຈທີ່ຈະເສຍເວລາຖອກເທພຣະທຳທັງໝົດທີ່ເຮົາປາຖະໜາຈະກ່າວໃຫ້ແກ່ມະນຸດຊາດດັ່ງກ່າວ; ແຜນການດຽວໃນຫົວໃຈຂອງເຮົາແມ່ນເພື່ອພາລະກິດທີ່ຍັງບໍ່ສຳເລັດຂອງເຮົາ ແລະ ໃຫ້ຄົນທີ່ຢູ່ທ່າມກາງມະນຸດຊາດທີ່ເຮົາຍັງບໍ່ທັນໄດ້ຊ່ວຍໃຫ້ລອດພົ້ນ. ຢ່າງໃດກໍຕາມ ເຮົາປາຖະໜາໃຫ້ທຸກຄົນທີ່ຕິດຕາມເຮົາຈະໄດ້ຮັບຄວາມລອດພົ້ນຂອງເຮົາ ແລະ ຄວາມຈິງທີ່ພຣະທຳຂອງເຮົາປະທານໃຫ້ແກ່ມະນຸດ. ເຮົາຫວັງວ່າ ມື້ໜຶ່ງເມື່ອເຈົ້າປິດຕາຂອງເຈົ້າ, ເຈົ້າຈະເຫັນອານາຈັກທີ່ມີກິ່ນຫອມເຕັມໄປທົ່ວອາກາດ ແລະ ສາຍນໍ້າແຫ່ງຊີວິດຫລັ່ງໄຫຼໄປ, ບໍ່ແມ່ນໂລກເຢືອກເຢັນທີ່ວ່າງເປົ່າ ບ່ອນທີ່ເມກມືດປົກຄຸມທ້ອງຟ້າ ແລະ ສຽງຫອນທີ່ບໍ່ມີວັນສິ້ນສຸດ.
- [ບັນຫາທີ່ຮ້າຍແຮງຫຼາຍ: ການທໍລະຍົດ (2)](https://lo.kingdomsalvation.org/a-very-serious-problem-betrayal-2-judgment.html) - ທໍາມະຊາດຂອງມະນຸດແມ່ນຂ້ອນຂ້າງແຕກຕ່າງຈາກແກ່ນແທ້ຂອງເຮົາ, ຍ້ອນທໍາມະຊາດທີ່ເສື່ອມຊາມຂອງມະນຸດແມ່ນເກີດມາຈາກຊາຕານທັງສິ້ນ; ທໍາມະຊາດຂອງມະນຸດໄດ້ຖືກຊາຕານແປຮູບ ແລະ ເຮັດໃຫ້ເສື່ອມຊາມ. ນັ້ນກໍຄື ມະນຸດດຳລົງຊີວິດພາຍໃຕ້ອິດທິພົນຂອງຄວາມຊົ່ວຮ້າຍ ແລະ ຄວາມຂີ້ຮ້າຍຂອງຊາຕານ. ມະນຸດບໍ່ໄດ້ເຕີບໃຫຍ່ຢູ່ໂລກແຫ່ງຄວາມຈິງ ຫຼື ສະພາບແວດລ້ອມທີ່ບໍລິສຸດ ແລະ ແຮງໄກທີ່ມະນຸດຈະດຳລົງຊີວິດໃນແສງສະຫວ່າງ. ດັ່ງນັ້ນ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຜູ້ໃດຜູ້ໜຶ່ງຈະມີຄວາມຈິງພາຍໃນທໍາມະຊາດຂອງພວກເຂົາຕັ້ງແຕ່ຊ່ວງເວລາທີ່ເກີດມາ ແລະ ແຮງໄກທີ່ຜູ້ໃດຜູ້ໜຶ່ງຈະເກີດມາພ້ອມກັບແກ່ນແທ້ທີ່ຢໍາເກງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ໃນທາງກົງກັນຂ້າມ ຜູ້ຄົນມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ, ກະບົດຕໍ່ພຣະເຈົ້າ ແລະ ບໍ່ມີຄວາມຮັກສຳລັບຄວາມຈິງ. ທໍາມະຊາດນີ້ແມ່ນບັນຫາທີ່ເຮົາຕ້ອງການສົນທະນາ ນັ້ນກໍຄື ການທໍລະຍົດ. ການທໍລະຍົດແມ່ນແຫຼ່ງທີ່ມາຂອງການທີ່ແຕ່ລະຄົນຕໍ່ຕ້ານພຣະເຈົ້າ. ນີ້ແມ່ນບັນຫາທີ່ມີຢູ່ໃນມະນຸດເທົ່ານັ້ນ ແລະ ບໍ່ໄດ້ມີຢູ່ໃນຕົວເຮົາ. ບາງຄົນຈະຖາມວ່າ: ຍ້ອນມະນຸດທຸກຄົນດໍາລົງຊີວິດໃນໂລກດັ່ງທີ່ພຣະຄຣິດດຳລົງຢູ່, ເປັນຫຍັງມະນຸດທຸກຄົນຈຶ່ງມີທໍາມະຊາດທີ່ທໍລະຍົດພຣະເຈົ້າ ແຕ່ພຣະຄຣິດບໍ່ມີ? ນີ້ແມ່ນບັນຫາທີ່ຕ້ອງໄດ້ອະທິບາຍໃຫ້ແກ່ພວກເຈົ້າຢ່າງຊັດເຈນ. ພື້ນຖານການເປັນຢູ່ຂອງມະນຸດຊາດ ແມ່ນການກັບມາເກີດໃໝ່ຂອງວິນຍານຊໍ້າໄປຊໍ້າມາ. ເວົ້າອີກແບບໜຶ່ງກໍຄື ແຕ່ລະຄົນແມ່ນໄດ້ຮັບຊີວິດມະນຸດເປັນເນື້ອໜັງ ເມື່ອວິນຍານຂອງພວກເຂົາໄດ້ກັບມາເກີດໃໝ່. ຫຼັງຈາກທີ່ຮ່າງກາຍຂອງບຸກຄົນໜຶ່ງເກີດມາ, ຊີວິດນັ້ນແມ່ນສືບຕໍ່ຈົນເນື້ອໜັງໄປເຖິງຂອບເຂດຂອງມັນໃນທີ່ສຸດ ເຊິ່ງກໍຄືຊ່ວງເວລາສຸດທ້າຍ ເມື່ອວິນຍານອອກຈາກເປືອກນອກຂອງມັນ. ຂະບວນການນີ້ແມ່ນເກີດຂຶ້ນຊໍ້າແລ້ວຊໍ້າອີກ ໂດຍທີ່ວິນຍານຂອງບຸກຄົນໃດໜຶ່ງມາ ແລະ ໄປຄັ້ງແລ້ວຄັ້ງເລົ່າ ແລະ ດ້ວຍເຫດນັ້ນ ການເປັນຢູ່ຂອງມະນຸດຊາດຈຶ່ງຖືກຮັກສາ. ຊີວິດຂອງເນື້ອໜັງຍັງເປັນຊີວິດຂອງວິນຍານຂອງມະນຸດ ແລະ
- [ບັນຫາທີ່ຮ້າຍແຮງຫຼາຍ: ການທໍລະຍົດ (1)](https://lo.kingdomsalvation.org/a-very-serious-problem-betrayal-1-judgment.html) - ພາລະກິດຂອງເຮົາຈະສໍາເລັດໃນອີກໄວໆນີ້ ແລະ ຫຼາຍປີຮ່ວມກັນໄດ້ກາຍມາເປັນຄວາມຊົງຈໍາທີ່ເຫຼືອທົນ. ເຮົາໄດ້ເວົ້າຊໍ້າພຣະທໍາຂອງເຮົາຢ່າງບໍ່ຢຸດເຊົາ ແລະ ເຮັດໃຫ້ພາລະກິດໃໝ່ຂອງເຮົາຄືບໜ້າຢູ່ເລື້ອຍໆ. ແນ່ນອນ ຄໍາແນະນໍາຂອງເຮົາແມ່ນອົງປະກອບທີ່ຈຳເປັນໃນແຕ່ລະສ່ວນຂອງພາລະກິດທີ່ເຮົາເຮັດ. ຫາກປາສະຈາກຄໍາປຶກສາຂອງເຮົາ, ພວກເຈົ້າທຸກຄົນຈະພະເນຈອນຫຼົງທາງ ແລະ ເຖິງກັບຄົ້ນພົບວ່າຕົນເອງສັບສົນຢ່າງສິ້ນເຊີງ. ໃນຕອນນີ້ ພາລະກິດຂອງເຮົາແມ່ນເກືອບຈະສໍາເລັດ ແລະ ຢູ່ໃນຂັ້ນຕອນສຸດທ້າຍ. ເຮົາຍັງປາຖະໜາທີ່ຈະປະຕິບັດພາລະກິດໃນການໃຫ້ຄຳປຶກສາ ນັ້ນກໍຄື ໃຫ້ຄໍາແນະນໍາໃຫ້ພວກເຈົ້າຟັງ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະບໍ່ເຮັດໃຫ້ຄວາມພຽນພະຍາຍາມຂອງເຮົາຕ້ອງເສຍຖິ້ມ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຂົ້າໃຈເຖິງເຈດຕະນາອັນພຽນພະຍາຍາມທີ່ເຮົາມີ ແລະ ປະຕິບັດຕໍ່ພຣະທຳຂອງເຮົາດັ່ງພື້ນຖານຂອງວິທີການທີ່ພວກເຈົ້າປະພຶດໃນຖານະມະນຸດ. ບໍ່ວ່າພວກມັນຈະເປັນພຣະທໍາທີ່ພວກເຈົ້າເຕັມໃຈຮັບຟັງ ຫຼື ບໍ່, ບໍ່ວ່າພວກເຈົ້າຈະມີຄວາມສຸກໃນການຍອມຮັບພວກມັນ ຫຼື ພຽງແຕ່ສາມາດຍອມຮັບພວກມັນດ້ວຍຄວາມອຶດອັດ, ພວກເຈົ້າກໍຕ້ອງປະຕິບັດຕໍ່ພຣະທໍາຢ່າງຈິງຈັງ. ບໍ່ດັ່ງນັ້ນ, ອຸປະນິໄສ ແລະ ການປະພຶດຕົວຕາມສະບາຍ ແລະ ບໍ່ກັງວົນຂອງພວກເຈົ້າຈະເຮັດໃຫ້ເຮົາເສຍໃຈຢ່າງຮຸນແຮງ ແລະ ເຮັດໃຫ້ເຮົາລັງກຽດຢ່າງແນ່ນອນ. ເຮົາຫວັງຢ່າງຍິ່ງວ່າ ພວກເຈົ້າທຸກຄົນຈະສາມາດອ່ານພຣະທໍາຂອງເຮົາຊໍ້າແລ້ວຊໍ້າອີກເປັນພັນໆຄັ້ງ ແລະ ພວກເຈົ້າອາດເຖິງກັບມາຈື່ພຣະທຳເຫຼົ່ານັ້ນຂຶ້ນໃຈ. ມີພຽງວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະບໍ່ເຮັດໃຫ້ເຮົາຜິດຫວັງໃນໂຕພວກເຈົ້າ. ເຖິງຢ່າງໃດກໍຕາມ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ດໍາລົງຊີວິດແບບນີ້ໃນປັດຈຸບັນ. ໃນທາງກົງກັນຂ້າມ, ພວກເຈົ້າທຸກຄົນແມ່ນມົວເມົາຢູ່ກັບຊີວິດທີ່ມົວເມົາ, ຊີວິດແຫ່ງການກິນ ແລະ ດື່ມຕາມໃຈຂອງພວກເຈົ້າເອງ
- [ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກໄດ້ແນວໃດກັນແທ້](https://lo.kingdomsalvation.org/how-to-know-the-God-on-earth-selections.html) - ພວກເຈົ້າທຸກຄົນປາຖະໜາທີ່ຈະຮັບລາງວັນຕໍ່ໜ້າພຣະເຈົ້າ ແລະ ກາຍມາເປັນທີ່ພໍໃຈໂດຍພຣະອົງ; ທຸກຄົນປາຖະໜາຫາສິ່ງດັ່ງກ່າວ ເມື່ອພວກເຂົາເລີ່ມຕົ້ນເຊື່ອໃນພຣະເຈົ້າ ນັ້ນກໍຍ້ອນວ່າມະນຸດດີ້ນຮົນກັບການສະແຫວງຫາສິ່ງທີ່ສູງສົ່ງກວ່າ ແລະ ບໍ່ມີໃຜຕ້ອງການຖືກປະໄວ້ຢູ່ຫຼັງຄົນອື່ນ. ນີ້ຄືສິ່ງທີ່ຜູ້ຄົນເປັນ. ຍ້ອນເຫດຜົນນີ້ແທ້ໆ ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າຈຶ່ງພະຍາຍາມປະຈົບປະແຈງເພື່ອໃຫ້ພຣະເຈົ້າໃນສະຫວັນນິຍົມຊົມຊອບຕະຫຼອດເວລາ, ແຕ່ໃນຄວາມຈິງແລ້ວ ຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດທີ່ພວກເຈົ້າມີຕໍ່ພຣະເຈົ້ານັ້ນໜ້ອຍກວ່າຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດທີ່ພວກເຈົ້າມີຕໍ່ຕົນເອງອີກ. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ເພາະເຮົາບໍ່ຮັບຮູ້ຄວາມຊື່ສັດທີ່ພວກເຈົ້າມີຕໍ່ພຣະເຈົ້າເລີຍ ແລະ ຍິ່ງໄປກວ່ານັ້ນ ຍ້ອນເຮົາປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ມີຢູ່ໃນຫົວໃຈຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ພວກເຈົ້ານະມັດສະການ ເຊິ່ງເປັນພຣະເຈົ້າເລື່ອນລອຍທີ່ພວກເຈົ້າສັນລະເສີນນັ້ນ ບໍ່ມີຢູ່ຈິງເລີຍ. ເຫດຜົນທີ່ເຮົາສາມາດເວົ້າສິ່ງນີ້ໄດ້ຢ່າງແນ່ນອນກໍເພາະວ່າ ພວກເຈົ້າຫ່າງໄກຈາກພຣະເຈົ້າທີ່ເປັນຈິງຫຼາຍ. ເຫດຜົນສຳລັບຄວາມຊື່ສັດຂອງພວກເຈົ້າແມ່ນຮູບບູຊາທີ່ຢູ່ພາຍໃນຫົວໃຈຂອງພວກເຈົ້າ; ແຕ່ໃນຂະນະດຽວກັນ ສຳລັບເຮົາແລ້ວ ພຣະເຈົ້າທີ່ພວກເຈົ້າເບິ່ງຄືວ່າບໍ່ຍິ່ງໃຫຍ່ ຫຼື ເລັກນ້ອຍ, ພວກເຈົ້າພຽງແຕ່ຮັບຮູ້ເຮົາດ້ວຍຄຳເວົ້າເທົ່ານັ້ນ. ເມື່ອເຮົາເວົ້າວ່າພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍນັ້ນ ເຮົາໝາຍຄວາມວ່າພວກເຈົ້າໄດ້ຫ່າງໄກຈາກພຣະເຈົ້າທີ່ແທ້ຈິງ, ໃນຂະນະທີ່ພຣະເຈົ້າທີ່ເລື່ອນລອຍເບິ່ງຄືວ່າໃກ້ໂຕພວກເຈົ້າ. ເມື່ອເຮົາເວົ້າວ່າ “ບໍ່ຍິ່ງໃຫຍ່” ມັນແມ່ນເວົ້າເຖິງວິທີການທີ່ພຣະເຈົ້າທີ່ພວກເຈົ້າເຊື່ອໃນປັດຈຸບັນນີ້ເບິ່ງຄືວ່າເປັນພຽງແຕ່ມະນຸດທີ່ປາສະຈາກຄວາມສາມາດທີ່ຍິ່ງໃຫຍ່, ເປັນມະນຸດທີ່ບໍ່ສູງສົ່ງ. ເມື່ອເຮົາເວົ້າວ່າ “ບໍ່ນ້ອຍ”, ສິ່ງນີ້ໝາຍຄວາມວ່າ ເຖິງແມ່ນວ່າມະນຸດຄົນນີ້ບໍ່ສາມາດເອີ້ນລົມ ແລະ ຄວບຄຸມຝົນ, ເຖິງຢ່າງໃດກໍຕາມ ພຣະອົງສາມາດເອີ້ນຫາພຣະວິນຍານຂອງພຣະເຈົ້າໃຫ້ປະຕິບັດພາລະກິດທີ່ສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກໄດ້ ເຊິ່ງເຮັດໃຫ້ມະນຸດອັດສະຈັນໃຈຢ່າງສິ້ນເຊີງ. ຢູ່ພາຍນອກ ພວກເຈົ້າທັງໝົດເບິ່ງຄືກັບວ່າ
- [ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ](https://lo.kingdomsalvation.org/understand-God-s-disposition-selections.html) - ມີຫຼາຍສິ່ງທີ່ເຮົາຄາດຫວັງໃຫ້ພວກເຈົ້າບັນລຸ. ເຖິງແນວໃດກໍຕາມ ບໍ່ແມ່ນການກະທຳທັງໝົດຂອງພວກເຈົ້າ, ບໍ່ແມ່ນທຸກສິ່ງກ່ຽວກັບຊີວິດຂອງພວກເຈົ້າທີ່ສາມາດສະໜອງສິ່ງທີ່ເຮົາຮຽກຮ້ອງ ສະນັ້ນ ເຮົາບໍ່ມີທາງເລືອກອື່ນນອກຈາກທີ່ຈະເຂົ້າປະເດັນໂດຍກົງ ແລະ ອະທິບາຍກັບພວກເຈົ້າເຖິງຄວາມປະສົງຂອງເຮົາ. ເນື່ອງຈາກການສັງເກດຂອງພວກເຈົ້າຍັງຕໍ່າ ແລະ ການເຂົ້າໃຈຂອງພວກເຈົ້າກໍຕໍ່າເຊັ່ນດຽວກັນ ພວກເຈົ້າຈຶ່ງເກືອບບໍ່ຮູ້ເຖິງອຸປະນິໄສ ແລະ ແກ່ນແທ້ຂອງເຮົາເລີຍ ແລະ ດ້ວຍເຫດນັ້ນ ມັນຈຶ່ງເປັນເລື່ອງຮີບດ່ວນທີ່ເຮົາຕ້ອງແຈ້ງໃຫ້ພວກເຈົ້າຮູ້ກ່ຽວກັບສິ່ງເຫຼົ່ານັ້ນ. ບໍ່ວ່າແຕ່ກ່ອນເຈົ້າໄດ້ເຂົ້າໃຈຫຼາຍສໍ່າໃດກໍຕາມ, ເຈົ້າປາຖະໜາທີ່ຈະເຂົ້າໃຈບັນຫາເຫຼົ່ານີ້ ຫຼື ບໍ່, ເຮົາຍັງຕ້ອງອະທິບາຍສິ່ງເຫຼົ່ານີ້ໃຫ້ເຈົ້າຮູ້ຢ່າງລະອຽດ. ບັນຫາເຫຼົ່ານີ້ບໍ່ແມ່ນສິ່ງທີ່ແປກໃໝ່ທັງໝົດສໍາລັບພວກເຈົ້າ ແຕ່ພວກເຈົ້າກໍຂາດຄວາມເຂົ້າໃຈຫຼາຍສິ່ງຢ່າງ, ຄວາມຄຸ້ນເຄີຍຫຼາຍຢ່າງກັບຄວາມໝາຍກ່ຽວກັບສິ່ງເຫຼົ່ານັ້ນ. ພວກເຈົ້າຫຼາຍຄົນພຽງແຕ່ມີຄວາມເຂົ້າໃຈແບບມືດມົວ ແລະ ຄວາມເຂົ້າໃຈພຽງແຕ່ບາງສ່ວນ ແລະ ບໍ່ຄົບຖ້ວນເລີຍ. ເພື່ອຊ່ວຍໃຫ້ພວກເຈົ້າປະຕິບັດຄວາມຈິງໄດ້ດີຍິ່ງຂຶ້ນ ນັ້ນກໍຄື ເພື່ອນໍາພຣະທຳຂອງເຮົາເຂົ້າສູ່ການປະຕິບັດໄດ້ດີຍິ່ງຂຶ້ນ ເຮົາຄິດວ່າ ສິ່ງເຫຼົ່ານີ້ຄືບັນຫາສິ່ງທີ່ພວກເຈົ້າຕ້ອງຮຽນຮູ້ຈັກກ່ອນ ແລະ ສຳຄັນທີ່ສຸດ. ຖ້າບໍ່ດັ່ງນັ້ນ ຄວາມເຊື່ອຂອງພວກເຈົ້າກໍຈະຍັງຄົງບໍ່ແຈ່ມແຈ້ງ, ໜ້າຊື່ໃຈຄົດ ແລະ ເຕັມໄປດ້ວຍກັບດັກແຫ່ງສາສະໜາ. ຖ້າເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລ້ວມັນກໍເປັນໄປບໍ່ໄດ້ທີ່ເຈົ້າຈະປະຕິບັດພາລະກິດທີ່ເຈົ້າຄວນປະຕິບັດເພື່ອພຣະອົງ. ຖ້າຫາກເຈົ້າບໍ່ຮູ້ຈັກແກ່ນແທ້ຂອງພຣະເຈົ້າ ແລ້ວມັນກໍ່ເປັນໄປບໍ່ໄດ້ທີ່ເຈົ້າຈະສະແດງການເຄົາລົບ ແລະ ຄວາມຢຳເກງຕໍ່ພຣະອົງ; ກົງກັນຂ້າມ ຈະມີພຽງຄວາມພໍເປັນພິທີໂດຍບໍ່ເອົາໃຈໃສ່ ແລະ ການເວົ້າແຕ່ປາກ ແລະ ຍິ່ງໄປກວ່ານັ້ນພາກັນໝິ່ນປະໝາດຈົນຕິດນິໄສ. ເຖິງແມ່ນວ່າ
- [ການກະທຳຜິດຈະນໍາພາມະນຸດໄປສູ່ນະຮົກ](https://lo.kingdomsalvation.org/transgressions-will-lead-man-to-hell-judgment.html) - ເຮົາໄດ້ເຕືອນພວກເຈົ້າຫຼາຍຄັ້ງ ແລະ ໄດ້ປະທານຄວາມຈິງຫຼາຍຂໍ້ແກ່ພວກເຈົ້າເພື່ອເອົາຊະນະພວກເຈົ້າ. ໃນຕອນນີ້ ພວກເຈົ້າທຸກຄົນຮູ້ສຶກອຸດົມສົມບູນຫຼາຍຂຶ້ນກວ່າທີ່ເຈົ້າເປັນໃນອະດີດ, ເຂົ້າໃຈຫຼັກການຫຼາຍຂໍ້ກ່ຽວກັບວິທີທີ່ຄົນໆໜຶ່ງຄວນເປັນ ແລະ ເຈົ້າມີສາມັນສໍານຶກຫຼາຍດັ່ງທີ່ຄົນຊື່ສັດຄວນມີ. ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບເປັນເວລາຫຼາຍປີແລ້ວ. ທັງໝົດນີ້ຄືຜົນເກັບກ່ຽວທີ່ພວກເຈົ້າໄດ້ເກັບຕະຫຼອດຊ່ວງເວລາຫຼາຍປີ. ເຮົາບໍ່ໄດ້ປະຕິເສດຄວາມສຳເລັດຂອງພວກເຈົ້າ, ແຕ່ເຮົາຍັງຕ້ອງເວົ້າຢ່າງກົງໄປກົງມາວ່າເຮົາຍັງບໍ່ໄດ້ປະຕິເສດການບໍ່ເຊື່ອຟັງ ແລະ ການກະບົດທັງຫຼາຍທີ່ພວກເຈົ້າມີຕໍ່ເຮົາຕະຫຼອດເວລາຫຼາຍປີມານີ້, ຍ້ອນວ່າໃນທ່າມກາງພວກເຈົ້າແມ່ນບໍ່ມີນັກບຸນແມ່ນແຕ່ຄົນດຽວ. ພວກເຈົ້າແມ່ນຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ໂດຍບໍ່ມີຂໍ້ຍົກເວັ້ນ; ພວກເຈົ້າເປັນສັດຕູຂອງພຣະຄຣິດ. ຈົນເຖິງປັດຈຸບັນ, ການເຮັດຜິດ ແລະ ການບໍ່ເຊື່ອຟັງຂອງພວກເຈົ້າແມ່ນນັບບໍ່ຖ້ວນ, ດ້ວຍເຫດນັ້ນ ມັນຈິ່ງບໍ່ຄ່ອຍແປກ ທີ່ເຮົາໄດ້ເວົ້າຊໍ້າຕະຫຼອດເວລາຢູ່ຕໍ່ໜ້າພວກເຈົ້າ. ເຮົາບໍ່ຢາກດໍາລົງຊີວິດແບບນີ້ກັບພວກເຈົ້າ, ແຕ່ເພື່ອເຫັນແກ່ອະນາຄົດຂອງພວກເຈົ້າ, ເພື່ອຈຸດໝາຍປາຍທາງຂອງພວກເຈົ້າ, ເຮົາຈິ່ງຈະທວນຄືນສິ່ງທີ່ເຮົາໄດ້ເວົ້າອີກຄັ້ງໃນທີ່ນີ້. ເຮົາຫວັງວ່າ ພວກເຈົ້າຈະເຮັດຕາມໃຈເຮົາ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຊື່ອຖ້ອຍຄຳທຸກຂໍ້ຂອງເຮົາ ແລະ ຮູ້ສຶກຂອບໃຈຕໍ່ຄວາມໝາຍທີ່ເລິກເຊິ່ງໃນພຣະທໍາຂອງເຮົາ. ຈົ່ງຢ່າສົງໄສກ່ຽວກັບສິ່ງທີ່ເຮົາເວົ້າ, ຢ່າພຽງແຕ່ຮັບເອົາພຣະທຳຂອງເຮົາຕາມທີ່ເຈົ້າປາຖະໜາ ແລະ ໂຍນພວກມັນຕາມອຳເພີໃຈ; ເຮົາເຫັນວ່ານີ້ຄືສິ່ງທີ່ຮັບບໍ່ໄດ້. ຈົ່ງຢ່າຕັດສິນພຣະທໍາຂອງເຮົາ ແລະ ຢ່າວ່າແຕ່ການຖືເບົາຕໍ່ພຣະທໍາເຫຼົ່ານັ້ນເລີຍ ຫຼື ເວົ້າວ່າເຮົາລໍ້ລວງພວກເຈົ້າຕະຫຼອດ ຫຼື ຮ້າຍໄປກວ່ານັ້ນ ແມ່ນການເວົ້າວ່າ ສິ່ງທີ່ເຮົາບອກພວກເຈົ້າແມ່ນບໍ່ມີຄວາມຖືກຕ້ອງ. ເຮົາເຫັນວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ຮັບບໍ່ໄດ້. ຍ້ອນພວກເຈົ້າປະຕິບັດຕໍ່ເຮົາ ແລະ ປະຕິບັດຕໍ່ສິ່ງທີ່ເຮົາເວົ້າດ້ວຍຄວາມສົງໄສແບບນັ້ນ,
- [ຄຳຕັກເຕືອນສາມຂໍ້](https://lo.kingdomsalvation.org/three-admonitions-selections.html) - ໃນຖານະເປັນຜູ້ທີ່ເຊື່ອໃນພຣະເຈົ້າ ເຈົ້າບໍ່ຄວນຈົງຮັກພັກດີຕໍ່ຜູ້ໃດນອກຈາກຕໍ່ພຣະອົງໃນທຸກສິ່ງ ແລະ ຕ້ອງສາມາດປະຕິບັດຕາມຄວາມປະສົງຂອງພຣະອົງໃນທຸກຢ່າງ. ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າທຸກຄົນເຂົ້າໃຈຂໍ້ຄວາມນີ້ ເພາະຄວາມຫຍຸ້ງຍາກຫຼາຍຢ່າງ, ເພາະຄວາມບໍ່ຮູ້, ຄວາມບໍ່ມີເຫດຜົນ ແລະ ຄວາມເສື່ອມຊາມຂອງເຂົາ, ຕົວຢ່າງ: ຄວາມຈິງເຫຼົ່ານີ້ເຊິ່ງຊັດເຈນ ແລະ ພື້ນຖານທີ່ສຸດໃນບັນດາຄວາມຈິງທັງໝົດ ບໍ່ໄດ້ຊັດເຈນໃນເຂົາຢ່າງສິ້ນເຊີງ ແລະ ດ້ວຍເຫດນັ້ນ ກ່ອນທີ່ຈຸດຈົບຂອງພວກເຂົາຈະຖືກກຳນົດໄວ້ໃນກ້ອນຫີນ, ເຮົາຄວນຈະບອກພວກເຈົ້າບາງຢ່າງກ່ອນເຊິ່ງມັນເປັນສິ່ງທີ່ສໍາຄັນທີ່ສຸດຕໍ່ກັບພວກເຈົ້າ. ກ່ອນທີ່ເຮົາຈະສືບຕໍ່, ພວກເຈົ້າຄວນເຂົ້າໃຈສິ່ງນີ້ກ່ອນ: ພຣະທໍາທີ່ເຮົາກ່າວແມ່ນຄວາມຈິງທີ່ມີຕໍ່ມະນຸດຊາດທັງປວງ; ພວກເຂົາບໍ່ໄດ້ຖືກນໍາສະເໜີສະເພາະຕໍ່ກັບບຸກຄົນໃດຄົນໜຶ່ງ ຫຼື ຄົນບາງປະເພດເທົ່ານັ້ນ. ດັ່ງນັ້ນ ພວກເຈົ້າຄວນຕັ້ງໃຈທີ່ຈະເຂົ້າໃຈພຣະທໍາຂອງເຮົາຈາກຈຸດຢືນຂອງຄວາມຈິງ ແລະ ຕ້ອງມີທ່າທີ່ມີຄວາມເອົາໃຈໃສ່ ແລະ ຄວາມຈິງໃຈຢ່າງໜັກແໜ້ນ; ບໍ່ເມີນເສີຍຕໍ່ພຣະທໍາແມ່ນແຕ່ຄໍາດຽວ ຫຼື ຄວາມຈິງທີ່ເຮົາເວົ້າ ແລະ ບໍ່ໃຫ້ຖືເບົາໃນພຣະທໍາທັງໝົດຂອງເຮົາ. ໃນຊີວິດຂອງພວກເຈົ້າ ເຮົາເຫັນຫຼາຍຢ່າງທີ່ ພວກເຈົ້າກະທຳທີ່ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ດ້ວຍເຫດນີ້ ເຮົາຈຶ່ງຂໍຮ້ອງພວກເຈົ້າໂດຍສະເພາະໃຫ້ພວກເຈົ້າເປັນຜູ້ຮັບໃຊ້ຄວາມຈິງ ແລະ ບໍ່ໃຫ້ເປັນທາດແຫ່ງຄວາມຊົ່ວຮ້າຍ ແລະ ຄວາມໜ້າລັງກຽດ ແລະ ບໍ່ໃຫ້ພວກເຈົ້າຢຽບຢ່ຳຄວາມຈິງ ຫຼື ເຮັດໃຫ້ມຸມໃດໜຶ່ງຂອງພຣະວິຫານຂອງພຣະເຈົ້າເປິເປື້ອນ. ນີ້ຄືຄໍາພຣະໂອວາດຂອງເຮົາທີ່ມີຕໍ່ພວກເຈົ້າ. ບັດນີ້ ເຮົາຈະເລີ່ມເວົ້າກ່ຽວກັບຫົວຂໍ້ທີ່ມີຢູ່ໃນປັດຈຸບັນ. ຢ່າງທໍາອິດ,
- [ວ່າດ້ວຍເລື່ອງຈຸດໝາຍປາຍທາງ](https://lo.kingdomsalvation.org/on-destination-judgment.html) - ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ພວກເຈົ້າປະຕິບັດກັບມັນດ້ວຍຄວາມຈິງຈັງເປັນພິເສດ; ຍິ່ງໄປກວ່ານັ້ນ, ມັນເປັນສິ່ງທີ່ພວກເຈົ້າທຸກຄົນຄວນລະມັດລະວັງເປັນພິເສດ. ພວກເຈົ້າບາງຄົນບໍ່ສາມາດລໍຖ້າທີ່ຈະກົ້ມກາບລົງພື້ນ, ຄຸເຂົ່າໃຫ້ກັບພຣະເຈົ້າເພື່ອລົງເອີຍດ້ວຍຈຸດໝາຍປາຍທາງທີ່ດີ. ເຮົາສາມາດພິສູດຄວາມກະຕືລືລົ້ນຂອງພວກເຈົ້າ ເຊິ່ງບໍ່ຈຳເປັນຕ້ອງສະແດງອອກເປັນຄຳເວົ້າກໍໄດ້. ພວກເຈົ້າບໍ່ຕ້ອງການໃຫ້ເນື້ອໜັງຂອງພວກເຈົ້າຕົກລົງສູ່ໄພພິບັດຢ່າງແນ່ນອນ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າບໍ່ຕ້ອງການຖືກລົງໂທດນິລັນດອນໃນອະນາຄົດ. ພວກເຈົ້າພຽງແຕ່ຫວັງທີ່ຈະດຳລົງຊີວິດຢ່າງລຽບງ່າຍ ແລະ ເປັນອິດສະຫຼະຫຼາຍຂຶ້ນ. ແລ້ວສະນັ້ນ ພວກເຈົ້າຈຶ່ງຮູ້ສຶກກັງວົນໃຈເປັນພິເສດ ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ໂດຍຢ້ານຢູ່ເລິກໆວ່າ ຖ້າພວກເຈົ້າບໍ່ຕັ້ງໃຈພໍ ພວກເຈົ້າອາດຈະລ່ວງເກີນພຣະເຈົ້າ ແລະ ຍ້ອນເຫດນັ້ນ ຈະປະສົບກັບຜົນກຳສະໜອງທີ່ສົມຄວນ. ພວກເຈົ້າບໍ່ລັງເລທີ່ຈະອ່ອນນ້ອມເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ພວກເຈົ້າທັງຫຼາຍທີ່ເຄີຍຄົດໂກງ ແລະ ບໍ່ຈິງຈັງມາກ່ອນ ກໍກາຍເປັນຄົນທີ່ອ່ອນໂຍນເປັນພິເສດ ແລະ ມີຄວາມຈິງໃຈໃນທັນທີທັນໃດ; ການປາກົດຂອງຄວາມຈິງໃຈຂອງເຈົ້າເຮັດໃຫ້ຜູ້ຄົນໜາວສັ່ນເຖິງກະດູກ. ບໍ່ວ່າຫຍັງກໍຕາມ, ພວກເຈົ້າທຸກຄົນມີຫົວໃຈທີ່ “ສັດຊື່” ແລະ ພວກເຈົ້າໄດ້ເປີດໃຈກັບເຮົາ ເຖິງຄວາມລັບທີ່ຢູ່ໃນຫົວໃຈຂອງພວກເຈົ້າ ໂດຍບໍ່ໄດ້ເຊື່ອງຄວາມລັບຫຍັງໄວ້, ບໍ່ວ່າຈະເປັນການກ່າວໂທດ, ການຫຼອກລວງ ຫຼື ການອຸທິດຕົນ. ໂດຍລວມແລ້ວ ພວກເຈົ້າໄດ້ “ສາລະພາບ” ຕໍ່ເຮົາຈາກສ່ວນເລິກທີ່ສຸດຂອງການເປັນຢູ່ຂອງພວກເຈົ້າ ແບບກົງໄປກົງມາກ່ຽວກັບສິ່ງທີ່ສໍາຄັນ. ແນ່ນອນ, ເຮົາບໍ່ເຄີຍຫຼີກເວັ້ນສິ່ງດັ່ງກ່າວ ເພາະພວກມັນໄດ້ກາຍມາເປັນເລື່ອງທຳມະດາສຳລັບເຮົາ. ພວກເຈົ້າແມ່ນຍອມລົງສູ່ທະເລໄຟເພື່ອຈຸດໝາຍປາຍທາງຂອງພວກເຈົ້າ ແຕ່ບໍ່ຍອມສູນເສຍເສັ້ນຜົມແມ່ນແຕ່ເສັ້ນດຽວເພື່ອຮັບເອົາການເຫັນດີຂອງພຣະເຈົ້າ. ມັນບໍ່ແມ່ນວ່າເຮົາແຂງກະດ້າງກັບພວກເຈົ້າຫຼາຍເກີນໄປ;
- [ເຈົ້າຈົງຮັກພັກດີຕໍ່ຜູ້ໃດກັນແທ້?](https://lo.kingdomsalvation.org/to-whom-are-you-loyal-selections.html) - ໃນຕອນນີ້ ແຕ່ລະມື້ທີ່ພວກເຈົ້າດໍາເນີນຊີວິດຢູ່ແມ່ນສຳຄັນຫຼາຍ ແລະ ມີຄວາມສໍາຄັນທີ່ສຸດຕໍ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ຊະຕາກໍາຂອງພວກເຈົ້າ. ເພາະສະນັ້ນ ພວກເຈົ້າຈໍາເປັນຕ້ອງຖະໜອມທຸກສິ່ງທີ່ພວກເຈົ້າມີໃນມື້ນີ້ ແລະ ເຫັນຄຸນຄ່າໃນທຸກນາທີທີ່ຜ່ານໄປ. ເຈົ້າຕ້ອງໃຊ້ເວລາຂອງເຈົ້າໃຫ້ຄຸ້ມຄ່າເພື່ອໃຫ້ຕົວຂອງເຈົ້າເອງໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ ເພື່ອວ່າເຈົ້າຈະບໍ່ໄດ້ໃຊ້ຊີວິດນີ້ຢ່າງສູນເປົ່າ. ພວກເຈົ້າອາດຈະຮູ້ສຶກສັບສົນວ່າ ເປັນຫຍັງເຮົາຈຶ່ງເວົ້າຄຳເຫຼົ່ານີ້ອອກມາ. ເວົ້າກົງໆກໍຄື ເຮົາເອງກໍບໍ່ພໍໃຈກັບພຶດຕິກຳຂອງພວກເຈົ້າຜູ້ໃດຜູ້ໜຶ່ງເລີຍ ເພາະຄວາມຫວັງທີ່ເຮົາມີຕໍ່ພວກເຈົ້າບໍ່ແມ່ນສິ່ງທີ່ພວກເຈົ້າເປັນຢູ່ໃນທຸກມື້ນີ້. ສະນັ້ນ ເຮົາຈຶ່ງສາມາດເວົ້າໄດ້ເລີຍວ່າ: ພວກເຈົ້າແຕ່ລະຄົນແມ່ນຢູ່ໃກ້ກັບອັນຕະລາຍ ແລະ ການຮ້ອງໄຫ້ໃນອະດີດເພື່ອຂໍຄວາມຊ່ວຍເຫຼືອ ແລະ ຄວາມປາຖະໜາໃນແຕ່ກ່ອນທີ່ຈະສະແຫວງຫາຄວາມຈິງ ແລະ ສະແຫວງຫາຄວາມສະຫວ່າງແມ່ນໃກ້ຈະສິ້ນສຸດລົງແລ້ວ. ນີ້ຄືການສະແດງເຖິງການຕອບແທນຄັ້ງສຸດທ້າຍຂອງພວກເຈົ້າ ແລະ ມັນເປັນສິ່ງທີ່ເຮົາບໍ່ເຄີຍຄາດຫວັງເລີຍ. ເຮົາບໍ່ປາຖະໜາທີ່ຈະເວົ້າໃນສິ່ງທີ່ຂັດກັບຂໍ້ແທ້ຈິງ, ຍ້ອນພວກເຈົ້າໄດ້ເຮັດໃຫ້ເຮົາຜິດຫວັງຫຼາຍ. ບາງເທື່ອ ພວກເຈົ້າປາຖະໜາທີ່ຍອມຮັບເອົາສິ່ງນີ້ໂດຍບໍ່ຕໍ່ສູ້, ບໍ່ຕ້ອງການຜະເຊີນກັບຄວາມເປັນຈິງ, ແຕ່ເຮົາກໍຕ້ອງຖາມເຈົ້າເຖິງສິ່ງນີ້ຢ່າງຈິງຈັງ: ໃນຫຼາຍປີເຫຼົ່ານີ້, ຫົວໃຈຂອງພວກເຈົ້າແມ່ນເຕັມໄປດ້ວຍຫຍັງ? ຫົວໃຈຂອງພວກເຈົ້າຈົງຮັກພັກດີຕໍ່ຜູ້ໃດ? ຢ່າເວົ້າວ່າຄຳຖາມເຫຼົ່ານີ້ແມ່ນກະທັນຫັນເກີນໄປ ແລະ ຢ່າຖາມເຮົາວ່າເປັນຫຍັງເຮົາຈຶ່ງຕັ້ງຄຳຖາມແບບນີ້. ໃຫ້ຮູ້ວ່າ: ມັນເປັນເພາະເຮົາຮູ້ຈັກພວກເຈົ້າດີຫຼາຍ, ເປັນຫ່ວງເປັນໄຍພວກເຈົ້າຫຼາຍ ແລະ ທຸ້ມເທຫຼາຍຢ່າງໃນຫົວໃຈຂອງເຮົາເຂົ້າໃນພຶດຕິກຳ ແລະ ການກະທຳຂອງພວກເຈົ້າ, ເຮົາຈຶ່ງຕັ້ງຄໍາຖາມກັບພວກເຈົ້າຢ່າງບໍ່ຢຸດຢັ້ງ ແລະ ທົນທຸກຕໍ່ຄວາມຍາກລຳບາກອັນຂົມຂື່ນ. ແຕ່ປານນັ້ນ ເຈົ້າກໍບໍ່ໄດ້ຕອບແທນເຮົາດ້ວຍຫຍັງ ນອກຈາກຄວາມເສີຍເມີຍ ແລະ
- [ກະກຽມການກະທໍາທີ່ດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ](https://lo.kingdomsalvation.org/prepare-good-deeds-for-destination-selections.html) - ເຮົາໄດ້ເຮັດພາລະກິດຫຼາຍຢ່າງທ່າມກາງພວກເຈົ້າ ແລະ ແນ່ນອນວ່າ ເຮົາໄດ້ກ່າວຖ້ອຍຄຳຈຳນວນໜຶ່ງເຊັ່ນກັນ. ແຕ່ເຮົາກໍ່ສາມາດຫ້າມບໍ່ໃຫ້ຮູ້ສຶກວ່າ ພຣະທໍາຂອງເຮົາ ແລະ ພາລະກິດຂອງເຮົາຍັງບໍ່ທັນບັນລຸຕາມຈຸດປະສົງໃນພາລະກິດຂອງເຮົາໃນຍຸກສຸດທ້າຍຢ່າງສົມບູນ. ເນື່ອງຈາກວ່າໃນຍຸກສຸດທ້າຍນີ້ ພາລະກິດຂອງເຮົາບໍ່ແມ່ນເພື່ອເຫັນແກ່ຜູ້ໃດຜູ້ໜຶ່ງ ຫຼື ຜູ້ຄົນໃດໜຶ່ງ ແຕ່ແມ່ນເພື່ອສະແດງອຸປະນິໄສໂດຍທຳມະຊາດຂອງເຮົາ. ເຖິງຢ່າງໃດກໍຕາມ, ຍ້ອນຫຼາຍສາເຫດ ບາງເທື່ອກໍ່ອາດເປັນຍ້ອນບໍ່ມີເວລາ ຫຼື ຫຍຸ້ງຢູ່ກັບວຽກ, ຜູ້ຄົນຈຶ່ງບໍ່ໄດ້ຮັບຄວາມຮູ້ໃດໆກ່ຽວກັບເຮົາຈາກອຸປະນິໄສຂອງເຮົາເລີຍ. ເພາະສະນັ້ນ ເຮົາຈຶ່ງກ້າວເຂົ້າສູ່ແຜນການໃໝ່ຂອງເຮົາ, ພາລະກິດຂັ້ນສຸດທ້າຍຂອງເຮົາ ແລະ ເປີດໜ້າໃໝ່ໃນພາລະກິດຂອງເຮົາ ເພື່ອໃຫ້ທຸກຄົນທີ່ເຫັນເຮົາຈະທຸບຕີເອິກຂອງພວກເຂົາ ແລະ ຮ້ອງໄຫ້ຄໍ່າຄວນຢູ່ບໍ່ເຊົາຍ້ອນການມີຢູ່ຂອງເຮົາ. ນີ້ກໍຍ້ອນວ່າ ເຮົາຈະນໍາຈຸດຈົບຂອງມະນຸດມາສູ່ໂລກ ແລະ ນັບຈາກຈຸດນີ້ເປັນຕົ້ນໄປ ເຮົາຈະເປີດເຜີຍອຸປະນິໄສທັງໝົດຂອງເຮົາຕໍ່ໜ້າມະນຸດຊາດ ເພື່ອໃຫ້ທຸກຄົນທີ່ຮູ້ຈັກເຮົາ ແລະ ທຸກຄົນທີ່ບໍ່ຮູ້ຈັກເຮົາໄດ້ເຫັນເຕັມຕາ ແລະ ຮູ້ວ່າເຮົາໄດ້ມາເຖິງໂລກມະນຸດແທ້ໆ, ໄດ້ມາຍັງແຜ່ນດິນໂລກບ່ອນທີ່ທຸກສິ່ງຢ່າງແຜ່ຂະຫຍາຍ. ນີ້ແມ່ນແຜນການຂອງເຮົາ ແລະ “ການສາລະພາບ” ດຽວຂອງເຮົາຕັ້ງແຕ່ທີ່ເຮົາໄດ້ສ້າງມະນຸດຊາດ. ຂໍໃຫ້ພວກເຈົ້າຈະເອົາໃຈໃສ່ເຝົ້າຕິດຕາມທຸກການເຄື່ອນໄຫວຂອງເຮົາຢ່າງຕັ້ງໃຈ, ເພາະໄມ້ຄ້ອນຂອງເຮົາຍັບເຂົ້າໃກ້ມະນຸດຊາດ, ເຂົ້າໃກ້ບັນດາຜູ້ທີ່ຕໍ່ຕ້ານເຮົາ. ເຮົາລິເລີ່ມພາລະກິດທີ່ເຮົາຕ້ອງປະຕິບັດຮ່ວມກັບສະຫວັນ. ແລ້ວເຮົາຍ່າງໄປມາທ່າມກາງກະແສຂອງຜູ້ຄົນ ແລະ ຍັບໄປມາລະຫວ່າງສະຫວັນ ແລະ ແຜ່ນດິນໂລກ ໂດຍບໍ່ມີຜູ້ໃດສັງເກດເຫັນການເຄື່ອນໄຫວຂອງເຮົາ ຫຼື ສັງເກດເຫັນພຣະທໍາຂອງເຮົາ. ສະນັ້ນ,
- [ມີພຽງແຕ່ພຣະຄຣິສແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດປະທານຫົນທາງແຫ່ງຊີວິດຊົ່ວນິລັນດອນໃຫ້ກັບມະນຸດໄດ້](https://lo.kingdomsalvation.org/Christ-give-way-of-eternal-life-selections.html) - ເສັ້ນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ບຸກຄົນໃດກໍສາມາດມີໄດ້ ແລະ ມັນບໍ່ແມ່ນສິ່ງທີ່ຄົນທຸກຄົນກໍສາມາດໄດ້ຮັບຢ່າງງ່າຍດາຍ. ນີ້ກໍຍ້ອນວ່າຊີວິດແມ່ນສາມາດມາຈາກພຣະເຈົ້າເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າເອງທີ່ມີແກ່ນແທ້ຂອງຊີວິດ ແລະ ມີພຽງພຣະເຈົ້າເອງທີ່ມີເສັ້ນທາງແຫ່ງຊີວິດ. ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ການສ້າງແຜ່ນດິນໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຈໍານວນຫຼາຍທີ່ມີຄວາມມີຊີວິດຊີວາມາໃຫ້, ພຣະອົງປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ພຣະອົງມີການເສຍສະລະຫຼາຍທີ່ເຮັດໃຫ້ມະນຸດໄດ້ຮັບຊີວິດ. ນີ້ກໍຍ້ອນວ່າພຣະເຈົ້າເອງເປັນຊີວິດນິລັນດອນ ແລະ ພຣະເຈົ້າເອງເປັນເສັ້ນທາງທີ່ມະນຸດຈະສາມາດຖືກເຮັດໃຫ້ຟື້ນຊີວິດໄດ້. ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ພຣະອົງອາໄສຢູ່ທ່າມກາງຜູ້ຄົນຕະຫຼອດເວລາ. ພຣະອົງເປັນກໍາລັງຜັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການດໍາລົງຢູ່ຂອງມະນຸດ ແລະ ເປັນຊັບພະຍາກອນທີ່ອຸດົມສົມບູນສໍາລັບການດໍາລົງຢູ່ຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ຜູ້ຄົນເກີດໃໝ່ ແລະ ເຮັດໃຫ້ພວກເຂົາສາມາດດຳລົງຊີວິດໃນບົດບາດສ່ວນຕົວຂອງພວກເຂົາເອງຢ່າງໜຽວແໜ້ນ. ການອາໄສລິດທານຸພາບຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ໃນຂະນະທີ່ພະລັງແຫ່ງຊີວິດຂອງພຣະເຈົ້າໄດ້ໃຫ້ການຄໍ້າຊູໃນທ່າມກາງມະນຸດຢ່າງສະໝໍ່າສະເໝີ ແລະ ພຣະເຈົ້າໄດ້ເສຍສະລະໃນສິ່ງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍເສຍສະຫຼະມາກ່ອນ. ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາຊະນະເໜືອລິດອຳນາດທັງປວງ; ຫຼາຍໄປກວ່ານັ້ນ ມັນຍັງເໜືອກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດທານຸພາບຂອງພຣະອົງເໜືອສາມັນ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກປາບໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງດ້ວຍລັດສະໝີທີ່ເປັ່ງປະກາຍ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດມີການປ່ຽນແປງຢ່າງຫຼວງຫຼາຍ,
- [ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ](https://lo.kingdomsalvation.org/God-done-great-thing-among-men-selections.html) - ຍຸກເກົ່າໄດ້ຜ່ານໄປ ແລະ ຍຸກໃໝ່ໄດ້ມາເຖິງ. ປີແລ້ວປີເລົ່າ ແລະ ມື້ແລ້ວມື້ເລົ່າ, ພຣະເຈົ້າໄດ້ເຮັດພາລະກິດຫຼາຍຢ່າງ. ພຣະອົງໄດ້ເຂົ້າມາໃນໂລກ ແລະ ຫຼັງຈາກນັ້ນກໍ່ຈາກໄປ. ວົງຈອນນີ້ເກີດຂຶ້ນຊໍ້າແລ້ວຊໍ້າອີກຕະຫຼອດຫຼາຍຮຸ່ນຄົນ. ມື້ນີ້ ພຣະເຈົ້າສືບຕໍ່ເຮັດພາລະກິດທີ່ພຣະອົງຕ້ອງເຮັດຄືແຕ່ກ່ອນ ເຊິ່ງເປັນພາລະກິດທີ່ພຣະອົງຍັງບໍ່ທັນສໍາເລັດ ຍ້ອນຈົນມາຮອດທຸກມື້ນີ້ ພຣະອົງຍັງບໍ່ໄດ້ຢຸດພັກ. ນັບຕັ້ງແຕ່ການຊົງສ້າງຈົນຮອດມື້ນີ້, ພຣະເຈົ້າໄດ້ເຮັດພາລະກິດຢ່າງຫຼວງຫຼາຍ. ແຕ່ເຈົ້າຮູ້ບໍວ່າພຣະເຈົ້າໃນປັດຈຸບັນເຮັດພາລະກິດຫຼາຍກວ່າແຕ່ກ່ອນ ແລະ ຂອບເຂດພາລະກິດຂອງພຣະອົງກໍ່ຍິ່ງໃຫຍ່ກວ່າແຕ່ກ່ອນ? ນີ້ຄືເຫດຜົນນີ້ທີ່ເຮົາເວົ້າວ່າພຣະເຈົ້າໄດ້ເຮັດການອັນຍິ່ງໃຫຍ່ທ່າມກາງມະນຸດ. ພາລະກິດທັງໝົດຂອງພຣະເຈົ້າມີຄວາມສໍາຄັນຫຼາຍ ບໍ່ວ່າຈະເປັນການກະທໍາຕໍ່ມະນຸດ ຫຼື ຕໍ່ພຣະເຈົ້າເອງກໍຕາມ ຍ້ອນທຸກລາຍການໃນພາລະກິດຂອງພຣະອົງແມ່ນກ່ຽວພັນກັບມະນຸດ. ຍ້ອນພາລະກິດຂອງພຣະເຈົ້າເປັນສິ່ງທີ່ບໍ່ສາມາດເບິ່ງເຫັນ ຫຼື ສໍາຜັດໄດ້, ແຮງໄກທີ່ໂລກຈະເບິ່ງເຫັນໄດ້, ແລ້ວມັນສາມາດເປັນສິ່ງທີ່ຍິ່ງໃຫຍ່ໄດ້ແນວໃດ? ສິ່ງໃດແທ້ໆຈຶ່ງຈະຖືວ່າຍິ່ງໃຫຍ່? ແນ່ນອນ ບໍ່ມີຜູ້ໃດສາມາດປະຕິເສດໄດ້ວ່າ ໃນພາລະກິດຫຍັງກໍ່ຕາມທີ່ພຣະເຈົ້າເຮັດ, ມັນສາມາດຖືວ່າຍິ່ງໃຫຍ່ໄດ້, ແຕ່ເປັນຫຍັງເຮົາຈິ່ງເວົ້າແບບນີ້ກ່ຽວກັບພາລະກິດທີ່ພຣະເຈົ້າເຮັດໃນມື້ນີ້? ເມື່ອເຮົາເວົ້າວ່າ ພຣະເຈົ້າໄດ້ກະທໍາການອັນຍິ່ງໃຫຍ່, ບໍ່ຕ້ອງສົງໄສເລີຍວ່າ ສິ່ງນີ້ແມ່ນກ່ຽວຂ້ອງກັບຄວາມເລິກລັບຫຼາຍຢ່າງທີ່ມະນຸດຍັງບໍ່ທັນເຂົ້າໃຈ. ໃຫ້ພວກເຮົາເວົ້າເຖິງພວກມັນໃນຕອນນີ້. ພຣະເຢຊູກຳເນີດໃນຮາງຫຍ້າໃນຍຸກທີ່ບໍ່ສາມາດທົນຮັບການເປັນຢູ່ຂອງພຣະອົງ ແຕ່ເຖິງຢ່າງໃດກໍ່ຕາມ ໂລກບໍ່ສາມາດຂວາງທາງພຣະອົງໄດ້ ແລະ ພຣະອົງໄດ້ອາໄສຢູ່ທ່າມກາງມະນຸດເປັນເວລາສາມສິບສາມປີພາຍໃຕ້ການດູແລຂອງພຣະເຈົ້າ. ໃນຕະຫຼອດເວລາຫຼາຍປີເຫຼົ່ານີ້ທີ່ມີຊີວິດ, ພຣະອົງໄດ້ຜະເຊີນກັບຄວາມຂົມຂື່ນໃນໂລກ ແລະ ຊີມລົດຍາກກັບຊີວິດທີ່ທຸກໃຈເທິງແຜ່ນດິນໂລກ. ພຣະອົງໄດ້ແບກຫາບເອົາພາລະໜັກໃນການຖືກຄຶງເທິງໄມ້ກາງແຂນ ເພື່ອໄຖ່ບາບມະນຸດຊາດທັງປວງ. ພຣະອົງໄດ້ໄຖ່ບາບໃຫ້ຄົນບາບທັງໝົດທີ່ຢູ່ພາຍໃຕ້ອຳນາດຂອງຊາຕານ
- [ພຣະຄຣິສປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ](https://lo.kingdomsalvation.org/Christ-does-work-of-judgment-with-truth-selections.html) - ພາລະກິດຂອງຍຸກສຸດທ້າຍແມ່ນເພື່ອຈັດແບ່ງທຸກສິ່ງອອກຕາມປະເພດໃຜປະເພດມັນ ແລະ ເພື່ອສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າ, ເພາະວ່າ ເວລາໃກ້ມາເຖິງແລ້ວ ແລະ ມື້ຂອງພຣະເຈົ້າມາຮອດແລ້ວ. ພຣະເຈົ້ານໍາເອົາທຸກຄົນທີ່ໄດ້ເຂົ້າສູ່ອານາຈັກຂອງພຣະອົງ, ນັ້ນກໍຄື ຜູ້ຄົນທັງໝົດທີ່ຊື່ສັດຕໍ່ພຣະອົງຈົນເຖິງທີ່ສຸດ ເຂົ້າສູ່ຍຸກຂອງພຣະເຈົ້າເອງ. ແຕ່ວ່າ, ພາລະກິດທີ່ພຣະເຈົ້າຕ້ອງປະຕິບັດ ກ່ອນທີ່ຍຸກຂອງພຣະເຈົ້າເອງຈະມາເຖິງນັ້ນ ບໍ່ແມ່ນເພື່ອສັງເກດການປະພຶດຂອງມະນຸດ ຫຼື ຂຸດຄົ້ນຫາຊີວິດຂອງມະນຸດ, ແຕ່ເພື່ອພິພາກສາຄວາມກະບົດຂອງພວກເຂົາ ເພາະວ່າພຣະເຈົ້າຈະຕ້ອງຊໍາລະລ້າງຜູ້ຄົນທັງໝົດທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃຫ້ບໍລິສຸດ. ຜູ້ຄົນທັງໝົດທີ່ໄດ້ເດີນຕາມບາດກ້າວຂອງພຣະເຈົ້າຈົນເຖິງທຸກວັນນີ້ ແມ່ນຜູ້ທີ່ໄດ້ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ດ້ວຍເຫດນີ້ ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍຄືຄົນທີ່ພຣະເຈົ້າຊໍາລະລ້າງໃຫ້ບໍລິສຸດ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍນີ້ ຄືຄົນທີ່ໄດ້ຮັບເອົາການພິພາກສາຂອງພຣະເຈົ້າ. ໃນການພິພາກສາທີ່ເລີ່ມຕົ້ນຈາກຄົວເຮືອນຂອງພຣະເຈົ້ານັ້ນ, “ການພິພາກສາ” ໃນພຣະທໍາເຫຼົ່ານີ້ໝາຍເຖິງ ການພິພາກສາທີ່ພຣະເຈົ້າຈະດໍາເນີນໃນມື້ນີ້ກັບຜູ້ຄົນທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃນຍຸກແຫ່ງສຸດທ້າຍ. ບາງທີອາດຍັງມີຜູ້ຄົນທີ່ເຊື່ອໃນຈິນຕະນາການເໜືອທຳມະຊາດທີ່ວ່າ: ເມື່ອຍຸກສຸດທ້າຍມາເຖິງ, ພຣະເຈົ້າຈະຕັ້ງໂຕະໃຫຍ່ໃນສະຫວັນ, ປູໂຕະນັ້ນດ້ວຍຜ້າສີຂາວ ແລະ ຫລັງຈາກນັ້ນ ພຣະອົງຈະນັ່ງຢູ່ເທິງບັນລັງທີ່ຍິ່ງໃຫຍ່ ໂດຍທີ່ມະນຸດທຸກຄົນຈະພາກັນຄຸເຂົ່າຂາບລົງດິນ, ແລ້ວພຣະອົງຈະເປີດເຜີຍຄວາມບາບຂອງແຕ່ລະຄົນ ແລະ ຫລັງຈາກນັ້ນກໍານົດເບິ່ງວ່າຜູ້ໃດຈະຖືກສົ່ງຂຶ້ນໄປສະຫວັນ ຫຼື ຜູ້ໃດຈະຖືກສົ່ງລົງທະເລສາບແຫ່ງໄຟ ແລະ ມາດ. ບໍ່ວ່າມະນຸດຈະຈິນຕະນາການໄປໃນຮູບແບບໃດກໍຕາມ, ມັນບໍ່ສາມາດປ່ຽນແປງແກ່ນແທ້ຂອງພາລະກິດຂອງພຣະເຈົ້າໄດ້. ການວາດພາບຕ່າງໆນາໆຂອງມະນຸດແມ່ນບໍ່ມີຫຍັງ. ຈິນຕະນາການຂອງມະນຸດເປັນພຽງການສ້າງຂຶ້ນຈາກແນວຄວາມຄິດຂອງມະນຸດ; ພວກມັນມາຈາກສະໝອງຂອງມະນຸດທີ່ສະສົມ ແລະ ຮວບຮວມເອົາເລື່ອງຕ່າງໆນາໆທີ່ຕົນໄດ້ເຫັນ ແລະ ໄດ້ຍິນ.
- [ເຈົ້າແມ່ນຜູ້ເຊື່ອໃນພຣະເຈົ້າແທ້ບໍ?](https://lo.kingdomsalvation.org/are-you-a-true-believer-of-God-selections.html) - ເຈົ້າອາດໄດ້ຍ່າງໃນເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ ຫຼາຍກວ່າໜຶ່ງ ຫຼື ສອງປີ ແລະ ບາງເທື່ອ ເຈົ້າໄດ້ທົນທຸກກັບຄວາມລໍາບາກຫຼາຍຢ່າງໃນຊີວິດຂອງເຈົ້າໃນໄລຍະເວລາຫຼາຍປີນີ້; ຫຼື ບາງເທື່ອເຈົ້າອາດບໍ່ໄດ້ຜະເຊີນກັບຄວາມຍາກລຳບາກຫຼາຍ ແລະ ໄດ້ຮັບຄວາມກະລຸນາຢ່າງຫຼວງຫຼາຍແທນ. ມັນອາດເປັນໄປໄດ້ວ່າເຈົ້າບໍ່ໄດ້ປະສົບກັບຄວາມຍາກລຳບາກ ຫຼື ຄວາມກະລຸນາ, ແຕ່ກົງກັນຂ້າມແມ່ນໄດ້ດຳລົງຊີວິດທີ່ທຳມະດາ. ແນວໃດກໍຕາມ ເຈົ້າຍັງຄົງເປັນຜູ້ຕິດຕາມຂອງພຣະເຈົ້າ, ດັ່ງນັ້ນຂໍໃຫ້ພວກເຮົາມາຮ່ວມສົນທະນາກັນກ່ຽວກັບການຕິດຕາມພຣະອົງ. ເຖິງແນວໃດກໍຕາມ ເຮົາຕ້ອງເຕືອນທຸກຄົນທີ່ອ່ານພຣະທໍາເຫຼົ່ານີ້ວ່າພຣະທໍາຂອງພຣະເຈົ້າແມ່ນແນໃສ່ທຸກຄົນທີ່ຍອມຮັບຮູ້ ແລະ ຕິດຕາມພຣະອົງ, ບໍ່ແມ່ນໃສ່ທຸກຄົນ ບໍ່ວ່າພວກເຂົາຮັບຮູ້ພຣະອົງ ຫຼື ບໍ່. ຖ້າເຈົ້າເຊື່ອວ່າພຣະເຈົ້າກຳລັງກ່າວຕໍ່ຝູງຊົນ, ຕໍ່ທຸກຄົນໃນໂລກ, ແລ້ວພຣະທໍາຂອງພຣະເຈົ້າກໍ່ຈະບໍ່ມີຜົນຫຍັງຕໍ່ເຈົ້າ. ສະນັ້ນ, ເຈົ້າຄວນຈື່ພຣະທໍາເຫຼົ່ານີ້ທັງໝົດໄວ້ໃນຫົວໃຈຂອງເຈົ້າ ແລະ ບໍ່ເອົາຕົນເອງອອກຈາກພຣະທໍາດັ່ງກ່າວ. ໃນກໍລະນີໃດກໍຕາມ, ໃຫ້ພວກເຮົາເວົ້າເຖິງສິ່ງທີ່ກຳລັງເກີດຂຶ້ນຢູ່ໃນເຮືອນຂອງພວກເຮົາ. ຕອນນີ້ ພວກເຈົ້າທຸກຄົນຄວນເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງການເຊື່ອໃນພຣະເຈົ້າ. ຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ແມ່ນກ່ຽວຂ້ອງກັບທາງເຂົ້າດ້ານບວກຂອງພວກເຈົ້າ. ມື້ນີ້ແມ່ນແຕກຕ່າງ: ມື້ນີ້ ເຮົາຈະແຍກແຍະເຖິງແກ່ນແທ້ແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ແນ່ນອນວ່າ ນີ້ແມ່ນການຊີ້ນຳພວກເຈົ້າຈາກດ້ານລົບ; ຖ້າເຮົາບໍ່ເຮັດດັ່ງນີ້, ພວກເຈົ້າກໍ່ຈະບໍ່ຮູ້ຈັກໃບໜ້າທີ່ແທ້ຈິງຂອງພວກເຈົ້າ ແລະ ຈະອວດອ້າງຄວາມສັດທາ ແລະ ຄວາມຊື່ສັດຂອງພວກເຈົ້າຕະຫຼອດໄປ. ມັນຖືກຕ້ອງທີ່ຈະເວົ້າວ່າ ຖ້າເຮົາບໍ່ເປີດໂປງຄວາມຂີ້ຮ້າຍ ໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ, ແລ້ວພວກເຈົ້າແຕ່ລະຄົນກໍ່ຈະວາງມົງກຸດໄວ້ເທິງຫົວຂອງພວກເຈົ້າ ແລະ ໃຫ້ຄວາມສະຫງ່າລາສີທັງໝົດແກ່ພວກເຈົ້າເອງ.
- [ເຈົ້າຄວນສະແຫວງຫາຫົນທາງທີ່ເຂົ້າກັນໄດ້ກັບພຣະຄຣິສ](https://lo.kingdomsalvation.org/way-of-compatibility-with-Christ-selections.html) - ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງມະນຸດ ເຊິ່ງໃນລະຫວ່າງນັ້ນ ເຮົາໄດ້ກ່າວພຣະທຳຫຼາຍຂໍ້. ພຣະທຳເຫຼົ່ານີ້ແມ່ນເຫັນແກ່ຄວາມລອດພົ້ນຂອງມະນຸດ ແລະ ຖືກກ່າວອອກເພື່ອໃຫ້ມະນຸດເຂົ້າກັບເຮົາໄດ້. ເຖິງຢ່າງໃດກໍ່ຕາມ, ເຮົາໄດ້ຮັບພຽງສອງສາມຄົນຢູ່ເທິງໂລກ ເຊິ່ງເປັນຄົນທີ່ສາມາດເຂົ້າກັບເຮົາໄດ້ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ເຊີດຊູພຣະທຳຂອງເຮົາ, ມັນເປັນຍ້ອນມະນຸດບໍ່ສາມາດເຂົ້າກັບເຮົາໄດ້. ໃນລັກສະນະນີ້ ພາລະກິດທີ່ເຮົາປະຕິບັດບໍ່ແມ່ນພຽງແຕ່ເພື່ອໃຫ້ມະນຸດສາມາດນະມັດສະການເຮົາ; ສິ່ງທີ່ສຳຄັນໄປກວ່ານັ້ນກໍ່ຄືເພື່ອໃຫ້ມະນຸດສາມາດເຂົ້າກັບເຮົາໄດ້. ມະນຸດຖືກເຮັດໃຫ້ເສື່ອມໂຊມ ແລະ ດຳລົງຊີວິດຢູ່ໃນກັບດັກຂອງຊາຕານ. ທຸກຄົນດຳລົງຊີວິດໃນເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດເຂົ້າກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັບເຮົາໄດ້ ແຕ່ທຸກຄົນເຫຼົ່ານັ້ນນະມັດສະການພະທຽມທີ່ເລື່ອນລອຍ. ເຖິງແມ່ນວ່າພວກເຂົາຮັບຮູ້ວ່ານາມຂອງເຮົາບໍລິສຸດ, ພວກເຂົາກໍ່ຍັງຍ່າງຕາມເສັ້ນທາງທີ່ຢູ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍ່ເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງ. ນີ້ກໍ່ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັບເຮົາໄດ້. ໃນແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ສຸ່ມຊອກຫາຂໍ້ຄວາມທີ່ “ເໝາະສົມ” ເຊິ່ງພວກເຂົາພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາເຫຼົ່ານັ້ນໂດຍບໍ່ຢຸດເຊົາ. ພວກເຂົາບໍ່ຮູ້ຈັກເລີຍວ່າຈະສາມາດເຂົ້າກັບເຮົາໄດ້ແນວໃດ ຫຼື ການຕໍ່ຕ້ານເຮົາໝາຍຄວາມວ່າແນວໃດ. ພວກເຂົາພຽງແຕ່ອ່ານຂໍ້ພຣະຄຳຢ່າງຫຼັບຫູຫຼັບຕາ. ພາຍໃນພຣະຄຳພີ, ພວກເຂົາຈຳກັດພຣະເຈົ້າທີ່ເລື່ອນລອຍທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ ແລະ ບໍ່ສາມາດເຫັນໄດ້ ແລະ
- [ຫຼາຍຄົນຖືກເອີ້ນ, ແຕ່ໜ້ອຍຄົນຖືກເລືອກ](https://lo.kingdomsalvation.org/many-are-called-but-few-are-chosen-selections.html) - ເຮົາໄດ້ຊອກຫາຫຼາຍຄົນໃນໂລກທີ່ຈະເປັນຜູ້ຕິດຕາມຂອງເຮົາ. ໃນບັນດາຜູ້ຕິດຕາມທຸກຄົນນີ້, ມີຄົນທີ່ຮັບໃຊ້ເປັນນັກບວດ, ຄົນທີ່ນໍາພາ, ຄົນທີ່ເປັນບຸດຂອງພຣະເຈົ້າ, ຄົນທີ່ເປັນຄົນຂອງພຣະເຈົ້າ ແລະ ຄົນທີ່ເຮັດວຽກງານຮັບໃຊ້. ເຮົາໄດ້ຈັດແບ່ງພວກເຂົາອອກເປັນກຸ່ມໂດຍອີງຕາມຄວາມຈົງຮັກພັກດີທີ່ພວກເຂົາສະແດງຕໍ່ເຮົາ. ເມື່ອທຸກຄົນໄດ້ຖືກຈໍາແນກອອກຕາມປະເພດຂອງພວກເຂົາ ນັ້ນກໍ່ຄື ເມື່ອທໍາມະຊາດຂອງຄົນແຕ່ລະປະເພດໄດ້ຖືກເປີດເຜີຍ, ເຮົາຈະຖືເອົາພວກເຂົາແຕ່ລະຄົນຢູ່ທ່າມກາງປະເພດທີ່ຊອບທຳຂອງພວກເຂົາ ແລະ ຈັດວາງແຕ່ລະປະເພດເຂົ້າໃສ່ບ່ອນທີ່ເໝາະສົມຂອງພວກເຂົາ ເພື່ອບັນລຸເປົ້າໝາຍແຫ່ງຄວາມລອດພົ້ນຂອງເຮົາຕໍ່ມະນຸດຊາດ. ໃນກຸ່ມຕ່າງໆ, ເຮົາເອີ້ນເອົາຄົນທີ່ເຮົາປາຖະໜາຈະຊ່ວຍໃຫ້ເຂົ້າສູ່ເຮືອນຂອງເຮົາ, ແລ້ວຫຼັງຈາກນັ້ນ ເຮົາກໍ່ຈະເຮັດໃຫ້ພວກເຂົາທຸກຄົນຍອມຮັບເອົາພາລະກິດໃນຍຸກສຸດທ້າຍຂອງເຮົາ. ໃນເວລາດຽວກັນນັ້ນ, ເຮົາຈໍາແນກພວກເຂົາຕາມປະເພດ, ແລ້ວໃຫ້ລາງວັນ ຫຼື ລົງໂທດແຕ່ລະຄົນບົນພື້ນຖານການກະທໍາຂອງພວກເຂົາ. ນີ້ຄືຂັ້ນຕອນທີ່ປະກອບເປັນພາລະກິດຂອງເຮົາ. ມື້ນີ້, ເຮົາດໍາລົງຊີວິດຢູ່ເທິງໂລກ ແລະ ເຮົາດໍາລົງຊີວິດຢູ່ທ່າມກາງມະນຸດ. ຜູ້ຄົນໄດ້ປະສົບກັບພາລະກິດຂອງເຮົາ ແລະ ເຝົ້າເບິ່ງຖ້ອຍຄຳຂອງເຮົາ ແລະ ພ້ອມກັນນີ້ ເຮົາກໍ່ປະທານຄວາມຈິງທັງໝົດໃຫ້ກັບຜູ້ຕິດຕາມຂອງເຮົາແຕ່ລະຄົນ ເພື່ອທີ່ພວກເຂົາອາດຈະໄດ້ຮັບຊີວິດຈາກເຮົາ ແລະ ຮັບເອົາເສັ້ນທາງທີ່ພວກເຂົາກ້າວເດີນ. ຍ້ອນເຮົາຄືພຣະເຈົ້າ, ຜູ້ໃຫ້ຊີວິດ. ໃນລະຫວ່າງເວລາຫຼາຍປີໃນພາລະກິດຂອງເຮົາ, ຜູ້ຄົນໄດ້ຮັບຫຼາຍຢ່າງ ແລະ ປະຖິ້ມຫຼາຍຢ່າງ, ແຕ່ເຖິງຢ່າງນັ້ນ ເຮົາກໍ່ຍັງເວົ້າໄດ້ວ່າພວກເຂົາບໍ່ເຊື່ອໃນເຮົາຢ່າງແທ້ຈິງ. ຍ້ອນຜູ້ຄົນພຽງແຕ່ຍອມຮັບດ້ວຍປາກຂອງພວກເຂົາວ່າເຮົາເປັນພຣະເຈົ້າ, ແຕ່ພວກເຂົາບໍ່ເຫັນດ້ວຍກັບຄວາມຈິງທີ່ເຮົາເວົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ປະຕິບັດຄວາມຈິງທີ່ເຮົາຮ້ອງຂໍຈາກພວກເຂົາ. ນັ້ນໝາຍຄວາມວ່າ ຜູ້ຄົນຮັບຮູ້ພຽງແຕ່ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບດ້ວຍຄວາມຈິງ;
- [ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິສເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ](https://lo.kingdomsalvation.org/incompatible-with-Christ-opponents-of-God-selections.html) - ມະນຸດທຸກຄົນປາຖະໜາຢາກເຫັນໃບໜ້າທີ່ແທ້ຈິງຂອງພຣະເຢຊູ ແລະ ທຸກຄົນປາຖະໜາຢາກຢູ່ກັບພຣະອົງ. ເຮົາບໍ່ຄິດວ່າອ້າຍເອື້ອຍນ້ອງຄົນໃດໜຶ່ງຈະເວົ້າວ່າ ພວກເຂົາບໍ່ປາຖະໜາຢາກເຫັນ ຫຼື ຢູ່ກັບພຣະເຢຊູ. ກ່ອນທີ່ພວກເຈົ້າຈະໄດ້ເຫັນພຣະເຢຊູ ນັ້ນກໍ່ຄື ກ່ອນທີ່ພວກເຈົ້າຈະໄດ້ເຫັນພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນ, ພວກເຈົ້າອາດມີແນວຄິດຕ່າງໆນາໆກ່ຽວກັບພຣະອົງ ຕົວຢ່າງ: ກ່ຽວກັບຮູບລັກສະນະຂອງພຣະເຢຊູ, ວິທີການເວົ້າຂອງພຣະອົງ, ວິຖີຊີວິດຂອງພຣະອົງ ແລະ ອື່ນໆ. ແຕ່ຫຼັງຈາກທີ່ພວກເຈົ້າໄດ້ເຫັນພຣະອົງຢ່າງແທ້ຈິງແລ້ວ, ແນວຄິດຂອງພວກເຈົ້າກໍ່ຈະປ່ຽນໄປຢ່າງໄວວາ. ເປັນຫຍັງຈິ່ງເປັນແນວນີ້? ພວກເຈົ້າຢາກຮູ້ບໍ? ຄວາມຄິດຂອງມະນຸດແມ່ນບໍ່ສາມາດເບິ່ງຂ້າມໄດ້ ເຊິ່ງເປັນຄວາມຈິງ, ແຕ່ຍິ່ງໄປກວ່ານັ້ນ ແກ່ນແທ້ຂອງພຣະຄຣິດບໍ່ຍອມໃຫ້ມະນຸດມາປ່ຽນແປງໄດ້. ພວກເຈົ້າຄິດວ່າພຣະຄຣິດເປັນອຳມະຕະ ຫຼື ນັກປາດ, ແຕ່ບໍ່ມີໃຜພິຈາລະນາວ່າພຣະອົງເປັນມະນຸດທໍາມະດາທີ່ມີແກ່ນແທ້ຂອງພຣະເຈົ້າ. ເມື່ອເປັນດັ່ງນັ້ນ, ຫຼາຍຄົນທີ່ສະແຫວງຫາໝົດມື້ໝົດຄືນເພື່ອຈະໄດ້ເຫັນພຣະເຈົ້ານັ້ນກໍ່ເປັນສັດຕູຂອງພຣະເຈົ້າແທ້ໆ ແລະ ບໍ່ສາມາດເຂົ້າກັບພຣະອົງໄດ້. ນີ້ບໍ່ແມ່ນຄວາມຜິດພາດໃນສ່ວນຂອງມະນຸດບໍ? ແມ່ນແຕ່ໃນເວລານີ້ ພວກເຈົ້າກໍ່ຍັງຄິດວ່າ ຄວາມເຊື່ອ ແລະ ຄວາມຈົງຮັກພັກດີຂອງພວກເຈົ້າແມ່ນພຽງພໍທີ່ຈະເຮັດໃຫ້ພວກເຈົ້າໄດ້ເຫັນໃບໜ້າຂອງພຣະຄຣິດ, ແຕ່ເຮົາຂໍແນະນໍາໃຫ້ພວກເຈົ້າປະກອບຕົນເອງອີກຫຼາຍຢ່າງທີ່ເປັນຈິງກວ່ານີ້! ສຳລັບໃນອະດີດ, ປັດຈຸບັນ ແລະ ໃນອະນາຄົດ, ຫຼາຍຄົນຜູ້ທີ່ໄດ້ເຂົ້າມາພົວພັນກັບພຣະຄຣິດໄດ້ລົ້ມເຫຼວ ແລະ ຈະລົ້ມເຫຼວ; ພວກເຂົາທຸກຄົນເຮັດບົດບາດເປັນພວກຟາຣິຊາຍ. ເຫດຜົນສຳລັບຄວາມລົ້ມເຫຼວຂອງພວກເຈົ້າແມ່ນຫຍັງ? ມັນເປັນຍ້ອນວ່າມີພຣະເຈົ້າທີ່ສູງສົ່ງ ແລະ ສົມຄວນໄດ້ຮັບການສັນລະເສີນແທ້ໆໃນແນວຄິດຂອງພວກເຈົ້າ. ແຕ່ຄວາມຈິງບໍ່ໄດ້ເປັນດັ່ງທີ່ມະນຸດຄາດຫວັງໄວ້ເລີຍ. ພຣະຄຣິດບໍ່ພຽງແຕ່ບໍ່ໄດ້ສູງສົ່ງເທົ່ານັ້ນ, ແຕ່ພຣະອົງຍັງຕ້ອຍຕໍ່າເປັນພິເສດ;
- [ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າຈະໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ](https://lo.kingdomsalvation.org/when-God-made-anew-heaven-earth-selections.html) - ເຈົ້າຕ້ອງການເຫັນພຣະເຢຊູບໍ່? ເຈົ້າຕ້ອງການດຳລົງຊີວິດຮ່ວມກັບພຣະເຢຊູບໍ່? ເຈົ້າຕ້ອງການໄດ້ຍິນພຣະທຳທີ່ພຣະເຢຊູກ່າວບໍ່? ຖ້າຕ້ອງການ ແລ້ວເຈົ້າຈະຕ້ອນຮັບການກັບມາຂອງພຣະເຢຊູໄດ້ແນວໃດ? ເຈົ້າກຽມພ້ອມຢ່າງຄົບຖ້ວນແລ້ວບໍ່? ເຈົ້າຈະຕ້ອນຮັບການກັບມາຂອງພຣະເຢຊູໃນລັກສະນະໃດ? ເຮົາຄິດວ່າ ອ້າຍເອື້ອຍນ້ອງທຸກຄົນທີ່ເດີນຕາມພຣະເຢຊູຈະໃຫ້ການຕ້ອນຮັບພຣະອົງຢ່າງດີ. ແຕ່ພວກເຈົ້າເຄີຍພິຈາລະນາເລື່ອງນີ້ບໍ່: ເມື່ອພຣະອົງກັບມາ ພວກເຈົ້າຈະຮູ້ຈັກພຣະເຢຊູຢ່າງແທ້ຈິງບໍ່? ພວກເຈົ້າຈະເຂົ້າໃຈທຸກສິ່ງທີ່ພຣະອົງກ່າວຢ່າງແທ້ຈິງບໍ່? ເຈົ້າຈະຍອມຮັບພາລະກິດທັງໝົດທີ່ພຣະອົງປະຕິບັດໂດຍບໍ່ມີເງື່ອນໄຂຢ່າງແທ້ຈິງບໍ່? ຄົນເຫຼົ່ານັ້ນທຸກຄົນທີ່ໄດ້ອ່ານພຣະຄຳພີຮູ້ຈັກເຖິງການກັບມາຂອງພຣະເຢຊູ ແລະ ຄົນເຫຼົ່ານັ້ນທຸກຄົນທີ່ອ່ານພຣະຄຳພີຢ່າງຕັ້ງອົກຕັ້ງໃຈກໍລໍຖ້າການມາຂອງພຣະອົງ. ພວກເຈົ້າຕັ້ງໃຈໃສ່ໃນການມາເຖິງຂອງຊ່ວງເວລານັ້ນ ແລະ ຄວາມສັດຊື່ຂອງພວກເຈົ້າເປັນຕາສັນລະເສີນ, ຄວາມເຊື່ອຂອງພວກເຈົ້າເປັນຕາອິດສາແທ້ໆ, ແຕ່ເຈົ້າຮູ້ບໍ່ວ່າ ພວກເຈົ້າໄດ້ເຮັດຜິດພາດຢ່າງຮ້າຍແຮງ? ພຣະເຢຊູຈະກັບມາໃນລັກສະນະໃດ? ພວກເຈົ້າເຊື່ອວ່າ ພຣະເຢຊູຈະກັບມາເທິງເມກສີຂາວ ແຕ່ເຮົາຖາມເຈົ້າວ່າ: ເມກສີຂາວນີ້ໝາຍເຖິງຫຍັງ? ມີຜູ້ຕິດຕາມພຣະເຢຊູຫຼາຍຄົນທີ່ກຳລັງລໍຖ້າການກັບມາຂອງພຣະອົງ, ພຣະອົງຈະລົງມາທ່າມກາງຄົນກຸ່ມໃດ? ຖ້າພວກເຈົ້າແມ່ນກຸ່ມທຳອິດທີ່ພຣະເຢຊູຈະລົງມາຫາ ຄົນອື່ນຈະບໍ່ເບິ່ງສິ່ງນີ້ເປັນສິ່ງທີ່ບໍ່ຍຸຕິທຳຢ່າງແຮງບໍ່? ເຮົາຮູ້ວ່າ ພວກເຈົ້າມີຄວາມຈິງໃຈ ແລະ ຄວາມສັດຊື່ທີ່ຍິ່ງໃຫຍ່ໃຫ້ກັບພຣະເຢຊູ ແຕ່ພວກເຈົ້າເຄີຍພົບພຣະເຢຊູບໍ່? ພວກເຈົ້າຮູ້ຈັກຈິດໃຈຂອງພຣະອົງບໍ່? ພວກເຈົ້າເຄີຍດຳລົງຊີວິດຮ່ວມກັບພຣະອົງບໍ່? ພວກເຈົ້າຮູ້ຈັກພຣະອົງແທ້ໆຫຼາຍສໍ່າໃດ? ບາງຄົນຈະເວົ້າວ່າ ຄຳເວົ້າເຫຼົ່ານີ້ເຮັດໃຫ້ພວກເຂົາຕົກຢູ່ໃນສະຖານະການລຳບາກທີ່ຕອບຍາກ. ພວກເຂົາຈະເວົ້າວ່າ “ຂ້ານ້ອຍໄດ້ອ່ານພຣະຄຳພີຕັ້ງແຕ່ຕົ້ນຈົນຈົບເປັນເວລາຫຼາຍຄັ້ງ. ຂ້ານ້ອຍຈະບໍ່ຮູ້ຈັກພຣະເຢຊູໄດ້ແນວໃດ? ບໍ່ແມ່ນພຽງແຕ່ຈິດໃຈຂອງພຣະເຢຊູ, ຂ້ານ້ອຍຮູ້ຈັກແມ່ນແຕ່ສີຂອງເສື້ອຜ້າທີ່ພຣະອົງມັກນຸ່ງ. ພຣະອົງບໍ່ໄດ້ດູຖູກຂ້ານ້ອຍບໍ ເມື່ອພຣະອົງເວົ້າວ່າຂ້ານ້ອຍບໍ່ເຂົ້າໃຈພຣະອົງ?” ເຮົາແນະນໍາໃຫ້ເຈົ້າບໍ່ໂຕ້ຖຽງບັນຫາເຫຼົ່ານີ້; ໃຈເຢັນໄວ້ກ່ອນຈະດີກວ່າ ແລະ ຈົ່ງມາສົນທະນາກັນກ່ຽວກັບຄຳຖາມດັ່ງຕໍ່ໄປນີ້: ໜຶ່ງ, ເຈົ້າຮູ້ຈັກບໍ່ວ່າ
- [ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກຜ່ອນພ້ອມກັນ](https://lo.kingdomsalvation.org/God-and-man-enter-into-rest-selections.html) - ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນການພັກເຊົາ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ. ພຣະອົງພຽງແຕ່ເລີ່ມພາລະກິດການຄຸ້ມຄອງຂອງພຣະອົງ ຫຼັງຈາກທີ່ເກີດມີມະນຸດ ແລະ ຫຼັງຈາກມະນຸດໄດ້ເສື່ອມຊາມ; ນັບແຕ່ນັ້ນມາ ພຣະອົງກໍບໍ່ໄດ້ຢຸດພັກເຊົາອີກເລີຍ ແຕ່ກົງກັນຂ້າມ ພຣະອົງແມ່ນເລີ່ມຫຍຸ້ງກັບການປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ເປັນຍ້ອນຄວາມເສື່ອມຊາມຂອງມະນຸດທີ່ເຮັດໃຫ້ພຣະເຈົ້າບໍ່ມີການພັກເຊົາ ແລະ ຍັງເປັນຍ້ອນການທໍລະຍົດຂອງອັກຄະທູດສະຫວັນອີກດ້ວຍ. ຖ້າພຣະເຈົ້າບໍ່ເອົາຊະນະຊາຕານ ແລະ ຊ່ວຍມະນຸດຊາດທີ່ເສື່ອມຊາມໃຫ້ລອດພົ້ນ, ພຣະອົງກໍຈະບໍ່ສາມາດເຂົ້າສູ່ການພັກເຊົາໄດ້ອີກ. ໃນເມື່ອມະນຸດຂາດການພັກເຊົາ, ພຣະເຈົ້າກໍຈະບໍ່ມີການພັກເຊົາເຊັ່ນກັນ ແລະ ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາອີກຄັ້ງ, ມະນຸດກໍຈະເຂົ້າສູ່ບ່ອນພັກເຊົາເຊັ່ນກັນ. ການໃຊ້ຊີວິດຢູ່ໃນການພັກເຊົາໝາຍຄວາມວ່າເປັນຊີວິດທີ່ບໍ່ມີສົງຄາມ, ບໍ່ມີຄວາມເປິເປື້ອນ ແລະ ບໍ່ມີຄວາມບໍ່ຊອບທໍາຢ່າງຝັງແໜ້ນ. ນີ້ໝາຍຄວາມວ່າ ມັນເປັນຊີວິດທີ່ປາສະຈາກການລົບກວນຂອງຊາຕານ (ໃນນີ້ “ຊາຕານ” ໝາຍເຖິງກອງກໍາລັງສັດຕູ) ແລະ ປາສະຈາກຄວາມເສື່ອມຊາມຂອງຊາຕານ ແລະ ມີຄວາມສ່ຽງຕໍ່ການຮຸກຮານຂອງກອງກໍາລັງໃດໆທີ່ຕໍ່ຕ້ານພຣະເຈົ້າ; ເຊິ່ງມັນເປັນຊີວິດທີ່ທຸກສິ່ງປະຕິບັດຕາມປະເພດຂອງຕົນເອງ ແລະ ສາມາດນະມັດສະການພຣະຜູ້ເປັນເຈົ້າແຫ່ງການສ້າງ; ເຊິ່ງສະຫວັນ ແລະ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມສະຫງົບ. ນີ້ຄືສິ່ງທີ່ໝາຍເຖິງຄໍາເວົ້າທີ່ວ່າ “ຊີວິດແຫ່ງການພັກເຊົາຂອງມະນຸດເອງ”. ເມື່ອພຣະເຈົ້າພັກເຊົາ ຄວາມບໍ່ຊອບທໍາກໍ່ຈະບໍ່ມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ ແລະ ຈະບໍ່ມີການຮຸກຮານຈາກກອງກໍາລັງໃດໆຂອງສັດຕູອີກ ແລະ ມະນຸດຊາດກໍຈະໄດ້ເຂົ້າສູ່ໂລກໃໝ່, ມະນຸດຊາດຈະບໍ່ຖືກຊາຕານເຮັດໃຫ້ເສື່ອມຊາມອີກຕໍ່ໄປ,
- [ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ຈຸດໝາຍປາຍທາງທີ່ດີງາມ](https://lo.kingdomsalvation.org/taking-man-to-wonderful-destination-selections.html) - ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈຈຸດໝາຍປາຍທາງທີ່ມະນຸດຊາດຈະເຂົ້າສູ່. ໃນຖານະທີ່ເປັນສິ່ງຖືກສ້າງ ມະນຸດຄວນປະຕິບັດໜ້າທີ່ຂອງສິ່ງຖືກສ້າງ: ມະນຸດຄວນຕິດຕາມພຣະເຈົ້າໃນທຸກສິ່ງທີ່ພຣະອົງປະຕິບັດ; ພວກເຈົ້າຄວນດຳເນີນການໃນຫົນທາງໃດກໍຕາມທີ່ເຮົາບອກກັບພວກເຈົ້າ. ເຈົ້າບໍ່ມີທາງຈັດການສິ່ງຕ່າງໆສຳລັບຕົວເຈົ້າເອງໄດ້ ແລະ ເຈົ້າບໍ່ມີຄວາມລຶກລັບເໜືອຕົວເຈົ້າເອງໄດ້; ທຸກສິ່ງຕ້ອງປະໄວ້ທີ່ການຈັດແຈງຂອງພຣະເຈົ້າ ແລະ ທຸກສິ່ງແມ່ນຖືກກຳໄວ້ຢູ່ພາຍໃນມືຂອງພຣະອົງ. ຖ້າພາລະກິດຂອງພຣະເຈົ້າໄດ້ຈັດກຽມແກ່ມະນຸດດ້ວຍຈຸດຈົບ, ຈຸດໝາຍປາຍທາງທີ່ມະຫັດສະຈັນໄວ້ລ່ວງໜ້າ ແລະ ຖ້າພຣະເຈົ້ານໍາໃຊ້ສິ່ງນີ້ເພື່ອລໍ້ໃຈມະນຸດ ແລະ ເຮັດໃຫ້ມະນຸດຕິດຕາມພຣະອົງ ນັ້ນກໍຄື ຖ້າພຣະອົງສ້າງຂໍ້ສັນຍາກັບມະນຸດ ແລ້ວສິ່ງນີ້ຈະບໍ່ແມ່ນການເອົາຊະນະ ຫຼື ມັນບໍ່ແມ່ນເພື່ອປະຕິບັດພາລະກິດໃນຊີວິດຂອງມະນຸດ. ຖ້າພຣະເຈົ້າຕ້ອງໃຊ້ຈຸດຈົບຂອງມະນຸດເພື່ອຄວບຄຸມມະນຸດ ແລະ ຮັບເອົາຫົວໃຈຂອງເຂົາ, ແລ້ວໃນເລື່ອງນີ້ ພຣະອົງຈະບໍ່ໄດ້ເຮັດໃຫ້ມະນຸດສົມບູນ ຫຼື ພຣະອົງຈະບໍ່ສາມາດຮັບເອົາມະນຸດ, ແຕ່ກົງກັນຂ້າມ ພຣະອົງຈະໃຊ້ຈຸດໝາຍປາຍທາງເພື່ອຄວບຄຸມເຂົາ. ມະນຸດບໍ່ສົນໃຈໃນສິ່ງໃດນອກຈາກຈຸດຈົບໃນອະນາຄົດ, ຈຸດໝາຍປາຍທາງສຸດທ້າຍ ແລະ ບໍ່ວ່າຈະມີສິ່ງດີໆໃຫ້ຄາດຫວັງ ຫຼື ບໍ່. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນລະຫວ່າງພາລະກິດແຫ່ງການເອົາຊະນະ ແລະ ຖ້າກ່ອນໜ້າການເອົາຊະນະມະນຸດ, ເຂົາໄດ້ຮັບຈຸດໝາຍປາຍທາງທີ່ເໝາະສົມໃຫ້ສະແຫວງຫາ ແລ້ວການເອົາຊະນະມະນຸດຈະບໍ່ພຽງແຕ່ບໍ່ບັນລຸຜົນຂອງມັນເທົ່ານັ້ນ, ແຕ່ຜົນໄດ້ຮັບຂອງພາລະກິດແຫ່ງການເອົາຊະນະກໍຍັງຈະໄດ້ຮັບອິດທິພົນອີກດ້ວຍ. ນັ້ນໝາຍຄວາມວ່າ ພາລະກິດແຫ່ງການເອົາຊະນະບັນລຸຜົນຂອງມັນໂດຍການເອົາໂຊກຊະຕາອອກໄປ ແລະ ຄວາມຄາດຫວັງຂອງມະນຸດ ແລະ ການພິພາກສາ ແລະ ການຂ້ຽນຕີອຸປະນິໄສທີ່ກະບົດຂອງມະນຸດ. ມັນບໍ່ໄດ້ບັນລຸໂດຍການເຮັດຂໍ້ສັນຍາກັບມະນຸດ
- [ແກ່ນແທ້ຂອງພຣະຄຣິສຄືການອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ](https://lo.kingdomsalvation.org/substance-of-Christ-obedience-to-Heavenly-Father-selections.html) - ພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນຖືກເອີ້ນວ່າ ພຣະຄຣິສ ແລະ ພຣະຄຣິສເປັນເນື້ອໜັງທີ່ສວມໃສ່ໂດຍພຣະວິນຍານຂອງພຣະເຈົ້າ. ເນື້ອໜັງນີ້ບໍ່ຄືກັບມະນຸດໃດໆທີ່ເປັນຝ່າຍເນື້ອໜັງ. ຄວາມແຕກຕ່າງນີ້ແມ່ນຍ້ອນພຣະຄຣິສແມ່ນການບັງເກີດເປັນເນື້ອໜັງຂອງພຣະວິນຍານ, ແທນທີ່ຈະເປັນຝ່າຍເນື້ອໜັງ. ພຣະອົງມີທັງຄວາມເປັນມະນຸດທີ່ປົກກະຕິ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງແມ່ນສິ່ງທີ່ມະນຸດຄົນໃດບໍ່ມີ. ຄວາມເປັນມະນຸດທີ່ປົກກະຕິຂອງພຣະອົງປະຄັບປະຄອງກິດຈະກຳປົກກະຕິທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າຂອງພຣະອົງ ທັງສອງກໍຍອມອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ. ແກ່ນແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ແກ່ນແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ແກ່ນແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ເພາະສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ແກ່ນແທ້ຂອງພາລະກິດຂອງພຣະວິນຍານບໍລິສຸດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະເຈົ້າເອງ. ໃນທຳນອງດຽວກັນ ພາລະກິດຂອງພຣະຄຣິດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງຄວາມປະສົງຂອງພຣະເຈົ້າອີກດ້ວຍ. ດ້ວຍວ່າ ພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງເຂົ້າໃຈເຖິງແກ່ນແທ້ຂອງພຣະອົງທີ່ຢູ່ພາຍໃຕ້ເນື້ອໜັງຂອງພຣະອົງ ຈົນເຖິງຂັ້ນທີ່ວ່າເນື້ອໜັງຂອງພຣະອົງພຽງພໍທີ່ຈະຮັບພາລະກິດຂອງພຣະອົງໄດ້. ດ້ວຍເຫດນັ້ນ ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າຈຶ່ງຖືກແທນໂດຍພາລະກິດຂອງພຣະຄຣິດໃນລະຫວ່າງເວລາແຫ່ງການບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະຄຣິດແມ່ນຈຸດໃຈກາງທີ່ສໍາຄັນຂອງພາລະກິດທັງໝົດໃນຕະຫຼອດເວລາແຫ່ງການບັງເກີດເປັນມະນຸດ. ພາລະກິດຂອງພຣະຄຣິດບໍ່ສາມາດປະສົມກັນກັບພາລະກິດຈາກຍຸກອື່ນໆ. ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງຈຶ່ງປະຕິບັດພາລະກິດໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ; ຍ້ອນພຣະອົງມາບັງເກີດເປັນມະນຸດ ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງຄວນປະຕິບັດໂດຍຜ່ານເນື້ອໜັງ. ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື ພຣະຄຣິດ ທັງສອງກໍເປັນພຣະເຈົ້າເອງ ແລະ
- [ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ](https://lo.kingdomsalvation.org/God-s-work-and-mans-practice-selections.html) - ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ສາມາດຕັດຂາດຈາກມະນຸດໄດ້, ຍ້ອນມະນຸດຄືເປົ້າໝາຍຂອງພາລະກິດນີ້ ແລະ ເປັນພຽງສິ່ງມີຊີວິດດຽວທີ່ພຣະເຈົ້າສ້າງ ເຊິ່ງສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້. ຊີວິດຂອງມະນຸດ ແລະ ກິດຈະກຳທຸກຢ່າງຂອງມະນຸດແມ່ນບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ລ້ວນແລ້ວແຕ່ຖືກຄວບຄຸມໂດຍກໍາມືຂອງພຣະເຈົ້າ ແລະ ມັນຍັງເວົ້າໄດ້ວ່າ ບໍ່ມີໃຜສາມາດມີຊີວິດຢູ່ຢ່າງເປັນອິດສະຫຼະໄດ້ໂດຍທີ່ບໍ່ມີພຣະເຈົ້າ. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ຍ້ອນມັນຄືຄວາມຈິງ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອຜົນປະໂຫຍດຂອງມະນຸດຊາດ ແລະ ແນໃສ່ແຜນການຂອງຊາຕານ. ທຸກສິ່ງທີ່ມະນຸດຕ້ອງການແມ່ນມາຈາກພຣະເຈົ້າ ແລະ ພຣະເຈົ້າຄືແຫຼ່ງກໍາເນີດແຫ່ງຊີວິດຂອງມະນຸດ. ສະນັ້ນ ມະນຸດຈຶ່ງບໍ່ສາມາດອອກຫ່າງຈາກພຣະເຈົ້າໄດ້. ຍິ່ງໄປກວ່ານັ້ນ ພຣະເຈົ້າບໍ່ເຄີຍມີເຈດຕະນາທີ່ຈະອອກຫ່າງຈາກມະນຸດຈັກເທື່ອ. ພາລະກິດທີ່ພຣະເຈົ້າປະຕິບັດແມ່ນເພື່ອມະນຸດຊາດທັງປວງ ແລະ ຄວາມຄິດຂອງພຣະອົງກໍມີຄວາມກະລຸນາຢູ່ສະເໝີ. ສຳລັບມະນຸດ, ພາລະກິດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າ (ນັ້ນຄືເຈດຕະນາຂອງພຣະເຈົ້າ) ທັງສອງຢ່າງນັ້ນຄື “ນິມິດ” ທີ່ມະນຸດຄວນຮູ້. ນິມິດດັ່ງກ່າວຍັງເປັນການຄຸ້ມຄອງຂອງພຣະເຈົ້າ ແລະ ເປັນພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້. ໃນເວລາດຽວກັນນັ້ນ ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນລະຫວ່າງພາລະກິດຂອງພຣະອົງແມ່ນເອີ້ນວ່າ “ການປະຕິບັດ” ຂອງມະນຸດ. ນິມິດຄືພາລະກິດຂອງພຣະເຈົ້າເອງ ຫຼື ມັນເປັນເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດຊາດ ຫຼື ຈຸດປະສົງ ແລະ ຄວາມໝາຍຂອງພາລະກິດຂອງພຣະອົງ. ຍັງສາມາດເວົ້າໄດ້ວ່າ ນິມິດເປັນສ່ວນໜຶ່ງຂອງການຄຸ້ມຄອງ, ຍ້ອນການຄຸ້ມຄອງນີ້ຄືພາລະກິດຂອງພຣະເຈົ້າ ແລະ ແນໃສ່ມະນຸດ
- [ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່](https://lo.kingdomsalvation.org/essence-of-flesh-inhabited-by-God-selections.html) - ພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະອົງ ໄດ້ດຳລົງຊີວິດຢູ່ເທິງແຜ່ນດິນໂລກເປັນເວລາສາມສິບສາມປີເຄິ່ງ ແລະ ພຣະອົງປະຕິບັດພັນທະກິດຂອງພຣະອົງເປັນເວລາພຽງແຕ່ສາມປີເຄິ່ງຈາກບັນດາປີເຫຼົ່ານັ້ນ. ທັງໃນໄລຍະເວລາທີ່ພຣະອົງປະຕິບັດພາລະກິດ ແລະ ກ່ອນເວລາທີ່ພຣະອົງເລີ່ມປະຕິບັດພາລະກິດ, ພຣະອົງມີຄວາມເປັນມະນຸດທີ່ທຳມະດາ. ພຣະອົງສະຖິດຢູ່ກັບຄວາມເປັນມະນຸດທີ່ທຳມະດາຂອງພຣະອົງເປັນເວລາສາມສິບສາມປີເຄິ່ງ. ຕະຫຼອດໄລຍະເວລາສາມປີເຄິ່ງສຸດທ້າຍນັ້ນ ພຣະອົງເປີດເຜີຍຕົນເອງວ່າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ກ່ອນທີ່ພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງປາກົດຕົວດ້ວຍຄວາມເປັນມະນຸດທຳມະດາ ແລະ ສາມັນ ໂດຍບໍ່ໄດ້ສະແດງເຄື່ອງໝາຍເຖິງຄວາມເປັນພຣະເຈົ້າຂອງພຣະອົງ ແລະ ພຽງແຕ່ຫຼັງຈາກພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງຢ່າງເປັນທາງການ ຄວາມເປັນພຣະເຈົ້າຂອງພຣະອົງຈຶ່ງໄດ້ຖືກເປີດເຜີຍອອກ. ຊີວິດ ແລະ ພາລະກິດຂອງພຣະອົງໃນໄລຍະເວລາຊາວເກົ້າປີທຳອິດສະແດງໃຫ້ເຫັນວ່າ ພຣະອົງເປັນມະນຸດທີ່ແທ້ຈິງ, ເປັນບຸດມະນຸດ ແລະ ເປັນຮ່າງກາຍທີ່ມີເນື້ອໜັງ, ຍ້ອນພັນທະກິດຂອງພຣະອົງພຽງແຕ່ເລີ່ມຕົ້ນຢ່າງຈິງຈັງຫຼັງຈາກອາຍຸໄດ້ຊາວເກົ້າປີ. “ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ, ເນື່ອງຈາກພຣະອົງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງຕ້ອງເປັນເນື້ອໜັງກ່ອນ, ເນື້ອໜັງທີ່ມີຄວາມເປັນມະນຸດທີ່ປົກກະຕິ; ນີ້ແມ່ນຂໍ້ກໍານົດເບື້ອງຕົ້ນໂດຍພື້ນຖານທີ່ສຸດ. ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າທີ່ຢູ່ໃນແກ່ນແທ້ຂອງພຣະອົງໄດ້ບັງເກີດເປັນເນື້ອໜັງ, ກາຍມາເປັນບຸກຄົນໜຶ່ງ. ຊີວິດທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະອົງສາມາດແບ່ງອອກເປັນສອງຂັ້ນຕອນ. ຂັ້ນຕອນທີໜຶ່ງແມ່ນຊີວິດທີ່ພຣະອົງມີກ່ອນການປະຕິບັດພັນທະກິດຂອງພຣະອົງ. ພຣະອົງມີຊີວິດໃນຄອບຄົວມະນຸດທີ່ທຳມະດາ, ຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງ, ເຊື່ອຟັງສິນທຳທີ່ປົກກະຕິ ແລະ ກົດເກນແຫ່ງຊີວິດມະນຸດ, ມີຄວາມຕ້ອງການແບບມະນຸດປົກກະຕິ (ອາຫານ, ເຄື່ອງນຸ່ງ,
- [ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງກວ່າ](https://lo.kingdomsalvation.org/in-need-of-God-become-flesh-selections.html) - ພຣະເຈົ້າກາຍເປັນເນື້ອໜັງກໍຍ້ອນວ່າ ເປົ້າໝາຍແຫ່ງພາລະກິດຂອງພຣະອົງບໍ່ແມ່ນວິນຍານຂອງຊາຕານ ຫຼື ສິ່ງທີ່ບໍ່ມີຮູບຮ່າງ, ແຕ່ເປັນມະນຸດ ຜູ້ເຊິ່ງມີເນື້ອໜັງ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມ. ແນ່ນອນ ຍ້ອນວ່າເນື້ອໜັງຂອງມະນຸດຖືກເຮັດໃຫ້ເສື່ອມຊາມ, ພຣະເຈົ້າຈຶ່ງເຮັດໃຫ້ມະນຸດທີ່ມີເນື້ອໜັງເປັນເປົ້າໝາຍແຫ່ງພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ, ເພາະວ່າ ມະນຸດເປັນເປົ້າໝາຍຂອງການເສື່ອມຊາມ, ພຣະເຈົ້າຈຶ່ງເຮັດໃຫ້ມະນຸດເປັນເປົ້າໝາຍຢ່າງດຽວຂອງພາລະກິດຂອງພຣະອົງໃນທຸກຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ. ມະນຸດເປັນສິ່ງມີຊີວິດທີ່ຕ້ອງຕາຍ, ມີເນື້ອໜັງ ແລະ ເລືອດ ແລະ ພຣະເຈົ້າຄືສິ່ງດຽວທີ່ສາມາດຊ່ວຍໃຫ້ມະນຸດລອດພົ້ນໄດ້. ໃນວິທີນີ້, ພຣະເຈົ້າຕ້ອງກາຍເປັນເນື້ອໜັງທີ່ມີຄຸນລັກສະນະຄືກັບມະນຸດເພື່ອປະຕິບັດພາລະກິດຂອງພຣະອົງ, ເພື່ອວ່າ ພາລະກິດຂອງພຣະອົງອາດບັນລຸຜົນຫຼາຍຂຶ້ນ. ພຣະເຈົ້າຕ້ອງກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ ນັ້ນກໍຍ້ອນວ່າ ມະນຸດມີເນື້ອໜັງ ແລະ ບໍ່ສາມາດເອົາຊະນະຄວາມຜິດບາບ ຫຼື ຖອນຕົວອອກຈາກເນື້ອໜັງໄດ້. ເຖິງແມ່ນວ່າແກ່ນແທ້ ແລະ ຕົວຕົນຂອງພຣະເຈົ້າທີ່ບັງເກີດເປັນມະນຸດແຕກຕ່າງຈາກແກ່ນແທ້ ແລະ ຕົວຕົນຂອງມະນຸດຢ່າງຫຼວງຫຼາຍ, ແຕ່ລັກສະນະພາຍນອກຂອງພຣະອົງແມ່ນຄືກັນກັບມະນຸດ; ພຣະອົງມີລັກສະນະພາຍນອກຂອງຄົນທຳມະດາ ແລະ ດຳເນີນຊີວິດແບບຄົນທຳມະດາ ແລະ ຄົນທີ່ເຫັນພຣະອົງກໍບໍ່ສາມາດແຍກແຍະຄວາມແຕກຕ່າງຈາກຄົນທຳມະດາໄດ້. ລັກສະນະພາຍນອກທີ່ທຳມະດາ ແລະ ຄວາມເປັນມະນຸດທຳມະດານີ້ແມ່ນພຽງພໍສຳລັບພຣະອົງໃນການປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາ. ເນື້ອໜັງຂອງພຣະອົງເຮັດໃຫ້ພຣະອົງປະຕິບັດພາລະກິດຢູ່ໃນຄວາມເປັນມະນຸດທີ່ທຳມະດາ ແລະ ຊ່ວຍໃຫ້ພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ ແລະ ທ່າມກາງຄວາມເປັນມະນຸດທຳມະດາຂອງພຣະອົງ, ຍິ່ງໄປກວ່ານັ້ນ ກໍຍັງຊ່ວຍໃຫ້ພຣະອົງປະຕິບັດພາລະກິດແຫ່ງຄວາມລອດພົ້ນໃນທ່າມກາງມະນຸດ. ເຖິງແມ່ນວ່າ ຄວາມເປັນມະນຸດທຳມະດາຂອງພຣະອົງໄດ້ກໍ່ໃຫ້ເກີດຄວາມສັບສົນວຸ້ນວາຍຫຼາຍປະການໃນທ່າມກາງມະນຸດ,
- [ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ](https://lo.kingdomsalvation.org/knowing-three-stages-of-work-selections.html) - ພາລະກິດການຄຸ້ມຄອງມະນຸດຊາດແມ່ນຖືກຈັດແບ່ງອອກເປັນສາມຂັ້ນຕອນເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຖືກແບ່ງອອກເປັນສາມຂັ້ນຕອນ. ສາມຂັ້ນຕອນນີ້ບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແຕ່ກົງກັນຂ້າມ ພວກມັນແມ່ນພາລະກິດສາມຂັ້ນຕອນຂອງຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ພາລະກິດແຫ່ງການສ້າງໂລກແມ່ນພາລະກິດແຫ່ງການກໍ່ໃຫ້ເກີດບັນດາມວນມະນຸດຊາດ. ມັນບໍ່ແມ່ນພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ມີສ່ວນພົວພັນກັບພາລະກິດແຫ່ງການໄຖ່ມະນຸດຊາດ ຍ້ອນໃນຕອນທີ່ໂລກຖືກສ້າງຂຶ້ນນັ້ນ ມະນຸດຊາດຍັງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຕ້ອງມີການປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ. ພາລະກິດແຫ່ງການໄຖ່ມະນຸດຊາດພຽງແຕ່ເລີ່ມຕົ້ນຂຶ້ນເມື່ອມະນຸດຊາດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍພຽງແຕ່ເກີດຂຶ້ນເມື່ອມະນຸດຊາດຖືກເຮັດໃຫ້ເສື່ອມຊາມແລ້ວເຊັ່ນກັນ. ສາມາດເວົ້າໄດ້ອີກວ່າ ການຄຸ້ມຄອງມະນຸດຂອງພຣະເຈົ້າເລີ່ມຕົ້ນຈາກຜົນຂອງພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ໄດ້ເກີດມາຈາກພາລະກິດແຫ່ງການສ້າງໂລກ. ພຽງແຕ່ຫຼັງຈາກທີ່ມະນຸດໄດ້ຮັບອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ ພາລະກິດແຫ່ງການຄຸ້ມຄອງກໍຈຶ່ງໄດ້ເກີດຂຶ້ນ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດຈຶ່ງປະກອບມີສາມສ່ວນ ແທນທີ່ຈະເປັນສີ່ສ່ວນ ຫຼື ສີ່ຍຸກ. ນີ້ແມ່ນວິທີການກ່າວເຖິງການຄຸ້ມຄອງມະນຸດຂອງພຣະເຈົ້າທີ່ຖືກຕ້ອງວິທີດຽວເທົ່ານັ້ນ. ເມື່ອຍຸກສຸດທ້າຍເຂົ້າໃກ້ຈຸດສິ້ນສຸດ, ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະເຖິງຈຸດສິ້ນສຸດຢ່າງບໍລິບູນ. ການສິ້ນສຸດຂອງພາລະກິດແຫ່ງການຄຸ້ມຄອງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຈະສຳເລັດລົງຢ່າງສົມບູນ ແລະ ດ້ວຍເຫດນັ້ນ ໄລຍະນີ້ກໍ່ຈະສິ້ນສຸດລົງສຳລັບມະນຸດຊາດ. ຖ້າປາສະຈາກພາລະກິດແຫ່ງການໄຖ່ບັນດາມວນມະນຸດຊາດ ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະບໍ່ເກີດຂຶ້ນ ຫຼື ພາລະກິດສາມຂັ້ນຕອນກໍຈະບໍ່ມີຢູ່ເຊັ່ນດຽວກັນ. ແນ່ນອນຢູ່ແລ້ວທີ່ມັນເປັນຍ້ອນຄວາມຊົ່ວຊ້າຂອງມະນຸດຊາດ ແລະ ຍ້ອນມະນຸດຊາດຕ້ອງການຄວາມລອດພົ້ນຢ່າງຮີບດ່ວນ ຈຶ່ງເຮັດໃຫ້ພຣະເຢໂຮວາສິ້ນສຸດການສ້າງໂລກ ແລະ ເລີ່ມຕົ້ນພາລະກິດຂອງຍຸກແຫ່ງພຣະບັນຍັດ. ພາລະກິດແຫ່ງການຄຸ້ມຄອງມະນຸດເລີ່ມຕົ້ນຂຶ້ນຫຼັງຈາກຕອນນັ້ນ ເຊິ່ງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ຕອນນັ້ນ. “ການຄຸ້ມຄອງມະນຸດຊາດ”
- [ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ](https://lo.kingdomsalvation.org/God-s-work-and-mans-work-selections.html) - ມີພາລະກິດຂອງມະນຸດຫຼາຍເທົ່າໃດທີ່ເປັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ມີຫຼາຍເທົ່າໃດທີ່ເປັນປະສົບການຂອງມະນຸດ? ມັນສາມາດເວົ້າໄດ້ວ່າ ຜູ້ຄົນຍັງບໍ່ເຂົ້າໃຈຄຳຖາມເຫຼົ່ານີ້ ແລະ ເຫດຜົນທີ່ພວກເຂົາບໍ່ເຂົ້າໃຈຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອເຮົາເວົ້າວ່າ “ພາລະກິດຂອງມະນຸດ”, ແນ່ນອນ ເຮົາໝາຍເຖິງພາລະກິດຂອງຄົນທີ່ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ເຮົາບໍ່ໄດ້ໝາຍເຖິງພາລະກິດທີ່ກຳເນີດຈາກຄວາມປະສົງຂອງມະນຸດ ແຕ່ແມ່ນພາລະກິດຂອງພວກອັກຄະສາວົກ, ຄົນປະຕິບັດພາລະກິດ ຫຼື ອ້າຍເອື້ອຍນ້ອງທຳມະດາຕົກຢູ່ພາຍໃນຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ. ໃນທີ່ນີ້ “ພາລະກິດຂອງມະນຸດ” ບໍ່ໄດ້ໝາຍເຖິງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແຕ່ແມ່ນຂອບເຂດ ແລະ ຫຼັກການຂອງພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນຜູ້ຄົນ. ເຖິງແມ່ນວ່າ ຫຼັກການເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດແຫ່ງພາລະກິດຂອງພຣະວິນຍານບໍລິສຸດ, ພວກມັນບໍ່ແມ່ນສິ່ງດຽວກັນກັບຫຼັກການ ແລະ ຂອບເຂດແຫ່ງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດຂອງມະນຸດມີແກ່ນແທ້ ແລະ ຫຼັກການຂອງມະນຸດ ແລະ ພາລະກິດຂອງພຣະເຈົ້າມີແກ່ນແທ້ ແລະ ຫຼັກການຂອງພຣະເຈົ້າ. ພາລະກິດໃນກະແສຂອງພຣະວິນຍານບໍລິສຸດ, ບໍ່ວ່າຈະແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງຜູ້ຄົນທີ່ຖືກໃຊ້, ແມ່ນພາລະກິດຂອງພຣະວິນຍານບໍລິສຸດ. ແກ່ນແທ້ຂອງພຣະເຈົ້າເອງແມ່ນພຣະວິນຍານ ເຊິ່ງສາມາດເອີ້ນໄດ້ວ່າ ພຣະວິນຍານບໍລິສຸດ ຫຼື ພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ. ເບິ່ງໂດຍລວມແລ້ວ ພຣະອົງກໍແມ່ນພຣະວິນຍານຂອງພຣະເຈົ້າ, ເຖິງແມ່ນພຣະວິນຍານຂອງພຣະເຈົ້າໄດ້ຖືກເອີ້ນດ້ວຍຊື່ທີ່ແຕກຕ່າງກັນໃນຍຸກທີ່ແຕກຕ່າງກັນ. ແກ່ນແທ້ຂອງພຣະອົງຍັງເປັນອັນໜຶ່ງອັນດຽວກັນ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າເອງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນໃຜນອກເໜືອຈາກພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດ.
- [ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງທີ່ຄົນເຮົາຍ່າງ](https://lo.kingdomsalvation.org/success-or-failure-depends-on-man-selections.html) - ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າເພື່ອເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ ຫຼື ເພື່ອຄວາມສຸກຊົ່ວຄາວ. ສຳລັບຄົນທີ່ບໍ່ໄດ້ຜ່ານການລິຮານຫຍັງເລີຍ, ພວກເຂົາເຊື່ອໃນພຣະເຈົ້າເພື່ອເຂົ້າສູ່ສະຫວັນ, ເພື່ອຮັບເອົາລາງວັນ. ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອຖືກເຮັດໃຫ້ສົມບູນ ຫຼື ເພື່ອປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງໃຫ້ສຳເລັດ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງພວກເຂົາ ຫຼື ເພື່ອເຮັດໃຫ້ໜ້າທີ່ຂອງພວກເຂົາສຳເລັດ. ມີໜ້ອຍຄົນທີ່ເຊື່ອໃນພຣະເຈົ້າເພື່ອດຳລົງຊີວິດທີ່ມີຄວາມໝາຍ ແລະ ກໍມີໜ້ອຍຄົນທີ່ເຊື່ອວ່າ ຍ້ອນມະນຸດມີຊີວິດຢູ່, ລາວຈຶ່ງສົມຄວນຮັກພຣະເຈົ້າ ເພາະການເຮັດແບບນັ້ນເປັນເລື່ອງທໍາມະຊາດ ແລະ ທ່ຽງທຳໂດຍສົມບຸນ ແລະ ມັນຄືກະແສຮຽກຕາມທຳມະຊາດຂອງມະນຸດ. ໃນລັກສະນະນີ້, ເຖິງແມ່ນວ່າ ແຕ່ລະຄົນຕ່າງສະແຫວງຫາເປົ້າໝາຍຂອງພວກເຂົາເອງ, ຈຸດມຸ່ງໝາຍຂອງການສະແຫວງຫາຂອງພວກເຂົາ ແລະ ແຮງຜັກດັນທີ່ຢູ່ເບື້ອງຫຼັງຂອງການສະແຫວງຫານັ້ນແມ່ນລ້ວນແລ້ວແຕ່ຄືກັນ ແລະ ຍິ່ງໄປກວ່ານັ້ນ ສຳລັບພວກເຂົາສ່ວນໃຫຍ່ແລ້ວ ຈຸດປະສົງຂອງການນະມັດສະການຂອງພວກເຂົາແມ່ນຄືກັນ. ຕະຫຼອດເວລາສອງສາມພັນປີທີ່ຜ່ານມາ, ຜູ້ເຊື່ອຫຼາຍຄົນໄດ້ຕາຍ ແລະ ຫຼາຍຄົນໄດ້ຕາຍ ແລະ ເກີດອີກຄັ້ງ. ບໍ່ແມ່ນພຽງແຕ່ໜຶ່ງ ຫຼື ສອງຄົນເທົ່ານັ້ນທີ່ສະແຫວງຫາພຣະເຈົ້າ ຫຼື ບໍ່ແມ່ນແຕ່ໜຶ່ງ ຫຼື ສອງພັນຄົນ, ເຖິງຢ່າງໃດກໍຕາມ ຄົນເຫຼົ່ານີ້ສ່ວນໃຫຍ່ແມ່ນສະແຫວງຫາເພື່ອເຫັນແກ່ຄວາມຄາດຫວັງຂອງພວກເຂົາເອງ ຫຼື ຄວາມຫວັງໃນອະນາຄົດທີ່ສະຫງ່າງາມຂອງພວກເຂົາ. ຄົນທີ່ອຸທິດຕໍ່ພຣະຄຣິດແມ່ນມີໜ້ອຍຫຼາຍ. ຜູ້ເຊື່ອຫຼາຍຄົນທີ່ເຫຼື້ອມໃສກໍຍັງຕາຍຍ້ອນຕິດດາງແຫຂອງພວກເຂົາເອງ ແລະ ຍິ່ງໄປກວ່ານັ້ນ ຈຳນວນຄົນທີ່ມີໄຊຊະນະແມ່ນມີໜ້ອຍຫຼາຍ.
- [ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າຂອງສິ່ງທີ່ຖືກສ້າງທັງປວງ](https://lo.kingdomsalvation.org/God-is-the-Lord-of-all-creation-selections.html) - ໜຶ່ງຂັ້ນຕອນຂອງພາລະກິດສອງຍຸກທີ່ຜ່ານມາແມ່ນຖືກປະຕິບັດຢູ່ໃນອິດສະຣາເອນ ແລະ ອີກຂັ້ນຕອນໜຶ່ງແມ່ນຖືກປະຕິບັດຢູ່ໃນຢູດາຍ. ເວົ້າລວມແລ້ວ, ບໍ່ມີຂັ້ນຕອນໃດຂອງພາລະກິດນີ້ອອກນອກອິດສະຣາເອນເລີຍ ແລະ ແຕ່ລະຂັ້ນຕອນແມ່ນຖືກປະຕິບັດໃນຜູ້ຄົນທີ່ຖືກເລືອກກຸ່ມທຳອິດ. ສະນັ້ນ, ຊາວອິດສະຣາເອນເຊື່ອວ່າ ພຣະເຈົ້າເຢໂຮວາແມ່ນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ. ເນື່ອງຈາກພຣະເຢຊູເຮັດພາລະກິດຢູ່ໃນຢູດາຍ ບ່ອນທີ່ພຣະອົງປະຕິບັດພາລະກິດຂອງການຖືກຄຶງເທິງໄມ້ກາງແຂນ, ຊາວຢິວເບິ່ງພຣະອົງເປັນພຣະຜູ້ໄຖ່ບາບຂອງຊາວຢິວ. ພວກເຂົາຄິດວ່າ ພຣະອົງແມ່ນກະສັດຂອງຊາວຢິວເທົ່ານັ້ນບໍ່ແມ່ນກະສັດຂອງຄົນຊາດອື່ນ; ພຣະອົງບໍ່ແມ່ນພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຄົນອັງກິດ ຫຼື ພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຄົນອາເມຣິກາ, ແຕ່ພຣະອົງແມ່ນພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຊາວອິດສະຣາເອນ ແລະ ມີແຕ່ຊາວຢິວທີ່ພຣະອົງໄຖ່ບາບໃຫ້. ທີ່ຈິງແລ້ວ, ພຣະອົງແມ່ນຜູ້ທີ່ມີອໍານາດສູງສຸດເໜືອສັບພະສິ່ງທັງປວງ. ພຣະອົງແມ່ນພຣະເຈົ້າຜູ້ສ້າງສັບພະສິ່ງທັງປວງ. ພຣະອົງບໍ່ແມ່ນພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອນ ຫຼື ບໍ່ແມ່ນພຽງແຕ່ເປັນພຣະເຈົ້າຂອງຊາວຢິວ. ພຣະອົງແມ່ນພຣະເຈົ້າຂອງສັບພະສິ່ງທັງປວງ. ສອງຂັ້ນຕອນຂອງພາລະກິດທີ່ຜ່ານມາຂອງພຣະອົງເກີດຂຶ້ນຢູ່ໃນອິດສະຣາເອນ ເຊິ່ງໄດ້ສ້າງຄວາມເຂົ້າໃຈໃນບາງຢ່າງພາຍໃນມະນຸດ. ພວກເຂົາເຊື່ອວ່າພຣະເຢໂຮວາດຳເນີນພາລະກິດຂອງພຣະອົງໃນອິດສະຣາເອນ, ພຣະເຢຊູດຳເນີນພາລະກິດຂອງພຣະອົງຢູ່ໃນຢູດາຍດ້ວຍຕົນເອງ ແລະ ພຣະອົງກໍກາຍເປັນມະນຸດເພື່ອດຳເນີນພາລະກິດ. ຈະຍ້ອນສາເຫດໃດກໍຕາມ, ພາລະກິດນີ້ແມ່ນບໍ່ໄດ້ຂະຫຍາຍອອກນອກອິດສະຣາເອນເລີຍ. ພຣະອົງບໍ່ໄດ້ດຳເນີນພາລະກິດກັບຊາວເອຢິບ ຫຼື ຊາວອິນເດຍ. ພຣະອົງເຄີຍແຕ່ດຳເນີນພາລະກິດກັບຊາວອິດສະຣາເອນເທົ່ານັ້ນ. ສະນັ້ນ ມະນຸດຈຶ່ງມີຄວາມເຂົ້າໃຈຕ່າງໆນາໆ ແລະ ວາງແຜນພາລະກິດຂອງພຣະເຈົ້າພາຍໃນຂອບເຂດບາງຢ່າງ. ພວກເຂົາເລົ່າຂານກັນວ່າເມື່ອພຣະເຈົ້າດຳເນີນພາລະກິດ, ພຣະອົງຕ້ອງດໍາເນີນພາລະກິດນັ້ນກັບບັນດາຜູ້ຄົນທີ່ຖືກເລືອກ ແລະ ຢູ່ໃນອິດສະຣາເອນ; ຮັກສາໄວ້ສໍາລັບຊາວອິດສະຣາເອນ ພຣະເຈົ້າບໍ່ໄດ້ດໍາເນີນພາລະກິດກັບຜູ້ອື່ນ ຫຼື ພຣະອົງບໍ່ມີພາລະກິດໃນຂອບເຂດອື່ນ. ພວກເຂົາຈຶ່ງເຄັ່ງຄັດເປັນພິເສດເພື່ອຮັກສາໃຫ້ພຣະເຈົ້າບັງເກີດເປັນມະນຸດຕາມເຊື້ອສາຍ ແລະ ບໍ່ອະນຸຍາດໃຫ້ພຣະອົງເຄື່ອນໄຫວອອກນອກດິນແດນອິດສະຣາເອນເລີຍ.
- [ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ](https://lo.kingdomsalvation.org/ministry-of-incarnate-God-duty-of-man-selections.html) - ພວກເຈົ້າຕ້ອງມາຮູ້ຈັກນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈທິດທາງໂດຍທົ່ວໄປແຫ່ງພາລະກິດຂອງພຣະອົງ. ນີ້ແມ່ນການເຂົ້າສູ່ທີ່ເປັນບວກ. ເມື່ອເຈົ້າຊ່ຽວຊານດ້ານຄວາມຈິງຂອງນິມິດຢ່າງແທ້ຈິງ, ການເຂົ້າສູ່ຂອງເຈົ້າກໍຈະປອດໄພ; ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງໄປແບບໃດກໍຕາມ, ເຈົ້າກໍຈະຍັງໝັ້ນຄົງໃນໃຈຂອງເຈົ້າ, ມີຄວາມຊັດເຈນກ່ຽວກັບນິມິດ ແລະ ມີເປົ້າໝາຍໃນການເຂົ້າສູ່ ແລະ ການສະແຫວງຫາຂອງເຈົ້າ. ດ້ວຍວິທີນີ້, ປະສົບການ ແລະ ຄວາມຮູ້ທັງໝົດໃນຕົວເຈົ້າຈະເລິກເຊິ່ງ ແລະ ລະອຽດຫຼາຍຂຶ້ນ. ເມື່ອເຈົ້າໄດ້ເຂົ້າໃຈພາບລວມທັງໝົດທີ່ໃຫຍ່ກວ່າເກົ່າ, ເຈົ້າຈະບໍ່ທົນທຸກກັບການສູນເສຍໃນຊີວິດ ແລະ ເຈົ້າຈະບໍ່ຫຼົງທາງ. ຖ້າເຈົ້າບໍ່ມາຮູ້ຈັກກັບຂັ້ນຕອນຂອງພາລະກິດເຫຼົ່ານີ້, ເຈົ້າຈະທົນທຸກກັບການສູນເສຍໃນແຕ່ລະຂັ້ນຕອນ ແລະ ເຈົ້າຈະໃຊ້ເວລາຫຼາຍກວ່າສອງສາມມື້ເພື່ອພິກປີ້ນສິ່ງຕ່າງໆ ແລະ ເຈົ້າຈະບໍ່ສາມາດຍ່າງຢູ່ເສັ້ນທາງທີ່ຖືກຕ້ອງໄດ້ພຽງພາຍໃນສອງສາມອາທິດ. ນີ້ຈະບໍ່ທ່ວງດຶງເຈົ້າໄວ້ບໍ? ມີຫຼາຍສິ່ງທີ່ຂວາງທາງຂອງການເຂົ້າສູ່ທີ່ເປັນບວກ ແລະ ການປະຕິບັດທີ່ພວກເຈົ້າຕ້ອງມີຄວາມຊ່ຽວຊານ. ສ່ວນນິມິດແຫ່ງພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເຂົ້າໃຈຈຸດຕ່າງໆລຸ່ມນີ້: ຄວາມສໍາຄັນຂອງພາລະກິດໃນການເອົາຊະນະຂອງພຣະອົງ, ເສັ້ນທາງສູ່ຄວາມສົມບູນໃນອະນາຄົດ, ສິ່ງທີ່ຕ້ອງບັນລຸຜົນຜ່ານການປະສົບກັບການທົດສອບ ແລະ ຄວາມຍາກລໍາບາກ, ຄວາມສໍາຄັນຂອງການພິພາກສາ ແລະ ການຂ້ຽນຕີ, ຫຼັກການທີ່ຢູ່ເບື້ອງຫຼັງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຫຼັກການທີ່ຢູ່ເບື້ອງຫຼັງຄວາມສົມບູນ ແລະ ການເອົາຊະນະ. ທັງໝົດນີ້ຄືຄວາມຈິງຂອງນິມິດ. ສ່ວນທີ່ເຫຼືອຄືພາລະກິດຂອງສາມຂັ້ນຕອນໃນຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ ພ້ອມດ້ວຍຄໍາພະຍານໃນອະນາຄົດ. ສິ່ງເຫຼົ່ານີ້ຄືຄວາມຈິງກ່ຽວກັບນິມິດເຊັ່ນກັນ
- [ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ແມ່ນຜູ້ທີ່ເຮັດໃຫ້ພຣະເຈົ້າພໍໃຈ](https://lo.kingdomsalvation.org/who-know-God-can-satisfy-God-selections.html) - ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ ໄດ້ຄຶງພຣະເຢຊູທີ່ໄມ້ກາງແຂນ. ຄັ້ງທີສອງ ຜູ້ຄົນກໍບໍ່ໄດ້ເຊື່ອໃນພຣະອົງເຊັ່ນດຽວກັນ ເຊິ່ງຢ່າວ່າແຕ່ຮູ້ຈັກພຣະອົງເລີຍ ແລະ ຜູ້ຄົນຍັງໄດ້ຄຶງພຣະຄຣິດທີ່ໄມ້ກາງແຂນດ້ວຍຕະປູອີກຄັ້ງ. ມະນຸດບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ຖ້າມະນຸດບໍ່ຮູ້ຈັກພຣະອົງ ແລ້ວພວກເຂົາຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ເຂົາຈະສາມາດມີຄຸນສົມບັດໃນການເປັນພະຍານໃຫ້ກັບພຣະເຈົ້າໄດ້ແນວໃດ? ການອ້າງວ່າ ຮັກພຣະເຈົ້າ, ຮັບໃຊ້ພຣະເຈົ້າ ແລະ ສັນລະເສີນພຣະເຈົ້າບໍ່ແມ່ນຄຳຫຼອກລວງບໍ? ຖ້າເຈົ້າອຸທິດຊີວິດຂອງເຈົ້າໃຫ້ກັບສິ່ງທີ່ບໍ່ເປັນຈິງ ແລະ ບໍ່ມີປະໂຫຍດເຫຼົ່ານີ້, ເຈົ້າຈະບໍ່ໄດ້ພະຍາຍາມຢ່າງບໍ່ເປັນປະໂຫຍດບໍ? ເຈົ້າຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ ເມື່ອເຈົ້າກໍຍັງບໍ່ຮູ້ວ່າ ພຣະເຈົ້າແມ່ນໃຜ? ການສະແຫວງຫາດັ່ງກ່າວບໍ່ແມ່ນການທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ມັນບໍ່ແມ່ນການຫຼອກລວງບໍ? ບຸກຄົນໜຶ່ງຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ຄວາມໝາຍທີ່ແທ້ຈິງຂອງການເປັນຜູ້ໃກ້ຊິດຂອງພຣະເຈົ້າແມ່ນຫຍັງ? ເຈົ້າສາມາດເປັນຜູ້ໃກ້ຊິດຂອງພຣະວິນຍານຂອງພຣະເຈົ້າບໍ? ເຈົ້າສາມາດເຫັນບໍວ່າ ພຣະວິນຍານຍິ່ງໃຫຍ່ ແລະ ສູງສົ່ງພຽງໃດ? ເພື່ອເປັນຜູ້ໃກ້ຊິດຂອງພຣະເຈົ້າ ທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງໄດ້ ເຊິ່ງນັ້ນບໍ່ແມ່ນສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ຄວາມໝາຍທີ່ແທ້ຈິງຂອງການສະແຫວງຫາດັ່ງກ່າວແມ່ນຫຍັງ? ມັນບໍ່ແມ່ນຄຳຫຼອກລວງທັງໝົດບໍ? ສິ່ງທີ່ເຈົ້າສະແຫວງຫາກໍຄືການມາເປັນຜູ້ໃກ້ຊິດຂອງພຣະເຈົ້າ ແຕ່ໃນຄວາມເປັນຈິງ ເຈົ້າເປັນໝາຮັບໃຊ້ຂອງຊາຕານ ຍ້ອນເຈົ້າບໍ່ຮູ້ຈັກພຣະເຈົ້າ ແລະ ສະແຫວງຫາ
- [ຜູ້ທີ່ກໍານົດຂອບເຂດຂອງພຣະເຈົ້າໃນແນວຄິດຂອງພວກເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?](https://lo.kingdomsalvation.org/receive-revelations-of-God-selections.html) - ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າຢູ່ສະເໝີ ແລະ ເຖິງແມ່ນວ່າຈຸດປະສົງຂອງພາລະກິດຂອງພຣະເຈົ້າບໍ່ໄດ້ປ່ຽນແປງ, ວິທີການທີ່ພຣະອົງໃຊ້ເພື່ອດຳເນີນພາລະກິດແມ່ນປ່ຽນແປງຕະຫຼອດເວລາ ເຊິ່ງໝາຍຄວາມວ່າຜູ້ຄົນທີ່ຕິດຕາມພຣະເຈົ້າກໍປ່ຽນແປງເຊັ່ນດຽວກັນ. ຍິ່ງພຣະເຈົ້າປະຕິບັດພາລະກິດຫຼາຍຂຶ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າກໍຍິ່ງທົ່ວເຖິງຫຼາຍຂຶ້ນ. ການປ່ຽນແປງທີ່ສອດຄ່ອງກັນກໍເກີດຂຶ້ນໃນອຸປະນິໄສຂອງມະນຸດເຊັ່ນກັນ ດ້ວຍການປຸກຈາກພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ມັນແມ່ນຍ້ອນພາລະກິດຂອງພຣະເຈົ້າທີ່ປ່ຽນແປງຢູ່ເປັນປະຈຳ, ຜູ້ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນໂງ່ຈ້າເຫຼົ່ານັ້ນທີ່ບໍ່ຮູ້ຈັກຄວາມຈິງຈຶ່ງກາຍມາເປັນຄົນທີ່ຕໍ່ຕ້ານພຣະເຈົ້າ. ພາລະກິດຂອງພຣະເຈົ້າບໍ່ເຄີຍສອດຄ່ອງກັບແນວຄິດຂອງມະນຸດ ເພາະພາລະກິດຂອງພຣະອົງໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ພຣະອົງບໍ່ເຄີຍເຮັດຊໍ້າພາລະກິດແບບເກົ່າ, ແຕ່ກົງກັນຂ້າມ ພຣະອົງປະຕິບັດພາລະກິດທີ່ພຣະອົງບໍ່ເຄີຍປະຕິບັດມາກ່ອນ. ໃນເມື່ອພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ ແລະ ມະນຸດຕັດສິນພາລະກິດໃນປັດຈຸບັນຂອງພຣະເຈົ້າດ້ວຍພາລະກິດທີ່ພຣະອົງປະຕິບັດໃນອະດີດໂດຍບໍ່ປ່ຽນແປງ, ມັນຈຶ່ງຍາກຫຼາຍທີ່ພຣະເຈົ້າຈະດຳເນີນແຕ່ລະຂັ້ນຕອນຂອງພາລະກິດແຫ່ງຍຸກໃໝ່. ມະນຸດຊ່າງມີຄວາມຫຍຸ້ງຍາກຫຼາຍເກີນໄປ! ເຂົາມີການຄິດທີ່ມີຂອບເຂດຫຼາຍເກີນໄປ! ບໍ່ມີໃຜຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ທຸກຄົນຈຳກັດພາລະກິດດັ່ງກ່າວ. ເມື່ອເຂົາອອກຈາກພຣະເຈົ້າ ມະນຸດກໍສູນເສຍຊີວິດ, ຄວາມຈິງ ແລະ ພອນຂອງພຣະເຈົ້າ, ແຕ່ມະນຸດກໍບໍ່ຍອມຮັບຊີວິດ ຫຼື ຄວາມຈິງເລີຍ, ແຮງໄກທີ່ຈະໄດ້ຮັບພອນອັນຍິ່ງໃຫຍ່ກວ່າທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດຊາດ. ມະນຸດທຸກຄົນຫວັງຈະໄດ້ຮັບພຣະເຈົ້າ ແຕ່ບໍ່ສາມາດອົດທົນຕໍ່ການປ່ຽນແປງຕ່າງໆໃນພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ເຊື່ອວ່າ ພາລະກິດຂອງພຣະເຈົ້າບໍ່ມີການປ່ຽນແປງ, ພາລະກິດຂອງພຣະເຈົ້າຍັງຄົງຢຸດຢູ່ບ່ອນເກົ່າຕະຫຼອດໄປ. ໃນຄວາມເຊື່ອຂອງພວກເຂົາ ທຸກສິ່ງທີ່ຈຳເປັນເພື່ອຮັບເອົາຄວາມລອດພົ້ນຕະຫຼອດໄປເປັນນິດຈາກພຣະເຈົ້າແມ່ນເພື່ອປະຕິບັດຕາມກົດເກນ ແລະ ຕາບໃດທີ່ພວກເຂົາກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ ເຈດຕະນາຂອງພຣະເຈົ້າກໍຈະເປັນທີ່ພໍໃຈຢູ່ສະເໝີ. ພວກເຂົາມີຄວາມຄິດເຫັນວ່າ ພຣະເຈົ້າສາມາດເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ກົດບັນຍັດ ແລະ
- [ພວກເຈົ້າຄວນປ່ອຍວາງພອນທາງດ້ານສະຖານະ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ](https://lo.kingdomsalvation.org/put-aside-blessings-of-status-understand-God-s-will-to-save-man-judgment.html) - ຈາກທັດສະນະຂອງມະນຸດ, ມັນເປັນໄປບໍ່ໄດ້ສຳລັບລູກຫຼານຂອງໂມອາບທີ່ຈະຖືກເຮັດໃຫ້ສົມບູນໄດ້ ຫຼື ພວກເຂົາມີຄຸນສົມບັດທີ່ຈະຖືກເຮັດເຊັ່ນນັ້ນ. ກົງກັນຂ້າມ, ບັນດາລູກຫຼານຂອງເດວິດແມ່ນມີຄວາມຫວັງ ແລະ ສາມາດຖືກເຮັດໃຫ້ສົມບູນຢ່າງແນ່ນອນ. ຖ້າວ່າບຸກຄົນໃດເປັນລູກຫຼານຂອງໂມອາບ, ພວກເຂົາກໍ່ຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ເຖິງປັດຈຸບັນນີ້ ພວກເຈົ້າກໍຍັງບໍ່ຮູ້ຄວາມໝາຍຂອງພາລະກິດທີ່ຖືກປະຕິບັດທ່າມກາງພວກເຈົ້າ; ຈົນເຖິງຂັ້ນນີ້ ພວກເຈົ້າຍັງຖືເອົາຄວາມຄາດຫວັງໃນອະນາຄົດຂອງພວກເຈົ້າໄວ້ໃນຫົວໃຈຂອງພວກເຈົ້າ ແລະ ບໍ່ເຕັມໃຈທີ່ຈະສະຫຼະມັນ. ບໍ່ມີໃຜສົນໃຈວ່າເປັນຫຍັງມື້ນີ້ພຣະເຈົ້າຈິ່ງໄດ້ເລືອກປະຕິບັດພາລະກິດກັບກຸ່ມຄົນທີ່ບໍ່ຄູ່ຄວນທີ່ສຸດຄືດັ່ງພວກເຈົ້າ. ມັນສາມາດເປັນໄປໄດ້ບໍວ່າ ພຣະອົງໄດ້ເຮັດຜິດພາດໃນພາລະກິດນີ້? ພາລະກິດນີ້ໄດ້ຖືກເບິ່ງຂ້າມຊົ່ວໄລຍະໜຶ່ງບໍ? ເປັນຫຍັງພຣະເຈົ້າຈຶ່ງເຈາະຈົງລົງມາເພື່ອປະຕິບັດພາລະກິດຢູ່ທ່າມກາງພວກເຈົ້າ ໃນເມື່ອພຣະອົງຮູ້ມາດົນແລ້ວວ່າພວກເຈົ້າເປັນລູກຫຼານຂອງໂມອາບ? ພວກເຈົ້າບໍ່ເຄີຍຄິດກ່ຽວກັບເລື່ອງນີ້ບໍ? ພຣະເຈົ້າບໍ່ເຄີຍພິຈາລະນາເລື່ອງນີ້ ເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງບໍ? ພຣະອົງປະພຶດຕົນໃນລັກສະນະແບບໂອ້ອວດບໍ? ພຣະອົງບໍ່ຮູ້ວ່າພວກເຈົ້າເປັນລູກຫຼານຂອງໂມອາບມາຕັ້ງແຕ່ເລີ່ມຕົ້ນບໍ? ພວກເຈົ້າບໍ່ຮູ້ຈັກພິຈາລະນາສິ່ງເຫຼົ່ານີ້ບໍ? ແນວຄວາມຄິດຂອງພວກເຈົ້າຫາຍໄປໃສແລ້ວ? ຄວາມຄິດດ້ານບວກຂອງພວກເຈົ້າໄດ້ກາຍມາເປັນຄວາມຄິດທີ່ບໍ່ສາມາດປັບປຸງໄດ້ແລ້ວບໍ? ຄວາມສະຫຼາດ ແລະ ສະຕິປັນຍາຂອງພວກເຈົ້າຫາຍໄປໃສແລ້ວ? ມັນແມ່ນບໍວ່າ ພວກເຈົ້າມີຈຸດຢືນຢ່າງກວ້າງຂວາງຈົນວ່າພວກເຈົ້າບໍ່ສົນໃຈເລື່ອງເລັກນ້ອຍ? ພວກເຈົ້າໃສ່ໃຈຫຼາຍທີ່ສຸດຕໍ່ສິ່ງທີ່ຄາດຫວັງໃນອະນາຄົດຂອງພວກເຈົ້າ ແລະ ໂຊກຊະຕາຂອງພວກເຈົ້າເອງ, ແຕ່ສໍາລັບສິ່ງອື່ນແລ້ວພວກເຈົ້າກັບບໍ່ມີຄວາມຮູ້ສຶກຫຍັງ, ປຶກໜາ ແລະ ໂງ່ທີ່ສຸດ. ແມ່ນຫຍັງຢູ່ເທິງແຜ່ນດິນໂລກທີ່ພວກເຈົ້າເຊື່ອ? ຄວາມຄາດຫວັງໃນອະນາຄົດຂອງພວກເຈົ້າບໍ? ຫຼື ພຣະເຈົ້າ? ທຸກສິ່ງທີ່ເຈົ້າເຊື່ອບໍ່ແມ່ນຈຸດໝາຍປາຍທາງອັນສວຍງາມຂອງເຈົ້າບໍ? ມັນບໍ່ແມ່ນຄວາມຄາດຫວັງໃນອະນາຄົດຂອງເຈົ້າບໍ? ປັດຈຸບັນນີ້ເຈົ້າເຂົ້າໃຈວິຖີແຫ່ງຊີວິດຫຼາຍປານໃດ? ເຈົ້າບັນລຸຫຼາຍປານໃດແລ້ວ? ເຈົ້າຄິດວ່າພາລະກິດທີ່ກໍາລັງປະຕິບັດຕໍ່ບັນດາລູກຫຼານຂອງໂມອາບໃນປັດຈຸບັນນີ້ແມ່ນປະຕິບັດເພື່ອເຮັດໃຫ້ພວກເຈົ້າອັບອາຍບໍ? ມັນຖືກຕັ້ງໃຈເຮັດເພື່ອເປີດເຜີຍຄວາມຂີ້ຮ້າຍຂອງພວກເຈົ້າບໍ? ມັນຖືກເຮັດດ້ວຍເຈດຕະນາເພື່ອໃຫ້ພວກເຈົ້າຍອມຮັບການຂ້ຽນຕີ ແລະ ຈາກນັ້ນກໍ່ໂຍນພວກເຈົ້າເຂົ້າໃນທະເລສາບແຫ່ງໄຟບໍ?
- [ວ່າດ້ວຍເລື່ອງນາມ ແລະ ຕົວຕົນ](https://lo.kingdomsalvation.org/concerning-appellations-and-identity-selections.html) - ຖ້າເຈົ້າປາຖະໜາທີ່ຈະເໝາະສົມສຳລັບການຖືກໃຊ້ໂດຍພຣະເຈົ້າ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງຮູ້ຈັກພາລະກິດທີ່ພຣະອົງໄດ້ປະຕິບັດກ່ອນໜ້ານີ້ (ໃນພຣະສັນຍາໃໝ່ ແລະ ເດີມ), ແລະ ຍິ່ງໄປກວ່ານັ້ນ ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະອົງໃນປັດຈຸບັນ; ນັ້ນໝາຍຄວາມວ່າ ເຈົ້າຕ້ອງຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າທີ່ປະຕິບັດມາຫຼາຍກວ່າ 6.000 ປີ. ຖ້າເຈົ້າຖືກຮ້ອງຂໍໃຫ້ເຜີຍແຜ່ຂ່າວປະເສີດ, ແລ້ວເຈົ້າກໍຈະບໍ່ສາມາດເຮັດໄດ້ ຫາກບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ບາງຄົນອາດຖາມເຈົ້າກ່ຽວກັບສິ່ງທີ່ພຣະເຈົ້າຂອງພວກເຈົ້າໄດ້ເວົ້າໄວ້ກ່ຽວກັບພຣະຄຳພີ, ພຣະສັນຍາເດີມ ແລະ ພາລະກິດ ແລະ ພຣະທຳຂອງພຣະເຢຊູໃນເວລານັ້ນ. ຖ້າເຈົ້າບໍ່ສາມາດເວົ້າເຖິງເລື່ອງລາວເບື້ອງຫຼັງຂອງພຣະຄຳພີ, ແລ້ວພວກເຂົາກໍຈະບໍ່ເຊື່ອ. ໃນເວລານັ້ນ, ພຣະເຢຊູເວົ້າຫຼາຍຢ່າງກັບສາວົກຂອງພຣະອົງກ່ຽວກັບພຣະສັນຍາເດີມ. ທຸກສິ່ງທີ່ພວກເຂົາອ່ານແມ່ນມາຈາກພຣະສັນຍາເດີມ; ພຣະສັນຍາໃໝ່ພຽງແຕ່ຫາກໍ່ຂຽນຂຶ້ນສອງສາມທົດສະວັດຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ເພື່ອເຜີຍແຜ່ຂ່າວປະເສີດ, ພວກເຈົ້າຄວນເຂົ້າໃຈຄວາມຈິງສ່ວນໃນຂອງພຣະຄຳພີເປັນຫຼັກ ແລະ ພາລະກິດຂອງພຣະເຈົ້າທີ່ຢູ່ໃນອິດສະຣາເອນ ເຊິ່ງນັ້ນກໍຄືພາລະກິດທີ່ພຣະເຢໂຮວາໄດ້ປະຕິບັດ ແລະ ພວກເຈົ້າກໍຕ້ອງເຂົ້າໃຈເຖິງພາລະກິດທີ່ພຣະເຢຊູປະຕິບັດເຊັ່ນກັນ. ສິ່ງເຫຼົ່ານີ້ແມ່ນບັນຫາທີ່ທຸກຄົນເປັນຫ່ວງທີ່ສຸດ ແລະ ເລື່ອງລາວເບື້ອງຫຼັງຂອງສາມຂັ້ນຕອນຂອງພາລະກິດຄືສິ່ງທີ່ພວກເຂົາບໍ່ເຄີຍໄດ້ຍິນ. ເມື່ອເຜີຍແຜ່ຂ່າວປະເສີດ, ກ່ອນອື່ນ ໃຫ້ປະວາງການເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ. ຂັ້ນຕອນນີ້ຂອງພາລະກິດແມ່ນຢູ່ນອກເໜືອການຢັ່ງເຖິງຂອງພວກເຂົາ, ເພາະສິ່ງທີ່ພວກເຂົາສະແຫວງຫາແມ່ນສິ່ງທີ່ສູງສົ່ງທີ່ສຸດໃນບັນດາສິ່ງທັງປວງ: ຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ມີຫຍັງທີ່ສູງສົ່ງໄປກວ່າສອງສິ່ງເຫຼົ່ານີ້. ຖ້າພວກເຈົ້າເວົ້າກ່ຽວກັບສິ່ງທີ່ສູງສົ່ງກ່ອນ, ມັນກໍຈະຫຼາຍເກີນໄປສຳລັບພວກເຂົາ ຍ້ອນບໍ່ມີຜູ້ໃດໄດ້ຜະເຊີນກັບພາລະກິດດັ່ງກ່າວຂອງພຣະວິນຍານບໍລິສຸດ; ມັນບໍ່ເຄີຍມີມາກ່ອນ ແລະ ມັນບໍ່ໄດ້ງ່າຍສຳລັບມະນຸດທີ່ຈະຍອມຮັບໄດ້. ປະສົບການຂອງພວກເຂົາແມ່ນສິ່ງເດີມໆຈາກອະດີດ
- [ເຈົ້າຄວນຮູ້ວ່າ ມວນມະນຸດທັງໝົດໄດ້ພັດທະນາມາຮອດປັດຈຸບັນນີ້ໄດ້ແນວໃດ](https://lo.kingdomsalvation.org/how-humanity-has-developed-selections.html) - ພາລະກິດທັງໝົດທີ່ດໍາເນີນມາຫຼາຍກວ່າຫົກພັນປີ ໄດ້ມີການປ່ຽນແປງເທື່ອລະໜ້ອຍຕາມຍຸກສະໄໝຕ່າງໆທີ່ຜ່ານມາ ແລະ ຜ່ານໄປ. ການປ່ຽນແປງໃນພາລະກິດນີ້ໄດ້ເກີດຂຶ້ນ ໂດຍອີງຕາມສະຖານະການໂດຍລວມຂອງໂລກ ແລະ ຕາມແນວໂນ້ມການພັດທະນາຂອງມະນຸດໂດຍລວມ; ພາລະກິດແຫ່ງການຄຸ້ມຄອງກໍພຽງແຕ່ປ່ຽນແປງຕາມນັ້ນເທື່ອລະໜ້ອຍ. ທັງໝົດບໍ່ໄດ້ມີການວາງແຜນໄວ້ໃນຕອນທີ່ເລີ່ມຕົ້ນຂອງການສ້າງ. ກ່ອນທີ່ໂລກຈະຖືກສ້າງຂຶ້ນ ຫຼື ຫຼັງຈາກທີ່ໄດ້ຖືກສ້າງຂຶ້ນໃນບໍ່ດົນ, ພຣະເຢໂຮວາຍັງບໍ່ໄດ້ວາງແຜນຂັ້ນຕອນທໍາອິດຂອງພາລະກິດ, ຂັ້ນຕອນແຫ່ງພຣະບັນຍັດ; ຂັ້ນຕອນທີສອງຂອງພາລະກິດ ແມ່ນຂັ້ນຕອນແຫ່ງພຣະຄຸນ; ຫຼື ຂັ້ນຕອນທີສາມຂອງພາລະກິດ ແມ່ນຂັ້ນຕອນແຫ່ງການເອົາຊະນະ, ເຊິ່ງພຣະອົງຈະເລີ່ມຕົ້ນດ້ວຍເຊື້ອສາຍຂອງໂມອາບກ່ອນ ແລະ ຜ່ານວິທີການນີ້ ພຣະອົງຈະເອົາຊະນະຈັກກະວານທັງປວງ. ຫຼັງຈາກທີ່ໄດ້ສ້າງແຜ່ນດິນໂລກ ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ ຫຼື ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຫຼັງຈາກໂມອາບ; ແນ່ນອນກ່ອນໜ້າໂລດ ພຣະອົງກໍບໍ່ເຄີຍກ່າວພຣະທໍາເຫຼົ່ານີ້. ພາລະກິດທັງໝົດຖືກປະຕິບັດຢ່າງເປັນທໍາມະຊາດ. ນີ້ແມ່ນວິທີທີ່ພາລະກິດແຫ່ງການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ພັດທະນາ; ກ່ອນສ້າງໂລກ ພຣະອົງຈະເຄີຍຂຽນແຜນການດັ່ງກ່າວຂຶ້ນເປັນຮູບຮ່າງຄືກັບ “ຕາຕະລາງສະຫຼຸບສໍາລັບການພັດທະນາຂອງມະນຸດຊາດ”. ໃນພາລະກິດຂອງພຣະເຈົ້າ, ພຣະອົງສະແດງສິ່ງທີ່ພຣະອົງເປັນໂດຍກົງ; ພຣະອົງບໍ່ໄດ້ພະຍາຍາມຄິດຢ່າງໜັກເພື່ອສ້າງແຜນການຂຶ້ນ. ແນ່ນອນ ຜູ້ປະກາດພຣະທໍາຈຳນວນເລັກນ້ອຍຄົນໄດ້ກ່າວຄໍາທໍານາຍອັນຍິ່ງໃຫຍ່ຫຼາຍຢ່າງ ແຕ່ມັນກໍຍັງບໍ່ສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າແມ່ນໜຶ່ງໃນການວາງແຜນການທີ່ຊັດເຈນຢູ່ສະເໝີ; ຄໍາທໍານາຍເຫຼົ່ານັ້ນຖືກສ້າງຂຶ້ນຕາມພາລະກິດຂອງພຣະເຈົ້າໃນເວລານັ້ນ. ພາລະກິດທັງໝົດທີ່ພຣະອົງປະຕິບັດ ແມ່ນພາລະກິດທີ່ແທ້ຈິງທີ່ສຸດ. ພຣະອົງດໍາເນີນພາລະກິດຂອງພຣະອົງຕາມການພັດທະນາໃນແຕ່ລະຍຸກສະໄໝ ແລະ ອີງພາລະກິດນັ້ນຕາມວິທີທີ່ສິ່ງຕ່າງໆປ່ຽນແປງ. ສໍາລັບພຣະອົງແລ້ວ, ການດໍາເນີນພາລະກິດແມ່ນຄ້າຍຄືກັບການຈັດຢາເພື່ອປິ່ນປົວຄວາມເຈັບປ່ວຍ; ໃນຂະນະທີ່ປະຕິບັດພາລະກິດຂອງພຣະອົງ, ພຣະອົງສັງເກດການ ແລະ ສືບຕໍ່ພາລະກິດຂອງພຣະອົງຕາມການສັງເກດການຂອງພຣະອົງ. ໃນທຸກຂັ້ນຕອນ
- [ເລື່ອງຈິງຂອງພາລະກິດໃນຍຸກແຫ່ງການໄຖ່ບາບ](https://lo.kingdomsalvation.org/behind-work-in-age-of-redemption-selections.html) - ແຜນການຄຸ້ມຄອງທັງໝົດຂອງເຮົາ ເຊິ່ງນັ້ນກໍຄື ແຜນການຄຸ້ມຄອງຫົກພັນປີ ແມ່ນປະກອບມີສາມຂັ້ນຕອນ ຫຼື ສາມຍຸກຄື: ຍຸກແຫ່ງພຣະບັນຍັດໃນຕອນເລີ່ມຕົ້ນ; ຍຸກແຫ່ງພຣະຄຸນ (ເຊິ່ງກໍຄືຍຸກແຫ່ງການໄຖ່ບາບ); ແລະ ຍຸກແຫ່ງລາຊະອານາຈັກໃນຍຸກສຸດທ້າຍ. ເນື້ອໃນພາລະກິດຂອງເຮົາໃນສາມຍຸກນີ້ແມ່ນແຕກຕ່າງກັນໄປຕາມແຕ່ລະຍຸກ ແຕ່ໃນແຕ່ລະຂັ້ນຕອນ ພາລະກິດນີ້ຖືກປະຕິບັດຕາມຄວາມຕ້ອງການຂອງມະນຸດ ຫຼື ຖ້າຈະເວົ້າໃຫ້ຊັດເຈນກວ່ານັ້ນກໍຄື ມັນຖືກປະຕິບັດຕາມເລ່ຫຼ່ຽມທີ່ຊາຕານໃຊ້ໃນສົງຄາມທີ່ເຮົາຕໍ່ສູ້ກັບມັນ. ຈຸດປະສົງກໍເພື່ອເອົາຊະນະຊາຕານ, ເພື່ອເປີດເຜີຍສະຕິປັນຍາ ແລະ ຄວາມຊົງລິດທານຸພາບອັນສູງສຸດຂອງເຮົາ, ເພື່ອເປີດໂປງເລ່ຫຼ່ຽມທັງໝົດຂອງຊາຕານ ແລະ ດ້ວຍເຫດນັ້ນຈຶ່ງຊ່ວຍມວນມະນຸດຊາດທັງປວງທີ່ອາໄສຢູ່ພາຍໃຕ້ອຳນາດຂອງຊາຕານໃຫ້ລອດພົ້ນ. ມັນແມ່ນເພື່ອເປີດເຜີຍສະຕິປັນຍາ ແລະ ຄວາມຊົງລິດທານຸພາບອັນສູງສຸດຂອງເຮົາ ພ້ອມທັງເພື່ອເປີດໂປງຄວາມຂີ້ດຽດທີ່ທົນບໍ່ໄດ້ຂອງຊາຕານ; ຍິ່ງໄປກວ່ານັ້ນ ມັນແມ່ນເພື່ອໃຫ້ສິ່ງທີ່ຖືກສ້າງສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ, ໃຫ້ຮູ້ວ່າເຮົາເປັນຜູ້ຊົງອຳນາດສູງສຸດເໜືອທຸກຊັບພະສິ່ງ, ໃຫ້ເຫັນຢ່າງຊັດເຈນວ່າຊາຕານເປັນສັດຕູຂອງມະນຸດຊາດ, ເປັນຕົວເສື່ອມຊາມ, ເປັນຜູ້ຊົ່ວຮ້າຍ ແລະ ເພື່ອເຮັດໃຫ້ພວກເຂົາສາມາດຈໍາແນກຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວ, ຄວາມຈິງ ແລະ ຄຳເວົ້າຜິດໆ, ຄວາມບໍລິສຸດ ແລະ ຄວາມສົກກະປົກ ພ້ອມທັງສິ່ງທີ່ຍິ່ງໃຫຍ່ ແລະ ສິ່ງທີ່ຕ່ຳຊ້າໄດ້ຢ່າງຊັດເຈນ. ມັນແມ່ນເພື່ອໃຫ້ມະນຸດຊາດທີ່ໂງ່ຈ້າເຫຼົ່ານີ້ສາມາດເປັນປະຈັກພະຍານໃຫ້ແກ່ເຮົາວ່າ ບໍ່ແມ່ນ “ເຮົາ” ທີ່ເຮັດໃຫ້ມະນຸດເສື່ອມຊາມ ແລະ ມີພຽງເຮົາເອງເຊິ່ງເປັນພຣະຜູ້ສ້າງເທົ່ານັ້ນ
- [ພາລະກິດໃນຍຸກແຫ່ງພຣະບັນຍັດ](https://lo.kingdomsalvation.org/the-work-in-the-age-of-law-selections.html) - ພາລະກິດທີ່ພຣະເຢໂຮວາໄດ້ເຮັດຕໍ່ຊົນຊາດອິດສະຣາເອນນັ້ນ ໄດ້ສ້າງສະຖານທີ່ໆເປັນຕົ້ນກຳເນີດຂອງພຣະເຈົ້າເທິງແຜ່ນດິນໂລກເຊິ່ງພ້ອມນີ້ ຍັງເປັນສະຖານທີ່ທີ່ສັກສິດທີ່ພຣະອົງໄດ້ປະທັບຢູ່. ພຣະອົງໄດ້ຈໍາກັດພາລະກິດຂອງພຣະອົງສະເພາະຊົນຊາດອິດສະຣາເອນເທົ່ານັ້ນ. ທໍາອິດພຣະອົງບໍ່ໄດ້ດໍາເນີນພາລະກິດນອກດິນແດນອິດສະຣາເອນ ແຕ່ກົງກັນຂ້າມ ພຣະອົງເລືອກຊົນຊາດທີ່ພຣະອົງເຫັນວ່າ ເໝາະສົມໃນການຈໍາກັດຂອບເຂດພາລະກິດຂອງພຣະອົງ. ອິດສະຣາເອນເປັນສະຖານທີ່ພຣະເຈົ້າສ້າງອາດາມ ແລະ ເອວາ. ພຣະເຢໂຮວາໄດ້ສ້າງມະນຸດຈາກລະອອງຝຸ່ນຂອງສະຖານທີ່ນັ້ນ ແລະ ດັ່ງນັ້ນ ສະຖານທີ່ດັ່ງກ່າວຈຶ່ງກາຍເປັນຖານພາລະກິດ ຂອງພຣະອົງໃນແຜ່ນດິນໂລກ. ຊົນຊາດອິດສະຣາເອນ ທີ່ເປັນລູກຫຼານຂອງໂນອາ ແລະ ທັງເປັນລູກຫຼານຂອງອາດາມ, ພວກເຂົາຄືມະນຸດທີ່ເປັນພື້ນຖານພາລະກິດຂອງພຣະເຢໂຮວາໃນແຜ່ນດິນໂລກ. ໃນເວລານັ້ນ ຄວາມສໍາຄັນ, ຈຸດປະສົງ ແລະ ບາດກ້າວພາລະກິດຂອງພຣະເຢໂຮວາ ໃນດິນແດນອິດສະຣາເອນແມ່ນເປັນການລິເລີ່ມພາລະກິດຂອງພຣະອົງໃນທົ່ວແຜ່ນດິນໂລກເຊິ່ງພຣະອົງໄດ້ຖືເອົາດິນແດນອິດສະຣາເອນເປັນຈຸດສູນກາງ, ແລ້ວຫລັງຈາກນັ້ນຈຶ່ງໄດ້ຄ່ອຍໆຂະຫຍາຍອອກໄປສູ່ບັນດາປະເທດຕ່າງໆ. ນີ້ຄືຫຼັກການ ການດໍາເນີນພາລະກິດຂອງພຣະອົງໃນທົ່ວຈັກກະວານເພື່ອສ້າງຮູບແບບ ພ້ອມຂະຫຍາຍກວ້າງອອກໄປຈົນກວ່າຜູ້ຄົນໃນທົ່ວຈັກກະວານຈະໄດ້ຮັບຂ່າວປະເສີດຂອງພຣະອົງ. ຄົນອິດສະຣາເອນຄົນທໍາອິດແມ່ນລູກຫຼານຂອງໂນອາ. ຜູ້ຄົນເຫຼົ່ານີ້ໄດ້ຮັບພຽງລົມຫາຍໃຈຈາກພຣະເຢໂຮວາ ແລະ ມີຄວາມເຂົ້າໃຈພຽງພໍທີ່ຈະດູແລຄວາມຈໍາເປັນຂັ້ນພື້ນຖານຂອງຊີວິດເທົ່ານັ້ນ, ແຕ່ພວກເຂົາບໍ່ຮູ້ວ່າພຣະເຢໂຮວາເປັນພຣະເຈົ້າແບບໃດ ຫຼື ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດແນວໃດ, ແລ້ວແຮງໄກກັບການເຂົາເຈົ້າຄວນຍໍາເກງພຣະຜູ້ເປັນເຈົ້າຂອງສິ່ງຊົງສ້າງທັງໝົດ. ໃນເມື່ອເປັນດັ່ງນັ້ນ ຈະໃຫ້ພວກເຂົາເຄົາລົບບູຊາຕໍ່ພຣະເຈົ້າຜູ້ສ້າງສັບພະທຸກສິ່ງໄດ້ແນວໃດ. ສ່ວນທີ່ວ່າມີກົດເກນ ຫຼື ມີຂໍ້ບັນຍັດຫຍັງແດ່ທີ່ຕ້ອງເຊື່ອຟັງ ຫຼື ບໍ່[ກ] ຫຼື ມີໜ້າທີ່ຫຍັງແດ່ທີ່ຜູ້ຖືກສ້າງຄວນປະຕິບັດເພື່ອພຣະຜູ້ສ້າງ, ລູກຫຼານຂອງອາດາມແມ່ນບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້. ສິ່ງທີ່ພວກເຂົາຮູ້ຄື ຜົວຄວນສະຫຼະເຫື່ອແຮງເຮັດວຽກເພື່ອລ້ຽງດູຄອບຄົວ ແລະ ຜູ້ເປັນເມຍຄວນຖວາຍຕົນໃຫ້ກັບຜົວຂອງລາວເພື່ອສືບຕໍ່ ຂະຫຍາຍຊາດຕິພັນມະນຸດທີ່ພຣະເຢໂຮວາໄດ້ສ້າງຂຶ້ນ. ເວົ້າຢ່າງໜຶ່ງກໍຄື
- [ພາລະກິດເຜີຍແຜ່ພຣະກິດຕິຄຸນຍັງເປັນພາລະກິດທີ່ຊ່ວຍໃຫ້ມະນຸດລອດພົ້ນ](https://lo.kingdomsalvation.org/spreading-gospel-is-saving-man-selections.html) - ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ພາລະກິດທີ່ເຮົາປາຖະໜາທີ່ຈະໄດ້ຮັບສູງສຸດ ແລະ ລະດັບໃດທີ່ເຮົາຕ້ອງບັນລຸໄດ້ໃນພາລະກິດນີ້ກ່ອນທີ່ພາລະກິດຈະສຳເລັດໄດ້. ຫຼັງຈາກໄດ້ກ້າວມາກັບເຮົາຈົນມາຮອດມື້ນີ້, ຖ້າມະນຸດຍັງບໍ່ເຂົ້າໃຈວ່າພາລະກິດຂອງເຮົາແມ່ນກ່ຽວກັບຫຍັງ, ນັ້ນໝາຍຄວາມວ່າພວກເຂົາແມ່ນໄດ້ຕິດຕາມເຮົາໂດຍໄຮ້ປະໂຫຍດເລີຍບໍ? ຖ້າຜູ້ຄົນຕິດຕາມເຮົາ, ພວກເຂົາຄວນຮູ້ເຈດຕະນາຂອງເຮົາ. ເຮົາໄດ້ດຳເນີນພາລະກິດໃນໂລກມະນຸດເປັນເວລາຫຼາຍພັນປີມາແລ້ວ ແລະ ມາຮອດມື້ນີ້ ເຮົາຍັງດຳເນີນພາລະກິດຂອງເຮົາຢູ່. ເຖິງແມ່ນວ່າພາລະກິດຂອງເຮົາຈະມີຫຼາຍໂຄງການກໍ່ຕາມ, ແຕ່ຈຸດປະສົງຂອງພາລະກິດນີ້ຍັງຄົງບໍ່ປ່ຽນແປງ. ເຖິງແມ່ນວ່າເຮົາຈະມາພ້ອມກັບການພິພາກສາ ແລະ ການລົງໂທດຕໍ່ກັບມະນຸດກໍ່ຕາມ, ຍົກຕົວຢ່າງ, ສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດໃນການຊ່ວຍໃຫ້ມະນຸດລອດພົ້ນ ແລະ ເພື່ອປະໂຫຍດໃນການເຜີຍແຜ່ພຣະກິດຕິຄຸນຂອງເຮົາໃຫ້ດີຂຶ້ນກວ່າເກົ່າ ແລະ ການເພີ່ມຂະຫຍາຍພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຫລັງຈາກມະນຸດໄດ້ຮັບການສ້າງໃຫ້ສົມບູນແລ້ວ. ສະນັ້ນໃນມື້ນີ້, ໃນເວລາທີ່ຫຼາຍໆຄົນຈົມເລິກໄປກັບຄວາມສິ້ນຫວັງ, ເຮົາຍັງສືບຕໍ່ພາລະກິດຂອງເຮົາ, ເຮົາສືບຕໍ່ວຽກທີ່ເຮົາຕ້ອງເຮັດເພື່ອພິພາກສາ ແລະ ລົງໂທດມະນຸດ. ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດແມ່ນເບື່ອໜ່າຍໃນສິ່ງທີ່ເຮົາກ່າວ ແລະ ມະນຸດກໍບໍ່ມີຄວາມຕ້ອງການທີ່ຈະສົນໃຈໃນພາລະກິດຂອງເຮົາ, ເຮົາກໍຍັງສືບຕໍ່ປະຕິບັດໜ້າທີ່ຂອງເຮົາຕໍ່ໄປ ເພາະວ່າຈຸດປະສົງໃນພາລະກິດຂອງເຮົາຍັງຄົງບໍ່ປ່ຽນແປງ ແລະ ແຜນການເບື້ອງຕົ້ນຂອງເຮົາຈະບໍ່ຖືກທຳລາຍ. ຈຸດປະສົງໃນການພິພາກສາຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດອ່ອນນ້ອມຕໍ່ເຮົາໄດ້ດີຂຶ້ນ ແລະ ຈຸດປະສົງໃນການລົງໂທດຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດບັນລຸການປ່ຽນແປງໄດ້ດີຍິ່ງຂຶ້ນ. ເຖິງແມ່ນວ່າທຸກສິ່ງທີ່ເຮົາເຮັດແມ່ນເພື່ອເຫັນແກ່ການຄຸ້ມຄອງຂອງເຮົາ, ເຮົາບໍ່ເຄີຍປະຕິບັດພາລະກິດໃດທີ່ບໍ່ມີຜົນປະໂຫຍດຕໍ່ມະນຸດເລີຍ ເພາະວ່າເຮົາຕ້ອງການເຮັດໃຫ້ທຸກຊາດຢູ່ນອກດິນແດນອິດສະຣາເອນອ່ອນນ້ອມຄືກັນກັບຊາວອິດສະຣາເອນ ແລະ ເພື່ອເຮັດໃຫ້ພວກເຂົາກາຍເປັນມະນຸດທີ່ແທ້ຈິງ ແລະ ເພື່ອໃຫ້ເຮົາມີບ່ອນຢືນຢູ່ໃນດິນແດນນອກອິດສະຣາເອນ. ນີ້ແມ່ນການຄຸ້ມຄອງຂອງເຮົາ; ມັນແມ່ນພາລະກິດຂອງເຮົາໃນທ່າມກາງຊາດທີ່ບໍ່ແມ່ນຊາວຢິວ. ແມ່ນແຕ່ໃນຕອນນີ້, ຫຼາຍໆຄົນຍັງບໍ່ເຂົ້າໃຈການຄຸ້ມຄອງຂອງເຮົາ, ເພາະວ່າພວກເຂົາບໍ່ສົນໃຈກ່ຽວກັບສິ່ງດັ່ງກ່າວ ແລະ ແທນທີ່ຈະເປັນແນວນັ້ນ
- [ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ” ແລ້ວ](https://lo.kingdomsalvation.org/Savior-has-returned-selections.html) - ເປັນເວລາຫຼາຍພັນປີມາແລ້ວ ມະນຸດໄດ້ປາດຖະໜາຢາກເຫັນການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ. ມະນຸດປາດຖະໜາຢາກເຫັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຂີ່ກ້ອນເມກສີຂາວເມື່ອພຣະອົງລົງມາດ້ວຍຕົນເອງຢູ່ທ່າມກາງຜູ້ທີ່ລໍຄອຍ ແລະ ປາດຖະໜາຢາກເຫັນພຣະອົງເປັນເວລາຫຼາຍພັນປີມາແລ້ວ. ມະນຸດຍັງປາດຖະໜາໃຫ້ພຣະຜູ້ຊ່ວຍໃຫ້ລອດພົ້ນກັບຄືນມາ ແລະ ມາຢູ່ຮ່ວມກັບພວກເຂົາ; ນັ້ນກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຜູ້ທີ່ໄດ້ແຍກຈາກຜູ້ຄົນເປັນເວລາຫຼາຍພັນປີກັບຄືນມາ ແລະ ປະຕິບັດພາລະກິດແຫ່ງການໄຖ່ບາບທີ່ພຣະອົງເຄີຍເຮັດໃນທ່າມກາງຄົນຢິວອີກຄັ້ງ, ໃຫ້ພຣະອົງຈະມີຄວາມສົງສານ ແລະ ມີຄວາມຮັກຕໍ່ມະນຸດ, ໃຫ້ອະໄພບາບແກ່ມະນຸດ ແລະ ແບກຮັບຄວາມຜິດບາບຂອງມະນຸດ ແລະ ເຖິງກັບແບກຮັບເອົາການກະທຳຜິດຂອງມະນຸດທຸກຄົນ ແລະ ນຳມະນຸດອອກຈາກຄວາມຜິດບາບ. ສິ່ງທີ່ພວກເຂົາປາດຖະໜາກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນເປັນຄືແຕ່ກ່ອນ ນັ້ນກໍ່ຄືເປັນພຣະຜູ້ຊ່ວຍໃຫ້ລອດທີ່ເຕັມໄປດ້ວຍຄວາມຮັກ, ມີເມດຕາ ແລະ ໜ້າເຄົາລົບນັບຖື, ເປັນຜູ້ທີ່ບໍ່ເຄີຍໂກດຮ້າຍຕໍ່ມະນຸດ ແລະ ຜູ້ທີ່ບໍ່ເຄີຍຕຳນິມະນຸດ, ແຕ່ເປັນຜູ້ທີ່ໃຫ້ອະໄພ ແລະ ແບກຮັບເອົາບາບທັງໝົດຂອງມະນຸດ ແລະ ຜູ້ທີ່ເຖິງກັບຕາຍເທິງໄມ້ກາງແຂນເພື່ອມະນຸດຄືກັບຄັ້ງກ່ອນ. ຕັ້ງແຕ່ທີ່ພຣະເຢຊູໄດ້ຈາກໄປ, ສາວົກຜູ້ທີ່ຕິດຕາມພຣະອົງ ພ້ອມທັງໄພ່ພົນທຸກຄົນທີ່ໄດ້ຮັບຄວາມລອດພົ້ນໃນພຣະນາມຂອງພຣະອົງກໍ່ໄດ້ພາກັນສະແຫວງຫາ ແລະ ລໍຄອຍພຣະອົງຢ່າງສິ້ນຫວັງ. ທຸກຄົນທີ່ໄດ້ຮັບຄວາມລອດພົ້ນຈາກພຣະກະລຸນາຂອງພຣະເຢຊູຄຣິດໃນລະຫວ່າງຍຸກແຫ່ງພຣະຄຸນກໍ່ປາດຖະໜາຫາມື້ແຫ່ງຄວາມປິຕິຍິນດີໃນຍຸກສຸດທ້າຍ ເມື່ອພຣະຜູ້ຊ່ວຍໃຫ້ລອດພົ້ນຈະລົງມາເທິງກ້ອນເມກສີຂາວ ເພື່ອປາກົດຕົວຕໍ່ໜ້າທຸກຄົນ. ແນ່ນອນ ສິ່ງນີ້ຍັງແມ່ນຄວາມປາດຖະໜາລວມກັນຂອງທຸກຄົນທີ່ຍອມຮັບພຣະນາມຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໃນມື້ນີ້. ທຸກຄົນໃນຈັກກະວານທີ່ຮູ້ຈັກຄວາມລອດພົ້ນຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ລໍຄອຍຢ່າງສິ້ນຫວັງໃຫ້ພຣະເຢຊູຄຣິດມາເຖິງຢ່າງກະທັນຫັນ ເພື່ອເຮັດສຳເລັດສິ່ງທີ່ພຣະເຢຊູໄດ້ກ່າວໄວ້ໃນຂະນະທີ່ຢູ່ເທິງໂລກ: “ເຮົາຈະມາຄືກັນກັບຕອນທີ່ເຮົາຈາກໄປ”. ມະນຸດເຊື່ອວ່າ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ ແລະ ການຄືນຊີບ ພຣະເຢຊູໄດ້ກັບຄືນໄປສູ່ສະຫວັນເທິງກ້ອນເມກສີຂາວ ເພື່ອຮັບຕຳແໜ່ງຂອງພຣະອົງໃນມືເບື້ອງຂວາຂອງອົງຊົງສູງສຸດ. ໃນລັກສະນະດຽວກັນ, ພຣະເຢຊູຈະລົງມາເທິງກ້ອນເມກສີຂາວອີກຄັ້ງ
- [ບໍ່ມີໃຜທີ່ເປັນຂອງເນື້ອໜັງສາມາດລອດພົ້ນຈາກວັນແຫ່ງຄວາມໂກດຮ້າຍນັ້ນໄດ້](https://lo.kingdomsalvation.org/none-of-flesh-escape-day-of-wrath-selections.html) - ເຮົາໄດ້ຕັກເຕືອນພວກເຈົ້າໂດຍເຫັນແກ່ຜົນປະໂຫຍດຂອງການເອົາຕົວລອດຂອງພວກເຈົ້າເອງ ເພື່ອໃຫ້ພາລະກິດຂອງເຮົາດຳເນີນໄປຢ່າງນິ້ມນວນ ແລະ ເພື່ອໃຫ້ພາລະກິດທີ່ເລີ່ມຕົ້ນຂອງເຮົາທົ່ວທັງຈັກກະວານດຳເນີນໄປຢ່າງເໝາະສົມ ແລະ ສົມບູນ ໂດຍເປີດເຜີຍພຣະທຳ, ອຳນາດ, ສະຫງ່າລາສີ ແລະ ການພິພາກສາຂອງເຮົາທີ່ມີໃຫ້ກັບປະຊາຊົນໃນທຸກປະເທດ ແລະ ຊົນຊາດ. ພາລະກິດທີ່ເຮົາດຳເນີນທ່າມກາງພວກເຈົ້າແມ່ນການເລີ່ມຕົ້ນຂອງພາລະກິດຂອງເຮົາທົ່ວທັງຈັກກະວານ. ເຖິງແມ່ນວ່າ ປັດຈຸບັນນີ້ຄືເວລາແຫ່ງຍຸກສຸດທ້າຍ ຈົ່ງຮູ້ໄວ້ວ່າ “ຍຸກສຸດທ້າຍ” ເປັນພຽງຊື່ຂອງຍຸກໜຶ່ງ; ຄືກັນກັບຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ, ມັນໝາຍເຖິງຍຸກ ແລະ ມັນກ່າວເຖິງຍຸກທັງໝົດ ແທນທີ່ຈະແມ່ນສອງສາມປີ ຫຼື ສອງສາມເດືອນສຸດທ້າຍ. ເຖິງຢ່າງນັ້ນກໍຕາມ ຍຸກສຸດທ້າຍບໍ່ຄືກັບຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ພາລະກິດຂອງຍຸກສຸດທ້າຍບໍ່ໄດ້ດຳເນີນໃນອິດສະຣາເອນ ແຕ່ທ່າມກາງຕ່າງຊາດ; ມັນເປັນການເອົາໄຊຊະນະຕໍ່ໜ້າບັນລັງແຫ່ງປະຊາຊົນຂອງເຮົາຈາກທຸກຊົນຊາດ ແລະ ຊົນເຜົ່າທີ່ຢູ່ນອກອິດສະຣາເອນ ເພື່ອວ່າສະຫງ່າລາສີຂອງເຮົາທົ່ວທັງຈັກກະວານຈະສາມາດເຕັມໄປທົ່ວອາວະກາດ ແລະ ທ້ອງຟ້າ. ມັນເປັນດັ່ງນັ້ນກໍເພື່ອວ່າ ເຮົາຈະສາມາດໄດ້ຮັບລັດສະໝີທີ່ຍິ່ງໃຫຍ່ກວ່າເກົ່າ ເພື່ອທຸກສິ່ງທີ່ມີຊີວິດເທິງແຜ່ນດິນໂລກຈະສາມາດສົ່ງຕໍ່ລັດສະໝີຂອງເຮົາໄປທຸກໆຊົນຊາດ, ຈາກຮຸ່ນສູ່ຮຸ່ນຕະຫຼອດໄປ ແລະ ທຸກສິ່ງທີ່ມີຊີວິດໃນສະຫວັນ ແລະ ເທິງແຜ່ນດີນໂລກຈະສາມາດເຫັນລັດສະໝີທັງໝົດທີ່ເຮົາໄດ້ຮັບຢູ່ເທິງແຜ່ນດິນໂລກນີ້. ພາລະກິດທີ່ດຳເນີນໃນລະຫວ່າງຍຸກສຸດທ້າຍນີ້ ເປັນພາລະກິດແຫ່ງເອົາໄຊຊະນະ. ມັນບໍ່ແມ່ນການນໍາພາຊີວິດຂອງທຸກຄົນເທິງແຜ່ນດິນໂລກ ແຕ່ເປັນການສິ້ນສຸດຄວາມເປັນອໍາມະຕະຂອງມະນຸດຊາດ ແລະ ຊີວິດທີ່ຍາວນານເປັນເວລາພັນປີຂອງຄວາມອົດທົນຢູ່ເທິງແຜ່ນດິນໂລກ. ຜົນຕາມມາກໍຄື
- [ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບການກະທຳທີ່ຊົ່ວຮ້າຍທັງໝົດທີ່ເຈົ້າໄດ້ເຮັດ](https://lo.kingdomsalvation.org/you-will-regret-all-the-evil-you-have-done-judgment.html) - ພວກເຈົ້າທຸກຄົນໄດ້ເຫັນພາລະກິດທີ່ເຮົາໄດ້ເຮັດທ່າມກາງພວກເຈົ້າດ້ວຍຕາຂອງພວກເຈົ້າເອງ, ພວກເຈົ້າເອງແມ່ນໄດ້ຮັບຟັງພຣະທໍາທີ່ເຮົາໄດ້ກ່າວ ແລະ ພວກເຈົ້າທຸກຄົນແມ່ນໄດ້ຮູ້ຈັກທ່າທີທີ່ເຮົາມີຕໍ່ພວກເຈົ້າ, ສະນັ້ນ ພວກເຈົ້າກໍຄວນຮູ້ວ່າ ເປັນຫຍັງເຮົາຈິ່ງເຮັດພາລະກິດນີ້ໃນຕົວພວກເຈົ້າ. ເຮົາຂໍບອກພວກເຈົ້າຕາມຕົງວ່າ ພວກເຈົ້າບໍ່ມີຄວາມສໍາຄັນຫຍັງ ນອກຈາກແຕ່ເປັນເຄື່ອງມືສໍາລັບພາລະກິດແຫ່ງການເອົາຊະນະຂອງເຮົາໃນຍຸກສຸດທ້າຍ ແລະ ເປັນເຄື່ອງໃຊ້ສໍາລັບການຂະຫຍາຍພາລະກິດຂອງເຮົາໃນຊາດທີ່ບໍ່ແມ່ນຊາດຂອງຊາວຢິວ. ເຮົາເວົ້າຜ່ານຄວາມບໍ່ຊອບທໍາ, ຄວາມສົກກະປົກ, ການຕໍ່ຕ້ານ ແລະ ການກະບົດຂອງພວກເຈົ້າ ເພື່ອຂະຫຍາຍພາລະກິດຂອງເຮົາໃຫ້ກວ້າງກວ່າເກົ່າ ແລະ ເຜີຍແຜ່ຊື່ຂອງເຮົາໃນທ່າມກາງຊາດທີ່ບໍ່ແມ່ນຊາດຂອງຊາວຢິວ ເຊິ່ງກໍຄືການເຜີຍແຜ່ພາລະກິດໃນບັນດາຊາດຕ່າງໆນອກເໜືອຈາກອິດສະຣາເອນ. ນີ້ກໍເພື່ອວ່າ ຊື່ຂອງເຮົາ, ການກະທໍາຂອງເຮົາ ແລະ ສຽງຂອງເຮົາອາດໄດ້ຮັບການເຜີຍແຜ່ໄປທົ່ວຊາດຕ່າງໆທີ່ບໍ່ແມ່ນຊາດຂອງຊາວຢິວ ເຊິ່ງດ້ວຍເຫດນັ້ນ ບັນດາຊາດເຫຼົ່ານັ້ນທັງໝົດທີ່ບໍ່ແມ່ນອິດສະຣາເອນອາດຖືກເຮົາເອົາຊະນະ ແລະ ອາດນະມັດສະການເຮົາ ແລ້ວກາຍເປັນດິນແດນສັກສິດທີ່ຢູ່ນອກດິນແດນອິດສະຣາເອນ ແລະ ເອຢິບ. ການຂະຫຍາຍພາລະກິດຂອງເຮົາທີ່ຈິງແລ້ວແມ່ນການຂະຫຍາຍພາລະກິດແຫ່ງການເອົາຊະນະຂອງເຮົາ ແລະ ແມ່ນການຂະຫຍາຍດິນແດນສັກສິດ; ມັນແມ່ນການຂະຫຍາຍຖານທີ່ໝັ້ນຂອງເຮົາຢູ່ແຜ່ນດິນໂລກ. ພວກເຈົ້າຄວນມີຄວາມຊັດເຈນວ່າ ພວກເຈົ້າແມ່ນພຽງແຕ່ສິ່ງຊົງສ້າງທ່າມກາງຕ່າງຊາດທີ່ບໍ່ແມ່ນຊາດຂອງຊາວຢິວທີ່ເຮົາໄດ້ເອົາຊະນະ. ໂດຍແທ້ຈິງແລ້ວ, ພວກເຈົ້າບໍ່ມີສະຖານະ ຫຼື ຄຸນຄ່າເພື່ອການນໍາໃຊ້ ແລະ ບໍ່ໄດ້ຖືກນໍາໃຊ້ຫຍັງເລີຍ. ມັນເປັນພຽງເພາະວ່າ ເຮົາໄດ້ຍົກພວກໂຕໜອນຂຶ້ນຈາກກອງຂີ້ສັດ ເພື່ອມາເປັນຕົວຢ່າງຂອງການເອົາຊະນະດິນແດນທັງໝົດຂອງເຮົາ ແລະ ເພື່ອເປັນ “ສິ່ງອ້າງອີງ” ສໍາລັບການເອົາຊະນະດິນແດນທັງໝົດຂອງເຮົາ, ພວກເຈົ້າຈຶ່ງໄດ້ໂຊກດີພໍທີ່ໄດ້ມາພົບກັບເຮົາ ແລະ ມາເຕົ້າໂຮມຢູ່ກັບເຮົາໃນຕອນນີ້.
- [ການເປັນຄົນທີ່ແທ້ຈິງໝາຍເຖິງຫຍັງ](https://lo.kingdomsalvation.org/what-it-means-to-be-a-real-man-selections.html) - ມັນຄືໜ້າທີ່ຂອງເຮົາຢູ່ສະເໝີທີ່ຈະຄຸ້ມຄອງມະນຸດ. ຍິ່ງໄປກວ່ານັ້ນ, ການເອົາຊະນະມະນຸດແມ່ນສິ່ງທີ່ເຮົາກຳນົດໄວ້ລ່ວງໜ້າເມື່ອເຮົາສ້າງໂລກ. ຜູ້ຄົນອາດຈະບໍ່ຮູ້ວ່າ ເຮົາຈະເອົາຊະນະມະນຸດໃນຍຸກສຸດທ້າຍຢ່າງສົມບູນ ຫຼື ການເອົາຊະນະຜູ້ທີ່ກະບົດໃນທ່າມກາງມະນຸດຊາດແມ່ນຫຼັກຖານໃນການເອົາຊະນະຊາຕານຂອງເຮົາ. ແຕ່ເມື່ອເວລາສັດຕູຂອງເຮົາໄດ້ມາສູ້ຮົບກັບເຮົາ, ເຮົາກໍໄດ້ບອກມັນແລ້ວວ່າ ເຮົາຈະເອົາຊະນະຜູ້ທີ່ຊາຕານໄດ້ຈັບກຸມໄປເປັນສະເລີຍ ແລະ ເຮັດໃຫ້ເປັນລູກຂອງມັນ ເຊິ່ງເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີ ທີ່ເຝົ້າເບິ່ງເຮືອນຂອງມັນ. ຄວາມໝາຍດັ້ງເດີມຂອງການເອົາຊະນະກໍຄືການປາບ, ການເຮັດໃຫ້ອັບອາຍ; ໃນພາສາຂອງຊາວອິດສະຣາເອນ, ມັນໝາຍເຖິງການເອົາຊະນະຢ່າງສິ້ນເຊີງ, ການທໍາລາຍ ແລະ ເຮັດໃຫ້ບໍ່ສາມາດຕໍ່ຕ້ານເຮົາໄດ້ອີກຕໍ່ໄປ. ແຕ່ໃນປັດຈຸບັນ ເມື່ອຖືກນໍາໃຊ້ໃນທ່າມກາງພວກເຈົ້າ ແມ່ນໝາຍເຖິງການເອົາຊະນະ. ພວກເຈົ້າຄວນຮູ້ວ່າ ເຈດຕະນາຂອງເຮົາແມ່ນເພື່ອທໍາລາຍ ແລະ ເອົາຊະນະມະນຸດຊາດທີ່ຊົ່ວຮ້າຍຢ່າງສິ້ນເຊີງ ເພື່ອວ່າ ພວກເຂົາຈະບໍ່ສາມາດທໍລະຍົດເຮົາອີກຕໍ່ໄປ ແລ້ວແຮງໄກທີ່ຈະໃຫ້ມີຮອດລົມຫາຍໃຈທີ່ຈະມາຂັດຂວາງ ຫຼື ລົບກວນພາລະກິດຂອງເຮົາ. ສະນັ້ນ, ເທົ່າທີ່ມະນຸດຮູ້, ຄຳເວົ້ານີ້ແມ່ນໝາຍເຖິງການເອົາຊະນະ. ບໍ່ວ່າຄວາມໝາຍເພີ່ມຂອງຄໍາສັບຈະສື່ເຖິງຫຍັງກໍຕາມ ແຕ່ພາລະກິດຂອງເຮົາແມ່ນເພື່ອເອົາຊະນະມວນມະນຸດ. ໃນຊົ່ວໄລຍະໜຶ່ງ ມັນແມ່ນຄວາມຈິງທີ່ມະນຸດຊາດເປັນສ່ວນປະກອບໃນການຄຸ້ມຄອງຂອງເຮົາ ແຕ່ຖ້າໃຫ້ເວົ້າໃຫ້ຖືກຕ້ອງກວ່ານີ້ ມວນມະນຸດກໍບໍ່ໄດ້ເປັນຫຼາຍກວ່າສັດຕູຂອງເຮົາ. ມວນມະນຸດເປັນສິ່ງຊົ່ວຮ້າຍທີ່ຕໍ່ຕ້ານ ແລະ ກະບົດຕໍ່ເຮົາ. ມະນຸດຊາດບໍ່ໄດ້ເປັນຫຼາຍກວ່າລູກຫຼານຂອງສິ່ງຊົ່ວຮ້າຍທີ່ເຮົາໄດ້ສາບແຊ່ງ. ມວນມະນຸດບໍ່ໄດ້ເປັນຫຼາຍກວ່າລູກຫຼານຂອງນາຍເທວະດາທີ່ທໍລະຍົດເຮົາ. ມວນມະນຸດບໍ່ໄດ້ເປັນຫຼາຍກວ່າມໍລະດົກຂອງພວກມານຮ້າຍທີ່ເຮົາໄດ້ປະຕິເສດມາດົນນານແລ້ວ ແລະ ໄດ້ເປັນສັດຕູອັນຮ້າຍກາດຂອງເຮົາທີ່ບໍ່ສາມາດຄືນດີກັນໄດ້ຈົນເຖິງທຸກວັນນີ້. ເນື່ອງຈາກທ້ອງຟ້າທີ່ຢູ່ເທິງມະນຸດຊາດທຸກຄົນບໍ່ສົດໃສ ແລະ ມືດມົວ ໂດຍທີ່ບໍ່ມີຄວາມແຈ່ມແຈ້ງແມ່ນແຕ່ໜ້ອຍ ແລະ
- [ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າ?](https://lo.kingdomsalvation.org/when-it-comes-to-God-selections.html) - ຜູ້ຄົນເຊື່ອໃນພຣະເຈົ້າຕັ້ງແຕ່ດົນແລ້ວ, ແຕ່ຄົນສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈຄຳວ່າ “ພຣະເຈົ້າ” ແມ່ນຫຍັງ ແລະ ພຽງແຕ່ຕິດຕາມດ້ວຍຄວາມສັບສົນມຶນງົງ. ພວກເຂົາບໍ່ຮູ້ຫຍັງເລີຍວ່າ ຍ້ອນຫຍັງແທ້ມະນຸດຈຶ່ງຕ້ອງເຊື່ອໃນພຣະເຈົ້າ ຫຼື ພຣະເຈົ້າແມ່ນຫຍັງ. ຖ້າຜູ້ຄົນຮູ້ພຽງແຕ່ເຊື່ອ ແລະ ຕິດຕາມພຣະເຈົ້າເທົ່ານັ້ນ, ແຕ່ບໍ່ຮູ້ວ່າພຣະເຈົ້າແມ່ນຫຍັງ ຫຼື ຖ້າພວກເຂົາຍັງບໍ່ຮູ້ຈັກພຣະເຈົ້າ, ແລ້ວນີ້ບໍ່ແມ່ນເລື່ອງທີ່ຕະຫຼົກທີ່ເປັນຕາຫົວຫຼາຍບໍ? ເມື່ອໄດ້ມາຈົນເຖິງປັດຈຸບັນນີ້ ເຖິງແມ່ນວ່າຜູ້ຄົນໄດ້ເປັນພະຍານເຖິງຄວາມລຶກລັບຫຼາຍຢ່າງໃນສະຫວັນ ແລະ ໄດ້ຍິນຄວາມຮູ້ທີ່ເລິກເຊິ່ງຫຼາຍທີ່ມະນຸດບໍ່ເຄີຍເຂົ້າໃຈມາກ່ອນຈັກເທື່ອ, ພວກເຂົາບໍ່ຮູ້ຄວາມຈິງຫຼາຍຢ່າງທີ່ເປັນພື້ນຖານທີ່ສຸດເຊິ່ງມະນຸດບໍ່ເຄີຍຕຶກຕອງມາກ່ອນ. ບາງຄົນອາດເວົ້າວ່າ: “ພວກເຮົາເຊື່ອໃນພຣະເຈົ້າເປັນເວລາຫຼາຍປີແລ້ວ. ພວກເຮົາຈະບໍ່ຮູ້ໄດ້ແນວໃດວ່າ ພຣະເຈົ້າແມ່ນຫຍັງ? ຄຳຖາມນີ້ບໍ່ໄດ້ດູຖູກພວກເຮົາບໍ?” ແຕ່ໃນຄວາມເປັນຈິງແລ້ວ, ເຖິງແມ່ນວ່າໃນປັດຈຸບັນຜູ້ຄົນຕິດຕາມເຮົາ, ພວກເຂົາບໍ່ຮູ້ຫຍັງກ່ຽວກັບພາລະກິດໃດໜຶ່ງໃນປັດຈຸບັນ ແລະ ລົ້ມເຫຼວທີ່ຈະເຂົ້າໃຈແມ່ນແຕ່ຄຳຖາມທີ່ຊັດເຈນທີ່ສຸດ ແລະ ງ່າຍທີ່ສຸດ, ແຮງໄກທີ່ຈະເວົ້າເຖິງຄຳຖາມທີ່ສັບຊ້ອນສູງເຊັ່ນຄຳຖາມກ່ຽວກັບພຣະເຈົ້າ. ໃຫ້ຮູ້ວ່າຄໍາຖາມທີ່ເຈົ້າບໍ່ສົນໃຈ, ຄຳຖາມທີ່ເຈົ້າບໍ່ໄດ້ລະບຸ ແມ່ນຄຳຖາມທີ່ສໍາຄັນທີ່ສຸດທີ່ເຈົ້າຕ້ອງເຂົ້າໃຈ ເພາະເຈົ້າຮູ້ພຽງແຕ່ເຮັດຕາມຝູງຊົນ ໂດຍບໍ່ໃສ່ໃຈ ແລະ ບໍ່ສົນໃຈຕໍ່ສິ່ງທີ່ເຈົ້າຄວນກຽມພ້ອມໃຫ້ແກ່ຕົນເອງ. ເຈົ້າຮູ້ແທ້ບໍວ່າ ເປັນຫຍັງເຈົ້າຈຶ່ງຄວນມີຄວາມເຊື່ອໃນພຣະເຈົ້າ? ເຈົ້າຮູ້ແທ້ໆບໍວ່າ ພຣະເຈົ້າແມ່ນຫຍັງ? ເຈົ້າຮູ້ແທ້ໆບໍວ່າ ມະນຸດແມ່ນຫຍັງ? ໃນຖານະເປັນຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈສິ່ງເຫຼົ່ານີ້, ເຈົ້າຈະບໍ່ສູນເສຍສັກສີຂອງຜູ້ທີ່ເຊື່ອໃນພຣະເຈົ້າບໍ? ພາລະກິດຂອງເຮົາໃນປັດຈຸບັນແມ່ນມີດັ່ງນີ້: ເພື່ອໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ຂອງພວກເຂົາ, ເຂົ້າໃຈທຸກສິ່ງທີ່ເຮົາປະຕິບັດ ແລະ
- [ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບພອນແມ່ນຫຍັງ?](https://lo.kingdomsalvation.org/what-is-your-understanding-of-blessings-judgment.html) - ເຖິງແມ່ນວ່າ ບັນດາມະນຸດທີ່ເກີດມາໃນຍຸກນີ້ຈະຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ມານຮ້າຍທີ່ສົກກະປົກ, ຄວາມເສື່ອມຊາມດັ່ງກ່າວໄດ້ນຳຄວາມລອດພົ້ນອັນຍິ່ງໃຫຍ່ມາສູ່ພວກເຂົາ, ຄວາມລອດພົ້ນທີ່ແມ່ນແຕ່ໃຫຍ່ກວ່າພູເຂົາ ແລະ ທົ່ງພຽງຂອງສັດລ້ຽງ ແລະ ຄວາມຮັ່ງມີຢ່າງຫຼວງຫຼາຍຂອງໂຢບ ແລະ ຍິ່ງໃຫຍ່ເກີນກວ່າພອນຂອງການໄດ້ພົບກັບພຣະເຢໂຮວາທີ່ໂຢບໄດ້ຮັບພາຍຫຼັງການທົດລອງຂອງເພີ່ນອີກດ້ວຍ. ສິ່ງນີ້ໄດ້ເກີດຂຶ້ນພາຍຫຼັງທີ່ໂຢບໄດ້ຜ່ານການທົດລອງແຫ່ງຄວາມຕາຍ ເຊິ່ງເພິ່ນໄດ້ຍິນພຣະເຢໂຮວາກ່າວ ແລະ ໄດ້ຍິນສຽງຂອງພຣະເຢໂຮວາມາຕາມສາຍລົມ. ເຖິງຢ່າງໃດກໍຕາມ, ເພິ່ນບໍ່ໄດ້ເຫັນໃບໜ້າຂອງພຣະເຢໂຮວາ ແລະ ເພິ່ນກໍບໍ່ຮູ້ຈັກອຸປະນິໄສຂອງພຣະອົງ. ສິ່ງທີ່ໂຢບໄດ້ຮັບຄື ຄວາມຮັ່ງມີທາງວັດຖຸພຽງຢ່າງດຽວ ເຊິ່ງມັນເຮັດໃຫ້ໂຢບມີຄວາມສຸກທາງຮ່າງກາຍ ແລະ ມີລູກທີ່ສວຍງາມທີ່ສຸດໃນທຸກເມືອງທີ່ອ້ອມຂ້າງ, ພ້ອມທັງການປົກປ້ອງຈາກເຫຼົ່າທູດສະຫວັນເປັນຢ່າງດີ. ເພິ່ນບໍ່ເຄີຍເຫັນພຣະເຢໂຮວາ ແລະ ເຖິງແມ່ນວ່າເພິ່ນໄດ້ຖືກເອີ້ນວ່າເປັນຜູ້ຊອບທຳ, ເພິ່ນກໍບໍ່ເຄີຍຮູ້ຈັກອຸປະນິໄສຂອງພຣະເຢໂຮວາ. ແລ້ວເຖິງແມ່ນມັນສາມາດເວົ້າໄດ້ວ່າ ຄວາມສຸກທາງວັດຖຸຂອງຜູ້ຄົນໃນປັດຈຸບັນແມ່ນຄວາມຍາກຈົນພຽງຊົ່ວຄາວ ຫຼື ສະພາບແວດລ້ອມພາຍນອກໂລກທີ່ບໍ່ເປັນມິດ, ເຮົາກໍໄດ້ເປີດເຜີຍອຸປະນິໄສຂອງເຮົາ ເຊິ່ງເຮົາບໍ່ເຄີຍສະແດງໃຫ້ມະນຸດຊາດຮູ້ຕັ້ງແຕ່ຍຸກບູຮານ ແລະ ເປັນຄວາມລັບຢູ່ສະເໝີ, ພ້ອມທັງເປັນຄວາມລຶກລັບຕັ້ງແຕ່ຍຸກສະໄໝທີ່ຜ່ານມາ ໃຫ້ແກ່ທຸກຄົນທີ່ຕໍ່າຕ້ອຍທີ່ສຸດ ເຊິ່ງເຮົາໄດ້ມອບຄວາມລອດພົ້ນອັນຍິ່ງໃຫຍ່ທີ່ສຸດຂອງເຮົາໃຫ້. ຍິ່ງໄປກວ່ານັ້ນ, ນີ້ແມ່ນເທື່ອທຳອິດ ທີ່ເຮົາໄດ້ເປີດເຜີຍສິ່ງເຫຼົ່ານີ້; ເຮົາບໍ່ເຄີຍປະຕິບັດພາລະກິດນີ້ມາກ່ອນ. ເຖິງແມ່ນວ່າພວກເຈົ້າຈະຕໍ່າຕ້ອຍກວ່າໂຢບຫຼາຍ, ສິ່ງທີ່ພວກເຈົ້າໄດ້ຮັບ ແລະ ສິ່ງທີ່ພວກເຈົ້າໄດ້ເຫັນ ແມ່ນເໜືອກວ່າເພິ່ນຫຼາຍ. ເຖິງແມ່ນວ່າພວກເຈົ້າໄດ້ຜ່ານການທົນທຸກໆຊະນິດ ແລະ ໄດ້ຮັບປະສົບການກັບຄວາມທໍລະມານທຸກຮູບແບບ, ການທົນທຸກນັ້ນ ບໍ່ໄດ້ຄືກັນກັບການທົດລອງຂອງໂຢບເລີຍ;
- [ເຈົ້າຄວນເອົາໃຈໃສ່ກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?](https://lo.kingdomsalvation.org/how-should-attend-to-future-mission-selections.html) - ເຈົ້າສາມາດສື່ສານເຖິງອຸປະນິໄສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ເໝາະສົມ ແລະ ມີຄວາມໝາຍຂອງຍຸກນັ້ນບໍ? ເຈົ້າ ຜູ້ທີ່ມີປະສົບການກັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ສາມາດບັນຍາຍອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງລະອຽດໄດ້ບໍ? ເຈົ້າຈະສາມາດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໄດ້ບໍ? ເຈົ້າຈະບອກສິ່ງທີ່ເຈົ້າໄດ້ເຫັນ ແລະ ປະສົບໃຫ້ແກ່ຜູ້ເຊື່ອສາສະໜາທີ່ເປັນຕາສັງເວດ, ທຸກຍາກ ແລະ ເຫຼື້ອມໃສເຫຼົ່ານັ້ນ, ຜູ້ທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາໄດ້ແນວໃດ? ຄົນປະເພດໃດທີ່ກຳລັງລໍຖ້າເຈົ້າໃຫ້ລ້ຽງດູພວກເຂົາ? ເຈົ້າສາມາດຈິນຕະນາການໄດ້ບໍ? ເຈົ້າຮັບຮູ້ພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທາງປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ໃນຖານະຜູ້ເປັນນາຍແຫ່ງຍຸກຕໍ່ໄປຢ່າງເໝາະສົມໄດ້ແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າຂອງການເປັນນາຍບໍ? ຜູ້ເປັນນາຍຂອງທຸກສິ່ງຄວນຖືກອະທິບາຍແນວໃດ? ມັນແມ່ນນາຍຂອງສິ່ງທີ່ມີຊີວິດທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງແນ່ ເພື່ອຄວາມກ້າວໜ້າຂອງພາລະກິດຂັ້ນຕໍ່ໄປ? ຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າລ້ຽງດູພວກເຂົາ ມີຫຼາຍເທົ່າໃດ? ໜ້າທີ່ຂອງເຈົ້າໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ເຮັດຫຍັງບໍ່ຖືກ, ຮ້ອງໄຫ້ຄໍ້າຄວນຢູ່ໃນຄວາມມືດ, ຫົນທາງຢູ່ໃສ? ພວກເຂົາຈັ່ງແມ່ນໂຫຍຫາແສງສະຫວ່າງ ຄ້າຍຄືກັບດາວຕົກ ໃຫ້ລົງມາກະທັນຫັນ ແລະ ປັດເປົ່າອຳນາດແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ພວກເຂົາຫວັງຢ່າງໃຈຈົດໃຈຈໍ່ ແລະ
- [ເລື່ອງຈິງຂອງພາລະກິດແຫ່ງການເອົາຊະນະ (4)](https://lo.kingdomsalvation.org/the-inside-truth-of-the-work-of-conquest-4-judgment.html) - ການຖືກເຮັດໃຫ້ສົມບູນແມ່ນມີຄວາມໝາຍແນວໃດ? ການຖືກເອົາຊະນະແມ່ນມີຄວາມໝາຍແນວໃດ? ຕ້ອງບັນລຸບັນທັດຖານຫຍັງເພື່ອໃຫ້ຜູ້ຄົນຖືກເອົາຊະນະ? ແລ້ວຕ້ອງບັນລຸບັນທັດຖານຫຍັງເພື່ອໃຫ້ພວກເຂົາຖືກເຮັດໃຫ້ສົມບູນ? ການເອົາຊະນະ ແລະ ການເຮັດໃຫ້ສົມບູນ ທັງສອງແມ່ນເພື່ອຈຸດປະສົງຂອງການເຮັດໃຫ້ມະນຸດສົມບູນ ເພື່ອວ່າ ເຂົາຈະສາມາດກັບຄືນໄປສູ່ລັກສະນະດັ່ງເດີມຂອງເຂົາ ແລະ ເປັນອິດສະຫຼະຈາກອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງເຂົາ ແລະ ຈາກອິດທິພົນຂອງຊາຕານ. ການເອົາຊະນະແມ່ນມາກ່ອນຂະບວນການຂອງການປັ້ນມະນຸດ; ແນ່ນອນ ມັນແມ່ນຂັ້ນຕອນທໍາອິດຂອງພາລະກິດ. ການເຮັດໃຫ້ສົມບູນແມ່ນຂັ້ນຕອນທີສອງ ຫຼື ມັນຄືພາລະກິດສິ້ນສຸດ. ມະນຸດທຸກຄົນແມ່ນຕ້ອງໄດ້ຜ່ານການຖືກເອົາຊະນະ. ຖ້າບໍ່ສະນັ້ນ ພວກເຂົາຈະບໍ່ມີທາງຮູ້ຈັກພຣະເຈົ້າ ຫຼື ພວກເຂົາຈະບໍ່ຮູ້ວ່າ ມີພຣະເຈົ້າ ນັ້ນໝາຍຄວາມວ່າ ມັນຈະເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະຮັບຮູ້ພຣະເຈົ້າ. ແລ້ວຖ້າຜູ້ຄົນບໍ່ຮັບຮູ້ພຣະເຈົ້າ ມັນກໍຈະເປັນໄປບໍ່ໄດ້ສຳລັບພວກເຂົາຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໄດ້ ຍ້ອນພວກເຂົາບໍ່ບັນລຸບັນທັດຖານສໍາລັບການສຳເລັດນີ້. ຖ້າເຈົ້າເຖິງກັບບໍ່ຮັບຮູ້ພຣະເຈົ້າ ແລ້ວເຈົ້າຈະສາມາດຮູ້ຈັກພຣະອົງໄດ້ແນວໃດ? ເຈົ້າຈະສະແຫວງຫາພຣະອົງໄດ້ແນວໃດ? ເຈົ້າຍັງຈະບໍ່ສາມາດເປັນພະຍານໃຫ້ກັບພຣະອົງ ແລ້ວແຮງໄກທີ່ຈະມີຄວາມເຊື່ອເພື່ອເຮັດໃຫ້ພຣະອົງພໍໃຈ. ສະນັ້ນ, ສໍາລັບໃຜກໍຕາມທີ່ຕ້ອງການຖືກເຮັດໃຫ້ສົມບູນ, ຂັ້ນຕອນທໍາອິດແມ່ນຕ້ອງຜ່ານພາລະກິດຂອງການເອົາຊະນະ. ນີ້ແມ່ນເງື່ອນໄຂທໍາອິດ. ແຕ່ທັງການເອົາຊະນະ ແລະ ການເຮັດໃຫ້ສົມບູນແມ່ນເພື່ອປັ້ນຜູ້ຄົນ ແລະ ເພື່ອປ່ຽນແປງພວກເຂົາ ແລະ ແຕ່ລະຢ່າງແມ່ນສ່ວນຂອງພາລະກິດຂອງການຄຸ້ມຄອງມະນຸດ. ຂັ້ນຕອນທັງສອງແມ່ນສິ່ງທີ່ຈໍາເປັນເພື່ອເຮັດໃຫ້ຜູ້ໃດຜູ້ໜຶ່ງສົມບູນ ແລະ ບໍ່ສາມາດເບິ່ງຂ້າມໄດ້. ມັນແມ່ນຄວາມຈິງທີ່ວ່າ “ການຖືກເອົາຊະນະ” ບໍ່ຟັງເບິ່ງຄືດີຫຼາຍ, ແຕ່ທີ່ຈິງແລ້ວ ຂະບວນການໃນການເອົາຊະນະຜູ້ໃດຜູ້ໜຶ່ງແມ່ນຂັ້ນຕອນໃນການປ່ຽນແປງພວກເຂົາ.
- [ເລື່ອງຈິງຂອງພາລະກິດແຫ່ງການເອົາຊະນະ (3)](https://lo.kingdomsalvation.org/the-inside-truth-of-the-work-of-conquest-3-judgment.html) - ຜົນທີ່ຕັ້ງໃຈເອົາໄວ້ຂອງພາລະກິດແຫ່ງການເອົາຊະນະ ນອກເໜືອສິ່ງອື່ນໃດ ແມ່ນເພື່ອບໍ່ໃຫ້ເນື້ອໜັງຂອງມະນຸດກະບົດອີກຕໍ່ໄປ; ນັ້ນກໍຄື ເພື່ອໃຫ້ຄວາມຄິດຂອງມະນຸດໄດ້ຮັບເອົາຄວາມຮູ້ໃໝ່ກ່ຽວກັບພຣະເຈົ້າ, ເພື່ອໃຫ້ຫົວໃຈຂອງມະນຸດອ່ອນນ້ອມຕໍ່ພຣະເຈົ້າໂດຍສິ້ນເຊີງ ແລະ ເພື່ອໃຫ້ມະນຸດປາຖະໜາທີ່ຈະເປັນເພື່ອພຣະເຈົ້າ. ຜູ້ຄົນບໍ່ຖືວ່າໄດ້ຖືກເອົາຊະນະ ເມື່ອນິໄສ ຫຼື ເນື້ອໜັງຂອງພວກເຂົາປ່ຽນແປງ; ເມື່ອຄວາມຄິດຂອງມະນຸດ, ສະຕິຂອງມະນຸດ ແລະ ຄວາມຮູ້ສຶກຂອງມະນຸດປ່ຽນແປງ, ເຊິ່ງເວົ້າໄດ້ວ່າ ເມື່ອທ່າທີທາງຈິດໃຈທັງໝົດຂອງເຈົ້າປ່ຽນແປງ, ນັ້ນຈະເປັນເວລາທີ່ເຈົ້າໄດ້ຖືກເອົາຊະນະໂດຍພຣະເຈົ້າ. ເມື່ອເຈົ້າໄດ້ຕັ້ງໃຈທີ່ຈະອ່ອນນ້ອມ ແລະ ນໍາໃຊ້ຄວາມຄິດແບບໃໝ່, ເມື່ອເຈົ້າບໍ່ນຳເອົາແນວຄິດ ຫຼື ເຈດຕະນາໃດໆຂອງເຈົ້າເອງເຂົ້າສູ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າອີກຕໍ່ໄປ ແລະ ເມື່ອສະໝອງຂອງເຈົ້າສາມາດຄິດຢ່າງປົກກະຕິ, ນັ້ນໝາຍຄວາມວ່າ ເມື່ອເຈົ້າສາມາດທຸ້ມເທຕົວເຈົ້າເອງໃຫ້ກັບພຣະເຈົ້າດ້ວຍຫົວໃຈທັງໝົດຂອງເຈົ້າ, ແລ້ວເຈົ້າກໍເປັນຄົນປະເພດທີ່ຖືກເອົາຊະນະຢ່າງສົມບູນ. ໃນສາສະໜາ, ຫຼາຍຄົນໄດ້ທົນທຸກຢ່າງຫຼວງຫຼາຍຕະຫຼອດຊີວິດຂອງພວກເຂົາ: ພວກເຂົາເອົາຊະນະຮ່າງກາຍຂອງພວກເຂົາ ແລະ ແບກໄມ້ກາງແຂນຂອງພວກເຂົາ ແລະ ພວກເຂົາເຖິງກັບສືບຕໍ່ທົນທຸກ ແລະ ອົດກັ້ນໃນເວລາທີ່ໃກ້ຈະຕາຍ! ບາງຄົນຍັງອົດອາຫານໃນຕອນເຊົ້າກ່ອນພວກເຂົາຈະຕາຍ. ຕະຫຼອດທັງຊີວິດຂອງພວກເຂົາ, ພວກເຂົາປະຕິເສດອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ດີສໍາລັບຕົວພວກເຂົາເອງ, ພຽງແຕ່ໃສ່ໃຈກັບການທົນທຸກຢ່າງດຽວ. ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາ ແລະ ກະບົດຕໍ່ເນື້ອໜັງຂອງພວກເຂົາ. ວິນຍານແຫ່ງການອົດກັ້ນຕໍ່ການທົນທຸກຂອງພວກເຂົາເປັນຕາຍ້ອງຍໍສັນລະເສີນ. ແຕ່ຄວາມຄິດຂອງພວກເຂົາ, ແນວຄິດຂອງພວກເຂົາ, ທ່າທີທາງຈິດໃຈຂອງພວກເຂົາ ແລະ
- [ເລື່ອງຈິງຂອງພາລະກິດແຫ່ງການເອົາຊະນະ (1)](https://lo.kingdomsalvation.org/the-inside-truth-of-the-work-of-conquest-1-judgment.html) - ເມື່ອຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ, ມະນຸດຊາດກໍບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ຢຸດນະມັດສະການພຣະເຈົ້າ. ໃນຕອນເລີ່ມຕົ້ນ, ເມື່ອອາດາມ ແລະ ເອວາຖືກສ້າງ, ສະຫງ່າລາສີ ແລະ ຄຳພະຍານຂອງພຣະເຢໂຮວາກໍປາກົດຢູ່ສະເໝີ. ແຕ່ຫຼັງຈາກທີ່ຖືກເຮັດໃຫ້ເສື່ອມຊາມ, ມະນຸດກໍສູນເສຍສະຫງ່າລາສີ ແລະ ຄຳພະຍານ ຍ້ອນທຸກຄົນກະບົດຕໍ່ພຣະເຈົ້າ ແລະ ເຊົາຢໍາເກງພຣະອົງທັງສິ້ນ. ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນເພື່ອຟື້ນຟູຄຳພະຍານທັງໝົດ ແລະ ສະຫງ່າລາສີທັງໝົດ ແລະ ເພື່ອເຮັດໃຫ້ມະນຸດທຸກຄົນນະມັດສະການພຣະເຈົ້າ, ເພື່ອວ່າຈະມີຄຳພະຍານຢູ່ທ່າມກາງສິ່ງຊົງສ້າງ; ນີ້ແມ່ນພາລະກິດທີ່ຈະຖືກປະຕິບັດໃນລະຫວ່າງຂັ້ນຕອນນີ້. ມະນຸດຊາດຈະຖືກເອົາຊະນະແນວໃດກັນແທ້? ໂດຍໃຊ້ພາລະກິດແຫ່ງພຣະທຳໃນຂັ້ນຕອນນີ້ເພື່ອເຮັດໃຫ້ມະນຸດເຊື່ອຢ່າງສົມບູນ; ໂດຍໃຊ້ການເປີດເຜີຍ, ການພິພາກສາ, ການຂ້ຽນຕີ ແລະ ການສາບແຊ່ງຢ່າງໄຮ້ປານີເພື່ອຊັກຈູງເຂົາຢ່າງທີ່ສຸດ; ໂດຍເປີດໂປງຄວາມກະບົດຂອງມະນຸດ ແລະ ພິພາກສາການຕໍ່ຕ້ານຂອງເຂົາ ເພື່ອວ່າເຂົາອາດຮູ້ຈັກຄວາມບໍ່ຊອບທຳ ແລະ ຄວາມສົກກະປົກຂອງມະນຸດຊາດ ແລະ ດ້ວຍເຫດນັ້ນຈຶ່ງໃຊ້ສິ່ງເຫຼົ່ານີ້ເພື່ອເປັນສິ່ງສະແດງໃຫ້ເຫັນເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າແຈ້ງຂຶ້ນ. ໂດຍສະເພາະຢ່າງຍິ່ງແມ່ນຜ່ານພຣະທຳເຫຼົ່ານີ້ ມະນຸດຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ເຊື່ອຢ່າງສົມບູນ. ພຣະທຳແມ່ນວິທີໃນການເອົາຊະນະຂັ້ນສຸດທ້າຍຂອງມະນຸດຊາດ ແລະ ທຸກຄົນທີ່ຍອມຮັບການເອົາຊະນະຂອງພຣະເຈົ້າກໍຕ້ອງຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງພຣະທຳຂອງພຣະອົງ. ຂະບວນການແຫ່ງການເອົາຊະນະໃນປັດຈຸບັນແມ່ນຂະບວນການແຫ່ງການກ່າວພຣະທຳຢ່າງແນ່ນອນ. ແລ້ວຜູ້ຄົນຄວນຮ່ວມມືແນວໃດ? ໂດຍຮູ້ຈັກວິທີການກິນ ແລະ ດື່ມພຣະທຳເຫຼົ່ານີ້ ແລະ
- [ພຣະເຈົ້າຕຣີເອການຸພາບມີແທ້ບໍ?](https://lo.kingdomsalvation.org/does-the-trinity-exist-selections.html) - ຫຼັງຈາກຄວາມຈິງຂອງພຣະເຢຊູໄດ້ກາຍມາເປັນເນື້ອໜັງ, ມະນຸດກໍ່ເຊື່ອວ່າໃນສະຫວັນແມ່ນບໍ່ໄດ້ມີພຽງແຕ່ພຣະບິດາ, ແຕ່ຍັງມີພຣະບຸດ ແລະ ແມ່ນແຕ່ພຣະວິນຍານ. ນີ້ຄືແນວຄິດຕາມປະເພນີທີ່ມະນຸດມີ ຄືມີພຣະເຈົ້າແບບນີ້ທີ່ຢູ່ໃນສະຫວັນ: ພຣະເຈົ້າຕຣີເອການຸພາບທີ່ເປັນພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມະນຸດຊາດທັງປວງມີແນວຄິດເຫຼົ່ານີ້: ພຣະເຈົ້າເປັນພຣະເຈົ້າອົງດຽວ, ແຕ່ປະກອບມີສາມພາກສ່ວນ ເຊິ່ງທຸກຄົນເຫຼົ່ານັ້ນທີ່ຝັງເລິກຢ່າງໜ້າເສົ້າໃຈຢູ່ກັບແນວຄິດດັ່ງເດີມຖືວ່າມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງແຕ່ສາມສ່ວນເຫຼົ່ານັ້ນລວມກັນເປັນໜຶ່ງເທົ່ານັ້ນ ຈຶ່ງຈະເປັນພຣະເຈົ້າທັງໝົດ. ຫາກປາສະຈາກພຣະບິດາບໍລິສຸດ, ພຣະເຈົ້າກໍຈະບໍ່ສົມບູນ. ໃນທຳນອງດຽວກັນ, ພຣະເຈົ້າກໍຈະບໍ່ສົມບູນເຊັ່ນກັນ ຖ້າປາສະຈາກພຣະບຸດ ຫຼື ພຣະວິນຍານບໍລິສຸດ. ໃນແນວຄິດຂອງພວກເຂົາ, ພວກເຂົາເຊື່ອວ່າ ພຣະບິດາພຽງອົງດຽວ ຫຼື ພຣະບຸດພຽງອົງດຽວ ບໍ່ສາມາດຖືວ່າເປັນພຣະເຈົ້າໄດ້. ມີພຽງແຕ່ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຮ່ວມກັນເທົ່ານັ້ນ ຈຶ່ງຖືວ່າເປັນພຣະເຈົ້າເອງ. ບັດນີ້ ຜູ້ເຊື່ອສາສະໜາທຸກຄົນ ແລະ ແມ່ນແຕ່ຜູ້ຕິດຕາມແຕ່ລະຄົນທີ່ຢູ່ທ່າມກາງພວກເຈົ້າ ແມ່ນມີຄວາມເຊື່ອແບບນີ້. ແຕ່ສຳລັບເລື່ອງທີ່ວ່າ ຄວາມເຊື່ອນີ້ຖືກຕ້ອງ ຫຼື ບໍ່ນັ້ນ, ບໍ່ມີໃຜສາມາດອະທິບາຍໄດ້ ຍ້ອນພວກເຈົ້າສັບສົນກ່ຽວກັບເລື່ອງຂອງພຣະເຈົ້າເອງຢູ່ສະເໝີ. ເຖິງແມ່ນສິ່ງເຫຼົ່ານີ້ຄືແນວຄິດ, ພວກເຈົ້າກໍບໍ່ຮູ້ວ່າ ສິ່ງເຫຼົ່ານີ້ຖືກ ຫຼື ຜິດ, ຍ້ອນວ່າພວກເຈົ້າຖືກກະທົບໂດຍແນວຄິດທາງສາສະໜາຢ່າງຮຸນແຮງເກີນໄປ.
- [ການບັງເກີດເປັນມະນຸດທັງສອງຄັ້ງເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ](https://lo.kingdomsalvation.org/complete-significance-of-incarnation-selections.html) - ແຕ່ລະຂັ້ນຕອນຂອງພາລະກິດທີ່ປະຕິບັດໂດຍພຣະເຈົ້າແມ່ນມີຄວາມສໍາຄັນຕົວຈິງຂອງມັນເອງ. ໃນເວລານັ້ນ ເມື່ອພຣະເຢຊູມາ ພຣະອົງມາໃນຮູບຮ່າງຜູ້ຊາຍ ແລະ ເມື່ອພຣະເຈົ້າມາໃນຄັ້ງນີ້ ຮູບຮ່າງຂອງພຣະອົງເປັນແມ່ຍິງ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ການເນລະມິດສ້າງທັງຜູ້ຊາຍ ແລະ ແມ່ຍິງຂອງພຣະເຈົ້າສາມາດເປັນປະໂຫຍດໃນພາລະກິດຂອງພຣະອົງ ແລະ ສໍາລັບພຣະອົງແລ້ວ ບໍ່ມີຄວາມແບ່ງແຍກທາງດ້ານເພດ. ເມື່ອພຣະວິນຍານຂອງພຣະອົງມາ ພຣະອົງສາມາດສະຖິດເຂົ້າໃນເນື້ອໜັງໃດກໍໄດ້ທີ່ພຣະອົງພໍໃຈ ແລະ ເນື້ອໜັງນັ້ນສາມາດເປັນຕົວແທນຂອງພຣະອົງໄດ້; ບໍ່ວ່າຈະເປັນເພດຊາຍ ຫຼື ຍິງ, ມັນສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໄດ້ ຕາບໃດທີ່ມັນຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ຖ້າພຣະເຢຊູປາກົດເປັນເພດຍິງໃນເວລາພຣະອົງມາ, ເວົ້າອີກຢ່າງໜຶ່ງກໍຄື ຖ້າພຣະວິນຍານບໍລິສຸດບັງເກີດເປັນເດັກຍິງເຍົາໄວ ແລະ ບໍ່ແມ່ນເດັກຊາຍ ຂັ້ນຕອນພາລະກິດກໍຈະຖືກເຮັດໃຫ້ສໍາເລັດທັງໝົດເຊັ່ນດຽວກັນ. ຖ້າເປັນເຊັ່ນນັ້ນ, ຂັ້ນຕອນພາລະກິດໃນປັດຈຸບັນກໍຈະຕ້ອງເຮັດໂດຍເພດຊາຍແທນ ແຕ່ພາລະກິດດັ່ງກ່າວກໍຈະຖືກເຮັດໃຫ້ສໍາເລັດທັງໝົດຄືເກົ່າ. ພາລະກິດທີ່ສໍາເລັດໃນແຕ່ລະຂັ້ນຕອນມີຄວາມສໍາຄັນຂອງມັນ; ບໍ່ມີຂັ້ນຕອນໃດຂອງພາລະກິດທີ່ຖືກເຮັດຊໍ້າກັນ ຫຼື ມັນບໍ່ຂັດແຍ້ງກັນເອງ. ໃນເວລານັ້ນ ເມື່ອກຳລັງປະຕິບັດພາລະກິດຂອງພຣະອົງ ພຣະເຢຊູໄດ້ຖືກເອີ້ນວ່າພຣະບຸດອົງດຽວ ແລະ “ພຣະບຸດ” ໝາຍເຖິງເພດຊາຍ. ແຕ່ເຫດໃດພຣະບຸດອົງດຽວຈຶ່ງບໍ່ໄດ້ກ່າວເຖິງໃນຍຸກນີ້? ນີ້ກໍຍ້ອນວ່າ ຄວາມຮຽກຮ້ອງຕ້ອງການຂອງພາລະກິດໄດ້ເຮັດໃຫ້ມີການປ່ຽນແປງເພດທີ່ແຕກຕ່າງຈາກພຣະເຢຊູ. ສໍາລັບພຣະເຈົ້າແລ້ວ ບໍ່ມີຄວາມແຕກຕ່າງດ້ານທາງເພດ. ພຣະອົງກະທໍາພາລະກິດຂອງພຣະອົງຕາມທີ່ພຣະອົງປາຖະໜາຈະເຮັດ ແລະ ໃນການປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ຢູ່ພາຍໃຕ້ຂໍ້ຈໍາກັດໃດໆ, ແຕ່ເປັນການປະຕິບັດຢ່າງເສລີເປັນພິເສດ. ເຖິງຢ່າງໃດກໍຕາມ, ທຸກຂັ້ນຕອນຂອງພາລະກິດແມ່ນມີຄວາມສໍາຄັນທີ່ແທ້ຈິງຂອງມັນເອງ.
- [ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)](https://lo.kingdomsalvation.org/the-mystery-of-the-incarnation-4-judgment.html) - ພວກເຈົ້າຄວນຮູ້ຈັກເລື່ອງລາວທີ່ຢູ່ເບື້ອງຫຼັງພຣະຄຳພີ ແລະ ກ່ຽວກັບການສ້າງພຣະຄໍາພີ. ຄວາມຮູ້ນີ້ບໍ່ແມ່ນເປັນຂອງຄົນທີ່ບໍ່ຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າ. ພວກເຂົາບໍ່ຮູ້ຈັກ. ຖ້າເຈົ້າເວົ້າກ່ຽວກັບແກ່ນແທ້ໃນເລື່ອງນີ້ຕໍ່ພວກເຂົາຢ່າງຊັດເຈນ, ພວກເຂົາກໍຈະບໍ່ເຂັ້ມງວດກ່ຽວກັບພຣະຄຳພີກັບເຈົ້າອີກຕໍ່ໄປ. ພວກເຂົາຂຸດຄົ້ນໃນສິ່ງທີ່ຖືກທຳນາຍໄວ້ແລ້ວຢູ່ຕະຫຼອດເວລາ: ຂໍ້ຄວາມນີ້ໄດ້ເກີດຂຶ້ນແລ້ວບໍ? ຂໍ້ຄວາມນັ້ນໄດ້ເກີດຂຶ້ນແລ້ວບໍ? ການທີ່ພວກເຂົາຍອມຮັບຂ່າວປະເສີດແມ່ນອີງຕາມພຣະຄຳພີ; ແລະ ພວກເຂົາເທດສະໜາຂ່າວປະເສີດຕາມພຣະຄຳພີ. ຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າແມ່ນນອນຢູ່ໃນພຣະທຳຂອງພຣະຄຳພີ; ຫາກປາສະຈາກພຣະຄຳພີ, ພວກເຂົາຈະບໍ່ເຊື່ອໃນພຣະເຈົ້າ. ນີ້ແມ່ນລັກສະນະທີ່ພວກເຂົາດຳລົງຊີວິດຢູ່, ວິເຄາະພຣະຄຳພີແບບບໍ່ມີເຫດຜົນ. ເມື່ອພວກເຂົາມາຂຸດຄົ້ນເລື່ອງພຣະຄຳພີອີກຄັ້ງ ແລະ ຂໍໃຫ້ເຈົ້າອະທິບາຍ, ເຈົ້າເວົ້າວ່າ “ກ່ອນອື່ນ ພວກເຮົາບໍ່ຕ້ອງສໍາຫຼວດຂໍ້ຄວາມແຕ່ລະຂໍ້. ກົງກັນຂ້າມ ຂໍໃຫ້ພວກເຮົາຫຼຽວເບິ່ງວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ໃຫ້ພວກເຮົາຮັບເອົາເສັ້ນທາງທີ່ພວກເຮົາຍ່າງ ແລະ ປຽບທຽບເສັ້ນທາງນັ້ນກັບຄວາມຈິງເພື່ອເບິ່ງວ່າເສັ້ນທາງແມ່ນພາລະກິດຂອງພຣະວິນຍານບໍລິສຸດຢ່າງທີ່ຈິງ ຫຼື ບໍ່ ແລະ ໃຊ້ພາລະກິດຂອງພຣະວິນຍານບໍລິສຸດເພື່ອກວດເບິ່ງວ່າເສັ້ນທາງດັ່ງກ່າວຖືກຕ້ອງ ຫຼື ບໍ່. ແຕ່ສຳລັບຂໍ້ຄວາມນີ້ ຫຼື ຂໍ້ຄວາມນັ້ນໄດ້ເກີດຂຶ້ນຕາມການທຳນາຍ ຫຼື ບໍ່ນັ້ນ, ພວກເຮົາຜູ້ເປັນມະນຸດບໍ່ຄວນສອດຮູ້ໃນສິ່ງນັ້ນ. ກົງກັນຂ້າມ ມັນຈະດີກວ່າຖ້າພວກເຮົາພາກັນເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຫຼ້າສຸດທີ່ພຣະເຈົ້າກຳລັງປະຕິບັດ”. ຄຳທຳນາຍທີ່ຢູ່ໃນພຣະຄຳພີແມ່ນພຣະທຳຂອງພຣະເຈົ້າທີ່ຖ່າຍທອດໃນເວລານັ້ນ ໂດຍຜູ້ປະກາດພຣະທຳ ແລະ ພຣະທຳທີ່ຖືກຂຽນໂດຍຄົນທີ່ພຣະເຈົ້າໃຊ້, ຮັບເອົາຄວາມປາຖະໜາ; ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ສາມາດອະທິບາຍພຣະທຳເຫຼົ່ານັ້ນໄດ້, ມີພຽງແຕ່ພຣະວິນຍານບໍລິສຸດເທົ່ານັ້ນທີ່ສາມາດເຮັດໃຫ້ຄວາມໝາຍຂອງພຣະທຳເຫຼົ່ານັ້ນເປັນທີ່ຮູ້ຈັກ ແລະ ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ສາມາດທຳລາຍຕາປະທັບທັງເຈັດ ແລະ
- [ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)](https://lo.kingdomsalvation.org/the-mystery-of-the-incarnation-3-judgment.html) - ເມື່ອພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ເຂົ້າຮ່ວມໃນການຈັດຕັ້ງ ຫຼື ການເຄື່ອນໄຫວໃດໆ, ແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ. ໃນແຕ່ລະຄັ້ງທີ່ພຣະອົງກາຍມາເປັນເນື້ອໜັງ, ມັນແມ່ນພຽງແຕ່ເພື່ອເຮັດໃຫ້ຂັ້ນຕອນຂອງພາລະກິດສຳເລັດ ແລະ ເລີ່ມຕົ້ນຍຸກໃໝ່. ບັດນີ້ ຍຸກແຫ່ງອານາຈັກໄດ້ມາເຖິງແລ້ວ ເຊັ່ນດຽວກັບການຝຶກຝົນຂອງອານາຈັກກໍມາເຖິງແລ້ວ. ຂັ້ນຕອນນີ້ຂອງພາລະກິດບໍ່ແມ່ນພາລະກິດຂອງມະນຸດ ແລະ ມັນບໍ່ແມ່ນເພື່ອປັ້ນມະນຸດຈົນເຖິງລະດັບໃດໜຶ່ງ, ແຕ່ພຽງແຕ່ເພື່ອເຮັດໃຫ້ສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າສຳເລັດ. ສິ່ງທີ່ພຣະເຈົ້າປະຕິບັດບໍ່ແມ່ນພາລະກິດຂອງມະນຸດ, ມັນບໍ່ແມ່ນເພື່ອບັນລຸຜົນໃດໜຶ່ງໃນການປັ້ນມະນຸດກ່ອນທີ່ຈະຈາກໂລກໄປ; ມັນແມ່ນເພື່ອປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ແລະ ສຳເລັດພາລະກິດທີ່ພຣະອົງຄວນເຮັດໃຫ້ສຳເລັດ ເຊິ່ງກໍຄືການຈັດກຽມຢ່າງເໝາະສົມສຳລັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນຈຶ່ງໄດ້ຮັບສະຫງ່າລາສີ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ຄືກັບພາລະກິດຂອງຜູ້ຄົນທີ່ພຣະວິນຍານບໍລິສຸດໄດ້ໃຊ້. ເມື່ອພຣະເຈົ້າມາເພື່ອປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງພຽງແຕ່ສົນໃຈກັບການປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ. ແຕ່ສຳລັບເລື່ອງອື່ນໆທີ່ບໍ່ກ່ຽວຂ້ອງກັບພັນທະກິດຂອງພຣະອົງ, ພຣະອົງເກືອບບໍ່ມີສ່ວນຮ່ວມໃດໆເລີຍ, ຈົນເຖິງຂັ້ນເຮັດຄືບໍ່ຮູ້ບໍ່ເຫັນ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດເທົ່ານັ້ນ ແລະ ໜ້ອຍທີ່ສຸດທີ່ພຣະອົງຈະສົນໃຈໃນພາລະກິດທີ່ມະນຸດຄວນປະຕິບັດ. ພາລະກິດທີ່ພຣະອົງປະຕິບັດແມ່ນສິ່ງທີ່ກ່ຽວຂ້ອງກັບຍຸກທີ່ພຣະອົງກຳລັງຢູ່ເທົ່ານັ້ນ ແລະ ກ່ຽວຂ້ອງກັບພັນທະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ, ຄືກັບວ່າເລື່ອງອື່ນໆທັງໝົດແມ່ນຢູ່ນອກຂອບເຂດຂອງພຣະອົງ. ພຣະອົງບໍ່ປະກອບຕົນເອງດ້ວຍຄວາມຮູ້ພື້ນຖານເພີ່ມຂຶ້ນກ່ຽວກັບການດຳລົງຊີວິດດັ່ງຄົນໆໜຶ່ງທ່າມກາງມວນມະນຸດ ຫຼື ພຣະອົງບໍ່ໄດ້ຮຽນຮູ້ທັກສະສັງຄົມຫຼາຍຂຶ້ນ ຫຼື ປະກອບຕົນເອງດ້ວຍສິ່ງໃດໆທີ່ມະນຸດເຂົ້າໃຈ. ທຸກສິ່ງທີ່ມະນຸດຄວນມີບໍ່ໄດ້ກ່ຽວພັນກັບພຣະອົງເລີຍ ແລະ ພຣະອົງພຽງແຕ່ປະຕິບັດພາລະກິດທີ່ເປັນໜ້າທີ່ຂອງພຣະອົງ. ແລ້ວດ້ວຍເຫດນີ້ ຕາມທີ່ມະນຸດເຂົ້າໃຈ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຂາດເຂີນໃນຫຼາຍຢ່າງຈົນພຣະອົງບໍ່ໃສ່ໃຈກັບຫຼາຍໆສິ່ງທີ່ມະນຸດຄວນມີເລີຍ ແລະ ພຣະອົງບໍ່ມີຄວາມເຂົ້າໃຈບັນຫາດັ່ງກ່າວ. ສິ່ງດັ່ງກ່າວທີ່ເປັນຄວາມຮູ້ສາມັນກ່ຽວກັບຊີວິດ ພ້ອມກັບຫຼັກການທີ່ຄຸ້ມຄອງການປະພຶດສ່ວນຕົວ ແລະ ການມີປະຕິກິລິຍາກັບຄົນອື່ນ ແມ່ນປາກົດວ່າ
- [ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)](https://lo.kingdomsalvation.org/the-mystery-of-the-incarnation-2-judgment.html) - ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດໃນຢູດາຍ, ພຣະອົງກໍປະຕິບັດຢ່າງເປີດເຜີຍ, ແຕ່ໃນປັດຈຸບັນນີ້, ເຮົາປະຕິບັດພາລະກິດ ແລະ ກ່າວທ່າມກາງພວກເຈົ້າຢ່າງລັບໆ. ຄົນທີ່ບໍ່ແມ່ນຊາວຢິວແມ່ນບໍ່ຮູ້ຈັກເຖິງສິ່ງນີ້ເລີຍ. ພາລະກິດຂອງເຮົາທີ່ຢູ່ທ່າມກາງພວກເຈົ້າແມ່ນປິດລັບຕໍ່ຄົນທີ່ຢູ່ຂ້າງນອກ. ພຣະທຳເຫຼົ່ານີ້, ການຂ້ຽນຕີ ແລະ ການພິພາກສາເຫຼົ່ານີ້ແມ່ນເປັນທີ່ຮູ້ຈັກຕໍ່ພວກເຈົ້າເທົ່ານັ້ນ ແລະ ບໍ່ແມ່ນຄົນອື່ນ. ທັງໝົດຂອງພາລະກິດນີ້ແມ່ນຖືກປະຕິບັດໃນທ່າມກາງພວກເຈົ້າ ແລະ ເປີດເຜີຍໃຫ້ກັບພວກເຈົ້າເທົ່ານັ້ນ; ບໍ່ມີໃຜທ່າມກາງຄົນທີ່ບໍ່ແມ່ນຊາວຢິວທີ່ຮູ້ຈັກເຖິງສິ່ງນີ້, ຍ້ອນເວລານັ້ນຍັງບໍ່ທັນມາເຖິງ. ຜູ້ຄົນເຫຼົ່ານີ້ທີ່ຢູ່ໃນນີ້ແມ່ນໃກ້ຖືກເຮັດໃຫ້ສົມບູນແລ້ວຫຼັງຈາກທີ່ໄດ້ອົດກັ້ນກັບການຂ້ຽນຕີ, ແຕ່ຄົນທີ່ຢູ່ຂ້າງນອກບໍ່ຮູ້ຈັກຫຍັງກ່ຽວກັບເລື່ອງນີ້ເທື່ອ. ພາລະກິດນີ້ແມ່ນລີ້ລັບຫຼາຍເກີນໄປ! ສຳລັບພວກເຂົາແລ້ວ, ພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນລີ້ລັບ, ແຕ່ສຳລັບຄົນທີ່ຢູ່ໃນກະແສນີ້, ສາມາດເວົ້າໄດ້ວ່າພຣະອົງເປີດເຜີຍ. ເຖິງແມ່ນວ່າ ສໍາລັບພຣະເຈົ້າ ທຸກສິ່ງໄດ້ເປີດອອກ, ທຸກສິ່ງຖືກເປີດເຜີຍ ແລະ ທຸກສິ່ງຖືກເຮັດໃຫ້ເປັນອິດສະຫຼະ, ສິ່ງນີ້ແມ່ນເປັນຈິງສຳລັບຄົນທີ່ເຊື່ອໃນພຣະອົງເທົ່ານັ້ນ; ສໍາລັບຄົນອື່ນທີ່ບໍ່ແມ່ນຊາວຢິວແລ້ວ, ບໍ່ມີຫຍັງໃຫ້ຮູ້ຈັກ. ພາລະກິດທີ່ກຳລັງຖືກປະຕິບັດໃຫ້ສໍາເລັດທ່າມກາງພວກເຈົ້າ ແລະ ໃນປະເທດຈີນໃນປັດຈຸບັນ ແມ່ນຖືກປົກປິດຢ່າງເຄັ່ງຄັດເພື່ອບໍ່ໃຫ້ພວກເຂົາຮູ້. ຖ້າພວກເຂົາຮູ້ຈັກເຖິງພາລະກິດນີ້, ແລ້ວສິ່ງທີ່ພວກເຂົາຈະເຮັດກໍມີແຕ່ກ່າວໂທດພາລະກິດນັ້ນ ແລະ ເຮັດໃຫ້ພາລະກິດນັ້ນຕົກຢູ່ໃນການຂົ່ມເຫັງ. ພວກເຂົາຈະບໍ່ເຊື່ອໃນພາລະກິດນັ້ນ. ການປະຕິບັດພາລະກິດໃນຊົນຊາດຂອງມັງກອນແດງໃຫຍ່ ເຊິ່ງເປັນສະຖານທີ່ຫຼ້າຫຼັງທີ່ສຸດ ກໍບໍ່ແມ່ນໜ້າວຽກທີ່ງ່າຍດາຍ. ຖ້າພາລະກິດນີ້ຕ້ອງຖືກປະຕິບັດໃນທີ່ເປີດເຜີຍ, ມັນກໍຈະສືບຕໍ່ໄປໄດ້ຍາກ. ຂັ້ນຕອນນີ້ຂອງພາລະກິດບໍ່ສາມາດຖືກປະຕິບັດໃນສະຖານທີ່ນີ້ໄດ້ຢ່າງແທ້ຈິງ. ຖ້າພາລະກິດນີ້ຕ້ອງຖືກປະຕິບັດໃນທີ່ເປີດເຜີຍ, ພວກເຂົາຈະຍອມໃຫ້ພາລະກິດນີ້ດຳເນີນໄປຂ້າງໜ້າໄດ້ແນວໃດ? ສິ່ງນີ້ຈະຍິ່ງບໍ່ເຮັດໃຫ້ພາລະກິດຢູ່ພາຍໃຕ້ຄວາມສ່ຽງຫຼາຍຂຶ້ນບໍ? ຖ້າພາລະກິດນີ້ບໍ່ຖືກປົກປິດ,
- [ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)](https://lo.kingdomsalvation.org/the-mystery-of-the-incarnation-1-judgment.html) - ໃນຍຸກແຫ່ງພຣະຄຸນ, ໂຢຮັນປູທາງສຳລັບພຣະເຢຊູ. ເພິ່ນບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ພຽງແຕ່ປະຕິບັດໜ້າທີ່ຂອງມະນຸດ. ເຖິງແມ່ນໂຢຮັນເປັນຜູ້ບຸກເບີກທາງໃຫ້ກັບພຣະຜູ້ເປັນເຈົ້າ, ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້; ເພິ່ນພຽງແຕ່ເປັນມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ. ຫຼັງຈາກທີ່ພຣະເຢຊູໄດ້ຮັບບັບຕິດສະມາ, ພຣະວິນຍານບໍລິສຸດກໍລົງມາຢູ່ເທິງພຣະອົງດັ່ງນົກເຂົາ. ຫຼັງຈາກນັ້ນ ພຣະອົງກໍເລີ່ມຕົ້ນພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງເລີ່ມປະຕິບັດພັນທະກິດຂອງພຣະຄຣິດ. ເຫດຜົນທີ່ວ່າເປັນຫຍັງພຣະອົງຈຶ່ງມີຕົວຕົນຂອງພຣະເຈົ້າ ນັ້ນກໍຍ້ອນວ່າ ພຣະອົງມາຈາກພຣະເຈົ້າ. ບໍ່ວ່າຄວາມເຊື່ອຂອງພຣະອົງກ່ອນໜ້ານີ້ຈະເປັນແນວໃດກໍຕາມ, ມັນອາດຈະອ່ອນແອໃນຫຼາຍຄັ້ງ ຫຼື ເຂັ້ມແຂງໃນບາງຄັ້ງ, ທຸກສິ່ງແມ່ນເປັນຍ້ອນຊີວິດມະນຸດທຳມະດາທີ່ພຣະອົງດໍາລົງຢູ່ກ່ອນປະຕິບັດພັນທະກິດຂອງພຣະອົງ. ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ (ນັ້ນກໍຄື ຖືກເຈີມ) ລິດອຳນາດ ແລະ ສະຫງ່າລາສີຂອງພຣະເຈົ້າຈຶ່ງຢູ່ກັບພຣະອົງທັນທີ ແລະ ແລ້ວພຣະອົງກໍເລີ່ມປະຕິບັດພັນທະກິດຂອງພຣະອົງ. ພຣະອົງສາມາດເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ປະຕິບັດການອັດສະຈັນ ແລະ ພຣະອົງມີລິດອຳນາດ ແລະ ສິດອຳນາດ, ນັ້ນກໍຍ້ອນພຣະອົງປະຕິບັດພາລະກິດແທນພຣະເຈົ້າໂດຍກົງ; ພຣະອົງປະຕິບັດພາລະກິດຂອງພຣະວິນຍານແທນພຣະອົງ ແລະ ສຳແດງເຖິງສຽງຂອງພຣະວິນຍານ. ສະນັ້ນ ພຣະອົງຈຶ່ງເປັນພຣະເຈົ້າເອງ; ສິ່ງນີ້ ແມ່ນບໍ່ສາມາດໂຕ້ຖຽງໄດ້. ໂຢຮັນແມ່ນຖືກພຣະວິນຍານບໍລິສຸດໃຊ້. ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ ຫຼື ເປັນໄປບໍ່ໄດ້ທີ່ເພິ່ນຈະເປັນຕົວແທນໃຫ້ກັບພຣະເຈົ້າ. ຖ້າເພິ່ນປາຖະໜາທີ່ຈະເຮັດແບບນັ້ນ, ພຣະວິນຍານບໍລິສຸດກໍຈະບໍ່ອະນຸຍາດໃຫ້ເພິ່ນເຮັດໄດ້, ນັ້ນກໍຍ້ອນວ່າ ເພິ່ນຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າຕັ້ງໃຈເຮັດໃຫ້ສຳເລັດ. ບາງເທື່ອມີຫຼາຍສິ່ງໃນຕົວເພິ່ນທີ່ມາຈາກຄວາມປະສົງຂອງມະນຸດ
- [ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)](https://lo.kingdomsalvation.org/the-vision-of-God-s-work-3-judgment.html) - ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນມະນຸດແມ່ນຜ່ານການປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ສິ່ງນີ້ກ່ຽວພັນກັບພາລະກິດທີ່ພຣະອົງຕັ້ງໃຈຈະເຮັດ. ຍຸກແຫ່ງພຣະຄຸນເລີ່ມຕົ້ນດ້ວຍພຣະນາມຂອງພຣະເຢຊູ. ເມື່ອພຣະເຢຊູເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະວິນຍານບໍລິສຸດກໍເລີ່ມຕົ້ນເປັນພະຍານໃຫ້ກັບພຣະນາມຂອງພຣະເຢຊູ ແລະ ພຣະນາມຂອງພຣະເຢໂຮວາແມ່ນບໍ່ໄດ້ກ່າວເຖິງອີກຕໍ່ໄປ; ກົງກັນຂ້າມ, ພຣະວິນຍານບໍລິສຸດໄດ້ຮັບພາລະກິດໃໝ່ພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄຳພະຍານຂອງຄົນທີ່ເຊື່ອໃນພຣະອົງແມ່ນສຳລັບພຣະເຢຊູຄຣິດ ແລະ ພາລະກິດທີ່ພວກເຂົາກະທຳກໍແມ່ນເພື່ອພຣະເຢຊູຄຣິດ. ການສິ້ນສຸດຂອງພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດໝາຍຄວາມວ່າ ພາລະກິດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກນັ້ນໄດ້ສິ້ນສຸດລົງແລ້ວ. ຕັ້ງແຕ່ນີ້ເປັນຕົ້ນໄປ ພຣະນາມຂອງພຣະເຈົ້າກໍຈະບໍ່ແມ່ນພຣະເຢໂຮວາອີກຕໍ່ໄປ; ກົງກັນຂ້າມ ພຣະອົງຈະຖືກເອີ້ນວ່າ ພຣະເຢຊູ ແລະ ຈາກນີ້ເປັນຕົ້ນໄປ ພຣະວິນຍານບໍລິສຸດກໍເລີ່ມຕົ້ນພາລະກິດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ສະນັ້ນ ຫຼາຍຄົນທີ່ຍັງກິນ ແລະ ດື່ມພຣະທຳຂອງພຣະເຢໂຮວາ ແລະ ຍັງຄົງປະຕິບັດທຸກສິ່ງຕາມພາລະກິດໃນຍຸກແຫ່ງພຣະບັນຍັດ, ເຈົ້າບໍ່ໄດ້ຫຼັບຫູຫຼັບຕາປະຕິບັດຕາມກົດລະບຽບບໍ? ເຈົ້າບໍ່ໄດ້ຍຶດຕິດຢູ່ໃນອະດີດບໍ? ບັດນີ້ ພວກເຈົ້າຮູ້ວ່າ ຍຸກສຸດທ້າຍໄດ້ມາເຖິງແລ້ວ. ເປັນໄປໄດ້ບໍ່ວ່າ ເມື່ອພຣະເຢຊູກັບມາ, ພຣະອົງຍັງຈະຖືກເອີ້ນວ່າ ພຣະເຢຊູ? ພຣະເຢໂຮວາບອກກັບປະຊາຊົນອິດສະຣາເອນວ່າ ພຣະເມຊີອາຈະກັບມາ ແລະ ເຖິງຢ່າງໃດກໍຕາມ ເມື່ອພຣະອົງກັບມາ ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເມຊີອາ ແຕ່ແມ່ນພຣະເຢຊູ. ພຣະເຢຊູກ່າວວ່າ ພຣະອົງຈະກັບມາອີກຄັ້ງ ແລະ ພຣະອົງຈະມາເໝືອນກັບທີ່ພຣະອົງໄດ້ຈາກໄປ. ສິ່ງເຫຼົ່ານີ້ແມ່ນພຣະທຳຂອງພຣະເຢຊູ, ແຕ່ເຈົ້າໄດ້ເຫັນເຖິງວິທີທີ່ພຣະເຢຊູຈາກໄປບໍ? ພຣະເຢຊູຈາກໄປໂດຍຂີ່ເມກສີຂາວ, ແຕ່ເປັນໄປໄດ້ບໍວ່າ ພຣະອົງຈະກັບຄືນມາທ່າມກາງມະນຸດເທິງເມກສີຂາວ?
- [ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)](https://lo.kingdomsalvation.org/the-vision-of-God-s-work-2-judgment.html) - ໃນຍຸກແຫ່ງພຣະຄຸນໄດ້ມີການເທດສະໜາເຖິງຂ່າວປະເສີດແຫ່ງການກັບໃຈ ແລະ ຕັ້ງເງື່ອນໄຂວ່າ ຖ້າມະນຸດເຊື່ອ ແລ້ວເຂົາກໍຈະລອດພົ້ນ. ໃນປັດຈຸບັນ ມີພຽງແຕ່ການສົນທະນາກ່ຽວກັບການເອົາຊະນະ ແລະ ການເຮັດໃຫ້ສົມບູນ ແທນເລື່ອງຄວາມລອດພົ້ນ. ບໍ່ເຄີຍມີການເວົ້າວ່າ ຖ້າບຸກຄົນໃດເຊື່ອ, ຄອບຄົວທັງໝົດຂອງພວກເຂົາກໍຈະໄດ້ຮັບພອນ ຫຼື ເມື່ອຖືກຊ່ວຍໃຫ້ລອດພົ້ນກໍຈະຖືກຊ່ວຍໃຫ້ລອດພົ້ນສະເໝີ. ໃນປັດຈຸບັນ ບໍ່ມີໃຜກ່າວຄຳເວົ້າເຫຼົ່ານີ້ ແລະ ສິ່ງດັ່ງກ່າວກໍເປັນສິ່ງທີ່ຫຼ້າສະໄໝໄປແລ້ວ. ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນພາລະກິດເພື່ອໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ມີບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ເປັນຄົນຊອບທໍາດ້ວຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ. ໂດຍມີເງື່ອນໄຂຄືເຈົ້າເຊື່ອ, ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ກ່າວຫຼາຍຢ່າງທີ່ຜູ້ຄົນບໍ່ເຂົ້າໃຈ. ນີ້ກໍຍ້ອນວ່າ ໃນເວລານັ້ນ ພຣະອົງບໍ່ໄດ້ໃຫ້ຄຳອະທິບາຍຫຍັງ. ສະນັ້ນ ຫຼາຍປີຫຼັງຈາກທີ່ພຣະອົງຈາກໄປ, ມັດທາຍກໍໄດ້ສ້າງລຳດັບເຊື້ອວົງຂອງພຣະເຢຊູຂຶ້ນ
- [ນິມິດແຫ່ງພາລະກິດຂອງພຣະເຈົ້າ (1)](https://lo.kingdomsalvation.org/the-vision-of-God-s-work-1-judgment.html) - ໂຢຮັນປະຕິບັດພາລະກິດເປັນເວລາເຈັດປີໃຫ້ກັບພຣະເຢຊູ ແລະ ໄດ້ບຸກເບີກຫົນທາງແລ້ວເມື່ອພຣະເຢຊູມາເຖິງ. ກ່ອນໜ້ານີ້ ຂ່າວປະເສີດແຫ່ງອານາຈັກສະຫວັນທີ່ໂຢຮັນເທດສະໜານັ້ນເປັນທີ່ໄດ້ຍິນທົ່ວດິນແດນ ຍ້ອນວ່າມັນໄດ້ຂະຫຍາຍໄປທົ່ວຢູດາຍ ແລະ ທຸກຄົນກໍເອີ້ນເພິ່ນວ່າ ຜູ້ປະກາດພຣະທຳ. ໃນເວລານັ້ນ, ກະສັດເຮໂຣດປາຖະໜາທີ່ຈະຂ້າໂຢຮັນ ແຕ່ເພິ່ນກໍບໍ່ກ້າ ຍ້ອນຜູ້ຄົນນັບຖືໂຢຮັນໃຫ້ເປັນບຸກຄົນສູງສົ່ງ ແລະ ເຮໂຣດກໍຢ້ານວ່າ ຖ້າເພິ່ນຂ້າໂຢຮັນ ພວກເຂົາກໍຈະກໍ່ກະບົດຕໍ່ເພິ່ນ. ພາລະກິດທີ່ໂຢຮັນປະຕິບັດໄດ້ວາງຮາກຖານທ່າມກາງຄົນສາມັນ ແລະ ເພິ່ນກໍໄດ້ເຮັດໃຫ້ຊາວຢິວກາຍເປັນຜູ້ເຊື່ອ. ເປັນເວລາເຈັດປີທີ່ເພິ່ນໄດ້ບຸກເບີກຫົນທາງໃຫ້ກັບພຣະເຢຊູ, ຈົນເຖິງເວລາທີ່ພຣະເຢຊູໄດ້ເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ດ້ວຍເຫດນີ້ ໂຢຮັນຈຶ່ງເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດ. ພຣະເຢຊູພຽງແຕ່ເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງການຫຼັງຈາກທີ່ໂຢຮັນຖືກຂັງຄຸກ. ກ່ອນໜ້າໂຢຮັນ, ບໍ່ເຄີຍມີໃຜເປັນຜູ້ປະກາດພຣະທຳທີ່ບຸກເບີກຫົນທາງໃຫ້ກັບພຣະເຈົ້າ ເພາະວ່າກ່ອນໜ້າພຣະເຢຊູນັ້ນ ພຣະເຈົ້າບໍ່ເຄີຍມາເປັນເນື້ອໜັງຈັກເທື່ອ. ດ້ວຍເຫດນັ້ນ ຈາກຜູ້ປະກາດພຣະທຳທັງໝົດຈົນເຖິງໂຢຮັນ ເພິ່ນຈຶ່ງເປັນພຽງຄົນດຽວທີ່ບຸກເບີກຫົນທາງໃຫ້ກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ດ້ວຍວິທີນີ້ ໂຢຮັນກໍກາຍເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດໃນພຣະສັນຍາເດີມ ແລະ ໃໝ່. ໂຢຮັນເລີ່ມເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນເປັນເວລາເຈັດປີກ່ອນການຮັບບັບຕິດສະມາຂອງພຣະເຢຊູ. ສຳລັບປະຊາຊົນແລ້ວ ພາລະກິດທີ່ເພິ່ນປະຕິບັດເບິ່ງຄືເໜືອກວ່າພາລະກິດຂອງພຣະເຢຊູທີ່ເກີດຂຶ້ນພາຍຫຼັງ ແຕ່ຢ່າງໃດກໍຕາມ ເພິ່ນກໍຍັງເປັນພຽງຜູ້ປະກາດພຣະທຳເທົ່ານັ້ນ. ເພິ່ນບໍ່ໄດ້ປະຕິບັດພາລະກິດ ແລະ ກ່າວຢູ່ໃນພຣະວິຫານ ແຕ່ຢູ່ທີ່ເມືອງ ແລະ ໝູ່ບ້ານທີ່ຢູ່ນອກພຣະວິຫານ. ແນ່ນອນ ເພິ່ນກະທຳສິ່ງນີ້ທ່າມກາງຊົນຊາດຢິວ ໂດຍສະເພາະຄົນທີ່ທຸກຍາກ. ມີໜ້ອຍເທື່ອທີ່ໂຢຮັນຈະຕິດຕໍ່ພົວພັນກັບຄົນຊັ້ນສູງໃນສັງຄົມ ເພິ່ນພຽງແຕ່ເຜີຍແຜ່ຂ່າວປະເສີດທ່າມກາງປະຊາຊົນສາມັນໃນຢູດາຍ. ນີ້ແມ່ນເພື່ອຈັດກຽມຄົນທີ່ເໝາະສົມໃຫ້ກັບພຣະເຢຊູເຈົ້າ ແລະ
- [ທຸກຄົນທີ່ບໍ່ຮູ້ຈັກພຣະເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າ](https://lo.kingdomsalvation.org/do-not-know-God-are-oppose-God-selections.html) - ເພື່ອເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ, ຜົນກະທົບທີ່ພາລະກິດຂອງພຣະອົງບັນລຸໃນມະນຸດ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະອົງສຳລັບມະນຸດ: ນີ້ແມ່ນສິ່ງທີ່ທຸກຄົນທີ່ຕິດຕາມພຣະເຈົ້າຄວນບັນລຸ. ໃນທຸກມື້ນີ້ ຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າເປັນພຽງແຕ່ສິ່ງທີ່ທຸກຄົນກຳລັງຂາດ. ການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດຕໍ່ຜູ້ຄົນ, ພາລະກິດທັງໝົດຂອງພຣະເຈົ້າ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະເຈົ້າສຳລັບມະນຸດ ນັບຕັ້ງແຕ່ການເນລະມິດສ້າງໂລກຈົນເຖິງເວລາໃນປັດຈຸບັນ, ສິ່ງເຫຼົ່ານີ້ຄືສິ່ງທີ່ມະນຸດບໍ່ຮູ້ ຫຼື ເຂົ້າໃຈ. ຄວາມຂາດເຂີນນີ້ບໍ່ພຽງແຕ່ເຫັນໄດ້ທົ່ວໂລກສາສະໜາ, ແຕ່ຍັງໃນທຸກຄົນທີ່ເຊື່ອໃນພຣະເຈົ້າ. ເມື່ອມື້ທີ່ເຈົ້າຫຼຽວເຫັນພຣະເຈົ້າຢ່າງແທ້ຈິງໄດ້ມາເຖິງ, ເມື່ອເຈົ້າຊື່ນຊົມສະຕິປັນຍາຂອງພຣະອົງຢ່າງແທ້ຈິງ, ເມື່ອເຈົ້າຫຼຽວເຫັນທຸກການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດ, ເມື່ອເຈົ້າຮັບຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ແລະ ມີ, ເມື່ອເຈົ້າໄດ້ເຫັນຄວາມອຸດົມສົມບູນຂອງພຣະອົງ, ສະຕິປັນຍາ, ສິ່ງອັດສະຈັນ ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດພາລະກິດໃນຜູ້ຄົນ, ມັນກໍ່ເປັນຕອນນັ້ນເອງທີ່ເຈົ້າຈະບັນລຸຄວາມສຳເລັດໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ເມື່ອເວົ້າວ່າພຣະເຈົ້າຮອບຮູ້ທຸກດ້ານ ແລະ ອຸດົມສົມບູນທຸກຢ່າງ, ພຣະອົງຮອບຮູ້ທຸກດ້ານໃນລັກສະນະໃດແທ້ໆ ແລະ ພຣະອົງອຸດົມສົມບູນທຸກຢ່າງໃນລັກສະນະໃດ? ຖ້າເຈົ້າບໍ່ເຂົ້າໃຈສິ່ງນີ້, ແລ້ວກໍ່ບໍ່ຖືວ່າເຈົ້າເຊື່ອໃນພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນທີ່ຢູ່ໃນໂລກສາສະໜາແມ່ນຜູ້ບໍ່ເຊື່ອໃນພຣະເຈົ້າ ແຕ່ເປັນຜູ້ເຮັດການຊົ່ວ, ເປັນພັກພວກດຽວກັນກັບມານຮ້າຍ? ເມື່ອເຮົາເວົ້າວ່າພວກເຂົາເປັນຜູ້ເຮັດການຊົ່ວ, ມັນເປັນເພາະພວກເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ບໍ່ສາມາດເບິ່ງເຫັນສະຕິປັນຍາຂອງພຣະອົງ. ພຣະເຈົ້າບໍ່ເຄີຍເປີດເຜີຍພາລະກິດຂອງພຣະອົງໃຫ້ແກ່ພວກເຂົາ. ພວກເຂົາຕາບອດ; ພວກເຂົາບໍ່ສາມາດເຫັນການກະທຳຂອງພຣະເຈົ້າ, ພວກເຂົາໄດ້ຖືກປະຖິ້ມໂດຍພຣະເຈົ້າ ແລະ ພວກເຂົາຂາດການດູແລ ແລະ ການປົກປ້ອງຈາກພຣະເຈົ້າຢ່າງສົມບູນ, ແຮງບໍ່ຕ້ອງເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດເລີຍ. ຄົນທີ່ບໍ່ມີພາລະກິດຂອງພຣະເຈົ້າກໍ່ລ້ວນແລ້ວແຕ່ເປັນຄົນເຮັດການຊົ່ວ ແລະ
- [ເຈົ້າຄືບຸກຄົນທີ່ໄດ້ກັບມາມີຊີວິດແລ້ວບໍ?](https://lo.kingdomsalvation.org/have-you-come-alive-selections.html) - ມີແຕ່ເມື່ອເຈົ້າໄດ້ໂຍນຖິ້ມອຸປະນິໄສທີ່ເສື່ອມຊາມ ແລະ ບັນລຸການດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິແລ້ວ ເຈົ້າຈຶ່ງຈະຖືກເຮັດໃຫ້ສົມບູນ. ເຖິງແມ່ນວ່າ ເຈົ້າຈະບໍ່ສາມາດບອກການທຳນາຍ ຫຼື ຄວາມລຶກລັບໃດໆໄດ້, ເຈົ້າກໍຈະດຳເນີນຊີວິດ ແລະ ເປີດເຜີຍລັກສະນະຂອງມະນຸດ. ພຣະເຈົ້າໄດ້ສ້າງມະນຸດ ແຕ່ຫຼັງຈາກນັ້ນ ມະນຸດກໍຖືກຊາຕານເຮັດໃຫ້ເສື່ອມຊາມ ຈົນຜູ້ຄົນໄດ້ກາຍເປັນ “ຄົນຕາຍ”. ດ້ວຍເຫດນີ້ ຫຼັງຈາກທີ່ເຈົ້າໄດ້ປ່ຽນແປງ ເຈົ້າຈະບໍ່ເປັນຄືກັບ “ຄົນຕາຍ” ເຫຼົ່ານີ້ອີກຕໍ່ໄປ. ມັນແມ່ນພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ວິນຍານຂອງຜູ້ຄົນລຸກສະຫວ່າງ ແລະ ເຮັດໃຫ້ພວກເຂົາໄດ້ເກີດໃໝ່ ແລະ ເມື່ອວິນຍານຂອງຜູ້ຄົນໄດ້ເກີດໃໝ່, ແລ້ວພວກເຂົາກໍຈະມີຊີວິດ. ເມື່ອເຮົາເວົ້າເຖິງ “ຄົນຕາຍ”, ເຮົາໝາຍເຖິງຊາກສົບທີ່ບໍ່ມີວິນຍານ, ຜູ້ຄົນທີ່ວິນຍານຂອງພວກເຂົາໄດ້ຕາຍຢູ່ພາຍໃນພວກເຂົາ. ເມື່ອປະກາຍໄຟຊີວິດຖືກຈູດຂຶ້ນໃນວິນຍານຂອງຜູ້ຄົນ, ແລ້ວຜູ້ຄົນກໍມີຊີວິດໃໝ່. ນັກບຸນທີ່ກ່າວເຖິງໃນເມື່ອກ່ອນ ໝາຍເຖິງຜູ້ຄົນທີ່ໄດ້ມີຊີວິດ, ຜູ້ທີ່ຢູ່ພາຍໃຕ້ອິດທິພົນຂອງຊາຕານ ແຕ່ເອົາຊະນະຊາຕານໄດ້. ປະຊາຊົນທີ່ຖືກເລືອກໃນປະເທດຈີນໄດ້ອົດທົນກັບການຂົ່ມເຫັງທີ່ໂຫດຮ້າຍ ແລະ ໄຮ້ມະນຸດສະທຳ ແລະ ການຫຼອກລວງຂອງມັງກອນແດງທີ່ຍິ່ງໃຫຍ່, ເຊິ່ງໄດ້ປ່ອຍໃຫ້ພວກເຂົາຖືກທຳລາຍດ້ານຈິດໃຈ ແລະ ບໍ່ມີຄວາມກ້າແມ່ນແຕ່ໜ້ອຍດຽວທີ່ຈະມີຊີວິດຢູ່. ສະນັ້ນ, ການປຸກວິນຍານຂອງພວກເຂົາຕ້ອງເລີ່ມດ້ວຍແກ່ນແທ້ຂອງພວກເຂົາ: ໃນແກ່ນແທ້ຂອງພວກເຂົາ, ວິນຍານຂອງພວກເຂົາຕ້ອງຖືກປຸກຂຶ້ນມາ ເທື່ອລະໜ້ອຍ. ເມື່ອມື້ໜຶ່ງ ພວກເຂົາມີຊີວິດແລ້ວ, ກໍຈະບໍ່ມີສິ່ງກີດຂວາງອີກຕໍ່ໄປ ແລະ ທຸກຢ່າງຈະດຳເນີນໄປຢ່າງລຽບງ່າຍ.
- [ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ](https://lo.kingdomsalvation.org/warning-to-those-who-do-not-practice-truth-judgment.html) - ໃນບັນດາອ້າຍເອື້ອຍນ້ອງຜູ້ທີ່ມັກລະບາຍຄວາມຄິດລົບຂອງພວກເຂົາອອກແມ່ນຜູ້ຮັບໃຊ້ຂອງຊາຕານ ແລະ ພວກເຂົາລົບກວນຄຣິສຕະຈັກ. ຜູ້ຄົນດັ່ງກ່າວຈະຕ້ອງຖືກຂັບໄລ່ ແລະ ກຳຈັດໃນມື້ໃດມື້ໜຶ່ງ. ໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ຖ້າຜູ້ຄົນບໍ່ມີຫົວໃຈທີ່ຢໍາເກງພຣະເຈົ້າ, ຖ້າພວກເຂົາບໍ່ມີຫົວໃຈທີ່ອ່ອນນ້ອມຕໍ່ພຣະເຈົ້າ, ແລ້ວບໍ່ພຽງແຕ່ພວກເຂົາຈະບໍ່ສາມາດເຮັດພາລະກິດໃດເລີຍເພື່ອພຣະອົງເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ພວກເຂົາຈະກາຍເປັນຜູ້ລົບກວນພາລະກິດຂອງພຣະອົງ ແລະ ເປັນຜູ້ຕໍ່ຕ້ານພຣະອົງ. ການເຊື່ອໃນພຣະເຈົ້າ ແຕ່ບໍ່ອ່ອນນ້ອມ ຫຼື ຢໍາເກງພຣະອົງ ແລະ ພັດຕໍ່ຕ້ານພຣະອົງ ແມ່ນເປັນເລື່ອງທີ່ເສື່ອມເສຍທີ່ສຸດສໍາລັບຜູ້ທີ່ມີຄວາມເຊື່ອ. ຖ້າຜູ້ເຊື່ອພຽງແຕ່ບໍ່ສົນໃຈ ແລະ ປ່ອຍຕົວປ່ອຍໃຈໃນຄຳເວົ້າ ແລະ ຄວາມປະພຶດຂອງພວກເຂົາຄືກັບຜູ້ທີ່ບໍ່ເຊື່ອ, ແລ້ວພວກເຂົາກໍຍິ່ງຊົ່ວຮ້າຍກວ່າຜູ້ທີ່ບໍ່ເຊື່ອ; ພວກເຂົາແມ່ນຕົ້ນແບບຂອງຜີສາດ. ຜູ້ທີ່ລະບາຍຄໍາເວົ້າທີ່ເປັນພິດ ແລະ ເຈດຕະນາຮ້າຍຂອງພວກເຂົາພາຍໃນຄຣິສຕະຈັກ, ຜູ້ທີ່ປ່ອຍຂ່າວລື, ສ້າງຄວາມແຕກແຍກ ແລະ ສ້າງພັກສ້າງພວກໃນທ່າມກາງອ້າຍເອື້ອຍນ້ອງ, ພວກເຂົາຄວນຖືກຂັບໄລ່ອອກຈາກຄຣິສຕະຈັກ. ຢ່າງໃດກໍຕາມ, ຍ້ອນຕອນນີ້ແມ່ນຍຸກທີ່ແຕກຕ່າງກັນຂອງພາລະກິດຂອງພຣະເຈົ້າ, ຜູ້ຄົນເຫຼົ່ານີ້ຈຶ່ງຖືກຈໍາກັດ ຍ້ອນພວກເຂົາຈະຖືກກໍາຈັດຢ່າງແນ່ນອນ. ທຸກຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນມີອຸປະນິໄສທີ່ເສື່ອມຊາມ. ບາງຄົນພຽງແຕ່ມີອຸປະນິໄສທີ່ເສື່ອມຊາມ, ໃນຂະນະທີ່ຄົນອື່ນແມ່ນແຕກຕ່າງ: ພວກເຂົາບໍ່ພຽງແຕ່ມີອຸປະນິໄສທີ່ເສື່ອມຊາມແບບຊາຕານ ແຕ່ທຳມະຊາດຂອງພວກເຂົາຍັງຊົ່ວຮ້າຍຫຼາຍອີກດ້ວຍ. ຄຳເວົ້າ ແລະ ການກະທຳຂອງພວກເຂົາບໍ່ພຽງແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມແບບຊາຕານ; ຍິ່ງໄປກວ່ານັ້ນ ຜູ້ຄົນເຫຼົ່ານີ້ແມ່ນມານຮ້າຍ ແລະ ຊາຕານຕົວຈິງ. ພຶດຕິກຳຂອງພວກເຂົາຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ,
- [ພາລະກິດຂອງພຣະວິນຍານບໍລິສຸດ ແລະ ວຽກງານຂອງຊາຕານ](https://lo.kingdomsalvation.org/work-of-the-Holy-Spirit-and-work-of-satan-judgment.html) - ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດໃນມະນຸດແນວໃດ? ແລະ ແມ່ນຫຍັງຄືການສະແດງອອກ? ເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ ສິ່ງນັ້ນມາຈາກພຣະວິນຍານບໍລິສຸດບໍ ແລະ ເຈົ້າຄວນອ່ອນນ້ອມຕໍ່ມັນບໍ ຫຼື ປະຕິເສດມັນ? ໃນການປະຕິບັດຕົວຈິງຂອງຜູ້ຄົນ, ຫຼາຍຢ່າງໄດ້ເກີດຂຶ້ນຈາກຄວາມປະສົງຂອງມະນຸດ ຈົນຜູ້ຄົນເຊື່ອຢູ່ຕະຫຼອດວ່າມາຈາກພຣະວິນຍານບໍລິສຸດ. ບາງຢ່າງມາຈາກວິນຍານຊົ່ວຮ້າຍ ແຕ່ມະນຸດຍັງຄິດວ່າ ພວກມັນມາຈາກພຣະວິນຍານບໍລິສຸດ ແລະ ບາງເທື່ອ ພຣະວິນຍານບໍລິສຸດນໍາພາມະນຸດຈາກພາຍໃນ ແຕ່ຜູ້ຄົນຢ້ານວ່າ ການນໍາພາດັ່ງກ່າວແມ່ນມາຈາກຊາຕານ ແລະ ບໍ່ກ້າທີ່ຈະອ່ອນນ້ອມ ເຊິ່ງໃນຄວາມເປັນຈິງແລ້ວ ການນໍາພານັ້ນແມ່ນຄວາມສະຫວ່າງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ນອກຈາກຄົນໆໜຶ່ງນໍາໃຊ້ການແຍກແຍະ, ແລ້ວກໍບໍ່ມີທາງທີ່ຈະໄດ້ຮັບປະສົບການຕົວຈິງຂອງຄົນໆນັ້ນ; ຫາກປາສະຈາກການແຍກແຍະ, ກໍບໍ່ມີທາງທີ່ຈະໄດ້ຮັບຊີວິດ. ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດແນວໃດ? ແມ່ນຫຍັງມາຈາກຄວາມປະສົງຂອງມະນຸດ? ແລ້ວແມ່ນຫຍັງເກີດຈາກການນໍາພາ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ? ຖ້າເຈົ້າເຂົ້າໃຈເຖິງຮູບແບບພາລະກິດຂອງພຣະວິນຍານບໍລິສຸດພາຍໃນມະນຸດ, ແລ້ວໃນຊີວິດປະຈຳວັນຂອງເຈົ້າ ແລະ ໃນລະຫວ່າງປະສົບການຕົວຈິງຂອງເຈົ້າ ເຈົ້າຈະສາມາດພັດທະນາຄວາມຮູ້ຂອງເຈົ້າ ແລະ ແຍກແຍະໄດ້; ເຈົ້າຈະມາຮູ້ຈັກພຣະເຈົ້າ, ເຈົ້າຈະສາມາດເຂົ້າໃຈ ແລະ ເບິ່ງຊາຕານອອກ; ເຈົ້າຈະບໍ່ສັບສົນໃນການອ່ອນນ້ອມ ຫຼື ການສະແຫວງຫາຂອງເຈົ້າ ແລະ ເຈົ້າຈະກາຍເປັນຄົນທີ່ມີຄວາມຄິດທີ່ແຈ່ມແຈ້ງ, ເປັນຄົນທີ່ອ່ອນນ້ອມຕໍ່ພາລະກິດຂອງພຣະວິນຍານບໍລິສຸດ.
- [ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ](https://lo.kingdomsalvation.org/love-God-forever-live-within-light-selections.html) - ແກ່ນແທ້ຂອງຄວາມເຊື່ອໃນພຣະເຈົ້າຂອງຄົນສ່ວນໃຫຍ່ແມ່ນຄວາມເຊື່ອໃນສາສະໜາ ນັ້ນກໍຄື ພວກເຂົາບໍ່ສາມາດຮັກພຣະເຈົ້າໄດ້ ແລະ ພຽງແຕ່ສາມາດຕິດຕາມພຣະເຈົ້າຄືກັບຫຸ່ນຍົນ ໂດຍບໍ່ສາມາດປາດຖະໜາຫາພຣະເຈົ້າ ຫຼື ເຄົາລົບນັບຖືພຣະອົງໄດ້ຢ່າງແທ້ຈິງ. ພວກເຂົາພຽງແຕ່ຕິດຕາມພຣະອົງຢ່າງງຽບໆ. ຫຼາຍຄົນເຊື່ອໃນພຣະເຈົ້າ ແຕ່ມີໜ້ອຍຄົນທີ່ຮັກພຣະເຈົ້າ; ພວກເຂົາພຽງແຕ່ “ຢໍາເກງ” ພຣະເຈົ້າຍ້ອນພວກເຂົາຢ້ານໄພພິບັດ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍ “ນັບຖື” ພຣະເຈົ້າຍ້ອນພຣະອົງສູງສົ່ງ ແລະ ມີລິດທານຸພາບສູງສຸດ, ແຕ່ໃນການຢໍາເກງ ແລະ ຄວາມນັບຖືຂອງພວກເຂົານັ້ນບໍ່ມີຄວາມຮັກ ຫຼື ຄວາມປາຖະໜາຢ່າງແທ້ຈິງເລີຍ. ໃນປະສົບການຂອງພວກເຂົາ, ພວກເຂົາສະແຫວງຫາຂໍ້ມູນເລັກນ້ອຍຂອງຄວາມຈິງ ຫຼື ບໍ່ກໍເປັນສິ່ງເລິກລັບທີ່ບໍ່ສຳຄັນ. ຄົນສ່ວນໃຫຍ່ພຽງແຕ່ຕິດຕາມເທົ່ານັ້ນ, ຕຶກປາເພື່ອໄດ້ຮັບພອນໃນນໍ້າທີ່ປັ່ນປ່ວນ; ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ພວກເຂົາບໍ່ອ່ອນນ້ອມຕໍ່ພຣະເຈົ້າເພື່ອຮັບເອົາການອວຍພອນຂອງພຣະອົງຢ່າງແທ້ຈິງ. ຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າຂອງທຸກຄົນບໍ່ມີຄວາມໝາຍເລີຍ, ມັນປາສະຈາກຄຸນຄ່າ ແລະ ໃນນັ້ນກໍມີແຕ່ຂໍ້ພິຈາລະນາ ແລະ ການສະແຫວງຫາສ່ວນຕົວ; ພວກເຂົາບໍ່ເຊື່ອໃນພຣະເຈົ້າເພື່ອຮັກພຣະເຈົ້າ ແຕ່ເພື່ອເຫັນແກ່ການໄດ້ຮັບພອນ. ຫຼາຍຄົນປະຕິບັດຕົວຕາມທີ່ພວກເຂົາພໍໃຈ, ພວກເຂົາເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະ ບໍ່ເຄີຍພິຈາລະນາເຖິງຜົນປະໂຫຍດຂອງພຣະເຈົ້າເລີຍ ຫຼື ສິ່ງທີ່ພວກເຂົາເຮັດນັ້ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ຄົນດັ່ງກ່າວຍິ່ງບໍ່ສາມາດບັນລຸຄວາມເຊື່ອທີ່ແທ້ຈິງ ຢ່າວ່າແຕ່ຄວາມຮັກທີ່ມີຕໍ່ພຣະເຈົ້າເລີຍ. ແກ່ນແທ້ຂອງພຣະເຈົ້າບໍ່ໄດ້ມີພຽງແຕ່ໃຫ້ມະນຸດເຊື່ອເທົ່ານັ້ນ, ຍິ່ງໄປກວ່ານັ້ນ
- [ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ](https://lo.kingdomsalvation.org/how-peter-came-to-know-Jesus-selections.html) - ໃນລະຫວ່າງທີ່ເປໂຕໃຊ້ເວລາກັບພຣະເຢຊູນັ້ນ, ລາວໄດ້ເຫັນອຸປະນິໄສອັນເປັນຕາຮັກຫຼາຍຢ່າງໃນພຣະເຢຊູ, ມີຫຼາຍດ້ານທີ່ສົມຄວນເອົາເປັນແບບຢ່າງ ແລະ ຫຼາຍດ້ານກໍໄດ້ຊ່ວຍເຫຼືອລາວ. ເຖິງແມ່ນວ່າເປໂຕໄດ້ເຫັນເຖິງການເປັນຢູ່ຂອງພຣະເຈົ້າໃນພຣະເຢຊູໃນຫຼາຍທາງ ແລະ ໄດ້ເຫັນຄຸນສົມບັດທີ່ໜ້າຮັກຫຼາຍຢ່າງ, ລາວບໍ່ໄດ້ຮູ້ຈັກພຣະເຢຊູເທື່ອໃນຕອນທຳອິດ. ເປໂຕເລີ່ມຕິດຕາມພຣະເຢຊູເມື່ອລາວໄດ້ 20 ປີ ແລະ ລາວສືບຕໍ່ຕິດຕາມພຣະອົງເປັນເວລາຫົກປີ. ໃນລະຫວ່າງເວລານັ້ນ ເປໂຕບໍ່ເຄີຍຮູ້ຈັກພຣະເຢຊູ; ເປໂຕເຕັມໃຈທີ່ຈະຕິດຕາມພຣະເຢຊູດ້ວຍຄວາມນັບຖືສຳລັບພຣະອົງຢ່າງແທ້ຈິງ. ເມື່ອພຣະເຢຊູເອີ້ນໃສ່ເປໂຕຄັ້ງທໍາອິດເທິງແຄມທະເລກາລິເລ, ພຣະອົງຖາມວ່າ: “ຊີໂມນ, ບາໂຢນາ ທ່ານຈະຕິດຕາມເຮົາບໍ?” ເປໂຕເວົ້າວ່າ: “ຂ້ານ້ອຍຕ້ອງຕິດຕາມຜູ້ທີ່ຖືກສົ່ງມາໂດຍພຣະບິດາເທິງສະຫວັນ. ຂ້ານ້ອຍຕ້ອງຍອມຮັບຮູ້ຜູ້ທີ່ຖືກເລືອກໂດຍພຣະວິນຍານບໍລິສຸດ. ຂ້ານ້ອຍຈະຕິດຕາມພຣະອົງ”. ໃນເວລານັ້ນ ເປໂຕແມ່ນເຄີຍໄດ້ຍິນເລື່ອງລາວກ່ຽວກັບຊາຍຄົນໜຶ່ງທີ່ຊື່ພຣະເຢຊູ ເປັນຜູ້ທີ່ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດ ແລະ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ເປໂຕກໍ່ຫວັງຢູ່ສະເໝີເພື່ອພົບພຣະອົງ ແລະ ຫວັງວ່າຈະມີໂອກາດໄດ້ເຫັນພຣະອົງ (ເພາະວ່ານັ້ນຄືລັກສະນະທີ່ລາວຖືກນໍາພາໂດຍພຣະວິນຍານບໍລິສຸດ). ເຖິງແມ່ນວ່າ ເປໂຕບໍ່ເຄີຍເຫັນພຣະອົງມາກ່ອນ ແລະ ເຄີຍໄດ້ຍິນແຕ່ຂ່າວລືກ່ຽວກັບພຣະອົງ ແຕ່ຄວາມສະແຫວງຫາ ແລະ ຄວາມເຄົາລົບຮັກທີ່ມີຕໍ່ພຣະເຢຊູກໍ່ເຕີບໃຫຍ່ຢູ່ໃນຫົວໃຈຂອງລາວເທື່ອລະໜ້ອຍ ແລະ ລາວຫວັງຢູ່ສະເໝີວ່າ ມື້ໜຶ່ງຈະໄດ້ເຫັນພຣະເຢຊູ. ແລ້ວພຣະເຢຊູເອີ້ນຫາເປໂຕແນວໃດ? ພຣະອົງເອງກໍ່ເຄີຍໄດ້ຍິນເລື່ອງລາວກ່ຽວກັບຊາຍຄົນໜຶ່ງທີ່ຊື່ເປໂຕ, ແຕ່ມັນບໍ່ແມ່ນພຣະວິນຍານບໍລິສຸດທີ່ສັ່ງບອກພຣະອົງວ່າ: “ໃຫ້ໄປຍັງທະເລກາລິເລ, ຢູ່ທີ່ນັ້ນຈະມີຄົນຊື່ເປໂຕ ບາໂຢນາ”. ພຣະເຢຊູ ໄດ້ຍິນບາງຄົນເວົ້າວ່າມີຄົນຊື່ຊີໂມນ ບາໂຢນາ
- [ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນປະຈັກພະຍານໃຫ້ກັບພຣະເຈົ້າໄດ້](https://lo.kingdomsalvation.org/know-God-can-bear-testimony-selections.html) - ການທີ່ຈະເຊື່ອໃນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າແມ່ນເລື່ອງທໍາມະຊາດ ແລະ ມີເຫດຜົນແທ້ໆ ແລະ ໄດ້ຮັບການຍອມຮັບຈາກໂລກ ແລະ ໃນມື້ນີ້ ເຊິ່ງຢູ່ໃນຍຸກທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດກຳລັງປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ເຊິ່ງເປັນເວລາທີ່ດີ ໂດຍສະເພາະໃນການທີ່ຈະຮູ້ຈັກພຣະເຈົ້າ. ການເຮັດໃຫ້ພຣະເຈົ້າພໍພຣະໄທແມ່ນບາງສິ່ງທີ່ສາມາດເຮັດໄດ້ ໂດຍການສ້າງຮາກຖານໃນການເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ເພື່ອທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ, ມັນກໍ່ມີຄວາມຈຳເປັນທີ່ຈະຕ້ອງມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ. ຄວາມຮູ້ດັ່ງກ່າວນີ້ກ່ຽວກັບພຣະເຈົ້າ ແມ່ນນິມິດທີ່ຜູ້ທີ່ເຊື່ອໃນພຣະເຈົ້າຕ້ອງມີ; ມັນແມ່ນພື້ນຖານຂອງຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າ. ໃນກໍລະນີທີ່ບໍ່ມີຄວາມຮູ້ດັ່ງກ່າວນີ້, ຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າຈະຢູ່ໃນສະພາບທີ່ຄຸມເຄືອ ແລະ ໃນທ່າມກາງທິດສະດີທີ່ວ່າງເປົ່າ. ເຖິງແມ່ນວ່າມັນຈະເປັນປະນິທານຂອງຄົນແບບນີ້ທີ່ຕິດຕາມພຣະເຈົ້າ, ພວກເຂົາກໍ່ຈະບໍ່ໄດ້ຮັບຫຍັງເລີຍ. ບັນດາຜູ້ທີ່ບໍ່ໄດ້ຮັບຫຍັງເລີຍຈາກສາຍທານນີ້ແມ່ນຜູ້ທີ່ຈະຖືກກໍາຈັດ ເຊິ່ງພວກເຂົາທຸກຄົນແມ່ນຄົນທີ່ເອົາປຽບຜູ້ອື່ນ. ບໍ່ວ່າເຈົ້າພົບກັບພາລະກິດຂອງພຣະເຈົ້າໃນຂັ້ນຕອນໃດກໍຕາມ, ເຈົ້າກໍຄວນໄດ້ຮັບການນຳພາໂດຍນິມິດທີ່ຍິ່ງໃຫຍ່. ບໍ່ສະນັ້ນ, ມັນກໍຈະເປັນສິ່ງທີ່ລໍາບາກສຳລັບເຈົ້າທີ່ຈະຍອມຮັບເອົາພາລະກິດໃໝ່ໃນແຕ່ລະຂັ້ນຕອນ, ຍ້ອນວ່າພາລະກິດໃໝ່ຂອງພຣະເຈົ້ານັ້ນເກີນຂີດຄວາມສາມາດຂອງມະນຸດທີ່ຈິນຕະນາການໄດ້ ແລະ ຢູ່ນອກຂອບເຂດຂອງຄວາມຄິດຂອງພວກເຂົາ. ດັ່ງນັ້ນ, ຖ້າບໍ່ມີຜູ້ດູແລທີ່ຄອຍມານໍາພາມະນຸດ, ຖ້າບໍ່ມີຜູ້ດູແລທີ່ມາພົວພັນກັນກ່ຽວກັບເລື່ອງຂອງນິມິດ, ມະນຸດກໍບໍ່ສາມາດທີ່ຈະຮັບເອົາພາລະກິດໃໝ່ນີ້. ຖ້າມະນຸດບໍ່ສາມາດເຂົ້າໃຈນິມິດຕ່າງໆໄດ້, ເຂົາກໍບໍ່ສາມາດເຂົ້າໃຈພາລະກິດໃໝ່ຂອງພຣະເຈົ້າໄດ້ ແລະ ຖ້າມະນຸດບໍ່ອ່ອນນ້ອມຕໍ່ພາລະກິດໃໝ່ຂອງພຣະເຈົ້າ, ເຂົາກໍຈະບໍ່ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຈະບໍ່ມີຄ່າຫຍັງເລີຍ. ກ່ອນທີ່ມະນຸດຈະປະຕິບັດຕາມພຣະທຳຂອງພຣະເຈົ້າ, ເຂົາຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ; ເຊິ່ງນັ້ນກໍຄື ເຂົາຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ຈິ່ງຈະສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ນີ້ຄືສິ່ງທີ່ທຸກຄົນທີ່ສະແຫວງຫາຄວາມຈິງຕ້ອງມີ
- [ການສົນທະນາສັ້ນໆກ່ຽວກັບ “ລາຊະອານາຈັກພັນປີມາຮອດແລ້ວ”](https://lo.kingdomsalvation.org/brief-talk-millennial-kingdom-arrived-selections.html) - ພວກເຈົ້າຄິດແນວໃດກ່ຽວກັບນິມິດແຫ່ງອານາຈັກພັນປີ? ບາງຄົນຄິດກ່ຽວກັບມັນຫຼາຍ ແລະ ພວກເຂົາເວົ້າວ່າ: “ອານາຈັກພັນປີຈະຄົງຢູ່ເທິງແຜ່ນດິນໂລກເປັນເວລາໜຶ່ງພັນປີ ເຊິ່ງດ້ວຍເຫດນັ້ນ ຖ້າຫາກສະມາຊິກອາວຸໂສຂອງຄຣິສຕະຈັກທີ່ຍັງບໍ່ໄດ້ແຕ່ງດອງ, ພວກເຂົາກໍຕ້ອງໄດ້ແຕ່ງດອງບໍ? ຄອບຄົວຂອງຂ້ານ້ອຍບໍ່ມີເງິນ, ຂ້ານ້ອຍຄວນຈະເລີ່ມຫາເງິນບໍ? ...” ອານາຈັກພັນປີແມ່ນຫຍັງ? ພວກເຈົ້າຮູ້ຈັກບໍ? ຜູ້ຄົນແມ່ນຕາບອດຫຼາຍ ແລະ ໄດ້ຮັບຄວາມທຸກທໍລະມານຢ່າງໃຫຍ່ຫຼວງ. ໃນຄວາມຈິງແລ້ວ ອານາຈັກພັນປີຍັງບໍ່ທັນມາເຖິງຢ່າງເປັນທາງການເທື່ອ. ໃນລະຫວ່າງຂັ້ນຕອນຂອງການເຮັດໃຫ້ຜູ້ຄົນສົມບູນ, ອານາຈັກພັນປີເປັນພຽງລູກນົກນ້ອຍທີ່ຫາກໍເກີດ; ໃນເວລາທີ່ອານາຈັກພັນປີໄດ້ຖືກກ່າວເຖິງໂດຍພຣະເຈົ້າ, ມະນຸດກໍຄົງຈະໄດ້ຖືກເຮັດໃຫ້ສົມບູນແລ້ວ. ກ່ອນໜ້ານີ້, ໄດ້ມີການເວົ້າກັນວ່າ ຜູ້ຄົນຈະເປັນເໝືອນນັກບຸນ ແລະ ຕັ້ງໝັ້ນຢູ່ໃນດິນແດນແຫ່ງຊິນິມ. ເມື່ອຜູ້ຄົນໄດ້ຖືກເຮັດໃຫ້ສົມບູນເທົ່ານັ້ນ, ເມື່ອພວກເຂົາກາຍເປັນນັກບຸນທີ່ພຣະເຈົ້າກ່າວເຖິງ ແລ້ວເມື່ອນັ້ນອານາຈັກພັນປີກໍຈະມາເຖິງ. ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ, ພຣະອົງຊໍາລະລ້າງເຮັດໃຫ້ພວກເຂົາບໍລິສຸດ ແລະ ຍິ່ງພວກເຂົາບໍລິສຸດຫຼາຍຂຶ້ນເທົ່າໃດ ພວກເຂົາກໍຍິ່ງໄດ້ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ເມື່ອຄວາມບໍ່ບໍລິສຸດ, ການກະບົດ, ການຕໍ່ຕ້ານ ແລະ ສິ່ງຕ່າງໆຂອງເນື້ອໜັງທີ່ຢູ່ພາຍໃນຕົວເຈົ້າຖືກຂັບໄລ່ອອກໝົດແລ້ວ, ເມື່ອເຈົ້າໄດ້ຮັບການຊຳລະລ້າງໃຫ້ບໍລິສຸດ, ເຈົ້າກໍຈະໄດ້ເປັນທີ່ຮັກຂອງພຣະເຈົ້າ (ເວົ້າໄດ້ອີກຢ່າງໜຶ່ງກໍຄື ເຈົ້າຈະໄດ້ເປັນນັກບຸນ); ເມື່ອເຈົ້າໄດ້ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ກາຍເປັນນັກບຸນ, ເຈົ້າກໍຈະໄດ້ຢູ່ໃນອານາຈັກພັນປີ. ບັດນີ້ ແມ່ນຍຸກແຫ່ງລາຊະອານາຈັກ. ໃນຍຸກແຫ່ງອານາຈັກພັນປີນັ້ນ ຜູ້ຄົນຈະອາໄສພຣະທຳຂອງພຣະເຈົ້າເພື່ອໃຫ້ມີຊີວິດຢູ່ ແລະ ທຸກຊາດຈະມາຢູ່ພາຍໃຕ້ນາມຂອງພຣະເຈົ້າ ແລະ
- [ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ](https://lo.kingdomsalvation.org/loving-God-truly-believing-in-God-selections.html) - ໃນປັດຈຸບັນ, ເມື່ອພວກເຈົ້າສະແຫວງຫາທີ່ຈະຮັກ ແລະ ຮູ້ຈັກພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງອົດກັ້ນຕໍ່ຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ ແລະ ໃນອີກດ້ານໜຶ່ງ ພວກເຈົ້າຕ້ອງຍອມເສຍສະຫຼະ. ບໍ່ມີບົດຮຽນໃດທີ່ເລິກເຊິ່ງໄປກວ່າບົດຮຽນແຫ່ງການຮັກພຣະເຈົ້າ ແລະ ສາມາດເວົ້າໄດ້ວ່າ ບົດຮຽນທີ່ຜູ້ຄົນຮຽນຮູ້ກ່ຽວກັບຄວາມເຊື່ອຕະຫຼອດຊີວິດແມ່ນການຮັກພຣະເຈົ້າ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ຖ້າເຈົ້າພຽງແຕ່ເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ຮັກພຣະອົງ ແລະ ບໍ່ໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ເຄີຍໄດ້ຮັກພຣະເຈົ້າດ້ວຍຄວາມຮັກທີ່ແທ້ຈິງເຊິ່ງມາຈາກພາຍໃນຫົວໃຈຂອງເຈົ້າຈັກເທື່ອ, ແລ້ວຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າກໍບໍ່ມີປະໂຫຍດຫຍັງ; ໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ ຖ້າເຈົ້າບໍ່ຮັກພຣະເຈົ້າ ແລ້ວເຈົ້າກໍດຳລົງຊີວິດຢ່າງໄຮ້ຄ່າ ແລະ ຊີວິດທັງໝົດຂອງເຈົ້າກໍຕໍ່າຕ້ອຍທີ່ສຸດໃນບັນດາຊີວິດທັງປວງ. ຕະຫຼອດທັງຊີວິດຂອງເຈົ້າ ຖ້າເຈົ້າບໍ່ເຄີຍຮັກ ຫຼື ເຮັດໃຫ້ພຣະເຈົ້າພໍພຣະໄທເລີຍ, ແລ້ວແມ່ນຫຍັງຄືຄວາມໝາຍໃນການດຳລົງຊີວິດຂອງເຈົ້າ? ແລ້ວແມ່ນຫຍັງຄືຄວາມໝາຍຂອງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ? ນັ້ນບໍ່ແມ່ນຄວາມພະຍາຍາມທີ່ສູນເປົ່າບໍ? ນີ້ໝາຍຄວາມວ່າ ຖ້າຜູ້ຄົນຕ້ອງເຊື່ອ ແລະ ຮັກພຣະເຈົ້າ, ແລ້ວພວກເຂົາຕ້ອງຍອມເສຍສະຫຼະ. ແທນທີ່ຈະພະຍາຍາມປະພຶດໃນລັກສະນະໃດໜຶ່ງດ້ານພາຍນອກ, ພວກເຂົາຄວນສະແຫວງຫາຄວາມເຂົ້າໃຈທີ່ແທ້ຈິງໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ຖ້າເຈົ້າກະຕືລືລົ້ນໃນການຮ້ອງເພງ ແລະ ເຕັ້ນລໍາ, ແຕ່ບໍ່ສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງ, ຈະສາມາດເວົ້າໄດ້ບໍວ່າ ເຈົ້າຮັກພຣະເຈົ້າ? ການຮັກພຣະເຈົ້າຕ້ອງການໆສະແຫວງຫາເຈດຕະນາຂອງພຣະເຈົ້າໃນທຸກສິ່ງທຸກຢ່າງ ແລະ ເຈົ້າຕ້ອງສືບສວນຢ່າງເລິກເຊິ່ງຢູ່ພາຍໃນ ເມື່ອມີສິ່ງໃດກໍຕາມເກີດຂຶ້ນກັບເຈົ້າ, ພະຍາຍາມທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ
- [ເມື່ອເຈົ້າປະສົບກັບການທົດສອບທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມໜ້າຮັກຂອງພຣະເຈົ້າ](https://lo.kingdomsalvation.org/only-by-experiencing-painful-trials-can-you-know-loveliness-of-God-judgment.html) - ໃນປັດຈຸບັນນີ້ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ? ແລ້ວ ເຈົ້າຮູ້ຈັກທຸກສິ່ງທີ່ພຣະເຈົ້າໄດ້ກະທຳໃນຕົວເຈົ້າຫຼາຍສໍ່າໃດ? ນີ້ແມ່ນສິ່ງທີ່ເຈົ້າຄວນຮຽນຮູ້. ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ, ທຸກສິ່ງທີ່ພຣະອົງໄດ້ກະທຳໃນມະນຸດ ແລະ ຍອມໃຫ້ມະນຸດເຫັນແມ່ນເພື່ອວ່າມະນຸດຈະໄດ້ຮັກພຣະອົງ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງ. ໃນດ້ານໜຶ່ງ ການທີ່ມະນຸດສາມາດທົນທຸກເພື່ອພຣະເຈົ້າ ແລະ ໄດ້ມາໄກເຖິງຂະໜາດນີ້ແມ່ນຍ້ອນຄວາມຮັກຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງແມ່ນຍ້ອນຄວາມລອດພົ້ນຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ, ມັນເປັນຍ້ອນພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີທີ່ພຣະເຈົ້າປະຕິບັດໃນມະນຸດ. ຖ້າພວກເຈົ້າປາສະຈາກການພິພາກສາ, ການຂ້ຽນຕີ ແລະ ການທົດລອງຂອງພຣະເຈົ້າ ແລະ ຖ້າພຣະເຈົ້າບໍ່ໄດ້ເຮັດໃຫ້ພວກເຈົ້າທົນທຸກ, ແລ້ວຄວາມຈິງກໍຄື ພວກເຈົ້າບໍ່ໄດ້ຮັກພຣະເຈົ້າແທ້ຈິງ. ຍິ່ງພາລະກິດຂອງພຣະເຈົ້າໃນມະນຸດຍິ່ງໃຫຍ່ສໍ່າໃດ ແລະ ຍິ່ງການທົນທຸກຂອງມະນຸດຍິ່ງໃຫຍ່ຫຼາຍສໍ່າໃດ, ມັນກໍຍິ່ງສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍສໍ່ານັ້ນ ແລະ ຫົວໃຈຂອງມະນຸດກໍຍິ່ງສາມາດຮັກພຣະເຈົ້າຢ່າງແທ້ຈິງສໍ່ານັ້ນ. ເຈົ້າຮຽນຮູ້ວິທີຮັກພຣະເຈົ້າໄດ້ແນວໃດ? ຫາກປາສະຈາກການທໍລະມານ ແລະ ການຫຼໍ່ຫຼອມ, ຫາກປາສະຈາກການທົດລອງທີ່ເຈັບປວດ ແລະ ຍິ່ງໄປກວ່ານັ້ນ ຖ້າທຸກສິ່ງທີ່ພຣະເຈົ້າມອບໃຫ້ກັບມະນຸດແມ່ນພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາ, ແລ້ວເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງແທ້ຈິງໄດ້ບໍ? ໃນດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະເຈົ້າ ມະນຸດຮຽນຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ເຫັນວ່າ ເຂົາບໍ່ມີຄວາມໝາຍ, ເປັນຕາດູຖູກ ແລະ
- [ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ](https://lo.kingdomsalvation.org/those-who-are-to-be-made-perfect-must-undergo-refinement-judgment.html) - ຖ້າເຈົ້າເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍຕ້ອງອ່ອນນ້ອມຕໍ່ພຣະເຈົ້າ, ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຕິບັດໜ້າທີ່ທັງໝົດຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງເຂົ້າໃຈສິ່ງຕ່າງໆທີ່ເຈົ້າຄວນຜະເຊີນ. ຖ້າເຈົ້າພຽງແຕ່ຜະເຊີນກັບການຖືກລິຮານ, ການຖືກລົງວິໄນ ແລະ ການຖືກພິພາກສາ, ຖ້າເຈົ້າພຽງແຕ່ມີຄວາມສຸກກັບພຣະເຈົ້າ, ແຕ່ຍັງບໍ່ສາມາດຮູ້ສຶກເຖິງເວລາທີ່ພຣະເຈົ້າກຳລັງລົງວິໄນເຈົ້າ ຫຼື ລິຮານກັບເຈົ້າ, ສິ່ງນີ້ເປັນເລື່ອງທີ່ຮັບບໍ່ໄດ້. ບາງເທື່ອໃນກໍລະນີຂອງການຫຼໍ່ຫຼອມແບບນີ້, ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ, ແຕ່ນີ້ກໍຍັງບໍ່ພຽງພໍ; ເຈົ້າຍັງຕ້ອງກ້າວໄປຂ້າງໜ້າ. ບົດຮຽນກ່ຽວກັບການຮັກພຣະເຈົ້າບໍ່ເຄີຍສິ້ນສຸດ ແລະ ບໍ່ມີຈຸດຈົບຈັກເທື່ອ. ຜູ້ຄົນເຫັນວ່າ ການເຊື່ອພຣະເຈົ້າເປັນສິ່ງທີ່ງ່າຍດາຍຫຼາຍ, ແຕ່ທັນທີທີ່ພວກເຂົາໄດ້ຮັບປະສົບການຕົວຈິງບາງຢ່າງ, ແລ້ວພວກເຂົາຈະເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຕາມທີ່ຜູ້ຄົນຈິນຕະນາການ. ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຫຼໍ່ຫຼອມມະນຸດ, ມະນຸດກໍຈະທົນທຸກ. ຍິ່ງການຫຼໍ່ຫຼອມຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາຍິ່ງຈະມີຫົວໃຈທີ່ຮັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວພວກເຂົາຫຼາຍສໍ່ານັ້ນ. ໃນທາງກົງກັນຂ້າມ ຍິ່ງບຸກຄົນໃດໜຶ່ງໄດ້ຮັບການຫຼໍ່ຫຼອມໜ້ອຍສໍ່າໃດ, ພວກເຂົາຍິ່ງຈະມີຫົວໃຈທີ່ຮັກພຣະເຈົ້າໜ້ອຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວເຂົາໜ້ອຍສໍ່ານັ້ນ. ຍິ່ງການຫຼໍ່ຫຼອມ ແລະ ຄວາມເຈັບປວດຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງຄວາມທໍລະມານທີ່ພວກເຂົາຜະເຊີນມີຫຼາຍສໍ່າໃດ, ຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າຈະຍິ່ງເຕີບໃຫຍ່ຫຼາຍສໍ່ານັ້ນ, ຄວາມເຊື່ອຂອງເຂົາທີ່ມີໃນພຣະເຈົ້າກໍແທ້ຈິງຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຍິ່ງເລິກເຊິ່ງຫຼາຍຂຶ້ນ. ໃນປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ຄົນທີ່ທົນທຸກຢ່າງໃຫ່ຍຫຼວງໃນຂະນະທີ່ພວກເຂົາຖືກຫຼໍ່ຫຼອມ, ຄົນທີ່ຖືກລິຮານ ແລະ ຖືກລົງວິໄນຫຼາຍຢ່າງ, ແມ່ນຄວາມຮັກຂອງພວກເຂົາຈະເລິກເຊິ່ງຕໍ່ພຣະເຈົ້າ
- [ທຸກສິ່ງສໍາເລັດໄດ້ໂດຍພຣະທໍາຂອງພຣະເຈົ້າ](https://lo.kingdomsalvation.org/achieved-by-word-of-God-selections.html) - ພຣະເຈົ້າກ່າວພຣະທໍາຂອງພຣະອົງ ແລະ ເຮັດພາລະກິດຂອງພຣະອົງຕາມຍຸກທີ່ແຕກຕ່າງກັນ ແລະ ໃນຍຸກທີ່ແຕກຕ່າງກັນ, ພຣະອົງກ່າວພຣະທໍາທີ່ແຕກຕ່າງກັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ ຫຼື ເຮັດຊໍ້າພາລະກິດເດີມ ຫຼື ຮູ້ສຶກອຸກອັ່ງກັບສິ່ງຕ່າງໆໃນອະດີດ; ພຣະອົງແມ່ນພຣະເຈົ້າຜູ້ທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພຣະອົງກ່າວພຣະທໍາໃໝ່ທຸກມື້. ເຈົ້າຄວນປະຕິບັດຕາມສິ່ງທີ່ຄວນປະຕິບັດໃນມື້ນີ້; ນີ້ແມ່ນຄວາມຮັບຜິດຊອບ ແລະ ໜ້າທີ່ຂອງມະນຸດ. ມັນສຳຄັນຢູ່ທີ່ການປະຕິບັດຕ້ອງເນັ້ນໃສ່ແສງສະຫວ່າງ ແລະ ພຣະທໍາຂອງພຣະເຈົ້າໃນຍຸກປັດຈຸບັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນ ແລະ ສາມາດກ່າວໄດ້ຈາກຫຼາຍມຸມມອງທີ່ແຕກຕ່າງກັນເພື່ອເຮັດໃຫ້ສະຕິປັນຍາ ແລະ ອຳນາດອັນໄພສານຂອງພຣະອົງນັ້ນຊັດເຈນ. ມັນບໍ່ສຳຄັນວ່າພຣະອົງຈະກ່າວຈາກມຸມມອງຂອງພຣະວິນຍານ ຫຼື ຂອງມະນຸດ ຫຼື ຂອງບຸກຄົນທີສາມ ພຣະເຈົ້າກໍ່ຍັງເປັນພຣະເຈົ້າຢູ່ສະເໝີ ແລະ ເຈົ້າບໍ່ສາມາດເວົ້າໄດ້ວ່າພຣະອົງບໍ່ແມ່ນພຣະເຈົ້າ ຍ້ອນມຸມມອງຂອງມະນຸດທີ່ພຣະອົງກ່າວ. ໃນທ່າມກາງບາງຄົນ ມັນມີແນວຄິດທີ່ປາກົດຂຶ້ນໂດຍເປັນຜົນມາຈາກມຸມມອງແຕກຕ່າງກັນທີ່ພຣະເຈົ້າກ່າວ. ຄົນແບບນັ້ນບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະອົງ. ຖ້າພຣະເຈົ້າໄດ້ກ່າວຈາກມຸມມອງດຽວຢູ່ສະເໝີ, ມະນຸດຈະບໍ່ກຳນົດກົດເກນຕ່າງໆກ່ຽວກັບພຣະເຈົ້າບໍ? ພຣະເຈົ້າຈະປ່ອຍໃຫ້ມະນຸດເຮັດແບບນັ້ນໄດ້ບໍ? ບໍ່ວ່າພຣະເຈົ້າຈະກ່າວຈາກມຸມມອງໃດກໍ່ຕາມ, ພຣະອົງກໍ່ມີຈຸດປະສົງທີ່ເຮັດແບບນັ້ນ. ຖ້າພຣະເຈົ້າກ່າວຈາກມຸມມອງຂອງພຣະວິນຍານຢູ່ສະເໝີ, ເຈົ້າຈະສາມາດພົວພັນກັບພຣະອົງບໍ? ດັ່ງນັ້ນ, ບາງຄັ້ງ ພຣະອົງກ່າວໃນບຸກຄົນທີສາມເພື່ອໃຫ້ພຣະທໍາຂອງພຣະອົງແກ່ເຈົ້າ ແລະ ນຳພາເຈົ້າເຂົ້າສູ່ຄວາມເປັນຈິງ. ທຸກສິ່ງທີ່ພຣະເຈົ້າເຮັດກໍ່ແມ່ນເໝາະສົມແລ້ວ.
- [ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ](https://lo.kingdomsalvation.org/age-of-kingdom-age-of-word-selections.html) - ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງກາຍມາເປັນເນື້ອໜັງເພື່ອກ່າວຈາກມຸມມອງທີ່ແຕກຕ່າງກັນ ເພື່ອວ່າມະນຸດຈະສາມາດເຫັນພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນພຣະທໍາທີ່ປາກົດໃນເນື້ອໜັງ ແລະ ສາມາດເບິ່ງເຫັນສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພາລະກິດດັ່ງກ່າວແມ່ນຖືກປະຕິບັດເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດໄດ້ດີຂຶ້ນ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ ເຊິ່ງເປັນຄວາມໝາຍທີ່ແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກແຫ່ງພຣະທໍາ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນມາຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນເຂົ້າເຮັດ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການເຮັດໃນຍຸກແຫ່ງພຣະທໍາຈະເກີດຜົນຢ່າງສົມບູນ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນຈະຖືກເປີດໂປງ, ກໍາຈັດ ແລະ ທົດລອງ. ຜູ້ຄົນໄດ້ເຫັນພຣະທໍາຂອງພຣະເຈົ້າ, ໄດ້ຍິນພຣະທໍາເຫຼົ່ານີ້ ແລະ ຮັບຮູ້ເຖິງການມີຢູ່ຈິງຂອງພຣະທໍາເຫຼົ່ານີ້. ຜົນຕາມມາກໍ່ຄື ພວກເຂົາໄດ້ມາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ໃນລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ຄໍາວ່າ “ພຣະທໍາ” ອາດເປັນສິ່ງທີ່ງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສັ່ນສະເທືອນຈັກກະວານ, ພວກມັນປ່ຽນຫົວໃຈຂອງຜູ້ຄົນ, ປ່ຽນແປງແນວຄິດ ແລະ ອຸປະນິໄສເດີມຂອງພວກເຂົາ ແລະ ປ່ຽນແປງລັກສະນະທີ່ໂລກທັງປວງເຄີຍເປັນ.
- [ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍໃຈຈິງ ຈະຖືກຮັບເອົາໂດຍພຣະເຈົ້າຢ່າງແນ່ນອນ](https://lo.kingdomsalvation.org/obey-God-with-a-true-heart-selections.html) - ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້. ພາລະກິດນັ້ນສູງສົ່ງຂຶ້ນຕາມແຕ່ລະບາດກ້າວ, ຕາມການເປີດເຜີຍແຫ່ງວັນໃໝ່ທີ່ສູງສົ່ງກວ່າວັນນີ້ ໂດຍສູງສົ່ງຂຶ້ນ ແລະ ສູງຂຶ້ນໄປຕາມແຕ່ລະຂັ້ນຕອນ. ນັ້ນຄືພາລະກິດຂອງພຣະເຈົ້າເພື່ອເຮັດໃຫ້ມະນຸດສົມບູນ. ຫາກມະນຸດບໍ່ສາມາດກ້າວຕາມທັນ, ພວກເຂົາກໍອາດຈະຖືກກໍາຈັດໄດ້ທຸກເວລາ. ຖ້າຫາກມະນຸດບໍ່ມີຫົວໃຈທີ່ອ່ອນນ້ອມ, ພວກເຂົາຈະບໍ່ສາມາດເດີນຕາມໄປເຖິງທີ່ສຸດ. ຍຸກເກົ່າໄດ້ຜ່ານໄປ; ນີ້ແມ່ນຍຸກໃໝ່. ໃນຍຸກໃໝ່ນີ້ແມ່ນຕ້ອງໄດ້ເຮັດພາລະກິດໃໝ່. ໂດຍສະເພາະໃນຍຸກສຸດທ້າຍທີ່ຜູ້ຄົນຖືກເຮັດໃຫ້ສົມບູນ, ພຣະເຈົ້າຈະປະຕິບັດພາລະກິດໃໝ່ໃຫ້ໄວຂຶ້ນ, ເພາະສະນັ້ນ ຖ້າບໍ່ມີການອ່ອນນ້ອມໃນຈິດໃຈຂອງພວກເຂົາ ຜູ້ຄົນຈະພົບຄວາມຫຍຸ້ງຍາກໃນການເດີນຕາມບາດກ້າວຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດໃດໆ ແລະ ພຣະອົງບໍ່ໄດ້ປະຕິບັດກັບພາລະກິດຂອງພຣະອົງວ່າເປັນສິ່ງທີ່ປ່ຽນແປງບໍ່ໄດ້. ແຕ່ພາລະກິດທີ່ພຣະອົງປະຕິບັດຢູ່ແມ່ນໃໝ່ສະເໝີ ແລະ ສູງສົ່ງສະເໝີ. ພາລະກິດຂອງພຣະອົງແມ່ນນັບມື້ນັບເປັນຈິງໃນແຕ່ລະບາດກ້າວ ແລະ ນັບມື້ນັບສອດຄ່ອງກັບຄວາມຕ້ອງການຕົວຈິງຂອງມະນຸດ. ພາຍຫຼັງທີ່ຜູ້ຄົນໄດ້ປະສົບກັບພາລະກິດແບບນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດສໍາເລັດການປ່ຽນແປງຈິດໃຈຂັ້ນສຸດທ້າຍຂອງພວກເຂົາ. ຄວາມຮູ້ຂອງມະນຸດກ່ຽວກັບຊີວິດແມ່ນສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ ແລະ ເຊັ່ນດຽວກັນ ພາລະກິດຂອງພຣະເຈົ້າກໍ່ສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະຖືກເຮັດໃຫ້ສົມບູນ ແລະ ເໝາະທີ່ຈະໃຫ້ພຣະເຈົ້ານໍາໃຊ້. ພຣະເຈົ້າດຳເນີນພາລະກິດດ້ວຍວິທີນີ້ ຍ້ອນດ້ານໜຶ່ງກໍ່ເພື່ອຕອບໂຕ້ ແລະ ຫັນປ່ຽນຄວາມຄິດຂອງມະນຸດ ແລະ ອີກດ້ານໜຶ່ງກໍ່ເພື່ອນຳພາມະນຸດໄປສູ່ສະພາບທີ່ສູງຂຶ້ນ ແລະ ເປັນຈິງຫຼາຍຂຶ້ນ ເພື່ອເຂົ້າສູ່ໂລກທີ່ສູງສຸດຂອງຄວາມເຊື່ອໃນພຣະເຈົ້າ ເພື່ອວ່າໃນທີ່ສຸດແລ້ວ ຄວາມປະສົງຂອງພຣະເຈົ້າຈະໄດ້ສໍາເລັດ. ທຸກຄົນທີ່ກະບົດໂດຍທໍາມະຊາດ ທີ່ເຕັມໃຈຄັດຄ້ານຈະຖືກກໍາຈັດໃນຂັ້ນຕອນນີ້ຂອງພາລະກິດທີ່ວ່ອງໄວ ແລະ ກ້າວໜ້າຢ່າງດຸເດືອດຂອງພຣະເຈົ້າ; ຜູ້ທີ່ເຕັມໃຈອ່ອນນ້ອມ ແລະ
- [ພຣະເຈົ້າເຮັດໃຫ້ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງສົມບູນ](https://lo.kingdomsalvation.org/God-perfects-those-who-are-after-His-own-heart-judgment.html) - ປັດຈຸບັນນີ້, ພຣະເຈົ້າຕ້ອງການໄດ້ຮັບຄົນກຸ່ມໃດໜຶ່ງ, ກຸ່ມທີ່ປະກອບມີຄົນທີ່ພະຍາຍາມຮ່ວມມືກັບພຣະອົງ, ຄົນທີ່ສາມາດອ່ອນນ້ອມຕໍ່ພາລະກິດຂອງພຣະອົງ, ຄົນທີ່ເຊື່ອພຣະທຳທີ່ພຣະເຈົ້າກ່າວນັ້ນເປັນຄວາມຈິງ ແລະ ຄົນທີ່ສາມາດນໍາເງື່ອນໄຂຂອງພຣະເຈົ້າເຂົ້າສູ່ການປະຕິບັດ; ພວກເຂົາແມ່ນຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງຢູ່ໃນຫົວໃຈຂອງພວກເຂົາ, ພວກເຂົາແມ່ນຄົນທີ່ສາມາດຖືກເຮັດໃຫ້ສົມບູນແບບ ແລະ ພວກເຂົາຈະສາມາດເດີນຕາມເສັ້ນທາງແຫ່ງຄວາມສົມບູນແບບຢ່າງຫຼີກເວັ້ນບໍ່ໄດ້. ຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນແມ່ນຄົນທີ່ປາສະຈາກຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າ, ຄົນທີ່ບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຄົນທີ່ບໍ່ໃສ່ໃຈຕໍ່ພຣະທຳຂອງພຣະອົງ ແລະ ຄົນທີ່ບໍ່ມີຫົວໃຈທີ່ຮັກພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ຄົນທີ່ສົງໄສໃນພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນບໍ່ແນ່ໃຈກ່ຽວກັບພຣະອົງ, ບໍ່ເຄີຍປະຕິບັດຕໍ່ພຣະທຳຂອງພຣະອົງຢ່າງຈິງຈັງຈັກເທື່ອ ແລະ ຫຼອກລວງພຣະອົງຢູ່ສະເໝີ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານ; ບໍ່ມີທາງທີ່ຈະເຮັດໃຫ້ຄົນດັ່ງກ່າວສົມບູນແບບໄດ້. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນແບບ, ແລ້ວກ່ອນອື່ນ ເຈົ້າຕ້ອງເປັນທີ່ໂປດປານຂອງພຣະເຈົ້າ ຍ້ອນວ່າ ພຣະເຈົ້າເຮັດໃຫ້ຄົນທີ່ພຣະອົງໂປດປານ ແລະ ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງສົມບູນ. ຖ້າເຈົ້າປາຖະໜາທີ່ເປັນທີ່ຈະມີຄວາມສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ແລ້ວເຈົ້າຕ້ອງມີຫົວໃຈທີ່ອ່ອນນ້ອມຕໍ່ພາລະກິດຂອງພຣະອົງ, ເຈົ້າຕ້ອງພະຍາຍາມສະແຫວງຫາຄວາມຈິງ ແລະ ເຈົ້າຕ້ອງຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ທຸກສິ່ງທີ່ເຈົ້າເຮັດໄດ້ຜ່ານການກວດສອບຂອງພຣະເຈົ້າແລ້ວບໍ? ເຈດຕະນາຂອງເຈົ້າຖືກຕ້ອງບໍ? ຖ້າເຈດຕະນາຂອງເຈົ້າຖືກຕ້ອງ, ແລ້ວພຣະເຈົ້າຈະຊົມເຊີຍເຈົ້າ; ຖ້າເຈດຕະນາຂອງເຈົ້ານັ້ນຜິດ, ສິ່ງນີ້ສະແດງໃຫ້ເຫັນວ່າ ສິ່ງທີ່ຫົວໃຈຂອງເຈົ້າຮັກບໍ່ແມ່ນພຣະເຈົ້າ, ແຕ່ຮັກເນື້ອໜັງ ແລະ ຊາຕານ. ສະນັ້ນ, ເຈົ້າຕ້ອງໃຊ້ການອະທິຖານເປັນວິທີຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ເມື່ອເຈົ້າອະທິຖານ, ເຖິງແມ່ນວ່າເຮົາບໍ່ໄດ້ຢືນຢູ່ຕໍ່ໜ້າເຈົ້າດ້ວຍຕົນເອງ, ພຣະວິນຍານບໍລິດສຸດກໍຈະຢູ່ກັບເຈົ້າ ແລະ
- [ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມບາດກ້າວຂອງພຣະອົງ](https://lo.kingdomsalvation.org/know-God-s-newest-work-and-follow-His-footsteps-judgment.html) - ຕອນນີ້ ເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ. ການກາຍມາເປັນປະຊາຊົນຂອງພຣະເຈົ້າໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ເຈົ້າເລີ່ມເຂົ້າສູ່ການຝຶກຝົນແຫ່ງອານາຈັກຢ່າງເປັນທາງການ ແລະ ຊີວິດໃນອະນາຄົດຂອງເຈົ້າກໍ່ຈະບໍ່ໂລເລ ແລະ ໄຮ້ລະບຽບດັ່ງທີ່ພວກເຂົາເປັນກ່ອນໜ້ານີ້; ເມື່ອດຳລົງຊີວິດໃນລັກສະນະນັ້ນ, ມັນເປັນໄປບໍ່ໄດ້ທີ່ຈະບັນລຸມາດຕະຖານທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າບໍ່ຮູ້ສຶກເຖິງຄວາມຮີບຮ້ອນໃດໆ ແລ້ວນີ້ກໍ່ສະແດງວ່າ ເຈົ້າບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ, ການສະແຫວງຫາຂອງເຈົ້າສັບສົນ ແລະ ວຸ້ນວາຍ ແລະ ເຈົ້າບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າສຳເລັດໄດ້. ການເຂົ້າສູ່ການຝຶກອົບຮົມແຫ່ງອານາຈັກໝາຍເຖິງການເລີ່ມຕົ້ນຊີວິດຂອງປະຊາຊົນຂອງພຣະເຈົ້າ, ເຈົ້າເຕັມໃຈທີ່ຈະຍອມຮັບການຝຶກຝົນດັ່ງກ່າວບໍ? ເຈົ້າເຕັມໃຈທີ່ຈະຮູ້ສຶກເຖິງຄວາມຮີບດ່ວນບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ລະບຽບວິໄນຂອງພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຕີສອນຂອງພຣະເຈົ້າບໍ? ເມື່ອພຣະທຳຂອງພຣະເຈົ້າມາເຖິງເຈົ້າ ແລະ ທົດສອບເຈົ້າ, ເຈົ້າຈະເຮັດແນວໃດ? ເຈົ້າຈະເຮັດຫຍັງແດ່ເມື່ອພົບກັບຂໍ້ແທ້ຈິງທຸກຮູບແບບ? ໃນອະດີດ ຄວາມສົນໃຈຂອງເຈົ້າບໍ່ແມ່ນກ່ຽວກັບຊີວິດ; ມື້ນີ້, ເຈົ້າຕ້ອງເຂົ້າສູ່ຊີວິດ-ຄວາມເປັນຈິງ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າ. ນີ້ຄືສິ່ງທີ່ປະຊາຊົນໃນອານາຈັກຕ້ອງເຮັດໃຫ້ສຳເລັດ. ທຸກຄົນທີ່ເປັນປະຊາຊົນຂອງພຣະເຈົ້າຕ້ອງມີຊີວິດ, ພວກເຂົາຕ້ອງຍອມຮັບການຝຶກຝົນແຫ່ງອານາຈັກ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງພວກເຂົາ. ນີ້ຄືສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກ. ສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກຄືດັ່ງລຸ່ມນີ້: 1. ພວກເຂົາຕ້ອງຍອມຮັບການຝາກຝັງຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ພວກເຂົາຕ້ອງຍອມຮັບພຣະທຳທຸກຂໍ້ທີ່ກ່າວໄວ້ໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ. 2. ພວກເຂົາຕ້ອງເຂົ້າສູ່ການຝຶກຝົນແຫ່ງອານາຈັກ. 3. ພວກເຂົາຕ້ອງສະແຫວງຫາເພື່ອເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບການສຳຜັດຈາກພຣະເຈົ້າ. ເມື່ອຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າມີຊີວິດຝ່າຍວິນຍານທີ່ທຳມະດາ
- [ຜູ້ທີ່ຮູ້ຈັກພາລະກິດໃນປັດຈຸບັນຂອງພຣະເຈົ້າເທົ່ານັ້ນຈຶ່ງສາມາດຮັບໃຊ້ພຣະເຈົ້າໄດ້](https://lo.kingdomsalvation.org/know-work-of-God-can-serve-God-selections.html) - ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ຄົນໆໜຶ່ງຕ້ອງມີຫຼັກການ ແລະ ຄົນໆໜຶ່ງຕ້ອງບັນລຸເງື່ອນໄຂໃດໜຶ່ງ: ຄົນໆໜຶ່ງຕ້ອງຮັກພຣະເຈົ້າໃນໃຈຂອງພວກເຂົາ ແລະ ເຂົ້າຫາພຣະທຳຂອງພຣະອົງ. ຖ້າເຈົ້າບໍ່ເຂົ້າສູ່ພຣະທຳຂອງພຣະເຈົ້າ ແລ້ວເຈົ້າກໍ່ບໍ່ມີທາງທີ່ຈະສ້າງຄວາມອັບອາຍໃຫ້ກັບຊາຕານໄດ້. ຕະຫຼອດການເຕີບໃຫຍ່ໃນຊີວິດຂອງພວກເຈົ້າ ພວກເຈົ້າກະບົດຕໍ່ມັງກອນແດງທີ່ຍິ່ງໃຫຍ່ ແລະ ນໍາຄວາມອັບອາຍຂາຍໜ້າທີ່ສຸດມາສູ່ມັນ. ມີພຽງສິ່ງນີ້ເທົ່ານັ້ນ ຈິ່ງເປັນການເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ໄດ້ຮັບຄວາມອັບອາຍຢ່າງແທ້ຈິງ. ຍິ່ງເຈົ້າເຕັມໃຈນໍາເອົາພຣະທຳຂອງພຣະເຈົ້າໄປປະຕິບັດຫຼາຍສໍ່າໃດ ຍິ່ງເປັນການພິສູດເຖິງຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ ແລະ ຄວາມກຽດຊັງທີ່ເຈົ້າມີຕໍ່ມັງກອນແດງທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ; ຍິ່ງເຈົ້າອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ ກໍຍິ່ງເປັນການພິສູດເຖິງຄວາມສະແຫວງຫາຄວາມຈິງຂອງເຈົ້າຫຼາຍສໍ່ານັ້ນ. ຄົນທີ່ບໍ່ສະແຫວງຫາພຣະທຳຂອງພຣະເຈົ້າແມ່ນຄົນທີ່ປາສະຈາກຊີວິດ. ຄົນເຫຼົ່ານັ້ນແມ່ນຄົນທີ່ຢູ່ນອກພຣະທຳຂອງພຣະເຈົ້າ, ເປັນຄົນຂອງສາສະໜາ. ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງມີຄວາມຮູ້ຢ່າງເລິກເຊິ່ງຫຼາຍຂຶ້ນກ່ຽວກັບພຣະທຳຂອງພຣະເຈົ້າ ໂດຍຜ່ານການກິນ ແລະ ດື່ມພຣະທຳຂອງພຣະອົງ. ຖ້າເຈົ້າບໍ່ສະແຫວງຫາພຣະທຳຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ສາມາດກິນ ແລະ ດື່ມພຣະທຳຂອງພຣະອົງຢ່າງແທ້ຈິງໄດ້ ແລະ ຖ້າເຈົ້າບໍ່ມີຄວາມຮູ້ໃນພຣະທຳຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ມີວິທີໃດທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ ຫຼື ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໄດ້. ໃນການເຊື່ອພຣະເຈົ້າ ຄົນໆໜຶ່ງຄວນຮູ້ຈັກພຣະເຈົ້າແນວໃດ? ຄົນໆໜຶ່ງຄວນມາຮູ້ຈັກພຣະເຈົ້າໂດຍອີງໃສ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ ໂດຍບໍ່ມີຄວາມບ່ຽງເບນ ຫຼື ມີຄວາມເຊື່ອທີ່ບໍ່ຖືກຕ້ອງ ແລະ ກ່ອນອື່ນໝົດ ຄົນໆໜຶ່ງຄວນຮູ້ຈັກພາລະກິດຂອງພຣະເຈົ້າ. ນີ້ຄືພື້ນຖານຂອງການຮູ້ຈັກພຣະເຈົ້າ. ທຸກຄວາມເຊື່ອທີ່ຫຼາກຫຼາຍ ແລະ ບໍ່ຖືກຕ້ອງເຫຼົ່ານັ້ນທີ່ຂາດຄວາມເຂົ້າໃຈກ່ຽວກັບພຣະທຳທີ່ບໍລິສຸດຂອງພຣະເຈົ້າແມ່ນແນວຄວາມຄິດທາງສາສະໜາ ເຊິ່ງເປັນຄວາມເຂົ້າໃຈທີ່ບິດເບືອນ.
- [ໃນຄວາມເຊື່ອ, ຄົນໆໜຶ່ງຕ້ອງໃຫ້ຄວາມສຳຄັນກັບຄວາມເປັນຈິງ ນັ້ນກໍຄື ການເຂົ້າຮ່ວມໃນພິທີກຳທາງສາສະໜາບໍ່ແມ່ນຄວາມເຊື່ອ](https://lo.kingdomsalvation.org/focus-on-reality-not-religius-rituals-selections.html) - ເຈົ້າປະຕິບັດພິທີກຳທາງສາສະໜາຫຼາຍສໍ່າໃດ? ເຈົ້າຕໍ່ຕ້ານພຣະທຳຂອງພຣະເຈົ້າ ແລະ ໄປຕາມທາງຂອງເຈົ້າເອງຈັກຄັ້ງແລ້ວ? ມີຈັກຄັ້ງທີ່ເຈົ້ານໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ເພາະເຈົ້າຄຳນຶງເຖິງພາລະຂອງພຣະອົງຢ່າງແທ້ຈິງ ແລະ ສະແຫວງຫາເພື່ອເຮັດຕາມເຈດຕະນາຂອງພຣະອົງ? ເຈົ້າຄວນເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ນໍາມັນເຂົ້າສູ່ການປະຕິບັດຕາມນັ້ນ. ໃຫ້ມີຫຼັກການໃນທຸກການກະທຳ ແລະ ການປະຕິບັດຂອງເຈົ້າ, ເຖິງແມ່ນວ່າສິ່ງນີ້ຈະບໍ່ໄດ້ໝາຍເຖິງການປະຕິບັດຕາມກົດລະບຽບ ຫຼື ການເຮັດບາງສິ່ງເພື່ອສະແດງອອກຢ່າງບໍ່ເຕັມໃຈເທົ່ານັ້ນ; ກົງກັນຂ້າມ, ມັນໝາຍເຖິງການປະຕິບັດຄວາມຈິງ ແລະ ການດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ. ການປະຕິບັດແບບນີ້ເທົ່ານັ້ນຈະເຮັດໃຫ້ພຣະເຈົ້າພໍໃຈ. ການປະຕິບັດໃດໜຶ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈບໍ່ແມ່ນກົດລະບຽບ, ແຕ່ເປັນການປະຕິບັດຄວາມຈິງ. ບາງຄົນມີຄວາມມັກທີ່ຈະດຶງດູດຄວາມສົນໃຈມາຫາຕົນເອງ. ເມື່ອຢູ່ຕໍ່ໜ້າອ້າຍເອື້ອຍນ້ອງຂອງພວກເຂົາ, ພວກເຂົາອາດເວົ້າວ່າພວກເຂົາຕິດໜີ້ບຸນຄຸນພຣະເຈົ້າ, ແຕ່ເມື່ອຢູ່ລັບຫລັງ ພວກເຂົາກໍບໍ່ປະຕິບັດຕາມຄວາມຈິງ ແລະ ເຮັດໃນທາງທີ່ກົງກັນຂ້າມຢ່າງສິ້ນເຊີງ. ສິ່ງເຫຼົ່ານີ້ບໍ່ແມ່ນພວກຟາຣີຊາຍທີ່ເຄັ່ງສາສະໜາບໍ? ບຸກຄົນໃດທີ່ຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມຈິງແມ່ນຄົນທີ່ມີຄວາມຈົງຮັກພັກດີຕໍ່ພຣະເຈົ້າ ພຽງແຕ່ບໍ່ເປີດເຜີຍອອກສູ່ພາຍນອກ. ບຸກຄົນນັ້ນຈະເຕັມໃຈປະຕິບັດຄວາມຈິງເມື່ອເກີດມີບັນຫາ ແລະ ຈະບໍ່ເວົ້າ ຫຼື ເຮັດໄປໃນທໍານອງທີ່ຂັດກັບຄວາມສຳນຶກຂອງພວກເຂົາ. ບຸກຄົນປະເພດນີ້ຈະສະແດງອອກເຖິງສະຕິປັນຍາ ເມື່ອເກີດມີບັນຫາ ແລະ ມີຫຼັກການໃນການກະທຳຂອງເຂົາ ບໍ່ວ່າຈະຢູ່ໃນສະຖານະການໃດໆກໍຕາມ. ບຸກຄົນແບບນີ້ແມ່ນບຸກຄົນທີ່ສາມາດໃຫ້ບໍລິການຢ່າງແທ້ຈິງ. ມີບາງຄົນມັກເວົ້າແຕ່ປາກເພື່ອສະແດງຄວາມຮູ້ບຸນຄຸນຂອງພວກເຂົາທີ່ມີຕໍ່ພຣະເຈົ້າ; ພວກເຂົາໃຊ້ເວລາແຕ່ລະມື້ຢູ່ກັບຄວາມເປັນຫ່ວງກັງວົນ, ໂອ້ອວດວ່າໂຕເອງດີເດັ່ນ ແລະ ທໍາທ່າເຮັດໂຕໜ້າສົງສານ. ຈັ່ງແມ່ນເປັນຕາໜ້າລັງກຽດແທ້ໆ! ຖ້າເຈົ້າຖາມພວກເຂົາວ່າ “ເຈົ້າສາມາດບອກຂ້ອຍໄດ້ບໍວ່າເຈົ້າຕິດໜີ້ບຸນຄຸນພຣະເຈົ້າແນວໃດ?”
- [ຄວາມແຕກຕ່າງທີ່ເປັນແກ່ນແທ້ລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ](https://lo.kingdomsalvation.org/incarnate-God-and-people-used-by-God-selections.html) - ພຣະວິນຍານຂອງພຣະເຈົ້າໄດ້ຊອກຫາເປັນເວລາຫຼາຍປີ ໃນຂະນະທີ່ພຣະອົງປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າໄດ້ນໍາໃຊ້ຜູ້ຄົນຫຼາຍຄົນເພື່ອປະຕິບັດພາລະກິດຂອງພຣະອົງຕະຫຼອດຍຸກຕ່າງໆ. ແຕ່ເຖິງຢ່າງນັ້ນກໍຕາມ ພຣະວິນຍານຂອງພຣະເຈົ້າກໍຍັງບໍ່ມີບ່ອນພັກຜ່ອນທີ່ເໝາະສົມ ເຊິ່ງນີ້ແມ່ນເຫດຜົນທີ່ພຣະເຈົ້າປ່ຽນຜູ້ຄົນຕ່າງໆໃນການເຮັດພາລະກິດຂອງພຣະອົງ. ໂດຍລວມແລ້ວ ພາລະກິດຂອງພຣະອົງແມ່ນຖືກເຮັດຜ່ານຜູ້ຄົນ. ນັ້ນໝາຍຄວາມວ່າ ຫຼາຍປີຜ່ານມາ ພາລະກິດຂອງພຣະເຈົ້າ ແມ່ນບໍ່ເຄີຍຢຸດ ແຕ່ສືບຕໍ່ດໍາເນີນຢູ່ໃນມະນຸດເລື້ອຍມາຈົນເຖິງທຸກວັນນີ້. ເຖິງແມ່ນວ່າພຣະເຈົ້າໄດ້ກ່າວພຣະທໍາຫຼາຍພຽງໃດ ແລະ ໄດ້ປະຕິບັດພາລະກິດຫຼາຍເທົ່າໃດກໍຕາມ ແຕ່ມະນຸດກໍຍັງບໍ່ຮູ້ຈັກພຣະເຈົ້າ ເຊິ່ງນັ້ນກໍເນື່ອງຈາກວ່າພຣະເຈົ້າບໍ່ເຄີຍປາກົດຕົວໃຫ້ມະນຸດໄດ້ເຫັນ ແລະ ພ້ອມນີ້ ພຣະອົງບໍ່ມີເນື້ອກາຍທີ່ສາມາດຈັບຕ້ອງໄດ້. ສະນັ້ນພຣະເຈົ້າຈຶ່ງຕ້ອງນໍາເອົາພາລະກິດດັ່ງກ່າວນີ້ມາສູ່ຄວາມສໍາເລັດ ເຊິ່ງເປັນພາລະກິດທີ່ຈະເຮັດໃຫ້ມະນຸດທຸກຄົນໄດ້ຮູ້ຈັກຄວາມໝາຍຄວາມສໍາຄັນຂອງພຣະເຈົ້າອົງແທ້ຈິງ. ເພື່ອບັນລຸຜົນສໍາເລັດນີ້ ພຣະເຈົ້າຕ້ອງເປີດເຜີຍພຣະວິນຍານຂອງພຣະອົງໃຫ້ມວນມະນຸດໄດ້ສໍາຜັດ ແລະ ປະຕິບັດພາລະກິດຂອງພຣະອົງໃນທ່າມກາງພວກເຂົາ. ນັ້ນໝາຍຄວາມວ່າ ເມື່ອພຣະວິນຍານຂອງພຣະເຈົ້າຮັບເອົາຮູບຮ່າງທີ່ເປັນຮູບປະທໍາ, ໃສ່ເນື້ອໜັງ ແລະ ກະດູກ ແລະ ສາມາດຍ່າງໃນທ່າມກາງຜູ້ຄົນຢ່າງເປີດເຜີຍ, ຕິດຕາມພວກເຂົາໃນຊີວິດຂອງພວກເຂົາ, ບາງຄັ້ງປາກົດຕົວ ແລະ ບາງຄັ້ງລົບຊ້ອນພຣະອົງເອງ, ເມື່ອນັ້ນເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດເຂົ້າໃຈພຣະອົງຢ່າງເລິກເຊິ່ງ. ຖ້າພຣະເຈົ້າຍັງສະຖິດຢູ່ໃນເນື້ອໜັງເທົ່ານັ້ນ, ພຣະອົງຈະບໍ່ສາມາດສໍາເລັດພາລະກິດທັງໝົດຂອງພຣະອົງໄດ້. ຫລັງຈາກປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງໃນໄລຍະໜຶ່ງ ແລະ ໄດ້ສໍາເລັດພັນທະກິດທີ່ຈໍາເປັນຕ້ອງກະທໍາໃຫ້ສໍາເລັດໃນເນື້ອໜັງ, ພຣະອົງກໍຈະອອກຈາກເນື້ອໜັງ ແລະ ເຮັດພາລະກິດໃນໂລກວິນຍານໃນຮູບລັກຂອງເນື້ອໜັງ ຄືດັງພຣະເຢຊູໄດ້ກະທໍາຫຼັງຈາກທີ່ພຣະອົງໄດ້ເຮັດພາລະກິດໃນໄລຍະໜຶ່ງໃນຄວາມເປັນມະນຸດທໍາມະດາ ແລະ ສໍາເລັດພາລະກິດທັງໝົດທີ່ພຣະອົງຈໍາເປັນຕ້ອງເຮັດໃຫ້ສຳເລັດ. ພວກເຈົ້າອາດຈື່ບົດຄວາມນີ້ຈາກ “ເສັ້ນທາງ... (5)”
- [ສຽງຟ້າຮ້ອງສະນັ່ນທັງເຈັດກໍາລັງທໍານາຍວ່າ ພຣະກິດຕິຄຸນຂອງອານາຈັກຈະເຜີຍແຜ່ໄປທົ່ວຈັກກະວານ](https://lo.kingdomsalvation.org/the-seven-thunders-peal-selections.html) - ເຮົາກຳລັງເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ສະຫງ່າລາສີຂອງເຮົາແມບເຫຼື້ອມທົ່ວຈັກກະວານ; ຄົນທຸກປະເພດມີເຈດຕະນາຂອງເຮົາຢູ່ພາຍໃນພວກເຂົາ ແລະ ທຸກຄົນຖືກຊີ້ນໍາໂດຍມືຂອງເຮົາ ແລະ ເລີ່ມປະຕິບັດພາລະໜ້າທີ່ທີ່ເຮົາມອບໝາຍໃຫ້. ເລີ່ມແຕ່ຈຸດນີ້ໄປ ເຮົາໄດ້ເຂົ້າສູ່ຍຸກໃໝ່ ແລະ ນໍາເອົາມວນມະນຸດໄປສູ່ໂລກອື່ນ. ເມື່ອເຮົາໄດ້ກັບມາສູ່ “ແຜ່ນດິນເກີດ” ຂອງເຮົາ ເຮົາກໍໄດ້ເລີ່ມປະຕິບັດອີກສ່ວນໜຶ່ງຂອງພາລະກິດໃນແຜນການເດີມຂອງເຮົາ ເພື່ອວ່າມະນຸດຈະໄດ້ຮູ້ຈັກເຮົາເລິກເຊິ່ງຍິ່ງຂຶ້ນ. ເຮົາເບິ່ງຈັກກະວານທັງໝົດ ແລະ ເຫັນວ່າ[ກ] ນີ້ຄືໂອກາດສໍາລັບພາລະກິດຂອງເຮົາ, ສະນັ້ນ ເຮົາຈຶ່ງຟ້າວໄປຟ້າວມາ ເພື່ອກະທໍາພາລະກິດໃໝ່ຂອງເຮົາໃນມະນຸດ. ໃນທີ່ສຸດແລ້ວ ນີ້ແມ່ນຍຸກໃໝ່ ແລະ ເຮົາໄດ້ນໍາເອົາພາລະກິດໃໝ່ມາ ເພື່ອຮັບເອົາຄົນໃໝ່ເຂົ້າສູ່ຍຸກໃໝ່ເພີ່ມຂຶ້ນ ແລະ ປະຖິ້ມຜູ້ທີ່ເຮົາຈະກໍາຈັດໃຫ້ຫຼາຍຂຶ້ນ. ໃນຊົນຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ເຮົາໄດ້ດໍາເນີນຂັ້ນຕອນໜຶ່ງຂອງພາລະກິດທີ່ມະນຸດບໍ່ອາດສາມາດເຂົ້າໃຈໄດ້, ເຮັດໃຫ້ພວກເຂົາໄກວໄປມາຕາມລົມ ເຊິ່ງຫຼັງຈາກນັ້ນ ຫຼາຍຄົນກໍຖືກພັດໄປກັບສາຍລົມຢ່າງງຽບໆ. ຄວາມຈິງແລ້ວ ນີ້ແມ່ນ “ພື້ນລານຟາດເຂົ້າ” ທີ່ເຮົາກໍາລັງຈະປັດກວດ; ມັນແມ່ນສິ່ງທີ່ເຮົາຕ້ອງການ ແລະ ພ້ອມນີ້ ມັນຄືແຜນການຂອງເຮົາ. ເພາະວ່າ ຄົນຊົ່ວຮ້າຍທັງຫຼາຍໄດ້ພາກັນຢ່ອງເຂົ້າມາ ໃນຂະນະທີ່ເຮົາປະຕິບັດພາລະກິດຢູ່ນັ້ນ, ແຕ່ເຮົາບໍ່ຟ້າວຟັ່ງທີ່ຈະຂັບໄລ່ພວກເຂົາໜີ. ກົງກັນຂ້າມ ເຮົາຈະທໍາລາຍພວກເຂົາໃຫ້ແຕກກະຈາຍ ເມື່ອເຖິງເວລາອັນສົມຄວນ. ແລ້ວຫຼັງຈາກນັ້ນ ເຮົາຈະໄດ້ເປັນນໍ້າພຸແຫ່ງຊີວິດ ທີ່ເຮັດໃຫ້ຜູ້ທີ່ຮັກເຮົາຢ່າງແທ້ຈິງໄດ້ຮັບໝາກໄມ້ຂອງຕົ້ນເດື່ອ ແລະ ກິ່ນຫອມຂອງດອກລິນລີ່ຈາກເຮົາ.
- [ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ](https://lo.kingdomsalvation.org/live-for-truth-since-believe-in-God-selections.html) - ບັນຫາທົ່ວໄປທີ່ເກີດຂຶ້ນກັບທຸກຄົນກໍຄື ພວກເຂົາເຂົ້າໃຈຄວາມຈິງ ແຕ່ລົ້ມເຫຼວໃນການນຳມັນເຂົ້າສູ່ການປະຕິບັດ. ດ້ານໜຶ່ງກໍ່ຍ້ອນວ່າ ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ອີກຢ່າງກໍຍ້ອນຄວາມເຂົ້າໃຈຂອງພວກເຂົາມີບໍ່ພຽງພໍເກີນໄປ; ພວກເຂົາຈຶ່ງບໍ່ສາມາດເບິ່ງຜ່ານຄວາມຍາກລຳບາກຫຼາຍຢ່າງໃນຊີວິດປະຈຳວັນສຳລັບສິ່ງທີ່ພວກເຂົາເປັນ ແລະ ບໍ່ຮູ້ວິທີປະຕິບັດຢ່າງເໝາະສົມ. ຍ້ອນວ່າປະສົບການຂອງມະນຸດນັ້ນຕື້ນເກີນໄປ, ຄວາມສາມາດຕໍ່າເກີນໄປ ແລະ ລະດັບຄວາມເຂົ້າໃຈເຖິງຄວາມຈິງຂອງພວກເຂົາກໍ່ຈຳກັດ ພວກເຂົາບໍ່ມີທາງແກ້ໄຂຄວາມຍາກລຳບາກທີ່ພວກເຂົາຜະເຊີນໃນຊີວິດປະຈຳວັນໄດ້. ພວກເຂົາເຊື່ອໃນພຣະເຈົ້າພຽງແຕ່ໃນຄຳເວົ້າເທົ່ານັ້ນ ແລະ ບໍ່ສາມາດນໍາພຣະເຈົ້າເຂົ້າໄປໃນຊີວິດປະຈຳວັນຂອງພວກເຂົາໄດ້. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າຄືພຣະເຈົ້າ, ຊີວິດກໍຄືຊີວິດ ແລະ ຄືກັບວ່າ ໃນຊີວິດຂອງເຂົາ, ຜູ້ຄົນບໍ່ມີຄວາມສຳພັນຫຍັງກັບພຣະເຈົ້າເລີຍ. ນັ້ນຄືສິ່ງທີ່ທຸກຄົນຄິດ. ໃນຄວາມເປັນຈິງ ການເຊື່ອພຣະເຈົ້າໃນລັກສະນະນັ້ນ ຈະບໍ່ເຮັດໃຫ້ຜູ້ຄົນຖືກຮັບ ແລະ ເຮັດໃຫ້ສົມບູນໂດຍພຣະອົງ. ແທ້ຈິງແລ້ວ ບໍ່ແມ່ນເປັນຍ້ອນພຣະທໍາຂອງພຣະເຈົ້າບໍ່ເປັນທີ່ຮູ້ຈັກຢ່າງສົມບູນ ແຕ່ເປັນຍ້ອນຄວາມສາມາດໃນການເຂົ້າໃຈຂອງຜູ້ຄົນບໍ່ພຽງພໍ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ເກືອບບໍ່ມີຄົນໃດເລີຍທີ່ເຮັດຕາມຄວາມປາດຖະໜາເດີມຂອງພຣະເຈົ້າ; ກົງກັນຂ້າມ ຄວາມເຊື່ອຂອງພວກເຂົາທີ່ຢູ່ໃນພຣະເຈົ້າແມ່ນຂຶ້ນກັບຄວາມປາດຖະໜາຂອງພວກເຂົາເອງ, ຄວາມຄິດເຫັນກ່ຽວກັບສາດສະໜາທີ່ພວກເຂົາມີໃນອະດີດ ແລະ ວິທີການເຮັດສິ່ງຕ່າງໆຂອງພວກເຂົາ. ມີພຽງໜ້ອຍຄົນທີ່ຮັບການປ່ຽນແປງຫຼັງຈາກທີ່ຮັບເອົາພຣະທໍາຂອງພຣະເຈົ້າ ແລະ ເລີ່ມຕົ້ນເຮັດຕາມເຈດຕະນາຂອງພຣະອົງ. ກົງກັນຂ້າມ ພວກເຂົາຍຶດໝັ້ນໃນຄວາມເຊື່ອທີ່ຜິດຂອງພວກເຂົາ. ເມື່ອຜູ້ຄົນເລີ່ມຕົ້ນເຊື່ອໃນພຣະເຈົ້າ ພວກເຂົາພຽງແຕ່ເຊື່ອອີງຕາມລະບຽບປະເພນີຂອງສາສະໜາ ແລະ ພວກເຂົາດຳລົງຊີວິດ ແລະ ມີປະຕິສຳພັນຕໍ່ກັບຄົນອື່ນໂດຍອີງໃສ່ຮາກຖານປັດຊະຍາກ່ຽວກັບຄວາມສໍາພັນທາງໂລກຂອງພວກເຂົາເອງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ກໍລະນີເຊັ່ນນີ້ແມ່ນເກີດຂຶ້ນສຳລັບເກົ້າຄົນໃນທຸກໆສິບຄົນ. ມີພຽງໜ້ອຍຄົນທີ່ກຳນົດແຜນອື່ນ
- [ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບທີ່ມະນຸດຈິນຕະນາການບໍ?](https://lo.kingdomsalvation.org/is-the-work-of-God-so-simple-selections.html) - ໃນຖານະເປັນຄົນທີ່ເຊື່ອໃນພຣະເຈົ້າ, ເຈົ້າແຕ່ລະຄົນຄວນຊາບຊຶ່ງວ່າ ເຈົ້າໄດ້ຮັບການສັນລະເສີນ ແລະ ຄວາມລອດພົ້ນສູງສຸດຢ່າງແທ້ຈິງພາຍໃນປັດຈຸບັນໂດຍການໄດ້ຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ພາລະກິດທັງໝົດໃນແຜນການຂອງພຣະອົງທີ່ພຣະອົງປະຕິບັດໃນຕົວເຈົ້າ. ພຣະເຈົ້າໄດ້ມອບຄວາມເອົາໃຈໃສ່ທັງໝົດໃຫ້ແກ່ພາລະກິດຂອງພຣະອົງທົ່ວທັງຈັກກະວານກັບກຸ່ມຄົນດັ່ງກ່າວນີ້. ພຣະອົງໄດ້ເສຍສະຫຼະເລືອດຫົວໃຈທັງໝົດຂອງພຣະອົງສຳລັບພວກເຈົ້າ; ພຣະອົງໄດ້ຮຽກພາລະກິດທັງໝົດຂອງພຣະວິນຍານທົ່ວທັງຈັກກະວານກັບຄືນ ແລະ ມອບໃຫ້ກັບພວກເຈົ້າ. ນີ້ຄືເຫດຜົນທີ່ວ່າ ພວກເຈົ້າເປັນຄົນທີ່ໂຊກດີ. ນອກຈາກນັ້ນ, ພຣະອົງໄດ້ຍ້າຍລັດສະໝີຂອງພຣະອົງຈາກອິດສະຣາເອນ ເຊິ່ງເປັນຊົນຊາດທີ່ພຣະອົງໄດ້ຊົງເລືອກ ແລະ ມອບໃຫ້ກັບພວກເຈົ້າ ແລະ ພຣະອົງຈະເຮັດໃຫ້ຄວາມປະສົງຂອງແຜນງານຂອງພຣະອົງປາກົດອອກມາຢ່າງສົມບູນຜ່ານຄົນກຸ່ມນີ້. ດ້ວຍເຫດນັ້ນ, ພວກເຈົ້າເປັນຄົນທີ່ຈະຮັບມໍລະດົກຂອງພຣະເຈົ້າ ແລະ ຍິ່ງກວ່ານັ້ນແມ່ນ ພວກເຈົ້າເປັນຜູ້ສືບທອດລັດສະໝີຂອງພຣະເຈົ້າ. ບາງເທື່ອ ພວກເຈົ້າທຸກຄົນຈະຈົດຈໍາພຣະທຳເຫຼົ່ານີ້: “ສຳລັບຄວາມຍາກລໍາບາກອັນເລັກນ້ອຍຂອງພວກເຮົານັ້ນ ເປັນພຽງຊົ່ວຄາວ ທີ່ຫຼໍ່ຫຼອມໃຫ້ພວກເຮົາໄດ້ຮັບລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ”. ພວກເຈົ້າທຸກຄົນໄດ້ຍິນພຣະທຳເຫຼົ່ານີ້ກ່ອນໜ້ານີ້ ແຕ່ບໍ່ມີໃຜໃນພວກເຈົ້າທີ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພວກມັນ. ໃນມື້ນີ້ພວກເຈົ້າໄດ້ຮູ້ຢ່າງເລິກເຊິ່ງເຖິງຄວາມໝາຍທີ່ແທ້ຈິງຢູ່ໃນພຣະທໍາ. ພຣະທຳເຫຼົ່ານີ້ຈະຖືກປະຕິບັດໃຫ້ສຳເລັດໂດຍພຣະເຈົ້າໃນຍຸກສຸດທ້າຍ ແລະ ພວກມັນຈະຖືກເຮັດໃຫ້ສຳເລັດກັບຜູ້ຄົນທີ່ໄດ້ຖືກບຽດບຽນຂົ່ມເຫັງຢ່າງໂຫດຮ້າຍຈາກມັງກອນແດງທີ່ຍິ່ງໃຫຍ່ໃນດິນແດນທີ່ມັນນອນຂົດຢູ່. ມັງກອນແດງທີ່ຍິ່ງໃຫຍ່ຂົ່ມເຫັງພຣະເຈົ້າ ແລະ ເປັນສັດຕູຂອງພຣະເຈົ້າ, ເພາະສະນັ້ນ, ປະຊາຊົນໃນດິນແດນແຫ່ງນີ້ ຈຶ່ງຖືກເຮັດໃຫ້ອັບອາຍ ແລະ ຖືກກົດຂີ່ ເນື່ອງຈາກຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ພຣະທຳເຫຼົ່ານີ້ຈະຖືກປະຕິບັດໃຫ້ສຳເລັດໃນຄົນກຸມນີ້ ນັ້ນກໍ່ຄືພວກເຈົ້າ. ຍ້ອນມັນໄດ້ລົງມືປະຕິບັດໃນດິນແດນທີ່ຕໍ່ຕ້ານພຣະເຈົ້າ, ພາລະກິດທັງໝົດຂອງພຣະເຈົ້າກໍຈະພົບກັບອຸປະສັກອັນໃຫຍ່ຫຼວງ ແລະ ພຣະທຳຂອງພຣະອົງຫຼາຍຂໍ້ກໍບໍ່ສາມາດສໍາເລັດໄດ້ທັນທີ;
- [ຄວາມຮູ້ກ່ຽວກັບພາລະກິດໃນປັດຈຸບັນຂອງພຣະເຈົ້າ](https://lo.kingdomsalvation.org/knowing-God-s-work-today-selections.html) - ສ່ວນໃຫຍ່ແລ້ວ, ການຮູ້ຈັກພາລະກິດຂອງພຣະເຈົ້າໃນຍຸກປັດຈຸບັນນີ້ແມ່ນການຮູ້ຈັກພັນທະກິດທີ່ສຳຄັນຂອງພຣະເຈົ້າທີ່ມາບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ເລື່ອງທີ່ພຣະອົງໄດ້ລົງມາເພື່ອປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ. ກ່ອນໜ້ານີ້ ເຮົາໄດ້ກ່າວໄວ້ໃນພຣະທຳຂອງເຮົາແລ້ວວ່າ ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກ (ໃນຊ່ວງຍຸກສຸດທ້າຍ) ເພື່ອວາງແບບຢ່າງກ່ອນທີ່ຈະຈາກໄປ. ພຣະເຈົ້າວາງແບບຢ່າງນີ້ແນວໃດ? ພຣະອົງກະທຳດັ່ງນັ້ນໂດຍການກ່າວພຣະທຳ ແລະ ໂດຍການປະຕິບັດພາລະກິດ ແລະ ການກ່າວໄປທົ່ວແຜ່ນດິນ. ນີ້ຄືພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍ; ພຣະອົງພຽງແຕ່ກ່າວ ເພື່ອເຮັດໃຫ້ແຜ່ນດິນໂລກກາຍມາເປັນໂລກແຫ່ງພຣະທຳ, ເພື່ອວ່າທຸກຄົນຈະໄດ້ຮັບການຈັດຕຽມ ແລະ ໄດ້ຮັບຄວາມສະຫວ່າງຈາກພຣະທໍາຂອງພຣະອົງ ແລະ ເພື່ອວ່າວິນຍານຂອງມະນຸດຈະໄດ້ຕື່ນຂຶ້ນ ແລະ ເຂົາຈະໄດ້ຮັບຄວາມຊັດເຈນກ່ຽວກັບນິມິດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ລົງມາເທິງແຜ່ນດິນໂລກເພື່ອກ່າວພຣະທຳໂດຍສະເພາະ. ເມື່ອພຣະເຢຊູມາ, ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ພຣະອົງສໍາເລັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ພຣະອົງໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະບັນຍັດ ແລະ ລຶບລ້າງສິ່ງເກົ່າທັງໝົດ. ການມາຂອງພຣະເຢຊູໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ; ການມາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະຄຸນ. ພຣະອົງໄດ້ມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອໃຊ້ພຣະທຳໃນການເຮັດໃຫ້ມະນຸດສົມບູນ, ເພື່ອເຍືອງທາງ ແລະ ໃຫ້ແສງສະຫວ່າງກັບມະນຸດ ແລະ ເພື່ອກຳຈັດບ່ອນຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ. ນີ້ບໍ່ແມ່ນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດເມື່ອເວລາພຣະອົງມາ. ເມື່ອພຣະເຢຊູມາ, ພຣະອົງໄດ້ກະທໍາການອັດສະຈັນຫຼາຍຢ່າງ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງປະຕິບັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ຜົນຕາມມາກໍຄື
- [ເຈົ້າຄວນຮູ້ວ່າ ພຣະເຈົ້າຜູ້ຊົງສໍາພັນກັບຊີວິດຈິງແມ່ນຕົວພຣະເຈົ້າເອງ](https://lo.kingdomsalvation.org/practical-God-is-God-Himself-selections.html) - ເຈົ້າຄວນຮູ້ຫຍັງແດ່ກ່ຽວກັບພຣະເຈົ້າທີ່ແທ້ຈິງ? ພຣະວິນຍານ, ບຸກຄົນ ແລະ ພຣະທຳປະກອບເປັນພຣະເຈົ້າທີ່ແທ້ຈິງ ແລະ ສິ່ງນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງພຣະເຈົ້າທີ່ແທ້ຈິງ. ຖ້າເຈົ້າພຽງແຕ່ຮູ້ຈັກບຸກຄົນເທົ່ານັ້ນ ນັ້ນກໍຄື ຖ້າເຈົ້າຮູ້ຈັກນິໄສ ແລະ ລັກສະນະຂອງພຣະອົງ ແຕ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານ ຫຼື ສິ່ງທີ່ພຣະວິນຍານປະຕິບັດໃນເນື້ອໜັງ ແລະ ຖ້າເຈົ້າພຽງແຕ່ໃຫ້ຄວາມໃສ່ໃຈກັບພຣະວິນຍານ ແລະ ພຣະທຳ ແລະ ພຽງແຕ່ອະທິຖານຕໍ່ໜ້າພຣະວິນຍານ ແຕ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນພຣະເຈົ້າທີ່ແທ້ຈິງ ແລ້ວສິ່ງນີ້ກໍຍັງພິສູດອີກວ່າ ເຈົ້າບໍ່ຮູ້ຈັກພຣະເຈົ້າທີ່ແທ້ຈິງ. ຄວາມຮູ້ກ່ຽວກັບພຣະເຈົ້າທີ່ແທ້ຈິງລວມເຖິງການຮູ້ຈັກ ແລະ ການມີປະສົບການໃນພຣະທຳຂອງພຣະອົງ ແລະ ການເຂົ້າໃຈກົດລະບຽບ ແລະ ຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ ແລະ ວິທີທີ່ພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ມັນຍັງລວມເຖິງການຮູ້ຈັກວ່າ ທຸກການກະທຳຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງແມ່ນຖືກຄວບຄຸມໂດຍພຣະວິນຍານ ແລະ ພຣະທຳຕ່າງໆທີ່ພຣະອົງກ່າວອອກມາແມ່ນການສຳແດງເຖິງພຣະວິນຍານໂດຍກົງ. ສະນັ້ນ ເພື່ອຮູ້ຈັກພຣະເຈົ້າທີ່ແທ້ຈິງ, ມັນເປັນສິ່ງສຳຄັນທີ່ສຸດທີ່ຕ້ອງຮູ້ຈັກວ່າ ພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ ແລະ ໃນຄວາມເປັນພຣະເຈົ້າແນວໃດ; ດ້ວຍເຫດນັ້ນ ສິ່ງນີ້ຈຶ່ງກ່ຽວຂ້ອງກັບການສຳແດງເຖິງພຣະວິນຍານ ເຊິ່ງທຸກຄົນມີສ່ວນຮ່ວມນໍາ. ແມ່ນຫຍັງຄືລັກສະນະຂອງການສຳແດງເຖິງພຣະວິນຍານ? ບາງຄັ້ງ ພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ ແລະ ບາງຄັ້ງກໍປະຕິບັດໃນຄວາມເປັນພຣະເຈົ້າ, ແຕ່ໃນທັງສອງກໍລະນີ ແມ່ນຄວບຄຸມໂດຍພຣະວິນຍານ. ວິນຍານຫຍັງກໍຕາມທີ່ຢູ່ພາຍໃນຜູ້ຄົນແມ່ນການສຳແດງອອກພາຍນອກຂອງພວກເຂົາ. ພຣະວິນຍານປະຕິບັດພາລະກິດເປັນປົກກະຕິ
- [ອານາຈັກພັນປີມາຮອດແລ້ວ](https://lo.kingdomsalvation.org/millennial-kingdom-has-arrived-selections.html) - ພວກເຈົ້າເຄີຍເຫັນບໍ່ວ່າພຣະເຈົ້າຈະບັນລຸພາລະກິດໃດໃນກຸ່ມຄົນເຫຼົ່ານີ້? ພຣະເຈົ້າເຄີຍກ່າວໄວ້ຄັ້ງໜຶ່ງວ່າ ເຖິງແມ່ນຢູ່ໃນອານາຈັກພັນປີ ມະນຸດຍັງຈະຕ້ອງປະຕິບັດຕາມພຣະວັດຈະນະຂອງພຣະອົງຕໍ່ໄປ ແລະ ໃນອະນາຄົດ ພຣະວັດຈະນະຂອງພຣະເຈົ້າກໍຍັງຈະນຳພາຊີວິດຂອງມະນຸດໂດຍກົງຢູ່ໃນດິນແດນທີດີແຫ່ງການາອານນີ້. ເມື່ອໂມເຊຢູ່ໃນຖິ່ນແຫ້ງແລ້ງກັນດານ, ພຣະເຈົ້າໄດ້ແນະນຳ ແລະ ເວົ້າກັບລາວໂດຍກົງ. ພຣະເຈົ້າສົ່ງອາຫານ ສົ່ງນໍ້າ ແລະ ອາຫານມານາຈາກສະຫວັນມາໃຫ້ຜູ້ຄົນ ແລະ ທຸກມື້ນີ້ກໍຍັງເປັນແບບນັ້ນຢູ່: ພຣະເຈົ້າໄດ້ສົ່ງສິ່ງຕ່າງໆລົງມາໃຫ້ຜູ້ຄົນກິນ ແລະ ດື່ມໂດຍພຣະອົງເອງ ແລະ ພຣະອົງໄດ້ສົ່ງຄຳສາບເພື່ອຂ້ຽນຕີຜູ້ຄົນໂດຍພຣະອົງເອງເຊັ່ນກັນ. ສະນັ້ນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງແມ່ນຖືກດຳເນີນໂດຍຕົວພຣະເຈົ້າເອງ. ໃນທຸກມື້ນີ້ ຜູ້ສະແຫວງຫາການປະກົດຂອງຄວາມຈິງ, ພວກເຂົາສະແຫວງຫາສັນຍານບອກເຫດການ ແລະ ຄວາມມະຫັດສະຈັນ ແລະ ມັນອາດເປັນໄປໄດ້ທີ່ຄົນທັງໝົດດັ່ງກ່າວຈະຖືກປະຖິ້ມ ເພາະວ່າພາລະກິດຂອງພຣະເຈົ້າກໍປາກົດເປັນຈິງຫຼາຍຂຶ້ນ. ບໍ່ມີຜູ້ໃດຮູ້ວ່າພຣະເຈົ້າໄດ້ສະເດັດລົງມາຈາກສະຫວັນແລ້ວ, ພວກເຂົາຍັງບໍ່ຮູ້ຊໍ້າວ່າພຣະເຈົ້າໄດ້ສົ່ງອາຫານ ແລະ ຢາບຳລຸງຈາກສະຫວັນມາໃຫ້. ແຕ່ພຣະເຈົ້າມີຢູ່ຈິງ ແລະ ພາບທີ່ປຸກໃຈຂອງອານາຈັກພັນປີທີ່ຜູ້ຄົນຈິນຕະນາການເຖິງ ກໍເປັນພຣະວັດຈະນະສ່ວນຕົວຂອງພຣະເຈົ້າເຊັ່ນກັນ. ນີ້ເປັນຄວາມຈິງ ແລະ ມີແຕ່ສິ່ງນີ້ເທົ່ານັ້ນທີ່ຖືກເອີ້ນວ່າເປັນການປົກຄອງກັບພຣະເຈົ້າຢູ່ເທິງແຜ່ນດິນໂລກ. ການປົກຄອງກັບພຣະເຈົ້າຢູ່ໃນແຜ່ນດິນໂລກແມ່ນໝາຍເຖິງເນື້ອໜັງມະນຸດ. ສິ່ງທີ່ບໍ່ແມ່ນເນື້ອໜັງມະນຸດບໍ່ມີຢູ່ຈິງຢູ່ເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ທຸກຄົນທີ່ສົນໃຈການໄປສະຫວັນທີສາມແມ່ນເຮັດໄປໂດຍທີ່ບໍ່ມີປະໂຫຍດຫຍັງ. ມື້ໜຶ່ງ ເມື່ອຈັກກະວານທັງໝົດກັບຄືນຫາພຣະເຈົ້າ ສູນກາງພາລະກິດຂອງພຣະອົງໃນທົ່ວຈັກກະວານຈະປະຕິບັດຕາມພຣະວັດຈະນະຂອງພຣະອົງ; ໃນຂະນະຢູ່ບ່ອນອື່ນ, ບາງຄົນຈະໃຊ້ໂທລະສັບ, ບາງຄົນຈະຂີ່ຍົນ, ບາງຄົນຈະຂີ່ເຮືອຂ້າມທະເລ
- [ພຣະບັນຍັດແຫ່ງຍຸກໃໝ່](https://lo.kingdomsalvation.org/commandments-of-the-new-age-selections.html) - ໃນການຜະເຊີນພາລະກິດຂອງພຣະເຈົ້າ, ພວກເຈົ້າຕ້ອງອ່ານພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ ແລະ ປະກອບຕົນເອງດ້ວຍຄວາມຈິງ. ແຕ່ບໍ່ວ່າພວກເຈົ້າຕ້ອງການເຮັດຫຍັງ ຫຼື ພວກເຈົ້າຕ້ອງການເຮັດມັນແນວໃດກໍຕາມ, ບໍ່ຈໍາເປັນສໍາລັບຄໍາອະທິຖານ ຫຼື ຄໍາອ້ອນວອນຢ່າງຈິງຈັງຂອງພວກເຈົ້າ ແລະ ແນ່ນອນ ສິ່ງເຫຼົ່ານີ້ບໍ່ມີປະໂຫຍດໃດໆ. ແຕ່ໃນປັດຈຸບັນ, ບັນຫາທີ່ກໍາລັງຢູ່ຕໍ່ໜ້າພວກເຈົ້າກໍຄືພວກເຈົ້າບໍ່ຮູ້ວິທີການຜະເຊີນພາລະກິດຂອງພຣະເຈົ້າ ແລະ ມີດ້ານລົບຫຼາຍຢ່າງໃນຕົວພວກເຈົ້າ. ພວກເຈົ້າຮູ້ຈັກຄຳສັ່ງສອນ, ແຕ່ພວກເຈົ້າບໍ່ມີຄວາມເປັນຈິງຫຼາຍ. ນີ້ບໍ່ແມ່ນສັນຍານບົ່ງບອກເຖິງຄວາມບິດເບືອນບໍ? ຄວາມບິດເບືອນຫຼາຍຢ່າງແມ່ນປາກົດອອກຢ່າງຊັດເຈນຢູ່ໃນພວກເຈົ້າ ກຸ່ມນີ້. ໃນປັດຈຸບັນ, ພວກເຈົ້າບໍ່ສາມາດບັນລຸການທົດລອງດັ່ງກ່າວໃນຖານະທີ່ເປັນ “ຜູ້ບໍລິການ” ແລະ ພວກເຈົ້າບໍ່ສາມາດຈິນຕະນາການ ຫຼື ສໍາເລັດການທົດລອງອື່ນໆ ແລະ ການຫຼໍ່ຫຼອມທີ່ກ່ຽວຂ້ອງກັບພຣະທໍາຂອງພຣະເຈົ້າ. ພວກເຈົ້າຕ້ອງຍຶດໝັ້ນຕໍ່ຫຼາຍສິ່ງທີ່ພວກເຈົ້າຄວນນໍາໄປປະຕິບັດ. ໝາຍຄວາມວ່າ ຜູ້ຄົນຕ້ອງຍຶດໝັ້ນຕໍ່ຫຼາຍໜ້າທີ່ ທີ່ພວກເຂົາຄວນປະຕິບັດ. ນີ້ຄືສິ່ງທີ່ຜູ້ຄົນຄວນຍຶດໝັ້ນ ແລະ ນີ້ຄືສິ່ງທີ່ພວກເຂົາຕ້ອງປະຕິບັດ. ຈົ່ງປ່ອຍໃຫ້ພຣະວິນຍານບໍລິສຸດເຮັດໃນສິ່ງທີ່ພຣະວິນຍານບໍລິສຸດຕ້ອງເຮັດ; ມະນຸດບໍ່ສາມາດມີບົດບາດໃນສິ່ງດັ່ງກ່າວ. ມະນຸດຄວນຍຶດໝັ້ນໃນສິ່ງທີ່ມະນຸດຄວນເຮັດ ເຊິ່ງບໍ່ມີສ່ວນກ່ຽວຂ້ອງກັບພຣະວິນຍານບໍລິສຸດ. ມັນບໍ່ແມ່ນຫຍັງເລີຍ ນອກຈາກເປັນສິ່ງທີ່ມະນຸດຄວນເຮັດ ແລະ ຄວນຍຶດໝັ້ນດັ່ງພຣະບັນຍັດ, ຄືກັນກັບການຍຶດໝັ້ນຕາມພຣະບັນຍັດໃນພັນທະສັນຍາເດີມ. ເຖິງປັດຈຸບັນຈະບໍ່ແມ່ນຍຸກແຫ່ງພຣະບັນຍັດ ແຕ່ກໍຍັງມີພຣະທໍາຫຼາຍຂໍ້ທີ່ຄວນຍຶດໝັ້ນ ເຊິ່ງຢູ່ໃນຮູບແບບດຽວກັບພຣະທຳໃນຍຸກແຫ່ງພຣະບັນຍັດ. ພຣະທໍາເຫຼົ່ານີ້ບໍ່ໄດ້ຖືກດໍາເນີນພຽງແຕ່ອາໄສການສໍາຜັດຂອງພຣະວິນຍານບໍລິສຸດເທົ່ານັ້ນ, ແຕ່ກົງກັນຂ້າມ ພວກມັນແມ່ນສິ່ງທີ່ມະນຸດຄວນຍຶດໝັ້ນ. ຕົວຢ່າງ: ເຈົ້າຈະບໍ່ຕັດສິນພາລະກິດຂອງພຣະເຈົ້າທີ່ແທ້ຈິງ.
- [ກ່ຽວກັບການນຳໃຊ້ມະນຸດຂອງພຣະເຈົ້າ](https://lo.kingdomsalvation.org/concerning-God-s-use-of-man-judgment.html) - ບໍ່ມີໃຜສາມາດດໍາລົງຊີວິດແບບອິດສະຫຼະໄດ້ຍົກເວັ້ນຜູ້ທີ່ໄດ້ຮັບທິດທາງ ແລະ ການຊີ້ນໍາພິເສດໂດຍພຣະວິນຍານບໍລິສຸດ, ເພາະວ່າພວກເຂົາຕ້ອງການພັນທະກິດ ແລະ ການລ້ຽງດູຈາກຜູ້ທີ່ຖືກໃຊ້ໂດຍພຣະເຈົ້າ. ດ້ວຍເຫດນັ້ນ, ໃນແຕ່ລະຍຸກ ພຣະເຈົ້າຍົກລະດັບຜູ້ຄົນທີ່ແຕກຕ່າງກັນ ຜູ້ທີ່ເຮັ່ງຮີບ ແລະ ຫຍຸ້ງວຽກຕະຫຼອດຍ້ອນລ້ຽງດູຄຣິດຕະຈັກຕ່າງໆເພື່ອຜົນປະໂຫຍດຂອງພາລະກິດຂອງພຣະອົງ. ນັ້ນໝາຍຄວາມວ່າ ພາລະກິດຂອງພຣະເຈົ້າຕ້ອງເຮັດໂດຍຜູ້ທີ່ພຣະອົງເຫັນຊອບ ແລະ ອະນຸມັດ; ພຣະວິນຍານບໍລິສຸດຕ້ອງໃຊ້ສ່ວນໜຶ່ງທີ່ຢູ່ໃນຕົວພວກເຂົາທີ່ເໝາະສົມໃນການນໍາໃຊ້ເພື່ອປະຕິບັດພາລະກິດ ແລະ ພວກເຂົາຈະຖືກເຮັດໃຫ້ເໝາະສົມໃນການນໍາໃຊ້ໂດຍພຣະເຈົ້າ ໂດຍຜ່ານການເຮັດໃຫ້ສົມບູນແບບໂດຍພຣະວິນຍານບໍລິສຸດ. ເນື່ອງຈາກວ່າຄວາມສາມາດໃນການເຂົ້າໃຈຂອງມະນຸດຍັງມີຄວາມຈໍາກັດຫຼາຍເກີນໄປ ເຂົາຕ້ອງໄດ້ຮັບການລ້ຽງດູຈາກຜູ້ທີ່ຖືກໃຊ້ໂດຍພຣະເຈົ້າ; ມັນຄືກັນກັບ ການທີ່ພຣະເຈົ້ານໍາໃຊ້ໂມເຊ, ຜູ້ທີ່ພຣະອົງເຫັນວ່າເໝາະສົມສໍາລັບການນໍາໃຊ້ໃນເວລານັ້ນ ແລະ ຜູ້ທີ່ພຣະອົງໃຊ້ເພື່ອປະຕິບັດພາລະກິດຂອງພຣະເຈົ້າໃນຍຸກນັ້ນ. ໃນຂັ້ນຕອນນີ້, ພຣະເຈົ້າໃຊ້ຊາຍຄົນຫນຶ່ງ ໂດຍໃຊ້ປະໂຫຍດຈາກສ່ວນໜຶ່ງໃນຕົວເຂົາ ທີ່ສາມາດນຳໃຊ້ໂດຍພຣະວິນຍານບໍລິສຸດເພື່ອປະຕິບັດພາລະກິດ ແລະ ພຣະວິນຍານບໍລິສຸດທັງຊີ້ນໍາ ແລະ ເຮັດໃຫ້ສ່ວນທີ່ຍັງເຫຼືອທີ່ບໍ່ສາມາດໃຊ້ໄດ້ນັ້ນສົມບູນແບບໃນເວລາດຽວກັນ. ພາລະກິດທີ່ປະຕິບັດໂດຍຜູ້ທີ່ຖືກນຳໃຊ້ໂດຍພຣະເຈົ້າແມ່ນເພື່ອການຮ່ວມມືກັບພາລະກິດຂອງພຣະຄຣິດ ຫຼື ພຣະວິນຍານບໍລິສຸດ. ຜູ້ຊາຍຄົນນີ້ໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າໃນບັນດາມະນຸດ, ເພິ່ນຢູ່ທີ່ນັ້ນເພື່ອນໍາພາທຸກຄົນທີ່ຖືກເລືອກໂດຍພຣະເຈົ້າ ແລະ ເພິ່ນຍັງໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າເພື່ອເຮັດວຽກຮ່ວມມືກັບມະນຸດ. ໂດຍຜ່ານບຸກຄົນນີ້, ຜູ້ທີ່ສາມາດເຮັດວຽກຮ່ວມມືກັບມະນຸດ, ຄວາມຕ້ອງການຂອງພຣະເຈົ້າຕໍ່ມະນຸດທີ່ຫຼາຍຂຶ້ນ ແລະ ພາລະກິດທີ່ພຣະວິນຍານບໍລິສຸດຕ້ອງປະຕິບັດທ່າມກາງມະນຸດກໍຈະສາມາດບັນລຸໄດ້ໂດຍຜ່ານບຸກຄົນນີ້. ເວົ້າໄດ້ອີກຢ່າງໜຶ່ງກໍຄື: ຈຸດປະສົງຂອງພຣະເຈົ້າໃນການນໍາໃຊ້ຜູ້ຊາຍຄົນນີ້ແມ່ນເພື່ອໃຫ້ທຸກຄົນທີ່ຕິດຕາມພຣະເຈົ້າສາມາດເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າຫຼາຍຂຶ້ນ ແລະ ສາມາດບັນລຸຂໍ້ກໍານົດຂອງພຣະເຈົ້າຫຼາຍຂຶ້ນ. ເນື່ອງຈາກວ່າຜູ້ຄົນບໍ່ສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າ ຫຼື ເຈດຕະນາຂອງພຣະເຈົ້າໄດ້ໂດຍກົງ, ພຣະເຈົ້າຈຶ່ງແຕ່ງຕັ້ງບາງຄົນຂຶ້ນມາ
- [ວິທີຮັບໃຊ້ໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ](https://lo.kingdomsalvation.org/serve-in-harmony-with-God-s-will-selections.html) - ເມື່ອຄົນໆໜຶ່ງເຊື່ອໃນພຣະເຈົ້າ, ຄົນໆນັ້ນຄວນຮັບໃຊ້ພຣະອົງແນວໃດແທ້ໆ? ມີເງື່ອນໄຂຫຍັງແດ່ທີ່ຄວນປະຕິບັດຕາມ ແລະ ມີຄວາມຈິງຫຍັງແດ່ທີ່ຄົນທີ່ຮັບໃຊ້ພຣະເຈົ້າຄວນເຂົ້າໃຈ? ແລ້ວພວກເຈົ້າອາດຫັນເຫຢູ່ບ່ອນໃດໃນການຮັບໃຊ້ຂອງພວກເຈົ້າ? ພວກເຈົ້າຄວນຮູ້ຈັກຄຳຕອບຕໍ່ທຸກສິ່ງເຫຼົ່ານີ້. ບັນຫາເຫຼົ່ານີ້ຈະບົ່ງບອກເຖິງວິທີທີ່ພວກເຈົ້າເຊື່ອໃນພຣະເຈົ້າ ແລະ ວິທີທີ່ພວກເຈົ້າຍ່າງບົນເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ ແລະ ປ່ອຍໃຫ້ພຣະເຈົ້າປັ້ນແຕ່ງເຈົ້າໃນທຸກສິ່ງ, ເຊິ່ງດ້ວຍເຫດນັ້ນຈຶ່ງຈະເຮັດໃຫ້ພວກເຈົ້າເຂົ້າໃຈທຸກຂັ້ນຕອນໃນພາລະກິດຂອງພຣະເຈົ້າທີ່ປະຕິບັດໃນຕົວພວກເຈົ້າ. ເມື່ອພວກເຈົ້າໄປເຖິງຈຸດນັ້ນ, ພວກເຈົ້າຈະເຂົ້າໃຈວ່າແມ່ນຫຍັງຄືຄວາມເຊື່ອຕໍ່ພຣະເຈົ້າ, ວິທີການເຊື່ອໃນພຣະເຈົ້າຢ່າງຖືກຕ້ອງ ແລະ ສິ່ງທີ່ພວກເຈົ້າຄວນເຮັດປະຕິບັດໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ສິ່ງນີ້ຈະເຮັດໃຫ້ພວກເຈົ້າເຊື່ອຟັງພາລະກິດຂອງພຣະເຈົ້າຢ່າງສົມບູນແບບ ແລະ ຢ່າງເຕັມທີ່; ພວກເຈົ້າຈະບໍ່ມີການຕໍ່ວ່າ ແລະ ພວກເຈົ້າຈະບໍ່ຕັດສິນ ຫຼື ວິເຄາະ, ແຮງໄກທີ່ຈະຄົ້ນຄວ້າພາລະກິດຂອງພຣະເຈົ້າ. ເມື່ອເປັນດັ່ງນັ້ນ, ພວກເຈົ້າທຸກຄົນຈະສາມາດອ່ອນນ້ອມຕໍ່ພຣະເຈົ້າຈົນເຖິງມື້ຕາຍ, ຍິນຍອມໃຫ້ພຣະເຈົ້າບັນຊາພວກເຈົ້າ ແລະ ສັງເວີຍພວກເຈົ້າຄືດັ່ງໂຕແກະເພື່ອວ່າພວກເຈົ້າທຸກຄົນຈະໄດ້ສາມາດມາກາຍເປັນເປໂຕແຫ່ງຊຸມປີ 1990 ແລະ ສາມາດຮັກພຣະເຈົ້າຢ່າງສຸດໃຈໂດຍບໍ່ມີການຕໍ່ວ່າຫຍັງທັງສິ້ນເຖິງແມ່ນວ່າຈະຖືກຄຶງໃສ່ໄມ້ກາງແຂນກໍ່ຕາມ. ໃນຕອນນັ້ນເອງ ພວກເຈົ້າຈຶ່ງຈະສາມາດດໍາລົງຊີວິດເໝືອນເປໂຕແຫ່ງຊຸມປີ 1990. ທຸກຄົນທີ່ໄດ້ຕັດສິນໃຈຢ່າງເດັດດ່ຽວທີ່ຈະຮັບໃຊ້ພຣະເຈົ້າ, ແຕ່ມີພຽງຄົນທີ່ສະແດງເຖິງການຄໍານຶງ ແລະ ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າເທົ່ານັ້ນຈຶ່ງມີຄຸນສົມບັດ ແລະ ມີສິດທີ່ຈະຮັບໃຊ້ພຣະເຈົ້າໄດ້. ເຮົາໄດ້ຄົ້ນພົບສິ່ງນີ້ທ່າມກາງພວກເຈົ້າ: ຫຼາຍຄົນເຊື່ອວ່າຕາບໃດທີ່ພວກເຂົາຕັ້ງໃຈເຜີຍແຜ່ຂ່າວປະເສີດສຳລັບພຣະເຈົ້າຢ່າງກະຕືລືລົ້ນ, ອອກເດີນທາງເພື່ອພຣະເຈົ້າ, ເສຍສະຫຼະຕົນເອງ ແລະ ສະຫຼະຖິ້ມສິ່ງຕ່າງໆເພື່ອພຣະເຈົ້າ ແລະ ອື່ນໆອີກ, ແລ້ວນີ້ກໍ່ແມ່ນການຮັບໃຊ້ພຣະເຈົ້າ. ແມ່ນແຕ່ຄົນທີ່ຍິ່ງເຄັ່ງສາສະໜາຫຼາຍຄົນເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການແລ່ນໄປມາໂດຍທີ່ມີພຣະຄໍາພີໃນມືຂອງພວກເຂົາ, ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ
- [ຄົນຊົ່ວຮ້າຍຈະຖືກລົງໂທດຢ່າງແນ່ນອນ](https://lo.kingdomsalvation.org/the-wicked-must-be-punished-selections.html) - ຈົ່ງເບິ່ງໃນຕົວພວກເຈົ້າວ່າເຫັນຄວາມຊອບທຳໃນທຸກສິ່ງທີ່ເຈົ້າກະທຳ ຫຼື ບໍ່ ແລະ ພຣະເຈົ້າໄດ້ເຝົ້າເບິ່ງການກະທໍາທັງໝົດຂອງເຈົ້າ ຫຼື ບໍ່: ນີ້ ແມ່ນຫຼັກການຂອງຄົນທີ່ເຊື່ອໃນພຣະເຈົ້າປະຕິບັດພາລະກິດຂອງພວກເຂົາ. ພວກເຈົ້າຈະຖືກເອີ້ນວ່າເປັນຄົນທ່ຽງທໍາ ຍ້ອນວ່າພວກເຈົ້າສາມາດເຮັດໃຫ້ພຣະເຈົ້າເພິ່ງພໍໃຈ ແລະ ຍ້ອນວ່າພວກເຈົ້າໄດ້ຍອມຮັບເອົາການເບິ່ງແຍງດູແລ ແລະ ການປົກປ້ອງຈາກພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ, ທຸກຄົນທີ່ຍອມຮັບເອົາການເບິ່ງແຍງດູແລ, ການປົກປ້ອງ ແລະ ຄວາມສົມບູນແບບຂອງພຣະເຈົ້າ ແລະ ຜູ້ທີ່ພຣະອົງຊົງເລືອກແມ່ນຄົນມີສິນທໍາ ແລະ ພຣະອົງຖືວ່າພວກເຂົາທັງໝົດມີຄຸນຄ່າ. ຍິ່ງເຈົ້າຍອມຮັບພຣະທໍາຂອງພຣະເຈົ້າໃນປັດຈຸບັນຫຼາຍເທົ່າໃດ, ເຈົ້າກໍຍິ່ງຈະສາມາດເຂົ້າໃຈ ແລະ ຢັ່ງຮູ້ເຈດຕະນາຂອງພຣະເຈົ້າຫຼາຍເທົ່ານັ້ນ ແລະ ດ້ວຍເຫດນີ້ ເຈົ້າກໍຈະຍິ່ງສາມາດດໍາລົງຊີວິດດ້ວຍພຣະທໍາຂອງພຣະເຈົ້າ ແລະ ຕອບສະໜອງຄວາມຕ້ອງການຂອງພຣະອົງ. ນີ້ຄືພາລະກິດຂອງພຣະເຈົ້າ ທີ່ໄດ້ມອບໝາຍໃຫ້ພວກເຈົ້າ ແລະ ມັນແມ່ນສິ່ງທີ່ພວກເຈົ້າທຸກຄົນຄວນເຮັດໃຫ້ສໍາເລັດ. ຖ້າເຈົ້າໃຊ້ແນວຄວາມຄິດຕົວເອງວັດແທກ ແລະ ຈໍາກັດພຣະເຈົ້າ ຄືດັ່ງພຣະເຈົ້າເປັນຮູບປັ້ນດິນໜຽວທີ່ບໍ່ມີການປ່ຽນແປງ ແລະ ຖ້າເຈົ້າພຽງແຕ່ຈໍາກັດພຣະເຈົ້າຢູ່ພາຍໃນຂອບເຂດພຣະຄໍາພີ ແລະ ຈໍາກັດພຣະອົງພາຍໃນຂອບເຂດວຽກງານທີ່ຈໍາກັດ, ແລ້ວນີ້ກໍພິສູດວ່າພວກເຈົ້າໄດ້ປະນາມພຣະເຈົ້າ. ຍ້ອນວ່າຄົນຢິວຂອງຍຸກແຫ່ງພັນທະສັນຍາເດີມນັ້ນ ເຫັນພຣະເຈົ້າເປັນຮູບປັ້ນບູຊາທີ່ເປັນຮູບຮ່າງຕາຍຕົວທີ່ພວກເຂົາຍຶດຖືໃນຫົວໃຈຂອງພວກເຂົາ ຄືດັ່ງວ່າພຣະເຈົ້າສາມາດເປັນພຽງພຣະເມຊີອາເທົ່ານັ້ນ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ຖືກເອີ້ນວ່າພຣະເມຊີອາທີ່ສາມາດເປັນພຣະເຈົ້າ ແລະ ຍ້ອນວ່າມະນຸດຮັບໃຊ້ ແລະ ບູຊາພຣະເຈົ້າຄ້າຍກັບວ່າພຣະອົງແມ່ນຮູບປັ້ນດິນໜຽວ
- [ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນ](https://lo.kingdomsalvation.org/promises-to-those-perfected-selections.html) - ເສັ້ນທາງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບແມ່ນຫຍັງ? ລວມມີດ້ານໃດແດ່? ເຈົ້າເຕັມໃຈໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບບໍ? ເຈົ້າເຕັມໃຈຍອມຮັບການພິພາກສາ ແລະ ການລົງໂທດຂອງພຣະອົງບໍ? ເຈົ້າຮູ້ຫຍັງແດ່ກ່ຽວກັບຄຳຖາມເຫຼົ່ານີ້? ຖ້າເຈົ້າບໍ່ມີຄວາມຮູ້ທີ່ຈະກ່າວກ່ຽວກັບສິ່ງນີ້, ແລ້ວສິ່ງນີ້ພິສູດໃຫ້ເຫັນວ່າເຈົ້າຍັງບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ເຊິ່ງເຈົ້າບໍ່ໄດ້ຖືກເຮັດໃຫ້ຮູ້ແຈ້ງໂດຍພຣະວິນຍານບໍລິສຸດແມ່ນແຕ່ໜ້ອຍດຽວ. ມັນເປັນໄປບໍ່ໄດ້ສໍາລັບຜູ້ຄົນດັ່ງກ່າວຈະຖືກເຮັດໃຫ້ສົມບູນແບບ. ພວກເຂົາພຽງແຕ່ໄດ້ຮັບພຣະຄຸນຈຳນວນໜ້ອຍດຽວເທົ່ານັ້ນເພື່ອຊື່ນຊົມມັນໃນເວລາສັ້ນໆ ແລະ ສິ່ງນັ້ນຈະບໍ່ຢືນຍົງຄົງຕົວ. ຜູ້ຄົນບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້ ຖ້າພວກເຂົາພຽງແຕ່ຊື່ນຊົມພຣະຄຸນຂອງພຣະອົງ. ບາງຄົນພໍໃຈເມື່ອເນື້ອໜັງຂອງພວກເຂົາມີຄວາມສະຫງົບສຸກ ແລະ ຄວາມຊື່ນບານ, ເມື່ອຊີວິດຂອງພວກເຂົາສະດວກສະບາຍໂດຍບໍ່ມີຄວາມທຸກຍາກ ຫຼື ຄວາມໂຊກຮ້າຍໃດໆ, ເມື່ອຄອບຄົວຂອງພວກເຂົາດຳລົງຊີວິດຢູ່ໃນຄວາມສະຫງົບສຸກໂດຍບໍ່ມີການຕໍ່ສູ້ ຫຼື ການຂັດແຍ້ງ ແລະ ພວກເຂົາອາດເຊື່ອວ່ານີ້ແມ່ນພຣະພອນຂອງພຣະເຈົ້າ, ແຕ່ໃນຄວາມຈິງແລ້ວ ມັນເປັນພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ພວກເຈົ້າບໍ່ຄວນພໍໃຈກັບການຊື່ນຊົມພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ຄວາມຄິດແບບນີ້ແມ່ນຫຍາບຊ້າຫຼາຍ. ເຖິງແມ່ນວ່າເຈົ້າອ່ານພຣະທໍາຂອງພຣະເຈົ້າທຸກມື້, ອະທິຖານທຸກມື້ ແລະ ຈິດວິນຍານຂອງເຈົ້າຮູ້ສຶກເຖິງຄວາມຊື່ນຊົມຍິນດີຢ່າງຍິ່ງ ແລະ ມີຄວາມສະຫງົບສຸກເປັນພິເສດ, ແຕ່ທ້າຍສຸດແລ້ວ ຖ້າເຈົ້າບໍ່ມີສິ່ງໃດຈະເວົ້າເຖິງຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ບໍ່ມີປະສົບການຫຍັງເລີຍ; ບໍ່ວ່າເຈົ້າໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຫຼາຍປານໃດກໍຕາມ, ຖ້າເຈົ້າພຽງແຕ່ຮູ້ສຶກເຖິງຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີໃນຈິດວິນຍານຂອງເຈົ້າ ແລະ ພຣະທໍາຂອງພຣະເຈົ້ານັ້ນຫວານເກີນກວ່າຈະປຽບທຽບໄດ້, ຄືກັບວ່າເຈົ້າບໍ່ສາມາດຊື່ນຊົມມັນໄດ້ຢ່າງພຽງພໍ, ແຕ່ເຈົ້າບໍ່ມີປະສົບການຕົວຈິງ ແລະ ຂາດຄວາມເປັນຈິງກ່ຽວກັບພຣະທໍາຂອງພຣະເຈົ້າຢ່າງສິ້ນເຊີງ,
- [ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນອ່ອນນ້ອມຕໍ່ພຣະເຈົ້າ](https://lo.kingdomsalvation.org/faith-in-God-should-obey-God-selections.html) - ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຄົນສ່ວນໃຫຍ່ຈະສັບສົນກັບຄໍາຖາມນີ້. ພວກເຂົາຈະມີມຸມມອງ ທີ່ແຕກຕ່າງກັນຢ່າງສິ້ນເຊີງກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ ພຣະເຈົ້າທີ່ຢູ່ເທິງສະຫວັນຢູ່ສະເໝີ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາເຊື່ອໃນພຣະເຈົ້າ ບໍ່ແມ່ນຍ້ອນເພື່ອອ່ອນນ້ອມຕໍ່ພຣະອົງ ແຕ່ເພື່ອຮັບຜົນປະໂຫຍດບາງຢ່າງ ຫຼື ເພື່ອຫຼົບໜີຄວາມທຸກທໍລະມານທີ່ໄພພິບັດໄດ້ນໍາມາ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະຂ້ອນຂ້າງອ່ອນນ້ອມ. ການອ່ອນນ້ອມຂອງພວກເຂົາແມ່ນມີເງື່ອນໄຂ ນັ້ນກໍຄືເພື່ອຜົນປະໂຫຍດຕໍ່ຄວາມຫວັງສ່ວນຕົວຂອງພວກເຂົາ ແລະ ພວກເຂົາຖືກບິບບັງຄັບ. ສະນັ້ນ ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຖ້າພຽງເພື່ອຜົນປະໂຫຍດຕໍ່ຄວາມຫວັງ ແລະ ເພື່ອຊະຕາກໍາຂອງເຈົ້າເທົ່ານັ້ນ ແລ້ວມັນຈະດີກວ່າຖ້າເຈົ້າບໍ່ໄດ້ເຊື່ອເລີຍ. ຄວາມເຊື່ອແບບນີ້ແມ່ນການຫຼອກລວງຕົວເອງ, ການເຮັດໃຫ້ໝັ້ນໃຈໃນຕົວເອງ ແລະ ການຍົກຍ້ອງຕົວເອງ. ຖ້າຄວາມເຊື່ອຂອງເຈົ້າບໍ່ໄດ້ຖືກສ້າງຂຶ້ນບົນພື້ນຖານຂອງການອ່ອນນ້ອມຕໍ່ພຣະເຈົ້າ ສຸດທ້າຍເຈົ້າກໍຈະຖືກລົງໂທດ ຍ້ອນການຕໍ່ຕ້ານພຣະເຈົ້າ. ທຸກຄົນທີ່ບໍ່ສະແຫວງຫາຄວາມອ່ອນນ້ອມຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາກໍຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ, ໃຫ້ພວກເຂົາຫິວກະຫາຍຫາພຣະທໍາຂອງພຣະອົງ ແລະ ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ນໍາເອົາພຣະທໍາເຫຼົ່ານັ້ນມາປະຕິບັດ ເພື່ອວ່າພວກເຂົາຈະສາມາດບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ຖ້າສິ່ງເຫຼົ່ານີ້ຄືເຈດຕະນາທີ່ແທ້ຈິງຂອງເຈົ້າ, ແລ້ວພຣະເຈົ້າກໍຈະຍົກເຈົ້າຂຶ້ນຢ່າງແນ່ນອນ ແລະ ມີຄວາມເມດຕາຕໍ່ເຈົ້າຢ່າງແນ່ນອນ. ສິ່ງນີ້ແມ່ນບໍ່ຕ້ອງສົງໄສ ແລະ ບໍ່ສາມາດປ່ຽນແປງໄດ້. ຖ້າເຈດຕະນາຂອງເຈົ້າບໍ່ແມ່ນເພື່ອອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຈົ້າມີເປົ້າໝາຍອື່ນ ແລ້ວທຸກສິ່ງທີ່ເຈົ້າເວົ້າ ແລະ ເຮັດ ແລະ
- [ມະນຸດທີ່ເສື່ອມຊາມບໍ່ສາມາດເປັນຕົວແທນພຣະເຈົ້າໄດ້](https://lo.kingdomsalvation.org/man-incapable-of-representing-God-selections.html) - ມະນຸດໄດ້ດຳລົງຊີວິດຢູ່ພາຍໃຕ້ການປົກຄຸມຂອງອິດທິພົນແຫ່ງຄວາມມືດ, ຕົກເປັນທາດອິດທິພົນຂອງຊາຕານທີ່ບໍ່ສາມາດຫຼົບໜີໄດ້. ຫຼັງຈາກທີ່ອຸປະນິໄສຂອງມະນຸດໄດ້ຜ່ານການປຸງແຕ່ງໂດຍຊາຕານ ມະນຸດກໍຍິ່ງເສື່ອມຊາມຂຶ້ນເລື້ອຍໆ. ມັນສາມາດເວົ້າໄດ້ວ່າ ມະນຸດໄດ້ດຳລົງຊີວິດຢູ່ທ່າມກາງອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງເຂົາຢູ່ສະເໝີ ແລະ ບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເມື່ອເປັນດັ່ງນັ້ນ ຖ້າມະນຸດປາຖະໜາທີ່ຈະຮັກພຣະເຈົ້າ, ເຂົາຕ້ອງປົດຖິ້ມຄວາມຄິດທີ່ວ່າຕົວເອງຊອບທໍາ, ຄວາມຄິດທີ່ວ່າຕົວເອງສຳຄັນ, ຄວາມຈອງຫອງ, ຄວາມອວດດີ ແລະ ສິ່ງອື່ນໆທີ່ຄ້າຍຄືກັນ ເຊິ່ງທຸກສິ່ງນີ້ແມ່ນເປັນອຸປະນິໄສຂອງຊາຕານ. ຖ້າບໍ່ດັ່ງນັ້ນ ຄວາມຮັກຂອງພວກເຂົາກໍເປັນຄວາມຮັກທີ່ບໍ່ບໍລິສຸດ, ຄວາມຮັກທີ່ຊົ່ວຮ້າຍ ແລະ ເປັນຄວາມຮັກທີ່ບໍ່ສາມາດຮັບເອົາການເຫັນດີຂອງພຣະເຈົ້າຢ່າງແນ່ນອນ. ຫາກປາສະຈາກການຖືກເຮັດໃຫ້ສົມບູນ, ແຕກຫັກ, ລິຮານ, ລົງວິໄນ, ຕີສອນ ຫຼື ຫຼໍ່ຫຼອມໂດຍພຣະວິນຍານບໍລິສຸດໂດຍກົງ, ບໍ່ມີໃຜສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ. ຖ້າເຈົ້າເວົ້າວ່າ ສ່ວນໜຶ່ງຂອງອຸປະນິໄສຂອງເຈົ້າເປັນຕົວແທນໃຫ້ກັບພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າກໍສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ, ເຈົ້າແມ່ນເປັນຄົນທີ່ກ່າວຄຳເວົ້າແບບຈອງຫອງ ແລະ ເປັນມະນຸດທີ່ໄຮ້ສາລະທີ່ສຸດ. ມະນຸດປະເພດນີ້ຄືຫົວໜ້າທູດສະຫວັນ! ທຳມະຊາດທີ່ມີມາແຕ່ເກີດຂອງມະນຸດບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ. ມະນຸດຕ້ອງປະຖິ້ມທຳມະຊາດທີ່ມີມາແຕ່ເກີດຂອງເຂົາໂດຍຜ່ານການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ຫຼັງຈາກນັ້ນ ມີພຽງແຕ່ການພິຈາລະນາຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືການປະສົບພາລະກິດຂອງພຣະວິນຍານບໍລິສຸດ, ການດຳລົງຊີວິດຂອງເຂົາຈຶ່ງສາມາດໄດ້ຮັບການເຫັນດີຈາກພຣະເຈົ້າໄດ້. ບໍ່ມີໃຜຜູ້ເຊິ່ງດຳລົງຊີວິດຢູ່ໃນເນື້ອໜັງສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ ນອກຈາກເຂົາຈະເປັນມະນຸດທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ ແມ່ນແຕ່ສຳລັບຄົນປະເພດນີ້, ມັນບໍ່ສາມາດເວົ້າໄດ້ວ່າ ອຸປະນິໄສຂອງເຂົາ ແລະ
- [ຜູ້ເຊື່ອຄວນມີມຸມມອງແບບໃດ](https://lo.kingdomsalvation.org/viewpoint-believers-ought-to-hold-selections.html) - ມະນຸດໄດ້ຮັບຫຍັງ ນັບຕັ້ງແຕ່ທີ່ໄດ້ເລີ່ມເຊື່ອໃນພຣະເຈົ້າເປັນຄັ້ງທຳອິດ? ເຈົ້າໄດ້ມາຮູ້ຈັກຫຍັງແດ່ກ່ຽວກັບພຣະເຈົ້າ? ເຈົ້າໄດ້ປ່ຽນແປງຫຼາຍປານໃດ ຍ້ອນຄວາມເຊື່ອຂອງເຈົ້າທີ່ມີໃນພຣະເຈົ້າ? ມື້ນີ້ ພວກເຈົ້າທັງຫຼາຍລ້ວນແຕ່ຮູ້ແລ້ວວ່າ ຄວາມເຊື່ອໃນພຣະເຈົ້າຂອງມະນຸດ ບໍ່ແມ່ນສະເພາະສໍາລັບຄວາມລອດພົ້ນຂອງຈິດວິນຍານ ແລະ ເພື່ອຄວາມສຸກທາງເນື້ອກາຍເທົ່ານັ້ນ ຫຼື ມັນບໍ່ແມ່ນເພື່ອເຮັດໃຫ້ຊີວິດຂອງເຂົາເພີ່ມພູນຂຶ້ນ ຜ່ານການຮັກພຣະເຈົ້າ ແລະ ອື່ນໆ. ເມື່ອເປັນແນວນັ້ນ, ຖ້າເຈົ້າຮັກພຣະເຈົ້າ ເພື່ອຈຸດປະສົງແຫ່ງຄວາມຜາສຸກຂອງເນື້ອໜັງ ຫຼື ຄວາມເພິ່ງພໍໃຈຊົ່ວຂະນະ, ແລ້ວເຖິງແມ່ນວ່າ ທ້າຍທີ່ສຸດແລ້ວ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ຈະມາຮອດຈຸດສູງສຸດ ແລະ ພວກເຈົ້າ ກໍບໍ່ຂໍຫຍັງອີກເລີຍ, ຄວາມຮັກທີ່ເຈົ້າສະແຫວງຫາ ຍັງຄົງເປັນຄວາມຮັກທີ່ບໍ່ບໍລິສຸດ ແລະ ບໍ່ເປັນທີ່ພໍໃຈຕໍ່ພຣະເຈົ້າ. ຜູ້ທີ່ໃຊ້ຄວາມຮັກທີ່ມີຕໍ່ພຣະເຈົ້າ ເພື່ອເພີ່ມພູນຊີວິດອັນໜ້າເບື່ອຂອງພວກເຂົາ ແລະ ເຕີມເຕັມຊ່ອງວ່າງໃນໃຈຂອງພວກເຂົາ ແມ່ນປະເພດຂອງຜູ້ຄົນທີ່ເຫັນແກ່ຕົວສໍາລັບຊີວິດອັນແສນສະບາຍ, ບໍ່ແມ່ນຜູ້ທີ່ສະແຫວງຫາຄວາມຮັກພຣະເຈົ້າຢ່າງແທ້ຈິງ. ຄວາມຮັກປະເພດນີ້ ແມ່ນການບັງຄັບ, ມັນເປັນການສະແຫວງຫາຄວາມເພິ່ງພໍໃຈທາງອາລົມ ແລະ ພຣະເຈົ້າບໍ່ຕ້ອງການມັນ. ແລ້ວຄວາມຮັກຂອງເຈົ້າແມ່ນແບບໃດ? ເຈົ້າຮັກພຣະເຈົ້າເພື່ອຫຍັງ? ຕອນນີ້, ຄວາມຮັກອັນແທ້ຈິງ ທີ່ເຈົ້າມີໃຫ້ພຣະເຈົ້ານັ້ນຫຼາຍປານໃດ? ຄວາມຮັກທີ່ພວກເຈົ້າສ່ວນໃຫຍ່ມີ ແມ່ນດັ່ງທີ່ໄດ້ກ່າວໄວ້ກ່ອນໜ້ານີ້. ຄວາມຮັກດັ່ງກ່າວ ພຽງແຕ່ສາມາດຮັກສາສະຖານະພາບໃນປັດຈຸບັນໄວ້ໄດ້ເທົ່ານັ້ນ; ມັນບໍ່ສາມາດ ເຮັດໃຫ້ເກີດຄວາມໝັ້ນຄົງຊົ່ວນິລັນດອນໄດ້ ຫຼື
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ—ບົດທີ 29](https://lo.kingdomsalvation.org/the-twenty-ninth-utterance-selections.html) - ໃນມື້ທີ່ທຸກສິ່ງຖືກເຮັດໃຫ້ຟື້ນຄືນຊີບ, ເຮົາໄດ້ລົງມາຢູ່ທ່າມກາງມະນຸດ ແລະ ເຮົາໄດ້ໃຊ້ເວລາທັງກາງເວັນ ແລະ ກາງຄືນຢ່າງມະຫັດສະຈັນກັບເຂົາ. ມີແຕ່ໃນເວລານີ້ເທົ່ານັ້ນ ມະນຸດຈຶ່ງຮູ້ສຶກໄດ້ໜ້ອຍໜຶ່ງເຖິງຄວາມສາມາດເຂົ້າຫາໄດ້ງ່າຍ ແລະ ເຂົ້າກັນໄດ້ຂອງເຮົາ ແລະ ເມື່ອການປະຕິສໍາພັນຂອງເຂົາກັບເຮົາມີຫຼາຍຂຶ້ນ, ເຂົາຈຶ່ງເຫັນເຖິງບາງສິ່ງທີ່ເຮົາມີ ແລະ ເປັນ ເຊິ່ງດ້ວຍເຫດນັ້ນ ຜົນຕາມມາກໍຄື ເຂົາໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບເຮົາ. ໃນທ່າມກາງບັນດາຄົນທັງປວງ, ເຮົາໄດ້ເງີຍຫົວຂຶ້ນ ແລະ ເຝົ້າເບິ່ງ ແລະ ພວກເຂົາທຸກຄົນກໍເຫັນເຮົາ. ແຕ່ເມື່ອໄພພິບັດເກີດຂຶ້ນເທິງແຜ່ນດິນໂລກ, ພວກເຂົາກໍເປັນກັງວົນທັນທີ ແລະ ພາບຫຼັກຂອງເຮົາກໍຫາຍໄປຈາກຫົວໃຈຂອງພວກເຂົາ; ຕື່ນຕົກໃຈຍ້ອນການມາຂອງໄພພິບັດ, ພວກເຂົາບໍ່ສົນໃຈການຕັກເຕືອນຂອງເຮົາເລີຍ. ເປັນເວລາຫຼາຍປີທີ່ເຮົາໄດ້ຍ່າງຜ່ານທ່າມກາງມະນຸດ, ແຕ່ເຂົາກໍຍັງບໍ່ຮູ້ສຶກຕົວສະເໝີ ແລະ ບໍ່ຮູ້ຈັກເຮົາຈັກເທື່ອ. ໃນປັດຈຸບັນ ເຮົາບອກສິ່ງນີ້ໃຫ້ແກ່ເຂົາດ້ວຍປາກຂອງເຮົາເອງ ເພື່ອວ່າທຸກຄົນຈະສາມາດມາຢູ່ຕໍ່ໜ້າເຮົາເພື່ອຮັບເອົາບາງສິ່ງຈາກເຮົາ, ແຕ່ພວກເຂົາກໍຍັງຫ່າງເຫີນຈາກເຮົາ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ຈັກເຮົາ. ເມື່ອບາດກ້າວຂອງເຮົາກ້າວໄປຂ້າມຈັກກະວານ ແລະ ສົ້ນປາຍຂອງແຜ່ນດິນໂລກ, ມະນຸດຈະເລີ່ມໄຕ່ຕອງກ່ຽວກັບຕົນເອງ ແລະ ທຸກຄົນຈະມາຫາເຮົາ ແລະ ກົ້ມລົງຕໍ່ໜ້າເຮົາ ແລະ ນະມັດສະການເຮົາ. ນີ້ຈະເປັນມື້ທີ່ເຮົາໄດ້ຮັບສະຫງ່າລາສີ, ມື້ທີ່ເຮົາກັບມາ ແລະ ຍັງເປັນມື້ທີ່ເຮົາຈາກໄປອີກດ້ວຍ.
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ—ບົດທີ 26](https://lo.kingdomsalvation.org/the-twenty-sixth-utterance-selections.html) - ແມ່ນໃຜອາໄສໃນເຮືອນຂອງເຮົາ? ແມ່ນໃຜໄດ້ຢືນຢັດເພື່ອເຮົາ? ແມ່ນໃຜໄດ້ທົນທຸກເພື່ອເຮົາ? ແມ່ນໃຜໃຫ້ຄຳໝັ້ນສັນຍາຕໍ່ໜ້າເຮົາ? ແມ່ນໃຜຕິດຕາມເຮົາຈົນມາເຖິງປັດຈຸບັນ ແລະ ຍັງບໍ່ໄດ້ຈືດຈາງ? ເປັນຫຍັງມະນຸດທຸກຄົນຈຶ່ງເຢັນຊາ ແລະ ໄຮ້ຄວາມຮູ້ສຶກ? ເປັນຫຍັງມະນຸດຊາດຈຶ່ງປະຖິ້ມເຮົາ? ເປັນຫຍັງມະນຸດຈຶ່ງເບື່ອໜ່າຍເຮົາ? ເປັນຫຍັງຈຶ່ງບໍ່ມີຄວາມອົບອຸ່ນໃນໂລກຂອງມະນຸດ? ໃນຂະນະທີ່ຢູ່ເທິງຊີໂອນ, ເຮົາໄດ້ຊີມລົດຊາດຄວາມອົບອຸ່ນທີ່ຢູ່ໃນສະຫວັນ ແລະ ໃນຂະນະທີ່ຢູ່ເທິງຊີໂອນ ເຮົາໄດ້ຮັບພອນທີ່ຢູ່ໃນສະຫວັນ. ອີກຄັ້ງ, ເຮົາໄດ້ດຳລົງຊີວິດຢູ່ທ່າມກາງມະນຸດຊາດ, ເຮົາໄດ້ຊີມລົດຊາດຄວາມຂົມຂືນຂອງໂລກມະນຸດ ແລະ ເຮົາໄດ້ເຫັນດ້ວຍຕາຂອງເຮົາເອງເຖິງສະພາບຕ່າງໆທີ່ແຕກຕ່າງກັນເຊິ່ງມີຢູ່ທ່າມກາງມະນຸດ. ມະນຸດໄດ້ປ່ຽນແປງເມື່ອເຮົາໄດ້ “ປ່ຽນແປງ” ໂດຍບໍ່ຮູ້ຕົວ ແລະ ໃນວິທີນີ້ເທົ່ານັ້ນ ເຂົາຈຶ່ງມາເຖິງປັດຈຸບັນນີ້ໄດ້. ເຮົາບໍ່ຕ້ອງການໃຫ້ມະນຸດເຮັດຫຍັງເພື່ອເຫັນແກ່ເຮົາ ຫຼື ເຮົາບໍ່ຕ້ອງການໃຫ້ເຂົາເຮັດຫຍັງເພີ່ມຂຶ້ນເນື່ອງຈາກເຮົາ. ເຮົາພຽງແຕ່ຕ້ອງການໃຫ້ເຂົາສາມາດປະຕິບັດຕາມແຜນການຂອງເຮົາ ແລະ ບໍ່ກະບົດຕໍ່ເຮົາ ຫຼື ກາຍເປັນເຄື່ອງໝາຍແຫ່ງຄວາມອັບອາຍໃຫ້ກັບເຮົາ ແຕ່ເພື່ອໃຫ້ເຂົາເປັນພະຍານທີ່ດັງກ້ອງໃຫ້ກັບເຮົາ. ໃນບັນດາມະນຸດ, ມີຄົນທີ່ເປັນພະຍານໃຫ້ກັບເຮົາເປັນຢ່າງດີ ແລະ ສັນລະເສີນນາມຂອງເຮົາ, ແຕ່ການປະຕິບັດຂອງມະນຸດ, ຄວາມປະພຶດຂອງມະນຸດຈະເຮັດໃຫ້ເຮົາພໍໃຈໄດ້ແນວໃດ? ເຂົາຈະສອດຄ່ອງກັບຫົວໃຈຂອງເຮົາ ຫຼື ຕອບສະໜອງຕໍ່ເຈດຕະນາຂອງເຮົາໄດ້ແນວໃດ? ນັບແຕ່ພູເຂົາ ແລະ ນໍ້າເທິງແຜ່ນດິນໂລກ ແລະ ດອກໄມ້, ຫຍ້າ ແລະ ຕົ້ນໄມ້ເທິງແຜ່ນດິນໂລກ,
- [ພວກເຈົ້າທຸກຄົນ ຈົ່ງປິຕິຍິນດີ!](https://lo.kingdomsalvation.org/rejoice-all-ye-people-judgment.html) - ໃນແສງສະຫວ່າງຂອງເຮົາ, ຜູ້ຄົນເຫັນແສງສະຫວ່າງອີກຄັ້ງ. ໃນພຣະທໍາຂອງເຮົາ, ຜູ້ຄົນຮັບເອົາສິ່ງຕ່າງໆເພື່ອຄວາມເພີດເພີນຂອງພວກເຂົາ. ເຮົາມາຈາກທິດຕາເວັນອອກ, ເຮົາເດີນທາງຈາກທິດຕາເວັນອອກ. ເມື່ອແສງລັດສະໝີຂອງເຮົາເປັ່ງປະກາຍອອກມາ, ບັນດາປະຊາຊາດກໍໄດ້ຮັບແສງສະຫວ່າງ, ທຸກສິ່ງທຸກຢ່າງໄດ້ຮັບແສງເຍືອງທາງ, ບໍ່ມີແມ່ນແຕ່ສິ່ງດຽວທີ່ຢູ່ໃນຄວາມມືດອີກຕໍ່ໄປ. ໃນລາຊະອານາຈັກ, ຊີວິດທີ່ປະຊາກອນຂອງພຣະເຈົ້າດຳລົງຊີວິດຢູ່ກັບພຣະເຈົ້າແມ່ນມີຄວາມສຸກເໜືອທີ່ຈະຊັ່ງຊາໄດ້. ສາຍນໍ້າເຕັ້ນລໍາດ້ວຍຄວາມປິຕິຍິນດີກັບຊີວິດທີ່ໄດ້ຮັບພອນຂອງຜູ້ຄົນ, ພູເຂົາ ພ້ອມດ້ວຍຜູ້ຄົນຊື່ນຊົມຄວາມອຸດົມສົມບູນຂອງເຮົາ. ທຸກຄົນກຳລັງພະຍາຍາມ, ເຮັດວຽກໜັກ ແລະ ສະແດງຄວາມອຸທິດຕົນຂອງພວກເຂົາໃນລາຊະອານາຈັກຂອງເຮົາ. ໃນລາຊະອານາຈັກ, ບໍ່ມີການກະບົດອີກ, ບໍ່ມີການຕໍ່ຕ້ານອີກ; ສະຫວັນ ແລະ ແຜ່ນດິນໂລກເພິ່ງພາເຊິ່ງກັນ ແລະ ກັນ, ມະນຸດ ແລະ ເຮົາຫຍັບເຂົ້າໃກ້ກັນດ້ວຍຄວາມຮູ້ສຶກຢ່າງເລິກເຊິ່ງ, ໃຊ້ຊີວິດຮ່ວມກັນຢ່າງຫວານຊື່ນ, ເພິ່ງພາອາໄສເຊິ່ງກັນ ແລະ ກັນ... ໃນເວລານີ້, ເຮົາເລີ່ມຕົ້ນຊີວິດຂອງເຮົາຢູ່ໃນສະຫວັນຢ່າງເປັນທາງການ. ບໍ່ມີການລົບກວນຂອງຊາຕານອີກ ແລະ ຜູ້ຄົນກໍເຂົ້າສູ່ການພັກສະຫງົບ. ຕະຫຼອດທົ່ວຈັກກະວານ, ຜູ້ຄົນທີ່ຖືກເລືອກຂອງເຮົາດໍາລົງຊີວິດຢູ່ພາຍໃນສະຫງ່າລາສີຂອງເຮົາ, ໄດ້ຮັບພອນທີ່ຫາທຽບບໍ່ໄດ້, ບໍ່ແມ່ນໃນຖານະຜູ້ຄົນທີ່ດໍາລົງຊີວິດຢູ່ທ່າມກາງຜູ້ຄົນ ແຕ່ໃນຖານະຜູ້ຄົນດໍາລົງຊີວິດຢູ່ກັບພຣະເຈົ້າ. ມະນຸດຊາດທຸກຄົນໄດ້ຜ່ານຄວາມເສື່ອມຊາມຂອງຊາຕານ ແລະ ໄດ້ດື່ມຊີວິດທີ່ຂົມຂື່ນ ແລະ ຫວານຊື່ນຈົນເຖິງທີ່ສຸດ. ບັດນີ້, ເມື່ອດຳລົງຊີວິດຢູ່ໃນແສງສະຫວ່າງຂອງເຮົາ, ຄົນໆໜຶ່ງຈະບໍ່ປິຕິຍິນດີໄດ້ແນວໃດ? ຄົນໆໜຶ່ງສາມາດປະຖິ້ມຊ່ວງເວລາອັນງົດງາມນີ້ໄດ້ງ່າຍດາຍ ແລະ ປ່ອຍໃຫ້ມັນຫຼຸດໄປໄດ້ແນວໃດ?
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ—ບົດທີ 12](https://lo.kingdomsalvation.org/the-twelfth-utterance-selections.html) - ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ຈັກກະວານທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ. ມັນຄືກັບວ່າ ເຜົ່າພັນມະນຸດທັງໝົດກໍາລັງຖືກຊໍາລະລ້າງ. ພາຍໃຕ້ການເຍືອງແສງສະຫວ່າງນີ້ຈາກທິດຕາເວັນອອກ, ມະນຸດທຸກຄົນຖືກເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ, ຕາຂອງພວກເຂົາມົວ ໂດຍບໍ່ແນ່ໃຈວ່າຈະເຮັດແນວໃດ ແລະ ຍິ່ງບໍ່ແນ່ໃຈວ່າ ຈະປິດບັງໜ້າຕາອັນຂີ້ຮ້າຍຂອງພວກເຂົາແນວໃດດີ. ພວກເຂົາຍັງຄືກັບສັດທີ່ແລ່ນໜີຈາກແສງສະຫວ່າງຂອງເຮົາ ແລະ ໄປລີ້ໄພຢູ່ໃນຖໍ້າເທິງພູເຂົາ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາສາມາດຖືກລົບລ້າງຈາກເເສງສະຫວ່າງຂອງເຮົາໄດ້. ມະນຸດທຸກຄົນແມ່ນພາກັນຕື່ນຕົກໃຈ, ທຸກຄົນກໍາລັງລໍຖ້າ, ທຸກຄົນກໍາລັງເຝົ້າເບິ່ງ; ພ້ອມກັບການມາຂອງແສງສະຫວ່າງຂອງເຮົາ, ທຸກຄົນດີໃຈໃນມື້ທີ່ພວກເຂົາເກີດ ແລະ ໃນທໍານອງດຽວກັນ ທຸກຄົນກໍສາບແຊ່ງມື້ທີ່ພວກເຂົາເກີດ. ຄວາມຮູ້ສຶກຢ່າງສັບສົນແມ່ນບໍ່ສາມາດອະທິບາຍໄດ້; ນໍ້າຕາຈາກການຕໍານິຕົວເອງກາຍເປັນແມ່ນໍ້າ ແລະ ທັນທີໃດກໍຖືກກະແສນໍ້າພັດຫາມໄປໂດຍບໍ່ມີຮ່ອງຮອຍ. ມື້ຂອງເຮົາໄດ້ເຂົ້າມາໃກ້ມະນຸດທຸກຄົນອີກຄັ້ງ, ມັນໄດ້ປຸກເຜົ່າພັນມະນຸດໃຫ້ຕື່ນອີກຄັ້ງ ໂດຍມອບການເລີ່ມຕົ້ນໃໝ່ໃຫ້ແກ່ມະນຸດຊາດ. ຫົວໃຈຂອງເຮົາເຕັ້ນ ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈຕາມຈັງຫວະເຕັ້ນຂອງຫົວໃຈຂອງເຮົາ, ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫີນ. ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ. ເຮົາຕ້ອງການເຮັດໃຫ້ສິ່ງທີ່ສົກກະປົກຖືກເຜົາໄໝ້ເປັນຂີ້ເຖົ່າພາຍໃຕ້ສາຍຕາຂອງເຮົາ; ເຮົາຕ້ອງການເຮັດໃຫ້ບຸດຊາຍທີ່ກະບົດທຸກຄົນຫາຍໄປຈາກສາຍຕາຂອງເຮົາ ໂດຍບໍ່ໃຫ້ຄົງຢູ່ອີກຕໍ່ໄປ. ເຮົາບໍ່ພຽງແຕ່ໄດ້ສ້າງການເລີ່ມຕົ້ນໃໝ່ໃນບ່ອນອາໄສຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ເຮົາຍັງໄດ້ເລີ່ມພາລະກິດໃໝ່ໃນຈັກກະວານ. ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະກາຍເປັນອານາຈັກຂອງເຮົາ; ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະບໍ່ມີຢູ່ອີກຕະຫຼອດການ ຍ້ອນອານາຈັກຂອງເຮົາ, ຍ້ອນເຮົາໄດ້ຮັບໄຊຊະນະແລ້ວ ແລະ ຍ້ອນເຮົາໄດ້ກັບມາຢ່າງມີໄຊ.
- [ເພງແຫ່ງອານາຈັກ](https://lo.kingdomsalvation.org/kingdom-anthem-judgment.html) - ຝູງຊົນຍົກຍ້ອງເຮົາ ຝູງຊົນສັນລະເສີນເຮົາ; ປາກທຸກຄົນຂະໜານນາມເຮົາວ່າເປັນພຣະເຈົ້າອົງແທ້ຈິງ, ທຸກຄົນມືນຕາຂອງພວກເຂົາເພື່ອເບິ່ງການກະທໍາຂອງເຮົາ. ອານາຈັກລົງມາເທິງໂລກມະນຸດ, ບຸກຄົນຂອງເຮົາມັ່ງຄັ່ງ ແລະ ອຸດົມສົມບູນ. ຜູ້ໃດຈະບໍ່ສະຫຼອງໃນສິ່ງນີ້? ຜູ້ໃດຈະບໍ່ຟ້ອນລໍາດ້ວຍຄວາມສຸກໃຈ? ໂອ້ ຊີໂອນ! ຈົ່ງຍົກທຸງແຫ່ງໄຊຊະນະຂອງເຈົ້າເພື່ອສະຫຼອງໃຫ້ກັບເຮົາ! ຈົ່ງຮ້ອງເພງແຫ່ງໄຊຊະນະຂອງເຈົ້າເພື່ອປະກາດນາມອັນບໍລິສຸດຂອງເຮົາ! ທຸກສິ່ງເທິງແຜ່ນດິນໂລກຈົນເຖິງສຸດປາຍແຜ່ນດິນ! ໃຫ້ຟ້າວຊໍາລະລ້າງຕົວພວກເຈົ້າເອງ ເພື່ອວ່າພວກເຈົ້າຈະຖືກເຮັດໃຫ້ເປັນເຄື່ອງຖວາຍໃຫ້ແກ່ເຮົາ! ດວງດາວໃນທ້ອງຟ້າ! ຈົ່ງກັບຄືນມາສູ່ບ່ອນຂອງພວກເຈົ້າໂດຍໄວເພື່ອສະແດງລິດທານຸພາບອັນຍິ່ງໃຫຍ່ຂອງເຮົາໃນທ້ອງຟ້າ! ເຮົາງ່ຽງຫູຂອງເຮົາຕໍ່ສຽງຂອງຜູ້ຄົນເທິງແຜ່ນດິນໂລກ, ຜູ້ທີ່ຖອກເທຄວາມຮັກຢ່າງນິລັນດອນ ແລະ ເຄົາລົບຕໍ່ເຮົາໃນບົດເພງ! ໃນມື້ນີ້ ເມື່ອສິ່ງຊົງສ້າງທັງປວງກັບຄືນສູ່ຊີວິດ, ເຮົາລົງມາສູ່ໂລກແຫ່ງມະນຸດ. ໃນຊ່ວງເວລານີ້, ໃນຈຸດເຊື່ອມຕໍ່ນີ້, ດອກໄມ້ເບັ່ງບານທັງໝົດ, ຝູງສະກຸນາຮ້ອງເພງດ້ວຍສຽງດຽວກັນ, ທຸກສິ່ງເຕັ້ນດ້ວຍຄວາມເບີກບານ! ທ່າມກາງສຽງໂຮ່ຮ້ອງແຫ່ງການຕ້ອນຮັບອານາຈັກ, ອານາຈັກຂອງຊາຕານລົ້ມລະລາຍ, ຖືກທໍາລາຍດ້ວຍສຽງຮ້ອງນັ້ນຂອງເພງແຫ່ງອານາຈັກ, ບໍ່ຟື້ນຄືນມາອີກ! ມີໃຜຢູ່ເທິງແຜ່ນດິນໂລກກ້າລຸກຂຶ້ນ ແລະ ຕໍ່ຕ້ານ? ເມື່ອເຮົາລົງມາສູ່ແຜ່ນດິນໂລກ ເຮົານໍາການເຜົາໄໝ້, ນໍາຄວາມໂກດຮ້າຍ, ນໍາໄພພິບັດທັງໝົດ. ບັດນີ້ ອານາຈັກຕ່າງໆເທິງແຜ່ນດິນໂລກແມ່ນອານາຈັກຂອງເຮົາ! ເທິງທ້ອງຟ້າ ກ້ອນເມກກິ້ງໄປມາເປັນຄື້ນ; ກ້ອງທ້ອງຟ້າ, ທະເລສາບ ແລະ ແມ່ນ້ຳ ຊັດຟາດຟອງຢ່າງຄະນອງ ແລະ ບັນເລງທຳນອງເພງອັນຈັບໃຈຢ່າງເບີກບານມ່ວນຊື່ນ. ຝູງສັດສາວາສິ່ງທີ່ຫຼັບນອນພັກຢູ່ ກໍອອກມາຈາກຖໍ້າຂອງພວກມັນ
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ—ບົດທີ 10](https://lo.kingdomsalvation.org/the-tenth-utterance-selections.html) - ໂດຍພື້ນຖານແລ້ວ, ຍຸກແຫ່ງອານາຈັກແມ່ນແຕກຕ່າງຈາກເວລາທີ່ຜ່ານມາ. ມັນບໍ່ກ່ຽວກັບການກະທໍາຂອງມະນຸດ; ກົງກັນຂ້າມ, ເຮົາໄດ້ລົງມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງເຮົາດ້ວຍຕົວເອງ ເຊິ່ງແມ່ນບາງສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈ ແລະ ບໍ່ສາມາດບັນລຸໄດ້. ເປັນເວລາຫຼາຍປີ ນັບແຕ່ການຊົງສ້າງໂລກ, ພາລະກິດແມ່ນກ່ຽວກັບການສ້າງຄຣິສຕະຈັກເທົ່ານັ້ນ ແຕ່ບໍ່ມີຜູ້ໃດເຄີຍໄດ້ຍິນກ່ຽວກັບການສ້າງອານາຈັກ. ເຖິງແມ່ນວ່າ ເຮົາຈະເວົ້າກ່ຽວກັບສິ່ງນີ້ດ້ວຍປາກຂອງເຮົາເອງ ແຕ່ມີໃຜແດ່ທີ່ຮູ້ຈັກແກ່ນແທ້ຂອງມັນ? ຄັ້ງໜຶ່ງເຮົາເຄີຍລົງມາສູ່ໂລກມະນຸດ ແລະ ໄດ້ມີປະສົບການ ແລະ ໄດ້ສັງເກດເບິ່ງການທົນທຸກຂອງພວກເຂົາ ແຕ່ເຮົາເຮັດເຊັ່ນນັ້ນໂດຍທີ່ບໍ່ໄດ້ເຮັດໃຫ້ຈຸດປະສົງຂອງການບັງເກີດເປັນມະນຸດຂອງເຮົາສໍາເລັດ. ເມື່ອການສ້າງອານາຈັກໄດ້ເລີ່ມດໍາເນີນການ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາກໍໄດ້ເລີ່ມປະຕິບັດພັນທະກິດຂອງເຮົາຢ່າງເປັນທາງການ; ນັ້ນກໍຄື ກະສັດຂອງອານາຈັກໄດ້ຖືເອົາອໍານາດສູງສຸດຂອງພຣະອົງຢ່າງເປັນທາງການ. ຈາກສິ່ງນີ້ ມັນຈຶ່ງເຫັນໄດ້ຢ່າງຊັດເຈນວ່າ ການລົງມາຂອງອານາຈັກສູ່ໂລກມະນຸດ ເຊິ່ງບໍ່ແມ່ນແຕ່ເປັນພຽງການສະແດງອອກຕາມຕົວໜັງສືແຕ່ມັນຄືໜຶ່ງໃນບັນດາຄວາມເປັນຈິງທີ່ແທ້ຈິງ; ນີ້ແມ່ນສ່ວນໜຶ່ງຂອງຄວາມໝາຍຂອງ “ຄວາມເປັນຈິງຂອງການປະຕິບັດ”. ມະນຸດບໍ່ເຄີຍເຫັນການກະທໍາຂອງເຮົາແມ່ນແຕ່ຢ່າງດຽວ ແລະ ພວກເຂົາບໍ່ເຄີຍໄດ້ຍິນພຣະວັດຈະນະຂອງເຮົາແມ່ນແຕ່ໜຶ່ງຄໍາ. ເຖິງແມ່ນວ່າ ພວກເຂົາໄດ້ເຫັນການກະທໍາຂອງເຮົາ ແຕ່ພວກເຂົາໄດ້ຄົ້ນພົບຫຍັງບໍ່? ຖ້າພວກເຂົາໄດ້ຍິນເຮົາເວົ້າ ແລ້ວພວກເຂົາຈະເຂົ້າໃຈຫຍັງບໍ່? ທົ່ວໂລກ ທຸກຄົນແມ່ນມີຊີວິດຢູ່ພາຍໃນຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາ ແຕ່ມະນຸດທຸກຄົນກໍຢູ່ພາຍໃຕ້ການພິພາກສາຂອງເຮົາເຊັ່ນກັນ ແລະ ໃນທໍານອງດຽວກັນນັ້ນກໍຢູ່ພາຍໃຕ້ການທົດລອງຂອງເຮົາ. ເຮົາໄດ້ມີຄວາມເມດຕາ ແລະ ຄວາມຮັກຕໍ່ຜູ້ຄົນ ເຖິງແມ່ນພວກເຂົາທຸກຄົນໄດ້ເສື່ອມຊາມໃນລະດັບໃດໜຶ່ງກໍຕາມ; ເຮົາໄດ້ຂ້ຽນຕີພວກເຂົາ ເຖິງແມ່ນພວກເຂົາທຸກຄົນໄດ້ຍອມຈໍານົນຕໍ່ໜ້າບັນລັງຂອງເຮົາກໍຕາມ. ຢ່າງໃດກໍຕາມ, ມີມະນຸດຜູ້ໃດທີ່ບໍ່ໄດ້ຢູ່ໃນທ່າມກາງການທົນທຸກ
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ—ບົດທີ 8](https://lo.kingdomsalvation.org/the-eighth-utterance-selections.html) - ເມື່ອການເປີດເຜີຍຂອງເຮົາເຖິງຈຸດສູງສຸດ ແລະ ເມື່ອການພິພາກສາຂອງເຮົາໃກ້ຈຸດສິ້ນສຸດ, ມັນກໍຈະເປັນເວລາທີ່ປະຊາຊົນຂອງເຮົາທຸກຄົນຖືກເປີດເຜີຍ ແລະ ເຮັດໃຫ້ສົມບູນ. ເຮົາເດີນທາງໄປທຸກແຈມຸມຂອງໂລກຈັກກະວານໃນການຊອກຫາຢ່າງຕໍ່ເນື່ອງເຖິງຜູ້ທີ່ສອດຄ່ອງກັບຄວາມປະສົງຂອງເຮົາ ແລະ ເໝາະສົມສໍາລັບການໃຊ້ງານຂອງເຮົາ. ແມ່ນໃຜສາມາດລຸກຂຶ້ນ ແລະ ຮ່ວມມືກັບເຮົາແດ່? ຄວາມຮັກຂອງມະນຸດທີ່ມີຕໍ່ເຮົາແມ່ນໜ້ອຍຫຼາຍ ແລະ ສັດທາຂອງພວກເຂົາທີ່ມີໃນຕົວເຮົາກໍໜ້ອຍຢ່າງເປັນຕາສົມເພດເຊັ່ນກັນ. ຖ້າເຮົາບໍ່ໄດ້ແນການໂຈມຕີດ້ວຍພຣະທໍາຂອງເຮົາໃສ່ຈຸດອ່ອນຂອງມະນຸດ ພວກເຂົາກໍຈະໂອ້ອວດ ແລະ ເວົ້າເກີນຄວາມຈິງ, ເວົ້າຂີ້ຄຸຍ ແລະ ມີທິດສະດີທີ່ໂອ້ອວດ ຄືກັບວ່າ ພວກເຂົາຮອບຮູ້ ແລະ ຮູ້ໝົດທຸກຢ່າງ ກ່ຽວກັບບັນຫາທາງແຜ່ນດິນໂລກ. ໃນບັນດາຜູ້ທີ່ “ຈົງຮັກພັກດີ” ຕໍ່ເຮົາໃນອະດີດ ແລະ ໃນບັນດາຜູ້ທີ່ໃນປັດຈຸບັນໄດ້ “ຢືນຢັດ” ຕໍ່ໜ້າເຮົາ ມີໃຜກ້າທີ່ຈະເວົ້າຢ່າງໂອ້ອວດບໍ່? ມີໃຜທີ່ບໍ່ດີໃຈຢ່າງລັບໆສໍາລັບໂອກາດຂອງພວກເຂົາເອງບໍ່? ເມື່ອເຮົາບໍ່ໄດ້ເປີດເຜີຍຜູ້ຄົນໂດຍກົງ, ພວກເຂົາກໍຈະບໍ່ມີບ່ອນໃດໃຫ້ລີ້ ແລະ ຈະຖືກທາລຸນດ້ວຍຄວາມອັບອາຍ. ມັນຈະຮຸນແຮງຫຼາຍຂຶ້ນສໍ່າໃດ ຖ້າເຮົາເວົ້າດ້ວຍວິທີອື່ນ? ຜູ້ຄົນຍິ່ງຈະມີຄວາມຮູ້ສຶກເປັນໜີ້ບຸນຄຸນຫຼາຍຂຶ້ນ, ເຊື່ອວ່າບໍ່ມີຫຍັງຈະສາມາດຮັກສາພວກເຂົາໄດ້ ແລະ ທຸກຄົນຈະຖືກຜູກມັດຢ່າງແໜ້ນກັບດ້ານລົບຂອງພວກເຂົາ. ເມື່ອຜູ້ຄົນສູນເສຍຄວາມຫວັງ, ການຄໍານັບຂອງອານາຈັກກໍດັງກ້ອງຂຶ້ນຢ່າງເປັນທາງການ ເຊິ່ງດັ່ງທີ່ຜູ້ຄົນໄດ້ກ່າວໄວ້ວ່າ “ເວລາທີ່ພຣະວິນຍານທີ່ຮຸນແຮງເຈັດເທົ່າໄດ້ເລີ່ມເຮັດພາລະກິດ”. ເວົ້າອີກແບບໜຶ່ງກໍຄື ນີ້ແມ່ນເວລາທີ່ຊີວິດຂອງອານາຈັກໄດ້ເລີ່ມຂຶ້ນຢູ່ແຜ່ນດິນໂລກຢ່າງເປັນທາງການ; ມັນແມ່ນເວລາທີ່ຄວາມເປັນພຣະເຈົ້າຂອງເຮົາໄດ້ປາກົດຂຶ້ນ ເພື່ອທໍາການໂດຍກົງ (ໂດຍປາສະຈາກ
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ—ບົດທີ 6](https://lo.kingdomsalvation.org/the-sixth-utterance-selections.html) - ການເຂົ້າໃຈຢ່າງລະອຽດເຖິງເລື່ອງລາວຂອງວິນຍານ, ການເອົາໃຈໃສ່ກັບພຣະທໍາຂອງເຮົາ ແລະ ການມີຄວາມສາມາດຢ່າງແທ້ຈິງກ່ຽວກັບພຣະວິນຍານ ແລະ ຕົວຕົນຂອງເຮົາ, ກ່ຽວກັບພຣະທໍາ ແລະ ຕົວຕົນຂອງເຮົາ ແມ່ນເປັນສິ່ງທີ່ແຍກອອກຈາກກັນບໍ່ໄດ້ ເພື່ອວ່າ ທຸກຄົນຈະສາມາດເຮັດໃຫ້ເຮົາພໍໃຈໃນເວລາຢູ່ຕໍ່ໜ້າເຮົາ. ເຮົາໄດ້ໄປທຸກບ່ອນທີ່ມີຢູ່, ເຮົາໄດ້ແນມເບິ່ງທົ່ວຈັກກະວານທີ່ກວ້າງໃຫຍ່ໄພສານ ແລະ ເຮົາໄດ້ຍ່າງໃນທ່າມກາງທຸກຄົນ, ໄດ້ຊິມຄວາມຫວານ ແລະ ຄວາມຂົມໃນທ່າມກາງມະນຸດ ແຕ່ມະນຸດກໍບໍ່ເຄີຍຮູ້ຈັກເຮົາຢ່າງແທ້ຈິງ, ບໍ່ເຄີຍເອົາໃຈໃສ່ເຮົາໃນລະຫວ່າງການເດີນທາງຂອງເຮົາ. ຍ້ອນເຮົາມິດງຽບ ແລະ ບໍ່ເຄີຍປະຕິບັດສິ່ງທີ່ເໜືອທໍາມະຊາດ ຈຶ່ງບໍ່ມີໃຜເຄີຍເຫັນເຮົາຢ່າງແທ້ຈິງ. ປັດຈຸບັນແມ່ນບໍ່ຄືກັນກັບອະດີດ: ເຮົາຈະເຮັດໃນສິ່ງທີ່ບໍ່ເຄີຍເຫັນມາກ່ອນນັບແຕ່ເວລາຂອງການຊົງສ້າງ, ເຮົາຈະກ່າວພຣະທໍາທີ່ບໍ່ມີໃຜເຄີຍໄດ້ຍິນມາກ່ອນຕະຫຼອດຍຸກຕ່າງໆ ເພາະວ່າ ເຮົາຂໍໃຫ້ທຸກຄົນມາຮູ້ຈັກເຮົາໃນເນື້ອໜັງ. ສິ່ງເຫຼົ່ານີ້ແມ່ນຂັ້ນຕອນຂອງການຄຸ້ມຄອງຂອງເຮົາ, ແຕ່ມະນຸດບໍ່ມີຄວາມສົງໄສແມ່ນແຕ່ໜ້ອຍດຽວ. ເຖິງວ່າ ເຮົາຈະໄດ້ເວົ້າແບບທໍາມະດາ ແຕ່ຜູ້ຄົນກໍຍັງສັບສົນ; ມັນຍາກທີ່ຈະເຮັດໃຫ້ພວກເຂົາເຂົ້າໃຈ. ນີ້ບໍ່ແມ່ນຄວາມຕໍ່າຕ້ອຍຂອງມະນຸດບໍ? ນີ້ບໍ່ແມ່ນສິ່ງທີ່ເຮົາຕ້ອງການແກ້ໄຂບໍ? ເປັນເວລາຫຼາຍປີ ທີ່ເຮົາບໍ່ໄດ້ເຮັດຫຍັງໃນມະນຸດ; ເປັນເວລາຫຼາຍປີ ເຖິງຈະໄດ້ຕິດຕໍ່ພົວພັນກັບເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາໂດຍກົງ ແຕ່ກໍບໍ່ມີໃຜເຄີຍໄດ້ຍິນສຽງທີ່ອອກຈາກຄວາມເປັນພຣະເຈົ້າຂອງເຮົາໂດຍກົງ. ສະນັ້ນ ຜູ້ຄົນຈຶ່ງຂາດຄວາມຮູ້ກ່ຽວກັບເຮົາຢ່າງຫຼີກເວັ້ນບໍ່ໄດ້ ເຖິງແມ່ນວ່າ ສິ່ງນີ້ບໍ່ໄດ້ກະທົບຕໍ່ຄວາມຮັກຂອງພວກເຂົາ ທີ່ມີຕໍ່ເຮົາໃນຍຸກຕ່າງໆ. ຢ່າງໃດກໍຕາມ, ໃນປັດຈຸບັນ ເຮົາໄດ້ປະຕິບັດພາລະກິດຢ່າງມະຫັດສະຈັນໃນຕົວພວກເຈົ້າ ເຊິ່ງເປັນພາລະກິດທີ່ບໍ່ສາມາດຢັ່ງເຖິງ ແລະ ປະເມີນໄດ້ ແລະ
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ—ບົດທີ 5](https://lo.kingdomsalvation.org/the-fifth-utterance-selections.html) - ສຽງແຫ່ງພຣະວິນຍານຂອງເຮົາແມ່ນການສະແດງອອກຂອງອຸປະນິໄສທັງໝົດຂອງເຮົາ. ພວກເຈົ້າເຂົ້າໃຈບໍ? ການທີ່ບໍ່ຊັດເຈນໃນຈຸດນີ້ກໍເທົ່າກັບການຕໍ່ຕ້ານເຮົາໂດຍກົງ. ພວກເຈົ້າໄດ້ເຫັນເຖິງຄວາມສຳຄັນທີ່ນອນຢູ່ໃນນີ້ຢ່າງແທ້ຈິງບໍ? ພວກເຈົ້າຮູ້ຈັກແທ້ບໍວ່າເຮົາໄດ້ໃຊ້ຄວາມພະຍາຍາມ ແລະ ກຳລັງຫຼາຍສໍ່າໃດກັບພວກເຈົ້າ? ພວກເຈົ້າກ້າເປີດເຜີຍສິ່ງທີ່ພວກເຈົ້າໄດ້ກະທຳ ແລະ ວິທີທີ່ພວກເຈົ້າປະພຶດຕໍ່ໜ້າເຮົາບໍ? ແລ້ວພວກເຈົ້າບັງອາດເອີ້ນຕົນເອງວ່າເປັນປະຊາຊົນຂອງເຮົາເມື່ອຢູ່ຕໍ່ໜ້າເຮົາ, ພວກເຈົ້າບໍ່ມີຢາງອາຍ, ແຮງໄກທີ່ຈະມີຄວາມຮູ້ສຶກ! ບໍ່ໄວກໍຊ້າ ຄົນແບບພວກເຈົ້າຈະຖືກກໍາຈັດຈາກເຮືອນຂອງເຮົາ! ຢ່າໃຊ້ປະສົບການຂອງພວກເຈົ້າເພື່ອຫຼອກລວງເຮົາ ໂດຍເຮັດທຳທ່າວ່າພວກເຈົ້າໄດ້ຢືນເປັນພະຍານໃຫ້ແກ່ເຮົາ! ນີ້ແມ່ນສິ່ງທີ່ມະນຸດຊາດສາມາດເຮັດໄດ້ບໍ? ຖ້າບໍ່ມີຫຍັງຢູ່ໃນເຈດຕະນາຂອງເຈົ້າ ແລະ ເປົ້າໝາຍຂອງເຈົ້າ, ເຈົ້າກໍຄົງຈະຍ່າງໃນເສັ້ນທາງອື່ນຕັ້ງແຕ່ດົນແລ້ວ. ເຈົ້າຄິດວ່າເຮົາບໍ່ຮູ້ບໍວ່າຫົວໃຈຂອງມະນຸດສາມາດແບກຮັບໄດ້ຫຼາຍສໍ່າໃດ? ຕັ້ງແຕ່ເວລານີ້ເປັນຕົ້ນໄປ, ໃນບັນດາທຸກສິ່ງ, ເຈົ້າຕ້ອງເຂົ້າສູ່ຄວາມເປັນຈິງແຫ່ງການປະຕິບັດ; ຖ້າມີແຕ່ເວົ້າເລື້ອຍເປືອຍຄືກັບທີ່ເຈົ້າໄດ້ເຮັດໃນອະດີດ, ມັນຈະບໍ່ພາໃຫ້ເຈົ້າໄປຮອດໃສເລີຍ. ໃນອະດີດ, ພວກເຈົ້າສ່ວນຫຼາຍແມ່ນສາມາດເອົາປຽບຜູ້ອື່ນພາຍໃຕ້ຫຼັງຄາຂອງເຮົາ; ຄວາມຈິງທີ່ເຮັດໃຫ້ພວກເຈົ້າສາມາດຍຶດໝັ້ນໄດ້ໃນປັດຈຸບັນກໍເນື່ອງຈາກຄວາມຮຸນແຮງຂອງພຣະທຳຂອງເຮົາທັງສິ້ນ. ເຈົ້າຄິດວ່າເຮົາເວົ້າເລື້ອຍເປືອຍ ແລະ ບໍ່ມີຈຸດປະສົງບໍ? ເປັນໄປບໍ່ໄດ້! ເຮົາຫຼຽວລົງເບິ່ງທຸກສິ່ງຈາກເບື້ອງສູງ ແລະ ໃຊ້ອຳນາດເໜືອທຸກສິ່ງຈາກເບື້ອງສູງ. ໃນລັກສະນະດຽວກັນ, ເຮົາໄດ້ປະຕິບັດຄວາມລອດພົ້ນຂອງເຮົາເທິງແຜ່ນດິນໂລກ. ບໍ່ເຄີຍມີຊ່ວງເວລາໃດທີ່ເຮົາບໍ່ໄດ້ເຝົ້າເບິ່ງການກະທຳທຸກຢ່າງຂອງມະນຸດ ແລະ ທຸກສິ່ງທີ່ພວກເຂົາເວົ້າ ແລະ ກະທຳ ຈາກບ່ອນລີ້ລັບຂອງເຮົາ. ສຳລັບເຮົາແລ້ວ, ມະນຸດເປັນຄືປຶ້ມທີ່ເປີດອອກ: ເຮົາເຫັນ ແລະ ຮູ້ພວກເຂົາແຕ່ລະຄົນ ແລະ ໝົດທຸກຄົນ. ບ່ອນລີ້ລັບແມ່ນບ່ອນດໍາລົງຢູ່ຂອງເຮົາ ແລະ
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ—ບົດທີ 4](https://lo.kingdomsalvation.org/the-fourth-utterance-selections.html) - ປະຊາຊົນຂອງເຮົາທຸກຄົນທີ່ຮັບໃຊ້ຢູ່ຕໍ່ໜ້າເຮົາຄວນຄິດຄືນຫຼັງເຖິງອະດີດ: ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາແມ່ນມີຮອຍດ່າງຈາກຄວາມບໍ່ບໍລິສຸດບໍ? ຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດ ແລະ ໃຫ້ທັງໝົດຫົວໃຈບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາແມ່ນແທ້ຈິງບໍ? ເຮົາມີຈັກຫ້ອງຢູ່ໃນຫົວໃຈຂອງພວກເຈົ້າ? ເຮົາໄດ້ເຕີມເຕັມຫົວໃຈຂອງພວກເຈົ້າທັງໝົດບໍ? ພຣະທໍາຂອງເຮົາຈັກຄຳທີ່ໄດ້ບັນລຸຜົນພາຍໃນຕົວພວກເຈົ້າ? ຢ່າພະຍາຍາມຫຼອກລວງເຮົາ! ສິ່ງເຫຼົ່ານີ້ແມ່ນຊັດເຈນສໍາລັບເຮົາໝົດແລ້ວ! ປັດຈຸບັນ ໃນຂະນະທີ່ສຽງຂອງຄວາມລອດພົ້ນຂອງເຮົາໄດ້ດັງອອກ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນໄດ້ເພີ່ມຂຶ້ນບໍ? ມີສ່ວນໃດຂອງຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາໄດ້ມີຄວາມເລິກເຊິ່ງບໍ? ການສັນລະເສີນທີ່ມອບໃຫ້ໃນອະດີດໄດ້ປູພື້ນຖານຢ່າງໜາແໜ້ນໃຫ້ແກ່ຄວາມຮູ້ຂອງພວກເຈົ້າໃນປັດຈຸບັນບໍ? ພຣະວິນຍານຂອງເຮົາຄອບຄອງພາຍໃນພວກເຈົ້າຫຼາຍສໍ່າໃດ? ພາບລັກຂອງເຮົາມີຢູ່ພາຍໃນພວກເຈົ້າຈັກບ່ອນ? ພຣະວັດຈະນະຂອງເຮົາໄດ້ຕີຖືກຈຸດອ່ອນຂອງພວກເຈົ້າຢູ່ບໍ? ພວກເຈົ້າຮູ້ສຶກວ່າ ພວກເຈົ້າບໍ່ມີບ່ອນເຊື່ອງຄວາມອັບອາຍຂອງຕົວເອງແທ້ບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າບໍ່ມີຄຸນສົມບັດເປັນປະຊາຊົນຂອງເຮົາແທ້ບໍ? ຖ້າພວກເຈົ້າບໍ່ຕະໜັກເຖິງຄໍາຖາມຂ້າງເທິງເລີຍ, ແລ້ວນີ້ກໍສະແດງໃຫ້ເຫັນວ່າ ພວກເຈົ້າກໍາລັງຕຶກເບັດຢູ່ນໍ້າຂຸ່ນ, ພວກເຈົ້າພຽງມີຢູ່ເພື່ອເພີ່ມຈໍານວນຄົນເທົ່ານັ້ນ ແລະ ເມື່ອເຖິງເວລາທີ່ເຮົາກໍານົດລ່ວງໜ້າ ພວກເຈົ້າກໍຈະຖືກກໍາຈັດ ແລະ ຖືກຖິ້ມລົງໃນຂຸມເລິກທີ່ສຸດເປັນຄັ້ງທີ່ສອງຢ່າງແນ່ນອນ. ສິ່ງເຫຼົ່ານີ້ແມ່ນພຣະທໍາແຫ່ງການຕັກເຕືອນຂອງເຮົາ ແລະ ຜູ້ໃດທີ່ຖືເບົາກັບພຣະທໍາເຫຼົ່ານີ້ຈະຖືກໂຈມຕີດ້ວຍການພິພາກສາຂອງເຮົາ ແລະ ຜະເຊີນດ້ວຍໄພພິບັດຕາມເວລາທີ່ໄດ້ກໍານົດໄວ້. ແລ້ວມັນບໍ່ແມ່ນແບບນີ້ບໍ? ເຮົາຍັງຈໍາເປັນຕ້ອງຍົກຕົວຢ່າງເພື່ອອະທິບາຍສິ່ງນີ້ອີກບໍ? ເຮົາຕ້ອງເວົ້າໃຫ້ແຈ້ງຂຶ້ນກວ່ານີ້ບໍ ເພື່ອຍົກເປັນຕົວຢ່າງແກ່ພວກເຈົ້າ? ຕັ້ງແຕ່ເວລາຂອງການຊົງສ້າງຈົນເຖິງປັດຈຸບັນ, ຫຼາຍຄົນໄດ້ກະບົດຕໍ່ພຣະທໍາຂອງເຮົາ ແລະ ດ້ວຍເຫດນັ້ນ ຈຶ່ງຖືກປະຖິ້ມ ແລະ ກໍາຈັດໂດຍກະແສຂອງການຟື້ນຟູຂອງເຮົາ; ໃນທີ່ສຸດ ຮ່າງກາຍຂອງພວກເຂົາກໍຈະດັບສູນ ແລະ ວິນຍານຂອງພວກເຂົາກໍຈະຖືກສົ່ງໄປຍັງແດນມໍລະນາ ແລະ ແມ່ນແຕ່ໃນປັດຈຸບັນ
- [ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ—ບົດທີ 103](https://lo.kingdomsalvation.org/utterances-of-Christ-in-the-beginning-chapter-103-judgment.html) - ສຽງທີ່ດັງຄືສຽງຟ້າຮ້ອງໄດ້ດັງອອກມາ ເຊິ່ງເຮັດໃຫ້ຈັກກະວານທັງໝົດສັ່ນສະເທືອນ, ດັງຈົນໜວກຫູ ແລະ ຜູ້ຄົນບໍ່ມີເວລາທີ່ຈະຫຼົບຫຼີກມັນໄດ້. ບາງຄົນຖືກໂຈມຕີ, ບາງຄົນຖືກທໍາລາຍ ແລະ ບາງຄົນຖືກພິພາກສາ. ມັນເປັນພາບທີ່ບໍ່ເຄີຍມີໃຜເຫັນມາກ່ອນຢ່າງແທ້ຈິງ. ຈົ່ງຟັງດີໆ: ສຽງຟ້າຮ້ອງດັງກ້ອງແມ່ນມາພ້ອມກັບສຽງຮ້ອງໄຫ້ຄໍ່າຄວນ ແລະ ສຽງນີ້ແມ່ນມາຈາກແດນມໍລະນະ; ມັນມາຈາກນະຮົກ. ມັນເປັນສຽງຮ້ອງໄຫ້ທີ່ຂົມຂື່ນຂອງບຸດຊາຍແຫ່ງການກະບົດເຫຼົ່ານັ້ນ ທີ່ຖືກເຮົາພິພາກສາແລ້ວ. ຜູ້ທີ່ບໍ່ໄດ້ຟັງໃນສິ່ງທີ່ເຮົາກ່າວ ແລະ ຜູ້ທີ່ບໍ່ໄດ້ນໍາເອົາພຣະທໍາຂອງເຮົາໄປປະຕິບັດໄດ້ຖືກພິພາກສາຢ່າງໜັກ ແລະ ໄດ້ຮັບການສາບແຊ່ງຈາກຄວາມໂກດຮ້າຍຂອງເຮົາ. ສຽງຂອງເຮົາແມ່ນການພິພາກສາ ແລະ ຄວາມໂກດຮ້າຍ; ມັນບໍ່ໄດ້ສະແດງຄວາມເມດຕາຕໍ່ຜູ້ໃດ ແລະ ບໍ່ສະແດງຄວາມປານີຕໍ່ຜູ້ໃດ ເພາະວ່າເຮົາແມ່ນພຣະເຈົ້າເອງທີ່ຊອບທໍາ ແລະ ເຮົາມີຄວາມໂກດຮ້າຍ, ການເຜົາຜານ, ການຊໍາລະໃຫ້ບໍລິສຸດ ແລະ ການທໍາລາຍລ້າງ. ໃນຕົວເຮົາແມ່ນບໍ່ມີສິ່ງໃດທີ່ຖືກເຊື່ອງ ແລະ ບໍ່ມີຄວາມຮູ້ສຶກຂອງເນື້ອໜັງ; ແຕ່ໃນທາງກົງກັນຂ້າມແມ່ນມີຄວາມເປີດເຜີຍ, ຄວາມຊອບທໍາ, ຄວາມຍຸຕິທໍາ ແລະ ຄວາມເປັນກາງ. ຍ້ອນບັນດາບຸດຊາຍຄົນທໍາອິດຂອງເຮົາແມ່ນຢູ່ກັບເຮົາທີ່ບັນລັງແລ້ວ ປົກຄອງປະຊາຊາດ ແລະ ປະຊາຊົນຈໍານວນມະຫາສານ, ສິ່ງຕ່າງໆ ແລະ ຜູ້ຄົນເຫຼົ່ານັ້ນທີ່ບໍ່ເປັນ ແລະ ບໍ່ຍຸຕິທໍາຈຶ່ງເລີ່ມຖືກພິພາກສາໃນຕອນນີ້. ເຮົາຈະສືບສວນພວກມັນເທື່ອລະຄົນເທື່ອລະຢ່າງ ໂດຍບໍ່ໃຫ້ພາດຫຍັງ ແລະ
- [ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ—ບົດທີ 88](https://lo.kingdomsalvation.org/utterances-of-Christ-in-the-beginning-chapter-88-judgment.html) - ຜູ້ຄົນບໍ່ສາມາດຈິນຕະນາການຂອບເຂດທີ່ບາດຍ່າງຂອງເຮົາກ້າວໄວຂຶ້ນແທ້ໆ: ນີ້ແມ່ນຄວາມອັດສະຈັນທີ່ໄດ້ເກີດຂຶ້ນເຊິ່ງມະນຸດບໍ່ສາມາດຢັ່ງຮູ້ໄດ້. ບາດຍ່າງຂອງເຮົາໄດ້ສືບຕໍ່ນັບຕັ້ງແຕ່ການເນລະມິດສ້າງໂລກ ແລະ ພາລະກິດຂອງເຮົາບໍ່ເຄີຍຢຸດເຊົາ. ຈັກກະວານໂລກທັງມວນປ່ຽນແປງຈາກມື້ສູ່ມື້ ແລະ ຜູ້ຄົນກໍປ່ຽນແປງຢ່າງສະໝໍ່າສະເໝີເຊັ່ນກັນ. ສິ່ງເຫຼົ່ານີ້ແມ່ນສ່ວນທັງໝົດຂອງພາລະກິດຂອງເຮົາ, ສ່ວນທັງໝົດຂອງແຜນການຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ພວກມັນຢູ່ໃນການຄຸ້ມຄອງຂອງເຮົາ ແລະ ບໍ່ມີມະນຸດຄົນໃດຮູ້ ຫຼື ເຂົ້າໃຈສິ່ງເຫຼົ່ານີ້. ມີແຕ່ເມື່ອເຮົາບອກພວກເຈົ້າດ້ວຍຕົວເຮົາເອງເທົ່ານັ້ນ, ມີແຕ່ເມື່ອເຮົາສື່ສານກັບພວກເຈົ້າຕໍ່ໜ້າເທົ່ານັ້ນ ພວກເຈົ້າຈຶ່ງຈະຮູ້ແມ່ນແຕ່ສ່ວນທີ່ນ້ອຍທີ່ສຸດ; ບໍ່ດັ່ງນັ້ນ ກໍຈະບໍ່ມີໃຜແທ້ໆທີ່ສາມາດມີແນວຄິດກ່ຽວກັບແຜນຜັງສຳລັບແຜນການຂອງເຮົາ. ສິ່ງດັ່ງກ່າວອຳນາດອັນຍິ່ງໃຫຍ່ຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ສິ່ງດັ່ງກ່າວຄືການກະທຳທີ່ໜ້າອັດສະຈັນຂອງເຮົາ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ບໍ່ມີໃຜສາມາດປ່ຽນແປງໄດ້. ສະນັ້ນ, ສິ່ງທີ່ເຮົາເວົ້າໃນມື້ນີ້ເປັນໄປ ແລະ ສິ່ງນີ້ກໍ່ບໍ່ສາມາດປ່ຽນແປງໄດ້. ແນວຄິດຂອງມະນຸດບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບເຮົາ, ພວກມັນທັງໝົດເປັນພຽງການເວົ້າຫຼິ້ນເວົ້າຫົວທີ່ໄຮ້ສາລະ! ຢ່າຄິດວ່າເຈົ້າມີພຽງພໍແລ້ວ ຫຼື ເຈົ້າພໍໃຈແລ້ວ! ເຮົາຂໍບອກເຈົ້າວ່າ: ເຈົ້າຍັງຕ້ອງກ້າວໄປອີກໄກ! ຈາກແຜນການຄຸ້ມຄອງທັງໝົດຂອງເຮົາ, ພວກເຈົ້າຮູ້ແຕ່ຮູ້ໜ້ອຍດຽວ, ດັ່ງນັ້ນ ພວກເຈົ້າຕ້ອງຟັງສິ່ງທີ່ເຮົາເວົ້າ ແລະ ເຮັດສິ່ງໃດກໍຕາມທີ່ເຮົາບອກໃຫ້ພວກເຈົ້າເຮັດ. ຈົ່ງເຮັດຕາມຄວາມປາຖະໜາຂອງເຮົາໃນທຸກສິ່ງ ແລະ ເຈົ້າຈະໄດ້ຮັບພອນຂອງເຮົາຢ່າງແນ່ນອນ; ໃຜກໍຕາມທີ່ເຊື່ອກໍສາມາດໄດ້ຮັບ, ໃນຂະນະທີ່ຜູ້ໃດທີ່ບໍ່ເຊື່ອກໍຈະມີ “ຄວາມວ່າງເປົ່າ” ທີ່ພວກເຂົາຈິນຕະນາການໄວ້ ເຊິ່ງເກີດເປັນຈິງໃນຕົວພວກເຂົາ. ນີ້ແມ່ນຄວາມຊອບທຳຂອງເຮົາ ແລະ ຍິ່ງໄປກວ່ານັ້ນກໍແມ່ນເດຊານຸພາບຂອງເຮົາ,
- [ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ—ບົດທີ 15](https://lo.kingdomsalvation.org/utterances-of-Christ-in-the-beginning-chapter-15-judgment.html) - ການປາກົດຕົວຂອງພຣະເຈົ້າໄດ້ເກີດຂຶ້ນໃນທຸກຄຣິສຕະຈັກ. ແມ່ນພຣະວິນຍານທີ່ກ່າວອອກ; ພຣະອົງແມ່ນໄຟທີ່ລຸກລາມ, ມີຄວາມສະຫງ່າຜ່າເຜີຍ ແລະ ກຳລັງພິພາກສາ. ພຣະອົງເປັນບຸດມະນຸດ, ນຸ່ງເສື້ອຜ້າທີ່ລ່າມລົງຈົນຮອດຕີນຂອງພຣະອົງ ແລະ ມີສາຍແອວຄຳອ້ອມເອິກຂອງພຣະອົງ. ຫົວ ແລະ ຜົມຂອງພຣະອົງຂາວຄືຂົນແກະ ແລະ ຕາຂອງພຣະອົງກໍລຸກໄໝ້ຄືກັບແປວໄຟ; ຕີນຂອງພຣະອົງຄ້າຍຄືກັບທອງເຫຼືອງກ້ຽງ, ຄືກັບວ່າທີ່ຖືກເຮັດໃຫ້ບໍລິສຸດໃນເຕົາໄຟ ແລະ ສຽງຂອງພຣະອົງກໍຄືກັບສຽງນ້ຳຫຼາຍແຫ່ງ. ໃນມືກ້ຳຂວາຂອງພຣະອົງແມ່ນຖືດາວເຈັດດວງ ແລະ ໃນປາກຂອງພຣະອົງແມ່ນມີດາບແຫຼມສອງຄົມ ແລະ ໃບໜ້າຂອງພຣະອົງສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ເຜົາໄໝ້! ບຸດມະນຸດໄດ້ຖືກເປັນພະຍານ ແລະ ພຣະເຈົ້າເອງໄດ້ຖືກເປີດເຜີຍອອກມາຢ່າງເປີດເຜີຍ. ສະຫງ່າລາສີຂອງພຣະເຈົ້າໄດ້ສະແດງອອກ, ສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ກຳລັງເຜົາໄໝ້! ໃບໜ້າທີ່ມີສະຫງ່າລາສີຂອງພຣະອົງສ່ອງແສງຈ້າດ້ວຍແສງແວວວາວ; ສາຍຕາຂອງຜູ້ໃດກ້າປະຕິບັດຕໍ່ພຣະອົງດ້ວຍການຕໍ່ຕ້ານ? ການຕໍ່ຕ້ານນຳໄປສູ່ຄວາມຕາຍ! ບໍ່ມີຄວາມເມດຕາແມ່ນແຕ່ໜ້ອຍດຽວສຳລັບສິ່ງໃດໜຶ່ງທີ່ເຈົ້າຄິດຢູ່ໃນຫົວໃຈ, ຄຳເວົ້າໃດໜຶ່ງທີ່ເຈົ້າກ່າວ ຫຼື ສິ່ງໃດໜຶ່ງທີ່ເຈົ້າເຮັດ. ພວກເຈົ້າທຸກຄົນຈະໄດ້ມາເຂົ້າໃຈ ແລະ ມາເຫັນວ່າສິ່ງທີ່ພວກເຈົ້າໄດ້ຮັບນັ້ນແມ່ນຫຍັງ, ມັນບໍ່ໄດ້ເປັນຫຍັງເລີຍ ນອກຈາກການພິພາກສາຂອງເຮົາ! ເຮົາສາມາດທົນມັນໄດ້ບໍ ເມື່ອພວກເຈົ້າບໍ່ພະຍາຍາມກິນ ແລະ ດື່ມພຣະທຳຂອງເຮົາ ແລະ ກົງກັນຂ້າມກັບພັດຂັດຂວາງ ແລະ ທຳລາຍການກໍ່ສ້າງຂອງເຮົາຕາມອຳເພີໃຈ? ເຮົາຈະບໍ່ປະຕິບັດຕໍ່ຄົນແບບນີ້ຢ່າງສຸພາບ! ຖ້າພຶດຕິກຳຂອງເຈົ້າເສື່ອມຊາມລົງຢ່າງຮຸນແຮງຂຶ້ນ ເຈົ້າຈະຖືກແປວໄຟກືນກິນ! ພຣະເຈົ້າອົງຊົງລິດທານຸພາບສູງສຸດປາກົດອອກໃນຮ່າງກາຍຝ່າຍວິນຍານ ໂດຍບໍ່ມີເນື້ອໜັງ ຫຼື
- [ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ—ບົດທີ 5](https://lo.kingdomsalvation.org/utterances-of-Christ-in-the-beginning-chapter-5-judgment.html) - ພູເຂົາ ແລະ ແມ່ນໍ້າປ່ຽນແປງ, ສາຍນໍ້າໄຫຼໄປຕາມເສັ້ນທາງຂອງພວກມັນ ແລະ ຊີວິດຂອງມະນຸດບໍ່ມີຄວາມທົນທານຄືກັບແຜ່ນດິນໂລກ ແລະ ທ້ອງຟ້າ. ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນທີ່ເປັນຊີວິດທີ່ຟື້ນຄືນຊີບ ແລະ ຕະຫຼອດໄປເປັນນິດ ເຊິ່ງສືບຕໍ່ຕະຫຼອດໄປຈາກຮຸ່ນສູ່ຮຸ່ນ. ທຸກສິ່ງ ແລະ ທຸກເຫດການຢູ່ໃນມືຂອງພຣະອົງ ແລະ ຊາຕານຢູ່ກ້ອງຕີນຂອງພຣະອົງ. ມື້ນີ້ ມັນແມ່ນການຄັດເລືອກທີ່ກຳນົດໄວ້ລ່ວງໜ້າຂອງພຣະເຈົ້າທີ່ພຣະອົງໄດ້ປົດປ່ອຍພວກເຮົາອອກຈາກກຳມືຂອງຊາຕານ. ພຣະອົງເປັນພຣະຜູ້ໄຖ່ຂອງພວກເຮົາຢ່າງແທ້ຈິງ. ແນ່ນອນ ຊີວິດທີ່ຟື້ນຄືນຊີບຊົ່ວນິດນິລັນຂອງພຣະຄຣິດໄດ້ເກີດຂຶ້ນຂ້າງໃນພວກເຮົາ, ດົນບັນດານໃຫ້ພວກເຮົາເຊື່ອມຕໍ່ກັບຊີວິດຂອງພຣະເຈົ້າ, ເພື່ອພວກເຮົາອາດຈະສາມາດມາຢູ່ຕໍ່ໜ້າພຣະອົງຢ່າງແນ່ນອນ, ກິນພຣະອົງ, ດື່ມພຣະອົງ ແລະ ຊື່ນຊົມພຣະອົງ. ນີ້ຄືການຖວາຍທີ່ບໍ່ເຫັນແກ່ຕົວທີ່ພຣະເຈົ້າໄດ້ມອບໃຫ້ໂດຍຈ່າຍລາຄາດ້ວຍເລືອດຈາກຫົວໃຈຂອງພຣະອົງ. ລະດູການຜ່ານມາ ແລະ ຜ່ານໄປ, ຜ່ານລົມ ແລະ ນໍ້າກ້າມ, ປະສົບກັບຄວາມທົນທຸກ, ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນຢ່າງຫຼວງຫຼາຍໃນຊີວິດ, ການປະຕິເສດ ແລະ ການໃສ່ຮ້າຍຂອງໂລກຢ່າງໜັກ, ການກ່າວໂທດທີ່ຜິດໆຫຼາຍຢ່າງຈາກລັດຖະບານ ແລະ ເຖິງຢ່າງໃດກໍຕາມ ຄວາມເຊື່ອຂອງພຣະເຈົ້າ ຫຼື ຄວາມຕັ້ງໃຈຂອງພຣະອົງກໍບໍ່ຫຼຸດນ້ອຍຖອຍລົງແມ່ນແຕ່ໜ້ອຍເລີຍ. ອຸທິດຕົນໝົດຫົວໃຈຕໍ່ຄວາມປະສົງຂອງພຣະເຈົ້າ ແລະ ຕໍ່ການຄຸ້ມຄອງ ແລະ ແຜນການຂອງພຣະເຈົ້າ, ເພື່ອວ່າພວກມັນອາດຖືກເຮັດໃຫ້ສຳເລັດ, ພຣະອົງກໍານົດຊີວິດຂອງພຣະອົງເອງໄວ້ຕ່າງຫາກ.
- [ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ—ບົດທີ 3](https://lo.kingdomsalvation.org/utterances-of-Christ-in-the-beginning-chapter-3-judgment.html) - ກະສັດທີ່ມີໄຊຊະນະນັ່ງຢູ່ເທິງບັນລັງອັນສະຫງ່າລາສີຂອງພຣະອົງ. ພຣະອົງໄດ້ສຳເລັດການໄຖ່ບາບ ແລະ ນໍາພາປະຊາຊົນທຸກຄົນຂອງພຣະອົງໃຫ້ປາກົດໃນສະຫງ່າລາສີ. ພຣະອົງຈັບທຸກສິ່ງໄວ້ໃນມືຂອງພຣະອົງ ແລະ ດ້ວຍສະຕິປັນຍາ ແລະ ລິດທານຸພາບອັນສັກສິດຂອງພຣະອົງ, ພຣະອົງໄດ້ສ້າງ ແລະ ເຮັດໃຫ້ຊີໂອນໝັ້ນຄົງ. ດ້ວຍຄວາມສະຫງ່າຜ່າເຜີຍຂອງພຣະອົງ, ພຣະອົງພິພາກສາໂລກທີ່ຜິດບາບ; ພຣະອົງໄດ້ພິພາກສາຊົນຊາດ ແລະ ຜູ້ຄົນຈຳນວນນັບບໍ່ຖ້ວນ, ແຜ່ນດິນໂລກ ແລະ ທະເລ ແລະ ທຸກສິ່ງທີ່ມີຊີວິດໃນນັ້ນ, ພ້ອມທັງຜູ້ຄົນທີ່ເມົາເຫຼົ້າແວງແຫ່ງຄວາມສໍາສ່ອນ. ພຣະເຈົ້າຈະພິພາກສາສິ່ງເຫຼົ່ານັ້ນຢ່າງແນ່ນອນ ແລະ ພຣະອົງຈະພິໂລດກັບພວກເຂົາຢ່າງແນ່ນອນ ແລະ ດ້ວຍເຫດນີ້ ຄວາມສະຫງ່າຜ່າເຜີຍຂອງພຣະເຈົ້າກໍຈະຖືກເປີດເຜີຍ ເຊິ່ງການພິພາກສາຂອງພຣະອົງເກີດຂຶ້ນໃນທັນທີ ແລະ ດໍາເນີນການໂດຍບໍ່ຊັກຊ້າ. ໄຟແຫ່ງຄວາມໂກດຮ້າຍຂອງພຣະອົງຈະເຜົາໄໝ້ຄວາມຜິດບາບທີ່ຮ້າຍແຮງຂອງພວກເຂົາຢ່າງແນ່ນອນ ແລະ ຄວາມຫາຍະນະຈະເກີດຂຶ້ນກັບພວກເຂົາໄດ້ທຸກເມື່ອ; ພວກເຂົາຈະບໍ່ມີຫົນທາງຫຼົບໜີ ແລະ ບໍ່ມີບ່ອນໃຫ້ລີ້, ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ ແລະ ພວກເຂົາຈະນໍາຄວາມພິນາດມາສູ່ຕົນເອງ. ບັນດາບຸດຊາຍທີ່ມີໄຊຊະນະ, ຜູ້ເປັນທີ່ຮັກຂອງພຣະເຈົ້າຈະຢູ່ໃນຊີໂອນຢ່າງແນ່ນອນ, ບໍ່ເຄີຍອອກຈາກມັນ. ຜູ້ຄົນຈໍານວນມະຫາສານຈະຟັງສຽງຂອງພຣະອົງຢ່າງຕັ້ງໃຈ, ພວກເຂົາຈະເອົາໃຈໃສ່ກັບການກະທຳຂອງພຣະອົງຢ່າງລະມັດລະວັງ ແລະ ສຽງແຫ່ງການສັນລະເສີນຂອງພວກເຂົາບໍ່ເຄີຍຢຸດເຊົາ. ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ປາກົດຕົວແລ້ວ! ພວກເຮົາຕ້ອງໝັ້ນໃຈໃນພຣະອົງດ້ວຍຈິດວິນຍານ ແລະ ຕິດຕາມພຣະອົງຢ່າງໃກ້ຊິດ; ພວກເຮົາຈະຮີບໄປຂ້າງໜ້າດ້ວຍກຳລັງທັງໝົດຂອງພວກເຮົາ
- [ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ—ບົດທີ 2](https://lo.kingdomsalvation.org/utterances-of-Christ-in-the-beginning-chapter-2-judgment.html) - ຄຣິສຕະຈັກແຫ່ງຟິລາເດັນເຟຍໄດ້ກໍ່ຕົວຂຶ້ນ ເຊິ່ງກໍເນື່ອງຈາກຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າທັງສິ້ນ. ຫົວໃຈທີ່ຮັກພຣະເຈົ້າໄດ້ເກີດຂຶ້ນໃນຫົວໃຈຂອງໄພ່ພົນຈຳນວນຫຼວງຫຼາຍ ແລະ ພວກເຂົາບໍ່ລັງເລໃຈໃນການເດີນທາງຝ່າຍວິນຍານຂອງພວກເຂົາ. ພວກເຂົາຍຶດໝັ້ນໃນຄວາມເຊື່ອຂອງພວກເຂົາທີ່ວ່າ ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ກາຍມາເປັນເນື້ອໜັງ, ພຣະອົງເປັນເຈົ້ານາຍແຫ່ງຈັກກະວານ, ເປັນຜູ້ບັນຊາການສິ່ງທັງປວງ: ພຣະວິນຍານບໍລິສຸດໄດ້ຢືນຢັນເຖິງສິ່ງນີ້, ມັນບໍ່ສາມາດເຄື່ອນຍ້າຍໄດ້ເຊັ່ນດຽວກັບພູເຂົາ! ແລ້ວມັນຈະບໍ່ປ່ຽນແປງຈັກເທື່ອ! ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ມື້ນີ້ ແມ່ນພຣະອົງທີ່ໄດ້ເປີດຕາຝ່າຍວິນຍານຂອງພວກຂ້ານ້ອຍ, ເຮັດໃຫ້ຄົນຕາບອດເຫັນຮຸ່ງ, ໃຫ້ຄົນອໍາມະພາດຍ່າງໄດ້ ແລະ ຄົນຂີ້ທູດໄດ້ຮັບການຮັກສາ. ແມ່ນພຣະອົງທີ່ໄດ້ເປີດປ່ອງຢ້ຽມຂອງສະຫວັນ, ເຮັດໃຫ້ພວກຂ້ານ້ອຍໄດ້ເຫັນຄວາມເລິກລັບຂອງໂລກຝ່າຍວິນຍານ. ເມື່ອຖືກຊຶມເຂົ້າໂດຍພຣະທຳອັນສັກສິດຂອງພຣະອົງ ແລະ ຖືກຊ່ວຍໃຫ້ລອດພົ້ນຈາກຄວາມເປັນມະນຸດຂອງພວກຂ້ານ້ອຍ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງດັ່ງກ່າວແມ່ນພາລະກິດອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ ແລະ ຄວາມເມດຕາອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ. ພວກຂ້ານ້ອຍເປັນພະຍານຂອງພຣະອົງ! ພຣະອົງໄດ້ລີ້ລັບຢ່າງຖ່ອມຕົນ ແລະ ງຽບໆຕັ້ງແຕ່ດົນແລ້ວ. ພຣະອົງໄດ້ຜ່ານການຟື້ນຄືນມາຈາກຄວາມຕາຍ, ການທົນທຸກຈາກການຖືກຄຶງທີ່ໄມ້ກາງແຂນ, ຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງຊີວິດມະນຸດ ແລະ ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນ; ພຣະອົງໄດ້ປະສົບ ແລະ ຊີມລົດຊາດຄວາມເຈັບປວດຂອງໂລກມະນຸດ ແລະ ພຣະອົງຖືກປະຖິ້ມໂດຍຍຸກດັ່ງກ່າວ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືພຣະເຈົ້າເອງ. ເພື່ອເຫັນແກ່ຄວາມປະສົງຂອງພຣະເຈົ້າ, ພຣະອົງໄດ້ຊ່ວຍພວກຂ້ານ້ອຍຈາກກອງຂີ້ເຫຍື້ອ, ຖືພວກຂ້ານ້ອຍດ້ວຍມືຂວາຂອງພຣະອົງ ແລະ ມອບພຣະຄຸນຂອງພຣະອົງໃຫ້ແກ່ພວກຂ້ານ້ອຍລ້າໆ.
- [ພຣະຄໍາຂອງພຣະຄຣິດໃນຕົ້ນເດີມ—ບົດທີ 1](https://lo.kingdomsalvation.org/utterances-of-Christ-in-the-beginning-chapter-1-judgment.html) - ຄຳສັນລະເສີນໄດ້ມາເຖິງຊີໂອນ ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. ນາມບໍລິສຸດອັນສະຫງ່າລາສີທີ່ຄົນຫຼວງຫຼາຍສັນລະເສີນ ແລະ ກຳລັງແຜ່ຂະຫຍາຍອອກ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ເຈົ້າແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະອົງຄືດວງຕາເວັນສ່ອງແສງເຫຼືອງເຫຼື້ອມ ທີ່ຂຶ້ນຢູ່ພາຍໃນຈັກກະວານທັງໝົດ, ເໜືອພູຊີໂອນທີ່ສະຫງ່າຜ່າເຜີຍ ແລະ ສະຫງ່າງາມ... ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກຂ້ານ້ອຍເອີ້ນຫາພຣະອົງດ້ວຍຄວາມຕື່ນເຕັ້ນຕັນໃຈ; ພວກຂ້ານ້ອຍເຕັ້ນລຳ ແລະ ຮ້ອງເພງ. ພຣະອົງເປັນພຣະຜູ້ໄຖ່ຂອງພວກຂ້ານ້ອຍແທ້ໆ, ເປັນກະສັດອົງຍິ່ງໃຫຍ່ແຫ່ງຈັກກະວານ! ພຣະອົງໄດ້ສ້າງກຸ່ມຜູ້ຊະນະ ແລະ ບັນລຸແຜນການຄຸ້ມຄອງຂອງພຣະເຈົ້າ. ທຸກຄົນຈະຫຼັ່ງໄຫຼໄປສູ່ພູເຂົານີ້. ທຸກຄົນຈະຄຸເຂົ່າລົງຕໍ່ໜ້າບັນລັງ! ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ ແລະ ພຣະອົງສົມຄວນໄດ້ຮັບສະຫງ່າລາສີ ແລະ ກຽດຕິຍົດ. ສະຫງ່າລາສີ, ຄຳສັນລະເສີນ ແລະ ສິດອຳນາດທັງໝົດຈົ່ງມີແກ່ບັນລັງ! ນໍ້າພຸແຫ່ງຊີວິດຈະຫຼັ່ງໄຫຼອອກຈາກບັນລັງ, ຫົດນໍ້າ ແລະ ລໍ່ລ້ຽງຜູ້ຄົນຈຳນວນຫຼວງຫຼາຍຂອງພຣະເຈົ້າ. ຊີວິດປ່ຽນແປງໃນແຕ່ລະມື້; ແສງສະຫວ່າງ ແລະ ການເປີດເຜີຍໃໝ່ຕິດຕາມພວກເຮົາ, ໃຫ້ຄວາມເຂົ້າໃຈໃໝ່ກ່ຽວກັບພຣະເຈົ້າຢ່າງຕໍ່ເນື່ອງ. ໃນທ່າມກາງປະສົບການ, ພວກເຮົາໄດ້ມາເຖິງຄວາມໝັ້ນໃຈຢ່າງສົມບູນກ່ຽວກັບພຣະເຈົ້າ. ພຣະທຳຂອງພຣະອົງຖືກເຮັດໃຫ້ປະຈັກແຈ້ງຕະຫຼອດເວລາ, ເຮັດໃຫ້ປະຈັກແຈ້ງພາຍໃນຄົນທີ່ຖືກຕ້ອງ. ພວກເຮົາໄດ້ຮັບພອນຫຼາຍແທ້ໆ! ພົບກັບພຣະເຈົ້າເຊິ່ງໜ້າໃນແຕ່ລະມື້, ສື່ສານກັບພຣະເຈົ້າກ່ຽວກັບທຸກສິ່ງ ແລະ ມອບອຳນາດອະທິປະໄຕເໜືອທຸກສິ່ງໃຫ້ແກ່ພຣະເຈົ້າ. ພວກເຮົາໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ,
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16) ສ່ວນທີ ຫ້າ](https://lo.kingdomsalvation.org/audio-responsibilities-of-leaders-and-workers-16-part-5.html) - ຜູ້ທີ່ບໍ່ເຂົ້າໃຈຄວາມຈິງ ກ່ອນອື່ນໝົດຕ້ອງຈື່ໄວ້ວ່າ ເມື່ອພວກເຂົາມີແນວຄິດ, ພວກເຂົາຄວນສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດເຫຼົ່ານັ້ນ. ພວກເຂົາຕ້ອງບໍ່ເຜີຍແຜ່ແນວຄິດເຫຼົ່ານັ້ນ ຫຼື ເວົ້າຈາແບບຊະຊາຍເດັດຂາດ, ໂດຍກ່າວວ່າ, “ຂ້ອຍມີສິດເສລີພາບໃນການປາກເວົ້າ. ປາກກໍແມ່ນຂອງຂ້ອຍເອງ; ຂ້ອຍຢາກເວົ້າຫຍັງກໍໄດ້, ຢາກເວົ້າກັບໃຜກໍໄດ້ ແລະ ຢາກເວົ້າໃນສະຖານະການໃດກໍໄດ້”. ການເວົ້າແບບນີ້ແມ່ນຜິດ. ຄຳເວົ້າທີ່ດີ ຫຼື ຖືກຕ້ອງບາງຄຳອາດຈະບໍ່ເປັນປະໂຫຍດຕໍ່ຄົນອື່ນສະເໝີໄປເມື່ອເວົ້າອອກມາ, ແຕ່ຄຳເວົ້າທີ່ເປັນແນວຄິດ ຫຼື ເປັນການລອງໃຈຂອງຊາຕານສາມາດສົ່ງຜົນສະທ້ອນທີ່ປະເມີນບໍ່ໄດ້ເມື່ອເວົ້າອອກມາ. ໂດຍອີງໃສ່ຜົນສະທ້ອນເຫຼົ່ານີ້, ຖ້າເຈົ້າມີແນວຄິດທີ່ເຈົ້າຍັງຢືນຢັນທີ່ຈະສະແດງອອກ ແລະ ເຈົ້າຮູ້ສຶກວ່າການເຮັດເຊັ່ນນັ້ນຮູ້ສຶກດີ ແລະ ເຮັດໃຫ້ເຈົ້າມີຄວາມສຸກ, ການກະທຳຂອງເຈົ້າກໍຈະຕ້ອງຖືກກຳນົດລັກສະນະວ່າເປັນການກະທຳທີ່ຊົ່ວຮ້າຍ ແລະ ພຣະເຈົ້າຈະບັນທຶກການກະທຳນັ້ນໄວ້ວ່າເປັນຄວາມຜິດຂອງເຈົ້າ. ເປັນຫຍັງມັນຈຶ່ງຖືກບັນທຶກໄວ້ວ່າເປັນຄວາມຜິດຂອງເຈົ້າ? ເຈົ້າໄດ້ຖືກບອກກ່ຽວກັບວິທີການ, ເສັ້ນທາງ ແລະ ຫຼັກການປະຕິບັດໃນທາງບວກຫຼາຍຢ່າງ, ແຕ່ເຈົ້າກໍບໍ່ເລືອກພວກມັນ; ແທນທີ່ຈະເປັນແນວນັ້ນ, ເຈົ້າພັດເລືອກເສັ້ນທາງທີ່ນຳຄວາມເສຍຫາຍມາສູ່ຜູ້ຄົນ, ນີ້ເປັນການເຈດຕະນາ, ບໍ່ແມ່ນບໍ? ແລ້ວມັນຈະເກີນໄປບໍ ທີ່ຈະເອີ້ນການກະທຳຂອງເຈົ້າວ່າເປັນການກະທຳທີ່ຊົ່ວຮ້າຍ? (ບໍ່ເກີນໄປ.) ເຈົ້າສາມາດເລືອກໄດ້ຢ່າງສົມບູນທີ່ຈະແກ້ໄຂບັນຫານີ້ດ້ວຍຕົວເຈົ້າເອງ ຜ່ານປະສົບການ ແລະ ຜ່ານການອະທິຖານຕໍ່ພຣະເຈົ້າ ແລະ ການສະແຫວງຫາ, ແທນທີ່ຈະນຳເອົາແນວຄິດຂອງເຈົ້າອອກມາລົບກວນ ແລະ ເຮັດໃຫ້ຄົນອື່ນຫຼົງຜິດ. ນີ້ຄືເສັ້ນທາງທີ່ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ມີເຫດຜົນຄວນເລືອກ.
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16) ສ່ວນທີ ສອງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-16-part-2.html) - 2). ການເຜີຍແຜ່ແນວຄິດກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງ ຄົນທີ່ເຜີຍແຜ່ແນວຄິດເຫຼົ່ານີ້ ໃຊ້ແນວຄິດຂອງຕົນເອງເພື່ອວັດແທກພຣະທຳຂອງພຣະເຈົ້າ, ວັດແທກພາລະກິດຂອງພຣະເຈົ້າ ແລະ ຍັງວັດແທກແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າອີກດ້ວຍ. ພວກເຂົາເຊື່ອໃນພຣະເຈົ້າພາຍໃນແນວຄິດຂອງພວກເຂົາ, ເບິ່ງພຣະເຈົ້າພາຍໃນແນວຄິດຂອງພວກເຂົາ ແລະ ສັງເກດ ແລະ ກວດສອບທຸກພຣະທຳທີ່ພຣະເຈົ້າກ່າວ, ທຸກລາຍການພາລະກິດທີ່ພຣະເຈົ້າເຮັດ ແລະ ທຸກສະພາບແວດລ້ອມທີ່ພຣະເຈົ້າຈັດແຈງພາຍໃນແນວຄິດຂອງພວກເຂົາ. ເມື່ອສິ່ງທີ່ພຣະເຈົ້າເຮັດສອດຄ່ອງກັບແນວຄິດຂອງພວກເຂົາ, ພວກເຂົາກໍສັນລະເສີນພຣະເຈົ້າຢ່າງສຸດສຽງ, ໂດຍກ່າວວ່າ ພຣະເຈົ້າຊົງຊອບທຳ, ພຣະເຈົ້າຊົງສັດຊື່ ແລະ ພຣະເຈົ້າຊົງບໍລິສຸດ. ເມື່ອສິ່ງທີ່ພຣະເຈົ້າເຮັດບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ ແລະ ຜົນປະໂຫຍດຂອງພວກເຂົາໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ແລະ ພວກເຂົາທົນທຸກທໍລະມານຢ່າງໃຫຍ່ຫຼວງ, ພວກເຂົາກໍອອກມາປະຕິເສດພຣະທຳທີ່ພຣະເຈົ້າກ່າວ ແລະ ພາລະກິດທີ່ພຣະອົງເຮັດ; ພວກເຂົາເຖິງກັບເຜີຍແຜ່ແນວຄິດເພື່ອຍຸຍົງໃຫ້ຄົນຈຳນວນຫຼາຍຂຶ້ນເຂົ້າໃຈພຣະເຈົ້າຜິດ ແລະ ລະວັງພຣະເຈົ້າ, ໂດຍກ່າວວ່າ, “ຢ່າເຊື່ອພຣະທຳຂອງພຣະເຈົ້າງ່າຍໆ ແລະ ຢ່າປະຕິບັດພຣະທຳຂອງພຣະເຈົ້າງ່າຍໆເຊັ່ນກັນ; ຖ້າບໍ່ດັ່ງນັ້ນ, ຖ້າເຈົ້າຖືກເອົາປຽບ ແລະ ໄດ້ຮັບຄວາມເສຍຫາຍ, ກໍຈະບໍ່ມີໃຜຮັບຜິດຊອບ” ແລະ ອື່ນໆ. ຕົວຢ່າງ, ພຣະເຈົ້າຊົງກ່າວວ່າ: “ໃຜໃນພວກເຈົ້າທີ່ເສຍສະລະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ”, ພຣະທຳເຫຼົ່ານີ້ບໍ່ແມ່ນຄວາມຈິງບໍ? ພຣະທຳເຫຼົ່ານີ້ແມ່ນຄວາມຈິງໜຶ່ງຮ້ອຍເປີເຊັນ.
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11) ສ່ວນທີ ສີ່](https://lo.kingdomsalvation.org/audio-responsibilities-of-leaders-and-workers-11-part-4.html) - ເມື່ອເວົ້າເຖິງວຽກງານການຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ, ຜູ້ນໍາປອມບໍ່ພຽງແຕ່ບໍ່ສາມາດເຮັດສິ່ງນີ້ຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດ, ພວກເຂົາຍັງເອົາຄວາມຮູ້ສຶກສ່ວນຕົວ, ຄວາມມັກ ແລະ ຄວາມປາຖະໜາຫຼາຍຢ່າງຂອງພວກເຂົາ, ພ້ອມທັງຄວາມເຂົ້າໃຈສ່ວນຕົວຂອງພວກເຂົາ ມາປົນເປນຳອີກ. ພວກເຂົາເຮັດໃຫ້ວຽກງານນີ້ສັບສົນວຸ້ນວາຍ, ໂດຍບໍ່ມີຫຼັກການໃດໆໃຫ້ເວົ້າເຖິງເລີຍ. ສະນັ້ນ, ເມື່ອຜູ້ນໍາປອມກຳລັງຈັດການວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ, ຈຶ່ງມັກເກີດມີສະຖານະການທີ່ສິ່ງຂອງຖືກທຳລາຍ, ສິ້ນເປືອງໄປລ້າໆ ຫຼື ເສຍໄປ ແລະ ຈຳນວນກໍບໍ່ຕົງກັນ ໂດຍທີ່ບໍ່ມີໃຜຮູ້. ສິ່ງຂອງອື່ນໆກໍຖືກບຸກຄົນເອົາໄປໃຊ້ສ່ວນຕົວ, ໂດຍບໍ່ໄດ້ລົງທະບຽນ ຫຼື ລາຍງານເລື່ອງນີ້. ຜູ້ນໍາປອມບໍ່ສາມາດແມ່ນແຕ່ຈະຈັດການວຽກງານທົ່ວໄປທີ່ງ່າຍດາຍເຊັ່ນນີ້ໃຫ້ດີໄດ້. ພວກເຂົາເຮັດໃຫ້ວຽກງານນີ້ສັບສົນວຸ້ນວາຍ, ແຕ່ພວກເຂົາກໍຍັງຮູ້ສຶກສະບາຍໃຈ, ໂດຍຄິດວ່າພວກເຂົາໄດ້ເຮັດວຽກຫຼາຍແລ້ວ. ຜູ້ນໍາປອມບໍ່ເຄີຍດຳເນີນການກວດກາ, ບຳລຸງຮັກສາ ແລະ ເບິ່ງແຍງວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າເປັນປະຈຳ; ໃນໃຈແລ້ວ, ພວກເຂົາບໍ່ສົນໃຈສິ່ງຂອງເຫຼົ່ານີ້ແມ່ນແຕ່ໜ້ອຍດຽວ. ສົມມຸດວ່າເຈົ້າຖາມພວກເຂົາວ່າ “ມີໃຜເບິ່ງແຍງການບຳລຸງຮັກສາ ແລະ ການເບິ່ງແຍງອຸປະກອນເຫຼົ່ານີ້ບໍ? ມີກໍລະນີການສິ້ນເປືອງໃນການຈັດຊື້ອາໄຫຼ່ສຳຮອງເມື່ອສ້ອມແປງພວກມັນບໍ? ຫຼື ມີໃຜໃຊ້ຈ່າຍເກີນ ຫຼື ຖືກໂກງບໍ? ມີໃຜຖືກຮັບຜິດຊອບຫຼັງຈາກເຫດການເຫຼົ່ານັ້ນບໍ? ມີໃຜຖືກປັບໃໝ ຫຼື ໄດ້ຮັບຄຳເຕືອນບໍ?” ຜູ້ນໍາປອມຈະບໍ່ຮູ້ ຫຼື ສົນໃຈເລື່ອງໃດໆເຫຼົ່ານີ້ເລີຍ. ບໍ່ວ່າເງິນຈະຖືກໃຊ້ຈ່າຍຢ່າງບໍ່ຖືກຕ້ອງເມື່ອຊື້ສິ່ງຂອງໃຫ້ເຮືອນຂອງພຣະເຈົ້າ, ບໍ່ວ່າມີໃຜຖືກມອບໝາຍໃຫ້ຈັດການສິ່ງຂອງເຫຼົ່ານັ້ນຫຼັງຈາກທີ່ຊື້ມາ, ບໍ່ວ່າສິ່ງຂອງທີ່ຊື້ມາເໝາະສົມ ຫຼື ບໍ່ ແລະ
- [ແມ່ນຫຍັງຄືຈຸດກຳເນີດຂອງຟ້າແມບເຫຼື້ອມຈາກທິດຕາເວັນອອກ?](https://lo.kingdomsalvation.org/eastern-lightning-come-from.html) - ດຽວນີ້ ພວກເຮົາຢູ່ໃນຍຸກສຸດທ້າຍ, ຄຳທຳນາຍເຖິງການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້ຖືກບັນລຸຢ່າງແທ້ຈິງ ແລະ ຜູ້ເຊື່ອທີ່ເຫຼື້ອມໃສຫຼາຍພັນໆຄົນກຳລັງຄາດຫວັງການກັບຄືນມາຂອງພຣະເຢຊູເຈົ້າຢ່າງຮ້ອນຮົນ. ເຖິງຢ່າງໃດກໍຕາມ ໃນເວລາດຽວກັນ ຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເປັນພະຍານຢ່າງເປີດເຜີຍວ່າ ພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ການບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ພຣະອົງໄດ້ປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງແລ້ວ ໂດຍເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າ. ການປາກົດຂຶ້ນຂອງຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ສັ່ນສະເທືອນໂລກແຫ່ງສາສະໜາທັງໝົດ ພ້ອມທັງທຸກຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ກະຫາຍຫາຄວາມຈິງ. ຜ່ານການສະແຫວງຫາ ແລະ ການສືບຄົ້ນພຣະທຳ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຫຼາຍຄົນຢືນຢັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ກັບຄືນມາ ແລະ ພວກເຂົາໄດ້ມາຢູ່ຕໍ່ໜ້າພຣະເຈົ້າອົງຊົງລິດທານຸພາບສູງສຸດເທື່ອລະຄົນ. ສິ່ງນີ້ໄດ້ເຮັດໃຫ້ສິດຍາພິບານ ແລະ ເຖົ້າແກ່ໃນໂລກແຫ່ງສາສະໜາ ພ້ອມທັງລັດຖະບານພັກກອມມູນິດຈີນຕື່ນຕົກໃຈ; ພວກເຂົາສົມຮູ້ຮ່ວມຄິດກັນເພື່ອກົດຂີ່ ແລະ ເຮັດໃຫ້ຟ້າແມບເຫຼື້ອມຈາກທິດຕາເວັນອອກຜິດກົດໝາຍ, ແຕ່ງຂ່າວລືຫຼາຍຢ່າງ ແລະ ກ່າວຮ້າຍ ແລະ ປະນາມຟ້າແມບເຫຼື້ອມຈາກທິດຕາເວັນອອກຢ່າງປ່າເຖື່ອນວ່າເປັນຄວາມເຊື່ອນອກຮີດ. ພວກເຂົາເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ເພື່ອຂັດຂວາງ ແລະ ຂົ່ມຂູ່ຜູ້ເຊື່ອທີ່ຈິງໃຈ ຜູ້ທີ່ຕ້ອງການສະແຫວງຫາ ແລະ ສືບຄົ້ນການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ. ໂສກຄະນາດຕະກຳໃນປະຫວັດສາດຂອງໂລກແຫ່ງສາສະໜາຂອງຊາວຢິວທີ່ເຂົ້າຮ່ວມກັບລັດຖະບານໂຣມັນເພື່ອກົດຂີ່ພຣະເຢຊູເຈົ້າຢ່າງທາລຸນກຳລັງຖືກສະແດງອອກອີກຄັ້ງ. ຄວາມຄິດເຫັນແຕກຕ່າງກັນໄປກ່ຽວກັບວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກແມ່ນການກັບຄືນມາຂອງພຣະເຢຊູເຈົ້າ ຫຼື ບໍ່ ແລະ ມັນແມ່ນພາລະກິດຂອງພຣະເຈົ້າ ຫຼື
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (3) ສ່ວນທີ ສາມ](https://lo.kingdomsalvation.org/audio-responsibilities-of-leaders-and-workers-3-part-3.html) - ເມື່ອກີ້ນີ້, ເຮົາໄດ້ໂອ້ລົມກັນກ່ຽວກັບຄົນປະເພດຕ່າງໆທີ່ໂລບໃນເລື່ອງກິນ, ໂລບໃນເລື່ອງນອນ ແລະ ໂລບໃນຄວາມບັນເທີງ. ຍັງມີຄົນອີກປະເພດໜຶ່ງ. ໃນເບື້ອງຕົ້ນ, ເມື່ອມີການຄັດເລືອກຜູ້ກຳກັບດູແລ, ຄົນປະເພດນີ້ຖືກເບິ່ງວ່າເໝາະສົມກັບບົດບາດໃນທຸກໆດ້ານ ແລະ ອ້າຍເອື້ອຍນ້ອງທຸກຄົນກໍເຕັມໃຈທີ່ຈະເລືອກພວກເຂົາ. ພວກເຂົາຄິດວ່າຄົນຜູ້ນີ້ມີຄວາມເປັນມະນຸດທີ່ດີ, ມີຄວາມກະຕືລືລົ້ນ ແລະ ຊຳນານໃນວິຊາຊີບຂອງພວກເຂົາ, ອີກທັງຍັງເປັນຄົນທີ່ດີທີ່ສຸດ ແລະ ເຂັ້ມແຂງທີ່ສຸດໃນທີມໃນທຸກໆດ້ານ, ເຮັດໃຫ້ພວກເຂົາເປັນຕົວເລືອກທີ່ເຫັນໄດ້ຊັດສຳລັບຕຳແໜ່ງຜູ້ກຳກັບດູແລ. ແນວໃດກໍຕາມ, ຫຼັງຈາກທີ່ໄດ້ຮັບເລືອກມາໄດ້ໄລຍະໜຶ່ງ, ຄົນຜູ້ນີ້ກໍເລີ່ມຮູ້ສຶກງ່ວງນອນເລື້ອຍໆ, ແມ່ນແຕ່ໃນລະຫວ່າງການເຕົ້າໂຮມ. ເມື່ອຄົນອື່ນເວົ້າກັບພວກເຂົາ, ພວກເຂົາກໍມັກຈະສັບສົນ ແລະ ຕອບຄຳຖາມບໍ່ຕົງປະເດັນ. ພວກເຂົາບໍ່ເຄີຍເປັນແບບນີ້ມາກ່ອນ, ແລ້ວເປັນຫຍັງຈຶ່ງເບິ່ງຄືວ່າພວກເຂົາໄດ້ກາຍເປັນຄົນລະຄົນໄປແລ້ວແບບກະທັນຫັນ? ຕໍ່ມາ, ມີຄົນຄົ້ນພົບໂດຍບັງເອີນວ່າການສົນທະນາຂອງຜູ້ກຳກັບດູແລຄົນນີ້ກັບຄົນໆໜຶ່ງຟັງເບິ່ງຄືວ່າທັງສອງກຳລັງມີຄວາມສຳພັນແບບຄົນຮັກກັນ ແລະ ເກີດການຄາດເດົາຂຶ້ນວ່າພວກເຂົາອາດຈະມີຄວາມສຳພັນກັນແທ້ ຫຼື ບໍ່. ເມື່ອເລື່ອງນີ້ຊັດເຈນຂຶ້ນ, ຜູ້ກຳກັບດູແລຄົນນີ້ກໍຍິ່ງສັບສົນຫຼາຍຂຶ້ນ. ເມື່ອໃດກໍຕາມທີ່ຖືກຖາມຄຳຖາມ ຫຼື ເວົ້າລົມກ່ຽວກັບບາງສິ່ງບາງຢ່າງ, ການຕອບສະໜອງຂອງພວກເຂົາກໍບໍ່ໄວຄືເມື່ອກ່ອນ ແລະ ຟັງເບິ່ງບໍ່ຊັດເຈນ ແລະ ເຂົ້າໃຈງ່າຍຄືເມື່ອກ່ອນ. ພວກເຂົາເລີ່ມເຮັດວຽກທີ່ຜູ້ກຳກັບດູແລຄວນເຮັດໜ້ອຍລົງເລື້ອຍໆ ແລະ ມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ໜ້ອຍລົງເລື້ອຍໆ. ພວກເຂົາຄືກັບວ່າໄດ້ກາຍເປັນຄົນລະຄົນໄປແລ້ວ; ພວກເຂົາສົນໃຈເສື້ອຜ້າ ແລະ ການແຕ່ງຕົວຂອງພວກເຂົາຫຼາຍກວ່າເມື່ອກ່ອນ. ມີບັນຫາເກີດຂຶ້ນຢູ່ບ່ອນນີ້. ໃນອະດີດ, ໃນຊ່ວງທີ່ວຽກງານຫຍຸ້ງ,
- [Church Life Is Truly Good](https://lo.kingdomsalvation.org/church-life-is-so-lovely.html) - Almighty God incarnate,we raise our voices in praise of You.We have been raised before Your throne to attend the feast of the heavenly kingdom.We are watered by Your words and enjoy Your tremendous love; living each day before You,we feel happy and sweet in our hearts.God's words lead us to a new life,lead us to
- [Following Christ, I Will Never Turn Back, Even Unto Death](https://lo.kingdomsalvation.org/lifes-testimony.html) - Satan,the great red dragon,madly oppresses and arrests God's chosen people.Those who follow Christ risk their lives to do their duties.Someday I may be arrested and persecuted for testifying to God.In my heart,I understand clearly that this is persecution for the sake of righteousness.Perhaps my life will vanish like a fleeting firework.In this life,to follow and
- [The Importance of God's Words](https://lo.kingdomsalvation.org/importance-of-God-s-word.html) - Believers in God should,at the very least,be wellbehaved on the outside; most important of all is to be possessed of God's words.No matter what,you can never turn away from His words.Knowing God and satisfying His intentions are all achieved through His words.In future,every nation,denomination,religion,and sector will be conquered through God's words.God will speak directly,and all
- [ຕົ້ນກຳເນີດ ແລະ ການພັດທະນາຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ](https://lo.kingdomsalvation.org/about-3.html) - ໃນຍຸກແຫ່ງພຣະຄຸນ ພຣະເຍຊູເຄີຍສັນຍາກັບຜູ້ຕິດຕາມພຣະອົງວ່າ “ແລ້ວຖ້າເຮົາໄປ ແລະ ຈັດຕຽມສະຖານທີ່ໄວ້ໃຫ້ພວກເຈົ້າແລ້ວ ເຮົາຈະກັບຄືນມາອີກ ແລະ ຮັບເອົາພວກເຈົ້າມາຢູ່ກັບເຮົາ, ດ້ວຍວ່າເຮົາຢູ່ບ່ອນໃດ ພວກເຈົ້າກໍຈະຢູ່ບ່ອນນັ້ນເຊັ່ນກັນ” (ໂຢຮັນ 14:3). ນອກນັ້ນ ພຣະອົງຍັງທຳນວາຍໄວ້ວ່າ “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27). ໃນຍຸກສຸດທ້າຍ, ຕາມທີ່ພຣະອົງໄດ້ສັນຍາ ແລະ ທຳນວາຍໄວ້ກ່ອນ, ພຣະເຈົ້າໄດ້ກາຍເປັນເນື້ອໜັງ ແລະ ກັບຄືນມາສູ່ພາກຕະເວັນອອກຂອງໂລກອີກຄັ້ງ ນັ້ນກໍຄືປະເທດຈີນ ເພື່ອເຮັດພາລະກິດພິພາກສາ, ລົງໂທດ, ການເຮັດໃຫ້ບໍລິສຸດແລະ ການລອດພົ້ນ ໂດຍໃຊ້ພຣະທໍາ ທີ່ອີງໃສ່ພາລະກິດການໄຖ່ບາບຂອງພຣະເຍຊູເຈົ້າ. ໃນເລື່ອງນີ້ ຄຳທຳນວາຍຂອງພຣະຄຳພີທີ່ວ່າ “ການພິພາກສາຈະເລີ່ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ” (1 ເປໂຕ 4:17) ແລະ “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກຕ່າງໆ” (ພຣະນິມິດ 2:7) ໄດ້ບັນລຸຜົນແລ້ວເຊັ່ນກັນ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ກ້າວເຂົ້າສູ່ຍຸກແຫ່ງອານາຈັກ. ຂະນະທີ່ຂ່າວປະເສີດຂອງອານາຈັກແຫ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເຜີຍແຜ່ໄປຢ່າງວ່ອງໄວໃນປະເທດຈີນແຜ່ນດິນໃຫຍ່ນັ້ນ ຄົນຈາກທຸກສາດສະໜາ ແລະ ທຸກນິກາຍຜູ້ທີ່ຮັກຄວາມຈິງ ແລະ ປາຖະໜາໃຫ້ພຣະເຈົ້າປາກົດມາ
- [ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ](https://lo.kingdomsalvation.org/about-1.html) - ຄືກັບຄົນຫຼາຍຮ້ອຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຢູ່ເລື້ອຍໆ ແລະ ພວກເຮົາກໍເຂັ້ມແຂງຢູ່ເລື້ອຍໆເຊັ່ນກັນ. ພວກເຮົາເຊື່ອວ່າການກະທຳຂອງພວກເຮົາທຸກຢ່າງແມ່ນອີງຕາມຄຳສັ່ງສອນຂອງພຣະຜູ້ເປັນເຈົ້າ. ເປັນທີ່ແນ່ນອນແລ້ວວ່າ ພວກເຮົາເຊື່ອວ່າຕົນເອງໄດ້ຢູ່ໃນເສັ້ນທາງແຫ່ງການປະຕິບັດຕາມຄວາມປະສົງຂອງພຣະບິດາໃນສະຫວັນ. ພວກເຮົາປາຖະໜາເຖິງການກັບມາຂອງອົງພຣະເຢຊູເຈົ້າ, ເຖິງການລົງມາຢ່າງສະຫງ່າງາມຂອງພຣະອົງ, ເຖິງການສິ້ນສຸດຂອງຊີວິດເຮົາເທິງແຜ່ນດິນໂລກ, ເຖິງການປາກົດຂອງອານາຈັກ ແລະ ເຖິງທຸກໆສິ່ງທີ່ທຳນາຍໄວ້ໃນພຣະຄຳພີພຣະນິມິດ: ພຣະຜູ້ເປັນເຈົ້າມາເຖິງ, ພຣະອົງນໍາຄວາມຫາຍະນະ, ພຣະອົງໃຫ້ລາງວັນຄົນທີ່ກະທຳດີ ແລະ ລົງໂທດຄົນທີ່ກະທຳຊົ່ວ; ພຣະອົງຮັບເອົາທຸກຄົນທີ່ຕິດຕາມພຣະອົງ ແລະ ຕ້ອນຮັບການກັບມາຂອງພຣະອົງເພື່ອໄປພົບກັບພຣະອົງໃນທ້ອງຟ້າ. ເມື່ອໃດກໍຕາມທີ່ພວກເຮົາຄິດເຖິງສິ່ງນີ້ ພວກເຮົາຮູ້ສຶກຕຶ້ນຕັນໃຈຢ່າງຍິ່ງ, ປິຕິຍິນດີທີ່ພວກເຮົາໄດ້ເກີດໃນຍຸກສຸດທ້າຍ ແລະ ໂຊກດີທີ່ໄດ້ເຫັນການມາຂອງພຣະຜູ້ເປັນເຈົ້າ. ເຖິງແມ່ນວ່າ ພວກເຮົາໄດ້ທົນທຸກຕໍ່ການຂົ່ມເຫັງ ແຕ່ພວກເຮົາກໍໄດ້ຮັບ “ລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ” ກັບຄືນມາ. ເປັນການຕອບແທນ. ຊ່າງເປັນພອນປະເສີດແທ້ໆ! ຄວາມປາຖະໜາທັງໝົດນີ້ ແລະ ພຣະຄຸນທີ່ພຣະຜູ້ເປັນເຈົ້າປະທານໃຫ້ໄດ້ເຮັດໃຫ້ພວກເຮົາມີສະຕິໃນການອະທິຖານຢູ່ຕະຫຼອດເວລາ ແລະ ເຮັດໃຫ້ພວກເຮົາດຸໝັ່ນຍິ່ງຂຶ້ນໃນການເຕົ້າໂຮມກັນ. ບາງເທື່ອປີໜ້າ ບາງເທື່ອມື້ອື່ນ
- [The Spreading of Almighty God’s Kingdom Gospel in China](https://lo.kingdomsalvation.org/about-4.html) - In 1995, the work of testifying to the kingdom gospel of Almighty God formally began in Mainland China. Through our gratitude to God and with a love that was true, we testified to the appearance and work of Almighty God to the brothers and sisters in various denominations. Little did we expect to suffer extreme
- [Woe to Those Who Crucify God Once Again](https://lo.kingdomsalvation.org/about-5.html) - During the last days, God has been incarnated in China to work, and has expressed millions of words, conquering and saving a group of people with His word and ushering in the new age of judgment beginning with the house of God. Today, the spreading of God’s work during the last days has reached its
- [ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?](https://lo.kingdomsalvation.org/about-us-questions-1.html) - ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ” ເມື່ອພຣະອົງສະເດັດມາເພື່ອປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ເປັນຫຍັງພຣະອົງຈິ່ງບໍ່ຖືກເອີ້ນວ່າ “ພຣະເຢຊູເຈົ້າ” ອີກ? ທີ່ຈິງແລ້ວ, ພຣະເຈົ້າມີຊື່ໃໝ່ທຸກຄັ້ງທີ່ພຣະອົງປະຕິບັດຂັ້ນຕອນພາລະກິດຂອງພຣະອົງ. ຊື່ໃໝ່ນີ້ຖືກຕັ້ງໂດຍພຣະເຈົ້າເອງເຊິ່ງເໝາະສົມກັບພາລະກິດ, ມັນບໍ່ແມ່ນສິ່ງທີ່ຜູ້ຄົນຈະເອີ້ນພຣະອົງຕາມໃຈພວກເຂົາ. ຊື່ຂອງພຣະເຢຊູເຈົ້າຜູ້ຊົງກັບມາໃນຍຸກສຸດທ້າຍ ໄດ້ຖືກທຳນວາຍໄວ້ໃນພຣະຄຳພີເປັນເວລາດົນນານແລ້ວ. ໃນປື້ມພຣະນິມິດໄດ້ກ່າວໄວ້ວ່າ: “ຜູ້ໃດທີ່ໄດ້ຮັບໄຊຊະນະ ເຮົາຈະເຮັດໃຫ້ຜູ້ນັ້ນເປັນເສົາຫຼັກໃນພຣະວິຫານຂອງພຣະເຈົ້າຂອງເຮົາ ແລະ ຄົນນັ້ນຈະບໍ່ອອກໄປນອກພຣະວິຫານອີກຕໍ່ໄປ, ແລະ ເຮົາຈະຂຽນພຣະນາມຂອງພຣະເຈົ້າຂອງເຮົາໃສ່ຄົນນັ້ນ ແລະ ພ້ອມດ້ວຍຊື່ນະຄອນຂອງພຣະເຈົ້າຂອງເຮົາ ນັ້ນກໍຄືນະຄອນເຢຣູຊາເລັມໃໝ່ ທີ່ລົງມາຈາກສະຫວັນແຫ່ງພຣະເຈົ້າຂອງເຮົາ ແລະ ເຮົາຈະຂຽນຊື່ໃໝ່ຂອງເຮົາໃສ່ຄົນນັ້ນ” (ພຣະນິມິດ 3:12). “ພຣະຜູ້ເປັນເຈົ້າຊົງກ່າວວ່າ ເຮົາຄືອາລາຟາ ແລະ ໂອເມກາ, ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ, ເຮົາຄືປັດຈຸບັນ, ອະດີດ ແລະ ອະນາຄົດ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ” (ພຣະນິມິດ 1:8). “ແລ້ວ ເຮົາໄດ້ຍິນຄືກັບສຽງຜູ້ຄົນຈໍານວນຫຼວງຫຼາຍ, ຄືດັ່ງສຽງສາຍນ້ຳໄຫຼຢ່າງແຮງ ແລະ ຄືດັ່ງສຽງຟ້າຮ້ອງສະທ້ານຟ້າວ່າ ຮາເລລູຢາ! ເພາະວ່າພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ອົງຊົງລິດທານຸພາບສູງສຸດໄດ້ຂຶ້ນຄອງລາດແລ້ວ” (ພຣະນິມິດ
- [ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນໄດ້ແນວໃດ?](https://lo.kingdomsalvation.org/about-us-questions-2.html) - ຄືກັນກັບຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເກີດຂຶ້ນຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ກາຍມາເປັນເນື້ອໜັງ. ຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດເກີດຂຶ້ນ ກໍ່ຍ້ອນການປາກົດຕົວ ແລະ ຍ້ອນພາລະກິດຂອງພຣະເຢຊູເຈົ້າຜູ້ບັງເກີດເປັນມະນຸດ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນກໍ່ຍ້ອນການປາກົດຕົວ ແລະ ຍ້ອນພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍ. ສະນັ້ນ, ຄຣິສຕະຈັກຕະຫຼອດຍຸກຕ່າງໆໄດ້ຖືກສ້າງຕັ້ງຂຶ້ນຍ້ອນການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ພຣະເຈົ້າສະແດງໃຫ້ເຫັນຄວາມຈິງຫຼາຍປະການໃນທຸກຄັ້ງທີ່ພຣະອົງກາຍມາເປັນເນື້ອໜັງເພື່ອປະຕິບັດພາລະກິດ ແລະ ຫຼາຍຄົນກໍໄດ້ຍອມຮັບ ແລະ ຕິດຕາມພຣະເຈົ້າ ຍ້ອນຄວາມຈິງເຫຼົ່ານີ້ທີ່ພຣະເຈົ້າສະແດງໃຫ້ເຫັນ, ດັ່ງນັ້ນ ຈິ່ງກໍ່ໃຫ້ເກີດຄຣິສຕະຈັກຕ່າງໆ. ຈາກສິ່ງນີ້ ຈະເຫັນໄດ້ວ່າ ຄຣິສຕະຈັກຕ່າງໆຖືກກໍ່ຕັ້ງຈາກຜູ້ທີ່ຍອມຮັບພາລະກິດຂອງພຣະເຈົ້າ ແລະ ຕິດຕາມພຣະເຈົ້າ. ການເຕົ້າໂຮມບັນດາຜູ້ຄົນທີ່ຖືກເລືອກໂດຍພຣະເຈົ້າເຫົ່ານີ້ແມ່ນເອີ້ນວ່າ ຄຣິສຕະຈັກ. ບັນດາຄຣິສຕະຈັກຂອງສາດສະໜາຄຣິດທັງຫຼາຍໄດ້ຖືກສ້າງຂຶ້ນໂດຍການປາກົດຕົວ ແລະ ພາລະກິດຂອງພຣະເຢຊູເຈົ້າຜູ້ບັງເກີດເປັນມະນຸດຕັ້ງແຕ່ສອງພັນປີມາກ່ອນແລ້ວ. ພຣະເຢຊູເຈົ້າກ່າວວ່າ, “ຈົ່ງກັບໃຈ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” (ມັດທາຍ 4:17) ແລະ ພຣະອົງໄດ້ປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ໄດ້ສຳແດງຄວາມຈິງທີ່ຄົນໃນຍຸກແຫ່ງພຣະຄຸນຄວນເຂົ້າເຖິງ ແລະ ເອົາໄປປະຕິບັດຕາມ, ຈາກນັ້ນຫຼາຍຄົນກໍໄດ້ເລີ່ມເຊື່ອ ແລະ ຕິດຕາມພຣະເຈົ້າ, ດັ່ງນັ້ນ ຄຣິສຕະຈັກຕ່າງໆໃນເວລານັ້ນຈິ່ງຖືກສ້າງຂຶ້ນ. ຫຼັງຈາກນັ້ນ, ຂ່າວປະເສີດຂອງພຣະເຢຊູເຈົ້າຈຶ່ງໄດ້ແຜ່ກະຈາຍອອກໄປທຸກປະເທດ ແລະ ທຸກດິນແດນ ຈົນມາເຖິງຍຸກສຸດທ້າຍເມື່ອມັນຖືກແຜ່ຂະຫຍາຍອອກໄປຈົນສຸດແຜ່ນດິນໂລກ ແລະ ດັ່ງນັ້ນ
- [ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າແມ່ນພຣະເຈົ້າອົງດຽວກັນບໍ?](https://lo.kingdomsalvation.org/about-us-questions-3.html) - ເມື່ອມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ພຣະເຈົ້າກໍໄດ້ເລີ່ມແຜນການຄຸ້ມຄອງຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຊາດ. ພຣະເຈົ້າໄດ້ດຳເນີນສາມຂັ້ນຕອນຂອງພາລະກິດເພື່ອຄວາມລອດພົ້ນຂອງມະນຸດຊາດ. ໃນຍຸກແຫ່ງພຣະບັນຍັດ, ພຣະເຈົ້າເຢໂຮວາໄດ້ອອກບົດບັນຍັດ ແລະ ນຳພາຊີວິດຂອງມວນມະນຸດ, ເຮັດໃຫ້ຜູ້ຄົນຮູ້ວ່າພວກເຂົາຄວນນະມັດສະການພຣະເຈົ້າ ແລະ ເຮັດໃຫ້ພວກເຂົາຮູ້ວ່າບາບແມ່ນຫຍັງ. ແຕ່ເມື່ອມາເຖິງຂັ້ນຕອນສຸດທ້າຍຂອງຍຸກແຫ່ງພຣະບັນຍັດ, ຄວາມເສື່ອມຊາມຂອງມະນຸດແມ່ນຍິ່ງໜັກຂຶ້ນກວ່າເກົ່າ ແລະ ຜູ້ຄົນໄດ້ພາກັນລະເມີດບົດບັນຍັດ ແລະ ເຮັດບາບຕໍ່ພຣະເຢໂຮວາເລື້ອຍໆ. ພວກເຂົາຜະເຊີນກັບຄວາມສ່ຽງຕໍ່ການກ່າວໂທດ ແລະ ປະຫານຊີວິດຍ້ອນການລະເມີດຂອງພວກເຂົາ. ດ້ວຍເຫດນັ້ນ, ເພື່ອຕອບສະໜອງຄວາມຕ້ອງການຂອງມວນມະນຸດ, ໃນຍຸກແຫ່ງພຣະຄຸນ ພຣະເຈົ້າຈຶ່ງໄດ້ປາກົດໃນຮູບຮ່າງມະນຸດ ແລະ ກາຍເປັນພຣະເຢຊູເຈົ້າ. ພຣະອົງຖືກຕອກຕະປູຄືງໃສ່ໄມ້ກາງແຂນເພື່ອມະນຸດຊາດ ແລະ ເພື່ອໄຖ່ບາບມະນຸດ, ເຮັດໃຫ້ຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານຫາພຣະເຈົ້າ, ສາລະພາບບາບ ແລະ ສໍານຶກຜິດ, ໄດ້ຮັບການອະໄພບາບຂອງພວກເຂົາ ແລະ ມີຊີວິດຢູ່ພາຍໃຕ້ຄວາມມັ່ງຄັ່ງແຫ່ງພຣະຄຸນ ແລະ ພຣະພອນຂອງພຣະເຈົ້າ. ແຕ່ຍ້ອນທຳມະຊາດຄວາມຜິດບາບຂອງຄົນຍັງບໍ່ທັນຖືກແກ້ໄຂເທື່ອ ແລະ ພວກເຂົາຍັງເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາ, ໃນຍຸກແຫ່ງອານາຈັກ ພຣະເຈົ້າຈຶ່ງກາຍມາເປັນມະນຸດອີກຄັ້ງ ພາຍໃຕ້ຊື່ພຣະເຈົ້າອົງຊົງລິດທານຸພາບສູງສຸດເພື່ອສະແດງໃຫ້ເຫັນຄວາມຈິງທັງໝົດຂອງຄວາມລອດພົ້ນ ແລະ ການເຮັດໃຫ້ມະນຸດຊາດບໍລິສຸດບົນພື້ນຖານຂອງພາລະກິດແຫ່ງການໄຖ່ບາບຂອງພຣະເຢຊູເຈົ້າ, ລົບລ້າງທຳມະຊາດຄວາມຜິດບາບຂອງມະນຸດ, ເຮັດໃຫ້ມະນຸດຊາດຢຸດຕິຄວາມບໍ່ເຊື່ອຟັງຕໍ່ພຣະເຈົ້າ ແລະ ການຕໍ່ຕ້ານພຣະເຈົ້າ, ເຮັດໃຫ້ຄົນເຊື່ອຟັງພຣະເຈົ້າ ແລະ
- [ເປົ້າໝາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຫຍັງແດ່?](https://lo.kingdomsalvation.org/about-us-questions-5.html) - ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫົດນໍ້າ ແລະ ລ້ຽງດູຜູ້ທີ່ເຊື່ອໃຫ້ສອດຄ່ອງສົມບູນກັບພຣະທຳຂອງພຣະເຈົ້າໃນພຣະຄຳພີ ແລະ ໃນໜັງສືພຣະທຳປາກົດໃນຮ່າງກາຍທີ່ສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເພື່ອວ່າ ພາຍໃຕ້ການນຳພາ, ການສະໜອງ, ການຫົດນໍ້າ ແລະ ການດູແລຂອງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຄົນທີ່ເຊື່ອທຸກຄົນຈະສາມາດເຂົ້າໃຈຄວາມຈິງທັງໝົດໃນພຣະທຳຂອງພຣະເຈົ້າ, ມີທັດສະນະທີ່ຖືກຕ້ອງກ່ຽວກັບຄຸນຄ່າຊີວິດ, ມີເປົ້າໝາຍທີ່ຖືກຕ້ອງທີ່ຈະສະແຫວງຫາ, ປະຕິບັດຕາມເສັ້ນທາງຂອງພຣະເຈົ້າ, ຍຶດໝັ້ນກັບການມອບໝາຍຂອງພຣະເຈົ້າ, ສັນລະເສີນພຣະເຈົ້າໂດຍການເປັນແສງສະຫວ່າງຂອງໂລກ ແລະ ເປັນເມັດເກືອຂອງແຜ່ນດິນໂລກ, ຖືກສັນລະເສີນໂດຍພຣະເຈົ້າ ແລະ ມີຄຸນສົມບັດທີ່ຈະສືບທອດຮັບເອົາຄຳສັນຍາຂອງພຣະເຈົ້າ. ຄຣິສຕະຈັກມີຈຸດມຸ້ງໝາຍທີ່ຈະສ້າງຄຣິສຕະຈັກທີ່ເປັນທີ່ພໍໃຈພຣະເຈົ້າ, ເພື່ອວ່າຄົນທີ່ເຊື່ອຈະສາມາດຮັບໃຊ້ ແລະ ສະໜອງໃຫ້ແກ່ກັນແລະກັນດ້ວຍພຣະທຳ ແລະ ດ້ວຍຄວາມຮັກຂອງພຣະເຈົ້າ, ສາມາດເຊື່ອຟັງ ແລະ ນະມັດສະການພຣະເຈົ້າອົງຊົງລິດທານຸພາບສູງສຸດ ນັ້ນກໍຄື ພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ສາມາດກາຍເປັນພະຍານທີ່ແທ້ຈິງໃຫ້ແກ່ພຣະເຈົ້າ ແລະ ການສະແດງເຖິງສະຫງ່າລາສີຂອງພຣະເຈົ້າ. ຄຣິສຕະຈັກມີຈຸດມຸ້ງໝາຍທີ່ຈະກະຈາຍ ແລະ ເປັນພະຍານເຖິງພຣະກິດຕິຄຸນແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເຮັດໃຫ້ຄົນເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ສະເດັດມາໃນຍຸກສຸດທ້າຍ ແລະ ພຣະອົງໄດ້ເລີ່ມດຳເນີນພາລະກິດແຫ່ງ “ການພິພາກສາຈະເລີ່ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ” (1ປຕ 4:17) ທີ່ໄດ້ຖືກທຳນວາຍໄວ້ໃນພຣະຄຳພີ, ເຊິ່ງເປັນພາລະກິດສະເພາະເຈາະຈົງຂອງພຣະເຈົ້າກ່ຽວກັບການເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ຊ່ວຍມະນຸດໃຫ້ລອດພົ້ນໃນຍຸກສຸດທ້າຍ. ມີພຽງການຍອມຮັບຄວາມຈິງທັງໝົດທີ່ຖືກສະແດງໃຫ້ເຫັນໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນ ມະນຸດຈິ່ງຈະສາມາດກຳຈັດໂຕເອງອອກຈາກນິໄສຊາຕານຂອງເຂົາໄດ້, ຫຼຸດພົ້ນຈາກການເປັນທາດຂອງບາບ, ຖືກເຮັດໃຫ້ບໍລິສຸດ, ມາຮູ້ຈັກພຣະເຈົ້າ,
- [ຄວາມເຊື່ອພື້ນຖານແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ](https://lo.kingdomsalvation.org/about-us-questions-6.html) - (1) ຫຼັກຄໍາສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼັກຄຳສອນຂອງສາດສະໜາຄຣິດສະຕຽນມີຕົ້ນກຳເນີດມາຈາກພຣະຄຳພີ ແລະ ຫຼັກຄຳສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຕົ້ນກຳເນີດມາຈາກຄວາມຈິງທັງໝົດທີ່ໄດ້ຖືກສະແດງອອກໂດຍພຣະເຈົ້າຕັ້ງແຕ່ການຊົງສ້າງຈົນເຖິງຊ່ວງຂອງພາລະກິດໃນຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ເຊິ່ງເວົ້າໄດ້ວ່າ ພັນທະສັນຍາໃໝ່ ແລະ ພັນທະສັນຍາເດີມ ແລະ ພຣະຄໍາພີຂອງຍຸກແຫ່ງອານາຈັກ, ໜັງສືພຣະທຳປາກົດໃນເນື້ອໜັງ ທີ່ສະແດງອອກໂດຍພຣະເຢຊູເຈົ້າແຫ່ງຍຸກສຸດທ້າຍ ນັ້ນກໍຄືພຣະເຈົ້າອົງຊົງລິດທານຸພາບສູງສຸດ ແມ່ນຄວາມເຊື່ອພື້ນຖານ ແລະ ຫຼັກຄຳສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພັນທະສັນຍາເດີມບັນທຶກພາລະກິດແຫ່ງການອອກກົດໝາຍ ແລະ ບົດບັນຍັດ ແລະ ການນຳພາຊີວິດຂອງມະນຸດໃນຍຸກແຫ່ງພຣະບັນຍັດຂອງພຣະເຈົ້າ; ພັນທະສັນຍາໃໝ່ບັນທຶກພາລະກິດແຫ່ງການໄຖ່ບາບທີ່ໄດ້ດຳເນີນໂດຍພຣະເຢຊູເຈົ້າໃນຍຸກແຫ່ງພຣະຄຸນ; ສ່ວນໜັງສືພຣະທຳປາກົດໃນເນື້ອໜັງແມ່ນຄວາມຈິງທັງໝົດສຳລັບການເຮັດໃຫ້ບໍລິສຸດ ແລະ ຄວາມລອດພົ້ນຂອງມວນມະນຸດທີ່ສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ ພ້ອມນັ້ນກໍຍັງເປັນບົດບັນທຶກເລື່ອງລາວກ່ຽວກັບການພິພາກສາຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍອີກດ້ວຍ. ຄວາມເຊື່ອພື້ນຖານຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ລ້ວນແລ້ວແຕ່ແມ່ນພຣະຄຳທັງໝົດຂອງພຣະເຈົ້າໃນລະຫວ່າງສາມຂັ້ນຕອນຂອງພາລະກິດ, ນັ້ນກໍຄື ຄວາມຈິງທັງໝົດທີ່ໄດ້ສະແດງອອກໂດຍພຣະເຈົ້າໃນໄລຍະສາມຂັ້ນຕອນຂອງພາລະກິດ. ພຣະຄໍາເຫຼົ່ານັ້ນຄືຄວາມເຊື່ອ ແລະ ຫຼັກຄໍາສອນພື້ນຖານຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສາດສະໜາຄຣິດສະຕຽນເກີດມາຈາກພາລະກິດຂອງພຣະເຢຊູເຈົ້າໃນຍຸກແຫ່ງພຣະຄຸນ ແຕ່ເຊື່ອກັນວ່າພຣະເຢຊູຄຣິດເຈົ້າພຽງປະຕິບັດພາລະກິດແຫ່ງການໄຖ່ບາບໃນຍຸແຫ່ງພຣະຄຸນເທົ່ານັ້ນ. ຍ້ອນວ່າພຣະເຢຊູເຈົ້າຜູ້ບັງເກີດເປັນມະນຸດໄດ້ຖືກຄຶງກາງແຂນ ແລະ ໄດ້ຮັບໃຊ້ເປັນເຄື່ອງບູຊາໄຖ່ບາບໃຫ້ກັບມະນຸດ, ຊ່ວຍມະນຸດໃຫ້ຫຼຸດພົ້ນຈາກກໍາມືຂອງຊາຕານ ແລະ ປົດປ່ອຍເຂົາຈາກການກ່າວໂທດ ແລະ ການລົງໂທດຈາກກົດໝາຍ, ມະນຸດຕ້ອງມາຢູ່ຕໍ່ໜ້າພຣະເຈົ້າ ແລະ ສາລະພາບບາບຂອງເຂົາ ແລະ ສໍານຶກຜິດເພື່ອຮັບການໃຫ້ອະໄພບາບຂອງເຂົາ ແລະ ຊື່ນຊົມພຣະຄຸນ ແລະ
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20) ສ່ວນທີ ໜຶ່ງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-20-part-1.html) - ຂໍ້ທີສິບສອງ: ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີແປດ) ໃນການເຕົ້າໂຮມຄັ້ງທີ່ຜ່ານມາ ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກຈົບແລ້ວ. ພວກເຈົ້າໄດ້ເອົາຕົນເອງໄປປຽບທຽບໃສ່ກັບເນື້ອໃນຂອງການໂອ້ລົມນີ້ແລ້ວບໍ? ປົກກະຕິພວກເຈົ້າໄດ້ໄຕ່ຕອງກ່ຽວກັບການໂອ້ລົມນີ້ເລື້ອຍໆບໍ? ເມື່ອພວກເຂົາໄດ້ຟັງການໂອ້ລົມຂອງເຮົາແລ້ວ, ຜູ້ທີ່ຮັກຄວາມຈິງ ແລະ ຜູ້ທີ່ມີຄວາມຮູ້ສຶກຍຸຕິທຳ ແລະ ມີຄວາມເປັນມະນຸດຢູ່ບາງສ່ວນກໍສາມາດປະຕິບັດຄວາມຈິງບາງຢ່າງໄດ້ ຫຼັງຈາກທີ່ພວກເຂົາເຂົ້າໃຈມັນ. ກ່ອນອື່ນ, ພວກເຂົາສາມາດນຳເອົາຄວາມຈິງທີ່ພວກເຂົາເຂົ້າໃຈມາສ່ອງເບິ່ງສະຖານະການຂອງພວກເຂົາ, ກວດສອບຕົນເອງໂດຍອີງໃສ່ຄວາມຈິງ, ຊອກຫາບັນຫາຂອງຕົນເອງ ແລະ ຈາກນັ້ນກໍນຳໃຊ້ບາງເລື່ອງລາວ ແລະ ສະພາບແວດລ້ອມບາງຢ່າງໃນຊີວິດຈິງ ແລະ ໃນການປະຕິບັດໜ້າທີ່ ເພື່ອແກ້ໄຂບັນຫາເຫຼົ່ານີ້. ເທື່ອລະກ້າວ, ກ່ຽວກັບຄວາມຈິງທີ່ພວກເຂົາເຂົ້າໃຈ, ພວກເຂົາກໍກຳແໜ້ນຫຼັກການທີ່ຜູ້ຄົນຄວນປະຕິບັດ ແລະ ຍຶດໝັ້ນ. ໃນດ້ານໜຶ່ງ, ພວກເຂົາໄດ້ຮັບຄວາມເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບຕົນເອງຢ່າງເລິກເຊິ່ງຍິ່ງຂຶ້ນ ແລະ
- [5. ເປັນຫຍັງຈຶ່ງມີການເວົ້າວ່າມະນຸດຊາດທີ່ເສື່ອມຊາມຍິ່ງຕ້ອງການຄວາມລອດພົ້ນຂອງພຣະເຈົ້າທີ່ກາຍເປັນເນື້ອໜັງ?](https://lo.kingdomsalvation.org/needs-salvation-by-incarnate-God.html) - ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າບໍ່ໄດ້ປະຕິບັດດ້ວຍວິທີການຂອງພຣະວິນຍານ ແລະ ດ້ວຍຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ທັງມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໂດຍກົງໃນຖານະພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ຮູບຮ່າງພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້ໄດ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງໄດ້ຢ່າງແນ່ນອນ, ຄືກັບທີ່ບໍ່ມີຜູ້ໃດສາມາດເຂົ້າໃກ້ກ້ອນເມກຂອງພຣະເຢໂຮວາໄດ້. ມີພຽງການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ, ນັ້ນກໍຄື ມີພຽງແຕ່ການເອົາພຣະທຳຂອງພຣະອົງສະຖິດເຂົ້າໃນ ເນື້ອໜັງທີ່ພຣະອົງກຳລັງຈະກາຍເປັນເທົ່ານັ້ນ ພຣະອົງຈຶ່ງຈະສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ແລ້ວເມື່ອນັ້ນ ມະນຸດຈຶ່ງຈະສາມາດໄດ້ຍິນ ແລະ ເຫັນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ແມ່ນແຕ່ໄດ້ຮັບພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ບັງເກີດເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອສາມາດຮັບເອົາຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວນີ້ໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມຕີໃຫ້ລົ້ມລົງ ຫຼື ບໍ່ມີທາງທີ່ຈະຕິດຕໍ່ກັບພຣະເຈົ້າໄດ້, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ. ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11) ສ່ວນທີ ໜຶ່ງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-11-part-1.html) - ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ທີເກົ້າໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຊິ່ງກໍຄື: “ໃຫ້ສື່ສານ, ມອບໝາຍ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດຂອງມັນ, ໃຫ້ການຊີ້ນໍາ, ການກວດກາ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດຂອງພວກເຂົາ”. ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດໃຫ້ສຳເລັດ ແລະ ວຽກງານທີ່ພວກເຂົາຕ້ອງເຮັດ ແລະ ພວກເຮົາຍັງໄດ້ໄຈ້ແຍກພຶດຕິກຳຈຳນວນໜຶ່ງຂອງຜູ້ນໍາປອມ. ເຖິງແມ່ນວ່າພວກເຮົາບໍ່ໄດ້ໂອ້ລົມກ່ຽວກັບລາຍລະອຽດສະເພາະກ່ຽວກັບວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຈັດຕັ້ງປະຕິບັດການຈັດແຈງວຽກງານແຕ່ລະຢ່າງ, ແຕ່ພວກເຮົາໄດ້ໂອ້ລົມກ່ຽວກັບລາຍລະອຽດສະເພາະຂອງຫຼັກການສຳລັບການຈັດຕັ້ງປະຕິບັດການຈັດແຈງເຫຼົ່ານັ້ນ, ຕະຫຼອດຈົນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ. ຜ່ານການໂອ້ລົມຂອງພວກເຮົາກ່ຽວກັບຂໍ້ທີເກົ້າ, ພວກເຈົ້າໄດ້ຮັບຄຳນິຍາມທີ່ສະເພາະເຈາະຈົງ ແລະ ຖືກຕ້ອງກວ່າເກົ່າກ່ຽວກັບວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດແລ້ວບໍ? ຕອນນີ້ພວກເຈົ້າເຂົ້າໃຈແຈ້ງແລ້ວບໍກ່ຽວກັບວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ? ສິ່ງສຳຄັນສຳລັບພວກເຂົາກໍຄືການຈັດຕັ້ງປະຕິບັດວຽກງານຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະອົງ. ໂດຍພື້ນຖານແລ້ວກໍແມ່ນເທົ່ານັ້ນ. ຕອນນີ້, ພວກເຮົາທຸກຄົນກໍເຂົ້າໃຈແຈ້ງແລ້ວ. ວຽກງານໃດທີ່ຜູ້ນໍາ ຫຼື ຜູ້ເຮັດວຽກຕ້ອງເຮັດໃນເຮືອນຂອງພຣະເຈົ້າ ແລະ ຄວາມຮັບຜິດຊອບຂອງພວກເຂົາແມ່ນຫຍັງ, ຄວນຈະໄດ້ຮັບການໂອ້ລົມກັນຢ່າງລະອຽດພໍສົມຄວນໃນຂໍ້ທີເກົ້າ. ໂດຍພື້ນຖານແລ້ວແມ່ນຄົບຖ້ວນ. ຂອບເຂດຄວາມຮັບຜິດຊອບຂອງພວກເຂົາໄດ້ຖືກກຳນົດໄວ້ ແລະ
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (12) ສ່ວນທີ ສອງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-12-part-2.html) - ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກກ່ຽວກັບການເກັບຮັກສາເຄື່ອງຖວາຍ I. ການເກັບຮັກສາເຄື່ອງຖວາຍຢ່າງເໝາະສົມ ຕໍ່ໄປ, ພວກເຮົາຈະມາເບິ່ງວ່າແທ້ຈິງແລ້ວຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຄວາມຮັບຜິດຊອບຫຍັງໃຫ້ສຳເລັດ ເມື່ອເວົ້າເຖິງການເກັບຮັກສາເຄື່ອງຖວາຍ. ສຳລັບເຄື່ອງຖວາຍ, ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈວ່າເຄື່ອງຖວາຍແມ່ນຫຍັງ. ເມື່ອຜູ້ຄົນຖວາຍໜຶ່ງສ່ວນສິບທີ່ຕ້ອງຖວາຍຈາກສິ່ງທີ່ພວກເຂົາໄດ້ຮັບ, ນັ້ນຄືເຄື່ອງຖວາຍ; ເມື່ອພວກເຂົາລະບຸຢ່າງຊັດເຈນວ່າພວກເຂົາກຳລັງຖວາຍເງິນ ຫຼື ສິ່ງຂອງໃຫ້ແກ່ພຣະເຈົ້າ, ສິ່ງເຫຼົ່ານັ້ນກໍແມ່ນເຄື່ອງຖວາຍ; ເມື່ອພວກເຂົາລະບຸຢ່າງຊັດເຈນວ່າພວກເຂົາກຳລັງຖວາຍສິ່ງຂອງໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ, ນັ້ນກໍແມ່ນເຄື່ອງຖວາຍ. ເມື່ອພວກເຂົາເຂົ້າໃຈຄຳນິຍາມ ແລະ ແນວຄິດຂອງເຄື່ອງຖວາຍແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງກຳແໜ້ນ ແລະ ຈັດການເຄື່ອງຖວາຍທີ່ຜູ້ຄົນຖວາຍຢ່າງແນ່ນອນ ແລະ ດຳເນີນການກວດສອບຢ່າງເໝາະສົມໃນເລື່ອງນີ້. ກ່ອນອື່ນ, ພວກເຂົາຕ້ອງຊອກຫາຄົນທີ່ໄວ້ໃຈໄດ້ ເຊິ່ງມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ເພື່ອເຮັດໜ້າທີ່ເປັນຜູ້ດູແລຮັກສາໃນການບັນທຶກເຄື່ອງຖວາຍ ແລະ ເກັບຮັກສາເຄື່ອງຖວາຍຢ່າງເປັນລະບົບ. ນີ້ຄືໜ້າວຽກທຳອິດໃນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ. ຜູ້ດູແລຮັກສາເຄື່ອງຖວາຍເຫຼົ່ານີ້ອາດຈະມີຄວາມສາມາດປານກາງ ແລະ ບໍ່ສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້, ແຕ່ພວກເຂົາຈະເປັນຄົນທີ່ໜ້າເຊື່ອຖື ແລະ ຈະບໍ່ຍັກຍອກສິ່ງໃດ, ໃນຂະນະທີ່ຢູ່ໃນການຄອບຄອງຂອງພວກເຂົາ, ເຄື່ອງຖວາຍຈະບໍ່ສູນຫາຍ ຫຼື
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (12) ສ່ວນທີ ສາມ](https://lo.kingdomsalvation.org/audio-responsibilities-of-leaders-and-workers-12-part-3.html) - IV. ການຊອກຮູ້ກ່ຽວກັບທີ່ຢູ່ທີ່ໄປຂອງເຄື່ອງຖວາຍ ແລະ ສະຖານະການຕ່າງໆຂອງຜູ້ດູແລຮັກສາຢ່າງທັນການ ນອກເໜືອຈາກການກວດກາສະຖານະການໃຊ້ຈ່າຍເຄື່ອງຖວາຍ ແລະ ການແກ້ໄຂລາຍຈ່າຍທີ່ບໍ່ສົມເຫດສົມຜົນແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍມີໜ້າວຽກທີ່ສຳຄັນທີ່ສຸດອີກຢ່າງໜຶ່ງຄື: ພວກເຂົາຕ້ອງຊອກຮູ້ກ່ຽວກັບທີ່ຢູ່ທີ່ໄປຂອງເຄື່ອງຖວາຍ ແລະ ສະຖານະການຕ່າງໆຂອງຜູ້ດູແລຮັກສາຢ່າງທັນການ. ຈຸດປະສົງຂອງການເຮັດເຊັ່ນນີ້ກໍຄືເພື່ອປ້ອງກັນບໍ່ໃຫ້ຄົນຊົ່ວຊ້າ, ຄົນທີ່ມີເລ່ຫຼ່ຽມໃນໃຈ ແລະ ຄົນທີ່ມີໃຈໂລບມາກ ສວຍໃຊ້ຊ່ອງຫວ່າງເພື່ອຍຶດຄອງເຄື່ອງຖວາຍ. ບາງຄົນເຫັນວ່າເຮືອນຂອງພຣະເຈົ້າມີສິ່ງຂອງຫຼາຍຢ່າງ ແລະ ບາງຢ່າງກໍບໍ່ມີໃຜເຝົ້າລະວັງ ຫຼື ເກັບກຳບັນທຶກໄວ້ ແລະ ດັ່ງນັ້ນ ພວກເຂົາຈຶ່ງຄິດຢູ່ສະເໝີວ່າເມື່ອໃດພວກເຂົາຈະເຮັດໃຫ້ສິ່ງຂອງເຫຼົ່ານັ້ນກາຍເປັນຊັບສິນສ່ວນຕົວຂອງພວກເຂົາ ແລະ ມີໄວ້ໃຊ້ເອງ. ມີຄົນແບບນີ້ຢູ່ທຸກຫົນທຸກແຫ່ງ. ບາງຄົນເບິ່ງພາຍນອກຄືວ່າບໍ່ເອົາປຽບຄົນອື່ນ ແລະ ບໍ່ມີຄວາມປາຖະໜາອັນໃຫຍ່ຫຼວງຕໍ່ວັດຖຸສິ່ງຂອງ ຫຼື ເງິນຄຳ, ແຕ່ນັ້ນກໍເພາະວ່າສະຖານະການ ແລະ ເງື່ອນໄຂບໍ່ເອື້ອອຳນວຍ, ຖ້າຫາກເຄື່ອງຖວາຍຖືກມອບໃຫ້ຢູ່ໃນມືຂອງພວກເຂົາເພື່ອເກັບຮັກສາໄວ້ແທ້ໆ, ພວກເຂົາກໍອາດຈະຍຶດເອົາມັນ. ບາງຄົນຖາມວ່າ: “ແຕ່ກ່ອນໜ້ານີ້ພວກເຂົາເປັນຄົນດີຫຼາຍ: ພວກເຂົາບໍ່ໄດ້ໂລບມາກ ແລະ ພວກເຂົາກໍມີຄຸນລັກສະນະທີ່ດີ, ແລ້ວເປັນຫຍັງພຽງແຕ່ການເອົາເຄື່ອງຖວາຍຈຳນວນໜຶ່ງໄວ້ໃນມືຂອງພວກເຂົາຈຶ່ງເປີດໂປງພວກເຂົາ?” ນີ້ກໍຍ້ອນວ່າເຈົ້າບໍ່ໄດ້ໃຊ້ເວລາຫຼາຍກັບຄົນເຫຼົ່ານີ້, ບໍ່ໄດ້ທຳຄວາມເຂົ້າໃຈພວກເຂົາຢ່າງເລິກເຊິ່ງ, ບໍ່ເຫັນທະລຸເຖິງທຳມະຊາດ-ແກ່ນແທ້ຂອງພວກເຂົາ. ຖ້າເຈົ້າໄດ້ຮັບຮູ້ຕັ້ງແຕ່ຕົ້ນວ່າຄົນຜູ້ນີ້ເປັນຄົນປະເພດໃດ, ເຄື່ອງຖວາຍກໍຄົງຈະລອດພົ້ນຈາກໂຊກຮ້າຍຂອງການຖືກຄົນຊົ່ວຊ້າຍຶດຄອງເອົາໄປ. ສະນັ້ນ, ເພື່ອປ້ອງກັນບໍ່ໃຫ້ເຄື່ອງຖວາຍຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ, ຜູ້ນໍາ ແລະ ຜູ້ເຮັດວຽກຈຶ່ງມີໜ້າວຽກທີ່ສຳຄັນກວ່ານັ້ນອີກຢ່າງໜຶ່ງຄື:
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2) ສ່ວນທີ ສອງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-2-part-2.html) - V. ບັນຫາທີ່ກ່ຽວຂ້ອງກັບການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ ການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງກໍເປັນບັນຫາທີ່ຮ້າຍແຮງເຊັ່ນກັນ. ພວກເຈົ້າຄິດວ່າການສະແດງອອກຂອງການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງມີຫຍັງແດ່? ພວກເຈົ້າສາມາດຍົກຕົວຢ່າງຫຍັງແດ່ຈາກສິ່ງທີ່ພວກເຈົ້າໄດ້ເຫັນໃນປະສົບການຂອງຕົນເອງ? ການເພີດເພີນກັບຜົນປະໂຫຍດຈາກສະຖານະນັບບໍ? (ນັບ.) ມີຫຍັງອີກບໍ? (ການມັກວຽກງ່າຍຫຼາຍກວ່າວຽກຍາກເມື່ອປະຕິບັດໜ້າທີ່ຂອງຕົນ ແລະ ຕ້ອງການເລືອກວຽກເບົາຢູ່ສະເໝີ.) ເມື່ອປະຕິບັດໜ້າທີ່, ຜູ້ຄົນມັກຈະເລືອກວຽກເບົາ, ວຽກທີ່ບໍ່ເມື່ອຍ ແລະ ບໍ່ກ່ຽວຂ້ອງກັບການຕາກແດດຕາກຝົນຢູ່ກາງແຈ້ງ. ນີ້ຄືການເລືອກວຽກງ່າຍ ແລະ ຫຼີກລ່ຽງວຽກຍາກ ແລະ ມັນເປັນການສະແດງອອກເຖິງການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ. ມີຫຍັງອີກ? (ຈົ່ມວ່າຢູ່ສະເໝີເມື່ອໜ້າທີ່ຂອງພວກເຂົາໜັກໜ່ວງໜ້ອຍໜຶ່ງ, ເມື່ອຍໜ້ອຍໜຶ່ງ, ເມື່ອມັນກ່ຽວຂ້ອງກັບການຈ່າຍລາຄາ.) (ການໝົກມຸ້ນກັບອາຫານ ແລະ ເຄື່ອງນຸ່ງຫົ່ມ ແລະ ຄວາມສຸກທາງເນື້ອໜັງ.) ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກເຖິງການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ. ເມື່ອຄົນດັ່ງກ່າວເຫັນວ່າໜ້າວຽກໃດໜຶ່ງລຳບາກ ຫຼື ສ່ຽງເກີນໄປ, ພວກເຂົາກໍຈະໂຍນມັນໃຫ້ຄົນອື່ນ; ສ່ວນພວກເຂົາເອງກໍຈະເຮັດແຕ່ວຽກສະບາຍໆ ແລະ ພວກເຂົາກໍຫາຂໍ້ອ້າງ, ໂດຍເວົ້າວ່າພວກເຂົາມີຄວາມສາມາດຕໍ່າ, ຂາດຄວາມສາມາດໃນການເຮັດວຽກ ແລະ ບໍ່ສາມາດແບກຮັບໜ້າວຽກນີ້ໄດ້, ທັງທີ່ຄວາມຈິງແລ້ວ, ມັນເປັນເພາະພວກເຂົາໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ. ພວກເຂົາບໍ່ປາຖະໜາທີ່ຈະທົນທຸກ, ບໍ່ວ່າພວກເຂົາຈະເຮັດວຽກຫຍັງ ຫຼື ປະຕິບັດໜ້າທີ່ໃດກໍຕາມ. ຖ້າພວກເຂົາຖືກບອກວ່າ ເມື່ອພວກເຂົາເຮັດວຽກສຳເລັດແລ້ວຈະມີຊີ້ນໝູພະໂລ້ກິນ, ພວກເຂົາກໍຈະເຮັດມັນຢ່າງໄວວາ ແລະ ມີປະສິດທິພາບ ແລະ ເຈົ້າກໍບໍ່ຈຳເປັນຕ້ອງເລັ່ງ,
- [ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ (ພາກທີໜຶ່ງ)](https://lo.kingdomsalvation.org/in-need-of-God-become-flesh-1-audio.html) - ພຣະເຈົ້າກາຍເປັນເນື້ອໜັງກໍຍ້ອນວ່າ ເປົ້າໝາຍແຫ່ງພາລະກິດຂອງພຣະອົງບໍ່ແມ່ນວິນຍານຂອງຊາຕານ ຫຼື ສິ່ງທີ່ບໍ່ມີຮູບຮ່າງ, ແຕ່ເປັນມະນຸດ ຜູ້ເຊິ່ງມີເນື້ອໜັງ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມ. ແນ່ນອນ ຍ້ອນວ່າເນື້ອໜັງຂອງມະນຸດຖືກເຮັດໃຫ້ເສື່ອມຊາມ, ພຣະເຈົ້າຈຶ່ງເຮັດໃຫ້ມະນຸດທີ່ມີເນື້ອໜັງເປັນເປົ້າໝາຍແຫ່ງພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ, ເພາະວ່າ ມະນຸດເປັນເປົ້າໝາຍຂອງການເສື່ອມຊາມ, ພຣະເຈົ້າຈຶ່ງເຮັດໃຫ້ມະນຸດເປັນເປົ້າໝາຍຢ່າງດຽວຂອງພາລະກິດຂອງພຣະອົງໃນທຸກຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ. ມະນຸດເປັນສິ່ງມີຊີວິດທີ່ຕ້ອງຕາຍ, ມີເນື້ອໜັງ ແລະ ເລືອດ ແລະ ພຣະເຈົ້າຄືສິ່ງດຽວທີ່ສາມາດຊ່ວຍໃຫ້ມະນຸດລອດພົ້ນໄດ້. ໃນວິທີນີ້, ພຣະເຈົ້າຕ້ອງກາຍເປັນເນື້ອໜັງທີ່ມີຄຸນລັກສະນະຄືກັບມະນຸດເພື່ອປະຕິບັດພາລະກິດຂອງພຣະອົງ, ເພື່ອວ່າ ພາລະກິດຂອງພຣະອົງອາດບັນລຸຜົນຫຼາຍຂຶ້ນ. ພຣະເຈົ້າຕ້ອງກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ ນັ້ນກໍຍ້ອນວ່າ ມະນຸດມີເນື້ອໜັງ ແລະ ບໍ່ສາມາດເອົາຊະນະຄວາມຜິດບາບ ຫຼື ຖອນຕົວອອກຈາກເນື້ອໜັງໄດ້. ເຖິງແມ່ນວ່າແກ່ນແທ້ ແລະ ຕົວຕົນຂອງພຣະເຈົ້າທີ່ບັງເກີດເປັນມະນຸດແຕກຕ່າງຈາກແກ່ນແທ້ ແລະ ຕົວຕົນຂອງມະນຸດຢ່າງຫຼວງຫຼາຍ, ແຕ່ລັກສະນະພາຍນອກຂອງພຣະອົງແມ່ນຄືກັນກັບມະນຸດ; ພຣະອົງມີລັກສະນະພາຍນອກຂອງຄົນທຳມະດາ ແລະ ດຳເນີນຊີວິດແບບຄົນທຳມະດາ ແລະ ຄົນທີ່ເຫັນພຣະອົງກໍບໍ່ສາມາດແຍກແຍະຄວາມແຕກຕ່າງຈາກຄົນທຳມະດາໄດ້. ລັກສະນະພາຍນອກທີ່ທຳມະດາ ແລະ ຄວາມເປັນມະນຸດທຳມະດານີ້ແມ່ນພຽງພໍສຳລັບພຣະອົງໃນການປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາ. ເນື້ອໜັງຂອງພຣະອົງເຮັດໃຫ້ພຣະອົງປະຕິບັດພາລະກິດຢູ່ໃນຄວາມເປັນມະນຸດທີ່ທຳມະດາ ແລະ ຊ່ວຍໃຫ້ພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ ແລະ ທ່າມກາງຄວາມເປັນມະນຸດທຳມະດາຂອງພຣະອົງ, ຍິ່ງໄປກວ່ານັ້ນ ກໍຍັງຊ່ວຍໃຫ້ພຣະອົງປະຕິບັດພາລະກິດແຫ່ງຄວາມລອດພົ້ນໃນທ່າມກາງມະນຸດ. ເຖິງແມ່ນວ່າ ຄວາມເປັນມະນຸດທຳມະດາຂອງພຣະອົງໄດ້ກໍ່ໃຫ້ເກີດຄວາມສັບສົນວຸ້ນວາຍຫຼາຍປະການໃນທ່າມກາງມະນຸດ,
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (12) ສ່ວນທີ ສີ່](https://lo.kingdomsalvation.org/audio-responsibilities-of-leaders-and-workers-12-part-4.html) - II. ບໍ່ສົນໃຈ ຫຼື ຖາມໄຖ່ກ່ຽວກັບການໃຊ້ຈ່າຍເຄື່ອງຖວາຍ ການສະແດງອອກອີກຢ່າງໜຶ່ງຂອງຜູ້ນໍາປອມກ່ຽວກັບການເກັບຮັກສາເຄື່ອງຖວາຍກໍຄື ພວກເຂົາບໍ່ຮູ້ວິທີຈັດການເຄື່ອງຖວາຍ. ພວກເຂົາຮູ້ພຽງແຕ່ວ່າເຄື່ອງຖວາຍບໍ່ຄວນຖືກແຕະຕ້ອງ, ບໍ່ຄວນຖືກນຳໃຊ້ຢ່າງບໍ່ເໝາະສົມຕາມອຳເພີໃຈ ຫຼື ຖືກຍັກຍອກ, ວ່າພວກມັນສັກສິດ, ຖືກແຍກອອກເປັນຂອງບໍລິສຸດ ແລະ ວ່າຄົນເຮົາບໍ່ສາມາດມີຄວາມຄິດທີ່ບໍ່ເໝາະສົມກ່ຽວກັບພວກມັນ. ແຕ່ເມື່ອເວົ້າເຖິງວິທີການຈັດການເຄື່ອງຖວາຍໃຫ້ດີຢ່າງແທ້ຈິງ, ວິທີການເປັນຜູ້ດູແລທີ່ດີໃນການເກັບຮັກສາພວກມັນ, ພວກເຂົາບໍ່ມີແນວທາງ, ບໍ່ມີຫຼັກການ, ບໍ່ມີແຜນການ ຫຼື ຂັ້ນຕອນທີ່ສະເພາະສຳລັບວຽກງານນີ້. ສະນັ້ນ, ໃນເລື່ອງຕ່າງໆ ເຊັ່ນ: ການລົງທະບຽນ, ການກວດນັບ ແລະ ການເກັບຮັກສາເຄື່ອງຖວາຍ, ພ້ອມທັງການກວດສອບບັນຊີລາຍຮັບ-ລາຍຈ່າຍ ແລະ ການກວດສອບການໃຊ້ຈ່າຍ, ຜູ້ນໍາປອມເຫຼົ່ານີ້ກໍຂ້ອນຂ້າງຢູ່ເສີຍ. ເມື່ອມີຄົນຍື່ນບາງຢ່າງເພື່ອຂໍອະນຸມັດ, ພວກເຂົາກໍເຊັນອະນຸມັດ. ເມື່ອມີຄົນຂໍເບີກຈ່າຍຄືນ, ພວກເຂົາກໍໃຫ້. ເມື່ອມີຄົນຂໍເງິນເພື່ອຈຸດປະສົງບາງຢ່າງ, ພວກເຂົາກໍມອບໃຫ້. ພວກເຂົາບໍ່ຮູ້ວ່າເຄື່ອງຈັກ ແລະ ອຸປະກອນຕ່າງໆຖືກເກັບຮັກສາໄວ້ຢູ່ໃສ. ພວກເຂົາຍັງບໍ່ຮູ້ອີກວ່າຜູ້ດູແລເໝາະສົມ ຫຼື ບໍ່, ທັງບໍ່ຮູ້ວ່າຈະບອກໄດ້ແນວໃດ; ພວກເຂົາບໍ່ສາມາດເບິ່ງທະລຸຈິດໃຈຂອງຄົນ ແລະ ພວກເຂົາບໍ່ສາມາດເບິ່ງທະລຸແກ່ນແທ້ຂອງຄົນ. ສະນັ້ນ, ເຖິງແມ່ນວ່າມີການບັນທຶກເຄື່ອງຖວາຍທີ່ຈ່າຍອອກທັງໝົດພາຍໃຕ້ຂອບເຂດການຈັດການຂອງຄົນເຫຼົ່ານີ້, ເມື່ອເບິ່ງລາຍລະອຽດຂອງການໃຊ້ຈ່າຍໃນບັນຊີເຫຼົ່ານັ້ນ, ການໃຊ້ຈ່າຍຫຼາຍຢ່າງກໍບໍ່ສົມເຫດສົມຜົນ ແລະ ບໍ່ຈຳເປັນ, ຫຼາຍຢ່າງກໍເກີນຂອບເຂດ
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (12) ສ່ວນທີ ໜຶ່ງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-12-part-1.html) - ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຂໍ້ທີສິບໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ເກັບຮັກສາຢ່າງຖືກຕ້ອງ ແລະ ຈັດສັນຢ່າງສົມເຫດສົມຜົນບັນດາລາຍການວັດຖຸຕ່າງໆຂອງເຮືອນຂອງພຣະເຈົ້າ (ໜັງສື, ອຸປະກອນຕ່າງໆ, ທັນຍາພືດ ແລະ ອື່ນໆ) ແລະ ດຳເນີນການກວດກາ, ການບຳລຸງຮັກສາ ແລະ ການສ້ອມແປງເປັນປະຈຳເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງ; ທັງຍັງຕ້ອງປ້ອງກັນບໍ່ໃຫ້ຄົນຊົ່ວຊ້າສວຍໂອກາດຍຶດເອົາສິ່ງເຫຼົ່ານັ້ນ”. ການໂອ້ລົມກ່ຽວກັບຂໍ້ທີສິບແມ່ນກ່ຽວກັບວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນເຮັດໃຫ້ສຳເລັດ ກ່ຽວກັບບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ ແລະ ໃນຂະນະດຽວກັນ, ມັນກໍໄດ້ເປີດໂປງໂດຍການສົມທຽບການສະແດງອອກຕ່າງໆຂອງຜູ້ນໍາປອມ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເຮັດຄວາມຮັບຜິດຊອບທີ່ພວກເຂົາຄວນເຮັດ ແລະ ສາມາດເຮັດໄດ້ໃນວຽກງານແຕ່ລະລາຍການຂອງເຮືອນຂອງພຣະເຈົ້າສຳເລັດ, ແລ້ວພວກເຂົາກໍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານ; ຖ້າພວກເຂົາບໍ່ເຮັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ ແລະ ບໍ່ໄດ້ເຮັດວຽກງານຕົວຈິງໃດໆ, ແລ້ວກໍເປັນທີ່ຊັດເຈນວ່າພວກເຂົາແມ່ນຜູ້ນໍາປອມ. ກ່ຽວກັບຂໍ້ທີສິບ, ແນ່ນອນວ່າຜູ້ນໍາປອມບໍ່ໄດ້ເຮັດວຽກງານການເກັບຮັກສາ ແລະ ການຈັດສັນບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງສົມເຫດສົມຜົນໄດ້ດີ, ສິ່ງຂອງເຫຼົ່ານັ້ນບໍ່ໄດ້ຮັບການປົກປັກຮັກສາເປັນຢ່າງດີ ຫຼື ອາດຈະບໍ່ໄດ້ຮັບການປົກປັກຮັກສາເລີຍດ້ວຍຊໍ້າ ແລະ ຜູ້ນໍາປອມກໍເຮັດໃຫ້ການຈັດສັນຂອງພວກເຂົາສັບສົນວຸ້ນວາຍ. ພວກເຂົາອາດຈະບໍ່ໄດ້ເອົາໃຈໃສ່ວຽກງານນີ້ຢ່າງຈິງຈັງເລີຍດ້ວຍຊໍ້າ. ເຖິງແມ່ນວ່າມັນເປັນວຽກງານທົ່ວໄປ, ມັນກໍຍັງເປັນຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໃຫ້ສຳເລັດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 536](https://lo.kingdomsalvation.org/recital-entry-into-life-536.html) - ພຣະທຳແຕ່ລະຂໍ້ໂຈມຕີຈຸດຕາຍຂອງພວກເຮົາ, ເຮັດໃຫ້ພວກເຮົາເຈັບ ແລະ ຢ້ານກົວ. ພຣະອົງເປີດເຜີຍຄວາມຄິດຂອງພວກເຮົາ, ຈິນຕະນາການຂອງພວກເຮົາ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ. ຈາກທຸກຄໍາເວົ້າ ແລະ ການກະທໍາຂອງພວກເຮົາ, ທຸກການເຄື່ອນໄຫວຂອງພວກເຮົາ, ຈົນເຖິງຄວາມຄິດ ແລະ ແນວຄິດທຸກຢ່າງຂອງພວກເຮົາ, ທຳມະຊາດ-ແກ່ນແທ້ຂອງພວກເຮົາຖືກເປີດເຜີຍໃນພຣະທຳຂອງພຣະອົງ, ເຮັດໃຫ້ພວກເຮົາຢູ່ໃນສະພາວະຢ້ານກົວ ແລະ ສັ່ນເຊັນໂດຍບໍ່ມີບ່ອນໃຫ້ເຊື່ອງຄວາມອັບອາຍຂອງພວກເຮົາ. ພຣະອົງບອກເຮົາແຕ່ລະຢ່າງກ່ຽວກັບທຸກການກະທຳຂອງພວກເຮົາ, ຈຸດປະສົງ ແລະ ເຈດຕະນາຂອງພວກເຮົາ, ແມ່ນແຕ່ອຸປະນິໄສທີ່ເສື່ອມຊາມທີ່ພວກເຮົາບໍ່ເຄີຍຄົ້ນພົບດ້ວຍຕົວເອງຈັກເທື່ອ ເຮັດໃຫ້ພວກເຮົາຮູ້ສຶກວ່າພວກເຮົາເປີດເຜີຍຄວາມບໍ່ສົມບູນແບບທີ່ເປັນຕາສົມເພດຂອງຕົນເອງ ແລະ ຍິ່ງໄປກວ່ານັ້ນ ໄດ້ເຮັດໃຫ້ພວກເຮົາອ່ອນນ້ອມຢ່າງສົມບູນ. ພຣະອົງພິພາກສາພວກເຮົາທີ່ຕໍ່ຕ້ານພຣະອົງ, ຕີສອນພວກເຮົາທີ່ໝິ່ນປະໝາດ ແລະ ກ່າວໂທດພຣະອົງ ແລະ ເຮັດໃຫ້ພວກເຮົາຮູ້ສຶກວ່າ ໃນສາຍຕາຂອງພຣະອົງ ພວກເຮົາບໍ່ມີຫຍັງດີ, ຮູ້ສຶກວ່າ ພວກເຮົາແມ່ນຊາຕານທີ່ມີຊີວິດຢູ່. ຄວາມຫວັງຂອງພວກເຮົາຖືກທຳລາຍລົງ; ພວກເຮົາບໍ່ກ້າຮຽກຮ້ອງຈາກພຣະອົງໂດຍບໍ່ມີເຫດຜົນ ຫຼື ມີເຈດຕະນາທີ່ບໍ່ເໝາະສົມຕໍ່ພຣະອົງ ແລະ ແມ່ນແຕ່ຄວາມຝັນຂອງພວກເຮົາກໍຫາຍໄປຂ້າມຄືນ. ນີ້ຄືຄວາມຈິງທີ່ບໍ່ມີໃຜໃນພວກເຮົາສາມາດຈິນຕະນາການໄດ້ ແລະ ບໍ່ມີຜູ້ໃດໃນບັນດາພວກເຮົາທີ່ສາມາດຍອມຮັບໄດ້. ພາຍໃນໄລຍະຊ່ວງເວລາດຽວ, ພວກເຮົາສູນເສຍຄວາມສົມດຸນພາຍໃນຕົວພວກເຮົາ ແລະ ບໍ່ຮູ້ຈັກວ່າ ຈະສືບຕໍ່ໃນຫົນທາງທີ່ຢູ່ເບື້ອງໜ້າໄດ້ແນວໃດ ຫຼື ຈະສືບຕໍ່ໃນຄວາມເຊື່ອຂອງພວກເຮົາໄດ້ແນວໃດ. ມັນເບິ່ງຄືກັບວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 203](https://lo.kingdomsalvation.org/recital-knowing-God-s-work-203.html) - ການຖືກເຮັດໃຫ້ສົມບູນແມ່ນມີຄວາມໝາຍແນວໃດ? ການຖືກເອົາຊະນະແມ່ນມີຄວາມໝາຍແນວໃດ? ຕ້ອງບັນລຸບັນທັດຖານຫຍັງເພື່ອໃຫ້ຜູ້ຄົນຖືກເອົາຊະນະ? ແລ້ວຕ້ອງບັນລຸບັນທັດຖານຫຍັງເພື່ອໃຫ້ພວກເຂົາຖືກເຮັດໃຫ້ສົມບູນ? ການເອົາຊະນະ ແລະ ການເຮັດໃຫ້ສົມບູນ ທັງສອງແມ່ນເພື່ອຈຸດປະສົງຂອງການເຮັດໃຫ້ມະນຸດສົມບູນ ເພື່ອວ່າ ເຂົາຈະສາມາດກັບຄືນໄປສູ່ລັກສະນະດັ່ງເດີມຂອງເຂົາ ແລະ ເປັນອິດສະຫຼະຈາກອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງເຂົາ ແລະ ຈາກອິດທິພົນຂອງຊາຕານ. ການເອົາຊະນະແມ່ນມາກ່ອນຂະບວນການຂອງການປັ້ນມະນຸດ; ແນ່ນອນ ມັນແມ່ນຂັ້ນຕອນທໍາອິດຂອງພາລະກິດ. ການເຮັດໃຫ້ສົມບູນແມ່ນຂັ້ນຕອນທີສອງ ຫຼື ມັນຄືພາລະກິດສິ້ນສຸດ. ມະນຸດທຸກຄົນແມ່ນຕ້ອງໄດ້ຜ່ານການຖືກເອົາຊະນະ. ຖ້າບໍ່ສະນັ້ນ ພວກເຂົາຈະບໍ່ມີທາງຮູ້ຈັກພຣະເຈົ້າ ຫຼື ພວກເຂົາຈະບໍ່ຮູ້ວ່າ ມີພຣະເຈົ້າ ນັ້ນໝາຍຄວາມວ່າ ມັນຈະເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະຮັບຮູ້ພຣະເຈົ້າ. ແລ້ວຖ້າຜູ້ຄົນບໍ່ຮັບຮູ້ພຣະເຈົ້າ ມັນກໍຈະເປັນໄປບໍ່ໄດ້ສຳລັບພວກເຂົາຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໄດ້ ຍ້ອນພວກເຂົາບໍ່ບັນລຸບັນທັດຖານສໍາລັບການສຳເລັດນີ້. ຖ້າເຈົ້າເຖິງກັບບໍ່ຮັບຮູ້ພຣະເຈົ້າ ແລ້ວເຈົ້າຈະສາມາດຮູ້ຈັກພຣະອົງໄດ້ແນວໃດ? ເຈົ້າຈະສະແຫວງຫາພຣະອົງໄດ້ແນວໃດ? ເຈົ້າຍັງຈະບໍ່ສາມາດເປັນພະຍານໃຫ້ກັບພຣະອົງ ແລ້ວແຮງໄກທີ່ຈະມີຄວາມເຊື່ອເພື່ອເຮັດໃຫ້ພຣະອົງພໍໃຈ. ສະນັ້ນ, ສໍາລັບໃຜກໍຕາມທີ່ຕ້ອງການຖືກເຮັດໃຫ້ສົມບູນ, ຂັ້ນຕອນທໍາອິດແມ່ນຕ້ອງຜ່ານພາລະກິດຂອງການເອົາຊະນະ. ນີ້ແມ່ນເງື່ອນໄຂທໍາອິດ. ແຕ່ທັງການເອົາຊະນະ ແລະ ການເຮັດໃຫ້ສົມບູນແມ່ນເພື່ອປັ້ນຜູ້ຄົນ ແລະ ເພື່ອປ່ຽນແປງພວກເຂົາ ແລະ ແຕ່ລະຢ່າງແມ່ນສ່ວນຂອງພາລະກິດຂອງການຄຸ້ມຄອງມະນຸດ. ຂັ້ນຕອນທັງສອງແມ່ນສິ່ງທີ່ຈໍາເປັນເພື່ອເຮັດໃຫ້ຜູ້ໃດຜູ້ໜຶ່ງສົມບູນ ແລະ ບໍ່ສາມາດເບິ່ງຂ້າມໄດ້. ມັນແມ່ນຄວາມຈິງທີ່ວ່າ “ການຖືກເອົາຊະນະ” ບໍ່ຟັງເບິ່ງຄືດີຫຼາຍ, ແຕ່ທີ່ຈິງແລ້ວ ຂະບວນການໃນການເອົາຊະນະຜູ້ໃດຜູ້ໜຶ່ງແມ່ນຂັ້ນຕອນໃນການປ່ຽນແປງພວກເຂົາ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 73](https://lo.kingdomsalvation.org/recital-God-s-appearance-and-work-073.html) - ພຣະເຈົ້າມິດງຽບ ແລະ ບໍ່ເຄີຍປາກົດຕໍ່ພວກເຮົາຈັກເທື່ອ, ແຕ່ພາລະກິດຂອງພຣະອົງບໍ່ເຄີຍຢຸດ. ພຣະອົງກວດສອບແຜ່ນດິນໂລກທັງໝົດ, ປົກຄອງເໜືອທຸກສິ່ງ, ເບິ່ງຄຳເວົ້າທຸກຄໍາ, ການກະທໍາ ແລະ ການເຄື່ອນໄຫວທຸກຢ່າງຂອງມະນຸດ. ພຣະອົງດຳເນີນການຄຸ້ມຄອງຂອງພຣະອົງດ້ວຍແຜນການ ແລະ ຂັ້ນຕອນຢ່າງງຽບໆ ແລະ ໂດຍບໍ່ໄດ້ສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ ແຕ່ບາດກ້າວຂອງພຣະອົງກ້າວໄປຂ້າງໜ້າເທື່ອລະກ້າວ, ເຂົ້າໃກ້ມະນຸດຊາດຫຼາຍຂຶ້ນ ແລະ ພຣະທີ່ນັ່ງແຫ່ງການພິພາກສາຂອງພຣະອົງກໍແຜ່ຂະຫຍາຍໄປທົ່ວຈັກກະວານດ້ວຍຄວາມໄວຂອງສາຍຟ້າແມບ ຕິດຕາມດ້ວຍບັນລັງຂອງພຣະອົງລົງມາສູ່ທ່າມກາງພວກເຮົາໂດຍທັນທີ. ຊ່າງເປັນສາກທີ່ສະຫງ່າຜ່າເຜີຍແທ້ໆ, ຊ່າງເປັນພາບທີ່ມີຄວາມສະຫງ່າງາມ ແລະ ງົດງາມແທ້ໆ! ພຣະວິນຍານມາທ່າມກາງບັນດາພວກເຮົາທັງຫຼາຍຄືກັບນົກເຂົາ ແລະ ຄືກັບສິງໂຕແຜດສຽງດັງກຶກກ້ອງ. ພຣະອົງຄືສະຕິປັນຍາ, ພຣະອົງຄືຄວາມຊອບທຳ, ຄວາມສະຫງ່າງາມ ແລະ ພຣະອົງສະເດັດລົງມາຢ່າງງຽບໆທ່າມກາງພວກເຮົາ ໂດຍຖືສິດອຳນາດ ແລະ ເຕັມໄປດ້ວຍຄວາມຮັກກະລຸນາ ແລະ ຄວາມເມດຕາ. ບໍ່ມີໃຜທີ່ຮູ້ສຶກຕົວໃນການມາເຖິງຂອງພຣະອົງ, ບໍ່ມີໃຜຕ້ອນຮັບການມາເຖິງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ບໍ່ມີໃຜຮູ້ກ່ຽວກັບທຸກສິ່ງທີ່ພຣະອົງຈະກະທໍາ. ຊີວິດຂອງມະນຸດກໍດຳເນີນຕໍ່ໄປຄືກັບແຕ່ກ່ອນ, ຫົວໃຈຂອງເຂົາບໍ່ປ່ຽນແປງ ແລະ ມື້ກໍຜ່ານໄປຕາມປົກກະຕິ. ພຣະເຈົ້າມີຊີວິດຢູ່ທ່າມກາງພວກເຮົາດັ່ງມະນຸດທໍາມະດາ ໃນຖານະຜູ້ຕິດຕາມທົ່ວໄປທີ່ບໍ່ມີຄວາມສຳຄັນຫຍັງໝົດ ແລະ ເປັນຜູ້ເຊື່ອທີ່ທຳມະດາ. ພຣະອົງມີການສະແຫວງຫາຂອງພຣະອົງເອງ, ເປົ້າໝາຍຂອງພຣະອົງເອງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 47](https://lo.kingdomsalvation.org/recital-God-s-appearance-and-work-047.html) - ຄຣິສຕະຈັກແຫ່ງຟິລາເດັນເຟຍໄດ້ກໍ່ຕົວຂຶ້ນ ເຊິ່ງກໍເນື່ອງຈາກຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າທັງສິ້ນ. ຫົວໃຈທີ່ຮັກພຣະເຈົ້າໄດ້ເກີດຂຶ້ນໃນຫົວໃຈຂອງໄພ່ພົນຈຳນວນຫຼວງຫຼາຍ ແລະ ພວກເຂົາບໍ່ລັງເລໃຈໃນການເດີນທາງຝ່າຍວິນຍານຂອງພວກເຂົາ. ພວກເຂົາຍຶດໝັ້ນໃນຄວາມເຊື່ອຂອງພວກເຂົາທີ່ວ່າ ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ກາຍມາເປັນເນື້ອໜັງ, ພຣະອົງເປັນເຈົ້ານາຍແຫ່ງຈັກກະວານ, ເປັນຜູ້ບັນຊາການສິ່ງທັງປວງ: ພຣະວິນຍານບໍລິສຸດໄດ້ຢືນຢັນເຖິງສິ່ງນີ້, ມັນບໍ່ສາມາດເຄື່ອນຍ້າຍໄດ້ເຊັ່ນດຽວກັບພູເຂົາ! ແລ້ວມັນຈະບໍ່ປ່ຽນແປງຈັກເທື່ອ! ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ມື້ນີ້ ແມ່ນພຣະອົງທີ່ໄດ້ເປີດຕາຝ່າຍວິນຍານຂອງພວກຂ້ານ້ອຍ, ປ່ອຍໃຫ້ຄົນຕາບອດໄດ້ເຫັນຮຸ່ງ, ໃຫ້ຄົນເປ້ຍຍ່າງໄດ້ ແລະ ຄົນຂີ້ທູດໄດ້ຮັບການຮັກສາ. ແມ່ນພຣະອົງທີ່ໄດ້ເປີດປ່ອງຢ້ຽມສູ່ສະຫວັນ, ເຮັດໃຫ້ພວກຂ້ານ້ອຍໄດ້ຮັບຮູ້ເຖິງຄວາມເລິກລັບແຫ່ງອານາຈັກຝ່າຍວິນຍານ. ເມື່ອຖືກຊຶມເຂົ້າໂດຍພຣະທຳອັນສັກສິດຂອງພຣະອົງ ແລະ ຖືກຊ່ວຍໃຫ້ລອດພົ້ນຈາກຄວາມເປັນມະນຸດຂອງພວກຂ້ານ້ອຍ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງດັ່ງກ່າວແມ່ນພາລະກິດອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ ແລະ ຄວາມເມດຕາອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ. ພວກຂ້ານ້ອຍເປັນພະຍານຂອງພຣະອົງ! ພຣະອົງໄດ້ລີ້ລັບຢ່າງຖ່ອມຕົນ ແລະ ງຽບໆຕັ້ງແຕ່ດົນແລ້ວ. ພຣະອົງໄດ້ຜ່ານການຟື້ນຄືນມາຈາກຄວາມຕາຍ, ການທົນທຸກຈາກການຖືກຄຶງທີ່ໄມ້ກາງແຂນ, ຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງຊີວິດມະນຸດ ແລະ ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນ; ພຣະອົງໄດ້ປະສົບ ແລະ ຊີມລົດຊາດຄວາມເຈັບປວດຂອງໂລກມະນຸດ ແລະ ພຣະອົງຖືກປະຖິ້ມໂດຍຍຸກດັ່ງກ່າວ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືພຣະເຈົ້າເອງ. ເພື່ອເຫັນແກ່ຄວາມປະສົງຂອງພຣະເຈົ້າ, ພຣະອົງໄດ້ຊ່ວຍພວກຂ້ານ້ອຍຈາກກອງຂີ້ເຫຍື້ອ, ຖືພວກຂ້ານ້ອຍດ້ວຍມືຂວາຂອງພຣະອົງ ແລະ ມອບພຣະຄຸນຂອງພຣະອົງໃຫ້ແກ່ພວກຂ້ານ້ອຍລ້າໆ.
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (4) ສ່ວນທີ ສາມ](https://lo.kingdomsalvation.org/audio-responsibilities-of-leaders-and-workers-4-part-3.html) - ຜູ້ນໍາປອມບໍ່ຕິດຕາມ ຫຼື ຊີ້ນໍາວຽກງານ ພວກເຮົາຫາກໍໄດ້ປຶກສາກ່ຽວກັບຄວາມຮັບຜິດຊອບຂໍ້ທີຫ້າດ້ານນີ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ກຳແໜ້ນ ແລະ ເຂົ້າໃຈສະຖານະຂອງວຽກງານແຕ່ລະຢ່າງ”. ເມື່ອໄດ້ສົນທະນາກັນກ່ຽວກັບດ້ານນີ້, ພວກເຮົາໄດ້ເປີດໂປງການສະແດງອອກທີ່ສະເພາະບາງຢ່າງຂອງຜູ້ນໍາປອມ ພ້ອມທັງຄວາມເປັນມະນຸດ ແລະ ຄຸນລັກສະນະຂອງພວກເຂົາ. ຕອນນີ້, ໃຫ້ເຮົາມາເບິ່ງ “ການກຳແໜ້ນ ແລະ ເຂົ້າໃຈຄວາມຄືບໜ້າຂອງວຽກງານແຕ່ລະຢ່າງ”. ແນ່ນອນວ່າ ຄວາມຄືບໜ້າຂອງວຽກງານຂ້ອນຂ້າງກ່ຽວຂ້ອງກັບສະຖານະຂອງວຽກງານ ເຊິ່ງຄວາມກ່ຽວພັນນັ້ນຂ້ອນຂ້າງໃກ້ຊິດ. ຖ້າຄົນໃດໜຶ່ງບໍ່ສາມາດເຂົ້າໃຈ ແລະ ກຳແໜ້ນສະຖານະຂອງວຽກງານໃດໜຶ່ງໄດ້, ພວກເຂົາກໍບໍ່ສາມາດເຂົ້າໃຈ ແລະ ກຳແໜ້ນຄວາມຄືບໜ້າຂອງວຽກງານໄດ້ເຊັ່ນດຽວກັນ. ຕົວຢ່າງ: ຄວາມຄືບໜ້າຂອງວຽກງານເປັນແນວໃດ, ມັນດຳເນີນໄປຮອດຂັ້ນຕອນໃດແລ້ວ, ສະພາວະຂອງຜູ້ຄົນທີ່ກ່ຽວຂ້ອງເປັນແນວໃດ, ມີຄວາມຫຍຸ້ງຍາກໃດໆກ່ຽວກັບດ້ານວິຊາຊີບບໍ, ມີຂົງເຂດໃດແດ່ຂອງວຽກງານທີ່ບໍ່ສອດຄ່ອງກັບຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ຜົນໄດ້ຮັບທີ່ບັນລຸໄດ້ເປັນແນວໃດ, ຜູ້ຄົນທີ່ເຮັດວຽກທີ່ບໍ່ຊຳນານໃນດ້ານວິຊາຊີບຂອງວຽກງານກຳລັງຮຽນຮູ້ຢູ່ບໍ, ໃຜເປັນຜູ້ຈັດການຮຽນຮູ້, ພວກເຂົາກຳລັງຮຽນຮູ້ຫຍັງ, ພວກເຂົາຮຽນຮູ້ແນວໃດ ແລະ ອື່ນໆ. ບັນຫາສະເພາະເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວຂ້ອງກັບຄວາມຄືບໜ້າ. ຕົວຢ່າງ: ວຽກງານການປະພັນເພງສັນລະເສີນບໍ່ແມ່ນສຳຄັນຫຼາຍບໍ? ສຳລັບເພງສັນລະເສີນເພງໜຶ່ງ, ຕັ້ງແຕ່ການເລືອກຂໍ້ຄວາມທີ່ສຳຄັນໃນເບື້ອງຕົ້ນຈາກພຣະທຳຂອງພຣະເຈົ້າຈົນເຖິງການປະພັນສຳເລັດ, ມີໜ້າວຽກສະເພາະໃດແດ່ທີ່ຕ້ອງເຮັດໃນຂະບວນການນີ້? ກ່ອນອື່ນໝົດ, ມັນຈຳເປັນທີ່ຕ້ອງເລືອກຂໍ້ຄວາມທີ່ສຳຄັນໃນພຣະທຳຂອງພຣະເຈົ້າທີ່ເໝາະສົມທີ່ຈະກາຍເປັນເພງສັນລະເສີນ ແລະ ພວກມັນກໍຕ້ອງມີຄວາມຍາວທີ່ເໝາະສົມນໍາ. ຂັ້ນຕອນທີສອງກ່ຽວຂ້ອງກັບການພິຈາລະນາວ່າທຳນອງຮູບແບບໃດທີ່ເໝາະສົມກັບຂໍ້ຄວາມ ເພື່ອເຮັດໃຫ້ມັນມ່ວນ ແລະ ເພີດເພີນໃນການຮ້ອງ.
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (4) ສ່ວນທີ ໜຶ່ງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-4-part-1.html) - ຂໍ້ທີຫ້າ: ກຳແໜ້ນ ແລະ ເຂົ້າໃຈສະຖານະ ແລະ ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງໃຫ້ເປັນປັດຈຸບັນຢູ່ສະເໝີ ແລະ ສາມາດແກ້ໄຂບັນຫາ, ແກ້ໄຂການບ່ຽງເບນ ແລະ ແກ້ໄຂຂໍ້ບົກຜ່ອງໃນວຽກງານໂດຍທັນທີ ເພື່ອໃຫ້ວຽກງານດຳເນີນໄປຢ່າງລ່ຽນໄຫຼ ມື້ນີ້ພວກເຮົາຈະໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີຫ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ກຳແໜ້ນ ແລະ ເຂົ້າໃຈສະຖານະ ແລະ ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງໃຫ້ເປັນປັດຈຸບັນຢູ່ສະເໝີ ແລະ ສາມາດແກ້ໄຂບັນຫາ, ແກ້ໄຂການບ່ຽງເບນ ແລະ ແກ້ໄຂຂໍ້ບົກຜ່ອງໃນວຽກງານໂດຍທັນທີ ເພື່ອໃຫ້ວຽກງານດຳເນີນໄປຢ່າງລ່ຽນໄຫຼ”. ເຮົາຈະສຸມໃສ່ຄວາມຮັບຜິດຊອບຂໍ້ນີ້ເພື່ອໄຈ້ແຍກການສະແດງອອກຕ່າງໆຂອງຜູ້ນໍາປອມ, ເພື່ອເບິ່ງວ່າຜູ້ນໍາປອມໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃນວຽກງານນີ້ໃຫ້ລຸລ່ວງ ຫຼື ບໍ່ ແລະ ພວກເຂົາໄດ້ຍຶດໝັ້ນໃນໜ້າທີ່ຂອງຕົນ ແລະ ປະຕິບັດວຽກງານໄດ້ດີ ຫຼື ບໍ່. ຜູ້ນໍາປອມມັກເພີດເພີນໃນຄວາມສະບາຍ ແລະ ບໍ່ລົງເລິກໃນລະດັບຮາກຖານເພື່ອທຳຄວາມເຂົ້າໃຈວຽກງານ ຄວາມຮັບຜິດຊອບຂໍ້ທີຫ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ ໄດ້ກ່າວໃນຕອນທໍາອິດເຖິງການ “ກຳແໜ້ນ ແລະ ເຂົ້າໃຈສະຖານະ ແລະ ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງໃຫ້ເປັນປັດຈຸບັນຢູ່ສະເໝີ”. “ສະຖານະຂອງວຽກງານແຕ່ລະຢ່າງ” ໝາຍເຖິງຫຍັງ? ມັນໝາຍເຖິງສະພາວະປັດຈຸບັນຂອງວຽກງານໃດໜຶ່ງວ່າເປັນແນວໃດ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈຫຍັງໃນຈຸດນີ້? ຕົວຢ່າງ:
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2) ສ່ວນທີ ຫ້າ](https://lo.kingdomsalvation.org/audio-responsibilities-of-leaders-and-workers-2-part-5.html) - ຜູ້ນໍາປອມບໍ່ເຮັດວຽກງານຕົວຈິງ ຫຼື ບໍ່ໃສ່ໃຈວຽກງານທີ່ສົມຄວນຂອງພວກເຂົາ ຜູ້ນໍາປອມບາງຄົນບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້, ແຕ່ພວກເຂົາພັດຈັດການວຽກງານບໍລິຫານທົ່ວໄປທີ່ບໍ່ສຳຄັນບາງຢ່າງ ແລະ ຄິດວ່ານີ້ຄືການເຮັດວຽກງານຕົວຈິງ, ຄິດວ່າມັນຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພວກເຂົາຈັດການວຽກງານເຫຼົ່ານີ້ດ້ວຍທ່າທີທີ່ຈິງຈັງຫຼາຍ ແລະ ໄດ້ພະຍາຍາມຢ່າງໜັກໜ່ວງ, ໂດຍປະຕິບັດວຽກງານເຫຼົ່ານັ້ນໃນລັກສະນະທີ່ຮຽບຮ້ອຍຫຼາຍ. ຕົວຢ່າງ: ມີບຸກຄົນໜຶ່ງໃນຄຣິດຕະຈັກທີ່ເຄີຍເຮັດວຽກເປັນຄົນເຮັດເຂົ້າໜົມມາກ່ອນ. ມື້ໜຶ່ງ, ຍ້ອນຄວາມຮັກອັນລົ້ນເຫຼືອຂອງລາວ ລາວຈຶ່ງຕັດສິນໃຈວ່າຕ້ອງອົບເຂົ້າໜົມໃຫ້ເຮົາໃຫ້ໄດ້ ແລະ ໄດ້ກະກຽມທີ່ຈະເຮັດເຊັ່ນນັ້ນໂດຍບໍ່ໄດ້ແຈ້ງໃຫ້ເຮົາຊາບ. ລາວໄດ້ຖາມຜູ້ນໍາຂອງລາວວ່າອະນຸຍາດໃຫ້ເຮັດໄດ້ ຫຼື ບໍ່ ແລະ ພວກເຂົາກໍເວົ້າວ່າ: “ເຮັດໂລດ. ຖ້າແຊບ, ພວກເຮົາກໍຈະຖວາຍແດ່ພຣະເຈົ້າ. ຖ້າບໍ່ແຊບ, ພວກເຮົາທຸກຄົນກໍກິນໄດ້”. ລາວໄດ້ຮັບອະນຸຍາດຈາກຜູ້ນໍາແລ້ວ, ເຊິ່ງເຮັດໃຫ້ວຽກງານນີ້ເປັນວຽກທີ່ຖືກຕ້ອງ ແລະ ເໝາະສົມ, ສະນັ້ນ ລາວຈຶ່ງຮີບຮ້ອນຮວບຮວມສ່ວນປະສົມ ແລະ ອົບເຂົ້າໜົມອອກມາຖາດໜຶ່ງ ໂດຍກ່າວວ່າ: “ຂ້ານ້ອຍບໍ່ຮູ້ວ່າມັນຈະແຊບບໍ່ ຫຼື ມັນຈະສາມາດເຮັດໃຫ້ພຣະເຈົ້າພໍພຣະໄທໄດ້ບໍ່ ຫຼື ມັນຈະຖືກປາກພຣະອົງບໍ່”. ຜູ້ນໍາຕອບວ່າ: “ບໍ່ເປັນຫຍັງ. ພວກເຮົາຈະເສຍສະລະເວລາ ແລະ ຮ່າງກາຍຂອງພວກເຮົາໜ້ອຍໜຶ່ງ ແລະ ສ່ຽງໄພໜ້ອຍໜຶ່ງເພື່ອພຣະເຈົ້າ. ພວກເຮົາຈະຊີມກ່ອນ ແລະ ກວດເບິ່ງໃຫ້ພຣະເຈົ້າ. ຖ້າມັນບໍ່ແຊບແທ້ໆ
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2) ສ່ວນທີ ສາມ](https://lo.kingdomsalvation.org/audio-responsibilities-of-leaders-and-workers-2-part-3.html) - ຜົນກະທົບທາງລົບ ແລະ ຜົນຕາມມາຈາກວຽກງານຂອງຜູ້ນໍາປອມ ເມື່ອເວົ້າເຖິງຄວາມຫຍຸ້ງຍາກທັງໝົດທີ່ຜູ້ຄົນພົບພໍ້ໃນທາງເຂົ້າຂອງຊີວິດຂອງພວກເຂົາ, ຜູ້ນໍາປອມເຮັດຫຍັງ? ເມື່ອຜູ້ຄົນຜະເຊີນກັບສະພາວະປະເພດໃດໜຶ່ງທີ່ຕົກຢູ່ໃນໜຶ່ງໃນຄວາມຫຍຸ້ງຍາກທັງແປດປະເພດນີ້, ຜູ້ນໍາປອມສາມາດແຍກແຍະໄດ້ບໍ ແລະ ໃຊ້ພຣະທຳຂອງພຣະເຈົ້າ ແລະ ຄວາມຮູ້ຈາກປະສົບການຂອງຕົນເອງເພື່ອແກ້ໄຂບັນຫາຂອງຄົນເຫຼົ່ານີ້? ໜ້າເສຍດາຍ, ເມື່ອຜູ້ຄົນພົບພໍ້ຄວາມຫຍຸ້ງຍາກ, ຜູ້ນໍາປອມເຫຼົ່ານີ້ພຽງແຕ່ເຮັດແບບຜິວເຜີນ, ພຽງແຕ່ໃຫ້ຄຳເວົ້າທີ່ຕື້ນເຂີນ, ບໍ່ຕົງປະເດັນ ແລະ ບໍ່ກ່ຽວຂ້ອງ ເຊິ່ງບໍ່ມີຫຍັງກ່ຽວຂ້ອງກັບອຸປະນິໄສ ແລະ ຄວາມຫຍຸ້ງຍາກທີ່ແທ້ຈິງຂອງພວກເຂົາ ເພື່ອແກ້ໄຂບັນຫາຂອງພວກເຂົາ. ຕົວຢ່າງ: ຜູ້ນໍາປອມມັກຈະເວົ້າວ່າ: “ເຈົ້າຈັ່ງແມ່ນບໍ່ຮັກຄວາມຈິງ!” ນີ້ຄືວິທີທີ່ພວກເຂົາພະຍາຍາມແກ້ໄຂຄວາມຫຍຸ້ງຍາກທີ່ແທ້ຈິງຂອງຜູ້ຄົນ ແລະ ກໍານົດລັກສະນະແກ່ນແທ້ຂອງພວກເຂົາ. ພວກເຂົາບໍ່ສາມາດຊ່ວຍໃຫ້ຜູ້ຄົນຊອກຫາຄຳຕອບໃນພຣະທຳຂອງພຣະເຈົ້າໄດ້ ແມ່ນແຕ່ສຳລັບບັນຫາ ຫຼື ສະພາວະເລັກນ້ອຍ ແລະ ພວກເຂົາກໍບໍ່ສາມາດແກ້ໄຂມັນໄດ້ໂດຍການໂອ້ລົມກ່ຽວກັບຄວາມຈິງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດເວົ້າຄຳເວົ້າທີ່ເປັນຫຼັກຄຳສອນ ແລະ ບໍ່ກ່ຽວຂ້ອງ ຫຼື ພວກເຂົາກໍຈັບເອົາບັນຫາ ແລະ ເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ ເພື່ອຕັດສິນຕີຕາຄົນແບບບໍ່ໃຫ້ມີທາງແກ້ໄຂ ໂດຍບໍ່ໃຫ້ໂອກາດພວກເຂົາກັບໃຈ. ໃນຄວາມເປັນຈິງແລ້ວ, ຖ້າຄົນໃດໜຶ່ງມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ມີຄວາມເຂົ້າໃຈຝ່າຍວິນຍານ, ພວກເຂົາກໍຈະສາມາດຊອກຫາການເປີດໂປງຂອງພຣະເຈົ້າກ່ຽວກັບສະພາວະທັງແປດດ້ານນີ້ໄດ້ໃນພຣະທຳຂອງພຣະອົງ, ມັນບໍ່ແມ່ນເລື່ອງຍາກ. ແນວໃດກໍຕາມ, ເພາະວ່າຜູ້ນໍາປອມຂາດຄວາມເຂົ້າໃຈຝ່າຍວິນຍານ, ມີຄວາມສາມາດຕໍ່າ ແລະ ຂາດຄວາມສາມາດໃນການຢັ່ງຮູ້,
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (4) ສ່ວນທີ ສີ່](https://lo.kingdomsalvation.org/audio-responsibilities-of-leaders-and-workers-4-part-4.html) - ຕອນນີ້, ວຽກງານພຣະກິດຕິຄຸນໃນຕ່າງປະເທດກຳລັງດຳເນີນໄປຢ່າງແຜ່ຫຼາຍ. ບາງປະເທດມີຄົນທີ່ສາມາດຮັບເອົາຄວາມຈິງໄດ້ຫຼາຍກວ່າ ໃນຂະນະທີ່ປະເທດອື່ນໆມີປະຊາກອນທີ່ມີຄວາມສາມາດຕໍ່າກວ່າ ເຊິ່ງສົ່ງຜົນໃຫ້ມີຜູ້ທີ່ສາມາດຮັບເອົາຄວາມຈິງໄດ້ໜ້ອຍລົງ. ບາງປະເທດຂາດເສລີພາບໃນການເຊື່ອຖື ໂດຍການສະແດງການຕໍ່ຕ້ານຢ່າງແຮງຕໍ່ທາງທີ່ແທ້ຈິງ ແລະ ພາລະກິດຂອງພຣະເຈົ້າ ແລະ ມີຄົນບໍ່ຫຼາຍທີ່ສາມາດຮັບເອົາຄວາມຈິງໄດ້. ຍິ່ງໄປກວ່ານັ້ນ, ປະຊາກອນຂອງບາງປະເທດກໍຫຼ້າຫຼັງເກີນໄປ ແລະ ມີຄວາມສາມາດທີ່ຕໍ່າຫຼາຍ ຈົນພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງໄດ້ບໍ່ວ່າຈະໂອ້ລົມແນວໃດກໍຕາມ ແລະ ເບິ່ງຄືວ່າຄົນຢູ່ບ່ອນນັ້ນບໍ່ສາມາດເຂົ້າເຖິງຄວາມຈິງໄດ້. ບໍ່ຄວນເທດສະໜາພຣະກິດຕິຄຸນໃນສະຖານທີ່ເຊັ່ນນັ້ນ. ແນວໃດກໍຕາມ, ຜູ້ທີ່ເທດສະໜາພຣະກິດຕິຄຸນກໍເບິ່ງບໍ່ເຫັນແກ່ນແທ້ຂອງບັນຫາ; ພວກເຂົາບໍ່ໄດ້ເທດສະໜາຕໍ່ຜູ້ທີ່ສາມາດຮັບເອົາຄວາມຈິງໄດ້ ແຕ່ພັດຢືນຢັນທີ່ຈະເລືອກເອົາກໍລະນີທີ່ຍາກລຳບາກ ແລະ ລະເລີຍສິ່ງທີ່ງ່າຍກວ່າ. ພວກເຂົາບໍ່ໄດ້ເທດສະໜາໃນສະຖານທີ່ທີ່ວຽກງານພຣະກິດຕິຄຸນໄດ້ຖືກເຜີຍແຜ່ຢູ່ແລ້ວ ແລະ ເທດສະໜາໄດ້ງ່າຍ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດຢືນຢັນທີ່ຈະເທດສະໜາພຣະກິດຕິຄຸນໃນສະຖານທີ່ທີ່ທຸກຍາກ ແລະ ຫຼ້າຫຼັງເຫຼົ່ານັ້ນ, ເທດສະໜາຕໍ່ກຸ່ມຄົນທີ່ມີຄວາມສາມາດຕໍ່າທີ່ສຸດ, ຜູ້ທີ່ບໍ່ສາມາດຢັ່ງຮູ້ຄວາມຈິງໄດ້ ແລະ ຕໍ່ກຸ່ມຊົນເຜົ່າທີ່ມີແນວຄິດທາງສາສະໜາທີ່ໜັກໜ່ວງທີ່ສຸດ ແລະ ຕໍ່ຕ້ານພຣະເຈົ້າຢ່າງແຮງທີ່ສຸດ. ນີ້ບໍ່ແມ່ນການບ່ຽງເບນບໍ? ຍົກຕົວຢ່າງ: ສາສະໜາຢິວ ແລະ ສາສະໜາເຊື້ອຊາດບາງສາສະໜາທີ່ຝັງຮາກເລິກ ເຊິ່ງຖືວ່າສາສະໜາຄຣິສເປັນສັດຕູ ແລະ ແມ່ນແຕ່ຂົ່ມເຫັງສາສະໜາຄຣິສ. ໃນກໍລະນີຂອງປະເທດ ແລະ ກຸ່ມຊົນເຜົ່າປະເພດນີ້, ບໍ່ຄວນເທດສະໜາພຣະກິດຕິຄຸນເລີຍ. ເປັນຫຍັງຈຶ່ງບໍ່ຄວນ? ເພາະວ່າການເທດສະໜາໄຮ້ປະໂຫຍດ. ເຖິງແມ່ນວ່າເຈົ້າຈະໃຊ້ກຳລັງຄົນ, ຊັບພະຍາກອນທາງການເງິນ ແລະ
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (4) ສ່ວນທີ ສອງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-4-part-2.html) - ຜູ້ນໍາຄຣິສຕະຈັກຢ່າງໜ້ອຍທີ່ສຸດຕ້ອງມີສໍານຶກ ແລະ ເຫດຜົນ ແລະ ຍັງຕ້ອງເຂົ້າໃຈຄວາມຈິງບາງຢ່າງ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ພວກເຂົາຈະສາມາດຮູ້ສຶກເຖິງພາລະໄດ້. ການສະແດງອອກຂອງການຮູ້ສຶກເຖິງພາລະແມ່ນຫຍັງແດ່? ຖ້າພວກເຂົາເຫັນບາງຄົນຄິດລົບ, ບາງຄົນມີຄວາມເຂົ້າໃຈທີ່ບິດເບືອນ, ບາງຄົນສິ້ນເປືອງຊັບສິນຂອງເຮືອນຂອງພຣະເຈົ້າ, ບາງຄົນເຮັດວຽກຂອງພວກເຂົາແບບພໍແລ້ວມືແລ້ວຕີນ, ບາງຄົນບໍ່ໃສ່ໃຈໜ້າວຽກທີ່ເໝາະສົມເມື່ອພວກເຂົາປະຕິບັດໜ້າທີ່, ບາງຄົນເວົ້າແຕ່ຄຳເວົ້າທີ່ສູງສົ່ງຢູ່ສະເໝີແຕ່ບໍ່ໄດ້ເຮັດວຽກງານຕົວຈິງ..., ການທີ່ພົບວ່າມີຫຼາຍບັນຫາເກີນໄປຢູ່ໃນຄຣິສຕະຈັກ ແລະ ຈຳເປັນຕ້ອງໄດ້ຮັບການແກ້ໄຂ, ການທີ່ເຫັນວຽກງານຫຼາຍຢ່າງຍັງບໍ່ສຳເລັດ, ສິ່ງນີ້ເຮັດໃຫ້ພວກເຂົາມີຄວາມຮູ້ສຶກເຖິງພາລະຂຶ້ນມາ. ນັບຕັ້ງແຕ່ກາຍມາເປັນຜູ້ນໍາ, ມັນຮູ້ສຶກຄືກັບວ່າມີໄຟລຸກໄໝ້ພາຍໃນພວກເຂົາຢູ່ຕະຫຼອດເວລາ; ຖ້າພວກເຂົາພົບເຫັນບັນຫາ ແລະ ບໍ່ສາມາດແກ້ໄຂມັນໄດ້, ພວກເຂົາກໍຈະກັງວົນ ແລະ ຮ້ອນໃຈ, ກິນບໍ່ໄດ້ນອນບໍ່ຫຼັບ. ໃນລະຫວ່າງການເຕົ້າໂຮມ, ເມື່ອບາງຄົນລາຍງານບັນຫາໃນວຽກງານຂອງພວກເຂົາທີ່ຜູ້ນໍາບໍ່ສາມາດເຂົ້າໃຈຢ່າງເລິກເຊິ່ງ ແລະ ແກ້ໄຂໄດ້ທັນທີ, ຜູ້ນໍາກໍບໍ່ຍອມແພ້; ພວກເຂົາຮູ້ສຶກວ່າພວກເຂົາຕ້ອງແກ້ໄຂບັນຫານີ້. ຫຼັງຈາກທີ່ອະທິຖານ ແລະ ສະແຫວງຫາ ແລະ ໄຕ່ຕອງກ່ຽວກັບມັນເປັນເວລາສອງມື້, ເມື່ອພວກເຂົາຮູ້ວິທີແກ້ໄຂມັນແລ້ວ, ພວກເຂົາກໍຮີບຮ້ອນແກ້ໄຂບັນຫານັ້ນ. ຫຼັງຈາກທີ່ແກ້ໄຂບັນຫາແລ້ວ, ພວກເຂົາກໍກວດສອບວຽກງານອື່ນໆໂດຍທັນທີ ແລະ ຄົ້ນພົບບັນຫາອີກຢ່າງໜຶ່ງ ກັບການທີ່ມີຄົນກ່ຽວຂ້ອງຫຼາຍເກີນໄປໃນວຽກງານໜຶ່ງ ທີ່ຕ້ອງການການຫຼຸດຜ່ອນບຸກຄະລາກອນ. ຈາກນັ້ນ ພວກເຂົາຮີບຮ້ອນເອີ້ນກັນເຕົ້າໂຮມ, ມີຄວາມເຂົ້າໃຈສະຖານະການໃຫ້ຊັດເຈນ, ຫຼຸດຈໍານວນບຸກຄະລາກອນ ແລະ ວາງແຜນການຈັດສັນທີ່ເໝາະສົມ ແລະ ດ້ວຍເຫດນີ້ ບັນຫາກໍໄດ້ຮັບການແກ້ໄຂ.
- [ການເຂົ້າສູ່ຊີວິດ VI](https://lo.kingdomsalvation.org/book-daily-words-of-God-10-6.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 556) ໂດຍການສະແຫວງຫາຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດບັນລຸການປ່ຽນແປງໃນອຸປະນິໄສໄດ້: ນີ້ແມ່ນສິ່ງທີ່ຜູ້ຄົນຕ້ອງຢັ່ງເຖິງ ແລະ ເຂົ້າໃຈຢ່າງທົ່ວເຖິງ. ຖ້າເຈົ້າບໍ່ມີຄວາມເຂົ້າໃຈຢ່າງພຽງພໍກ່ຽວກັບຄວາມຈິງ, ເຈົ້າຈະມື່ນລົ້ມ ແລະ ຫຼົງທາງຢ່າງງ່າຍດາຍ. ຖ້າເຈົ້າຕ້ອງການເຕີບໃຫຍ່ໃນຊີວິດ, ເຈົ້າຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ບໍ່ວ່າເຈົ້າກຳລັງເຮັດຫຍັງກໍ່ຕາມ, ເຈົ້າຄວນສະແຫວງຫາວິທີການປະພຶດເພື່ອໃຫ້ສອດຄ່ອງກັບຄວາມຈິງ ແລະ ຄົ້ນພົບວ່າມົນທິນໃດທີ່ຢູ່ພາຍໃນຕົວເຈົ້າ ເຊິ່ງລະເມີດຄວາມຈິງນັ້ນ; ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບສິ່ງເຫຼົ່ານີ້. ບໍ່ວ່າເຈົ້າກຳລັງເຮັດຫຍັງກໍ່ຕາມ, ເຈົ້າຄວນຄຳນຶງວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່ ແລະ ມັນມີຄຸນຄ່າ ແລະ ຄວາມໝາຍ ຫຼື ບໍ່. ເຈົ້າສາມາດເຮັດສິ່ງຕ່າງໆທີ່ສອດຄ່ອງກັບຄວາມຈິງ, ແຕ່ເຈົ້າຕ້ອງບໍ່ເຮັດສິ່ງທີ່ບໍ່ສອດຄ່ອງກັບຄວາມຈິງ. ເມື່ອເວົ້າກ່ຽວກັບສິ່ງທີ່ເຈົ້າສາມາດເຮັດ ຫຼື ບໍ່ສາມາດເຮັດ, ຖ້າພວກມັນສາມາດປ່ອຍວາງ, ແລ້ວເຈົ້າກໍ່ຄວນປ່ອຍວາງພວກມັນ. ຖ້າບໍ່ດັ່ງນັ້ນ, ຖ້າເຈົ້າເຮັດສິ່ງເຫຼົ່ານີ້ເປັນບາງຊ່ວງເວລາ ແລະ ຄົ້ນພົບໃນພາຍຫຼັງວ່າເຈົ້າຄວນປ່ອຍວາງພວກມັນ, ແລ້ວໃຫ້ດຳເນີນການຕັດສິນໃຈຢ່າງໄວວາ ແລະ ປ່ອຍພວກມັນໄປຢ່າງວ່ອງໄວ. ນີ້ຄືຫຼັກການທີ່ເຈົ້າຄວນປະຕິບັດຕາມໃນທຸກສິ່ງທີ່ເຈົ້າເຮັດ. ບາງຄົນຍົກຄຳຖາມນີ້ຂຶ້ນມາ: ເປັນຫຍັງການສະແຫວງຫາຄວາມຈິງ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດຈຶ່ງຫຍຸ້ງຍາກຫຼາຍ, ຄືກັບວ່າເຈົ້າກຳລັງພາຍເຮືອຖ່ວງກະແສນໍ້າ ແລະ ຈະໄຫຼກັບຫຼັງ ຖ້າເຈົ້າຢຸດພາຍໄປຂ້າງໜ້າ? ແລ້ວເປັນຫຍັງມັນຈຶ່ງງ່າຍຫຼາຍກວ່າທີ່ຈະເຮັດຊົ່ວ ຫຼື
- [ການເຂົ້າສູ່ຊີວິດ V](https://lo.kingdomsalvation.org/book-daily-words-of-God-10-5.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 520) ໃນໄລຍະເວລາທີ່ລາວຕິດຕາມພຣະເຢຊູນັ້ນ ເປໂຕໄດ້ມີຄວາມເຫັນຫຼາຍຢ່າງກ່ຽວກັບພຣະອົງ ແລະ ຕັດສິນພຣະອົງຈາກທັດສະນະຂອງລາວເອງຢູ່ສະເໝີ. ເຖິງແມ່ນວ່າເປໂຕມີຄວາມເຂົ້າໃຈກ່ຽວກັບພຣະວິນຍານໃນລະດັບໃດໜຶ່ງ, ການເຂົ້າໃຈຂອງລາວກໍ່ຂ້ອນຂ້າງບໍ່ຊັດເຈນ, ດ້ວຍເຫດນີ້ ລາວຈຶ່ງເວົ້າວ່າ: “ຂ້ານ້ອຍຕ້ອງຕິດຕາມຜູ້ທີ່ຖືກສົ່ງມາໂດຍພຣະບິດາເທິງສະຫວັນ, ຂ້ານ້ອຍຕ້ອງຍອມຮັບຮູ້ຜູ້ທີ່ຖືກເລືອກໂດຍພຣະວິນຍານບໍລິສຸດ”. ລາວບໍ່ໄດ້ເຂົ້າໃຈໃນສິ່ງທີ່ພຣະເຢຊູກະທໍາ ແລະ ຂາດຄວາມຊັດເຈນກ່ຽວກັບສິ່ງເຫຼົ່ານັ້ນ. ຫຼັງຈາກໄດ້ຕິດຕາມພຣະອົງໃນໄລຍະໜຶ່ງ, ເປໂຕຈຶ່ງເກີດມີຄວາມສົນໃຈໃນສິ່ງທີ່ພຣະອົງເຮັດ ແລະ ເວົ້າ ແລະ ໃນຕົວພຣະເຢຊູເອງ. ລາວເລີ່ມຮູ້ສຶກວ່າພຣະເຢຊູກະຕຸ້ນທັງຄວາມຮັກ ແລະ ຄວາມເຄົາລົບ; ລາວມັກພົວພັນກັບພຣະອົງ ແລະ ຢູ່ຄຽງຂ້າງພຣະອົງ ແລະ ຟັງພຣະທໍາຂອງພຣະເຢຊູທີ່ສອນໃຫ້ລາວຮູ້ຈັກເລື່ອງການໃຫ້ ແລະ ການຊ່ວຍເຫຼືອ. ໃນລະຫວ່າງເວລາທີ່ລາວຕິດຕາມພຣະເຢຊູ, ເປໂຕກໍ່ໄດ້ສັງເກດ ແລະ ເອົາໃຈໃສ່ໃນທຸກຢ່າງກ່ຽວກັບຊີວິດຂອງພຣະເຢຊູ: ການກະທໍາ, ພຣະທຳ, ການເຄື່ອນໄຫວ ຫຼື ການສະແດງອອກຂອງພຣະອົງ. ລາວໄດ້ເຂົ້າໃຈຢ່າງເລິກເຊິ່ງວ່າພຣະເຢຊູບໍ່ຄືກັບມະນຸດທຳມະດາ. ເຖິງແມ່ນວ່າ ລັກສະນະມະນຸດຂອງພຣະອົງແມ່ນປົກກະຕິເກີນໄປ, ພຣະອົງກໍ່ເຕັມໄປດ້ວຍຄວາມຮັກ, ຄວາມເມດຕາ ແລະ ຄວາມອົດທົນຕໍ່ມະນຸດ. ທຸກສິ່ງຢ່າງທີ່ພຣະເຢຊູເຮັດ ຫຼື ເວົ້າໄດ້ຊ່ວຍເຫຼືອຄົນອື່ນຫຼາຍ ແລະ ເປໂຕໄດ້ເຫັນ ແລະ ຮັບສິ່ງຕ່າງໆທີ່ລາວບໍ່ເຄີຍເຫັນ
- [ການເຂົ້າສູ່ຊີວິດ IV](https://lo.kingdomsalvation.org/book-daily-words-of-God-10-4.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 483) ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຄົນສ່ວນໃຫຍ່ຈະສັບສົນກັບຄໍາຖາມນີ້. ພວກເຂົາຈະມີມຸມມອງ ທີ່ແຕກຕ່າງກັນຢ່າງສິ້ນເຊີງກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ ພຣະເຈົ້າທີ່ຢູ່ເທິງສະຫວັນຢູ່ສະເໝີ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາເຊື່ອໃນພຣະເຈົ້າ ບໍ່ແມ່ນຍ້ອນເພື່ອອ່ອນນ້ອມຕໍ່ພຣະອົງ ແຕ່ເພື່ອຮັບຜົນປະໂຫຍດບາງຢ່າງ ຫຼື ເພື່ອຫຼົບໜີຄວາມທຸກທໍລະມານທີ່ໄພພິບັດໄດ້ນໍາມາ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະຂ້ອນຂ້າງອ່ອນນ້ອມ. ການອ່ອນນ້ອມຂອງພວກເຂົາແມ່ນມີເງື່ອນໄຂ ນັ້ນກໍຄືເພື່ອຜົນປະໂຫຍດຕໍ່ຄວາມຫວັງສ່ວນຕົວຂອງພວກເຂົາ ແລະ ພວກເຂົາຖືກບິບບັງຄັບ. ສະນັ້ນ ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຖ້າພຽງເພື່ອຜົນປະໂຫຍດຕໍ່ຄວາມຫວັງ ແລະ ເພື່ອຊະຕາກໍາຂອງເຈົ້າເທົ່ານັ້ນ ແລ້ວມັນຈະດີກວ່າຖ້າເຈົ້າບໍ່ໄດ້ເຊື່ອເລີຍ. ຄວາມເຊື່ອແບບນີ້ແມ່ນການຫຼອກລວງຕົວເອງ, ການເຮັດໃຫ້ໝັ້ນໃຈໃນຕົວເອງ ແລະ ການຍົກຍ້ອງຕົວເອງ. ຖ້າຄວາມເຊື່ອຂອງເຈົ້າບໍ່ໄດ້ຖືກສ້າງຂຶ້ນບົນພື້ນຖານຂອງການອ່ອນນ້ອມຕໍ່ພຣະເຈົ້າ ສຸດທ້າຍເຈົ້າກໍຈະຖືກລົງໂທດ ຍ້ອນການຕໍ່ຕ້ານພຣະເຈົ້າ. ທຸກຄົນທີ່ບໍ່ສະແຫວງຫາຄວາມອ່ອນນ້ອມຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາກໍຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ, ໃຫ້ພວກເຂົາຫິວກະຫາຍຫາພຣະທໍາຂອງພຣະອົງ ແລະ ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ນໍາເອົາພຣະທໍາເຫຼົ່ານັ້ນມາປະຕິບັດ ເພື່ອວ່າພວກເຂົາຈະສາມາດບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ຖ້າສິ່ງເຫຼົ່ານີ້ຄືເຈດຕະນາທີ່ແທ້ຈິງຂອງເຈົ້າ, ແລ້ວພຣະເຈົ້າກໍຈະຍົກເຈົ້າຂຶ້ນຢ່າງແນ່ນອນ ແລະ ມີຄວາມເມດຕາຕໍ່ເຈົ້າຢ່າງແນ່ນອນ. ສິ່ງນີ້ແມ່ນບໍ່ຕ້ອງສົງໄສ ແລະ ບໍ່ສາມາດປ່ຽນແປງໄດ້. ຖ້າເຈດຕະນາຂອງເຈົ້າບໍ່ແມ່ນເພື່ອອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຈົ້າມີເປົ້າໝາຍອື່ນ ແລ້ວທຸກສິ່ງທີ່ເຈົ້າເວົ້າ
- [ການເຂົ້າສູ່ຊີວິດ III](https://lo.kingdomsalvation.org/book-daily-words-of-God-10-3.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 444) ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດໃນມະນຸດແນວໃດ? ແລະ ແມ່ນຫຍັງຄືການສະແດງອອກ? ເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ ສິ່ງນັ້ນມາຈາກພຣະວິນຍານບໍລິສຸດບໍ ແລະ ເຈົ້າຄວນອ່ອນນ້ອມຕໍ່ມັນບໍ ຫຼື ປະຕິເສດມັນ? ໃນການປະຕິບັດຕົວຈິງຂອງຜູ້ຄົນ, ຫຼາຍຢ່າງໄດ້ເກີດຂຶ້ນຈາກຄວາມປະສົງຂອງມະນຸດ ຈົນຜູ້ຄົນເຊື່ອຢູ່ຕະຫຼອດວ່າມາຈາກພຣະວິນຍານບໍລິສຸດ. ບາງຢ່າງມາຈາກວິນຍານຊົ່ວຮ້າຍ ແຕ່ມະນຸດຍັງຄິດວ່າ ພວກມັນມາຈາກພຣະວິນຍານບໍລິສຸດ ແລະ ບາງເທື່ອ ພຣະວິນຍານບໍລິສຸດນໍາພາມະນຸດຈາກພາຍໃນ ແຕ່ຜູ້ຄົນຢ້ານວ່າ ການນໍາພາດັ່ງກ່າວແມ່ນມາຈາກຊາຕານ ແລະ ບໍ່ກ້າທີ່ຈະອ່ອນນ້ອມ ເຊິ່ງໃນຄວາມເປັນຈິງແລ້ວ ການນໍາພານັ້ນແມ່ນຄວາມສະຫວ່າງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ນອກຈາກຄົນໆໜຶ່ງນໍາໃຊ້ການແຍກແຍະ, ແລ້ວກໍບໍ່ມີທາງທີ່ຈະໄດ້ຮັບປະສົບການຕົວຈິງຂອງຄົນໆນັ້ນ; ຫາກປາສະຈາກການແຍກແຍະ, ກໍບໍ່ມີທາງທີ່ຈະໄດ້ຮັບຊີວິດ. ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດແນວໃດ? ແມ່ນຫຍັງມາຈາກຄວາມປະສົງຂອງມະນຸດ? ແລ້ວແມ່ນຫຍັງເກີດຈາກການນໍາພາ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ? ຖ້າເຈົ້າເຂົ້າໃຈເຖິງຮູບແບບພາລະກິດຂອງພຣະວິນຍານບໍລິສຸດພາຍໃນມະນຸດ, ແລ້ວໃນຊີວິດປະຈຳວັນຂອງເຈົ້າ ແລະ ໃນລະຫວ່າງປະສົບການຕົວຈິງຂອງເຈົ້າ ເຈົ້າຈະສາມາດພັດທະນາຄວາມຮູ້ຂອງເຈົ້າ ແລະ ແຍກແຍະໄດ້; ເຈົ້າຈະມາຮູ້ຈັກພຣະເຈົ້າ, ເຈົ້າຈະສາມາດເຂົ້າໃຈ ແລະ ເບິ່ງຊາຕານອອກ; ເຈົ້າຈະບໍ່ສັບສົນໃນການອ່ອນນ້ອມ ຫຼື ການສະແຫວງຫາຂອງເຈົ້າ
- [ການເຂົ້າສູ່ຊີວິດ II](https://lo.kingdomsalvation.org/book-daily-words-of-God-10-2.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 406) ເມື່ອຜູ້ຄົນເຊື່ອພຣະເຈົ້າ, ຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າເພິ່ງພໍໃຈ, ພວກເຂົາກໍສໍາຜັດພຣະວິນຍານຂອງພຣະເຈົ້າດ້ວຍຫົວໃຈຂອງພວກເຂົາ ແລະ ດ້ວຍວິທີດັ່ງກ່າວຈຶ່ງໄດ້ຮັບຄວາມເພິ່ງພໍໃຈຂອງພຣະອົງ, ພວກເຂົາໃຊ້ຫົວໃຈຂອງພວກເຂົາເພື່ອພົວພັນກັບພຣະທຳຂອງພຣະເຈົ້າ ແລ້ວໄດ້ຮັບການດົນໃຈໂດຍພຣະວິນຍານຂອງພຣະອົງ. ຖ້າເຈົ້າປາຖະໜາທີ່ຈະໃຊ້ຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ແລ້ວກ່ອນອື່ນໝົດເຈົ້າຕ້ອງມອບໃຈໃຫ້ກັບພຣະອົງກ່ອນ. ມີພຽງແຕ່ຫຼັງຈາກທີ່ເຈົ້າໄດ້ສະຫງົບໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ ແລະ ຖອກເທຫົວໃຈທັງໝົດຂອງເຈົ້າໃຫ້ກັບພຣະອົງ ເຈົ້າຈຶ່ງຈະສາມາດພັດທະນາຊີວິດຝ່າຍວິນຍານທີ່ປົກກະຕິເທື່ອລະໜ້ອຍ. ຖ້າໃນຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ, ພວກເຂົາບໍ່ໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະອົງ, ຖ້າຫົວໃຈຂອງພວກເຂົາບໍ່ໄດ້ຢູ່ໃນພຣະອົງ ແລະ ພວກເຂົາບໍ່ປະຕິບັດຕໍ່ພາລະຂອງພຣະອົງເປັນດັ່ງພາລະຂອງພວກເຂົາເອງ, ແລ້ວທຸກສິ່ງທີ່ພວກເຂົາກະທໍາກໍເປັນການຫຼອກລວງພຣະເຈົ້າ, ເປັນການກະທຳທີ່ປົກກະຕິຂອງຄົນທີ່ເຊື່ອຖືສາສະໜາ ແລະ ມັນຈະບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າໄດ້. ພຣະເຈົ້າບໍ່ສາມາດໄດ້ຮັບສິ່ງໃດຈາກຄົນປະເພດນີ້, ພວກເຂົາສາມາດເຮັດໜ້າທີ່ເປັນສິ່ງປະກອບສຳລັບພາລະກິດຂອງພຣະເຈົ້າເທົ່ານັ້ນ. ຄົນເຫຼົ່ານີ້ປຽບເໝືອນເຄື່ອງປະດັບໃນເຮືອນຂອງພຣະເຈົ້າ, ພວກເຂົາເປັນຕົວຍຶດ ແລະ ພວກເຂົາເປັນຂີ້ເຫຍື້ອ ແລະ ພຣະເຈົ້າບໍ່ນໍາໃຊ້ພວກເຂົາ. ບໍ່ພຽງແຕ່ບໍ່ມີໂອກາດທີ່ພາລະກິດຂອງພຣະວິນຍານບໍລິສຸດຈະເຮັດພາລະກິດໃນພວກເຂົາ, ບໍ່ມີຄຸນຄ່າໃນການເຮັດໃຫ້ພວກເຂົາສົມບູນແບບເລີຍ. ຄົນປະເພດນີ້ແມ່ນຊາກສົບຍ່າງໄດ້ແທ້ໆ. ພວກເຂົາບໍ່ມີສ່ວນໃດທີ່ພຣະວິນຍານບໍລິສຸດສາມາດນໍາໃຊ້ໄດ້, ພວກເຂົາຖືກຄອບງໍາທັງໝົດ ແລະ ຖືກເຮັດໃຫ້ເສື່ອມຊາມຢ່າງໜັກໂດຍຊາຕານ. ພຣະເຈົ້າຈະກໍາຈັດຄົນເຫຼົ່ານີ້ອອກໃຫ້ໝົດ. ເມື່ອພຣະວິນຍານບໍລິສຸດນໍາໃຊ້ຜູ້ຄົນໃນມື້ນີ້, ພຣະອົງບໍ່ພຽງແຕ່ນໍາໃຊ້ພາກສ່ວນທີ່ເປັນປະໂຫຍດຂອງພວກເຂົາເພື່ອເຮັດໃຫ້ສິ່ງນັ້ນສໍາເລັດເທົ່ານັ້ນ ແຕ່ພຣະອົງຍັງເຮັດໃຫ້ສົມບູນ ແລະ ປ່ຽນແປງສ່ວນຕ່າງໆຂອງພວກເຂົາທີ່ບໍ່ເປັນປະໂຫຍດ. ຖ້າເຈົ້າສາມາດຖອກເທຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ສະຫງົບຕໍ່ໜ້າພຣະອົງ, ແລ້ວເຈົ້າກໍຈະມີໂອກາດ ແລະ
- [ການເຂົ້າສູ່ຊີວິດ I](https://lo.kingdomsalvation.org/book-daily-words-of-God-10-1.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 374) ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເຈົ້ານາຍຂອງສິ່ງທັງປວງ, ມີລິດອຳນາດແບບກະສັດຂອງພຣະອົງຈາກບັນລັງຂອງພຣະອົງ. ພຣະອົງປົກຄອງເໜືອຈັກກະວານ ແລະ ສິ່ງທັງປວງ ແລະ ພຣະອົງປະຕິບັດໜ້າທີ່ໃນການນໍາພາພວກເຮົາເທິງໂລກທັງປວງ. ໃນທຸກຊ່ວງເວລາ ພວກເຮົາຈະໃກ້ຊິດກັບພຣະອົງ ແລະ ມາຢູ່ຕໍ່ໜ້າພຣະອົງຢ່າງງຽບໆ ບໍ່ເຄີຍພາດແມ່ນແຕ່ຊ່ວງເວລາດຽວ ແລະ ມີບົດຮຽນໃຫ້ພວກເຮົາໄດ້ຮຽນຮູ້ຢູ່ສະເໝີ. ສະພາບແວດລ້ອມອ້ອມຂ້າງ ລວມເຖິງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ເປັນຢູ່ໂດຍການອະນຸຍາດຈາກບັນລັງຂອງພຣະອົງ. ຢ່າປ່ອຍໃຫ້ຄວາມຂັດຂ້ອງໃຈເກີດຂຶ້ນໃນຫົວໃຈຂອງເຈົ້າ ບໍ່ວ່າໃນກໍລະນີໃດກໍຕາມ ຫຼື ພຣະເຈົ້າຈະບໍ່ປະທານພຣະຄຸນຂອງພຣະອົງໃຫ້ແກ່ເຈົ້າ. ເມື່ອຄວາມເຈັບປ່ວຍເກີດຂຶ້ນ, ນີ້ແມ່ນຄວາມຮັກຂອງພຣະເຈົ້າ ແລະ ແນ່ນອນ ເຈດຕະນາດີຂອງພຣະອົງປະກອບຢູ່ພາຍໃນມັນ. ເຖິງແມ່ນເນື້ອໜັງຂອງເຈົ້າອາດຜະເຊີນກັບການທົນທຸກເລັກນ້ອຍ, ບໍ່ໃຫ້ຍອມຮັບແນວຄິດໃດໆຈາກຊາຕານ. ໃຫ້ສັນລະເສີນພຣະເຈົ້າໃນທ່າມກາງຄວາມເຈັບປ່ວຍ ແລະ ມີຄວາມສຸກກັບພຣະເຈົ້າໃນທ່າມກາງການສັນລະເສີນຂອງເຈົ້າ. ຢ່າເສຍໃຈເມື່ອຢູ່ຕໍ່ໜ້າຄວາມເຈັບປ່ວຍ, ໃຫ້ສືບຕໍ່ສະແຫວງຫາອີກຄັ້ງ ແລະ ຢ່າທໍ້ຖອຍ ແລະ ພຣະເຈົ້າຈະສ່ອງແສງເຍື່ອງທາງ ແລະ ໃຫ້ແສງສະຫວ່າງແກ່ເຈົ້າ. ຄວາມເຊື່ອຂອງໂຢບເປັນແນວໃດ? ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນທ່ານໝໍທີ່ມີອຳນາດທັງປວງ! ການອາໄສໃນຄວາມເຈັບປ່ວຍກໍຄືການເຈັບປ່ວຍ, ແຕ່ການອາໄສໃນວິນຍານຄືການສະບາຍດີ. ຕາບໃດທີ່ເຈົ້າຍັງມີໜຶ່ງລົມຫາຍໃຈ, ພຣະເຈົ້າຈະບໍ່ປ່ອຍໃຫ້ເຈົ້າຕາຍ. ພວກເຮົາມີຊີວິດຂອງພຣະຄຣິດທີ່ຟື້ນຄືນຊີບຢູ່ພາຍໃນພວກເຮົາ. ພວກເຮົາຂາດຄວາມເຊື່ອໃນການສະຖິດຂອງພຣະເຈົ້າຢ່າງປະຕິເສດບໍ່ໄດ້: ຂໍໃຫ້ພຣະເຈົ້າໃສ່ຄວາມເຊື່ອທີ່ແທ້ຈິງພາຍໃນພວກເຮົາ.
- [ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ II](https://lo.kingdomsalvation.org/book-daily-words-of-God-09-2.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 336) ເຈົ້າເວົ້າວ່າ ເຈົ້າຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເຈົ້າຮັບຮູ້ການປາກົດຕົວຂອງພຣະທໍາໃນເນື້ອໜັງ, ແຕ່ເຈົ້າກໍເຮັດບາງຢ່າງລັບຫຼັງພຣະອົງ, ສິ່ງຕ່າງໆທີ່ຂັດກັບສິ່ງທີ່ພຣະອົງຮຽກຮ້ອງ ແລະ ໃນຫົວໃຈຂອງເຈົ້າ ເຈົ້າບໍ່ຢ້ານພຣະອົງເລີຍ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ເຈົ້າຮັບຮູ້ສິ່ງທີ່ພຣະອົງກ່າວ, ແຕ່ເຈົ້າບໍ່ປະຕິບັດສິ່ງທີ່ເຈົ້າສາມາດເຮັດ ຫຼື ເຈົ້າບໍ່ປະຕິບັດຕາມວິທີທາງຂອງພຣະອົງ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ແລ້ວເຖິງແມ່ນເຈົ້າຮັບຮູ້ພຣະອົງ, ເຈົ້າກໍມີຫົວໃຈທີ່ລະມັດລະວັງ ພຣະອົງ, ບໍ່ເຄີຍມີຫົວໃຈທີ່ຢຳເກງຈັກເທື່ອ. ຖ້າເຈົ້າໄດ້ເຫັນ ແລະ ຮັບຮູ້ເຖິງພາລະກິດຂອງພຣະອົງ ແລະ ຮູ້ວ່າພຣະອົງແມ່ນພຣະເຈົ້າ, ແຕ່ເຈົ້າຍັງເມີນເສີຍ ແລະ ບໍ່ປ່ຽນແປງຢ່າງແທ້ຈິງ, ແລ້ວເຈົ້າກໍຈະເປັນຄົນປະເພດທີ່ຍັງບໍ່ຖືກເອົາຊະນະເທື່ອ. ຄົນທີ່ຖືກເອົາຊະນະຕ້ອງໄດ້ເຮັດທຸກຢ່າງທີ່ເຂົາສາມາດເຮັດໄດ້ ແລະ ເຖິງແມ່ນພວກເຂົາບໍ່ສາມາດເຂົ້າສູ່ຄວາມຈິງທີ່ສູງສົ່ງຂຶ້ນ ແລະ ຄວາມຈິງເຫຼົ່ານີ້ອາດນອກເໜືອໄປກວ່າພວກເຂົາ, ຜູ້ຄົນດັ່ງກ່າວກໍເຕັມໃຈທີ່ຈະບັນລຸສິ່ງນີ້. ມັນເປັນຍ້ອນວ່າ ມີຂໍ້ຈໍາກັດໃນສິ່ງທີ່ເຂົາສາມາດເຂົ້າໃຈ ຈຶ່ງມີຂອບເຂດ ແລະ ຂໍ້ຈຳກັດໃນສິ່ງທີ່ພວກເຂົາສາມາດປະຕິບັດ. ເຖິງຢ່າງໃດກໍຕາມ ຢ່າງໜ້ອຍທີ່ສຸດ ພວກເຂົາກໍຕ້ອງໄດ້ເຮັດທຸກສິ່ງທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ ແລະ ຖ້າເຈົ້າສາມາດບັນລຸສິ່ງນັ້ນໄດ້, ນີ້ກໍເປັນຜົນທີ່ຖືກບັນລຸ ຍ້ອນພາລະກິດແຫ່ງການເອົາຊະນະ. ສົມມຸດເຈົ້າເວົ້າວ່າ “ຖ້າພຣະອົງສາມາດກ່າວພຣະທໍາຫຼາຍຂໍ້ທີ່ມະນຸດບໍ່ສາມາດເຮັດໄດ້, ຖ້າພຣະອົງບໍ່ແມ່ນພຣະເຈົ້າ, ແລ້ວເປັນຜູ້ໃດ?” ການມີຄວາມຄິດດັ່ງກ່າວບໍ່ໄດ້ໝາຍຄວາມວ່າ ເຈົ້າຮັບຮູ້ພຣະເຈົ້າ.
- [ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ I](https://lo.kingdomsalvation.org/book-daily-words-of-God-09-1.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 300) ຫຼັງຈາກຫຼາຍພັນປີຂອງຄວາມເສື່ອມຊາມ, ມະນຸດໄດ້ຕາຍດ້ານ ແລະ ໂງ່ຈ້າ; ພວກເຂົາໄດ້ກາຍເປັນຜີສາດທີ່ຕໍ່ຕ້ານພຣະເຈົ້າ ເຖິງຂັ້ນທີ່ວ່າ ການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າຖືກບັນທຶກໄວ້ໃນໜັງສືແຫ່ງປະຫວັດສາດ ແລະ ແມ່ນແຕ່ມະນຸດເອງກໍບໍ່ສາມາດອະທິບາຍໄດ້ເຖິງພຶດຕິກໍາການຕໍ່ຕ້ານຂອງຕົນ ເນື່ອງຈາກວ່າ ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກ ແລະ ຖືກຊາຕານນໍາພາໄປໃນທາງທີ່ຜິດຈົນບໍ່ຮູ້ວ່າຈະຫັນໄປທາງໃດດີ. ແມ່ນແຕ່ທຸກມື້ນີ້, ມະນຸດຍັງຄົງທໍລະຍົດຕໍ່ພຣະເຈົ້າ: ເມື່ອມະນຸດແນມເຫັນພຣະເຈົ້າ, ເຂົາກໍທໍລະຍົດຕໍ່ພຣະອົງ ແລະ ເມື່ອເຂົາບໍ່ສາມາດແນມເຫັນພຣະເຈົ້າ, ເຂົາກໍຍັງຄົງທໍລະຍົດຕໍ່ພຣະອົງ. ແລ້ວຍັງມີຜູ້ຄົນ ເຖິງວ່າໄດ້ເຫັນເຖິງການສາບແຊ່ງຂອງພຣະເຈົ້າ ແລະ ຄວາມໂກດຮ້າຍຂອງພຣະອົງ ແຕ່ກໍຍັງທໍລະຍົດຕໍ່ພຣະອົງ. ດ້ວຍເຫດນັ້ນ, ເຮົາຈຶ່ງກ່າວວ່າ ຄວາມຮູ້ຂອງມະນຸດແມ່ນໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນໄປແລ້ວ ແລະ ລວມທັງສາມັນສໍານຶກຂອງມະນຸດກໍໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນເຊັ່ນກັນ. ມະນຸດທີ່ເຮົາແນມເບິ່ງແມ່ນສັດເດຍລະສານທີ່ແຕ່ງກາຍເປັນຄົນ, ເຂົາເປັນງູທີ່ມີພິດຮ້າຍ ແລະ ບໍ່ວ່າເຂົາຈະພະຍາຍາມກະທໍາຕົວໃຫ້ໜ້າສົງສານພຽງໃດໃນສາຍຕາຂອງເຮົາກໍຕາມ, ເຮົາກໍຈະບໍ່ມີວັນເມດຕາເຂົາ ເນື່ອງຈາກວ່າ ມະນຸດບໍ່ເຂົ້າໃຈຄວາມແຕກຕ່າງ ລະຫວ່າງ ສີດໍາ ແລະ ສີຂາວ ຫຼື ຄວາມແຕກຕ່າງ ລະຫວ່າງ ຄວາມຈິງ ແລະ ຄວາມເທັດ. ຄວາມຮູ້ສຶກຂອງມະນຸດແມ່ນດ້ານຊາຫຼາຍ, ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຮັບພອນ; ຄວາມເປັນມະນຸດຂອງເຂົາຕໍ່າຊ້າ ແຕ່ເຖິງຢ່າງນັ້ນ
- [ການເປີດໂປງແນວຄິດທາງສາສະໜາ](https://lo.kingdomsalvation.org/book-daily-words-of-God-08.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 281) ພຣະເຈົ້າ ແລະ ມະນຸດບໍ່ສາມາດເວົ້າເຖິງໃນຮູບແບບເທົ່າທຽມກັນໄດ້. ແກ່ນແທ້ຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ທີ່ສຸດ ແລະ ຍາກທີ່ມະນຸດຈະເຂົ້າໃຈ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທໍາທ່າມກາງມະນຸດຊາດດ້ວຍຕົວພຣະອົງເອງ, ແລ້ວບໍ່ວ່າແນວໃດກໍຕາມ ມະນຸດກໍຈະບໍ່ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້. ສະນັ້ນ ແມ່ນແຕ່ຜູ້ທີ່ອຸທິດຊີວິດທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະອົງໄດ້. ຖ້າພຣະເຈົ້າບໍ່ເລີ່ມປະຕິບັດພາລະກິດ, ແລ້ວບໍ່ວ່າມະນຸດຈະເຮັດດີປານໃດກໍຕາມ ມັນກໍຈະບໍ່ເກີດຜົນປະໂຫຍດຫຍັງເລີຍ, ເພາະວ່າ ແນວຄວາມຄິດຂອງພຣະເຈົ້າຈະສູງສົ່ງກວ່າແນວຄວາມຄິດຂອງມະນຸດສະເໝີ ແລະ ສະຕິປັນຍາຂອງພຣະເຈົ້າກໍເປັນສິ່ງທີ່ບຸກຄົນໃດກໍບໍ່ສາມາດຢັ່ງເຖິງໄດ້. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ “ເຂົ້າໃຈຢ່າງເຕັມປ່ຽມ” ໃນພຣະເຈົ້າ ແລະ ພາລະກິດຂອງພຣະອົງແມ່ນພວກບໍ່ມີຄວາມສາມາດ; ພວກເຂົາທຸກຄົນອວດດີ ແລະ ບໍ່ມີຄວາມຮູ້ຫຍັງ. ມະນຸດບໍ່ຄວນນິຍາມພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດນິຍາມພາລະກິດຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ ມະນຸດແມ່ນນ້ອຍກວ່າໂຕມົດ, ສະນັ້ນ ມະນຸດຈະສາມາດເຂົ້າໃຈພາລະກິດຂອງພຣະເຈົ້າໄດ້ແນວໃດ? ຜູ້ທີ່ມັກເວົ້າວ່າ: “ພຣະເຈົ້າບໍ່ໄດ້ເຮັດແບບນີ້ ຫຼື ແບບນັ້ນ” ຫຼື “ພຣະເຈົ້າເປັນແບບນີ້ ຫຼື ແບບນັ້ນ” ພວກເຂົາເຫຼົ່ານີ້ບໍ່ເວົ້າຢ່າງໂອຫັງບໍ? ພວກເຮົາທຸກຄົນຄວນຮູ້ວ່າ ມະນຸດທີ່ເປັນຂອງເນື້ອໜັງແມ່ນລ້ວນແຕ່ຖືກເສື່ອມຊາມໂດຍຊາຕານ. ທໍາມະຊາດແທ້ຂອງມະນຸດຊາດແມ່ນການຕໍ່ຕ້ານພຣະເຈົ້າ. ມະນຸດຊາດບໍ່ສາມາດຢູ່ໃນລະດັບເທົ່າທຽມກັບພຣະເຈົ້າ,
- [ຄວາມລຶກລັບກ່ຽວກັບພຣະຄໍາພີ](https://lo.kingdomsalvation.org/book-daily-words-of-God-07.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 265) ເປັນເວລາຫຼາຍປີ, ວິທີຄວາມເຊື່ອຕາມປະເພນີຂອງຜູ້ຄົນ (ຂອງສາສະໜາຄຣິດ ເຊິ່ງເປັນໜຶ່ງໃນສາມສາສະໜາຫຼັກຂອງໂລກ) ກໍຄືການອ່ານພຣະຄຳພີ; ການໜີຈາກພຣະຄຳພີບໍ່ແມ່ນຄວາມເຊື່ອໃນພຣະຜູ້ເປັນເຈົ້າ, ການໜີຈາກພຣະຄຳພີແມ່ນຄວາມຄິດນອກຄອກ ແລະ ຄວາມເຊື່ອນອກຮີດ ແລະ ແມ່ນແຕ່ໃນເວລາທີ່ຜູ້ຄົນອ່ານໜັງສືເຫຼັ້ມອື່ນໆ, ພື້ນຖານຂອງໜັງສືເຫຼົ່ານີ້ກໍຕ້ອງເປັນການອະທິບາຍກ່ຽວກັບພຣະຄຳພີ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະຜູ້ເປັນເຈົ້າ ແລ້ວເຈົ້າຕ້ອງອ່ານພຣະຄຳພີ ແລະ ນອກຈາກພຣະຄຳພີແລ້ວ ເຈົ້າຕ້ອງບໍ່ນະມັດສະການໜັງສືໃດທີ່ບໍ່ກ່ຽວຂ້ອງກັບພຣະຄຳພີ. ຖ້າເຈົ້າເຮັດແບບນັ້ນ ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະເຈົ້າ. ຕັ້ງແຕ່ເວລາທີ່ມີພຣະຄຳພີ, ຄວາມເຊື່ອໃນພຣະຜູ້ເປັນເຈົ້າຂອງຜູ້ຄົນແມ່ນຄວາມເຊື່ອໃນພຣະຄຳພີ. ແທນທີ່ຈະເວົ້າວ່າ ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະຄຳພີ; ແທນທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມອ່ານພຣະຄຳພີ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມເຊື່ອໃນພຣະຄຳພີ; ແລະ ແທນທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຄຳພີ. ໃນລັກສະນະນີ້, ຜູ້ຄົນນະມັດສະການພຣະຄຳພີຄືກັບວ່າມັນເປັນພຣະເຈົ້າ, ຄືກັບວ່າມັນເປັນເລືອດເນື້ອແຫ່ງຊີວິດຂອງພວກເຂົາ ແລະ ການສູນເສຍມັນໄປກໍຈະເທົ່າກັບວ່າເປັນການສູນເສຍຊີວິດຂອງພວກເຂົາ. ຜູ້ຄົນເຫັນພຣະຄຳພີເປັນສິ່ງທີ່ສູງສົ່ງເທົ່າກັບພຣະເຈົ້າ ແລະ ເຖິງກັບມີຄົນທີ່ເຫັນພຣະຄຳພີສູງສົ່ງກວ່າພຣະເຈົ້າອີກດ້ວຍ. ຖ້າຜູ້ຄົນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ຖ້າພວກເຂົາບໍ່ສາມາດຮູ້ສຶກເຖິງພຣະເຈົ້າ, ພວກເຂົາກໍສາມາດສືບຕໍ່ດຳລົງຊີວິດໄດ້ ແຕ່ທັນທີທີ່ພວກເຂົາສູນເສຍພຣະຄຳພີ ຫຼື ສູນເສຍບົດ ແລະ ຂໍ້ຄວາມໂດດເດັ່ນໃນພຣະຄຳພີ ແລ້ວມັນກໍເທົ່າກັບວ່າ
- [ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ](https://lo.kingdomsalvation.org/book-daily-words-of-God-06.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 232) ເຮົາຊອບທຳ, ເຮົາໜ້າເຊື່ອຖື ແລະ ເຮົາເປັນພຣະເຈົ້າທີ່ກວດສອບສ່ວນເລິກທີ່ສຸດໃນຫົວໃຈຂອງມະນຸດ! ເຮົາຈະເປີດເຜີຍທັນທີວ່າ ແມ່ນໃຜເປັນຈິງ ແລະ ແມ່ນໃຜຈອມປອມ. ຢ່າໄດ້ຕື່ນຕົກໃຈ, ທຸກສິ່ງດຳເນີນໄປຕາມເວລາຂອງເຮົາ. ເຮົາຈະບອກພວກເຈົ້າແຕ່ລະຄົນວ່າ ແມ່ນໃຜຕ້ອງການເຮົາຢ່າງຈິງໃຈ ແລະ ແມ່ນໃຜບໍ່ຕ້ອງການເຮົາຢ່າງຈິງໃຈ. ພວກເຈົ້າພຽງແຕ່ກຽມພ້ອມໃຫ້ກິນ, ໃຫ້ດື່ມ ແລະ ຫຍັບເຂົ້າໃກ້ເຮົາ ເມື່ອມາຢູ່ຕໍ່ໜ້າເຮົາ ແລະ ເຮົາຈະປະຕິບັດພາລະກິດຂອງເຮົາດ້ວຍຕົນເອງ. ຢ່າໃຈຮ້ອນເກີນໄປກັບຜົນຕາມມາທີ່ໄວວາ, ພາລະກິດຂອງເຮົາບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດພ້ອມກັນທັນທີ. ມີບາດກ້າວຂອງເຮົາ ແລະ ສະຕິປັນຍາຂອງເຮົາຢູ່ພາຍໃນພາລະກິດນັ້ນ ແລະ ດ້ວຍເຫດນັ້ນ ສະຕິປັນຍາຂອງເຮົາຈຶ່ງສາມາດຖືກເປີດເຜີຍໄດ້. ເຮົາຈະເຮັດໃຫ້ພວກເຈົ້າເຫັນວ່າ ແມ່ນຫຍັງທີ່ຖືກເຮັດໃຫ້ສຳເລັດໂດຍມືຂອງເຮົາ ນັ້ນກໍຄື ການລົງໂທດຄົນຊົ່ວຮ້າຍ ແລະ ການໃຫ້ລາງວັນຄົນດີ. ເຮົາບໍ່ເຂົ້າຂ້າງຄົນໃດຄົນໜຶ່ງຢ່າງແນ່ນອນ. ເຈົ້າຮັກເຮົາຢ່າງຈິງໃຈ, ເຮົາກໍຈະຮັກເຈົ້າຢ່າງຈິງໃຈ ແລະ ສໍາລັບ ຜູ້ທີ່ບໍ່ຮັກເຮົາຢ່າງຈິງໃຈ ຄວາມໂກດຮ້າຍຂອງເຮົາຈະຢູ່ກັບພວກເຂົາຕະຫຼອດໄປ ເພື່ອວ່າພວກເຂົາຈະໄດ້ຈົດຈໍາຊົ່ວນິລັນດອນວ່າ ເຮົາເປັນພຣະເຈົ້າທີ່ແທ້ຈິງ, ເປັນພຣະເຈົ້າຜູ້ທີ່ກວດສອບສ່ວນເລິກທີ່ສຸດໃນຫົວໃຈຂອງມະນຸດ. ຢ່າປະພຶດແບບໜຶ່ງໃນເວລາຢູ່ຕໍ່ໜ້າຄົນອື່ນ ແລ້ວປະພຶດອີກແບບເວລາຢູ່ລັບຫຼັງພວກເຂົາ, ເຮົາເຫັນທຸກສິ່ງທີ່ເຈົ້າເຮັດຢ່າງຊັດເຈນ ແລະ ເຖິງແມ່ນວ່າ ເຈົ້າອາດຫຼອກລວງຄົນອື່ນໄດ້ ແຕ່ເຈົ້າບໍ່ສາມາດຫຼອກລວງເຮົາໄດ້.
- [ການຮູ້ຈັກພາລະກິດຂອງພຣະເຈົ້າ II](https://lo.kingdomsalvation.org/book-daily-words-of-God-05-2.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 188) ໃນຖານະເປັນຄົນທີ່ເຊື່ອໃນພຣະເຈົ້າ, ເຈົ້າແຕ່ລະຄົນຄວນຊາບຊຶ່ງວ່າ ເຈົ້າໄດ້ຮັບການສັນລະເສີນ ແລະ ຄວາມລອດພົ້ນສູງສຸດຢ່າງແທ້ຈິງພາຍໃນປັດຈຸບັນໂດຍການໄດ້ຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ພາລະກິດທັງໝົດໃນແຜນການຂອງພຣະອົງທີ່ພຣະອົງປະຕິບັດໃນຕົວເຈົ້າ. ພຣະເຈົ້າໄດ້ມອບຄວາມເອົາໃຈໃສ່ທັງໝົດໃຫ້ແກ່ພາລະກິດຂອງພຣະອົງທົ່ວທັງຈັກກະວານກັບກຸ່ມຄົນດັ່ງກ່າວນີ້. ພຣະອົງໄດ້ເສຍສະຫຼະເລືອດຫົວໃຈທັງໝົດຂອງພຣະອົງສຳລັບພວກເຈົ້າ; ພຣະອົງໄດ້ຮຽກພາລະກິດທັງໝົດຂອງພຣະວິນຍານທົ່ວທັງຈັກກະວານກັບຄືນ ແລະ ມອບໃຫ້ກັບພວກເຈົ້າ. ນີ້ຄືເຫດຜົນທີ່ວ່າ ພວກເຈົ້າເປັນຄົນທີ່ໂຊກດີ. ນອກຈາກນັ້ນ, ພຣະອົງໄດ້ຍ້າຍລັດສະໝີຂອງພຣະອົງຈາກອິດສະຣາເອນ ເຊິ່ງເປັນຊົນຊາດທີ່ພຣະອົງໄດ້ຊົງເລືອກ ແລະ ມອບໃຫ້ກັບພວກເຈົ້າ ແລະ ພຣະອົງຈະເຮັດໃຫ້ຄວາມປະສົງຂອງແຜນງານຂອງພຣະອົງປາກົດອອກມາຢ່າງສົມບູນຜ່ານຄົນກຸ່ມນີ້. ດ້ວຍເຫດນັ້ນ, ພວກເຈົ້າເປັນຄົນທີ່ຈະຮັບມໍລະດົກຂອງພຣະເຈົ້າ ແລະ ຍິ່ງກວ່ານັ້ນແມ່ນ ພວກເຈົ້າເປັນຜູ້ສືບທອດລັດສະໝີຂອງພຣະເຈົ້າ. ບາງເທື່ອ ພວກເຈົ້າທຸກຄົນຈະຈົດຈໍາພຣະທຳເຫຼົ່ານີ້: “ສຳລັບຄວາມຍາກລໍາບາກອັນເລັກນ້ອຍຂອງພວກເຮົານັ້ນ ເປັນພຽງຊົ່ວຄາວ ທີ່ຫຼໍ່ຫຼອມໃຫ້ພວກເຮົາໄດ້ຮັບລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ”. ພວກເຈົ້າທຸກຄົນໄດ້ຍິນພຣະທຳເຫຼົ່ານີ້ກ່ອນໜ້ານີ້ ແຕ່ບໍ່ມີໃຜໃນພວກເຈົ້າທີ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພວກມັນ. ໃນມື້ນີ້ພວກເຈົ້າໄດ້ຮູ້ຢ່າງເລິກເຊິ່ງເຖິງຄວາມໝາຍທີ່ແທ້ຈິງຢູ່ໃນພຣະທໍາ. ພຣະທຳເຫຼົ່ານີ້ຈະຖືກປະຕິບັດໃຫ້ສຳເລັດໂດຍພຣະເຈົ້າໃນຍຸກສຸດທ້າຍ ແລະ ພວກມັນຈະຖືກເຮັດໃຫ້ສຳເລັດກັບຜູ້ຄົນທີ່ໄດ້ຖືກບຽດບຽນຂົ່ມເຫັງຢ່າງໂຫດຮ້າຍຈາກມັງກອນແດງທີ່ຍິ່ງໃຫຍ່ໃນດິນແດນທີ່ມັນນອນຂົດຢູ່. ມັງກອນແດງທີ່ຍິ່ງໃຫຍ່ຂົ່ມເຫັງພຣະເຈົ້າ ແລະ ເປັນສັດຕູຂອງພຣະເຈົ້າ, ເພາະສະນັ້ນ, ປະຊາຊົນໃນດິນແດນແຫ່ງນີ້ ຈຶ່ງຖືກເຮັດໃຫ້ອັບອາຍ ແລະ ຖືກກົດຂີ່ ເນື່ອງຈາກຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ພຣະທຳເຫຼົ່ານີ້ຈະຖືກປະຕິບັດໃຫ້ສຳເລັດໃນຄົນກຸມນີ້ ນັ້ນກໍ່ຄືພວກເຈົ້າ. ຍ້ອນມັນໄດ້ລົງມືປະຕິບັດໃນດິນແດນທີ່ຕໍ່ຕ້ານພຣະເຈົ້າ,
- [ການຮູ້ຈັກພາລະກິດຂອງພຣະເຈົ້າ I](https://lo.kingdomsalvation.org/book-daily-words-of-God-05-1.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 141) ສ່ວນໃຫຍ່ແລ້ວ, ການຮູ້ຈັກພາລະກິດຂອງພຣະເຈົ້າໃນຍຸກປັດຈຸບັນນີ້ແມ່ນການຮູ້ຈັກພັນທະກິດທີ່ສຳຄັນຂອງພຣະເຈົ້າທີ່ມາບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ເລື່ອງທີ່ພຣະອົງໄດ້ລົງມາເພື່ອປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ. ກ່ອນໜ້ານີ້ ເຮົາໄດ້ກ່າວໄວ້ໃນພຣະທຳຂອງເຮົາແລ້ວວ່າ ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກ (ໃນຊ່ວງຍຸກສຸດທ້າຍ) ເພື່ອວາງແບບຢ່າງກ່ອນທີ່ຈະຈາກໄປ. ພຣະເຈົ້າວາງແບບຢ່າງນີ້ແນວໃດ? ພຣະອົງກະທຳດັ່ງນັ້ນໂດຍການກ່າວພຣະທຳ ແລະ ໂດຍການປະຕິບັດພາລະກິດ ແລະ ການກ່າວໄປທົ່ວແຜ່ນດິນ. ນີ້ຄືພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍ; ພຣະອົງພຽງແຕ່ກ່າວ ເພື່ອເຮັດໃຫ້ແຜ່ນດິນໂລກກາຍມາເປັນໂລກແຫ່ງພຣະທຳ, ເພື່ອວ່າທຸກຄົນຈະໄດ້ຮັບການຈັດຕຽມ ແລະ ໄດ້ຮັບຄວາມສະຫວ່າງຈາກພຣະທໍາຂອງພຣະອົງ ແລະ ເພື່ອວ່າວິນຍານຂອງມະນຸດຈະໄດ້ຕື່ນຂຶ້ນ ແລະ ເຂົາຈະໄດ້ຮັບຄວາມຊັດເຈນກ່ຽວກັບນິມິດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ລົງມາເທິງແຜ່ນດິນໂລກເພື່ອກ່າວພຣະທຳໂດຍສະເພາະ. ເມື່ອພຣະເຢຊູມາ, ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ພຣະອົງສໍາເລັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ພຣະອົງໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະບັນຍັດ ແລະ ລຶບລ້າງສິ່ງເກົ່າທັງໝົດ. ການມາຂອງພຣະເຢຊູໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ; ການມາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະຄຸນ. ພຣະອົງໄດ້ມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອໃຊ້ພຣະທຳໃນການເຮັດໃຫ້ມະນຸດສົມບູນ, ເພື່ອເຍືອງທາງ ແລະ ໃຫ້ແສງສະຫວ່າງກັບມະນຸດ ແລະ ເພື່ອກຳຈັດບ່ອນຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ. ນີ້ບໍ່ແມ່ນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດເມື່ອເວລາພຣະອົງມາ. ເມື່ອພຣະເຢຊູມາ, ພຣະອົງໄດ້ກະທໍາການອັດສະຈັນຫຼາຍຢ່າງ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ
- [ການບັງເກີດເປັນມະນຸດຂອງພຣະເຈົ້າ](https://lo.kingdomsalvation.org/book-daily-words-of-God-04.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 99) “ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ, ເນື່ອງຈາກພຣະອົງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງຕ້ອງເປັນເນື້ອໜັງກ່ອນ, ເນື້ອໜັງທີ່ມີຄວາມເປັນມະນຸດທີ່ປົກກະຕິ; ນີ້ແມ່ນຂໍ້ກໍານົດເບື້ອງຕົ້ນໂດຍພື້ນຖານທີ່ສຸດ. ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າທີ່ຢູ່ໃນແກ່ນແທ້ຂອງພຣະອົງໄດ້ບັງເກີດເປັນເນື້ອໜັງ, ກາຍມາເປັນບຸກຄົນໜຶ່ງ. ຊີວິດທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະອົງສາມາດແບ່ງອອກເປັນສອງຂັ້ນຕອນ. ຂັ້ນຕອນທີໜຶ່ງແມ່ນຊີວິດທີ່ພຣະອົງມີກ່ອນການປະຕິບັດພັນທະກິດຂອງພຣະອົງ. ພຣະອົງມີຊີວິດໃນຄອບຄົວມະນຸດທີ່ທຳມະດາ, ຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງ, ເຊື່ອຟັງສິນທຳທີ່ປົກກະຕິ ແລະ ກົດເກນແຫ່ງຊີວິດມະນຸດ, ມີຄວາມຕ້ອງການແບບມະນຸດປົກກະຕິ (ອາຫານ, ເຄື່ອງນຸ່ງ, ການຫຼັບນອນ, ທີ່ພັກອາໄສ), ມີຄວາມອ່ອນແບບມະນຸດປົກກະຕິ ແລະ ມີຄວາມຮູ້ສຶກແບບມະນຸດປົກກະຕິ. ເວົ້າອີກຢ່າງໜຶ່ງກໍຄື ໃນລະຫວ່າງຂັ້ນຕອນທຳອິດນັ້ນ ພຣະອົງບໍ່ໄດ້ດໍາລົງຊີວິດຢູ່ໃນຄວາມເປັນມະນຸດທີ່ບໍ່ມີຄວາມເປັນພຣະເຈົ້າ, ທຳມະດາຢ່າງສິ້ນເຊີງ, ໂດຍມີສ່ວນຮ່ວມໃນທຸກກິດຈະກຳທີ່ປົກກະຕິຂອງມະນຸດ. ຂັ້ນຕອນທີສອງແມ່ນຊີວິດທີ່ພຣະອົງມີຫຼັງຈາກເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ພຣະອົງຍັງດຳລົງຢູ່ໃນຄວາມເປັນມະນຸດທີ່ທຳມະດາ ໂດຍມີເປືອກນອກຂອງມະນຸດທຳມະດາ, ບໍ່ໄດ້ສະແດງເຖິງໝາຍສຳຄັນພາຍນອກທີ່ເໜືອທຳມະຊາດ. ແຕ່ພຣະອົງມີຊີວິດເພື່ອຜົນປະໂຫຍດແຫ່ງພັນທະກິດຂອງພຣະອົງແທ້ໆ ແລະ ໃນໄລຍະເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງມີຢູ່ເພື່ອສະໜັບສະໜູນພາລະກິດທີ່ທຳມະດາແຫ່ງຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ, ຍ້ອນເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງໄດ້ເຕີບໃຫຍ່ຈົນເຖິງຈຸດທີ່ສາມາດປະຕິບັດພັນທະກິດຂອງພຣະອົງໄດ້. ສະນັ້ນ ຂັ້ນຕອນທີສອງແຫ່ງຊີວິດຂອງພຣະອົງແມ່ນການປະຕິບັດພັນທະກິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ, ເມື່ອມັນເປັນຊີວິດທີ່ມີທັງຄວາມເປັນມະນຸດທຳມະດາ ແລະ
- [ການພິພາກສາໃນຍຸກສຸດທ້າຍ](https://lo.kingdomsalvation.org/book-daily-words-of-God-03.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 77) ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກປູກຝັງລົງພາຍໃນຕົວຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ເຂົາກໍມີທໍາມະຊາດທີ່ຕໍ່ຕ້ານພຣະເຈົ້າຢູ່ພາຍໃນຕົວເຂົາ. ສະນັ້ນ ເມື່ອມະນຸດໄດ້ຖືກໄຖ່ບາບ, ມັນກໍເປັນພຽງເລື່ອງຂອງການໄຖ່ບາບເທົ່ານັ້ນ. ນັ້ນກໍຄື ມະນຸດໄດ້ຖືກຊື້ກັບມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນຕົວເຂົາບໍ່ໄດ້ຖືກກຳຈັດອອກ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການລົງໂທດນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ຖືກເຮັດໃຫ້ບໍລິສຸດ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລຶບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນການຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັ່ນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ,
- [ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/book-daily-words-of-God-02.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 46) ຄຳສັນລະເສີນໄດ້ມາເຖິງຊີໂອນ ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. ນາມບໍລິສຸດອັນສະຫງ່າລາສີທີ່ຄົນຫຼວງຫຼາຍສັນລະເສີນ ແລະ ກຳລັງແຜ່ຂະຫຍາຍອອກ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ເຈົ້າແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະອົງຄືດວງຕາເວັນສ່ອງແສງເຫຼືອງເຫຼື້ອມ ທີ່ຂຶ້ນຢູ່ພາຍໃນຈັກກະວານທັງໝົດ, ເໜືອພູຊີໂອນທີ່ສະຫງ່າຜ່າເຜີຍ ແລະ ສະຫງ່າງາມ... ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກຂ້ານ້ອຍເອີ້ນຫາພຣະອົງດ້ວຍຄວາມຕື່ນເຕັ້ນຕັນໃຈ; ພວກຂ້ານ້ອຍເຕັ້ນລຳ ແລະ ຮ້ອງເພງ. ພຣະອົງເປັນພຣະຜູ້ໄຖ່ຂອງພວກຂ້ານ້ອຍແທ້ໆ, ເປັນກະສັດອົງຍິ່ງໃຫຍ່ແຫ່ງຈັກກະວານ! ພຣະອົງໄດ້ສ້າງກຸ່ມຜູ້ຊະນະ ແລະ ບັນລຸແຜນການຄຸ້ມຄອງຂອງພຣະເຈົ້າ. ທຸກຄົນຈະຫຼັ່ງໄຫຼໄປສູ່ພູເຂົານີ້. ທຸກຄົນຈະຄຸເຂົ່າລົງຕໍ່ໜ້າບັນລັງ! ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ ແລະ ພຣະອົງສົມຄວນໄດ້ຮັບສະຫງ່າລາສີ ແລະ ກຽດຕິຍົດ. ສະຫງ່າລາສີ, ຄຳສັນລະເສີນ ແລະ ສິດອຳນາດທັງໝົດຈົ່ງມີແກ່ບັນລັງ! ນໍ້າພຸແຫ່ງຊີວິດຈະຫຼັ່ງໄຫຼອອກຈາກບັນລັງ, ຫົດນໍ້າ ແລະ ລໍ່ລ້ຽງຜູ້ຄົນຈຳນວນຫຼວງຫຼາຍຂອງພຣະເຈົ້າ. ຊີວິດປ່ຽນແປງໃນແຕ່ລະມື້; ແສງສະຫວ່າງ ແລະ ການເປີດເຜີຍໃໝ່ຕິດຕາມພວກເຮົາ, ໃຫ້ຄວາມເຂົ້າໃຈໃໝ່ກ່ຽວກັບພຣະເຈົ້າຢ່າງຕໍ່ເນື່ອງ. ໃນທ່າມກາງປະສົບການ, ພວກເຮົາໄດ້ມາເຖິງຄວາມໝັ້ນໃຈຢ່າງສົມບູນກ່ຽວກັບພຣະເຈົ້າ. ພຣະທຳຂອງພຣະອົງຖືກເຮັດໃຫ້ປະຈັກແຈ້ງຕະຫຼອດເວລາ, ເຮັດໃຫ້ປະຈັກແຈ້ງພາຍໃນຄົນທີ່ຖືກຕ້ອງ. ພວກເຮົາໄດ້ຮັບພອນຫຼາຍແທ້ໆ! ພົບກັບພຣະເຈົ້າເຊິ່ງໜ້າໃນແຕ່ລະມື້, ສື່ສານກັບພຣະເຈົ້າກ່ຽວກັບທຸກສິ່ງ
- [ສາມຂັ້ນຕອນຂອງພາລະກິດ](https://lo.kingdomsalvation.org/book-daily-words-of-God-01.html) - ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 1) ແຜນການຄຸ້ມຄອງທັງຫມົດຂອງເຮົາ, ແຜນການທີ່ກວມເອົາຫົກພັນປີ, ປະກອບດ້ວຍສາມໄລຍະ ຫຼື ສາມຍຸກ: ຍຸກແຫ່ງພຣະບັນຍັດໃນເບື້ອງຕົ້ນ, ຍຸກແຫ່ງພຣະຄຸນ (ເຊິ່ງແມ່ນຍຸກຂອງການໄຖ່ບາບ) ແລະ ຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ການເຮັດພາລະກິດຂອງເຮົາໃນສາມຍຸກນີ້ ແຕກຕ່າງກັນໃນເນື້ອຫາຕາມທຳມະຊາດຂອງແຕ່ລະຍຸກ, ແຕ່ໃນແຕ່ລະຂັ້ນຕອນແມ່ນສອດຄ່ອງກັບຄວາມຕ້ອງການຂອງມະນຸດ ຫຼື ເວົ້າຢ່າງຊັດເຈນກໍຄື ມັນຖືກສ້າງຂຶ້ນເພື່ອໃຫ້ທຽບທັນກັບກົນລະຍຸດທີ່ຊາຕານໃຊ້ໃນສົງຄາມທີ່ເຮົາຕໍ່ສູ້ກັບມັນ. ຈຸດປະສົງຂອງພາລະກິດຂອງເຮົາແມ່ນເພື່ອເອົາຊະນະຊາຕານ, ເພື່ອສະແດງໃຫ້ເຫັນເຖິງ ສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ, ເພື່ອເປີດເຜີຍກົນລະຍຸດທຸກຢ່າງຂອງຊາຕານ ແລະ ເພື່ອຊ່ວຍເຊື້ອຊາດມະນຸດທັງໝົດໃຫ້ລອດພົ້ນ ເຊິ່ງດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງມັນ. ມັນເປັນການສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ ໃນຂະນະດຽວກັນ ເປີດເຜີຍໃຫ້ເຫັນເຖິງຄວາມຫນ້າກຽດຊັງທີ່ບໍ່ສາມາດທົນຕໍ່ໄປໄດ້ຂອງຊາຕານ. ຍິ່ງໄປກວ່ານັ້ນ ມັນເປັນການສິດສອນຕໍ່ສິ່ງທີ່ເຮົາສ້າງຂຶ້ນມາເພື່ອໃຫ້ຮູ້ຈັກໃຈ້ແຍກລະຫວ່າງຄວາມດີ ແລະ ຄວາມຊົ່ວ, ເພື່ອໃຫ້ຮູ້ວ່າເຮົາເປັນຜູ້ມີອໍານາດສູງສຸດເໜືອທຸກສິ່ງ, ເພື່ອໃຫ້ເຫັນຢ່າງແຈ່ມແຈ້ງວ່າຊາຕານແມ່ນສັດຕູຂອງມະນຸດ, ເປັນສິ່ງທີ່ຕໍ່າສຸດຂອງຄວາມຕໍ່າ, ສິ່ງຊົ່ວຮ້າຍ ແລະ ເພື່ອບອກເຖິງຄວາມແນ່ນອນແທ້ຈິງ, ຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວຮ້າຍ, ຄວາມຈິງ ແລະ ຄວາມບໍ່ຖືກຕ້ອງ, ຄວາມບໍລິສຸດ ແລະ ຄວາມເປິເປື້ອນ ແລະ ແມ່ນຫຍັງເປັນສິ່ງທີ່ຍິ່ງໃຫຍ່ ແລະ
- [ບົດນຳ](https://lo.kingdomsalvation.org/book-daily-words-of-God-0.html) - ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງກາຍມາເປັນເນື້ອໜັງເພື່ອກ່າວຈາກມຸມມອງທີ່ແຕກຕ່າງກັນ ເພື່ອວ່າມະນຸດຈະສາມາດເຫັນພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນພຣະທໍາທີ່ປາກົດໃນເນື້ອໜັງ ແລະ ສາມາດເບິ່ງເຫັນສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພາລະກິດດັ່ງກ່າວແມ່ນຖືກປະຕິບັດເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດໄດ້ດີຂຶ້ນ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ ເຊິ່ງເປັນຄວາມໝາຍທີ່ແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກແຫ່ງພຣະທໍາ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນມາຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນເຂົ້າເຮັດ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການເຮັດໃນຍຸກແຫ່ງພຣະທໍາຈະເກີດຜົນຢ່າງສົມບູນ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນຈະຖືກເປີດໂປງ, ກໍາຈັດ ແລະ ທົດລອງ. ຜູ້ຄົນໄດ້ເຫັນພຣະທໍາຂອງພຣະເຈົ້າ, ໄດ້ຍິນພຣະທໍາເຫຼົ່ານີ້ ແລະ ຮັບຮູ້ເຖິງການມີຢູ່ຈິງຂອງພຣະທໍາເຫຼົ່ານີ້. ຜົນຕາມມາກໍ່ຄື ພວກເຂົາໄດ້ມາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ໃນລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ຄໍາວ່າ “ພຣະທໍາ” ອາດເປັນສິ່ງທີ່ງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສັ່ນສະເທືອນຈັກກະວານ, ພວກມັນປ່ຽນຫົວໃຈຂອງຜູ້ຄົນ, ປ່ຽນແປງແນວຄິດ ແລະ ອຸປະນິໄສເດີມຂອງພວກເຂົາ ແລະ ປ່ຽນແປງລັກສະນະທີ່ໂລກທັງປວງເຄີຍເປັນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 275](https://lo.kingdomsalvation.org/recital-mysteries-about-the-bible-275.html) - ພຣະຄຳພີເປັນການບັນທຶກທາງປະຫວັດສາດກ່ຽວກັບພາລະກິດຂອງພຣະເຈົ້າໃນອິດສະຣາເອນ ແລະ ບັນທຶກການທຳນາຍຫຼາຍຢ່າງຂອງຜູ້ທຳນາຍບູຮານ ພ້ອມທັງຖ້ອຍຄຳບາງຢ່າງຂອງພຣະເຢໂຮວາໃນການປະຕິບັດພາລະກິດຂອງພຣະອົງໃນເວລານັ້ນ. ສະນັ້ນ, ທຸກຄົນຈຶ່ງຄິດວ່າໜັງສືເຫຼັ້ມນີ້ເປັນສິ່ງທີ່ສັກສິດ (ຍ້ອນພຣະເຈົ້າສັກສິດ ແລະ ຍິ່ງໃຫຍ່). ແນ່ນອນ, ທັງໝົດນີ້ຄືຜົນຈາກຫົວໃຈທີ່ຢຳເກງພຣະເຢໂຮວາຂອງພວກເຂົາ ແລະ ຫົວໃຈທີ່ເຄົາລົບບູຊາພຣະເຈົ້າຂອງພວກເຂົາ. ຜູ້ຄົນກ່າວເຖິງໜັງສືເຫຼັ້ມນີ້ໃນລັກສະນະແບບນີ້ກໍຍ້ອນສິ່ງຊົງສ້າງຂອງພຣະເຈົ້າຢຳເກງເຄົາລົບ ແລະ ບູຊາພຣະຜູ້ສ້າງຂອງພວກເຂົາຫຼາຍ ແລະ ຍັງມີຜູ້ຄົນເຖິງກັບເອີ້ນໜັງສືເຫຼັ້ມນີ້ວ່າເປັນໜັງສືຈາກສະຫວັນ. ຕາມຄວາມຈິງແລ້ວ ມັນເປັນພຽງການບັນທຶກຂອງມະນຸດເທົ່ານັ້ນ. ພຣະເຢໂຮວາບໍ່ໄດ້ຕັ້ງຊື່ມັນດ້ວຍພຣະອົງເອງ ຫຼື ພຣະເຢໂຮວາບໍ່ໄດ້ຊີ້ນໍາການສ້າງມັນຂຶ້ນມາດ້ວຍຕົວພຣະອົງເອງ. ເວົ້າອີກແບບໜຶ່ງກໍຄື ຜູ້ຂຽນໜັງສືເຫຼັ້ມນີ້ບໍ່ແມ່ນພຣະເຈົ້າ ແຕ່ເປັນມະນຸດ. ພຣະຄຳພີສັກສິດເປັນພຽງຊື່ທີ່ເປັນຕາເຄົາລົບ ເຊິ່ງມະນຸດເປັນຜູ້ແຕ່ງຕັ້ງໃຫ້ກັບມັນ. ຊື່ນີ້ບໍ່ໄດ້ຖືກຕັດສິນແຕ່ງຕັ້ງຈາກການສົນທະນາລະຫວ່າງພຣະເຢໂຮວາ ແລະ ພຣະເຢຊູ; ມັນເປັນພຽງຄວາມຄິດຂອງມະນຸດ. ຍ້ອນວ່າໜັງສືເຫຼັ້ມນີ້ບໍ່ໄດ້ຖືກຂຽນຂຶ້ນໂດຍພຣະເຢໂຮວາ ແລ້ວຍິ່ງໄກທີ່ພຣະເຢຊູຈະຂຽນມັນຂຶ້ນມາ. ກົງກັນຂ້າມ, ມັນເປັນເລື່ອງລາວທີ່ບອກເລົ່າໂດຍຜູ້ທຳນາຍບູຮານ, ພວກອັກຄະສາວົກ ແລະ ນັກທໍານາຍຫຼາຍຄົນ ເຊິ່ງຖືກຮວບຮວມໂດຍຄົນລຸ້ນຕໍ່ມາ ໃຫ້ເປັນໜັງສືແຫ່ງບົດຂຽນບູຮານ; ເບິ່ງຄືກັບວ່າສັກສິດສຳລັບຜູ້ຄົນ, ເປັນໜັງສືທີ່ພວກເຂົາເຊື່ອວ່າ ປະກອບມີຂໍ້ລຶກລັບຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ ເຊິ່ງລໍຖ້າໃຫ້ຖືກເປີດເຜີຍໂດຍຜູ້ຄົນໃນອະນາຄົດ. ເມື່ອເປັນດັ່ງນັ້ນ ຜູ້ຄົນຈຶ່ງມີແນວໂນ້ມທີ່ຈະເຊື່ອວ່າ ໜັງສືເຫຼັ້ມນີ້ແມ່ນໜັງສືທີ່ມາຈາກສະຫວັນ. ດ້ວຍມີການເພີ່ມເຕີມພຣະກິດຕິຄຸນທັງສີ່ ແລະ ໜັງສືພຣະນິມິດ, ທ່າທີຂອງຜູ້ຄົນກ່ຽວກັບພຣະຄຳພີຈຶ່ງແຕກຕ່າງຈາກໜັງສືເຫຼັ້ມອື່ນໆ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 274](https://lo.kingdomsalvation.org/recital-mysteries-about-the-bible-274.html) - ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ ເລື່ອງລາວຕ່າງໆງ່າຍດາຍແບບນັ້ນແທ້ບໍ? ບໍ່ມີໃຜຮູ້ຈັກຄວາມເປັນຈິງແຫ່ງພຣະຄຳພີ ເຊິ່ງບໍ່ມີຫຍັງຫຼາຍນອກຈາກການບັນທຶກທາງປະຫວັດສາດຂອງພາລະກິດຂອງພຣະເຈົ້າ ແລະ ເປັນພະຍານໃຫ້ກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ແລະ ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈສິ່ງໃດເລີຍກ່ຽວກັບຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ທຸກຄົນທີ່ໄດ້ອ່ານພຣະຄຳພີກໍຮູ້ຈັກວ່າ ພຣະຄຳພີບັນທຶກພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກເຫດການປະຫວັດສາດຂອງອິດສະຣາເອນ ແລະ ວິທີການທີ່ພຣະເຢໂຮວາປະຕິບັດພາລະກິດຕັ້ງແຕ່ເວລາການຊົງສ້າງຈົນເຖິງເວລາສຸດທ້າຍຂອງຍຸກແຫ່ງພຣະບັນຍັດ. ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກ ເຊິ່ງກໍຢູ່ໃນພຣະກິດຕິຄຸນທັງສີ່ ພ້ອມທັງພາລະກິດຂອງໂປໂລ, ສິ່ງເຫຼົ່ານີ້ບໍ່ແມ່ນການບັນທຶກທາງປະຫວັດສາດບໍ? ການນໍາເອົາສິ່ງທີ່ຢູ່ໃນອະດີດມາເວົ້າເຮັດໃຫ້ພວກມັນກາຍເປັນປະຫວັດສາດ ແລະ ບໍ່ວ່າ ພວກມັນອາດເປັນຈິງ ຫຼື ແທ້ຈິງຫຼາຍສໍ່າໃດກໍຕາມ, ພວກມັນກໍຍັງເປັນປະຫວັດສາດ ແລະ ປະຫວັດສາດບໍ່ສາມາດກ່າວເຖິງປັດຈຸບັນ, ຍ້ອນພຣະເຈົ້າບໍ່ໄດ້ທົບທວນຄືນເບິ່ງປະຫວັດສາດ! ເພາະສະນັ້ນ ຖ້າເຈົ້າພຽງແຕ່ເຂົ້າໃຈພຣະຄຳພີເທົ່ານັ້ນ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະເຈົ້າຕັ້ງໃຈປະຕິບັດໃນປັດຈຸບັນ ແລະ ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ການສະແຫວງຫາພຣະເຈົ້າໝາຍເຖິງຫຍັງ. ຖ້າເຈົ້າອ່ານພຣະຄຳພີເພື່ອສຶກສາປະຫວັດສາດຂອງອິດສະຣາເອນ, ເພື່ອຄົ້ນຄວ້າປະຫວັດສາດຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ໄດ້ເຊື່ອໃນພຣະເຈົ້າ. ແຕ່ໃນປັດຈຸບັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຊີວິດ, ຍ້ອນເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຄໍາເວົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 269](https://lo.kingdomsalvation.org/recital-mysteries-about-the-bible-269.html) - ພຣະຄຳພີເປັນໜັງສືທາງປະຫວັດສາດ ແລະ ຖ້າເຈົ້າໄດ້ກິນ ແລະ ດື່ມພຣະສັນຍາເດີມໃນລະຫວ່າງຍຸກແຫ່ງພຣະຄຸນ ນັ້ນກໍຄື ຖ້າເຈົ້າໄດ້ນໍາສິ່ງທີ່ຮຽກຮ້ອງໃນເວລາຂອງພຣະສັນຍາເດີມນັ້ນມາປະຕິບັດໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູກໍຈະປະຕິເສດເຈົ້າ ແລະ ຕັດສິນລົງໂທດເຈົ້າ; ຖ້າເຈົ້າໄດ້ນໍາພຣະສັນຍາເດີມມາໃຊ້ໃນພາລະກິດຂອງພຣະເຢຊູ ເຈົ້າກໍຈະເປັນຄົນຟາຣິຊາຍຄົນໜຶ່ງ. ໃນປັດຈຸບັນ ຖ້າເຈົ້ານໍາພຣະສັນຍາເດີມ ແລະ ໃໝ່ມາລວມກັນເພື່ອກິນ ແລະ ດື່ມ ແລະ ປະຕິບັດ ແລ້ວພຣະເຈົ້າແຫ່ງປັດຈຸບັນກໍຈະຕັດສິນລົງໂທດເຈົ້າ; ເຈົ້າກໍຈະຕາມພາລະກິດຂອງພຣະວິນຍານບໍລິສຸດແຫ່ງປັດຈຸບັນບໍ່ທັນ! ຖ້າເຈົ້າກິນ ແລະ ດື່ມພຣະສັນຍາເດີມ ແລະ ພຣະສັນຍາໃໝ່ ແລ້ວເຈົ້າກໍຢູ່ນອກກະແສຂອງພຣະວິນຍານບໍລິສຸດ! ໃນລະຫວ່າງຍຸກຂອງພຣະເຢຊູ, ພຣະເຢຊູນໍາພາຊາວຢິວ ແລະ ທຸກຄົນທີ່ຕິດຕາມພຣະອົງ ໂດຍອີງຕາມພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນພຣະອົງໃນເວລານັ້ນ. ພຣະອົງບໍ່ໄດ້ຖືພຣະຄຳພີເປັນຫຼັກພື້ນຖານໃນສິ່ງທີ່ພຣະອົງກະທຳ ແຕ່ຊົງກ່າວຕາມພາລະກິດຂອງພຣະອົງ; ພຣະອົງບໍ່ສົນໃຈກັບສິ່ງທີ່ພຣະຄຳພີກ່າວ ຫຼື ພຣະອົງບໍ່ໄດ້ຄົ້ນຫາເສັ້ນທາງເພື່ອນໍາພາຜູ້ຕິດຕາມຂອງພຣະອົງຈາກພຣະຄຳພີ. ເລີ່ມຕັ້ງແຕ່ຕອນທີ່ພຣະອົງປະຕິບັດພາລະກິດ, ພຣະອົງເທດສະໜາຫົນທາງແຫ່ງການກັບໃຈ ເຊິ່ງເປັນພຣະທຳທີ່ບໍ່ມີການກ່າວເຖິງໃນຄຳທຳນາຍຂອງພຣະສັນຍາເດີມຢ່າງແນ່ນອນ. ບໍ່ພຽງແຕ່ພຣະອົງບໍ່ປະຕິບັດຕາມພຣະຄຳພີເທົ່ານັ້ນ ແຕ່ພຣະອົງຍັງນໍາເສັ້ນທາງໃໝ່ອີກດ້ວຍ ແລະ ປະຕິບັດພາລະກິດໃໝ່. ພຣະອົງບໍ່ເຄີຍອ້າງອິງເຖິງພຣະຄຳພີເວລາທີ່ພຣະອົງເທດສະໜາ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ບໍ່ມີໃຜທີ່ສາມາດປະຕິບັດສິ່ງອັດສະຈັນຂອງພຣະອົງໃນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພາລະກິດຂອງພຣະອົງ, ຄຳສັ່ງສອນຂອງພຣະອົງ, ສິດອຳນາດ ແລະ ລິດອຳນາດແຫ່ງພຣະທຳຂອງພຣະອົງກໍ່ເກີນມະນຸດທີ່ຢູ່ໃນຍຸກແຫ່ງພຣະບັນຍັດເຊັ່ນກັນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 268](https://lo.kingdomsalvation.org/recital-mysteries-about-the-bible-268.html) - ຖ້າເຈົ້າປາຖະໜາທີ່ຈະເຫັນພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ເຫັນວ່າ ຊາວອິດສະຣາເອນຕິດຕາມວິທີທາງຂອງພຣະເຢໂຮວາແນວໃດ ແລ້ວເຈົ້າຕ້ອງອ່ານພຣະສັນຍາເດີມ; ຖ້າເຈົ້າປາຖະໜາທີ່ຈະເຂົ້າໃຈພາລະກິດໃນຍຸກແຫ່ງພຣະຄຸນ ແລ້ວເຈົ້າຕ້ອງອ່ານພຣະສັນຍາໃໝ່. ແຕ່ເຈົ້າເຫັນພາລະກິດແຫ່ງຍຸກສຸດທ້າຍເປັນແນວໃດ? ເຈົ້າຕ້ອງຍອມຮັບການນໍາພາໃນປັດຈຸບັນນີ້ຂອງພຣະເຈົ້າ ແລະ ເຂົ້າສູ່ພາລະກິດແຫ່ງປັດຈຸບັນ, ຍ້ອນນີ້ແມ່ນພາລະກິດທີ່ໃໝ່ ແລະ ບໍ່ມີໃຜເຄີຍບັນທຶກມັນໃນພຣະຄຳພີມາກ່ອນ. ໃນປັດຈຸບັນ, ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ຄັດເລືອກຜູ້ຄົນອື່ນໆທີ່ຖືກເລືອກໃນປະເທດຈີນ. ພຣະເຈົ້າປະຕິບັດພາລະກິດໃນຜູ້ຄົນເຫຼົ່ານີ້, ພຣະອົງສືບຕໍ່ຈາກພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ສືບຕໍ່ຈາກພາລະກິດໃນຍຸກແຫ່ງພຣະຄຸນ. ພາລະກິດແຫ່ງປັດຈຸບັນແມ່ນເສັ້ນທາງທີ່ມະນຸດບໍ່ເຄີຍຍ່າງຈັກເທື່ອ ແລະ ເປັນຫົນທາງທີ່ບໍ່ມີໃຜເຄີຍໄດ້ເຫັນ. ມັນເປັນພາລະກິດທີ່ບໍ່ເຄີຍຖືກປະຕິບັດມາກ່ອນ, ມັນເປັນພາລະກິດຫຼ້າສຸດຂອງພຣະເຈົ້າເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ, ພາລະກິດທີ່ບໍ່ເຄີຍມີການປະຕິບັດມາກ່ອນຈຶ່ງບໍ່ແມ່ນປະຫວັດສາດ ເພາະປັດຈຸບັນກໍຄືປັດຈຸບັນ ແລະ ຍັງບໍ່ໄດ້ເປັນອະດີດເທື່ອ. ຜູ້ຄົນບໍ່ຮູ້ຈັກວ່າ ພຣະເຈົ້າໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າ, ໃໝ່ກວ່າເທິງແຜ່ນດິນໂລກ ແລະ ຢູ່ນອກອິດສະຣາເອນ, ມັນໄດ້ຂະຫຍາຍອອກນອກຂອບເຂດອິດສະຣາເອນແລ້ວ ແລະ ນອກເໜືອຄຳທຳນາຍຂອງພວກຜູ້ປະກາດພຣະທຳອີກດ້ວຍ, ມັນເປັນພາລະກິດທີ່ໃໝ່ ແລະ ມະຫັດສະຈັນ ເຊິ່ງຢູ່ນອກຄຳທຳນາຍ ແລະ ເປັນພາລະກິດທີ່ໃໝ່ກວ່າ ເຊິ່ງຢູ່ນອກເໜືອອິດສະຣາເອນ ແລະ ພາລະກິດທີ່ຜູ້ຄົນບໍ່ສາມາດຢັ່ງເຖິງ ທັງບໍ່ສາມາດຈິນຕະນາການໄດ້. ແລ້ວພຣະຄຳພີຈະບັນທຶກຢ່າງຊັດເຈນກ່ຽວກັບພາລະກິດດັ່ງກ່າວໄດ້ແນວໃດ? ແມ່ນໃຜທີ່ສາມາດບັນທຶກລາຍລະອຽດທຸກສິ່ງໃນພາລະກິດຂອງປັດຈຸບັນໄວ້ລ່ວງໜ້າໄດ້ໂດຍບໍ່ມີການຕົກຫຼົ່ນເລີຍ? ແມ່ນໃຜສາມາດບັນທຶກພາລະກິດທີ່ຍິ່ງໃຫຍ່ກວ່າ ແລະ ມີສະຕິປັນຍາກວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 267](https://lo.kingdomsalvation.org/recital-mysteries-about-the-bible-267.html) - ພຣະຄຳພີເປັນໜັງສືປະເພດໃດ? ພຣະສັນຍາເດີມແມ່ນພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ. ພຣະສັນຍາເດີມໃນພຣະຄຳພີບັນທຶກພາລະກິດທັງໝົດຂອງພຣະເຢໂຮວາໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ພາລະກິດແຫ່ງການຊົງສ້າງຂອງພຣະອົງ. ພຣະສັນຍາເດີມທັງໝົດບັນທຶກພາລະກິດທີ່ພຣະເຢໂຮວາກະທຳ ແລະ ໃນທີ່ສຸດກໍ່ສິ້ນສຸດການບັນທຶກກ່ຽວກັບພາລະກິດຂອງພຣະເຢໂຮວາດ້ວຍໜັງສືມາລາກີ. ພຣະສັນຍາເດີມບັນທຶກພາລະກິດສອງສ່ວນທີ່ກະທຳໂດຍພຣະເຈົ້າ: ສ່ວນທີໜຶ່ງແມ່ນພາລະກິດແຫ່ງການຊົງສ້າງ ແລະ ອີກສ່ວນໜຶ່ງແມ່ນການອອກພຣະບັນຍັດ. ທັງສອງເປັນພາລະກິດທີ່ພຣະເຢໂຮວາກະທຳ. ຍຸກແຫ່ງພຣະບັນຍັດສະແດງເຖິງພາລະກິດພາຍໃຕ້ພຣະນາມຂອງພຣະເຈົ້າເຢໂຮວາ; ເປັນພາລະກິດທັງໝົດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກ. ສະນັ້ນ, ພຣະສັນຍາເດີມຈຶ່ງບັນທຶກພາລະກິດຂອງພຣະເຢໂຮວາ ແລະ ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູ ເຊິ່ງເປັນພາລະກິດທີ່ປະຕິບັດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄວາມສຳຄັນຂອງພຣະນາມຂອງພຣະເຢຊູ ແລະ ພາລະກິດທີ່ພຣະອົງກະທຳແມ່ນຖືກບັນທຶກໄວ້ໃນພຣະສັນຍາໃໝ່ເປັນສ່ວນຫຼາຍ. ໃນລະຫວ່າງຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ, ພຣະເຢໂຮວາສ້າງພຣະວິຫານ ແລະ ແທ່ນບູຊາໃນອິດສະຣາເອນ, ພຣະອົງນໍາພາຊີວິດຂອງຊາວອິດສະຣາເອນເທິງແຜ່ນດິນໂລກ, ເຊິ່ງພິສູດໃຫ້ເຫັນວ່າ ພວກເຂົາເປັນຜູ້ຄົນທີ່ຖືກເລືອກຂອງພຣະອົງ, ເປັນກຸ່ມຄົນທຳອິດທີ່ພຣະອົງເລືອກເທິງແຜ່ນດິນໂລກ ແລະ ເປັນຜູ້ຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະອົງ ແລະ ເປັນກຸ່ມຄົນທຳອິດທີ່ພຣະອົງນໍາພາດ້ວຍຕົວພຣະອົງເອງ. ທັງສິບສອງຊົນເຜົ່າຂອງອິດສະຣາເອນເປັນຜູ້ຄົນທຳອິດທີ່ພຣະເຢໂຮວາໄດ້ເລືອກໄວ້ແລ້ວ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງປະຕິບັດພາລະກິດໃນພວກເຂົາຢູ່ສະເໝີຈົນເຖິງເວລາທີ່ພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດສິ້ນສຸດລົງ. ຂັ້ນຕອນທີສອງຂອງພາລະກິດ ແມ່ນພາລະກິດໃນຍຸກແຫ່ງພຣະຄຸນໃນພຣະສັນຍາໃໝ່ ແລະ ໄດ້ຖືກປະຕິບັດທ່າມກາງຊາວຢິວ, ທ່າມກາງໜຶ່ງໃນສິບສອງຊົນເຜົ່າຂອງອິດສະຣາເອນ. ຂອບເຂດຂອງພາລະກິດນີ້ແມ່ນໜ້ອຍກວ່າ ເພາະພຣະເຢຊູເປັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ພຣະເຢຊູປະຕິບັດພາລະກິດພຽງແຕ່ໃນດິນແດນຢູດາຍ ແລະ ພຽງແຕ່ປະຕິບັດພາລະກິດໃນເວລາສາມປີເຄິ່ງເທົ່ານັ້ນ; ດ້ວຍເຫດນັ້ນ ສິ່ງທີ່ຖືກບັນທຶກໃນພຣະສັນຍາໃໝ່ແມ່ນໄກເກີນທີ່ຈະສາມາດເກີນຈຳນວນພາລະກິດທີ່ຖືກບັນທຶກໃນພຣະສັນຍາເດີມໄດ້. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 266](https://lo.kingdomsalvation.org/recital-mysteries-about-the-bible-266.html) - ຫຼັງຈາກທີ່ພຣະເຈົ້າປະຕິບັດພາລະກິດຂອງຍຸກແຫ່ງພຣະບັນຍັດ, ພຣະສັນຍາເດີມຈຶ່ງກຳເນີດຂຶ້ນ ແລະ ຫຼັງຈາກນັ້ນ ຜູ້ຄົນກໍເລີ່ມອ່ານພຣະຄຳພີ. ຫຼັງຈາກທີ່ພຣະເຢຊູໄດ້ມາ, ພຣະອົງກໍປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນ ແລະ ອັກຄະສາວົກຂອງພຣະອົງກໍຂຽນພຣະສັນຍາໃໝ່. ສະນັ້ນ ພຣະສັນຍາເດີມ ແລະ ໃໝ່ໃນພຣະຄຳພີຈຶ່ງກຳເນີດຂຶ້ນ ແລະ ແມ່ນແຕ່ຈົນເຖິງປັດຈຸບັນ ທຸກຄົນທີ່ເຊື່ອໃນພຣະເຈົ້າກໍຍັງຄົງອ່ານພຣະຄຳພີຢູ່. ພຣະຄຳພີເປັນໜັງສືປະຫວັດສາດ. ແນ່ນອນ ພຣະຄຳພີຍັງປະກອບມີຄຳທຳນາຍບາງຢ່າງຂອງຜູ້ປະກາດພຣະທຳ ແລະ ຄຳທຳນາຍດັ່ງກ່າວບໍ່ແມ່ນປະຫວັດສາດ. ພຣະຄຳພີປະກອບມີຫຼາຍພາກສ່ວນ. ບໍ່ໄດ້ມີພຽງແຕ່ຄຳທຳນາຍ ຫຼື ພາລະກິດຂອງພຣະເຢໂຮວາ ທັງບໍ່ມີແຕ່ຈົດໝາຍຂອງໂປໂລເທົ່ານັ້ນ. ເຈົ້າຕ້ອງຮູ້ຈັກວ່າ ພຣະຄຳພີປະກອບມີຈັກພາກສ່ວນ; ພຣະສັນຍາເດີມປະກອບມີປະຖົມມະການ, ອົບພະຍົບ... ແລະ ຍັງມີໜັງສືແຫ່ງຄຳທຳນາຍທີ່ຜູ້ປະກາດພຣະທຳໄດ້ຂຽນໄວ້. ໃນຕອນສຸດທ້າຍ, ພຣະສັນຍາເດີມສິ້ນສຸດລົງດ້ວຍໜັງສືມາລາກີ. ພຣະສັນຍາເດີມບັນທຶກພາລະກິດຂອງຍຸກແຫ່ງພຣະບັນຍັດ ເຊິ່ງຖືກນໍາພາໂດຍພຣະເຢໂຮວາ; ຈາກປະຖົມມະການຈົນເຖິງໜັງສືມາລາກີ, ມັນເປັນການບັນທຶກທີ່ຄົບຖ້ວນກ່ຽວກັບພາລະກິດທັງໝົດໃນຍຸກແຫ່ງພຣະບັນຍັດ. ນັ້ນໝາຍຄວາມວ່າ ພຣະສັນຍາເດີມບັນທຶກທຸກສິ່ງທີ່ຜູ້ຄົນ ເຊິ່ງຖືກນໍາພາໂດຍພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ ໄດ້ປະສົບ. ໃນລະຫວ່າງຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ, ຜູ້ປະກາດພຣະທຳຈຳນວນຫຼາຍຄົນທີ່ຖືກແຕ່ງຕັ້ງໂດຍພຣະເຢໂຮວາໄດ້ກ່າວຄຳທຳນາຍໃຫ້ກັບພຣະອົງ, ພວກເຂົາໃຫ້ຄຳສັ່ງສອນກັບຊົນເຜົ່າ ແລະ ຊົນຊາດຕ່າງໆ ແລະ ທຳນາຍພາລະກິດທີ່ພຣະເຢໂຮວາຈະກະທຳ. ຜູ້ຄົນທີ່ຖືກແຕ່ງຕັ້ງເຫຼົ່ານີ້ແມ່ນໄດ້ຮັບພຣະວິນຍານແຫ່ງຄຳທຳນາຍຈາກພຣະເຢໂຮວາ: ພວກເຂົາສາມາດເຫັນນິມິດຈາກພຣະເຢໂຮວາ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ດ້ວຍເຫດນັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 265](https://lo.kingdomsalvation.org/recital-mysteries-about-the-bible-265.html) - ເປັນເວລາຫຼາຍປີ, ວິທີຄວາມເຊື່ອຕາມປະເພນີຂອງຜູ້ຄົນ (ຂອງສາສະໜາຄຣິດ ເຊິ່ງເປັນໜຶ່ງໃນສາມສາສະໜາຫຼັກຂອງໂລກ) ກໍຄືການອ່ານພຣະຄຳພີ; ການໜີຈາກພຣະຄຳພີບໍ່ແມ່ນຄວາມເຊື່ອໃນພຣະຜູ້ເປັນເຈົ້າ, ການໜີຈາກພຣະຄຳພີແມ່ນຄວາມຄິດນອກຄອກ ແລະ ຄວາມເຊື່ອນອກຮີດ ແລະ ແມ່ນແຕ່ໃນເວລາທີ່ຜູ້ຄົນອ່ານໜັງສືເຫຼັ້ມອື່ນໆ, ພື້ນຖານຂອງໜັງສືເຫຼົ່ານີ້ກໍຕ້ອງເປັນການອະທິບາຍກ່ຽວກັບພຣະຄຳພີ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະຜູ້ເປັນເຈົ້າ ແລ້ວເຈົ້າຕ້ອງອ່ານພຣະຄຳພີ ແລະ ນອກຈາກພຣະຄຳພີແລ້ວ ເຈົ້າຕ້ອງບໍ່ນະມັດສະການໜັງສືໃດທີ່ບໍ່ກ່ຽວຂ້ອງກັບພຣະຄຳພີ. ຖ້າເຈົ້າເຮັດແບບນັ້ນ ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະເຈົ້າ. ຕັ້ງແຕ່ເວລາທີ່ມີພຣະຄຳພີ, ຄວາມເຊື່ອໃນພຣະຜູ້ເປັນເຈົ້າຂອງຜູ້ຄົນແມ່ນຄວາມເຊື່ອໃນພຣະຄຳພີ. ແທນທີ່ຈະເວົ້າວ່າ ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະຄຳພີ; ແທນທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມອ່ານພຣະຄຳພີ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມເຊື່ອໃນພຣະຄຳພີ; ແລະ ແທນທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຄຳພີ. ໃນລັກສະນະນີ້, ຜູ້ຄົນນະມັດສະການພຣະຄຳພີຄືກັບວ່າມັນເປັນພຣະເຈົ້າ, ຄືກັບວ່າມັນເປັນເລືອດເນື້ອແຫ່ງຊີວິດຂອງພວກເຂົາ ແລະ ການສູນເສຍມັນໄປກໍຈະເທົ່າກັບວ່າເປັນການສູນເສຍຊີວິດຂອງພວກເຂົາ. ຜູ້ຄົນເຫັນພຣະຄຳພີເປັນສິ່ງທີ່ສູງສົ່ງເທົ່າກັບພຣະເຈົ້າ ແລະ ເຖິງກັບມີຄົນທີ່ເຫັນພຣະຄຳພີສູງສົ່ງກວ່າພຣະເຈົ້າອີກດ້ວຍ. ຖ້າຜູ້ຄົນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ຖ້າພວກເຂົາບໍ່ສາມາດຮູ້ສຶກເຖິງພຣະເຈົ້າ, ພວກເຂົາກໍສາມາດສືບຕໍ່ດຳລົງຊີວິດໄດ້ ແຕ່ທັນທີທີ່ພວກເຂົາສູນເສຍພຣະຄຳພີ ຫຼື ສູນເສຍບົດ ແລະ ຂໍ້ຄວາມໂດດເດັ່ນໃນພຣະຄຳພີ ແລ້ວມັນກໍເທົ່າກັບວ່າ ພວກເຂົາໄດ້ສູນເສຍຊີວິດໄປ. ດ້ວຍເຫດນັ້ນ ທັນທີທີ່ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 306](https://lo.kingdomsalvation.org/recital-exposing-mankind-s-corruption-306.html) - ເຮົາໄດ້ກ່າວພຣະທຳຫຼາຍຂໍ້ ແລະ ຍັງໄດ້ສະແດງເຈດຕະນາ ແລະ ອຸປະນິໄສຂອງເຮົາ, ແຕ່ເຖິງຢ່າງນັ້ນ ຄົນກໍຍັງບໍ່ສາມາດຮູ້ຈັກເຮົາ ແລະ ອ່ອນນ້ອມຕໍ່ເຮົາ ຫຼື ມັນສາມາດເວົ້າໄດ້ວ່າ ພວກເຂົາຍັງບໍ່ສາມາດເຊື່ອຟັງເຮົາໄດ້. ຄົນທີ່ອາໄສໃນພຣະຄຳພີ, ຄົນທີ່ອາໄສພາຍໃນພຣະບັນຍັດ, ຄົນທີ່ອາໄສຢູ່ເທິງໄມ້ກາງແຂນ, ຄົນທີ່ອາໄສຕາມຫຼັກຄຳສອນ, ຄົນທີ່ອາໄສທ່າມກາງພາລະກິດທີ່ເຮົາປະຕິບັດໃນປັດຈຸບັນ ນັ້ນກໍ່ຄື ຜູ້ໃດໃນບັນດາພວກເຂົາເຫຼົ່ານັ້ນທີ່ສາມາດເຂົ້າກັບເຮົາໄດ້? ພວກເຈົ້າພຽງແຕ່ຄິດເຖິງການຮັບພອນ ແລະ ລາງວັນ, ແຕ່ບໍ່ເຄີຍຄິດຫາວິທີທີ່ຈະສາມາດເຂົ້າກັບເຮົາໄດ້ແທ້ໆ ຫຼື ວິທີທີ່ປ້ອງກັນຕົນເອງບໍ່ໃຫ້ຕໍ່ຕ້ານເຮົາ. ເຮົາຜິດຫວັງຫຼາຍໃນຕົວພວກເຈົ້າ ຍ້ອນເຮົາໄດ້ມອບຫຼາຍສິ່ງຫຼາຍຢ່າງໃຫ້ກັບພວກເຈົ້າ ແຕ່ເຮົາໄດ້ຮັບໜ້ອຍດຽວຈາກພວກເຈົ້າ. ການຫຼອກລວງຂອງພວກເຈົ້າ, ຄວາມອວດດີຂອງພວກເຈົ້າ, ຄວາມເຫັນແກ່ໄດ້ຂອງພວກເຈົ້າ, ຄວາມຕ້ອງການທີ່ເກີນຂອບເຂດຂອງພວກເຈົ້າ, ການທໍລະຍົດຂອງພວກເຈົ້າ, ຄວາມບໍ່ເຊື່ອຟັງຂອງພວກເຈົ້າ, ສິ່ງໃດໃນບັນດາສິ່ງເຫຼົ່ານີ້ທີ່ສາມາດຫຼົບໜີຈາກສາຍຕາຂອງເຮົາໄດ້? ພວກເຈົ້າເຮັດເປັນພໍພິທີກັບເຮົາ, ພວກເຈົ້າຫຼອກລວງເຮົາ, ພວກເຈົ້າດູຖູກເຮົາ, ພວກເຈົ້າໂນ້ມນ້າວເຮົາ, ພວກເຈົ້າບີບບັງຄັບເຮົາ ແລະ ຂູ່ເຂັນເຮົາໃຫ້ເສຍສະຫຼະ, ຄວາມຊົ່ວຮ້າຍດັ່ງກ່າວຈະສາມາດໜີພົ້ນຈາກການລົງໂທດຂອງເຮົາໄດ້ແນວໃດ? ການກະທຳຢ່າງຊົ່ວຮ້າຍຂອງພວກເຈົ້າເປັນຫຼັກຖານພິສູດວ່າພວກເຈົ້າຕໍ່ຕ້ານເຮົາ ແລະ ເປັນຫຼັກຖານພິສູດວ່າພວກເຈົ້າບໍ່ສາມາດເຂົ້າກັບເຮົາໄດ້. ພວກເຈົ້າແຕ່ລະຄົນເຊື່ອວ່າຕົນເອງສາມາດເຂົ້າກັບເຮົາໄດ້, ຖ້າເປັນແບບນັ້ນ ແລ້ວຫຼັກຖານທີ່ບໍ່ສາມາດປະຕິເສດໄດ້ນີ້ໝາຍເຖິງໃຜ? ພວກເຈົ້າເຊື່ອວ່າຕົນເອງມີຄວາມຈິງໃຈ ແລະ ຄວາມຈົງຮັກພັກດີຕໍ່ເຮົາຫຼາຍທີ່ສຸດ. ພວກເຈົ້າຄິດວ່າ ພວກເຈົ້າໃຈດີຫຼາຍ, ມີຄວາມເຫັນອົກເຫັນໃຈຫຼາຍ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 1](https://lo.kingdomsalvation.org/recital-the-three-stages-of-work-001.html) - ແຜນການຄຸ້ມຄອງທັງຫມົດຂອງເຮົາ, ແຜນການທີ່ກວມເອົາຫົກພັນປີ, ປະກອບດ້ວຍສາມໄລຍະ ຫຼື ສາມຍຸກ: ຍຸກແຫ່ງພຣະບັນຍັດໃນເບື້ອງຕົ້ນ, ຍຸກແຫ່ງພຣະຄຸນ (ເຊິ່ງແມ່ນຍຸກຂອງການໄຖ່ບາບ) ແລະ ຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ການເຮັດພາລະກິດຂອງເຮົາໃນສາມຍຸກນີ້ ແຕກຕ່າງກັນໃນເນື້ອຫາຕາມທຳມະຊາດຂອງແຕ່ລະຍຸກ, ແຕ່ໃນແຕ່ລະຂັ້ນຕອນແມ່ນສອດຄ່ອງກັບຄວາມຕ້ອງການຂອງມະນຸດ ຫຼື ເວົ້າຢ່າງຊັດເຈນກໍຄື ມັນຖືກສ້າງຂຶ້ນເພື່ອໃຫ້ທຽບທັນກັບກົນລະຍຸດທີ່ຊາຕານໃຊ້ໃນສົງຄາມທີ່ເຮົາຕໍ່ສູ້ກັບມັນ. ຈຸດປະສົງຂອງພາລະກິດຂອງເຮົາແມ່ນເພື່ອເອົາຊະນະຊາຕານ, ເພື່ອສະແດງໃຫ້ເຫັນເຖິງ ສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ, ເພື່ອເປີດເຜີຍກົນລະຍຸດທຸກຢ່າງຂອງຊາຕານ ແລະ ເພື່ອຊ່ວຍເຊື້ອຊາດມະນຸດທັງໝົດໃຫ້ລອດພົ້ນ ເຊິ່ງດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງມັນ. ມັນເປັນການສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ ໃນຂະນະດຽວກັນ ເປີດເຜີຍໃຫ້ເຫັນເຖິງຄວາມຫນ້າກຽດຊັງທີ່ບໍ່ສາມາດທົນຕໍ່ໄປໄດ້ຂອງຊາຕານ. ຍິ່ງໄປກວ່ານັ້ນ ມັນເປັນການສິດສອນຕໍ່ສິ່ງທີ່ເຮົາສ້າງຂຶ້ນມາເພື່ອໃຫ້ຮູ້ຈັກໄຈ້ແຍກລະຫວ່າງຄວາມດີ ແລະ ຄວາມຊົ່ວ, ເພື່ອໃຫ້ຮູ້ວ່າເຮົາເປັນຜູ້ມີອໍານາດສູງສຸດເໜືອທຸກສິ່ງ, ເພື່ອໃຫ້ເຫັນຢ່າງແຈ່ມແຈ້ງວ່າຊາຕານແມ່ນສັດຕູຂອງມະນຸດ, ເປັນສິ່ງທີ່ຕໍ່າສຸດຂອງຄວາມຕໍ່າ, ສິ່ງຊົ່ວຮ້າຍ ແລະ ເພື່ອບອກເຖິງຄວາມແນ່ນອນແທ້ຈິງ, ຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວຮ້າຍ, ຄວາມຈິງ ແລະ ຄວາມບໍ່ຖືກຕ້ອງ, ຄວາມບໍລິສຸດ ແລະ ຄວາມເປິເປື້ອນ ແລະ ແມ່ນຫຍັງເປັນສິ່ງທີ່ຍິ່ງໃຫຍ່ ແລະ ແມ່ນຫຍັງເປັນສິ່ງທີ່ໄຮ້ກຽດສັກສີ. ດ້ວຍວິທີນີ້, ມວນມະນຸດຊາດທີ່ຂາດສະຕິປັນຍາຈະສາມາດເປັນພະຍານໃຫ້ເຮົາວ່າມັນບໍ່ແມ່ນເຮົາເປັນຜູ້ເຮັດໃຫ້ມວນມະນຸດເສື່ອມໂຊມ
- [8. ການທີ່ພຣະເຈົ້າບັງເກີດເປັນມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາ ຈະນໍາຈຸດສິ້ນສຸດມາສູ່ຍຸກທີ່ມະນຸດຊາດເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ຍຸກທີ່ມືດມົວແຫ່ງອຳນາດຂອງຊາຕານໄດ້ແນວໃດ?](https://lo.kingdomsalvation.org/judgment-end-dark-age.html) - ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ: “ແລ້ວມັນຈະເກີດຂຶ້ນໃນຍຸກສຸດທ້າຍ, ພູເຂົາແຫ່ງພຣະວິຫານຂອງພຣະເຢໂຮວາຈະຖືກຕັ້ງຂຶ້ນເທິງຍອດພູເຂົາ ແລະ ຈະຖືກຍົກສູງເໜືອເນີນພູ ແລະ ທຸກຊົນຊາດຈະຫຼັ່ງໄຫຼເຂົ້າສູ່ແຫ່ງນັ້ນ. ແລ້ວຫຼາຍຄົນຈະໄປ ແລະ ເວົ້າວ່າ ໃຫ້ເຈົ້າມາ ແລະ ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຢໂຮວາ, ໄປເຮືອນຂອງພຣະເຈົ້າຂອງຢາໂຄບ; ແລະ ພຣະອົງຈະສັ່ງສອນພວກເຮົາກ່ຽວກັບວິທີທາງຂອງພຣະອົງ ແລະ ພວກເຮົາຈະຍ່າງໃນເສັ້ນທາງຂອງພຣະອົງ: ຍ້ອນພຣະບັນຍັດຈາກອອກຈາກຊີໂອນ ແລະ ພຣະທຳຂອງພຣະເຢໂຮວາຈາກນະຄອນເຢຣູຊາເລັມ. ພຣະອົງຈະພິພາກສາທ່າມກາງບັນດາປະຊາຊາດ ແລະ ຈະຕຳນິຫຼາຍຄົນ: ແລະ ພວກເຂົາຈະກະແທກດາບຂອງພວກເຂົາໃສ່ຄັນໄຖ ແລະ ຫອກຂອງພວກເຂົາໃສ່ມີດສຳລັບການລິຮານ: ຊົນຊາດຈະບໍ່ຍົກດາບຂອງພວກເຂົາໃສ່ຊົນຊາດອື່ນ, ພວກເຂົາຈະບໍ່ຮຽນຮູ້ສົງຄາມອີກຕໍ່ໄປ. ໂອເຮືອນຂອງຢາໂຄບ, ໃຫ້ເຈົ້າມາ ແລະ ໃຫ້ພວກເຮົາຍ່າງໃນແສງສະຫວ່າງຂອງພຣະເຢໂຮວາ” (ເອຊາຢາ 2:2-5). “ພວກຂ້ານ້ອຍຂໍຂອບພຣະຄຸນພຣະອົງ, ໂອ ພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຜູ້ຊົງເປັນຢູ່ໃນປັດຈຸບັນ, ໃນອະດີດ ແລະ ໃນອະນາຄົດ ເພາະວ່າພຣະອົງໄດ້ຊົງໃຊ້ລິດອໍານາດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ຊົງຂຶ້ນຄອງລາດແລ້ວ. ແລ້ວປະຊາຊາດກໍໃຈຮ້າຍ ແລະ ຄວາມໂກດຮ້າຍຂອງພຣະອົງກໍມາເຖິງ ແລະ ເວລາຂອງຄົນຕາຍທີ່ພວກເຂົາຄວນຖືກພິພາກສາ ແລະ ພຣະອົງຄວນມອບລາງວັນໃຫ້ກັບຜູ້ຮັບໃຊ້ຂອງພຣະອົງທີ່ເປັນຜູ້ປະກາດພຣະທຳ ແລະ
- [7. ຈະໃຫ້ຜູ້ຄົນເຂົ້າໃຈວ່າ ພຣະຄຣິດເປັນຄວາມຈິງ, ຫົນທາງ ແລະ ຊີວິດໄດ້ແນວໃດ?](https://lo.kingdomsalvation.org/understand-Christ-is-truth-way-life.html) - ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ: “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ. ພຣະທຳອົງດຽວກັນໄດ້ຢູ່ແຕ່ຕົ້ນເດີມກັບພຣະເຈົ້າ” (ໂຢຮັນ 1:1-2). “ແລ້ວພຣະທຳຖືກເຮັດໃຫ້ກາຍເປັນເນື້ອໜັງ ແລະ ດຳລົງຢູ່ທ່າມກາງພວກເຮົາ... ເຕັມໄປດ້ວຍຄວາມກະລຸນາ ແລະ ຄວາມຈິງ” (ໂຢຮັນ 1:14). “ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ ບໍ່ມີມະນຸດຄົນໃດສາມາດມາເຖິງພຣະບິດາໄດ້ ນອກຈາກຜ່ານທາງເຮົາ” (ໂຢຮັນ 14:6). “ພຣະທຳທີ່ເຮົາເວົ້າກັບເຈົ້າ, ພວກມັນຄືວິນຍານ ແລະ ພວກມັນຄືຊີວິດ” (ໂຢຮັນ 6:63). ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ເສັ້ນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ບຸກຄົນໃດກໍສາມາດມີໄດ້ ແລະ ມັນບໍ່ແມ່ນສິ່ງທີ່ຄົນທຸກຄົນກໍສາມາດໄດ້ຮັບຢ່າງງ່າຍດາຍ. ນີ້ກໍຍ້ອນວ່າຊີວິດແມ່ນສາມາດມາຈາກພຣະເຈົ້າເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າເອງທີ່ມີແກ່ນແທ້ຂອງຊີວິດ ແລະ ມີພຽງພຣະເຈົ້າເອງທີ່ມີເສັ້ນທາງແຫ່ງຊີວິດ. ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ການສ້າງແຜ່ນດິນໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຈໍານວນຫຼາຍທີ່ມີຄວາມມີຊີວິດຊີວາມາໃຫ້, ພຣະອົງປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ພຣະອົງມີການເສຍສະຫຼະຫຼາຍທີ່ເຮັດໃຫ້ມະນຸດໄດ້ຮັບຊີວິດ. ນີ້ກໍຍ້ອນວ່າພຣະເຈົ້າເອງເປັນຊີວິດຊົ່ວນິດນິລັນ ແລະ ພຣະເຈົ້າເອງເປັນເສັ້ນທາງທີ່ມະນຸດຈະສາມາດຖືກເຮັດໃຫ້ຟື້ນຊີວິດໄດ້. ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ພຣະອົງອາໄສຢູ່ທ່າມກາງຜູ້ຄົນຕະຫຼອດເວລາ.
- [6. ເປັນຫຍັງຈຶ່ງເວົ້າວ່າ ການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສຳເລັດລົງ?](https://lo.kingdomsalvation.org/two-incarnations.html) - ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ: “ດັ່ງນັ້ນ ຄັ້ງໜຶ່ງພຣະຄຣິດໄດ້ຖືກຖວາຍເພື່ອໃຫ້ແບກຮັບເອົາບາບຂອງຄົນຈຳນວນຫຼາຍ; ແລະ ສຳລັບຜູ້ທີ່ລໍຖ້າພຣະອົງ ພຣະອົງກໍ່ຈະປາກົດຕົວເປັນຄັ້ງທີສອງ ໂດຍບໍ່ມີຄວາມຜິດບາບເພື່ອຄວາມລອດພົ້ນ” (ເຮັບເຣີ 9:28). “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ” (ໂຢຮັນ 1:1). ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ. ສະນັ້ນ ໃນທັງສາມຂັ້ນຕອນຂອງພາລະກິດ, ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ສອງຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນັ້ນກໍເພາະວ່າ ມີພຽງໜຶ່ງໃນສາມຂັ້ນຕອນຂອງພາລະກິດເທົ່ານັ້ນທີ່ເປັນການນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ, ໃນຂະນະທີ່ອີກສອງຂັ້ນຕອນປະກອບດ້ວຍພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ການບັງເກີດເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ
- [4. ເປັນຫຍັງພຣະເຈົ້າຈຶ່ງບໍ່ໃຊ້ມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ; ເປັນຫຍັງພຣະອົງຈຶ່ງຕ້ອງບັງເກີດເປັນມະນຸດ ແລະ ປະຕິບັດດ້ວຍຕົວພຣະອົງເອງ?](https://lo.kingdomsalvation.org/God-incarnate-do-judgment-work.html) - ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ: “ພຣະບິດາບໍ່ພິພາກສາຄົນໃດຄົນໜຶ່ງ, ແຕ່ມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ... ແລະ ໄດ້ຊົງປະທານສິດອຳນາດໃຫ້ພຣະອົງເພື່ອເຮັດການພິພາກສານໍາ ເພາະວ່າພຣະອົງເປັນບຸດມະນຸດ” (ໂຢຮັນ 5:22, 27). ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ພາລະກິດແຫ່ງການພິພາກສາແມ່ນພາລະກິດຂອງພຣະເຈົ້າເອງ, ສະນັ້ນ ໂດຍທຳມະຊາດແລ້ວມັນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ; ມະນຸດບໍ່ສາມາດປະຕິບັດມັນແທນພຣະເຈົ້າໄດ້. ເພາະວ່າ ການພິພາກສາແມ່ນການໃຊ້ຄວາມຈິງເພື່ອເອົາຊະນະມະນຸດຊາດ, ແນ່ນອນວ່າພຣະເຈົ້າຈະຍັງປາກົດຢູ່ໃນລັກສະນະທີ່ບັງເກີດເປັນມະນຸດເພື່ອປະຕິບັດພາລະກິດດັ່ງກ່າວນີ້ໃນທ່າມກາງມະນຸດ. ນັ້ນໝາຍຄວາມວ່າ ພຣະຄຣິດແຫ່ງຍຸກສຸດທ້າຍຈະໃຊ້ຄວາມຈິງເພື່ອສອນມະນຸດໃນທົ່ວໂລກ ແລະ ເຮັດໃຫ້ພວກເຂົາຮູ້ຄວາມຈິງທັງໝົດ. ນີ້ແມ່ນພາລະກິດແຫ່ງການພິພາກສາຂອງພຣະເຈົ້າ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິສປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ ພຣະຄຣິສແຫ່ງຍຸກສຸດທ້າຍໃຊ້ຄວາມຈິງທີ່ຫຼາກຫຼາຍເພື່ອສອນມະນຸດ, ເພື່ອເປີດໂປງແກ່ນສານຂອງມະນຸດ ແລະ ເພື່ອໄຈ້ແຍກຄຳເວົ້າ ແລະ ການກະທຳຂອງມະນຸດ. ພຣະທຳເຫຼົ່ານີ້ປະກອບດ້ວຍຄວາມຈິງຕ່າງໆ ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີທີ່ມະນຸດຄວນຈະອ່ອນນ້ອມຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນຈະຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນຈະໃຊ້ຊີວິດທີ່ເປັນຄວາມເປັນມະນຸດປົກກະຕິ, ພ້ອມທັງສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ. ພຣະທຳເຫຼົ່ານີ້ທັງໝົດແມ່ນມຸ່ງໄປທີ່ແກ່ນສານຂອງມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຂົາ. ໂດຍສະເພາະຢ່າງຍິ່ງ, ພຣະທຳທີ່ເປີດໂປງວິທີທີ່ມະນຸດປະຕິເສດພຣະເຈົ້າ ແມ່ນຍິ່ງມຸ່ງໄປທີ່ວ່າ ມະນຸດເປັນຕົວແທນຂອງຊາຕານ ແລະ ເປັນກຳລັງຂອງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການດຳເນີນພາລະກິດແຫ່ງການພິພາກສາຂອງພຣະອົງ, ພຣະເຈົ້າບໍ່ໄດ້ອະທິບາຍທຳມະຊາດຂອງມະນຸດຢ່າງຄົບຖ້ວນດ້ວຍຄຳເວົ້າພຽງບໍ່ເທົ່າໃດຄຳ;
- [3. ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະວິນຍານ?](https://lo.kingdomsalvation.org/work-of-incarnate-and-Spirit.html) - ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ: “ແລ້ວໂມເຊກໍເວົ້າວ່າ ຂ້ານ້ອຍອ້ອນວອນພຣະອົງ, ຂໍໃຫ້ພຣະອົງສະແດງສະຫງ່າລາສີຂອງພຣະອົງໃຫ້ກັບຂ້ານ້ອຍ. ແລ້ວພຣະອົງກໍກ່າວວ່າ ເຮົາຈະເຮັດໃຫ້ຄວາມດີທັງໝົດຂອງເຮົາຜ່ານຕໍ່ໜ້າເຈົ້າ ແລະ ເຮົາຈະປະກາດນາມຂອງພຣະເຢໂຮວາຕໍ່ໜ້າເຈົ້າ; ແລະ ຈະມີຄວາມກະລຸນາຕໍ່ຄົນທີ່ເຮົາຈະມີຄວາມກະລຸນານໍາ ແລະ ຈະສະແດງຄວາມເມດຕາຕໍ່ຄົນທີ່ເຮົາຈະສະແດງຄວາມເມດຕານໍາ. ແລ້ວພຣະອົງກ່າວວ່າ ເຈົ້າບໍ່ສາມາດເຫັນໃບໜ້າຂອງເຮົາ: ຍ້ອນບໍ່ມີມະນຸດຄົນໃດທີ່ເຫັນເຮົາ ແລະ ມີຊີວິດຢູ່” (ອົບພະຍົບ 33:18-20). “ແລ້ວພຣະເຢໂຮວາລົງມາເທິງພູເຂົາຊີນາຍ, ຢູ່ດ້ານເທິງຂອງພູເຂົາ: ແລະ ພຣະເຢໂຮວາໄດ້ເອີ້ນຫາໂມເຊເພື່ອຂຶ້ນໄປເທິງພູເຂົາ; ແລະ ໂມເຊກໍຂຶ້ນໄປ. ແລ້ວພຣະເຢໂຮວາໄດ້ກ່າວກັບໂມເຊວ່າ ລົງໄປ, ໄປຄຸມຜູ້ຄົນ, ຍ້ອນຢ້ານວ່າພວກເຂົາຈະຫຼຽວເບິ່ງຜ່ານພຣະເຢໂຮວາ ແລະ ພວກເຂົາຫຼາຍຄົນຈະຈິບຫາຍ. ແລ້ວໃຫ້ພວກປະໂລຫິດທີ່ເຂົ້າມາໃກ້ພຣະເຢໂຮວາໄດ້ຊໍາລະລ້າງຕົນເອງໃຫ້ບໍລິສຸດເຊັ່ນກັນ, ຍ້ອນຢ້ານວ່າພຣະເຢໂຮວາຈະອອກມາຫາພວກເຂົາ” (ອົບພະຍົບ 19:20-22). “ແລ້ວປະຊາຊົນທຸກຄົນໄດ້ເຫັນຟ້າຮ້ອງ ແລະ ຟ້າແມບ ແລະ ສຽງແກ ແລະ ພູເຂົາມີຄວັນ: ແລະ ເມື່ອປະຊາຊົນເຫັນມັນ, ພວກເຂົາກໍຈາກໄປ ແລະ ຢືນຢູ່ໄກໆ. ແລ້ວພວກເຂົາເວົ້າກັບໂມເຊວ່າ ຂໍໃຫ້ເຈົ້າເວົ້າກັບພວກເຮົາ ແລະ ພວກເຮົາຈະຮັບຟັງ: ແຕ່ຢ່າໃຫ້ພຣະເຈົ້າເວົ້າກັບພວກເຮົາ, ຍ້ອນຢ້ານວ່າພວກເຮົາຈະຕາຍ” (ອົບພະຍົບ 20:18-19).
- [2. ແມ່ນຫຍັງຄືການບັງເກີດເປັນມະນຸດ? ແມ່ນຫຍັງຄືແກ່ນແທ້ຂອງການບັງເກີດເປັນມະນຸດ?](https://lo.kingdomsalvation.org/what-is-incarnation.html) - ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ: “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ” (ໂຢຮັນ 1:1). “ແລ້ວພຣະທຳຖືກເຮັດໃຫ້ກາຍເປັນເນື້ອໜັງ ແລະ ດຳລົງຊີວິດຢູ່ທ່າມກາງພວກເຮົາ (ແລະ ພວກເຮົາໄດ້ເບິ່ງເຫັນເຖິງສະຫງ່າລາສີຂອງພຣະອົງ, ສະຫງ່າລາສີທີ່ເກີດມາຈາກພຣະບິດາ), ເຕັມໄປດ້ວຍຄວາມກະລຸນາ ແລະ ຄວາມຈິງ” (ໂຢຮັນ 1:14). “ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ” (ໂຢຮັນ 14:6). “ພຣະເຢຊູເວົ້າກັບລາວວ່າ ເຮົາໄດ້ຢູ່ກັບເຈົ້າແຕ່ດົນນານ, ແຕ່ເຈົ້າບໍ່ຮູ້ຈັກເຮົາບໍ ຟິລິບ? ຜູ້ໃດທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະບິດາ; ແລະ ເຈົ້າຈະເວົ້າແນວໃດ, ຈົ່ງສະແດງພຣະບິດາຕໍ່ພວກຂ້ານ້ອຍບໍ? ເຈົ້າບໍ່ເຊື່ອວ່າ ເຮົາຢູ່ໃນພຣະບິດາ ແລະ ພຣະບິດາກໍຢູ່ໃນເຮົາ ບໍ? ພຣະທຳທີ່ເຮົາກ່າວກັບເຈົ້າ ເຮົາບໍ່ໄດ້ກ່າວກ່ຽວກັບເຮົາ: ແຕ່ກ່ຽວກັບພຣະບິດາທີ່ສະຖິດຢູ່ໃນເຮົາ, ພຣະອົງກະທໍາການເອງ. ຈົ່ງເຊື່ອເຮົາວ່າເຮົາຢູ່ໃນພຣະບິດາ ແລະ ພຣະບິດາກໍ່ຢູ່ໃນເຮົາ: ຫຼື ບໍ່ດັ່ງນັ້ນກໍ່ເຊື່ອໃນຕົວເຮົາເພື່ອເຫັນແກ່ວຽກທຸກຢ່າງ” (ໂຢຮັນ 14:9-11). “ເຮົາ ແລະ ພຣະບິດາຂອງເຮົາເປັນໜຶ່ງດຽວກັນ” (ໂຢຮັນ 10:30). ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
- [1. ພຣະເຢຊູເຈົາໄດ້ທຳນວາຍດ້ວຍຕົວພຣະອົງເອງວ່າ ພຣະເຈົ້າຈະບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ປາກົດຕົວເປັນບຸດມະນຸດເພື່ອປະຕິບັດພາລະກິດ](https://lo.kingdomsalvation.org/prophesied-God-incarnate-in-last-days.html) - ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ: “ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ” (ລູກາ 12:40). “ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ” (ມັດທາຍ 24:37). “ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27). “ຍ້ອນຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງໃຕ້ສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້” (ລູກາ 17:24-25). “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ພວກເຈົ້າຈົ່ງອອກໄປພົບກັບເພິ່ນ” (ມັດທາຍ 25:6). “ເບິ່ງແມ້, ເຮົາຢືນຢູ່ທີ່ປະຕູ ແລະ ເຄາະປະຕູຢູ່: ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ ແລະ ເປີດປະຕູ, ເຮົາຈະເຂົ້າໄປຫາຜູ້ນັ້ນ ແລະ ຈະກິນເຂົ້າກັບຜູ້ນັ້ນ ແລະ ຜູ້ນັ້ນກໍຈະກິນເຂົ້າກັບເຮົາ” (ພຣະນິມິດ 3:20). “ແລະ ຂ້າພະເຈົ້າຫັນໄປຍັງສຽງທີ່ເວົ້າກັບຂ້າພະເຈົ້າ. ເມື່ອຂ້າພະເຈົ້າຫັນໄປກໍເຫັນຄັນທຽນຄໍາເຈັດອັນ; ໃນທ່າມກາງຄັນທຽນເຈັດຄັນເຫຼົ່ານັ້ນ ມີຜູ້ໜຶ່ງເໝືອນບຸດມະນຸດ, ນຸ່ງເສື້ອລ່າມລົງເຖິງຕີນ ແລະ ຄຽນເອິກດ້ວຍຜ້າບ່ຽງຄໍາ. ຫົວ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 162](https://lo.kingdomsalvation.org/recital-knowing-God-s-work-162.html) - ບາງຄົນຖາມວ່າ: “ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດ ແລະ ພາລະກິດທີ່ຜູ້ປະກາດພຣະທຳ ແລະ ສາວົກທີ່ຢູ່ໃນອະດີດໄດ້ປະຕິບັດ? ເດວິດກໍຖືກເອີ້ນວ່າພຣະຜູ້ເປັນເຈົ້າເຊັ່ນກັນ ແລະ ພຣະເຢຊູກໍຖືກເອີ້ນຄືກັນ; ເຖິງແມ່ນພາລະກິດທີ່ພວກເຂົາປະຕິບັດແມ່ນແຕກຕ່າງກັນ, ພວກເຂົາກໍຖືກເອີ້ນແບບດຽວກັນ. ຈົ່ງບອກເຮົາເບິ່ງ, ເປັນຫຍັງຕົວຕົນຂອງພວກເຂົາຈຶ່ງບໍ່ຄືກັນ? ສິ່ງທີ່ໂຢຮັນໄດ້ເຫັນກໍຄືນິມິດ ເຊິ່ງມາຈາກພຣະວິນຍານບໍລິສຸດ ແລະ ເພິ່ນສາມາດເວົ້າເຖິງພຣະທຳທີ່ພຣະວິນຍານບໍລິສຸດເຈດຕະນາທີ່ຈະເວົ້າ; ເປັນຫຍັງຕົວຕົນຂອງໂຢຮັນຈຶ່ງແຕກຕ່າງຈາກຕົວຕົນຂອງພຣະເຢຊູ?” ພຣະທຳທີ່ພຣະເຢຊູກ່າວແມ່ນສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າຢ່າງສົມບູນ. ສິ່ງທີ່ໂຢຮັນເຫັນແມ່ນນິມິດ ແລະ ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າໄດ້ຢ່າງສົມບູນ. ເປັນຫຍັງເມື່ອໂຢຮັນ, ເປໂຕ ແລະ ໂປໂລກ່າວຄຳເວົ້າຫຼາຍຄຳ ດັ່ງທີ່ພຣະເຢຊູກ່າວ ແຕ່ພວກເຂົາກໍບໍ່ມີຕົວຕົນແບບດຽວກັບພຣະເຢຊູ? ຫຼັກໆແມ່ນເປັນຍ້ອນພາລະກິດທີ່ພວກເຂົາປະຕິບັດນັ້ນແຕກຕ່າງກັນ. ພຣະເຢຊູເປັນຕົວແທນໃຫ້ກັບພຣະວິນຍານຂອງພຣະເຈົ້າ ແລະ ເປັນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດໂດຍກົງ. ພຣະອົງປະຕິບັດພາລະກິດຂອງຍຸກໃໝ່ ເຊິ່ງເປັນພາລະກິດທີ່ບໍ່ມີໃຜເຄີຍປະຕິບັດມາກ່ອນ. ພຣະອົງເປີດຫົນທາງໃໝ່, ພຣະອົງເປັນຕົວແທນໃຫ້ກັບພຣະເຢໂຮວາ ແລະ ພຣະອົງເປັນຕົວແທນໃຫ້ກັບພຣະເຈົ້າເອງ, ໃນຂະນະທີ່ເປໂຕ, ໂປໂລ ແລະ ເດວິດ, ບໍ່ວ່າພວກເຂົາຈະຖືກເອີ້ນວ່າແນວໃດກໍຕາມ ພວກເຂົາພຽງແຕ່ເປັນຕົວແທນໃຫ້ກັບສິ່ງມີຊີວິດຂອງພຣະເຈົ້າ ແລະ ຖືກພຣະເຢຊູ ຫຼື ພຣະເຢໂຮວາສົ່ງມາ. ສະນັ້ນ ບໍ່ວ່າພາລະກິດທີ່ພວກເຂົາປະຕິບັດນັ້ນມີຫຼາຍສໍ່າໃດກໍຕາມ, ບໍ່ວ່າສິ່ງອັດສະຈັນທີ່ພວກເຂົາປະຕິບັດນັ້ນຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຂົາກໍຍັງເປັນພຽງສິ່ງຖືກສ້າງຂອງພຣະເຈົ້າ ແລະ
- [ບົດນຳ](https://lo.kingdomsalvation.org/introduction-classic-words.html) - ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງກາຍມາເປັນເນື້ອໜັງເພື່ອກ່າວຈາກມຸມມອງທີ່ແຕກຕ່າງກັນ ເພື່ອວ່າມະນຸດຈະສາມາດເຫັນພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນພຣະທໍາທີ່ປາກົດໃນເນື້ອໜັງ ແລະ ສາມາດເບິ່ງເຫັນສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພາລະກິດດັ່ງກ່າວແມ່ນຖືກປະຕິບັດເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດໄດ້ດີຂຶ້ນ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ ເຊິ່ງເປັນຄວາມໝາຍທີ່ແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກແຫ່ງພຣະທໍາ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນມາຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນເຂົ້າເຮັດ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການເຮັດໃນຍຸກແຫ່ງພຣະທໍາຈະເກີດຜົນຢ່າງສົມບູນ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນຈະຖືກເປີດໂປງ, ກໍາຈັດ ແລະ ທົດລອງ. ຜູ້ຄົນໄດ້ເຫັນພຣະທໍາຂອງພຣະເຈົ້າ, ໄດ້ຍິນພຣະທໍາເຫຼົ່ານີ້ ແລະ ຮັບຮູ້ເຖິງການມີຢູ່ຈິງຂອງພຣະທໍາເຫຼົ່ານີ້. ຜົນຕາມມາກໍ່ຄື ພວກເຂົາໄດ້ມາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ໃນລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ຄໍາວ່າ “ພຣະທໍາ” ອາດເປັນສິ່ງທີ່ງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສັ່ນສະເທືອນຈັກກະວານ, ພວກມັນປ່ຽນຫົວໃຈຂອງຜູ້ຄົນ, ປ່ຽນແປງແນວຄິດ ແລະ ອຸປະນິໄສເດີມຂອງພວກເຂົາ ແລະ ປ່ຽນແປງລັກສະນະທີ່ໂລກທັງປວງເຄີຍເປັນ.
- [XV ພຣະທຳກ່ຽວກັບການທຳນວາຍຄວາມງົດງາມຂອງລາຊະອານາຈັກ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ ແລະ ຄຳສັນຍາ ແລະ ພອນຂອງພຣະເຈົ້າ](https://lo.kingdomsalvation.org/prophesying-kingdom-mankinds-destination.html) - 686. ພາລະກິດຂອງເຮົາຄົງຢູ່ເປັນເວລາຫົກພັນປີ ແລະ ເຮົາສັນຍາວ່າ ການຄວບຄຸມມະນຸດທັງໝົດຂອງຜີຮ້າຍກໍ່ຈະບໍ່ດົນໄປກວ່າຫົກພັນປີ. ແລ້ວດ້ວຍເຫດນັ້ນ ເວລາແມ່ນໝົດແລ້ວ. ເຮົາຈະບໍ່ສືບຕໍ່ ຫຼື ຊັກຊ້າອີກຕໍ່ໄປ, ລະຫວ່າງຍຸກສຸດທ້າຍ ເຮົາຈະຕີຊາຕານພ່າຍແພ້, ເຮົາຈະເອົາລັດສະໝີທັງໝົດຂອງເຮົາຄືນ ແລະ ເຮົາຈະຮຽກວິນຍານທັງໝົດທີ່ເປັນຂອງເຮົາເທິງແຜ່ນດິນໂລກກັບມາ ເພື່ອວິນຍານທີ່ທົນທຸກທໍລະມານເຫຼົ່ານີ້ຈະລອດພົ້ນຈາກທະເລແຫ່ງຄວາມທົນທຸກທໍລະມານ ແລະ ດ້ວຍເຫດນັ້ນ ຈະສິ້ນສຸດພາລະກິດທັງໝົດຂອງເຮົາເທິງແຜ່ນດິນໂລກ. ນັບຈາກມື້ນີ້ເປັນຕົ້ນໄປ ເຮົາຈະບໍ່ມາເປັນມະນຸດເທິງແຜ່ນດິນໂລກອີກ ແລະ ພາລະກິດທັງໝົດທີ່ຄວບຄຸມໂດຍພຣະວິນຍານຂອງເຮົາກໍຈະບໍ່ເກີດຂຶ້ນເທິງແຜ່ນດິນໂລກອີກຕໍ່ໄປ. ແຕ່, ເຮົາຈະເຮັດອີກສິ່ງໜຶ່ງເທິງແຜ່ນດິນໂລກ: ເຮົາຈະສ້າງ ມະນຸດຊາດຂຶ້ນມາໃໝ່ ເຊິ່ງເປັນມະນຸດຊາດທີ່ບໍລິສຸດ ແລະ ເປັນເມືອງທີ່ສັດຊື່ຂອງເຮົາເທິງແຜ່ນດິນໂລກ. ແຕ່ຈົ່ງຮູ້ໄວ້ວ່າ ເຮົາຈະບໍ່ທຳລາຍໂລກທັງໝົດ ຫຼື ເຮົາຈະບໍ່ທຳລາຍມະນຸດຊາດທັງໝົດ. ເຮົາຈະຮັກສາໜຶ່ງສ່ວນສາມທີ່ຍັງເຫຼືອຢູ່, ໜຶ່ງສ່ວນສາມທີ່ຮັກເຮົາ ທີ່ເຮົາມີໄຊຊະນະຢ່າງແທ້ຈິງ ແລະ ເຮົາຈະເຮັດໃຫ້ໜຶ່ງສ່ວນສາມນີ້ເກີດຜົນ ແລະ ຂະຫຍາຍຢູ່ເທິງແຜ່ນດິນໂລກຄືກັບທີ່ຊາວອິດສະຣາເອນໄດ້ເຮັດພາຍໃຕ້ຂໍ້ບັນຍັດ; ເຂົາຈະໄດ້ຮັບແກະ ແລະ ງົວຈຳນວນຫຼວງຫຼາຍທີ່ເຮົາລ້ຽງໃຫ້ເຂົາ ພ້ອມດ້ວຍຄວາມອຸດົມສົມບູນທັງໝົດຂອງແຜ່ນດິນໂລກ. ມະນຸດຊາດກຸ່ມນີ້ຈະຢູ່ກັບເຮົາຕະຫຼອດໄປ, ແຕ່ມັນບໍ່ແມ່ນມະນຸດຊາດສົກກະປົກທີ່ເປັນຕາເວດທະນາໃນປັດຈຸບັນ ແຕ່ແມ່ນມະນຸດຊາດທີ່ເປັນການຮວບຮວມຈາກຄົນເຫຼົ່ານັ້ນທຸກຄົນທີ່ຖືກຮັບໂດຍເຮົາ. ມະນຸດຊາດດັ່ງກ່າວຈະບໍ່ຖືກທຳລາຍ, ຮຸກຮານ ຫຼື ຄວບຄຸມໂດຍຊາຕານ ແລະ ຈະເປັນມະນຸດຊາດພຽງກຸ່ມດຽວທີ່ດຳລົງຊີວິດຢູ່ເທິງແຜ່ນດິນໂລກຫຼັງຈາກທີ່ເຮົາເອົາໄຊຊະນະຊາຕານ. ເປັນມະນຸດຊາດທີ່ເຮົາໄດ້ເອົາຊະນະໃນມື້ນີ້
- [XIV ພຣະທຳກ່ຽວກັບມາດຕະຖານຂອງພຣະເຈົ້າສຳລັບການກໍານົດຜົນໄດ້ຮັບຂອງມະນຸດ ແລະ ກ່ຽວກັບຈຸດສິ້ນສຸດຂອງຄົນທຸກປະເພດ](https://lo.kingdomsalvation.org/standards-for-defining-mans-outcome.html) - 675. ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າສູ່ການພັກເຊົາກັບພຣະເຈົ້າ; ສະນັ້ນ, ທຸກຄົນທີ່ເຂົ້າສູ່ການພັກເຊົາລ້ວນແລ້ວແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກທີ່ໄດ້ຜ່ານພາລະກິດຊໍາລະລ້າງໃຫ້ບໍລິສຸດບາບຂອງພຣະອົງ. ໃນທີ່ສຸດ ມະນຸດເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະໄດ້ເຂົ້າສູ່ການພັກເຊົາຄັ້ງສຸດທ້າຍ. ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າໃນແກ່ນແທ້ແລ້ວແມ່ນເພື່ອເຮັດໃຫ້ມະນຸດຊາດບໍລິສຸດ ເພື່ອມື້ແຫ່ງການພັກເຊົາຄັ້ງສຸດທ້າຍ; ຖ້າບໍ່ດັ່ງນັ້ນ ບໍ່ມີມະນຸດຄົນໃດທີ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ການພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະເປີດໂປງອົງປະກອບທີ່ກະບົດຂອງມະນຸດຊາດ ເພື່ອຈໍາແນກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊີວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ດິນແດນທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເຂົ້າສູ່ວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງການພັກເຊົາສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງການພັກເຊົາທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ
- [(III) ຄຳເຕືອນຂອງພຣະເຈົ້າຕໍ່ມະນຸດ](https://lo.kingdomsalvation.org/God-s-warnings-for-man.html) - 644. ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິສກ່າວໄວ້ ແມ່ນຄົນທີ່ເປັນຕາຫົວຂວັນທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິສນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິສໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິສເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ແລະ ບໍ່ມີໃຜທີ່ສາມາດຜ່ານພຣະອົງໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິສ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ອ່ອນນ້ອມຕໍ່ພຣະທໍາຂອງພຣະອົງ. ຢ່າຄິດເຖິງພຽງແຕ່ການໄດ້ຮັບພອນ ໃນຂະນະທີ່ບໍ່ສາມາດຍອມຮັບຄວາມຈິງ ແລະ ການສະໜອງຊີວິດ. ພຣະຄຣິສມາໃນຍຸກສຸດທ້າຍ ເພື່ອວ່າພຣະອົງຈະສາມາດສະໜອງຊີວິດໃຫ້ທຸກຄົນທີ່ເຊື່ອໃນພຣະອົງຢ່າງຈິງໃຈ. ພາລະກິດນີ້ແມ່ນເພື່ອສິ້ນສຸດຍຸກເກົ່າ ແລະ ເຂົ້າສູ່ຍຸກໃໝ່ ແລະ ພາລະກິດນີ້ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ຮັບຮູ້ພຣະຄຣິສ ແລະ ຍິ່ງໄປກວ່ານັ້ນແມ່ນກ່າວໂທດ, ໝິ່ນປະໝາດ ຫຼື ຂົ່ມເຫັງພຣະອົງ, ເຈົ້າກໍຈະຖືກເຜົາໄໝ້ໄປຊົ່ວນິດນິລັນຢ່າງແນ່ນອນ ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ນີ້ກໍຍ້ອນວ່າພຣະຄຣິສອົງນີ້ເອງເປັນການສະແດງອອກຂອງພຣະວິນຍານບໍລິສຸດ, ການສະແດງອອກຂອງພຣະເຈົ້າ, ເຊິ່ງແມ່ນຜູ້ທີ່ພຣະເຈົ້າໄດ້ມອບໝາຍໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິສແຫ່ງຍຸກສຸດທ້າຍໄດ້ກະທຳ, ເຈົ້າກໍກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ດູໝິ່ນພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າສິ່ງນີ້: ຖ້າເຈົ້າຕໍ່ຕ້ານພຣະຄຣິສແຫ່ງຍຸກສຸດທ້າຍ, ຖ້າເຈົ້າປະຕິເສດພຣະຄຣິສແຫ່ງຍຸກສຸດທ້າຍ, ຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາສໍາລັບສິ່ງນີ້ແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ,
- [(II) ຄຳແນະນຳ ແລະ ການປອບໃຈຂອງພຣະເຈົ້າຕໍ່ມະນຸດ](https://lo.kingdomsalvation.org/God-s-exhortations-and-consolations.html) - 623. ມື້ນີ້ພຣະເຈົ້າຕັດສິນພວກເຈົ້າ, ຂ້ຽນຕີພວກເຈົ້າ ແລະ ກ່າວໂທດພວກເຈົ້າ, ແຕ່ພວກເຈົ້າຕ້ອງຮູ້ຈຸດປະສົງໃນການກ່າວໂທດຂອງພວກເຈົ້າ ນັ້ນກໍ່ເພື່ອເຮັດໃຫ້ພວກເຈົ້າຮູ້ຈັກຕົວພວກເຈົ້າເອງ. ພຣະອົງກ່າວໂທດ, ສາບແຊ່ງ, ຕັດສິນ ແລະ ຂ້ຽນຕີເພື່ອວ່າເຈົ້າຈະໄດ້ຮູ້ຈັກຕົວເອງ, ເພື່ອວ່າອຸປະນິໄສຂອງເຈົ້າອາດຈະປ່ຽນແປງ ແລະ ຍິ່ງໄປກວ່ານັ້ນ ກໍ່ເພື່ອວ່າ ເຈົ້າອາດຈະຮູ້ຄຸນຄ່າຂອງຕົວເຈົ້າເອງ ແລະ ເຫັນວ່າການກະທຳຂອງພຣະເຈົ້າທັງໝົດນັ້ນຊອບທຳ ແລະ ສອດຄ່ອງກັບອຸປະນິໄສຂອງພຣະອົງ ແລະ ອີງຕາມຄວາມຕ້ອງການຂອງພາລະກິດຂອງພຣະອົງ, ວ່າພຣະອົງປະຕິບັດພາລະກິດຕາມແຜນການໄຖ່ບາບມະນຸດຂອງພຣະອົງ ແລະ ພຣະອົງເປັນພຣະເຈົ້າຜູ້ທ່ຽງທຳຜູ້ທີ່ຮັກມະນຸດ, ຊ່ວຍມະນຸດໃຫ້ລອດພົ້ນ, ຕັດສິນ ແລະ ຂ້ຽນຕີມະນຸດ. ຖ້າເຈົ້າຮູ້ພຽງແຕ່ວ່າເຈົ້າເປັນຄົນມີສະຖານະຕ່ຳຕ້ອຍ, ວ່າເຈົ້າເປັນຄົນເສື່ອມຊາມ ແລະ ກະບົດ, ແຕ່ກັບບໍ່ຮູ້ວ່າພຣະເຈົ້າປາດຖະໜາປະຕິບັດພາລະກິດການໄຖ່ບາບມະນຸດຂອງພຣະອົງແບບລຽບງ່າຍຜ່ານທາງການພິພາກສາ ແລະ ການຂ້ຽນຕີທີ່ພຣະອົງປະຕິບັດໃນຕົວເຈົ້າໃນປັດຈຸບັນນີ້, ເຈົ້າກໍ່ຈະບໍ່ມີທາງໄດ້ຮັບປະສົບການ, ແຮງໄກທີ່ເຈົ້າຈະສາມາດດຳເນີນຕໍ່ໄປຂ້າງໜ້າໄດ້. ພຣະເຈົ້າບໍ່ໄດ້ມາເພື່ອຂ້າ ຫຼື ທຳລາຍ, ແຕ່ມາເພື່ອຕັດສິນ, ສາບແຊ່ງ, ຂ້ຽນຕີ ແລະ ຊ່ວຍໃຫ້ລອດພົ້ນ. ຈົນກວ່າແຜນການຄຸ້ມຄອງ 6.000 ປີຂອງພຣະອົງຈະຈົບສິ້ນລົງ ກ່ອນທີ່ພຣະອົງຈະເປີດເຜີດຜົນສະຫຼຸບແຕ່ລະປະເພດຂອງມະນຸດ ພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນເພື່ອຄວາມລອດພົ້ນ; ຈຸດປະສົງຂອງມັນກໍ່ເພື່ອເຮັດໃຫ້ຜູ້ທີ່ຮັກພຣະອົງຢ່າງແທ້ຈິງສົມບູນທັງໝົດ ແລະ ເຮັດໃຫ້ພວກເຂົາຍອມຈໍານົນພາຍໃຕ້ການປົກຄອງຂອງພຣະອົງ.
- [(I) ຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດ](https://lo.kingdomsalvation.org/God-s-requirements-of-man.html) - 605. ຕອນນີ້ ເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ. ການກາຍມາເປັນປະຊາຊົນຂອງພຣະເຈົ້າໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ເຈົ້າເລີ່ມເຂົ້າສູ່ການຝຶກຝົນແຫ່ງອານາຈັກຢ່າງເປັນທາງການ ແລະ ຊີວິດໃນອະນາຄົດຂອງເຈົ້າກໍ່ຈະບໍ່ໂລເລ ແລະ ໄຮ້ລະບຽບດັ່ງທີ່ພວກເຂົາເປັນກ່ອນໜ້ານີ້; ເມື່ອດຳລົງຊີວິດໃນລັກສະນະນັ້ນ, ມັນເປັນໄປບໍ່ໄດ້ທີ່ຈະບັນລຸມາດຕະຖານທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າບໍ່ຮູ້ສຶກເຖິງຄວາມຮີບຮ້ອນໃດໆ ແລ້ວນີ້ກໍ່ສະແດງວ່າ ເຈົ້າບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ, ການສະແຫວງຫາຂອງເຈົ້າສັບສົນ ແລະ ວຸ້ນວາຍ ແລະ ເຈົ້າບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າສຳເລັດໄດ້. ການເຂົ້າສູ່ການຝຶກອົບຮົມແຫ່ງອານາຈັກໝາຍເຖິງການເລີ່ມຕົ້ນຊີວິດຂອງປະຊາຊົນຂອງພຣະເຈົ້າ, ເຈົ້າເຕັມໃຈທີ່ຈະຍອມຮັບການຝຶກຝົນດັ່ງກ່າວບໍ? ເຈົ້າເຕັມໃຈທີ່ຈະຮູ້ສຶກເຖິງຄວາມຮີບດ່ວນບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ລະບຽບວິໄນຂອງພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຕີສອນຂອງພຣະເຈົ້າບໍ? ເມື່ອພຣະທຳຂອງພຣະເຈົ້າມາເຖິງເຈົ້າ ແລະ ທົດສອບເຈົ້າ, ເຈົ້າຈະເຮັດແນວໃດ? ເຈົ້າຈະເຮັດຫຍັງແດ່ເມື່ອພົບກັບຂໍ້ແທ້ຈິງທຸກຮູບແບບ? ໃນອະດີດ ຄວາມສົນໃຈຂອງເຈົ້າບໍ່ແມ່ນກ່ຽວກັບຊີວິດ; ມື້ນີ້, ເຈົ້າຕ້ອງເຂົ້າສູ່ຊີວິດ-ຄວາມເປັນຈິງ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າ. ນີ້ຄືສິ່ງທີ່ປະຊາຊົນໃນອານາຈັກຕ້ອງເຮັດໃຫ້ສຳເລັດ. ທຸກຄົນທີ່ເປັນປະຊາຊົນຂອງພຣະເຈົ້າຕ້ອງມີຊີວິດ, ພວກເຂົາຕ້ອງຍອມຮັບການຝຶກຝົນແຫ່ງອານາຈັກ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງພວກເຂົາ. ນີ້ຄືສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກ. ສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກຄືດັ່ງລຸ່ມນີ້: 1) ພວກເຂົາຕ້ອງຍອມຮັບການຝາກຝັງຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ພວກເຂົາຕ້ອງຍອມຮັບພຣະທຳທຸກຂໍ້ທີ່ກ່າວໄວ້ໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ. 2) ພວກເຂົາຕ້ອງເຂົ້າສູ່ການຝຶກຝົນແຫ່ງອານາຈັກ. 3) ພວກເຂົາຕ້ອງສະແຫວງຫາເພື່ອເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບການສຳຜັດຈາກພຣະເຈົ້າ. ເມື່ອຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ
- [XII ພຣະທຳກ່ຽວກັບລັດຖະທຳມະນູນ, ພຣະດຳລັດແຫ່ງການປົກຄອງ ແລະ ພຣະບັນຍັດຕ່າງໆຂອງຍຸກແຫ່ງລາຊະອານາຈັກ](https://lo.kingdomsalvation.org/constitution-administrative-decrees-commandments.html) - 595. ພາລະກິດທີ່ຖືກວາງແຜນໄວ້ແລ້ວຂອງເຮົາຈະກ້າວໄປຂ້າງໜ້າໂດຍບໍ່ມີການຢຸດເຊົາແມ່ນແຕ່ຊ່ວງເວລາດຽວ. ເມື່ອໄດ້ຍັບເຂົ້າສູ່ຍຸກແຫ່ງອານາຈັກ ແລະ ເມື່ອໄດ້ແບກພວກເຈົ້າເຂົ້າສູ່ອານາຈັກຂອງເຮົາດັ່ງປະຊາຊົນຂອງເຮົາ, ເຮົາຈະຮຽກຮ້ອງຢ່າງອື່ນຈາກພວກເຈົ້າ; ນັ້ນໝາຍຄວາມວ່າ ເຮົາຈະເລີ່ມປະກາດນໍາໃຊ້ລັດຖະທຳມະນູນທີ່ເຮົາຈະປົກຄອງຍຸກນີ້ຕໍ່ໜ້າພວກເຈົ້າ: ຍ້ອນພວກເຈົ້າຖືກເອີ້ນວ່າປະຊາຊົນຂອງເຮົາ, ພວກເຈົ້າກໍຄວນສາມາດສັນລະເສີນນາມຂອງເຮົາ; ນັ້ນກໍຄື ຢືນເປັນພະຍານໃນທ່າມກາງການທົດລອງ. ຖ້າຜູ້ໃດກໍຕາມພະຍາຍາມລໍ້ລວງເຮົາ ແລະ ປິດບັງຄວາມຈິງຈາກເຮົາ ຫຼື ເຂົ້າຮ່ວມເຮັດສິ່ງທີ່ບໍ່ໜ້າເຊື່ອຖືລັບຫຼັງຂອງເຮົາ, ຄົນປະເພດດັ່ງກ່າວຈະຖືກໂຍນອອກໄປ ແລະ ກຳຈັດອອກຈາກເຮືອນຂອງເຮົາ ໂດຍບໍ່ມີການຍົກເວັ້ນ ເພື່ອລໍຖ້າໃຫ້ເຮົາຈັດການພວກເຂົາ. ຄົນທີ່ບໍ່ຊື່ສັດ ແລະ ອັກກະຕັນຍູຕໍ່ເຮົາໃນອະດີດ ແລະ ຄົນທີ່ລຸກຂຶ້ນເພື່ອຕັດສິນເຮົາຢ່າງເປີດເຜີຍໃນປັດຈຸບັນ, ພວກເຂົາກໍຈະຖືກໂຍນອອກຈາກເຮືອນຂອງເຮົາເຊັ່ນກັນ. ຄົນທີ່ເປັນປະຊາຊົນຂອງເຮົາຕ້ອງຄຳນຶງເຖິງພາລະຂອງເຮົາພ້ອມກັບສະແຫວງຫາເພື່ອຮູ້ຈັກພຣະທຳຂອງເຮົາຢູ່ສະເໝີ. ມີແຕ່ຄົນໃນລັກສະນະນີ້ເທົ່ານັ້ນ ເຮົາຈຶ່ງຈະໃຫ້ແສງສະຫວ່າງ ແລະ ພວກເຂົາກໍຈະໄດ້ດຳລົງຊີວິດຢູ່ພາຍໃຕ້ການນໍາພາ ແລະ ແສງສະຫວ່າງຂອງເຮົາຢ່າງແນ່ນອນ ໂດຍບໍ່ພົບກັບການຂ້ຽນຕີເລີຍ. ຄົນທີ່ໃສ່ໃຈແຕ່ການວາງແຜນເພື່ອອະນາຄົດຂອງພວກເຂົາເອງ ໂດຍບໍ່ຄຳນຶງເຖິງພາລະຂອງເຮົາ ນັ້ນກໍຄື ຄົນທີ່ບໍ່ໄດ້ຕັ້ງໃຈເຮັດໃຫ້ເຮົາພໍໃຈດ້ວຍການກະທຳຂອງພວກເຂົາ, ແຕ່ກົງກັນຂ້າມ ພວກເຂົາສະແຫວງຫາແຕ່ສິ່ງໃຫ້ທານ, ເຮົາປະຕິເສດທີ່ຈະໃຊ້ສິ່ງມີຊີວິດດັ່ງຄົນຂໍທານເຫຼົ່ານີ້ຢ່າງແນ່ນອນ, ເພາະຕັ້ງແຕ່ເວລາທີ່ພວກເຂົາເກີດ ພວກເຂົາບໍ່ຮູ້ເລີຍວ່າການຄຳນຶງເຖິງພາລະຂອງເຮົາໝາຍເຖິງຫຍັງ. ພວກເຂົາເປັນຄົນທີ່ຂາດຄວາມຮູ້ສຶກປົກກະຕິ; ຄົນປະເພດດັ່ງກ່າວກຳລັງທົນທຸກຈາກ “ການຂາດສານອາຫານ” ຂອງສະໝອງ ແລະ ຈຳເປັນຕ້ອງກັບເມືອເຮືອນເພື່ອ “ບໍາລຸງ” ສະໝອງຂອງພວກເຂົາ. ເຮົາບໍ່ນໍາໃຊ້ຄົນປະເພດດັ່ງກ່າວ. ໃນບັນດາປະຊາຊົນຂອງເຮົາ,
- [(IV) ພຣະເຈົ້າເປັນຕົ້ນກຳເນີດແຫ່ງຊີວິດສຳລັບທຸກສິ່ງ](https://lo.kingdomsalvation.org/God-as-source-of-life.html) - 583. ເສັ້ນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ບຸກຄົນໃດກໍສາມາດມີໄດ້ ແລະ ມັນບໍ່ແມ່ນສິ່ງທີ່ຄົນທຸກຄົນກໍສາມາດໄດ້ຮັບຢ່າງງ່າຍດາຍ. ນີ້ກໍຍ້ອນວ່າຊີວິດແມ່ນສາມາດມາຈາກພຣະເຈົ້າເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າເອງທີ່ມີແກ່ນແທ້ຂອງຊີວິດ ແລະ ມີພຽງພຣະເຈົ້າເອງທີ່ມີເສັ້ນທາງແຫ່ງຊີວິດ. ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ການສ້າງແຜ່ນດິນໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຈໍານວນຫຼາຍທີ່ມີຄວາມມີຊີວິດຊີວາມາໃຫ້, ພຣະອົງປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ພຣະອົງມີການເສຍສະຫຼະຫຼາຍທີ່ເຮັດໃຫ້ມະນຸດໄດ້ຮັບຊີວິດ. ນີ້ກໍຍ້ອນວ່າພຣະເຈົ້າເອງເປັນຊີວິດຊົ່ວນິດນິລັນ ແລະ ພຣະເຈົ້າເອງເປັນເສັ້ນທາງທີ່ມະນຸດຈະສາມາດຖືກເຮັດໃຫ້ຟື້ນຊີວິດໄດ້. ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ພຣະອົງອາໄສຢູ່ທ່າມກາງຜູ້ຄົນຕະຫຼອດເວລາ. ພຣະອົງເປັນກໍາລັງຜັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການມີຊີວິດລອດຂອງມະນຸດ ແລະ ເປັນແຫຼ່ງທີ່ອຸດົມສົມບູນສໍາລັບການມີຊີວິດລອດຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ຜູ້ຄົນເກີດໃໝ່ ແລະ ເຮັດໃຫ້ພວກເຂົາສາມາດດຳລົງຊີວິດໃນບົດບາດສ່ວນຕົວຂອງພວກເຂົາເອງຢ່າງໜຽວແໜ້ນ. ການອີງອາໄສອຳນາດຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ໃນຂະນະທີ່ພະລັງແຫ່ງຊີວິດຂອງພຣະເຈົ້າໄດ້ໃຫ້ການຄໍ້າຊູໃນທ່າມກາງມະນຸດຢ່າງສະໝໍ່າສະເໝີ ແລະ ພຣະເຈົ້າໄດ້ເສຍສະຫຼະໃນສິ່ງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍເສຍສະຫຼະມາກ່ອນ. ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາຊະນະເໜືອລິດອຳນາດທັງປວງ; ຫຼາຍໄປກວ່ານັ້ນ ມັນຍັງເໜືອກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດອຳນາດຂອງພຣະອົງເໜືອທໍາມະຊາດ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກເອົາຊະນະໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງດ້ວຍລັດສະໝີທີ່ເປັ່ງປະກາຍ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ ແລະ
- [(III) ຄວາມບໍລິສຸດຂອງພຣະເຈົ້າ](https://lo.kingdomsalvation.org/God-s-holiness.html) - 569. ພຣະເຈົ້າກາຍມາເປັນເນື້ອໜັງໃນສະຖານທີ່ທີ່ຫຼ້າຫຼັງ ແລະ ສົກກະປົກທີ່ສຸດໃນບັນດາສະຖານທີ່ທັງປວງ ແລະ ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດສະແດງຢ່າງຊັດເຈນເຖິງອຸປະນິໄສອັນບໍລິສຸດ ແລະ ຊອບທຳທັງໝົດຂອງພຣະອົງ. ແລ້ວອຸປະນິໄສອັນຊອບທຳຂອງພຣະອົງຖືກສະແດງອອກຜ່ານຫຍັງ? ມັນຖືກສະແດງອອກ ເມື່ອພຣະອົງພິພາກສາຄວາມຜິດບາບຂອງມະນຸດ, ເມື່ອພຣະອົງພິພາກສາຊາຕານ, ເມື່ອພຣະອົງກຽດຊັງຄວາມຜິດບາບ ແລະ ເມື່ອພຣະອົງລັງກຽດສັດຕູທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ພຣະທຳທີ່ເຮົາກ່າວໃນມື້ນີ້ແມ່ນເພື່ອພິພາກສາຄວາມຜິດບາບຂອງມະນຸດ, ເພື່ອພິພາກສາຄວາມບໍ່ຊອບທຳຂອງມະນຸດ, ເພື່ອສາບແຊ່ງຄວາມກະບົດຂອງມະນຸດ. ຄວາມບໍ່ຊື່ສັດ ແລະ ຄວາມທໍລະຍົດຂອງມະນຸດ, ຄຳເວົ້າ ແລະ ການກະທຳຂອງມະນຸດ, ທຸກສິ່ງທີ່ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຕ້ອງຕົກຢູ່ພາຍໃຕ້ການພິພາກສາ ແລະ ຄວາມກະບົດທັງໝົດຂອງມະນຸດແມ່ນໄດ້ຖືກປະນາມວ່າເປັນຄວາມຜິດບາບ. ພຣະທຳຂອງພຣະອົງກ່ຽວພັນກັບຫຼັກການແຫ່ງການພິພາກສາ; ພຣະອົງໃຊ້ການພິພາກສາແຫ່ງຄວາມບໍ່ຊອບທຳຂອງມະນຸດ, ຄຳສາບແຊ່ງແຫ່ງຄວາມກະບົດຂອງມະນຸດ ແລະ ການເປີດໂປງໃບໜ້າທີ່ຂີ້ຮ້າຍຂອງມະນຸດເພື່ອສະແດງອອກເຖິງອຸປະນິໄສອັນຊອບທຳຂອງພຣະອົງ. ຄວາມບໍລິສຸດເປັນຕົວແທນໃຫ້ແກ່ອຸປະນິໄສອັນຊອບທຳຂອງພຣະອົງ ແລະ ໃນຄວາມເປັນຈິງແລ້ວ ຄວາມບໍລິສຸດຂອງພຣະເຈົ້າຄືອຸປະນິໄສອັນຊອບທຳແທ້ຈິງຂອງພຣະອົງ. ອຸປະນິໄສອັນເສື່ອມຊາມຂອງພວກເຈົ້າແມ່ນບໍລິບົດແຫ່ງພຣະທຳໃນປັດຈຸບັນ, ເຮົາໃຊ້ພວກມັນເພື່ອກ່າວ ແລະ ພິພາກສາ ແລະ ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະ. ສິ່ງນີ້ເທົ່ານັ້ນຄືພາລະກິດທີ່ແທ້ຈິງ ແລະ ສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ຄວາມບໍລິສຸດຂອງພຣະເຈົ້າແຈ້ງສະຫວ່າງຢ່າງສົມບູນ. ຖ້າບໍ່ມີຮ່ອງຮອຍຂອງອຸປະນິໄສອັນເສື່ອມຊາມໃນຕົວເຈົ້າ, ແລ້ວພຣະເຈົ້າຈະບໍ່ພິພາກສາເຈົ້າ ຫຼື ພຣະອົງຈະບໍ່ສະແດງອຸປະນິໄສອັນຊອບທຳຂອງພຣະອົງຕໍ່ເຈົ້າ. ຍ້ອນເຈົ້າມີອຸປະນິໄສອັນເສື່ອມຊາມ, ພຣະເຈົ້າຈະບໍ່ປ່ອຍເຈົ້າໄປ ແລະ
- [(II) ອຸປະນິໄສອັນຊອບທຳຂອງພຣະເຈົ້າ](https://lo.kingdomsalvation.org/God-s-righteous-disposition.html) - 554. ໃນພາລະກິດສຸດທ້າຍຂອງການສິ້ນສຸດຍຸກຂອງພຣະອົງ, ອຸປະນິໄສຂອງພຣະອົງແມ່ນການຂ້ຽນຕີ ແລະ ການພິພາກສາ ເຊິ່ງພຣະອົງເປີດເຜີຍທຸກສິ່ງທີ່ບໍ່ຊອບທໍາ ເພື່ອພິພາກສາທຸກຄົນຢ່າງເປີດເຜີຍ ແລະ ເພື່ອເຮັດໃຫ້ຄົນທີ່ຮັກພຣະອົງດ້ວຍຈິງໃຈສົມບູນແບບ. ພຽງການກະທໍາແບບນີ້ເທົ່ານັ້ນທີ່ສາມາດນໍາການສິ້ນສຸດມາສູ່ຍຸກໄດ້. ຍຸກສຸດທ້າຍໄດ້ມາເຖິງແລ້ວ. ສັບພະທຸກສິ່ງໃນການຊົງສ້າງຈະຖືກແບ່ງແຍກອອກຕາມປະເພດຂອງພວກເຂົາ ແລະ ແບ່ງແຕ່ລະປະເພດອອກອີງຕາມທໍາມະຊາດຂອງພວກເຂົາ. ນີ້ແມ່ນຊ່ວງເວລາທີ່ພຣະເຈົ້າເປີດເຜີຍຜົນສະຫຼຸບທີ່ມະນຸດຈະໄດ້ຮັບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ຖ້າຜູ້ຄົນບໍ່ໄດ້ຜ່ານການຂ້ຽນຕີ ແລະ ການພິພາກສາ ແລ້ວກໍຈະບໍ່ມີທາງເປີດເຜີຍຄວາມກະບົດ ແລະ ຄວາມບໍ່ຊອບທຳຂອງພວກເຂົາໄດ້. ພຽງແຕ່ຜ່ານການຂ້ຽນຕີ ແລະ ການພິພາກສາເທົ່ານັ້ນຈຶ່ງຈະສາມາດເປີດເຜີຍຜົນຕາມມາຂອງການສ້າງສັບພະສິ່ງ. ມະນຸດພຽງແຕ່ສະແດງທາດແທ້ຂອງເຂົາເມື່ອເຂົາຖືກຂ້ຽນຕີ ແລະ ຖືກພິພາກສາ. ຄົນຊົ່ວຮ້າຍຈະຖືກຈັດໄວ້ຢູ່ນໍາຄົນຊົ່ວຮ້າຍ, ຄົນດີໄວ້ກັບຄົນດີ ແລະ ມະນຸດທຸກຄົນຈະຖືກແບ່ງແຍກຕາມປະເພດຂອງພວກເຂົາ. ຜົນຕາມມາຂອງການຊົງສ້າງຈະຖືກເປີດເຜີຍຜ່ານການຂ້ຽນຕີ ແລະ ການພິພາກສາ ເພື່ອຄົນຊົ່ວຮ້າຍຈະຖືກລົງໂທດ ແລະ ຄົນດີຈະໄດ້ຮັບລາງວັນ ແລະ ທຸກຄົນຈະຍອມຈໍານົນຕໍ່ອຳນາດຂອງພຣະເຈົ້າ. ພາລະກິດທັງໝົດນີ້ຕ້ອງຖືກເຮັດໃຫ້ສຳເລັດຜ່ານການຂ້ຽນຕີ ແລະ ພິພາກສາຢ່າງຊອບທຳ. ເນື່ອງຈາກຄວາມເສື່ອມຊາມຂອງມະນຸດໄດ້ເຖິງຂັ້ນຮ້າຍແຮງທີ່ສຸດ ແລະ ຄວາມກະບົດຂອງພວກເຂົານັ້ນຮ້າຍແຮງຢ່າງລົ້ນເຫຼືອ, ມີພຽງແຕ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ປະກອບດ້ວຍການຂ້ຽນຕີ ແລະ ການພິພາກສາເປັນສ່ວນໃຫຍ່ ທີ່ຖືກເປີດເຜີຍໃນຍຸກສຸດທ້າຍຈຶ່ງສາມາດປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນແບບຢ່າງແທ້ຈິງໄດ້. ມີພຽງອຸປະນິໄສນີ້ເທົ່ານັ້ນທີ່ສາມາດເປີດເຜີຍຄົນຊົ່ວຮ້າຍ
- [(I) ສິດອຳນາດຂອງພຣະເຈົ້າ](https://lo.kingdomsalvation.org/God-s-authority.html) - 529. ໃນຈັກກະວານອັນກວ້າງໃຫຍ່ໄພສານ ແລະ ທ້ອງຟ້າ, ສິ່ງມີຊີວິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ດໍາລົງຊີວິດ ແລະ ຂະຫຍາຍພັນ, ປະຕິບັດຕາມກົດເກນແຫ່ງຊີວິດເປັນວົງຈອນທີ່ບໍ່ສິ້ນສຸດ ແລະ ຍຶດໝັ້ນກັບກົດລະບຽບໜຶ່ງຢ່າງທີ່ບໍ່ເຄີຍປ່ຽນແປງ. ຄົນທີ່ຕາຍກໍເອົາເລື່ອງລາວຂອງຄົນທີ່ມີຊີວິດຢູ່ໄປນຳ ແລະ ຄົນທີ່ຍັງມີຊີວິດຢູ່ກໍ່ດຳລົງຊີວິດແບບດຽວກັນກັບປະຫວັດສາດທີ່ໜ້າສະລົດໃຈຂອງຄົນທີ່ຕາຍໄປແລ້ວຊ້ຳໄປຊ້ຳມາ. ແລ້ວດ້ວຍເຫດນັ້ນ ມະນຸດຊາດຈຶ່ງບໍ່ອົດບໍ່ໄດ້ທີ່ຈະຖາມຕົນເອງວ່າ: ເປັນຫຍັງພວກເຮົາຈຶ່ງມີຊີວິດ? ແລ້ວເປັນຫຍັງພວກເຮົາຕ້ອງຕາຍ? ແມ່ນໃຜປົກຄອງເໜືອໂລກນີ້? ແມ່ນໃຜສ້າງມະນຸດຊາດນີ້? ມະນຸດຊາດຖືກສ້າງຂຶ້ນໂດຍທໍາມະຊາດແທ້ໆບໍ? ມະນຸດຊາດຄວບຄຸມຊະຕາກໍາຂອງເຂົາເອງແທ້ໆບໍ? ... ສິ່ງເຫຼົ່ານີ້ແມ່ນຄຳຖາມທີ່ມະນຸດຊາດໄດ້ຖາມໂດຍບໍ່ສິ້ນສຸດເປັນເວລາຫຼາຍພັນປີ. ໜ້າເສຍດາຍ ຍິ່ງມະນຸດໝົກມຸ້ນກັບຄໍາຖາມເຫຼົ່ານີ້ຫຼາຍເທົ່າໃດ, ເຂົາຍິ່ງເລີ່ມມີຄວາມກະຫາຍຫາວິທະຍາສາດຫຼາຍເທົ່ານັ້ນ. ວິທະຍາສາດສະໜອງຄວາມພໍໃຈສັ້ນໆ ແລະ ຄວາມສຸກໃຈຂອງຮ່າງກາຍພຽງຊົ່ວຄາວ, ແຕ່ບໍ່ພຽງພໍທີ່ຈະປົດປ່ອຍມະນຸດຈາກຄວາມເປົ່າປ່ຽວ, ຄວາມໂດດດ່ຽວ, ຄວາມຢ້ານກົວທີ່ຍາກຈະປົກປິດ ແລະ ຄວາມໄຮ້ຄວາມສາມາດຊ່ວຍຕົນເອງທີ່ຝັງເລິກຢູ່ພາຍໃນວິນຍານຂອງເຂົາ. ມະນຸດຊາດພຽງໃຊ້ຄວາມຮູ້ທາງດ້ານວິທະຍາສາດທີ່ເຂົາສາມາດເບິ່ງເຫັນດ້ວຍຕາເປົ່າຂອງເຂົາ ແລະ ເຂົ້າໃຈດ້ວຍມັນສະໝອງຂອງເຂົາເພື່ອເຮັດໃຫ້ຫົວໃຈຂອງເຂົາມືນຊາ. ແຕ່ຄວາມຮູ້ດ້ານວິທະຍາສາດດັ່ງກ່າວບໍ່ພຽງພໍທີ່ຈະຢຸດມະນຸດຈາກການຄົ້ນຄວ້າຄວາມລຶກລັບໄດ້. ມະນຸດຊາດບໍ່ຮູ້ຈັກແທ້ໆວ່າໃຜເປັນຜູ້ຊົງອຳນາດສູງສຸດຂອງຈັກກະວານ ແລະ ສິ່ງທັງປວງ, ແຮງໄກທີ່ພວກເຂົາຈະຮູ້ຈັກການເລີ່ມຕົ້ນ ແລະ ອະນາຄົດຂອງມະນຸດຊາດ. ມະນຸດພຽງແຕ່ໃຊ້ຊີວິດ, ດ້ວຍຄວາມຈໍາເປັນໃນທ່າມກາງກົດເກນນີ້. ບໍ່ມີໃຜສາມາດຫຼົບໜີກົດເກນນີ້ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້ ເພາະວ່າໃນທ່າມກາງສິ່ງທັງປວງ ແລະ ໃນສະຫວັນ ແມ່ນມີພຣະອົງຜູ້ດຽວຈາກນິດນິລັນສູ່ນິລັນດອນ ຜູ້ທີ່ມີອໍານາດອະທິປະໄຕເໜືອທຸກສິ່ງ. ພຣະອົງເປັນຜູ້ທີ່ມະນຸດບໍ່ເຄີຍເຫັນຈັກເທື່ອ,
- [(XIV) ກ່ຽວກັບວິທີການສະແຫວງຫາການປ່ຽນແປງດ້ານອຸປະນິໄສ ແລະ ຄວາມສົມບູນໂດຍພຣະເຈົ້າ](https://lo.kingdomsalvation.org/dispositional-change-and-perfection-by-God.html) - 504. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຖືກປົດປ່ອຍອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາໃນແຜ່ນດິນໂລກເພື່ອກະທໍາພາລະກິດຂອງພຣະອົງ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ອ່ອນນ້ອມຕໍ່ພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ມະນຸດຮູ້ຈັກພາລະກິດທີ່ແທ້ຈິງ ແລະ ພາລະກິດປົກກະຕິຂອງພຣະເຈົ້າ, ເຂົາຈະອ່ອນນ້ອມຕໍ່ທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບແນວຄິດຂອງມະນຸດ ແລະ ເຂົາຈະເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດຂອງພຣະອົງໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ ແລະ ລິຮານ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງດ້ວຍປາກຂອງເຂົາ
- [(XIII) ກ່ຽວກັບວິທີການຂັບໄລ່ອິດທິພົນຂອງຊາຕານ ແລະ ບັນລຸຄວາມລອດພົ້ນ](https://lo.kingdomsalvation.org/casting-off-influence-of-satan.html) - 488. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ກະບົດຕໍ່ພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ແລະ ຢູ່ພາຍໃຕ້ການຄວບຄຸມຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຄວາມຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງໄດ້ສູນເສຍໄປ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ເພື່ອເອົາມະນຸດຄືນມາຈາກຊາຕານ, ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ມີພຽງວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຄ່ອຍໆຟື້ນຟູລັກສະນະ ແລະ ໜ້າທີ່ດັ່ງເດີມຂອງມະນຸດ ແລະ ສຸດທ້າຍ ກໍຟື້ນຟູອານາຈັກຂອງພຣະອົງ. ໃນທີ່ສຸດແລ້ວ ການທໍາລາຍບຸດຊາຍທີ່ກະບົດເຫຼົ່ານັ້ນຢ່າງສົມບູນກໍເພື່ອເຮັດໃຫ້ມະນຸດນະມັດສະການພຣະເຈົ້າດີຂຶ້ນ ແລະ ມີຊີວິດຢູ່ເທິງແຜ່ນດິນໂລກດີຂຶ້ນ. ຍ້ອນພຣະເຈົ້າສ້າງມະນຸດ, ພຣະອົງກໍຕ້ອງເຮັດໃຫ້ມະນຸດນະມັດສະການພຣະອົງ; ຍ້ອນພຣະອົງປາຖະໜາຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດຊາດ, ພຣະອົງຈະຕ້ອງຟື້ນຟູສິ່ງນັ້ນທັງໝົດ ແລະ ປາສະຈາກການເຈືອປົນໃດໆ. ການຟື້ນຟູສິດອໍານາດຂອງພຣະອົງໝາຍເຖິງການເຮັດໃຫ້ມະນຸດນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ; ໝາຍຄວາມວ່າ ພຣະອົງຈະຕ້ອງເຮັດໃຫ້ມະນຸດດໍາລົງຊີວິດຍ້ອນພຣະອົງ
- [(XII) ກ່ຽວກັບວິທີການຮັບໃຊ້ພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ](https://lo.kingdomsalvation.org/serving-God-and-bearing-witness.html) - 469. ນັບຕັ້ງແຕ່ເລີ່ມຕົ້ນພາລະກິດຂອງພຣະອົງຕະຫຼອດທົ່ວທັງຈັກກະວານ, ພຣະເຈົ້າໄດ້ກຳນົດຊະຕາຫຼາຍຄົນເພື່ອຮັບໃຊ້ພຣະອົງ ລວມທັງຜູ້ຄົນຈາກທຸກຊົນຊັ້ນທຸກສາຂາອາຊີບ. ຈຸດປະສົງຂອງພຣະອົງແມ່ນເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະອົງ ແລະ ເພື່ອເຮັດໃຫ້ພາລະກິດຂອງພຣະອົງໃນໂລກນີ້ສໍາເລັດລົງຢ່າງລາບລື້ນ. ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການເລືອກເອົາຜູ້ທີ່ຈະມາຮັບໃຊ້ພຣະອົງ. ທຸກຄົນທີ່ຮັບໃຊ້ພຣະເຈົ້າຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າ. ພາລະກິດນີ້ຂອງພຣະອົງເຮັດໃຫ້ສະຕິປັນຍາ ແລະ ລິດອຳນາດຂອງພຣະເຈົ້າ ແລະ ຫຼັກການແຫ່ງພາລະກິດຂອງພຣະອົງຢູ່ໃນແຜ່ນດິນໂລກນີ້ປະຈັກຕາຕໍ່ຜູ້ຄົນຫຼາຍຂຶ້ນ. ພຣະເຈົ້າໄດ້ສະເດັດມາໃນໂລກແທ້ຈິງເພື່ອກະທໍາພາລະກິດຂອງພຣະອົງ, ພົວພັນກັບຜູ້ຄົນ ແລະ ເພື່ອໃຫ້ພວກເຂົາໄດ້ຮູ້ເຖິງການກະທຳຂອງພຣະອົງຢ່າງຊັດເຈນຍິ່ງຂຶ້ນ. ມື້ນີ້, ພວກເຈົ້າ ນັ້ນກໍຄື ກຸ່ມຄົນເຫຼົ່ານີ້ແມ່ນໂຊກດີທີ່ໄດ້ຮັບໃຊ້ພຣະເຈົ້າແທ້ຈິງ. ນີ້ແມ່ນພອນທີ່ບໍ່ອາດຄຳນວນໄດ້ສຳລັບພວກເຈົ້າ. ແທ້ຈິງແລ້ວ, ພວກເຈົ້າແມ່ນຖືກຍົກລະດັບຂຶ້ນໂດຍພຣະເຈົ້າ. ໃນການເລືອກເອົາຄົນໃດໜຶ່ງມາຮັບໃຊ້ພຣະອົງ, ພຣະເຈົ້າມີຫຼັກການຂອງພຣະອົງເອງສະເໝີ. ການຮັບໃຊ້ພຣະເຈົ້າ ມັນບໍ່ແມ່ນເປັນເລື່ອງຂອງການກະຕືລືລົ້ນດັ່ງທີ່ຜູ້ຄົນຈິນຕະນາການ. ມື້ນີ້ພວກເຈົ້າເຫັນແລ້ວວ່າ ຜູ້ທີ່ຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າ ແມ່ນເຮັດສິ່ງນັ້ນໂດຍການຊີ້ນຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ; ຍ້ອນວ່າພວກເຂົາແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ນີ້ແມ່ນເງື່ອນໄຂຂັ້ນຕ່ຳສໍາລັບທຸກຄົນທີ່ຮັບໃຊ້ພຣະເຈົ້າ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍລິການທາງສາສະໜາຕ້ອງຖືກລົບລ້າງ 470. ຄົນທີ່ຮັບໃຊ້ພຣະເຈົ້າຄວນເປັນມິດສະຫາຍຂອງພຣະເຈົ້າ, ພວກເຂົາຄວນເປັນຄົນທີ່ພຣະເຈົ້າພໍໃຈ ແລະ ສາມາດຈົງຮັກພັກດີຕໍ່ພຣະເຈົ້າທີ່ສຸດ. ບໍ່ວ່າເຈົ້າຈະເຮັດເປັນການສ່ວນຕົວ ຫຼື ຕໍ່ໜ້າສາທາລະນະຊົນກໍ່ຕາມ, ເຈົ້າສາມາດຮັບຄວາມປິຕິຍິນດີຂອງພຣະເຈົ້າຕໍ່ໜ້າພຣະເຈົ້າໄດ້, ເຈົ້າສາມາດຢຶດໝັ້ນຕໍ່ໜ້າພຣະເຈົ້າ ແລະ ບໍ່ວ່າຄົນອື່ນຈະປະຕິບັດຕໍ່ເຈົ້າດ້ວຍວິທີໃດກໍ່ຕາມ
- [(XI) ກ່ຽວກັບມີຄວາມຮູ້ກ່ຽວກັບພຣະເຈົ້າ](https://lo.kingdomsalvation.org/knowing-God.html) - 453. ສາມຂັ້ນຕອນແມ່ນຄວາມສົມບູນຂອງພາລະກິດຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ມະນຸດຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າໃນພາລະກິດແຫ່ງຄວາມລອດພົ້ນ; ຖ້າປາສະຈາກຄວາມຈິງນີ້ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍ່ເປັນພຽງຄຳເວົ້າທີ່ເປົ່າວ່າງ, ບໍ່ມີຫຍັງນອກຈາກດີແຕ່ປາກ. ຄວາມຮູ້ດັ່ງກ່າວບໍ່ສາມາດຊັກຊວນ ຫຼື ເອົາຊະນະມະນຸດໄດ້; ຄວາມຮູ້ດັ່ງກ່າວບໍ່ໄດ້ສອດຄ່ອງກັບຄວາມເປັນຈິງ ແລະ ມັນບໍ່ແມ່ນຄວາມຈິງເລີຍ. ມັນອາດຈະອຸດົມສົມບູນ ແລະ ຟັງສະບາຍຫູ ແຕ່ຖ້າມັນຂັດກັບອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ, ພຣະເຈົ້າກໍຈະບໍ່ລະເວັ້ນເຈົ້າ. ບໍ່ແມ່ນພຽງແຕ່ພຣະອົງຈະບໍ່ຍົກຍ້ອງຄວາມຮູ້ຂອງເຈົ້າ ແຕ່ພຣະອົງຍັງຈະນໍາການແກ້ແຄ້ນມາເຖິງເຈົ້າ ຍ້ອນເຈົ້າເປັນຄົນບາບທີ່ໄດ້ໝິ່ນປະໝາດພຣະອົງ. ພຣະທຳຂອງການຮູ້ຈັກພຣະເຈົ້າບໍ່ແມ່ນເວົ້າໄດ້ຢ່າງງ່າຍໆ. ເຖິງແມ່ນວ່າ ເຈົ້າຈະເວົ້າຢ່າງຄ່ອງແຄ້ວແຕ່ບໍ່ຈິງໃຈ ແລະ ເວົ້າຊັກຈູງເກັ່ງ ແລະ ເຖິງແມ່ນວ່າ ຄຳເວົ້າຂອງເຈົ້າສະຫຼາດຫຼາຍຈົນເຈົ້າສາມາດຖຽງໃຫ້ສີດຳກາຍເປັນສີຂາວ ແລະ ໃຫ້ສີຂາວກາຍມາເປັນສີດຳ, ແຕ່ເຈົ້າຍັງບໍ່ມີຄວາມຮູ້ ເມື່ອເວົ້າກ່ຽວກັບຄວາມຮູ້ຂອງພຣະເຈົ້າ. ພຣະເຈົ້າບໍ່ແມ່ນຄົນທີ່ເຈົ້າສາມາດຕັດສິນຢ່າງບໍ່ຮອບຄອບ ຫຼື ສັນລະເສີນແບບເສີຍໆ ຫຼື ດູຖູກຢ່າງເສີຍເມີຍ. ເຈົ້າສັນລະເສີນຄົນໃດໜຶ່ງ ແລະ ທຸກຄົນ ແຕ່ເຈົ້າດີ້ນລົນເພື່ອຊອກຫາຄຳເວົ້າທີ່ຖືກຕ້ອງເພື່ອບັນລະຍາຍເຖິງຄວາມກະລຸນາສູງສຸດຂອງພຣະເຈົ້າ, ນີ້ແມ່ນສິ່ງທີ່ຜູ້ຈຳນົນທຸກຄົນໄດ້ມາເຂົ້າໃຈ. ເຖິງແມ່ນວ່າມີຜູ້ຊຳນານທາງດ້ານພາສາຫຼາຍຄົນທີ່ສາມາດບັນລະຍາຍເຖິງພຣະເຈົ້າ, ຄວາມຖືກຕ້ອງຂອງສິ່ງທີ່ພວກເຂົາບັນລະຍາຍແມ່ນພຽງແຕ່ໜຶ່ງສ່ວນຮ້ອຍຂອງຄວາມຈິງທີ່ເວົ້າໂດຍຄົນທີ່ເປັນຂອງພຣະເຈົ້າ, ຄົນທີ່ມີພຽງແຕ່ຄຳສັບທີ່ຈຳກັດ, ແມ່ນມີປະສົບການທີ່ອຸດົມສົມບູນໃຫ້. ດ້ວຍເຫດນັ້ນ, ສາມາດເຫັນໄດ້ວ່າ ຄວາມຮູ້ຂອງພຣະເຈົ້າຕັ້ງຢູ່ໃນຄວາມຖືກຕ້ອງ ແລະ ຄວາມເປັນຈິງ, ບໍ່ໄດ້ຢູ່ໃນການນໍາໃຊ້ຄຳເວົ້າທີ່ສະຫຼາດ ຫຼື
- [(X) ກ່ຽວກັບວິທີການສະແຫວງຫາຄວາມຮັກຕໍ່ພຣະເຈົ້າ](https://lo.kingdomsalvation.org/how-to-pursue-loving-God.html) - 436. ແກ່ນແທ້ຂອງພຣະເຈົ້າບໍ່ໄດ້ມີພຽງແຕ່ໃຫ້ມະນຸດເຊື່ອເທົ່ານັ້ນ, ຍິ່ງໄປກວ່ານັ້ນ ມັນເປັນສິ່ງທີ່ມີໃຫ້ມະນຸດຮັກ. ແຕ່ຫຼາຍຄົນທີ່ເຊື່ອໃນພຣະເຈົ້າບໍ່ສາມາດຄົ້ນພົບ “ຄວາມລັບ” ນີ້. ຜູ້ຄົນບໍ່ກ້າຮັກພຣະເຈົ້າ ຫຼື ພວກເຂົາບໍ່ພະຍາຍາມທີ່ຈະຮັກພຣະອົງ. ພວກເຂົາບໍ່ເຄີຍຄົ້ນພົບຈັກເທື່ອວ່າມີຫຼາຍສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ, ພວກເຂົາບໍ່ເຄີຍຄົ້ນພົບຈັກເທື່ອວ່າ ພຣະເຈົ້າເປັນພຣະເຈົ້າທີ່ຮັກມະນຸດ ແລະ ພຣະອົງເປັນພຣະເຈົ້າທີ່ມີໃຫ້ມະນຸດຮັກ. ຄວາມເປັນຕາຮັກຂອງພຣະເຈົ້າຖືກສະແດງອອກໃນພາລະກິດຂອງພຣະອົງ ນັ້ນກໍຄື ມີພຽງແຕ່ ເມື່ອພວກເຂົາມີປະສົບການກັບພາລະກິດຂອງພຣະອົງ ຜູ້ຄົນຈຶ່ງສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະອົງໄດ້, ມີພຽງແຕ່ໃນຄວາມເປັນຈິງເທົ່ານັ້ນ ພວກເຂົາຈຶ່ງສາມາດເຂົ້າໃຈເຖິງຄວາມເປັນຕາຮັກຂອງພຣະເຈົ້າໄດ້ ແລະ ຫາກປາສະຈາກປະສົບການ ແລະ ການເຝົ້າເບິ່ງໃນຊີວິດທີ່ເປັນຈິງ ບໍ່ມີໃຜສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະເຈົ້າໄດ້. ມີຫຼາຍສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ ແຕ່ຫາກປາສະຈາກການມີສ່ວນຮ່ວມກັບພຣະເຈົ້າຢ່າງແທ້ຈິງ ຜູ້ຄົນບໍ່ສາມາດຄົ້ນພົບສິ່ງນັ້ນໄດ້. ນັ້ນໝາຍຄວາມວ່າ ຖ້າພຣະເຈົ້າບໍ່ກາຍມາເປັນມະນຸດ ຜູ້ຄົນກໍຈະບໍ່ສາມາດມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງໄດ້ ແລະ ຖ້າພວກເຂົາບໍ່ສາມາດມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງໄດ້ ພວກເຂົາກໍຈະບໍ່ສາມາດມີປະສົບການກັບພາລະກິດຂອງພຣະອົງໄດ້ເຊັ່ນກັນ ແລະ ດ້ວຍເຫດນັ້ນ ຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າກໍຈະເປິເປື້ອນໄປດ້ວຍຄວາມເທັດ ແລະ ຈິນຕະນາການຫຼາຍຢ່າງ. ຄວາມຮັກຕໍ່ພຣະເຈົ້າທີ່ຢູ່ເທິງສະຫວັນບໍ່ເປັນຈິງເທົ່າຄວາມຮັກຕໍ່ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ຍ້ອນຄວາມຮູ້ຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ຢູ່ໃນສະຫວັນແມ່ນສ້າງຂຶ້ນຈາກຈິນຕະນາການຂອງພວກເຂົາ ແທນທີ່ຈະສ້າງຂຶ້ນຈາກສິ່ງທີ່ພວກເຂົາເຫັນດ້ວຍຕາຂອງຕົນເອງ ແລະ ສິ່ງທີ່ພວກເຂົາມີປະສົບການດ້ວຍຕົວເອງ. ເມື່ອພຣະເຈົ້າລົງມາເທິງແຜ່ນດິນໂລກ, ຜູ້ຄົນສາມາດເຫັນການກະທຳຢ່າງແທ້ຈິງຂອງພຣະອົງ ແລະ ຄວາມເປັນຕາຮັກຂອງພຣະອົງ ແລະ ພວກເຂົາສາມາດເຫັນທຸກສິ່ງທີ່ມາຈາກອຸປະນິໄສຈິງ ແລະ ປົກກະຕິຂອງພຣະອົງ, ເຊິ່ງທຸກສິ່ງແມ່ນມີຄວາມເປັນຈິງຫຼາຍກວ່າຄວາມຮູ້ກ່ຽວກັບພຣະເຈົ້າໃນສະຫວັນເປັນພັນໆເທົ່າ.
- [(IX) ກ່ຽວກັບວິທີການເລືອກເສັ້ນທາງໃນຄວາມເຊື່ອຂອງຄົນ](https://lo.kingdomsalvation.org/choosing-ones-path-in-faith.html) - 428. ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ ຫຼື ຍ້ອນຄວາມສຸກຊົ່ວຄາວ. ສຳລັບຄົນທີ່ບໍ່ໄດ້ຜ່ານການລິຮານຫຍັງເລີຍ, ພວກເຂົາເຊື່ອໃນພຣະເຈົ້າແມ່ນເພື່ອເຂົ້າສູ່ສະຫວັນ, ເພື່ອຮັບເອົາລາງວັນ. ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອຖືກເຮັດໃຫ້ສົມບູນ ຫຼື ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງພວກເຂົາ ຫຼື ເພື່ອເຮັດໃຫ້ໜ້າທີ່ຂອງພວກເຂົາສຳເລັດ. ມີໜ້ອຍຄັ້ງທີ່ຜູ້ຄົນເຊື່ອໃນພຣະເຈົ້າເພື່ອມີຊີວິດຢ່າງມີຄວາມໝາຍ ຫຼື ມີໜ້ອຍຄັ້ງທີ່ຈະມີຄົນທີ່ເຊື່ອວ່າ ຍ້ອນມະນຸດມີຊີວິດຢູ່ ເຂົາຈຶ່ງສົມຄວນຮັກພຣະເຈົ້າ ເພາະມັນແມ່ນເລື່ອງທໍາມະຊາດ ແລະ ເໝາະສົມທີ່ສຸດທີ່ຕ້ອງເຮັດແບບນັ້ນ ແລະ ມັນຄືວິຊາຊີບຕາມທຳມະຊາດຂອງມະນຸດ. ໃນລັກສະນະນີ້, ເຖິງແມ່ນວ່າ ແຕ່ລະຄົນຕ່າງສະແຫວງຫາເປົ້າໝາຍຂອງພວກເຂົາເອງ, ຈຸດມຸ່ງໝາຍຂອງການສະແຫວງຫາຂອງພວກເຂົາ ແລະ ແຮງຜັກດັນທີ່ຢູ່ເບື້ອງຫຼັງຂອງການສະແຫວງຫານັ້ນແມ່ນລ້ວນແລ້ວແຕ່ຄືກັນ ແລະ ຍິ່ງໄປກວ່ານັ້ນ ສຳລັບພວກເຂົາສ່ວນໃຫຍ່ແລ້ວ ຈຸດປະສົງຂອງການນະມັດສະການຂອງພວກເຂົາແມ່ນຄືກັນ. ຕະຫຼອດເວລາສອງສາມພັນປີທີ່ຜ່ານມາ, ຜູ້ເຊື່ອຫຼາຍຄົນໄດ້ຕາຍ ແລະ ຫຼາຍຄົນໄດ້ຕາຍ ແລະ ເກີດອີກຄັ້ງ. ບໍ່ແມ່ນພຽງແຕ່ໜຶ່ງ ຫຼື ສອງຄົນເທົ່ານັ້ນທີ່ສະແຫວງຫາພຣະເຈົ້າ ຫຼື ບໍ່ແມ່ນແຕ່ໜຶ່ງ ຫຼື ສອງພັນຄົນ, ເຖິງຢ່າງໃດກໍຕາມ ຄົນເຫຼົ່ານີ້ສ່ວນໃຫຍ່ແມ່ນສະແຫວງຫາເພື່ອເຫັນແກ່ຄວາມຄາດຫວັງຂອງພວກເຂົາເອງ ຫຼື ຄວາມຫວັງໃນອະນາຄົດທີ່ສະຫງ່າງາມຂອງພວກເຂົາ. ຄົນທີ່ອຸທິດຕໍ່ພຣະຄຣິດແມ່ນມີໜ້ອຍຫຼາຍ. ຜູ້ເຊື່ອຫຼາຍຄົນທີ່ເຫຼື້ອມໃສກໍຍັງຕາຍຍ້ອນຕິດດາງແຫຂອງພວກເຂົາເອງ ແລະ ຍິ່ງໄປກວ່ານັ້ນ
- [(VIII) ກ່ຽວກັບການບັນລຸຄວາມຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ](https://lo.kingdomsalvation.org/fearing-God-shunning-evil.html) - 415. ສິ່ງທີ່ຖືກສ້າງຂຶ້ນຢ່າງແທ້ຈິງຕ້ອງຮູ້ວ່າ ພຣະຜູ້ສ້າງແມ່ນໃຜ, ການຊົງສ້າງມະນຸດແມ່ນເພື່ອຫຍັງ, ວິທີປະຕິບັດຄວາມຮັບຜິດຊອບຂອງສິ່ງທີ່ຖືກສ້າງຂຶ້ນ ແລະ ວິທີນະມັດສະການພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ, ຕ້ອງເຂົ້າໃຈ, ຮູ້ແຈ້ງ, ຮູ້ຈັກ ແລະ ເອົາໃຈໃສ່ຕໍ່ຄວາມປະສົງ, ຄວາມປາດຖະໜາ ແລະ ຄວາມຮຽກຮ້ອງຕ້ອງການຂອງພຣະຜູ້ສ້າງ ແລະ ຕ້ອງປະຕິບັດຕາມວິທີທາງຂອງພຣະຜູ້ສ້າງ ນັ້ນກໍຄື ການຢໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ການຢໍາເກງພຣະເຈົ້າແມ່ນຫຍັງ? ຄົນເຮົາສາມາດຫຼີກເວັ້ນຄວາມຊົ່ວຮ້າຍໄດ້ແນວໃດ? “ການຢໍາເກງພຣະເຈົ້າ” ບໍ່ໄດ້ໝາຍເຖິງການຕົກໃຈ ແລະ ຄວາມຢ້ານກົວທີ່ບໍ່ສາມາດບັນຍາຍໄດ້ ຫຼື ການຫຼີກເວັ້ນ ຫຼື ການຢູ່ຫ່າງ ຫຼື ການບູຊາຮູບ ຫຼື ຄວາມເຊື່ອງົມງວາຍ. ກົງກັນຂ້າມ ມັນແມ່ນຄວາມເຫຼື້ອມໃສ, ຄວາມເຄົາລົບ, ຄວາມເຊື່ອໃຈ, ຄວາມເຂົ້າໃຈ, ຄວາມເອົາໃຈໃສ່, ຄວາມເຊື່ອຟັງ, ການອຸທິດຕົນ, ຄວາມຮັກ ພ້ອມດ້ວຍການນະມັດສະການ, ການຕອບແທນ ແລະ ການຍອມເຮັດຕາມໂດຍບໍ່ມີເງື່ອນໄຂ ແລະ ບໍ່ມີຄວາມບໍ່ພໍໃຈ. ຖ້າບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ມວນມະນຸດຈະບໍ່ມີຄວາມເຫຼື້ອມໃສທີ່ແທ້ຈິງ, ຄວາມເຊື່ອໃຈທີ່ແທ້ຈິງ, ຄວາມເຂົ້າໃຈທີ່ແທ້ຈິງ, ຄວາມເອົາໃຈໃສ່
- [(VII) ກ່ຽວກັບການປະຕິບັດໜ້າທີ່ຂອງຄົນຢ່າງພຽງພໍ](https://lo.kingdomsalvation.org/fulfilling-duty-adequately.html) - 404. ໃນຖານະທີ່ເປັນສະມາຊິກຂອງຊົນຊາດມະນຸດ ແລະ ຄຣິດສະຕຽນທີ່ເຫຼື້ອມໃສສັດທາ, ມັນຄືຄວາມຮັບຜິດຊອບ ແລະ ພັນທະຂອງພວກເຮົາທຸກຄົນທີ່ຈະຖວາຍຈິດໃຈ ແລະ ຮ່າງກາຍຂອງພວກເຮົາເພື່ອບັນລຸຕາມການມອບໝາຍຂອງພຣະເຈົ້າ, ຍ້ອນການເປັນຢູ່ທັງໝົດຂອງພວກເຮົາແມ່ນມາຈາກພຣະເຈົ້າ ແລະ ມັນດໍາລົງຢູ່ໄດ້ຍ້ອນອຳນາດອະທິປະໄຕຂອງພຣະເຈົ້າ. ຖ້າຈິດໃຈ ແລະ ຮ່າງກາຍຂອງພວກເຮົາບໍ່ແມ່ນເພື່ອການມອບໝາຍຂອງພຣະເຈົ້າ ແລະ ບໍ່ແມ່ນເພື່ອຈຸດປະສົງທີ່ທຽງທຳຂອງມະນຸດຊາດ ແລ້ວຈິດວິນຍານຂອງພວກເຮົາກໍຈະຮູ້ສຶກບໍ່ສົມຄວນແກ່ຜູ້ຄົນທີ່ຍອມເສຍສະຫຼະຊີວິດເພື່ອການມອບໝາຍຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍບໍ່ສົມຄວນແກ່ພຣະເຈົ້າ ຜູ້ເຊິ່ງຈັດກຽມທຸກສິ່ງທຸກຢ່າງໃຫ້ກັບພວກເຮົາ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກຜະໜວກ 2: ພຣະເຈົ້າຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດທັງປວງ 405. ວິທີທີ່ເຈົ້າພິຈາລະນາການຝາກຝັງຂອງພຣະເຈົ້າແມ່ນເລື່ອງທີ່ສຳຄັນທີ່ສຸດ ແລະ ນີ້ແມ່ນເລື່ອງທີ່ຈິງຈັງຫຼາຍ. ຖ້າເຈົ້າບໍ່ສາມາດສຳເລັດສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ກັບຜູ້ຄົນ, ແລ້ວເຈົ້າກໍບໍ່ສົມຄວນດຳລົງຊີວິດຢູ່ໃນການສະຖິດຂອງພຣະອົງ ແລະ ເຈົ້າຄວນຖືກລົງໂທດ. ມັນຖືກກຳນົດໂດຍສະຫວັນ ແລະ ຖືກຮັບຮູ້ໂດຍແຜ່ນດິນໂລກທີ່ມະນຸດຄວນສຳເລັດການຝາກຝັງທີ່ພຣະເຈົ້າໄດ້ມອບໝາຍໃຫ້ແກ່ພວກເຂົາ. ນີ້ຄືຄວາມຮັບຜິດຊອບສູງສຸດຂອງມະນຸດ ແລະ ມັນສຳຄັນສໍ່າກັບຊີວິດຂອງພວກເຂົາ. ຖ້າເຈົ້າບໍ່ຈິງຈັງກັບການຝາກຝັງຂອງພຣະເຈົ້າ, ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະອົງໃນລັກສະນະທີ່ເສົ້າໃຈທີ່ສຸດ. ໃນນີ້, ເຈົ້າແມ່ນເປັນຕາເສົ້າໃຈຫຼາຍກວ່າຢູດາ ແລະ ຄວນຖືກສາບແຊ່ງ. ຜູ້ຄົນຕ້ອງໄດ້ຮັບຄວາມເຂົ້າໃຈຢ່າງທົ່ວເຖິງກ່ຽວກັບວິທີປະຕິບັດຕໍ່ສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ແກ່ພວກເຂົາ ແລະ ຢ່າງໜ້ອຍທີ່ສຸດ ພວກເຂົາຕ້ອງຢັ່ງຮູ້ວ່າ ການຝາກຝັງທີ່ພຣະອົງມອບໝາຍໃຫ້ແກ່ມະນຸດຊາດແມ່ນການຍົກຍ້ອງ
- [(VI) ກ່ຽວກັບວິທີການປະຕິບັດຄວາມເຊື່ອຟັງຕໍ່ພຣະເຈົ້າ](https://lo.kingdomsalvation.org/how-to-obey-God.html) - 391. ພຣະເຈົ້າສ້າງມະນຸດ, ພຣະອົງວາງພວກເຂົາໄວ້ເທິງແຜ່ນດິນໂລກ ແລະ ໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ, ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ ແລະ ໃນທີ່ສຸດ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນຈົນຈົບ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງສິ່ງທີ່ຖືກສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ກະບົດຕໍ່ພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ແລະ ຢູ່ພາຍໃຕ້ການຄວບຄຸມຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຄວາມຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງໄດ້ສູນເສຍໄປ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ
- [(V) ວິທີການເປັນຄົນຊື່ສັດ](https://lo.kingdomsalvation.org/be-an-honest-person.html) - 384. ພວກເຈົ້າຄວນຮູ້ວ່າ ພຣະເຈົ້າມັກຄົນທີ່ຊື່ສັດ. ພຣະເຈົ້າມີແກ່ນແທ້ຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖືໄດ້ຕະຫຼອດເວລາ; ນອກຈາກນັ້ນ ການກະທໍາຂອງພຣະອົງບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ, ເຊິ່ງເປັນເຫດຜົນທີ່ພຣະເຈົ້າມັກຄົນທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ. ຄວາມຊື່ສັດໝາຍເຖິງການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການເປັນຈິງກັບພຣະເຈົ້າໃນທຸກສິ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງ, ການບໍ່ປິດບັງຂໍ້ແທ້ຈິງຈັກເທື່ອ, ການບໍ່ພະຍາຍາມຫຼອກລວງຄົນທີ່ຢູ່ເທິງ ແລະ ຢູ່ລຸ່ມເຈົ້າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດແມ່ນການມີການກະທໍາ ແລະ ຄໍາເວົ້າທີ່ບໍລິສຸດ ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ. ສິ່ງທີ່ເຮົາເວົ້າແມ່ນງ່າຍຫຼາຍ ແຕ່ສໍາລັບພວກເຈົ້າ ມັນເປັນສິ່ງທີ່ຍາກລໍາບາກເຖິງສອງເທົ່າ. ຫຼາຍຄົນເລືອກທີ່ຈະຖືກລົງໂທດໃຫ້ຕົກນະຮົກແທນທີ່ຈະເວົ້າ ແລະ ປະຕິບັດຢ່າງຊື່ສັດ. ບໍ່ແປກໃຈເລີຍທີ່ເຮົາຈະມີວິທີການ ຈັດການແບບອື່ນທີ່ກຽມໄວ້ສໍາລັບຄົນທີ່ບໍ່ຊື່ສັດ. ແນ່ນອນຢູ່ແລ້ວ ເຮົາເຂົ້າໃຈດີເລື່ອງຄວາມຫຍຸ້ງຍາກລໍາບາກທີ່ພວກເຈົ້າພົບພໍ້ໃນການເປັນຄົນຊື່ສັດ. ເພາະພວກເຈົ້າທຸກຄົນສະຫຼາດ, ຊໍານິຊໍານານຫຼາຍໃນການປະເມີນຜູ້ຄົນດ້ວຍມາດຕະຖານອັນຕໍ່າໆຂອງພວກເຈົ້າເອງ, ສິ່ງນີ້ເຮັດໃຫ້ພາລະກິດຂອງເຮົາງ່າຍຂຶ້ນຫຼາຍ. ແລ້ວໃນເມື່ອພວກເຈົ້າແຕ່ລະຄົນຮັກສາຄວາມລັບຂອງພວກເຈົ້າໄວ້ກັບຕົວເອງ, ຖ້າເປັນເຊັ່ນນັ້ນ ເຮົາກໍຈະສົ່ງພວກເຈົ້າໄປສູ່ຄວາມພິນາດເທື່ອລະຄົນເພື່ອຮັບ “ການສັ່ງສອນ” ຈາກກອງໄຟ, ເພື່ອວ່າຫຼັງຈາກນັ້ນພວກເຈົ້າອາດຈະມີຄວາມມຸ່ງໝັ້ນຕໍ່ຄວາມເຊື່ອໃນພຣະທໍາຂອງເຮົາ. ໃນທີ່ສຸດ ເຮົາຈະດຶງຄໍາເວົ້າວ່າ “ພຣະເຈົ້າແມ່ນພຣະເຈົ້າທີ່ຊື່ສັດ” ອອກຈາກປາກຂອງພວກເຈົ້າ ແລ້ວຫຼັງຈາກນັ້ນ ພວກເຈົ້າຈະຕີເອິກຂອງພວກເຈົ້າ ແລະ
- [(IV) ວິທີຜະເຊີນກັບການພິພາກສາ ແລະ ການຂ້ຽນຕີ, ການທົດລອງ ແລະ ການເຮັດໃຫ້ບໍລິສຸດ](https://lo.kingdomsalvation.org/undeergo-judgment-chastisement-trials-refinement.html) - 366. ໃນພາລະກິດສຸດທ້າຍຂອງການສິ້ນສຸດຍຸກຂອງພຣະອົງ, ອຸປະນິໄສຂອງພຣະອົງແມ່ນການຂ້ຽນຕີ ແລະ ການພິພາກສາ ເຊິ່ງພຣະອົງເປີດເຜີຍທຸກສິ່ງທີ່ບໍ່ຊອບທໍາ ເພື່ອພິພາກສາທຸກຄົນຢ່າງເປີດເຜີຍ ແລະ ເພື່ອເຮັດໃຫ້ຄົນທີ່ຮັກພຣະອົງດ້ວຍຈິງໃຈສົມບູນແບບ. ພຽງການກະທໍາແບບນີ້ເທົ່ານັ້ນທີ່ສາມາດນໍາການສິ້ນສຸດມາສູ່ຍຸກໄດ້. ຍຸກສຸດທ້າຍໄດ້ມາເຖິງແລ້ວ. ສັບພະທຸກສິ່ງໃນການຊົງສ້າງຈະຖືກແບ່ງແຍກອອກຕາມປະເພດຂອງພວກເຂົາ ແລະ ແບ່ງແຕ່ລະປະເພດອອກອີງຕາມທໍາມະຊາດຂອງພວກເຂົາ. ນີ້ແມ່ນຊ່ວງເວລາທີ່ພຣະເຈົ້າເປີດເຜີຍຜົນສະຫຼຸບທີ່ມະນຸດຈະໄດ້ຮັບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ຖ້າຜູ້ຄົນບໍ່ໄດ້ຜ່ານການຂ້ຽນຕີ ແລະ ການພິພາກສາ ແລ້ວກໍຈະບໍ່ມີທາງເປີດເຜີຍຄວາມກະບົດ ແລະ ຄວາມບໍ່ຊອບທຳຂອງພວກເຂົາໄດ້. ພຽງແຕ່ຜ່ານການຂ້ຽນຕີ ແລະ ການພິພາກສາເທົ່ານັ້ນຈຶ່ງຈະສາມາດເປີດເຜີຍຜົນຕາມມາຂອງການສ້າງສັບພະສິ່ງ. ມະນຸດພຽງແຕ່ສະແດງທາດແທ້ຂອງເຂົາເມື່ອເຂົາຖືກຂ້ຽນຕີ ແລະ ຖືກພິພາກສາ. ຄົນຊົ່ວຮ້າຍຈະຖືກຈັດໄວ້ຢູ່ນໍາຄົນຊົ່ວຮ້າຍ, ຄົນດີໄວ້ກັບຄົນດີ ແລະ ມະນຸດທຸກຄົນຈະຖືກແບ່ງແຍກຕາມປະເພດຂອງພວກເຂົາ. ຜົນຕາມມາຂອງການຊົງສ້າງຈະຖືກເປີດເຜີຍຜ່ານການຂ້ຽນຕີ ແລະ ການພິພາກສາ ເພື່ອຄົນຊົ່ວຮ້າຍຈະຖືກລົງໂທດ ແລະ ຄົນດີຈະໄດ້ຮັບລາງວັນ ແລະ ທຸກຄົນຈະຍອມຈໍານົນຕໍ່ອຳນາດຂອງພຣະເຈົ້າ. ພາລະກິດທັງໝົດນີ້ຕ້ອງຖືກເຮັດໃຫ້ສຳເລັດຜ່ານການຂ້ຽນຕີ ແລະ ພິພາກສາຢ່າງຊອບທຳ. ເນື່ອງຈາກຄວາມເສື່ອມຊາມຂອງມະນຸດໄດ້ເຖິງຂັ້ນຮ້າຍແຮງທີ່ສຸດ ແລະ ຄວາມກະບົດຂອງພວກເຂົານັ້ນຮ້າຍແຮງຢ່າງລົ້ນເຫຼືອ, ມີພຽງແຕ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ປະກອບດ້ວຍການຂ້ຽນຕີ ແລະ ການພິພາກສາເປັນສ່ວນໃຫຍ່ ທີ່ຖືກເປີດເຜີຍໃນຍຸກສຸດທ້າຍຈຶ່ງສາມາດປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນແບບຢ່າງແທ້ຈິງໄດ້. ມີພຽງອຸປະນິໄສນີ້ເທົ່ານັ້ນທີ່ສາມາດເປີດເຜີຍຄົນຊົ່ວຮ້າຍ
- [(III) ກ່ຽວກັບວິທີການຮູ້ຈັກຕົນເອງ ແລະ ບັນລຸການກັບໃຈທີ່ແທ້ຈິງ](https://lo.kingdomsalvation.org/understand-satanic-disposition-and-nature.html) - 358. ຫຼັງຈາກຫຼາຍພັນປີຂອງຄວາມເສື່ອມຊາມ, ມະນຸດໄດ້ຕາຍດ້ານ ແລະ ໂງ່ຈ້າ; ພວກເຂົາໄດ້ກາຍເປັນຜີສາດທີ່ຕໍ່ຕ້ານພຣະເຈົ້າ ເຖິງຂັ້ນທີ່ວ່າ ການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າຖືກບັນທຶກໄວ້ໃນໜັງສືແຫ່ງປະຫວັດສາດ ແລະ ແມ່ນແຕ່ມະນຸດເອງກໍບໍ່ສາມາດອະທິບາຍໄດ້ເຖິງພຶດຕິກໍາການຕໍ່ຕ້ານຂອງຕົນ ເນື່ອງຈາກວ່າ ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກ ແລະ ຖືກຊາຕານນໍາພາໄປໃນທາງທີ່ຜິດຈົນບໍ່ຮູ້ວ່າຈະຫັນໄປທາງໃດດີ. ແມ່ນແຕ່ທຸກມື້ນີ້, ມະນຸດຍັງຄົງທໍລະຍົດຕໍ່ພຣະເຈົ້າ: ເມື່ອມະນຸດແນມເຫັນພຣະເຈົ້າ, ເຂົາກໍທໍລະຍົດຕໍ່ພຣະອົງ ແລະ ເມື່ອເຂົາບໍ່ສາມາດແນມເຫັນພຣະເຈົ້າ, ເຂົາກໍຍັງຄົງທໍລະຍົດຕໍ່ພຣະອົງ. ແລ້ວຍັງມີຜູ້ຄົນ ເຖິງວ່າໄດ້ເຫັນເຖິງການສາບແຊ່ງຂອງພຣະເຈົ້າ ແລະ ຄວາມໂກດຮ້າຍຂອງພຣະອົງ ແຕ່ກໍຍັງທໍລະຍົດຕໍ່ພຣະອົງ. ດ້ວຍເຫດນັ້ນ, ເຮົາຈຶ່ງກ່າວວ່າ ຄວາມຮູ້ຂອງມະນຸດແມ່ນໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນໄປແລ້ວ ແລະ ລວມທັງສາມັນສໍານຶກຂອງມະນຸດກໍໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນເຊັ່ນກັນ. ມະນຸດທີ່ເຮົາແນມເບິ່ງແມ່ນສັດເດຍລະສານທີ່ແຕ່ງກາຍເປັນຄົນ, ເຂົາເປັນງູທີ່ມີພິດຮ້າຍ ແລະ ບໍ່ວ່າເຂົາຈະພະຍາຍາມກະທໍາຕົວໃຫ້ໜ້າສົງສານພຽງໃດໃນສາຍຕາຂອງເຮົາກໍຕາມ, ເຮົາກໍຈະບໍ່ມີວັນເມດຕາເຂົາ ເນື່ອງຈາກວ່າ ມະນຸດບໍ່ເຂົ້າໃຈຄວາມແຕກຕ່າງ ລະຫວ່າງ ສີດໍາ ແລະ ສີຂາວ ຫຼື ຄວາມແຕກຕ່າງ ລະຫວ່າງ ຄວາມຈິງ ແລະ ຄວາມເທັດ. ຄວາມຮູ້ສຶກຂອງມະນຸດແມ່ນດ້ານຊາຫຼາຍ, ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຮັບພອນ; ຄວາມເປັນມະນຸດຂອງເຂົາຕໍ່າຊ້າ ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຄອບຄອງອໍານາດຂອງກະສັດ. ການມີຄວາມຮູ້ສຶກແບບນັ້ນເຂົາຈະເປັນກະສັດຂອງໃຜໄດ້?
- [(II) ກ່ຽວກັບວິທີການປະຕິບັດຄວາມຈິງ, ເຂົ້າໃຈຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງ](https://lo.kingdomsalvation.org/understanding-truth-entering-reality.html) - 344. ຕອນນີ້ແມ່ນຍຸກແຫ່ງລາຊະອານາຈັກ. ບໍ່ວ່າເຈົ້າໄດ້ເຂົ້າສູ່ຍຸກໃໝ່ນີ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວ່າ ເຈົ້າໄດ້ເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ ຫຼື ບໍ່, ຂຶ້ນຢູ່ກັບວ່າ ພຣະທໍາຂອງພຣະອົງໄດ້ກາຍມາເປັນຊີວິດ-ຄວາມເປັນຈິງຂອງເຈົ້າ ຫຼື ບໍ່. ພຣະທໍາຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ທຸກຄົນ ເພື່ອວ່າໃນທີ່ສຸດແລ້ວ ທຸກຄົນຈະດໍາລົງຊີວິດຢູ່ໃນໂລກແຫ່ງພຣະທໍາຂອງພຣະເຈົ້າ ແລະ ພຣະທໍາຂອງພຣະອົງ ຈະສ່ອງແສງ ແລະ ເຍືອງທາງໃຫ້ແຕ່ລະຄົນຈາກພາຍໃນ. ໃນລະຫວ່າງເວລານີ້ ຖ້າເຈົ້າປະໝາດໃນການອ່ານພຣະທໍາຂອງພຣະເຈົ້າ ແລະ ບໍ່ສົນໃຈໃນພຣະທໍາຂອງພຣະອົງ, ແລ້ວນີ້ກໍ່ສະແດງວ່າ ສະພາວະຂອງເຈົ້າບໍ່ຖືກຕ້ອງ. ຖ້າເຈົ້າບໍ່ສາມາດເຂົ້າສູ່ຍຸກແຫ່ງພຣະທໍາ, ແລ້ວພຣະວິນຍານບໍລິສຸດກໍ່ຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ; ຖ້າເຈົ້າໄດ້ເຂົ້າສູ່ຍຸກນີ້ແລ້ວ ພຣະອົງກໍ່ຈະປະຕິບັດພາລະກິດຂອງພຣະອົງ. ເຈົ້າສາມາດເຮັດຫຍັງໄດ້ແດ່ເມື່ອຍຸກແຫ່ງພຣະທໍາໄດ້ເລີ່ມຕົ້ນຂຶ້ນ ເພື່ອຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ? ໃນຍຸກນີ້ ແລະ ໃນບັນດາພວກເຈົ້າ, ພຣະເຈົ້າຈະສຳເລັດຕາມຂໍ້ແທ້ຈິງດັ່ງຕໍ່ໄປນີ້: ທຸກຄົນຕ້ອງໃຊ້ຊີວິດຕາມພຣະທໍາຂອງພຣະເຈົ້າ, ຕ້ອງສາມາດນໍາເອົາຄວາມຈິງມາປະຕິບັດ ແລະ ຮັກພຣະເຈົ້າຢ່າງຈິງໃຈ; ການທີ່ທຸກຄົນຈະໃຊ້ພຣະທໍາຂອງພຣະເຈົ້າເພື່ອເປັນພື້ນຖານ ແລະ ເປັນຄວາມເປັນຈິງຂອງພວກເຂົາ ແລະ ມີຫົວໃຈທີ່ຢໍາເກງພຣະເຈົ້າ; ແລະ ໂດຍຜ່ານການປະຕິບັດຕາມພຣະທໍາຂອງພຣະເຈົ້າ ມະນຸດຈະໄດ້ຮັບລິດອໍານາດຂອງກະສັດຮ່ວມກັບພຣະເຈົ້າ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະບັນລຸຜົນ. ເຈົ້າສາມາດດຳເນີນຊີວິດຕໍ່ໄປໂດຍບໍ່ຕ້ອງອ່ານພຣະທໍາຂອງພຣະເຈົ້າບໍ? ໃນປັດຈຸບັນນີ້ ມີຫຼາຍຄົນທີ່ຮູ້ສຶກວ່າ ພວກເຂົາຈະບໍ່ສາມາດດຳເນີນຊີວິດຕໍ່ໄປໄດ້ແມ່ນແຕ່ໜຶ່ງມື້ ຫຼື
- [(I) ກ່ຽວກັບການເປີດເຜີຍຄວາມໝາຍຂອງການມີຄວາມເຊື່ອໃນພຣະເຈົ້າ](https://lo.kingdomsalvation.org/having-faith-in-God.html) - 331. ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ພວກເຂົາຕ້ອງກະທຳແນວໃດແທ້ໆເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ເຖິງແມ່ນວ່າຜູ້ຄົນຮູ້ຈັກຄໍາວ່າ “ພຣະເຈົ້າ” ແລະ ວະລີ ເຊັ່ນ: “ພາລະກິດຂອງພຣະເຈົ້າ” ພວກເຂົາກໍບໍ່ຮູ້ຈັກພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮູ້ຈັກພາລະກິດຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍທີ່ທຸກຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າພາກັນສັບສົນໃນຄວາມເຊື່ອຂອງພວກເຂົາກ່ຽວກັບພຣະເຈົ້າ. ຜູ້ຄົນບໍ່ຈິງຈັງກັບຄວາມເຊື່ອໃນພຣະເຈົ້າ ແລະ ທັງໝົດນີ້ກໍຍ້ອນວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍເກີນໄປ ແລະ ແປກປະຫຼາດເກີນໄປສໍາລັບພວກເຂົາ. ໃນລັກສະນະນີ້ ພວກເຂົາຫ່າງໄກຫຼາຍທີ່ຈະບັນລຸຂໍ້ກຳນົດຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ ແລ້ວພວກເຂົາກໍບໍ່ເໝາະສົມທີ່ຈະໃຫ້ພຣະເຈົ້າໃຊ້ ແລະ ແຮງໄກທີ່ພວກເຂົາຈະສາມາດບັນລຸຕາມເຈດຕະນາຂອງພຣະອົງໄດ້. “ຄວາມເຊື່ອໃນພຣະເຈົ້າ” ໝາຍເຖິງການເຊື່ອວ່າມີພຣະເຈົ້າ; ນີ້ແມ່ນຄວາມຄິດກ່ຽວກັບການເຊື່ອພຣະເຈົ້າແບບທໍາມະດາທີ່ສຸດ. ເພື່ອກ້າວໄປອີກຂັ້ນໜຶ່ງ, ການເຊື່ອວ່າມີພຣະເຈົ້າບໍ່ຄືກັບການເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ກົງກັນຂ້າມ ມັນເປັນຄວາມເຊື່ອແບບທໍາມະດາທີ່ເໜັ້ນໜັກໃສ່ທາງດ້ານສາສະໜາ. ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໝາຍເຖິງສິ່ງດັ່ງຕໍ່ໄປນີ້: ບົນພື້ນຖານຂອງຄວາມເຊື່ອທີ່ວ່າພຣະເຈົ້າປົກຄອງສັບພະສິ່ງທັງປວງ, ຄົນໃດໜຶ່ງຕ້ອງປະສົບກັບພຣະທໍາຂອງພຣະອົງ ແລະ ພາລະກິດຂອງພຣະອົງ, ແລະ ດ້ວຍເຫດນີ້ຈຶ່ງປະຖິ້ມອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຕົນເອງ, ຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ມາຮູ້ຈັກພຣະເຈົ້າ. ມີພຽງແຕ່ການເດີນທາງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ “ຄວາມເຊື່ອໃນພຣະເຈົ້າ”. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນມັກຈະເຫັນຄວາມເຊື່ອໃນພຣະເຈົ້າເປັນເລື່ອງທໍາມະດາ ແລະ ບໍ່ສໍາຄັນຫຼາຍ.
- [IX ພຣະທຳກ່ຽວກັບການເປີດເຜີຍຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ](https://lo.kingdomsalvation.org/difference-between-work-of-God-and-man.html) - 310. ພາລະກິດຂອງພຣະເຈົ້າເອງກ່ຽວຂ້ອງກັບພາລະກິດຂອງມະນຸດຊາດທັງໝົດ ແລະ ມັນຍັງເປັນຕົວແທນໃຫ້ແກ່ພາລະກິດຂອງຍຸກທັງໝົດອີກດ້ວຍ ເຊິ່ງໝາຍຄວາມວ່າ ພາລະກິດຂອງພຣະເຈົ້າເອງເປັນຕົວແທນໃຫ້ແກ່ການເຄື່ອນໄຫວ ແລະ ແນວທາງຂອງພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພວກອັກຄະສາວົກເກີດຂຶ້ນຫຼັງຈາກພາລະກິດຂອງພຣະເຈົ້າເອງ ແລະ ຕາມມາພາຍຫຼັງພາລະກິດນັ້ນ ແລະ ບໍ່ໄດ້ນໍາພາຍຸກ ຫຼື ມັນບໍ່ໄດ້ສະແດງເຖິງແນວທາງພາລະກິດຂອງພຣະວິນຍານບໍລິສຸດໃນຍຸກທັງໝົດ. ພວກເຂົາພຽງແຕ່ປະຕິບັດພາລະກິດທີ່ມະນຸດຄວນປະຕິບັດ, ເຊິ່ງບໍ່ກ່ຽວຂ້ອງກັບພາລະກິດການຄຸ້ມຄອງເລີຍ. ພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົນເອງແມ່ນໂຄງການພາຍໃນພາລະກິດການຄຸ້ມຄອງ. ພາລະກິດຂອງມະນຸດພຽງແຕ່ແມ່ນໜ້າທີ່ໆຜູ້ຄົນທີ່ຖືກໃຊ້ນັ້ນປະຕິບັດ ແລະ ມັນບໍ່ມີສ່ວນກ່ຽວພັນກັບພາລະກິດການຄຸ້ມຄອງ. ເຖິງແມ່ນຈະມີຂໍ້ແທ້ຈິງທີ່ທັງສອງຢ່າງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ເນື່ອງຈາກຄວາມແຕກຕ່າງໃນຕົວຕົນ ແລະ ການເປັນຕົວຂອງພາລະກິດນັ້ນ, ມີຄວາມແຕກຕ່າງທີ່ຊັດເຈນ ແລະ ສຳຄັນລະຫວ່າງພາລະກິດຂອງພຣະເຈົ້າເອງ ແລະ ພາລະກິດຂອງມະນຸດ. ຍິ່ງໄປກວ່ານັ້ນ ຂອບເຂດຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານບໍລິສຸດມີຄວາມຫຼາກຫຼາຍໃນຈຸດມຸ່ງໝາຍທີ່ມີຕົວຕົນທີ່ແຕກຕ່າງກັນ. ສິ່ງເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ 311. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນຍຸກໃໝ່ ແລະ ຄົນທີ່ສືບຕໍ່ພາລະກິດຂອງພຣະອົງເເມ່ນຄົນທີ່ພຣະອົງໃຊ້. ພາລະກິດທີ່ມະນຸດປະຕິບັດລ້ວນແລ້ວແຕ່ຢູ່ພາຍໃນພັນທະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ມັນບໍ່ສາມາດເຮັດເກີນຂອບເຂດນີ້ໄດ້. ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ມາເພື່ອປະຕິບັດພາລະກິດຂອງພຣະອົງ, ມະນຸດກໍ່ຈະບໍ່ສາມາດນໍາຍຸກເກົ່າໄປສູ່ຈຸດສິ້ນສຸດໄດ້ ແລະ ຈະບໍ່ສາມາດເລີ່ມຕົ້ນຍຸກໃໝ່ໄດ້.
- [VIII ພຣະທຳກ່ຽວກັບການຮູ້ຈັກພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/words-on-knowing-God-s-work.html) - 284. ພຣະເຈົ້າສ້າງມະນຸດ, ພຣະອົງວາງພວກເຂົາໄວ້ເທິງແຜ່ນດິນໂລກ ແລະ ໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ, ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ ແລະ ໃນທີ່ສຸດ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນຈົນຈົບ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງສິ່ງທີ່ຖືກສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ກະບົດຕໍ່ພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ແລະ ຢູ່ພາຍໃຕ້ການຄວບຄຸມຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຄວາມຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງໄດ້ສູນເສຍໄປ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ
- [VII ພຣະທຳກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ](https://lo.kingdomsalvation.org/God-s-disposition.html) - 255. ພຣະເຈົ້າເປັນສິ່ງທີ່ພຣະອົງເປັນ ແລະ ພຣະອົງກໍມີສິ່ງທີ່ພຣະອົງມີ. ທຸກສິ່ງທຸກຢ່າງທີ່ພຣະອົງສະແດງອອກ ແລະ ເປີດເຜີຍແມ່ນການສະແດງເຖິງແກ່ນແທ້ຂອງພຣະອົງ ແລະ ຕົວຕົນຂອງພຣະອົງ. ສິ່ງທີ່ພຣະອົງເປັນ ແລະ ສິ່ງທີ່ພຣະອົງມີ ພ້ອມກັບແກ່ນແທ້ ແລະ ຕົວຕົນຂອງພຣະອົງ ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດແທນທີ່ໄດ້. ອຸປະນິໄສຂອງພຣະອົງປະກອບດ້ວຍຄວາມຮັກທີ່ພຣະອົງມີຕໍ່ມະນຸດ, ການປອບໃຈມະນຸດ, ຄວາມກຽດຊັງມະນຸດ ແລະ ຍິ່ງໄປກວ່ານັ້ນຍັງມີຄວາມເຂົ້າໃຈມະນຸດຢ່າງລະອຽດ. ເຖິງຢ່າງໃດກໍຕາມ ບຸກຄະລິກຂອງມະນຸດອາດແມ່ນການເບິ່ງໂລກໃນແງ່ດີ, ມີຊີວິດຊີວາ ຫຼື ປາສະຈາກຄວາມຮູ້ສຶກ. ອຸປະນິໄສຂອງພຣະເຈົ້າເປັນຂອງພຣະຜູ້ປົກຄອງຂອງທຸກສິ່ງ ແລະ ທຸກຢ່າງທີ່ມີຊີວິດ ເຊິ່ງເປັນຂອງພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງທັງໝົດ. ອຸປະນິໄສຂອງພຣະອົງສະແດງເຖິງກຽດຕິຍົດ, ລິດອຳນາດ, ຄວາມສະຫງ່າງາມ, ຄວາມຍິ່ງໃຫຍ່ ແລະ ເໜືອໄປກວ່ານັ້ນກໍຄືການມີລິດອໍານາດສູງສຸດ. ອຸປະນິໄສຂອງພຣະອົງແມ່ນສັນຍາລັກແຫ່ງສິດອຳນາດ, ສັນຍາລັກຂອງທຸກສິ່ງທີ່ຊອບທຳ, ສັນຍາລັກຂອງທຸກສິ່ງທີ່ສວຍງາມ ແລະ ດີ. ຍິ່ງໄປກວ່ານີ້ ມັນຍັງເປັນສັນຍາລັກຂອງການທີ່ບໍ່ມີຄວາມືດ ແລະ ກອງກໍາລັງຂອງສັດຕູໃດທີ່ສາມາດເອົາຊະນະ ຫຼື ຮຸກຮານພຣະອົງໄດ້ ພ້ອມທັງເປັນສັນຍາລັກຂອງການທີ່ບໍ່ມີສິ່ງຖືກສ້າງໃດທີ່ສາມາດລ່ວງເກີນພຣະອົງໄດ້ (ແລະ ຈະບໍ່ອົດທົນຕໍ່ການເຮັດຜິດ). ອຸປະນິໄສຂອງພຣະອົງເປັນສັນຍາລັກແຫ່ງລິດອໍານາດສູງສຸດ. ບໍ່ມີຄົນໃດ ຫຼື ກຸ່ມຄົນໃດທີ່ສາມາດ ຫຼື
- [VI ພຣະທຳກ່ຽວກັບພຣະຄຳພີ](https://lo.kingdomsalvation.org/words-on-bible.html) - 240. ເປັນເວລາຫຼາຍປີ, ວິທີຄວາມເຊື່ອຕາມປະເພນີຂອງຜູ້ຄົນ (ຂອງສາສະໜາຄຣິດ ເຊິ່ງເປັນໜຶ່ງໃນສາມສາສະໜາຫຼັກຂອງໂລກ) ກໍຄືການອ່ານພຣະຄຳພີ; ການໜີຈາກພຣະຄຳພີບໍ່ແມ່ນຄວາມເຊື່ອໃນພຣະຜູ້ເປັນເຈົ້າ, ການໜີຈາກພຣະຄຳພີແມ່ນຄວາມຄິດນອກຄອກ ແລະ ຄວາມເຊື່ອນອກຮີດ ແລະ ແມ່ນແຕ່ໃນເວລາທີ່ຜູ້ຄົນອ່ານໜັງສືເຫຼັ້ມອື່ນໆ, ພື້ນຖານຂອງໜັງສືເຫຼົ່ານີ້ກໍຕ້ອງເປັນການອະທິບາຍກ່ຽວກັບພຣະຄຳພີ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະຜູ້ເປັນເຈົ້າ ແລ້ວເຈົ້າຕ້ອງອ່ານພຣະຄຳພີ ແລະ ນອກຈາກພຣະຄຳພີແລ້ວ ເຈົ້າຕ້ອງບໍ່ນະມັດສະການໜັງສືໃດທີ່ບໍ່ກ່ຽວຂ້ອງກັບພຣະຄຳພີ. ຖ້າເຈົ້າເຮັດແບບນັ້ນ ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະເຈົ້າ. ຕັ້ງແຕ່ເວລາທີ່ມີພຣະຄຳພີ, ຄວາມເຊື່ອໃນພຣະຜູ້ເປັນເຈົ້າຂອງຜູ້ຄົນແມ່ນຄວາມເຊື່ອໃນພຣະຄຳພີ. ແທນທີ່ຈະເວົ້າວ່າ ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະຄຳພີ; ແທນທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມອ່ານພຣະຄຳພີ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມເຊື່ອໃນພຣະຄຳພີ; ແລະ ແທນທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຄຳພີ. ໃນລັກສະນະນີ້, ຜູ້ຄົນນະມັດສະການພຣະຄຳພີຄືກັບວ່າມັນເປັນພຣະເຈົ້າ, ຄືກັບວ່າມັນເປັນເລືອດເນື້ອແຫ່ງຊີວິດຂອງພວກເຂົາ ແລະ ການສູນເສຍມັນໄປກໍຈະເທົ່າກັບວ່າເປັນການສູນເສຍຊີວິດຂອງພວກເຂົາ. ຜູ້ຄົນເຫັນພຣະຄຳພີເປັນສິ່ງທີ່ສູງສົ່ງເທົ່າກັບພຣະເຈົ້າ ແລະ ເຖິງກັບມີຄົນທີ່ເຫັນພຣະຄຳພີສູງສົ່ງກວ່າພຣະເຈົ້າອີກດ້ວຍ. ຖ້າຜູ້ຄົນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ຖ້າພວກເຂົາບໍ່ສາມາດຮູ້ສຶກເຖິງພຣະເຈົ້າ, ພວກເຂົາກໍສາມາດສືບຕໍ່ດຳລົງຊີວິດໄດ້ ແຕ່ທັນທີທີ່ພວກເຂົາສູນເສຍພຣະຄຳພີ ຫຼື ສູນເສຍບົດ ແລະ ຂໍ້ຄວາມໂດດເດັ່ນໃນພຣະຄຳພີ ແລ້ວມັນກໍເທົ່າກັບວ່າ ພວກເຂົາໄດ້ສູນເສຍຊີວິດໄປ. ດ້ວຍເຫດນັ້ນ
- [V ພຣະທຳກ່ຽວກັບຄວາມສຳພັນລະຫວ່າງແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ແລະ ພຣະນາມຂອງພຣະເຈົ້າ](https://lo.kingdomsalvation.org/relationship-between-each-stage.html) - 231. ພາລະກິດຂອງພຣະເຈົ້າຕະຫຼອດການຄຸ້ມຄອງທັງໝົດຂອງພຣະອົງແມ່ນຊັດເຈນຢ່າງສົມບູນ ນັ້ນກໍຄື: ຍຸກແຫ່ງພຣະຄຸນແມ່ນຍຸກແຫ່ງພຣະຄຸນ ແລະ ຍຸກສຸດທ້າຍກໍແມ່ນຍຸກສຸດທ້າຍ. ມີຄວາມແຕກຕ່າງຢ່າງຊັດເຈນລະຫວ່າງແຕ່ລະຍຸກ, ຍ້ອນໃນແຕ່ລະຍຸກນັ້ນ ພຣະເຈົ້າປະຕິບັດພາລະກິດເປັນຕົວແທນຂອງຍຸກນັ້ນໆ. ເພື່ອໃຫ້ພາລະກິດແຫ່ງຍຸກສຸດທ້າຍນັ້ນສຳເລັດລົງ, ຈຳເປັນຕ້ອງມີການເຜົາໄໝ້, ການພິພາກສາ, ການຂ້ຽນຕີ, ຄວາມໂກດຮ້າຍ ແລະ ການທຳລາຍລ້າງເພື່ອນໍາຍຸກໄປສູ່ຈຸດສິ້ນສຸດ, ຍຸກສຸດທ້າຍໝາຍເຖິງຊ່ວງເວລາສຸດທ້າຍ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຈະບໍ່ນໍາຍຸກນັ້ນໄປສູ່ຈຸດສິ້ນສຸດບໍ? ເພື່ອສິ້ນສຸດຍຸກ, ພຣະເຈົ້າຕ້ອງນໍາການຂ້ຽນຕີ ແລະ ການພິພາກສາມາພ້ອມກັບພຣະອົງ. ດ້ວຍວິທີນີ້ເທົ່ານັ້ນ ພຣະອົງຈຶ່ງຈະສາມາດນໍາຍຸກດັ່ງກ່າວໄປສູ່ຈຸດສິ້ນສຸດໄດ້. ເປົ້າໝາຍຂອງພຣະເຢຊູແມ່ນເພື່ອໃຫ້ມະນຸດສືບຕໍ່ເອົາຕົວລອດ, ດຳລົງຊີວິດຕໍ່ໄປ ແລະ ເພື່ອເຂົາອາດຈະມີຊີວິດຢູ່ໃນລັກສະນະທີ່ດີກວ່າເກົ່າ. ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ ເພື່ອເຂົາຈະບໍ່ເປັນຄົນຊົ່ວຊ້າ ແລະ ບໍ່ດຳລົງຊີວິດຢູ່ໃນແດນມໍລະນາ ແລະ ນາລົກອີກຕໍ່ໄປ ແລະ ໂດຍການຊ່ວຍມະນຸດໃຫ້ພົ້ນຈາກແດນມໍລະນາ ແລະ ນາລົກ, ພຣະເຢຊູເຮັດໃຫ້ມະນຸດສືບຕໍ່ດຳລົງຊີວິດຕໍ່ໄປ. ບັດນີ້, ຍຸກສຸດທ້າຍໄດ້ມາເຖິງແລ້ວ. ພຣະເຈົ້າຈະທຳລາຍລ້າງມະນຸດ ແລະ ທຳລາຍມະນຸດຊາດຢ່າງບໍລິບູນ ນັ້ນກໍຄື ພຣະອົງຈະປ່ຽນແປງແນວຄິດກະບົດຂອງມະນຸດຊາດ. ດ້ວຍເຫດຜົນນີ້, ມັນຈຶ່ງເປັນໄປບໍ່ໄດ້ທີ່ຈະໃຫ້ພຣະເຈົ້າສິ້ນສຸດຍຸກນັ້ນ ຫຼື ສໍາເລັດແຜນການຄຸ້ມຄອງຫົກພັນປີຂອງພຣະອົງໂດຍອຸປະນິໄສທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກໃນອະດີດ. ແຕ່ລະຍຸກເປັນຈຸດເດັ່ນພິເສດໃນການເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າ ແລະ
- [IV ພຣະທຳກ່ຽວກັບການເປີດເຜີຍຄວາມລຶກລັບແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ](https://lo.kingdomsalvation.org/mysteries-of-God-s-incarnation.html) - 187. ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ. ສະນັ້ນ ໃນທັງສາມຂັ້ນຕອນຂອງພາລະກິດ, ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ສອງຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນັ້ນກໍເພາະວ່າ ມີພຽງໜຶ່ງໃນສາມຂັ້ນຕອນຂອງພາລະກິດເທົ່ານັ້ນທີ່ເປັນການນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ, ໃນຂະນະທີ່ອີກສອງຂັ້ນຕອນປະກອບດ້ວຍພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ການບັງເກີດເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ ແລະ ດຳລົງຊີວິດໃນຮ່າງກາຍເນື້ອໜັງທຳມະດາ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດສະໜອງພຣະທຳທີ່ແທ້ຈິງໃຫ້ກັບມະນຸດໄດ້ ເຊິ່ງເປັນສິ່ງທີ່ພວກເຂົາຕ້ອງການໃນຖານະສິ່ງຖືກສ້າງ. ມັນແມ່ນຜ່ານການບັງເກີດເປັນມະນຸດຂອງພຣະເຈົ້າ ມະນຸດຈຶ່ງໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ ແລະ ບໍ່ແມ່ນໄດ້ຮັບມາຈາກສະຫວັນໂດຍກົງຍ້ອນຄໍາອະທິຖານຂອງເຂົາ. ມະນຸດແມ່ນເນື້ອໜັງ ແລະ ເລືອດ, ເຂົາຈຶ່ງບໍ່ມີທາງເຫັນພຣະວິນຍານຂອງພຣະເຈົ້າໄດ້, ແຮງໄກທີ່ເຂົາຈະເຂົ້າເຖິງພຣະວິນຍານຂອງພຣະອົງ, ສະນັ້ນ ສິ່ງທີ່ເຂົາສຳຜັດລ້ວນແລ້ວແຕ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ.
- [III ພຣະທຳກ່ຽວກັບການເປັນພະຍານໃຫ້ແກ່ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/words-on-God-s-appearance-and-work.html) - 165. ຄຳສັນລະເສີນໄດ້ມາເຖິງຊີໂອນ ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. ນາມບໍລິສຸດອັນສະຫງ່າລາສີທີ່ຄົນຫຼວງຫຼາຍສັນລະເສີນ ແລະ ກຳລັງແຜ່ຂະຫຍາຍອອກ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ເຈົ້າແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະອົງຄືດວງຕາເວັນສ່ອງແສງເຫຼືອງເຫຼື້ອມ ທີ່ຂຶ້ນຢູ່ພາຍໃນຈັກກະວານທັງໝົດ, ເໜືອພູຊີໂອນທີ່ສະຫງ່າຜ່າເຜີຍ ແລະ ສະຫງ່າງາມ... ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກຂ້ານ້ອຍເອີ້ນຫາພຣະອົງດ້ວຍຄວາມຕື່ນເຕັ້ນຕັນໃຈ; ພວກຂ້ານ້ອຍເຕັ້ນລຳ ແລະ ຮ້ອງເພງ. ພຣະອົງເປັນພຣະຜູ້ໄຖ່ຂອງພວກຂ້ານ້ອຍແທ້ໆ, ເປັນກະສັດອົງຍິ່ງໃຫຍ່ແຫ່ງຈັກກະວານ! ພຣະອົງໄດ້ສ້າງກຸ່ມຜູ້ຊະນະ ແລະ ບັນລຸແຜນການຄຸ້ມຄອງຂອງພຣະເຈົ້າ. ທຸກຄົນຈະຫຼັ່ງໄຫຼໄປສູ່ພູເຂົານີ້. ທຸກຄົນຈະຄຸເຂົ່າລົງຕໍ່ໜ້າບັນລັງ! ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ ແລະ ພຣະອົງສົມຄວນໄດ້ຮັບສະຫງ່າລາສີ ແລະ ກຽດຕິຍົດ. ສະຫງ່າລາສີ, ຄຳສັນລະເສີນ ແລະ ສິດອຳນາດທັງໝົດຈົ່ງມີແກ່ບັນລັງ! ນໍ້າພຸແຫ່ງຊີວິດຈະຫຼັ່ງໄຫຼອອກຈາກບັນລັງ, ຫົດນໍ້າ ແລະ ລໍ່ລ້ຽງຜູ້ຄົນຈຳນວນຫຼວງຫຼາຍຂອງພຣະເຈົ້າ. ຊີວິດປ່ຽນແປງໃນແຕ່ລະມື້; ແສງສະຫວ່າງ ແລະ ການເປີດເຜີຍໃໝ່ຕິດຕາມພວກເຮົາ, ໃຫ້ຄວາມເຂົ້າໃຈໃໝ່ກ່ຽວກັບພຣະເຈົ້າຢ່າງຕໍ່ເນື່ອງ. ໃນທ່າມກາງປະສົບການ, ພວກເຮົາໄດ້ມາເຖິງຄວາມໝັ້ນໃຈຢ່າງສົມບູນກ່ຽວກັບພຣະເຈົ້າ. ພຣະທຳຂອງພຣະອົງຖືກເຮັດໃຫ້ປະຈັກແຈ້ງຕະຫຼອດເວລາ, ເຮັດໃຫ້ປະຈັກແຈ້ງພາຍໃນຄົນທີ່ຖືກຕ້ອງ. ພວກເຮົາໄດ້ຮັບພອນຫຼາຍແທ້ໆ! ພົບກັບພຣະເຈົ້າເຊິ່ງໜ້າໃນແຕ່ລະມື້, ສື່ສານກັບພຣະເຈົ້າກ່ຽວກັບທຸກສິ່ງ ແລະ ມອບອຳນາດອະທິປະໄຕເໜືອທຸກສິ່ງໃຫ້ແກ່ພຣະເຈົ້າ.
- [(IV) ພຣະທຳກ່ຽວກັບການເປີດເຜີຍສິ່ງທີ່ເປັນຄວາມຈິງ](https://lo.kingdomsalvation.org/what-the-truth-is.html) - 152. ພຣະຄຣິສແຫ່ງຍຸກສຸດທ້າຍນໍາມາເຊິ່ງຊີວິດ ແລະ ນໍາມາເຊິ່ງເສັ້ນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ມັນເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ຖືກຮັບຮອງເອົາໂດຍພຣະເຈົ້າ. ຖ້າເຈົ້າບໍ່ສະແຫວງຫາເສັ້ນທາງແຫ່ງຊີວິດທີ່ພຣະຄຣິສແຫ່ງຍຸກສຸດທ້າຍມອບໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການຮັບຮອງຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍລະບຽບ, ໂດຍຄໍາສັບ ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບເສັ້ນທາງທີ່ຕໍ່ເນື່ອງແຫ່ງຊີວິດ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຍຶດຖືມາເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັ່ງໄຫຼມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການສະໜອງນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ເຈົ້າພຽງແຕ່ສະແຫວງຫາທີ່ຈະຍຶດຕິດກັບອະດີດ, ຢືນຢູ່ຊື່ໆ ແລະ ຮັກສາສິ່ງຕ່າງໆຕາມທີ່ພວກມັນເປັນ ແລະ ບໍ່ສະແຫວງຫາທີ່ຈະປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ເຈົ້າຈຶ່ງຈະບໍ່ເປັນສັດຕູຕໍ່ພຣະເຈົ້າຢູ່ຕະຫຼອດເວລາບໍ? ບາດກ້າວໃນພາລະກິດຂອງພຣະເຈົ້າມີອໍານາດຫຼາຍ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລທີ່ຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນກັບສິ່ງທີ່ເກົ່າ ແລະ ລໍຖ້າໃຫ້ສິ່ງຕ່າງໆຕົກມາທີ່ຕັກຂອງເຈົ້າ.
- [(III) ພຣະທຳກ່ຽວກັບການເປີດເຜີຍແນວຄິດທາງສາສະໜາ, ແນວຄິດນອກຮີດ ແລະ ຄວາມເຊື່ອຜິດຂອງມະນຸດຊາດຜູ້ເສື່ອມຊາມ](https://lo.kingdomsalvation.org/revealing-religious-notions-heresies-fallacies.html) - 135. ໃນການເຊື່ອພຣະເຈົ້າ ຄົນໆໜຶ່ງຄວນຮູ້ຈັກພຣະເຈົ້າແນວໃດ? ຄົນໆໜຶ່ງຄວນມາຮູ້ຈັກພຣະເຈົ້າໂດຍອີງໃສ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ ໂດຍບໍ່ມີຄວາມບ່ຽງເບນ ຫຼື ມີຄວາມເຊື່ອທີ່ບໍ່ຖືກຕ້ອງ ແລະ ກ່ອນອື່ນໝົດ ຄົນໆໜຶ່ງຄວນຮູ້ຈັກພາລະກິດຂອງພຣະເຈົ້າ. ນີ້ຄືພື້ນຖານຂອງການຮູ້ຈັກພຣະເຈົ້າ. ທຸກຄວາມເຊື່ອທີ່ຫຼາກຫຼາຍ ແລະ ບໍ່ຖືກຕ້ອງເຫຼົ່ານັ້ນທີ່ຂາດຄວາມເຂົ້າໃຈກ່ຽວກັບພຣະທຳທີ່ບໍລິສຸດຂອງພຣະເຈົ້າແມ່ນແນວຄວາມຄິດທາງສາສະໜາ ເຊິ່ງເປັນຄວາມເຂົ້າໃຈທີ່ບິດເບືອນ. ທັກສະທີ່ຍິ່ງໃຫຍ່ທີ່ສຸດຂອງບຸກຄົນທາງສາສະໜາຄືການນໍາເອົາພຣະທຳຂອງພຣະເຈົ້າທີ່ຖືກເຂົ້າໃຈໃນອະດີດ ແລ້ວວັດແທກຂໍ້ພຣະທໍານັ້ນໂດຍອີງໃສ່ພຣະທຳຂອງພຣະເຈົ້າໃນປັດຈຸບັນ. ເມື່ອເວລາຮັບໃຊ້ພຣະເຈົ້າໃນປັດຈຸບັນ ຖ້າເຈົ້າຢຶດຕິດກັບສິ່ງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍແສງສະຫວ່າງຂອງພຣະອົງໃນອະດີດ ແລ້ວການຮັບໃຊ້ຂອງເຈົ້າຈະເກີດມີການຂັດຂວາງ ແລະ ການປະຕິບັດຂອງເຈົ້າກໍຈະຫຼ້າສະໄໝ ເຊິ່ງເປັນພຽງພິທີກຳທາງສາສະໜາ. ຖ້າເຈົ້າເຊື່ອວ່າ ຄົນເຫຼົ່ານັ້ນທີ່ຮັບໃຊ້ພຣະເຈົ້າຕ້ອງຖ່ອມຕົວ ແລະ ອົດທົນຢູ່ພາຍນອກ... ທ່າມກາງຄຸນສົມບັດອື່ນໆ ແລະ ຖ້າເຈົ້ານໍາຄວາມຮູ້ປະເພດນີ້ໄປປະຕິບັດໃນປັດຈຸບັນ ແລ້ວຄວາມຮູ້ດັ່ງກ່າວກໍເປັນແນວຄວາມຄິດທາງສາສະໜາ; ການປະຕິບັດດັ່ງກ່າວກໍກາຍມາເປັນການປະຕິບັດຂອງຄົນໜ້າຊື່ໃຈຄົດ. ປະໂຫຍກ “ແນວຄວາມຄິດທາງສາສະໜາ” ໝາຍເຖິງສິ່ງທີ່ຫຼ້າສະໄໝ ແລະ ເຊົາໃຊ້ກັນແລ້ວ (ລວມທັງການ ເຂົ້າໃຈພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ກ່ອນໜ້ານີ້ ແລະ ແສງສະຫວ່າງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍກົງ) ແລະ ຖ້ານໍາເອົາພຣະທໍາດັ່ງກ່າວໄປປະຕິບັດໃນປັດຈຸບັນ, ພຣະທໍານັ້ນກໍຈະຂັດຂວາງພາລະກິດຂອງພຣະເຈົ້າ ແລະ ບໍ່ມີປະໂຫຍດຫຍັງກັບມະນຸດເລີຍ. ຖ້າຜູ້ຄົນບໍ່ສາມາດລົບລ້າງສິ່ງເຫຼົ່ານັ້ນອອກຈາກຕົວພວກເຂົາ ທີ່ເປັນແນວຄວາມຄິດທາງສາສະໜາ ແລ້ວສິ່ງເຫຼົ່ານີ້ກໍຈະກາຍມາເປັນອຸປະສັກໃນການຮັບໃຊ້ພຣະເຈົ້າຂອງພວກເຂົາ. ຄົນທີ່ມີແນວຄວາມຄິດທາງສາສະໜາບໍ່ມີທາງນໍາທັນບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້, ພວກເຂົາລ້າຊ້າໃນໜຶ່ງບາດກ້າວ, ຈາກນັ້ນກໍ່ເປັນສອງບາດກ້າວ. ນີ້ກໍ່ຍ້ອນວ່າ
- [(II) ພຣະທຳກ່ຽວກັບອຸປະນິໄສແບບຊາຕານຂອງມະນຸດຊາດຜູ້ເສື່ອມຊາມ ແລະ ແກ່ນແທ້ແຫ່ງທຳມະຊາດຂອງພວກເຂົາ](https://lo.kingdomsalvation.org/satanic-disposition-of-corrupt-mankind.html) - 81. ແຫຼ່ງທີ່ມາຂອງການຄັດຄ້ານ ແລະ ການກະບົດຕໍ່ພຣະເຈົ້າຂອງມະນຸດແມ່ນຄວາມເສື່ອມຊາມຂອງເຂົາທີ່ເກີດຈາກຊາຕານ. ເພາະວ່າມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ສາມັນສໍານຶກຂອງມະນຸດຈຶ່ງໄດ້ຕາຍດ້ານ, ເປັນຄົນຂາດສິນທໍາ, ແນວຄິດຂອງເຂົາກໍຕໍ່າຊາມ ແລະ ເຂົາມີທັດສະນະຄະຕິທີ່ຫຼ້າຫຼັງ. ກ່ອນທີ່ເຂົາໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ໂດຍທໍາມະຊາດແລ້ວ ມະນຸດອ່ອນນ້ອມຕໍ່ພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະທໍາຂອງພຣະອົງຫຼັງຈາກທີ່ໄດ້ຮັບຟັງພຣະທໍາເຫຼົ່ານັ້ນ. ໂດຍທໍາມະຊາດແລ້ວ ເຂົາມີຄວາມຮູ້ສຶກນຶກຄິດ ແລະ ມີສາມັນສໍານຶກທີ່ດີ ແລະ ມີຄວາມເປັນມະນຸດທີ່ປົກກະຕິ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ຄວາມຮູ້ສຶກນຶກຄິດ, ສາມັນສໍານຶກ ແລະ ຄວາມເປັນມະນຸດດັ່ງເດີມຂອງເຂົາກໍຕາຍດ້ານ ແລະ ຖືກຊາຕານເຮັດໃຫ້ເສື່ອມເສຍ. ດ້ວຍເຫດນັ້ນ, ເຂົາຈຶ່ງໄດ້ສູນເສຍການອ່ອນນ້ອມຂອງເຂົາ ແລະ ຄວາມຮັກທີ່ມີຕໍ່ພຣະເຈົ້າ. ຄວາມຮູ້ສຶກນຶກຄິດຂອງມະນຸດໄດ້ວິປະລິດ, ອຸປະນິໄສຂອງເຂົາໄດ້ກາຍເປັນດັ່ງນິໄສຂອງສັດ, ການຕໍ່ຕ້ານຂອງເຂົາຕໍ່ພຣະເຈົ້າແມ່ນເກີດຂຶ້ນເລື້ອຍໆ ແລະ ຮ້າຍແຮງຂຶ້ນຫຼາຍກວ່າເກົ່າ. ແຕ່ເຖິງປານນັ້ນ, ມະນຸດຍັງບໍ່ຮູ້ຈັກ ຫຼື ຮັບຮູ້ເຖິງສິ່ງນີ້ ແລະ ໄດ້ແຕ່ຄັດຄ້ານ ແລະ ຕໍ່ຕ້ານຢ່າງຕໍ່ເນື່ອງ. ການເປີດເຜີຍອຸປະນິໄສຂອງມະນຸດແມ່ນຖືກເປີດເຜີຍຈາກການສະແດງຄວາມຮູ້ສຶກນຶກຄິດ, ຄວາມເຂົ້າໃຈ ແລະ ສາມັນສໍານຶກຂອງເຂົາ; ຍ້ອນວ່າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງເຂົາບໍ່ໝັ້ນຄົງ ແລະ ສາມັນສໍານຶກຂອງເຂົາໄດ້ຕາຍດ້ານຫຼາຍ, ດ້ວຍເຫດນັ້ນ
- [(I) ພຣະທຳກ່ຽວກັບການເປີດເຜີຍວິທີການທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ](https://lo.kingdomsalvation.org/how-satan-corrupts-mankind.html) - 65. ອາດາມ ແລະ ເອວາທີ່ຖືກສ້າງໂດຍພຣະເຈົ້າໃນຕອນເລີ່ມຕົ້ນນັ້ນ ເປັນຄົນທີ່ບໍລິສຸດ ເຊິ່ງເວົ້າໄດ້ວ່າ ໃນຂະນະທີ່ຢູ່ໃນສວນເອເດັນ ພວກເຂົາບໍລິສຸດ, ບໍ່ໄດ້ມີມົນທິນຈາກຄວາມສົກກະປົກເລີຍ. ພວກເຂົາຊື່ສັດກັບພຣະເຢໂຮວາອີກດ້ວຍ ແລະ ບໍ່ຮູ້ຫຍັງເລີຍກ່ຽວກັບການຫັກຫຼັງພຣະເຢໂຮວາ. ນີ້ກໍຍ້ອນວ່າ ພວກເຂົາປາສະຈາກການລົບກວນຈາກອິດທິພົນຂອງຊາຕານ, ປາສະຈາກພິດຂອງຊາຕານ ແລະ ເປັນຄົນທີ່ບໍລິສຸດທີ່ສຸດໃນບັນດາມະນຸດຊາດ. ພວກເຂົາດຳລົງຊີວິດຢູ່ໃນສວນເອເດັນ, ບໍ່ໄດ້ຖືກເຮັດໃຫ້ເປື້ອນດ້ວຍຄວາມສົກກະປົກໃດເລີຍ, ບໍ່ໄດ້ຖືກຄອບຄອງໂດຍເນື້ອໜັງ ແລະ ຢໍາເກງພຣະເຢໂຮວາ. ຕໍ່ມາ ເມື່ອພວກເຂົາຖືກຊາຕານລໍ້ລວງ, ພວກເຂົາຈຶ່ງມີພິດຂອງງູ ແລະ ຄວາມປາຖະໜາທີ່ຈະຫັກຫຼັງພຣະເຢໂຮວາ ແລະ ພວກເຂົາຈຶ່ງໄດ້ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ. ໃນຕອນເລີ່ມຕົ້ນ, ພວກເຂົາບໍລິສຸດ ແລະ ພວກເຂົາຢໍາເກງພຣະເຢໂຮວາ; ໃນສະພາວະນີ້ເທົ່ານັ້ນ ພວກເຂົາຈຶ່ງເປັນມະນຸດ. ຕໍ່ມາ, ຫຼັງຈາກທີ່ພວກເຂົາຖືກຊາຕານລໍ້ລວງ, ພວກເຂົາຈຶ່ງກິນໝາກໄມ້ຈາກຕົ້ນໄມ້ແຫ່ງການຮູ້ຈັກດີ ແລະ ຊົ່ວ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ. ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມເທື່ອລະໜ້ອຍ ແລະ ສູນເສຍລັກສະນະດັ່ງເດີມຂອງມະນຸດ. ໃນຕອນເລີ່ມຕົ້ນ, ມະນຸດມີລົມຫາຍໃຈຂອງພຣະເຢໂຮວາ, ບໍ່ໄດ້ເປັນຄົນກະບົດແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຄວາມຊົ່ວຮ້າຍຢູ່ໃນຫົວໃຈຂອງເຂົາ. ໃນເວລານັ້ນ, ມະນຸດເປັນມະນຸດຢ່າງແທ້ຈິງ. ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດກໍກາຍມາເປັນສັດ. ຄວາມຄິດຂອງເຂົາເຕັມໄປດ້ວຍຄວາມຊົ່ວ
- [(III) ຍຸກແຫ່ງລາຊະອານາຈັກ ນັ້ນກໍຄື ຍຸກສຸດທ້າຍ](https://lo.kingdomsalvation.org/age-of-kingdom-the-last-age.html) - 33. ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ນຳເອົາຍຸກແຫ່ງພຣະຄຸນເຂົ້າມາ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງອີກເທື່ອໜຶ່ງ ແລະ ດ້ວຍການບັງເກີດເປັນມະນຸດນີ້ ພຣະເຈົ້າໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ນຳມາຍຸກແຫ່ງລາຊະອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງລາຊະອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາດ້ວຍຕົວເອງຈາກພຣະເຈົ້າ. ເຖິງແມ່ນວ່າ ພຣະເຢຊູໄດ້ມາຢູ່ທ່າມກາງມະນຸດ ແລະ ປະຕິບັດພາລະກິດຫຼາຍຢ່າງ, ພຣະອົງພຽງສໍາເລັດພາລະກິດໃນການໄຖ່ບາບຂອງມະນຸດຊາດທັງໝົດ ແລະ ກາຍເປັນເຄື່ອງຖວາຍບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ພຽງແຕ່ຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສທີ່ຊາຕານເຮັດໃຫ້ເສື່ອມຊາມໃຫ້ອອກຈາກມະນຸດຢ່າງສິ້ນເຊີງ. ດັ່ງນັ້ນ, ພາຍຫຼັງມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການລົງໂທດ ແລະ ການພິພາກສາ. ພາລະກິດນີ້ໄດ້ນຳພາມະນຸດໄປສູ່ໂລກທີ່ສູງຂຶ້ນ. ທຸກຄົນທີ່ອ່ອນນ້ອມຢູ່ພາຍໃຕ້ອຳນາດປົກຄອງຂອງພຣະເຈົ້າຈະຊົມໃຊ້ຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ເສັ້ນທາງ ແລະ ຊີວິດ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ 34. ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກປູກຝັງລົງພາຍໃນຕົວຂອງເຂົາແລ້ວ
- [(II) ການເປີດເຜີຍຂອງພຣະເຈົ້າກ່ຽວກັບພາລະກິດຂອງພຣະອົງໃນຍຸກແຫ່ງພຣະຄຸນ](https://lo.kingdomsalvation.org/work-in-age-of-grace.html) - 28. ພຣະເຢຊູເປັນຕົວແທນພາລະກິດທັງຫມົດຂອງຍຸກແຫ່ງພຣະຄຸນ; ພຣະອົງໄດ້ບັງເກີດເປັນມະນຸດ ແລະ ຖືກຄຶງເທິງໄມ້ກາງແຂນ ແລະ ພຣະອົງໄດ້ເປີດຍຸກແຫ່ງພຣະຄຸນ. ພຣະອົງໄດ້ຖືກຄຶງໄວ້ເທິງໄມ້ກາງແຂນ ເພື່ອເຮັດສໍາເລັດພາລະກິດຂອງການໄຖ່ບາບ, ເພື່ອສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ດັ່ງນັ້ນພຣະອົງຈຶ່ງຖືກເອີ້ນວ່າ “ຜູ້ບັນຊາສູງສຸດ”, “ຜູ້ຮັບບາບ”, “ຜູ້ໄຖ່ບາບ”. ດັ່ງນັ້ນ ພາລະກິດຂອງພຣະເຢຊູແຕກຕ່າງກັນທາງດ້ານເນື້ອໃນຈາກພາລະກິດຂອງພຣະເຢໂຮວາ, ເຖິງແມ່ນວ່າພາລະກິດທັງສອງໃຊ້ຫຼັກການດຽວກັນ. ພຣະເຢໂຮວາໄດ້ເລີ່ມຕົ້ນຍຸກແຫ່ງພຣະບັນຍັດ, ໄດ້ສ້າງພື້ນຖານ ເຊິ່ງເປັນຕົ້ນກໍາເນີດຂອງພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ໄດ້ອອກກົດລະບຽບ ແລະ ພຣະບັນຍັດ; ສອງສິ່ງເຫຼົ່ານີ້ແມ່ນ ຜົນສຳເລັດຂອງພຣະອົງ ເຊິ່ງເປັນຕົວແທນຂອງຍຸກແຫ່ງພຣະບັນຍັດ. ພາລະກິດຂອງພຣະເຢຊູໃນຍຸກແຫ່ງພຣະຄຸນບໍ່ແມ່ນເພື່ອອອກຂໍ້ກົດລະບຽບ ແຕ່ເພື່ອປະຕິບັດຕາມຂໍ້ບັນຍັດ, ດັ່ງນັ້ນ ພາລະກິດຂອງພຣະອົງຈຶ່ງນຳໄປສູ່ຍຸກແຫ່ງພຣະຄຸນ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ ທີ່ໃຊ້ເວລາເຖິງສອງພັນປີ. ພຣະອົງເປັນຜູ້ບຸກເບີກ ແລະ ສະເດັດມາເພື່ອເລີ່ມຕົ້ນຍຸກແຫ່ງພຣະຄຸນ, ແຕ່ພາກສ່ວນຕົ້ນຕໍຂອງພາລະກິດພຣະອົງນັ້ນແມ່ນການໄຖ່ບາບ. ດັ່ງນັ້ນ ຜົນສໍາເລັດຂອງພຣະອົງມີສອງຢ່າງຄື: ເປີດຍຸກໃຫມ່ ແລະ ສໍາເລັດພາລະກິດໄຖ່ບາບຜ່ານການຖືກຄຶງໃສ່ໄມ້ກາງແຂນຂອງພຣະອົງ. ຫຼັງຈາກນັ້ນ, ພຣະອົງກໍ່ໄດ້ຈາກໄປ. ແລ້ວຕໍ່ຈາກນີ້ໄປແມ່ນຍຸກແຫ່ງພຣະບັນຍັດໄດ້ສິ້ນສຸດລົງ ແລະ ຍຸກແຫ່ງພຣະຄຸນໄດ້ເລີ່ມຕົ້ນຂຶ້ນ. ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ
- [(I) ການເປີດເຜີຍຂອງພຣະເຈົ້າກ່ຽວກັບພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດ](https://lo.kingdomsalvation.org/work-in-age-of-law.html) - 21. ໃນເວລານັ້ນ ຄວາມສໍາຄັນ, ຈຸດປະສົງ ແລະ ບາດກ້າວພາລະກິດຂອງພຣະເຢໂຮວາ ໃນດິນແດນອິດສະຣາເອນແມ່ນເປັນການລິເລີ່ມພາລະກິດຂອງພຣະອົງໃນທົ່ວແຜ່ນດິນໂລກເຊິ່ງພຣະອົງໄດ້ຖືເອົາດິນແດນອິດສະຣາເອນເປັນຈຸດສູນກາງ, ແລ້ວຫລັງຈາກນັ້ນຈຶ່ງໄດ້ຄ່ອຍໆຂະຫຍາຍອອກໄປສູ່ບັນດາປະເທດຕ່າງໆ. ນີ້ຄືຫຼັກການ ການດໍາເນີນພາລະກິດຂອງພຣະອົງໃນທົ່ວຈັກກະວານເພື່ອສ້າງຮູບແບບ ພ້ອມຂະຫຍາຍກວ້າງອອກໄປຈົນກວ່າຜູ້ຄົນໃນທົ່ວຈັກກະວານຈະໄດ້ຮັບຂ່າວປະເສີດຂອງພຣະອົງ. ຄົນອິດສະຣາເອນຄົນທໍາອິດແມ່ນລູກຫຼານຂອງໂນອາ. ຜູ້ຄົນເຫຼົ່ານີ້ໄດ້ຮັບພຽງລົມຫາຍໃຈຈາກພຣະເຢໂຮວາ ແລະ ມີຄວາມເຂົ້າໃຈພຽງພໍທີ່ຈະດູແລຄວາມຈໍາເປັນຂັ້ນພື້ນຖານຂອງຊີວິດເທົ່ານັ້ນ, ແຕ່ພວກເຂົາບໍ່ຮູ້ວ່າພຣະເຢໂຮວາເປັນພຣະເຈົ້າແບບໃດ ຫຼື ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດແນວໃດ, ແລ້ວແຮງໄກກັບການເຂົາເຈົ້າຄວນຍໍາເກງພຣະຜູ້ເປັນເຈົ້າຂອງສິ່ງຊົງສ້າງທັງໝົດ. ໃນເມື່ອເປັນດັ່ງນັ້ນ ຈະໃຫ້ພວກເຂົາເຄົາລົບບູຊາຕໍ່ພຣະເຈົ້າຜູ້ສ້າງສັບພະທຸກສິ່ງໄດ້ແນວໃດ. ສ່ວນທີ່ວ່າມີກົດເກນ ຫຼື ມີຂໍ້ບັນຍັດຫຍັງແດ່ທີ່ຕ້ອງເຊື່ອຟັງ ຫຼື ບໍ່[ກ] ຫຼື ມີໜ້າທີ່ຫຍັງແດ່ທີ່ຜູ້ຖືກສ້າງຄວນປະຕິບັດເພື່ອພຣະຜູ້ສ້າງ, ລູກຫຼານຂອງອາດາມແມ່ນບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້. ສິ່ງທີ່ພວກເຂົາຮູ້ຄື ຜົວຄວນສະຫຼະເຫື່ອແຮງເຮັດວຽກເພື່ອລ້ຽງດູຄອບຄົວ ແລະ ຜູ້ເປັນເມຍຄວນຖວາຍຕົນໃຫ້ກັບຜົວຂອງລາວເພື່ອສືບຕໍ່ ຂະຫຍາຍຊາດຕິພັນມະນຸດທີ່ພຣະເຢໂຮວາໄດ້ສ້າງຂຶ້ນ. ເວົ້າຢ່າງໜຶ່ງກໍຄື ຜູ້ຄົນດັ່ງກ່າວທີ່ໄດ້ຮັບແຕ່ລົມຫາຍໃຈ ແລະ ຊີວິດຈາກພຣະເຢໂຮວາ ແມ່ນບໍ່ຮູ້ໃນເລື່ອງປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ ຫຼື ຮູ້ຈັກວິທີເຮັດໃຫ້ພຣະຜູ້ເປັນເຈົ້າຂອງສັບພະທຸກສິ່ງເພິ່ງພໍໃຈ. ພວກເຂົາເຂົ້າໃຈນ້ອຍທີ່ສຸດ. ສະນັ້ນເຖິງແມ່ນວ່າ ໃນໃຈພວກເຂົາຈະບໍ່ຄົດໂກງ, ຫຼອກລວງ, ອິດສາບັງບຽດ ແລະ ຊີງດີຊີງເດັ່ນ ແຕ່ພວກເຂົາກໍຍັງບໍ່ມີຄວາມຮູ້ ຫຼື ເຂົ້າໃຈກ່ຽວກັບພຣະເຢໂຮວາ ນັ້ນກໍຄືພຣະຜູ້ເປັນເຈົ້າຂອງສັບພະທຸກສິ່ງ. ບັນພະບຸລຸດຂອງມະນຸດເຫຼົ່ານີ້ພຽງຮູ້ຈັກແຕ່ກິນ ແລະ ຊື່ນຊົມໃນສິ່ງທີ່ພຣະເຢໂຮວາມອບໃຫ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 555](https://lo.kingdomsalvation.org/recital-entry-into-life-555.html) - ການຖືກພຣະເຈົ້າເຮັດໃຫ້ສົມບູນແບບບໍ່ສາມາດຈຳກັດພຽງການສົມບູນແບບໂດຍການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ປະສົບການດັ່ງກ່າວແມ່ນເປັນປະສົບການດ້ານດຽວຫຼາຍເກີນໄປ, ມັນຈະຄັບແຄບເກີນໄປ ແລະ ພຽງແຕ່ຈະຈຳກັດມະນຸດໃຫ້ຢູ່ໃນຂອບເຂດເລັກນ້ອຍເທົ່ານັ້ນ. ໃນກໍລະນີນີ້, ມະນຸດຈະຂາດການບຳລຸງທາງຈິດວິນຍານຢ່າງຫຼວງຫຼາຍທີ່ພວກເຂົາຕ້ອງການ. ຖ້າເຈົ້າປາຖະໜາໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຕ້ອງຮຽນຮູ້ທີ່ຈະຜະເຊີນກັບທຸກໆເລື່ອງ ແລະ ສາມາດໄດ້ຮັບແສງສະຫວ່າງໃນທຸກສິ່ງທີ່ເກີດຂຶ້ນກັບເຈົ້າ. ບໍ່ວ່າດີ ຫຼື ບໍ່ດີ ເຈົ້າກໍ່ຄວນໄດ້ຮັບຜົນປະໂຫຍດຈາກມັນ ແລະ ມັນບໍ່ຄວນເຮັດໃຫ້ເຈົ້າກາຍເປັນຄົນຄິດລົບ. ບໍ່ວ່າເລື່ອງໃດກໍຕາມ, ເຈົ້າຄວນພິຈາລະນາສິ່ງຕ່າງໆໃນຂະນະທີ່ຢືນຢູ່ຂ້າງພຣະເຈົ້າ ແລະ ບໍ່ວິເຄາະ ຫຼື ຮຽນຮູ້ມັນຕາມມຸມມອງຂອງມະນຸດ (ນີ້ຈະເປັນການຫັນປ່ຽນໃນປະສົບການຂອງເຈົ້າ). ຖ້າເຈົ້າມີປະສົບການເຊັ່ນນີ້ ແລ້ວຫົວໃຈຂອງເຈົ້າກໍຈະເຕັມໄປດ້ວຍພາລະໃນຊີວິດຂອງເຈົ້າ; ເຈົ້າຈະມີຊີວິດຢູ່ພາຍໃຕ້ແສງສະຫວ່າງແຫ່ງລັດສະໝີຂອງພຣະເຈົ້າຕະຫຼອດເວລາ ແລະ ຈະບໍ່ຫັນປ່ຽນຈາກການປະຕິບັດຂອງເຈົ້າໄດ້ຢ່າງງ່າຍດາຍ. ຄົນປະເພດນີ້ມີອະນາຄົດທີ່ສົດໄສ. ມີໂອກາດຫຼາຍທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ທຸກຢ່າງຂຶ້ນຢູ່ກັບວ່າພວກເຈົ້າແມ່ນຜູ້ທີ່ຮັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແລະ ເຈົ້າມີຄວາມເດັດດ່ຽວທີ່ຈະໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ຫຼື ບໍ່, ຖືກຮັບໂດຍພຣະເຈົ້າ ແລະ ໄດ້ຮັບພຣະພອນ ແລະ ມໍລະດົກຂອງພຣະອົງ ຫຼື ບໍ່. ພຽງແຕ່ມີຄວາມເດັດດ່ຽວເທົ່ານັ້ນແມ່ນບໍ່ພຽງພໍ, ພວກເຈົ້າຕ້ອງມີຄວາມຮູ້ຢ່າງຫຼວງຫຼາຍ, ບໍ່ດັ່ງນັ້ນ ພວກເຈົ້າກໍຈະຫັນປ່ຽນໃນການປະຕິບັດຂອງພວກເຈົ້າຢູ່ຕະຫລອດ. ພຣະເຈົ້າເຕັມໃຈທີ່ຈະເຮັດໃຫ້ພວກເຈົ້າທຸກຄົນສົມບູນແບບ. ເຖິງວ່າ ໃນຕອນນີ້, ຫຼາຍຄົນໄດ້ຍອມຮັບເອົາພາລະກິດຂອງພຣະເຈົ້າມາເປັນເວລາດົນນານແລ້ວກໍ່ຕາມ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 554](https://lo.kingdomsalvation.org/recital-entry-into-life-554.html) - ເສັ້ນທາງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບແມ່ນຫຍັງ? ລວມມີດ້ານໃດແດ່? ເຈົ້າເຕັມໃຈໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບບໍ? ເຈົ້າເຕັມໃຈຍອມຮັບການພິພາກສາ ແລະ ການລົງໂທດຂອງພຣະອົງບໍ? ເຈົ້າຮູ້ຫຍັງແດ່ກ່ຽວກັບຄຳຖາມເຫຼົ່ານີ້? ຖ້າເຈົ້າບໍ່ມີຄວາມຮູ້ທີ່ຈະກ່າວກ່ຽວກັບສິ່ງນີ້, ແລ້ວສິ່ງນີ້ພິສູດໃຫ້ເຫັນວ່າເຈົ້າຍັງບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ເຊິ່ງເຈົ້າບໍ່ໄດ້ຖືກເຮັດໃຫ້ຮູ້ແຈ້ງໂດຍພຣະວິນຍານບໍລິສຸດແມ່ນແຕ່ໜ້ອຍດຽວ. ມັນເປັນໄປບໍ່ໄດ້ສໍາລັບຜູ້ຄົນດັ່ງກ່າວຈະຖືກເຮັດໃຫ້ສົມບູນແບບ. ພວກເຂົາພຽງແຕ່ໄດ້ຮັບພຣະຄຸນຈຳນວນໜ້ອຍດຽວເທົ່ານັ້ນເພື່ອຊື່ນຊົມມັນໃນເວລາສັ້ນໆ ແລະ ສິ່ງນັ້ນຈະບໍ່ຢືນຍົງຄົງຕົວ. ຜູ້ຄົນບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້ ຖ້າພວກເຂົາພຽງແຕ່ຊື່ນຊົມພຣະຄຸນຂອງພຣະອົງ. ບາງຄົນພໍໃຈເມື່ອເນື້ອໜັງຂອງພວກເຂົາມີຄວາມສະຫງົບສຸກ ແລະ ຄວາມຊື່ນບານ, ເມື່ອຊີວິດຂອງພວກເຂົາສະດວກສະບາຍໂດຍບໍ່ມີຄວາມທຸກຍາກ ຫຼື ຄວາມໂຊກຮ້າຍໃດໆ, ເມື່ອຄອບຄົວຂອງພວກເຂົາດຳລົງຊີວິດຢູ່ໃນຄວາມສະຫງົບສຸກໂດຍບໍ່ມີການຕໍ່ສູ້ ຫຼື ການຂັດແຍ້ງ ແລະ ພວກເຂົາອາດເຊື່ອວ່ານີ້ແມ່ນພຣະພອນຂອງພຣະເຈົ້າ, ແຕ່ໃນຄວາມຈິງແລ້ວ ມັນເປັນພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ພວກເຈົ້າບໍ່ຄວນພໍໃຈກັບການຊື່ນຊົມພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ຄວາມຄິດແບບນີ້ແມ່ນຫຍາບຊ້າຫຼາຍ. ເຖິງແມ່ນວ່າເຈົ້າອ່ານພຣະທໍາຂອງພຣະເຈົ້າທຸກມື້, ອະທິຖານທຸກມື້ ແລະ ຈິດວິນຍານຂອງເຈົ້າຮູ້ສຶກເຖິງຄວາມຊື່ນຊົມຍິນດີຢ່າງຍິ່ງ ແລະ ມີຄວາມສະຫງົບສຸກເປັນພິເສດ, ແຕ່ທ້າຍສຸດແລ້ວ ຖ້າເຈົ້າບໍ່ມີສິ່ງໃດຈະເວົ້າເຖິງຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ບໍ່ມີປະສົບການຫຍັງເລີຍ; ບໍ່ວ່າເຈົ້າໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຫຼາຍປານໃດກໍຕາມ, ຖ້າເຈົ້າພຽງແຕ່ຮູ້ສຶກເຖິງຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີໃນຈິດວິນຍານຂອງເຈົ້າ ແລະ ພຣະທໍາຂອງພຣະເຈົ້ານັ້ນຫວານເກີນກວ່າຈະປຽບທຽບໄດ້, ຄືກັບວ່າເຈົ້າບໍ່ສາມາດຊື່ນຊົມມັນໄດ້ຢ່າງພຽງພໍ, ແຕ່ເຈົ້າບໍ່ມີປະສົບການຕົວຈິງ ແລະ ຂາດຄວາມເປັນຈິງກ່ຽວກັບພຣະທໍາຂອງພຣະເຈົ້າຢ່າງສິ້ນເຊີງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 296](https://lo.kingdomsalvation.org/recital-exposing-religious-notions-296.html) - ຫຼັງຈາກຄວາມຈິງຂອງພຣະເຢຊູໄດ້ກາຍມາເປັນເນື້ອໜັງ, ມະນຸດກໍ່ເຊື່ອວ່າໃນສະຫວັນແມ່ນບໍ່ໄດ້ມີພຽງແຕ່ພຣະບິດາ, ແຕ່ຍັງມີພຣະບຸດ ແລະ ແມ່ນແຕ່ພຣະວິນຍານ. ນີ້ຄືແນວຄິດຕາມປະເພນີທີ່ມະນຸດມີ ຄືມີພຣະເຈົ້າແບບນີ້ທີ່ຢູ່ໃນສະຫວັນ: ພຣະເຈົ້າຕຣີເອການຸພາບທີ່ເປັນພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມະນຸດຊາດທັງປວງມີແນວຄິດເຫຼົ່ານີ້: ພຣະເຈົ້າເປັນພຣະເຈົ້າອົງດຽວ, ແຕ່ປະກອບມີສາມພາກສ່ວນ ເຊິ່ງທຸກຄົນເຫຼົ່ານັ້ນທີ່ຝັງເລິກຢ່າງໜ້າເສົ້າໃຈຢູ່ກັບແນວຄິດດັ່ງເດີມຖືວ່າມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງແຕ່ສາມສ່ວນເຫຼົ່ານັ້ນລວມກັນເປັນໜຶ່ງເທົ່ານັ້ນ ຈຶ່ງຈະເປັນພຣະເຈົ້າທັງໝົດ. ຫາກປາສະຈາກພຣະບິດາບໍລິສຸດ, ພຣະເຈົ້າກໍຈະບໍ່ສົມບູນ. ໃນທຳນອງດຽວກັນ, ພຣະເຈົ້າກໍຈະບໍ່ສົມບູນເຊັ່ນກັນ ຖ້າປາສະຈາກພຣະບຸດ ຫຼື ພຣະວິນຍານບໍລິສຸດ. ໃນແນວຄິດຂອງພວກເຂົາ, ພວກເຂົາເຊື່ອວ່າ ພຣະບິດາພຽງອົງດຽວ ຫຼື ພຣະບຸດພຽງອົງດຽວ ບໍ່ສາມາດຖືວ່າເປັນພຣະເຈົ້າໄດ້. ມີພຽງແຕ່ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຮ່ວມກັນເທົ່ານັ້ນ ຈຶ່ງຖືວ່າເປັນພຣະເຈົ້າເອງ. ບັດນີ້ ຜູ້ເຊື່ອສາສະໜາທຸກຄົນ ແລະ ແມ່ນແຕ່ຜູ້ຕິດຕາມແຕ່ລະຄົນທີ່ຢູ່ທ່າມກາງພວກເຈົ້າ ແມ່ນມີຄວາມເຊື່ອແບບນີ້. ແຕ່ສຳລັບເລື່ອງທີ່ວ່າ ຄວາມເຊື່ອນີ້ຖືກຕ້ອງ ຫຼື ບໍ່ນັ້ນ, ບໍ່ມີໃຜສາມາດອະທິບາຍໄດ້ ຍ້ອນພວກເຈົ້າສັບສົນກ່ຽວກັບເລື່ອງຂອງພຣະເຈົ້າເອງຢູ່ສະເໝີ. ເຖິງແມ່ນສິ່ງເຫຼົ່ານີ້ຄືແນວຄິດ, ພວກເຈົ້າກໍບໍ່ຮູ້ວ່າ ສິ່ງເຫຼົ່ານີ້ຖືກ ຫຼື ຜິດ, ຍ້ອນວ່າພວກເຈົ້າຖືກກະທົບໂດຍແນວຄິດທາງສາສະໜາຢ່າງຮຸນແຮງເກີນໄປ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 263](https://lo.kingdomsalvation.org/recital-God-s-disposition-and-what-He-has-and-is-263.html) - ນັບຕັ້ງແຕ່ການກຳເນີດວິທະຍາສາດສັງຄົມຂອງມວນມະນຸດ, ຄວາມຄິດຂອງມະນຸດກໍວຸ້ນຢູ່ນໍາວິທະຍາສາດ ແລະ ຄວາມຮູ້. ແລ້ວວິທະຍາສາດ ແລະ ຄວາມຮູ້ກໍກາຍມາເປັນເຄື່ອງມືສຳລັບການປົກຄອງຂອງມະນຸດ ແລະ ບໍ່ມີພື້ນທີ່ພຽງພໍອີກຕໍ່ໄປສຳລັບໃຫ້ມະນຸດນະມັດສະການພຣະເຈົ້າ ແລະ ບໍ່ມີເງື່ອນໄຂທີ່ຈະນະມັດສະການພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີອີກຕໍ່ໄປ. ຕໍາແໜ່ງຂອງພຣະເຈົ້າໄດ້ຫຼຸດຕໍ່າລົງຫຼາຍຍິ່ງຂຶ້ນໃນຫົວໃຈຂອງມະນຸດ. ຖ້າປາສະຈາກພຣະເຈົ້າໃນຫົວໃຈຂອງເຂົາ, ໂລກພາຍໃນຂອງມະນຸດກໍ່ມືດມົນ, ສິ້ນຫວັງ ແລະ ວ່າງເປົ່າ. ຕໍ່ມາຈຶ່ງໄດ້ເກີດມີນັກວິທະຍາສາດສັງຄົມຫຼາຍຄົນ, ນັກປະຫວັດສາດ ແລະ ນັກການເມືອງເກີດຂຶ້ນເພື່ອອະທິບາຍທິດສະດີແຫ່ງວິທະຍາສາດສັງຄົມ, ທິດສະດີແຫ່ງການວິວັດທະນາການຂອງມະນຸດ ແລະ ທິດສະດີອື່ນໆທີ່ຂັດແຍ່ງກັບຄວາມຈິງທີ່ພຣະເຈົ້າໄດ້ສ້າງມະນຸດ, ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ. ແລ້ວໃນລັກສະນະນີ້, ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງມີຈຳນວນຫຼາຍຂຶ້ນ. ນອກຈາກນັ້ນ ກໍມີຄົນຈຳນວນຫຼາຍຄົນທີ່ເຫັນການບັນທຶກແຫ່ງພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນ ເປັນເໝືອນກັບເລື່ອງເລົ່າລື ແລະ ຕຳນານ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເລີ່ມບໍ່ສົນໃຈຕໍ່ກຽດສັກສີ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ສົນໃຈຕໍ່ຂໍ້ຄິດເຫັນທີ່ວ່າ ພຣະເຈົ້າມີຢູ່ ແລະ ມີອຳນາດເໜືອທຸກສິ່ງ. ຄວາມຢູ່ລອດຂອງມະນຸດຊາດ ແລະ ຊະຕາກໍາຂອງປະເທດ ແລະ ຊົນຊາດບໍ່ສຳຄັນກັບພວກເຂົາອີກຕໍ່ໄປແລ້ວ ແລະ ມະນຸດດຳລົງຊີວິດຢູ່ໃນໂລກທີ່ວ່າງເປົ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 262](https://lo.kingdomsalvation.org/recital-God-s-disposition-and-what-He-has-and-is-262.html) - ໃນຖານະທີ່ເປັນສະມາຊິກຂອງຊົນຊາດມະນຸດ ແລະ ຄຣິດສະຕຽນທີ່ເຫຼື້ອມໃສສັດທາ, ມັນຄືຄວາມຮັບຜິດຊອບ ແລະ ພັນທະຂອງພວກເຮົາທຸກຄົນທີ່ຈະຖວາຍຈິດໃຈ ແລະ ຮ່າງກາຍຂອງພວກເຮົາເພື່ອບັນລຸຕາມການມອບໝາຍຂອງພຣະເຈົ້າ, ຍ້ອນການເປັນຢູ່ທັງໝົດຂອງພວກເຮົາແມ່ນມາຈາກພຣະເຈົ້າ ແລະ ມັນດໍາລົງຢູ່ໄດ້ຍ້ອນອຳນາດອະທິປະໄຕຂອງພຣະເຈົ້າ. ຖ້າຈິດໃຈ ແລະ ຮ່າງກາຍຂອງພວກເຮົາບໍ່ແມ່ນເພື່ອການມອບໝາຍຂອງພຣະເຈົ້າ ແລະ ບໍ່ແມ່ນເພື່ອຈຸດປະສົງທີ່ທຽງທຳຂອງມະນຸດຊາດ ແລ້ວຈິດວິນຍານຂອງພວກເຮົາກໍຈະຮູ້ສຶກບໍ່ສົມຄວນແກ່ຜູ້ຄົນທີ່ຍອມເສຍສະຫຼະຊີວິດເພື່ອການມອບໝາຍຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍບໍ່ສົມຄວນແກ່ພຣະເຈົ້າ ຜູ້ເຊິ່ງຈັດກຽມທຸກສິ່ງທຸກຢ່າງໃຫ້ກັບພວກເຮົາ. ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດນີ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກແບບແຜນຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຄຣິດສະຕຽນທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມແບບແຜນຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດນີ້ໄດ້. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ສຳນຶກຜິດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 258](https://lo.kingdomsalvation.org/recital-God-s-disposition-and-what-He-has-and-is-258.html) - ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ຍ້ອນແຜນການຂອງພຣະເຈົ້າ ແລະ ຍ້ອນການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າປະຕິບັດບົດບາດຂອງເຈົ້າ ແລະ ເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້, ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊີວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ, ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ. ໃນຂະນະທີ່ກາງຄືນໃກ້ເຂົ້າມາຢ່າງງຽບສະງັດ ໂດຍມະນຸດບໍ່ຮູ້ສຶກຕົວ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 151](https://lo.kingdomsalvation.org/recital-knowing-God-s-work-151.html) - ພຣະເຈົ້າໃຊ້ການຄຸ້ມຄອງມະນຸດຂອງພຣະອົງເພື່ອເອົາຊະນະຊາຕານ. ໂດຍການເຮັດໃຫ້ຄົນເສື່ອມຊາມ, ຊາຕານນຳພາຊະຕາກຳຂອງພວກເຂົາໄປສູ່ຈຸດຈົບ ແລະ ລົບກວນພາລະກິດຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຈົ້າແມ່ນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າທີ່ບໍ່ໄດ້ໝາຍເຖິງການຊ່ວຍມະນຸດຊາດໃຫ້ລອດພົ້ນ? ຂັ້ນຕອນໃດທີ່ບໍ່ໄດ້ໝາຍເຖິງການຊໍາລະລ້າງຜູ້ຄົນ ແລະ ເພື່ອເຮັດໃຫ້ພວກເຂົາກະທຳສິ່ງທີ່ຊອບທໍາ ແລະ ດໍາລົງຊີວິດຕາມລັກສະນະຂອງຜູ້ທີ່ສາມາດຖືກຮັກ? ຢ່າງໃດກໍຕາມ, ຊາຕານບໍ່ໄດ້ເຮັດສິ່ງນີ້. ມັນເຮັດໃຫ້ມະນຸດເສື່ອມຊາມ; ມັນດຳເນີນວຽກງານຢ່າງຕໍ່ເນື່ອງເພື່ອເຮັດໃຫ້ມະນຸດເສື່ອມຊາມທົ່ວທັງຈັກກະວານ. ແນ່ນອນ, ພຣະເຈົ້າກໍເຮັດພາລະກິດຂອງພຣະອົງເອງເຊັ່ນກັນ. ພຣະອົງບໍ່ສົນໃຈຊາຕານ. ບໍ່ວ່າອໍານາດຂອງຊາຕານຈະມີຫຼາຍເທົ່າໃດກໍຕາມ, ອໍານາດທີ່ມັນມີກໍແມ່ນມາຈາກພຣະເຈົ້າ; ພຣະເຈົ້າບໍ່ໄດ້ມອບອໍານາດທັງໝົດຂອງພຣະອົງໃຫ້ມັນ ແລະ ດ້ວຍເຫດນັ້ນ ບໍ່ວ່າມັນຈະເຮັດຫຍັງກໍຕາມ, ມັນບໍ່ສາມາດເຮັດເໜືອພຣະເຈົ້າ ແລະ ຈະຢູ່ພາຍໃຕ້ກໍາມືຂອງພຣະເຈົ້າສະເໝີ. ພຣະເຈົ້າບໍ່ໄດ້ເປີດເຜີຍການກະທໍາໃດໆຂອງພຣະອົງເມື່ອຢູ່ໃນສະຫວັນ. ພຣະອົງພຽງແຕ່ມອບອຳນາດສ່ວນເລັກໆນ້ອຍໆໃຫ້ກັບຊາຕານ ແລະ ອະນຸຍາດໃຫ້ມັນໃຊ້ເພື່ອຄວບຄຸມທູດສະຫວັນອື່ນໆ. ເພາະສະນັ້ນ, ບໍ່ວ່າມັນຈະເຮັດຫຍັງ, ມັນກໍບໍ່ສາມາດເຮັດເໜືອອໍານາດຂອງພຣະເຈົ້າໄດ້ ເພາະວ່າອໍານາດທີ່ພຣະເຈົ້າມອບໃຫ້ມັນໃນເບື້ອງຕົ້ນແມ່ນມີຂໍ້ຈຳກັດ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດ, ຊາຕານກໍລົບກວນ. ໃນຍຸກສຸດທ້າຍ, ການລົບກວນຂອງມັນຈະສິ້ນສຸດລົງ; ໃນກໍລະນີດຽວກັນ, ພາລະກິດຂອງພຣະເຈົ້າກໍຈະສິ້ນສຸດລົງ ແລະ ປະເພດຂອງມະນຸດທີ່ພຣະເຈົ້າຕ້ອງການເຮັດໃຫ້ສົມບູນກໍຈະສົມບູນ. ພຣະເຈົ້າຊີ້ນໍາຜູ້ຄົນໄປໃນທາງບວກ; ຊີວິດຂອງພຣະອົງຄືນ້ຳແຫ່ງຊີວິດ, ບໍ່ສາມາດວັດແທກໄດ້ ແລະ ບໍ່ມີຂອບເຂດ. ຊາຕານໄດ້ເຮັດໃຫ້ຜູ້ຄົນເສື່ອມຊາມໃນລະດັບໜຶ່ງ; ສຸດທ້າຍ, ນ້ຳແຫ່ງຊີວິດຈະເຮັດໃຫ້ຜູ້ຄົນສົມບູນ ແລະ ມັນຈະເປັນໄປບໍ່ໄດ້ທີ່ຊາຕານຈະແຊກແຊງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 140](https://lo.kingdomsalvation.org/recital-the-incarnation-140.html) - ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ. ບໍ່ມີຫຍັງທີ່ຫຼາຍເກີນໄປກວ່າສິ່ງນີ້ ຍ້ອນພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ, ສະຕິປັນຍາໃນພາລະກິດຂອງພຣະອົງ ເຊິ່ງມະນຸດບໍ່ສາມາດຢັ່ງເຖິງໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິດ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິດບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ພຣະອົງຍັງເຮັດໜ້າທີ່ເປັນເນື້ອໜັງພິເສດ ໃນຂະນະທີ່ພຣະອົງປະຕິບັດ ແລະ ເຮັດພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນເນື້ອໜັງທີ່ສາມາດແບກຮັບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງເຕັມທີ່ ແລະ ສຳແດງອຸປະນິໄສຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສະໜອງຊີວິດໃຫ້ກັບມະນຸດ. ບໍ່ໄວກໍຊ້າ ຜູ້ທີ່ປອມເປັນພຣະຄຣິດເຫຼົ່ານັ້ນຈະລົ້ມລະລາຍໄປໝົດ, ເຖິງພວກເຂົາຈະອ້າງວ່າເປັນພຣະຄຣິດ ພວກເຂົາກໍບໍ່ມີທາດແທ້ຂອງພຣະຄຣິດເລີຍ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ສາມາດອະທິບາຍຄວາມແທ້ຈິງຂອງພຣະຄຣິດໄດ້, ມີແຕ່ພຣະເຈົ້າເອງທີ່ສາມາດຕອບຄຳຖາມ ແລະ ຕັດສິນໃຈໄດ້. ດ້ວຍເຫດນີ້ ຖ້າເຈົ້າຕ້ອງການສະແຫວງຫາຫົນທາງແຫ່ງຊີວິດຢ່າງແທ້ຈິງ, ກ່ອນອື່ນເຈົ້າຕ້ອງຮັບຮູ້ມັນໂດຍການເຂົ້າມາຢູ່ເທິງແຜ່ນດິນໂລກທີ່ພຣະເຈົ້າປະຕິບັດພາລະກິດໃນການປະທານຫົນທາງແຫ່ງຊີວິດໃຫ້ກັບມະນຸດ ແລະ ເຈົ້າຕ້ອງຮັບຮູ້ມັນວ່າ ມັນແມ່ນຍຸກສຸດທ້າຍທີ່ພຣະອົງມາເທິງແຜ່ນດິນໂລກເພື່ອປະທານຫົນທາງແຫ່ງຊີວິດໃຫ້ກັບມະນຸດ. ສິ່ງນີ້ບໍ່ແມ່ນອະດີດ; ມັນກຳລັງເກີດຂຶ້ນໃນປັດຈຸບັນ. ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ມັນເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (22) ສ່ວນທີ ສອງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-22-part-2.html) - III. ຄຳນິຍາມຂອງຄຣິສຕະຈັກ ຫຼັງຈາກທີ່ໂອ້ລົມກັນໃນຫົວຂໍ້ທີ່ວ່າຄຣິສຕະຈັກແມ່ນຫຍັງ, ຕອນນີ້ພວກເຈົ້າກໍມີຄວາມເຂົ້າໃຈແລ້ວແດ່ກ່ຽວກັບການກຳເນີດຂອງຄຣິສຕະຈັກ, ວຽກງານທີ່ຄຣິສຕະຈັກເຮັດ ແລະ ຜົນສຳເລັດທີ່ບັນລຸໄດ້. ພວກເຈົ້າຍັງສາມາດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມສຳຄັນບາງຢ່າງຂອງການມີຢູ່ຂອງຄຣິສຕະຈັກ. ສະນັ້ນ, ຕອນນີ້ພວກເຮົາສາມາດໃຫ້ຄຳນິຍາມທີ່ຖືກຕ້ອງໄດ້ແລ້ວບໍວ່າຄຣິສຕະຈັກແມ່ນຫຍັງກັນແທ້? ກ່ອນອື່ນໝົດ, ຄຣິສຕະຈັກບໍ່ແມ່ນສະຖານທີ່ເພື່ອໃຫ້ການປອບໂຍນທາງອາລົມແກ່ຜູ້ຄົນ ແລະ ທັງບໍ່ແມ່ນສະຖານທີ່ເພື່ອຮັບປະກັນວ່າຜູ້ຄົນຈະມີກິນມີໃຊ້ ຫຼື ເພື່ອໃຫ້ຜູ້ຄົນລີ້ໄພ. ຄຣິສຕະຈັກບໍ່ແມ່ນສະຖານທີ່ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດທາງຮ່າງກາຍຂອງຜູ້ຄົນ ຫຼື ແກ້ໄຂຄວາມຫຍຸ້ງຍາກທີ່ພວກເຂົາປະເຊີນໃນຊີວິດ. ມັນບໍ່ແມ່ນສະຖານທີ່ເພື່ອຕື່ມຄວາມວ່າງເປົ່າທາງຈິດວິນຍານຂອງຜູ້ຄົນໃຫ້ເຕັມ ແລະ ສະໜອງສິ່ງຄໍ້າຈູນທາງຈິດວິນຍານ. ເມື່ອຄຣິສຕະຈັກບໍ່ແມ່ນສິ່ງທີ່ຜູ້ຄົນສົມມຸດຂຶ້ນຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ແລ້ວຄຳນິຍາມທີ່ສະເພາະເຈາະຈົງຂອງຄຣິສຕະຈັກແມ່ນຫຍັງກັນແທ້? ຄຣິສຕະຈັກແມ່ນຫຍັງກັນແທ້? ໃນພຣະຄຳພີໄບເບິນ, ອົງພຣະເຢຊູເຈົ້າໄດ້ໃຫ້ຄຳອະທິບາຍພື້ນຖານກ່ຽວກັບຄຳວ່າຄຣິສຕະຈັກ. ພຣະອົງໄດ້ກ່າວໄວ້ວ່າແນວໃດແທ້? (“ຍ້ອນວ່າບ່ອນໃດທີ່ມີສອງ ຫຼື ສາມຄົນເຕົ້າໂຮມກັນໃນນາມຂອງເຮົາ, ເຮົາກໍ່ຈະຢູ່ໃນທ່າມກາງພວກເຂົາໃນທີ່ນັ້ນ” (ມັດທາຍ 18:20).) ພຣະທຳເຫຼົ່ານີ້ໝາຍຄວາມວ່າ ບໍ່ວ່າຈະມີຈັກຄົນທີ່ເຕົ້າໂຮມກັນ, ຕາບໃດທີ່ພວກເຂົາມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາຮູ້ສຶກເຖິງການຊົງສະຖິດຢູ່ຂອງພຣະເຈົ້າກັບພວກເຂົາ, ສະຖານທີ່ນັ້ນກໍຄືຄຣິສຕະຈັກ, ແມ່ນແບບນັ້ນແທ້ໆ. ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ປາກົດຕົວເພື່ອເຮັດພາລະກິດ ແລະ ສະແດງອອກເຖິງຄວາມຈິງ. ເມື່ອຜູ້ຄົນມາເຕົ້າໂຮມກັນເພື່ອກິນ ແລະ ດື່ມ, ອ່ານພ້ອມອະທິຖານ
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2) ສ່ວນທີ ໜຶ່ງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-2-part-1.html) - ກ່ອນອື່ນ ໃຫ້ທົບທວນເນື້ອໃນຫຼັກຂອງການໂອ້ລົມຂອງພວກເຮົາໃນການເຕົ້າໂຮມຄັ້ງທີ່ຜ່ານມາ. (ຄັ້ງທີ່ຜ່ານມາ, ພຣະອົງໄດ້ຂຽນລາຍການຄວາມຮັບຜິດຊອບສິບຫ້າປະການຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ໄດ້ໂອ້ລົມເປັນຫຼັກກ່ຽວກັບສອງຂໍ້ທຳອິດ: ຂໍ້ທີໜຶ່ງແມ່ນການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໃຫ້ເຂົ້າໃຈ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ; ຂໍ້ທີສອງແມ່ນການຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ. ໂດຍອີງໃສ່ສອງຂໍ້ນີ້, ເຈົ້າໄດ້ໄຈ້ແຍກການສະແດງອອກທີ່ກ່ຽວຂ້ອງຂອງຜູ້ນໍາປອມ.) ພວກເຈົ້າເຄີຍໄຕ່ຕອງບໍ່ວ່າ ຄວາມຮັບຜິດຊອບສອງຢ່າງນີ້ ພວກເຈົ້າຈະສາມາດປະຕິບັດຂໍ້ໃດໄດ້ ຖ້າຫາກພວກເຈົ້າເປັນຜູ້ນໍາ? ຫຼາຍຄົນຮູ້ສຶກສະເໝີວ່າພວກເຂົາມີຄວາມສາມາດ, ສະຕິປັນຍາ ແລະ ມີພາລະຢູ່ແດ່ ແລະ ດ້ວຍເຫດນັ້ນຈຶ່ງປາຖະໜາທີ່ຈະແຂ່ງຂັນກັນເປັນຜູ້ນໍາ ແລະ ບໍ່ຢາກເປັນຜູ້ຕິດຕາມທຳມະດາ. ສະນັ້ນ, ກ່ອນອື່ນ ໃຫ້ເບິ່ງວ່າເຈົ້າສາມາດປະຕິບັດຄວາມຮັບຜິດຊອບສອງຢ່າງນີ້ໄດ້ ຫຼື ບໍ່ ແລະ ເຈົ້າສາມາດປະຕິບັດຂໍ້ໃດໄດ້ດີກວ່າ ແລະ ສາມາດແບກຮັບໄດ້. ຕອນນີ້ ໃຫ້ເຮົາຢ່າຟ້າວເວົ້າເທື່ອວ່າເຈົ້າມີຄວາມສາມາດທີ່ຈະເປັນຜູ້ນໍາ ຫຼື ບໍ່ ຫຼື ວ່າເຈົ້າມີຄວາມສາມາດໃນການເຮັດວຽກນີ້ ຫຼື ມີພາລະ ຫຼື ບໍ່ ແລະ ໃຫ້ເບິ່ງກ່ອນວ່າເຈົ້າສາມາດປະຕິບັດຄວາມຮັບຜິດຊອບສອງຢ່າງນີ້ໄດ້ດີ ຫຼື ບໍ່.
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (22) ສ່ວນທີ ສາມ](https://lo.kingdomsalvation.org/audio-responsibilities-of-leaders-and-workers-22-part-3.html) - ມາດຕະຖານ ແລະ ພື້ນຖານໃນການແຍກແຍະຄົນຊົ່ວຊ້າປະເພດຕ່າງໆ ໃຫ້ກັບມາທີ່ຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິດທຸກປະເພດ”. ໃຫ້ມາເບິ່ງວ່າວຽກງານນີ້ທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດນັ້ນກ່ຽວຂ້ອງກັບແຕ່ລະລາຍລະອຽດກ່ຽວກັບຄຣິສຕະຈັກທີ່ເຮົາຫາກໍໄດ້ໂອ້ລົມ ຫຼື ບໍ່. ເປັນຫຍັງພວກເຮົາຈຶ່ງຈຳເປັນຕ້ອງໂອ້ລົມກັນກ່ຽວກັບລາຍລະອຽດສະເພາະເຫຼົ່ານີ້? ລາຍລະອຽດເຫຼົ່ານີ້ມີຄວາມກ່ຽວຂ້ອງແນວໃດກັບວຽກງານນີ້ທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ? (ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິດເຫຼົ່ານີ້ບໍ່ແມ່ນສະມາຊິກຂອງຄຣິສຕະຈັກ ແລະ ຈຳເປັນຕ້ອງຖືກຊໍາລະລ້າງອອກໄປ. ຍິ່ງໄປກວ່ານັ້ນ, ການມີຢູ່ຂອງພວກເຂົາກໍກີດຂວາງ ແລະ ລົບກວນວຽກງານທີ່ຄຣິສຕະຈັກເຮັດ.) ສະນັ້ນ, ມັນຈຶ່ງມີຄວາມກ່ຽວຂ້ອງກັນ; ການໂອ້ລົມນີ້ບໍ່ໄດ້ໄຮ້ຄວາມໝາຍ. ຫຼັງຈາກທີ່ເຂົ້າໃຈແຕ່ລະລາຍລະອຽດກ່ຽວກັບຄຳເອີ້ນ ຫຼື ຄຳນິຍາມຂອງຄຣິສຕະຈັກແລ້ວ, ໃຫ້ກວດສອບເບິ່ງວ່າຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດຕໍ່ສະມາຊິກຄຣິສຕະຈັກແນວໃດ, ພວກເຂົາຄວນປະຕິບັດຕໍ່ຄົນປະເພດຕ່າງໆທີ່ຈຳເປັນຕ້ອງຖືກກຳຈັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກແນວໃດ, ພວກເຂົາຈະສາມາດເຮັດວຽກງານນີ້ໄດ້ດີແນວໃດ ແລະ ພວກເຂົາຄວນເຮັດຄວາມຮັບຜິດຊອບຂອງຕົນໃຫ້ສໍາເລັດ ແລະ ຮັກສາວຽກງານຂອງຄຣິສຕະຈັກແນວໃດ. ກ່ອນອື່ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈວ່າຄຳນິຍາມຂອງຄຣິສຕະຈັກແມ່ນຫຍັງ, ເປັນຫຍັງຄຣິສຕະຈັກຈຶ່ງຈຳເປັນຕ້ອງມີຢູ່ ແລະ ຄຣິສຕະຈັກຄວນເຮັດວຽກງານຫຍັງ.
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (1) ສ່ວນທີ ສອງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-1-part-2.html) - ຂໍ້ທີໜຶ່ງ: ນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໃຫ້ເຂົ້າໃຈພຣະທໍາເຫຼົ່ານັ້ນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ຜູ້ນໍາປອມບໍ່ມີຄຸນນະພາບ ແລະ ຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ຜູ້ນໍາປອມແມ່ນຫຍັງ? ແນ່ນອນ ຜູ້ນໍາປອມກໍຄືຄົນທີ່ບໍ່ສາມາດເຮັດວຽກງານຕົວຈິງໄດ້, ຄົນທີ່ບໍ່ໃສ່ໃຈໜ້າທີ່ຂອງພວກເຂົາໃນຖານະຜູ້ນໍາ. ພວກເຂົາບໍ່ໄດ້ເຮັດວຽກງານທີ່ແທ້ຈິງ ຫຼື ສໍາຄັນໃດໆ; ພວກເຂົາພຽງແຕ່ເບິ່ງແຍງວຽກງານທົ່ວໄປບາງຢ່າງ ແລະ ໜ້າວຽກຜິວເຜີນບາງຢ່າງ, ສິ່ງທີ່ບໍ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດ ຫຼື ຄວາມຈິງ. ບໍ່ວ່າພວກເຂົາຈະເຮັດວຽກງານນີ້ຫຼາຍສໍ່າໃດກໍຕາມ, ມັນກໍບໍ່ມີຄວາມໝາຍໃນການປະຕິບັດມັນ. ນັ້ນຄືເຫດຜົນທີ່ຜູ້ນໍາດັ່ງກ່າວຈຶ່ງຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ. ແລ້ວຈະແຍກແຍະຜູ້ນໍາປອມໄດ້ແນວໃດແທ້? ຕອນນີ້ໃຫ້ພວກເຮົາເລີ່ມການໄຈ້ແຍກຂອງພວກເຮົາກັນເທາະ. ກ່ອນອື່ນໝົດຕ້ອງເວົ້າໃຫ້ຊັດເຈນວ່າ ຄວາມຮັບຜິດຊອບທຳອິດຂອງຜູ້ນໍາ ຫຼື ຜູ້ເຮັດວຽກແມ່ນການນໍາພາຄົນອື່ນໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມຈິງໃນລັກສະນະທີ່ຄົນອື່ນອາດຈະເຂົ້າໃຈມັນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ນີ້ແມ່ນບັນທັດຖານທີ່ສຳຄັນທີ່ສຸດໃນການກວດສອບວ່າຜູ້ນໍາຈິງ ຫຼື ປອມ. ໃຫ້ເບິ່ງວ່າພວກເຂົາສາມາດນໍາພາຄົນອື່ນໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງໄດ້ ຫຼື ບໍ່ ແລະ ພວກເຂົາສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາໄດ້ ຫຼື ບໍ່. ນັ້ນແມ່ນບັນທັດຖານໜຶ່ງດຽວໃນການກວດສອບວ່າ ຜູ້ນໍາ
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2) ສ່ວນທີ ສີ່](https://lo.kingdomsalvation.org/audio-responsibilities-of-leaders-and-workers-2-part-4.html) - ຂໍ້ທີສາມ: ໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ໃຫ້ດີ (ພາກທີໜຶ່ງ) ຜູ້ນໍາປອມກ່າວໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນເພື່ອຕັກເຕືອນຜູ້ຄົນ ຕໍ່ໄປ, ພວກເຮົາຈະໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສາມຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ນັ້ນກໍຄື ການໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ໃຫ້ດີ. ນີ້ເປັນວຽກງານທີ່ສຳຄັນ ແລະ ເປັນພື້ນຖານຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກເຮົາຈະໂອ້ລົມ ແລະ ໄຈ້ແຍກການສະແດງອອກຕ່າງໆ ຂອງຜູ້ນໍາປອມ ໂດຍອີງໃສ່ຄວາມຮັບຜິດຊອບນີ້. ຄວາມສາມາດຂອງຜູ້ນໍາ ຫຼື ຜູ້ເຮັດວຽກໃນການໂອ້ລົມຢ່າງແຈ່ມແຈ້ງກ່ຽວກັບຫຼັກການຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ເພື່ອປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີນັ້ນ ເປັນສິ່ງຊີ້ວັດທີ່ດີທີ່ສຸດວ່າພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່ ແລະ ມັນເປັນກະແຈສຳຄັນໃນການຕັດສິນວ່າພວກເຂົາສາມາດເຮັດວຽກງານຕົວຈິງໄດ້ດີ ຫຼື ບໍ່. ຕອນນີ້, ໃຫ້ເຮົາມາເບິ່ງກັນວ່າຜູ້ນໍາປອມຈັດການກັບວຽກງານນີ້ແນວໃດ. ລັກສະນະໜຶ່ງຂອງຜູ້ນໍາປອມກໍຄືການທີ່ພວກເຂົາບໍ່ສາມາດອະທິບາຍຢ່າງລະອຽດ ຫຼື ຊີ້ແຈງໃຫ້ແຈ່ມແຈ້ງໄດ້ກ່ຽວກັບບັນຫາໃດໆ ທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ. ຖ້າຫາກມີຄົນມາສະແຫວງຫາຈາກພວກເຂົາ, ພວກເຂົາກໍສາມາດບອກໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນທີ່ໄຮ້ແກ່ນສານ. ເມື່ອປະເຊີນກັບບັນຫາທີ່ຕ້ອງການການແກ້ໄຂ, ພວກເຂົາຕອບກັບດ້ວຍປະໂຫຍກນີ້ຢູ່ເລື້ອຍໆ: “ພວກເຈົ້າທຸກຄົນເປັນຜູ້ຊ່ຽວຊານໃນການປະຕິບັດໜ້າທີ່ນີ້. ຖ້າພວກເຈົ້າມີບັນຫາ, ພວກເຈົ້າຄວນຊອກຫາທາງອອກດ້ວຍຕົນເອງ. ຢ່າຖາມຂ້ອຍ; ຂ້ອຍບໍ່ແມ່ນຜູ້ຊ່ຽວຊານ ແລະ ຂ້ອຍບໍ່ເຂົ້າໃຈ.
- [ພາກພະໜວກ 4: ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ](https://lo.kingdomsalvation.org/behold-God-in-judgment-chastisement-audio.html) - ຄືກັບຄົນຫຼາຍຮ້ອຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຢູ່ເລື້ອຍໆ ແລະ ພວກເຮົາກໍເຂັ້ມແຂງຢູ່ເລື້ອຍໆເຊັ່ນກັນ. ພວກເຮົາເຊື່ອວ່າການກະທຳຂອງພວກເຮົາທຸກຢ່າງແມ່ນອີງຕາມຄຳສັ່ງສອນຂອງພຣະຜູ້ເປັນເຈົ້າ. ເປັນທີ່ແນ່ນອນແລ້ວວ່າ ພວກເຮົາເຊື່ອວ່າຕົນເອງໄດ້ຢູ່ໃນເສັ້ນທາງແຫ່ງການປະຕິບັດຕາມຄວາມປະສົງຂອງພຣະບິດາໃນສະຫວັນ. ພວກເຮົາປາຖະໜາເຖິງການກັບມາຂອງອົງພຣະເຢຊູເຈົ້າ, ເຖິງການລົງມາຢ່າງສະຫງ່າງາມຂອງພຣະອົງ, ເຖິງການສິ້ນສຸດຂອງຊີວິດເຮົາເທິງແຜ່ນດິນໂລກ, ເຖິງການປາກົດຂອງອານາຈັກ ແລະ ເຖິງທຸກໆສິ່ງທີ່ທຳນາຍໄວ້ໃນພຣະຄຳພີພຣະນິມິດ: ພຣະຜູ້ເປັນເຈົ້າມາເຖິງ, ພຣະອົງນໍາຄວາມຫາຍະນະ, ພຣະອົງໃຫ້ລາງວັນຄົນທີ່ກະທຳດີ ແລະ ລົງໂທດຄົນທີ່ກະທຳຊົ່ວ; ພຣະອົງຮັບເອົາທຸກຄົນທີ່ຕິດຕາມພຣະອົງ ແລະ ຕ້ອນຮັບການກັບມາຂອງພຣະອົງເພື່ອໄປພົບກັບພຣະອົງໃນທ້ອງຟ້າ. ເມື່ອໃດກໍຕາມທີ່ພວກເຮົາຄິດເຖິງສິ່ງນີ້ ພວກເຮົາຮູ້ສຶກຕຶ້ນຕັນໃຈຢ່າງຍິ່ງ, ປິຕິຍິນດີທີ່ພວກເຮົາໄດ້ເກີດໃນຍຸກສຸດທ້າຍ ແລະ ໂຊກດີທີ່ໄດ້ເຫັນການມາຂອງພຣະຜູ້ເປັນເຈົ້າ. ເຖິງແມ່ນວ່າ ພວກເຮົາໄດ້ທົນທຸກຕໍ່ການຂົ່ມເຫັງ ແຕ່ພວກເຮົາກໍໄດ້ຮັບ “ລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ” ກັບຄືນມາ. ເປັນການຕອບແທນ. ຊ່າງເປັນພອນປະເສີດແທ້ໆ! ຄວາມປາຖະໜາທັງໝົດນີ້ ແລະ ພຣະຄຸນທີ່ພຣະຜູ້ເປັນເຈົ້າປະທານໃຫ້ໄດ້ເຮັດໃຫ້ພວກເຮົາມີສະຕິໃນການອະທິຖານຢູ່ຕະຫຼອດເວລາ ແລະ ເຮັດໃຫ້ພວກເຮົາດຸໝັ່ນຍິ່ງຂຶ້ນໃນການເຕົ້າໂຮມກັນ. ບາງເທື່ອປີໜ້າ ບາງເທື່ອມື້ອື່ນ
- [ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ](https://lo.kingdomsalvation.org/who-focus-on-practice-can-be-perfected-audio.html) - ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ເພື່ອປະຕິບັດພັນທະກິດແຫ່ງພຣະທຳຂອງພຣະອົງ. ພຣະອົງສະເດັດມາດ້ວຍຕົວພຣະອົງເອງເພື່ອປະຕິບັດພາລະກິດຢູ່ທ່າມກາງມວນມະນຸດ ພ້ອມກັບເປົ້າໝາຍແຫ່ງການເຮັດໃຫ້ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງສົມບູນ. ນັບຕັ້ງແຕ່ເວລາການສ້າງໂລກຈົນມາຮອດປັດຈຸບັນນີ້, ພຣະອົງປະຕິບັດພາລະກິດປະເພດນີ້ໃນໄລຍະຍຸກສຸດທ້າຍເທົ່ານັ້ນ. ມີພຽງໄລຍະຍຸກສຸດທ້າຍເທົ່ານັ້ນທີ່ພຣະເຈົ້າໄດ້ບັງເກີດເປັນມະນຸດເພື່ອປະຕິບັດພາລະກິດທີ່ໃຫຍ່ຂະໜາດນັ້ນ. ເຖິງແມ່ນວ່າພຣະອົງທົນກັບຄວາມຍາກລຳບາກທີ່ຄົນຈະພົບວ່າເປັນການຍາກທີ່ຈະທົນໄດ້ ແລະ ເຖິງແມ່ນວ່າພຣະອົງຜູ້ເປັນພຣະເຈົ້າອົງຍິ່ງໃຫຍ່ແຕ່ກໍຍັງມີຄວາມຖ່ອມຕົວເພື່ອກາຍເປັນຄົນທຳມະດາຄົນໜຶ່ງ, ບໍ່ມີພາລະກິດດ້ານໃດຂອງພຣະອົງທີ່ຊັກຊ້າ ແລະ ແຜນການຂອງພຣະອົງກໍບໍ່ໄດ້ຕົກຢູ່ໃນຄວາມສັບສົນເລີຍ. ພຣະອົງກຳລັງປະຕິບັດພາລະກິດຕາມແຜນການເດີມຂອງພຣະອົງ. ໜຶ່ງໃນຈຸດປະສົງແຫ່ງການບັງເກີດເປັນມະນຸດນີ້ແມ່ນເພື່ອເອົາຊະນະຜູ້ຄົນ. ອີກຈຸດໜຶ່ງແມ່ນເພື່ອເຮັດໃຫ້ຄົນທີ່ພຣະອົງຮັກສົມບູນ. ພຣະອົງປາດຖະໜາຢາກເຫັນຄົນທີ່ພຣະອົງເຮັດໃຫ້ສົມບູນດ້ວຍຕາຂອງພຣະອົງເອງ ແລະ ພຣະອົງຢາກເຫັນດ້ວຍພຣະອົງເອງວ່າຄົນທີ່ພຣະອົງເຮັດໃຫ້ສົມບູນນັ້ນເປັນປະຈັກພະຍານໃຫ້ພຣະອົງແນວໃດ. ມັນບໍ່ແມ່ນຄົນດຽວ ຫຼື ສອງຄົນທີ່ຖືກເຮັດໃຫ້ສົມບູນ. ກົງກັນຂ້າມ, ມັນເປັນກຸ່ມທີ່ປະກອບດ້ວຍຄົນຈໍານວນໜ້ອຍໜຶ່ງເທົ່ານັ້ນ. ຜູ້ຄົນທີ່ຢູ່ກຸ່ມນີ້ມາຈາກຫຼາກຫຼາຍປະເທດໃນໂລກ ແລະ ມາຈາກຫຼາກຫຼາຍເຊື້ອຊາດຂອງໂລກ. ວັດຖຸປະສົງແຫ່ງການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້ກໍແມ່ນເພື່ອໃຫ້ໄດ້ຄົນກຸ່ມນີ້ມາ, ເພື່ອໃຫ້ໄດ້ຄົນກຸ່ມນີ້ມາເປັນປະຈັກພະຍານໃຫ້ກັບພຣະອົງ ແລະ ເພື່ອໄດ້ຄວາມມີສະຫງ່າລາສີທີ່ພຣະອົງສາມາດໄດ້ຮັບຈາກພວກເຂົາ. ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມສຳຄັນ ຫຼື ປະຕິບັດພາລະກິດທີ່ບໍ່ມີຄຸນຄ່າ. ສາມາດເວົ້າໄດ້ວ່າ, ໃນການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້, ເປົ້າໝາຍຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ບັນດາຜູ້ທີ່ພຣະອົງປາດຖະໜາຢາກເຮັດໃຫ້ສົມບູນທັງໝົດສົມບູນ. ນອກຈາກສິ່ງນີ້ແລ້ວ ເມື່ອພຣະອົງມີເວລາຫວ່າງ, ພຣະອົງກໍຈະກຳຈັດບັນດາຄົນຊົ່ວຮ້າຍ. ຮູ້ໄວ້ວ່າ ພຣະອົງບໍ່ໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ນີ້ຍ້ອນຄົນຊົ່ວຮ້າຍ; ແຕ່ກົງກັນຂ້າມ, ພຣະອົງມອບທຸກສິ່ງທຸກຢ່າງຂອງພຣະອົງກໍຍ້ອນຄົນຈຳນວນນ້ອຍທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ພາລະກິດທີ່ພຣະອົງປະຕິບັດ, ພຣະທຳທີ່ພຣະອົງກ່າວ, ຄວາມເລິກລັບທີ່ພຣະອົງເປີດເຜີຍ ແລະ ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ທັງໝົດແມ່ນເພື່ອຄົນຈຳນວນນ້ອຍເຫຼົ່ານັ້ນ. ພຣະອົງບໍ່ໄດ້ບັງເກີດເປັນເນື້ອໜັງຍ້ອນບັນດາຄົນຊົ່ວຮ້າຍ
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (1) ສ່ວນທີ ໜຶ່ງ](https://lo.kingdomsalvation.org/audio-responsibilities-of-leaders-and-workers-1-part-1.html) - ເປັນຫຍັງຈຶ່ງຈຳເປັນຕ້ອງແຍກແຍະຜູ້ນໍາປອມ ຕອນນີ້ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກຕ່າງໆຂອງພວກຕໍ່ຕ້ານພຣະຄຣິດຈົບແລ້ວ, ມື້ນີ້ພວກເຮົາຈະໂອ້ລົມກັນໃນຫົວຂໍ້ໃໝ່ ນັ້ນກໍຄື ການສະແດງອອກຕ່າງໆ ຂອງຜູ້ນໍາປອມ. ໃນຫຼາຍປີທີ່ຜ່ານມາຂອງການເຊື່ອໃນພຣະເຈົ້າ, ພວກເຈົ້າໄດ້ພົບພໍ້ກັບການສະແດງອອກ ແລະ ການປະຕິບັດທຸກປະເພດຂອງຜູ້ນໍາປອມ. ໃນຂະບວນການທີ່ເຮືອນຂອງພຣະເຈົ້າປົດຜູ້ນໍາປອມອອກໃນທຸກລະດັບ, ຄົນສ່ວນໃຫຍ່ກໍໄດ້ຮັບການແຍກແຍະ ບໍ່ຫຼາຍກໍໜ້ອຍ ກ່ຽວກັບຜູ້ນໍາປອມ; ນັ້ນກໍຄື, ຄົນສ່ວນໃຫຍ່ມີຄວາມເຂົ້າໃຈເລັກນ້ອຍກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງບາງຢ່າງຂອງຜູ້ນໍາປອມ. ແຕ່ບໍ່ວ່າພວກເຈົ້າຈະຢັ່ງຮູ້ ຫຼື ເຂົ້າໃຈຫຼາຍສໍ່າໃດກໍຕາມ, ໃນທີ່ສຸດແລ້ວມັນກໍຍັງບໍ່ເປັນລະບົບ ຫຼື ສະເພາະເຈາະຈົງພຽງພໍ. ໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກ, ຫຼາຍຄົນບໍ່ເຂົ້າໃຈຫຼັກການຂອງການເລືອກຕັ້ງຜູ້ນໍາ, ຄວນເລືອກຄົນປະເພດໃດເປັນຜູ້ນໍາ ແລະ ຄົນປະເພດໃດທີ່ໃນຖານະຜູ້ນໍາ ສາມາດນໍາພາອ້າຍເອື້ອຍນ້ອງເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ໄດ້ມາດຕະຖານເປັນຜູ້ນໍາ. ພວກເຂົາບໍ່ໄດ້ຮັບຮູ້ ຫຼື ເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບສິ່ງເຫຼົ່ານີ້. ແມ່ນແຕ່ມີຄົນທີ່ມຶນງົງ ແລະ ບໍ່ມີການແຍກແຍະບາງຄົນທີ່ເລືອກຕັ້ງຜູ້ນໍາປອມຢ່າງເຈາະຈົງ ໃນລະຫວ່າງການເລືອກຕັ້ງ, ໂດຍເລືອກເອົາຜູ້ໃດກໍຕາມທີ່ຄືກັບຜູ້ນໍາປອມ ໃນຂະນະທີ່ເບິ່ງບໍ່ເຫັນຜູ້ທີ່ມີຄຸນສົມບັດຢ່າງແທ້ຈິງ ແລະ ສາມາດເປັນຜູ້ນໍາໄດ້, ພ້ອມທັງມີຄວາມສາມາດ ແລະ ຄວາມເປັນມະນຸດຂອງຜູ້ນໍາ. ຜູ້ທີ່ໂດຍພື້ນຖານແລ້ວບໍ່ມີຄວາມສາມາດ ແລະ ຄວາມເປັນມະນຸດທີ່ຈະເປັນຜູ້ນໍາໄດ້ຖືກເລືອກຕັ້ງ ຍ້ອນຄວາມກະຕືລືລົ້ນພາຍນອກ ຫຼື ພຶດຕິກຳທີ່ດີບາງຢ່າງຂອງພວກເຂົາ ແລະ ຍ້ອນພວກເຂົາສອດຄ່ອງກັບແນວຄິດຂອງຜູ້ຄົນທີ່ວ່າ “ດີ”, ໃນຂະນະທີ່ຜູ້ທີ່ມີຄຸນສົມບັດຄົບຖ້ວນທຸກຢ່າງທີ່ຈະນໍາພາໄດ້ນັ້ນ ຈະບໍ່ມີທາງຖືກເລືອກຕັ້ງເລີຍ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 271](https://lo.kingdomsalvation.org/recital-mysteries-about-the-bible-271.html) - ບໍ່ແມ່ນທຸກສິ່ງທີ່ຢູ່ໃນພຣະຄຳພີຄືການບັນທຶກກ່ຽວກັບພຣະທຳທີ່ພຣະເຈົ້າຊົງກ່າວດ້ວຍພຣະອົງເອງ. ພຣະຄຳພີພຽງແຕ່ບັນທຶກພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ເຊິ່ງສ່ວນໜຶ່ງແມ່ນການບັນທຶກເຖິງຄຳທຳນາຍລ່ວງໜ້າຂອງຜູ້ປະກາດພຣະທຳ ແລະ ອີກສ່ວນໜຶ່ງແມ່ນປະສົບການ ແລະ ຄວາມຮູ້ທີ່ຖືກຂຽນຂຶ້ນໂດຍຜູ້ຄົນທີ່ພຣະເຈົ້າຊົງໃຊ້ຕະຫຼອດທັງຍຸກຕ່າງໆ. ປະສົບການຂອງມະນຸດຖືກເປື້ອນເປິດ້ວຍຄວາມຄິດເຫັນ ແລະ ຄວາມຮູ້ຂອງມະນຸດ ແລະ ນີ້ຄືສິ່ງທີ່ບໍ່ສາມາດຫຼີກເວັ້ນໄດ້. ໜັງສືຫຼາຍເຫຼັ້ມໃນພຣະຄຳພີແມ່ນມີແນວຄິດຂອງມະນຸດ, ອະຄະຕິຂອງມະນຸດ ແລະ ການເຂົ້າໃຈທີ່ບິດເບືອນຂອງມະນຸດ. ແນ່ນອນ, ພຣະທຳສ່ວນຫຼາຍແມ່ນຜົນຂອງການສ່ອງສະຫວ່າງ ແລະ ການໃຫ້ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ພວກມັນກໍແມ່ນການເຂົ້າໃຈທີ່ຖືກຕ້ອງ, ແຕ່ກໍຍັງບໍ່ສາມາດເວົ້າໄດ້ວ່າ ພວກມັນແມ່ນການສຳແດງອອກທີ່ແນ່ນອນກ່ຽວກັບຄວາມຈິງທັງໝົດ. ມຸມມອງຂອງພວກເຂົາກ່ຽວກັບບາງສິ່ງບາງຢ່າງເປັນພຽງຄວາມຮູ້ທີ່ມາຈາກປະສົບການສ່ວນຕົວ ຫຼື ການສອ່ງສະຫວ່າງຂອງພຣະວິນຍານບໍລິສຸດເທົ່ານັ້ນ. ຄຳພະຍາກອນຂອງຜູ້ປະກາດພຣະທຳແມ່ນໄດ້ຮັບການສັ່ງສອນຈາກພຣະເຈົ້າເປັນການສ່ວນຕົວ ນັ້ນກໍຄື ຄຳທຳນາຍຕ່າງໆເຊັ່ນ: ຂອງເອຊາຢາ, ດານີເອນ, ເອັດຊະຣາ, ເຢເຣມີຢາ ແລະ ເອເຊກີເອນ ແມ່ນມາຈາກການສັ່ງສອນໂດຍກົງຂອງພຣະວິນຍານບໍລິສຸດ; ຜູ້ຄົນເຫຼົ່ານີ້ເປັນນັກທຳນາຍ, ພວກເຂົາໄດ້ຮັບພຣະວິນຍານແຫ່ງການທຳນາຍ ແລະ ພວກເຂົາທັງໝົດແມ່ນຜູ້ປະກາດພຣະທຳແຫ່ງພຣະສັນຍາເດີມ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ຜູ້ຄົນເຫຼົ່ານີ້ ຜູ້ເຊິ່ງໄດ້ຮັບການດົນບັນດານຈາກພຣະເຢໂຮວາ ກໍໄດ້ກ່າວຄຳທຳນາຍຫຼາຍຢ່າງ ເຊິ່ງໄດ້ຮັບການສັ່ງສອນຈາກພຣະເຢໂຮວາໂດຍກົງ. ແລ້ວເປັນຫຍັງພຣະເຢໂຮວາຈຶ່ງປະຕິບັດພາລະກິດໃນພວກເຂົາ? ເພາະວ່າປະຊາຊົນອິດສະຣາເອນແມ່ນຜູ້ຄົນທີ່ພຣະເຈົ້າເລືອກ ແລະ ພາລະກິດຂອງຜູ້ປະກາດພຣະທຳຕ້ອງຖືກກະທຳທ່າມກາງພວກເຂົາ; ນັ້ນຄືເຫດຜົນທີ່ຜູ້ປະກາດພຣະທໍາສາມາດຮັບການເປີດເຜີຍດັ່ງກ່າວ. ຕາມຄວາມຈິງແລ້ວ ພວກເຂົາເອງກໍບໍ່ເຂົ້າໃຈການເປີດເຜີຍຂອງພຣະເຈົ້າທີ່ມີໃຫ້ພວກເຂົາ. ພຣະວິນຍານບໍລິສຸດກ່າວພຣະທຳເຫຼົ່ານັ້ນຜ່ານປາກຂອງພວກເຂົາ ເພື່ອຜູ້ຄົນໃນອະນາຄົດຈະສາມາດເຂົ້າໃຈເຖິງສິ່ງຕ່າງໆເຫຼົ່ານັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 601](https://lo.kingdomsalvation.org/recital-destinations-and-outcomes-601.html) - ພຣະເຈົ້າສ້າງມະນຸດ, ພຣະອົງວາງພວກເຂົາໄວ້ເທິງແຜ່ນດິນໂລກ ແລະ ໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ, ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ ແລະ ໃນທີ່ສຸດ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນຈົນຈົບ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງສິ່ງທີ່ຖືກສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ກະບົດຕໍ່ພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ແລະ ຢູ່ພາຍໃຕ້ການຄວບຄຸມຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຄວາມຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງໄດ້ສູນເສຍໄປ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 551](https://lo.kingdomsalvation.org/recital-entry-into-life-551.html) - ການມີການແຍກແຍະ, ມີຄວາມອ່ອນນ້ອມ ແລະ ມີຄວາມສາມາດເບິ່ງເລິກເຂົ້າໄປ ເພື່ອທີ່ເຈົ້າຈະມີຄວາມສະຫຼາດຫຼັກແຫຼມໃນວິນຍານ ໝາຍຄວາມວ່າເຈົ້າມີພຣະທຳຂອງພຣະເຈົ້າເປັນແສງເຍືອງທາງ ແລະ ຄວາມສະຫວ່າງແກ່ເຈົ້າຢູ່ພາຍໃນ ທັນທີທີ່ເຈົ້າພົບກັບສິ່ງໃດໜຶ່ງ. ນີ້ແມ່ນການມີຄວາມສະຫຼາດຫຼັກແຫຼມໃນວິນຍານ. ທຸກສິ່ງທີ່ພຣະເຈົ້າປະຕິບັດແມ່ນເພື່ອຊ່ວຍຟື້ນຟູວິນຍານຂອງຄົນ. ເປັນຫຍັງພຣະເຈົ້າຈຶ່ງເວົ້າຢູ່ສະເໝີວ່າຄົນໄຮ້ຄວາມຮູ້ສຶກ ແລະ ໂງ່ຈ້າ? ກໍຍ້ອນວ່າວິນຍານຂອງຄົນໄດ້ຕາຍໄປແລ້ວ ແລະ ພວກເຂົາບໍ່ມີຄວາມຮູ້ສຶກຈົນເຖິງຂັ້ນວ່າພວກເຂົາບໍ່ຮູ້ສຶກເຖິງສິ່ງຕ່າງໆຂອງວິນຍານ. ພາລະກິດຂອງພຣະເຈົ້າແມ່ນການເຮັດໃຫ້ຊີວິດຂອງຄົນກ້າວໜ້າ ແລະ ເພື່ອຊ່ວຍໃຫ້ວິນຍານຂອງຄົນກັບມາມີຊີວິດ, ເພື່ອວ່າພວກເຂົາຈະສາມາດເບິ່ງເລິກເຂົ້າໄປໃນວິນຍານ ແລະ ພວກເຂົາຈະສາມາດຮັກພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ພຣະເຈົ້າພໍໃຈຢູ່ສະເໝີ. ການມາເຖິງຈຸດນີ້ ສະແດງໃຫ້ເຫັນວ່າວິນຍານຂອງຄົນໄດ້ຖືກຟື້ນຟູແລ້ວ ແລະ ເທື່ອໜ້າເມື່ອພວກເຂົາພົບກັບບາງສິ່ງ, ພວກເຂົາກໍຈະສາມາດມີປະຕິກິລິຍາໄດ້ທັນທີ. ພວກເຂົາຕອບສະໜອງຕໍ່ຄຳເທດສະໜາ ແລະ ມີປະຕິກິລິຍາກັບສະຖານະການຕ່າງໆໄດ້ໂດຍໄວ. ນີ້ແມ່ນການບັນລຸຄວາມສະຫຼາດຫຼັກແຫຼມຂອງວິນຍານ. ມີຫຼາຍຄົນທີ່ມີປະຕິກິລິຍາໂດຍໄວຕໍ່ເຫດການທາງນອກ, ແຕ່ທັນທີເມື່ອເຂົ້າສູ່ຄວາມເປັນຈິງ ຫຼື ເມື່ອກ່າວເຖິງສິ່ງຕ່າງໆຢ່າງລາຍລະອຽດໃນວິນຍານ, ພວກເຂົາກໍກາຍເປັນຄົນຂາດຄວາມຮູ້ສຶກ ແລະ ໂງ່ຈ້າ. ພວກເຂົາເຂົ້າໃຈບາງສິ່ງ ກໍຕໍ່ເມື່ອສິ່ງນັ້ນປະກົດຢູ່ຄາຕາ. ທັງໝົດນີ້ແມ່ນສັນຍານຂອງຄວາມມືນຊາ ແລະ ຄວາມໂງ່ຈ້າທາງດ້ານວິນຍານ ແລະ ການມີປະສົບການພຽງໜ້ອຍດຽວກ່ຽວກັບສິ່ງຕ່າງໆຝ່າຍວິນຍານ. ບາງຄົນມີຄວາມສະຫຼາດຫຼັກແຫຼມທາງວິນຍານ ແລະ ມີການແຍກແຍະ. ທັນທີທີ່ພວກເຂົາໄດ້ຍິນຖ້ອຍຄໍາທີ່ຊີ້ເຖິງສະພາວະຂອງພວກເຂົາ ພວກເຂົາກໍຈະບັນທຶກມັນໂດຍທັນທີ. ຫຼັງຈາກທີ່ພວກເຂົາໄດ້ຍິນຖ້ອຍຄໍາກ່ຽວກັບຫຼັກການຂອງການປະຕິບັດ, ພວກເຂົາກໍສາມາດຮັບເອົາມັນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 550](https://lo.kingdomsalvation.org/recital-entry-into-life-550.html) - ໃນປັດຈຸບັນ ມີການບ່ຽງເບນໃນການສະແຫວງຫາຂອງຜູ້ຄົນ; ພວກເຂົາພຽງສະແຫວງຫາທີ່ຈະຮັກພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈເທົ່ານັ້ນ, ແຕ່ພວກເຂົາບໍ່ມີຄວາມຮູ້ໃດໆກ່ຽວກັບພຣະອົງ ແລະ ໄດ້ລະເລີຍຕໍ່ຄວາມສະຫວ່າງ ແລະ ການໃຫ້ແສງເຍື່ອງທາງຂອງພຣະວິນຍານບໍລິສຸດໃນຕົວພວກເຂົາ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າເປັນຮາກຖານ. ໃນວິທີນີ້ ພວກເຂົາຈະສູນເສຍກຳລັງໃຈ ເມື່ອປະສົບການຂອງພວກເຂົາກ້າວໜ້າຂຶ້ນ. ທຸກຄົນທີ່ສະແຫວງຫາເພື່ອມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ເຖິງແມ່ນວ່າ ພວກເຂົາບໍ່ໄດ້ຢູ່ໃນສະພາບທີ່ດີໃນອະດີດ ແລະ ມັກຈະມີຄວາມຄິດລົບ ແລະ ຄວາມອ່ອນແອ ແລະ ມັກຫຼັ່ງນ້ຳຕາຢູ່ເລື້ອຍໆ, ຮູ້ສຶກທໍ້ແທ້ ແລະ ຜິດຫວັງ; ຕອນນີ້ຄົນເຫຼົ່ານີ້ໄດ້ມີປະສົບການຫຼາຍຂຶ້ນ, ສະພາວະຂອງພວກເຂົາກໍດີຂຶ້ນ. ຫຼັງຈາກການປະສົບກັບການຖືກລິຮານ, ຖືກເຮັດໃຫ້ແຕກຫັກ ແລະ ໄດ້ຜ່ານຂັ້ນຕອນການທົດລອງ ແລະ ການຫຼໍ່ຫຼອມ, ພວກເຂົາໄດ້ກ້າວໜ້າຢ່າງໃຫຍ່. ສະພາວະທີ່ເປັນລົບກໍຫຼຸດລົງ ແລະ ຊີວິດ-ອຸປະນິໄສຂອງພວກເຂົາກໍໄດ້ປ່ຽນແປງໄປໜ້ອຍໜຶ່ງ. ໃນຂະນະທີ່ພວກເຂົາຜ່ານຜ່າກັບການທົດລອງຫຼາຍຂຶ້ນ, ຫົວໃຈຂອງພວກເຂົາກໍເລີ່ມຮັກພຣະເຈົ້າ. ມີກົດສຳລັບການທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ, ເຊິ່ງພຣະອົງສ່ອງແສງສະຫວ່າງເຈົ້າໂດຍໃຊ້ພາກສ່ວນທີ່ເໝາະສົມຂອງເຈົ້າ ເພື່ອວ່າເຈົ້າຈະມີເສັ້ນທາງປະຕິບັດ ແລະ ສາມາດແຍກຕົວເຈົ້າເອງອອກຈາກສະພາວະດ້ານລົບທັງໝົດ, ຊ່ວຍວິນຍານຂອງເຈົ້າໃຫ້ໄດ້ຮັບການປົດປ່ອຍ ແລະ ເຮັດໃຫ້ເຈົ້າສາມາດຮັກພຣະອົງຫຼາຍຂຶ້ນ. ດ້ວຍວິທີນີ້ ເຈົ້າຈຶ່ງຈະສາມາດປະຖິ້ມອຸປະນິໄສອັນເສື່ອມຊາມຂອງຊາຕານນັ້ນໄດ້. ເຈົ້າເປັນຄົນຊື່ຕົງ ແລະ ເປີດເຜີຍ, ເຕັມໃຈທີ່ຈະຮູ້ຈັກຕົວເອງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 549](https://lo.kingdomsalvation.org/recital-entry-into-life-549.html) - ແມ່ນຫຍັງຄືສິ່ງທີ່ພວກເຈົ້າສະແຫວງຫາໃນຕອນນີ້? ເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ເພື່ອຮູ້ຈັກພຣະເຈົ້າ, ເພື່ອຮັບເອົາພຣະເຈົ້າ ຫຼື ບາງທີພວກເຈົ້າສະແຫວງຫາເພື່ອປະຕິບັດຕົນເອງໃນຮູບແບບເປໂຕແຫ່ງປີ 90 ຫຼື ເພື່ອມີຄວາມສັດທາທີ່ຍິ່ງໃຫຍ່ກວ່າໂຢບ ຫຼື ທາງທີພວກເຈົ້າສະແຫວງຫາເພື່ອໃຫ້ຖືກເອີ້ນວ່າເປັນຄົນຊອບທໍາໂດຍພຣະເຈົ້າ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ຫຼື ເພື່ອຈະສາມາດສະແດງເຖິງພຣະເຈົ້າເທິງແຜ່ນດິນໂລກ ແລະ ເພື່ອເປັນປະຈັກພະຍານທີ່ເຂັ້ມແຂງ ແລະ ດັງກ້ອງກັງວານໃຫ້ແກ່ພຣະເຈົ້າ. ບໍ່ວ່າພວກເຈົ້າສະແຫວງຫາສິ່ງໃດ, ໂດຍລວມແລ້ວ ພວກເຈົ້າແມ່ນສະແຫວງຫາເພື່ອຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ. ບໍ່ວ່າເຈົ້າຈະສະແຫວງຫາເພື່ອເປັນຜູ້ຊອບທຳ ຫຼື ເຈົ້າສະແຫວງຫາໃນຮູບແບບຂອງເປໂຕ ຫຼື ຄວາມເຊື່ອຂອງໂຢບ ຫຼື ເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນພາລະກິດທີ່ພຣະເຈົ້າປະຕິບັດໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ທັງໝົດແມ່ນເພື່ອປະສົບກັບພຣະທຳຂອງພຣະເຈົ້າ, ເພື່ອເຮັດໃຫ້ຫົວໃຈຂອງພຣະເຈົ້າພໍໃຈ; ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນເພື່ອຄົ້ນຫາຄວາມໜ້າຮັກຂອງພຣະເຈົ້າ, ເພື່ອຊອກຫາເສັ້ນທາງສູ່ການປະຕິບັດໃນປະສົບການຕົວຈິງ ໂດຍມີເປົ້າໝາຍໃນການສາມາດທີ່ຈະປະຖິ້ມອຸປະນິໄສກະບົດຂອງເຈົ້າ, ບັນລຸສະພາບປົກກະຕິໃນຕົວເຈົ້າເອງ, ສາມາດມີຄວາມສອດຄ່ອງກັບເຈດຕະນາຂອງພຣະເຈົ້າໄດ້ຢ່າງຄົບຖ້ວນ, ກາຍເປັນບຸກຄົນທີ່ເໝາະສົມ ແລະ ມີແຮງຈູງໃຈທີ່ຖືກຕ້ອງໃນທຸກສິ່ງທີ່ເຈົ້າເຮັດ. ເຫດຜົນທີ່ເຈົ້າປະສົບກັບສິ່ງຕ່າງໆເຫຼົ່ານີ້ທັງໝົດແມ່ນເພື່ອໄດ້ມາຮູ້ຈັກພຣະເຈົ້າ ແລະ ບັນລຸການຈະເລີນເຕີບໂຕຂອງຊີວິດ. ເຖິງແມ່ນວ່າສິ່ງທີ່ເຈົ້າປະສົບແມ່ນພຣະທຳຂອງພຣະເຈົ້າ, ເຫດການແທ້ຈິງ, ພ້ອມທັງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງຕົວເຈົ້າ, ແຕ່ໃນທີ່ສຸດເຈົ້າຈະສາມາດຮູ້ຈັກພຣະເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 548](https://lo.kingdomsalvation.org/recital-entry-into-life-548.html) - ພຣະວິນຍານບໍລິສຸດມີເສັ້ນທາງທີ່ຈະຍ່າງຢູ່ໃນແຕ່ລະຄົນ ແລະ ມອບໂອກາດໃຫ້ແຕ່ລະຄົນໄດ້ຖືກເຮັດໃຫ້ສົມບູນ. ຜ່ານຄວາມຄິດລົບຂອງເຈົ້າ, ເຈົ້າໄດ້ຖືກເຮັດໃຫ້ຮູ້ຈັກຄວາມເສື່ອມຊາມຂອງຕົວເຈົ້າເອງ ແລະ ຫຼັງຈາກນັ້ນ ຜ່ານການໂຍນຄວາມຄິດລົບຖິ້ມ ເຈົ້າຈະພົບເສັ້ນທາງປະຕິບັດ; ສິ່ງທັງໝົດເຫຼົ່ານີ້ຄືວິທີທາງທີ່ຈະເຮັດໃຫ້ເຈົ້າສົມບູນ. ຍິ່ງໄປກວ່ານັ້ນ, ຜ່ານການນຳພາຢ່າງຕໍ່ເນື່ອງ ແລະ ການໃຫ້ແສງເຍື່ອງທາງຈາກສິ່ງດີໆບາງຢ່າງຢູ່ໃນຕົວເຈົ້າ, ເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າຢ່າງຫ້າວຫັນ, ເຕີບໂຕຂຶ້ນໃນຄວາມເຂົ້າໃຈ ແລະ ໄດ້ມີການແຍກແຍະ. ເມື່ອສະພາວະຂອງເຈົ້າດີ, ເຈົ້າຈະເຕັມໃຈອ່ານພຣະທຳຂອງພຣະເຈົ້າເປັນພິເສດ ແລະ ເຕັມໃຈອະທິຖານຫາພຣະເຈົ້າເປັນພິເສດ ແລະ ສາມາດເຊື່ອມໂຍງຄຳເທດສະໜາທີ່ເຈົ້າໄດ້ຍິນເຂົ້າກັບສະພາວະຂອງຕົວເຈົ້າເອງ. ໃນເວລາດັ່ງກ່າວ ພຣະເຈົ້າສ່ອງແສງສະຫວ່າງ ແລະ ແສງເຍື່ອງທາງພາຍໃນຕົວເຈົ້າ, ເຮັດໃຫ້ເຈົ້າຮູ້ເຫັນບາງສິ່ງໃນດ້ານບວກ. ນີ້ຄືວິທີທີ່ເຈົ້າຈະຖືກເຮັດໃຫ້ສົມບູນໃນດ້ານບວກ. ໃນສະພາວະດ້ານລົບ, ເຈົ້າອ່ອນແອ ແລະ ຄິດລົບ; ເຈົ້າຮູ້ສຶກວ່າເຈົ້າບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງເຈົ້າ, ແຕ່ພຣະເຈົ້າກໍຍັງໃຫ້ແສງເຍືອງທາງແກ່ເຈົ້າ, ຊ່ວຍໃຫ້ເຈົ້າພົບເສັ້ນທາງປະຕິບັດ. ການອອກມາຈາກສິ່ງນີ້ແມ່ນການບັນລຸຄວາມສົມບູນໃນດ້ານລົບ. ພຣະເຈົ້າສາມາດເຮັດໃຫ້ມະນຸດສົມບູນໄດ້ທັງດ້ານບວກ ແລະ ດ້ານລົບ. ມັນຂຶ້ນຢູ່ກັບວ່າເຈົ້າສາມາດປະສົບໄດ້ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ຫຼື ບໍ່. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ, ແລ້ວສິ່ງທີ່ເປັນລົບກໍບໍ່ສາມາດເຮັດໃຫ້ເຈົ້າໄດ້ຮັບຄວາມສູນເສຍໄດ້, ແຕ່ຈະສາມາດນຳເອົາສິ່ງທີ່ເປັນຈິງຫຼາຍກວ່າມາໃຫ້ເຈົ້າ ແລະ ສາມາດເຮັດໃຫ້ເຈົ້າຮູ້ໄດ້ຫຼາຍຂຶ້ນວ່າມີສິ່ງໃດທີ່ຍັງຂາດເຂີນໃນຕົວເຈົ້າ, ສາມາດເຂົ້າໃຈສະພາວະທີ່ແທ້ຈິງຂອງເຈົ້າຫຼາຍຂຶ້ນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 510](https://lo.kingdomsalvation.org/recital-entry-into-life-510.html) - ເມື່ອພົບກັບສະພາວະຂອງມະນຸດ ແລະ ທ່າທີທີ່ມະນຸດມີຕໍ່ພຣະເຈົ້າ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ເຮັດໃຫ້ມະນຸດມີທັງຄວາມຮູ້ ແລະ ຄວາມອ່ອນນ້ອມຕໍ່ພຣະອົງ ແລະ ທັງຄວາມຮັກ ແລະ ຄຳພະຍານ. ສະນັ້ນ ມະນຸດຕ້ອງປະສົບກັບການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບພວກເຂົາ ພ້ອມດ້ວຍການພິພາກສາຂອງພຣະອົງ ແລະ ການລິຮານພວກເຂົາ ເຊິ່ງຖ້າຫາກປາສະຈາກສິ່ງນັ້ນ ມະນຸດຈະບໍ່ຮູ້ຈັກພຣະເຈົ້າຈັກເທື່ອ ແລະ ຈະບໍ່ສາມາດຮັກ ແລະ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງຈັກເທື່ອ. ການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບມະນຸດ ບໍ່ແມ່ນພຽງແຕ່ເພື່ອຜົນສະທ້ອນດ້ານດຽວ, ແຕ່ເພື່ອຜົນສະທ້ອນຫຼາຍດ້ານ. ສະນັ້ນ ພຣະເຈົ້າຈຶ່ງຈະປະຕິບັດພາລະກິດແຫ່ງການຫຼໍ່ຫຼອມໃນຜູ້ຄົນທີ່ເຕັມໃຈສະແຫວງຫາຄວາມຈິງ, ເພື່ອວ່າ ຄວາມຕັ້ງໃຈ ແລະ ຄວາມຮັກຂອງພວກເຂົາຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ສຳລັບຄົນທີ່ເຕັມໃຈສະແຫວງຫາຄວາມຈິງ ແລະ ຄົນທີ່ປາຖະໜາຫາພຣະເຈົ້າ, ບໍ່ມີສິ່ງໃດທີ່ມີຄວາມໝາຍຫຼາຍກວ່ານີ້ ຫຼື ເປັນປະໂຫຍດຫຼາຍກວ່າການຫຼໍ່ຫຼອມແບບນີ້. ອຸປະນິໄສຂອງພຣະເຈົ້າບໍ່ໄດ້ເປັນທີ່ເຂົ້າໃຈ ຫຼື ຮັບຮູ້ໂດຍມະນຸດຢ່າງງ່າຍດາຍ, ເພາະໃນທີ່ສຸດ ພຣະເຈົ້າກໍເປັນພຣະເຈົ້າ. ໃນທີ່ສຸດ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະມີອຸປະນິໄສຄືກັບມະນຸດ ແລະ ດ້ວຍເຫດນັ້ນ ມັນບໍ່ງ່າຍສຳລັບມະນຸດທີ່ຈະເຂົ້າໃຈຮູ້ຈັກອຸປະນິໄສຂອງພຣະອົງ. ມະນຸດບໍ່ໄດ້ມີຄວາມຈິງໂດຍທຳມະຊາດ ແລະ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຈະບໍ່ເຂົ້າໃຈສິ່ງນີ້ຢ່າງງ່າຍດາຍ; ມະນຸດປາສະຈາກຄວາມຈິງ ແລະ ຂາດຄວາມເດັດດ່ຽວທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຖ້າເຂົາບໍ່ທົນທຸກ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 509](https://lo.kingdomsalvation.org/recital-entry-into-life-509.html) - ຍິ່ງພຣະເຈົ້າຫຼໍ່ຫຼອມຜູ້ຄົນ, ຫົວໃຈຂອງພວກເຂົາຍິ່ງສາມາດຮັກພຣະເຈົ້າຫຼາຍສໍ່ານັ້ນ. ຄວາມທໍລະມານທີ່ຢູ່ໃນຫົວໃຈຂອງພວກເຂົາເປັນປະໂຫຍດຕໍ່ຊີວິດຂອງພວກເຂົາ, ພວກເຂົາສາມາດສະຫງົບສຸກຢູ່ຕໍ່ໜ້າພຣະເຈົ້າໄດ້ຫຼາຍຂຶ້ນ, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກໍໃກ້ຊິດຂຶ້ນ ແລະ ພວກເຂົາສາມາດເຫັນເຖິງຄວາມຮັກສູງສຸດຂອງພຣະເຈົ້າ ແລະ ຄວາມລອດພົ້ນສູງສຸດຂອງພຣະອົງໄດ້ດີຂຶ້ນ. ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ໂຢບປະສົບກັບການທົດລອງຫຼາຍຄັ້ງ. ຖ້າພວກເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ພວກເຈົ້າຕ້ອງປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງເຊັ່ນດຽວກັນ ເຊິ່ງພວກເຈົ້າຜ່ານຂະບວນການນີ້ ແລະ ເພິ່ງພາບາດກ້າວນີ້ ແລ້ວເມື່ອນັ້ນພວກເຈົ້າຈຶ່ງຈະສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າໄດ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ການຫຼໍ່ຫຼອມແມ່ນຫົນທາງທີ່ດີທີ່ສຸດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ; ການຫຼໍ່ຫຼອມ ແລະ ການທົດລອງຢ່າງໜັກເທົ່ານັ້ນ ຈຶ່ງຈະສາມາດນໍາຄວາມຮັກໃນຫົວໃຈຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າອອກມາໄດ້. ຫາກປາສະຈາກການທົນທຸກ, ຜູ້ຄົນກໍຂາດຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ; ຖ້າພວກເຂົາບໍ່ຖືກທົດສອບຢູ່ພາຍໃນ, ຖ້າພວກເຂົາບໍ່ຖືກປ່ອຍໃຫ້ຕົກຢູ່ໃນການຫຼໍ່ຫຼອມຢ່າງແທ້ຈິງ, ແລ້ວຫົວໃຈຂອງພວກເຂົາກໍຈະເລື່ອນລອຍຢູ່ຂ້າງນອກຕະຫຼອດເວລາ. ເມື່ອຖືກຫຼໍ່ຫຼອມຈົນຮອດຈຸດໃດໜຶ່ງ, ເຈົ້າຈະເຫັນຄວາມອ່ອນແອ ແລະ ຄວາມຫຍຸ້ງຍາກຂອງເຈົ້າເອງ, ເຈົ້າຈະເຫັນວ່າ ເຈົ້າກຳລັງຂາດເຂີນຫຼາຍສໍ່າໃດ ແລະ ເຈົ້າຈະບໍ່ສາມາດເອົາຊະນະບັນຫາຕ່າງໆທີ່ເຈົ້າຜະເຊີນຢູ່ ແລະ ເຈົ້າຈະເຫັນວ່າຄວາມກະບົດຂອງເຈົ້າເອງຫຼາຍສໍ່າໃດ. ຢູ່ໃນລະຫວ່າງການທົດສອບເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຮູ້ສະພາວະທີ່ແທ້ຈິງຂອງພວກເຂົາແທ້; ການທົດສອບຍິ່ງມີຄວາມສາມາດເຮັດໃຫ້ຜູ້ຄົນສົມບູນຍິ່ງຂຶ້ນ. ໃນລະຫວ່າງເວລາຊົ່ວຊີວິດຂອງເພິ່ນ, ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ຜ່ານການລໍ້ລວງທີ່ທາລຸນຫຼາຍຄັ້ງ. ການຫຼໍ່ຫຼອມນີ້ກາຍເປັນພື້ນຖານຂອງຄວາມຮັກສູງສຸດທີ່ເພິ່ນມີໃຫ້ກັບພຣະເຈົ້າ ແລະ ເປັນປະສົບການທີ່ສຳຄັນທີ່ສຸດຕະຫຼອດທັງຊີວິດຂອງເພິ່ນ. ເຫດຜົນໜຶ່ງທີ່ເພິ່ນສາມາດມີຄວາມຮັກສູງສຸດໃຫ້ກັບພຣະເຈົ້າກໍຍ້ອນຄວາມຕັ້ງໃຈຂອງເພິ່ນທີ່ຈະຮັກພຣະເຈົ້າ; ເຖິງຢ່າງໃດກໍຕາມ ສໍາຄັນໄປກວ່ານັ້ນ ມັນແມ່ນຍ້ອນການຫຼໍ່ຫຼອມ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 508](https://lo.kingdomsalvation.org/recital-entry-into-life-508.html) - ຖ້າຜູ້ຄົນຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານ, ແລ້ວພາຍໃນຕົວພວກເຂົາກໍຈະບໍ່ມີຄວາມຮັກສຳລັບພຣະເຈົ້າ ແລະ ນິມິດ, ຄວາມຮັກ ແລະ ການຕັດສິນໃຈທີ່ຜ່ານມາຂອງພວກເຂົາກໍຫາຍໄປ. ຜູ້ຄົນເຄີຍຮູ້ສຶກວ່າ ພວກເຂົາຕ້ອງທົນທຸກເພື່ອພຣະເຈົ້າ, ແຕ່ໃນປັດຈຸບັນ ພວກເຂົາຄິດວ່າ ການເຮັດແບບນັ້ນເປັນເລື່ອງອັບອາຍ ແລະ ພວກເຂົາມີແຕ່ຄຳຕໍ່ວ່າຢູ່ບໍ່ຂາດ. ນີ້ແມ່ນພາລະກິດຂອງຊາຕານ; ເປັນສັນຍານບອກວ່າ ມະນຸດໄດ້ຕົກຢູ່ພາຍໃຕ້ອຳນາດຂອງຊາຕານ. ຖ້າເຈົ້າຜະເຊີນກັບສະພາບນີ້ ເຈົ້າຕ້ອງອະທິຖານ ແລະ ຫັນກັບຄືນໃຫ້ໄວເທົ່າທີ່ຈະໄວໄດ້, ສິ່ງນີ້ຈະປົກປ້ອງເຈົ້າຈາກການໂຈມຕີຂອງຊາຕານ. ໃນລະຫວ່າງການຫຼໍ່ຫຼອມຢ່າງຂົມຂື່ນ ມະນຸດສາມາດຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານຢ່າງງ່າຍດາຍທີ່ສຸດ, ສະນັ້ນ ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມນັ້ນ? ເຈົ້າຄວນຮວບຮວມຄວາມຕັ້ງໃຈຂອງເຈົ້າ, ວາງຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ ແລະ ອຸທິດເວລາສຸດທ້າຍຂອງເຈົ້າໃຫ້ກັບພຣະອົງ. ບໍ່ວ່າພຣະເຈົ້າຈະຫຼໍ່ຫຼອມເຈົ້າແນວໃດກໍຕາມ, ເຈົ້າຄວນສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ເຈົ້າຄວນສະໝັກໃຈໃນການສະແຫວງຫາພຣະເຈົ້າ ແລະ ສະແຫວງຫາຄວາມສະໜິດກັບພຣະເຈົ້າ. ໃນເວລາແບບນີ້, ຍິ່ງເຈົ້າເສີຍຊາຫຼາຍເທົ່າໃດ, ເຈົ້າຍິ່ງມີຄວາມຄິດລົບຫຼາຍເທົ່ານັ້ນ ແລະ ມັນຍິ່ງງ່າຍສໍາລັບເຈົ້າຈະຖອຍຫຼັງ. ເມື່ອມັນຈຳເປັນທີ່ເຈົ້າຕ້ອງຮັບໃຊ້ໜ້າທີ່ຂອງເຈົ້າ, ເຖິງແມ່ນວ່າ ເຈົ້າບໍ່ໄດ້ຮັບໃຊ້ຢ່າງດີ, ເຈົ້າກໍຈົ່ງເຮັດດ້ວຍຄວາມສາມາດຂອງເຈົ້າ ແລະ ເຮັດດ້ວຍຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າ; ບໍ່ວ່າຄົນອື່ນຈະເວົ້າຫຍັງກໍຕາມ, ບໍ່ວ່າພວກເຂົາຈະເວົ້າວ່າເຈົ້າໄດ້ເຮັດດີ ຫຼື ເຈົ້າເຮັດບໍ່ດີ, ໂດຍລວມແລ້ວ, ເຈດຕະນາຂອງເຈົ້າແມ່ນຖືກຕ້ອງແລ້ວ ແລະ ເຈົ້າກໍບໍ່ແມ່ນຄົນທີ່ຄິດວ່າຕົນເອງຊອບທຳ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 507](https://lo.kingdomsalvation.org/recital-entry-into-life-507.html) - ພວກເຈົ້າທຸກຄົນຢູ່ໃນທ່າມກາງການທົດລອງ ແລະ ການຫຼໍ່ຫຼອມ. ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ເມື່ອໄດ້ປະສົບກັບການຫຼໍ່ຫຼອມ, ໃນລະຫວ່າງການຫຼໍ່ຫຼອມ ຜູ້ຄົນສາມາດມອບການສັນລະເສີນທີ່ແທ້ຈິງໃຫ້ແກ່ພຣະເຈົ້າ ແລະ ທ່າມກາງການຫຼໍ່ຫຼອມ ພວກເຂົາສາມາດເຫັນວ່າ ພວກເຂົາກຳລັງຂາດເຂີນຢ່າງຫຼວງຫຼາຍ. ຍິ່ງການຫຼໍ່ຫຼອມຍິ່ງໃຫຍ່ຫຼາຍສໍ່າໃດ, ເຈົ້າຍິ່ງສາມາດກະບົດຕໍ່ເນື້ອໜັງຫຼາຍສໍ່ານັ້ນ; ຍິ່ງການຫຼໍ່ຫຼອມຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາຍິ່ງມີຄວາມຮັກສຳລັບພຣະເຈົ້າຫຼາຍສໍ່ານັ້ນ. ນີ້ແມ່ນສິ່ງທີ່ພວກເຈົ້າຕ້ອງເຂົ້າໃຈ. ເປັນຫຍັງຜູ້ຄົນຕ້ອງຖືກຫຼໍ່ຫຼອມ? ການຫຼໍ່ຫຼອມແມ່ນແນໃສ່ເພື່ອບັນລຸຫຍັງ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດແຫ່ງການຫຼໍ່ຫຼອມຂອງພຣະເຈົ້າທີ່ຢູ່ໃນມະນຸດ? ຖ້າເຈົ້າສະແຫວງຫາພຣະເຈົ້າຢ່າງແທ້ຈິງ, ແລ້ວການໄດ້ປະສົບກັບການຫຼໍ່ຫຼອມຂອງພຣະອົງຈົນເຖິງຈຸດໃດໜຶ່ງ ເຈົ້າຈະຮູ້ສຶກວ່າ ມັນດີຫຼາຍ ແລະ ເປັນສິ່ງທີ່ຈຳເປັນທີ່ສຸດ. ມະນຸດຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ໂດຍການຕັ້ງໃຈຮັກພຣະເຈົ້າເພື່ອຍອມຮັບເອົາການຫຼໍ່ຫຼອມຂອງພຣະອົງ ນັ້ນກໍຄື ໃນລະຫວ່າງການຫຼໍ່ຫຼອມ ເຈົ້າທໍລະມານຢູ່ຂ້າງໃນ, ຄືກັບວ່າ ມີມີດສຽບບິດຢູ່ໃນຫົວໃຈຂອງເຈົ້າ, ແຕ່ເຈົ້າກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈໂດຍໃຊ້ຫົວໃຈຂອງເຈົ້າຮັກພຣະອົງ ແລະ ເຈົ້າກໍບໍ່ເຕັມໃຈທີ່ຈະສົນໃຈເນື້ອໜັງ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກຕໍ່ພຣະເຈົ້າ. ເຈົ້າເຈັບຢູ່ຂ້າງໃນ ແລະ ການທົນທຸກຂອງເຈົ້າແມ່ນເຖິງຈຸດໃດໜຶ່ງ ແຕ່ເຈົ້າກໍຍັງເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດຈາກພຣະອົງໄປໄດ້. ເຖິງແມ່ນວ່າມີຄວາມມືດຢູ່ພາຍໃນຕົວຂ້ານ້ອຍ, ຂ້ານ້ອຍກໍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍໃຈ; ພຣະອົງຮູ້ຈັກຫົວໃຈຂອງຂ້ານ້ອຍ ແລະ ຂໍໃຫ້ພຣະອົງຈົ່ງສ້າງຄວາມຮັກຂອງພຣະອົງໃຫ້ເກີດຂື້ນພາຍໃນຕົວຂ້ານ້ອຍໃຫ້ຫຼາຍຍິ່ງຂຶ້ນ”. ນີ້ແມ່ນການປະຕິບັດໃນລະຫວ່າງການຫຼໍ່ຫຼອມ. ຖ້າເຈົ້າໃຊ້ຫົວໃຈທີ່ຮັກພຣະເຈົ້າເປັນພື້ນຖານ, ການຫຼໍ່ຫຼອມສາມາດນໍາເຈົ້າໃຫ້ເຂົ້າໃກ້ພຣະເຈົ້າໄດ້ ແລະ ເຮັດໃຫ້ເຈົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 273](https://lo.kingdomsalvation.org/recital-mysteries-about-the-bible-273.html) - ຂ່າວປະເສີດຂອງມັດທາຍໃນພຣະສັນຍາໃໝ່ບັນທຶກປະຫວັດວົງຕະກູນຂອງພຣະເຢຊູ. ໃນຕອນເລີ່ມຕົ້ນນັ້ນ, ມັນກ່າວວ່າ ພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ ແລະ ເດວິດ ແລະ ເປັນລູກຊາຍຂອງໂຢເຊບ; ຕໍ່ມາ ມັນລະບຸວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ເກີດຈາກຍິງພົມມະຈັນ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ແມ່ລູກຊາຍຂອງໂຢເຊບ ຫຼື ເຊື້ອສາຍຂອງອັບຣາຮາມ ແລະ ເດວິດ. ເຖິງຢ່າງໃດກໍຕາມ, ປະຫວັດວົງຕະກູນໄດ້ດຶງດັນວ່າ ພຣະເຢຊູແມ່ນກ່ຽວຂ້ອງກັບໂຢເຊບ. ຕໍ່ມາ, ປະຫວັດວົງຕະກູນເລີ່ມບັນທຶກຂັ້ນຕອນການກໍາເນີດຂອງພຣະເຢຊູ. ມັນເວົ້າວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ, ພຣະອົງໄດ້ຊົງກຳເນີດຈາກຍິງພົມມະຈັນ ແລະ ບໍ່ແມ່ນລູກຊາຍຂອງໂຢເຊບ. ເຖິງຢ່າງໃດກໍຕາມ ໄດ້ມີການກ່າວໄວ້ຢ່າງຊັດເຈນໃນປະຫວັດວົງຕະກູນວ່າ ພຣະເຢຊູເປັນລູກຊາຍຂອງໂຢເຊບ ແລະ ຍ້ອນປະຫວັດວົງຕະກູນຖືກຂຽນຂຶ້ນສຳລັບພຣະເຢຊູ, ມັນຈຶ່ງໄດ້ບັນທຶກເຖິງສີ່ສິບສອງລຸ້ນຄົນ. ເມື່ອມາເຖິງຮຸ່ນຂອງໂຢເຊບ, ມັນກໍໄດ້ເວົ້າຢ່າງຮີບດ່ວນວ່າ ໂຢເຊບເປັນສາມີຂອງມາຣີອາ ເຊິ່ງເປັນຄຳເວົ້າທີ່ເວົ້າອອກເພື່ອພິສູດວ່າພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ. ສິ່ງນີ້ບໍ່ແມ່ນຂໍ້ໂຕ້ແຍ້ງບໍ? ປະຫວັດວົງຕະກູນບັນທຶກວົງຕະກູນຂອງໂຢເຊບຢ່າງຊັດເຈນ, ມັນເປັນປະຫວັດວົງຕະກູນຂອງໂຢເຊບຢ່າງຈະແຈ້ງ, ແຕ່ມັດທາຍຢືນຢັນວ່າ ມັນເປັນປະຫວັດວົງຕະກູນຂອງພຣະເຢຊູ. ສິ່ງນີ້ບໍ່ໄດ້ປະຕິເສດຄວາມຈິງທີ່ວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດບໍ? ສະນັ້ນ ປະຫວັດວົງຕະກູນທີ່ຂຽນໂດຍມັດທາຍບໍ່ແມ່ນຄວາມຄິດຂອງມະນຸດບໍ? ມັນຊ່າງໄຮ້ສາລະແທ້ໆ! ນີ້ແມ່ນວິທີທີ່ເຈົ້າສາມາດຮູ້ຈັກວ່າໜັງສືເຫຼັ້ມນີ້ບໍ່ໄດ້ມາທັງໝົດຈາກພຣະວິນຍານບໍລິສຸດ. ບາງເທື່ອ ມີບາງຄົນທີ່ຄິດວ່າ ພຣະເຈົ້າຕ້ອງມີປະຫວັດວົງຕະກູນເທິງແຜ່ນດິນໂລກ, ເຊິ່ງຜົນຕາມມາກໍຄື ພວກເຂົາກຳນົດໃຫ້ພຣະເຢຊູເປັນເຊື້ອສາຍລຸ້ນທີສີ່ສິບສອງຂອງອັບຣາຮາມ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 272](https://lo.kingdomsalvation.org/recital-mysteries-about-the-bible-272.html) - ໃນປັດຈຸບັນ, ຜູ້ຄົນເຊື່ອວ່າ ພຣະຄຳພີຄືພຣະເຈົ້າ ແລະ ພຣະເຈົ້າກໍຄືພຣະຄຳພີ. ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າ ພຣະທຳທຸກຂໍ້ທີ່ຢູ່ໃນພຣະຄຳພີກໍຄືພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ເທົ່ານັ້ນ ແລະ ພຣະທໍາທັງໝົດເຫຼົ່ານັ້ນແມ່ນຖືກກ່າວໂດຍພຣະອົງ. ທຸກຄົນທີ່ເຊື່ອພຣະເຈົ້າຍິ່ງຄິດວ່າ ເຖິງແມ່ນ ໜັງສືຫົກສິບຫົກເຫຼັ້ມໃນພຣະສັນຍາເດີມ ແລະ ໃໝ່ໄດ້ຖືກຂຽນຂຶ້ນໂດຍມະນຸດ, ແຕ່ພວກມັນແມ່ນໄດ້ຮັບການດົນບັນດານໃຈຈາກພຣະເຈົ້າ ແລະ ເປັນການບັນທຶກເຖິງຖ້ອຍຄໍາຂອງພຣະວິນຍານບໍລິສຸດ. ນີ້ແມ່ນການເຂົ້າໃຈທີ່ບິດເບືອນຂອງມະນຸດ ແລະ ມັນບໍ່ສອດຄ່ອງຢ່າງສິ້ນເຊີງກັບຄວາມຈິງ. ຄວາມຈິງແລ້ວ ນອກຈາກໜັງສືແຫ່ງການທຳນາຍ, ພຣະສັນຍາເດີມສ່ວນໃຫຍ່ແມ່ນການບັນທຶກທາງປະຫວັດສາດ. ຈົດໝາຍໃນພຣະສັນຍາໃໝ່ບາງສະບັບກໍມາຈາກປະສົບການຂອງມະນຸດ ແລະ ບາງສະບັບກໍມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ; ຕົວຢ່າງ ຈົດໝາຍຂອງໂປໂລເກີດຈາກວຽກງານຂອງມະນຸດ, ທຸກຂໍ້ຄວາມທັງໝົດແມ່ນເປັນຜົນມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ຖືກຂຽນຂຶ້ນເພື່ອຄຣິສຕະຈັກ ແລະ ເປັນຖ້ອຍຄຳແຫ່ງການຕັກເຕືອນ ແລະ ການຊູໃຈສຳລັບອ້າຍເອື້ອຍນ້ອງໃນຄຣິສຕະຈັກ. ພວກມັນບໍ່ແມ່ນພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວໄວ້ ເພາະໂປໂລບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້ ແລະ ເພິ່ນກໍບໍ່ໄດ້ເປັນຜູ້ປະກາດພຣະທຳ ແລ້ວແຮງໄກທີ່ເພິ່ນຈະເຫັນນິມິດທີ່ໂຢຮັນໄດ້ເຫັນ. ຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບຄຣິສຕະຈັກເອເຟໂຊ, ໂກຣິນໂທ, ກາລາເຕຍ ແລະ ຄຣິສຕະຈັກອື່ນໆໃນເວລານັ້ນ. ດ້ວຍເຫດນັ້ນ ຈົດໝາຍຂອງໂປໂລໃນພຣະສັນຍາໃໝ່ຈຶ່ງເປັນຈົດໝາຍທີ່ໂປໂລຂຽນຂຶ້ນສຳລັບຄຣິສຕະຈັກ ແລະ ບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ ທັງພວກມັນບໍ່ແມ່ນຖ້ອຍຄຳຂອງພຣະວິນຍານບໍລິສຸດໂດຍກົງ. ພວກມັນເປັນພຽງຄຳເວົ້າແຫ່ງການຕັກເຕືອນ, ການປອບໃຈ ແລະ ຊູໃຈທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກໃນລະຫວ່າງຊ່ວງເວລາຂອງພາລະກິດຂອງເພິ່ນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 251](https://lo.kingdomsalvation.org/recital-God-s-disposition-and-what-He-has-and-is-251.html) - ພຣະເຈົ້າໄດ້ຖ່ອມຕົວລົງມາຢູ່ໃນລະດັບໃດໜຶ່ງ ເພື່ອປະຕິບັດພາລະກິດຂອງພຣະອົງໃນຄົນທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານີ້ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ສົມບູນ. ພຣະເຈົ້າບໍ່ໄດ້ພຽງແຕ່ບັງເກີດເປັນເນື້ອໜັງເພື່ອໃຊ້ຊີວິດ ແລະ ກິນຢູ່ທ່າມກາງຜູ້ຄົນ, ເພື່ອນຳພາຜູ້ຄົນ ແລະ ເພື່ອສະໜອງສິ່ງທີ່ຄົນຕ້ອງການເທົ່ານັ້ນ. ສຳຄັນໄປກວ່ານັ້ນກໍຄື ພຣະອົງປະຕິບັດພາລະກິດອັນໃຫຍ່ຫຼວງແຫ່ງການລອດພົ້ນຂອງພຣະອົງ ແລະ ເອົາຊະນະຄົນເສື່ອມຊາມທີ່ເຫຼືອທົນເຫຼົ່ານີ້. ພຣະອົງໄດ້ລົງມາຢູ່ໃນຫົວໃຈຂອງມັງກອນແດງທີ່ຍິ່ງໃຫຍ່ເພື່ອຊ່ວຍຄົນເສື່ອມຊາມເຫຼົ່ານີ້ໃຫ້ລອດພົ້ນ, ເພື່ອວ່າທຸກຄົນອາດຖືກປ່ຽນແປງ ແລະ ຖືກສ້າງຂຶ້ນໃໝ່. ຄວາມທົນທຸກອັນຍິ່ງໃຫຍ່ທີ່ພຣະເຈົ້າທົນທຸກນັ້ນບໍ່ແມ່ນມີແຕ່ຄວາມທົນທຸກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດທົນທຸກເທົ່ານັ້ນ, ແຕ່ແທ້ຈິງແລ້ວແມ່ນພຣະວິນຍານຂອງພຣະເຈົ້າທີ່ທົນທຸກກັບການອັບອາຍຢ່າງໜັກ, ພຣະອົງຖ່ອມຕົນ ແລະ ປິດບັງຕົວເອງຫຼາຍ ຈົນວ່າພຣະອົງກາຍມາເປັນຄົນທຳມະດາຄົນໜຶ່ງ. ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ຮັບເອົາຮູບຮ່າງຂອງເນື້ອໜັງ ເພື່ອວ່າຜູ້ຄົນຈະໄດ້ເຫັນວ່າພຣະອົງມີຊີວິດແບບມະນຸດທຳມະດາຄົນໜຶ່ງ ແລະ ມີຄວາມຕ້ອງການຄືມະນຸດທົ່ວໄປ. ນີ້ແມ່ນພຽງພໍທີ່ຈະພິສູດວ່າພຣະເຈົ້າໄດ້ຖ່ອມຕົວພຣະອົງລົງຢູ່ໃນຂັ້ນໃດໜຶ່ງ. ພຣະວິນຍານຂອງພຣະເຈົ້າກໍກາຍເປັນຈິງໃນເນື້ອໜັງ. ພຣະວິນຍານຂອງພຣະອົງນັ້ນສູງສົ່ງ ແລະ ຍິ່ງໃຫຍ່ຫຼາຍ, ແຕ່ພຣະອົງໃຊ້ຮູບຮ່າງຂອງມະນຸດທົ່ວໄປຄົນໜຶ່ງ ເຊິ່ງເປັນມະນຸດທີ່ບໍ່ມີຄວາມສໍາຄັນຫຍັງເພື່ອປະຕິບັດພາລະກິດຂອງພຣະວິນຍານຂອງພຣະອົງ. ໃນດ້ານຄວາມສາມາດ, ຄວາມເຂົ້າໃຈຢ່າງເລິກເຊິ່ງ, ເຫດຜົນ, ຄວາມເປັນມະນຸດ ແລະ ຊີວິດຂອງພວກເຈົ້າແຕ່ລະຄົນ, ພວກເຈົ້າບໍ່ຄູ່ຄວນແທ້ໆທີ່ຈະຮັບເອົາພາລະກິດແບບນີ້ຂອງພຣະເຈົ້າ ແລະ ພວກເຈົ້າບໍ່ຄູ່ຄວນທີ່ຈະໃຫ້ພຣະເຈົ້າທົນທຸກກັບຄວາມທົນທຸກເຊັ່ນນັ້ນເພື່ອພວກເຈົ້າ. ພຣະເຈົ້າຍິ່ງໃຫຍ່ຫຼາຍ. ພຣະອົງມີລິດທານຸພາບສູງສຸດຫຼາຍ ແລະ ຜູ້ຄົນນັ້ນແມ່ນຕ່ຳຕ້ອຍຫຼາຍ, ແຕ່ພຣະອົງກໍຍັງປະຕິບັດໃນຕົວພວກເຂົາ. ພຣະອົງບໍ່ໄດ້ບັງເກີດເປັນມະນຸດເພື່ອພຽງສະໜອງໃຫ້ແກ່ຜູ້ຄົນ, ເພື່ອກ່າວກັບຜູ້ຄົນເທົ່ານັ້ນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 212](https://lo.kingdomsalvation.org/recital-knowing-God-s-work-212.html) - ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ເພື່ອປະຕິບັດພັນທະກິດແຫ່ງພຣະທຳຂອງພຣະອົງ. ພຣະອົງສະເດັດມາດ້ວຍຕົວພຣະອົງເອງເພື່ອປະຕິບັດພາລະກິດຢູ່ທ່າມກາງມວນມະນຸດ ພ້ອມກັບເປົ້າໝາຍແຫ່ງການເຮັດໃຫ້ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງສົມບູນ. ນັບຕັ້ງແຕ່ເວລາການສ້າງໂລກຈົນມາຮອດປັດຈຸບັນນີ້, ພຣະອົງປະຕິບັດພາລະກິດປະເພດນີ້ໃນໄລຍະຍຸກສຸດທ້າຍເທົ່ານັ້ນ. ມີພຽງໄລຍະຍຸກສຸດທ້າຍເທົ່ານັ້ນທີ່ພຣະເຈົ້າໄດ້ບັງເກີດເປັນມະນຸດເພື່ອປະຕິບັດພາລະກິດທີ່ໃຫຍ່ຂະໜາດນັ້ນ. ເຖິງແມ່ນວ່າພຣະອົງທົນກັບຄວາມຍາກລຳບາກທີ່ຄົນຈະພົບວ່າເປັນການຍາກທີ່ຈະທົນໄດ້ ແລະ ເຖິງແມ່ນວ່າພຣະອົງຜູ້ເປັນພຣະເຈົ້າອົງຍິ່ງໃຫຍ່ແຕ່ກໍຍັງມີຄວາມຖ່ອມຕົວເພື່ອກາຍເປັນຄົນທຳມະດາຄົນໜຶ່ງ, ບໍ່ມີພາລະກິດດ້ານໃດຂອງພຣະອົງທີ່ຊັກຊ້າ ແລະ ແຜນການຂອງພຣະອົງກໍບໍ່ໄດ້ຕົກຢູ່ໃນຄວາມສັບສົນເລີຍ. ພຣະອົງກຳລັງປະຕິບັດພາລະກິດຕາມແຜນການເດີມຂອງພຣະອົງ. ໜຶ່ງໃນຈຸດປະສົງແຫ່ງການບັງເກີດເປັນມະນຸດນີ້ແມ່ນເພື່ອເອົາຊະນະຜູ້ຄົນ. ອີກຈຸດໜຶ່ງແມ່ນເພື່ອເຮັດໃຫ້ຄົນທີ່ພຣະອົງຮັກສົມບູນ. ພຣະອົງປາດຖະໜາຢາກເຫັນຄົນທີ່ພຣະອົງເຮັດໃຫ້ສົມບູນດ້ວຍຕາຂອງພຣະອົງເອງ ແລະ ພຣະອົງຢາກເຫັນດ້ວຍພຣະອົງເອງວ່າຄົນທີ່ພຣະອົງເຮັດໃຫ້ສົມບູນນັ້ນເປັນປະຈັກພະຍານໃຫ້ພຣະອົງແນວໃດ. ມັນບໍ່ແມ່ນຄົນດຽວ ຫຼື ສອງຄົນທີ່ຖືກເຮັດໃຫ້ສົມບູນ. ກົງກັນຂ້າມ, ມັນເປັນກຸ່ມທີ່ປະກອບດ້ວຍຄົນຈໍານວນໜ້ອຍໜຶ່ງເທົ່ານັ້ນ. ຜູ້ຄົນທີ່ຢູ່ກຸ່ມນີ້ມາຈາກຫຼາກຫຼາຍປະເທດໃນໂລກ ແລະ ມາຈາກຫຼາກຫຼາຍເຊື້ອຊາດຂອງໂລກ. ວັດຖຸປະສົງແຫ່ງການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້ກໍແມ່ນເພື່ອໃຫ້ໄດ້ຄົນກຸ່ມນີ້ມາ, ເພື່ອໃຫ້ໄດ້ຄົນກຸ່ມນີ້ມາເປັນປະຈັກພະຍານໃຫ້ກັບພຣະອົງ ແລະ ເພື່ອໄດ້ຄວາມມີສະຫງ່າລາສີທີ່ພຣະອົງສາມາດໄດ້ຮັບຈາກພວກເຂົາ. ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມສຳຄັນ ຫຼື ປະຕິບັດພາລະກິດທີ່ບໍ່ມີຄຸນຄ່າ. ສາມາດເວົ້າໄດ້ວ່າ, ໃນການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້, ເປົ້າໝາຍຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ບັນດາຜູ້ທີ່ພຣະອົງປາດຖະໜາຢາກເຮັດໃຫ້ສົມບູນທັງໝົດສົມບູນ. ນອກຈາກສິ່ງນີ້ແລ້ວ ເມື່ອພຣະອົງມີເວລາຫວ່າງ, ພຣະອົງກໍຈະກຳຈັດບັນດາຄົນຊົ່ວຮ້າຍ. ຮູ້ໄວ້ວ່າ ພຣະອົງບໍ່ໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ນີ້ຍ້ອນຄົນຊົ່ວຮ້າຍ; ແຕ່ກົງກັນຂ້າມ, ພຣະອົງມອບທຸກສິ່ງທຸກຢ່າງຂອງພຣະອົງກໍຍ້ອນຄົນຈຳນວນນ້ອຍທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ພາລະກິດທີ່ພຣະອົງປະຕິບັດ, ພຣະທຳທີ່ພຣະອົງກ່າວ, ຄວາມເລິກລັບທີ່ພຣະອົງເປີດເຜີຍ ແລະ ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ທັງໝົດແມ່ນເພື່ອຄົນຈຳນວນນ້ອຍເຫຼົ່ານັ້ນ. ພຣະອົງບໍ່ໄດ້ບັງເກີດເປັນເນື້ອໜັງຍ້ອນບັນດາຄົນຊົ່ວຮ້າຍ
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (1) ສ່ວນທີ ສາມ](https://lo.kingdomsalvation.org/audio-responsibilities-of-leaders-and-workers-1-part-3.html) - ຂໍ້ທີສອງ: ຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ (ພາກທີໜຶ່ງ) ຜູ້ນໍາປອມເບິ່ງສະພາວະຂອງຄົນແຕ່ລະປະເພດບໍ່ອອກ ຄວາມຮັບຜິດຊອບຂໍ້ທີສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນການກຳແໜ້ນສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ. ຜູ້ນໍາປອມຈັດຕັ້ງປະຕິບັດວຽກງານນີ້ແນວໃດ? ພວກເຂົາມີຄວາມສາມາດພຽງພໍສຳລັບໜ້າວຽກນີ້ບໍ? ໃຫ້ພວກເຮົາໄຈ້ແຍກຈຸດນີ້. ການກຳແໜ້ນສະພາວະຂອງຄົນແຕ່ລະປະເພດ, ສິ່ງນີ້ບັນລຸໄດ້ບົນພື້ນຖານຫຍັງ? ມັນບັນລຸໄດ້ບົນພື້ນຖານຂອງການເຂົ້າໃຈພຣະທຳຂອງພຣະເຈົ້າທີ່ເປີດໂປງອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ຂອງຄົນຕ່າງໆ. ເພື່ອກຳແໜ້ນສະພາວະຂອງຄົນຕ່າງໆ, ຄົນເຮົາຕ້ອງເຂົ້າໃຈພຣະທຳຂອງພຣະເຈົ້າທີ່ເປີດໂປງສະພາວະຕ່າງໆ, ອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທີ່ເສື່ອມຊາມຂອງຜູ້ຄົນກ່ອນ ແລະ ສາມາດເອົາພຣະທຳມາທຽບໃສ່ຕົນເອງໄດ້. ອຸປະນິໄສປະເພດທີ່ພຣະເຈົ້າເປີດໂປງນັ້ນໝາຍເຖິງຄົນປະເພດໃດ, ຄວາມເປັນມະນຸດຂອງພວກເຂົາເປັນແນວໃດ, ພວກເຂົາມີການສະແດງອອກ ແລະ ການເປີດເຜີຍປະເພດໃດ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ພຣະທຳຂອງພຣະເຈົ້າ ແລະ ໜ້າທີ່ຂອງພວກເຂົາເປັນແນວໃດ; ສະພາວະເຫຼົ່ານີ້ຕ້ອງຖືກນຳມາທຽບໃສ່ກັບພຣະທຳຂອງພຣະເຈົ້າ ແລະ ໂດຍການເຮັດເຊັ່ນນັ້ນ, ຄົນເຮົາກໍຈະສາມາດກຳແໜ້ນສະພາວະຂອງບຸກຄົນຕ່າງໆໄດ້. ສະນັ້ນ, ການກຳແໜ້ນສະພາວະຂອງຄົນຕ່າງໆ ກ່ອນອື່ນໝົດແມ່ນບັນລຸໄດ້ບົນພື້ນຖານຂອງການເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ການມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ. ຜູ້ນໍາປອມບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ແລ້ວພວກເຂົາຈະສາມາດເຂົ້າໃຈຄວາມຈິງທີ່ຊັບຊ້ອນກ່ຽວກັບຄົນປະເພດຕ່າງໆທີ່ຖືກເປີດໂປງໂດຍພຣະທຳຂອງພຣະເຈົ້າ, ພ້ອມທັງສະພາວະຕ່າງໆ ແລະ ແກ່ນແທ້ທີ່ເສື່ອມຊາມທີ່ຖືກເປີດໂປງໄດ້ບໍ? (ບໍ່ໄດ້.) ພວກເຂົາບໍ່ເຂົ້າໃຈ, ບໍ່ຮູ້ຄວາມສຳພັນທີ່ກ່ຽວຂ້ອງໃນນີ້ ແລະ ບໍ່ຮູ້ຄວາມຈິງທີ່ກ່ຽວຂ້ອງ.
- [ກ່ຽວກັບພຣະຄຳພີ (1)](https://lo.kingdomsalvation.org/concerning-the-bible-1-audio.html) - ຄວນມີການເຂົ້າຫາພຣະຄຳພີແນວໃດໃນຄວາມເຊື່ອໃນພຣະເຈົ້າ? ນີ້ຄືຄຳຖາມກ່ຽວກັບຫຼັກການ. ເປັນຫຍັງພວກເຮົາຈຶ່ງໂອ້ລົມກ່ຽວກັບຄຳຖາມນີ້? ເພາະວ່າໃນອະນາຄົດ ເຈົ້າຈະເທດສະໜາພຣະກິດຕິຄຸນຢ່າງກວ້າງຂວາງ ແລະ ເຜີຍແຜ່ພາລະກິດຂອງຍຸກແຫ່ງລາຊະອານາຈັກ ແລະ ການມີພຽງແຕ່ສາມາດແບ່ງປັນຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນແມ່ນບໍ່ພຽງພໍ. ເພື່ອເຜີຍແຜ່ພາລະກິດຂອງພຣະອົງ ມັນຍິ່ງສຳຄັນທີ່ເຈົ້າຈະສາມາດແກ້ໄຂແນວຄິດທາງສາສະໜາທີ່ເກົ່າແກ່ຂອງຜູ້ຄົນ ແລະ ວິທີຄວາມເຊື່ອທີ່ເກົ່າແກ່ ແລະ ປ່ອຍໃຫ້ພວກເຂົາເຊື່ອໝັ້ນແທ້ໆ ແລະ ການບັນລຸລະດັບນີ້ໄດ້ແມ່ນຕ້ອງກ່ຽວພັນກັບພຣະຄຳພີ. ເປັນເວລາຫຼາຍປີ, ວິທີຄວາມເຊື່ອຕາມປະເພນີຂອງຜູ້ຄົນ (ຂອງສາສະໜາຄຣິດ ເຊິ່ງເປັນໜຶ່ງໃນສາມສາສະໜາຫຼັກຂອງໂລກ) ກໍຄືການອ່ານພຣະຄຳພີ; ການໜີຈາກພຣະຄຳພີບໍ່ແມ່ນຄວາມເຊື່ອໃນພຣະຜູ້ເປັນເຈົ້າ, ການໜີຈາກພຣະຄຳພີແມ່ນຄວາມຄິດນອກຄອກ ແລະ ຄວາມເຊື່ອນອກຮີດ ແລະ ແມ່ນແຕ່ໃນເວລາທີ່ຜູ້ຄົນອ່ານໜັງສືເຫຼັ້ມອື່ນໆ, ພື້ນຖານຂອງໜັງສືເຫຼົ່ານີ້ກໍຕ້ອງເປັນການອະທິບາຍກ່ຽວກັບພຣະຄຳພີ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະຜູ້ເປັນເຈົ້າ ແລ້ວເຈົ້າຕ້ອງອ່ານພຣະຄຳພີ ແລະ ນອກຈາກພຣະຄຳພີແລ້ວ ເຈົ້າຕ້ອງບໍ່ນະມັດສະການໜັງສືໃດທີ່ບໍ່ກ່ຽວຂ້ອງກັບພຣະຄຳພີ. ຖ້າເຈົ້າເຮັດແບບນັ້ນ ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະເຈົ້າ. ຕັ້ງແຕ່ເວລາທີ່ມີພຣະຄຳພີ, ຄວາມເຊື່ອໃນພຣະຜູ້ເປັນເຈົ້າຂອງຜູ້ຄົນແມ່ນຄວາມເຊື່ອໃນພຣະຄຳພີ. ແທນທີ່ຈະເວົ້າວ່າ ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະຄຳພີ; ແທນທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມອ່ານພຣະຄຳພີ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມເຊື່ອໃນພຣະຄຳພີ; ແລະ ແທນທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຄຳພີ. ໃນລັກສະນະນີ້, ຜູ້ຄົນນະມັດສະການພຣະຄຳພີຄືກັບວ່າມັນເປັນພຣະເຈົ້າ, ຄືກັບວ່າມັນເປັນເລືອດເນື້ອແຫ່ງຊີວິດຂອງພວກເຂົາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 93](https://lo.kingdomsalvation.org/recital-judgment-in-the-last-days-093.html) - ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າສູ່ການພັກເຊົາກັບພຣະເຈົ້າ; ສະນັ້ນ, ທຸກຄົນທີ່ເຂົ້າສູ່ການພັກເຊົາລ້ວນແລ້ວແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກທີ່ໄດ້ຜ່ານພາລະກິດຊໍາລະລ້າງໃຫ້ບໍລິສຸດບາບຂອງພຣະອົງ. ໃນທີ່ສຸດ ມະນຸດເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະໄດ້ເຂົ້າສູ່ການພັກເຊົາຄັ້ງສຸດທ້າຍ. ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າໃນແກ່ນແທ້ແລ້ວແມ່ນເພື່ອເຮັດໃຫ້ມະນຸດຊາດບໍລິສຸດ ເພື່ອມື້ແຫ່ງການພັກເຊົາຄັ້ງສຸດທ້າຍ; ຖ້າບໍ່ດັ່ງນັ້ນ ບໍ່ມີມະນຸດຄົນໃດທີ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ການພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະເປີດໂປງອົງປະກອບທີ່ກະບົດຂອງມະນຸດຊາດ ເພື່ອຈໍາແນກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊີວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ດິນແດນທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເຂົ້າສູ່ວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງການພັກເຊົາສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງການພັກເຊົາທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍໃນການລົງໂທດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 600](https://lo.kingdomsalvation.org/recital-destinations-and-outcomes-600.html) - ແຕ່ຕົ້ນເດີມນັ້ນບໍ່ມີຄອບຄົວລະຫວ່າງມະນຸດຊາດ; ມີພຽງແມ່ຍິງ ແລະ ຜູ້ຊາຍ ເຊິ່ງນັ້ນກໍຄື ມະນຸດສອງປະເພດທີ່ແຕກຕ່າງກັນ. ບໍ່ມີປະເທດຕ່າງໆ, ສ່ວນເລື່ອງຄອບຄົວແມ່ນບໍ່ຕ້ອງເວົ້າເຖິງ, ແຕ່ເນື່ອງຈາກຜົນຂອງການເສື່ອມຊາມຂອງມະນຸດ, ຜູ້ຄົນທຸກປະເພດຈຶ່ງຈັດຕັ້ງຕົນເອງເປັນຕະກູນໃຜລາວ ແລ້ວຕໍ່ມາກໍພັດທະນາໄປເປັນປະເທດ ແລະ ຊົນເຜົ່າຕ່າງໆ. ບັນດາປະເທດ ແລະ ເຊື້ອຊາດຕ່າງໆເຫຼົ່ານີ້ປະກອບດ້ວຍຄອບຄົວຂະໜາດນ້ອຍຂອງຕົນເອງ ແລະ ໃນລັກສະນະນີ້ ຄົນທຸກປະເພດຖືກແຜ່ຂະຫຍາຍອອກທ່າມກາງເຊື້ອຊາດຕ່າງໆຕາມຄວາມແຕກຕ່າງທາງດ້ານພາສາ ແລະ ເຂດແດນ. ຄວາມຈິງແລ້ວ, ບໍ່ວ່າໃນໂລກຈະປະກອບມີຈັກເຊື້ອຊາດ, ມະນຸດຊາດມີບັນພະບຸລຸດດຽວກັນ. ໃນຕອນເລີ່ມຕົ້ນ, ມີມະນຸດພຽງແຕ່ສອງປະເພດ ແລະ ສອງປະເພດເຫຼົ່ານີ້ແມ່ນຜູ້ຊາຍ ແລະ ແມ່ຍິງ. ຢ່າງໃດກໍຕາມ, ເນື່ອງຈາກຄວາມກ້າວໜ້າໃນພາລະກິດຂອງພຣະເຈົ້າ, ການເຄື່ອນໄຫວຂອງປະຫວັດສາດ ແລະ ການປ່ຽນແປງທາງພູມສາດ, ໃນລະດັບຕ່າງໆ ມະນຸດທັງສອງປະເພດເຫຼົ່ານີ້ຍິ່ງພັດທະນາອອກເປັນຫຼາກຫຼາຍມະນຸດຍິ່ງຂຶ້ນ. ໂດຍພື້ນຖານແລ້ວ, ບໍ່ວ່າຈະມີເຊື້ອຊາດປະກອບໃນມະນຸດຊາດຫຼາຍພຽງໃດກໍຕາມ, ມະນຸດຊາດທັງປວງກໍຍັງແມ່ນສິ່ງຊົງສ້າງຂອງພຣະເຈົ້າຢູ່ດີ. ບໍ່ວ່າຜູ້ຄົນຈະເປັນເຊື້ອຊາດໃດກໍຕາມ, ພວກເຂົາທັງໝົດກໍຄືສິ່ງມີຊີວິດຂອງພຣະເຈົ້າ; ພວກເຂົາລ້ວນແລ້ວແຕ່ເປັນເຊື້ອສາຍຂອງອາດາມ ແລະ ເອວາ. ເຖິງແມ່ນວ່າພວກເຂົາບໍ່ໄດ້ຖືກສ້າງດ້ວຍມືຂອງພຣະເຈົ້າ, ພວກເຂົາທັງໝົດກໍເປັນເຊື້ອສາຍຂອງອາດາມ ແລະ ເອວາ ຜູ້ທີ່ພຣະເຈົ້າສ້າງດ້ວຍຕົວພຣະອົງເອງ. ບໍ່ວ່າຜູ້ຄົນຈະເປັນຄົນປະເພດໃດກໍຕາມ, ພວກເຂົາທັງໝົດຄືສິ່ງມີຊີວິດຂອງພຣະອົງ; ໃນເມື່ອພວກເຂົາແມ່ນມະນຸດຊາດ ທີ່ຖືກສ້າງໂດຍພຣະເຈົ້າ, ຈຸດໝາຍປາຍທາງຂອງພວກເຂົາກໍຄືສິ່ງທີ່ມະນຸດຄວນມີ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 599](https://lo.kingdomsalvation.org/recital-destinations-and-outcomes-599.html) - ຜູ້ທີ່ລາກດຶງລູກຫຼານ ແລະ ຍາດຕິພີ່ນ້ອງທີ່ບໍ່ມີຄວາມເຊື່ອທັງໝົດເຂົ້າໃນຄຣິສຕະຈັກແມ່ນຄົນທີ່ເຫັນແກ່ຕົວທີ່ສຸດ ແລະ ພວກເຂົາແມ່ນພຽງສະແດງຄວາມມີນ້ຳໃຈເທົ່ານັ້ນ. ຄົນເຫຼົ່ານີ້ພຽງແຕ່ສົນໃຈກັບການຖືກຮັກ ໂດຍບໍ່ຄຳນຶງວ່າ ພວກເຂົາເຊື່ອ ຫຼື ບໍ່ ຫຼື ບໍ່ຄຳນຶງວ່າມັນເປັນເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ບາງຄົນນຳເອົາພັນລະຍາຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ລາກດຶງເອົາພໍ່ແມ່ຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ຄຳນຶງວ່າ ພຣະວິນຍານບໍລິສຸດເຫັນດີກັບສິ່ງນີ້ ຫຼື ບໍ່ ຫຼື ປະຕິບັດພາລະກິດໃນພວກເຂົາ ຫຼື ບໍ່, ພວກເຂົາຫຼັບຫູຫຼັບຕາສືບຕໍ່ “ຮັບເອົາຄົນທີ່ມີພອນສະຫວັນ” ເພື່ອພຣະເຈົ້າ. ມັນສາມາດໄດ້ຜົນປະໂຫຍດຫຍັງແນ່ຈາກການແຜ່ຄວາມເມດຕາຕໍ່ຄົນທີ່ບໍ່ມີຄວາມເຊື່ອເຫຼົ່ານີ້? ເຖິງແມ່ນວ່າ ຄົນທີ່ບໍ່ມີຄວາມເຊື່ອເຫຼົ່ານີ້, ຜູ້ທີ່ປາສະຈາກການສະຖິດຂອງພຣະວິນຍານບໍລິສຸດຈະລັງເລໃນການຕິດຕາມພຣະເຈົ້າ, ພວກເຂົາກໍຍັງຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນດັ່ງທີ່ຜູ້ຄົນອາດເຂົ້າໃຈ. ທີ່ຈິງແລ້ວ ຜູ້ທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນນັ້ນບໍ່ແມ່ນໄດ້ຮັບມາແບບງ່າຍໆ. ຜູ້ທີ່ບໍ່ໄດ້ຜ່ານພາລະກິດ ແລະ ການທົດລອງຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ຮັບການເຮັດໃຫ້ສົມບູນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ, ຜູ້ຄົນເຫຼົ່ານີ້ຂາດການສະຖິດຂອງພຣະວິນຍານບໍລິສຸດຕັ້ງແຕ່ວິນາທີທີ່ພວກເຂົາເລີ່ມຕົ້ນຕິດຕາມພຣະເຈົ້າແລ້ວ. ອີງຕາມເງື່ອນໄຂ ແລະ ສະພາບທີ່ແທ້ຈິງຂອງພວກເຂົາ, ພວກເຂົາແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ດັ່ງນັ້ນ, ພຣະວິນຍານບໍລິສຸດບໍ່ໄດ້ຕັດສິນໃຈທີ່ຈະເສຍເຫື່ອແຮງກັບພວກເຂົາຫຼາຍ ແລະ ພຣະອົງບໍ່ໄດ້ໃຫ້ແສງສະຫວ່າງ ຫຼື ຊີ້ນໍາພວກເຂົາໃນທິດທາງໃດເລີຍ; ພຣະອົງພຽງແຕ່ອະນຸຍາດໃຫ້ພວກເຂົາຕິດຕາມ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 598](https://lo.kingdomsalvation.org/recital-destinations-and-outcomes-598.html) - ທຸກມື້ນີ້ ຜູ້ທີ່ສະແຫວງຫາ ແລະ ຜູ້ທີ່ບໍ່ສະແຫວງຫາ ແມ່ນກຸ່ມຄົນສອງປະເພດທີ່ແຕກຕ່າງກັນ ເຊິ່ງຈຸດໝາຍປາຍທາງຂອງພວກເຂົາກໍຍັງແຕກຕ່າງກັນອີກດ້ວຍ. ຜູ້ທີ່ສະແຫວງຫາຄວາມຮູ້ກ່ຽວກັບຄວາມຈິງ ແລະ ປະຕິບັດຄວາມຈິງ ແມ່ນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ. ຜູ້ທີ່ບໍ່ຮູ້ວິທີທາງທີ່ແທ້ຈິງ ແມ່ນຜີສາດ ແລະ ສັດຕູ; ພວກເຂົາເປັນເຊື້ອສາຍຂອງເທວະທູດ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ແມ່ນແຕ່ຜູ້ທີ່ເຊື່ອຢ່າງຕາຍໃຈໃນພຣະເຈົ້າເລື່ອນລອຍ, ພວກເຂົາບໍ່ແມ່ນພວກຜີສາດເຊັ່ນກັນບໍ? ຜູ້ຄົນທີ່ມີຈິດສຳນຶກດີແຕ່ບໍ່ຍອມຮັບວິທີທາງທີ່ແທ້ຈິງແມ່ນພວກຜີສາດ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານພຣະເຈົ້າ. ຜູ້ທີ່ບໍ່ຍອມຮັບວິທີທາງທີ່ແທ້ຈິງແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ເຖິງແມ່ນວ່າຄົນດັ່ງກ່າວຈະຜະເຊີນກັບຄວາມລໍາບາກນາໆປະການກໍຕາມ, ພວກເຂົາກໍຍັງຈະຖືກທໍາລາຍ. ຜູ້ທີ່ບໍ່ເຕັມໃຈທີ່ຈະປະຖິ້ມທາງໂລກ, ຜູ້ທີ່ບໍ່ສາມາດຮັບການພັດພາກຈາກພໍ່ແມ່ຂອງພວກເຂົາ ແລະ ຜູ້ທີ່ບໍ່ສາມາດຍອມກໍາຈັດຄວາມສຸກຂອງຕົນເອງຈາກຝ່າຍເນື້ອໜັງ ແມ່ນຜູ້ທີ່ກະບົດຕໍ່ພຣະເຈົ້າ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຜີສາດ; ແລະ ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກທໍາລາຍ. ຜູ້ທີ່ມີຄວາມເຊື່ອແຕ່ບໍ່ປະຕິບັດຄວາມຈິງ, ຜູ້ທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າຈະເປັນເປົ້າໝາຍຂອງການທໍາລາຍ. ຄົນທີ່ຈະຖືກອະນຸຍາດໃຫ້ຄົງຢູ່ ແມ່ນຄົນທີ່ໄດ້ຜ່ານການທົນທຸກຂອງການຫຼໍ່ຫຼອມ ແລະ ຢືນຢັດຢ່າງໝັ້ນຄົງ; ນີ້ແມ່ນຄົນທີ່ໄດ້ຜ່ານການທົດລອງຢ່າງແທ້ຈິງ. ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າຄືສັດຕູ; ນັ້ນກໍຄື ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ, ບໍ່ວ່າພວກເຂົາຈະຢູ່ພາຍໃນ ຫຼື ພາຍນອກກະແສນີ້ກໍຕາມຖືວ່າເປັນຜູ້ຕໍ່ຕ້ານພຣະຄຣິດ! ໃຜແມ່ນຊາຕານ, ໃຜແມ່ນຜີສາດ ແລະ ໃຜແມ່ນສັດຕູຂອງພຣະເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 597](https://lo.kingdomsalvation.org/recital-destinations-and-outcomes-597.html) - ກ່ອນມະນຸດເຂົ້າສູ່ການພັກເຊົາ, ການທີ່ຄົນແຕ່ລະປະເພດຖືກລົງໂທດ ຫຼື ໄດ້ຮັບລາງວັນ ແມ່ນຈະຖືກກໍານົດໂດຍອີງຕາມວ່າ ພວກເຂົາສະແຫວງຫາຄວາມຈິງ, ວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ວ່າພວກເຂົາຈະສາມາດເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ບໍ່. ຜູ້ທີ່ໄດ້ຮັບໃຊ້ແກ່ພຣະເຈົ້າທີ່ເບິ່ງເຫັນໄດ້ ແຕ່ຍັງບໍ່ຮູ້ ຫຼື ບໍ່ເຊື່ອຟັງພຣະອົງແມ່ນບໍ່ມີຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຄົນຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍກໍຄືເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ; ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກລົງໂທດອີງຕາມການກະທໍາຊົ່ວຂອງພວກເຂົາ. ພຣະເຈົ້າແມ່ນເພື່ອໃຫ້ຜູ້ຄົນເຊື່ອ ແລະ ພຣະອົງສົມຄວນໄດ້ຮັບການອ່ອນນ້ອມຂອງມະນຸດເຊັ່ນກັນ. ຜູ້ທີ່ພຽງແຕ່ເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ເບິ່ງບໍ່ເຫັນແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ສາມາດເຊື່ອຟັງພຣະເຈົ້າ. ຖ້າຄົນເຫຼົ່ານີ້ຍັງບໍ່ສາມາດຈັດການໃນການເຊື່ອພຣະເຈົ້າທີ່ເບິ່ງເຫັນໄດ້ ໃນເວລາທີ່ພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າສິ້ນສຸດລົງ ແລະ ຍັງສືບຕໍ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າທີ່ເຫັນໄດ້ໃນເນື້ອໜັງ, ແລ້ວ “ຜູ້ເຊື່ອເລື່ອນລອຍ” ເຫຼົ່ານີ້ຈະກາຍເປັນເປົ້າໝາຍຂອງການທໍາລາຍຢ່າງບໍ່ຕ້ອງສົງໄສ. ມັນເປັນຄືກັບບາງຄົນທ່າມກາງພວກເຈົ້າ ເຊິ່ງກໍຄືທຸກຄົນທີ່ຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍຄໍາເວົ້າ ແຕ່ບໍ່ສາມາດປະຕິບັດຄວາມຈິງໃນການເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ໃນທີ່ສຸດ ກໍຈະຖືກປະຖິ້ມ ແລະ ທໍາລາຍ. ຍິ່ງໄປກວ່ານັ້ນ ທຸກຄົນທີ່ຮັບຮູ້ພຣະເຈົ້າທີ່ເບິ່ງເຫັນໄດ້ດ້ວຍຄໍາເວົ້າ ແລະ ກິນ ແລະ ດື່ມຄວາມຈິງທີ່ສະແດງອອກໂດຍພຣະອົງ ແຕ່ຍັງສະແຫວງຫາພຣະເຈົ້າທີ່ເລື່ອນລອຍ ເຊິ່ງຍິ່ງໄປກວ່ານັ້ນ ກໍຍິ່ງຈະເປັນເປົ້າໝາຍທີ່ຕ້ອງຖືກທຳລາຍຢ່າງແນ່ນອນ. ບໍ່ມີຜູ້ໃດໃນຜູ້ຄົນເຫຼົ່ານີ້ ທີ່ຈະສາມາດຄົງຢູ່ຈົນຮອດເວລາແຫ່ງການພັກເຊົາທີ່ຈະມາເຖິງຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ສິ້ນສຸດລົງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 596](https://lo.kingdomsalvation.org/recital-destinations-and-outcomes-596.html) - ຜູ້ຄົນໃນທຸກມື້ນີ້ຍັງບໍ່ສາມາດປ່ອຍວາງສິ່ງຕ່າງໆທາງຝ່າຍເນື້ອໜັງ; ພວກເຂົາບໍ່ສາມາດປະຖິ້ມຄວາມສຸກຂອງເນື້ອໜັງ, ທາງໂລກ, ເງິນ ຫຼື ອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ຜູ້ຄົນສ່ວນຫຼາຍແມ່ນສະແຫວງຫາພໍເປັນພິທີ. ທີ່ຈິງແລ້ວ, ຜູ້ຄົນເຫຼົ່ານີ້ບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາເລີຍ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ຢ້ານພຣະເຈົ້າ. ພວກເຂົາບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາ ແລະ ດັ່ງນັ້ນ ພວກເຂົາບໍ່ສາມາດເຂົ້າໃຈທຸກຢ່າງທີ່ພຣະເຈົ້າກະທຳ ແລະ ແຮງໄກທີ່ພວກເຂົາຈະສາມາດເຊື່ອໃນພຣະທໍາທີ່ພຣະອົງກ່າວ. ຜູ້ຄົນດັ່ງກ່າວແມ່ນຍຶດຕິດກັບເນື້ອໜັງຫຼາຍເກີນໄປ; ພວກເຂົາເສື່ອມຊາມຢ່າງໜັກ ແລະ ຂາດຄວາມຈິງທຸກປະການ. ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຈະສາມາດກາຍເປັນເນື້ອໜັງ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນເນື້ອໜັງຂອງພຣະເຈົ້າ ເຊິ່ງນັ້ນກໍຄື ໃຜກໍຕາມທີ່ບໍ່ເຊື່ອໃນພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ພາລະກິດ ແລະ ພຣະທໍາຂອງພຣະອົງ, ແຕ່ກົງກັນຂ້າມ ບູຊາພຣະເຈົ້າທີ່ເບິ່ງບໍ່ເຫັນໃນສະຫວັນ ແມ່ນບຸກຄົນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ຄົນດັ່ງກ່າວເປັນຄົນກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາບໍ່ມີຄວາມເປັນມະນຸດ ແລະ ບໍ່ມີເຫດຜົນ, ແຮງໄກທີ່ຈະມີຄວາມຈິງ. ຍິ່ງໄປກວ່ານັ້ນ ສໍາລັບຜູ້ຄົນເຫຼົ່ານີ້, ພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ຈັບຕ້ອງໄດ້ແມ່ນຍິ່ງບໍ່ສາມາດເຊື່ອ, ແຕ່ພວກເຂົາຄິດວ່າພຣະເຈົ້າທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ແມ່ນໜ້າເຊື່ອຖືທີ່ສຸດ ແລະ ໜ້າຍິນດີທີ່ສຸດ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຄວາມຈິງແທ້ ແລະ ມັນບໍ່ແມ່ນແກ່ນແທ້ຂອງຊີວິດ; ແຮງໄກທີ່ຈະແມ່ນເຈດຕະນາຂອງພຣະເຈົ້າ. ກົງກັນຂ້າມ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 595](https://lo.kingdomsalvation.org/recital-destinations-and-outcomes-595.html) - ການໃກ້ເຖິງຈຸດສິ້ນສຸດຂອງທຸກສັບພະສິ່ງຊີ້ໃຫ້ເຫັນເຖິງການສິ້ນສຸດພາລະກິດຂອງພຣະເຈົ້າ ແລະ ພ້ອມທັງຊີ້ໃຫ້ເຫັນເຖິງການສິ້ນສຸດຂອງການພັດທະນາຂອງມະນຸດ. ນີ້ໝາຍຄວາມວ່າມະນຸດທີ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານຈະເຖິງຂັ້ນຕອນສຸດທ້າຍຂອງການພັດທະນາຂອງພວກເຂົາ ແລະ ເຊື້ອສາຍຂອງອາດາມ ແລະ ເອວາກໍຈະໄດ້ສິ້ນສຸດການແຜ່ພັນຂອງພວກເຂົາ. ມັນຍັງໝາຍຄວາມວ່າ ມັນເປັນໄປບໍ່ໄດ້ສໍາລັບມະນຸດດັ່ງກ່າວ ທີ່ເສື່ອມຊາມຍ້ອນຊາຕານຈະສືບຕໍ່ພັດທະນາ. ອາດາມ ແລະ ເອວາ ໃນຕອນເລີ່ມຕົ້ນບໍ່ໄດ້ຖືກເຮັດໃຫ້ເສື່ອມຊາມ ແຕ່ອາດາມ ແລະ ເອວາ ທີ່ຖືກຂັບໄລ່ອອກຈາກສວນເອເດນໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ເມື່ອພຣະເຈົ້າ ແລະ ມະນຸດເຂົ້າສູ່ການພັກເຊົາຮ່ວມກັນ, ອາດາມ ແລະ ເອວາທີ່ຖືກຂັບໄລ່ອອກຈາກສວນເອເດນ ແລະ ເຊື້ອສາຍຂອງພວກເຂົາກໍຈະໄປສູ່ຈຸດຈົບໃນທີ່ສຸດ. ມະນຸດຊາດໃນອະນາຄົດຈະຍັງມີເຊື້ອສາຍຂອງອາດາມ ແລະ ເອວາ ແຕ່ພວກເຂົາຈະບໍ່ເປັນຄົນທີ່ຢູ່ພາຍໃຕ້ອິດທິພົນຂອງຊາຕານ. ກົງກັນຂ້າມ, ພວກເຂົາຈະເປັນຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຖືກຊໍາລະລ້າງໃຫ້ບໍລິສຸດ. ພວກເຂົາເຫຼົ່ານີ້ຈະເປັນມະນຸດທີ່ຖືກພິພາກສາ ແລະ ຖືກຂ້ຽນຕີແລ້ວ ແລະ ເປັນຄົນທີ່ບໍລິສຸດ. ຜູ້ຄົນເຫຼົ່ານີ້ຈະບໍ່ຄືກັນກັບເຊື້ອຊາດຂອງມະນຸດໃນຕອນທຳອິດ; ເກືອບສາມາດເວົ້າໄດ້ວ່າພວກເຂົາເປັນບຸກຄົນທີ່ແຕກຕ່າງຢ່າງສິ້ນເຊີງຈາກອາດາມ ແລະ ເອວາໃນເບື້ອງຕົ້ນ. ຜູ້ຄົນເຫຼົ່ານີ້ຈະໄດ້ຮັບການຄັດເລືອກຈາກຈຳນວນຄົນທັງໝົດທີ່ເສື່ອມຊາມຍ້ອນຊາຕານ ແລະ ພວກເຂົາຈະເປັນຄົນທີ່ຢືນຢູ່ຢ່າງໝັ້ນຄົງໃນໄລຍະການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ; ພວກເຂົາຈະເປັນກຸ່ມທີ່ລອດເຫຼືອຈາກກຸ່ມຄົນທີ່ເສື່ອມຊາມ. ມີພຽງແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ຈະສາມາດເຂົ້າສູ່ການພັກເຊົາຮ່ວມກັບພຣະເຈົ້າໄດ້. ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 594](https://lo.kingdomsalvation.org/recital-destinations-and-outcomes-594.html) - ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນການພັກເຊົາ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ. ພຣະອົງພຽງແຕ່ເລີ່ມພາລະກິດການຄຸ້ມຄອງຂອງພຣະອົງ ຫຼັງຈາກທີ່ເກີດມີມະນຸດ ແລະ ຫຼັງຈາກມະນຸດໄດ້ເສື່ອມຊາມ; ນັບແຕ່ນັ້ນມາ ພຣະອົງກໍບໍ່ໄດ້ຢຸດພັກເຊົາອີກເລີຍ ແຕ່ກົງກັນຂ້າມ ພຣະອົງແມ່ນເລີ່ມຫຍຸ້ງກັບການປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ເປັນຍ້ອນຄວາມເສື່ອມຊາມຂອງມະນຸດທີ່ເຮັດໃຫ້ພຣະເຈົ້າບໍ່ມີການພັກເຊົາ ແລະ ຍັງເປັນຍ້ອນການທໍລະຍົດຂອງອັກຄະທູດສະຫວັນອີກດ້ວຍ. ຖ້າພຣະເຈົ້າບໍ່ເອົາຊະນະຊາຕານ ແລະ ຊ່ວຍມະນຸດຊາດທີ່ເສື່ອມຊາມໃຫ້ລອດພົ້ນ, ພຣະອົງກໍຈະບໍ່ສາມາດເຂົ້າສູ່ການພັກເຊົາໄດ້ອີກ. ໃນເມື່ອມະນຸດຂາດການພັກເຊົາ, ພຣະເຈົ້າກໍຈະບໍ່ມີການພັກເຊົາເຊັ່ນກັນ ແລະ ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາອີກຄັ້ງ, ມະນຸດກໍຈະເຂົ້າສູ່ບ່ອນພັກເຊົາເຊັ່ນກັນ. ການໃຊ້ຊີວິດຢູ່ໃນການພັກເຊົາໝາຍຄວາມວ່າເປັນຊີວິດທີ່ບໍ່ມີສົງຄາມ, ບໍ່ມີຄວາມເປິເປື້ອນ ແລະ ບໍ່ມີຄວາມບໍ່ຊອບທໍາຢ່າງຝັງແໜ້ນ. ນີ້ໝາຍຄວາມວ່າ ມັນເປັນຊີວິດທີ່ປາສະຈາກການລົບກວນຂອງຊາຕານ (ໃນນີ້ “ຊາຕານ” ໝາຍເຖິງກອງກໍາລັງສັດຕູ) ແລະ ປາສະຈາກຄວາມເສື່ອມຊາມຂອງຊາຕານ ແລະ ມີຄວາມສ່ຽງຕໍ່ການຮຸກຮານຂອງກອງກໍາລັງໃດໆທີ່ຕໍ່ຕ້ານພຣະເຈົ້າ; ເຊິ່ງມັນເປັນຊີວິດທີ່ທຸກສິ່ງປະຕິບັດຕາມປະເພດຂອງຕົນເອງ ແລະ ສາມາດນະມັດສະການພຣະຜູ້ເປັນເຈົ້າແຫ່ງການສ້າງ; ເຊິ່ງສະຫວັນ ແລະ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມສະຫງົບ. ນີ້ຄືສິ່ງທີ່ໝາຍເຖິງຄໍາເວົ້າທີ່ວ່າ “ຊີວິດແຫ່ງການພັກເຊົາຂອງມະນຸດເອງ”. ເມື່ອພຣະເຈົ້າພັກເຊົາ ຄວາມບໍ່ຊອບທໍາກໍ່ຈະບໍ່ມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ ແລະ ຈະບໍ່ມີການຮຸກຮານຈາກກອງກໍາລັງໃດໆຂອງສັດຕູອີກ ແລະ ມະນຸດຊາດກໍຈະໄດ້ເຂົ້າສູ່ໂລກໃໝ່, ມະນຸດຊາດຈະບໍ່ຖືກຊາຕານເຮັດໃຫ້ເສື່ອມຊາມອີກຕໍ່ໄປ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 390](https://lo.kingdomsalvation.org/recital-entry-into-life-390.html) - ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ພວກເຂົາຕ້ອງກະທຳແນວໃດແທ້ໆເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ເຖິງແມ່ນວ່າຜູ້ຄົນຮູ້ຈັກຄໍາວ່າ “ພຣະເຈົ້າ” ແລະ ວະລີ ເຊັ່ນ: “ພາລະກິດຂອງພຣະເຈົ້າ” ພວກເຂົາກໍບໍ່ຮູ້ຈັກພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮູ້ຈັກພາລະກິດຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍທີ່ທຸກຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າພາກັນສັບສົນໃນຄວາມເຊື່ອຂອງພວກເຂົາກ່ຽວກັບພຣະເຈົ້າ. ຜູ້ຄົນບໍ່ຈິງຈັງກັບຄວາມເຊື່ອໃນພຣະເຈົ້າ ແລະ ທັງໝົດນີ້ກໍຍ້ອນວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍເກີນໄປ ແລະ ແປກປະຫຼາດເກີນໄປສໍາລັບພວກເຂົາ. ໃນລັກສະນະນີ້ ພວກເຂົາຫ່າງໄກຫຼາຍທີ່ຈະບັນລຸຂໍ້ກຳນົດຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ ແລ້ວພວກເຂົາກໍບໍ່ເໝາະສົມທີ່ຈະໃຫ້ພຣະເຈົ້າໃຊ້ ແລະ ແຮງໄກທີ່ພວກເຂົາຈະສາມາດບັນລຸຕາມເຈດຕະນາຂອງພຣະອົງໄດ້. “ຄວາມເຊື່ອໃນພຣະເຈົ້າ” ໝາຍເຖິງການເຊື່ອວ່າມີພຣະເຈົ້າ; ນີ້ແມ່ນຄວາມຄິດກ່ຽວກັບການເຊື່ອພຣະເຈົ້າແບບທໍາມະດາທີ່ສຸດ. ເພື່ອກ້າວໄປອີກຂັ້ນໜຶ່ງ, ການເຊື່ອວ່າມີພຣະເຈົ້າບໍ່ຄືກັບການເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ກົງກັນຂ້າມ ມັນເປັນຄວາມເຊື່ອແບບທໍາມະດາທີ່ເໜັ້ນໜັກໃສ່ທາງດ້ານສາສະໜາ. ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໝາຍເຖິງສິ່ງດັ່ງຕໍ່ໄປນີ້: ບົນພື້ນຖານຂອງຄວາມເຊື່ອທີ່ວ່າພຣະເຈົ້າປົກຄອງສັບພະສິ່ງທັງປວງ, ຄົນໃດໜຶ່ງຕ້ອງປະສົບກັບພຣະທໍາຂອງພຣະອົງ ແລະ ພາລະກິດຂອງພຣະອົງ, ແລະ ດ້ວຍເຫດນີ້ຈຶ່ງປະຖິ້ມອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຕົນເອງ, ຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ມາຮູ້ຈັກພຣະເຈົ້າ. ມີພຽງແຕ່ການເດີນທາງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ “ຄວາມເຊື່ອໃນພຣະເຈົ້າ”. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນມັກຈະເຫັນຄວາມເຊື່ອໃນພຣະເຈົ້າເປັນເລື່ອງທໍາມະດາ ແລະ ບໍ່ສໍາຄັນຫຼາຍ. ເມື່ອຜູ້ຄົນເຊື່ອໃນພຣະເຈົ້າໃນລັກສະນະນີ້,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 281](https://lo.kingdomsalvation.org/recital-exposing-religious-notions-281.html) - ພຣະເຈົ້າ ແລະ ມະນຸດບໍ່ສາມາດເວົ້າເຖິງໃນຮູບແບບເທົ່າທຽມກັນໄດ້. ແກ່ນແທ້ຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ທີ່ສຸດ ແລະ ຍາກທີ່ມະນຸດຈະເຂົ້າໃຈ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທໍາທ່າມກາງມະນຸດຊາດດ້ວຍຕົວພຣະອົງເອງ, ແລ້ວບໍ່ວ່າແນວໃດກໍຕາມ ມະນຸດກໍຈະບໍ່ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້. ສະນັ້ນ ແມ່ນແຕ່ຜູ້ທີ່ອຸທິດຊີວິດທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະອົງໄດ້. ຖ້າພຣະເຈົ້າບໍ່ເລີ່ມປະຕິບັດພາລະກິດ, ແລ້ວບໍ່ວ່າມະນຸດຈະເຮັດດີປານໃດກໍຕາມ ມັນກໍຈະບໍ່ເກີດຜົນປະໂຫຍດຫຍັງເລີຍ, ເພາະວ່າ ແນວຄວາມຄິດຂອງພຣະເຈົ້າຈະສູງສົ່ງກວ່າແນວຄວາມຄິດຂອງມະນຸດສະເໝີ ແລະ ສະຕິປັນຍາຂອງພຣະເຈົ້າກໍເປັນສິ່ງທີ່ບຸກຄົນໃດກໍບໍ່ສາມາດຢັ່ງເຖິງໄດ້. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ “ເຂົ້າໃຈຢ່າງເຕັມປ່ຽມ” ໃນພຣະເຈົ້າ ແລະ ພາລະກິດຂອງພຣະອົງແມ່ນພວກບໍ່ມີຄວາມສາມາດ; ພວກເຂົາທຸກຄົນອວດດີ ແລະ ບໍ່ມີຄວາມຮູ້ຫຍັງ. ມະນຸດບໍ່ຄວນນິຍາມພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດນິຍາມພາລະກິດຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ ມະນຸດແມ່ນນ້ອຍກວ່າໂຕມົດ, ສະນັ້ນ ມະນຸດຈະສາມາດເຂົ້າໃຈພາລະກິດຂອງພຣະເຈົ້າໄດ້ແນວໃດ? ຜູ້ທີ່ມັກເວົ້າວ່າ: “ພຣະເຈົ້າບໍ່ໄດ້ເຮັດແບບນີ້ ຫຼື ແບບນັ້ນ” ຫຼື “ພຣະເຈົ້າເປັນແບບນີ້ ຫຼື ແບບນັ້ນ” ພວກເຂົາເຫຼົ່ານີ້ບໍ່ເວົ້າຢ່າງໂອຫັງບໍ? ພວກເຮົາທຸກຄົນຄວນຮູ້ວ່າ ມະນຸດທີ່ເປັນຂອງເນື້ອໜັງແມ່ນລ້ວນແຕ່ຖືກເສື່ອມຊາມໂດຍຊາຕານ. ທໍາມະຊາດແທ້ຂອງມະນຸດຊາດແມ່ນການຕໍ່ຕ້ານພຣະເຈົ້າ. ມະນຸດຊາດບໍ່ສາມາດຢູ່ໃນລະດັບເທົ່າທຽມກັບພຣະເຈົ້າ, ແຮງໄກທີ່ມະນຸດຊາດຈະຫວັງສາມາດແນະນໍາພາລະກິດຂອງພຣະເຈົ້າໄດ້. ແຕ່ສຳລັບວິທີທີ່ພຣະເຈົ້ານໍາພາມະນຸດ, ນີ້ແມ່ນພາລະກິດຂອງພຣະເຈົ້າເອງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 25](https://lo.kingdomsalvation.org/recital-the-three-stages-of-work-025.html) - ຖ້າຜູ້ຄົນຍັງຢຸດຢູ່ໃນຍຸກພຣະຄຸນ ພວກເຂົາຈະບໍ່ມີວັນຫຼຸດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຈັກເທື່ອ, ແຮງໄກທີ່ຈະຮູ້ຈັກອຸປະນິໄສໂດຍກໍາເນີດຂອງພຣະເຈົ້າ. ຖ້າຜູ້ຄົນດຳລົງຊີວິດໃນທ່າມກາງຄວາມອຸດົມສົມບູນຂອງຄວາມກະລຸນາຢູ່ສະເໝີ ແຕ່ບໍ່ມີວິທີຊີວິດທີ່ເຮັດໃຫ້ພວກເຂົາຮູ້ຈັກພຣະເຈົ້າ ຫຼື ເປັນທີ່ພໍໃຈຂອງພຣະເຈົ້າ, ແລ້ວພວກເຂົາກໍຈະບໍ່ໄດ້ຮັບພຣະອົງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະອົງຈັກເທື່ອ. ຄວາມເຊື່ອປະເພດນີ້ຊ່າງໜ້າສົງສານແທ້ໆ. ເມື່ອເຈົ້າໄດ້ອ່ານປື້ມເຫຼັ້ມນີ້ສໍາເລັດແລ້ວ, ເມື່ອເຈົ້າໄດ້ປະສົບກັບແຕ່ລະບາດກ້າວຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກແຫ່ງອານາຈັກນີ້ແລ້ວ, ເຈົ້າຈະຮູ້ສຶກວ່າ ຄວາມປາຖະໜາທີ່ເຈົ້າມີເປັນເວລາຫຼາຍປີນັ້ນຈະກາຍເປັນຈິງໃນທີ່ສຸດ. ເຈົ້າຈະຮູ້ສຶກວ່າ ມີແຕ່ຕອນນີ້ເທົ່ານັ້ນທີ່ເຈົ້າຈະໄດ້ເຫັນພຣະເຈົ້າເຊິ່ງໜ້າຢ່າງແທ້ຈິງ; ມີແຕ່ຕອນນີ້ເທົ່ານັ້ນທີ່ເຈົ້າຈະໄດ້ແນມເບິ່ງໃບໜ້າຂອງພຣະເຈົ້າ, ໄດ້ຍິນພຣະຄໍາທີ່ກ່າວໂດຍຕົວພຣະອົງເອງ, ເຫັນຄຸນຄ່າສະຕິປັນຍາໃນການປະຕິບັດພາລະກິດຂອງພຣະອົງ ແລະ ຮູ້ສຶກຢ່າງແທ້ຈິງວ່າ ພຣະອົງເປັນຈິງ ແລະ ມີລິດທານຸພາບສູງສຸດພຽງໃດ. ເຈົ້າຈະຮູ້ສຶກວ່າ ເຈົ້າໄດ້ຮັບຫຼາຍສິ່ງທີ່ຜູ້ຄົນໃນອະດີດຜ່ານມາບໍ່ເຄີຍເຫັນ ຫຼື ເຄີຍມີ. ໃນເວລານີ້ ເຈົ້າຈະຮູ້ຢ່າງແຈ່ມແຈ້ງວ່າ ການເຊື່ອໃນພຣະເຈົ້າແມ່ນຫຍັງ ແລະ ການປະຕິບັດຕາມເຈດຕະນາຂອງພຣະເຈົ້າແມ່ນຫຍັງ. ແນ່ນອນ ຖ້າເຈົ້າຍຶດຕິດກັບມຸມມອງໃນອະດີດ ແລະ ບໍ່ຍອມຮັບ ຫຼື ປະຕິເສດຄວາມຈິງຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ, ແລ້ວເຈົ້າກໍຈະຍັງເຫຼືອແຕ່ມືເປົ່າ, ບໍ່ໄດ້ຮັບຫຍັງເລີຍ ແລະ ໃນທີ່ສຸດ ເຈົ້າກໍຈະຖືກຕັດສິນວ່າຜິດໃນການຕໍ່ຕ້ານພຣະເຈົ້າ. ຜູ້ທີ່ສາມາດອ່ອນນ້ອມຕໍ່ຄວາມຈິງ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າກໍຈະໄດ້ຮັບການຢືນຢັນພາຍໃຕ້ນາມຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງທີສອງ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ. ພວກເຂົາຈະສາມາດໄດ້ຮັບການນຳພາໂດຍຕົວພຣະເຈົ້າເອງ, ຈະໄດ້ຮັບຄວາມຈິງຫຼາຍຂຶ້ນ ແລະ ສູງສົ່ງຫຼາຍຍິ່ງຂຶ້ນ ພ້ອມທັງໄດ້ຮັບຊີວິດທີ່ແທ້ຈິງ. ພວກເຂົາຈະເຫັນນິມິດທີ່ຜູ້ຄົນໃນອະດີດບໍ່ເຄີຍເຫັນມາກ່ອນ: “ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 216](https://lo.kingdomsalvation.org/recital-knowing-God-s-work-216.html) - ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເລີ່ມຕົ້ນຈາກການສ້າງໂລກ ແລະ ມະນຸດກໍຄືຈຸດສູນກາງຂອງພາລະກິດນີ້. ມັນສາມາດເວົ້າໄດ້ວ່າ ການທີ່ພຣະເຈົ້າສ້າງສັບພະທຸກສິ່ງນັ້ນແມ່ນເພື່ອມະນຸດ. ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງກວມເວລາຫຼາຍພັນປີ ແລະ ບໍ່ໄດ້ຖືກເຮັດໃຫ້ສຳເລັດໃນພຽງສ້ຽວນາທີ ຫຼື ວິນາທີ ຫຼື ພຽງພັບຕາ ຫຼື ພາຍໃນປີ ຫຼື ສອງປີເທົ່ານັ້ນ, ພຣະອົງຈຳເປັນຕ້ອງໄດ້ສ້າງສິ່ງຕ່າງໆຫຼາຍຂຶ້ນທີ່ຈໍາເປັນສຳລັບຄວາມຢູ່ລອດຂອງມະນຸດ, ເຊັ່ນ: ດວງຕາເວັນ, ດວງເດືອນ, ສິ່ງມີຊີວິດທຸກຊະນິດ, ອາຫານ ແລະ ສະພາບແວດລ້ອມທີ່ເປັນມິດ. ນີ້ຄືການເລີ່ມຕົ້ນ ແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຫຼັງຈາກນັ້ນ ພຣະເຈົ້າໄດ້ມອບມະນຸດຊາດໃຫ້ກັບຊາຕານ, ມະນຸດໃຊ້ຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ເຊິ່ງພາໄປສູ່ພາລະກິດແຫ່ງຍຸກທໍາອິດຂອງພຣະເຈົ້າເທື່ອລະໜ້ອຍ: ເລື່ອງລາວຂອງຍຸກແຫ່ງພຣະບັນຍັດ... ເປັນເວລາຫຼາຍກວ່າສອງສາມພັນປີໃນລະຫວ່າງຍຸກແຫ່ງພຣະບັນຍັດນັ້ນ, ມະນຸດຊາດລຶ້ງເຄີຍກັບການນໍາພາຂອງຍຸກແຫ່ງພຣະບັນຍັດ ແລະ ຖືມັນເປັນເລື່ອງທຳມະດາ. ມະນຸດໄດ້ອອກຈາກການເບິ່ງແຍງດູແລຂອງພຣະເຈົ້າເທື່ອລະໜ້ອຍ. ແລ້ວດ້ວຍເຫດນັ້ນ ໃນຂະນະທີ່ປະຕິບັດຕາມພຣະບັນຍັດ ພວກເຂົາຍັງນະມັດສະການຮູບປັ້ນບູຊາ ແລະ ປະຕິບັດການກະທຳທີ່ຊົ່ວຮ້າຍ. ພວກເຂົາປາສະຈາກການປົກປ້ອງຂອງພຣະເຢໂຮວາ ແລະ ພຽງແຕ່ໃຊ້ຊີວິດຂອງພວກເຂົາຕໍ່ໜ້າແທ່ນບູຊາໃນພຣະວິຫານເທົ່ານັ້ນ. ໃນຄວາມຈິງແລ້ວ ພາລະກິດຂອງພຣະເຈົ້າແມ່ນໄດ້ອອກຈາກພວກເຂົາແຕ່ດົນນານແລ້ວ ແລະ ເຖິງແມ່ນວ່າຊາວອິດສະຣາເອນຍັງຕິດຢູ່ກັບພຣະບັນຍັດ ແລະ ກ່າວເຖິງນາມຂອງພຣະເຢໂຮວາ ແລະ ເຖິງກັບເຊື່ອຢ່າງພາກພູມໃຈວ່າ ມີແຕ່ພວກເຂົາເທົ່ານັ້ນທີ່ເປັນປະຊາຊົນຂອງພຣະເຢໂຮວາ ແລະ ເປັນຄົນທີ່ຖືກເລືອກຂອງພຣະເຢໂຮວາ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 110](https://lo.kingdomsalvation.org/recital-the-incarnation-110.html) - ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຖ້ອຍຄຳຂອງພຣະເຈົ້າ. ຍ້ອນພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະນຳເອົາພາລະກິດທີ່ພຣະອົງຕັ້ງໃຈຈະເຮັດມາ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການກຳນົດວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆຫຼາຍຢ່າງ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ ແລະ ດ້ວຍເຫດນີ້ຈຶ່ງເບິ່ງຂ້າມແກ່ນແທ້ຂອງພຣະອົງ, ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້. ລັກສະນະພາຍນອກບໍ່ໄດ້ບົ່ງບອກເຖິງແກ່ນແທ້, ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະເຈົ້າບໍ່ມີທາງສອດຄ່ອງກັບແນວຄວາມຄິດຂອງມະນຸດໄດ້. ລັກສະນະພາຍນອກຂອງພຣະເຢຊູບໍ່ໄດ້ກົງກັນຂ້າມກັບແນວຄິດຂອງມະນຸດບໍ? ບໍ່ແມ່ນໃບໜ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 74](https://lo.kingdomsalvation.org/recital-God-s-appearance-and-work-074.html) - ພຣະເຈົ້າ ແລະ ມະນຸດບໍ່ສາມາດເວົ້າເຖິງໃນຮູບແບບເທົ່າທຽມກັນໄດ້. ແກ່ນແທ້ຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ທີ່ສຸດ ແລະ ຍາກທີ່ມະນຸດຈະເຂົ້າໃຈ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທໍາທ່າມກາງມະນຸດຊາດດ້ວຍຕົວພຣະອົງເອງ, ແລ້ວບໍ່ວ່າແນວໃດກໍຕາມ ມະນຸດກໍຈະບໍ່ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້. ສະນັ້ນ ແມ່ນແຕ່ຜູ້ທີ່ອຸທິດຊີວິດທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະອົງໄດ້. ຖ້າພຣະເຈົ້າບໍ່ເລີ່ມປະຕິບັດພາລະກິດ, ແລ້ວບໍ່ວ່າມະນຸດຈະເຮັດດີປານໃດກໍຕາມ ມັນກໍຈະບໍ່ເກີດຜົນປະໂຫຍດຫຍັງເລີຍ, ເພາະວ່າ ແນວຄວາມຄິດຂອງພຣະເຈົ້າຈະສູງສົ່ງກວ່າແນວຄວາມຄິດຂອງມະນຸດສະເໝີ ແລະ ສະຕິປັນຍາຂອງພຣະເຈົ້າກໍເປັນສິ່ງທີ່ບຸກຄົນໃດກໍບໍ່ສາມາດຢັ່ງເຖິງໄດ້. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ “ເຂົ້າໃຈຢ່າງເຕັມປ່ຽມ” ໃນພຣະເຈົ້າ ແລະ ພາລະກິດຂອງພຣະອົງແມ່ນພວກບໍ່ມີຄວາມສາມາດ; ພວກເຂົາທຸກຄົນອວດດີ ແລະ ບໍ່ມີຄວາມຮູ້ຫຍັງ. ມະນຸດບໍ່ຄວນນິຍາມພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດນິຍາມພາລະກິດຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ ມະນຸດແມ່ນນ້ອຍກວ່າໂຕມົດ, ສະນັ້ນ ມະນຸດຈະສາມາດເຂົ້າໃຈພາລະກິດຂອງພຣະເຈົ້າໄດ້ແນວໃດ? ຜູ້ທີ່ມັກເວົ້າວ່າ: “ພຣະເຈົ້າບໍ່ໄດ້ເຮັດແບບນີ້ ຫຼື ແບບນັ້ນ” ຫຼື “ພຣະເຈົ້າເປັນແບບນີ້ ຫຼື ແບບນັ້ນ” ພວກເຂົາເຫຼົ່ານີ້ບໍ່ເວົ້າຢ່າງໂອຫັງບໍ? ພວກເຮົາທຸກຄົນຄວນຮູ້ວ່າ ມະນຸດທີ່ເປັນຂອງເນື້ອໜັງແມ່ນລ້ວນແຕ່ຖືກເສື່ອມຊາມໂດຍຊາຕານ. ທໍາມະຊາດແທ້ຂອງມະນຸດຊາດແມ່ນການຕໍ່ຕ້ານພຣະເຈົ້າ. ມະນຸດຊາດບໍ່ສາມາດຢູ່ໃນລະດັບເທົ່າທຽມກັບພຣະເຈົ້າ, ແຮງໄກທີ່ມະນຸດຊາດຈະຫວັງສາມາດແນະນໍາພາລະກິດຂອງພຣະເຈົ້າໄດ້. ແຕ່ສຳລັບວິທີທີ່ພຣະເຈົ້ານໍາພາມະນຸດ, ນີ້ແມ່ນພາລະກິດຂອງພຣະເຈົ້າເອງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 24](https://lo.kingdomsalvation.org/recital-the-three-stages-of-work-024.html) - ຫຼັງຈາກພາລະກິດຂອງພຣະເຢໂຮວາ, ພຣະເຢຊູໄດ້ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ພາລະກິດຂອງພຣະອົງບໍ່ໄດ້ດໍາເນີນການຢ່າງໂດດດ່ຽວ ແຕ່ຖືກສ້າງຂຶ້ນບົນພາລະກິດຂອງພຣະເຢໂຮວາ. ມັນຄືພາລະກິດສໍາລັບຍຸກໃໝ່ທີ່ພຣະເຈົ້າໄດ້ປະຕິບັດ ຫຼັງຈາກທີ່ພຣະອົງໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ. ເຊັ່ນດຽວກັນ ຫຼັງຈາກພາລະກິດຂອງພຣະເຢໂຮວາສິ້ນສຸດລົງ, ພຣະເຈົ້າກໍສືບຕໍ່ພາລະກິດຂອງພຣະອົງສຳລັບຍຸກຕໍ່ໄປ ຍ້ອນວ່າການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນກ້າວໄປທາງໜ້າຢູ່ເລື້ອຍໆ. ເມື່ອຍຸກເກົ່າຜ່ານໄປ ມັນກໍຈະຖືກແທນທີ່ໂດຍຍຸກໃໝ່ ແລະ ຫຼັງຈາກທີ່ພາລະກິດເກົ່າໄດ້ສໍາເລັດລົງ ກໍຈະມີພາລະກິດໃໝ່ເພື່ອສືບຕໍ່ການຄຸ້ມຄອງຂອງພຣະເຈົ້າ. ການບັງເກີດເປັນມະນຸດໃນຄັ້ງນີ້ແມ່ນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ຫຼັງຈາກພາລະກິດຂອງພຣະເຢຊູ. ແນ່ນອນ ການບັງເກີດເປັນມະນຸດໃນຄັ້ງນີ້ບໍ່ໄດ້ເກີດຂຶ້ນດ້ວຍຕົນເອງ; ມັນເປັນຂັ້ນຕອນທີສາມຂອງພາລະກິດຫຼັງຈາກຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ແຕ່ລະຄັ້ງທີ່ພຣະເຈົ້າເລີ່ມຕົ້ນຂັ້ນຕອນໃໝ່ຂອງພາລະກິດ, ມັນກໍຕ້ອງມີການເລີ່ມຕົ້ນໃໝ່ ແລະ ມັນຕ້ອງນໍາຍຸກໃໝ່ມາຢູ່ສະເໝີ. ພ້ອມນີ້ ກໍຈະມີການປ່ຽນແປງທີ່ກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ, ປ່ຽນແປງ ລັກສະນະແຫ່ງການປະຕິບັດພາລະກິດຂອງພຣະອົງ, ສະຖານທີ່ຂອງພາລະກິດຂອງພຣະອົງ ແລະ ນາມຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍ ທີ່ມັນຫຍຸ້ງຍາກສຳລັບມະນຸດທີ່ຈະຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍຸກໃໝ່. ແຕ່ເຖິງແມ່ນວ່າພຣະອົງຈະຖືກມະນຸດຕໍ່ຕ້ານແນວໃດກໍຕາມ, ພຣະເຈົ້າກໍປະຕິບັດພາລະກິດຂອງພຣະອົງຢູ່ສະເໝີ ແລະ ນໍາພາມວນມະນຸດຊາດກ້າວໄປຂ້າງໜ້າສະເໝີ. ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ນຳເອົາຍຸກແຫ່ງພຣະຄຸນເຂົ້າມາ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນລະຫວ່າງຍຸກສຸດທ້າຍນັ້ນ ພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ດ້ວຍການບັງເກີດເປັນມະນຸດນີ້ ພຣະເຈົ້າຈຶ່ງໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ນຳມາຍຸກແຫ່ງລາຊະອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າ. ເຖິງແມ່ນວ່າ
- [ກ່ຽວກັບພຣະຄຳພີ (4)](https://lo.kingdomsalvation.org/concerning-the-bible-4-audio.html) - ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ ເລື່ອງລາວຕ່າງໆງ່າຍດາຍແບບນັ້ນແທ້ບໍ? ບໍ່ມີໃຜຮູ້ຈັກຄວາມເປັນຈິງແຫ່ງພຣະຄຳພີ ເຊິ່ງບໍ່ມີຫຍັງຫຼາຍນອກຈາກການບັນທຶກທາງປະຫວັດສາດຂອງພາລະກິດຂອງພຣະເຈົ້າ ແລະ ເປັນພະຍານໃຫ້ກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ແລະ ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈສິ່ງໃດເລີຍກ່ຽວກັບຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ທຸກຄົນທີ່ໄດ້ອ່ານພຣະຄຳພີກໍຮູ້ຈັກວ່າ ພຣະຄຳພີບັນທຶກພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກເຫດການປະຫວັດສາດຂອງອິດສະຣາເອນ ແລະ ວິທີການທີ່ພຣະເຢໂຮວາປະຕິບັດພາລະກິດຕັ້ງແຕ່ເວລາການຊົງສ້າງຈົນເຖິງເວລາສຸດທ້າຍຂອງຍຸກແຫ່ງພຣະບັນຍັດ. ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກ ເຊິ່ງກໍຢູ່ໃນພຣະກິດຕິຄຸນທັງສີ່ ພ້ອມທັງພາລະກິດຂອງໂປໂລ, ສິ່ງເຫຼົ່ານີ້ບໍ່ແມ່ນການບັນທຶກທາງປະຫວັດສາດບໍ? ການນໍາເອົາສິ່ງທີ່ຢູ່ໃນອະດີດມາເວົ້າເຮັດໃຫ້ພວກມັນກາຍເປັນປະຫວັດສາດ ແລະ ບໍ່ວ່າ ພວກມັນອາດເປັນຈິງ ຫຼື ແທ້ຈິງຫຼາຍສໍ່າໃດກໍຕາມ, ພວກມັນກໍຍັງເປັນປະຫວັດສາດ ແລະ ປະຫວັດສາດບໍ່ສາມາດກ່າວເຖິງປັດຈຸບັນ, ຍ້ອນພຣະເຈົ້າບໍ່ໄດ້ທົບທວນຄືນເບິ່ງປະຫວັດສາດ! ເພາະສະນັ້ນ ຖ້າເຈົ້າພຽງແຕ່ເຂົ້າໃຈພຣະຄຳພີເທົ່ານັ້ນ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະເຈົ້າຕັ້ງໃຈປະຕິບັດໃນປັດຈຸບັນ ແລະ ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ການສະແຫວງຫາພຣະເຈົ້າໝາຍເຖິງຫຍັງ. ຖ້າເຈົ້າອ່ານພຣະຄຳພີເພື່ອສຶກສາປະຫວັດສາດຂອງອິດສະຣາເອນ, ເພື່ອຄົ້ນຄວ້າປະຫວັດສາດຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ໄດ້ເຊື່ອໃນພຣະເຈົ້າ. ແຕ່ໃນປັດຈຸບັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຊີວິດ, ຍ້ອນເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຄໍາເວົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 359](https://lo.kingdomsalvation.org/recital-exposing-mankind-s-corruption-359.html) - ພຶດຕິກໍາທີ່ບໍ່ສາມາດອ່ອນນ້ອມຕໍ່ເຮົາຢ່າງເດັດຂາດແມ່ນການທໍລະຍົດ. ພຶດຕິກໍາທີ່ບໍ່ສາມາດຈົງຮັກພັກດີຕໍ່ເຮົາແມ່ນການທໍລະຍົດ. ການສໍ້ໂກງເຮົາ ແລະ ການໃຊ້ຄວາມຂີ້ຕົວະເພື່ອຫຼອກລວງເຮົາແມ່ນການທໍລະຍົດ. ການມີແນວຄິດຫຼາຍຢ່າງ ແລະ ການເຜີຍແຜ່ແນວຄິດເຫຼົ່ານັ້ນໄປທຸກບ່ອນແມ່ນການທໍລະຍົດ. ການບໍ່ສາມາດຢືນຢັດຄຳພະຍານ ແລະ ຜົນປະໂຫຍດຂອງເຮົາແມ່ນການທໍລະຍົດ. ການທໍາທ່າຍິ້ມແບບປອມໆເມື່ອຫົວໃຈຢູ່ຫ່າງໄກຈາກເຮົາແມ່ນການທໍລະຍົດ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການກະທຳທີ່ທໍລະຍົດ ເຊິ່ງພວກເຈົ້າສາມາດເຮັດໄດ້ຢູ່ສະເໝີ ແລະ ພວກມັນກໍຍັງແມ່ນເລື່ອງທໍາມະດາໃນບັນດາພວກເຈົ້າ. ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າທີ່ຄິດວ່າສິ່ງນີ້ແມ່ນບັນຫາ, ແຕ່ນັ້ນບໍ່ແມ່ນສິ່ງທີ່ເຮົາຄິດ. ເຮົາບໍ່ສາມາດຖືເອົາການທີ່ບຸກຄົນໃດໜຶ່ງທໍລະຍົດເຮົາເປັນເລື່ອງທີ່ບໍ່ສຳຄັນ ແລະ ເຮົາບໍ່ສາມາດເມີນເສີຍກັບມັນໄດ້ຢ່າງແນ່ນອນ. ບັດນີ້ ເມື່ອເຮົາປະຕິບັດພາລະກິດໃນທ່າມກາງພວກເຈົ້າ, ພວກເຈົ້າກໍປະພຶດໃນລັກສະນະນີ້, ຖ້າມື້ໜຶ່ງມາເຖິງເມື່ອບໍ່ມີໃຜເຝົ້າເບິ່ງພວກເຈົ້າ, ພວກເຈົ້າຈະບໍ່ເປັນຄືກັບໂຈນທີ່ແຕ່ງຕັ້ງຕົນເອງເປັນກະສັດແຫ່ງພູເຂົານ້ອຍໆຂອງພວກເຂົາບໍ? ເມື່ອສິ່ງນັ້ນເກີດຂຶ້ນ ແລະ ພວກເຈົ້າໄດ້ສ້າງໄພພິບັດ, ຜູ້ໃດຈະຢູ່ທີ່ນັ້ນເພື່ອຈັດການກັບຜົນທີ່ຕາມມາໃຫ້ພວກເຈົ້າ? ພວກເຈົ້າຄິດວ່າ ການກະທຳທີ່ທໍລະຍົດຈໍານວນໜຶ່ງເປັນພຽງແຕ່ເຫດການບາງຄັ້ງຄາວເທົ່ານັ້ນ, ບໍ່ແມ່ນພຶດຕິກໍາຢ່າງຕໍ່ເນື່ອງຂອງພວກເຈົ້າ ແລະ ບໍ່ມີຄວາມສໍາຄັນທີ່ຈະເວົ້າເຖິງຢ່າງຈິງຈັງໃນລັກສະນະທີ່ທຳຮ້າຍຄວາມທະນົງຕົນຂອງພວກເຈົ້າ. ຖ້າພວກເຈົ້າຄິດແບບນັ້ນແທ້ໆ, ພວກເຈົ້າກໍຂາດສໍານຶກ. ການຄິດແບບນັ້ນເປັນຕົວຢ່າງ ແລະ ແມ່ພິມຂອງຄວາມກະບົດ. ທໍາມະຊາດຂອງມະນຸດແມ່ນຊີວິດຂອງເຂົາ; ມັນແມ່ນຫຼັກການທີ່ເຂົາເພິ່ງພາເພື່ອຢູ່ລອດ ແລະ ເຂົາບໍ່ສາມາດປ່ຽນແປງມັນໄດ້. ຍົກຕົວຢ່າງແມ່ນທຳມະຊາດແຫ່ງຄວາມທໍລະຍົດ. ຖ້າຫາກເຈົ້າສາມາດເຮັດບາງຢ່າງເພື່ອທໍລະຍົດຍາດຕິພີ່ນ້ອງ ຫຼື ໝູ່ເພື່ອນ, ມັນກໍພິສູດວ່າ ມັນເປັນສ່ວນໜຶ່ງຂອງຊີວິດຂອງເຈົ້າ ແລະ ທໍາມະຊາດທີ່ເຈົ້າເກີດມາພ້ອມ. ນີ້ແມ່ນສິ່ງທີ່ບໍ່ມີໃຜສາມາດປະຕິເສດໄດ້. ຕົວຢ່າງເຊັ່ນ: ຖ້າບຸກຄົນໃດໜຶ່ງມັກລັກເຄື່ອງຂອງຄົນອື່ນ,
- [ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)](https://lo.kingdomsalvation.org/a-very-serious-problem-betrayal-1-audio.html) - ພາລະກິດຂອງເຮົາຈະສໍາເລັດໃນອີກໄວໆນີ້ ແລະ ຫຼາຍປີຮ່ວມກັນໄດ້ກາຍມາເປັນຄວາມຊົງຈໍາທີ່ເຫຼືອທົນ. ເຮົາໄດ້ເວົ້າຊໍ້າພຣະທໍາຂອງເຮົາຢ່າງບໍ່ຢຸດເຊົາ ແລະ ເຮັດໃຫ້ພາລະກິດໃໝ່ຂອງເຮົາຄືບໜ້າຢູ່ເລື້ອຍໆ. ແນ່ນອນ ຄໍາແນະນໍາຂອງເຮົາແມ່ນອົງປະກອບທີ່ຈຳເປັນໃນແຕ່ລະສ່ວນຂອງພາລະກິດທີ່ເຮົາເຮັດ. ຫາກປາສະຈາກຄໍາປຶກສາຂອງເຮົາ, ພວກເຈົ້າທຸກຄົນຈະພະເນຈອນຫຼົງທາງ ແລະ ເຖິງກັບຄົ້ນພົບວ່າຕົນເອງສັບສົນຢ່າງສິ້ນເຊີງ. ໃນຕອນນີ້ ພາລະກິດຂອງເຮົາແມ່ນເກືອບຈະສໍາເລັດ ແລະ ຢູ່ໃນຂັ້ນຕອນສຸດທ້າຍ. ເຮົາຍັງປາຖະໜາທີ່ຈະປະຕິບັດພາລະກິດໃນການໃຫ້ຄຳປຶກສາ ນັ້ນກໍຄື ໃຫ້ຄໍາແນະນໍາໃຫ້ພວກເຈົ້າຟັງ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະບໍ່ເຮັດໃຫ້ຄວາມພຽນພະຍາຍາມຂອງເຮົາຕ້ອງເສຍຖິ້ມ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຂົ້າໃຈເຖິງເຈດຕະນາອັນພຽນພະຍາຍາມທີ່ເຮົາມີ ແລະ ປະຕິບັດຕໍ່ພຣະທຳຂອງເຮົາດັ່ງພື້ນຖານຂອງວິທີການທີ່ພວກເຈົ້າປະພຶດໃນຖານະມະນຸດ. ບໍ່ວ່າພວກມັນຈະເປັນພຣະທໍາທີ່ພວກເຈົ້າເຕັມໃຈຮັບຟັງ ຫຼື ບໍ່, ບໍ່ວ່າພວກເຈົ້າຈະມີຄວາມສຸກໃນການຍອມຮັບພວກມັນ ຫຼື ພຽງແຕ່ສາມາດຍອມຮັບພວກມັນດ້ວຍຄວາມອຶດອັດ, ພວກເຈົ້າກໍຕ້ອງປະຕິບັດຕໍ່ພຣະທໍາຢ່າງຈິງຈັງ. ບໍ່ດັ່ງນັ້ນ, ອຸປະນິໄສ ແລະ ການປະພຶດຕົວຕາມສະບາຍ ແລະ ບໍ່ກັງວົນຂອງພວກເຈົ້າຈະເຮັດໃຫ້ເຮົາເສຍໃຈຢ່າງຮຸນແຮງ ແລະ ເຮັດໃຫ້ເຮົາລັງກຽດຢ່າງແນ່ນອນ. ເຮົາຫວັງຢ່າງຍິ່ງວ່າ ພວກເຈົ້າທຸກຄົນຈະສາມາດອ່ານພຣະທໍາຂອງເຮົາຊໍ້າແລ້ວຊໍ້າອີກເປັນພັນໆຄັ້ງ ແລະ ພວກເຈົ້າອາດເຖິງກັບມາຈື່ພຣະທຳເຫຼົ່ານັ້ນຂຶ້ນໃຈ. ມີພຽງວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະບໍ່ເຮັດໃຫ້ເຮົາຜິດຫວັງໃນໂຕພວກເຈົ້າ. ເຖິງຢ່າງໃດກໍຕາມ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ດໍາລົງຊີວິດແບບນີ້ໃນປັດຈຸບັນ. ໃນທາງກົງກັນຂ້າມ, ພວກເຈົ້າທຸກຄົນແມ່ນມົວເມົາຢູ່ກັບຊີວິດທີ່ມົວເມົາ, ຊີວິດແຫ່ງການກິນ ແລະ ດື່ມຕາມໃຈຂອງພວກເຈົ້າເອງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 502](https://lo.kingdomsalvation.org/recital-entry-into-life-502.html) - ຜູ້ຄົນມັກເວົ້າເຖິງການໃຫ້ພຣະເຈົ້າເປັນຊີວິດຂອງພວກເຂົາ ແຕ່ປະສົບການຂອງພວກເຂົາຍັງບໍ່ໄດ້ມາເຖິງຈຸດນັ້ນເທື່ອ. ເຈົ້າພຽງແຕ່ເວົ້າວ່າ ພຣະເຈົ້າເປັນຊີວິດຂອງເຈົ້າ, ພຣະອົງນໍາພາເຈົ້າໃນແຕ່ລະມື້, ເຈົ້າກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້ ແລະ ເຈົ້າອະທິຖານຫາພຣະເຈົ້າໃນແຕ່ລະມື້, ດ້ວຍເຫດນັ້ນ ພຣະອົງໄດ້ກາຍມາເປັນຊີວິດຂອງເຈົ້າແລ້ວ. ຄວາມຮູ້ຂອງຄົນທີ່ເວົ້າສິ່ງນີ້ແມ່ນຕື້ນພໍສົມຄວນ. ຫຼາຍຄົນແມ່ນບໍ່ມີພື້ນຖານ; ພຣະທຳຂອງພຣະເຈົ້າຖືກປູກຝັງພາຍໃນພວກເຂົາ ແຕ່ພວກເຂົາຍັງບໍ່ທັນແຕກໜໍ່ເທື່ອ ຢ່າວ່າແຕ່ພວກເຂົາຈະເກີດໝາກຜົນເລີຍ. ໃນປັດຈຸບັນ ເຈົ້າໄດ້ມີປະສົບການຮອດຂັ້ນໃດແລ້ວ? ມີພຽງແຕ່ໃນປັດຈຸບັນນີ້ ຫຼັງຈາກທີ່ພຣະອົງໄດ້ບັງຄັບໃຫ້ເຈົ້າມາໄກສໍ່ານີ້ ເຈົ້າຈຶ່ງຮູ້ສຶກວ່າ ເຈົ້າບໍ່ສາມາດອອກຈາກພຣະເຈົ້າໄດ້. ມື້ໜຶ່ງ ເມື່ອປະສົບການຂອງເຈົ້າໄດ້ໄປເຖິງໃນລະດັບໃດໜຶ່ງ ຖ້າພຣະເຈົ້າຕ້ອງເຮັດໃຫ້ເຈົ້າອອກຈາກພຣະອົງ ເຈົ້າກໍຈະບໍ່ສາມາດເຮັດໄດ້. ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈົ້າບໍ່ສາມາດມີຊີວິດຢູ່ຫາກປາສະຈາກພຣະເຈົ້າຢູ່ຂ້າງໃນເຈົ້າ; ເຈົ້າສາມາດມີຊີວິດໂດຍປາສະຈາກສາມີ, ພັນລະຍາ ຫຼື ລູກໆ ຫຼື ປາສະຈາກຄອບຄົວ, ປາສະຈາກມານດາ ຫຼື ບິດາ, ປາສະຈາກຄວາມສຸກທາງເນື້ອໜັງ ແຕ່ເຈົ້າບໍ່ສາມາດມີຊີວິດໂດຍປາສະຈາກພຣະເຈົ້າໄດ້. ການປາສະຈາກພຣະເຈົ້າກໍຈະເປັນຄືກັບການສູນເສຍຊີວິດຂອງເຈົ້າ, ເຈົ້າຈະບໍ່ສາມາດມີຊີວິດຢູ່ ຫາກປາສະຈາກພຣະເຈົ້າ. ເມື່ອເຈົ້າໄດ້ມີປະສົບການຈົນຮອດຈຸດນີ້ແລ້ວ ເຈົ້າກໍຈະສຳເລັດໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ ແລະ ດ້ວຍວິທີນີ້ ພຣະເຈົ້າກໍຈະກາຍມາເປັນຊີວິດຂອງເຈົ້າ, ພຣະອົງຈະກາຍມາເປັນພື້ນຖານຂອງການເປັນຢູ່ຂອງເຈົ້າ. ເຈົ້າຈະບໍ່ສາມາດອອກຈາກພຣະເຈົ້າໄດ້ອີກຈັກເທື່ອ. ເມື່ອເຈົ້າມີປະສົບການຈົນຮອດຂັ້ນນີ້ ເຈົ້າຈະໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລະ ເມື່ອເຈົ້າມີຄວາມສຳພັນກັບພຣະເຈົ້າຢ່າງໃກ້ຊິດ, ພຣະອົງຈະເປັນຊີວິດຂອງເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 497](https://lo.kingdomsalvation.org/recital-entry-into-life-497.html) - ໃນທຸກບາດກ້າວຂອງພາລະກິດທີ່ພຣະເຈົ້າປະຕິບັດໃນຜູ້ຄົນນັ້ນ, ເບິ່ງຈາກພາຍນອກ ມັນຄືກັບວ່າເປັນການປະຕິບັດຕໍ່ກັນລະຫວ່າງຜູ້ຄົນ ເໝືອນກັບວ່າມັນເກີດຈາກການຈັດແຈງຂອງມະນຸດ ຫຼື ການລົບກວນຂອງມະນຸດ. ແຕ່ໃນເບື້ອງຫຼັງແລ້ວ ທຸກບາດກ້າວຂອງພາລະກິດ ແລະ ທຸກສິ່ງທີ່ເກີດຂຶ້ນ ແມ່ນການເດີມພັນທີ່ຊາຕານສ້າງຂຶ້ນຕໍ່ໜ້າພຣະເຈົ້າ ແລະ ຮຽກຮ້ອງໃຫ້ຜູ້ຄົນຍຶດໝັ້ນໃນຄຳພະຍານທີ່ພວກເຂົາມີໃຫ້ກັບພຣະເຈົ້າ. ໃຫ້ສັງເກດເບິ່ງຕອນທີ່ໂຢບຖືກທົດລອງ ຕົວຢ່າງ: ໃນເບື້ອງຫຼັງແລ້ວ ຊາຕານກຳລັງເດີມພັນກັບພຣະເຈົ້າ ແລະ ສິ່ງທີ່ເກີດຂຶ້ນກັບໂຢບແມ່ນການກະທຳຂອງມະນຸດ ແລະ ການລົບກວນຂອງມະນຸດ. ເບື້ອງຫຼັງທຸກໆບາດກ້າວຂອງພາລະກິດທີ່ພຣະເຈົ້າປະຕິບັດໃນພວກເຈົ້າແມ່ນເປັນການເດີມພັນຂອງຊາຕານກັບພຣະເຈົ້າ, ທຸກສິ່ງທຸກຢ່າງທີ່ຢູ່ເບື້ອງຫຼັງແມ່ນການຕໍ່ສູ້. ຕົວຢ່າງ: ຖ້າເຈົ້າມີອະຄະຕິຕໍ່ອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍຈະມີຄຳເວົ້າທີ່ເຈົ້າຕ້ອງການເວົ້າອອກໄປ ເຊິ່ງເປັນຄຳເວົ້າທີ່ເຈົ້າຮູ້ສຶກວ່າອາດບໍ່ພໍໃຈພຣະເຈົ້າ ແຕ່ຖ້າເຈົ້າບໍ່ເວົ້າອອກໄປ ເຈົ້າກໍຈະຮູ້ສຶກອຶດອັດຢູ່ຂ້າງໃນ ແລະ ໃນຊ່ວງເວລານີ້ ການຂັດແຍ້ງກໍຈະເກີດຂຶ້ນພາຍໃນຕົວເຈົ້າ ນັ້ນກໍຄື “ຂ້ານ້ອຍຄວນເວົ້າ ຫຼື ບໍ?” ນີ້ແມ່ນການຕໍ່ສູ້. ສະນັ້ນ, ໃນທຸກສິ່ງທີ່ເຈົ້າຜະເຊີນແມ່ນມີການຕໍ່ສູ້ ແລະ ເມື່ອມີການຕໍ່ສູ້ພາຍໃນຕົວເຈົ້າ ພຣະເຈົ້າຈຶ່ງປະຕິບັດພາລະກິດພາຍໃນຕົວເຈົ້າ ຍ້ອນການຮ່ວມມືທີ່ແທ້ຈິງ ແລະ ການທົນທຸກທີ່ແທ້ຈິງຂອງເຈົ້າ. ໃນທີ່ສຸດແລ້ວ ເຈົ້າກໍຈະສາມາດປະຖິ້ມບັນຫານັ້ນໄວ້ຢູ່ຂ້າງໃນຕົວເຈົ້າ ແລະ ຄວາມໂມໂຫກໍຈະສູນສະຫຼາຍໄປຢ່າງທຳມະຊາດ. ສິ່ງດັ່ງກ່າວແມ່ນຜົນກະທົບຂອງການທີ່ເຈົ້າຮ່ວມມືກັບພຣະເຈົ້າ. ທຸກສິ່ງທີ່ຜູ້ຄົນກະທຳຮຽກຮ້ອງໃຫ້ພວກເຂົາຍອມເສຍສະຫຼະສິ່ງໃດໜຶ່ງໃນຄວາມພະຍາຍາມຂອງພວກເຂົາ. ຫາກປາສະຈາກຄວາມຍາກລຳບາກທີ່ແທ້ຈິງ ພວກເຂົາກໍບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ພວກເຂົາບໍ່ໄດ້ເຂົ້າໃກ້ການເຮັດໃຫ້ພຣະເຈົ້າພໍໃຈເລີຍ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 465](https://lo.kingdomsalvation.org/recital-entry-into-life-465.html) - ບັດນີ້ ເຈົ້າຮູ້ສາເຫດທີ່ແທ້ຈິງແລ້ວບໍ່ວ່າ ເປັນຫຍັງພວກເຈົ້າຈຶ່ງເຊື່ອໃນເຮົາ? ພວກເຈົ້າຮູ້ຈຸດປະສົງ ແລະ ຄວາມໝາຍທີ່ແທ້ຈິງຂອງພາລະກິດຂອງເຮົາບໍ? ເຈົ້າຮູ້ໜ້າທີ່ທີ່ແທ້ຈິງຂອງເຈົ້າແລ້ວບໍ? ເຈົ້າຮູ້ການເປັນປະຈັກພະຍານຂອງເຮົາຢ່າງແທ້ຈິງບໍ? ຖ້າຫາກເຈົ້າພຽງແຕ່ເຊື່ອໃນເຮົາ, ແຕ່ຍັງບໍ່ມີວີ່ແວວຄວາມສະຫງ່າລາສີ ຫຼື ປະຈັກພະຍານຂອງເຮົາໃນຕົວເຈົ້າ, ແລ້ວເຮົາກໍໄດ້ກຳຈັດພວກເຈົ້າໄປດົນນານແລ້ວ. ສຳລັບຜູ້ທີ່ຮູ້ຈັກທຸກຢ່າງ, ພວກເຂົາຍິ່ງເປັນສ້ຽນໝາມໃນຕາຂອງເຮົາ ແລະ ໃນເຮືອນຂອງເຮົາ, ພວກເຂົາບໍ່ແມ່ນຫຍັງນອກຈາກເປັນອຸປະສັກທີ່ຂວາງທາງຂອງເຮົາ, ພວກເຂົາເປັນເຂົ້ານົກທີ່ຕ້ອງຖືກຝັດຖິ້ມໃຫ້ໝົດໃນພາລະກິດຂອງເຮົາ, ພວກເຂົາໃຊ້ການບໍ່ໄດ້, ພວກເຂົາບໍ່ມີຄຸນຄ່າຫຍັງເລີຍ ແລະ ເຮົາໄດ້ລັງກຽດພວກເຂົາມາເປັນເວລາດົນແລ້ວ. ຄວາມໂກດຮ້າຍຂອງເຮົາຈະໂຍນລົງໃສ່ກັບທຸກຄົນທີ່ບໍ່ເປັນປະຈັກພະຍານ ແລະ ໄມ້ຄ້ອນເທົ້າຂອງເຮົາຈະບໍ່ເຄີຍຫ່າງຈາກພວກເຂົາ. ເຮົາໄດ້ມອບພວກເຂົາໄວ້ໃນກໍາມືຂອງມານຮ້າຍມາດົນນານແລ້ວ; ພວກເຂົາບໍ່ໄດ້ຮັບພອນຂອງເຮົາ. ເມື່ອມື້ນັ້ນມາເຖິງ, ການຂ້ຽນຕີຂອງພວກເຂົາຈະໂສກເສົ້າຫຼາຍກວ່າຜູ້ຍິງໂງ່. ມື້ນີ້, ເຮົາພຽງແຕ່ປະຕິບັດພາລະກິດຕາມໜ້າທີ່ຂອງເຮົາ; ເຮົາຈະມັດກົກເຂົ້າສາລີທັງໝົດ ພ້ອມກັບເຂົ້ານົກເຫຼົ່ານັ້ນເຂົ້າກັນ. ນີ້ແມ່ນພາລະກິດຂອງເຮົາໃນມື້ນີ້. ເຂົ້ານົກທັງໝົດຈະຖືກຝັດຖິ້ມໃນເວລາຂອງການຝັດເຂົ້າຂອງເຮົາ, ຫຼັງຈາກນັ້ນ ເມັດເຂົ້າສາລີຈະຖືກເກັບຮັກສາໄວ້ໃນສາງ ແລະ ເຂົ້ານົກເຫຼົ່ານັ້ນທີ່ຖືກຝັດອອກຈະຖືກນຳໄປຈູດເຜົາໃນໄຟໃຫ້ໄໝ້ກາຍເປັນຂີ້ຝຸ່ນ. ພາລະກິດຂອງເຮົາໃນຕອນນີ້ແມ່ນພຽງແຕ່ມັດມະນຸດທຸກຄົນເຂົ້າກັນນັ້ນກໍຄືເພື່ອເອົາຊະນະພວກເຂົາຢ່າງສິ້ນເຊີງ. ຫຼັງຈາກນັ້ນ ເຮົາຈະເລີ່ມຝັດເພື່ອເປີດເຜີຍຈຸດຈົບຂອງມະນຸດທັງໝົດ. ບັດນີ້ ເຈົ້າຄວນຈະຮູ້ວ່າເຈົ້າຄວນຈະເຮັດໃຫ້ເຮົາພໍໃຈແນວໃດ ແລະ ເຈົ້າຄວນຈະກຳນົດເສັ້ນທາງທີ່ຖືກຕ້ອງແນວໃດໃນຄວາມສັດທາຂອງເຈົ້າໃນເຮົາ. ສິ່ງທີ່ເຮົາປາດຖະໜາຈາກເຈົ້າໃນຕອນນີ້ກໍຄືຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງເຈົ້າ, ຄວາມຮັກ ແລະ ການເປັນປະຈັກພະຍານຂອງເຈົ້າ. ເຖິງແມ່ນວ່າ ໃນຕອນນີ້ເຈົ້າບໍ່ຮູ້ວ່າການເປັນປະຈັກພະຍານແມ່ນຫຍັງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 318](https://lo.kingdomsalvation.org/recital-exposing-mankind-s-corruption-318.html) - ຄວາມເຊື່ອໃນພຣະເຈົ້າຂອງເຈົ້າ, ການສະແຫວງຫາຄວາມຈິງຂອງເຈົ້າ ແລະ ແມ່ນແຕ່ແນວທາງທີ່ເຈົ້າປະພຶດຕົວແມ່ນຕ້ອງອີງຕາມຄວາມເປັນຈິງທັງໝົດ: ທຸກສິ່ງທີ່ເຈົ້າເຮັດຕ້ອງເປັນຈິງ ແລະ ເຈົ້າບໍ່ຄວນສະແຫວງຫາສິ່ງທີ່ເປັນພາບລວງຕາ ແລະ ເພີ້ຝັນ. ມັນບໍ່ມີຄຸນຄ່າຫຍັງຈາກການປະພຶດຕົວແບບນີ້ ແລະ ນອກຈາກນັ້ນ ກໍບໍ່ມີຄວາມໝາຍຫຍັງກັບຊີວິດ. ຍ້ອນການສະແຫວງຫາ ແລະ ການໃຊ້ຊີວິດຂອງເຈົ້າໃນສິ່ງທີ່ຜິດ ແລະ ຫຼອກລວງ ແລະ ເຈົ້າບໍ່ໄດ້ສະແຫວງຫາສິ່ງທີ່ມີຄຸນຄ່າ ແລະ ມີຄວາມໝາຍ, ສິ່ງດຽວທີ່ເຈົ້າຈະໄດ້ຮັບກໍຄືເຫດຜົນທີ່ໂງ່ຈ້າ ແລະ ທິດສະດີທີ່ບໍ່ໄດ້ມາຈາກຄວາມຈິງ. ສິ່ງເຫຼົ່ານີ້ບໍ່ມີສ່ວນພົວພັນກັບຄວາມໝາຍ ແລະ ຄຸນຄ່າຂອງການມີຕົວຕົນຂອງເຈົ້າ ແລະ ພຽງແຕ່ຈະສາມາດນໍາເຈົ້າເຂົ້າສູ່ອານາຈັກທີ່ເປົ່າວ່າງ. ດ້ວຍວິທີນີ້ ຊີວິດທັງໝົດຂອງເຈົ້າຈະປາສະຈາກຄຸນຄ່າ ຫຼື ຄວາມໝາຍ ແລະ ຖ້າເຈົ້າບໍ່ສະແຫວງຫາຊີວິດທີ່ມີຄວາມໝາຍ ແລ້ວເຈົ້າຈະສາມາດມີຊີວິດຢູ່ເປັນເວລາຮ້ອຍປີ ແລະ ຈະບໍ່ໄດ້ຢູ່ເພື່ອຫຍັງເລີຍ. ສິ່ງນັ້ນເອີ້ນວ່າ ຊີວິດມະນຸດໄດ້ແນວໃດ? ມັນບໍ່ແມ່ນຊີວິດຂອງສັດແທ້ໆບໍ? ໃນທຳນອງດຽວກັນ, ຖ້າພວກເຈົ້າພະຍາຍາມຕິດຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ ແຕ່ບໍ່ພະຍາຍາມສະແຫວງຫາພຣະເຈົ້າທີ່ສາມາດແນມເຫັນໄດ້ ແລະ ໃນທາງກົງກັນຂ້າມ ໄດ້ນະມັດສະການພຣະເຈົ້າທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງໄດ້ ແລ້ວການສະແຫວງຫາດັ່ງກ່າວແຮງຈະບໍ່ມີປະໂຫຍດຂຶ້ນຕື່ມບໍ? ໃນທີ່ສຸດ ການສະແຫວງຫາຂອງເຈົ້າຈະກາຍເປັນກອງຊາກຫັກພັງ. ການສະແຫວງຫາດັ່ງກ່າວຈະນໍາປະໂຫຍດຫຍັງມາສູ່ເຈົ້າ? ບັນຫາທີ່ໃຫຍ່ທີ່ສຸດກັບມະນຸດກໍຄື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 221](https://lo.kingdomsalvation.org/recital-knowing-God-s-work-221.html) - ພຣະທຳຂອງພຣະເຈົ້າຈະເຜີຍແຜ່ໄປຍັງເຮືອນຈຳນວນນັບບໍ່ຖ້ວນ, ພຣະທໍາຈະຖືກຮັບຮູ້ໂດຍທຸກຄົນ ແລະ ເມື່ອນັ້ນເທົ່ານັ້ນພາລະກິດຂອງພຣະອົງຈະເຜີຍແຜ່ໄປທົ່ວຈັກກະວານ. ນັ້ນໝາຍຄວາມວ່າ ຖ້າພາລະກິດຂອງພຣະເຈົ້າຈະຖືກເຜີຍແຜ່ໄປທົ່ວທັງຈັກກະວານ ພຣະທຳຂອງພຣະອົງກໍຕ້ອງໄດ້ຮັບການເຜີຍແຜ່. ໃນມື້ແຫ່ງຄວາມສະຫງ່າລາສີຂອງພຣະເຈົ້າ ພຣະທຳຂອງພຣະເຈົ້າຈະສະແດງລິດເດດ ແລະ ອຳນາດ. ພຣະທຳທຸກຂໍ້ຂອງພຣະອົງ ຈາກເວລາທີ່ດົນນານມາແລ້ວຈົນຮອດມື້ນີ້ຈະບັນລຸຜົນ ແລະ ຈະເກີດຂຶ້ນ. ດ້ວຍວິທີນີ້ ລັດສະໝີພາບຈະເປັນຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ເຊິ່ງໝາຍຄວາມວ່າ ພຣະທຳຂອງພຣະອົງຈະປົກຄອງແຜ່ນດິນໂລກ. ທຸກຄົນທີ່ຊົ່ວຮ້າຍຈະຖືກຂ້ຽນຕີໂດຍພຣະທຳຈາກປາກຂອງພຣະເຈົ້າ, ທຸກຄົນທີ່ມີຄວາມຊອບທໍາຈະໄດ້ຮັບພອນຈາກພຣະທຳທີ່ກ່າວຈາກປາກຂອງພຣະອົງ ແລະ ທຸກຄົນຈະຖືກຈັດຕັ້ງ ແລະ ເຮັດໃຫ້ສົມບູນໂດຍພຣະທຳຈາກປາກຂອງພຣະອົງ. ພຣະອົງຈະບໍ່ສະແດງສັນຍານບອກເຫດການ ຫຼື ສະແດງຄວາມອັດສະຈັນໃດໆ; ທັງໝົດຈະບັນລຸຜົນໂດຍພຣະທຳຂອງພຣະອົງ ແລະ ພຣະທຳຂອງພຣະອົງຈະສ້າງຄວາມຈິງ. ທຸກຄົນໃນແຜ່ນດິນໂລກຈະສະເຫຼີມສະຫຼອງພຣະທຳຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະເປັນຜູ້ໃຫຍ່ ຫຼື ເດັກນ້ອຍ, ຜູ້ຊາຍ, ແມ່ຍິງ, ຄົນເຖົ້າ ຫຼື ຄົນໜຸ່ມ ທຸກຄົນຈະຍອມຈຳນົນພາຍໃຕ້ພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງ ໂດຍທີ່ເຮັດໃຫ້ຜູ້ຄົນໄດ້ເຫັນພຣະທໍາເຫຼົ່ານັ້ນເທິງແຜ່ນດິນໂລກຢ່າງຈະແຈ້ງ ແລະ ໃນຮູບແບບທີ່ມີຊີວິດ. ນີ້ຄືຄວາມໝາຍທີ່ວ່າພຣະທຳກາຍເປັນເນື້ອໜັງ. ພຣະເຈົ້າໄດ້ມາຍັງແຜ່ນດິນໂລກໂດຍຕົ້ນຕໍແລ້ວແມ່ນເພື່ອບັນລຸຄວາມຈິງກ່ຽວກັບ “ພຣະທຳກາຍເປັນເນື້ອໜັງ” ເຊິ່ງໝາຍຄວາມວ່າ ພຣະອົງໄດ້ມາເພື່ອໃຫ້ພຣະທຳຂອງພຣະອົງສາມາດກ່າວອອກມາຈາກເນື້ອໜັງ (ບໍ່ຄືກັນກັບຍຸກສະໄໝຂອງໂມເຊໃນພັນທະສັນຍາເກົ່າ ໃນຕອນທີ່ສຽງຂອງພຣະເຈົ້າດັງອອກມາຈາກທ້ອງຟ້າໂດຍກົງ). ຫຼັງຈາກນັ້ນ ພຣະທຳທຸກຂໍ້ຂອງພຣະອົງຈະບັນລຸຜົນໃນຊ່ວງຍຸກອານາຈັກພັນປີ, ພຣະທໍາຈະກາຍເປັນຄວາມຈິງທີ່ມະນຸດເບິ່ງເຫັນໄດ້ກັບຕາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 208](https://lo.kingdomsalvation.org/recital-knowing-God-s-work-208.html) - ພາລະກິດຂອງພຣະເຈົ້າແມ່ນມີອຸປະສັກຫຼາຍສໍ່າໃດ? ມີໃຜເຄີຍຮູ້ແນ່? ໃນເມື່ອຜູ້ຄົນຖືກກັກຂັງໂດຍສີແຫ່ງຄວາມງົມງວາຍຢ່າງຝັງເລິກ ແລ້ວມີໃຜທີ່ມີຄວາມສາມາດໃນການຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ? ດ້ວຍຄວາມຮູ້ທາງວັດທະນະທໍາທີ່ຫຼ້າຫຼັງ ພ້ອມທັງຕື້ນ ແລະ ບໍ່ສົມເຫດສົມຜົນນີ້ ພວກເຂົາຈະສາມາດເຂົ້າໃຈພຣະທໍາທີ່ກ່າວໂດຍພຣະເຈົ້າຢ່າງຄົບຖ້ວນໄດ້ແນວໃດ? ແມ່ນແຕ່ໃນເວລາທີ່ມີການເວົ້າກັບພວກເຂົາເຊິ່ງໆໜ້າ ແລະ ຖືກບໍາລຸງລ້ຽງປາກຕໍ່ປາກ, ພວກເຂົາຈະສາມາດເຂົ້າໃຈໄດ້ແນວໃດ? ບາງຄັ້ງ ມັນຄືກັບວ່າ ພຣະທໍາຂອງພຣະເຈົ້າໄດ້ຖືກຟັງດ້ວຍຫູໜວກ: ຜູ້ຄົນບໍ່ມີປະຕິກິລິຍາແມ່ນແຕ່ໜ້ອຍດຽວ, ພວກເຂົາພາກັນແກວ່ງຫົວ ແລະ ບໍ່ເຂົ້າໃຈຫຍັງເລີຍ. ແລ້ວນີ້ຈະບໍ່ໃຫ້ກັງວົນໃຈໄດ້ແນວໃດ? “ໄລຍະຫ່າງ[1], ຂອງປະຫວັດສາດທາງວັດທະນະທໍາບູຮານ ແລະ ຄວາມຮູ້ທາງວັດທະນະທໍານີ້” ໄດ້ສັ່ງສອນກຸ່ມຄົນທີ່ບໍ່ມີປະໂຫຍດຫຍັງ. ວັດທະນະທໍາບູຮານນີ້ ນັ້ນກໍຄືມໍລະດົນອັນລໍ້າຄ່ານີ້ ແມ່ນກອງຂີ້ເຫຍື້ອ! ມັນໄດ້ກາຍເປັນຄວາມອັບອາຍຕະຫຼອດການແຕ່ດົນນານແລ້ວ ແລະ ກໍບໍ່ຄຸ້ມທີ່ຈະກ່າວເຖິງ! ມັນໄດ້ສອນເລ່ກົນ ແລະ ເຕັກນິກໃນການຕໍ່ຕ້ານພຣະເຈົ້າໃຫ້ກັບຜູ້ຄົນ ແລະ “ອອກຄໍາສັ່ງ ໃນການຊີ້ນໍາທີ່ອ່ອນໂຍນ”[2] ຂອງລະບົບການສຶກສາແຫ່ງຊາດທີ່ເຮັດໃຫ້ຜູ້ຄົນຍິ່ງກະບົດຕໍ່ພຣະເຈົ້າ. ພາລະກິດຂອງພຣະເຈົ້າແຕ່ລະສ່ວນແມ່ນມີຄວາມຍາກລໍາບາກຫຼາຍ ແລະ ທຸກຂັ້ນຕອນຂອງພາລະກິດຂອງພຣະອົງຕໍ່ແຜ່ນດິນໂລກກໍເປັນຕາເສົ້າໃຈສໍາລັບພຣະເຈົ້າ. ພາລະກິດຂອງພຣະອົງເທິງແຜ່ນດິນໂລກຊ່າງມາຍາກລໍາບາກແທ້ເດ! ຂັ້ນຕອນຂອງພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນປະກອບດ້ວຍຄວາມຍຸ້ງຍາກຫຼາຍ: ເນື່ອງຈາກຄວາມອ່ອນແອ, ຄວາມຂາດເຂີນ, ການປະພຶດຕົວຄືເດັກນ້ອຍ, ຄວາມໂງ່ຂອງມະນຸດ ແລະ ທຸກສິ່ງທີ່ເປັນຂອງມະນຸດ, ພຣະເຈົ້າຈຶ່ງສ້າງແຜນຂຶ້ນຢ່າງລະອຽດ ແລະ ມີການພິຈາລະນາຢ່າງຮອບຄອບ. ມະນຸດແມ່ນຄ້າຍຄືກັບເສືອເຈັ້ຍ ທີ່ຄົນເຮົາບໍ່ກ້າທີ່ຈະລໍ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 183](https://lo.kingdomsalvation.org/recital-knowing-God-s-work-183.html) - ພຣະເຢຊູຢູ່ເທິງແຜ່ນດີນໂລກນີ້ເປັນເວລາສາມສິບສາມປີເຄິ່ງ, ພຣະອົງມາປະຕິບັດພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ ແລະ ຜ່ານການຖືກຄຶງໃສ່ໄມ້ກາງແຂນນັ້ນ ພຣະເຈົ້າໄດ້ຮັບໜຶ່ງສ່ວນຂອງຄວາມສະຫງ່າລາສີຂອງພຣະອົງ. ເມື່ອພຣະເຈົ້າສະຖິດເຂົ້າສູ່ເນື້ອໜັງ ພຣະອົງສາມາດທີ່ຈະອ່ອນນ້ອມ ແລະ ລີ້ລັບ ແລະ ສາມາດທົນທຸກທໍລະມານໄດ້ຢ່າງຫຼວງຫຼາຍ. ເຖິງແມ່ນວ່າພຣະອົງເປັນພຣະເຈົ້າເອງ, ພຣະອົງກໍຍັງຕ້ອງອົດທົນຕໍ່ຄວາມອັບອາຍທຸກຢ່າງ ແລະ ທຸກການຂົ່ມເຫັງ ແລະ ພຣະອົງອົດທົນຕໍ່ຄວາມເຈັບປວດແສນສາຫັດໃນການຖືກຄຶງໃສ່ໄມ້ກາງແຂນເພື່ອໃຫ້ສຳເລັດພາລະກິດການໄຖ່ບາບ. ພາຍຫລັງທີ່ພາລະກິດໃນໄລຍະນີ້ສິ້ນສຸດລົງ, ເຖິງແມ່ນວ່າ ຜູ້ຄົນໄດ້ເຫັນວ່າ ພຣະເຈົ້າໄດ້ຮັບຄວາມສະຫງ່າລາສີອັນຍິ່ງໃຫຍ່ກໍຕາມ, ສິ່ງນີ້ກໍບໍ່ໄດ້ແມ່ນຄວາມສະຫງ່າລາສີທັງໝົດຂອງພຣະອົງ; ມັນເປັນພຽງຄວາມສະຫງ່າລາສີສ່ວນໜຶ່ງຂອງພຣະອົງເທົ່ານັ້ນ ເຊິ່ງພຣະອົງໄດ້ຮັບຈາກພຣະເຢຊູ. ເຖິງແມ່ນວ່າ ພຣະເຢຊູຈະສາມາດທົນທຸກຕໍ່ຄວາມຍາກລໍາບາກນາໆປະການກໍຕາມ, ສາມາດອ່ອນນ້ອມ ແລະ ລີ້ລັບ, ຖືກຄຶງໃສ່ໄມ້ກາງແຂນເພື່ອພຣະເຈົ້າ, ພຣະເຈົ້າກໍພຽງແຕ່ໄດ້ຮັບຄວາມສະຫງ່າລາສີສ່ວນໜຶ່ງຂອງພຣະອົງເທົ່ານັ້ນ ແລະ ຄວາມສະຫງ່າລາສີຂອງພຣະອົງໃນອິດສະຣາເອນ. ພຣະເຈົ້າຍັງມີຄວາມສະຫງ່າລາສີສ່ວນອື່ນໆອີກ: ການມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຢ່າງແທ້ຈິງ ແລະ ສ້າງກຸ່ມຄົນໃຫ້ສົມບູນ. ໃນລະຫວ່າງຂັ້ນຕອນພາລະກິດຂອງພຣະເຢຊູ, ພຣະອົງໄດ້ເຮັດສິ່ງເໜືອທຳມະຊາດ ແຕ່ຂັ້ນຕອນຂອງພາລະກິດດັ່ງກ່າວນັ້ນແມ່ນເພື່ອປະຕິບັດໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເທົ່ານັ້ນ. ໂດຍພື້ນຖານແລ້ວ ແມ່ນເພື່ອສະແດງໃຫ້ເຫັນວ່າ ພຣະເຢຊູສາມາດທົນຕໍ່ຄວາມເຈັບປວດ ແລະ ຖືກຄຶງໃສ່ໄມ້ກາງແຂນເພື່ອພຣະເຈົ້າ, ພຣະເຢຊູສາມາດຮັບເອົາຄວາມເຈັບປວດອັນໃຫຍ່ຫຼວງນັ້ນໄດ້ ຍ້ອນວ່າພຣະອົງຮັກພຣະເຈົ້າ ແລະ ເຖິງແມ່ນວ່າ ພຣະເຈົ້າໄດ້ປະຖິ້ມພຣະອົງ, ພຣະອົງກໍຍັງເຕັມໃຈທີ່ຈະເສຍສະຫຼະຊີວິດຂອງພຣະອົງເພື່ອຄວາມປະສົງຂອງພຣະເຈົ້າ. ພາຍຫຼັງທີ່ພຣະເຈົ້າໄດ້ສຳເລັດພາລະກິດຢູ່ປະເທດອິດສະຣາເອນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 160](https://lo.kingdomsalvation.org/recital-knowing-God-s-work-160.html) - ໃນຕອນຕົ້ນ, ຫຼັງຈາກການເນລະມິດສ້າງມະນຸດຊາດ, ຄົນອິດສະຣາເອນຄືຜູ້ທີ່ໄດ້ເຮັດໜ້າທີ່ພື້ນຖານໃນພາລະກິດຂອງພຣະເຈົ້າ. ທົ່ວອິດສະຣາເອນເປັນຖານສຳລັບພາລະກິດຂອງພຣະເຢໂຮວາເທິງແຜ່ນດິນໂລກ. ພາລະກິດຂອງພຣະເຢໂຮວາແມ່ນເພື່ອນໍາພາ ແລະ ລ້ຽງດູມະນຸດໂດຍກົງໂດຍການສ້າງຕັ້ງພຣະບັນຍັດ ເພື່ອໃຫ້ມະນຸດສາມາດມີຊີວິດປົກກະຕິ ແລະ ບູຊາພຣະເຢໂຮວາໃນລັກສະນະແບບທົ່ວໄປຢູ່ໃນແຜ່ນດິນໂລກ. ພຣະເຈົ້າໃນຍຸກພຣະບັນຍັດບໍ່ສາມາດເບິ່ງເຫັນ ຫຼື ສໍາຜັດໄດ້ໂດຍມະນຸດ. ເພາະສິ່ງທີ່ພຣະອົງເຮັດແມ່ນພຽງແຕ່ນໍາພາຜູ້ຄົນຕົ້ນເດີມສຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສັ່ງສອນ ແລະ ລ້ຽງດູພວກເຂົາ, ພຣະທຳຂອງພຣະອົງປະກອບມີພຽງແຕ່ຂໍ້ບັນຍັດ, ກົດເກນ ແລະ ຄວາມຮູ້ທົ່ວໄປກ່ຽວກັບພຶດຕິກຳຂອງມະນຸດ ແລະ ບໍ່ໄດ້ຈັດຄວາມຈິງກ່ຽວກັບຊີວິດໃຫ້ພວກເຂົາ. ຄົນອິດສະຣາເອນທີ່ຢູ່ພາຍໃຕ້ການນໍາພາຂອງພຣະອົງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ພາລະກິດຂອງພຣະອົງກ່ຽວກັບກົດບັນຍັດແມ່ນພຽງຂັ້ນຕອນທໍາອິດໃນພາລະກິດຂອງຄວາມລອດພົ້ນ ເຊິ່ງເປັນຈຸດເລີ່ມຕົ້ນໃນພາລະກິດຂອງຄວາມລອດພົ້ນ ແລະ ບໍ່ໄດ້ກ່ຽວຂ້ອງກັບການປ່ຽນແປງໃນຊີວິດ-ອຸປະນິໄສຂອງມະນຸດເລີຍ. ເພາະສະນັ້ນ ໃນເບື້ອງຕົ້ນຂອງພາລະກິດແຫ່ງຄວາມລອດພົ້ນ ພຣະອົງບໍ່ຈໍາເປັນຕ້ອງຮັບເອົາເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງໃນດິນແດນອິດສະຣາເອນ. ນີ້ຄືເຫດຜົນທີ່ພຣະອົງຕ້ອງການມີວິທີການ ເຊິ່ງນັ້ນກໍຄື ເຄື່ອງມືເພື່ອນໍາໃຊ້ໃນການພົວພັນກັບມະນຸດ. ສະນັ້ນ, ຈຶ່ງເກີດມີຜູ້ຄົນໃນທ່າມກາງສິ່ງມີຊີວິດທີ່ຖືກສ້າງຂຶ້ນທີ່ເວົ້າ ແລະ ປະຕິບັດພາລະກິດຕາງໜ້າພຣະເຢໂຮວາ ເຊິ່ງນັ້ນຄືວິທີທີ່ບຸດຊາຍຂອງມະນຸດ ແລະ ສາສະດາທັງຫຼາຍໄດ້ມາກະທໍາພາລະກິດທ່າມກາງມະນຸດ. ບຸດຊາຍຂອງມະນຸດໄດ້ປະຕິບັດພາລະກິດທ່າມກາງມະນຸດໂດຍຕາງໜ້າພຣະເຢໂຮວາ. ການທີ່ຖືກພຣະເຢໂຮວາເອີ້ນວ່າ “ບຸດຊາຍຂອງມະນຸດ” ໝາຍຄວາມວ່າ ຜູ້ຄົນດັ່ງກ່າວຕັ້ງຂໍ້ບັນຍັດແທນພຣະເຢໂຮວາ. ພວກເຂົາຍັງເປັນມະຫາປະໂລຫິດທ່າມກາງຜູ້ຄົນຂອງອິດສະຣາເອນ, ມະຫາປະໂລຫິດທີ່ຖືກເບິ່ງແຍງ ແລະ ປົກປ້ອງໂດຍພຣະເຢໂຮວາ ແລະ ເປັນຜູ້ທີ່ຖືກພຣະວິນຍານຂອງພຣະເຢໂຮວາເຮັດພາລະກິດໃນຕົວ; ພວກເຂົາເປັນຜູ້ນໍາໃນທ່າມກາງຜູ້ຄົນ ແລະ ຮັບໃຊ້ພຣະເຢໂຮວາໂດຍກົງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 146](https://lo.kingdomsalvation.org/recital-knowing-God-s-work-146.html) - ການຮູ້ຈັກພາລະກິດຂອງພຣະເຈົ້າບໍ່ແມ່ນບັນຫາທີ່ງ່າຍ. ເຈົ້າຄວນມີມາດຕະຖານ ແລະ ຈຸດປະສົງໃນການສະແຫວງຫາຂອງເຈົ້າ, ເຈົ້າຄວນຮູ້ຈັກວິທີການສະແຫວງຫາຫົນທາງທີ່ແທ້ຈິງ ແລະ ວິທີການປະເມີນວ່າ ມັນເປັນຫົນທາງທີ່ແທ້ຈິງ ຫຼື ບໍ່ ແລະ ມັນເປັນພາລະກິດຂອງພຣະເຈົ້າ ຫຼື ບໍ່. ແມ່ນຫຍັງຄືຫຼັກການພື້ນຖານທີ່ສຸດໃນການສະແຫວງຫາຫົນທາງທີ່ແທ້ຈິງ? ເຈົ້າຕ້ອງເບິ່ງວ່າ ມັນມີພາລະກິດຂອງພຣະວິນຍານບໍລິສຸດໃນລັກສະນະນີ້ ຫຼື ບໍ່, ພຣະທໍາເຫຼົ່ານີ້ແມ່ນການສະແດງເຖິງຄວາມຈິງ ຫຼື ບໍ່, ເປັນພະຍານໃຫ້ກັບໃຜ ແລະ ມັນສາມາດນໍາຫຍັງມາໃຫ້ເຈົ້າ. ການຈຳແນກລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ຈອມປອມຕ້ອງການຄວາມຮູ້ພື້ນຖານໃນຫຼາຍໆດ້ານ ເຊິ່ງສິ່ງທີ່ເປັນພື້ນຖານທີ່ສຸດຄືການສາມາດບອກວ່າ ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ່. ຍ້ອນແກ່ນແທ້ຂອງຄວາມເຊື່ອໃນພຣະເຈົ້າແມ່ນຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າ ແລະ ແມ່ນແຕ່ຄວາມເຊື່ອໃນພຣະເຈົ້າໃນຮ່າງຂອງມະນຸດກໍເກີດຂຶ້ນ ຍ້ອນເນື້ອໜັງນີ້ເປັນຕົວຕົນຂອງພຣະວິນຍານຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ຄວາມເຊື່ອດັ່ງກ່າວກໍຍັງແມ່ນຄວາມເຊື່ອໃນພຣະວິນຍານ. ມີຄວາມແຕກຕ່າງລະຫວ່າງພຣະວິນຍານ ແລະ ເນື້ອໜັງ ແຕ່ຍ້ອນເນື້ອໜັງມາຈາກພຣະວິນຍານ ແລະ ພຣະທຳກາຍເປັນເນື້ອໜັງ, ສະນັ້ນ, ສິ່ງທີ່ມະນຸດເຊື່ອຍັງຄົງເປັນແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ໃນການຈຳແນກວ່າ ມັນແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ່, ກ່ອນອື່ນໝົດ ເຈົ້າຕ້ອງເບິ່ງວ່າ ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 361](https://lo.kingdomsalvation.org/recital-exposing-mankind-s-corruption-361.html) - ທໍາມະຊາດຂອງມະນຸດແມ່ນຂ້ອນຂ້າງແຕກຕ່າງຈາກແກ່ນແທ້ຂອງເຮົາ, ຍ້ອນທໍາມະຊາດທີ່ເສື່ອມຊາມຂອງມະນຸດແມ່ນເກີດມາຈາກຊາຕານທັງສິ້ນ; ທໍາມະຊາດຂອງມະນຸດໄດ້ຖືກຊາຕານແປຮູບ ແລະ ເຮັດໃຫ້ເສື່ອມຊາມ. ນັ້ນກໍຄື ມະນຸດດຳລົງຊີວິດພາຍໃຕ້ອິດທິພົນຂອງຄວາມຊົ່ວຮ້າຍ ແລະ ຄວາມຂີ້ຮ້າຍຂອງຊາຕານ. ມະນຸດບໍ່ໄດ້ເຕີບໃຫຍ່ຢູ່ໂລກແຫ່ງຄວາມຈິງ ຫຼື ສະພາບແວດລ້ອມທີ່ບໍລິສຸດ ແລະ ແຮງໄກທີ່ມະນຸດຈະດຳລົງຊີວິດໃນແສງສະຫວ່າງ. ດັ່ງນັ້ນ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຜູ້ໃດຜູ້ໜຶ່ງຈະມີຄວາມຈິງພາຍໃນທໍາມະຊາດຂອງພວກເຂົາຕັ້ງແຕ່ຊ່ວງເວລາທີ່ເກີດມາ ແລະ ແຮງໄກທີ່ຜູ້ໃດຜູ້ໜຶ່ງຈະເກີດມາພ້ອມກັບແກ່ນແທ້ທີ່ຢໍາເກງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ໃນທາງກົງກັນຂ້າມ ຜູ້ຄົນມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ, ກະບົດຕໍ່ພຣະເຈົ້າ ແລະ ບໍ່ມີຄວາມຮັກສຳລັບຄວາມຈິງ. ທໍາມະຊາດນີ້ແມ່ນບັນຫາທີ່ເຮົາຕ້ອງການສົນທະນາ ນັ້ນກໍຄື ການທໍລະຍົດ. ການທໍລະຍົດແມ່ນແຫຼ່ງທີ່ມາຂອງການທີ່ແຕ່ລະຄົນຕໍ່ຕ້ານພຣະເຈົ້າ. ນີ້ແມ່ນບັນຫາທີ່ມີຢູ່ໃນມະນຸດເທົ່ານັ້ນ ແລະ ບໍ່ໄດ້ມີຢູ່ໃນຕົວເຮົາ. ບາງຄົນຈະຖາມວ່າ: ຍ້ອນມະນຸດທຸກຄົນດໍາລົງຊີວິດໃນໂລກດັ່ງທີ່ພຣະຄຣິດດຳລົງຢູ່, ເປັນຫຍັງມະນຸດທຸກຄົນຈຶ່ງມີທໍາມະຊາດທີ່ທໍລະຍົດພຣະເຈົ້າ ແຕ່ພຣະຄຣິດບໍ່ມີ? ນີ້ແມ່ນບັນຫາທີ່ຕ້ອງໄດ້ອະທິບາຍໃຫ້ແກ່ພວກເຈົ້າຢ່າງຊັດເຈນ. ພື້ນຖານການເປັນຢູ່ຂອງມະນຸດຊາດ ແມ່ນການກັບມາເກີດໃໝ່ຂອງວິນຍານຊໍ້າໄປຊໍ້າມາ. ເວົ້າອີກແບບໜຶ່ງກໍຄື ແຕ່ລະຄົນແມ່ນໄດ້ຮັບຊີວິດມະນຸດເປັນເນື້ອໜັງ ເມື່ອວິນຍານຂອງພວກເຂົາໄດ້ກັບມາເກີດໃໝ່. ຫຼັງຈາກທີ່ຮ່າງກາຍຂອງບຸກຄົນໜຶ່ງເກີດມາ, ຊີວິດນັ້ນແມ່ນສືບຕໍ່ຈົນເນື້ອໜັງໄປເຖິງຂອບເຂດຂອງມັນໃນທີ່ສຸດ ເຊິ່ງກໍຄືຊ່ວງເວລາສຸດທ້າຍ ເມື່ອວິນຍານອອກຈາກເປືອກນອກຂອງມັນ. ຂະບວນການນີ້ແມ່ນເກີດຂຶ້ນຊໍ້າແລ້ວຊໍ້າອີກ ໂດຍທີ່ວິນຍານຂອງບຸກຄົນໃດໜຶ່ງມາ ແລະ ໄປຄັ້ງແລ້ວຄັ້ງເລົ່າ ແລະ ດ້ວຍເຫດນັ້ນ ການເປັນຢູ່ຂອງມະນຸດຊາດຈຶ່ງຖືກຮັກສາ. ຊີວິດຂອງເນື້ອໜັງຍັງເປັນຊີວິດຂອງວິນຍານຂອງມະນຸດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 363](https://lo.kingdomsalvation.org/recital-exposing-mankind-s-corruption-363.html) - ຕອນນີ້ ພວກເຈົ້າທຸກຄົນຄວນກວດສອບຕົນເອງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອເບິ່ງວ່າມີຄວາມທໍລະຍົດທີ່ມີຕໍ່ເຮົານັ້ນມີຫຼາຍສໍ່າໃດຢູ່ພາຍໃນພວກເຈົ້າ. ເຮົາກຳລັງລໍຖ້າການຕອບໂຕ້ຂອງພວກເຈົ້າຢ່າງກະຕືລືລົ້ນ. ຢ່າປະຕິບັດຕໍ່ເຮົາພໍເປັນພິທີ. ເຮົາບໍ່ເຄີຍຫຼິ້ນເກມກັບຜູ້ຄົນ. ຖ້າເຮົາເວົ້າວ່າເຮົາຈະເຮັດສິ່ງໃດສິ່ງໜຶ່ງ, ເຮົາກໍຈະເຮັດມັນຢ່າງແນ່ນອນ. ເຮົາຫວັງວ່າ ພວກເຈົ້າແຕ່ລະຄົນຈະເປັນຄົນທີ່ຮັບເອົາພຣະທໍາຂອງເຮົາຢ່າງຈິງຈັງ ແລະ ບໍ່ຄິດວ່າ ພຣະທໍາເຫຼົ່ານັ້ນແມ່ນນະວະນິຍາຍແຫ່ງວິທະຍາສາດ. ສິ່ງທີ່ເຮົາຕ້ອງການແມ່ນການກະທໍາທີ່ເປັນຮູບປະທໍາຈາກພວກເຈົ້າ, ບໍ່ແມ່ນຈິນຕະນາການຂອງພວກເຈົ້າ. ຕໍ່ໄປ ພວກເຈົ້າຕ້ອງຕອບຄໍາຖາມຂອງເຮົາ ເຊິ່ງມີດັ່ງຕໍ່ໄປນີ້: 1. ຖ້າເຈົ້າແມ່ນຜູ້ໃຫ້ບໍລິການຢ່າງແທ້ຈິງ, ເຈົ້າຈະສາມາດໃຫ້ບໍລິການເຮົາໄດ້ຢ່າງຈົງຮັກພັກດີບໍ ໂດຍປາສະຈາກອົງປະກອບທີ່ພໍເປັນພິທີ ຫຼື ທາງດ້ານລົບ? 2. ຖ້າເຈົ້າພົບເຫັນວ່າ ເຮົາບໍ່ເຄີຍຮູ້ຄຸນຄ່າຂອງເຈົ້າ, ເຈົ້າຍັງຈະສາມາດຢູ່ ແລະ ໃຫ້ບໍລິການເຮົາຕະຫຼອດຊີວິດບໍ? 3. ຖ້າເຮົາຍັງເຢັນຊາຫຼາຍຕໍ່ເຈົ້າ ເຖິງແມ່ນເຈົ້າໄດ້ໃຊ້ຄວາມພະຍາຍາມຫຼາຍ, ເຈົ້າຈະສາມາດສືບຕໍ່ເຮັດວຽກໃຫ້ເຮົາໂດຍບໍ່ເປັນທີ່ຮູ້ຈັກ ແລະ ໄຮ້ຊື່ສຽງໄດ້ບໍ? 4. ພາຍຫຼັງເຈົ້າໄດ້ຈ່າຍລາຄາເພື່ອເຮົາ, ຖ້າເຮົາບໍ່ໄດ້ຕອບສະໜອງຄວາມຕ້ອງການຈໍານວນໜຶ່ງຂອງເຈົ້າ, ເຈົ້າຈະໝົດກໍາລັງໃຈ ແລະ ຜິດຫວັງກັບເຮົາ ຫຼື ແມ່ນແຕ່ໃຈຮ້າຍ ແລະ ຮ້ອງດ່າບໍ? 5. ຖ້າເຈົ້າຈົງຮັກພັກດີຢູ່ສະເໝີ, ມີຄວາມຮັກຫຼາຍຕໍ່ເຮົາ, ແຕ່ເຈົ້າໄດ້ທົນທຸກທໍລະມານກັບຄວາມເຈັບເປັນ, ຄວາມຕຶງຄຽດທາງດ້ານການເງິນ ແລະ ການປະຖິ້ມໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຂອງເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 362](https://lo.kingdomsalvation.org/recital-exposing-mankind-s-corruption-362.html) - ວິນຍານທຸກດວງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ລ້ວນຕົກຢູ່ພາຍໃຕ້ອຳນາດຂອງຊາຕານ. ມີພຽງແຕ່ຜູ້ທີ່ເຊື່ອໃນພຣະຄຣິດເທົ່ານັ້ນ ທີ່ຖືກແຍກອອກມາ, ຊ່ວຍໃຫ້ລອດພົ້ນຈາກຄ້າຍຂອງຊາຕານ ແລະ ຖືກນໍາເຂົ້າມາສູ່ອານາຈັກໃນປັດຈຸບັນ. ຜູ້ຄົນເຫຼົ່ານີ້ບໍ່ໄດ້ດໍາລົງຊີວິດພາຍໃຕ້ອຳນາດຂອງຊາຕານອີກຕໍ່ໄປ. ເຖິງຢ່າງນັ້ນກໍຕາມ ທໍາມະຊາດຂອງມະນຸດກໍຍັງຝັງເລິກຢູ່ໃນເນື້ອໜັງຂອງມະນຸດ. ເຊິ່ງເວົ້າໄດ້ວ່າ ເຖິງແມ່ນວ່າວິນຍານຂອງພວກເຈົ້າໄດ້ຖືກຊ່ວຍໃຫ້ລອດພົ້ນ, ທໍາມະຊາດຂອງພວກເຈົ້າກໍຍັງເປັນຄືກັບທີ່ມັນເປັນໃນເມື່ອກ່ອນ ແລະ ໂອກາດທີ່ພວກເຈົ້າຈະທໍລະຍົດເຮົາກໍຍັງຄົງມີຢູ່ໜຶ່ງຮ້ອຍເປີເຊັນ. ນັ້ນກໍຄືເຫດຜົນທີ່ພາລະກິດຂອງເຮົາໃຊ້ເວລາຍາວນານຫຼາຍ ຍ້ອນວ່າ ທໍາມະຊາດຂອງພວກເຈົ້າແມ່ນປ່ຽນແປງໄດ້ຍາກ. ຕອນນີ້ ພວກເຈົ້າທຸກຄົນແມ່ນກໍາລັງຜະເຊີນກັບຄວາມລຳບາກດ້ວຍສຸດຄວາມສາມາດຂອງພວກເຈົ້າ ໃນຂະນະທີ່ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າ, ແຕ່ພວກເຈົ້າແຕ່ລະຄົນສາມາດທໍລະຍົດເຮົາໄດ້ ແລະ ກັບຄືນສູ່ອຳນາດຂອງຊາຕານ, ສູ່ຄ້າຍຂອງມັນ ແລະ ກັບໄປສູ່ຊີວິດເດີມຂອງພວກເຈົ້າ, ນີ້ແມ່ນຂໍ້ແທ້ຈິງທີ່ບໍ່ສາມາດປະຕິເສດໄດ້. ໃນເວລານັ້ນ ມັນຈະເປັນໄປບໍ່ໄດ້ທີ່ພວກເຈົ້າຈະສະແດງຄວາມເປັນມະນຸດ ຫຼື ຄວາມເໝືອນມະນຸດແມ່ນແຕ່ໜ້ອຍດຽວ ດັ່ງທີ່ພວກເຈົ້າເຮັດໃນປັດຈຸບັນ. ໃນກໍລະນີທີ່ຮ້າຍແຮງ ພວກເຈົ້າຈະຖືກທໍາລາຍ ແລະ ຍິ່ງໄປກວ່ານັ້ນ ກໍຈະຖືກພາໂຕໄປຮັບການລົງໂທດຊົ່ວນິລັນ, ຖືກລົງໂທດຢ່າງຮຸນແຮງ, ບໍ່ໄດ້ເກີດໃໝ່ອີກຈັກເທື່ອ. ນີ້ແມ່ນບັນຫາທີ່ຖືກວາງຢູ່ຕໍ່ໜ້າພວກເຈົ້າ. ເຮົາກໍາລັງເຕືອນພວກເຈົ້າດ້ວຍວິທີນີ້: ຢ່າງທີໜຶ່ງ, ເພື່ອວ່າພາລະກິດຂອງເຮົາຈະບໍ່ສູນເປົ່າ ແລະ ຢ່າງທີສອງ ແມ່ນເພື່ອວ່າພວກເຈົ້າທຸກຄົນອາດດໍາລົງຊີວິດໃນມື້ແຫ່ງແສງສະຫວ່າງ. ໃນຄວາມເປັນຈິງແລ້ວ, ເລື່ອງທີ່ ບໍ່ວ່າພາລະກິດຂອງເຮົາສູນເປົ່າ ຫຼື ບໍ່ນັ້ນບໍ່ແມ່ນບັນຫາທີ່ສຳຄັນ. ສິ່ງທີ່ສໍາຄັນແມ່ນພວກເຈົ້າສາມາດມີຊີວິດທີ່ມີຄວາມສຸກ ແລະ ອະນາຄົດທີ່ສົດໃສ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 357](https://lo.kingdomsalvation.org/recital-exposing-mankind-s-corruption-357.html) - ເຖິງແມ່ນວ່າ ການຄຸ້ມຄອງຂອງພຣະເຈົ້າເລິກເຊິ່ງ, ມັນກໍບໍ່ໄດ້ເກີນຄວາມເຂົ້າໃຈຂອງມະນຸດ. ນີ້ກໍຍ້ອນວ່າພາລະກິດທັງໝົດຂອງພຣະເຈົ້າເຊື່ອມໂຍງກັບການຄຸ້ມຄອງຂອງພຣະອົງ ແລະ ພາລະກິດຂອງພຣະອົງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ກ່ຽວຂ້ອງກັບຊີວິດ, ການດຳລົງຊີວິດ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ. ພາລະກິດທີ່ພຣະເຈົ້າກະທໍາໃນທ່າມກາງມະນຸດ ແລະ ຕໍ່ມະນຸດ ແມ່ນສາມາດເວົ້າໄດ້ວ່າ ມີຄວາມເປັນຈິງ ແລະ ມີຄວາມໝາຍຫຼາຍ. ມະນຸດສາມາດເບິ່ງເຫັນ ແລະ ປະສົບກັບພາລະກິດນັ້ນໄດ້ ແລະ ມັນຢູ່ຫ່າງໄກຈາກສິ່ງທີ່ເປັນນາມມະທຳ. ຖ້າມະນຸດບໍ່ສາມາດຮັບເອົາທຸກພາລະກິດທີ່ພຣະເຈົ້າກະທໍາ ແລ້ວແມ່ນຫຍັງຄືຄວາມໝາຍຂອງພາລະກິດຂອງພຣະອົງ? ແລ້ວການຄຸ້ມຄອງດັ່ງກ່າວຈະສາມາດນໍາພາໄປສູ່ຄວາມລອດພົ້ນຂອງມະນຸດໄດ້ແນວໃດ? ຫຼາຍຄົນທີ່ຕິດຕາມພຣະເຈົ້າພຽງສົນໃຈໃນວິທີການຮັບພອນ ຫຼື ປ້ອງກັນໄພພິບັດ. ທັນທີທີ່ກ່າວເຖິງພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາພາກັນມິດງຽບ ແລະ ບໍ່ສົນໃຈຫຍັງທັງໝົດ. ພວກເຂົາຄິດວ່າ ການເຂົ້າໃຈບັນຫາທີ່ໜ້າເບື່ອດັ່ງກ່າວຈະບໍ່ຊ່ວຍໃຫ້ຊີວິດຂອງພວກເຂົາຈະເລີນເຕີບໂຕຂຶ້ນ ຫຼື ມີຜົນປະໂຫຍດຫຍັງ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພວກເຂົາໄດ້ຍິນຂໍ້ມູນກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາປະຕິບັດກັບມັນໃນລັກສະນະທີ່ບໍ່ເອົາໃຈໃສ່. ພວກເຂົາບໍ່ເຫັນວ່າມັນເປັນສິ່ງທີ່ມີຄຸນຄ່າທີ່ຈະຮັບເອົາ ແຮງໄກທີ່ພວກເຂົາຈະເຂົ້າໃຈມັນໃຫ້ກາຍເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາ. ຈຸດປະສົງຂອງຄົນເຫຼົ່ານີ້ໃນການຕິດຕາມພຣະເຈົ້ານັ້ນລຽບງ່າຍຢ່າງຍິ່ງ ແລະ ມັນກໍເປັນໄປເພື່ອເປົ້າໝາຍດຽວຄື: ເພື່ອຮັບພອນ. ຜູ້ຄົນເຫຼົ່ານີ້ບໍ່ມີກະຈິດກະໃຈເຮັດສິ່ງອື່ນໃດ ທີ່ບໍ່ກ່ຽວຂ້ອງກັບເປົ້າໝາຍນີ້. ສໍາລັບພວກເຂົາແລ້ວ, ບໍ່ມີເປົ້າໝາຍໃດທີ່ຖືກຕ້ອງເກີນກວ່າການເຊື່ອໃນພຣະເຈົ້າເພື່ອການຮັບພອນ, ມັນເປັນຄຸນຄ່າທີ່ແທ້ຈິງແຫ່ງຄວາມເຊື່ອຂອງພວກເຂົາ. ຖ້າມີສິ່ງໃດໜຶ່ງບໍ່ໄດ້ປະກອບສ່ວນໃນເປົ້າໝາຍນີ້,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 264](https://lo.kingdomsalvation.org/recital-God-s-disposition-and-what-He-has-and-is-264.html) - ໃນຈັກກະວານອັນກວ້າງໃຫຍ່ໄພສານ ແລະ ທ້ອງຟ້າ, ສິ່ງມີຊີວິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ດໍາລົງຊີວິດ ແລະ ຂະຫຍາຍພັນ, ປະຕິບັດຕາມກົດເກນແຫ່ງຊີວິດເປັນວົງຈອນທີ່ບໍ່ສິ້ນສຸດ ແລະ ຍຶດໝັ້ນກັບກົດລະບຽບໜຶ່ງຢ່າງທີ່ບໍ່ເຄີຍປ່ຽນແປງ. ຄົນທີ່ຕາຍກໍເອົາເລື່ອງລາວຂອງຄົນທີ່ມີຊີວິດຢູ່ໄປນຳ ແລະ ຄົນທີ່ຍັງມີຊີວິດຢູ່ກໍ່ດຳລົງຊີວິດແບບດຽວກັນກັບປະຫວັດສາດທີ່ໜ້າສະລົດໃຈຂອງຄົນທີ່ຕາຍໄປແລ້ວຊ້ຳໄປຊ້ຳມາ. ແລ້ວດ້ວຍເຫດນັ້ນ ມະນຸດຊາດຈຶ່ງບໍ່ອົດບໍ່ໄດ້ທີ່ຈະຖາມຕົນເອງວ່າ: ເປັນຫຍັງພວກເຮົາຈຶ່ງມີຊີວິດ? ແລ້ວເປັນຫຍັງພວກເຮົາຕ້ອງຕາຍ? ແມ່ນໃຜບັນຊາການໂລກນີ້? ແມ່ນໃຜສ້າງມະນຸດຊາດນີ້? ມະນຸດຊາດຖືກສ້າງຂຶ້ນໂດຍທໍາມະຊາດແທ້ໆບໍ? ມະນຸດຊາດຄວບຄຸມຊະຕາກໍາຂອງເຂົາເອງແທ້ໆບໍ? ... ສິ່ງເຫຼົ່ານີ້ແມ່ນຄຳຖາມທີ່ມະນຸດຊາດໄດ້ຖາມໂດຍບໍ່ສິ້ນສຸດເປັນເວລາຫຼາຍພັນປີ. ໜ້າເສຍດາຍ ຍິ່ງມະນຸດໝົກມຸ້ນກັບຄໍາຖາມເຫຼົ່ານີ້ຫຼາຍເທົ່າໃດ, ເຂົາຍິ່ງເລີ່ມມີຄວາມກະຫາຍຫາວິທະຍາສາດຫຼາຍເທົ່ານັ້ນ. ວິທະຍາສາດສະໜອງຄວາມພໍໃຈສັ້ນໆ ແລະ ຄວາມສຸກໃຈຂອງຮ່າງກາຍພຽງຊົ່ວຄາວ, ແຕ່ບໍ່ພຽງພໍທີ່ຈະປົດປ່ອຍມະນຸດຈາກຄວາມເປົ່າປ່ຽວ, ຄວາມໂດດດ່ຽວ, ຄວາມຢ້ານກົວທີ່ຍາກຈະປົກປິດ ແລະ ຄວາມໄຮ້ຄວາມສາມາດຊ່ວຍຕົນເອງທີ່ຝັງເລິກຢູ່ພາຍໃນວິນຍານຂອງເຂົາ. ມະນຸດຊາດພຽງໃຊ້ຄວາມຮູ້ທາງດ້ານວິທະຍາສາດທີ່ເຂົາສາມາດເບິ່ງເຫັນດ້ວຍຕາເປົ່າຂອງເຂົາ ແລະ ເຂົ້າໃຈດ້ວຍມັນສະໝອງຂອງເຂົາເພື່ອເຮັດໃຫ້ຫົວໃຈຂອງເຂົາມືນຊາ. ແຕ່ຄວາມຮູ້ດ້ານວິທະຍາສາດດັ່ງກ່າວບໍ່ພຽງພໍທີ່ຈະຢຸດມະນຸດຈາກການຄົ້ນຄວ້າຄວາມລຶກລັບໄດ້. ມະນຸດຊາດບໍ່ຮູ້ຈັກແທ້ໆວ່າໃຜເປັນຜູ້ຊົງອຳນາດສູງສຸດຂອງຈັກກະວານ ແລະ ສິ່ງທັງປວງ, ແຮງໄກທີ່ພວກເຂົາຈະຮູ້ຈັກການເລີ່ມຕົ້ນ ແລະ ອະນາຄົດຂອງມະນຸດຊາດ. ມະນຸດພຽງແຕ່ໃຊ້ຊີວິດ, ດ້ວຍຄວາມຈໍາເປັນໃນທ່າມກາງກົດເກນນີ້. ບໍ່ມີໃຜສາມາດຫຼົບໜີກົດເກນນີ້ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້ ເພາະວ່າໃນທ່າມກາງສິ່ງທັງປວງ ແລະ ໃນສະຫວັນ ແມ່ນມີພຣະອົງຜູ້ດຽວຈາກນິດນິລັນສູ່ນິລັນດອນ ຜູ້ທີ່ມີອໍານາດອະທິປະໄຕເໜືອທຸກສິ່ງ. ພຣະອົງເປັນຜູ້ທີ່ມະນຸດບໍ່ເຄີຍເຫັນຈັກເທື່ອ, ເປັນຜູ້ທີ່ມະນຸດບໍ່ເຄີຍຮູ້ຈັກ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 261](https://lo.kingdomsalvation.org/recital-God-s-disposition-and-what-He-has-and-is-261.html) - ທຸກສິ່ງຢ່າງໃນໂລກນີ້ປ່ຽນແປງຢ່າງໄວວາໄປກັບແນວຄິດ ແລະ ພາຍໃຕ້ສາຍຕາຂອງອົງຊົງລິດທານຸພາບສູງສຸດ. ສິ່ງຕ່າງໆທີ່ມະນຸດຊາດບໍ່ເຄີຍໄດ້ຍິນ ທັນທີໃດ ກໍປາກົດຂຶ້ນ ແລະ ສິ່ງຕ່າງໆທີ່ມະນຸດຊາດໄດ້ຄອບຄອງມາເປັນເວລາດົນນານກໍສູນຫາຍໄປໂດຍບໍ່ຮູ້ສຶກຕົວ. ບໍ່ມີໃຜສາມາດເຂົ້າໃຈຢ່າງເລິກເຊິ່ງວ່າ ອົງຊົງລິດທານຸພາບສູງສຸດຢູ່ທີ່ໃດ ແລ້ວແຮງໄກທີ່ຜູ້ຄົນຈະສາມາດຮູ້ສຶກເຖິງຄວາມປະເສີດ ແລະ ຄວາມຍິ່ງໃຫຍ່ແຫ່ງພະລັງຊີວິດຂອງອົງຊົງລິດທານຸພາບສູງສຸດໄດ້. ພຣະອົງເໜືອທໍາມະຊາດເນື່ອງຈາກພຣະອົງສາມາດຮັບຮູ້ສິ່ງທີ່ມະນຸດບໍ່ສາມາດຮັບຮູ້ໄດ້. ພຣະອົງເປັນຜູ້ປະເສີດເນື່ອງຈາກວ່າພຣະອົງຈະຖືກມະນຸດປະຖິ້ມ, ແຕ່ພຣະອົງກໍຍັງຊ່ວຍມະນຸດໃຫ້ລອດພົ້ນ. ພຣະອົງຮູ້ຈັກຄວາມໝາຍຂອງຊີວິດ ແລະ ຄວາມຕາຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງຮູ້ຈັກກົດເກນແຫ່ງການມີຢູ່ທີ່ມະນຸດຊາດທີ່ຖືກສ້າງຂຶ້ນຄວນປະຕິບັດຕາມ. ພຣະອົງຄືພື້ນຖານແຫ່ງການດໍາລົງຢູ່ຂອງມະນຸດຊາດ ແລະ ພຣະອົງແມ່ນພຣະຜູ້ໄຖ່ບາບທີ່ເຮັດໃຫ້ມະນຸດຊາດຟື້ນຄືນຊີບອີກຄັ້ງ. ພຣະອົງຂົ່ມຫົວໃຈທີ່ເປັນສຸກດ້ວຍຄວາມທຸກ ແລະ ຍໍຫົວໃຈທີ່ເປັນທຸກດ້ວຍຄວາມສຸກ, ທັງໝົດນີ້ກໍເພື່ອພາລະກິດຂອງພຣະອົງ ແລະ ເພື່ອແຜນການຂອງພຣະອົງ. ມະນຸດທີ່ເຫີນຫ່າງຈາກການສະໜອງຊີວິດຂອງອົງຊົງລິດທານຸພາບສູງສຸດ ແມ່ນຂາດຄວາມຮູ້ກ່ຽວກັບຈຸດປະສົງຂອງການດໍາລົງຢູ່ ແຕ່ເຖິງຢ່າງໃດ ພວກເຂົາກໍຢ້ານກົວຄວາມຕາຍ. ພວກເຂົາປາສະຈາກຄວາມຊ່ວຍເຫຼືອ ຫຼື ບ່ອນເພິ່ງພາອາໄສ ແຕ່ກໍຍັງລັງເລໃຈທີ່ຈະຫຼັບຕາຂອງພວກເຂົາລົງ ແລະ ພວກເຂົາຝືນໃຈສະໜັບສະໜູນກະສອກເນື້ອໜັງຂອງພວກເຂົາທີ່ປາສະຈາກຄວາມຮູ້ສຶກທາງຈິດວິນຍານ ແລະ ຍືດເຍືອການເປັນຢູ່ທີ່ໄຮ້ຄຸນຄ່າຢູ່ໃນໂລກນີ້. ເຈົ້າດໍາລົງຊີວິດຢູ່ດ້ວຍວິທີນີ້ໂດຍບໍ່ມີຄວາມຫວັງ ແລະ ບໍ່ມີເປົ້າໝາຍ ເຊິ່ງຄົນອື່ນໆກໍຄືກັນ. ມີພຽງພຣະຜູ້ບໍລິສຸດແຫ່ງຕໍານານທີ່ຈະຊ່ວຍຜູ້ຄົນທີ່ຮ້ອງໄຫ້ໃນທ່າມກາງຄວາມທົນທຸກທໍລະມານຂອງຕົນ ແລະ ຜູ້ທີ່ປາຖະໜາຢ່າງຍິ່ງໃນການສະເດັດມາຂອງພຣະອົງ. ຄວາມເຊື່ອດັ່ງກ່າວຍັງບໍ່ໄດ້ຖືກບັນລຸຜົນເປັນເວລາດົນນານໃນຜູ້ຄົນທີ່ຂາດສະຕິເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ ພວກເຂົາກໍຍັງປາຖະໜາຫາມັນຢູ່ແບບນັ້ນ. ອົງຊົງລິດທານຸພາບສູງສຸດມີຄວາມເມດຕາຕໍ່ຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ຮັບຄວາມທຸກທໍລະມານຢ່າງຮ້າຍແຮງ;
- [ກ່ຽວກັບພຣະຄຳພີ (3)](https://lo.kingdomsalvation.org/concerning-the-bible-3-audio.html) - ບໍ່ແມ່ນທຸກສິ່ງທີ່ຢູ່ໃນພຣະຄຳພີຄືການບັນທຶກກ່ຽວກັບພຣະທຳທີ່ພຣະເຈົ້າຊົງກ່າວດ້ວຍພຣະອົງເອງ. ພຣະຄຳພີພຽງແຕ່ບັນທຶກພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ເຊິ່ງສ່ວນໜຶ່ງແມ່ນການບັນທຶກເຖິງຄຳທຳນາຍລ່ວງໜ້າຂອງຜູ້ປະກາດພຣະທຳ ແລະ ອີກສ່ວນໜຶ່ງແມ່ນປະສົບການ ແລະ ຄວາມຮູ້ທີ່ຖືກຂຽນຂຶ້ນໂດຍຜູ້ຄົນທີ່ພຣະເຈົ້າຊົງໃຊ້ຕະຫຼອດທັງຍຸກຕ່າງໆ. ປະສົບການຂອງມະນຸດຖືກເປື້ອນເປິດ້ວຍຄວາມຄິດເຫັນ ແລະ ຄວາມຮູ້ຂອງມະນຸດ ແລະ ນີ້ຄືສິ່ງທີ່ບໍ່ສາມາດຫຼີກເວັ້ນໄດ້. ໜັງສືຫຼາຍເຫຼັ້ມໃນພຣະຄຳພີແມ່ນມີແນວຄິດຂອງມະນຸດ, ອະຄະຕິຂອງມະນຸດ ແລະ ການເຂົ້າໃຈທີ່ບິດເບືອນຂອງມະນຸດ. ແນ່ນອນ, ພຣະທຳສ່ວນຫຼາຍແມ່ນຜົນຂອງການສ່ອງສະຫວ່າງ ແລະ ການໃຫ້ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ພວກມັນກໍແມ່ນການເຂົ້າໃຈທີ່ຖືກຕ້ອງ, ແຕ່ກໍຍັງບໍ່ສາມາດເວົ້າໄດ້ວ່າ ພວກມັນແມ່ນການສຳແດງອອກທີ່ແນ່ນອນກ່ຽວກັບຄວາມຈິງທັງໝົດ. ມຸມມອງຂອງພວກເຂົາກ່ຽວກັບບາງສິ່ງບາງຢ່າງເປັນພຽງຄວາມຮູ້ທີ່ມາຈາກປະສົບການສ່ວນຕົວ ຫຼື ການສອ່ງສະຫວ່າງຂອງພຣະວິນຍານບໍລິສຸດເທົ່ານັ້ນ. ຄຳພະຍາກອນຂອງຜູ້ປະກາດພຣະທຳແມ່ນໄດ້ຮັບການສັ່ງສອນຈາກພຣະເຈົ້າເປັນການສ່ວນຕົວ ນັ້ນກໍຄື ຄຳທຳນາຍຕ່າງໆເຊັ່ນ: ຂອງເອຊາຢາ, ດານີເອນ, ເອັດຊະຣາ, ເຢເຣມີຢາ ແລະ ເອເຊກີເອນ ແມ່ນມາຈາກການສັ່ງສອນໂດຍກົງຂອງພຣະວິນຍານບໍລິສຸດ; ຜູ້ຄົນເຫຼົ່ານີ້ເປັນນັກທຳນາຍ, ພວກເຂົາໄດ້ຮັບພຣະວິນຍານແຫ່ງການທຳນາຍ ແລະ ພວກເຂົາທັງໝົດແມ່ນຜູ້ປະກາດພຣະທຳແຫ່ງພຣະສັນຍາເດີມ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ຜູ້ຄົນເຫຼົ່ານີ້ ຜູ້ເຊິ່ງໄດ້ຮັບການດົນບັນດານຈາກພຣະເຢໂຮວາ ກໍໄດ້ກ່າວຄຳທຳນາຍຫຼາຍຢ່າງ ເຊິ່ງໄດ້ຮັບການສັ່ງສອນຈາກພຣະເຢໂຮວາໂດຍກົງ. ແລ້ວເປັນຫຍັງພຣະເຢໂຮວາຈຶ່ງປະຕິບັດພາລະກິດໃນພວກເຂົາ? ເພາະວ່າປະຊາຊົນອິດສະຣາເອນແມ່ນຜູ້ຄົນທີ່ພຣະເຈົ້າເລືອກ ແລະ ພາລະກິດຂອງຜູ້ປະກາດພຣະທຳຕ້ອງຖືກກະທຳທ່າມກາງພວກເຂົາ; ນັ້ນຄືເຫດຜົນທີ່ຜູ້ປະກາດພຣະທໍາສາມາດຮັບການເປີດເຜີຍດັ່ງກ່າວ. ຕາມຄວາມຈິງແລ້ວ ພວກເຂົາເອງກໍບໍ່ເຂົ້າໃຈການເປີດເຜີຍຂອງພຣະເຈົ້າທີ່ມີໃຫ້ພວກເຂົາ. ພຣະວິນຍານບໍລິສຸດກ່າວພຣະທຳເຫຼົ່ານັ້ນຜ່ານປາກຂອງພວກເຂົາ ເພື່ອຜູ້ຄົນໃນອະນາຄົດຈະສາມາດເຂົ້າໃຈເຖິງສິ່ງຕ່າງໆເຫຼົ່ານັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 356](https://lo.kingdomsalvation.org/recital-exposing-mankind-s-corruption-356.html) - ໃນຫົວໃຈຂອງເຈົ້ານັ້ນມີຄວາມລຶກລັບຢ່າງມະຫາສານ ທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ ຍ້ອນວ່າເຈົ້າດໍາລົງຊີວິດຢູ່ໃນໂລກທີ່ຂາດແສງສະຫວ່າງ. ຫົວໃຈ ແລະ ຈິດວິນຍານຂອງເຈົ້າໄດ້ຖືກຜູ້ທີ່ຊົ່ວຮ້າຍແຍ່ງເອົາໄປ. ດວງຕາຂອງເຈົ້າຖືກປິດບັງດ້ວຍຄວາມມືດ ແລະ ເຈົ້າບໍ່ສາມາດເຫັນແສງອາທິດໃນທ້ອງຟ້າ ຫຼື ດວງດາວທີ່ສ່ອງແສງແວວວາວໃນຄໍ່າຄືນ. ຫູຂອງເຈົ້າຖືກອຸດຕັນດ້ວຍຖ້ອຍຄໍາທີ່ຫຼອກລວງ ແລະ ເຈົ້າບໍ່ສາມາດໄດ້ຍິນສຽງຟ້າລັ່ນຂອງພຣະເຢໂຮວາ ຫຼື ສຽງແຫ່ງສາຍນໍ້າທີ່ໄຫຼຈາກບັນລັງ. ເຈົ້າໄດ້ສູນເສຍທຸກສິ່ງທີ່ເປັນຂອງເຈົ້າໂດຍຊອບທໍາ ແລະ ເສຍທຸກສິ່ງທີ່ອົງຊົງລິດທານຸພາບສູງສຸດໄດ້ປະທານໃຫ້ເຈົ້າ. ເຈົ້າໄດ້ເຂົ້າສູ່ທະເລແຫ່ງຄວາມທຸກທໍລະມານຢ່າງບໍ່ສິ້ນສຸດ, ບໍ່ມີແຮງທີ່ຈະຊ່ວຍເຈົ້າ, ບໍ່ມີຄວາມຫວັງແຫ່ງການຢູ່ລອດ, ເຈົ້າໄດ້ແຕ່ດີ້ນຮົນ ແລະ ແລ່ນວົກວົນໄປມາ... ແລ້ວຈາກຊ່ວງເວລານັ້ນເປັນຕົ້ນມາ ເຈົ້າກໍຖືກທໍລະມານໂດຍມານຜູ້ທີ່ຊົ່ວຮ້າຍ, ເຊິ່ງໄກຈາກພອນຂອງອົງຊົງລິດທານຸພາບສູງສຸດ, ໄກຈາກການສະໜອງຂອງອົງຊົງລິດທານຸພາບສູງສຸດ ແລະ ກໍາລັງຍ່າງຕາມເສັ້ນທາງທີ່ບໍ່ມີວັນຫວນຄືນ. ເອີ້ນຫາເປັນລ້ານຄັ້ງກໍບໍ່ສາມາດປຸກໃຈ ແລະ ຈິດວິນຍານຂອງເຈົ້າໄດ້. ເຈົ້ານອນຫຼັບສະບາຍໃນກໍາມືຂອງຜູ້ທີ່ຊົ່ວຮ້າຍ ເຊິ່ງແມ່ນຜູ້ທີ່ໄດ້ຫຼອກລວງເຈົ້າເຂົ້າສູ່ດິນແດນທີ່ບໍ່ມີຂອບເຂດ ໂດຍຂາດທິດທາງ ຫຼື ສິ່ງໝາຍບອກທາງ. ຈາກນັ້ນເຈົ້າຈຶ່ງສູນເສຍຄວາມໄຮ້ດຽງສາ ແລະ ຄວາມບໍລິສຸດດັ່ງເດີມຂອງເຈົ້າ ແລະ ເລີ່ມຫຼີກເວັ້ນການເບິ່ງແຍງຂອງອົງຊົງລິດທານຸພາບສູງສຸດ. ພາຍໃນໃຈຂອງເຈົ້າ, ຜູ້ທີ່ຊົ່ວຮ້າຍນຳພາເຈົ້າໃນທຸກເລື່ອງ ແລະ ໄດ້ກາຍເປັນຊີວິດຂອງເຈົ້າ. ເຈົ້າບໍ່ຢ້ານມັນ, ຫຼີກເວັ້ນມັນ ຫຼື ສົງໄສມັນອີກຕໍ່ໄປ; ກົງກັນຂ້າມ ເຈົ້າປະຕິບັດຕໍ່ມັນຄືດັ່ງພຣະເຈົ້າໃນຫົວໃຈຂອງເຈົ້າ. ເຈົ້າເລີ່ມບູຊາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 127](https://lo.kingdomsalvation.org/recital-the-incarnation-127.html) - ເນື້ອໜັງຂອງມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ມັນຖືກເຮັດໃຫ້ຕາບອດສະໜິດ ແລະ ຖືກທຳລາຍຢ່າງເລິກເຊິ່ງ. ເຫດຜົນທີ່ສໍາຄັນທີ່ສຸດວ່າ ເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດໃນເນື້ອໜັງດ້ວຍຕົວພຣະອົງເອງ ກໍຍ້ອນວ່າ ເປົ້າໝາຍທີ່ພຣະອົງຈະເຮັດໃຫ້ລອດພົ້ນແມ່ນມະນຸດ ຜູ້ທີ່ເກີດຈາກເນື້ອໜັງ ແລະ ຍ້ອນຊາຕານຍັງໃຊ້ເນື້ອໜັງຂອງມະນຸດເພື່ອລົບກວນພາລະກິດຂອງພຣະເຈົ້າ. ການຕໍ່ສູ້ກັບຊາຕານ ຄວາມຈິງແລ້ວ ຄືພາລະກິດແຫ່ງການເອົາຊະນະມະນຸດ ແລະ ໃນເວລາດຽວກັນ ມະນຸດກໍຍັງເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະເຈົ້າ. ໃນທຳນອງນີ້, ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງຈຳເປັນຕ້ອງມີ. ຊາຕານເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມ ແລະ ມະນຸດກາຍເປັນຕົວຕົນຂອງຊາຕານ ແລະ ກາຍເປັນເປົ້າໝາຍທີ່ຈະຖືກພຣະເຈົ້າເອົາຊະນະ. ໃນທຳນອງນີ້, ພາລະກິດແຫ່ງການຕໍ່ສູ້ກັບຊາຕານ ແລະ ການຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນຈຶ່ງເກີດຂຶ້ນເທິງແຜ່ນດິນໂລກ ແລະ ພຣະເຈົ້າຕ້ອງກາຍເປັນມະນຸດເພື່ອຕໍ່ສູ້ກັບຊາຕານ. ນີ້ແມ່ນພາລະກິດທີ່ເປັນຈິງທີ່ສຸດ. ເມື່ອພຣະເຈົ້າກຳລັງປະຕິບັດພາລະກິດໃນເນື້ອໜັງ, ຕາມຄວາມຈິງແລ້ວ ພຣະອົງກຳລັງຕໍ່ສູ້ກັບຊາຕານທີ່ຢູ່ໃນເນື້ອໜັງ. ເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງ, ພຣະອົງກຳລັງປະຕິບັດພາລະກິດໃນໂລກຝ່າຍວິນຍານ ແລະ ພຣະອົງເຮັດໃຫ້ພາລະກິດທັງໝົດຂອງພຣະອົງໃນໂລກຝ່າຍວິນຍານນັ້ນເປັນຈິງເທິງແຜ່ນດິນໂລກ. ຜູ້ທີ່ຖືກເອົາຊະນະແມ່ນມະນຸດ, ມະນຸດທີ່ກະບົດຕໍ່ພຣະອົງ ແລະ ຜູ້ທີ່ຖືກພ່າຍແພ້ແມ່ນຕົວຕົນຂອງຊາຕານ (ແນ່ນອນ, ນີ້ກໍຍັງແມ່ນມະນຸດ), ຜູ້ທີ່ເປັນສັດຕູກັບພຣະອົງ ແລະ ຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນໃນທີ່ສຸດກໍຍັງແມ່ນມະນຸດ. ດ້ວຍເຫດນີ້, ມັນຍິ່ງຈຳເປັນສຳລັບພຣະເຈົ້າທີ່ຈະກາຍເປັນມະນຸດທີ່ມີຮູບຮ່າງພາຍນອກຂອງສິ່ງຖືກສ້າງ ເພື່ອວ່າພຣະອົງຈະສາມາດຕໍ່ສູ້ກັບຊາຕານຢ່າງແທ້ຈິງ, ເພື່ອເອົາຊະນະມະນຸດຜູ້ທີ່ກະບົດຕໍ່ພຣະອົງ ແລະ ມີຮ່າງກາຍທີ່ຄືກັບພຣະອົງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 126](https://lo.kingdomsalvation.org/recital-the-incarnation-126.html) - ພາລະກິດແຕ່ລະຂັ້ນຕອນຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງຕະຫຼອດຍຸກ ແລະ ມັນບໍ່ແມ່ນເປັນຕົວແທນໃຫ້ກັບຊ່ວງໄລຍະໃດໜຶ່ງຄືກັບພາລະກິດຂອງມະນຸດ. ດ້ວຍເຫດນັ້ນ ຕອນຈົບຂອງພາລະກິດໃນການບັງເກີດເປັນມະນຸດຄັ້ງສຸດທ້າຍຂອງພຣະອົງກໍບໍ່ໄດ້ໝາຍຄວາມວ່າ ພາລະກິດຂອງພຣະອົງໄດ້ມາເຖິງຈຸດສິ້ນສຸດຢ່າງບໍລິບູນ, ຍ້ອນວ່າ ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນເປັນຕົວແທນໝົດທັງຍຸກ ແລະ ບໍ່ພຽງແຕ່ເປັນຕົວແທນໃຫ້ກັບຊ່ວງໄລຍະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງ. ພຽງແຕ່ວ່າ ພຣະອົງສຳເລັດພາລະກິດຂອງພຣະອົງໝົດທັງຍຸກໃນຊ່ວງເວລາທີ່ພຣະອົງຢູ່ໃນເນື້ອໜັງເທົ່ານັ້ນ, ຫຼັງຈາກນັ້ນ ພາລະກິດຂອງພຣະອົງກໍຈະເຜີຍແຜ່ໄປທົ່ວທຸກແຫ່ງຫົນ. ຫຼັງຈາກທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສຳເລັດພັນທະກິດຂອງພຣະອົງ, ພຣະອົງຈະມອບໝາຍພາລະກິດໃນອະນາຄົດຂອງພຣະອົງໃຫ້ກັບຄົນທີ່ຕິດຕາມພຣະອົງ. ໃນທຳນອງນີ້, ພາລະກິດຂອງພຣະອົງຕະຫຼອດຍຸກຈະຖືກປະຕິບັດຢ່າງຕໍ່ເນື່ອງ. ພາລະກິດໃນຍຸກຂອງການບັງເກີດເປັນມະນຸດຈະຖືວ່າຄົບຖ້ວນກໍຕໍ່ເມື່ອມັນໄດ້ເຜີຍແຜ່ທົ່ວຈັກກະວານທັງປວງ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນຍຸກໃໝ່ ແລະ ຄົນທີ່ສືບຕໍ່ພາລະກິດຂອງພຣະອົງເເມ່ນຄົນທີ່ພຣະອົງໃຊ້. ພາລະກິດທີ່ມະນຸດປະຕິບັດລ້ວນແລ້ວແຕ່ຢູ່ພາຍໃນພັນທະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ມັນບໍ່ສາມາດເຮັດເກີນຂອບເຂດນີ້ໄດ້. ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ມາເພື່ອປະຕິບັດພາລະກິດຂອງພຣະອົງ, ມະນຸດກໍ່ຈະບໍ່ສາມາດນໍາຍຸກເກົ່າໄປສູ່ຈຸດສິ້ນສຸດໄດ້ ແລະ ຈະບໍ່ສາມາດເລີ່ມຕົ້ນຍຸກໃໝ່ໄດ້. ພາລະກິດທີ່ມະນຸດປະຕິບັດພຽງແຕ່ຢູ່ພາຍໃນຂອບເຂດໜ້າທີ່ຂອງພວກເຂົາ ທີ່ມະນຸດສາມາດເຮັດໄດ້ ແລະ ມັນບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ຈະສາມາດມາເຮັດພາລະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ ແລະ ນອກຈາກພຣະອົງແລ້ວ ບໍ່ມີໃຜສາມາດປະຕິບັດພາລະກິດນີ້ແທນພຣະອົງໄດ້. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນກ່ຽວກັບພາລະກິດແຫ່ງການບັງເກີດເປັນມະນຸດ. ທໍາອິດ ພຣະເຈົ້າທີ່ບັງເກີດເປັນມະນຸດນີ້ດໍາເນີນຂັ້ນຕອນທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດ ແລ້ວຫຼັງຈາກນັ້ນ ພຣະອົງກໍປະຕິບັດພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດຫຼາຍຂຶ້ນ. ຈຸດປະສົງຂອງພາລະກິດແມ່ນການເອົາຊະນະມະນຸດ. ໃນມຸມມອງໜຶ່ງ, ການບັງເກີດເປັນມະນຸດຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ບວກກັບພຣະອົງປະຕິບັດພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດຫຼາຍຍິ່ງຂຶ້ນ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງມີມຸມມອງທີ່ຕໍ່ຕ້ານພຣະອົງຫຼາຍຍິ່ງຂຶ້ນ. ພຣະອົງພຽງແຕ່ປະຕິບັດພາລະກິດແຫ່ງການເອົາຊະນະທ່າມກາງຜູ້ຄົນທີ່ມີແນວຄິດຕ່າງໆນາໆກ່ຽວກັບພຣະອົງ. ບໍ່ວ່າພວກເຂົາຈະປະຕິບັດຕໍ່ພຣະອົງແນວໃດກໍຕາມ, ທັນທີທີ່ພຣະອົງໄດ້ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ, ທຸກຄົນຈະຕົກຢູ່ພາຍໃຕ້ອຳນາດຂອງພຣະອົງ. ຄວາມຈິງຂອງພາລະກິດນີ້ບໍ່ພຽງແຕ່ຖືກສະທ້ອນທ່າມກາງຊາວຈີນເທົ່ານັ້ນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 125](https://lo.kingdomsalvation.org/recital-the-incarnation-125.html) - ພາລະກິດທຸກຂັ້ນຕອນຂອງພຣະເຈົ້າແມ່ນຖືກປະຕິບັດເພື່ອມວນມະນຸດຊາດທັງປວງ ແລະ ມຸ່ງໄປທີ່ມະນຸດຊາດທັງປວງ. ເຖິງແມ່ນວ່າ ມັນຄືພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງ, ມັນກໍຍັງຄົງມຸ່ງໄປທີ່ມະນຸດຊາດທັງປວງ; ພຣະອົງເປັນພຣະເຈົ້າຂອງມວນມະນຸດຊາດ ແລະ ພຣະອົງເປັນພຣະເຈົ້າຂອງສັບພະສິ່ງທີ່ຖືກສ້າງ ແລະ ບໍ່ຖືກສ້າງທັງປວງ. ເຖິງແມ່ນວ່າ ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງນັ້ນແມ່ນໄດ້ຢູ່ພາຍໃນຂອບເຂດຈຳກັດ ແລະ ເປົ້າໝາຍຂອງພາລະກິດນີ້ກໍຍັງມີຄວາມຈຳກັດເຊັ່ນດຽວກັນ, ແຕ່ວ່າໃນແຕ່ລະຄັ້ງທີ່ພຣະອົງກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ ພຣະອົງກໍເລືອກຕົວແທນທີ່ສູງສຸດໃຫ້ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ; ພຣະອົງບໍ່ເລືອກກຸ່ມຄົນທີ່ທຳມະດາ ແລະ ບໍ່ໂດດເດັ່ນເພື່ອປະຕິບັດພາລະກິດ, ແຕ່ກົງກັນຂ້າມ ພຣະອົງໄດ້ເລືອກກຸ່ມຄົນທີ່ສາມາດເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງໃຫ້ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ. ກຸ່ມຄົນເຫຼົ່ານີ້ຖືກເລືອກກໍຍ້ອນຂອບເຂດຂອງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງນັ້ນມີຈຳກັດ ແລະ ຖືກຈັດກຽມໄວ້ໃຫ້ກັບເນື້ອໜັງທີ່ເປັນມະນຸດຂອງພຣະອົງໂດຍສະເພາະ ແລະ ຖືກເລືອກສຳລັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງໂດຍສະເພາະ. ການທີ່ພຣະເຈົ້າເລືອກເປົ້າໝາຍຂອງພາລະກິດຂອງພຣະອົງນັ້ນບໍ່ແມ່ນບໍ່ມີຫຼັກການ, ແຕ່ຖືກປະຕິບັດໂດຍອີງຕາມຫຼັກການດັ່ງນີ້: ເປົ້າໝາຍຂອງພາລະກິດຕ້ອງມີປະໂຫຍດຕໍ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ຕ້ອງສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໄດ້. ຕົວຢ່າງເຊັ່ນ ຊາວຢິວນັ້ນສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໃນການຍອມຮັບການໄຖ່ບາບດ້ວຍຕົວເອງຂອງພຣະເຢຊູ ແລະ ຊາວຈີນກໍສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໄດ້ໃນການຍອມຮັບເອົາໄຊຊະນະດ້ວຍຕົວເອງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ຊາວຢິວທີ່ເປັນຕົວແທນໃຫ້ກັບມະນຸດຊາດທັງປວງແມ່ນມີພື້ນຖານ ແລະ ຊາວຈີນທີ່ເປັນຕົວແທນໃຫ້ກັບມະນຸດຊາດທັງປວງກໍໄດ້ມີພື້ນຖານໃນການຍອມຮັບເອົາໄຊຊະນະດ້ວຍຕົວເອງຂອງພຣະເຈົ້າ. ບໍ່ມີຫຍັງທີ່ເປີດເຜີຍຄວາມໝາຍຂອງການໄຖ່ບາບໄດ້ຫຼາຍກວ່າພາລະກິດແຫ່ງການໄຖ່ບາບທີ່ປະຕິບັດທ່າມກາງຊາວຢິວ ແລະ ບໍ່ມີຫຍັງທີ່ເປີດເຜີຍຄວາມລະອຽດ ແລະ ຄວາມສຳເລັດຂອງພາລະກິດແຫ່ງການເອົາຊະນະໄດ້ຫຼາຍກວ່າພາລະກິດແຫ່ງການເອົາຊະນະທີ່ກຳລັງຖືກປະຕິບັດທ່າມກາງຊາວຈີນ. ປາກົດວ່າພາລະກິດ ແລະ ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດແນໃສ່ຄົນກຸ່ມນ້ອຍເທົ່ານັ້ນ, ແຕ່ໃນຄວາມເປັນຈິງແລ້ວ ພາລະກິດຂອງພຣະອົງໃນທ່າມກາງກຸ່ມນ້ອຍນີ້ແມ່ນພາລະກິດຂອງຈັກກະວານທັງປວງ ແລະ ພຣະທຳຂອງພຣະອົງກໍແນໃສ່ມະນຸດຊາດທັງປວງ. ຫຼັງຈາກພາລະກິດຝ່າຍເນື້ອໜັງຂອງພຣະອົງມາເຖິງຈຸດສິ້ນສຸດ, ຄົນທີ່ຕິດຕາມພຣະອົງຈະເລີ່ມເຜີຍແຜ່ພາລະກິດທີ່ພຣະອົງປະຕິບັດທ່າມກາງພວກເຂົາ. ສິ່ງດີທີ່ສຸດກ່ຽວກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຄືການທີ່ພຣະອົງສາມາດປະພຣະທຳ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 124](https://lo.kingdomsalvation.org/recital-the-incarnation-124.html) - ບໍ່ມີໃຜທີ່ເໝາະສົມ ແລະ ມີຄຸນສົມບັດໄປກວ່າພຣະເຈົ້າທີ່ຢູ່ໃນເນື້ອໜັງສຳລັບການປະຕິບັດພາລະກິດແຫ່ງການພິພາກສາຄວາມເສື່ອມຊາມຂອງເນື້ອໜັງຂອງມະນຸດ. ຖ້າການພິພາກສາໄດ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ແລ້ວມັນກໍຈະບໍ່ລວມເຖິງທຸກສິ່ງ. ຍິ່ງໄປກວ່ານັ້ນ, ພາລະກິດດັ່ງກ່າວແມ່ນຍາກທີ່ຈະໃຫ້ມະນຸດຍອມຮັບເອົາ, ຍ້ອນພຣະວິນຍານບໍ່ສາມາດມາຢູ່ຕໍ່ໜ້າມະນຸດໄດ້ ແລະ ຍ້ອນເຫດນີ້ ຜົນຈຶ່ງຈະບໍ່ເກີດຂຶ້ນທັນທີ, ແລ້ວແຮງໄກທີ່ມະນຸດຈະສາມາດເບິ່ງເຫັນອຸປະນິໄສທີ່ບໍ່ສາມາດລະເມີດໄດ້ຂອງພຣະເຈົ້າຢ່າງຊັດເຈນຍິ່ງຂຶ້ນ. ຊາຕານສາມາດພ່າຍແພ້ໄດ້ຢ່າງສົມບູນ ຖ້າພຣະເຈົ້າທີ່ຢູ່ໃນເນື້ອໜັງພິພາກສາຄວາມເສື່ອມຊາມຂອງມະນຸດຊາດ. ໃນການເປັນຄືມະນຸດທີ່ມີຄວາມເປັນມະນຸດທຳມະດາ, ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດພິພາກສາຄວາມບໍ່ຊອບທຳຂອງມະນຸດໂດຍກົງໄດ້; ນີ້ແມ່ນສັນຍາລັກຂອງຄວາມບໍລິສຸດໂດຍທຳມະຊາດຂອງພຣະອົງ ແລະ ຄວາມພິເສດຂອງພຣະອົງ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ຢູ່ໃນຕໍາແໜ່ງທີ່ພິພາກສາມະນຸດ, ຍ້ອນພຣະອົງມີຄວາມຈິງ ແລະ ຄວາມຊອບທຳ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສາມາດພິພາກສາມະນຸດ. ຄົນທີ່ປາສະຈາກຄວາມຈິງ ແລະ ຄວາມຊອບທຳບໍ່ເໝາະສົມທີ່ຈະພິພາກສາຄົນອື່ນ. ຖ້າພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ, ແລ້ວມັນກໍ່ຈະບໍ່ໄດ້ໝາຍເຖິງໄຊຊະນະເໜືອຊາຕານ. ໂດຍທຳມະຊາດແລ້ວ ພຣະວິນຍານສູງສົ່ງກວ່າມະນຸດ ແລະ ໂດຍທຳມະຊາດແລ້ວ ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ມີໄຊຊະນະເໜືອເນື້ອໜັງ. ຖ້າພຣະວິນຍານປະຕິບັດພາລະກິດນີ້ໂດຍກົງ, ພຣະອົງກໍ່ຈະບໍ່ສາມາດພິພາກສາຄວາມກະບົດທັງໝົດຂອງມະນຸດໄດ້ ແລະ ບໍ່ສາມາດເປີດເຜີຍຄວາມບໍ່ຊອບທຳທັງໝົດຂອງມະນຸດ. ຍ້ອນພາລະກິດແຫ່ງການພິພາກສາຍັງໄດ້ຖືກປະຕິບັດຜ່ານແນວຄິດຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ ແລະ ມະນຸດບໍ່ເຄີຍມີແນວຄິດກ່ຽວກັບພຣະວິນຍານ ແລະ ດ້ວຍເຫດນີ້ ພຣະວິນຍານຈຶ່ງບໍ່ສາມາດເປີດໂປງຄວາມບໍ່ຊອບທຳຂອງມະນຸດໄດ້ດີກວ່າ, ແລ້ວແຮງໄກທີ່ຈະເປີດໂປງຄວາມບໍ່ຊອບທຳດັ່ງກ່າວຢ່າງສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືສັດຕູຂອງທຸກຄົນທີ່ບໍ່ຮູ້ຈັກພຣະອົງ. ຜ່ານການພິພາກສາແນວຄິດຂອງມະນຸດ ແລະ ການຕໍ່ຕ້ານພຣະອົງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 123](https://lo.kingdomsalvation.org/recital-the-incarnation-123.html) - ເມື່ອເວົ້າເຖິງພາລະກິດ, ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນມີຄວາມໝາຍທີ່ສຸດ ແລະ ຜູ້ທີ່ຈະເຮັດສໍາເລັດພາລະກິດດັ່ງກ່າວ ໃນທີ່ສຸດ ກໍແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນພຣະວິນຍານ. ບາງຄົນເຊື່ອວ່າ ໃນເວລາໃດໜຶ່ງທີ່ບໍ່ຮູ້ຈັກໄດ້ ພຣະເຈົ້າອາດມາເທິງແຜ່ນດິນໂລກ ແລະ ໄດ້ປາກົດຕົວຕໍ່ມະນຸດ, ດ້ວຍເຫດນີ້ ພຣະອົງຈະພິພາກສາມະນຸດຊາດທັງປວງດ້ວຍຕົວພຣະອົງເອງ, ທົດສອບພວກເຂົາເທື່ອລະຄົນໂດຍບໍ່ປ່ອຍໃຜໄວ້ຈັກຄົນ. ຄົນທີ່ຄິດແບບນີ້ບໍ່ຮູ້ຈັກຂັ້ນຕອນນີ້ຂອງພາລະກິດແຫ່ງການບັງເກີດເປັນມະນຸດ. ພຣະເຈົ້າບໍ່ພິພາກສາມະນຸດເທື່ອລະຄົນ ແລະ ພຣະອົງບໍ່ທົດສອບມະນຸດເທື່ອລະຄົນ; ການເຮັດແບບນັ້ນຈະບໍ່ແມ່ນພາລະກິດແຫ່ງການພິພາກສາ. ຄວາມເສື່ອມຊາມຂອງມະນຸດຊາດທັງປວງບໍ່ແມ່ນຄືກັນບໍ? ແກ່ນແທ້ຂອງມະນຸດຊາດທັງປວງບໍ່ແມ່ນຄືກັນບໍ? ສິ່ງທີ່ຖືກພິພາກສາແມ່ນແກ່ນແທ້ທີ່ເສື່ອມຊາມຂອງມະນຸດຊາດ, ແກ່ນແທ້ຂອງມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຄວາມບາບທັງໝົດຂອງມະນຸດ. ພຣະເຈົ້າບໍ່ພິພາກສາຂໍ້ຜິດພາດທີ່ເລັກນ້ອຍ ແລະ ບໍ່ສຳຄັນສໍາລັບມະນຸດ. ພາລະກິດແຫ່ງການພິພາກສາແມ່ນໃນຮູບແບບເປັນຕົວແທນ ແລະ ມັນບໍ່ໄດ້ຖືກປະຕິບັດເພື່ອໃຫ້ຄົນໃດຄົນໜຶ່ງໂດຍສະເພາະ. ກົງກັນຂ້າມ, ມັນເປັນພາລະກິດທີ່ພິພາກສາຄົນກຸ່ມໜຶ່ງເພື່ອເປັນຕົວແທນໃຫ້ກັບການພິພາກສາຂອງມະນຸດຊາດທັງປວງ. ເຊັ່ນວ່າ ການປະຕິບັດພາລະກິດຂອງພຣະອົງໃນຄົນກຸ່ມໃດໜຶ່ງດ້ວຍຕົວພຣະອົງເອງ, ພຣະເຈົ້າທີ່ຢູ່ໃນເນື້ອໜັງໃຊ້ພາລະກິດຂອງພຣະອົງເພື່ອເປັນຕົວແທນໃຫ້ກັບພາລະກິດຂອງມະນຸດຊາດທັງປວງ ແລ້ວຫຼັງຈາກນັ້ນ ພາລະກິດຈຶ່ງຖືກເຜີຍແຜ່ອອກໄປເທື່ອລະໜ້ອຍ. ສິ່ງນີ້ຍັງເປັນລັກສະນະທີ່ພາລະກິດແຫ່ງການພິພາກສາເປັນ. ພຣະເຈົ້າບໍ່ພິພາກສາຄົນບາງປະເພດ ຫຼື ຄົນບາງກຸ່ມ, ແຕ່ພິພາກສາຄວາມບໍ່ຊອບທຳຂອງມະນຸດຊາດທັງໝົດແທນ, ຕົວຢ່າງເຊັ່ນ: ການທີ່ມະນຸດຕໍ່ຕ້ານພຣະເຈົ້າ ຫຼື ການທີ່ມະນຸດຂາດຄວາມຢໍາເກງຕໍ່ພຣະອົງ ຫຼື ການທີ່ມະນຸດລົບກວນພາລະກິດຂອງພຣະເຈົ້າ ແລະ ອື່ນໆອີກ. ສິ່ງທີ່ຖືກພິພາກສາແມ່ນແກ່ນແທ້ຂອງມະນຸດຊາດທີ່ຕໍ່ຕ້ານພຣະເຈົ້າ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 83](https://lo.kingdomsalvation.org/recital-judgment-in-the-last-days-083.html) - ບໍ່ມີໃຜທີ່ເໝາະສົມ ແລະ ມີຄຸນສົມບັດໄປກວ່າພຣະເຈົ້າທີ່ຢູ່ໃນເນື້ອໜັງສຳລັບການປະຕິບັດພາລະກິດແຫ່ງການພິພາກສາຄວາມເສື່ອມຊາມຂອງເນື້ອໜັງຂອງມະນຸດ. ຖ້າການພິພາກສາໄດ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ແລ້ວມັນກໍຈະບໍ່ລວມເຖິງທຸກສິ່ງ. ຍິ່ງໄປກວ່ານັ້ນ, ພາລະກິດດັ່ງກ່າວແມ່ນຍາກທີ່ຈະໃຫ້ມະນຸດຍອມຮັບເອົາ, ຍ້ອນພຣະວິນຍານບໍ່ສາມາດມາຢູ່ຕໍ່ໜ້າມະນຸດໄດ້ ແລະ ຍ້ອນເຫດນີ້ ຜົນຈຶ່ງຈະບໍ່ເກີດຂຶ້ນທັນທີ, ແລ້ວແຮງໄກທີ່ມະນຸດຈະສາມາດເບິ່ງເຫັນອຸປະນິໄສທີ່ບໍ່ສາມາດລະເມີດໄດ້ຂອງພຣະເຈົ້າຢ່າງຊັດເຈນຍິ່ງຂຶ້ນ. ຊາຕານສາມາດພ່າຍແພ້ໄດ້ຢ່າງສົມບູນ ຖ້າພຣະເຈົ້າທີ່ຢູ່ໃນເນື້ອໜັງພິພາກສາຄວາມເສື່ອມຊາມຂອງມະນຸດຊາດ. ໃນການເປັນຄືມະນຸດທີ່ມີຄວາມເປັນມະນຸດທຳມະດາ, ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດພິພາກສາຄວາມບໍ່ຊອບທຳຂອງມະນຸດໂດຍກົງໄດ້; ນີ້ແມ່ນສັນຍາລັກຂອງຄວາມບໍລິສຸດໂດຍທຳມະຊາດຂອງພຣະອົງ ແລະ ຄວາມພິເສດຂອງພຣະອົງ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ຢູ່ໃນຕໍາແໜ່ງທີ່ພິພາກສາມະນຸດ, ຍ້ອນພຣະອົງມີຄວາມຈິງ ແລະ ຄວາມຊອບທຳ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສາມາດພິພາກສາມະນຸດ. ຄົນທີ່ປາສະຈາກຄວາມຈິງ ແລະ ຄວາມຊອບທຳບໍ່ເໝາະສົມທີ່ຈະພິພາກສາຄົນອື່ນ. ຖ້າພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ, ແລ້ວມັນກໍ່ຈະບໍ່ໄດ້ໝາຍເຖິງໄຊຊະນະເໜືອຊາຕານ. ໂດຍທຳມະຊາດແລ້ວ ພຣະວິນຍານສູງສົ່ງກວ່າມະນຸດ ແລະ ໂດຍທຳມະຊາດແລ້ວ ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ມີໄຊຊະນະເໜືອເນື້ອໜັງ. ຖ້າພຣະວິນຍານປະຕິບັດພາລະກິດນີ້ໂດຍກົງ, ພຣະອົງກໍ່ຈະບໍ່ສາມາດພິພາກສາຄວາມກະບົດທັງໝົດຂອງມະນຸດໄດ້ ແລະ ບໍ່ສາມາດເປີດເຜີຍຄວາມບໍ່ຊອບທຳທັງໝົດຂອງມະນຸດ. ຍ້ອນພາລະກິດແຫ່ງການພິພາກສາຍັງໄດ້ຖືກປະຕິບັດຜ່ານແນວຄິດຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ ແລະ ມະນຸດບໍ່ເຄີຍມີແນວຄິດກ່ຽວກັບພຣະວິນຍານ ແລະ ດ້ວຍເຫດນີ້ ພຣະວິນຍານຈຶ່ງບໍ່ສາມາດເປີດໂປງຄວາມບໍ່ຊອບທຳຂອງມະນຸດໄດ້ດີກວ່າ, ແລ້ວແຮງໄກທີ່ຈະເປີດໂປງຄວາມບໍ່ຊອບທຳດັ່ງກ່າວຢ່າງສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືສັດຕູຂອງທຸກຄົນທີ່ບໍ່ຮູ້ຈັກພຣະອົງ. ຜ່ານການພິພາກສາແນວຄິດຂອງມະນຸດ ແລະ ການຕໍ່ຕ້ານພຣະອົງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 82](https://lo.kingdomsalvation.org/recital-judgment-in-the-last-days-082.html) - ເມື່ອເວົ້າເຖິງພາລະກິດ, ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນມີຄວາມໝາຍທີ່ສຸດ ແລະ ຜູ້ທີ່ຈະເຮັດສໍາເລັດພາລະກິດດັ່ງກ່າວ ໃນທີ່ສຸດ ກໍແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນພຣະວິນຍານ. ບາງຄົນເຊື່ອວ່າ ໃນເວລາໃດໜຶ່ງທີ່ບໍ່ຮູ້ຈັກໄດ້ ພຣະເຈົ້າອາດມາເທິງແຜ່ນດິນໂລກ ແລະ ໄດ້ປາກົດຕົວຕໍ່ມະນຸດ, ດ້ວຍເຫດນີ້ ພຣະອົງຈະພິພາກສາມະນຸດຊາດທັງປວງດ້ວຍຕົວພຣະອົງເອງ, ທົດສອບພວກເຂົາເທື່ອລະຄົນໂດຍບໍ່ປ່ອຍໃຜໄວ້ຈັກຄົນ. ຄົນທີ່ຄິດແບບນີ້ບໍ່ຮູ້ຈັກຂັ້ນຕອນນີ້ຂອງພາລະກິດແຫ່ງການບັງເກີດເປັນມະນຸດ. ພຣະເຈົ້າບໍ່ພິພາກສາມະນຸດເທື່ອລະຄົນ ແລະ ພຣະອົງບໍ່ທົດສອບມະນຸດເທື່ອລະຄົນ; ການເຮັດແບບນັ້ນຈະບໍ່ແມ່ນພາລະກິດແຫ່ງການພິພາກສາ. ຄວາມເສື່ອມຊາມຂອງມະນຸດຊາດທັງປວງບໍ່ແມ່ນຄືກັນບໍ? ແກ່ນແທ້ຂອງມະນຸດຊາດທັງປວງບໍ່ແມ່ນຄືກັນບໍ? ສິ່ງທີ່ຖືກພິພາກສາແມ່ນແກ່ນແທ້ທີ່ເສື່ອມຊາມຂອງມະນຸດຊາດ, ແກ່ນແທ້ຂອງມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຄວາມບາບທັງໝົດຂອງມະນຸດ. ພຣະເຈົ້າບໍ່ພິພາກສາຂໍ້ຜິດພາດທີ່ເລັກນ້ອຍ ແລະ ບໍ່ສຳຄັນສໍາລັບມະນຸດ. ພາລະກິດແຫ່ງການພິພາກສາແມ່ນໃນຮູບແບບເປັນຕົວແທນ ແລະ ມັນບໍ່ໄດ້ຖືກປະຕິບັດເພື່ອໃຫ້ຄົນໃດຄົນໜຶ່ງໂດຍສະເພາະ. ກົງກັນຂ້າມ, ມັນເປັນພາລະກິດທີ່ພິພາກສາຄົນກຸ່ມໜຶ່ງເພື່ອເປັນຕົວແທນໃຫ້ກັບການພິພາກສາຂອງມະນຸດຊາດທັງປວງ. ເຊັ່ນວ່າ ການປະຕິບັດພາລະກິດຂອງພຣະອົງໃນຄົນກຸ່ມໃດໜຶ່ງດ້ວຍຕົວພຣະອົງເອງ, ພຣະເຈົ້າທີ່ຢູ່ໃນເນື້ອໜັງໃຊ້ພາລະກິດຂອງພຣະອົງເພື່ອເປັນຕົວແທນໃຫ້ກັບພາລະກິດຂອງມະນຸດຊາດທັງປວງ ແລ້ວຫຼັງຈາກນັ້ນ ພາລະກິດຈຶ່ງຖືກເຜີຍແຜ່ອອກໄປເທື່ອລະໜ້ອຍ. ສິ່ງນີ້ຍັງເປັນລັກສະນະທີ່ພາລະກິດແຫ່ງການພິພາກສາເປັນ. ພຣະເຈົ້າບໍ່ພິພາກສາຄົນບາງປະເພດ ຫຼື ຄົນບາງກຸ່ມ, ແຕ່ພິພາກສາຄວາມບໍ່ຊອບທຳຂອງມະນຸດຊາດທັງໝົດແທນ, ຕົວຢ່າງເຊັ່ນ: ການທີ່ມະນຸດຕໍ່ຕ້ານພຣະເຈົ້າ ຫຼື ການທີ່ມະນຸດຂາດຄວາມຢໍາເກງຕໍ່ພຣະອົງ ຫຼື ການທີ່ມະນຸດລົບກວນພາລະກິດຂອງພຣະເຈົ້າ ແລະ ອື່ນໆອີກ. ສິ່ງທີ່ຖືກພິພາກສາແມ່ນແກ່ນແທ້ຂອງມະນຸດຊາດທີ່ຕໍ່ຕ້ານພຣະເຈົ້າ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 52](https://lo.kingdomsalvation.org/recital-God-s-appearance-and-work-052.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຮ່າງກາຍທີ່ມີສະຫງ່າລາສີຂອງພຣະອົງປາກົດອອກມາຢ່າງເປີດເຜີຍ, ຮ່າງກາຍຝ່າຍວິນຍານອັນບໍລິສຸດບັງເກີດຂຶ້ນ ແລະ ພຣະອົງແມ່ນພຣະເຈົ້າເອງທີ່ສົມບູນແບບ! ທັງໂລກ ແລະ ເນື້ອໜັງໄດ້ຖືກປ່ຽນແປງ ແລະ ການປ່ຽນຮູບຂອງພຣະອົງຢູ່ເທິງພູແມ່ນຕົວຕົນຂອງພຣະເຈົ້າ. ພຣະອົງສວມມຸງກຸດຄຳເທິງຫົວຂອງພຣະອົງ, ເຄື່ອງນຸ່ງຂອງພຣະອົງຂາວບໍລິສຸດ, ຄຽນເອິກດ້ວຍສາຍແອວຄຳ, ໂລກ ແລະ ທຸກສິ່ງແມ່ນຂຽງຮອງພຣະບາດຂອງພຣະອົງ. ດວງຕາຂອງພຣະອົງເປັນຄືແປວໄຟ, ພຣະອົງຖືດາບແຫຼມສອງຄົມໃນປາກຂອງພຣະອົງ ແລະ ພຣະອົງມີດາວເຈັດດວງຢູ່ໃນມືຂວາຂອງພຣະອົງ. ຫົນທາງສູ່ອານາຈັກນັ້ນຮຸ່ງແຈ້ງຢ່າງໄຮ້ຂອບເຂດ ແລະ ສະຫງ່າລາສີຂອງພຣະອົງໂຜ່ຂຶ້ນ ແລະ ສ່ອງແສງ; ພູຕ່າງໆປິຕິຍິນດີ ແລະ ນ້ຳຕ່າງໆກໍຫົວຂວັນ, ດວງຕາເວັນ, ດວງເດືອນ ແລະ ດາວຕ່າງໆກໍລ້ວນແລ້ວແຕ່ໝຸນໄປຕາມການຈັດແຈງທີ່ເປັນລະບຽບຂອງພວກມັນ ຕ້ອນຮັບພຣະເຈົ້າທີ່ມີເອກະລັກ ແລະ ເປັນຈິງ ເຊິ່ງການກັບຄືນມາຢ່າງມີໄຊຂອງພຣະອົງປ່າວປະກາດຄວາມສຳເລັດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ທັງໝົດຕ່າງກໍກະໂດດ ແລະ ເຕັ້ນລຳຢ່າງມີຄວາມສຸກ! ຊົມເຊີຍ! ພຣະເຈົ້າທີ່ມີລິດທານຸພາບສູງສຸດນັ່ງຢູ່ເທິງບັນລັງອັນມີສະຫງ່າລາສີຂອງພຣະອົງ! ຈົ່ງຮ້ອງເພງ! ປ້າຍແຫ່ງໄຊຊະນະຂອງອົງຊົງລິດທານຸພາບສູງສຸດໄດ້ຖືກຍົກຂຶ້ນສູງເທິງພູຊີໂອນທີ່ສະຫງ່າຜ່າເຜີຍ ແລະ ງົດງາມ! ທຸກຊາດກຳລັງໂຮຮ້ອງຊົມເຊີຍ, ຜູ້ຄົນທັງໝົດກຳລັງຮ້ອງເພງ, ພູຊີໂອນກຳລັງຫົວຢ່າງປິຕິຍິນດີ ແລະ ສະຫງ່າລາສີຂອງພຣະເຈົ້າໄດ້ໂຜ່ຂຶ້ນ! ຂ້ານ້ອຍບໍ່ເຄີຍແມ່ນແຕ່ຝັນວ່າເຮົາຈະໄດ້ເຫັນໃບໜ້າຂອງພຣະເຈົ້າ, ແຕ່ມື້ນີ້ຂ້ານ້ອຍໄດ້ເຫັນແລ້ວ. ເມື່ອຢູ່ໜ້າຕໍ່ໜ້າກັບພຣະອົງທຸກໆວັນ, ຂ້ານ້ອຍເປີດເຜີຍຫົວໃຈຂອງຂ້ານ້ອຍກັບພຣະອົງ. ພຣະອົງປະທານອາຫານ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 51](https://lo.kingdomsalvation.org/recital-God-s-appearance-and-work-051.html) - ການປາກົດຕົວຂອງພຣະເຈົ້າໄດ້ເກີດຂຶ້ນໃນທຸກຄຣິສຕະຈັກ. ແມ່ນພຣະວິນຍານທີ່ກ່າວອອກ; ພຣະອົງແມ່ນໄຟທີ່ລຸກລາມ, ມີຄວາມສະຫງ່າຜ່າເຜີຍ ແລະ ກຳລັງພິພາກສາ. ພຣະອົງເປັນບຸດມະນຸດ, ນຸ່ງເສື້ອຜ້າທີ່ລ່າມລົງຈົນຮອດຕີນຂອງພຣະອົງ ແລະ ມີສາຍແອວຄຳອ້ອມເອິກຂອງພຣະອົງ. ຫົວ ແລະ ຜົມຂອງພຣະອົງຂາວຄືຂົນແກະ ແລະ ຕາຂອງພຣະອົງກໍລຸກໄໝ້ຄືກັບແປວໄຟ; ຕີນຂອງພຣະອົງຄ້າຍຄືກັບທອງເຫຼືອງກ້ຽງ, ຄືກັບວ່າທີ່ຖືກເຮັດໃຫ້ບໍລິສຸດໃນເຕົາໄຟ ແລະ ສຽງຂອງພຣະອົງກໍຄືກັບສຽງນ້ຳຫຼາຍແຫ່ງ. ໃນມືກ້ຳຂວາຂອງພຣະອົງແມ່ນຖືດາວເຈັດດວງ ແລະ ໃນປາກຂອງພຣະອົງແມ່ນມີດາບແຫຼມສອງຄົມ ແລະ ໃບໜ້າຂອງພຣະອົງສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ເຜົາໄໝ້! ບຸດມະນຸດໄດ້ຖືກເປັນພະຍານ ແລະ ພຣະເຈົ້າເອງໄດ້ຖືກເປີດເຜີຍອອກມາຢ່າງເປີດເຜີຍ. ສະຫງ່າລາສີຂອງພຣະເຈົ້າໄດ້ສະແດງອອກ, ສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ກຳລັງເຜົາໄໝ້! ໃບໜ້າທີ່ມີສະຫງ່າລາສີຂອງພຣະອົງສ່ອງແສງຈ້າດ້ວຍແສງແວວວາວ; ສາຍຕາຂອງຜູ້ໃດກ້າປະຕິບັດຕໍ່ພຣະອົງດ້ວຍການຕໍ່ຕ້ານ? ການຕໍ່ຕ້ານນຳໄປສູ່ຄວາມຕາຍ! ບໍ່ມີຄວາມເມດຕາແມ່ນແຕ່ໜ້ອຍດຽວສຳລັບສິ່ງໃດໜຶ່ງທີ່ເຈົ້າຄິດຢູ່ໃນຫົວໃຈ, ຄຳເວົ້າໃດໜຶ່ງທີ່ເຈົ້າກ່າວ ຫຼື ສິ່ງໃດໜຶ່ງທີ່ເຈົ້າເຮັດ. ພວກເຈົ້າທຸກຄົນຈະໄດ້ມາເຂົ້າໃຈ ແລະ ມາເຫັນວ່າສິ່ງທີ່ພວກເຈົ້າໄດ້ຮັບນັ້ນແມ່ນຫຍັງ, ມັນບໍ່ໄດ້ເປັນຫຍັງເລີຍ ນອກຈາກການພິພາກສາຂອງເຮົາ! ເຮົາສາມາດທົນມັນໄດ້ບໍ ເມື່ອພວກເຈົ້າບໍ່ພະຍາຍາມກິນ ແລະ ດື່ມພຣະທຳຂອງເຮົາ ແລະ ກົງກັນຂ້າມກັບພັດຂັດຂວາງ ແລະ ທຳລາຍການກໍ່ສ້າງຂອງເຮົາຕາມອຳເພີໃຈ? ເຮົາຈະບໍ່ປະຕິບັດຕໍ່ຄົນແບບນີ້ຢ່າງສຸພາບ! ຖ້າພຶດຕິກຳຂອງເຈົ້າເສື່ອມຊາມລົງຢ່າງຮຸນແຮງຂຶ້ນ ເຈົ້າຈະຖືກແປວໄຟກືນກິນ! ພຣະເຈົ້າອົງຊົງລິດທານຸພາບສູງສຸດປາກົດອອກໃນຮ່າງກາຍຝ່າຍວິນຍານ ໂດຍບໍ່ມີເນື້ອໜັງ ຫຼື
- [ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກເຊົາພ້ອມກັນ (ພາກທີໜຶ່ງ)](https://lo.kingdomsalvation.org/God-and-man-enter-into-rest-1-audio.html) - ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນການພັກເຊົາ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ. ພຣະອົງພຽງແຕ່ເລີ່ມພາລະກິດການຄຸ້ມຄອງຂອງພຣະອົງ ຫຼັງຈາກທີ່ເກີດມີມະນຸດ ແລະ ຫຼັງຈາກມະນຸດໄດ້ເສື່ອມຊາມ; ນັບແຕ່ນັ້ນມາ ພຣະອົງກໍບໍ່ໄດ້ຢຸດພັກເຊົາອີກເລີຍ ແຕ່ກົງກັນຂ້າມ ພຣະອົງແມ່ນເລີ່ມຫຍຸ້ງກັບການປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ເປັນຍ້ອນຄວາມເສື່ອມຊາມຂອງມະນຸດທີ່ເຮັດໃຫ້ພຣະເຈົ້າບໍ່ມີການພັກເຊົາ ແລະ ຍັງເປັນຍ້ອນການທໍລະຍົດຂອງອັກຄະທູດສະຫວັນອີກດ້ວຍ. ຖ້າພຣະເຈົ້າບໍ່ເອົາຊະນະຊາຕານ ແລະ ຊ່ວຍມະນຸດຊາດທີ່ເສື່ອມຊາມໃຫ້ລອດພົ້ນ, ພຣະອົງກໍຈະບໍ່ສາມາດເຂົ້າສູ່ການພັກເຊົາໄດ້ອີກ. ໃນເມື່ອມະນຸດຂາດການພັກເຊົາ, ພຣະເຈົ້າກໍຈະບໍ່ມີການພັກເຊົາເຊັ່ນກັນ ແລະ ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາອີກຄັ້ງ, ມະນຸດກໍຈະເຂົ້າສູ່ບ່ອນພັກເຊົາເຊັ່ນກັນ. ການໃຊ້ຊີວິດຢູ່ໃນການພັກເຊົາໝາຍຄວາມວ່າເປັນຊີວິດທີ່ບໍ່ມີສົງຄາມ, ບໍ່ມີຄວາມເປິເປື້ອນ ແລະ ບໍ່ມີຄວາມບໍ່ຊອບທໍາຢ່າງຝັງແໜ້ນ. ນີ້ໝາຍຄວາມວ່າ ມັນເປັນຊີວິດທີ່ປາສະຈາກການລົບກວນຂອງຊາຕານ (ໃນນີ້ “ຊາຕານ” ໝາຍເຖິງກອງກໍາລັງສັດຕູ) ແລະ ປາສະຈາກຄວາມເສື່ອມຊາມຂອງຊາຕານ ແລະ ມີຄວາມສ່ຽງຕໍ່ການຮຸກຮານຂອງກອງກໍາລັງໃດໆທີ່ຕໍ່ຕ້ານພຣະເຈົ້າ; ເຊິ່ງມັນເປັນຊີວິດທີ່ທຸກສິ່ງປະຕິບັດຕາມປະເພດຂອງຕົນເອງ ແລະ ສາມາດນະມັດສະການພຣະຜູ້ເປັນເຈົ້າແຫ່ງການສ້າງ; ເຊິ່ງສະຫວັນ ແລະ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມສະຫງົບ. ນີ້ຄືສິ່ງທີ່ໝາຍເຖິງຄໍາເວົ້າທີ່ວ່າ “ຊີວິດແຫ່ງການພັກເຊົາຂອງມະນຸດເອງ”. ເມື່ອພຣະເຈົ້າພັກເຊົາ ຄວາມບໍ່ຊອບທໍາກໍ່ຈະບໍ່ມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ ແລະ ຈະບໍ່ມີການຮຸກຮານຈາກກອງກໍາລັງໃດໆຂອງສັດຕູອີກ ແລະ ມະນຸດຊາດກໍຈະໄດ້ເຂົ້າສູ່ໂລກໃໝ່, ມະນຸດຊາດຈະບໍ່ຖືກຊາຕານເຮັດໃຫ້ເສື່ອມຊາມອີກຕໍ່ໄປ,
- [ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກເຊົາພ້ອມກັນ (ພາກທີສອງ)](https://lo.kingdomsalvation.org/God-and-man-enter-into-rest-2-audio.html) - ຜູ້ທີ່ລາກດຶງລູກຫຼານ ແລະ ຍາດຕິພີ່ນ້ອງທີ່ບໍ່ມີຄວາມເຊື່ອທັງໝົດເຂົ້າໃນຄຣິສຕະຈັກແມ່ນຄົນທີ່ເຫັນແກ່ຕົວທີ່ສຸດ ແລະ ພວກເຂົາແມ່ນພຽງສະແດງຄວາມມີນ້ຳໃຈເທົ່ານັ້ນ. ຄົນເຫຼົ່ານີ້ພຽງແຕ່ສົນໃຈກັບການຖືກຮັກ ໂດຍບໍ່ຄຳນຶງວ່າ ພວກເຂົາເຊື່ອ ຫຼື ບໍ່ ຫຼື ບໍ່ຄຳນຶງວ່າມັນເປັນເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ບາງຄົນນຳເອົາພັນລະຍາຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ລາກດຶງເອົາພໍ່ແມ່ຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ຄຳນຶງວ່າ ພຣະວິນຍານບໍລິສຸດເຫັນດີກັບສິ່ງນີ້ ຫຼື ບໍ່ ຫຼື ປະຕິບັດພາລະກິດໃນພວກເຂົາ ຫຼື ບໍ່, ພວກເຂົາຫຼັບຫູຫຼັບຕາສືບຕໍ່ “ຮັບເອົາຄົນທີ່ມີພອນສະຫວັນ” ເພື່ອພຣະເຈົ້າ. ມັນສາມາດໄດ້ຜົນປະໂຫຍດຫຍັງແນ່ຈາກການແຜ່ຄວາມເມດຕາຕໍ່ຄົນທີ່ບໍ່ມີຄວາມເຊື່ອເຫຼົ່ານີ້? ເຖິງແມ່ນວ່າ ຄົນທີ່ບໍ່ມີຄວາມເຊື່ອເຫຼົ່ານີ້, ຜູ້ທີ່ປາສະຈາກການສະຖິດຂອງພຣະວິນຍານບໍລິສຸດຈະລັງເລໃນການຕິດຕາມພຣະເຈົ້າ, ພວກເຂົາກໍຍັງຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນດັ່ງທີ່ຜູ້ຄົນອາດເຂົ້າໃຈ. ທີ່ຈິງແລ້ວ ຜູ້ທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນນັ້ນບໍ່ແມ່ນໄດ້ຮັບມາແບບງ່າຍໆ. ຜູ້ທີ່ບໍ່ໄດ້ຜ່ານພາລະກິດ ແລະ ການທົດລອງຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ຮັບການເຮັດໃຫ້ສົມບູນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ, ຜູ້ຄົນເຫຼົ່ານີ້ຂາດການສະຖິດຂອງພຣະວິນຍານບໍລິສຸດຕັ້ງແຕ່ວິນາທີທີ່ພວກເຂົາເລີ່ມຕົ້ນຕິດຕາມພຣະເຈົ້າແລ້ວ. ອີງຕາມເງື່ອນໄຂ ແລະ ສະພາບທີ່ແທ້ຈິງຂອງພວກເຂົາ, ພວກເຂົາແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ດັ່ງນັ້ນ, ພຣະວິນຍານບໍລິສຸດບໍ່ໄດ້ຕັດສິນໃຈທີ່ຈະເສຍເຫື່ອແຮງກັບພວກເຂົາຫຼາຍ ແລະ ພຣະອົງບໍ່ໄດ້ໃຫ້ແສງສະຫວ່າງ ຫຼື ຊີ້ນໍາພວກເຂົາໃນທິດທາງໃດເລີຍ; ພຣະອົງພຽງແຕ່ອະນຸຍາດໃຫ້ພວກເຂົາຕິດຕາມ ແລະ
- [ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ](https://lo.kingdomsalvation.org/saved-amidst-management-of-God-audio.html) - ໃນສາຍຕາຂອງທຸກຄົນ, ການຄຸ້ມຄອງຂອງພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍຫຼາຍ ຍ້ອນຜູ້ຄົນຄິດວ່າການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ກ່ຽວຂ້ອງຫຍັງກັບພວກເຂົາຢ່າງສິ້ນເຊີງ. ຜູ້ຄົນຄິດວ່າການຄຸ້ມຄອງຂອງພຣະເຈົ້າເປັນພາລະກິດຂອງພຣະອົງເທົ່ານັ້ນ ແລະ ເປັນທຸລະຂອງພຣະເຈົ້າເທົ່ານັ້ນ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ສົນໃຈຕໍ່ການຄຸ້ມຄອງຂອງພຣະອົງ. ດ້ວຍເຫດນີ້, ຄວາມລອດພົ້ນຂອງມະນຸດຈຶ່ງກາຍເປັນຄວາມບໍ່ແຈ່ມແຈ້ງ ແລະ ຄວາມບໍ່ຊັດເຈນ ແລະ ຕອນນີ້ບໍ່ມີຫຍັງນອກຈາກວາທະສາດທີ່ວ່າງເປົ່າ. ເຖິງແມ່ນວ່າມະນຸດຕິດຕາມພຣະເຈົ້າເພື່ອຮັບເອົາຄວາມລອດພົ້ນ ແລະ ເຂົ້າສູ່ຈຸດໝາຍປາຍທາງທີ່ອັດສະຈັນ, ເຂົາບໍ່ສົນໃຈວິທີທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ. ມະນຸດບໍ່ສົນໃຈໃນສິ່ງທີ່ພຣະເຈົ້າໄດ້ວາງແຜນ ຫຼື ໃນພາກສ່ວນທີ່ເຂົາຕ້ອງປະຕິບັດເພື່ອຈະໄດ້ລອດພົ້ນ. ສິ່ງນີ້ຈັ່ງແມ່ນໜ້າເສົ້າໃຈແທ້ເດ! ຄວາມລອດພົ້ນຂອງມະນຸດບໍ່ສາມາດຖືກແຍກອອກຈາກການຄຸ້ມຄອງຂອງພຣະເຈົ້າ ທັງບໍ່ສາມາດຖືກແຍກອອກຈາກແຜນການຂອງພຣະອົງໄດ້. ແຕ່ເຖິງຢ່າງນັ້ນກໍຕາມ, ມະນຸດຖືວ່າການຄຸ້ມຄອງຂອງພຣະເຈົ້າບໍ່ສຳຄັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຫ່າງເຫີນຈາກພຣະອົງຫຼາຍຂຶ້ນ. ສິ່ງນີ້ເຮັດໃຫ້ຜູ້ຄົນຈຳນວນເພີ່ມຂຶ້ນ ທີ່ບໍ່ຮູ້ຫຍັງຈັກຢ່າງກ່ຽວກັບບັນຫາຕ່າງໆ ເຊິ່ງເຊື່ອມໂຍງຢ່າງໃກ້ຊິດກັບຄຳຖາມແຫ່ງຄວາມລອດພົ້ນ ເຊັ່ນ: ການສ້າງແມ່ນຫຍັງ, ການເຊື່ອໃນພຣະເຈົ້າແມ່ນຫຍັງ, ວິທີນະມັດສະການພຣະເຈົ້າ ແລະ ອື່ນໆອີກ, ກາຍເປັນສ່ວນໜຶ່ງຂອງຜູ້ຕິດຕາມຂອງພຣະອົງ. ດ້ວຍເຫດນີ້, ໃນຕອນນີ້ ພວກເຮົາຕ້ອງໄດ້ສົນທະນາກັນກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ ເພື່ອວ່າຜູ້ຕິດຕາມພຣະອົງແຕ່ລະຄົນຈະເຂົ້າໃຈຢ່າງຊັດເຈນເຖິງຄວາມໝາຍຂອງການຕິດຕາມ ແລະ ການເຊື່ອໃນພຣະອົງ. ການເຮັດແບບນີ້ຈະຊ່ວຍໃຫ້ແຕ່ລະຄົນເລືອກເສັ້ນທາງທີ່ພວກເຂົາຄວນເດີນຢ່າງຖືກຕ້ອງຫຼາຍຂຶ້ນ, ແທນທີ່ຈະຕິດຕາມພຣະເຈົ້າເພື່ອຮັບພອນເທົ່ານັ້ນ ຫຼື ຫຼີກລ່ຽງໄພພິບັດ ຫຼື ຢູ່ຢືນຢ່າງໂດດເດັ່ນທ່າມກາງຄົນອື່ນໆ. ເຖິງແມ່ນວ່າ ການຄຸ້ມຄອງຂອງພຣະເຈົ້າເລິກເຊິ່ງ, ມັນກໍບໍ່ໄດ້ເກີນຄວາມເຂົ້າໃຈຂອງມະນຸດ.
- [ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ](https://lo.kingdomsalvation.org/experiencing-refinement-truly-love-God-audio.html) - ພວກເຈົ້າທຸກຄົນຢູ່ໃນທ່າມກາງການທົດລອງ ແລະ ການຫຼໍ່ຫຼອມ. ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ເມື່ອໄດ້ປະສົບກັບການຫຼໍ່ຫຼອມ, ໃນລະຫວ່າງການຫຼໍ່ຫຼອມ ຜູ້ຄົນສາມາດມອບການສັນລະເສີນທີ່ແທ້ຈິງໃຫ້ແກ່ພຣະເຈົ້າ ແລະ ທ່າມກາງການຫຼໍ່ຫຼອມ ພວກເຂົາສາມາດເຫັນວ່າ ພວກເຂົາກຳລັງຂາດເຂີນຢ່າງຫຼວງຫຼາຍ. ຍິ່ງການຫຼໍ່ຫຼອມຍິ່ງໃຫຍ່ຫຼາຍສໍ່າໃດ, ເຈົ້າຍິ່ງສາມາດກະບົດຕໍ່ເນື້ອໜັງຫຼາຍສໍ່ານັ້ນ; ຍິ່ງການຫຼໍ່ຫຼອມຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາຍິ່ງມີຄວາມຮັກສຳລັບພຣະເຈົ້າຫຼາຍສໍ່ານັ້ນ. ນີ້ແມ່ນສິ່ງທີ່ພວກເຈົ້າຕ້ອງເຂົ້າໃຈ. ເປັນຫຍັງຜູ້ຄົນຕ້ອງຖືກຫຼໍ່ຫຼອມ? ການຫຼໍ່ຫຼອມແມ່ນແນໃສ່ເພື່ອບັນລຸຫຍັງ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດແຫ່ງການຫຼໍ່ຫຼອມຂອງພຣະເຈົ້າທີ່ຢູ່ໃນມະນຸດ? ຖ້າເຈົ້າສະແຫວງຫາພຣະເຈົ້າຢ່າງແທ້ຈິງ, ແລ້ວການໄດ້ປະສົບກັບການຫຼໍ່ຫຼອມຂອງພຣະອົງຈົນເຖິງຈຸດໃດໜຶ່ງ ເຈົ້າຈະຮູ້ສຶກວ່າ ມັນດີຫຼາຍ ແລະ ເປັນສິ່ງທີ່ຈຳເປັນທີ່ສຸດ. ມະນຸດຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ໂດຍການຕັ້ງໃຈຮັກພຣະເຈົ້າເພື່ອຍອມຮັບເອົາການຫຼໍ່ຫຼອມຂອງພຣະອົງ ນັ້ນກໍຄື ໃນລະຫວ່າງການຫຼໍ່ຫຼອມ ເຈົ້າທໍລະມານຢູ່ຂ້າງໃນ, ຄືກັບວ່າ ມີມີດສຽບບິດຢູ່ໃນຫົວໃຈຂອງເຈົ້າ, ແຕ່ເຈົ້າກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈໂດຍໃຊ້ຫົວໃຈຂອງເຈົ້າຮັກພຣະອົງ ແລະ ເຈົ້າກໍບໍ່ເຕັມໃຈທີ່ຈະສົນໃຈເນື້ອໜັງ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກຕໍ່ພຣະເຈົ້າ. ເຈົ້າເຈັບຢູ່ຂ້າງໃນ ແລະ ການທົນທຸກຂອງເຈົ້າແມ່ນເຖິງຈຸດໃດໜຶ່ງ ແຕ່ເຈົ້າກໍຍັງເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດຈາກພຣະອົງໄປໄດ້. ເຖິງແມ່ນວ່າມີຄວາມມືດຢູ່ພາຍໃນຕົວຂ້ານ້ອຍ, ຂ້ານ້ອຍກໍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍໃຈ; ພຣະອົງຮູ້ຈັກຫົວໃຈຂອງຂ້ານ້ອຍ ແລະ ຂໍໃຫ້ພຣະອົງຈົ່ງສ້າງຄວາມຮັກຂອງພຣະອົງໃຫ້ເກີດຂື້ນພາຍໃນຕົວຂ້ານ້ອຍໃຫ້ຫຼາຍຍິ່ງຂຶ້ນ”. ນີ້ແມ່ນການປະຕິບັດໃນລະຫວ່າງການຫຼໍ່ຫຼອມ. ຖ້າເຈົ້າໃຊ້ຫົວໃຈທີ່ຮັກພຣະເຈົ້າເປັນພື້ນຖານ, ການຫຼໍ່ຫຼອມສາມາດນໍາເຈົ້າໃຫ້ເຂົ້າໃກ້ພຣະເຈົ້າໄດ້ ແລະ ເຮັດໃຫ້ເຈົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ.
- [ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)](https://lo.kingdomsalvation.org/a-very-serious-problem-betrayal-2-audio.html) - ທໍາມະຊາດຂອງມະນຸດແມ່ນຂ້ອນຂ້າງແຕກຕ່າງຈາກແກ່ນແທ້ຂອງເຮົາ, ຍ້ອນທໍາມະຊາດທີ່ເສື່ອມຊາມຂອງມະນຸດແມ່ນເກີດມາຈາກຊາຕານທັງສິ້ນ; ທໍາມະຊາດຂອງມະນຸດໄດ້ຖືກຊາຕານແປຮູບ ແລະ ເຮັດໃຫ້ເສື່ອມຊາມ. ນັ້ນກໍຄື ມະນຸດດຳລົງຊີວິດພາຍໃຕ້ອິດທິພົນຂອງຄວາມຊົ່ວຮ້າຍ ແລະ ຄວາມຂີ້ຮ້າຍຂອງຊາຕານ. ມະນຸດບໍ່ໄດ້ເຕີບໃຫຍ່ຢູ່ໂລກແຫ່ງຄວາມຈິງ ຫຼື ສະພາບແວດລ້ອມທີ່ບໍລິສຸດ ແລະ ແຮງໄກທີ່ມະນຸດຈະດຳລົງຊີວິດໃນແສງສະຫວ່າງ. ດັ່ງນັ້ນ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຜູ້ໃດຜູ້ໜຶ່ງຈະມີຄວາມຈິງພາຍໃນທໍາມະຊາດຂອງພວກເຂົາຕັ້ງແຕ່ຊ່ວງເວລາທີ່ເກີດມາ ແລະ ແຮງໄກທີ່ຜູ້ໃດຜູ້ໜຶ່ງຈະເກີດມາພ້ອມກັບແກ່ນແທ້ທີ່ຢໍາເກງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ໃນທາງກົງກັນຂ້າມ ຜູ້ຄົນມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ, ກະບົດຕໍ່ພຣະເຈົ້າ ແລະ ບໍ່ມີຄວາມຮັກສຳລັບຄວາມຈິງ. ທໍາມະຊາດນີ້ແມ່ນບັນຫາທີ່ເຮົາຕ້ອງການສົນທະນາ ນັ້ນກໍຄື ການທໍລະຍົດ. ການທໍລະຍົດແມ່ນແຫຼ່ງທີ່ມາຂອງການທີ່ແຕ່ລະຄົນຕໍ່ຕ້ານພຣະເຈົ້າ. ນີ້ແມ່ນບັນຫາທີ່ມີຢູ່ໃນມະນຸດເທົ່ານັ້ນ ແລະ ບໍ່ໄດ້ມີຢູ່ໃນຕົວເຮົາ. ບາງຄົນຈະຖາມວ່າ: ຍ້ອນມະນຸດທຸກຄົນດໍາລົງຊີວິດໃນໂລກດັ່ງທີ່ພຣະຄຣິດດຳລົງຢູ່, ເປັນຫຍັງມະນຸດທຸກຄົນຈຶ່ງມີທໍາມະຊາດທີ່ທໍລະຍົດພຣະເຈົ້າ ແຕ່ພຣະຄຣິດບໍ່ມີ? ນີ້ແມ່ນບັນຫາທີ່ຕ້ອງໄດ້ອະທິບາຍໃຫ້ແກ່ພວກເຈົ້າຢ່າງຊັດເຈນ. ພື້ນຖານການເປັນຢູ່ຂອງມະນຸດຊາດ ແມ່ນການກັບມາເກີດໃໝ່ຂອງວິນຍານຊໍ້າໄປຊໍ້າມາ. ເວົ້າອີກແບບໜຶ່ງກໍຄື ແຕ່ລະຄົນແມ່ນໄດ້ຮັບຊີວິດມະນຸດເປັນເນື້ອໜັງ ເມື່ອວິນຍານຂອງພວກເຂົາໄດ້ກັບມາເກີດໃໝ່. ຫຼັງຈາກທີ່ຮ່າງກາຍຂອງບຸກຄົນໜຶ່ງເກີດມາ, ຊີວິດນັ້ນແມ່ນສືບຕໍ່ຈົນເນື້ອໜັງໄປເຖິງຂອບເຂດຂອງມັນໃນທີ່ສຸດ ເຊິ່ງກໍຄືຊ່ວງເວລາສຸດທ້າຍ ເມື່ອວິນຍານອອກຈາກເປືອກນອກຂອງມັນ. ຂະບວນການນີ້ແມ່ນເກີດຂຶ້ນຊໍ້າແລ້ວຊໍ້າອີກ ໂດຍທີ່ວິນຍານຂອງບຸກຄົນໃດໜຶ່ງມາ ແລະ ໄປຄັ້ງແລ້ວຄັ້ງເລົ່າ ແລະ ດ້ວຍເຫດນັ້ນ ການເປັນຢູ່ຂອງມະນຸດຊາດຈຶ່ງຖືກຮັກສາ. ຊີວິດຂອງເນື້ອໜັງຍັງເປັນຊີວິດຂອງວິນຍານຂອງມະນຸດ ແລະ
- [ການເຊື່ອໃນພຣະເຈົ້າຢ່າງແທ້ຈິງໝາຍຄວາມວ່າແນວໃດ](https://lo.kingdomsalvation.org/truly-believes-in-God-audio.html) - ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ພວກເຂົາຕ້ອງກະທຳແນວໃດແທ້ໆເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ເຖິງແມ່ນວ່າຜູ້ຄົນຮູ້ຈັກຄໍາວ່າ “ພຣະເຈົ້າ” ແລະ ວະລີ ເຊັ່ນ: “ພາລະກິດຂອງພຣະເຈົ້າ” ພວກເຂົາກໍບໍ່ຮູ້ຈັກພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮູ້ຈັກພາລະກິດຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍທີ່ທຸກຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າພາກັນສັບສົນໃນຄວາມເຊື່ອຂອງພວກເຂົາກ່ຽວກັບພຣະເຈົ້າ. ຜູ້ຄົນບໍ່ຈິງຈັງກັບຄວາມເຊື່ອໃນພຣະເຈົ້າ ແລະ ທັງໝົດນີ້ກໍຍ້ອນວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍເກີນໄປ ແລະ ແປກປະຫຼາດເກີນໄປສໍາລັບພວກເຂົາ. ໃນລັກສະນະນີ້ ພວກເຂົາຫ່າງໄກຫຼາຍທີ່ຈະບັນລຸຂໍ້ກຳນົດຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ ແລ້ວພວກເຂົາກໍບໍ່ເໝາະສົມທີ່ຈະໃຫ້ພຣະເຈົ້າໃຊ້ ແລະ ແຮງໄກທີ່ພວກເຂົາຈະສາມາດບັນລຸຕາມເຈດຕະນາຂອງພຣະອົງໄດ້. “ຄວາມເຊື່ອໃນພຣະເຈົ້າ” ໝາຍເຖິງການເຊື່ອວ່າມີພຣະເຈົ້າ; ນີ້ແມ່ນຄວາມຄິດກ່ຽວກັບການເຊື່ອພຣະເຈົ້າແບບທໍາມະດາທີ່ສຸດ. ເພື່ອກ້າວໄປອີກຂັ້ນໜຶ່ງ, ການເຊື່ອວ່າມີພຣະເຈົ້າບໍ່ຄືກັບການເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ກົງກັນຂ້າມ ມັນເປັນຄວາມເຊື່ອແບບທໍາມະດາທີ່ເໜັ້ນໜັກໃສ່ທາງດ້ານສາສະໜາ. ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໝາຍເຖິງສິ່ງດັ່ງຕໍ່ໄປນີ້: ບົນພື້ນຖານຂອງຄວາມເຊື່ອທີ່ວ່າພຣະເຈົ້າປົກຄອງສັບພະສິ່ງທັງປວງ, ຄົນໃດໜຶ່ງຕ້ອງປະສົບກັບພຣະທໍາຂອງພຣະອົງ ແລະ ພາລະກິດຂອງພຣະອົງ, ແລະ ດ້ວຍເຫດນີ້ຈຶ່ງປະຖິ້ມອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຕົນເອງ, ຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ມາຮູ້ຈັກພຣະເຈົ້າ. ມີພຽງແຕ່ການເດີນທາງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ “ຄວາມເຊື່ອໃນພຣະເຈົ້າ”. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນມັກຈະເຫັນຄວາມເຊື່ອໃນພຣະເຈົ້າເປັນເລື່ອງທໍາມະດາ ແລະ ບໍ່ສໍາຄັນຫຼາຍ. ເມື່ອຜູ້ຄົນເຊື່ອໃນພຣະເຈົ້າໃນລັກສະນະນີ້,
- [ການຖອນຫາຍໃຈຂອງອົງຊົງລິດທານຸພາບສູງສຸດ](https://lo.kingdomsalvation.org/the-sighing-of-the-Almighty-audio.html) - ໃນຫົວໃຈຂອງເຈົ້ານັ້ນມີຄວາມລຶກລັບຢ່າງມະຫາສານ ທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ ຍ້ອນວ່າເຈົ້າດໍາລົງຊີວິດຢູ່ໃນໂລກທີ່ຂາດແສງສະຫວ່າງ. ຫົວໃຈ ແລະ ຈິດວິນຍານຂອງເຈົ້າໄດ້ຖືກຜູ້ທີ່ຊົ່ວຮ້າຍແຍ່ງເອົາໄປ. ດວງຕາຂອງເຈົ້າຖືກປິດບັງດ້ວຍຄວາມມືດ ແລະ ເຈົ້າບໍ່ສາມາດເຫັນແສງອາທິດໃນທ້ອງຟ້າ ຫຼື ດວງດາວທີ່ສ່ອງແສງແວວວາວໃນຄໍ່າຄືນ. ຫູຂອງເຈົ້າຖືກອຸດຕັນດ້ວຍຖ້ອຍຄໍາທີ່ຫຼອກລວງ ແລະ ເຈົ້າບໍ່ສາມາດໄດ້ຍິນສຽງຟ້າລັ່ນຂອງພຣະເຢໂຮວາ ຫຼື ສຽງແຫ່ງສາຍນໍ້າທີ່ໄຫຼຈາກບັນລັງ. ເຈົ້າໄດ້ສູນເສຍທຸກສິ່ງທີ່ເປັນຂອງເຈົ້າໂດຍຊອບທໍາ ແລະ ເສຍທຸກສິ່ງທີ່ອົງຊົງລິດທານຸພາບສູງສຸດໄດ້ປະທານໃຫ້ເຈົ້າ. ເຈົ້າໄດ້ເຂົ້າສູ່ທະເລແຫ່ງຄວາມທຸກທໍລະມານຢ່າງບໍ່ສິ້ນສຸດ, ບໍ່ມີແຮງທີ່ຈະຊ່ວຍເຈົ້າ, ບໍ່ມີຄວາມຫວັງແຫ່ງການຢູ່ລອດ, ເຈົ້າໄດ້ແຕ່ດີ້ນຮົນ ແລະ ແລ່ນວົກວົນໄປມາ... ແລ້ວຈາກຊ່ວງເວລານັ້ນເປັນຕົ້ນມາ ເຈົ້າກໍຖືກທໍລະມານໂດຍມານຜູ້ທີ່ຊົ່ວຮ້າຍ, ເຊິ່ງໄກຈາກພອນຂອງອົງຊົງລິດທານຸພາບສູງສຸດ, ໄກຈາກການສະໜອງຂອງອົງຊົງລິດທານຸພາບສູງສຸດ ແລະ ກໍາລັງຍ່າງຕາມເສັ້ນທາງທີ່ບໍ່ມີວັນຫວນຄືນ. ເອີ້ນຫາເປັນລ້ານຄັ້ງກໍບໍ່ສາມາດປຸກໃຈ ແລະ ຈິດວິນຍານຂອງເຈົ້າໄດ້. ເຈົ້ານອນຫຼັບສະບາຍໃນກໍາມືຂອງຜູ້ທີ່ຊົ່ວຮ້າຍ ເຊິ່ງແມ່ນຜູ້ທີ່ໄດ້ຫຼອກລວງເຈົ້າເຂົ້າສູ່ດິນແດນທີ່ບໍ່ມີຂອບເຂດ ໂດຍຂາດທິດທາງ ຫຼື ສິ່ງໝາຍບອກທາງ. ຈາກນັ້ນເຈົ້າຈຶ່ງສູນເສຍຄວາມໄຮ້ດຽງສາ ແລະ ຄວາມບໍລິສຸດດັ່ງເດີມຂອງເຈົ້າ ແລະ ເລີ່ມຫຼີກເວັ້ນການເບິ່ງແຍງຂອງອົງຊົງລິດທານຸພາບສູງສຸດ. ພາຍໃນໃຈຂອງເຈົ້າ, ຜູ້ທີ່ຊົ່ວຮ້າຍນຳພາເຈົ້າໃນທຸກເລື່ອງ ແລະ ໄດ້ກາຍເປັນຊີວິດຂອງເຈົ້າ. ເຈົ້າບໍ່ຢ້ານມັນ, ຫຼີກເວັ້ນມັນ ຫຼື ສົງໄສມັນອີກຕໍ່ໄປ; ກົງກັນຂ້າມ ເຈົ້າປະຕິບັດຕໍ່ມັນຄືດັ່ງພຣະເຈົ້າໃນຫົວໃຈຂອງເຈົ້າ. ເຈົ້າເລີ່ມບູຊາ
- [ກ່ຽວກັບຊີວິດຝ່າຍວິນຍານປົກກະຕິ](https://lo.kingdomsalvation.org/regarding-a-normal-spiritual-life-audio.html) - ຄວາມເຊື່ອໃນພຣະເຈົ້າຈຳເປັນຕ້ອງມີຊີວິດຝ່າຍວິນຍານປົກກະຕິ, ເຊິ່ງເປັນພື້ນຖານສຳລັບການມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ການເຂົ້າສູ່ຄວາມເປັນຈິງ. ການປະຕິບັດການອະທິຖານໃນປັດຈຸບັນຂອງພວກເຈົ້າ, ການຫຍັບເຂົ້າໃກ້ພຣະເຈົ້າ, ການຮ້ອງເພງນະມັດສະການ, ການສັນລະເສີນ, ການປະຕິບັດສະມາທິ ແລະ ການໄຕ່ຕອງພຣະທຳຂອງພຣະເຈົ້າເທົ່າກັບ “ຊີວິດຝ່າຍວິນຍານທີ່ປົກກະຕິ” ບໍ? ບໍ່ມີໃຜໃນບັນດາພວກເຈົ້າທີ່ຮູ້. ຊີວິດຝ່າຍວິນຍານປົກກະຕິ ບໍ່ໄດ້ຈຳກັດຢູ່ທີ່ການປະຕິບັດ ເຊັ່ນ: ການອະທິຖານ, ການຮ້ອງເພງນະມັດສະການ, ການມີຊີວິດຄຣິດຕະຈັກ ແລະ ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ. ກົງກັນຂ້າມ, ມັນປະກອບມີການໃຊ້ຊີວິດຝ່າຍວິນຍານທີ່ສົດໃໝ່ ແລະ ຢ່າງມີຊີວິດຊີວາ. ສິ່ງທີ່ສຳຄັນບໍ່ແມ່ນວິທີການທີ່ເຈົ້າປະຕິບັດ, ແຕ່ກ່ຽວກັບໝາກຜົນທີ່ການປະຕິບັດຂອງເຈົ້າເກີດອອກ. ຜູ້ຄົນສ່ວນໃຫຍ່ເຊື່ອວ່າ ຊີວິດຝ່າຍວິນຍານປົກກະຕິປະກອບມີການອະທິຖານ, ການຮ້ອງເພງນະມັດສະການ, ການກິນ ແລະ ການດື່ມ ພຣະທຳຂອງພຣະເຈົ້າ ຫຼື ການໄຕ່ຕອງພຣະທຳຂອງພຣະອົງ, ບໍ່ວ່າການປະຕິບັດດັ່ງກ່າວຈະມີຜົນແບບໃດກໍ່ຕາມ ຫຼື ນໍາໄປສູ່ຄວາມເຂົ້າໃຈທີ່ແທ້ຈິງ ຫຼື ບໍ່ກໍ່ຕາມ. ຄົນເຫຼົ່ານີ້ໃສ່ໃຈກັບການປະຕິບັດຕາມລະບຽບການທີ່ພໍເປັນພິທີ ໂດຍບໍ່ຄິດເຖິງຜົນຕາມມາຂອງພວກມັນ; ພວກເຂົາເປັນຄົນທີ່ດຳລົງຊີວິດຢູ່ໃນພິທີກຳທາງສາສະໜາ, ບໍ່ແມ່ນຄົນທີ່ດຳລົງຊີວິດຢູ່ພາຍໃນຄຣິດຕະຈັກ ແລະ ແຮງໄກທີ່ພວກເຂົາຈະເປັນປະຊາຊົນແຫ່ງອານາຈັກ. ຄຳອະທິຖານ, ການຮ້ອງເພງນະມັດສະການ ແລະ ການກິນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 414](https://lo.kingdomsalvation.org/recital-entry-into-life-414.html) - ຄວາມເຊື່ອໃນພຣະເຈົ້າຈຳເປັນຕ້ອງມີຊີວິດຝ່າຍວິນຍານປົກກະຕິ, ເຊິ່ງເປັນພື້ນຖານສຳລັບການມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ການເຂົ້າສູ່ຄວາມເປັນຈິງ. ການປະຕິບັດການອະທິຖານໃນປັດຈຸບັນຂອງພວກເຈົ້າ, ການຫຍັບເຂົ້າໃກ້ພຣະເຈົ້າ, ການຮ້ອງເພງນະມັດສະການ, ການສັນລະເສີນ, ການປະຕິບັດສະມາທິ ແລະ ການໄຕ່ຕອງພຣະທຳຂອງພຣະເຈົ້າເທົ່າກັບ “ຊີວິດຝ່າຍວິນຍານທີ່ປົກກະຕິ” ບໍ? ບໍ່ມີໃຜໃນບັນດາພວກເຈົ້າທີ່ຮູ້. ຊີວິດຝ່າຍວິນຍານປົກກະຕິ ບໍ່ໄດ້ຈຳກັດຢູ່ທີ່ການປະຕິບັດ ເຊັ່ນ: ການອະທິຖານ, ການຮ້ອງເພງນະມັດສະການ, ການມີຊີວິດຄຣິດຕະຈັກ ແລະ ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ. ກົງກັນຂ້າມ, ມັນປະກອບມີການໃຊ້ຊີວິດຝ່າຍວິນຍານທີ່ສົດໃໝ່ ແລະ ຢ່າງມີຊີວິດຊີວາ. ສິ່ງທີ່ສຳຄັນບໍ່ແມ່ນວິທີການທີ່ເຈົ້າປະຕິບັດ, ແຕ່ກ່ຽວກັບໝາກຜົນທີ່ການປະຕິບັດຂອງເຈົ້າເກີດອອກ. ຜູ້ຄົນສ່ວນໃຫຍ່ເຊື່ອວ່າ ຊີວິດຝ່າຍວິນຍານປົກກະຕິປະກອບມີການອະທິຖານ, ການຮ້ອງເພງນະມັດສະການ, ການກິນ ແລະ ການດື່ມ ພຣະທຳຂອງພຣະເຈົ້າ ຫຼື ການໄຕ່ຕອງພຣະທຳຂອງພຣະອົງ, ບໍ່ວ່າການປະຕິບັດດັ່ງກ່າວຈະມີຜົນແບບໃດກໍ່ຕາມ ຫຼື ນໍາໄປສູ່ຄວາມເຂົ້າໃຈທີ່ແທ້ຈິງ ຫຼື ບໍ່ກໍ່ຕາມ. ຄົນເຫຼົ່ານີ້ໃສ່ໃຈກັບການປະຕິບັດຕາມລະບຽບການທີ່ພໍເປັນພິທີ ໂດຍບໍ່ຄິດເຖິງຜົນຕາມມາຂອງພວກມັນ; ພວກເຂົາເປັນຄົນທີ່ດຳລົງຊີວິດຢູ່ໃນພິທີກຳທາງສາສະໜາ, ບໍ່ແມ່ນຄົນທີ່ດຳລົງຊີວິດຢູ່ພາຍໃນຄຣິດຕະຈັກ ແລະ ແຮງໄກທີ່ພວກເຂົາຈະເປັນປະຊາຊົນແຫ່ງອານາຈັກ. ຄຳອະທິຖານ, ການຮ້ອງເພງນະມັດສະການ ແລະ ການກິນ ແລະ
- [ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ (ພາກທີສອງ)](https://lo.kingdomsalvation.org/in-need-of-God-become-flesh-2-audio.html) - ເມື່ອເວົ້າເຖິງພາລະກິດ, ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນມີຄວາມໝາຍທີ່ສຸດ ແລະ ຜູ້ທີ່ຈະເຮັດສໍາເລັດພາລະກິດດັ່ງກ່າວ ໃນທີ່ສຸດ ກໍແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນພຣະວິນຍານ. ບາງຄົນເຊື່ອວ່າ ໃນເວລາໃດໜຶ່ງທີ່ບໍ່ຮູ້ຈັກໄດ້ ພຣະເຈົ້າອາດມາເທິງແຜ່ນດິນໂລກ ແລະ ໄດ້ປາກົດຕົວຕໍ່ມະນຸດ, ດ້ວຍເຫດນີ້ ພຣະອົງຈະພິພາກສາມະນຸດຊາດທັງປວງດ້ວຍຕົວພຣະອົງເອງ, ທົດສອບພວກເຂົາເທື່ອລະຄົນໂດຍບໍ່ປ່ອຍໃຜໄວ້ຈັກຄົນ. ຄົນທີ່ຄິດແບບນີ້ບໍ່ຮູ້ຈັກຂັ້ນຕອນນີ້ຂອງພາລະກິດແຫ່ງການບັງເກີດເປັນມະນຸດ. ພຣະເຈົ້າບໍ່ພິພາກສາມະນຸດເທື່ອລະຄົນ ແລະ ພຣະອົງບໍ່ທົດສອບມະນຸດເທື່ອລະຄົນ; ການເຮັດແບບນັ້ນຈະບໍ່ແມ່ນພາລະກິດແຫ່ງການພິພາກສາ. ຄວາມເສື່ອມຊາມຂອງມະນຸດຊາດທັງປວງບໍ່ແມ່ນຄືກັນບໍ? ແກ່ນແທ້ຂອງມະນຸດຊາດທັງປວງບໍ່ແມ່ນຄືກັນບໍ? ສິ່ງທີ່ຖືກພິພາກສາແມ່ນແກ່ນແທ້ທີ່ເສື່ອມຊາມຂອງມະນຸດຊາດ, ແກ່ນແທ້ຂອງມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຄວາມບາບທັງໝົດຂອງມະນຸດ. ພຣະເຈົ້າບໍ່ພິພາກສາຂໍ້ຜິດພາດທີ່ເລັກນ້ອຍ ແລະ ບໍ່ສຳຄັນສໍາລັບມະນຸດ. ພາລະກິດແຫ່ງການພິພາກສາແມ່ນໃນຮູບແບບເປັນຕົວແທນ ແລະ ມັນບໍ່ໄດ້ຖືກປະຕິບັດເພື່ອໃຫ້ຄົນໃດຄົນໜຶ່ງໂດຍສະເພາະ. ກົງກັນຂ້າມ, ມັນເປັນພາລະກິດທີ່ພິພາກສາຄົນກຸ່ມໜຶ່ງເພື່ອເປັນຕົວແທນໃຫ້ກັບການພິພາກສາຂອງມະນຸດຊາດທັງປວງ. ເຊັ່ນວ່າ ການປະຕິບັດພາລະກິດຂອງພຣະອົງໃນຄົນກຸ່ມໃດໜຶ່ງດ້ວຍຕົວພຣະອົງເອງ, ພຣະເຈົ້າທີ່ຢູ່ໃນເນື້ອໜັງໃຊ້ພາລະກິດຂອງພຣະອົງເພື່ອເປັນຕົວແທນໃຫ້ກັບພາລະກິດຂອງມະນຸດຊາດທັງປວງ ແລ້ວຫຼັງຈາກນັ້ນ ພາລະກິດຈຶ່ງຖືກເຜີຍແຜ່ອອກໄປເທື່ອລະໜ້ອຍ. ສິ່ງນີ້ຍັງເປັນລັກສະນະທີ່ພາລະກິດແຫ່ງການພິພາກສາເປັນ. ພຣະເຈົ້າບໍ່ພິພາກສາຄົນບາງປະເພດ ຫຼື ຄົນບາງກຸ່ມ, ແຕ່ພິພາກສາຄວາມບໍ່ຊອບທຳຂອງມະນຸດຊາດທັງໝົດແທນ, ຕົວຢ່າງເຊັ່ນ: ການທີ່ມະນຸດຕໍ່ຕ້ານພຣະເຈົ້າ ຫຼື ການທີ່ມະນຸດຂາດຄວາມຢໍາເກງຕໍ່ພຣະອົງ ຫຼື ການທີ່ມະນຸດລົບກວນພາລະກິດຂອງພຣະເຈົ້າ ແລະ ອື່ນໆອີກ. ສິ່ງທີ່ຖືກພິພາກສາແມ່ນແກ່ນແທ້ຂອງມະນຸດຊາດທີ່ຕໍ່ຕ້ານພຣະເຈົ້າ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 602](https://lo.kingdomsalvation.org/recital-destinations-and-outcomes-602.html) - ມະນຸດຈະຖືກເຮັດໃຫ້ສົມບູນທັງໝົດໃນຍຸກແຫ່ງລາຊະອານາຈັກ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ມະນຸດຈະຕົກຢູ່ໃນການຫຼໍ່ຫຼອມ ແລະ ຄວາມລຳບາກຍາກແຄ້ນ. ຄົນທີ່ສາມາດເອົາຊະນະ ແລະ ຢືນຢ່າງໝັ້ນຄົງໃນຄໍາພະຍານຂອງພວກເຂົາໃນລະຫວ່າງຄວາມລຳບາກຍາກແຄ້ນນີ້ ແມ່ນຄົນທີ່ຈະຖືກເຮັດໃຫ້ສົມບູນໃນທີ່ສຸດ; ພວກເຂົາເປັນຜູ້ເອົາຊະນະ. ໃນລະຫວ່າງຄວາມລໍາບາກຍາກແຄ້ນ, ມະນຸດຈຳເປັນຕ້ອງຍອມຮັບການຫຼໍ່ຫຼອມນີ້ ແລະ ການຫຼໍ່ຫຼອມນີ້ແມ່ນກໍລະນີສຸດທ້າຍຂອງພາລະກິດຂອງພຣະເຈົ້າ. ມັນເປັນຄັ້ງສຸດທ້າຍທີ່ມະນຸດຈະຖືກຫຼໍ່ຫຼອມກ່ອນການສິ້ນສຸດພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້ານັ້ນ ແລະ ທຸກຄົນທີ່ຕິດຕາມພຣະເຈົ້າກໍຕ້ອງຍອມຮັບການທົດສອບສຸດທ້າຍນີ້ ແລະ ຕ້ອງຍອມຮັບການຫຼໍ່ຫຼອມຄັ້ງສຸດທ້າຍນີ້. ຄົນທີ່ຖືກອ້ອມລ້ອມໄປດ້ວຍຄວາມລໍາບາກຍາກແຄ້ນແມ່ນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ ແລະ ການນໍາພາຂອງພຣະເຈົ້າ, ແຕ່ຄົນທີ່ຖືກເອົາຊະນະຢ່າງແທ້ຈິງ ແລະ ສະແຫວງຫາພຣະເຈົ້າຢ່າງແທ້ຈິງຈະໝັ້ນຄົງໃນທີ່ສຸດ; ພວກເຂົາເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຄົນເຫຼົ່ານີ້ທີ່ມີໄຊຊະນະຈະບໍ່ປາສະຈາກນິມິດ ແລະ ຍັງຈະນໍາຄວາມຈິງເຂົ້າສູ່ການປະຕິບັດໃນການເປັນພະຍານຂອງພວກເຂົາໂດຍບໍ່ມີການລົ້ມເຫຼວ. ພວກເຂົາຄືຜູ້ທີ່ຈະລອດພົ້ນຈາກຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່ໃນທີ່ສຸດ. ເຖິງແມ່ນວ່າຄົນທີ່ຕຶກເບັດໃນນໍ້າຂຸ່ນຍັງສາມາດສວຍໂອກາດໃນປັດຈຸບັນ, ແຕ່ ບໍ່ມີໃຜສາມາດຫຼົບໜີຄວາມລໍາບາກຍາກແຄ້ນສຸດທ້າຍໄດ້ ແລະ ບໍ່ມີໃຜສາມາດຫຼົບໜີການທົດສອບສຸດທ້າຍໄດ້. ສຳລັບຄົນທີ່ເອົາຊະນະ, ຄວາມລໍາບາກຍາກແຄ້ນດັ່ງກ່າວເປັນການຫຼໍ່ຫຼອມທີ່ໃຫຍ່ຫຼວງ; ແຕ່ສຳລັບຄົນທີ່ຕຶກເບັດໃນນໍ້າຂຸ່ນ, ມັນເປັນພາລະກິດແຫ່ງການກໍາຈັດໂດຍສິ້ນເຊີງ. ບໍ່ວ່າພວກເຂົາຈະຖືກທົດລອງແນວໃດກໍຕາມ, ຄວາມຈົງຮັກພັກດີຂອງຄົນທີ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາກໍຍັງບໍ່ປ່ຽນແປງ; ແຕ່ສຳລັບຄົນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ, ຫຼັງຈາກທີ່ພາລະກິດຂອງພຣະເຈົ້າບໍ່ມີປະໂຫຍດຕໍ່ເນື້ອໜັງຂອງພວກເຂົາ, ພວກເຂົາກໍປ່ຽນມຸມມອງກ່ຽວກັບພຣະເຈົ້າ ແລະ ເຖິງກັບໜີອອກຈາກພຣະເຈົ້າ. ຄົນດັ່ງກ່າວແມ່ນຄົນທີ່ຈະບໍ່ໝັ້ນຄົງໃນທີ່ສຸດ, ເປັນຄົນທີ່ພຽງແຕ່ສະແຫວງຫາພອນຂອງພຣະເຈົ້າ ແລະ ບໍ່ປາຖະໜາທີ່ຈະເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອຸທິດຕົນເອງໃຫ້ກັບພຣະອົງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 360](https://lo.kingdomsalvation.org/recital-exposing-mankind-s-corruption-360.html) - ຜູ້ໃດກໍຕາມລ້ວນແລ້ວແຕ່ສາມາດນໍາໃຊ້ຄໍາເວົ້າ ແລະ ການກະທໍາຂອງພວກເຂົາເອງ ເພື່ອສະແດງເຖິງໃບໜ້າທີ່ແທ້ຈິງຂອງພວກເຂົາ. ແນ່ນອນ ໃບໜ້າທີ່ແທ້ຈິງນີ້ແມ່ນທໍາມະຊາດຂອງພວກເຂົາ. ຖ້າເຈົ້າເວົ້າຈາໃນລັກສະນະທີ່ອ້ອມຄ້ອມ, ເຈົ້າກໍມີທໍາມະຊາດທີ່ຄົດໂຄ້ງ. ຖ້າທໍາມະຊາດຂອງເຈົ້າມີເລ່ຫຼ່ຽມ, ແລ້ວເຈົ້າກໍກະທຳໃນລັກສະນະທີ່ມີເລ່ຫຼ່ຽມ ແລະ ເຈົ້າເຮັດໃຫ້ມັນເປັນເລື່ອງງ່າຍຫຼາຍທີ່ຈະໃຫ້ຄົນອື່ນຖືກເຈົ້າຫຼອກລວງ. ຖ້າທໍາມະຊາດຂອງເຈົ້າຊົ່ວຮ້າຍ, ຄໍາເວົ້າຂອງເຈົ້າອາດຈະຟັງມ່ວນ, ແຕ່ການກະທໍາຂອງເຈົ້າບໍ່ສາມາດປິດບັງກົນລວງທີ່ຊົ່ວຮ້າຍຂອງເຈົ້າໄດ້. ຖ້າທໍາມະຊາດຂອງເຈົ້າຂີ້ຄ້ານ, ແລ້ວທຸກຢ່າງທີ່ເຈົ້າເວົ້າກໍຈະແມ່ນເພື່ອຫຼີກເວັ້ນຄວາມຮັບຜິດຊອບສຳລັບຄວາມເຮັດພໍເປັນພິທີ ແລະ ຄວາມຂີ້ຄ້ານຂອງເຈົ້າ ແລະ ການກະທໍາຂອງເຈົ້າຈະຊ້າ ແລະ ພໍເປັນພິທີ ແລະ ຂ້ອນຂ້າງເກັ່ງໃນການປິດບັງຄວາມຈິງ. ຖ້າທໍາມະຊາດຂອງເຈົ້າມີຄວາມເຫັນອົກເຫັນໃຈ, ແລ້ວຄໍາເວົ້າຂອງເຈົ້າກໍຈະມີເຫດຜົນ ແລະ ການກະທໍາຂອງເຈົ້າກໍຍັງຈະສອດຄ່ອງກັບຄວາມຈິງເປັນຢ່າງດີເຊັ່ນກັນ. ຖ້າທໍາມະຊາດຂອງເຈົ້າຄືຄວາມຈົງຮັກພັກດີ, ແລ້ວຄໍາເວົ້າຂອງເຈົ້າຈິງໃຈຢ່າງແນ່ນອນ ແລະ ວິທີເຈົ້າເຮັດສິ່ງຕ່າງໆກໍໝັ້ນຄົງ, ປາສະຈາກສິ່ງທີ່ອາດເຮັດໃຫ້ເຈົ້ານາຍຂອງເຈົ້າກັງວົນ. ຖ້າທໍາມະຊາດຂອງເຈົ້າແມ່ນເຕັມໄປດ້ວຍຕັນຫາ ຫຼື ໂລບມາເພື່ອເງິນ, ແລ້ວຫົວໃຈຂອງເຈົ້າກໍມັກຈະເຕັມໄປດ້ວຍສິ່ງເຫຼົ່ານີ້ ແລະ ເຈົ້າຈະກະທຳສິ່ງທີ່ຜິດປົກກະຕິ ແລະ ໄຮ້ສິນທຳໂດຍບໍ່ຮູ້ໂຕ ເຊິ່ງຜູ້ຄົນຈະບໍ່ລືມໄດ້ຢ່າງງ່າຍດາຍ ແລະ ຈະເຮັດໃຫ້ຜູ້ຄົນລັງກຽດ. ດັ່ງທີ່ເຮົາໄດ້ເວົ້າມາ, ຖ້າເຈົ້າມີທໍາມະຊາດຂອງການທໍລະຍົດ ແລ້ວເຈົ້າກໍສາມາດປົດປ່ອຍຕົນເອງອອກຈາກມັນໄດ້ຍາກ. ຢ່າໄວ້ໃຈໃນໂຊກທີ່ວ່າ ຖ້າເຈົ້າບໍ່ໄດ້ຜິດຕໍ່ຄົນອື່ນ, ແລ້ວເຈົ້າກໍຈະບໍ່ມີທໍາມະຊາດຂອງການທໍລະຍົດ. ຖ້ານັ້ນແມ່ນສິ່ງທີ່ເຈົ້າຄິດ ເຈົ້າກໍເປັນຄົນທີ່ໜ້າລັງກຽດຢ່າງແທ້ຈິງ. ພຣະທໍາທັງໝົດຂອງເຮົາໃນແຕ່ລະຄັ້ງທີ່ເຮົາໄດ້ກ່າວແມ່ນແນໃສ່ທຸກຄົນ, ບໍ່ແມ່ນພຽງແຕ່ໜຶ່ງຄົນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 358](https://lo.kingdomsalvation.org/recital-exposing-mankind-s-corruption-358.html) - ພາລະກິດຂອງເຮົາຈະສໍາເລັດໃນອີກໄວໆນີ້ ແລະ ຫຼາຍປີຮ່ວມກັນໄດ້ກາຍມາເປັນຄວາມຊົງຈໍາທີ່ເຫຼືອທົນ. ເຮົາໄດ້ເວົ້າຊໍ້າພຣະທໍາຂອງເຮົາຢ່າງບໍ່ຢຸດເຊົາ ແລະ ເຮັດໃຫ້ພາລະກິດໃໝ່ຂອງເຮົາຄືບໜ້າຢູ່ເລື້ອຍໆ. ແນ່ນອນ ຄໍາແນະນໍາຂອງເຮົາແມ່ນອົງປະກອບທີ່ຈຳເປັນໃນແຕ່ລະສ່ວນຂອງພາລະກິດທີ່ເຮົາເຮັດ. ຫາກປາສະຈາກຄໍາປຶກສາຂອງເຮົາ, ພວກເຈົ້າທຸກຄົນຈະພະເນຈອນຫຼົງທາງ ແລະ ເຖິງກັບຄົ້ນພົບວ່າຕົນເອງສັບສົນຢ່າງສິ້ນເຊີງ. ໃນຕອນນີ້ ພາລະກິດຂອງເຮົາແມ່ນເກືອບຈະສໍາເລັດ ແລະ ຢູ່ໃນຂັ້ນຕອນສຸດທ້າຍ. ເຮົາຍັງປາຖະໜາທີ່ຈະປະຕິບັດພາລະກິດໃນການໃຫ້ຄຳປຶກສາ ນັ້ນກໍຄື ໃຫ້ຄໍາແນະນໍາໃຫ້ພວກເຈົ້າຟັງ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະບໍ່ເຮັດໃຫ້ຄວາມພຽນພະຍາຍາມຂອງເຮົາຕ້ອງເສຍຖິ້ມ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຂົ້າໃຈເຖິງເຈດຕະນາອັນພຽນພະຍາຍາມທີ່ເຮົາມີ ແລະ ປະຕິບັດຕໍ່ພຣະທຳຂອງເຮົາດັ່ງພື້ນຖານຂອງວິທີການທີ່ພວກເຈົ້າປະພຶດໃນຖານະມະນຸດ. ບໍ່ວ່າພວກມັນຈະເປັນພຣະທໍາທີ່ພວກເຈົ້າເຕັມໃຈຮັບຟັງ ຫຼື ບໍ່, ບໍ່ວ່າພວກເຈົ້າຈະມີຄວາມສຸກໃນການຍອມຮັບພວກມັນ ຫຼື ພຽງແຕ່ສາມາດຍອມຮັບພວກມັນດ້ວຍຄວາມອຶດອັດ, ພວກເຈົ້າກໍຕ້ອງປະຕິບັດຕໍ່ພຣະທໍາຢ່າງຈິງຈັງ. ບໍ່ດັ່ງນັ້ນ, ອຸປະນິໄສ ແລະ ການປະພຶດຕົວຕາມສະບາຍ ແລະ ບໍ່ກັງວົນຂອງພວກເຈົ້າຈະເຮັດໃຫ້ເຮົາເສຍໃຈຢ່າງຮຸນແຮງ ແລະ ເຮັດໃຫ້ເຮົາລັງກຽດຢ່າງແນ່ນອນ. ເຮົາຫວັງຢ່າງຍິ່ງວ່າ ພວກເຈົ້າທຸກຄົນຈະສາມາດອ່ານພຣະທໍາຂອງເຮົາຊໍ້າແລ້ວຊໍ້າອີກເປັນພັນໆຄັ້ງ ແລະ ພວກເຈົ້າອາດເຖິງກັບມາຈື່ພຣະທຳເຫຼົ່ານັ້ນຂຶ້ນໃຈ. ມີພຽງວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະບໍ່ເຮັດໃຫ້ເຮົາຜິດຫວັງໃນໂຕພວກເຈົ້າ. ເຖິງຢ່າງໃດກໍຕາມ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ດໍາລົງຊີວິດແບບນີ້ໃນປັດຈຸບັນ. ໃນທາງກົງກັນຂ້າມ, ພວກເຈົ້າທຸກຄົນແມ່ນມົວເມົາຢູ່ກັບຊີວິດທີ່ມົວເມົາ, ຊີວິດແຫ່ງການກິນ ແລະ ດື່ມຕາມໃຈຂອງພວກເຈົ້າເອງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 290](https://lo.kingdomsalvation.org/recital-exposing-religious-notions-290.html) - ໃນເມື່ອມະນຸດເຊື່ອໃນພຣະເຈົ້າ, ເຂົາກໍຕ້ອງຕິດຕາມບາດກ້າວຂອງພຣະເຈົ້າເທື່ອລະບາດກ້າວຢ່າງໃກ້ຊິດ; ເຂົາຄວນ “ຕິດຕາມພຣະເມສານ້ອຍບໍ່ວ່າພຣະອົງຈະໄປໃສກໍຕາມ”. ມີພຽງແຕ່ຄົນເຫຼົ່ານີ້ທີ່ເປັນຄົນສະແຫວງຫາຫົນທາງທີ່ແທ້ຈິງ, ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ຕິດຕາມຕົວຄໍາເວົ້າ ແລະ ຄຳສັ່ງສອນຄືກັບທາດ ແມ່ນຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານບໍລິສຸດ. ໃນແຕ່ລະໄລຍະຂອງເວລາ, ພຣະເຈົ້າຈະເລີ່ມຕົ້ນພາລະກິດໃໝ່ ແລະ ໃນແຕ່ລະໄລຍະຈະມີການເລີ່ມຕົ້ນໃໝ່ທ່າມກາງມະນຸດ. ຖ້າມະນຸດພຽງແຕ່ປະຕິບັດຕາມຄວາມຈິງທີ່ວ່າ “ພຣະເຢໂຮວາເປັນພຣະເຈົ້າ” ແລະ “ພຣະເຢຊູເປັນພຣະຄຣິດ” ເຊິ່ງເປັນຄວາມຈິງທີ່ພຽງແຕ່ໃຊ້ໄດ້ກັບຍຸກທີ່ກ່ຽວຂ້ອງ, ແລ້ວມະນຸດກໍຈະນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດໄດ້ຈັກເທື່ອ ແລະ ຈະບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດຕະຫຼອດໄປ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ, ມະນຸດກໍຕິດຕາມໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວ ແລະ ເຂົາກໍຕິດຕາມຢ່າງໃກ້ຊິດ. ໃນວິທີນີ້, ມະນຸດຈະສາມາດຖືກພຣະວິນຍານບໍລິສຸດກຳຈັດໄດ້ແນວໃດ? ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຕາບໃດທີ່ມະນຸດໝັ້ນໃຈວ່າ ນັ້ນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮ່ວມມືໃນພາລະກິດຂອງພຣະວິນຍານບໍລິສຸດໂດຍບໍ່ມີຂໍ້ສົງໄສໃດໆແລ້ວ ແລະ ພະຍາຍາມບັນລຸເງື່ອນໄຂຂອງພຣະເຈົ້າ, ແລ້ວເຂົາຈະຖືກລົງໂທດໄດ້ແນວໃດ? ພາລະກິດຂອງພຣະເຈົ້າບໍ່ເຄີຍຢຸດຈັກເທື່ອ, ບາດກ້າວຂອງພຣະອົງບໍ່ເຄີຍຢຸດສະງັດຈັກເທື່ອ ແລະ ກ່ອນການສຳເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ, ພຣະອົງຫຍຸ້ງຢູ່ສະເໝີ ແລະ ບໍ່ເຄີຍຢຸດຈັກເທື່ອ. ແຕ່ມະນຸດແມ່ນແຕກຕ່າງ: ເມື່ອໄດ້ຮັບພຽງແຕ່ຈຳນວນເລັກນ້ອຍຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຂົາກໍປະຕິບັດຕໍ່ສິ່ງນັ້ນຄືກັບວ່າມັນຈະບໍ່ປ່ຽນແປງຈັກເທື່ອ; ເມື່ອໄດ້ຮັບຄວາມຮູ້ເລັກນ້ອຍ, ເຂົາກໍບໍ່ສືບຕໍ່ຕິດຕາມບາດກ້າວພາລະກິດທີ່ໃໝ່ກວ່າຂອງພຣະເຈົ້າ; ເມື່ອໄດ້ເຫັນພຽງແຕ່ສ່ວນເລັກນ້ອຍໃນພາລະກິດຂອງພຣະເຈົ້າ, ເຂົາກໍກຳນົດໃຫ້ພຣະເຈົ້າເປັນຮ່າງໄມ້ພິເສດທັນທີ ແລະ ເຊື່ອວ່າພຣະເຈົ້າຈະຍັງຄົງຢູ່ໃນຮູບຮ່າງນີ້ທີ່ເຂົາເຫັນຢູ່ຕໍ່ໜ້າເຂົາ, ເຊິ່ງມັນເປັນແບບນີ້ໃນອະດີດ ແລະ ຈະເປັນແບບນີ້ໃນອະນາຄົດ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 158](https://lo.kingdomsalvation.org/recital-knowing-God-s-work-158.html) - ໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຍັງມີເງື່ອນໄຂທີ່ສອດຄ່ອງກັນຂອງມະນຸດ. ທຸກຄົນທີ່ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນມີການສະຖິດ ແລະ ວິໄນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ໄດ້ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນຢູ່ພາຍໃຕ້ການບັນຊາຂອງຊາຕານ ແລະ ປາສະຈາກພາລະກິດໃດໆຂອງພຣະວິນຍານບໍລິສຸດ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ແລະ ເປັນຄົນທີ່ຮ່ວມມືໃນພາລະກິດໃໝ່ຂອງພຣະເຈົ້າ. ຖ້າຄົນທີ່ຢູ່ພາຍໃນກະແສນີ້ບໍ່ສາມາດຮ່ວມມື ແລະ ບໍ່ສາມາດນໍາຄວາມຈິງທີ່ພຣະເຈົ້າຮຽກຮ້ອງນັ້ນເຂົ້າສູ່ການປະຕິບັດໃນເວລານີ້ໄດ້, ແລ້ວພວກເຂົາກໍຈະຖືກລົງວິໄນ ແລະ ຮ້າຍແຮງໄປກວ່ານັ້ນແມ່ນຈະຖືກພຣະວິນຍານບໍລິສຸດປະຖິ້ມ. ຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ຈະດຳລົງຊີວິດຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ຈະຮັບເອົາການດູເເລ ແລະ ການປົກປ້ອງຂອງພຣະວິນຍານບໍລິສຸດ. ຄົນທີ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກລົງວິໄນໂດຍພຣະວິນຍານບໍລິສຸດ ແລະ ອາດເຖິງຂັ້ນຖືກລົງໂທດໄດ້. ບໍ່ວ່າພວກເຂົາຈະເປັນຄົນປະເພດໃດກໍຕາມ, ຖ້າພວກເຂົາຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ພຣະເຈົ້າກໍຈະຮັບຜິດຊອບທຸກຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະອົງເພື່ອເຫັນແກ່ນາມຂອງພຣະອົງ. ຜູ້ຄົນທີ່ສັນລະເສີນນາມຂອງພຣະອົງ ແລະ ເຕັມໃຈນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະໄດ້ຮັບພອນຂອງພຣະອົງ; ຄົນທີ່ກະບົດຕໍ່ພຣະອົງ ແລະ ບໍ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະໄດ້ຮັບການລົງໂທດຂອງພຣະອົງ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ ແລະ ຍ້ອນພວກເຂົາຍອມຮັບພາລະກິດໃໝ່, ພວກເຂົາຄວນມີການຮ່ວມມືທີ່ເໝາະສົມກັບພຣະເຈົ້າ ແລະ ບໍ່ຄວນປະພຶດຄືກັບພວກກະບົດທີ່ບໍ່ປະຕິບັດໜ້າທີ່ຂອງພວກເຂົາ. ນີ້ແມ່ນພຽງເງື່ອນໄຂດຽວເທົ່ານັ້ນທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ສຳລັບຄົນທີ່ບໍ່ຍອມຮັບພາລະກິດໃໝ່ແມ່ນຈະບໍ່ເປັນແບບນັ້ນ: ພວກເຂົາຢູ່ນອກກະແສຂອງພຣະວິນຍານບໍລິສຸດ ແລະ ການລົງວິໄນ ແລະ ການຕິເຕືອນຂອງພຣະວິນຍານບໍລິສຸດແມ່ນໃຊ້ບໍ່ໄດ້ກັບພວກເຂົາ. ໝົດມື້, ຄົນເຫຼົ່ານີ້ດຳລົງຊີວິດຢູ່ພາຍໃນເນື້ອໜັງ, ພວກເຂົາດຳລົງຊີວິດຢູ່ພາຍໃນຄວາມຄິດຂອງພວກເຂົາ ແລະ ທຸກສິ່ງທີ່ພວກເຂົາເຮັດກໍແມ່ນຕາມຄຳສັ່ງສອນທີ່ເກີດຈາກການວິເຄາະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 157](https://lo.kingdomsalvation.org/recital-knowing-God-s-work-157.html) - ເມື່ອພາລະກິດຂອງພຣະເຈົ້າໄປເຖິງຈຸດໃດໜຶ່ງ ແລະ ການຄຸ້ມຄອງຂອງພຣະອົງໄດ້ໄປເຖິງຈຸດໃດໜຶ່ງ, ຄົນທີ່ປະຕິບັດຕາມເຈດຕະນາຂອງພຣະອົງ ກໍລ້ວນແລ້ວແຕ່ເປັນຄົນທີ່ສາມາດປະຕິບັດຕາມເງື່ອນໄຂຂອງພຣະອົງ. ພຣະເຈົ້າຮຽກຮ້ອງມະນຸດຕາມມາດຕະຖານຂອງພຣະອົງເອງ ແລະ ຕາມສິ່ງທີ່ມະນຸດສາມາດບັນລຸໄດ້. ໃນຂະນະທີ່ເວົ້າເຖິງການຄຸ້ມຄອງຂອງພຣະອົງ, ພຣະອົງໄດ້ຊີ້ຫົນທາງໃຫ້ກັບມະນຸດ ແລະ ຈັດກຽມເສັ້ນທາງແຫ່ງຄວາມຢູ່ລອດໃຫ້ກັບມະນຸດ. ທັງການຄຸ້ມຄອງຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດແມ່ນຂັ້ນຕອນດຽວກັນຂອງພາລະກິດ ແລະ ຖືກປະຕິບັດໃນເວລາດຽວກັນ. ການເວົ້າເຖິງການຄຸ້ມຄອງຂອງພຣະເຈົ້າແມ່ນກ່ຽວພັນກັບການປ່ຽນແປງໃນອຸປະນິໄສຂອງມະນຸດ ແລະ ການເວົ້າເຖິງສິ່ງທີ່ມະນຸດຄວນປະຕິບັດ ແລະ ການປ່ຽນແປງໃນອຸປະນິໄສຂອງມະນຸດ ກໍກ່ຽວພັນກັບພາລະກິດຂອງພຣະເຈົ້າ; ບໍ່ມີຈັກເທື່ອທີ່ທັງສອງຢ່າງຈະຖືກແຍກອອກຈາກກັນ. ການປະຕິບັດຂອງມະນຸດປ່ຽນແປງເທື່ອລະບາດກ້າວ. ນັ້ນກໍຍ້ອນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດນັ້ນໄດ້ປ່ຽນແປງເຊັ່ນກັນ ແລະ ຍ້ອນພາລະກິດຂອງພຣະເຈົ້າປ່ຽນແປງ ແລະ ກ້າວໜ້າຢູ່ສະເໝີ. ຖ້າການປະຕິບັດຂອງມະນຸດຍັງຖືກກັບດັກຢູ່ໃນຄຳສັ່ງສອນ, ສິ່ງນີ້ກໍພິສູດວ່າ ເຂົາປາສະຈາກພາລະກິດ ແລະ ການນໍາພາຂອງພຣະເຈົ້ານັ້ນ; ຖ້າການປະຕິບັດຂອງມະນຸດບໍ່ປ່ຽນແປງຈັກເທື່ອ ຫຼື ບໍ່ເລິກເຊິ່ງຂຶ້ນ, ແລ້ວສິ່ງນີ້ກໍພິສູດວ່າ ການປະຕິບັດຂອງມະນຸດຖືກປະຕິບັດຕາມຄວາມຄິດຂອງມະນຸດ ແລະ ບໍ່ແມ່ນການປະຕິບັດແຫ່ງຄວາມຈິງ; ຖ້າມະນຸດບໍ່ມີເສັ້ນທາງໃຫ້ຍ່າງ, ແລ້ວເຂົາກໍຖືກຕົກລົງສູ່ກໍາມືຂອງຊາຕານໄປແລ້ວ ແລະ ຖືກຄວບຄຸມໂດຍຊາຕານ ເຊິ່ງໝາຍຄວາມວ່າ ເຂົາຖືກຄວບຄຸມໂດຍວິນຍານຊົ່ວຮ້າຍ. ຖ້າການປະຕິບັດຂອງມະນຸດບໍ່ໄດ້ເລິກເຊິ່ງກວ່າເກົ່າ, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ພັດທະນາ ແລະ ຖ້າບໍ່ມີການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ແລ້ວການເຂົ້າສູ່ຂອງມະນຸດກໍຈະຢຸດສະງັດ; ນີ້ເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້. ທົ່ວພາລະກິດທັງໝົດຂອງພຣະເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 98](https://lo.kingdomsalvation.org/recital-judgment-in-the-last-days-098.html) - ໃນອານາຈັກ ສິ່ງຊົງສ້າງທັງຫຼາຍໄດ້ເລີ່ມຟື້ນຟູຄືນມາໃໝ່ ແລະ ໄດ້ຮັບພະລັງຊີວິດຂອງພວກເຂົາຄືນໃໝ່. ເນື່ອງຈາກການປ່ຽນແປງໃນສະພາບຂອງແຜ່ນດິນໂລກ, ເຂດແດນລະຫວ່າງດິນແດນຫນຶ່ງ ກັບອີກດິນແດນໜຶ່ງເລີ່ມປ່ຽນໄປ. ເຮົາໄດ້ທໍານາຍວ່າ ເມື່ອດິນແດນຖືກແຍກອອກຈາກກັນ ແລະ ດິນແດນຖືກລວມເຂົ້າກັນ ມັນຈະເປັນເວລາທີ່ເຮົາຈະທໍາລາຍແຕ່ລະປະເທດເປັນຕ່ອນໆ. ໃນເວລານີ້ ເຮົາຈະປັບປຸງປ່ຽນແປງສິ່ງຊົງສ້າງທັງໝົດຄືນໃໝ່ ແລະ ແບ່ງແຍກຈັກກະວານທັງໝົດໃໝ່, ດ້ວຍການວາງຈັກກະວານຕາມລຳດັບ ແລະ ປ່ຽນແປງອັນເກົ່າໃຫ້ເປັນອັນໃໝ່. ນີ້ແມ່ນແຜນການຂອງເຮົາ ແລະ ສິ່ງເຫຼົ່ານີ້ແມ່ນພາລະກິດຂອງເຮົາ. ເມື່ອແຕ່ລະປະເທດ ແລະ ແຕ່ລະຄົນທີ່ເຮົາເລືອກໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງເຮົາ, ເຮົາຈະມອບຄວາມອຸດົມສົມບູນທັງໝົດຂອງສະຫວັນໃຫ້ໂລກຂອງມະນຸດ. ສະນັ້ນ ຈົ່ງຂອບໃຈເຮົາ, ເພາະໂລກຈະເຕັມໄປດ້ວຍຄວາມອຸດົມສົມບູນທີ່ບໍ່ມີສິ່ງໃດທຽບໄດ້. ໃນຂະນະທີ່ໂລກເກົ່າຍັງມີຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໃສ່ແຕ່ລະປະເທດ ແລະ ປະກາດພຣະບັນຍັດການປົກຄອງຂອງເຮົາທີ່ເປີດເຜີຍຕໍ່ສາທາລະນະໄປທົ່ວຈັກກະວານທັງໝົດ ແລະ ຜູ້ໃດກໍ່ຕາມທີ່ລະເມີດພຣະບັນຍັດດັ່ງກ່າວນັ້ນຈະຖືກຂ້ຽນຕີ: ເມື່ອເຮົາກ່າວເພື່ອຈັກກະວານທັງໝົດ, ທຸກຄົນຈະໄດ້ຍິນສຽງຂອງເຮົາ, ເຊິ່ງກໍຄືທຸກຄົນຈະເຫັນທຸກການກະທໍາທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ຂັດຕໍ່ຄວາມປະສົງຂອງເຮົາ, ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຈດຕະນາຂອງເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເຮັດໃຫ້ດວງດາວທີ່ຫຼວງຫຼາຍໃນສະຫວັນມີການປ່ຽນ; ເນື່ອງຈາກເຮົາ ຕາເວັນ ແລະ ເດືອນຈະຖືກປ່ຽນໃໝ່, ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ; ແລະ ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຈະຖືກປ່ຽນໃໝ່. ສິ່ງນີ້ຈະບັນລຸຍ້ອນພຣະທໍາຂອງເຮົາ. ທຸກປະເທດພາຍໃນຈັກກະວານຈະຖືກຈັດແບ່ງຄືນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 66](https://lo.kingdomsalvation.org/recital-God-s-appearance-and-work-066.html) - ເຮົາປົກຄອງໃນອານາຈັກ ແລະ ຍິ່ງໄປກວ່ານັ້ນ ເຮົາປົກຄອງທົ່ວຈັກກະວານທັງປວງ; ເຮົາເປັນທັງກະສັດຂອງອານາຈັກ ແລະ ຫົວໜ້າຂອງຈັກກະວານ. ຕັ້ງແຕ່ເວລານີ້ເປັນຕົ້ນໄປ, ເຮົາຈະຮວບຮວມທຸກຄົນທີ່ບໍ່ແມ່ນຄົນຖືກເລືອກ ແລະ ຈະເລີ່ມຕົ້ນພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ ແລະ ເຮົາຈະປະກາດບົດບັນຍັດແຫ່ງການບໍລິຫານຂອງເຮົາຕໍ່ຈັກກະວານທັງປວງ, ເພື່ອວ່າເຮົາຈະເລີ່ມຕົ້ນຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາໄດ້ຢ່າງສຳເລັດ. ເຮົາຈະໃຊ້ການຂ້ຽນຕີເພື່ອເຜີຍແຜ່ພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ, ນັ້ນໝາຍຄວາມວ່າ ເຮົາຈະໃຊ້ “ກຳລັງ” ຕໍ່ທຸກຄົນທີ່ເປັນຄົນຕ່າງຊາດ. ໂດຍທຳມະຊາດແລ້ວ ພາລະກິດນີ້ຈະຖືກປະຕິບັດໃນເວລາດຽວກັບພາລະກິດຂອງເຮົາທ່າມກາງຄົນຖືກເລືອກ. ເມື່ອຜູ້ຄົນຂອງເຮົາປົກຄອງ ແລະ ມີອຳນາດເທິງແຜ່ນດິນໂລກຈະເປັນມື້ທີ່ທຸກຄົນເທິງແຜ່ນດິນໂລກໄດ້ຖືກເອົາຊະນະອີກດ້ວຍ ແລະ ຍິ່ງໄປກວ່ານັ້ນ ມັນກໍຈະເປັນເວລາທີ່ເຮົາພັກເຊົາ ແລະ ເມື່ອນັ້ນ ເຮົາຈຶ່ງຈະປາກົດຕົວຕໍ່ທຸກຄົນທີ່ຖືກເອົາຊະນະ. ເຮົາປາກົດຕົວຕໍ່ອານາຈັກທີ່ບໍລິສຸດ ແລະ ເຊື່ອງຕົນເອງຈາກດິນແດນທີ່ສົກກະປົກ. ທຸກຄົນທີ່ຖືກເອົາຊະນະ ແລະ ອ່ອນນ້ອມຕໍ່ໜ້າເຮົາແມ່ນສາມາດເຫັນໜ້າຂອງເຮົາດ້ວຍຕາຂອງພວກເຂົາເອງ ແລະ ສາມາດໄດ້ຍິນສຽງຂອງເຮົາດ້ວຍຫູຂອງພວກເຂົາເອງ. ນີ້ແມ່ນພອນຂອງຄົນທີ່ເກີດໃນລະຫວ່າງຍຸກສຸດທ້າຍ, ນີ້ແມ່ນພອນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ມະນຸດບໍ່ສາມາດປ່ຽນແປງສິ່ງນີ້ໄດ້. ໃນປັດຈຸບັນ, ເຮົາປະຕິບັດພາລະກິດໃນລັກສະນະນີ້ກໍເພື່ອພາລະກິດໃນອະນາຄົດ. ພາລະກິດທັງໝົດຂອງເຮົາແມ່ນກ່ຽວພັນກັນ ໂດຍພາລະກິດທັງໝົດແມ່ນສອດຄ່ອງກັນ: ບໍ່ເຄີຍມີຂັ້ນຕອນໃດຢຸດສະງັກຢ່າງກະທັນຫັນຈັກເທື່ອ ແລະ ບໍ່ເຄີຍມີຂັ້ນຕອນໃດຖືກປະຕິບັດຢ່າງເປັນອິດສະຫຼະຈາກຂັ້ນຕອນອື່ນຈັກເທື່ອ. ແລ້ວມັນບໍ່ແມ່ນແບບນັ້ນບໍ? ພາລະກິດໃນອະດີດບໍ່ແມ່ນພື້ນຖານຂອງພາລະກິດໃນປັດຈຸບັນບໍ? ພຣະທຳທີ່ຢູ່ໃນອະດີດບໍ່ແມ່ນຈຸດເລີ່ມຕົ້ນຂອງພຣະທຳໃນປັດຈຸບັນບໍ? ຂັ້ນຕອນທີ່ຢູ່ໃນອະດີດບໍ່ແມ່ນຕົ້ນກຳເນີດຂອງຂັ້ນຕອນໃນປັດຈຸບັນບໍ? ເມື່ອເຮົາມາຍໜັງສືມ້ວນອອກຢ່າງເປັນທາງການກໍຄືເວລາທີ່ຜູ້ຄົນທົ່ວທັງຈັກກະວານຖືກຂ້ຽນຕີ, ແມ່ນເວລາທີ່ທຸກຄົນທົ່ວແຜ່ນດິນໂລກຕົກຢູ່ໃນການທົດລອງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 65](https://lo.kingdomsalvation.org/recital-God-s-appearance-and-work-065.html) - ໃນມື້ທີ່ທຸກສິ່ງຖືກເຮັດໃຫ້ຟື້ນຄືນຊີບ, ເຮົາໄດ້ລົງມາຢູ່ທ່າມກາງມະນຸດ ແລະ ເຮົາໄດ້ໃຊ້ເວລາທັງກາງເວັນ ແລະ ກາງຄືນຢ່າງມະຫັດສະຈັນກັບເຂົາ. ມີແຕ່ໃນເວລານີ້ເທົ່ານັ້ນ ມະນຸດຈຶ່ງຮູ້ສຶກໄດ້ໜ້ອຍໜຶ່ງເຖິງຄວາມສາມາດເຂົ້າຫາໄດ້ງ່າຍ ແລະ ເຂົ້າກັນໄດ້ຂອງເຮົາ ແລະ ເມື່ອການປະຕິສໍາພັນຂອງເຂົາກັບເຮົາມີຫຼາຍຂຶ້ນ, ເຂົາຈຶ່ງເຫັນເຖິງບາງສິ່ງທີ່ເຮົາມີ ແລະ ເປັນ ເຊິ່ງດ້ວຍເຫດນັ້ນ ຜົນຕາມມາກໍຄື ເຂົາໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບເຮົາ. ໃນທ່າມກາງບັນດາຄົນທັງປວງ, ເຮົາໄດ້ເງີຍຫົວຂຶ້ນ ແລະ ເຝົ້າເບິ່ງ ແລະ ພວກເຂົາທຸກຄົນກໍເຫັນເຮົາ. ແຕ່ເມື່ອໄພພິບັດເກີດຂຶ້ນເທິງແຜ່ນດິນໂລກ, ພວກເຂົາກໍເປັນກັງວົນທັນທີ ແລະ ພາບຫຼັກຂອງເຮົາກໍຫາຍໄປຈາກຫົວໃຈຂອງພວກເຂົາ; ຕື່ນຕົກໃຈຍ້ອນການມາຂອງໄພພິບັດ, ພວກເຂົາບໍ່ສົນໃຈການຕັກເຕືອນຂອງເຮົາເລີຍ. ເປັນເວລາຫຼາຍປີທີ່ເຮົາໄດ້ຍ່າງຜ່ານທ່າມກາງມະນຸດ, ແຕ່ເຂົາກໍຍັງບໍ່ຮູ້ສຶກຕົວສະເໝີ ແລະ ບໍ່ຮູ້ຈັກເຮົາຈັກເທື່ອ. ໃນປັດຈຸບັນ ເຮົາບອກສິ່ງນີ້ໃຫ້ແກ່ເຂົາດ້ວຍປາກຂອງເຮົາເອງ ເພື່ອວ່າທຸກຄົນຈະສາມາດມາຢູ່ຕໍ່ໜ້າເຮົາເພື່ອຮັບເອົາບາງສິ່ງຈາກເຮົາ, ແຕ່ພວກເຂົາກໍຍັງຫ່າງເຫີນຈາກເຮົາ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ຈັກເຮົາ. ເມື່ອບາດກ້າວຂອງເຮົາກ້າວໄປຂ້າມຈັກກະວານ ແລະ ສົ້ນປາຍຂອງແຜ່ນດິນໂລກ, ມະນຸດຈະເລີ່ມໄຕ່ຕອງກ່ຽວກັບຕົນເອງ ແລະ ທຸກຄົນຈະມາຫາເຮົາ ແລະ ກົ້ມລົງຕໍ່ໜ້າເຮົາ ແລະ ນະມັດສະການເຮົາ. ນີ້ຈະເປັນມື້ທີ່ເຮົາໄດ້ຮັບສະຫງ່າລາສີ, ມື້ທີ່ເຮົາກັບມາ ແລະ ຍັງເປັນມື້ທີ່ເຮົາຈາກໄປອີກດ້ວຍ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 63](https://lo.kingdomsalvation.org/recital-God-s-appearance-and-work-063.html) - ໃນອານາຈັກ ສິ່ງຊົງສ້າງທັງຫຼາຍໄດ້ເລີ່ມຟື້ນຟູຄືນມາໃໝ່ ແລະ ໄດ້ຮັບພະລັງຊີວິດຂອງພວກເຂົາຄືນໃໝ່. ເນື່ອງຈາກການປ່ຽນແປງໃນສະພາບຂອງແຜ່ນດິນໂລກ, ເຂດແດນລະຫວ່າງດິນແດນຫນຶ່ງ ກັບອີກດິນແດນໜຶ່ງເລີ່ມປ່ຽນໄປ. ເຮົາໄດ້ທໍານາຍວ່າ ເມື່ອດິນແດນຖືກແຍກອອກຈາກກັນ ແລະ ດິນແດນຖືກລວມເຂົ້າກັນ ມັນຈະເປັນເວລາທີ່ເຮົາຈະທໍາລາຍແຕ່ລະປະເທດເປັນຕ່ອນໆ. ໃນເວລານີ້ ເຮົາຈະປັບປຸງປ່ຽນແປງສິ່ງຊົງສ້າງທັງໝົດຄືນໃໝ່ ແລະ ແບ່ງແຍກຈັກກະວານທັງໝົດໃໝ່, ດ້ວຍການວາງຈັກກະວານຕາມລຳດັບ ແລະ ປ່ຽນແປງອັນເກົ່າໃຫ້ເປັນອັນໃໝ່. ນີ້ແມ່ນແຜນການຂອງເຮົາ ແລະ ສິ່ງເຫຼົ່ານີ້ແມ່ນພາລະກິດຂອງເຮົາ. ເມື່ອແຕ່ລະປະເທດ ແລະ ແຕ່ລະຄົນທີ່ເຮົາເລືອກໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງເຮົາ, ເຮົາຈະມອບຄວາມອຸດົມສົມບູນທັງໝົດຂອງສະຫວັນໃຫ້ໂລກຂອງມະນຸດ. ສະນັ້ນ ຈົ່ງຂອບໃຈເຮົາ, ເພາະໂລກຈະເຕັມໄປດ້ວຍຄວາມອຸດົມສົມບູນທີ່ບໍ່ມີສິ່ງໃດທຽບໄດ້. ໃນຂະນະທີ່ໂລກເກົ່າຍັງມີຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໃສ່ແຕ່ລະປະເທດ ແລະ ປະກາດພຣະບັນຍັດການປົກຄອງຂອງເຮົາທີ່ເປີດເຜີຍຕໍ່ສາທາລະນະໄປທົ່ວຈັກກະວານທັງໝົດ ແລະ ຜູ້ໃດກໍ່ຕາມທີ່ລະເມີດພຣະບັນຍັດດັ່ງກ່າວນັ້ນຈະຖືກຂ້ຽນຕີ: ເມື່ອເຮົາກ່າວເພື່ອຈັກກະວານທັງໝົດ, ທຸກຄົນຈະໄດ້ຍິນສຽງຂອງເຮົາ, ເຊິ່ງກໍຄືທຸກຄົນຈະເຫັນທຸກການກະທໍາທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ຂັດຕໍ່ຄວາມປະສົງຂອງເຮົາ, ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຈດຕະນາຂອງເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເຮັດໃຫ້ດວງດາວທີ່ຫຼວງຫຼາຍໃນສະຫວັນມີການປ່ຽນ; ເນື່ອງຈາກເຮົາ ຕາເວັນ ແລະ ເດືອນຈະຖືກປ່ຽນໃໝ່, ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ; ແລະ ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຈະຖືກປ່ຽນໃໝ່. ສິ່ງນີ້ຈະບັນລຸຍ້ອນພຣະທໍາຂອງເຮົາ. ທຸກປະເທດພາຍໃນຈັກກະວານຈະຖືກຈັດແບ່ງຄືນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 61](https://lo.kingdomsalvation.org/recital-God-s-appearance-and-work-061.html) - ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ຈັກກະວານທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ. ມັນຄືກັບວ່າ ເຜົ່າພັນມະນຸດທັງໝົດກໍາລັງຖືກຊໍາລະລ້າງ. ພາຍໃຕ້ການເຍືອງແສງສະຫວ່າງນີ້ຈາກທິດຕາເວັນອອກ, ມະນຸດທຸກຄົນຖືກເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ, ຕາຂອງພວກເຂົາມົວ ໂດຍບໍ່ແນ່ໃຈວ່າຈະເຮັດແນວໃດ ແລະ ຍິ່ງບໍ່ແນ່ໃຈວ່າ ຈະປິດບັງໜ້າຕາອັນຂີ້ຮ້າຍຂອງພວກເຂົາແນວໃດດີ. ພວກເຂົາຍັງຄືກັບສັດທີ່ແລ່ນໜີຈາກແສງສະຫວ່າງຂອງເຮົາ ແລະ ໄປລີ້ໄພຢູ່ໃນຖໍ້າເທິງພູເຂົາ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາສາມາດຖືກລົບລ້າງຈາກເເສງສະຫວ່າງຂອງເຮົາໄດ້. ມະນຸດທຸກຄົນແມ່ນພາກັນຕື່ນຕົກໃຈ, ທຸກຄົນກໍາລັງລໍຖ້າ, ທຸກຄົນກໍາລັງເຝົ້າເບິ່ງ; ພ້ອມກັບການມາຂອງແສງສະຫວ່າງຂອງເຮົາ, ທຸກຄົນດີໃຈໃນມື້ທີ່ພວກເຂົາເກີດ ແລະ ໃນທໍານອງດຽວກັນ ທຸກຄົນກໍສາບແຊ່ງມື້ທີ່ພວກເຂົາເກີດ. ຄວາມຮູ້ສຶກຢ່າງສັບສົນແມ່ນບໍ່ສາມາດອະທິບາຍໄດ້; ນໍ້າຕາຈາກການຕໍານິຕົວເອງກາຍເປັນແມ່ນໍ້າ ແລະ ທັນທີໃດກໍຖືກກະແສນໍ້າພັດຫາມໄປໂດຍບໍ່ມີຮ່ອງຮອຍ. ມື້ຂອງເຮົາໄດ້ເຂົ້າມາໃກ້ມະນຸດທຸກຄົນອີກຄັ້ງ, ມັນໄດ້ປຸກເຜົ່າພັນມະນຸດໃຫ້ຕື່ນອີກຄັ້ງ ໂດຍມອບການເລີ່ມຕົ້ນໃໝ່ໃຫ້ແກ່ມະນຸດຊາດ. ຫົວໃຈຂອງເຮົາເຕັ້ນ ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈຕາມຈັງຫວະເຕັ້ນຂອງຫົວໃຈຂອງເຮົາ, ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫີນ. ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ. ເຮົາຕ້ອງການເຮັດໃຫ້ສິ່ງທີ່ສົກກະປົກຖືກເຜົາໄໝ້ເປັນຂີ້ເຖົ່າພາຍໃຕ້ສາຍຕາຂອງເຮົາ; ເຮົາຕ້ອງການເຮັດໃຫ້ບຸດຊາຍທີ່ກະບົດທຸກຄົນຫາຍໄປຈາກສາຍຕາຂອງເຮົາ ໂດຍບໍ່ໃຫ້ຄົງຢູ່ອີກຕໍ່ໄປ. ເຮົາບໍ່ພຽງແຕ່ໄດ້ສ້າງການເລີ່ມຕົ້ນໃໝ່ໃນບ່ອນອາໄສຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ເຮົາຍັງໄດ້ເລີ່ມພາລະກິດໃໝ່ໃນຈັກກະວານ. ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະກາຍເປັນອານາຈັກຂອງເຮົາ; ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະບໍ່ມີຢູ່ອີກຕະຫຼອດການ ຍ້ອນອານາຈັກຂອງເຮົາ, ຍ້ອນເຮົາໄດ້ຮັບໄຊຊະນະແລ້ວ ແລະ ຍ້ອນເຮົາໄດ້ກັບມາຢ່າງມີໄຊ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 14](https://lo.kingdomsalvation.org/recital-the-three-stages-of-work-014.html) - ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນຕ້ອງການຄຳພະຍານຂອງມະນຸດ. ແຕ່ລະຂັ້ນຕອນຂອງພາລະກິດແມ່ນການສູ້ຮົບລະຫວ່າງພຣະເຈົ້າ ແລະ ຊາຕານ ແລະ ເປົ້າໝາຍຂອງການສູ້ຮົບກໍຄືຊາຕານ ໃນຂະນະທີ່ຄົນທີ່ຈະຖືກເຮັດໃຫ້ສົມບູນໂດຍພາລະກິດນີ້ແມ່ນມະນຸດ. ບໍ່ວ່າພາລະກິດຂອງພຣະເຈົ້າຈະເກີດຜົນ ຫຼື ບໍ່ ແມ່ນຂຶ້ນກັບລັກສະນະຂອງການເປັນພະຍານຂອງມະນຸດທີ່ມີຕໍ່ພຣະເຈົ້າ. ການເປັນພະຍານນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຄົນທີ່ຕິດຕາມພຣະອົງ; ມັນຄືການເປັນພະຍານທີ່ເກີດຂຶ້ນຕໍ່ໜ້າຊາຕານ ແລະ ຍັງເປັນເຄື່ອງພິສູດເຖິງຜົນໄດ້ຮັບຈາກພາລະກິດຂອງພຣະອົງ. ການຄຸ້ມຄອງທັງໝົດຂອງພຣະເຈົ້າແບ່ງອອກເປັນສາມຂັ້ນຕອນ ແລະ ເງື່ອນໄຂທີ່ເໝາະສົມໃນແຕ່ລະຍຸກ ຂອງມະນຸດ. ນອກນັ້ນເມື່ອຍຸກຕ່າງໆຜ່ານໄປ ແລະ ພັດທະນາຂຶ້ນ, ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຕໍ່ມະນຸດຊາດທັງປວງກໍສູງຂຶ້ນເລື້ອຍໆ. ດ້ວຍເຫດນີ້ ພາລະກິດຂອງການຄຸ້ມຄອງຂອງພຣະເຈົ້າ ແຕ່ລະຍຸກຈຶ່ງປະຕິບັດເຖິງຂັ້ນສູງສຸດ ເທື່ອລະບາດກ້າວ ຈົນກວ່າມະນຸດຈະເຫັນຄວາມຈິງຂອງ “ພຣະທຳປາກົດໃນເນື້ອໜັງ” ແລະ ໃນວິທີນີ້ ເງື່ອນໄຂຂອງມະນຸດກໍຈະຍິ່ງເພິ່ມທະວີຂຶ້ນ ແລະ ເປັນປະຈັກພະຍານທີ່ມະນຸດຕ້ອງເປັນ. ຍິ່ງມະນຸດສາມາດຮ່ວມມືກັບພຣະເຈົ້າຢ່າງແທ້ຈິງຫຼາຍສໍ່າໃດ, ພຣະເຈົ້າກໍ່ຍິ່ງໄດ້ຮັບສະຫງ່າລາສີຫຼາຍສໍ່ານັ້ນ. ການຮ່ວມມືຂອງມະນຸດຄືການເປັນພະຍານທີ່ເຂົາຈຳເປັນຕ້ອງມີ ແລະ ການເປັນພະຍານທີ່ເຂົາມີກໍຄືການປະຕິບັດຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພາລະກິດຂອງພຣະເຈົ້າຈະມີຜົນທັນທີ ຫຼື ບໍ່ ແລະ ບໍ່ວ່າຈະສາມາດມີຄຳພະຍານທີ່ແທ້ຈິງໄດ້ ຫຼື ບໍ່ ແມ່ນກ່ຽວໂຍງກັບການຮ່ວມມື ແລະ ການເປັນພະຍານຂອງມະນຸດໂດຍຕັດຂາດຈາກກັນບໍ່ໄດ້. ເມື່ອພາລະກິດຖືກເຮັດໃຫ້ສຳເລັດ ເຊິ່ງໝາຍຄວາມວ່າ ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າເຖິງຈຸດສິ້ນສຸດແລ້ວ, ມະນຸດຈຳເປັນຕ້ອງເປັນພະຍານໃຫ້ສູງຂຶ້ນ ແລະ
- [ພຣະທໍາຂອງພຣະຄຣິດໃນຕົ້ນເດີມ: ບົດທີ 15](https://lo.kingdomsalvation.org/fifteenth-utterance-audio.html) - ການປາກົດຕົວຂອງພຣະເຈົ້າໄດ້ເກີດຂຶ້ນໃນທຸກຄຣິສຕະຈັກ. ແມ່ນພຣະວິນຍານທີ່ກ່າວອອກ; ພຣະອົງແມ່ນໄຟທີ່ລຸກລາມ, ມີຄວາມສະຫງ່າຜ່າເຜີຍ ແລະ ກຳລັງພິພາກສາ. ພຣະອົງເປັນບຸດມະນຸດ, ນຸ່ງເສື້ອຜ້າທີ່ລ່າມລົງຈົນຮອດຕີນຂອງພຣະອົງ ແລະ ມີສາຍແອວຄຳອ້ອມເອິກຂອງພຣະອົງ. ຫົວ ແລະ ຜົມຂອງພຣະອົງຂາວຄືຂົນແກະ ແລະ ຕາຂອງພຣະອົງກໍລຸກໄໝ້ຄືກັບແປວໄຟ; ຕີນຂອງພຣະອົງຄ້າຍຄືກັບທອງເຫຼືອງກ້ຽງ, ຄືກັບວ່າທີ່ຖືກເຮັດໃຫ້ບໍລິສຸດໃນເຕົາໄຟ ແລະ ສຽງຂອງພຣະອົງກໍຄືກັບສຽງນ້ຳຫຼາຍແຫ່ງ. ໃນມືກ້ຳຂວາຂອງພຣະອົງແມ່ນຖືດາວເຈັດດວງ ແລະ ໃນປາກຂອງພຣະອົງແມ່ນມີດາບແຫຼມສອງຄົມ ແລະ ໃບໜ້າຂອງພຣະອົງສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ເຜົາໄໝ້! ບຸດມະນຸດໄດ້ຖືກເປັນພະຍານ ແລະ ພຣະເຈົ້າເອງໄດ້ຖືກເປີດເຜີຍອອກມາຢ່າງເປີດເຜີຍ. ສະຫງ່າລາສີຂອງພຣະເຈົ້າໄດ້ສະແດງອອກ, ສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ກຳລັງເຜົາໄໝ້! ໃບໜ້າທີ່ມີສະຫງ່າລາສີຂອງພຣະອົງສ່ອງແສງຈ້າດ້ວຍແສງແວວວາວ; ສາຍຕາຂອງຜູ້ໃດກ້າປະຕິບັດຕໍ່ພຣະອົງດ້ວຍການຕໍ່ຕ້ານ? ການຕໍ່ຕ້ານນຳໄປສູ່ຄວາມຕາຍ! ບໍ່ມີຄວາມເມດຕາແມ່ນແຕ່ໜ້ອຍດຽວສຳລັບສິ່ງໃດໜຶ່ງທີ່ເຈົ້າຄິດຢູ່ໃນຫົວໃຈ, ຄຳເວົ້າໃດໜຶ່ງທີ່ເຈົ້າກ່າວ ຫຼື ສິ່ງໃດໜຶ່ງທີ່ເຈົ້າເຮັດ. ພວກເຈົ້າທຸກຄົນຈະໄດ້ມາເຂົ້າໃຈ ແລະ ມາເຫັນວ່າສິ່ງທີ່ພວກເຈົ້າໄດ້ຮັບນັ້ນແມ່ນຫຍັງ, ມັນບໍ່ໄດ້ເປັນຫຍັງເລີຍ ນອກຈາກການພິພາກສາຂອງເຮົາ! ເຮົາສາມາດທົນມັນໄດ້ບໍ ເມື່ອພວກເຈົ້າບໍ່ພະຍາຍາມກິນ ແລະ ດື່ມພຣະທຳຂອງເຮົາ ແລະ ກົງກັນຂ້າມກັບພັດຂັດຂວາງ ແລະ ທຳລາຍການກໍ່ສ້າງຂອງເຮົາຕາມອຳເພີໃຈ? ເຮົາຈະບໍ່ປະຕິບັດຕໍ່ຄົນແບບນີ້ຢ່າງສຸພາບ! ຖ້າພຶດຕິກຳຂອງເຈົ້າເສື່ອມຊາມລົງຢ່າງຮຸນແຮງຂຶ້ນ ເຈົ້າຈະຖືກແປວໄຟກືນກິນ! ພຣະເຈົ້າອົງຊົງລິດທານຸພາບສູງສຸດປາກົດອອກໃນຮ່າງກາຍຝ່າຍວິນຍານ ໂດຍບໍ່ມີເນື້ອໜັງ ຫຼື
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 26](https://lo.kingdomsalvation.org/the-twenty-sixth-utterance-audio.html) - ແມ່ນໃຜອາໄສໃນເຮືອນຂອງເຮົາ? ແມ່ນໃຜໄດ້ຢືນຢັດເພື່ອເຮົາ? ແມ່ນໃຜໄດ້ທົນທຸກເພື່ອເຮົາ? ແມ່ນໃຜໃຫ້ຄຳໝັ້ນສັນຍາຕໍ່ໜ້າເຮົາ? ແມ່ນໃຜຕິດຕາມເຮົາຈົນມາເຖິງປັດຈຸບັນ ແລະ ຍັງບໍ່ໄດ້ຈືດຈາງ? ເປັນຫຍັງມະນຸດທຸກຄົນຈຶ່ງເຢັນຊາ ແລະ ໄຮ້ຄວາມຮູ້ສຶກ? ເປັນຫຍັງມະນຸດຊາດຈຶ່ງປະຖິ້ມເຮົາ? ເປັນຫຍັງມະນຸດຈຶ່ງເບື່ອໜ່າຍເຮົາ? ເປັນຫຍັງຈຶ່ງບໍ່ມີຄວາມອົບອຸ່ນໃນໂລກຂອງມະນຸດ? ໃນຂະນະທີ່ຢູ່ເທິງຊີໂອນ, ເຮົາໄດ້ຊີມລົດຊາດຄວາມອົບອຸ່ນທີ່ຢູ່ໃນສະຫວັນ ແລະ ໃນຂະນະທີ່ຢູ່ເທິງຊີໂອນ ເຮົາໄດ້ຮັບພອນທີ່ຢູ່ໃນສະຫວັນ. ອີກຄັ້ງ, ເຮົາໄດ້ດຳລົງຊີວິດຢູ່ທ່າມກາງມະນຸດຊາດ, ເຮົາໄດ້ຊີມລົດຊາດຄວາມຂົມຂືນຂອງໂລກມະນຸດ ແລະ ເຮົາໄດ້ເຫັນດ້ວຍຕາຂອງເຮົາເອງເຖິງສະພາບຕ່າງໆທີ່ແຕກຕ່າງກັນເຊິ່ງມີຢູ່ທ່າມກາງມະນຸດ. ມະນຸດໄດ້ປ່ຽນແປງເມື່ອເຮົາໄດ້ “ປ່ຽນແປງ” ໂດຍບໍ່ຮູ້ຕົວ ແລະ ໃນວິທີນີ້ເທົ່ານັ້ນ ເຂົາຈຶ່ງມາເຖິງປັດຈຸບັນນີ້ໄດ້. ເຮົາບໍ່ຕ້ອງການໃຫ້ມະນຸດເຮັດຫຍັງເພື່ອເຫັນແກ່ເຮົາ ຫຼື ເຮົາບໍ່ຕ້ອງການໃຫ້ເຂົາເຮັດຫຍັງເພີ່ມຂຶ້ນເນື່ອງຈາກເຮົາ. ເຮົາພຽງແຕ່ຕ້ອງການໃຫ້ເຂົາສາມາດປະຕິບັດຕາມແຜນການຂອງເຮົາ ແລະ ບໍ່ກະບົດຕໍ່ເຮົາ ຫຼື ກາຍເປັນເຄື່ອງໝາຍແຫ່ງຄວາມອັບອາຍໃຫ້ກັບເຮົາ ແຕ່ເພື່ອໃຫ້ເຂົາເປັນພະຍານທີ່ດັງກ້ອງໃຫ້ກັບເຮົາ. ໃນບັນດາມະນຸດ, ມີຄົນທີ່ເປັນພະຍານໃຫ້ກັບເຮົາເປັນຢ່າງດີ ແລະ ສັນລະເສີນນາມຂອງເຮົາ, ແຕ່ການປະຕິບັດຂອງມະນຸດ, ຄວາມປະພຶດຂອງມະນຸດຈະເຮັດໃຫ້ເຮົາພໍໃຈໄດ້ແນວໃດ? ເຂົາຈະສອດຄ່ອງກັບຫົວໃຈຂອງເຮົາ ຫຼື ຕອບສະໜອງຕໍ່ເຈດຕະນາຂອງເຮົາໄດ້ແນວໃດ? ນັບແຕ່ພູເຂົາ ແລະ ນໍ້າເທິງແຜ່ນດິນໂລກ ແລະ ດອກໄມ້, ຫຍ້າ ແລະ ຕົ້ນໄມ້ເທິງແຜ່ນດິນໂລກ,
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 29](https://lo.kingdomsalvation.org/the-twenty-ninth-utterance-audio.html) - ໃນມື້ທີ່ທຸກສິ່ງຖືກເຮັດໃຫ້ຟື້ນຄືນຊີບ, ເຮົາໄດ້ລົງມາຢູ່ທ່າມກາງມະນຸດ ແລະ ເຮົາໄດ້ໃຊ້ເວລາທັງກາງເວັນ ແລະ ກາງຄືນຢ່າງມະຫັດສະຈັນກັບເຂົາ. ມີແຕ່ໃນເວລານີ້ເທົ່ານັ້ນ ມະນຸດຈຶ່ງຮູ້ສຶກໄດ້ໜ້ອຍໜຶ່ງເຖິງຄວາມສາມາດເຂົ້າຫາໄດ້ງ່າຍ ແລະ ເຂົ້າກັນໄດ້ຂອງເຮົາ ແລະ ເມື່ອການປະຕິສໍາພັນຂອງເຂົາກັບເຮົາມີຫຼາຍຂຶ້ນ, ເຂົາຈຶ່ງເຫັນເຖິງບາງສິ່ງທີ່ເຮົາມີ ແລະ ເປັນ ເຊິ່ງດ້ວຍເຫດນັ້ນ ຜົນຕາມມາກໍຄື ເຂົາໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບເຮົາ. ໃນທ່າມກາງບັນດາຄົນທັງປວງ, ເຮົາໄດ້ເງີຍຫົວຂຶ້ນ ແລະ ເຝົ້າເບິ່ງ ແລະ ພວກເຂົາທຸກຄົນກໍເຫັນເຮົາ. ແຕ່ເມື່ອໄພພິບັດເກີດຂຶ້ນເທິງແຜ່ນດິນໂລກ, ພວກເຂົາກໍເປັນກັງວົນທັນທີ ແລະ ພາບຫຼັກຂອງເຮົາກໍຫາຍໄປຈາກຫົວໃຈຂອງພວກເຂົາ; ຕື່ນຕົກໃຈຍ້ອນການມາຂອງໄພພິບັດ, ພວກເຂົາບໍ່ສົນໃຈການຕັກເຕືອນຂອງເຮົາເລີຍ. ເປັນເວລາຫຼາຍປີທີ່ເຮົາໄດ້ຍ່າງຜ່ານທ່າມກາງມະນຸດ, ແຕ່ເຂົາກໍຍັງບໍ່ຮູ້ສຶກຕົວສະເໝີ ແລະ ບໍ່ຮູ້ຈັກເຮົາຈັກເທື່ອ. ໃນປັດຈຸບັນ ເຮົາບອກສິ່ງນີ້ໃຫ້ແກ່ເຂົາດ້ວຍປາກຂອງເຮົາເອງ ເພື່ອວ່າທຸກຄົນຈະສາມາດມາຢູ່ຕໍ່ໜ້າເຮົາເພື່ອຮັບເອົາບາງສິ່ງຈາກເຮົາ, ແຕ່ພວກເຂົາກໍຍັງຫ່າງເຫີນຈາກເຮົາ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ຈັກເຮົາ. ເມື່ອບາດກ້າວຂອງເຮົາກ້າວໄປຂ້າມຈັກກະວານ ແລະ ສົ້ນປາຍຂອງແຜ່ນດິນໂລກ, ມະນຸດຈະເລີ່ມໄຕ່ຕອງກ່ຽວກັບຕົນເອງ ແລະ ທຸກຄົນຈະມາຫາເຮົາ ແລະ ກົ້ມລົງຕໍ່ໜ້າເຮົາ ແລະ ນະມັດສະການເຮົາ. ນີ້ຈະເປັນມື້ທີ່ເຮົາໄດ້ຮັບສະຫງ່າລາສີ, ມື້ທີ່ເຮົາກັບມາ ແລະ ຍັງເປັນມື້ທີ່ເຮົາຈາກໄປອີກດ້ວຍ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 593](https://lo.kingdomsalvation.org/recital-destinations-and-outcomes-593.html) - ທຸກຄົນທີ່ເຕັມໃຈໃນການຖືກເຮັດໃຫ້ສົມບູນມີຊ່ອງທາງໃນການຖືກເຮັດໃຫ້ສົມບູນ ສະນັ້ນ ທຸກຄົນຕ້ອງຜ່ອນຄາຍ ນັ້ນກໍຄື ໃນອະນາຄົດ ພວກເຈົ້າທັງໝົດຈະເຂົ້າສູ່ປາຍທາງດັ່ງກ່າວ. ແຕ່ຖ້າເຈົ້າບໍ່ເຕັມໃຈໃນການຖືກເຮັດໃຫ້ສົມບູນ ແລະ ບໍ່ເຕັມໃຈທີ່ຈະເຂົ້າສູ່ອານາຈັກທີ່ມະຫັດສະຈັນ, ນັ້ນກໍຈະແມ່ນບັນຫາຂອງເຈົ້າ. ທຸກຄົນທີ່ເຕັມໃຈໃນການຖືກເຮັດໃຫ້ສົມບູນ ແລະ ຊື່ສັດກັບພຣະເຈົ້າ, ທຸກຄົນທີ່ອ່ອນນ້ອມ ແລະ ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງສັດຊື່ ເຊິ່ງ ທຸກຄົນທີ່ກ່າວມາທັງໝົດນັ້ນສາມາດຖືກເຮັດໃຫ້ສົມບູນໄດ້. ໃນປັດຈຸບັນ ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງບໍ່ສັດຊື່, ທຸກຄົນທີ່ບໍ່ຊື່ສັດກັບພຣະເຈົ້າ, ທຸກຄົນທີ່ບໍ່ຍອມຢູ່ພາຍໃຕ້ພຣະເຈົ້າ ໂດຍສະເພາະຄົນທີ່ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແຕ່ບໍ່ນໍາເຂົ້າສູ່ການປະຕິບັດ ເຊິ່ງທຸກຄົນທີ່ກ່າວມາທັງໝົດນັ້ນຈະບໍ່ສາມາດຖືກເຮັດໃຫ້ສົມບູນ. ທຸກຄົນທີ່ເຕັມໃຈຊື່ສັດ ແລະ ອ່ອນນ້ອມຕໍ່ພຣະເຈົ້າແມ່ນສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນວ່າພວກເຂົາຈະໂງ່ພຽງໜ້ອຍດຽວ; ທຸກຄົນທີ່ເຕັມໃຈສະແຫວງຫາກໍສາມາດຖືກເຮັດໃຫ້ສົມບູນໄດ້. ບໍ່ຈຳເປັນຕ້ອງກັງວົນກ່ຽວກັບສິ່ງນີ້. ຕາບໃດທີ່ເຈົ້າເຕັມໃຈສະແຫວງຫາໃນແນວທາງນີ້ ເຈົ້າກໍຈະສາມາດຖືກເຮັດໃຫ້ສົມບູນໄດ້. ເຮົາບໍ່ເຕັມໃຈທີ່ຈະປະຖິ້ມ ຫຼື ກຳຈັດຄົນໃດຄົນໜຶ່ງໃນພວກເຈົ້າ ແຕ່ຖ້າມະນຸດບໍ່ພະຍາຍາມເຮັດດີ, ເຈົ້າກໍພຽງແຕ່ຈະທຳລາຍຕົວເຈົ້າເອງ; ມັນບໍ່ແມ່ນເຮົາທີ່ກຳຈັດເຈົ້າ ແຕ່ເປັນຕົວເຈົ້າເອງ. ຖ້າເຈົ້າບໍ່ພະຍາຍາມເຮັດດີດ້ວຍຕົວເຈົ້າເອງ ນັ້ນກໍຄື ຖ້າເຈົ້າຂີ້ຄ້ານ ຫຼື ບໍ່ປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່ສັດຊື່ ຫຼື ບໍ່ສະແຫວງຫາຄວາມຈິງ ແລະ ເຮັດໃນສິ່ງທີ່ເຈົ້າຢາກເຮັດ, ຖ້າເຈົ້າປະພຶດຕົວຢ່າງບໍ່ລະວັງ, ຕໍ່ສູ້ເພື່ອຊື່ສຽງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 592](https://lo.kingdomsalvation.org/recital-destinations-and-outcomes-592.html) - ເມື່ອມະນຸດບັນລຸຊີວິດທີ່ແທ້ຈິງຂອງມະນຸດເທິງແຜ່ນດິນໂລກ ແລະ ກອງກຳລັງທັງໝົດຂອງຊາຕານຕົກຢູ່ໃນພັນທະນາການ ມະນຸດຈະດຳລົງຊີວິດເທິງແຜ່ນດິນໂລກຢ່າງງ່າຍດາຍ. ສິ່ງຕ່າງໆຈະບໍ່ຊັບຊ້ອນຄືກັບທີ່ພວກມັນເປັນຢູ່ໃນປັດຈຸບັນ ເຊັ່ນ: ຄວາມສຳພັນຂອງມະນຸດ, ການສຳພັນໃນສັງຄົມ, ຄວາມສຳພັນທີ່ຊັບຊ້ອນຂອງຄອບຄົວ... ພວກມັນນຳເອົາຫຼາຍໆບັນຫາມາ ເຊິ່ງເຈັບປວດຫຼາຍ! ຊີວິດຂອງມະນຸດໃນນີ້ແມ່ນມີຄວາມທຸກຫຼາຍ! ເມື່ອມະນຸດຖືກເອົາຊະນະ ຫົວໃຈ ແລະ ຈິດໃຈຂອງເຂົາຈະປ່ຽນແປງ ນັ້ນກໍຄື ເຂົາຈະມີຫົວໃຈທີ່ຢໍາເກງ ແລະ ຮັກພຣະເຈົ້າ. ເມື່ອທຸກຄົນທີ່ຢູ່ພາຍໃນຈັກກະວານ ຜູ້ເຊິ່ງສະແຫວງຫາເພື່ອຮັກພຣະເຈົ້າໄດ້ຖືກເອົາຊະນະແລ້ວ ເຊິ່ງເວົ້າໄດ້ວ່າ ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ແລະ ເມື່ອຊາຕານພ້ອມກັບກອງກຳລັງແຫ່ງຄວາມມືດທັງໝົດໄດ້ຕົກຢູ່ໃນພັນທະນາການ ແລ້ວຊີວິດຂອງມະນຸດເທິງແຜ່ນດິນໂລກກໍຈະບໍ່ຖືກລົບກວນ ແລະ ເຂົາຈະສາມາດດຳລົງຊີວິດຢູ່ເທິງແຜ່ນດິນໂລກຢ່າງມີອິດສະຫຼະ. ຖ້າຊີວິດຂອງມະນຸດປາສະຈາກຄວາມສຳພັນທາງເນື້ອໜັງ ແລະ ປາສະຈາກຄວາມຊັບຊ້ອນຂອງເນື້ອໜັງ ແລ້ວມັນກໍຈະງ່າຍກວ່າເກົ່າຫຼາຍ. ຄວາມສຳພັນທາງເນື້ອໜັງຂອງມະນຸດຊັບຊ້ອນຫຼາຍ ແລະ ການທີ່ມະນຸດມີສິ່ງດັ່ງກ່າວກໍເປັນເຄື່ອງພິສູດແລ້ວວ່າ ເຂົາຍັງບໍ່ໄດ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານ. ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບອ້າຍເອື້ອຍນ້ອງຂອງເຈົ້າ, ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບສະມາຊິກແຕ່ລະຄົນໃນຄອບຄົວຂອງເຈົ້າ ແລ້ວເຈົ້າກໍຈະບໍ່ມີຄວາມກັງວົນ ແລະ ຈະບໍ່ຈໍາເປັນຕ້ອງເປັນຫ່ວງໃຜເລີຍ. ບໍ່ມີສິ່ງໃດທີ່ດີກວ່ານີ້ ແລະ ດ້ວຍວິທີນີ້ ມະນຸດຈະຮັບການບັນເທົາຈາກຄວາມເຈັບປວດເຄິ່ງໜຶ່ງ. ການມີຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ ມະນຸດກໍຈະຄ້າຍຄືກັບທູດສະຫວັນ; ເຖິງແມ່ນຈະຍັງເປັນເນື້ອໜັງຢູ່ ເຂົາຈະຄ້າຍຄືກັບທູດສະຫວັນຫຼາຍ. ນີ້ຄືຄຳສັນຍາສຸດທ້າຍ ເຊິ່ງມັນເປັນຄຳສັນຍາສຸດທ້າຍທີ່ປະທານໃຫ້ກັບມະນຸດ. ໃນປັດຈຸບັນ ມະນຸດຜ່ານການຂ້ຽນຕີ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 434](https://lo.kingdomsalvation.org/recital-entry-into-life-434.html) - ຖ້າຜູ້ຄົນຕ້ອງຮູ້ຈັກພຣະເຈົ້າ ພວກເຂົາຕ້ອງຮູ້ຈັກວ່າພຣະເຈົ້າແມ່ນພຣະເຈົ້າທີ່ແທ້ຈິງກ່ອນ ແລະ ພວກເຂົາຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ, ການປາກົດຕົວທີ່ແທ້ຈິງຂອງພຣະເຈົ້າໃນເນື້ອໜັງ ແລະ ພາລະກິດທີ່ແທ້ຈິງຂອງພຣະເຈົ້າ. ພຽງແຕ່ຫຼັງຈາກການຮູ້ຈັກວ່າ ພາລະກິດທຸກຢ່າງຂອງພຣະເຈົ້າແມ່ນແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮ່ວມມືຕົວຈິງກັບພຣະເຈົ້າຈິງໄດ້ ແລະ ພຽງແຕ່ຜ່ານເສັ້ນທາງນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດບັນລຸຄວາມເຕີບໃຫຍ່ໃນຊີວິດຂອງເຈົ້າໄດ້. ທຸກຄົນທີ່ບໍ່ມີຄວາມຮູ້ກ່ຽວກັບຄວາມເປັນຈິງບໍ່ມີທາງຈະມີປະສົບການກັບພຣະທຳຂອງພຣະເຈົ້າໄດ້, ຕິດບ້ວງແຮ້ວໃນແນວຄິດຂອງພວກເຂົາ, ດຳລົງຊີວິດຢູ່ໃນຈິນຕະນາການຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ມີຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າ. ຍິ່ງຄວາມຮູ້ຂອງເຈົ້າກ່ຽວກັບຄວາມເປັນຈິງຍິ່ງໃຫຍ່ສໍ່າໃດ ເຈົ້າກໍຍິ່ງໃກ້ກັບພຣະເຈົ້າຫຼາຍສໍ່ານັ້ນ ແລະ ເຈົ້າກໍຍິ່ງໃກ້ຊິດກັບພຣະອົງຫຼາຍສໍ່ານັ້ນ; ຍິ່ງເຈົ້າສະແຫວງຫາຄວາມບໍ່ແຈ່ມແຈ້ງ, ຄວາມບໍ່ມີຕົວຕົນ ແລະ ຄຳສັ່ງສອນຫຼາຍສໍ່າໃດ, ເຈົ້າກໍຍິ່ງຫ່າງເຫີນຈາກພຣະເຈົ້າຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ເຈົ້າກໍຍິ່ງຈະຮູ້ສຶກວ່າ ການມີປະສົບການກັບພຣະທຳຂອງພຣະເຈົ້າເປັນສິ່ງທີ່ລຳບາກ ແລະ ຫຍຸ້ງຍາກຫຼາຍສໍ່ານັ້ນ ແລະ ເຈົ້າກໍຍັງຮູ້ສຶກວ່າ ເຈົ້າຂາດຄວາມສາມາດສຳລັບທາງເຂົ້າສູ່ພຣະທໍາ. ຖ້າເຈົ້າປາຖະໜາທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ສູ່ເສັ້ນທາງທີ່ຖືກຕ້ອງຂອງຊີວິດຝ່າຍວິນຍານຂອງເຈົ້າ, ເຈົ້າຕ້ອງຮູ້ຈັກຄວາມເປັນຈິງກ່ອນ ແລະ ແຍກຕົວເຈົ້າເອງອອກຈາກສິ່ງທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ ເຊິ່ງເວົ້າໄດ້ວ່າ ກ່ອນອື່ນ ເຈົ້າຕ້ອງເຂົ້າໃຈວ່າ ພຣະວິນຍານບໍລິສຸດເຮັດໃຫ້ສະຫວ່າງຢ່າງແທ້ຈິງ ແລະ ນໍາພາເຈົ້າໄດ້ແນວໃດ. ດ້ວຍວິທີນີ້ ຖ້າເຈົ້າສາມາດເຂົ້າໃຈພາລະກິດທີ່ແທ້ຈິງຂອງພຣະວິນຍານບໍລິສຸດພາຍໃນມະນຸດຢ່າງແທ້ຈິງ, ແລ້ວເຈົ້າກໍຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແນ່ນອນ. ໃນປັດຈຸບັນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 433](https://lo.kingdomsalvation.org/recital-entry-into-life-433.html) - ພຣະເຈົ້າແມ່ນພຣະເຈົ້າທີ່ແທ້ຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນແທ້ຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນແທ້ຈິງ ແລະ ຄວາມຈິງທຸກປະການທີ່ພຣະອົງສຳແດງອອກກໍແມ່ນແທ້ຈິງ. ທຸກສິ່ງທີ່ບໍ່ແມ່ນພຣະທຳຂອງພຣະອົງແມ່ນຄວາມຫວ່າງເປົ່າ, ບໍ່ມີຕົວຕົນ ແລະ ເຊື່ອຖືບໍ່ໄດ້. ໃນປັດຈຸບັນ, ພຣະວິນຍານບໍລິສຸດຕ້ອງນໍາພາຜູ້ຄົນເຂົ້າສູ່ພຣະທຳຂອງພຣະເຈົ້າ. ຖ້າຜູ້ຄົນຕ້ອງສະແຫວງຫາທາງເຂົ້າສູ່ຄວາມເປັນຈິງ ພວກເຂົາຕ້ອງຄົ້ນຫາຄວາມເປັນຈິງ ແລະ ຮູ້ຈັກຄວາມເປັນຈິງ, ຫຼັງຈາກນັ້ນ ພວກເຂົາຕ້ອງມີປະສົບການກັບຄວາມເປັນຈິງ ແລະ ດຳລົງຊີວິດຕາມຄວາມເປັນຈິງ. ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງສາມາດແຍກແຍະໄດ້ວ່າຄຳເວົ້າຂອງຄົນອື່ນເປັນຈິງ ຫຼື ບໍ່; ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະມີແນວຄິດໜ້ອຍລົງສໍ່ານັ້ນ; ຍິ່ງຜູ້ຄົນມີປະສົບການກັບຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຮູ້ຈັກການກະທຳຂອງພຣະເຈົ້າທີ່ແທ້ຈິງຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍຂຶ້ນທີ່ຈະໃຫ້ພວກເຂົາເປັນອິດສະຫຼະຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ຍິ່ງຜູ້ຄົນມີຄວາມຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງກຽດຊັງຝ່າຍເນື້ອໜັງ ແລະ ຮັກຄວາມຈິງຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົາມີຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງເຂົ້າໃກ້ມາດຕະຖານແຫ່ງເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າຫຼາຍສໍ່ານັ້ນ. ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາແມ່ນຄົນທີ່ປະກອບດ້ວຍຄວາມເປັນຈິງ, ຮູ້ຈັກຄວາມເປັນຈິງ ແລະ ໄດ້ຮຽນຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າຜ່ານປະສົບການກັບຄວາມເປັນຈິງ. ຍິ່ງເຈົ້າຮ່ວມມືກັບພຣະເຈົ້າໃນລັກສະນະທີ່ເປັນຈິງ ແລະ ລົງວິໄນຮ່າງກາຍຂອງເຈົ້າຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍສໍ່ານັ້ນ, ເຈົ້າຈະໄດ້ຮັບຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສະຫວ່າງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງເຈົ້າກ່ຽວກັບການກະທຳທີ່ເປັນຈິງຂອງພຣະເຈົ້າກໍຈະຍິ່ງມີຫຼາຍສໍ່ານັ້ນ. ຖ້າເຈົ້າສາມາດດຳລົງຊີວິດໃນແສງສະຫວ່າງແຫ່ງປັດຈຸບັນຂອງພຣະວິນຍານບໍລິສຸດ ແລ້ວເສັ້ນທາງສູ່ການປະຕິບັດຂອງເຈົ້າໃນປັດຈຸບັນກໍຈະຊັດເຈນຂຶ້ນສຳລັບເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 415](https://lo.kingdomsalvation.org/recital-entry-into-life-415.html) - ເພື່ອມີຊີວິດຝ່າຍວິນຍານປົກກະຕິ, ເຈົ້າຕ້ອງມີຄວາມສາມາດຍອມຮັບເອົາຄວາມສະຫວ່າງໃໝ່ໃນແຕ່ລະມື້ ແລະ ສະແຫວງຫາຄວາມເຂົ້າໃຈອັນແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າ. ເຈົ້າຕ້ອງມີຄວາມສາມາດເຂົ້າໃຈຄວາມຈິງຢ່າງຊັດເຈນ, ຊອກຫາເສັ້ນທາງການປະຕິບັດໃນທຸກສິ່ງ, ຄົ້ນພົບບັນຫາໃໝ່ຜ່ານການອ່ານພຣະທຳຂອງພຣະເຈົ້າໃນແຕ່ລະມື້ ແລະ ຮັບຮູ້ຂໍ້ບົກຜ່ອງຂອງເຈົ້າເອງ ເພື່ອວ່າເຈົ້າອາດມີຫົວໃຈທີ່ກະຫາຍ ແລະ ຢາກຄົ້ນຫາທີ່ຂັບເຄື່ອນການເປັນຢູ່ທັງໝົດຂອງເຈົ້າ ແລະ ເພື່ອວ່າເຈົ້າອາດສະຫງົບລົງຕໍ່ໜ້າພຣະເຈົ້າໄດ້ທຸກເວລາ, ຢ້ານກົວຢູ່ເລິກໆວ່າຈະຖືກປະໄວ້ຢູ່ທາງຫຼັງ. ບຸກຄົນທີ່ມີຫົວໃຈທີ່ກະຫາຍ ແລະ ຢາກຄົ້ນຫາ, ຜູ້ທີ່ເຕັມໃຈຈະຮັບທາງເຂົ້າຢ່າງຕໍ່ເນື່ອງ, ແມ່ນຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຊີວິດຝ່າຍວິນຍານ. ຄົນທີ່ຖືກຂັບເຄື່ອນໂດຍພຣະວິນຍານບໍລິສຸດ, ຜູ້ທີ່ປາຖະໜາຈະເຮັດດີຂຶ້ນ, ຜູ້ທີ່ເຕັມໃຈສະແຫວງຫາເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນ, ຜູ້ທີ່ຕ້ອງການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງເລິກເຊິ່ງຍິ່ງຂຶ້ນ, ຜູ້ທີ່ບໍ່ສະແຫວງຫາສິ່ງທີ່ເໜືອທຳມະຊາດ ແຕ່ກົງກັນຂ້າມຄືຈ່າຍລາຄາທີ່ແທ້ຈິງ, ຜູ້ທີ່ສະແດງໃຫ້ເຫັນເຖິງການຄໍານຶງຕໍ່ເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ, ຜູ້ທີ່ໄດ້ເຂົ້າສູ່ຢ່າງແທ້ຈິງ ເພື່ອວ່າປະສົບການພວກເຂົາຈະເປັນຈິງ ແລະ ແທ້ຈິງ, ຜູ້ທີ່ບໍ່ສະແຫວງຫາຖ້ອຍຄຳທີ່ວ່າງເປົ່າ ແລະ ຫຼັກຄໍາສອນ ຫຼື ສະແຫວງຫາເພື່ອຮູ້ສຶກເຖິງສິ່ງເໜືອທຳມະຊາດ, ຜູ້ທີ່ບໍ່ບູຊາບຸກຄົນທີ່ຍິ່ງໃຫຍ່ໃດໆ, ຄົນເຫຼົ່ານີ້ແມ່ນຄົນທີ່ໄດ້ເຂົ້າສູ່ຊີວິດຝ່າຍວິນຍານປົກກະຕິ. ທຸກສິ່ງທີ່ພວກເຂົາປະຕິບັດແມ່ນມີຈຸດປະສົງ ເພື່ອບັນລຸການເຕີບໂຕໃນຊີວິດ ແລະ ເພື່ອຮັກສາວິນຍານຂອງຕົນໃຫ້ມີຄວາມສົດຊື່ນ ແລະ ມີຊີວິດຊີວາ ແລະ ພວກເຂົາສາມາດເຂົ້າສູ່ຢ່າງຫ້າວຫັນຢູ່ສະເໝີ. ພວກເຂົາກໍມາເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງໂດຍບໍ່ຮູ້ຕົວ. ຄົນທີ່ມີຊີວິດຝ່າຍວິນຍານປົກກະຕິຄົ້ນພົບຄວາມຫຼຸດພົ້ນ ແລະ ອິດສະຫຼະໃນວິນຍານໃນທຸກໆວັນ ແລະ ພວກເຂົາສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າໃນລັກສະນະທີ່ເປັນອິດສະຫຼະເພື່ອເຮັດໃຫ້ພຣະອົງພໍໃຈ. ສຳລັບຄົນເຫຼົ່ານີ້,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 190](https://lo.kingdomsalvation.org/recital-knowing-God-s-work-190.html) - ພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າຖືກແບ່ງອອກເປັນສາມຍຸກ: ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ທັງສາມຂັ້ນຕອນຂອງພາລະກິດແມ່ນເພື່ອຜົນປະໂຫຍດຂອງຄວາມລອດພົ້ນຂອງມະນຸດຊາດ ເຊິ່ງເວົ້າໄດ້ວ່າ ພວກມັນແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ. ຢ່າງໃດກໍຕາມ ໃນເວລາດຽວກັນ ພວກມັນເປັນແບບນັ້ນກໍເພື່ອພຣະເຈົ້າອາດຈະເຮັດສົງຄາມກັບຊາຕານໄດ້. ດ້ວຍເຫດນັ້ນ ຄືກັບທີ່ພາລະກິດແຫ່ງຄວາມລອດພົ້ນຖືກແບ່ງອອກເປັນສາມຂັ້ນຕອນ ສະນັ້ນສົງຄາມກັບຊາຕານກໍຖືກແບ່ງອອກເປັນສາມຂັ້ນຕອນເຊັ່ນກັນ ແລະ ລັກສະນະສອງຢ່າງຂອງພາລະກິດຂອງພຣະເຈົ້າຖືກດຳເນີນໄປພ້ອມໆກັນ. ຕາມຄວາມຈິງແລ້ວ ສົງຄາມກັບຊາຕານແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ ແລະ ຍ້ອນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໃນຂັ້ນຕອນດຽວ ສົງຄາມກັບຊາຕານຈຶ່ງຖືກແບ່ງອອກເປັນຂັ້ນຕອນ ແລະ ໄລຍະ ແລະ ກໍເຮັດສົງຄາມກັບຊາຕານຕາມຄວາມຕ້ອງການຂອງມະນຸດ ແລະ ການຂະຫຍາຍຄວາມເສື່ອມຊາມທີ່ຊາຕານມີຕໍ່ມະນຸດ. ບາງເທື່ອ ໃນຈິນຕະນາການຂອງມະນຸດ ເຂົາເຊື່ອວ່າ ໃນສົງຄາມນີ້ ພຣະເຈົ້າຈະຈັບອາວຸດຂຶ້ນຕໍ່ສູ້ກັບຊາຕານໃນທຳນອງດຽວກັນກັບທີ່ກອງທັບສອງຝ່າຍຈະຕໍ່ສູ້ກັນ. ນີ້ເປັນພຽງແຕ່ສິ່ງທີ່ຄວາມສະຫຼາດຂອງມະນຸດສາມາດຈິນຕະນາການໄດ້; ມັນເປັນຄວາມຄິດທີ່ບໍ່ແຈ່ມແຈ້ງຫຼາຍ ແລະ ບໍ່ເປັນຈິງເລີຍ ແຕ່ມັນກໍເປັນສິ່ງທີ່ມະນຸດເຊື່ອ. ແລະ ຍ້ອນເຮົາກ່າວໃນທີ່ນີ້ວ່າ ວິທີການແຫ່ງຄວາມລອດພົ້ນຂອງມະນຸດແມ່ນໂດຍການເຮັດສົງຄາມກັບຊາຕານ ມະນຸດຈຶ່ງຈິນຕະນາການວ່ານີ້ຄືວິທີທີ່ສົງຄາມດຳເນີນການ. ໃນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດນັ້ນ ມີການດໍາເນີນການຢູ່ສາມຍຸກ ເຊິ່ງເວົ້າໄດ້ວ່າ ການຕໍ່ສູ້ກັບຊາຕານແມ່ນໄດ້ແຍກອອກເປັນສາມຂັ້ນຕອນເພື່ອປາບຊາຕານຢ່າງເດັດຂາດ. ແຕ່ເບື້ອງໃນທີ່ແທ້ຈິງຂອງພາລະກິດທັງໝົດໃນການຕໍ່ສູ້ກັບຊາຕານແມ່ນໄດ້ຮັບຜົນຜ່ານສອງສາມຂັ້ນຕອນຂອງພາລະກິດ ເຊັ່ນ: ການມີຄວາມເມດຕາກະລຸນາຕໍ່ມະນຸດ, ການເປັນເຄື່ອງຖວາຍບາບໃຫ້ແກ່ມະນຸດ, ການໃຫ້ອະໄພຕໍ່ຄວາມຜິດບາບຂອງມະນຸດ, ການເອົາຊະນະມະນຸດ ແລະ ການສ້າງມະນຸດໃຫ້ສົມບູນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 128](https://lo.kingdomsalvation.org/recital-the-incarnation-128.html) - ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອເປີດເຜີຍຕົວພຣະອົງເອງເປັນການສ່ວນຕົວຕໍ່ມະນຸດ ແລະ ເຮັດໃຫ້ມະນຸດໄດ້ເຫັນພຣະອົງ; ນີ້ເປັນເລື່ອງເລັກນ້ອຍບໍ? ມັນບໍ່ແມ່ນເລື່ອງງ່າຍແທ້ໆ! ມັນບໍ່ຄືກັບທີ່ມະນຸດຈິນຕະນາການວ່າ ພຣະເຈົ້າໄດ້ລົງມາເພື່ອມະນຸດອາດເຝົ້າເບິ່ງພຣະອົງ, ເພື່ອມະນຸດອາດເຂົ້າໃຈວ່າ ພຣະເຈົ້າມີຈິງ ແລະ ບໍ່ໄດ້ເລື່ອນລອຍ ຫຼື ວ່າງເປົ່າ ແລະ ພຣະເຈົ້າສູງສົ່ງແຕ່ກໍຍັງຖ່ອມຕົວ. ສິ່ງນີ້ງ່າຍຂະໜາດນັ້ນບໍ? ມັນເປັນຍ້ອນຊາຕານໄດ້ເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມຢ່າງແນ່ນອນ ແລະ ມະນຸດເປັນຄົນທີ່ພຣະເຈົ້າເຈດຕະນາທີ່ຈະຊ່ວຍ ພຣະເຈົ້າຈຶ່ງຕ້ອງສວມໃສ່ເນື້ອໜັງເພື່ອເຮັດສົງຄາມກັບຊາຕານ ແລະ ເພື່ອລ້ຽງດູມະນຸດດ້ວຍຕົວພຣະອົງເອງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ມີປະໂຫຍດກັບພາລະກິດຂອງພຣະອົງ. ເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າມີຢູ່ກໍເພື່ອປາບຊາຕານ ແລະ ຍັງໄດ້ມີຢູ່ເພື່ອຊ່ວຍມະນຸດໃນທາງທີ່ດີກວ່າ. ນັ້ນກໍຍ້ອນວ່າ ຄົນທີ່ກຳລັງເຮັດສົງຄາມກັບຊາຕານສາມາດເປັນພຽງແຕ່ພຣະເຈົ້າເທົ່ານັ້ນ ບໍ່ວ່າຈະເປັນພຣະວິນຍານຂອງພຣະເຈົ້າ ຫຼື ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າກໍຕາມ. ຖ້າເວົ້າໃຫ້ສັ້ນກໍຄື ຄົນທີ່ກຳລັງເຮັດສົງຄາມກັບຊາຕານບໍ່ສາມາດເປັນທູດສະຫວັນ ຢ່າວ່າແຕ່ເປັນມະນຸດເລີຍ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ທູດສະຫວັນກໍບໍ່ມີອຳນາດທີ່ຈະປະຕິບັດພາລະກິດນີ້ ແລະ ມະນຸດກໍຍິ່ງບໍ່ມີກຳລັງເລີຍ. ເມື່ອເປັນດັ່ງນັ້ນ ຖ້າພຣະເຈົ້າປາຖະໜາທີ່ຈະປະຕິບັດພາລະກິດໃນຊີວິດຂອງມະນຸດ, ຖ້າພຣະອົງປາຖະໜາທີ່ຈະມາເທິງແຜ່ນດິນໂລກດ້ວຍຕົວພຣະອົງເອງເພື່ອຊ່ວຍມະນຸດ ແລ້ວພຣະອົງຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ນັ້ນກໍຄື ພຣະອົງຕ້ອງສວມໃສ່ເນື້ອໜັງດ້ວຍຕົວພຣະອົງເອງ ແລະ ດ້ວຍຕົວຕົນທໍາມະຊາດຂອງພຣະອົງ ແລະ ພາລະກິດທີ່ພຣະອົງຕ້ອງປະຕິບັດ, ລົງມາທ່າມກາງມະນຸດ ແລະ ຊ່ວຍມະນຸດດ້ວຍຕົວພຣະອົງເອງ. ຖ້າບໍ່ດັ່ງນັ້ນ ຖ້າເປັນພຣະວິນຍານຂອງພຣະເຈົ້າ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 4](https://lo.kingdomsalvation.org/recital-the-three-stages-of-work-004.html) - ພາລະກິດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຂັ້ນຕອນທຳອິດ ເຊິ່ງເປັນການສ້າງໂລກ ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ຖ້າບໍ່ເປັນດັ່ງນັ້ນ ກໍບໍ່ມີໃຜສາມາດສ້າງມະນຸດຊາດໄດ້; ຂັ້ນຕອນທີສອງແມ່ນການໄຖ່ມະນຸດຊາດທັງປວງ ແລະ ມັນກໍຖືກປະຕິບັດດ້ວຍຕົວພຣະອົງເອງ; ຂັ້ນຕອນທີສາມເປັນທີ່ແນ່ຊັດແລ້ວວ່າ ມີຄວາມຕ້ອງການທີ່ຫຼາຍຂຶ້ນສຳລັບເວລາສຸດທ້າຍຂອງທຸກພາລະກິດຂອງພຣະເຈົ້າທີ່ຖືກປະຕິບັດດ້ວຍຕົວພຣະອົງເອງ. ພາລະກິດແຫ່ງການໄຖ່, ການເອົາຊະນະ, ການຮັບ ແລະ ການເຮັດໃຫ້ບັນດາມວນມະນຸດຊາດສົມບູນແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ ແລ້ວມະນຸດກໍບໍ່ສາມາດເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້. ເພື່ອທີ່ຈະປາບຊາຕານ, ເພື່ອທີ່ຈະຮັບມະນຸດຊາດ ແລະ ເພື່ອທີ່ຈະມອບຊີວິດປົກກະຕິໃຫ້ກັບມະນຸດເທິງແຜ່ນດິນໂລກ, ພຣະອົງແມ່ນນໍາພາມະນຸດດ້ວຍຕົວພຣະອົງເອງ ແລະ ປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ; ເພື່ອຜົນປະໂຫຍດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະອົງ ແລະ ເພື່ອພາລະກິດທັງໝົດຂອງພຣະອົງ, ພຣະອົງຈຶ່ງຕ້ອງປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ. ຖ້າມະນຸດພຽງແຕ່ເຊື່ອວ່າ ພຣະເຈົ້າມາເພື່ອໃຫ້ເຂົາສາມາດເຫັນ ແລະ ເພື່ອເຮັດໃຫ້ເຂົາມີຄວາມສຸກ ແລ້ວຄວາມເຊື່ອດັ່ງກ່າວບໍ່ມີຄຸນຄ່າໃດເລີຍ, ພວກມັນບໍ່ມີຄວາມສຳຄັນເລີຍ. ຄວາມຮູ້ຂອງມະນຸດບໍ່ເລິກເຊິ່ງປານໃດ! ມີພຽງແຕ່ການປະຕິບັດພາລະກິດນັ້ນດ້ວຍຕົວພຣະອົງເອງ ພຣະເຈົ້າຈຶ່ງຈະສາມາດປະຕິບັດພາລະກິດຢ່າງທົ່ວເຖິງ ແລະ ສົມບູນ. ຖ້າມະນຸດຕ້ອງເຮັດພາລະກິດນີ້, ເຂົາຈະບໍ່ສາມາດແທນທີ່ພຣະເຈົ້າໄດ້. ຍ້ອນເຂົາບໍ່ມີຕົວຕົນຂອງພຣະເຈົ້າ ຫຼື ແກ່ນແທ້ຂອງພຣະອົງ, ເຂົາກໍບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ເຖິງແມ່ນມະນຸດໄດ້ປະຕິບັດ ມັນກໍຈະບໍ່ມີຜົນຕາມມາເລີຍ. ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງກໍແມ່ນເພື່ອຜົນປະໂຫຍດແຫ່ງການໄຖ່ ເພື່ອໄຖ່ບັນດາມະນຸດຊາດອອກຈາກຄວາມບາບ, ເພື່ອເຮັດໃຫ້ມະນຸດສາມາດໄດ້ຮັບການຊໍາລະລ້າງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 3](https://lo.kingdomsalvation.org/recital-the-three-stages-of-work-003.html) - ພຣະເຈົ້າບໍ່ມີເຈດຕະນາຮ້າຍຕໍ່ສິ່ງຖືກສ້າງ; ພຣະອົງພຽງແຕ່ປາຖະໜາທີ່ຈະປາບຊາຕານ. ພາລະກິດທັງໝົດຂອງພຣະອົງ ບໍ່ວ່າຈະເປັນການຕີສອນ ຫຼື ການພິພາກສາ ກໍແນໃສ່ຊາຕານ; ມັນຖືກປະຕິບັດເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດ, ທັງໝົດນີ້ກໍເພື່ອປາບຊາຕານ ແລະ ມັນມີຈຸດປະສົງດຽວ ນັ້ນກໍຄື ການເຮັດສົງຄາມກັບຊາຕານຈົນເຖິງທີ່ສຸດ! ພຣະເຈົ້າຈະບໍ່ພັກຜ່ອນຈັກເທື່ອຈົນກວ່າພຣະອົງຈະມີໄຊຊະນະເໜືອຊາຕານ! ພຣະອົງຈະພັກຜ່ອນພຽງແຕ່ເມື່ອພຣະອົງໄດ້ປາບຊາຕານແລ້ວ. ຍ້ອນພາລະກິດທັງໝົດທີ່ພຣະເຈົ້າປະຕິບັດນັ້ນແມ່ນແນໃສ່ຊາຕານ ແລະ ຍ້ອນຄົນທີ່ຖືກເຮັດໃຫ້ເສື່ອມຊາມນັ້ນຢູ່ພາຍໃຕ້ການຄວບຄຸມແຫ່ງອຳນາດຂອງຊາຕານ ແລະ ດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ເຊິ່ງຫາກປາສະຈາກການຕໍ່ສູ້ກັບຊາຕານ ແລະ ການທຳລາຍມັນ ຊາຕານຈະບໍ່ຍອມຜ່ອນຄາຍອິດທີພົນທີ່ມັນມີຕໍ່ຜູ້ຄົນເຫຼົ່ານີ້ ແລະ ພວກເຂົາກໍບໍ່ສາມາດຖືກຮັບໄດ້. ຖ້າພວກເຂົາບໍ່ໄດ້ຖືກຮັບ ມັນກໍຈະພິສູດວ່າ ຊາຕານຍັງບໍ່ທັນໄດ້ພ່າຍແພ້ເທື່ອ ແລະ ມັນຍັງບໍ່ໄດ້ຖືກປາບເທື່ອ. ດ້ວຍເຫດນັ້ນ ໃນແຜນການຄຸ້ມຄອງ 6.000 ປີ ຂອງພຣະອົງ ໃນລະຫວ່າງຂັ້ນຕອນທຳອິດ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງພຣະບັນຍັດ, ໃນລະຫວ່າງຂັ້ນຕອນທີສອງ ພຣະອົງແມ່ນໄດ້ປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄື ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ ແລະ ໃນລະຫວ່າງຂັ້ນຕອນທີສາມ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງການເອົາຊະນະມະນຸດ. ທຸກພາລະກິດແມ່ນແນໃສ່ຂອບເຂດທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ, ທຸກພາລະກິດແມ່ນເພື່ອປາບຊາຕານ ແລະ ແຕ່ລະຂັ້ນຕອນທຸກຢ່າງແມ່ນເພື່ອປາບຊາຕານ. ແກ່ນແທ້ຂອງພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນສົງຄາມຕໍ່ສູ້ກັບມັງກອນແດງໃຫຍ່ ແລະ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍແມ່ນພາລະກິດໃນການປາບຊາຕານເຊັ່ນດຽວກັນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 2](https://lo.kingdomsalvation.org/recital-the-three-stages-of-work-002.html) - ພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າຖືກແບ່ງອອກເປັນສາມຍຸກ: ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ທັງສາມຂັ້ນຕອນຂອງພາລະກິດແມ່ນເພື່ອຜົນປະໂຫຍດຂອງຄວາມລອດພົ້ນຂອງມະນຸດຊາດ ເຊິ່ງເວົ້າໄດ້ວ່າ ພວກມັນແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ. ຢ່າງໃດກໍຕາມ ໃນເວລາດຽວກັນ ພວກມັນເປັນແບບນັ້ນກໍເພື່ອພຣະເຈົ້າອາດຈະເຮັດສົງຄາມກັບຊາຕານໄດ້. ດ້ວຍເຫດນັ້ນ ຄືກັບທີ່ພາລະກິດແຫ່ງຄວາມລອດພົ້ນຖືກແບ່ງອອກເປັນສາມຂັ້ນຕອນ ສະນັ້ນສົງຄາມກັບຊາຕານກໍຖືກແບ່ງອອກເປັນສາມຂັ້ນຕອນເຊັ່ນກັນ ແລະ ລັກສະນະສອງຢ່າງຂອງພາລະກິດຂອງພຣະເຈົ້າຖືກດຳເນີນໄປພ້ອມໆກັນ. ຕາມຄວາມຈິງແລ້ວ ສົງຄາມກັບຊາຕານແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ ແລະ ຍ້ອນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໃນຂັ້ນຕອນດຽວ ສົງຄາມກັບຊາຕານຈຶ່ງຖືກແບ່ງອອກເປັນຂັ້ນຕອນ ແລະ ໄລຍະ ແລະ ກໍເຮັດສົງຄາມກັບຊາຕານຕາມຄວາມຕ້ອງການຂອງມະນຸດ ແລະ ການຂະຫຍາຍຄວາມເສື່ອມຊາມທີ່ຊາຕານມີຕໍ່ມະນຸດ. ບາງເທື່ອ ໃນຈິນຕະນາການຂອງມະນຸດ ເຂົາເຊື່ອວ່າ ໃນສົງຄາມນີ້ ພຣະເຈົ້າຈະຈັບອາວຸດຂຶ້ນຕໍ່ສູ້ກັບຊາຕານໃນທຳນອງດຽວກັນກັບທີ່ກອງທັບສອງຝ່າຍຈະຕໍ່ສູ້ກັນ. ນີ້ເປັນພຽງແຕ່ສິ່ງທີ່ຄວາມສະຫຼາດຂອງມະນຸດສາມາດຈິນຕະນາການໄດ້; ມັນເປັນຄວາມຄິດທີ່ບໍ່ແຈ່ມແຈ້ງຫຼາຍ ແລະ ບໍ່ເປັນຈິງເລີຍ ແຕ່ມັນກໍເປັນສິ່ງທີ່ມະນຸດເຊື່ອ. ແລະ ຍ້ອນເຮົາກ່າວໃນທີ່ນີ້ວ່າ ວິທີການແຫ່ງຄວາມລອດພົ້ນຂອງມະນຸດແມ່ນໂດຍການເຮັດສົງຄາມກັບຊາຕານ ມະນຸດຈຶ່ງຈິນຕະນາການວ່ານີ້ຄືວິທີທີ່ສົງຄາມດຳເນີນການ. ໃນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດນັ້ນ ມີການດໍາເນີນການຢູ່ສາມຍຸກ ເຊິ່ງເວົ້າໄດ້ວ່າ ການຕໍ່ສູ້ກັບຊາຕານແມ່ນໄດ້ແຍກອອກເປັນສາມຂັ້ນຕອນເພື່ອປາບຊາຕານຢ່າງເດັດຂາດ. ແຕ່ເບື້ອງໃນທີ່ແທ້ຈິງຂອງພາລະກິດທັງໝົດໃນການຕໍ່ສູ້ກັບຊາຕານແມ່ນໄດ້ຮັບຜົນຜ່ານສອງສາມຂັ້ນຕອນຂອງພາລະກິດ ເຊັ່ນ: ການມີຄວາມເມດຕາກະລຸນາຕໍ່ມະນຸດ, ການເປັນເຄື່ອງຖວາຍບາບໃຫ້ແກ່ມະນຸດ, ການໃຫ້ອະໄພຕໍ່ຄວາມຜິດບາບຂອງມະນຸດ, ການເອົາຊະນະມະນຸດ ແລະ ການສ້າງມະນຸດໃຫ້ສົມບູນ.
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 12](https://lo.kingdomsalvation.org/the-twelfth-utterance-audio.html) - ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ຈັກກະວານທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ. ມັນຄືກັບວ່າ ເຜົ່າພັນມະນຸດທັງໝົດກໍາລັງຖືກຊໍາລະລ້າງ. ພາຍໃຕ້ການເຍືອງແສງສະຫວ່າງນີ້ຈາກທິດຕາເວັນອອກ, ມະນຸດທຸກຄົນຖືກເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ, ຕາຂອງພວກເຂົາມົວ ໂດຍບໍ່ແນ່ໃຈວ່າຈະເຮັດແນວໃດ ແລະ ຍິ່ງບໍ່ແນ່ໃຈວ່າ ຈະປິດບັງໜ້າຕາອັນຂີ້ຮ້າຍຂອງພວກເຂົາແນວໃດດີ. ພວກເຂົາຍັງຄືກັບສັດທີ່ແລ່ນໜີຈາກແສງສະຫວ່າງຂອງເຮົາ ແລະ ໄປລີ້ໄພຢູ່ໃນຖໍ້າເທິງພູເຂົາ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາສາມາດຖືກລົບລ້າງຈາກເເສງສະຫວ່າງຂອງເຮົາໄດ້. ມະນຸດທຸກຄົນແມ່ນພາກັນຕື່ນຕົກໃຈ, ທຸກຄົນກໍາລັງລໍຖ້າ, ທຸກຄົນກໍາລັງເຝົ້າເບິ່ງ; ພ້ອມກັບການມາຂອງແສງສະຫວ່າງຂອງເຮົາ, ທຸກຄົນດີໃຈໃນມື້ທີ່ພວກເຂົາເກີດ ແລະ ໃນທໍານອງດຽວກັນ ທຸກຄົນກໍສາບແຊ່ງມື້ທີ່ພວກເຂົາເກີດ. ຄວາມຮູ້ສຶກຢ່າງສັບສົນແມ່ນບໍ່ສາມາດອະທິບາຍໄດ້; ນໍ້າຕາຈາກການຕໍານິຕົວເອງກາຍເປັນແມ່ນໍ້າ ແລະ ທັນທີໃດກໍຖືກກະແສນໍ້າພັດຫາມໄປໂດຍບໍ່ມີຮ່ອງຮອຍ. ມື້ຂອງເຮົາໄດ້ເຂົ້າມາໃກ້ມະນຸດທຸກຄົນອີກຄັ້ງ, ມັນໄດ້ປຸກເຜົ່າພັນມະນຸດໃຫ້ຕື່ນອີກຄັ້ງ ໂດຍມອບການເລີ່ມຕົ້ນໃໝ່ໃຫ້ແກ່ມະນຸດຊາດ. ຫົວໃຈຂອງເຮົາເຕັ້ນ ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈຕາມຈັງຫວະເຕັ້ນຂອງຫົວໃຈຂອງເຮົາ, ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫີນ. ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ. ເຮົາຕ້ອງການເຮັດໃຫ້ສິ່ງທີ່ສົກກະປົກຖືກເຜົາໄໝ້ເປັນຂີ້ເຖົ່າພາຍໃຕ້ສາຍຕາຂອງເຮົາ; ເຮົາຕ້ອງການເຮັດໃຫ້ບຸດຊາຍທີ່ກະບົດທຸກຄົນຫາຍໄປຈາກສາຍຕາຂອງເຮົາ ໂດຍບໍ່ໃຫ້ຄົງຢູ່ອີກຕໍ່ໄປ. ເຮົາບໍ່ພຽງແຕ່ໄດ້ສ້າງການເລີ່ມຕົ້ນໃໝ່ໃນບ່ອນອາໄສຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ເຮົາຍັງໄດ້ເລີ່ມພາລະກິດໃໝ່ໃນຈັກກະວານ. ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະກາຍເປັນອານາຈັກຂອງເຮົາ; ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະບໍ່ມີຢູ່ອີກຕະຫຼອດການ ຍ້ອນອານາຈັກຂອງເຮົາ, ຍ້ອນເຮົາໄດ້ຮັບໄຊຊະນະແລ້ວ ແລະ ຍ້ອນເຮົາໄດ້ກັບມາຢ່າງມີໄຊ.
- [ພຣະທໍາຂອງພຣະຄຣິດໃນຕົ້ນເດີມ: ບົດທີ 2](https://lo.kingdomsalvation.org/second-utterance-audio.html) - ຄຣິສຕະຈັກແຫ່ງຟິລາເດັນເຟຍໄດ້ກໍ່ຕົວຂຶ້ນ ເຊິ່ງກໍເນື່ອງຈາກຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າທັງສິ້ນ. ຫົວໃຈທີ່ຮັກພຣະເຈົ້າໄດ້ເກີດຂຶ້ນໃນຫົວໃຈຂອງໄພ່ພົນຈຳນວນຫຼວງຫຼາຍ ແລະ ພວກເຂົາບໍ່ລັງເລໃຈໃນການເດີນທາງຝ່າຍວິນຍານຂອງພວກເຂົາ. ພວກເຂົາຍຶດໝັ້ນໃນຄວາມເຊື່ອຂອງພວກເຂົາທີ່ວ່າ ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ກາຍມາເປັນເນື້ອໜັງ, ພຣະອົງເປັນເຈົ້ານາຍແຫ່ງຈັກກະວານ, ເປັນຜູ້ບັນຊາການສິ່ງທັງປວງ: ພຣະວິນຍານບໍລິສຸດໄດ້ຢືນຢັນເຖິງສິ່ງນີ້, ມັນບໍ່ສາມາດເຄື່ອນຍ້າຍໄດ້ເຊັ່ນດຽວກັບພູເຂົາ! ແລ້ວມັນຈະບໍ່ປ່ຽນແປງຈັກເທື່ອ! ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ມື້ນີ້ ແມ່ນພຣະອົງທີ່ໄດ້ເປີດຕາຝ່າຍວິນຍານຂອງພວກຂ້ານ້ອຍ, ປ່ອຍໃຫ້ຄົນຕາບອດໄດ້ເຫັນຮຸ່ງ, ໃຫ້ຄົນເປ້ຍຍ່າງໄດ້ ແລະ ຄົນຂີ້ທູດໄດ້ຮັບການຮັກສາ. ແມ່ນພຣະອົງທີ່ໄດ້ເປີດປ່ອງຢ້ຽມສູ່ສະຫວັນ, ເຮັດໃຫ້ພວກຂ້ານ້ອຍໄດ້ຮັບຮູ້ເຖິງຄວາມເລິກລັບແຫ່ງອານາຈັກຝ່າຍວິນຍານ. ເມື່ອຖືກຊຶມເຂົ້າໂດຍພຣະທຳອັນສັກສິດຂອງພຣະອົງ ແລະ ຖືກຊ່ວຍໃຫ້ລອດພົ້ນຈາກຄວາມເປັນມະນຸດຂອງພວກຂ້ານ້ອຍ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງດັ່ງກ່າວແມ່ນພາລະກິດອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ ແລະ ຄວາມເມດຕາອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ. ພວກຂ້ານ້ອຍເປັນພະຍານຂອງພຣະອົງ! ພຣະອົງໄດ້ລີ້ລັບຢ່າງຖ່ອມຕົນ ແລະ ງຽບໆຕັ້ງແຕ່ດົນແລ້ວ. ພຣະອົງໄດ້ຜ່ານການຟື້ນຄືນມາຈາກຄວາມຕາຍ, ການທົນທຸກຈາກການຖືກຄຶງທີ່ໄມ້ກາງແຂນ, ຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງຊີວິດມະນຸດ ແລະ ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນ; ພຣະອົງໄດ້ປະສົບ ແລະ ຊີມລົດຊາດຄວາມເຈັບປວດຂອງໂລກມະນຸດ ແລະ ພຣະອົງຖືກປະຖິ້ມໂດຍຍຸກດັ່ງກ່າວ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືພຣະເຈົ້າເອງ. ເພື່ອເຫັນແກ່ຄວາມປະສົງຂອງພຣະເຈົ້າ, ພຣະອົງໄດ້ຊ່ວຍພວກຂ້ານ້ອຍຈາກກອງຂີ້ເຫຍື້ອ, ຖືພວກຂ້ານ້ອຍດ້ວຍມືຂວາຂອງພຣະອົງ ແລະ ມອບພຣະຄຸນຂອງພຣະອົງໃຫ້ແກ່ພວກຂ້ານ້ອຍລ້າໆ.
- [ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ (ພາກທີສອງ)](https://lo.kingdomsalvation.org/taking-man-to-wonderful-destination-2-audio.html) - ເມື່ອມະນຸດບັນລຸຊີວິດທີ່ແທ້ຈິງຂອງມະນຸດເທິງແຜ່ນດິນໂລກ ແລະ ກອງກຳລັງທັງໝົດຂອງຊາຕານຕົກຢູ່ໃນພັນທະນາການ ມະນຸດຈະດຳລົງຊີວິດເທິງແຜ່ນດິນໂລກຢ່າງງ່າຍດາຍ. ສິ່ງຕ່າງໆຈະບໍ່ຊັບຊ້ອນຄືກັບທີ່ພວກມັນເປັນຢູ່ໃນປັດຈຸບັນ ເຊັ່ນ: ຄວາມສຳພັນຂອງມະນຸດ, ການສຳພັນໃນສັງຄົມ, ຄວາມສຳພັນທີ່ຊັບຊ້ອນຂອງຄອບຄົວ... ພວກມັນນຳເອົາຫຼາຍໆບັນຫາມາ ເຊິ່ງເຈັບປວດຫຼາຍ! ຊີວິດຂອງມະນຸດໃນນີ້ແມ່ນມີຄວາມທຸກຫຼາຍ! ເມື່ອມະນຸດຖືກເອົາຊະນະ ຫົວໃຈ ແລະ ຈິດໃຈຂອງເຂົາຈະປ່ຽນແປງ ນັ້ນກໍຄື ເຂົາຈະມີຫົວໃຈທີ່ຢໍາເກງ ແລະ ຮັກພຣະເຈົ້າ. ເມື່ອທຸກຄົນທີ່ຢູ່ພາຍໃນຈັກກະວານ ຜູ້ເຊິ່ງສະແຫວງຫາເພື່ອຮັກພຣະເຈົ້າໄດ້ຖືກເອົາຊະນະແລ້ວ ເຊິ່ງເວົ້າໄດ້ວ່າ ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ແລະ ເມື່ອຊາຕານພ້ອມກັບກອງກຳລັງແຫ່ງຄວາມມືດທັງໝົດໄດ້ຕົກຢູ່ໃນພັນທະນາການ ແລ້ວຊີວິດຂອງມະນຸດເທິງແຜ່ນດິນໂລກກໍຈະບໍ່ຖືກລົບກວນ ແລະ ເຂົາຈະສາມາດດຳລົງຊີວິດຢູ່ເທິງແຜ່ນດິນໂລກຢ່າງມີອິດສະຫຼະ. ຖ້າຊີວິດຂອງມະນຸດປາສະຈາກຄວາມສຳພັນທາງເນື້ອໜັງ ແລະ ປາສະຈາກຄວາມຊັບຊ້ອນຂອງເນື້ອໜັງ ແລ້ວມັນກໍຈະງ່າຍກວ່າເກົ່າຫຼາຍ. ຄວາມສຳພັນທາງເນື້ອໜັງຂອງມະນຸດຊັບຊ້ອນຫຼາຍ ແລະ ການທີ່ມະນຸດມີສິ່ງດັ່ງກ່າວກໍເປັນເຄື່ອງພິສູດແລ້ວວ່າ ເຂົາຍັງບໍ່ໄດ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານ. ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບອ້າຍເອື້ອຍນ້ອງຂອງເຈົ້າ, ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບສະມາຊິກແຕ່ລະຄົນໃນຄອບຄົວຂອງເຈົ້າ ແລ້ວເຈົ້າກໍຈະບໍ່ມີຄວາມກັງວົນ ແລະ ຈະບໍ່ຈໍາເປັນຕ້ອງເປັນຫ່ວງໃຜເລີຍ. ບໍ່ມີສິ່ງໃດທີ່ດີກວ່ານີ້ ແລະ ດ້ວຍວິທີນີ້ ມະນຸດຈະຮັບການບັນເທົາຈາກຄວາມເຈັບປວດເຄິ່ງໜຶ່ງ. ການມີຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ ມະນຸດກໍຈະຄ້າຍຄືກັບທູດສະຫວັນ; ເຖິງແມ່ນຈະຍັງເປັນເນື້ອໜັງຢູ່ ເຂົາຈະຄ້າຍຄືກັບທູດສະຫວັນຫຼາຍ. ນີ້ຄືຄຳສັນຍາສຸດທ້າຍ ເຊິ່ງມັນເປັນຄຳສັນຍາສຸດທ້າຍທີ່ປະທານໃຫ້ກັບມະນຸດ. ໃນປັດຈຸບັນ ມະນຸດຜ່ານການຂ້ຽນຕີ ແລະ
- [ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ (ພາກທີສອງ)](https://lo.kingdomsalvation.org/God-s-work-and-mans-practice-2-audio.html) - ເມື່ອພາລະກິດຂອງພຣະເຈົ້າໄປເຖິງຈຸດໃດໜຶ່ງ ແລະ ການຄຸ້ມຄອງຂອງພຣະອົງໄດ້ໄປເຖິງຈຸດໃດໜຶ່ງ, ຄົນທີ່ປະຕິບັດຕາມເຈດຕະນາຂອງພຣະອົງ ກໍລ້ວນແລ້ວແຕ່ເປັນຄົນທີ່ສາມາດປະຕິບັດຕາມເງື່ອນໄຂຂອງພຣະອົງ. ພຣະເຈົ້າຮຽກຮ້ອງມະນຸດຕາມມາດຕະຖານຂອງພຣະອົງເອງ ແລະ ຕາມສິ່ງທີ່ມະນຸດສາມາດບັນລຸໄດ້. ໃນຂະນະທີ່ເວົ້າເຖິງການຄຸ້ມຄອງຂອງພຣະອົງ, ພຣະອົງໄດ້ຊີ້ຫົນທາງໃຫ້ກັບມະນຸດ ແລະ ຈັດກຽມເສັ້ນທາງແຫ່ງຄວາມຢູ່ລອດໃຫ້ກັບມະນຸດ. ທັງການຄຸ້ມຄອງຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດແມ່ນຂັ້ນຕອນດຽວກັນຂອງພາລະກິດ ແລະ ຖືກປະຕິບັດໃນເວລາດຽວກັນ. ການເວົ້າເຖິງການຄຸ້ມຄອງຂອງພຣະເຈົ້າແມ່ນກ່ຽວພັນກັບການປ່ຽນແປງໃນອຸປະນິໄສຂອງມະນຸດ ແລະ ການເວົ້າເຖິງສິ່ງທີ່ມະນຸດຄວນປະຕິບັດ ແລະ ການປ່ຽນແປງໃນອຸປະນິໄສຂອງມະນຸດ ກໍກ່ຽວພັນກັບພາລະກິດຂອງພຣະເຈົ້າ; ບໍ່ມີຈັກເທື່ອທີ່ທັງສອງຢ່າງຈະຖືກແຍກອອກຈາກກັນ. ການປະຕິບັດຂອງມະນຸດປ່ຽນແປງເທື່ອລະບາດກ້າວ. ນັ້ນກໍຍ້ອນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດນັ້ນໄດ້ປ່ຽນແປງເຊັ່ນກັນ ແລະ ຍ້ອນພາລະກິດຂອງພຣະເຈົ້າປ່ຽນແປງ ແລະ ກ້າວໜ້າຢູ່ສະເໝີ. ຖ້າການປະຕິບັດຂອງມະນຸດຍັງຖືກກັບດັກຢູ່ໃນຄຳສັ່ງສອນ, ສິ່ງນີ້ກໍພິສູດວ່າ ເຂົາປາສະຈາກພາລະກິດ ແລະ ການນໍາພາຂອງພຣະເຈົ້ານັ້ນ; ຖ້າການປະຕິບັດຂອງມະນຸດບໍ່ປ່ຽນແປງຈັກເທື່ອ ຫຼື ບໍ່ເລິກເຊິ່ງຂຶ້ນ, ແລ້ວສິ່ງນີ້ກໍພິສູດວ່າ ການປະຕິບັດຂອງມະນຸດຖືກປະຕິບັດຕາມຄວາມຄິດຂອງມະນຸດ ແລະ ບໍ່ແມ່ນການປະຕິບັດແຫ່ງຄວາມຈິງ; ຖ້າມະນຸດບໍ່ມີເສັ້ນທາງໃຫ້ຍ່າງ, ແລ້ວເຂົາກໍຖືກຕົກລົງສູ່ກໍາມືຂອງຊາຕານໄປແລ້ວ ແລະ ຖືກຄວບຄຸມໂດຍຊາຕານ ເຊິ່ງໝາຍຄວາມວ່າ ເຂົາຖືກຄວບຄຸມໂດຍວິນຍານຊົ່ວຮ້າຍ. ຖ້າການປະຕິບັດຂອງມະນຸດບໍ່ໄດ້ເລິກເຊິ່ງກວ່າເກົ່າ, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ພັດທະນາ ແລະ ຖ້າບໍ່ມີການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ແລ້ວການເຂົ້າສູ່ຂອງມະນຸດກໍຈະຢຸດສະງັດ; ນີ້ເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້. ທົ່ວພາລະກິດທັງໝົດຂອງພຣະເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 409](https://lo.kingdomsalvation.org/recital-entry-into-life-409.html) - ໃນການເຊື່ອໃນພຣະເຈົ້າ ຢ່າງໜ້ອຍເຈົ້າຕ້ອງແກ້ໄຂບັນຫາກ່ຽວກັບການມີຄວາມສຳພັນປົກກະຕິກັບພຣະເຈົ້າ. ຖ້າເຈົ້າບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ, ແລ້ວຄວາມໝາຍໃນການເຊື່ອໃນພຣະເຈົ້າກໍ່ຈະສູນຫາຍໄປ. ການສ້າງຄວາມສຳພັນປົກກະຕິກັບພຣະເຈົ້ານັ້ນບັນລຸຜົນໄດ້ຢ່າງສິ້ນເຊີງດ້ວຍຫົວໃຈທີ່ສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ການມີຄວາມສຳພັນປົກກະຕິກັບພຣະເຈົ້າໝາຍເຖິງການສາມາດບໍ່ມີຂໍ້ສົງໄສ ແລະ ບໍ່ປະຕິເສດພາລະກິດໃດໆຂອງພຣະເຈົ້າ ແລະ ສາມາດອ່ອນນ້ອມຕໍ່ພາລະກິດຂອງພຣະອົງ. ມັນໝາຍເຖິງການມີເຈດຕະນາອັນຖືກຕ້ອງຕໍ່ໜ້າພຣະເຈົ້າ, ບໍ່ວາງແຜນສຳລັບຕົວເຈົ້າເອງ ແລະ ການຄຳນຶງເຖິງຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າໃນທຸກສິ່ງກ່ອນ; ມັນໝາຍເຖິງການຍອມຮັບການກວດສອບວິເຄາະຂອງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ. ເຈົ້າຕ້ອງສາມາດເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດ. ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຈົ້າຕ້ອງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ດີທີ່ສຸດ. ເມື່ອເຈດຕະນາຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ເຈົ້າ, ໃຫ້ປະຕິບັດຕາມພວກມັນ ແລະ ມັນຈະບໍ່ຊ້າເກີນໄປ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າກາຍມາເປັນປົກກະຕິ, ເມື່ອນັ້ນເຈົ້າກໍ່ຈະມີຄວາມສຳພັນປົກກະຕິກັບຜູ້ຄົນເຊັ່ນດຽວກັນ. ເພື່ອສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ທຸກສິ່ງຕ້ອງຖືກສ້າງບົນພື້ນຖານພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດປະຕິບັດໜ້າທີ່ຂອງເຈົ້າຕາມພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າໄດ້ຮ້ອງຂໍ, ເຈົ້າຕ້ອງເຮັດໃຫ້ມຸມມອງຂອງເຈົ້າຊື່ກົງ ແລະ ຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ເຈົ້າຕ້ອງປະຕິບັດຄວາມຈິງ ເມື່ອເຈົ້າເຂົ້າໃຈມັນ ແລະ ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາດ້ວຍຫົວໃຈທີ່ອ່ອນນ້ອມຕໍ່ພຣະເຈົ້າ. ເມື່ອປະຕິບັດແບບນັ້ນ, ເຈົ້າຈະສາມາດຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ. ໃນເວລາດຽວກັນກັບທີ່ປະຕິບັດໜ້າທີ່ຂອງເຈົ້າຢ່າງຖືກຕ້ອງ, ເຈົ້າຍັງຕ້ອງຮັບປະກັນວ່າເຈົ້າບໍ່ໄດ້ເຮັດຫຍັງທີ່ບໍ່ເປັນປະໂຫຍດຕໍ່ທາງເຂົ້າສູ່ຊີວິດຂອງຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ ແລະ ບໍ່ເວົ້າສິ່ງທີ່ບໍ່ເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງ. ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງບໍ່ເຮັດສິ່ງທີ່ຂັດກັບຄວາມສຳນຶກຂອງເຈົ້າ ແລະ ຕ້ອງບໍ່ເຮັດສິ່ງທີ່ເປັນຕາອັບອາຍແທ້ໆ. ໂດຍສະເພາະແລ້ວ, ສຳລັບສິ່ງທີ່ກະບົດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 591](https://lo.kingdomsalvation.org/recital-destinations-and-outcomes-591.html) - ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນໜ້າທີ່ເຂົາຈະມີຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ພວກມັນເປັນຈຸດປະສົງທີ່ມະນຸດສະແຫວງຫາກ່ອນທີ່ຊາຕານຈະຖືກພັນທະນາການ. ໃນແກ່ນແທ້ນັ້ນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນ ຫຼື ການຖືກນໍາໃຊ້ໃຫ້ເກີດຜົນໃຫຍ່ຫຼວງ ກໍແມ່ນການຫຼົບໜີຈາກອິດທິພົນຂອງຊາຕານ; ການສະແຫວງຫາຂອງມະນຸດກໍແມ່ນເພື່ອກາຍເປັນຜູ້ຊະນະ ແຕ່ຜົນໄດ້ຮັບສຸດທ້າຍນັ້ນຈະເປັນການທີ່ເຂົາຫຼົບໜີຈາກອິດທິພົນຂອງຊາຕານ. ມີພຽງແຕ່ການຫຼົບໜີຈາກອິດທິພົນຂອງຊາຕານເທົ່ານັ້ນທີ່ມະນຸດສາມາດໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດແຫ່ງການນະມັດສະການພຣະເຈົ້າ. ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນທີ່ຈະມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ໂດຍສິ່ງເຫຼົ່ານັ້ນຖືກສະແຫວງຫາຫຼັກໆກໍເພື່ອຜົນປະໂຫຍດແຫ່ງການຖືກຊໍາລະ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເພື່ອທີ່ຈະນະມັດສະການພຣະຜູ້ສ້າງ. ຖ້າມະນຸດມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດທີ່ປາສະຈາກຄວາມລຳບາກ ຫຼື ການທຸກທໍລະມານ ແລ້ວມະນຸດຈະບໍ່ເຂົ້າຮ່ວມໃນການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ. “ການກາຍມາເປັນຜູ້ຊະນະ” ແລະ “ການຖືກເຮັດໃຫ້ສົມບູນ” ແມ່ນຈຸດປະສົງທີ່ພຣະອົງມອບໃຫ້ມະນຸດສະແຫວງຫາ ແລະ ຜ່ານການສະແຫວງຫາໂດຍມີຈຸດປະສົງເຫຼົ່ານີ້ ພຣະອົງເຮັດໃຫ້ມະນຸດນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ດຳລົງຊີວິດຢ່າງມີຄວາມໝາຍ. ຈຸດປະສົງແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເພື່ອຮັບເຂົາ ແລະ ການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນເປັນພຽງແຕ່ວິທີທາງ. ໃນອະນາຄົດ ຖ້າມະນຸດເຂົ້າສູ່ປາຍທາງທີ່ມະຫັດສະຈັນ ຈະບໍ່ມີການອ້າງເຖິງການກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນອີກຕໍ່ໄປ; ຈະມີພຽງແຕ່ສິ່ງຖືກສ້າງແຕ່ລະຢ່າງປະຕິບັດໜ້າທີ່ຂອງພວກເຂົາ. ໃນປັດຈຸບັນ ມະນຸດຖືກສ້າງໃຫ້ສະແຫວງຫາສິ່ງເຫຼົ່ານີ້ພຽງແຕ່ເພື່ອຈຳກັດຂອບເຂດໃຫ້ກັບມະນຸດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 590](https://lo.kingdomsalvation.org/recital-destinations-and-outcomes-590.html) - ເມື່ອພາລະກິດແຫ່ງການເອົາຊະນະຖືກເຮັດໃຫ້ສຳເລັດ ມະນຸດຈະຖືກນໍາໄປສູ່ໂລກທີ່ສວຍງາມ. ແນ່ນອນ ຊີວິດນີ້ກໍຈະຍັງຢູ່ເທິງແຜ່ນດິນໂລກ ແຕ່ມັນຈະບໍ່ເປັນຄືກັບຊີວິດມະນຸດໃນປັດຈຸບັນຢ່າງສິ້ນເຊີງ. ມັນເປັນຊີວິດທີ່ມະນຸດຊາດຈະມີຫຼັງຈາກທີ່ໄດ້ເອົາຊະນະບັນດາມວນມະນຸດຊາດ, ມັນຈະເປັນການເລີ່ມຕົ້ນໃໝ່ສຳລັບມະນຸດເທິງແຜ່ນດິນໂລກ ແລະ ການທີ່ມະນຸດຊາດມີຊີວິດດັ່ງກ່າວຈະເປັນເຄື່ອງພິສູດວ່າ ມະນຸດຊາດໄດ້ເຂົ້າສູ່ອານາຈັກໃໝ່ທີ່ສວຍງາມແລ້ວ. ມັນຈະເປັນການເລີ່ມຕົ້ນຂອງຊີວິດຂອງມະນຸດ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ເງື່ອນໄຂລ່ວງໜ້າສໍາລັບຊີວິດທີ່ສວຍງາມດັ່ງກ່າວຕ້ອງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ຖືກເອົາຊະນະ ເຂົາຈະອ່ອນນ້ອມຕໍ່ໜ້າພຣະຜູ້ສ້າງ. ດ້ວຍເຫດນັ້ນ ພາລະກິດແຫ່ງການເອົາຊະນະແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າກ່ອນທີ່ມະນຸດຊາດຈະເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນນັ້ນ. ຊີວິດດັ່ງກ່າວແມ່ນຊີວິດໃນອະນາຄົດຂອງມະນຸດເທິງແຜ່ນດິນໂລກ, ມັນເປັນຊີວິດທີ່ສວຍງາມທີ່ສຸດເທິງແຜ່ນດິນໂລກ, ເປັນຊີວິດປະເພດທີ່ມະນຸດປາຖະໜາ ເຊິ່ງເປັນປະເພດທີ່ມະນຸດບໍ່ເຄີຍໄດ້ຮັບໃນປະຫວັດສາດຂອງໂລກ. ມັນເປັນຜົນໄດ້ຮັບສຸດທ້າຍຂອງ 6.000 ປີຂອງພາລະກິດແຫ່ງການຄຸ້ມຄອງ, ມັນເປັນສິ່ງທີ່ມະນຸດຊາດປາຖະໜາຫຼາຍທີ່ສຸດ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າມີໃຫ້ມະນຸດ. ແຕ່ຄຳສັນຍານີ້ບໍ່ສາມາດບັງເກີດຂຶ້ນໃນທັນທີ; ມະນຸດຈະເຂົ້າສູ່ປາຍທາງໃນອະນາຄົດພຽງແຕ່ເມື່ອພາລະກິດແຫ່ງຍຸກສຸດທ້າຍໄດ້ຖືກເຮັດໃຫ້ສຳເລັດ ແລະ ເຂົາຖືກເອົາຊະນະຢ່າງສົມບູນ ນັ້ນກໍຄື ເມື່ອຊາຕານໄດ້ຖືກເຮັດໃຫ້ພ່າຍແພ້ຢ່າງສິ້ນເຊີງ. ມະນຸດຈະປາສະຈາກທຳມະຊາດແຫ່ງຄວາມຜິດບາບຫຼັງຈາກທີ່ເຂົາຖືກຫຼໍ່ຫຼອມ ເພາະພຣະເຈົ້າຈະໄດ້ເຮັດໃຫ້ຊາຕານພ່າຍແພ້ ເຊິ່ງໝາຍຄວາມວ່າ ຈະບໍ່ມີການບຸກລຸກໂດຍກອງກຳລັງຮຸນແຮງ ແລະ ບໍ່ມີກອງກຳລັງຮຸນແຮງໃດທີ່ສາມາດໂຈມຕີເນື້ອໜັງຂອງມະນຸດໄດ້. ດ້ວຍເຫດນັ້ນ ມະນຸດຈະເປັນອິດສະຫຼະ ແລະ ບໍລິສຸດ ນັ້ນກໍຄື ເຂົາຈະເຂົ້າສູ່ຄວາມເປັນນິລັນດອນ. ມີພຽງເມື່ອກອງກຳລັງທີ່ຮຸນແຮງແຫ່ງຄວາມມືດຖືກຈັບມັດໄວ້ ມະນຸດຈຶ່ງຈະເປັນອິດສະຫຼະໃນທຸກບ່ອນທີ່ເຂົາໄປ ແລະ ດັ່ງນັ້ນເຂົາກໍຈະປາສະຈາກຄວາມກະບົດ ຫຼື ການຕໍ່ຕ້ານ. ຊາຕານຕ້ອງຖືກຈັບມັດໄວ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 589](https://lo.kingdomsalvation.org/recital-destinations-and-outcomes-589.html) - ພຣະຜູ້ສ້າງປະສົງທີ່ຈະປັ້ນແຕ່ງສິ່ງຖືກສ້າງທັງໝົດ. ເຈົ້າບໍ່ຕ້ອງປະຖິ້ມ ຫຼື ບໍ່ເຊື່ອຟັງສິ່ງໃດກໍຕາມທີ່ພຣະອົງປະຕິບັດ ຫຼື ເຈົ້າບໍ່ຄວນກະບົດຕໍ່ພຣະອົງ. ເມື່ອພາລະກິດທີ່ພຣະອົງປະຕິບັດໄດ້ບັນລຸຕາມເປົ້າໝາຍຂອງພຣະອົງໃນທີ່ສຸດ ດ້ວຍສິ່ງນີ້ພຣະອົງກໍຈະໄດ້ຮັບສະຫງ່າລາສີ. ໃນປັດຈຸບັນ ເປັນຫຍັງຈຶ່ງບໍ່ເວົ້າວ່າ ເຈົ້າເປັນລູກຫຼານຂອງໂມອາບ ຫຼື ເປັນເຊື້ອສາຍຂອງມັງກອນແດງໃຫຍ່? ເປັນຫຍັງຈຶ່ງບໍ່ມີການເວົ້າເຖິງຜູ້ຄົນທີ່ຖືກເລືອກ ແລະ ມີພຽງແຕ່ການເວົ້າເຖິງສິ່ງຖືກສ້າງ? ສິ່ງຖືກສ້າງດັ່ງກ່າວຄືນາມມະຍົດດັ່ງເດີມຂອງມະນຸດ ແລະ ມັນແມ່ນສິ່ງນີ້ທີ່ບົ່ງບອກເຖິງຕົວຕົນທີ່ມີມາຕັ້ງແຕ່ເກີດຂອງເຂົານັ້ນເອງ. ຊື່ແຕກຕ່າງກັນກໍຍ້ອນວ່າຍຸກ ແລະ ຊ່ວງເວລາຂອງພາລະກິດແຕກຕ່າງກັນ, ໃນຄວາມເປັນຈິງ ມະນຸດເປັນສິ່ງຖືກສ້າງທຳມະດາ. ສິ່ງຖືກສ້າງທັງປວງບໍ່ວ່າພວກເຂົາຈະເສື່ອມຊາມທີ່ສຸດ ຫຼື ບໍລິສຸດທີ່ສຸດ ກໍຕ້ອງປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ເມື່ອພຣະອົງປະຕິບັດພາລະກິດແຫ່ງການເອົາຊະນະ ພຣະເຈົ້າບໍ່ໄດ້ຄວບຄຸມເຈົ້າໂດຍໃຊ້ຄວາມຄາດຫວັງ, ໂຊກຊະຕາ ຫຼື ຈຸດໝາຍປາຍທາງ. ມັນບໍ່ຈຳເປັນທີ່ຈະປະຕິບັດພາລະກິດດ້ວຍວິທີນີ້. ເປົ້າໝາຍຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອເຮັດໃຫ້ມະນຸດປະຕິບັດໜ້າທີ່ຂອງສິ່ງຖືກສ້າງ, ເພື່ອເຮັດໃຫ້ເຂົານະມັດສະການພຣະຜູ້ສ້າງ ແລະ ພຽງແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ເຂົາຈຶ່ງຈະສາມາດເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນໄດ້. ໂຊກຊະຕາຂອງມະນຸດຖືກຄວບຄຸມໂດຍມືຂອງພຣະເຈົ້າ. ເຈົ້າບໍ່ສາມາດຄວບຄຸມຕົວເຈົ້າເອງໄດ້. ເຖິງແມ່ນຈະຟ້າວ ແລະ ຫຍຸ້ງກັບຕົວເຂົາເອງຢູ່ຕະຫຼອດເວລາກໍຕາມ ມະນຸດກໍຍັງຄົງບໍ່ສາມາດຄວບຄຸມຕົວເອງໄດ້. ຖ້າເຈົ້າສາມາດຮູ້ຈັກຄວາມຄາດຫວັງຂອງເຈົ້າເອງ, ຖ້າເຈົ້າສາມາດຄວບຄຸມໂຊກຊະຕາຂອງເຈົ້າເອງ ເຈົ້າຈະຍັງເປັນສິ່ງຖືກສ້າງບໍ? ສະຫຼຸບກໍຄື ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ ພາລະກິດທັງໝົດຂອງພຣະອົງກໍເພື່ອຜົນປະໂຫຍດຂອງມະນຸດ. ຍົກຕົວຢ່າງ ສະຫວັນ ແລະ ແຜ່ນດິນໂລກ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 588](https://lo.kingdomsalvation.org/recital-destinations-and-outcomes-588.html) - ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈຈຸດໝາຍປາຍທາງທີ່ມະນຸດຊາດຈະເຂົ້າສູ່. ໃນຖານະທີ່ເປັນສິ່ງຖືກສ້າງ ມະນຸດຄວນປະຕິບັດໜ້າທີ່ຂອງສິ່ງຖືກສ້າງ: ມະນຸດຄວນຕິດຕາມພຣະເຈົ້າໃນທຸກສິ່ງທີ່ພຣະອົງປະຕິບັດ; ພວກເຈົ້າຄວນດຳເນີນການໃນຫົນທາງໃດກໍຕາມທີ່ເຮົາບອກກັບພວກເຈົ້າ. ເຈົ້າບໍ່ມີທາງຈັດການສິ່ງຕ່າງໆສຳລັບຕົວເຈົ້າເອງໄດ້ ແລະ ເຈົ້າບໍ່ມີຄວາມລຶກລັບເໜືອຕົວເຈົ້າເອງໄດ້; ທຸກສິ່ງຕ້ອງປະໄວ້ທີ່ການຈັດແຈງຂອງພຣະເຈົ້າ ແລະ ທຸກສິ່ງແມ່ນຖືກກຳໄວ້ຢູ່ພາຍໃນມືຂອງພຣະອົງ. ຖ້າພາລະກິດຂອງພຣະເຈົ້າໄດ້ຈັດກຽມແກ່ມະນຸດດ້ວຍຈຸດຈົບ, ຈຸດໝາຍປາຍທາງທີ່ມະຫັດສະຈັນໄວ້ລ່ວງໜ້າ ແລະ ຖ້າພຣະເຈົ້ານໍາໃຊ້ສິ່ງນີ້ເພື່ອລໍ້ໃຈມະນຸດ ແລະ ເຮັດໃຫ້ມະນຸດຕິດຕາມພຣະອົງ ນັ້ນກໍຄື ຖ້າພຣະອົງສ້າງຂໍ້ສັນຍາກັບມະນຸດ ແລ້ວສິ່ງນີ້ຈະບໍ່ແມ່ນການເອົາຊະນະ ຫຼື ມັນບໍ່ແມ່ນເພື່ອປະຕິບັດພາລະກິດໃນຊີວິດຂອງມະນຸດ. ຖ້າພຣະເຈົ້າຕ້ອງໃຊ້ຈຸດຈົບຂອງມະນຸດເພື່ອຄວບຄຸມມະນຸດ ແລະ ຮັບເອົາຫົວໃຈຂອງເຂົາ, ແລ້ວໃນເລື່ອງນີ້ ພຣະອົງຈະບໍ່ໄດ້ເຮັດໃຫ້ມະນຸດສົມບູນ ຫຼື ພຣະອົງຈະບໍ່ສາມາດຮັບເອົາມະນຸດ, ແຕ່ກົງກັນຂ້າມ ພຣະອົງຈະໃຊ້ຈຸດໝາຍປາຍທາງເພື່ອຄວບຄຸມເຂົາ. ມະນຸດບໍ່ສົນໃຈໃນສິ່ງໃດນອກຈາກຈຸດຈົບໃນອະນາຄົດ, ຈຸດໝາຍປາຍທາງສຸດທ້າຍ ແລະ ບໍ່ວ່າຈະມີສິ່ງດີໆໃຫ້ຄາດຫວັງ ຫຼື ບໍ່. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນລະຫວ່າງພາລະກິດແຫ່ງການເອົາຊະນະ ແລະ ຖ້າກ່ອນໜ້າການເອົາຊະນະມະນຸດ, ເຂົາໄດ້ຮັບຈຸດໝາຍປາຍທາງທີ່ເໝາະສົມໃຫ້ສະແຫວງຫາ ແລ້ວການເອົາຊະນະມະນຸດຈະບໍ່ພຽງແຕ່ບໍ່ບັນລຸຜົນຂອງມັນເທົ່ານັ້ນ, ແຕ່ຜົນໄດ້ຮັບຂອງພາລະກິດແຫ່ງການເອົາຊະນະກໍຍັງຈະໄດ້ຮັບອິດທິພົນອີກດ້ວຍ. ນັ້ນໝາຍຄວາມວ່າ ພາລະກິດແຫ່ງການເອົາຊະນະບັນລຸຜົນຂອງມັນໂດຍການເອົາໂຊກຊະຕາອອກໄປ ແລະ ຄວາມຄາດຫວັງຂອງມະນຸດ ແລະ ການພິພາກສາ ແລະ ການຂ້ຽນຕີອຸປະນິໄສທີ່ກະບົດຂອງມະນຸດ. ມັນບໍ່ໄດ້ບັນລຸໂດຍການເຮັດຂໍ້ສັນຍາກັບມະນຸດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 440](https://lo.kingdomsalvation.org/recital-entry-into-life-440.html) - ເມື່ອພວກເຈົ້າທົນທຸກກັບຂໍ້ຈຳກັດ ຫຼື ຄວາມລໍາບາກເລັກນ້ອຍ, ມັນກໍດີສຳລັບພວກເຈົ້າ; ຖ້າພວກເຈົ້າໄດ້ຮັບຄວາມສະບາຍ ພວກເຈົ້າກໍຈະຖືກທຳລາຍ ແລະ ແລ້ວພວກເຈົ້າຈະສາມາດຖືກປົກປ້ອງໄດ້ແນວໃດ? ໃນປັດຈຸບັນ, ມັນເປັນຍ້ອນພວກເຈົ້າຖືກຂ້ຽນຕີ, ພິພາກສາ ແລະ ສາບແຊ່ງ, ພວກເຈົ້າຈຶ່ງໄດ້ຮັບການປົກປ້ອງ. ມັນເປັນຍ້ອນພວກເຈົ້າໄດ້ທົນທຸກຫຼາຍຢ່າງ, ພວກເຈົ້າຈຶ່ງຖືກປົກປ້ອງ. ຖ້າບໍ່ດັ່ງນັ້ນ, ພວກເຈົ້າກໍຄົງຈະຕົກລົງສູ່ຄວາມເສື່ອມຊາມຕັ້ງແຕ່ດົນແລ້ວ. ນີ້ບໍ່ແມ່ນເຈດຕະນາສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຈົ້າ, ທຳມະຊາດຂອງມະນຸດແມ່ນປ່ຽນແປງໄດ້ຍາກ ແລະ ມັນຕ້ອງເຮັດແບບນີ້ເພື່ອເຮັດໃຫ້ອຸປະນິໄສຂອງພວກເຂົາປ່ຽນແປງ. ໃນປັດຈຸບັນ, ພວກເຈົ້າບໍ່ມີແມ່ນແຕ່ຈິດສຳນຶກ ຫຼື ຄວາມສຳນຶກທີ່ໂປໂລມີ ຫຼື ພວກເຈົ້າບໍ່ມີແມ່ນແຕ່ການຮູ້ຈັກຕົນເອງຂອງເພິ່ນ. ພວກເຈົ້າຕ້ອງຖືກກົດດັນຢູ່ສະເໝີ ແລະ ພວກເຈົ້າຕ້ອງຖືກຂ້ຽນຕີ ແລະ ພິພາກສາຢູ່ສະເໝີເພື່ອປຸກວິນຍານຂອງພວກເຈົ້າ. ການຂ້ຽນຕີ ແລະ ການພິພາກສາແມ່ນສິ່ງທີ່ດີທີ່ສຸດສຳລັບຊີວິດຂອງພວກເຈົ້າ. ແລ້ວເມື່ອຈຳເປັນ, ພວກເຈົ້າກໍຍັງຕ້ອງໄດ້ຮັບການຂ້ຽນຕີແຫ່ງຄວາມຈິງອີກດ້ວຍ; ມີພຽງເມື່ອນັ້ນ ພວກເຈົ້າຈຶ່ງຈະຍອມຢ່າງສົມບູນ. ທຳມະຊາດຂອງພວກເຈົ້າເປັນແບບຄືກັບວ່າ ຖ້າບໍ່ມີການຂ້ຽນຕີ ແລະ ການສາບແຊ່ງ, ພວກເຈົ້າຈະບໍ່ເຕັມໃຈກົ້ມຫົວຂອງພວກເຈົ້າ, ບໍ່ເຕັມໃຈທີ່ຈະຍອມຮັບ. ຫາກບໍ່ມີຄວາມຈິງຢູ່ຕໍ່ຕາຂອງພວກເຈົ້າ, ມັນກໍຈະບໍ່ມີຜົນຫຍັງ. ພວກເຈົ້າມີລັກສະນະທີ່ຕໍ່າຕ້ອຍ ແລະ ໄຮ້ຄ່າເກີນໄປ! ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາ, ມັນກໍຈະຍາກສຳລັບພວກເຈົ້າທີ່ຈະຖືກເອົາຊະນະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 430](https://lo.kingdomsalvation.org/recital-entry-into-life-430.html) - ພຣະເຈົ້າບໍ່ໄດ້ຕ້ອງການໃຫ້ຜູ້ຄົນມີ ພຽງແຕ່ຄວາມສາມາດໃນການເວົ້າກ່ຽວກັບ ຄວາມເປັນຈິງ. ນັ້ນຈະງ່າຍເກີນໄປ ບໍ່ແມ່ນບໍ? ແລ້ວເປັນຫຍັງພຣະເຈົ້າຈຶ່ງເວົ້າກ່ຽວກັບການເຂົ້າສູ່ຊີວິດ? ເປັນຫຍັງພຣະອົງຈຶ່ງເວົ້າກ່ຽວກັບການປ່ຽນແປງ? ຖ້າຜູ້ຄົນພຽງແຕ່ສາມາດເວົ້າປາກເປົ່າກ່ຽວກັບຄວາມເປັນຈິງ ແລ້ວພວກເຂົາສາມາດປ່ຽນແປງອຸປະນິໄສຂອງພວກເຂົາໄດ້ບໍ? ທະຫານທີ່ດີຂອງອານາຈັກ ບໍ່ໄດ້ຖືກເຝິກໃຫ້ເປັນກຸ່ມຄົນທີ່ສາມາດພຽງແຕ່ເວົ້າກ່ຽວກັບຄວາມເປັນຈິງ ຫຼື ເປັນຄົນທີ່ໂອ້ອວດເທົ່ານັ້ນ ແຕ່ກົງກັນຂ້າມ ພວກເຂົາຖືກເຝິກໃຫ້ດໍາລົງຊີວິດຕາມພຣະທໍາຂອງພຣະເຈົ້າຕະຫຼອດເວລາ, ເປັນຜູ້ເດັດດ່ຽວ ບໍ່ວ່າພວກເຂົາຈະພົບກັບຄວາມລົ້ມເຫຼວ ແລະ ດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າຕະຫຼອດເວລາ ແລະ ບໍ່ກັບຄືນໄປສູ່ຝ່າຍໂລກ. ນີ້ແມ່ນຄວາມເປັນຈິງທີ່ພຣະເຈົ້າກ່າວເຖິງ ແລະ ນີ້ແມ່ນຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດ. ດັ່ງນັ້ນ, ຢ່າເບິ່ງຄວາມເປັນຈິງທີ່ພຣະເຈົ້າກ່າວເປັນສິ່ງທີ່ທໍາມະດາເກີນໄປ. ການມີພຽງແຕ່ແສງສະຫວ່າງຂອງພຣະວິນຍານບໍລິສຸດ ບໍ່ໄດ້ເທົ່າກັບການມີຄວາມເປັນຈິງ: ນີ້ບໍ່ແມ່ນວຸດທິພາວະຂອງມະນຸດ ແຕ່ເປັນພຣະຄຸນຂອງພຣະເຈົ້າ ເຊິ່ງມະນຸດບໍ່ໄດ້ປະກອບສ່ວນຫຍັງເລີຍ. ມະນຸດແຕ່ລະຄົນຕ້ອງທົນທຸກແບບເປໂຕ ແລະ ຍິ່ງໄປກວ່ານັ້ນ ກໍຕ້ອງມີສະຫງ່າລາສີຂອງເປໂຕ ເຊິ່ງພວກເຂົາຕ້ອງດໍາລົງຊີວິດຕາມຫຼັງຈາກທີ່ພວກເຂົາໄດ້ຮັບພາລະກິດຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດເອີ້ນວ່າ ຄວາມເປັນຈິງ. ຢ່າຄິດວ່າ ເຈົ້າມີຄວາມເປັນຈິງ ຍ້ອນເຈົ້າສາມາດເວົ້າກ່ຽວກັບຄວາມເປັນຈິງ. ນີ້ແມ່ນຄວາມຄິດທີ່ຜິດ. ຄວາມຄິດດັ່ງກ່າວບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ບໍ່ມີຄວາມໝາຍທີ່ແທ້ຈິງ. ຈົ່ງຢ່າເວົ້າສິ່ງດັ່ງກ່າວໃນອະນາຄົດ. ຈົ່ງຢຸດການເວົ້າແບບນັ້ນ! ທຸກຄົນທີ່ມີຄວາມເຂົ້າໃຈຜິດກ່ຽວກັບພຣະທໍາຂອງພຣະເຈົ້າຄືຜູ້ທີ່ບໍ່ມີຄວາມເຊື່ອ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງ ແລະ ແຮງໄກທີ່ຈະມີວຸດທິພາວະທີ່ແທ້ຈິງ; ພວກເຂົາແມ່ນຄົນໂງ່ທີ່ປາສະຈາກຄວາມເປັນຈິງ. ເວົ້າອີກຢ່າງກໍຄື ທຸກຄົນທີ່ດໍາລົງຊີວິດຢູ່ນອກແກ່ນສານຂອງພຣະທໍາຂອງພຣະເຈົ້າ ແມ່ນຜູ້ທີ່ບໍ່ມີຄວາມເຊື່ອ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 429](https://lo.kingdomsalvation.org/recital-entry-into-life-429.html) - ການເຊີດຊູພຣະທໍາຂອງພຣະເຈົ້າ ແລະ ການທີ່ສາມາດອະທິບາຍພຣະທໍາເຫຼົ່ານັ້ນຢ່າງເປີດເຜີຍບໍ່ໄດ້ໝາຍຄວາມວ່າ ເຈົ້າມີຄວາມເປັນຈິງ. ມັນບໍ່ງ່າຍຄືດັ່ງທີ່ເຈົ້າຈິນຕະນາການໄວ້. ເຈົ້າຈະມີຄວາມເປັນຈິງ ຫຼື ບໍ່ມີຄວາມເປັນຈິງ ບໍ່ໄດ້ອີງຕາມສິ່ງທີ່ເຈົ້າເວົ້າ; ແຕ່ກົງກັນຂ້າມ ແມ່ນອີງຕາມສິ່ງທີ່ເຈົ້າດໍາລົງຊີວິດຕາມ. ເມື່ອພຣະທໍາຂອງພຣະເຈົ້າກາຍເປັນຊີວິດຂອງເຈົ້າ ແລະ ກາຍເປັນຖ້ອຍຄຳທີ່ສະແດງອອກແບບທໍາມະຊາດຂອງເຈົ້າ ນັ້ນສາມາດເວົ້າໄດ້ວ່າ ເຈົ້າມີຄວາມເປັນຈິງ ແລະ ພຽງເມື່ອນັ້ນເຈົ້າຈຶ່ງສາມາດຖືວ່າໄດ້ຮັບຄວາມເຂົ້າໃຈ ແລະ ໄດ້ຮັບວຸດທິພາວະທີ່ແທ້ຈິງ. ເຈົ້າຕ້ອງສາມາດທົນຕໍ່ການກວດສອບໄລຍະຍາວ ແລະ ເຈົ້າຕ້ອງສາມາດດໍາລົງຊີວິດຕາມລັກສະນະຂອງຄວາມຕ້ອງການຂອງພຣະເຈົ້າ. ນີ້ຕ້ອງບໍ່ແມ່ນພຽງແຕ່ການທໍາທ່າເຮັດ ແຕ່ມັນຕ້ອງໄຫຼອອກມາຈາກເຈົ້າຢ່າງເປັນທໍາມະຊາດ. ພຽງເມື່ອນັ້ນ ເຈົ້າຈຶ່ງຈະມີຄວາມເປັນຈິງຢ່າງແທ້ຈິງ ແລະ ພຽງເມື່ອນັ້ນ ເຈົ້າຈຶ່ງຈະໄດ້ຮັບຊີວິດ. ເຮົາຂໍຍົກການທົດລອງຂອງຜູ້ບໍລິການທີ່ທຸກຄົນຄຸ້ນເຄີຍມາເປັນຕົວຢ່າງ. ໃຜກໍສາມາດອະທິບາຍກ່ຽວກັບທິດສະດີທີ່ສູງສົ່ງກ່ຽວກັບຜູ້ບໍລິການໄດ້; ທຸກຄົນແມ່ນມີລະດັບຄວາມເຂົ້າໃຈທີ່ເໝາະສົມກ່ຽວກັບເລື່ອງດັ່ງກ່າວນີ້; ພວກເຂົາບັນຍາຍກ່ຽວກັບມັນ ແລະ ແຕ່ລະຄໍາບັນຍາຍກໍເລີດເກີນກວ່າຄໍາບັນຍາຍທີ່ຜ່ານມາ ຄືກັບວ່າ ນີ້ແມ່ນການແຂ່ງຂັນ. ຢ່າງໃດກໍຕາມ, ຖ້າມະນຸດບໍ່ໄດ້ຜ່ານການທົດລອງທີ່ສໍາຄັນນີ້ ມັນກໍຍາກທີ່ຈະເວົ້າວ່າ ເຂົາມີຄໍາພະຍານທີ່ດີ. ສະຫຼຸບກໍຄື ການດໍາລົງຊີວິດຕາມຂອງມະນຸດແມ່ນຍັງຂາດເຂີນຫຼາຍ ແລະ ມັນບໍ່ສອດຄ່ອງກັບຄວາມເຂົ້າໃຈຂອງເຂົາເລີຍ. ດັ່ງນັ້ນ, ມັນຈຶ່ງຍັງບໍ່ໄດ້ກາຍເປັນວຸດທິພາວະທີ່ແທ້ຈິງຂອງມະນຸດ ແລະ ມັນກໍຍັງບໍ່ແມ່ນຊີວິດຂອງມະນຸດ. ຍ້ອນວ່າ ຄວາມເຂົ້າໃຈຂອງມະນຸດບໍ່ໄດ້ຖືກນໍາເຂົ້າສູ່ຄວາມເປັນຈິງ, ວຸດທິພາວະຂອງເຂົາແມ່ນຍັງຄ້າຍຄືກັບຫໍຜາສາດທີ່ຖືກສ້າງຂຶ້ນຢູ່ເທິງດິນຊາຍ, ໄກວໄປມາ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 418](https://lo.kingdomsalvation.org/recital-entry-into-life-418.html) - ຄວາມຮູ້ພື້ນຖານທີ່ສຸດກ່ຽວກັບຄຳອະທິຖານ: 1. ຢ່າຫຼັບຫູຫຼັບຕາເວົ້າແມ່ນຫຍັງກໍ່ຕາມທີ່ອອກມາຈາກແນວຄິດ. ມັນຕ້ອງມີພາລະໃນຫົວໃຈຂອງເຈົ້າ ນັ້ນກໍ່ຄື ເຈົ້າຕ້ອງມີຈຸດປະສົງເມື່ອເຈົ້າອະທິຖານ. 2. ຄຳອະທິຖານຂອງເຈົ້າຕ້ອງປະກອບດ້ວຍພຣະທໍາຂອງພຣະເຈົ້າ; ມັນຕ້ອງຕັ້ງຢູ່ບົນພຣະທໍາຂອງພຣະເຈົ້າ. 3. ເມື່ອກຳລັງອະທິຖານ, ເຈົ້າບໍ່ຕ້ອງທົບທວນບັນຫາທີ່ຫຼ້າສະໄໝແລ້ວ. ຄຳອະທິຖານຂອງເຈົ້າຄວນກ່ຽວຂ້ອງກັບພຣະທໍາໃນປັດຈຸບັນຂອງພຣະເຈົ້າ ແລະ ເມື່ອເຈົ້າອະທິຖານ, ໃຫ້ບອກພຣະເຈົ້າກ່ຽວກັບຄວາມຄິດທີ່ຢູ່ຂ້າງໃນສຸດຂອງເຈົ້າ. 4. ການອະທິຖານເປັນກຸ່ມຕ້ອງກ່ຽວກັບຈຸດສູນກາງ ເຊິ່ງຈຳເປັນຕ້ອງແມ່ນພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ. 5. ທຸກຄົນຕ້ອງຮຽນຮູ້ຄຳອະທິຖານເພື່ອຜູ້ອື່ນ. ນີ້ຍັງເປັນວິທີທີ່ຈະສະແດງຄວາມຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ຊີວິດຄຳອະທິຖານຂອງຄົນໆໜຶ່ງແມ່ນອີງໃສ່ການເຂົ້າໃຈຄວາມໝາຍຂອງຄຳອະທິຖານ ແລະ ຄວາມຮູ້ພື້ນຖານຂອງຄຳອະທິຖານ. ໃນຊີວິດປະຈຳວັນ, ໃຫ້ອະທິຖານຢູ່ເລື້ອຍໆສຳລັບຂໍ້ບົກຜ່ອງຂອງເຈົ້າເອງ, ອະທິຖານເພື່ອກໍ່ໃຫ້ເກີດການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າ ແລະ ອະທິຖານບົນພື້ນຖານຄວາມຮູ້ຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າ. ແຕ່ລະຄົນຄວນສ້າງຕັ້ງຊີວິດແຫ່ງຄຳອະທິຖານຂອງພວກເຂົາເອງ, ພວກເຂົາຄວນອະທິຖານເພື່ອເຫັນແກ່ການຮູ້ຈັກພຣະທຳຂອງພຣະເຈົ້າ ແລະ ພວກເຂົາຄວນອະທິຖານເພື່ອສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ. ເປີດເຜີຍສະຖານະການສ່ວນຕົວຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ເຮັດຕົວໃຫ້ເປັນຈິງໂດຍບໍ່ວິຕົກກັງວົນກ່ຽວກັບວິທີການທີ່ເຈົ້າອະທິຖານ ແລະ ບັນຫາຫຼັກກໍ່ຄືເພື່ອບັນລຸຄວາມເຂົ້າໃຈທີ່ແທ້ຈິງ ແລະ ເພື່ອຮັບເອົາປະສົບການຕົວຈິງກ່ຽວກັບພຣະທຳຂອງພຣະເຈົ້າ. ຄົນທີ່ສະແຫວງຫາເພື່ອເຂົ້າສູ່ຊີວິດຝ່າຍວິນຍານຕ້ອງສາມາດອະທິຖານໃນຫຼາຍວິທີທີ່ແຕກຕ່າງກັນ. ການອະທິຖານງຽບໆ, ການຄຸ່ນຄິດຕາມພຣະທຳຂອງພຣະເຈົ້າ, ການມາຮູ້ຈັກພາລະກິດຂອງພຣະເຈົ້າ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຕົວຢ່າງຂອງພາລະກິດແຫ່ງການສົນທະນາຝ່າຍວິນຍານທີ່ມີເປົ້າໝາຍເພື່ອເຫັນແກ່ການບັນລຸທາງເຂົ້າສູ່ຊີວິດຝ່າຍວິນຍານທີ່ເປັນປົກກະຕິ ເຊິ່ງປັບປຸງສະພາວະຂອງຄົນໆໜຶ່ງທີ່ຢູ່ຕໍ່ໜ້າພຣະເຈົ້າ ແລະ ຍິ່ງຜັກດັນໃຫ້ຄົນໆໜຶ່ງກ້າວໜ້າຫຼາຍຂຶ້ນໃນຊີວິດ. ເວົ້າສັ້ນໆກໍ່ຄື ທຸກສິ່ງທີ່ເຈົ້າເຮັດ ບໍ່ວ່າມັນຈະເປັນການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 417](https://lo.kingdomsalvation.org/recital-entry-into-life-417.html) - ເຮົາຈະເຂົ້າສູ່ຄຳອະທິຖານທີ່ແທ້ຈິງແນວໃດ? ເມື່ອກຳລັງອະທິຖານ, ເຈົ້າຕ້ອງມີຫົວໃຈທີ່ສະຫງົບງຽບຕໍ່ໜ້າພຣະເຈົ້າ ແລະ ເຈົ້າຕ້ອງມີຫົວໃຈທີ່ຈິງໃຈ. ເຈົ້າກຳລັງສື່ສານ ແລະ ອະທິຖານກັບພຣະເຈົ້າຢ່າງແທ້ຈິງ, ເຈົ້າຕ້ອງບໍ່ພະຍາຍາມຊັກຈູງພຣະເຈົ້າດ້ວຍຄໍາເວົ້າທີ່ຈົບງາມ. ຄໍາອະທິຖານຄວນສຸ່ມໃສ່ສິ່ງທີ່ພຣະເຈົ້າປາຖະໜາຈະບັນລຸຜົນໃນຕອນນີ້. ຂໍໃຫ້ພຣະເຈົ້າມອບຄວາມສະຫວ່າງ ແລະ ແສງເຍືອງທາງທີ່ຍິ່ງໃຫຍ່ໃຫ້ແກ່ເຈົ້າ, ນໍາເອົາສະພາວະຕົວຈິງຂອງເຈົ້າ ແລະ ບັນຫາຂອງເຈົ້າມາຢູ່ຕໍ່ໜ້າຂອງພຣະອົງ ເມື່ອເຈົ້າອະທິຖານ ເຊິ່ງລວມເຖິງຄວາມຕັ້ງໃຈທີ່ເຈົ້າມີຕໍ່ໜ້າພຣະເຈົ້າ. ຄຳອະທິຖານບໍ່ໄດ້ກ່ຽວຂ້ອງກັບການປະຕິບັດຕາມຂະບວນການ; ມັນກ່ຽວກັບການສະແຫວງຫາພຣະເຈົ້າດ້ວຍຫົວໃຈທີ່ຈິງໃຈ. ຂໍພຣະເຈົ້າປົກປ້ອງຫົວໃຈຂອງເຈົ້າ, ເພື່ອວ່າຫົວໃຈຂອງເຈົ້າອາດສະຫງົບລົງຕໍ່ໜ້າພຣະອົງຢູ່ເລື້ອຍໆ; ເພື່ອວ່າໃນສະພາບແວດລ້ອມທີ່ພຣະອົງໄດ້ຈັດວາງເຈົ້າ, ເຈົ້າຈະຮູ້ຈັກຕົນເອງ, ກຽດຊັງຕົນເອງ ແລະ ກະບົດຕໍ່ຕົນເອງ ແລ້ວປ່ອຍໃຫ້ເຈົ້າມີຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ ແລະ ກາຍມາເປັນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ແມ່ນຫຍັງຄືຄວາມໝາຍຂອງຄຳອະທິຖານ? ຄຳອະທິຖານແມ່ນໜຶ່ງໃນວິທີທີ່ມະນຸດຮ່ວມມືກັບພຣະເຈົ້າ, ມັນເປັນວິທີການທີ່ມະນຸດເອີ້ນຫາພຣະເຈົ້າ ແລະ ມັນເປັນຂະບວນການທີີ່ມະນຸດຖືກດົນບັນດານໂດຍພຣະວິນຍານຂອງພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ຄົນທີ່ບໍ່ມີຄຳອະທິຖານແມ່ນຄົນຕາຍທີ່ບໍ່ມີຈິດວິນຍານ ເຊິ່ງພິສູດວ່າພວກເຂົາຂາດຄວາມສາມາດທີ່ຈະຖືກດົນບັນດານໂດຍພຣະເຈົ້າ. ຖ້າບໍ່ມີຄຳອະທິຖານ, ມັນຈະເປັນໄປບໍ່ໄດ້ທີ່ຈະມີຊີວິດຝ່າຍວິນຍານທີ່ປົກກະຕິ, ແຮງໄກທີ່ຕາມທັນພາລະກິດຂອງພຣະວິນຍານບໍລິສຸດ. ການທີ່ມີຊີວິດຢູ່ໂດຍບໍ່ມີຄຳອະທິຖານຄືການທຳລາຍຄວາມສຳພັນຂອງຄົນໆໜຶ່ງກັບພຣະເຈົ້າ ແລະ ມັນຈະເປັນໄປບໍ່ໄດ້ທີ່ຈະໄດ້ຮັບຄຳຍົກຍ້ອງຈາກພຣະເຈົ້າ. ໃນຖານະຜູ້ເຊື່ອໃນພຣະເຈົ້າ, ຍິ່ງຄົນໆໜຶ່ງອະທິຖານຫຼາຍສໍ່າໃດ ນັ້ນກໍ່ຄື ຍິ່ງຄົນໆໜຶ່ງຖືກດົນບັນດານໂດຍພຣະເຈົ້າຫຼາຍສໍ່າໃດ, ຄົນໆນັ້ນກໍ່ຍິ່ງເຕັມໄປດ້ວຍຄວາມຕັ້ງໃຈຫຼາຍສໍ່ານັ້ນ ແລະ ຄົນໆນັ້ນກໍ່ຍິ່ງສາມາດຮັບເອົາແສງສະຫວ່າງໃໝ່ສຸດຈາກພຣະເຈົ້າໄດ້ດີຍິ່ງຂຶ້ນສໍ່ານັ້ນ. ຜົນຕາມມາກໍ່ຄື ມີພຽງຄົນປະເພດນີ້ເທົ່ານັ້ນສາມາດຖືກເຮັດໃຫ້ສົມບູນໂດຍພຣະວິນຍານບໍລິສຸດໄດ້ໄວຫຼາຍຂຶ້ນເທົ່າທີ່ຈະໄວໄດ້. ຄຳອະທິຖານມຸ່ງໝາຍທີ່ຈະຮັບຜົນຫຍັງ? ຜູ້ຄົນອາດສາມາດປະຕິບັດການອະທິຖານ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 416](https://lo.kingdomsalvation.org/recital-entry-into-life-416.html) - ພວກເຈົ້າບໍ່ໃຫ້ຄວາມສຳຄັນກ່ຽວກັບຄຳອະທິຖານໃນຊີວິດປະຈຳວັນຂອງພວກເຈົ້າ. ມະນຸດເມິນເສີຍເລື່ອງຄຳອະທິຖານ. ຄຳອະທິຖານເຄີຍເຮັດພໍເປັນພິທີ ໂດຍທີ່ມະນຸດພຽງແຕ່ທຳທ່າເຮັດຕໍ່ໜ້າພຣະເຈົ້າ. ບໍ່ມີມະນຸດຄົນໃດເຄີຍຖວາຍຫົວໃຈຂອງເຂົາຕໍ່ໜ້າພຣະເຈົ້າຢ່າງສົມບູນ ແລະ ມີສ່ວນຮ່ວມໃນການອະທິຖານກັບພຣະເຈົ້າຢ່າງແທ້ຈິງ. ມະນຸດພຽງແຕ່ອະທິຖານຫາພຣະເຈົ້າເມື່ອເກີດບັນຫາຂຶ້ນເທົ່ານັ້ນ. ຕະຫຼອດເວລານີ້, ເຈົ້າເຄີຍອະທິຖານຫາພຣະເຈົ້າຢ່າງແທ້ຈິງບໍ? ເຄີຍມີເວລາທີ່ເຈົ້າຮ້ອງໄຫ້ດ້ວຍນໍ້າຕາແຫ່ງຄວາມເຈັບປວດຕໍ່ໜ້າພຣະເຈົ້າບໍ? ເຄີຍມີເວລາທີ່ເຈົ້າມາຮູ້ຈັກຕົນເອງຕໍ່ໜ້າພຣະອົງບໍ? ເຈົ້າເຄີຍອະທິຖານຫາພຣະເຈົ້າຢ່າງເປີດໃຈບໍ? ຄຳອະທິຖານເກີດຂຶ້ນຜ່ານການປະຕິບັດ: ຖ້າເຈົ້າບໍ່ອະທິຖານຢູ່ເຮືອນເປັນປົກກະຕິ, ແລ້ວເຈົ້າກໍ່ຈະບໍ່ມີທາງອະທິຖານໃນຄຣິດຕະຈັກ ແລະ ຖ້າເຈົ້າບໍ່ອະທິຖານເປັນປົກກະຕິໃນການເຕົ້າໂຮມຂະໜາດນ້ອຍ, ແລ້ວເຈົ້າກໍ່ຈະບໍ່ສາມາດອະທິຖານໃນການເຕົ້າໂຮມຂະໜາດໃຫຍ່ໄດ້. ຖ້າເຈົ້າບໍ່ຍັບເຂົ້າໃກ້ພຣະເຈົ້າເປັນປົກກະຕິ ຫຼື ຮຳພຶງເຖິງພຣະທໍາຂອງພຣະເຈົ້າ, ແລ້ວເຈົ້າກໍ່ຈະບໍ່ມີຫຍັງໃຫ້ເວົ້າເຖິງ ເມື່ອມັນຮອດເວລາອະທິຖານ ແລະ ເຖິງແມ່ນວ່າຖ້າເຈົ້າອະທິຖານ, ເຈົ້າກໍ່ຈະພຽງແຕ່ອະທິຖານແຕ່ປາກ; ມັນຈະບໍ່ແມ່ນຄຳອະທິຖານທີ່ແທ້ຈິງ. ຄຳອະທິຖານທີ່ແທ້ຈິງແມ່ນຫຍັງ? ມັນເປັນການບອກພຣະເຈົ້າກ່ຽວກັບສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ, ສື່ໂອ້ລົມກັບພຣະເຈົ້າເມື່ອເຈົ້າເຂົ້າໃຈເຈດຕະນາຂອງພຣະອົງ, ສື່ໂອ້ລົມກັບພຣະເຈົ້າຜ່ານພຣະທຳຂອງພຣະອົງ, ຮູ້ສຶກໃກ້ຊິດກັບພຣະເຈົ້າເປັນພິເສດ, ຮູ້ສຶກວ່າພຣະອົງຢູ່ທີ່ນັ້ນຕໍ່ໜ້າເຈົ້າ ແລະ ເຊື່ອວ່າເຈົ້າມີບາງສິ່ງໃຫ້ເວົ້າກັບພຣະອົງ. ຫົວໃຈຂອງເຈົ້າຮູ້ສຶກຄືວ່າເຕັມໄປດ້ວຍແສງສະຫວ່າງ ແລະ ເຈົ້າຮູ້ສຶກວ່າພຣະເຈົ້າເປັນຕາຮັກຫຼາຍສໍ່າໃດ. ເຈົ້າຮູ້ສຶກມີແຮງດົນບັນດານໃຈເປັນພິເສດ ແລະ ການຮັບຟັງເຈົ້າໄດ້ນໍາຄວາມພໍໃຈມາສູ່ອ້າຍເອື້ອຍນ້ອງຂອງເຈົ້າ. ພວກເຂົາຈະຮູ້ສຶກວ່າຄໍາເວົ້າທີ່ເຈົ້າກ່າວແມ່ນຄຳເວົ້າທີ່ຢູ່ພາຍໃນຫົວໃຈຂອງພວກເຂົາ, ຄຳເວົ້າທີ່ພວກເຂົາປາຖະໜາຈະເວົ້າ, ຄືກັບວ່າຄຳເວົ້າຂອງເຈົ້າເປັນຄຳເວົ້າແທນພວກເຂົາເອງ. ນີ້ຄືຄວາມໝາຍຂອງຄຳອະທິຖານທີ່ແທ້ຈິງ. ຫຼັງຈາກທີ່ເຈົ້າມີສ່ວນຮ່ວມໃນການອະທິຖານຢ່າງແທ້ຈິງ, ຫົວໃຈຂອງເຈົ້າກໍ່ຈະສະຫງົບສຸກ ແລະ ຈະຮູ້ຈັກຄວາມພໍໃຈ. ພາລະກຳລັງທີ່ຈະຮັກພຣະເຈົ້າແມ່ນສາມາດເກີດຂຶ້ນ ແລະ ເຈົ້າຈະຮູ້ສຶກວ່າບໍ່ມີສິ່ງໃດທີ່ຈະມີຄ່າ ຫຼື ມີຄວາມໝາຍໃນຊີວິດຫຼາຍກວ່າການຮັກພຣະເຈົ້າ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 411](https://lo.kingdomsalvation.org/recital-entry-into-life-411.html) - ຫຼັງຈາກທີ່ໄດ້ອ່ານສິ່ງນີ້, ຖ້າເຈົ້າພຽງແຕ່ຍອມຮັບຄຳເວົ້າເຫຼົ່ານີ້, ແຕ່ຫົວໃຈຂອງເຈົ້າຍັງບໍ່ຖືກດົນໃຈ ແລະ ເຈົ້າບໍ່ສະແຫວງຫາເພື່ອສ້າງຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ, ມັນກໍພິສູດໃຫ້ເຫັນວ່າເຈົ້າບໍ່ໄດ້ໃຫ້ຄວາມສຳຄັນຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າ, ມັນພິສູດວ່າມຸມມອງຂອງເຈົ້າຍັງບໍ່ຖືກຕ້ອງເທື່ອ, ເຈດຕະນາຂອງເຈົ້າຍັງບໍ່ທັນຖືກຮັບເອົາໂດຍພຣະເຈົ້າ ແລະ ນໍາສະຫງ່າລາສີມາສູ່ພຣະອົງ, ແຕ່ກົງກັນຂ້າມ ແມ່ນເຮັດໃຫ້ແຜນການຂອງຊາຕານເພື່ອຮັບໄຊຊະນະ ແລະ ເພື່ອບັນລຸເປົ້າໝາຍຂອງເຈົ້າເອງ. ຄົນປະເພດນີ້ມີເຈດຕະນາ ແລະ ມຸມມອງທີ່ບໍ່ຖືກຕ້ອງ. ບໍ່ວ່າພຣະເຈົ້າໄດ້ເວົ້າສິ່ງໃດ ຫຼື ພຣະອົງເວົ້າແນວໃດ, ຜູ້ຄົນດັ່ງກ່າວກໍບໍ່ສົນໃຈ ແລະ ບໍ່ເຫັນມີການປ່ຽນແປງຫຍັງເລີຍ. ຫົວໃຈຂອງພວກເຂົາບໍ່ຮູ້ສຶກຢ້ານກົວຫຍັງ ແລະ ພວກເຂົາບໍ່ລະອາຍໃຈ. ຄົນປະເພດນີ້ແມ່ນຄົນທີ່ບໍ່ມີຈິດວິນຍານ ແລະ ຄົນໂງ່. ໃຫ້ອ່ານພຣະທໍາທຸກໆຂໍ້ຂອງພຣະເຈົ້າ ແລະ ນຳເອົາໄປປະຕິບັດຕາມໃຫ້ໄວຫຼັງຈາກທີ່ເຈົ້າເຂົ້າໃຈພວກມັນ. ບາງເທື່ອ, ມີເຫດການເມື່ອເນື້ອໜັງຂອງເຈົ້າອ່ອນແອ ຫຼື ເຈົ້າກະບົດ ຫຼື ເຈົ້າຕໍ່ຕ້ານ; ບໍ່ວ່າເຈົ້າໄດ້ປະພຶດແນວໃດກໍຕາມໃນອະດີດ, ມັນມີຜົນເລັກນ້ອຍ ແລະ ມັນບໍ່ສາມາດຂັດຂວາງຊີວິດຂອງເຈົ້າຈາກການເຕີບໃຫຍ່ໃນມື້ນີ້. ສະນັ້ນ ຕາບໃດທີ່ເຈົ້າສາມາດມີຄວາມສຳພັນປົກກະຕິກັບພຣະເຈົ້າໃນມື້ນີ້, ມັນກໍມີຄວາມຫວັງຢູ່. ຖ້າມີການປ່ຽນແປງໃນຕົວເຈົ້າທຸກເທື່ອທີ່ເຈົ້າອ່ານພຣະທຳຂອງພຣະເຈົ້າ ແລະ ຄົນອື່ນສາມາດບອກໄດ້ວ່າຊີວິດຂອງເຈົ້າມີການປ່ຽນແປງດີຂຶ້ນ, ມັນກໍສະແດງໃຫ້ເຫັນວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້າແມ່ນປົກກະຕິໃນຕອນນີ້, ມັນໄດ້ຖືກຕ້ອງແລ້ວ. ພຣະເຈົ້າບໍ່ໄດ້ປະຕິບັດກັບຜູ້ຄົນອີງຕາມການລະເມີດຂອງພວກເຂົາ. ຫຼັງຈາກທີ່ເຈົ້າເຂົ້າໃຈ ແລະ ຕື່ນຕົວ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 410](https://lo.kingdomsalvation.org/recital-entry-into-life-410.html) - ການເຊື່ອພຣະເຈົ້າຮຽກຮ້ອງໃຫ້ເຈົ້າວາງເຈດຕະນາ ແລະ ມຸມມອງຂອງເຈົ້າໃນລຳດັບທີ່ຖືກຕ້ອງ; ເຈົ້າຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ວິທີການປະຕິບັດທີ່ຖືກຕ້ອງ, ພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ, ສະພາບແວດລ້ອມທັງໝົດທີ່ພຣະເຈົ້າຈັດແຈງໃຫ້, ມະນຸດທີ່ພຣະເຈົ້າເປັນພະຍານໃຫ້ ແລະ ພຣະເຈົ້າອົງແທ້ຈິງ. ເຈົ້າຕ້ອງບໍ່ປະຕິບັດຕາມແນວຄິດຂອງເຈົ້າເອງ ຫຼື ສ້າງກົນອຸບາຍນ້ອຍໆຂອງເຈົ້າເອງ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າຕ້ອງສາມາດສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ພາລະກິດທັງໝົດຂອງພຣະເຈົ້າ ໃນຖານະທີ່ເຈົ້າເປັນສິ່ງຖືກສ້າງ. ຖ້າເຈົ້າປາຖະໜາທີ່ຈະສະແຫວງຫາການຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຂົ້າສູ່ເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງ, ແລ້ວຫົວໃຈຂອງເຈົ້າຕ້ອງດຳລົງຢູ່ຕໍ່ໜ້າພຣະເຈົ້າສະເໝີ. ຢ່າເຮັດຜິດສິນທໍາ, ຢ່າຕິດຕາມຊາຕານ, ຢ່າປ່ອຍໃຫ້ຊາຕານມີໂອກາດໃດໜຶ່ງທີ່ຈະປະຕິບັດພາລະກິດຂອງມັນ ແລະ ຢ່າປ່ອຍໃຫ້ຊາຕານໃຊ້ເຈົ້າ. ເຈົ້າຕ້ອງມອບຕົວເອງໃຫ້ພຣະເຈົ້າຢ່າງສົມບູນ ແລະ ປ່ອຍໃຫ້ພຣະເຈົ້າປົກຄອງເຈົ້າ. ເຈົ້າເຕັມໃຈທີ່ຈະເປັນຜູ້ຮັບໃຊ້ຂອງຊາຕານບໍ? ເຈົ້າເຕັມໃຈທີ່ຈະຖືກຊາຕານເອົາປຽບບໍ? ເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາພຣະເຈົ້າ ເພື່ອວ່າເຈົ້າຈະໄດ້ຖືກພຣະອົງເຮັດໃຫ້ສົມບູນແບບບໍ ຫຼື ເພື່ອວ່າເຈົ້າຈະກາຍເປັນຕົວປະກອບສຳລັບພາລະກິດຂອງພຣະເຈົ້າບໍ? ເຈົ້າເລືອກຊີວິດທີ່ມີຄວາມໝາຍທີ່ເຈົ້າຈະຖືກຮັບໂດຍພຣະເຈົ້າ ຫຼື ຊີວິດທີ່ບໍ່ມີຄ່າ ແລະ ວ່າງເປົ່າບໍ? ເຈົ້າເລືອກທີ່ຈະຖືກພຣະເຈົ້າໃຊ້ບໍ ຫຼື ຖືກຊາຕານເອົາປຽບ? ເຈົ້າເລືອກທີ່ຈະໃຫ້ພຣະທຳ ແລະ ຄວາມຈິງຂອງພຣະເຈົ້າເຕີມເຕັມໃນຕົວເຈົ້າ ຫຼື ປ່ອຍໃຫ້ຄວາມບາບ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 364](https://lo.kingdomsalvation.org/recital-exposing-mankind-s-corruption-364.html) - ປະຊາຊົນຂອງເຮົາທຸກຄົນທີ່ຮັບໃຊ້ຢູ່ຕໍ່ໜ້າເຮົາຄວນຄິດຄືນຫຼັງເຖິງອະດີດ: ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາແມ່ນມີຮອຍດ່າງຈາກຄວາມບໍ່ບໍລິສຸດບໍ? ຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດ ແລະ ດ້ວຍຄວາມເຕັມໃຈບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາແມ່ນແທ້ຈິງບໍ? ເຮົາມີຈັກຫ້ອງຢູ່ໃນຫົວໃຈຂອງພວກເຈົ້າ? ເຮົາໄດ້ເຕີມເຕັມຫົວໃຈຂອງພວກເຈົ້າທັງໝົດບໍ? ພຣະທໍາຂອງເຮົາໄດ້ບັນລຸຜົນພາຍໃນພວກເຈົ້າຫຼາຍສໍ່າໃດ? ຢ່າພະຍາຍາມຫຼອກລວງເຮົາ! ສິ່ງເຫຼົ່ານີ້ແມ່ນຊັດເຈນສໍາລັບເຮົາໝົດແລ້ວ! ປັດຈຸບັນ ໃນຂະນະທີ່ສຽງຂອງຄວາມລອດພົ້ນຂອງເຮົາໄດ້ດັງອອກ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນໄດ້ເພີ່ມຂຶ້ນບໍ? ມີສ່ວນໃດຂອງຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາໄດ້ມີຄວາມເລິກເຊິ່ງບໍ? ການສັນລະເສີນທີ່ມອບໃຫ້ໃນອະດີດໄດ້ປູພື້ນຖານຢ່າງໜາແໜ້ນໃຫ້ແກ່ຄວາມຮູ້ຂອງພວກເຈົ້າໃນປັດຈຸບັນບໍ? ພຣະວິນຍານຂອງເຮົາຄອບຄອງພາຍໃນພວກເຈົ້າຫຼາຍສໍ່າໃດ? ພາບລັກຂອງເຮົາມີຢູ່ພາຍໃນພວກເຈົ້າຈັກບ່ອນ? ພຣະວັດຈະນະຂອງເຮົາໄດ້ຕີຖືກຈຸດອ່ອນຂອງພວກເຈົ້າຢູ່ບໍ? ພວກເຈົ້າຮູ້ສຶກວ່າ ພວກເຈົ້າບໍ່ມີບ່ອນເຊື່ອງຄວາມອັບອາຍຂອງຕົວເອງແທ້ບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າບໍ່ມີຄຸນສົມບັດເປັນປະຊາຊົນຂອງເຮົາແທ້ບໍ? ຖ້າພວກເຈົ້າບໍ່ຕະໜັກເຖິງຄໍາຖາມຂ້າງເທິງເລີຍ, ແລ້ວນີ້ກໍສະແດງໃຫ້ເຫັນວ່າ ພວກເຈົ້າກໍາລັງຕຶກເບັດຢູ່ນໍ້າຂຸ່ນ, ພວກເຈົ້າພຽງມີຢູ່ເພື່ອເພີ່ມຈໍານວນຄົນເທົ່ານັ້ນ ແລະ ເມື່ອເຖິງເວລາທີ່ເຮົາກໍານົດລ່ວງໜ້າ ພວກເຈົ້າກໍຈະຖືກກໍາຈັດ ແລະ ຖືກຖິ້ມລົງໃນຂຸມເລິກທີ່ສຸດເປັນຄັ້ງທີ່ສອງຢ່າງແນ່ນອນ. ສິ່ງເຫຼົ່ານີ້ແມ່ນພຣະທໍາແຫ່ງການຕັກເຕືອນຂອງເຮົາ ແລະ ຜູ້ໃດທີ່ຖືເບົາກັບພຣະທໍາເຫຼົ່ານີ້ຈະຖືກໂຈມຕີດ້ວຍການພິພາກສາຂອງເຮົາ ແລະ ຜະເຊີນດ້ວຍໄພພິບັດຕາມເວລາທີ່ໄດ້ກໍານົດໄວ້. ແລ້ວມັນບໍ່ແມ່ນແບບນີ້ບໍ? ເຮົາຍັງຈໍາເປັນຕ້ອງຍົກຕົວຢ່າງເພື່ອອະທິບາຍສິ່ງນີ້ອີກບໍ? ເຮົາຕ້ອງເວົ້າໃຫ້ແຈ້ງຂຶ້ນກວ່ານີ້ບໍ ເພື່ອຍົກເປັນຕົວຢ່າງແກ່ພວກເຈົ້າ? ຕັ້ງແຕ່ເວລາຂອງການຊົງສ້າງຈົນເຖິງປັດຈຸບັນ, ຫຼາຍຄົນໄດ້ກະບົດຕໍ່ພຣະທໍາຂອງເຮົາ ແລະ ດ້ວຍເຫດນັ້ນ ຈຶ່ງຖືກປະຖິ້ມ ແລະ ກໍາຈັດໂດຍກະແສຂອງການຟື້ນຟູຂອງເຮົາ; ໃນທີ່ສຸດ ຮ່າງກາຍຂອງພວກເຂົາກໍຈະດັບສູນ ແລະ ວິນຍານຂອງພວກເຂົາກໍຈະຖືກສົ່ງໄປຍັງແດນມໍລະນາ ແລະ ແມ່ນແຕ່ໃນປັດຈຸບັນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 331](https://lo.kingdomsalvation.org/recital-exposing-mankind-s-corruption-331.html) - ສ່ວນການສັ່ງສອນທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າຊໍ້າແລ້ວຊໍ້າອີກ, ພວກເຈົ້າໄດ້ເຄື່ອນຍ້າຍສິ່ງເຫຼົ່ານັ້ນໄປໄວ້ຢູ່ດ້ານຫຼັງຂອງແນວຄິດຂອງພວກເຈົ້າແຕ່ດົນນານແລ້ວ ຈົນເຖິງກັບຂັ້ນປະຕິບັດຕໍ່ສິ່ງເຫຼົ່ານັ້ນເປັນຂອງຫຼິ້ນເພື່ອຂ້າເວລາວ່າງຂອງພວກເຈົ້າ. ພວກເຈົ້າຖືສິ່ງເຫຼົ່ານີ້ທັງໝົດເປັນ “ເຄື່ອງຄໍ້າເຄື່ອງຄູນ” ສ່ວນຕົວຂອງພວກເຈົ້າເອງຕະຫຼອດ. ເມື່ອຖືກຊາຕານກ່າວຫາ, ເຈົ້າກໍອະທິຖານ; ເມື່ອຢູ່ໃນສະພາວະເປັນລົບ, ເຈົ້າກໍນອນຫຼັບສະນິດ; ເມື່ອດີໃຈ, ເຈົ້າກໍແລ່ນໄປມາຢ່າງເບີກບານ; ເມື່ອເຮົາຕໍານິຕິຕຽນເຈົ້າ, ເຈົ້າກໍປະຈົບ ປະແຈງ; ແລ້ວຫຼັງຈາກນັ້ນ ທັນທີທີ່ເຈົ້າອອກໄປຈາກການສະຖິດຢູ່ຂອງເຮົາ, ເຈົ້າກໍຫົວຂວັນດ້ວຍຄວາມດີໃຈຢ່າງຊົ່ວຮ້າຍ. ເຈົ້າຮູ້ສຶກວ່າ ຕົວເອງຢູ່ເໜືອທຸກຄົນ ແຕ່ເຈົ້າບໍ່ເຄີຍເຫັນຕົວເອງເປັນຄົນໂອ້ອວດທີ່ສຸດ ແລະ ເປັນຄົນສູງສົ່ງ, ພໍໃຈໃນຕົວເອງ ແລະ ຈອງຫອງເກີນທີ່ຈະບັນຍາຍ. “ສຸພາບບຸລຸດໜຸ່ມ” ແລະ “ສະຕີໜຸ່ມ”, “ຊາຍສູງສັກ” ແລະ “ຍິງສູງສັກ” ທີ່ບໍ່ຮຽນຮູ້ ແລະ ຍັງໂງ່ຈ້າ ຈະສາມາດຖືເອົາພຣະທໍາຂອງເຮົາເປັນຊັບສົມບັດທີ່ມີຄ່າໄດ້ແນວໃດ? ເຮົາຂໍຖາມເຈົ້າອີກຄັ້ງ: ເຈົ້າໄດ້ຮຽນຮູ້ຫຍັງກັນແທ້ຈາກພຣະທໍາຂອງເຮົາ ແລະ ພາລະກິດຂອງເຮົາໃນຊ່ວງເວລາອັນດົນນານນີ້? ເຈົ້າໄດ້ຮັບທັກສະທີ່ຫຼວງຫຼາຍໃນການຫຼອກລວງຂອງເຈົ້າບໍ? ຫຼື ເຈົ້າໄດ້ມີຄວາມຊໍານານຢ່າງຫຼວງຫຼາຍໃນເນື້ອໜັງຂອງເຈົ້າບໍ? ຫຼື ມີຄວາມບໍ່ເຄົາລົບຢ່າງຫຼວງຫຼາຍໃນທັດສະນະຂອງເຈົ້າທີ່ມີຕໍ່ເຮົາ? ເຮົາຂໍບອກເຈົ້າຕາມກົງວ່າ: ມັນແມ່ນພາລະກິດທັງໝົດທີ່ເຮົາໄດ້ປະຕິບັດ ທີ່ໄດ້ເຮັດໃຫ້ເຈົ້າ ເຊິ່ງເປັນຜູ້ທີ່ເຄີຍມີຄວາມກ້າສໍ່າກັບໂຕໜູ ໃຫ້ໄດ້ມີຄວາມກ້າຫານຂຶ້ນ. ຄວາມຢໍາເກງທີ່ເຈົ້າຮູ້ສຶກຕໍ່ເຮົາແມ່ນມີໜ້ອຍລົງໃນແຕ່ລະມື້ທີ່ຜ່ານໄປ ເພາະວ່າ ເຮົາມີຄວາມເມດຕາຫຼາຍ ແລະ ບໍ່ເຄີຍລົງໂທດເນື້ອໜັງຂອງເຈົ້າດ້ວຍວິທີການທີ່ຮຸນແຮງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 330](https://lo.kingdomsalvation.org/recital-exposing-mankind-s-corruption-330.html) - ໃນຂະນະທີ່ເຈົ້າຍ່າງຢູ່ເສັ້ນທາງຂອງປັດຈຸບັນ, ການສະແຫວງຫາປະເພດໃດແມ່ນເໝາະສົມທີ່ສຸດ? ໃນການສະແຫວງຫາຂອງເຈົ້າ, ຄົນປະເພດໃດທີ່ເຈົ້າເຫັນວ່າ ຕົວເອງຄວນເປັນ? ມັນຈໍາເປັນສໍາລັບເຈົ້າທີ່ຈະຮູ້ຈັກວິທີທີ່ເຈົ້າຄວນເຂົ້າຫາທຸກສິ່ງທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ, ບໍ່ວ່າຈະແມ່ນການທົດລອງ ຫຼື ຄວາມລໍາບາກ ຫຼື ການຂ້ຽນຕີຢ່າງໄຮ້ປານີ ແລະ ການສາບແຊ່ງ. ເມື່ອຜະເຊີນກັບທຸກສິ່ງເຫຼົ່ານີ້, ເຈົ້າກໍຄວນໄຕ່ຕອງພວກມັນຢ່າງລະມັດລະວັງໃນທຸກກໍລະນີ. ເປັນຫຍັງເຮົາຈຶ່ງກ່າວສິ່ງນີ້? ບໍ່ວ່າຢ່າງໃດກໍຕາມ, ເຮົາກ່າວມັນກໍຍ້ອນວ່າ ສິ່ງຕ່າງໆທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ ແມ່ນການທົດລອງໃນໄລຍະສັ້ນ ເຊິ່ງເກີດຂຶ້ນຊໍ້າແລ້ວຊໍ້າອີກ; ບາງເທື່ອ ເທົ່າທີ່ເຈົ້າຮູ້, ສິ່ງເຫຼົ່ານັ້ນແມ່ນບໍ່ຫຍຸ້ງຍາກຕໍ່ຈິດໃຈໂດຍສະເພາະ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງປ່ອຍໃຫ້ສິ່ງຕ່າງໆລ່ອງລອຍໄປຕາມເສັ້ນທາງທໍາມະຊາດຂອງສິ່ງເຫຼົ່ານັ້ນ ແລະ ບໍ່ຖືວ່າ ສິ່ງເຫຼົ່ານັ້ນແມ່ນຊັບສົມບັດທີ່ມີຄ່າໃນການສະແຫວງຫາຄວາມກ້າວໜ້າ. ເຈົ້າຈັ່ງແມ່ນບໍ່ມີຄວາມຄິດ! ບໍ່ມີຄວາມຄິດຫຼາຍຈົນເຈົ້າຄິດວ່າ ຊັບສົມບັດທີ່ມີຄ່ານີ້ເປັນຄືກັບກ້ອນເມກທີ່ລ່ອງລອຍຢູ່ຕໍ່ໜ້າເຈົ້າ ແລະ ເຈົ້າບໍ່ຖືເອົາການໂຈມຕີທີ່ຮຸນແຮງເຫຼົ່ານີ້ເປັນສິ່ງມີຄ່າເຊິ່ງຕົກລົງໃສ່ເຈົ້າຊໍ້າແລ້ວຊໍ້າອີກ, ກໍຄືການໂຈມຕີທີ່ສັ້ນ ແລະ ເປັນສິ່ງທີ່ມີນໍ້າໜັກໜ້ອຍດຽວສໍາລັບເຈົ້າ ແຕ່ເຈົ້າພັດເບິ່ງສິ່ງເຫຼົ່ານັ້ນດ້ວຍການແຍກຕົວອອກຢ່າງເຢືອກເຢັນ, ບໍ່ໃສ່ໃຈກັບສິ່ງເຫຼົ່ານັ້ນ ແລະ ປະຕິບັດຕໍ່ສິ່ງເຫຼົ່ານັ້ນເປັນພຽງເຄາະຮ້າຍໂດຍບັງເອີນ. ເຈົ້າຈັ່ງແມ່ນອວດດີ! ຕໍ່ການໂຈມຕີທີ່ໂຫດຮ້າຍເຫຼົ່ານີ້, ການໂຈມຕີທີ່ຄ້າຍກັບພາຍຸ ທີ່ມາຢ່າງຊໍ້າແລ້ວຊໍ້າອີກ, ເຈົ້າກໍມີແຕ່ສະແດງຄວາມບໍ່ສົນໃຈຕໍ່ສິ່ງນັ້ນ; ບາງຄັ້ງເຈົ້າເຖິງກັບມີຮອຍຍິ້ມທີ່ເຢືອກເຢັນ ໂດຍເປີດໂປງສີໜ້າທີ່ບໍ່ສົນໃຈຢ່າງສິ້ນເຊີງ ເພາະວ່າ ເຈົ້າບໍ່ເຄີຍຄິດກັບຕົວເອງວ່າ ເປັນຫຍັງເຈົ້າຈຶ່ງທົນທຸກກັບ “ຄວາມໂຊກຮ້າຍ” ດັ່ງກ່າວ. ເປັນໄປໄດ້ບໍ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 156](https://lo.kingdomsalvation.org/recital-knowing-God-s-work-156.html) - ສິ່ງທີ່ກ່ຽວພັນກັບນິມິດຫຼັກໆແມ່ນໝາຍເຖິງພາລະກິດຂອງພຣະເຈົ້າເອງ ແລະ ສິ່ງທີ່ກ່ຽວພັນກັບການປະຕິບັດແມ່ນເຮັດໂດຍມະນຸດ ແລະ ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບພຣະເຈົ້າ. ພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດໂດຍພຣະເຈົ້າເອງ ແລະ ການປະຕິບັດຂອງມະນຸດກໍຖືກບັນລຸໂດຍມະນຸດເອງ. ສິ່ງທີ່ພຣະເຈົ້າເອງຄວນປະຕິບັດບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດ ແລະ ສິ່ງທີ່ມະນຸດຄວນປະຕິບັດກໍບໍ່ກ່ຽວຂ້ອງກັບພຣະເຈົ້າເລີຍ. ເຊິ່ງພາລະກິດຂອງພຣະເຈົ້າແມ່ນພັນທະກິດຂອງພຣະອົງເອງ ແລະ ບໍ່ກ່ຽວຂ້ອງກັບມະນຸດ. ພາລະກິດນີ້ບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດ ແລະ ຍິ່ງໄປກວ່ານັ້ນ ມະນຸດຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າປະຕິບັດ. ສິ່ງທີ່ມະນຸດຈຳເປັນຕ້ອງປະຕິບັດຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດ ບໍ່ວ່າມັນຈະເປັນການເສຍສະຫຼະຊີວິດຂອງເຂົາ ຫຼື ເປັນການສົ່ງມອບເຂົາໃຫ້ກັບຊາຕານເພື່ອຢືນເປັນພະຍານ, ທຸກສິ່ງເຫຼົ່ານີ້ຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດ. ພຣະເຈົ້າເອງເຮັດສໍາເລັດພາລະກິດທັງໝົດທີ່ພຣະອົງຄວນເຮັດ ແລະ ສິ່ງທີ່ມະນຸດຄວນເຮັດກໍໄດ້ສະແດງໃຫ້ກັບມະນຸດແລ້ວ ແລະ ພາລະກິດທີ່ເຫຼືອກໍຂຶ້ນຢູ່ກັບມະນຸດທີ່ຈະເຮັດ. ພຣະເຈົ້າບໍ່ປະຕິບັດພາລະກິດເພີ່ມ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ຢູ່ພາຍໃນພັນທະກິດຂອງພຣະອົງເທົ່ານັ້ນ ແລະ ພຽງແຕ່ສະແດງໃຫ້ມະນຸດເຫັນເຖິງຫົນທາງ ແລະ ພຽງແຕ່ປະຕິບັດພາລະກິດເພື່ອເປີດຫົນທາງ ແລະ ບໍ່ໄດ້ປະຕິບັດພາລະກິດເພື່ອບຸກເບີກຫົນທາງ; ມະນຸດຄວນເຂົ້າໃຈສິ່ງນີ້. ການນໍາຄວາມຈິງເຂົ້າສູ່ການປະຕິບັດໝາຍເຖິງການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ນີ້ລ້ວນແລ້ວແຕ່ເປັນໜ້າທີ່ຂອງມະນຸດ, ເປັນສິ່ງທີ່ມະນຸດຄວນປະຕິບັດ ແລະ ບໍ່ກ່ຽວຂ້ອງກັບພຣະເຈົ້າເລີຍ. ຖ້າມະນຸດຮຽກຮ້ອງໃຫ້ພຣະເຈົ້າທົນທຸກຕໍ່ການທໍລະມານ ແລະ ການຫຼໍ່ຫຼອມໃນຄວາມຈິງເຊັ່ນດຽວກັນກັບມະນຸດ, ແລ້ວມະນຸດກໍກະບົດ. ພາລະກິດຂອງພຣະເຈົ້າແມ່ນເພື່ອປະຕິບັດພັນທະກິດຂອງພຣະອົງ ແລະ ໜ້າທີ່ຂອງມະນຸດແມ່ນເພື່ອອ່ອນນ້ອມຕໍ່ການນໍາພາທັງໝົດຂອງພຣະເຈົ້າ ໂດຍບໍ່ມີການຕໍ່ຕ້ານໃດໆ. ສິ່ງທີ່ມະນຸດຕ້ອງບັນລຸ ເຂົາກໍຈຳເປັນຕ້ອງເຮັດໃຫ້ສຳເລັດ ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 155](https://lo.kingdomsalvation.org/recital-knowing-God-s-work-155.html) - ພາລະກິດການຄຸ້ມຄອງເກີດຂຶ້ນຍ້ອນມະນຸດຊາດເທົ່ານັ້ນ ເຊິ່ງໝາຍຄວາມວ່າ ມັນເກີດຂຶ້ນຍ້ອນການມີຢູ່ຂອງມະນຸດເທົ່ານັ້ນ. ບໍ່ມີການຄຸ້ມຄອງກ່ອນໜ້າມະນຸດຊາດ ຫຼື ໃນຕອນເລີ່ມຕົ້ນ ເມື່ອສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງຖືກສ້າງຂຶ້ນ. ໃນພາລະກິດທັງໝົດຂອງພຣະເຈົ້າ, ຖ້າບໍ່ມີການປະຕິບັດທີ່ເປັນປະໂຫຍດຕໍ່ມະນຸດ ເຊິ່ງໝາຍຄວາມວ່າ ຖ້າພຣະເຈົ້າບໍ່ມີການຮຽກຮ້ອງທີ່ເໝາະສົມສຳລັບມະນຸດຊາດທີ່ເສື່ອມຊາມ (ໃນພາລະກິດທີ່ພຣະເຈົ້າປະຕິບັດ ຖ້າບໍ່ມີເສັ້ນທາງເໝາະສົມສຳລັບການປະຕິບັດຂອງມະນຸດ), ແລ້ວພາລະກິດນີ້ກໍຈະບໍ່ສາມາດເອີ້ນໄດ້ວ່າ ເປັນການຄຸ້ມຄອງຂອງພຣະເຈົ້າ. ຖ້າພາລະກິດທັງໝົດຂອງພຣະເຈົ້າພຽງແຕ່ກ່ຽວພັນກັບການບອກມະນຸດຊາດທີ່ເສື່ອມຊາມເຖິງວິທີການປະຕິບັດຂອງພວກເຂົາ ແລະ ພຣະເຈົ້າບໍ່ປະຕິບັດກິດຈະການຂອງພຣະອົງເລີຍ ແລະ ບໍ່ໄດ້ສະແດງອຳນາດອັນຍິ່ງໃຫຍ່ ຫຼື ສະຕິປັນຍາຂອງພຣະອົງແມ່ນແຕ່ໜ້ອຍດຽວ, ແລ້ວບໍ່ວ່າເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຈະສູງສໍ່າໃດກໍຕາມ, ບໍ່ວ່າພຣະເຈົ້າຈະດຳລົງຊີວິດທ່າມກາງມະນຸດດົນສໍ່າໃດກໍຕາມ, ມະນຸດກໍຈະບໍ່ຮູ້ຫຍັງເລີຍກ່ຽວກັບອຸປະນິໄສຂອງພຣະເຈົ້າ; ຖ້າສິ່ງນັ້ນເປັນຄວາມຈິງ, ແລ້ວພາລະກິດປະເພດນີ້ກໍຍິ່ງບໍ່ສົມຄວນເອີ້ນວ່າເປັນການຄຸ້ມຄອງຂອງພຣະເຈົ້າ. ເວົ້າຢ່າງງ່າຍໆກໍຄື ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເປັນພາລະກິດທີ່ພຣະເຈົ້າປະຕິບັດ ແລະ ເປັນພາລະກິດທັງໝົດທີ່ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາ ປະຕິບັດພາຍໃຕ້ການນໍາພາຂອງພຣະເຈົ້າ. ພາລະກິດດັ່ງກ່າວສາມາດສະຫຼຸບໄດ້ວ່າເປັນການຄຸ້ມຄອງ. ເວົ້າອີກຢ່າງໜຶ່ງກໍຄື, ພາລະກິດຂອງພຣະເຈົ້າທ່າມກາງມະນຸດ ພ້ອມທັງການຮ່ວມມືຂອງພຣະອົງກັບຄົນທີ່ຕິດຕາມພຣະອົງ ທັງໝົດນີ້ເອີ້ນໄດ້ວ່າ ເປັນການຄຸ້ມຄອງ. ໃນນີ້, ພາລະກິດຂອງພຣະເຈົ້າແມ່ນເອີ້ນວ່ານິມິດ ແລະ ການຮ່ວມມືຂອງມະນຸດແມ່ນເອີ້ນວ່າການປະຕິບັດ. ຍິ່ງພາລະກິດຂອງພຣະເຈົ້າສູງສົ່ງຫຼາຍສໍ່າໃດ (ນັ້ນກໍຄື ຍິ່ງນິມິດສູງສົ່ງຫຼາຍສໍ່າໃດ), ອຸປະນິໄສຂອງພຣະເຈົ້າກໍຍິ່ງຖືກເຮັດໃຫ້ແຈ່ມແຈ້ງຕໍ່ມະນຸດຫຼາຍສໍ່ານັ້ນ ແລະ ມັນຍິ່ງຂັດກັບແນວຄິດຂອງມະນຸດຫຼາຍສໍ່ານັ້ນ ແລະ ການປະຕິບັດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 154](https://lo.kingdomsalvation.org/recital-knowing-God-s-work-154.html) - ມີຫຼາຍເສັ້ນທາງໃຫ້ປະຕິບັດໃນນິມິດ. ຄວາມຮຽກຮ້ອງແທ້ຈິງຈາກມະນຸດກໍມີຢູ່ພາຍໃນນິມິດນີ້ເຊັ່ນກັນ, ເຊັ່ນດຽວກັບພາລະກິດຂອງພຣະເຈົ້າທີ່ມະນຸດຄວນຮູ້. ທີ່ຜ່ານມາ, ໃນລະຫວ່າງການຊຸມນຸມພິເສດ ຫຼື ການຊຸມນຸມໃຫຍ່ທີ່ໄດ້ຖືກຈັດຂຶ້ນໃນສະຖານທີ່ຕ່າງໆ, ມີພຽງແຕ່ການກ່າວເຖິງດ້ານໜຶ່ງຂອງເສັ້ນທາງແຫ່ງການປະຕິບັດເທົ່ານັ້ນ. ເຊິ່ງການປະຕິບັດດັ່ງກ່າວແມ່ນສິ່ງທີ່ຖືກນໍາເຂົ້າສູ່ການປະຕິບັດໃນລະຫວ່າງຍຸກແຫ່ງພຣະຄຸນ ແລະ ເກືອບຈະບໍ່ກ່ຽວຂ້ອງກັບຄວາມຮູ້ກ່ຽວກັບພຣະເຈົ້າເລີຍ ຍ້ອນນິມິດໃນຍຸກແຫ່ງພຣະຄຸນເປັນພຽງນິມິດຂອງການຄຶງພຣະເຢຊູ ແລະ ບໍ່ມີນິມິດທີ່ຍິ່ງໃຫຍ່ໄປກວ່ານັ້ນ. ມະນຸດຄວນຮູ້ພຽງແຕ່ພາລະກິດແຫ່ງການໄຖ່ບາບມະນຸດຊາດຂອງພຣະອົງຜ່ານທາງການຄຶງກາງແຂນເທົ່ານັ້ນ ແລະ ສະນັ້ນ ໃນລະຫວ່າງຍຸກແຫ່ງພຣະຄຸນຈຶ່ງບໍ່ມີນິມິດອື່ນໃດໃຫ້ມະນຸດຮູ້ຈັກເລີຍ. ໃນວິທີນີ້, ມະນຸດພຽງແຕ່ມີຄວາມຮູ້ເລັກນ້ອຍກ່ຽວກັບພຣະເຈົ້າ ແລະ ນອກຈາກຄວາມຮູ້ກ່ຽວກັບຄວາມຮັກ ແລະ ຄວາມເມດຕາຂອງພຣະເຢຊູແລ້ວ ກໍມີພຽງແຕ່ສິ່ງທຳມະດາ ແລະ ສິ່ງໜ້າເວດທະນາຈຳນວນເລັກນ້ອຍໃຫ້ເຂົານໍາໄປປະຕິບັດ ເຊິ່ງເປັນສິ່ງທີ່ແຕກຕ່າງຈາກໃນປັດຈຸບັນຫຼາຍ. ໃນອະດີດ, ບໍ່ວ່າການຊຸມນຸມຂອງເຂົາຈະຢູ່ໃນຮູບແບບໃດກໍຕາມ, ມະນຸດກໍບໍ່ສາມາດກ່າວເຖິງຄວາມຮູ້ຕົວຈິງກ່ຽວກັບພາລະກິດຂອງພຣະເຈົ້າໄດ້, ແຮງໄກທີ່ຈະມີຄົນໃດສາມາດກ່າວໄດ້ຢ່າງຊັດເຈນເຖິງເສັ້ນທາງຂອງການປະຕິບັດທີ່ເໝາະສົມທີ່ສຸດສໍາລັບມະນຸດທີ່ຈະເຂົ້າສູ່. ມະນຸດມີພຽງແຕ່ເພີ່ມລາຍລະອຽດທຳມະດາເລັກນ້ອຍເຂົ້າໃນພື້ນຖານຂອງຄວາມອົດກັ້ນ ແລະ ຄວາມອົດທົນເທົ່ານັ້ນ; ບໍ່ມີການປ່ຽນແປງໃນແກ່ນແທ້ຂອງການປະຕິບັດຂອງເຂົາເລີຍ, ຍ້ອນພາຍໃນຍຸກດັ່ງກ່າວນັ້ນ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃໝ່ໃດໆ ແລະ ເງື່ອນໄຂດຽວທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືຄວາມອົດກັ້ນ ແລະ ຄວາມອົດທົນ ຫຼື ການແບກໄມ້ກາງແຂນ. ນອກຈາກການປະຕິບັດດັ່ງກ່າວແລ້ວ, ບໍ່ມີນິມິດທີ່ສູງສົ່ງກວ່າການຄຶງກາງແຂນຂອງພຣະເຢຊູ. ທີ່ຜ່ານມາ, ບໍ່ມີການກ່າວເຖິງນິມິດເພີ່ມເຕີມ ເພາະພຣະເຈົ້າບໍ່ໄດ້ປະຕິບັດພາລະກິດເປັນຈຳນວນຫຼວງຫຼາຍ ແລະ ເພາະພຣະອົງມີຄວາມຮຽກຮ້ອງທີ່ຈໍາກັດຈາກມະນຸດເທົ່ານັ້ນ. ໃນວິທີນີ້, ບໍ່ວ່າມະນຸດຈະເຮັດຫຍັງກໍຕາມ, ເຂົາກໍບໍ່ສາມາດຝ່າຝືນຂອບເຂດນີ້ໄດ້ ເຊິ່ງເປັນຂອບເຂດທີ່ທຳມະດາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 153](https://lo.kingdomsalvation.org/recital-knowing-God-s-work-153.html) - ເມື່ອປຽບທຽບກັບຍຸກທີ່ຜ່ານມາ, ພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງລາຊະອານາຈັກແມ່ນມີຄວາມເປັນຈິງຫຼາຍກວ່າ, ມັນແນໃສ່ແກ່ນແທ້ຂອງມະນຸດ ແລະ ການປ່ຽນແປງໃນອຸປະນິໄສຂອງເຂົາຫຼາຍກວ່າ ແລະ ສາມາດເປັນພະຍານໃຫ້ພຣະເຈົ້າເອງຫຼາຍຂຶ້ນສຳລັບທຸກຄົນທີ່ຕິດຕາມພຣະອົງ. ເວົ້າອີກຢ່າງກໍຄື ໃນລະຫວ່າງຍຸກແຫ່ງລາຊະອານາຈັກ ໃນຂະນະທີ່ພຣະອົງປະຕິບັດພາລະກິດ, ພຣະເຈົ້າສະແດງພຣະອົງເອງຕໍ່ມະນຸດຫຼາຍກວ່າເວລາໃດໆໃນອະດີດ ເຊິ່ງໝາຍຄວາມວ່າ ນິມິດທີ່ມະນຸດຄວນຮູ້ແມ່ນສູງກວ່ານິມິດໃນຍຸກຕ່າງໆທີ່ຜ່ານມາ. ເພາະວ່າພາລະກິດຂອງພຣະເຈົ້າທ່າມກາງມະນຸດໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ, ໃນນິມິດທີ່ມະນຸດຮູ້ໃນລະຫວ່າງຍຸກແຫ່ງລາຊະອານາຈັກຈຶ່ງສູງສຸດຕະຫຼອດວຽກງານຄຸ້ມຄອງທັງໝົດ. ໃນພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ ແລະ ດ້ວຍເຫດນັ້ນ ນິມິດທີ່ມະນຸດຈະໄດ້ຮູ້ຈຶ່ງກາຍເປັນນິມິດທີ່ສູງທີ່ສຸດໃນບັນດານິມິດທັງໝົດ ແລະ ການປະຕິບັດຂອງມະນຸດທີ່ເປັນຜົນຕາມມາ ກໍສູງກວ່າການປະຕິບັດໃນຍຸກອື່ນໆ ຍ້ອນການປະຕິບັດຂອງມະນຸດປ່ຽນແປງໄປຕາມບາດກ້າວພ້ອມໆກັບນິມິດ ແລະ ຄວາມສົມບູນຂອງນິມິດກໍຍັງໝາຍເຖິງຄວາມສົມບູນແຫ່ງເງື່ອນໄຂຂອງມະນຸດອີກດ້ວຍ. ທັນທີທີ່ການຄຸ້ມຄອງທັງໝົດຂອງພຣະເຈົ້າຢຸດລົງ, ການປະຕິບັດຂອງມະນຸດກໍຢຸດເຊັ່ນດຽວກັນ ແລະ ຫາກປາສະຈາກພາລະກິດຂອງພຣະເຈົ້າ, ມະນຸດກໍຈະບໍ່ມີທາງເລືອກນອກຈາກຮັກສາຄຳສັ່ງສອນໃນອະດີດ ຫຼື ບໍ່ດັ່ງນັ້ນກໍຈະບໍ່ມີບ່ອນໃຫ້ເພິ່ງພາ. ຫາກປາສະຈາກນິມິດໃໝ່ ມະນຸດກໍຈະບໍ່ມີການປະຕິບັດໃໝ່; ຫາກປາສະຈາກນິມິດທີ່ສົມບູນ, ມະນຸດກໍຈະບໍ່ມີການປະຕິບັດທີ່ສົມບູນ; ຫາກປາສະຈາກນິມິດທີ່ສູງຂຶ້ນ, ມະນຸດກໍຈະບໍ່ມີການປະຕິບັດທີ່ສູງຂຶ້ນ. ການປະຕິບັດຂອງມະນຸດປ່ຽນແປງໄປພ້ອມກັບບາດກ້າວຂອງພຣະເຈົ້າ ແລະ ໃນທຳນອງດຽວກັນ ຄວາມຮູ້ ແລະ ປະສົບການຂອງມະນຸດກໍຍັງປ່ຽນແປງໄປພ້ອມກັບພາລະກິດຂອງພຣະເຈົ້າເຊັ່ນກັນ. ບໍ່ວ່າມະນຸດຈະມີຄວາມສາມາດຫຼາຍສໍ່າໃດກໍຕາມ, ເຂົາກໍຍັງບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ຖ້າພຣະເຈົ້າຕ້ອງຢຸດປະຕິບັດພາລະກິດພຽງແຕ່ວິນາທີດຽວ, ມະນຸດກໍຈະຕາຍຈາກຄວາມໂກດຮ້າຍຂອງພຣະອົງທັນທີ. ມະນຸດບໍ່ມີຫຍັງໃຫ້ໂອ້ອວດ ຍ້ອນບໍ່ວ່າຄວາມຮູ້ຂອງມະນຸດໃນປັດຈຸບັນຈະສູງສໍ່າໃດກໍຕາມ, ບໍ່ວ່າປະສົບການຂອງເຂົາຈະເລິກເຊິ່ງສໍ່າໃດກໍຕາມ, ເຂົາກໍບໍ່ສາມາດຕັດຂາດຈາກພາລະກິດຂອງພຣະເຈົ້າໄດ້, ຍ້ອນການປະຕິບັດຂອງມະນຸດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 152](https://lo.kingdomsalvation.org/recital-knowing-God-s-work-152.html) - ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ສາມາດຕັດຂາດຈາກມະນຸດໄດ້, ຍ້ອນມະນຸດຄືເປົ້າໝາຍຂອງພາລະກິດນີ້ ແລະ ເປັນພຽງສິ່ງມີຊີວິດດຽວທີ່ພຣະເຈົ້າສ້າງ ເຊິ່ງສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້. ຊີວິດຂອງມະນຸດ ແລະ ກິດຈະກຳທຸກຢ່າງຂອງມະນຸດແມ່ນບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ລ້ວນແລ້ວແຕ່ຖືກຄວບຄຸມໂດຍກໍາມືຂອງພຣະເຈົ້າ ແລະ ມັນຍັງເວົ້າໄດ້ວ່າ ບໍ່ມີໃຜສາມາດມີຊີວິດຢູ່ຢ່າງເປັນອິດສະຫຼະໄດ້ໂດຍທີ່ບໍ່ມີພຣະເຈົ້າ. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ຍ້ອນມັນຄືຄວາມຈິງ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອຜົນປະໂຫຍດຂອງມະນຸດຊາດ ແລະ ແນໃສ່ແຜນການຂອງຊາຕານ. ທຸກສິ່ງທີ່ມະນຸດຕ້ອງການແມ່ນມາຈາກພຣະເຈົ້າ ແລະ ພຣະເຈົ້າຄືແຫຼ່ງກໍາເນີດແຫ່ງຊີວິດຂອງມະນຸດ. ສະນັ້ນ ມະນຸດຈຶ່ງບໍ່ສາມາດອອກຫ່າງຈາກພຣະເຈົ້າໄດ້. ຍິ່ງໄປກວ່ານັ້ນ ພຣະເຈົ້າບໍ່ເຄີຍມີເຈດຕະນາທີ່ຈະອອກຫ່າງຈາກມະນຸດຈັກເທື່ອ. ພາລະກິດທີ່ພຣະເຈົ້າປະຕິບັດແມ່ນເພື່ອມະນຸດຊາດທັງປວງ ແລະ ຄວາມຄິດຂອງພຣະອົງກໍມີຄວາມກະລຸນາຢູ່ສະເໝີ. ສຳລັບມະນຸດ, ພາລະກິດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າ (ນັ້ນຄືເຈດຕະນາຂອງພຣະເຈົ້າ) ທັງສອງຢ່າງນັ້ນຄື “ນິມິດ” ທີ່ມະນຸດຄວນຮູ້. ນິມິດດັ່ງກ່າວຍັງເປັນການຄຸ້ມຄອງຂອງພຣະເຈົ້າ ແລະ ເປັນພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້. ໃນເວລາດຽວກັນນັ້ນ ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນລະຫວ່າງພາລະກິດຂອງພຣະອົງແມ່ນເອີ້ນວ່າ “ການປະຕິບັດ” ຂອງມະນຸດ. ນິມິດຄືພາລະກິດຂອງພຣະເຈົ້າເອງ ຫຼື ມັນເປັນເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດຊາດ ຫຼື ຈຸດປະສົງ ແລະ ຄວາມໝາຍຂອງພາລະກິດຂອງພຣະອົງ. ຍັງສາມາດເວົ້າໄດ້ວ່າ ນິມິດເປັນສ່ວນໜຶ່ງຂອງການຄຸ້ມຄອງ, ຍ້ອນການຄຸ້ມຄອງນີ້ຄືພາລະກິດຂອງພຣະເຈົ້າ ແລະ ແນໃສ່ມະນຸດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 55](https://lo.kingdomsalvation.org/recital-God-s-appearance-and-work-055.html) - ສຽງຟ້າຮ້ອງທັງເຈັດອອກມາຈາກບັນລັງ, ສັ່ນສະເທືອນຈັກກະວານ, ພິກສະຫວັນ ແລະ ແຜ່ນດິນໂລກ ແລະ ດັງກ້ອງໄປທົ່ວທ້ອງຟ້າ! ສຽງທະລຸຫູ ແລະ ຜູ້ຄົນບໍ່ສາມາດໜີມັນພົ້ນ ຫຼື ພວກເຂົາບໍ່ສາມາດລີ້ຈາກມັນໄດ້. ຟ້າຮ້ອງ ແລະ ຟ້າຜ່າລະເບີດອອກມາ ແລະ ໃນທັນທີ ສະຫວັນ ແລະ ແຜ່ນດິນໂລກກໍປ່ຽນແປງໄປ ແລະ ຜູ້ຄົນກໍໃກ້ຈະຕາຍ. ຈາກນັ້ນ, ດ້ວຍຄວາມໄວດັ່ງຟ້າຜ່າ, ອາວະກາດທັງໝົດກໍຖືກປົກຄຸມດ້ວຍພາຍຸຝົນທີ່ຮຸນແຮງ ແລະ ຕົກລົງມາຈາກສະຫວັນ! ໃນມຸມທີ່ໄກທີ່ສຸດຂອງແຜ່ນດິນໂລກ, ມັນບໍ່ຍອມໃຫ້ມີຄາບເປື້ອນເນື່ອງຈາກວ່າມັນລ້າງທົ່ວແຕ່ຫົວຮອດຕີນຢ່າງທົ່ວເຖິງຄືກັບການອາບນ້ຳ; ບໍ່ມີຫຍັງສາມາດລີ້ລັບຈາກມັນໄດ້ ຫຼື ບໍ່ມີໃຜສາມາດຫຼີກໜີຈາກມັນໄດ້. ສຽງດັງກັງວານຂອງຟ້າຮ້ອງ ຄືກັບແສງມາບເຫຼື້ອມຂອງຟ້າຜ່າ, ເປັ່ງປະກາຍດ້ວຍແສງທີ່ເຍືອກເຢັນ ແລະ ເຮັດໃຫ້ມະນຸດສັ່ນເຊັນດ້ວຍຄວາມຢ້ານກົວ! ດາບສອງຄົມອັນແຫຼມຄົມຟາດລົງໃສ່ລູກຊາຍແຫ່ງການກະບົດ ແລະ ພວກສັດຕູກໍປະເຊີນກັບຄວາມຫາຍະນະ, ບໍ່ມີບ່ອນໃຫ້ລີ້; ພວກເຂົາມຶນງົງຢູ່ທ່າມກາງລົມ ແລະ ຝົນ ແລະ ໂຊເຊຈາກການພັດ, ພວກເຂົາຕາຍລົງທັນທີສູ່ນ້ຳທີ່ໄຫຼ ແລະ ກໍຖືກພັດລ້າງໄປ. ມີພຽງຄວາມຕາຍ ແລະ ບໍ່ມີທາງອື່ນໃຫ້ພວກເຂົາມີຊີວິດລອດ. ຟ້າຮ້ອງທັງເຈັດອອກຈາກເຮົາ ແລະ ຖ່າຍທອດເຈດຕະນາຂອງເຮົາ
- [ວິທີການຮູ້ຈັກຄວາມເປັນຈິງ](https://lo.kingdomsalvation.org/how-to-know-reality-audio.html) - ພຣະເຈົ້າແມ່ນພຣະເຈົ້າທີ່ແທ້ຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນແທ້ຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນແທ້ຈິງ ແລະ ຄວາມຈິງທຸກປະການທີ່ພຣະອົງສຳແດງອອກກໍແມ່ນແທ້ຈິງ. ທຸກສິ່ງທີ່ບໍ່ແມ່ນພຣະທຳຂອງພຣະອົງແມ່ນຄວາມຫວ່າງເປົ່າ, ບໍ່ມີຕົວຕົນ ແລະ ເຊື່ອຖືບໍ່ໄດ້. ໃນປັດຈຸບັນ, ພຣະວິນຍານບໍລິສຸດຕ້ອງນໍາພາຜູ້ຄົນເຂົ້າສູ່ພຣະທຳຂອງພຣະເຈົ້າ. ຖ້າຜູ້ຄົນຕ້ອງສະແຫວງຫາທາງເຂົ້າສູ່ຄວາມເປັນຈິງ ພວກເຂົາຕ້ອງຄົ້ນຫາຄວາມເປັນຈິງ ແລະ ຮູ້ຈັກຄວາມເປັນຈິງ, ຫຼັງຈາກນັ້ນ ພວກເຂົາຕ້ອງມີປະສົບການກັບຄວາມເປັນຈິງ ແລະ ດຳລົງຊີວິດຕາມຄວາມເປັນຈິງ. ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງສາມາດແຍກແຍະໄດ້ວ່າຄຳເວົ້າຂອງຄົນອື່ນເປັນຈິງ ຫຼື ບໍ່; ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະມີແນວຄິດໜ້ອຍລົງສໍ່ານັ້ນ; ຍິ່ງຜູ້ຄົນມີປະສົບການກັບຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຮູ້ຈັກການກະທຳຂອງພຣະເຈົ້າທີ່ແທ້ຈິງຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍຂຶ້ນທີ່ຈະໃຫ້ພວກເຂົາເປັນອິດສະຫຼະຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ຍິ່ງຜູ້ຄົນມີຄວາມຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງກຽດຊັງຝ່າຍເນື້ອໜັງ ແລະ ຮັກຄວາມຈິງຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົາມີຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງເຂົ້າໃກ້ມາດຕະຖານແຫ່ງເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າຫຼາຍສໍ່ານັ້ນ. ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາແມ່ນຄົນທີ່ປະກອບດ້ວຍຄວາມເປັນຈິງ, ຮູ້ຈັກຄວາມເປັນຈິງ ແລະ ໄດ້ຮຽນຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າຜ່ານປະສົບການກັບຄວາມເປັນຈິງ. ຍິ່ງເຈົ້າຮ່ວມມືກັບພຣະເຈົ້າໃນລັກສະນະທີ່ເປັນຈິງ ແລະ ລົງວິໄນຮ່າງກາຍຂອງເຈົ້າຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍສໍ່ານັ້ນ, ເຈົ້າຈະໄດ້ຮັບຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສະຫວ່າງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງເຈົ້າກ່ຽວກັບການກະທຳທີ່ເປັນຈິງຂອງພຣະເຈົ້າກໍຈະຍິ່ງມີຫຼາຍສໍ່ານັ້ນ. ຖ້າເຈົ້າສາມາດດຳລົງຊີວິດໃນແສງສະຫວ່າງແຫ່ງປັດຈຸບັນຂອງພຣະວິນຍານບໍລິສຸດ ແລ້ວເສັ້ນທາງສູ່ການປະຕິບັດຂອງເຈົ້າໃນປັດຈຸບັນກໍຈະຊັດເຈນຂຶ້ນສຳລັບເຈົ້າ
- [ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ](https://lo.kingdomsalvation.org/truth-into-practice-is-having-reality-audio.html) - ການເຊີດຊູພຣະທໍາຂອງພຣະເຈົ້າ ແລະ ການທີ່ສາມາດອະທິບາຍພຣະທໍາເຫຼົ່ານັ້ນຢ່າງເປີດເຜີຍບໍ່ໄດ້ໝາຍຄວາມວ່າ ເຈົ້າມີຄວາມເປັນຈິງ. ມັນບໍ່ງ່າຍຄືດັ່ງທີ່ເຈົ້າຈິນຕະນາການໄວ້. ເຈົ້າຈະມີຄວາມເປັນຈິງ ຫຼື ບໍ່ມີຄວາມເປັນຈິງ ບໍ່ໄດ້ອີງຕາມສິ່ງທີ່ເຈົ້າເວົ້າ; ແຕ່ກົງກັນຂ້າມ ແມ່ນອີງຕາມສິ່ງທີ່ເຈົ້າດໍາລົງຊີວິດຕາມ. ເມື່ອພຣະທໍາຂອງພຣະເຈົ້າກາຍເປັນຊີວິດຂອງເຈົ້າ ແລະ ກາຍເປັນຖ້ອຍຄຳທີ່ສະແດງອອກແບບທໍາມະຊາດຂອງເຈົ້າ ນັ້ນສາມາດເວົ້າໄດ້ວ່າ ເຈົ້າມີຄວາມເປັນຈິງ ແລະ ພຽງເມື່ອນັ້ນເຈົ້າຈຶ່ງສາມາດຖືວ່າໄດ້ຮັບຄວາມເຂົ້າໃຈ ແລະ ໄດ້ຮັບວຸດທິພາວະທີ່ແທ້ຈິງ. ເຈົ້າຕ້ອງສາມາດທົນຕໍ່ການກວດສອບໄລຍະຍາວ ແລະ ເຈົ້າຕ້ອງສາມາດດໍາລົງຊີວິດຕາມລັກສະນະຂອງຄວາມຕ້ອງການຂອງພຣະເຈົ້າ. ນີ້ຕ້ອງບໍ່ແມ່ນພຽງແຕ່ການທໍາທ່າເຮັດ ແຕ່ມັນຕ້ອງໄຫຼອອກມາຈາກເຈົ້າຢ່າງເປັນທໍາມະຊາດ. ພຽງເມື່ອນັ້ນ ເຈົ້າຈຶ່ງຈະມີຄວາມເປັນຈິງຢ່າງແທ້ຈິງ ແລະ ພຽງເມື່ອນັ້ນ ເຈົ້າຈຶ່ງຈະໄດ້ຮັບຊີວິດ. ເຮົາຂໍຍົກການທົດລອງຂອງຜູ້ບໍລິການທີ່ທຸກຄົນຄຸ້ນເຄີຍມາເປັນຕົວຢ່າງ. ໃຜກໍສາມາດອະທິບາຍກ່ຽວກັບທິດສະດີທີ່ສູງສົ່ງກ່ຽວກັບຜູ້ບໍລິການໄດ້; ທຸກຄົນແມ່ນມີລະດັບຄວາມເຂົ້າໃຈທີ່ເໝາະສົມກ່ຽວກັບເລື່ອງດັ່ງກ່າວນີ້; ພວກເຂົາບັນຍາຍກ່ຽວກັບມັນ ແລະ ແຕ່ລະຄໍາບັນຍາຍກໍເລີດເກີນກວ່າຄໍາບັນຍາຍທີ່ຜ່ານມາ ຄືກັບວ່າ ນີ້ແມ່ນການແຂ່ງຂັນ. ຢ່າງໃດກໍຕາມ, ຖ້າມະນຸດບໍ່ໄດ້ຜ່ານການທົດລອງທີ່ສໍາຄັນນີ້ ມັນກໍຍາກທີ່ຈະເວົ້າວ່າ ເຂົາມີຄໍາພະຍານທີ່ດີ. ສະຫຼຸບກໍຄື ການດໍາລົງຊີວິດຕາມຂອງມະນຸດແມ່ນຍັງຂາດເຂີນຫຼາຍ ແລະ ມັນບໍ່ສອດຄ່ອງກັບຄວາມເຂົ້າໃຈຂອງເຂົາເລີຍ. ດັ່ງນັ້ນ, ມັນຈຶ່ງຍັງບໍ່ໄດ້ກາຍເປັນວຸດທິພາວະທີ່ແທ້ຈິງຂອງມະນຸດ ແລະ ມັນກໍຍັງບໍ່ແມ່ນຊີວິດຂອງມະນຸດ. ຍ້ອນວ່າ ຄວາມເຂົ້າໃຈຂອງມະນຸດບໍ່ໄດ້ຖືກນໍາເຂົ້າສູ່ຄວາມເປັນຈິງ, ວຸດທິພາວະຂອງເຂົາແມ່ນຍັງຄ້າຍຄືກັບຫໍຜາສາດທີ່ຖືກສ້າງຂຶ້ນຢູ່ເທິງດິນຊາຍ, ໄກວໄປມາ ແລະ
- [ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ (ພາກທີໜຶ່ງ)](https://lo.kingdomsalvation.org/God-s-work-and-mans-practice-1-audio.html) - ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ສາມາດຕັດຂາດຈາກມະນຸດໄດ້, ຍ້ອນມະນຸດຄືເປົ້າໝາຍຂອງພາລະກິດນີ້ ແລະ ເປັນພຽງສິ່ງມີຊີວິດດຽວທີ່ພຣະເຈົ້າສ້າງ ເຊິ່ງສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້. ຊີວິດຂອງມະນຸດ ແລະ ກິດຈະກຳທຸກຢ່າງຂອງມະນຸດແມ່ນບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ລ້ວນແລ້ວແຕ່ຖືກຄວບຄຸມໂດຍກໍາມືຂອງພຣະເຈົ້າ ແລະ ມັນຍັງເວົ້າໄດ້ວ່າ ບໍ່ມີໃຜສາມາດມີຊີວິດຢູ່ຢ່າງເປັນອິດສະຫຼະໄດ້ໂດຍທີ່ບໍ່ມີພຣະເຈົ້າ. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ຍ້ອນມັນຄືຄວາມຈິງ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອຜົນປະໂຫຍດຂອງມະນຸດຊາດ ແລະ ແນໃສ່ແຜນການຂອງຊາຕານ. ທຸກສິ່ງທີ່ມະນຸດຕ້ອງການແມ່ນມາຈາກພຣະເຈົ້າ ແລະ ພຣະເຈົ້າຄືແຫຼ່ງກໍາເນີດແຫ່ງຊີວິດຂອງມະນຸດ. ສະນັ້ນ ມະນຸດຈຶ່ງບໍ່ສາມາດອອກຫ່າງຈາກພຣະເຈົ້າໄດ້. ຍິ່ງໄປກວ່ານັ້ນ ພຣະເຈົ້າບໍ່ເຄີຍມີເຈດຕະນາທີ່ຈະອອກຫ່າງຈາກມະນຸດຈັກເທື່ອ. ພາລະກິດທີ່ພຣະເຈົ້າປະຕິບັດແມ່ນເພື່ອມະນຸດຊາດທັງປວງ ແລະ ຄວາມຄິດຂອງພຣະອົງກໍມີຄວາມກະລຸນາຢູ່ສະເໝີ. ສຳລັບມະນຸດ, ພາລະກິດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າ (ນັ້ນຄືເຈດຕະນາຂອງພຣະເຈົ້າ) ທັງສອງຢ່າງນັ້ນຄື “ນິມິດ” ທີ່ມະນຸດຄວນຮູ້. ນິມິດດັ່ງກ່າວຍັງເປັນການຄຸ້ມຄອງຂອງພຣະເຈົ້າ ແລະ ເປັນພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້. ໃນເວລາດຽວກັນນັ້ນ ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນລະຫວ່າງພາລະກິດຂອງພຣະອົງແມ່ນເອີ້ນວ່າ “ການປະຕິບັດ” ຂອງມະນຸດ. ນິມິດຄືພາລະກິດຂອງພຣະເຈົ້າເອງ ຫຼື ມັນເປັນເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດຊາດ ຫຼື ຈຸດປະສົງ ແລະ ຄວາມໝາຍຂອງພາລະກິດຂອງພຣະອົງ. ຍັງສາມາດເວົ້າໄດ້ວ່າ ນິມິດເປັນສ່ວນໜຶ່ງຂອງການຄຸ້ມຄອງ, ຍ້ອນການຄຸ້ມຄອງນີ້ຄືພາລະກິດຂອງພຣະເຈົ້າ ແລະ ແນໃສ່ມະນຸດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 421](https://lo.kingdomsalvation.org/recital-entry-into-life-421.html) - ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະອົງເປັນຊີວິດຂອງເຈົ້າ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າກ່ອນ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ພຣະເຈົ້າກໍຈະເຮັດໃຫ້ເຈົ້າມີຄວາມສະຫວ່າງ ແລະ ມອບຄວາມຮູ້ໃຫ້ກັບເຈົ້າ. ຍິ່ງມະນຸດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຈະສາມາດຮັບແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ທຸກສິ່ງນີ້ຕ້ອງການໃຫ້ມະນຸດມີຄວາມກະຕະເວທີ ແລະ ຄວາມເຊື່ອ; ດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກເຮັດໃຫ້ສົມບູນ. ບົດຮຽນທີ່ສຳຄັນສຳລັບການເຂົ້າສູ່ຊີວິດຝ່າຍວິນຍານແມ່ນການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ ການຝຶກຝົນຝ່າຍວິນຍານຂອງເຈົ້າທັງໝົດກໍຈະມີປະສິດຕິພາບ. ຖ້າຫົວໃຈຂອງເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ເຈົ້າກໍຈະບໍ່ສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດໄດ້. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າກໍຈະເປັນຄົນທີ່ໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າ. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ເຂົ້າມາໃກ້ພຣະເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ສິ່ງນີ້ພິສູດໃຫ້ເຫັນແລ້ວວ່າ ເຈົ້າເປັນຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອເຈົ້າກຳລັງສົນທະນາກັບຄົນອື່ນ ຫຼື ກຳລັງຍ່າງ, ຖ້າເຈົ້າສາມາດເວົ້າວ່າ, “ຫົວໃຈຂອງຂ້ານ້ອຍກຳລັງເຂົ້າໃກ້ພຣະເຈົ້າ ແລະ ຂ້ານ້ອຍບໍ່ສົນໃຈໃນສິ່ງພາຍນອກ ແລະ ຂ້ານ້ອຍສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ”, ເຈົ້າກໍເປັນຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແລ້ວ. ຢ່າເຂົ້າຮ່ວມສິ່ງໃດກໍຕາມທີ່ດຶງຫົວໃຈຂອງເຈົ້າສູ່ບັນຫາພາຍນອກ ຫຼື ກັບຄົນທີ່ດຶງຫົວໃຈຂອງເຈົ້າອອກຈາກພຣະເຈົ້າ. ບໍ່ວ່າສິ່ງໃດກໍຕາມທີ່ສາມາດລົບກວນຫົວໃຈຂອງເຈົ້າອອກຈາກການເຂົ້າໃກ້ຊິດກັບພຣະເຈົ້າ, ຈົ່ງປະຖິ້ມສິ່ງນັ້ນ ແລະ ຢູ່ຫ່າງໆຈາກມັນ. ນີ້ຄືຜົນປະໂຫຍດອັນຍິ່ງໃຫຍ່ສໍາລັບຊີວິດຂອງເຈົ້າ. ແນ່ນອນ ນີ້ຄືເວລາແຫ່ງພາລະກິດອັນຍິ່ງໃຫຍ່ຂອງພຣະວິນຍານບໍລິສຸດ, ເປັນເວລາທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບດ້ວຍຕົວພຣະອົງເອງ. ໃນເວລານີ້ ຖ້າເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າກໍບໍ່ແມ່ນຄົນທີ່ໄດ້ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 420](https://lo.kingdomsalvation.org/recital-entry-into-life-420.html) - ການໄຕ່ຕອງ ແລະ ອະທິຖານຕໍ່ພຣະທຳຂອງພຣະເຈົ້າໃນຂະນະທີ່ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະອົງແມ່ນຂັ້ນຕອນທຳອິດທີ່ຈະຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້. ຖ້າເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ ແລ້ວແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າ. ຊີວິດຝ່າຍວິນຍານທັງໝົດບັນລຸຜົນດ້ວຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ການອະທິຖານ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ພຽງເມື່ອນັ້ນເຈົ້າຈຶ່ງຈະສາມາດໄດ້ຮັບການສຳຜັດຈາກພຣະວິນຍານບໍລິສຸດ. ເມື່ອເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າກໍຈະສາມາດໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງ ແລະ ສາມາດໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ. ເມື່ອໃນກິດຈະກຳປົກກະຕິຂອງການຕັ້ງສະມາທິ, ການສໍາພັນ ແລະ ການເຂົ້າມາຢູ່ໃກ້ພຣະເຈົ້າດ້ວຍຫົວໃຈຂອງເຈົ້າ ແລ້ວເຈົ້າກໍຈະມີຄວາມສະຫງົບຢູ່ກັບການສະຖິດຂອງພຣະເຈົ້າ, ເຈົ້າຈະສາມາດຊື່ນຊົມຄວາມໃກ້ຊິດກັບພຣະເຈົ້າຢ່າງແທ້ຈິງ, ສາມາດມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມຮັກຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ສະແດງໃຫ້ເຫັນເຖິງການຄໍານຶງຢ່າງແທ້ຈິງຕໍ່ເຈດຕະນາຂອງພຣະເຈົ້າ. ຍິ່ງເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເປັນປົກກະຕິຫຼາຍເທົ່າໃດ ເຈົ້າກໍຈະໄດ້ຮັບແສງເຍືອງທາງ ແລະ ເຂົ້າໃຈເຖິງອຸປະນິໄສທີ່ເສື່ອມຊາມຂອງຕົນເອງຫຼາຍເທົ່ານັ້ນ. ແມ່ນຫຍັງຄືສິ່ງທີ່ເຈົ້າຂາດ, ແມ່ນຫຍັງຄືສິ່ງທີ່ເຈົ້າຄວນເຂົ້າສູ່, ໜ້າທີ່ຫຍັງທີ່ເຈົ້າຄວນຮັບໃຊ້ ແລະ ຂໍ້ບົກຜ່ອງຂອງເຈົ້າຢູ່ບ່ອນໃດ. ທຸກສິ່ງນີ້ສາມາດບັນລຸຜົນໄດ້ໂດຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ຖ້າເຈົ້າບັນລຸສ່ວນເລິກໃນການຢູ່ຢ່າງສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະສາມາດເຂົ້າໃຈສິ່ງລຶກລັບບາງຢ່າງຂອງວິນຍານ, ເຂົ້າໃຈສິ່ງທີ່ພຣະເຈົ້າໃນປັດຈຸບັນຕ້ອງການປະຕິບັດໃນຕົວເຈົ້າ, ເຂົ້າໃຈຢ່າງເລິກເຊິ່ງໃນພຣະທຳຂອງພຣະເຈົ້າ, ເຂົ້າໃຈສ່ວນສໍາຄັນຂອງພຣະທໍາຂອງພຣະເຈົ້າ, ແກ່ນແທ້ຂອງພຣະທຳຂອງພຣະເຈົ້າ, ການເປັນຢູ່ຂອງພຣະທຳຂອງພຣະເຈົ້າ ແລະ ເຈົ້າຈະສາມາດເຫັນເສັ້ນທາງແຫ່ງການປະຕິບັດຢ່າງຊັດເຈນ ແລະ ຖືກຕ້ອງຫຼາຍຂຶ້ນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 419](https://lo.kingdomsalvation.org/recital-entry-into-life-419.html) - ບໍ່ມີຂັ້ນຕອນໃດທີ່ສຳຄັນໃນການເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍກວ່າການເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບກັບການສະຖິດຂອງພຣະອົງ. ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງການຢ່າງຮີບດ່ວນຂອງການເຂົ້າສູ່ໃນປັດຈຸບັນ. ເສັ້ນທາງແຫ່ງການເຂົ້າສູ່ໃນການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າມີດັ່ງຕໍ່ໄປນີ້: 1. ຖອນຫົວໃຈຂອງເຈົ້າຈາກບັນຫາພາຍນອກ. ຈົ່ງມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ຕັ້ງຈິດຕັ້ງໃຈໃນການອະທິຖານຫາພຣະເຈົ້າ. 2. ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າ. 3. ຕັ້ງສະຕິ ແລະ ຕຶກຕອງຫາຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນຫົວໃຈຂອງເຈົ້າ. ທຳອິດ ເລີ່ມຕົ້ນຈາກທິດທາງແຫ່ງການອະທິຖານ. ອະທິຖານດ້ວຍຄວາມຕັ້ງໃຈໃຫ້ເຕັມທີ່ ແລະ ໃຫ້ຢູ່ໃນເວລາທີ່ແນ່ນອນ. ບໍ່ວ່າເຈົ້າກົດດັນພຽງໃດໃນເວລາໃດໜຶ່ງ, ຫຍຸ້ງກັບວຽກພຽງໃດ ຫຼື ມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຈົ່ງອະທິຖານທຸກໆມື້ໃຫ້ເປັນເລື່ອງປົກກະຕິ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ເປັນເລື່ອງປົກກະຕິ. ຖ້າເມື່ອໃດທີ່ເຈົ້າຍັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບໍ່ວ່າສະພາບອ້ອມຂ້າງເຈົ້າຈະເປັນແນວໃດກໍຕາມ, ເຈົ້າຈະມີຄວາມສຸກໃນຈິດວິນຍານຂອງເຈົ້າ ແລະ ເຈົ້າຈະບໍ່ຖືກລົບກວນດ້ວຍຄົນອື່ນ, ເຫດການ ຫຼື ສິ່ງອ້ອມຂ້າງເຈົ້າ. ເມື່ອເຈົ້າຕຶກຕອງພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ເປັນປົກກະຕິ, ສິ່ງທີ່ເກີດຂຶ້ນຢູ່ພາຍນອກຈະບໍ່ສາມາດລົບກວນເຈົ້າໄດ້. ນີ້ຄືຄວາມໝາຍຂອງການມີວຸດທິພາວະ. ເລີ່ມຕົ້ນດ້ວຍຄຳອະທິຖານ: ອະທິຖານຢ່າງງຽບສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນເປັນຜົນດີທີ່ສຸດ. ຫຼັງຈາກນັ້ນຈົ່ງ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສະແຫວງຫາແສງສະຫວ່າງໃນພຣະທຳຂອງພຣະເຈົ້າໂດຍໄຕ່ຕອງເຖິງພຣະທຳເຫຼົ່ານັ້ນ, ຊອກຫາຫົນທາງເພື່ອປະຕິບັດຕົວຈິງ, ຮູ້ຈັກຄວາມປະສົງຂອງພຣະເຈົ້າໃນການກ່າວພຣະທຳຂອງພຣະອົງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 314](https://lo.kingdomsalvation.org/recital-exposing-mankind-s-corruption-314.html) - ໃນປັດຈຸບັນນີ້, ສິ່ງທີ່ພວກເຈົ້າໄດ້ເຂົ້າໃຈແມ່ນສູງສົ່ງກວ່າບຸກຄົນໃດໜຶ່ງທົ່ວທັງປະຫວັດສາດ ຜູ້ທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ. ບໍ່ວ່າຈະເປັນຄວາມຮູ້ກ່ຽວກັບການທົດລອງຂອງພວກເຈົ້າ ຫຼື ຄວາມເຊື່ອໃນພຣະເຈົ້າ, ມັນກໍລ້ວນແລ້ວແຕ່ສູງສົ່ງກວ່າຂອງຜູ້ເຊື່ອຄົນອື່ນໃນພຣະເຈົ້າ. ສິ່ງຕ່າງໆທີ່ພວກເຈົ້າເຂົ້າໃຈແມ່ນສິ່ງທີ່ພວກເຈົ້າໄດ້ຮູ້ຈັກກ່ອນທີ່ພວກເຈົ້າຈະຜະເຊີນກັບການທົດລອງຈາກສິ່ງແວດລ້ອມ, ແຕ່ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າບໍ່ສາມາດເຂົ້າກັບສິ່ງເຫຼົ່ານັ້ນໄດ້ຢ່າງສົມບູນ. ສິ່ງທີ່ພວກເຈົ້າຮູ້ແມ່ນສູງສົ່ງກວ່າສິ່ງທີ່ພວກເຈົ້ານໍາເຂົ້າສູ່ການປະຕິບັດ. ເຖິງວ່າພວກເຈົ້າຈະເວົ້າວ່າຜູ້ຄົນທີ່ເຊື່ອໃນພຣະເຈົ້າຄວນຮັກພຣະເຈົ້າ ແລະ ບໍ່ຄວນດີ້ນຮົນພະຍາຍາມຫາພອນ ແຕ່ເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າເທົ່ານັ້ນ, ສິ່ງທີ່ສະແດງອອກໃນຊີວິດຂອງພວກເຈົ້າແມ່ນໄກຈາກສິ່ງນີ້ຫຼາຍ ແລະ ເປິເປື້ອນຫຼາຍ. ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ສັນຕິສຸກ ແລະ ຜົນປະໂຫຍດຢ່າງອື່ນ. ເຈົ້າຈະບໍ່ເຊື່ອໃນພຣະເຈົ້າ ຖ້າມັນບໍ່ແມ່ນຍ້ອນຜົນປະໂຫຍດຂອງເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮັບເອົາຄວາມກະລຸນາຂອງພຣະເຈົ້າໄດ້, ເຈົ້າກໍນ້ອຍໃຈ. ສິ່ງທີ່ເຈົ້າເວົ້າຈະເປັນວຸດທິພາວະທີ່ແທ້ຈິງຂອງເຈົ້າໄດ້ແນວໃດ? ເມື່ອມີເຫດການໃນຄອບຄົວທີ່ບໍ່ສາມາດຫຼີກເວັ້ນໄດ້ເກີດຂຶ້ນ ເຊັ່ນ: ລູກໆບໍ່ສະບາຍ, ຄົນຮັກເຂົ້າໂຮງໝໍ, ພືດຜົນຜະລິດໄດ້ໜ້ອຍ ແລະ ການຂົ່ມເຫັງໂດຍສະມາຊິກຄອບຄົວ, ແມ່ນແຕ່ບັນຫາທີ່ເກີດຂຶ້ນເລື້ອຍໆ ແລະ ເປັນປະຈຳເຫຼົ່ານີ້ກໍໜັກເກີນໄປສຳລັບເຈົ້າແລ້ວ. ເມື່ອສິ່ງດັ່ງກ່າວເກີດຂຶ້ນ, ເຈົ້າກໍຕື່ນຕົກໃຈ, ເຈົ້າບໍ່ຮູ້ຈັກວ່າຈະເຮັດຫຍັງຕໍ່ ແລະ ສ່ວນໃຫຍ່ແລ້ວ ເຈົ້າຈະຕໍ່ວ່າພຣະເຈົ້າ. ເຈົ້າຕໍ່ວ່າໆ ພຣະທໍາຂອງພຣະເຈົ້າລໍ້ລວງເຈົ້າ, ພາລະກິດຂອງພຣະເຈົ້າເຍາະເຍີ້ຍເຈົ້າ. ພວກເຈົ້າບໍ່ໄດ້ມີຄວາມຄິດແບບນັ້ນບໍ? ເຈົ້າຄິດວ່າສິ່ງດັ່ງກ່າວບໍ່ຄ່ອຍເກີດຂຶ້ນທ່າມກາງພວກເຈົ້າບໍ? ພວກເຈົ້າໃຊ້ເວລາທຸກມື້ເພື່ອດຳລົງຊີວິດໃນທ່າມກາງເຫດການດັ່ງກ່າວ. ເຈົ້າບໍ່ໃສ່ໃຈໃນຄວາມສຳເລັດຂອງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ວິທີທີ່ຈະຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າແມ່ນຕໍ່າຫຼາຍ, ຕໍ່າກວ່າວຸດທິພາວະຂອງໄກ່ນ້ອຍອີກ. ເມື່ອທຸລະກິດຄອບຄົວຂອງເຈົ້າສູນເສຍເງິນ ເຈົ້າກໍຕໍ່ວ່າພຣະເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 143](https://lo.kingdomsalvation.org/recital-knowing-God-s-work-143.html) - ໃນລະຫວ່າງຍຸກສຸດທ້າຍ ພຣະເຈົ້າໄດ້ລົງມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ. ພຣະອົງກ່າວພຣະທຳຈາກມຸມມອງຂອງພຣະວິນຍານ, ຈາກມຸມມອງຂອງມະນຸດ ແລະ ຈາກມຸມມອງຂອງບຸກຄົນທີສາມ; ພຣະອົງກ່າວໂດຍໃຊ້ຫຼາຍວິທີ, ນໍາໃຊ້ໜຶ່ງວິທີສຳລັບຊ່ວງໄລຍະເວລາໜຶ່ງ ແລະ ພຣະອົງນໍາໃຊ້ວິທີຂອງການກ່າວເພື່ອປ່ຽນແປງແນວຄວາມຄິດຂອງມະນຸດ ແລະ ກຳຈັດພາບລັກຂອງພຣະເຈົ້າທີ່ເລື່ອນລອຍໃຫ້ອອກຈາກຫົວໃຈຂອງມະນຸດ. ນີ້ຄືພາລະກິດຫຼັກທີ່ພຣະເຈົ້າໄດ້ປະຕິບັດ. ຍ້ອນມະນຸດເຊື່ອວ່າ ພຣະເຈົ້າໄດ້ລົງມາເພື່ອຮັກສາຄົນປ່ວຍ, ເພື່ອຂັບໄລ່ຜີຮ້າຍ, ເພື່ອເຮັດການອັດສະຈັນ ແລະ ເພື່ອໃຫ້ພອນທາງວັດຖຸແກ່ມະນຸດ. ພຣະເຈົ້າປະຕິບັດຂັ້ນຕອນນີ້ຂອງພາລະກິດ, ນັ້ນກໍຄື ພາລະກິດແຫ່ງການລົງໂທດ ແລະ ການພິພາກສາ ເພື່ອກຳຈັດສິ່ງເຫຼົ່ານັ້ນອອກຈາກແນວຄວາມຄິດຂອງມະນຸດ ເພື່ອມະນຸດຈະຮູ້ການເຮັດຕາມຄວາມເປັນຈິງ ແລະ ຄວາມທໍາມະດາຂອງພຣະເຈົ້າ ແລະ ເພື່ອວ່າພາບລັກຂອງພຣະເຢຊູຈະຖືກລົບອອກຈາກຫົວໃຈຂອງເຂົາ ແລະ ຖືກແທນທີ່ໂດຍພາບລັກໃໝ່ຂອງພຣະເຈົ້າ. ທັນທີທີ່ພາບລັກຂອງພຣະເຈົ້າພາຍໃນໃຈມະນຸດເລີ່ມເກົ່າລົງ ມັນກໍຈະກາຍເປັນຮູບບູຊາ. ເມື່ອພຣະເຢຊູມາ ແລະ ປະຕິບັດພາລະກິດຂັ້ນຕອນນັ້ນ ພຣະອົງບໍ່ໄດ້ເປັນຕົວແທນໃຫ້ກັບຄວາມບໍລິບູນຂອງພຣະເຈົ້າ. ພຣະອົງເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງ, ກ່າວພຣະທຳບາງຂໍ້ ແລະ ໃນທີ່ສຸດກໍຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ພຣະອົງກໍເປັນຕົວແທນສ່ວນໜຶ່ງຂອງພຣະເຈົ້າ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ກັບທຸກສິ່ງທີ່ເປັນພຣະເຈົ້າ ແຕ່ກົງກັນຂ້າມ ພຣະອົງເປັນຕົວແທນໃຫ້ກັບພຣະເຈົ້າໃນການປະຕິບັດພາລະກິດສ່ວນໜຶ່ງຂອງພຣະເຈົ້າ. ນັ້ນກໍຍ້ອນວ່າ ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ອັດສະຈັນຫຼາຍ ແລະ ບໍ່ສາມາດຢັ່ງເຖິງໄດ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 32](https://lo.kingdomsalvation.org/recital-the-three-stages-of-work-032.html) - ໃນລະຫວ່າງຍຸກສຸດທ້າຍ ພຣະເຈົ້າໄດ້ລົງມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ. ພຣະອົງກ່າວພຣະທຳຈາກມຸມມອງຂອງພຣະວິນຍານ, ຈາກມຸມມອງຂອງມະນຸດ ແລະ ຈາກມຸມມອງຂອງບຸກຄົນທີສາມ; ພຣະອົງກ່າວໂດຍໃຊ້ຫຼາຍວິທີ, ນໍາໃຊ້ໜຶ່ງວິທີສຳລັບຊ່ວງໄລຍະເວລາໜຶ່ງ ແລະ ພຣະອົງນໍາໃຊ້ວິທີຂອງການກ່າວເພື່ອປ່ຽນແປງແນວຄວາມຄິດຂອງມະນຸດ ແລະ ກຳຈັດພາບລັກຂອງພຣະເຈົ້າທີ່ເລື່ອນລອຍໃຫ້ອອກຈາກຫົວໃຈຂອງມະນຸດ. ນີ້ຄືພາລະກິດຫຼັກທີ່ພຣະເຈົ້າໄດ້ປະຕິບັດ. ຍ້ອນມະນຸດເຊື່ອວ່າ ພຣະເຈົ້າໄດ້ລົງມາເພື່ອຮັກສາຄົນປ່ວຍ, ເພື່ອຂັບໄລ່ຜີຮ້າຍ, ເພື່ອເຮັດການອັດສະຈັນ ແລະ ເພື່ອໃຫ້ພອນທາງວັດຖຸແກ່ມະນຸດ. ພຣະເຈົ້າປະຕິບັດຂັ້ນຕອນນີ້ຂອງພາລະກິດ, ນັ້ນກໍຄື ພາລະກິດແຫ່ງການລົງໂທດ ແລະ ການພິພາກສາ ເພື່ອກຳຈັດສິ່ງເຫຼົ່ານັ້ນອອກຈາກແນວຄວາມຄິດຂອງມະນຸດ ເພື່ອມະນຸດຈະຮູ້ການເຮັດຕາມຄວາມເປັນຈິງ ແລະ ຄວາມທໍາມະດາຂອງພຣະເຈົ້າ ແລະ ເພື່ອວ່າພາບລັກຂອງພຣະເຢຊູຈະຖືກລົບອອກຈາກຫົວໃຈຂອງເຂົາ ແລະ ຖືກແທນທີ່ໂດຍພາບລັກໃໝ່ຂອງພຣະເຈົ້າ. ທັນທີທີ່ພາບລັກຂອງພຣະເຈົ້າພາຍໃນໃຈມະນຸດເລີ່ມເກົ່າລົງ ມັນກໍຈະກາຍເປັນຮູບບູຊາ. ເມື່ອພຣະເຢຊູມາ ແລະ ປະຕິບັດພາລະກິດຂັ້ນຕອນນັ້ນ ພຣະອົງບໍ່ໄດ້ເປັນຕົວແທນໃຫ້ກັບຄວາມບໍລິບູນຂອງພຣະເຈົ້າ. ພຣະອົງເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງ, ກ່າວພຣະທຳບາງຂໍ້ ແລະ ໃນທີ່ສຸດກໍຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ພຣະອົງກໍເປັນຕົວແທນສ່ວນໜຶ່ງຂອງພຣະເຈົ້າ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ກັບທຸກສິ່ງທີ່ເປັນພຣະເຈົ້າ ແຕ່ກົງກັນຂ້າມ ພຣະອົງເປັນຕົວແທນໃຫ້ກັບພຣະເຈົ້າໃນການປະຕິບັດພາລະກິດສ່ວນໜຶ່ງຂອງພຣະເຈົ້າ. ນັ້ນກໍຍ້ອນວ່າ ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ອັດສະຈັນຫຼາຍ ແລະ ບໍ່ສາມາດຢັ່ງເຖິງໄດ້
- [ວ່າດ້ວຍການປະຕິບັດການອະທິຖານ](https://lo.kingdomsalvation.org/concerning-the-practice-of-prayer-audio.html) - ພວກເຈົ້າບໍ່ໃຫ້ຄວາມສຳຄັນກ່ຽວກັບຄຳອະທິຖານໃນຊີວິດປະຈຳວັນຂອງພວກເຈົ້າ. ມະນຸດເມິນເສີຍເລື່ອງຄຳອະທິຖານ. ຄຳອະທິຖານເຄີຍເຮັດພໍເປັນພິທີ ໂດຍທີ່ມະນຸດພຽງແຕ່ທຳທ່າເຮັດຕໍ່ໜ້າພຣະເຈົ້າ. ບໍ່ມີມະນຸດຄົນໃດເຄີຍຖວາຍຫົວໃຈຂອງເຂົາຕໍ່ໜ້າພຣະເຈົ້າຢ່າງສົມບູນ ແລະ ມີສ່ວນຮ່ວມໃນການອະທິຖານກັບພຣະເຈົ້າຢ່າງແທ້ຈິງ. ມະນຸດພຽງແຕ່ອະທິຖານຫາພຣະເຈົ້າເມື່ອເກີດບັນຫາຂຶ້ນເທົ່ານັ້ນ. ຕະຫຼອດເວລານີ້, ເຈົ້າເຄີຍອະທິຖານຫາພຣະເຈົ້າຢ່າງແທ້ຈິງບໍ? ເຄີຍມີເວລາທີ່ເຈົ້າຮ້ອງໄຫ້ດ້ວຍນໍ້າຕາແຫ່ງຄວາມເຈັບປວດຕໍ່ໜ້າພຣະເຈົ້າບໍ? ເຄີຍມີເວລາທີ່ເຈົ້າມາຮູ້ຈັກຕົນເອງຕໍ່ໜ້າພຣະອົງບໍ? ເຈົ້າເຄີຍອະທິຖານຫາພຣະເຈົ້າຢ່າງເປີດໃຈບໍ? ຄຳອະທິຖານເກີດຂຶ້ນຜ່ານການປະຕິບັດ: ຖ້າເຈົ້າບໍ່ອະທິຖານຢູ່ເຮືອນເປັນປົກກະຕິ, ແລ້ວເຈົ້າກໍ່ຈະບໍ່ມີທາງອະທິຖານໃນຄຣິດຕະຈັກ ແລະ ຖ້າເຈົ້າບໍ່ອະທິຖານເປັນປົກກະຕິໃນການເຕົ້າໂຮມຂະໜາດນ້ອຍ, ແລ້ວເຈົ້າກໍ່ຈະບໍ່ສາມາດອະທິຖານໃນການເຕົ້າໂຮມຂະໜາດໃຫຍ່ໄດ້. ຖ້າເຈົ້າບໍ່ຍັບເຂົ້າໃກ້ພຣະເຈົ້າເປັນປົກກະຕິ ຫຼື ຮຳພຶງເຖິງພຣະທໍາຂອງພຣະເຈົ້າ, ແລ້ວເຈົ້າກໍ່ຈະບໍ່ມີຫຍັງໃຫ້ເວົ້າເຖິງ ເມື່ອມັນຮອດເວລາອະທິຖານ ແລະ ເຖິງແມ່ນວ່າຖ້າເຈົ້າອະທິຖານ, ເຈົ້າກໍ່ຈະພຽງແຕ່ອະທິຖານແຕ່ປາກ; ມັນຈະບໍ່ແມ່ນຄຳອະທິຖານທີ່ແທ້ຈິງ. ຄຳອະທິຖານທີ່ແທ້ຈິງແມ່ນຫຍັງ? ມັນເປັນການບອກພຣະເຈົ້າກ່ຽວກັບສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ, ສື່ໂອ້ລົມກັບພຣະເຈົ້າເມື່ອເຈົ້າເຂົ້າໃຈເຈດຕະນາຂອງພຣະອົງ, ສື່ໂອ້ລົມກັບພຣະເຈົ້າຜ່ານພຣະທຳຂອງພຣະອົງ, ຮູ້ສຶກໃກ້ຊິດກັບພຣະເຈົ້າເປັນພິເສດ, ຮູ້ສຶກວ່າພຣະອົງຢູ່ທີ່ນັ້ນຕໍ່ໜ້າເຈົ້າ ແລະ ເຊື່ອວ່າເຈົ້າມີບາງສິ່ງໃຫ້ເວົ້າກັບພຣະອົງ. ຫົວໃຈຂອງເຈົ້າຮູ້ສຶກຄືວ່າເຕັມໄປດ້ວຍແສງສະຫວ່າງ ແລະ ເຈົ້າຮູ້ສຶກວ່າພຣະເຈົ້າເປັນຕາຮັກຫຼາຍສໍ່າໃດ. ເຈົ້າຮູ້ສຶກມີແຮງດົນບັນດານໃຈເປັນພິເສດ ແລະ ການຮັບຟັງເຈົ້າໄດ້ນໍາຄວາມພໍໃຈມາສູ່ອ້າຍເອື້ອຍນ້ອງຂອງເຈົ້າ. ພວກເຂົາຈະຮູ້ສຶກວ່າຄໍາເວົ້າທີ່ເຈົ້າກ່າວແມ່ນຄຳເວົ້າທີ່ຢູ່ພາຍໃນຫົວໃຈຂອງພວກເຂົາ, ຄຳເວົ້າທີ່ພວກເຂົາປາຖະໜາຈະເວົ້າ, ຄືກັບວ່າຄຳເວົ້າຂອງເຈົ້າເປັນຄຳເວົ້າແທນພວກເຂົາເອງ. ນີ້ຄືຄວາມໝາຍຂອງຄຳອະທິຖານທີ່ແທ້ຈິງ. ຫຼັງຈາກທີ່ເຈົ້າມີສ່ວນຮ່ວມໃນການອະທິຖານຢ່າງແທ້ຈິງ, ຫົວໃຈຂອງເຈົ້າກໍ່ຈະສະຫງົບສຸກ ແລະ ຈະຮູ້ຈັກຄວາມພໍໃຈ. ພາລະກຳລັງທີ່ຈະຮັກພຣະເຈົ້າແມ່ນສາມາດເກີດຂຶ້ນ ແລະ ເຈົ້າຈະຮູ້ສຶກວ່າບໍ່ມີສິ່ງໃດທີ່ຈະມີຄ່າ ຫຼື ມີຄວາມໝາຍໃນຊີວິດຫຼາຍກວ່າການຮັກພຣະເຈົ້າ.
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 4](https://lo.kingdomsalvation.org/the-fourth-utterance-audio.html) - ປະຊາຊົນຂອງເຮົາທຸກຄົນທີ່ຮັບໃຊ້ຢູ່ຕໍ່ໜ້າເຮົາຄວນຄິດຄືນຫຼັງເຖິງອະດີດ: ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາແມ່ນມີຮອຍດ່າງຈາກຄວາມບໍ່ບໍລິສຸດບໍ? ຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດ ແລະ ດ້ວຍຄວາມເຕັມໃຈບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາແມ່ນແທ້ຈິງບໍ? ເຮົາມີຈັກຫ້ອງຢູ່ໃນຫົວໃຈຂອງພວກເຈົ້າ? ເຮົາໄດ້ເຕີມເຕັມຫົວໃຈຂອງພວກເຈົ້າທັງໝົດບໍ? ພຣະທໍາຂອງເຮົາໄດ້ບັນລຸຜົນພາຍໃນພວກເຈົ້າຫຼາຍສໍ່າໃດ? ຢ່າພະຍາຍາມຫຼອກລວງເຮົາ! ສິ່ງເຫຼົ່ານີ້ແມ່ນຊັດເຈນສໍາລັບເຮົາໝົດແລ້ວ! ປັດຈຸບັນ ໃນຂະນະທີ່ສຽງຂອງຄວາມລອດພົ້ນຂອງເຮົາໄດ້ດັງອອກ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນໄດ້ເພີ່ມຂຶ້ນບໍ? ມີສ່ວນໃດຂອງຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາໄດ້ມີຄວາມເລິກເຊິ່ງບໍ? ການສັນລະເສີນທີ່ມອບໃຫ້ໃນອະດີດໄດ້ປູພື້ນຖານຢ່າງໜາແໜ້ນໃຫ້ແກ່ຄວາມຮູ້ຂອງພວກເຈົ້າໃນປັດຈຸບັນບໍ? ພຣະວິນຍານຂອງເຮົາຄອບຄອງພາຍໃນພວກເຈົ້າຫຼາຍສໍ່າໃດ? ພາບລັກຂອງເຮົາມີຢູ່ພາຍໃນພວກເຈົ້າຈັກບ່ອນ? ພຣະວັດຈະນະຂອງເຮົາໄດ້ຕີຖືກຈຸດອ່ອນຂອງພວກເຈົ້າຢູ່ບໍ? ພວກເຈົ້າຮູ້ສຶກວ່າ ພວກເຈົ້າບໍ່ມີບ່ອນເຊື່ອງຄວາມອັບອາຍຂອງຕົວເອງແທ້ບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າບໍ່ມີຄຸນສົມບັດເປັນປະຊາຊົນຂອງເຮົາແທ້ບໍ? ຖ້າພວກເຈົ້າບໍ່ຕະໜັກເຖິງຄໍາຖາມຂ້າງເທິງເລີຍ, ແລ້ວນີ້ກໍສະແດງໃຫ້ເຫັນວ່າ ພວກເຈົ້າກໍາລັງຕຶກເບັດຢູ່ນໍ້າຂຸ່ນ, ພວກເຈົ້າພຽງມີຢູ່ເພື່ອເພີ່ມຈໍານວນຄົນເທົ່ານັ້ນ ແລະ ເມື່ອເຖິງເວລາທີ່ເຮົາກໍານົດລ່ວງໜ້າ ພວກເຈົ້າກໍຈະຖືກກໍາຈັດ ແລະ ຖືກຖິ້ມລົງໃນຂຸມເລິກທີ່ສຸດເປັນຄັ້ງທີ່ສອງຢ່າງແນ່ນອນ. ສິ່ງເຫຼົ່ານີ້ແມ່ນພຣະທໍາແຫ່ງການຕັກເຕືອນຂອງເຮົາ ແລະ ຜູ້ໃດທີ່ຖືເບົາກັບພຣະທໍາເຫຼົ່ານີ້ຈະຖືກໂຈມຕີດ້ວຍການພິພາກສາຂອງເຮົາ ແລະ ຜະເຊີນດ້ວຍໄພພິບັດຕາມເວລາທີ່ໄດ້ກໍານົດໄວ້. ແລ້ວມັນບໍ່ແມ່ນແບບນີ້ບໍ? ເຮົາຍັງຈໍາເປັນຕ້ອງຍົກຕົວຢ່າງເພື່ອອະທິບາຍສິ່ງນີ້ອີກບໍ? ເຮົາຕ້ອງເວົ້າໃຫ້ແຈ້ງຂຶ້ນກວ່ານີ້ບໍ ເພື່ອຍົກເປັນຕົວຢ່າງແກ່ພວກເຈົ້າ? ຕັ້ງແຕ່ເວລາຂອງການຊົງສ້າງຈົນເຖິງປັດຈຸບັນ, ຫຼາຍຄົນໄດ້ກະບົດຕໍ່ພຣະທໍາຂອງເຮົາ ແລະ ດ້ວຍເຫດນັ້ນ ຈຶ່ງຖືກປະຖິ້ມ ແລະ ກໍາຈັດໂດຍກະແສຂອງການຟື້ນຟູຂອງເຮົາ; ໃນທີ່ສຸດ ຮ່າງກາຍຂອງພວກເຂົາກໍຈະດັບສູນ ແລະ ວິນຍານຂອງພວກເຂົາກໍຈະຖືກສົ່ງໄປຍັງແດນມໍລະນາ ແລະ ແມ່ນແຕ່ໃນປັດຈຸບັນ
- [ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ (ພາກທີໜຶ່ງ)](https://lo.kingdomsalvation.org/taking-man-to-wonderful-destination-1-audio.html) - ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈຈຸດໝາຍປາຍທາງທີ່ມະນຸດຊາດຈະເຂົ້າສູ່. ໃນຖານະທີ່ເປັນສິ່ງຖືກສ້າງ ມະນຸດຄວນປະຕິບັດໜ້າທີ່ຂອງສິ່ງຖືກສ້າງ: ມະນຸດຄວນຕິດຕາມພຣະເຈົ້າໃນທຸກສິ່ງທີ່ພຣະອົງປະຕິບັດ; ພວກເຈົ້າຄວນດຳເນີນການໃນຫົນທາງໃດກໍຕາມທີ່ເຮົາບອກກັບພວກເຈົ້າ. ເຈົ້າບໍ່ມີທາງຈັດການສິ່ງຕ່າງໆສຳລັບຕົວເຈົ້າເອງໄດ້ ແລະ ເຈົ້າບໍ່ມີຄວາມລຶກລັບເໜືອຕົວເຈົ້າເອງໄດ້; ທຸກສິ່ງຕ້ອງປະໄວ້ທີ່ການຈັດແຈງຂອງພຣະເຈົ້າ ແລະ ທຸກສິ່ງແມ່ນຖືກກຳໄວ້ຢູ່ພາຍໃນມືຂອງພຣະອົງ. ຖ້າພາລະກິດຂອງພຣະເຈົ້າໄດ້ຈັດກຽມແກ່ມະນຸດດ້ວຍຈຸດຈົບ, ຈຸດໝາຍປາຍທາງທີ່ມະຫັດສະຈັນໄວ້ລ່ວງໜ້າ ແລະ ຖ້າພຣະເຈົ້ານໍາໃຊ້ສິ່ງນີ້ເພື່ອລໍ້ໃຈມະນຸດ ແລະ ເຮັດໃຫ້ມະນຸດຕິດຕາມພຣະອົງ ນັ້ນກໍຄື ຖ້າພຣະອົງສ້າງຂໍ້ສັນຍາກັບມະນຸດ ແລ້ວສິ່ງນີ້ຈະບໍ່ແມ່ນການເອົາຊະນະ ຫຼື ມັນບໍ່ແມ່ນເພື່ອປະຕິບັດພາລະກິດໃນຊີວິດຂອງມະນຸດ. ຖ້າພຣະເຈົ້າຕ້ອງໃຊ້ຈຸດຈົບຂອງມະນຸດເພື່ອຄວບຄຸມມະນຸດ ແລະ ຮັບເອົາຫົວໃຈຂອງເຂົາ, ແລ້ວໃນເລື່ອງນີ້ ພຣະອົງຈະບໍ່ໄດ້ເຮັດໃຫ້ມະນຸດສົມບູນ ຫຼື ພຣະອົງຈະບໍ່ສາມາດຮັບເອົາມະນຸດ, ແຕ່ກົງກັນຂ້າມ ພຣະອົງຈະໃຊ້ຈຸດໝາຍປາຍທາງເພື່ອຄວບຄຸມເຂົາ. ມະນຸດບໍ່ສົນໃຈໃນສິ່ງໃດນອກຈາກຈຸດຈົບໃນອະນາຄົດ, ຈຸດໝາຍປາຍທາງສຸດທ້າຍ ແລະ ບໍ່ວ່າຈະມີສິ່ງດີໆໃຫ້ຄາດຫວັງ ຫຼື ບໍ່. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນລະຫວ່າງພາລະກິດແຫ່ງການເອົາຊະນະ ແລະ ຖ້າກ່ອນໜ້າການເອົາຊະນະມະນຸດ, ເຂົາໄດ້ຮັບຈຸດໝາຍປາຍທາງທີ່ເໝາະສົມໃຫ້ສະແຫວງຫາ ແລ້ວການເອົາຊະນະມະນຸດຈະບໍ່ພຽງແຕ່ບໍ່ບັນລຸຜົນຂອງມັນເທົ່ານັ້ນ, ແຕ່ຜົນໄດ້ຮັບຂອງພາລະກິດແຫ່ງການເອົາຊະນະກໍຍັງຈະໄດ້ຮັບອິດທິພົນອີກດ້ວຍ. ນັ້ນໝາຍຄວາມວ່າ ພາລະກິດແຫ່ງການເອົາຊະນະບັນລຸຜົນຂອງມັນໂດຍການເອົາໂຊກຊະຕາອອກໄປ ແລະ ຄວາມຄາດຫວັງຂອງມະນຸດ ແລະ ການພິພາກສາ ແລະ ການຂ້ຽນຕີອຸປະນິໄສທີ່ກະບົດຂອງມະນຸດ. ມັນບໍ່ໄດ້ບັນລຸໂດຍການເຮັດຂໍ້ສັນຍາກັບມະນຸດ
- [ພຣະຄຳຂອງພຣະຄຣິດໃນຕົ້ນເດີມ: ບົດທີ 35](https://lo.kingdomsalvation.org/thirty-fifth-utterance-audio.html) - ສຽງຟ້າຮ້ອງທັງເຈັດອອກມາຈາກບັນລັງ, ສັ່ນສະເທືອນຈັກກະວານ, ພິກສະຫວັນ ແລະ ແຜ່ນດິນໂລກ ແລະ ດັງກ້ອງໄປທົ່ວທ້ອງຟ້າ! ສຽງທະລຸຫູ ແລະ ຜູ້ຄົນບໍ່ສາມາດໜີມັນພົ້ນ ຫຼື ພວກເຂົາບໍ່ສາມາດລີ້ຈາກມັນໄດ້. ຟ້າຮ້ອງ ແລະ ຟ້າຜ່າລະເບີດອອກມາ ແລະ ໃນທັນທີ ສະຫວັນ ແລະ ແຜ່ນດິນໂລກກໍປ່ຽນແປງໄປ ແລະ ຜູ້ຄົນກໍໃກ້ຈະຕາຍ. ຈາກນັ້ນ, ດ້ວຍຄວາມໄວດັ່ງຟ້າຜ່າ, ອາວະກາດທັງໝົດກໍຖືກປົກຄຸມດ້ວຍພາຍຸຝົນທີ່ຮຸນແຮງ ແລະ ຕົກລົງມາຈາກສະຫວັນ! ໃນມຸມທີ່ໄກທີ່ສຸດຂອງແຜ່ນດິນໂລກ, ມັນບໍ່ຍອມໃຫ້ມີຄາບເປື້ອນເນື່ອງຈາກວ່າມັນລ້າງທົ່ວແຕ່ຫົວຮອດຕີນຢ່າງທົ່ວເຖິງຄືກັບການອາບນ້ຳ; ບໍ່ມີຫຍັງສາມາດລີ້ລັບຈາກມັນໄດ້ ຫຼື ບໍ່ມີໃຜສາມາດຫຼີກໜີຈາກມັນໄດ້. ສຽງດັງກັງວານຂອງຟ້າຮ້ອງ ຄືກັບແສງມາບເຫຼື້ອມຂອງຟ້າຜ່າ, ເປັ່ງປະກາຍດ້ວຍແສງທີ່ເຍືອກເຢັນ ແລະ ເຮັດໃຫ້ມະນຸດສັ່ນເຊັນດ້ວຍຄວາມຢ້ານກົວ! ດາບສອງຄົມອັນແຫຼມຄົມຟາດລົງໃສ່ລູກຊາຍແຫ່ງການກະບົດ ແລະ ພວກສັດຕູກໍປະເຊີນກັບຄວາມຫາຍະນະ, ບໍ່ມີບ່ອນໃຫ້ລີ້; ພວກເຂົາມຶນງົງຢູ່ທ່າມກາງລົມ ແລະ ຝົນ ແລະ ໂຊເຊຈາກການພັດ, ພວກເຂົາຕາຍລົງທັນທີສູ່ນ້ຳທີ່ໄຫຼ ແລະ ກໍຖືກພັດລ້າງໄປ. ມີພຽງຄວາມຕາຍ ແລະ ບໍ່ມີທາງອື່ນໃຫ້ພວກເຂົາມີຊີວິດລອດ. ຟ້າຮ້ອງທັງເຈັດອອກຈາກເຮົາ ແລະ ຖ່າຍທອດເຈດຕະນາຂອງເຮົາ
- [ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?](https://lo.kingdomsalvation.org/how-is-your-relationship-with-God-audio.html) - ໃນການເຊື່ອໃນພຣະເຈົ້າ ຢ່າງໜ້ອຍເຈົ້າຕ້ອງແກ້ໄຂບັນຫາກ່ຽວກັບການມີຄວາມສຳພັນປົກກະຕິກັບພຣະເຈົ້າ. ຖ້າເຈົ້າບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ, ແລ້ວຄວາມໝາຍໃນການເຊື່ອໃນພຣະເຈົ້າກໍ່ຈະສູນຫາຍໄປ. ການສ້າງຄວາມສຳພັນປົກກະຕິກັບພຣະເຈົ້ານັ້ນບັນລຸຜົນໄດ້ຢ່າງສິ້ນເຊີງດ້ວຍຫົວໃຈທີ່ສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ການມີຄວາມສຳພັນປົກກະຕິກັບພຣະເຈົ້າໝາຍເຖິງການສາມາດບໍ່ມີຂໍ້ສົງໄສ ແລະ ບໍ່ປະຕິເສດພາລະກິດໃດໆຂອງພຣະເຈົ້າ ແລະ ສາມາດອ່ອນນ້ອມຕໍ່ພາລະກິດຂອງພຣະອົງ. ມັນໝາຍເຖິງການມີເຈດຕະນາອັນຖືກຕ້ອງຕໍ່ໜ້າພຣະເຈົ້າ, ບໍ່ວາງແຜນສຳລັບຕົວເຈົ້າເອງ ແລະ ການຄຳນຶງເຖິງຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າໃນທຸກສິ່ງກ່ອນ; ມັນໝາຍເຖິງການຍອມຮັບການກວດສອບວິເຄາະຂອງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ. ເຈົ້າຕ້ອງສາມາດເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດ. ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຈົ້າຕ້ອງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ດີທີ່ສຸດ. ເມື່ອເຈດຕະນາຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ເຈົ້າ, ໃຫ້ປະຕິບັດຕາມພວກມັນ ແລະ ມັນຈະບໍ່ຊ້າເກີນໄປ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າກາຍມາເປັນປົກກະຕິ, ເມື່ອນັ້ນເຈົ້າກໍ່ຈະມີຄວາມສຳພັນປົກກະຕິກັບຜູ້ຄົນເຊັ່ນດຽວກັນ. ເພື່ອສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ທຸກສິ່ງຕ້ອງຖືກສ້າງບົນພື້ນຖານພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດປະຕິບັດໜ້າທີ່ຂອງເຈົ້າຕາມພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າໄດ້ຮ້ອງຂໍ, ເຈົ້າຕ້ອງເຮັດໃຫ້ມຸມມອງຂອງເຈົ້າຊື່ກົງ ແລະ ຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ເຈົ້າຕ້ອງປະຕິບັດຄວາມຈິງ ເມື່ອເຈົ້າເຂົ້າໃຈມັນ ແລະ ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາດ້ວຍຫົວໃຈທີ່ອ່ອນນ້ອມຕໍ່ພຣະເຈົ້າ. ເມື່ອປະຕິບັດແບບນັ້ນ, ເຈົ້າຈະສາມາດຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ. ໃນເວລາດຽວກັນກັບທີ່ປະຕິບັດໜ້າທີ່ຂອງເຈົ້າຢ່າງຖືກຕ້ອງ, ເຈົ້າຍັງຕ້ອງຮັບປະກັນວ່າເຈົ້າບໍ່ໄດ້ເຮັດຫຍັງທີ່ບໍ່ເປັນປະໂຫຍດຕໍ່ທາງເຂົ້າສູ່ຊີວິດຂອງຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ ແລະ ບໍ່ເວົ້າສິ່ງທີ່ບໍ່ເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງ. ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງບໍ່ເຮັດສິ່ງທີ່ຂັດກັບຄວາມສຳນຶກຂອງເຈົ້າ ແລະ ຕ້ອງບໍ່ເຮັດສິ່ງທີ່ເປັນຕາອັບອາຍແທ້ໆ. ໂດຍສະເພາະແລ້ວ, ສຳລັບສິ່ງທີ່ກະບົດ
- [ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ](https://lo.kingdomsalvation.org/knowing-God-s-work-today-audio.html) - ສ່ວນໃຫຍ່ແລ້ວ, ການຮູ້ຈັກພາລະກິດຂອງພຣະເຈົ້າໃນຍຸກປັດຈຸບັນນີ້ແມ່ນການຮູ້ຈັກພັນທະກິດທີ່ສຳຄັນຂອງພຣະເຈົ້າທີ່ມາບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ເລື່ອງທີ່ພຣະອົງໄດ້ລົງມາເພື່ອປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ. ກ່ອນໜ້ານີ້ ເຮົາໄດ້ກ່າວໄວ້ໃນພຣະທຳຂອງເຮົາແລ້ວວ່າ ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກ (ໃນຊ່ວງຍຸກສຸດທ້າຍ) ເພື່ອວາງແບບຢ່າງກ່ອນທີ່ຈະຈາກໄປ. ພຣະເຈົ້າວາງແບບຢ່າງນີ້ແນວໃດ? ພຣະອົງກະທຳດັ່ງນັ້ນໂດຍການກ່າວພຣະທຳ ແລະ ໂດຍການປະຕິບັດພາລະກິດ ແລະ ການກ່າວໄປທົ່ວແຜ່ນດິນ. ນີ້ຄືພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍ; ພຣະອົງພຽງແຕ່ກ່າວ ເພື່ອເຮັດໃຫ້ແຜ່ນດິນໂລກກາຍມາເປັນໂລກແຫ່ງພຣະທຳ, ເພື່ອວ່າທຸກຄົນຈະໄດ້ຮັບການຈັດຕຽມ ແລະ ໄດ້ຮັບຄວາມສະຫວ່າງຈາກພຣະທໍາຂອງພຣະອົງ ແລະ ເພື່ອວ່າວິນຍານຂອງມະນຸດຈະໄດ້ຕື່ນຂຶ້ນ ແລະ ເຂົາຈະໄດ້ຮັບຄວາມຊັດເຈນກ່ຽວກັບນິມິດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ລົງມາເທິງແຜ່ນດິນໂລກເພື່ອກ່າວພຣະທຳໂດຍສະເພາະ. ເມື່ອພຣະເຢຊູມາ, ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ພຣະອົງສໍາເລັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ພຣະອົງໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະບັນຍັດ ແລະ ລຶບລ້າງສິ່ງເກົ່າທັງໝົດ. ການມາຂອງພຣະເຢຊູໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ; ການມາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະຄຸນ. ພຣະອົງໄດ້ມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອໃຊ້ພຣະທຳໃນການເຮັດໃຫ້ມະນຸດສົມບູນ, ເພື່ອເຍືອງທາງ ແລະ ໃຫ້ແສງສະຫວ່າງກັບມະນຸດ ແລະ ເພື່ອກຳຈັດບ່ອນຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ. ນີ້ບໍ່ແມ່ນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດເມື່ອເວລາພຣະອົງມາ. ເມື່ອພຣະເຢຊູມາ, ພຣະອົງໄດ້ກະທໍາການອັດສະຈັນຫຼາຍຢ່າງ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງປະຕິບັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ຜົນຕາມມາກໍຄື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 450](https://lo.kingdomsalvation.org/recital-entry-into-life-450.html) - ຖ້າເຈົ້າບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍຍັງບໍ່ຮູ້ຈັກວິທີການຮ່ວມມືກັບພຣະເຈົ້າ. ຖ້າເຈົ້າບໍ່ຮູ້ຈັກຫຼັກການແຫ່ງພາລະກິດຂອງພຣະເຈົ້າ ແລະ ບໍ່ຮັບຮູ້ເຖິງວິທີທີ່ຊາຕານປະຕິບັດພາລະກິດໃນມະນຸດ, ເຈົ້າກໍຈະບໍ່ມີເສັ້ນທາງໃຫ້ປະຕິບັດ. ການສະແຫວງຫາຢ່າງກະຕືລືລົ້ນພຽງຢ່າງດຽວບໍ່ໄດ້ເຮັດໃຫ້ເຈົ້າບັນລຸຜົນຕາມທີ່ພຣະເຈົ້າຕ້ອງການ. ວິທີການຮັບປະສົບການດັ່ງກ່າວກໍເໝືອນກັບການຮັບປະສົບການຂອງລໍເຣັນ ນັ້ນກໍຄື: ບໍ່ໄດ້ແຍກແຍະຫຍັງເລີຍ ແລະ ພຽງແຕ່ໃສ່ໃຈກັບປະສົບການຢ່າງດຽວ ໂດຍບໍ່ຮັບຮູ້ວ່າ ພາລະກິດຂອງຊາຕານແມ່ນຫຍັງ, ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫຍັງ, ມະນຸດຈະຢູ່ໃນສະພາວະຫຍັງຖ້າບໍ່ມີການສະຖິດຂອງພຣະເຈົ້າ ແລະ ພຣະເຈົ້າຕ້ອງການເຮັດໃຫ້ຄົນປະເພດໃດສົມບູນແບບ. ຄວນນໍາໃຊ້ຫຼັກການໃດເມື່ອຮັບມືກັບຄົນຫຼາຍປະເພດ, ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າໃນປັດຈຸບັນໄດ້ແນວໃດ, ຈະຮູ້ຈັກເຖິງອຸປະນິໄສຂອງພຣະເຈົ້າໄດ້ແນວໃດ ແລະ ຄວາມເມດຕາ, ຄວາມສະຫງ່າງາມ ແລະ ຄວາມຊອບທຳຂອງພຣະເຈົ້າຈະຖືກຊີ້ນໍາກັບຄົນແນວໃດ, ໃນສະຖານະການແບບໃດ ແລະ ຍຸກໃດ, ເຂົາບໍ່ໄດ້ມີການແຍກແຍະໃນສິ່ງເຫຼົ່ານີ້ເລີຍ. ຖ້າຜູ້ຄົນບໍ່ມີນິມິດຫຼາຍຢ່າງເປັນພື້ນຖານສຳລັບປະສົບການຂອງພວກເຂົາ ແລ້ວຊີວິດກໍບໍ່ຕ້ອງຖາມເຖິງເລີຍ ແລະ ປະສົບການກໍແຮງໄກ; ພວກເຂົາສາມາດສືບຕໍ່ຍອມ ແລະ ອົດທົນກັບທຸກສິ່ງຢ່າງໂງ່ຈ້າ. ຄົນປະເພດດັ່ງກ່າວແມ່ນຍາກທີ່ຈະເຮັດໃຫ້ສົມບູນແບບໄດ້. ສາມາດເວົ້າໄດ້ວ່າ ຖ້າເຈົ້າບໍ່ມີນິມິດຫຍັງເລີຍທີ່ເວົ້າມາຂ້າງເທິງ, ສິ່ງນີ້ກໍເປັນເຄື່ອງພິສູດທີ່ພຽງພໍແລ້ວວ່າ ເຈົ້າເປັນຄົນໂງ່, ເຈົ້າເປັນເໝືອນກັບເສົາເກືອທີ່ຕັ້ງຢູ່ໃນອິດສະຣາເອນຢູ່ສະເໝີ. ຄົນປະເພດດັ່ງກ່າວແມ່ນໃຊ້ການບໍ່ໄດ້, ບໍ່ມີຫຍັງດີເລີຍ! ບາງຄົນພຽງແຕ່ອ່ອນນ້ອມຢ່າງຫູໜວກ ແລະ ຕາບອດຕະຫຼອດເວລາ, ພວກເຂົາຮູ້ຈັກຕົນເອງຢູ່ສະເໝີ ແລະ ນໍາໃຊ້ວິທີການປະພຶດຂອງຕົນເອງເມື່ອຮັບມືກັບບັນຫາໃໝ່ໆ ຫຼື ພວກເຂົານໍາໃຊ້ “ສະຕິປັນຍາ” ເພື່ອຮັບມືກັບບັນຫາທີ່ເລັກໆນ້ອຍໆ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 424](https://lo.kingdomsalvation.org/recital-entry-into-life-424.html) - ໃນຂັ້ນຕອນປັດຈຸບັນ, ມັນເປັນສິ່ງສຳຄັນທີ່ຈະຮູ້ຈັກຄວາມຈິງກ່ອນ, ແລ້ວນໍາຄວາມຈິງນັ້ນເຂົ້າສູ່ການປະຕິບັດ ແລະ ປະກອບຕົນເອງດ້ວຍຄວາມໝາຍທີ່ແທ້ຈິງແຫ່ງຄວາມຈິງ. ພວກເຈົ້າຄວນສະແຫວງຫາເພື່ອບັນລຸສິ່ງນີ້. ແທນທີ່ຈະສະແຫວງຫາເພື່ອເຮັດໃຫ້ຄົນອື່ນປະຕິບັດຕາມຄຳເວົ້າຂອງເຈົ້າເທົ່ານັ້ນ, ເຈົ້າຄວນເຮັດໃຫ້ພວກເຂົາປະຕິບັດຕາມການປະຕິບັດຂອງເຈົ້າ. ດ້ວຍສິ່ງນີ້ເທົ່ານັ້ນ ເຈົ້າຈຶ່ງຈະພົບໃນສິ່ງທີ່ມີຄວາມໝາຍ, ບໍ່ວ່າຈະມີຫຍັງເກີດຂຶ້ນກັບເຈົ້າ, ບໍ່ວ່າເຈົ້າຈະພົບກັບຜູ້ໃດກໍຕາມ, ຕາບໃດທີ່ເຈົ້າມີຄວາມຈິງ, ເຈົ້າຈະສາມາດຍຶດໝັ້ນໄດ້. ພຣະທຳຂອງພຣະເຈົ້າແມ່ນສິ່ງທີ່ນໍາຊີວິດມາໃຫ້ກັບມະນຸດ ບໍ່ແມ່ນຄວາມຕາຍ. ຖ້າຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າແລ້ວ ເຈົ້າບໍ່ມີຊີວິດຊີວາ ແຕ່ເຈົ້າຍັງຕາຍຢູ່, ແລ້ວມີບາງສິ່ງທີ່ຜິດພາດກັບເຈົ້າ. ຖ້າຫຼັງຈາກເວລາຊ່ວງໃດໜຶ່ງ, ເຈົ້າໄດ້ອ່ານພຣະທໍາຂອງພຣະເຈົ້າຫຼາຍຄັ້ງ ແລະ ໄດ້ຍິນຄຳເທດສະໜາທີ່ແທ້ຈິງຫຼາຍຢ່າງ, ແຕ່ເຈົ້າຍັງຢູ່ໃນສະພາບແຫ່ງຄວາມຕາຍ, ແລ້ວສິ່ງນີ້ພິສູດໃຫ້ເຫັນວ່າ ເຈົ້າບໍ່ໄດ້ເປັນຄົນທີ່ໃຫ້ຄຸນຄ່າກັບຄວາມຈິງ ແລະ ເຈົ້າບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ. ຖ້າພວກເຈົ້າສະແຫວງຫາທີ່ຈະຮັບເອົາພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າຈະບໍ່ໃສ່ໃຈກັບການຈັດກຽມຕົນເອງດ້ວຍຄຳສັ່ງສອນ ແລະ ນໍາໃຊ້ຄຳສັ່ງສອນທີ່ສູງສົ່ງເພື່ອສັ່ງສອນຄົນອື່ນ, ແຕ່ກົງກັນຂ້າມ ເຈົ້າຈະໃສ່ໃຈກັບການປະສົບກັບພຣະທຳຂອງພຣະເຈົ້າ ແລະ ນໍາຄວາມຈິງເຂົ້າສູ່ການປະຕິບັດ. ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່ໃນປັດຈຸບັນບໍ? ມີເວລາທີ່ຈຳກັດສຳລັບພຣະເຈົ້າໃນການປະຕິບັດພາລະກິດຂອງພຣະອົງໃນມະນຸດ, ສະນັ້ນແມ່ນຫຍັງຄືຜົນຕາມມາ ຖ້າເຈົ້າບໍ່ຮ່ວມມືກັບພຣະອົງ? ເປັນຫຍັງພຣະເຈົ້າຈຶ່ງຕ້ອງການໃຫ້ພວກເຈົ້າປະຕິບັດພຣະທໍາຂອງພຣະອົງສະເໝີເມື່ອພວກເຈົ້າເຂົ້າໃຈມັນ? ນັ້ນກໍຍ້ອນວ່າ ພຣະເຈົ້າໄດ້ເປີດເຜີຍພຣະທຳຂອງພຣະອົງໃຫ້ກັບພວກເຈົ້າ ແລະ ຂັ້ນຕອນຕໍ່ໄປຂອງພວກເຈົ້າກໍຄືການປະຕິບັດພຣະທຳເຫຼົ່ານີ້ຢ່າງແທ້ຈິງ. ໃນຂະນະທີ່ພວກເຈົ້າປະຕິບັດພຣະທຳເຫຼົ່ານີ້, ພຣະເຈົ້າຈະປະຕິບັດພາລະກິດແຫ່ງແສງສະຫວ່າງ ແລະ ການນໍາພາ.ສິ່ງຕ່າງໆແມ່ນສໍາເລັດໃນລັກສະນະນີ້. ພຣະທຳຂອງພຣະເຈົ້າປ່ອຍມະນຸດເກີດດອກອອກຜົນໃນຊີວິດ ແລະ ບໍ່ມີອົງປະກອບໃດທີ່ສາມາດເຮັດໃຫ້ມະນຸດບ່ຽງເບນ ຫຼື ເລີ່ມມີດ້ານລົບ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 423](https://lo.kingdomsalvation.org/recital-entry-into-life-423.html) - ພາຍໃນພຣະທໍາຂອງພຣະເຈົ້າແມ່ນຄວາມຈິງທີ່ມະນຸດຕ້ອງມີ, ສິ່ງທີ່ມີຜົນປະໂຫຍດ ແລະ ເປັນປະໂຫຍດທີ່ສຸດໃຫ້ກັບມະນຸດຊາດ, ຢາບຳລຸງ ແລະ ການບຳລຸງລ້ຽງທີ່ຮ່າງກາຍຂອງພວກເຈົ້າຕ້ອງການ, ເປັນສິ່ງທີ່ຊ່ວຍໃຫ້ມະນຸດຟື້ນຟູຄວາມເປັນມະນຸດປົກກະຕິຂອງເຂົາ ແລະ ຄວາມຈິງທີ່ມະນຸດຄວນປະກອບມີ. ຍິ່ງພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ຊີວິດຂອງພວກເຈົ້າກໍຍິ່ງເກີດດອກອອກຜົນໄດ້ໄວຫຼາຍສໍ່ານັ້ນ ແລະ ຄວາມຈິງກໍຍິ່ງຈະຊັດເຈນຫຼາຍສໍ່ານັ້ນ. ໃນຂະນະທີ່ເຈົ້າເຕີບໃຫຍ່ໃນວຸດທິພາວະ, ພວກເຈົ້າກໍຈະເຫັນສິ່ງຕ່າງໆຢູ່ໃນໂລກຝ່າຍວິນຍານຢ່າງຊັດເຈນຂຶ້ນ ແລະ ພວກເຈົ້າຈະມີພະລັງເພິ່ມຂຶ້ນເພື່ອເອົາຊະນະຊາຕານ. ຄວາມຈິງຫຼາຍຢ່າງທີ່ພວກເຈົ້າບໍ່ເຂົ້າໃຈກໍຈະຖືກເຮັດໃຫ້ແຈ່ມແຈ້ງ ເມື່ອພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າ. ຄົນສ່ວນຫຼາຍແມ່ນພໍໃຈກັບການເຂົ້າໃຈຂໍ້ຄວາມແຫ່ງພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ໃສ່ໃຈກັບການປະກອບຕົນເອງດ້ວຍຄຳສັ່ງສອນ ແທນທີ່ຈະລົງເລິກໃນປະສົບການປະຕິບັດຂອງພວກເຂົາ, ແຕ່ນັ້ນບໍ່ແມ່ນວິທີຂອງພວກຟາຣີຊາຍບໍ? ພວກເຂົາສາມາດໄດ້ຮັບຄວາມເປັນຈິງຈາກວະລີທີ່ວ່າ “ພຣະທຳຂອງພຣະເຈົ້າແມ່ນຊີວິດ” ໂດຍການເຮັດສິ່ງນີ້ບໍ? ຊີວິດຂອງບຸກຄົນໃດໜຶ່ງບໍ່ສາມາດເຕີບໃຫຍ່ໄດ້ໂດຍການອ່ານພຣະທຳຂອງພຣະເຈົ້າພຽງຢ່າງດຽວ, ແຕ່ມີແຕ່ເມື່ອພຣະທຳຂອງພຣະເຈົ້າຖືກນໍາເຂົ້າສູ່ການປະຕິບັດ. ຖ້າມັນເປັນຄວາມເຊື່ອຂອງເຈົ້າທີ່ວ່າ ການເຂົ້າໃຈພຣະທຳຂອງພຣະເຈົ້າແມ່ນສິ່ງດຽວທີ່ຈຳເປັນໃນການມີຊີວິດ ແລະ ວຸດທິພາວະ, ແລ້ວຄວາມເຂົ້າໃຈຂອງເຈົ້າກໍບົກຜ່ອງ. ການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງແທ້ຈິງເກີດຂຶ້ນເມື່ອເຈົ້າປະຕິບັດຄວາມຈິງ ແລະ ເຈົ້າຕ້ອງເຂົ້າໃຈວ່າ “ໂດຍການປະຕິບັດຄວາມຈິງເທົ່ານັ້ນ ຈຶ່ງຈະເຂົ້າໃຈຄວາມຈິງໄດ້”. ໃນປັດຈຸບັນ, ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ເຈົ້າພຽງແຕ່ສາມາດເວົ້າວ່າ ເຈົ້າຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ເຈົ້າບໍ່ສາມາດເວົ້າໄດ້ວ່າ ເຈົ້າເຂົ້າໃຈພຣະທຳນັ້ນ. ບາງຄົນເວົ້າວ່າ ກ່ອນອື່ນໝົດຄົນໆໜຶ່ງຕ້ອງເຂົ້າໃຈຄວາມຈິງກ່ອນທີ່ພວກເຂົາຈະສາມາດປະຕິບັດມັນໄດ້, ແຕ່ຄຳເວົ້ານີ້ພຽງຖືກແຕ່ບາງສ່ວນ ແລະ ບໍ່ຖືກຕ້ອງທັງໝົດ. ກ່ອນທີ່ເຈົ້າມີຄວາມຮູ້ກ່ຽວກັບຄວາມຈິງ, ເຈົ້າບໍ່ໄດ້ມີປະສົບການກັບຄວາມຈິງນັ້ນ. ຄວາມຮູ້ສຶກທີ່ວ່າ ເຈົ້າເຂົ້າໃຈສິ່ງທີ່ເຈົ້າໄດ້ຍິນຈາກການເທດສະໜາບໍ່ແມ່ນຄວາມເຂົ້າໃຈຢ່າງແທ້ຈິງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 422](https://lo.kingdomsalvation.org/recital-entry-into-life-422.html) - ພາລະກິດ ແລະ ພຣະທຳຂອງພຣະເຈົ້າມີເຈດຕະນາທີ່ເຮັດໃຫ້ເກີດການປ່ຽນແປງໃນອຸປະນິໄສຂອງພວກເຈົ້າ; ເປົ້າໝາຍຂອງພຣະອົງບໍ່ແມ່ນພຽງເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈ ຫຼື ຄວາມຮູ້. ນັ້ນມັນບໍ່ພຽງພໍ. ຄົນທີ່ມີຄວາມສາມາດໃນການເຂົ້າໃຈບໍ່ຄວນມີຄວາມຫຍຸ້ງຍາກໃນການເຂົ້າໃຈພຣະທຳຂອງພຣະເຈົ້າ ເພາະພຣະທຳສ່ວນໃຫຍ່ຂອງພຣະເຈົ້າແມ່ນສະແດງອອກໃນພາສາຂອງມະນຸດ ແລະ ພຣະອົງເວົ້າຢ່າງແຈ່ມແຈ້ງຫຼາຍ. ຍົກຕົວຢ່າງເຊັ່ນ ພວກເຂົາສາມາດຮຽນຮູ້ວ່າ ພຣະເຈົ້າຕ້ອງການໃຫ້ພວກເຂົາເຂົ້າໃຈ ແລະ ປະຕິບັດຫຍັງ; ນີ້ແມ່ນສິ່ງທີ່ຄົນປົກກະຕິ ຜູ້ເຊິ່ງມີຄວາມສາມາດໃນການເຂົ້າໃຈ ຄວນສາມາດເຮັດໄດ້. ໂດຍສະເພາະແລ້ວ ພຣະທຳທີ່ພຣະເຈົ້າກ່າວໃນຂັ້ນຕອນປັດຈຸບັນກໍຊັດເຈນ ແລະ ໂປ່ງໃສເປັນພິເສດ ແລະ ພຣະເຈົ້າກໍາລັງຊີ້ໃຫ້ເຫັນຫຼາຍໆສິ່ງທີ່ຜູ້ຄົນບໍ່ໄດ້ພິຈາລະນາ ພ້ອມທັງທຸກລັກສະນະຂອງສະພາວະຂອງມະນຸດ. ພຣະທຳຂອງພຣະອົງປົກຄຸມໝົດທຸກຢ່າງ ແລະ ແຈ່ມແຈ້ງຄືກັບແສງສະຫວ່າງຂອງເດືອນເພັງ. ແລ້ວໃນຕອນນີ້ ຜູ້ຄົນກໍເຂົ້າໃຈບັນຫາຫຼາຍຢ່າງ, ແຕ່ຍັງມີສິ່ງທີ່ຂາດໄປ ນັ້ນກໍຄືການທີ່ຜູ້ຄົນນໍາພຣະທຳຂອງພຣະອົງເຂົ້າສູ່ໃນການປະຕິບັດ. ຜູ້ຄົນຕ້ອງປະສົບກັບຄວາມຈິງທຸກດ້ານຢ່າງລະອຽດ ແລະ ຄົ້ນຫາ ແລະ ສະແຫວງຫາໃນລາຍລະອຽດຫຼາຍຂຶ້ນ, ແທນທີ່ຈະລໍຖ້າຮັບເອົາແມ່ນຫຍັງກໍຕາມທີ່ຖືກຈັດກຽມໄວ້ໃຫ້ກັບພວກເຂົາແລ້ວ; ຖ້າບໍ່ດັ່ງນັ້ນ ພວກເຂົາກໍບໍ່ຕ່າງຫຍັງກັບເຊື້ອກາຝາກ. ຜູ້ທີ່ຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ບໍ່ໄດ້ນໍາໄປປະຕິບັດບໍ່ຮັກຄວາມຈິງ ແລະ ຈະຖືກກໍາຈັດໄປໃນທີ່ສຸດ. ເພື່ອຈະເປັນຄືກັບເປໂຕໃນຊຸມປີ 90, ນີ້ໝາຍຄວາມວ່າ ພວກເຈົ້າແຕ່ລະຄົນຄວນປະຕິບັດພຣະທຳຂອງພຣະເຈົ້າ, ມີທາງເຂົ້າທີ່ແທ້ຈິງໃນປະສົບການຂອງພວກເຈົ້າ ແລະ ເຖິງກັບໄດ້ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ເພີ່ມຂຶ້ນເລື້ອຍໆໃນການຮ່ວມມືຂອງພວກເຈົ້າກັບພຣະເຈົ້າ ເຊິ່ງຈະເປັນຄວາມຊ່ວຍເຫຼືອທີ່ເພີ່ມຂຶ້ນເລື້ອຍໆໃນສູ່ຊີວິດຂອງພວກເຈົ້າເອງ. ຖ້າພວກເຈົ້າໄດ້ອ່ານພຣະທຳຫຼາຍຂໍ້ຂອງພຣະເຈົ້າ ແຕ່ເຂົ້າໃຈພຽງແຕ່ຄວາມໝາຍຂອງຄໍາສັບ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 239](https://lo.kingdomsalvation.org/recital-God-s-disposition-and-what-He-has-and-is-239.html) - ໃນເມື່ອເຈົ້າຢູ່ໃນທ່າມກາງຜູ້ຄົນຂອງຄົວເຮືອນຂອງເຮົາ ແລະ ໃນເມື່ອເຈົ້າຈົງຮັກພັກດີໃນອານາຈັກຂອງເຮົາ ເຈົ້າກໍຕ້ອງຍຶດໝັ້ນກັບມາດຕະຖານຂອງຄວາມຕ້ອງການຂອງເຮົາ ໃນທຸກສິ່ງທີ່ເຈົ້າເຮັດ. ເຮົາບໍ່ໄດ້ຂໍໃຫ້ເຈົ້າເປັນຫຍັງຫຼາຍໄປກວ່າເມກທີ່ລ່ອງລອຍ ແຕ່ຂໍໃຫ້ເຈົ້າເປັນແສງຫິມະອ່ອນໆ ແລະ ມີແກ່ນແທ້ຂອງມັນ ແລະ ຍິ່ງໄປກວ່ານັ້ນກໍແມ່ນຄຸນຄ່າຂອງມັນ. ຍ້ອນເຮົາມາຈາກດິນແດນທີ່ບໍລິສຸດ, ເຮົາຈຶ່ງບໍ່ຄືກັນກັບດອກບົວ ເຊິ່ງມີແຕ່ຊື່ເທົ່ານັ້ນ ແລະ ບໍ່ມີແກ່ນແທ້ ເນື່ອງຈາກມັນມາຈາກຕົມ ແລະ ບໍ່ແມ່ນດິນແດນທີ່ບໍລິສຸດ. ເວລາທີ່ສະຫວັນໃໝ່ສະເດັດລົງມາແຜ່ນດິນໂລກ ແລະ ແຜນດິນໂລກໃໝ່ຂະຫຍາຍອອກໄປທົ່ວທ້ອງຟ້າ ແນ່ນອນ ຍັງແມ່ນເວລາທີ່ເຮົາເຮັດພາລະກິດຢ່າງເປັນທາງການໃນທ່າມກາງມະນຸດ. ແມ່ນໃຜໃນທ່າມກາງມະນຸດທີ່ຮູ້ຈັກເຮົາແດ່? ແມ່ນໃຜໄດ້ເຫັນຊ່ວງເວລາທີ່ເຮົາໄດ້ມາເຖິງບໍ່? ແມ່ນໃຜທີ່ເຫັນວ່າເຮົາບໍ່ພຽງແຕ່ມີຊື່ ແຕ່ຍິ່ງໄປກວ່ານັ້ນ ແມ່ນຍັງມີແກ່ນແທ້ນໍາ? ເຮົາກວາດເມກສີຂາວຖິ້ມດ້ວຍມືຂອງເຮົາ ແລະ ສັງເກດເບິ່ງທ້ອງຟ້າຢ່າງໃກ້ຊິດ; ບໍ່ມີຫຍັງໃນອາວະກາດທີ່ບໍ່ໄດ້ຖືກຈັດກຽມດ້ວຍມືຂອງເຮົາ ແລະ ຢູ່ທາງລຸ່ມຂອງມັນກໍບໍ່ມີຜູ້ໃດທີ່ບໍ່ປະກອບຄວາມພະຍາຍາມເລັກນ້ອຍຂອງເຂົາຕໍ່ຄວາມສໍາເລັດຂອງກິດຈະການອັນຍິ່ງໃຫຍ່ຂອງເຮົາ. ເຮົາບໍ່ເຮັດການຮຽກຮ້ອງທີ່ຍາກລໍາບາກຈາກຜູ້ຄົນຢູ່ເທິງແຜ່ນດິນໂລກ ເນື່ອງຈາກວ່າ ເຮົາແມ່ນພຣະເຈົ້າແຫ່ງຄວາມຈິງຢ່າງສະເໝີມາ ແລະ ຍ້ອນເຮົາແມ່ນອົງຊົງລິດທານຸພາບສູງສຸດ ທີ່ໄດ້ສ້າງມະນຸດ ແລະ ຮູ້ຈັກພວກເຂົາເປັນຢ່າງດີ. ທຸກຄົນແມ່ນຢູ່ພາຍໃຕ້ສາຍຕາຂອງອົງຊົງລິດທານຸພາບສູງສຸດ. ຜູ້ທີ່ຢູ່ໃນແຈມຸມໄກສຸດຂອງແຜ່ນດິນໂລກຈະສາມາດຫຼີກເວັ້ນການກວດສອບຢ່າງລະອຽດຂອງພຣະວິນຍານຂອງເຮົາໄດ້ແນວໃດ? ເຖິງວ່າຜູ້ຄົນຈະ “ຮູ້ຈັກ” ພຣະວິນຍານຂອງເຮົາ ແຕ່ພວກເຂົາກໍຍັງລ່ວງເກີນພຣະວິນຍານຂອງເຮົາ. ພຣະທໍາຂອງເຮົາເປີດເຜີຍໃບໜ້າອັນຂີ້ຮ້າຍຂອງທຸກຄົນ ພ້ອມກັບຄວາມຄິດໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຖືກເຮັດໃຫ້ແຈ້ງຂຶ້ນດ້ວຍແສງສະຫວ່າງຂອງເຮົາ ແລະ ລົ້ມລົງໃນທ່າມກາງຄວາມກວດສອບຂອງເຮົາ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 182](https://lo.kingdomsalvation.org/recital-knowing-God-s-work-182.html) - ໃນທີ່ສຸດແລ້ວ, ພາລະກິດຂອງພຣະເຈົ້າກໍແຕກຕ່າງຈາກພາລະກິດຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ການສະແດງອອກຂອງພຣະເຈົ້າຈະຄືກັບຂອງມະນຸດໄດ້ແນວໃດ? ພຣະເຈົ້າກໍມີອຸປະນິໄສສະເພາະຂອງພຣະເຈົ້າເອງ, ໃນຂະນະທີ່ມະນຸດກໍມີໜ້າທີ່ທີ່ມະນຸດຄວນປະຕິບັດ. ອຸປະນິໄສຂອງພຣະເຈົ້າແມ່ນຖືກສະແດງອອກໃນພາລະກິດຂອງພຣະອົງ, ໃນຂະນະທີ່ໜ້າທີ່ຂອງມະນຸດກໍປະກອບຢູ່ໃນປະສົບການຂອງມະນຸດ ແລະ ຖືກສະແດງອອກໃນການສະແຫວງຫາຂອງມະນຸດ. ສະນັ້ນ ມັນຈຶ່ງເຫັນໄດ້ຊັດເຈນຜ່ານພາລະກິດທີ່ຖືກດຳເນີນ ບໍ່ວ່າຈະເປັນການສະແດງອອກຂອງພຣະເຈົ້າ ຫຼື ຂອງມະນຸດ. ມັນບໍ່ຈຳເປັນຕ້ອງໄດ້ຮັບການອະທິບາຍໂດຍພຣະເຈົ້າເອງ ຫຼື ມັນບໍ່ໄດ້ຮຽກຮ້ອງໃຫ້ມະນຸດພະຍາຍາມເປັນພະຍານ; ຍິ່ງໄປກວ່ານັ້ນ ມັນບໍ່ໄດ້ຕ້ອງການໃຫ້ພຣະເຈົ້າເອງຢັບຢັ້ງຄົນໃດໜຶ່ງ. ທຸກສິ່ງນີ້ເກີດຂຶ້ນດັ່ງການເປີດເຜີຍໂດຍທຳມະຊາດ; ມັນບໍ່ແມ່ນການບັງຄັບ ຫຼື ສິ່ງທີ່ມະນຸດສາມາດແຊກແຊງໄດ້. ໜ້າທີ່ຂອງມະນຸດແມ່ນສາມາດຮູ້ຈັກໄດ້ຜ່ານປະສົບການຂອງເຂົາ ແລະ ມັນບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນປະຕິບັດພາລະກິດເພີ່ມເຕີມຈາກປະສົບການ. ແກ່ນແທ້ທຸກຢ່າງຂອງມະນຸດສາມາດຖືກເປີດເຜີຍອອກເມື່ອເຂົາປະຕິບັດໜ້າທີ່ຂອງເຂົາ, ໃນຂະນະທີ່ພຣະເຈົ້າສາມາດສະແດງອອກເຖິງອຸປະນິໄສໂດຍທຳມະຊາດຂອງພຣະອົງໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ. ຖ້າມັນເປັນພາລະກິດຂອງມະນຸດ ແລ້ວມັນກໍບໍ່ສາມາດຖືກປົກປິດໄດ້. ຖ້າມັນເປັນພາລະກິດຂອງພຣະເຈົ້າ ແລ້ວອຸປະນິໄສຂອງພຣະເຈົ້າຍິ່ງເປັນໄປບໍ່ໄດ້ທີ່ຈະຖືກປົກປິດໂດຍຄົນໃດຄົນໜຶ່ງ, ແຮງໄກທີ່ຈະສາມາດຖືກຄວບຄຸມໂດຍມະນຸດ. ບໍ່ສາມາດເວົ້າໄດ້ວ່າມະນຸດເປັນພຣະເຈົ້າ ຫຼື ພາລະກິດ ແລະ ຄຳເວົ້າຂອງເຂົາແມ່ນບໍ່ສາມາດເບິ່ງໄດ້ວ່າເປັນສິ່ງບໍລິສຸດ ຫຼື ຖືວ່າບໍ່ສາມາດປ່ຽນແປງໄດ້. ບໍ່ສາມາດເວົ້າໄດ້ວ່າພຣະເຈົ້າເປັນມະນຸດ ຍ້ອນພຣະອົງສວມຕົນເອງດ້ວຍເນື້ອໜັງ ແຕ່ພາລະກິດຂອງພຣະອົງກໍບໍ່ສາມາດຖືວ່າເປັນພາລະກິດຂອງມະນຸດ ຫຼື ໜ້າທີ່ຂອງມະນຸດໄດ້. ຍິ່ງໄປກວ່ານັ້ນ ຖ້ອຍຄຳຂອງພຣະເຈົ້າ ແລະ ຈົດໝາຍຂອງໂປໂລກໍບໍ່ສາມາດເຮັດໃຫ້ເທົ່າທຽມກັນໄດ້ ຫຼື ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 91](https://lo.kingdomsalvation.org/recital-judgment-in-the-last-days-091.html) - ມີຄວາມແຕກຕ່າງຢ່າງໃຫຍ່ຫຼວງລະຫວ່າງພາລະກິດທີ່ເກີດຂຶ້ນໃນອິດສະຣາເອນ ແລະ ພາລະກິດໃນປັດຈຸບັນ. ພຣະເຢໂຮວານໍາພາຊີວິດຂອງຊາວອິດສະຣາເອນ ແລະ ບໍ່ມີການຂ້ຽນຕີ ແລະ ການພິພາກສາຫຼາຍຢ່າງ, ຍ້ອນໃນເວລານັ້ນ ຜູ້ຄົນເຂົ້າໃຈໜ້ອຍດຽວກ່ຽວກັບໂລກ ແລະ ມີອຸປະນິໄສທີ່ເສື່ອມຊາມພຽງເລັກນ້ອຍ. ໃນຕອນນັ້ນ, ຊາວອິດສະຣາເອນເຊື່ອຟັງພຣະເຢໂຮວາໂດຍສິ້ນເຊີງ. ເມື່ອພຣະອົງບອກພວກເຂົາໃຫ້ສ້າງແທ່ນບູຊາ, ພວກເຂົາກໍສ້າງແທ່ນບູຊາທັນທີ; ເມື່ອພຣະອົງບອກພວກເຂົາໃຫ້ນຸ່ງເສື້ອຄຸມຂອງປະໂລຫິດ, ພວກເຂົາກໍເຊື່ອຟັງ. ໃນຕອນນັ້ນ, ພຣະເຢໂຮວາເປັນຄືກັບຄົນລ້ຽງແກະທີ່ເບິ່ງແຍງຝູງແກະ, ຝູງແກະກໍຕິດຕາມການນໍາພາຂອງຄົນລ້ຽງແກະ ແລະ ກິນຫຍ້າໃນທົ່ງຫຍ້າ; ພຣະເຢໂຮວານໍາພາຊີວິດຂອງພວກເຂົາ, ຊີ້ນໍາພວກເຂົາໃນວິທີທີ່ພວກເຂົາກິນ, ນຸ່ງເຄື່ອງ, ອາໄສ ແລະ ເດີນທາງ. ນັ້ນບໍ່ແມ່ນເວລາສະແດງອຸປະນິໄສຂອງພຣະເຈົ້າ, ຍ້ອນມະນຸດຊາດໃນເວລານັ້ນຫາກໍເກີດໃໝ່; ມີຄົນຈຳນວນເລັກນ້ອຍທີ່ກະບົດ ແລະ ຕໍ່ຕ້ານ, ບໍ່ມີຄວາມສົກກະປົກຫຼາຍໃນທ່າມກາງມະນຸດຊາດ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ສາມາດເຮັດໜ້າທີ່ເປັນຕົວປະກອບໃນອຸປະນິໄສຂອງພຣະເຈົ້າ. ມັນແມ່ນຜ່ານຜູ້ຄົນທີ່ມາຈາກດິນແດນທີ່ສົກກະປົກ, ຄວາມບໍລິສຸດຂອງພຣະເຈົ້າຈຶ່ງຖືກສະແດງອອກ; ໃນປັດຈຸບັນ, ພຣະອົງໃຊ້ຄວາມສົກກະປົກທີ່ສະແດງອອກໃນຜູ້ຄົນເຫຼົ່ານີ້ທີ່ຢູ່ໃນດິນແດນແຫ່ງຄວາມສົກກະປົກນີ້ເພື່ອພິພາກສາ ແລະ ດັ່ງນັ້ນ ສິ່ງດັ່ງກ່າວຈຶ່ງເປັນສິ່ງທີ່ຖືກສະແດງອອກທ່າມກາງການພິພາກສາ. ເປັນຫຍັງພຣະອົງຈຶ່ງພິພາກສາ? ພຣະອົງສາມາດກ່າວພຣະທຳແຫ່ງການພິພາກສາກໍຍ້ອນພຣະອົງກຽດຊັງຄວາມຜິດບາບ; ພຣະອົງຈະສາມາດໃຈຮ້າຍແບບນັ້ນໄດ້ແນວໃດ ຖ້າພຣະອົງບໍ່ກຽດຊັງຄວາມກະບົດຂອງມະນຸດຊາດ? ຖ້າບໍ່ມີຄວາມເບື່ອໜ່າຍພາຍໃນພຣະອົງ, ບໍ່ມີຄວາມລັງກຽດຢ່າງແຮງ, ຖ້າພຣະອົງບໍ່ສົນໃຈຕໍ່ຄວາມກະບົດຂອງຜູ້ຄົນ, ແລ້ວນັ້ນກໍຈະພິສູດວ່າພຣະອົງສົກກະປົກສໍ່າກັບມະນຸດ. ການທີ່ພຣະອົງສາມາດພິພາກສາ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 90](https://lo.kingdomsalvation.org/recital-judgment-in-the-last-days-090.html) - ພຣະເຈົ້າກາຍມາເປັນເນື້ອໜັງໃນສະຖານທີ່ທີ່ຫຼ້າຫຼັງ ແລະ ສົກກະປົກທີ່ສຸດໃນບັນດາສະຖານທີ່ທັງປວງ ແລະ ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດສະແດງຢ່າງຊັດເຈນເຖິງອຸປະນິໄສອັນບໍລິສຸດ ແລະ ຊອບທຳທັງໝົດຂອງພຣະອົງ. ແລ້ວອຸປະນິໄສອັນຊອບທຳຂອງພຣະອົງຖືກສະແດງອອກຜ່ານຫຍັງ? ມັນຖືກສະແດງອອກ ເມື່ອພຣະອົງພິພາກສາຄວາມຜິດບາບຂອງມະນຸດ, ເມື່ອພຣະອົງພິພາກສາຊາຕານ, ເມື່ອພຣະອົງກຽດຊັງຄວາມຜິດບາບ ແລະ ເມື່ອພຣະອົງລັງກຽດສັດຕູທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ພຣະທຳທີ່ເຮົາກ່າວໃນມື້ນີ້ແມ່ນເພື່ອພິພາກສາຄວາມຜິດບາບຂອງມະນຸດ, ເພື່ອພິພາກສາຄວາມບໍ່ຊອບທຳຂອງມະນຸດ, ເພື່ອສາບແຊ່ງຄວາມກະບົດຂອງມະນຸດ. ຄວາມບໍ່ຊື່ສັດ ແລະ ຄວາມທໍລະຍົດຂອງມະນຸດ, ຄຳເວົ້າ ແລະ ການກະທຳຂອງມະນຸດ, ທຸກສິ່ງທີ່ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຕ້ອງຕົກຢູ່ພາຍໃຕ້ການພິພາກສາ ແລະ ຄວາມກະບົດທັງໝົດຂອງມະນຸດແມ່ນໄດ້ຖືກປະນາມວ່າເປັນຄວາມຜິດບາບ. ພຣະທຳຂອງພຣະອົງກ່ຽວພັນກັບຫຼັກການແຫ່ງການພິພາກສາ; ພຣະອົງໃຊ້ການພິພາກສາແຫ່ງຄວາມບໍ່ຊອບທຳຂອງມະນຸດ, ຄຳສາບແຊ່ງແຫ່ງຄວາມກະບົດຂອງມະນຸດ ແລະ ການເປີດໂປງໃບໜ້າທີ່ຂີ້ຮ້າຍຂອງມະນຸດເພື່ອສະແດງອອກເຖິງອຸປະນິໄສອັນຊອບທຳຂອງພຣະອົງ. ຄວາມບໍລິສຸດເປັນຕົວແທນໃຫ້ແກ່ອຸປະນິໄສອັນຊອບທຳຂອງພຣະອົງ ແລະ ໃນຄວາມເປັນຈິງແລ້ວ ຄວາມບໍລິສຸດຂອງພຣະເຈົ້າຄືອຸປະນິໄສອັນຊອບທຳແທ້ຈິງຂອງພຣະອົງ. ອຸປະນິໄສອັນເສື່ອມຊາມຂອງພວກເຈົ້າແມ່ນບໍລິບົດແຫ່ງພຣະທຳໃນປັດຈຸບັນ, ເຮົາໃຊ້ພວກມັນເພື່ອກ່າວ ແລະ ພິພາກສາ ແລະ ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະ. ສິ່ງນີ້ເທົ່ານັ້ນຄືພາລະກິດທີ່ແທ້ຈິງ ແລະ ສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ຄວາມບໍລິສຸດຂອງພຣະເຈົ້າແຈ້ງສະຫວ່າງຢ່າງສົມບູນ. ຖ້າບໍ່ມີຮ່ອງຮອຍຂອງອຸປະນິໄສອັນເສື່ອມຊາມໃນຕົວເຈົ້າ, ແລ້ວພຣະເຈົ້າຈະບໍ່ພິພາກສາເຈົ້າ ຫຼື ພຣະອົງຈະບໍ່ສະແດງອຸປະນິໄສອັນຊອບທຳຂອງພຣະອົງຕໍ່ເຈົ້າ. ຍ້ອນເຈົ້າມີອຸປະນິໄສອັນເສື່ອມຊາມ, ພຣະເຈົ້າຈະບໍ່ປ່ອຍເຈົ້າໄປ ແລະ ມັນແມ່ນຜ່ານສິ່ງນີ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 553](https://lo.kingdomsalvation.org/recital-entry-into-life-553.html) - ພາລະກິດນີ້ທີ່ກຳລັງປະຕິບັດທ່າມກາງພວກເຈົ້າແມ່ນກຳລັງປະຕິບັດໃນພວກເຈົ້າຕາມພາລະກິດທີ່ຕ້ອງຖືກເຮັດໃຫ້ສຳເລັດ. ຫຼັງຈາກເອົາຊະນະຜູ້ຄົນເຫຼົ່ານີ້, ກຸ່ມຄົນໃດໜຶ່ງກໍ່ຈະຖືກເຮັດໃຫ້ສົມບູນ. ສະນັ້ນ, ພາລະກິດສ່ວນໃຫຍ່ໃນປັດຈຸບັນກໍ່ຍັງເປັນການກະກຽມສຳລັບເປົ້າໝາຍໃນການເຮັດໃຫ້ພວກເຈົ້າສົມບູນ, ເພາະມີຫຼາຍຄົນທີ່ກຳລັງຫິວກະຫາຍຫາຄວາມຈິງ ເຊິ່ງເປັນຜູ້ທີ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າພາລະກິດແຫ່ງການເອົາຊະນະຕ້ອງຖືກປະຕິບັດໃນພວກເຈົ້າ ແລະ ຫຼັງຈາກນັ້ນແມ່ນບໍ່ມີການປະຕິບັດພາລະກິດຕື່ມອີກ, ແລ້ວມັນຈະບໍ່ເປັນຈິງບໍທີ່ບາງຄົນທີ່ປາຖະໜາຫາຄວາມຈິງຈະບໍ່ໄດ້ຮັບເອົາມັນ? ພາລະກິດໃນປັດຈຸບັນແມ່ນແນໃສ່ເພື່ອເປີດເສັ້ນທາງສູ່ການເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ເຖິງແມ່ນພາລະກິດຂອງເຮົາເປັນພຽງແຕ່ພາລະກິດແຫ່ງການເອົາຊະນະເທົ່ານັ້ນ, ເຖິງຢ່າງໃດກໍ່ຕາມ ຫົນທາງແຫ່ງຊີວິດທີ່ເຮົາກ່າວເຖິງແມ່ນເພື່ອກະກຽມເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ພາລະກິດທີ່ມາຫຼັງຈາກການເອົາຊະນະແມ່ນເນັ້ນໃສ່ການເຮັດໃຫ້ຜູ້ຄົນສົມບູນ ແລະ ການເອົາຊະນະແມ່ນເກີດຂຶ້ນເພື່ອວາງພື້ນຖານແກ່ພາລະກິດແຫ່ງການເຮັດໃຫ້ສົມບູນ. ມະນຸດສາມາດຖືກເຮັດໃຫ້ສົມບູນພຽງແຕ່ຫຼັງຈາກທີ່ຖືກເອົາຊະນະ. ໃນຕອນນີ້, ໜ້າທີ່ຫຼັກຄືການເອົາຊະນະ; ຫຼັງຈາກນັ້ນ, ຄົນທີ່ສະແຫວງຫາ ແລະ ປາຖະໜາຫາຄວາມຈິງກໍ່ຈະຖືກເຮັດໃຫ້ສົມບູນ. ການຖືກເຮັດໃຫ້ສົມບູນກ່ຽວພັນກັບລັກສະນະດ້ານບວກຂອງທາງເຂົ້າຂອງຜູ້ຄົນ: ເຈົ້າມີຫົວໃຈທີ່ຮັກພຣະເຈົ້າບໍ, ເຈົ້າມີປະສົບການຫຼາຍສໍ່າໃດໃນການຍ່າງໃນເສັ້ນທາງນີ້, ຄວາມຮັກຂອງເຈົ້າຕໍ່ພຣະເຈົ້າບໍລິສຸດສໍ່າໃດ, ການປະຕິບັດຄວາມຈິງຂອງເຈົ້າຖືກຕ້ອງສໍ່າໃດ. ເພື່ອທີ່ຈະຖືກເຮັດໃຫ້ສົມບູນ, ຄົນໆໜຶ່ງຕ້ອງມີຄວາມຮູ້ພື້ນຖານກ່ຽວກັບທຸກລັກສະນະຂອງຄວາມເປັນມະນຸດ. ນີ້ແມ່ນເງື່ອນໄຂພື້ນຖານ. ທຸກຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນຫຼັງຈາກທີ່ຖືກເອົາຊະນະກໍ່ຈະກາຍມາເປັນພຽງເຄື່ອງມືຮັບໃຊ້ ແລະ ໃນທີ່ສຸດແລ້ວ ຍັງຈະຖືກໂຍນລົງສູ່ທະເລສາບແຫ່ງໄຟ ແລະ ຍັງຈະຕົກລົງໃນເຫວເລິກທີ່ບໍ່ສິ້ນສຸດ, ເພາະອຸປະນິໄສຂອງເຈົ້າບໍ່ໄດ້ປ່ຽນແປງ ແລະ ເຈົ້າຍັງເປັນຂອງຊາຕານ. ຖ້າມະນຸດຂາດເງື່ອນໄຂສຳລັບຄວາມສົມບູນ, ແລ້ວເຂົາກໍ່ບໍ່ມີປະໂຫຍດຫຍັງເລີຍ, ເຂົາເປັນຂອງເສດເຫຼືອ, ເປັນເຄື່ອງມື, ເປັນສິ່ງທີ່ບໍ່ສາມາດທົນຕໍ່ການທົດລອງແຫ່ງໄຟໄດ້! ຕອນນີ້ ເຈົ້າມີຫົວໃຈທີ່ຮັກພຣະເຈົ້າຫຼາຍສໍ່າໃດ? ຫົວໃຈທີ່ກຽດຊັງຕົວເອງ ຫຼາຍສໍ່າໃດ? ເຈົ້າຮູ້ຈັກຊາຕານເລິກເຊິ່ງສໍ່າໃດ? ພວກເຈົ້າໄດ້ເພີ່ມຄວາມຕັ້ງໃຈຂອງພວກເຈົ້າໃຫ້ເຂັ້ມແຂງແລ້ວບໍ? ຊີວິດຂອງເຈົ້າພາຍໃນຄວາມເປັນມະນຸດຂອງເຈົ້າຖືກຄວບຄຸມເປັນຢ່າງດີບໍ? ຊີວິດຂອງເຈົ້າໄດ້ປ່ຽນແປງແລ້ວບໍ?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 552](https://lo.kingdomsalvation.org/recital-entry-into-life-552.html) - ຖ້າເຈົ້າຕ້ອງຖືກເຮັດໃຫ້ສົມບູນ, ມີເງື່ອນໄຂທີ່ຕ້ອງບັນລຸ. ຜ່ານຄວາມຕັ້ງໃຈຂອງເຈົ້າ, ການພາກພຽນຂອງເຈົ້າ ແລະ ຄວາມສຳນຶກຂອງເຈົ້າ ແລະ ຜ່ານການສະແຫວງຫາຂອງເຈົ້າ, ເຈົ້າຈະສາມາດມີປະສົບການກັບຊີວິດ ແລະ ຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ນີ້ຄືທາງເຂົ້າຂອງເຈົ້າ ແລະ ທຸກສິ່ງເຫຼົ່ານີ້ແມ່ນສິ່ງຈຳເປັນໃນເສັ້ນທາງສູ່ຄວາມສົມບູນ. ພາລະກິດແຫ່ງການເຮັດໃຫ້ສົມບູນແມ່ນສາມາດປະຕິບັດໃນທຸກຄົນ. ຄົນໃດກໍ່ຕາມທີ່ສະແຫວງຫາພຣະເຈົ້າແມ່ນສາມາດຖືກເຮັດໃຫ້ສົມບູນ ແລະ ມີໂອກາດ ແລະ ຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ບໍ່ມີກົດລະບຽບຕາຍຕົວໃນທີ່ນີ້. ບໍ່ວ່າຄົນໆໜຶ່ງຈະສາມາດຖືກເຮັດໃຫ້ສົມບູນໄດ້ ຫຼື ບໍ່ ແມ່ນຂຶ້ນກັບສິ່ງທີ່ຄົນໆນັ້ນສະແຫວງຫາເປັນຫຼັກ. ຄົນທີ່ຮັກຄວາມຈິງ ແລະ ສາມາດດຳລົງຊີວິດຕາມຄວາມຈິງແມ່ນສາມາດຖືກເຮັດໃຫ້ສົມບູນຢ່າງແນ່ນອນ. ຄົນທີ່ບໍ່ຮັກຄວາມຈິງແມ່ນບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ; ພວກເຂົາບໍ່ມີຊີວິດທີ່ພຣະເຈົ້າຕ້ອງການ ແລະ ພວກເຂົາບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ພາລະກິດແຫ່ງການເຮັດໃຫ້ສົມບູນແມ່ນພຽງແຕ່ເພື່ອເຫັນແກ່ການຮັບເອົາຜູ້ຄົນ ແລະ ບໍ່ແມ່ນສ່ວນໜຶ່ງໃນພາລະກິດຂອງການສູ້ຮົບກັບຊາຕານ; ພາລະກິດແຫ່ງການເອົາຊະນະແມ່ນພຽງແຕ່ເພື່ອເຫັນແກ່ການສູ້ຮົບກັບຊາຕານ ເຊິ່ງໝາຍຄວາມວ່າຈະໃຊ້ການເອົາຊະນະມະນຸດເພື່ອເຮັດໃຫ້ຊາຕານພ່າຍແພ້. ພາລະກິດແຫ່ງການເອົາຊະນະແມ່ນພາລະກິດຫຼັກ, ພາລະກິດໃໝ່ທີ່ສຸດ, ພາລະກິດທີ່ບໍ່ເຄີຍປະຕິບັດໃນຍຸກໃດມາກ່ອນ. ສາມາດເວົ້າໄດ້ວ່າ ເປົ້າໝາຍຂອງຂັ້ນຕອນນີ້ຂອງພາລະກິດແມ່ນເພື່ອເອົາຊະນະທຸກຄົນເປັນຫຼັກ ເພື່ອເຮັດໃຫ້ຊາຕານພ່າຍແພ້. ພາລະກິດໃນການເຮັດໃຫ້ຜູ້ຄົນສົມບູນ, ນີ້ບໍ່ແມ່ນພາລະກິດໃໝ່. ແກ່ນແທ້ຂອງເປົ້າໝາຍໃນທຸກພາລະກິດໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຄືການເອົາຊະນະຜູ້ຄົນ. ນີ້ແມ່ນຄືກັບຍຸກແຫ່ງພຣະຄຸນ ເມື່ອພາລະກິດຫຼັກແມ່ນການໄຖ່ບາບມະນຸດຊາດທັງປວງຜ່ານການຖືກຄຶງເທິງໄມ້ກາງແຂນ. “ການຮັບເອົາຜູ້ຄົນ” ເປັນສິ່ງທີ່ເພີ່ມເຕີມຈາກພາລະກິດໃນເນື້ອໜັງ ແລະ ຖືກປະຕິບັດພຽງແຕ່ຫຼັງຈາກທີ່ຖືກຄຶງເທິງໄມ້ກາງແຂນ. ເມື່ອພຣະເຢຊູມາ ແລະ ປະຕິບັດພາລະກິດຂອງພຣະອົງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 347](https://lo.kingdomsalvation.org/recital-exposing-mankind-s-corruption-347.html) - ເນື້ອໜັງຂອງພວກເຈົ້າ, ຄວາມປາຖະໜາເກີນໂຕຂອງພວກເຈົ້າ, ຄວາມໂລບຂອງພວກເຈົ້າ ແລະ ຕັນຫາຂອງພວກເຈົ້າແມ່ນຖືກຝັງເລິກໃນພວກເຈົ້າ. ສິ່ງເຫຼົ່ານີ້ກຳລັງຄວບຄຸມຫົວໃຈຂອງພວກເຈົ້າຢູ່ຕະຫຼອດເວລາຈົນພວກເຈົ້າບໍ່ມີອຳນາດທີ່ຈະປົດແອກແຫ່ງຄວາມຄິດແບບສັກດິນາ ແລະ ເສື່ອມຊາມເຫຼົ່ານັ້ນໄດ້. ພວກເຈົ້າບໍ່ປາຖະໜາທີ່ຈະປ່ຽນແປງສະຖານະການໃນປັດຈຸບັນຂອງພວກເຈົ້າ ຫຼື ຫຼົບໜີຈາກອິດທິພົນແຫ່ງຄວາມມືດ. ພວກເຈົ້າຖືກຜູກມັດກັບສິ່ງເຫຼົ່ານັ້ນແທ້ໆ. ເຖິງແມ່ນພວກເຈົ້າທຸກຄົນຮູ້ຈັກວ່າຊີວິດແບບນີ້ເຈັບປວດຫຼາຍ ແລະ ໂລກຂອງມະນຸດໃບນີ້ມືດມົວຫຼາຍ, ແຕ່ຍັງບໍ່ມີຄົນໃດໃນບັນດາພວກເຈົ້າທີ່ກ້າປ່ຽນແປງຊີວິດຂອງພວກເຈົົ້າ. ພວກເຈົ້າພຽງແຕ່ຕ້ອງການຫຼົບໜີຈາກຄວາມເປັນຈິງຂອງຊີວິດນີ້, ບັນລຸການຢູ່ເໜືອວິນຍານ ແລະ ມີຊີວິດໃນສະພາບແວດລ້ອມທີ່ສະຫງົບສຸກ, ມີຄວາມສຸກ ແລະ ເປັນຄືກັບສະຫວັນ. ພວກເຈົ້າບໍ່ເຕັມໃຈທີ່ຈະອົດທົນກັບຄວາມລຳບາກເພື່ອປ່ຽນແປງຊີວິດໃນປັດຈຸບັນຂອງພວກເຈົ້າ; ພວກເຈົ້າບໍ່ເຕັມໃຈທີ່ຈະຄົ້ນຫາຊີວິດທີ່ພວກເຈົ້າຄວນເຂົ້າສູ່ໃນການພິພາກສາ ແລະ ການຕີສອນນີ້. ກົງກັນຂ້າມ ພວກເຈົ້າຝັນເຖິງສິ່ງທີ່ບໍ່ເປັນຈິງທັງໝົດກ່ຽວກັບໂລກອັນສວຍງາມທີ່ຢູ່ເໜືອເນື້ອໜັງ. ຊີວິດທີ່ພວກເຈົ້າປາຖະໜາແມ່ນຊີວິດທີ່ພວກເຈົ້າສາມາດໄດ້ຮັບໂດຍບໍ່ຕ້ອງໃຊ້ຄວາມພະຍາຍາມ ເຊິ່ງປາສະຈາກການທົນທຸກກັບຄວາມເຈັບປວດໃດໆ. ນັ້ນບໍ່ແມ່ນຄວາມຈິງຢ່າງສິ້ນເຊີງ! ເພາະສິ່ງທີ່ພວກເຈົ້າຄາດຫວັງນັ້ນບໍ່ແມ່ນການດຳລົງຊີວິດທີ່ມີຄວາມໝາຍໃນເນື້ອໜັງ ແລະ ການຮັບຄວາມຈິງໃນຊ່ວງເວລາຊີວິດ ນັ້ນກໍ່ຄື ການດຳລົງຊີວິດເພື່ອຄວາມຈິງ ແລະ ການລຸກຢືນຂຶ້ນເພື່ອຄວາມຍຸຕິທຳ. ນີ້ບໍ່ແມ່ນຊີວິດທີ່ພວກເຈົ້າຈະພິຈາລະນາເປັນສິ່ງທີ່ສົດໃສ ແລະ ແວວວາວ. ພວກເຈົ້າຮູ້ສຶກວ່າ ນີ້ບໍ່ແມ່ນຊີວິດທີ່ສວຍງາມ ຫຼື ມີຄວາມໝາຍ. ໃນສາຍຕາຂອງພວກເຈົ້າແລ້ວ ການດຳລົງຊີວິດແບບນັ້ນຈະຮູ້ສຶກຄືກັບວ່າບໍ່ຍຸຕິທຳ! ເຖິງແມ່ນວ່າພວກເຈົ້າຍອມຮັບເອົາການຕີສອນນີ້ໃນມື້ນີ້, ແຕ່ເຖິງຢ່າງນັ້ນ ສິ່ງທີ່ພວກເຈົ້າກຳລັງສະແຫວງຫາບໍ່ແມ່ນເພື່ອຮັບຄວາມຈິງ ຫຼື ເພື່ອດຳລົງຊີວິດຕາມຄວາມຈິງໃນປັດຈຸບັນ ແຕ່ກົງກັນຂ້າມແມ່ນເພື່ອທີ່ຈະສາມາດເຂົ້າສູ່ຊີວິດທີ່ມີຄວາມສຸກນອກເໜືອຈາກເນື້ອໜັງໃນພາຍຫຼັງ. ພວກເຈົ້າບໍ່ໄດ້ສະແຫວງຫາຄວາມຈິງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 292](https://lo.kingdomsalvation.org/recital-exposing-religious-notions-292.html) - ມີພຽງແຕ່ການປະຖິ້ມແນວຄິດເກົ່າແກ່ຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະໄດ້ຮັບຄວາມຮູ້ໃໝ່, ແຕ່ຄວາມຮູ້ເກົ່າກໍບໍ່ຈຳເປັນຕ້ອງແມ່ນທຽບເທົ່າກັບແນວຄິດເກົ່າ. “ແນວຄິດ” ໝາຍເຖິງສິ່ງທີ່ມະນຸດຈິນຕະນາການທີ່ບໍ່ຖືກກັບຄວາມເປັນຈິງ. ຖ້າຄວາມຮູ້ເກົ່າເປັນສິ່ງທີ່ຫຼ້າສະໄໝໃນຍຸກເກົ່າແລ້ວ ແລະ ຢຸດມະນຸດຈາກການເຂົ້າສູ່ພາລະກິດໃໝ່, ຄວາມຮູ້ດັ່ງກ່າວກໍຈະເປັນແນວຄິດເຊັ່ນກັນ. ຖ້າມະນຸດມີວິທີທີ່ຖືກຕ້ອງໃນການເຂົ້າເຖິງຄວາມຮູ້ດັ່ງກ່າວ ແລະ ສາມາດມາຮູ້ຈັກກັບພຣະເຈົ້າຈາກລັກສະນະທີ່ແຕກຕ່າງກັນຫຼາຍຢ່າງ ໂດຍປະສົມສິ່ງທີ່ເກົ່າແກ່ ແລະ ໃໝ່, ແລ້ວຄວາມຮູ້ເກົ່າແກ່ກໍຈະກາຍເປັນສິ່ງທີ່ສາມາດຊ່ວຍເຫຼືອມະນຸດໄດ້ ແລະ ໄດ້ກາຍມາເປັນພື້ນຖານທີ່ເຮັດໃຫ້ມະນຸດເຂົ້າສູ່ຍຸກໃໝ່. ບົດຮຽນຂອງການຮູ້ຈັກພຣະເຈົ້າຕ້ອງການໃຫ້ເຈົ້າເຂົ້າໃຈຫຼັກການຫຼາຍຢ່າງດ້ວຍຄວາມຊ່ຽວຊານ: ວິທີການເຂົ້າເຖິງເສັ້ນທາງສູ່ການຮູ້ຈັກພຣະເຈົ້າ, ຄວາມຈິງທີ່ເຈົ້າຕ້ອງເຂົ້າໃຈເພື່ອຮູ້ຈັກພຣະເຈົ້າ ແລະ ວິທີການປະຖິ້ມແນວຄິດ ແລະ ອຸປະນິໄສເດີມຂອງເຈົ້າ ເພື່ອເຈົ້າຈະຍອມຢູ່ພາຍໃຕ້ການຈັດການຂອງພາລະກິດໃໝ່ຂອງພຣະເຈົ້າ. ຖ້າເຈົ້ານໍາໃຊ້ຫຼັກການເຫຼົ່ານີ້ເປັນພື້ນຖານຂອງການເຂົ້າສູ່ບົດຮຽນແຫ່ງການຮູ້ຈັກພຣະເຈົ້າ ແລ້ວຄວາມຮູ້ຂອງເຈົ້າຈະເລິກເຊິ່ງຂຶ້ນເຕີ່ມອີກເລື້ອຍໆ. ຖ້າເຈົ້າມີຄວາມຮູ້ທີ່ຊັດເຈນກ່ຽວກັບພາລະກິດສາມຂັ້ນຕອນ ເຊິ່ງເວົ້າໄດ້ວ່າ ເປັນຂອງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ຖ້າຫາກເຈົ້າສາມາດທຽບສຳພັນສອງຂັ້ນຕອນທີ່ກ່ອນໜ້າຂອງພາລະກິດຂອງພຣະເຈົ້າກັບຂັ້ນຕອນໃນປັດຈຸບັນ ແລະ ເຫັນໄດ້ວ່າ ມັນຄືພາລະກິດທີ່ພຣະເຈົ້າອົງດຽວປະຕິບັດໃຫ້ສຳເລັດ, ເຈົ້າກໍຈະບໍ່ມີພື້ນຖານທີ່ໜັກແໜ້ນທີ່ຫາປຽບບໍ່ໄດ້ແລ້ວ. ມີພຽງແຕ່ພຣະເຈົ້າອົງດຽວທີ່ປະຕິບັດພາລະກິດສາມຂັ້ນຕອນ; ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ນີ້ເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງເທົ່ານັ້ນທີ່ຈະສາມາດປະຕິບັດພາລະກິດສາມຂັ້ນຕອນສຳເລັດໄດ້ ແລະ ບໍ່ມີໃຜທີ່ສາມາດປະຕິບັດພາລະກິດດັ່ງກ່າວແທນພຣະອົງໄດ້, ນີ້ກໍ່ເພື່ອເວົ້າວ່າມີພຽງພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດຂອງພຣະອົງເອງຕັ້ງແຕ່ຕົ້ນຈົນຮອດປັດຈຸບັນ. ເຖິງແມ່ນວ່າ ພາລະກິດສາມຂັ້ນຕອນຂອງພຣະເຈົ້າຖືກນໍາໄປປະຕິບັດໃນຍຸກ ແລະ ສະຖານທີ່ທີ່ແຕກຕ່າງກັນ ແລະ ເຖິງແມ່ນວ່າ ພາລະກິດຂອງແຕ່ລະຢ່າງແຕກຕ່າງກັນ, ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນທີ່ປະຕິບັດພາລະກິດທັງໝົດ. ຈາກນິມິດທັງໝົດ, ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຄວນຮູ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 242](https://lo.kingdomsalvation.org/recital-God-s-disposition-and-what-He-has-and-is-242.html) - ບົດບັນຍັດບໍລິຫານສິບຂໍ້ທີ່ຄົນທີ່ພຣະເຈົ້າເລືອກໄວ້ຕ້ອງເຊື່ອຟັງໃນຍຸກແຫ່ງລາຊະອານາຈັກ 1. ມະນຸດບໍ່ຄວນສັນລະເສີນຕົນເອງ ຫຼື ຍົກຍ້ອງຕົນເອງ. ເຂົາຄວນນະມັດສະການ ແລະ ສັນລະເສີນພຣະເຈົ້າ. 2. ໃຫ້ເຮັດທຸກສິ່ງທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະເຈົ້າ ແລະ ບໍ່ເຮັດສິ່ງທີ່ສ້າງຄວາມເສຍຫາຍໃຫ້ກັບຜົນປະໂຫຍດໃນພາລະກິດຂອງພຣະເຈົ້າ. ໃຫ້ປົກປ້ອງພຣະນາມຂອງພຣະເຈົ້າ, ຄຳພະຍານຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ. 3. ເງິນ, ວັດຖຸສິ່ງຂອງ ແລະ ຊັບສິນທັງໝົດໃນຄົວເຮືອນຂອງພຣະເຈົ້າ ແມ່ນເຄື່ອງຖວາຍທີ່ມະນຸດຄວນມອບໃຫ້. ບໍ່ມີຜູ້ໃດອາດມີຄວາມສຸກກັບເຄື່ອງຖວາຍເຫຼົ່ານີ້ນອກຈາກປະໂລຫິດ ແລະ ພຣະເຈົ້າ ຍ້ອນເຄື່ອງຖວາຍຂອງມະນຸດ ແມ່ນມີໄວ້ສໍາລັບຄວາມສຸກຂອງພຣະເຈົ້າ. ພຣະເຈົ້າພຽງແຕ່ແບ່ງປັນເຄື່ອງຖວາຍເຫຼົ່ານີ້ກັບປະໂລຫິດເທົ່ານັ້ນ; ບໍ່ມີຜູ້ໃດທີ່ມີຄຸນສົມບັດ ຫຼື ມີສິດທີ່ຈະມີຄວາມສຸກໃນສ່ວນໃດສ່ວນໜຶ່ງຂອງເຄື່ອງຖວາຍເຫຼົ່ານີ້. ເຄື່ອງຖວາຍທັງໝົດຂອງມະນຸດ (ລວມທັງເງິນ ແລະ ວັດຖຸສິ່ງຂອງທີ່ສາມາດນໍາໃຊ້) ແມ່ນມອບໃຫ້ພຣະເຈົ້າ, ບໍ່ແມ່ນມອບໃຫ້ມະນຸດ ແລະ ດ້ວຍເຫດນີ້ ມະນຸດຈຶ່ງບໍ່ຄວນມີຄວາມສຸກກັບສິ່ງເຫຼົ່ານີ້; ຖ້າມະນຸດຈະມີຄວາມສຸກກັບສິ່ງເຫຼົ່ານີ້, ແລ້ວເຂົາກໍ່ກຳລັງລັກເອົາເຄື່ອງຖວາຍ. ຜູ້ໃດກໍ່ຕາມທີ່ເຮັດສິ່ງນີ້ແມ່ນຢູດາ ເພາະວ່ານອກຈາກຈະເປັນຄົນທໍລະຍົດແລ້ວ ຢູດາຍັງຊ່ວຍຕົນເອງໂດຍການລັກເອົາສິ່ງທີ່ຢູ່ໃນຖົງເງິນນໍາອີກ. 4. ມະນຸດມີອຸປະນິໄສທີ່ເສື່ອມຊາມ ແລະ ຍິ່ງໄປກວ່ານັ້ນ ມະນຸດມີຄວາມຮູ້ສຶກ. ເມື່ອເປັນເຊັ່ນນັ້ນ, ມັນຈຶ່ງເປັນການຫ້າມຢ່າງເດັດຂາດບໍ່ໃຫ້ສະມາຊິກສອງຄົນ ທີ່ເປັນເພດກົງກັນຂ້າມເຮັດວຽກຮ່ວມກັນຕາມລໍາພັງ ເມື່ອກຳລັງຮັບໃຊ້ພຣະເຈົ້າ. ຜູ້ໃດກໍ່ຕາມທີ່ຖືກຄົ້ນພົບວ່າໄດ້ເຮັດແບບນັ້ນແມ່ນຈະຖືກຂັບໄລ່ອອກ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 213](https://lo.kingdomsalvation.org/recital-knowing-God-s-work-213.html) - ເປົ້າໝາຍຫຼັກຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອຊໍາລະລ້າງມະນຸດຊາດ ເພື່ອວ່າມະນຸດຈະສາມາດມີຄວາມຈິງ, ເພາະມະນຸດເຂົ້າໃຈຄວາມຈິງໜ້ອຍເກີນໄປ! ການປະຕິບັດພາລະກິດແຫ່ງການເອົາຊະນະໃນຜູ້ຄົນເຫຼົ່ານັ້ນແມ່ນມີຄວາມໝາຍທີ່ສຸດ. ພວກເຈົ້າໄດ້ຕົກຢູ່ພາຍໃຕ້ອິດທິພົນແຫ່ງຄວາມມືດ ແລະ ຖືກທຳຮ້າຍຢ່າງຮຸນແຮງ. ສະນັ້ນ ເປົ້າໝາຍຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ພວກເຈົ້າສາມາດຮູ້ຈັກທຳມະຊາດຂອງມະນຸດ ແລະ ດຳລົງຊີວິດຕາມຄວາມຈິງ. ການຖືກເຮັດໃຫ້ສົມບູນຄືສິ່ງທີ່ສິ່ງຖືກສ້າງທັງໝົດຄວນຮັບເອົາ. ຖ້າພາລະກິດໃນຂັ້ນຕອນນີ້ພຽງແຕ່ກ່ຽວພັນກັບການເຮັດໃຫ້ຜູ້ຄົນສົມບູນ, ແລ້ວມັນກໍ່ສາມາດຖືກປະຕິບັດໃນປະເທດອັງກິດ ຫຼື ອາເມຣິກາ ຫຼື ອິດສະຣາເອນ; ມັນສາມາດຖືກປະຕິບັດໃນຄົນທີ່ຢູ່ໃນຊາດໃດໜຶ່ງ. ແຕ່ພາລະກິດແຫ່ງການເອົາຊະນະແມ່ນຖືກເລືອກໄວ້ແລ້ວ. ບາດກ້າວທຳອິດຂອງພາລະກິດແຫ່ງການເອົາຊະນະເປັນໄລຍະສັ້ນ; ຍິ່ງໄປກວ່ານັ້ນ, ມັນຈະຖືກໃຊ້ເພື່ອເຮັດໃຫ້ຊາຕານອັບອາຍ ແລະ ເອົາຊະນະຈັກກະວານທັງປວງ. ນີ້ຄືພາລະກິດເລີ່ມຕົ້ນຂອງການເອົາຊະນະ. ສາມາດເວົ້າໄດ້ວ່າ ສິ່ງຖືກສ້າງໃດໜຶ່ງທີ່ເຊື່ອໃນພຣະເຈົ້າສາມາດຖືກເຮັດໃຫ້ສົມບູນແບບໄດ້ ເພາະການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ສາມາດບັນລຸໄດ້ຫຼັງຈາກການປ່ຽນແປງໄລຍະຍາວເທົ່ານັ້ນ. ແຕ່ການຖືກເອົາຊະນະເປັນສິ່ງທີ່ແຕກຕ່າງກັນ. ຕົວຢ່າງ ແລະ ແບບຢ່າງສຳລັບການເອົາຊະນະຕ້ອງເປັນຄົນທີ່ຫຼ້າຫຼັງທີ່ສຸດ, ດຳລົງຊີວິດຢູ່ໃນຄວາມມືດມົວທີ່ສຸດ; ພວກເຂົາຕ້ອງເປັນຄົນທີ່ເສື່ອມໂຊມທີ່ສຸດ, ບໍ່ເຕັມໃຈຢ່າງທີ່ສຸດທີ່ຈະຮັບຮູ້ພຣະເຈົ້າ ແລະ ກະບົດຕໍ່ພຣະເຈົ້າຫຼາຍທີ່ສຸດ. ນີ້ຄືປະເພດຂອງຄົນທີ່ສາມາດເປັນພະຍານເຖິງການຖືກເອົາຊະນະແທ້ໆ. ເປົ້າໝາຍຫຼັກຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອເຮັດໃຫ້ຊາຕານພ່າຍແພ້, ໃນຂະນະທີ່ເປົ້າໝາຍຫຼັກຂອງການເຮັດໃຫ້ຜູ້ຄົນສົມບູນແມ່ນເພື່ອຮັບຜູ້ຄົນ. ມັນແມ່ນເພື່ອເຮັດໃຫ້ຜູ້ຄົນສາມາດມີຄຳພະຍານຫຼັງຈາກທີ່ໄດ້ຖືກເອົາຊະນະ, ພາລະກິດແຫ່ງການເອົາຊະນະນີ້ຈຶ່ງຖືກປະຕິບັດໃນທີ່ນີ້, ໃນຄົນແບບພວກເຈົ້າ. ຈຸດປະສົງແມ່ນເພື່ອໃຫ້ຜູ້ຄົນເປັນພະຍານຫຼັງຈາກທີ່ຖືກເອົາຊະນະ. ຄົນເຫຼົ່ານີ້ທີ່ຖືກເອົາຊະນະຈະຖືກໃຊ້ເພື່ອບັນລຸເປົ້າໝາຍຂອງການເຮັດໃຫ້ຊາຕານອັບອາຍ. ສະນັ້ນ ແມ່ນຫຍັງຄືວິທີຫຼັກຂອງການເອົາຊະນະ? ການຕີສອນ, ການພິພາກສາ, ການສາບແຊ່ງ ແລະ ການເປີດໂປງ, ນັ້ນກໍ່ຄືການນໍາໃຊ້ອຸປະນິໄສທີ່ຊອບທຳເພື່ອເອົາຊະນະຜູ້ຄົນ ເພື່ອວ່າພວກເຂົາຈະເຊື່ອໝັ້ນຢ່າງສິ້ນເຊີງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 89](https://lo.kingdomsalvation.org/recital-judgment-in-the-last-days-089.html) - ພາລະກິດທີ່ກຳລັງປະຕິບັດຢູ່ໃນຕອນນີ້ແມ່ນເພື່ອໃຫ້ຜູ້ຄົນກະບົດຕໍ່ຊາຕານ, ບັນພະບຸລຸດເດີມຂອງພວກເຂົາ. ການພິພາກສາທຸກຢ່າງດ້ວຍພຣະທຳແມ່ນແນໃສ່ເພື່ອເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ ແລະ ເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ແຫ່ງຊີວິດ. ການພິພາກສາຊໍ້າໆເຫຼົ່ານີ້ໄດ້ແທງສຽບຫົວໃຈຂອງຜູ້ຄົນ. ການພິພາກສາແຕ່ລະຄັ້ງກ່ຽວພັນກັບຊະຕາກໍາຂອງພວກເຂົາໂດຍກົງ ແລະ ມຸ່ງໝາຍທີ່ຈະເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບບາດເຈັບ ເພື່ອວ່າພວກເຂົາຈະສາມາດປະຖິ້ມທຸກສິ່ງ ແລະ ມາຮູ້ຈັກຊີວິດ; ຮູ້ຈັກໂລກທີ່ສົກກະປົກນີ້, ຮູ້ຈັກສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ຍັງຮູ້ຈັກມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ຍິ່ງການຕີສອນ ແລະ ການພິພາກສາເປັນແບບນີ້ຫຼາຍສໍ່າໃດ, ຫົວໃຈຂອງມະນຸດກໍ່ຍິ່ງສາມາດຖືກເຮັດໃຫ້ບາດເຈັບໄດ້ຫຼາຍສໍ່ານັ້ນ ແລະ ຈິດວິນຍານຂອງເຂົາກໍ່ຍິ່ງສາມາດຖືກປຸກໃຫ້ຕື່ນຫຼາຍຍິ່ງຂຶ້ນ. ການປຸກຈິດວິນຍານຂອງຄົນເຫຼົ່ານີ້ທີ່ເສື່ອມຊາມທີ່ສຸດ ແລະ ຄົນ ຖືກຫຼອກລວງຢ່າງຮ້າຍແຮງທີ່ສຸດຄືເປົ້າໝາຍຂອງການພິພາກສາປະເພດນີ້. ມະນຸດບໍ່ມີຈິດວິນຍານ ນັ້ນກໍ່ຄື ຈິດວິນຍານຂອງເຂົາໄດ້ຕາຍໄປດົນນານແລ້ວ ແລະ ເຂົາບໍ່ຮູ້ຈັກວ່າມີສະຫວັນ, ບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ບໍ່ສາມາດຮູ້ໄດ້ວ່າເຂົາກຳລັງດີ້ນຮົນໃນເຫວເລິກແຫ່ງຄວາມຕາຍ; ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ເຂົາກຳລັງດຳລົງຊີວິດໃນນະຮົກນີ້ທີ່ຢູ່ເທິງແຜ່ນດິນໂລກ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ຊາກສົບຂອງເຂົາທີ່ເນົ່າເປື່ອຍນີ້ໄດ້ຕົກລົງໄປຢູ່ໃນແດນມໍລະນາແຫ່ງຄວາມຕາຍຜ່ານການທີ່ຊາຕານເຮັດໃຫ້ເສື່ອມຊາມ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ທຸກສິ່ງເທິງແຜ່ນດິນໂລກຖືກທຳລາຍເປັນເວລາດົນນານຈົນເກີນກວ່າທີ່ມະນຸດຈະສາມາດແກ້ໄຂໄດ້? ແລ້ວເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ພຣະຜູ້ສ້າງໄດ້ລົງມາເທິງແຜ່ນດິນໂລກໃນມື້ນີ້ ແລະ ກຳລັງຊອກຫາກຸ່ມຄົນເສື່ອມຊາມທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້? ເຖິງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຜະເຊີນກັບການຫຼໍ່ຫຼອມ ແລະ ການພິພາກສາທຸກຢ່າງທີ່ສາມາດເກີດຂຶ້ນໄດ້, ຈິດສຳນຶກທີ່ແຂງກະດ້າງຂອງເຂົາກໍ່ຍັງບໍ່ຕື່ນຂຶ້ນແມ່ນພຽງໜ້ອຍດຽວ ແລະ ບໍ່ມີການຕອບໂຕ້ຫຍັງແມ່ນແຕ່ໜ້ອຍດຽວແທ້ໆ. ມະນຸດຊາດຊ່າງເສື່ອມໂຊມ! ແລ້ວເຖິງແມ່ນວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 11](https://lo.kingdomsalvation.org/recital-the-three-stages-of-work-011.html) - ເປັນຫຍັງຕ້ອງອ້າງເຖິງພາລະກິດສາມຂັ້ນຕອນຢ່າງຕໍ່ເນື່ອງ? ການຜ່ານໄປຂອງຍຸກ, ການພັດທະນາຂອງສັງຄົມ ແລະ ເບື້ອງໜ້າທັງໝົດທີ່ປ່ຽນໄປຂອງທຳມະຊາດລ້ວນແລ້ວແຕ່ສືບເນື່ອງຈາກການປ່ຽນແປງໃນພາລະກິດສາມຂັ້ນຕອນ. ມະນຸດຊາດປ່ຽນແປງໄປພ້ອມກັບພາລະກິດຂອງພຣະເຈົ້າ ແລະ ບໍ່ພັດທະນາດ້ວຍຕົວມັນເອງ. ພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນຖືກກ່າວເຖິງເພື່ອນໍາສິ່ງຊົງສ້າງທັງໝົດ ແລະ ທຸກຄົນໃນທຸກສາສະໜາ ແລະ ນິກາຍໃຫ້ມາຢູ່ພາຍໃຕ້ອຳນາດຂອງພຣະເຈົ້າອົງດຽວ. ບໍ່ວ່າເຈົ້າຈະນັບຖືສາດສະໜາໃດກໍຕາມໃນທີ່ສຸດ, ພວກເຈົ້າທັງໝົດກໍຈະຍອມຈໍານົນພາຍໃຕ້ອຳນາດຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດນີ້ໄດ້; ຫົວໜ້າທາງສາສະໜາໃດໜຶ່ງບໍ່ສາມາດປະຕິບັດໄດ້. ມີຫຼາຍສາສະໜາຫຼັກໆໃນໂລກ ແລະ ແຕ່ລະສາສະໜາກໍມີຫົວໜ້າ ຫຼື ຜູ້ນໍາ ແລະ ຜູ້ຕິດຕາມແຜ່ກະຈາຍໄປທົ່ວທຸກປະເທດທີ່ແຕກຕ່າງກັນ ແລະ ອານາເຂດທົ່ວແຜ່ນດິນໂລກ; ເກືອບທຸກປະເທດ ບໍ່ວ່າຈະໃຫຍ່ ຫຼື ນ້ອຍ ແມ່ນມີສາສະໜາທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ບໍ່ວ່າຈະມີສາສະໜາຫຼາຍສໍ່າໃດທົ່ວເທິງໂລກນີ້, ໃນທີ່ສຸດ ທຸກຄົນທີ່ຢູ່ໃນຈັກກະວານກໍຢູ່ພາຍໃຕ້ການນໍາພາຂອງພຣະເຈົ້າອົງດຽວ, ບໍ່ໄດ້ຢູ່ພາຍໃຕ້ການນໍາພາຂອງຫົວໜ້າ ຫຼື ຜູ້ນໍາທາງສາສະໜາ. ນີ້ເວົ້າໄດ້ວ່າ ມະນຸດຊາດບໍ່ໄດ້ຖືກນໍາພາໂດຍຫົວໜ້າ ຫຼື ຜູ້ນໍາທາງສາສະໜາໃດໜຶ່ງ; ກົງກັນຂ້າມ, ບັນດາມວນມະນຸດຊາດຖືກນໍາພາໂດຍພຣະຜູ້ສ້າງ ເຊິ່ງເປັນຜູ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ຍັງສ້າງມະນຸດຊາດ, ນີ້ກໍ່ຄືຄວາມຈິງ. ເຖິງແມ່ນວ່າ ໂລກມີຫຼາຍສາສະໜາໃຫຍ່ໆທີ່ຫຼາກຫຼາຍກັນ ບໍ່ວ່າພວກມັນຈະຍິ່ງໃຫຍ່ສໍ່າໃດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 10](https://lo.kingdomsalvation.org/recital-the-three-stages-of-work-010.html) - ມີພຽງແຕ່ພຣະເຈົ້າອົງດຽວທີ່ປະຕິບັດພາລະກິດສາມຂັ້ນຕອນ; ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ນີ້ເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງເທົ່ານັ້ນທີ່ຈະສາມາດປະຕິບັດພາລະກິດສາມຂັ້ນຕອນສຳເລັດໄດ້ ແລະ ບໍ່ມີໃຜທີ່ສາມາດປະຕິບັດພາລະກິດດັ່ງກ່າວແທນພຣະອົງໄດ້, ນີ້ກໍ່ເພື່ອເວົ້າວ່າມີພຽງພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດຂອງພຣະອົງເອງຕັ້ງແຕ່ຕົ້ນຈົນຮອດປັດຈຸບັນ. ເຖິງແມ່ນວ່າ ພາລະກິດສາມຂັ້ນຕອນຂອງພຣະເຈົ້າຖືກນໍາໄປປະຕິບັດໃນຍຸກ ແລະ ສະຖານທີ່ທີ່ແຕກຕ່າງກັນ ແລະ ເຖິງແມ່ນວ່າ ພາລະກິດຂອງແຕ່ລະຢ່າງແຕກຕ່າງກັນ, ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນທີ່ປະຕິບັດພາລະກິດທັງໝົດ. ຈາກນິມິດທັງໝົດ, ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຄວນຮູ້ ແລະ ຖ້າມະນຸດສາມາດຮັບຮູ້ຢ່າງສົມບູນ ເຂົາກໍຈະສາມາດຢືນໄດ້ຢ່າງໜັກແໜ້ນ. ໃນປັດຈຸບັນ ບັນຫາທີ່ໃຫຍ່ທີ່ສຸດທີ່ຫຼາກຫຼາຍສາສະໜາ ແລະ ນິກາຍກຳລັງປະເຊີນຢູ່ແມ່ນ ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ສາມາດຈຳແນກຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດທີ່ບໍ່ແມ່ນຂອງພຣະວິນຍານບໍລິສຸດ, ດ້ວຍເຫດນີ້ ພວກເຂົາຈຶ່ງບໍ່ສາມາດບອກໄດ້ວ່າຂັ້ນຕອນໃນປັດຈຸບັນຂອງພາລະກິດນີ້ຖືກປະຕິບັດໂດຍພຣະເຈົ້າພຣະເຢໂຮວາ ຄືກັບສອງຂັ້ນຕອນກ່ອນໜ້າຂອງພາລະກິດ ຫຼື ບໍ່. ເຖິງແມ່ນວ່າ ຜູ້ຄົນຕິດຕາມພຣະເຈົ້າ, ຫຼາຍຄົນກໍຍັງບໍ່ສາມາດບອກໄດ້ວ່າມັນເປັນຫົນທາງທີ່ຖືກຕ້ອງ ຫຼື ບໍ່. ມະນຸດກັງວົນວ່າ ຫົນທາງນີ້ແມ່ນຫົນທາງທີ່ນໍາໂດຍພຣະເຈົ້າພຣະອົງເອງເປັນການສ່ວນຕົວ ຫຼື ບໍ່ ແລະ ການມາບັງເກີດເປັນມະນຸດຂອງພຣະເຈົ້າເປັນຄວາມຈິງ ຫຼື ບໍ່ ແລະ ຫຼາຍຄົນຍັງບໍ່ຮູ້ເລີຍກ່ຽວກັບວິທີການແຍກແຍະສິ່ງເຫຼົ່ານັ້ນ. ຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າບໍ່ສາມາດກຳນົດຫົນທາງ ແລະ ດ້ວຍເຫດນັ້ນ ຂໍ້ຄວາມທີ່ໄດ້ກ່າວອອກມາກໍມີພຽງແຕ່ຜົນສະທ້ອນບາງສ່ວນທ່າມກາງຄົນເຫຼົ່ານີ້ເທົ່ານັ້ນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 9](https://lo.kingdomsalvation.org/recital-the-three-stages-of-work-009.html) - ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ໄດ້ຖືກເຊື່ອງຈາກມະນຸດ ແລະ ຄົນເຫຼົ່ານັ້ນທຸກຄົນທີ່ນະມັດສະການພຣະເຈົ້າຄວນຮູ້. ເມື່ອພຣະເຈົ້າປະຕິບັດທັງພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນທ່າມກາງມະນຸດ, ມະນຸດຄວນຮູ້ຈັກການສຳແດງເຖິງສິ່ງທີ່ພຣະອົງມີ ແລະ ເປັນຢູ່ໃນລະຫວ່າງພາລະກິດສາມຂັ້ນຕອນ. ນີ້ແມ່ນສິ່ງທີ່ມະນຸດຕ້ອງເຮັດໃຫ້ສຳເລັດ. ສິ່ງທີ່ພຣະເຈົ້າເຊື່ອງຈາກມະນຸດແມ່ນສິ່ງທີ່ມະນຸດບໍ່ສາມາດໄດ້ຮັບ ແລະ ສິ່ງທີ່ມະນຸດບໍ່ຄວນຮູ້ ໃນຂະນະສິ່ງທີ່ພຣະເຈົ້າສຳແດງໃຫ້ມະນຸດເຫັນແມ່ນສິ່ງທີ່ມະນຸດຄວນຮູ້ ແລະ ສິ່ງທີ່ມະນຸດຄວນມີ. ແຕ່ລະຂັ້ນຕອນໃນທັງພາລະກິດສາມຂັ້ນຕອນແມ່ນປະຕິບັດໂດຍອີງຕາມພື້ນຖານຂອງຂັ້ນຕອນກ່ອນໜ້າ; ມັນບໍ່ໄດ້ປະຕິບັດຢ່າງອິດສະຫຼະ ແລະ ແຍກຈາກພາລະກິດແຫ່ງຄວາມລອດພົ້ນ. ເຖິງແມ່ນວ່າ ຈະມີຄວາມແຕກຕ່າງຫຼາຍໃນຍຸກ ແລະ ພາລະກິດທີ່ຕ້ອງປະຕິບັດ, ແຕ່ຄວາມລອດພົ້ນຂອງມະນຸດກໍຍັງເປັນຫົວໃຈສຳຄັນຂອງມັນ ແລະ ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນເລິກເຊິ່ງກວ່າຂັ້ນຕອນກ່ອນໜ້າ. ແຕ່ລະຂັ້ນຕອນຂອງພາລະກິດສືບຕໍ່ຈາກພື້ນຖານໃນຂັ້ນຕອນກ່ອນໜ້າ ເຊິ່ງບໍ່ສາມາດປະຖິ້ມໄດ້. ດ້ວຍວິທີນີ້ເອງ, ໃນພາລະກິດທີ່ໃໝ່ສະເໝີ ແລະ ບໍ່ເຄີຍເກົ່າຂອງພຣະອົງ, ພຣະເຈົ້າຍັງຄົງສຳແດງລັກສະນະຕ່າງໆຂອງອຸປະນິໄສຂອງພຣະອົງຢູ່ສະເໝີ ເຊິ່ງເປັນສິ່ງທີ່ບໍ່ເຄີຍສຳແດງໃຫ້ມະນຸດມາກ່ອນ ແລະ ເປີດເຜີຍພາລະກິດໃໝ່ຂອງພຣະອົງ ແລະ ການເປັນຢູ່ແບບໃໝ່ຂອງພຣະອົງໃຫ້ມະນຸດຢູ່ສະເໝີ ແລະ ເຖິງແມ່ນວ່າ ທະຫານຍາມເກົ່າແກ່ທີ່ເຄັ່ງສາສະໜາໄດ້ເຮັດທຸກວິທີທາງເພື່ອຂັດຂືນສິ່ງນີ້ ແລະ ຕໍ່ຕ້ານຢ່າງເປີດເຜີຍ, ພຣະເຈົ້າຍັງປະຕິບັດພາລະກິດໃໝ່ທີ່ພຣະອົງເຈດຕະນາທີ່ຈະເຮັດຢູ່ສະເໝີ. ພາລະກິດຂອງພຣະເຈົ້າປ່ຽນແປງຢູ່ສະເໝີ ແລະ ດ້ວຍເຫດນີ້ ມັນກໍປະເຊີນກັບການຕໍ່ຕ້ານຂອງມະນຸດຢູ່ສະເໝີ. ດ້ວຍເຫດນັ້ນ, ອຸປະນິໄສຂອງພຣະອົງຈຶ່ງປ່ຽນແປງຢູ່ສະເໝີພ້ອມກັບຍຸກ ແລະ ຜູ້ຮັບພາລະກິດຂອງພຣະອົງເຊັ່ນກັນ. ຍິ່ງໄປກວ່ານັ້ນ, ພຣະອົງປະຕິບັດພາລະກິດທີ່ບໍ່ເຄີຍມີມາກ່ອນຢ່າງສະເໝີ ແມ່ນແຕ່ປະຕິບັດພາລະກິດທີ່ປາກົດໃຫ້ມະນຸດເຫັນເປັນການຂັດແຍ້ງກັບພາລະກິດທີ່ປະຕິບັດກ່ອນໜ້ານີ້ ເພື່ອໃຫ້ມະນຸດໄດ້ຕໍ່ຕ້ານ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 8](https://lo.kingdomsalvation.org/recital-the-three-stages-of-work-008.html) - ພາລະກິດຂອງພຣະເຈົ້າເອງແມ່ນນິມິດທີ່ມະນຸດຕ້ອງຮູ້ ຍ້ອນມະນຸດບໍ່ສາມາດເຮັດພາລະກິດຂອງພຣະເຈົ້າໃຫ້ສຳເລັດໄດ້ ແລະ ມະນຸດກໍຄອບຄອງບໍ່ໄດ້. ພາລະກິດສາມຂັ້ນຕອນແມ່ນຄວາມສົມບູນຂອງການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ມີນິມິດໃດທີ່ຈະຍິ່ງໃຫຍ່ເກີນກວ່ານີ້ທີ່ມະນຸດຄວນຮູ້ຈັກ. ຖ້າມະນຸດບໍ່ຮູ້ນິມິດທີ່ຍິ່ງໃຫຍ່ນີ້, ມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ, ມັນບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ເສັ້ນທາງທີ່ມະນຸດເດີນຕາມກໍ່ຈະຍາກເລີ່ມລຳບາກຂຶ້ນເລື້ອຍໆ. ຖ້າປາສະຈາກນິມິດ, ມະນຸດຈະບໍ່ສາມາດມາໄກໄດ້ສໍ່ານີ້. ມັນແມ່ນນິມິດນີ້ເອງທີ່ຄຸ້ມກັນມະນຸດຈົນຮອດປັດຈຸບັນ ແລະ ເປັນສິ່ງທີ່ຈັດຕຽມການປົກປ້ອງທີ່ຍິ່ງໃຫຍ່ທີ່ສຸດໃຫ້ກັບມະນຸດ. ໃນອະນາຄົດ, ຄວາມຮູ້ຂອງພວກເຈົ້າຕ້ອງເລິກເຊິ່ງລົງ ແລະ ພວກເຈົ້າຕ້ອງມາຮູ້ຈັກຄວາມສົມບູນຂອງເຈດຕະນາຂອງພຣະອົງ ແລະ ແກ່ນແທ້ຂອງພາລະກິດທີ່ເຕັມໄປດ້ວຍສະຕິປັນຍາຂອງພຣະອົງພາຍໃນພາລະກິດສາມຂັ້ນຕອນ. ນີ້ຄືຄວາມສາມາດທີ່ແທ້ຈິງຂອງພວກເຈົ້າ. ຂັ້ນຕອນສຸດທ້າຍຂອງພາລະກິດບໍ່ໄດ້ຢືນຢ່າງໂດດດ່ຽວ ແຕ່ເປັນສ່ວນໜຶ່ງຂອງພາລະກິດທັງໝົດທີ່ກໍ່ຕັ້ງຂຶ້ນໂດຍການໂຮມກັບສອງຂັ້ນຕອນທີ່ຜ່ານມາ ເຊິ່ງເວົ້າໄດ້ວ່າ ມັນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດແຫ່ງຄວາມລອດພົ້ນສຳເລັດລົງ ໂດຍການປະຕິບັດພຽງແຕ່ໜຶ່ງໃນສາມຂັ້ນຕອນຂອງພາລະກິດນັ້ນ. ເຖິງແມ່ນວ່າ ຂັ້ນຕອນສຸດທ້າຍຂອງພາລະກິດແມ່ນສາມາດຊ່ວຍຊີວິດມະນຸດຢ່າງສົມບູນ, ນີ້ບໍ່ໄດ້ໝາຍຄວາມວ່າ ມັນຈຳເປັນທີ່ຈະຕ້ອງປະຕິບັດຂັ້ນຕອນດຽວນີ້ດ້ວຍຕົນມັນເອງເທົ່ານັ້ນ ແລະ ສອງຂັ້ນຕອນທີ່ຜ່ານມາຂອງພາລະກິດບໍ່ຈຳເປັນໃນການຊ່ວຍຊີວິດມະນຸດໃຫ້ອອກຈາກອິດທິພົນຂອງຊາຕານ. ບໍ່ມີຂັ້ນຕອນໃດໃນທັງສາມຂັ້ນຕອນທີ່ຖືວ່າ ເປັນນິມິດດຽວທີ່ບັນດາມວນມະນຸດຊາດຕ້ອງຮູ້ຈັກ ຍ້ອນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນພາລະກິດສາມຂັ້ນຕອນ ໂດຍທີ່ບໍ່ແມ່ນຂັ້ນຕອນດຽວເທົ່ານັ້ນ. ຕາບໃດທີ່ພາລະກິດແຫ່ງຄວາມລອດພົ້ນຍັງບໍ່ທັນສຳເລັດ, ການຄຸ້ມຄອງຂອງພຣະເຈົ້າຈະບໍ່ສາມາດສິ້ນສຸດໄດ້ຢ່າງສົມບູນ. ການເປັນຢູ່ຂອງພຣະເຈົ້າ, ອຸປະນິໄສຂອງພຣະອົງ ແລະ ສະຕິປັນຍາຂອງພຣະອົງຖືກສຳແດງອອກໃນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນ; ພວກມັນບໍ່ໄດ້ຖືກເປີດເຜີຍໃຫ້ມະນຸດຄົນໃດຕັ້ງແຕ່ຕອນເລີ່ມຕົ້ນແລ້ວ ແຕ່ຖືກສຳແດງອອກເທື່ອລະໜ້ອຍໃນພາລະກິດແຫ່ງຄວາມລອດພົ້ນ. ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນສຳແດງໃຫ້ເຫັນເຖິງສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ ແລະ ສ່ວນໜຶ່ງຂອງການເປັນຢູ່ຂອງພຣະອົງ; ບໍ່ແມ່ນທຸກຂັ້ນຕອນໃດໃນພາລະກິດສາມາດສຳແດງເຖິງຄວາມສົມບູນຂອງການເປັນຢູ່ຂອງພຣະອົງໂດຍກົງ ແລະ ຢ່າງຄົບຖ້ວນ. ເມື່ອເປັນດັ່ງນັ້ນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 547](https://lo.kingdomsalvation.org/recital-entry-into-life-547.html) - ຜູ້ທີ່ປາສະຈາກຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ຈະບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ຢ່າງສົມບູນ. ຄົນເຊັ່ນນີ້ແມ່ນລູກຫຼານຂອງຄວາມກະບົດ. ພວກເຂົາໃຝ່ສູງເກີນໄປ ແລະ ມີການກະບົດຫຼາຍເກີນໄປຢູ່ໃນຕົວພວກເຂົາ, ດັ່ງນັ້ນ ພວກເຂົາຈຶ່ງເຮັດໂຕຫ່າງເຫີນຈາກພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະຍອມຮັບການກວດສອບຂອງພຣະອົງ. ຄົນເຊັ່ນນີ້ບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້ໂດຍງ່າຍ. ບາງຄົນເລືອກວິທີການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ພວກເຂົາເລືອກການຍອມຮັບພຣະທຳເຫຼົ່ານັ້ນ. ພວກເຂົາຍອມຮັບຢ່າງໃດໜຶ່ງຂອງພຣະທຳຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດຂອງພວກເຂົາ ໃນຂະນະທີ່ ປະຕິເສດພຣະທຳທີ່ບໍ່ສອດຄ່ອງ. ນີ້ບໍ່ແມ່ນການກະບົດ ແລະ ການຕໍ່ຕ້ານພຣະເຈົ້າທີ່ຈະແຈ້ງທີ່ສຸດບໍ? ຖ້າຜູ້ໃດຜູ້ໜຶ່ງເຊື່ອໃນພຣະເຈົ້າມາເປັນເວລາຫຼາຍໆປີ ໂດຍບໍ່ໄດ້ຮັບຄວາມເຂົ້າໃຈແມ່ນແຕ່ໜ້ອຍດຽວກ່ຽວກັບພຣະອົງ, ແລ້ວພວກເຂົາແມ່ນເປັນຄົນບໍ່ເຊື່ອ. ບັນດາຜູ້ທີ່ເຕັມໃຈຍອມຮັບການກວດສອບຂອງພຣະເຈົ້າ ແມ່ນບັນດາຜູ້ທີ່ສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະອົງ, ຜູ້ທີ່ເຕັມໃຈຍອມຮັບພຣະທຳຂອງພຣະອົງ. ພວກເຂົາແມ່ນຜູ້ທີ່ຈະໄດ້ຮັບມໍລະດົກ ແລະ ພອນຂອງພຣະເຈົ້າ ແລະ ພວກເຂົາແມ່ນຜູ້ທີ່ໄດ້ຮັບພອນຫຼາຍທີ່ສຸດ. ພຣະເຈົ້າສາບແຊ່ງຜູ້ຄົນທີ່ບໍ່ມີບ່ອນວ່າງໃນໃຈຂອງພວກເຂົາໃຫ້ກັບພຣະອົງ ແລະ ພຣະອົງຂ້ຽນຕີ ແລະ ປະຖິ້ມຄົນດັ່ງກ່າວ. ຖ້າເຈົ້າບໍ່ຮັກພຣະເຈົ້າ ແລ້ວພຣະອົງກໍຈະປະຖິ້ມເຈົ້າ ແລະ ຖ້າເຈົ້າບໍ່ຟັງສິ່ງທີ່ເຮົາເວົ້າ, ແລ້ວເຮົາກໍສັນຍາວ່າພຣະວິນຍານຂອງພຣະເຈົ້າຈະປະຖິ້ມເຈົ້າ. ລອງເບິ່ງ ຖ້າເຈົ້າບໍ່ເຊື່ອ! ມື້ນີ້ ເຮົາຊີ້ແຈງເສັ້ນທາງແຫ່ງການປະຕິບັດໃຫ້ແກ່ເຈົ້າ, ແຕ່ເຈົ້າຈະເອົາໄປປະຕິບັດຕາມ ຫຼື ບໍ່ນັ້ນ ມັນກໍສຸດແລ້ວແຕ່ເຈົ້າ. ຖ້າເຈົ້າບໍ່ເຊື່ອ, ຖ້າເຈົ້າບໍ່ປະຕິບັດ, ເຈົ້າຈະເຫັນດ້ວຍຕົນເອງ ວ່າພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 546](https://lo.kingdomsalvation.org/recital-entry-into-life-546.html) - ການເປັນຜູ້ຄົນທີ່ເຊື່ອໃນພຣະເຈົ້າ ໝາຍຄວາມວ່າທຸກສິ່ງທີ່ເຈົ້າເຮັດຕ້ອງຖືກນຳມາວາງໄວ້ຕໍ່ໜ້າພຣະອົງ ແລະ ເຮັດໃຫ້ຢູ່ໃນການກວດສອບຂອງພຣະອົງ. ຖ້າສິ່ງທີ່ເຈົ້າເຮັດສາມາດນຳມາໄວ້ຕໍ່ໜ້າພຣະວິນຍານຂອງພຣະເຈົ້າ ແຕ່ບໍ່ແມ່ນຕໍ່ໜ້າເນື້ອໜັງຂອງພຣະເຈົ້າແລ້ວ, ນີ້ກໍສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ມາຢູ່ໃນການກວດສອບຂອງພຣະວິນຍານຂອງພຣະອົງ. ພຣະວິນຍານຂອງພຣະເຈົ້າແມ່ນໃຜ? ໃຜແມ່ນບຸກຄົນທີ່ພຣະເຈົ້າເປັນພະຍານໃຫ້? ພຣະອົງບໍ່ແມ່ນອັນໜຶ່ງ ແລະ ອັນດຽວກັນບໍ? ຄົນສ່ວນໃຫຍ່ເຫັນພຣະອົງເປັນສອງສິ່ງທີ່ແຍກອອກຈາກກັນ, ໂດຍເຊື່ອວ່າ ພຣະວິນຍານຂອງພຣະເຈົ້າແມ່ນພຣະວິນຍານຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້ກໍພຽງແຕ່ເປັນມະນຸດ. ແຕ່ເຈົ້າບໍ່ໄດ້ເຂົ້າໃຈຜິດບໍ? ບຸກຄົນນີ້ປະຕິບັດພາລະກິດແທນຜູ້ໃດ? ບັນດາຜູ້ທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມີຄວາມເຂົ້າໃຈຝ່າຍຈິດວິນຍານ. ພຣະວິນຍານຂອງພຣະເຈົ້າ ແລະ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງແມ່ນໜຶ່ງດຽວກັນ, ຍ້ອນວ່າພຣະວິນຍານຂອງພຣະເຈົ້າໄດ້ປາກົດຕົວໃນເນື້ອໜັງ. ຖ້າບຸກຄົນນີ້ບໍ່ເມດຕາຕໍ່ເຈົ້າ, ແລ້ວພຣະວິນຍານຂອງພຣະເຈົ້າຈະເມດຕາບໍ? ເຈົ້າບໍ່ສັບສົນບໍ? ໃນປັດຈຸບັນ, ທຸກຄົນທີ່ບໍ່ສາມາດຍອມຮັບການກວດສອບຂອງພຣະເຈົ້າກໍບໍ່ສາມາດໄດ້ຮັບການອະນຸມັດຈາກພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຜູ້ບັງເກີດເປັນມະນຸດກໍບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້. ຈົ່ງເບິ່ງທຸກສິ່ງທີ່ເຈົ້າເຮັດ ແລະ ເບິ່ງວ່າມັນສາມາດເອົາມາວາງໄວ້ຕໍ່ໜ້າພຣະເຈົ້າໄດ້ ຫຼື ບໍ່. ຖ້າເຈົ້າບໍ່ສາມາດນຳເອົາທຸກສິ່ງທີ່ເຈົ້າເຮັດນັ້ນມາວາງໄວ້ຕໍ່ໜ້າພຣະເຈົ້າແລ້ວ, ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າເປັນຄົນຊົ່ວຮ້າຍ. ຄົນຊົ່ວຮ້າຍສາມາດຖືກເຮັດໃຫ້ສົມບູນແບບໄດ້ບໍ? ທັງໝົດທີ່ເຈົ້າເຮັດ, ທຸກໆການກະທຳ, ທຸກເຈດຕະນາ ແລະ ທຸກປະຕິກິລະຍາຄວນຖືກນຳມາວາງໄວ້ຕໍ່ໜ້າພຣະເຈົ້າ. ແມ່ນແຕ່ຊີວິດຝ່າຍວິນຍານປະຈຳວັນຂອງເຈົ້າ ນັ້ນກໍຄື ຄຳອະທິຖານຂອງເຈົ້າ, ຄວາມໃກ້ຊິດຂອງເຈົ້າກັບພຣະເຈົ້າ, ວິທີທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການສົນທະນາຂອງເຈົ້າກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ຊີວິດຂອງເຈົ້າພາຍໃນຄຣິສຕະຈັກ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 545](https://lo.kingdomsalvation.org/recital-entry-into-life-545.html) - ປັດຈຸບັນນີ້, ພຣະເຈົ້າຕ້ອງການໄດ້ຮັບຄົນກຸ່ມໃດໜຶ່ງ, ກຸ່ມທີ່ປະກອບມີຄົນທີ່ພະຍາຍາມຮ່ວມມືກັບພຣະອົງ, ຄົນທີ່ສາມາດອ່ອນນ້ອມຕໍ່ພາລະກິດຂອງພຣະອົງ, ຄົນທີ່ເຊື່ອພຣະທຳທີ່ພຣະເຈົ້າກ່າວນັ້ນເປັນຄວາມຈິງ ແລະ ຄົນທີ່ສາມາດນໍາເງື່ອນໄຂຂອງພຣະເຈົ້າເຂົ້າສູ່ການປະຕິບັດ; ພວກເຂົາແມ່ນຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງຢູ່ໃນຫົວໃຈຂອງພວກເຂົາ, ພວກເຂົາແມ່ນຄົນທີ່ສາມາດຖືກເຮັດໃຫ້ສົມບູນແບບ ແລະ ພວກເຂົາຈະສາມາດເດີນຕາມເສັ້ນທາງແຫ່ງຄວາມສົມບູນແບບຢ່າງຫຼີກເວັ້ນບໍ່ໄດ້. ຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນແມ່ນຄົນທີ່ປາສະຈາກຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າ, ຄົນທີ່ບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຄົນທີ່ບໍ່ໃສ່ໃຈຕໍ່ພຣະທຳຂອງພຣະອົງ ແລະ ຄົນທີ່ບໍ່ມີຫົວໃຈທີ່ຮັກພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ຄົນທີ່ສົງໄສໃນພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນບໍ່ແນ່ໃຈກ່ຽວກັບພຣະອົງ, ບໍ່ເຄີຍປະຕິບັດຕໍ່ພຣະທຳຂອງພຣະອົງຢ່າງຈິງຈັງຈັກເທື່ອ ແລະ ຫຼອກລວງພຣະອົງຢູ່ສະເໝີ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານ; ບໍ່ມີທາງທີ່ຈະເຮັດໃຫ້ຄົນດັ່ງກ່າວສົມບູນແບບໄດ້. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນແບບ, ແລ້ວກ່ອນອື່ນ ເຈົ້າຕ້ອງເປັນທີ່ໂປດປານຂອງພຣະເຈົ້າ ຍ້ອນວ່າ ພຣະເຈົ້າເຮັດໃຫ້ຄົນທີ່ພຣະອົງໂປດປານ ແລະ ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງສົມບູນ. ຖ້າເຈົ້າປາຖະໜາທີ່ເປັນທີ່ຈະມີຄວາມສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ແລ້ວເຈົ້າຕ້ອງມີຫົວໃຈທີ່ອ່ອນນ້ອມຕໍ່ພາລະກິດຂອງພຣະອົງ, ເຈົ້າຕ້ອງພະຍາຍາມສະແຫວງຫາຄວາມຈິງ ແລະ ເຈົ້າຕ້ອງຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ທຸກສິ່ງທີ່ເຈົ້າເຮັດໄດ້ຜ່ານການກວດສອບຂອງພຣະເຈົ້າແລ້ວບໍ? ເຈດຕະນາຂອງເຈົ້າຖືກຕ້ອງບໍ? ຖ້າເຈດຕະນາຂອງເຈົ້າຖືກຕ້ອງ, ແລ້ວພຣະເຈົ້າຈະຊົມເຊີຍເຈົ້າ; ຖ້າເຈດຕະນາຂອງເຈົ້ານັ້ນຜິດ, ສິ່ງນີ້ສະແດງໃຫ້ເຫັນວ່າ ສິ່ງທີ່ຫົວໃຈຂອງເຈົ້າຮັກບໍ່ແມ່ນພຣະເຈົ້າ, ແຕ່ຮັກເນື້ອໜັງ ແລະ ຊາຕານ. ສະນັ້ນ, ເຈົ້າຕ້ອງໃຊ້ການອະທິຖານເປັນວິທີຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ເມື່ອເຈົ້າອະທິຖານ, ເຖິງແມ່ນວ່າເຮົາບໍ່ໄດ້ຢືນຢູ່ຕໍ່ໜ້າເຈົ້າດ້ວຍຕົນເອງ, ພຣະວິນຍານບໍລິດສຸດກໍຈະຢູ່ກັບເຈົ້າ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 488](https://lo.kingdomsalvation.org/recital-entry-into-life-488.html) - ໃນຂະນະທີ່ຊີວິດຂອງເຈົ້າພວມກ້າວໄປ, ເຈົ້າຕ້ອງມີທາງເຂົ້າໃໝ່ ແລະ ຄວາມເຂົ້າທີ່ໃໝ່ ແລະ ສູງສົ່ງກວ່າເກົ່າ ທີ່ເຕີບໃຫຍ່ຂຶ້ນທຸກບາດກ້າວ. ນີ້ຄືສິ່ງທີ່ມະນຸດຊາດຄວນເຂົ້າສູ່. ໂດຍຜ່ານການສົນທະນາກັນ, ການຮັບຟັງການເທດສະໜາ, ການອ່ານພຣະທໍາຂອງພຣະເຈົ້າ ຫຼື ການຈັດການກັບບາງບັນຫາ, ເຈົ້າຈະໄດ້ຮັບຄວາມເຂົ້າໃຈໃໝ່ ແລະ ແສງສະຫວ່າງໃໝ່ ແລະ ຈະບໍ່ມີຊີວິດຢູ່ໃນກົດເກນເກົ່າ ແລະ ຍຸກເກົ່າ; ເຈົ້າຈະມີຊີວິດໃນແສງສະຫວ່າງໃໝ່ ແລະ ຈະບໍ່ຫຼົງອອກຈາກພຣະທໍາຂອງພຣະເຈົ້າ. ນີ້ຄືສິ່ງທີ່ເອີ້ນວ່າການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ການຈ່າຍໃຫ້ກັບບາງລະດັບທີ່ເປັນຜິວເຜີນແມ່ນໃຊ້ບໍ່ໄດ້; ແຕ່ລະມື້, ພຣະທໍາຂອງພຣະເຈົ້າເຂົ້າສູ່ໂລກທີ່ສູງສົ່ງຂຶ້ນເລື້ອຍໆ ແລະ ສິ່ງໃໝ່ປາກົດຂຶ້ນທຸກວັນ ແລະ ພ້ອມນີ້ ມະນຸດກໍຕ້ອງສ້າງທາງເຂົ້າໃໝ່ເພື່ອເຂົ້າສູ່ພຣະທໍາທຸກວັນ. ຕາມທີ່ພຣະເຈົ້າໄດ້ກ່າວໄວ້, ພຣະເຈົ້າຈະນຳເອົາໝາກຜົນມາສູ່ທຸກສິ່ງທີ່ພຣະອົງໄດ້ກ່າວໄວ້ ແລະ ຖ້າເຈົ້າບໍ່ສາມາດນຳທັນ ເຈົ້າກໍ່ຈະຖືກປະຖິ້ມໄວ້ດ້ານຫຼັງ. ເຈົ້າຕ້ອງລົງເລິກໃນການອະທິຖານຂອງເຈົ້າ; ການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າຕ້ອງບໍ່ຂາດວັກຂາດຕອນ. ໃຫ້ລົງເລິກໃນແສງສະຫວ່າງ ແລະ ແສງເຍືອງທາງທີ່ເຈົ້າໄດ້ຮັບ ແລະ ແນວຄິດ ແລະ ການຈິນຕະນາການຂອງເຈົ້າຕ້ອງຫຼຸດລົງເທື່ອລະໜ້ອຍ. ເຈົ້າຕ້ອງເຮັດໃຫ້ການຕັດສິນຂອງເຈົ້າໜັກແໜ້ນຂຶ້ນ ແລະ ບໍ່ວ່າເຈົ້າຈະຜະເຊີນກັບຫຍັງກໍຕາມ ເຈົ້າຕ້ອງມີຄວາມຄິດເປັນຂອງຕົວເອງກ່ຽວກັບສິ່ງນີ້ ແລະ ມີມຸມມອງເປັນຂອງຕົວເອງ. ໃນການເຂົ້າໃຈບາງສິ່ງໃນຈິດວິນຍານ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 487](https://lo.kingdomsalvation.org/recital-entry-into-life-487.html) - ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງມີສັດທາໃນພຣະທໍາທຸກຂໍ້ຂອງພຣະເຈົ້າ ແລະ ໃນພາລະກິດຂອງພຣະອົງທັງໝົດ. ນັ້ນໝາຍຄວາມວ່າ ເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງອ່ອນນ້ອມຕໍ່ພຣະອົງ. ຖ້າວ່າເຈົ້າເຮັດບໍ່ໄດ້, ມັນກໍບໍ່ສຳຄັນທີ່ເຈົ້າຈະເຊື່ອໃນພຣະເຈົ້າ ຫຼື ບໍ່. ຖ້າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ບໍ່ເຄີຍອ່ອນນ້ອມຕໍ່ພຣະອົງ ແລະ ບໍ່ຍອມຮັບພຣະທໍາທຸກຄຳຂອງພຣະອົງ ແຕ່ພັດຂໍໃຫ້ພຣະເຈົ້າຍອມເຈົ້າ ແລະ ເຮັດຕາມຄວາມຄິດຂອງເຈົ້າ, ເຈົ້າກໍເປັນຄົນທີ່ກະບົດທີ່ສຸດ ແລະ ເຈົ້າກໍແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ຄົນເຊັ່ນນີ້ຈະສາມາດອ່ອນນ້ອມຕໍ່ພາລະກິດ ແລະ ພຣະທໍາຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດໄດ້ຢ່າງໃດ? ຜູ້ທີ່ກະບົດທີ່ສຸດຄືຜູ້ທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ຕໍ່ຕ້ານສາສະໜາຄຣິດ. ທັດສະນະຂອງພວກເຂົາແມ່ນທັດສະນະທີ່ບໍ່ດີຕໍ່ພາລະກິດໃໝ່ຂອງພຣະເຈົ້າຢູ່ສະເໝີ; ພວກເຂົາບໍ່ເຄີຍມີຄວາມຕັ້ງໃຈແມ່ນແຕ່ໜ້ອຍດຽວໃນການອ່ອນນ້ອມ ແລະ ພວກເຂົາບໍ່ເຄີຍອ່ອນນ້ອມ ຫຼື ຖ່ອມຕົນຢ່າງເຕັມໃຈ. ພວກເຂົາຄິດວ່າຕົວເອງຍິ່ງໃຫຍ່ທີ່ສຸດຕໍ່ໜ້າຄົນອື່ນ ແລະ ບໍ່ເຄີຍອ່ອນນ້ອມຕໍ່ໃຜເລີຍ. ຕໍ່ໜ້າພຣະເຈົ້າ ພວກເຂົາຖືວ່າຕົນເອງເກັ່ງທີ່ສຸດໃນການເທດສະໜາພຣະທໍາ ແລະ ມີຄວາມຊຳນານທີ່ສຸດໃນການປະຕິບັດວຽກງານກັບຄົນອື່ນ. ພວກເຂົາບໍ່ເຄີຍປະຖິ້ມ “ຊັບສົມບັດ” ທີ່ພວກເຂົາຄອບຄອງ ແຕ່ພັດຖືເອົາສິ່ງເຫຼົ່ານັ້ນເປັນມໍລະດົກຕົກທອດຈາກວົງຕະກູນເພື່ອນະມັດສະການ, ເພື່ອທີ່ຈະເທດສະໜາກ່ຽວກັບຄົນອື່ນ ແລະ ໃຊ້ເຂົາເຈົ້າເພື່ອສັ່ງສອນຄົນໂງ່ທີ່ຫຼົງເຊື່ອພວກເຂົາ. ມີຜູ້ຄົນແບບນີ້ຈຳນວນຫຼາຍຢູ່ໃນຄຣິສຕະຈັກ. ອາດເວົ້າໄດ້ວ່າ “ວິລະບຸລຸດທີ່ບໍ່ເຄີຍພ່າຍແພ້” ຮຸ້ນຕໍ່ຮຸ້ນອາໃສຢູ່ໃນເຮືອນຂອງພຣະເຈົ້າ. ພວກເຂົາຖືເອົາຄຳເທດສະໜາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 486](https://lo.kingdomsalvation.org/recital-entry-into-life-486.html) - ພາລະກິດທີ່ພຣະເຈົ້າກະທໍາແມ່ນແຕກຕ່າງກັນໃນແຕ່ລະໄລຍະ. ຖ້າເຈົ້າມີຄວາມອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າໃນໄລຍະໜຶ່ງ ແຕ່ໃນອີກໄລຍະຕໍ່ໄປຄວາມອ່ອນນ້ອມຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນໜ້ອຍລົງ ຫຼື ເຈົ້າບໍ່ສາມາດມີຄວາມອ່ອນນ້ອມເລີຍ, ພຣະເຈົ້າກໍຈະປະຖິ້ມເຈົ້າ. ຖ້າເຈົ້າເດີນຕາມທັນພຣະເຈົ້າໃນເວລາທີ່ພຣະອົງກ້າວສູ່ຂັ້ນຕອນນີ້, ເຈົ້າກໍຕ້ອງສືບຕໍ່ເດີນຕາມພຣະອົງໃຫ້ທັນໃນເວລາທີ່ພຣະອົງກ້າວເຂົ້າສູ່ຂັ້ນຕອນຕໍ່ໄປ; ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະເປັນຜູ້ທີ່ອ່ອນນ້ອມຕໍ່ພຣະວິນຍານບໍລິສຸດ. ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງອ່ອນນ້ອມຢ່າງສະໝໍ່າສະເໝີ. ເຈົ້າບໍ່ສາມາດພຽງແຕ່ອ່ອນນ້ອມໃນເວລາຄິດຢາກເຊື່ອ ແລະ ບໍ່ອ່ອນນ້ອມເມື່ອບໍ່ຢາກເຊື່ອ. ພຣະເຈົ້າບໍ່ເຫັນດີກັບຄວາມອ່ອນນ້ອມແບບນີ້. ຖ້າເຈົ້າບໍ່ສາມາດເດີນຕາມທັນພາລະກິດໃໝ່ທີ່ເຮົາໄດ້ເຂົ້າສົນທະນາ ແລະ ສືບຕໍ່ຍຶດຖືໃນຄຳເວົ້າເກົ່າ ແລ້ວຈະມີຄວາມກ້າວໜ້າໃນຊີວິດຂອງເຈົ້າໄດ້ຢ່າງໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອສະໜອງໃຫ້ເຈົ້າໂດຍຜ່ານພຣະທໍາຂອງພຣະອົງ. ເມື່ອເຈົ້າອ່ອນນ້ອມ ແລະ ຍອມຮັບພຣະທໍາຂອງພຣະອົງ, ພຣະວິນຍານບໍລິສຸດກໍຈະປະຕິບັດພາລະກິດໃນຕົວເຈົ້າຢ່າງແນ່ນອນ. ພຣະວິນຍານບໍລິສຸດດຳເນີນໄປຕາມທີ່ເຮົາກ່າວຢ່າງຖືກຕ້ອງ; ຈົ່ງເຮັດຕາມທີ່ເຮົາໄດ້ກ່າວ ແລະ ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າທັນທີ. ເຮົາເຍືອງແສງສະຫວ່າງໃໝ່ໃຫ້ພວກເຈົ້າເພື່ອໃຫ້ເຫັນ, ນຳພາພວກເຈົ້າມາສູ່ແສງສະຫວ່າງແຫ່ງປັດຈຸບັນ ແລະ ເມື່ອເຈົ້າຍ່າງເຂົ້າສູ່ແສງສະຫວ່າງນີ້, ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າທັນທີ. ມີບາງຄົນທີ່ຍັງມີນິໄສດື້ດ້ານ ແລະ ເວົ້າວ່າ: “ຂ້ານ້ອຍຈະບໍ່ຍອມເຮັດຕາມທີ່ພຣະອົງບອກ”. ດັ່ງນັ້ນ, ເຮົາຂໍບອກເຈົ້າວ່າຕອນນີ້ເຈົ້າໄດ້ມາເຖິງຈຸດສຸດທ້າຍຂອງເສັ້ນທາງແລ້ວ; ເຈົ້າເຫືອດແຫ້ງ ແລະ ບໍ່ມີຊີວິດອີກຕໍ່ໄປ. ສະນັ້ນ ໃນປະສົບການຂອງການປ່ຽນແປງຈິດໃຈຂອງພວກເຈົ້າ ແມ່ນບໍ່ມີສິ່ງໃດທີ່ສຳຄັນໄປກວ່າການກ້າວໃຫ້ທັນແສງສະຫວ່າງໃນປັດຈຸບັນ. ພຣະວິນຍານບໍລິສຸດບໍ່ພຽງແຕ່ປະຕິບັດພາລະກິດຕໍ່ບາງຄົນທີ່ຖືກພຣະເຈົ້າໃຊ້ເທົ່ານັ້ນ ແຕ່ປະຕິບັດຫຼາຍກວ່ານັ້ນໃນຄຣິສຕະຈັກ. ພຣະອົງສາມາດປະຕິບັດພາລະກິດໃນຜູ້ໃດກໍໄດ້. ພຣະອົງອາດປະຕິບັດພາລະກິດໃນຕົວເຈົ້າໃນຕອນນີ້ ແລະ ເມື່ອເຈົ້າຈະປະສົບກັບພາລະກິດນີ້. ໃນໄລຍະຕໍ່ໄປ, ພຣະອົງອາດປະຕິບັດພາລະກິດໃນຄົນອື່ນ ເຊິ່ງໃນກໍລະນີນີ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 485](https://lo.kingdomsalvation.org/recital-entry-into-life-485.html) - ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້. ພາລະກິດນັ້ນສູງສົ່ງຂຶ້ນຕາມແຕ່ລະບາດກ້າວ, ຕາມການເປີດເຜີຍແຫ່ງວັນໃໝ່ທີ່ສູງສົ່ງກວ່າວັນນີ້ ໂດຍສູງສົ່ງຂຶ້ນ ແລະ ສູງຂຶ້ນໄປຕາມແຕ່ລະຂັ້ນຕອນ. ນັ້ນຄືພາລະກິດຂອງພຣະເຈົ້າເພື່ອເຮັດໃຫ້ມະນຸດສົມບູນ. ຫາກມະນຸດບໍ່ສາມາດກ້າວຕາມທັນ, ພວກເຂົາກໍອາດຈະຖືກກໍາຈັດໄດ້ທຸກເວລາ. ຖ້າຫາກມະນຸດບໍ່ມີຫົວໃຈທີ່ອ່ອນນ້ອມ, ພວກເຂົາຈະບໍ່ສາມາດເດີນຕາມໄປເຖິງທີ່ສຸດ. ຍຸກເກົ່າໄດ້ຜ່ານໄປ; ນີ້ແມ່ນຍຸກໃໝ່. ໃນຍຸກໃໝ່ນີ້ແມ່ນຕ້ອງໄດ້ເຮັດພາລະກິດໃໝ່. ໂດຍສະເພາະໃນຍຸກສຸດທ້າຍທີ່ຜູ້ຄົນຖືກເຮັດໃຫ້ສົມບູນ, ພຣະເຈົ້າຈະປະຕິບັດພາລະກິດໃໝ່ໃຫ້ໄວຂຶ້ນ, ເພາະສະນັ້ນ ຖ້າບໍ່ມີການອ່ອນນ້ອມໃນຈິດໃຈຂອງພວກເຂົາ ຜູ້ຄົນຈະພົບຄວາມຫຍຸ້ງຍາກໃນການເດີນຕາມບາດກ້າວຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດໃດໆ ແລະ ພຣະອົງບໍ່ໄດ້ປະຕິບັດກັບພາລະກິດຂອງພຣະອົງວ່າເປັນສິ່ງທີ່ປ່ຽນແປງບໍ່ໄດ້. ແຕ່ພາລະກິດທີ່ພຣະອົງປະຕິບັດຢູ່ແມ່ນໃໝ່ສະເໝີ ແລະ ສູງສົ່ງສະເໝີ. ພາລະກິດຂອງພຣະອົງແມ່ນນັບມື້ນັບເປັນຈິງໃນແຕ່ລະບາດກ້າວ ແລະ ນັບມື້ນັບສອດຄ່ອງກັບຄວາມຕ້ອງການຕົວຈິງຂອງມະນຸດ. ພາຍຫຼັງທີ່ຜູ້ຄົນໄດ້ປະສົບກັບພາລະກິດແບບນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດສໍາເລັດການປ່ຽນແປງຈິດໃຈຂັ້ນສຸດທ້າຍຂອງພວກເຂົາ. ຄວາມຮູ້ຂອງມະນຸດກ່ຽວກັບຊີວິດແມ່ນສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ ແລະ ເຊັ່ນດຽວກັນ ພາລະກິດຂອງພຣະເຈົ້າກໍ່ສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະຖືກເຮັດໃຫ້ສົມບູນ ແລະ ເໝາະທີ່ຈະໃຫ້ພຣະເຈົ້ານໍາໃຊ້. ພຣະເຈົ້າດຳເນີນພາລະກິດດ້ວຍວິທີນີ້ ຍ້ອນດ້ານໜຶ່ງກໍ່ເພື່ອຕອບໂຕ້ ແລະ ຫັນປ່ຽນຄວາມຄິດຂອງມະນຸດ ແລະ ອີກດ້ານໜຶ່ງກໍ່ເພື່ອນຳພາມະນຸດໄປສູ່ສະພາບທີ່ສູງຂຶ້ນ ແລະ ເປັນຈິງຫຼາຍຂຶ້ນ ເພື່ອເຂົ້າສູ່ໂລກທີ່ສູງສຸດຂອງຄວາມເຊື່ອໃນພຣະເຈົ້າ ເພື່ອວ່າໃນທີ່ສຸດແລ້ວ ຄວາມປະສົງຂອງພຣະເຈົ້າຈະໄດ້ສໍາເລັດ. ທຸກຄົນທີ່ກະບົດໂດຍທໍາມະຊາດ ທີ່ເຕັມໃຈຄັດຄ້ານຈະຖືກກໍາຈັດໃນຂັ້ນຕອນນີ້ຂອງພາລະກິດທີ່ວ່ອງໄວ ແລະ ກ້າວໜ້າຢ່າງດຸເດືອດຂອງພຣະເຈົ້າ; ຜູ້ທີ່ເຕັມໃຈອ່ອນນ້ອມ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 484](https://lo.kingdomsalvation.org/recital-entry-into-life-484.html) - ຖ້າເຈົ້າບໍ່ສາມາດຍອມຮັບແສງສະຫວ່າງໃໝ່ຂອງພຣະເຈົ້າ ແລະ ບໍ່ສາມາດເຂົ້າໃຈທຸກສິ່ງທີ່ພຣະເຈົ້າກະທໍາໃນປັດຈຸບັນ ແລະ ເຈົ້າບໍ່ສະແຫວງຫາແສງສະຫວ່າງນັ້ນ ຫຼື ບໍ່ດັ່ງນັ້ນ ເຈົ້າກໍສົງໄສມັນ, ຕັດສິນມັນ ຫຼື ກວດສອບ ແລະ ວິເຄາະມັນ, ແລ້ວເຈົ້າບໍ່ໄດ້ສົນໃຈທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ. ເມື່ອແສງສະຫວ່າງຂອງທີ່ນີ້ ແລະ ໃນປັດຈຸບັນນີ້ປາກົດຕົວຂຶ້ນ ຖ້າເຈົ້າຍັງເຊີດຊູແສງສະຫວ່າງຂອງມື້ວານ ແລະ ຕໍ່ຕ້ານພາລະກິດໃໝ່ຂອງພຣະເຈົ້າ, ແລ້ວເຈົ້າກໍບໍ່ແມ່ນຫຍັງນອກຈາກແມ່ນຄົນທີ່ໄຮ້ເຫດຜົນ ເຈົ້າກໍເປັນໜຶ່ງໃນຄົນທີ່ມີເຈດຕະນາຕໍ່ຕ້ານພຣະເຈົ້າ. ກະແຈສູ່ການອ່ອນນ້ອມຕໍ່ພຣະເຈົ້າແມ່ນການຍອມຮັບແສງສະຫວ່າງໃໝ່ ການທີ່ສາມາດຍອມຮັບເອົາແສງສະຫວ່າງນັ້ນ ແລະ ການນໍາເອົາແສງສະຫວ່າງນັ້ນມາປະຕິບັດຕາມ. ມີແຕ່ສິ່ງນີ້ເທົ່ານັ້ນແມ່ນຄວາມອ່ອນນ້ອມທີ່ແທ້ຈິງ. ຜູ້ຄົນທີ່ບໍ່ມີຄວາມປາດຖະໜາຈະສະແຫວງຫາພຣະເຈົ້າແມ່ນບໍ່ສາມາດຍອມຕໍ່ພຣະເຈົ້າໂດຍເຈດຕະນາ ແລະ ສາມາດຕໍ່ຕ້ານພຣະເຈົ້າເທົ່ານັ້ນ ເຊິ່ງເປັນມາຈາກຄວາມບໍ່ພໍໃຈຂອງພວກເຂົາກັບສິ່ງທີ່ເປັນຢູ່. ການທີ່ມະນຸດບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າກໍຍ້ອນວ່າເຂົາຖືກຄອບງຳໂດຍສິ່ງທີ່ມາກ່ອນໜ້າ. ສິ່ງທີ່ມາກ່ອນໜ້າໄດ້ເຮັດໃຫ້ຜູ້ຄົນມີແນວຄິດ ແລະ ຈິນຕະນາການທຸກຮູບແບບກ່ຽວກັບພຣະເຈົ້າ ແລະ ສິ່ງເຫຼົ່ານີ້ໄດ້ກາຍເປັນລັກສະນະຂອງພຣະເຈົ້າໃນຄວາມຄິດຂອງພວກເຂົາ. ສະນັ້ນ ສິ່ງທີ່ພວກເຂົາເຊື່ອແມ່ນແນວຄວາມຄິດຂອງພວກເຂົາເອງ ແລະ ມາດຕະຖານໃນຈິນຕະນາການຂອງພວກເຂົາເອງ. ຖ້າເຈົ້າສົມທຽບພຣະເຈົ້າທີ່ເຮັດພາລະກິດຕົວຈິງໃນປັດຈຸບັນ ກັບພຣະເຈົ້າຈາກຈິນຕະນາການຂອງເຈົ້າເອງ ແລ້ວຄວາມເຊື່ອຂອງເຈົ້າແມ່ນມາຈາກຊາຕານ ແລະ ເປິເປື້ອນໄປດ້ວຍຄວາມມັກຂອງເຈົ້າເອງ, ພຣະເຈົ້າບໍ່ໄດ້ຕ້ອງການຄວາມເຊື່ອແບບນີ້. ບໍ່ວ່າຄຸນສົມບັດຂອງພວກເຂົາຈະສູງສົ່ງສໍ່າໃດ, ບໍ່ວ່າພວກເຂົາຈະມີການອຸທິດຕົນ, ເຖິງແມ່ນວ່າພວກເຂົາໄດ້ອຸທິດຄວາມພະຍາຍາມຕະຫຼອດຊີວິດຕໍ່ພາລະກິດຂອງພຣະອົງ ແລະ ໄດ້ຍອມເສຍສະຫຼະເພື່ອຄວາມເຊື່ອຂອງພວກເຂົາ, ພຣະເຈົ້າກໍຈະບໍ່ຍອມຮັບເອົາຄົນທີ່ມີຄວາມເຊື່ອແບບນີ້. ພຣະອົງມີແຕ່ມອບຄວາມກະລຸນາພຽງເລັກນ້ອຍໃຫ້ແກ່ພວກເຂົາ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 483](https://lo.kingdomsalvation.org/recital-entry-into-life-483.html) - ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຄົນສ່ວນໃຫຍ່ຈະສັບສົນກັບຄໍາຖາມນີ້. ພວກເຂົາຈະມີມຸມມອງ ທີ່ແຕກຕ່າງກັນຢ່າງສິ້ນເຊີງກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ ພຣະເຈົ້າທີ່ຢູ່ເທິງສະຫວັນຢູ່ສະເໝີ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາເຊື່ອໃນພຣະເຈົ້າ ບໍ່ແມ່ນຍ້ອນເພື່ອອ່ອນນ້ອມຕໍ່ພຣະອົງ ແຕ່ເພື່ອຮັບຜົນປະໂຫຍດບາງຢ່າງ ຫຼື ເພື່ອຫຼົບໜີຄວາມທຸກທໍລະມານທີ່ໄພພິບັດໄດ້ນໍາມາ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະຂ້ອນຂ້າງອ່ອນນ້ອມ. ການອ່ອນນ້ອມຂອງພວກເຂົາແມ່ນມີເງື່ອນໄຂ ນັ້ນກໍຄືເພື່ອຜົນປະໂຫຍດຕໍ່ຄວາມຫວັງສ່ວນຕົວຂອງພວກເຂົາ ແລະ ພວກເຂົາຖືກບິບບັງຄັບ. ສະນັ້ນ ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຖ້າພຽງເພື່ອຜົນປະໂຫຍດຕໍ່ຄວາມຫວັງ ແລະ ເພື່ອຊະຕາກໍາຂອງເຈົ້າເທົ່ານັ້ນ ແລ້ວມັນຈະດີກວ່າຖ້າເຈົ້າບໍ່ໄດ້ເຊື່ອເລີຍ. ຄວາມເຊື່ອແບບນີ້ແມ່ນການຫຼອກລວງຕົວເອງ, ການເຮັດໃຫ້ໝັ້ນໃຈໃນຕົວເອງ ແລະ ການຍົກຍ້ອງຕົວເອງ. ຖ້າຄວາມເຊື່ອຂອງເຈົ້າບໍ່ໄດ້ຖືກສ້າງຂຶ້ນບົນພື້ນຖານຂອງການອ່ອນນ້ອມຕໍ່ພຣະເຈົ້າ ສຸດທ້າຍເຈົ້າກໍຈະຖືກລົງໂທດ ຍ້ອນການຕໍ່ຕ້ານພຣະເຈົ້າ. ທຸກຄົນທີ່ບໍ່ສະແຫວງຫາຄວາມອ່ອນນ້ອມຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາກໍຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ, ໃຫ້ພວກເຂົາຫິວກະຫາຍຫາພຣະທໍາຂອງພຣະອົງ ແລະ ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ນໍາເອົາພຣະທໍາເຫຼົ່ານັ້ນມາປະຕິບັດ ເພື່ອວ່າພວກເຂົາຈະສາມາດບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ຖ້າສິ່ງເຫຼົ່ານີ້ຄືເຈດຕະນາທີ່ແທ້ຈິງຂອງເຈົ້າ, ແລ້ວພຣະເຈົ້າກໍຈະຍົກເຈົ້າຂຶ້ນຢ່າງແນ່ນອນ ແລະ ມີຄວາມເມດຕາຕໍ່ເຈົ້າຢ່າງແນ່ນອນ. ສິ່ງນີ້ແມ່ນບໍ່ຕ້ອງສົງໄສ ແລະ ບໍ່ສາມາດປ່ຽນແປງໄດ້. ຖ້າເຈດຕະນາຂອງເຈົ້າບໍ່ແມ່ນເພື່ອອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຈົ້າມີເປົ້າໝາຍອື່ນ ແລ້ວທຸກສິ່ງທີ່ເຈົ້າເວົ້າ ແລະ ເຮັດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 463](https://lo.kingdomsalvation.org/recital-entry-into-life-463.html) - ເຈົ້າສາມາດສື່ສານເຖິງອຸປະນິໄສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ສື່ເຖິງຄວາມສຳຄັນຂອງຍຸກດັ່ງກ່າວໄດ້ຢ່າງເໝາະສົມບໍ? ເຈົ້າ ຜູ້ທີ່ໄດ້ຜະເຊີນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ຈະສາມາດບັນລະຍາຍອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງລະອຽດໄດ້ບໍ? ເຈົ້າຈະສາມາດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໄດ້ບໍ? ເຈົ້າຈະຖ່າຍທອດສິ່ງທີ່ເຈົ້າໄດ້ເຫັນ ແລະ ຜະເຊີນໃຫ້ແກ່ຜູ້ເຊື່ອທີ່ເປັນຕາສັງເວດ, ທຸກຍາກ ແລະ ເຫຼື້ອມໃສເຫຼົ່ານັ້ນ, ຜູ້ທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາໄດ້ແນວໃດ? ຄົນປະເພດໃດທີ່ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາ? ເຈົ້າສາມາດຈິນຕະນາການໄດ້ບໍ? ເຈົ້າຮູ້ຈັກພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທີ່ເປັນປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ຢ່າງພໍປະມານດັ່ງເຈົ້ານາຍໃນຍຸກຕໍ່ໄປແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າກ່ຽວກັບການເປັນນາຍບໍ? ເຈົ້າຈະອະທິບາຍເຖິງນາຍຂອງທຸກສິ່ງແນວໃດ? ມັນແມ່ນນາຍຂອງສິ່ງມີຊີວິດທີ່ຖືກສ້າງທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງສຳລັບຄວາມກ້າວໜ້າຂອງພາລະກິດຂັ້ນຕໍ່ໄປ? ມີຈັກຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າເພື່ອເປັນຄົນລ້ຽງດູຂອງພວກເຂົາ? ໜ້າທີ່ຂອງເຈົ້າແມ່ນໜ້າທີ່ໆໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ເຮັດຫຍັງກໍບໍ່ຖືກ, ຮ້ອງໄຫ້ຢູ່ໃນຄວາມມືດ, ຫົນທາງຢູ່ໃສ? ພວກເຂົາປາຖະໜາຫາແສງສະຫວ່າງ ຄ້າຍຄືດາວຕົກ ໃຫ້ລົງມາໃນທັນທີ ແລະ ກຳຈັດກອງກຳລັງແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ໃຜສາມາດຮູ້ໄດ້ເຖິງຂອບເຂດສົມບູນທີ່ພວກເຂົາຫວັງຢ່າງໃຈຈົດໃຈຈໍ່ ແລະ ວິທີທີ່ພວກເຂົາປາຖະໜາຫາ ໃນກາງເວັນ ແລະ ກາງຄືນສຳລັບສິ່ງນີ້?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 454](https://lo.kingdomsalvation.org/recital-entry-into-life-454.html) - ພຣະເຢຊູສາມາດສຳເລັດການຝາກຝັງຂອງພຣະເຈົ້າ ນັ້ນກໍ່ຄື ພາລະກິດການໄຖ່ບາບມະນຸດຊາດທັງປວງ ຍ້ອນວ່າພຣະອົງໄດ້ສະແດງເຖິງການຄໍານຶງເຖິງເຈດຕະນາຂອງພຣະເຈົ້າໂດຍບໍ່ໄດ້ມີການວາງແຜນການ ຫຼື ການຈັດແຈງໃດໆສຳລັບພຣະອົງເອງ. ດັ່ງນັ້ນ ພຣະອົງກໍ່ຄືມິດສະຫາຍຂອງພຣະເຈົ້າເຊັ່ນກັນ ນັ້ນກໍ່ຄືພຣະອົງເອງ ເຊິ່ງເປັນສິ່ງທີ່ພວກເຈົ້າທຸກຄົນເຂົ້າໃຈເປັນຢ່າງດີຫຼາຍ. (ໃນຄວາມຈິງແລ້ວ, ພຣະອົງກໍ່ຄືພຣະເຈົ້າເອງທີ່ໄດ້ຖືກພຣະເຈົ້າເປັນພະຍານໃຫ້. ເຮົາເວົ້າເຖິງເລື່ອງນີ້ໃນທີ່ນີ້ເພື່ອໃຊ້ຂໍ້ແທ້ຈິງກ່ຽວກັບພຣະເຢຊູເພື່ອບັນລະຍາຍເຖິງບັນຫານີ້). ພຣະອົງສາມາດວາງແຜນການຄຸ້ມຄອງຂອງພຣະເຈົ້າໃສ່ສູນກາງແທ້ໆ ແລະ ອະທິຖານຫາພຣະບິດາທີ່ຢູ່ໃນສະຫວັນຢູ່ສະເໝີ ແລະ ສະແຫວງຫາຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ. ພຣະອົງໄດ້ອະທິຖານ ແລະ ກ່າວວ່າ: “ພຣະເຈົ້າພຣະບິດາ! ຂໍໃຫ້ສໍາເລັດຜົນຕາມຄວາມປະສົງຂອງພຣະອົງດ້ວຍ ແລະ ຢ່າໃຫ້ເປັນໄປຕາມຄວາມປະສົງຂອງຂ້ານ້ອຍເລີຍ ແຕ່ຂໍໃຫ້ເປັນໄປຕາມແຜນການຂອງພຣະອົງ. ມະນຸດອາດອ່ອນແອ, ແຕ່ເປັນຫຍັງພຣະອົງຈຶ່ງຕ້ອງເປັນຫ່ວງພວກເຂົາດ້ວຍ? ມະນຸດເຊິ່ງເປັນຄືກັບມົດໃນມືຂອງພຣະອົງຈະຄູ່ຄວນກັບຄວາມຫ່ວງໃຍຂອງພຣະອົງໄດ້ແນວໃດ? ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍພຽງແຕ່ປາຖະໜາທີ່ຈະໃຫ້ບັນລຸຕາມຄວາມປະສົງຂອງພຣະອົງເທົ່ານັ້ນ ແລະ ຂ້ານ້ອຍຂໍໃຫ້ພຣະອົງປະຕິບັດໃນຕົວຂ້ານ້ອຍຕາມຄວາມປາຖະໜາຂອງພຣະອົງເອງດ້ວຍ”. ໃນການເດີນທາງໄປເມືອງເຢຣູຊາເລັມ, ພຣະເຢຊູຮູ້ສຶກເຈັບປວດເໝືອນດັ່ງກັບວ່າມີມີດມາສຽບແທງຫົວໃຈຂອງພຣະອົງ, ແຕ່ພຣະອົງກໍ່ບໍ່ເຄີຍມີເຈດຕະນາທີ່ຈະຄືນຄໍາເວົ້າຂອງພຣະອົງແມ່ນແຕ່ໜ້ອຍດຽວ; ມີພະລັງອໍານາດບາງຢ່າງທີ່ກະຕຸ້ນໃຫ້ພຣະອົງເດີນໜ້າໄປຫາບ່ອນທີ່ພຣະອົງຈະຖືກຄຶງໃສ່ເທິງໄມ້ກາງແຂນຢູ່ເລື້ອຍໆ. ໃນທີ່ສຸດ, ພຣະອົງກໍ່ຖືກຕອກຕະປູໃສ່ໄມ້ກາງແຂນ ແລະ ກາຍເປັນເໝືອນເນື້ອໜັງທີ່ເຕັມໄປດ້ວຍຄວາມບາບ, ສໍາເລັດພາລະກິດແຫ່ງການໄຖ່ບາບຂອງມະນຸດຊາດ. ພຣະອົງໄດ້ເປັນອິດສະຫຼະຈາກໂສ້ເຫຼັກແຫ່ງຄວາມຕາຍ ແລະ ແດນມໍລະນາ. ຕໍ່ໜ້າພຣະອົງ, ຄວາມຕາຍ, ນະຮົກ ແລະ ແດນມໍລະນາໄດ້ໝົດອໍານາດຂອງພວກມັນ ແລະ ຖືກທໍາລາຍໂດຍພຣະອົງ. ພຣະອົງມີຊີວິດຢູ່ໄດ້ສາມສິບສາມປີ ເຊິ່ງຕະຫຼອດໄລຍະເວລານັ້ນ ພຣະອົງໄດ້ປະຕິບັດສຸດຄວາມສາມາດຂອງພຣະອົງເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 453](https://lo.kingdomsalvation.org/recital-entry-into-life-453.html) - ທຸກຄົນທີ່ໄດ້ຕັດສິນໃຈຢ່າງເດັດດ່ຽວທີ່ຈະຮັບໃຊ້ພຣະເຈົ້າ, ແຕ່ມີພຽງຄົນທີ່ສະແດງເຖິງການຄໍານຶງ ແລະ ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າເທົ່ານັ້ນຈຶ່ງມີຄຸນສົມບັດ ແລະ ມີສິດທີ່ຈະຮັບໃຊ້ພຣະເຈົ້າໄດ້. ເຮົາໄດ້ຄົ້ນພົບສິ່ງນີ້ທ່າມກາງພວກເຈົ້າ: ຫຼາຍຄົນເຊື່ອວ່າຕາບໃດທີ່ພວກເຂົາຕັ້ງໃຈເຜີຍແຜ່ຂ່າວປະເສີດສຳລັບພຣະເຈົ້າຢ່າງກະຕືລືລົ້ນ, ອອກເດີນທາງເພື່ອພຣະເຈົ້າ, ເສຍສະຫຼະຕົນເອງ ແລະ ສະຫຼະຖິ້ມສິ່ງຕ່າງໆເພື່ອພຣະເຈົ້າ ແລະ ອື່ນໆອີກ, ແລ້ວນີ້ກໍ່ແມ່ນການຮັບໃຊ້ພຣະເຈົ້າ. ແມ່ນແຕ່ຄົນທີ່ຍິ່ງເຄັ່ງສາສະໜາຫຼາຍຄົນເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການແລ່ນໄປມາໂດຍທີ່ມີພຣະຄໍາພີໃນມືຂອງພວກເຂົາ, ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ຊ່ວຍເຫຼືອຜູ້ຄົນໃຫ້ລອດພົ້ນ ໂດຍເຮັດໃຫ້ພວກເຂົາກັບໃຈ ແລະ ສາລະພາບ. ນອກຈາກນັ້ນຍັງມີເຈົ້າໜ້າທີ່ໆເຄັ່ງສາສະໜາຫຼາຍຄົນທີ່ຄິດວ່າການຮັບໃຊ້ພຣະເຈົ້າປະກອບດ້ວຍການເທດສະໜາໃນໂບດ ຫຼັງຈາກທີ່ໄດ້ສືບຕໍ່ການສຶກສາຂັ້ນສູງ ແລະ ການຝຶກອົບຮົມໃນໂຮງຮຽນສອນສາສະໜາ ແລະ ສັ່ງສອນຜູ້ຄົນຜ່ານການອ່ານພຣະຄໍາພີ. ຍິ່ງໄປກວ່ານັ້ນ, ມີຜູ້ຄົນທີ່ຢູ່ເຂດທຸກຍາກທີ່ເຊື່ອວ່າ ການຮັບໃຊ້ພຣະເຈົ້າໝາຍເຖິງການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ພວກມານຮ້າຍທີ່ຢູ່ໃນທ່າມກາງອ້າຍເອື້ອຍນ້ອງຂອງພວກເຂົາ ຫຼື ການອະທິຖານເພື່ອພວກເຂົາ ຫຼື ການຮັບໃຊ້ພວກເຂົາ. ໃນທ່າມກາງພວກເຈົ້າແມ່ນຍັງມີຫຼາຍຄົນທີ່ເຊື່ອວ່າການຮັບໃຊ້ພຣະເຈົ້າແມ່ນໝາຍເຖິງການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ, ການອະທິຖານຫາພຣະເຈົ້າທຸກມື້ ພ້ອມທັງການຢ້ຽມຢາມ ແລະ ການເຮັດວຽກໃນຄຣິສຕະຈັກຢູ່ທຸກຫົນແຫ່ງ. ມີອ້າຍເອື້ອຍນ້ອງຄົນອື່ນໆທີ່ເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການບໍ່ແຕ່ງດອງຈັກເທື່ອ ຫຼື ການລ້ຽງດູຄອບຄົວ ແລະ ການອຸທິດການເປັນຢູ່ທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າ. ແຕ່ມີໜ້ອຍຄົນທີ່ຮູ້ແທ້ໆວ່າແມ່ນຫຍັງຄືຄວາມໝາຍຂອງການຮັບໃຊ້ພຣະເຈົ້າ. ເຖິງແມ່ນວ່າຄົນທີ່ຮັບໃຊ້ພຣະເຈົ້າຈະມີຫຼາຍຄືກັບດວງດາວໃນທ້ອງຟ້າ, ຈໍານວນຜູ້ຄົນເຫຼົ່ານັ້ນທີ່ສາມາດຮັບໃຊ້ພຣະເຈົ້າໂດຍກົງ ແລະ ຜູ້ທີ່ສາມາດຮັບໃຊ້ຕາມເຈດຕະນາຂອງພຣະເຈົ້ານັ້ນແມ່ນມີໜ້ອຍຫຼາຍ, ໜ້ອຍທີ່ສຸດ.
- [ການປະຕິບັດ (6)](https://lo.kingdomsalvation.org/practice-6-audio.html) - ໃນປັດຈຸບັນ ບໍ່ຕ້ອງສົນໃຈຄວາມສຳນຶກທີ່ເປໂຕມີ, ຫຼາຍຄົນບໍ່ສາມາດແມ່ນແຕ່ທີ່ຈະມີຄວາມສຳນຶກທີ່ໂປໂລມີ. ພວກເຂົາບໍ່ມີແມ່ນແຕ່ການຮູ້ຈັກຕົນເອງຂອງໂປໂລ. ເຖິງແມ່ນໂປໂລຖືກຕີໃຫ້ລົ້ມລົງໂດຍພຣະຜູ້ເປັນເຈົ້າ ຍ້ອນເພິ່ນຂົ່ມເຫັງພຣະເຢຊູເຈົ້າ, ຕໍ່ມາ ເພິ່ນກໍມີຄວາມເດັດດ່ຽວທີ່ຈະປະຕິບັດພາລະກິດ ແລະ ທົນທຸກເພື່ອພຣະຜູ້ເປັນເຈົ້າ. ພຣະເຢຊູມອບຄວາມເຈັບປ່ວຍໃຫ້ກັບເພິ່ນ ແລະ ຫຼັງຈາກນັ້ນ ໂປໂລກໍສືບຕໍ່ທົນທຸກກັບຄວາມເຈັບປ່ວຍນີ້ຫຼັງຈາກທີ່ເພິ່ນເລີ່ມຕົ້ນປະຕິບັດພາລະກິດ. ເປັນຫຍັງເພິ່ນຈຶ່ງເວົ້າວ່າເພິ່ນມີໜາມໃນເນື້ອໜັງຂອງເພິ່ນ? ໃນຄວາມເປັນຈິງແລ້ວ ໜາມແມ່ນຄວາມເຈັບປ່ວຍ ແລະ ສຳລັບໂປໂລແລ້ວ ມັນຄືຄວາມອ່ອນແອທີ່ຮ້າຍແຮງ. ບໍ່ວ່າເພິ່ນໄດ້ປະຕິບັດພາລະກິດຫຼາຍສໍ່າໃດກໍຕາມ ຫຼື ເພິ່ນມີຄວາມເດັດດ່ຽວທີ່ຈະທົນທຸກຫຼາຍສໍ່າໃດກໍຕາມ, ເພິ່ນກໍບໍ່ສາມາດກຳຈັດໜາມນັ້ນອອກໄດ້. ແຕ່ໂປໂລກໍມີຄວາມສາມາດທີ່ດີກວ່າພວກເຈົ້າທຸກຄົນທີ່ຢູ່ໃນປັດຈຸບັນນີ້ຫຼາຍ ແລະ ເພິ່ນຍັງຮູ້ຈັກຕົນເອງ ແລະ ມີຄວາມສຳນຶກຫຼາຍກວ່າພວກເຈົ້າ. ຫຼັງຈາກທີ່ໂປໂລຖືກພຣະເຢຊູຕີໃຫ້ລົ້ມລົງ, ເພິ່ນກໍເຊົາຂົ່ມເຫັງສາວົກຂອງພຣະເຢຊູ ແລະ ເລີ່ມຕົ້ນເທດສະໜາ ແລະ ທົນທຸກເພື່ອພຣະເຢຊູ. ແລ້ວແມ່ນຫຍັງທີ່ດົນໃຈໃຫ້ເພິ່ນອົດທົນຕໍ່ການທົນທຸກກັບສິ່ງນັ້ນ? ໂປໂລເຊື່ອວ່າ ຍ້ອນເພິ່ນໄດ້ເຫັນແສງສະຫວ່າງທີ່ຍິ່ງໃຫຍ່, ເພິ່ນຈຶ່ງຕ້ອງເປັນພະຍານໃຫ້ກັບພຣະເຢຊູເຈົ້າ, ຕ້ອງບໍ່ຂົ່ມເຫັງສາວົກຂອງພຣະເຢຊູອີກຕໍ່ໄປ ແລະ ຕ້ອງບໍ່ຕໍ່ຕ້ານພາລະກິດຂອງພຣະເຈົ້າອີກຕໍ່ໄປ. ໂປໂລເປັນໜຶ່ງໃນບຸກຄົນຊັ້ນສູງຂອງສາສະໜາ. ເພິ່ນມີຄວາມຮູ້ ແລະ ມີພອນສະຫວັນ, ເພິ່ນດູຖູກຄົນທົ່ວໄປ ແລະ ມີບຸກຄະລິກທີ່ເຂັ້ມແຂງກວ່າຄົນສ່ວນໃຫຍ່. ແຕ່ຫຼັງຈາກທີ່ “ແສງສະຫວ່າງທີ່ຍິ່ງໃຫຍ່” ສ່ອງມາໃສ່ເພິ່ນ, ເພິ່ນຈຶ່ງສາມາດປະຕິບັດພາລະກິດເພື່ອພຣະເຢຊູເຈົ້າ, ຕັ້ງໃຈທົນທຸກເພື່ອພຣະເຈົ້າ ແລະ
- [ຜູ້ທີ່ບໍ່ຮຽນຮູ້ ແລະ ຍັງຄົງໂງ່ຈ້າ: ພວກເຂົາບໍ່ແມ່ນສັດຮ້າຍບໍ?](https://lo.kingdomsalvation.org/not-learn-and-know-are-nothing-but-beasts-audio.html) - ໃນຂະນະທີ່ເຈົ້າຍ່າງຢູ່ເສັ້ນທາງຂອງປັດຈຸບັນ, ການສະແຫວງຫາປະເພດໃດແມ່ນເໝາະສົມທີ່ສຸດ? ໃນການສະແຫວງຫາຂອງເຈົ້າ, ຄົນປະເພດໃດທີ່ເຈົ້າເຫັນວ່າ ຕົວເອງຄວນເປັນ? ມັນຈໍາເປັນສໍາລັບເຈົ້າທີ່ຈະຮູ້ຈັກວິທີທີ່ເຈົ້າຄວນເຂົ້າຫາທຸກສິ່ງທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ, ບໍ່ວ່າຈະແມ່ນການທົດລອງ ຫຼື ຄວາມລໍາບາກ ຫຼື ການຂ້ຽນຕີຢ່າງໄຮ້ປານີ ແລະ ການສາບແຊ່ງ. ເມື່ອຜະເຊີນກັບທຸກສິ່ງເຫຼົ່ານີ້, ເຈົ້າກໍຄວນໄຕ່ຕອງພວກມັນຢ່າງລະມັດລະວັງໃນທຸກກໍລະນີ. ເປັນຫຍັງເຮົາຈຶ່ງກ່າວສິ່ງນີ້? ບໍ່ວ່າຢ່າງໃດກໍຕາມ, ເຮົາກ່າວມັນກໍຍ້ອນວ່າ ສິ່ງຕ່າງໆທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ ແມ່ນການທົດລອງໃນໄລຍະສັ້ນ ເຊິ່ງເກີດຂຶ້ນຊໍ້າແລ້ວຊໍ້າອີກ; ບາງເທື່ອ ເທົ່າທີ່ເຈົ້າຮູ້, ສິ່ງເຫຼົ່ານັ້ນແມ່ນບໍ່ຫຍຸ້ງຍາກຕໍ່ຈິດໃຈໂດຍສະເພາະ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງປ່ອຍໃຫ້ສິ່ງຕ່າງໆລ່ອງລອຍໄປຕາມເສັ້ນທາງທໍາມະຊາດຂອງສິ່ງເຫຼົ່ານັ້ນ ແລະ ບໍ່ຖືວ່າ ສິ່ງເຫຼົ່ານັ້ນແມ່ນຊັບສົມບັດທີ່ມີຄ່າໃນການສະແຫວງຫາຄວາມກ້າວໜ້າ. ເຈົ້າຈັ່ງແມ່ນບໍ່ມີຄວາມຄິດ! ບໍ່ມີຄວາມຄິດຫຼາຍຈົນເຈົ້າຄິດວ່າ ຊັບສົມບັດທີ່ມີຄ່ານີ້ເປັນຄືກັບກ້ອນເມກທີ່ລ່ອງລອຍຢູ່ຕໍ່ໜ້າເຈົ້າ ແລະ ເຈົ້າບໍ່ຖືເອົາການໂຈມຕີທີ່ຮຸນແຮງເຫຼົ່ານີ້ເປັນສິ່ງມີຄ່າເຊິ່ງຕົກລົງໃສ່ເຈົ້າຊໍ້າແລ້ວຊໍ້າອີກ, ກໍຄືການໂຈມຕີທີ່ສັ້ນ ແລະ ເປັນສິ່ງທີ່ມີນໍ້າໜັກໜ້ອຍດຽວສໍາລັບເຈົ້າ ແຕ່ເຈົ້າພັດເບິ່ງສິ່ງເຫຼົ່ານັ້ນດ້ວຍການແຍກຕົວອອກຢ່າງເຢືອກເຢັນ, ບໍ່ໃສ່ໃຈກັບສິ່ງເຫຼົ່ານັ້ນ ແລະ ປະຕິບັດຕໍ່ສິ່ງເຫຼົ່ານັ້ນເປັນພຽງເຄາະຮ້າຍໂດຍບັງເອີນ. ເຈົ້າຈັ່ງແມ່ນອວດດີ! ຕໍ່ການໂຈມຕີທີ່ໂຫດຮ້າຍເຫຼົ່ານີ້, ການໂຈມຕີທີ່ຄ້າຍກັບພາຍຸ ທີ່ມາຢ່າງຊໍ້າແລ້ວຊໍ້າອີກ, ເຈົ້າກໍມີແຕ່ສະແດງຄວາມບໍ່ສົນໃຈຕໍ່ສິ່ງນັ້ນ; ບາງຄັ້ງເຈົ້າເຖິງກັບມີຮອຍຍິ້ມທີ່ເຢືອກເຢັນ ໂດຍເປີດໂປງສີໜ້າທີ່ບໍ່ສົນໃຈຢ່າງສິ້ນເຊີງ ເພາະວ່າ ເຈົ້າບໍ່ເຄີຍຄິດກັບຕົວເອງວ່າ ເປັນຫຍັງເຈົ້າຈຶ່ງທົນທຸກກັບ “ຄວາມໂຊກຮ້າຍ” ດັ່ງກ່າວ. ເປັນໄປໄດ້ບໍ
- [ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ](https://lo.kingdomsalvation.org/on-quieting-your-heart-before-God-audio.html) - ບໍ່ມີຂັ້ນຕອນໃດທີ່ສຳຄັນໃນການເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍກວ່າການເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບກັບການສະຖິດຂອງພຣະອົງ. ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງການຢ່າງຮີບດ່ວນຂອງການເຂົ້າສູ່ໃນປັດຈຸບັນ. ເສັ້ນທາງແຫ່ງການເຂົ້າສູ່ໃນການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າມີດັ່ງຕໍ່ໄປນີ້: 1. ຖອນຫົວໃຈຂອງເຈົ້າຈາກບັນຫາພາຍນອກ. ຈົ່ງມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ຕັ້ງຈິດຕັ້ງໃຈໃນການອະທິຖານຫາພຣະເຈົ້າ. 2. ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າ. 3. ຕັ້ງສະຕິ ແລະ ຕຶກຕອງຫາຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນຫົວໃຈຂອງເຈົ້າ. ທຳອິດ ເລີ່ມຕົ້ນຈາກທິດທາງແຫ່ງການອະທິຖານ. ອະທິຖານດ້ວຍຄວາມຕັ້ງໃຈໃຫ້ເຕັມທີ່ ແລະ ໃຫ້ຢູ່ໃນເວລາທີ່ແນ່ນອນ. ບໍ່ວ່າເຈົ້າກົດດັນພຽງໃດໃນເວລາໃດໜຶ່ງ, ຫຍຸ້ງກັບວຽກພຽງໃດ ຫຼື ມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຈົ່ງອະທິຖານທຸກໆມື້ໃຫ້ເປັນເລື່ອງປົກກະຕິ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ເປັນເລື່ອງປົກກະຕິ. ຖ້າເມື່ອໃດທີ່ເຈົ້າຍັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບໍ່ວ່າສະພາບອ້ອມຂ້າງເຈົ້າຈະເປັນແນວໃດກໍຕາມ, ເຈົ້າຈະມີຄວາມສຸກໃນຈິດວິນຍານຂອງເຈົ້າ ແລະ ເຈົ້າຈະບໍ່ຖືກລົບກວນດ້ວຍຄົນອື່ນ, ເຫດການ ຫຼື ສິ່ງອ້ອມຂ້າງເຈົ້າ. ເມື່ອເຈົ້າຕຶກຕອງພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ເປັນປົກກະຕິ, ສິ່ງທີ່ເກີດຂຶ້ນຢູ່ພາຍນອກຈະບໍ່ສາມາດລົບກວນເຈົ້າໄດ້. ນີ້ຄືຄວາມໝາຍຂອງການມີວຸດທິພາວະ. ເລີ່ມຕົ້ນດ້ວຍຄຳອະທິຖານ: ອະທິຖານຢ່າງງຽບສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນເປັນຜົນດີທີ່ສຸດ. ຫຼັງຈາກນັ້ນຈົ່ງ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສະແຫວງຫາແສງສະຫວ່າງໃນພຣະທຳຂອງພຣະເຈົ້າໂດຍໄຕ່ຕອງເຖິງພຣະທຳເຫຼົ່ານັ້ນ, ຊອກຫາຫົນທາງເພື່ອປະຕິບັດຕົວຈິງ, ຮູ້ຈັກຄວາມປະສົງຂອງພຣະເຈົ້າໃນການກ່າວພຣະທຳຂອງພຣະອົງ
- [ການປະຕິບັດ (3)](https://lo.kingdomsalvation.org/practice-3-audio.html) - ພວກເຈົ້າຕ້ອງມີຄວາມສາມາດທີ່ຈະດຳລົງຊີວິດຢູ່ຢ່າງອິດສະຫຼະ, ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າໂດຍພວກເຈົ້າເອງ, ສາມາດປະສົບກັບພຣະທຳຂອງພຣະເຈົ້າດ້ວຍຕົວພວກເຈົ້າເອງ ແລະ ດຳລົງຊີວິດຝ່າຍວິນຍານທີ່ປົກກະຕິໂດຍປາສະຈາກການນໍາພາຂອງຄົນອື່ນ. ພວກເຈົ້າຕ້ອງສາມາດເພິ່ງພາພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນເພື່ອດຳລົງຊີວິດ, ເຂົ້າສູ່ປະສົບການທີ່ແທ້ຈິງ ແລະ ຮັບເອົາຄວາມເຂົ້າໃຈທີ່ແທ້ຈິງ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະສາມາດຍຶດໝັ້ນໄດ້. ໃນປັດຈຸບັນ, ຫຼາຍຄົນບໍ່ເຂົ້າໃຈຄວາມລໍາບາກຍາກແຄ້ນ ແລະ ການທົດລອງໃນອະນາຄົດຢ່າງສົມບູນ. ໃນອະນາຄົດ, ບາງຄົນຈະປະສົບກັບຄວາມລໍາບາກຍາກແຄ້ນ ແລະ ບາງຄົນຈະປະສົບກັບການລົງໂທດ. ການລົງໂທດນີ້ຈະຮ້າຍແຮງຫຼາຍຍິ່ງຂຶ້ນ; ມັນຈະເປັນການມາເຖິງຂອງຄວາມຈິງ. ໃນປັດຈຸບັນ ທຸກສິ່ງທີ່ເຈົ້າປະສົບ, ປະຕິບັດ ແລະ ສະແດງອອກ ໄດ້ວາງພື້ນຖານສໍາລັບການທົດລອງໃນອະນາຄົດ ແລະ ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງສາມາດດຳລົງຊີວິດຢ່າງເປັນອິດສະຫຼະ. ໃນປັດຈຸບັນ, ໂດຍທົ່ວໄປແລ້ວ ສະຖານະການທີ່ກ່ຽວກັບຫຼາຍຄົນໃນຄຣິສຕະຈັກແມ່ນເປັນຄືດັ່ງຕໍ່ໄປນີ້: ຖ້າມີຜູ້ນໍາ ແລະ ຜູ້ເຮັດວຽກປະຕິບັດພາລະກິດ, ພວກເຂົາກໍມີຄວາມສຸກ ແລະ ຖ້າບໍ່ມີ ພວກເຂົາກໍບໍ່ມີຄວາມສຸກ. ພວກເຂົາບໍ່ສົນໃຈຕໍ່ພາລະກິດຂອງຄຣິສຕະຈັກ ຫຼື ຕໍ່ຊີວິດຝ່າຍວິນຍານຂອງພວກເຂົາເອງ ແລະ ບໍ່ມີພາລະແມ່ນແຕ່ໜ້ອຍດຽວ, ພວກເຂົາດຳເນີນຊີວິດໂດຍບໍ່ມີຈຸດໝາຍປາຍທາງຄືກັບນົກຮານເຮົາ[ກ]. ເວົ້າແບບກົງໄປກົງມາກໍຄື ພາລະກິດທີ່ເຮົາປະຕິບັດໃນຫຼາຍໆຄົນເປັນພຽງພາລະກິດແຫ່ງການເອົາຊະນະ, ຍ້ອນວ່າ ໂດຍພື້ນຖານແລ້ວ ຫຼາຍຄົນແມ່ນບໍ່ເໝາະສົມແກ່ການຖືກເຮັດໃຫ້ສົມບູນ. ມີພຽງແຕ່ຄົນສ່ວນໜ້ອຍເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າເມື່ອໄດ້ຍິນພຣະທຳເຫຼົ່ານີ້ແລ້ວ,
- [ເຈົ້າຢືນຢູ່ຈຸດໃດໃນຈົດໝາຍສິບສາມສະບັບ?](https://lo.kingdomsalvation.org/what-attitude-toward-the-thirteen-epistles-audio.html) - ພຣະສັນຍາໃໝ່ຂອງພຣະຄຳພີປະກອບມີຈົດໝາຍຂອງໂປໂລສິບສາມສະບັບ. ຕະຫຼອດເວລາທີ່ເພິ່ນປະຕິບັດພາລະກິດຂອງເພິ່ນ, ໂປໂລຂຽນຈົດໝາຍສິບສາມສະບັບນີ້ໃຫ້ກັບຄຣິດຕະຈັກທີ່ເຊື່ອໃນພຣະເຢຊູຄຣິດ. ນັ້ນກໍຄື ໂປໂລຖືກຍົກຂຶ້ນ ແລະ ຂຽນຈົດໝາຍເຫຼົ່ານີ້ຂຶ້ນຫຼັງຈາກທີ່ພຣະເຢຊູສະເດັດຂຶ້ນສູ່ສະຫວັນ. ຈົດໝາຍຂອງເພິ່ນເປັນຄຳພະຍານໃຫ້ກັບການຟື້ນຄືນຊີບ ແລະ ການຂຶ້ນສູ່ສະຫວັນຂອງພຣະເຢຊູເຈົ້າຫຼັງຈາກການຕາຍຂອງພຣະອົງ ແລະ ຈົດໝາຍເຫຼົ່ານີ້ຍັງໄດ້ຂະຫຍາຍຫົນທາງແຫ່ງການກັບໃຈ ແລະ ການແບກໄມ້ກາງແຂນ. ແນ່ນອນ ຂໍ້ຄວາມ ແລະ ຄຳພະຍານເຫຼົ່ານີ້ລ້ວນແລ້ວແຕ່ແມ່ນເພື່ອສັ່ງສອນອ້າຍເອື້ອຍນ້ອງໃນສະຖານທີ່ຕ່າງໆໃນຢູດາຍໃນເວລານັ້ນ, ເພາະໃນເວລານັ້ນ ໂປໂລເປັນຄົນຮັບໃຊ້ຂອງພຣະເຢຊູເຈົ້າ ແລະ ເພິ່ນຖືກຍົກຂຶ້ນໃຫ້ເປັນພະຍານໃຫ້ກັບພຣະເຢຊູເຈົ້າ. ໃນແຕ່ລະໄລຍະຂອງພາລະກິດຂອງພຣະວິນຍານບໍລິສຸດນັ້ນ ຫຼາກຫຼາຍຜູ້ຄົນຖືກຍົກຂຶ້ນເພື່ອປະຕິບັດພາລະກິດທີ່ແຕກຕ່າງຂອງພຣະອົງ ນັ້ນກໍຄື ເພື່ອປະຕິບັດພາລະກິດຂອງອັກຄະສາວົກ ເພື່ອສືບຕໍ່ພາລະກິດທີ່ພຣະເຈົ້າໄດ້ເຮັດໃຫ້ສຳເລັດດ້ວຍຕົວພຣະອົງເອງ. ຖ້າພຣະວິນຍານບໍລິສຸດປະຕິບັດພາລະກິດນັ້ນໂດຍກົງ ແລະ ບໍ່ມີຄົນໃດຖືກຍົກຂຶ້ນ, ແລ້ວມັນກໍຈະຍາກຫຼາຍໃນການປະຕິບັດພາລະກິດ. ຍ້ອນແບບນັ້ນ, ໂປໂລຈຶ່ງກາຍເປັນຄົນທີ່ຖືກຕີໃຫ້ລົ້ມລົງໃນຂະນະທີ່ກຳລັງເດີນທາງສູ່ເມືອງດາມັສກັດ ແລະ ຫຼັງຈາກນັ້ນກໍຖືກຍົກຂຶ້ນໃຫ້ເປັນພະຍານໃຫ້ກັບພຣະເຢຊູເຈົ້າ. ເພິ່ນເປັນອັກຄະສາວົກທີ່ຢູ່ນອກສາວົກສິບສອງຄົນຂອງພຣະເຢຊູ. ນອກຈາກການເຜີຍແຜ່ຂ່າວປະເສີດ, ເພິ່ນຍັງຮັບພາລະກິດໃນການດູແລຄຣິດຕະຈັກໃນສະຖານທີ່ຕ່າງໆ ເຊິ່ງປະກອບມີການເບິ່ງແຍງອ້າຍເອື້ອຍນ້ອງໃນຄຣິດຕະຈັກ, ເວົ້າອີກຢ່າງກໍຄື ນໍາພາອ້າຍເອື້ອຍນ້ອງສູ່ພຣະຜູ້ເປັນເຈົ້າ. ຄຳພະຍານຂອງໂປໂລແມ່ນເພື່ອເຮັດໃຫ້ຄວາມຈິງທີ່ພຣະເຢຊູເຈົ້າຟື້ນຄືນ ແລະ ຂຶ້ນສູ່ສະຫວັນນັ້ນເປັນທີ່ຮູ້ຈັກ ພ້ອມທັງສັ່ງສອນຜູ້ຄົນໃຫ້ກັບໃຈ, ສາລະພາບ ແລະ ຍ່າງຕາມເສັ້ນທາງແຫ່ງໄມ້ກາງແຂນ. ເພິ່ນເປັນໜຶ່ງໃນພະຍານຂອງພຣະເຢຊູຄຣິດໃນເວລານັ້ນ. ຈົດໝາຍສິບສາມສະບັບຂອງໂປໂລແມ່ນຖືກຄັດເລືອກເພື່ອນໍາໃຊ້ໃນພຣະຄຳພີ. ເພິ່ນຂຽນຈົດໝາຍທັງສິບສາມສະບັບ ເພື່ອນໍາສະເໜີສະພາວະທີ່ແຕກຕ່າງກັນຂອງຜູ້ຄົນໃນສະຖານທີ່ຕ່າງໆ. ເພິ່ນໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດໃຫ້ຂຽນສິ່ງເຫຼົ່ານີ້ອອກມາ ແລະ ສັ່ງສອນອ້າຍເອື້ອຍນ້ອງທີ່ຢູ່ໃນທຸກຫົນແຫ່ງຈາກຕໍາແໜ່ງອັກຄະສາວົກ
- [ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້](https://lo.kingdomsalvation.org/perfected-can-live-meaningful-life-audio.html) - ໃນຄວາມຈິງ ພາລະກິດທີ່ກຳລັງປະຕິບັດຢູ່ໃນຕອນນີ້ແມ່ນເພື່ອໃຫ້ຜູ້ຄົນກະບົດຕໍ່ຊາຕານ, ບັນພະບຸລຸດເດີມຂອງພວກເຂົາ. ການພິພາກສາທຸກຢ່າງດ້ວຍພຣະທຳແມ່ນແນໃສ່ເພື່ອເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ ແລະ ເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ແຫ່ງຊີວິດ. ການພິພາກສາຊໍ້າໆເຫຼົ່ານີ້ໄດ້ແທງສຽບຫົວໃຈຂອງຜູ້ຄົນ. ການພິພາກສາແຕ່ລະຄັ້ງກ່ຽວພັນກັບຊະຕາກໍາຂອງພວກເຂົາໂດຍກົງ ແລະ ມຸ່ງໝາຍທີ່ຈະເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບບາດເຈັບ ເພື່ອວ່າພວກເຂົາຈະສາມາດປະຖິ້ມທຸກສິ່ງ ແລະ ມາຮູ້ຈັກຊີວິດ; ຮູ້ຈັກໂລກທີ່ສົກກະປົກນີ້, ຮູ້ຈັກສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ຍັງຮູ້ຈັກມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ຍິ່ງການຕີສອນ ແລະ ການພິພາກສາເປັນແບບນີ້ຫຼາຍສໍ່າໃດ, ຫົວໃຈຂອງມະນຸດກໍ່ຍິ່ງສາມາດຖືກເຮັດໃຫ້ບາດເຈັບໄດ້ຫຼາຍສໍ່ານັ້ນ ແລະ ຈິດວິນຍານຂອງເຂົາກໍ່ຍິ່ງສາມາດຖືກປຸກໃຫ້ຕື່ນຫຼາຍຍິ່ງຂຶ້ນ. ການປຸກຈິດວິນຍານຂອງຄົນເຫຼົ່ານີ້ທີ່ເສື່ອມຊາມທີ່ສຸດ ແລະ ຄົນ ຖືກຫຼອກລວງຢ່າງຮ້າຍແຮງທີ່ສຸດຄືເປົ້າໝາຍຂອງການພິພາກສາປະເພດນີ້. ມະນຸດບໍ່ມີຈິດວິນຍານ ນັ້ນກໍ່ຄື ຈິດວິນຍານຂອງເຂົາໄດ້ຕາຍໄປດົນນານແລ້ວ ແລະ ເຂົາບໍ່ຮູ້ຈັກວ່າມີສະຫວັນ, ບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ບໍ່ສາມາດຮູ້ໄດ້ວ່າເຂົາກຳລັງດີ້ນຮົນໃນເຫວເລິກແຫ່ງຄວາມຕາຍ; ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ເຂົາກຳລັງດຳລົງຊີວິດໃນນະຮົກນີ້ທີ່ຢູ່ເທິງແຜ່ນດິນໂລກ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ຊາກສົບຂອງເຂົາທີ່ເນົ່າເປື່ອຍນີ້ໄດ້ຕົກລົງໄປຢູ່ໃນແດນມໍລະນາແຫ່ງຄວາມຕາຍຜ່ານການທີ່ຊາຕານເຮັດໃຫ້ເສື່ອມຊາມ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ທຸກສິ່ງເທິງແຜ່ນດິນໂລກຖືກທຳລາຍເປັນເວລາດົນນານຈົນເກີນກວ່າທີ່ມະນຸດຈະສາມາດແກ້ໄຂໄດ້? ແລ້ວເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ພຣະຜູ້ສ້າງໄດ້ລົງມາເທິງແຜ່ນດິນໂລກໃນມື້ນີ້ ແລະ ກຳລັງຊອກຫາກຸ່ມຄົນເສື່ອມຊາມທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້? ເຖິງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຜະເຊີນກັບການຫຼໍ່ຫຼອມ ແລະ ການພິພາກສາທຸກຢ່າງທີ່ສາມາດເກີດຂຶ້ນໄດ້, ຈິດສຳນຶກທີ່ແຂງກະດ້າງຂອງເຂົາກໍ່ຍັງບໍ່ຕື່ນຂຶ້ນແມ່ນພຽງໜ້ອຍດຽວ ແລະ ບໍ່ມີການຕອບໂຕ້ຫຍັງແມ່ນແຕ່ໜ້ອຍດຽວແທ້ໆ. ມະນຸດຊາດຊ່າງເສື່ອມໂຊມ!
- [ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ](https://lo.kingdomsalvation.org/work-of-conquest-bears-fruit-audio.html) - ພາລະກິດຂອງຜູ້ໃຫ້ບໍລິການແມ່ນບາດກ້າວທຳອິດໃນພາລະກິດແຫ່ງການເອົາຊະນະ. ປັດຈຸບັນແມ່ນບາດກ້າວທີສອງໃນພາລະກິດແຫ່ງການເອົາຊະນະ. ເປັນຫຍັງຈຶ່ງຍັງເວົ້າເຖິງການຖືກເຮັດໃຫ້ສົມບູນໃນພາລະກິດແຫ່ງການເອົາຊະນະ? ມັນແມ່ນເພື່ອສ້າງພື້ນຖານສຳລັບອະນາຄົດ. ປັດຈຸບັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດແຫ່ງການເອົາຊະນະ; ເປັນເວລາແຫ່ງການຜະເຊີນກັບຄວາມລຳບາກຍາກແຄ້ນອັນຍິ່ງໃຫຍ່ ເຊິ່ງຈະສະແດງເຖິງຈຸດເລີ່ມຕົ້ນຢ່າງເປັນທາງການຂອງການເຮັດໃຫ້ມະນຸດຊາດສົມບູນ, ທີ່ຈະຕາມມາ. ປະເດັນຫຼັກໃນຕອນນີ້ແມ່ນການເອົາຊະນະ, ແຕ່ຕອນນີ້ຍັງເປັນເວລາຂອງບາດກ້າວທຳອິດໃນຂະບວນການເຮັດໃຫ້ສົມບູນ. ສິ່ງທີ່ບາດກ້າວທຳອິດນີ້ຈຳເປັນຕ້ອງເຮັດກໍຄືການເຮັດໃຫ້ຄວາມຮູ້ ແລະ ຄວາມອ່ອນນ້ອມຂອງຜູ້ຄົນສົມບູນ ເຊິ່ງແນ່ນອນນີ້ຄືການສ້າງພື້ນຖານໃຫ້ແກ່ພາລະກິດແຫ່ງການເອົາຊະນະ. ຖ້າເຈົ້າຈະຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຕ້ອງສາມາດທີ່ຈະຍຶດໝັ້ນໃນທ່າມກາງຄວາມລຳບາກຍາກແຄ້ນຂອງອະນາຄົດ ແລະ ມອບທຸກຢ່າງຂອງເຈົ້າເພື່ອຂະຫຍາຍບາດກ້າວຕໍ່ໄປຂອງພາລະກິດ; ນີ້ຄືຄວາມໝາຍຂອງການຖືກເຮັດໃຫ້ສົມບູນ ແລະ ເວລາດັ່ງກ່າວກໍຍັງເປັນເວລາທີ່ຜູ້ຄົນຖືກຮັບໂດຍພຣະເຈົ້າຢ່າງສິ້ນເຊີງ. ມື້ນີ້ ພວກເຮົາກຳລັງສົນທະນາກ່ຽວກັບການຖືກເອົາຊະນະ ເຊິ່ງກໍຄືກັນກັບການສົນທະນາກ່ຽວກັບການຖືກເຮັດໃຫ້ສົມບູນ. ແຕ່ພາລະກິດທີ່ປະຕິບັດໃນມື້ນີ້ແມ່ນພື້ນຖານສຳລັບການຖືກເຮັດໃຫ້ສົມບູນໃນອະນາຄົດ; ເພື່ອທີ່ຈະຖືກເຮັດໃຫ້ສົມບູນ, ຜູ້ຄົນຕ້ອງຜະເຊີນກັບຄວາມຍາກລຳບາກ ແລະ ປະສົບການແຫ່ງຄວາມຍາກລຳບາກນີ້ຕ້ອງມີພື້ນຖານໃນການຖືກເອົາຊະນະ. ຖ້າຜູ້ຄົນປາສະຈາກພື້ນຖານໃນປັດຈຸບັນ, ຖ້າພວກເຂົາບໍ່ໄດ້ຖືກເອົາຊະນະຢ່າງສິ້ນເຊີງ, ແລ້ວມັນກໍຈະຍາກສຳລັບພວກເຂົາທີ່ຈະຍຶດໝັ້ນໃນລະຫວ່າງບາດກ້າວຕໍ່ໄປຂອງພາລະກິດ. ການຖືກເອົາຊະນະພຽງຢ່າງດຽວບໍ່ແມ່ນເປົ້າໝາຍສຸດທ້າຍ. ມັນເປັນພຽງບາດກ້າວໜຶ່ງຂອງການເປັນພະຍານໃຫ້ແກ່ພຣະເຈົ້າຢູ່ຕໍ່ໜ້າຊາຕານ. ການຖືກເຮັດໃຫ້ສົມບູນແມ່ນເປົ້າໝາຍສຸດທ້າຍ ແລະ ຖ້າເຈົ້າບໍ່ຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຄວນຖືກຕັດອອກຈະດີກວ່າ. ມີພຽງແຕ່ເມື່ອໄດ້ປະສົບກັບຄວາມລໍາບາກຍາກແຄ້ນໃນອະນາຄົດເທົ່ານັ້ນ ວຸດທິພາວະທີ່ແທ້ຈິງຂອງເຈົ້າຈຶ່ງຈະເປັນທີ່ປະຈັກ; ນັ້ນໝາຍຄວາມວ່າ ມີພຽງແຕ່ເມື່ອນັ້ນ ລະດັບຄວາມບໍລິສຸດຂອງຄວາມຮັກຂອງເຈົ້າສຳລັບພຣະເຈົ້າຈຶ່ງຈະຊັດເຈນ. ສິ່ງທີ່ຜູ້ຄົນເວົ້າໃນມື້ນີ້ກໍຄື: “ພວກຂ້ານ້ອຍຕ້ອງອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າເຮັດ. ພວກຂ້ານ້ອຍເຕັມໃຈທີ່ຈະເປັນຕົວປະກອບທີ່ສາມາດສະແດງລິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະໃຈດີຕໍ່ພວກຂ້ານ້ອຍ ຫຼື ສາບແຊ່ງພວກຂ້ານ້ອຍ ຫຼື ບໍ່ວ່າພຣະອົງຈະພິພາກສາພວກຂ້ານ້ອຍ ຫຼື ບໍ່,
- [ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ](https://lo.kingdomsalvation.org/practice-the-truth-once-you-understand-it-audio.html) - ພາລະກິດ ແລະ ພຣະທຳຂອງພຣະເຈົ້າມີເຈດຕະນາທີ່ເຮັດໃຫ້ເກີດການປ່ຽນແປງໃນອຸປະນິໄສຂອງພວກເຈົ້າ; ເປົ້າໝາຍຂອງພຣະອົງບໍ່ແມ່ນພຽງເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈ ຫຼື ຄວາມຮູ້. ນັ້ນມັນບໍ່ພຽງພໍ. ຄົນທີ່ມີຄວາມສາມາດໃນການເຂົ້າໃຈບໍ່ຄວນມີຄວາມຫຍຸ້ງຍາກໃນການເຂົ້າໃຈພຣະທຳຂອງພຣະເຈົ້າ ເພາະພຣະທຳສ່ວນໃຫຍ່ຂອງພຣະເຈົ້າແມ່ນສະແດງອອກໃນພາສາຂອງມະນຸດ ແລະ ພຣະອົງເວົ້າຢ່າງແຈ່ມແຈ້ງຫຼາຍ. ຍົກຕົວຢ່າງເຊັ່ນ ພວກເຂົາສາມາດຮຽນຮູ້ວ່າ ພຣະເຈົ້າຕ້ອງການໃຫ້ພວກເຂົາເຂົ້າໃຈ ແລະ ປະຕິບັດຫຍັງ; ນີ້ແມ່ນສິ່ງທີ່ຄົນປົກກະຕິ ຜູ້ເຊິ່ງມີຄວາມສາມາດໃນການເຂົ້າໃຈ ຄວນສາມາດເຮັດໄດ້. ໂດຍສະເພາະແລ້ວ ພຣະທຳທີ່ພຣະເຈົ້າກ່າວໃນຂັ້ນຕອນປັດຈຸບັນກໍຊັດເຈນ ແລະ ໂປ່ງໃສເປັນພິເສດ ແລະ ພຣະເຈົ້າກໍາລັງຊີ້ໃຫ້ເຫັນຫຼາຍໆສິ່ງທີ່ຜູ້ຄົນບໍ່ໄດ້ພິຈາລະນາ ພ້ອມທັງທຸກລັກສະນະຂອງສະພາວະຂອງມະນຸດ. ພຣະທຳຂອງພຣະອົງປົກຄຸມໝົດທຸກຢ່າງ ແລະ ແຈ່ມແຈ້ງຄືກັບແສງສະຫວ່າງຂອງເດືອນເພັງ. ແລ້ວໃນຕອນນີ້ ຜູ້ຄົນກໍເຂົ້າໃຈບັນຫາຫຼາຍຢ່າງ, ແຕ່ຍັງມີສິ່ງທີ່ຂາດໄປ ນັ້ນກໍຄືການທີ່ຜູ້ຄົນນໍາພຣະທຳຂອງພຣະອົງເຂົ້າສູ່ໃນການປະຕິບັດ. ຜູ້ຄົນຕ້ອງປະສົບກັບຄວາມຈິງທຸກດ້ານຢ່າງລະອຽດ ແລະ ຄົ້ນຫາ ແລະ ສະແຫວງຫາໃນລາຍລະອຽດຫຼາຍຂຶ້ນ, ແທນທີ່ຈະລໍຖ້າຮັບເອົາແມ່ນຫຍັງກໍຕາມທີ່ຖືກຈັດກຽມໄວ້ໃຫ້ກັບພວກເຂົາແລ້ວ; ຖ້າບໍ່ດັ່ງນັ້ນ ພວກເຂົາກໍບໍ່ຕ່າງຫຍັງກັບເຊື້ອກາຝາກ. ຜູ້ທີ່ຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ບໍ່ໄດ້ນໍາໄປປະຕິບັດບໍ່ຮັກຄວາມຈິງ ແລະ ຈະຖືກກໍາຈັດໄປໃນທີ່ສຸດ. ເພື່ອຈະເປັນຄືກັບເປໂຕໃນຊຸມປີ 90, ນີ້ໝາຍຄວາມວ່າ ພວກເຈົ້າແຕ່ລະຄົນຄວນປະຕິບັດພຣະທຳຂອງພຣະເຈົ້າ, ມີທາງເຂົ້າທີ່ແທ້ຈິງໃນປະສົບການຂອງພວກເຈົ້າ ແລະ ເຖິງກັບໄດ້ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ເພີ່ມຂຶ້ນເລື້ອຍໆໃນການຮ່ວມມືຂອງພວກເຈົ້າກັບພຣະເຈົ້າ ເຊິ່ງຈະເປັນຄວາມຊ່ວຍເຫຼືອທີ່ເພີ່ມຂຶ້ນເລື້ອຍໆໃນສູ່ຊີວິດຂອງພວກເຈົ້າເອງ. ຖ້າພວກເຈົ້າໄດ້ອ່ານພຣະທຳຫຼາຍຂໍ້ຂອງພຣະເຈົ້າ ແຕ່ເຂົ້າໃຈພຽງແຕ່ຄວາມໝາຍຂອງຄໍາສັບ
- [ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ (ພາກທີສອງ)](https://lo.kingdomsalvation.org/knowing-three-stages-of-work-2-audio.html) - ພາລະກິດຂອງພຣະເຈົ້າເອງແມ່ນນິມິດທີ່ມະນຸດຕ້ອງຮູ້ ຍ້ອນມະນຸດບໍ່ສາມາດເຮັດພາລະກິດຂອງພຣະເຈົ້າໃຫ້ສຳເລັດໄດ້ ແລະ ມະນຸດກໍຄອບຄອງບໍ່ໄດ້. ພາລະກິດສາມຂັ້ນຕອນແມ່ນຄວາມສົມບູນຂອງການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ມີນິມິດໃດທີ່ຈະຍິ່ງໃຫຍ່ເກີນກວ່ານີ້ທີ່ມະນຸດຄວນຮູ້ຈັກ. ຖ້າມະນຸດບໍ່ຮູ້ນິມິດທີ່ຍິ່ງໃຫຍ່ນີ້, ມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ, ມັນບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ເສັ້ນທາງທີ່ມະນຸດເດີນຕາມກໍ່ຈະຍາກເລີ່ມລຳບາກຂຶ້ນເລື້ອຍໆ. ຖ້າປາສະຈາກນິມິດ, ມະນຸດຈະບໍ່ສາມາດມາໄກໄດ້ສໍ່ານີ້. ມັນແມ່ນນິມິດນີ້ເອງທີ່ຄຸ້ມກັນມະນຸດຈົນຮອດປັດຈຸບັນ ແລະ ເປັນສິ່ງທີ່ຈັດຕຽມການປົກປ້ອງທີ່ຍິ່ງໃຫຍ່ທີ່ສຸດໃຫ້ກັບມະນຸດ. ໃນອະນາຄົດ, ຄວາມຮູ້ຂອງພວກເຈົ້າຕ້ອງເລິກເຊິ່ງລົງ ແລະ ພວກເຈົ້າຕ້ອງມາຮູ້ຈັກຄວາມສົມບູນຂອງເຈດຕະນາຂອງພຣະອົງ ແລະ ແກ່ນແທ້ຂອງພາລະກິດທີ່ເຕັມໄປດ້ວຍສະຕິປັນຍາຂອງພຣະອົງພາຍໃນພາລະກິດສາມຂັ້ນຕອນ. ນີ້ຄືຄວາມສາມາດທີ່ແທ້ຈິງຂອງພວກເຈົ້າ. ຂັ້ນຕອນສຸດທ້າຍຂອງພາລະກິດບໍ່ໄດ້ຢືນຢ່າງໂດດດ່ຽວ ແຕ່ເປັນສ່ວນໜຶ່ງຂອງພາລະກິດທັງໝົດທີ່ກໍ່ຕັ້ງຂຶ້ນໂດຍການໂຮມກັບສອງຂັ້ນຕອນທີ່ຜ່ານມາ ເຊິ່ງເວົ້າໄດ້ວ່າ ມັນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດແຫ່ງຄວາມລອດພົ້ນສຳເລັດລົງ ໂດຍການປະຕິບັດພຽງແຕ່ໜຶ່ງໃນສາມຂັ້ນຕອນຂອງພາລະກິດນັ້ນ. ເຖິງແມ່ນວ່າ ຂັ້ນຕອນສຸດທ້າຍຂອງພາລະກິດແມ່ນສາມາດຊ່ວຍຊີວິດມະນຸດຢ່າງສົມບູນ, ນີ້ບໍ່ໄດ້ໝາຍຄວາມວ່າ ມັນຈຳເປັນທີ່ຈະຕ້ອງປະຕິບັດຂັ້ນຕອນດຽວນີ້ດ້ວຍຕົນມັນເອງເທົ່ານັ້ນ ແລະ ສອງຂັ້ນຕອນທີ່ຜ່ານມາຂອງພາລະກິດບໍ່ຈຳເປັນໃນການຊ່ວຍຊີວິດມະນຸດໃຫ້ອອກຈາກອິດທິພົນຂອງຊາຕານ. ບໍ່ມີຂັ້ນຕອນໃດໃນທັງສາມຂັ້ນຕອນທີ່ຖືວ່າ ເປັນນິມິດດຽວທີ່ບັນດາມວນມະນຸດຊາດຕ້ອງຮູ້ຈັກ ຍ້ອນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນພາລະກິດສາມຂັ້ນຕອນ ໂດຍທີ່ບໍ່ແມ່ນຂັ້ນຕອນດຽວເທົ່ານັ້ນ. ຕາບໃດທີ່ພາລະກິດແຫ່ງຄວາມລອດພົ້ນຍັງບໍ່ທັນສຳເລັດ, ການຄຸ້ມຄອງຂອງພຣະເຈົ້າຈະບໍ່ສາມາດສິ້ນສຸດໄດ້ຢ່າງສົມບູນ. ການເປັນຢູ່ຂອງພຣະເຈົ້າ, ອຸປະນິໄສຂອງພຣະອົງ ແລະ ສະຕິປັນຍາຂອງພຣະອົງຖືກສຳແດງອອກໃນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນ; ພວກມັນບໍ່ໄດ້ຖືກເປີດເຜີຍໃຫ້ມະນຸດຄົນໃດຕັ້ງແຕ່ຕອນເລີ່ມຕົ້ນແລ້ວ ແຕ່ຖືກສຳແດງອອກເທື່ອລະໜ້ອຍໃນພາລະກິດແຫ່ງຄວາມລອດພົ້ນ. ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນສຳແດງໃຫ້ເຫັນເຖິງສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ ແລະ ສ່ວນໜຶ່ງຂອງການເປັນຢູ່ຂອງພຣະອົງ; ບໍ່ແມ່ນທຸກຂັ້ນຕອນໃດໃນພາລະກິດສາມາດສຳແດງເຖິງຄວາມສົມບູນຂອງການເປັນຢູ່ຂອງພຣະອົງໂດຍກົງ ແລະ ຢ່າງຄົບຖ້ວນ. ເມື່ອເປັນດັ່ງນັ້ນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 478](https://lo.kingdomsalvation.org/recital-entry-into-life-478.html) - ເປໂຕຖືກເຮັດໃຫ້ສົມບູນຜ່ານການຜະເຊີນກັບການລິຮານ ແລະ ການຫຼໍ່ຫຼອມ. ລາວເວົ້າວ່າ “ຂ້ານ້ອຍຕ້ອງປະຕິບັດຕາມເຈດຕະນາຂອງພຣະເຈົ້າຢູ່ຕະລອດເວລາ. ໃນທຸກສິ່ງທີ່ຂ້ານ້ອຍເຮັດ ຂ້ານ້ອຍຕ້ອງສະແຫວງຫາເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ວ່າຂ້ານ້ອຍຈະຖືກຕີສອນ ຫຼື ຖືກພິພາກສາ, ຂ້ານ້ອຍກໍຍັງມີຄວາມສຸກທີ່ຈະເຮັດແບບນັ້ນ”. ເປໂຕມອບທັງໝົດຂອງລາວໃຫ້ກັບພຣະເຈົ້າ; ພາລະກິດ, ຄຳເວົ້າ ແລະ ຊີວິດທັງໝົດຂອງລາວກໍລ້ວນແລ້ວແຕ່ເພື່ອເຫັນແກ່ການຮັກພຣະເຈົ້າ. ລາວເປັນຄົນທີ່ສະແຫວງຫາຄວາມບໍລິສຸດ ແລະ ຍິ່ງລາວມີປະສົບການຫຼາຍສໍ່າໃດ, ຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້າໃນສ່ວນເລິກທີ່ຢູ່ພາຍໃນຫົວໃຈຂອງລາວກໍຍິ່ງມີຫຼາຍສໍ່ານັ້ນ. ໃນຂະນະດຽວກັນ ໂປໂລປະຕິບັດພຽງແຕ່ພາລະກິດພາຍນອກເທົ່ານັ້ນ ແລະ ເຖິງແມ່ນລາວປະຕິບັດພາລະກິດຢ່າງໜັກເຊັ່ນກັນ, ຄວາມພະຍາຍາມຂອງລາວແມ່ນເຫັນແກ່ການປະຕິບັດພາລະກິດໃຫ້ຖືກຕ້ອງ ແລະ ເພື່ອການຮັບເອົາລາງວັນ. ຖ້າລາວຮູ້ວ່າ ລາວຈະບໍ່ໄດ້ຮັບລາງວັນຫຍັງເລີຍ, ລາວກໍຈະສະຫຼະພາລະກິດຂອງລາວ. ສິ່ງທີ່ເປໂຕສົນໃຈແມ່ນຄວາມຮັກແທ້ຈິງທີ່ຢູ່ພາຍໃນຫົວໃຈຂອງລາວ ແລະ ສິ່ງທີ່ເປັນຈິງ ແລະ ສາມາດບັນລຸໄດ້. ລາວບໍ່ສົນໃຈວ່າ ລາວຈະໄດ້ຮັບລາງວັນ ຫຼື ບໍ່, ແຕ່ສົນໃຈວ່າ ອຸປະນິໄສຂອງລາວຈະສາມາດປ່ຽນແປງໄດ້ ຫຼື ບໍ່. ໂປໂລສົນໃຈໃນການປະຕິບັດພາລະກິດໃຫ້ຫຼາຍຂຶ້ນກວ່າເກົ່າ, ລາວສົນໃຈກັບພາລະກິດພາຍນອກ ແລະ ການອຸທິດຕົນ ແລະ ກ່ຽວກັບຄຳສັ່ງສອນທີ່ຜູ້ຄົນທຳມະດາບໍ່ໄດ້ຜະເຊີນ. ລາວບໍ່ໄດ້ສົນໃຈໃນການປ່ຽນແປງທີ່ຢູ່ໃນສ່ວນເລິກພາຍໃນລາວ ຫຼື ສົນໃຈໃນຄວາມຮັກແທ້ຈິງທີ່ມີຕໍ່ພຣະເຈົ້າ. ປະສົບການຂອງເປໂຕແມ່ນເພື່ອບັນລຸຄວາມຮັກແທ້ຈິງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 522](https://lo.kingdomsalvation.org/recital-entry-into-life-522.html) - ບັດນີ້ ເຈົ້າຄວນສາມາດເຫັນໄດ້ຢ່າງຈະແຈ້ງໃນທາງເດີນຂອງເປໂຕ. ຖ້າເຈົ້າສາມາດເຫັນທາງເດີນຂອງເປໂຕຢ່າງຈະແຈ້ງ, ແລ້ວເຈົ້າກໍຈະໝັ້ນໃຈກ່ຽວກັບພາລະກິດທີ່ກໍາລັງປະຕິບັດໃນທຸກມື້ນີ້ ເພື່ອເຈົ້າຈະບໍ່ໄດ້ຈົ່ມວ່າ ຫຼື ເປັນຄົນມີດ້ານລົບ ຫຼື ຕ້ອງການສິ່ງໃດອີກ. ເຈົ້າຄວນຮັບຮູ້ໄດ້ເຖິງຄວາມຮູ້ສຶກຂອງເປໂຕໃນເວລານັ້ນ: ລາວຢູ່ກັບຄວາມໂສກເສົ້າເສຍໃຈ, ລາວບໍ່ເຄີຍຖາມເຖິງເລື່ອງອະນາຄົດ ຫຼື ຕ້ອງການພອນໃດໆ. ລາວບໍ່ໄດ້ສະແຫວງຫາຜົນກໍາໄລ, ຄວາມສຸກສະບາຍ, ຊື່ສຽງ ຫຼື ໂຊກລາບຂອງໂລກນີ້; ລາວພຽງແຕ່ສະແຫວງຫາເພື່ອໃຊ້ຊີວິດທີ່ມີຄວາມໝາຍທີ່ສຸດ ເຊິ່ງເປັນການຕອບແທນຄວາມຮັກຂອງພຣະເຈົ້າທີ່ມີຕໍ່ລາວ ແລະ ອຸທິດສິ່ງທີ່ມີຄຸນຄ່າທີ່ສຸດສໍາລັບລາວໃຫ້ກັບພຣະເຈົ້າ. ແລ້ວນັ້ນຄືສິ່ງທີ່ລາວເພິ່ງພໍໃຈທີ່ສຸດ. ລາວມັກອະທິຖານຫາພຣະເຢຊູຢູ່ສະເໝີດ້ວຍຄໍາເວົ້າ: “ອົງພຣະເຢຊູຄຣິດເຈົ້າ, ຂ້ານ້ອຍເຄີຍຮັກພຣະອົງ ແຕ່ຂ້ານ້ອຍບໍ່ໄດ້ຮັກພຣະອົງຢ່າງຈິງໃຈເລີຍ. ເຖິງແມ່ນວ່າ ຂ້ານ້ອຍໄດ້ກ່າວວ່າຂ້ານ້ອຍມີຄວາມເຊື່ອໃນຕົວພຣະອົງ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງດ້ວຍຫົວໃຈທີ່ແທ້ຈິງ. ຂ້ານ້ອຍພຽງແຕ່ເຄົາລົບພຣະອົງ, ບູຊາພຣະອົງ ແລະ ຄິດຮອດພຣະອົງ, ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງ ຫຼື ມີຄວາມເຊື່ອໃນພຣະອົງຢ່າງແທ້ຈິງເລີຍ”. ລາວມັກຈະອະທິຖານເພື່ອລຳລຶກເຖິງຄຳໝັ້ນສັນຍາຂອງລາວສະເໝີ ແລະ ລາວໄດ້ຮັບກໍາລັງໃຈຈາກພຣະຄໍາຂອງພຣະເຢຊູຕະຫຼອດເວລາ ແລະ ດຶງໃຊ້ແຮງຈູງໃຈຈາກພວກມັນ. ຕໍ່ມາ ຫລັງຈາກມີປະສົບການໄດ້ໄລຍະໜຶ່ງ ພຣະເຢຊູໄດ້ທົດລອງລາວ, ກະຕຸ້ນຈິດໃຈຂອງລາວໃຫ້ສະແຫວງຫາພຣະອົງເພີ່ມອີກ. ລາວເວົ້າວ່າ: “ອົງພຣະເຢຊູຄຣິດເຈົ້າ! ຂ້ານ້ອຍຄິດຮອດພຣະອົງ ແລະ ປາຖະໜາຢາກພົບພຣະອົງ. ຂ້ານ້ອຍມີຄວາມບົກຜ່ອງຫຼາຍ ແລະ ບໍ່ສາມາດຕອບແທນຄວາມຮັກພຣະອົງໄດ້.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 521](https://lo.kingdomsalvation.org/recital-entry-into-life-521.html) - ມີຈຸດສູງສຸດໃນປະສົບການຂອງເປໂຕ ເມື່ອຮ່າງກາຍຂອງລາວຕ້ອງອ່ອນເພຍໄປໝົດ ແຕ່ພຣະເຢຊູຍັງໃຫ້ການໜູນໃຈແກ່ລາວຈາກພາຍໃນ. ແລ້ວມີຄັ້ງໜຶ່ງ ພຣະອົງໄດ້ເຄີຍປາກົດໃຫ້ເປໂຕ. ໃນເວລາເປໂຕທົນທຸກທໍລະມານຢ່າງສາຫັດ ແລະ ຮູ້ສຶກວ່າຈິດໃຈຂອງລາວເຕັມໄປດ້ວຍຄວາມສິ້ນຫວັງ ພຣະເຢຊູໄດ້ກ່າວຕໍ່ລາວວ່າ: “ທ່ານ ເຄີຍຢູ່ກັບເຮົາໃນແຜ່ນດິນໂລກນີ້ ແລະ ເຮົາກໍເຄີຍຢູ່ແຜ່ນດິນໂລກນີ້ກັບທ່ານ. ເຖິງແມ່ນວ່າ ເມື່ອກ່ອນພວກເຮົາໄດ້ຢູ່ນໍາກັນໃນສະຫວັນ ແຕ່ໃນຄວາມຈິງແລ້ວມັນກໍຄືໂລກແຫ່ງວິນຍານ. ດຽວນີ້ ເຮົາໄດ້ກັບມາຍັງໂລກແຫ່ງວິນຍານນີ້ແລ້ວ ແລະ ທ່ານແມ່ນຍັງຢູ່ແຜ່ນດິນໂລກ. ຍ້ອນເຮົາບໍ່ໄດ້ມາຈາກແຜ່ນດິນໂລກ ແລະ ເຖິງແມ່ນວ່າ ທ່ານເອງກໍບໍ່ໄດ້ມາຈາກແຜ່ນດິນໂລກເຊັ່ນກັນ ແຕ່ທ່ານຈໍາເປັນຕ້ອງບັນລຸພາລະໜ້າທີ່ຂອງທ່ານໃນແຜ່ນດິນໂລກນີ້. ເພາະວ່າທ່ານຄືຜູ້ຮັບໃຊ້ພຣະເຈົ້າ, ທ່ານຕ້ອງປະຕິບັດຕໍ່ໜ້າທີ່ຂອງທ່ານ”. ການທີ່ໄດ້ຍິນວ່າລາວຈະສາມາດຢູ່ຄຽງຂ້າງກັບພຣະເຈົ້າອີກ ລາວກໍອົບອຸ່ນໃຈຂຶ້ນ. ໃນເວລາທີ່ເປໂຕປະສົບກັບຄວາມທຸກທໍລະມານດັ່ງກ່າວທີ່ລາວເກືອບຕ້ອງໄດ້ນອນພັກຟື້ນຢູ່ໃນບ່ອນ, ລາວຮູ້ສຶກເສຍໃຈຫຼາຍຈົນເຖິງຂັ້ນໄດ້ອ້ອນວອນວ່າ: “ຂ້ານ້ອຍເປັນຄົນຊົ່ວຊ້າຫຼາຍ ຂ້ານ້ອຍບໍ່ສາມາດເປັນທີ່ເພິ່ງພໍໃຈພຣະເຈົ້າໄດ້”. ພຣະເຢຊູກໍປາກົດຕໍ່ໜ້າລາວ ແລ້ວກ່າວວ່າ: “ເປໂຕ, ບໍ່ແມ່ນເປັນເພາະວ່າທ່ານລືມຄຳໝັ້ນສັນຍາທີ່ທ່ານເຄີຍຕັ້ງໄວ້ກັບເຮົາແລ້ວບໍ? ທ່ານລືມທຸກສິ່ງທີ່ເຮົາໄດ້ກ່າວກັບທ່ານແລ້ວບໍ? ທ່ານລືມເປົ້າໝາຍຂອງທ່ານທີ່ທ່ານຕັ້ງໄວ້ກັບເຮົາແລ້ວບໍ?” ເມື່ອເຫັນວ່ານັ້ນຄືພຣະເຢຊູ ເປໂຕຈຶ່ງລຸກຂຶ້ນຈາກບ່ອນນອນ ແລະ ພຣະເຢຊູກໍປອບໃຈລາວອີກວ່າ: “ເຮົາບໍ່ໄດ້ມາຈາກແຜ່ນດິນໂລກນີ້ ເຮົາໄດ້ບອກທ່ານໄປແລ້ວ ທ່ານຕ້ອງເຂົ້າໃຈໃນເລື່ອງນີ້ ທ່ານລືມອີກສິ່ງໜຶ່ງທີ່ເຮົາໄດ້ບອກທ່ານໄປແລ້ວບໍ? ‘ທ່ານບໍ່ໄດ້ມາຈາກແຜ່ນດິນໂລກນີ້ເຊັ່ນກັນ ບໍ່ໄດ້ເປັນຂອງໂລກໜ່ວຍນີ້’. ຕອນນີ້ຍັງມີພາລະກິດທີ່ທ່ານຈໍາເປັນຕ້ອງເຮັດ ທ່ານຈະໂສກເສົ້າແບບນີ້ບໍ່ໄດ້ ທ່ານຈະທົນທຸກທໍລະມານແບບນີ້ບໍ່ໄດ້. ເຖິງແມ່ນວ່າ ມະນຸດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 520](https://lo.kingdomsalvation.org/recital-entry-into-life-520.html) - ໃນໄລຍະເວລາທີ່ລາວຕິດຕາມພຣະເຢຊູນັ້ນ ເປໂຕໄດ້ມີຄວາມເຫັນຫຼາຍຢ່າງກ່ຽວກັບພຣະອົງ ແລະ ຕັດສິນພຣະອົງຈາກທັດສະນະຂອງລາວເອງຢູ່ສະເໝີ. ເຖິງແມ່ນວ່າເປໂຕມີຄວາມເຂົ້າໃຈກ່ຽວກັບພຣະວິນຍານໃນລະດັບໃດໜຶ່ງ, ການເຂົ້າໃຈຂອງລາວກໍ່ຂ້ອນຂ້າງບໍ່ຊັດເຈນ, ດ້ວຍເຫດນີ້ ລາວຈຶ່ງເວົ້າວ່າ: “ຂ້ານ້ອຍຕ້ອງຕິດຕາມຜູ້ທີ່ຖືກສົ່ງມາໂດຍພຣະບິດາເທິງສະຫວັນ, ຂ້ານ້ອຍຕ້ອງຍອມຮັບຮູ້ຜູ້ທີ່ຖືກເລືອກໂດຍພຣະວິນຍານບໍລິສຸດ”. ລາວບໍ່ໄດ້ເຂົ້າໃຈໃນສິ່ງທີ່ພຣະເຢຊູກະທໍາ ແລະ ຂາດຄວາມຊັດເຈນກ່ຽວກັບສິ່ງເຫຼົ່ານັ້ນ. ຫຼັງຈາກໄດ້ຕິດຕາມພຣະອົງໃນໄລຍະໜຶ່ງ, ເປໂຕຈຶ່ງເກີດມີຄວາມສົນໃຈໃນສິ່ງທີ່ພຣະອົງເຮັດ ແລະ ເວົ້າ ແລະ ໃນຕົວພຣະເຢຊູເອງ. ລາວເລີ່ມຮູ້ສຶກວ່າພຣະເຢຊູກະຕຸ້ນທັງຄວາມຮັກ ແລະ ຄວາມເຄົາລົບ; ລາວມັກພົວພັນກັບພຣະອົງ ແລະ ຢູ່ຄຽງຂ້າງພຣະອົງ ແລະ ຟັງພຣະທໍາຂອງພຣະເຢຊູທີ່ສອນໃຫ້ລາວຮູ້ຈັກເລື່ອງການໃຫ້ ແລະ ການຊ່ວຍເຫຼືອ. ໃນລະຫວ່າງເວລາທີ່ລາວຕິດຕາມພຣະເຢຊູ, ເປໂຕກໍ່ໄດ້ສັງເກດ ແລະ ເອົາໃຈໃສ່ໃນທຸກຢ່າງກ່ຽວກັບຊີວິດຂອງພຣະເຢຊູ: ການກະທໍາ, ພຣະທຳ, ການເຄື່ອນໄຫວ ຫຼື ການສະແດງອອກຂອງພຣະອົງ. ລາວໄດ້ເຂົ້າໃຈຢ່າງເລິກເຊິ່ງວ່າພຣະເຢຊູບໍ່ຄືກັບມະນຸດທຳມະດາ. ເຖິງແມ່ນວ່າ ລັກສະນະມະນຸດຂອງພຣະອົງແມ່ນປົກກະຕິເກີນໄປ, ພຣະອົງກໍ່ເຕັມໄປດ້ວຍຄວາມຮັກ, ຄວາມເມດຕາ ແລະ ຄວາມອົດທົນຕໍ່ມະນຸດ. ທຸກສິ່ງຢ່າງທີ່ພຣະເຢຊູເຮັດ ຫຼື ເວົ້າໄດ້ຊ່ວຍເຫຼືອຄົນອື່ນຫຼາຍ ແລະ ເປໂຕໄດ້ເຫັນ ແລະ ຮັບສິ່ງຕ່າງໆທີ່ລາວບໍ່ເຄີຍເຫັນ ຫຼື ມີມາກ່ອນຈາກພຣະເຢຊູ. ລາວໄດ້ເຫັນວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 517](https://lo.kingdomsalvation.org/recital-entry-into-life-517.html) - ພາລະກິດຂອງພຣະເຈົ້າໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນເປັນຕາປະຫຼາດໃຈ ແລະ ບໍ່ສາມາດຢັ່ງເຖິງໄດ້. ພຣະອົງຈະເຮັດໃຫ້ຄົນກຸ່ມໜຶ່ງສົມບູນ ແລະ ກຳຈັດຄົນອື່ນ, ຍ້ອນມີຄົນທຸກປະເພດໃນຄຣິສຕະຈັກ, ມີຄົນທີ່ຮັກຄວາມຈິງ ແລະ ຄົນທີ່ບໍ່ຮັກ; ມີຄົນທີ່ຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ຄົນທີ່ບໍ່ໄດ້ຜະເຊີນ; ມີຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຄົນທີ່ບໍ່ປະຕິບັດ; ມີຄົນທີ່ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຄົນທີ່ບໍ່ເປັນພະຍານ ແລະ ພວກເຂົາສ່ວນໜຶ່ງແມ່ນຜູ້ບໍ່ເຊື່ອ ແລະ ມະນຸດທີ່ຊົ່ວຮ້າຍ ແລະ ພວກເຂົາຈະຖືກກຳຈັດຢ່າງແນ່ນອນ. ຖ້າເຈົ້າບໍ່ຮູ້ຈັກພາລະກິດຂອງພຣະເຈົ້າຢ່າງຊັດເຈນ ແລ້ວເຈົ້າກໍຈະມີຄວາມຄິດລົບ; ນີ້ກໍເພາະວ່າພາລະກິດຂອງພຣະເຈົ້າສາມາດເຫັນໄດ້ໃນຄົນກຸ່ມນ້ອຍເທົ່ານັ້ນ. ໃນເວລານີ້ ມັນກໍຈະຊັດເຈນວ່າ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງແມ່ນມີພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ຄົນທີ່ບໍ່ຮັກພຣະອົງຢ່າງແທ້ຈິງແມ່ນຈະຖືກເປີດເຜີຍຜ່ານແຕ່ລະບາດກ້າວຂອງພາລະກິດຂອງພຣະອົງ. ພວກເຂົາຈະກາຍມາເປັນສິ່ງທີ່ຈະຖືກກໍາຈັດ. ຄົນເຫຼົ່ານີ້ຈະຖືກເປີດໂປງຕະຫຼອດເສັ້ນທາງແຫ່ງພາລະກິດຂອງການເອົາຊະນະ ແລະ ພວກເຂົາເປັນຄົນທີ່ບໍ່ມີຄຸນຄ່າທີ່ຈະຖືກເຮັດໃຫ້ສົມບູນເລີຍ. ຄົນທີ່ຖືກເຮັດໃຫ້ສົມບູນກໍຖືກພຣະເຈົ້າຮັບເອົາຢ່າງຄົບຖ້ວນສົມບູນ ແລະ ສາມາດຮັກພຣະເຈົ້າຄືກັບເປໂຕ. ຄົນທີ່ຖືກເອົາຊະນະກໍບໍ່ມີຄວາມຮັກທີ່ເປັນໄປດ້ວຍຄວາມສະໝັກໃຈ, ມີແຕ່ຄວາມຮັກທີ່ບໍ່ດີ້ນລົນ ແລະ ພວກເຂົາແມ່ນຖືກບັງຄັບໃຫ້ຮັກພຣະເຈົ້າ. ຄວາມຮັກທີ່ເປັນໄປດ້ວຍຄວາມສະໝັກໃຈຖືກພັດທະນາຜ່ານຄວາມເຂົ້າໃຈທີ່ໄດ້ຮັບຜ່ານປະສົບການຕົວຈິງ. ຄວາມຮັກນີ້ຄອບຄອງຫົວໃຈຂອງບຸກຄົນໃດໜຶ່ງ ແລະ ເຮັດໃຫ້ພວກເຂົາອຸທິດຕົນໃຫ້ກັບພຣະເຈົ້າຢ່າງສະໝັກໃຈ; ພຣະທຳຂອງພຣະເຈົ້າກາຍມາເປັນພື້ນຖານຂອງພວກເຂົາ ແລະ ພວກເຂົາສາມາດທົນທຸກເພື່ອພຣະເຈົ້າໄດ້. ແນ່ນອນ ນີ້ແມ່ນສິ່ງທີ່ຄົນຜູ້ເຊິ່ງຖືກພຣະເຈົ້າເຮັດໃຫ້ສົມບູນມີ. ຖ້າເຈົ້າພຽງແຕ່ສະແຫວງຫາເພື່ອຖືກເອົາຊະນະ, ແລ້ວເຈົ້າກໍບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້; ຖ້າພຣະເຈົ້າພຽງແຕ່ບັນລຸເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງຜ່ານການເອົາຊະນະຜູ້ຄົນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 482](https://lo.kingdomsalvation.org/recital-entry-into-life-482.html) - ຈາກຄວາມແຕກຕ່າງລະຫວ່າງແກ່ນແທ້ຂອງເປໂຕ ແລະ ໂປໂລ ເຈົ້າຄວນເຂົ້າໃຈວ່າ ທຸກຄົນທີ່ບໍ່ສະແຫວງຫາຊີວິດ ແມ່ນພະຍາຍາມດ້ວຍຄວາມສູນເປົ່າ! ເຈົ້າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າຕ້ອງມີຫົວໃຈທີ່ຮັກພຣະເຈົ້າ. ເຈົ້າຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຈົ້າຕ້ອງສະແຫວງຫາເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ຕ້ອງປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ຍ້ອນເຈົ້າເຊື່ອ ແລະ ຕິດຕາມພຣະເຈົ້າ, ເຈົ້າຄວນມອບທຸກສິ່ງໃຫ້ກັບພຣະອົງ ແລະ ບໍ່ຄວນເລືອກຕັດສິນໃຈ ຫຼື ຮຽກຮ້ອງເພື່ອສ່ວນຕົວ ແລະ ເຈົ້າຄວນບັນລຸການຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ຍ້ອນເຈົ້າຖືກສ້າງ, ເຈົ້າຈຶ່ງຄວນອ່ອນນ້ອມຕໍ່ພຣະຜູ້ເປັນເຈົ້າທີ່ສ້າງເຈົ້າ, ຍ້ອນວ່າ ໂດຍທຳມະຊາດແລ້ວ ເຈົ້າປາສະຈາກອຳນາດເໜືອຕົວເຈົ້າເອງ ແລະ ບໍ່ມີຄວາມສາມາດທີ່ຈະຄວບຄຸມຊະຕາກໍາຂອງເຈົ້າເອງ. ຍ້ອນເຈົ້າເປັນຄົນທີ່ເຊື່ອໃນພຣະເຈົ້າ, ເຈົ້າຈຶ່ງຄວນສະແຫວງຫາຄວາມບໍລິສຸດ ແລະ ການປ່ຽນແປງ. ຍ້ອນເຈົ້າເປັນສິ່ງທີ່ຖືກສ້າງ, ເຈົ້າຈຶ່ງຄວນຍຶດໝັ້ນກັບໜ້າທີ່ຂອງເຈົ້າ ແລະ ຮັກສາຕໍາແໜ່ງຂອງເຈົ້າ ແລະ ເຈົ້າຕ້ອງບໍ່ກ້າວເກີນໜ້າທີ່ຂອງເຈົ້າ. ສິ່ງນີ້ບໍ່ແມ່ນເພື່ອຈຳກັດເຈົ້າ ຫຼື ຢັບຢັ້ງເຈົ້າຜ່ານທາງທິດສະດີ, ແຕ່ກົງກັນຂ້າມ ມັນຄືເສັ້ນທາງທີ່ເຮັດໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ມັນສາມາດບັນລຸໄດ້ ແລະ ທຸກຄົນທີ່ເຮັດສິ່ງຊອບທຳກໍຄວນບັນລຸສິ່ງນີ້ໃຫ້ໄດ້. ຖ້າເຈົ້າປຽບທຽບແກ່ນແທ້ຂອງເປໂຕ ແລະ ໂປໂລ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 481](https://lo.kingdomsalvation.org/recital-entry-into-life-481.html) - ສິ່ງທີ່ເປໂຕສະແຫວງຫາແມ່ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າເທົ່ານັ້ນ. ລາວສະແຫວງຫາເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ໂດຍບໍ່ຄຳນຶງເຖິງການທົນທຸກ ແລະ ຄວາມລຳບາກຍາກແຄ້ນ, ລາວຍັງເຕັມໃຈທີ່ຈະຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ຜູ້ເຊື່ອໃນພຣະເຈົ້າບໍ່ມີການສະແຫວງຫາທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ. ສິ່ງທີ່ໂປໂລສະແຫວງຫາແມ່ນຖືກເຮັດໃຫ້ເປິເປື້ອນດ້ວຍເນື້ອໜັງຂອງລາວເອງ, ດ້ວຍແນວຄິດຂອງລາວເອງ ແລະ ດ້ວຍແຜນການ ແລະ ໂຄງການຂອງລາວເອງ. ລາວບໍ່ສາມາດເປັນສິ່ງທີ່ຖືກສ້າງທີ່ມີຄຸນສົມບັດໄດ້ ແລະ ບໍ່ແມ່ນຄົນທີ່ສະແຫວງຫາເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ເປໂຕສະແຫວງຫາທີ່ຈະປ່ອຍໃຫ້ຕົວເອງຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ພາລະກິດທີ່ລາວປະຕິບັດນັ້ນບໍ່ໄດ້ຍິ່ງໃຫຍ່, ແຮງຜັກດັນທີ່ຢູ່ເບື້ອງຫຼັງການສະແຫວງຫາຂອງລາວ ແລະ ເສັ້ນທາງທີ່ລາວຍ່າງແມ່ນຖືກຕ້ອງ; ເຖິງແມ່ນວ່າ ລາວບໍ່ສາມາດເຮັດໃຫ້ຫຼາຍຄົນຍອມຮັບລາວ, ລາວສາມາດສະແຫວງຫາຫົນທາງແຫ່ງຄວາມຈິງໄດ້. ຍ້ອນເຫດນີ້ ຈຶ່ງສາມາດເວົ້າໄດ້ວ່າ ລາວເປັນສິ່ງທີ່ຖືກສ້າງທີ່ມີຄຸນສົມບັດ. ໃນປັດຈຸບັນ, ເຖິງແມ່ນວ່າ ເຈົ້າບໍ່ແມ່ນຜູ້ປະຕິບັດພາລະກິດ, ເຈົ້າກໍ່ຄວນສາມາດປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ ແລະ ສະແຫວງຫາເພື່ອປ່ອຍໃຫ້ຢູ່ພາຍໃຕ້ການປັ້ນແຕ່ງທຸກຢ່າງຂອງພຣະເຈົ້າ. ເຈົ້າຄວນສາມາດອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າກ່າວ ແລະ ຜະເຊີນກັບຄວາມລໍາບາກຍາກແຄ້ນ ແລະ ການຫຼໍ່ຫຼອມໃນທຸກຮູບແບບ ແລະ ເຖິງແມ່ນເຈົ້າອ່ອນແອ, ໃນຫົວໃຈຂອງເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ຄົນທີ່ຮັບຜິດຊອບຊີວິດຂອງພວກເຂົາເອງແມ່ນຄົນທີ່ເຕັມໃຈປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ ແລະ ມຸມມອງຂອງຄົນປະເພດດັ່ງກ່າວຕໍ່ການສະແຫວງຫາກໍ່ເປັນມຸມມອງທີ່ຖືກຕ້ອງ. ຄົນເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າປະຕິບັດພາລະກິດຫຼາຍຢ່າງ ແລະ ຄົນອື່ນຮັບເອົາຄຳສັ່ງສອນຂອງເຈົ້າ, ແຕ່ເຈົ້າເອງບໍ່ໄດ້ປ່ຽນແປງ ແລະ ບໍ່ໄດ້ເປັນພະຍານຫຍັງເລີຍ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 480](https://lo.kingdomsalvation.org/recital-entry-into-life-480.html) - ບາງຄົນເວົ້າວ່າ “ໂປໂລປະຕິບັດພາລະກິດຈຳນວນຫຼວງຫຼາຍ ແລະ ລາວກໍແບກຮັບເອົາພາລະກິດສຳລັບຄຣິສຕະຈັກ ແລະ ປະກອບສ່ວນຢ່າງຫຼວງຫຼາຍໃນຄຣິສຕະຈັກເຫຼົ່ານັ້ນ. ຈົດໝາຍສິບສາມສະບັບຂອງໂປໂລຢືນຢັນເຖິງເວລາ 2.000 ປີຂອງຍຸກແຫ່ງພຣະຄຸນ ແລະ ເປັນພຽງອັນດັບທີສອງຮອງຈາກພຣະກິດຕິຄຸນທັງສີ່. ແມ່ນໃຜສາມາດປຽບທຽບກັບລາວໄດ້? ບໍ່ມີໃຜສາມາດຖອດຄວາມໝາຍຂອງພຣະນິມິດຂອງໂຢຮັນ, ໃນຂະນະທີ່ຈົດໝາຍຂອງໂປໂລສະໜອງຊີວິດ ແລະ ພາລະກິດທີ່ລາວປະຕິບັດແມ່ນເປັນປະໂຫຍດຕໍ່ຄຣິສຕະຈັກ. ແມ່ນໃຜແນ່ທີ່ສາມາດບັນລຸສິ່ງດັ່ງກ່າວນີ້ໄດ້? ແລ້ວແມ່ນຫຍັງຄືພາລະກິດທີ່ເປໂຕປະຕິບັດ?” ເມື່ອມະນຸດວັດແທກຄົນອື່ນ, ເຂົາກໍ່ເຮັດແບບນັ້ນໂດຍອີງຕາມການປະກອບສ່ວນຂອງພວກເຂົາ. ເມື່ອພຣະເຈົ້າວັດແທກມະນຸດ, ພຣະອົງກໍ່ເຮັດໂດຍອີງຕາມທຳມະຊາດຂອງເຂົາ. ທ່າມກາງຄົນທີ່ສະແຫວງຫາຊີວິດ, ໂປໂລເປັນຄົນທີ່ບໍ່ຮູ້ຈັກທາດແທ້ຂອງຕົນເອງ. ລາວບໍ່ມີທາງຖ່ອມຕົນ ຫຼື ອ່ອນນ້ອມ ຫຼື ລາວບໍ່ຮູ້ຈັກແກ່ນແທ້ຂອງລາວເອງ ເຊິ່ງກົງກັນຂ້າມກັບພຣະເຈົ້າ. ແລ້ວດ້ວຍເຫດນັ້ນ ລາວຈຶ່ງເປັນຄົນທີ່ບໍ່ໄດ້ຜ່ານປະສົບການຢ່າງລະອຽດ ແລະ ເປັນຄົນທີ່ບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ເປໂຕແມ່ນແຕກຕ່າງ. ລາວຮູ້ຈັກຄວາມບໍ່ສົມບູນ ແລະ ຄວາມບົກຜ່ອງຂອງຕົນເອງ ແລະ ອຸປະນິໄສທີ່ເສື່ອມຊາມຂອງຕົນເອງໃນຖານະທີ່ເປັນສິ່ງຖືກສ້າງ ແລະ ດ້ວຍເຫດນັ້ນ ລາວຈຶ່ງມີເສັ້ນທາງແຫ່ງການປະຕິບັດເພື່ອປ່ຽນແປງອຸປະນິໄສຂອງລາວ; ລາວບໍ່ແມ່ນຄົນທີ່ມີພຽງແຕ່ທິດສະດີ ແຕ່ບໍ່ມີຄວາມຈິງ. ຄົນທີ່ປ່ຽນແປງແມ່ນຄົນໃໝ່ທີ່ໄດ້ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາເປັນຄົນທີ່ມີຄຸນສົມບັດໃນການສະແຫວງຫາຄວາມຈິງ. ຄົນທີ່ບໍ່ປ່ຽນແປງແມ່ນເປັນສ່ວນໜຶ່ງຂອງຄົນທີ່ຫຼ້າສະໄໝໂດຍທຳມະຊາດ; ພວກເຂົາເປັນຄົນທີ່ບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນ ນັ້ນກໍຄື ຄົນທີ່ຖືກພຣະເຈົ້າປະຕິເສດ. ພຣະເຈົ້າຈະບໍ່ຈົດຈຳພວກເຂົາ ບໍ່ວ່າພາລະກິດຂອງພວກເຂົາຈະຍິ່ງໃຫຍ່ສໍ່າໃດກໍຕາມ. ເມື່ອເຈົ້າປຽບທຽບສິ່ງນີ້ກັບການສະແຫວງຫາຂອງເຈົ້າເອງ, ໃນທີ່ສຸດແລ້ວ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 479](https://lo.kingdomsalvation.org/recital-entry-into-life-479.html) - ພາລະກິດທີ່ໂປໂລປະຕິບັດແມ່ນການສະແດງຕໍ່ໜ້າມະນຸດ, ແຕ່ຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້າບໍລິສຸດຫຼາຍສໍ່າໃດ ແລະ ລາວຮັກພຣະເຈົ້າຫຼາຍສໍ່າໃດເລິກໆໃນຫົວໃຈຂອງລາວນັ້ນ, ສິ່ງເຫຼົ່ານີ້ເປັນສິ່ງທີ່ມະນຸດບໍ່ສາມາດເບິ່ງເຫັນໄດ້. ມະນຸດສາມາດເຫັນພຽງແຕ່ພາລະກິດທີ່ລາວປະຕິບັດ ເຊິ່ງມະນຸດຮູ້ວ່າ ລາວຖືກໃຊ້ໂດຍພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງຄິດວ່າ ໂປໂລດີກວ່າເປໂຕ, ເຊິ່ງພາລະກິດຂອງລາວຍິ່ງໃຫຍ່ກວ່າ ກໍຍ້ອນວ່າ ລາວສາມາດຕອບສະໜອງຄຣິດຕະຈັກໄດ້. ສ່ວນເປໂຕແມ່ນພຽງແຕ່ສົນໃຈກັບປະສົບການສ່ວນຕົວຂອງລາວ ແລະ ໄດ້ຮັບຜູ້ຄົນຈຳນວນໜ້ອຍໃນທ່າມກາງພາລະກິດຊົ່ວຄາວຂອງລາວ. ມີຈົດໝາຍພຽງໜ້ອຍດຽວທີ່ເປັນທີ່ຮູ້ຈັກຈາກລາວ, ແຕ່ມີໃຜຮູ້ແດ່ວ່າ ຄວາມຮັກທີ່ລາວມີຕໍ່ພຣະເຈົ້ານັ້ນຍິ່ງໃຫຍ່ຫຼາຍສໍ່າໃດ ໃນສ່ວນເລິກພາຍໃນຫົວໃຈຂອງລາວ? ມື້ແລ້ວມື້ເລົ່າ ໂປໂລປະຕິບັດພາລະກິດເພື່ອພຣະເຈົ້າ ນັ້ນກໍຄື ຕາບໃດທີ່ມີພາລະກິດໃຫ້ປະຕິບັດ ລາວກໍປະຕິບັດ. ລາວຮູ້ສຶກວ່າ ດ້ວຍລັກສະນະນີ້ ລາວຈະສາມາດຮັບເອົາມົງກຸດ ແລະ ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ແຕ່ລາວບໍ່ຍອມສະແຫວງຫາຫົນທາງທີ່ຈະປ່ຽນແປງຕົນເອງຜ່ານທາງພາລະກິດຂອງລາວ. ແມ່ນຫຍັງກໍຕາມທີ່ຢູ່ໃນຊີວິດຂອງເປໂຕເຊິ່ງບໍ່ສອດຄ່ອງຕາມເຈດຕະນາຂອງພຣະເຈົ້າແມ່ນຈະເຮັດໃຫ້ລາວຮູ້ສຶກບໍ່ສະບາຍໃຈ. ຖ້າມັນບໍ່ປະຕິບັດຕາມເຈດຕະນາຂອງພຣະເຈົ້າ, ລາວກໍຮູ້ສຶກສຳນຶກຜິດ ແລະ ຈະຊອກຫາຫົນທາງທີ່ເໝາະສົມທີ່ລາວສາມາດພະຍາຍາມເພື່ອເຮັດໃຫ້ພຣະເຈົ້າພໍໃຈໄດ້. ແມ່ນແຕ່ໃນດ້ານຊີວິດຂອງລາວຈະເລັກນ້ອຍທີ່ສຸດ ແລະ ບໍ່ມີຄວາມໝາຍຫຍັງ, ລາວກໍຍັງຮຽກຮ້ອງໃຫ້ຕົນເອງປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ລາວເຂັ້ມງວດຫຼາຍ ເມື່ອເວົ້າເຖິງອຸປະນິໄສເກົ່າຂອງລາວ, ເຄັ່ງຄັດໃນເງື່ອນໄຂທີ່ລາວມີຕໍ່ຕົນເອງເພື່ອພັດທະນາເຂົ້າສູ່ຄວາມຈິງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ. ໂປໂລສະແຫວງຫາພຽງແຕ່ຊື່ສຽງ ແລະ ສະຖານະແບບຜິວເຜີນເທົ່ານັ້ນ. ລາວສະແຫວງຫາເພື່ອໂອ້ອວດຕົນເອງຕໍ່ໜ້າມະນຸດ ແລະ ບໍ່ໄດ້ສະແຫວງຫາເພື່ອພັດທະນາການເຂົ້າສູ່ຊີວິດໃຫ້ເລິກເຊິ່ງຍິ່ງກວ່າເກົ່າ. ສິ່ງທີ່ລາວໃສ່ໃຈແມ່ນຄຳສັ່ງສອນ ບໍ່ແມ່ນຄວາມເປັນຈິງ. ບາງຄົນເວົ້າວ່າ “ໂປໂລປະຕິບັດພາລະກິດຫຼາຍຢ່າງສຳລັບພຣະເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 477](https://lo.kingdomsalvation.org/recital-entry-into-life-477.html) - ເຖິງແມ່ນວ່າການເປີດເຜີຍໂດຍທຳມະຊາດໄດ້ເກີດຂຶ້ນຫຼັງຈາກທີ່ເປໂຕເລີ່ມຕິດຕາມພຣະເຢຊູ ແຕ່ໃນທຳມະຊາດແລ້ວ ຕັ້ງແຕ່ຕົ້ນມາ ລາວເປັນຄົນທີ່ເຕັມໃຈຍອມອ່ອນນ້ອມຕໍ່ພຣະວິນຍານບໍລິສຸດ ແລະ ສະແຫວງຫາພຣະຄຣິດ. ການອ່ອນນ້ອມຂອງລາວທີ່ມີຕໍ່ພຣະວິນຍານບໍລິສຸດ ນັ້ນກໍຄື ລາວບໍ່ໄດ້ສະແຫວງຫາຊື່ສຽງ ແລະ ຊັບສິນ, ແຕ່ກົງກັນຂ້າມ ລາວໄດ້ຮັບການດົນບັນດານໃຈຈາກການອ່ອນນ້ອມຕໍ່ຄວາມຈິງ. ເຖິງແມ່ນວ່າ ມີສາມຄັ້ງທີ່ເປໂຕປະຕິເສດບໍ່ຮູ້ຈັກພຣະຄຣິດ ແລະ ເຖິງແມ່ນວ່າ ລາວທົດລອງອົງພຣະເຢຊູເຈົ້າ, ຄວາມບົກຜ່ອງເລັກນ້ອຍແບບນັ້ນຂອງມະນຸດບໍ່ກ່ຽວຂ້ອງກັບທຳມະຊາດຂອງລາວ, ມັນບໍ່ມີຜົນກະທົບຕໍ່ການສະແຫວງຫາໃນອະນາຄົດຂອງລາວ ແລະ ມັນບໍ່ສາມາດພິສູດຢ່າງພຽງພໍວ່າ ການທົດລອງນັ້ນເປັນການກະທຳຂອງຜູ້ຕໍ່ຕ້ານພຣະຄຣິດ. ຄວາມບົກຜ່ອງຂອງມະນຸດແມ່ນສິ່ງທີ່ທຸກຄົນໃນແຜ່ນດິນໂລກມີ, ເຈົ້າຄາດຫວັງໃຫ້ເປໂຕແຕກຕ່າງບໍ? ຜູ້ຄົນບໍ່ໄດ້ມີມຸມມອງບາງຢ່າງກ່ຽວກັບເປໂຕ ຍ້ອນວ່າລາວເຮັດຜິດພາດຢ່າງໂງ່ຈ້າຫຼາຍຄັ້ງບໍ? ແລ້ວຜູ້ຄົນບໍ່ໄດ້ເຄົາລົບໂປໂລ ຍ້ອນພາລະກິດທຸກຢ່າງທີ່ລາວເຮັດ ແລະ ຈົດໝາຍທຸກສະບັບທີ່ລາວຂຽນບໍ? ມະນຸດຈະສາມາດເຫັນທາດແທ້ຂອງມະນຸດໄດ້ແນວໃດ? ແນ່ນອນ ຄົນທີ່ມີສະຕິແທ້ຈິງຈະສາມາດເຫັນສິ່ງທີ່ບໍ່ມີຄວາມສຳຄັນແບບນັ້ນບໍ? ເຖິງແມ່ນປະສົບການທີ່ເຈັບປວດຫຼາຍປີຂອງເປໂຕບໍ່ໄດ້ຖືກບັນທຶກໄວ້ໃນພຣະຄຳພີ, ນີ້ກໍບໍ່ໄດ້ພິສູດວ່າ ເປໂຕບໍ່ມີປະສົບການທີ່ແທ້ຈິງເລີຍ ຫຼື ເປໂຕບໍ່ໄດ້ຖືກເຮັດໃຫ້ສົມບູນ. ມະນຸດຈະສາມາດຢັ່ງຮູ້ພາລະກິດຂອງພຣະເຈົ້າໄດ້ຢ່າງສົມບູນໄດ້ແນວໃດ? ການບັນທຶກໃນພຣະຄຳພີບໍ່ໄດ້ຖືກຄັດເລືອກໂດຍພຣະເຢຊູເອງ, ແຕ່ຖືກຮວບຮວມໂດຍຄົນລຸ້ນຕໍ່ມາ. ເມື່ອເວົ້າແບບນັ້ນ, ທຸກສິ່ງທີ່ບັນທຶກໃນພຣະຄຳພີບໍ່ແມ່ນຖືກເລືອກເອົາຕາມແນວຄິດຂອງມະນຸດບໍ? ຍິ່ງໄປກວ່ານັ້ນ, ຜົນໄດ້ຮັບຂອງເປໂຕ ແລະ ໂປໂລແມ່ນບໍ່ໄດ້ຖືກລະບຸໄວ້ໃນຈົດໝາຍຢ່າງຈະແຈ້ງ ສະນັ້ນ ມະນຸດຈຶ່ງຕັດສິນເປໂຕ ແລະ ໂປໂລຕາມຄວາມເຂົ້າໃຈຂອງພວກເຂົາເອງ ແລະ ຕາມຄວາມພຶງພໍໃຈຂອງພວກເຂົາເອງ. ແລ້ວຍ້ອນໂປໂລປະຕິບັດພາລະກິດຫຼາຍຢ່າງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 476](https://lo.kingdomsalvation.org/recital-entry-into-life-476.html) - ເປໂຕເປັນມະນຸດທີ່ຖືກເຮັດໃຫ້ສົມບູນ. ຫຼັງຈາກທີ່ໄດ້ຜະເຊີນກັບການຕີສອນ ແລະ ການພິພາກສາ ແລະ ດ້ວຍເຫດນັ້ນກໍ່ໄດ້ຮັບຫົວໃຈທີ່ຮັກພຣະເຈົ້າ, ລາວຈຶ່ງໄດ້ຖືກເຮັດໃຫ້ສົມບູນຢ່າງແທ້ຈິງ; ເສັ້ນທາງທີ່ລາວຍ່າງເປັນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນ. ນັ້ນໝາຍຄວາມວ່າ ຕັ້ງແຕ່ເລີ່ມຕົ້ນແລ້ວ, ເສັ້ນທາງທີ່ເປໂຕຍ່າງແມ່ນເສັ້ນທາງທີ່ຖືກຕ້ອງ ແລະ ແຮງຜັກດັນຂອງລາວສຳລັບການເຊື່ອໃນພຣະເຈົ້າກໍເປັນສິ່ງທີ່ຖືກຕ້ອງ ແລະ ດ້ວຍເຫດນັ້ນ ລາວຈຶ່ງກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນ ແລະ ຍ່າງໃນເສັ້ນທາງໃໝ່ທີ່ບໍ່ມີມະນຸດຄົນໃດເຄີຍຍ່າງມາກ່ອນໜ້ານັ້ນ. ເຖິງຢ່າງໃດກໍຕາມ, ເສັ້ນທາງທີ່ໂປໂລຍ່າງຕັ້ງແຕ່ຕອນເລີ່ມຕົ້ນແມ່ນເສັ້ນທາງແຫ່ງການຕໍ່ຕ້ານພຣະຄຣິດ ແລະ ເປັນພຽງຍ້ອນວ່າ ພຣະວິນຍານບໍລິສຸດປາຖະໜາໃຊ້ລາວ ແລະ ສວຍໂອກາດໃຊ້ພອນສະຫວັນຂອງລາວ ແລະ ຄຸນຄວາມດີທັງໝົດຂອງລາວສຳລັບພາລະກິດຂອງພຣະອົງ, ສະນັ້ນ ລາວຈຶ່ງປະຕິບັດພາລະກິດເພື່ອພຣະຄຣິດເປັນເວລາສອງສາມທົດສະວັດ. ລາວພຽງແຕ່ເປັນຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ ແລະ ລາວບໍ່ໄດ້ຖືກໃຊ້ຍ້ອນພຣະເຢຊູຊື່ນຊົມຄວາມເປັນມະນຸດຂອງລາວ ແຕ່ຍ້ອນພອນສະຫວັນຂອງລາວ. ລາວສາມາດປະຕິບັດພາລະກິດເພື່ອພຣະເຢຊູ ຍ້ອນວ່າລາວຖືກໂຈມຕີ, ບໍ່ແມ່ນຍ້ອນລາວພໍໃຈທີ່ຈະເຮັດແບບນັ້ນ. ລາວສາມາດປະຕິບັດພາລະກິດດັ່ງກ່າວ ຍ້ອນແສງສະຫວ່າງ ແລະ ການນໍາພາຂອງພຣະວິນຍານບໍລິສຸດ ແລະ ພາລະກິດທີ່ລາວປະຕິບັດແມ່ນບໍ່ມີທາງເປັນຕົວແທນໃຫ້ກັບການສະແຫວງຫາຂອງລາວ ຫຼື ຄວາມເປັນມະນຸດຂອງລາວໄດ້. ພາລະກິດຂອງໂປໂລເປັນຕົວແທນໃຫ້ກັບພາລະກິດຂອງຜູ້ຮັບໃຊ້ ເຊິ່ງໝາຍຄວາມວ່າ ລາວປະຕິບັດພາລະກິດຂອງອັກຄະສາວົກ. ແຕ່ສໍາລັບເປໂຕແມ່ນແຕກຕ່າງ, ລາວໄດ້ປະຕິບັດພາລະກິດບາງຢ່າງເຊັ່ນກັນ; ແລະ ເຖິງແມ່ນວ່າພາລະກິດນັ້ນບໍ່ໄດ້ຍິ່ງໃຫຍ່ສໍ່າພາລະກິດຂອງໂປໂລ, ແຕ່ລາວປະຕິບັດພາລະກິດໃນຂະນະທີ່ກຳລັງສະແຫວງຫາທາງເຂົ້າຂອງລາວເອງ ແລະ ພາລະກິດຂອງລາວແມ່ນແຕກຕ່າງຈາກພາລະກິດຂອງໂປໂລ. ພາລະກິດຂອງເປໂຕແມ່ນການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 475](https://lo.kingdomsalvation.org/recital-entry-into-life-475.html) - ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ ແລະ ເຂົາອຸທິດຕົນຢ່າງສົມບູນ ແລະ ອ່ອນນ້ອມຢ່າງແທ້ຈິງ. ສິ່ງທີ່ຍາກສຸດສຳລັບມະນຸດແມ່ນການສະໜອງຊີວິດທັງໝົດຂອງເຂົາເພື່ອແລກປ່ຽນກັບຄວາມເຊື່ອທີ່ແທ້ຈິງ ເຊິ່ງຈະເຮັດໃຫ້ເຂົາສາມາດຮັບເອົາຄວາມຈິງທັງໝົດ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງ. ນີ້ແມ່ນສິ່ງທີ່ຄົນລົ້ມເຫຼວບໍ່ສາມາດບັນລຸໄດ້ ແລະ ຄົນທີ່ບໍ່ສາມາດຄົ້ນພົບພຣະຄຣິດກໍແຮງບໍ່ສາມາດບັນລຸມັນໄດ້. ຍ້ອນມະນຸດບໍ່ເກັ່ງໃນການອຸທິດຕົນເອງທັງໝົດໃຫ້ກັບພຣະເຈົ້າ, ຍ້ອນມະນຸດບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງເຂົາໃຫ້ພຣະຜູ້ສ້າງ, ຍ້ອນມະນຸດໄດ້ເຫັນຄວາມຈິງ ແຕ່ຫຼີກເວັ້ນຄວາມຈິງນັ້ນ ແລະ ຍ່າງຕາມເສັ້ນທາງຂອງເຂົາເອງ, ຍ້ອນມະນຸດສະແຫວງຫາໂດຍຕິດຕາມເສັ້ນທາງຂອງຄົນທີ່ລົ້ມເຫຼວຢູ່ສະເໝີ, ຍ້ອນມະນຸດກະບົດຕໍ່ສະຫວັນຢູ່ສະເໝີ ສະນັ້ນ ມະນຸດຈຶ່ງລົ້ມເຫຼວຢູ່ສະເໝີ, ຕົກຢູ່ໃນກົນອຸບາຍຂອງຊາຕານຢູ່ຕະຫຼອດເວລາ ແລະ ຕິດດາງແຫຂອງຕົນເອງ. ຍ້ອນມະນຸດບໍ່ຮູ້ຈັກພຣະຄຣິດ, ຍ້ອນມະນຸດບໍ່ເກັ່ງໃນການເຂົ້າໃຈ ແລະ ຜະເຊີນກັບຄວາມຈິງ, ຍ້ອນມະນຸດນະມັດສະການໂປໂລຫຼາຍເກີນໄປ ແລະ ປາຖະໜາຢາກໄປສະຫວັນຫຼາຍເກີນໄປ, ຍ້ອນມະນຸດຮຽກຮ້ອງໃຫ້ພຣະຄຣິດເຊື່ອຟັງເຂົາຢູ່ສະເໝີ ແລະ ສັ່ງພຣະເຈົ້າໃຫ້ເຮັດແບບນັ້ນແບບນີ້, ສະນັ້ນ ບຸກຄົນທີ່ຍິ່ງໃຫຍ່ເຫຼົ່ານັ້ນ ແລະ ຄົນທີ່ໄດ້ຜະເຊີນກັບຄວາມລຳບາກເທິງແຜ່ນດິນໂລກ ກໍຍັງຕ້ອງຕາຍ ແລະ ຍັງຕາຍໃນລະຫວ່າງການຕີສອນຂອງພຣະເຈົ້າອີກດ້ວຍ. ສິ່ງທີ່ເຮົາເວົ້າໄດ້ ກ່ຽວກັບຄົນປະເພດດັ່ງກ່າວກໍຄື ພວກເຂົາຕາຍຢ່າງອະນາດ ແລະ ຜົນຕາມມາສຳລັບພວກເຂົາກໍຄືຄວາມຕາຍຂອງພວກເຂົາແມ່ນບໍ່ໄດ້ປາສະຈາກເຫດຜົນ. ຄວາມລົ້ມເຫຼວຂອງພວກເຂົາບໍ່ແມ່ນຍິ່ງບໍ່ທົນຕໍ່ກົດເກນແຫ່ງສະຫວັນບໍ? ຄວາມຈິງແມ່ນມາຈາກໂລກຂອງມະນຸດ, ແຕ່ພຣະຄຣິດຖ່າຍທອດຄວາມຈິງທ່າມກາງມະນຸດ. ຄວາມຈິງເລີ່ມຕົ້ນຈາກພຣະຄຣິດ ນັ້ນກໍຄື ຈາກພຣະເຈົ້າເອງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 474](https://lo.kingdomsalvation.org/recital-entry-into-life-474.html) - ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ ຫຼື ຍ້ອນຄວາມສຸກຊົ່ວຄາວ. ສຳລັບຄົນທີ່ບໍ່ໄດ້ຜ່ານການລິຮານຫຍັງເລີຍ, ພວກເຂົາເຊື່ອໃນພຣະເຈົ້າແມ່ນເພື່ອເຂົ້າສູ່ສະຫວັນ, ເພື່ອຮັບເອົາລາງວັນ. ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອຖືກເຮັດໃຫ້ສົມບູນ ຫຼື ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງພວກເຂົາ ຫຼື ເພື່ອເຮັດໃຫ້ໜ້າທີ່ຂອງພວກເຂົາສຳເລັດ. ມີໜ້ອຍຄັ້ງທີ່ຜູ້ຄົນເຊື່ອໃນພຣະເຈົ້າເພື່ອມີຊີວິດຢ່າງມີຄວາມໝາຍ ຫຼື ມີໜ້ອຍຄັ້ງທີ່ຈະມີຄົນທີ່ເຊື່ອວ່າ ຍ້ອນມະນຸດມີຊີວິດຢູ່ ເຂົາຈຶ່ງສົມຄວນຮັກພຣະເຈົ້າ ເພາະມັນແມ່ນເລື່ອງທໍາມະຊາດ ແລະ ເໝາະສົມທີ່ສຸດທີ່ຕ້ອງເຮັດແບບນັ້ນ ແລະ ມັນຄືວິຊາຊີບຕາມທຳມະຊາດຂອງມະນຸດ. ໃນລັກສະນະນີ້, ເຖິງແມ່ນວ່າ ແຕ່ລະຄົນຕ່າງສະແຫວງຫາເປົ້າໝາຍຂອງພວກເຂົາເອງ, ຈຸດມຸ່ງໝາຍຂອງການສະແຫວງຫາຂອງພວກເຂົາ ແລະ ແຮງຜັກດັນທີ່ຢູ່ເບື້ອງຫຼັງຂອງການສະແຫວງຫານັ້ນແມ່ນລ້ວນແລ້ວແຕ່ຄືກັນ ແລະ ຍິ່ງໄປກວ່ານັ້ນ ສຳລັບພວກເຂົາສ່ວນໃຫຍ່ແລ້ວ ຈຸດປະສົງຂອງການນະມັດສະການຂອງພວກເຂົາແມ່ນຄືກັນ. ຕະຫຼອດເວລາສອງສາມພັນປີທີ່ຜ່ານມາ, ຜູ້ເຊື່ອຫຼາຍຄົນໄດ້ຕາຍ ແລະ ຫຼາຍຄົນໄດ້ຕາຍ ແລະ ເກີດອີກຄັ້ງ. ບໍ່ແມ່ນພຽງແຕ່ໜຶ່ງ ຫຼື ສອງຄົນເທົ່ານັ້ນທີ່ສະແຫວງຫາພຣະເຈົ້າ ຫຼື ບໍ່ແມ່ນແຕ່ໜຶ່ງ ຫຼື ສອງພັນຄົນ, ເຖິງຢ່າງໃດກໍຕາມ ຄົນເຫຼົ່ານີ້ສ່ວນໃຫຍ່ແມ່ນສະແຫວງຫາເພື່ອເຫັນແກ່ຄວາມຄາດຫວັງຂອງພວກເຂົາເອງ ຫຼື ຄວາມຫວັງໃນອະນາຄົດທີ່ສະຫງ່າງາມຂອງພວກເຂົາ. ຄົນທີ່ອຸທິດຕໍ່ພຣະຄຣິດແມ່ນມີໜ້ອຍຫຼາຍ. ຜູ້ເຊື່ອຫຼາຍຄົນທີ່ເຫຼື້ອມໃສກໍຍັງຕາຍຍ້ອນຕິດດາງແຫຂອງພວກເຂົາເອງ ແລະ ຍິ່ງໄປກວ່ານັ້ນ ຈຳນວນຄົນທີ່ມີໄຊຊະນະແມ່ນມີໜ້ອຍຫຼາຍ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 462](https://lo.kingdomsalvation.org/recital-entry-into-life-462.html) - ໃນປັດຈຸບັນ ການຮຽກຮ້ອງໃຫ້ພວກເຈົ້າປະຕິບັດພາລະກິດຮ່ວມກັນຢ່າງປອງດອງແມ່ນຄ້າຍຄືກັບການຮັບໃຊ້ທີ່ພຣະເຢໂຮວາຮຽກຮ້ອງຈາກຊາວອິດສະຣາເອນ: ບໍ່ດັ່ງນັ້ນ ກໍໃຫ້ຢຸດການຮັບໃຊ້. ເພາະພວກເຈົ້າເປັນຄົນທີ່ຮັບໃຊ້ພຣະເຈົ້າໂດຍກົງ, ຢ່າງໜ້ອຍສຸດ ພວກເຈົ້າກໍຕ້ອງສາມາດຊື່ສັດ ແລະ ເຊື່ອຟັງໃນການຮັບໃຊ້ຂອງພວກເຈົ້າ ແລະ ຕ້ອງສາມາດຮຽນຮູ້ບົດຮຽນໃນທາງທີ່ເປັນຈິງ. ໂດຍສະເພາະຄົນທີ່ກຳລັງປະຕິບັດພາລະກິດໃນຄຣິສຕະຈັກ, ອ້າຍເອື້ຍນ້ອງທີ່ຢູ່ໃນລະດັບຕໍ່າກວ່າພວກເຈົ້າຈະກ້າລິຮານພວກເຈົ້າໄດ້ບໍ? ມີໃຜທີ່ກ້າບອກພວກເຈົ້າກ່ຽວກັບຄວາມຜິດພາດຂອງພວກເຈົ້າຕໍ່ໜ້າຕໍ່ຕາບໍ? ພວກເຈົ້າມີຕໍາແໜ່ງສູງກວ່າທຸກຄົນ, ພວກເຈົ້າປົກຄອງດັ່ງກະສັດ! ພວກເຈົ້າບໍ່ໄດ້ສຶກສາ ຫຼື ເຂົ້າສູ່ບົດຮຽນຕົວຈິງດັ່ງກ່າວ ແຕ່ພວກເຈົ້າກໍຍັງເວົ້າເຖິງການຮັບໃຊ້ພຣະເຈົ້າ! ໃນປັດຈຸບັນ ເຈົ້າຖືກຮຽກຮ້ອງໃຫ້ນໍາພາຄຣິສຕະຈັກຈຳນວນໜຶ່ງ ແລະ ບໍ່ພຽງແຕ່ເຈົ້າບໍ່ເສຍສະຫຼະຕົນເອງ, ເຈົ້າຍັງຍຶດຕິດກັບແນວຄິດ ແລະ ຄວາມຄິດເຫັນຂອງເຈົ້າເອງ, ເຈົ້າເວົ້າສິ່ງຕ່າງໆ ເຊັ່ນ: “ຂ້ານ້ອຍຄິດວ່າ ສິ່ງນີ້ຄວນເຮັດແບບນີ້, ເພາະວ່າພຣະເຈົ້າໄດ້ກ່າວວ່າ ພວກເຮົາບໍ່ຄວນໃຫ້ຄົນອື່ນຈໍາກັດ ແລະ ໃນປັດຈຸບັນນີ້ ພວກເຮົາບໍ່ຄວນເຊື່ອຟັງຢ່າງຫຼັບຫູຫຼັບຕາ”. ສະນັ້ນ ພວກເຈົ້າແຕ່ລະຄົນກໍເລີຍຍຶດໝັ້ນກັບຄວາມຄິດເຫັນຂອງຕົນເອງ ແລະ ບໍ່ມີໃຜເຊື່ອຟັງເຊິ່ງກັນແລະກັນເລີຍ. ເຖິງແມ່ນເຈົ້າຮູ້ຈັກຢ່າງຊັດເຈນວ່າ ການຮັບໃຊ້ຂອງເຈົ້າມາເຖິງທາງຕັນ, ເຈົ້າກໍຍັງເວົ້າວ່າ “ຕາມທີ່ຂ້າພະເຈົ້າເຫັນ, ຫົນທາງຂອງຂ້າພະເຈົ້າກໍບໍ່ໄດ້ໄກຈາກຄວາມເປັນຈິງ. ຢ່າງໃດກໍຕາມ ພວກເຮົາແຕ່ລະຝ່າຍກໍມີດ້ານຂອງໃຜລາວ: ທ່ານກໍເວົ້າກ່ຽວກັບການຮັບໃຊ້ຂອງທ່ານ ແລະ ຂ້າພະເຈົ້າກໍຈະເວົ້າກ່ຽວກັບການຮັບໃຊ້ຂອງຂ້າພະເຈົ້າ; ທ່ານສົນທະນາກ່ຽວກັບນິມິດຂອງທ່ານ ແລະ ຂ້າພະເຈົ້າກໍຈະເວົ້າກ່ຽວກັບທາງເຂົ້າຂອງຂ້າພະເຈົ້າ”. ເຈົ້າບໍ່ເຄີຍຮັບຜິດຊອບຕໍ່ຫຼາຍສິ່ງທີ່ຄວນຖືກປະຕິບັດ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 461](https://lo.kingdomsalvation.org/recital-entry-into-life-461.html) - ໃນປັດຈຸບັນນີ້ ຫຼາຍຄົນບໍ່ໃສ່ໃຈກັບບົດຮຽນທີ່ຄວນຮຽນຮູ້ໃນຂະນະທີ່ປະສານງານກັບຄົນອື່ນ. ເຮົາໄດ້ຄົ້ນພົບວ່າ ພວກເຈົ້າຫຼາຍຄົນບໍ່ສາມາດຮຽນຮູ້ບົດຮຽນໃດເລີຍໃນຂະນະທີ່ປະສານງານກັບຄົນອື່ນ; ພວກເຈົ້າສ່ວນໃຫຍ່ຍຶດຕິດກັບທັດສະນະຂອງພວກເຈົ້າເອງ. ເມື່ອປະຕິບັດພາລະກິດໃນຄຣິສຕະຈັກ, ເຈົ້າກໍເວົ້າສ່ວນຂອງເຈົ້າ ແລະ ຄົນອື່ນກໍເວົ້າສ່ວນຂອງພວກເຂົາ ແລະ ຜູ້ທີ່ບໍ່ໄດ້ມີການພົວພັນກັບຄົນອື່ນ; ເຈົ້າກໍບໍ່ຮ່ວມມືນໍາເລີຍ. ພວກເຈົ້າໝົກມຸ້ນກັບການສື່ສານເຖິງຄວາມເຂົ້າໃຈຂອງພວກເຈົ້າເອງເທົ່ານັ້ນ, ໝົກມຸ້ນກັບການປົດປ່ອຍ “ພາລະ” ທີ່ຢູ່ພາຍໃນພວກເຈົ້າໂດຍບໍ່ສະແຫວງຫາຊີວິດແມ່ນແຕ່ນ້ອຍເລີຍ. ເບິ່ງຄືກັບວ່າ ເຈົ້າພຽງແຕ່ເຮັດພາລະກິດພໍເປັນພິທີ, ໂດຍເຊື່ອຢູ່ສະເໝີວ່າ ເຈົ້າຄວນປະຕິບັດຕາມວິທີຂອງເຈົ້າເອງ ບໍ່ສົນໃຈວ່າຄົນອື່ນຈະເວົ້າຫຍັງ ຫຼື ເຮັດຫຍັງກໍຕາມ; ເຈົ້າຄິດວ່າເຈົ້າຄວນສົນທະນາຕາມທີ່ພຣະວິນຍານບໍລິສຸດນໍາພາເຈົ້າ ໂດຍບໍ່ຄຳນຶງເຖິງວ່າສະຖານະພາບຂອງຄົນອື່ນຈະເປັນແນວໃດ. ພວກເຈົ້າບໍ່ສາມາດຄົ້ນພົບຄວາມເຂັ້ມແຂງຂອງຄົນອື່ນໄດ້ ແລະ ບໍ່ສາມາດກວດສອບຕົນເອງໄດ້. ຄວາມເຂົ້າໃຈຂອງພວກເຈົ້າມີຄວາມບິດເບືອນຫຼາຍແທ້ໆ. ມັນສາມາດເວົ້າໄດ້ວ່າ ແມ່ນແຕ່ໃນປັດຈຸບັນ ພວກເຈົ້າກໍຍັງສະແດງຄວາມຄິດທີ່ວ່າຕົນເອງຊອບທຳຫຼາຍ ຄືກັບວ່າຄວາມເຈັບໄຂ້ໄດ້ກັບຄືນສູ່ສະພາບເດີມ. ພວກເຈົ້າບໍ່ສື່ສານກັນໃນທາງທີ່ຈະບັນລຸຄວາມເປີດເຜີຍຢ່າງສົມບູນ, ຍົກຕົວຢ່າງ: ພວກເຈົ້າໄດ້ບັນລຸຜົນຈາກພາລະກິດຫຍັງແດ່ໃນຄຣິສຕະຈັກໃດໜຶ່ງ ຫຼື ກ່ຽວກັບສະພາວະພາຍໃນຕົວພວກເຈົ້າໃນປັດຈຸບັນ ແລະ ອື່ນໆ; ພວກເຈົ້າບໍ່ເຄີຍສື່ສານກ່ຽວກັບສິ່ງນີ້ເລີຍ. ແທ້ຈິງແລ້ວ ພວກເຈົ້າບໍ່ມີການປະຕິບັດໃນການລົ້ມເລີກແນວຄິດຂອງພວກເຈົ້າ ຫຼື ກະບົດຕໍ່ຕົນເອງ. ຜູ້ນໍາ ແລະ ຜູ້ປະຕິບັດພາລະກິດພຽງແຕ່ຄິດເຖິງວິທີທີ່ຈະຮັກສາອ້າຍເອື້ອຍນ້ອງບໍ່ໃຫ້ເຮັດໃນສິ່ງທີ່ເປັນລົບ ແລະ ວິທີທີ່ຈະເຮັດໃຫ້ພວກເຂົາສາມາດຕິດຕາມຢ່າງຕັ້ງໜ້າ. ຢ່າງໃດກໍຕາມ, ພວກເຈົ້າທຸກຄົນຄິດວ່າພຽງຕິດຕາມຢ່າງຕັ້ງໜ້າກໍພຽງພໍ ແລະ ໂດຍພື້ນຖານແລ້ວ ພວກເຈົ້າບໍ່ເຂົ້າໃຈວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 443](https://lo.kingdomsalvation.org/recital-entry-into-life-443.html) - ປັດຈຸບັນພວກເຈົ້າຮູ້ສິ່ງທີ່ພວກເຈົ້າຕ້ອງມີບໍ? ດ້ານໜຶ່ງແມ່ນນິມິດກ່ຽວກັບພາລະກິດ ແລະ ອີກດ້ານໜຶ່ງແມ່ນການປະຕິບັດຂອງເຈົ້າ. ເຈົ້າຕ້ອງເຂົ້າໃຈທັງສອງດ້ານ. ຖ້າເຈົ້າບໍ່ມີນິມິດໃນການຄົ້ນຫາເພື່ອສ້າງຄວາມກ້າວໜ້າໃນຊີວິດ, ເຈົ້າກໍບໍ່ມີພື້ນຖານ. ຖ້າເຈົ້າມີພຽງເສັ້ນທາງປະຕິບັດເທົ່ານັ້ນ ແລະ ບໍ່ມີນິມິດແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດແຫ່ງແຜນການຄຸ້ມຄອງທັງໝົດ, ເຈົ້າກໍບໍ່ມີດີຫຍັງເລີຍ. ເຈົ້າຕ້ອງເຂົ້າໃຈຄວາມຈິງທາງດ້ານນິມິດ ແລະ ໃນສ່ວນຄວາມຈິງທາງດ້ານປະຕິບັດນັ້ນ, ເຈົ້າກໍຕ້ອງຊອກຫາເສັ້ນທາງປະຕິບັດທີ່ເໝາະສົມເມື່ອເຈົ້າເຂົ້າໃຈສິ່ງນັ້ນແລ້ວ; ເຈົ້າຕ້ອງປະຕິບັດຕາມພຣະທຳ ແລະ ເຂົ້າສູ່ຕາມເງື່ອນໄຂຂອງເຈົ້າ. ນິມິດຕ່າງໆຄືພື້ນຖານ ແລະ ຖ້າເຈົ້າບໍ່ໃສ່ໃຈກັບເລື່ອງນີ້, ເຈົ້າຈະບໍ່ສາມາດຕິດຕາມໄດ້ຈົນເຖິງທີ່ສຸດ. ເມື່ອເຈົ້າມີປະສົບການໃນລັກສະນະນີ້, ເຈົ້າກໍຈະທັງຫຼົງທາງ ຫຼື ລົ້ມລົງ ແລະ ລົ້ມເຫຼວ. ເຈົ້າຈະບໍ່ມີທາງປະສົບຜົນສຳເລັດໄດ້ເລີຍ! ຄົນທີ່ບໍ່ມີນິມິດອັນຍິ່ງໃຫຍ່ເປັນພື້ນຖານຂອງພວກເຂົາ ກໍຈະມີແຕ່ລົ້ມເຫຼວ ແລະ ບໍ່ປະສົບຜົນສຳເລັດ. ເຈົ້າບໍ່ສາມາດຕັ້ງໝັ້ນໄດ້! ເຈົ້າຮູ້ບໍວ່າການເຊື່ອໃນພຣະເຈົ້າແມ່ນຫຍັງ? ເຈົ້າຮູ້ບໍວ່າການຕິດຕາມພຣະເຈົ້າແມ່ນຫຍັງ? ຖ້າປາສະຈາກນິມິດແລ້ວ, ເຈົ້າຈະຍ່າງຕາມເສັ້ນທາງໃດ? ໃນພາລະກິດຂອງປັດຈຸບັນນີ້, ຖ້າເຈົ້າບໍ່ມີນິມິດ ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ເລີຍ. ແລ້ວເຈົ້າເຊື່ອໃຜ? ເປັນຫຍັງເຈົ້າຈິ່ງເຊື່ອໃນພຣະອົງ? ເປັນຫຍັງເຈົ້າຈິ່ງຕິດຕາມພຣະອົງ? ເຈົ້າເຫັນຄວາມເຊື່ອຂອງເຈົ້າເປັນເກມຊະນິດໜຶ່ງເທົ່ານັ້ນບໍ? ເຈົ້າຈັດການກັບຊີວິດຂອງເຈົ້າຄືກັບຂອງຫຼິ້ນບໍ? ພຣະເຈົ້າໃນມື້ນີ້ແມ່ນນິມິດທີ່ຍິ່ງໃຫຍ່ທີ່ສຸດ. ເຈົ້າຮູ້ກ່ຽວກັບພຣະອົງຫຼາຍປານໃດ? ເຈົ້າໄດ້ເຫັນພຣະອົງຫຼາຍປານໃດ? ເມື່ອໄດ້ເຫັນພຣະເຈົ້າແຫ່ງປັດຈຸບັນແລ້ວ ພື້ນຖານຂອງການເຊື່ອໃນພຣະເຈົ້າຂອງເຈົ້າໝັ້ນຄົງຢູ່ບໍ? ເຈົ້າຄິດວ່າ ຕາບໃດທີ່ເຈົ້າຕິດຕາມໃນເສັ້ນທາງທີ່ສັບສົນນີ້,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 428](https://lo.kingdomsalvation.org/recital-entry-into-life-428.html) - ຫຼາຍຄົນສາມາດເວົ້າກ່ຽວກັບການປະຕິບັດໄດ້ເລັກນ້ອຍ ແລະ ພວກເຂົາສາມາດເວົ້າກ່ຽວກັບຄວາມປະທັບໃຈສ່ວນຕົວຂອງພວກເຂົາ ແຕ່ສ່ວນຫຼາຍແມ່ນແສງສະຫວ່າງທີ່ໄດ້ຮັບຈາກຖ້ອຍຄໍາຂອງຄົນອື່ນ. ມັນບໍ່ໄດ້ລວມເອົາສິ່ງທີ່ມາຈາກການປະຕິບັດສ່ວນຕົວຂອງພວກເຂົາເລີຍ ທັງບໍ່ໄດ້ລວມເອົາສິ່ງທີ່ພວກເຂົາເຫັນຜ່ານປະສົບການຂອງພວກເຂົາ. ເຮົາໄດ້ວິເຄາະປະເດັນນີ້ຢ່າງລະອຽດມາກ່ອນແລ້ວ; ຢ່າຄິດວ່າເຮົາບໍ່ຮູ້ຫຍັງ. ເຈົ້າເປັນພຽງເສືອເຈ້ຍ ແຕ່ເຈົ້າເວົ້າເລື່ອງປາບປາມຊາຕານ, ເລື່ອງຄໍາພະຍານແຫ່ງໄຊຊະນະ ແລະ ເວົ້າເລື່ອງການດຳລົງຊີວິດຕາມພາບລັກຂອງພຣະເຈົ້າໄດ້ແນວໃດ? ທັງໝົດນີ້ໄຮ້ສາລະ! ເຈົ້າຄິດວ່າພຣະທໍາທັງໝົດທີ່ພຣະເຈົ້າກ່າວໃນທຸກມື້ນີ້ແມ່ນເພື່ອໃຫ້ເຈົ້າຊື່ນຊົມບໍ? ປາກຂອງເຈົ້າເວົ້າເລື່ອງການກະບົດຕໍ່ຕົວຕົນເກົ່າຂອງຕົວເອງ ແລະ ການປະຕິບັດຕາມຄວາມຈິງ ແຕ່ມືຂອງເຈົ້າກໍາລັງກະທໍາສິ່ງອື່ນ ແລະ ຈິດໃຈຂອງເຈົ້າກໍກໍາລັງຄິດແຜນການອື່ນຢູ່ ແລ້ວເຈົ້າເປັນຄົນປະເພດໃດ? ເປັນຫຍັງຈິດໃຈ ແລະ ມືຂອງເຈົ້າຈຶ່ງບໍ່ຄືກັນ ແລະ ເປັນອັນໜຶ່ງອັນດຽວກັນ? ການເທດສະໜາຫຼາຍຄັ້ງກາຍເປັນພຽງຄໍາເວົ້າທີ່ວ່າງເປົ່າ; ສິ່ງນີ້ບໍ່ໜ້າເສົ້າບໍ? ຖ້າເຈົ້າບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າ ມັນກໍສະແດງໃຫ້ເຫັນວ່າເຈົ້າຍັງບໍ່ທັນໄດ້ເຂົ້າສູ່ທາງທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ເຈົ້າຍັງບໍ່ທັນມີພາລະກິດຂອງພຣະວິນຍານບໍລິສຸດໃນໂຕເຈົ້າ ແລະ ເຈົ້າຍັງບໍ່ໄດ້ຮັບການນໍາທາງຈາກພຣະອົງເທື່ອ. ຖ້າເຈົ້າເວົ້າວ່າ ເຈົ້າສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າເທົ່ານັ້ນ ແຕ່ບໍ່ສາມາດປະຕິບັດຕາມ ເຈົ້າກໍເປັນຄົນທີ່ບໍ່ຮັກຄວາມຈິງ. ພຣະເຈົ້າບໍ່ໄດ້ສະເດັດມາເພື່ອຊ່ວຍຄົນປະເພດນີ້ໃຫ້ພົ້ນ. ພຣະເຢຊູທົນທຸກກັບຄວາມເຈັບປວດແສນສາຫັດ ເມື່ອພຣະອົງຖືກຄຶງເທິງໄມ້ກາງແຂນເພື່ອຊ່ວຍຄົນບາບ, ເພື່ອຊ່ວຍຄົນທຸກຍາກ ແລະ ເພື່ອຊ່ວຍທຸກຄົນທີ່ຖ່ອມຕົນໃຫ້ລອດພົ້ນ. ການຖືກຄຶງຂອງພຣະອົງເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບ. ຖ້າເຈົ້າບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າ ເຈົ້າກໍຄວນອອກໄປໃຫ້ໄວເທົ່າທີ່ຈະໄວໄດ້; ຢ່າຢູ່ລ້າໆໃນເຮືອນຂອງພຣະເຈົ້າ ຄືຄົນເອົາປຽບຄົນອື່ນ. ຫຼາຍຄົນເຖິງກັບເຫັນວ່າ ມັນເປັນເລື່ອງຍາກທີ່ຈະຢຸດກະທໍາສິ່ງທີ່ເຫັນຢ່າງຊັດເຈນວ່າເປັນການຕໍ່ຕ້ານພຣະເຈົ້າ. ບໍ່ແມ່ນພວກເຂົາຢາກຕາຍບໍ? ພວກເຂົາສາມາດເວົ້າເຖິງການເຂົ້າສູ່ອານາຈັກຂອງພຣະເຈົ້າໄດ້ຢ່າງໃດ? ພວກເຂົາຈະກ້າສູ້ໜ້າພຣະອົງບໍ? ເຈົ້າກິນອາຫານທີ່ພຣະອົງຈັດກຽມໃຫ້,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 313](https://lo.kingdomsalvation.org/recital-exposing-mankind-s-corruption-313.html) - ຖ້າຜູ້ຄົນສາມາດເຫັນຢ່າງແທ້ຈິງເຖິງເສັ້ນທາງທີ່ຖືກຕ້ອງກ່ຽວກັບຊີວິດມະນຸດ ພ້ອມທັງຈຸດປະສົງຂອງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າໄດ້ຢ່າງຊັດເຈນ, ພວກເຂົາກໍຈະບໍ່ຖືວ່າ ອະນາຄົດ ແລະ ໂຊກຊະຕາສ່ວນຕົວຂອງພວກເຂົາເປັນຊັບສົມບັດໃນຫົວໃຈຂອງພວກເຂົາ. ພວກເຂົາຈະບໍ່ສົນໃຈໃນການຮັບໃຊ້ພໍ່ແມ່ຂອງພວກເຂົາ ຜູ້ທີ່ຮ້າຍຍິ່ງກວ່າໝູ ແລະ ໝາຕໍ່ໄປອີກ. ອະນາຄົດ ແລະ ໂຊກຊະຕາຂອງມະນຸດ ແທ້ຈິງແລ້ວ ບໍ່ແມ່ນທີ່ເອີ້ນໃນປັດຈຸບັນວ່າ “ພໍ່ແມ່” ຂອງເປໂຕບໍ? ພວກເຂົາເປັນເໝືອນກັບເນື້ອໜັງ ແລະ ເລືອດຂອງມະນຸດ. ແລ້ວຈຸດໝາຍປາຍທາງ ແລະ ອະນາຄົດຂອງເນື້ອໜັງຈະເປັນແນວໃດ? ມັນຈະເປັນການເຫັນພຣະເຈົ້າໃນຂະນະທີ່ມີຊີວິດຢູ່ ຫຼື ຈະໃຫ້ວິນຍານພົບກັບພຣະເຈົ້າຫຼັງຈາກທີ່ຕາຍໄປແລ້ວ? ເນື້ອໜັງຈະຕົກລົງສູ່ເຕົາຫຼໍ່ໃຫຍ່ໃນມື້ອື່ນຢ່າງທຸກທໍລະມານບໍ ຫຼື ມັນຈະຖືກເຜົາໄໝ້ດ້ວຍແປວໄຟ? ບໍ່ແມ່ນຄຳຖາມແບບນີ້ກ່ຽວຂ້ອງກັບເນື້ອໜັງຂອງມະນຸດທີ່ຈະອົດທົນຕໍ່ຄວາມໂຊກຮ້າຍ ຫຼື ທົນທຸກກັບຂ່າວໃຫຍ່ທີ່ສຸດເຊິ່ງໃຜກໍຕາມທີ່ຢູ່ໃນກະແສປັດຈຸບັນນີ້ທີ່ມີສະໝອງ ແລະ ແນວຄິດເປັນປົກກະຕິໃສ່ໃຈຫຼາຍທີ່ສຸດບໍ? (ໃນນີ້, ຄວາມທຸກທໍລະມານໝາຍເຖິງການໄດ້ຮັບພອນ; ໝາຍຄວາມວ່າ ການທົດລອງໃນອະນາຄົດຄືຜົນປະໂຫຍດສຳລັບຈຸດໝາຍປາຍທາງຂອງມະນຸດ. ຄວາມໂຊກຮ້າຍໝາຍເຖິງການບໍ່ສາມາດຍຶດໝັ້ນ ຫຼື ທີ່ເຮັດໃຫ້ເຂົ້າໃຈຜິດ ຫຼື ໝາຍຄວາມວ່າ ຄົນໜຶ່ງຈະພົບກັບສະຖານະການທີ່ໂຊກຮ້າຍ ແລະ ສູນເສຍຊີວິດຂອງຕົນເອງໃນທ່າມກາງໄພພິບັດ ແລະ ບໍ່ມີຈຸດໝາຍປາຍທາງທີ່ເໝາະສົມສຳລັບວິນຍານຂອງບຸກຄົນດັ່ງກ່າວ). ເຖິງແມ່ນວ່າມະນຸດມີເຫດຜົນທີ່ຖືກຕ້ອງ ແຕ່ບາງເທື່ອສິ່ງທີ່ພວກເຂົາຄິດທັງໝົດກໍບໍ່ສອດຄ່ອງກັບເຫດຜົນທີ່ພວກເຂົາຄວນມີ. ນີ້ກໍເພາະວ່າ ແທ້ຈິງແລ້ວ ພວກເຂົາທຸກຄົນຂ້ອນຂ້າງສັບສົນ ແລະ ປະຕິບັດຕາມສິ່ງຕ່າງໆຢ່າງຕາບອດ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 277](https://lo.kingdomsalvation.org/recital-mysteries-about-the-bible-277.html) - ຖ້ອຍຄຳ ແລະ ພາລະກິດຂອງພຣະເຢຊູໃນເວລານັ້ນບໍ່ໄດ້ຍຶດຖືຕາມທິດສະດີ ແລະ ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງພຣະອົງຕາມພາລະກິດແຫ່ງກົດບັນຍັດຂອງພຣະສັນຍາເດີມ. ມັນຖືກປະຕິບັດອີງຕາມພາລະກິດທີ່ຄວນປະຕິບັດໃນຍຸກແຫ່ງພຣະຄຸນ. ພຣະອົງປະຕິບັດອີງຕາມພາລະກິດທີ່ພຣະອົງໄດ້ນໍາມາ, ຕາມແຜນການຂອງພຣະອົງເອງ ແລະ ຕາມພັນທະກິດຂອງພຣະອົງ; ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມກົດບັນຍັດຂອງພຣະສັນຍາເດີມ. ບໍ່ມີຫຍັງທີ່ພຣະອົງເຮັດທີ່ອີງຕາມກົດບັນຍັດແຫ່ງພຣະສັນຍາເດີມ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດພາລະກິດໃຫ້ສຳເລັດຕາມຄຳເວົ້າຂອງຜູ້ປະກາດພຣະທຳ. ແນ່ນອນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າບໍ່ແມ່ນປະຕິບັດເພື່ອສຳເລັດຕາມການທໍານາຍຂອງຜູ້ປະກາດພຣະທຳໃນຍຸກບູຮານ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດຕາມຄຳສັ່ງສອນ ຫຼື ພະຍາຍາມເຂົ້າໃຈຄໍາພະຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ. ແຕ່ການກະທຳຂອງພຣະອົງກໍບໍ່ໄດ້ທຳລາຍການພະຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ ຫຼື ພວກມັນບໍ່ໄດ້ລົບກວນພາລະກິດທີ່ພຣະອົງໄດ້ປະຕິບັດກ່ອນໜ້ານັ້ນ. ຈຸດສຳຄັນຂອງພາລະກິດຂອງພຣະອົງບໍ່ແມ່ນການປະຕິບັດຕາມຄຳສັ່ງສອນຢ່າງໃດຢ່າງໜຶ່ງ ແຕ່ເປັນການປະຕິບັດພາລະກິດທີ່ພຣະອົງເອງຄວນປະຕິບັດ. ພຣະອົງບໍ່ແມ່ນຜູ້ປະກາດພຣະທຳ ຫຼື ຜູ້ຮູ້ເຫດການລ່ວງໜ້າ, ແຕ່ເປັນຜູ້ປະຕິບັດ ຜູ້ທີ່ມາເພື່ອປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດແທ້ໆ ແລະ ພຣະອົງມາເພື່ອເລີ່ມຍຸກໃໝ່ຂອງພຣະອົງ ແລະ ປະຕິບັດພາລະກິດໃໝ່ຂອງພຣະອົງ. ແນ່ນອນ ເມື່ອພຣະເຢຊູມາເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍໄດ້ເຮັດໃຫ້ຄຳເວົ້າຫຼາຍຂໍ້ທີ່ຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມນັ້ນສຳເລັດລົງເຊັ່ນກັນ ພາລະກິດຂອງປັດຈຸບັນໄດ້ເຮັດໃຫ້ການທຳນາຍຂອງຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມສຳເລັດລົງເຊັ່ນກັນ. ມັນເປັນພຽງແຕ່ວ່າ ເຮົາບໍ່ໄດ້ຍຶດຖືຕາມ “ຈະນະນຸກົມເກົ່າໆ” ນັ້ນ, ມັນກໍເທົ່ານັ້ນເອງ. ຍ້ອນມີພາລະກິດຫຼາຍຢ່າງອີກທີ່ເຮົາຕ້ອງປະຕິບັດ, ມີພຣະທຳຫຼາຍຂໍ້ອີກທີ່ເຮົາຕ້ອງເວົ້າກັບພວກເຈົ້າ ແລະ ພາລະກິດນີ້ ແລະ ພຣະທຳເຫຼົ່ານີ້ມີຄວາມສຳຄັນຫຼາຍກວ່າການອະທິບາຍຂໍ້ຄວາມຈາກພຣະຄຳພີ, ເພາະພາລະກິດດັ່ງກ່າວບໍ່ມີຄວາມໝາຍ ຫຼື ຄຸນຄ່າທີ່ຍິ່ງໃຫຍ່ສຳລັບພວກເຈົ້າ ແລະ ບໍ່ສາມາດຊ່ວຍພວກເຈົ້າ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 276](https://lo.kingdomsalvation.org/recital-mysteries-about-the-bible-276.html) - ໃນປັດຈຸບັນ ຜູ້ໃດໃນບັນດາພວກເຈົ້າທີ່ກ້າເວົ້າວ່າ ຄຳເວົ້າທຸກຂໍ້ທີ່ກ່າວໂດຍຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ແມ່ນມາຈາກພຣະວິນຍານບໍລິສຸດ? ມີໃຜກ້າເວົ້າສິ່ງດັ່ງກ່າວບໍ? ຖ້າເຈົ້າເວົ້າສິ່ງດັ່ງກ່າວ, ແລ້ວເປັນຫຍັງໜັງສືແຫ່ງການທຳນາຍຂອງເອຊະຣາຈຶ່ງຖືກປະຖິ້ມ ແລະ ເປັນຫຍັງສິ່ງດຽວກັນຈຶ່ງເກີດຂຶ້ນກັບໜັງສືຂອງໄພ່ພົນ ແລະ ຜູ້ປະກາດພຣະທຳໃນຍຸກບູຮານ? ຖ້າພວກເຂົາລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງພວກເຈົ້າຈຶ່ງກ້າທີ່ຕັດສິນໃຈຕາມຄວາມຮູ້ສຶກແບບນັ້ນ? ເຈົ້າມີຄຸນສົມບັດທີ່ຈະເລືອກພາລະກິດຂອງພຣະວິນຍານບໍລິສຸດບໍ? ມີຫຼາຍເລື່ອງລາວຈາກອິດສະຣາເອນທີ່ຖືກປະຖິ້ມເຊັ່ນກັນ. ແລ້ວຖ້າເຈົ້າເຊື່ອວ່າບົດຂຽນເຫຼົ່ານີ້ທີ່ຢູ່ໃນອະດີດລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງໜັງສືບາງເຫຼັ້ມຈຶ່ງຖືກປະຖິ້ມ? ຖ້າໜັງສືທຸກເຫຼັ້ມລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ພວກມັນກໍຄວນຖືກຮັກສາໄວ້ໝົດ ແລະ ຖືກສົ່ງໄປໃຫ້ອ້າຍເອື້ອຍນ້ອງທີ່ຢູ່ໃນຄຣິສຕະຈັກອ່ານ. ພວກມັນບໍ່ຄວນຖືກເລືອກ ຫຼື ປະຖິ້ມຕາມຄວາມປະສົງຂອງມະນຸດ; ມັນຄືສິ່ງທີ່ຜິດໃນການເຮັດແບບນັ້ນ. ການເວົ້າວ່າປະສົບການຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມເຂົ້າໃຈສ່ວນຕົວຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ປະສົບການ ແລະ ຄວາມຮູ້ຂອງພວກເຂົາມາຈາກຊາຕານ, ພຽງແຕ່ວ່າພວກເຂົາມີສິ່ງທີ່ມາຈາກປະສົບການ ແລະ ຄວາມເຂົ້າໃຈສ່ວນຕົວຂອງພວກເຂົາ. ຄວາມຮູ້ຂອງພວກເຂົາແມ່ນອີງຕາມເບື້ອງຫຼັງຂອງປະສົບການຕົວຈິງຂອງພວກເຂົາໃນເວລານັ້ນ ແລະ ຜູ້ໃດສາມາດເວົ້າຢ່າງໝັ້ນໃຈວ່າທຸກສິ່ງແມ່ນມາຈາກພຣະວິນຍານບໍລິສຸດ? ຖ້າພຣະກິດຕິຄຸນທັງສີ່ລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງມັດທາຍ, ມາລະໂກ, ລູກາ ແລະ ໂຢຮັນຈຶ່ງເວົ້າບາງສິ່ງທີ່ແຕກຕ່າງກັນກ່ຽວກັບພາລະກິດຂອງພຣະເຢຊູ? ຖ້າພວກເຈົ້າບໍ່ເຊື່ອສິ່ງນີ້, ແລ້ວໃຫ້ເບິ່ງເລື່ອງລາວໃນພຣະຄຳພີທີ່ກ່ຽວກັບວິທີທີ່ເປໂຕປະຕິເສດພຣະຜູ້ເປັນເຈົ້າທັງສາມຄັ້ງ: ໜັງສືທຸກເຫຼັ້ມແມ່ນແຕກຕ່າງກັນໝົດ ແລະ ພວກມັນແຕ່ລະເຫຼັ້ມກໍມີລັກສະນະຂອງພວກເຂົາເອງ. ຫຼາຍຄົນທີ່ບໍ່ມີຄວາມຮູ້ເວົ້າວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດກໍຍັງເປັນມະນຸດເຊັ່ນກັນ ແລ້ວພຣະທຳທີ່ພຣະອົງກ່າວຈະສາມາດມາຈາກພຣະວິນຍານບໍລິສຸດທັງໝົດໄດ້ບໍ? ຖ້າຄຳເວົ້າຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມປະສົງຂອງມະນຸດ, ແລ້ວພຣະທຳທີ່ພຣະອົງກ່າວຈະບໍ່ປະປົນກັບຄວາມປະສົງຂອງມະນຸດແທ້ບໍ?” ຜູ້ຄົນທີ່ເວົ້າສິ່ງດັ່ງກ່າວແມ່ນຕາບອດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 223](https://lo.kingdomsalvation.org/recital-knowing-God-s-work-223.html) - ຢູ່ໃນໂລກ, ແຜນດິນໄຫວແມ່ນການເລີ່ມຕົ້ນຂອງໄພພິບັດ. ກ່ອນອື່ນໝົດ, ເຮົາໄດ້ເຮັດໃຫ້ໂລກ ເຊິ່ງກໍຄືແຜ່ນດິນໂລກ ມີການປ່ຽນແປງ ແລະ ຫຼັງຈາກນັ້ນໂລກລະບາດ ແລະ ຄວາມອຶດຢາກກໍມາເຖິງ. ນີ້ແມ່ນແຜນການຂອງເຮົາ ແລະ ສິ່ງເຫຼົ່ານີ້ແມ່ນຂັ້ນຕອນຂອງເຮົາ ແລະ ເຮົາຈະເຮັດໃຫ້ທຸກສິ່ງຮັບໃຊ້ເຮົາເພື່ອເຮັດໃຫ້ແຜນການຄຸ້ມຄອງຂອງເຮົາສຳເລັດໄປ. ສະນັ້ນ, ໂລກຈັກກະວານທັງໝົດຈະຖືກທຳລາຍ ເຖິງແມ່ນວ່າຈະປາສະຈາກການແຊກແຊງໂດຍກົງຂອງເຮົາ. ເມື່ອເຮົາກາຍເປັນເນື້ອໜັງໃນຄັ້ງທຳອິດ ແລະ ຖືກຄຶງໃສ່ໄມ້ກາງແຂນ, ແຜ່ນດິນໂລກສັ່ນສະເທືອນຢ່າງແຮງ, ມັນຈະເປັນແບບດຽວກັນເມື່ອວາລະສຸດທ້າຍມາເຖິງ. ແຜນດິນໄຫວຈະເລີ່ມຕົ້ນຂຶ້ນທັນທີເມື່ອເຮົາເຂົ້າສູ່ໂລກຝ່າຍວິນຍານຈາກເນື້ອໜັງ. ສະນັ້ນ, ລູກຊາຍກົກຈະບໍ່ທົນທຸກຈາກໄພພິບັດຢ່າງແນ່ນອນ, ໃນຂະນະທີ່ບັນດາຜູ້ທີ່ບໍ່ແມ່ນລູກຊາຍກົກຈະຖືກປະໄວ້ໃຫ້ທົນທຸກຢູ່ທ່າມກາງໄພພິບັດ. ເພາະສະນັ້ນ, ຈາກທັດສະນະຂອງມະນຸດ, ທຸກຄົນເຕັມໃຈທີ່ຈະເປັນລູກຊາຍກົກ. ໃນຄວາມສັງຫອນໃຈຂອງຜູ້ຄົນ, ນີ້ບໍ່ແມ່ນສຳລັບການຊື່ນຊົມພອນ, ແຕ່ເພື່ອໃຫ້ພົ້ນຈາກຄວາມທຸກທໍລະມານຈາກໄພພິບັດ. ນີ້ແມ່ນກົນອຸບາຍຂອງມັງກອນແດງຜູ້ຍິ່ງໃຫຍ່. ແນວໃດກໍຕາມ, ເຮົາຈະບໍ່ປ່ອຍໃຫ້ມັນໜີໄປ; ເຮົາຈະເຮັດໃຫ້ມັນທົນທຸກທໍລະມານຈາກການລົງໂທດຢ່າງຮຸນແຮງຂອງເຮົາ ແລະ ຫຼັງຈາກນັ້ນກໍລຸກຂຶ້ນ ແລະ ໃຫ້ບໍລິການແກ່ເຮົາ (ນີ້ໝາຍເຖິງການເຮັດໃຫ້ລູກຊາຍຂອງເຮົາ ແລະ ຄົນຂອງເຮົາສົມບູນແບບ), ເຮັດໃຫ້ມັນຖືກຫຼອກລວງໂດຍກົນອຸບາຍຂອງມັນເອງຕະຫຼອດໄປ, ຮັບການພິພາກສາຂອງເຮົາຕະຫຼອດໄປ ແລະ ຖືກເຮົາເຜົາໄໝ້ຕະຫຼອດໄປ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການເຮັດໃຫ້ຜູ້ໃຫ້ບໍລິການສັນລະເສີນເຮົາ (ນັ້ນກໍຄື ການໃຊ້ພວກເຂົາເພື່ອເປີດເຜີຍພະລັງອັນຍິ່ງໃຫຍ່ຂອງເຮົາ). ເຮົາຈະບໍ່ອະນຸຍາດໃຫ້ມັງກອນແດງຜູ້ຍິ່ງໃຫຍ່ລັກເຂົ້າອານາຈັກຂອງເຮົາ ຫຼື ເຮົາຈະບໍ່ໃຫ້ສິດມັນເພື່ອສັນລະເສີນເຮົາ! (ຍ້ອນວ່າມັນບໍ່ຄູ່ຄວນ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 209](https://lo.kingdomsalvation.org/recital-knowing-God-s-work-209.html) - ເສັ້ນທາງແຫ່ງປັດຈຸບັນບໍ່ງ່າຍທີ່ຈະຍ່າງເລີຍ. ມັນສາມາດເວົ້າໄດ້ວ່າ ມັນຍາກທີ່ຈະຍ່າງຕາມ ແລະ ຫາຍາກທີ່ສຸດຈາກຍຸກຕ່າງໆ. ເຖິງຢ່າງໃດກໍຕາມ, ແມ່ນໃຜຈະຄິດວ່າ ພຽງເນື້ອໜັງຂອງມະນຸດເທົ່ານັ້ນກໍຈະພຽງພໍທີ່ຈະທຳລາຍເຂົາໄດ້? ແນ່ນອນ ພາລະກິດໃນປັດຈຸບັນແມ່ນລໍ້າຄ່າເໝືອນດັ່ງຝົນໃນລະດູໃບໄມ້ປົ່ງ ແລະ ມີຄ່າເໝືອນດັ່ງຄວາມເມດຕາທີ່ພຣະເຈົ້າມີຕໍ່ມະນຸດ. ເຖິງຢ່າງໃດກໍຕາມ, ຖ້າມະນຸດບໍ່ຮູ້ຈັກຈຸດປະສົງຂອງພາລະກິດປັດຈຸບັນຂອງພຣະເຈົ້າ ຫຼື ເຂົ້າໃຈເຖິງທາດແທ້ຂອງມະນຸດຊາດ ແລ້ວຈະເວົ້າເຖິງຄວາມລໍ້າຄ່າ ແລະ ການມີຄ່າຂອງມັນໄດ້ແນວໃດ? ເນື້ອໜັງບໍ່ໄດ້ເປັນຂອງມະນຸດເອງ, ສະນັ້ນບໍ່ມີໃຜສາມາດເຫັນໄດ້ຢ່າງແຈ່ມແຈ້ງວ່າ ຈຸດໝາຍປາຍທາງຂອງຕົນຈະຢູ່ໃສກັນແທ້. ແຕ່ຢ່າງໃດກໍຕາມ, ເຈົ້າຄວນຮູ້ດີວ່າ ພຣະຜູ້ເປັນເຈົ້າແຫ່ງການຊົງສ້າງຈະສົ່ງຄືນມະນຸດຊາດທີ່ຖືກສ້າງຂຶ້ນ ໃຫ້ຢູ່ຕໍ່າແໜ່ງເດີມຂອງພວກເຂົາ ແລະ ຟື້ນຟູລັກສະນະດັ້ງເດີມຂອງພວກເຂົາຈາກເວລາແຫ່ງການຊົງສ້າງພວກເຂົາ. ພຣະອົງຈະຖອນເອົາລົມຫາຍໃຈທີ່ພຣະອົງມອບໃຫ້ມະນຸດນັ້ນກັບຄືນທັງໝົດ ແລະ ເອົາກະດູກ ແລະ ເນື້ອໜັງຂອງເຂົາຄືນ ແລະ ສົ່ງທຸກສິ່ງຄືນໃຫ້ພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ. ພຣະອົງຈະປ່ຽນແປງ ແລະ ສ້າງມະນຸດຊາດຄືນໃໝ່ທັງໝົດ ແລະ ເອົາມໍລະດົກທັງໝົດຈາກມະນຸດຄືນ ເຊິ່ງບໍ່ໄດ້ເປັນຂອງມະນຸດຊາດ ແຕ່ເປັນຂອງພຣະເຈົ້າ ແລະ ພຣະອົງຈະບໍ່ມອບໃຫ້ມະນຸດຊາດອີກ. ນີ້ກໍຍ້ອນວ່າ ບໍ່ມີສິ່ງໃດເປັນຂອງມະນຸດຊາດມາແຕ່ດັ່ງເດີມ. ພຣະອົງຈະເອົາທຸກສິ່ງຄືນ, ນີ້ບໍ່ແມ່ນເປັນການປຸ້ນແບບບໍ່ຍຸຕິທຳ, ແຕ່ໝາຍເຖິງການຟື້ນຟູສະຫວັນ ແລະ ແຜ່ນດິນໂລກສູ່ສະພາວະດັ່ງເດີມຂອງພວກມັນ ແລະ ເພື່ອປະຕິຮູບ ແລະ ສ້າງມະນຸດຂຶ້ນໃໝ່.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 165](https://lo.kingdomsalvation.org/recital-knowing-God-s-work-165.html) - ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າປະຕິບັດຕາມກະແສໜຶ່ງດຽວກັນ ແລະ ສະນັ້ນ ໃນແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ, ແຕ່ລະຂັ້ນຕອນແມ່ນຕິດຕໍ່ກັນຢ່າງໃກ້ຊິດ, ຈາກການສ້າງໂລກຈົນມາເຖິງປັດຈຸບັນ. ຖ້າບໍ່ມີໃຜປູຫົນທາງ, ແລ້ວກໍຈະບໍ່ມີໃຜຕາມມາ; ຍ້ອນມີຄົນຕາມມາ, ຈຶ່ງມີຄົນປູເສັ້ນທາງ. ໃນວິທີນີ້ ພາລະກິດຈຶ່ງຖືກສົ່ງຜ່ານຕໍ່ແຕ່ລະຂັ້ນຕອນ. ຂັ້ນຕອນໜຶ່ງຕາມຫຼັງອີກຂັ້ນຕອນໜຶ່ງ ແລະ ຫາກບໍ່ມີໃຜເປີດຫົນທາງ ມັນກໍເປັນໄປບໍ່ໄດ້ທີ່ຈະເລີ່ມຕົ້ນພາລະກິດ ແລະ ພຣະເຈົ້າກໍຈະບໍ່ມີທາງດໍາເນີນພາລະກິດຂອງພຣະອົງໄປຂ້າງໜ້າໄດ້. ບໍ່ມີຂັ້ນຕອນໃດຂັດຂວາງຂັ້ນຕອນໃດ ແລະ ແຕ່ລະຂັ້ນຕອນກໍຕາມມາດ້ວຍອີກຂັ້ນຕອນໜຶ່ງເພື່ອກໍ່ສ້າງເປັນກະແສ; ສິ່ງນີ້ແມ່ນລ້ວນແລ້ວແຕ່ຖືກປະຕິບັດໂດຍພຣະວິນຍານອົງດຽວ. ແຕ່ບໍ່ວ່າບຸກຄົນໃດຈະເປີດຫົນທາງ ຫຼື ປະຕິບັດພາລະກິດໃດກໍຕາມ, ສິ່ງນີ້ບໍ່ໄດ້ກຳນົດຕົວຕົນຂອງພວກເຂົາ. ແລ້ວສິ່ງນີ້ບໍ່ຖືກຕ້ອງບໍ? ໂຢຮັນເປີດຫົນທາງ ແລະ ພຣະເຢຊູເປັນຜູ້ສືບຕໍ່ພາລະກິດຂອງເພິ່ນ, ແລ້ວສິ່ງນີ້ພິສູດວ່າຕົວຕົນຂອງພຣະເຢຊູແມ່ນຕໍ່າຕ້ອຍກວ່າຕົວຕົນຂອງໂຢຮັນບໍ? ພຣະເຢໂຮວາປະຕິບັດພາລະກິດຂອງພຣະອົງກ່ອນພຣະເຢຊູ, ແລ້ວເຈົ້າສາມາດເວົ້າໄດ້ບໍວ່າ ພຣະເຢໂຮວາຍິ່ງໃຫຍ່ກວ່າພຣະເຢຊູ? ບໍ່ວ່າພວກເຂົາປູທາງ ຫຼື ສືບຕໍ່ພາລະກິດຂອງຄົນອື່ນກໍຕາມ ບໍ່ແມ່ນເລື່ອງສຳຄັນ; ສິ່ງທີ່ສຳຄັນທີ່ສຸດແມ່ນແກ່ນແທ້ໃນພາລະກິດຂອງພວກເຂົາ ແລະ ຕົວຕົນທີ່ມັນເປັນຕົວແທນໃຫ້. ສິ່ງນີ້ບໍ່ຖືກຕ້ອງບໍ? ຍ້ອນພຣະເຈົ້າເຈດຕະນາປະຕິບັດພາລະກິດທ່າມກາງມະນຸດ, ພຣະອົງຈຶ່ງຕ້ອງຍົກຄົນທີ່ສາມາດປະຕິບັດພາລະກິດແຫ່ງການປູທາງຂຶ້ນ. ເມື່ອໂຢຮັນຫາກໍ່ເລີ່ມເທດສະໜາ, ເພິ່ນກໍໄດ້ກ່າວວ່າ: “ເຈົ້າຈົ່ງຈັດກຽມຫົນທາງຂອງພຣະຜູ້ເປັນເຈົ້າ, ຈົ່ງເຮັດໃຫ້ເສັ້ນທາງຂອງພຣະອົງຊື່ໄປ”. “ພວກເຈົ້າຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ”. ເພິ່ນເວົ້າແບບນັ້ນຕັ້ງແຕ່ຕອນເລີ່ມຕົ້ນ ແລ້ວເປັນຫຍັງເພິ່ນຈຶ່ງສາມາດເວົ້າຄຳເວົ້າເຫຼົ່ານີ້? ໃນເລື່ອງລຳດັບຂອງການເວົ້າຄຳເວົ້າເຫຼົ່ານັ້ນອອກມາ, ໂຢຮັນເປັນຜູ້ກ່າວຂ່າວປະເສີດແຫ່ງອານາຈັກສະຫວັນກ່ອນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 164](https://lo.kingdomsalvation.org/recital-knowing-God-s-work-164.html) - ຖ້ອຍຄຳ ແລະ ພາລະກິດຂອງພຣະເຢຊູໃນເວລານັ້ນບໍ່ໄດ້ຍຶດຖືຕາມທິດສະດີ ແລະ ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງພຣະອົງຕາມພາລະກິດແຫ່ງກົດບັນຍັດຂອງພຣະສັນຍາເດີມ. ມັນຖືກປະຕິບັດອີງຕາມພາລະກິດທີ່ຄວນປະຕິບັດໃນຍຸກແຫ່ງພຣະຄຸນ. ພຣະອົງປະຕິບັດອີງຕາມພາລະກິດທີ່ພຣະອົງໄດ້ນໍາມາ, ຕາມແຜນການຂອງພຣະອົງເອງ ແລະ ຕາມພັນທະກິດຂອງພຣະອົງ; ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມກົດບັນຍັດຂອງພຣະສັນຍາເດີມ. ບໍ່ມີຫຍັງທີ່ພຣະອົງເຮັດທີ່ອີງຕາມກົດບັນຍັດແຫ່ງພຣະສັນຍາເດີມ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດພາລະກິດໃຫ້ສຳເລັດຕາມຄຳເວົ້າຂອງຜູ້ປະກາດພຣະທຳ. ແນ່ນອນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າບໍ່ແມ່ນປະຕິບັດເພື່ອສຳເລັດຕາມການທໍານາຍຂອງຜູ້ປະກາດພຣະທຳໃນຍຸກບູຮານ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດຕາມຄຳສັ່ງສອນ ຫຼື ພະຍາຍາມເຂົ້າໃຈຄໍາພະຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ. ແຕ່ການກະທຳຂອງພຣະອົງກໍບໍ່ໄດ້ທຳລາຍການພະຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ ຫຼື ພວກມັນບໍ່ໄດ້ລົບກວນພາລະກິດທີ່ພຣະອົງໄດ້ປະຕິບັດກ່ອນໜ້ານັ້ນ. ຈຸດສຳຄັນຂອງພາລະກິດຂອງພຣະອົງບໍ່ແມ່ນການປະຕິບັດຕາມຄຳສັ່ງສອນຢ່າງໃດຢ່າງໜຶ່ງ ແຕ່ເປັນການປະຕິບັດພາລະກິດທີ່ພຣະອົງເອງຄວນປະຕິບັດ. ພຣະອົງບໍ່ແມ່ນຜູ້ປະກາດພຣະທຳ ຫຼື ຜູ້ຮູ້ເຫດການລ່ວງໜ້າ, ແຕ່ເປັນຜູ້ປະຕິບັດ ຜູ້ທີ່ມາເພື່ອປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດແທ້ໆ ແລະ ພຣະອົງມາເພື່ອເລີ່ມຍຸກໃໝ່ຂອງພຣະອົງ ແລະ ປະຕິບັດພາລະກິດໃໝ່ຂອງພຣະອົງ. ແນ່ນອນ ເມື່ອພຣະເຢຊູມາເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍໄດ້ເຮັດໃຫ້ຄຳເວົ້າຫຼາຍຂໍ້ທີ່ຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມນັ້ນສຳເລັດລົງເຊັ່ນກັນ ພາລະກິດຂອງປັດຈຸບັນໄດ້ເຮັດໃຫ້ການທຳນາຍຂອງຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມສຳເລັດລົງເຊັ່ນກັນ. ມັນເປັນພຽງແຕ່ວ່າ ເຮົາບໍ່ໄດ້ຍຶດຖືຕາມ “ຈະນະນຸກົມເກົ່າໆ” ນັ້ນ, ມັນກໍເທົ່ານັ້ນເອງ. ຍ້ອນມີພາລະກິດຫຼາຍຢ່າງອີກທີ່ເຮົາຕ້ອງປະຕິບັດ, ມີພຣະທຳຫຼາຍຂໍ້ອີກທີ່ເຮົາຕ້ອງເວົ້າກັບພວກເຈົ້າ ແລະ ພາລະກິດນີ້ ແລະ ພຣະທຳເຫຼົ່ານີ້ມີຄວາມສຳຄັນຫຼາຍກວ່າການອະທິບາຍຂໍ້ຄວາມຈາກພຣະຄຳພີ, ເພາະພາລະກິດດັ່ງກ່າວບໍ່ມີຄວາມໝາຍ ຫຼື ຄຸນຄ່າທີ່ຍິ່ງໃຫຍ່ສຳລັບພວກເຈົ້າ ແລະ ບໍ່ສາມາດຊ່ວຍພວກເຈົ້າ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 163](https://lo.kingdomsalvation.org/recital-knowing-God-s-work-163.html) - ເອຊາຢາ, ເອເຊກຽນ, ໂມເຊ, ເດວິດ, ອັບຣາຮາມ ແລະ ດານີເອນແມ່ນຜູ້ນໍາ ຫຼື ຜູ້ປະກາດພຣະທຳທີ່ຢູ່ທ່າມກາງປະຊາຊົນອິດສະຣາເອນເຊິ່ງເປັນຄົນທີ່ຖືກເລືອກ. ເປັນຫຍັງພວກເຂົາຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ເປັນຫຍັງພຣະວິນຍານບໍລິສຸດຈຶ່ງບໍ່ເປັນພະຍານໃຫ້ກັບພວກເຂົາ? ເປັນຫຍັງພຣະວິນຍານບໍລິສຸດຈຶ່ງເປັນພະຍານໃຫ້ກັບພຣະເຢຊູທັນທີທີ່ພຣະອົງເລີ່ມຕົ້ນພາລະກິດຂອງພຣະອົງ ແລະ ເລີ່ມຕົ້ນກ່າວພຣະທຳຂອງພຣະອົງ? ແລ້ວເປັນຫຍັງພຣະວິນຍານບໍລິສຸດຈຶ່ງບໍ່ເປັນພະຍານໃຫ້ກັບຄົນອື່ນໆ? ພວກເຂົາ ເຊິ່ງເປັນມະນຸດທີ່ມາຈາກເນື້ອໜັງ ແມ່ນລ້ວນແລ້ວແຕ່ຖືກເອີ້ນວ່າ “ພຣະຜູ້ເປັນເຈົ້າ”. ບໍ່ວ່າພວກເຂົາຈະຖືກເອີ້ນວ່າແນວໃດກໍຕາມ, ພາລະກິດຂອງພວກເຂົາເປັນຕົວແທນໃຫ້ກັບການເປັນຢູ່ ແລະ ແກ່ນແທ້ຂອງພວກເຂົາ ແລະ ການເປັນຢູ່ ແລະ ແກ່ນແທ້ຂອງພວກເຂົາກໍເປັນຕົວແທນໃຫ້ກັບຕົວຕົນຂອງພວກເຂົາ. ແກ່ນແທ້ຂອງພວກເຂົາບໍ່ໄດ້ກ່ຽວຂ້ອງກັບຕໍາແໜ່ງຂອງພວກເຂົາ; ມັນເປັນຕົວແທນໃຫ້ກັບສິ່ງທີ່ພວກເຂົາສະແດງອອກມາ ແລະ ສິ່ງທີ່ພວກເຂົາດຳລົງຊີວິດຕາມ. ໃນພຣະສັນຍາເດີມ, ການຖືກເອີ້ນວ່າ ພຣະຜູ້ເປັນເຈົ້າ ແມ່ນຖືວ່າທໍາມະດາ ແລະ ບຸກຄົນອາດຖືກເອີ້ນໃນວິທີໃດກໍໄດ້, ແຕ່ແກ່ນແທ້ ແລະ ຕົວຕົນຕາມທຳມະຊາດຂອງເຂົາປ່ຽນແປງບໍ່ໄດ້. ໃນບັນດາພຣະຄຣິດປອມ, ຜູ້ປະກາດພຣະທຳປອມ ແລະ ຜູ້ຫຼອກລວງ, ບໍ່ໄດ້ມີຄົນທີ່ຖືກເອີ້ນວ່າ “ພຣະເຈົ້າ” ເຊັ່ນກັນບໍ? ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ແມ່ນພຣະເຈົ້າ? ເພາະພວກເຂົາບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ. ພວກເຂົາເປັນມະນຸດໂດຍຕົ້ນກຳເນີດ, ຜູ້ຫຼອກລວງຜູ້ຄົນ, ບໍ່ແມ່ນພຣະເຈົ້າ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ມີຕົວຕົນຂອງພຣະເຈົ້າ.
- [ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ](https://lo.kingdomsalvation.org/concerning-appellations-and-identity-audio.html) - ຖ້າເຈົ້າປາຖະໜາທີ່ຈະເໝາະສົມສຳລັບການຖືກໃຊ້ໂດຍພຣະເຈົ້າ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງຮູ້ຈັກພາລະກິດທີ່ພຣະອົງໄດ້ປະຕິບັດກ່ອນໜ້ານີ້ (ໃນພຣະສັນຍາໃໝ່ ແລະ ເດີມ), ແລະ ຍິ່ງໄປກວ່ານັ້ນ ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະອົງໃນປັດຈຸບັນ; ນັ້ນໝາຍຄວາມວ່າ ເຈົ້າຕ້ອງຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າທີ່ປະຕິບັດມາຫຼາຍກວ່າ 6.000 ປີ. ຖ້າເຈົ້າຖືກຮ້ອງຂໍໃຫ້ເຜີຍແຜ່ຂ່າວປະເສີດ, ແລ້ວເຈົ້າກໍຈະບໍ່ສາມາດເຮັດໄດ້ ຫາກບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ບາງຄົນອາດຖາມເຈົ້າກ່ຽວກັບສິ່ງທີ່ພຣະເຈົ້າຂອງພວກເຈົ້າໄດ້ເວົ້າໄວ້ກ່ຽວກັບພຣະຄຳພີ, ພຣະສັນຍາເດີມ ແລະ ພາລະກິດ ແລະ ພຣະທຳຂອງພຣະເຢຊູໃນເວລານັ້ນ. ຖ້າເຈົ້າບໍ່ສາມາດເວົ້າເຖິງເລື່ອງລາວເບື້ອງຫຼັງຂອງພຣະຄຳພີ, ແລ້ວພວກເຂົາກໍຈະບໍ່ເຊື່ອ. ໃນເວລານັ້ນ, ພຣະເຢຊູເວົ້າຫຼາຍຢ່າງກັບສາວົກຂອງພຣະອົງກ່ຽວກັບພຣະສັນຍາເດີມ. ທຸກສິ່ງທີ່ພວກເຂົາອ່ານແມ່ນມາຈາກພຣະສັນຍາເດີມ; ພຣະສັນຍາໃໝ່ພຽງແຕ່ຫາກໍ່ຂຽນຂຶ້ນສອງສາມທົດສະວັດຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ເພື່ອເຜີຍແຜ່ຂ່າວປະເສີດ, ພວກເຈົ້າຄວນເຂົ້າໃຈຄວາມຈິງສ່ວນໃນຂອງພຣະຄຳພີເປັນຫຼັກ ແລະ ພາລະກິດຂອງພຣະເຈົ້າທີ່ຢູ່ໃນອິດສະຣາເອນ ເຊິ່ງນັ້ນກໍຄືພາລະກິດທີ່ພຣະເຢໂຮວາໄດ້ປະຕິບັດ ແລະ ພວກເຈົ້າກໍຕ້ອງເຂົ້າໃຈເຖິງພາລະກິດທີ່ພຣະເຢຊູປະຕິບັດເຊັ່ນກັນ. ສິ່ງເຫຼົ່ານີ້ແມ່ນບັນຫາທີ່ທຸກຄົນເປັນຫ່ວງທີ່ສຸດ ແລະ ເລື່ອງລາວເບື້ອງຫຼັງຂອງສາມຂັ້ນຕອນຂອງພາລະກິດຄືສິ່ງທີ່ພວກເຂົາບໍ່ເຄີຍໄດ້ຍິນ. ເມື່ອເຜີຍແຜ່ຂ່າວປະເສີດ, ກ່ອນອື່ນ ໃຫ້ປະວາງການເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ. ຂັ້ນຕອນນີ້ຂອງພາລະກິດແມ່ນຢູ່ນອກເໜືອການຢັ່ງເຖິງຂອງພວກເຂົາ, ເພາະສິ່ງທີ່ພວກເຂົາສະແຫວງຫາແມ່ນສິ່ງທີ່ສູງສົ່ງທີ່ສຸດໃນບັນດາສິ່ງທັງປວງ: ຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ມີຫຍັງທີ່ສູງສົ່ງໄປກວ່າສອງສິ່ງເຫຼົ່ານີ້. ຖ້າພວກເຈົ້າເວົ້າກ່ຽວກັບສິ່ງທີ່ສູງສົ່ງກ່ອນ, ມັນກໍຈະຫຼາຍເກີນໄປສຳລັບພວກເຂົາ ຍ້ອນບໍ່ມີຜູ້ໃດໄດ້ຜະເຊີນກັບພາລະກິດດັ່ງກ່າວຂອງພຣະວິນຍານບໍລິສຸດ; ມັນບໍ່ເຄີຍມີມາກ່ອນ ແລະ ມັນບໍ່ໄດ້ງ່າຍສຳລັບມະນຸດທີ່ຈະຍອມຮັບໄດ້. ປະສົບການຂອງພວກເຂົາແມ່ນສິ່ງເດີມໆຈາກອະດີດ
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 16](https://lo.kingdomsalvation.org/the-sixteenth-utterance-audio.html) - ມີຫຼາຍຢ່າງທີ່ເຮົາປາດຖະໜາຢາກເວົ້າກັບມະນຸດ, ມີຫຼາຍສິ່ງທີ່ເຮົາຕ້ອງບອກເຂົາ. ແຕ່ມະນຸດແມ່ນຍັງຂາດເຂີນຫຼາຍດ້ານຄວາມສາມາດໃນການຍອມຮັບ; ມະນຸດເຂົາບໍ່ສາມາດເຂົ້າໃຈພຣະທໍາຂອງເຮົາທັງໝົດຕາມທີ່ເຮົາໄດ້ສະໜອງໃຫ້ ແລະ ພຽງແຕ່ເຂົ້າໃຈດ້ານດຽວເທົ່ານັ້ນ ໂດຍທີ່ຍັງຂາດຄວາມຮູ້ໃນດ້ານອື່ນໆ. ເຖິງຢ່າງນັ້ນກໍຕາມ ເຮົາກໍບໍ່ໄດ້ເຮັດໃຫ້ມະນຸດຕາຍ ຍ້ອນຄວາມບໍ່ມີພະລັງຂອງເຂົາ ຫຼື ເຮົາບໍ່ເສຍໃຈກັບຄວາມອ່ອນແອຂອງເຂົາ. ເຮົາພຽງແຕ່ປະຕິບັດພາລະກິດຂອງເຮົາ ແລະ ກ່າວຄືດັ່ງທີ່ເຄີຍກ່າວມາ ເຖິງແມ່ນວ່າ ມະນຸດຈະບໍ່ເຂົ້າໃຈເຈດຕະນາຂອງເຮົາເລີຍ; ເມື່ອມື້ນັ້ນມາເຖິງ ຜູ້ຄົນຈະຮູ້ຈັກເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ຈະຈື່ຈໍາເຮົາໃນຄວາມຄິດຂອງພວກເຂົາ. ເວລາທີ່ເຮົາຈາກແຜ່ນດິນໂລກໄປຈະເປັນເວລາອັນແນ່ນອນທີ່ເຮົາຂຶ້ນຄອງບັນລັງໃນຫົວໃຈຂອງມະນຸດ ເຊິ່ງໝາຍຄວາມວ່າ ມັນຈະເປັນເວລາທີ່ມະນຸດທຸກຄົນຮູ້ຈັກເຮົາ. ມັນຈະເປັນເວລາທີ່ບຸດຊາຍ ແລະ ປະຊາຊົນຂອງເຮົາປົກຄອງແຜ່ນດິນໂລກຄືກັນ. ຜູ້ທີ່ຮູ້ຈັກເຮົາຈະກາຍເປັນເສົາຫຼັກຂອງອານາຈັກຂອງເຮົາຢ່າງແນ່ນອນ ແລະ ບໍ່ມີໃຜ ນອກຈາກພວກເຂົາ ທີ່ຈະມີຄຸນສົມບັດປົກຄອງ ແລະ ກໍາອໍານາດໃນອານາຈັກຂອງເຮົາ. ທຸກຄົນທີ່ຮູ້ຈັກເຮົາແມ່ນມີຄວາມເປັນຢູ່ຂອງເຮົາ ແລະ ສາມາດດໍາລົງຢູ່ກັບເຮົາໃນທ່າມກາງມະນຸດທຸກຄົນ. ເຮົາບໍ່ສົນໃຈວ່າ ມະນຸດຈະຮູ້ຈັກເຮົາຮອດຂອບເຂດໃດ: ບໍ່ມີໃຜສາມາດຂັດຂວາງພາລະກິດຂອງເຮົາໃນທາງໃດທາງໜຶ່ງ ແລະ ມະນຸດບໍ່ສາມາດຖວາຍການຊ່ວຍເຫຼືອໃຫ້ເຮົາ ແລະ ບໍ່ສາມາດເຮັດຫຍັງໃຫ້ເຮົາ. ມະນຸດສາມາດປະຕິບັດຕາມການນໍາພາຂອງເຮົາຈາກແສງສະຫວ່າງຂອງເຮົາເທົ່ານັ້ນ ແລະ ສະແຫວງຫາຄວາມປະສົງຂອງເຮົາໃນແສງສະຫວ່າງນີ້. ໃນປັດຈຸບັນນີ້ ຜູ້ຄົນໄດ້ມີຄຸນສົມບັດ ແລະ ເຊື່ອວ່າ ພວກເຂົາສາມາດຍ່າງວາງທ່າຢູ່ຕໍ່ໜ້າເຮົາ ແລະ ຫົວຂວັນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 513](https://lo.kingdomsalvation.org/recital-entry-into-life-513.html) - ໃນຂະນະທີ່ກຳລັງປະສົບກັບການທົດລອງ, ມັນເປັນເລື່ອງປົກກະຕິທີ່ຜູ້ຄົນຈະອ່ອນແອ ຫຼື ມີຄວາມຄິດລົບຢູ່ພາຍໃນຕົວພວກເຂົາ ຫຼື ຂາດຄວາມຊັດເຈນກ່ຽວກັບເຈດຕະນາຂອງພຣະເຈົ້າ ຫຼື ເສັ້ນທາງໃນການປະຕິບັດຂອງພວກເຂົາ. ແຕ່ໃນກໍລະນີໃດກໍຕາມ, ເຈົ້າຕ້ອງມີຄວາມເຊື່ອໃນພາລະກິດຂອງພຣະເຈົ້າ ແລະ ບໍ່ປະຕິເສດພຣະເຈົ້າ ຄືກັນກັບໂຢບ. ເຖິງແມ່ນວ່າ ໂຢບອ່ອນແອ ແລະ ໄດ້ສາບແຊ່ງມື້ເກີດຂອງເພິ່ນເອງ, ເພິ່ນກໍບໍ່ໄດ້ປະຕິເສດວ່າ ທຸກສິ່ງໃນຊີວິດຂອງມະນຸດແມ່ນຖືກປະທານໃຫ້ໂດຍພຣະເຢໂຮວາ ແລະ ພຣະເຢໂຮວາຍັງເປັນຜູ້ທີ່ນໍາທຸກສິ່ງໄປຈາກເພິ່ນ. ບໍ່ວ່າເພິ່ນຈະຖືກທົດສອບຢ່າງໃດກໍຕາມ, ເພິ່ນກໍຮັກສາຄວາມເຊື່ອນີ້. ໃນປະສົບການຂອງເຈົ້າ, ບໍ່ວ່າເຈົ້າປະສົບກັບການຫຼໍ່ຫຼອມແບບໃດກໍຕາມຜ່ານພຣະທຳຂອງພຣະເຈົ້າ, ເວົ້າສັ້ນໆກໍຄືສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດແມ່ນຄວາມເຊື່ອຂອງພວກເຂົາ ແລະ ຫົວໃຈທີ່ຮັກພຣະເຈົ້າຂອງພວກເຂົາ. ສິ່ງທີ່ພຣະອົງໄດ້ເຮັດໃຫ້ສົມບູນໂດຍການປະຕິບັດພາລະກິດໃນລັກສະນະນີ້ແມ່ນຄວາມເຊື່ອ, ຄວາມຮັກ ແລະ ຄວາມເດັດດ່ຽວຂອງຜູ້ຄົນ. ພຣະເຈົ້າປະຕິບັດພາລະກິດແຫ່ງຄວາມສົມບູນໃນຜູ້ຄົນ ແລະ ພວກເຂົາບໍ່ສາມາດເຫັນມັນໄດ້, ບໍ່ສາມາດສຳຜັດມັນໄດ້; ພາຍໃນສະຖານະການດັ່ງກ່າວ, ຄວາມເຊື່ອຂອງເຈົ້າກໍຈຳເປັນ. ຄວາມເຊື່ອຂອງຜູ້ຄົນຈຳເປັນຕ້ອງມີ ເມື່ອບາງສິ່ງບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ແລະ ຄວາມເຊື່ອຂອງເຈົ້າຈໍາເປັນຕ້ອງມີ ເມື່ອເຈົ້າບໍ່ສາມາດປະຖິ້ມແນວຄິດຂອງເຈົ້າເອງໄດ້. ເມື່ອເຈົ້າບໍ່ມີຄວາມຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າ, ສິ່ງທີ່ຈຳເປັນສຳລັບເຈົ້າກໍຄືການມີຄວາມເຊື່ອ ແລະ ຍຶດໝັ້ນ ແລະ ຢືນຢ່າງໜັກແໜ້ນໃນຄໍາພະຍານຂອງເຈົ້າ. ເມື່ອໂຢບໄປເຖິງຈຸດນີ້, ພຣະເຈົ້າກໍປາກົດກັບເພິ່ນ ແລະ ກ່າວຕໍ່ເພິ່ນ. ນັ້ນກໍຄື ຈາກພາຍໃນຄວາມເຊື່ອຂອງເຈົ້າເທົ່ານັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 512](https://lo.kingdomsalvation.org/recital-entry-into-life-512.html) - ຕອນນີ້ ເຈົ້າຄວນສະແຫວງຫາຫຍັງ? ບໍ່ວ່າເຈົ້າຈະສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດເປັນພະຍານ ແລະ ການສຳແດງອອກຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າເໝາະສົມທີ່ຈະຖືກພຣະອົງໃຊ້ ຫຼື ບໍ່, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນສະແຫວງຫາ. ພຣະເຈົ້າໄດ້ກະທຳພາລະກິດຫຼາຍສໍ່າໃດແທ້ໃນຕົວເຈົ້າ? ເຈົ້າໄດ້ເຫັນຫຼາຍສໍ່າໃດ, ເຈົ້າໄດ້ເຂົ້າໃຈຫຼາຍສໍ່າໃດ? ເຈົ້າໄດ້ຜະເຊີນ ແລະ ຊີມລົດຊາດຫຼາຍສໍ່າໃດ? ບໍ່ວ່າພຣະເຈົ້າໄດ້ທົດສອບເຈົ້າ, ລິຮານເຈົ້າ ຫຼື ລົງວິໄນເຈົ້າ ຫຼື ບໍ່, ການກະທຳຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນຕົວເຈົ້າ, ແຕ່ໃນຖານະທີ່ເປັນຜູ້ເຊື່ອໃນພຣະເຈົ້າ ແລະ ເປັນຄົນທີ່ເຕັມໃຈສະແຫວງຫາເພື່ອຖືກພຣະອົງເຮັດໃຫ້ສົມບູນ, ເຈົ້າສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບົນພື້ນຖານປະສົບການຕົວຈິງຂອງເຈົ້າບໍ? ເຈົ້າສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າຜ່ານປະສົບການຕົວຈິງຂອງເຈົ້າບໍ? ເຈົ້າສາມາດສະໜອງໃຫ້ກັບຄົນອື່ນໆຜ່ານປະສົບການຕົວຈິງຂອງເຈົ້າເອງ ແລະ ເສຍສະຫຼະຊີວິດທັງໝົດຂອງເຈົ້າເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ບໍ? ເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເພິ່ງພາປະສົບການຂອງເຈົ້າ, ຄວາມຮູ້ ແລະ ລາຄາທີ່ເຈົ້າໄດ້ຈ່າຍ. ມີພຽງແຕ່ແບບນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດປະຕິບັດຕາມເຈດຕະນາຂອງພຣະອົງໄດ້. ເຈົ້າເປັນຄົນທີ່ເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບໍ? ເຈົ້າມີຄວາມເດັດດຽວນີ້ບໍ? ຖ້າເຈົ້າສາມາດເປັນພະຍານໃຫ້ແກ່ນາມຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ຄືໃຫ້ແກ່ພາລະກິດຂອງພຣະອົງ ແລະ ຖ້າເຈົ້າສາມາດດຳລົງຊີວິດຕາມລັກສະນະທີ່ພຣະອົງຮຽກຮ້ອງຈາກຄົນຂອງພຣະອົງ, ແລ້ວເຈົ້າກໍເປັນພະຍານໃຫ້ກັບພຣະເຈົ້າ. ເຈົ້າເປັນພະຍານໃຫ້ກັບພຣະເຈົ້າແນວໃດແທ້?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 511](https://lo.kingdomsalvation.org/recital-entry-into-life-511.html) - ຖ້າເຈົ້າເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍຕ້ອງອ່ອນນ້ອມຕໍ່ພຣະເຈົ້າ, ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຕິບັດໜ້າທີ່ທັງໝົດຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງເຂົ້າໃຈສິ່ງຕ່າງໆທີ່ເຈົ້າຄວນຜະເຊີນ. ຖ້າເຈົ້າພຽງແຕ່ຜະເຊີນກັບການຖືກລິຮານ, ການຖືກລົງວິໄນ ແລະ ການຖືກພິພາກສາ, ຖ້າເຈົ້າພຽງແຕ່ມີຄວາມສຸກກັບພຣະເຈົ້າ, ແຕ່ຍັງບໍ່ສາມາດຮູ້ສຶກເຖິງເວລາທີ່ພຣະເຈົ້າກຳລັງລົງວິໄນເຈົ້າ ຫຼື ລິຮານກັບເຈົ້າ, ສິ່ງນີ້ເປັນເລື່ອງທີ່ຮັບບໍ່ໄດ້. ບາງເທື່ອໃນຕົວຢ່າງຂອງການຫຼໍ່ຫຼອມແບບນີ້ ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ, ແຕ່ນີ້ກໍຍັງບໍ່ພຽງພໍ; ເຈົ້າຍັງຕ້ອງກ້າວໄປຂ້າງໜ້າ. ບົດຮຽນກ່ຽວກັບການຮັກພຣະເຈົ້າບໍ່ເຄີຍສິ້ນສຸດ ແລະ ບໍ່ມີຈຸດຈົບຈັກເທື່ອ. ຜູ້ຄົນເຫັນວ່າ ການເຊື່ອພຣະເຈົ້າເປັນສິ່ງທີ່ງ່າຍດາຍຫຼາຍ, ແຕ່ທັນທີທີ່ພວກເຂົາໄດ້ຮັບປະສົບການຕົວຈິງບາງຢ່າງ, ແລ້ວພວກເຂົາຈະເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຕາມທີ່ຜູ້ຄົນຈິນຕະນາການ. ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຫຼໍ່ຫຼອມມະນຸດ, ມະນຸດກໍຈະທົນທຸກ. ຍິ່ງການຫຼໍ່ຫຼອມຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາຍິ່ງຈະມີຫົວໃຈທີ່ຮັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວພວກເຂົາຫຼາຍສໍ່ານັ້ນ. ໃນທາງກົງກັນຂ້າມ ຍິ່ງບຸກຄົນໃດໜຶ່ງໄດ້ຮັບການຫຼໍ່ຫຼອມໜ້ອຍສໍ່າໃດ, ພວກເຂົາຍິ່ງຈະມີຫົວໃຈທີ່ຮັກພຣະເຈົ້າໜ້ອຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວເຂົາໜ້ອຍສໍ່ານັ້ນ. ຍິ່ງການຫຼໍ່ຫຼອມ ແລະ ຄວາມເຈັບປວດຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງຄວາມທໍລະມານທີ່ພວກເຂົາຜະເຊີນມີຫຼາຍສໍ່າໃດ, ຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າຈະຍິ່ງເຕີບໃຫຍ່ຫຼາຍສໍ່ານັ້ນ, ຄວາມເຊື່ອຂອງເຂົາທີ່ມີໃນພຣະເຈົ້າກໍແທ້ຈິງຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຍິ່ງເລິກເຊິ່ງຫຼາຍຂຶ້ນ. ໃນປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ຄົນທີ່ທົນທຸກຢ່າງໃຫ່ຍຫຼວງໃນຂະນະທີ່ພວກເຂົາຖືກຫຼໍ່ຫຼອມ, ຄົນທີ່ຖືກລິຮານ ແລະ ຖືກລົງວິໄນຫຼາຍຢ່າງ, ແມ່ນຄວາມຮັກຂອງພວກເຂົາຈະເລິກເຊິ່ງຕໍ່ພຣະເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 449](https://lo.kingdomsalvation.org/recital-entry-into-life-449.html) - ຜູ້ທີ່ໂງ່ຈ້າ ແລະ ຈອງຫອງບໍ່ພຽງແຕ່ບໍ່ພະຍາຍາມສຸດຄວາມສາມາດຂອງຕົນ ຫຼື ປະຕິບັດຕາມໜ້າທີ່ຂອງຕົນ, ແຕ່ພວກເຂົາຍັງແບມືຂໍຄວາມກະລຸນາ ຄືກັບວ່າ ສິ່ງທີ່ພວກເຂົາຂໍເປັນສິ່ງທີ່ພວກເຂົາສົມຄວນໄດ້ຮັບ. ຖ້າພວກເຂົາບໍ່ໄດ້ຮັບສິ່ງທີ່ພວກເຂົາຂໍ, ພວກເຂົາກໍຈະກາຍເປັນຄົນທີ່ບໍ່ຊື່ສັດຫຼາຍກວ່າເກົ່າ. ມະນຸດເຫຼົ່ານີ້ຈະຖືວ່າ ເປັນຄົນມີເຫດຜົນໄດ້ແນວໃດ? ພວກເຈົ້າມີຄວາມສາມາດຕໍ່າ ແລະ ໄຮ້ເຫດຜົນທີ່ສຸດ ໂດຍທີ່ບໍ່ສາມາດສໍາເລັດໜ້າທີ່ ທີ່ຕົນເອງຄວນສໍາເລັດໃນລະຫວ່າງການດໍາເນີນພາລະກິດຂອງການຄຸ້ມຄອງນັ້ນໄດ້. ຄຸນຄ່າຂອງພວກເຈົ້າໄດ້ຕົກຕໍ່າລົງຢ່າງໄວ. ການທີ່ພວກເຈົ້າບໍ່ສາມາດຕອບແທນເຮົາສຳລັບການສະແດງຄວາມເມດຕາຕໍ່ພວກເຈົ້າ ນັ້ນຖືວ່າ ເປັນການຕໍ່ຕ້ານຢ່າງໃຫຍ່ຫຼວງ ເຊິ່ງພຽງພໍທີ່ຈະປະນາມພວກເຈົ້າ ແລະ ສະແດງເຖິງຄວາມບໍ່ກ້າຫານ, ຄວາມບໍ່ມີປັນຍາ, ຄວາມຕໍ່າຊາມ ແລະ ຄວາມໄຮ້ຄຸນຄ່າ. ແມ່ນຫຍັງໃຫ້ສິດພວກເຈົ້າຍື່ນມືຂອງພວກເຈົ້າອອກ? ການທີ່ພວກເຈົ້າບໍ່ສາມາດເປັນຜູ້ຊ່ວຍພາລະກິດຂອງເຮົາແມ່ນແຕ່ໜ້ອຍດຽວ, ການທີ່ບໍ່ສາມາດຈົງຮັກພັກດີ ແລະ ການທີ່ບໍ່ສາມາດຢືນເປັນພະຍານໃຫ້ກັບເຮົາໄດ້ ແມ່ນການກະທໍາຜິດ ແລະ ຄວາມລົ້ມເຫຼວຂອງພວກເຈົ້າ ແຕ່ພວກເຈົ້າພັດໂຈມຕີເຮົາ, ໃສ່ຮ້າຍປ້າຍສີເຮົາ ແລະ ຈົ່ມວ່າເຮົາບໍ່ຊອບທໍາ. ນີ້ບໍຄືຄວາມຊື່ສັດຂອງພວກເຈົ້າ? ນີ້ບໍຄືຄວາມຮັກຂອງພວກເຈົ້າ? ນອກຈາກສິ່ງນີ້ແລ້ວ ພວກເຈົ້າສາມາດເຮັດພາລະກິດຫຍັງໄດ້ແດ່? ພວກເຈົ້າໄດ້ປະກອບສ່ວນຫຍັງແດ່ເຂົ້າໃນພາລະກິດທີ່ໄດ້ເຮັດໄປທັງໝົດ? ພວກເຈົ້າໄດ້ເສຍສະຫຼະຫຼາຍປານໃດ? ເຮົາໄດ້ສະແດງຄວາມອົດທົນຫຼາຍແລ້ວ ໂດຍທີ່ເຮົາບໍ່ໄດ້ຕໍານິພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຈົ້າຍັງມີຂໍ້ແກ້ຕົວກັບເຮົາຢ່າງໜ້າບໍ່ອາຍ ແລະ ຈົ່ມວ່າໃຫ້ເຮົາຢ່າງລັບໆ. ພວກເຈົ້າມີຄວາມເປັນມະນຸດແມ່ນແຕ່ໜ້ອຍຢູ່ບໍ? ເຖິງແມ່ນວ່າ ໜ້າທີ່ຂອງມະນຸດຈະມີຮອຍດາງຈາກຈິດໃຈ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 448](https://lo.kingdomsalvation.org/recital-entry-into-life-448.html) - ໃນຄວາມເປັນຈິງແລ້ວ ການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາຄືການບັນລຸຜົນສໍາເລັດໃນທຸກສິ່ງທີ່ມີຢູ່ພາຍໃນມະນຸດ, ນັ້ນກໍຄື ສິ່ງທີ່ເປັນໄປໄດ້ສໍາລັບມະນຸດ. ຫລັງຈາກນັ້ນ ໜ້າທີ່ຂອງເຂົາກໍຈະສໍາເລັດ. ຂໍ້ບົກຜ່ອງຂອງມະນຸດໃນຊ່ວງການຮັບໃຊ້ຂອງເຂົາກໍຄ່ອຍໆຫຼຸດລົງ ໂດຍຜ່ານປະສົບການຢ່າງຕໍ່ເນື່ອງ ແລະ ຜ່ານຂະບວນການຂອງການພິພາກສາຂອງພວກເຂົາ; ສິ່ງເຫຼົ່ານັ້ນຈະບໍ່ຂັດຂວາງ ຫຼື ສົ່ງຜົນກະທົບຕໍ່ໜ້າທີ່ຂອງມະນຸດ. ຜູ້ທີ່ຢຸດໃນການຮັບໃຊ້ ຫຼື ຍອມແພ້ ແລະ ທໍ້ຖອຍ ຍ້ອນຢ້ານກົວຂໍ້ບົກຜ່ອງທີ່ອາດຈະເກີດຂຶ້ນໃນການຮັບໃຊ້ຂອງພວກເຂົາ ຄືຄົນທີ່ຂີ້ຢ້ານທີ່ສຸດໃນບັນດາມະນຸດ. ຖ້າມະນຸດບໍ່ສາມາດສະແດງອອກສິ່ງທີ່ພວກເຂົາຄວນສະແດງອອກໃນຊ່ວງການຮັບໃຊ້ ຫຼື ບັນລຸຜົນສໍາເລັດໃນສິ່ງທີ່ເປັນໄປໄດ້ໃນຕົວສໍາລັບພວກເຂົາ ແຕ່ກົງກັນຂ້າມພັດພາກັນເຮັດຢ່າງບໍ່ຕັ້ງໃຈ, ພວກເຂົາໄດ້ເສຍໜ້າທີ່ ທີ່ສິ່ງມີຊີວິດທີ່ຖືກສ້າງຂຶ້ນຄວນມີ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າ “ຄົນທໍາມະດາ”; ພວກເຂົາແມ່ນຂີ້ເຫຍື້ອທີ່ບໍ່ມີປະໂຫຍດ. ຜູ້ຄົນດັ່ງກ່າວນີ້ຈະຖືກເອີ້ນຢ່າງຖືກຕ້ອງວ່າ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ພວກເຂົາບໍ່ແມ່ນສິ່ງມີຊີວິດທີ່ເສື່ອມຊາມທີ່ເປັ່ງແສງທາງພາຍນອກ ແຕ່ທາງໃນເນົ່າເໝັນບໍ? ຖ້າມະນຸດເອີ້ນຕົນເອງວ່າ ພຣະເຈົ້າ ແຕ່ບໍ່ສາມາດສະແດງອອກເຖິງຄວາມເປັນພຣະເຈົ້າໄດ້, ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ ຫຼື ເປັນຕົວແທນພຣະເຈົ້າໄດ້, ຄົນນັ້ນບໍ່ແມ່ນພຣະເຈົ້າຢ່າງບໍ່ຕ້ອງສົງໄສເລີຍ ເພາະວ່າ ເຂົາບໍ່ມີທາດແທ້ຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າສາມາດບັນລຸຜົນໄດ້ໂດຍທໍາມະຊາດ ແມ່ນບໍ່ມີຢູ່ພາຍໃນຕົວເຂົາ. ຖ້າມະນຸດສູນເສຍສິ່ງທີ່ຕົນເອງສາມາດໄດ້ຮັບໂດຍທໍາມະຊາດ ກໍຈະບໍ່ສາມາດຖືວ່າ ເຂົາເປັນມະນຸດ ແລະ ເຂົາບໍ່ມີຄຸນຄ່າທີ່ຈະຢືນຢູ່ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ຫຼື ມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ຖືກເບິ່ງແຍງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 116](https://lo.kingdomsalvation.org/recital-the-incarnation-116.html) - ການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າບໍ່ໄດ້ປະຕິບັດໂດຍໃຊ້ວິທີການຂອງພຣະວິນຍານ ແລະ ຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໃນລັກສະນະຂອງພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ຮູບຮ່າງພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້ໄດ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງ, ເຊັ່ນດຽວກັນ ບໍ່ມີຜູ້ໃດສາມາດເຂົ້າໃກ້ກ້ອນເມກຂອງພຣະເຢໂຮວາໄດ້. ມີພຽງການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ, ນັ້ນກໍຄື ມີພຽງແຕ່ການເອົາພຣະທຳຂອງພຣະອົງສະຖິດເຂົ້າໃນຮ່າງກາຍຂອງມະນຸດທີ່ພຣະອົງບັງເກີດເຂົ້າສູ່ເທົ່ານັ້ນ ພຣະອົງຈຶ່ງຈະສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ແລ້ວເມື່ອນັ້ນ ມະນຸດຈຶ່ງຈະສາມາດເຫັນ ແລະ ໄດ້ຍິນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ຍິ່ງໄປກວ່ານັ້ນກໍຈະໄດ້ຮັບພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອສາມາດຮັບເອົາຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວນີ້ໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມຕີໃຫ້ລົ້ມລົງ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍບໍ່ມີທາງຈະໄດ້ສຳຜັດກັບພຣະເຈົ້າ, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ. ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 77](https://lo.kingdomsalvation.org/recital-judgment-in-the-last-days-077.html) - ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນການຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລຶບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນການຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັ່ນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ. ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 27](https://lo.kingdomsalvation.org/recital-the-three-stages-of-work-027.html) - ໃນພາລະກິດຂອງຍຸກສຸດທ້າຍ, ອໍານາດແຫ່ງພຣະທຳແມ່ນຍິ່ງໃຫຍ່ກວ່າການສະແດງໝາຍສຳຄັນ ແລະ ຄວາມອັດສະຈັນ ແລະ ສິດອຳນາດຂອງພຣະທຳກໍຢູ່ເໜືອໝາຍສຳຄັນ ແລະ ສິ່ງອັດສະຈັນທັງປວງ. ພຣະທຳເປີດໂປງອຸປະນິໄສທີ່ເສື່ອມຊາມທັງໝົດທີ່ຖືກຝັງເລິກຢູ່ໃນຫົວໃຈຂອງມະນຸດ. ເຈົ້າບໍ່ມີທາງຮູ້ສິ່ງເຫຼົ່ານັ້ນດ້ວຍຕົວເຈົ້າເອງໄດ້. ເມື່ອສິ່ງເຫຼົ່ານັ້ນຖືກເປີດເຜີຍອອກຕໍ່ໜ້າເຈົ້າຜ່ານພຣະທຳ, ເຈົ້າກໍຈະຄົ້ນພົບສິ່ງເຫຼົ່ານັ້ນໂດຍທຳມະຊາດ; ເຈົ້າຈະບໍ່ສາມາດປະຕິເສດສິ່ງເຫຼົ່ານັ້ນໄດ້ ແລະ ເຈົ້າກໍຈະເຊື່ອຢ່າງແທ້ຈິງ. ນີ້ບໍ່ແມ່ນສິດອຳນາດຂອງພຣະທຳບໍ? ນີ້ແມ່ນຜົນທີ່ພາລະກິດແຫ່ງພຣະທຳໄດ້ບັນລຸໃນປັດຈຸບັນ. ສະນັ້ນ ມັນບໍ່ແມ່ນຜ່ານການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ ມະນຸດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາຢ່າງສົມບູນ ຫຼື ມັນບໍ່ແມ່ນຜ່ານການສະແດງໝາຍສໍາຄັນ ແລະ ການເຮັດໃນສິ່ງອັດສະຈັນທີ່ພວກເຂົາສາມາດຖືກເຮັດໃຫ້ສົມບູນຢ່າງແທ້ຈິງໄດ້. ລິດອຳນາດໃນການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍນັ້ນເປັນພຽງການໃຫ້ຄວາມເມດຕາກະລຸນາຕໍ່ມະນຸດເທົ່ານັ້ນ, ແຕ່ເນື້ອໜັງຂອງມະນຸດຍັງເປັນຂອງຊາຕານ ແລະ ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມກໍຍັງຄົງຢູ່ພາຍໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ສິ່ງທີ່ຍັງບໍ່ຖືກເຮັດໃຫ້ສະອາດກໍຍັງເປັນສ່ວນໜຶ່ງຂອງຄວາມຜິດບາບ ແລະ ຄວາມສົກກະປົກຢູ່. ມີພຽງແຕ່ຫຼັງຈາກທີ່ເຂົາຖືກເຮັດໃຫ້ບໍລິສຸດຜ່ານການປະຕິບັດຂອງພຣະທຳ ເຂົາຈຶ່ງຈະສາມາດຖືກຮັບເອົາໂດຍພຣະເຈົ້າ ແລະ ກາຍມາເປັນມະນຸດທີ່ສັກສິດ. ເມື່ອມານຮ້າຍຖືກຂັບໄລ່ອອກຈາກມະນຸດ ແລະ ພວກເຂົາຖືກໄຖ່ບາບ, ສິ່ງນີ້ພຽງແຕ່ໝາຍຄວາມວ່າ ພວກເຂົາໄດ້ລອດພົ້ນຈາກມືຂອງຊາຕານ ແລະ ກັບຄືນສູ່ພຣະເຈົ້າ. ເຖິງຢ່າງໃດກໍຕາມ ຫາກປາສະຈາກການຖືກເຮັດໃຫ້ບໍລິສຸດ ຫຼື ຖືກປ່ຽນແປງໂດຍພຣະເຈົ້າ, ພວກເຂົາກໍຍັງຈະເປັນມະນຸດທີ່ເສື່ອມຊາມ. ພາຍໃນມະນຸດກໍຍັງຈະມີຄວາມສົກກະປົກ, ມີການຕໍ່ຕ້ານ ແລະ
- [ພຣະຄຳຂອງພຣະຄຣິດໃນຕົ້ນເດີມ: ບົດທີ 34](https://lo.kingdomsalvation.org/thirty-fourth-utterance-audio.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດນັ້ນມີອຳນາດໃນທຸກສິ່ງ, ບັນລຸທຸກຢ່າງ ແລະ ເປັນພຣະເຈົ້າທີ່ແທ້ຈິງຢ່າງສົມບູນ! ພຣະອົງບໍ່ພຽງແຕ່ຖືດວງດາວທັງເຈັດໄວ້, ໄດ້ຮັບປະທານດ້ວຍພຣະວິນຍານທັງເຈັດ, ມີຕາເຈັດໜ່ວຍ, ເປີດຕາປະທັບທັງເຈັດອອກ ແລະ ເປີດໜັງສືມ້ວນອອກເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ, ພຣະອົງຄຸ້ມຄອງໄພພິບັດທັງເຈັດ ແລະ ຖ້ວຍທັງເຈັດ ແລະ ເປີດເຜີຍໃຫ້ເຫັນສຽງຟ້າຮ້ອງທັງເຈັດ. ດົນນານມາແລ້ວ ພຣະອົງໄດ້ເປົ່າແກທັງເຈັດເຊັ່ນກັນ! ທຸກສິ່ງທີ່ພຣະອົງສ້າງ ແລະ ເຮັດໃຫ້ສົມບູນຄວນສັນລະເສີນພຣະອົງ, ມອບສະຫງ່າລາສີໃຫ້ແກ່ພຣະອົງ ແລະ ເຊີດຊູບັນລັງຂອງພຣະອົງ. ໂອ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພຣະອົງຄືທຸກສິ່ງ. ພຣະອົງໄດ້ເຮັດໃຫ້ທຸກສິ່ງສຳເລັດໄປ ແລະ ດ້ວຍພຣະອົງ ທຸກສິ່ງສົມບູນ, ສົດໃສ, ຖືກປົດປ່ອຍ, ເປັນອິດສະຫຼະ, ແຂງແຮງ ແລະ ມີອຳນາດ! ບໍ່ມີຫຍັງທີ່ລີ້ລັບ ຫຼື ຖືກປິດບັງໄວ້ເລີຍ; ດ້ວຍພຣະອົງ, ຄວາມລຶກລັບທັງໝົດໄດ້ຖືກເປີດເຜີຍ. ຍິ່ງໄປກວ່ານັ້ນ, ພຣະອົງໄດ້ພິພາກສາສັດຕູຂອງພຣະອົງຈຳນວນຫຼວງຫຼາຍ, ພຣະອົງເປີດເຜີຍຄວາມສະຫງ່າຜ່າເຜີຍຂອງພຣະອົງ, ສຳແດງໄຟທີ່ລຸກໄໝ້ຂອງພຣະອົງ, ພຣະອົງສະແດງຄວາມໂກດຮ້າຍຂອງພຣະອົງ ແລະ ຫຼາຍໄປກວ່ານັ້ນ ແມ່ນພຣະອົງຊົງສຳແດງສະຫງ່າລາສີທີ່ບໍ່ເຄີຍມີມາກ່ອນ, ເປັນນິລັນດອນ ແລະ ບໍ່ສິ້ນສຸດເດັດຂາດ! ທຸກຄົນຄວນຕື່ນຂຶ້ນມາໂຮຮ້ອງ ແລະ
- [ວ່າດ້ວຍເລື່ອງປະສົບການ](https://lo.kingdomsalvation.org/on-experience-audio.html) - ຕະຫຼອດທັງປະສົບການຂອງເປໂຕ, ເພິ່ນໄດ້ປະສົບກັບການທົດລອງຫຼາຍຮ້ອຍປະການ. ເຖິງແມ່ນວ່າ ຄົນໃນປັດຈຸບັນຮັບຮູ້ເຖິງຄຳວ່າ “ການທົດລອງ”, ແຕ່ພວກເຂົາກໍສັບສົນເມື່ອເວົ້າເຖິງຄວາມໝາຍ ແລະ ສະພາບການທີ່ແທ້ຈິງຂອງມັນ. ພຣະເຈົ້າເຮັດໃຫ້ຄວາມຕັ້ງໃຈຂອງຜູ້ຄົນໜັກແໜ້ນຂຶ້ນ, ຫຼໍ່ຫຼອມຄວາມໝັ້ນໃຈຂອງພວກເຂົາ ແລະ ເຮັດໃຫ້ທຸກສ່ວນຂອງພວກເຂົານັ້ນສົມບູນແບບຂຶ້ນ ແລະ ສ່ວນໃຫຍ່ແລ້ວ ສິ່ງນີ້ແມ່ນບັນລຸຜ່ານການທົດລອງ ເຊິ່ງກໍຍັງເປັນພາລະກິດທີ່ລີ້ລັບຂອງພຣະວິນຍານບໍລິສຸດ. ເບິ່ງຄືກັບວ່າ ພຣະເຈົ້າໄດ້ປະຖິ້ມຜູ້ຄົນແລ້ວ ສະນັ້ນ ຖ້າພວກເຂົາບໍ່ລະມັດລະວັງ, ພວກເຂົາກໍຈະເຫັນການທົດລອງເຫຼົ່ານີ້ເປັນສິ່ງລໍ້ໃຈຂອງຊາຕານ. ຕາມຄວາມຈິງແລ້ວ ການທົດລອງຫຼາຍຢ່າງຖືໄດ້ວ່າເປັນສິ່ງລໍ້ໃຈ ແລະ ສິ່ງນີ້ກໍເປັນຫຼັກການ ແລະ ກົດລະບຽບທີ່ພຣະເຈົ້າປະຕິບັດພາລະກິດ. ຖ້າຜູ້ຄົນດຳລົງຊີວິດໃນການສະຖິດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຈະເຫັນວ່າສິ່ງດັ່ງກ່າວເປັນການທົດລອງທີ່ມາຈາກພຣະເຈົ້າ ແລະ ຈະບໍ່ປ່ອຍໃຫ້ພວກມັນຫຼຸດໄປ. ຖ້າຄົນໜຶ່ງຄົນໃດເວົ້າວ່າ ຍ້ອນພຣະເຈົ້າຢູ່ກັບພວກເຂົາ, ຊາຕານຈຶ່ງຈະບໍ່ເຂົ້າມາໃກ້ພວກເຂົາຢ່າງແນ່ນອນ, ສິ່ງນີ້ກໍບໍ່ຖືກຕ້ອງທັງໝົດ; ຖ້າມັນເປັນແບບນັ້ນ, ມັນຈະອະທິບາຍກ່ຽວກັບຕອນທີ່ພຣະເຢຊູຜະເຊີນກັບການທົດລອງຫຼັງຈາກທີ່ພຣະອົງໄດ້ອົດອາຫານໃນຖິ່ນກັນດານເປັນເວລາສີ່ສິບມື້ໄດ້ແນວໃດ? ສະນັ້ນຖ້າຜູ້ຄົນແກ້ໄຂມຸມມອງຂອງພວກເຂົາກ່ຽວກັບຄວາມເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຈະເຫັນຫຼາຍສິ່ງຊັດເຈນຫຼາຍຍິ່ງຂຶ້ນ ແລະ ຄວາມເຂົ້າໃຈຂອງພວກເຂົາກໍຈະບໍ່ຖືກບິດເບືອນ. ຖ້າຄົນໃດຄົນໜຶ່ງຕັ້ງໃຈຢ່າງແທ້ຈິງທີ່ຈະໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບ, ພວກເຂົາກໍ່ຕ້ອງເຂົ້າຫາທຸກບັນຫາທີ່ພວກເຂົາກຳລັງຜະເຊີນຢູ່ຈາກຫຼາຍໆມຸມທີ່ແຕກຕ່າງກັນ ໂດຍບໍ່ໄກວໄປທາງຊ້າຍ ຫຼື ທາງຂວາ. ຖ້າເຈົ້າບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍຍັງບໍ່ຮູ້ຈັກວິທີການຮ່ວມມືກັບພຣະເຈົ້າ. ຖ້າເຈົ້າບໍ່ຮູ້ຈັກຫຼັກການແຫ່ງພາລະກິດຂອງພຣະເຈົ້າ ແລະ ບໍ່ຮັບຮູ້ເຖິງວິທີທີ່ຊາຕານປະຕິບັດພາລະກິດໃນມະນຸດ, ເຈົ້າກໍຈະບໍ່ມີເສັ້ນທາງໃຫ້ປະຕິບັດ. ການສະແຫວງຫາຢ່າງກະຕືລືລົ້ນພຽງຢ່າງດຽວບໍ່ໄດ້ເຮັດໃຫ້ເຈົ້າບັນລຸຜົນຕາມທີ່ພຣະເຈົ້າຕ້ອງການ. ວິທີການຮັບປະສົບການດັ່ງກ່າວກໍເໝືອນກັບການຮັບປະສົບການຂອງລໍເຣັນ ນັ້ນກໍຄື:
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 184](https://lo.kingdomsalvation.org/recital-knowing-God-s-work-184.html) - ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນພາລະກິດເພື່ອໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ມີບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ເປັນຄົນຊອບທໍາດ້ວຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ. ໂດຍມີເງື່ອນໄຂຄືເຈົ້າເຊື່ອ, ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ກ່າວຫຼາຍຢ່າງທີ່ຜູ້ຄົນບໍ່ເຂົ້າໃຈ. ນີ້ກໍຍ້ອນວ່າ ໃນເວລານັ້ນ ພຣະອົງບໍ່ໄດ້ໃຫ້ຄຳອະທິບາຍຫຍັງ. ສະນັ້ນ ຫຼາຍປີຫຼັງຈາກທີ່ພຣະອົງຈາກໄປ, ມັດທາຍກໍໄດ້ສ້າງລຳດັບເຊື້ອວົງຂອງພຣະເຢຊູຂຶ້ນ ແລະ ຄົນອື່ນໆກໍປະຕິບັດພາລະກິດຫຼາຍຢ່າງທີ່ມາຈາກຄວາມປາຖະໜາຂອງມະນຸດ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອເຮັດໃຫ້ມະນຸດສົມບູນ ແລະ ຮັບເອົາພວກເຂົາ, ແຕ່ມາເພື່ອປະຕິບັດພາລະກິດຂັ້ນຕອນດຽວ ນັ້ນກໍຄື ການປະກາດຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ການເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ. ສະນັ້ນ ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພາລະກິດຂອງພຣະອົງກໍສິ້ນສຸດລົງຢ່າງສົມບູນ. ແຕ່ໃນຂັ້ນຕອນປັດຈຸບັນ ນັ້ນກໍຄື ພາລະກິດແຫ່ງການເອົາຊະນະ, ຈຳເປັນຕ້ອງໄດ້ມີການກ່າວພຣະທຳຫຼາຍຂຶ້ນ, ຕ້ອງມີການປະຕິບັດພາລະກິດຫຼາຍຂຶ້ນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 393](https://lo.kingdomsalvation.org/recital-entry-into-life-393.html) - ບັນຫາທົ່ວໄປທີ່ເກີດຂຶ້ນກັບທຸກຄົນກໍຄື ພວກເຂົາເຂົ້າໃຈຄວາມຈິງ ແຕ່ລົ້ມເຫຼວໃນການນຳມັນເຂົ້າສູ່ການປະຕິບັດ. ດ້ານໜຶ່ງກໍ່ຍ້ອນວ່າ ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ອີກຢ່າງກໍຍ້ອນຄວາມເຂົ້າໃຈຂອງພວກເຂົາມີບໍ່ພຽງພໍເກີນໄປ; ພວກເຂົາຈຶ່ງບໍ່ສາມາດເບິ່ງຜ່ານຄວາມຍາກລຳບາກຫຼາຍຢ່າງໃນຊີວິດປະຈຳວັນສຳລັບສິ່ງທີ່ພວກເຂົາເປັນ ແລະ ບໍ່ຮູ້ວິທີປະຕິບັດຢ່າງເໝາະສົມ. ຍ້ອນວ່າປະສົບການຂອງມະນຸດນັ້ນຕື້ນເກີນໄປ, ຄວາມສາມາດຕໍ່າເກີນໄປ ແລະ ລະດັບຄວາມເຂົ້າໃຈເຖິງຄວາມຈິງຂອງພວກເຂົາກໍ່ຈຳກັດ ພວກເຂົາບໍ່ມີທາງແກ້ໄຂຄວາມຍາກລຳບາກທີ່ພວກເຂົາຜະເຊີນໃນຊີວິດປະຈຳວັນໄດ້. ພວກເຂົາເຊື່ອໃນພຣະເຈົ້າພຽງແຕ່ໃນຄຳເວົ້າເທົ່ານັ້ນ ແລະ ບໍ່ສາມາດນໍາພຣະເຈົ້າເຂົ້າໄປໃນຊີວິດປະຈຳວັນຂອງພວກເຂົາໄດ້. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າຄືພຣະເຈົ້າ, ຊີວິດກໍຄືຊີວິດ ແລະ ຄືກັບວ່າ ໃນຊີວິດຂອງເຂົາ, ຜູ້ຄົນບໍ່ມີຄວາມສຳພັນຫຍັງກັບພຣະເຈົ້າເລີຍ. ນັ້ນຄືສິ່ງທີ່ທຸກຄົນຄິດ. ໃນຄວາມເປັນຈິງ ການເຊື່ອພຣະເຈົ້າໃນລັກສະນະນັ້ນ ຈະບໍ່ເຮັດໃຫ້ຜູ້ຄົນຖືກຮັບ ແລະ ເຮັດໃຫ້ສົມບູນໂດຍພຣະອົງ. ແທ້ຈິງແລ້ວ ບໍ່ແມ່ນເປັນຍ້ອນພຣະທໍາຂອງພຣະເຈົ້າບໍ່ເປັນທີ່ຮູ້ຈັກຢ່າງສົມບູນ ແຕ່ເປັນຍ້ອນຄວາມສາມາດໃນການເຂົ້າໃຈຂອງຜູ້ຄົນບໍ່ພຽງພໍ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ເກືອບບໍ່ມີຄົນໃດເລີຍທີ່ເຮັດຕາມຄວາມປາດຖະໜາເດີມຂອງພຣະເຈົ້າ; ກົງກັນຂ້າມ ຄວາມເຊື່ອຂອງພວກເຂົາທີ່ຢູ່ໃນພຣະເຈົ້າແມ່ນຂຶ້ນກັບຄວາມປາດຖະໜາຂອງພວກເຂົາເອງ, ຄວາມຄິດເຫັນກ່ຽວກັບສາດສະໜາທີ່ພວກເຂົາມີໃນອະດີດ ແລະ ວິທີການເຮັດສິ່ງຕ່າງໆຂອງພວກເຂົາ. ມີພຽງໜ້ອຍຄົນທີ່ຮັບການປ່ຽນແປງຫຼັງຈາກທີ່ຮັບເອົາພຣະທໍາຂອງພຣະເຈົ້າ ແລະ ເລີ່ມຕົ້ນເຮັດຕາມເຈດຕະນາຂອງພຣະອົງ. ກົງກັນຂ້າມ ພວກເຂົາຍຶດໝັ້ນໃນຄວາມເຊື່ອທີ່ຜິດຂອງພວກເຂົາ. ເມື່ອຜູ້ຄົນເລີ່ມຕົ້ນເຊື່ອໃນພຣະເຈົ້າ ພວກເຂົາພຽງແຕ່ເຊື່ອອີງຕາມລະບຽບປະເພນີຂອງສາສະໜາ ແລະ ພວກເຂົາດຳລົງຊີວິດ ແລະ ມີປະຕິສຳພັນຕໍ່ກັບຄົນອື່ນໂດຍອີງໃສ່ຮາກຖານປັດຊະຍາກ່ຽວກັບຄວາມສໍາພັນທາງໂລກຂອງພວກເຂົາເອງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ກໍລະນີເຊັ່ນນີ້ແມ່ນເກີດຂຶ້ນສຳລັບເກົ້າຄົນໃນທຸກໆສິບຄົນ. ມີພຽງໜ້ອຍຄົນທີ່ກຳນົດແຜນອື່ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 142](https://lo.kingdomsalvation.org/recital-knowing-God-s-work-142.html) - ພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອອະທິບາຍທຸກສິ່ງທີ່ຈຳເປັນຕໍ່ຊີວິດຂອງມະນຸດ, ເພື່ອຊີ້ໃຫ້ເຫັນສິ່ງທີ່ມະນຸດສົມຄວນເຂົ້າຫາ, ເພື່ອສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນ ແລະ ເພື່ອສະແດງສະຕິປັນຍາ, ລິດອຳນາດອັນໄພສານ ແລະ ຄວາມມະຫັດສະຈັນຂອງພຣະເຈົ້າໃຫ້ກັບມະນຸດ. ໂດຍຜ່ານຫຼາກຫຼາຍວິທີທີ່ພຣະເຈົ້າກ່າວ, ມະນຸດຈະໄດ້ເຫັນຄວາມລໍ້າເລີດຂອງພຣະເຈົ້າ, ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ນອກເໜືອໄປກວ່ານັ້ນມະນຸດຈະໄດ້ເຫັນຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ. ມະນຸດເຫັນວ່າພຣະເຈົ້າສູງສົ່ງ, ແຕ່ພຣະອົງຖ່ອມຕົວ ແລະ ຄວາມລີ້ລັບ ແລະ ສາມາດກາຍເປັນຜູ້ຕ່ຳຕ້ອຍທີ່ສຸດໄດ້. ພຣະທຳບາງຂໍ້ຂອງພຣະອົງແມ່ນກ່າວອອກມາຈາກມຸມມອງຂອງພຣະວິນຍານໂດຍກົງ, ບາງຂໍ້ແມ່ນກ່າວອອກມາຈາກມຸມມອງຂອງມະນຸດໂດຍກົງ ແລະ ບາງຂໍ້ແມ່ນກ່າວອອກມາຈາກມຸມມອງຂອງບຸກຄົນທີສາມ. ດ້ວຍສິ່ງນີ້, ສາມາດເຫັນໄດ້ວ່າ ວິທີການຂອງພາລະກິດຂອງພຣະເຈົ້າແຕກຕ່າງກັນຢ່າງໃຫຍ່ຫຼວງ ແລະ ພຣະອົງເຮັດໃຫ້ມະນຸດເຫັນຄວາມແຕກຕ່າງນັ້ນໂດຍຜ່ານພຣະທຳ. ພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍແມ່ນທັງທຳມະດາ ແລະ ຂຶ້ນຢູ່ກັບຄວາມເປັນຈິງ ແລະ ດ້ວຍເຫດນັ້ນ ກຸ່ມຄົນໃນຍຸກສຸດທ້າຍຈະໄດ້ຜະເຊີນກັບການທົດລອງທີ່ຍິ່ງໃຫຍ່ທີ່ສຸດ. ຍ້ອນຄວາມທຳມະດາ ແລະ ການເຮັດຕາມຄວາມເປັນຈິງຂອງພຣະເຈົ້າ, ທຸກຄົນຈຶ່ງໄດ້ເຂົ້າຢູ່ໃນຊ່ວງການທົດລອງດັ່ງກ່າວ; ມະນຸດດັ່ງກ່າວນັ້ນທີ່ຕົກຢູ່ໃນການທົດລອງຂອງພຣະເຈົ້າ ແມ່ນຍ້ອນຄວາມທຳມະດາ ແລະ ການເຮັດຕາມຄວາມເປັນຈິງຂອງພຣະເຈົ້າ. ໃນຊ່ວງຍຸກຂອງພຣະເຢຊູແມ່ນບໍ່ມີແນວຄວາມຄິດ ຫຼື ການທົດລອງ. ຍ້ອນວ່າພາລະກິດສ່ວນໃຫຍ່ທີ່ພຣະເຢຊູປະຕິບັດແມ່ນສອດຄ່ອງກັບແນວຄວາມຄິດຂອງມະນຸດ, ຜູ້ຄົນຕິດຕາມພຣະອົງ ແລະ ພວກເຂົາບໍ່ມີແນວຄວາມຄິດຕ່າງໆນາໆກ່ຽວກັບພຣະອົງ. ການທົດລອງໃນປັດຈຸບັນເປັນການທົດລອງທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດເຄີຍໄດ້ຜະເຊີນ ແລະ ເມື່ອເວລາເວົ້າເຖິງຜູ້ຄົນທີ່ອອກມາຈາກຄວາມລໍາບາກຍາກແຄ້ນທີ່ສຸດ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 18](https://lo.kingdomsalvation.org/recital-the-three-stages-of-work-018.html) - ພາລະກິດທີ່ພຣະເຢໂຮວາໄດ້ເຮັດຕໍ່ຊົນຊາດອິດສະຣາເອນນັ້ນ ໄດ້ສ້າງສະຖານທີ່ໆເປັນຕົ້ນກຳເນີດຂອງພຣະເຈົ້າເທິງແຜ່ນດິນໂລກເຊິ່ງພ້ອມນີ້ ຍັງເປັນສະຖານທີ່ທີ່ສັກສິດທີ່ພຣະອົງໄດ້ປະທັບຢູ່. ພຣະອົງໄດ້ຈໍາກັດພາລະກິດຂອງພຣະອົງສະເພາະຊົນຊາດອິດສະຣາເອນເທົ່ານັ້ນ. ທໍາອິດພຣະອົງບໍ່ໄດ້ດໍາເນີນພາລະກິດນອກດິນແດນອິດສະຣາເອນ ແຕ່ກົງກັນຂ້າມ ພຣະອົງເລືອກຊົນຊາດທີ່ພຣະອົງເຫັນວ່າ ເໝາະສົມໃນການຈໍາກັດຂອບເຂດພາລະກິດຂອງພຣະອົງ. ອິດສະຣາເອນເປັນສະຖານທີ່ພຣະເຈົ້າສ້າງອາດາມ ແລະ ເອວາ. ພຣະເຢໂຮວາໄດ້ສ້າງມະນຸດຈາກລະອອງຝຸ່ນຂອງສະຖານທີ່ນັ້ນ ແລະ ດັ່ງນັ້ນ ສະຖານທີ່ດັ່ງກ່າວຈຶ່ງກາຍເປັນຖານພາລະກິດ ຂອງພຣະອົງໃນແຜ່ນດິນໂລກ. ຊົນຊາດອິດສະຣາເອນ ທີ່ເປັນລູກຫຼານຂອງໂນອາ ແລະ ທັງເປັນລູກຫຼານຂອງອາດາມ, ພວກເຂົາຄືມະນຸດທີ່ເປັນພື້ນຖານພາລະກິດຂອງພຣະເຢໂຮວາໃນແຜ່ນດິນໂລກ. ໃນເວລານັ້ນ ຄວາມສໍາຄັນ, ຈຸດປະສົງ ແລະ ບາດກ້າວພາລະກິດຂອງພຣະເຢໂຮວາ ໃນດິນແດນອິດສະຣາເອນແມ່ນເປັນການລິເລີ່ມພາລະກິດຂອງພຣະອົງໃນທົ່ວແຜ່ນດິນໂລກເຊິ່ງພຣະອົງໄດ້ຖືເອົາດິນແດນອິດສະຣາເອນເປັນຈຸດສູນກາງ, ແລ້ວຫລັງຈາກນັ້ນຈຶ່ງໄດ້ຄ່ອຍໆຂະຫຍາຍອອກໄປສູ່ບັນດາປະເທດຕ່າງໆ. ນີ້ຄືຫຼັກການ ການດໍາເນີນພາລະກິດຂອງພຣະອົງໃນທົ່ວຈັກກະວານເພື່ອສ້າງຮູບແບບ ພ້ອມຂະຫຍາຍກວ້າງອອກໄປຈົນກວ່າຜູ້ຄົນໃນທົ່ວຈັກກະວານຈະໄດ້ຮັບຂ່າວປະເສີດຂອງພຣະອົງ. ຄົນອິດສະຣາເອນຄົນທໍາອິດແມ່ນລູກຫຼານຂອງໂນອາ. ຜູ້ຄົນເຫຼົ່ານີ້ໄດ້ຮັບພຽງລົມຫາຍໃຈຈາກພຣະເຢໂຮວາ ແລະ ມີຄວາມເຂົ້າໃຈພຽງພໍທີ່ຈະດູແລຄວາມຈໍາເປັນຂັ້ນພື້ນຖານຂອງຊີວິດເທົ່ານັ້ນ, ແຕ່ພວກເຂົາບໍ່ຮູ້ວ່າພຣະເຢໂຮວາເປັນພຣະເຈົ້າແບບໃດ ຫຼື ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດແນວໃດ, ແລ້ວແຮງໄກກັບການເຂົາເຈົ້າຄວນຍໍາເກງພຣະຜູ້ເປັນເຈົ້າຂອງສິ່ງຊົງສ້າງທັງໝົດ. ໃນເມື່ອເປັນດັ່ງນັ້ນ ຈະໃຫ້ພວກເຂົາເຄົາລົບບູຊາຕໍ່ພຣະເຈົ້າຜູ້ສ້າງສັບພະທຸກສິ່ງໄດ້ແນວໃດ. ສ່ວນທີ່ວ່າມີກົດເກນ ຫຼື ມີຂໍ້ບັນຍັດຫຍັງແດ່ທີ່ຕ້ອງເຊື່ອຟັງ ຫຼື ບໍ່[ກ] ຫຼື ມີໜ້າທີ່ຫຍັງແດ່ທີ່ຜູ້ຖືກສ້າງຄວນປະຕິບັດເພື່ອພຣະຜູ້ສ້າງ, ລູກຫຼານຂອງອາດາມແມ່ນບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້. ສິ່ງທີ່ພວກເຂົາຮູ້ຄື ຜົວຄວນສະຫຼະເຫື່ອແຮງເຮັດວຽກເພື່ອລ້ຽງດູຄອບຄົວ ແລະ ຜູ້ເປັນເມຍຄວນຖວາຍຕົນໃຫ້ກັບຜົວຂອງລາວເພື່ອສືບຕໍ່ ຂະຫຍາຍຊາດຕິພັນມະນຸດທີ່ພຣະເຢໂຮວາໄດ້ສ້າງຂຶ້ນ. ເວົ້າຢ່າງໜຶ່ງກໍຄື
- [ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ](https://lo.kingdomsalvation.org/how-peter-came-to-know-Jesus-audio.html) - ໃນລະຫວ່າງທີ່ເປໂຕໃຊ້ເວລາກັບພຣະເຢຊູນັ້ນ, ລາວໄດ້ເຫັນອຸປະນິໄສອັນເປັນຕາຮັກຫຼາຍຢ່າງໃນພຣະເຢຊູ, ມີຫຼາຍດ້ານທີ່ສົມຄວນເອົາເປັນແບບຢ່າງ ແລະ ຫຼາຍດ້ານກໍໄດ້ຊ່ວຍເຫຼືອລາວ. ເຖິງແມ່ນວ່າເປໂຕໄດ້ເຫັນເຖິງການເປັນຢູ່ຂອງພຣະເຈົ້າໃນພຣະເຢຊູໃນຫຼາຍທາງ ແລະ ໄດ້ເຫັນຄຸນສົມບັດທີ່ໜ້າຮັກຫຼາຍຢ່າງ, ລາວບໍ່ໄດ້ຮູ້ຈັກພຣະເຢຊູເທື່ອໃນຕອນທຳອິດ. ເປໂຕເລີ່ມຕິດຕາມພຣະເຢຊູເມື່ອລາວໄດ້ 20 ປີ ແລະ ລາວສືບຕໍ່ຕິດຕາມພຣະອົງເປັນເວລາຫົກປີ. ໃນລະຫວ່າງເວລານັ້ນ ເປໂຕບໍ່ເຄີຍຮູ້ຈັກພຣະເຢຊູ; ເປໂຕເຕັມໃຈທີ່ຈະຕິດຕາມພຣະເຢຊູດ້ວຍຄວາມນັບຖືສຳລັບພຣະອົງຢ່າງແທ້ຈິງ. ເມື່ອພຣະເຢຊູເອີ້ນໃສ່ເປໂຕຄັ້ງທໍາອິດເທິງແຄມທະເລກາລິເລ, ພຣະອົງຖາມວ່າ: “ຊີໂມນ, ບາໂຢນາ ທ່ານຈະຕິດຕາມເຮົາບໍ?” ເປໂຕເວົ້າວ່າ: “ຂ້ານ້ອຍຕ້ອງຕິດຕາມຜູ້ທີ່ຖືກສົ່ງມາໂດຍພຣະບິດາເທິງສະຫວັນ. ຂ້ານ້ອຍຕ້ອງຍອມຮັບຮູ້ຜູ້ທີ່ຖືກເລືອກໂດຍພຣະວິນຍານບໍລິສຸດ. ຂ້ານ້ອຍຈະຕິດຕາມພຣະອົງ”. ໃນເວລານັ້ນ ເປໂຕແມ່ນເຄີຍໄດ້ຍິນເລື່ອງລາວກ່ຽວກັບຊາຍຄົນໜຶ່ງທີ່ຊື່ພຣະເຢຊູ ເປັນຜູ້ທີ່ປະກາດພຣະທຳທີ່ຍິ່ງໃຫຍ່ທີ່ສຸດ ແລະ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ເປໂຕກໍ່ຫວັງຢູ່ສະເໝີເພື່ອພົບພຣະອົງ ແລະ ຫວັງວ່າຈະມີໂອກາດໄດ້ເຫັນພຣະອົງ (ເພາະວ່ານັ້ນຄືລັກສະນະທີ່ລາວຖືກນໍາພາໂດຍພຣະວິນຍານບໍລິສຸດ). ເຖິງແມ່ນວ່າ ເປໂຕບໍ່ເຄີຍເຫັນພຣະອົງມາກ່ອນ ແລະ ເຄີຍໄດ້ຍິນແຕ່ຂ່າວລືກ່ຽວກັບພຣະອົງ ແຕ່ຄວາມສະແຫວງຫາ ແລະ ຄວາມເຄົາລົບຮັກທີ່ມີຕໍ່ພຣະເຢຊູກໍ່ເຕີບໃຫຍ່ຢູ່ໃນຫົວໃຈຂອງລາວເທື່ອລະໜ້ອຍ ແລະ ລາວຫວັງຢູ່ສະເໝີວ່າ ມື້ໜຶ່ງຈະໄດ້ເຫັນພຣະເຢຊູ. ແລ້ວພຣະເຢຊູເອີ້ນຫາເປໂຕແນວໃດ? ພຣະອົງເອງກໍ່ເຄີຍໄດ້ຍິນເລື່ອງລາວກ່ຽວກັບຊາຍຄົນໜຶ່ງທີ່ຊື່ເປໂຕ, ແຕ່ມັນບໍ່ແມ່ນພຣະວິນຍານບໍລິສຸດທີ່ສັ່ງບອກພຣະອົງວ່າ: “ໃຫ້ໄປຍັງທະເລກາລິເລ, ຢູ່ທີ່ນັ້ນຈະມີຄົນຊື່ເປໂຕ ບາໂຢນາ”. ພຣະເຢຊູ ໄດ້ຍິນບາງຄົນເວົ້າວ່າມີຄົນຊື່ຊີໂມນ ບາໂຢນາ
- [ຮັບໃຊ້ດັ່ງທີ່ຊາວອິດສະຣາເອນເຮັດ](https://lo.kingdomsalvation.org/serve-as-the-israelites-did-audio.html) - ໃນປັດຈຸບັນນີ້ ຫຼາຍຄົນບໍ່ໃສ່ໃຈກັບບົດຮຽນທີ່ຄວນຮຽນຮູ້ໃນຂະນະທີ່ປະສານງານກັບຄົນອື່ນ. ເຮົາໄດ້ຄົ້ນພົບວ່າ ພວກເຈົ້າຫຼາຍຄົນບໍ່ສາມາດຮຽນຮູ້ບົດຮຽນໃດເລີຍໃນຂະນະທີ່ປະສານງານກັບຄົນອື່ນ; ພວກເຈົ້າສ່ວນໃຫຍ່ຍຶດຕິດກັບທັດສະນະຂອງພວກເຈົ້າເອງ. ເມື່ອປະຕິບັດພາລະກິດໃນຄຣິສຕະຈັກ, ເຈົ້າກໍເວົ້າສ່ວນຂອງເຈົ້າ ແລະ ຄົນອື່ນກໍເວົ້າສ່ວນຂອງພວກເຂົາ ແລະ ຜູ້ທີ່ບໍ່ໄດ້ມີການພົວພັນກັບຄົນອື່ນ; ເຈົ້າກໍບໍ່ຮ່ວມມືນໍາເລີຍ. ພວກເຈົ້າໝົກມຸ້ນກັບການສື່ສານເຖິງຄວາມເຂົ້າໃຈຂອງພວກເຈົ້າເອງເທົ່ານັ້ນ, ໝົກມຸ້ນກັບການປົດປ່ອຍ “ພາລະ” ທີ່ຢູ່ພາຍໃນພວກເຈົ້າໂດຍບໍ່ສະແຫວງຫາຊີວິດແມ່ນແຕ່ນ້ອຍເລີຍ. ເບິ່ງຄືກັບວ່າ ເຈົ້າພຽງແຕ່ເຮັດພາລະກິດພໍເປັນພິທີ, ໂດຍເຊື່ອຢູ່ສະເໝີວ່າ ເຈົ້າຄວນປະຕິບັດຕາມວິທີຂອງເຈົ້າເອງ ບໍ່ສົນໃຈວ່າຄົນອື່ນຈະເວົ້າຫຍັງ ຫຼື ເຮັດຫຍັງກໍຕາມ; ເຈົ້າຄິດວ່າເຈົ້າຄວນສົນທະນາຕາມທີ່ພຣະວິນຍານບໍລິສຸດນໍາພາເຈົ້າ ໂດຍບໍ່ຄຳນຶງເຖິງວ່າສະຖານະພາບຂອງຄົນອື່ນຈະເປັນແນວໃດ. ພວກເຈົ້າບໍ່ສາມາດຄົ້ນພົບຄວາມເຂັ້ມແຂງຂອງຄົນອື່ນໄດ້ ແລະ ບໍ່ສາມາດກວດສອບຕົນເອງໄດ້. ຄວາມເຂົ້າໃຈຂອງພວກເຈົ້າມີຄວາມບິດເບືອນຫຼາຍແທ້ໆ. ມັນສາມາດເວົ້າໄດ້ວ່າ ແມ່ນແຕ່ໃນປັດຈຸບັນ ພວກເຈົ້າກໍຍັງສະແດງຄວາມຄິດທີ່ວ່າຕົນເອງຊອບທຳຫຼາຍ ຄືກັບວ່າຄວາມເຈັບໄຂ້ໄດ້ກັບຄືນສູ່ສະພາບເດີມ. ພວກເຈົ້າບໍ່ສື່ສານກັນໃນທາງທີ່ຈະບັນລຸຄວາມເປີດເຜີຍຢ່າງສົມບູນ, ຍົກຕົວຢ່າງ: ພວກເຈົ້າໄດ້ບັນລຸຜົນຈາກພາລະກິດຫຍັງແດ່ໃນຄຣິສຕະຈັກໃດໜຶ່ງ ຫຼື ກ່ຽວກັບສະພາວະພາຍໃນຕົວພວກເຈົ້າໃນປັດຈຸບັນ ແລະ ອື່ນໆ; ພວກເຈົ້າບໍ່ເຄີຍສື່ສານກ່ຽວກັບສິ່ງນີ້ເລີຍ. ແທ້ຈິງແລ້ວ ພວກເຈົ້າບໍ່ມີການປະຕິບັດໃນການລົ້ມເລີກແນວຄິດຂອງພວກເຈົ້າ ຫຼື ກະບົດຕໍ່ຕົນເອງ. ຜູ້ນໍາ ແລະ ຜູ້ປະຕິບັດພາລະກິດພຽງແຕ່ຄິດເຖິງວິທີທີ່ຈະຮັກສາອ້າຍເອື້ອຍນ້ອງບໍ່ໃຫ້ເຮັດໃນສິ່ງທີ່ເປັນລົບ ແລະ ວິທີທີ່ຈະເຮັດໃຫ້ພວກເຂົາສາມາດຕິດຕາມຢ່າງຕັ້ງໜ້າ. ຢ່າງໃດກໍຕາມ, ພວກເຈົ້າທຸກຄົນຄິດວ່າພຽງຕິດຕາມຢ່າງຕັ້ງໜ້າກໍພຽງພໍ ແລະ ໂດຍພື້ນຖານແລ້ວ ພວກເຈົ້າບໍ່ເຂົ້າໃຈວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 541](https://lo.kingdomsalvation.org/recital-entry-into-life-541.html) - ໃນເສັ້ນທາງການຮັບໃຊ້ໃນອະນາຄົດຂອງເຈົ້າ, ເຈົ້າຈະຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າໄດ້ແນວໃດ? ໜຶ່ງປະເດັນທີ່ສຳຄັນຄືການສະແຫວງຫາເພື່ອເຂົ້າສູ່ຊີວິດ, ສະແຫວງຫາເພື່ອການປ່ຽນແປງໃນອຸປະນິໄສ ແລະ ສະແຫວງຫາເພື່ອເຂົ້າສູ່ຄວາມຈິງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ, ນີ້ແມ່ນເສັ້ນທາງເພື່ອບັນລຸການຖືກເຮັດໃຫ້ສົມບູນ ແລະ ຖືກຮັບເອົາໂດຍພຣະເຈົ້າ. ພວກເຈົ້າລ້ວນແລ້ວແຕ່ເປັນຜູ້ໄດ້ຮັບການມອບໝາຍຂອງພຣະເຈົ້າ, ແຕ່ເປັນການມອບໝາຍປະເພດໃດ? ສິ່ງນີ້ແມ່ນກ່ຽວພັນກັບຂັ້ນຕອນຕໍ່ໄປຂອງພາລະກິດ; ຂັ້ນຕອນຕໍ່ໄປຂອງພາລະກິດຈະເປັນພາລະກິດທີ່ຍິ່ງໃຫຍ່ກວ່າເກົ່າເຊິ່ງປະຕິບັດທົ່ວທັງຈັກກະວານທັງປວງ, ສະນັ້ນ ໃນປັດຈຸບັນ ພວກເຈົ້າຄວນສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຈົ້າ, ໃນອະນາຄົດ ພວກເຈົ້າອາດກາຍເປັນເຄື່ອງພິສູດທີ່ເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີຜ່ານພາລະກິດຂອງພຣະອົງ, ເຮັດໃຫ້ພວກເຈົ້າກາຍເປັນຕົວຢ່າງສຳລັບພາລະກິດໃນອະນາຄົດ. ການສະແຫວງຫາໃນປັດຈຸບັນແມ່ນເພື່ອວາງພື້ນຖານສຳລັບພາລະກິດໃນອະນາຄົດ, ເພື່ອວ່າ ເຈົ້າຈະໄດ້ຖືກພຣະເຈົ້າໃຊ້ ແລະ ສາມາດເປັນພະຍານໃຫ້ກັບພຣະອົງ. ຖ້າເຈົ້າເຮັດໃຫ້ສິ່ງນີ້ເປັນເປົ້າໝາຍຂອງການສະແຫວງຫາຂອງເຈົ້າ, ເຈົ້າຈະສາມາດຮັບເອົາການສະຖິດຂອງພຣະວິນຍານບໍລິສຸດ. ຍິ່ງເຈົ້າວາງເປົ້າໝາຍໃນການສະແຫວງຫາຂອງເຈົ້າສູງສໍ່າໃດ, ເຈົ້າຍິ່ງສາມາດຖືກເຮັດໃຫ້ສົມບູນໄດ້ຫຼາຍສໍ່ານັ້ນ. ຍິ່ງເຈົ້າສະແຫວງຫາຄວາມຈິງຫຼາຍສໍ່າໃດ, ພຣະວິນຍານບໍລິສຸດຍິ່ງປະຕິບັດພາລະກິດຫຼາຍສໍ່ານັ້ນ. ຍິ່ງເຈົ້າໃສ່ກຳລັງຫຼາຍສໍ່າໃດເຂົ້າໃນການສະແຫວງຫາຂອງເຈົ້າ, ເຈົ້າຍິ່ງຈະໄດ້ຮັບຫຼາຍສໍ່ານັ້ນ. ພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສົມບູນຕາມສະພາວະທີ່ຢູ່ພາຍໃນຂອງພວກເຂົາ. ບາງຄົນເວົ້າວ່າ ພວກເຂົາບໍ່ເຕັມໃຈທີ່ຈະຖືກພຣະເຈົ້າໃຊ້ ຫຼື ຖືກພຣະອົງເຮັດໃຫ້ສົມບູນ, ພວກເຂົາພຽງແຕ່ຕ້ອງການໃຫ້ເນື້ອໜັງຂອງພວກເຂົາຢູ່ປອດໄພ ແລະ ບໍ່ທົນທຸກຕໍ່ຄວາມໂຊກຮ້າຍຕ່າງໆ. ບາງຄົນບໍ່ເຕັມໃຈທີ່ຈະເຂົ້າສູ່ອານາຈັກ ແຕ່ເຕັມໃຈທີ່ຈະລົງສູ່ຂຸມເລິກທີ່ສຸດ. ໃນກໍລະນີນັ້ນ, ພຣະເຈົ້າກໍຈະປະທານດັ່ງທີ່ເຈົ້າປາຖະໜາເຊັ່ນກັນ. ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດກໍຕາມ, ພຣະເຈົ້ກໍຈະເຮັດໃຫ້ມັນເກີດຂຶ້ນ. ແລ້ວແມ່ນຫຍັງຄືສິ່ງທີ່ເຈົ້າກຳລັງສະແຫວງຫາໃນປັດຈຸບັນນີ້? ມັນແມ່ນການຖືກເຮັດໃຫ້ສົມບູນບໍ? ການກະທຳ ແລະ ຄວາມປະພຶດໃນປັດຈຸບັນຂອງເຈົ້າແມ່ນເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ເພື່ອຖືກຮັບເອົາໂດຍພຣະອົງບໍ? ເຈົ້າຕ້ອງວັດແທກຕົນເອງແບບນັ້ນໃນຊີວິດປະຈຳວັນຂອງເຈົ້າຢ່າງຕໍ່ເນື່ອງ. ຖ້າເຈົ້າໃສ່ໃຈທັງໝົດຂອງເຈົ້າເຂົ້າໃສ່ການສະແຫວງຫາເປົ້າໝາຍດຽວ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 540](https://lo.kingdomsalvation.org/recital-entry-into-life-540.html) - ຜູ້ຄົນສະແຫວງຫາເພື່ອເຂົ້າສູ່ຊີວິດແມ່ນອີງຕາມພຣະທຳຂອງພຣະເຈົ້າ. ກ່ອນໜ້ານີ້, ໄດ້ເວົ້າວ່າ ທຸກສິ່ງຖືກເຮັດໃຫ້ສຳເລັດ ຍ້ອນພຣະທຳຂອງພຣະອົງ, ແຕ່ບໍ່ມີໃຜເຫັນຄວາມຈິງນີ້. ຖ້າເຈົ້າເຂົ້າສູ່ປະສົບການຂອງຂັ້ນຕອນໃນປັດຈຸບັນ, ທຸກສິ່ງກໍຈະຊັດເຈນຕໍ່ເຈົ້າ ແລະ ເຈົ້າຈະສ້າງພື້ນຖານທີ່ດີສຳລັບການທົດລອງໃນອະນາຄົດ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ໃຫ້ໃສ່ໃຈໃນການເຂົ້າສູ່ພຣະທຳຂອງພຣະອົງເທົ່ານັ້ນ. ເມື່ອພຣະເຈົ້າກ່າວວ່າ ພຣະອົງຈະເລີ່ມຂ້ຽນຕີຜູ້ຄົນ, ໃຫ້ຍອມຮັບການຂ້ຽນຕີຂອງພຣະອົງ. ເມື່ອພຣະເຈົ້າບອກໃຫ້ຜູ້ຄົນຕາຍ, ໃຫ້ຍອມຮັບການທົດລອງນັ້ນ. ຖ້າເຈົ້າດຳລົງຊີວິດຢູ່ພາຍໃນຖ້ອຍຄໍາໃໝ່ທີ່ສຸດຂອງພຣະອົງຕະຫຼອດເວລາ, ພຣະທຳຂອງພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນໃນທີ່ສຸດ. ຍິ່ງເຈົ້າເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າຍິ່ງຈະຖືກເຮັດໃຫ້ສົມບູນໄວສໍ່ານັ້ນ. ເປັນຫຍັງ ການສົນທະນາຄັ້ງແລ້ວຄັ້ງເລົ່າ ເຮົາຈຶ່ງຮຽກຮ້ອງໃຫ້ພວກເຈົ້າຮູ້ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ? ມີແຕ່ເມື່ອເຈົ້າສະແຫວງຫາ ແລະ ຜະເຊີນກັບພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ, ພຣະວິນຍານບໍລິສຸດຈຶ່ງຈະມີໂອກາດປະຕິບັດພາລະກິດໃນຕົວເຈົ້າ. ສະນັ້ນ, ພວກເຈົ້າລ້ວນແລ້ວແຕ່ເປັນຜູ້ເຂົ້າຮ່ວມໃນທຸກວິທີການທີ່ພຣະເຈົ້າປະຕິບັດພາລະກິດ ແລະ ບໍ່ວ່າການທົນທຸກຂອງພວກເຈົ້າຈະຢູ່ໃນລະດັບໃດກໍຕາມ, ໃນທີ່ສຸດແລ້ວ ພວກເຈົ້າກໍຈະຮັບເອົາ “ຂອງທີ່ລະລຶກ” ທຸກຄົນ. ເພື່ອບັນລຸຄວາມສົມບູນສຸດທ້າຍຂອງພວກເຈົ້າ, ພວກເຈົ້າຕ້ອງເຂົ້າສູ່ພຣະທຳທຸກຂໍ້ຂອງພຣະເຈົ້າ. ການທີ່ພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສົມບູນບໍ່ແມ່ນເປັນການກະທຳຂອງພຣະອົງແຕ່ຝ່າຍດຽວ; ພຣະອົງຕ້ອງການຄວາມຮ່ວມມືຈາກຜູ້ຄົນ, ພຣະອົງຕ້ອງການໃຫ້ທຸກຄົນຮ່ວມມືກັບພຣະອົງຢ່າງຕັ້ງໃຈ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ໃຫ້ໃສ່ໃຈໃນການເຂົ້າສູ່ພຣະທຳຂອງພຣະອົງເທົ່ານັ້ນ, ສິ່ງນີ້ຈະເປັນປະໂຫຍດໃຫ້ກັບຊີວິດຂອງພວກເຈົ້າຫຼາຍກວ່າ. ທຸກສິ່ງແມ່ນເພື່ອປະສົບຄວາມສໍາເລັດໃນການປ່ຽນແປງອຸປະນິໄສຂອງພວກເຈົ້າ. ເມື່ອເຈົ້າເຂົ້າສູ່ພຣະທຳຂອງພຣະເຈົ້າ, ພຣະອົງຈະສຳຜັດຫົວໃຈຂອງເຈົ້າ ແລະ ເຈົ້າຈະສາມາດຮູ້ຈັກທຸກສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໃນຂັ້ນຕອນນີ້ຂອງພາລະກິດຂອງພຣະອົງ ແລະ ເຈົ້າມີຄວາມມຸ່ງໝັ້ນທີ່ຈະບັນລຸສິ່ງນັ້ນໄດ້.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 539](https://lo.kingdomsalvation.org/recital-entry-into-life-539.html) - ໃນການສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງຄົນໆໜຶ່ງ, ເສັ້ນທາງແຫ່ງການປະຕິບັດແມ່ນງ່າຍ. ຖ້າຫາກໃນປະສົບການຕົວຈິງຂອງເຈົ້າ ເຈົ້າສາມາດປະຕິບັດຕາມພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ປະສົບກັບພາລະກິດຂອງພຣະເຈົ້າ, ແລ້ວອຸປະນິໄສຂອງເຈົ້າກໍສາມາດປ່ຽນແປງໄດ້. ຖ້າເຈົ້າປະຕິບັດຕາມທຸກສິ່ງທີ່ພຣະວິນຍານບໍລິສຸດກ່າວ ແລະ ສະແຫວງຫາໃນທຸກສິ່ງທີ່ພຣະວິນຍານບໍລິສຸດກ່າວ, ແລ້ວເຈົ້າກໍເປັນຄົນທີ່ອ່ອນນ້ອມຕໍ່ພຣະອົງ ແລະ ຈະມີການປ່ຽນແປງໃນອຸປະນິໄສຂອງເຈົ້າ. ອຸປະນິໄສຂອງຜູ້ຄົນປ່ຽນແປງພ້ອມກັບພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ; ຖ້າເຈົ້າຍຶດຕິດກັບປະສົບການເດີມຂອງເຈົ້າ ແລະ ຍຶດຕິດຢູ່ກັບກົດເກນໃນອະດີດຢູ່ສະເໝີ, ແລ້ວອຸປະນິໄສຂອງເຈົ້າກໍບໍ່ສາມາດປ່ຽນແປງໄດ້. ຖ້າພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນຮຽກຮ້ອງໃຫ້ທຸກຄົນເຂົ້າສູ່ຊີວິດຂອງຄວາມເປັນມະນຸດແບບປົກກະຕິ ແຕ່ເຈົ້າຍັງຕັ້ງໝັ້ນກັບສິ່ງຕ່າງໆທີ່ຢູ່ພາຍນອກ ແລະ ສັບສົນກ່ຽວກັບຄວາມເປັນຈິງ ແລະ ບໍ່ຈິງຈັງກັບສິ່ງນັ້ນ, ແລ້ວເຈົ້າກໍເປັນຄົນທີ່ບໍ່ສາມາດນໍາທັນພາລະກິດຂອງພຣະວິນຍານບໍລິສຸດ, ເປັນຄົນທີ່ບໍ່ໄດ້ເຂົ້າສູ່ເສັ້ນທາງແຫ່ງການນໍາພາຂອງພຣະວິນຍານບໍລິສຸດ. ບໍ່ວ່າອຸປະນິໄສຂອງເຈົ້າຈະປ່ຽນແປງ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວ່າ ເຈົ້ານໍາທັນພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າ ເຈົ້າມີຄວາມຮູ້ທີ່ແທ້ຈິງ ຫຼື ບໍ່. ສິ່ງນີ້ແມ່ນບໍ່ຄືກັນກັບສິ່ງທີ່ພວກເຈົ້າເຂົ້າໃຈກ່ອນໜ້ານັ້ນ. ການປ່ຽນແປງໃນອຸປະນິໄສຂອງເຈົ້າທີ່ເຈົ້າເຂົ້າໃຈກ່ອນໜ້ານັ້ນແມ່ນ ເຈົ້າຜູ້ທີ່ຕັດສິນຢ່າງໄວ ຜ່ານການລົງວິໄນຂອງພຣະເຈົ້າ ໄດ້ເຊົາເວົ້າໂດຍບໍ່ຄິດ; ແຕ່ນີ້ເປັນພຽງການປ່ຽນແປງໜຶ່ງດ້ານເທົ່ານັ້ນ. ໃນຕອນນີ້ ຈຸດສຳຄັນທີ່ສຸດຄືການຕິດຕາມການນໍາພາຂອງພຣະວິນຍານບໍລິສຸດ: ປະຕິບັດຕາມທຸກສິ່ງທີ່ພຣະເຈົ້າກ່າວ ແລະ ອ່ອນນ້ອມຕໍ່ທຸກສິ່ງທີ່ພຣະອົງກ່າວ. ຜູ້ຄົນບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາເອງ; ພວກເຂົາຕ້ອງໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີ ແລະ ການທົນທຸກ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 538](https://lo.kingdomsalvation.org/recital-entry-into-life-538.html) - ກ່ອນອື່ນໝົດ ບາດກ້າວທຳອິດຂອງເສັ້ນທາງຂອງພຣະວິນຍານບໍລິສຸດໃນຕົວມະນຸດແມ່ນເພື່ອເຮັດໃຫ້ຫົວໃຈຂອງມະນຸດຫ່າງອອກຈາກຜູ້ຄົນ, ເຫດການ ແລະ ສິ່ງຂອງ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ, ເຮັດໃຫ້ຫົວໃຈຂອງມະນຸດເຊື່ອວ່າ ພຣະທຳຂອງພຣະເຈົ້າຢູ່ເໜືອຂໍ້ສົງໄສທຸກປະການ ແລະ ເປັນຈິງທັງໝົດ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າກໍຕ້ອງເຊື່ອໃນພຣະທຳຂອງພຣະອົງ; ຫຼັງຈາກເວລາຫຼາຍປີທີ່ໄດ້ເຊື່ອໃນພຣະເຈົ້າ ຖ້າເຈົ້າຍັງບໍ່ຮູ້ເສັ້ນທາງທີ່ພຣະວິນຍານບໍລິສຸດເດີນ, ແລ້ວເຈົ້າເປັນຜູ້ເຊື່ອແທ້ບໍ? ເພື່ອບັນລຸຊີວິດຂອງມະນຸດປົກກະຕິ, ຊີວິດທຳມະດາຂອງມະນຸດທີ່ມີຄວາມສໍາພັນປົກກະຕິກັບພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງເຊື່ອໃນພຣະທຳຂອງພຣະອົງ. ຖ້າເຈົ້າຍັງບໍ່ໄດ້ບັນລຸບາດກ້າວທຳອິດໃນພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນຜູ້ຄົນ, ແລ້ວເຈົ້າກໍບໍ່ມີຮາກຖານ. ຖ້າແມ່ນແຕ່ຫຼັກການທີ່ເລັກນ້ອຍທີ່ສຸດຍັງຢູ່ເໜືອເຈົ້າ, ເຈົ້າຈະຍ່າງໃນເສັ້ນທາງທີ່ຢູ່ເບື້ອງໜ້າໄດ້ແນວໃດ? ການຍ່າງຕາມເສັ້ນທາງທີ່ຖືກຕ້ອງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ ໝາຍເຖິງການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນພາລະກິດປັດຈຸບັນຂອງພຣະວິນຍານບໍລິສຸດ; ມັນໝາຍເຖິງການຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ. ຕອນນີ້ ເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງແມ່ນຕາມພຣະທຳໃນປັດຈຸບັນຂອງພຣະເຈົ້າ. ດັ່ງນັ້ນ ຖ້າຜູ້ຄົນຕ້ອງຍ່າງຕາມເສັ້ນທາງຂອງພຣະວິນຍານບໍລິສຸດ, ພວກເຂົາຕ້ອງອ່ອນນ້ອມ ແລະ ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດທີ່ພຣະອົງປະຕິບັດແມ່ນພາລະກິດແຫ່ງພຣະທຳ; ທຸກສິ່ງເລີ່ມຕົ້ນຈາກພຣະທຳຂອງພຣະອົງ ແລະ ທຸກສິ່ງແມ່ນຖືກສ້າງຂຶ້ນບົນພຣະທຳຂອງພຣະອົງ, ບົນພຣະທຳໃນປັດຈຸບັນຂອງພຣະອົງ. ບໍ່ວ່າຈະເປັນການໝັ້ນໃຈໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ການຮູ້ຈັກກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ລະຢ່າງແມ່ນຈຳເປັນຕ້ອງໃຊ້ຄວາມພະຍາຍາມຫຼາຍໃນພຣະທຳຂອງພຣະອົງ. ຖ້າບໍ່ດັ່ງນັ້ນ ຜູ້ຄົນກໍບໍ່ສາມາດສຳເລັດຫຍັງໄດ້ ແລະ ຈະບໍ່ເຫຼືອຫຍັງເລີຍ. ມີພຽງບົນຮາກຖານແຫ່ງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ການມາຮູ້ຈັກພຣະອົງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 516](https://lo.kingdomsalvation.org/recital-entry-into-life-516.html) - ສາມາດເວົ້າໄດ້ວ່າ ປະສົບການຫຼາຍຢ່າງຂອງເຈົ້າທີ່ກ່ຽວກັບຄວາມລົ້ມເຫຼວ, ຄວາມອ່ອນແອ ແລະ ເວລາແຫ່ງຄວາມຄິດລົບແມ່ນການທົດລອງຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ທຸກສິ່ງແມ່ນມາຈາກພຣະເຈົ້າ ແລະ ທຸກຢ່າງ ແລະ ທຸກເຫດການແມ່ນຢູ່ໃນມືຂອງພຣະອົງ. ບໍ່ວ່າເຈົ້າຈະລົ້ມເຫຼວ ຫຼື ບໍ່ວ່າເຈົ້າຈະອ່ອນແອ ແລະ ເຈົ້າຈະສະດຸດ ຫຼື ບໍ່, ມັນລ້ວນແລ້ວແຕ່ຂຶ້ນກັບພຣະເຈົ້າ ແລະ ຢູ່ພາຍໃນກຳມືຂອງພຣະອົງ. ຈາກທັດສະນະຂອງພຣະເຈົ້າ, ນີ້ແມ່ນການທົດລອງເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮັບຮູ້ສິ່ງນັ້ນໄດ້ ມັນກໍຈະກາຍມາເປັນການລໍ້ລວງ. ມີສະພາວະສອງປະເພດທີ່ຜູ້ຄົນຄວນຮັບຮູ້: ໜຶ່ງຢ່າງແມ່ນມາຈາກພຣະວິນຍານບໍລິສຸດ ແລະ ແຫຼ່ງທີ່ມາທີ່ເປັນໄປໄດ້ຂອງອີກຢ່າງແມ່ນຊາຕານ. ໜຶ່ງຢ່າງແມ່ນສະພາວະທີ່ພຣະວິນຍານບໍລິສຸດໃຫ້ແສງເຍືອງທາງກັບເຈົ້າ ແລະ ເຮັດໃຫ້ເຈົ້າຮູ້ຈັກຕົນເອງ, ກຽດຊັງ ແລະ ຮູ້ສຶກເສຍໃຈກັບຕົນເອງ ແລະ ສາມາດມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າ, ວາງຫົວໃຈຂອງເຈົ້າເພື່ອເຮັດໃຫ້ພຣະອົງພໍໃຈ. ອີກສະພາວະໜຶ່ງແມ່ນ ສະພາວະທີ່ເຈົ້າຮູ້ຈັກຕົນເອງ, ແຕ່ເຈົ້າຍັງມີຄວາມຄິດລົບ ແລະ ອ່ອນແອ. ມັນສາມາດເວົ້າໄດ້ວ່າ ສະພາວະນີ້ແມ່ນການຫຼໍ່ຫຼອມຂອງພຣະເຈົ້າ ແລະ ນັ້ນຍັງແມ່ນການລໍ້ລວງຂອງຊາຕານ. ຖ້າເຈົ້າຮັບຮູ້ວ່າ ນີ້ແມ່ນຄວາມລອດພົ້ນຂອງພຣະເຈົ້າທີ່ມີໃຫ້ເຈົ້າ ແລະ ຖ້າເຈົ້າຮູ້ສຶກວ່າ ໃນຕອນນີ້ ເຈົ້າເປັນໜີ້ບຸນຄຸນພຣະອົງຢ່າງຫຼວງຫຼາຍ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 515](https://lo.kingdomsalvation.org/recital-entry-into-life-515.html) - ເປົ້າໝາຍຂອງພາລະກິດແຫ່ງການຫຼໍ່ຫຼອມຫຼັກໆແລ້ວແມ່ນເພື່ອເຮັດໃຫ້ຄວາມເຊື່ອຂອງຜູ້ຄົນສົມບູນ ແລະ ໃນທີ່ສຸດແລ້ວ ສິ່ງທີ່ຖືກບັນລຸກໍຄືເຈົ້າຕ້ອງການໜີຈາກ ແຕ່ໃນເວລາດຽວກັນ ເຈົ້າບໍ່ສາມາດໜີຈາກໄດ້; ບາງຄົນຍັງສາມາດມີຄວາມເຊື່ອແມ່ນແຕ່ໃນຕອນທີ່ພວກເຂົາປາສະຈາກຄວາມຫວັງແມ່ນແຕ່ໜ້ອຍດຽວ; ແລະ ຜູ້ຄົນບໍ່ມີຄວາມຫວັງທີ່ກ່ຽວຂ້ອງກັບອະນາຄົດຂອງພວກເຂົາເອງອີກຕໍ່ໄປ. ໃນເວລານີ້ເທົ່ານັ້ນ ການຫຼໍ່ຫຼອມຂອງພຣະເຈົ້າຈຶ່ງຈະສິ້ນສຸດລົງ. ມະນຸດຍັງບໍ່ໄດ້ໄປເຖິງຂັ້ນຕອນຂອງການໝູນວຽນລະຫວ່າງຊີວິດ ແລະ ຄວາມຕາຍ ແລະ ພວກເຂົາຍັງບໍ່ໄດ້ຊີມລົດຊາດແຫ່ງຄວາມຕາຍ, ສະນັ້ນ ຂະບວນການຫຼໍ່ຫຼອມຈຶ່ງຍັງບໍ່ເຖິງຈຸດສິ້ນສຸດເທື່ອ. ແມ່ນແຕ່ຄົນທີ່ຢູ່ໃນບາດກ້າວຂອງຜູ້ບໍລິການກໍບໍ່ໄດ້ຖືກຫຼໍ່ຫຼອມຈົນເຖິງທີ່ສຸດ. ໂຢບໄດ້ຜ່ານການຫຼໍ່ຫຼອມຈົນເຖິງທີ່ສຸດແລ້ວ ແລະ ເພິ່ນບໍ່ມີຫຍັງໃຫ້ເພິ່ງພາເລີຍ. ຜູ້ຄົນຕ້ອງປະສົບກັບການຫຼໍ່ຫຼອມຈົນເຖິງຈຸດທີ່ພວກເຂົາບໍ່ມີຄວາມຫວັງ ແລະ ບໍ່ມີຫຍັງໃຫ້ເພິ່ງພາເລີຍ, ມີແຕ່ສິ່ງນີ້ທີ່ເປັນການຫຼໍ່ຫຼອມທີ່ແທ້ຈິງ. ໃນລະຫວ່າງເວລາຂອງຜູ້ບໍລິການ, ຖ້າຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ຖ້າບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ແລະ ບໍ່ວ່າເຈດຕະນາຂອງພຣະເຈົ້າສຳລັບເຈົ້າຈະແມ່ນຫຍັງກໍຕາມ, ເຈົ້າອ່ອນນ້ອມຕໍ່ການຈັດແຈງຂອງພຣະອົງຢູ່ສະເໝີ, ແລ້ວໃນປາຍທາງ ເຈົ້າກໍຈະເຂົ້າໃຈທຸກສິ່ງທີ່ພຣະເຈົ້າໄດ້ກະທຳ. ເຈົ້າຜະເຊີນກັບການທົດລອງຂອງໂຢບ ແລະ ໃນເວລານັ້ນ ເຈົ້າໄດ້ຜ່ານການທົດລອງຂອງເປໂຕ. ເມື່ອໂຢບຖືກທົດສອບ, ເພິ່ນຢືນເປັນພະຍານ ແລະ ໃນທີ່ສຸດແລ້ວ ພຣະເຢໂຮວາກໍໄດ້ເປີດເຜີຍຕໍ່ເພິ່ນ. ມີແຕ່ຫຼັງຈາກທີ່ເພິ່ນໄດ້ຢືນເປັນພະຍານ ເພິ່ນຈຶ່ງສົມຄວນໄດ້ເຫັນໃບໜ້າຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າ “ເຮົາລີ້ລັບຈາກດິນແດນທີ່ສົກກະປົກ ແຕ່ສຳແດງຕົວເຮົາເອງຕໍ່ອານາຈັກທີ່ບໍລິສຸດ”? ນັ້ນໝາຍຄວາມວ່າ ມີແຕ່ເມື່ອເຈົ້າບໍລິສຸດ ແລະ ຢືນເປັນພະຍານເທົ່ານັ້ນ ເຈົ້າຈຶ່ງມີສັກສີທີ່ຈະເຫັນໃບໜ້າຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດຢືນເປັນພະຍານໃຫ້ກັບພຣະອົງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 514](https://lo.kingdomsalvation.org/recital-entry-into-life-514.html) - ຄົນທີ່ຮັບໃຊ້ພຣະເຈົ້າບໍ່ຄວນແຕ່ຮູ້ຈັກວິທີທົນທຸກເພື່ອພຣະອົງເທົ່ານັ້ນ; ຍິ່ງໄປກວ່ານັ້ນ ພວກເຂົາຄວນເຂົ້າໃຈວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າແມ່ນການສະແຫວງຫາຄວາມຮັກພຣະເຈົ້າ. ພຣະເຈົ້າໃຊ້ເຈົ້າບໍ່ແມ່ນພຽງແຕ່ເພື່ອຫຼໍ່ຫຼອມເຈົ້າ ແລະ ເຮັດໃຫ້ເຈົ້າທົນທຸກເທົ່ານັ້ນ, ແຕ່ກົງກັນຂ້າມ ພຣະອົງໃຊ້ເຈົ້າ ເພື່ອວ່າເຈົ້າອາດຮູ້ຈັກການກະທຳຂອງພຣະອົງ, ຮູ້ຈັກຄວາມໝາຍທີ່ແທ້ຈິງຂອງຊີວິດມະນຸດ ແລະ ໂດຍສະເພາະແລ້ວ ເພື່ອວ່າເຈົ້າອາດຮູ້ຈັກວ່າ ການຮັບໃຊ້ພຣະເຈົ້າບໍ່ແມ່ນວຽກງານທີ່ງ່າຍ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ແມ່ນກ່ຽວກັບການໄດ້ຮັບຄວາມເມດຕາ, ແຕ່ກົງກັນຂ້າມແມ່ນການທົນທຸກຍ້ອນຄວາມຮັກທີ່ເຈົ້າມີຕໍ່ພຣະອົງ. ຍ້ອນເຈົ້າໄດ້ຮັບຄວາມເມດຕາຂອງພຣະເຈົ້າ, ເຈົ້າຍັງຕ້ອງໄດ້ຮັບການຂ້ຽນຕີຂອງພຣະອົງ; ເຈົ້າຕ້ອງຜະເຊີນກັບທຸກສິ່ງເຫຼົ່ານີ້. ເຈົ້າສາມາດຜະເຊີນກັບແສງສະຫວ່າງຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້າ ແລະ ເຈົ້າຍັງສາມາດຜະເຊີນກັບວິທີການທີ່ພຣະອົງລິຮານກັບເຈົ້າ ແລະ ພິພາກສາເຈົ້າ. ໃນລັກສະນະນີ້, ປະສົບການຂອງເຈົ້າຈະຄວບຄຸມ. ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີໃນຕົວເຈົ້າ. ພຣະທຳຂອງພຣະເຈົ້າໄດ້ລິຮານກັບເຈົ້າ, ບໍ່ພຽງແຕ່ສໍ່ານັ້ນ; ມັນຍັງໄດ້ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ແກ່ເຈົ້າ. ເມື່ອເຈົ້າຄິດລົບ ແລະ ອ່ອນແອ, ພຣະເຈົ້າກັງວົນກ່ຽວກັບເຈົ້າ. ທັງໝົດຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ເຈົ້າຮູ້ວ່າ ທຸກສິ່ງກ່ຽວກັບມະນຸດແມ່ນຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ. ເຈົ້າອາດຈະຄິດວ່າ ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບການທົນທຸກ ຫຼື ການເຮັດທຸກສິ່ງສຳລັບພຣະອົງ; ເຈົ້າອາດຄິດວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າກໍແມ່ນເພື່ອວ່າເນື້ອໜັງຂອງເຈົ້າອາດຈະສະຫງົບສຸກ ຫຼື ໃຫ້ທຸກສິ່ງໃນຊີວິດຂອງເຈົ້າເປັນໄປດ້ວຍດີ ຫຼື ເພື່ອວ່າເຈົ້າອາດສະດວກສະບາຍ ແລະ ສະບາຍໃຈກັບທຸກສິ່ງ. ເຖິງຢ່າງໃດກໍຕາມ ບໍ່ມີຫຍັງເລີຍໃນສິ່ງເຫຼົ່ານີ້ທີ່ເປັນເປົ້າໝາຍທີ່ຜູ້ຄົນຄວນຍຶດໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 504](https://lo.kingdomsalvation.org/recital-entry-into-life-504.html) - ຖ້າຜູ້ຄົນເຊື່ອໃນພຣະເຈົ້າ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າດ້ວຍຫົວໃຈທີ່ຢໍາເກງພຣະເຈົ້າ ກໍຈະສາມາດເຫັນຄວາມລອດພົ້ນ ແລະ ຄວາມຮັກຂອງພຣະເຈົ້າໄດ້. ຄົນເຫຼົ່ານີ້ສາມາດເປັນພະຍານໃຫ້ກັບພຣະເຈົ້າ; ພວກເຂົາດຳລົງຊີວິດຕາມຄວາມຈິງ ແລະ ສິ່ງທີ່ພວກເຂົາເປັນພະຍານຕໍ່ກໍແມ່ນຄວາມຈິງ, ແມ່ນສິ່ງທີ່ພຣະເຈົ້າເປັນ ແລະ ແມ່ນອຸປະນິໄສຂອງພຣະເຈົ້າເຊັ່ນດຽວກັນ. ພວກເຂົາດຳລົງຊີວິດທ່າມກາງຄວາມຮັກຂອງພຣະເຈົ້າ ແລະ ໄດ້ເຫັນຄວາມຮັກຂອງພຣະເຈົ້າ. ຖ້າຄົນທີ່ປາຖະໜາຮັກພຣະເຈົ້າ ພວກເຂົາຕ້ອງຊີມລົດຊາດແຫ່ງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເຫັນຄວາມເປັນຕາຮັກຂອງພຣະເຈົ້າ; ມີພຽງແຕ່ຕອນນີ້ຈຶ່ງຈະມີການປຸກຫົວໃຈທີ່ຮັກພຣະເຈົ້າໃນຕົວພວກເຂົາ, ຫົວໃຈໃນການສະຫຼະຕົນເອງເພື່ອພຣະເຈົ້າຢ່າງຊື່ສັດ. ພຣະເຈົ້າບໍ່ເຮັດໃຫ້ຜູ້ຄົນຮັກພຣະອົງໂດຍຜ່ານຄຳເວົ້າ ຫຼື ຜ່ານຈິນຕະນາການຂອງພວກເຂົາ ແລະ ພຣະອົງບໍ່ບັງຄັບໃຫ້ຜູ້ຄົນຮັກພຣະອົງ. ກົງກັນຂ້າມ ພຣະອົງປ່ອຍໃຫ້ພວກເຂົາຮັກພຣະເຈົ້າດ້ວຍຄວາມສະໝັກໃຈຂອງພວກເຂົາເອງ ແລະ ພຣະອົງປ່ອຍໃຫ້ພວກເຂົາເຫັນຄວາມເປັນຕາຮັກຂອງພຣະອົງໃນພາລະກິດ ແລະ ຖ້ອຍຄຳຂອງພຣະອົງ ຫຼັງຈາກນັ້ນ ພວກເຂົາຈຶ່ງຈະມີຄວາມຮັກຕໍ່ພຣະເຈົ້າ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນບໍ່ຮັກພຣະເຈົ້າຍ້ອນພວກເຂົາຖືກຄົນອື່ນຍົວະໃຫ້ຮັກພຣະອົງ ຫຼື ຍ້ອນແຮງດົນໃຈທາງອາລົມຊົ່ວຄາວ. ພວກເຂົາຮັກພຣະເຈົ້າຍ້ອນພວກເຂົາໄດ້ເຫັນຄວາມເປັນຕາຮັກຂອງພຣະອົງ, ພວກເຂົາໄດ້ເຫັນວ່າ ມີຫຼາຍສິ່ງຫຼາຍຢ່າງກ່ຽວກັບພຣະເຈົ້າທີ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພວກເຂົາໄດ້ເຫັນຄວາມລອດພົ້ນ, ສະຕິປັນຍາ ແລະ ການກະທຳທີ່ມະຫັດສະຈັນຂອງພຣະເຈົ້າ; ຜົນຕາມມາກໍຄືພວກເຂົາສັນລະເສີນພຣະເຈົ້າຢ່າງແທ້ຈິງ ແລະ ປາຖະໜາຫາພຣະອົງຢ່າງແທ້ຈິງ ແລະ ມີການກະຕຸ້ນຄວາມຫຼົງໄຫຼດັ່ງກ່າວໃນພວກເຂົາຈົນວ່າພວກເຂົາບໍ່ສາມາດຢູ່ລອດໄດ້ ຫາກປາສະຈາກການໄດ້ຮັບຈາກພຣະເຈົ້າ. ເຫດຜົນທີ່ວ່າ ເປັນຫຍັງຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດເປັນພະຍານຢ່າງໜັກແໜ້ນໃຫ້ກັບພຣະອົງໄດ້ກໍຍ້ອນຄຳພະຍານຂອງພວກເຂົາແມ່ນຂື້ນຢູ່ກັບພື້ນຖານແຫ່ງຄວາມຮູ້ທີ່ແທ້ຈິງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 503](https://lo.kingdomsalvation.org/recital-entry-into-life-503.html) - ທັນທີທີ່ພຣະເຈົ້າກາຍມາເປັນຊີວິດພາຍໃນຜູ້ຄົນ ຜູ້ຄົນກໍບໍ່ສາມາດອອກຈາກພຣະເຈົ້າໄດ້. ນີ້ບໍ່ແມ່ນການກະທຳຂອງພຣະເຈົ້າບໍ? ບໍ່ມີຄຳພະຍານທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ! ພຣະເຈົ້າໄດ້ປະຕິບັດພາລະກິດຈົນຮອດຈຸດໃດໜຶ່ງ; ພຣະອົງໄດ້ກ່າວບອກໃຫ້ຜູ້ຄົນປະຕິບັດຮັບໃຊ້, ເພື່ອຖືກຕີສອນ ຫຼື ຕາຍ ແລະ ຜູ້ຄົນກໍຍັງບໍ່ຍອມຖອຍກັບ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາໄດ້ຖືກພຣະເຈົ້າເອົາຊະນະ. ຄົນທີ່ມີຄວາມຈິງແມ່ນຄົນທີ່ສາມາດຍຶດໝັ້ນໃນຄຳພະຍານຂອງພວກເຂົາໃນປະສົບການທີ່ແທ້ຈິງຂອງພວກເຂົາ, ຍຶດໝັ້ນໃນຕໍາແໜ່ງຂອງພວກເຂົາ, ຢືນຢູ່ຂ້າງພຣະເຈົ້າ ໂດຍບໍ່ຖອຍຈັກເທື່ອ ແລະ ຄົນທີ່ມີຄວາມສຳພັນທີ່ປົກກະຕິກັບຄົນທີ່ຮັກພຣະເຈົ້າ ເຊິ່ງເປັນຄົນທີ່ເວລາມີຫຍັງເກີດຂຶ້ນກັບພວກເຂົາ, ພວກເຂົາກໍສາມາດອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າຈົນເຖິງແກ່ຄວາມຕາຍ. ການປະຕິບັດ ແລະ ການເປີດເຜີຍຂອງພວກເຈົ້າໃນຊີວິດທີ່ແທ້ຈິງແມ່ນຄຳພະຍານຂອງພຣະເຈົ້າ, ມັນຄືການດຳລົງຊີວິດຂອງມະນຸດ ແລະ ຄຳພະຍານຂອງພຣະເຈົ້າ ແລະ ສິ່ງນີ້ແມ່ນການຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ; ເມື່ອເຈົ້າມີປະສົບການຈົນຮອດຈຸດນີ້ ຜົນຮັບທີ່ເໝາະສົມກໍຈະຖືກບັນລຸຜົນ. ເຈົ້າມີການດຳລົງຊີວິດທີ່ແທ້ຈິງ ແລະ ຄົນອື່ນຈະເຝົ້າເບິ່ງທຸກການກະທຳຂອງເຈົ້າດ້ວຍຄວາມຊົມຊື່ນຍິນດີ. ລັກສະນະພາຍນອກ ແລະ ການນຸ່ງຖືຂອງເຈົ້າແມ່ນທຳມະດາ ແຕ່ເຈົ້າດຳລົງຊີວິດຕາມຊີວິດທີ່ມີຄວາມສັດທາສູງທີ່ສຸດ ແລະ ເມື່ອເຈົ້າສື່ສານດ້ວຍພຣະທຳຂອງພຣະເຈົ້າ ເຈົ້າກໍຈະຖືກພຣະອົງນໍາພາ ແລະ ເຮັດໃຫ້ສະຫວ່າງ. ເຈົ້າສາມາດກ່າວເຈດຕະນາຂອງພຣະເຈົ້າຜ່ານຄຳເວົ້າຂອງເຈົ້າ, ສື່ສານດ້ວຍຄວາມເປັນຈິງ ແລະ ເຈົ້າເຂົ້າໃຈຫຼາຍຢ່າງກ່ຽວກັບການຮັບໃຊ້ໃນຝ່າຍວິນຍານ. ເຈົ້າກົງໄປກົງມາໃນບົດສົນທະນາຂອງເຈົ້າ, ເຈົ້າເປັນຕານັບຖື ແລະ ຊື່ຕົງ, ບໍ່ປະທະກັນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 501](https://lo.kingdomsalvation.org/recital-entry-into-life-501.html) - ຄົນທີ່ຮັກພຣະເຈົ້າຄືຄົນທີ່ຮັກຄວາມຈິງ ແລະ ຍິ່ງຄົນທີ່ຮັກຄວາມຈິງນໍາຄວາມຈິງໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະມີຄວາມຈິງຫຼາຍສໍ່ານັ້ນ; ຍິ່ງພວກເຂົານໍາມັນໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະມີຄວາມຮັກຂອງພຣະເຈົ້າຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົານໍາມັນໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະຖືກພຣະເຈົ້າອວຍພອນຫຼາຍສໍ່ານັ້ນ. ຖ້າເຈົ້າປະຕິບັດໃນວິທີທາງນີ້ຢູ່ສະເໝີ ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຈົ້າຈະສາມາດເຮັດໃຫ້ເຈົ້າເຫັນເທື່ອລະໜ້ອຍ ຄືກັບທີ່ເປໂຕໄດ້ມາຮູ້ຈັກພຣະເຈົ້າ: ເຊິ່ງເປໂຕໄດ້ກ່າວວ່າ ພຣະເຈົ້າບໍ່ພຽງແຕ່ມີສະຕິປັນຍາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພຣະອົງມີສະຕິປັນຍາໃນການປະຕິບັດພາລະກິດທີ່ແທ້ຈິງໃນຜູ້ຄົນ. ເປໂຕກ່າວອີກວ່າ ພຣະອົງບໍ່ພຽງແຕ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພຣະອົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ຍ້ອນຄວາມສາມາດຂອງພຣະອົງທີ່ສ້າງມະນຸດ, ຊ່ວຍມະນຸດ, ເຮັດໃຫ້ມະນຸດສົມບູນ ແລະ ມອບຄວາມຮັກຂອງພຣະອົງໃຫ້ເປັນຊັບສົມບັດຂອງມະນຸດ. ດ້ວຍເຫດນັ້ນ ເປໂຕຍັງໄດ້ກ່າວຕື່ມວ່າ ມີຫຼາຍສິ່ງຫຼາຍຢ່າງໃນພຣະອົງທີ່ສົມຄວນແກ່ຄວາມຮັກຂອງມະນຸດເຊັ່ນກັນ. ເປໂຕເວົ້າກັບພຣະເຢຊູວ່າ “ການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງຄືເຫດຜົນດຽວທີ່ພຣະອົງສົມຄວນໄດ້ຮັບຄວາມຮັກຂອງຜູ້ຄົນບໍ? ມີຫຼາຍສິ່ງໃນພຣະອົງທີ່ສົມຄວນແກ່ຄວາມຮັກ, ພຣະອົງກະທຳ ແລະ ເຄື່ອນໄຫວໃນຊີວິດທີ່ແທ້ຈິງ, ວິນຍານຂອງພຣະອົງສຳຜັດຂ້ານ້ອຍຢູ່ຂ້າງໃນ, ພຣະອົງລົງວິໄນຂ້ານ້ອຍ, ພຣະອົງຕຳນິຕິເຕືອນຂ້ານ້ອຍ, ສິ່ງເຫຼົ່ານີ້ຍິ່ງສົມຄວນແກ່ຄວາມຮັກຂອງຜູ້ຄົນ”. ຖ້າເຈົ້າປາຖະໜາທີ່ຈະເຫັນ ແລະ ຜະເຊີນຄວາມຮັກຂອງພຣະເຈົ້າ ແລ້ວເຈົ້າຕ້ອງຄົ້ນຫາ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 500](https://lo.kingdomsalvation.org/recital-entry-into-life-500.html) - ພຣະເຈົ້ານໍາໃຊ້ຄວາມເປັນຈິງ ແລະ ການມາເຖິງຂອງຄວາມຈິງເພື່ອເຮັດໃຫ້ຜູ້ຄົນສົມບູນ; ພຣະທຳຂອງພຣະເຈົ້າສໍາເລັດສ່ວນໜຶ່ງຂອງການເຮັດໃຫ້ຜູ້ຄົນສົມບູນ ແລະ ນີ້ແມ່ນພາລະກິດແຫ່ງການນໍາພາ ແລະ ການເປີດຫົນທາງ. ໝາຍຄວາມວ່າ ໃນພຣະທຳຂອງພຣະເຈົ້າ ເຈົ້າຕ້ອງພົບເສັ້ນທາງສູ່ການປະຕິບັດ ແລະ ຄວາມຮູ້ກ່ຽວກັບນິມິດ. ໂດຍການເຂົ້າໃຈສິ່ງເຫຼົ່ານີ້ ມະນຸດຈະມີເສັ້ນທາງ ແລະ ນິມິດໃນການປະຕິບັດຕົວຈິງຂອງເຂົາ ແລະ ເຂົາຈະສາມາດໄດ້ຮັບແສງສະຫວ່າງຜ່ານພຣະທຳຂອງພຣະເຈົ້າ, ເຂົາຈະສາມາດເຂົ້າໃຈວ່າ ສິ່ງເຫຼົ່ານີ້ແມ່ນມາຈາກພຣະເຈົ້າ ແລະ ສາມາດສັງເກດເຫັນຫຼາຍສິ່ງຫຼາຍຢ່າງ. ຫຼັງຈາກການເຂົ້າໃຈແລ້ວ ມະນຸດຕ້ອງເຂົ້າສູ່ຄວາມເປັນຈິງນີ້ທັນທີ ແລະ ຕ້ອງນໍາໃຊ້ພຣະທຳຂອງພຣະເຈົ້າເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນຊີວິດຄວາມເປັນຈິງຂອງເຂົາ. ພຣະເຈົ້າຈະນໍາພາເຈົ້າທຸກສິ່ງ ແລະ ຈະມອບເສັ້ນທາງສູ່ການປະຕິບັດໃຫ້ກັບພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າຮູ້ສຶກວ່າ ພຣະອົງເປັນຕາຮັກໂດຍພິເສດ ແລະ ເຮັດໃຫ້ພວກເຈົ້າເຫັນວ່າ ທຸກບາດກ້າວໃນການດໍາເນີນພາລະກິດຂອງພຣະເຈົ້າແມ່ນເພື່ອຕັ້ງໃຈເຮັດໃຫ້ພວກເຈົ້າສົມບູນ. ຖ້າພວກເຈົ້າປາຖະໜາທີ່ຈະເຫັນຄວາມຮັກຂອງພຣະເຈົ້າ ຖ້າເຈົ້າປາຖະໜາທີ່ຈະມີປະສົບການກັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລ້ວພວກເຈົ້າກໍຕ້ອງລົງເລິກສູ່ຄວາມເປັນຈິງ, ເຈົ້າຕ້ອງລົງເລິກສູ່ຊີວິດທີ່ແທ້ຈິງ ແລະ ເຫັນວ່າທຸກສິ່ງທີ່ພຣະອົງປະຕິບັດນັ້ນແມ່ນຄວາມຮັກ ແລະ ຄວາມລອດພົ້ນ ເຊິ່ງທຸກສິ່ງທີ່ພຣະອົງກະທໍາແມ່ນເພື່ອເຮັດໃຫ້ຜູ້ຄົນປະຖິ້ມສິ່ງທີ່ບໍ່ເປັນມົນທິນ ແລະ ເພື່ອຫຼໍ່ຫຼອມສິ່ງທີ່ຢູ່ພາຍໃນມະນຸດທີ່ບໍ່ສາມາດເປັນທີ່ພໍໃຈຕາມເຈດຕະນາຂອງພຣະເຈົ້າໄດ້. ພຣະເຈົ້ານໍາໃຊ້ພຣະທຳເພື່ອຈັດກຽມໃຫ້ກັບມະນຸດ; ພຣະອົງສ້າງສະພາບແວດລ້ອມໃນຊີວິດທີ່ເປັນຈິງເພື່ອຜູ້ຄົນໄດ້ມີປະສົບການ ແລະ ຖ້າຜູ້ຄົນກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍຂໍ້ ແລ້ວເມື່ອພວກເຂົາໄດ້ນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດຕົວຈິງ, ພວກເຂົາສາມາດແກ້ໄຂອຸປະສັກທຸກຢ່າງທີ່ຢູ່ໃນຊີວິດຂອງພວກເຂົາໄດ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 499](https://lo.kingdomsalvation.org/recital-entry-into-life-499.html) - ແກ່ນແທ້ຂອງຄວາມເຊື່ອໃນພຣະເຈົ້າຂອງຄົນສ່ວນໃຫຍ່ແມ່ນຄວາມເຊື່ອໃນສາສະໜາ ນັ້ນກໍຄື ພວກເຂົາບໍ່ສາມາດຮັກພຣະເຈົ້າໄດ້ ແລະ ພຽງແຕ່ສາມາດຕິດຕາມພຣະເຈົ້າຄືກັບຫຸ່ນຍົນ ໂດຍບໍ່ສາມາດປາດຖະໜາຫາພຣະເຈົ້າ ຫຼື ເຄົາລົບນັບຖືພຣະອົງໄດ້ຢ່າງແທ້ຈິງ. ພວກເຂົາພຽງແຕ່ຕິດຕາມພຣະອົງຢ່າງງຽບໆ. ຫຼາຍຄົນເຊື່ອໃນພຣະເຈົ້າ ແຕ່ມີໜ້ອຍຄົນທີ່ຮັກພຣະເຈົ້າ; ພວກເຂົາພຽງແຕ່ “ຢໍາເກງ” ພຣະເຈົ້າຍ້ອນພວກເຂົາຢ້ານໄພພິບັດ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍ “ນັບຖື” ພຣະເຈົ້າຍ້ອນພຣະອົງສູງສົ່ງ ແລະ ມີລິດທານຸພາບສູງສຸດ, ແຕ່ໃນການຢໍາເກງ ແລະ ຄວາມນັບຖືຂອງພວກເຂົານັ້ນບໍ່ມີຄວາມຮັກ ຫຼື ຄວາມປາຖະໜາຢ່າງແທ້ຈິງເລີຍ. ໃນປະສົບການຂອງພວກເຂົາ, ພວກເຂົາສະແຫວງຫາຂໍ້ມູນເລັກນ້ອຍຂອງຄວາມຈິງ ຫຼື ບໍ່ກໍເປັນສິ່ງເລິກລັບທີ່ບໍ່ສຳຄັນ. ຄົນສ່ວນໃຫຍ່ພຽງແຕ່ຕິດຕາມເທົ່ານັ້ນ, ຕຶກປາເພື່ອໄດ້ຮັບພອນໃນນໍ້າທີ່ປັ່ນປ່ວນ; ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ພວກເຂົາບໍ່ອ່ອນນ້ອມຕໍ່ພຣະເຈົ້າເພື່ອຮັບເອົາການອວຍພອນຂອງພຣະອົງຢ່າງແທ້ຈິງ. ຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າຂອງທຸກຄົນບໍ່ມີຄວາມໝາຍເລີຍ, ມັນປາສະຈາກຄຸນຄ່າ ແລະ ໃນນັ້ນກໍມີແຕ່ຂໍ້ພິຈາລະນາ ແລະ ການສະແຫວງຫາສ່ວນຕົວ; ພວກເຂົາບໍ່ເຊື່ອໃນພຣະເຈົ້າເພື່ອຮັກພຣະເຈົ້າ ແຕ່ເພື່ອເຫັນແກ່ການໄດ້ຮັບພອນ. ຫຼາຍຄົນປະຕິບັດຕົວຕາມທີ່ພວກເຂົາພໍໃຈ, ພວກເຂົາເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະ ບໍ່ເຄີຍພິຈາລະນາເຖິງຜົນປະໂຫຍດຂອງພຣະເຈົ້າເລີຍ ຫຼື ສິ່ງທີ່ພວກເຂົາເຮັດນັ້ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ຄົນດັ່ງກ່າວຍິ່ງບໍ່ສາມາດບັນລຸຄວາມເຊື່ອທີ່ແທ້ຈິງ ຢ່າວ່າແຕ່ຄວາມຮັກທີ່ມີຕໍ່ພຣະເຈົ້າເລີຍ. ແກ່ນແທ້ຂອງພຣະເຈົ້າບໍ່ໄດ້ມີພຽງແຕ່ໃຫ້ມະນຸດເຊື່ອເທົ່ານັ້ນ, ຍິ່ງໄປກວ່ານັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 365](https://lo.kingdomsalvation.org/recital-exposing-mankind-s-corruption-365.html) - ຢູ່ເທິງແຜ່ນດິນໂລກ ວິນຍານທີ່ຊົ່ວຮ້າຍທຸກປະເພດອອກຫາບ່ອນພັກຜ່ອນຢູ່ຕະຫຼອດເວລາ ແລະ ຊອກຫາຊາກສົບຂອງມະນຸດ ທີ່ມັນສາມາດກິນໄດ້ຢ່າງບໍ່ມີສິ້ນສຸດ. ປະຊາຊົນຂອງເຮົາເອີຍ! ພວກເຈົ້າຕ້ອງຄົງຢູ່ພາຍໃນການເບິ່ງແຍງ ແລະ ການປົກປ້ອງຂອງເຮົາ. ຈົ່ງຢ່າໄຮ້ສິນທໍາເດັດຂາດ! ຈົ່ງຢ່າປະພຶດຕົນໂດຍບໍ່ລະວັງ! ເຈົ້າຄວນຖວາຍຄວາມຈົງຮັກພັກດີຂອງເຈົ້າໃນເຮືອນຂອງເຮົາ ແລະ ດ້ວຍຄວາມຈົງຮັກພັກດີເທົ່ານັ້ນ ເຈົ້າຈຶ່ງຈະສາມາດຕອບໂຕ້ຕໍ່ກົນອຸບາຍຂອງຜີຮ້າຍໄດ້. ພວກເຈົ້າບໍ່ຄວນປະພຶດດັ່ງທີ່ພວກເຈົ້າເຮັດໃນອະດີດ ບໍ່ວ່າ ຈະຢູ່ພາຍໃຕ້ສະຖານະການໃດກໍຕາມ ໂດຍເຮັດສິ່ງໜຶ່ງຕໍ່ໜ້າເຮົາ ແລ້ວເຮັດອີກສິ່ງລັບຫຼັງເຮົາ; ຖ້າພວກເຈົ້າເຮັດເຊັ່ນນີ້, ພວກເຈົ້າກໍເກີນທີ່ຈະໄດ້ຮັບການໄຖ່ບາບແລ້ວ. ເຮົາບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຢ່າງພຽງພໍບໍ? ມັນເປັນຍ້ອນວ່າ ທໍາມະຊາດເດີມໆຂອງມະນຸດແກ້ໄຂບໍ່ໄດ້, ເຮົາຈຶ່ງຕ້ອງໄດ້ເຕືອນຜູ້ຄົນຊໍ້າແລ້ວຊໍ້າອີກ. ຈົ່ງຢ່າເບື່ອໜ່າຍ! ທຸກສິ່ງທີ່ເຮົາເວົ້າແມ່ນເພື່ອຮັບປະກັນຊາຕາກໍາຂອງພວກເຈົ້າ! ບ່ອນທີ່ເປິເປື້ອນ ແລະ ສົກກະປົກແມ່ນສິ່ງທີ່ຊາຕານຕ້ອງການຢ່າງແທ້ຈິງ; ຍິ່ງພວກເຈົ້າບໍ່ສາມາດໄຖ່ບາບຢ່າງສິ້ນຫວັງ ແລະ ຍິ່ງພວກເຈົ້າໄຮ້ສິນທໍາ ໂດຍປະຕິເສດທີ່ຈະຍອມຢັບຢັ້ງໃຈ, ວິນຍານທີ່ສົກກະປົກເຫຼົ່ານັ້ນຍິ່ງຈະສວຍໂອກາດໃນການແຊກຊຶມເຂົ້າໄປໃນພວກເຈົ້າ. ຖ້າພວກເຈົ້າໄດ້ມາຮອດຈຸດນີ້, ຄວາມຈົງຮັກພັກດີຂອງພວກເຈົ້າກໍຈະບໍ່ມີຫຍັງ ນອກຈາກເປັນການເວົ້າຫຼິ້ນລ້າໆ ໂດຍບໍ່ມີຄວາມເປັນຈິງໃດໆ ແລະ ວິນຍານທີ່ສົກກະປົກກໍຈະກືນກິນຄວາມຕັ້ງໃຈຂອງພວກເຈົ້າ ແລະ ປະຕິຮູບມັນໃຫ້ເປັນຄວາມກະບົດ ແລະ ເປັນ ແຜນການຊົ່ວຮ້າຍ ເພື່ອໃຊ້ທໍາລາຍພາລະກິດຂອງເຮົາ. ຈາກນັ້ນ, ພວກເຈົ້າກໍຈະສາມາດຖືກເຮົາຂ້ຽນຕີໃນເວລາໃດກໍໄດ້. ບໍ່ມີໃຜເຂົ້າໃຈຄວາມຮ້າຍແຮງຂອງສະຖານະການນີ້; ທຸກຄົນພຽງແຕ່ເຮັດທໍາທ່າບໍ່ໄດ້ຍິນໃນສິ່ງທີ່ພວກເຂົາໄດ້ຍິນ ແລະ ບໍ່ໄດ້ລະວັງຕົວແມ່ນແຕ່ໜ້ອຍດຽວ. ເຮົາບໍ່ໄດ້ຈື່ໃນສິ່ງທີ່ຖືກເຮັດໃນອະດີດ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 224](https://lo.kingdomsalvation.org/recital-knowing-God-s-work-224.html) - ເມື່ອສຽງຄໍານັບຂອງອານາຈັກດັງຂຶ້ນ ເຊິ່ງຍັງແມ່ນເວລາທີ່ສຽງຟ້າຮ້ອງທັງເຈັດດັງກັງວານຂຶ້ນ, ສຽງດັ່ງກ່າວນີ້ສັ່ນສະທ້ານສະຫວັນ ແລະ ແຜ່ນດິນໂລກ, ເຮັດໃຫ້ສະຫວັນຊັ້ນສູງສຸດສັ່ນສະເທືອນ ແລະ ເຮັດໃຫ້ຄວາມຮູ້ສຶກໃນໃຈຂອງມະນຸດທຸກຄົນສັ່ນເຊັນ. ເພງແຫ່ງອານາຈັກດັງຂຶ້ນຢ່າງເປັນພິທີໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງພິສູດໃຫ້ເຫັນວ່າ ເຮົາໄດ້ທໍາລາຍປະເທດນັ້ນ ແລະ ໄດ້ສ້າງອານາຈັກຂອງເຮົາຂຶ້ນ. ສໍາຄັນໄປກວ່ານັ້ນ, ອານາຈັກຂອງເຮົາຖືກສ້າງຂຶ້ນຢູ່ເທິງແຜ່ນດິນໂລກ. ໃນຊ່ວງເວລານີ້, ເຮົາໄດ້ເລີ່ມສົ່ງທູດສະຫວັນຂອງເຮົາອອກໄປຫາທຸກຄົນຂອງບັນດາປະເທດຕ່າງໆໃນໂລກ ເພື່ອວ່າ ພວກເຂົາຈະສາມາດເບິ່ງແຍງບຸດຂອງເຮົາ ແລະ ປະຊາຊົນຂອງເຮົາ; ສິ່ງນີ້ຍັງແມ່ນເພື່ອຕອບສະໜອງຄວາມຕ້ອງການຂອງຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ. ຢ່າງໃດກໍຕາມ, ເຮົາມາບ່ອນທີ່ມັງກອນແດງທີ່ຍິ່ງໃຫຍ່ນອນມ້ວນຕົວຢູ່ ແລະ ຕໍ່ສູ້ກັບມັນດ້ວຍຕົວເຮົາເອງ. ເມື່ອມະນຸດທຸກຄົນມາຮູ້ຈັກເຮົາໃນເນື້ອໜັງ ແລະ ສາມາດເຫັນການກະທໍາຂອງເຮົາໃນເນື້ອໜັງ, ຖໍ້າຂອງມັງກອນແດງທີ່ຍິ່ງໃຫຍ່ກໍຈະກາຍເປັນຂີ້ເຖົ່າ ແລະ ຫາຍໄປໂດຍບໍ່ມີຮ່ອງຮອຍ. ໃນຖານະທີ່ເປັນປະຊາຊົນຂອງອານາຈັກຂອງເຮົາ, ໃນເມື່ອພວກເຈົ້າກຽດຊັງມັງກອນແດງທີ່ຍິ່ງໃຫຍ່ຈົນເຂົ້າກະດູກດໍາ, ພວກເຈົ້າຕ້ອງເຮັດໃຫ້ເຮົາພໍໃຈ ດ້ວຍການກະທໍາຂອງພວກເຈົ້າ ແລະ ດ້ວຍວິທີນີ້ ກໍເປັນການນໍາເອົາຄວາມອັບອາຍມາສູ່ມັງກອນ. ພວກເຈົ້າຮູ້ສຶກຢ່າງແທ້ຈິງບໍວ່າມັງກອນແດງທີ່ຍິ່ງໃຫຍ່ນັ້ນເປັນຕາກຽດຊັງ? ພວກເຈົ້າຮູ້ສຶກບໍວ່າມັນແມ່ນສັດຕູຂອງອານາຈັກຂອງກະສັດ? ພວກເຈົ້າເຊື່ອແທ້ບໍວ່າພວກເຈົ້າສາມາດເປັນພະຍານຢ່າງດີຕໍ່ເຮົາ? ພວກເຈົ້າມີຄວາມໝັ້ນໃຈແທ້ບໍວ່າພວກເຈົ້າສາມາດເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ໄດ້? ນີ້ແມ່ນສິ່ງທີ່ເຮົາຂໍຈາກພວກເຈົ້າ; ສິ່ງດຽວທີ່ເຮົາຕ້ອງການແມ່ນໃຫ້ພວກເຈົ້າສາມາດໄປຮອດຂັ້ນຕອນນີ້. ພວກເຈົ້າຈະສາມາດເຮັດສິ່ງນີ້ໄດ້ບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າສາມາດບັນລຸໃນສິ່ງນີ້ໄດ້ບໍ? ແມ່ນຫຍັງແທ້ທີ່ມະນຸດສາມາດເຮັດໄດ້? ບໍ່ແມ່ນເຮົາເຮັດມັນດ້ວຍຕົວເຮົາເອງບໍ? ເປັນຫຍັງເຮົາຈຶ່ງເວົ້າວ່າ ເຮົາລົງມາດ້ວຍຕົວເຮົາເອງສູ່ສະຖານທີ່ ທີ່ໄດ້ມີການຕໍ່ສູ້ເກີດຂຶ້ນ? ສິ່ງທີ່ເຮົາຕ້ອງການແມ່ນຄວາມເຊື່ອຂອງພວກເຈົ້າ, ບໍ່ແມ່ນການກະທໍາຂອງພວກເຈົ້າ.
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 9](https://lo.kingdomsalvation.org/the-nine-utterance-audio.html) - ໃນເມື່ອເຈົ້າຢູ່ໃນທ່າມກາງຜູ້ຄົນຂອງຄົວເຮືອນຂອງເຮົາ ແລະ ໃນເມື່ອເຈົ້າຈົງຮັກພັກດີໃນອານາຈັກຂອງເຮົາ ເຈົ້າກໍຕ້ອງຍຶດໝັ້ນກັບມາດຕະຖານຂອງຄວາມຕ້ອງການຂອງເຮົາ ໃນທຸກສິ່ງທີ່ເຈົ້າເຮັດ. ເຮົາບໍ່ໄດ້ຂໍໃຫ້ເຈົ້າເປັນຫຍັງຫຼາຍໄປກວ່າເມກທີ່ລ່ອງລອຍ ແຕ່ຂໍໃຫ້ເຈົ້າເປັນແສງຫິມະອ່ອນໆ ແລະ ມີແກ່ນແທ້ຂອງມັນ ແລະ ຍິ່ງໄປກວ່ານັ້ນກໍແມ່ນຄຸນຄ່າຂອງມັນ. ຍ້ອນເຮົາມາຈາກດິນແດນທີ່ບໍລິສຸດ, ເຮົາຈຶ່ງບໍ່ຄືກັນກັບດອກບົວ ເຊິ່ງມີແຕ່ຊື່ເທົ່ານັ້ນ ແລະ ບໍ່ມີແກ່ນແທ້ ເນື່ອງຈາກມັນມາຈາກຕົມ ແລະ ບໍ່ແມ່ນດິນແດນທີ່ບໍລິສຸດ. ເວລາທີ່ສະຫວັນໃໝ່ສະເດັດລົງມາແຜ່ນດິນໂລກ ແລະ ແຜນດິນໂລກໃໝ່ຂະຫຍາຍອອກໄປທົ່ວທ້ອງຟ້າ ແນ່ນອນ ຍັງແມ່ນເວລາທີ່ເຮົາເຮັດພາລະກິດຢ່າງເປັນທາງການໃນທ່າມກາງມະນຸດ. ແມ່ນໃຜໃນທ່າມກາງມະນຸດທີ່ຮູ້ຈັກເຮົາແດ່? ແມ່ນໃຜໄດ້ເຫັນຊ່ວງເວລາທີ່ເຮົາໄດ້ມາເຖິງບໍ່? ແມ່ນໃຜທີ່ເຫັນວ່າເຮົາບໍ່ພຽງແຕ່ມີຊື່ ແຕ່ຍິ່ງໄປກວ່ານັ້ນ ແມ່ນຍັງມີແກ່ນແທ້ນໍາ? ເຮົາກວາດເມກສີຂາວຖິ້ມດ້ວຍມືຂອງເຮົາ ແລະ ສັງເກດເບິ່ງທ້ອງຟ້າຢ່າງໃກ້ຊິດ; ບໍ່ມີຫຍັງໃນອາວະກາດທີ່ບໍ່ໄດ້ຖືກຈັດກຽມດ້ວຍມືຂອງເຮົາ ແລະ ຢູ່ທາງລຸ່ມຂອງມັນກໍບໍ່ມີຜູ້ໃດທີ່ບໍ່ປະກອບຄວາມພະຍາຍາມເລັກນ້ອຍຂອງເຂົາຕໍ່ຄວາມສໍາເລັດຂອງກິດຈະການອັນຍິ່ງໃຫຍ່ຂອງເຮົາ. ເຮົາບໍ່ເຮັດການຮຽກຮ້ອງທີ່ຍາກລໍາບາກຈາກຜູ້ຄົນຢູ່ເທິງແຜ່ນດິນໂລກ ເນື່ອງຈາກວ່າ ເຮົາແມ່ນພຣະເຈົ້າແຫ່ງຄວາມຈິງຢ່າງສະເໝີມາ ແລະ ຍ້ອນເຮົາແມ່ນອົງຊົງລິດທານຸພາບສູງສຸດ ທີ່ໄດ້ສ້າງມະນຸດ ແລະ ຮູ້ຈັກພວກເຂົາເປັນຢ່າງດີ. ທຸກຄົນແມ່ນຢູ່ພາຍໃຕ້ສາຍຕາຂອງອົງຊົງລິດທານຸພາບສູງສຸດ. ຜູ້ທີ່ຢູ່ໃນແຈມຸມໄກສຸດຂອງແຜ່ນດິນໂລກຈະສາມາດຫຼີກເວັ້ນການກວດສອບຢ່າງລະອຽດຂອງພຣະວິນຍານຂອງເຮົາໄດ້ແນວໃດ? ເຖິງວ່າຜູ້ຄົນຈະ “ຮູ້ຈັກ” ພຣະວິນຍານຂອງເຮົາ ແຕ່ພວກເຂົາກໍຍັງລ່ວງເກີນພຣະວິນຍານຂອງເຮົາ. ພຣະທໍາຂອງເຮົາເປີດເຜີຍໃບໜ້າອັນຂີ້ຮ້າຍຂອງທຸກຄົນ ພ້ອມກັບຄວາມຄິດໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຖືກເຮັດໃຫ້ແຈ້ງຂຶ້ນດ້ວຍແສງສະຫວ່າງຂອງເຮົາ ແລະ ລົ້ມລົງໃນທ່າມກາງຄວາມກວດສອບຂອງເຮົາ.
- [ຜູ້ທີ່ໄດ້ຮັບຄວາມລອດພົ້ນແມ່ນຜູ້ທີ່ຍິນດີປະຕິບັດຕາມຄວາມຈິງ](https://lo.kingdomsalvation.org/willing-to-practice-the-truth-audio.html) - ຄວາມຈໍາເປັນໃນການມີຊີວິດຄຣິສຕະຈັກທີ່ດີກໍໄດ້ຖືກກ່າວໄວ້ໃນບົດເທດສະໜາຢູ່ເປັນປະຈໍາ. ເປັນຫຍັງຊີວິດຂອງຄຣິສຕະຈັກຈຶ່ງຍັງບໍ່ດີຂຶ້ນ ແລະ ຍັງເປັນຄືເກົ່າ? ເປັນຫຍັງຈຶ່ງບໍ່ມີວິຖີຊີວິດອັນໃໝ່ ແລະ ທີ່ແຕກຕ່າງ? ແລ້ວເປັນເລື່ອງປົກກະຕິບໍທີ່ຄົນໃນຍຸກ 90 ຈະດໍາລົງຊີວິດຄືຈັກກະພັດໃນຍຸກຜ່ານມາ? ເຖິງວ່າສິ່ງທີ່ຜູ້ຄົນກິນ ແລະ ດື່ມໃນຕອນນີ້ຄືອາຫານແຊບນົວທີ່ຈະຊີມລົດຊາດໄດ້ຍາກໃນຍຸກຜ່ານມາ ແຕ່ຍັງບໍ່ມີການປ່ຽນແປງຢ່າງໃຫຍ່ຫຼວງໃດໆໃນຊີວິດຄຣິສຕະຈັກ. ມັນບໍ່ຕ່າງຫຍັງກັບການເອົາເຫຼົ້າແວງເກົ່າໃສ່ໃນຂວດໃໝ່. ເປັນແບບນັ້ນແລ້ວ ການທີ່ພຣະເຈົ້າກ່າວຫຼາຍຈະມີປະໂຫຍດອັນໃດ? ຄຣິສຕະຈັກໃນບ່ອນສ່ວນໃຫຍ່ຍັງບໍ່ມີການປ່ຽນແປງເລີຍ. ເຮົາໄດ້ເຫັນກັບຕາຂອງເຮົາ ແລະ ມັນຈະແຈ້ງໃນໃຈຂອງເຮົາ; ເຖິງແມ່ນວ່າເຮົາຍັງບໍ່ທັນໄດ້ປະສົບກັບຊີວິດຂອງຄຣິສຕະຈັກດ້ວຍຕົນເອງ ເຮົາກໍຮູ້ສະພາບການຊຸມນຸມຂອງຄຣິສຕະຈັກປານຫຼັງມືຂອງເຮົາ. ພວກເຂົາບໍ່ມີຄວາມຄືບໜ້າຫຍັງຫຼາຍ. ມັນກັບໄປຄໍາເວົ້ານັ້ນທີ່ວ່າ ມັນເປັນຄືກັບການໃສ່ເຫຼົ້າແວງເກົ່າເຂົ້າໃນຂວດໃໝ່. ບໍ່ມີຫຍັງປ່ຽນແປງ! ເມື່ອມີຄົນລ້ຽງດູພວກເຂົາ ພວກເຂົາກໍລຸກປານໄຟ ແຕ່ເມື່ອບໍ່ມີໃຜຊ່ວຍພວກເຂົາ ພວກເຂົາກໍເຢັນປານນໍ້າກ້ອນ. ມີໜ້ອຍຄົນທີ່ສາມາດເວົ້າກ່ຽວກັບສິ່ງທີ່ເປັນຈິງໄດ້ ແລະ ບໍ່ຄ່ອຍມີຜູ້ໃດສາມາດຮັບເອົາຕໍາແໜ່ງຜູ້ນໍາໄດ້. ເຖິງແມ່ນວ່າການເທດສະໜາຈະດີງາມ ແຕ່ກໍຫາຍາກທີ່ຈະມີຄົນເຂົ້າເຖິງ. ໜ້ອຍຄົນຖະໜອມຮັກພຣະທໍາຂອງພຣະເຈົ້າ. ພວກເຂົາຮ້ອງໄຫ້ເມື່ອພວກເຂົາຮັບເອົາພຣະທໍາຂອງພຣະເຈົ້າ, ຍິ້ມແຍ້ມເມື່ອພວກເຂົາວາງພຣະທໍາຂອງພຣະອົງລົງໄວ້ທາງຂ້າງ ແລະ ຂາດລົດຊາດ ແລະ ຂາດຄວາມສົດໃສເມື່ອພວກເຂົາອອກຈາກພຣະທໍານັ້ນ. ເວົ້າໃຫ້ຈະແຈ້ງກໍຄື ພວກເຈົ້າບໍ່ໄດ້ຖະໜອມຮັກພຣະທໍາຂອງພຣະເຈົ້າເລີຍ ແລະ ພວກເຈົ້າບໍ່ເຄີຍເຫັນຄຸນຄ່າພຣະທໍາທີ່ອອກມາຈາກປາກຂອງພຣະອົງໃນທຸກມື້ນີ້. ພວກເຈົ້າກັງວົນເມື່ອອ່ານພຣະທໍາຂອງພຣະອົງ ແລະ ຮູ້ສຶກອິດເມື່ອຍເມື່ອທ່ອງຂຶ້ນໃຈ ແລະ ເມື່ອເຖິງເວລານໍາເອົາພຣະທໍາຂອງພຣະເຈົ້າເຂົ້າສູ່ການປະຕິບັດ, ມັນກໍຄືກັນກັບການພະຍາຍາມຕັກນໍ້າສ້າງໂດຍການດຶງມັນຂຶ້ນດ້ວຍຂົນຫາງມ້າ. ເຖິງວ່າພວກເຈົ້າຈະພະຍາຍາມຫຼາຍພຽງໃດກໍຕາມ, ພວກເຈົ້າຈະບໍ່ສາມາດດຶງມັນຂຶ້ນມາໄດ້ຢ່າງເຕັມກໍາລັງ.
- [ພຣະຄຳຂອງພຣະຄຣິດໃນຕົ້ນເດີມ: ບົດທີ 108](https://lo.kingdomsalvation.org/one-hundred-and-eighth-utterance-audio.html) - ພາຍໃນຕົວເຮົາ, ທຸກຄົນສາມາດພົບການພັກຜ່ອນ ແລະ ທຸກຄົນສາມາດບັນລຸອິດສະຫຼະພາບໄດ້. ຄົນທີ່ຢູ່ນອກຕົວເຮົາແມ່ນບໍ່ສາມາດບັນລຸທັງອິດສະຫຼະພາບ ຫຼື ຄວາມສຸກໄດ້, ຍ້ອນວ່າພຣະວິນຍານຂອງເຮົາບໍ່ໄດ້ຢູ່ກັບພວກເຂົາ. ຄົນເຊັ່ນນັ້ນຖືກເອີ້ນວ່າຄົນຕາຍທີ່ໄຮ້ວິນຍານ, ໃນຂະນະທີ່ເຮົາເອີ້ນຄົນທີ່ຢູ່ພາຍໃນຕົວເຮົາວ່າ “ສິ່ງມີຊີວິດທີ່ມີວິນຍານ”. ພວກເຂົາເປັນຂອງເຮົາ ແລະ ພວກເຂົາຖືກຜູກມັດໃຫ້ກັບຄືນສູ່ບັນລັງຂອງເຮົາ. ບັນດາຜູ້ທີ່ໃຫ້ບໍລິການ ແລະ ບັນດາຜູ້ທີ່ເປັນຂອງມານຮ້າຍແມ່ນຄົນຕາຍທີ່ໄຮ້ວິນຍານ ແລະ ພວກເຂົາທັງໝົດຈະຕ້ອງຖືກປະຖິ້ມ ແລະ ກາຍເປັນຄວາມວ່າງເປົ່າ. ນີ້ແມ່ນຄວາມລຶກລັບແຫ່ງແຜນການຄຸ້ມຄອງຂອງເຮົາ ແລະ ແມ່ນສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງເຮົາທີ່ມະນຸດຊາດບໍ່ສາມາດເຂົ້າໃຈໄດ້; ແນວໃດກໍຕາມ, ໃນຂະນະດຽວກັນ ເຮົາໄດ້ເຜີຍແຜ່ເລື່ອງນີ້ແກ່ທຸກຄົນ. ບັນດາຜູ້ທີ່ບໍ່ເປັນຂອງເຮົາກໍຕໍ່ຕ້ານເຮົາ; ບັນດາຜູ້ທີ່ເປັນຂອງເຮົາແມ່ນຜູ້ທີ່ເຂົ້າກັນກັບເຮົາໄດ້. ນີ້ເປັນສິ່ງທີ່ໂຕ້ແຍ້ງບໍ່ໄດ້ຢ່າງສິ້ນເຊີງ ແລະ ມັນຄືຫຼັກການທີ່ຢູ່ເບື້ອງຫຼັງການທີ່ເຮົາພິພາກສາຊາຕານ. ຫຼັກການນີ້ຄວນເປັນທີ່ຮູ້ຈັກແກ່ທຸກຄົນເພື່ອວ່າພວກເຂົາຈະສາມາດເຫັນຄວາມຊອບທຳ ແລະ ຄວາມທ່ຽງທຳຂອງເຮົາ. ທຸກຄົນທີ່ມາຈາກຊາຕານຈະຖືກພິພາກສາ, ເຜົາໄໝ້ ແລະ ເຮັດໃຫ້ກາຍເປັນຂີ້ເຖົ່າ. ນີ້ແມ່ນຄວາມໂກດຮ້າຍຂອງເຮົາເຊັ່ນກັນ ແລະ ຈາກນີ້ ອຸປະນິໄສຂອງເຮົາໄດ້ຖືກເຮັດໃຫ້ຊັດເຈນຍິ່ງຂຶ້ນ. ນັບແຕ່ນີ້ໄປ, ອຸປະນິໄສຂອງເຮົາຈະຖືກປະກາດຢ່າງເປີດເຜີຍ; ມັນຈະຖືກເປີດເຜີຍຢ່າງຕໍ່ເນື່ອງແກ່ທຸກຄົນ ແລະ ທຸກຊົນຊາດ, ແກ່ທຸກສາສະໜາ, ແກ່ທຸກນິກາຍ ແລະ ແກ່ຄົນທຸກສາຂາອາຊີບ. ບໍ່ມີຫຍັງທີ່ຈະຖືກປິດບັງໄວ້; ທັງໝົດຈະຖືກເປີດເຜີຍ. ມັນເປັນຍ້ອນອຸປະນິໄສຂອງເຮົາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 537](https://lo.kingdomsalvation.org/recital-entry-into-life-537.html) - ມີແຕ່ເມື່ອເຈົ້າໄດ້ໂຍນຖິ້ມອຸປະນິໄສທີ່ເສື່ອມຊາມ ແລະ ບັນລຸການດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິແລ້ວ ເຈົ້າຈຶ່ງຈະຖືກເຮັດໃຫ້ສົມບູນ. ເຖິງແມ່ນວ່າ ເຈົ້າຈະບໍ່ສາມາດບອກການທຳນາຍ ຫຼື ຄວາມລຶກລັບໃດໆໄດ້, ເຈົ້າກໍຈະດຳເນີນຊີວິດ ແລະ ເປີດເຜີຍລັກສະນະຂອງມະນຸດ. ພຣະເຈົ້າໄດ້ສ້າງມະນຸດ ແຕ່ຫຼັງຈາກນັ້ນ ມະນຸດກໍຖືກຊາຕານເຮັດໃຫ້ເສື່ອມຊາມ ຈົນຜູ້ຄົນໄດ້ກາຍເປັນ “ຄົນຕາຍ”. ດ້ວຍເຫດນີ້ ຫຼັງຈາກທີ່ເຈົ້າໄດ້ປ່ຽນແປງ ເຈົ້າຈະບໍ່ເປັນຄືກັບ “ຄົນຕາຍ” ເຫຼົ່ານີ້ອີກຕໍ່ໄປ. ມັນແມ່ນພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ວິນຍານຂອງຜູ້ຄົນລຸກສະຫວ່າງ ແລະ ເຮັດໃຫ້ພວກເຂົາໄດ້ເກີດໃໝ່ ແລະ ເມື່ອວິນຍານຂອງຜູ້ຄົນໄດ້ເກີດໃໝ່, ແລ້ວພວກເຂົາກໍຈະມີຊີວິດ. ເມື່ອເຮົາເວົ້າເຖິງ “ຄົນຕາຍ”, ເຮົາໝາຍເຖິງຊາກສົບທີ່ບໍ່ມີວິນຍານ, ຜູ້ຄົນທີ່ວິນຍານຂອງພວກເຂົາໄດ້ຕາຍຢູ່ພາຍໃນພວກເຂົາ. ເມື່ອປະກາຍໄຟຊີວິດຖືກຈູດຂຶ້ນໃນວິນຍານຂອງຜູ້ຄົນ, ແລ້ວຜູ້ຄົນກໍມີຊີວິດໃໝ່. ນັກບຸນທີ່ກ່າວເຖິງໃນເມື່ອກ່ອນ ໝາຍເຖິງຜູ້ຄົນທີ່ໄດ້ມີຊີວິດ, ຜູ້ທີ່ຢູ່ພາຍໃຕ້ອິດທິພົນຂອງຊາຕານ ແຕ່ເອົາຊະນະຊາຕານໄດ້. ປະຊາຊົນທີ່ຖືກເລືອກໃນປະເທດຈີນໄດ້ອົດທົນກັບການຂົ່ມເຫັງທີ່ໂຫດຮ້າຍ ແລະ ໄຮ້ມະນຸດສະທຳ ແລະ ການຫຼອກລວງຂອງມັງກອນແດງທີ່ຍິ່ງໃຫຍ່, ເຊິ່ງໄດ້ປ່ອຍໃຫ້ພວກເຂົາຖືກທຳລາຍດ້ານຈິດໃຈ ແລະ ບໍ່ມີຄວາມກ້າແມ່ນແຕ່ໜ້ອຍດຽວທີ່ຈະມີຊີວິດຢູ່. ສະນັ້ນ, ການປຸກວິນຍານຂອງພວກເຂົາຕ້ອງເລີ່ມດ້ວຍແກ່ນແທ້ຂອງພວກເຂົາ: ໃນແກ່ນແທ້ຂອງພວກເຂົາ, ວິນຍານຂອງພວກເຂົາຕ້ອງຖືກປຸກຂຶ້ນມາ ເທື່ອລະໜ້ອຍ. ເມື່ອມື້ໜຶ່ງ ພວກເຂົາມີຊີວິດແລ້ວ, ກໍຈະບໍ່ມີສິ່ງກີດຂວາງອີກຕໍ່ໄປ ແລະ ທຸກຢ່າງຈະດຳເນີນໄປຢ່າງລຽບງ່າຍ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 336](https://lo.kingdomsalvation.org/recital-exposing-mankind-s-corruption-336.html) - ເຈົ້າເວົ້າວ່າ ເຈົ້າຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເຈົ້າຮັບຮູ້ການປາກົດຕົວຂອງພຣະທໍາໃນເນື້ອໜັງ, ແຕ່ເຈົ້າກໍເຮັດບາງຢ່າງລັບຫຼັງພຣະອົງ, ສິ່ງຕ່າງໆທີ່ຂັດກັບສິ່ງທີ່ພຣະອົງຮຽກຮ້ອງ ແລະ ໃນຫົວໃຈຂອງເຈົ້າ ເຈົ້າບໍ່ຢ້ານພຣະອົງເລີຍ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ເຈົ້າຮັບຮູ້ສິ່ງທີ່ພຣະອົງກ່າວ, ແຕ່ເຈົ້າບໍ່ປະຕິບັດສິ່ງທີ່ເຈົ້າສາມາດເຮັດ ຫຼື ເຈົ້າບໍ່ປະຕິບັດຕາມວິທີທາງຂອງພຣະອົງ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ແລ້ວເຖິງແມ່ນເຈົ້າຮັບຮູ້ພຣະອົງ, ເຈົ້າກໍມີຫົວໃຈທີ່ລະມັດລະວັງ ພຣະອົງ, ບໍ່ເຄີຍມີຫົວໃຈທີ່ຢຳເກງຈັກເທື່ອ. ຖ້າເຈົ້າໄດ້ເຫັນ ແລະ ຮັບຮູ້ເຖິງພາລະກິດຂອງພຣະອົງ ແລະ ຮູ້ວ່າພຣະອົງແມ່ນພຣະເຈົ້າ, ແຕ່ເຈົ້າຍັງເມີນເສີຍ ແລະ ບໍ່ປ່ຽນແປງຢ່າງແທ້ຈິງ, ແລ້ວເຈົ້າກໍຈະເປັນຄົນປະເພດທີ່ຍັງບໍ່ຖືກເອົາຊະນະເທື່ອ. ຄົນທີ່ຖືກເອົາຊະນະຕ້ອງໄດ້ເຮັດທຸກຢ່າງທີ່ເຂົາສາມາດເຮັດໄດ້ ແລະ ເຖິງແມ່ນພວກເຂົາບໍ່ສາມາດເຂົ້າສູ່ຄວາມຈິງທີ່ສູງສົ່ງຂຶ້ນ ແລະ ຄວາມຈິງເຫຼົ່ານີ້ອາດນອກເໜືອໄປກວ່າພວກເຂົາ, ຜູ້ຄົນດັ່ງກ່າວກໍເຕັມໃຈທີ່ຈະບັນລຸສິ່ງນີ້. ມັນເປັນຍ້ອນວ່າ ມີຂໍ້ຈໍາກັດໃນສິ່ງທີ່ເຂົາສາມາດເຂົ້າໃຈ ຈຶ່ງມີຂອບເຂດ ແລະ ຂໍ້ຈຳກັດໃນສິ່ງທີ່ພວກເຂົາສາມາດປະຕິບັດ. ເຖິງຢ່າງໃດກໍຕາມ ຢ່າງໜ້ອຍທີ່ສຸດ ພວກເຂົາກໍຕ້ອງໄດ້ເຮັດທຸກສິ່ງທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ ແລະ ຖ້າເຈົ້າສາມາດບັນລຸສິ່ງນັ້ນໄດ້, ນີ້ກໍເປັນຜົນທີ່ຖືກບັນລຸ ຍ້ອນພາລະກິດແຫ່ງການເອົາຊະນະ. ສົມມຸດເຈົ້າເວົ້າວ່າ “ຖ້າພຣະອົງສາມາດກ່າວພຣະທໍາຫຼາຍຂໍ້ທີ່ມະນຸດບໍ່ສາມາດເຮັດໄດ້, ຖ້າພຣະອົງບໍ່ແມ່ນພຣະເຈົ້າ, ແລ້ວເປັນຜູ້ໃດ?” ການມີຄວາມຄິດດັ່ງກ່າວບໍ່ໄດ້ໝາຍຄວາມວ່າ ເຈົ້າຮັບຮູ້ພຣະເຈົ້າ. ຖ້າເຈົ້າຮັບຮູ້ພຣະເຈົ້າ ເຈົ້າກໍຕ້ອງສະແດງມັນອອກມາຜ່ານການກະທໍາຕົວຈິງຂອງເຈົ້າ. ຖ້າເຈົ້ານໍາພາຄຣິສຕະຈັກ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 325](https://lo.kingdomsalvation.org/recital-exposing-mankind-s-corruption-325.html) - ບາງຄົນບໍ່ຊື່ນຊົມຍິນດີໃນຄວາມຈິງ, ແຮງໄກທີ່ຈະຊື່ນຊົມກັບການພິພາກສາ. ກົງກັນຂ້າມ, ພວກເຂົາຊື່ນຊົມຍິນດີໃນອຳນາດ ແລະ ຄວາມຮັ່ງມີ; ຄົນເຊັ່ນນີ້ຖືວ່າເປັນຄົນທີ່ສະແຫວງຫາອຳນາດ. ພວກເຂົາພຽງແຕ່ຄົ້ນຫານິກາຍເຫຼົ່ານັ້ນໃນໂລກທີ່ມີອິດທິພົນ ແລະ ພວກເຂົາຄົ້ນຫາພຽງແຕ່ສິດຍາພິບານ ແລະ ຄູອາຈານທີ່ມາຈາກໂຮງຮຽນສອນສາສະໜາ. ເຖິງແມ່ນວ່າພວກເຂົາໄດ້ຍອມຮັບເສັ້ນທາງແຫ່ງຄວາມຈິງແລ້ວ, ພວກເຂົາກໍພຽງແຕ່ສອງຈິດສອງໃຈ; ພວກເຂົາບໍ່ສາມາດມອບຫົວໃຈ ແລະ ຈິດໃຈທັງໝົດຂອງພວກເຂົາ, ປາກຂອງພວກເຂົາເວົ້າເຖິງການເສຍສະຫຼະຕົນເອງເພື່ອພຣະເຈົ້າ, ແຕ່ສາຍຕາຂອງພວກເຂົາເລັງໃສ່ສິດຍາພິບານ ແລະ ອາຈານຜູ້ຍິ່ງໃຫຍ່ ແລະ ພວກເຂົາບໍ່ໄດ້ຫຼຽວເບິ່ງພຣະຄຣິດອີກຄັ້ງ. ຫົວໃຈຂອງພວກເຂົາເຕັມເລັງໄປທີ່ຊື່ສຽງ, ໂຊກລາບ ແລະ ສະຫງ່າລາສີ. ພວກເຂົາບໍ່ເຊື່ອເລີຍວ່າຜູ້ຄົນທຳມະດາຄົນນີ້ຈະສາມາດເອົາຊະນະຄົນຈຳນວນຫຼວງຫຼາຍໄດ້, ຄົນທີ່ແສນທຳມະດາຄົນໜຶ່ງທີ່ຈະສາມາດເຮັດໃຫ້ຜູ້ຄົນສົມບູນແບບໄດ້. ພວກເຂົາບໍ່ເຊື່ອເລີຍວ່າ ຄົນທີ່ບໍ່ມີຕົວຕົນເຫຼົ່ານີ້ທີ່ຢູ່ໃນທ່າມກາງຂີ່ຝູ່ນ ແລະ ກອງຂີ້ເຫຍື່ອແມ່ນຜູ້ທີ່ຖືກເລືອກໂດຍພຣະເຈົ້າ. ພວກເຂົາເຊື່ອວ່າຖ້າຄົນເຊັ່ນນັ້ນແມ່ນວັດຖຸປະສົງແຫ່ງຄວາມລອດພົ້ນຂອງພຣະເຈົ້າແລ້ວ, ສະຫວັນ ແລະ ແຜ່ນດິນໂລກກໍ່ຄົງຈະກັບກັນ ແລະ ທຸກຄົນຈະຫົວຂວັນຈົນຢ່າງບ້າປ່ວງ. ພວກເຂົາເຊື່ອວ່າຖ້າພຣະເຈົ້າເລືອກຄົນທີ່ບໍ່ມີຕົວຕົນເຊັ່ນນັ້ນເພື່ອຖືກເຮັດໃຫ້ສົມບູນແບບ, ແລ້ວຜູ້ຍິ່ງໃຫຍ່ເຫຼົ່ານັ້ນກໍຈະກາຍເປັນພຣະເຈົ້າເອງ. ທັດສະນະຂອງພວກເຂົາແມ່ນຖືກເປິເປື້ອນດ້ວຍຄວາມບໍ່ເຊື່ອ; ນອກຈາກຈະບໍ່ເຊື່ອແລ້ວ, ພວກເຂົາເປັນພຽງສັດຮ້າຍທີ່ຜິດປົກກະຕິ. ເພາະພວກເຂົາໃຫ້ຄຸນຄ່າແກ່ສະຖານະ, ສັກສີ ແລະ ອໍານາດ ແລະ ພວກເຂົາເຄົາລົບພຽງແຕ່ຄົນກຸ່ມໃຫຍ່ ແລະ ນິກາຍຕ່າງໆ. ພວກເຂົາບໍ່ມີຄວາມນັບຖືແມ່ນແຕ່ໜ້ອຍດຽວຕໍ່ຜູ້ທີ່ຖືກນໍາພາໂດຍພຣະຄຣິດ; ພວກເຂົາເປັນພຽງຄົນທໍລະຍົດທີ່ຫັນຫຼັງໃຫ້ກັບພຣະຄຣິດ, ໃຫ້ຄວາມຈິງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 324](https://lo.kingdomsalvation.org/recital-exposing-mankind-s-corruption-324.html) - ຕອນນີ້ ພວກເຈົ້າທຸກຄົນຄວນເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງການເຊື່ອໃນພຣະເຈົ້າ. ຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ແມ່ນກ່ຽວຂ້ອງກັບທາງເຂົ້າດ້ານບວກຂອງພວກເຈົ້າ. ມື້ນີ້ແມ່ນແຕກຕ່າງ: ມື້ນີ້ ເຮົາຈະແຍກແຍະເຖິງແກ່ນແທ້ແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ແນ່ນອນວ່າ ນີ້ແມ່ນການຊີ້ນຳພວກເຈົ້າຈາກດ້ານລົບ; ຖ້າເຮົາບໍ່ເຮັດດັ່ງນີ້, ພວກເຈົ້າກໍ່ຈະບໍ່ຮູ້ຈັກໃບໜ້າທີ່ແທ້ຈິງຂອງພວກເຈົ້າ ແລະ ຈະອວດອ້າງຄວາມສັດທາ ແລະ ຄວາມຊື່ສັດຂອງພວກເຈົ້າຕະຫຼອດໄປ. ມັນຖືກຕ້ອງທີ່ຈະເວົ້າວ່າ ຖ້າເຮົາບໍ່ເປີດໂປງຄວາມຂີ້ຮ້າຍ ໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ, ແລ້ວພວກເຈົ້າແຕ່ລະຄົນກໍ່ຈະວາງມົງກຸດໄວ້ເທິງຫົວຂອງພວກເຈົ້າ ແລະ ໃຫ້ຄວາມສະຫງ່າລາສີທັງໝົດແກ່ພວກເຈົ້າເອງ. ທຳມະຊາດຄວາມອວດດີ ແລະ ຄວາມຈອງຫອງຂອງພວກເຈົ້າເຮັດໃຫ້ພວກເຈົ້າທໍລະຍົດຄວາມສຳນຶກຂອງພວກເຈົ້າເອງ, ກະບົດ ແລະ ຕໍ່ຕ້ານພຣະຄຣິດ ແລະ ເປີດເຜີຍຄວາມຂີ້ຮ້າຍຂອງພວກເຈົ້າ, ດັ່ງນັ້ນຈຶ່ງເປີດເຜີຍໃຫ້ເຫັນເຈດຕະນາ, ຄວາມຄິດ, ຄວາມປາຖະໜາເກີນຄວນ ແລະ ຕາທີ່ເຕັມໄປດ້ວຍຄວາມໂລບມາກໂລພາຂອງພວກເຈົ້າສູ່ສາທາລະນະ. ແລ້ວເຖິງຢ່າງໃດກໍຕາມ ພວກເຈົ້າຍັງສືບຕໍ່ເວົ້າແບບໂງ່ໆກ່ຽວກັບຄວາມຫຼົງໄຫຼຕະຫຼອດຊີວິດຂອງພວກເຈົ້າສຳລັບພາລະກິດຂອງພຣະຄຣິດ ແລະ ເວົ້າແລ້ວເວົ້າອີກເຖິງຄວາມຈິງທີ່ພຣະຄຣິດໄດ້ກ່າວແຕ່ດົນນານມາແລ້ວ. ນີ້ແມ່ນ “ຄວາມເຊື່ອ” ຂອງພວກເຈົ້າ, “ຄວາມເຊື່ອທີ່ບໍ່ບໍລິສຸດ” ຂອງພວກເຈົ້າ. ຕະຫຼອດຜ່ານມາ ເຮົາໄດ້ຍຶດຕິດມະນຸດກັບມາດຕະຖານທີ່ເຂັ້ມງວດຫຼາຍ. ຖ້າຄວາມຈົງຮັກພັກດີຂອງເຈົ້າມາພ້ອມກັບເຈດຕະນາ ແລະ ເງື່ອນໄຂ, ແລ້ວເຮົາກໍຈະບໍ່ຂໍມີສິ່ງທີ່ເອີ້ນວ່າຄວາມຈົງຮັກພັກດີ, ເພາະວ່າເຮົາກຽດຊັງຄົນທີ່ຫຼອກລວງເຮົາຜ່ານເຈດຕະນາຂອງພວກເຂົາ ແລະ ຂູດຮີດເຮົາດ້ວຍເງື່ອນໄຂຕ່າງໆ. ເຮົາພຽງປາຖະໜາໃຫ້ມະນຸດຈົງຮັກພັກດີຕໍ່ເຮົາຢ່າງທີ່ສຸດ ແລະ ເຮັດທຸກສິ່ງເພື່ອເຫັນແກ່ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 294](https://lo.kingdomsalvation.org/recital-exposing-religious-notions-294.html) - ຜູ້ໃດກໍ່ຕາມທີ່ບໍ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າແມ່ນຄົນທີ່ຕໍ່ຕ້ານພຣະອົງ ແລະ ຄົນທີ່ໄດ້ມາເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ ແຕ່ຍັງບໍ່ສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ ຍິ່ງຖືວ່າເປັນຄູ່ປໍລະປັກຂອງພຣະເຈົ້າ. ມີຄົນທີ່ອ່ານພຣະຄຳພີໃນຄຣິດຕະຈັກຫຼັງໃຫຍ່ໂຕ ແລະ ທ່ອງຈຳພຣະຄຳພີໝົດມື້ໝົດຄືນ ແຕ່ບໍ່ມີໃຜເລີຍໃນບັນດາພວກເຂົາທີ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ. ບໍ່ມີໃຜເລີຍໃນບັນດາພວກເຂົາທີ່ສາມາດຮູ້ຈັກພຣະເຈົ້າ; ແຮງໄກທີ່ຈະມີຜູ້ໃດໃນບັນດາພວກເຂົາເຮັດຕາມເຈດຕະນາຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ໄຮ້ຄ່າ ແລະ ຊົ່ວຮ້າຍ, ແຕ່ລະຄົນກໍ່ຢືນຂຶ້ນສູງເພື່ອສັ່ງສອນ “ພຣະເຈົ້າ”. ພວກເຂົາແມ່ນຄົນທີ່ແບກທຸງຂອງພຣະເຈົ້າ ແຕ່ເຈດຕະນາຕໍ່ຕ້ານພຣະເຈົ້າ ທີ່ແບກປ້າຍກ່ຽວກັບການເຊື່ອໃນພຣະເຈົ້າໃນຂະນະທີ່ກໍາລັງກິນເນື້ອໜັງ ແລະ ດື່ມເລືອດຂອງມະນຸດ. ຄົນດັ່ງກ່າວຄືຜີຮ້າຍທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຂອງມານຮ້າຍທີ່ຕັ້ງໃຈລົບກວນທາງຄົນທີ່ພະຍາຍາມຍ່າງເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເປັນອຸປະສັກທີ່ກີດຂວາງຄົນທີ່ສະແຫວງຫາພຣະເຈົ້າ. ພວກເຂົາອາດປາກົດວ່າມີ “ລັດຖະທຳມະນູນທີ່ດີ” ແຕ່ຜູ້ຕິດຕາມຂອງພວກເຂົາຮູ້ໄດ້ແນວໃດວ່າພວກເຂົາເປັນພຽງແຕ່ຜູ້ຕໍ່ຕ້ານພຣະຄຣິດທີ່ນໍາພາຜູ້ຄົນໃຫ້ຕໍ່ຕ້ານພຣະເຈົ້າ? ຜູ້ຕິດຕາມຂອງພວກເຂົາຈະຮູ້ໄດ້ແນວໃດວ່າພວກເຂົາເປັນມານຮ້າຍທີ່ມີຊີວິດຢູ່ທີ່ອຸທິດຕົນໃຫ້ກັບການກືນກິນວິນຍານຂອງມະນຸດ? ຄົນທີ່ເທີດທູນຕົນເອງຢູ່ສູງຕໍ່ໜ້າພຣະເຈົ້າແມ່ນມະນຸດທີ່ຕໍ່າຊ້າທີ່ສຸດ, ໃນຂະນະທີ່ຄົນທີ່ຖ່ອມຕົນແມ່ນຄົນທີ່ມີກຽດທີ່ສຸດ. ແລ້ວຄົນທີ່ຄິດວ່າພວກເຂົາຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ຄົນທີ່ສາມາດປະກາດພາລະກິດຂອງພຣະເຈົ້າໃຫ້ແກ່ຄົນອື່ນດ້ວຍການປ່າວປະກາດໂຄສະນາຢ່າງຍິ່ງໃຫຍ່ຄືກັບວ່າພວກເຂົາຫຼຽວເບິ່ງພຣະອົງໂດຍກົງ, ຄົນເຫຼົ່ານີ້ແມ່ນມະນຸດທີ່ໄຮ້ຄວາມຮູ້ທີ່ສຸດ. ຄົນແບບນັ້ນບໍ່ມີຄຳພະຍານກ່ຽວກັບພຣະເຈົ້າ ແລະ ເຕັມໄປດ້ວຍຄວາມຫຼອກລວງ. ຄົນທີ່ເຊື່ອວ່າພວກເຂົາມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍເກີນໄປ ເຖິງແມ່ນຈະມີປະສົບການຕົວຈິງ ແລະ ຄວາມຮູ້ຕົວຈິງກ່ຽວກັບພຣະອົງ ແມ່ນຄົນທີ່ພຣະອົງຮັກຫຼາຍທີ່ສຸດ. ມີແຕ່ຄົນແບບນັ້ນຈຶ່ງມີຄຳພະຍານຢ່າງແທ້ຈິງ ແລະ ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ. ຄົນທີ່ບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າຄືຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແຕ່ບໍ່ປະຕິບັດຄວາມຈິງແມ່ນຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ຍັງຕໍ່ຕ້ານແກ່ນແທ້ໃນພຣະທຳຂອງພຣະເຈົ້າ ແມ່ນຄູ່ປໍລະປັກຂອງພຣະເຈົ້າ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 293](https://lo.kingdomsalvation.org/recital-exposing-religious-notions-293.html) - ເພື່ອເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ, ຜົນກະທົບທີ່ພາລະກິດຂອງພຣະອົງບັນລຸໃນມະນຸດ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະອົງສຳລັບມະນຸດ: ນີ້ແມ່ນສິ່ງທີ່ທຸກຄົນທີ່ຕິດຕາມພຣະເຈົ້າຄວນບັນລຸ. ໃນທຸກມື້ນີ້ ຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າເປັນພຽງແຕ່ສິ່ງທີ່ທຸກຄົນກຳລັງຂາດ. ການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດຕໍ່ຜູ້ຄົນ, ພາລະກິດທັງໝົດຂອງພຣະເຈົ້າ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະເຈົ້າສຳລັບມະນຸດ ນັບຕັ້ງແຕ່ການເນລະມິດສ້າງໂລກຈົນເຖິງເວລາໃນປັດຈຸບັນ, ສິ່ງເຫຼົ່ານີ້ຄືສິ່ງທີ່ມະນຸດບໍ່ຮູ້ ຫຼື ເຂົ້າໃຈ. ຄວາມຂາດເຂີນນີ້ບໍ່ພຽງແຕ່ເຫັນໄດ້ທົ່ວໂລກສາສະໜາ, ແຕ່ຍັງໃນທຸກຄົນທີ່ເຊື່ອໃນພຣະເຈົ້າ. ເມື່ອມື້ທີ່ເຈົ້າຫຼຽວເຫັນພຣະເຈົ້າຢ່າງແທ້ຈິງໄດ້ມາເຖິງ, ເມື່ອເຈົ້າຊື່ນຊົມສະຕິປັນຍາຂອງພຣະອົງຢ່າງແທ້ຈິງ, ເມື່ອເຈົ້າຫຼຽວເຫັນທຸກການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດ, ເມື່ອເຈົ້າຮັບຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ແລະ ມີ, ເມື່ອເຈົ້າໄດ້ເຫັນຄວາມອຸດົມສົມບູນຂອງພຣະອົງ, ສະຕິປັນຍາ, ສິ່ງອັດສະຈັນ ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດພາລະກິດໃນຜູ້ຄົນ, ມັນກໍ່ເປັນຕອນນັ້ນເອງທີ່ເຈົ້າຈະບັນລຸຄວາມສຳເລັດໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ເມື່ອເວົ້າວ່າພຣະເຈົ້າຮອບຮູ້ທຸກດ້ານ ແລະ ອຸດົມສົມບູນທຸກຢ່າງ, ພຣະອົງຮອບຮູ້ທຸກດ້ານໃນລັກສະນະໃດແທ້ໆ ແລະ ພຣະອົງອຸດົມສົມບູນທຸກຢ່າງໃນລັກສະນະໃດ? ຖ້າເຈົ້າບໍ່ເຂົ້າໃຈສິ່ງນີ້, ແລ້ວກໍ່ບໍ່ຖືວ່າເຈົ້າເຊື່ອໃນພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນທີ່ຢູ່ໃນໂລກສາສະໜາແມ່ນຜູ້ບໍ່ເຊື່ອໃນພຣະເຈົ້າ ແຕ່ເປັນຜູ້ເຮັດການຊົ່ວ, ເປັນພັກພວກດຽວກັນກັບມານຮ້າຍ? ເມື່ອເຮົາເວົ້າວ່າພວກເຂົາເປັນຜູ້ເຮັດການຊົ່ວ, ມັນເປັນເພາະພວກເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ບໍ່ສາມາດເບິ່ງເຫັນສະຕິປັນຍາຂອງພຣະອົງ. ພຣະເຈົ້າບໍ່ເຄີຍເປີດເຜີຍພາລະກິດຂອງພຣະອົງໃຫ້ແກ່ພວກເຂົາ. ພວກເຂົາຕາບອດ; ພວກເຂົາບໍ່ສາມາດເຫັນການກະທຳຂອງພຣະເຈົ້າ, ພວກເຂົາໄດ້ຖືກປະຖິ້ມໂດຍພຣະເຈົ້າ ແລະ ພວກເຂົາຂາດການດູແລ ແລະ ການປົກປ້ອງຈາກພຣະເຈົ້າຢ່າງສົມບູນ, ແຮງບໍ່ຕ້ອງເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດເລີຍ. ຄົນທີ່ບໍ່ມີພາລະກິດຂອງພຣະເຈົ້າກໍ່ລ້ວນແລ້ວແຕ່ເປັນຄົນເຮັດການຊົ່ວ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 255](https://lo.kingdomsalvation.org/recital-God-s-disposition-and-what-He-has-and-is-255.html) - ຖ້າເຈົ້າຕ້ອງການຮັບຫົນທາງແຫ່ງຊີວິດຊົ່ວນິດນິລັນຢ່າງແທ້ຈິງ ແລະ ຖ້າເຈົ້າກະຕືລືລົ້ນໃນການຊອກຫາມັນ ແລ້ວຈົ່ງຕອບຄຳຖາມນີ້ກ່ອນ: ໃນປັດຈຸບັນນີ້ ພຣະເຈົ້າຢູ່ໃສ? ບາງເທື່ອ ເຈົ້າຈະຕອບວ່າ “ພຣະເຈົ້າອາໄສຢູ່ໃນສະຫວັນ, ແນ່ນອນ ພຣະອົງຈະບໍ່ອາໄສຢູ່ໃນເຮືອນຂອງເຈົ້າ, ແມ່ນບໍ?” ບາງເທື່ອ ເຈົ້າອາດເວົ້າວ່າ ພຣະເຈົ້າອາໄສຢູ່ທ່າມກາງທຸກສິ່ງຢ່າງແນ່ນອນ. ຫຼືເຈົ້າອາດເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງແຕ່ລະຄົນ ຫຼື ພຣະເຈົ້າຢູ່ໃນໂລກຝ່າຍວິນຍານ. ເຮົາບໍ່ປະຕິເສດໃນສິ່ງນີ້ເລີຍ ແຕ່ເຮົາຕ້ອງອະທິບາຍບັນຫາໃຫ້ຈະແຈ້ງ. ມັນບໍ່ຖືກທັງໝົດທີ່ຈະເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງມະນຸດ ແຕ່ມັນກໍບໍ່ຜິດທັງໝົດເຊັ່ນກັນ. ນັ້ນກໍຍ້ອນວ່າ ທ່າມກາງຄົນທີ່ມີຄວາມເຊື່ອໃນພຣະເຈົ້າ ມີຜູ້ຄົນທີ່ມີຄວາມເຊື່ອທີ່ແທ້ຈິງ ແລະ ມີຜູ້ຄົນທີ່ມີຄວາມເຊື່ອຜິດ, ມີຜູ້ຄົນທີ່ພຣະເຈົ້າເຫັນດີ ແລະ ຜູ້ຄົນທີ່ພຣະອົງບໍ່ເຫັນດີ, ມີຜູ້ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຜູ້ຄົນທີ່ພຣະອົງກຽດຊັງ ແລະ ມີຜູ້ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ ແລະ ຜູ້ຄົນທີ່ພຣະອົງຈະໂຍນອອກ. ສະນັ້ນ ເຮົາຈຶ່ງເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງຄົນ ແຕ່ເປັນຄົນຈຳນວນໜ້ອຍ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງໂດຍບໍ່ມີຂໍ້ສົງໄສ, ຄົນທີ່ພຣະເຈົ້າເຫັນດີ, ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ. ພວກເຂົາແມ່ນຄົນທີ່ພຣະເຈົ້ານໍາພາ. ຍ້ອນວ່າພຣະເຈົ້ານໍາພາພວກເຂົາ, ພວກເຂົາຈຶ່ງເປັນຄົນທີ່ໄດ້ຍິນ ແລະ ເຫັນຫົນທາງແຫ່ງຊີວິດຊົ່ວນິດນິລັນຂອງພຣະເຈົ້າ. ຜູ້ຄົນທີ່ມີຄວາມເຊື່ອໃນພຣະເຈົ້າທີ່ຜິດ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 254](https://lo.kingdomsalvation.org/recital-God-s-disposition-and-what-He-has-and-is-254.html) - ຫົນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ຄົນໃດກໍສາມາດມີໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ຄົນໃດກໍສາມາດໄດ້ຮັບຢ່າງງ່າຍດາຍ. ນີ້ກໍຍ້ອນວ່າຊີວິດແມ່ນສາມາດມາຈາກພຣະເຈົ້າເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າເອງທີ່ມີແກ່ນແທ້ຂອງຊີວິດ ແລະ ມີພຽງພຣະເຈົ້າເອງທີ່ມີຫົນທາງແຫ່ງຊີວິດ. ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ພຣະອົງສ້າງແຜ່ນດິນໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງທີ່ກ່ຽວຂ້ອງກັບພະລັງແຫ່ງຊີວິດ, ປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ເສຍສະຫຼະຫຼາຍເພື່ອມະນຸດອາດຈະໄດ້ຮັບຊີວິດ. ນີ້ກໍຍ້ອນວ່າພຣະເຈົ້າເອງເປັນຊີວິດຊົ່ວນິດນິລັນ ແລະ ພຣະເຈົ້າເອງເປັນຫົນທາງແຫ່ງການຟື້ນຟູຊີວິດຂອງມະນຸດ. ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ພຣະອົງອາໄສຢູ່ທ່າມກາງມະນຸດຕະຫຼອດເວລາ. ພຣະອົງໄດ້ເປັນກໍາລັງຜັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການມີຊີວິດຢູ່ຂອງມະນຸດ ແລະ ເປັນແຫຼ່ງທີ່ອຸດົມສົມບູນສໍາລັບການມີຊີວິດຢູ່ຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ມະນຸດເກີດຂຶ້ນໃໝ່ ແລະ ເຮັດໃຫ້ມະນຸດສາມາດດຳລົງໃນທຸກບົດບາດຂອງຊີວິດຂອງເຂົາຢ່າງໜຽວແໜ້ນ. ຍ້ອນອຳນາດຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ເຊິ່ງພະລັງແຫ່ງຊີວິດຂອງພຣະເຈົ້າເປັນຮາກຖານໃນການມີຊີວິດຢູ່ຂອງມະນຸດ ແລະ ພຣະເຈົ້າໄດ້ເສຍສະຫຼະໃນສິ່ງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍເສຍສະຫຼະມາກ່ອນ. ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາຊະນະເໜືອລິດອຳນາດທັງປວງ; ນອກຈາກນັ້ນ ມັນຍັງຍິ່ງໃຫຍ່ກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດອຳນາດຂອງພຣະອົງເໜືອທໍາມະຊາດ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກເອົາຊະນະໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງເປັ່ງປະກາຍໄປທົ່ວ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດໄດ້ຜ່ານການປ່ຽນແປງຢ່າງໃຫຍ່ຫຼວງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 169](https://lo.kingdomsalvation.org/recital-knowing-God-s-work-169.html) - ບາງຄົນສົງໄສວ່າ “ເປັນຫຍັງຕ້ອງເປັນພຣະເຈົ້າເອງທີ່ເລີ່ມຕົ້ນຍຸກໃດໜຶ່ງ? ສິ່ງທີ່ຖືກສ້າງບໍ່ສາມາດເຮັດແທນພຣະອົງໄດ້ບໍ?” ພວກເຈົ້າທຸກຄົນຮູ້ວ່າ ພຣະເຈົ້າກາຍເປັນເນື້ອໜັງຍ້ອນຈຸດປະສົງຢ່າງຈະແຈ້ງໃນການລິເລີ່ມຍຸກໃໝ່ໂດຍສະເພາະ ແລະ ແນ່ນອນ ເມື່ອພຣະອົງລິເລີ່ມຍຸກໃໝ່ ພຣະອົງຈະເຮັດໃຫ້ຍຸກຜ່ານມາສຳເລັດໃນເວລາດຽວກັນ. ພຣະເຈົ້າຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ພຣະອົງເອງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ດ້ວຍເຫດນັ້ນ ກໍຕ້ອງເປັນພຣະອົງເອງທີ່ເຮັດໃຫ້ຍຸກຜ່ານມາສິ້ນສຸດລົງ. ນັ້ນແມ່ນການພິສູດວ່າ ພຣະອົງເຮັດໃຫ້ຊາຕານພ່າຍແພ້ ແລະ ເອົາຊະນະໂລກ. ແຕ່ລະຄັ້ງທີ່ພຣະອົງເອງປະຕິບັດພາລະກິດທ່າມກາງມະນຸດ, ມັນແມ່ນເປັນຈຸດເລີ່ມຕົ້ນຂອງການຕໍ່ສູ້ໃໝ່. ຫາກປາສະຈາກການເລີ່ມຕົ້ນຂອງພາລະກິດໃໝ່, ມັນກໍຈະບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງໂດຍທຳມະຊາດ. ແລ້ວເມື່ອບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງ, ສິ່ງນີ້ແມ່ນເປັນການພິສູດວ່າ ການຕໍ່ສູ້ກັບຊາຕານຍັງບໍ່ໄດ້ມາເຖິງຕອນຈົບເທື່ອ. ພຽງແຕ່ເມື່ອພຣະເຈົ້າເອງລົງມາ ແລະ ປະຕິບັດພາລະກິດໃໝ່ທ່າມກາງມະນຸດ, ມະນຸດຈຶ່ງຈະສາມາດລອດພົ້ນຈາກອຳນາດຂອງຊາຕານຢ່າງສົມບູນ ແລະ ຮັບເອົາຊີວິດໃໝ່ ແລະ ການເລີ່ມຕົ້ນໃໝ່. ບໍ່ດັ່ງນັ້ນ ມະນຸດຈະດຳລົງຊີວິດຢູ່ໃນຍຸກເກົ່າຕະຫຼອດໄປ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນເດີມຂອງຊາຕານຕະຫຼອດໄປ. ເມື່ອທຸກຍຸກຖືກນໍາພາໂດຍພຣະເຈົ້າ, ສ່ວນໜຶ່ງຂອງມະນຸດກໍຖືກເຮັດໃຫ້ລອດພົ້ນ ແລະ ສະນັ້ນ ມະນຸດຈຶ່ງກ້າວໜ້າໄປສູ່ຍຸກໃໝ່ພ້ອມກັບພາລະກິດຂອງພຣະເຈົ້າ. ໄຊຊະນະຂອງພຣະເຈົ້າໝາຍເຖິງໄຊຊະນະສຳລັບທຸກຄົນທີ່ຕິດຕາມພຣະອົງ. ຖ້າຊົນຊາດຂອງມະນຸດທີ່ຖືກສ້າງໄດ້ຖືກມອບໝາຍໃຫ້ຮັບຜິດຊອບໃນການສິ້ນສຸດຍຸກດັ່ງກ່າວ, ແລ້ວບໍ່ວ່າມັນຈະມາຈາກມຸມມອງຂອງມະນຸດ ຫຼື ຂອງຊາຕານ, ສິ່ງນີ້ກໍຈະເປັນພຽງການກະທຳທີ່ຕໍ່ຕ້ານ ຫຼື ກະບົດຕໍ່ພຣະເຈົ້າ, ບໍ່ໄດ້ເປັນການອ່ອນນ້ອມຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ພາລະກິດຂອງມະນຸດກໍຈະເປັນເຄື່ອງມືສຳລັບຊາຕານ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 168](https://lo.kingdomsalvation.org/recital-knowing-God-s-work-168.html) - ໂຢຮັນເກີດດ້ວຍຄໍາສັນຍາ ເຊັ່ນດຽວກັນກັບອີຊາກທີ່ເກີດເພື່ອອັບຣາຮາມ. ເພິ່ນເປັນຜູ້ປູທາງໃຫ້ພຣະເຢຊູ ແລະ ປະຕິບັດພາລະກິດຫຼາຍຢ່າງ, ແຕ່ເພິ່ນບໍ່ແມ່ນພຣະເຈົ້າ. ກົງກັນຂ້າມ, ເພິ່ນເປັນໜຶ່ງໃນຜູ້ປະກາດພຣະທຳ ເພາະເພິ່ນພຽງແຕ່ປູທາງໃຫ້ພຣະເຢຊູ. ພາລະກິດຂອງເພິ່ນກໍຍິ່ງໃຫຍ່ເຊັ່ນກັນ ແລະ ຫຼັງຈາກທີ່ເພິ່ນໄດ້ປູທາງໄວ້ແລ້ວ ພຣະເຢຊູຈຶ່ງເລີ່ມຕົ້ນພາລະກິດຂອງພຣະອົງຢ່າງເປັນທາງການ. ສິ່ງທີ່ສຳຄັນທີ່ສຸດກໍຄື ເພິ່ນພຽງແຕ່ໃຫ້ບໍລິການແກ່ພຣະເຢຊູ ແລະ ພາລະກິດທີ່ເພິ່ນປະຕິບັດກໍເປັນການຮັບໃຊ້ພາລະກິດຂອງພຣະເຢຊູ. ຫຼັງຈາກທີ່ເພິ່ນສຳເລັດການປູທາງ, ພຣະເຢຊູກໍເລີ່ມຕົ້ນພາລະກິດຂອງພຣະອົງ ເຊິ່ງເປັນພາລະກິດທີ່ໃໝ່ກວ່າ, ມີຕົວຕົນຫຼາຍຂຶ້ນ ແລະ ມີລາຍລະອຽດຫຼາຍຂຶ້ນ. ໂຢຮັນພຽງແຕ່ປະຕິບັດສ່ວນທຳອິດຂອງພາລະກິດ; ສໍາລັບສ່ວນໃຫຍ່ຂອງພາລະກິດໃໝ່ນັ້ນ ແມ່ນຖືກປະຕິບັດໂດຍພຣະເຢຊູ. ໂຢຮັນປະຕິບັດພາລະກິດໃໝ່ເຊັ່ນກັນ ແຕ່ເພິ່ນບໍ່ແມ່ນຄົນທີ່ເລີ່ມຕົ້ນຍຸກໃໝ່. ໂຢຮັນເກີດດ້ວຍຄໍາສັນຍາ ແລະ ຊື່ຂອງເພິ່ນກໍຖືກມອບໃຫ້ໂດຍທູດສະຫວັນ. ໃນເວລານັ້ນ, ບາງຄົນຕ້ອງການຕັ້ງຊື່ເພິ່ນຕາມພໍ່ຂອງເພິ່ນ ເຊກາຣິຢາ, ແຕ່ແມ່ຂອງເພິ່ນເວົ້າຂຶ້ນວ່າ “ເດັກນ້ອຍຄົນນີ້ບໍ່ສາມາດຖືກຕັ້ງຊື່ນັ້ນໄດ້. ລາວຄວນຖືກເອີ້ນວ່າ ໂຢຮັນ”. ສິ່ງນີ້ລ້ວນແລ້ວແຕ່ເປັນຄຳສັ່ງຂອງພຣະວິນຍານບໍລິສຸດ. ພຣະເຢຊູກໍຖືກຕັ້ງຊື່ຕາມຄຳສັ່ງຂອງພຣະວິນຍານບໍລິສຸດເຊັ່ນກັນ, ແຕ່ພຣະອົງເກີດຈາກພຣະວິນຍານບໍລິສຸດ ແລະ ພຣະອົງຖືກສັນຍາດ້ວຍພຣະວິນຍານບໍລິສຸດ. ພຣະເຢຊູເປັນພຣະເຈົ້າ, ພຣະຄຣິດ ແລະ ບຸດມະນຸດ. ແຕ່ໃນເມື່ອພາລະກິດຂອງໂຢຮັນກໍຍິ່ງໃຫຍ່ເຊັ່ນກັນ ແລ້ວເປັນຫຍັງເພິ່ນຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ແມ່ນຫຍັງຄືຄວາມແຕກຕ່າງແທ້ຈິງລະຫວ່າງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດທີ່ໂຢຮັນປະຕິບັດ? ເປັນຍ້ອນເຫດຜົນດຽວທີ່ວ່າໂຢຮັນຄືຄົນປູທາງໃຫ້ພຣະເຢຊູບໍ? ຫຼື ເປັນຍ້ອນວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 167](https://lo.kingdomsalvation.org/recital-knowing-God-s-work-167.html) - ແມ່ນແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້. ນີ້ໝາຍຄວາມວ່າ ມະນຸດດັ່ງກ່າວບໍ່ພຽງບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າ, ແຕ່ພາລະກິດທີ່ພວກເຂົາປະຕິບັດກໍຍັງບໍ່ສາມາດເປັນຕົວແທນໂດຍກົງໃຫ້ກັບພຣະເຈົ້າໄດ້. ເວົ້າອີກຢ່າງໜຶ່ງກໍຄື ປະສົບການຂອງມະນຸດບໍ່ສາມາດຈັດເຂົ້າຢູ່ໃນການຄຸ້ມຄອງຂອງພຣະເຈົ້າໂດຍກົງ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບການຄຸ້ມຄອງຂອງພຣະເຈົ້າໄດ້. ພາລະກິດທີ່ພຣະເຈົ້າເອງປະຕິບັດກໍເປັນພາລະກິດທີ່ພຣະອົງຕັ້ງໃຈປະຕິບັດໃນແຜນການຄຸ້ມຄອງຂອງພຣະອົງເອງ ແລະ ກ່ຽວພັນກັບການຄຸ້ມຄອງທີ່ຍິ່ງໃຫຍ່. ພາລະກິດທີ່ມະນຸດປະຕິບັດ ປະກອບດ້ວຍການສະໜອງປະສົບການສ່ວນຕົວຂອງພວກເຂົາເອງ. ມັນປະກອບດ້ວຍການຊອກຫາເສັ້ນທາງແຫ່ງປະສົບການໃໝ່ທີ່ຢູ່ເໜືອເສັ້ນທາງທີ່ຜູ້ຄົນກ່ອນໜ້ານັ້ນໄດ້ຍ່າງ ແລະ ປະກອບດ້ວຍການນໍາພາອ້າຍເອື້ອຍນ້ອງຂອງພວກເຂົາໃນຂະນະທີ່ຢູ່ພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງທີ່ມະນຸດເຫຼົ່ານີ້ສະໜອງກໍຄືປະສົບການສ່ວນຕົວຂອງພວກເຂົາ ຫຼື ບົດຂຽນກ່ຽວກັບຝ່າຍວິນຍານຂອງມະນຸດທີ່ເຄັ່ງສາສະໜາ. ເຖິງແມ່ນມະນຸດເຫຼົ່ານີ້ຖືກພຣະວິນຍານບໍລິສຸດໃຊ້, ພາລະກິດທີ່ພວກເຂົາປະຕິບັດກໍບໍ່ກ່ຽວຂ້ອງກັບພາລະກິດອັນຍິ່ງໃຫຍ່ຂອງແຜນການຄຸ້ມຄອງຫົກພັນປີ. ພວກເຂົາເປັນພຽງແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດຍົກຂຶ້ນມາໃນຊ່ວງເວລາໃດໜຶ່ງເພື່ອນໍາພາຜູ້ຄົນໄປຕາມກະແສຂອງພຣະວິນຍານບໍລິສຸດ ຈົນວ່າ ໜ້າທີ່ໆພວກເຂົາສາມາດປະຕິບັດໄດ້ສິ້ນສຸດລົງ ຫຼື ຈົນວ່າ ຊີວິດຂອງພວກເຂົາຈະສິ້ນສຸດລົງ. ພາລະກິດທີ່ພວກເຂົາປະຕິບັດພຽງແຕ່ເພື່ອຈັດກຽມເສັ້ນທາງທີ່ເໝາະສົມສຳລັບພຣະເຈົ້າ ຫຼື ສືບຕໍ່ໃນດ້ານໃດໜຶ່ງຂອງການຄຸ້ມຄອງຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ. ໃນຕົວພວກເຂົາເອງ, ມະນຸດເຫຼົ່ານີ້ບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າໃນການຄຸ້ມຄອງຂອງພຣະອົງ ຫຼື ພວກເຂົາຈະບໍ່ສາມາດສ້າງເສັ້ນທາງອອກໃໝ່ ແລ້ວແຮງໄກທີ່ພວກເຂົາຈະສາມາດນໍາພາລະກິດທັງໝົດຂອງພຣະເຈົ້າຈາກຍຸກຜ່ານມາໄປສູ່ຄວາມສຳເລັດໄດ້. ສະນັ້ນ ພາລະກິດທີ່ພວກເຂົາປະຕິບັດແມ່ນເປັນຕົວແທນໃຫ້ກັບສິ່ງຖືກສ້າງທີ່ປະຕິບັດໜ້າທີ່ຂອງເຂົາເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໃນການປະຕິບັດພັນທະກິດຂອງພຣະອົງໄດ້. ນີ້ກໍເພາະວ່າ ພາລະກິດທີ່ພວກເຂົາປະຕິບັດບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ. ພາລະກິດໃນການລິເລີ່ມຍຸກໃໝ່ບໍ່ແມ່ນສິ່ງທີ່ມະນຸດສາມາດປະຕິບັດແທນພຣະເຈົ້າໄດ້. ບໍ່ມີໃຜສາມາດປະຕິບັດພາລະກິດນັ້ນໄດ້ ນອກຈາກພຣະເຈົ້າເອງ. ພາລະກິດທັງໝົດທີ່ມະນຸດປະຕິບັດແມ່ນເປັນພຽງການປະຕິບັດໜ້າທີ່ຂອງເຂົາໃນຖານະເປັນສິ່ງທີ່ຖືກສ້າງ ແລະ ຖືກປະຕິບັດກໍຍ້ອນໄດ້ຮັບດົນບັນດານ ຫຼື ຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ. ການນໍາພາທີ່ມະນຸດເຫຼົ່ານີ້ຈັດກຽມໃຫ້ແມ່ນປະກອບດ້ວຍການສະແດງໃຫ້ມະນຸດເຫັນເຖິງເສັ້ນທາງແຫ່ງການປະຕິບັດໃນຊີວິດປະຈຳວັນ ແລະ ວິທີທີ່ເຂົາຄວນປະພຶດເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ພາລະກິດຂອງມະນຸດບໍ່ໄດ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ຫຼື ບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 166](https://lo.kingdomsalvation.org/recital-knowing-God-s-work-166.html) - ໃນຍຸກແຫ່ງພຣະຄຸນ, ໂຢຮັນປູທາງສຳລັບພຣະເຢຊູ. ເພິ່ນບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ພຽງແຕ່ປະຕິບັດໜ້າທີ່ຂອງມະນຸດ. ເຖິງແມ່ນໂຢຮັນເປັນຜູ້ບຸກເບີກທາງໃຫ້ກັບພຣະຜູ້ເປັນເຈົ້າ, ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້; ເພິ່ນພຽງແຕ່ເປັນມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ. ຫຼັງຈາກທີ່ພຣະເຢຊູໄດ້ຮັບບັບຕິດສະມາ, ພຣະວິນຍານບໍລິສຸດກໍລົງມາຢູ່ເທິງພຣະອົງດັ່ງນົກເຂົາ. ຫຼັງຈາກນັ້ນ ພຣະອົງກໍເລີ່ມຕົ້ນພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງເລີ່ມປະຕິບັດພັນທະກິດຂອງພຣະຄຣິດ. ເຫດຜົນທີ່ວ່າເປັນຫຍັງພຣະອົງຈຶ່ງມີຕົວຕົນຂອງພຣະເຈົ້າ ນັ້ນກໍຍ້ອນວ່າ ພຣະອົງມາຈາກພຣະເຈົ້າ. ບໍ່ວ່າຄວາມເຊື່ອຂອງພຣະອົງກ່ອນໜ້ານີ້ຈະເປັນແນວໃດກໍຕາມ, ມັນອາດຈະອ່ອນແອໃນຫຼາຍຄັ້ງ ຫຼື ເຂັ້ມແຂງໃນບາງຄັ້ງ, ທຸກສິ່ງແມ່ນເປັນຍ້ອນຊີວິດມະນຸດທຳມະດາທີ່ພຣະອົງດໍາລົງຢູ່ກ່ອນປະຕິບັດພັນທະກິດຂອງພຣະອົງ. ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ (ນັ້ນກໍຄື ຖືກເຈີມ) ລິດອຳນາດ ແລະ ສະຫງ່າລາສີຂອງພຣະເຈົ້າຈຶ່ງຢູ່ກັບພຣະອົງທັນທີ ແລະ ແລ້ວພຣະອົງກໍເລີ່ມປະຕິບັດພັນທະກິດຂອງພຣະອົງ. ພຣະອົງສາມາດເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ປະຕິບັດການອັດສະຈັນ ແລະ ພຣະອົງມີລິດອຳນາດ ແລະ ສິດອຳນາດ, ນັ້ນກໍຍ້ອນພຣະອົງປະຕິບັດພາລະກິດແທນພຣະເຈົ້າໂດຍກົງ; ພຣະອົງປະຕິບັດພາລະກິດຂອງພຣະວິນຍານແທນພຣະອົງ ແລະ ສຳແດງເຖິງສຽງຂອງພຣະວິນຍານ. ສະນັ້ນ ພຣະອົງຈຶ່ງເປັນພຣະເຈົ້າເອງ; ສິ່ງນີ້ ແມ່ນບໍ່ສາມາດໂຕ້ຖຽງໄດ້. ໂຢຮັນແມ່ນຖືກພຣະວິນຍານບໍລິສຸດໃຊ້. ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ ຫຼື ເປັນໄປບໍ່ໄດ້ທີ່ເພິ່ນຈະເປັນຕົວແທນໃຫ້ກັບພຣະເຈົ້າ. ຖ້າເພິ່ນປາຖະໜາທີ່ຈະເຮັດແບບນັ້ນ, ພຣະວິນຍານບໍລິສຸດກໍຈະບໍ່ອະນຸຍາດໃຫ້ເພິ່ນເຮັດໄດ້, ນັ້ນກໍຍ້ອນວ່າ ເພິ່ນຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າຕັ້ງໃຈເຮັດໃຫ້ສຳເລັດ. ບາງເທື່ອມີຫຼາຍສິ່ງໃນຕົວເພິ່ນທີ່ມາຈາກຄວາມປະສົງຂອງມະນຸດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 145](https://lo.kingdomsalvation.org/recital-knowing-God-s-work-145.html) - ບໍ່ວ່າເຈົ້າຈະສະແຫວງຫາແນວໃດ, ສິ່ງທີ່ສຳຄັນທີ່ສຸດຄື ເຈົ້າຕ້ອງເຂົ້າໃຈພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນປັດຈຸບັນ ແລະ ຕ້ອງຮູ້ຈັກຄວາມໝາຍຂອງພາລະກິດນີ້. ເຈົ້າຕ້ອງເຂົ້າໃຈ ແລະ ຮູ້ຈັກວ່າ ພາລະກິດຂອງພຣະເຈົ້າຈະນໍາຫຍັງມາ ເມື່ອພຣະອົງມາໃນຍຸກສຸດທ້າຍ, ຈິດໃຈແບບໃດທີ່ພຣະອົງຈະນໍາມາ ແລະ ແມ່ນຫຍັງຈະຖືກເຮັດໃຫ້ສົມບູນໃນມະນຸດ. ຖ້າເຈົ້າບໍ່ຮູ້ຈັກ ຫຼື ເຂົ້າໃຈພາລະກິດທີ່ພຣະອົງມາປະຕິບັດໃນເນື້ອໜັງ, ແລ້ວເຈົ້າຈະເຂົ້າໃຈເຈດຕະນາຂອງພຣະອົງໄດ້ແນວໃດ ແລະ ເຈົ້າຈະເປັນຜູ້ໃກ້ຊິດຂອງພຣະອົງໄດ້ແນວໃດ? ຕາມຄວາມເປັນຈິງແລ້ວ, ການເປັນຜູ້ໃກ້ຊິດຂອງພຣະເຈົ້າບໍ່ແມ່ນເລື່ອງທີ່ຊັບຊ້ອນ ແຕ່ມັນກໍບໍ່ແມ່ນເລື່ອງທີ່ງ່າຍ. ຖ້າຜູ້ຄົນສາມາດເຂົ້າໃຈມັນຢ່າງລະອຽດ ແລະ ນໍາສິ່ງດັ່ງກ່າວໄປປະຕິບັດ, ມັນກໍຈະບໍ່ຊັບຊ້ອນ; ຖ້າຜູ້ຄົນບໍ່ສາມາດເຂົ້າໃຈສິ່ງດັ່ງກ່າວຢ່າງລະອຽດ, ມັນກໍແຮງຈະຍາກຂຶ້ນກວ່າເກົ່າ ແລະ ນອກຈາກນັ້ນ ມະນຸດກໍຈະມັກສະແຫວງຫາສິ່ງທີ່ຢູ່ທ່າມກາງຄວາມບໍ່ແຈ່ມແຈ້ງ. ຖ້າໃນການສະແຫວງຫາພຣະເຈົ້າ, ມະນຸດບໍ່ມີຈຸດຢືນຂອງຕົນເອງໃຫ້ຮອງຮັບ ແລະ ບໍ່ຮູ້ຈັກຄວາມຈິງທີ່ເຂົາຕ້ອງຍຶດໝັ້ນ, ນັ້ນກໍໝາຍຄວາມວ່າ ເຂົາບໍ່ມີພື້ນຖານ ແລະ ດ້ວຍເຫດນີ້ ມັນຈຶ່ງບໍ່ງ່າຍທີ່ເຂົາຈະຍຶດໝັ້ນຢ່າງໜຽວແໜ້ນ. ປັດຈຸບັນນີ້ ມີຫຼາຍຄົນທີ່ບໍ່ເຂົ້າໃຈຄວາມຈິງ ເຊິ່ງເປັນຄົນທີ່ບໍ່ສາມາດຈຳແນກຄວາມດີ ແລະ ຄວາມຊົ່ວ ຫຼື ບອກສິ່ງທີ່ຄວນຮັກ ຫຼື ຊັງ. ຄົນດັ່ງກ່າວຍຶດໝັ້ນຢ່າງໜຽວແໜ້ນໄດ້ຍາກ. ຄໍາຕອບສູ່ຄວາມເຊື່ອໃນພຣະເຈົ້າແມ່ນຄວາມສາມາດໃນການນໍາຄວາມຈິງໄປປະຕິບັດ, ເພື່ອສະແດງໃຫ້ເຫັນການຄໍານຶງເຖິງເຈດຕະນາຂອງພຣະເຈົ້າ, ຮູ້ຈັກພາລະກິດຂອງພຣະເຈົ້າທີ່ມີຕໍ່ມະນຸດ ເມື່ອພຣະອົງມາເປັນເນື້ອໜັງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 136](https://lo.kingdomsalvation.org/recital-the-incarnation-136.html) - ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ ໄດ້ຄຶງພຣະເຢຊູທີ່ໄມ້ກາງແຂນ. ຄັ້ງທີສອງ ຜູ້ຄົນກໍບໍ່ໄດ້ເຊື່ອໃນພຣະອົງເຊັ່ນດຽວກັນ ເຊິ່ງຢ່າວ່າແຕ່ຮູ້ຈັກພຣະອົງເລີຍ ແລະ ຜູ້ຄົນຍັງໄດ້ຄຶງພຣະຄຣິດທີ່ໄມ້ກາງແຂນດ້ວຍຕະປູອີກຄັ້ງ. ມະນຸດບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ຖ້າມະນຸດບໍ່ຮູ້ຈັກພຣະອົງ ແລ້ວພວກເຂົາຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ເຂົາຈະສາມາດມີຄຸນສົມບັດໃນການເປັນພະຍານໃຫ້ກັບພຣະເຈົ້າໄດ້ແນວໃດ? ການອ້າງວ່າ ຮັກພຣະເຈົ້າ, ຮັບໃຊ້ພຣະເຈົ້າ ແລະ ສັນລະເສີນພຣະເຈົ້າບໍ່ແມ່ນຄຳຫຼອກລວງບໍ? ຖ້າເຈົ້າອຸທິດຊີວິດຂອງເຈົ້າໃຫ້ກັບສິ່ງທີ່ບໍ່ເປັນຈິງ ແລະ ບໍ່ມີປະໂຫຍດເຫຼົ່ານີ້, ເຈົ້າຈະບໍ່ໄດ້ພະຍາຍາມຢ່າງບໍ່ເປັນປະໂຫຍດບໍ? ເຈົ້າຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ ເມື່ອເຈົ້າກໍຍັງບໍ່ຮູ້ວ່າ ພຣະເຈົ້າແມ່ນໃຜ? ການສະແຫວງຫາດັ່ງກ່າວບໍ່ແມ່ນການທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ມັນບໍ່ແມ່ນການຫຼອກລວງບໍ? ບຸກຄົນໜຶ່ງຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ຄວາມໝາຍທີ່ແທ້ຈິງຂອງການເປັນຜູ້ໃກ້ຊິດຂອງພຣະເຈົ້າແມ່ນຫຍັງ? ເຈົ້າສາມາດເປັນຜູ້ໃກ້ຊິດຂອງພຣະວິນຍານຂອງພຣະເຈົ້າບໍ? ເຈົ້າສາມາດເຫັນບໍວ່າ ພຣະວິນຍານຍິ່ງໃຫຍ່ ແລະ ສູງສົ່ງພຽງໃດ? ເພື່ອເປັນຜູ້ໃກ້ຊິດຂອງພຣະເຈົ້າ ທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງໄດ້ ເຊິ່ງນັ້ນບໍ່ແມ່ນສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ຄວາມໝາຍທີ່ແທ້ຈິງຂອງການສະແຫວງຫາດັ່ງກ່າວແມ່ນຫຍັງ? ມັນບໍ່ແມ່ນຄຳຫຼອກລວງທັງໝົດບໍ? ສິ່ງທີ່ເຈົ້າສະແຫວງຫາກໍຄືການມາເປັນຜູ້ໃກ້ຊິດຂອງພຣະເຈົ້າ ແຕ່ໃນຄວາມເປັນຈິງ ເຈົ້າເປັນໝາຮັບໃຊ້ຂອງຊາຕານ ຍ້ອນເຈົ້າບໍ່ຮູ້ຈັກພຣະເຈົ້າ ແລະ ສະແຫວງຫາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 109](https://lo.kingdomsalvation.org/recital-the-incarnation-109.html) - ພາລະກິດ ແລະ ການສະແດງຂອງພຣະຄຣິດກຳນົດແກ່ນແທ້ຂອງພຣະອົງ. ພຣະອົງສາມາດເຮັດໃຫ້ສໍາເລັດດ້ວຍຫົວໃຈຢ່າງແທ້ຈິງທີ່ຖືກມອບໝາຍໃຫ້ກັບພຣະອົງ. ພຣະອົງສາມາດນະມັດສະການພຣະເຈົ້າທີ່ຢູ່ສະຫວັນດ້ວຍຫົວໃຈທີ່ແທ້ຈິງ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຫົວໃຈທີ່ແທ້ຈິງ. ທຸກສິ່ງນີ້ແມ່ນຖືກກຳນົດໂດຍແກ່ນແທ້ຂອງພຣະອົງ. ດ້ວຍເຫດນັ້ນ ການເປີດເຜີຍຢ່າງທຳມະຊາດຂອງພຣະອົງກໍຖືກກຳນົດໂດຍແກ່ນແທ້ຂອງພຣະອົງ; ເຫດຜົນທີ່ເຮົາເອີ້ນສິ່ງນີ້ວ່າເປັນ “ການເປີດເຜີຍຢ່າງທຳມະຊາດ” ຂອງພຣະອົງ ກໍຍ້ອນວ່າ ການສະແດງຂອງພຣະອົງບໍ່ແມ່ນການຮຽນແບບ ຫຼື ຜົນຈາກການສຶກສາຂອງມະນຸດ ຫຼື ຜົນຈາກການປູກຝັງເປັນເວລາຫຼາຍປີຂອງມະນຸດ. ພຣະອົງບໍ່ໄດ້ຮຽນຮູ້ ຫຼື ປະດັບປະດາພຣະອົງເອງດ້ວຍສິ່ງນັ້ນ; ກົງກັນຂ້າມ ມັນເປັນທໍາມະຊາດຂອງພຣະອົງ. ມະນຸດອາດປະຕິເສດພາລະກິດຂອງພຣະອົງ, ການສະແດງຂອງພຣະອົງ, ຄວາມເປັນມະນຸດຂອງພຣະອົງ ແລະ ຕະຫຼອດທັງຊີວິດແຫ່ງຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ ແຕ່ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງນະມັດສະການພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ; ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງໄດ້ມາເພື່ອປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ ແລະ ບໍ່ມີໃຜສາມາດປະຕິເສດຄວາມຈິງໃຈທີ່ວ່າພຣະອົງສະແຫວງຫາພຣະເຈົ້າພຣະບິດາ. ເຖິງແມ່ນວ່າ ພາບຫຼັກຂອງພຣະອົງບໍ່ເປັນທີ່ພໍໃຈຕໍ່ຄວາມຮູ້ສຶກ, ການສົນທະນາຂອງພຣະອົງບໍ່ໄດ້ປະກອບດ້ວຍບັນຍາກາດທີ່ພິເສດ ແລະ ພາລະກິດຂອງພຣະອົງບໍ່ໄດ້ສະທ້ານໂລກ ຫຼື ສັ່ນສະເທືອນສະຫວັນຕາມທີ່ມະນຸດຈິນຕະນາການ, ຄວາມຈິງກໍຄື ພຣະອົງເປັນພຣະຄຣິດ ຜູ້ເຊິ່ງປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ, ຍອມຢູ່ພາຍໃຕ້ພຣະບິດາທີ່ຢູ່ໃນສະຫວັນຢ່າງສົມບູນ ແລະ ອ່ອນນ້ອມຈົນຕາຍ. ນີ້ກໍຍ້ອນວ່າ ແກ່ນແທ້ຂອງພຣະອົງແມ່ນແກ່ນແທ້ຂອງພຣະຄຣິດ. ຄວາມຈິງນີ້ຍາກທີ່ຈະໃຫ້ມະນຸດເຊື່ອ ແຕ່ມັນກໍແມ່ນຄວາມເປັນຈິງ. ເມື່ອພັນທະກິດຂອງພຣະຄຣິດຖືກເຮັດໃຫ້ສໍາເລັດໂດຍສົມບູນແລ້ວ ມະນຸດຈະສາມາດເຫັນຈາກພາລະກິດຂອງພຣະອົງໄດ້ວ່າ ອຸປະນິໄສຂອງພຣະອົງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 108](https://lo.kingdomsalvation.org/recital-the-incarnation-108.html) - ເຖິງແມ່ນພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກສາມາດປະຕິບັດພາລະກິດແທນພຣະເຈົ້າເອງໄດ້ ພຣະອົງບໍ່ໄດ້ມາດ້ວຍເຈດຕະນາສະແດງພາບຫຼັກຂອງພຣະອົງຜ່ານເນື້ອໜັງໃຫ້ມະນຸດທຸກຄົນເຫັນ. ພຣະອົງບໍ່ໄດ້ມາເພື່ອໃຫ້ມະນຸດທຸກຄົນເຫັນພຣະອົງ; ພຣະອົງມາເພື່ອເຮັດໃຫ້ມະນຸດຖືກນໍາພາໂດຍມືຂອງພຣະອົງ ແລະ ເພື່ອໃຫ້ມະນຸດເຂົ້າສູ່ຍຸກໃໝ່. ໜ້າທີ່ຂອງພຣະຄຣິດໃນເນື້ອໜັງກໍເພື່ອພາລະກິດຂອງພຣະເຈົ້າເອງ ນັ້ນກໍຄືເພື່ອພາລະກິດຂອງພຣະເຈົ້າທີ່ເປັນມະນຸດ ແລະ ບໍ່ແມ່ນເພື່ອເຮັດໃຫ້ມະນຸດເຂົ້າໃຈແກ່ນແທ້ແຫ່ງເນື້ອໜັງຂອງພຣະອົງຢ່າງສິ້ນເຊີງ. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ບໍ່ມີຫຍັງທີ່ພຣະອົງເຮັດນອກເໜືອໄປກວ່າສິ່ງທີ່ມະນຸດສາມາດຮັບໄດ້. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ພຣະອົງກໍປະຕິບັດຜ່ານເນື້ອໜັງພ້ອມກັບຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ເປີດເຜີຍໃຫ້ມະນຸດເຫັນທັງໝົດເຖິງໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງບໍ່ເຄີຍຢູ່ເໜືອທຳມະຊາດ ຫຼື ລໍ້າຄ່າເກີນກວ່າທີ່ມະນຸດຈະຄາດຄິດໄດ້. ເຖິງແມ່ນວ່າ ພຣະຄຣິດເປັນຕົວແທນໃຫ້ກັບພຣະເຈົ້າເອງຜ່ານເນື້ອໜັງ ແລະ ດໍາເນີນພາລະກິດທີ່ພຣະເຈົ້າເອງຄວນເຮັດດ້ວຍຕົວເອງ, ພຣະອົງບໍ່ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ຫຼື ພຣະອົງບໍ່ໄດ້ປະກາດເຖິງການກະທຳຂອງພຣະອົງເອງຢ່າງຕື່ນເຕັ້ນ. ກົງກັນຂ້າມ ພຣະອົງຍັງຄົງລີ້ລັບພາຍໃຕ້ເນື້ອໜັງຂອງພຣະອົງຢ່າງຖ່ອມຕົວ. ນອກຈາກພຣະຄຣິດແລ້ວ ຄົນທີ່ອ້າງວ່າຕົນເອງເປັນພຣະຄຣິດແບບຜິດໆ ແມ່ນບໍ່ມີຄຸນສົມບັດຂອງພຣະອົງ. ເມື່ອທຽບໃສ່ກັບນິໄສທີ່ອວດດີ ແລະ ຍົກຍ້ອງຕົນເອງຂອງພຣະຄຣິດທີ່ຈອມປອມເຫຼົ່ານັ້ນ ກໍເຫັນໄດ້ຊັດເຈນວ່າ ເນື້ອໜັງປະເພດໃດທີ່ແມ່ນພຣະຄຣິດຢ່າງແທ້ຈິງ. ຍິ່ງພວກເຂົາຈອມປອມຫຼາຍພຽງໃດ ພຣະຄຣິດທີ່ຈອມປອມດັ່ງກ່າວກໍຍິ່ງອວດອ້າງຕົວຕົນຂອງພວກເຂົາອອກມາຫຼາຍພຽງນັ້ນ ແລະ ພວກເຂົາກໍຍິ່ງສາມາດເຮັດໝາຍສຳຄັນ ແລະ ການອັດສະຈັນເພື່ອເຮັດໃຫ້ມະນຸດເຂົ້າໃຈຜິດ. ພຣະຄຣິດຈອມປອມບໍ່ມີຄຸນສົມບັດຂອງພຣະເຈົ້າ; ພຣະຄຣິດບໍ່ມີມົນທິນຈາກອົງປະກອບຕ່າງໆທີ່ເປັນຂອງພຣະຄຣິດຈອມປອມ. ພຣະເຈົ້າກາຍເປັນມະນຸດພຽງເຮັດສໍາເລັດພາລະກິດແຫ່ງເນື້ອໜັງ ບໍ່ແມ່ນພຽງແຕ່ເພື່ອເຮັດໃຫ້ມະນຸດເຫັນພຣະອົງ. ກົງກັນຂ້າມ ພຣະອົງປ່ອຍໃຫ້ພາລະກິດຂອງພຣະອົງຢືນຢັນຕົວຕົນຂອງພຣະອົງ ແລະ ປ່ອຍໃຫ້ສິ່ງທີ່ພຣະອົງເປີດເຜີຍ ພິສູດເຖິງແກ່ນແທ້ຂອງພຣະອົງ. ແກ່ນແທ້ຂອງພຣະອົງໂດຍບໍ່ແມ່ນບໍ່ມີຫຼັກຖານ; ຕົວຕົນຂອງພຣະອົງບໍ່ໄດ້ຖືກຄວບຄຸມດ້ວຍມືຂອງພຣະອົງ; ຕົວຕົນຂອງພຣະອົງຖືກກຳນົດໂດຍພາລະກິດຂອງພຣະອົງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 107](https://lo.kingdomsalvation.org/recital-the-incarnation-107.html) - ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະອົງຢູ່ໃນເນື້ອໜັງ ຄວາມເປັນມະນຸດຂອງພຣະອົງກໍບໍ່ຄືກັນກັບມະນຸດທີ່ເກີດຈາກເນື້ອໜັງໂດຍສິ້ນເຊີງ. ພຣະອົງມີລັກສະນະພິເສດຂອງພຣະອົງເອງ ແລະ ລັກສະນະນີ້ກໍຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງເຊັ່ນດຽວກັນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ມີຈຸດອ່ອນ; ຈຸດອ່ອນຂອງພຣະຄຣິດໝາຍເຖິງສິ່ງທີ່ເກີດຈາກຄວາມເປັນມະນຸດຂອງພຣະອົງ. ຈຸດອ່ອນນີ້ຈຳກັດຄວາມເປັນພຣະເຈົ້າຂອງພຣະອົງໃນລະດັບໃດໜຶ່ງ ແຕ່ຂໍ້ຈຳກັດດັ່ງກ່າວແມ່ນຢູ່ພາຍໃຕ້ຂອບເຂດ ແລະ ເວລາ ແລະ ຢູ່ໃນຂອບເຂດ. ເມື່ອເຖິງເວລາປະຕິບັດພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງ ພຣະອົງກໍປະຕິບັດໂດຍບໍ່ໃສ່ໃຈຄວາມເປັນມະນຸດຂອງພຣະອົງ. ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ. ນອກຈາກຊີວິດທີ່ທຳມະດາຂອງຄວາມເປັນມະນຸດຂອງພຣະອົງ ທຸກການກະທຳອື່ນໆຂອງຄວາມເປັນມະນຸດຂອງພຣະອົງແມ່ນໄດ້ຮັບອິດທິພົນ, ໄດ້ຮັບຜົນກະທົບ ແລະ ໄດ້ຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະຄຣິດມີຄວາມເປັນມະນຸດ ສິ່ງນັ້ນກໍບໍ່ໄດ້ລົບກວນພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງເລີຍ ແລະ ນີ້ກໍຍ້ອນວ່າຄວາມເປັນມະນຸດຂອງພຣະຄຣິດຖືກຊີ້ນຳໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງແນ່ນອນ; ເຖິງແມ່ນຄວາມເປັນມະນຸດຂອງພຣະອົງບໍ່ໄດ້ບັນລຸວຸດທິພາວະໃນການທີ່ມັນປະພຶດຕົນກັບຄົນອື່ນ ສິ່ງນັ້ນກໍບໍ່ໄດ້ກະທົບພາລະກິດທຳມະດາຂອງຄວາມເປັນພຣະເຈົ້າຂອງພຣະອົງ. ເມື່ອເຮົາກ່າວວ່າ ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ຖືກເຮັດໃຫ້ເສື່ອມຊາມ ເຮົາໝາຍຄວາມວ່າ ຄວາມເປັນມະນຸດຂອງພຣະຄຣິດສາມາດຖືກສັ່ງໂດຍຄວາມເປັນພຣະເຈົ້າຂອງພຣະອົງໂດຍກົງ ແລະ ພຣະອົງມີຄວາມສຳນຶກທີ່ສູງກວ່າມະນຸດທຳມະດາ. ຄວາມເປັນມະນຸດຂອງພຣະອົງເໝາະສົມທີ່ສຸດທີ່ຈະຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າໃນພາລະກິດຂອງພຣະອົງ; ຄວາມເປັນມະນຸດຂອງພຣະອົງແມ່ນມີຄວາມສາມາດທີ່ສຸດໃນການສະແດງພາລະກິດແຫ່ງຄວາມເປັນພຣະເຈົ້າ ແລະ ມີຄວາມສາມາດສຸດທີ່ຈະຍອມຢູ່ພາຍໃຕ້ພາລະກິດດັ່ງກ່າວ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ ພຣະອົງບໍ່ເບິ່ງຂ້າມໜ້າທີ່ທີ່ມະນຸດໃນເນື້ອໜັງຄວນປະຕິບັດຕາມ; ພຣະອົງສາມາດນະມັດສະການພຣະເຈົ້າໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ. ພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ຕົວຕົນຂອງພຣະອົງກໍມາຈາກພຣະເຈົ້າເອງ. ພຽງແຕ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ກາຍມາເປັນສິ່ງມີຊີວິດທີ່ຖືກສ້າງ ໂດຍຢູ່ໃນຮ່າງກາຍຂອງສິ່ງມີຊີວິດທີ່ຖືກສ້າງ ແລະ ປະກອບມີຄວາມເປັນມະນຸດທີ່ພຣະອົງບໍ່ເຄີຍມີມາກ່ອນ; ພຣະອົງຈຶ່ງສາມາດນະມັດສະການພຣະເຈົ້າໃນສະຫວັນໄດ້; ນີ້ຄືການເປັນຢູ່ຂອງພຣະເຈົ້າເອງ ແລະ ມະນຸດບໍ່ສາມາດຮຽນແບບໄດ້. ຕົວຕົນຂອງພຣະອົງແມ່ນພຣະເຈົ້າເອງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 106](https://lo.kingdomsalvation.org/recital-the-incarnation-106.html) - ແກ່ນແທ້ຂອງພຣະເຈົ້າເອງແມ່ນມີສິດອຳນາດ ແຕ່ພຣະອົງສາມາດຍອມຢູ່ພາຍໃຕ້ສິດອຳນາດທີ່ມາຈາກພຣະອົງຢ່າງສົມບູນ. ບໍ່ວ່າພາລະກິດຂອງພຣະວິນຍານ ຫຼື ພາລະກິດແຫ່ງເນື້ອໜັງ ທັງສອງບໍ່ໄດ້ຂັດແຍ້ງຕໍ່ກັນແລະກັນ. ພຣະວິນຍານຂອງພຣະເຈົ້າມີສິດອຳນາດເໜືອການຊົງສ້າງທັງໝົດ. ເນື້ອໜັງທີ່ເປັນແກ່ນແທ້ຂອງພຣະເຈົ້າກໍປະກອບດ້ວຍສິດອຳນາດເຊັ່ນດຽວກັນ ແຕ່ພຣະເຈົ້າໃນເນື້ອໜັງສາມາດປະຕິບັດພາລະກິດທັງໝົດທີ່ອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ. ບໍ່ມີຄົນໃດສາມາດບັນລຸ ຫຼື ຄາດຄິດເຖິງສິ່ງນີ້ໄດ້. ພຣະເຈົ້າເອງມີສິດອຳນາດ ສ່ວນເນື້ອໜັງຂອງພຣະອົງແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. ນີ້ຄືຄວາມໝາຍເມື່ອມັນຖືກກ່າວວ່າ “ພຣະຄຣິດອ່ອນນ້ອມຕໍ່ຄວາມປະສົງຂອງພຣະເຈົ້າພຣະບິດາ”. ພຣະເຈົ້າເປັນພຣະວິນຍານ ແລະ ສາມາດປະຕິບັດພາລະກິດແຫ່ງຄວາມລອດພົ້ນໄດ້ ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ. ຢ່າງໃດກໍຕາມ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງດ້ວຍພຣະອົງເອງ; ພຣະອົງບໍ່ໄດ້ຂັດຂວາງ ຫຼື ລົບກວນ ແລ້ວແຮງໄກທີ່ພຣະອົງຈະປະຕິບັດພາລະກິດທີ່ຂັດແຍ້ງກັບຕົວມັນເອງ ນັ້ນກໍຍ້ອນວ່າ ແກ່ນແທ້ຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານ ແລະ ເນື້ອໜັງນັ້ນແມ່ນແບບດຽວກັນ. ບໍ່ວ່າພຣະວິນຍານ ຫຼື ເນື້ອໜັງ ທັງສອງປະຕິບັດພາລະກິດເພື່ອບັນລຸຕາມຄວາມປະສົງດຽວກັນ ແລະ ເພື່ອຄຸ້ມຄອງພາລະກິດດຽວກັນ. ເຖິງແມ່ນວ່າພຣະວິນຍານ ແລະ ເນື້ອໜັງມີຄຸນສົມບັດທີ່ແຕກຕ່າງກັນ ແຕ່ແກ່ນແທ້ຂອງພວກເພິ່ນແມ່ນຄືກັນ; ທັງສອງມີແກ່ນແທ້ຂອງພຣະເຈົ້າ ແລະ ເປັນຕົວຕົນຂອງພຣະເຈົ້າເອງ. ພຣະເຈົ້າເອງບໍ່ມີອົງປະກອບແຫ່ງຄວາມກະບົດ; ແກ່ນແທ້ຂອງພຣະອົງແມ່ນດີ. ພຣະອົງແມ່ນການສະແດງໃຫ້ເຫັນເຖິງຄວາມສວຍງາມ ແລະ ຄວາມດີທຸກຢ່າງ ພ້ອມທັງຄວາມຮັກທັງໝົດ. ແມ່ນແຕ່ໃນເນື້ອໜັງ ພຣະເຈົ້າກໍບໍ່ເຮັດສິ່ງໃດທີ່ກະບົດຕໍ່ພຣະເຈົ້າພຣະບິດາ. ເຖິງແມ່ນຕ້ອງເສຍສະຫຼະຊີວິດຂອງພຣະອົງ ພຣະອົງກໍເຕັມໃຈທີ່ຈະເຮັດເຊັ່ນນັ້ນ ແລະ ພຣະອົງຈະບໍ່ຕັດສິນໃຈແບບອື່ນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 105](https://lo.kingdomsalvation.org/recital-the-incarnation-105.html) - ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ; ພຣະອົງເປັນການບັງເກີດແມ່ນການບັງເກີດເປັນມະນຸດຂອງພຣະວິນຍານ ແທນທີ່ຈະແມ່ນເນື້ອໜັງ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງຳໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງໄດ້ປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າຂອງພຣະອົງ ທັງສອງກໍຍອມອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ. ແກ່ນແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ແກ່ນແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ແກ່ນແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ເພາະສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ແກ່ນແທ້ຂອງພາລະກິດຂອງພຣະວິນຍານບໍລິສຸດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະເຈົ້າເອງ. ໃນທຳນອງດຽວກັນ ພາລະກິດຂອງພຣະຄຣິດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງຄວາມປະສົງຂອງພຣະເຈົ້າອີກດ້ວຍ. ດ້ວຍວ່າ ພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງເຂົ້າໃຈເຖິງແກ່ນແທ້ຂອງພຣະອົງທີ່ຢູ່ພາຍໃຕ້ເນື້ອໜັງຂອງພຣະອົງ ຈົນເຖິງຂັ້ນທີ່ວ່າເນື້ອໜັງຂອງພຣະອົງພຽງພໍທີ່ຈະຮັບພາລະກິດຂອງພຣະອົງໄດ້. ດ້ວຍເຫດນັ້ນ ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າຈຶ່ງຖືກແທນໂດຍພາລະກິດຂອງພຣະຄຣິດໃນລະຫວ່າງເວລາແຫ່ງການບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະຄຣິດແມ່ນຈຸດໃຈກາງທີ່ສໍາຄັນຂອງພາລະກິດທັງໝົດໃນຕະຫຼອດເວລາແຫ່ງການບັງເກີດເປັນມະນຸດ. ພາລະກິດຂອງພຣະຄຣິດບໍ່ສາມາດປະສົມກັນກັບພາລະກິດຈາກຍຸກອື່ນໆ. ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງຈຶ່ງປະຕິບັດພາລະກິດໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ; ຍ້ອນພຣະອົງມາບັງເກີດເປັນມະນຸດ ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງຄວນປະຕິບັດໂດຍຜ່ານເນື້ອໜັງ. ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 92](https://lo.kingdomsalvation.org/recital-judgment-in-the-last-days-092.html) - ພາລະກິດແຫ່ງການເອົາຊະນະທີ່ຖືກເຮັດໃນຕົວພວກເຈົ້າທຸກຄົນແມ່ນສິ່ງທີ່ສໍາຄັນທີ່ສຸດ ໃນດ້ານໜຶ່ງ, ຈຸດປະສົງຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ກຸ່ມຄົນມີຄວາມສົມບູນ ນັ້ນໝາຍຄວາມວ່າ ເພື່ອເຮັດໃຫ້ພວກເຂົາສົມບູນ, ເພື່ອວ່າພວກເຂົາອາດກາຍມາເປັນກຸ່ມຂອງຜູ້ຖືກເອົາຊະນະ, ເປັນກຸ່ມຄົນທໍາອິດທີ່ຖືກເຮັດໃຫ້ສົມບູນ ເຊິ່ງໝາຍເຖິງເປັນໝາກຜົນທໍາອິດ. ສ່ວນອີກດ້ານໜຶ່ງ, ມັນແມ່ນເພື່ອໃຫ້ສິ່ງຖືກສ້າງມີຄວາມສຸກກັບຄວາມຮັກຂອງພຣະເຈົ້າ, ໄດ້ຮັບຄວາມລອດພົ້ນຢ່າງສົມບູນ ແລະ ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ, ໃຫ້ມະນຸດບໍ່ພຽງແຕ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມຮັກເມດຕາເທົ່ານັ້ນ, ແຕ່ທີ່ສໍາຄັນກວ່ານັ້ນແມ່ນການຂ້ຽນຕີ ແລະ ການພິພາກສາ. ຈາກການຊົງສ້າງໂລກຈົນຮອດປັດຈຸບັນ, ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາໃນພາລະກິດຂອງພຣະອົງແມ່ນຄວາມຮັກ ໂດຍບໍ່ມີຄວາມກຽດຊັງແກ່ມະນຸດ. ແມ່ນແຕ່ການຂ້ຽນຕີ ແລະ ການພິພາກສາທີ່ເຈົ້າໄດ້ເຫັນກໍຍັງແມ່ນຄວາມຮັກ, ຄວາມຮັກທີ່ເປັນຈິງຍິ່ງຂຶ້ນ ແລະ ແທ້ຈິງຍິ່ງຂຶ້ນ, ຄວາມຮັກທີ່ນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດມະນຸດ. ໃນອີກດ້ານໜຶ່ງ, ມັນແມ່ນເພື່ອເປັນພະຍານຕໍ່ໜ້າຊາຕານ. ແລ້ວໃນອີກດ້ານໜຶ່ງອີກ, ມັນແມ່ນເພື່ອວາງຮາກຖານສໍາລັບການເຜີຍແຜ່ພາລະກິດແຫ່ງຂ່າວປະເສີດໃນອະນາຄົດ. ພາລະກິດທັງໝົດທີ່ພຣະອົງໄດ້ກະທໍາແມ່ນເພື່ອຈຸດປະສົງຂອງການນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງແຫ່ງຊີວິດມະນຸດ ເພື່ອວ່າພວກເຂົາອາດຈະມີຊີວິດດັ່ງມະນຸດທີ່ປົກກະຕິ, ຍ້ອນຜູ້ຄົນບໍ່ເຂົ້າໃຈວິທີການດໍາລົງຊີວິດ ແລະ ຫາກປາສະຈາກການນໍາພານີ້, ເຈົ້າຈະສາມາດດໍາລົງຊີວິດຢ່າງວ່າງເປົ່າເທົ່ານັ້ນ; ຊີວິດຂອງເຈົ້າປາສະຈາກຄຸນຄ່າ ຫຼື ຄວາມໝາຍ ແລະ ເຈົ້າຈະບໍ່ສາມາດເປັນຄົນທໍາມະດາຢ່າງສິ້ນເຊີງ. ນີ້ແມ່ນຄວາມສໍາຄັນທີ່ເລິກເຊິ່ງທີ່ສຸດຂອງພາລະກິດແຫ່ງການເອົາຊະນະມະນຸດ. ພວກເຈົ້າທຸກຄົນແມ່ນເຊື້ອສາຍຂອງໂມອາບ; ເມື່ອພາລະກິດແຫ່ງການເອົາຊະນະຖືກປະຕິບັດໃນຕົວພວກເຈົ້າ, ມັນຄືຄວາມລອດພົ້ນອັນຍິ່ງໃຫຍ່. ພວກເຈົ້າທຸກຄົນດໍາລົງຊີວິດຢູ່ໃນດິນແດນແຫ່ງຄວາມບາບ ແລະ ຄວາມຜິດສິນທໍາ ແລະ ພວກເຈົ້າທຸກຄົນແມ່ນຄົນທີ່ຜິດສິນທໍາ ແລະ ເປັນຄົນບາບ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 57](https://lo.kingdomsalvation.org/recital-God-s-appearance-and-work-057.html) - ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ມັນເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍມອບໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍກົດລະບຽບ ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຢືນຢູ່ຊື່ໆ ແລະ ຮັກສາສິ່ງຕ່າງໆຕາມທີ່ພວກມັນເປັນ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລທີ່ຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ້ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້
- [ຈຸດປະສົງໃນການຄຸ້ມຄອງມະນຸດຊາດ](https://lo.kingdomsalvation.org/the-purpose-of-managing-mankind-audio.html) - ຖ້າຜູ້ຄົນສາມາດເຫັນຢ່າງແທ້ຈິງເຖິງເສັ້ນທາງທີ່ຖືກຕ້ອງກ່ຽວກັບຊີວິດມະນຸດ ພ້ອມທັງຈຸດປະສົງຂອງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າໄດ້ຢ່າງຊັດເຈນ, ພວກເຂົາກໍຈະບໍ່ຖືວ່າ ອະນາຄົດ ແລະ ໂຊກຊະຕາສ່ວນຕົວຂອງພວກເຂົາເປັນຊັບສົມບັດໃນຫົວໃຈຂອງພວກເຂົາ. ພວກເຂົາຈະບໍ່ສົນໃຈໃນການຮັບໃຊ້ພໍ່ແມ່ຂອງພວກເຂົາ ຜູ້ທີ່ຮ້າຍຍິ່ງກວ່າໝູ ແລະ ໝາຕໍ່ໄປອີກ. ອະນາຄົດ ແລະ ໂຊກຊະຕາຂອງມະນຸດ ແທ້ຈິງແລ້ວ ບໍ່ແມ່ນທີ່ເອີ້ນໃນປັດຈຸບັນວ່າ “ພໍ່ແມ່” ຂອງເປໂຕບໍ? ພວກເຂົາເປັນເໝືອນກັບເນື້ອໜັງ ແລະ ເລືອດຂອງມະນຸດ. ແລ້ວຈຸດໝາຍປາຍທາງ ແລະ ອະນາຄົດຂອງເນື້ອໜັງຈະເປັນແນວໃດ? ມັນຈະເປັນການເຫັນພຣະເຈົ້າໃນຂະນະທີ່ມີຊີວິດຢູ່ ຫຼື ຈະໃຫ້ວິນຍານພົບກັບພຣະເຈົ້າຫຼັງຈາກທີ່ຕາຍໄປແລ້ວ? ເນື້ອໜັງຈະຕົກລົງສູ່ເຕົາຫຼໍ່ໃຫຍ່ໃນມື້ອື່ນຢ່າງທຸກທໍລະມານບໍ ຫຼື ມັນຈະຖືກເຜົາໄໝ້ດ້ວຍແປວໄຟ? ບໍ່ແມ່ນຄຳຖາມແບບນີ້ກ່ຽວຂ້ອງກັບເນື້ອໜັງຂອງມະນຸດທີ່ຈະອົດທົນຕໍ່ຄວາມໂຊກຮ້າຍ ຫຼື ທົນທຸກກັບຂ່າວໃຫຍ່ທີ່ສຸດເຊິ່ງໃຜກໍຕາມທີ່ຢູ່ໃນກະແສປັດຈຸບັນນີ້ທີ່ມີສະໝອງ ແລະ ແນວຄິດເປັນປົກກະຕິໃສ່ໃຈຫຼາຍທີ່ສຸດບໍ? (ໃນນີ້, ຄວາມທຸກທໍລະມານໝາຍເຖິງການໄດ້ຮັບພອນ; ໝາຍຄວາມວ່າ ການທົດລອງໃນອະນາຄົດຄືຜົນປະໂຫຍດສຳລັບຈຸດໝາຍປາຍທາງຂອງມະນຸດ. ຄວາມໂຊກຮ້າຍໝາຍເຖິງການບໍ່ສາມາດຍຶດໝັ້ນ ຫຼື ທີ່ເຮັດໃຫ້ເຂົ້າໃຈຜິດ ຫຼື ໝາຍຄວາມວ່າ ຄົນໜຶ່ງຈະພົບກັບສະຖານະການທີ່ໂຊກຮ້າຍ ແລະ ສູນເສຍຊີວິດຂອງຕົນເອງໃນທ່າມກາງໄພພິບັດ ແລະ ບໍ່ມີຈຸດໝາຍປາຍທາງທີ່ເໝາະສົມສຳລັບວິນຍານຂອງບຸກຄົນດັ່ງກ່າວ). ເຖິງແມ່ນວ່າມະນຸດມີເຫດຜົນທີ່ຖືກຕ້ອງ ແຕ່ບາງເທື່ອສິ່ງທີ່ພວກເຂົາຄິດທັງໝົດກໍບໍ່ສອດຄ່ອງກັບເຫດຜົນທີ່ພວກເຂົາຄວນມີ. ນີ້ກໍເພາະວ່າ ແທ້ຈິງແລ້ວ ພວກເຂົາທຸກຄົນຂ້ອນຂ້າງສັບສົນ ແລະ ປະຕິບັດຕາມສິ່ງຕ່າງໆຢ່າງຕາບອດ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 606](https://lo.kingdomsalvation.org/recital-destinations-and-outcomes-606.html) - ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແມ່ນຜູ້ທີ່ເຕັມໃຈນໍາເອົາພຣະທໍາຂອງພຣະເຈົ້າໄປປະຕິບັດ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງ. ຜູ້ຄົນທີ່ສາມາດຢືນຢ່າງເດັດດ່ຽວໃນການເປັນພະຍານຂອງພວກເຂົາໃຫ້ກັບພຣະເຈົ້າຢ່າງແທ້ຈິງແມ່ນຜູ້ທີ່ເຕັມໃຈຮັບເອົາພຣະທໍາຂອງພຣະອົງໄປປະຕິບັດ ແລະ ສາມາດຢືນຢູ່ຂ້າງຄວາມຈິງຢ່າງແທ້ຈິງ. ຜູ້ຄົນທີ່ອາໄສເລ່ກົນ ແລະ ຄວາມບໍ່ຍຸຕິທໍາແມ່ນລ້ວນແລ້ວແຕ່ຂາດຄວາມຈິງ ແລະ ພວກເຂົານໍາເອົາຄວາມອັບອາຍມາສູ່ພຣະເຈົ້າ. ຜູ້ທີ່ສ້າງຄວາມຂັດແຍ້ງໃນຄຣິສຕະຈັກແມ່ນຜູ້ຮັບໃຊ້ຂອງຊາຕານ, ພວກເຂົາແມ່ນຕົວຕົນຂອງຊາຕານ. ຄົນດັ່ງກ່າວແມ່ນຊົ່ວຮ້າຍຫຼາຍ. ຜູ້ທີ່ບໍ່ມີຄວາມສາມາດໃນການແຍກແຍະ ແລະ ບໍ່ສາມາດຢືນຢູ່ຂ້າງຄວາມຈິງລ້ວນແລ້ວແຕ່ເຊື່ອງເຈດຕະນາທີ່ຊົ່ວຮ້າຍໄວ້ ແລະ ທໍາລາຍຄວາມຈິງ. ຍິ່ງໄປກວ່ານັ້ນ, ພວກເຂົາເປັນຕົວແທນຂອງຊາຕານໂດຍທາດແທ້. ພວກເຂົາແມ່ນເກີນກວ່າທີ່ຈະໄຖ່ບາບໄດ້ ແລະ ກໍຈະຖືກກໍາຈັດໂດຍທໍາມະຊາດ. ຄອບຄົວຂອງພຣະເຈົ້າບໍ່ອະນຸຍາດໃຫ້ຜູ້ຄົນເຫຼົ່ານີ້ທີ່ບໍ່ປະຕິບັດຄວາມຈິງຍັງຄົງເຫຼືອຢູ່ ຫຼື ບໍ່ອະນຸຍາດໃຫ້ຜູ້ຄົນທີ່ຮື້ມ້າງຄຣິສຕະຈັກໂດຍເຈດຕະນາຄົງເຫຼືອຢູ່. ຢ່າງໃດກໍຕາມ, ຕອນນີ້ບໍ່ແມ່ນເວລາທີ່ຈະເຮັດພາລະກິດຂັບໄລ່; ໃນທີ່ສຸດ ຜູ້ຄົນດັ່ງກ່າວແມ່ນຈະຖືກເປີດໂປງ ແລະ ກໍາຈັດຢູ່ດີ. ຈະບໍ່ມີການເຮັດພາລະກິດທີ່ບໍ່ມີປະໂຫຍດກັບຄົນເຫຼົ່ານີ້; ຜູ້ທີ່ເປັນຄົນຂອງຊາຕານບໍ່ສາມາດຢືນຢູ່ຂ້າງຄວາມຈິງ ໃນຂະນະທີ່ຜູ້ທີ່ສະແຫວງຫາຄວາມຈິງຈະສາມາດຢືນຢູ່ຂ້າງຄວາມຈິງໄດ້. ຜູ້ຄົນທີ່ບໍ່ປະຕິບັດຄວາມຈິງບໍ່ຄູ່ຄວນທີ່ຈະໄດ້ຍິນວິທີທາງແຫ່ງຄວາມຈິງ ແລະ ບໍ່ຄູ່ຄວນໃນການເປັນພະຍານຕໍ່ຄວາມຈິງ. ຄວາມຈິງບໍ່ແມ່ນມີໄວ້ເພື່ອຫູຂອງພວກເຂົາຟັງເທົ່ານັ້ນ; ໃນທາງກົງກັນຂ້າມ, ມັນແມ່ນມີໄວ້ເພື່ອໃຫ້ຄົນທີ່ປະຕິບັດຄວາມຈິງ. ກ່ອນທີ່ຈຸດຈົບຂອງທຸກຄົນຈະຖືກເປີດເຜີຍ, ຜູ້ທີ່ລົບກວນຄຣິສຕະຈັກ ແລະ ຂັດຂວາງພາລະກິດຂອງພຣະເຈົ້າ ຕອນນີ້ ແມ່ນຈະຖືກຈັດແຈງໄວ້ທາງຂ້າງກ່ອນ ເພື່ອຈະໄດ້ຈັດການພວກເຂົານໍາພາຍຫຼັງ. ເມື່ອພາລະກິດສໍາເລັດແລ້ວ, ຜູ້ຄົນເຫຼົ່ານີ້ຈະຖືກເປີດໂປງເທື່ອລະຄົນ ແລະ ຫຼັງຈາກນັ້ນກໍຈະຖືກກໍາຈັດ. ສໍາລັບຕອນນີ້,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 605](https://lo.kingdomsalvation.org/recital-destinations-and-outcomes-605.html) - ຜູ້ຄົນທີ່ບໍ່ສະແຫວງຫາຄວາມກ້າວໜ້າ ແມ່ນປາຖະໜາໃຫ້ຄົນອື່ນເປັນຄົນທີ່ມີດ້ານລົບ ແລະ ຂີ້ຄ້ານຄືພວກເຂົາສະເໝີ. ຜູ້ທີ່ບໍ່ປະຕິບັດຄວາມຈິງແມ່ນອິດສາຜູ້ທີ່ປະຕິບັດຄວາມຈິງ ແລະ ພະຍາຍາມຢາກຫຼອກລວງຄົນໂງ່ ແລະ ຜູ້ທີ່ຂາດຄວາມສາມາດໃນການແຍກແຍະຢູ່ສະເໝີ. ສິ່ງຕ່າງໆທີ່ຜູ້ຄົນເຫຼົ່ານີ້ລະບາຍອອກມາສາມາດເຮັດໃຫ້ເຈົ້າເສື່ອມໂຊມ, ຕົກຕໍ່າ, ມີສະພາບຜິດປົກກະຕິ ແລະ ເຕັມໄປດ້ວຍຄວາມມືດ; ພວກເຂົາເຮັດໃຫ້ເຈົ້າຫ່າງເຫີນຈາກພຣະເຈົ້າ ແລະ ເຮັດໃຫ້ເຈົ້າຖະນຸຖະໜອມເນື້ອໜັງ ແລະ ເຮັດຕາມໃຈຕົວເອງ. ຜູ້ຄົນທີ່ບໍ່ຮັກຄວາມຈິງ ແລະ ຜູ້ທີ່ປະຕິບັດຕໍ່ພຣະເຈົ້າພໍເປັນພິທີ ແມ່ນບໍ່ມີຄວາມປຸກຈິດສໍານຶກຕົວເອງ ແລະ ອຸປະນິໄສຂອງຜູ້ຄົນດັ່ງກ່າວແມ່ນລໍ້ໃຫ້ຜູ້ອື່ນເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາບໍ່ປະຕິບັດຄວາມຈິງ ຫຼື ແມ່ນແຕ່ພວກເຂົາບໍ່ອະນຸຍາດໃຫ້ຜູ້ອື່ນປະຕິບັດສິ່ງດັ່ງກ່າວ. ພວກເຂົາຖະນຸຖະໜອມຄວາມບາບ ແລະ ບໍ່ກຽດຊັງຕົວເອງ. ພວກເຂົາບໍ່ຮູ້ຈັກຕົວເອງ ແລະ ພວກເຂົາຢຸດຄົນອື່ນຈາກການຮູ້ຈັກຕົວເອງ; ພວກເຂົາຍັງຢຸດຄົນອື່ນຈາກການໂຫຍຫາຄວາມຈິງ. ຄົນທີ່ພວກເຂົາຫຼອກລວງບໍ່ສາມາດເຫັນແສງສະຫວ່າງ. ພວກເຂົາຕົກຢູ່ໃນຄວາມມືດ, ບໍ່ຮູ້ຈັກຕົວເອງ, ບໍ່ມີຄວາມຊັດເຈນກ່ຽວກັບຄວາມຈິງ ແລະ ຫ່າງເຫີນຈາກພຣະເຈົ້າຫຼາຍຂຶ້ນ ແລະ ຫຼາຍຂຶ້ນ. ພວກເຂົາບໍ່ປະຕິບັດຄວາມຈິງ ແລະ ພວກເຂົາຢຸດຄົນອື່ນຈາກການປະຕິບັດຄວາມຈິງ ໂດຍເອົາຄົນໂງ່ເຫຼົ່ານັ້ນມາຢູ່ຕໍ່ໜ້າພວກເຂົາ. ແທນທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະເຈົ້າ, ມັນກໍຈະດີກວ່າ ທີ່ຈະເວົ້າວ່າ ພວກເຂົາເຊື່ອໃນບັນພະບຸລຸດຂອງພວກເຂົາ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 604](https://lo.kingdomsalvation.org/recital-destinations-and-outcomes-604.html) - ຄຣິສຕະຈັກທຸກແຫ່ງແມ່ນມີຄົນທີ່ລົບກວນຄຣິສຕະຈັກ ຫຼື ຂັດຂວາງພາລະກິດຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຊາຕານ ທີ່ໄດ້ແຊກຊຶມເຂົ້າໄປຢູ່ໃນເຮືອນຂອງພຣະເຈົ້າໂດຍການປອມຕົວ. ຜູ້ຄົນດັ່ງກ່າວແມ່ນສະແດງເກັ່ງຫຼາຍ: ພວກເຂົາມາຢ່າງໜ້ານັບຖືຢູ່ຕໍ່ໜ້າເຮົາ, ກົ້ມຫົວ ແລະ ຖູໄຖ, ປະພຶດຕົນຄືໝາຂີ້ເຮື້ອນ ແລະ ອຸທິດ “ທຸກຢ່າງ” ຂອງພວກເຂົາເພື່ອບັນລຸວັດຖຸປະສົງຂອງພວກເຂົາເອງ ແຕ່ເມື່ອຢູ່ຕໍ່ໜ້າອ້າຍເອື້ອຍນ້ອງ ພວກເຂົາກໍຈະສະແດງດ້ານຂີ້ຮ້າຍຂອງພວກເຂົາ. ເມື່ອພວກເຂົາເຫັນຜູ້ຄົນທີ່ປະຕິບັດຄວາມຈິງ, ພວກເຂົາກໍຈະໂຈມຕີ ແລະ ຊຸກຜູ້ຄົນເຫຼົ່ານັ້ນອອກໄປທາງຂ້າງ; ເມື່ອພວກເຂົາເຫັນຜູ້ຄົນທີ່ເປັນຕາຢ້ານກວ່າພວກເຂົາ, ພວກເຂົາກໍຈະຍົກຍ້ອງ ແລະ ປະຈົບປະແຈງຜູ້ຄົນດັ່ງກ່າວ. ພວກເຂົາປະພຶດຢ່າງປ່າເຖື່ອນຢູ່ພາຍໃນຄຣິສຕະຈັກ. ສາມາດເວົ້າໄດ້ວ່າ “ຄົນພາຍໃນທີ່ມັກຂົ່ມເຫັງຄົນອື່ນ” ເຊັ່ນ “ໝາໂຕນ້ອຍໆ” ແມ່ນມີຢູ່ໃນຄຣິສຕະຈັກໂດຍສ່ວນໃຫຍ່. ພວກເຂົາເຮັດຮ່ວມກັນຢ່າງຊົ່ວຮ້າຍ, ສົ່ງສາຍຕາ ແລະ ສັນຍານລັບຫາກັນ ແລະ ໃນບັນດາພວກເຂົາແມ່ນບໍ່ມີໃຜທີ່ປະຕິບັດຄວາມຈິງ. ຜູ້ໃດກໍຕາມທີ່ມີພິດຫຼາຍທີ່ສຸດແມ່ນ “ຫົວໜ້າຜິສາດ” ແລະ ໃຜທີ່ມີກຽດສູງສຸດຈະນໍາພາພວກເຂົາ ໂດຍຍົກທຸງຂອງພວກເຂົາຂຶ້ນສູງ. ຜູ້ຄົນເຫຼົ່ານີ້ແລ່ນອາລະວາດທົ່ວຄຣິສຕະຈັກ ໂດຍເຜີຍແຜ່ສິ່ງທີ່ເປັນດ້ານລົບຂອງພວກເຂົາ, ສະແດງເຖິງຄວາມຕາຍ, ເຮັດໃນສິ່ງທີ່ພວກເຂົາພໍໃຈ, ເວົ້າໃນສິ່ງທີ່ພວກເຂົາພໍໃຈ ແລະ ບໍ່ມີໃຜກ້າຢຸດພວກເຂົາ. ພວກເຂົາແມ່ນເຕັມໄປດ້ວຍອຸປະນິໄສຂອງຊາຕານ. ໃນອີກບໍ່ດົນ ພວກເຂົາກໍຈະສ້າງຄວາມວຸ້ນວາຍ ຮ້າຍກວ່າບັນຍາກາດແຫ່ງຄວາມຕາຍ ເຂົ້າໄປໃນຄຣິສຕະຈັກ. ຜູ້ທີ່ຢູ່ພາຍໃນຄຣິສຕະຈັກ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 603](https://lo.kingdomsalvation.org/recital-destinations-and-outcomes-603.html) - ໃນບັນດາອ້າຍເອື້ອຍນ້ອງຜູ້ທີ່ມັກລະບາຍຄວາມຄິດລົບຂອງພວກເຂົາອອກແມ່ນຜູ້ຮັບໃຊ້ຂອງຊາຕານ ແລະ ພວກເຂົາລົບກວນຄຣິສຕະຈັກ. ຜູ້ຄົນດັ່ງກ່າວຈະຕ້ອງຖືກຂັບໄລ່ ແລະ ກຳຈັດໃນມື້ໃດມື້ໜຶ່ງ. ໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ຖ້າຜູ້ຄົນບໍ່ມີຫົວໃຈທີ່ຢໍາເກງພຣະເຈົ້າ, ຖ້າພວກເຂົາບໍ່ມີຫົວໃຈທີ່ອ່ອນນ້ອມຕໍ່ພຣະເຈົ້າ, ແລ້ວບໍ່ພຽງແຕ່ພວກເຂົາຈະບໍ່ສາມາດເຮັດພາລະກິດໃດເລີຍເພື່ອພຣະອົງເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ພວກເຂົາຈະກາຍເປັນຜູ້ລົບກວນພາລະກິດຂອງພຣະອົງ ແລະ ເປັນຜູ້ຕໍ່ຕ້ານພຣະອົງ. ການເຊື່ອໃນພຣະເຈົ້າ ແຕ່ບໍ່ອ່ອນນ້ອມ ຫຼື ຢໍາເກງພຣະອົງ ແລະ ພັດຕໍ່ຕ້ານພຣະອົງ ແມ່ນເປັນເລື່ອງທີ່ເສື່ອມເສຍທີ່ສຸດສໍາລັບຜູ້ທີ່ມີຄວາມເຊື່ອ. ຖ້າຜູ້ເຊື່ອພຽງແຕ່ບໍ່ສົນໃຈ ແລະ ປ່ອຍຕົວປ່ອຍໃຈໃນຄຳເວົ້າ ແລະ ຄວາມປະພຶດຂອງພວກເຂົາຄືກັບຜູ້ທີ່ບໍ່ເຊື່ອ, ແລ້ວພວກເຂົາກໍຍິ່ງຊົ່ວຮ້າຍກວ່າຜູ້ທີ່ບໍ່ເຊື່ອ; ພວກເຂົາແມ່ນຕົ້ນແບບຂອງຜີສາດ. ຜູ້ທີ່ລະບາຍຄໍາເວົ້າທີ່ເປັນພິດ ແລະ ເຈດຕະນາຮ້າຍຂອງພວກເຂົາພາຍໃນຄຣິສຕະຈັກ, ຜູ້ທີ່ປ່ອຍຂ່າວລື, ສ້າງຄວາມແຕກແຍກ ແລະ ສ້າງພັກສ້າງພວກໃນທ່າມກາງອ້າຍເອື້ອຍນ້ອງ, ພວກເຂົາຄວນຖືກຂັບໄລ່ອອກຈາກຄຣິສຕະຈັກ. ຢ່າງໃດກໍຕາມ, ຍ້ອນຕອນນີ້ແມ່ນຍຸກທີ່ແຕກຕ່າງກັນຂອງພາລະກິດຂອງພຣະເຈົ້າ, ຜູ້ຄົນເຫຼົ່ານີ້ຈຶ່ງຖືກຈໍາກັດ ຍ້ອນພວກເຂົາຈະຖືກກໍາຈັດຢ່າງແນ່ນອນ. ທຸກຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນມີອຸປະນິໄສທີ່ເສື່ອມຊາມ. ບາງຄົນພຽງແຕ່ມີອຸປະນິໄສທີ່ເສື່ອມຊາມ, ໃນຂະນະທີ່ຄົນອື່ນແມ່ນແຕກຕ່າງ: ພວກເຂົາບໍ່ພຽງແຕ່ມີອຸປະນິໄສທີ່ເສື່ອມຊາມແບບຊາຕານ ແຕ່ທຳມະຊາດຂອງພວກເຂົາຍັງຊົ່ວຮ້າຍຫຼາຍອີກດ້ວຍ. ຄຳເວົ້າ ແລະ ການກະທຳຂອງພວກເຂົາບໍ່ພຽງແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມແບບຊາຕານ; ຍິ່ງໄປກວ່ານັ້ນ ຜູ້ຄົນເຫຼົ່ານີ້ແມ່ນມານຮ້າຍ ແລະ ຊາຕານຕົວຈິງ. ພຶດຕິກຳຂອງພວກເຂົາຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 506](https://lo.kingdomsalvation.org/recital-entry-into-life-506.html) - ໃນປັດຈຸບັນນີ້, ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ແບບນັ້ນ. ພວກເຂົາເຊື່ອວ່າ ການທົນທຸກແມ່ນບໍ່ມີຄຸນຄ່າ, ພວກເຂົາຖືກໂລກປະຖິ້ມ, ຊີວິດໃນເຮືອນຂອງພວກເຂົາກໍມີບັນຫາ, ພວກເຂົາບໍ່ເປັນທີ່ຮັກຂອງພຣະເຈົ້າ ແລະ ຄວາມຄາດຫວັງຂອງພວກເຂົາກໍວ່າງເປົ່າ. ການທົນທຸກຂອງບາງຄົນໄປເຖິງຈຸດສູງສຸດ ແລະ ຄວາມຄິດຂອງພວກເຂົາກໍຄິດເຖິງແຕ່ຄວາມຕາຍ. ນີ້ບໍ່ແມ່ນການຮັກພຣະເຈົ້າທີ່ແທ້ຈິງ; ຄົນປະເພດດັ່ງກ່າວແມ່ນຄົນຂີ້ຢ້ານ, ພວກເຂົາບໍ່ມີຄວາມບາກບັ່ນ, ພວກເຂົາອ່ອນແອ ແລະ ບໍ່ມີພະລັງ! ພຣະເຈົ້າຮ້ອນຮົນທີ່ຈະໃຫ້ມະນຸດຮັກພຣະອົງ, ແຕ່ວ່າຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົນທຸກຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ ແລະ ຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົດລອງຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ. ຖ້າເຈົ້າຮັກພຣະອົງ, ແລ້ວການທົນທຸກທຸກຮູບແບບຈະເກີດຂຶ້ນກັບເຈົ້າ ແລະ ຖ້າເຈົ້າບໍ່ໄດ້ຮັກພຣະອົງ, ແລ້ວບາງເທື່ອ ທຸກສິ່ງຈະດຳເນີນໄປຢ່າງລາບລື້ນສຳລັບເຈົ້າ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າກໍຈະສະຫງົບສຸກ. ເມື່ອເຈົ້າຮັກພຣະເຈົ້າ, ເຈົ້າຈະຮູ້ສຶກວ່າ ຫຼາຍສິ່ງທີ່ຢູ່ອ້ອມຂ້າງເຈົ້າແມ່ນບໍ່ສາມາດຜ່ານພົ້ນໄປໄດ້ ແລະ ຍ້ອນວ່າວຸດທິພາວະຂອງເຈົ້າຕໍ່າເກີນໄປ ເຈົ້າຈະຖືກຫຼໍ່ຫຼອມ; ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈດຕະນາຂອງພຣະເຈົ້າສູງສົ່ງເກີນໄປ, ພວກມັນຢູ່ເໜືອທີ່ມະນຸດຈະເອື້ອມເຖິງໄດ້. ຍ້ອນທຸກສິ່ງເຫຼົ່ານີ້ ເຈົ້າຈຶ່ງຈະຖືກຫຼໍ່ຫຼອມ; ຍ້ອນວ່າມີຄວາມອ່ອນແອຫຼາຍຢ່າງພາຍໃນຕົວເຈົ້າ ແລະ ມີຫຼາຍສິ່ງທີ່ບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າໄດ້, ເຈົ້າຈຶ່ງຈະຖືກຫຼໍ່ຫຼອມຢູ່ຂ້າງໃນ. ແຕ່ພວກເຈົ້າຕ້ອງເຫັນຢ່າງຊັດເຈນວ່າ ການຊໍາລະລ້າງໃຫ້ບໍລິສຸດນັ້ນແມ່ນຖືກບັນລຸຜົນຜ່ານການຫຼໍ່ຫຼອມເທົ່ານັ້ນ. ສະນັ້ນ ໃນລະຫວ່າງຍຸກສຸດທ້າຍນີ້ ພວກເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 505](https://lo.kingdomsalvation.org/recital-entry-into-life-505.html) - ໃນປັດຈຸບັນນີ້ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ? ແລ້ວ ເຈົ້າຮູ້ຈັກທຸກສິ່ງທີ່ພຣະເຈົ້າໄດ້ກະທຳໃນຕົວເຈົ້າຫຼາຍສໍ່າໃດ? ນີ້ແມ່ນສິ່ງທີ່ເຈົ້າຄວນຮຽນຮູ້. ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ, ທຸກສິ່ງທີ່ພຣະອົງໄດ້ກະທຳໃນມະນຸດ ແລະ ຍອມໃຫ້ມະນຸດເຫັນແມ່ນເພື່ອວ່າມະນຸດຈະໄດ້ຮັກພຣະອົງ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງ. ໃນດ້ານໜຶ່ງ ການທີ່ມະນຸດສາມາດທົນທຸກເພື່ອພຣະເຈົ້າ ແລະ ໄດ້ມາໄກເຖິງຂະໜາດນີ້ແມ່ນຍ້ອນຄວາມຮັກຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງແມ່ນຍ້ອນຄວາມລອດພົ້ນຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ, ມັນເປັນຍ້ອນພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີທີ່ພຣະເຈົ້າປະຕິບັດໃນມະນຸດ. ຖ້າພວກເຈົ້າປາສະຈາກການພິພາກສາ, ການຂ້ຽນຕີ ແລະ ການທົດລອງຂອງພຣະເຈົ້າ ແລະ ຖ້າພຣະເຈົ້າບໍ່ໄດ້ເຮັດໃຫ້ພວກເຈົ້າທົນທຸກ, ແລ້ວຄວາມຈິງກໍຄື ພວກເຈົ້າບໍ່ໄດ້ຮັກພຣະເຈົ້າແທ້ຈິງ. ຍິ່ງພາລະກິດຂອງພຣະເຈົ້າໃນມະນຸດຍິ່ງໃຫຍ່ສໍ່າໃດ ແລະ ຍິ່ງການທົນທຸກຂອງມະນຸດຍິ່ງໃຫຍ່ຫຼາຍສໍ່າໃດ, ມັນກໍຍິ່ງສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍສໍ່ານັ້ນ ແລະ ຫົວໃຈຂອງມະນຸດກໍຍິ່ງສາມາດຮັກພຣະເຈົ້າຢ່າງແທ້ຈິງສໍ່ານັ້ນ. ເຈົ້າຮຽນຮູ້ວິທີຮັກພຣະເຈົ້າໄດ້ແນວໃດ? ຫາກປາສະຈາກການທໍລະມານ ແລະ ການຫຼໍ່ຫຼອມ, ຫາກປາສະຈາກການທົດລອງທີ່ເຈັບປວດ ແລະ ຍິ່ງໄປກວ່ານັ້ນ ຖ້າທຸກສິ່ງທີ່ພຣະເຈົ້າມອບໃຫ້ກັບມະນຸດແມ່ນພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາ, ແລ້ວເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງແທ້ຈິງໄດ້ບໍ? ໃນດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະເຈົ້າ ມະນຸດຮຽນຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ເຫັນວ່າ ເຂົາບໍ່ມີຄວາມໝາຍ, ເປັນຕາດູຖູກ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 405](https://lo.kingdomsalvation.org/recital-entry-into-life-405.html) - ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ແລ້ວວ່າ “ທຸກຄົນທີ່ໃສ່ໃຈກັບການຫຼຽວເບິ່ງໝາຍສໍາຄັນ ແລະ ສິ່ງອັດສະຈັນກໍ່ຈະຖືກປະຖິ້ມ; ພວກເຂົາບໍ່ແມ່ນຄົນທີ່ຈະຖືກເຮັດໃຫ້ສົມບູນ”. ເຮົາໄດ້ກ່າວພຣະທໍາຫຼາຍຂໍ້ໄປແລ້ວ, ແຕ່ມະນຸດຍັງບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພາລະກິດນີ້ ແລະ ເມື່ອມາເຖິງຈຸດນີ້ແລ້ວ ມະນຸດຍັງຮ້ອງຂໍໝາຍສໍາຄັນ ແລະ ສິ່ງອັດສະຈັນຢູ່. ຄວາມເຊື່ອໃນພຣະເຈົ້າຂອງເຈົ້າເປັນພຽງການສະແຫວງຫາໝາຍສໍາຄັນ ແລະ ສິ່ງອັດສະຈັນ ຫຼື ມັນແມ່ນເພື່ອຮັບເອົາຊີວິດ? ພຣະເຢຊູຍັງໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ພຣະທຳບາງຂໍ້ຍັງບໍ່ທັນບັນລຸຜົນ. ເຈົ້າສາມາດເວົ້າໄດ້ບໍວ່າພຣະເຢຊູບໍ່ແມ່ນພຣະເຈົ້າ? ພຣະເຈົ້າເປັນພະຍານວ່າພຣະອົງຄືພຣະຄຣິດ ແລະ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ. ເຈົ້າສາມາດປະຕິເສດສິ່ງນີ້ໄດ້ບໍ? ໃນປັດຈຸບັນ, ພຣະເຈົ້າພຽງແຕ່ກ່າວພຣະທໍາເທົ່ານັ້ນ ແລະ ຖ້າເຈົ້າບໍ່ສາມາດຮູ້ໄດ້ຢ່າງລະອຽດ, ແລ້ວເຈົ້າກໍ່ບໍ່ສາມາດຕັ້ງໝັ້ນໄດ້. ເຈົ້າເຊື່ອໃນພຣະອົງຍ້ອນວ່າພຣະອົງເປັນພຣະເຈົ້າ ຫຼື ເຈົ້າເຊື່ອໃນພຣະອົງໂດຍອີງຕາມຂໍ້ແທ້ຈິງທີ່ວ່າພຣະທໍາຂອງພຣະອົງໄດ້ບັນລຸຜົນ ຫຼື ບໍ່? ເຈົ້າເຊື່ອໃນໝາຍສໍາຄັນ ແລະ ສິ່ງອັດະຈັນບໍ ຫຼື ເຈົ້າເຊື່ອໃນພຣະເຈົ້າ? ມື້ນີ້, ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນ, ພຣະອົງເປັນພຣະເຈົ້າແທ້ໆບໍ? ຖ້າພຣະທໍາທີ່ພຣະອົງກ່າວບໍ່ໄດ້ບັນລຸຜົນ, ພຣະອົງແມ່ນພຣະເຈົ້າແທ້ໆບໍ? ແກ່ນແທ້ຂອງພຣະເຈົ້າຖືກກຳນົດຈາກຂໍ້ແທ້ຈິງທີ່ວ່າພຣະທຳທີ່ພຣະອົງກ່າວໄດ້ສຳເລັດຜົນ ຫຼື ບໍ່ບໍ? ເປັນຫຍັງບາງຄົນຈຶ່ງລໍຖ້າໃຫ້ພຣະທໍາຂອງພຣະເຈົ້າບັນລຸຜົນກ່ອນທີ່ພວກເຂົາຈະເຊື່ອໃນພຣະອົງ? ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ຮູ້ຈັກພຣະອົງບໍ? ທຸກຄົນທີ່ມີແນວຄິດດັ່ງກ່າວແມ່ນຄົນທີ່ປະຕິເສດພຣະເຈົ້າ. ພວກເຂົາໃຊ້ແນວຄິດເພື່ອວັດແທກພຣະເຈົ້າ; ຖ້າພຣະທໍາຂອງພຣະເຈົ້າບັນລຸຜົນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 404](https://lo.kingdomsalvation.org/recital-entry-into-life-404.html) - ເມື່ອພຣະທໍາຂອງພຣະເຈົ້າປາກົດຂຶ້ນ, ເຈົ້າກໍ່ຄວນຮັບເອົາພວກມັນໃນທັນທີ ແລ້ວກິນ ແລະ ດື່ມພຣະທໍາເຫຼົ່ານັ້ນ. ບໍ່ວ່າເຈົ້າຈະເຂົ້າໃຈພຣະທໍາເຫຼົ່ານັ້ນຫຼາຍສໍ່າໃດ, ໜຶ່ງມຸມມອງທີ່ເຈົ້າຕ້ອງຍຶດໝັ້ນກໍ່ຄືການກິນ ແລະ ດື່ມ, ການຮູ້ຈັກ ແລະ ການປະຕິບັດພຣະທຳຂອງພຣະອົງ. ນີ້ແມ່ນສິ່ງທີ່ເຈົ້າຄວນສາມາດເຮັດໄດ້. ບໍ່ຕ້ອງກັງວົນວ່າວຸດທິພາວະຂອງເຈົ້າອາດມີຫຼາຍສໍ່າໃດ; ພຽງແຕ່ໃສ່ໃຈກັບການກິນ ແລະ ດື່ມພຣະທໍາຂອງພຣະອົງ. ນີ້ຄືສິ່ງທີ່ມະນຸດຄວນໃຫ້ການຮ່ວມມື. ຊີວິດຝ່າຍວິນຍານຂອງເຈົ້າຄືການພະຍາຍາມເຂົ້າສູ່ຄວາມເປັນຈິງໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເປັນຫຼັກ ແລະ ນໍາພຣະທໍາເຫຼົ່ານັ້ນໄປປະຕິບັດ. ມັນບໍ່ແມ່ນທຸລະຂອງເຈົ້າທີ່ຈະໄປໃສ່ໃຈກັບສິ່ງອື່ນ. ຜູ້ນໍາຄຣິສຕະຈັກຄວນທີ່ຈະສາມາດຊີ້ນໍາອ້າຍເອື້ອຍນ້ອງຂອງພວກເຂົາທຸກຄົນ ເພື່ອວ່າພວກເຂົາຈະໄດ້ຮູ້ຈັກວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ນີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາຄຣິສຕະຈັກແຕ່ລະຄົນ. ບໍ່ວ່າຈະເປັນຄົນໜຸ່ມ ຫຼື ຜູ້ສູງອາຍຸ, ທຸກຄົນຄວນຖືເອົາການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າເປັນສິ່ງທີ່ສໍາຄັນຫຼາຍ ແລະ ຄວນຮັກສາພຣະທໍານັ້ນໄວ້ໃນຫົວໃຈຂອງພວກເຂົາ. ການເຂົ້າສູ່ຄວາມເປັນຈິງນີ້ ໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ຄົນສ່ວນໃຫຍ່ຮູ້ສຶກວ່າພວກເຂົາບໍ່ສາມາດມີຊີວິດຢູ່ໄດ້ ຖ້າບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ຮູ້ສຶກວ່າພຣະທໍາຂອງພຣະອົງແມ່ນສົດໃໝ່ ບໍ່ວ່າຈະເປັນເວລາໃດກໍ່ຕາມ. ນີ້ໝາຍຄວາມວ່າ ພວກເຂົາກຳລັງເລີ່ມກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າໄດ້ໃຊ້ພຣະທໍາເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ສະໜອງໃຫ້ແກ່ມະນຸດ. ເມື່ອທຸກຄົນປາຖະໜາ ແລະ ຫິວກະຫາຍຫາພຣະທໍາຂອງພຣະເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 403](https://lo.kingdomsalvation.org/recital-entry-into-life-403.html) - ໂດຍກ້າວໄປຂ້າງໜ້າ, ການເວົ້າເຖິງພຣະທໍາຂອງພຣະເຈົ້າຄວນເປັນຫຼັກການທີ່ເຈົ້າເວົ້າ. ໂດຍປົກກະຕິແລ້ວ ເມື່ອພວກເຈົ້າມາຢູ່ຮ່ວມກັນ ພວກເຈົ້າຄວນໂອ້ລົມກັນກ່ຽວກັບພຣະທໍາຂອງພຣະເຈົ້າ, ເອົາພຣະທໍາຂອງພຣະເຈົ້າເປັນເນື້ອໃນໃຈຄວາມໃນການພົວພັນຂອງພວກເຈົ້າ, ເວົ້າກ່ຽວກັບສິ່ງທີ່ພວກເຈົ້າຮູ້ກ່ຽວກັບພຣະທໍາເຫຼົ່ານີ້, ວິທີທີ່ພວກເຈົ້າຈະນໍາພຣະທໍາໄປປະຕິບັດ ແລະ ວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ຕາບໃດທີ່ເຈົ້າສົນທະນາກ່ຽວກັບພຣະທຳຂອງພຣະເຈົ້າ, ພຣະວິນຍານບໍລິສຸດຈະເຍືອງທາງໃຫ້ແກ່ເຈົ້າ. ການສ້າງໂລກແຫ່ງພຣະທໍາຂອງພຣະເຈົ້າໃຫ້ສຳເລັດແມ່ນຕ້ອງໄດ້ອາໄສການຮ່ວມມືຈາກມະນຸດ. ຖ້າເຈົ້າບໍ່ເຂົ້າສູ່ສິ່ງນີ້, ພຣະເຈົ້າກໍ່ຈະບໍ່ມີທາງປະຕິບັດພາລະກິດໄດ້; ຖ້າເຈົ້າຫຸບປາກຂອງເຈົ້າໄວ້ ແລະ ບໍ່ເວົ້າກ່ຽວກັບພຣະທໍາຂອງພຣະອົງ, ພຣະອົງກໍ່ຈະບໍ່ມີທາງທີ່ຈະເຍືອງທາງໃຫ້ແກ່ເຈົ້າ. ເມື່ອໃດກໍ່ຕາມທີ່ເຈົ້າບໍ່ຄາວຽກ, ໃຫ້ເວົ້າກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ຢ່າພຽງແຕ່ເຂົ້າຮ່ວມໃນການໂອ້ລົມກ່ຽວກັບເລື່ອງໄຮ້ສາລະ! ໃຫ້ຊີວິດຂອງເຈົ້າເຕັມໄປດ້ວຍພຣະທໍາຂອງພຣະເຈົ້າ, ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະກາຍເປັນຜູ້ເຊື່ອທີ່ເຫຼື້ອມໃສ. ມັນບໍ່ກ່ຽວກັບວ່າການສົນທະນາຂອງເຈົ້າເປັນພຽງເລື່ອງຜິວເຜີນ ຫຼື ບໍ່. ຖ້າປາສະຈາກຄວາມຕື້ນກໍ່ບໍ່ສາມາດມີຄວາມເລິກ. ມັນຕ້ອງຜ່ານຂະບວນການ. ຜ່ານການຝຶກຝົນຂອງເຈົ້າ, ເຈົ້າໄດ້ເຂົ້າໃຈການເຍືອງທາງຂອງພຣະວິນຍານບໍລິສຸດຕໍ່ເຈົ້າ ແລະ ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢ່າງມີປະສິດທິພາບ. ຫຼັງຈາກຊ່ວງເວລາຂອງການກວດສອບ, ເຈົ້າຈະເຂົ້າສູ່ຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ. ພຽງແຕ່ຖ້າເຈົ້າຕັ້ງໃຈຮ່ວມມື, ເຈົ້າຈຶ່ງຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ໃນຫຼັກການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ໜຶ່ງຢ່າງແມ່ນກ່ຽວຂ້ອງກັບຄວາມຮູ້ ແລະ ອີກໜຶ່ງຢ່າງແມ່ນກ່ຽວກັບການເຂົ້າປະຕິບັດ. ເຈົ້າຄວນຮູ້ພຣະທຳອັນໃດ? ເຈົ້າຄວນມາຮູ້ຈັກພຣະທໍາທີ່ກ່ຽວຂ້ອງກັບນິມິດ (ເຊັ່ນ: ພຣະທຳທີ່ກ່ຽວຂ້ອງກັບວ່າພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ຍຸກໃດໃນຕອນນີ້, ພຣະເຈົ້າຕ້ອງການບັນລຸຜົນຫຍັງໃນຕອນນີ້, ການບັງເກີດເປັນມະນຸດແມ່ນຫຍັງ ແລະ ອື່ນໆອີກ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 402](https://lo.kingdomsalvation.org/recital-entry-into-life-402.html) - ການສະແຫວງຫາຊີວິດບໍ່ແມ່ນສິ່ງທີ່ສາມາດຮີບດ່ວນໄດ້; ການຈະເລີນເຕີບໂຕໃນຊີວິດບໍ່ໄດ້ເກີດຂຶ້ນໃນມື້ໜຶ່ງ ຫຼື ສອງມື້. ພາລະກິດຂອງພຣະເຈົ້າເປັນປົກກະຕິ ແລະ ເປັນຈິງ ແລະ ມີຂະບວນການທີ່ມັນຈໍາເປັນຕ້ອງຜ່ານ. ພຣະເຢຊູທີ່ບັງເກີດເປັນມະນຸດໃຊ້ເວລາເຖິງສາມສິບສາມປີເຄິ່ງເພື່ອສໍາເລັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນຂອງພຣະອົງ, ແລ້ວພາລະກິດແຫ່ງການຊໍາລະລ້າງ ແລະ ການປ່ຽນແປງຊີວິດຂອງມະນຸດ, ພາລະກິດທີ່ຫຍຸ້ງຍາກທີ່ສຸດເດ? ມັນບໍ່ແມ່ນເລື່ອງງ່າຍທີ່ຈະສ້າງມະນຸດທໍາມະດາຄົນໜຶ່ງສຳແດງອອກເຖິງພຣະເຈົ້າ. ໂດຍສະເພາະແມ່ນເພື່ອໃຫ້ຄົນທີ່ເກີດໃນຊົນຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງເປັນຄົນທີ່ມີຄວາມສາມາດຕໍ່າ ແລະ ຕ້ອງໄດ້ໃຊ້ເວລາດົນສໍາລັບພຣະທໍາ ແລະ ພາລະກິດຂອງພຣະເຈົ້າ. ສະນັ້ນຢ່າໃຈຮ້ອນຢາກເຫັນຜົນ. ເຈົ້າຕ້ອງຫ້າວຫັນໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ພະຍາຍາມຫຼາຍຂຶ້ນໃນພຣະທໍາຂອງພຣະເຈົ້າ. ເມື່ອເຈົ້າອ່ານພຣະທໍາຂອງພຣະອົງແລ້ວ, ເຈົ້າຕ້ອງສາມາດນໍາພຣະທໍາເຫຼົ່ານັ້ນເຂົ້າໃນການປະຕິບັດຕົວຈິງ, ເພີ່ມທະວີຄວາມຮູ້, ຄວາມເຂົ້າໃຈ, ການເຫັນແຈ້ງ ແລະ ສະຕິປັນຍາໃນພຣະທໍາຂອງພຣະເຈົ້າ. ຜ່ານສິ່ງນີ້ ເຈົ້າຈະປ່ຽນແປງໂດຍບໍ່ຮູ້ສຶກຕົວ. ຖ້າເຈົ້າສາມາດຍຶດຖືເອົາການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ, ການອ່ານພຣະທຳເຫຼົ່ານັ້ນ, ການຮູ້ຈັກພວກມັນ, ການມີປະສົບການກັບພວກມັນ ແລະ ການປະຕິບັດພວກມັນເປັນຫຼັກການຂອງເຈົ້າ, ເຈົ້າກໍ່ຈະເປັນຜູ້ໃຫຍ່ໂດຍບໍ່ຮູ້ສຶກຕົວ. ມີຄົນທີ່ເວົ້າວ່າ ພວກເຂົາບໍ່ສາມາດນໍາພຣະທໍາຂອງພຣະອົງເຂົ້າໃນການປະຕິບັດໄດ້ ແມ່ນແຕ່ຫຼັງຈາກທີ່ອ່ານພຣະທຳເຫຼົ່ານັ້ນ. ເຈົ້າຈະຟ້າວໄປໃສ? ເມື່ອເຈົ້າມີວຸດທິພາວະໃນລະດັບໃດໜຶ່ງ, ເຈົ້າກໍ່ຈະສາມາດນໍາພຣະທໍາຂອງພຣະອົງເຂົ້າໃນການປະຕິບັດໄດ້. ເດັກນ້ອຍທີ່ມີອາຍຸສີ່ ຫຼື ຫ້າປີຈະເວົ້າວ່າພວກເຂົາບໍ່ສາມາດສະໜັບສະໜູນ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 401](https://lo.kingdomsalvation.org/recital-entry-into-life-401.html) - ຕອນນີ້ແມ່ນຍຸກແຫ່ງລາຊະອານາຈັກ. ບໍ່ວ່າເຈົ້າໄດ້ເຂົ້າສູ່ຍຸກໃໝ່ນີ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວ່າ ເຈົ້າໄດ້ເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ ຫຼື ບໍ່, ຂຶ້ນຢູ່ກັບວ່າ ພຣະທໍາຂອງພຣະອົງໄດ້ກາຍມາເປັນຊີວິດ-ຄວາມເປັນຈິງຂອງເຈົ້າ ຫຼື ບໍ່. ພຣະທໍາຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ທຸກຄົນ ເພື່ອວ່າໃນທີ່ສຸດແລ້ວ ທຸກຄົນຈະດໍາລົງຊີວິດຢູ່ໃນໂລກແຫ່ງພຣະທໍາຂອງພຣະເຈົ້າ ແລະ ພຣະທໍາຂອງພຣະອົງ ຈະສ່ອງແສງ ແລະ ເຍືອງທາງໃຫ້ແຕ່ລະຄົນຈາກພາຍໃນ. ໃນລະຫວ່າງເວລານີ້ ຖ້າເຈົ້າປະໝາດໃນການອ່ານພຣະທໍາຂອງພຣະເຈົ້າ ແລະ ບໍ່ສົນໃຈໃນພຣະທໍາຂອງພຣະອົງ, ແລ້ວນີ້ກໍ່ສະແດງວ່າ ສະພາວະຂອງເຈົ້າບໍ່ຖືກຕ້ອງ. ຖ້າເຈົ້າບໍ່ສາມາດເຂົ້າສູ່ຍຸກແຫ່ງພຣະທໍາ, ແລ້ວພຣະວິນຍານບໍລິສຸດກໍ່ຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ; ຖ້າເຈົ້າໄດ້ເຂົ້າສູ່ຍຸກນີ້ແລ້ວ ພຣະອົງກໍ່ຈະປະຕິບັດພາລະກິດຂອງພຣະອົງ. ເຈົ້າສາມາດເຮັດຫຍັງໄດ້ແດ່ເມື່ອຍຸກແຫ່ງພຣະທໍາໄດ້ເລີ່ມຕົ້ນຂຶ້ນ ເພື່ອຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ? ໃນຍຸກນີ້ ແລະ ໃນບັນດາພວກເຈົ້າ, ພຣະເຈົ້າຈະສຳເລັດຕາມຂໍ້ແທ້ຈິງດັ່ງຕໍ່ໄປນີ້: ທຸກຄົນຕ້ອງໃຊ້ຊີວິດຕາມພຣະທໍາຂອງພຣະເຈົ້າ, ຕ້ອງສາມາດນໍາເອົາຄວາມຈິງມາປະຕິບັດ ແລະ ຮັກພຣະເຈົ້າຢ່າງຈິງໃຈ; ການທີ່ທຸກຄົນຈະໃຊ້ພຣະທໍາຂອງພຣະເຈົ້າເພື່ອເປັນພື້ນຖານ ແລະ ເປັນຄວາມເປັນຈິງຂອງພວກເຂົາ ແລະ ມີຫົວໃຈທີ່ຢໍາເກງພຣະເຈົ້າ; ແລະ ໂດຍຜ່ານການປະຕິບັດຕາມພຣະທໍາຂອງພຣະເຈົ້າ ມະນຸດຈະໄດ້ຮັບລິດອໍານາດຂອງກະສັດຮ່ວມກັບພຣະເຈົ້າ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະບັນລຸຜົນ. ເຈົ້າສາມາດດຳເນີນຊີວິດຕໍ່ໄປໂດຍບໍ່ຕ້ອງອ່ານພຣະທໍາຂອງພຣະເຈົ້າບໍ? ມື້ີນີ້ ມີຫຼາຍຄົນທີ່ຮູ້ສຶກວ່າ ພວກເຂົາຈະບໍ່ສາມາດດຳເນີນຊີວິດຕໍ່ໄປໄດ້ແມ່ນແຕ່ໜຶ່ງມື້ ຫຼື ສອງມື້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 400](https://lo.kingdomsalvation.org/recital-entry-into-life-400.html) - ພຣະເຈົ້າຕັ້ງໃຈເຮັດໃຫ້ມະນຸດສົມບູນແບບ. ບໍ່ວ່າພຣະອົງຈະກ່າວຈາກມຸມມອງໃດກໍ່ຕາມ, ທັງໝົດກໍ່ເພື່ອເຫັນແກ່ການເຮັດໃຫ້ຜູ້ຄົນສົມບູນແບບ. ພຣະທໍາທີ່ກ່າວຈາກມຸມມອງຂອງພຣະວິນຍານກໍ່ຍາກທີ່ຜູ້ຄົນຈະເຂົ້າໃຈ; ພວກເຂົາບໍ່ມີທາງຄົ້ນພົບເສັ້ນທາງໃນການປະຕິບັດ, ຍ້ອນຄວາມສາມາດຂອງພວກເຂົາໃນການເຂົ້າໃຈແມ່ນມີຄວາມຈໍາກັດ. ພາລະກິດຂອງພຣະເຈົ້າບັນລຸຜົນທີ່ແຕກຕ່າງກັນ ແລະ ພຣະອົງມີເປົ້າໝາຍໃນການປະຕິບັດພາລະກິດແຕ່ລະຂັ້ນຕອນຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພຣະອົງຈໍາເປັນຕ້ອງກ່າວຈາກມຸມມອງທີ່ແຕກຕ່າງກັນ ຍ້ອນໂດຍການເຮັດແບບນັ້ນເທົ່ານັ້ນ ພຣະອົງຈຶ່ງສາມາດເຮັດໃຫ້ມະນຸດສົມບູນແບບໄດ້. ຖ້າພຣະອົງພຽງແຕ່ເປັ່ງສຽງຂອງພຣະອົງກ່າວຈາກມຸມມອງຂອງພຣະວິນຍານເທົ່ານັ້ນ, ມັນກໍ່ຈະບໍ່ມີທາງທີ່ຈະສຳເລັດຂັ້ນຕອນນີ້ໃນພາລະກິດຂອງພຣະອົງ. ຈາກນໍ້າສຽງທີ່ພຣະອົງກ່າວ, ເຈົ້າສາມາດເຫັນໄດ້ວ່າ ພຣະອົງຕັ້ງໃຈທີ່ຈະສ້າງໃຫ້ຄົນກຸ່ມນີ້ສົມບູນແບບ. ສະນັ້ນ ແມ່ນຫຍັງຄວນເປັນບາດກ້າວທຳອິດສຳລັບແຕ່ລະຄົນທີ່ປາຖະໜາຖືກເຮັດໃຫ້ສົມບູນ? ນອກເໜືອສິ່ງອື່ນໃດ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ. ມື້ນີ້, ວິທີການໄດ້ເລີ່ມຕົ້ນຂຶ້ນໃນພາລະກິດຂອງພຣະເຈົ້າ; ຍຸກສະໄໝໄດ້ປ່ຽນແປງໄປ, ລັກສະນະທີ່ພຣະເຈົ້າປະຕິບັດພາລະກິດກໍ່ປ່ຽນໄປເຊັ່ນກັນ ແລະ ວິທີການທີ່ພຣະອົງກ່າວກໍ່ແຕກຕ່າງກັນ. ມື້ນີ້ ບໍ່ແມ່ນພຽງແຕ່ວ່າວິທີການໃນພາລະກິດຂອງພຣະອົງໄດ້ປ່ຽນແປງໄປເທົ່ານັ້ນ, ແຕ່ຍຸກກໍ່ໄດ້ປ່ຽນແປງເຊັ່ນກັນ. ຕອນນີ້ແມ່ນຍຸກແຫ່ງລາຊະອານາຈັກ. ມັນຍັງເປັນຍຸກແຫ່ງການຮັກພຣະເຈົ້າ. ມັນຄືການຊີມລົດຊາດລ່ວງໜ້າຂອງຍຸກແຫ່ງອານາຈັກພັນປີ ເຊິ່ງຍັງເປັນຍຸກແຫ່ງພຣະທໍາອີກດ້ວຍ ແລະ ເປັນຍຸກທີ່ພຣະເຈົ້າໃຊ້ຫຼາຍວິທີໃນການກ່າວເພື່ອເຮັດໃຫ້ມະນຸດສົມບູນ ແລະ ກ່າວຈາກມຸມມອງທີ່ແຕກຕ່າງກັນເພື່ອສະໜອງໃຫ້ແກ່ມະນຸດ. ເມື່ອໄດ້ກ້າວເຂົ້າຍຸກແຫ່ງອານາຈັກພັນປີ, ພຣະເຈົ້າກໍ່ຈະເລີ່ມໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ, ເຮັດໃຫ້ມະນຸດສາມາດເຂົ້າສູ່ຊີວິດ-ຄວາມເປັນຈິງ ແລະ ນໍາພາມະນຸດໄປສູ່ເສັ້ນທາງທີ່ຖືກຕ້ອງ. ເມື່ອໄດ້ປະສົບກັບຫຼາຍຂັ້ນຕອນໃນພາລະກິດຂອງພຣະອົງ, ມະນຸດກໍ່ໄດ້ເຫັນວ່າພາລະກິດຂອງພຣະອົງບໍ່ໄດ້ຢຸດສະງັກ, ແຕ່ກຳລັງວິວັດທະນາການ ແລະ ລົງເລິກຢ່າງຕໍ່ເນື່ອງ. ຫຼັງຈາກທີ່ຜູ້ຄົນໄດ້ຜະເຊີນກັບມັນເປັນເວລາດົນ, ພາລະກິດກໍ່ໄດ້ໝຸນຊໍ້າແລ້ວຊໍ້າອີກ, ປ່ຽນແປງຄັ້ງແລ້ວຄັ້ງເລົ່າ. ເຖິງແມ່ນວ່າມັນຈະມີການປ່ຽນແປງຫຼາຍສໍ່າໃດກໍ່ຕາມ, ມັນບໍ່ເຄີຍບ່ຽງເບນຈາກຈຸດປະສົງຂອງພຣະເຈົ້າໃນການນໍາຄວາມລອດພົ້ນມາສູ່ມະນຸດຊາດ. ເຖິງແມ່ນວ່າຈະມີການປ່ຽນແປງສິບພັນຄັ້ງກໍ່ຕາມ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 399](https://lo.kingdomsalvation.org/recital-entry-into-life-399.html) - ພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນພະລັງໃນພາລະກິດຂອງພຣະວິນຍານບໍລິສຸດ ແລະ ແສງສະຫວ່າງທີ່ຕໍ່ເນື່ອງຂອງພຣະວິນຍານບໍລິສຸດຕໍ່ມະນຸດໃນລະຫວ່າງຊ່ວງເວລານີ້ແມ່ນແນວໂນ້ມພາລະກິດຂອງພຣະວິນຍານບໍລິສຸດ. ແລ້ວແມ່ນຫຍັງຄືແນວໂນ້ມພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ? ມັນຄືການນຳພາປະຊາຊົນເຂົ້າສູ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ ແລະ ເຂົ້າສູ່ຊີວິດຝ່າຍວິນຍານທີ່ທຳມະດາ. ມີຫຼາຍຂັ້ນຕອນເພື່ອເຂົ້າສູ່ຊີວິດຝ່າຍວິນຍານທີ່ທຳມະດາ: 1. ຢ່າງທໍາອິດ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າ. ເຈົ້າຕ້ອງບໍ່ສະແຫວງຫາພຣະທຳຂອງພຣະເຈົ້າໃນອະດີດ ແລະ ຕ້ອງບໍ່ສຶກສາພຣະທຳເຫຼົ່ານັ້ນ ຫຼື ປຽບທຽບພວກມັນກັບພຣະທຳໃນປັດຈຸບັນ. ກົງກັນຂ້າມ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າໃນປັດຈຸບັນຢ່າງສິ້ນເຊີງ. ຖ້າມີຄົນທີ່ຍັງປາດຖະໜາຈະອ່ານພຣະທຳຂອງພຣະເຈົ້າ, ໜັງສືຝ່າຍວິນຍານ ຫຼື ບົດເທດສະໜາອື່ນໆຈາກອະດີດ ແລະ ເປັນຄົນທີ່ບໍ່ຕິດຕາມພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ແລ້ວພວກເຂົາກໍ່ເປັນຄົນໂງ່ຈ້າທີ່ສຸດ; ພຣະເຈົ້າກຽດຊັງຄົນແບບນີ້. ຖ້າເຈົ້າເຕັມໃຈທີ່ຈະຍອມຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດໃນປັດຈຸບັນ ແລ້ວໃຫ້ເທຫົວໃຈຂອງເຈົ້າໃສ່ຖ້ອຍຄຳຂອງພຣະເຈົ້າໃນປັດຈຸບັນຢ່າງສິ້ນເຊີງ. ນີ້ຄືສິ່ງທໍາອິດທີ່ເຈົ້າຕ້ອງເຮັດໃຫ້ສຳເລັດ. 2. ເຈົ້າຕ້ອງອະທິຖານບົນພື້ນຖານຂອງພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ, ເຂົ້າສູ່ພຣະທຳຂອງພຣະເຈົ້າ ແລະ ສົນທະນາກັບພຣະເຈົ້າ ແລະ ຕັ້ງໃຈຕໍ່ໜ້າພຣະເຈົ້າ, ສ້າງມາດຕະຖານທີ່ເຈົ້າປາດຖະໜາຈະສະແຫວງໃຫ້ສຳເລັດ. 3. ເຈົ້າຕ້ອງສະແຫວງຫາທາງເຂົ້າສູ່ຄວາມຈິງບົນພື້ນຖານຂອງພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນຢ່າງເລິກເຊິ່ງ. ຢ່າຍຶດຕິດກັບຖ້ອຍຄຳທີ່ຫຼ້າສະໄໝ ແລະ ທິດສະດີຈາກອະດີດ. 4. ເຈົ້າຕ້ອງສະແຫວງຫາເພື່ອຮັບເອົາການສຳຜັດຈາກພຣະວິນຍານບໍລິສຸດ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ. 5. ເຈົ້າຕ້ອງສະແຫວງຫາທາງເຂົ້າສູ່ເສັ້ນທາງທີ່ພຣະວິນຍານບໍລິສຸດກ້າວເດີນໃນປັດຈຸບັນ. ແລ້ວເຈົ້າຈະສະແຫວງຫາການສຳຜັດຈາກພຣະວິນຍານບໍລິສຸດໄດ້ແນວໃດ? ສິ່ງທີ່ສຳຄັນກໍ່ຄືການມີຊີວິດຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລະ ອະທິຖານບົນພື້ນຖານຄວາມຕ້ອງການຂອງພຣະເຈົ້າ. ເມື່ອໄດ້ອະທິຖານໃນລັກສະນະນີ້, ພຣະວິນຍານບໍລິສຸດກໍ່ຈະສຳຜັດເຈົ້າຢ່າງແນ່ນອນ. ຖ້າເຈົ້າບໍ່ສະແຫວງຫາບົນພື້ນຖານພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 398](https://lo.kingdomsalvation.org/recital-entry-into-life-398.html) - ທຸກຄົນທີ່ສາມາດອ່ອນນ້ອມຕໍ່ຖ້ອຍຄຳໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍ່ໄດ້ຮັບການອວຍພອນ. ມັນບໍ່ກ່ຽວກັບວ່າພວກເຂົາເຄີຍເປັນແນວໃດ ຫຼື ພຣະວິນຍານບໍລິສຸດເຄີຍເຮັດພາລະກິດພາຍໃນຕົວພວກເຂົາແນວໃດ, ຄົນທີ່ໄດ້ຮັບພາລະກິດຫຼ້າສຸດແມ່ນໄດ້ຮັບພອນຫຼາຍທີ່ສຸດ ແລະ ຄົນທີ່ບໍ່ສາມາດຕິດຕາມພາລະກິດຫຼ້າສຸດໃນປັດຈຸບັນແມ່ນຖືກກຳຈັດ. ພຣະເຈົ້າຕ້ອງການຄົນທີ່ສາມາດຍອມຮັບແສງສະຫວ່າງໃໝ່ ແລະ ພຣະອົງຕ້ອງການຄົນທີ່ຍອມຮັບ ແລະ ຮູ້ຈັກພາລະກິດຫຼ້າສຸດຂອງພຣະອົງ. ເປັນຫຍັງຈຶ່ງມີການເວົ້າວ່າເຈົ້າຕ້ອງເປັນຍິງສາວບໍລິສຸດທີ່ຮັກສາພົມມະຈັນ? ຍິງສາວບໍລິສຸດທີ່ຮັກສາພົມມະຈັນສາມາດສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຂົ້າໃຈສິ່ງໃໝ່ໆ ແລະ ຍິ່ງໄປກວ່ານັ້ນແມ່ນສາມາດປະວາງແນວຄິດເກົ່າໆອອກໄປ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ. ຄົນກຸ່ມນີ້ທີ່ຍອມຮັບພາລະກິດໃໝ່ສຸດໃນປັດຈຸບັນແມ່ນຖືກກຳນົດລ່ວງໜ້າໂດຍພຣະເຈົ້າກ່ອນຍຸກຕ່າງໆ ແລະ ເປັນຄົນທີ່ຈະໄດ້ຮັບພອນຫຼາຍທີ່ສຸດ. ພວກເຈົ້າໄດ້ຍິນສຽງຂອງພຣະເຈົ້າໂດຍກົງ ແລະ ເບິ່ງເຫັນການປາກົດຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ, ທົ່ວທັງສະຫວັນ ແລະ ແຜ່ນດິນໂລກ ແລະ ທົ່ວຍຸກຕ່າງໆ, ບໍ່ມີໃຜໄດ້ຮັບພອນຫຼາຍກວ່າພວກເຈົ້າທີ່ເປັນຄົນກຸ່ມນີ້. ທັງໝົດນີ້ແມ່ນຍ້ອນພາລະກິດຂອງພຣະເຈົ້າ, ຍ້ອນການກຳນົດລ່ວງໜ້າ ແລະ ການຄັດເລືອກຂອງພຣະເຈົ້າ ແລະ ຍ້ອນພຣະຄຸນຂອງພຣະເຈົ້າ; ຖ້າພຣະເຈົ້າບໍ່ເວົ້າ ແລະ ກ່າວພຣະທຳຂອງພຣະອົງ, ສະພາບການຂອງພວກເຈົ້າຈະເປັນຄືດັ່ງທີ່ເປັນຢູ່ໃນປັດຈຸບັນນີ້ບໍ? ດ້ວຍເຫດນັ້ນ ຂໍໃຫ້ສະຫງ່າລາສີ ແລະ ຄຳສັນລະເສີນທັງໝົດເປັນຂອງພຣະເຈົ້າ, ເພາະທຸກສິ່ງທຸກຢ່າງເກີດຂຶ້ນຍ້ອນພຣະເຈົ້າຍົກເຈົ້າຂຶ້ນ. ເມື່ອຄິດຫາສິ່ງເຫຼົ່ານີ້ແລ້ວ, ເຈົ້າຍັງຈະມີດ້ານລົບຢູ່ອີກບໍ? ກຳລັງຂອງເຈົ້າຍັງຈະບໍ່ສາມາດເພີ່ມຂຶ້ນບໍ? ການທີ່ເຈົ້າສາມາດຍອມຮັບການພິພາກສາ, ການຕີສອນ, ການຂ້ຽນຕີ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 397](https://lo.kingdomsalvation.org/recital-entry-into-life-397.html) - ຄວາມສຳຄັນຫຼັກໃນການຕິດຕາມພຣະເຈົ້າກໍ່ຄື ທຸກສິ່ງຄວນເປັນໄປຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນ: ບໍ່ວ່າເຈົ້າກຳລັງສະແຫວງຫາເພື່ອເຂົ້າສູ່ຊີວິດ ຫຼື ເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ, ທຸກສິ່ງຄວນຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ. ຖ້າສິ່ງທີ່ເຈົ້າສົນທະນາ ແລະ ພະຍາຍາມເຂົ້າສູ່ບໍ່ໄດ້ຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລ້ວເຈົ້າກໍ່ເປັນຄົນແປກໜ້າສຳລັບພຣະທຳຂອງພຣະເຈົ້າ ແລະ ຈະຖືກປ່ອຍປະໂດຍພາລະກິດຂອງພຣະວິນຍານບໍລິສຸດຢ່າງສິ້ນເຊີງ. ຄົນທີ່ພຣະເຈົ້າຕ້ອງການແມ່ນຄົນທີ່ຕິດຕາມບາດກ້າວຂອງພຣະອົງ. ບໍ່ວ່າສິ່ງທີ່ເຈົ້າເຂົ້າໃຈກ່ອນໜ້ານີ້ຈະອັດສະຈັນ ແລະ ບໍລິສຸດພຽງໃດກໍ່ຕາມ, ພຣະເຈົ້າບໍ່ຕ້ອງການມັນ ແລະ ຖ້າເຈົ້າບໍ່ສາມາດປະວາງສິ່ງເຫຼົ່ານັ້ນໄວ້ ແລ້ວພວກມັນກໍ່ຈະເປັນອຸປະສັກທີ່ໃຫຍ່ຫຼວງໃນທາງເຂົ້າຂອງເຈົ້າໃນອະນາຄົດ. ທຸກຄົນທີ່ສາມາດປະຕິບັດຕາມແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍ່ໄດ້ຮັບການອວຍພອນ. ປະຊາຊົນໃນຍຸກຜ່ານມາຍັງຕິດຕາມບາດກ້າວຂອງພຣະເຈົ້າອີກດ້ວຍ ແຕ່ພວກເຂົາບໍ່ສາມາດຕິດຕາມຈົນຮອດປັດຈຸບັນ; ນີ້ຄືພອນສຳລັບປະຊາຊົນໃນຍຸກສຸດທ້າຍ. ຄົນທີ່ສາມາດຕິດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າຈົນພວກເຂົາຕິດຕາມພຣະເຈົ້າບໍ່ວ່າພຣະອົງຈະນໍາພາພວກເຂົາໄປໃສກໍ່ຕາມ, ຄົນເຫຼົ່ານີ້ແມ່ນຄົນທີ່ໄດ້ຮັບພອນຈາກພຣະເຈົ້າ. ຄົນທີ່ບໍ່ຕິດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນບໍ່ໄດ້ເຂົ້າສູ່ພາລະກິດແຫ່ງພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະປະຕິບັດພາລະກິດໜັກພຽງໃດກໍ່ຕາມ ຫຼື ການທົນທຸກຂອງພວກເຂົາມີຫຼາຍພຽງໃດກໍ່ຕາມ ຫຼື ພວກເຂົາດີ້ນຮົນຫຼາຍພຽງໃດກໍ່ຕາມ, ບໍ່ມີສິ່ງໃດທີ່ມີຄວາມໝາຍຕໍ່ພຣະເຈົ້າເລີຍ ແລະ ພຣະອົງຈະບໍ່ເຫັນດີກັບພວກເຂົາ. ໃນປັດຈຸບັນ ທຸກຄົນທີ່ຕິດຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ໃນກະແສຂອງພຣະວິນຍານບໍລິສຸດ; ຄົນທີ່ເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ນອກຂອງກະແສຂອງພຣະວິນຍານບໍລິສຸດ ແລະ ຄົນດັ່ງກ່າວບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າ. ການຮັບໃຊ້ທີ່ແຍກອອກຈາກຖ້ອຍຄຳໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນການຮັບໃຊ້ທີ່ເກີດຈາກເນື້ອໜັງ ແລະ ເກີດຈາກແນວຄວາມຄິດ ແລະ ມັນເປັນໄປບໍ່ໄດ້ທີ່ຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າໄດ້. ຖ້າຄົນມີຊີວິດທ່າມກາງແນວຄວາມຄິດທາງສາສະໜາ, ແລ້ວພວກເຂົາກໍ່ບໍ່ສາມາດເຮັດສິ່ງໃດໜຶ່ງທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ເຖິງແມ່ນວ່າພວກເຂົາຈະຮັບໃຊ້ພຣະເຈົ້າ, ພວກເຂົາກໍ່ຮັບໃຊ້ໃນທ່າມກາງຈິນຕະນາການ ແລະ ແນວຄວາມຄິດຂອງພວກເຂົາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 396](https://lo.kingdomsalvation.org/recital-entry-into-life-396.html) - ຊີວິດຝ່າຍວິນຍານແມ່ນຊີວິດແບບໃດ? ຊີວິດຝ່າຍວິນຍານແມ່ນຊີວິດທີ່ຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ສາມາດໃສ່ໃຈກັບຄວາມຮັກຂອງພຣະເຈົ້າ. ມັນເປັນຊີວິດທີ່ເຈົ້າດຳລົງຊີວິດຢູ່ໃນພຣະທຳຂອງພຣະເຈົ້າ ແລະ ບໍ່ມີສິ່ງໃດສາມາດຄອບຄອງຫົວໃຈຂອງເຈົ້າ ແລະ ເຈົ້າສາມາດເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າໃນປັດຈຸບັນ ແລະ ຖືກນໍາພາໂດຍແສງສະຫວ່າງແຫ່ງພຣະວິນຍານບໍລິສຸດໃນປັດຈຸບັນເພື່ອເຮັດໜ້າທີ່ຂອງເຈົ້າ. ຊີວິດດັ່ງກ່າວລະຫວ່າງມະນຸດ ແລະ ພຣະເຈົ້າແມ່ນຊີວິດຝ່າຍວິນຍານ. ຖ້າເຈົ້າບໍ່ສາມາດປະຕິບັດຕາມແສງສະຫວ່າງຂອງປັດຈຸບັນ, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ຈະເກີດມີຄວາມຫ່າງເຫີນກັນຂຶ້ນ, ມັນອາດເຖິງກັບແຕກຫັກ ແລະ ເຈົ້າຈະບໍ່ມີຊີວິດຝ່າຍວິນຍານທີ່ທຳມະດາ. ຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າຖືກສ້າງຂຶ້ນບົນພື້ນຖານຂອງການຍອມຮັບເອົາພຣະທຳຂອງພຣະເຈົ້າໃນປັດຈຸບັນ. ເຈົ້າມີຊີວິດຝ່າຍວິນຍານທີ່ທຳມະດາບໍ? ເຈົ້າມີຄວາມສຳພັນກັບພຣະເຈົ້າຢ່າງເປັນປົກກະຕິບໍ? ເຈົ້າເປັນຄົນທີ່ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດບໍ? ຖ້າເຈົ້າສາມາດຕິດຕາມແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແລະ ສາມາດເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າພາຍໃນພຣະທຳຂອງພຣະອົງ ແລະ ເຂົ້າສູ່ພຣະທຳເຫຼົ່ານີ້ໄດ້ ແລ້ວເຈົ້າກໍ່ເປັນຄົນທີ່ຕິດຕາມກະແສຂອງພຣະວິນຍານບໍລິສຸດ. ຖ້າເຈົ້າບໍ່ຕິດຕາມກະແສຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍ່ເປັນຄົນທີ່ບໍ່ສະແຫວງຫາຄວາມຈິງໂດຍບໍ່ຕ້ອງສົງໄສ. ພຣະວິນຍານບໍລິສຸດບໍ່ມີໂອກາດທີ່ຈະປະຕິບັດພາລະກິດພາຍໃນຄົນທີ່ບໍ່ມີຄວາມປາດຖະໜາຢາກປັບປຸງຕົນເອງ ແລະ ຜົນຕາມມາກໍ່ຄື ຄົນເຫຼົ່ານັ້ນບໍ່ສາມາດຮວບຮວມກຳລັງຂອງພວກເຂົາຈັກເທື່ອ ແລະ ມີດ້ານລົບ. ໃນປັດຈຸບັນ ເຈົ້າຕິດຕາມກະແສຂອງພຣະວິນຍານບໍລິສຸດບໍ? ເຈົ້າຢູ່ໃນກະແສຂອງພຣະວິນຍານບໍລິສຸດບໍ? ເຈົ້າຫຼຸດພົ້ນຈາກສະພາວະດ້ານລົບແລ້ວບໍ? ທຸກຄົນທີ່ເຊື່ອໃນພຣະທຳຂອງພຣະເຈົ້າ, ຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າເປັນພື້ນຖານ ແລະ ຕິດຕາມແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ພວກເຂົາທຸກຄົນຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເຊື່ອວ່າ ພຣະທຳຂອງພຣະເຈົ້ານັ້ນເປັນຈິງ ແລະ ຖືກຕ້ອງໂດຍບໍ່ມີຂໍ້ສົງໄສ ແລະ ຖ້າເຈົ້າເຊື່ອພຣະທຳຂອງພຣະເຈົ້າ ບໍ່ວ່າພຣະອົງຈະກ່າວຫຍັງກໍ່ຕາມ ແລ້ວເຈົ້າກໍ່ເປັນຄົນທີ່ສະແຫວງຫາການເຂົ້າສູ່ພາລະກິດຂອງພຣະເຈົ້າ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 395](https://lo.kingdomsalvation.org/recital-entry-into-life-395.html) - ຕອນນີ້ ເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ. ການກາຍມາເປັນປະຊາຊົນຂອງພຣະເຈົ້າໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ເຈົ້າເລີ່ມເຂົ້າສູ່ການຝຶກຝົນແຫ່ງອານາຈັກຢ່າງເປັນທາງການ ແລະ ຊີວິດໃນອະນາຄົດຂອງເຈົ້າກໍ່ຈະບໍ່ໂລເລ ແລະ ໄຮ້ລະບຽບດັ່ງທີ່ພວກເຂົາເປັນກ່ອນໜ້ານີ້; ເມື່ອດຳລົງຊີວິດໃນລັກສະນະນັ້ນ, ມັນເປັນໄປບໍ່ໄດ້ທີ່ຈະບັນລຸມາດຕະຖານທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າບໍ່ຮູ້ສຶກເຖິງຄວາມຮີບຮ້ອນໃດໆ ແລ້ວນີ້ກໍ່ສະແດງວ່າ ເຈົ້າບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ, ການສະແຫວງຫາຂອງເຈົ້າສັບສົນ ແລະ ວຸ້ນວາຍ ແລະ ເຈົ້າບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າສຳເລັດໄດ້. ການເຂົ້າສູ່ການຝຶກອົບຮົມແຫ່ງອານາຈັກໝາຍເຖິງການເລີ່ມຕົ້ນຊີວິດຂອງປະຊາຊົນຂອງພຣະເຈົ້າ, ເຈົ້າເຕັມໃຈທີ່ຈະຍອມຮັບການຝຶກຝົນດັ່ງກ່າວບໍ? ເຈົ້າເຕັມໃຈທີ່ຈະຮູ້ສຶກເຖິງຄວາມຮີບດ່ວນບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ລະບຽບວິໄນຂອງພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຕີສອນຂອງພຣະເຈົ້າບໍ? ເມື່ອພຣະທຳຂອງພຣະເຈົ້າມາເຖິງເຈົ້າ ແລະ ທົດສອບເຈົ້າ, ເຈົ້າຈະເຮັດແນວໃດ? ເຈົ້າຈະເຮັດຫຍັງແດ່ເມື່ອພົບກັບຂໍ້ແທ້ຈິງທຸກຮູບແບບ? ໃນອະດີດ ຄວາມສົນໃຈຂອງເຈົ້າບໍ່ແມ່ນກ່ຽວກັບຊີວິດ; ມື້ນີ້, ເຈົ້າຕ້ອງເຂົ້າສູ່ຊີວິດ-ຄວາມເປັນຈິງ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າ. ນີ້ຄືສິ່ງທີ່ປະຊາຊົນໃນອານາຈັກຕ້ອງເຮັດໃຫ້ສຳເລັດ. ທຸກຄົນທີ່ເປັນປະຊາຊົນຂອງພຣະເຈົ້າຕ້ອງມີຊີວິດ, ພວກເຂົາຕ້ອງຍອມຮັບການຝຶກຝົນແຫ່ງອານາຈັກ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງພວກເຂົາ. ນີ້ຄືສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກ. ສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກຄືດັ່ງລຸ່ມນີ້: 1. ພວກເຂົາຕ້ອງຍອມຮັບການຝາກຝັງຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ພວກເຂົາຕ້ອງຍອມຮັບພຣະທຳທຸກຂໍ້ທີ່ກ່າວໄວ້ໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ. 2. ພວກເຂົາຕ້ອງເຂົ້າສູ່ການຝຶກຝົນແຫ່ງອານາຈັກ. 3. ພວກເຂົາຕ້ອງສະແຫວງຫາເພື່ອເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບການສຳຜັດຈາກພຣະເຈົ້າ. ເມື່ອຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າມີຊີວິດຝ່າຍວິນຍານທີ່ທຳມະດາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 170](https://lo.kingdomsalvation.org/recital-knowing-God-s-work-170.html) - ອຸປະນິໄສທັງໝົດຂອງພຣະເຈົ້າແມ່ນຖືກເປີດເຜີຍອອກຕະຫຼອດແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ມັນບໍ່ໄດ້ຖືກເປີດເຜີຍພຽງແຕ່ໃນຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດເທົ່ານັ້ນ, ແລ້ວແຮງໄກທີ່ຈະຖືກເປີດເຜີຍພຽງແຕ່ຢູ່ໃນຍຸກສຸດທ້າຍເທົ່ານັ້ນ. ພາລະກິດທີ່ຖືກປະຕິບັດໃນຍຸກສຸດທ້າຍແມ່ນເປັນຕົວແທນໃຫ້ກັບການພິພາກສາ, ຄວາມໂກດຮ້າຍ ແລະ ການຂ້ຽນຕີ. ພາລະກິດທີ່ປະຕິບັດໃນຍຸກສຸດທ້າຍບໍ່ສາມາດແທນ ພາລະກິດຂອງຍຸກແຫ່ງພຣະບັນຍັດໄດ້ ຫຼື ແທນຍຸກແຫ່ງພຣະຄຸນໄດ້. ເຖິງຢ່າງໃດກໍຕາມ ສາມຂັ້ນຕອນເຊື່ອມໂຍງກັນເປັນອັນໜຶ່ງອັນດຽວ ແລະ ຂັ້ນຕອນທັງໝົດແມ່ນພາລະກິດຂອງພຣະເຈົ້າອົງດຽວ. ຕາມທໍາມະຊາດແລ້ວ ການປະຕິບັດພາລະກິດນີ້ຖືກແບ່ງອອກເປັນຍຸກທີ່ແຕກຕ່າງກັນ. ພາລະກິດທີ່ສໍາເລັດໃນຍຸກສຸດທ້າຍເປັນພາລະກິດທີ່ນໍາທຸກສິ່ງໄປສູ່ການສິ້ນສຸດ; ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະບັນຍັດແມ່ນພາລະກິດແຫ່ງການເລີ່ມຕົ້ນ ແລະ ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະຄຸນແມ່ນພາລະກິດແຫ່ງການໄຖ່ບາບ. ສໍາລັບນິມິດຂອງພາລະກິດທີ່ຢູ່ໃນແຜນການຄຸ້ມຄອງຫົກພັນປີນີ້, ບໍ່ມີຜູ້ໃດສາມາດຮັບເອົາຄວາມຮູ້ ຫຼື ຄວາມເຂົ້າໃຈ ແລະ ນິມິດເຫຼົ່ານີ້ກໍຍັງເປັນປິດສະໜາຢູ່. ໃນຍຸກສຸດທ້າຍ ມີພຽງພາລະກິດຂອງພຣະທໍາເທົ່ານັ້ນທີ່ຖືກປະຕິບັດເພື່ອນໍາໄປສູ່ຍຸກແຫ່ງອານາຈັກ, ແຕ່ຍຸກສຸດທ້າຍບໍ່ແມ່ນຕົວແທນຂອງຍຸກທັງໝົດ. ຍຸກສຸດທ້າຍກໍເປັນຍຸກສຸດທ້າຍ ແລະ ຍຸກແຫ່ງອານາຈັກກໍຄືຍຸກແຫ່ງອານາຈັກ ເຊິ່ງບໍ່ແມ່ນຕົວແທນຂອງຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດ. ນັ້ນຄືຄວາມຈິງ, ໃນລະຫວ່າງຍຸກສຸດທ້າຍ ພາລະກິດທັງໝົດໃນແຜນການຄຸ້ມຄອງຫົກພັນປີແມ່ນຖືກເປີດເຜີຍໃຫ້ພວກເຈົ້າເຫັນ. ນີ້ແມ່ນການເປີດເຜີຍເຖິງຄວາມລຶກລັບ. ຄວາມເລິກລັບປະເພດນີ້ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດເປີດເຜີຍໄດ້. ບໍ່ວ່າຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະຄຳພີຈະຍິ່ງໃຫຍ່ສໍ່າໃດ, ມັນກໍຍັງເປັນພຽງຄຳເວົ້າເທົ່ານັ້ນ, ຍ້ອນມະນຸດບໍ່ເຂົ້າໃຈແກ່ນແທ້ຂອງພຣະຄຳພີ. ໃນການອ່ານພຣະຄຳພີ, ມະນຸດອາດເຂົ້າໃຈຄວາມຈິງບາງຢ່າງ, ອະທິບາຍພຣະທຳບາງຂໍ້ ຫຼື ວິເຄາະຂໍ້ຄວາມບາງຂໍ້ ແລະ ບາງບົດທີ່ໂດດເດັ່ນຢ່າງເຂັ້ມງວດ, ແຕ່ເຂົາຈະບໍ່ສາມາດແກະຄວາມໝາຍທີ່ຢູ່ພາຍໃນພຣະທຳເຫຼົ່ານັ້ນ, ຍ້ອນສິ່ງທີ່ມະນຸດເຫັນແມ່ນເປັນພຽງພຣະທຳທີ່ຕາຍແລ້ວ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 161](https://lo.kingdomsalvation.org/recital-knowing-God-s-work-161.html) - ໃນຍຸກແຫ່ງພຣະຄຸນ, ພຣະເຢຊູກໍຍັງໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ກະທໍາພາລະກິດຫຼາຍຢ່າງ. ພຣະອົງແຕກຕ່າງຈາກເອຊາຢາແນວໃດ? ພຣະອົງແຕກຕ່າງຈາກດານິເອນແນວໃດ? ພຣະອົງແມ່ນສາສະດາບໍ? ເປັນຫຍັງຈຶ່ງເວົ້າວ່າ ພຣະອົງເປັນພຣະຄຣິດ? ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພວກເຂົາ? ພວກເຂົາທຸກຄົນແມ່ນມະນຸດທີ່ກ່າວພຣະທໍາ ແລະ ບໍ່ໜ້ອຍກໍຫຼາຍ ພຣະທໍາຂອງພວກເຂົາກໍປະກົດຄືຄໍາເວົ້າຂອງມະນຸດ. ພວກເຂົາທຸກຄົນກ່າວພຣະທໍາ ແລະ ກະທໍາພາລະກິດ. ສາສະດາຫຼາຍຄົນໃນພຣະສັນຍາເກົ່າສາມາດທໍານາຍໄດ້ ແລະ ພຣະເຢຊູກໍສາມາດທໍານາຍໄດ້ເຊັ່ນກັນ. ເຫດໃດຈຶ່ງເປັນດັ່ງນັ້ນ? ຄວາມແຕກຕ່າງໃນນີ້ ແມ່ນອີງຕາມລັກສະນະຂອງພາລະກິດ. ເພື່ອໃຫ້ເຂົ້າໃຈໃນເລື່ອງນີ້, ເຈົ້າຕ້ອງບໍ່ຖືເອົາລັກສະນະຂອງເນື້ອໜັງ ແລະ ເຈົ້າບໍ່ຄວນຖືເອົາຄວາມເລິກ ຫຼື ຄວາມຕື້ນຂອງຄໍາເວົ້າຂອງພວກເຂົາ. ກ່ອນອື່ນໝົດ ເຈົ້າຕ້ອງຖືເອົາພາລະກິດຂອງພວກເຂົາ ແລະ ຜົນຂອງພາລະກິດທີ່ພວກເຂົາບັນລຸໃນມະນຸດ. ຄໍາທໍານາຍທີ່ຖືກກ່າວໂດຍສາສະດາໃນເວລານັ້ນບໍ່ໄດ້ສະໜອງຊີວິດຂອງມະນຸດ ແລະ ແຮງດົນໃຈທີ່ໄດ້ຮັບຈາກຜູ້ຄົນຕ່າງໆເຊັ່ນເອຊາຢາ ແລະ ເດນີເອນກໍເປັນຄໍາທໍານາຍ ແລະ ບໍ່ແນ່ນອນທາງຂອງຊີວິດ. ຖ້າບໍ່ແມ່ນຍ້ອນການເປີດເຜີຍໂດຍກົງຂອງພຣະເຢໂຮວາ ກໍຈະບໍ່ມີຜູ້ໃດສາມາດກະທໍາພາລະກິດນັ້ນໄດ້ ເຊິ່ງເປັນໄປບໍ່ໄດ້ສໍາລັບມະນຸດ. ພຣະເຢຊູກໍໄດ້ກ່າວພຣະທໍາຢ່າງຫຼວງຫຼາຍເຊັ່ນດຽວກັນ ແຕ່ພຣະທໍາດັ່ງກ່າວແມ່ນແນວທາງຂອງຊີວິດ ທີ່ມະນຸດສາມາດຄົ້ນຫາຫົນທາງນັ້ນເພື່ອນໍາໃຊ້ເຂົ້າໃນການປະຕິບັດ. ເວົ້າໄດ້ວ່າ ປະການທີໜຶ່ງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ຍ້ອນວ່າພຣະເຢຊູຄືຊີວິດ; ປະການທີສອງຄື ພຣະອົງສາມາດປ່ຽນແປງດ້ານທີ່ບິດເບືອນຂອງມະນຸດໄດ້; ປະການທີສາມຄື ພາລະກິດຂອງພຣະອົງສາມາດສືບແທນພາລະກິດຂອງພຣະເຢໂຮວາ ເພື່ອສືບຕໍ່ຍຸກ;
## Pages
- [ໜ້າຫຼັກ](https://lo.kingdomsalvation.org/)
- [ກ່ຽວກັບການຮູ້ຈັກພຣະເຈົ້າ](https://lo.kingdomsalvation.org/on-knowing-God.html) - ກ່ຽວກັບການຮູ້ຈັກພຣະເຈົ້າ, ໜັງສືເຫຼັ້ມທີສອງຂອງພຣະທຳປາກົດໃນຮ່າງກາຍ, ປະກອບມີຖ້ອຍຄຳຂອງພຣະຄຣິດແຫ່ງຍຸກສຸດທ້າຍສຳລັບມະນຸດທັງປວງ, ນັ້ນກໍຄືພຣະເຈົ້າອົງຊົງລິດທານຸພາບສູງສຸດ, ມາຫຼັງຈາກຖ້ອຍຄຳໃນການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າໄດ້ອະທິບາຍຄວາມຈິງທີ່ຫຼາກຫຼາຍຢ່າງລະອຽດວ່າເປັນພາລະກິດທີ່ພຣະອົງເຮັດນັບຕັ້ງແຕ່ທີ່ເນລະມິດສ້າງໂລກ, ຄວາມປະສົງຂອງພຣະອົງ ແລະ ຄວາມຄາດຫວັງຂອງພຣະອົງຕໍ່ມະນຸດຊາດເຊິ່ງປະກອບໄວ້ໃນພາລະກິດຂອງພຣະອົງ ແລະ ການສະແດງທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນຈາກພາລະກິດຂອງພຣະອົງ ພ້ອມທັງຄວາມຊອບທຳຂອງພຣະອົງ, ສິດອຳນາດຂອງພຣະອົງ, ຄວາມບໍລິສຸດຂອງພຣະອົງ ແລະ ຂໍ້ແທ້ຈິງທີ່ວ່າພຣະອົງຄືແຫຼ່ງກຳເນີດຊີວິດສຳລັບທຸກສິ່ງ. ເມື່ອໄດ້ອ່ານໜັງສືເຫຼັ້ມນີ້, ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງກໍຈະສາມາດຢືນຢັນວ່າພຣະອົງທີ່ສາມາດເຮັດພາລະກິດນີ້ ແລະ ສະແດງອຸປະນິໄສເຫຼົ່ານີ້ອອກມາກໍຄືຜູ້ທີ່ມີອຳນາດສູງສຸດເໜືອສິ່ງທັງປວງ ແລະ ພວກເຂົາຍັງສາມາດຮູ້ໄດ້ຢ່າງແທ້ຈິງເຖິງຕົວຕົນຂອງພຣະເຈົ້າ, ສະຖານະຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງ, ແລ້ວຢືນຢັນວ່າພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແມ່ນພຣະເຈົ້າເອງທີ່ເປັນເອກະລັກ.
- [ການພິພາກສາ ເລີ່ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ](https://lo.kingdomsalvation.org/utterances-of-Christ-of-the-last-days.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ](https://lo.kingdomsalvation.org/book-daily-words-of-God.html)
- [ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/the-word-appears-in-the-flesh.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ ຜູ້ທີ່ໄດ້ປາກົດມາເພື່ອປະຕິບັດພາລະກິດຂອງພຣະອົງ, ສະແດງຄວາມຈິງທັງໝົດທີ່ຊຳລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຄວາມຈິງທັງໝົດລວມຢູ່ໃນໜັງສືພຣະທຳປາກົດໃນຮ່າງກາຍ. ນີ້ເຮັດໃຫ້ສິ່ງທີ່ຖືກຂຽນໄວ້ໃນພຣະຄຳພີສຳເລັດໄປ: “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ ແລະ ພຣະທໍາຊົງບັງເກີດເປັນມະນຸດ” (ໂຢຮັນ 1:1). ສ່ວນພຣະທຳປາກົດໃນຮ່າງກາຍ, ນີ້ແມ່ນຄັ້ງທຳອິດນັບຕັ້ງແຕ່ການສ້າງໂລກທີ່ພຣະເຈົ້າໄດ້ກ່າວຕໍ່ມະນຸດທັງໝົດ. ຄຳກ່າວເຫຼົ່ານີ້ສ້າງຂໍ້ຄວາມທຳອິດທີ່ກ່າວໂດຍພຣະເຈົ້າຕໍ່ກັບມະນຸດເຊິ່ງພຣະອົງເປີດເຜີຍຜູ້ຄົນ, ຊີ້ນຳພວກເຂົາ, ພິພາກສາພວກເຂົາ ແລະ ກ່າວກັບພວກເຂົາດ້ວຍໃຈຈິງ ແລະ ພ້ອມນີ້ກໍເປັນຄໍາກ່າວທຳອິດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນຮູ້ຈັກຮ່ອງຮອຍຂອງພຣະອົງ, ສະຖານທີ່ທີ່ພຣະອົງປະທັບຢູ່, ນິໄສຂອງພຣະເຈົ້າ, ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ແນວຄວາມຄິດຂອງພຣະເຈົ້າ ແລະ ຄວາມຫ່ວງໃຍຂອງພຣະອົງມີຕໍ່ມະນຸດ. ສາມາດເວົ້າໄດ້ວ່າຄຳກ່າວທຳອິດເຫຼົ່ານີ້ແມ່ນຄໍາກ່າວທີ່ພຣະເຈົ້າໄດ້ກ່າວຕໍ່ມະນຸດຈາກສະຫວັນທີສາມນັບຕັ້ງແຕ່ການສ້າງສັບພະສິ່ງທັງປວງ ແລະ ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ໃຊ້ຕົວຕົນໂດຍເນື້ອແທ້ຂອງພຣະອົງເພື່ອປະກົດຕົວ ແລະ ສະແດງເຖິງຈິດໃຈແທ້ຈິງຂອງພຣະອົງມີຕໍ່ມະນຸດຜ່ານພຣະທໍາ.
- [ຂ່າວປະເສີດ](https://lo.kingdomsalvation.org/gospel.html)
- [Credits](https://lo.kingdomsalvation.org/credits.html) - ເຄຣດິດ
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ](https://lo.kingdomsalvation.org/responsibilities-of-leaders-and-workers.html) - ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (1)ເປັນຫຍັງຈຶ່ງຈຳເປັນຕ້ອງແຍກແຍະຜູ້ນໍາປອມພາບລວມຂອງຄວາມຮັບຜິດຊອບສິບຫ້າປະການຂອງຜູ້ນໍາ ແລະ ຜູ້ເຮັດວຽກຂໍ້ທີໜຶ່ງ: ນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໃຫ້ເຂົ້າໃຈພຣະທໍາເຫຼົ່ານັ້ນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າຜູ້ນໍາປອມບໍ່ມີຄຸນນະພາບ ແລະ ຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າຜູ້ນໍາປອມບໍ່ສາມາດນໍາພາຜູ້ຄົນເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ຂໍ້ທີສອງ: ຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ (ພາກທີໜຶ່ງ)ຜູ້ນໍາປອມເບິ່ງສະພາວະຂອງຄົນແຕ່ລະປະເພດບໍ່ອອກຜູ້ນໍາປອມບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາທີ່ຜູ້ຄົນພົບພໍ້ໃນທາງເຂົ້າຊີວິດຂອງພວກເຂົາຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2)ຂໍ້ທີສອງ: ການຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ (ພາກທີສອງ)ຄວາມຫຍຸ້ງຍາກແປດປະເພດຂອງທາງເຂົ້າຂອງຊີວິດI. ຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຕົນII. ບັນຫາທີ່ກ່ຽວຂ້ອງກັບວິທີການປະຕິບັດຕໍ່ອະນາຄົດ ແລະ ປາຍທາງຂອງຕົນIII. ຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບມະນຸດສຳພັນIV. ບັນຫາທີ່ກ່ຽວຂ້ອງກັບອາລົມຄວາມຮູ້ສຶກຂອງມະນຸດV. ບັນຫາທີ່ກ່ຽວຂ້ອງກັບການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງVI. ຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບການຮູ້ຈັກຕົນເອງVII. ການສະແດງອອກຕ່າງໆຂອງຜູ້ຄົນໃນການປະຕິບັດຕໍ່ພຣະເຈົ້າVIII. ທັດສະນະຄະຕິ ແລະ ການສະແດງອອກຕ່າງໆ ຂອງຜູ້ຄົນໃນການປະຕິບັດຕໍ່ຄວາມຈິງຜົນກະທົບທາງລົບ ແລະ ຜົນຕາມມາຈາກວຽກງານຂອງຜູ້ນໍາປອມຂໍ້ທີສາມ: ໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ໃຫ້ດີ (ພາກທີໜຶ່ງ)ຜູ້ນໍາປອມກ່າວໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນເພື່ອຕັກເຕືອນຜູ້ຄົນຜູ້ນໍາປອມບໍ່ເຮັດວຽກງານຕົວຈິງ ຫຼື ບໍ່ໃສ່ໃຈວຽກງານທີ່ສົມຄວນຂອງພວກເຂົາຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (3)ຂໍ້ທີສາມ: ໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ໃຫ້ດີ
- [ການເປີດໂປງຜູ້ຕໍ່ຕ້ານພຣະຄຣິສ](https://lo.kingdomsalvation.org/exposing-the-antichrists.html) - ຂໍ້ທີໜຶ່ງ: ພວກເຂົາພະຍາຍາມຊື້ໃຈຜູ້ຄົນບົດເພີ່ມເຕີມ: ຄວາມຈິງເພີ່ມເຕີມໃນການເທດສອນຂ່າວປະເສີດຄຳນິຍາມກ່ຽວກັບຜູ້ນຳ ແລະ ຜູ້ເຮັດວຽກ ແລະ ເຫດຜົນສຳລັບການແຕ່ງຕັ້ງພວກເຂົາກົນອຸບາຍທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອຄວບຄຸມຜູ້ຄົນການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສພະຍາຍາມຊື້ໃຈຜູ້ຄົນ1. ການຊັກຈູງຜູ້ຄົນດ້ວຍຜົນປະໂຫຍດນ້ອຍໆ2. ການອວດອ້າງຈຸດແຂງຂອງພວກເຂົາເພື່ອໃຫ້ຜູ້ຄົນນັບຖືບູຊາພວກເຂົາ3. ການໃຊ້ການສ້າງພາບເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເພື່ອໃຫ້ໄດ້ຮັບຄຳຄິດເຫັນດ້ານບວກຈາກພວກເຂົາລາຍການທີສອງ: ພວກເຂົາໂຈມຕີ ແລະ ກີດກັນຜູ້ຄັດຄ້ານລາຍການທີສາມ: ພວກເຂົາກີດກັນ ແລະ ໂຈມຕີຄົນທີ່ໄລ່ຕາມຄວາມຈິງຂໍ້ທີສີ່: ພວກເຂົາຍົກສູງ ແລະ ເປັນພະຍານກ່ຽວກັບພວກເຂົາເອງບົດເພີ່ມເຕີມ: ການລ່າໜູການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຍົກສູງ ແລະ ເປັນພະຍານກ່ຽວກັບຕົນເອງລາຍການທີຫ້າ: ນໍາພາຢ່າງຜິດໆ, ດຶງດູດ, ຂົ່ມຂູ່ ແລະ ຄວບຄຸມຜູ້ຄົນບົດເສີມ: ເລື່ອງເລົ່າຂອງຕ້າເປົາ ແລະ ສ່ຽວເປົາI. ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດII. ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຊັກຈູງຜູ້ຄົນIII. ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຂົ່ມຂູ່ຜູ້ຄົນIV. ການໄຈ້ແຍກວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຜູ້ຄົນລາຍການທີຫົກ: ພວກເຂົາປະພຶດໃນລັກສະນະທີ່ຫຼອກລວງ, ພວກເຂົາເຮັດຕາມອຳເພີໃຈ ແລະ ເປັນຜະເດັດການ, ພວກເຂົາບໍ່ເຄີຍໂອ້ລົມກັບຄົນອື່ນ ແລະ ພວກເຂົາບັງຄັບໃຫ້ຄົນອື່ນເຊື່ອຟັງພວກເຂົາພາກສ່ວນເພີ່ມເຕີມ: ເລື່ອງເລົ່າຂອງ ຕ້າໝິງ ແລະ ສຽວໝິງI. ການໄຈ້ແຍກພຶດຕິກຳທີ່ຄົດໂກງຂອງຜູ້ຕໍ່ຕ້ານພຣະຄຣິສII. ການໄຈ້ແຍກພຶດຕິກຳທີ່ເຮັດຕາມອຳເພີໃຈ ແລະ ເປັນຜະເດັດການຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ວິທີທີ່ພວກເຂົາບັງຄັບໃຫ້ຜູ້ຄົນເຊື່ອຟັງພວກເຂົາລາຍການທີເຈັດ: ພວກເຂົາຊົ່ວຮ້າຍ, ມີເລ່ຫຼຽມ
- [ກ່ຽວກັບການສະແຫວງຫາຄວາມຈິງ](https://lo.kingdomsalvation.org/on-the-pursuit-of-the-truth-2.html) - ວິທີການໄລ່ຕາມເສາະຫາຄວາມຈິງ (1)ການປະຕິບັດຂໍ້ທຳອິດສຳລັບການໄລ່ຕາມຄວາມຈິງ: ການປ່ອຍວາງການປ່ອຍວາງສິ່ງກີດຂວາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າI. ການປ່ອຍວາງແນວຄິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ: ການປ່ອຍວາງແນວຄິດ ແລະ ຈິນຕະນາການຂອງຕົນກ່ຽວກັບພາລະກິດຂອງພຣະເຈົ້າ1. ການທີ່ຜູ້ຄົນຈິນຕະນາການວ່າ ພາລະກິດຂອງພຣະເຈົ້ານັ້ນເໜືອທຳມະຊາດ ແລະ ເລື່ອນລອຍເປັນພິເສດ2. ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບຜົນຮັບທີ່ພຣະເຈົ້າຕັ້ງໃຈຈະບັນລຸໃນວຽກງານຂອງພຣະອົງ3. ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບວິທີທີ່ພຣະເຈົ້າເຮັດໃຫ້ມະນຸດບໍລິສຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນວິທີການໄລ່ຕາມເສາະຫາຄວາມຈິງ (2)ການປະຕິບັດຂໍ້ທຳອິດສຳລັບການໄລ່ຕາມເສາະຫາຄວາມຈິງ: ການປ່ອຍວາງການປ່ອຍວາງຄວາມບາດໝາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າI. ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ: ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບວຽກງານຂອງພຣະເຈົ້າງ. ການທີ່ຜູ້ຄົນເຊື່ອວ່າ ວຽກງານຂອງພຣະເຈົ້າສາມາດປ່ຽນແປງຂີດຄວາມສາມາດ, ສັນຊາດຕະຍານ, ບຸກຄະລິກກະພາບ ແລະ ອື່ນໆຂອງພວກເຂົາໄດ້E. ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນກ່ຽວກັບອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າຫຼັກການ ແລະ ຈຸດປະສົງຂອງອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງວິທີການຮັບຄວາມຈິງໃນສະພາບແວດລ້ອມທີ່ພຣະເຈົ້າຊົງຈັດໄວ້ວິທີການໄລ່ຕາມເສາະຫາຄວາມຈິງ (3)ການປະຕິບັດຂໍ້ທີໜຶ່ງສຳລັບການໄລ່ຕາມເສາະຫາຄວາມຈິງ: ການປ່ອຍວາງການປ່ອຍວາງຄວາມບາດໝາງລະຫວ່າງຕົນເອງກັບພຣະເຈົ້າ ແລະ ຄວາມເປັນປໍລະປັກຂອງຕົນທີ່ມີຕໍ່ພຣະເຈົ້າI. ການປ່ອຍວາງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນກ່ຽວກັບພຣະເຈົ້າ: ການປ່ອຍວາງຄວາມຄິດຫຼົງຜິດ ແລະ
- [ຍຸກໃໝ່](https://lo.kingdomsalvation.org/new-age.html)
- [ບົດບັນທຶກການສົນທະນາຂອງພຣະຄຣິສແຫ່ງຍຸກສຸດທ້າຍ](https://lo.kingdomsalvation.org/the-discourses-of-Christ-of-the-last-days.html)
- [ພຣະທຳ, ເຫຼັ້ມທີ 5: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (ບົດເຕັມ)](https://lo.kingdomsalvation.org/audio-responsibilities-of-leaders-and-workers.html)
- [ຟັງສຽງຂອງພຣະເຈົ້າ ເບິ່ງການປາກົດຕົວຂອງພຣະເຈົ້າ](https://lo.kingdomsalvation.org/behold-the-appearance-of-God.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຊີວິດຄຣິສຕຽນ](https://lo.kingdomsalvation.org/readings-a-christian-life.html)
- [ປາຍທາງ ແລະ ຜົນໄດ້ຮັບ](https://lo.kingdomsalvation.org/destinations-and-outcomes.html)
- [ພຣະທຳ, ເຫຼັ້ມທີ 1: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ (ສະບັບຄັດເລືອກ)](https://lo.kingdomsalvation.org/recital-the-word-appears-in-the-flesh-selections.html)
- [ກ່ຽວກັບການສະແຫວງຫາຄວາມຈິງ](https://lo.kingdomsalvation.org/on-the-pursuit-of-the-truth.html)
- [ບົດອ່ານ](https://lo.kingdomsalvation.org/recital.html)
- [Privacy Policy](https://lo.kingdomsalvation.org/privacy-policy.html) - Welcome to this website (the "Website") of The Church of Almighty God ("The Church of Almighty God," "we," "our" or "us"). The Church of Almighty God is very concerned with the privacy of the users of the Website ("User," "Users," "you" or "your"), so we state in this Privacy Policy how we collect, handle and
- [Cookies Policy](https://lo.kingdomsalvation.org/cookies.html) - 1. Cookies 1.1. The Church of Almighty God informs you that this website https://lo.kingdomsalvation.org/ (hereinafter, the "Website") uses cookies to help optimize your visit. By continuing to browse this Website you accept their use. 1.2. A cookie is a file that is downloaded to your computer when you access certain websites. Cookies enable a website,
- [Legal Notice and Terms of Use](https://lo.kingdomsalvation.org/disclaimer.html) - 1. Website owner This Website is owned by The Church of Almighty God (147-54 Ash Avenue, Flushing, New York 11355, US, EIN: 37-1820870). Please check our Local Congregations List to see your local Church of Almighty God congregation's information and contact details. 2. Purpose, scope and duration This Legal Notice regulates the use of the
- [ປະສົບການ ແລະ ຄຳພະຍານ](https://lo.kingdomsalvation.org/books/books-of-testimonies.html)
- [ແກະຂອງພຣະເຈົ້າໄດ້ຍິນນໍ້າສຽງຂອງພຣະເຈົ້າ](https://lo.kingdomsalvation.org/voice-of-God.html)
- [ການປາກົດຕົວ ແລະ ພາລະກິດພຣະຄຣິດແຫ່ງຍຸກສຸດທ້າຍ](https://lo.kingdomsalvation.org/witnesses-for-Christ.html)
- [ຍອດພຣະທຳ ຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຄຣິດແຫ່ງຍຸກສຸດທ້າຍ](https://lo.kingdomsalvation.org/classic-words-from-Almighty-God.html)
- [download](https://lo.kingdomsalvation.org/download.html)
- [ການພິພາກສາໃນຍຸກສຸດທ້າຍ](https://lo.kingdomsalvation.org/judgment-in-the-last-days.html)
- [ການບັງເກີດເປັນມະນຸດຂອງພຣະເຈົ້າ](https://lo.kingdomsalvation.org/the-incarnation.html)
- [ການຮູ້ຈັກພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/knowing-God-s-work.html)
- [ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ](https://lo.kingdomsalvation.org/God-s-disposition-and-what-He-has-and-is.html)
- [ຄວາມລຶກລັບກ່ຽວກັບພຣະຄໍາພີ](https://lo.kingdomsalvation.org/mysteries-about-the-bible.html)
- [ການເປີດໂປງແນວຄິດທາງສາສະໜາ](https://lo.kingdomsalvation.org/exposing-religious-notions.html)
- [ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ](https://lo.kingdomsalvation.org/exposing-mankind-s-corruption.html)
- [ການເຂົ້າສູ່ຊີວິດ](https://lo.kingdomsalvation.org/entry-into-life.html)
- [ສາມຂັ້ນຕອນຂອງພາລະກິດ](https://lo.kingdomsalvation.org/the-three-stages-of-work.html)
- [ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/God-s-appearance-and-work.html)
- [ກ່ຽວກັບປະສົບການ](https://lo.kingdomsalvation.org/hymns-of-God-word-on-experience.html)
- [ການປະຈັກພະຍານຕໍ່ພຣະເຈົ້າ](https://lo.kingdomsalvation.org/church-hymns-testifying-to-God.html)
- [ການສັນລະເສີນພຣະເຈົ້າ](https://lo.kingdomsalvation.org/church-hymns-praising-God.html)
- [ປະສົບການຊີວິດ](https://lo.kingdomsalvation.org/church-hymns-life-experiences.html)
- [ການຮູ້ຈັກພຣະເຈົ້າ](https://lo.kingdomsalvation.org/hymns-of-God-word-knowing-God.html)
- [ການປະຈັກພະຍານຕໍ່ພຣະເຈົ້າ](https://lo.kingdomsalvation.org/hymns-of-God-word-testifying-to-God.html)
- [ການສັນລະເສີນພຣະເຈົ້າ](https://lo.kingdomsalvation.org/hymns-of-God-word-praising-God.html)
- [post-api](https://lo.kingdomsalvation.org/post-api.html)
- [video-category](https://lo.kingdomsalvation.org/video-category.html)
- [SINGLE VIDEO PAGE](https://lo.kingdomsalvation.org/single-video.html)
- [ປາຍທາງ ແລະ ຜົນໄດ້ຮັບ](https://lo.kingdomsalvation.org/destinations-and-outcomes-2.html)
- [ປຶ້ມ](https://lo.kingdomsalvation.org/books.html)
- [ກ່ຽວກັບພວກເຮົາ](https://lo.kingdomsalvation.org/about-us.html)
- [ວິດີໂອ](https://lo.kingdomsalvation.org/videos.html)
- [ເພງສັນລະເສີນ](https://lo.kingdomsalvation.org/hymns.html)
- [Search Results](https://lo.kingdomsalvation.org/search_gcse-2.html) - [wp_google_search]
- [ພຣະຄຳຂອງພຣະຄຣິດແຫ່ງຍຸກສຸດທ້າຍ](https://lo.kingdomsalvation.org/books/utterances-of-Christ.html)
- [ປຶ້ມພຣະກິດຕິຄຸນ](https://lo.kingdomsalvation.org/books/gospel-books.html)
- [ຄຳພະຍານ](https://lo.kingdomsalvation.org/testimonies.html)
- [ປະສົບການ ແລະ ຄຳພະຍານ](https://lo.kingdomsalvation.org/books-of-testimonies.html)
- [ຄຳພະຍານແຫ່ງປະສົບການ ຕໍ່ໜ້າທີ່ນັ່ງແຫ່ງການພິພາກສາຂອງພຣະຄຣິດ](https://lo.kingdomsalvation.org/judgment-before-christ.html)
## 书籍
- [ຄຳພະຍານແຫ່ງປະສົບການ ຕໍ່ໜ້າທີ່ນັ່ງແຫ່ງການພິພາກສາຂອງພຣະຄຣິດ](https://lo.kingdomsalvation.org/books/judgment-before-christ.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິສແຫ່ງຍຸກສຸດທ້າຍຊົງສະແດງຄວາມຈິງ, ດຳເນີນພາລະກິດແຫ່ງການພິພາກສາໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ ແລະ ສະໜອງຄວາມຈິງທັງໝົດທີ່ຈຳເປັນແກ່ຜູ້ຄົນ ເພື່ອໃຫ້ພວກເຂົາໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ໄດ້ຮັບຄວາມລອດພົ້ນ. ຜູ້ຄົນທີ່ພຣະເຈົ້າເລືອກໄດ້ຍິນສຸລະສຽງຂອງພຣະເຈົ້າ, ຖືກນໍາມາຢູ່ຕໍ່ໜ້າພະບັນລັງຂອງພຣະເຈົ້າ, ໄດ້ເຂົ້າຮ່ວມງານລ້ຽງຂອງລູກແກະ ແລະ ເລີ່ມຕົ້ນຊີວິດຮ່ວມກັບພຣະເຈົ້າແບບໜ້າຕໍ່ໜ້າ ໃນຖານະປະຊາຊົນຂອງພຣະເຈົ້າໃນຍຸກແຫ່ງລາຊະອານາຈັກ. ພວກເຂົາໄດ້ຮັບການຫົດນ້ຳ, ການລ້ຽງດູ, ການເປີດເຜີຍ ແລະ ການພິພາກສາແຫ່ງພຣະທຳຂອງພຣະເຈົ້າ, ໄດ້ຮັບຄວາມເຂົ້າໃຈໃໝ່ກ່ຽວກັບພາລະກິດຂອງພຣະເຈົ້າ, ໄດ້ເຫັນຂໍ້ເທັດຈິງທີ່ແທ້ຈິງຂອງການທີ່ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມ, ໄດ້ປະສົບກັບການກັບໃຈຢ່າງແທ້ຈິງ ແລະ ເລີ່ມຕົ້ນເອົາໃຈໃສ່ການປະຕິບັດຄວາມຈິງ ແລະ ປະສົບກັບການປ່ຽນແປງໃນອຸປະນິໄສ, ສ້າງຄຳພະຍານຕ່າງໆກ່ຽວກັບການເຮັດໃຫ້ບໍລິສຸດຈາກຄວາມເສື່ອມຊາມ ຜ່ານການປະສົບກັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າ. ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ ໄດ້ສ້າງກຸ່ມຜູ້ມີໄຊຂຶ້ນມາ ເຊິ່ງຜ່ານປະສົບການສ່ວນຕົວຂອງພວກເຂົາ, ພວກເຂົາເປັນພະຍານວ່າ ການພິພາກສາແຫ່ງພະບັນລັງສີຂາວທີ່ຍິ່ງໃຫຍ່ໃນຍຸກສຸດທ້າຍໄດ້ເລີ່ມຕົ້ນຂຶ້ນແລ້ວ!
- [ກ່ຽວກັບການສະແຫວງຫາຄວາມຈິງ](https://lo.kingdomsalvation.org/books/on-the-pursuit-of-the-truth-2.html) - ພຣະທຳປາກົດໃນເນື້ອໜັງ, ເຫຼັ້ມທີ 7. ກ່ຽວກັບການສະແຫວງຫາຄວາມຈິງ ປະກອບມີການໂອ້ລົມ ແລະ ການເທດສະໜາທີ່ສະເພາະຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິສແຫ່ງຍຸກສຸດທ້າຍ, ຕໍ່ຄຣິສຕະຈັກຕ່າງໆ. ຄຳເທດສະໜາ ແລະ ການໂອ້ລົມເຫຼົ່ານີ້ອະທິບາຍຢ່າງຊັດເຈນ ແລະ ຢ່າງໂປ່ງໃສວ່າການສະແຫວງຫາຄວາມຈິງໝາຍຄວາມວ່າແນວໃດ ແລະ ການສະແຫວງຫາຄວາມຈິງມີຄວາມໝາຍສຳຄັນແນວໃດ, ເປີດເຜີຍແນວຄິດຜິດໆທີ່ຫຼາກຫຼາຍຂອງມະນຸດ ແລະ ຄວາມເຂົ້າໃຈທີ່ບິດເບືອນກ່ຽວກັບການສະແຫວງຫາຄວາມຈິງ, ພ້ອມທັງຄວາມຄິດ ແລະ ມຸມມອງຕ່າງໆ ແລະ ຄວາມເຂົ້າໃຈ ແລະ ຈິນຕະນາການທີ່ຜິດພາດ, ໃນຂະນະທີ່ຍັງແຍກແຍະ ແລະ ແຍກແຍະພວກມັນ. ນອກຈາກນັ້ນ, ຄຳເທດສະໜາ ແລະ ການໂອ້ລົມເຫຼົ່ານີ້ບົ່ງບອກເສັ້ນທາງສຳລັບການສະແຫວງຫາຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງໃຫ້ແກ່ມະນຸດ. ຄວາມຈິງເຫຼົ່ານີ້ສຳຄັນຢ່າງຍິ່ງສຳລັບຜູ້ຄົນທີ່ສະແຫວງຫາຄວາມຈິງເພື່ອບັນລຸຄວາມລອດພົ້ນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ](https://lo.kingdomsalvation.org/books/book-daily-words-of-God.html) - ໜັງສືເຫຼັ້ມນີ້ມີເນື່ອຫາທີ່ຄັດເລືອກມາຈາກໜັງສືພຣະທຳປາກົດໃນເນື້ອໜັງ. ເພື່ອວ່າຄົນທີ່ຖືກເລືອກຂອງພຣະເຈົ້າຈະສາມາດໄດ້ຮັບຄວາມຈິງ ແລະ ການສະໜອງປະຈຳວັນສຳລັບຊີວິດຈາກພຣະທຳຂອງພຣະອົງ, ຍອດພຣະທຳເຫຼົ່ານີ້ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງມີຄວາມສຳຄັນທີ່ສຸດຕໍ່ການເຂົ້າສູ່ຊີວິດຂອງຄົນ, ຢູ່ໃນນີ້ໄດ້ຖືກຄັດເລືອກເປັນພິເສດເພື່ອຄວາມຍິນດີຂອງຄົນ, ສະນັ້ນ ຈຶ່ງເຮັດໃຫ້ຜູ້ທີ່ຮັກຄວາຈິງເຂົ້າໃຈມັນ, ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ ແລະ ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ສົມບູນ. ຍອດພຣະທຳເຫຼົ່ານີ້ຂອງພຣະເຈົ້າແມ່ນການສະແດງອອກເຖິງຄວາມຈິງ; ຍິ່ງໄປກວ່ານັ້ນ, ພວກມັນແມ່ນຄະຕິພົດທີ່ສຳຄັນທີ່ສຸດຂອງຊີວິດ ແລະ ບໍ່ມີພຣະທຳໃດທີ່ໃຫ້ຄວາມຮູ້ ແລະ ເປັນປະໂຫຍດຕໍ່ຄົນຫຼາຍກວ່ານີ້. ຖ້າເຈົ້າສາມາດຮັບເອົາຂໍ້ໜຶ່ງຂອງພຣະທຳເຫຼົ່ານີ້ແຕ່ລະວັນໄດ້ຢ່າງແທ້ຈິງ, ນີ້ກໍເປັນໂຊກທີ່ຍິ່ງໃຫຍ່ທີ່ສຸດຂອງເຈົ້າ ແລະ ເຈົ້າແມ່ນໄດ້ຮັບພອນຈາກພຣະເຈົ້າ.
- [ຍອດພຣະທຳ ຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຄຣິດແຫ່ງຍຸກສຸດທ້າຍ](https://lo.kingdomsalvation.org/books/classic-words-from-Almighty-God.html) - ໜັງສືເຫຼັ້ມນີ້ມີເນື້ອຫາທີ່ຄັດມາຈາກຍອດພຣະທຳທີ່ກ່າວໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິສແຫ່ງຍຸກສຸດທ້າຍ ໃນໜັງສືພຣະທຳປາກົດໃນເນື້ອໜັງ. ຍອດພຣະທຳເຫຼົ່ານີ້ອະທິບາຍຄວາມຈິງໂດຍກົງ ແລະ ສາມາດເຮັດໃຫ້ຄົນເຂົ້າໃຈຄວາມປະສົງຂອງພຣະເຈົ້າໂດຍກົງ, ມາຮູ້ຈັກພາລະກິດຂອງພຣະອົງ ແລະ ໄດ້ຮັບຄວາມຮູ້ກ່ຽວກັບອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ພວກມັນເປັນແນວທາງສຳລັບທຸກຄົນທີ່ຄອງຖ້າການປາກົດຕົວຂອງພຣະເຈົ້າເພື່ອທີ່ຈະສະແຫວງຫາຮອຍພຣະບາດຂອງພຣະອົງ. ພວກມັນສາມາດນຳເຈົ້າໄປພົບທາງເຂົ້າສູ່ອານາຈັກແຫ່ງສະຫວັນໄດ້.
- [ການພິພາກສາ ເລີ່ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ](https://lo.kingdomsalvation.org/books/utterances-of-Christ-of-the-last-days.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ, ໄດ້ສະແດງພຣະທໍາເພື່ອພິພາກສາ ແລະ ຊຳລະລ້າງມະນຸດ ແລະ ນຳພາພວກເຂົາກ້າວໄປສູ່ຍຸກໃໝ່—ຍຸກແຫ່ງອານາຈັກ. ຜູ້ຄົນທີ່ເຊື່ອຟັງພາຍໃຕ້ການຄອບຄອງຂອງພຣະຄຣິດຈະສາມາດຊື່ນຊົມຄວາມຈິງຢ່າງເຕັມທີ່, ໄດ້ຮັບພອນທີ່ປະເສີດ, ດຳເນີນຊີວິດຢູ່ພາຍໃນແສງສະຫວ່າງ ແລະ ຍັງໄດ້ຮັບຄວາມຈິງ, ວິທີທາງ ແລະ ຊີວິດ.
- [ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ](https://lo.kingdomsalvation.org/books/responsibilities-of-leaders-and-workers.html) - ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແມ່ນປຶ້ມເຫຼັ້ມທີຫ້າຂອງ ພຣະທຳປາກົດໃນເນື້ອໜັງ. ປຶ້ມເຫຼັ້ມນີ້ປະກອບມີຄຳເທດສະໜາ ແລະ ການໂອ້ລົມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິສແຫ່ງຍຸກສຸດທ້າຍ, ທີ່ມີຕໍ່ບັນດາຄຣິສຕະຈັກກ່ຽວກັບຫົວຂໍ້ນີ້. ພຣະເຈົ້າໄດ້ໂອ້ລົມຢ່າງແຈ່ມແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ພ້ອມທັງຫຼັກການທີ່ສະເພາະເຈາະຈົງ ແລະ ແນວທາງໃນການປະຕິບັດສຳລັບວຽກງານຕ່າງໆຂອງຄຣິສຕະຈັກ. ພຣະອົງຍັງໄດ້ເປີດໂປງແກ່ນແທ້ຂອງບັນດາການສະແດງອອກ ແລະ ການກະທຳຂອງຜູ້ນໍາປອມ. ສິ່ງນີ້ເປັນປະໂຫຍດຢ່າງຍິ່ງສຳລັບຜູ້ຄົນໃນການຮຽນຮູ້ທີ່ຈະແຍກແຍະຜູ້ນໍາປອມ, ເຮັດວຽກງານທີ່ແທ້ຈິງ, ບັນລຸການອ່ອນນ້ອມຕໍ່ພຣະເຈົ້າ ແລະ ເໝາະໃຫ້ພຣະເຈົ້າໃຊ້. ມັນເປັນປະໂຫຍດຢ່າງໃຫຍ່ຫຼວງສຳລັບຜູ້ຄົນທີ່ຈະເຂົ້າໃຈຄວາມຈິງ, ຮູ້ຈັກຕົນເອງ ແລະ ປະຕິບັດໜ້າທີ່ຂອງຕົນຕາມຫຼັກການ.
- [ບົດບັນທຶກການສົນທະນາຂອງພຣະຄຣິສແຫ່ງຍຸກສຸດທ້າຍ](https://lo.kingdomsalvation.org/books/the-discourses-of-Christ-of-the-last-days.html) - ບົດບັນທຶກການສົນທະນາຂອງພຣະຄຣິສແຫ່ງຍຸກສຸດທ້າຍຄືເຫຼັ້ມທີສາມຂອງພຣະທຳປາກົດໃນເນື້ອໜັງທີ່ກ່າວອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສ່ວນທຳອິດຂອງໜັງສືແມ່ນປະກອບດ້ວຍຄຳເທດສະໜາ ແລະ ການໂອ້ລົມທີ່ໃຫ້ໃນບ່ອນຊຸມນຸມໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ສ່ວນທີສອງປະກອບດ້ວຍການສົນທະນາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ສ່ວນທີສາມປະກອບດ້ວຍການໂອ້ລົມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັບສ່ວນໜຶ່ງໃນຄົນຖືກເລືອກຂອງພຣະອົງ. ຄຳເທດສະໜາ ແລະ ການໂອ້ລົມເຫຼົ່ານີ້ແກ້ໄຂບັນຫາທີ່ມີຢູ່ໃນຄຣິສຕະຈັກ, ພ້ອມທັງຄວາມຫຍຸ້ງຍາກຕົວຈິງກັບການເຂົ້າສູ່ຊີວິດຂອງຜູ້ຄົນຖືກເລືອກຂອງພຣະເຈົ້າ. ພວກມັນບໍ່ພຽງແຕ່ຊີ້ໄປທີ່ແກ່ນແທ້ຂອງຜູ້ຄົນ ແລະ ສະຖານະການປັດຈຸບັນ, ແຕ່ຍັງເຍືອງທາງໃຫ້ຜູ້ຄົນເຫັນເຖິງເປົ້າໝາຍທີ່ພວກເຂົາຄວນສະແຫວງຫາ. ພວກມັນເປັນປະໂຫຍດທີ່ສຸດສຳລັບການເຂົ້າໃຈຂອງຜູ້ຄົນຕໍ່ຄວາມຈິງ ແລະ ການຮັບເອົາທາງເຂົ້າສູ່ຊີວິດ.
- [ການເປີດໂປງຜູ້ຕໍ່ຕ້ານພຣະຄຣິສ](https://lo.kingdomsalvation.org/books/exposing-the-antichrists.html) - ການເປີດໂປງຜູ້ຕໍ່ຕ້ານພຣະຄຣິສ ແມ່ນເຫຼັ້ມທີສີ່ໃນໜັງສື ພຣະທຳປາກົດໃນເນື້ອໜັງ. ໜັງສືເຫຼັ້ມນີ້ແມ່ນຊຸດຄຳເທດສະໜາ ແລະ ການໂອ້ລົມແບບພິເສດທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິສແຫ່ງຍຸກສຸດທ້າຍ ໄດ້ມອບໃຫ້ທ່າມກາງຄຣິສຕະຈັກຕ່າງໆ. ພຣະເຈົ້າໄດ້ເປີດໂປງທຸກການສະແດງອອກຂອງອຸປະນິໄສຂອງພວກຕໍ່ຕ້ານພຣະຄຣິສຢ່າງລະອຽດຈົນໝົດສິ້ນ, ເຮັດໃຫ້ພວກມັນແຈ່ມແຈ້ງຢ່າງສົມບູນແກ່ຜູ້ຄົນ ແລະ ຊ່ວຍໃຫ້ພວກເຂົາແຍກແຍະທຳມະຊາດ-ແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສໄດ້ຢ່າງຫຼວງຫຼາຍ. ອຸປະນິໄສຂອງພວກຕໍ່ຕ້ານພຣະຄຣິສແມ່ນອຸປະນິໄສແບບຊາຕານ, ທີ່ມະນຸດຊາດທີ່ເສື່ອມຊາມຕ່າງກໍມີ. ເພື່ອຈະໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ, ຄົນເຮົາຕ້ອງຍອມຮັບການພິພາກສາແຫ່ງພຣະທຳຂອງພຣະເຈົ້າກ່ອນທີ່ພວກເຂົາຈະສາມາດຖືກຊຳລະລ້າງໃຫ້ບໍລິສຸດ. ຄວາມຈິງທີ່ເປີດໂປງພວກຕໍ່ຕ້ານພຣະຄຣິສເຫຼົ່ານີ້ເຮັດໜ້າທີ່ເປັນຄຳເຕືອນ , ການເຕືອນສະຕິ, ການເປີດໂປງ ແລະ ການພິພາກສາ, ເຊິ່ງເປັນປະໂຫຍດຢ່າງຍິ່ງຕໍ່ການເຂົ້າໃຈຄວາມຈິງ, ການຮູ້ຈັກຕົນເອງ ແລະ ການໄດ້ຮັບການຊຳລະລ້າງໃຫ້ບໍລິສຸດ. ມີພຽງແຕ່ໂດຍການແຍກແຍະພວກຕໍ່ຕ້ານພຣະຄຣິສເທົ່ານັ້ນ ຄົນເຮົາຈຶ່ງຈະສາມາດຫຼີກລ່ຽງການຖືກເຮັດໃຫ້ຫຼົງທາງໂດຍຄົນອື່ນ, ຢຸດການບູຊາ ແລະ ການຕິດຕາມຄົນອື່ນ ແລະ ແທນທີ່ຈະເປັນແນວນັ້ນ, ກໍບັນລຸຜົນຂອງການຕິດຕາມ, ການອ່ອນນ້ອມຕໍ່ ແລະ ການນະມັດສະການພຣະເຈົ້າ.
- [ກ່ຽວກັບການສະແຫວງຫາຄວາມຈິງ](https://lo.kingdomsalvation.org/books/on-the-pursuit-of-the-truth.html) - ພຣະທຳປາກົດໃນເນື້ອໜັງ, ເຫຼັ້ມທີ 6. ກ່ຽວກັບການສະແຫວງຫາຄວາມຈິງ ປະກອບມີການໂອ້ລົມ ແລະ ການເທດສະໜາທີ່ສະເພາະຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິສແຫ່ງຍຸກສຸດທ້າຍ, ຕໍ່ຄຣິສຕະຈັກຕ່າງໆ. ຄຳເທດສະໜາ ແລະ ການໂອ້ລົມເຫຼົ່ານີ້ອະທິບາຍຢ່າງຊັດເຈນ ແລະ ຢ່າງໂປ່ງໃສວ່າການສະແຫວງຫາຄວາມຈິງໝາຍຄວາມວ່າແນວໃດ ແລະ ການສະແຫວງຫາຄວາມຈິງມີຄວາມໝາຍສຳຄັນແນວໃດ, ເປີດເຜີຍແນວຄິດຜິດໆທີ່ຫຼາກຫຼາຍຂອງມະນຸດ ແລະ ຄວາມເຂົ້າໃຈທີ່ບິດເບືອນບ້ຽວກ່ຽວກັບການສະແຫວງຫາຄວາມຈິງ, ພ້ອມທັງຄວາມຄິດ ແລະ ມຸມມອງຕ່າງໆທີ່ຜິດພາດ ແລະ ຄວາມຮູ້ສຶກບໍ່ດີ, ໃນຂະນະທີ່ຍັງແຍກແຍະ ແລະ ແຍກແຍະພວກມັນ. ນອກຈາກນັ້ນ, ຄຳເທດສະໜາ ແລະ ການໂອ້ລົມເຫຼົ່ານີ້ບົ່ງບອກເສັ້ນທາງສຳລັບການສະແຫວງຫາຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງໃຫ້ແກ່ມະນຸດ. ຄວາມຈິງເຫຼົ່ານີ້ສຳຄັນຢ່າງຍິ່ງສຳລັບຜູ້ຄົນທີ່ສະແຫວງຫາຄວາມຈິງເພື່ອບັນລຸຄວາມລອດພົ້ນ.
- [ຟັງສຽງຂອງພຣະເຈົ້າ ເບິ່ງການປາກົດຕົວຂອງພຣະເຈົ້າ](https://lo.kingdomsalvation.org/books/behold-the-appearance-of-God.html) - ຍິງສາວພົມມະຈັນທີ່ສະຫຼາດຈະຮັບຮູ້ສຽງຂອງພຣະເຈົ້າ ແລະ ເຫັນການປາກົດມາຂອງພຣະອົງຈາກພຣະຄຳຂອງພຣະອົງ ແລະ ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ. ໜັງສືສະບັບນີ້ແມ່ນໜັງສືສະສົມຄວາມຈິງ ທີ່ກ່ຽວຂ້ອງກັບການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ກ່ຽວກັບຂັ້ນຕອນຂອງພາລະກິດຂອງພຣະອົງ ກ່ຽວກັບຄວາມລອດພົ້ນ. ຄວາມຈິງເຫຼົ່ານີ້ເປັນພະຍານເຖິງການປາກົດ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິສແຫ່ງຍຸກສຸດທ້າຍ: ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າຜູ້ກັບຄືນມາ ແລະ ພຣະອົງໄດ້ສະແດງຄວາມຈິງ ແລະ ກຳລັງປະຕິບັດພາລະກິດຂອງ “ການພິພາກສາ ເລີ່ມທີ່ເຮືອນຂອງພຣະເຈົ້າ” ໃນຍຸກສຸດທ້າຍ, ເຊິ່ງນໍາພາມະນຸດຫັນກັບໄປຫາບັນລັງຂອງ ພຣະເຈົ້າ.
- [ກ່ຽວກັບການຮູ້ຈັກພຣະເຈົ້າ](https://lo.kingdomsalvation.org/books/on-knowing-God.html) - ກ່ຽວກັບການຮູ້ຈັກພຣະເຈົ້າ, ໜັງສືເຫຼັ້ມທີສອງຂອງພຣະທຳປາກົດໃນເນື້ອໜັງ, ປະກອບມີຖ້ອຍຄຳຂອງພຣະຄຣິສແຫ່ງຍຸກສຸດທ້າຍສຳລັບມະນຸດທັງປວງ, ນັ້ນກໍຄືພຣະເຈົ້າອົງຊົງລິດທານຸພາບສູງສຸດ, ມາຫຼັງຈາກຖ້ອຍຄຳໃນການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າໄດ້ອະທິບາຍຄວາມຈິງທີ່ຫຼາກຫຼາຍຢ່າງລະອຽດວ່າເປັນພາລະກິດທີ່ພຣະອົງເຮັດນັບຕັ້ງແຕ່ທີ່ເນລະມິດສ້າງໂລກ, ຄວາມປະສົງຂອງພຣະອົງ ແລະ ຄວາມຄາດຫວັງຂອງພຣະອົງຕໍ່ມະນຸດຊາດເຊິ່ງປະກອບໄວ້ໃນພາລະກິດຂອງພຣະອົງ ແລະ ການສະແດງທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນຈາກພາລະກິດຂອງພຣະອົງ ພ້ອມທັງຄວາມຊອບທຳຂອງພຣະອົງ, ສິດອຳນາດຂອງພຣະອົງ, ຄວາມບໍລິສຸດຂອງພຣະອົງ ແລະ ຂໍ້ແທ້ຈິງທີ່ວ່າພຣະອົງຄືແຫຼ່ງກຳເນີດຊີວິດສຳລັບທຸກສິ່ງ. ເມື່ອໄດ້ອ່ານໜັງສືເຫຼັ້ມນີ້, ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງກໍຈະສາມາດຢືນຢັນວ່າພຣະອົງທີ່ສາມາດເຮັດພາລະກິດນີ້ ແລະ ສະແດງອຸປະນິໄສເຫຼົ່ານີ້ອອກມາກໍຄືຜູ້ທີ່ມີອຳນາດສູງສຸດເໜືອສິ່ງທັງປວງ ແລະ ພວກເຂົາຍັງສາມາດຮູ້ໄດ້ຢ່າງແທ້ຈິງເຖິງຕົວຕົນຂອງພຣະເຈົ້າ, ສະຖານະຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງ, ແລ້ວຢືນຢັນວ່າພຣະຄຣິສແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແມ່ນພຣະເຈົ້າເອງທີ່ເປັນເອກະລັກ.
- [ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/books/the-word-appears-in-the-flesh.html) - ນີ້ແມ່ນຄັ້ງທຳອິດນັບຕັ້ງແຕ່ການສ້າງສັບພະສິ່ງທັງປວງທີ່ພຣະເຈົ້າໄດ້ກ່າວຕໍ່ມະນຸດທັງໝົດ. ຄຳກ່າວເຫຼົ່ານີ້ແມ່ນຂໍ້ຄວາມທຳອິດທີ່ກ່າວໂດຍພຣະເຈົ້າຕໍ່ກັບມະນຸດທີ່ພຣະອົງໄດ້ເປີດເຜີຍ, ຊີ້ນຳພວກເຂົາ, ພິພາກສາພວກເຂົາ ແລະ ກ່າວກັບພວກເຂົາດ້ວຍໃຈຈິງ ແລະ ພ້ອມນີ້ກໍເປັນຄໍາກ່າວທຳອິດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນຮູ້ຈັກຮ່ອງຮອຍຂອງພຣະອົງ, ສະຖານທີ່ທີ່ພຣະອົງປະທັບຢູ່, ນິໄສຂອງພຣະເຈົ້າ, ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ແນວຄວາມຄິດຂອງພຣະເຈົ້າ ແລະ ຄວາມຫ່ວງໃຍຂອງພຣະອົງມີຕໍ່ມະນຸດ. ສາມາດເວົ້າໄດ້ວ່າຄຳກ່າວທຳອິດເຫຼົ່ານີ້ແມ່ນຄໍາກ່າວທີ່ພຣະເຈົ້າໄດ້ກ່າວຕໍ່ມະນຸດຈາກສະຫວັນທີສາມນັບຕັ້ງແຕ່ການສ້າງສັບພະສິ່ງທັງປວງ ແລະ ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ໃຊ້ຕົວຕົນໂດຍເນື້ອແທ້ຂອງພຣະອົງເພື່ອປະກົດຕົວ ແລະ ສະແດງເຖິງຈິດໃຈແທ້ຈິງຂອງພຣະອົງມີຕໍ່ມະນຸດຜ່ານພຣະທໍາ.
- [ແກະຂອງພຣະເຈົ້າໄດ້ຍິນນໍ້າສຽງຂອງພຣະເຈົ້າ](https://lo.kingdomsalvation.org/books/voice-of-God.html) - ບົດຄວາມທີ່ຮຽບຮຽງໃນໜັງສືເຫຼັ້ມນີ້ຄືຄວາມຈິງແຫ່ງນິມິດກ່ຽວກັບສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ, ຊື່ຂອງພຣະອົງ, ຄວາມເລິກລັບແຫ່ງການບັງເກີດເປັນມະນຸດຂອງພຣະອົງ ແລະ ວິທີການແຍກແຍະລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ຜິດ, ເພື່ອຖືກອ່ານ ແລະ ຖືກປະກອບດ້ວຍຄົນທີ່ຫາກໍ່ຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍູກສູດທ້າຍ ແລະ ເພື່ອວ່າພວກເຂົາອາດຈະວາງພື້ນຖານບົນຄວາມຈິງແຫ່ງນິມິດກ່ຽວກັບພາລະກິດຂອງພຣະເຈົ້າ ໃຫ້ໄວເທົ່າທີ່ຈະໄວໄດ້.
- [christian articles](https://lo.kingdomsalvation.org/books/christian-articles.html)
## 影视
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 599](https://lo.kingdomsalvation.org/videos/destinations-and-outcomes-excerpt-599.html) - ຜູ້ທີ່ລາກດຶງລູກຫຼານ ແລະ ຍາດຕິພີ່ນ້ອງທີ່ບໍ່ມີຄວາມເຊື່ອທັງໝົດເຂົ້າໃນຄຣິສຕະຈັກແມ່ນຄົນທີ່ເຫັນແກ່ຕົວທີ່ສຸດ ແລະ ພວກເຂົາແມ່ນພຽງສະແດງຄວາມມີນ້ຳໃຈເທົ່ານັ້ນ. ຄົນເຫຼົ່ານີ້ພຽງແຕ່ສົນໃຈກັບການຖືກຮັກ ໂດຍບໍ່ຄຳນຶງວ່າ ພວກເຂົາເຊື່ອ ຫຼື ບໍ່ ຫຼື ບໍ່ຄຳນຶງວ່າມັນເປັນເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ບາງຄົນນຳເອົາພັນລະຍາຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ລາກດຶງເອົາພໍ່ແມ່ຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ຄຳນຶງວ່າ ພຣະວິນຍານບໍລິສຸດເຫັນດີກັບສິ່ງນີ້ ຫຼື ບໍ່ ຫຼື ປະຕິບັດພາລະກິດໃນພວກເຂົາ ຫຼື ບໍ່, ພວກເຂົາຫຼັບຫູຫຼັບຕາສືບຕໍ່ “ຮັບເອົາຄົນທີ່ມີພອນສະຫວັນ” ເພື່ອພຣະເຈົ້າ. ມັນສາມາດໄດ້ຜົນປະໂຫຍດຫຍັງແນ່ຈາກການແຜ່ຄວາມເມດຕາຕໍ່ຄົນທີ່ບໍ່ມີຄວາມເຊື່ອເຫຼົ່ານີ້? ເຖິງແມ່ນວ່າ ຄົນທີ່ບໍ່ມີຄວາມເຊື່ອເຫຼົ່ານີ້, ຜູ້ທີ່ປາສະຈາກການສະຖິດຂອງພຣະວິນຍານບໍລິສຸດຈະລັງເລໃນການຕິດຕາມພຣະເຈົ້າ, ພວກເຂົາກໍຍັງຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນດັ່ງທີ່ຜູ້ຄົນອາດເຂົ້າໃຈ. ທີ່ຈິງແລ້ວ ຜູ້ທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນນັ້ນບໍ່ແມ່ນໄດ້ຮັບມາແບບງ່າຍໆ. ຜູ້ທີ່ບໍ່ໄດ້ຜ່ານພາລະກິດ ແລະ ການທົດລອງຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ຮັບການເຮັດໃຫ້ສົມບູນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ, ຜູ້ຄົນເຫຼົ່ານີ້ຂາດການສະຖິດຂອງພຣະວິນຍານບໍລິສຸດຕັ້ງແຕ່ວິນາທີທີ່ພວກເຂົາເລີ່ມຕົ້ນຕິດຕາມພຣະເຈົ້າແລ້ວ. ອີງຕາມເງື່ອນໄຂ ແລະ ສະພາບທີ່ແທ້ຈິງຂອງພວກເຂົາ, ພວກເຂົາແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ດັ່ງນັ້ນ, ພຣະວິນຍານບໍລິສຸດບໍ່ໄດ້ຕັດສິນໃຈທີ່ຈະເສຍເຫື່ອແຮງກັບພວກເຂົາຫຼາຍ ແລະ ພຣະອົງບໍ່ໄດ້ໃຫ້ແສງສະຫວ່າງ ຫຼື ຊີ້ນໍາພວກເຂົາໃນທິດທາງໃດເລີຍ; ພຣະອົງພຽງແຕ່ອະນຸຍາດໃຫ້ພວກເຂົາຕິດຕາມ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 220](https://lo.kingdomsalvation.org/videos/knowing-God-s-work-excerpt-220.html) - ພວກເຈົ້າເຄີຍເຫັນບໍ່ວ່າພຣະເຈົ້າຈະບັນລຸພາລະກິດໃດໃນກຸ່ມຄົນເຫຼົ່ານີ້? ພຣະເຈົ້າເຄີຍກ່າວໄວ້ຄັ້ງໜຶ່ງວ່າ ເຖິງແມ່ນຢູ່ໃນອານາຈັກພັນປີ ມະນຸດຍັງຈະຕ້ອງປະຕິບັດຕາມພຣະວັດຈະນະຂອງພຣະອົງຕໍ່ໄປ ແລະ ໃນອະນາຄົດ ພຣະວັດຈະນະຂອງພຣະເຈົ້າກໍຍັງຈະນຳພາຊີວິດຂອງມະນຸດໂດຍກົງຢູ່ໃນດິນແດນທີດີແຫ່ງການາອານນີ້. ເມື່ອໂມເຊຢູ່ໃນຖິ່ນແຫ້ງແລ້ງກັນດານ, ພຣະເຈົ້າໄດ້ແນະນຳ ແລະ ເວົ້າກັບລາວໂດຍກົງ. ພຣະເຈົ້າສົ່ງອາຫານ ສົ່ງນໍ້າ ແລະ ອາຫານມານາຈາກສະຫວັນມາໃຫ້ຜູ້ຄົນ ແລະ ທຸກມື້ນີ້ກໍຍັງເປັນແບບນັ້ນຢູ່: ພຣະເຈົ້າໄດ້ສົ່ງສິ່ງຕ່າງໆລົງມາໃຫ້ຜູ້ຄົນກິນ ແລະ ດື່ມໂດຍພຣະອົງເອງ ແລະ ພຣະອົງໄດ້ສົ່ງຄຳສາບເພື່ອຂ້ຽນຕີຜູ້ຄົນໂດຍພຣະອົງເອງເຊັ່ນກັນ. ສະນັ້ນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງແມ່ນຖືກດຳເນີນໂດຍຕົວພຣະເຈົ້າເອງ. ໃນທຸກມື້ນີ້ ຜູ້ສະແຫວງຫາການປະກົດຂອງຄວາມຈິງ, ພວກເຂົາສະແຫວງຫາສັນຍານບອກເຫດການ ແລະ ຄວາມມະຫັດສະຈັນ ແລະ ມັນອາດເປັນໄປໄດ້ທີ່ຄົນທັງໝົດດັ່ງກ່າວຈະຖືກປະຖິ້ມ ເພາະວ່າພາລະກິດຂອງພຣະເຈົ້າກໍປາກົດເປັນຈິງຫຼາຍຂຶ້ນ. ບໍ່ມີຜູ້ໃດຮູ້ວ່າພຣະເຈົ້າໄດ້ສະເດັດລົງມາຈາກສະຫວັນແລ້ວ, ພວກເຂົາຍັງບໍ່ຮູ້ຊໍ້າວ່າພຣະເຈົ້າໄດ້ສົ່ງອາຫານ ແລະ ຢາບຳລຸງຈາກສະຫວັນມາໃຫ້. ແຕ່ພຣະເຈົ້າມີຢູ່ຈິງ ແລະ ພາບທີ່ປຸກໃຈຂອງອານາຈັກພັນປີທີ່ຜູ້ຄົນຈິນຕະນາການເຖິງ ກໍເປັນພຣະວັດຈະນະສ່ວນຕົວຂອງພຣະເຈົ້າເຊັ່ນກັນ. ນີ້ເປັນຄວາມຈິງ ແລະ ມີແຕ່ສິ່ງນີ້ເທົ່ານັ້ນທີ່ຖືກເອີ້ນວ່າເປັນການປົກຄອງກັບພຣະເຈົ້າຢູ່ເທິງແຜ່ນດິນໂລກ. ການປົກຄອງກັບພຣະເຈົ້າຢູ່ໃນແຜ່ນດິນໂລກແມ່ນໝາຍເຖິງເນື້ອໜັງມະນຸດ. ສິ່ງທີ່ບໍ່ແມ່ນເນື້ອໜັງມະນຸດບໍ່ມີຢູ່ຈິງຢູ່ເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ທຸກຄົນທີ່ສົນໃຈການໄປສະຫວັນທີສາມແມ່ນເຮັດໄປໂດຍທີ່ບໍ່ມີປະໂຫຍດຫຍັງ. ມື້ໜຶ່ງ ເມື່ອຈັກກະວານທັງໝົດກັບຄືນຫາພຣະເຈົ້າ ສູນກາງພາລະກິດຂອງພຣະອົງໃນທົ່ວຈັກກະວານຈະປະຕິບັດຕາມພຣະວັດຈະນະຂອງພຣະອົງ; ໃນຂະນະຢູ່ບ່ອນອື່ນ, ບາງຄົນຈະໃຊ້ໂທລະສັບ, ບາງຄົນຈະຂີ່ຍົນ, ບາງຄົນຈະຂີ່ເຮືອຂ້າມທະເລ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 417](https://lo.kingdomsalvation.org/videos/entry-into-life-excerpt-417.html) - ເຮົາຈະເຂົ້າສູ່ຄຳອະທິຖານທີ່ແທ້ຈິງແນວໃດ? ເມື່ອກຳລັງອະທິຖານ, ເຈົ້າຕ້ອງມີຫົວໃຈທີ່ສະຫງົບງຽບຕໍ່ໜ້າພຣະເຈົ້າ ແລະ ເຈົ້າຕ້ອງມີຫົວໃຈທີ່ຈິງໃຈ. ເຈົ້າກຳລັງສື່ສານ ແລະ ອະທິຖານກັບພຣະເຈົ້າຢ່າງແທ້ຈິງ, ເຈົ້າຕ້ອງບໍ່ພະຍາຍາມຊັກຈູງພຣະເຈົ້າດ້ວຍຄໍາເວົ້າທີ່ຈົບງາມ. ຄໍາອະທິຖານຄວນສຸ່ມໃສ່ສິ່ງທີ່ພຣະເຈົ້າປາຖະໜາຈະບັນລຸຜົນໃນຕອນນີ້. ຂໍໃຫ້ພຣະເຈົ້າມອບຄວາມສະຫວ່າງ ແລະ ແສງເຍືອງທາງທີ່ຍິ່ງໃຫຍ່ໃຫ້ແກ່ເຈົ້າ, ນໍາເອົາສະພາວະຕົວຈິງຂອງເຈົ້າ ແລະ ບັນຫາຂອງເຈົ້າມາຢູ່ຕໍ່ໜ້າຂອງພຣະອົງ ເມື່ອເຈົ້າອະທິຖານ ເຊິ່ງລວມເຖິງຄວາມຕັ້ງໃຈທີ່ເຈົ້າມີຕໍ່ໜ້າພຣະເຈົ້າ. ຄຳອະທິຖານບໍ່ໄດ້ກ່ຽວຂ້ອງກັບການປະຕິບັດຕາມຂະບວນການ; ມັນກ່ຽວກັບການສະແຫວງຫາພຣະເຈົ້າດ້ວຍຫົວໃຈທີ່ຈິງໃຈ. ຂໍພຣະເຈົ້າປົກປ້ອງຫົວໃຈຂອງເຈົ້າ, ເພື່ອວ່າຫົວໃຈຂອງເຈົ້າອາດສະຫງົບລົງຕໍ່ໜ້າພຣະອົງຢູ່ເລື້ອຍໆ; ເພື່ອວ່າໃນສະພາບແວດລ້ອມທີ່ພຣະອົງໄດ້ຈັດວາງເຈົ້າ, ເຈົ້າຈະຮູ້ຈັກຕົນເອງ, ກຽດຊັງຕົນເອງ ແລະ ກະບົດຕໍ່ຕົນເອງ ແລ້ວປ່ອຍໃຫ້ເຈົ້າມີຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ ແລະ ກາຍມາເປັນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ແມ່ນຫຍັງຄືຄວາມໝາຍຂອງຄຳອະທິຖານ? ຄຳອະທິຖານແມ່ນໜຶ່ງໃນວິທີທີ່ມະນຸດຮ່ວມມືກັບພຣະເຈົ້າ, ມັນເປັນວິທີການທີ່ມະນຸດເອີ້ນຫາພຣະເຈົ້າ ແລະ ມັນເປັນຂະບວນການທີີ່ມະນຸດຖືກດົນບັນດານໂດຍພຣະວິນຍານຂອງພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ຄົນທີ່ບໍ່ມີຄຳອະທິຖານແມ່ນຄົນຕາຍທີ່ບໍ່ມີຈິດວິນຍານ ເຊິ່ງພິສູດວ່າພວກເຂົາຂາດຄວາມສາມາດທີ່ຈະຖືກດົນບັນດານໂດຍພຣະເຈົ້າ. ຖ້າບໍ່ມີຄຳອະທິຖານ, ມັນຈະເປັນໄປບໍ່ໄດ້ທີ່ຈະມີຊີວິດຝ່າຍວິນຍານທີ່ປົກກະຕິ, ແຮງໄກທີ່ຕາມທັນພາລະກິດຂອງພຣະວິນຍານບໍລິສຸດ. ການທີ່ມີຊີວິດຢູ່ໂດຍບໍ່ມີຄຳອະທິຖານຄືການທຳລາຍຄວາມສຳພັນຂອງຄົນໆໜຶ່ງກັບພຣະເຈົ້າ ແລະ ມັນຈະເປັນໄປບໍ່ໄດ້ທີ່ຈະໄດ້ຮັບຄຳຍົກຍ້ອງຈາກພຣະເຈົ້າ. ໃນຖານະຜູ້ເຊື່ອໃນພຣະເຈົ້າ, ຍິ່ງຄົນໆໜຶ່ງອະທິຖານຫຼາຍສໍ່າໃດ ນັ້ນກໍ່ຄື ຍິ່ງຄົນໆໜຶ່ງຖືກດົນບັນດານໂດຍພຣະເຈົ້າຫຼາຍສໍ່າໃດ, ຄົນໆນັ້ນກໍ່ຍິ່ງເຕັມໄປດ້ວຍຄວາມຕັ້ງໃຈຫຼາຍສໍ່ານັ້ນ ແລະ ຄົນໆນັ້ນກໍ່ຍິ່ງສາມາດຮັບເອົາແສງສະຫວ່າງໃໝ່ສຸດຈາກພຣະເຈົ້າໄດ້ດີຍິ່ງຂຶ້ນສໍ່ານັ້ນ. ຜົນຕາມມາກໍ່ຄື ມີພຽງຄົນປະເພດນີ້ເທົ່ານັ້ນສາມາດຖືກເຮັດໃຫ້ສົມບູນໂດຍພຣະວິນຍານບໍລິສຸດໄດ້ໄວຫຼາຍຂຶ້ນເທົ່າທີ່ຈະໄວໄດ້. ຄຳອະທິຖານມຸ່ງໝາຍທີ່ຈະຮັບຜົນຫຍັງ? ຜູ້ຄົນອາດສາມາດປະຕິບັດການອະທິຖານ
- [ວິດີໂອເພງປະສານສຽງ | ຈຸດເດັ່ນ ທຸກຄົນໄດ້ຮັບການດົນໃຈຈາກພຣະເຈົ້າ (ໄຮໄລ້)](https://lo.kingdomsalvation.org/videos/all-peoples-are-aroused-by-God.html) - ເພງແຫ່ງອານາຈັກທີ່ຕື່ນເຕັ້ນຕັນໃຈໄດ້ດັງຂຶ້ນ ເຊິ່ງປະກາດການມາເຖິງຂອງພຣະເຈົ້າທ່າມກາງມະນຸດແກ່ຈັກກະວານທັງປວງ! ອານາຈັກຂອງພຣະເຈົ້າໄດ້ມາເຖິງແລ້ວ! ທຸກຄົນຮ້ອງໂຮ, ທຸກສິ່ງຍິນດີ! ທຸກສິ່ງທົ່ວທັງສະຫວັນເຕັມໄປດ້ວຍຄວາມມ່ວນຊື່ນ. ແມ່ນຫຍັງຄືເຫດການແຫ່ງຄວາມປິຕິຍິນດີທີ່ຈັບໃຈແບບນີ້? ທ່າມກາງມະນຸດ, ແມ່ນໃຜທີ່ດຳລົງຊີວິດຢູ່ໃນຄວາມເຈັບປວດ ແລະ ໄດ້ອົດກັ້ນກັບຄວາມເສື່ອມຊາມຂອງຊາຕານເປັນເວລາຫຼາຍພັນປີ ຜູ້ທີ່ບໍ່ປາຖະໜາ, ບໍ່ໃຝ່ຝັນຫາການມາເຖິງຂອງພຣະເຈົ້າ? ມີຜູ້ເຊື່ອ ແລະ ຜູ້ຕິດຕາມຂອງພຣະເຈົ້າຈັກຄົນໃນຍຸກຕ່າງໆ ທີ່ໄດ້ອົດກັ້ນຕໍ່ການທົນທຸກ ແລະ ຄວາມລໍາບາກ, ການຂົມເຫັງ ແລະ ຄວາມແຕກແຍກ ພາຍໃຕ້ອິດທິພົນຂອງຊາຕານ? ແມ່ນໃຜແດ່ທີ່ບໍ່ຫວັງໃຫ້ອານາຈັກຂອງພຣະເຈົ້າມາໄວໆນີ້? ເມື່ອໄດ້ຊີມລົດຊາດແຫ່ງຄວາມສຸກ ແລະ ຄວາມໂສກເສົ້າຂອງຄວາມເປັນມະນຸດ, ມີມະນຸດຊາດຄົນໃດແດ່ທີ່ບໍ່ປາຖະໜາຫາຄວາມຈິງ ແລະ ຄວາມຊອບທຳເພື່ອມີອຳນາດທ່າມກາງມະນຸດ? ເມື່ອອານາຈັກຂອງພຣະເຈົ້າມາເຖິງ, ມື້ທີ່ປະຊາຊາດ ແລະ ທຸກຄົນລໍຄອຍຢ່າງເອົາເປັນເອົາຕາຍກໍຈະມາເຖິງໃນທີ່ສຸດ! ໃນເວລານີ້, ແມ່ນຫຍັງຈະເປັນເຫດການທ່າມກາງທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ? ຊີວິດໃນອານາຈັກຈະສວຍງາມພຽງໃດ? ຍ້ອນ “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ”, ຄຳອະທິຖານແຫ່ງພັນປີຈະກາຍເປັນຈິງ! ບາງເນື້ອຫາໃນວິດີໂອນີ້ມາຈາກ: https://www.holyspiritspeaks.org/special-topic/kingdom-has-descended-on-the-world/copyright_en.html
- [ວິດີໂອເພງປະສານສຽງ | ພາບໃຫ້ຫຼຽວເບິ່ງຫຼັງຈາກໄພພິບັດ (ໄຮໄລ້)](https://lo.kingdomsalvation.org/videos/new-heaven-and-earth-after-disaster.html) - ເພງແຫ່ງອານາຈັກທີ່ຕື່ນເຕັ້ນຕັນໃຈໄດ້ດັງຂຶ້ນ ເຊິ່ງປະກາດການມາເຖິງຂອງພຣະເຈົ້າທ່າມກາງມະນຸດແກ່ຈັກກະວານທັງປວງ! ອານາຈັກຂອງພຣະເຈົ້າໄດ້ມາເຖິງແລ້ວ! ທຸກຄົນຮ້ອງໂຮ, ທຸກສິ່ງຍິນດີ! ທຸກສິ່ງທົ່ວທັງສະຫວັນເຕັມໄປດ້ວຍຄວາມມ່ວນຊື່ນ. ແມ່ນຫຍັງຄືເຫດການແຫ່ງຄວາມປິຕິຍິນດີທີ່ຈັບໃຈແບບນີ້? ທ່າມກາງມະນຸດ, ແມ່ນໃຜທີ່ດຳລົງຊີວິດຢູ່ໃນຄວາມເຈັບປວດ ແລະ ໄດ້ອົດກັ້ນກັບຄວາມເສື່ອມຊາມຂອງຊາຕານເປັນເວລາຫຼາຍພັນປີ ຜູ້ທີ່ບໍ່ປາຖະໜາ, ບໍ່ໃຝ່ຝັນຫາການມາເຖິງຂອງພຣະເຈົ້າ? ມີຜູ້ເຊື່ອ ແລະ ຜູ້ຕິດຕາມຂອງພຣະເຈົ້າຈັກຄົນໃນຍຸກຕ່າງໆ ທີ່ໄດ້ອົດກັ້ນຕໍ່ການທົນທຸກ ແລະ ຄວາມລໍາບາກ, ການຂົມເຫັງ ແລະ ຄວາມແຕກແຍກ ພາຍໃຕ້ອິດທິພົນຂອງຊາຕານ? ແມ່ນໃຜແດ່ທີ່ບໍ່ຫວັງໃຫ້ອານາຈັກຂອງພຣະເຈົ້າມາໄວໆນີ້? ເມື່ອໄດ້ຊີມລົດຊາດແຫ່ງຄວາມສຸກ ແລະ ຄວາມໂສກເສົ້າຂອງຄວາມເປັນມະນຸດ, ມີມະນຸດຊາດຄົນໃດແດ່ທີ່ບໍ່ປາຖະໜາຫາຄວາມຈິງ ແລະ ຄວາມຊອບທຳເພື່ອມີອຳນາດທ່າມກາງມະນຸດ? ເມື່ອອານາຈັກຂອງພຣະເຈົ້າມາເຖິງ, ມື້ທີ່ປະຊາຊາດ ແລະ ທຸກຄົນລໍຄອຍຢ່າງເອົາເປັນເອົາຕາຍກໍຈະມາເຖິງໃນທີ່ສຸດ! ໃນເວລານີ້, ແມ່ນຫຍັງຈະເປັນເຫດການທ່າມກາງທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ? ຊີວິດໃນອານາຈັກຈະສວຍງາມພຽງໃດ? ຍ້ອນ “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ”, ຄຳອະທິຖານແຫ່ງພັນປີຈະກາຍເປັນຈິງ! ບາງເນື້ອຫາໃນວິດີໂອນີ້ມາຈາກ: https://www.holyspiritspeaks.org/special-topic/kingdom-has-descended-on-the-world/copyright_en.html
- [ວິດີໂອເພງປະສານສຽງ | ຄວາມຫວັງແຫ່ງພັນປີໄດ້ຖືກເຮັດໃຫ້ເປັນຈິງໃນທີ່ສຸດ (ໄຮໄລ້)](https://lo.kingdomsalvation.org/videos/hope-of-millennia-is-finally-realized.html) - ເພງແຫ່ງອານາຈັກທີ່ຕື່ນເຕັ້ນຕັນໃຈໄດ້ດັງຂຶ້ນ ເຊິ່ງປະກາດການມາເຖິງຂອງພຣະເຈົ້າທ່າມກາງມະນຸດແກ່ຈັກກະວານທັງປວງ! ອານາຈັກຂອງພຣະເຈົ້າໄດ້ມາເຖິງແລ້ວ! ທຸກຄົນຮ້ອງໂຮ, ທຸກສິ່ງຍິນດີ! ທຸກສິ່ງທົ່ວທັງສະຫວັນເຕັມໄປດ້ວຍຄວາມມ່ວນຊື່ນ. ແມ່ນຫຍັງຄືເຫດການແຫ່ງຄວາມປິຕິຍິນດີທີ່ຈັບໃຈແບບນີ້? ທ່າມກາງມະນຸດ, ແມ່ນໃຜທີ່ດຳລົງຊີວິດຢູ່ໃນຄວາມເຈັບປວດ ແລະ ໄດ້ອົດກັ້ນກັບຄວາມເສື່ອມຊາມຂອງຊາຕານເປັນເວລາຫຼາຍພັນປີ ຜູ້ທີ່ບໍ່ປາຖະໜາ, ບໍ່ໃຝ່ຝັນຫາການມາເຖິງຂອງພຣະເຈົ້າ? ມີຜູ້ເຊື່ອ ແລະ ຜູ້ຕິດຕາມຂອງພຣະເຈົ້າຈັກຄົນໃນຍຸກຕ່າງໆ ທີ່ໄດ້ອົດກັ້ນຕໍ່ການທົນທຸກ ແລະ ຄວາມລໍາບາກ, ການຂົມເຫັງ ແລະ ຄວາມແຕກແຍກ ພາຍໃຕ້ອິດທິພົນຂອງຊາຕານ? ແມ່ນໃຜແດ່ທີ່ບໍ່ຫວັງໃຫ້ອານາຈັກຂອງພຣະເຈົ້າມາໄວໆນີ້? ເມື່ອໄດ້ຊີມລົດຊາດແຫ່ງຄວາມສຸກ ແລະ ຄວາມໂສກເສົ້າຂອງຄວາມເປັນມະນຸດ, ມີມະນຸດຊາດຄົນໃດແດ່ທີ່ບໍ່ປາຖະໜາຫາຄວາມຈິງ ແລະ ຄວາມຊອບທຳເພື່ອມີອຳນາດທ່າມກາງມະນຸດ? ເມື່ອອານາຈັກຂອງພຣະເຈົ້າມາເຖິງ, ມື້ທີ່ປະຊາຊາດ ແລະ ທຸກຄົນລໍຄອຍຢ່າງເອົາເປັນເອົາຕາຍກໍຈະມາເຖິງໃນທີ່ສຸດ! ໃນເວລານີ້, ແມ່ນຫຍັງຈະເປັນເຫດການທ່າມກາງທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ? ຊີວິດໃນອານາຈັກຈະສວຍງາມພຽງໃດ? ຍ້ອນ “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ”, ຄຳອະທິຖານແຫ່ງພັນປີຈະກາຍເປັນຈິງ! ບາງເນື້ອຫາໃນວິດີໂອນີ້ມາຈາກ: https://www.holyspiritspeaks.org/special-topic/kingdom-has-descended-on-the-world/copyright_en.html
- [ວິດີໂອເພງປະສານສຽງ | ຈຸດເດັ່ນ ການສະເຫຼີມສະຫຼອງການມາເຖິງຂອງພຣະເຈົ້າ (ໄຮໄລ້)](https://lo.kingdomsalvation.org/videos/celebrating-the-coming-of-God.html) - ເພງແຫ່ງອານາຈັກທີ່ຕື່ນເຕັ້ນຕັນໃຈໄດ້ດັງຂຶ້ນ ເຊິ່ງປະກາດການມາເຖິງຂອງພຣະເຈົ້າທ່າມກາງມະນຸດແກ່ຈັກກະວານທັງປວງ! ອານາຈັກຂອງພຣະເຈົ້າໄດ້ມາເຖິງແລ້ວ! ທຸກຄົນຮ້ອງໂຮ, ທຸກສິ່ງຍິນດີ! ທຸກສິ່ງທົ່ວທັງສະຫວັນເຕັມໄປດ້ວຍຄວາມມ່ວນຊື່ນ. ແມ່ນຫຍັງຄືເຫດການແຫ່ງຄວາມປິຕິຍິນດີທີ່ຈັບໃຈແບບນີ້? ທ່າມກາງມະນຸດ, ແມ່ນໃຜທີ່ດຳລົງຊີວິດຢູ່ໃນຄວາມເຈັບປວດ ແລະ ໄດ້ອົດກັ້ນກັບຄວາມເສື່ອມຊາມຂອງຊາຕານເປັນເວລາຫຼາຍພັນປີ ຜູ້ທີ່ບໍ່ປາຖະໜາ, ບໍ່ໃຝ່ຝັນຫາການມາເຖິງຂອງພຣະເຈົ້າ? ມີຜູ້ເຊື່ອ ແລະ ຜູ້ຕິດຕາມຂອງພຣະເຈົ້າຈັກຄົນໃນຍຸກຕ່າງໆ ທີ່ໄດ້ອົດກັ້ນຕໍ່ການທົນທຸກ ແລະ ຄວາມລໍາບາກ, ການຂົມເຫັງ ແລະ ຄວາມແຕກແຍກ ພາຍໃຕ້ອິດທິພົນຂອງຊາຕານ? ແມ່ນໃຜແດ່ທີ່ບໍ່ຫວັງໃຫ້ອານາຈັກຂອງພຣະເຈົ້າມາໄວໆນີ້? ເມື່ອໄດ້ຊີມລົດຊາດແຫ່ງຄວາມສຸກ ແລະ ຄວາມໂສກເສົ້າຂອງຄວາມເປັນມະນຸດ, ມີມະນຸດຊາດຄົນໃດແດ່ທີ່ບໍ່ປາຖະໜາຫາຄວາມຈິງ ແລະ ຄວາມຊອບທຳເພື່ອມີອຳນາດທ່າມກາງມະນຸດ? ເມື່ອອານາຈັກຂອງພຣະເຈົ້າມາເຖິງ, ມື້ທີ່ປະຊາຊາດ ແລະ ທຸກຄົນລໍຄອຍຢ່າງເອົາເປັນເອົາຕາຍກໍຈະມາເຖິງໃນທີ່ສຸດ! ໃນເວລານີ້, ແມ່ນຫຍັງຈະເປັນເຫດການທ່າມກາງທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ? ຊີວິດໃນອານາຈັກຈະສວຍງາມພຽງໃດ? ຍ້ອນ “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ”, ຄຳອະທິຖານແຫ່ງພັນປີຈະກາຍເປັນຈິງ! ບາງເນື້ອຫາໃນວິດີໂອນີ້ມາຈາກ: https://www.holyspiritspeaks.org/special-topic/kingdom-has-descended-on-the-world/copyright_en.html
- [ວິດີໂອເພງປະສານສຽງ | ຈຸດເດັ່ນ ການສະຫຼອງແຫ່ງອານາຈັກ (ໄຮໄລ້)](https://lo.kingdomsalvation.org/videos/kingdom-descends-upon-the-world-highlights-1.html) - ເພງແຫ່ງອານາຈັກທີ່ຕື່ນເຕັ້ນຕັນໃຈໄດ້ດັງຂຶ້ນ ເຊິ່ງປະກາດການມາເຖິງຂອງພຣະເຈົ້າທ່າມກາງມະນຸດແກ່ຈັກກະວານທັງປວງ! ອານາຈັກຂອງພຣະເຈົ້າໄດ້ມາເຖິງແລ້ວ! ທຸກຄົນຮ້ອງໂຮ, ທຸກສິ່ງຍິນດີ! ທຸກສິ່ງທົ່ວທັງສະຫວັນເຕັມໄປດ້ວຍຄວາມມ່ວນຊື່ນ. ແມ່ນຫຍັງຄືເຫດການແຫ່ງຄວາມປິຕິຍິນດີທີ່ຈັບໃຈແບບນີ້? ທ່າມກາງມະນຸດ, ແມ່ນໃຜທີ່ດຳລົງຊີວິດຢູ່ໃນຄວາມເຈັບປວດ ແລະ ໄດ້ອົດກັ້ນກັບຄວາມເສື່ອມຊາມຂອງຊາຕານເປັນເວລາຫຼາຍພັນປີ ຜູ້ທີ່ບໍ່ປາຖະໜາ, ບໍ່ໃຝ່ຝັນຫາການມາເຖິງຂອງພຣະເຈົ້າ? ມີຜູ້ເຊື່ອ ແລະ ຜູ້ຕິດຕາມຂອງພຣະເຈົ້າຈັກຄົນໃນຍຸກຕ່າງໆ ທີ່ໄດ້ອົດກັ້ນຕໍ່ການທົນທຸກ ແລະ ຄວາມລໍາບາກ, ການຂົມເຫັງ ແລະ ຄວາມແຕກແຍກ ພາຍໃຕ້ອິດທິພົນຂອງຊາຕານ? ແມ່ນໃຜແດ່ທີ່ບໍ່ຫວັງໃຫ້ອານາຈັກຂອງພຣະເຈົ້າມາໄວໆນີ້? ເມື່ອໄດ້ຊີມລົດຊາດແຫ່ງຄວາມສຸກ ແລະ ຄວາມໂສກເສົ້າຂອງຄວາມເປັນມະນຸດ, ມີມະນຸດຊາດຄົນໃດແດ່ທີ່ບໍ່ປາຖະໜາຫາຄວາມຈິງ ແລະ ຄວາມຊອບທຳເພື່ອມີອຳນາດທ່າມກາງມະນຸດ? ເມື່ອອານາຈັກຂອງພຣະເຈົ້າມາເຖິງ, ມື້ທີ່ປະຊາຊາດ ແລະ ທຸກຄົນລໍຄອຍຢ່າງເອົາເປັນເອົາຕາຍກໍຈະມາເຖິງໃນທີ່ສຸດ! ໃນເວລານີ້, ແມ່ນຫຍັງຈະເປັນເຫດການທ່າມກາງທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ? ຊີວິດໃນອານາຈັກຈະສວຍງາມພຽງໃດ? ຍ້ອນ “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ”, ຄຳອະທິຖານແຫ່ງພັນປີຈະກາຍເປັນຈິງ! ບາງເນື້ອຫາໃນວິດີໂອນີ້ມາຈາກ: https://www.holyspiritspeaks.org/special-topic/kingdom-has-descended-on-the-world/copyright_en.html
- [ละครเพลงคริสเตียน "ทุกประเทศล้วนนมัสการพระเจ้าผู้ทรงมหิทธิฤทธิ์"](https://lo.kingdomsalvation.org/videos/gospel-choir-episode-19.html) - ภายใต้ท้องฟ้ายามค่ำคืนอันเต็มไปด้วยดวงดาว เงียบสงบ และสันติสุข คริสเตียนกลุ่มหนึ่งที่กำลังรอคอยการทรงกลับมาของพระผู้ช่วยให้รอดอย่างจริงจังจริงใจ ขับร้องและเต้นรำไปกับเสียงเพลงอันเบิกบานใจ เมื่อพวกเขาได้ยินข่าวอันน่าชื่นบานยินดีว่า "พระเจ้าได้เสด็จกลับมาแล้วสินะ" และ "พระเจ้าได้ดำรัสพระวจนะใหม่ๆ" พวกเขาก็ประหลาดใจและตื่นเต้น พวกเขาคิดว่า "พระเจ้าได้เสด็จกลับมาแล้วเหรอ? พระองค์ได้ทรงปรากฏแล้วเหรอ?" ด้วยความอยากรู้อยากเห็นและความไม่แน่นอน พวกเขาก้าวเข้าสู่การเดินทางแห่งการแสวงหาพระวจนะใหม่ๆ ของพระเจ้าทีละคน ในการแสวงหาอันลำบากแสนเข็ญของพวกเขา ผู้คนบางคนกำลังตั้งคำถามในขณะที่ผู้อื่นเพียงยอมรับการนั้น ผู้คนบางคนเฝ้ามองโดยไม่มีความเห็น ในขณะที่ผู้อื่นให้คำแนะนำและค้นหาคำตอบในพระคัมภีร์—พวกเขามองแต่ในที่สุดการนั้นก็ไร้ผล… พอดีกับที่พวกเขากลับกลายเป็นท้อแท้ พยานคนหนึ่งนำพระคัมภีร์ของยุคแห่งราชอาณาจักรเล่มหนึ่งมาสู่พวกเขา และพวกเขาก็มีความสนใจพระวจนะในหนังสือเล่มนั้นอย่างลึกซึ้ง จริงๆ แล้วนี่คือหนังสือประเภทใดกัน? อันที่จริงแล้วพวกเขาพบพระวจนะใหม่ๆ ที่พระเจ้าได้ดำรัสในหนังสือเล่มนั้นหรือไม่? พวกเขาได้ต้อนรับการทรงปรากฏของพระเจ้าหรือไม่? ทุกประเทศล้วนนมัสการพระเจ้าผู้ทรงมหิทธิฤทธิ์ 1. ในคราวนี้ พระเจ้าเสด็จมาทรงพระราชกิจไม่ใช่ในกายจิตวิญญาณ แต่ในกายที่ธรรมดาสามัญมาก ยิ่งไปกว่านั้น กายนี้ไม่เพียงแต่เป็นพระวรกายในการจุติเป็นมนุษย์ครั้งที่สองของพระเจ้าเท่านั้น แต่ยังเป็นพระวรกายที่พระเจ้าทรงกลับคืนสู่เนื้อหนังด้วยเช่นกัน เป็นมนุษย์คนหนึ่งซึ่งธรรมดาสามัญมาก เจ้าไม่สามารถมองเห็นสิ่งใดที่ทำให้พระองค์โดดเด่นออกมาจากผู้อื่น แต่เจ้าสามารถได้รับความจริงซึ่งไม่เคยได้ยินมาก่อนจากพระองค์ได้ เนื้อหนังซึ่งไร้นัยสำคัญนี้คือสิ่งที่พระวจนะแห่งความจริงทั้งหมดจากพระเจ้าจำแลงร่างขึ้นมาดำเนินพระราชกิจของพระเจ้าในยุคสุดท้าย และแสดงพระอุปนิสัยทั้งหมดของพระเจ้าให้มนุษย์เข้าใจ เจ้าไม่อยากอย่างใหญ่หลวงที่จะมองเห็นพระเจ้าในสวรรค์หรอกหรือ? เจ้าไม่อยากอย่างใหญ่หลวงที่จะเข้าใจพระเจ้าในสวรรค์หรอกหรือ? เจ้าไม่อยากอย่างใหญ่หลวงที่จะมองเห็นบั้นปลายของมวลมนุษย์หรอกหรือ? พระองค์จะทรงบอกความลับเหล่านี้ทั้งหมดแก่เจ้า—ความลับที่ไม่เคยมีมนุษย์คนใดสามารถบอกเจ้าได้ และพระองค์จะทรงบอกกับเจ้าเช่นกันถึงความจริงที่เจ้านั้นไม่เข้าใจ พระองค์ทรงเป็นประตูของเจ้าที่จะเข้าไปสู่ราชอาณาจักร และเป็นผู้นำเจ้าเข้าไปสู่ยุคใหม่ 2. มนุษย์ที่ธรรมดาสามัญเช่นนั้นถือครองความล้ำลึกอันมิอาจหยั่งลึกได้อยู่มากมาย กิจการของพระองค์อาจมิอาจพิเคราะห์ได้สำหรับเจ้า แต่เป้าหมายโดยครบถ้วนบริบูรณ์ของพระราชกิจที่พระองค์ทรงปฏิบัตินั้นเพียงพอที่จะเปิดโอกาสให้เจ้ามองเห็นว่าพระองค์มิใช่มนุษย์ธรรมดาคนหนึ่งอย่างที่ผู้คนเชื่อ เพราะพระองค์เป็นตัวแทนน้ำพระทัยของพระเจ้าและความใส่ใจที่พระเจ้าทรงแสดงต่อมวลมนุษย์ในยุคสุดท้าย แม้เจ้าจะไม่สามารถได้ยินพระวจนะของพระองค์ที่ดูเหมือนจะสั่นสะเทือนฟ้าสวรรค์และแผ่นดินโลกโลก หรือมองเห็นพระเนตรของพระองค์ประหนึ่งเปลวเพลิงอันลุกโชน
- [ຮູບເງົາຂອງຊາວຄຣິດ “ລູກເອີຍ, ກັບເຮືອນເທາະ” ເລື່ອງລາວແທ້ຈິງຂອງເດັກຊາຍທີ່ມາຫາພຣະເຈົ້າ](https://lo.kingdomsalvation.org/videos/child-go-home-movie.html) - ລີ ຊິນກວງ ເປັນນັກຮຽນໃນໂຮງຮຽນມັດທະຍົມຕອນປາຍ. ລາວເປັນເດັກນ້ອຍທີ່ມີເຫດຜົນ ແລະ ປະພຶດຕົວດີຕັ້ງແຕ່ລາວຍັງນ້ອຍ. ພໍ່ແມ່ຂອງລາວ ແລະ ຄູອາຈານຂອງລາວກໍມັກລາວຫຼາຍ. ໃນຂະນະທີ່ໄປໂຮງຮຽນມັດທະຍົມຕອນກາງ, ລາວກໍຫຼົງໄຫຼກັບເກມຄອມພິວເຕີໃນອິນເຕີເນັດ. ລາວຈະຂາດຮຽນຢູ່ເລື້ອຍໆເພື່ອໄປຮ້ານອິນເຕີເນັດ. ພໍ່ແມ່ຂອງລາວເຮັດສຸດຄວາມສາມາດຂອງພວກເຂົາເພື່ອຊ່ວຍໃຫ້ລາວເຊົາຈາກການຕິດເກມຂອງລາວ. ໃນທີ່ສຸດ, ອາການຕິດເກມຂອງ ລີ ຊິນກວງ ກໍຮຸນແຮງຂຶ້ນເລື້ອຍໆ. ລາວສິ້ນຫວັງ ແລະ ປ່ຽນເປັນເດັກນ້ອຍທີ່ສ້າງບັນຫາຢ່າງຊ້າໆ... ເມື່ອພໍ່ແມ່ຂອງ ລີ ຊິນກວງ ຮູ້ສຶກວ່າພວກເຂົາເປັນທຸກໃຈຫຼາຍ, ພວກເຂົາກໍໄດ້ຍິນວ່າພຣະເຈົ້າສາມາດຊ່ວຍຜູ້ຄົນໄດ້, ຊ່ວຍໃຫ້ພວກເຂົາເປັນອິດສະຫຼະຈາກອາການຕິດເກມຂອງພວກເຂົາ ແລະ ເປັນອິດສະຫຼະຈາກຄວາມເສື່ອມຊາມຂອງຊາຕານ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງຕັດສິນໃຈທີ່ຈະເຊື່ອໃນພຣະເຈົ້າ ແລະ ຫຼຽວໄປເບິ່ງພຣະເຈົ້າເພື່ອໃຫ້ຊ່ວຍລູກຊາຍຂອງພວກເຂົາ. ຈາກພຣະທຳຂອງພຣະເຈົ້າ, ພວກເຂົາໄດ້ເຂົ້າໃຈແຫຼ່ງທີ່ມາຂອງຄວາມເສື່ອມຊາມ ແລະ ຄວາມສິ້ນຫວັງຂອງມະນຸດຊາດ. ພວກເຂົາເຫັນເຖິງຄວາມຈິງໃນຄວາມມືດມົວຂອງມະນຸດ ແລະ ສິ່ງຊົ່ວຮ້າຍ ແລະ ພວກເຂົາເຂົ້າໃຈວ່າມີພຽງແຕ່ພຣະເຈົ້າທີ່ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ເຮັດໃຫ້ພວກເຂົາເປັນອິດສະຫຼະຈາກຄວາມເສື່ອມຊາມ ແລະ ຄວາມເຈັບປວດຂອງຊາຕານ. ສິ່ງດຽວທີ່ ຊິນກວງ ຕ້ອງເຮັດດກໍຄືການເຊື່ອໃນພຣະເຈົ້າ ແລະ ເຂົ້າໃຈຄວາມຈິງ ແລະ ລາວຈະສາມາດເປັນອິດສະຫຼະຈາກອາການຕິດເກມຂອງລາວ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງເຜີຍແຜ່ຂ່າວປະເສີດໃຫ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 469](https://lo.kingdomsalvation.org/videos/entry-into-life-excerpt-469.html) - ຖ້າຄົນບໍ່ມີຄວາມໝັ້ນໃຈໃດໆ, ມັນບໍ່ງ່າຍເລີຍສໍາລັບພວກເຂົາທີ່ຈະຍ່າງໄປຕາມເສັ້ນທາງນີ້. ປັດຈຸບັນນີ້ ທຸກຄົນສາມາດເຫັນໄດ້ວ່າພາລະກິດຂອງພຣະເຈົ້າບໍ່ໄດ້ສອດຄ່ອງກັບແນວຄິດຂອງຄົນ. ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງ ແລະ ໄດ້ກ່າວຫຼາຍຄໍາ, ເຊິ່ງມັນກໍບໍ່ສອດຄ່ອງກັບແນວຄິດຂອງມະນຸດຢ່າງສົມບູນ. ດັ່ງນັ້ນ, ຜູ້ຄົນຕ້ອງມີຄວາມໝັ້ນໃຈ ແລະ ຄວາມມຸ້ງໝັ້ນປາດຖະໜາເພື່ອສາມາດຍຶດໝັ້ນໃນສິ່ງທີ່ພວກເຂົາໄດ້ເຫັນ ແລະ ສິ່ງທີ່ພວກເຂົາໄດ້ຮັບຈາກປະສົບການຂອງພວກເຂົາ. ບໍ່ວ່າພຣະເຈົ້າກະທຳສິ່ງໃດໃນຄົນ, ພວກເຂົາຕ້ອງຮັກສາສິ່ງທີ່ຕົວພວກເຂົາເອງມີຢູ່ນັ້ນໄວ້, ມີຄວາມຈິງໃຈຕໍ່ໜ້າພຣະເຈົ້າ ແລະ ຈົງຮັກພັກດີຕໍ່ພຣະອົງຈົນເຖິງທີ່ສຸດ. ນີ້ແມ່ນໜ້າທີ່ຂອງມະນຸດຊາດ. ຜູ້ຄົນຕ້ອງສະໜັບສະໜູນສິ່ງທີ່ພວກເຂົາຕ້ອງເຮັດ. ການເຊື່ອໃນພຣະເຈົ້າຈໍາເປັນຕ້ອງມີ ການເຊື່ອຟັງຕໍ່ພຣະອົງ ແລະ ປະສົບກັບພາລະກິດຂອງພຣະອົງ. ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ມັນສາມາດເວົ້າໄດ້ວ່າ ສຳລັບມະນຸດ ທັງໝົດແມ່ນຄວາມສົມບູນແບບ, ການເຮັດໃຫ້ບໍລິສຸດ ແລະ ຍິ່ງໄປກວ່ານັ້ນ, ມັນແມ່ນການຕິສອນ. ບໍ່ເຄີຍມີແມ່ນແຕ່ຂັ້ນຕອນດຽວແຫ່ງພາລະກິດຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດຂອງມະນຸດ; ສິ່ງທີ່ມະນຸດໄດ້ຊື່ນຊົມແມ່ນພຣະທຳທີ່ຮຸນແຮງຂອງພຣະເຈົ້າ. ເມື່ອພຣະເຈົ້າມາເຖິງ, ຄົນຄວນຊື່ນຊົມຄວາມສະຫງ່າງາມ ແລະ ຄວາມໂກດຮ້າຍຂອງພຣະອົງ. ເຖິງຢ່າງໃດກໍຕາມ, ບໍ່ວ່າພຣະທຳຂອງພຣະອົງນັ້ນຮຸນແຮງພຽງໃດ, ພຣະອົງກໍມາເພື່ອຊ່ວຍມວນມະນຸດໃຫ້ລອດ ແລະ ເຮັດໃຫ້ມະນຸດສົມບູນແບບ. ໃນຖານະເປັນສິ່ງຊົງສ້າງ, ຜູ້ຄົນຄວນປະຕິບັດໃຫ້ສໍາເລັດໜ້າທີ່ທີ່ພວກເຂົາຄວນປະຕິບັດ ແລະ ຢືນເປັນພະຍານໃຫ້ແກ່ພຣະເຈົ້າຢູ່ທ່າມກາງການເຮັດໃຫ້ບໍລິສຸດ. ໃນທຸກໆການທົດລອງ ພວກເຂົາຄວນຮັກສາພະຍານທີ່ພວກເຂົາຄວນເປັນ ແລະ ເປັນພະຍານທີ່ດັງກ້ອງສະນັ່ນໃຫ້ແກ່ພຣະເຈົ້າ. ບຸກຄົນທີ່ເຮັດສິ່ງນີ້ ແມ່ນຜູ້ມີໄຊ. ບໍ່ວ່າພຣະເຈົ້າເຮັດໃຫ້ເຈົ້າບໍລິສຸດແນວໃດ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 287](https://lo.kingdomsalvation.org/videos/exposing-religious-notions-excerpt-287.html) - ຄວາມຊື່ສັດຂອງພວກເຈົ້າເປັນພຽງແຕ່ຄຳເວົ້າເທົ່ານັ້ນ ຄວາມຮູ້ຂອງພວກເຈົ້າກໍເປັນພຽງປັນຍາ ແລະ ຄວາມຄິດ, ຄວາມພະຍາຍາມຂອງພວກເຈົ້າແມ່ນເພື່ອຜົນປະໂຫຍດຂອງການໄດ້ຮັບພອນແຫ່ງສະຫວັນ ແລະ ດ້ວຍເຫດນີ້ ຄວາມເຊື່ອຂອງພວກເຈົ້າຕ້ອງເປັນໄປແບບໃດ? ແມ່ນແຕ່ໃນປັດຈຸບັນ ພວກເຈົ້າຍັງເຮັດຫູໜວກໃສ່ທຸກພຣະທຳແຫ່ງຄວາມຈິງ. ພວກເຈົ້າບໍ່ຮູ້ຈັກວ່າ ພຣະເຈົ້າແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ພຣະຄຣິດແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຄົາລົບພຣະເຢໂຮວາໄດ້ແນວໃດ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຂົ້າສູ່ພາລະກິດຂອງພຣະວິນຍານບໍລິສຸດໄດ້ແນວໃດ ແລະ ພວກເຈົ້າບໍ່ຮູ້ຈັກວ່າ ຈະຈຳແນກລະຫວ່າງພາລະກິດຂອງພຣະເຈົ້າ ແລະ ກົນອຸບາຍຂອງມະນຸດໄດ້ແນວໃດ. ເຈົ້າຮູ້ຈັກພຽງແຕ່ກ່າວຕໍານິພຣະທຳແຫ່ງຄວາມຈິງໃດໜຶ່ງທີ່ພຣະເຈົ້າກ່າວ ໂດຍບໍ່ເປັນໄປຕາມຄວາມຄິດຂອງເຈົ້າເທົ່ານັ້ນ. ຄວາມຖ່ອມຕົວຂອງເຈົ້າຢູ່ໃສ? ຄວາມເຊື່ອຟັງຂອງເຈົ້າຢູ່ໃສ? ຄວາມສັດຊື່ຂອງເຈົ້າຢູ່ໃສ? ຄວາມຕ້ອງການສະແຫວງຫາຄວາມຈິງຂອງເຈົ້າຢູ່ໃສ? ຄວາມເຄົາລົບພຣະເຈົ້າຂອງເຈົ້າຢູ່ໃສ? ເຮົາບອກພວກເຈົ້າວ່າ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າ ຍ້ອນໝາຍສໍາຄັນ ແມ່ນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຢ່າງແນ່ນອນ. ຄົນເຫຼົ່ານັ້ນທີ່ບໍ່ສາມາດຍອມຮັບພຣະທຳຂອງພຣະເຢຊູ ຜູ້ທີ່ໄດ້ກັບມາເປັນມະນຸດ ແມ່ນລູກຫຼານຂອງນະຮົກ, ຜູ້ສືບເຊື້ອສາຍຂອງອັກຄະເທວະດາ ເຊິ່ງເປັນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຕະຫຼອດໄປເປັນນິດ. ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງຜຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 140](https://lo.kingdomsalvation.org/videos/the-incarnation-excerpt-140.html) - ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ. ບໍ່ມີຫຍັງທີ່ຫຼາຍເກີນໄປກວ່າສິ່ງນີ້ ຍ້ອນພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ມີຈິດໃຈຂອງພຣະເຈົ້າ, ສະຕິປັນຍາໃນພາລະກິດຂອງພຣະອົງ ເຊິ່ງມະນຸດບໍ່ສາມາດຢັ່ງເຖິງໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິດ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຮະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິດບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ພຣະອົງຍັງເຮັດໜ້າທີ່ເປັນເນື້ອໜັງພິເສດ ໃນຂະນະທີ່ພຣະອົງປະຕິບັດ ແລະ ເຮັດໃຫ້ພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນສິ່ງທີ່ສາມາດແບກຫາບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງເຕັມທີ່ ແລະ ສຳແດງຈິດໃຈຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສະໜອງຊີວິດໃຫ້ກັບມະນຸດ. ບໍ່ໄວກໍຊ້າ ຜູ້ທີ່ປອມແປງເປັນພຣະຄຣິດເຫຼົ່ານັ້ນຈະລົ້ມລະລາຍໄປໝົດ, ເຖິງພວກເຂົາຈະອ້າງວ່າເປັນພຣະຄຣິດ ພວກເຂົາບໍ່ມີທາດແທ້ຂອງພຣະຄຣິດເລີຍ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ສາມາດອະທິບາຍຄວາມແທ້ຈິງຂອງພຣະຄຣິດໄດ້, ມີແຕ່ພຣະເຈົ້າເອງທີ່ສາມາດຕອບຄຳຖາມ ແລະ ຕັດສິນໃຈໄດ້. ດ້ວຍເຫດນີ້ ຖ້າເຈົ້າຕ້ອງການສະແຫວງຫາຫົນທາງແຫ່ງຊີວິດຢ່າງແທ້ຈິງ ເຈົ້າຕ້ອງຮັບຮູ້ມັນໂດຍການເຂົ້າມາຢູ່ເທິງແຜ່ນດິນໂລກທີ່ພຣະອົງປະທານຫົນທາງແຫ່ງຊີວິດໃຫ້ກັບມະນຸດ ແລະ ເຈົ້າຕ້ອງຮັບຮູ້ມັນວ່າ ມັນແມ່ນຍຸກສຸດທ້າຍທີ່ພຣະອົງມາເທິງແຜ່ນດິນໂລກເພື່ອປະທານຫົນທາງແຫ່ງຊີວິດໃຫ້ກັບມະນຸດ. ນີ້ບໍ່ແມ່ນອະດີດ; ມັນກຳລັງເກີດຂຶ້ນໃນປັດຈຸບັນ. ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ
- [ຮູບເງົາຂອງຊາວຄຣິດ | ພຣະສັນຕະປະປາເປັນຕົວແທນໃຫ້ພຣະເຈົ້າບໍ? ການຮັບຟັງພຣະສັນຕະປະປາຄືການຮັບຟັງພຣະເຈົ້າບໍ? (ໄຮໄລ້)](https://lo.kingdomsalvation.org/videos/feast-of-the-kingdom-of-heaven-2.html)
- [ຮູບເງົາຂອງຄຣິສຕະຈັກ | ຄົນໆໜຶ່ງຈະສາມາດຕ້ອນຮັບພຣະຜູ້ເປັນເຈົ້າໃນຄຣິສຕະຈັກອໍໂທດັອກບໍ? (ໄຮໄລ້)](https://lo.kingdomsalvation.org/videos/feast-of-the-kingdom-of-heaven-5.html)
- [ຮູບເງົາຂອງຊາວຄຣິດ | ມີພຽງແຕ່ພຣະເຈົ້າທີ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ປົດປ່ອຍພວກເຮົາຈາກຄວາມເຈັບປວດ (ໄຮໄລ້)](https://lo.kingdomsalvation.org/videos/only-God-free-us-from-pain.html) - ເປັນຫຍັງຈຶ່ງມີການທົນທຸກໃນຊີວິດຂອງມະນຸດ? ຫຼາຍຄົນດິ້ນຮົນກັບສິ່ງນີ້ ແຕ່ບໍ່ເຄີຍພົບຄຳຕອບຈັກເທື່ອ. ເຫວີນຢາ ແລະ ຄອບຄົວຂອງລາວຜະເຊີນກັບການປ່ຽນແປງທີ່ບໍ່ສາມາດຄາດການໄດ້ໃນສະຖານະການຕ່າງໆ, ຊີມລົດຊາດການປ່ຽນແປງໃນຄວາມສຳພັນຂອງມະນຸດຢ່າງສົມບູນ. ໃນທີ່ສຸດ, ພວກເຂົາພົບເຫັນຮາກຂອງການທົນທຸກໃນຊີວິດຂອງຜູ້ຄົນໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ເລີ່ມເຂົ້າໃຈກ່ຽວກັບວິທີການປະຖິ້ມຄວາມເຈັບປວດຂອງພວກເຂົາ ແລະ ບັນລຸຄວາມສຸກທີ່ແທ້ຈິງ. ບົດຄັດຫຍໍ້ທີ່ອັດສະຈັນນີ້ “ມີພຽງແຕ່ພຣະເຈົ້າທີ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ປົດປ່ອຍພວກເຮົາຈາກຄວາມເຈັບປວດ” ຈາກຮູບເງົາຊາວຄຣິດ ເຮືອນຂອງຂ້ອຍຢູ່ໃສ, ຈະຊ່ວຍໃຫ້ເຈົ້າພົບເຫັນຄຳຕອບ.
- [ຮູບເງົາຂອງຊາວຄຣິດ | ເປັນຫຍັງພຣະເຈົ້າຈຶ່ງຖືກເອີ້ນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດ ເມື່ອພຣະອົງມາໃນຍຸກສຸດທ້າຍ? (ໄຮໄລ້)](https://lo.kingdomsalvation.org/videos/feast-of-the-kingdom-of-heaven-1.html)
- [ຮູບເງົາຂອງຄຣິສຕະຈັກ | ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າເປັນພຣະເຈົ້າອົງດຽວບໍ? (ໄຮໄລ້)](https://lo.kingdomsalvation.org/videos/feast-of-the-kingdom-of-heaven-4.html)
- [ຮູບເງົາຂອງຊາວຄຣິດ | ຫຼັງຈາກທີ່ຮັບຮູ້ວ່າລູກສາວຂອງລາວມີພະຍາດມະເຮັງ (ໄຮໄລ້)](https://lo.kingdomsalvation.org/videos/growth-1.html)
- [ຮູບເງົາຂອງຊາວຄຣິດ | ພຣະເຈົ້າເຮັດພາລະກິດແຫ່ງການພິພາກສາເພື່ອຊໍາລະລ້າງມະນຸດໃນຍຸກສຸດທ້າຍໄດ້ແນວໃດ? (ໄຮໄລ້)](https://lo.kingdomsalvation.org/videos/feast-of-the-kingdom-of-heaven-3.html)
- [ຮູບເງົາຂອງຊາວຄຣິດ | ການປະຖິ້ມຊື່ສຽງ ແລະ ສະຖານະຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ (ໄຮໄລ້)](https://lo.kingdomsalvation.org/videos/reflections-on-salvation-3.html)
- [ຮູບເງົາຂອງຊາວຄຣິດ | ເສັ້ນທາງສູ່ການແຍກແຍະພຣະຄຣິດຕົວຈິງຈາກພຣະຄຣິດຕົວປອມ (ໄຮໄລ້)](https://lo.kingdomsalvation.org/videos/reflections-on-salvation-2.html)
- [ຮູບເງົາຂອງຊາວຄຣິດ | ເປັນຫຍັງພຣະເຈົ້າອົງຊົງລິດທານຸພາບສູງສຸດຈຶ່ງເປັນພຣະເຢຊູເຈົ້າທີ່ໄດ້ກັບຄືນມາ? (ໄຮໄລ້)](https://lo.kingdomsalvation.org/videos/reflections-on-salvation-1.html)
- [ຮູບເງົາຂອງຊາວຄຣິດ | ພຣະເຈົ້າເຮັດພາລະກິດແຫ່ງການພິພາກສາເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດໃຫ້ລອດພົ້ນໃນຍຸກສຸດທ້າຍແນວໃດ? (ໄຮໄລ້)](https://lo.kingdomsalvation.org/videos/reflections-on-salvation-5.html)
- [ຮູບເງົາຂອງຊາວຄຣິດ | ການສະແດງຄວາມບໍລິສຸດຜ່ານຄວາມເຊື່ອມອບທາງເຂົ້າສູ່ອານາຈັກສະຫວັນບໍ? (ໄຮໄລ້)](https://lo.kingdomsalvation.org/videos/reflections-on-salvation-4.html)
- [ຮູບເງົາຂອງຊາວຄຣິດ “ການເຕີບໃຫຍ່” ຮູບເງົາໂຄສະນາ](https://lo.kingdomsalvation.org/videos/growth-trailer.html) - ລຽງ ຊິນຈິງ ແມ່ນຄຣິດສະຕຽນທີ່ມີຊີວິດຢ່າງມີຄວາມສຸກກັບຜົວ ແລະ ລູກສາວຂອງລາວ. ແຕ່ຍ້ອນການກົດຂີ່ທີ່ບ້າປ່ວງຂອງພັກກອມມູນິດຈີນເພື່ອຂົ່ມເຫັງ ແລະ ຈັບກຸມຜູ້ເຊື່ອ, ຜົວຂອງລາວກໍ່ເລີ່ມພະຍາຍາມຂວາງທາງຄວາມເຊື່ອຂອງລາວ, ຢ້າວ່າລາວຈະຕິດຄຸກ ແລະ ດ້ວຍເຫດນັ້ນ ໂອກາດຂອງຜົວຂອງລາວທີ່ຈະຖືກເລື່ອນຕຳແໜ່ງກໍ່ຈະໄດ້ຮັບຜົນກະທົບ. ລຽງ ຊິນຈິງ ຍັງເຂັ້ມແຂງໃນຄວາມຕັ້ງໃຈຂອງລາວທີ່ຈະຕິດຕາມພຣະເຈົ້າ, ເຖິງແມ່ນວ່າຜົວຂອງລາວໄດ້ໃຊ້ຄວາມຮຸນແຮງໃສ່ລາວ ແລະ ຢືນຢັນທີ່ຈະຢ່າຮ້າງໃນທີ່ສຸດ. ບໍ່ດົນຫຼັງຈາກທີ່ພວກເຂົາຢ່າຮ້າງ, ພັກກອມມູນິດກໍ່ລິເລີ່ມການປະຕິບັດການໃນວົງກວ້າງອີກຄັ້ງ ເພື່ອຈັບກຸມຄຣິດສະຕຽນ, ບັງຄັບໃຫ້ ລຽງ ຊິນຈິງ ຫຼົບໜີອອກຈາກພື້ນທີ່. ຕຳຫຼວດ ແລະ ການປະຕິບັດການ “ແຖບແຂນເສື້ອສີແດງ” ຂອງພວກເຂົາສອບສວນ ແລະ ຂົ່ມຂູ່ລູກສາວຂອງລາວ, ຮຽກຮ້ອງທີ່ຈະຮູ້ບ່ອນຢູ່ຂອງລາວ. ໂດຍການດຳລົງຊີວິດໃນສະພາວະທີ່ຢ້ານກົວ ແລະ ວິຕົກກັງວົນຢູ່ສະເໝີ, ລູກສາວຂອງລາວມີມະເຮັງຕ່ອມນໍ້າເຫຼືອງ. ເມື່ອຫຼຽງ ຊິນຈິງ ຮູ້ກ່ຽວກັບເລື່ອງນີ້, ລາວກໍ່ຕົກລົງສູ່ສະພາວະຄວາມທຸກໃຈທີ່ໜ້າເວດທະນາ. ລາວອະທິຖານ ແລະ ເພິ່ງພາພຣະເຈົ້າແນວໃດເພື່ອຜ່ານຄວາມລຳບາກນີ້, ການທົດລອງນີ້? ລາວຮຽນຮູ້ຫຍັງຈາກມັນ? ຮັບຊົມການເຕີບໃຫຍ່ ແລະ ຊອກຫາຄຳຕອບ.
- [ຮູບເງົາຂອງຊາວຄຣິດ “ເລື່ອງລາວຂອງຂ້ອຍ, ເລື່ອງລາວຂອງພວກເຮົາ” ຮູບເງົາໂຄສະນາ](https://lo.kingdomsalvation.org/videos/my-story-our-story-trailer.html) - ຢາງຢີ ເຊິ່ງເປັນຜູ້ນໍາຄຣິສຕະຈັກ ຖືກຈັບກຸມໃນການລົນນະລົງຂະໜາດໃຫຍ່ຂອງພັກກອມມູນິດຈີນໃນຄັ້ງໜຶ່ງ ແລະ ຖືກຕັດສິນໃຫ້ຮັບໂທດສິບປີຢູ່ໃນຄຸກ. ພາຍໃຕ້ການຕິດຕາມທີ່ເຂັ້ມງວດ ແລະ ຂໍ້ກຳນົດການໃຊ້ແຮງງານແບບຂ້າທາດຈາກຜູ້ຄຸມຄຸກ, ເພິ່ນຮູ້ສຶກຫົດຫູ່ ແລະ ທໍລະມານ ແລະ ເພິ່ນປາດຖະໜາການບຳລຸງລ້ຽງຈາກພຣະທຳຂອງພຣະເຈົ້າ. ມື້ໜຶ່ງ, ອ້າຍເອື້ອຍນ້ອງຂອງເພິ່ນໄດ້ສ່ຽງເຂົ້າພົບເພິ່ນຢູ່ຄຸກ ແລະ ພວກເຂົາໄດ້ນໍາເອົາສຳເນົາພຣະທຳຂອງພຣະເຈົ້າໄປໃຫ້ເພິ່ນຢ່າງລັບໆ. ເມື່ອຢາງຢີອ່ານພຣະທຳຂອງພຣະເຈົ້າຢ່າງຫິວກະຫາຍ, ເພິ່ນໄດ້ຮັບການດົນບັນດານຢ່າງຫຼວງຫຼາຍ ແລະ ເພິ່ນໄດ້ອອກຈາກຄວາມເຈັບປວດ ແລະ ຄວາມຄິດລົບຂອງເພິ່ນ. ເມື່ອການກົດຂີ່ ແລະ ການຂົ່ມເຫັງຊາວຄຣິສຂອງພັກກອມມູນິດຈີນຮຸນແຮງຂຶ້ນ, ອ້າຍເອື້ອຍນ້ອງຂອງເພິ່ນອີກຫຼາຍຄົນກໍຖືກຂັງຄຸກພ້ອມກັບເພິ່ນ. ຢາງຢີເຫັນວ່າພວກເຂົາບາງຄົນເຈັບປ່ວຍ ແລະ ຄິດລົບເນື່ອງຈາກການທໍລະມານທີ່ພວກເຂົາຕ້ອງທົນທຸກ, ໃນຂະນະທີ່ບາງຄົນກໍຖືກບັງຄັບໂດຍຜູ້ຄຸມຄຸກໃຫ້ຂຽນ “ໜັງສືສາມສະບັບ” ເພື່ອປະຕິເສດພຣະເຈົ້າ ແລະ ຍ້ອນເຫດນີ້ ພວກເຂົາຈຶ່ງຮູ້ສຶກເສົ້າໃຈ ແລະ ຍ້ອນແຍ່ງກັບຕົນເອງ. ຫຼັງຈາກທີ່ເຫັນສິ່ງນີ້, ຢາງຢີກໍພົບໂອກາດທີ່ຈະສະໜັບສະໜູນ ແລະ ຊ່ວຍເຫຼືອອ້າຍນ້ອງຂອງເພິ່ນ ແລະ ເພິ່ນສົ່ງພຣະທຳຂອງພຣະເຈົ້າໃຫ້ກັບພວກເຂົາ. ເມື່ອອ້າຍນ້ອງຂອງເພິ່ນອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍໄດ້ຮັບການບຳລຸງລ້ຽງດ້ານວິນຍານ ແລະ ພວກເຂົາທຸກຄົນຮູ້ສຶກວ່າພຣະທຳຂອງພຣະເຈົ້າລໍ້າຄ່າຫຼາຍ, ສະນັ້ນພວກເຂົາຈຶ່ງຕັດສິນໃຈທີ່ຈະຂຽນຂໍ້ຄວາມໃນພຣະທຳຂອງພຣະເຈົ້າທີ່ພວກເຂົາຈື່ຢ່າງເປັນທຳມະຊາດ ແລະ ແບ່ງປັນພຣະທຳເຫຼົ່ານັ້ນນໍາກັນ, ເຊິ່ງເຮັດໃຫ້ອ້າຍນ້ອງອີກຫຼາຍຄົນອ່ານພຣະທຳຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເນື່ອງຈາກການຕິດຕາມສຳຫຼວດຂອງຜູ້ຄຸມຄຸກ ແລະ
- [ຮູບເງົາຂອງຊາວຄຣິດ “ມັນດີທີ່ຈະເຊື່ອໃນພຣະເຈົ້າ” ຮູບເງົາໂຄສະນາ](https://lo.kingdomsalvation.org/videos/it-s-good-to-believe-in-God-trailer.html) - ເພື່ອຫາເງິນໃຫ້ພຽງພໍທີ່ຈະດຳລົງຊີວິດທີ່ດີ, ດິງ ຣຸຍລິນ ແລະ ຜົວຂອງລາວເຮັດວຽກໜັກຢ່າງຂົມຂື່ນເພື່ອເປີດ ແລະ ດຳເນີນທຸລະກິດ. ແຕ່ເນື່ອງຈາກການຂູດຮີດ ແລະ ການຂົ່ມເຫັງຂອງລັດຖະບານພັກກອມມູນິດຈີນ, ພວກເຂົາຍັງຕິດໜີ້ຫຼາຍ ແລະ ບໍ່ມີທາງເລືອກນອກຈາກໄປເຮັດວຽກຢູ່ຕ່າງປະເທດ. ເພື່ອຫາເງິນຫຼາຍຂຶ້ນ, ດິງ ຣຸຍລິນ ເຮັດວຽກສອງບ່ອນ. ພາລະອັນໜັກໜ່ວງຈາກວຽກຂອງລາວ ແລະ ຄວາມເມີນເສີຍຂອງຜູ້ຄົນທີ່ຢູ່ອ້ອມຂ້າງລາວກໍເຮັດໃຫ້ລາວຮູ້ເຖິງຄວາມເຈັບປວດ ແລະ ຄວາມສິ້ນຫວັງໃນການດຳລົງຊີວິດເພື່ອຫາເງິນ. ໃນທ່າມກາງຄວາມເຈັບປວດ ແລະ ຄວາມສັບສົນຂອງລາວ, ລາວກໍພົບກັບເພື່ອນຮ່ວມຫ້ອງໃນໂຮງຮຽນມັດທະຍົມຕອນປາຍ ນັ້ນກໍຄື ລິນ ຊິຊິນ. ໃນການສົນທະນາຂອງພວກເຂົາ, ດິງ ຣຸຍລິນ ເຫັນວ່າ ລິນ ຊິຊິນ ໄດ້ເລີ່ມເຂົ້າໃຈຫຼາຍສິ່ງ ຍ້ອນຄວາມເຊື່ອຂອງລາວໃນພຣະເຈົ້າ. ຖ້າມີການສະຖິດຂອງພຣະເຈົ້າ, ລາວກໍຮູ້ສຶກເຖິງຄວາມສະຫງົບສຸກຝ່າຍວິນຍານ ແລະ ຄວາມສຸກ ແລະ ດຳລົງຊີວິດໃນສະພາວະທີ່ຜ່ອນຄາຍ ແລະ ງ່າຍດາຍ, ເຊິ່ງເຮັດໃຫ້ ດິງ ຣຸຍລິນ ຕ້ອງການເຊື່ອໃນພຣະເຈົ້າອີກດ້ວຍ. ໃນອີກບໍ່ດົນ, ເພື່ອຫາເງິນຫຼາຍຂຶ້ນ, ດິງ ຣຸຍລິນ ແລະ ຜົວຂອງລາວໄດ້ຊື້ຮ້ານອາຫານ,
- [ຮູບເງົາຂອງຊາວຄຣິດ “ລູກເອີຍ, ກັບເຮືອນເທາະ” ຮູບເງົາໂຄສະນາ](https://lo.kingdomsalvation.org/videos/child-go-home-trailer.html) - ລີ ຊິນກວງ ເປັນນັກຮຽນໃນໂຮງຮຽນມັດທະຍົມຕອນປາຍ. ລາວເປັນເດັກນ້ອຍທີ່ມີເຫດຜົນ ແລະ ປະພຶດຕົວດີຕັ້ງແຕ່ລາວຍັງນ້ອຍ. ພໍ່ແມ່ຂອງລາວ ແລະ ຄູອາຈານຂອງລາວກໍມັກລາວຫຼາຍ. ໃນຂະນະທີ່ໄປໂຮງຮຽນມັດທະຍົມຕອນກາງ, ລາວກໍຫຼົງໄຫຼກັບເກມຄອມພິວເຕີໃນອິນເຕີເນັດ. ລາວຈະຂາດຮຽນຢູ່ເລື້ອຍໆເພື່ອໄປຮ້ານອິນເຕີເນັດ. ພໍ່ແມ່ຂອງລາວເຮັດສຸດຄວາມສາມາດຂອງພວກເຂົາເພື່ອຊ່ວຍໃຫ້ລາວເຊົາຈາກການຕິດເກມຂອງລາວ. ໃນທີ່ສຸດ, ອາການຕິດເກມຂອງ ລີ ຊິນກວງ ກໍຮຸນແຮງຂຶ້ນເລື້ອຍໆ. ລາວສິ້ນຫວັງ ແລະ ປ່ຽນເປັນເດັກນ້ອຍທີ່ສ້າງບັນຫາຢ່າງຊ້າໆ... ເມື່ອພໍ່ແມ່ຂອງ ລີ ຊິນກວງ ຮູ້ສຶກວ່າພວກເຂົາເປັນທຸກໃຈຫຼາຍ, ພວກເຂົາກໍໄດ້ຍິນວ່າພຣະເຈົ້າສາມາດຊ່ວຍຜູ້ຄົນໄດ້, ຊ່ວຍໃຫ້ພວກເຂົາເປັນອິດສະຫຼະຈາກອາການຕິດເກມຂອງພວກເຂົາ ແລະ ເປັນອິດສະຫຼະຈາກຄວາມເສື່ອມຊາມຂອງຊາຕານ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງຕັດສິນໃຈທີ່ຈະເຊື່ອໃນພຣະເຈົ້າ ແລະ ຫຼຽວໄປເບິ່ງພຣະເຈົ້າເພື່ອໃຫ້ຊ່ວຍລູກຊາຍຂອງພວກເຂົາ. ຈາກພຣະທຳຂອງພຣະເຈົ້າ, ພວກເຂົາໄດ້ເຂົ້າໃຈແຫຼ່ງທີ່ມາຂອງຄວາມເສື່ອມຊາມ ແລະ ຄວາມສິ້ນຫວັງຂອງມະນຸດຊາດ. ພວກເຂົາເຫັນເຖິງຄວາມຈິງໃນຄວາມມືດມົວຂອງມະນຸດ ແລະ ສິ່ງຊົ່ວຮ້າຍ ແລະ ພວກເຂົາເຂົ້າໃຈວ່າມີພຽງແຕ່ພຣະເຈົ້າທີ່ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ເຮັດໃຫ້ພວກເຂົາເປັນອິດສະຫຼະຈາກຄວາມເສື່ອມຊາມ ແລະ ຄວາມເຈັບປວດຂອງຊາຕານ. ສິ່ງດຽວທີ່ ຊິນກວງ ຕ້ອງເຮັດດກໍຄືການເຊື່ອໃນພຣະເຈົ້າ ແລະ ເຂົ້າໃຈຄວາມຈິງ ແລະ ລາວຈະສາມາດເປັນອິດສະຫຼະຈາກອາການຕິດເກມຂອງລາວ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງເຜີຍແຜ່ຂ່າວປະເສີດໃຫ້
- [ຮູບເງົາຂ່າວປະເສີດ “ງານລ້ຽງສະຫຼອງໃນອານາຈັກສະຫວັນ” ຮູບເງົາໂຄສະນາ](https://lo.kingdomsalvation.org/videos/feast-of-the-kingdom-of-heaven-trailer.html) - ເສິນເມິງເດີເປັນນັກບວດກາຕໍລິກ. ເພິ່ນເຫັນວ່າໂບດກາຕໍລິກກຳລັງສິ້ນຫວັງ ແລະ ມືດມົວຂຶ້ນເລື້ອຍໆ ແລະ ແມ່ນແຕ່ບາດຫຼວງ ແລະ ນັກບວດຄົນອື່ນໆໄດ້ປະນີປະນອມກັບລັດຖະບານໂດຍເຂົ້າຮ່ວມຄຣິສຕະຈັກສາມຫຼັກການເອກກະເທດ. ສິ່ງນີ້ສ້າງຄວາມເຈັບປວດ ແລະ ຄວາມຜິດຫວັງໃຫ້ລາວແທ້ໆ. ໃນຂະນະທີ່ຊອກຫາຢູ່ບ່ອນນັ້ນບ່ອນນີ້ສຳລັບຄຣິສຕະຈັກທີ່ມີພາລະກິດຂອງພຣະວິນຍານບໍລິສຸດ, ລາວໄດ້ຍິນຂ່າວປະເສີດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໂດຍບໍ່ຄາດຄິດ. ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈຳນວນຫຼາຍ, ລາວກໍຮັບຮູ້ວ່າມັນຄືສຽງຂອງພຣະເຈົ້າ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດຄືພຣະເຢຊູເຈົ້າທີ່ໄດ້ກັບຄືນມາ ແລະ ລາວຍອມຮັບພຣະອົງຢ່າງປິຕິຍິນດີ. ແຕ່ເສິນເມິງເດີກໍປະຫຼາດໃຈ ທີ່ຫຼັງຈາກທີ່ບາດຫຼວງ ແລະ ນັກບວດຄົນອື່ນໄດ້ຄົ້ນພົບສິ່ງນີ້, ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອປະນາມລາວ ແລະ ຫ້າມບໍ່ໃຫ້ລາວຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາເຖິງກັບສົ່ງຄົນມາທຳລາຍຊັບສິນຂອງຄຣິສຕະຈັກທີ່ລາວດູແລຕິດຕາມ ເພື່ອພະຍາຍາມບັງຄັບໃຫ້ລາວອອກຈາກຫົນທາງທີ່ແທ້ຈິງ. ເສິນເມິງເດີເຫັນໃບໜ້າຊົ່ວຮ້າຍທີ່ກຽດຊັງຄວາມຈິງ, ທີ່ຕໍ່ຕ້ານພຣະເຈົ້າຂອງບາດຫຼວງ ແລະ ນັກບວດ ແລະ ລາວປະຖິ້ມຕຳແໜ່ງຂອງລາວໃນຖານະນັກບວດ, ອອກຈາກຄຣິສຕະຈັກກາຕໍລິກ ແລະ ເລີ່ມເຜີຍແຜ່ ແລະ ເປັນພະຍານໃຫ້ແກ່ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າຢ່າງຫ້າວຫັນ. ລາວນໍາພາຫຼາຍຄົນໃຫ້ຫັນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ລາວເລີ່ມຮູ້ສຶກພໍໃຈກັບຕົນເອງຫຼາຍ, ມັກໂອ້ອວດວ່າລາວໄດ້ເຮັດວຽກຫຼາຍສໍ່າໃດ ແລະ ລາວທົນທຸກຫຼາຍສໍ່າໃດເພື່ອຮັບເອົາການຊື່ນຊົມຈາກອ້າຍເອື້ອຍນ້ອງ. ອຸປະນິໄສທີ່ອວດດີຂອງລາວເລີ່ມພອງຕົວຫຼາຍຂຶ້ນເລື້ອຍໆ. ລາວສັ່ງສອນຄົນອື່ນຢ່າງຈອງຫອງ, ກາຍເປັນພຣະບັນຍັດໃຫ້ກັບຕົວລາວເອງ ແລະ ຈະບໍ່ຮັບຟັງຄຳແນະນໍາໃດໜຶ່ງ. ຜົນຕາມມາກໍຄືລາວຈົບລົງດ້ວຍການຖືກຈັບກຸມຢູ່ການເຕົ້າໂຮມ. ລາວເລີ່ມໄຕ່ຕອງກ່ຽວກັບຕົນເອງຫຼັງຈາກທີ່ຜ່ານການທໍລະມານ ແລະ ການລ້າງສະໝອງທີ່ທາລຸນຂອງພັກກອມມູນິດ. ຜ່ານການເປີດເຜີຍຈາກພຣະທຳຂອງພຣະເຈົ້າ,
- [ຮູບເງົາຂອງຊາວຄຣິດ “ການໄຕ່ຕອງກ່ຽວກັບຄວາມລອດພົ້ນ” ຮູບເງົາໂຄສະນາ](https://lo.kingdomsalvation.org/videos/reflections-on-salvation-trailer.html) - ຢາງ ມິງຢວນ ຄືຜູ້ອາສຸໂສໃນຄຣິສຕະຈັກຕາມເຮືອນ. ມື້ໜຶ່ງ, ລາວໄດ້ຍິນວ່າຜູ້ອາວຸໂສຊູ ເຊິ່ງເປັນຄົນທີ່ໄດ້ຮັບຄວາມເຄົາລົບເປັນຢ່າງສູງໃນຄຣິສຕະຈັກ, ໄດ້ຍອມຮັບສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກ. ລາວໄດ້ຮັບການດົນບັນດານຫຼາຍ ແລະ ຕັດສິນໃຈທີ່ຈະສະແຫວງຫາ ແລະ ສືບຄົ້ນສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກ. ຜ່ານການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຄຳຖາມທີ່ໄດ້ເຮັດໃຫ້ລາວສັບສົນຕະຫຼອດເວລາຫຼາຍປີທີ່ລາວເຊື່ອໃນພຣະຜູ້ເປັນເຈົ້າກໍໄດ້ຮັບຄໍາຕອບ ແລະ ລາວໄດ້ຮຽນຮູ້ວ່າການໄດ້ຮັບຄວາມລອດພົ້ນເປັນພຽງການໃຫ້ອະໄພຄວາມຜິດບາບເທົ່ານັ້ນ, ບໍ່ແມ່ນຄວາມລອດພົ້ນທີ່ສົມບູນ. ໂດຍການຍອມຮັບການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ໂດຍການແກ້ໄຂທຳມະຊາດທີ່ຜິດບາບຂອງລາວຢ່າງສິ້ນເຊີງເທົ່ານັ້ນ, ລາວຈຶ່ງສາມາດມີຄຸນສົມບັດທີ່ຈະເຂົ້າສູ່ອານາຈັກສະຫວັນ. ລາວໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຂໍ້ ແລະ ຄົ້ນພົບວ່າພຣະທຳເຫຼົ່ານີ້ຄືຄວາມຈິງ ແລະ ເປັນສຽງຂອງພຣະເຈົ້າ. ລາວເຊື່ອວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືອົງພຣະເຢຊູເຈົ້າທີ່ກັບຄືນມາ, ສະນັ້ນ ລາວຈຶ່ງຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງມີຄວາມສຸກ. ຫຼັງຈາກນັ້ນ, ລາວກໍເທດສະໜາຂ່າວປະເສີດໃຫ້ແກ່ຜູ້ທີ່ມີຄວາມເຊື່ອທີ່ຢູ່ພາຍໃຕ້ລາວ ແລະ ພາຍໃນສອງສາມເດືອນ, ຫ້າ ຫຼື ຫົກພັນຄົນກໍຍອມຮັບຂ່າວປະເສີດ. ລາວຄິດວ່າລາວຈະສືບຕໍ່ເປັນຜູ້ນໍາ, ແຕ່ລາວກໍຕົກໃຈ ເມື່ອຄຣິສຕະຈັກໄດ້ຈັດແຈງໃຫ້ລາວເທດສະໜາ ໃນຂະນະທີ່ເພື່ອນຮ່ວມງານຂອງລາວຖືກເລືອກໃຫ້ເປັນຜູ້ນໍາ. ເມື່ອລາວເທດສະໜາຂ່າວປະເສີດ, ການສົນທະນາຂອງລາວກ່ຽວກັບຄວາມຈິງກໍບໍ່ຊັດເຈນ ຫຼື ເປັນຈິງຄືກັບການສົນທະນາຂອງເພື່ອນຮ່ວມງານຂອງລາວ ເຊິ່ງນັ້ນກໍຄືຂອງອ້າຍຊູ... ດ້ວຍຄວາມບໍ່ພໍໃຈທີ່ຕ້ອງເປັນທີສອງ, ເພື່ອພິສູດຄວາມເຂັ້ມແຂງຂອງລາວ ແລະ ຮັບເອົາຄວາມເຄົາລົບຈາກຄົນອື່ນ, ລາວໄດ້ເຮັດວຽກໜັກເພື່ອເຮັດໃຫ້ຕົນເອງມີຄວາມຈິງ ແລະ ມັກໂອ້ອວດຕໍ່ໜ້າຄົນອື່ນວ່າລາວໄດ້ເຮັດວຽກຫຼາຍສໍ່າໃດ ແລະ
- [ຮູບເງົາຂອງຊາວຄຣິດ “ເຮືອນຂອງຂ້ອຍຢູ່ໃສ” ຮູບເງົາໂຄສະນາ](https://lo.kingdomsalvation.org/videos/where-is-my-home-trailer.html) - ພໍ່ແມ່ຂອງເວີນຢາແຍກກັນຢູ່ ເມື່ອລາວອາຍຸໄດ້ສອງປີ ແລະ ຫຼັງຈາກນັ້ນ ລາວກໍອາໄສຢູ່ກັບພໍ່ ແລະ ແມ່ລ້ຽງຂອງລາວ. ແມ່ລ້ຽງຂອງບໍ່ສາມາດທົນລາວໄດ້ ແລະ ຜິດຖຽງກັບພໍ່ຂອງລາວຢູ່ສະເໝີ. ພໍ່ຂອງລາວມີທາງເລືອກໜ້ອຍ, ລາວຈຳເປັນຕ້ອງສົ່ງເວີນຢາໄປເຮືອນຂອງແມ່ຂອງລາວ, ແຕ່ແມ່ຂອງລາວກໍສົນໃຈກັບທຸລະກິດຂອງລາວຢູ່ຕະຫຼອດ ແລະ ບໍ່ມີເວລາດູແລເວີນຢາ, ສະນັ້ນ ລາວຈຶ່ງອອກໄປຢູ່ເຮືອນຂອງຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງລາວເພື່ອຮັບການລ້ຽງດູຢູ່ເລື້ອຍໆ. ຫຼັງຈາກເວລາຫຼາຍປີທີ່ໃຊ້ຊີວິດໂດຍຮັບການລ້ຽງດູ, ເວີນຢາທີ່ຍັງນ້ອຍກໍຮູ້ສຶກໂດດດ່ຽວ ແລະ ສິ້ນຫວັງ ແລະ ປາຖະໜາທີ່ຈະຮັບຄວາມອົບອຸ່ນຈາກເຮືອນ. ພຽງແຕ່ເມື່ອພໍ່ ແລະ ແມ່ລ້ຽງຂອງລາວຢ່າຮ້າງກັນ, ລາວຈຶ່ງກັບໄປຢູ່ຂ້າງພໍ່ຂອງລາວ ແລະ ນັບຕັ້ງແຕ່ນັ້ນມາ ລາວກໍມີເຮືອນ, ບໍ່ວ່າຜົນຕາມມາຈະດີ ຫຼື ຮ້າຍ. ຫຼັງຈາກທີ່ເວີນຢາໃຫຍ່ຂຶ້ນ, ລາວກໍລະມັດລະວັງ ແລະ ເຊື່ອຟັງຫຼາຍ ແລະ ລາວຮຽນໜັກ. ແຕ່ເມື່ອລາວກຳລັງຮຽນໜັກເພື່ອກຽມສອບເສັງເຂົ້າວິທະຍາໄລຂອງລາວ, ຄວາມໂຊກຮ້າຍກໍເກີດຂຶ້ນກັບລາວ: ແມ່ຂອງລາວມີອາການຕົກເລືອດໃນສະໝອງ ແລະ ເປັນອຳມະພາດ ແລະ ເປັນຜູ້ປ່ວຍຕິດຕຽງ. ພໍ່ລ້ຽງຂອງລາວປະຖິ້ມແມ່ຂອງລາວ ແລະ ເຖິງກັບຄວບຄຸມຊັບສິນທັງໝົດຂອງລາວ ແລະ ຫຼັງຈາກນັ້ນ ພໍ່ຂອງລາວກໍເຂົ້າຮັບການປິ່ນປົວໃນໂຮງໝໍເນື່ອງຈາກເປັນໂຣກມະເຮັງຕັບ... ເວີນຢາບໍ່ສາມາດຮັບເອົາພາລະໃນຄອບຄົວໄດ້,
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍຈຶ່ງເປັນແມ່ຍິງ?”](https://lo.kingdomsalvation.org/videos/God-incarnated-as-female-in-last-days.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ ໄດ້ສະແດງຄວາມຈິງຫຼາຍຢ່າງ ແລະ ໄດ້ສັ່ນສະເທືອນໄປທົ່ວໂລກ. ໃນຂະນະທີ່ພວກເຂົາສືບຄົ້ນຫາຫົນທາງທີ່ແທ້ຈິງ, ຫຼາຍຄົນກໍເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີສິດອຳນາດ, ມີລິດອຳນາດ ແລະ ເປັນຄວາມຈິງ ແລະ ພວກເຂົາໝັ້ນໃຈ ແຕ່ເມື່ອພວກເຂົາໄດ້ຍິນວ່າພຣະຄຣິດແຫ່ງຍຸກສຸດທ້າຍເປັນແມ່ຍິງ, ພວກເຂົາກໍປະຕິເສດທີ່ຈະຍອມຮັບພຣະອົງ. ພວກເຂົາເຊື່ອວ່າພຣະເຢຊູເຈົ້າເປັນຜູ້ຊາຍ ແລະ ພຣະວິນຍານບໍລິສຸດຍັງເປັນພະຍານວ່າພຣະເຢຊູເຈົ້າເປັນ “ພຣະບຸດອັນເປັນທີ່ຮັກ”. ສະນັ້ນ ພວກເຂົາຈຶ່ງຄິດວ່າພຣະຜູ້ເປັນເຈົ້າຈະເປັນຜູ້ຊາຍຢ່າງແນ່ນອນ ເມື່ອພຣະອົງສະເດັດມາອີກຄັ້ງ ແລະ ມັນເປັນໄປບໍ່ໄດ້ແທ້ໆທີ່ພຣະອົງຈະເປັນແມ່ຍິງ. ມຸມມອງນີ້ສອດຄ່ອງກັບຄຳທຳນາຍໃນພຣະຄຳພີບໍ? ມີພື້ນຖານໃນພຣະທຳຂອງພຣະເຈົ້າບໍ? ພຣະເຢຊູເຈົ້າເວົ້າບໍວ່າພຣະອົງຈະເປັນຜູ້ຊາຍ ຫຼື ເປັນແມ່ຍິງ ເມື່ອພຣະອົງກັບຄືນມາ? ບໍ່ໄດ້ເວົ້າຢ່າງແນ່ນອນ. ສະນັ້ນ ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍຈຶ່ງເປັນແມ່ຍິງ ແລະ ບໍ່ແມ່ນຜູ້ຊາຍ? ຕອນນີ້ທີ່ມີຊື່ວ່າ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ ຈະຊີ້ນໍາເຈົ້າເພື່ອໃຫ້ເຂົ້າໃຈຄວາມຈິງ ແລະ ເຂົ້າໃຈການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ.
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ຜູ້ໃດແມ່ນພຣະເຈົ້າທີ່ແທ້ຈິງແຕ່ຜູ້ດຽວ?”](https://lo.kingdomsalvation.org/videos/who-is-the-true-God.html) - ໃນໂລກປັດຈຸບັນ, ຄົນສ່ວນໃຫຍ່ມີຄວາມເຊື່ອບາງຢ່າງ; ຄົນສ່ວນໃຫຍ່ເຊື່ອວ່າມີພຣະເຈົ້າ ແລະ ພວກເຂົາທຸກຄົນກໍເຊື່ອໃນພຣະເຈົ້ານັ້ນໃນຫົວໃຈຂອງພວກເຂົາ. ຜົນທີ່ໄດ້ຄື, ຜູ້ຄົນຈາກທຸກຊົນຊາດທົ່ວແຜ່ນດິນໂລກກໍມາເຊື່ອໃນພຣະເຈົ້າຫຼາຍອົງທີ່ແຕກຕ່າງກັນຫຼາຍ, ຮ້ອຍອົງ ຫຼື ອາດເຖິງກັບມີພັນອົງ. ມີຫຼາຍປານນັ້ນບໍ? ແນ່ນອນວ່າບໍ່. ມີພຽງພຣະເຈົ້າທີ່ແທ້ຈິງພຽງອົງດຽວ. ແລ້ວໃຜເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວທີ່ເນລະມິດສ້າງສະຫວັນ, ແຜ່ນດິນໂລກ ແລະ ສິ່ງທັງປວງ ແລະ ປົກຄອງເໜືອທຸກສິ່ງ? ໃນຕອນນີ້ຂອງ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາຈະຄົ້ນຫາສິ່ງນີ້ຮ່ວມກັນເພື່ອຮູ້ຈັກພຣະເຈົ້າທີ່ແທ້ຈິງພຽງອົງດຽວ.
- [ເພງຄຣິດສະຕຽນ “ບົດເພງຂອງຜູ້ຊະນະ”](https://lo.kingdomsalvation.org/videos/song-of-the-overcomers-choir.html) - ອານາຈັກກຳລັງຂະຫຍາຍທ່າມກາງມະນຸດ, ມັນກຳລັງເກີດຂຶ້ນຢູ່ໃນທ່າມກາງມະນຸດ ແລະ ມັນກຳລັງຕັ້ງຂຶ້ນທ່າມກາງມະນຸດ; ບໍ່ມີກອງກຳລັງໃດສາມາດທຳລາຍອານາຈັກຂອງພຣະເຈົ້າໄດ້. ຈາກປະຊາຊົນຂອງພຣະເຈົ້າທີ່ຢູ່ໃນອານາຈັກໃນປັດຈຸບັນ, ແມ່ນໃຜໃນພວກເຈົ້າທີ່ບໍ່ແມ່ນມະນຸດທ່າມກາງມະນຸດ? ແມ່ນໃຜໃນພວກເຈົ້າທີ່ຢູ່ນອກສະພາບການຂອງມະນຸດ? ເມື່ອຈຸດເລີ່ມຕົ້ນໃໝ່ຂອງພຣະເຈົ້າຖືກປະກາດອອກໃຫ້ກັບຝູງຊົນ, ມະນຸດຈະມີປະຕິກິລິຍາແນວໃດ? ເຈົ້າໄດ້ເຫັນດ້ວຍຕາຂອງເຈົ້າເອງເຖິງສະພາວະຂອງມະນຸດຊາດ; ແນ່ນອນ ເຈົ້າຍັງບໍ່ມີຄວາມຫວັງທີ່ຈະອົດກັ້ນ ຢູ່ໃນໂລກໃບນີ້ຕະຫຼອດໄປ ແມ່ນບໍ? ພຣະເຈົ້າກຳລັງຍ່າງທ່າມກາງປະຊາຊົນຂອງພຣະອົງ, ພຣະເຈົ້າດຳລົງຊີວິດຢູ່ທ່າມກາງປະຊາຊົນຂອງພຣະອົງ. ໃນປັດຈຸບັນ ຄົນທີ່ມີຄວາມຮັກທີ່ແທ້ຈິງຕໍ່ພຣະເຈົ້າ, ຄົນແບບນີ້ກໍເປັນສຸກ; ສັນຕິສຸກມີແກ່ຄົນທີ່ຍອມອ່ອນນ້ອມຕໍ່ພຣະອົງ, ພວກເຂົາຈະອາໄສຢູ່ໃນອານາຈັກຂອງພຣະອົງຢ່າງແນ່ນອນ. ສັນຕິສຸກມີແກ່ຄົນທີ່ຮູ້ຈັກພຣະເຈົ້າ, ພວກເຂົາຈະມີລິດອຳນາດໃນອານາຈັກຂອງພຣະອົງຢ່າງແນ່ນອນ. ສັນຕິສຸກມີແກ່ຄົນທີ່ສະແຫວງຫາພຣະເຈົ້າ, ພວກເຂົາຈະຫຼົບໜີຈາກພັນທະນາການຂອງຊາຕານ ແລະ ໄດ້ຮັບພອນຈາກພຣະອົງຢ່າງແນ່ນອນ. ສັນຕິສຸກມີແກ່ຄົນທີ່ສາມາດປະຖິ້ມຕົນເອງ, ພວກເຂົາຈະເຂົ້າສູ່ການຄອບຄອງຂອງພຣະເຈົ້າຢ່າງແນ່ນອນ ແລະ ສືບທອດຮັບເອົາຄວາມກະລຸນາຮັ່ງ ມີແຫ່ງອານາຈັກຂອງພຣະອົງ. ພຣະເຈົ້າຈະຈື່ຄົນທີ່ເຮັດນັ້ນເຮັດນີ້ເພື່ອເຫັນແກ່ພຣະອົງ, ພຣະອົງຈະໂອບກອດຄົນທີ່ສະຫຼະ ເພື່ອເຫັນແກ່ພຣະອົງຢ່າງເບີກບານໃຈ ແລະພຣະອົງຈະມອບຄວາມສຸກ ໃຫ້ກັບຄົນທີ່ຖວາຍໃຫ້ກັບພຣະອົງ. ພຣະເຈົ້າຈະອວຍພອນຄົນ ທີ່ຄົ້ນພົບຄວາມສຸກໃນພຣະທຳຂອງພຣະອົງ; ພວກເຂົາຈະເປັນເສົາທີ່ຄໍ້າຫຼັງຄາເຮືອນ ໃນອານາຈັກຂອງພຣະອົງຢ່າງແນ່ນອນ, ພວກເຂົາຈະມີຄວາມຮັ່ງມີທີ່ບໍ່ສາມາດທຽບໄດ້ ໃນເຮືອນຂອງພຣະອົງຢ່າງແນ່ນອນ ແລະ ບໍ່ມີໃຜສາມາດທຽບກັບພວກເຂົາໄດ້. ພຣະເຈົ້າຈະອວຍພອນຄົນ ທີ່ຄົ້ນພົບຄວາມສຸກໃນພຣະທຳຂອງພຣະອົງ; ພວກເຂົາຈະເປັນເສົາທີ່ຄໍ້າຫຼັງຄາເຮືອນ ໃນອານາຈັກຂອງພຣະອົງຢ່າງແນ່ນອນ, ພວກເຂົາຈະມີຄວາມຮັ່ງມີທີ່ບໍ່ສາມາດທຽບໄດ້ ໃນເຮືອນຂອງພຣະອົງຢ່າງແນ່ນອນ ແລະ ບໍ່ມີໃຜສາມາດທຽບກັບພວກເຂົາໄດ້. ພວກເຈົ້າເຄີຍຮັບເອົາພອນທີ່ໄດ້ມອບໃຫ້ກັບພວກເຈົ້າບໍ?
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ເມື່ອພຣະຜູ້ໄຖ່ກັບຄືນມາ, ພຣະອົງຍັງຈະຖືກເອີ້ນວ່າພຣະເຢຊູບໍ?”](https://lo.kingdomsalvation.org/videos/can-the-Savior-still-be-called-Jesus-when-He-returns.html) - ໃນຍຸກສຸດທ້າຍ, ພຣະຜູ້ໄຖ່ ເຊິ່ງນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ ໄດ້ມາເພື່ອສະແດງຄວາມຈິງ, ປາກົດຕົວ ແລະ ເຮັດພາລະກິດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ນັບຕັ້ງແຕ່ທີ່ໜັງສືພຣະທຳປາກົດໃນຮ່າງກາຍຖືກເຜີຍແຜ່ໃນໂລກອອນລາຍ, ຜູ້ຄົນຈາກທົ່ວທຸກຫົນແຫ່ງກໍໄດ້ເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືຄວາມຈິງ ແລະ ໄດ້ຍິນສຽງຂອງພຣະເຈົ້າ. ພວກເຂົາແນ່ໃຈວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືອົງພຣະເຢຊູເຈົ້າທີ່ກັບຄືນມາ ແລະ ຍອມຮັບພຣະອົງຢ່າງປິຕິຍິນດີ. ພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າທຸກໆມື້, ມີຄວາມສຸກກັບການລ້ຽງດູ ແລະ ການເບິ່ງແຍງຈາກພຣະທຳຂອງພຣະເຈົ້າ. ຄວາມເຊື່ອຂອງພວກເຂົາເຕີບໃຫຍ່ຂຶ້ນ ແລະ ພວກເຂົາຟ້າວເຜີຍແຜ່ນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເຖິງຢ່າງໃດກໍຕາມ, ບາງຄົນເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດເບິ່ງຄືກັບຄົນທຳມະດາເທົ່ານັ້ນ ແລະ ພຣະອົງບໍ່ໄດ້ຖືກເອີ້ນວ່າ ພຣະເຢຊູ ແລະ ພຣະນາມຂອງພຣະອົງບໍ່ໄດ້ຖືກບັນທຶກໄວ້ໃນພຣະຄຳພີ ແລະ ພຣະອົງບໍ່ໄດ້ປາກົດຕົວເປັນຮູບຮ່າງວິນຍານຂອງພຣະເຢຊູ. ສະນັ້ນ ພວກເຂົາຈະບໍ່ຮັບຮູ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືອົງພຣະເຢຊູເຈົ້າທີ່ກັບຄືນມາ. ຜົນຕາມມາກໍຄື ພວກເຂົາຍັງບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ໄດ້ຕົກລົງສູ່ໄພພິບັດ. ມັນຊ່າງໜ້າເສຍດາຍຫຼາຍ! ສະນັ້ນ ເມື່ອພຣະຜູ້ໄຖ່ກັບຄືນມາ, ພຣະອົງຍັງຈະຖືກເອີ້ນວ່າພຣະເຢຊູບໍ? ໃນຕອນນີ້ຂອງລາຍການ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາສາມາດສະແຫວງຫາຄວາມຈິງຮ່ວມກັນ ແລະ ຄົ້ນຫາຄຳຕອບ.
- [ວິດີໂອຄຳພະຍານຂອງຊາວຄຣິດ “ໃນທີ່ສຸດຂ້ອຍກໍໄດ້ຍິນສຽງຂອງພຣະເຈົ້າ”](https://lo.kingdomsalvation.org/videos/i-finally-heard-God-s-voice.html) - ເນື່ອງຈາກການເຊີນຊວນຂອງຜູ້ເຊື່ອອີກຄົນ, ລາວໄດ້ອ່ານພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢູ່ອອນລາຍ.ລາວປະຫຼາດໃຈທີ່ລາວໄດ້ຮຽນຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີລິດອຳນາດ ແລະ ສິດອຳນາດ ແລະ ພວກມັນລ້ວນແລ້ວແຕ່ເປັນຄວາມຈິງ. ລາວເຊີນເພື່ອນບ້ານຂອງລາວຢ່າງປິຕິຍິນດີໃຫ້ມາສືບຄົ້ນຫົນທາງທີ່ແທ້ຈິງພ້ອມກັບລາວ, ແຕ່ຈົບລົງດ້ວຍການຖືກລົບກວນ ແລະ ຊັກຈູງຢ່າງຜິດໆ. ໃນເມື່ອລາວຕັດສິນໃຈທີ່ຈະເຊົາພິຈາລະນາຫົນທາງທີ່ແທ້ຈິງຢູ່ນັ້ນເອງ, ແມ່ນຫຍັງເກີດຂຶ້ນແລ້ວເຮັດໃຫ້ລາວສືບຄົ້ນຕໍ່ໄປ? ລາວໄດ້ຍິນສຽງຂອງພຣະຜູ້ເປັນເຈົ້າ ແລະ ຕ້ອນຮັບພຣະຜູ້ເປັນເຈົ້າບໍ?
- [ວິດີໂອຄຳພະຍານຂອງຊາວຄຣິດ “ຄວາມເຈັບປວດຂອງການເວົ້າຕົວະ"](https://lo.kingdomsalvation.org/videos/pain-of-telling-lies.html) - ເພື່ອປ້ອງກັນບໍ່ໃຫ້ຄົນອື່ນດູຖູກລາວ, ລາວຈຶ່ງຕົວະ ແລະ ປົກປິດຂໍ້ບົກຜ່ອງ ແລະ ຄວາມບໍ່ພຽງພໍຂອງລາວ. ເມື່ອຢ້ານວ່າຄຳເວົ້າຕົວະຂອງລາວຈະຖືກເປີດເຜີຍ, ລາວກໍອົດບໍ່ໄດ້ທີ່ຈະສ້າງຄຳເວົ້າຕົວະໃໝ່ເພື່ອແກ້ໄຂຄໍາເວົ້າເກົ່າ. ລາວຮູ້ສຶກຖືກຕຳນິ ແລະ ທໍລະມານຢູ່ພາຍໃນ. ລາວໄຕ່ຕອງເຖິງສິ່ງທີ່ເຮັດໃຫ້ລາວເວົ້າຕົວະແທ້ໆ. ຜ່ານການເປີດໂປງຈາກພຣະທຳຂອງພຣະເຈົ້າ, ລາວພົບເຫັນສາເຫດຕົ້ນຕໍຂອງການເວົ້າຕົວະຂອງລາວ ແລະ ໄດ້ມາເຂົ້າໃຈວິທີການທີລາວສາມາດເຊົາເວົ້າຕົວະ ແລະ ເປັນຄົນຊື່ສັດ.
- [ຮູບເງົາຂອງຊາວຄຣິດ “ເຮືອນຂອງຂ້ອຍຢູ່ໃສ” God Gave Me a Happy Family](https://lo.kingdomsalvation.org/videos/where-is-my-home-movie.html) - ພໍ່ແມ່ຂອງເວີນຢາແຍກກັນຢູ່ ເມື່ອລາວອາຍຸໄດ້ສອງປີ ແລະ ຫຼັງຈາກນັ້ນ ລາວກໍອາໄສຢູ່ກັບພໍ່ ແລະ ແມ່ລ້ຽງຂອງລາວ. ແມ່ລ້ຽງຂອງບໍ່ສາມາດທົນລາວໄດ້ ແລະ ຜິດຖຽງກັບພໍ່ຂອງລາວຢູ່ສະເໝີ. ພໍ່ຂອງລາວມີທາງເລືອກໜ້ອຍ, ລາວຈຳເປັນຕ້ອງສົ່ງເວີນຢາໄປເຮືອນຂອງແມ່ຂອງລາວ, ແຕ່ແມ່ຂອງລາວກໍສົນໃຈກັບທຸລະກິດຂອງລາວຢູ່ຕະຫຼອດ ແລະ ບໍ່ມີເວລາດູແລເວີນຢາ, ສະນັ້ນ ລາວຈຶ່ງອອກໄປຢູ່ເຮືອນຂອງຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງລາວເພື່ອຮັບການລ້ຽງດູຢູ່ເລື້ອຍໆ. ຫຼັງຈາກເວລາຫຼາຍປີທີ່ໃຊ້ຊີວິດໂດຍຮັບການລ້ຽງດູ, ເວີນຢາທີ່ຍັງນ້ອຍກໍຮູ້ສຶກໂດດດ່ຽວ ແລະ ສິ້ນຫວັງ ແລະ ປາຖະໜາທີ່ຈະຮັບຄວາມອົບອຸ່ນຈາກເຮືອນ. ພຽງແຕ່ເມື່ອພໍ່ ແລະ ແມ່ລ້ຽງຂອງລາວຢ່າຮ້າງກັນ, ລາວຈຶ່ງກັບໄປຢູ່ຂ້າງພໍ່ຂອງລາວ ແລະ ນັບຕັ້ງແຕ່ນັ້ນມາ ລາວກໍມີເຮືອນ, ບໍ່ວ່າຜົນຕາມມາຈະດີ ຫຼື ຮ້າຍ. ຫຼັງຈາກທີ່ເວີນຢາໃຫຍ່ຂຶ້ນ, ລາວກໍລະມັດລະວັງ ແລະ ເຊື່ອຟັງຫຼາຍ ແລະ ລາວຮຽນໜັກ. ແຕ່ເມື່ອລາວກຳລັງຮຽນໜັກເພື່ອກຽມສອບເສັງເຂົ້າວິທະຍາໄລຂອງລາວ, ຄວາມໂຊກຮ້າຍກໍເກີດຂຶ້ນກັບລາວ: ແມ່ຂອງລາວມີອາການຕົກເລືອດໃນສະໝອງ ແລະ ເປັນອຳມະພາດ ແລະ ເປັນຜູ້ປ່ວຍຕິດຕຽງ. ພໍ່ລ້ຽງຂອງລາວປະຖິ້ມແມ່ຂອງລາວ ແລະ ເຖິງກັບຄວບຄຸມຊັບສິນທັງໝົດຂອງລາວ ແລະ ຫຼັງຈາກນັ້ນ ພໍ່ຂອງລາວກໍເຂົ້າຮັບການປິ່ນປົວໃນໂຮງໝໍເນື່ອງຈາກເປັນໂຣກມະເຮັງຕັບ... ເວີນຢາບໍ່ສາມາດຮັບເອົາພາລະໃນຄອບຄົວໄດ້,
- [ເພງຄຣິດສະຕຽນ “ວິທີທີ່ຈະສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ”](https://lo.kingdomsalvation.org/videos/way-to-quiet-heart-before-God-video.html) - ບໍ່ມີຂັ້ນຕອນໃດທີ່ສຳຄັນໃນການເຂົ້າສູ່ພຣະທຳຂອງພຣະເຈົ້າ ຫຼາຍກວ່າການເຮັດໃຫ້ຫົວໃຈຂອງເຈົ້າ ມີຄວາມສະຫງົບກັບການສະຖິດຂອງພຣະອົງ. ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງການຢ່າງຮີບດ່ວນ ຂອງການເຂົ້າສູ່ໃນປັດຈຸບັນ. ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງການຢ່າງຮີບດ່ວນ ຂອງການເຂົ້າສູ່ໃນປັດຈຸບັນ. ເສັ້ນທາງແຫ່ງການເຂົ້າສູ່ໃນການເຮັດໃຫ້ຫົວໃຈຂອງເຈົ້າ ສະຫງົບຕໍ່ໜ້າພຣະເຈົ້າມີດັ່ງຕໍ່ໄປນີ້ ທໍາອິດ ຖອນຫົວໃຈຂອງເຈົ້າຈາກບັນຫາພາຍນອກ. ຈົ່ງມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ຕັ້ງຈິດຕັ້ງໃຈໃນການອະທິຖານຫາພຣະເຈົ້າ. ຈາກນັ້ນ ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າ ມີຄວາມສະຫງົບຕໍ່ໜ້າພຣະເຈົ້າ ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າ. ຕັ້ງສະຕິ ແລະ ຕຶກຕອງຫາຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນຫົວໃຈຂອງເຈົ້າ. ທຳອິດ ເລີ່ມຕົ້ນຈາກທິດທາງແຫ່ງການອະທິຖານ. ອະທິຖານດ້ວຍຄວາມຕັ້ງໃຈໃຫ້ເຕັມທີ່ ແລະ ໃຫ້ຢູ່ໃນເວລາທີ່ແນ່ນອນ. ບໍ່ວ່າເຈົ້າກົດດັນພຽງໃດໃນເວລາໃດໜຶ່ງ ຫຍຸ້ງກັບວຽກພຽງໃດ ຫຼື ມີຫຍັງເກີດຂຶ້ນກັບເຈົ້າກໍຕາມ ຈົ່ງອະທິຖານທຸກໆມື້ໃຫ້ເປັນເລື່ອງປົກກະຕິ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ເປັນເລື່ອງປົກກະຕິ. ຕາມທໍາມະດາແລ້ວ ມັນຄວນເປັນເລື່ອງປົກກະຕິສຳລັບເຈົ້າ ທີ່ຈະສາມາດຫຍັບເຂົ້າໃກ້ພຣະເຈົ້າທີ່ຢູ່ໃນຫົວໃຈຂອງເຈົ້າ ຕຶກຕອງຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພຣະທຳຂອງພຣະເຈົ້າ ຕຶກຕອງຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພຣະທຳຂອງພຣະເຈົ້າ ໂດຍບໍ່ຮັບການລົບກວນຕໍ່ສິ່ງພາຍນອກ. ເມື່ອຫົວໃຈຂອງເຈົ້າໄດ້ຮັບຄວາມສະຫງົບສຸກ ໃນລະດັບໃດໜຶ່ງແລ້ວ ເຈົ້າຈະສາມາດຮໍ່າເພິງຢູ່ໃນໃຈຢ່າງງຽບໆ ແລະ ຕຶກຕອງເຖິງຄວາມຮັກຂອງພຣະເຈົ້າ ແລະ
- [ຫ້ອງສົນທະນາຂ່າວປະເສີດແຫ່ງລາຊະອານາຈັກ, ຕອນທີ 2 : ບົດສຳພາດພິເສດກັບສິດຍາພິບານຄຣິສຊາວເວເນຊູເອລາ ຄາລອສ ກິລ](https://lo.kingdomsalvation.org/videos/kingdom-gospel-chat-room-2.html) - ຄາລອສ ກິລ ເປັນສິດຍາພິບານທີ່ຮັບໃຊ້ພຣະຜູ້ເປັນເຈົ້າໃນຄຣິສຕະຈັກຫຼາຍກວ່າຊາວປີ, ອະພິບານກຸ່ມຜູ້ເຊື່ອເກືອບໜຶ່ງຮ້ອຍຄົນ. ປະມານປີ 2017 ລາວສັງເກດເຫັນວ່າຄຣິສຕະຈັກນັບມື້ນັບເສື່ອມໂຊມຫຼາຍຂຶ້ນ. ຜູ້ເຊື່ອນອນຫຼັບໃນລະຫວ່າງການເຕົ້າໂຮມ, ຄວາມເຊື່ອຂອງພວກເຂົາຫຼຸດໜ້ອຍລົງ ແລະ ການເຕົ້າໂຮມກໍກາຍເປັນພຽງພິທີການ. ລາວພົບວ່າຕົນເອງບໍ່ມີຫຍັງຈະເທດສະໜາອີກ. ເພື່ອພະຍາຍາມປ່ຽນແປງສິ່ງຕ່າງໆ ລາວຈຶ່ງນຳພາຜູ້ເຊື່ອທ່ອງຈຳຂໍ້ພຣະຄຳພີ, ຖືສິນອົດອາຫານ ແລະ ອະທິຖານ ແລະ ເຝົ້າລະວັງຫຼາຍມື້ຕິດຕໍ່ກັນ. ຢ່າງໃດກໍຕາມ, ຄວາມພະຍາຍາມເຫຼົ່ານີ້ພັດບໍ່ໄດ້ຜົນ ເຊິ່ງເຮັດໃຫ້ລາວຍິ່ງສັບສົນ ແລະ ກັງວົນໃຈຫຼາຍຂຶ້ນ. ເມື່ອຜະເຊີນກັບຄວາມເສື່ອມໂຊມຂອງຄຣິສຕະຈັກ, ລາວໄດ້ອະທິຖານ ແລະ ຊອກຫາຄຳຕອບຢູ່ສະເໝີ. ລາວກໍໄດ້ເບິ່ງຮູບເງົາເລື່ອງໜຶ່ງໂດຍບັງເອີນ ແລະ ຊີວິດຂອງລາວກໍປ່ຽນໄປ... 02:13 ເສັ້ນທາງແຫ່ງຄວາມເຊື່ອ ແລະ ປະສົບການໃນຖານະສິດຍາພິບານ 04:22 ຄວາມເສື່ອມໂຊມຂອງຄຣິສຕະຈັກ ແລະ ຄວາມພະຍາຍາມໃນການຟື້ນຟູ 07:53 ສາເຫດທີ່ຄຣິສຕະຈັກເສື່ອມໂຊມ ແລະ ຈຸດປ່ຽນໃນຊີວິດ 33:24 ການເລືອກລະຫວ່າງສະຖານະ ແລະ ຄວາມຮັບຜິດຊອບ 46:28 ການປ່ຽນແປງ ແລະ ສິ່ງທີ່ໄດ້ຮັບໃນຊີວິດທາງຝ່າຍວິນຍານ 01:04:38 ການສັງເກດ ແລະ ຄວາມເຂົ້າໃຈຈາກການເທດສອນຂ່າວປະເສີດ
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27)" ສ່ວນທີ ຫ້າ](https://lo.kingdomsalvation.org/videos/responsibilities-of-leaders-and-workers-27-part-5.html)
- [ຫ້ອງສົນທະນາຂ່າວປະເສີດແຫ່ງລາຊະອານາຈັກ, ຕອນທີ 1 : ບົດສຳພາດພິເສດກັບສິດຍາພິບານສາສະໜາຄຣິສຊາວອາເມຣິກາທີ່ມີຊື່ສຽງ ລູອິສ ຄາຄິອັສ](https://lo.kingdomsalvation.org/videos/kingdom-gospel-chat-room-1.html) - ລູອິສ ຄາຄິອັສ ໄດ້ຕິດຕາມພຣະຜູ້ເປັນເຈົ້າມາຫຼາຍກວ່າ 40 ປີ ແລະ ເປັນສິດຍາພິບານ, ຜູ້ເທດສະໜາ ແລະ ຄູສອນພຣະຄຳພີທີ່ມີຊື່ສຽງໃນລັດຟລໍຣິດາ, ສະຫະລັດອາເມຣິກາ. ຕະຫຼອດຫຼາຍປີທີ່ລາວເທດສະໜາຢູ່ໃນໂລກສາສະໜາ, ລູອິສໄດ້ເຫັນຄວາມເສື່ອມໂຊມ ແລະ ຄວາມລັບທີ່ມືດມົວຫຼາຍຢ່າງໃນນັ້ນດ້ວຍຕາຂອງລາວເອງ. ເມື່ອເຫັນວ່າໂລກສາສະໜາໄດ້ຕົກຕໍ່າລົງກາຍເປັນຮັງໂຈນ, ລາວກໍຮູ້ສຶກທັງໃຈຮ້າຍ ແລະ ເຈັບປວດໃຈຫຼາຍ. ຄຣິສຕະຈັກຕ່າງໆລ້ວນແຕ່ເສື່ອມໂຊມ ແລະ ວຸ່ນວາຍ. ລາວອະທິຖານຕໍ່ພຣະຜູ້ເປັນເຈົ້າຢູ່ສະເໝີ ແລະ ຄົ້ນຫາໃນພຣະຄຳພີ ເພື່ອພະຍາຍາມຊອກຫາຄຳຕອບ. ມື້ໜຶ່ງ, ລາວໄດ້ເຂົ້າຮ່ວມການຟັງຄຳເທດສະໜາທາງອອນລາຍ ແລະ ມັນກໍໄດ້ນຳມາເຊິ່ງຈຸດປ່ຽນຄັ້ງສຳຄັນໃນຊີວິດຂອງລາວ... 00:10 ການແນະນຳຕົວຂອງ ລູອິສ 11:02 ລູອິສ ເວົ້າກ່ຽວກັບຄວາມເສື່ອມໂຊມ ແລະ ຄວາມລັບທີ່ມືດມົວຂອງໂລກສາສະໜາ 24:14 ລູອິສ ເຂົ້າຮ່ວມການຟັງຄຳເທດສະໜາທາງອອນລາຍ ແລະ ໄດ້ພົບກັບຈຸດປ່ຽນໃນຊີວິດຂອງລາວ 01:06:02 ລູອິສ ເວົ້າກ່ຽວກັບການປ່ຽນແປງຊີວິດທາງຈິດວິນຍານຂອງລາວ
- [ຂໍ້ແທ້ຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ, ຕອນທີ 5 : ພັກກອມມູນິດຈີນເປີດສາກ “ບັ້ນຮົບທະລຸທະລ່ວງສາມປີ” ເພື່ອຖອນຮາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ](https://lo.kingdomsalvation.org/videos/facts-of-ccp-persecution-of-christians-5.html) - “ສົງຄາມເບັດເສັດ” ສາມປີ ທີ່ບ້າປ່ວງຂອງພັກກອມມູນິດຈີນ (ເດືອນກັນຍາ ປີ 2020 ຫາ ເດືອນສິງຫາ ປີ 2023) ລົ້ມເຫຼວໃນການບັນລຸເປົ້າໝາຍທຳລາຍ ແລະ ຖອນຮາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເລີຍ. ແຕ່ກົງກັນຂ້າມ, ຄຣິສຕະຈັກກັບຂະຫຍາຍຕົວຢ່າງໄວວາໃນຕ່າງປະເທດ ແລະ ໄດ້ແຜ່ຂະຫຍາຍໄປສູ່ຫຼາຍກວ່າ 100 ປະເທດແລ້ວ. ສິ່ງນີ້ເຮັດໃຫ້ພັກກອມມູນິດຈີນຍິ່ງເດືອດດານ ແລະ ຄວບຄຸມບໍ່ຢູ່ກວ່າເກົ່າ ແລະ ມັນກໍໄດ້ເລີ່ມປະຕິບັດການຄັ້ງໃໝ່. ໃນເດືອນສິງຫາ ປີ 2023, ຄະນະກຳມະການການເມືອງ ແລະ ກົດໝາຍສູນກາງພັກກອມມູນິດຈີນ ໄດ້ອອກເອກະສານລັບອີກສະບັບໜຶ່ງ, ໂດຍຍົກລະດັບການປາບປາມ ແລະ ການຖອນຮາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ການຈັບກຸມສະມາຊິກ ໃຫ້ເປັນເລື່ອງຄວາມໝັ້ນຄົງຂອງຊາດ ແລະ ຕ້ອງການເປີດສາກການສູ້ຮົບຂັ້ນເດັດຂາດຄັ້ງສຸດທ້າຍ ນັ້ນກໍຄື: “ບັ້ນຮົບທະລຸທະລ່ວງສາມປີ” (ເດືອນມັງກອນ 2024 ຫາ ເດືອນທັນວາ 2026). ນັບຕັ້ງແຕ່ “ບັ້ນຮົບທະລຸທະລ່ວງ” ນີ້ໄດ້ເລີ່ມຕົ້ນຂຶ້ນ, ມີຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງໜ້ອຍ 37.655 ຄົນ ຖືກຈັບກຸມໃນທົ່ວປະເທດຈີນ. ລາຍງານສະບັບນີ້ຈະເປີດເຜີຍໃຫ້ເຫັນເຖິງຄວາມຈິງ ກ່ຽວກັບການທີ່ພັກກອມມູນິດຈີນປາບປາມຊາວຄຣິສຂອງຄຣິສຕະຈັກຢ່າງບ້າປ່ວງ
- [ຂໍ້ແທ້ຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ, ຕອນທີ 1 : ບັນທຶກຂໍ້ເທັດຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ (ພາກທີ 1)](https://lo.kingdomsalvation.org/videos/special-focus-1.html) - ພັກກອມມູນິດຈີນ ເປັນພັກລັດທິມາກທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ໄດ້ປົກຄອງມາກວ່າ 70 ປີ. ໃນຊ່ວງເວລານີ້, ຜູ້ນຳພັກທຸກຄົນໄດ້ສືບຕໍ່ກົດຂີ່ຂົ່ມເຫັງຄວາມເຊື່ອທາງສາສະໜາຢ່າງບໍ່ຢຸດຢັ້ງ, ໂດຍມີອຸດົມການນີ້ທີ່ຍັງຄົງສະໝໍ່າສະເໝີເປັນຢ່າງຍິ່ງ. ພວກເຂົາໄດ້ວາງນະໂຍບາຍທີ່ໂຫດຮ້າຍອອກມາຢ່າງຕໍ່ເນື່ອງ ແລະ ໄດ້ອອກເອກະສານລັບນັບບໍ່ຖ້ວນ. ພວກເຂົາບົ່ງການກົນໄກຂອງລັດເພື່ອບັງຄັບໃຊ້ນະໂຍບາຍຂອງລັດຖະບານກາງໃນການກຳຈັດຄວາມເຊື່ອທາງສາສະໜາ. ສິ່ງນີ້ໄດ້ນຳໄປສູ່ການສັງຫານໝູ່ ແລະ ການກົດຂີ່ຂົ່ມເຫັງຜູ້ທີ່ເຊື່ອຖືສາສະໜາຫຼາຍລ້ານຄົນ. 00:20 ການກະທຳອັນໂຫດຮ້າຍຂອງພັກກອມມູນິດຈີນກວ່າ 70 ປີ: ບັນທຶກເລືອດ ແລະ ນ້ຳຕາຂອງຊາວຄຣິສສະຕຽນ 02:46 I. ຍຸກສະໄໝຂອງ ເໝົາເຈີຕົງ: ເປີດຕົວຂະບວນການຮັກຊາດສາມກຸ້ມຕົນເອງ ແລະ ກວາດລ້າງກຸ່ມສາສະໜາທັງໝົດ 07:46 II. ຍຸກສະໄໝຂອງ ເຕີ້ງສ່ຽວຜິງ: ການປະຕິຮູບເປີດປະເທດຄຽງຄູ່ກັບການກົດຂີ່ຂົ່ມເຫັງສາສະໜາ 11:58 III. ຍຸກສະໄໝຂອງ ຈ່ຽງເຈີໝິນ: ການອອກເອກະສານສະບັບເລກທີ 50, ການສ້າງຕັ້ງສຳນັກງານ 610 ແລະ ການດຳເນີນໂຄງການ 807 15:01 IV. ຍຸກສະໄໝຂອງ ຫູຈີນທາວ: ສືບຕໍ່ ແລະ ເພີ່ມຄວາມເຂັ້ມຂຸ້ນຂອງນະໂຍບາຍທາງສາສະໜາຂອງ ຈ່ຽງເຈີໝິນ 15:09
- [ຂໍ້ແທ້ຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ, ຕອນທີ 2 : ບັນທຶກຂໍ້ເທັດຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ (ພາກທີ 2)](https://lo.kingdomsalvation.org/videos/special-focus-2.html) - ນັບຕັ້ງແຕ່ຂຶ້ນກຳອຳນາດ, ພັກກອມມູນິດຈີນໄດ້ເປີດສາກຂະບວນການທາງການເມືອງນັບບໍ່ຖ້ວນ ເພື່ອໃສ່ຮ້າຍ, ບິດເບືອນ ແລະ ທຳລາຍຄວາມໜ້າເຊື່ອຖືຂອງຄວາມເຊື່ອທາງສາສະໜາ. ພວກເຂົາໄດ້ໃສ່ຮ້າຍປ້າຍສີຄວາມເຊື່ອວ່າເປັນສິ່ງຊົ່ວຮ້າຍ, ພ້ອມທັງປຸກລະດົມສັງຄົມທັງໝົດໃຫ້ມີທ່າທີເປັນສັດຕູຕໍ່ສາສະໜາ. ຜູ້ນຳພັກແຕ່ລະລຸ້ນໄດ້ອອກນະໂຍບາຍກົດຂີ່ຕ່າງໆນາໆ ເພື່ອກຳຈັດຄວາມເຊື່ອທາງສາສະໜາ, ເຮັດໃຫ້ສາສະໜາຕ້ອງຖືກກົດຂີ່ຂົ່ມເຫັງ ແລະ ປາບປາມຢ່າງໂຫດຮ້າຍ. ການປົກຄອງຂອງພັກກອມມູນິດຈີນເປັນເວລາກວ່າ 70 ປີ ໄດ້ທຳລາຍລ້າງແນວຄິດ, ສິນທຳ ແລະ ຄວາມເຊື່ອຂອງປະຊາຊົນຈີນຢ່າງມະຫາສານ. ສິ່ງນີ້ບໍ່ພຽງແຕ່ນຳເອົາໄພພິບັດມາສູ່ຊາວຄຣິສເທົ່ານັ້ນ, ແຕ່ຍັງເຮັດໃຫ້ປະຊາຊົນຈີນຫຼາຍລຸ້ນຄົນຕ້ອງຕົກຢູ່ພາຍໃຕ້ໄພພິບັດອັນຮ້າຍແຮງອີກດ້ວຍ. ມື້ນີ້, ພວກເຮົາຈະມາເປີດໂປງ ແລະ ສືບສວນຕໍ່ໄປ ກ່ຽວກັບນະໂຍບາຍ ແລະ ວິທີການອັນໂຫດຮ້າຍທີ່ພັກກອມມູນິດຈີນໃຊ້ເພື່ອປາບປາມ ແລະ ກົດຂີ່ຂົ່ມເຫັງຄວາມເຊື່ອທາງສາສະໜາ, ແລະ ຈະມາໄຈ້ແຍກໃຫ້ທ່ານໄດ້ເຫັນເຖິງແກ່ນແທ້ທີ່ຕ້ານຄວາມກ້າວໜ້າ, ຕ້ານມະນຸດ ແລະ ຊົ່ວຮ້າຍຂອງພວກເຂົາໃຫ້ເລິກເຊິ່ງຍິ່ງຂຶ້ນ. 00:19 ການກະທຳອັນໂຫດຮ້າຍຂອງພັກກອມມູນິດຈີນກວ່າ 70 ປີ: ບັນທຶກເລືອດ ແລະ ນ້ຳຕາຂອງຊາວຄຣິສສະຕຽນ 01:19 3. “ການເຮັດໃຫ້ສາສະໜາເປັນແບບຈີນ”: ການນໍາໃຊ້ອຸດົມການຂອງພັກ ແລະ ສີຈິ້ນຜິງເພື່ອກໍາຈັດຄວາມເຊື່ອທາງສາສະໜາທັງໝົດ 11:28 4. ການສ້າງເຄືອຂ່າຍກ້ອງວົງຈອນປິດທີ່ໃຫຍ່ທີ່ສຸດໃນໂລກ ແລະ ການລະດົມຊັບພະຍາກອນຂອງຊາດເພື່ອຕິດຕາມປະຊາກອນ 20:22
- [ຂໍ້ແທ້ຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ, ຕອນທີ 3 : ບັນທຶກຂໍ້ເທັດຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ (ພາກທີ 3)](https://lo.kingdomsalvation.org/videos/facts-of-ccp-persecution-of-christians-3.html) - ພັກກອມມູນິດຈີນຖືກສ້າງຕັ້ງຂຶ້ນຕາມແນວຄິດລັດທິມາກ-ເລນິນ, ພວກເຂົາໂຄສະນາການບໍ່ເຊື່ອໃນພຣະເຈົ້າຢ່າງໜັກໜ່ວງເພື່ອຫຼອກລວງປະຊາຊົນ ແລະ ຫວັງຈະກຳອຳນາດ ຄວບຄຸມພວກເຂົາໄປຕະຫຼອດ. ພວກເຂົາຖືວ່າກຸ່ມສາສະໜາ ແລະ ຜູ້ເຫັນຕ່າງເປັນສັດຕູທາງການເມືອງທີ່ຍິ່ງໃຫຍ່ທີ່ສຸດສະເໝີມາ. ພວກເຂົາໄດ້ທຸ່ມເທທຸກຄວາມພະຍາຍາມເພື່ອຊຸກຍູ້ແນວທາງລັດທິມາກໃນ “ການປະຕິວັດດ້ວຍຄວາມຮຸນແຮງ” ແລະ “ການຍຶດອຳນາດດ້ວຍການຕໍ່ສູ້ທາງອາວຸດ”. ດ້ວຍວິທີນີ້, ພວກເຂົາຈຶ່ງຍຶດອຳນາດ ແລະ ປົກຄອງມາໂດຍຕະຫຼອດຜ່ານການຕົວະ, ການຫຼອກລວງ ແລະ ການປະຕິວັດດ້ວຍຄວາມຮຸນແຮງ. ເປັນເວລາກວ່າເຈັດສິບປີແລ້ວ, ພັກກອມມູນິດຈີນໄດ້ປາບປາມ, ຈັບກຸມ ແລະ ກົດຂີ່ຂົ່ມເຫັງກຸ່ມສາສະໜາ ແລະ ຜູ້ເຫັນຕ່າງຢ່າງໂຫດຮ້າຍ ແລະ ຕໍ່ເນື່ອງ ໂດຍບໍ່ເຄີຍຢຸດຢັ້ງເລີຍ. ຍ້ອນການປາບປາມຄວາມເຊື່ອທາງສາສະໜາຢ່າງໂຫດຮ້າຍຂອງພັກກອມມູນິດຈີນ, ວິທີການກົດຂີ່ຂົ່ມເຫັງຂອງມັນຈຶ່ງນອງເລືອດ ແລະ ຮຸນແຮງຂຶ້ນເລື້ອຍໆ. ເຊິ່ງເຮັດໃຫ້ສິດທິໃນການມີຊີວິດຢູ່ຂອງຊາວຄຣິສຖືກລິດຮອນໄປຈົນໝົດສິ້ນ. ເພື່ອຫຼົບໜີຈາກກົງເລັບຂອງພັກກອມມູນິດຈີນ ແລະ ເພື່ອຮັກສາຄວາມເຊື່ອຂອງຕົນເອງໄວ້, ຊາວຄຣິສຈຶ່ງຈຳເປັນຕ້ອງໄດ້ຫຼົບໜີໄປຕ່າງປະເທດ. ແຕ່ແລ້ວ ພັກກອມມູນິດຈີນກໍໄດ້ເອື້ອມມືມືດຂອງພວກເຂົາອອກໄປທົ່ວໂລກ ແລະ ໄດ້ດຳເນີນການປາບປາມຂ້າມຊາດຢ່າງຕໍ່ເນື່ອງ ເພື່ອບີບບັງຄັບໃຫ້ຊາວຄຣິສກັບຄືນປະເທດຈີນ ໂດຍມີເປົ້າໝາຍສູງສຸດແມ່ນເພື່ອຄວບຄຸມພວກເຂົາໄວ້ ແລະ ຈະໄດ້ກົດຂີ່ທໍລະມານຕໍ່ໄປຕາມໃຈ. ການປາບປາມ ແລະ ກົດຂີ່ຂົ່ມເຫັງຊາວຄຣິສຂອງພັກກອມມູນິດຈີນນັ້ນແມ່ນຮ້າຍແຮງເຖິງທີ່ສຸດ ແລະ ເຮັດທຸກຢ່າງໂດຍບໍ່ສົນໃຈຫຍັງທັງໝົດ. ອາດຊະຍາກຳຂອງພວກເຂົານັ້ນຊົ່ວຊ້າສາລະມານ ແລະ ບາບໜາຈົນຟ້າດິນກໍຍອມຮັບບໍ່ໄດ້! 00:20
- [ຂໍ້ແທ້ຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ, ຕອນທີ 4 : ໃນປີ 2020 ພັກກອມມູນິດຈີນໄດ້ເປີດສາກ “ສົງຄາມແບບຮອບດ້ານ” ໄລຍະ 3 ປີ ເພື່ອພະຍາຍາມທຳລາຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງສິ້ນເຊີງ](https://lo.kingdomsalvation.org/videos/facts-of-ccp-persecution-of-christians-4.html) - ຕະຫຼອດຫຼາຍປີທີ່ຜ່ານມາ, ພັກກອມມູນິດຈີນໄດ້ປາບປາມ ແລະ ກົດຂີ່ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເພື່ອທຳລາຍ ແລະ ກວາດລ້າງຄຣິສຕະຈັກຢ່າງສິ້ນເຊີງ, ໃນເດືອນກັນຍາ ປີ 2020, ພັກກອມມູນິດຈີນໄດ້ຈັດກອງປະຊຸມລັບເພື່ອເປີດສາກ “ສົງຄາມແບບຮອບດ້ານ” ໄລຍະ 3 ປີ ຕໍ່ຕ້ານຄຣິສຕະຈັກໃນທົ່ວປະເທດ, ໂດຍກຳນົດໃຫ້ການປາບປາມ ແລະ ການກົດຂີ່ຂົ່ມເຫັງຄຣິສຕະຈັກເປັນບູລິມະສິດສູງສຸດໃນການປາບປາມຄວາມເຊື່ອທາງສາສະໜາ. ຊາວຄຣິສຂອງຄຣິສຕະຈັກ, ໂດຍສະເພາະຜູ້ນຳທຸກລະດັບ ແລະ ສະມາຊິກຫຼັກແຫຼ່ງ, ຖືກກຳນົດໃຫ້ເປັນເປົ້າໝາຍຫຼັກໃນການຈັບກຸມ. ໃນລະຫວ່າງ “ສົງຄາມແບບຮອບດ້ານ”, ມີການດຳເນີນປະຕິບັດການຈັບກຸມແບບປະສານງານຫຼາຍຮອບທົ່ວປະເທດ. ມີຜູ້ຖືກຈັບກຸມ 38.607 ຄົນ; ໃນນັ້ນ 17.160 ຄົນຖືກທໍລະມານ ຫຼື ຖືກບັງຄັບລ້າງສະໝອງ; 6.115 ຄົນຖືກຕັດສິນລົງໂທດ; ແລະ ຢ່າງໜ້ອຍມີຊາວຄຣິສ 46 ຄົນຖືກກົດຂີ່ຂົ່ມເຫັງຈົນເສຍຊີວິດ. ອີກຈຳນວນນັບບໍ່ຖ້ວນໄດ້ຫາຍສາບສູນ, ຂາດການຕິດຕໍ່ ຫຼື ຖືກບັງຄັບໃຫ້ຫຼົບໜີ. ລາຍງານສະບັບນີ້ຈະສະເໜີພາບລວມຂອງ “ສົງຄາມແບບຮອບດ້ານ”, ເພື່ອເປີດໂປງການປາບປາມຊາວຄຣິສຢ່າງນອງເລືອດຂອງພັກກອມມູນິດຈີນໃນລະຫວ່າງສາມປີນີ້. 00:18 ໃນປີ 2020 ພັກກອມມູນິດຈີນໄດ້ເປີດສາກ “ສົງຄາມແບບຮອບດ້ານ” ໄລຍະ 3
- [ຂໍ້ແທ້ຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ, ຕອນທີ 6 : ເລືອດ ແລະ ນໍ້າຕາຂອງຊາວຄຣິສຜູ້ສູງອາຍຸ, ຊາວຄຣິສໄວ 79 ປີຖືກຂົ່ມເຫັງຈົນເສຍຊີວິດຍ້ອນຍຶດໝັ້ນໃນຄວາມເຊື່ອຂອງລາວ](https://lo.kingdomsalvation.org/videos/facts-of-ccp-persecution-of-christians-6.html) - ປີ 2024 ແມ່ນປີທຳອິດຂອງ “ບັ້ນຮົບທະລຸທະລ່ວງສາມປີ” ຂອງພັກກອມມູນິດຈີນ ທີ່ຕໍ່ຕ້ານຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນັບຕັ້ງແຕ່ຕົ້ນປີ, ການຈັບກຸມຊາວຄຣິສທົ່ວປະເທດໄດ້ສືບຕໍ່ຢ່າງບໍ່ຢຸດ. ໃນວັນທີ 23 ພຶດສະພາ 2024, ທາງການເມືອງໂປໂຈວ, ແຂວງອ່ານຮຸຍ ໄດ້ເປີດສາກປະຕິບັດການຈັບກຸມແບບພ້ອມພຽງກັນ. ສິນເໝີຍ ອາຍຸ 79 ປີ ແລະ ຊາວຄຣິສອີກ 21 ຄົນຖືກຈັບກຸມຢູ່ເຮືອນຂອງພວກເຂົາ ຍ້ອນຄວາມເຊື່ອໃນພຣະເຈົ້າ. ຫຼັງຈາກຖືກຄຸມຂັງໃນຄັ້ງນີ້, ຄົນທີ່ສູນກັກກັນໄດ້ພະຍາຍາມບັງຄັບ ສິນເໝີຍ ແລະ ຄົນອື່ນໆຫຼາຍຄັ້ງ ໃຫ້ລົງນາມໃນ “ເອກະສານສາມສະບັບ” (ຄື: ໃບຮັບປະກັນ, ໃບສຳນຶກຜິດ ແລະ ໃບຕັດຂາດ) ແລະ ປະຖິ້ມຄວາມເຊື່ອຂອງພວກເຂົາ. ສິນເໝີຍ ແລະ ຄົນອື່ນໆບໍ່ຍອມຈຳນົນ ແລະ ຖືກລົງໂທດທາງຮ່າງກາຍ, ໂດຍຖືກບັງຄັບໃຫ້ນັ່ງເທິງແຜ່ນກະດານແຂງເປັນເວລາ 13 ຫາ 14 ຊົ່ວໂມງຕໍ່ມື້. ພວກເຂົາຖືກບັງຄັບໃຫ້ນັ່ງຂັດສະໝາດ, ວາງມືໄວ້ເທິງຫົວເຂົ່າ ໃຫ້ຮັກສາລຳຕົວໃຫ້ຊື່ກົງ ໂດຍບໍ່ໃຫ້ເໜັງຕີງເລີຍ ແຂ້ວທຽມຂອງ ສິນເໝີຍ ກໍຖືກຍຶດ,
- [ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 5 : ການແບ່ງປັນປະສົບການຂອງຊາວຄຣິສໃນຄຣິສຕະຈັກກຸງໂຊລ: ເຂົ້າໃຈຄວາມຈິງ ຈຶ່ງເລືອກໄດ້ຖືກຕ້ອງ](https://lo.kingdomsalvation.org/videos/church-news-5.html) - ຊາວຄຣິສທີ່ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນກຸງໂຊລ, ປະເທດເກົາຫຼີໃຕ້, ອາດຈະລັງເລ, ຮູ້ສຶກອ່ອນແອ ແລະ ເຈັບປວດ ເມື່ອປະເຊີນກັບທາງເລືອກ. ແຕ່ໂດຍການສະແຫວງຫາຄວາມຈິງຢ່າງຈິງໃຈ, ພວກເຂົາກໍໄດ້ພົບເຫັນຫົນທາງແຫ່ງການປະຕິບັດເພື່ອແກ້ໄຂບັນຫາເຫຼົ່ານີ້. ດ້ວຍການນຳພາຂອງພຣະທຳຂອງພຣະເຈົ້າ, ພວກເຂົາກໍໄດ້ເຂົ້າໃຈຄວາມຈິງ, ມີການໄຈ້ແຍກ, ເລືອກໃນສິ່ງທີ່ຖືກຕ້ອງ ແລະ ກາຍເປັນຄົນທີ່ເຂັ້ມແຂງ ແລະ ມີຄວາມເຊື່ອຫຼາຍຂຶ້ນ. 00:10 ຄຳນຳຂອງຜູ້ຈັດ 03:20 ນັກຂ່າວລົງພື້ນທີ່ 04:50 ການຮ້ອງເພງ ແລະ ການເຕັ້ນລຳ ສັນລະເສີນ ແລະ ນະມັດສະການ 06:51 ການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ມີພຽງແຕ່ພຣະຄຣິສແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິລັນດອນໃຫ້ກັບມະນຸດໄດ້” 12:46 ຄຳພະຍານຈາກປະສົບການຂອງທ່ານນາງລີ ໂຢຊິມ 22:52 ການຮ້ອງເພງສັນລະເສີນ: “ໂອ້ ພຣະເຈົ້າ, ພວກຂ້ານ້ອຍຈະປາຖະໜາຫາພຣະອົງຕະຫຼອດໄປ” 23:38 ຄຳພະຍານຈາກປະສົບການຂອງທ່ານນາງຄິມ ຢອງຊິມ
- [ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 6 : ປະສົບການຂອງຊາວຄຣິສຕຽນໃນຄຣິສຕະຈັກໃນປະເທດຝຣັ່ງ: ເງື່ອນໄຂສຳລັບການເຂົ້າສູ່ອານາຈັກສະຫວັນ](https://lo.kingdomsalvation.org/videos/church-news-6.html) - ຊາວຄຣິສຕຽນຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນປະເທດຝຣັ່ງ ໄດ້ພົບເສັ້ນທາງແຫ່ງການປະຕິບັດສຳລັບການກາຍເປັນຄົນຊື່ສັດ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະຜະເຊີນກັບອຸປະສັກ ແລະ ຄວາມລົ້ມເຫຼວໃນຂະບວນການປະຕິບັດເປັນຄົນຊື່ສັດ ແຕ່ພວກເຂົາກໍບໍ່ຍອມແພ້ທີ່ຈະໄລ່ຕາມຄວາມຈິງ. ພາຍໃຕ້ການນໍາພາຈາກພຣະທໍາຂອງພຣະເຈົ້າ, ພວກເຂົາມາຮູ້ຈັກຕົວເອງ, ກັບໃຈຕໍ່ພຣະເຈົ້າ ແລະ ປະຕິບັດຕາມຂໍ້ກໍານົດຂອງພຣະອົງ. ພວກເຂົາເລີ່ມຕົ້ນດ້ວຍປະໂຫຍກດຽວ ແລະ ການກະທໍານ້ອຍໆໜຶ່ງຢ່າງ ແລະ ໃນທີ່ສຸດກໍສາມາດເປີດໃຈ ແລະ ເວົ້າຈາກໃຈໄດ້. ພວກເຂົາຕົວະ ແລະ ຫຼອກລວງໜ້ອຍລົງເລື້ອຍໆ ແລະ ພວກເຂົາມີຄວາມຄ້າຍຄືຄົນຊື່ສັດເພີ່ມຂຶ້ນ. ພວກເຂົາຍັງໄດ້ສຳຜັດກັບຄວາມສະຫງົບ ແລະ ຄວາມປິຕິຍິນດີທີ່ມາຈາກການເປັນຄົນຊື່ສັດ ແລະ ພວກເຂົາກໍເຕັມໄປດ້ວຍຄວາມເຊື່ອ ແລະ ຄວາມຫວັງສຳລັບການຖືກຊ່ວຍໃຫ້ລອດພົ້ນ ແລະ ການເຂົ້າສູ່ອານາຈັກສະຫວັນ. 00:34 ຈຸດສຳຄັນ 01:21 ຄຳນຳຂອງຜູ້ຈັດ 08:12 ນັກຂ່າວລົງພື້ນທີ່ 09:49 ບົດເພງ ແລະ ການເຕັ້ນລຳສັນລະເສີນ 12:18 ການຮັບຊົມສາລະຄະດີດົນຕີຂະໜາດໃຫຍ່: “ຜູ້ທີ່ມີອຳນາດອະທິປະໄຕເໜືອທຸກສິ່ງ” 14:01 ການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ 21:22 ອ້າຍ ມັດທາຍ ແບ່ງປັນປະສົບການຂອງລາວ: ສີ່ເສັ້ນທາງແຫ່ງການປະຕິບັດສຳລັບການປະຖິ້ມຄວາມໜ້າຊື່ໃຈຄົດ ແລະ ການກາຍເປັນຄົນຊື່ສັດ
- [ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 1 : ພຣະກິດຕິຄຸນແຫ່ງອານາຈັກເບັ່ງບານ: ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເຜີຍແຜ່ໄປຫຼາຍກວ່າ 120 ປະເທດ](https://lo.kingdomsalvation.org/videos/gospel-of-the-kingdom-flourishes.html) - ໃນປີ 1991, ພຣະເຈົ້າໄດ້ເລີ່ມຕົ້ນພາລະກິດແຫ່ງຍຸກແຫ່ງລາຊະອານາຈັກຢ່າງເປັນທາງການ ແລະ ໄດ້ສ້າງຕັ້ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຂຶ້ນ. ນັບຕັ້ງແຕ່ປີ 1995 ເປັນຕົ້ນມາ, ພຣະກິດຕິຄຸນແຫ່ງລາຊະອານາຈັກໄດ້ເລີ່ມເຜີຍແຜ່ຢ່າງເປັນທາງການໃນປະເທດຈີນແຜ່ນດິນໃຫຍ່, ຜູ້ຄົນຈາກທຸກສາສະໜາ ແລະ ນິກາຍທີ່ປາດຖະໜາການປາກົດຕົວຂອງພຣະເຈົ້າກໍໄດ້ຍິນສຽງຂອງພຣະອົງ, ໄດ້ຍອມຮັບພາລະກິດໃນຍຸກສຸດທ້າຍຂອງພຣະອົງ ແລະ ໄດ້ກັບຄືນສູ່ເຮືອນຂອງພຣະເຈົ້າ. ໃນຫຼາຍໆບ່ອນຈຶ່ງໄດ້ເກີດມີພາບເຫດການທີ່ວ່າ ທຸກສາສະໜາໂຮມເຂົ້າເປັນໜຶ່ງດຽວ ແລະ ທຸກຊົນຊາດພາກັນຫຼັ່ງໄຫຼມາສູ່ພູເຂົາແຫ່ງເຮືອນຂອງພຣະເຈົ້າ. ໂລກສາສະໜາຕົກຢູ່ໃນສະພາວະໃກ້ຈະພັງທະລາຍລົງຢ່າງສິ້ນເຊີງ. ຕໍ່ມາ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍໄດ້ຖືກປະນາມ ແລະ ໂຈມຕີຈາກໂລກສາສະໜາ ແລະ ລັດຖະບານພັກກອມມູນິດຈີນກໍໄດ້ເປີດສາກການກົດຂີ່ຂົ່ມເຫັງທີ່ໂຫດຮ້າຍຍິ່ງກວ່າເກົ່າຕໍ່ຄຣິສຕະຈັກ. ເຖິງວ່າຈະເປັນແນວນັ້ນກໍຕາມ, ພາຍໃຕ້ການນຳພາຂອງພຣະເຈົ້າ, ຄົນທີ່ຖືກເລືອກຂອງພຣະເຈົ້າຢ່າງຫຼວງຫຼາຍໄດ້ຜ່ານຄວາມທຸກຍາກລຳບາກນັບບໍ່ຖ້ວນ ແລະ ທະລຸຜ່ານອຸປະສັກຢ່າງຫຼວງຫຼາຍ. ໃນປີ 2007, ໃນທີ່ສຸດພວກເຂົາກໍໄດ້ເຜີຍແຜ່ພຣະກິດຕິຄຸນແຫ່ງລາຊະອານາຈັກຂອງພຣະເຈົ້າໄປຍັງຕ່າງປະເທດ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງທຳອິດໃນໄຕ້ຫວັນກໍໄດ້ຖືກສ້າງຕັ້ງຂຶ້ນ. ເມື່ອພຣະກິດຕິຄຸນແຫ່ງລາຊະອານາຈັກໄດ້ຂະຫຍາຍຕົວຢ່າງໄວວາຈາກທະວີບອາຊີໄປສູ່ເອີຣົບ, ຈາກນັ້ນກໍໄປສູ່ທະວີບອາເມລິກາ, ອາຟຣິກາ ແລະ ໂອເຊອານີ, ຈົນເຖິງປັດຈຸບັນ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍໄດ້ຖືກສ້າງຕັ້ງຂຶ້ນໃນຫຼາຍກວ່າ 120 ປະເທດທົ່ວໂລກ. ພຣະກິດຕິຄຸນແຫ່ງລາຊະອານາຈັກຍັງຄົງສືບຕໍ່ຂະຫຍາຍອອກໄປດັ່ງໄຟລາມປ່າໄປທົ່ວທຸກທະວີບ. ໃນລາຍການຕອນນີ້, ພວກເຮົາຈະພາທຸກທ່ານໄປສຳຜັດກັບຊີວິດຄຣິສຕະຈັກຂອງບັນດາສະມາຊິກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ປະຈຳປະເທດອີຕາລີ. 00:11 ຄຳນຳຂອງຜູ້ຈັດ 02:10 ພຣະກິດຕິຄຸນແຫ່ງລາຊະອານາຈັກເບັ່ງບານໃນເອີຣົບ, ໂດຍມີອີຕາລີເປັນຈຸດທຳອິດ 03:09
- [ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 2 : ຊາວຄຣິດທີ່ມີຄວາມສຸກໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ປະເທດບຣາຊິນຕ່າງເພີດເພີນກັບຊີວິດຄຣິສຕະຈັກໃນຍຸກໃໝ່](https://lo.kingdomsalvation.org/videos/church-news-1.html) - ໃນລະຫວ່າງການຊຸມນຸມ, ບັນດາຊາວຄຣິດຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນປະເທດບຣາຊິນ ໄດ້ຮ້ອງເພງສັນລະເສີນ, ເຕັ້ນລຳ ແລະ ອ່ານພຣະທຳຂອງພຣະເຈົ້າ, ເພື່ອສະແດງຄວາມຂອບໃຈ ແລະ ສັນລະເສີນຕໍ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາໄດ້ແບ່ງປັນປະສົບການກ່ຽວກັບການເພິ່ງພາພຣະທຳຂອງພຣະເຈົ້າເພື່ອເອົາຊະນະຄວາມຍາກລຳບາກຕ່າງໆ ເຊັ່ນ: ຄວາມສັບສົນໃນຄວາມເຊື່ອ, ຄວາມຍາກລຳບາກໃນຄອບຄົວ ແລະ ການເຈັບປ່ວຍຂອງຄົນທີ່ຮັກ. ພວກເຂົາໄດ້ສຳຜັດເຖິງກຳລັງທີ່ພຣະທຳຂອງພຣະເຈົ້າໄດ້ມອບໃຫ້ຢ່າງແທ້ຈິງ. ບັນດາຊາວຄຣິດທີ່ເຂົ້າຮ່ວມລ້ວນແຕ່ຮູ້ສຶກຕື້ນຕັນໃຈກັບປະສົບການຈິງເຫຼົ່ານີ້. ທຸກຄົນຮູ້ສຶກວ່າຕົນເອງໄດ້ຮັບບາງສິ່ງບາງຢ່າງ ແລະ ໄດ້ເພີດເພີນກັບຄວາມອຸດົມສົມບູນ ແລະ ຄວາມສຸກຂອງຊີວິດຄຣິດຕະຈັກໃນຍຸກໃໝ່. 00:10 ຄຳນຳຂອງຜູ້ຈັດ 05:54 ນັກຂ່າວລົງພື້ນທີ່ 07:47 ການຮ້ອງເພງສັນລະເສີນ: “ເພງຮັກອັນຫວານຊື່ນ” 09:47 ການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ 16:42 ຄຳພະຍານຈາກປະສົບການຂອງທ່ານນາງແພັດທຣີເຊຍ 22:19 ຄຳພະຍານຈາກປະສົບການຂອງທ່ານນາງດີລມາ 25:42 ຄຳພະຍານຈາກປະສົບການຂອງທ່ານນາງອະເດຣຍນາ
- [ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 3 : ຊາວຄຣິດໃນນິວຢອກ ແລະ ເພັນຊິລເວເນຍ ພົບເຫັນການຫຼໍ່ລ້ຽງຝ່າຍຈິດວິນຍານໃນການນະມັດສະການພຣະເຈົ້າ](https://lo.kingdomsalvation.org/videos/church-news-3.html) - ໃນຍຸກສະໄໝປັດຈຸບັນທີ່ເຕັມໄປດ້ວຍເຕັກໂຊໂລຊີທີ່ກ້າວໜ້າ ແລະ ຄວາມອຸດົມສົມບູນທາງດ້ານວັດຖຸ, ຜູ້ຄົນຈຳນວນຫຼາຍໃນສັງຄົມ, ລວມທັງຊາວຄຣິດ, ພົບວ່າຕົນເອງກຳລັງດຳລົງຊີວິດຢູ່ໃນຄວາມຜິດບາບ ໂດຍບໍ່ສາມາດຫຼຸດພົ້ນອອກມາໄດ້. ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມວ່າງເປົ່າ, ຄວາມສັບສົນ ແລະ ຄວາມເຈັບປວດຢ່າງສຸດຂີດ. ຜູ້ຄົນຈະສາມາດຫຼຸດພົ້ນຈາກພັນທະນາການຂອງຄວາມຜິດບາບ, ອອກຈາກຄວາມວ່າງເປົ່າຝ່າຍຈິດວິນຍານນີ້ ແລະ ຢຸດຕິຄວາມສັບສົນຂອງພວກເຂົາໄດ້ແນວໃດ? ຊາວຄຣິດຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນນິວຢອກ ແລະ ເພັນຊິລເວເນຍ ໄດ້ໃຫ້ຄຳຕອບ ຜ່ານປະສົບການຕົວຈິງຂອງພວກເຂົາເອງ. ພວກເຂົາໄດ້ຍິນພຣະວັດຈະນະຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກຕ່າງໆ, ໄດ້ຕ້ອນຮັບການສະເດັດກັບມາຂອງພຣະຜູ້ເປັນເຈົ້າ ແລະ ໄດ້ເລີ່ມຕົ້ນດຳລົງຊີວິດຄຣິສຕະຈັກໃນຍຸກໃໝ່. ການສະໜອງ ແລະ ການນຳພາຈາກພຣະທຳຂອງພຣະເຈົ້າໄດ້ຫຼໍ່ລ້ຽງຈິດໃຈຂອງພວກເຂົາ. ຕອນນີ້, ພວກເຂົາບໍ່ໄດ້ຫຼົງທາງອີກຕໍ່ໄປ, ທັງບໍ່ໄດ້ໄລ່ຕາມຄວາມວ່າງເປົ່າ ແລະ ຄວາມສຸກທາງໂລກອີກ. 00:10 ຄຳນຳຂອງຜູ້ຈັດ 04:44 ນັກຂ່າວລົງພື້ນທີ່ຈາກເພັນສີລວາເນຍ 05:51 ການຮ້ອງເພງສັນລະເສີນພຣະທຳຂອງພຣະເຈົ້າ: “ທົ່ວທັງໂລກຊື່ນຊົມຍິນດີ ແລະ ສັນລະເສີນພຣະເຈົ້າ” 06:29 ການເບິ່ງຮູບເງົາ: ການພົບກັບພຣະຜູ້ເປັນເຈົ້າໃນຊ່ວງເວລາແຫ່ງຄວາມຫາຍະນະ 13:22 ການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ” 17:29 ນັກຂ່າວລົງພື້ນທີ່ຈາກລັດນິວຢອກ 18:23 ຄຳພະຍານຈາກປະສົບການຂອງທ່ານອ້າຍຈາ 26:42 ຄຳພະຍານຈາກປະສົບການຂອງທ່ານນາງດໍຣຽນ 32:35
- [ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 4 : ຄຳພະຍານຂອງຊາວຄຣິສໃນຄຣິສຕະຈັກທີ່ປະເທດສະເປນ—ຄວາມຈິງເຮັດໃຫ້ຜູ້ຄົນເປັນອິດສະຫຼະ](https://lo.kingdomsalvation.org/videos/church-news-4.html) - ຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນປະເທດສະເປນ ໄດ້ຍິນພຣະວັດຈະນະຂອງພຣະວິນຍານແຫ່ງຄວາມຈິງ. ພວກເຂົາໄດ້ຮັບການສະໜອງຄວາມຈິງຢ່າງຕໍ່ເນື່ອງຈາກພຣະເຈົ້າ, ໄດ້ຮັບອາວຸດທີ່ມີພະລັງທີ່ສຸດເພື່ອເອົາຊະນະຊາຕານ ແລະ ໄດ້ພົບເຫັນເສັ້ນທາງສູ່ອິດສະຫຼະພາບຈາກພັນທະນາການ ແລະ ການທໍລະມານຂອງມັນ. ພວກເຂົາໄດ້ອອກມາຈາກຄວາມເຈັບປວດ, ການທໍລະຍົດ ແລະ ຄວາມທຸກທໍລະມານທີ່ພວກເຂົາເຄີຍໄດ້ຮັບ. ຫົວໃຈຂອງພວກເຂົາສະຫງົບ, ສົດໃສ, ເປັນອິດສະຫຼະ ແລະ ຖືກປົດປ່ອຍ ແລະ ພວກເຂົາກໍດຳລົງຊີວິດຢູ່ໃນຄວາມສະຫວ່າງ! 00:10 ຄຳນຳຂອງຜູ້ຈັດ 03:18 ນັກຂ່າວລົງພື້ນທີ່ 05:08 ການສະແດງຟ້ອນລຳ: “ອານາຈັກຂອງພຣະຄຣິສໄດ້ປາກົດຂຶ້ນແລ້ວ” 06:30 ການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ” 15:10 ຄຳພະຍານຈາກປະສົບການຂອງທ່ານນາງເອລີ 20:11 ຄຳພະຍານຈາກປະສົບການຂອງທ່ານນາງມາເຣຍ 23:20 ຄຳພະຍານຈາກປະສົບການຂອງທ່ານຄຣິສຕຽນ 38:45 ການຮ້ອງເພງສັນລະເສີນ: “ຖ້າຂ້ານ້ອຍບໍ່ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ” 40:03 ການສຳພາດພາກສະໜາມ
- [ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 7 : ຄຳພະຍານຈາກປະສົບການຂອງຊາວຄຣິສໃນຄຣິສຕະຈັກທີ່ປະເທດຟີລິບປິນ: ວິທີທີ່ການພິພາກສາຈາກພຣະທຳຂອງພຣະເຈົ້າປົດປ່ອຍພວກເຂົາຈາກພັນທະນາການຂອງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ](https://lo.kingdomsalvation.org/videos/church-news-7.html) - ຊາວຄຣິສໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນປະເທດຟີລິບປິນ ໄດ້ຍິນສຽງຂອງພຣະເຈົ້າ ແລະ ໄດ້ເຂົ້າມາຍອມຈໍານົນຢູ່ຕໍ່ໜ້າບັນລັງຂອງພຣະອົງ. ພວກເຂົາກຳລັງໄດ້ຮັບການຫົດນໍ້າ, ການລໍ່ລ້ຽງ ແລະ ການລ້ຽງດູຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດດ້ວຍພຣະອົງເອງ ແລະ ໄດ້ເຂົ້າຮ່ວມງານລ້ຽງຂອງອານາຈັກສະຫວັນ. ພວກເຂົາຍອມຮັບການພິພາກສາ ແລະ ການຊໍາລະຈາກພຣະທຳຂອງພຣະເຈົ້າ ແລະ ໄດ້ຮັບຮູ້ວ່າ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາແມ່ນຮາກເຫງົ້າຂອງການເຮັດບາບ ແລະ ການໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແມ່ນເສັ້ນທາງທີ່ຜິດ. ພວກເຂົາໄດ້ກັບໃຈຢ່າງແທ້ຈິງ ແລະ ໄດ້ເລີ່ມປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຢ່າງຈິງຈັງ. ພວກເຂົາໄດ້ເຫັນຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. 00:32 ຈຸດສຳຄັນ 01:05 ຄຳນຳຂອງຜູ້ຈັດ 06:06 ນັກຂ່າວລົງພື້ນທີ່ 07:54 ການສະແດງຟ້ອນລຳ: “ຊ່າງມີຄວາມສຸກໃນຊີວິດຄຣິສຕະຈັກ” 09:28 ການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ 18:02 ເອື້ອຍເມ ແບ່ງປັນປະສົບການຂອງລາວ: ວິທີປະຕິບັດຕໍ່ຄົນທີ່ເກັ່ງກວ່າຂ້ານ້ອຍ 33:46 ເພງສັນລະເສີນພຣະທຳຂອງພຣະເຈົ້າ: “ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າເຮັດໃຫ້ມະນຸດສົມບູນດ້ວຍພຣະທຳ” 34:38 ເອື້ອຍໂນ ແບ່ງປັນປະສົບການຂອງລາວ: ຈາກການກັກຄວາມຮູ້ມາເປັນການທຸ່ມເທທຸກຢ່າງ, ຂ້ານ້ອຍບໍ່ສະແຫວງຫາທີ່ຈະໂດດເດັ່ນພຽງຜູ້ດຽວອີກຕໍ່ໄປ
- [ລາຍງານພິເສດກ່ຽວກັບຊີວິດຄຣິສຕະຈັກ, ຕອນທີ 8 : “ສຽງແຫ່ງການສັນລະເສີນ” ລາຍງານພິເສດກ່ຽວກັບການສະແດງວາໄຣຕີ້ (ພາກທີ 1)](https://lo.kingdomsalvation.org/videos/church-news-8.html) - ລາຍງານພິເສດນີ້ແມ່ນກ່ຽວກັບ “ສຽງແຫ່ງການສັນລະເສີນ” ຕອນທີສອງ ເຊິ່ງເປັນການສະແດງວາໄຣຕີ້ຕ້ອນຮັບປີໃໝ່ 2026. ຈັດທຳໂດຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, “ສຽງແຫ່ງການສັນລະເສີນ” ແມ່ນຜົນງານການສະແດງຂະໜາດໃຫຍ່ ທີ່ຮວບຮວມຊາວຄຣິສຈາກບັນດາປະເທດໃນທົ່ວເອີຣົບ, ໂອເຊອານີ, ອາຟຣິກາ, ອາເມຣິກາ ແລະ ອາຊີ. ລາຍງານນີ້ເຜີຍໃຫ້ເຫັນປະສົບການຈິງຂອງຊາວຄຣິສໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ໃນລະຫວ່າງການກະກຽມ ແລະ ການເຂົ້າຮ່ວມການຮ້ອງເພງ, ການເຕັ້ນລໍາ, ການເປັນພະຍານ ແລະ ການສະແດງອື່ນໆ. ເບື້ອງຫຼັງທຸກການສະແດງ ແມ່ນຄຳພະຍານທີ່ສວຍງາມຂອງຜູ້ຄົນທີ່ພຣະເຈົ້າເລືອກ ທີ່ໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ເຕີບໃຫຍ່ໃນຊີວິດ. 00:10 ຄຳນຳຂອງຜູ້ຈັດ 04:39 ການສະແດງອອກເຖິງຄວາມສຸກ ແລະ ຄວາມຕື່ນເຕັ້ນໃນການເຂົ້າຮ່ວມການສະແດງລາຍການວາໄລຕີ້ 06:34 ການເອົາຊະນະບັນຫາໃນການຊ້ອມໃຫຍ່ພາຍໃຕ້ການນຳພາຂອງພຣະທຳຂອງພຣະເຈົ້າ 14:55 ການຮັບຮູ້ອຸປະນິໄສທີ່ເສື່ອມຊາມ ແລະ ການປະຕິບັດຄວາມຈິງໃນລະຫວ່າງການຝຶກຊ້ອມ 21:33 ການເຂົ້າໃຈເຈດຕະນາຂອງພຣະເຈົ້າໃນລະຫວ່າງການຝຶກຊ້ອມ 26:57 ຂໍ້ຄວາມຈາກພິທີກອນ 29:22 ບັນດາຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທົ່ວໂລກ ກ່າວຂອບພຣະຄຸນພຣະເຈົ້າ
- [ລາຍງານພິເສດກ່ຽວກັບຊີວິດຄຣິສຕະຈັກ, ຕອນທີ 9 : “ສຽງແຫ່ງການສັນລະເສີນ” ລາຍງານພິເສດກ່ຽວກັບການສະແດງວາໄຣຕີ້ (ພາກທີ 2)](https://lo.kingdomsalvation.org/videos/church-news-9.html) - ລາຍງານພິເສດນີ້ແມ່ນກ່ຽວກັບ “ສຽງແຫ່ງການສັນລະເສີນ” ຕອນທີສອງ ເຊິ່ງເປັນການສະແດງວາໄຣຕີ້ຕ້ອນຮັບປີໃໝ່ 2026. ຈັດທຳໂດຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, “ສຽງແຫ່ງການສັນລະເສີນ” ແມ່ນຜົນງານການສະແດງຂະໜາດໃຫຍ່ ທີ່ຮວບຮວມຊາວຄຣິສຈາກບັນດາປະເທດໃນທົ່ວເອີຣົບ, ໂອເຊອານີ, ອາຟຣິກາ, ອາເມຣິກາ ແລະ ອາຊີ. ລາຍງານນີ້ເຜີຍໃຫ້ເຫັນປະສົບການຈິງຂອງຊາວຄຣິສໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ໃນລະຫວ່າງການກະກຽມ ແລະ ການເຂົ້າຮ່ວມການຮ້ອງເພງ, ການເຕັ້ນລໍາ, ການເປັນພະຍານ ແລະ ການສະແດງອື່ນໆ. ເບື້ອງຫຼັງທຸກການສະແດງ ແມ່ນຄຳພະຍານທີ່ສວຍງາມຂອງຜູ້ຄົນທີ່ພຣະເຈົ້າເລືອກ ທີ່ໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ເຕີບໃຫຍ່ໃນຊີວິດ. 00:09 ຄຳນຳຂອງຜູ້ຈັດ 04:44 ການສຳພາດເບື້ອງຫຼັງ: ຄະນະປະສານສຽງຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ໃນສະຫະລັດອາເມຣິກາ 09:36 ການສຳພາດເບື້ອງຫຼັງ: ການສະແດງດ່ຽວ “ຫົວໃຈທີ່ຈົງຮັກພັກດີຕໍ່ພຣະເຈົ້າ” ຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ໃນສະຫະລັດອາເມຣິກາ 11:11 ການສຳພາດເບື້ອງຫຼັງ: ການສະແດງການເຕັ້ນລຳຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ໃນປະເທດອິນເດຍ 14:08 ການສຳພາດເບື້ອງຫຼັງ: ການສະແດງຮ້ອງເພງສັນລະເສີນຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ໃນປະເທດເມັກຊິໂກ 16:27 ການສຳພາດເບື້ອງຫຼັງ: ຄະນະປະສານສຽງຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ໃນປະເທດຟີລິບປິນ 18:25 ການສຳພາດເບື້ອງຫຼັງ: ຄຳພະຍານປະສົບການຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ໃນປະເທດຟີລິບປິນ
- [ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 10 : ຄຳພະຍານຈາກປະສົບການຂອງຄຣິສຕະຈັກໃນປະເທດການາດາ: ການພິພາກສາຂອງພຣະເຈົ້າຄືແສງສະຫວ່າງແຫ່ງຄວາມລອດພົ້ນ](https://lo.kingdomsalvation.org/videos/church-news-10.html) - ຊາວຄຣິສໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນປະເທດການາດາ ໄດ້ຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ໄດ້ປະສົບກັບການພິພາກສາ ແລະ ການລົງໂທດຈາກພຣະທຳຂອງພຣະອົງ. ພວກເຂົາໄດ້ໄຕ່ຕອງ ແລະ ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈາກພຣະທຳຂອງພຣະອົງ ແລະ ໂດຍການປະຕິບັດຕາມພຣະທຳຂອງພຣະເຈົ້າ, ພວກເຂົາກໍຄ່ອຍໆຖອດຖິ້ມອຸປະນິໄສທີ່ເສື່ອມຊາມເຫຼົ່ານັ້ນ. ດ້ວຍວິທີນີ້, ພວກເຂົາຈຶ່ງຫຼຸດພົ້ນຈາກພັນທະນາການແຫ່ງທຳມະຊາດທີ່ຜິດບາບຂອງພວກເຂົາ ແລະ ໄດ້ມາໃຊ້ຊີວິດຢູ່ໃນຄວາມສະຫວ່າງ. ພວກເຂົາຮູ້ສຶກວ່າ ການລົງໂທດ ແລະ ການພິພາກສາຂອງພຣະເຈົ້າ ຄືແສງສະຫວ່າງແຫ່ງຄວາມລອດພົ້ນສຳລັບມະນຸດຊາດ ແລະ ມີພຽງແຕ່ການຍອມຮັບການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງຈະໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ. 00:33 ຈຸດສຳຄັນ 01:09 ຄຳນຳຂອງຜູ້ຈັດ 04:45 ນັກຂ່າວລົງພື້ນທີ່ 06:42 ການຮ້ອງເພງສັນລະເສີນ: “ເພງສາຍໃຍທີ່ບໍ່ຕ້ອງເອີຍປາກ” 11:16 ການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ 17:46 ເອື້ອຍນ້ອງ ຊິນດີ ແບ່ງປັນປະສົບການຂອງລາວ: ພໍໄດ້ອ່ານພຣະທຳຂອງພຣະເຈົ້າ, ຂ້ານ້ອຍກໍໄດ້ພົບເສັ້ນທາງທີ່ຈະຖອດຖິ້ມທຳມະຊາດທີ່ຜິດບາບຂອງຂ້ານ້ອຍ 27:27 ອ້າຍນ້ອງ ອີອານ ແບ່ງປັນປະສົບການຂອງລາວ: ເຈົ້າສາມາດຖອດຖິ້ມພັນທະນາການຂອງຊື່ສຽງ ແລະ ຜົນປະໂຫຍດໂດຍການຍອມຮັບການພິພາກສາຈາກພຣະທຳຂອງພຣະເຈົ້າເທົ່ານັ້ນ 41:46 ການສຳພາດພາກສະໜາມ
- [ລາຍງານພິເສດກ່ຽວກັບຊີວິດຄຣິສຕະຈັກ, ຕອນທີ 11 : ການສະແດງວາໄຣຕີ້ປີໃໝ່ 2026 “ສຽງແຫ່ງການສັນລະເສີນ” ລາຍງານຕິດຕາມ (ຕອນທີ 1)](https://lo.kingdomsalvation.org/videos/church-news-11.html) - ລາຍງານຕິດຕາມສະບັບນີ້ເນັ້ນໃສ່ຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈາກປະເທດຕ່າງໆໃນເອີຣົບ, ໂອເຊອານີ, ອາຟຣິກາ, ທະວີບອາເມຣິກາ ແລະ ອາຊີ, ໂດຍນຳສະເໜີຄວາມຮູ້ສຶກທີ່ແທ້ຈິງຂອງພວກເຂົາຫຼັງຈາກຮັບຊົມການສະແດງວາໄຣຕີ້ “ສຽງແຫ່ງການສັນລະເສີນ” ໃນວັນປີໃໝ່ 2026. ຜ່ານພາບບັນຍາກາດ ແລະ ການສຳພາດໃນສະຖານທີ່ຈິງ, ລາຍການນີ້ຈະນຳພາທ່ານຜູ້ຊົມໄປສຳຜັດກັບໂລກພາຍໃນຈິດໃຈຂອງຊາວຄຣິສເຫຼົ່ານີ້, ເຮັດໃຫ້ຜູ້ຊົມສຳຜັດໄດ້ເຖິງປະສົບການ ແລະ ສິ່ງທີ່ພວກເຂົາໄດ້ຮັບຈາກການສະແດງ. ໃນຂະນະດຽວກັນ, ຕອນນີ້ຈະເປີດເຜີຍສິບການສະແດງທີ່ໄດ້ຮັບຄວາມນິຍົມສູງສຸດໃນການສະແດງວາໄຣຕີ້ວັນປີໃໝ່ 2026, ໂດຍລວມເອົາຄວາມຮູ້ສຶກທີ່ແທ້ຈິງຂອງຊາວຄຣິສຫຼັງຈາກທີ່ໄດ້ຮັບຊົມການສະແດງເຫຼົ່ານັ້ນ. ພວກເຮົາມາຄົ້ນຫາການສະແດງທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງຫຼວງຫຼາຍເຫຼົ່ານີ້ໄປນຳກັນ ແລະ ຄົ້ນຫາເຫດຜົນວ່າເປັນຫຍັງພວກມັນຈຶ່ງສາມາດເຮັດໃຫ້ຜູ້ຄົນຕື້ນຕັນໃຈໄດ້ຢ່າງເລິກເຊິ່ງພຽງນີ້. 00:18 ຄຳນຳຂອງຜູ້ຈັດ 05:27 ຄວາມຮູ້ສຶກຕໍ່ການສະແດງຂອງຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນເອີຣົບ 10:49 ຄວາມຮູ້ສຶກຕໍ່ການສະແດງຂອງຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນໂອເຊອານີ 14:26 ຄວາມຮູ້ສຶກຕໍ່ການສະແດງຂອງຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນອາຟຣິກາ 19:01 ການເປີດເຜີຍການສະແດງອັນດັບທີ 10 ແລະ ຄວາມຮູ້ສຶກຂອງຜູ້ຊົມ (ການຮ້ອງເພງດ່ຽວ “ເຈົ້າຮູ້ເຖິງພາລະກິດຂອງເຈົ້າບໍ່?” ຮັບຊົມສະບັບເຕັມໄດ້ທີ່: ເພງຄຣິດສະຕຽນ “ເຈົ້າຮູ້ເຖິງພາລະກິດຂອງເຈົ້າບໍ່?” | ສຽງແຫ່ງການສັນລະເສີນ 2026) 26:19 ການເປີດເຜີຍການສະແດງອັນດັບທີ 9 ແລະ ຄວາມຮູ້ສຶກຂອງຜູ້ຊົມ (ການເຕັ້ນລຳ “ຊີວິດຂອງສິ່ງທີ່ຖືກສ້າງທັງໝົດມາຈາກພຣະເຈົ້າ” ຮັບຊົມສະບັບເຕັມໄດ້ທີ່: ການສະແດງການເຕັ້ນລຳ “ຊີວິດຂອງສິ່ງທີ່ຖືກສ້າງທັງໝົດມາຈາກພຣະເຈົ້າ”
- [ລາຍງານພິເສດກ່ຽວກັບຊີວິດຄຣິສຕະຈັກ, ຕອນທີ 12 : ການສະແດງວາໄຣຕີ້ປີໃໝ່ 2026 “ສຽງແຫ່ງການສັນລະເສີນ” ລາຍງານຕິດຕາມ (ຕອນທີ 2)](https://lo.kingdomsalvation.org/videos/church-news-12.html) - ລາຍງານຕິດຕາມສະບັບນີ້ເນັ້ນໃສ່ຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈາກປະເທດຕ່າງໆໃນເອີຣົບ, ໂອເຊອານີ, ອາຟຣິກາ, ທະວີບອາເມຣິກາ ແລະ ອາຊີ, ໂດຍນຳສະເໜີຄວາມຮູ້ສຶກທີ່ແທ້ຈິງຂອງພວກເຂົາຫຼັງຈາກຮັບຊົມການສະແດງວາໄຣຕີ້ “ສຽງແຫ່ງການສັນລະເສີນ” ໃນວັນປີໃໝ່ 2026. ຜ່ານພາບບັນຍາກາດ ແລະ ການສຳພາດໃນສະຖານທີ່ຈິງ, ລາຍການນີ້ຈະນຳພາທ່ານຜູ້ຊົມໄປສຳຜັດກັບໂລກພາຍໃນຈິດໃຈຂອງຊາວຄຣິສເຫຼົ່ານີ້, ເຮັດໃຫ້ຜູ້ຊົມສຳຜັດໄດ້ເຖິງປະສົບການ ແລະ ສິ່ງທີ່ພວກເຂົາໄດ້ຮັບຈາກການສະແດງ. ໃນຂະນະດຽວກັນ, ຕອນນີ້ຈະເປີດເຜີຍສິບການສະແດງທີ່ໄດ້ຮັບຄວາມນິຍົມສູງສຸດໃນການສະແດງວາໄຣຕີ້ວັນປີໃໝ່ 2026, ໂດຍລວມເອົາຄວາມຮູ້ສຶກທີ່ແທ້ຈິງຂອງຊາວຄຣິສຫຼັງຈາກທີ່ໄດ້ຮັບຊົມການສະແດງເຫຼົ່ານັ້ນ. ພວກເຮົາມາຄົ້ນຫາການສະແດງທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງຫຼວງຫຼາຍເຫຼົ່ານີ້ໄປນຳກັນ ແລະ ຄົ້ນຫາເຫດຜົນວ່າເປັນຫຍັງພວກມັນຈຶ່ງສາມາດເຮັດໃຫ້ຜູ້ຄົນຕື້ນຕັນໃຈໄດ້ຢ່າງເລິກເຊິ່ງພຽງນີ້. 00:09 ຄຳນຳຂອງຜູ້ຈັດ 05:03 ຄວາມຮູ້ສຶກທີ່ມີຕໍ່ການສະແດງຂອງຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນທະວີບອາເມຣິກາ 13:47 ຄວາມຮູ້ສຶກທີ່ມີຕໍ່ການສະແດງຂອງຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນທະວີບອາຊີ 16:23 ການເປີດເຜີຍການສະແດງອັນດັບທີ 5 ແລະ ຄວາມຮູ້ສຶກຂອງຜູ້ຊົມ (ຄຳພະຍານຈາກປະສົບການ: “ຂ້ອຍບໍ່ແຂ່ງຂັນກັບຄົນອື່ນອີກຕໍ່ໄປ” ຮັບຊົມສະບັບເຕັມ: ວິດີໂອຄຳພະຍານຂອງຊາວຄຣິດ “ຂ້ອຍບໍ່ແຂ່ງຂັນກັບຄົນອື່ນອີກຕໍ່ໄປ” | ສຽງແຫ່ງການສັນລະເສີນ 2026) 21:22 ການເປີດເຜີຍການສະແດງອັນດັບທີ 4 ແລະ ຄວາມຮູ້ສຶກຂອງຜູ້ຊົມ (ຄະນະນັກຮ້ອງປະສານສຽງຜູ້ຄົນທີ່ພຣະເຈົ້າເລືອກຈາກທົ່ວໂລກ: “ອານາຈັກຂອງພຣະເຈົ້າໄດ້ປາກົດຂຶ້ນເທິງແຜ່ນດິນໂລກ” ຮັບຊົມສະບັບເຕັມ: ເພງຄຣິດສະຕຽນ “ອານາຈັກຂອງພຣະເຈົ້າໄດ້ປາກົດຂຶ້ນເທິງແຜ່ນດິນໂລກ” ສຽງແຫ່ງການສັນລະເສີນ 2026)
- [ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 13 : ຄຳພະຍານຈາກປະສົບການຂອງຄຣິສຕະຈັກແຫ່ງໜຶ່ງໃນພາກຕາເວັນອອກຂອງເຄນຢາ: ມີເສັ້ນທາງທີ່ຈະໄດ້ຮັບການຊໍາລະລ້າງບາບແລ້ວ](https://lo.kingdomsalvation.org/videos/church-news-13.html) - ຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນປະເທດເຄນຢາ ໄດ້ຍອມຮັບການພິພາກສາ ແລະ ການລົງທັນຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາໄດ້ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງຕົນເອງ ແລະ ຕົ້ນເຫດຂອງການເຮັດບາບຂອງພວກເຂົາ ແລະ ພວກເຂົາຍັງໄດ້ຮັບຄວາມຮູ້ທີ່ແທ້ຈິງບາງຢ່າງກ່ຽວກັບພາລະກິດ ແລະ ອຸປະນິໄສຂອງພຣະເຈົ້າ. ພວກເຂົາກຳລັງຄ່ອຍໆຫຼຸດພົ້ນອອກຈາກການຜູກມັດຂອງທຳມະຊາດທີ່ຜິດບາບ ແລະ ໄດ້ກ້າວເຂົ້າສູ່ເສັ້ນທາງແຫ່ງການໄລ່ຕາມຫາຄວາມຈິງ ເພື່ອໃຫ້ໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ເຂົ້າສູ່ອານາຈັກສະຫວັນ. 00:32 ຈຸດສຳຄັນ 01:05 ຄຳນຳຂອງຜູ້ຈັດ 04:03 ນັກຂ່າວລົງພື້ນທີ່ 05:00 ເພງສັນລະເສີນແຫ່ງຄຣິສຕະຈັກ: “ຄວາມຮັກຂອງພຣະເຈົ້າພາໃຫ້ພວກເຮົາໃກ້ຊິດກັນ” 06:27 ການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ 11:33 ການໂອ້ລົມກ່ຽວກັບຄວາມເຂົ້າໃຈໃນພຣະທຳຂອງພຣະເຈົ້າ 15:19 ການຮ້ອງເພງສັນລະເສີນພຣະທຳຂອງພຣະເຈົ້າ: “ຂ້ອຍເຕັມໃຈໃຊ້ຊີວິດຄຽງຄູ່ກັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າ” 17:15 ອ້າຍນ້ອງ ເອັດວິນ ແບ່ງປັນປະສົບການ: ເສັ້ນທາງແຫ່ງການປ່ອຍວາງການໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດຂອງຂ້ອຍ 27:45 ເອື້ອຍນ້ອງ ແມຣີ ແບ່ງປັນປະສົບການ: ຂ້ອຍເຫັນວ່າຂ້ອຍເຫັນແກ່ຕົວໂພດ 40:07 ການສະແດງຟ້ອນລຳ: “ອານາຈັກຂອງພຣະຄຣິສໄດ້ປາກົດຕົວແລ້ວ”
- [ຮູບເງົາຂອງຊາວຄຣິດ | “ການສືບຄົ້ນ” A Testimony of Christians Being Caught up During the Catastrophes](https://lo.kingdomsalvation.org/videos/investigation-movie.html) - ລິວມູເຈີນ ແລະ ຄົນອື່ນໆ ເປັນຜູ້ເຊື່ອໃນຄຣິສຕະຈັກຕາມເຮືອນ. ເມື່ອເຫັນໄພພິບັດໃຫຍ່ຂຶ້ນເລື້ອຍໆ, ພວກເຂົາກໍສຳຜັດໄດ້ວ່າ ພຣະຜູ້ເປັນເຈົ້າອາດກັບຄືນມາແລ້ວ ແລະ ດິ້ນຮົນເພື່ອຕ້ອນຮັບພຣະອົງ, ສະນັ້ນ ພວກເຂົາຈຶ່ງເລີ່ມສະແຫວງຫາ ແລະ ສືບຄົ້ນໃນອອນລາຍ. ໂດຍບໍ່ຄາດຄິດ, ການສືບຄົ້ນຂອງພວກເຂົາໄດ້ນໍາຄວາມປະຫຼາດໃຈທີ່ໜ້າຍິນດີ: ພວກເຂົາໄດ້ຍິນຖ້ອຍຄຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮູ້ສຶກວ່າພຣະທຳທຸກຂໍ້ຄືຄວາມຈິງ, ນີ້ຄືສຽງຂອງພຣະເຈົ້າ. ເຖິງແມ່ນວ່າພຣະທຳເຫຼົ່ານີ້ຖືກກ່າວອອກມາໂດຍບຸດມະນຸດທີ່ທຳມະດາ, ພວກເຂົາກໍຮັບຮູ້ວ່າພວກມັນຄືຄວາມຈິງທັງໝົດທີ່ສະແດງໂດຍພຣະວິນຍານແຫ່ງຄວາມຈິງ. ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຂໍ້, ພວກເຂົາກໍເລີ່ມແນ່ໃຈວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດຄືອົງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ. ບໍ່ວ່າສິດຍາພິບານຂອງພວກເຂົາພະຍາຍາມລົບກວນ ແລະ ຂັດຂວາງພວກເຂົາແນວໃດກໍຕາມ ແລະ ເຖິງແມ່ນວ່າພວກເຂົາຖືກຂັບໄລ່ອອກຈາກຄຣິສຕະຈັກຂອງພວກເຂົາ, ພວກເຂົາກໍຍັງຢືນຢັນທີ່ຈະສືບຄົ້ນເສັ້ນທາງທີ່ແທ້ຈິງ ແລະ ເຂົ້າຮ່ວມຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ໃນທີ່ສຸດ ພວກເຂົາກໍໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ເຂົ້າຮ່ວມງານລ້ຽງແຫ່ງອານາຈັກສະຫວັນ.
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-11-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (13)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-13-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-11-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-11-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-11-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (12)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-12-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-2-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (12)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-12-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (12)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-12-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ" ພາກທີໜຶ່ງ](https://lo.kingdomsalvation.org/videos/in-need-of-God-become-flesh-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (12)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-12-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະທໍາຂອງພຣະຄຣິດໃນຕົ້ນເດີມ: ບົດທີ 15"](https://lo.kingdomsalvation.org/videos/fifteenth-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-2-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (4)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-4-part-3.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 555](https://lo.kingdomsalvation.org/videos/entry-into-life-excerpt-555.html) - ການຖືກພຣະເຈົ້າເຮັດໃຫ້ສົມບູນແບບບໍ່ສາມາດຈຳກັດພຽງການສົມບູນແບບໂດຍການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ປະສົບການດັ່ງກ່າວແມ່ນເປັນປະສົບການດ້ານດຽວຫຼາຍເກີນໄປ, ມັນຈະຄັບແຄບເກີນໄປ ແລະ ພຽງແຕ່ຈະຈຳກັດມະນຸດໃຫ້ຢູ່ໃນຂອບເຂດເລັກນ້ອຍເທົ່ານັ້ນ. ໃນກໍລະນີນີ້, ມະນຸດຈະຂາດການບຳລຸງທາງຈິດວິນຍານຢ່າງຫຼວງຫຼາຍທີ່ພວກເຂົາຕ້ອງການ. ຖ້າເຈົ້າປາຖະໜາໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຕ້ອງຮຽນຮູ້ທີ່ຈະຜະເຊີນກັບທຸກໆເລື່ອງ ແລະ ສາມາດໄດ້ຮັບແສງສະຫວ່າງໃນທຸກສິ່ງທີ່ເກີດຂຶ້ນກັບເຈົ້າ. ບໍ່ວ່າດີ ຫຼື ບໍ່ດີ ເຈົ້າກໍ່ຄວນໄດ້ຮັບຜົນປະໂຫຍດຈາກມັນ ແລະ ມັນບໍ່ຄວນເຮັດໃຫ້ເຈົ້າກາຍເປັນຄົນຄິດລົບ. ບໍ່ວ່າເລື່ອງໃດກໍຕາມ, ເຈົ້າຄວນພິຈາລະນາສິ່ງຕ່າງໆໃນຂະນະທີ່ຢືນຢູ່ຂ້າງພຣະເຈົ້າ ແລະ ບໍ່ວິເຄາະ ຫຼື ຮຽນຮູ້ມັນຕາມມຸມມອງຂອງມະນຸດ (ນີ້ຈະເປັນການຫັນປ່ຽນໃນປະສົບການຂອງເຈົ້າ). ຖ້າເຈົ້າມີປະສົບການເຊັ່ນນີ້ ແລ້ວຫົວໃຈຂອງເຈົ້າກໍຈະເຕັມໄປດ້ວຍພາລະໃນຊີວິດຂອງເຈົ້າ; ເຈົ້າຈະມີຊີວິດຢູ່ພາຍໃຕ້ແສງສະຫວ່າງແຫ່ງລັດສະໝີຂອງພຣະເຈົ້າຕະຫຼອດເວລາ ແລະ ຈະບໍ່ຫັນປ່ຽນຈາກການປະຕິບັດຂອງເຈົ້າໄດ້ຢ່າງງ່າຍດາຍ. ຄົນປະເພດນີ້ມີອະນາຄົດທີ່ສົດໄສ. ມີໂອກາດຫຼາຍທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ທຸກຢ່າງຂຶ້ນຢູ່ກັບວ່າພວກເຈົ້າແມ່ນຜູ້ທີ່ຮັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແລະ ເຈົ້າມີຄວາມເດັດດ່ຽວທີ່ຈະໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ຫຼື ບໍ່, ຖືກຮັບໂດຍພຣະເຈົ້າ ແລະ ໄດ້ຮັບພຣະພອນ ແລະ ມໍລະດົກຂອງພຣະອົງ ຫຼື ບໍ່. ພຽງແຕ່ມີຄວາມເດັດດ່ຽວເທົ່ານັ້ນແມ່ນບໍ່ພຽງພໍ, ພວກເຈົ້າຕ້ອງມີຄວາມຮູ້ຢ່າງຫຼວງຫຼາຍ, ບໍ່ດັ່ງນັ້ນ ພວກເຈົ້າກໍຈະຫັນປ່ຽນໃນການປະຕິບັດຂອງພວກເຈົ້າຢູ່ຕະຫລອດ. ພຣະເຈົ້າເຕັມໃຈທີ່ຈະເຮັດໃຫ້ພວກເຈົ້າທຸກຄົນສົມບູນແບບ. ເຖິງວ່າ ໃນຕອນນີ້, ຫຼາຍຄົນໄດ້ຍອມຮັບເອົາພາລະກິດຂອງພຣະເຈົ້າມາເປັນເວລາດົນນານແລ້ວກໍ່ຕາມ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 151](https://lo.kingdomsalvation.org/videos/knowing-God-s-work-excerpt-151.html) - ພຣະເຈົ້າໃຊ້ການຄຸ້ມຄອງມະນຸດຂອງພຣະອົງເພື່ອເອົາຊະນະຊາຕານ. ໂດຍການເຮັດໃຫ້ຄົນເສື່ອມຊາມ, ຊາຕານນຳພາຊະຕາກຳຂອງພວກເຂົາໄປສູ່ຈຸດຈົບ ແລະ ລົບກວນພາລະກິດຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຈົ້າແມ່ນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າທີ່ບໍ່ໄດ້ໝາຍເຖິງການຊ່ວຍມະນຸດຊາດໃຫ້ລອດພົ້ນ? ຂັ້ນຕອນໃດທີ່ບໍ່ໄດ້ໝາຍເຖິງການຊໍາລະລ້າງຜູ້ຄົນ ແລະ ເພື່ອເຮັດໃຫ້ພວກເຂົາກະທຳສິ່ງທີ່ຊອບທໍາ ແລະ ດໍາລົງຊີວິດຕາມລັກສະນະຂອງຜູ້ທີ່ສາມາດຖືກຮັກ? ຢ່າງໃດກໍຕາມ, ຊາຕານບໍ່ໄດ້ເຮັດສິ່ງນີ້. ມັນເຮັດໃຫ້ມະນຸດເສື່ອມຊາມ; ມັນດຳເນີນວຽກງານຢ່າງຕໍ່ເນື່ອງເພື່ອເຮັດໃຫ້ມະນຸດເສື່ອມຊາມທົ່ວທັງຈັກກະວານ. ແນ່ນອນ, ພຣະເຈົ້າກໍເຮັດພາລະກິດຂອງພຣະອົງເອງເຊັ່ນກັນ. ພຣະອົງບໍ່ສົນໃຈຊາຕານ. ບໍ່ວ່າອໍານາດຂອງຊາຕານຈະມີຫຼາຍເທົ່າໃດກໍຕາມ, ອໍານາດທີ່ມັນມີກໍແມ່ນມາຈາກພຣະເຈົ້າ; ພຣະເຈົ້າບໍ່ໄດ້ມອບອໍານາດທັງໝົດຂອງພຣະອົງໃຫ້ມັນ ແລະ ດ້ວຍເຫດນັ້ນ ບໍ່ວ່າມັນຈະເຮັດຫຍັງກໍຕາມ, ມັນບໍ່ສາມາດເຮັດເໜືອພຣະເຈົ້າ ແລະ ຈະຢູ່ພາຍໃຕ້ກໍາມືຂອງພຣະເຈົ້າສະເໝີ. ພຣະເຈົ້າບໍ່ໄດ້ເປີດເຜີຍການກະທໍາໃດໆຂອງພຣະອົງເມື່ອຢູ່ໃນສະຫວັນ. ພຣະອົງພຽງແຕ່ມອບອຳນາດສ່ວນເລັກໆນ້ອຍໆໃຫ້ກັບຊາຕານ ແລະ ອະນຸຍາດໃຫ້ມັນໃຊ້ເພື່ອຄວບຄຸມທູດສະຫວັນອື່ນໆ. ເພາະສະນັ້ນ, ບໍ່ວ່າມັນຈະເຮັດຫຍັງ, ມັນກໍບໍ່ສາມາດເຮັດເໜືອອໍານາດຂອງພຣະເຈົ້າໄດ້ ເພາະວ່າອໍານາດທີ່ພຣະເຈົ້າມອບໃຫ້ມັນໃນເບື້ອງຕົ້ນແມ່ນມີຂໍ້ຈຳກັດ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດ, ຊາຕານກໍລົບກວນ. ໃນຍຸກສຸດທ້າຍ, ການລົບກວນຂອງມັນຈະສິ້ນສຸດລົງ; ໃນກໍລະນີດຽວກັນ, ພາລະກິດຂອງພຣະເຈົ້າກໍຈະສິ້ນສຸດລົງ ແລະ ປະເພດຂອງມະນຸດທີ່ພຣະເຈົ້າຕ້ອງການເຮັດໃຫ້ສົມບູນກໍຈະສົມບູນ. ພຣະເຈົ້າຊີ້ນໍາຜູ້ຄົນໄປໃນທາງບວກ; ຊີວິດຂອງພຣະອົງຄືນ້ຳແຫ່ງຊີວິດ, ບໍ່ສາມາດວັດແທກໄດ້ ແລະ ບໍ່ມີຂອບເຂດ. ຊາຕານໄດ້ເຮັດໃຫ້ຜູ້ຄົນເສື່ອມຊາມໃນລະດັບໜຶ່ງ; ສຸດທ້າຍ, ນ້ຳແຫ່ງຊີວິດຈະເຮັດໃຫ້ຜູ້ຄົນສົມບູນ ແລະ ມັນຈະເປັນໄປບໍ່ໄດ້ທີ່ຊາຕານຈະແຊກແຊງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 150](https://lo.kingdomsalvation.org/videos/knowing-God-s-work-excerpt-150.html) - ທໍາອິດ ພຣະເຈົ້າໄດ້ສ້າງອາດາມ ແລະ ເອວາ ແລະ ພຣະອົງຍັງໄດ້ສ້າງງູ. ໃນບັນດາສັບພະສິ່ງທັງໝົດ, ງູມີພິດຫຼາຍທີ່ສຸດ; ຮ່າງກາຍຂອງມັນມີພິດ ເຊິ່ງຊາຕານໄດ້ໃຊ້ພິດນີ້ເພື່ອຜົນປະໂຫຍດ. ມັນແມ່ນງູທີ່ລໍ້ລວງໃຫ້ເອວາເຮັດບາບ. ແລ້ວອາດາມກໍໄດ້ເຮັດບາບຫຼັງຈາກທີ່ເອວາໄດ້ເຮັດ ແລະ ຫຼັງຈານນັ້ນ ທັງສອງຄົນກໍສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ. ຖ້າພຣະເຢໂຮວາຮູ້ວ່າ ງູຈະລໍ້ລວງເອວາ ແລະ ເອວາຈະລໍ້ລວງອາດາມ ແລ້ວເປັນຫຍັງພຣະອົງຈຶ່ງຈັດພວກເຂົາທັງໝົດຢູ່ໃນສວນ? ຖ້າຫາກວ່າ ພຣະອົງສາມາດຄາດຄະເນສິ່ງເຫຼົ່ານີ້ລ່ວງໜ້າ ແລ້ວເປັນຫຍັງພຣະອົງຈຶ່ງສ້າງງູ ແລະ ວາງໃຫ້ມັນຢູ່ໃນສວນເອເດນ? ເປັນຫຍັງສວນຂອງເອເດນຈຶ່ງມີໝາກໄມ້ຂອງຕົ້ນໄມ້ແຫ່ງຄວາມຮູ້ລະຫວ່າງຄວາມດີ ແລະ ຄວາມຊົ່ວ? ພຣະອົງມີຈຸດປະສົງໃຫ້ພວກເຂົາກິນໝາກໄມ້ນັ້ນບໍ? ເມື່ອພຣະເຢໂຮວາສະເດັດມາ, ທັງອາດາມ ແລະ ເອວາບໍ່ກ້າທີ່ຈະຜະເຊີນໜ້າກັບພຣະອົງ ແລະ ໃນເວລານັ້ນເອງທີ່ພຣະເຢໂຮວາຮູ້ວ່າ ພວກເຂົາໄດ້ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ລະຫວ່າງຄວາມດີ ແລະ ຄວາມຊົ່ວ ແລະ ໄດ້ຕົກເປັນເຫຍື່ອຂອງຄວາມຫຼອກລວງຂອງງູໄປແລ້ວ. ສຸດທ້າຍ ພຣະອົງກໍໄດ້ສາບແຊ່ງງູ ແລະ ສາບແຊ່ງອາດາມ ແລະ ເອວາເຊັ່ນກັນ. ໃນເວລາທີ່ທັງສອງຄົນກິນໝາກໄມ້ຈາກຕົ້ນໄມ້ນັ້ນ ພຣະເຢໂຮວາບໍ່ໄດ້ຮູ້ວ່າ ພວກເຂົາທັງສອງໄດ້ກິນໝາກໄມ້ຈາກຕົ້ນໄມ້. ມະນຸດໄດ້ກາຍເປັນຄົນເສື່ອມຊາມຈົນຮອດຂັ້ນຊົ່ວຮ້າຍ ແລະ ເກີດມີຕັນຫາທາງເພດ, ເຖິງຂັ້ນທີ່ທຸກສິ່ງທີ່ພວກເຂົາມີຢູ່ໃນຫົວໃຈຂອງພວກເຂົາແມ່ນລ້ວນແລ້ວແຕ່ເປັນສິ່ງຊົ່ວຮ້າຍ
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (4)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-4-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-2-part-1.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 554](https://lo.kingdomsalvation.org/videos/entry-into-life-excerpt-554.html) - ເສັ້ນທາງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບແມ່ນຫຍັງ? ລວມມີດ້ານໃດແດ່? ເຈົ້າເຕັມໃຈໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບບໍ? ເຈົ້າເຕັມໃຈຍອມຮັບການພິພາກສາ ແລະ ການລົງໂທດຂອງພຣະອົງບໍ? ເຈົ້າຮູ້ຫຍັງແດ່ກ່ຽວກັບຄຳຖາມເຫຼົ່ານີ້? ຖ້າເຈົ້າບໍ່ມີຄວາມຮູ້ທີ່ຈະກ່າວກ່ຽວກັບສິ່ງນີ້, ແລ້ວສິ່ງນີ້ພິສູດໃຫ້ເຫັນວ່າເຈົ້າຍັງບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ເຊິ່ງເຈົ້າບໍ່ໄດ້ຖືກເຮັດໃຫ້ຮູ້ແຈ້ງໂດຍພຣະວິນຍານບໍລິສຸດແມ່ນແຕ່ໜ້ອຍດຽວ. ມັນເປັນໄປບໍ່ໄດ້ສໍາລັບຜູ້ຄົນດັ່ງກ່າວຈະຖືກເຮັດໃຫ້ສົມບູນແບບ. ພວກເຂົາພຽງແຕ່ໄດ້ຮັບພຣະຄຸນຈຳນວນໜ້ອຍດຽວເທົ່ານັ້ນເພື່ອຊື່ນຊົມມັນໃນເວລາສັ້ນໆ ແລະ ສິ່ງນັ້ນຈະບໍ່ຢືນຍົງຄົງຕົວ. ຜູ້ຄົນບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້ ຖ້າພວກເຂົາພຽງແຕ່ຊື່ນຊົມພຣະຄຸນຂອງພຣະອົງ. ບາງຄົນພໍໃຈເມື່ອເນື້ອໜັງຂອງພວກເຂົາມີຄວາມສະຫງົບສຸກ ແລະ ຄວາມຊື່ນບານ, ເມື່ອຊີວິດຂອງພວກເຂົາສະດວກສະບາຍໂດຍບໍ່ມີຄວາມທຸກຍາກ ຫຼື ຄວາມໂຊກຮ້າຍໃດໆ, ເມື່ອຄອບຄົວຂອງພວກເຂົາດຳລົງຊີວິດຢູ່ໃນຄວາມສະຫງົບສຸກໂດຍບໍ່ມີການຕໍ່ສູ້ ຫຼື ການຂັດແຍ້ງ ແລະ ພວກເຂົາອາດເຊື່ອວ່ານີ້ແມ່ນພຣະພອນຂອງພຣະເຈົ້າ, ແຕ່ໃນຄວາມຈິງແລ້ວ ມັນເປັນພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ພວກເຈົ້າບໍ່ຄວນພໍໃຈກັບການຊື່ນຊົມພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ຄວາມຄິດແບບນີ້ແມ່ນຫຍາບຊ້າຫຼາຍ. ເຖິງແມ່ນວ່າເຈົ້າອ່ານພຣະທໍາຂອງພຣະເຈົ້າທຸກມື້, ອະທິຖານທຸກມື້ ແລະ ຈິດວິນຍານຂອງເຈົ້າຮູ້ສຶກເຖິງຄວາມຊື່ນຊົມຍິນດີຢ່າງຍິ່ງ ແລະ ມີຄວາມສະຫງົບສຸກເປັນພິເສດ, ແຕ່ທ້າຍສຸດແລ້ວ ຖ້າເຈົ້າບໍ່ມີສິ່ງໃດຈະເວົ້າເຖິງຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ບໍ່ມີປະສົບການຫຍັງເລີຍ; ບໍ່ວ່າເຈົ້າໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຫຼາຍປານໃດກໍຕາມ, ຖ້າເຈົ້າພຽງແຕ່ຮູ້ສຶກເຖິງຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີໃນຈິດວິນຍານຂອງເຈົ້າ ແລະ ພຣະທໍາຂອງພຣະເຈົ້ານັ້ນຫວານເກີນກວ່າຈະປຽບທຽບໄດ້, ຄືກັບວ່າເຈົ້າບໍ່ສາມາດຊື່ນຊົມມັນໄດ້ຢ່າງພຽງພໍ, ແຕ່ເຈົ້າບໍ່ມີປະສົບການຕົວຈິງ ແລະ ຂາດຄວາມເປັນຈິງກ່ຽວກັບພຣະທໍາຂອງພຣະເຈົ້າຢ່າງສິ້ນເຊີງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 266](https://lo.kingdomsalvation.org/videos/mysteries-about-the-bible-excerpt-266.html) - ຫຼັງຈາກທີ່ພຣະເຈົ້າປະຕິບັດພາລະກິດຂອງຍຸກແຫ່ງພຣະບັນຍັດ, ພຣະສັນຍາເດີມຈຶ່ງກຳເນີດຂຶ້ນ ແລະ ຫຼັງຈາກນັ້ນ ຜູ້ຄົນກໍເລີ່ມອ່ານພຣະຄຳພີ. ຫຼັງຈາກທີ່ພຣະເຢຊູໄດ້ມາ, ພຣະອົງກໍປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນ ແລະ ອັກຄະສາວົກຂອງພຣະອົງກໍຂຽນພຣະສັນຍາໃໝ່. ສະນັ້ນ ພຣະສັນຍາເດີມ ແລະ ໃໝ່ໃນພຣະຄຳພີຈຶ່ງກຳເນີດຂຶ້ນ ແລະ ແມ່ນແຕ່ຈົນເຖິງປັດຈຸບັນ ທຸກຄົນທີ່ເຊື່ອໃນພຣະເຈົ້າກໍຍັງຄົງອ່ານພຣະຄຳພີຢູ່. ພຣະຄຳພີເປັນໜັງສືປະຫວັດສາດ. ແນ່ນອນ ພຣະຄຳພີຍັງປະກອບມີຄຳທຳນາຍບາງຢ່າງຂອງຜູ້ປະກາດພຣະທຳ ແລະ ຄຳທຳນາຍດັ່ງກ່າວບໍ່ແມ່ນປະຫວັດສາດ. ພຣະຄຳພີປະກອບມີຫຼາຍພາກສ່ວນ. ບໍ່ໄດ້ມີພຽງແຕ່ຄຳທຳນາຍ ຫຼື ພາລະກິດຂອງພຣະເຢໂຮວາ ທັງບໍ່ມີແຕ່ຈົດໝາຍຂອງໂປໂລເທົ່ານັ້ນ. ເຈົ້າຕ້ອງຮູ້ຈັກວ່າ ພຣະຄຳພີປະກອບມີຈັກພາກສ່ວນ; ພຣະສັນຍາເດີມປະກອບມີປະຖົມມະການ, ອົບພະຍົບ... ແລະ ຍັງມີໜັງສືແຫ່ງຄຳທຳນາຍທີ່ຜູ້ປະກາດພຣະທຳໄດ້ຂຽນໄວ້. ໃນຕອນສຸດທ້າຍ, ພຣະສັນຍາເດີມສິ້ນສຸດລົງດ້ວຍໜັງສືມາລາກີ. ພຣະສັນຍາເດີມບັນທຶກພາລະກິດຂອງຍຸກແຫ່ງພຣະບັນຍັດ ເຊິ່ງຖືກນໍາພາໂດຍພຣະເຢໂຮວາ; ຈາກປະຖົມມະການຈົນເຖິງໜັງສືມາລາກີ, ມັນເປັນການບັນທຶກທີ່ຄົບຖ້ວນກ່ຽວກັບພາລະກິດທັງໝົດໃນຍຸກແຫ່ງພຣະບັນຍັດ. ນັ້ນໝາຍຄວາມວ່າ ພຣະສັນຍາເດີມບັນທຶກທຸກສິ່ງທີ່ຜູ້ຄົນ ເຊິ່ງຖືກນໍາພາໂດຍພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ ໄດ້ປະສົບ. ໃນລະຫວ່າງຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ, ຜູ້ປະກາດພຣະທຳຈຳນວນຫຼາຍຄົນທີ່ຖືກແຕ່ງຕັ້ງໂດຍພຣະເຢໂຮວາໄດ້ກ່າວຄຳທຳນາຍໃຫ້ກັບພຣະອົງ, ພວກເຂົາໃຫ້ຄຳສັ່ງສອນກັບຊົນເຜົ່າ ແລະ ຊົນຊາດຕ່າງໆ ແລະ ທຳນາຍພາລະກິດທີ່ພຣະເຢໂຮວາຈະກະທຳ. ຜູ້ຄົນທີ່ຖືກແຕ່ງຕັ້ງເຫຼົ່ານີ້ແມ່ນໄດ້ຮັບພຣະວິນຍານແຫ່ງຄຳທຳນາຍຈາກພຣະເຢໂຮວາ: ພວກເຂົາສາມາດເຫັນນິມິດຈາກພຣະເຢໂຮວາ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ດ້ວຍເຫດນັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 265](https://lo.kingdomsalvation.org/videos/mysteries-about-the-bible-excerpt-265.html) - ເປັນເວລາຫຼາຍປີ, ວິທີຄວາມເຊື່ອຕາມປະເພນີຂອງຜູ້ຄົນ (ຂອງສາສະໜາຄຣິດ ເຊິ່ງເປັນໜຶ່ງໃນສາມສາສະໜາຫຼັກຂອງໂລກ) ກໍຄືການອ່ານພຣະຄຳພີ; ການໜີຈາກພຣະຄຳພີບໍ່ແມ່ນຄວາມເຊື່ອໃນພຣະຜູ້ເປັນເຈົ້າ, ການໜີຈາກພຣະຄຳພີແມ່ນຄວາມຄິດນອກຄອກ ແລະ ຄວາມເຊື່ອນອກຮີດ ແລະ ແມ່ນແຕ່ໃນເວລາທີ່ຜູ້ຄົນອ່ານໜັງສືເຫຼັ້ມອື່ນໆ, ພື້ນຖານຂອງໜັງສືເຫຼົ່ານີ້ກໍຕ້ອງເປັນການອະທິບາຍກ່ຽວກັບພຣະຄຳພີ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະຜູ້ເປັນເຈົ້າ ແລ້ວເຈົ້າຕ້ອງອ່ານພຣະຄຳພີ ແລະ ນອກຈາກພຣະຄຳພີແລ້ວ ເຈົ້າຕ້ອງບໍ່ນະມັດສະການໜັງສືໃດທີ່ບໍ່ກ່ຽວຂ້ອງກັບພຣະຄຳພີ. ຖ້າເຈົ້າເຮັດແບບນັ້ນ ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະເຈົ້າ. ຕັ້ງແຕ່ເວລາທີ່ມີພຣະຄຳພີ, ຄວາມເຊື່ອໃນພຣະຜູ້ເປັນເຈົ້າຂອງຜູ້ຄົນແມ່ນຄວາມເຊື່ອໃນພຣະຄຳພີ. ແທນທີ່ຈະເວົ້າວ່າ ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະຄຳພີ; ແທນທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມອ່ານພຣະຄຳພີ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມເຊື່ອໃນພຣະຄຳພີ; ແລະ ແທນທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຄຳພີ. ໃນລັກສະນະນີ້, ຜູ້ຄົນນະມັດສະການພຣະຄຳພີຄືກັບວ່າມັນເປັນພຣະເຈົ້າ, ຄືກັບວ່າມັນເປັນເລືອດເນື້ອແຫ່ງຊີວິດຂອງພວກເຂົາ ແລະ ການສູນເສຍມັນໄປກໍຈະເທົ່າກັບວ່າເປັນການສູນເສຍຊີວິດຂອງພວກເຂົາ. ຜູ້ຄົນເຫັນພຣະຄຳພີເປັນສິ່ງທີ່ສູງສົ່ງເທົ່າກັບພຣະເຈົ້າ ແລະ ເຖິງກັບມີຄົນທີ່ເຫັນພຣະຄຳພີສູງສົ່ງກວ່າພຣະເຈົ້າອີກດ້ວຍ. ຖ້າຜູ້ຄົນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ຖ້າພວກເຂົາບໍ່ສາມາດຮູ້ສຶກເຖິງພຣະເຈົ້າ, ພວກເຂົາກໍສາມາດສືບຕໍ່ດຳລົງຊີວິດໄດ້ ແຕ່ທັນທີທີ່ພວກເຂົາສູນເສຍພຣະຄຳພີ ຫຼື ສູນເສຍບົດ ແລະ ຂໍ້ຄວາມໂດດເດັ່ນໃນພຣະຄຳພີ ແລ້ວມັນກໍເທົ່າກັບວ່າ ພວກເຂົາໄດ້ສູນເສຍຊີວິດໄປ. ດ້ວຍເຫດນັ້ນ ທັນທີທີ່ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມຈິງໃນຄວາມເຊື່ອ | “ອານາຈັກສະຫວັນຢູ່ໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ?”](https://lo.kingdomsalvation.org/videos/is-kingdom-of-heaven-in-heaven-or-on-earth.html) - ເປັນເວລາສອງພັນປີ, ທຸກຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າໄດ້ລໍຖ້າໃຫ້ພຣະອົງມາ ແລະ ຍົກພວກເຂົາຂຶ້ນສູ່ອານາຈັກສະຫວັນ ເພາະອົງພຣະເຢຊູເຈົ້າໄດ້ສັນຍາວ່າຈະໄປ ແລະ ຈັດກຽມສະຖານທີ່ໄວ້ໃຫ້ພວກເຮົາ ແລະ ຈະກັບມາຮັບພວກເຮົາ ເມື່ອກຽມພ້ອມແລ້ວ. ແຕ່ບໍ່ມີໃຜຮູ້ວ່າສະຖານທີ່ທີ່ອົງພຣະເຢຊູເຈົ້າໄດ້ຈັດກຽມໄວ້ນັ້ນຢູ່ໃສ. ບາງຄົນເຊື່ອວ່າມັນຢູ່ໃນສະຫວັນ, ໃນຂະນະທີ່ຄົນອື່ນ, ໂດຍອີງໃສ່ຄຳທຳນາຍໃນໜັງສືພຣະນິມິດ, ເວົ້າວ່າມັນຢູ່ເທິງແຜ່ນດິນໂລກ. ສະນັ້ນ ອານາຈັກສະຫວັນຢູ່ໃສກັນແທ້? ລາຍການນີ້ຈະພາທ່ານໄປສະແຫວງຫາຄວາມຈິງ ແລະ ພົບເຫັນຄຳຕອບ.
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມຈິງໃນຄວາມເຊື່ອ | “ພຣະຜູ້ເປັນເຈົ້າຈະກັບຄືນມາເທິງກ້ອນເມກແທ້ໆບໍ?”](https://lo.kingdomsalvation.org/videos/will-Lord-descend-upon-cloud-when-returning.html) - ໃນຂະນະທີ່ຄວາມຫາຍະນະໃຫຍ່ໃກ້ເຂົ້າມາ, ຜູ້ເຊື່ອຫຼາຍຄົນໃນພຣະຜູ້ເປັນເຈົ້າ ກຳລັງລໍຖ້າຢ່າງກະຕືລືລົ້ນໃຫ້ພຣະອົງລົງມາເທິງກ້ອນເມກ ເພື່ອພວກເຂົາຈະຖືກຍົກຂຶ້ນເຂົ້າສູ່ອານາຈັກສະຫວັນ ແລະ ຫຼົບໜີຈາກຄວາມຫາຍະນະໃຫຍ່. ເຖິງຢ່າງໃດກໍຕາມ ໃນເລື່ອງທີ່ສຳຄັນຂອງການຕ້ອນຮັບພຣະຜູ້ເປັນເຈົ້ານັ້ນ, ມີໜ້ອຍຄົນທີ່ເຂົ້າໃຈເຈດຕະນາຂອງພຣະອົງ. ທ່ານສາມາດຕ້ອນຮັບພຣະຜູ້ເປັນເຈົ້າຢ່າງແທ້ຈິງ ໂດຍການລໍຖ້າໃຫ້ພຣະອົງລົງມາເທິງກ້ອນເມກບໍ? ເປັນຫຍັງອົງພຣະເຢຊູເຈົ້າຈຶ່ງທຳນາຍວ່າ ທຸກຊົນຊາດໃນແຜ່ນດິນໂລກຈະຮ້ອງໄຫ້ຄໍ່າຄວນ ເມື່ອພວກເຂົາເຫັນພຣະອົງລົງມາເທິງກ້ອນເມກ? ເລື່ອງນີ້ແມ່ນຫຍັງກັນແທ້? ລາຍການນີ້ຈະພາທ່ານໄປສະແຫວງຫາຄວາມຈິງ ແລະ ພົບເຫັນຄຳຕອບ.
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມຈິງໃນຄວາມເຊື່ອ | “ພຽງແຕ່ຍຶດຖືພຣະຄຳພີ ເຈົ້າກໍສາມາດເຂົ້າສູ່ອານາຈັກສະຫວັນໄດ້ແທ້ບໍ?”](https://lo.kingdomsalvation.org/videos/can-you-enter-kingdom-of-heaven-by-clinging-to-bible.html) - ອັກຄະສາວົກໂປໂລກ່າວວ່າ: “ພຣະຄຳພີທຸກຂໍ້ແມ່ນໄດ້ຮັບການດົນບັນດານຈາກພຣະເຈົ້າ”. ໂດຍອີງໃສ່ສິ່ງນີ້ ແລະ ຄຳເວົ້າຂອງຄົນອື່ນໆ, ຫຼາຍຄົນໃນວົງການສາສະໜາເຊື່ອວ່າ ພຣະທຳທຸກຂໍ້ໃນພຣະຄຳພີແມ່ນພຣະທຳຂອງພຣະເຈົ້າ. ສິ່ງນີ້ສອດຄ່ອງກັບຂໍ້ແທ້ຈິງບໍ? ພຣະຄຳພີສາມາດເປັນຕົວແທນຂອງພຣະເຈົ້າໄດ້ບໍ? ທ່ານສາມາດເຂົ້າສູ່ອານາຈັກສະຫວັນ ໂດຍການຍຶດໝັ້ນພຣະຄຳພີບໍ? ສິ່ງເຫຼົ່ານີ້ແມ່ນຄຳຖາມທີ່ຊວນໃຫ້ຄິດ. ລາຍການນີ້ຈະພາທ່ານໄປສະແຫວງຫາຄວາມຈິງ ແລະ ພົບເຫັນຄຳຕອບ.
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມຈິງໃນຄວາມເຊື່ອ | “ຄວາມວິບັດຈົ່ງມີແກ່ຜູ້ທີ່ລໍຖ້າພຽງແຕ່ໃຫ້ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ”](https://lo.kingdomsalvation.org/videos/woe-to-those-who-wait-for-the-Lord-to-descend-on-clouds.html) - ຄວາມຫວັງທີ່ຍິ່ງໃຫຍ່ທີ່ສຸດສຳລັບຜູ້ເຊື່ອໃນພຣະຜູ້ເປັນເຈົ້າ ແມ່ນການຕ້ອນຮັບພຣະອົງ ແລະ ຖືກຍົກຂຶ້ນເຂົ້າສູ່ອານາຈັກສະຫວັນ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງການຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ, ຫຼາຍຄົນເຮັດຕາມຄຳເວົ້າຂອງທູດສະຫວັນ ແລະ ຂອງໂປໂລ ແລະ ຈົດຈໍ່ລໍຖ້າແຕ່ຮ່າງກາຍຝ່າຍວິນຍານຂອງອົງພຣະເຢຊູເຈົ້າ ໃຫ້ລົງມາເທິງກ້ອນເມກ ແລະ ຍົກພວກເຂົາຂຶ້ນສູ່ສະຫວັນ. ແຕ່ມີໜ້ອຍຄົນທີ່ຕ້ອນຮັບພຣະຜູ້ເປັນເຈົ້າ ໂດຍອີງໃສ່ຄຳທຳນາຍຂອງພຣະອົງກ່ຽວກັບການມາຂອງ “ບຸດມະນຸດ”. ສິ່ງນີ້ເຮັດໃຫ້ຄວາມຫວັງຂອງຜູ້ເຊື່ອຫຼາຍຄົນສູນເປົ່າ; ພວກເຂົາໄດ້ລໍຖ້າຈົນເຖິງດຽວນີ້ ເຊິ່ງເປັນຕອນທີ່ຄວາມຫາຍະນະໃຫຍ່ຂອງມະນຸດຊາດກຳລັງຈະລົງມາ, ແຕ່ພວກເຂົາຍັງບໍ່ເຫັນອົງພຣະເຢຊູເຈົ້າລົງມາເທິງກ້ອນເມກ. ພຣະຜູ້ເປັນເຈົ້າຈະປາກົດຕົວ ແລະ ເຮັດພາລະກິດໃນຮູບແບບໃດແທ້ໃນຍຸກສຸດທ້າຍ? ພວກເຮົາຄວນເຝົ້າລະວັງ ແລະ ລໍຖ້າແນວໃດເພື່ອຕ້ອນຮັບພຣະຜູ້ເປັນເຈົ້າ? ລາຍການນີ້ຈະພາທ່ານໄປສະແຫວງຫາຄວາມຈິງ ແລະ ພົບເຫັນຄຳຕອບ.
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມຈິງໃນຄວາມເຊື່ອ | “ຄົນທີ່ເຊື່ອໃນພຣະບຸດກໍມີຊີວິດນິລັນດອນ” ໝາຍຄວາມວ່າແນວໃດແທ້?](https://lo.kingdomsalvation.org/videos/what-does-he-that-believes-on-the-Son-have-everlasting-life-mean.html) - ມີການຂຽນໄວ້ໃນຂໍ້ພຣະຄຳພີວ່າ: “ຄົນທີ່ເຊື່ອໃນພຣະບຸດກໍມີຊີວິດນິລັນດອນ” (ໂຢຮັນ 3:36). “ການເຊື່ອໃນພຣະບຸດ” ໝາຍເຖິງການເຊື່ອໃນອົງພຣະເຢຊູເຈົ້າເທົ່ານັ້ນບໍ? ເປັນເວລາສອງພັນປີ, ຜູ້ຄົນຈຳນວນນັບບໍ່ຖ້ວນໄດ້ເຊື່ອໃນອົງພຣະເຢຊູເຈົ້າ. ຄົນເຫຼົ່ານີ້ໄດ້ຮັບຊີວິດນິລັນດອນແລ້ວບໍ? ອົງພຣະເຢຊູເຈົ້າໄດ້ທຳນາຍຫຼາຍຄັ້ງວ່າ ພຣະອົງຈະກັບຄືນມາດັ່ງ “ບຸດມະນຸດ”. ເລື່ອງນີ້ແມ່ນຫຍັງກັນແທ້? “ການເຊື່ອໃນພຣະບຸດ” ໝາຍເຖິງຫຍັງກັນແທ້? ພວກເຮົາຕ້ອງ “ເຊື່ອໃນພຣະບຸດ” ແນວໃດ ຈຶ່ງຈະໄດ້ຮັບຊີວິດນິລັນດອນ? ລາຍການນີ້ຈະພາທ່ານໄປສະແຫວງຫາຄວາມຈິງ ແລະ ພົບເຫັນຄຳຕອບ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 517](https://lo.kingdomsalvation.org/videos/entry-into-life-excerpt-517.html) - ພາລະກິດຂອງພຣະເຈົ້າໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນເປັນຕາປະຫຼາດໃຈ ແລະ ບໍ່ສາມາດຢັ່ງເຖິງໄດ້. ພຣະອົງຈະເຮັດໃຫ້ຄົນກຸ່ມໜຶ່ງສົມບູນ ແລະ ກຳຈັດຄົນອື່ນ, ຍ້ອນມີຄົນທຸກປະເພດໃນຄຣິສຕະຈັກ, ມີຄົນທີ່ຮັກຄວາມຈິງ ແລະ ຄົນທີ່ບໍ່ຮັກ; ມີຄົນທີ່ຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ຄົນທີ່ບໍ່ໄດ້ຜະເຊີນ; ມີຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຄົນທີ່ບໍ່ປະຕິບັດ; ມີຄົນທີ່ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຄົນທີ່ບໍ່ເປັນພະຍານ ແລະ ພວກເຂົາສ່ວນໜຶ່ງແມ່ນຜູ້ບໍ່ເຊື່ອ ແລະ ມະນຸດທີ່ຊົ່ວຮ້າຍ ແລະ ພວກເຂົາຈະຖືກກຳຈັດຢ່າງແນ່ນອນ. ຖ້າເຈົ້າບໍ່ຮູ້ຈັກພາລະກິດຂອງພຣະເຈົ້າຢ່າງຊັດເຈນ ແລ້ວເຈົ້າກໍຈະມີຄວາມຄິດລົບ; ນີ້ກໍເພາະວ່າພາລະກິດຂອງພຣະເຈົ້າສາມາດເຫັນໄດ້ໃນຄົນກຸ່ມນ້ອຍເທົ່ານັ້ນ. ໃນເວລານີ້ ມັນກໍຈະຊັດເຈນວ່າ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງແມ່ນມີພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ຄົນທີ່ບໍ່ຮັກພຣະອົງຢ່າງແທ້ຈິງແມ່ນຈະຖືກເປີດເຜີຍຜ່ານແຕ່ລະບາດກ້າວຂອງພາລະກິດຂອງພຣະອົງ. ພວກເຂົາຈະກາຍມາເປັນສິ່ງທີ່ຈະຖືກກໍາຈັດ. ຄົນເຫຼົ່ານີ້ຈະຖືກເປີດໂປງຕະຫຼອດເສັ້ນທາງແຫ່ງພາລະກິດຂອງການເອົາຊະນະ ແລະ ພວກເຂົາເປັນຄົນທີ່ບໍ່ມີຄຸນຄ່າທີ່ຈະຖືກເຮັດໃຫ້ສົມບູນເລີຍ. ຄົນທີ່ຖືກເຮັດໃຫ້ສົມບູນກໍຖືກພຣະເຈົ້າຮັບເອົາຢ່າງຄົບຖ້ວນສົມບູນ ແລະ ສາມາດຮັກພຣະເຈົ້າຄືກັບເປໂຕ. ຄົນທີ່ຖືກເອົາຊະນະກໍບໍ່ມີຄວາມຮັກທີ່ເປັນໄປດ້ວຍຄວາມສະໝັກໃຈ, ມີແຕ່ຄວາມຮັກທີ່ບໍ່ດີ້ນລົນ ແລະ ພວກເຂົາແມ່ນຖືກບັງຄັບໃຫ້ຮັກພຣະເຈົ້າ. ຄວາມຮັກທີ່ເປັນໄປດ້ວຍຄວາມສະໝັກໃຈຖືກພັດທະນາຜ່ານຄວາມເຂົ້າໃຈທີ່ໄດ້ຮັບຜ່ານປະສົບການຕົວຈິງ. ຄວາມຮັກນີ້ຄອບຄອງຫົວໃຈຂອງບຸກຄົນໃດໜຶ່ງ ແລະ ເຮັດໃຫ້ພວກເຂົາອຸທິດຕົນໃຫ້ກັບພຣະເຈົ້າຢ່າງສະໝັກໃຈ; ພຣະທຳຂອງພຣະເຈົ້າກາຍມາເປັນພື້ນຖານຂອງພວກເຂົາ ແລະ ພວກເຂົາສາມາດທົນທຸກເພື່ອພຣະເຈົ້າໄດ້. ແນ່ນອນ ນີ້ແມ່ນສິ່ງທີ່ຄົນຜູ້ເຊິ່ງຖືກພຣະເຈົ້າເຮັດໃຫ້ສົມບູນມີ. ຖ້າເຈົ້າພຽງແຕ່ສະແຫວງຫາເພື່ອຖືກເອົາຊະນະ, ແລ້ວເຈົ້າກໍບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້; ຖ້າພຣະເຈົ້າພຽງແຕ່ບັນລຸເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງຜ່ານການເອົາຊະນະຜູ້ຄົນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 66](https://lo.kingdomsalvation.org/videos/God-s-appearance-and-work-excerpt-066.html) - ເຮົາປົກຄອງໃນອານາຈັກ ແລະ ຍິ່ງໄປກວ່ານັ້ນ ເຮົາປົກຄອງທົ່ວຈັກກະວານທັງປວງ; ເຮົາເປັນທັງກະສັດຂອງອານາຈັກ ແລະ ຫົວໜ້າຂອງຈັກກະວານ. ຕັ້ງແຕ່ເວລານີ້ເປັນຕົ້ນໄປ, ເຮົາຈະຮວບຮວມທຸກຄົນທີ່ບໍ່ແມ່ນຄົນຖືກເລືອກ ແລະ ຈະເລີ່ມຕົ້ນພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ ແລະ ເຮົາຈະປະກາດບົດບັນຍັດແຫ່ງການບໍລິຫານຂອງເຮົາຕໍ່ຈັກກະວານທັງປວງ, ເພື່ອວ່າເຮົາຈະເລີ່ມຕົ້ນຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາໄດ້ຢ່າງສຳເລັດ. ເຮົາຈະໃຊ້ການຂ້ຽນຕີເພື່ອເຜີຍແຜ່ພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ, ນັ້ນໝາຍຄວາມວ່າ ເຮົາຈະໃຊ້ “ກຳລັງ” ຕໍ່ທຸກຄົນທີ່ເປັນຄົນຕ່າງຊາດ. ໂດຍທຳມະຊາດແລ້ວ ພາລະກິດນີ້ຈະຖືກປະຕິບັດໃນເວລາດຽວກັບພາລະກິດຂອງເຮົາທ່າມກາງຄົນຖືກເລືອກ. ເມື່ອຜູ້ຄົນຂອງເຮົາປົກຄອງ ແລະ ມີອຳນາດເທິງແຜ່ນດິນໂລກຈະເປັນມື້ທີ່ທຸກຄົນເທິງແຜ່ນດິນໂລກໄດ້ຖືກເອົາຊະນະອີກດ້ວຍ ແລະ ຍິ່ງໄປກວ່ານັ້ນ ມັນກໍຈະເປັນເວລາທີ່ເຮົາພັກເຊົາ ແລະ ເມື່ອນັ້ນ ເຮົາຈຶ່ງຈະປາກົດຕົວຕໍ່ທຸກຄົນທີ່ຖືກເອົາຊະນະ. ເຮົາປາກົດຕົວຕໍ່ອານາຈັກທີ່ບໍລິສຸດ ແລະ ເຊື່ອງຕົນເອງຈາກດິນແດນທີ່ສົກກະປົກ. ທຸກຄົນທີ່ຖືກເອົາຊະນະ ແລະ ອ່ອນນ້ອມຕໍ່ໜ້າເຮົາແມ່ນສາມາດເຫັນໜ້າຂອງເຮົາດ້ວຍຕາຂອງພວກເຂົາເອງ ແລະ ສາມາດໄດ້ຍິນສຽງຂອງເຮົາດ້ວຍຫູຂອງພວກເຂົາເອງ. ນີ້ແມ່ນພອນຂອງຄົນທີ່ເກີດໃນລະຫວ່າງຍຸກສຸດທ້າຍ, ນີ້ແມ່ນພອນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ມະນຸດບໍ່ສາມາດປ່ຽນແປງສິ່ງນີ້ໄດ້. ໃນປັດຈຸບັນ, ເຮົາປະຕິບັດພາລະກິດໃນລັກສະນະນີ້ກໍເພື່ອພາລະກິດໃນອະນາຄົດ. ພາລະກິດທັງໝົດຂອງເຮົາແມ່ນກ່ຽວພັນກັນ ໂດຍພາລະກິດທັງໝົດແມ່ນສອດຄ່ອງກັນ: ບໍ່ເຄີຍມີຂັ້ນຕອນໃດຢຸດສະງັກຢ່າງກະທັນຫັນຈັກເທື່ອ ແລະ ບໍ່ເຄີຍມີຂັ້ນຕອນໃດຖືກປະຕິບັດຢ່າງເປັນອິດສະຫຼະຈາກຂັ້ນຕອນອື່ນຈັກເທື່ອ. ແລ້ວມັນບໍ່ແມ່ນແບບນັ້ນບໍ? ພາລະກິດໃນອະດີດບໍ່ແມ່ນພື້ນຖານຂອງພາລະກິດໃນປັດຈຸບັນບໍ? ພຣະທຳທີ່ຢູ່ໃນອະດີດບໍ່ແມ່ນຈຸດເລີ່ມຕົ້ນຂອງພຣະທຳໃນປັດຈຸບັນບໍ? ຂັ້ນຕອນທີ່ຢູ່ໃນອະດີດບໍ່ແມ່ນຕົ້ນກຳເນີດຂອງຂັ້ນຕອນໃນປັດຈຸບັນບໍ? ເມື່ອເຮົາມາຍໜັງສືມ້ວນອອກຢ່າງເປັນທາງການກໍຄືເວລາທີ່ຜູ້ຄົນທົ່ວທັງຈັກກະວານຖືກຂ້ຽນຕີ, ແມ່ນເວລາທີ່ທຸກຄົນທົ່ວແຜ່ນດິນໂລກຕົກຢູ່ໃນການທົດລອງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 538](https://lo.kingdomsalvation.org/videos/entry-into-life-excerpt-538.html) - ກ່ອນອື່ນໝົດ ບາດກ້າວທຳອິດຂອງເສັ້ນທາງຂອງພຣະວິນຍານບໍລິສຸດໃນຕົວມະນຸດແມ່ນເພື່ອເຮັດໃຫ້ຫົວໃຈຂອງມະນຸດຫ່າງອອກຈາກຜູ້ຄົນ, ເຫດການ ແລະ ສິ່ງຂອງ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ, ເຮັດໃຫ້ຫົວໃຈຂອງມະນຸດເຊື່ອວ່າ ພຣະທຳຂອງພຣະເຈົ້າຢູ່ເໜືອຂໍ້ສົງໄສທຸກປະການ ແລະ ເປັນຈິງທັງໝົດ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າກໍຕ້ອງເຊື່ອໃນພຣະທຳຂອງພຣະອົງ; ຫຼັງຈາກເວລາຫຼາຍປີທີ່ໄດ້ເຊື່ອໃນພຣະເຈົ້າ ຖ້າເຈົ້າຍັງບໍ່ຮູ້ເສັ້ນທາງທີ່ພຣະວິນຍານບໍລິສຸດເດີນ, ແລ້ວເຈົ້າເປັນຜູ້ເຊື່ອແທ້ບໍ? ເພື່ອບັນລຸຊີວິດຂອງມະນຸດປົກກະຕິ, ຊີວິດທຳມະດາຂອງມະນຸດທີ່ມີຄວາມສໍາພັນປົກກະຕິກັບພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງເຊື່ອໃນພຣະທຳຂອງພຣະອົງ. ຖ້າເຈົ້າຍັງບໍ່ໄດ້ບັນລຸບາດກ້າວທຳອິດໃນພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນຜູ້ຄົນ, ແລ້ວເຈົ້າກໍບໍ່ມີຮາກຖານ. ຖ້າແມ່ນແຕ່ຫຼັກການທີ່ເລັກນ້ອຍທີ່ສຸດຍັງຢູ່ເໜືອເຈົ້າ, ເຈົ້າຈະຍ່າງໃນເສັ້ນທາງທີ່ຢູ່ເບື້ອງໜ້າໄດ້ແນວໃດ? ການຍ່າງຕາມເສັ້ນທາງທີ່ຖືກຕ້ອງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ ໝາຍເຖິງການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນພາລະກິດປັດຈຸບັນຂອງພຣະວິນຍານບໍລິສຸດ; ມັນໝາຍເຖິງການຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ. ຕອນນີ້ ເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງແມ່ນຕາມພຣະທຳໃນປັດຈຸບັນຂອງພຣະເຈົ້າ. ດັ່ງນັ້ນ ຖ້າຜູ້ຄົນຕ້ອງຍ່າງຕາມເສັ້ນທາງຂອງພຣະວິນຍານບໍລິສຸດ, ພວກເຂົາຕ້ອງອ່ອນນ້ອມ ແລະ ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດທີ່ພຣະອົງປະຕິບັດແມ່ນພາລະກິດແຫ່ງພຣະທຳ; ທຸກສິ່ງເລີ່ມຕົ້ນຈາກພຣະທຳຂອງພຣະອົງ ແລະ ທຸກສິ່ງແມ່ນຖືກສ້າງຂຶ້ນບົນພຣະທຳຂອງພຣະອົງ, ບົນພຣະທຳໃນປັດຈຸບັນຂອງພຣະອົງ. ບໍ່ວ່າຈະເປັນການໝັ້ນໃຈໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ການຮູ້ຈັກກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ລະຢ່າງແມ່ນຈຳເປັນຕ້ອງໃຊ້ຄວາມພະຍາຍາມຫຼາຍໃນພຣະທຳຂອງພຣະອົງ. ຖ້າບໍ່ດັ່ງນັ້ນ ຜູ້ຄົນກໍບໍ່ສາມາດສຳເລັດຫຍັງໄດ້ ແລະ ຈະບໍ່ເຫຼືອຫຍັງເລີຍ. ມີພຽງບົນຮາກຖານແຫ່ງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ການມາຮູ້ຈັກພຣະອົງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 329](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-329.html) - ໃນເມື່ອກ່ອນ, ເວລາທີ່ພຣະເຈົ້າຍັງຊົງປະທັບຢູ່ເທິງສະຫວັນນັ້ນ ຄົນພົວພັນກັບພຣະເຈົ້າພໍເປັນພິທີໃນການກະທຳຂອງພວກເຂົາ. ປັດຈຸບັນ ພຣະເຈົ້າແມ່ນຢູ່ໃນທ່າມກາງມະນຸດ. ບໍ່ມີໃຜຮູ້ວ່າດົນປານໃດແລ້ວ. ແຕ່ເຖິງຢ່າງນັ້ນກໍຕາມ ໃນການກະທໍາສິ່ງຕ່າງໆ ຄົນຍັງເຮັດພໍເປັນພິທີໃນການທີ່ພວກເຂົາພົວພັນກັບພຣະອົງ. ຄວາມຄິດຂອງມະນຸດບໍ່ແມ່ນຫຼ້າຫຼັງເກີນໄປບໍ? ມັນຄືກັນກັບຄົນຢູດາ; ກ່ອນທີ່ພຣະເຢຊູຈະສະເດັດລົງມາ, ຄົນຢູດາຈະເວົ້າຕົວະເພື່ອຫຼອກລວງອ້າຍເອື້ອຍນ້ອງຂອງພວກເຂົາ ແລະ ເຖິງແມ່ນວ່າ ພາຍຫຼັງທີ່ພຣະເຢຊູໄດ້ສະເດັດລົງມາ ແລ້ວ ພວກເຂົາກໍຍັງບໍ່ໄດ້ມີການປ່ຽນແປງ; ພວກເຂົາບໍ່ຮູ້ຈັກພຣະເຢຊູແມ່ນແຕ່ໜ້ອຍດຽວ ແລະ ໃນທີ່ສຸດພວກເຂົາກໍໄດ້ທໍລະຍົດຕໍ່ພຣະອົງ. ສິ່ງນີ້ເປັນຍ້ອນວ່າພວກເຂົາບໍ່ຮູ້ຈັກພຣະເຈົ້າບໍ? ໃນປັດຈຸບັນນີ້, ຖ້າພວກເຈົ້າຍັງບໍ່ຮູ້ຈັກພຣະເຈົ້າ, ເປັນໄປໄດ້ວ່າພວກເຈົ້າກໍອາດຈະກາຍເປັນຄົນຢູດາເຊັ່ນກັນ ແລະ ຖ້າເປັນດັ່ງນັ້ນ ເຫດການທີ່ເສົ້າສະຫຼົດໃຈຂອງການໄຖ່ບາບດ້ວຍການຄຶງໃສ່ໄມ້ກາງແຂນຂອງພຣະເຢຊູໃນຍຸກແຫ່ງພຣະຄຸນເມື່ອສອງພັນປີກ່ອນນັ້ນ ກໍຈະເກີດຂຶ້ນອີກ. ພວກເຈົ້າບໍ່ເຊື່ອໃນສິ່ງນີ້ບໍ? ນີ້ແມ່ນຄວາມຈິງ! ປັດຈຸບັນນີ້, ຜູ້ຄົນສ່ວນຫຼາຍແມ່ນຕົກຢູ່ໃນສະພາບຄ້າຍຄືກັນນີ້; ເຮົາອາດຈະເວົ້າສິ່ງດັ່ງກ່າວນີ້ໄວເກີນໄປ ແລະ ຄົນດັ່ງກ່າວແມ່ນສະແດງບົດບາດເປັນຄົນຢູດາກັນທັງໝົດ. ເຮົາບໍ່ໄດ້ເວົ້າແບບໄຮ້ເຫດຜົນ, ແຕ່ເວົ້າຕາມຄວາມຈິງ ແລະ ເຈົ້າຕ້ອງເຊື່ອ. ເຖິງວ່າຫຼາຍຄົນຈະທໍາທ່າເປັນຄົນຖ່ອມຕົນ, ແຕ່ໃນຈິດໃຈຂອງພວກເຂົາແມ່ນບໍ່ມີຫຍັງນອກຈາກສະນໍ້າທີ່ເປິເປື້ອນ ແລະ ຮ່ອງນໍ້າທີ່ເໝັນເນົ່າ. ປັດຈຸບັນນີ້ ຫຼາຍຄົນທີ່ຢູ່ໃນຄຣິສຕະຈັກແມ່ນເປັນແບບນີ້ ແລະ ພວກເຈົ້າຄິດວ່າເຮົາບໍ່ຮູ້ຫຍັງທັງສິ້ນບໍ? ທຸກມື້ນີ້ ພຣະວິນຍານຂອງເຮົາແມ່ນໄດ້ຕັດສິນໃຈເພື່ອເຮົາ ແລະ ເປັນພະຍານໃຫ້ແກ່ເຮົາແລ້ວ. ເຈົ້າຄິດວ່າເຮົາບໍ່ຮູ້ຫຍັງບໍ? ເຈົ້າຄິດວ່າເຮົາບໍ່ເຂົ້າໃຈຄວາມຄິດທີ່ບໍ່ຊື່ສັດພາຍໃນຈິດໃຈຂອງພວກເຈົ້າ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 112](https://lo.kingdomsalvation.org/videos/the-incarnation-excerpt-112.html) - ພຣະເຈົ້າສະເດັດມາເພື່ອປະຕິບັດພາລະກິດເທິງໂລກນີ້ກໍແມ່ນເພື່ອນໍາພາຍຸກນັ້ນ, ພຣະອົງໝາຍເຖິງເພື່ອການເປີດຍຸກໃໝ່ ແລະ ນໍາຍຸກເກົ່າໄປສູ່ຈຸດສິ້ນສຸດເທົ່ານັ້ນ. ພຣະອົງບໍ່ໄດ້ມາເພື່ອດຳລົງຊີວິດຕາມເສັ້ນທາງຊີວິດຂອງມະນຸດເທິງແຜ່ນດິນໂລກ, ເພື່ອພົບກັບຄວາມສຸກ ແລະ ຄວາມທຸກຂອງຊີວິດຂອງໂລກມະນຸດດ້ວຍຕົວພຣະອົງເອງ ຫຼື ເພື່ອເຮັດໃຫ້ຄົນໃດຄົນໜຶ່ງສົມບູນດ້ວຍມືຂອງພຣະອົງ ຫຼື ເຝົ້າເບິ່ງຄົນໃດຄົນໜຶ່ງດ້ວຍຕົວພຣະອົງເອງໃນຂະນະທີ່ເຂົາເຕີບໂຕ. ນີ້ບໍ່ແມ່ນພາລະກິດຂອງພຣະອົງ; ພາລະກິດຂອງພຣະອົງແມ່ນພຽງແຕ່ເປັນການເລີ່ມຕົ້ນຍຸກໃໝ່ ແລະ ນໍາຍຸກເກົ່າມາສູ່ຈຸດສິ້ນສຸດ. ນັ້ນກໍຄື ພຣະອົງຈະເລີ່ມຕົ້ນຍຸກໃດໜຶ່ງດ້ວຍຕົວພຣະອົງເອງ, ນໍາພາອີກຍຸກມາເຖິງຈຸດສິ້ນສຸດດ້ວຍຕົວພຣະອົງເອງ ແລະ ເອົາຊະນະຊາຕານດ້ວຍການປະຕິບັດພາລະກິດຂອງພຣະອົງເອງ. ໃນແຕ່ລະຄັ້ງ ພຣະອົງປະຕິບັດພາລະກິດຂອງພຣະອົງດ້ວຍຕົວພຣະອົງເອງ, ມັນຄືກັບວ່າພຣະອົງໄດ້ກ້າວຕີນເຂົ້າໄປໃນສະໜາມຮົບ. ທໍາອິດ ພຣະອົງມີໄຊຊະນະເໜືອໂລກ ແລະ ມີໄຊຊະນະເໜືອຊາຕານໃນຂະນະທີ່ຢູ່ໃນເນື້ອໜັງ; ພຣະອົງຮັບເອົາສະຫງ່າລາສີທັງໝົດ ແລະ ເປີດຜ້າກັ້ງໃຫ້ກັບພາລະກິດທັງໝົດແຫ່ງເວລາສອງພັນປີ, ເຮັດແບບນັ້ນເພື່ອໃຫ້ຄົນທຸກຄົນເທິງແຜ່ນດິນໂລກມີເສັ້ນທາງຍ່າງທີ່ຖືກຕ້ອງ ແລະ ມີຊີວິດແຫ່ງສັນຕິສຸກ ແລະ ຄວາມຍິນດີທີ່ຈະດຳລົງຊີວິດ. ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ສາມາດດຳລົງຊີວິດຢູ່ທ່າມກາງມະນຸດເທິງແຜ່ນດິນໂລກໄດ້ດົນ, ຍ້ອນພຣະເຈົ້າກໍເປັນພຣະເຈົ້າ ແລະ ບໍ່ແມ່ນມະນຸດ. ພຣະອົງບໍ່ສາມາດດຳລົງຊີວິດຕາມຊົ່ວຊີວິດຂອງຄົນທຳມະດາໄດ້ ນັ້ນກໍຄື ພຣະອົງບໍ່ສາມາດອາໄສຢູ່ເທິງແຜ່ນດິນໂລກແບບຄົນທີ່ບໍ່ມີຫຍັງແຕກຕ່າງຈາກຄົນປົກກະຕິທົ່ວໄປ, ຍ້ອນພຣະອົງມີຄວາມເປັນມະນຸດທໍາມະດາພຽງເລັກນ້ອຍຂອງຄົນທຳມະດາເພື່ອລໍ່ລ້ຽງຊີວິດມະນຸດຂອງພຣະອົງເທົ່ານັ້ນ. ເວົ້າອີກຢ່າງກໍຄື ພຣະເຈົ້າຈະເລີ່ມສ້າງຄອບຄົວ, ມີອາຊີບ ແລະ ລ້ຽງດູລູກເທິງແຜ່ນດິນໂລກນີ້ໄດ້ແນວໃດ? ສິ່ງນີ້ຈະບໍ່ສ້າງຄວາມເສື່ອມເສຍຊື່ສຽງໃຫ້ກັບພຣະອົງບໍ? ການທີ່ພຣະອົງມີຄວາມເປັນມະນຸດທຳມະດາໂດຍທຳມະຊາດນັ້ນ ແມ່ນເພື່ອຈຸດປະສົງຂອງການປະຕິບັດພາລະກິດໃນລັກສະນະທີ່ທຳມະດາເທົ່ານັ້ນ, ບໍ່ແມ່ນເພື່ອເຮັດໃຫ້ພຣະອົງສາມາດມີຄອບຄົວ ແລະ
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (4)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-4-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2)" ສ່ວນທີ ຫ້າ](https://lo.kingdomsalvation.org/videos/responsibilities-of-leaders-and-workers-2-part-5.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 465](https://lo.kingdomsalvation.org/videos/entry-into-life-excerpt-465.html) - ບັດນີ້ ເຈົ້າຮູ້ສາເຫດທີ່ແທ້ຈິງແລ້ວບໍ່ວ່າ ເປັນຫຍັງພວກເຈົ້າຈຶ່ງເຊື່ອໃນເຮົາ? ພວກເຈົ້າຮູ້ຈຸດປະສົງ ແລະ ຄວາມໝາຍທີ່ແທ້ຈິງຂອງພາລະກິດຂອງເຮົາບໍ? ເຈົ້າຮູ້ໜ້າທີ່ທີ່ແທ້ຈິງຂອງເຈົ້າແລ້ວບໍ? ເຈົ້າຮູ້ການເປັນປະຈັກພະຍານຂອງເຮົາຢ່າງແທ້ຈິງບໍ? ຖ້າຫາກເຈົ້າພຽງແຕ່ເຊື່ອໃນເຮົາ, ແຕ່ຍັງບໍ່ມີວີ່ແວວຄວາມສະຫງ່າລາສີ ຫຼື ປະຈັກພະຍານຂອງເຮົາໃນຕົວເຈົ້າ, ແລ້ວເຮົາກໍໄດ້ກຳຈັດພວກເຈົ້າໄປດົນນານແລ້ວ. ສຳລັບຜູ້ທີ່ຮູ້ຈັກທຸກຢ່າງ, ພວກເຂົາຍິ່ງເປັນສ້ຽນໝາມໃນຕາຂອງເຮົາ ແລະ ໃນເຮືອນຂອງເຮົາ, ພວກເຂົາບໍ່ແມ່ນຫຍັງນອກຈາກເປັນອຸປະສັກທີ່ຂວາງທາງຂອງເຮົາ, ພວກເຂົາເປັນເຂົ້ານົກທີ່ຕ້ອງຖືກຝັດຖິ້ມໃຫ້ໝົດໃນພາລະກິດຂອງເຮົາ, ພວກເຂົາໃຊ້ການບໍ່ໄດ້, ພວກເຂົາບໍ່ມີຄຸນຄ່າຫຍັງເລີຍ ແລະ ເຮົາໄດ້ລັງກຽດພວກເຂົາມາເປັນເວລາດົນແລ້ວ. ຄວາມໂກດຮ້າຍຂອງເຮົາຈະໂຍນລົງໃສ່ກັບທຸກຄົນທີ່ບໍ່ເປັນປະຈັກພະຍານ ແລະ ໄມ້ຄ້ອນເທົ້າຂອງເຮົາຈະບໍ່ເຄີຍຫ່າງຈາກພວກເຂົາ. ເຮົາໄດ້ມອບພວກເຂົາໄວ້ໃນກໍາມືຂອງມານຮ້າຍມາດົນນານແລ້ວ; ພວກເຂົາບໍ່ໄດ້ຮັບພອນຂອງເຮົາ. ເມື່ອມື້ນັ້ນມາເຖິງ, ການຂ້ຽນຕີຂອງພວກເຂົາຈະໂສກເສົ້າຫຼາຍກວ່າຜູ້ຍິງໂງ່. ມື້ນີ້, ເຮົາພຽງແຕ່ປະຕິບັດພາລະກິດຕາມໜ້າທີ່ຂອງເຮົາ; ເຮົາຈະມັດກົກເຂົ້າສາລີທັງໝົດ ພ້ອມກັບເຂົ້ານົກເຫຼົ່ານັ້ນເຂົ້າກັນ. ນີ້ແມ່ນພາລະກິດຂອງເຮົາໃນມື້ນີ້. ເຂົ້ານົກທັງໝົດຈະຖືກຝັດຖິ້ມໃນເວລາຂອງການຝັດເຂົ້າຂອງເຮົາ, ຫຼັງຈາກນັ້ນ ເມັດເຂົ້າສາລີຈະຖືກເກັບຮັກສາໄວ້ໃນສາງ ແລະ ເຂົ້ານົກເຫຼົ່ານັ້ນທີ່ຖືກຝັດອອກຈະຖືກນຳໄປຈູດເຜົາໃນໄຟໃຫ້ໄໝ້ກາຍເປັນຂີ້ຝຸ່ນ. ພາລະກິດຂອງເຮົາໃນຕອນນີ້ແມ່ນພຽງແຕ່ມັດມະນຸດທຸກຄົນເຂົ້າກັນນັ້ນກໍຄືເພື່ອເອົາຊະນະພວກເຂົາຢ່າງສິ້ນເຊີງ. ຫຼັງຈາກນັ້ນ ເຮົາຈະເລີ່ມຝັດເພື່ອເປີດເຜີຍຈຸດຈົບຂອງມະນຸດທັງໝົດ. ບັດນີ້ ເຈົ້າຄວນຈະຮູ້ວ່າເຈົ້າຄວນຈະເຮັດໃຫ້ເຮົາພໍໃຈແນວໃດ ແລະ ເຈົ້າຄວນຈະກຳນົດເສັ້ນທາງທີ່ຖືກຕ້ອງແນວໃດໃນຄວາມສັດທາຂອງເຈົ້າໃນເຮົາ. ສິ່ງທີ່ເຮົາປາດຖະໜາຈາກເຈົ້າໃນຕອນນີ້ກໍຄືຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງເຈົ້າ, ຄວາມຮັກ ແລະ ການເປັນປະຈັກພະຍານຂອງເຈົ້າ. ເຖິງແມ່ນວ່າ ໃນຕອນນີ້ເຈົ້າບໍ່ຮູ້ວ່າການເປັນປະຈັກພະຍານແມ່ນຫຍັງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 356](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-356.html) - ໃນຫົວໃຈຂອງເຈົ້ານັ້ນມີຄວາມລຶກລັບຢ່າງມະຫາສານ ທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ ຍ້ອນວ່າເຈົ້າດໍາລົງຊີວິດຢູ່ໃນໂລກທີ່ຂາດແສງສະຫວ່າງ. ຫົວໃຈ ແລະ ຈິດວິນຍານຂອງເຈົ້າໄດ້ຖືກຜູ້ທີ່ຊົ່ວຮ້າຍແຍ່ງເອົາໄປ. ດວງຕາຂອງເຈົ້າຖືກປິດບັງດ້ວຍຄວາມມືດ ແລະ ເຈົ້າບໍ່ສາມາດເຫັນແສງອາທິດໃນທ້ອງຟ້າ ຫຼື ດວງດາວທີ່ສ່ອງແສງແວວວາວໃນຄໍ່າຄືນ. ຫູຂອງເຈົ້າຖືກອຸດຕັນດ້ວຍຖ້ອຍຄໍາທີ່ຫຼອກລວງ ແລະ ເຈົ້າບໍ່ສາມາດໄດ້ຍິນສຽງຟ້າລັ່ນຂອງພຣະເຢໂຮວາ ຫຼື ສຽງແຫ່ງສາຍນໍ້າທີ່ໄຫຼຈາກບັນລັງ. ເຈົ້າໄດ້ສູນເສຍທຸກສິ່ງທີ່ເປັນຂອງເຈົ້າໂດຍຊອບທໍາ ແລະ ເສຍທຸກສິ່ງທີ່ອົງຊົງລິດທານຸພາບສູງສຸດໄດ້ປະທານໃຫ້ເຈົ້າ. ເຈົ້າໄດ້ເຂົ້າສູ່ທະເລແຫ່ງຄວາມທຸກທໍລະມານຢ່າງບໍ່ສິ້ນສຸດ, ບໍ່ມີແຮງທີ່ຈະຊ່ວຍເຈົ້າ, ບໍ່ມີຄວາມຫວັງແຫ່ງການຢູ່ລອດ, ເຈົ້າໄດ້ແຕ່ດີ້ນຮົນ ແລະ ແລ່ນວົກວົນໄປມາ... ແລ້ວຈາກຊ່ວງເວລານັ້ນເປັນຕົ້ນມາ ເຈົ້າກໍຖືກທໍລະມານໂດຍມານຜູ້ທີ່ຊົ່ວຮ້າຍ, ເຊິ່ງໄກຈາກພອນຂອງອົງຊົງລິດທານຸພາບສູງສຸດ, ໄກຈາກການສະໜອງຂອງອົງຊົງລິດທານຸພາບສູງສຸດ ແລະ ກໍາລັງຍ່າງຕາມເສັ້ນທາງທີ່ບໍ່ມີວັນຫວນຄືນ. ເອີ້ນຫາເປັນລ້ານຄັ້ງກໍບໍ່ສາມາດປຸກໃຈ ແລະ ຈິດວິນຍານຂອງເຈົ້າໄດ້. ເຈົ້ານອນຫຼັບສະບາຍໃນກໍາມືຂອງຜູ້ທີ່ຊົ່ວຮ້າຍ ເຊິ່ງແມ່ນຜູ້ທີ່ໄດ້ຫຼອກລວງເຈົ້າເຂົ້າສູ່ດິນແດນທີ່ບໍ່ມີຂອບເຂດ ໂດຍຂາດທິດທາງ ຫຼື ສິ່ງໝາຍບອກທາງ. ຈາກນັ້ນເຈົ້າຈຶ່ງສູນເສຍຄວາມໄຮ້ດຽງສາ ແລະ ຄວາມບໍລິສຸດດັ່ງເດີມຂອງເຈົ້າ ແລະ ເລີ່ມຫຼີກເວັ້ນການເບິ່ງແຍງຂອງອົງຊົງລິດທານຸພາບສູງສຸດ. ພາຍໃນໃຈຂອງເຈົ້າ, ຜູ້ທີ່ຊົ່ວຮ້າຍນຳພາເຈົ້າໃນທຸກເລື່ອງ ແລະ ໄດ້ກາຍເປັນຊີວິດຂອງເຈົ້າ. ເຈົ້າບໍ່ຢ້ານມັນ, ຫຼີກເວັ້ນມັນ ຫຼື ສົງໄສມັນອີກຕໍ່ໄປ; ກົງກັນຂ້າມ ເຈົ້າປະຕິບັດຕໍ່ມັນຄືດັ່ງພຣະເຈົ້າໃນຫົວໃຈຂອງເຈົ້າ. ເຈົ້າເລີ່ມບູຊາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 264](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-264.html) - ໃນຈັກກະວານອັນກວ້າງໃຫຍ່ໄພສານ ແລະ ທ້ອງຟ້າ, ສິ່ງມີຊີວິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ດໍາລົງຊີວິດ ແລະ ຂະຫຍາຍພັນ, ປະຕິບັດຕາມກົດເກນແຫ່ງຊີວິດເປັນວົງຈອນທີ່ບໍ່ສິ້ນສຸດ ແລະ ຍຶດໝັ້ນກັບກົດລະບຽບໜຶ່ງຢ່າງທີ່ບໍ່ເຄີຍປ່ຽນແປງ. ຄົນທີ່ຕາຍກໍເອົາເລື່ອງລາວຂອງຄົນທີ່ມີຊີວິດຢູ່ໄປນຳ ແລະ ຄົນທີ່ຍັງມີຊີວິດຢູ່ກໍ່ດຳລົງຊີວິດແບບດຽວກັນກັບປະຫວັດສາດທີ່ໜ້າສະລົດໃຈຂອງຄົນທີ່ຕາຍໄປແລ້ວຊ້ຳໄປຊ້ຳມາ. ແລ້ວດ້ວຍເຫດນັ້ນ ມະນຸດຊາດຈຶ່ງບໍ່ອົດບໍ່ໄດ້ທີ່ຈະຖາມຕົນເອງວ່າ: ເປັນຫຍັງພວກເຮົາຈຶ່ງມີຊີວິດ? ແລ້ວເປັນຫຍັງພວກເຮົາຕ້ອງຕາຍ? ແມ່ນໃຜບັນຊາການໂລກນີ້? ແມ່ນໃຜສ້າງມະນຸດຊາດນີ້? ມະນຸດຊາດຖືກສ້າງຂຶ້ນໂດຍທໍາມະຊາດແທ້ໆບໍ? ມະນຸດຊາດຄວບຄຸມຊະຕາກໍາຂອງເຂົາເອງແທ້ໆບໍ? ... ສິ່ງເຫຼົ່ານີ້ແມ່ນຄຳຖາມທີ່ມະນຸດຊາດໄດ້ຖາມໂດຍບໍ່ສິ້ນສຸດເປັນເວລາຫຼາຍພັນປີ. ໜ້າເສຍດາຍ ຍິ່ງມະນຸດໝົກມຸ້ນກັບຄໍາຖາມເຫຼົ່ານີ້ຫຼາຍເທົ່າໃດ, ເຂົາຍິ່ງເລີ່ມມີຄວາມກະຫາຍຫາວິທະຍາສາດຫຼາຍເທົ່ານັ້ນ. ວິທະຍາສາດສະໜອງຄວາມພໍໃຈສັ້ນໆ ແລະ ຄວາມສຸກໃຈຂອງຮ່າງກາຍພຽງຊົ່ວຄາວ, ແຕ່ບໍ່ພຽງພໍທີ່ຈະປົດປ່ອຍມະນຸດຈາກຄວາມເປົ່າປ່ຽວ, ຄວາມໂດດດ່ຽວ, ຄວາມຢ້ານກົວທີ່ຍາກຈະປົກປິດ ແລະ ຄວາມໄຮ້ຄວາມສາມາດຊ່ວຍຕົນເອງທີ່ຝັງເລິກຢູ່ພາຍໃນວິນຍານຂອງເຂົາ. ມະນຸດຊາດພຽງໃຊ້ຄວາມຮູ້ທາງດ້ານວິທະຍາສາດທີ່ເຂົາສາມາດເບິ່ງເຫັນດ້ວຍຕາເປົ່າຂອງເຂົາ ແລະ ເຂົ້າໃຈດ້ວຍມັນສະໝອງຂອງເຂົາເພື່ອເຮັດໃຫ້ຫົວໃຈຂອງເຂົາມືນຊາ. ແຕ່ຄວາມຮູ້ດ້ານວິທະຍາສາດດັ່ງກ່າວບໍ່ພຽງພໍທີ່ຈະຢຸດມະນຸດຈາກການຄົ້ນຄວ້າຄວາມລຶກລັບໄດ້. ມະນຸດຊາດບໍ່ຮູ້ຈັກແທ້ໆວ່າໃຜເປັນຜູ້ຊົງອຳນາດສູງສຸດຂອງຈັກກະວານ ແລະ ສິ່ງທັງປວງ, ແຮງໄກທີ່ພວກເຂົາຈະຮູ້ຈັກການເລີ່ມຕົ້ນ ແລະ ອະນາຄົດຂອງມະນຸດຊາດ. ມະນຸດພຽງແຕ່ໃຊ້ຊີວິດ, ດ້ວຍຄວາມຈໍາເປັນໃນທ່າມກາງກົດເກນນີ້. ບໍ່ມີໃຜສາມາດຫຼົບໜີກົດເກນນີ້ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້ ເພາະວ່າໃນທ່າມກາງສິ່ງທັງປວງ ແລະ ໃນສະຫວັນ ແມ່ນມີພຣະອົງຜູ້ດຽວຈາກນິດນິລັນສູ່ນິລັນດອນ ຜູ້ທີ່ມີອໍານາດອະທິປະໄຕເໜືອທຸກສິ່ງ. ພຣະອົງເປັນຜູ້ທີ່ມະນຸດບໍ່ເຄີຍເຫັນຈັກເທື່ອ, ເປັນຜູ້ທີ່ມະນຸດບໍ່ເຄີຍຮູ້ຈັກ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 157](https://lo.kingdomsalvation.org/videos/knowing-God-s-work-excerpt-157.html) - ເມື່ອພາລະກິດຂອງພຣະເຈົ້າໄປເຖິງຈຸດໃດໜຶ່ງ ແລະ ການຄຸ້ມຄອງຂອງພຣະອົງໄດ້ໄປເຖິງຈຸດໃດໜຶ່ງ, ຄົນທີ່ປະຕິບັດຕາມເຈດຕະນາຂອງພຣະອົງ ກໍລ້ວນແລ້ວແຕ່ເປັນຄົນທີ່ສາມາດປະຕິບັດຕາມເງື່ອນໄຂຂອງພຣະອົງ. ພຣະເຈົ້າຮຽກຮ້ອງມະນຸດຕາມມາດຕະຖານຂອງພຣະອົງເອງ ແລະ ຕາມສິ່ງທີ່ມະນຸດສາມາດບັນລຸໄດ້. ໃນຂະນະທີ່ເວົ້າເຖິງການຄຸ້ມຄອງຂອງພຣະອົງ, ພຣະອົງໄດ້ຊີ້ຫົນທາງໃຫ້ກັບມະນຸດ ແລະ ຈັດກຽມເສັ້ນທາງແຫ່ງຄວາມຢູ່ລອດໃຫ້ກັບມະນຸດ. ທັງການຄຸ້ມຄອງຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດແມ່ນຂັ້ນຕອນດຽວກັນຂອງພາລະກິດ ແລະ ຖືກປະຕິບັດໃນເວລາດຽວກັນ. ການເວົ້າເຖິງການຄຸ້ມຄອງຂອງພຣະເຈົ້າແມ່ນກ່ຽວພັນກັບການປ່ຽນແປງໃນອຸປະນິໄສຂອງມະນຸດ ແລະ ການເວົ້າເຖິງສິ່ງທີ່ມະນຸດຄວນປະຕິບັດ ແລະ ການປ່ຽນແປງໃນອຸປະນິໄສຂອງມະນຸດ ກໍກ່ຽວພັນກັບພາລະກິດຂອງພຣະເຈົ້າ; ບໍ່ມີຈັກເທື່ອທີ່ທັງສອງຢ່າງຈະຖືກແຍກອອກຈາກກັນ. ການປະຕິບັດຂອງມະນຸດປ່ຽນແປງເທື່ອລະບາດກ້າວ. ນັ້ນກໍຍ້ອນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດນັ້ນໄດ້ປ່ຽນແປງເຊັ່ນກັນ ແລະ ຍ້ອນພາລະກິດຂອງພຣະເຈົ້າປ່ຽນແປງ ແລະ ກ້າວໜ້າຢູ່ສະເໝີ. ຖ້າການປະຕິບັດຂອງມະນຸດຍັງຖືກກັບດັກຢູ່ໃນຄຳສັ່ງສອນ, ສິ່ງນີ້ກໍພິສູດວ່າ ເຂົາປາສະຈາກພາລະກິດ ແລະ ການນໍາພາຂອງພຣະເຈົ້ານັ້ນ; ຖ້າການປະຕິບັດຂອງມະນຸດບໍ່ປ່ຽນແປງຈັກເທື່ອ ຫຼື ບໍ່ເລິກເຊິ່ງຂຶ້ນ, ແລ້ວສິ່ງນີ້ກໍພິສູດວ່າ ການປະຕິບັດຂອງມະນຸດຖືກປະຕິບັດຕາມຄວາມຄິດຂອງມະນຸດ ແລະ ບໍ່ແມ່ນການປະຕິບັດແຫ່ງຄວາມຈິງ; ຖ້າມະນຸດບໍ່ມີເສັ້ນທາງໃຫ້ຍ່າງ, ແລ້ວເຂົາກໍຖືກຕົກລົງສູ່ກໍາມືຂອງຊາຕານໄປແລ້ວ ແລະ ຖືກຄວບຄຸມໂດຍຊາຕານ ເຊິ່ງໝາຍຄວາມວ່າ ເຂົາຖືກຄວບຄຸມໂດຍວິນຍານຊົ່ວຮ້າຍ. ຖ້າການປະຕິບັດຂອງມະນຸດບໍ່ໄດ້ເລິກເຊິ່ງກວ່າເກົ່າ, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ພັດທະນາ ແລະ ຖ້າບໍ່ມີການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ແລ້ວການເຂົ້າສູ່ຂອງມະນຸດກໍຈະຢຸດສະງັດ; ນີ້ເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້. ທົ່ວພາລະກິດທັງໝົດຂອງພຣະເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 61](https://lo.kingdomsalvation.org/videos/God-s-appearance-and-work-excerpt-061.html) - ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ຈັກກະວານທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ. ມັນຄືກັບວ່າ ເຜົ່າພັນມະນຸດທັງໝົດກໍາລັງຖືກຊໍາລະລ້າງ. ພາຍໃຕ້ການເຍືອງແສງສະຫວ່າງນີ້ຈາກທິດຕາເວັນອອກ, ມະນຸດທຸກຄົນຖືກເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ, ຕາຂອງພວກເຂົາມົວ ໂດຍບໍ່ແນ່ໃຈວ່າຈະເຮັດແນວໃດ ແລະ ຍິ່ງບໍ່ແນ່ໃຈວ່າ ຈະປິດບັງໜ້າຕາອັນຂີ້ຮ້າຍຂອງພວກເຂົາແນວໃດດີ. ພວກເຂົາຍັງຄືກັບສັດທີ່ແລ່ນໜີຈາກແສງສະຫວ່າງຂອງເຮົາ ແລະ ໄປລີ້ໄພຢູ່ໃນຖໍ້າເທິງພູເຂົາ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາສາມາດຖືກລົບລ້າງຈາກເເສງສະຫວ່າງຂອງເຮົາໄດ້. ມະນຸດທຸກຄົນແມ່ນພາກັນຕື່ນຕົກໃຈ, ທຸກຄົນກໍາລັງລໍຖ້າ, ທຸກຄົນກໍາລັງເຝົ້າເບິ່ງ; ພ້ອມກັບການມາຂອງແສງສະຫວ່າງຂອງເຮົາ, ທຸກຄົນດີໃຈໃນມື້ທີ່ພວກເຂົາເກີດ ແລະ ໃນທໍານອງດຽວກັນ ທຸກຄົນກໍສາບແຊ່ງມື້ທີ່ພວກເຂົາເກີດ. ຄວາມຮູ້ສຶກຢ່າງສັບສົນແມ່ນບໍ່ສາມາດອະທິບາຍໄດ້; ນໍ້າຕາຈາກການຕໍານິຕົວເອງກາຍເປັນແມ່ນໍ້າ ແລະ ທັນທີໃດກໍຖືກກະແສນໍ້າພັດຫາມໄປໂດຍບໍ່ມີຮ່ອງຮອຍ. ມື້ຂອງເຮົາໄດ້ເຂົ້າມາໃກ້ມະນຸດທຸກຄົນອີກຄັ້ງ, ມັນໄດ້ປຸກເຜົ່າພັນມະນຸດໃຫ້ຕື່ນອີກຄັ້ງ ໂດຍມອບການເລີ່ມຕົ້ນໃໝ່ໃຫ້ແກ່ມະນຸດຊາດ. ຫົວໃຈຂອງເຮົາເຕັ້ນ ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈຕາມຈັງຫວະເຕັ້ນຂອງຫົວໃຈຂອງເຮົາ, ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫີນ. ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ. ເຮົາຕ້ອງການເຮັດໃຫ້ສິ່ງທີ່ສົກກະປົກຖືກເຜົາໄໝ້ເປັນຂີ້ເຖົ່າພາຍໃຕ້ສາຍຕາຂອງເຮົາ; ເຮົາຕ້ອງການເຮັດໃຫ້ບຸດຊາຍທີ່ກະບົດທຸກຄົນຫາຍໄປຈາກສາຍຕາຂອງເຮົາ ໂດຍບໍ່ໃຫ້ຄົງຢູ່ອີກຕໍ່ໄປ. ເຮົາບໍ່ພຽງແຕ່ໄດ້ສ້າງການເລີ່ມຕົ້ນໃໝ່ໃນບ່ອນອາໄສຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ເຮົາຍັງໄດ້ເລີ່ມພາລະກິດໃໝ່ໃນຈັກກະວານ. ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະກາຍເປັນອານາຈັກຂອງເຮົາ; ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະບໍ່ມີຢູ່ອີກຕະຫຼອດການ ຍ້ອນອານາຈັກຂອງເຮົາ, ຍ້ອນເຮົາໄດ້ຮັບໄຊຊະນະແລ້ວ ແລະ ຍ້ອນເຮົາໄດ້ກັບມາຢ່າງມີໄຊ.
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (4)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-4-part-2.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 296](https://lo.kingdomsalvation.org/videos/exposing-religious-notions-excerpt-296.html) - ຫຼັງຈາກຄວາມຈິງຂອງພຣະເຢຊູໄດ້ກາຍມາເປັນເນື້ອໜັງ, ມະນຸດກໍ່ເຊື່ອວ່າໃນສະຫວັນແມ່ນບໍ່ໄດ້ມີພຽງແຕ່ພຣະບິດາ, ແຕ່ຍັງມີພຣະບຸດ ແລະ ແມ່ນແຕ່ພຣະວິນຍານ. ນີ້ຄືແນວຄິດຕາມປະເພນີທີ່ມະນຸດມີ ຄືມີພຣະເຈົ້າແບບນີ້ທີ່ຢູ່ໃນສະຫວັນ: ພຣະເຈົ້າຕຣີເອການຸພາບທີ່ເປັນພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມະນຸດຊາດທັງປວງມີແນວຄິດເຫຼົ່ານີ້: ພຣະເຈົ້າເປັນພຣະເຈົ້າອົງດຽວ, ແຕ່ປະກອບມີສາມພາກສ່ວນ ເຊິ່ງທຸກຄົນເຫຼົ່ານັ້ນທີ່ຝັງເລິກຢ່າງໜ້າເສົ້າໃຈຢູ່ກັບແນວຄິດດັ່ງເດີມຖືວ່າມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງແຕ່ສາມສ່ວນເຫຼົ່ານັ້ນລວມກັນເປັນໜຶ່ງເທົ່ານັ້ນ ຈຶ່ງຈະເປັນພຣະເຈົ້າທັງໝົດ. ຫາກປາສະຈາກພຣະບິດາບໍລິສຸດ, ພຣະເຈົ້າກໍຈະບໍ່ສົມບູນ. ໃນທຳນອງດຽວກັນ, ພຣະເຈົ້າກໍຈະບໍ່ສົມບູນເຊັ່ນກັນ ຖ້າປາສະຈາກພຣະບຸດ ຫຼື ພຣະວິນຍານບໍລິສຸດ. ໃນແນວຄິດຂອງພວກເຂົາ, ພວກເຂົາເຊື່ອວ່າ ພຣະບິດາພຽງອົງດຽວ ຫຼື ພຣະບຸດພຽງອົງດຽວ ບໍ່ສາມາດຖືວ່າເປັນພຣະເຈົ້າໄດ້. ມີພຽງແຕ່ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຮ່ວມກັນເທົ່ານັ້ນ ຈຶ່ງຖືວ່າເປັນພຣະເຈົ້າເອງ. ບັດນີ້ ຜູ້ເຊື່ອສາສະໜາທຸກຄົນ ແລະ ແມ່ນແຕ່ຜູ້ຕິດຕາມແຕ່ລະຄົນທີ່ຢູ່ທ່າມກາງພວກເຈົ້າ ແມ່ນມີຄວາມເຊື່ອແບບນີ້. ແຕ່ສຳລັບເລື່ອງທີ່ວ່າ ຄວາມເຊື່ອນີ້ຖືກຕ້ອງ ຫຼື ບໍ່ນັ້ນ, ບໍ່ມີໃຜສາມາດອະທິບາຍໄດ້ ຍ້ອນພວກເຈົ້າສັບສົນກ່ຽວກັບເລື່ອງຂອງພຣະເຈົ້າເອງຢູ່ສະເໝີ. ເຖິງແມ່ນສິ່ງເຫຼົ່ານີ້ຄືແນວຄິດ, ພວກເຈົ້າກໍບໍ່ຮູ້ວ່າ ສິ່ງເຫຼົ່ານີ້ຖືກ ຫຼື ຜິດ, ຍ້ອນວ່າພວກເຈົ້າຖືກກະທົບໂດຍແນວຄິດທາງສາສະໜາຢ່າງຮຸນແຮງເກີນໄປ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 263](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-263.html) - ນັບຕັ້ງແຕ່ການກຳເນີດວິທະຍາສາດສັງຄົມຂອງມວນມະນຸດ, ຄວາມຄິດຂອງມະນຸດກໍວຸ້ນຢູ່ນໍາວິທະຍາສາດ ແລະ ຄວາມຮູ້. ແລ້ວວິທະຍາສາດ ແລະ ຄວາມຮູ້ກໍກາຍມາເປັນເຄື່ອງມືສຳລັບການປົກຄອງຂອງມະນຸດ ແລະ ບໍ່ມີພື້ນທີ່ພຽງພໍອີກຕໍ່ໄປສຳລັບໃຫ້ມະນຸດນະມັດສະການພຣະເຈົ້າ ແລະ ບໍ່ມີເງື່ອນໄຂທີ່ຈະນະມັດສະການພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີອີກຕໍ່ໄປ. ຕໍາແໜ່ງຂອງພຣະເຈົ້າໄດ້ຫຼຸດຕໍ່າລົງຫຼາຍຍິ່ງຂຶ້ນໃນຫົວໃຈຂອງມະນຸດ. ຖ້າປາສະຈາກພຣະເຈົ້າໃນຫົວໃຈຂອງເຂົາ, ໂລກພາຍໃນຂອງມະນຸດກໍ່ມືດມົນ, ສິ້ນຫວັງ ແລະ ວ່າງເປົ່າ. ຕໍ່ມາຈຶ່ງໄດ້ເກີດມີນັກວິທະຍາສາດສັງຄົມຫຼາຍຄົນ, ນັກປະຫວັດສາດ ແລະ ນັກການເມືອງເກີດຂຶ້ນເພື່ອອະທິບາຍທິດສະດີແຫ່ງວິທະຍາສາດສັງຄົມ, ທິດສະດີແຫ່ງການວິວັດທະນາການຂອງມະນຸດ ແລະ ທິດສະດີອື່ນໆທີ່ຂັດແຍ່ງກັບຄວາມຈິງທີ່ພຣະເຈົ້າໄດ້ສ້າງມະນຸດ, ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ. ແລ້ວໃນລັກສະນະນີ້, ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງມີຈຳນວນຫຼາຍຂຶ້ນ. ນອກຈາກນັ້ນ ກໍມີຄົນຈຳນວນຫຼາຍຄົນທີ່ເຫັນການບັນທຶກແຫ່ງພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນ ເປັນເໝືອນກັບເລື່ອງເລົ່າລື ແລະ ຕຳນານ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເລີ່ມບໍ່ສົນໃຈຕໍ່ກຽດສັກສີ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ສົນໃຈຕໍ່ຂໍ້ຄິດເຫັນທີ່ວ່າ ພຣະເຈົ້າມີຢູ່ ແລະ ມີອຳນາດເໜືອທຸກສິ່ງ. ຄວາມຢູ່ລອດຂອງມະນຸດຊາດ ແລະ ຊະຕາກໍາຂອງປະເທດ ແລະ ຊົນຊາດບໍ່ສຳຄັນກັບພວກເຂົາອີກຕໍ່ໄປແລ້ວ ແລະ ມະນຸດດຳລົງຊີວິດຢູ່ໃນໂລກທີ່ວ່າງເປົ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 258](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-258.html) - ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ຍ້ອນແຜນການຂອງພຣະເຈົ້າ ແລະ ຍ້ອນການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າປະຕິບັດບົດບາດຂອງເຈົ້າ ແລະ ເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້, ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊີວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ, ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ. ໃນຂະນະທີ່ກາງຄືນໃກ້ເຂົ້າມາຢ່າງງຽບສະງັດ ໂດຍມະນຸດບໍ່ຮູ້ສຶກຕົວ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 36](https://lo.kingdomsalvation.org/videos/three-stages-of-work-excerpt-0036.html) - ທັນທີທີ່ຍຸກແຫ່ງລາຊະອານາຈັກໄດ້ເລີ່ມຕົ້ນຂຶ້ນ, ພຣະເຈົ້າກໍເລີ່ມເປີດເຜີຍພຣະທໍາຂອງພຣະອົງ. ໃນອະນາຄົດ, ພຣະທໍາເຫຼົ່ານີ້ຈະບັນລຸຜົນເທື່ອລະໜ້ອຍ ແລະ ໃນເວລານັ້ນ, ມະນຸດກໍ່ຈະເຕີບໂຕມີຊີວິດ. ການທີ່ພຣະເຈົ້າໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງມະນຸດກໍ່ເປັນຈິງຍິ່ງຂຶ້ນ ແລະ ຈຳເປັນຍິ່ງຂຶ້ນ ແລະ ພຣະອົງບໍ່ໄດ້ໃຊ້ຫຍັງນອກຈາກພຣະທໍາເພື່ອປະຕິບັດພາລະກິດຂອງພຣະອົງເພື່ອເຮັດໃຫ້ຄວາມເຊື່ອຂອງມະນຸດສົມບູນແບບ, ຍ້ອນປັດຈຸບັນຄືຍຸກແຫ່ງພຣະທໍາ ແລະ ມັນຈຳເປັນຕ້ອງມີຄວາມເຊື່ອ, ຄວາມເດັດດ່ຽວ ແລະ ການຮ່ວມມືຂອງມະນຸດ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນການໃຊ້ພຣະທໍາຂອງພຣະອົງເພື່ອຮັບໃຊ້ ແລະ ສະໜອງໃຫ້ແກ່ມະນຸດ. ພຽງແຕ່ຫຼັງຈາກທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສຳເລັດການກ່າວພຣະທໍາຂອງພຣະອົງເທົ່ານັ້ນ ພຣະທໍາເຫຼົ່ານັ້ນຈິ່ງຈະບັນລຸຜົນ. ໃນລະຫວ່າງເວລາທີ່ພຣະອົງກ່າວ, ພຣະທໍາຂອງພຣະອົງຍັງບໍ່ທັນບັນລຸຜົນ, ເພາະເມື່ອພຣະອົງຢູ່ໃນຂັ້ນຕອນຂອງເນື້ອໜັງ, ພຣະທໍາຂອງພຣະອົງບໍ່ສາມາດບັນລຸຜົນ. ນີ້ກໍ່ເພື່ອໃຫ້ມະນຸດໄດ້ເຫັນວ່າພຣະເຈົ້າເປັນເນື້ອໜັງ ແລະ ບໍ່ແມ່ນພຣະວິນຍານ; ເພື່ອວ່າມະນຸດອາດໄດ້ເຫັນຄວາມເປັນຈິງຂອງພຣະເຈົ້າດ້ວຍຕາຂອງເຂົາເອງ. ໃນມື້ທີ່ພາລະກິດຂອງພຣະອົງສຳເລັດ, ເມື່ອພຣະທໍາທັງໝົດທີ່ພຣະອົງຄວນກ່າວເທິງແຜ່ນດິນໂລກໄດ້ຖືກກ່າວອອກແລ້ວ, ພຣະທໍາຂອງພຣະອົງກໍ່ຈະເລີ່ມບັນລຸຜົນ. ຕອນນີ້ບໍ່ແມ່ນຍຸກແຫ່ງການບັນລຸຜົນຕາມພຣະທໍາຂອງພຣະເຈົ້າ, ເພາະພຣະອົງຍັງບໍ່ທັນສຳເລັດການກ່າວພຣະທໍາຂອງພຣະອົງ. ດັ່ງນັ້ນ, ເມື່ອເຈົ້າເຫັນວ່າພຣະອົງຍັງກ່າວພຣະທໍາຂອງພຣະອົງເທິງແຜ່ນດິນໂລກ, ຢ່າລໍຖ້າການບັນລຸຜົນຕາມພຣະທໍາຂອງພຣະອົງ; ເມື່ອພຣະເຈົ້າຢຸດກ່າວພຣະທໍາຂອງພຣະອົງ ແລະ ເມື່ອພາລະກິດຂອງພຣະອົງເທິງແຜ່ນດິນໂລກໄດ້ສຳເລັດລົງ ນັ້ນຈະເປັນເວລາທີ່ພຣະທໍາຂອງພຣະອົງເລີ່ມບັນລຸຜົນ. ໃນພຣະທໍາທີ່ພຣະອົງກ່າວເທິງແຜ່ນດິນໂລກ, ໃນດ້ານໜຶ່ງແມ່ນມີການສະໜອງຊີວິດ ແລະ ໃນອີກດ້ານໜຶ່ງແມ່ນມີຄຳທຳນາຍ ເຊິ່ງເປັນຄຳທຳນາຍກ່ຽວກັບສິ່ງທີ່ຈະເກີດຂຶ້ນ, ສິ່ງທີ່ຈະສຳເລັດລົງ ແລະ ສິ່ງທີ່ຍັງບໍ່ທັນຖືກເຮັດໃຫ້ສຳເລັດເທື່ອ. ຍັງມີຄຳທຳນາຍໃນພຣະທໍາຂອງພຣະເຢຊູ. ໃນດ້ານໜຶ່ງ ພຣະອົງໄດ້ສະໜອງຊີວິດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 600](https://lo.kingdomsalvation.org/videos/destinations-and-outcomes-excerpt-600.html) - ແຕ່ຕົ້ນເດີມນັ້ນບໍ່ມີຄອບຄົວລະຫວ່າງມະນຸດຊາດ; ມີພຽງແມ່ຍິງ ແລະ ຜູ້ຊາຍ ເຊິ່ງນັ້ນກໍຄື ມະນຸດສອງປະເພດທີ່ແຕກຕ່າງກັນ. ບໍ່ມີປະເທດຕ່າງໆ, ສ່ວນເລື່ອງຄອບຄົວແມ່ນບໍ່ຕ້ອງເວົ້າເຖິງ, ແຕ່ເນື່ອງຈາກຜົນຂອງການເສື່ອມຊາມຂອງມະນຸດ, ຜູ້ຄົນທຸກປະເພດຈຶ່ງຈັດຕັ້ງຕົນເອງເປັນຕະກູນໃຜລາວ ແລ້ວຕໍ່ມາກໍພັດທະນາໄປເປັນປະເທດ ແລະ ຊົນເຜົ່າຕ່າງໆ. ບັນດາປະເທດ ແລະ ເຊື້ອຊາດຕ່າງໆເຫຼົ່ານີ້ປະກອບດ້ວຍຄອບຄົວຂະໜາດນ້ອຍຂອງຕົນເອງ ແລະ ໃນລັກສະນະນີ້ ຄົນທຸກປະເພດຖືກແຜ່ຂະຫຍາຍອອກທ່າມກາງເຊື້ອຊາດຕ່າງໆຕາມຄວາມແຕກຕ່າງທາງດ້ານພາສາ ແລະ ເຂດແດນ. ຄວາມຈິງແລ້ວ, ບໍ່ວ່າໃນໂລກຈະປະກອບມີຈັກເຊື້ອຊາດ, ມະນຸດຊາດມີບັນພະບຸລຸດດຽວກັນ. ໃນຕອນເລີ່ມຕົ້ນ, ມີມະນຸດພຽງແຕ່ສອງປະເພດ ແລະ ສອງປະເພດເຫຼົ່ານີ້ແມ່ນຜູ້ຊາຍ ແລະ ແມ່ຍິງ. ຢ່າງໃດກໍຕາມ, ເນື່ອງຈາກຄວາມກ້າວໜ້າໃນພາລະກິດຂອງພຣະເຈົ້າ, ການເຄື່ອນໄຫວຂອງປະຫວັດສາດ ແລະ ການປ່ຽນແປງທາງພູມສາດ, ໃນລະດັບຕ່າງໆ ມະນຸດທັງສອງປະເພດເຫຼົ່ານີ້ຍິ່ງພັດທະນາອອກເປັນຫຼາກຫຼາຍມະນຸດຍິ່ງຂຶ້ນ. ໂດຍພື້ນຖານແລ້ວ, ບໍ່ວ່າຈະມີເຊື້ອຊາດປະກອບໃນມະນຸດຊາດຫຼາຍພຽງໃດກໍຕາມ, ມະນຸດຊາດທັງປວງກໍຍັງແມ່ນສິ່ງຊົງສ້າງຂອງພຣະເຈົ້າຢູ່ດີ. ບໍ່ວ່າຜູ້ຄົນຈະເປັນເຊື້ອຊາດໃດກໍຕາມ, ພວກເຂົາທັງໝົດກໍຄືສິ່ງມີຊີວິດຂອງພຣະເຈົ້າ; ພວກເຂົາລ້ວນແລ້ວແຕ່ເປັນເຊື້ອສາຍຂອງອາດາມ ແລະ ເອວາ. ເຖິງແມ່ນວ່າພວກເຂົາບໍ່ໄດ້ຖືກສ້າງດ້ວຍມືຂອງພຣະເຈົ້າ, ພວກເຂົາທັງໝົດກໍເປັນເຊື້ອສາຍຂອງອາດາມ ແລະ ເອວາ ຜູ້ທີ່ພຣະເຈົ້າສ້າງດ້ວຍຕົວພຣະອົງເອງ. ບໍ່ວ່າຜູ້ຄົນຈະເປັນຄົນປະເພດໃດກໍຕາມ, ພວກເຂົາທັງໝົດຄືສິ່ງມີຊີວິດຂອງພຣະອົງ; ໃນເມື່ອພວກເຂົາແມ່ນມະນຸດຊາດ ທີ່ຖືກສ້າງໂດຍພຣະເຈົ້າ, ຈຸດໝາຍປາຍທາງຂອງພວກເຂົາກໍຄືສິ່ງທີ່ມະນຸດຄວນມີ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 463](https://lo.kingdomsalvation.org/videos/entry-into-life-excerpt-463.html) - ເຈົ້າສາມາດສື່ສານເຖິງອຸປະນິໄສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ສື່ເຖິງຄວາມສຳຄັນຂອງຍຸກດັ່ງກ່າວໄດ້ຢ່າງເໝາະສົມບໍ? ເຈົ້າ ຜູ້ທີ່ໄດ້ຜະເຊີນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ຈະສາມາດບັນລະຍາຍອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງລະອຽດໄດ້ບໍ? ເຈົ້າຈະສາມາດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໄດ້ບໍ? ເຈົ້າຈະຖ່າຍທອດສິ່ງທີ່ເຈົ້າໄດ້ເຫັນ ແລະ ຜະເຊີນໃຫ້ແກ່ຜູ້ເຊື່ອທີ່ເປັນຕາສັງເວດ, ທຸກຍາກ ແລະ ເຫຼື້ອມໃສເຫຼົ່ານັ້ນ, ຜູ້ທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາໄດ້ແນວໃດ? ຄົນປະເພດໃດທີ່ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາ? ເຈົ້າສາມາດຈິນຕະນາການໄດ້ບໍ? ເຈົ້າຮູ້ຈັກພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທີ່ເປັນປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ຢ່າງພໍປະມານດັ່ງເຈົ້ານາຍໃນຍຸກຕໍ່ໄປແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າກ່ຽວກັບການເປັນນາຍບໍ? ເຈົ້າຈະອະທິບາຍເຖິງນາຍຂອງທຸກສິ່ງແນວໃດ? ມັນແມ່ນນາຍຂອງສິ່ງມີຊີວິດທີ່ຖືກສ້າງທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງສຳລັບຄວາມກ້າວໜ້າຂອງພາລະກິດຂັ້ນຕໍ່ໄປ? ມີຈັກຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າເພື່ອເປັນຄົນລ້ຽງດູຂອງພວກເຂົາ? ໜ້າທີ່ຂອງເຈົ້າແມ່ນໜ້າທີ່ໆໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ເຮັດຫຍັງກໍບໍ່ຖືກ, ຮ້ອງໄຫ້ຢູ່ໃນຄວາມມືດ, ຫົນທາງຢູ່ໃສ? ພວກເຂົາປາຖະໜາຫາແສງສະຫວ່າງ ຄ້າຍຄືດາວຕົກ ໃຫ້ລົງມາໃນທັນທີ ແລະ ກຳຈັດກອງກຳລັງແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ໃຜສາມາດຮູ້ໄດ້ເຖິງຂອບເຂດສົມບູນທີ່ພວກເຂົາຫວັງຢ່າງໃຈຈົດໃຈຈໍ່ ແລະ ວິທີທີ່ພວກເຂົາປາຖະໜາຫາ ໃນກາງເວັນ ແລະ ກາງຄືນສຳລັບສິ່ງນີ້?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 242](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-242.html) - ບົດບັນຍັດບໍລິຫານສິບຂໍ້ທີ່ຄົນທີ່ພຣະເຈົ້າເລືອກໄວ້ຕ້ອງເຊື່ອຟັງໃນຍຸກແຫ່ງລາຊະອານາຈັກ 1. ມະນຸດບໍ່ຄວນສັນລະເສີນຕົນເອງ ຫຼື ຍົກຍ້ອງຕົນເອງ. ເຂົາຄວນນະມັດສະການ ແລະ ສັນລະເສີນພຣະເຈົ້າ. 2. ໃຫ້ເຮັດທຸກສິ່ງທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະເຈົ້າ ແລະ ບໍ່ເຮັດສິ່ງທີ່ສ້າງຄວາມເສຍຫາຍໃຫ້ກັບຜົນປະໂຫຍດໃນພາລະກິດຂອງພຣະເຈົ້າ. ໃຫ້ປົກປ້ອງພຣະນາມຂອງພຣະເຈົ້າ, ຄຳພະຍານຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ. 3. ເງິນ, ວັດຖຸສິ່ງຂອງ ແລະ ຊັບສິນທັງໝົດໃນຄົວເຮືອນຂອງພຣະເຈົ້າ ແມ່ນເຄື່ອງຖວາຍທີ່ມະນຸດຄວນມອບໃຫ້. ບໍ່ມີຜູ້ໃດອາດມີຄວາມສຸກກັບເຄື່ອງຖວາຍເຫຼົ່ານີ້ນອກຈາກປະໂລຫິດ ແລະ ພຣະເຈົ້າ ຍ້ອນເຄື່ອງຖວາຍຂອງມະນຸດ ແມ່ນມີໄວ້ສໍາລັບຄວາມສຸກຂອງພຣະເຈົ້າ. ພຣະເຈົ້າພຽງແຕ່ແບ່ງປັນເຄື່ອງຖວາຍເຫຼົ່ານີ້ກັບປະໂລຫິດເທົ່ານັ້ນ; ບໍ່ມີຜູ້ໃດທີ່ມີຄຸນສົມບັດ ຫຼື ມີສິດທີ່ຈະມີຄວາມສຸກໃນສ່ວນໃດສ່ວນໜຶ່ງຂອງເຄື່ອງຖວາຍເຫຼົ່ານີ້. ເຄື່ອງຖວາຍທັງໝົດຂອງມະນຸດ (ລວມທັງເງິນ ແລະ ວັດຖຸສິ່ງຂອງທີ່ສາມາດນໍາໃຊ້) ແມ່ນມອບໃຫ້ພຣະເຈົ້າ, ບໍ່ແມ່ນມອບໃຫ້ມະນຸດ ແລະ ດ້ວຍເຫດນີ້ ມະນຸດຈຶ່ງບໍ່ຄວນມີຄວາມສຸກກັບສິ່ງເຫຼົ່ານີ້; ຖ້າມະນຸດຈະມີຄວາມສຸກກັບສິ່ງເຫຼົ່ານີ້, ແລ້ວເຂົາກໍ່ກຳລັງລັກເອົາເຄື່ອງຖວາຍ. ຜູ້ໃດກໍ່ຕາມທີ່ເຮັດສິ່ງນີ້ແມ່ນຢູດາ ເພາະວ່ານອກຈາກຈະເປັນຄົນທໍລະຍົດແລ້ວ ຢູດາຍັງຊ່ວຍຕົນເອງໂດຍການລັກເອົາສິ່ງທີ່ຢູ່ໃນຖົງເງິນນໍາອີກ. 4. ມະນຸດມີອຸປະນິໄສທີ່ເສື່ອມຊາມ ແລະ ຍິ່ງໄປກວ່ານັ້ນ ມະນຸດມີຄວາມຮູ້ສຶກ. ເມື່ອເປັນເຊັ່ນນັ້ນ, ມັນຈຶ່ງເປັນການຫ້າມຢ່າງເດັດຂາດບໍ່ໃຫ້ສະມາຊິກສອງຄົນ ທີ່ເປັນເພດກົງກັນຂ້າມເຮັດວຽກຮ່ວມກັນຕາມລໍາພັງ ເມື່ອກຳລັງຮັບໃຊ້ພຣະເຈົ້າ. ຜູ້ໃດກໍ່ຕາມທີ່ຖືກຄົ້ນພົບວ່າໄດ້ເຮັດແບບນັ້ນແມ່ນຈະຖືກຂັບໄລ່ອອກ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 598](https://lo.kingdomsalvation.org/videos/destinations-and-outcomes-excerpt-598.html) - ທຸກມື້ນີ້ ຜູ້ທີ່ສະແຫວງຫາ ແລະ ຜູ້ທີ່ບໍ່ສະແຫວງຫາ ແມ່ນກຸ່ມຄົນສອງປະເພດທີ່ແຕກຕ່າງກັນ ເຊິ່ງຈຸດໝາຍປາຍທາງຂອງພວກເຂົາກໍຍັງແຕກຕ່າງກັນອີກດ້ວຍ. ຜູ້ທີ່ສະແຫວງຫາຄວາມຮູ້ກ່ຽວກັບຄວາມຈິງ ແລະ ປະຕິບັດຄວາມຈິງ ແມ່ນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ. ຜູ້ທີ່ບໍ່ຮູ້ວິທີທາງທີ່ແທ້ຈິງ ແມ່ນຜີສາດ ແລະ ສັດຕູ; ພວກເຂົາເປັນເຊື້ອສາຍຂອງເທວະທູດ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ແມ່ນແຕ່ຜູ້ທີ່ເຊື່ອຢ່າງຕາຍໃຈໃນພຣະເຈົ້າເລື່ອນລອຍ, ພວກເຂົາບໍ່ແມ່ນພວກຜີສາດເຊັ່ນກັນບໍ? ຜູ້ຄົນທີ່ມີຈິດສຳນຶກດີແຕ່ບໍ່ຍອມຮັບວິທີທາງທີ່ແທ້ຈິງແມ່ນພວກຜີສາດ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານພຣະເຈົ້າ. ຜູ້ທີ່ບໍ່ຍອມຮັບວິທີທາງທີ່ແທ້ຈິງແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ເຖິງແມ່ນວ່າຄົນດັ່ງກ່າວຈະຜະເຊີນກັບຄວາມລໍາບາກນາໆປະການກໍຕາມ, ພວກເຂົາກໍຍັງຈະຖືກທໍາລາຍ. ຜູ້ທີ່ບໍ່ເຕັມໃຈທີ່ຈະປະຖິ້ມທາງໂລກ, ຜູ້ທີ່ບໍ່ສາມາດຮັບການພັດພາກຈາກພໍ່ແມ່ຂອງພວກເຂົາ ແລະ ຜູ້ທີ່ບໍ່ສາມາດຍອມກໍາຈັດຄວາມສຸກຂອງຕົນເອງຈາກຝ່າຍເນື້ອໜັງ ແມ່ນຜູ້ທີ່ກະບົດຕໍ່ພຣະເຈົ້າ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຜີສາດ; ແລະ ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກທໍາລາຍ. ຜູ້ທີ່ມີຄວາມເຊື່ອແຕ່ບໍ່ປະຕິບັດຄວາມຈິງ, ຜູ້ທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າຈະເປັນເປົ້າໝາຍຂອງການທໍາລາຍ. ຄົນທີ່ຈະຖືກອະນຸຍາດໃຫ້ຄົງຢູ່ ແມ່ນຄົນທີ່ໄດ້ຜ່ານການທົນທຸກຂອງການຫຼໍ່ຫຼອມ ແລະ ຢືນຢັດຢ່າງໝັ້ນຄົງ; ນີ້ແມ່ນຄົນທີ່ໄດ້ຜ່ານການທົດລອງຢ່າງແທ້ຈິງ. ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າຄືສັດຕູ; ນັ້ນກໍຄື ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ, ບໍ່ວ່າພວກເຂົາຈະຢູ່ພາຍໃນ ຫຼື ພາຍນອກກະແສນີ້ກໍຕາມຖືວ່າເປັນຜູ້ຕໍ່ຕ້ານພຣະຄຣິດ! ໃຜແມ່ນຊາຕານ, ໃຜແມ່ນຜີສາດ ແລະ ໃຜແມ່ນສັດຕູຂອງພຣະເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 597](https://lo.kingdomsalvation.org/videos/destinations-and-outcomes-excerpt-597.html) - ກ່ອນມະນຸດເຂົ້າສູ່ການພັກເຊົາ, ການທີ່ຄົນແຕ່ລະປະເພດຖືກລົງໂທດ ຫຼື ໄດ້ຮັບລາງວັນ ແມ່ນຈະຖືກກໍານົດໂດຍອີງຕາມວ່າ ພວກເຂົາສະແຫວງຫາຄວາມຈິງ, ວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ວ່າພວກເຂົາຈະສາມາດເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ບໍ່. ຜູ້ທີ່ໄດ້ຮັບໃຊ້ແກ່ພຣະເຈົ້າທີ່ເບິ່ງເຫັນໄດ້ ແຕ່ຍັງບໍ່ຮູ້ ຫຼື ບໍ່ເຊື່ອຟັງພຣະອົງແມ່ນບໍ່ມີຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຄົນຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍກໍຄືເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ; ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກລົງໂທດອີງຕາມການກະທໍາຊົ່ວຂອງພວກເຂົາ. ພຣະເຈົ້າແມ່ນເພື່ອໃຫ້ຜູ້ຄົນເຊື່ອ ແລະ ພຣະອົງສົມຄວນໄດ້ຮັບການອ່ອນນ້ອມຂອງມະນຸດເຊັ່ນກັນ. ຜູ້ທີ່ພຽງແຕ່ເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ເບິ່ງບໍ່ເຫັນແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ສາມາດເຊື່ອຟັງພຣະເຈົ້າ. ຖ້າຄົນເຫຼົ່ານີ້ຍັງບໍ່ສາມາດຈັດການໃນການເຊື່ອພຣະເຈົ້າທີ່ເບິ່ງເຫັນໄດ້ ໃນເວລາທີ່ພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າສິ້ນສຸດລົງ ແລະ ຍັງສືບຕໍ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າທີ່ເຫັນໄດ້ໃນເນື້ອໜັງ, ແລ້ວ “ຜູ້ເຊື່ອເລື່ອນລອຍ” ເຫຼົ່ານີ້ຈະກາຍເປັນເປົ້າໝາຍຂອງການທໍາລາຍຢ່າງບໍ່ຕ້ອງສົງໄສ. ມັນເປັນຄືກັບບາງຄົນທ່າມກາງພວກເຈົ້າ ເຊິ່ງກໍຄືທຸກຄົນທີ່ຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍຄໍາເວົ້າ ແຕ່ບໍ່ສາມາດປະຕິບັດຄວາມຈິງໃນການເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ໃນທີ່ສຸດ ກໍຈະຖືກປະຖິ້ມ ແລະ ທໍາລາຍ. ຍິ່ງໄປກວ່ານັ້ນ ທຸກຄົນທີ່ຮັບຮູ້ພຣະເຈົ້າທີ່ເບິ່ງເຫັນໄດ້ດ້ວຍຄໍາເວົ້າ ແລະ ກິນ ແລະ ດື່ມຄວາມຈິງທີ່ສະແດງອອກໂດຍພຣະອົງ ແຕ່ຍັງສະແຫວງຫາພຣະເຈົ້າທີ່ເລື່ອນລອຍ ເຊິ່ງຍິ່ງໄປກວ່ານັ້ນ ກໍຍິ່ງຈະເປັນເປົ້າໝາຍທີ່ຕ້ອງຖືກທຳລາຍຢ່າງແນ່ນອນ. ບໍ່ມີຜູ້ໃດໃນຜູ້ຄົນເຫຼົ່ານີ້ ທີ່ຈະສາມາດຄົງຢູ່ຈົນຮອດເວລາແຫ່ງການພັກເຊົາທີ່ຈະມາເຖິງຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ສິ້ນສຸດລົງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 596](https://lo.kingdomsalvation.org/videos/destinations-and-outcomes-excerpt-596.html) - ຜູ້ຄົນໃນທຸກມື້ນີ້ຍັງບໍ່ສາມາດປ່ອຍວາງສິ່ງຕ່າງໆທາງຝ່າຍເນື້ອໜັງ; ພວກເຂົາບໍ່ສາມາດປະຖິ້ມຄວາມສຸກຂອງເນື້ອໜັງ, ທາງໂລກ, ເງິນ ຫຼື ອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ຜູ້ຄົນສ່ວນຫຼາຍແມ່ນສະແຫວງຫາພໍເປັນພິທີ. ທີ່ຈິງແລ້ວ, ຜູ້ຄົນເຫຼົ່ານີ້ບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາເລີຍ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ຢ້ານພຣະເຈົ້າ. ພວກເຂົາບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາ ແລະ ດັ່ງນັ້ນ ພວກເຂົາບໍ່ສາມາດເຂົ້າໃຈທຸກຢ່າງທີ່ພຣະເຈົ້າກະທຳ ແລະ ແຮງໄກທີ່ພວກເຂົາຈະສາມາດເຊື່ອໃນພຣະທໍາທີ່ພຣະອົງກ່າວ. ຜູ້ຄົນດັ່ງກ່າວແມ່ນຍຶດຕິດກັບເນື້ອໜັງຫຼາຍເກີນໄປ; ພວກເຂົາເສື່ອມຊາມຢ່າງໜັກ ແລະ ຂາດຄວາມຈິງທຸກປະການ. ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຈະສາມາດກາຍເປັນເນື້ອໜັງ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນເນື້ອໜັງຂອງພຣະເຈົ້າ ເຊິ່ງນັ້ນກໍຄື ໃຜກໍຕາມທີ່ບໍ່ເຊື່ອໃນພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ພາລະກິດ ແລະ ພຣະທໍາຂອງພຣະອົງ, ແຕ່ກົງກັນຂ້າມ ບູຊາພຣະເຈົ້າທີ່ເບິ່ງບໍ່ເຫັນໃນສະຫວັນ ແມ່ນບຸກຄົນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ຄົນດັ່ງກ່າວເປັນຄົນກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາບໍ່ມີຄວາມເປັນມະນຸດ ແລະ ບໍ່ມີເຫດຜົນ, ແຮງໄກທີ່ຈະມີຄວາມຈິງ. ຍິ່ງໄປກວ່ານັ້ນ ສໍາລັບຜູ້ຄົນເຫຼົ່ານີ້, ພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ຈັບຕ້ອງໄດ້ແມ່ນຍິ່ງບໍ່ສາມາດເຊື່ອ, ແຕ່ພວກເຂົາຄິດວ່າພຣະເຈົ້າທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ແມ່ນໜ້າເຊື່ອຖືທີ່ສຸດ ແລະ ໜ້າຍິນດີທີ່ສຸດ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຄວາມຈິງແທ້ ແລະ ມັນບໍ່ແມ່ນແກ່ນແທ້ຂອງຊີວິດ; ແຮງໄກທີ່ຈະແມ່ນເຈດຕະນາຂອງພຣະເຈົ້າ. ກົງກັນຂ້າມ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 595](https://lo.kingdomsalvation.org/videos/destinations-and-outcomes-excerpt-595.html) - ການໃກ້ເຖິງຈຸດສິ້ນສຸດຂອງທຸກສັບພະສິ່ງຊີ້ໃຫ້ເຫັນເຖິງການສິ້ນສຸດພາລະກິດຂອງພຣະເຈົ້າ ແລະ ພ້ອມທັງຊີ້ໃຫ້ເຫັນເຖິງການສິ້ນສຸດຂອງການພັດທະນາຂອງມະນຸດ. ນີ້ໝາຍຄວາມວ່າມະນຸດທີ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານຈະເຖິງຂັ້ນຕອນສຸດທ້າຍຂອງການພັດທະນາຂອງພວກເຂົາ ແລະ ເຊື້ອສາຍຂອງອາດາມ ແລະ ເອວາກໍຈະໄດ້ສິ້ນສຸດການແຜ່ພັນຂອງພວກເຂົາ. ມັນຍັງໝາຍຄວາມວ່າ ມັນເປັນໄປບໍ່ໄດ້ສໍາລັບມະນຸດດັ່ງກ່າວ ທີ່ເສື່ອມຊາມຍ້ອນຊາຕານຈະສືບຕໍ່ພັດທະນາ. ອາດາມ ແລະ ເອວາ ໃນຕອນເລີ່ມຕົ້ນບໍ່ໄດ້ຖືກເຮັດໃຫ້ເສື່ອມຊາມ ແຕ່ອາດາມ ແລະ ເອວາ ທີ່ຖືກຂັບໄລ່ອອກຈາກສວນເອເດນໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ເມື່ອພຣະເຈົ້າ ແລະ ມະນຸດເຂົ້າສູ່ການພັກເຊົາຮ່ວມກັນ, ອາດາມ ແລະ ເອວາທີ່ຖືກຂັບໄລ່ອອກຈາກສວນເອເດນ ແລະ ເຊື້ອສາຍຂອງພວກເຂົາກໍຈະໄປສູ່ຈຸດຈົບໃນທີ່ສຸດ. ມະນຸດຊາດໃນອະນາຄົດຈະຍັງມີເຊື້ອສາຍຂອງອາດາມ ແລະ ເອວາ ແຕ່ພວກເຂົາຈະບໍ່ເປັນຄົນທີ່ຢູ່ພາຍໃຕ້ອິດທິພົນຂອງຊາຕານ. ກົງກັນຂ້າມ, ພວກເຂົາຈະເປັນຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຖືກຊໍາລະລ້າງໃຫ້ບໍລິສຸດ. ພວກເຂົາເຫຼົ່ານີ້ຈະເປັນມະນຸດທີ່ຖືກພິພາກສາ ແລະ ຖືກຂ້ຽນຕີແລ້ວ ແລະ ເປັນຄົນທີ່ບໍລິສຸດ. ຜູ້ຄົນເຫຼົ່ານີ້ຈະບໍ່ຄືກັນກັບເຊື້ອຊາດຂອງມະນຸດໃນຕອນທຳອິດ; ເກືອບສາມາດເວົ້າໄດ້ວ່າພວກເຂົາເປັນບຸກຄົນທີ່ແຕກຕ່າງຢ່າງສິ້ນເຊີງຈາກອາດາມ ແລະ ເອວາໃນເບື້ອງຕົ້ນ. ຜູ້ຄົນເຫຼົ່ານີ້ຈະໄດ້ຮັບການຄັດເລືອກຈາກຈຳນວນຄົນທັງໝົດທີ່ເສື່ອມຊາມຍ້ອນຊາຕານ ແລະ ພວກເຂົາຈະເປັນຄົນທີ່ຢືນຢູ່ຢ່າງໝັ້ນຄົງໃນໄລຍະການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ; ພວກເຂົາຈະເປັນກຸ່ມທີ່ລອດເຫຼືອຈາກກຸ່ມຄົນທີ່ເສື່ອມຊາມ. ມີພຽງແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ຈະສາມາດເຂົ້າສູ່ການພັກເຊົາຮ່ວມກັບພຣະເຈົ້າໄດ້. ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 509](https://lo.kingdomsalvation.org/videos/entry-into-life-excerpt-509.html) - ຍິ່ງພຣະເຈົ້າຫຼໍ່ຫຼອມຜູ້ຄົນ, ຫົວໃຈຂອງພວກເຂົາຍິ່ງສາມາດຮັກພຣະເຈົ້າຫຼາຍສໍ່ານັ້ນ. ຄວາມທໍລະມານທີ່ຢູ່ໃນຫົວໃຈຂອງພວກເຂົາເປັນປະໂຫຍດຕໍ່ຊີວິດຂອງພວກເຂົາ, ພວກເຂົາສາມາດສະຫງົບສຸກຢູ່ຕໍ່ໜ້າພຣະເຈົ້າໄດ້ຫຼາຍຂຶ້ນ, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກໍໃກ້ຊິດຂຶ້ນ ແລະ ພວກເຂົາສາມາດເຫັນເຖິງຄວາມຮັກສູງສຸດຂອງພຣະເຈົ້າ ແລະ ຄວາມລອດພົ້ນສູງສຸດຂອງພຣະອົງໄດ້ດີຂຶ້ນ. ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ໂຢບປະສົບກັບການທົດລອງຫຼາຍຄັ້ງ. ຖ້າພວກເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ພວກເຈົ້າຕ້ອງປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງເຊັ່ນດຽວກັນ ເຊິ່ງພວກເຈົ້າຜ່ານຂະບວນການນີ້ ແລະ ເພິ່ງພາບາດກ້າວນີ້ ແລ້ວເມື່ອນັ້ນພວກເຈົ້າຈຶ່ງຈະສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າໄດ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ການຫຼໍ່ຫຼອມແມ່ນຫົນທາງທີ່ດີທີ່ສຸດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ; ການຫຼໍ່ຫຼອມ ແລະ ການທົດລອງຢ່າງໜັກເທົ່ານັ້ນ ຈຶ່ງຈະສາມາດນໍາຄວາມຮັກໃນຫົວໃຈຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າອອກມາໄດ້. ຫາກປາສະຈາກການທົນທຸກ, ຜູ້ຄົນກໍຂາດຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ; ຖ້າພວກເຂົາບໍ່ຖືກທົດສອບຢູ່ພາຍໃນ, ຖ້າພວກເຂົາບໍ່ຖືກປ່ອຍໃຫ້ຕົກຢູ່ໃນການຫຼໍ່ຫຼອມຢ່າງແທ້ຈິງ, ແລ້ວຫົວໃຈຂອງພວກເຂົາກໍຈະເລື່ອນລອຍຢູ່ຂ້າງນອກຕະຫຼອດເວລາ. ເມື່ອຖືກຫຼໍ່ຫຼອມຈົນຮອດຈຸດໃດໜຶ່ງ, ເຈົ້າຈະເຫັນຄວາມອ່ອນແອ ແລະ ຄວາມຫຍຸ້ງຍາກຂອງເຈົ້າເອງ, ເຈົ້າຈະເຫັນວ່າ ເຈົ້າກຳລັງຂາດເຂີນຫຼາຍສໍ່າໃດ ແລະ ເຈົ້າຈະບໍ່ສາມາດເອົາຊະນະບັນຫາຕ່າງໆທີ່ເຈົ້າຜະເຊີນຢູ່ ແລະ ເຈົ້າຈະເຫັນວ່າຄວາມກະບົດຂອງເຈົ້າເອງຫຼາຍສໍ່າໃດ. ຢູ່ໃນລະຫວ່າງການທົດສອບເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຮູ້ສະພາວະທີ່ແທ້ຈິງຂອງພວກເຂົາແທ້; ການທົດສອບຍິ່ງມີຄວາມສາມາດເຮັດໃຫ້ຜູ້ຄົນສົມບູນຍິ່ງຂຶ້ນ. ໃນລະຫວ່າງເວລາຊົ່ວຊີວິດຂອງເພິ່ນ, ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ຜ່ານການລໍ້ລວງທີ່ທາລຸນຫຼາຍຄັ້ງ. ການຫຼໍ່ຫຼອມນີ້ກາຍເປັນພື້ນຖານຂອງຄວາມຮັກສູງສຸດທີ່ເພິ່ນມີໃຫ້ກັບພຣະເຈົ້າ ແລະ ເປັນປະສົບການທີ່ສຳຄັນທີ່ສຸດຕະຫຼອດທັງຊີວິດຂອງເພິ່ນ. ເຫດຜົນໜຶ່ງທີ່ເພິ່ນສາມາດມີຄວາມຮັກສູງສຸດໃຫ້ກັບພຣະເຈົ້າກໍຍ້ອນຄວາມຕັ້ງໃຈຂອງເພິ່ນທີ່ຈະຮັກພຣະເຈົ້າ; ເຖິງຢ່າງໃດກໍຕາມ ສໍາຄັນໄປກວ່ານັ້ນ ມັນແມ່ນຍ້ອນການຫຼໍ່ຫຼອມ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 508](https://lo.kingdomsalvation.org/videos/entry-into-life-excerpt-508.html) - ຖ້າຜູ້ຄົນຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານ, ແລ້ວພາຍໃນຕົວພວກເຂົາກໍຈະບໍ່ມີຄວາມຮັກສຳລັບພຣະເຈົ້າ ແລະ ນິມິດ, ຄວາມຮັກ ແລະ ການຕັດສິນໃຈທີ່ຜ່ານມາຂອງພວກເຂົາກໍຫາຍໄປ. ຜູ້ຄົນເຄີຍຮູ້ສຶກວ່າ ພວກເຂົາຕ້ອງທົນທຸກເພື່ອພຣະເຈົ້າ, ແຕ່ໃນປັດຈຸບັນ ພວກເຂົາຄິດວ່າ ການເຮັດແບບນັ້ນເປັນເລື່ອງອັບອາຍ ແລະ ພວກເຂົາມີແຕ່ຄຳຕໍ່ວ່າຢູ່ບໍ່ຂາດ. ນີ້ແມ່ນພາລະກິດຂອງຊາຕານ; ເປັນສັນຍານບອກວ່າ ມະນຸດໄດ້ຕົກຢູ່ພາຍໃຕ້ອຳນາດຂອງຊາຕານ. ຖ້າເຈົ້າຜະເຊີນກັບສະພາບນີ້ ເຈົ້າຕ້ອງອະທິຖານ ແລະ ຫັນກັບຄືນໃຫ້ໄວເທົ່າທີ່ຈະໄວໄດ້, ສິ່ງນີ້ຈະປົກປ້ອງເຈົ້າຈາກການໂຈມຕີຂອງຊາຕານ. ໃນລະຫວ່າງການຫຼໍ່ຫຼອມຢ່າງຂົມຂື່ນ ມະນຸດສາມາດຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານຢ່າງງ່າຍດາຍທີ່ສຸດ, ສະນັ້ນ ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມນັ້ນ? ເຈົ້າຄວນຮວບຮວມຄວາມຕັ້ງໃຈຂອງເຈົ້າ, ວາງຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ ແລະ ອຸທິດເວລາສຸດທ້າຍຂອງເຈົ້າໃຫ້ກັບພຣະອົງ. ບໍ່ວ່າພຣະເຈົ້າຈະຫຼໍ່ຫຼອມເຈົ້າແນວໃດກໍຕາມ, ເຈົ້າຄວນສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ເຈົ້າຄວນສະໝັກໃຈໃນການສະແຫວງຫາພຣະເຈົ້າ ແລະ ສະແຫວງຫາຄວາມສະໜິດກັບພຣະເຈົ້າ. ໃນເວລາແບບນີ້, ຍິ່ງເຈົ້າເສີຍຊາຫຼາຍເທົ່າໃດ, ເຈົ້າຍິ່ງມີຄວາມຄິດລົບຫຼາຍເທົ່ານັ້ນ ແລະ ມັນຍິ່ງງ່າຍສໍາລັບເຈົ້າຈະຖອຍຫຼັງ. ເມື່ອມັນຈຳເປັນທີ່ເຈົ້າຕ້ອງຮັບໃຊ້ໜ້າທີ່ຂອງເຈົ້າ, ເຖິງແມ່ນວ່າ ເຈົ້າບໍ່ໄດ້ຮັບໃຊ້ຢ່າງດີ, ເຈົ້າກໍຈົ່ງເຮັດດ້ວຍຄວາມສາມາດຂອງເຈົ້າ ແລະ ເຮັດດ້ວຍຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າ; ບໍ່ວ່າຄົນອື່ນຈະເວົ້າຫຍັງກໍຕາມ, ບໍ່ວ່າພວກເຂົາຈະເວົ້າວ່າເຈົ້າໄດ້ເຮັດດີ ຫຼື ເຈົ້າເຮັດບໍ່ດີ, ໂດຍລວມແລ້ວ, ເຈດຕະນາຂອງເຈົ້າແມ່ນຖືກຕ້ອງແລ້ວ ແລະ ເຈົ້າກໍບໍ່ແມ່ນຄົນທີ່ຄິດວ່າຕົນເອງຊອບທຳ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 363](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-363.html) - ຕອນນີ້ ພວກເຈົ້າທຸກຄົນຄວນກວດສອບຕົນເອງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອເບິ່ງວ່າມີຄວາມທໍລະຍົດທີ່ມີຕໍ່ເຮົານັ້ນມີຫຼາຍສໍ່າໃດຢູ່ພາຍໃນພວກເຈົ້າ. ເຮົາກຳລັງລໍຖ້າການຕອບໂຕ້ຂອງພວກເຈົ້າຢ່າງກະຕືລືລົ້ນ. ຢ່າປະຕິບັດຕໍ່ເຮົາພໍເປັນພິທີ. ເຮົາບໍ່ເຄີຍຫຼິ້ນເກມກັບຜູ້ຄົນ. ຖ້າເຮົາເວົ້າວ່າເຮົາຈະເຮັດສິ່ງໃດສິ່ງໜຶ່ງ, ເຮົາກໍຈະເຮັດມັນຢ່າງແນ່ນອນ. ເຮົາຫວັງວ່າ ພວກເຈົ້າແຕ່ລະຄົນຈະເປັນຄົນທີ່ຮັບເອົາພຣະທໍາຂອງເຮົາຢ່າງຈິງຈັງ ແລະ ບໍ່ຄິດວ່າ ພຣະທໍາເຫຼົ່ານັ້ນແມ່ນນະວະນິຍາຍແຫ່ງວິທະຍາສາດ. ສິ່ງທີ່ເຮົາຕ້ອງການແມ່ນການກະທໍາທີ່ເປັນຮູບປະທໍາຈາກພວກເຈົ້າ, ບໍ່ແມ່ນຈິນຕະນາການຂອງພວກເຈົ້າ. ຕໍ່ໄປ ພວກເຈົ້າຕ້ອງຕອບຄໍາຖາມຂອງເຮົາ ເຊິ່ງມີດັ່ງຕໍ່ໄປນີ້: 1. ຖ້າເຈົ້າແມ່ນຜູ້ໃຫ້ບໍລິການຢ່າງແທ້ຈິງ, ເຈົ້າຈະສາມາດໃຫ້ບໍລິການເຮົາໄດ້ຢ່າງຈົງຮັກພັກດີບໍ ໂດຍປາສະຈາກອົງປະກອບທີ່ພໍເປັນພິທີ ຫຼື ທາງດ້ານລົບ? 2. ຖ້າເຈົ້າພົບເຫັນວ່າ ເຮົາບໍ່ເຄີຍຮູ້ຄຸນຄ່າຂອງເຈົ້າ, ເຈົ້າຍັງຈະສາມາດຢູ່ ແລະ ໃຫ້ບໍລິການເຮົາຕະຫຼອດຊີວິດບໍ? 3. ຖ້າເຮົາຍັງເຢັນຊາຫຼາຍຕໍ່ເຈົ້າ ເຖິງແມ່ນເຈົ້າໄດ້ໃຊ້ຄວາມພະຍາຍາມຫຼາຍ, ເຈົ້າຈະສາມາດສືບຕໍ່ເຮັດວຽກໃຫ້ເຮົາໂດຍບໍ່ເປັນທີ່ຮູ້ຈັກ ແລະ ໄຮ້ຊື່ສຽງໄດ້ບໍ? 4. ພາຍຫຼັງເຈົ້າໄດ້ຈ່າຍລາຄາເພື່ອເຮົາ, ຖ້າເຮົາບໍ່ໄດ້ຕອບສະໜອງຄວາມຕ້ອງການຈໍານວນໜຶ່ງຂອງເຈົ້າ, ເຈົ້າຈະໝົດກໍາລັງໃຈ ແລະ ຜິດຫວັງກັບເຮົາ ຫຼື ແມ່ນແຕ່ໃຈຮ້າຍ ແລະ ຮ້ອງດ່າບໍ? 5. ຖ້າເຈົ້າຈົງຮັກພັກດີຢູ່ສະເໝີ, ມີຄວາມຮັກຫຼາຍຕໍ່ເຮົາ, ແຕ່ເຈົ້າໄດ້ທົນທຸກທໍລະມານກັບຄວາມເຈັບເປັນ, ຄວາມຕຶງຄຽດທາງດ້ານການເງິນ ແລະ ການປະຖິ້ມໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຂອງເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 208](https://lo.kingdomsalvation.org/videos/knowing-God-s-work-excerpt-208.html) - ພາລະກິດຂອງພຣະເຈົ້າແມ່ນມີອຸປະສັກຫຼາຍສໍ່າໃດ? ມີໃຜເຄີຍຮູ້ແນ່? ໃນເມື່ອຜູ້ຄົນຖືກກັກຂັງໂດຍສີແຫ່ງຄວາມງົມງວາຍຢ່າງຝັງເລິກ ແລ້ວມີໃຜທີ່ມີຄວາມສາມາດໃນການຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ? ດ້ວຍຄວາມຮູ້ທາງວັດທະນະທໍາທີ່ຫຼ້າຫຼັງ ພ້ອມທັງຕື້ນ ແລະ ບໍ່ສົມເຫດສົມຜົນນີ້ ພວກເຂົາຈະສາມາດເຂົ້າໃຈພຣະທໍາທີ່ກ່າວໂດຍພຣະເຈົ້າຢ່າງຄົບຖ້ວນໄດ້ແນວໃດ? ແມ່ນແຕ່ໃນເວລາທີ່ມີການເວົ້າກັບພວກເຂົາເຊິ່ງໆໜ້າ ແລະ ຖືກບໍາລຸງລ້ຽງປາກຕໍ່ປາກ, ພວກເຂົາຈະສາມາດເຂົ້າໃຈໄດ້ແນວໃດ? ບາງຄັ້ງ ມັນຄືກັບວ່າ ພຣະທໍາຂອງພຣະເຈົ້າໄດ້ຖືກຟັງດ້ວຍຫູໜວກ: ຜູ້ຄົນບໍ່ມີປະຕິກິລິຍາແມ່ນແຕ່ໜ້ອຍດຽວ, ພວກເຂົາພາກັນແກວ່ງຫົວ ແລະ ບໍ່ເຂົ້າໃຈຫຍັງເລີຍ. ແລ້ວນີ້ຈະບໍ່ໃຫ້ກັງວົນໃຈໄດ້ແນວໃດ? “ໄລຍະຫ່າງ[1], ຂອງປະຫວັດສາດທາງວັດທະນະທໍາບູຮານ ແລະ ຄວາມຮູ້ທາງວັດທະນະທໍານີ້” ໄດ້ສັ່ງສອນກຸ່ມຄົນທີ່ບໍ່ມີປະໂຫຍດຫຍັງ. ວັດທະນະທໍາບູຮານນີ້ ນັ້ນກໍຄືມໍລະດົນອັນລໍ້າຄ່ານີ້ ແມ່ນກອງຂີ້ເຫຍື້ອ! ມັນໄດ້ກາຍເປັນຄວາມອັບອາຍຕະຫຼອດການແຕ່ດົນນານແລ້ວ ແລະ ກໍບໍ່ຄຸ້ມທີ່ຈະກ່າວເຖິງ! ມັນໄດ້ສອນເລ່ກົນ ແລະ ເຕັກນິກໃນການຕໍ່ຕ້ານພຣະເຈົ້າໃຫ້ກັບຜູ້ຄົນ ແລະ “ອອກຄໍາສັ່ງ ໃນການຊີ້ນໍາທີ່ອ່ອນໂຍນ”[2] ຂອງລະບົບການສຶກສາແຫ່ງຊາດທີ່ເຮັດໃຫ້ຜູ້ຄົນຍິ່ງກະບົດຕໍ່ພຣະເຈົ້າ. ພາລະກິດຂອງພຣະເຈົ້າແຕ່ລະສ່ວນແມ່ນມີຄວາມຍາກລໍາບາກຫຼາຍ ແລະ ທຸກຂັ້ນຕອນຂອງພາລະກິດຂອງພຣະອົງຕໍ່ແຜ່ນດິນໂລກກໍເປັນຕາເສົ້າໃຈສໍາລັບພຣະເຈົ້າ. ພາລະກິດຂອງພຣະອົງເທິງແຜ່ນດິນໂລກຊ່າງມາຍາກລໍາບາກແທ້ເດ! ຂັ້ນຕອນຂອງພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນປະກອບດ້ວຍຄວາມຍຸ້ງຍາກຫຼາຍ: ເນື່ອງຈາກຄວາມອ່ອນແອ, ຄວາມຂາດເຂີນ, ການປະພຶດຕົວຄືເດັກນ້ອຍ, ຄວາມໂງ່ຂອງມະນຸດ ແລະ ທຸກສິ່ງທີ່ເປັນຂອງມະນຸດ, ພຣະເຈົ້າຈຶ່ງສ້າງແຜນຂຶ້ນຢ່າງລະອຽດ ແລະ ມີການພິຈາລະນາຢ່າງຮອບຄອບ. ມະນຸດແມ່ນຄ້າຍຄືກັບເສືອເຈັ້ຍ ທີ່ຄົນເຮົາບໍ່ກ້າທີ່ຈະລໍ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 127](https://lo.kingdomsalvation.org/videos/the-incarnation-excerpt-127.html) - ເນື້ອໜັງຂອງມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ມັນຖືກເຮັດໃຫ້ຕາບອດສະໜິດ ແລະ ຖືກທຳລາຍຢ່າງເລິກເຊິ່ງ. ເຫດຜົນທີ່ສໍາຄັນທີ່ສຸດວ່າ ເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດໃນເນື້ອໜັງດ້ວຍຕົວພຣະອົງເອງ ກໍຍ້ອນວ່າ ເປົ້າໝາຍທີ່ພຣະອົງຈະເຮັດໃຫ້ລອດພົ້ນແມ່ນມະນຸດ ຜູ້ທີ່ເກີດຈາກເນື້ອໜັງ ແລະ ຍ້ອນຊາຕານຍັງໃຊ້ເນື້ອໜັງຂອງມະນຸດເພື່ອລົບກວນພາລະກິດຂອງພຣະເຈົ້າ. ການຕໍ່ສູ້ກັບຊາຕານ ຄວາມຈິງແລ້ວ ຄືພາລະກິດແຫ່ງການເອົາຊະນະມະນຸດ ແລະ ໃນເວລາດຽວກັນ ມະນຸດກໍຍັງເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະເຈົ້າ. ໃນທຳນອງນີ້, ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງຈຳເປັນຕ້ອງມີ. ຊາຕານເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມ ແລະ ມະນຸດກາຍເປັນຕົວຕົນຂອງຊາຕານ ແລະ ກາຍເປັນເປົ້າໝາຍທີ່ຈະຖືກພຣະເຈົ້າເອົາຊະນະ. ໃນທຳນອງນີ້, ພາລະກິດແຫ່ງການຕໍ່ສູ້ກັບຊາຕານ ແລະ ການຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນຈຶ່ງເກີດຂຶ້ນເທິງແຜ່ນດິນໂລກ ແລະ ພຣະເຈົ້າຕ້ອງກາຍເປັນມະນຸດເພື່ອຕໍ່ສູ້ກັບຊາຕານ. ນີ້ແມ່ນພາລະກິດທີ່ເປັນຈິງທີ່ສຸດ. ເມື່ອພຣະເຈົ້າກຳລັງປະຕິບັດພາລະກິດໃນເນື້ອໜັງ, ຕາມຄວາມຈິງແລ້ວ ພຣະອົງກຳລັງຕໍ່ສູ້ກັບຊາຕານທີ່ຢູ່ໃນເນື້ອໜັງ. ເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງ, ພຣະອົງກຳລັງປະຕິບັດພາລະກິດໃນໂລກຝ່າຍວິນຍານ ແລະ ພຣະອົງເຮັດໃຫ້ພາລະກິດທັງໝົດຂອງພຣະອົງໃນໂລກຝ່າຍວິນຍານນັ້ນເປັນຈິງເທິງແຜ່ນດິນໂລກ. ຜູ້ທີ່ຖືກເອົາຊະນະແມ່ນມະນຸດ, ມະນຸດທີ່ກະບົດຕໍ່ພຣະອົງ ແລະ ຜູ້ທີ່ຖືກພ່າຍແພ້ແມ່ນຕົວຕົນຂອງຊາຕານ (ແນ່ນອນ, ນີ້ກໍຍັງແມ່ນມະນຸດ), ຜູ້ທີ່ເປັນສັດຕູກັບພຣະອົງ ແລະ ຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນໃນທີ່ສຸດກໍຍັງແມ່ນມະນຸດ. ດ້ວຍເຫດນີ້, ມັນຍິ່ງຈຳເປັນສຳລັບພຣະເຈົ້າທີ່ຈະກາຍເປັນມະນຸດທີ່ມີຮູບຮ່າງພາຍນອກຂອງສິ່ງຖືກສ້າງ ເພື່ອວ່າພຣະອົງຈະສາມາດຕໍ່ສູ້ກັບຊາຕານຢ່າງແທ້ຈິງ, ເພື່ອເອົາຊະນະມະນຸດຜູ້ທີ່ກະບົດຕໍ່ພຣະອົງ ແລະ ມີຮ່າງກາຍທີ່ຄືກັບພຣະອົງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 126](https://lo.kingdomsalvation.org/videos/the-incarnation-excerpt-126.html) - ພາລະກິດແຕ່ລະຂັ້ນຕອນຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງຕະຫຼອດຍຸກ ແລະ ມັນບໍ່ແມ່ນເປັນຕົວແທນໃຫ້ກັບຊ່ວງໄລຍະໃດໜຶ່ງຄືກັບພາລະກິດຂອງມະນຸດ. ດ້ວຍເຫດນັ້ນ ຕອນຈົບຂອງພາລະກິດໃນການບັງເກີດເປັນມະນຸດຄັ້ງສຸດທ້າຍຂອງພຣະອົງກໍບໍ່ໄດ້ໝາຍຄວາມວ່າ ພາລະກິດຂອງພຣະອົງໄດ້ມາເຖິງຈຸດສິ້ນສຸດຢ່າງບໍລິບູນ, ຍ້ອນວ່າ ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນເປັນຕົວແທນໝົດທັງຍຸກ ແລະ ບໍ່ພຽງແຕ່ເປັນຕົວແທນໃຫ້ກັບຊ່ວງໄລຍະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງ. ພຽງແຕ່ວ່າ ພຣະອົງສຳເລັດພາລະກິດຂອງພຣະອົງໝົດທັງຍຸກໃນຊ່ວງເວລາທີ່ພຣະອົງຢູ່ໃນເນື້ອໜັງເທົ່ານັ້ນ, ຫຼັງຈາກນັ້ນ ພາລະກິດຂອງພຣະອົງກໍຈະເຜີຍແຜ່ໄປທົ່ວທຸກແຫ່ງຫົນ. ຫຼັງຈາກທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສຳເລັດພັນທະກິດຂອງພຣະອົງ, ພຣະອົງຈະມອບໝາຍພາລະກິດໃນອະນາຄົດຂອງພຣະອົງໃຫ້ກັບຄົນທີ່ຕິດຕາມພຣະອົງ. ໃນທຳນອງນີ້, ພາລະກິດຂອງພຣະອົງຕະຫຼອດຍຸກຈະຖືກປະຕິບັດຢ່າງຕໍ່ເນື່ອງ. ພາລະກິດໃນຍຸກຂອງການບັງເກີດເປັນມະນຸດຈະຖືວ່າຄົບຖ້ວນກໍຕໍ່ເມື່ອມັນໄດ້ເຜີຍແຜ່ທົ່ວຈັກກະວານທັງປວງ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນຍຸກໃໝ່ ແລະ ຄົນທີ່ສືບຕໍ່ພາລະກິດຂອງພຣະອົງເເມ່ນຄົນທີ່ພຣະອົງໃຊ້. ພາລະກິດທີ່ມະນຸດປະຕິບັດລ້ວນແລ້ວແຕ່ຢູ່ພາຍໃນພັນທະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ມັນບໍ່ສາມາດເຮັດເກີນຂອບເຂດນີ້ໄດ້. ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ມາເພື່ອປະຕິບັດພາລະກິດຂອງພຣະອົງ, ມະນຸດກໍ່ຈະບໍ່ສາມາດນໍາຍຸກເກົ່າໄປສູ່ຈຸດສິ້ນສຸດໄດ້ ແລະ ຈະບໍ່ສາມາດເລີ່ມຕົ້ນຍຸກໃໝ່ໄດ້. ພາລະກິດທີ່ມະນຸດປະຕິບັດພຽງແຕ່ຢູ່ພາຍໃນຂອບເຂດໜ້າທີ່ຂອງພວກເຂົາ ທີ່ມະນຸດສາມາດເຮັດໄດ້ ແລະ ມັນບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ຈະສາມາດມາເຮັດພາລະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ ແລະ ນອກຈາກພຣະອົງແລ້ວ ບໍ່ມີໃຜສາມາດປະຕິບັດພາລະກິດນີ້ແທນພຣະອົງໄດ້. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນກ່ຽວກັບພາລະກິດແຫ່ງການບັງເກີດເປັນມະນຸດ. ທໍາອິດ ພຣະເຈົ້າທີ່ບັງເກີດເປັນມະນຸດນີ້ດໍາເນີນຂັ້ນຕອນທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດ ແລ້ວຫຼັງຈາກນັ້ນ ພຣະອົງກໍປະຕິບັດພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດຫຼາຍຂຶ້ນ. ຈຸດປະສົງຂອງພາລະກິດແມ່ນການເອົາຊະນະມະນຸດ. ໃນມຸມມອງໜຶ່ງ, ການບັງເກີດເປັນມະນຸດຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ບວກກັບພຣະອົງປະຕິບັດພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດຫຼາຍຍິ່ງຂຶ້ນ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງມີມຸມມອງທີ່ຕໍ່ຕ້ານພຣະອົງຫຼາຍຍິ່ງຂຶ້ນ. ພຣະອົງພຽງແຕ່ປະຕິບັດພາລະກິດແຫ່ງການເອົາຊະນະທ່າມກາງຜູ້ຄົນທີ່ມີແນວຄິດຕ່າງໆນາໆກ່ຽວກັບພຣະອົງ. ບໍ່ວ່າພວກເຂົາຈະປະຕິບັດຕໍ່ພຣະອົງແນວໃດກໍຕາມ, ທັນທີທີ່ພຣະອົງໄດ້ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ, ທຸກຄົນຈະຕົກຢູ່ພາຍໃຕ້ອຳນາດຂອງພຣະອົງ. ຄວາມຈິງຂອງພາລະກິດນີ້ບໍ່ພຽງແຕ່ຖືກສະທ້ອນທ່າມກາງຊາວຈີນເທົ່ານັ້ນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 212](https://lo.kingdomsalvation.org/videos/knowing-God-s-work-excerpt-212.html) - ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ເພື່ອປະຕິບັດພັນທະກິດແຫ່ງພຣະທຳຂອງພຣະອົງ. ພຣະອົງສະເດັດມາດ້ວຍຕົວພຣະອົງເອງເພື່ອປະຕິບັດພາລະກິດຢູ່ທ່າມກາງມວນມະນຸດ ພ້ອມກັບເປົ້າໝາຍແຫ່ງການເຮັດໃຫ້ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງສົມບູນ. ນັບຕັ້ງແຕ່ເວລາການສ້າງໂລກຈົນມາຮອດປັດຈຸບັນນີ້, ພຣະອົງປະຕິບັດພາລະກິດປະເພດນີ້ໃນໄລຍະຍຸກສຸດທ້າຍເທົ່ານັ້ນ. ມີພຽງໄລຍະຍຸກສຸດທ້າຍເທົ່ານັ້ນທີ່ພຣະເຈົ້າໄດ້ບັງເກີດເປັນມະນຸດເພື່ອປະຕິບັດພາລະກິດທີ່ໃຫຍ່ຂະໜາດນັ້ນ. ເຖິງແມ່ນວ່າພຣະອົງທົນກັບຄວາມຍາກລຳບາກທີ່ຄົນຈະພົບວ່າເປັນການຍາກທີ່ຈະທົນໄດ້ ແລະ ເຖິງແມ່ນວ່າພຣະອົງຜູ້ເປັນພຣະເຈົ້າອົງຍິ່ງໃຫຍ່ແຕ່ກໍຍັງມີຄວາມຖ່ອມຕົວເພື່ອກາຍເປັນຄົນທຳມະດາຄົນໜຶ່ງ, ບໍ່ມີພາລະກິດດ້ານໃດຂອງພຣະອົງທີ່ຊັກຊ້າ ແລະ ແຜນການຂອງພຣະອົງກໍບໍ່ໄດ້ຕົກຢູ່ໃນຄວາມສັບສົນເລີຍ. ພຣະອົງກຳລັງປະຕິບັດພາລະກິດຕາມແຜນການເດີມຂອງພຣະອົງ. ໜຶ່ງໃນຈຸດປະສົງແຫ່ງການບັງເກີດເປັນມະນຸດນີ້ແມ່ນເພື່ອເອົາຊະນະຜູ້ຄົນ. ອີກຈຸດໜຶ່ງແມ່ນເພື່ອເຮັດໃຫ້ຄົນທີ່ພຣະອົງຮັກສົມບູນ. ພຣະອົງປາດຖະໜາຢາກເຫັນຄົນທີ່ພຣະອົງເຮັດໃຫ້ສົມບູນດ້ວຍຕາຂອງພຣະອົງເອງ ແລະ ພຣະອົງຢາກເຫັນດ້ວຍພຣະອົງເອງວ່າຄົນທີ່ພຣະອົງເຮັດໃຫ້ສົມບູນນັ້ນເປັນປະຈັກພະຍານໃຫ້ພຣະອົງແນວໃດ. ມັນບໍ່ແມ່ນຄົນດຽວ ຫຼື ສອງຄົນທີ່ຖືກເຮັດໃຫ້ສົມບູນ. ກົງກັນຂ້າມ, ມັນເປັນກຸ່ມທີ່ປະກອບດ້ວຍຄົນຈໍານວນໜ້ອຍໜຶ່ງເທົ່ານັ້ນ. ຜູ້ຄົນທີ່ຢູ່ກຸ່ມນີ້ມາຈາກຫຼາກຫຼາຍປະເທດໃນໂລກ ແລະ ມາຈາກຫຼາກຫຼາຍເຊື້ອຊາດຂອງໂລກ. ວັດຖຸປະສົງແຫ່ງການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້ກໍແມ່ນເພື່ອໃຫ້ໄດ້ຄົນກຸ່ມນີ້ມາ, ເພື່ອໃຫ້ໄດ້ຄົນກຸ່ມນີ້ມາເປັນປະຈັກພະຍານໃຫ້ກັບພຣະອົງ ແລະ ເພື່ອໄດ້ຄວາມມີສະຫງ່າລາສີທີ່ພຣະອົງສາມາດໄດ້ຮັບຈາກພວກເຂົາ. ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມສຳຄັນ ຫຼື ປະຕິບັດພາລະກິດທີ່ບໍ່ມີຄຸນຄ່າ. ສາມາດເວົ້າໄດ້ວ່າ, ໃນການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້, ເປົ້າໝາຍຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ບັນດາຜູ້ທີ່ພຣະອົງປາດຖະໜາຢາກເຮັດໃຫ້ສົມບູນທັງໝົດສົມບູນ. ນອກຈາກສິ່ງນີ້ແລ້ວ ເມື່ອພຣະອົງມີເວລາຫວ່າງ, ພຣະອົງກໍຈະກຳຈັດບັນດາຄົນຊົ່ວຮ້າຍ. ຮູ້ໄວ້ວ່າ ພຣະອົງບໍ່ໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ນີ້ຍ້ອນຄົນຊົ່ວຮ້າຍ; ແຕ່ກົງກັນຂ້າມ, ພຣະອົງມອບທຸກສິ່ງທຸກຢ່າງຂອງພຣະອົງກໍຍ້ອນຄົນຈຳນວນນ້ອຍທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ພາລະກິດທີ່ພຣະອົງປະຕິບັດ, ພຣະທຳທີ່ພຣະອົງກ່າວ, ຄວາມເລິກລັບທີ່ພຣະອົງເປີດເຜີຍ ແລະ ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ທັງໝົດແມ່ນເພື່ອຄົນຈຳນວນນ້ອຍເຫຼົ່ານັ້ນ. ພຣະອົງບໍ່ໄດ້ບັງເກີດເປັນເນື້ອໜັງຍ້ອນບັນດາຄົນຊົ່ວຮ້າຍ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 125](https://lo.kingdomsalvation.org/videos/the-incarnation-excerpt-125.html) - ພາລະກິດທຸກຂັ້ນຕອນຂອງພຣະເຈົ້າແມ່ນຖືກປະຕິບັດເພື່ອມວນມະນຸດຊາດທັງປວງ ແລະ ມຸ່ງໄປທີ່ມະນຸດຊາດທັງປວງ. ເຖິງແມ່ນວ່າ ມັນຄືພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງ, ມັນກໍຍັງຄົງມຸ່ງໄປທີ່ມະນຸດຊາດທັງປວງ; ພຣະອົງເປັນພຣະເຈົ້າຂອງມວນມະນຸດຊາດ ແລະ ພຣະອົງເປັນພຣະເຈົ້າຂອງສັບພະສິ່ງທີ່ຖືກສ້າງ ແລະ ບໍ່ຖືກສ້າງທັງປວງ. ເຖິງແມ່ນວ່າ ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງນັ້ນແມ່ນໄດ້ຢູ່ພາຍໃນຂອບເຂດຈຳກັດ ແລະ ເປົ້າໝາຍຂອງພາລະກິດນີ້ກໍຍັງມີຄວາມຈຳກັດເຊັ່ນດຽວກັນ, ແຕ່ວ່າໃນແຕ່ລະຄັ້ງທີ່ພຣະອົງກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ ພຣະອົງກໍເລືອກຕົວແທນທີ່ສູງສຸດໃຫ້ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ; ພຣະອົງບໍ່ເລືອກກຸ່ມຄົນທີ່ທຳມະດາ ແລະ ບໍ່ໂດດເດັ່ນເພື່ອປະຕິບັດພາລະກິດ, ແຕ່ກົງກັນຂ້າມ ພຣະອົງໄດ້ເລືອກກຸ່ມຄົນທີ່ສາມາດເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງໃຫ້ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ. ກຸ່ມຄົນເຫຼົ່ານີ້ຖືກເລືອກກໍຍ້ອນຂອບເຂດຂອງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງນັ້ນມີຈຳກັດ ແລະ ຖືກຈັດກຽມໄວ້ໃຫ້ກັບເນື້ອໜັງທີ່ເປັນມະນຸດຂອງພຣະອົງໂດຍສະເພາະ ແລະ ຖືກເລືອກສຳລັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງໂດຍສະເພາະ. ການທີ່ພຣະເຈົ້າເລືອກເປົ້າໝາຍຂອງພາລະກິດຂອງພຣະອົງນັ້ນບໍ່ແມ່ນບໍ່ມີຫຼັກການ, ແຕ່ຖືກປະຕິບັດໂດຍອີງຕາມຫຼັກການດັ່ງນີ້: ເປົ້າໝາຍຂອງພາລະກິດຕ້ອງມີປະໂຫຍດຕໍ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ຕ້ອງສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໄດ້. ຕົວຢ່າງເຊັ່ນ ຊາວຢິວນັ້ນສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໃນການຍອມຮັບການໄຖ່ບາບດ້ວຍຕົວເອງຂອງພຣະເຢຊູ ແລະ ຊາວຈີນກໍສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໄດ້ໃນການຍອມຮັບເອົາໄຊຊະນະດ້ວຍຕົວເອງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ຊາວຢິວທີ່ເປັນຕົວແທນໃຫ້ກັບມະນຸດຊາດທັງປວງແມ່ນມີພື້ນຖານ ແລະ ຊາວຈີນທີ່ເປັນຕົວແທນໃຫ້ກັບມະນຸດຊາດທັງປວງກໍໄດ້ມີພື້ນຖານໃນການຍອມຮັບເອົາໄຊຊະນະດ້ວຍຕົວເອງຂອງພຣະເຈົ້າ. ບໍ່ມີຫຍັງທີ່ເປີດເຜີຍຄວາມໝາຍຂອງການໄຖ່ບາບໄດ້ຫຼາຍກວ່າພາລະກິດແຫ່ງການໄຖ່ບາບທີ່ປະຕິບັດທ່າມກາງຊາວຢິວ ແລະ ບໍ່ມີຫຍັງທີ່ເປີດເຜີຍຄວາມລະອຽດ ແລະ ຄວາມສຳເລັດຂອງພາລະກິດແຫ່ງການເອົາຊະນະໄດ້ຫຼາຍກວ່າພາລະກິດແຫ່ງການເອົາຊະນະທີ່ກຳລັງຖືກປະຕິບັດທ່າມກາງຊາວຈີນ. ປາກົດວ່າພາລະກິດ ແລະ ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດແນໃສ່ຄົນກຸ່ມນ້ອຍເທົ່ານັ້ນ, ແຕ່ໃນຄວາມເປັນຈິງແລ້ວ ພາລະກິດຂອງພຣະອົງໃນທ່າມກາງກຸ່ມນ້ອຍນີ້ແມ່ນພາລະກິດຂອງຈັກກະວານທັງປວງ ແລະ ພຣະທຳຂອງພຣະອົງກໍແນໃສ່ມະນຸດຊາດທັງປວງ. ຫຼັງຈາກພາລະກິດຝ່າຍເນື້ອໜັງຂອງພຣະອົງມາເຖິງຈຸດສິ້ນສຸດ, ຄົນທີ່ຕິດຕາມພຣະອົງຈະເລີ່ມເຜີຍແຜ່ພາລະກິດທີ່ພຣະອົງປະຕິບັດທ່າມກາງພວກເຂົາ. ສິ່ງດີທີ່ສຸດກ່ຽວກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຄືການທີ່ພຣະອົງສາມາດປະພຣະທຳ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 124](https://lo.kingdomsalvation.org/videos/the-incarnation-excerpt-124.html) - ບໍ່ມີໃຜທີ່ເໝາະສົມ ແລະ ມີຄຸນສົມບັດໄປກວ່າພຣະເຈົ້າທີ່ຢູ່ໃນເນື້ອໜັງສຳລັບການປະຕິບັດພາລະກິດແຫ່ງການພິພາກສາຄວາມເສື່ອມຊາມຂອງເນື້ອໜັງຂອງມະນຸດ. ຖ້າການພິພາກສາໄດ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ແລ້ວມັນກໍຈະບໍ່ລວມເຖິງທຸກສິ່ງ. ຍິ່ງໄປກວ່ານັ້ນ, ພາລະກິດດັ່ງກ່າວແມ່ນຍາກທີ່ຈະໃຫ້ມະນຸດຍອມຮັບເອົາ, ຍ້ອນພຣະວິນຍານບໍ່ສາມາດມາຢູ່ຕໍ່ໜ້າມະນຸດໄດ້ ແລະ ຍ້ອນເຫດນີ້ ຜົນຈຶ່ງຈະບໍ່ເກີດຂຶ້ນທັນທີ, ແລ້ວແຮງໄກທີ່ມະນຸດຈະສາມາດເບິ່ງເຫັນອຸປະນິໄສທີ່ບໍ່ສາມາດລະເມີດໄດ້ຂອງພຣະເຈົ້າຢ່າງຊັດເຈນຍິ່ງຂຶ້ນ. ຊາຕານສາມາດພ່າຍແພ້ໄດ້ຢ່າງສົມບູນ ຖ້າພຣະເຈົ້າທີ່ຢູ່ໃນເນື້ອໜັງພິພາກສາຄວາມເສື່ອມຊາມຂອງມະນຸດຊາດ. ໃນການເປັນຄືມະນຸດທີ່ມີຄວາມເປັນມະນຸດທຳມະດາ, ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດພິພາກສາຄວາມບໍ່ຊອບທຳຂອງມະນຸດໂດຍກົງໄດ້; ນີ້ແມ່ນສັນຍາລັກຂອງຄວາມບໍລິສຸດໂດຍທຳມະຊາດຂອງພຣະອົງ ແລະ ຄວາມພິເສດຂອງພຣະອົງ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ຢູ່ໃນຕໍາແໜ່ງທີ່ພິພາກສາມະນຸດ, ຍ້ອນພຣະອົງມີຄວາມຈິງ ແລະ ຄວາມຊອບທຳ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສາມາດພິພາກສາມະນຸດ. ຄົນທີ່ປາສະຈາກຄວາມຈິງ ແລະ ຄວາມຊອບທຳບໍ່ເໝາະສົມທີ່ຈະພິພາກສາຄົນອື່ນ. ຖ້າພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ, ແລ້ວມັນກໍ່ຈະບໍ່ໄດ້ໝາຍເຖິງໄຊຊະນະເໜືອຊາຕານ. ໂດຍທຳມະຊາດແລ້ວ ພຣະວິນຍານສູງສົ່ງກວ່າມະນຸດ ແລະ ໂດຍທຳມະຊາດແລ້ວ ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ມີໄຊຊະນະເໜືອເນື້ອໜັງ. ຖ້າພຣະວິນຍານປະຕິບັດພາລະກິດນີ້ໂດຍກົງ, ພຣະອົງກໍ່ຈະບໍ່ສາມາດພິພາກສາຄວາມກະບົດທັງໝົດຂອງມະນຸດໄດ້ ແລະ ບໍ່ສາມາດເປີດເຜີຍຄວາມບໍ່ຊອບທຳທັງໝົດຂອງມະນຸດ. ຍ້ອນພາລະກິດແຫ່ງການພິພາກສາຍັງໄດ້ຖືກປະຕິບັດຜ່ານແນວຄິດຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ ແລະ ມະນຸດບໍ່ເຄີຍມີແນວຄິດກ່ຽວກັບພຣະວິນຍານ ແລະ ດ້ວຍເຫດນີ້ ພຣະວິນຍານຈຶ່ງບໍ່ສາມາດເປີດໂປງຄວາມບໍ່ຊອບທຳຂອງມະນຸດໄດ້ດີກວ່າ, ແລ້ວແຮງໄກທີ່ຈະເປີດໂປງຄວາມບໍ່ຊອບທຳດັ່ງກ່າວຢ່າງສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືສັດຕູຂອງທຸກຄົນທີ່ບໍ່ຮູ້ຈັກພຣະອົງ. ຜ່ານການພິພາກສາແນວຄິດຂອງມະນຸດ ແລະ ການຕໍ່ຕ້ານພຣະອົງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 110](https://lo.kingdomsalvation.org/videos/the-incarnation-excerpt-110.html) - ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຖ້ອຍຄຳຂອງພຣະເຈົ້າ. ຍ້ອນພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະນຳເອົາພາລະກິດທີ່ພຣະອົງຕັ້ງໃຈຈະເຮັດມາ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການກຳນົດວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆຫຼາຍຢ່າງ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ ແລະ ດ້ວຍເຫດນີ້ຈຶ່ງເບິ່ງຂ້າມແກ່ນແທ້ຂອງພຣະອົງ, ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້. ລັກສະນະພາຍນອກບໍ່ໄດ້ບົ່ງບອກເຖິງແກ່ນແທ້, ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະເຈົ້າບໍ່ມີທາງສອດຄ່ອງກັບແນວຄວາມຄິດຂອງມະນຸດໄດ້. ລັກສະນະພາຍນອກຂອງພຣະເຢຊູບໍ່ໄດ້ກົງກັນຂ້າມກັບແນວຄິດຂອງມະນຸດບໍ? ບໍ່ແມ່ນໃບໜ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 104](https://lo.kingdomsalvation.org/videos/the-incarnation-excerpt-104.html) - ເປັນຫຍັງເຮົາຈຶ່ງກ່າວວ່າ ຄວາມໝາຍຂອງການບັງເກີດເປັນມະນຸດບໍ່ໄດ້ຖືກເຮັດໃຫ້ສົມບູນໃນພາລະກິດຂອງພຣະເຢຊູ? ຍ້ອນວ່າ ພຣະທຳບໍ່ໄດ້ກາຍເປັນເນື້ອໜັງຢ່າງສິ້ນເຊີງ. ສິ່ງທີ່ພຣະເຢຊູເຮັດແມ່ນເປັນພຽງສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າຜ່ານເນື້ອໜັງເທົ່ານັ້ນ; ພຣະອົງພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ບໍ່ໄດ້ປະຕິບັດພາລະກິດແຫ່ງການຮັບເອົາມະນຸດຢ່າງສົມບູນ. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງກາຍມາເປັນເນື້ອໜັງອີກຄັ້ງໃນຍຸກສຸດທ້າຍ. ຂັ້ນຕອນນີ້ຂອງພາລະກິດຍັງຖືກປະຕິບັດໃນເນື້ອໜັງທຳມະດາເຊັ່ນກັນ; ມັນໄດ້ຖືກປະຕິບັດທັງໝົດໂດຍມະນຸດທຳມະດາ, ເຊິ່ງທີ່ມີຄວາມເປັນມະນຸດທີ່ບໍ່ໄດ້ວິເສດຫຍັງແມ່ນແຕ່ໜ້ອຍດຽວ. ເວົ້າອີກຢ່າງກໍຄື ພຣະເຈົ້າກາຍເປັນມະນຸດໂດຍສົມບູນ; ພຣະອົງເປັນບຸກຄົນທີ່ມີຕົວຕົນຂອງພຣະເຈົ້າ, ເປັນມະນຸດທີ່ສົມບູນ, ເປັນເນື້ອໜັງທີ່ສົມບູນ, ຜູ້ທີ່ປະຕິບັດພາລະກິດ. ສາຍຕາຂອງມະນຸດເຫັນຮ່າງກາຍທີ່ເປັນເນື້ອໜັງທີ່ບໍ່ມີຄວາມພິເສດຫຍັງທັງໝົດ, ເປັນບຸກຄົນທຳມະດາສາມັນທີ່ສາມາດເວົ້າພາສາແຫ່ງສະຫວັນໄດ້, ເປັນຜູ້ທີ່ບໍ່ສະແດງໝາຍສຳຄັນທີ່ມະຫັດສະຈັນໃດໆ, ບໍ່ເຮັດສິ່ງອັດສະຈັນ, ແຮງໄກທີ່ຈະເປີດໂປງຄວາມຈິງພາຍໃນທີ່ກ່ຽວກັບສາສະໜານັ້ນໃນຫ້ອງປະຊຸມໃຫຍ່ເລີຍ. ສຳລັບຜູ້ຄົນແລ້ວ ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງເບິ່ງບໍ່ຄືກັບການບັງເກີດເປັນມະນຸດໃນຄັ້ງທຳອິດ ຫຼາຍເຖິງຂັ້ນທັງສອງເບິ່ງຄືວ່າບໍ່ມີຫຍັງຄ້າຍຄືກັນເລີຍ ແລະ ບໍ່ມີຫຍັງໃນພາລະກິດຄັ້ງທໍາອິດສາມາດເຫັນໃນຄັ້ງນີ້ໄດ້. ເຖິງແມ່ນວ່າພາລະກິດຂອງເນື້ອໜັງຜູ້ບັງເກີດເປັນມະນຸດຄັ້ງທີສອງແຕກຕ່າງຈາກຄັ້ງທຳອິດ, ເຊິ່ງນັ້ນບໍ່ໄດ້ພິສູດວ່າ ແຫຼ່ງກຳເນີດຂອງພຣະອົງທັງສອງບໍ່ແມ່ນສິ່ງອັນໜຶ່ງອັນດຽວກັນ. ບໍ່ວ່າແຫຼ່ງກຳເນີດຂອງພຣະອົງທັງສອງຈະຄືກັນ ຫຼື ບໍ່ແມ່ນອີງຕາມທຳມະຊາດຂອງພາລະກິດທີ່ເຮັດສຳເລັດໂດຍເນື້ອໜັງ ແລະ ບໍ່ແມ່ນຕາມເປືອກນອກຂອງພຣະອົງທັງສອງ. ໃນລະຫວ່າງພາລະກິດສາມຂັ້ນຕອນຂອງພຣະອົງ ພຣະເຈົ້າບັງເກີດເປັນມະນຸດສອງຄັ້ງ ແລະ ທັງສອງຄັ້ງ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມເປີດຍຸກໃໝ່, ນໍາພາພາລະກິດໃໝ່; ການບັງເກີດເປັນມະນຸດທັງສອງຄວບຄູ່ເສີມເຊິ່ງກັນແລະກັນ. ມັນເປັນໄປບໍ່ໄດ້ທີ່ຕາຂອງມະນຸດຈະເບິ່ງອອກວ່າ ເນື້ອໜັງທັງສອງມາຈາກແຫຼ່ງກຳເນີດດຽວກັນແທ້ໆ. ແນ່ນອນ ສິ່ງນີ້ແມ່ນຢູ່ເໜືອຄວາມສາມາດຂອງສາຍຕາຂອງມະນຸດ ຫຼື ຄວາມຄິດຂອງມະນຸດ. ແຕ່ໃນແກ່ນແທ້ຂອງພຣະອົງ ພຣະອົງເປັນອັນໜຶ່ງອັນດຽວກັນ, ຍ້ອນພາລະກິດຂອງພຣະອົງເລີ່ມຕົ້ນຈາກພຣະວິນຍານດຽວກັນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຈະເກີດຈາກແຫຼ່ງກຳເນີດດຽວກັນ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 93](https://lo.kingdomsalvation.org/videos/judgment-in-the-last-days-excerpt-093.html) - ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າສູ່ການພັກເຊົາກັບພຣະເຈົ້າ; ສະນັ້ນ, ທຸກຄົນທີ່ເຂົ້າສູ່ການພັກເຊົາລ້ວນແລ້ວແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກທີ່ໄດ້ຜ່ານພາລະກິດຊໍາລະລ້າງໃຫ້ບໍລິສຸດບາບຂອງພຣະອົງ. ໃນທີ່ສຸດ ມະນຸດເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະໄດ້ເຂົ້າສູ່ການພັກເຊົາຄັ້ງສຸດທ້າຍ. ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າໃນແກ່ນແທ້ແລ້ວແມ່ນເພື່ອເຮັດໃຫ້ມະນຸດຊາດບໍລິສຸດ ເພື່ອມື້ແຫ່ງການພັກເຊົາຄັ້ງສຸດທ້າຍ; ຖ້າບໍ່ດັ່ງນັ້ນ ບໍ່ມີມະນຸດຄົນໃດທີ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ການພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະເປີດໂປງອົງປະກອບທີ່ກະບົດຂອງມະນຸດຊາດ ເພື່ອຈໍາແນກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊີວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ດິນແດນທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເຂົ້າສູ່ວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງການພັກເຊົາສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງການພັກເຊົາທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍໃນການລົງໂທດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 83](https://lo.kingdomsalvation.org/videos/judgment-in-the-last-days-excerpt-083.html) - ບໍ່ມີໃຜທີ່ເໝາະສົມ ແລະ ມີຄຸນສົມບັດໄປກວ່າພຣະເຈົ້າທີ່ຢູ່ໃນເນື້ອໜັງສຳລັບການປະຕິບັດພາລະກິດແຫ່ງການພິພາກສາຄວາມເສື່ອມຊາມຂອງເນື້ອໜັງຂອງມະນຸດ. ຖ້າການພິພາກສາໄດ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ແລ້ວມັນກໍຈະບໍ່ລວມເຖິງທຸກສິ່ງ. ຍິ່ງໄປກວ່ານັ້ນ, ພາລະກິດດັ່ງກ່າວແມ່ນຍາກທີ່ຈະໃຫ້ມະນຸດຍອມຮັບເອົາ, ຍ້ອນພຣະວິນຍານບໍ່ສາມາດມາຢູ່ຕໍ່ໜ້າມະນຸດໄດ້ ແລະ ຍ້ອນເຫດນີ້ ຜົນຈຶ່ງຈະບໍ່ເກີດຂຶ້ນທັນທີ, ແລ້ວແຮງໄກທີ່ມະນຸດຈະສາມາດເບິ່ງເຫັນອຸປະນິໄສທີ່ບໍ່ສາມາດລະເມີດໄດ້ຂອງພຣະເຈົ້າຢ່າງຊັດເຈນຍິ່ງຂຶ້ນ. ຊາຕານສາມາດພ່າຍແພ້ໄດ້ຢ່າງສົມບູນ ຖ້າພຣະເຈົ້າທີ່ຢູ່ໃນເນື້ອໜັງພິພາກສາຄວາມເສື່ອມຊາມຂອງມະນຸດຊາດ. ໃນການເປັນຄືມະນຸດທີ່ມີຄວາມເປັນມະນຸດທຳມະດາ, ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດພິພາກສາຄວາມບໍ່ຊອບທຳຂອງມະນຸດໂດຍກົງໄດ້; ນີ້ແມ່ນສັນຍາລັກຂອງຄວາມບໍລິສຸດໂດຍທຳມະຊາດຂອງພຣະອົງ ແລະ ຄວາມພິເສດຂອງພຣະອົງ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ຢູ່ໃນຕໍາແໜ່ງທີ່ພິພາກສາມະນຸດ, ຍ້ອນພຣະອົງມີຄວາມຈິງ ແລະ ຄວາມຊອບທຳ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສາມາດພິພາກສາມະນຸດ. ຄົນທີ່ປາສະຈາກຄວາມຈິງ ແລະ ຄວາມຊອບທຳບໍ່ເໝາະສົມທີ່ຈະພິພາກສາຄົນອື່ນ. ຖ້າພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ, ແລ້ວມັນກໍ່ຈະບໍ່ໄດ້ໝາຍເຖິງໄຊຊະນະເໜືອຊາຕານ. ໂດຍທຳມະຊາດແລ້ວ ພຣະວິນຍານສູງສົ່ງກວ່າມະນຸດ ແລະ ໂດຍທຳມະຊາດແລ້ວ ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ມີໄຊຊະນະເໜືອເນື້ອໜັງ. ຖ້າພຣະວິນຍານປະຕິບັດພາລະກິດນີ້ໂດຍກົງ, ພຣະອົງກໍ່ຈະບໍ່ສາມາດພິພາກສາຄວາມກະບົດທັງໝົດຂອງມະນຸດໄດ້ ແລະ ບໍ່ສາມາດເປີດເຜີຍຄວາມບໍ່ຊອບທຳທັງໝົດຂອງມະນຸດ. ຍ້ອນພາລະກິດແຫ່ງການພິພາກສາຍັງໄດ້ຖືກປະຕິບັດຜ່ານແນວຄິດຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ ແລະ ມະນຸດບໍ່ເຄີຍມີແນວຄິດກ່ຽວກັບພຣະວິນຍານ ແລະ ດ້ວຍເຫດນີ້ ພຣະວິນຍານຈຶ່ງບໍ່ສາມາດເປີດໂປງຄວາມບໍ່ຊອບທຳຂອງມະນຸດໄດ້ດີກວ່າ, ແລ້ວແຮງໄກທີ່ຈະເປີດໂປງຄວາມບໍ່ຊອບທຳດັ່ງກ່າວຢ່າງສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືສັດຕູຂອງທຸກຄົນທີ່ບໍ່ຮູ້ຈັກພຣະອົງ. ຜ່ານການພິພາກສາແນວຄິດຂອງມະນຸດ ແລະ ການຕໍ່ຕ້ານພຣະອົງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 74](https://lo.kingdomsalvation.org/videos/God-s-appearance-and-work-excerpt-074.html) - ພຣະເຈົ້າ ແລະ ມະນຸດບໍ່ສາມາດເວົ້າເຖິງໃນຮູບແບບເທົ່າທຽມກັນໄດ້. ແກ່ນແທ້ຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ທີ່ສຸດ ແລະ ຍາກທີ່ມະນຸດຈະເຂົ້າໃຈ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທໍາທ່າມກາງມະນຸດຊາດດ້ວຍຕົວພຣະອົງເອງ, ແລ້ວບໍ່ວ່າແນວໃດກໍຕາມ ມະນຸດກໍຈະບໍ່ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້. ສະນັ້ນ ແມ່ນແຕ່ຜູ້ທີ່ອຸທິດຊີວິດທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະອົງໄດ້. ຖ້າພຣະເຈົ້າບໍ່ເລີ່ມປະຕິບັດພາລະກິດ, ແລ້ວບໍ່ວ່າມະນຸດຈະເຮັດດີປານໃດກໍຕາມ ມັນກໍຈະບໍ່ເກີດຜົນປະໂຫຍດຫຍັງເລີຍ, ເພາະວ່າ ແນວຄວາມຄິດຂອງພຣະເຈົ້າຈະສູງສົ່ງກວ່າແນວຄວາມຄິດຂອງມະນຸດສະເໝີ ແລະ ສະຕິປັນຍາຂອງພຣະເຈົ້າກໍເປັນສິ່ງທີ່ບຸກຄົນໃດກໍບໍ່ສາມາດຢັ່ງເຖິງໄດ້. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ “ເຂົ້າໃຈຢ່າງເຕັມປ່ຽມ” ໃນພຣະເຈົ້າ ແລະ ພາລະກິດຂອງພຣະອົງແມ່ນພວກບໍ່ມີຄວາມສາມາດ; ພວກເຂົາທຸກຄົນອວດດີ ແລະ ບໍ່ມີຄວາມຮູ້ຫຍັງ. ມະນຸດບໍ່ຄວນນິຍາມພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດນິຍາມພາລະກິດຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ ມະນຸດແມ່ນນ້ອຍກວ່າໂຕມົດ, ສະນັ້ນ ມະນຸດຈະສາມາດເຂົ້າໃຈພາລະກິດຂອງພຣະເຈົ້າໄດ້ແນວໃດ? ຜູ້ທີ່ມັກເວົ້າວ່າ: “ພຣະເຈົ້າບໍ່ໄດ້ເຮັດແບບນີ້ ຫຼື ແບບນັ້ນ” ຫຼື “ພຣະເຈົ້າເປັນແບບນີ້ ຫຼື ແບບນັ້ນ” ພວກເຂົາເຫຼົ່ານີ້ບໍ່ເວົ້າຢ່າງໂອຫັງບໍ? ພວກເຮົາທຸກຄົນຄວນຮູ້ວ່າ ມະນຸດທີ່ເປັນຂອງເນື້ອໜັງແມ່ນລ້ວນແຕ່ຖືກເສື່ອມຊາມໂດຍຊາຕານ. ທໍາມະຊາດແທ້ຂອງມະນຸດຊາດແມ່ນການຕໍ່ຕ້ານພຣະເຈົ້າ. ມະນຸດຊາດບໍ່ສາມາດຢູ່ໃນລະດັບເທົ່າທຽມກັບພຣະເຈົ້າ, ແຮງໄກທີ່ມະນຸດຊາດຈະຫວັງສາມາດແນະນໍາພາລະກິດຂອງພຣະເຈົ້າໄດ້. ແຕ່ສຳລັບວິທີທີ່ພຣະເຈົ້ານໍາພາມະນຸດ, ນີ້ແມ່ນພາລະກິດຂອງພຣະເຈົ້າເອງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 27](https://lo.kingdomsalvation.org/videos/three-stages-of-work-excerpt-0027.html) - ໃນພາລະກິດຂອງຍຸກສຸດທ້າຍ, ອໍານາດແຫ່ງພຣະທຳແມ່ນຍິ່ງໃຫຍ່ກວ່າການສະແດງໝາຍສຳຄັນ ແລະ ຄວາມອັດສະຈັນ ແລະ ສິດອຳນາດຂອງພຣະທຳກໍຢູ່ເໜືອໝາຍສຳຄັນ ແລະ ສິ່ງອັດສະຈັນທັງປວງ. ພຣະທຳເປີດໂປງອຸປະນິໄສທີ່ເສື່ອມຊາມທັງໝົດທີ່ຖືກຝັງເລິກຢູ່ໃນຫົວໃຈຂອງມະນຸດ. ເຈົ້າບໍ່ມີທາງຮູ້ສິ່ງເຫຼົ່ານັ້ນດ້ວຍຕົວເຈົ້າເອງໄດ້. ເມື່ອສິ່ງເຫຼົ່ານັ້ນຖືກເປີດເຜີຍອອກຕໍ່ໜ້າເຈົ້າຜ່ານພຣະທຳ, ເຈົ້າກໍຈະຄົ້ນພົບສິ່ງເຫຼົ່ານັ້ນໂດຍທຳມະຊາດ; ເຈົ້າຈະບໍ່ສາມາດປະຕິເສດສິ່ງເຫຼົ່ານັ້ນໄດ້ ແລະ ເຈົ້າກໍຈະເຊື່ອຢ່າງແທ້ຈິງ. ນີ້ບໍ່ແມ່ນສິດອຳນາດຂອງພຣະທຳບໍ? ນີ້ແມ່ນຜົນທີ່ພາລະກິດແຫ່ງພຣະທຳໄດ້ບັນລຸໃນປັດຈຸບັນ. ສະນັ້ນ ມັນບໍ່ແມ່ນຜ່ານການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ ມະນຸດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາຢ່າງສົມບູນ ຫຼື ມັນບໍ່ແມ່ນຜ່ານການສະແດງໝາຍສໍາຄັນ ແລະ ການເຮັດໃນສິ່ງອັດສະຈັນທີ່ພວກເຂົາສາມາດຖືກເຮັດໃຫ້ສົມບູນຢ່າງແທ້ຈິງໄດ້. ລິດອຳນາດໃນການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍນັ້ນເປັນພຽງການໃຫ້ຄວາມເມດຕາກະລຸນາຕໍ່ມະນຸດເທົ່ານັ້ນ, ແຕ່ເນື້ອໜັງຂອງມະນຸດຍັງເປັນຂອງຊາຕານ ແລະ ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມກໍຍັງຄົງຢູ່ພາຍໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ສິ່ງທີ່ຍັງບໍ່ຖືກເຮັດໃຫ້ສະອາດກໍຍັງເປັນສ່ວນໜຶ່ງຂອງຄວາມຜິດບາບ ແລະ ຄວາມສົກກະປົກຢູ່. ມີພຽງແຕ່ຫຼັງຈາກທີ່ເຂົາຖືກເຮັດໃຫ້ບໍລິສຸດຜ່ານການປະຕິບັດຂອງພຣະທຳ ເຂົາຈຶ່ງຈະສາມາດຖືກຮັບເອົາໂດຍພຣະເຈົ້າ ແລະ ກາຍມາເປັນມະນຸດທີ່ສັກສິດ. ເມື່ອມານຮ້າຍຖືກຂັບໄລ່ອອກຈາກມະນຸດ ແລະ ພວກເຂົາຖືກໄຖ່ບາບ, ສິ່ງນີ້ພຽງແຕ່ໝາຍຄວາມວ່າ ພວກເຂົາໄດ້ລອດພົ້ນຈາກມືຂອງຊາຕານ ແລະ ກັບຄືນສູ່ພຣະເຈົ້າ. ເຖິງຢ່າງໃດກໍຕາມ ຫາກປາສະຈາກການຖືກເຮັດໃຫ້ບໍລິສຸດ ຫຼື ຖືກປ່ຽນແປງໂດຍພຣະເຈົ້າ, ພວກເຂົາກໍຍັງຈະເປັນມະນຸດທີ່ເສື່ອມຊາມ. ພາຍໃນມະນຸດກໍຍັງຈະມີຄວາມສົກກະປົກ, ມີການຕໍ່ຕ້ານ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 12](https://lo.kingdomsalvation.org/videos/three-stages-of-work-excerpt-0012.html) - ແຜນການຄຸ້ມຄອງຫົກພັນປີຖືກແບ່ງອອກເປັນສາມຂັ້ນຕອນຂອງພາລະກິດ. ບໍ່ມີຂັ້ນຕອນໃດສາມາດເປັນຕົວແທນພາລະກິດທັງສາມຍຸກໄດ້, ແຕ່ເປັນພຽງພາກສ່ວນໜຶ່ງຂອງພາລະກິດທັງໝົດ. ຊື່ຂອງພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າທັງໝົດໄດ້. ຄວາມຈິງທີ່ວ່າ ພຣະອົງໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະເຈົ້າເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ພຣະບັນຍັດເທົ່ານັ້ນ. ພຣະເຢໂຮວາສ້າງຕັ້ງພຣະບັນຍັດເພື່ອມະນຸດ ແລະ ວາງຂໍ້ພຣະບັນຍັດເຫຼົ່ານັ້ນໃຫ້ກັບພວກເຂົາ, ຮຽກຮ້ອງໃຫ້ມະນຸດສ້າງພຣະວິຫານ ແລະ ແທ່ນບູຊາ; ພາລະກິດທີ່ພຣະອົງປະຕິບັດພຽງແຕ່ເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດເທົ່ານັ້ນ. ພາລະກິດນີ້ທີ່ພຣະອົງປະຕິບັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະອົງເປັນພຽງພຣະເຈົ້າທີ່ຮຽກຮ້ອງໃຫ້ມະນຸດຮັກສາພຣະບັນຍັດ ຫຼື ພຣະອົງເປັນພຣະເຈົ້າພຽງໃນພຣະວິຫານ ຫຼື ພຣະອົງເປັນພຽງພຣະເຈົ້າຕໍ່ໜ້າແທ່ນບູຊາເທົ່ານັ້ນ. ການເວົ້າແບບນັ້ນຈະບໍ່ແມ່ນຄວາມຈິງ. ພາລະກິດທີ່ສໍາເລັດພາຍໃຕ້ພຣະບັນຍັດກໍເປັນຕົວແທນໃຫ້ພຽງແຕ່ຍຸກໃດໜຶ່ງ. ດັ່ງນັ້ນ ຖ້າພຣະເຈົ້າພຽງແຕ່ປະຕິບັດພາລະກິດໃນຍຸກແຫ່ງພຣະບັນຍັດເທົ່ານັ້ນ ມະນຸດກໍຈະກຳນົດພຣະເຈົ້າໃນຄວາມໝາຍດັ່ງຕໍ່ໄປນີ້ ໂດຍເວົ້າວ່າ “ພຣະເຈົ້າເປັນພຣະເຈົ້າໃນພຣະວິຫານ ແລະ ເພື່ອຮັບໃຊ້ພຣະເຈົ້າ ພວກເຮົາຕ້ອງນຸ່ງເສື້ອຄຸມປະໂລຫິດ ແລະ ເຂົ້າໄປໃນພຣະວິຫານ”. ຖ້າພາລະກິດໃນຍຸກແຫ່ງພຣະຄຸນບໍ່ໄດ້ເກີດຂຶ້ນ ແລະ ຍຸກແຫ່ງພຣະບັນຍັດໄດ້ສືບຕໍ່ມາຈົນເຖິງທຸກມື້ນີ້ ມະນຸດຈະບໍ່ຮູ້ວ່າ ພຣະເຈົ້າຍັງມີຄວາມເມດຕາ ແລະ ຄວາມຮັກ. ຖ້າພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ປະຕິບັດໃຫ້ສໍາເລັດ ແລະ ກົງກັນຂ້າມ ມີພຽງແຕ່ພາລະກິດໃນຍຸກແຫ່ງພຣະຄຸນເທົ່ານັ້ນ ແລ້ວມວນມະນຸດກໍຈະຮູ້ແຕ່ວ່າພຣະເຈົ້າພຽງແຕ່ສາມາດໄຖ່ບາບໃຫ້ກັບມະນຸດ ແລະ ອະໄພຄວາມຜິດບາບໃຫ້ມະນຸດເທົ່ານັ້ນ. ມະນຸດຈະຮູ້ພຽງແຕ່ວ່າພຣະອົງເປັນອົງບໍລິສຸດ ແລະ ອົງໄຮ້ດຽງສາ ແລະ ຍ້ອນເຫັນແກ່ມະນຸດ ພຣະອົງຈຶ່ງສາມາດສະຫຼະພຣະອົງເອງ ແລະ ຍອມຖືກຄຶງໃສ່ເທິງໄມ້ກາງແຂນ. ມະນຸດຈະຮູ້ແຕ່ພຽງສິ່ງເຫຼົ່ານີ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 273](https://lo.kingdomsalvation.org/videos/mysteries-about-the-bible-excerpt-273.html) - ຂ່າວປະເສີດຂອງມັດທາຍໃນພຣະສັນຍາໃໝ່ບັນທຶກປະຫວັດວົງຕະກູນຂອງພຣະເຢຊູ. ໃນຕອນເລີ່ມຕົ້ນນັ້ນ, ມັນກ່າວວ່າ ພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ ແລະ ເດວິດ ແລະ ເປັນລູກຊາຍຂອງໂຢເຊບ; ຕໍ່ມາ ມັນລະບຸວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ເກີດຈາກຍິງພົມມະຈັນ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ແມ່ລູກຊາຍຂອງໂຢເຊບ ຫຼື ເຊື້ອສາຍຂອງອັບຣາຮາມ ແລະ ເດວິດ. ເຖິງຢ່າງໃດກໍຕາມ, ປະຫວັດວົງຕະກູນໄດ້ດຶງດັນວ່າ ພຣະເຢຊູແມ່ນກ່ຽວຂ້ອງກັບໂຢເຊບ. ຕໍ່ມາ, ປະຫວັດວົງຕະກູນເລີ່ມບັນທຶກຂັ້ນຕອນການກໍາເນີດຂອງພຣະເຢຊູ. ມັນເວົ້າວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ, ພຣະອົງໄດ້ຊົງກຳເນີດຈາກຍິງພົມມະຈັນ ແລະ ບໍ່ແມ່ນລູກຊາຍຂອງໂຢເຊບ. ເຖິງຢ່າງໃດກໍຕາມ ໄດ້ມີການກ່າວໄວ້ຢ່າງຊັດເຈນໃນປະຫວັດວົງຕະກູນວ່າ ພຣະເຢຊູເປັນລູກຊາຍຂອງໂຢເຊບ ແລະ ຍ້ອນປະຫວັດວົງຕະກູນຖືກຂຽນຂຶ້ນສຳລັບພຣະເຢຊູ, ມັນຈຶ່ງໄດ້ບັນທຶກເຖິງສີ່ສິບສອງລຸ້ນຄົນ. ເມື່ອມາເຖິງຮຸ່ນຂອງໂຢເຊບ, ມັນກໍໄດ້ເວົ້າຢ່າງຮີບດ່ວນວ່າ ໂຢເຊບເປັນສາມີຂອງມາຣີອາ ເຊິ່ງເປັນຄຳເວົ້າທີ່ເວົ້າອອກເພື່ອພິສູດວ່າພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ. ສິ່ງນີ້ບໍ່ແມ່ນຂໍ້ໂຕ້ແຍ້ງບໍ? ປະຫວັດວົງຕະກູນບັນທຶກວົງຕະກູນຂອງໂຢເຊບຢ່າງຊັດເຈນ, ມັນເປັນປະຫວັດວົງຕະກູນຂອງໂຢເຊບຢ່າງຈະແຈ້ງ, ແຕ່ມັດທາຍຢືນຢັນວ່າ ມັນເປັນປະຫວັດວົງຕະກູນຂອງພຣະເຢຊູ. ສິ່ງນີ້ບໍ່ໄດ້ປະຕິເສດຄວາມຈິງທີ່ວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດບໍ? ສະນັ້ນ ປະຫວັດວົງຕະກູນທີ່ຂຽນໂດຍມັດທາຍບໍ່ແມ່ນຄວາມຄິດຂອງມະນຸດບໍ? ມັນຊ່າງໄຮ້ສາລະແທ້ໆ! ນີ້ແມ່ນວິທີທີ່ເຈົ້າສາມາດຮູ້ຈັກວ່າໜັງສືເຫຼັ້ມນີ້ບໍ່ໄດ້ມາທັງໝົດຈາກພຣະວິນຍານບໍລິສຸດ. ບາງເທື່ອ ມີບາງຄົນທີ່ຄິດວ່າ ພຣະເຈົ້າຕ້ອງມີປະຫວັດວົງຕະກູນເທິງແຜ່ນດິນໂລກ, ເຊິ່ງຜົນຕາມມາກໍຄື ພວກເຂົາກຳນົດໃຫ້ພຣະເຢຊູເປັນເຊື້ອສາຍລຸ້ນທີສີ່ສິບສອງຂອງອັບຣາຮາມ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 216](https://lo.kingdomsalvation.org/videos/knowing-God-s-work-excerpt-216.html) - ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເລີ່ມຕົ້ນຈາກການສ້າງໂລກ ແລະ ມະນຸດກໍຄືຈຸດສູນກາງຂອງພາລະກິດນີ້. ມັນສາມາດເວົ້າໄດ້ວ່າ ການທີ່ພຣະເຈົ້າສ້າງສັບພະທຸກສິ່ງນັ້ນແມ່ນເພື່ອມະນຸດ. ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງກວມເວລາຫຼາຍພັນປີ ແລະ ບໍ່ໄດ້ຖືກເຮັດໃຫ້ສຳເລັດໃນພຽງສ້ຽວນາທີ ຫຼື ວິນາທີ ຫຼື ພຽງພັບຕາ ຫຼື ພາຍໃນປີ ຫຼື ສອງປີເທົ່ານັ້ນ, ພຣະອົງຈຳເປັນຕ້ອງໄດ້ສ້າງສິ່ງຕ່າງໆຫຼາຍຂຶ້ນທີ່ຈໍາເປັນສຳລັບຄວາມຢູ່ລອດຂອງມະນຸດ, ເຊັ່ນ: ດວງຕາເວັນ, ດວງເດືອນ, ສິ່ງມີຊີວິດທຸກຊະນິດ, ອາຫານ ແລະ ສະພາບແວດລ້ອມທີ່ເປັນມິດ. ນີ້ຄືການເລີ່ມຕົ້ນ ແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຫຼັງຈາກນັ້ນ ພຣະເຈົ້າໄດ້ມອບມະນຸດຊາດໃຫ້ກັບຊາຕານ, ມະນຸດໃຊ້ຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ເຊິ່ງພາໄປສູ່ພາລະກິດແຫ່ງຍຸກທໍາອິດຂອງພຣະເຈົ້າເທື່ອລະໜ້ອຍ: ເລື່ອງລາວຂອງຍຸກແຫ່ງພຣະບັນຍັດ... ເປັນເວລາຫຼາຍກວ່າສອງສາມພັນປີໃນລະຫວ່າງຍຸກແຫ່ງພຣະບັນຍັດນັ້ນ, ມະນຸດຊາດລຶ້ງເຄີຍກັບການນໍາພາຂອງຍຸກແຫ່ງພຣະບັນຍັດ ແລະ ຖືມັນເປັນເລື່ອງທຳມະດາ. ມະນຸດໄດ້ອອກຈາກການເບິ່ງແຍງດູແລຂອງພຣະເຈົ້າເທື່ອລະໜ້ອຍ. ແລ້ວດ້ວຍເຫດນັ້ນ ໃນຂະນະທີ່ປະຕິບັດຕາມພຣະບັນຍັດ ພວກເຂົາຍັງນະມັດສະການຮູບປັ້ນບູຊາ ແລະ ປະຕິບັດການກະທຳທີ່ຊົ່ວຮ້າຍ. ພວກເຂົາປາສະຈາກການປົກປ້ອງຂອງພຣະເຢໂຮວາ ແລະ ພຽງແຕ່ໃຊ້ຊີວິດຂອງພວກເຂົາຕໍ່ໜ້າແທ່ນບູຊາໃນພຣະວິຫານເທົ່ານັ້ນ. ໃນຄວາມຈິງແລ້ວ ພາລະກິດຂອງພຣະເຈົ້າແມ່ນໄດ້ອອກຈາກພວກເຂົາແຕ່ດົນນານແລ້ວ ແລະ ເຖິງແມ່ນວ່າຊາວອິດສະຣາເອນຍັງຕິດຢູ່ກັບພຣະບັນຍັດ ແລະ ກ່າວເຖິງນາມຂອງພຣະເຢໂຮວາ ແລະ ເຖິງກັບເຊື່ອຢ່າງພາກພູມໃຈວ່າ ມີແຕ່ພວກເຂົາເທົ່ານັ້ນທີ່ເປັນປະຊາຊົນຂອງພຣະເຢໂຮວາ ແລະ ເປັນຄົນທີ່ຖືກເລືອກຂອງພຣະເຢໂຮວາ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 160](https://lo.kingdomsalvation.org/videos/knowing-God-s-work-excerpt-160.html) - ໃນຕອນຕົ້ນ, ຫຼັງຈາກການເນລະມິດສ້າງມະນຸດຊາດ, ຄົນອິດສະຣາເອນຄືຜູ້ທີ່ໄດ້ເຮັດໜ້າທີ່ພື້ນຖານໃນພາລະກິດຂອງພຣະເຈົ້າ. ທົ່ວອິດສະຣາເອນເປັນຖານສຳລັບພາລະກິດຂອງພຣະເຢໂຮວາເທິງແຜ່ນດິນໂລກ. ພາລະກິດຂອງພຣະເຢໂຮວາແມ່ນເພື່ອນໍາພາ ແລະ ລ້ຽງດູມະນຸດໂດຍກົງໂດຍການສ້າງຕັ້ງພຣະບັນຍັດ ເພື່ອໃຫ້ມະນຸດສາມາດມີຊີວິດປົກກະຕິ ແລະ ບູຊາພຣະເຢໂຮວາໃນລັກສະນະແບບທົ່ວໄປຢູ່ໃນແຜ່ນດິນໂລກ. ພຣະເຈົ້າໃນຍຸກພຣະບັນຍັດບໍ່ສາມາດເບິ່ງເຫັນ ຫຼື ສໍາຜັດໄດ້ໂດຍມະນຸດ. ເພາະສິ່ງທີ່ພຣະອົງເຮັດແມ່ນພຽງແຕ່ນໍາພາຜູ້ຄົນຕົ້ນເດີມສຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສັ່ງສອນ ແລະ ລ້ຽງດູພວກເຂົາ, ພຣະທຳຂອງພຣະອົງປະກອບມີພຽງແຕ່ຂໍ້ບັນຍັດ, ກົດເກນ ແລະ ຄວາມຮູ້ທົ່ວໄປກ່ຽວກັບພຶດຕິກຳຂອງມະນຸດ ແລະ ບໍ່ໄດ້ຈັດຄວາມຈິງກ່ຽວກັບຊີວິດໃຫ້ພວກເຂົາ. ຄົນອິດສະຣາເອນທີ່ຢູ່ພາຍໃຕ້ການນໍາພາຂອງພຣະອົງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ພາລະກິດຂອງພຣະອົງກ່ຽວກັບກົດບັນຍັດແມ່ນພຽງຂັ້ນຕອນທໍາອິດໃນພາລະກິດຂອງຄວາມລອດພົ້ນ ເຊິ່ງເປັນຈຸດເລີ່ມຕົ້ນໃນພາລະກິດຂອງຄວາມລອດພົ້ນ ແລະ ບໍ່ໄດ້ກ່ຽວຂ້ອງກັບການປ່ຽນແປງໃນຊີວິດ-ອຸປະນິໄສຂອງມະນຸດເລີຍ. ເພາະສະນັ້ນ ໃນເບື້ອງຕົ້ນຂອງພາລະກິດແຫ່ງຄວາມລອດພົ້ນ ພຣະອົງບໍ່ຈໍາເປັນຕ້ອງຮັບເອົາເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງໃນດິນແດນອິດສະຣາເອນ. ນີ້ຄືເຫດຜົນທີ່ພຣະອົງຕ້ອງການມີວິທີການ ເຊິ່ງນັ້ນກໍຄື ເຄື່ອງມືເພື່ອນໍາໃຊ້ໃນການພົວພັນກັບມະນຸດ. ສະນັ້ນ, ຈຶ່ງເກີດມີຜູ້ຄົນໃນທ່າມກາງສິ່ງມີຊີວິດທີ່ຖືກສ້າງຂຶ້ນທີ່ເວົ້າ ແລະ ປະຕິບັດພາລະກິດຕາງໜ້າພຣະເຢໂຮວາ ເຊິ່ງນັ້ນຄືວິທີທີ່ບຸດຊາຍຂອງມະນຸດ ແລະ ສາສະດາທັງຫຼາຍໄດ້ມາກະທໍາພາລະກິດທ່າມກາງມະນຸດ. ບຸດຊາຍຂອງມະນຸດໄດ້ປະຕິບັດພາລະກິດທ່າມກາງມະນຸດໂດຍຕາງໜ້າພຣະເຢໂຮວາ. ການທີ່ຖືກພຣະເຢໂຮວາເອີ້ນວ່າ “ບຸດຊາຍຂອງມະນຸດ” ໝາຍຄວາມວ່າ ຜູ້ຄົນດັ່ງກ່າວຕັ້ງຂໍ້ບັນຍັດແທນພຣະເຢໂຮວາ. ພວກເຂົາຍັງເປັນມະຫາປະໂລຫິດທ່າມກາງຜູ້ຄົນຂອງອິດສະຣາເອນ, ມະຫາປະໂລຫິດທີ່ຖືກເບິ່ງແຍງ ແລະ ປົກປ້ອງໂດຍພຣະເຢໂຮວາ ແລະ ເປັນຜູ້ທີ່ຖືກພຣະວິນຍານຂອງພຣະເຢໂຮວາເຮັດພາລະກິດໃນຕົວ; ພວກເຂົາເປັນຜູ້ນໍາໃນທ່າມກາງຜູ້ຄົນ ແລະ ຮັບໃຊ້ພຣະເຢໂຮວາໂດຍກົງ.
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (22)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-22-part-3.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 507](https://lo.kingdomsalvation.org/videos/entry-into-life-excerpt-507.html) - ພວກເຈົ້າທຸກຄົນຢູ່ໃນທ່າມກາງການທົດລອງ ແລະ ການຫຼໍ່ຫຼອມ. ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ເມື່ອໄດ້ປະສົບກັບການຫຼໍ່ຫຼອມ, ໃນລະຫວ່າງການຫຼໍ່ຫຼອມ ຜູ້ຄົນສາມາດມອບການສັນລະເສີນທີ່ແທ້ຈິງໃຫ້ແກ່ພຣະເຈົ້າ ແລະ ທ່າມກາງການຫຼໍ່ຫຼອມ ພວກເຂົາສາມາດເຫັນວ່າ ພວກເຂົາກຳລັງຂາດເຂີນຢ່າງຫຼວງຫຼາຍ. ຍິ່ງການຫຼໍ່ຫຼອມຍິ່ງໃຫຍ່ຫຼາຍສໍ່າໃດ, ເຈົ້າຍິ່ງສາມາດກະບົດຕໍ່ເນື້ອໜັງຫຼາຍສໍ່ານັ້ນ; ຍິ່ງການຫຼໍ່ຫຼອມຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາຍິ່ງມີຄວາມຮັກສຳລັບພຣະເຈົ້າຫຼາຍສໍ່ານັ້ນ. ນີ້ແມ່ນສິ່ງທີ່ພວກເຈົ້າຕ້ອງເຂົ້າໃຈ. ເປັນຫຍັງຜູ້ຄົນຕ້ອງຖືກຫຼໍ່ຫຼອມ? ການຫຼໍ່ຫຼອມແມ່ນແນໃສ່ເພື່ອບັນລຸຫຍັງ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດແຫ່ງການຫຼໍ່ຫຼອມຂອງພຣະເຈົ້າທີ່ຢູ່ໃນມະນຸດ? ຖ້າເຈົ້າສະແຫວງຫາພຣະເຈົ້າຢ່າງແທ້ຈິງ, ແລ້ວການໄດ້ປະສົບກັບການຫຼໍ່ຫຼອມຂອງພຣະອົງຈົນເຖິງຈຸດໃດໜຶ່ງ ເຈົ້າຈະຮູ້ສຶກວ່າ ມັນດີຫຼາຍ ແລະ ເປັນສິ່ງທີ່ຈຳເປັນທີ່ສຸດ. ມະນຸດຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ໂດຍການຕັ້ງໃຈຮັກພຣະເຈົ້າເພື່ອຍອມຮັບເອົາການຫຼໍ່ຫຼອມຂອງພຣະອົງ ນັ້ນກໍຄື ໃນລະຫວ່າງການຫຼໍ່ຫຼອມ ເຈົ້າທໍລະມານຢູ່ຂ້າງໃນ, ຄືກັບວ່າ ມີມີດສຽບບິດຢູ່ໃນຫົວໃຈຂອງເຈົ້າ, ແຕ່ເຈົ້າກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈໂດຍໃຊ້ຫົວໃຈຂອງເຈົ້າຮັກພຣະອົງ ແລະ ເຈົ້າກໍບໍ່ເຕັມໃຈທີ່ຈະສົນໃຈເນື້ອໜັງ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກຕໍ່ພຣະເຈົ້າ. ເຈົ້າເຈັບຢູ່ຂ້າງໃນ ແລະ ການທົນທຸກຂອງເຈົ້າແມ່ນເຖິງຈຸດໃດໜຶ່ງ ແຕ່ເຈົ້າກໍຍັງເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດຈາກພຣະອົງໄປໄດ້. ເຖິງແມ່ນວ່າມີຄວາມມືດຢູ່ພາຍໃນຕົວຂ້ານ້ອຍ, ຂ້ານ້ອຍກໍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍໃຈ; ພຣະອົງຮູ້ຈັກຫົວໃຈຂອງຂ້ານ້ອຍ ແລະ ຂໍໃຫ້ພຣະອົງຈົ່ງສ້າງຄວາມຮັກຂອງພຣະອົງໃຫ້ເກີດຂື້ນພາຍໃນຕົວຂ້ານ້ອຍໃຫ້ຫຼາຍຍິ່ງຂຶ້ນ”. ນີ້ແມ່ນການປະຕິບັດໃນລະຫວ່າງການຫຼໍ່ຫຼອມ. ຖ້າເຈົ້າໃຊ້ຫົວໃຈທີ່ຮັກພຣະເຈົ້າເປັນພື້ນຖານ, ການຫຼໍ່ຫຼອມສາມາດນໍາເຈົ້າໃຫ້ເຂົ້າໃກ້ພຣະເຈົ້າໄດ້ ແລະ ເຮັດໃຫ້ເຈົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 502](https://lo.kingdomsalvation.org/videos/entry-into-life-excerpt-502.html) - ຜູ້ຄົນມັກເວົ້າເຖິງການໃຫ້ພຣະເຈົ້າເປັນຊີວິດຂອງພວກເຂົາ ແຕ່ປະສົບການຂອງພວກເຂົາຍັງບໍ່ໄດ້ມາເຖິງຈຸດນັ້ນເທື່ອ. ເຈົ້າພຽງແຕ່ເວົ້າວ່າ ພຣະເຈົ້າເປັນຊີວິດຂອງເຈົ້າ, ພຣະອົງນໍາພາເຈົ້າໃນແຕ່ລະມື້, ເຈົ້າກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້ ແລະ ເຈົ້າອະທິຖານຫາພຣະເຈົ້າໃນແຕ່ລະມື້, ດ້ວຍເຫດນັ້ນ ພຣະອົງໄດ້ກາຍມາເປັນຊີວິດຂອງເຈົ້າແລ້ວ. ຄວາມຮູ້ຂອງຄົນທີ່ເວົ້າສິ່ງນີ້ແມ່ນຕື້ນພໍສົມຄວນ. ຫຼາຍຄົນແມ່ນບໍ່ມີພື້ນຖານ; ພຣະທຳຂອງພຣະເຈົ້າຖືກປູກຝັງພາຍໃນພວກເຂົາ ແຕ່ພວກເຂົາຍັງບໍ່ທັນແຕກໜໍ່ເທື່ອ ຢ່າວ່າແຕ່ພວກເຂົາຈະເກີດໝາກຜົນເລີຍ. ໃນປັດຈຸບັນ ເຈົ້າໄດ້ມີປະສົບການຮອດຂັ້ນໃດແລ້ວ? ມີພຽງແຕ່ໃນປັດຈຸບັນນີ້ ຫຼັງຈາກທີ່ພຣະອົງໄດ້ບັງຄັບໃຫ້ເຈົ້າມາໄກສໍ່ານີ້ ເຈົ້າຈຶ່ງຮູ້ສຶກວ່າ ເຈົ້າບໍ່ສາມາດອອກຈາກພຣະເຈົ້າໄດ້. ມື້ໜຶ່ງ ເມື່ອປະສົບການຂອງເຈົ້າໄດ້ໄປເຖິງໃນລະດັບໃດໜຶ່ງ ຖ້າພຣະເຈົ້າຕ້ອງເຮັດໃຫ້ເຈົ້າອອກຈາກພຣະອົງ ເຈົ້າກໍຈະບໍ່ສາມາດເຮັດໄດ້. ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈົ້າບໍ່ສາມາດມີຊີວິດຢູ່ຫາກປາສະຈາກພຣະເຈົ້າຢູ່ຂ້າງໃນເຈົ້າ; ເຈົ້າສາມາດມີຊີວິດໂດຍປາສະຈາກສາມີ, ພັນລະຍາ ຫຼື ລູກໆ ຫຼື ປາສະຈາກຄອບຄົວ, ປາສະຈາກມານດາ ຫຼື ບິດາ, ປາສະຈາກຄວາມສຸກທາງເນື້ອໜັງ ແຕ່ເຈົ້າບໍ່ສາມາດມີຊີວິດໂດຍປາສະຈາກພຣະເຈົ້າໄດ້. ການປາສະຈາກພຣະເຈົ້າກໍຈະເປັນຄືກັບການສູນເສຍຊີວິດຂອງເຈົ້າ, ເຈົ້າຈະບໍ່ສາມາດມີຊີວິດຢູ່ ຫາກປາສະຈາກພຣະເຈົ້າ. ເມື່ອເຈົ້າໄດ້ມີປະສົບການຈົນຮອດຈຸດນີ້ແລ້ວ ເຈົ້າກໍຈະສຳເລັດໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ ແລະ ດ້ວຍວິທີນີ້ ພຣະເຈົ້າກໍຈະກາຍມາເປັນຊີວິດຂອງເຈົ້າ, ພຣະອົງຈະກາຍມາເປັນພື້ນຖານຂອງການເປັນຢູ່ຂອງເຈົ້າ. ເຈົ້າຈະບໍ່ສາມາດອອກຈາກພຣະເຈົ້າໄດ້ອີກຈັກເທື່ອ. ເມື່ອເຈົ້າມີປະສົບການຈົນຮອດຂັ້ນນີ້ ເຈົ້າຈະໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລະ ເມື່ອເຈົ້າມີຄວາມສຳພັນກັບພຣະເຈົ້າຢ່າງໃກ້ຊິດ, ພຣະອົງຈະເປັນຊີວິດຂອງເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 271](https://lo.kingdomsalvation.org/videos/mysteries-about-the-bible-excerpt-271.html) - ບໍ່ແມ່ນທຸກສິ່ງທີ່ຢູ່ໃນພຣະຄຳພີຄືການບັນທຶກກ່ຽວກັບພຣະທຳທີ່ພຣະເຈົ້າຊົງກ່າວດ້ວຍພຣະອົງເອງ. ພຣະຄຳພີພຽງແຕ່ບັນທຶກພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ເຊິ່ງສ່ວນໜຶ່ງແມ່ນການບັນທຶກເຖິງຄຳທຳນາຍລ່ວງໜ້າຂອງຜູ້ປະກາດພຣະທຳ ແລະ ອີກສ່ວນໜຶ່ງແມ່ນປະສົບການ ແລະ ຄວາມຮູ້ທີ່ຖືກຂຽນຂຶ້ນໂດຍຜູ້ຄົນທີ່ພຣະເຈົ້າຊົງໃຊ້ຕະຫຼອດທັງຍຸກຕ່າງໆ. ປະສົບການຂອງມະນຸດຖືກເປື້ອນເປິດ້ວຍຄວາມຄິດເຫັນ ແລະ ຄວາມຮູ້ຂອງມະນຸດ ແລະ ນີ້ຄືສິ່ງທີ່ບໍ່ສາມາດຫຼີກເວັ້ນໄດ້. ໜັງສືຫຼາຍເຫຼັ້ມໃນພຣະຄຳພີແມ່ນມີແນວຄິດຂອງມະນຸດ, ອະຄະຕິຂອງມະນຸດ ແລະ ການເຂົ້າໃຈທີ່ບິດເບືອນຂອງມະນຸດ. ແນ່ນອນ, ພຣະທຳສ່ວນຫຼາຍແມ່ນຜົນຂອງການສ່ອງສະຫວ່າງ ແລະ ການໃຫ້ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ພວກມັນກໍແມ່ນການເຂົ້າໃຈທີ່ຖືກຕ້ອງ, ແຕ່ກໍຍັງບໍ່ສາມາດເວົ້າໄດ້ວ່າ ພວກມັນແມ່ນການສຳແດງອອກທີ່ແນ່ນອນກ່ຽວກັບຄວາມຈິງທັງໝົດ. ມຸມມອງຂອງພວກເຂົາກ່ຽວກັບບາງສິ່ງບາງຢ່າງເປັນພຽງຄວາມຮູ້ທີ່ມາຈາກປະສົບການສ່ວນຕົວ ຫຼື ການສອ່ງສະຫວ່າງຂອງພຣະວິນຍານບໍລິສຸດເທົ່ານັ້ນ. ຄຳພະຍາກອນຂອງຜູ້ປະກາດພຣະທຳແມ່ນໄດ້ຮັບການສັ່ງສອນຈາກພຣະເຈົ້າເປັນການສ່ວນຕົວ ນັ້ນກໍຄື ຄຳທຳນາຍຕ່າງໆເຊັ່ນ: ຂອງເອຊາຢາ, ດານີເອນ, ເອັດຊະຣາ, ເຢເຣມີຢາ ແລະ ເອເຊກີເອນ ແມ່ນມາຈາກການສັ່ງສອນໂດຍກົງຂອງພຣະວິນຍານບໍລິສຸດ; ຜູ້ຄົນເຫຼົ່ານີ້ເປັນນັກທຳນາຍ, ພວກເຂົາໄດ້ຮັບພຣະວິນຍານແຫ່ງການທຳນາຍ ແລະ ພວກເຂົາທັງໝົດແມ່ນຜູ້ປະກາດພຣະທຳແຫ່ງພຣະສັນຍາເດີມ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ຜູ້ຄົນເຫຼົ່ານີ້ ຜູ້ເຊິ່ງໄດ້ຮັບການດົນບັນດານຈາກພຣະເຢໂຮວາ ກໍໄດ້ກ່າວຄຳທຳນາຍຫຼາຍຢ່າງ ເຊິ່ງໄດ້ຮັບການສັ່ງສອນຈາກພຣະເຢໂຮວາໂດຍກົງ. ແລ້ວເປັນຫຍັງພຣະເຢໂຮວາຈຶ່ງປະຕິບັດພາລະກິດໃນພວກເຂົາ? ເພາະວ່າປະຊາຊົນອິດສະຣາເອນແມ່ນຜູ້ຄົນທີ່ພຣະເຈົ້າເລືອກ ແລະ ພາລະກິດຂອງຜູ້ປະກາດພຣະທຳຕ້ອງຖືກກະທຳທ່າມກາງພວກເຂົາ; ນັ້ນຄືເຫດຜົນທີ່ຜູ້ປະກາດພຣະທໍາສາມາດຮັບການເປີດເຜີຍດັ່ງກ່າວ. ຕາມຄວາມຈິງແລ້ວ ພວກເຂົາເອງກໍບໍ່ເຂົ້າໃຈການເປີດເຜີຍຂອງພຣະເຈົ້າທີ່ມີໃຫ້ພວກເຂົາ. ພຣະວິນຍານບໍລິສຸດກ່າວພຣະທຳເຫຼົ່ານັ້ນຜ່ານປາກຂອງພວກເຂົາ ເພື່ອຜູ້ຄົນໃນອະນາຄົດຈະສາມາດເຂົ້າໃຈເຖິງສິ່ງຕ່າງໆເຫຼົ່ານັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 146](https://lo.kingdomsalvation.org/videos/knowing-God-s-work-excerpt-146.html) - ການຮູ້ຈັກພາລະກິດຂອງພຣະເຈົ້າບໍ່ແມ່ນບັນຫາທີ່ງ່າຍ. ເຈົ້າຄວນມີມາດຕະຖານ ແລະ ຈຸດປະສົງໃນການສະແຫວງຫາຂອງເຈົ້າ, ເຈົ້າຄວນຮູ້ຈັກວິທີການສະແຫວງຫາຫົນທາງທີ່ແທ້ຈິງ ແລະ ວິທີການປະເມີນວ່າ ມັນເປັນຫົນທາງທີ່ແທ້ຈິງ ຫຼື ບໍ່ ແລະ ມັນເປັນພາລະກິດຂອງພຣະເຈົ້າ ຫຼື ບໍ່. ແມ່ນຫຍັງຄືຫຼັກການພື້ນຖານທີ່ສຸດໃນການສະແຫວງຫາຫົນທາງທີ່ແທ້ຈິງ? ເຈົ້າຕ້ອງເບິ່ງວ່າ ມັນມີພາລະກິດຂອງພຣະວິນຍານບໍລິສຸດໃນລັກສະນະນີ້ ຫຼື ບໍ່, ພຣະທໍາເຫຼົ່ານີ້ແມ່ນການສະແດງເຖິງຄວາມຈິງ ຫຼື ບໍ່, ເປັນພະຍານໃຫ້ກັບໃຜ ແລະ ມັນສາມາດນໍາຫຍັງມາໃຫ້ເຈົ້າ. ການຈຳແນກລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ຈອມປອມຕ້ອງການຄວາມຮູ້ພື້ນຖານໃນຫຼາຍໆດ້ານ ເຊິ່ງສິ່ງທີ່ເປັນພື້ນຖານທີ່ສຸດຄືການສາມາດບອກວ່າ ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ່. ຍ້ອນແກ່ນແທ້ຂອງຄວາມເຊື່ອໃນພຣະເຈົ້າແມ່ນຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າ ແລະ ແມ່ນແຕ່ຄວາມເຊື່ອໃນພຣະເຈົ້າໃນຮ່າງຂອງມະນຸດກໍເກີດຂຶ້ນ ຍ້ອນເນື້ອໜັງນີ້ເປັນຕົວຕົນຂອງພຣະວິນຍານຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ຄວາມເຊື່ອດັ່ງກ່າວກໍຍັງແມ່ນຄວາມເຊື່ອໃນພຣະວິນຍານ. ມີຄວາມແຕກຕ່າງລະຫວ່າງພຣະວິນຍານ ແລະ ເນື້ອໜັງ ແຕ່ຍ້ອນເນື້ອໜັງມາຈາກພຣະວິນຍານ ແລະ ພຣະທຳກາຍເປັນເນື້ອໜັງ, ສະນັ້ນ, ສິ່ງທີ່ມະນຸດເຊື່ອຍັງຄົງເປັນແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ໃນການຈຳແນກວ່າ ມັນແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ່, ກ່ອນອື່ນໝົດ ເຈົ້າຕ້ອງເບິ່ງວ່າ ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 25](https://lo.kingdomsalvation.org/videos/three-stages-of-work-excerpt-0025.html) - ຖ້າຜູ້ຄົນຍັງຢຸດຢູ່ໃນຍຸກພຣະຄຸນ ພວກເຂົາຈະບໍ່ມີວັນຫຼຸດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຈັກເທື່ອ, ແຮງໄກທີ່ຈະຮູ້ຈັກອຸປະນິໄສໂດຍກໍາເນີດຂອງພຣະເຈົ້າ. ຖ້າຜູ້ຄົນດຳລົງຊີວິດໃນທ່າມກາງຄວາມອຸດົມສົມບູນຂອງຄວາມກະລຸນາຢູ່ສະເໝີ ແຕ່ບໍ່ມີວິທີຊີວິດທີ່ເຮັດໃຫ້ພວກເຂົາຮູ້ຈັກພຣະເຈົ້າ ຫຼື ເປັນທີ່ພໍໃຈຂອງພຣະເຈົ້າ, ແລ້ວພວກເຂົາກໍຈະບໍ່ໄດ້ຮັບພຣະອົງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະອົງຈັກເທື່ອ. ຄວາມເຊື່ອປະເພດນີ້ຊ່າງໜ້າສົງສານແທ້ໆ. ເມື່ອເຈົ້າໄດ້ອ່ານປື້ມເຫຼັ້ມນີ້ສໍາເລັດແລ້ວ, ເມື່ອເຈົ້າໄດ້ປະສົບກັບແຕ່ລະບາດກ້າວຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກແຫ່ງອານາຈັກນີ້ແລ້ວ, ເຈົ້າຈະຮູ້ສຶກວ່າ ຄວາມປາຖະໜາທີ່ເຈົ້າມີເປັນເວລາຫຼາຍປີນັ້ນຈະກາຍເປັນຈິງໃນທີ່ສຸດ. ເຈົ້າຈະຮູ້ສຶກວ່າ ມີແຕ່ຕອນນີ້ເທົ່ານັ້ນທີ່ເຈົ້າຈະໄດ້ເຫັນພຣະເຈົ້າເຊິ່ງໜ້າຢ່າງແທ້ຈິງ; ມີແຕ່ຕອນນີ້ເທົ່ານັ້ນທີ່ເຈົ້າຈະໄດ້ແນມເບິ່ງໃບໜ້າຂອງພຣະເຈົ້າ, ໄດ້ຍິນພຣະຄໍາທີ່ກ່າວໂດຍຕົວພຣະອົງເອງ, ເຫັນຄຸນຄ່າສະຕິປັນຍາໃນການປະຕິບັດພາລະກິດຂອງພຣະອົງ ແລະ ຮູ້ສຶກຢ່າງແທ້ຈິງວ່າ ພຣະອົງເປັນຈິງ ແລະ ມີລິດທານຸພາບສູງສຸດພຽງໃດ. ເຈົ້າຈະຮູ້ສຶກວ່າ ເຈົ້າໄດ້ຮັບຫຼາຍສິ່ງທີ່ຜູ້ຄົນໃນອະດີດຜ່ານມາບໍ່ເຄີຍເຫັນ ຫຼື ເຄີຍມີ. ໃນເວລານີ້ ເຈົ້າຈະຮູ້ຢ່າງແຈ່ມແຈ້ງວ່າ ການເຊື່ອໃນພຣະເຈົ້າແມ່ນຫຍັງ ແລະ ການປະຕິບັດຕາມເຈດຕະນາຂອງພຣະເຈົ້າແມ່ນຫຍັງ. ແນ່ນອນ ຖ້າເຈົ້າຍຶດຕິດກັບມຸມມອງໃນອະດີດ ແລະ ບໍ່ຍອມຮັບ ຫຼື ປະຕິເສດຄວາມຈິງຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ, ແລ້ວເຈົ້າກໍຈະຍັງເຫຼືອແຕ່ມືເປົ່າ, ບໍ່ໄດ້ຮັບຫຍັງເລີຍ ແລະ ໃນທີ່ສຸດ ເຈົ້າກໍຈະຖືກຕັດສິນວ່າຜິດໃນການຕໍ່ຕ້ານພຣະເຈົ້າ. ຜູ້ທີ່ສາມາດອ່ອນນ້ອມຕໍ່ຄວາມຈິງ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າກໍຈະໄດ້ຮັບການຢືນຢັນພາຍໃຕ້ນາມຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງທີສອງ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ. ພວກເຂົາຈະສາມາດໄດ້ຮັບການນຳພາໂດຍຕົວພຣະເຈົ້າເອງ, ຈະໄດ້ຮັບຄວາມຈິງຫຼາຍຂຶ້ນ ແລະ ສູງສົ່ງຫຼາຍຍິ່ງຂຶ້ນ ພ້ອມທັງໄດ້ຮັບຊີວິດທີ່ແທ້ຈິງ. ພວກເຂົາຈະເຫັນນິມິດທີ່ຜູ້ຄົນໃນອະດີດບໍ່ເຄີຍເຫັນມາກ່ອນ: “ແລະ
- [ເພງຄຣິດສະຕຽນ “ຄວາມຮັກຂອງພຣະເຈົ້າໂອບອ້ອມກອດຫົວໃຈຂອງຂ້ານ້ອຍ”](https://lo.kingdomsalvation.org/videos/God-s-love-circles-my-heart.html) - ດວງຕາເວັນແຫ່ງຄວາມທ່ຽງທຳຂຶ້ນທາງທິດຕະເວັນອອກ ໂອ້ພຣະເຈົ້າ ຄວາມຍິ່ງໃຫຍ່ຂອງພຣະອົງເຕີມເຕັມທ້ອງຟ້າ ແລະ ແຜ່ນດິນ ທີ່ຮັກອັນງົດງາມຂອງຂ້ານ້ອຍ ຄວາມຮັກຂອງພຣະອົງໂອບອ້ອມ ກອດຫົວໃຈຂອງຂ້ານ້ອຍ ຜູ້ທີ່ສະແຫວງຄວາມຈິງ ເຂົາເຈົ້າຮັກພຣະເຈົ້າ ພຽງຢ່າງດຽວ ໃນຍາມຮຸ່ງເຊົ້າ ເຖິງຂ້ານ້ອຍລຸກຂຶ້ນຄົນດຽວ ຄວາມສຸກກໍ່ຢູ່ໃນໃຈຂ້ານ້ອຍ ເພາະຂ້ານ້ອຍຮໍ່າເພິງໃຈເຖິງພຣະທໍາພຣະເຈົ້າ ພຣະທໍາອັນອ່ອນໂຍນຂອງພຣະອົງເໝືອນດັ່ງຖ້ອຍຄຳຂອງມານດາທີ່ຮັກ ຄຳພິພາກສາຂອງພຣະອົງເຄັ່ງຂຶມເໝືອນດັ່ງຄວາມໂກດຮ້າຍຂອງບິດາ ບໍ່ມີສິ່ງອື່ນໃດໃນໂລກທີ່ຂ້ານ້ອຍຮັກ ເພາະທັງໝົດຫົວໃຈຂອງຂ້ານ້ອຍ ຮັກແຕ່ພຣະເຈົ້າອົງຊົງລິດທະນຸພາບສູງສຸດອົງດຽວ ອາ ເຮ ອາ ເຮ ອາ ເຮ ອາ ເຮ ບໍ່ມີສິ່ງອື່ນໃດໃນໂລກທີ່ຂ້ານ້ອຍຮັກ ເພາະທັງໝົດຫົວໃຈຂອງຂ້ານ້ອຍ ຮັກແຕ່ພຣະເຈົ້າອົງຊົງລິດທະນຸພາບສູງສຸດອົງດຽວ ພຣະປະສົງໄດ້ເປີດເຜີຍເພື່ອເຮັດໃຫ້ຜູ້ທີ່ຮັກພຣະອົງ ຢ່າງແທ້ຈິງເປັນຄົນສົມບູນແບບ ຄົນບໍລິສຸດ ທີ່ເຕັມໄປດ້ວຍຊີວິດຊີວາ ຈົ່ງມາຖວາຍການສັນລະເສີນຂອງເຈົ້າຕໍ່ພຣະອົງ. "ການເຕັ້ນດ້ວຍຄວາມສຸກໃຈເປັນສິ່ງທີ່ສວຍງາມ ເຕັ້ນ ແລະ ຟ້ອນອ້ອມບັນລັງ" "ຈາກສີ່ມູມຂອງແຜ່ນດິນໂລກ ພວກເຮົາມາ ຕາມສຽງຮຽກເອີ້ນຂອງພຣະເຈົ້າ" ພຣະທໍາແຫ່ງຊີວິດທີ່ພຣະອົງມອບໃຫ້ພວກເຮົາ ພວກເຮົາຖືກຊຳລະລ້າງດ້ວຍການພິພາກສາຂອງພຣະອົງ ຄວາມຮັກຈະໝັ້ນຄົງກວ່າເມື່ອໄດ້ຖືກຊໍາລະລ້າງ ມັນຊ່າງຫວານຊື່ນທີ່ໄດ້ຊື່ນຊົມຄວາມຮັກຂອງພຣະເຈົ້າ ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຕາໜ້າຮັກຫຼາຍ ຂ້ານ້ອຍຮັກພຣະອົງເທົ່ານັ້ນ ອາເຮ່ ອາເຮ່ ອາເຮ່ ອາເຮ່ ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຕາໜ້າຮັກຫຼາຍ ຂ້ານ້ອຍຮັກພຣະອົງເທົ່ານັ້ນ
- [ເພງຄຣິດສະຕຽນ “ພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍເຮັດໃຫ້ມະນຸດສົມບູນດ້ວຍພຣະທຳ”](https://lo.kingdomsalvation.org/videos/perfects-man-with-words-video.html) - ພຣະເຈົ້າໄດ້ມາໃນແຜ່ນດິນໂລກ ຕົ້ນຕໍແລ້ວແມ່ນເພື່ອກ່າວພຣະທໍາຂອງພຣະອົງ ສິ່ງທີ່ເຈົ້າສໍາພັດແມ່ນພຣະທໍາຂອງພຣະເຈົ້າ ສິ່ງທີ່ເຈົ້າໄດ້ຍິນແມ່ນພຣະທໍາຂອງພຣະເຈົ້າ ສິ່ງທີ່ເຈົ້າປະຕິບັດຕາມແມ່ນພຣະທໍາຂອງພຣະເຈົ້າ ສິ່ງທີ່ເຈົ້າປະສົບແມ່ນພຣະທໍາຂອງພຣະເຈົ້າ ແລະ ການບັງເກີດເປັນມະນຸດໃນຄັ້ງນີ້ຂອງພຣະເຈົ້າ ຕົ້ນຕໍແມ່ນໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ. ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ ແລະ ພິເສດແມ່ນບໍ່ໄດ້ກະທໍາພາລະກິດ ທີ່ພຣະເຢຊູໄດ້ກະທໍາໃນອະດີດ. ເຖິງແມ່ນວ່າພຣະອົງທັງສອງເປັນພຣະເຈົ້າ ແລະ ທັງເປັນມະນຸດ ແຕ່ພັນທະກິດ ຂອງພຣະອົງທັງສອງນັ້ນບໍ່ຄືກັນ. ໃນປັດຈຸບັນນີ້, ພຣະເຈົ້າໄດ້ບັງເກີດເປັນມະນຸດ ຕົ້ນຕໍແມ່ນເພື່ອສຳເລັດ ພາລະກິດຂອງ “ພຣະທໍາປາກົດໃນຮ່າງກາຍ” ນໍາໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເຮັດໃຫ້ມະນຸດຍອມຮັບເອົາການປະຕິບັດຂອງພຣະທໍາ ແລະ ການຊໍາລະລ້າງໃຫ້ບໍລິສຸດຈາກພຣະທໍາ. ໃນພຣະທໍາຂອງພຣະອົງ ພຣະອົງເຮັດໃຫ້ເຈົ້າໄດ້ຮັບການສະໜອງຊີວິດ ໃນພຣະທໍາຂອງພຣະອົງ ເຈົ້າຈະເຫັນພາລະກິດ ແລະ ການກະທຳຂອງພຣະອົງ. ພຣະເຈົ້າໃຊ້ພຣະທໍາເພື່ອຕິສອນ ແລະ ຊໍາລະລ້າງເຈົ້າໃຫ້ບໍລິສຸດ. ດັ່ງນັ້ນ, ຖ້າເຈົ້າທົນທຸກກັບຄວາມຍາກລຳບາກ ກໍເປັນຍ້ອນພຣະທໍາຂອງພຣະເຈົ້ານັ້ນເອງ. ທຸກມື້ນີ້ ພຣະເຈົ້າບໍ່ໄດ້ກະທໍາພາລະກິດ ໂດຍການໃຊ້ຂໍ້ເທັດຈິງ, ແຕ່ໃຊ້ພຣະທໍາ. ພາຍຫຼັງທີ່ພຣະທໍາຂອງພຣະອົງໄດ້ມາເຖິງເຈົ້າເທົ່ານັ້ນ ພຣະວິນຍານບໍລິສຸດຈິ່ງຈະສາມາດ ປະຕິບັດພາລະກິດຢູ່ພາຍໃນຕົວເຈົ້າໄດ້ ແລະ ເຮັດໃຫ້ເຈົ້າທັງຮູ້ສຶກເປັນທຸກ ແລະ ສຸກຢ່າງແທ້ຈິງ. ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ ສາມາດພາເຈົ້າໄປສູ່ຄວາມເປັນຈິງໄດ້.
- [เพลงคริสเตียน | "ความรักของพระเจ้าไม่ได้ถูกครอบงำโดยสิ่งมีชีวิตทรงสร้างใด"](https://lo.kingdomsalvation.org/videos/God-s-love-is-not-possessed-by-created-being-video.html) - พระวจนะของพระองค์นำพาพลังชีวิต แสดงให้พวกเราเห็นหนทางที่พวกเราควรเดิน และทำให้พวกเราสามารถเข้าใจว่าอะไรคือความจริง พวกเราเริ่มถูกดึงดูดด้วยพระวจนะของพระองค์ พวกเราเริ่มจดจ่อกับพระกระแสเสียงและลักษณะที่พระองค์ตรัส และในจิตใต้สำนึกพวกเราเริ่มให้ความสนใจในความรู้สึกที่อยู่ภายในที่สุดของบุคคลซึ่งแสนจะธรรมดาผู้นี้ พระหทัยของพระองค์แทบกลั่นออกมาเป็นโลหิตในการทรงพระราชกิจแทนพวกเรา บรรทมไม่สนิทและเสวยไม่ได้เพื่อพวกเรา ทรงกันแสงเพื่อพวกเรา ทรงทอดถอนพระหทัยเพื่อพวกเรา ทรงพระประชวรเทวษเพื่อพวกเรา ทรงทนทุกข์กับการเหยียดหยามเพื่อประโยชน์ของบั้นปลายและความรอดของพวกเรา และความด้านชาและความเป็นกบฏของพวกเรารินพระอัสสุชลและพระโลหิตจากพระหทัยของพระองค์ การเป็นและการมีในแบบนี้ไม่ได้เป็นของบุคคลธรรมดาทั่วไป และไม่สามารถถูกครอบครองหรือบรรลุได้โดยมนุษย์ผู้เสื่อมทรามคนใด พระองค์แสดงให้เห็นถึงความยอมผ่อนปรนและความอดทนที่ไม่มีบุคคลธรรมดาสามัญคนใดจะมีได้ และความรักของพระองค์ไม่ใช่บางสิ่งที่สิ่งมีชีวิตที่ทรงสร้างใดๆ จะมีได้ พระองค์แสดงให้เห็นถึงความยอมผ่อนปรนและความอดทนที่ไม่มีบุคคลธรรมดาสามัญคนใดจะมีได้ และความรักของพระองค์ไม่ใช่บางสิ่งที่สิ่งมีชีวิตที่ทรงสร้างใดๆ จะมีได้ จาก ติดตามพระเมษโปดกและขับร้องบทเพลงใหม่ๆ
- [ເພງຄຣິດສະຕຽນ “ແກະຂອງພຣະເຈົ້າໄດ້ຍິນສຽງຂອງພຣະອົງ”](https://lo.kingdomsalvation.org/videos/God-s-sheep-hear-His-voice-video.html) - ວັນເວລາຈະມາເຖິງວາລະສຸດທ້າຍ ທຸກສິ່ງໃນໂລກນີ້ຈະວ່າງເປົ່າ ແລະ ທຸກສິ່ງຈະເກີດຂຶ້ນໃໝ່. ຈົ່ງຈື່ສິ່ງນີ້ເອົາໄວ້! ຢ່າລືມ! ບໍ່ສາມາດມີຄວາມກຳກວມໄດ້! ສະຫວັນ ແລະ ແຜ່ນດິນຈະຜ່ານພົ້ນໄປ ແຕ່ພຣະທຳຂອງພຣະເຈົ້າຈະບໍ່ຜ່ານພົ້ນໄປ! ໃຫ້ພຣະເຈົ້າແນະນຳພວກເຈົ້າອີກຄັ້ງ ຢ່າເຮັດວຽກຢ່າງໄຮ້ຜົນ! ຈົ່ງຕື່ນຂຶ້ນ! ຈົ່ງກັບໃຈ ເພາະຄວາມລອດພົ້ນໃກ້ເຂົ້າມາແລ້ວ! ຈົ່ງຕື່ນຂຶ້ນ! ຈົ່ງກັບໃຈ ເພາະຄວາມລອດພົ້ນໃກ້ເຂົ້າມາແລ້ວ! ພຣະເຈົ້າໄດ້ປາກົດຕົວທ່າມກາງພວກເຈົ້າແລ້ວ ແລະ ສຽງຂອງພຣະເຈົ້າໄດ້ດັງຂຶ້ນແລ້ວ. ສຽງຂອງພຣະເຈົ້າໄດ້ດັງຂຶ້ນຢູ່ຕໍ່ໜ້າພວກເຈົ້າ ທຸກໆວັນມັນປະເຊີນແບບໜ້າຕໍ່ໜ້າພວກເຈົ້າ ແລະ ແຕ່ລະວັນມັນມີຄວາມສົດໃໝ່. ເຈົ້າເຫັນພຣະເຈົ້າ ແລະ ພຣະເຈົ້າກໍເຫັນເຈົ້າ ພຣະເຈົ້າເວົ້າກັບເຈົ້າຕະຫຼອດ ແລະ ພຣະເຈົ້າຢູ່ຊ້ອງໜ້າກັບເຈົ້າ. ແນວໃດກໍ່ຕາມ, ເຈົ້າກໍປະຕິເສດພຣະເຈົ້າ ແລະ ບໍ່ຮູ້ຈັກພຣະເຈົ້າ. ແກະຂອງພຣະເຈົ້າໄດ້ຍິນສຽງຂອງພຣະເຈົ້າ ແຕ່ພວກເຈົ້າຍັງລັງເລໃຈຢູ່! ພວກເຈົ້າລັງເລໃຈ! ຫົວໃຈຂອງເຈົ້າປຶກໜາ ຕາຂອງເຈົ້າໄດ້ຖືກຊາຕານເຮັດໃຫ້ບອດ ແລະ ເຈົ້າບໍ່ສາມາເຫັນໃບໜ້າອັງຮຸ່ງເຮືອງຂອງພຣະເຈົ້າໄດ້ ເຈົ້າຄືມາໜ້າເວດທະນາແທ້! ໜ້າເວດທະນາແທ້ເດ! ພຣະວິນຍານທັງເຈັດທີ່ຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ໄດ້ຖືກສົ່ງໄປທຸກມຸມຂອງແຜ່ນດິນໂລກ ແລະ ພຣະເຈົ້າຈະສົ່ງຜູ້ສົ່ງຂ່າວຂອງພຣະອົງ ໄປກ່າວຕໍ່ຄຣິສຕະຈັກຕ່າງໆ. ພຣະເຈົ້າຊອບທຳ ແລະ ຊື່ສັດ ພຣະເຈົ້າແມ່ນພຣະເຈົ້າທີ່ກວດສອບ ສ່ວນເລິກທີ່ສຸດໃນຫົວໃຈມະນຸດ.
- [ເພງຄຣິດສະຕຽນ “ເວລາທີ່ເສຍໄປຈະບໍ່ກັບຄືນມາອີກ”](https://lo.kingdomsalvation.org/videos/time-lost-will-never-come-video.html) - ຈົ່ງຕື່ນຂຶ້ນມາ, ອ້າຍນ້ອງເອີຍ! ຈົ່ງຕື່ນຂຶ້ນມາ, ເອື້ອຍນ້ອງເອີຍ! ມື້ຂອງພຣະເຈົ້າຈະບໍ່ຊັກຊ້າ ເວລາຄືຊີວິດ ແລະ ການຄວ້າເອົາເວລາແມ່ນການຊ່ວຍຊີວິດ! ເວລານັ້ນບໍ່ໄດ້ຢູ່ຫ່າງໄກເລີຍ! ຖ້າພວກເຈົ້າສອບເສັງເຂົ້າວິທະຍາໄລ ແລະ ພວກເຈົ້າເສັງບໍ່ຜ່ານ ພວກເຈົ້າກໍສາມາດລອງໃໝ່ ແລະ ເສັງຄືນ. ຢ່າງໃດກໍຕາມ, ມື້ຂອງພຣະເຈົ້າຈະບໍ່ມີຄວາມຊັກຊ້າດັ່ງກ່າວ. ຈົ່ງຈື່ໄວ້! ຈົ່ງຈື່ໄວ້! ພຣະເຈົ້າຂໍຊຸກຍູ້ເຈົ້າດ້ວຍພຣະທໍາທີ່ດີເຫຼົ່ານີ້. ຈຸດຈົບຂອງໂລກຈະຖືກເປີດເຜີຍຕໍ່ສາຍຕາພວກເຈົ້າ ໄພທີ່ຮ້າຍແຮງຄືບຄານເຂົ້າມາໃກ້ຢ່າງໄວວາ ຊີວິດຂອງພວກເຈົ້າມີຄວາມສໍາຄັນບໍ ຫຼື ການນອນ, ການກິນ, ການດື່ມ ແລະ ເຄື່ອງນຸ່ງຮົ່ມຂອງພວກເຈົ້າມີຄວາມສໍາຄັນກວ່າ? ມັນເຖິງເລວາແລ້ວທີ່ພວກເຈົ້າຕ້ອງພິຈາລະນາສິ່ງເຫຼົ່ານີ້. ຈັ່ງແມ່ນເປັນຕາສົງສານແທ້ເດ! ຈັ່ງແມ່ນທຸກຍາກ! ຈັ່ງແມ່ນຕາບອດ! ມະນຸດຈັ່ງແມ່ນໂຫດຮ້າຍ! ເຈົ້າເຮັດຕິບໍ່ໄດ້ຍິນພຣະທໍາຂອງພຣະເຈົ້າ. ພຣະເຈົ້າກໍາລັງເວົ້າກັບພວກເຈົ້າໂດຍບໍ່ມີປະໂຫຍດຫຍັງບໍ? ເປັນຫຍັງພວກເຈົ້າຄືຍັງເມີນເສີຍກັນຢູ່? ເປັນຫຍັງຄືເປັນແນວນັ້ນ? ພວກເຈົ້າບໍ່ເຄີຍຄິດກ່ຽວກັບສິ່ງນັ້ນມາກ່ອນບໍ? ພຣະເຈົ້າກໍາລັງເວົ້າສິ່ງເຫຼົ່ານີ້ເພື່ອໃຜ? ຈົ່ງເຊື່ອໃນຕົວພຣະເຈົ້າ! ພຣະເຈົ້າຄືພຣະຜູ້ຊ່ວຍໃຫ້ພວກເຈົ້າປອດໄພ! ພຣະເຈົ້າຄືພຣະຜູ້ຊົງລິດທານຸພາບສູງສຸດຂອງພວກເຈົ້າ! ຈົ່ງເຝົ້າເບິ່ງ! ຈົ່ງເຝົ້າເບິ່ງ! ຈົ່ງຈື່ໄວ້ວ່າ ເວລາທີ່ເສຍໄປຈະບໍ່ມີວັນກັບຄືນມາອີກຄັ້ງ! ໃນແຜ່ນດິນໂລກນີ້ແມ່ນບໍ່ມີບ່ອນທີ່ຈະໃຫ້ເຈົ້າສາມາດຊື້ຢາທີ່ ຈະມາບັນເທົາຄວາມເສຍໃຈໄດ້! ແລ້ວພຣະເຈົ້າຈະເວົ້າສິ່ງດັ່ງກ່າວນີ້ກັບພວກເຈົ້າແນວໃດດີ? ພຣະທໍາຂອງພຣະເຈົ້າແມ່ນບໍ່ຄູ່ຄວນໃຫ້ພວກເຈົ້າພິຈາລະນາ ຢ່າງຮອບຄອບ ແລະ ໄຕ່ຕອງຢ່າງຊໍ້າໄປຊໍ້າມາເລີຍບໍ? (ຈາກໜັງສືຕິດຕາມພຣະເມສານ້ອຍ
- [ເພງຄຣິດສະຕຽນ “ການເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ຮັບຊີວິດຈະນໍາໄປສູ່ການລົງໂທດ”](https://lo.kingdomsalvation.org/videos/not-gain-life-leads-to-punishment-video.html) - ບາງເທື່ອ ເຈົ້າໄດ້ທົນທຸກຢ່າງຫຼວງຫຼາຍໃນຊີວິດຂອງເຈົ້າ ແຕ່ເຈົ້າກໍຍັງບໍ່ເຂົ້າໃຈຫຍັງເລີຍ ເຈົ້າບໍ່ຮູ້ຈັກຫຍັງກ່ຽວກັບຊີວິດ. ເຖິງແມ່ນເຈົ້າຈະຖືກຂ້ຽນຕີ ແລະ ຖືກພິພາກສາ ເຈົ້າກໍບໍ່ໄດ້ປ່ຽນແປງຫຍັງເລີຍ ແລະ ໃນສ່ວນເລິກຂອງເຈົ້າ ເຈົ້າບໍ່ໄດ້ຮັບຊີວິດ. ເມື່ອເວລາທີ່ຈະທົດສອບວຽກງານຂອງເຈົ້າມາເຖິງ ເຈົ້າຈະຜະເຊີນກັບການທົດລອງທີ່ດຸເດືອດຄືກັບແປວໄຟ ແລະ ຍິ່ງໄປກວ່ານັ້ນ ຈະຜະເຊີນກັບຄວາມລຳບາກຍາກແຄ້ນຫຼາຍທີ່ສຸດ. ແປວໄຟນີ້ຈະເຮັດໃຫ້ຕົວຕົນທັງໝົດຂອງເຈົ້າກາຍເປັນຂີ້ເທົ່າ. ໃນຖານະຂອງຄົນທີ່ບໍ່ມີຊີວິດ ຄົນທີ່ບໍ່ມີຄຳບໍລິສຸດໜຶ່ງອອນຢູ່ພາຍໃນ ຄົນທີ່ຍັງຕິດຢູ່ກັບອຸປະນິໄສເດີມທີ່ເສື່ອມຊາມ ແລະ ຄົນທີ່ບໍ່ສາມາດແມ່ນແຕ່ຈະເຮັດໜ້າທີ່ ໃນການເປັນຄົນຮັບໃຊ້ທີ່ດີ ເຈົ້າຈະບໍ່ຖືກກຳຈັດໄດ້ແນວໃດ? ຄົນທີ່ມີຄ່າໜ້ອຍກວ່າໜຶ່ງກີບ ແລະ ຄົນທີ່ບໍ່ມີຊີວິດ ຈະເປັນປະໂຫຍດຫຍັງສຳລັບພາລະກິດແຫ່ງການເອົາຊະນະ? ເມື່ອເວລານັ້ນມາເຖິງ ມື້ຂອງພວກເຈົ້າຈະຍິ່ງຮ້າຍແຮງຫຼາຍກວ່າ ມື້ຂອງໂນອາ ແລະ ໂຊໂດມ! ແລ້ວຄຳອະທິຖານຂອງເຈົ້າຈະບໍ່ມີປະໂຫຍດຫຍັງກັບເຈົ້າ. ເຈົ້າຈະສາມາດກັບຄືນມາ ແລະ ເລີ່ມກັບໃຈໃໝ່ໄດ້ແນວໃດ ເມື່ອພາລະກິດແຫ່ງຄວາມລອດພົ້ນໄດ້ສິ້ນສຸດລົງແລ້ວ? ຫຼັງຈາກທີ່ພາລະກິດທັງໝົດແຫ່ງຄວາມລອດພົ້ນ ຖືກເຮັດໃຫ້ສຳເລັດ, ມັນກໍຈະບໍ່ມີອີກຕໍ່ໄປ ສິ່ງທີ່ຈະມີຢູ່ກໍຄືການເລີ່ມຕົ້ນຂອງ ພາລະກິດແຫ່ງການລົງໂທດຄົນທີ່ຊົ່ວຮ້າຍ. ເຈົ້າຕໍ່ຕ້ານ, ເຈົ້າກະບົດ ແລະ ເຈົ້າເຮັດສິ່ງຕ່າງໆທີ່ເຈົ້າຮູ້ວ່າເປັນສິ່ງຊົ່ວຮ້າຍ. ເຈົ້າບໍ່ແມ່ນເປົ້າໝາຍຂອງການລົງໂທດທີ່ຮ້າຍແຮງບໍ? ເຈົ້າຕໍ່ຕ້ານ, ເຈົ້າກະບົດ ແລະ ເຈົ້າເຮັດສິ່ງຕ່າງໆທີ່ເຈົ້າຮູ້ວ່າເປັນສິ່ງຊົ່ວຮ້າຍ. ເຈົ້າບໍ່ແມ່ນເປົ້າໝາຍຂອງການລົງໂທດທີ່ຮ້າຍແຮງບໍ? ພຣະເຈົ້າກຳລັງສະກົດສິ່ງນີ້ອອກໃຫ້ເຈົ້າເຫັນໃນປັດຈຸບັນ. ຖ້າເຈົ້າເລືອກທີ່ຈະບໍ່ຟັງ
- [ເພງຄຣິດສະຕຽນ “ສະແຫວງຫາທີ່ຈະຮັກພຣະເຈົ້າ ບໍ່ວ່າການທົນທຸກຂອງເຈົ້າຈະຍິ່ງໃຫຍ່ພຽງໃດກໍຕາມ”](https://lo.kingdomsalvation.org/videos/no-matter-how-great-suffering-video.html) - ເຈົ້າຈະຮູ້ຈັກຢ່າງແທ້ຈິງວ່າ ພາລະກິດຂອງພຣະເຈົ້າໃນປັດຈຸບັນແມ່ນມີຄ່າຫຼາຍສໍ່າໃດ. ໃນປັດຈຸບັນນີ້, ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ແບບນັ້ນ. ພວກເຂົາເຊື່ອວ່າ ການທົນທຸກແມ່ນບໍ່ມີຄຸນຄ່າ ພວກເຂົາຖືກໂລກປະຖິ້ມ ຊີວິດໃນເຮືອນຂອງພວກເຂົາກໍມີບັນຫາ ພວກເຂົາບໍ່ເປັນທີ່ຮັກຂອງພຣະເຈົ້າ ແລະ ຄວາມຄາດຫວັງຂອງພວກເຂົາກໍວ່າງເປົ່າ. ການທົນທຸກຂອງບາງຄົນໄປເຖິງຈຸດສູງສຸດ ແລະ ຄວາມຄິດຂອງພວກເຂົາກໍຄິດເຖິງແຕ່ຄວາມຕາຍ. ນີ້ບໍ່ແມ່ນການຮັກພຣະເຈົ້າທີ່ແທ້ຈິງ ຄົນປະເພດດັ່ງກ່າວແມ່ນຄົນຂີ້ຢ້ານ ພວກເຂົາບໍ່ມີຄວາມບາກບັ່ນ ພວກເຂົາອ່ອນແອ ແລະ ບໍ່ມີພະລັງ ພວກເຂົາອ່ອນແອ ແລະ ບໍ່ມີພະລັງ! ພຣະເຈົ້າຮ້ອນຮົນທີ່ຈະໃຫ້ມະນຸດຮັກພຣະອົງ ແຕ່ວ່າຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ ການທົນທຸກຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ ແລະ ຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ ການທົດລອງຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ. ຖ້າເຈົ້າຮັກພຣະອົງ ແລ້ວການທົນທຸກທຸກຮູບແບບຈະເກີດຂຶ້ນກັບເຈົ້າ ແລະ ຖ້າເຈົ້າບໍ່ໄດ້ຮັກພຣະອົງ ແລ້ວບາງເທື່ອ ທຸກສິ່ງຈະດຳເນີນໄປຢ່າງລາບລື້ນສຳລັບເຈົ້າ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າກໍຈະສະຫງົບສຸກ. ເມື່ອເຈົ້າຮັກພຣະເຈົ້າ ເຈົ້າຈະຮູ້ສຶກວ່າ ຫຼາຍສິ່ງທີ່ ຢູ່ອ້ອມຂ້າງເຈົ້າແມ່ນບໍ່ສາມາດຜ່ານພົ້ນໄປໄດ້ ເຈົ້າຈະຮູ້ສຶກວ່າ ຫຼາຍສິ່ງທີ່ ຢູ່ອ້ອມຂ້າງເຈົ້າແມ່ນບໍ່ສາມາດຜ່ານພົ້ນໄປໄດ້ ແລະ ຍ້ອນວ່າວຸດທິພາວະຂອງເຈົ້າຕໍ່າເກີນໄປ ເຈົ້າຈະຖືກຫຼໍ່ຫຼອມ ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ຄວາມປະສົງຂອງພຣະເຈົ້າສູງສົ່ງເກີນໄປ ມັນຢູ່ເໜືອທີ່ມະນຸດຈະເອື້ອມເຖິງໄດ້. ຍ້ອນທຸກສິ່ງເຫຼົ່ານີ້ ເຈົ້າຈຶ່ງຈະຖືກຫຼໍ່ຫຼອມ
- [ເພງຄຣິດສະຕຽນ “ພຣະເຈົ້າສັນລະເສີນການກັບໃຈຂອງກະສັດແຫ່ງເມືອງນີນາເວ”](https://lo.kingdomsalvation.org/videos/praised-repentance-of-king-of-nineveh-video.html) - “ແລະ ໂຢນາກໍເລີ່ມເຂົ້າໄປໃນເມືອງນັ້ນໂດຍເດີນທາງມື້ດຽວ ແລະ ລາວຮ້ອງໄຫ້ຂຶ້ນ ແລະ ເວົ້າວ່າ ໃນເວລາສີ່ສິບມື້ນີນາເວຈະຖືກໂຄ່ນລົ້ມ”. ນີ້ແມ່ນຂໍ້ຄວາມທີ່ພຣະເຈົ້າສົ່ງໃຫ້ກັບໂຢນາໂດຍກົງເພື່ອບອກຊາວນີນາເວ, ສະນັ້ນ ແນ່ນອນ ພຣະທໍາເຫຼົ່ານີ້ຈຶ່ງເປັນພຣະທໍາທີ່ພຣະເຈົ້າປາຖະໜາຢາກຈະກ່າວຕໍ່ຊາວນີນາເວ. (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ) ເມື່ອກະສັດນີນາເວໄດ້ຍິນເຖິງຂ່າວນີ້ ເພິ່ນຈຶ່ງລຸກຂຶ້ນຈາກບັນລັງຂອງເພິ່ນ ແກ້ເສື້ອຄຸມຂອງເພິ່ນອອກ ນຸ່ງຜ້າກະສອບ ແລະ ນັ່ງເທິງຂີ້ເຖົ້າ. ແກ້ເສື້ອຄຸມຂອງເພິ່ນອອກ ນຸ່ງຜ້າກະສອບ ແລະ ນັ່ງເທິງຂີ້ເຖົ້າ. ແລ້ວເພິ່ນກໍປະກາດວ່າ ບໍ່ມີຜູ້ໃດໃນເມືອງ ຈະໄດ້ຮັບອະນຸຍາດໃຫ້ຊີມຫຍັງກໍຕາມ ມະນຸດ ແລະ ສັດລ້ຽງຕ້ອງນຸ່ງຜ້າກະສອບເຊັ່ນກັນ ແລະ ຜູ້ຄົນຕ້ອງອ້ອນວອນຫາພຣະເຈົ້າຢ່າງຈິງຈັງ. ກະສັດຍັງປະກາດວ່າ ພວກເຂົາທຸກຄົນຈະຫັນຈາກວິທີທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ເມື່ອຕັດສິນຈາກການກະທຳເຫຼົ່ານີ້ ກະສັດແຫ່ງເມືອງນີນາເວ ໄດ້ກັບໃຈຢ່າງແທ້ຈິງໃນຫົວໃຈຂອງເພິ່ນ. ຜ່ານການກະທຳເຫຼົ່ານີ້ ກະສັດແຫ່ງເມືອງນີນາເວໄດ້ສຳເລັດຕາມສິ່ງທີ່ ຜູ້ປົກຄອງຄວນເຮັດຢ່າງແທ້ຈິງ. ການກະທຳຂອງເພິ່ນແມ່ນສິ່ງທີ່ຍາກທີ່ ຈະໃຫ້ກະສັດຄົນໃດໜຶ່ງໃນປະຫວັດສາດມະນຸດບັນລຸໄດ້ ແລະ ແນ່ນອນ ບໍ່ມີກະສັດຄົນໃດທີ່ບັນລຸສິ່ງເຫຼົ່ານີ້ໄດ້. ການກະທຳເຫຼົ່ານີ້ສາມາດເອີ້ນໄດ້ວ່າ ບໍ່ເຄີຍມີມາກ່ອນໃນປະຫວັດສາດມະນຸດ ແລະ ພວກມັນກໍສົມຄວນຈາລຶກເປັນທັງອະນຸສອນ ແລະ
- [ເພງຄຣິດສະຕຽນ “ພຣະເຈົ້າປົກຄອງເໜືອທຸກສິ່ງແນວໃດ”](https://lo.kingdomsalvation.org/videos/how-God-rules-over-all-things-video.html) - ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້ ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ໂດຍການປະຕິບັດບົດບາດຂອງເຈົ້າໃນແຜນການຂອງພຣະເຈົ້າ ແລະ ໃນການກຳນົດໄວ້ລ່ວງໜ້າຂອງພຣະອົງ ເຈົ້າກໍເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້ ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນ ຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນ ຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້ ຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້ ຄຸ້ມຄອງຈັກກະວານ ຊີ້ນຳກົດລະບຽບຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການ ບຳລຸງຢ່າງງ່ຽບໆ ແລະ ໂດຍບໍ່ຮູ້ຕົວ ຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊິວິດ ຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່ ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ
- [ເພງຄຣິດສະຕຽນ “ພຣະເຈົ້າຢູ່ໃນສະຫວັນ ແລະ ຍັງຢູ່ເທິງແຜ່ນດິນໂລກ”](https://lo.kingdomsalvation.org/videos/God-is-in-heaven-and-on-earth-video.html) - ເທິງແຜ່ນດິນໂລກ, ພຣະເຈົ້າເປັນພຣະເຈົ້າແຫ່ງຄວາມເປັນຈິງ ທີ່ຢູ່ໃນຫົວໃຈຂອງມະນຸດ ໃນສະຫວັນ, ພຣະອົງເປັນເຈົ້ານາຍຂອງສັບພະສິ່ງທັງປວງ. ພຣະເຈົ້າໄດ້ປີນພູເຂົາ ແລະ ລຸຍຂ້າມແມ່ນໍ້າ ແລະ ພຣະອົງຍັງເລື່ອນລອຍເຂົ້າ ແລະ ອອກທ່າມກາງມະນຸດ. ແມ່ນໃຜກ້າຕໍ່ຕ້ານພຣະເຈົ້າແຫ່ງຄວາມເປັນຈິງ ຢ່າງເປີດເຜີຍແດ່? ແມ່ນໃຜກ້າໜີໄປຈາກອຳນາດ ການປົກຄອງຂອງອົງຊົງລິດທານຸພາບສູງສຸດ? ແມ່ນໃຜກ້າຢືນຢັນວ່າພຣະເຈົ້າຢູ່ໃນສະຫວັນ ໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວເລີຍ? ຍິ່ງໄປກວ່ານັ້ນ, ແມ່ນໃຜກ້າຢືນຢັນວ່າ ພຣະເຈົ້າໂຕ້ແຍ່ງບໍ່ໄດ້ຢູ່ແຜ່ນດີນໂລກ? ບໍ່ມີໃຜໃນມະນຸດຊາດທີ່ສາມາດກ່າວເຖິງສະຖານທີ່ທຸກແຫ່ງ ທີ່ພຣະເຈົ້າອາໄສເປັນລາຍລະອຽດໄດ້. ເປັນໄປໄດ້ບໍວ່າ ເມື່ອພຣະເຈົ້າຢູ່ໃນສະຫວັນ ແລ້ວພຣະອົງກໍເປັນພຣະເຈົ້າທີ່ຢູ່ເໜືອທຳມະຊາດ? ເປັນໄປໄດ້ບໍວ່າ ເມື່ອພຣະເຈົ້າຢູ່ເທິງແຜ່ນດິນໂລກ ພຣະອົງກໍເປັນພຣະເຈົ້າແຫ່ງຄວາມເປັນຈິງ? ແນ່ນອນຢູ່ແລ້ວວ່າ ການທີ່ພຣະເຈົ້າເປັນພຣະເຈົ້າທີ່ແທ້ຈິງ ຫຼື ບໍ່ນັ້ນ ແມ່ນບໍ່ສາມາດຖືກກໍານົດໂດຍການທີ່ພຣະອົງ ເປັນຜູ້ປົກຄອງຂອງສັບພະສິ່ງທັງປວງ ຫຼື ຄວາມຈິງທີ່ວ່າ ພຣະອົງປະສົບກັບຄວາມທົນທຸກຂອງໂລກມະນຸດ ມັນສາມາດເປັນໄປໄດ້ບໍ? ພຣະເຈົ້າຢູ່ໃນສະຫວັນ; ພຣະອົງຍັງຢູ່ເທິງແຜ່ນດິນໂລກ ພຣະອົງຢູ່ທ່າມກາງບັນດາສັບພະສິ່ງທັງປວງ ແລະ ຍັງຢູ່ທ່າມກາງຄົນຈຳນວນຫຼວງຫຼາຍ. ມະນຸດສາມາດສຳຜັດພຣະເຈົ້າໃນແຕ່ລະມື້ ຍິ່ງໄປກວ່ານັ້ນ ເຂົາສາມາດເຫັນພຣະອົງໃນແຕ່ລະມື້. (ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)
- [ເພງຄຣິດສະຕຽນ “ຈົ່ງລຸກຂຶ້ນ, ຮ່ວມມືກັບພຣະເຈົ້າ”](https://lo.kingdomsalvation.org/videos/rise-up-cooperate-with-God-video.html) - ເຊິ່ງແມ່ນກຸ່ມຄົນທີ່ຖືກພຣະເຈົ້າຮັບເອົາໃນຍຸກສຸດທ້າຍ. ພວກເຈົ້າບໍ່ຮູ້ສຶກວ່າໄດ້ຮັບພອນບໍ? ພວກເຈົ້າບໍ່ຮູ້ສຶກວ່າໄດ້ຮັບພອນບໍ? ພຣະເຈົ້າຮັກທຸກຄົນທີ່ເສຍສະຫຼະຕົວເອງເພື່ອພຣະອົງ ແລະ ອຸທິດຕົນເພື່ອພຣະອົງຢ່າງຈິງໃຈ. ພຣະເຈົ້າກຽດຊັງທຸກຄົນທີ່ເກີດຈາກພຣະອົງ ແຕ່ບໍ່ຮູ້ຈັກພຣະອົງ ແລະ ເຖິງກັບຕໍ່ຕ້ານພຣະອົງ. ພຣະເຈົ້າຈະບໍ່ປະຖິ້ມຜູ້ໃດກໍຕາມທີ່ມີຄວາມຈິງໃຈກັບພຣະອົງ ກົງກັນຂ້າມ, ພຣະອົງຈະປະທານພອນໃຫ້ຄົນໆນັ້ນເປັນສອງເທົ່າ. ພຣະເຈົ້າຈະລົງໂທດບັນດາຜູ້ທີ່ເນລະຄຸນ ແລະ ລະເມີດຄວາມເມດຕາຂອງພຣະອົງເປັນສອງເທົ່າ ແລະ ພຣະອົງຈະບໍ່ປ່ອຍພວກເຂົາໄປຢ່າງງ່າຍດາຍ. ຈົ່ງລຸກຂຶ້ນ ແລະ ຮ່ວມມືກັບພຣະເຈົ້າ! ແນ່ນອນ ພຣະອົງຈະບໍ່ປະຕິບັດຢ່າງບໍ່ຍຸຕິທຳ ຕໍ່ຜູ້ທີ່ເສຍສະຫຼະຕົວເອງເພື່ອພຣະອົງຢ່າງຈິງໃຈ. ສ່ວນບັນດາຜູ້ທີ່ອຸທິດຕົວເອງເພື່ອພຣະເຈົ້າຢ່າງຈິງຈັງນັ້ນ ພຣະອົງຈະປະທານພອນທັງໝົດຂອງພຣະອົງໃຫ້ແກ່ເຈົ້າ. ຈົ່ງຖວາຍຕົນເອງໃຫ້ກັບພຣະເຈົ້າຢ່າງສິ້ນເຊີງ! ສິ່ງທີ່ເຈົ້າກິນ, ສິ່ງທີ່ເຈົ້ານຸ່ງຫົ່ມ ແລະ ອະນາຄົດຂອງເຈົ້າລ້ວນຢູ່ໃນມືຂອງພຣະອົງ ພຣະອົງຈະຈັດແຈງທຸກສິ່ງຢ່າງເໝາະສົມ ເພື່ອວ່າເຈົ້າຈະສາມາດມີຄວາມສຸກຢ່າງບໍ່ສິ້ນສຸດ ເຊິ່ງເຈົ້າຈະບໍ່ມີວັນໃຊ້ໝົດຈັກເທື່ອ. ນີ້ກໍຍ້ອນເຮົາໄດ້ກ່າວໄວ້ວ່າ “ສຳລັບຄົນທີ່ເສຍສະຫຼະເພື່ອເຮົາຢ່າງຈິງໃຈ ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ”. ພອນທັງໝົດຈະມາສູ່ທຸກຄົນທີ່ ເສຍສະຫຼະຕົວເອງເພື່ອພຣະເຈົ້າຢ່າງຈິງໃຈ. ພຣະເຈົ້າຮັກທຸກຄົນທີ່ເສຍສະຫຼະຕົວເອງເພື່ອພຣະອົງ ແລະ ອຸທິດຕົນເພື່ອພຣະອົງຢ່າງຈິງໃຈ. ພຣະເຈົ້າກຽດຊັງທຸກຄົນທີ່ເກີດຈາກພຣະອົງ ແຕ່ບໍ່ຮູ້ຈັກພຣະອົງ ແລະ ເຖິງກັບຕໍ່ຕ້ານພຣະອົງ. ພຣະເຈົ້າຈະບໍ່ປະຖິ້ມຜູ້ໃດກໍຕາມທີ່ມີຄວາມຈິງໃຈກັບພຣະອົງ ກົງກັນຂ້າມ, ພຣະອົງຈະປະທານພອນໃຫ້ຄົນໆນັ້ນເປັນສອງເທົ່າ. ພຣະເຈົ້າຈະລົງໂທດບັນດາຜູ້ທີ່ເນລະຄຸນ ແລະ ລະເມີດຄວາມເມດຕາຂອງພຣະອົງເປັນສອງເທົ່າ ແລະ ພຣະອົງຈະບໍ່ປ່ອຍພວກເຂົາໄປຢ່າງງ່າຍດາຍ. ຈົ່ງລຸກຂຶ້ນ
- [ເພງຄຣິດສະຕຽນ “ເວລາ”](https://lo.kingdomsalvation.org/videos/time-video.html) - ຈິດວິນຍານທີ່ໂດດດ່ຽວໄດ້ເດີນທາງມາທີ່ນີ້ຈາກທາງໄກ. ເພື່ອຄົ້ນຫາອະດີດ, ສືບຫາອະນາຄົດ ມັນເຮັດວຽກຢ່າງໜັກ, ເພື່ອສະແຫວງຄວາມຝັນ. ມັນເຮັດວຽກຢ່າງໜັກ, ເພື່ອສະແຫວງຄວາມຝັນ. ມັນບໍ່ຮູ້ວ່າມັນມາຈາກໃສ ຫຼື ມັນກຳລັງຈະໄປໃສ. ເກີດມາດ້ວຍນໍ້າຕາ, ຫາຍໄປໃນຄວາມໂສກເສົ້າ ເກີດມາດ້ວຍນໍ້າຕາ, ຫາຍໄປໃນຄວາມໂສກເສົ້າ ມັນດີ້ນຮົນ ເຖິງແມ່ນວ່າຈະຖືກຢຽບໃຫ້ຢູ່ໃຕ້ຕີນ. ການມາຂອງພຣະອົງສິ້ນສຸດຊີວິດທີ່ລຳບາກ ຊີວິດທີ່ລ່ອງລອຍໄປມາ. ຂ້ານ້ອຍເຫັນເຖິງຄວາມຫວັງ ແລະ ຕ້ອນຮັບແສງສະຫວ່າງແຫ່ງອະລຸນ. ເມື່ອຈ້ອງເບິ່ງໄກໆທີ່ເຕັມໄປດ້ວຍໝອກ ຂ້ານ້ອຍໄດ້ຫຼຽວເຫັນຮູບຮ່າງຂອງພຣະອົງ. ນັ້ນຄືລັດສະໝີຈາກໃບໜ້າຂອງພຣະອົງ. ມື້ວານ, ຂ້ານ້ອຍລ່ອງລອຍໃນຕ່າງແດນ ມື້ນີ້ ຂ້ານ້ອຍໄດ້ພົບຫົນທາງກັບເຮືອນຂອງຂ້ານ້ອຍ. ໂດຍເຕັມໄປດ້ວຍບາດແຜ, ບໍ່ມີລັກສະນະຂອງມະນຸດ ຂ້ານ້ອຍຮ້ອງຄໍ່າຄວນວ່າ ຊີວິດຂອງມະນຸດເປັນພຽງຄວາມຝັນ. ການມາຂອງພຣະອົງສິ້ນສຸດຊີວິດທີ່ລຳບາກ ຊີວິດທີ່ລ່ອງລອຍໄປມາ. ບໍ່ມີການພະເນຈອນອີກຕໍ່ໄປ, ບໍ່ມີການຫຼົງທາງອີກຕໍ່ໄປ ຂ້ານ້ອຍໄດ້ມາຮອດເຮືອນແລ້ວ. ຂ້ານ້ອຍເຫັນເສື້ອຄຸມສີຂາວຂອງພຣະອົງ ຂ້ານ້ອຍໄດ້ເຫັນລັດສະໝີຈາກໃບໜ້າຂອງພຣະອົງ. ການມາຂອງພຣະອົງສິ້ນສຸດຊີວິດທີ່ລຳບາກ ຊີວິດທີ່ລ່ອງລອຍໄປມາ. ບໍ່ມີການພະເນຈອນອີກຕໍ່ໄປ, ບໍ່ມີການຫຼົງທາງອີກຕໍ່ໄປ ຂ້ານ້ອຍໄດ້ມາຮອດເຮືອນແລ້ວ. ຂ້ານ້ອຍເຫັນເສື້ອຄຸມສີຂາວຂອງພຣະອົງ ຂ້ານ້ອຍໄດ້ເຫັນລັດສະໝີຈາກໃບໜ້າຂອງພຣະອົງ. ວົງຈອນການເກີດໃໝ່ຫຼາຍຄັ້ງ, ເວລາທີ່ລໍຖ້າຫຼາຍປີ ແລ້ວຕອນນີ້ ຜູ້ຊົງລິດທານຸພາບສູງສຸດໄດ້ມາແລ້ວ. ຈິດວິນຍານທີ່ໂດດດ່ຽວບໍ່ໂສກເສົ້າອີກຕໍ່ໄປ ມັນໄດ້ຄົ້ນພົບຫົນທາງຂອງມັນແລ້ວ. ຄວາມຝັນເປັນເວລາຫຼາຍພັນປີ. (ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ
- [ເພງຄຣິດສະຕຽນ “ທຸກສິ່ງຢູ່ໃນມືຂອງພຣະເຈົ້າ”](https://lo.kingdomsalvation.org/videos/all-things-are-in-God-s-hand-video.html) - ດັ່ງທີ່ພຣະເຈົ້າໄດ້ກ່າວມາກ່ອນໜ້ານີ້ ພຣະເຈົ້າຍຶດໝັ້ນໃນສິ່ງທີ່ພຣະອົງກ່າວ ສິ່ງທີ່ພຣະເຈົ້າຍຶດໝັ້ນ ພຣະອົງເຮັດໃຫ້ສໍາເລັດສະເໝີ ແລະ ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ບໍ່ວ່າຈະເປັນພຣະທໍາທີ່ພຣະເຈົ້າກ່າວໃນອະດີດ ຫຼື ພຣະທໍາທີ່ພຣະເຈົ້າຈະກ່າວໃນອະນາຄົດ ພຣະເຈົ້າຈະເຮັດໃຫ້ທຸກສິ່ງເປັນຈິງເທື່ອລະກ້າວ ແລະ ເຮັດໃຫ້ມະນຸດຊາດທຸກຄົນເຫັນສິ່ງດັ່ງກ່າວເປັນຈິງ. ນີ້ແມ່ນຫຼັກການທີ່ຢູ່ເບື້ອງຫຼັງພຣະທຳ ແລະ ພາລະກິດຂອງພຣະເຈົ້າ. ຈາກທຸກສິ່ງທີ່ເກີດຂຶ້ນໃນຈັກກະວານ ແມ່ນບໍ່ມີສິ່ງໃດທີ່ຈະບໍ່ມີຄໍາຕັດສິນສຸດທ້າຍຂອງພຣະເຈົ້າ. ມີສິ່ງໃດແດ່ທີ່ບໍ່ໄດ້ຢູ່ໃນກໍາມືຂອງພຣະເຈົ້າ? ທຸກສິ່ງທີ່ພຣະເຈົ້າເວົ້າໄປແມ່ນຖືກເຮັດໃຫ້ສໍາເລັດ ແລະ ໃນທ່າມກາງມະນຸດ ມີໃຜບໍທີ່ສາມາດປ່ຽນແປງຄວາມຄິດຂອງພຣະເຈົ້າໄດ້? ມັນອາດຈະແມ່ນສັນຍາທີ່ພຣະເຈົ້າສ້າງຂຶ້ນເທິງແຜ່ນດິນໂລກບໍ? ບໍ່ມີຫຍັງສາມາດຂັດຂວາງແຜນການ ຂອງພຣະເຈົ້າໃຫ້ກ້າວໄປຂ້າງໜ້າ. ພຣະເຈົ້າຢູ່ໃນພາລະກິດຂອງພຣະອົງຕະຫຼອດໄປ ພ້ອມທັງຢູ່ໃນແຜນການແຫ່ງການຄຸ້ມຄອງຂອງພຣະອົງ. ໃນທ່າມກາງມະນຸດມີຜູ້ໃດແດ່ທີ່ສາມາດຍື່ນມືເຂົ້າມາແຊກແຊງ? ໃນທ່າມກາງມະນຸດມີຜູ້ໃດແດ່ທີ່ສາມາດຍື່ນມືເຂົ້າມາແຊກແຊງ? ບໍ່ແມ່ນພຣະເຈົ້າບໍທີ່ໄດ້ປັ້ນແຕ່ງສິ່ງເຫຼົ່ານີ້ດ້ວຍຕົວພຣະອົງເອງ? ໃນປັດຈຸບັນ ການເຂົ້າສູ່ໂລກນີ້ບໍ່ໄດ້ອອກຫ່າງ ຈາກແຜນການຂອງພຣະເຈົ້າ ຫຼື ນອກເໜືອສິ່ງທີ່ພຣະເຈົ້າໄດ້ທໍານາຍໄວ້ ທຸກສິ່ງລ້ວນແລ້ວແຕ່ຖືກພຣະອົງ ກຳນົດມາເປັນເວລາດົນນານແລ້ວ. ຜູ້ໃດທ່າມກາງພວກເຈົ້າທີ່ສາມາດຢັ່ງເຖິງຂັ້ນຕອນນີ້ ຂອງແຜນການຂອງພຣະເຈົ້າບໍ? ປະຊາຊົນຂອງພຣະເຈົ້າຈະຟັງສຽງຂອງພຣະອົງ ແລະ ທຸກຄົນທີ່ຮັກພຣະເຈົ້າດ້ວຍຄວາມຈິງໃຈ ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະອົງຢ່າງແນ່ນອນ ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະອົງຢ່າງແນ່ນອນ. (ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)
- [ເພງຄຣິດສະຕຽນ “ຄວາມຮັກ ແລະ ແກ່ນແທ້ຂອງພະເຈົ້າແມ່ນບໍ່ເຫັນແກ່ຕົວ”](https://lo.kingdomsalvation.org/videos/God-s-love-are-selfless-video.html) - ພຣະເຈົ້າປະທານດ້ານທີ່ດີທີ່ສຸດຂອງພຣະອົງ ແລະ ສິ່ງທີ່ດີທີ່ສຸດໃຫ້ກັບມະນຸດສະເໝີ ໃນຂະນະທີ່ແບກເອົາຄວາມທຸກທໍລະມານທັງໝົດ ໄວ້ດ້ວຍຕົວພຣະອົງເອງຢ່າງງຽບໆ. ພຣະເຈົ້າບໍ່ເຄີຍເປີດເຜີຍ ຄວາມທຸກທໍລະມານເຫຼົ່ານີ້ຢ່າງເປີດເຜີຍ. ກົງກັນຂ້າມ, ພຣະອົງອົດທົນກັບມັນ ແລະ ລໍຖ້າຢູ່ຢ່າງງຽບໆ. ຄວາມອົດທົນຂອງພຣະເຈົ້າບໍ່ໄດ້ເຢັນຊາ, ມືນຊາ ຫຼື ໄຮ້ປະໂຫຍດ ທັງບໍ່ແມ່ນສັນຍານແຫ່ງຄວາມອ່ອນແອອີກດ້ວຍ. ກົງກັນຂ້າມ, ຄວາມຮັກ ແລະ ທາດແທ້ຂອງພຣະເຈົ້າ ນັ້ນບໍ່ໄດ້ເຫັນແກ່ຕົວຢູ່ສະເໝີ. ນີ້ແມ່ນການເປີດເຜີຍແບບທຳມະຊາດຂອງທາດແທ້ ແລະ ອຸປະນິໄສຂອງພຣະອົງ ແລະ ການເປີດເຜີຍຕົວຕົນຂອງພຣະເຈົ້າ ໃນຖານະພຣະຜູ້ຊົງສ້າງທີ່ແທ້ຈິງ. ພຣະເຈົ້າປະທານດ້ານທີ່ດີທີ່ສຸດຂອງພຣະອົງ ແລະ ສິ່ງທີ່ດີທີ່ສຸດໃຫ້ກັບມະນຸດສະເໝີ ໃນຂະນະທີ່ແບກເອົາຄວາມທຸກທໍລະມານທັງໝົດ ໄວ້ດ້ວຍຕົວພຣະອົງເອງຢ່າງງຽບໆ. ພຣະເຈົ້າບໍ່ເຄີຍເປີດເຜີຍ ຄວາມທຸກທໍລະມານເຫຼົ່ານີ້ຢ່າງເປີດເຜີຍ. ກົງກັນຂ້າມ, ພຣະອົງອົດທົນກັບມັນ ແລະ ລໍຖ້າຢູ່ຢ່າງງຽບໆ. ຄວາມອົດທົນຂອງພຣະເຈົ້າບໍ່ໄດ້ເຢັນຊາ, ມືນຊາ ຫຼື ໄຮ້ປະໂຫຍດ ທັງບໍ່ແມ່ນສັນຍານແຫ່ງຄວາມອ່ອນແອອີກດ້ວຍ. ກົງກັນຂ້າມ, ຄວາມຮັກ ແລະ ທາດແທ້ຂອງພຣະເຈົ້າ ນັ້ນບໍ່ໄດ້ເຫັນແກ່ຕົວຢູ່ສະເໝີ. ນີ້ແມ່ນການເປີດເຜີຍແບບທຳມະຊາດຂອງທາດແທ້ ແລະ ອຸປະນິໄສຂອງພຣະອົງ ແລະ ການເປີດເຜີຍຕົວຕົນຂອງພຣະເຈົ້າ ໃນຖານະພຣະຜູ້ຊົງສ້າງທີ່ແທ້ຈິງ. ແລະ
- [ເພງຄຣິດສະຕຽນ “ສາກແຫ່ງຄວາມພິໂຣດຂອງພຣະເຈົ້າ”](https://lo.kingdomsalvation.org/videos/scene-of-God-s-wrath-video.html) - ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຢ່າງແຮງຂອງພຣະອົງອອກ ໂລກທັງໝົດກໍຈະປະສົບກັບໄພພິບັດ ທຸກຮູບແບບຍ້ອນຄວາມໂກດຮ້າຍນັ້ນ ເຊັ່ນ: ພູເຂົາໄຟລະເບີດ. ເມື່ອຢືນສູງຢູ່ໃນທ້ອງຟ້າ, ສາມາດເຫັນໄດ້ວ່າ ໄພພິບັດທຸກຮູບແບບຢູ່ເທິງແຜ່ນດິນໂລກ ແມ່ນເຂົ້າມາໃກ້ມະນຸດທຸກຄົນເທື່ອລະໜ້ອຍ, ແມ່ນເຂົ້າມາໃກ້ມະນຸດທຸກຄົນເທື່ອລະໜ້ອຍ. ເມື່ອແນມລົງລຸ່ມຈາກບ່ອນສູງ, ແຜ່ນດິນໂລກແມ່ນມີທິວທັດຕ່າງໆນາໆດັ່ງທິວທັດເຫຼົ່ານັ້ນ ທີ່ມີຢູ່ກ່ອນເກີດແຜ່ນດິນໄຫວ. ສາຍນໍ້າແຫ່ງໄຟໄຫຼໄປທົ່ວໂດຍບໍ່ຢຸດຢັ້ງ, ນໍ້າລາວາໄຫຼຢ່າງເປັນອິດສະຫຼະ, ພູເຂົາເຄື່ອນຍ້າຍ ແລະ ແສງເຢືອກເຢັນເຫຼື້ອມຍິບຍັບໄປທົ່ວທຸກບ່ອນ. ໂລກທັງໝົດໄດ້ຈົມລົງສູ່ກອງໄຟ. ນີ້ແມ່ນພາບຂອງການທີ່ພຣະເຈົ້າ ປ່ອຍຄວາມໂກດຮ້າຍຂອງພຣະອົງ ແລະ ມັນແມ່ນເວລາຂອງການພິພາກສາຂອງພຣະອົງ. ທຸກຄົນທີ່ເປັນເນື້ອໜັງ ແລະ ເລືອດຈະບໍ່ສາມາດໜີພົ້ນໄດ້. ສະນັ້ນ, ສົງຄາມລະຫວ່າງປະເທດຕ່າງໆ ແລະ ຄວາມຂັດແຍ້ງລະຫວ່າງຜູ້ຄົນ ກໍຈະບໍ່ມີຄວາມຈໍາເປັນໃນການທໍາລາຍໂລກທັງໝົດ; ກົງກັນຂ້າມ, ໂລກຈະ “ມີຄວາມສຸກກັບຕົວເອງ” ພາຍໃນຈຸດກໍາເກີດຂອງການຂ້ຽນຕີຂອງພຣະເຈົ້າ. ບໍ່ມີຜູ້ໃດຈະສາມາດໜີພົ້ນໄດ້; ແຕ່ລະຄົນ ແລະ ທຸກຄົນຕ້ອງຜ່ານການທໍລະມານນີ້ເທື່ອລະຄົນ. (ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)
- [ຮູບເງົາຂອງຊາວຄຣິດ | “ການສືບຄົ້ນ” ຮູບເງົາໂຄສະນາ](https://lo.kingdomsalvation.org/videos/investigation-trailer.html) - ລິວມູເຈີນ ແລະ ຜູ້ເຊື່ອໃນຄຣິສຕະຈັກຄົວເຮືອນອີກຈໍານວນໜຶ່ງ ເຫັນວ່າໄພພິບັດກຳລັງຮ້າຍແຮງຂຶ້ນເລື້ອຍໆ ແລະ ຮູ້ສຶກວ່າຖ້າພວກເຂົາບໍ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າໃນໄວໆນີ້, ພວກເຂົາຈະຕົກຢູ່ໃນຄວາມຫາຍະນະ. ພວກເຂົາກະຕືລືລົ້ນຢາກຈະຕ້ອນຮັບພຣະຜູ້ເປັນເຈົ້າ ແຕ່ສິດຍາພິບານຂອງພວກເຂົາພັດບອກພວກເຂົາວ່າ ພຣະຜູ້ເປັນເຈົ້າຈະລົງມາເທິງກ້ອນເມກຫຼັງຈາກຄວາມຫາຍະນະໃຫຍ່ ເຊິ່ງເຮັດໃຫ້ພວກເຂົາຜິດຫວັງ. ເຖິງຢ່າງໃດກໍຕາມ, ພຣະທຳຂອງອົງພຣະເຢຊູເຈົ້າທີ່ວ່າ “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ພວກເຈົ້າຈົ່ງອອກໄປພົບກັບພຣະອົງ” ໄດ້ມອບແສງສະຫວ່າງໃໝ່ໃຫ້ແກ່ພວກເຂົາ. ພວກເຂົາຕັດສິນໃຈຊອກຫາທາງອອນລາຍ ເພື່ອຊອກຫາການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຂົາຄິດບໍ່ເຖິງວ່າ ການສະແຫວງຫາ ແລະ ການສືບຄົ້ນຂອງພວກເຂົາຈະໄດ້ຮັບຜົນທີ່ໜ້າປະຫຼາດໃຈ: ພວກເຂົາໄດ້ຍິນພຣະຄຳທີ່ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກທັງຫຼາຍ ແລະ ຄວາມຈິງທັງໝົດທີ່ສະແດງອອກໂດຍພຣະວິນຍານແຫ່ງຄວາມຈິງ. ພວກເຂົາດີໃຈຢ່າງສຸດຂີດ ແລະ ຮ້ອງໄຫ້ດ້ວຍຄວາມປິຕິຍິນດີ ເພາະໃນທີ່ສຸດພວກເຂົາກໍໄດ້ຕ້ອນຮັບພຣະຜູ້ເປັນເຈົ້າທ່າມກາງຄວາມຫາຍະນະ!
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (22)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-22-part-2.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 362](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-362.html) - ວິນຍານທຸກດວງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ລ້ວນຕົກຢູ່ພາຍໃຕ້ອຳນາດຂອງຊາຕານ. ມີພຽງແຕ່ຜູ້ທີ່ເຊື່ອໃນພຣະຄຣິດເທົ່ານັ້ນ ທີ່ຖືກແຍກອອກມາ, ຊ່ວຍໃຫ້ລອດພົ້ນຈາກຄ້າຍຂອງຊາຕານ ແລະ ຖືກນໍາເຂົ້າມາສູ່ອານາຈັກໃນປັດຈຸບັນ. ຜູ້ຄົນເຫຼົ່ານີ້ບໍ່ໄດ້ດໍາລົງຊີວິດພາຍໃຕ້ອຳນາດຂອງຊາຕານອີກຕໍ່ໄປ. ເຖິງຢ່າງນັ້ນກໍຕາມ ທໍາມະຊາດຂອງມະນຸດກໍຍັງຝັງເລິກຢູ່ໃນເນື້ອໜັງຂອງມະນຸດ. ເຊິ່ງເວົ້າໄດ້ວ່າ ເຖິງແມ່ນວ່າວິນຍານຂອງພວກເຈົ້າໄດ້ຖືກຊ່ວຍໃຫ້ລອດພົ້ນ, ທໍາມະຊາດຂອງພວກເຈົ້າກໍຍັງເປັນຄືກັບທີ່ມັນເປັນໃນເມື່ອກ່ອນ ແລະ ໂອກາດທີ່ພວກເຈົ້າຈະທໍລະຍົດເຮົາກໍຍັງຄົງມີຢູ່ໜຶ່ງຮ້ອຍເປີເຊັນ. ນັ້ນກໍຄືເຫດຜົນທີ່ພາລະກິດຂອງເຮົາໃຊ້ເວລາຍາວນານຫຼາຍ ຍ້ອນວ່າ ທໍາມະຊາດຂອງພວກເຈົ້າແມ່ນປ່ຽນແປງໄດ້ຍາກ. ຕອນນີ້ ພວກເຈົ້າທຸກຄົນແມ່ນກໍາລັງຜະເຊີນກັບຄວາມລຳບາກດ້ວຍສຸດຄວາມສາມາດຂອງພວກເຈົ້າ ໃນຂະນະທີ່ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າ, ແຕ່ພວກເຈົ້າແຕ່ລະຄົນສາມາດທໍລະຍົດເຮົາໄດ້ ແລະ ກັບຄືນສູ່ອຳນາດຂອງຊາຕານ, ສູ່ຄ້າຍຂອງມັນ ແລະ ກັບໄປສູ່ຊີວິດເດີມຂອງພວກເຈົ້າ, ນີ້ແມ່ນຂໍ້ແທ້ຈິງທີ່ບໍ່ສາມາດປະຕິເສດໄດ້. ໃນເວລານັ້ນ ມັນຈະເປັນໄປບໍ່ໄດ້ທີ່ພວກເຈົ້າຈະສະແດງຄວາມເປັນມະນຸດ ຫຼື ຄວາມເໝືອນມະນຸດແມ່ນແຕ່ໜ້ອຍດຽວ ດັ່ງທີ່ພວກເຈົ້າເຮັດໃນປັດຈຸບັນ. ໃນກໍລະນີທີ່ຮ້າຍແຮງ ພວກເຈົ້າຈະຖືກທໍາລາຍ ແລະ ຍິ່ງໄປກວ່ານັ້ນ ກໍຈະຖືກພາໂຕໄປຮັບການລົງໂທດຊົ່ວນິລັນ, ຖືກລົງໂທດຢ່າງຮຸນແຮງ, ບໍ່ໄດ້ເກີດໃໝ່ອີກຈັກເທື່ອ. ນີ້ແມ່ນບັນຫາທີ່ຖືກວາງຢູ່ຕໍ່ໜ້າພວກເຈົ້າ. ເຮົາກໍາລັງເຕືອນພວກເຈົ້າດ້ວຍວິທີນີ້: ຢ່າງທີໜຶ່ງ, ເພື່ອວ່າພາລະກິດຂອງເຮົາຈະບໍ່ສູນເປົ່າ ແລະ ຢ່າງທີສອງ ແມ່ນເພື່ອວ່າພວກເຈົ້າທຸກຄົນອາດດໍາລົງຊີວິດໃນມື້ແຫ່ງແສງສະຫວ່າງ. ໃນຄວາມເປັນຈິງແລ້ວ, ເລື່ອງທີ່ ບໍ່ວ່າພາລະກິດຂອງເຮົາສູນເປົ່າ ຫຼື ບໍ່ນັ້ນບໍ່ແມ່ນບັນຫາທີ່ສຳຄັນ. ສິ່ງທີ່ສໍາຄັນແມ່ນພວກເຈົ້າສາມາດມີຊີວິດທີ່ມີຄວາມສຸກ ແລະ ອະນາຄົດທີ່ສົດໃສ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 361](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-361.html) - ທໍາມະຊາດຂອງມະນຸດແມ່ນຂ້ອນຂ້າງແຕກຕ່າງຈາກແກ່ນແທ້ຂອງເຮົາ, ຍ້ອນທໍາມະຊາດທີ່ເສື່ອມຊາມຂອງມະນຸດແມ່ນເກີດມາຈາກຊາຕານທັງສິ້ນ; ທໍາມະຊາດຂອງມະນຸດໄດ້ຖືກຊາຕານແປຮູບ ແລະ ເຮັດໃຫ້ເສື່ອມຊາມ. ນັ້ນກໍຄື ມະນຸດດຳລົງຊີວິດພາຍໃຕ້ອິດທິພົນຂອງຄວາມຊົ່ວຮ້າຍ ແລະ ຄວາມຂີ້ຮ້າຍຂອງຊາຕານ. ມະນຸດບໍ່ໄດ້ເຕີບໃຫຍ່ຢູ່ໂລກແຫ່ງຄວາມຈິງ ຫຼື ສະພາບແວດລ້ອມທີ່ບໍລິສຸດ ແລະ ແຮງໄກທີ່ມະນຸດຈະດຳລົງຊີວິດໃນແສງສະຫວ່າງ. ດັ່ງນັ້ນ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຜູ້ໃດຜູ້ໜຶ່ງຈະມີຄວາມຈິງພາຍໃນທໍາມະຊາດຂອງພວກເຂົາຕັ້ງແຕ່ຊ່ວງເວລາທີ່ເກີດມາ ແລະ ແຮງໄກທີ່ຜູ້ໃດຜູ້ໜຶ່ງຈະເກີດມາພ້ອມກັບແກ່ນແທ້ທີ່ຢໍາເກງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ໃນທາງກົງກັນຂ້າມ ຜູ້ຄົນມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ, ກະບົດຕໍ່ພຣະເຈົ້າ ແລະ ບໍ່ມີຄວາມຮັກສຳລັບຄວາມຈິງ. ທໍາມະຊາດນີ້ແມ່ນບັນຫາທີ່ເຮົາຕ້ອງການສົນທະນາ ນັ້ນກໍຄື ການທໍລະຍົດ. ການທໍລະຍົດແມ່ນແຫຼ່ງທີ່ມາຂອງການທີ່ແຕ່ລະຄົນຕໍ່ຕ້ານພຣະເຈົ້າ. ນີ້ແມ່ນບັນຫາທີ່ມີຢູ່ໃນມະນຸດເທົ່ານັ້ນ ແລະ ບໍ່ໄດ້ມີຢູ່ໃນຕົວເຮົາ. ບາງຄົນຈະຖາມວ່າ: ຍ້ອນມະນຸດທຸກຄົນດໍາລົງຊີວິດໃນໂລກດັ່ງທີ່ພຣະຄຣິດດຳລົງຢູ່, ເປັນຫຍັງມະນຸດທຸກຄົນຈຶ່ງມີທໍາມະຊາດທີ່ທໍລະຍົດພຣະເຈົ້າ ແຕ່ພຣະຄຣິດບໍ່ມີ? ນີ້ແມ່ນບັນຫາທີ່ຕ້ອງໄດ້ອະທິບາຍໃຫ້ແກ່ພວກເຈົ້າຢ່າງຊັດເຈນ. ພື້ນຖານການເປັນຢູ່ຂອງມະນຸດຊາດ ແມ່ນການກັບມາເກີດໃໝ່ຂອງວິນຍານຊໍ້າໄປຊໍ້າມາ. ເວົ້າອີກແບບໜຶ່ງກໍຄື ແຕ່ລະຄົນແມ່ນໄດ້ຮັບຊີວິດມະນຸດເປັນເນື້ອໜັງ ເມື່ອວິນຍານຂອງພວກເຂົາໄດ້ກັບມາເກີດໃໝ່. ຫຼັງຈາກທີ່ຮ່າງກາຍຂອງບຸກຄົນໜຶ່ງເກີດມາ, ຊີວິດນັ້ນແມ່ນສືບຕໍ່ຈົນເນື້ອໜັງໄປເຖິງຂອບເຂດຂອງມັນໃນທີ່ສຸດ ເຊິ່ງກໍຄືຊ່ວງເວລາສຸດທ້າຍ ເມື່ອວິນຍານອອກຈາກເປືອກນອກຂອງມັນ. ຂະບວນການນີ້ແມ່ນເກີດຂຶ້ນຊໍ້າແລ້ວຊໍ້າອີກ ໂດຍທີ່ວິນຍານຂອງບຸກຄົນໃດໜຶ່ງມາ ແລະ ໄປຄັ້ງແລ້ວຄັ້ງເລົ່າ ແລະ ດ້ວຍເຫດນັ້ນ ການເປັນຢູ່ຂອງມະນຸດຊາດຈຶ່ງຖືກຮັກສາ. ຊີວິດຂອງເນື້ອໜັງຍັງເປັນຊີວິດຂອງວິນຍານຂອງມະນຸດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 281](https://lo.kingdomsalvation.org/videos/exposing-religious-notions-excerpt-281.html) - ພຣະເຈົ້າ ແລະ ມະນຸດບໍ່ສາມາດເວົ້າເຖິງໃນຮູບແບບເທົ່າທຽມກັນໄດ້. ແກ່ນແທ້ຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ທີ່ສຸດ ແລະ ຍາກທີ່ມະນຸດຈະເຂົ້າໃຈ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທໍາທ່າມກາງມະນຸດຊາດດ້ວຍຕົວພຣະອົງເອງ, ແລ້ວບໍ່ວ່າແນວໃດກໍຕາມ ມະນຸດກໍຈະບໍ່ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້. ສະນັ້ນ ແມ່ນແຕ່ຜູ້ທີ່ອຸທິດຊີວິດທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະອົງໄດ້. ຖ້າພຣະເຈົ້າບໍ່ເລີ່ມປະຕິບັດພາລະກິດ, ແລ້ວບໍ່ວ່າມະນຸດຈະເຮັດດີປານໃດກໍຕາມ ມັນກໍຈະບໍ່ເກີດຜົນປະໂຫຍດຫຍັງເລີຍ, ເພາະວ່າ ແນວຄວາມຄິດຂອງພຣະເຈົ້າຈະສູງສົ່ງກວ່າແນວຄວາມຄິດຂອງມະນຸດສະເໝີ ແລະ ສະຕິປັນຍາຂອງພຣະເຈົ້າກໍເປັນສິ່ງທີ່ບຸກຄົນໃດກໍບໍ່ສາມາດຢັ່ງເຖິງໄດ້. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ “ເຂົ້າໃຈຢ່າງເຕັມປ່ຽມ” ໃນພຣະເຈົ້າ ແລະ ພາລະກິດຂອງພຣະອົງແມ່ນພວກບໍ່ມີຄວາມສາມາດ; ພວກເຂົາທຸກຄົນອວດດີ ແລະ ບໍ່ມີຄວາມຮູ້ຫຍັງ. ມະນຸດບໍ່ຄວນນິຍາມພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດນິຍາມພາລະກິດຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ ມະນຸດແມ່ນນ້ອຍກວ່າໂຕມົດ, ສະນັ້ນ ມະນຸດຈະສາມາດເຂົ້າໃຈພາລະກິດຂອງພຣະເຈົ້າໄດ້ແນວໃດ? ຜູ້ທີ່ມັກເວົ້າວ່າ: “ພຣະເຈົ້າບໍ່ໄດ້ເຮັດແບບນີ້ ຫຼື ແບບນັ້ນ” ຫຼື “ພຣະເຈົ້າເປັນແບບນີ້ ຫຼື ແບບນັ້ນ” ພວກເຂົາເຫຼົ່ານີ້ບໍ່ເວົ້າຢ່າງໂອຫັງບໍ? ພວກເຮົາທຸກຄົນຄວນຮູ້ວ່າ ມະນຸດທີ່ເປັນຂອງເນື້ອໜັງແມ່ນລ້ວນແຕ່ຖືກເສື່ອມຊາມໂດຍຊາຕານ. ທໍາມະຊາດແທ້ຂອງມະນຸດຊາດແມ່ນການຕໍ່ຕ້ານພຣະເຈົ້າ. ມະນຸດຊາດບໍ່ສາມາດຢູ່ໃນລະດັບເທົ່າທຽມກັບພຣະເຈົ້າ, ແຮງໄກທີ່ມະນຸດຊາດຈະຫວັງສາມາດແນະນໍາພາລະກິດຂອງພຣະເຈົ້າໄດ້. ແຕ່ສຳລັບວິທີທີ່ພຣະເຈົ້ານໍາພາມະນຸດ, ນີ້ແມ່ນພາລະກິດຂອງພຣະເຈົ້າເອງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 272](https://lo.kingdomsalvation.org/videos/mysteries-about-the-bible-excerpt-272.html) - ໃນປັດຈຸບັນ, ຜູ້ຄົນເຊື່ອວ່າ ພຣະຄຳພີຄືພຣະເຈົ້າ ແລະ ພຣະເຈົ້າກໍຄືພຣະຄຳພີ. ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າ ພຣະທຳທຸກຂໍ້ທີ່ຢູ່ໃນພຣະຄຳພີກໍຄືພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ເທົ່ານັ້ນ ແລະ ພຣະທໍາທັງໝົດເຫຼົ່ານັ້ນແມ່ນຖືກກ່າວໂດຍພຣະອົງ. ທຸກຄົນທີ່ເຊື່ອພຣະເຈົ້າຍິ່ງຄິດວ່າ ເຖິງແມ່ນ ໜັງສືຫົກສິບຫົກເຫຼັ້ມໃນພຣະສັນຍາເດີມ ແລະ ໃໝ່ໄດ້ຖືກຂຽນຂຶ້ນໂດຍມະນຸດ, ແຕ່ພວກມັນແມ່ນໄດ້ຮັບການດົນບັນດານໃຈຈາກພຣະເຈົ້າ ແລະ ເປັນການບັນທຶກເຖິງຖ້ອຍຄໍາຂອງພຣະວິນຍານບໍລິສຸດ. ນີ້ແມ່ນການເຂົ້າໃຈທີ່ບິດເບືອນຂອງມະນຸດ ແລະ ມັນບໍ່ສອດຄ່ອງຢ່າງສິ້ນເຊີງກັບຄວາມຈິງ. ຄວາມຈິງແລ້ວ ນອກຈາກໜັງສືແຫ່ງການທຳນາຍ, ພຣະສັນຍາເດີມສ່ວນໃຫຍ່ແມ່ນການບັນທຶກທາງປະຫວັດສາດ. ຈົດໝາຍໃນພຣະສັນຍາໃໝ່ບາງສະບັບກໍມາຈາກປະສົບການຂອງມະນຸດ ແລະ ບາງສະບັບກໍມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ; ຕົວຢ່າງ ຈົດໝາຍຂອງໂປໂລເກີດຈາກວຽກງານຂອງມະນຸດ, ທຸກຂໍ້ຄວາມທັງໝົດແມ່ນເປັນຜົນມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ຖືກຂຽນຂຶ້ນເພື່ອຄຣິສຕະຈັກ ແລະ ເປັນຖ້ອຍຄຳແຫ່ງການຕັກເຕືອນ ແລະ ການຊູໃຈສຳລັບອ້າຍເອື້ອຍນ້ອງໃນຄຣິສຕະຈັກ. ພວກມັນບໍ່ແມ່ນພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວໄວ້ ເພາະໂປໂລບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້ ແລະ ເພິ່ນກໍບໍ່ໄດ້ເປັນຜູ້ປະກາດພຣະທຳ ແລ້ວແຮງໄກທີ່ເພິ່ນຈະເຫັນນິມິດທີ່ໂຢຮັນໄດ້ເຫັນ. ຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບຄຣິສຕະຈັກເອເຟໂຊ, ໂກຣິນໂທ, ກາລາເຕຍ ແລະ ຄຣິສຕະຈັກອື່ນໆໃນເວລານັ້ນ. ດ້ວຍເຫດນັ້ນ ຈົດໝາຍຂອງໂປໂລໃນພຣະສັນຍາໃໝ່ຈຶ່ງເປັນຈົດໝາຍທີ່ໂປໂລຂຽນຂຶ້ນສຳລັບຄຣິສຕະຈັກ ແລະ ບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ ທັງພວກມັນບໍ່ແມ່ນຖ້ອຍຄຳຂອງພຣະວິນຍານບໍລິສຸດໂດຍກົງ. ພວກມັນເປັນພຽງຄຳເວົ້າແຫ່ງການຕັກເຕືອນ, ການປອບໃຈ ແລະ ຊູໃຈທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກໃນລະຫວ່າງຊ່ວງເວລາຂອງພາລະກິດຂອງເພິ່ນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 251](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-251.html) - ພຣະເຈົ້າໄດ້ຖ່ອມຕົວລົງມາຢູ່ໃນລະດັບໃດໜຶ່ງ ເພື່ອປະຕິບັດພາລະກິດຂອງພຣະອົງໃນຄົນທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານີ້ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ສົມບູນ. ພຣະເຈົ້າບໍ່ໄດ້ພຽງແຕ່ບັງເກີດເປັນເນື້ອໜັງເພື່ອໃຊ້ຊີວິດ ແລະ ກິນຢູ່ທ່າມກາງຜູ້ຄົນ, ເພື່ອນຳພາຜູ້ຄົນ ແລະ ເພື່ອສະໜອງສິ່ງທີ່ຄົນຕ້ອງການເທົ່ານັ້ນ. ສຳຄັນໄປກວ່ານັ້ນກໍຄື ພຣະອົງປະຕິບັດພາລະກິດອັນໃຫຍ່ຫຼວງແຫ່ງການລອດພົ້ນຂອງພຣະອົງ ແລະ ເອົາຊະນະຄົນເສື່ອມຊາມທີ່ເຫຼືອທົນເຫຼົ່ານີ້. ພຣະອົງໄດ້ລົງມາຢູ່ໃນຫົວໃຈຂອງມັງກອນແດງທີ່ຍິ່ງໃຫຍ່ເພື່ອຊ່ວຍຄົນເສື່ອມຊາມເຫຼົ່ານີ້ໃຫ້ລອດພົ້ນ, ເພື່ອວ່າທຸກຄົນອາດຖືກປ່ຽນແປງ ແລະ ຖືກສ້າງຂຶ້ນໃໝ່. ຄວາມທົນທຸກອັນຍິ່ງໃຫຍ່ທີ່ພຣະເຈົ້າທົນທຸກນັ້ນບໍ່ແມ່ນມີແຕ່ຄວາມທົນທຸກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດທົນທຸກເທົ່ານັ້ນ, ແຕ່ແທ້ຈິງແລ້ວແມ່ນພຣະວິນຍານຂອງພຣະເຈົ້າທີ່ທົນທຸກກັບການອັບອາຍຢ່າງໜັກ, ພຣະອົງຖ່ອມຕົນ ແລະ ປິດບັງຕົວເອງຫຼາຍ ຈົນວ່າພຣະອົງກາຍມາເປັນຄົນທຳມະດາຄົນໜຶ່ງ. ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ຮັບເອົາຮູບຮ່າງຂອງເນື້ອໜັງ ເພື່ອວ່າຜູ້ຄົນຈະໄດ້ເຫັນວ່າພຣະອົງມີຊີວິດແບບມະນຸດທຳມະດາຄົນໜຶ່ງ ແລະ ມີຄວາມຕ້ອງການຄືມະນຸດທົ່ວໄປ. ນີ້ແມ່ນພຽງພໍທີ່ຈະພິສູດວ່າພຣະເຈົ້າໄດ້ຖ່ອມຕົວພຣະອົງລົງຢູ່ໃນຂັ້ນໃດໜຶ່ງ. ພຣະວິນຍານຂອງພຣະເຈົ້າກໍກາຍເປັນຈິງໃນເນື້ອໜັງ. ພຣະວິນຍານຂອງພຣະອົງນັ້ນສູງສົ່ງ ແລະ ຍິ່ງໃຫຍ່ຫຼາຍ, ແຕ່ພຣະອົງໃຊ້ຮູບຮ່າງຂອງມະນຸດທົ່ວໄປຄົນໜຶ່ງ ເຊິ່ງເປັນມະນຸດທີ່ບໍ່ມີຄວາມສໍາຄັນຫຍັງເພື່ອປະຕິບັດພາລະກິດຂອງພຣະວິນຍານຂອງພຣະອົງ. ໃນດ້ານຄວາມສາມາດ, ຄວາມເຂົ້າໃຈຢ່າງເລິກເຊິ່ງ, ເຫດຜົນ, ຄວາມເປັນມະນຸດ ແລະ ຊີວິດຂອງພວກເຈົ້າແຕ່ລະຄົນ, ພວກເຈົ້າບໍ່ຄູ່ຄວນແທ້ໆທີ່ຈະຮັບເອົາພາລະກິດແບບນີ້ຂອງພຣະເຈົ້າ ແລະ ພວກເຈົ້າບໍ່ຄູ່ຄວນທີ່ຈະໃຫ້ພຣະເຈົ້າທົນທຸກກັບຄວາມທົນທຸກເຊັ່ນນັ້ນເພື່ອພວກເຈົ້າ. ພຣະເຈົ້າຍິ່ງໃຫຍ່ຫຼາຍ. ພຣະອົງມີລິດທານຸພາບສູງສຸດຫຼາຍ ແລະ ຜູ້ຄົນນັ້ນແມ່ນຕ່ຳຕ້ອຍຫຼາຍ, ແຕ່ພຣະອົງກໍຍັງປະຕິບັດໃນຕົວພວກເຂົາ. ພຣະອົງບໍ່ໄດ້ບັງເກີດເປັນມະນຸດເພື່ອພຽງສະໜອງໃຫ້ແກ່ຜູ້ຄົນ, ເພື່ອກ່າວກັບຜູ້ຄົນເທົ່ານັ້ນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 24](https://lo.kingdomsalvation.org/videos/three-stages-of-work-excerpt-0024.html) - ຫຼັງຈາກພາລະກິດຂອງພຣະເຢໂຮວາ, ພຣະເຢຊູໄດ້ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ພາລະກິດຂອງພຣະອົງບໍ່ໄດ້ດໍາເນີນການຢ່າງໂດດດ່ຽວ ແຕ່ຖືກສ້າງຂຶ້ນບົນພາລະກິດຂອງພຣະເຢໂຮວາ. ມັນຄືພາລະກິດສໍາລັບຍຸກໃໝ່ທີ່ພຣະເຈົ້າໄດ້ປະຕິບັດ ຫຼັງຈາກທີ່ພຣະອົງໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ. ເຊັ່ນດຽວກັນ ຫຼັງຈາກພາລະກິດຂອງພຣະເຢໂຮວາສິ້ນສຸດລົງ, ພຣະເຈົ້າກໍສືບຕໍ່ພາລະກິດຂອງພຣະອົງສຳລັບຍຸກຕໍ່ໄປ ຍ້ອນວ່າການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນກ້າວໄປທາງໜ້າຢູ່ເລື້ອຍໆ. ເມື່ອຍຸກເກົ່າຜ່ານໄປ ມັນກໍຈະຖືກແທນທີ່ໂດຍຍຸກໃໝ່ ແລະ ຫຼັງຈາກທີ່ພາລະກິດເກົ່າໄດ້ສໍາເລັດລົງ ກໍຈະມີພາລະກິດໃໝ່ເພື່ອສືບຕໍ່ການຄຸ້ມຄອງຂອງພຣະເຈົ້າ. ການບັງເກີດເປັນມະນຸດໃນຄັ້ງນີ້ແມ່ນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ຫຼັງຈາກພາລະກິດຂອງພຣະເຢຊູ. ແນ່ນອນ ການບັງເກີດເປັນມະນຸດໃນຄັ້ງນີ້ບໍ່ໄດ້ເກີດຂຶ້ນດ້ວຍຕົນເອງ; ມັນເປັນຂັ້ນຕອນທີສາມຂອງພາລະກິດຫຼັງຈາກຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ແຕ່ລະຄັ້ງທີ່ພຣະເຈົ້າເລີ່ມຕົ້ນຂັ້ນຕອນໃໝ່ຂອງພາລະກິດ, ມັນກໍຕ້ອງມີການເລີ່ມຕົ້ນໃໝ່ ແລະ ມັນຕ້ອງນໍາຍຸກໃໝ່ມາຢູ່ສະເໝີ. ພ້ອມນີ້ ກໍຈະມີການປ່ຽນແປງທີ່ກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ, ປ່ຽນແປງ ລັກສະນະແຫ່ງການປະຕິບັດພາລະກິດຂອງພຣະອົງ, ສະຖານທີ່ຂອງພາລະກິດຂອງພຣະອົງ ແລະ ນາມຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍ ທີ່ມັນຫຍຸ້ງຍາກສຳລັບມະນຸດທີ່ຈະຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍຸກໃໝ່. ແຕ່ເຖິງແມ່ນວ່າພຣະອົງຈະຖືກມະນຸດຕໍ່ຕ້ານແນວໃດກໍຕາມ, ພຣະເຈົ້າກໍປະຕິບັດພາລະກິດຂອງພຣະອົງຢູ່ສະເໝີ ແລະ ນໍາພາມວນມະນຸດຊາດກ້າວໄປຂ້າງໜ້າສະເໝີ. ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ນຳເອົາຍຸກແຫ່ງພຣະຄຸນເຂົ້າມາ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນລະຫວ່າງຍຸກສຸດທ້າຍນັ້ນ ພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ດ້ວຍການບັງເກີດເປັນມະນຸດນີ້ ພຣະເຈົ້າຈຶ່ງໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ນຳມາຍຸກແຫ່ງລາຊະອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າ. ເຖິງແມ່ນວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 303](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-303.html) - ມະນຸດລົ້ມເຫຼວທີ່ຈະໄດ້ຮັບພຣະເຈົ້າ ບໍ່ແມ່ນຍ້ອນພຣະອົງມີຄວາມຮູ້ສຶກທາງເນື້ອໜັງ ຫຼື ຍ້ອນພຣະອົງບໍ່ຍອມໃຫ້ມະນຸດໄດ້ຮັບພຣະອົງ ແຕ່ຍ້ອນມະນຸດບໍ່ຕ້ອງການຮັບເອົາພຣະເຈົ້າ ແລະ ເປັນຍ້ອນມະນຸດບໍ່ໄດ້ສະແຫວງຫາພຣະອົງດ້ວຍໃຈທີ່ຮ້ອນຮົນ. ບຸກຄົນທີ່ສະແຫວງຫາພຣະເຈົ້າດ້ວຍໃຈຈິງຈະຖືກສາບແຊ່ງໂດຍພຣະອົງໄດ້ແນວໃດ? ຜູ້ທີ່ມີຄວາມຮູ້ສຶກນຶກຄິດທີ່ຖືກຕ້ອງ ແລະ ມີສາມັນສໍານຶກທີ່ດີຈະຖືກພຣະເຈົ້າສາບແຊ່ງໄດ້ແນວໃດ? ຜູ້ທີ່ນະມັດສະການ ແລະ ຮັບໃຊ້ພຣະເຈົ້າດ້ວຍໃຈຈິງຈະຖືກໄຟແຫ່ງຄວາມໂກດຮ້າຍຂອງພຣະອົງເຜົາໄໝ້ໄດ້ຢ່າງໃດ? ຜູ້ທີ່ເຕັມໃຈອ່ອນນ້ອມຕໍ່ພຣະເຈົ້າຈະຖືກເຕະອອກຈາກເຮືອນຂອງພຣະອົງໄດ້ແນວໃດ? ຜູ້ທີ່ບໍ່ສາມາດຢຸດຮັກພຣະອົງຈະຕົກຢູ່ໃນການລົງໂທດຂອງພຣະອົງໄດ້ແນວໃດ? ຜູ້ທີ່ເຕັມໃຈທີ່ຈະປະຖິ້ມທຸກສິ່ງເພື່ອພຣະອົງຈະຖືກປ່ອຍປະໃຫ້ສູນເສຍທຸກສິ່ງໄດ້ແນວໃດ? ມະນຸດບໍ່ເຕັມໃຈທີ່ຈະສະແຫວງຫາພຣະເຈົ້າ, ບໍ່ເຕັມໃຈທີ່ຈະສະຫຼະຊັບສິນຂອງຕົນເພື່ອພຣະເຈົ້າ, ບໍ່ເຕັມໃຈທີ່ຈະອຸທິດຄວາມພະຍາຍາມຕະຫຼອດຊີວິດເພື່ອພຣະເຈົ້າ ແຕ່ກົງກັນຂ້າມພາກັນເວົ້າວ່າພຣະອົງກະທໍາເກີນໄປ, ສິ່ງທີ່ພຣະເຈົ້າເຮັດເກີນໄປແມ່ນບໍ່ກົງກັບແນວຄິດຂອງມະນຸດ. ດ້ວຍຄວາມເປັນມະນຸດແບບນີ້, ເຖິງແມ່ນວ່າພວກເຈົ້າທຸ້ມເທໃນຄວາມພະຍາຍາມຂອງພວກເຈົ້າ ພວກເຈົ້າກໍຍັງຈະບໍ່ສາມາດໄດ້ຮັບການເຫັນດີຈາກພຣະເຈົ້າ, ແຮງໄກຖ້າພວກເຈົ້າບໍ່ສະແຫວງຫາພຣະເຈົ້າ. ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນຜົນຜະລິດທີ່ມີຂໍ້ບົກຜ່ອງຂອງມະນຸດຊາດ? ພວກເຈົ້າບໍ່ຮູ້ບໍວ່າ ບໍ່ມີຄວາມເປັນມະນຸດໃດທີ່ຕໍ່າຊ້າກວ່າຄວາມເປັນມະນຸດຂອງພວກເຈົ້າ? ພວກເຈົ້າບໍ່ຮູ້ບໍວ່າແມ່ນຫຍັງທີ່ຄົນອື່ນເອີ້ນພວກເຈົ້າ? ຜູ້ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງເອີ້ນພວກເຈົ້າວ່າ ບິດາຂອງໝາປ່າ, ມານດາຂອງໝາປ່າ, ບຸດຂອງໝາປ່າ ແລະ ລູກຫຼານຂອງໝາປ່າ; ພວກເຈົ້າແມ່ນທາຍາດຂອງໝາປ່າ, ຜູ້ຄົນຂອງໝາປ່າ ແລະ ພວກເຈົ້າຄວນຮູ້ຈັກຕົວຕົນຂອງພວກເຈົ້າເອງ ແລະ ຢ່າໄດ້ລືມມັນ. ຢ່າໄດ້ຄິດວ່າ ພວກເຈົ້າເປັນສິ່ງທີ່ສູງສົ່ງ: ພວກເຈົ້າເປັນກຸ່ມທີ່ບໍ່ແມ່ນມະນຸດທີ່ຊົ່ວຮ້າຍທີ່ສຸດໃນທ່າມກາງມະນຸດຊາດ. ພວກເຈົ້າບໍ່ຮູ້ສິ່ງນີ້ເລີຍບໍ? ພວກເຈົ້າຮູ້ບໍວ່າ ເຮົາຕ້ອງສ່ຽງເທົ່າໃດໂດຍການເຮັດພາລະກິດທ່າມກາງພວກເຈົ້າ? ຖ້າຄວາມຮູ້ສຶກນຶກຄິດຂອງພວກເຈົ້າບໍ່ສາມາດກັບມາເປັນປົກກະຕິອີກຄັ້ງ ແລະ ສາມັນສໍານຶກຂອງພວກເຈົ້າບໍ່ສາມາດເຮັດວຽກເປັນປົກກະຕິ, ແລ້ວພວກເຈົ້າກໍຈະບໍ່ມີວັນຫຼຸດພົ້ນອອກຈາກສາຍານາມ “ໝາປ່າ” ໄດ້,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 301](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-301.html) - ສາເຫດຕົ້ນຕໍຂອງອຸປະນິໄສທີ່ເສື່ອມຊາມເຊິ່ງເກີດຂຶ້ນໃນມະນຸດຄືການຊີ້ນໍາຢ່າງຜິດໆ, ຄວາມເສື່ອມຊາມ ແລະ ພິດຂອງຊາຕານ. ມະນຸດຖືກຜູກມັດ ແລະ ຖືກຄວບຄຸມໂດຍຊາຕານ ແລະ ເຂົາໄດ້ຮັບຄວາມເສຍຫາຍຊົ່ວຮ້າຍທີ່ຊາຕານກໍ່ໃຫ້ເກີດຂຶ້ນກັບຄວາມຄິດ, ສິນທໍາ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ. ມັນເປັນຍ້ອນເພາະວ່າສິ່ງພື້ນຖານຕ່າງໆຂອງມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ແຕກຕ່າງຈາກການທີ່ພຣະເຈົ້າຊົງສ້າງມະນຸດໃນເບື້ອງຕົ້ນ, ມະນຸດຕໍ່ຕ້ານພຣະເຈົ້າ ແລະ ບໍ່ສາມາດຍອມຮັບຄວາມຈິງ. ດ້ວຍເຫດນັ້ນ, ການປ່ຽນແປງໃນອຸປະນິໄສຂອງມະນຸດຄວນເລີ່ມຕົ້ນຈາກການປ່ຽນແປງຄວາມຄິດ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ ເຊິ່ງສິ່ງເຫຼົ່ານີ້ຈະປ່ຽນແປງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງ. ຜູ້ຄົນທີ່ເກີດໃນດິນແດນທີ່ເສື່ອມຊາມທີ່ສຸດແມ່ນຍິ່ງບໍ່ຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ຫຼື ແມ່ນຫຍັງຄືຄວາມໝາຍໃນການເຊື່ອພຣະເຈົ້າ. ຍິ່ງມະນຸດເສື່ອມຊາມຫຼາຍເທົ່າໃດ, ມະນຸດກໍຍິ່ງຮູ້ເຖິງການມີຢູ່ຂອງພຣະເຈົ້າໜ້ອຍເທົ່ານັ້ນ ແລະ ຄວາມຮູ້ສຶກ ແລະ ຄວາມເຂົ້າໃຈຂອງພວກເຂົາກໍຍິ່ງຕໍ່າລົງສໍ່ານັ້ນ. ແຫຼ່ງທີ່ມາຂອງການຄັດຄ້ານ ແລະ ການກະບົດຕໍ່ພຣະເຈົ້າຂອງມະນຸດແມ່ນຄວາມເສື່ອມຊາມຂອງເຂົາທີ່ເກີດຈາກຊາຕານ. ເພາະວ່າມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ສາມັນສໍານຶກຂອງມະນຸດຈຶ່ງໄດ້ຕາຍດ້ານ, ເປັນຄົນຂາດສິນທໍາ, ແນວຄິດຂອງເຂົາກໍຕໍ່າຊາມ ແລະ ເຂົາມີທັດສະນະຄະຕິທີ່ຫຼ້າຫຼັງ. ກ່ອນທີ່ເຂົາໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ໂດຍທໍາມະຊາດແລ້ວ ມະນຸດອ່ອນນ້ອມຕໍ່ພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະທໍາຂອງພຣະອົງຫຼັງຈາກທີ່ໄດ້ຮັບຟັງພຣະທໍາເຫຼົ່ານັ້ນ. ໂດຍທໍາມະຊາດແລ້ວ ເຂົາມີຄວາມຮູ້ສຶກນຶກຄິດ ແລະ ມີສາມັນສໍານຶກທີ່ດີ ແລະ
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-2-part-4.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 454](https://lo.kingdomsalvation.org/videos/entry-into-life-excerpt-454.html) - ພຣະເຢຊູສາມາດສຳເລັດການຝາກຝັງຂອງພຣະເຈົ້າ ນັ້ນກໍ່ຄື ພາລະກິດການໄຖ່ບາບມະນຸດຊາດທັງປວງ ຍ້ອນວ່າພຣະອົງໄດ້ສະແດງເຖິງການຄໍານຶງເຖິງເຈດຕະນາຂອງພຣະເຈົ້າໂດຍບໍ່ໄດ້ມີການວາງແຜນການ ຫຼື ການຈັດແຈງໃດໆສຳລັບພຣະອົງເອງ. ດັ່ງນັ້ນ ພຣະອົງກໍ່ຄືມິດສະຫາຍຂອງພຣະເຈົ້າເຊັ່ນກັນ ນັ້ນກໍ່ຄືພຣະອົງເອງ ເຊິ່ງເປັນສິ່ງທີ່ພວກເຈົ້າທຸກຄົນເຂົ້າໃຈເປັນຢ່າງດີຫຼາຍ. (ໃນຄວາມຈິງແລ້ວ, ພຣະອົງກໍ່ຄືພຣະເຈົ້າເອງທີ່ໄດ້ຖືກພຣະເຈົ້າເປັນພະຍານໃຫ້. ເຮົາເວົ້າເຖິງເລື່ອງນີ້ໃນທີ່ນີ້ເພື່ອໃຊ້ຂໍ້ແທ້ຈິງກ່ຽວກັບພຣະເຢຊູເພື່ອບັນລະຍາຍເຖິງບັນຫານີ້). ພຣະອົງສາມາດວາງແຜນການຄຸ້ມຄອງຂອງພຣະເຈົ້າໃສ່ສູນກາງແທ້ໆ ແລະ ອະທິຖານຫາພຣະບິດາທີ່ຢູ່ໃນສະຫວັນຢູ່ສະເໝີ ແລະ ສະແຫວງຫາຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ. ພຣະອົງໄດ້ອະທິຖານ ແລະ ກ່າວວ່າ: “ພຣະເຈົ້າພຣະບິດາ! ຂໍໃຫ້ສໍາເລັດຜົນຕາມຄວາມປະສົງຂອງພຣະອົງດ້ວຍ ແລະ ຢ່າໃຫ້ເປັນໄປຕາມຄວາມປະສົງຂອງຂ້ານ້ອຍເລີຍ ແຕ່ຂໍໃຫ້ເປັນໄປຕາມແຜນການຂອງພຣະອົງ. ມະນຸດອາດອ່ອນແອ, ແຕ່ເປັນຫຍັງພຣະອົງຈຶ່ງຕ້ອງເປັນຫ່ວງພວກເຂົາດ້ວຍ? ມະນຸດເຊິ່ງເປັນຄືກັບມົດໃນມືຂອງພຣະອົງຈະຄູ່ຄວນກັບຄວາມຫ່ວງໃຍຂອງພຣະອົງໄດ້ແນວໃດ? ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍພຽງແຕ່ປາຖະໜາທີ່ຈະໃຫ້ບັນລຸຕາມຄວາມປະສົງຂອງພຣະອົງເທົ່ານັ້ນ ແລະ ຂ້ານ້ອຍຂໍໃຫ້ພຣະອົງປະຕິບັດໃນຕົວຂ້ານ້ອຍຕາມຄວາມປາຖະໜາຂອງພຣະອົງເອງດ້ວຍ”. ໃນການເດີນທາງໄປເມືອງເຢຣູຊາເລັມ, ພຣະເຢຊູຮູ້ສຶກເຈັບປວດເໝືອນດັ່ງກັບວ່າມີມີດມາສຽບແທງຫົວໃຈຂອງພຣະອົງ, ແຕ່ພຣະອົງກໍ່ບໍ່ເຄີຍມີເຈດຕະນາທີ່ຈະຄືນຄໍາເວົ້າຂອງພຣະອົງແມ່ນແຕ່ໜ້ອຍດຽວ; ມີພະລັງອໍານາດບາງຢ່າງທີ່ກະຕຸ້ນໃຫ້ພຣະອົງເດີນໜ້າໄປຫາບ່ອນທີ່ພຣະອົງຈະຖືກຄຶງໃສ່ເທິງໄມ້ກາງແຂນຢູ່ເລື້ອຍໆ. ໃນທີ່ສຸດ, ພຣະອົງກໍ່ຖືກຕອກຕະປູໃສ່ໄມ້ກາງແຂນ ແລະ ກາຍເປັນເໝືອນເນື້ອໜັງທີ່ເຕັມໄປດ້ວຍຄວາມບາບ, ສໍາເລັດພາລະກິດແຫ່ງການໄຖ່ບາບຂອງມະນຸດຊາດ. ພຣະອົງໄດ້ເປັນອິດສະຫຼະຈາກໂສ້ເຫຼັກແຫ່ງຄວາມຕາຍ ແລະ ແດນມໍລະນາ. ຕໍ່ໜ້າພຣະອົງ, ຄວາມຕາຍ, ນະຮົກ ແລະ ແດນມໍລະນາໄດ້ໝົດອໍານາດຂອງພວກມັນ ແລະ ຖືກທໍາລາຍໂດຍພຣະອົງ. ພຣະອົງມີຊີວິດຢູ່ໄດ້ສາມສິບສາມປີ ເຊິ່ງຕະຫຼອດໄລຍະເວລານັ້ນ ພຣະອົງໄດ້ປະຕິບັດສຸດຄວາມສາມາດຂອງພຣະອົງເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 453](https://lo.kingdomsalvation.org/videos/entry-into-life-excerpt-453.html) - ທຸກຄົນທີ່ໄດ້ຕັດສິນໃຈຢ່າງເດັດດ່ຽວທີ່ຈະຮັບໃຊ້ພຣະເຈົ້າ, ແຕ່ມີພຽງຄົນທີ່ສະແດງເຖິງການຄໍານຶງ ແລະ ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າເທົ່ານັ້ນຈຶ່ງມີຄຸນສົມບັດ ແລະ ມີສິດທີ່ຈະຮັບໃຊ້ພຣະເຈົ້າໄດ້. ເຮົາໄດ້ຄົ້ນພົບສິ່ງນີ້ທ່າມກາງພວກເຈົ້າ: ຫຼາຍຄົນເຊື່ອວ່າຕາບໃດທີ່ພວກເຂົາຕັ້ງໃຈເຜີຍແຜ່ຂ່າວປະເສີດສຳລັບພຣະເຈົ້າຢ່າງກະຕືລືລົ້ນ, ອອກເດີນທາງເພື່ອພຣະເຈົ້າ, ເສຍສະຫຼະຕົນເອງ ແລະ ສະຫຼະຖິ້ມສິ່ງຕ່າງໆເພື່ອພຣະເຈົ້າ ແລະ ອື່ນໆອີກ, ແລ້ວນີ້ກໍ່ແມ່ນການຮັບໃຊ້ພຣະເຈົ້າ. ແມ່ນແຕ່ຄົນທີ່ຍິ່ງເຄັ່ງສາສະໜາຫຼາຍຄົນເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການແລ່ນໄປມາໂດຍທີ່ມີພຣະຄໍາພີໃນມືຂອງພວກເຂົາ, ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ຊ່ວຍເຫຼືອຜູ້ຄົນໃຫ້ລອດພົ້ນ ໂດຍເຮັດໃຫ້ພວກເຂົາກັບໃຈ ແລະ ສາລະພາບ. ນອກຈາກນັ້ນຍັງມີເຈົ້າໜ້າທີ່ໆເຄັ່ງສາສະໜາຫຼາຍຄົນທີ່ຄິດວ່າການຮັບໃຊ້ພຣະເຈົ້າປະກອບດ້ວຍການເທດສະໜາໃນໂບດ ຫຼັງຈາກທີ່ໄດ້ສືບຕໍ່ການສຶກສາຂັ້ນສູງ ແລະ ການຝຶກອົບຮົມໃນໂຮງຮຽນສອນສາສະໜາ ແລະ ສັ່ງສອນຜູ້ຄົນຜ່ານການອ່ານພຣະຄໍາພີ. ຍິ່ງໄປກວ່ານັ້ນ, ມີຜູ້ຄົນທີ່ຢູ່ເຂດທຸກຍາກທີ່ເຊື່ອວ່າ ການຮັບໃຊ້ພຣະເຈົ້າໝາຍເຖິງການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ພວກມານຮ້າຍທີ່ຢູ່ໃນທ່າມກາງອ້າຍເອື້ອຍນ້ອງຂອງພວກເຂົາ ຫຼື ການອະທິຖານເພື່ອພວກເຂົາ ຫຼື ການຮັບໃຊ້ພວກເຂົາ. ໃນທ່າມກາງພວກເຈົ້າແມ່ນຍັງມີຫຼາຍຄົນທີ່ເຊື່ອວ່າການຮັບໃຊ້ພຣະເຈົ້າແມ່ນໝາຍເຖິງການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ, ການອະທິຖານຫາພຣະເຈົ້າທຸກມື້ ພ້ອມທັງການຢ້ຽມຢາມ ແລະ ການເຮັດວຽກໃນຄຣິສຕະຈັກຢູ່ທຸກຫົນແຫ່ງ. ມີອ້າຍເອື້ອຍນ້ອງຄົນອື່ນໆທີ່ເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການບໍ່ແຕ່ງດອງຈັກເທື່ອ ຫຼື ການລ້ຽງດູຄອບຄົວ ແລະ ການອຸທິດການເປັນຢູ່ທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າ. ແຕ່ມີໜ້ອຍຄົນທີ່ຮູ້ແທ້ໆວ່າແມ່ນຫຍັງຄືຄວາມໝາຍຂອງການຮັບໃຊ້ພຣະເຈົ້າ. ເຖິງແມ່ນວ່າຄົນທີ່ຮັບໃຊ້ພຣະເຈົ້າຈະມີຫຼາຍຄືກັບດວງດາວໃນທ້ອງຟ້າ, ຈໍານວນຜູ້ຄົນເຫຼົ່ານັ້ນທີ່ສາມາດຮັບໃຊ້ພຣະເຈົ້າໂດຍກົງ ແລະ ຜູ້ທີ່ສາມາດຮັບໃຊ້ຕາມເຈດຕະນາຂອງພຣະເຈົ້ານັ້ນແມ່ນມີໜ້ອຍຫຼາຍ, ໜ້ອຍທີ່ສຸດ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 424](https://lo.kingdomsalvation.org/videos/entry-into-life-excerpt-424.html) - ໃນຂັ້ນຕອນປັດຈຸບັນ, ມັນເປັນສິ່ງສຳຄັນທີ່ຈະຮູ້ຈັກຄວາມຈິງກ່ອນ, ແລ້ວນໍາຄວາມຈິງນັ້ນເຂົ້າສູ່ການປະຕິບັດ ແລະ ປະກອບຕົນເອງດ້ວຍຄວາມໝາຍທີ່ແທ້ຈິງແຫ່ງຄວາມຈິງ. ພວກເຈົ້າຄວນສະແຫວງຫາເພື່ອບັນລຸສິ່ງນີ້. ແທນທີ່ຈະສະແຫວງຫາເພື່ອເຮັດໃຫ້ຄົນອື່ນປະຕິບັດຕາມຄຳເວົ້າຂອງເຈົ້າເທົ່ານັ້ນ, ເຈົ້າຄວນເຮັດໃຫ້ພວກເຂົາປະຕິບັດຕາມການປະຕິບັດຂອງເຈົ້າ. ດ້ວຍສິ່ງນີ້ເທົ່ານັ້ນ ເຈົ້າຈຶ່ງຈະພົບໃນສິ່ງທີ່ມີຄວາມໝາຍ, ບໍ່ວ່າຈະມີຫຍັງເກີດຂຶ້ນກັບເຈົ້າ, ບໍ່ວ່າເຈົ້າຈະພົບກັບຜູ້ໃດກໍຕາມ, ຕາບໃດທີ່ເຈົ້າມີຄວາມຈິງ, ເຈົ້າຈະສາມາດຍຶດໝັ້ນໄດ້. ພຣະທຳຂອງພຣະເຈົ້າແມ່ນສິ່ງທີ່ນໍາຊີວິດມາໃຫ້ກັບມະນຸດ ບໍ່ແມ່ນຄວາມຕາຍ. ຖ້າຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າແລ້ວ ເຈົ້າບໍ່ມີຊີວິດຊີວາ ແຕ່ເຈົ້າຍັງຕາຍຢູ່, ແລ້ວມີບາງສິ່ງທີ່ຜິດພາດກັບເຈົ້າ. ຖ້າຫຼັງຈາກເວລາຊ່ວງໃດໜຶ່ງ, ເຈົ້າໄດ້ອ່ານພຣະທໍາຂອງພຣະເຈົ້າຫຼາຍຄັ້ງ ແລະ ໄດ້ຍິນຄຳເທດສະໜາທີ່ແທ້ຈິງຫຼາຍຢ່າງ, ແຕ່ເຈົ້າຍັງຢູ່ໃນສະພາບແຫ່ງຄວາມຕາຍ, ແລ້ວສິ່ງນີ້ພິສູດໃຫ້ເຫັນວ່າ ເຈົ້າບໍ່ໄດ້ເປັນຄົນທີ່ໃຫ້ຄຸນຄ່າກັບຄວາມຈິງ ແລະ ເຈົ້າບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ. ຖ້າພວກເຈົ້າສະແຫວງຫາທີ່ຈະຮັບເອົາພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າຈະບໍ່ໃສ່ໃຈກັບການຈັດກຽມຕົນເອງດ້ວຍຄຳສັ່ງສອນ ແລະ ນໍາໃຊ້ຄຳສັ່ງສອນທີ່ສູງສົ່ງເພື່ອສັ່ງສອນຄົນອື່ນ, ແຕ່ກົງກັນຂ້າມ ເຈົ້າຈະໃສ່ໃຈກັບການປະສົບກັບພຣະທຳຂອງພຣະເຈົ້າ ແລະ ນໍາຄວາມຈິງເຂົ້າສູ່ການປະຕິບັດ. ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່ໃນປັດຈຸບັນບໍ? ມີເວລາທີ່ຈຳກັດສຳລັບພຣະເຈົ້າໃນການປະຕິບັດພາລະກິດຂອງພຣະອົງໃນມະນຸດ, ສະນັ້ນແມ່ນຫຍັງຄືຜົນຕາມມາ ຖ້າເຈົ້າບໍ່ຮ່ວມມືກັບພຣະອົງ? ເປັນຫຍັງພຣະເຈົ້າຈຶ່ງຕ້ອງການໃຫ້ພວກເຈົ້າປະຕິບັດພຣະທໍາຂອງພຣະອົງສະເໝີເມື່ອພວກເຈົ້າເຂົ້າໃຈມັນ? ນັ້ນກໍຍ້ອນວ່າ ພຣະເຈົ້າໄດ້ເປີດເຜີຍພຣະທຳຂອງພຣະອົງໃຫ້ກັບພວກເຈົ້າ ແລະ ຂັ້ນຕອນຕໍ່ໄປຂອງພວກເຈົ້າກໍຄືການປະຕິບັດພຣະທຳເຫຼົ່ານີ້ຢ່າງແທ້ຈິງ. ໃນຂະນະທີ່ພວກເຈົ້າປະຕິບັດພຣະທຳເຫຼົ່ານີ້, ພຣະເຈົ້າຈະປະຕິບັດພາລະກິດແຫ່ງແສງສະຫວ່າງ ແລະ ການນໍາພາ. ສິ່ງຕ່າງໆແມ່ນສໍາເລັດໃນລັກສະນະນີ້. ພຣະທຳຂອງພຣະເຈົ້າປ່ອຍມະນຸດເກີດດອກອອກຜົນໃນຊີວິດ ແລະ ບໍ່ມີອົງປະກອບໃດທີ່ສາມາດເຮັດໃຫ້ມະນຸດບ່ຽງເບນ ຫຼື
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (1)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-1-part-2.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 593](https://lo.kingdomsalvation.org/videos/destinations-and-outcomes-excerpt-593.html) - ທຸກຄົນທີ່ເຕັມໃຈໃນການຖືກເຮັດໃຫ້ສົມບູນມີຊ່ອງທາງໃນການຖືກເຮັດໃຫ້ສົມບູນ ສະນັ້ນ ທຸກຄົນຕ້ອງຜ່ອນຄາຍ ນັ້ນກໍຄື ໃນອະນາຄົດ ພວກເຈົ້າທັງໝົດຈະເຂົ້າສູ່ປາຍທາງດັ່ງກ່າວ. ແຕ່ຖ້າເຈົ້າບໍ່ເຕັມໃຈໃນການຖືກເຮັດໃຫ້ສົມບູນ ແລະ ບໍ່ເຕັມໃຈທີ່ຈະເຂົ້າສູ່ອານາຈັກທີ່ມະຫັດສະຈັນ, ນັ້ນກໍຈະແມ່ນບັນຫາຂອງເຈົ້າ. ທຸກຄົນທີ່ເຕັມໃຈໃນການຖືກເຮັດໃຫ້ສົມບູນ ແລະ ຊື່ສັດກັບພຣະເຈົ້າ, ທຸກຄົນທີ່ອ່ອນນ້ອມ ແລະ ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງສັດຊື່ ເຊິ່ງ ທຸກຄົນທີ່ກ່າວມາທັງໝົດນັ້ນສາມາດຖືກເຮັດໃຫ້ສົມບູນໄດ້. ໃນປັດຈຸບັນ ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງບໍ່ສັດຊື່, ທຸກຄົນທີ່ບໍ່ຊື່ສັດກັບພຣະເຈົ້າ, ທຸກຄົນທີ່ບໍ່ຍອມຢູ່ພາຍໃຕ້ພຣະເຈົ້າ ໂດຍສະເພາະຄົນທີ່ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແຕ່ບໍ່ນໍາເຂົ້າສູ່ການປະຕິບັດ ເຊິ່ງທຸກຄົນທີ່ກ່າວມາທັງໝົດນັ້ນຈະບໍ່ສາມາດຖືກເຮັດໃຫ້ສົມບູນ. ທຸກຄົນທີ່ເຕັມໃຈຊື່ສັດ ແລະ ອ່ອນນ້ອມຕໍ່ພຣະເຈົ້າແມ່ນສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນວ່າພວກເຂົາຈະໂງ່ພຽງໜ້ອຍດຽວ; ທຸກຄົນທີ່ເຕັມໃຈສະແຫວງຫາກໍສາມາດຖືກເຮັດໃຫ້ສົມບູນໄດ້. ບໍ່ຈຳເປັນຕ້ອງກັງວົນກ່ຽວກັບສິ່ງນີ້. ຕາບໃດທີ່ເຈົ້າເຕັມໃຈສະແຫວງຫາໃນແນວທາງນີ້ ເຈົ້າກໍຈະສາມາດຖືກເຮັດໃຫ້ສົມບູນໄດ້. ເຮົາບໍ່ເຕັມໃຈທີ່ຈະປະຖິ້ມ ຫຼື ກຳຈັດຄົນໃດຄົນໜຶ່ງໃນພວກເຈົ້າ ແຕ່ຖ້າມະນຸດບໍ່ພະຍາຍາມເຮັດດີ, ເຈົ້າກໍພຽງແຕ່ຈະທຳລາຍຕົວເຈົ້າເອງ; ມັນບໍ່ແມ່ນເຮົາທີ່ກຳຈັດເຈົ້າ ແຕ່ເປັນຕົວເຈົ້າເອງ. ຖ້າເຈົ້າບໍ່ພະຍາຍາມເຮັດດີດ້ວຍຕົວເຈົ້າເອງ ນັ້ນກໍຄື ຖ້າເຈົ້າຂີ້ຄ້ານ ຫຼື ບໍ່ປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່ສັດຊື່ ຫຼື ບໍ່ສະແຫວງຫາຄວາມຈິງ ແລະ ເຮັດໃນສິ່ງທີ່ເຈົ້າຢາກເຮັດ, ຖ້າເຈົ້າປະພຶດຕົວຢ່າງບໍ່ລະວັງ, ຕໍ່ສູ້ເພື່ອຊື່ສຽງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 364](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-364.html) - ປະຊາຊົນຂອງເຮົາທຸກຄົນທີ່ຮັບໃຊ້ຢູ່ຕໍ່ໜ້າເຮົາຄວນຄິດຄືນຫຼັງເຖິງອະດີດ: ຄວາມຮັກຂອງເຈົ້າທີ່ມີຕໍ່ເຮົາແມ່ນມີຮອຍດ່າງຈາກຄວາມບໍ່ບໍລິສຸດບໍ? ຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດ ແລະ ດ້ວຍຄວາມເຕັມໃຈບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາແມ່ນແທ້ຈິງບໍ? ເຮົາມີຈັກຫ້ອງຢູ່ໃນຫົວໃຈຂອງພວກເຈົ້າ? ເຮົາໄດ້ເຕີມເຕັມຫົວໃຈຂອງພວກເຈົ້າທັງໝົດບໍ? ພຣະທໍາຂອງເຮົາໄດ້ບັນລຸຜົນພາຍໃນພວກເຈົ້າຫຼາຍສໍ່າໃດ? ຢ່າພະຍາຍາມຫຼອກລວງເຮົາ! ສິ່ງເຫຼົ່ານີ້ແມ່ນຊັດເຈນສໍາລັບເຮົາໝົດແລ້ວ! ປັດຈຸບັນ ໃນຂະນະທີ່ສຽງຂອງຄວາມລອດພົ້ນຂອງເຮົາໄດ້ດັງອອກ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນໄດ້ເພີ່ມຂຶ້ນບໍ? ມີສ່ວນໃດຂອງຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ເຮົາບໍລິສຸດບໍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາໄດ້ມີຄວາມເລິກເຊິ່ງບໍ? ການສັນລະເສີນທີ່ມອບໃຫ້ໃນອະດີດໄດ້ປູພື້ນຖານຢ່າງໜາແໜ້ນໃຫ້ແກ່ຄວາມຮູ້ຂອງພວກເຈົ້າໃນປັດຈຸບັນບໍ? ພຣະວິນຍານຂອງເຮົາຄອບຄອງພາຍໃນພວກເຈົ້າຫຼາຍສໍ່າໃດ? ພາບລັກຂອງເຮົາມີຢູ່ພາຍໃນພວກເຈົ້າຈັກບ່ອນ? ພຣະວັດຈະນະຂອງເຮົາໄດ້ຕີຖືກຈຸດອ່ອນຂອງພວກເຈົ້າຢູ່ບໍ? ພວກເຈົ້າຮູ້ສຶກວ່າ ພວກເຈົ້າບໍ່ມີບ່ອນເຊື່ອງຄວາມອັບອາຍຂອງຕົວເອງແທ້ບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າບໍ່ມີຄຸນສົມບັດເປັນປະຊາຊົນຂອງເຮົາແທ້ບໍ? ຖ້າພວກເຈົ້າບໍ່ຕະໜັກເຖິງຄໍາຖາມຂ້າງເທິງເລີຍ, ແລ້ວນີ້ກໍສະແດງໃຫ້ເຫັນວ່າ ພວກເຈົ້າກໍາລັງຕຶກເບັດຢູ່ນໍ້າຂຸ່ນ, ພວກເຈົ້າພຽງມີຢູ່ເພື່ອເພີ່ມຈໍານວນຄົນເທົ່ານັ້ນ ແລະ ເມື່ອເຖິງເວລາທີ່ເຮົາກໍານົດລ່ວງໜ້າ ພວກເຈົ້າກໍຈະຖືກກໍາຈັດ ແລະ ຖືກຖິ້ມລົງໃນຂຸມເລິກທີ່ສຸດເປັນຄັ້ງທີ່ສອງຢ່າງແນ່ນອນ. ສິ່ງເຫຼົ່ານີ້ແມ່ນພຣະທໍາແຫ່ງການຕັກເຕືອນຂອງເຮົາ ແລະ ຜູ້ໃດທີ່ຖືເບົາກັບພຣະທໍາເຫຼົ່ານີ້ຈະຖືກໂຈມຕີດ້ວຍການພິພາກສາຂອງເຮົາ ແລະ ຜະເຊີນດ້ວຍໄພພິບັດຕາມເວລາທີ່ໄດ້ກໍານົດໄວ້. ແລ້ວມັນບໍ່ແມ່ນແບບນີ້ບໍ? ເຮົາຍັງຈໍາເປັນຕ້ອງຍົກຕົວຢ່າງເພື່ອອະທິບາຍສິ່ງນີ້ອີກບໍ? ເຮົາຕ້ອງເວົ້າໃຫ້ແຈ້ງຂຶ້ນກວ່ານີ້ບໍ ເພື່ອຍົກເປັນຕົວຢ່າງແກ່ພວກເຈົ້າ? ຕັ້ງແຕ່ເວລາຂອງການຊົງສ້າງຈົນເຖິງປັດຈຸບັນ, ຫຼາຍຄົນໄດ້ກະບົດຕໍ່ພຣະທໍາຂອງເຮົາ ແລະ ດ້ວຍເຫດນັ້ນ ຈຶ່ງຖືກປະຖິ້ມ ແລະ ກໍາຈັດໂດຍກະແສຂອງການຟື້ນຟູຂອງເຮົາ; ໃນທີ່ສຸດ ຮ່າງກາຍຂອງພວກເຂົາກໍຈະດັບສູນ ແລະ ວິນຍານຂອງພວກເຂົາກໍຈະຖືກສົ່ງໄປຍັງແດນມໍລະນາ ແລະ ແມ່ນແຕ່ໃນປັດຈຸບັນ
- [ງານສະແດງສິລະປະຫຼາກຫຼາຍຂອງຄຣິສຕະຈັກ | ສຽງແຫ່ງການສັນລະເສີນ, ຕອນທີ 2](https://lo.kingdomsalvation.org/videos/voices-of-praise-episode-2.html) - 00:21 “ອານາຈັກຂອງພຣະເຈົ້າໄດ້ປາກົດຂຶ້ນເທິງແຜ່ນດິນໂລກ”—ການສະແດງຂອງຄະນະນັກຮ້ອງປະສານສຽງ ຜູ້ຄົນທີ່ພຣະເຈົ້າເລືອກ ຈາກປະເທດຕ່າງໆທົ່ວໂລກ 10:26 “ປະຊາຊົນທັງໝົດຂອງພຣະເຈົ້າສັນລະເສີນພຣະເຈົ້າອົງຊົງລິດທານຸພາບສູງສຸດ”—ການສະແດງການເຕັ້ນລຳ 20:54 “ພຣະເຈົ້າກຳລັງຊອກຫາຫົວໃຈ ແລະ ຈິດວິນຍານຂອງເຈົ້າ”—ການສະແດງຂອງຄະນະປະສານສຽງຈາກຄຣິສຕະຈັກມິລານ ແລະ ຄຣິສຕະຈັກເບຣເຊຍ (ອີຕາລີ) 26:54 “ຫົວໃຈທີ່ຈົງຮັກພັກດີຕໍ່ພຣະເຈົ້າ”—ການສະແດງດົນຕີຈາກຄຣິສຕະຈັກຄາລິຟໍເນຍເໜືອ (ສະຫະລັດອາເມຣິກາ) 33:46 “ຄວາມຮູ້ສຶກທີ່ຈິງໃຈຂອງພຣະຜູ້ສ້າງທີ່ມີຕໍ່ມະນຸດຊາດ”—ການສະແດງການຮ້ອງເພງຄູ່ຈາກຄຣິສຕະຈັກຊິມໂບຣາໂຊ ແລະ ຄຣິສຕະຈັກເອສເມຣັນດາສ (ເອກວາດໍ) 41:21 “ນັກໂທດໃນຄອບຄົວຂອງຂ້ອຍເອງ”—ຄຳພະຍານຈາກປະສົບການຈາກຄຣິສຕະຈັກຊຽງໃໝ່ (ໄທ) 01:00:58 ຜູ້ຄົນທົ່ວໂລກຮຽນພາສາຈີນ: ການທ່ອງພຣະທຳຂອງພຣະເຈົ້າເປັນພາສາຈີນ “ມີພຽງແຕ່ພຣະຄຣິສແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດປະທານຫົນທາງແຫ່ງຊີວິດຊົ່ວນິລັນດອນໃຫ້ກັບມະນຸດໄດ້” (ຕອນຄັດເລືອກ) ແລະ ການສະແດງຮ້ອງເພງປະສານສຽງ “ບໍ່ມີຫົວໃຈໃດດີກວ່າຫົວໃຈຂອງພຣະເຈົ້າ” 01:14:35 “ໃນແສງສະຫວ່າງແຫ່ງຄວາມຮັກຂອງພຣະເຈົ້າ” ການສະແດງບົດເພງສັນລະເສີນຕົ້ນສະບັບ ຈາກຄຣິສຕະຈັກວໍຊິງຕັນ (ອາເມຣິກາ) 01:19:59 “ການສັນລະເສີນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ມີວັນຢຸດຢັ້ງ”—ການສະແດງການຮ້ອງເພງດ່ຽວຈາກຄຣິສຕະຈັກເອສຊອນ (ຝຣັ່ງ) 01:29:09 “ພຣະເຈົ້າສ້າງມື້ອື່ນທີ່ສວຍງາມກວ່າໃຫ້ແກ່ມະນຸດຊາດ”—ການສະແດງຂອງຄະນະປະສານສຽງຈາກຄຣິສຕະຈັກປັງກາຊີນັນ (ຟີລິບປິນ) 01:32:01 “ພຣະເຈົ້າປາຖະໜາໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນໄດ້ຮັບຄວາມລອດພົ້ນຂອງພຣະອົງ”—ການສະແດງການຮ້ອງເພງດ່ຽວຈາກຄຣິສຕະຈັກຊີໂຕມີຣ໌ (ອູແກຣນ) 01:36:32 “ຈັກກະວານດັງກ້ອງໄປດ້ວຍການສັນລະເສີນພຣະເຈົ້າ”—ການສະແດງການເຕັ້ນລຳຈາກຄຣິສຕະຈັກປາຕີອາລາ (ອິນເດຍ) 01:42:03 “ຂ້ອຍບໍ່ແຂ່ງຂັນກັບຄົນອື່ນອີກຕໍ່ໄປ”—ຄຳພະຍານຈາກປະສົບການຈາກຄຣິສຕະຈັກຊາເລີໂນ (ອີຕາລີ) 02:11:10 “ຜູ້ຄົນຄວນແກ້ໄຂຄວາມເຂົ້າໃຈຜິດຕໍ່ພຣະເຈົ້າແນວໃດ?”—ການສະແດງເປັນໝູ່ຄະນະຈາກຄຣິສຕະຈັກນິວໄທເປ (ໄຕ້ຫວັນ)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາກພະໜວກ 4: ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ"](https://lo.kingdomsalvation.org/videos/behold-God-in-judgment-chastisement.html)
- [ເພງຄຣິດສະຕຽນ “ການສັນລະເສີນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ມີວັນຢຸດຢັ້ງ” ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/praise-for-Almighty-God-never-cease-mv.html) - 1 ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິສແຫ່ງຍຸກສຸດທ້າຍ, ສະແດງຄວາມຈິງອອກ ແລະ ປາກົດຕົວຢູ່ທິດຕາເວັນອອກຢ່າງສະຫງ່າລາສີຢ່າງເຕັມປ່ຽມ. ພວກເຮົາໄດ້ຍິນສຽງຂອງພຣະເຈົ້າ ແລະ ກັບຄືນມາຢູ່ຕໍ່ໜ້າພຣະອົງ. ພວກເຮົາເພີດເພີນກັບພຣະທຳຂອງພຣະເຈົ້າ ແລະ ເຂົ້າຮ່ວມງານລ້ຽງວິວາຂອງພຣະເມສານ້ອຍ. ອ້າຍນ້ອງເອີຍ! ຈົ່ງຮ້ອງເພງ! ສັນລະເສີນພຣະເຈົ້າທີ່ສະເດັດລົງມາທ່າມກາງມວນມະນຸດ! ເອື້ອຍນ້ອງເອີຍ! ຈົ່ງອອກມາຟ້ອນລຳ! ຊີວິດໃນອານາຈັກຈັ່ງແມ່ນປະເສີດແທ້! ໂອ! ການໄດ້ໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າຈັ່ງແມ່ນເປັນພອນແທ້ໆ! 2 ການພິພາກສາໃນຍຸກສຸດທ້າຍເລີ່ມຕົ້ນທີ່ເຮືອນຂອງພຣະເຈົ້າ. ການເປີດໂປງ ແລະ ການພິພາກສາຈາກພຣະທໍາຂອງພຣະອົງເຮັດໃຫ້ພວກເຮົາອັບອາຍຈົນບໍ່ມີບ່ອນລີ້. ຫຼັງຈາກທົນທຸກມາຫຼາຍກັບການຫຼໍ່ຫຼອມ ແລະ ຄວາມເຈັບປວດ, ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາກໍຖືກຊໍາລະລ້າງ; ພວກເຮົາໄດ້ຮັບຄວາມຈິງ ແລະ ຊີວິດ ແລະ ໄດ້ຮັບພອນຢ່າງແທ້ໆ. ອ້າຍນ້ອງເອີຍ! ຈົ່ງມາເບິ່ງ! ງານລ້ຽງແຫ່ງອານາຈັກຈັ່ງແມ່ນອຸດົມສົມບູນແທ້! ເອື້ອຍນ້ອງເອີຍ! ຈົ່ງມາຟັງ! ພຣະທຳຂອງພຣະເຈົ້າມີສິດອຳນາດ ແລະ ໄດ້ເອົາຊະນະໃຈຂອງຜູ້ຄົນນັບລ້ານແລ້ວ! 3 ໃນການປະສົບກັບການພິພາກສາຂອງພຣະເຈົ້າ, ພວກເຮົາເຫັນຄວາມຊອບທຳຂອງພຣະອົງ; ພວກເຮົາຢຳເກງພຣະເຈົ້າ ແລະ ອ່ອນນ້ອມຕໍ່ການຈັດແຈງທັງໝົດຂອງພຣະອົງ. ພວກເຮົາຖອດຄວາມຜູກມັດທາງໂລກຖິ້ມ ແລະ ເສຍສະລະຕົນເອງເພື່ອພຣະເຈົ້າຢ່າງສຸດໃຈ; ພວກເຮົາດຳລົງຊີວິດໃນພຣະທຳຂອງພຣະອົງໂດຍປາສະຈາກຄວາມໂສກເສົ້າ ແລະ ຄວາມເຈັບປວດ. ອ້າຍນ້ອງເອີຍ!
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (1)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-1-part-1.html)
- [ວິດີໂອຄຳພະຍານຂອງຊາວຄຣິດ “ຂ້ອຍບໍ່ແຂ່ງຂັນກັບຄົນອື່ນອີກຕໍ່ໄປ” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/i-no-longer-compete-with-others.html) - ລາວເປັນຜູ້ນຳຂອງກຸ່ມຕັດສິນໃຈກຸ່ມໜຶ່ງ. ແຕ່ເມື່ອລາວໄດ້ພົບກັບອ້າຍເອື້ອຍນ້ອງທັງຫຼາຍທີ່ໂອ້ລົມກ່ຽວກັບຄວາມຈິງໄດ້ຢ່າງແຈ່ມແຈ້ງກວ່າ ແລະ ມີປະສິດທິພາບດີກວ່າໃນໜ້າທີ່ຂອງພວກເຂົາ, ລາວກໍເກີດຄວາມອິດສາ ແລະ ຮູ້ສຶກຢາກແຂ່ງຂັນກັບພວກເຂົາຢູ່ສະເໝີ. ສິ່ງນີ້ບໍ່ພຽງແຕ່ເຮັດໃຫ້ຊີວິດຂອງລາວເອງຕ້ອງທຸກທໍລະມານ, ແຕ່ຍັງສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກອີກດ້ວຍ. ໂດຍການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ລາວໄດ້ເຂົ້າໃຈຫຍັງແດ່ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງລາວ? ແລ້ວລາວສາມາດປ່ຽນແປງຕົນເອງໄດ້ແນວໃດ?
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (1) " ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-1-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ"](https://lo.kingdomsalvation.org/videos/who-focus-on-practice-can-be-perfected.html)
- [ການສົນທະນາຄຣິສຕຽນ “ຄວາມວິບັດແກ່ຜູ້ທີ່ລໍຖ້າພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ”](https://lo.kingdomsalvation.org/videos/woe-to-those-waiting-for-Lord-to-descend-on-a-cloud.html) - ໃນທຸກມື້ນີ້, ໄພພິບັດທຸກຊະນິດກຳລັງຮຸນແຮງຂຶ້ນ ແລະ ເກີດຂຶ້ນເລື້ອຍໆ ແລະ ຄວາມຫາຍະນະໃຫຍ່ເຈັດປີແຫ່ງຍຸກສຸດທ້າຍທີ່ໄດ້ທຳນາຍໄວ້ໃນປື້ມພຣະນິມິດກໍໄດ້ເລີ່ມຂຶ້ນແລ້ວ. ບາງຄົນຮູ້ສຶກວ່າພຣະຜູ້ເປັນເຈົ້າຄົງຈະສະເດັດກັບມາແລ້ວ, ດັ່ງນັ້ນ ພວກເຂົາຈຶ່ງລິເລີ່ມສະແຫວງຫາ ແລະ ສືບຄົ້ນຫາເສັ້ນທາງທີ່ແທ້ຈິງ. ໂດຍບໍ່ທັນຮູ້ໂຕ, ພວກເຂົາກໍໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ໄດ້ເຂົ້າຮ່ວມງານລ້ຽງແຫ່ງອານາຈັກສະຫວັນ. ແຕ່ວ່າ, ຊາວຄຣິສສ່ວນຫຼາຍຍັງຄົງລໍຖ້າໃຫ້ພຣະຜູ້ເປັນເຈົ້າສະເດັດລົງມາເທິງກ້ອນເມກ. ເມື່ອພວກເຂົາໄດ້ຍິນຄົນອື່ນເປັນພະຍານວ່າພຣະຜູ້ເປັນເຈົ້າໄດ້ສະເດັດກັບມາ ແລະ ກຳລັງສະແດງຄວາມຈິງ, ພວກເຂົາກໍປະຕິເສດທີ່ຈະສະແຫວງຫາ ຫຼື ສືບຄົ້ນ, ໂດຍຍັງຄົງລໍຖ້າໃຫ້ພຣະຜູ້ເປັນເຈົ້າສະເດັດລົງມາເທິງກ້ອນເມກເພື່ອຮັບເອົາພວກເຂົາເຂົ້າສູ່ອານາຈັກສະຫວັນ. ຄວາມປາຖະໜາຂອງພວກເຂົາຈະສາມາດເປັນຈິງໄດ້ແທ້ບໍ? ເມື່ອຜູ້ຄົນໄດ້ເຫັນພຣະຜູ້ເປັນເຈົ້າສະເດັດລົງມາເທິງກ້ອນເມກໃນທີ່ສຸດ, ພວກເຂົາຈະເຕັມໄປດ້ວຍຄວາມປິຕິຍິນດີ ຫຼື ຈະຮ້ອງໄຫ້ ແລະ ກັດແຂ້ວຄ້ຽວຟັນ? ຖ້າຢາກຮູ້ຄຳຕອບ, ເຊີນຮັບຊົມການສົນທະນາເລື່ອງ “ຄວາມວິບັດແກ່ຜູ້ທີ່ລໍຖ້າພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ” ນີ້ໄດ້ເລີຍ.
- [ເພງຄຣິດສະຕຽນ “ພຣະຄຣິສແຫ່ງຍຸກສຸດທ້າຍໄດ້ນຳມາຍຸກແຫ່ງລາຊະອານາຈັກ” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/Christ-has-brought-age-of-kingdom-choir.html) - 1 ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ນຳເອົາຍຸກແຫ່ງພຣະຄຸນເຂົ້າມາ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງອີກເທື່ອໜຶ່ງ ແລະ ພຣະອົງໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ນຳມາຍຸກແຫ່ງລາຊະອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງລາຊະອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາດ້ວຍຕົວເອງຈາກພຣະເຈົ້າ. ເຖິງແມ່ນວ່າ ພຣະເຢຊູໄດ້ມາຢູ່ທ່າມກາງມະນຸດ ແລະ ປະຕິບັດພາລະກິດຫຼາຍຢ່າງ, ພຣະອົງພຽງສໍາເລັດພາລະກິດໃນການໄຖ່ບາບຂອງມະນຸດຊາດທັງໝົດ ແລະ ກາຍເປັນເຄື່ອງຖວາຍບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດອອກຈາກມະນຸດ. 2 ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ພຽງແຕ່ຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສທີ່ຊາຕານເຮັດໃຫ້ເສື່ອມຊາມໃຫ້ອອກຈາກມະນຸດຢ່າງສິ້ນເຊີງ. ດັ່ງນັ້ນ, ພາຍຫຼັງມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການລົງໂທດ ແລະ ການພິພາກສາ. ພາລະກິດນີ້ໄດ້ນຳພາມະນຸດໄປສູ່ໂລກທີ່ສູງຂຶ້ນ. ທຸກຄົນທີ່ອ່ອນນ້ອມຢູ່ພາຍໃຕ້ອຳນາດປົກຄອງຂອງພຣະເຈົ້າ ຈະຊົມໃຊ້ຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ເສັ້ນທາງ ແລະ ຊີວິດ. (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ)
- [ເພງຄຣິດສະຕຽນ “ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປະທັບເທິງພຣະຣາຊບັນລັງອັນຮຸ່ງເຮືອງແລ້ວ” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/Almighty-God-seated-on-glorious-throne-mv.html) - 1 ກະສັດທີ່ມີໄຊຊະນະນັ່ງຢູ່ເທິງບັນລັງອັນສະຫງ່າລາສີຂອງພຣະອົງ. ພຣະອົງໄດ້ສຳເລັດການໄຖ່ບາບ ແລະ ນໍາພາປະຊາຊົນທຸກຄົນຂອງພຣະອົງໃຫ້ປາກົດໃນສະຫງ່າລາສີ. ພຣະອົງຈັບທຸກສິ່ງໄວ້ໃນມືຂອງພຣະອົງ ແລະ ດ້ວຍສະຕິປັນຍາ ແລະ ລິດທານຸພາບອັນສັກສິດຂອງພຣະອົງ, ພຣະອົງໄດ້ສ້າງ ແລະ ເຮັດໃຫ້ຊີໂອນໝັ້ນຄົງ. ດ້ວຍຄວາມສະຫງ່າຜ່າເຜີຍຂອງພຣະອົງ, ພຣະອົງພິພາກສາໂລກທີ່ຜິດບາບ; ພຣະອົງໄດ້ພິພາກສາຊົນຊາດ ແລະ ຜູ້ຄົນຈຳນວນນັບບໍ່ຖ້ວນ, ແຜ່ນດິນໂລກ ແລະ ທະເລ ແລະ ທຸກສິ່ງທີ່ມີຊີວິດໃນນັ້ນ, ພ້ອມທັງຜູ້ຄົນທີ່ເມົາເຫຼົ້າແວງແຫ່ງຄວາມສໍາສ່ອນ. ພຣະເຈົ້າຈະພິພາກສາສິ່ງເຫຼົ່ານັ້ນຢ່າງແນ່ນອນ. 2 ພຣະອົງຈະພິໂລດກັບພວກເຂົາຢ່າງແນ່ນອນ ແລະ ດ້ວຍເຫດນີ້ ຄວາມສະຫງ່າຜ່າເຜີຍຂອງພຣະເຈົ້າກໍຈະຖືກເປີດເຜີຍ ເຊິ່ງການພິພາກສາຂອງພຣະອົງເກີດຂຶ້ນໃນທັນທີ ແລະ ດໍາເນີນການໂດຍບໍ່ຊັກຊ້າ. ໄຟແຫ່ງຄວາມໂກດຮ້າຍຂອງພຣະອົງຈະເຜົາໄໝ້ຄວາມຜິດບາບທີ່ຮ້າຍແຮງຂອງພວກເຂົາຢ່າງແນ່ນອນ ແລະ ຄວາມຫາຍະນະຈະເກີດຂຶ້ນກັບພວກເຂົາໄດ້ທຸກເມື່ອ; ພວກເຂົາຈະບໍ່ມີຫົນທາງຫຼົບໜີ ແລະ ບໍ່ມີບ່ອນໃຫ້ລີ້, ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ ແລະ ພວກເຂົາຈະນໍາຄວາມພິນາດມາສູ່ຕົນເອງ. ບັນດາບຸດຊາຍທີ່ມີໄຊຊະນະ, ຜູ້ເປັນທີ່ຮັກຂອງພຣະເຈົ້າຈະຢູ່ໃນຊີໂອນຢ່າງແນ່ນອນ, ບໍ່ເຄີຍອອກຈາກມັນ. ຜູ້ຄົນຈໍານວນມະຫາສານຈະຟັງສຽງຂອງພຣະອົງຢ່າງຕັ້ງໃຈ, ພວກເຂົາຈະເອົາໃຈໃສ່ກັບການກະທຳຂອງພຣະອົງຢ່າງລະມັດລະວັງ ແລະ ສຽງແຫ່ງການສັນລະເສີນຂອງພວກເຂົາບໍ່ເຄີຍຢຸດເຊົາ. (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ
- [ການສະແດງການເຕັ້ນລຳ “ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນ” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/Christ-s-kingdom-is-warm-home.html) - 1 ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນຂອງຂ້ານ້ອຍ, ມັນເປັນຂອງປະຊາຊົນທຸກຄົນຂອງພຣະເຈົ້າ. ພຣະຄຣິສຊົງຍ່າງ ແລະ ກ່າວຢູ່ໃນຄຣິສຕະຈັກ ແລະ ດຳລົງຊີວິດຮ່ວມກັບພວກເຮົາ. ການພິພາກສາ ແລະ ການລົງໂທດແຫ່ງພຣະທຳຂອງພຣະເຈົ້າຢູ່ທີ່ນີ້, ເຊັ່ນດຽວກັບພາລະກິດຂອງພຣະວິນຍານບໍລິສຸດ. ມັນແມ່ນການຫົດນ້ຳ, ການສະໜອງ ແລະ ການນຳພາແຫ່ງພຣະທຳຂອງພຣະເຈົ້າ ທີ່ເຮັດໃຫ້ຊີວິດຂອງພວກເຮົາເຕີບໃຫຍ່ຂຶ້ນ. ນີ້ຄືອານາຈັກທີ່ປົກຄອງໂດຍພຣະຄຣິສ ມັນເປັນໂລກທີ່ຍຸຕິທຳ ແລະ ຊອບທຳ. ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນ. 2 ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນຂອງຂ້ານ້ອຍ, ປະຊາຊົນຂອງພຣະເຈົ້າຮັກມັນຫຼາຍ. ພຣະທຳຂອງພຣະເຈົ້າປົກຄອງໃນຄຣິສຕະຈັກ, ພວກເຮົາປະຕິບັດຕາມຄວາມຈິງ ແລະ ຍົກຍ້ອງພຣະຄຣິສວ່າເປັນຜູ້ຍິ່ງໃຫຍ່ໃນຫົວໃຈຂອງພວກເຮົາ. ບໍ່ມີການຍາດຊີງດີຊີງເດັ່ນ ຫຼື ການວາງແຜນຮ້າຍອີກຕໍ່ໄປ, ບໍ່ຈຳເປັນຕ້ອງປ້ອງກັນ ຫຼື ຢ້ານກົວ. ພຣະຄຣິສຄືບ່ອນພັກເຊົາສຳລັບຈິດວິນຍານຂອງມະນຸດ, ຈາກນີ້ໄປຂ້ານ້ອຍບໍ່ຕ້ອງຊັດເຊພະເນຈອນອີກຕໍ່ໄປ. ຢູ່ນີ້ຄືອານາຈັກຂອງພຣະຄຣິສທີ່ມະນຸດຊາດປາຖະໜາ, ມັນຄືຈຸດໝາຍປາຍທາງທີ່ດີຂອງພວກເຂົາ. ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນ. 3 ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນຂອງຂ້ານ້ອຍ, ປະຊາຊົນທຸກຄົນຂອງພຣະເຈົ້າທະນຸຖະໜອມມັນ. ຢູ່ບ່ອນນີ້ຂ້ານ້ອຍໄດ້ຜະເຊີນກັບການລອງໃຈຂອງພຣະເຈົ້າ, ແລະ ອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍກໍຖືກຊຳລະລ້າງ ແລະ ປ່ຽນແປງ. ພຣະຄຣິສແຫ່ງຍຸກສຸດທ້າຍ ຜູ້ເປັນທີ່ຮັກອັນໜ້າຮັກຂອງພວກຂ້ານ້ອຍ, ພວກຂ້ານ້ອຍຈະຮັກ ແລະ ສັນລະເສີນພຣະອົງຕະຫຼອດໄປ. ພຣະທຳຂອງພຣະເຈົ້າຢູ່ທີ່ນີ້, ເຊັ່ນດຽວກັນກັບພາລະກິດຂອງພຣະວິນຍານບໍລິສຸດ.
- [ການສະແດງການເຕັ້ນລຳ “ຊີວິດຂອງສິ່ງທີ່ຖືກສ້າງທັງໝົດມາຈາກພຣະເຈົ້າ” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/lives-come-from-God.html) - 1 ຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດແມ່ນບໍ່ມີສິ້ນສຸດ, ບໍ່ຖືກຈຳກັດດ້ານຮ່າງກາຍ, ເວລາ ຫຼື ພື້ນທີ່. ສິ່ງດັ່ງກ່າວແມ່ນຄວາມລຶກລັບຂອງຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດ ແລະ ເປັນເຄື່ອງພິສູດວ່າຊີວິດມາຈາກພຣະອົງ. ເຖິງແມ່ນວ່າ ຫຼາຍຄົນອາດບໍ່ເຊື່ອວ່າຊີວິດຂອງມະນຸດມາຈາກພຣະເຈົ້າ, ແຕ່ມະນຸດກໍຊົມໃຊ້ທຸກສິ່ງທີ່ມາຈາກພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້, ບໍ່ວ່າເຂົາຈະເຊື່ອ ຫຼື ປະຕິເສດການມີຢູ່ຂອງພຣະເຈົ້າກໍຕາມ. ຖ້າມື້ໜຶ່ງພຣະເຈົ້າປ່ຽນພຣະໄທກະທັນຫັນ ແລະ ປາຖະໜາທີ່ຈະນຳເອົາທຸກສິ່ງທີ່ມີຢູ່ໃນໂລກນີ້ກັບຄືນ ແລະ ເອົາຊີວິດທີ່ພຣະອົງມອບໃຫ້ຄືນມາ ແລ້ວທຸກສິ່ງກໍຈະບໍ່ມີຢູ່ອີກຕໍ່ໄປ. 2 ພຣະເຈົ້າໃຊ້ຊີວິດຂອງພຣະອົງເພື່ອສະໜອງທຸກສິ່ງ ທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ນໍາທຸກຢ່າງມາສູ່ຄວາມເປັນລະບຽບທີ່ດີໂດຍວິທີທາງແຫ່ງລິດທານຸພາບ ແລະ ສິດອຳນາດຂອງພຣະອົງ. ນີ້ຄືຂໍ້ເທັດຈິງທີ່ບໍ່ມີໃຜສາມາດນຶກພາບອອກ ຫຼື ເຂົ້າໃຈໄດ້ ແລະ ຂໍ້ເທັດຈິງທີ່ບໍ່ສາມາດເຂົ້າໃຈໄດ້ເຫຼົ່ານີ້ແມ່ນການສະແດງອອກ ແລະ ເປັນຫຼັກຖານຢືນຢັນເຖິງພະລັງຊີວິດຂອງພຣະເຈົ້າ. ບັດນີ້ ເຮົາຈະບອກຄວາມລັບໃຫ້ກັບເຈົ້າ: ຄວາມຍິ່ງໃຫຍ່ຂອງຊີວິດຂອງພຣະເຈົ້າ ແລະ ລິດອຳນາດແຫ່ງຊີວິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ໂດຍສິ່ງທີ່ຖືກສ້າງໃດໆ. ມັນເປັນແບບນີ້ໃນປັດຈຸບັນ, ດັ່ງທີ່ມັນເປັນໃນອະດີດ ແລະ ມັນຈະເປັນແບບນີ້ໃນອະນາຄົດ. 3 ຄວາມລັບທີສອງທີ່ເຮົາຈະບອກໃຫ້ຮູ້ຄື: ແຫຼ່ງກຳເນີດຊີວິດສໍາລັບສິ່ງທີ່ຖືກສ້າງທັງໝົດແມ່ນມາຈາກພຣະເຈົ້າ; ບໍ່ວ່າພວກເຂົາຈະມີຮູບແບບຊີວິດ ຫຼື ໂຄງສ້າງທີ່ແຕກຕ່າງກັນກໍຕາມ ແລະ ບໍ່ວ່າເຈົ້າຈະເປັນສິ່ງມີຊີວິດປະເພດໃດກໍຕາມ, ບໍ່ມີສິ່ງທີ່ຖືກສ້າງໃດທີ່ສາມາດຝືນເສັ້ນທາງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້ໄດ້. ບໍ່ວ່າກໍລະນີໃດກໍຕາມ
- [ຜູ້ຄົນທົ່ວໂລກຮຽນພາສາຈີນ | ການອ່ານບົດ ແລະ ການຮ້ອງເພງປະສານສຽງ: ເອົາໃຈໃສ່ໂຊກຊະຕາຂອງມະນຸດຊາດ | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/pay-attention-to-fate-of-mankind-choir.html) - 1 ເຮົາຊຸກຍູ້ໃຫ້ປະຊາຊົນຂອງທຸກຊົນຊາດ ແລະ ທຸກປະເທດ ແລະ ແມ່ນແຕ່ທຸກຂົງເຂດວິຊາຊີບໃຫ້ຟັງສຽງຂອງພຣະເຈົ້າ, ເບິ່ງພາລະກິດຂອງພຣະເຈົ້າ ແລະ ເອົາໃຈໃສ່ກັບຊະຕາກໍາຂອງມະນຸດຊາດ ເຊິ່ງເຮັດໃຫ້ພຣະເຈົ້າເປັນຜູ້ບໍລິສຸດທີ່ສຸດ, ມີກຽດສັກສີທີ່ສຸດ, ສູງສົ່ງທີ່ສຸດ ແລະ ເປັນພຽງເປົ້າໝາຍດຽວຂອງການນະມັດສະການທ່າມກາງມະນຸດ ແລະ ເຮັດໃຫ້ມະນຸດຊາດທັງໝົດດຳລົງຊີວິດຢູ່ທ່າມກາງພຣະພອນຂອງພຣະເຈົ້າ ເໝືອນກັບທີ່ເຊື້ອສາຍຂອງອັບຣາຮາມ ໄດ້ດຳລົງຊີວິດຢູ່ໃນພຣະສັນຍາຂອງພຣະເຢໂຮວາ ແລະ ເໝືອນກັບອາດາມ ແລະ ເອວາ ຜູ້ເຊິ່ງ ພຣະເຈົ້າໄດ້ສ້າງໃນຕອນຕົ້ນ ໄດ້ດຳລົງຊີວິດຢູ່ໃນສວນເອເດນ. 2 ພາລະກິດຂອງພຣະເຈົ້າຊັດສາດໄປຂ້າງໜ້າເໝືອນກັບຄື້ນທະເລທີ່ຊົງພະລັງ. ບໍ່ມີໃຜສາມາດໜ່ວງໜ່ຽວພຣະອົງໄວ້ໄດ້ ແລະ ບໍ່ມີໃຜສາມາດຢັບຢັ້ງບາດຍ່າງຂອງພຣະອົງໄດ້. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງຕັ້ງໃຈ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ເຮັດ ກໍຈະປະສົບກັບໄພພິບັດທີ່ບໍ່ອາດຕ້ານທານໄດ້ ແລະ ຈະໄດ້ຮັບການລົງໂທດທີ່ສົມຄວນໄດ້ຮັບ. (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກຜະໜວກ 2: ພຣະເຈົ້າຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດທັງປວງ)
- [ເພງຄຣິດສະຕຽນ “ພຣະເຈົ້າສ້າງມື້ອື່ນທີ່ສວຍງາມກວ່າໃຫ້ແກ່ມະນຸດຊາດ” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/God-s-beautiful-creation-for-mankind-choir.html) - 1 ເຮົາຈະມອບໝາກໄມ້ທີ່ລໍ້າຄ່າຂອງເຮົາໃຫ້ກັບຊາວນາທີ່ດຸໝັ່ນແຫ່ງການາອານ ຜູ້ທີ່ຕ້ອນຮັບການກັບມາຂອງເຮົາຢ່າງພາກພຽນກະຕືລືລົ້ນ. ເຮົາປາຖະໜາພຽງແຕ່ໃຫ້ສະຫວັນມີຢູ່ຕະຫຼອດໄປ ແລະ ຫຼາຍກວ່ານັ້ນກໍຄື ໃຫ້ມະນຸດບໍ່ເຖົ້າແກ່ຈັກເທື່ອ, ໃຫ້ສະຫວັນ ແລະ ມະນຸດມີ ການຢຸດພັກຕະຫຼອດໄປ ແລະ ໃຫ້ “ຕົ້ນແປກ ແລະ ຕົ້ນສົນ” ທີ່ຂຽວຕະຫຼອດປີເຫຼົ່ານັ້ນຢູ່ຄຽງຄູ່ພຣະເຈົ້າຕະຫຼອດໄປ ແລະ ຢູ່ຄຽງຄູ່ສະຫວັນໃນການເຂົ້າສູ່ຍຸກແຫ່ງອຸດົມຄະຕິຮ່ວມກັນຕະຫຼອດໄປ. 2 ເຮົາມອບຈຸດໝາຍປາຍທາງຂອງມະນຸດໃຫ້ກັບເຂົາ, ເຮົາປະຄວາມອຸດົມສົມບູນທຸກຢ່າງຂອງເຮົາໄວ້ໃຫ້ກັບມະນຸດ, ໂຮຍຊີວິດຂອງເຮົາລົງທ່າມກາງມະນຸດ, ປູກເມັດພືດແຫ່ງຊີວິດຂອງເຮົາໃນທົ່ງນາທີ່ຢູ່ໃນຫົວໃຈຂອງມະນຸດ, ປະຄວາມຊົງຈຳທີ່ເປັນນິລັນໄວ້ໃຫ້ກັບເຂົາ, ປະຄວາມຮັກທັງໝົດຂອງເຮົາໄວ້ໃຫ້ກັບມະນຸດຊາດ ແລະ ມອບທຸກສິ່ງທີ່ມະນຸດຮັກຫອມໃນຕົວເຮົາໃຫ້ກັບມະນຸດ. ເຮົາໄດ້ມອບທັງໝົດຂອງເຮົາໃຫ້ກັບມະນຸດຊາດແລ້ວ. ເຮົາໄດ້ປະຊີວິດທັງໝົດຂອງເຮົາໄວ້ໃຫ້ກັບມະນຸດແລ້ວ ແລະ ເຮົາໄດ້ເຮັດວຽກໜັກເພື່ອໄຖດິນແດນທີ່ສວຍງາມແຫ່ງຄວາມຮັກສຳລັບມະນຸດຊາດ ໂດຍທີ່ບໍ່ເອີ່ຍປາກຈັກຄວາມ; ເຮົາບໍ່ເຄີຍມີຂໍ້ຮຽກຮ້ອງທີ່ສົມເຫດສົມຜົນຕໍ່ກັບມະນຸດຈັກເທື່ອ ແລະ ບໍ່ໄດ້ເຮັດຫຍັງ ນອກຈາກຍອມເຊື່ອຟັງການຈັດແຈງຂອງມະນຸດເທົ່ານັ້ນ ແລະ ສ້າງມື້ອື່ນທີ່ສວຍງາມຂຶ້ນສຳລັບມະນຸດຊາດ. (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (10))
- [ການສະແດງການເຕັ້ນລຳ “ປະຊາຊົນທັງໝົດຂອງພຣະເຈົ້າສັນລະເສີນພຣະເຈົ້າອົງຊົງລິດທານຸພາບສູງສຸດ” ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/all-God-s-people-praise-Almighty-God.html) - 1 ມີບຸດມະນຸດອົງໜຶ່ງທີ່ສະແດງອອກເຖິງຄວາມຈິງໃນແຕ່ລະມື້ ແລະ ຜູ້ນີ້ກໍຄືພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຮົາໄດ້ຍິນສຸລະສຽງຂອງພຣະເຈົ້າ ແລະ ໃນທີ່ສຸດກໍໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ, ຊ່າງເປັນຄວາມປິຕິຍິນດີອັນຍິ່ງໃຫຍ່ແທ້! ການໄດ້ເຫັນພຣະພັກຂອງພຣະເຈົ້າທີ່ແທ້ຈິງແມ່ນເກີນກວ່າທີ່ພວກເຮົາເຄີຍຝັນໄວ້! ໂອ້, ພວກເຮົາຊ່າງໄດ້ຮັບພຣະພອນແທ້! ສັນລະເສີນ, ສັນລະເສີນ, ຂໍສັນລະເສີນຢ່າງຍິ່ງໃຫຍ່! ເບິ່ງແມວ່າແມ່ນໃຜກຳລັງຟ້ອນລໍາຢ່າງປິຕິຍິນດີຂະໜາດນັ້ນ! ຫົວໃຈຂອງພວກເຮົາຊ່າງເບີກບານ ແລະ ເປັນອິດສະຫຼະແທ້! 2 ພວກເຮົາໄດ້ຖືກຍົກຂຶ້ນໄປຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມງານລ້ຽງແຫ່ງອານາຈັກສະຫວັນ. ພວກເຮົາກິນ ແລະ ດື່ມພຣະທໍາຂອງພຣະເຈົ້າທຸກໆ ມື້ ແລະ ເຂົ້າໃຈຄວາມຈິງຫຼາຍຢ່າງ, ຫົວໃຈຂອງພວກເຮົາກໍຮູ້ສຶກສະຫວ່າງແຈ້ງຂຶ້ນຢ່າງແທ້ຈິງ! ພຣະທໍາຂອງພຣະເຈົ້າເຮັດໃຫ້ຂ້ານ້ອຍຮູ້ຈັກຕົນເອງ ແລະ ເຫັນຄວາມເສື່ອມຊາມອັນເລິກເຊິ່ງຂອງຂ້ານ້ອຍ, ຂ້ານ້ອຍກົ້ມຂາບລົງຕໍ່ໜ້າພຣະເຈົ້າດ້ວຍຄວາມສໍານຶກຜິດຢ່າງຍິ່ງ. ສັນລະເສີນ, ສັນລະເສີນ, ຂໍສັນລະເສີນຢ່າງຍິ່ງໃຫຍ່! ເບິ່ງແມວ່າແມ່ນໃຜກຳລັງຟ້ອນລໍາຢ່າງປິຕິຍິນດີຂະໜາດນັ້ນ! ຫົວໃຈຂອງພວກເຮົາຊ່າງເບີກບານ ແລະ ເປັນອິດສະຫຼະແທ້! 3 ການຕິດຕາມພຣະຄຣິສ ແລະ ການປະຕິບັດໜ້າທີ່ຂອງຂ້ານ້ອຍ ເຮັດໃຫ້ຊີວິດຂອງຂ້ານ້ອຍມີຄຸນຄ່າ ແລະ ມີຄວາມໝາຍ. ໃນການປະຕິບັດໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍໄດ້ມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ໄດ້ຮັບຄວາມສະຫວ່າງຂອງພຣະວິນຍານບໍລິສຸດ; ຊີວິດຂອງຂ້ານ້ອຍເຕີບໂຕຂຶ້ນຢ່າງໄວວາ! ການຖືກຊໍາລະໃຫ້ສະອາດຜ່ານການພິພາກສາ ເຮັດໃຫ້ຂ້ານ້ອຍສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ຢ່າງແທ້ຈິງ, ນີ້ຄືພຣະພອນຂອງພຣະເຈົ້າ!
- [ເພງຄຣິດສະຕຽນ “ເຈົ້າຕ້ອງໄລ່ຕາມຄວາມຈິງເພື່ອທີ່ຈະຢູ່ລອດ” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/you-must-pursue-the-truth-in-order-to-survive-mv.html) - 1 ການປະຕິບັດທີ່ລຽບງ່າຍທີ່ສຸດໃນການໄລ່ຕາມຄວາມຈິງກໍຄື ເຈົ້າຕ້ອງຍອມຮັບທຸກສິ່ງຈາກພຣະເຈົ້າ ແລະ ອ່ອນນ້ອມໃນທຸກສິ່ງ. ນັ້ນແມ່ນດ້ານໜຶ່ງ. ອີກດ້ານໜຶ່ງກໍຄື ເມື່ອເວົ້າເຖິງໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າ ແລະ ເວົ້າໃນລະດັບທີ່ກວ້າງກວ່າ ຄືການຝາກຝັງທີ່ພຣະເຈົ້າປະທານໃຫ້ເຈົ້າ ແລະ ວຽກງານສຳຄັນບາງຢ່າງທີ່ພຣະເຈົ້າມອບໝາຍໃຫ້ເຈົ້າ, ເຈົ້າຄວນຈ່າຍລາຄາຢູ່ສະເໝີ. ບໍ່ວ່າມັນຈະຍາກສໍ່າໃດກໍຕາມ, ບໍ່ວ່າເຈົ້າຕ້ອງພະຍາຍາມຢ່າງໜັກ ແລະ ຢ່າງບໍ່ຢຸດຢັ້ງແນວໃດກໍຕາມ, ບໍ່ວ່າການຂົ່ມເຫັງຈະເກີດຂຶ້ນກັບເຈົ້າ ຫຼື ແມ່ນແຕ່ຈະເຮັດໃຫ້ຊີວິດຂອງເຈົ້າຕົກຢູ່ໃນອັນຕະລາຍກໍຕາມ, ເຈົ້າກໍບໍ່ຄວນຄິດເສຍດາຍ, ແຕ່ໃຫ້ຖວາຍຄວາມຈົງຮັກພັກດີຂອງເຈົ້າ ແລະ ອ່ອນນ້ອມຈົນເຖິງຕາຍ. ນີ້ຄືການສະແດງອອກທີ່ແທ້ຈິງ, ການທຸ້ມເທທີ່ແທ້ຈິງ ແລະ ການປະຕິບັດທີ່ແທ້ຈິງຂອງການໄລ່ຕາມຄວາມຈິງ. ຖ້າຜູ້ຄົນມີໃຈປາຖະໜາ, ມີຄວາມຕັ້ງໃຈ ແລະ ມີຄວາມເຊື່ອກ່ຽວກັບການໄລ່ຕາມຄວາມຈິງ, ຖ້າພວກເຂົາມີຄວາມເຂັ້ມແຂງແບບນີ້ຢູ່ໃນໃຈຂອງພວກເຂົາ, ກໍບໍ່ມີຫຍັງທີ່ເກີດຂຶ້ນກັບພວກເຂົາທີ່ເປັນເລື່ອງຍາກ. ສິ່ງທີ່ໜ້າເປັນຫ່ວງກໍຄື ບາງຄົນຂາດຄວາມເຊື່ອ. 2 ໃນທີ່ສຸດ, ໃນຂັ້ນຕອນນີ້ຂອງພາລະກິດໃນຍຸກສຸດທ້າຍນີ້, ພຣະເຈົ້າໄດ້ບອກຜູ້ຄົນຢ່າງຊັດເຈນເຖິງຄວາມຈິງໃນທຸກດ້ານທີ່ພວກເຂົາຕ້ອງປະຕິບັດ. ການທີ່ໃຫ້ຜູ້ຄົນໄລ່ຕາມຄວາມຈິງໃນຊ່ວງເວລາປັດຈຸບັນຂອງການມີປະສົບການກັບພາລະກິດຂອງພຣະເຈົ້າ ບໍ່ແມ່ນການເຮັດໃຫ້ສິ່ງຕ່າງໆເປັນເລື່ອງຍາກສຳລັບພວກເຂົາ; ແຕ່ມັນເປັນສິ່ງທີ່ພວກເຂົາມີຄວາມສາມາດບັນລຸໄດ້. ໃນດ້ານໜຶ່ງ, ຂໍ້ກຳນົດນີ້ຂອງພຣະເຈົ້າແມ່ນເໝາະສົມຢ່າງຍິ່ງ; ໃນອີກດ້ານໜຶ່ງ, ຜູ້ຄົນກໍມີເງື່ອນໄຂ ແລະ ພື້ນຖານທີ່ພຽງພໍໃນການໄລ່ຕາມຄວາມຈິງ. ຖ້າໃນທີ່ສຸດຜູ້ໃດຜູ້ໜຶ່ງຍັງບໍ່ສາມາດໄດ້ຮັບຄວາມຈິງ, ກໍເປັນຍ້ອນວ່າບັນຫາຂອງພວກເຂົາຮ້າຍແຮງເກີນໄປ. ຄົນເຊັ່ນນີ້
- [ເພງຄຣິດສະຕຽນ “ເຈົ້າຮູ້ເຖິງພາລະກິດຂອງເຈົ້າບໍ່?” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/are-you-aware-of-your-mission-mv.html) - 1 ເຈົ້າສາມາດສື່ສານເຖິງອຸປະນິໄສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ເໝາະສົມ ແລະ ມີຄວາມໝາຍຂອງຍຸກນັ້ນບໍ? ເຈົ້າ ຜູ້ທີ່ມີປະສົບການກັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ສາມາດບັນຍາຍອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງລະອຽດໄດ້ບໍ? ເຈົ້າຈະສາມາດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໄດ້ບໍ? ເຈົ້າຈະບອກສິ່ງທີ່ເຈົ້າໄດ້ເຫັນ ແລະ ປະສົບໃຫ້ແກ່ຜູ້ເຊື່ອສາສະໜາທີ່ເປັນຕາສັງເວດ, ທຸກຍາກ ແລະ ເຫຼື້ອມໃສເຫຼົ່ານັ້ນ, ຜູ້ທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາໄດ້ແນວໃດ? ຄົນປະເພດໃດທີ່ກຳລັງລໍຖ້າເຈົ້າໃຫ້ລ້ຽງດູພວກເຂົາ? ເຈົ້າສາມາດຈິນຕະນາການໄດ້ບໍ? 2 ເຈົ້າຮູ້ຈັກພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທາງປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ໃນຖານະຜູ້ເປັນນາຍແຫ່ງຍຸກຕໍ່ໄປຢ່າງເໝາະສົມໄດ້ແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າຂອງການເປັນນາຍບໍ? ຜູ້ເປັນນາຍຂອງທຸກສິ່ງຄວນຖືກອະທິບາຍແນວໃດ? ມັນແມ່ນນາຍຂອງສິ່ງທີ່ມີຊີວິດທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງແນ່ເພື່ອຄວາມກ້າວໜ້າຂອງພາລະກິດຂັ້ນຕໍ່ໄປ? ຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າລ້ຽງດູພວກເຂົາມີຫຼາຍເທົ່າໃດ? ໜ້າທີ່ຂອງເຈົ້າໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ສັບສົນ, ຮ້ອງໄຫ້ຄໍ້າຄວນຢູ່ໃນຄວາມມືດ, ຫົນທາງຢູ່ໃສ? 3 ພວກເຂົາຈັ່ງແມ່ນໂຫຍຫາແສງສະຫວ່າງ ຄ້າຍຄືກັບດາວຕົກ ໃຫ້ລົງມາກະທັນຫັນ ແລະ ປັດເປົ່າກອງກຳລັງແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ພວກເຂົາຫວັງຢ່າງໃຈຈົດໃຈຈໍ່
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 516](https://lo.kingdomsalvation.org/videos/entry-into-life-excerpt-516.html) - ສາມາດເວົ້າໄດ້ວ່າ ປະສົບການຫຼາຍຢ່າງຂອງເຈົ້າທີ່ກ່ຽວກັບຄວາມລົ້ມເຫຼວ, ຄວາມອ່ອນແອ ແລະ ເວລາແຫ່ງຄວາມຄິດລົບແມ່ນການທົດລອງຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ທຸກສິ່ງແມ່ນມາຈາກພຣະເຈົ້າ ແລະ ທຸກຢ່າງ ແລະ ທຸກເຫດການແມ່ນຢູ່ໃນມືຂອງພຣະອົງ. ບໍ່ວ່າເຈົ້າຈະລົ້ມເຫຼວ ຫຼື ບໍ່ວ່າເຈົ້າຈະອ່ອນແອ ແລະ ເຈົ້າຈະສະດຸດ ຫຼື ບໍ່, ມັນລ້ວນແລ້ວແຕ່ຂຶ້ນກັບພຣະເຈົ້າ ແລະ ຢູ່ພາຍໃນກຳມືຂອງພຣະອົງ. ຈາກທັດສະນະຂອງພຣະເຈົ້າ, ນີ້ແມ່ນການທົດລອງເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮັບຮູ້ສິ່ງນັ້ນໄດ້ ມັນກໍຈະກາຍມາເປັນການລໍ້ລວງ. ມີສະພາວະສອງປະເພດທີ່ຜູ້ຄົນຄວນຮັບຮູ້: ໜຶ່ງຢ່າງແມ່ນມາຈາກພຣະວິນຍານບໍລິສຸດ ແລະ ແຫຼ່ງທີ່ມາທີ່ເປັນໄປໄດ້ຂອງອີກຢ່າງແມ່ນຊາຕານ. ໜຶ່ງຢ່າງແມ່ນສະພາວະທີ່ພຣະວິນຍານບໍລິສຸດໃຫ້ແສງເຍືອງທາງກັບເຈົ້າ ແລະ ເຮັດໃຫ້ເຈົ້າຮູ້ຈັກຕົນເອງ, ກຽດຊັງ ແລະ ຮູ້ສຶກເສຍໃຈກັບຕົນເອງ ແລະ ສາມາດມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າ, ວາງຫົວໃຈຂອງເຈົ້າເພື່ອເຮັດໃຫ້ພຣະອົງພໍໃຈ. ອີກສະພາວະໜຶ່ງແມ່ນ ສະພາວະທີ່ເຈົ້າຮູ້ຈັກຕົນເອງ, ແຕ່ເຈົ້າຍັງມີຄວາມຄິດລົບ ແລະ ອ່ອນແອ. ມັນສາມາດເວົ້າໄດ້ວ່າ ສະພາວະນີ້ແມ່ນການຫຼໍ່ຫຼອມຂອງພຣະເຈົ້າ ແລະ ນັ້ນຍັງແມ່ນການລໍ້ລວງຂອງຊາຕານ. ຖ້າເຈົ້າຮັບຮູ້ວ່າ ນີ້ແມ່ນຄວາມລອດພົ້ນຂອງພຣະເຈົ້າທີ່ມີໃຫ້ເຈົ້າ ແລະ ຖ້າເຈົ້າຮູ້ສຶກວ່າ ໃນຕອນນີ້ ເຈົ້າເປັນໜີ້ບຸນຄຸນພຣະອົງຢ່າງຫຼວງຫຼາຍ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 514](https://lo.kingdomsalvation.org/videos/entry-into-life-excerpt-514.html) - ຄົນທີ່ຮັບໃຊ້ພຣະເຈົ້າບໍ່ຄວນແຕ່ຮູ້ຈັກວິທີທົນທຸກເພື່ອພຣະອົງເທົ່ານັ້ນ; ຍິ່ງໄປກວ່ານັ້ນ ພວກເຂົາຄວນເຂົ້າໃຈວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າແມ່ນການສະແຫວງຫາຄວາມຮັກພຣະເຈົ້າ. ພຣະເຈົ້າໃຊ້ເຈົ້າບໍ່ແມ່ນພຽງແຕ່ເພື່ອຫຼໍ່ຫຼອມເຈົ້າ ແລະ ເຮັດໃຫ້ເຈົ້າທົນທຸກເທົ່ານັ້ນ, ແຕ່ກົງກັນຂ້າມ ພຣະອົງໃຊ້ເຈົ້າ ເພື່ອວ່າເຈົ້າອາດຮູ້ຈັກການກະທຳຂອງພຣະອົງ, ຮູ້ຈັກຄວາມໝາຍທີ່ແທ້ຈິງຂອງຊີວິດມະນຸດ ແລະ ໂດຍສະເພາະແລ້ວ ເພື່ອວ່າເຈົ້າອາດຮູ້ຈັກວ່າ ການຮັບໃຊ້ພຣະເຈົ້າບໍ່ແມ່ນວຽກງານທີ່ງ່າຍ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ແມ່ນກ່ຽວກັບການໄດ້ຮັບຄວາມເມດຕາ, ແຕ່ກົງກັນຂ້າມແມ່ນການທົນທຸກຍ້ອນຄວາມຮັກທີ່ເຈົ້າມີຕໍ່ພຣະອົງ. ຍ້ອນເຈົ້າໄດ້ຮັບຄວາມເມດຕາຂອງພຣະເຈົ້າ, ເຈົ້າຍັງຕ້ອງໄດ້ຮັບການຂ້ຽນຕີຂອງພຣະອົງ; ເຈົ້າຕ້ອງຜະເຊີນກັບທຸກສິ່ງເຫຼົ່ານີ້. ເຈົ້າສາມາດຜະເຊີນກັບແສງສະຫວ່າງຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້າ ແລະ ເຈົ້າຍັງສາມາດຜະເຊີນກັບວິທີການທີ່ພຣະອົງລິຮານກັບເຈົ້າ ແລະ ພິພາກສາເຈົ້າ. ໃນລັກສະນະນີ້, ປະສົບການຂອງເຈົ້າຈະຄວບຄຸມ. ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີໃນຕົວເຈົ້າ. ພຣະທຳຂອງພຣະເຈົ້າໄດ້ລິຮານກັບເຈົ້າ, ບໍ່ພຽງແຕ່ສໍ່ານັ້ນ; ມັນຍັງໄດ້ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ແກ່ເຈົ້າ. ເມື່ອເຈົ້າຄິດລົບ ແລະ ອ່ອນແອ, ພຣະເຈົ້າກັງວົນກ່ຽວກັບເຈົ້າ. ທັງໝົດຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ເຈົ້າຮູ້ວ່າ ທຸກສິ່ງກ່ຽວກັບມະນຸດແມ່ນຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ. ເຈົ້າອາດຈະຄິດວ່າ ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບການທົນທຸກ ຫຼື ການເຮັດທຸກສິ່ງສຳລັບພຣະອົງ; ເຈົ້າອາດຄິດວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າກໍແມ່ນເພື່ອວ່າເນື້ອໜັງຂອງເຈົ້າອາດຈະສະຫງົບສຸກ ຫຼື ໃຫ້ທຸກສິ່ງໃນຊີວິດຂອງເຈົ້າເປັນໄປດ້ວຍດີ ຫຼື ເພື່ອວ່າເຈົ້າອາດສະດວກສະບາຍ ແລະ ສະບາຍໃຈກັບທຸກສິ່ງ. ເຖິງຢ່າງໃດກໍຕາມ ບໍ່ມີຫຍັງເລີຍໃນສິ່ງເຫຼົ່ານີ້ທີ່ເປັນເປົ້າໝາຍທີ່ຜູ້ຄົນຄວນຍຶດໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 319](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-319.html) - ພວກເຈົ້າທຸກຄົນປາຖະໜາທີ່ຈະຮັບລາງວັນຕໍ່ໜ້າພຣະເຈົ້າ ແລະ ກາຍມາເປັນທີ່ພໍໃຈໂດຍພຣະອົງ; ທຸກຄົນປາຖະໜາຫາສິ່ງດັ່ງກ່າວ ເມື່ອພວກເຂົາເລີ່ມຕົ້ນເຊື່ອໃນພຣະເຈົ້າ ນັ້ນກໍຍ້ອນວ່າມະນຸດດີ້ນຮົນກັບການສະແຫວງຫາສິ່ງທີ່ສູງສົ່ງກວ່າ ແລະ ບໍ່ມີໃຜຕ້ອງການຖືກປະໄວ້ຢູ່ຫຼັງຄົນອື່ນ. ນີ້ຄືສິ່ງທີ່ຜູ້ຄົນເປັນ. ຍ້ອນເຫດຜົນນີ້ແທ້ໆ ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າຈຶ່ງພະຍາຍາມປະຈົບປະແຈງເພື່ອໃຫ້ພຣະເຈົ້າໃນສະຫວັນນິຍົມຊົມຊອບຕະຫຼອດເວລາ, ແຕ່ໃນຄວາມຈິງແລ້ວ ຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດທີ່ພວກເຈົ້າມີຕໍ່ພຣະເຈົ້ານັ້ນໜ້ອຍກວ່າຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດທີ່ພວກເຈົ້າມີຕໍ່ຕົນເອງອີກ. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ເພາະເຮົາບໍ່ຮັບຮູ້ຄວາມຊື່ສັດທີ່ພວກເຈົ້າມີຕໍ່ພຣະເຈົ້າເລີຍ ແລະ ຍິ່ງໄປກວ່ານັ້ນ ຍ້ອນເຮົາປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ມີຢູ່ໃນຫົວໃຈຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ພວກເຈົ້ານະມັດສະການ ເຊິ່ງເປັນພຣະເຈົ້າເລື່ອນລອຍທີ່ພວກເຈົ້າສັນລະເສີນນັ້ນ ບໍ່ມີຢູ່ຈິງເລີຍ. ເຫດຜົນທີ່ເຮົາສາມາດເວົ້າສິ່ງນີ້ໄດ້ຢ່າງແນ່ນອນກໍເພາະວ່າ ພວກເຈົ້າຫ່າງໄກຈາກພຣະເຈົ້າທີ່ເປັນຈິງຫຼາຍ. ເຫດຜົນສຳລັບຄວາມຊື່ສັດຂອງພວກເຈົ້າແມ່ນຮູບບູຊາທີ່ຢູ່ພາຍໃນຫົວໃຈຂອງພວກເຈົ້າ; ແຕ່ໃນຂະນະດຽວກັນ ສຳລັບເຮົາແລ້ວ ພຣະເຈົ້າທີ່ພວກເຈົ້າເບິ່ງຄືວ່າບໍ່ຍິ່ງໃຫຍ່ ຫຼື ເລັກນ້ອຍ, ພວກເຈົ້າພຽງແຕ່ຮັບຮູ້ເຮົາດ້ວຍຄຳເວົ້າເທົ່ານັ້ນ. ເມື່ອເຮົາເວົ້າວ່າພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍນັ້ນ ເຮົາໝາຍຄວາມວ່າພວກເຈົ້າໄດ້ຫ່າງໄກຈາກພຣະເຈົ້າທີ່ແທ້ຈິງ, ໃນຂະນະທີ່ພຣະເຈົ້າທີ່ເລື່ອນລອຍເບິ່ງຄືວ່າໃກ້ໂຕພວກເຈົ້າ. ເມື່ອເຮົາເວົ້າວ່າ “ບໍ່ຍິ່ງໃຫຍ່” ມັນແມ່ນເວົ້າເຖິງວິທີການທີ່ພຣະເຈົ້າທີ່ພວກເຈົ້າເຊື່ອໃນປັດຈຸບັນນີ້ເບິ່ງຄືວ່າເປັນພຽງແຕ່ມະນຸດທີ່ປາສະຈາກຄວາມສາມາດທີ່ຍິ່ງໃຫຍ່, ເປັນມະນຸດທີ່ບໍ່ສູງສົ່ງ. ເມື່ອເຮົາເວົ້າວ່າ “ບໍ່ນ້ອຍ”, ສິ່ງນີ້ໝາຍຄວາມວ່າ ເຖິງແມ່ນວ່າມະນຸດຄົນນີ້ບໍ່ສາມາດເອີ້ນລົມ ແລະ ຄວບຄຸມຝົນ, ເຖິງຢ່າງໃດກໍຕາມ ພຣະອົງສາມາດເອີ້ນຫາພຣະວິນຍານຂອງພຣະເຈົ້າໃຫ້ປະຕິບັດພາລະກິດທີ່ສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກໄດ້ ເຊິ່ງເຮັດໃຫ້ມະນຸດອັດສະຈັນໃຈຢ່າງສິ້ນເຊີງ. ຢູ່ພາຍນອກ ພວກເຈົ້າທັງໝົດເບິ່ງຄືກັບວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 238](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-238.html) - ພາລະກິດທີ່ຖືກວາງແຜນໄວ້ແລ້ວຂອງເຮົາຈະກ້າວໄປຂ້າງໜ້າໂດຍບໍ່ມີການຢຸດເຊົາແມ່ນແຕ່ຊ່ວງເວລາດຽວ. ເມື່ອໄດ້ຍັບເຂົ້າສູ່ຍຸກແຫ່ງອານາຈັກ ແລະ ເມື່ອໄດ້ແບກພວກເຈົ້າເຂົ້າສູ່ອານາຈັກຂອງເຮົາດັ່ງປະຊາຊົນຂອງເຮົາ, ເຮົາຈະຮຽກຮ້ອງຢ່າງອື່ນຈາກພວກເຈົ້າ; ນັ້ນໝາຍຄວາມວ່າ ເຮົາຈະເລີ່ມປະກາດນໍາໃຊ້ລັດຖະທຳມະນູນທີ່ເຮົາຈະປົກຄອງຍຸກນີ້ຕໍ່ໜ້າພວກເຈົ້າ: ຍ້ອນພວກເຈົ້າຖືກເອີ້ນວ່າປະຊາຊົນຂອງເຮົາ, ພວກເຈົ້າກໍຄວນສາມາດສັນລະເສີນນາມຂອງເຮົາ; ນັ້ນກໍຄື ຢືນເປັນພະຍານໃນທ່າມກາງການທົດລອງ. ຖ້າຜູ້ໃດກໍຕາມພະຍາຍາມລໍ້ລວງເຮົາ ແລະ ປິດບັງຄວາມຈິງຈາກເຮົາ ຫຼື ເຂົ້າຮ່ວມເຮັດສິ່ງທີ່ບໍ່ໜ້າເຊື່ອຖືລັບຫຼັງຂອງເຮົາ, ຄົນປະເພດດັ່ງກ່າວຈະຖືກໂຍນອອກໄປ ແລະ ກຳຈັດອອກຈາກເຮືອນຂອງເຮົາ ໂດຍບໍ່ມີການຍົກເວັ້ນ ເພື່ອລໍຖ້າໃຫ້ເຮົາຈັດການພວກເຂົາ. ຄົນທີ່ບໍ່ຊື່ສັດ ແລະ ອັກກະຕັນຍູຕໍ່ເຮົາໃນອະດີດ ແລະ ຄົນທີ່ລຸກຂຶ້ນເພື່ອຕັດສິນເຮົາຢ່າງເປີດເຜີຍໃນປັດຈຸບັນ, ພວກເຂົາກໍຈະຖືກໂຍນອອກຈາກເຮືອນຂອງເຮົາເຊັ່ນກັນ. ຄົນທີ່ເປັນປະຊາຊົນຂອງເຮົາຕ້ອງຄຳນຶງເຖິງພາລະຂອງເຮົາພ້ອມກັບສະແຫວງຫາເພື່ອຮູ້ຈັກພຣະທຳຂອງເຮົາຢູ່ສະເໝີ. ມີແຕ່ຄົນໃນລັກສະນະນີ້ເທົ່ານັ້ນ ເຮົາຈຶ່ງຈະໃຫ້ແສງສະຫວ່າງ ແລະ ພວກເຂົາກໍຈະໄດ້ດຳລົງຊີວິດຢູ່ພາຍໃຕ້ການນໍາພາ ແລະ ແສງສະຫວ່າງຂອງເຮົາຢ່າງແນ່ນອນ ໂດຍບໍ່ພົບກັບການຂ້ຽນຕີເລີຍ. ຄົນທີ່ໃສ່ໃຈແຕ່ການວາງແຜນເພື່ອອະນາຄົດຂອງພວກເຂົາເອງ ໂດຍບໍ່ຄຳນຶງເຖິງພາລະຂອງເຮົາ ນັ້ນກໍຄື ຄົນທີ່ບໍ່ໄດ້ຕັ້ງໃຈເຮັດໃຫ້ເຮົາພໍໃຈດ້ວຍການກະທຳຂອງພວກເຂົາ, ແຕ່ກົງກັນຂ້າມ ພວກເຂົາສະແຫວງຫາແຕ່ສິ່ງໃຫ້ທານ, ເຮົາປະຕິເສດທີ່ຈະໃຊ້ສິ່ງມີຊີວິດດັ່ງຄົນຂໍທານເຫຼົ່ານີ້ຢ່າງແນ່ນອນ, ເພາະຕັ້ງແຕ່ເວລາທີ່ພວກເຂົາເກີດ ພວກເຂົາບໍ່ຮູ້ເລີຍວ່າການຄຳນຶງເຖິງພາລະຂອງເຮົາໝາຍເຖິງຫຍັງ. ພວກເຂົາເປັນຄົນທີ່ຂາດຄວາມຮູ້ສຶກປົກກະຕິ; ຄົນປະເພດດັ່ງກ່າວກຳລັງທົນທຸກຈາກ “ການຂາດສານອາຫານ” ຂອງສະໝອງ ແລະ ຈຳເປັນຕ້ອງກັບເມືອເຮືອນເພື່ອ “ບໍາລຸງ” ສະໝອງຂອງພວກເຂົາ. ເຮົາບໍ່ນໍາໃຊ້ຄົນປະເພດດັ່ງກ່າວ. ໃນບັນດາປະຊາຊົນຂອງເຮົາ, ທຸກຄົນຈຳເປັນຕ້ອງຄຳນຶງວ່າການຮູ້ຈັກເຮົາຄືໜ້າທີ່ໆຈຳເປັນຕ້ອງປະຕິບັດຕະຫຼອດຈົນເຖິງທີ່ສຸດ,
- [ຜູ້ຄົນທົ່ວໂລກຮຽນພາສາຈີນ | ການອ່ານບົດ ແລະ ການຮ້ອງເພງປະສານສຽງ: ບໍ່ມີຫົວໃຈໃດດີກວ່າຫົວໃຈຂອງພຣະເຈົ້າ | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/no-heart-is-better-than-God-s-choir.html) - 1 ເນື່ອງຈາກໄດ້ເລືອກທີ່ຈະຮັກພຣະເຈົ້າ, ຂ້ານ້ອຍກໍຈະໃຫ້ພຣະອົງເອົາທຸກສິ່ງທີ່ພຣະອົງປາຖະໜາໄປ. ເຖິງວ່າຈະຮູ້ສຶກໂສກເສົ້າເລັກນ້ອຍ, ຂ້ານ້ອຍກໍບໍ່ຈົ່ມວ່າຈັກຄໍາ. ດ້ວຍອຸປະນິໄສທີ່ເສື່ອມຊາມ, ມະນຸດສົມຄວນໄດ້ຮັບການພິພາກສາ ແລະ ການລົງໂທດ. ພຣະທຳຂອງພຣະເຈົ້າຄືຄວາມຈິງ, ຂ້ານ້ອຍຕ້ອງບໍ່ຕີຄວາມໝາຍເຈດຕະນາຂອງພຣະອົງຜິດ. ຂ້ານ້ອຍໄຕ່ຕອງຕົນເອງຢູ່ເລື້ອຍໆ ແລະ ພົບວ່າມີຄວາມບໍ່ບໍລິສຸດຫຼາຍເກີນໄປ, ຖ້າຂ້ານ້ອຍບໍ່ໄລ່ຕາມຄວາມຈິງ, ອຸປະນິໄສຂອງຂ້ານ້ອຍກໍບໍ່ສາມາດປ່ຽນແປງໄດ້. ເຖິງວ່າຂ້ານ້ອຍທົນກັບຄວາມເຈັບປວດຫຼາຍ, ມັນກໍເປັນກຽດທີ່ໄດ້ເພີດເພີນກັບຄວາມຮັກຂອງພຣະເຈົ້າ. ຜ່ານຄວາມທຸກທໍລະມານ, ຂ້ານ້ອຍໄດ້ຮຽນຮູ້ການອ່ອນນ້ອມ. ບໍ່ມີຫົວໃຈໃດດີກວ່າຫົວໃຈຂອງພຣະເຈົ້າ. 2 ການໄດ້ຢູ່ກັບພຣະເຈົ້າທັງກາງເວັນ ແລະ ກາງຄືນ, ຂ້ານ້ອຍກໍຮັບຮູ້ວ່າພຣະອົງຊົງໜ້າຮັກສໍ່າໃດ. ການເປີດໂປງ ແລະ ການພິພາກສາຈາກພຣະທຳຂອງພຣະອົງ ສະແດງໃຫ້ຂ້ານ້ອຍເຫັນຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງຂ້ານ້ອຍ. ເມື່ອຍອມຮັບການກວດສອບຂອງພຣະເຈົ້າ, ຂ້ານ້ອຍກໍຖືກເປີດເຜີຍວ່າເປັນຄົນກະບົດຫຼາຍ. ຂ້ານ້ອຍເປີດໃຈເພື່ອການສົນທະນາ ແລະ ໄດ້ຮັບຄວາມເຂົ້າໃຈທີ່ແຈ່ມແຈ້ງກ່ຽວກັບຄວາມຈິງ. ຂ້ານ້ອຍສັ່ນສະທ້ານ ແລະ ຮູ້ສຶກຢ້ານກົວຢ່າງເລິກເຊິ່ງ ເມື່ອຄິດເຖິງການລ່ວງເກີນອຸປະນິໄສຂອງພຣະເຈົ້າ, ຂ້ານ້ອຍເຕືອນຕົນເອງບໍ່ໃຫ້ກະບົດອີກ ແລະ ບໍ່ເຮັດໃຫ້ຫົວໃຈຂອງພຣະອົງເຈັບປວດ. ເຖິງວ່າຂ້ານ້ອຍຈະເລືອກທີ່ຈະຮັກພຣະເຈົ້າ, ຄວາມຮັກຂອງຂ້ານ້ອຍກໍຍັງປົນເປື້ອນໄປດ້ວຍແນວຄິດຂອງຂ້ານ້ອຍເອງ. ຂ້ານ້ອຍຕ້ອງບາກບັ່ນ ເພື່ອສ້າງຄວາມຄືບໜ້າ ແລະ ບັນລຸຈິດໃຈເໝືອນຂອງເປໂຕ. ບໍ່ວ່າພຣະເຈົ້າຈະເບິ່ງຄວາມຮັກຂອງຂ້ານ້ອຍແນວໃດກໍຕາມ, ຄວາມປາຖະໜາດຽວຂອງຂ້ານ້ອຍຄືການເຮັດໃຫ້ພຣະອົງພໍພຣະໄທ. ເຖິງວ່າຂ້ານ້ອຍທົນກັບຄວາມເຈັບປວດຫຼາຍ, ມັນກໍເປັນກຽດທີ່ໄດ້ເພີດເພີນກັບຄວາມຮັກຂອງພຣະເຈົ້າ. ຜ່ານຄວາມທຸກທໍລະມານ, ຂ້ານ້ອຍໄດ້ຮຽນຮູ້ການອ່ອນນ້ອມ. ບໍ່ມີຫົວໃຈໃດດີກວ່າຫົວໃຈຂອງພຣະເຈົ້າ.
- [ເພງຄຣິດສະຕຽນ “ພຣະເຈົ້າກຳລັງຊອກຫາຫົວໃຈ ແລະ ຈິດວິນຍານຂອງເຈົ້າ” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/God-is-seeking-your-heart-choir.html) - 1 ມະນຸດທີ່ເຫີນຫ່າງຈາກການສະໜອງຊີວິດຂອງອົງຊົງລິດທານຸພາບສູງສຸດ ແມ່ນຂາດຄວາມຮູ້ກ່ຽວກັບຈຸດປະສົງຂອງການດໍາລົງຢູ່ ແຕ່ເຖິງຢ່າງໃດ ພວກເຂົາກໍຢ້ານກົວຄວາມຕາຍ. ພວກເຂົາປາສະຈາກຄວາມຊ່ວຍເຫຼືອ ຫຼື ບ່ອນເພິ່ງພາອາໄສ ແຕ່ກໍຍັງບໍ່ເຕັມໃຈທີ່ຈະຫຼັບຕາຂອງພວກເຂົາລົງ, ແລະ ພວກເຂົາຝືນໃຈພະຍຸງກະສອບເນື້ອໜັງຂອງພວກເຂົາທີ່ປາສະຈາກຄວາມຮູ້ສຶກທາງຈິດວິນຍານ ແລະ ຍືດເຍື້ອການເປັນຢູ່ທີ່ໄຮ້ຄຸນຄ່າຢູ່ໃນໂລກນີ້. ເຈົ້າດໍາລົງຊີວິດຢູ່ດ້ວຍວິທີນີ້ໂດຍບໍ່ມີຄວາມຫວັງ ຄົນອື່ນໆກໍເຊັ່ນດຽວກັນ, ດໍາລົງຊີວິດຢູ່ໂດຍປາສະຈາກເປົ້າໝາຍ. ມີພຽງພຣະຜູ້ບໍລິສຸດແຫ່ງຕໍານານທີ່ຈະຊ່ວຍຜູ້ຄົນໃຫ້ລອດພົ້ນທີ່ໂອດຄວນໃນທ່າມກາງຄວາມທົນທຸກທໍລະມານຂອງຕົນ ແລະ ປາຖະໜາຢ່າງຍິ່ງໃນການສະເດັດມາຂອງພຣະອົງ. ຄວາມເຊື່ອດັ່ງກ່າວຍັງບໍ່ໄດ້ຖືກບັນລຸຜົນເປັນເວລາດົນນານໃນຜູ້ຄົນທີ່ຂາດຄວາມຮັບຮູ້ເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ ພວກເຂົາກໍຍັງປາຖະໜາຫາມັນຢູ່ແບບນັ້ນ. 2 ອົງຊົງລິດທານຸພາບສູງສຸດມີຄວາມເມດຕາຕໍ່ຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ຮັບຄວາມທຸກທໍລະມານຢ່າງຮ້າຍແຮງ; ໃນເວລາດຽວກັນນັ້ນ ພຣະອົງຮູ້ສຶກເບື່ອໜ່າຍກັບຜູ້ຄົນເຫຼົ່ານີ້ທີ່ບໍ່ມີຄວາມຮັບຮູ້ໃດໆເລີຍ ເພາະພຣະອົງຕ້ອງລໍຖ້າດົນເກີນໄປ ກ່ອນທີ່ພຣະອົງຈະໄດ້ຮັບຄໍາຕອບຈາກຜູ້ຄົນ. ພຣະອົງຕ້ອງການຄົ້ນຫາ, ຄົ້ນຫາຫົວໃຈ ແລະ ຈິດວິນຍານຂອງເຈົ້າ ແລະ ເພື່ອນໍາເອົານໍ້າ ແລະ ອາຫານມາໃຫ້ກັບເຈົ້າ ເພື່ອທີ່ເຈົ້າຈະຟື້ນຕື່ນຂຶ້ນ ແລະ ເຈົ້າຈະບໍ່ຫິວ ຫຼື ກະຫາຍອີກຕໍ່ໄປ. ເມື່ອເຈົ້າອິດເມື່ອຍ ແລະ ເມື່ອເຈົ້າຮູ້ສຶກເຖິງຄວາມອ້າງວ້າງບາງສ່ວນຂອງໂລກນີ້, ກໍຈົ່ງຢ່າຮູ້ສຶກຫຼົງທາງ ແລະ ຈົ່ງຢ່າຮ້ອງໄຫ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຜູ້ເຝົ້າເບິ່ງ ຈະອ້ອມກອດເອົາການມາຂອງເຈົ້າທຸກເວລາ. ພຣະອົງເຝົ້າເບິ່ງຢູ່ຄຽງຂ້າງເຈົ້າ. ພຣະອົງກໍາລັງລໍຖ້າໃຫ້ເຈົ້າຫັນກັບມາ, ລໍຖ້າມື້ທີ່ເຈົ້າໄດ້ຮັບຄວາມຈໍາຂອງເຈົ້າຄືນມາຢ່າງກະທັນຫັນ: ເມື່ອເຈົ້າຮູ້ວ່າ
- [ເພງຄຣິດສະຕຽນ “ພອນຈົ່ງມີແກ່ຜູ້ທີ່ຮັກພຣະເຈົ້າ” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/blessed-are-those-who-love-God-mv.html) - 1 ມີພຽງຄົນທີ່ຮັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນປະຈັກພະຍານໃຫ້ກັບພຣະເຈົ້າ, ມີພຽງພວກເຂົາເທົ່ານັ້ນທີ່ເປັນພະຍານຂອງພຣະອົງ, ມີພຽງພວກເຂົາເທົ່ານັ້ນທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ມີພຽງພວກເຂົາເທົ່ານັ້ນທີ່ສາມາດໄດ້ຮັບພຣະສັນຍາຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າແມ່ນຄົນຮູ້ໃຈຂອງພຣະເຈົ້າ; ພວກເຂົາແມ່ນຄົນທີ່ພຣະເຈົ້າຮັກ ແລະ ພວກເຂົາສາມາດຊື່ນຊົມກັບການອວຍພອນຮ່ວມກັນກັບພຣະເຈົ້າ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ຈະດຳລົງຊີວິດຕະຫຼອດໄປເປັນນິດ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຈະດຳລົງຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າຕະຫຼອດໄປ. 2 ພຣະເຈົ້າແມ່ນອົງທີ່ຜູ້ຄົນຄວນຮັກ ແລະ ພຣະອົງສົມຄວນແກ່ຄວາມຮັກຂອງທຸກຄົນ, ແຕ່ບໍ່ແມ່ນໝົດທຸກຄົນທີ່ສາມາດຮັກພຣະເຈົ້າໄດ້ ແລະ ບໍ່ແມ່ນໝົດທຸກຄົນທີ່ສາມາດເປັນປະຈັກພະຍານໃຫ້ກັບພຣະເຈົ້າໄດ້ ແລະ ຄອງອຳນາດຮ່ວມກັບພຣະເຈົ້າ. ຍ້ອນພວກເຂົາສາມາດເປັນປະຈັກພະຍານໃຫ້ກັບພຣະເຈົ້າ ແລະ ອຸທິດຄວາມພະຍາຍາມທັງໝົດເຂົ້າໃນວຽກງານຂອງພຣະເຈົ້າໄດ້ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດຍ່າງໃນທຸກບ່ອນທີ່ຢູ່ລຸ່ມສະຫວັນໂດຍບໍ່ມີໃຜກ້າຕໍ່ຕ້ານພວກເຂົາ ແລະ ພວກເຂົາສາມາດໃຊ້ລິດອຳນາດເທິງແຜ່ນດິນໂລກ ແລະ ປົກຄອງປະຊາຊົນທຸກຄົນຂອງພຣະເຈົ້າ. 3 ຄົນເຫຼົ່ານີ້ໄດ້ມາຮ່ວມກັນຈາກທົ່ວທັງແຜ່ນດິນໂລກ. ພວກເຂົາແມ່ນຄົນຈາກທົ່ວໂລກທີ່ເວົ້າພາສາທີ່ແຕກຕ່າງກັນ ແລະ ມີສີຜິວທີ່ແຕກຕ່າງກັນ ແຕ່ຄວາມໝາຍຂອງການເປັນຢູ່ຂອງພວກເຂົາແມ່ນອັນດຽວກັນ; ພວກເຂົາທັງໝົດມີຫົວໃຈທີ່ຮັກພຣະເຈົ້າ, ພວກເຂົາທັງໝົດເປັນພະຍານແບບດຽວກັນ ແລະ ມີຄວາມເດັດດ່ຽວທີ່ຄືກັນ ແລະ ມີຄວາມປາຖະໜາທີ່ແບບດຽວກັນ. ຄົນທີ່ຮັກພຣະເຈົ້າສາມາດເດີນຍ່າງຢ່າງມີອິດສະຫຼະທົ່ວທັງແຜ່ນດິນໂລກ ແລະ ຄົນທີ່ເປັນປະຈັກພະຍານໃຫ້ກັບພຣະເຈົ້າສາມາດເດີນທາງຂ້າມຜ່ານຈັກກະວານ. ຄົນເຫຼົ່ານີ້ເປັນທີ່ຮັກຂອງພຣະເຈົ້າ, ພວກເຂົາໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ພວກເຂົາຈະດຳລົງຊີວິດໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ. (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ
- [ເພງຄຣິດສະຕຽນ “ຄວາມຮູ້ສຶກທີ່ຈິງໃຈຂອງພຣະຜູ້ສ້າງທີ່ມີຕໍ່ມະນຸດຊາດ” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/Creator-s-feelings-toward-mankind-mv.html) - ຂໍ້ຄວາມດັ່ງຕໍ່ໄປນີ້ຖືກບັນທຶກໄວ້ໃນໜັງສືໂຢນາ 4:10-11: “ແລ້ວພຣະເຢໂຮວາກໍກ່າວວ່າ ເຈົ້າແພງຕົ້ນໝາກນໍ້າເຕົ້າ ເຊິ່ງເຈົ້າບໍ່ໄດ້ເສຍແຮງ ຫຼື ເຮັດໃຫ້ມັນເຕີບໃຫຍ່ເລີຍ; ເຊິ່ງມັນກໍໃຫຍ່ຂຶ້ນໃນຄືນດຽວ ແລະ ຕາຍໄປໃນຄືນດຽວ ແລ້ວເຮົາບໍ່ຄວນແພງເມືອງນີເນເວບໍ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ ໂດຍມີປະຊາກອນຫຼາຍກວ່າໜຶ່ງແສນຊາວພັນຄົນທີ່ບໍ່ສາມາດຈໍາແນກລະຫວ່າງມືເບື້ອງຂວາຂອງພວກເຂົາ ແລະ ມືເບື້ອງຊ້າຍຂອງພວກເຂົາ; ແລ້ວກໍຍັງມີສັດລ້ຽງຫຼາຍໂຕ?” ຖ້ອຍຄຳເຫຼົ່ານີ້ແມ່ນພຣະທຳທີ່ແທ້ຈິງຂອງພຣະເຈົ້າເຢໂຮວາຈາກການສົນທະນາລະຫວ່າງພຣະເຈົ້າ ແລະ ໂຢນາ. ເຖິງແມ່ນການສົນທະນານີ້ຈະສັ້ນ, ມັນກໍເຕັມໄປດ້ວຍຄວາມບໍ່ເຕັມໃຈຂອງພຣະຜູ້ສ້າງທີ່ຈະປະຖິ້ມມະນຸດ ແລະ ຄວາມຫ່ວງໃຍຂອງພຣະອົງທີ່ມີຕໍ່ມະນຸດຊາດ. ພຣະທຳເຫຼົ່ານີ້ສະແດງເຖິງທ່າທີ ແລະ ຄວາມຮູ້ສຶກທີ່ແທ້ຈິງທີ່ພຣະເຈົ້າມີຢູ່ໃນຫົວໃຈຂອງພຣະອົງສຳລັບສິ່ງທີ່ຖືກສ້າງຂອງພຣະອົງ. ພຣະທຳເຫຼົ່ານີ້ຍັງແມ່ນການທີ່ພຣະເຈົ້າກ່າວເຈດຕະນາທີ່ແທ້ຈິງຂອງພຣະອົງທີ່ມີຕໍ່ມະນຸດຊາດໃນພາສາທີ່ຊັດເຈນ ເຊິ່ງມະນຸດບໍ່ຄ່ອຍໄດ້ຍິນ. 1 ພຣະຜູ້ສ້າງຢູ່ທ່າມກາງມະນຸດຕະຫຼອດເວລາ, ພຣະອົງສົນທະນາກັບມະນຸດ ແລະ ທຸກຊັບພະສິ່ງຢູ່ສະເໝີ ແລະ ພຣະອົງມີການກະທຳໃໝ່ໃນແຕ່ລະມື້. ແກ່ນແທ້ ແລະ ອຸປະນິໄສຂອງພຣະອົງແມ່ນຖືກສະແດງອອກໃນບົດສົນທະນາຂອງພຣະອົງກັບມະນຸດ; ຄວາມຄິດ ແລະ ແນວຄິດຂອງພຣະອົງຖືກເປີດເຜີຍອອກໃນການກະທຳຂອງພຣະອົງຢ່າງສົມບູນ; ພຣະອົງເຝົ້າເບິ່ງ ແລະ ຢູ່ນໍາມະນຸດຊາດຕະຫຼອດເວລາ. ພຣະອົງໃຊ້ພຣະທໍາທີ່ມິດງຽບຂອງພຣະອົງເພື່ອບອກທຸກຊັບພະສິ່ງ ແລະ ມະນຸດຊາດຢ່າງງຽບໆວ່າ: “ເຮົາຢູ່ໃນສະຫວັນ ແລະ ເຮົາຢູ່ທ່າມກາງທຸກຊັບພະສິ່ງ. ເຮົາກຳລັງເຝົ້າເບິ່ງ; ເຮົາກຳລັງລໍຖ້າ; ເຮົາຢູ່ຄຽງຂ້າງເຈົ້າ...”. 2 ມືຂອງພຣະອົງອົບອຸ່ນ
- [ການສະແດງການເຕັ້ນລຳ “ຈັກກະວານດັງກ້ອງໄປດ້ວຍການສັນລະເສີນພຣະເຈົ້າ” ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/cosmos-rings-praise-for-God.html) - 1 ບົດເພງຫຼາຍບົດ, ການຟ້ອນທີ່ສວຍງາມຫຼາຍ ຈັກກະວານໄດ້ກາຍເປັນທະເລແຫ່ງຄວາມສຸກທີ່ຟົດຟື້ນ! ດວງດາວຕ່າງໆກໍໂລດເຕັ້ນ ດວງເດືອນກໍຍິ້ມແຍ້ມ ຈັກກະວານກໍເຕັມໄປດ້ວຍການສັນລະເສີນ; ພວກເຮົາໂຮຮ້ອງ ແລະ ໂດດເຕັ້ນໄປມາດ້ວຍຄວາມສຸກ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຄຣິສແຫ່ງຍຸກສຸດທ້າຍ ໄດ້ສະແດງອອກເຖິງຄວາມຈິງ ສັ່ນສະເທືອນທຸກຊາດ ແລະ ທຸກນິກາຍ. ຜູ້ຄົນທີ່ພຣະເຈົ້າເລືອກໄດ້ຍິນສຸລະສຽງຂອງພຣະອົງ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະອົງເພື່ອນະມັດສະການເປັນໜຶ່ງດຽວ. ໃນຊີໂອນ ພຣະເຈົ້າປະເຊີນກັບຈັກກະວານທັງໝົດ ເປີດເຜີຍຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະອົງ. ປະຊາຊົນທັງໝົດຂອງພຣະເຈົ້າກໍເຕັມໄປດ້ວຍຄວາມສຸກ ສັນລະເສີນພຣະອົງຢ່າງບໍ່ມີທີ່ສິ້ນສຸດ. ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ! ຮາເລລູຢາ! ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ, ສັນລະເສີນພຣະເຈົ້າ! 2 ເພື່ອທີ່ຈະຮັກພຣະເຈົ້າ, ພວກເຮົາຕ້ອງປະຕິບັດໜ້າທີ່ຂອງພວກເຮົາໃຫ້ສຳເລັດ ແລະ ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ຫົວໃຈຂອງອ້າຍເອື້ອຍນ້ອງຂອງພວກເຮົາກໍເຊື່ອມໂຍງກັນຢ່າງໃກ້ຊິດ ແລະ ທຸກຄົນກໍສັນລະເສີນພຣະເຈົ້າເປັນໜຶ່ງດຽວກັນ ທັງຊາຍ ແລະ ຍິງ ທັງໜຸ່ມ ແລະ ແກ່. ເຈົ້າຖວາຍບົດເພງ ແລະ ຂ້ອຍກໍຖວາຍການຟ້ອນ; ເຈົ້າເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຂ້ອຍກໍຮ່ວມມື. ພວກເຮົາເຮັດໃຫ້ມານຮ້າຍ, ມັງກອນແດງໃຫຍ່ ໄດ້ຮັບຄວາມອັບອາຍ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 481](https://lo.kingdomsalvation.org/videos/entry-into-life-excerpt-481.html) - ສິ່ງທີ່ເປໂຕສະແຫວງຫາແມ່ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າເທົ່ານັ້ນ. ລາວສະແຫວງຫາເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ໂດຍບໍ່ຄຳນຶງເຖິງການທົນທຸກ ແລະ ຄວາມລຳບາກຍາກແຄ້ນ, ລາວຍັງເຕັມໃຈທີ່ຈະຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ຜູ້ເຊື່ອໃນພຣະເຈົ້າບໍ່ມີການສະແຫວງຫາທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ. ສິ່ງທີ່ໂປໂລສະແຫວງຫາແມ່ນຖືກເຮັດໃຫ້ເປິເປື້ອນດ້ວຍເນື້ອໜັງຂອງລາວເອງ, ດ້ວຍແນວຄິດຂອງລາວເອງ ແລະ ດ້ວຍແຜນການ ແລະ ໂຄງການຂອງລາວເອງ. ລາວບໍ່ສາມາດເປັນສິ່ງທີ່ຖືກສ້າງທີ່ມີຄຸນສົມບັດໄດ້ ແລະ ບໍ່ແມ່ນຄົນທີ່ສະແຫວງຫາເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ເປໂຕສະແຫວງຫາທີ່ຈະປ່ອຍໃຫ້ຕົວເອງຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ພາລະກິດທີ່ລາວປະຕິບັດນັ້ນບໍ່ໄດ້ຍິ່ງໃຫຍ່, ແຮງຜັກດັນທີ່ຢູ່ເບື້ອງຫຼັງການສະແຫວງຫາຂອງລາວ ແລະ ເສັ້ນທາງທີ່ລາວຍ່າງແມ່ນຖືກຕ້ອງ; ເຖິງແມ່ນວ່າ ລາວບໍ່ສາມາດເຮັດໃຫ້ຫຼາຍຄົນຍອມຮັບລາວ, ລາວສາມາດສະແຫວງຫາຫົນທາງແຫ່ງຄວາມຈິງໄດ້. ຍ້ອນເຫດນີ້ ຈຶ່ງສາມາດເວົ້າໄດ້ວ່າ ລາວເປັນສິ່ງທີ່ຖືກສ້າງທີ່ມີຄຸນສົມບັດ. ໃນປັດຈຸບັນ, ເຖິງແມ່ນວ່າ ເຈົ້າບໍ່ແມ່ນຜູ້ປະຕິບັດພາລະກິດ, ເຈົ້າກໍ່ຄວນສາມາດປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ ແລະ ສະແຫວງຫາເພື່ອປ່ອຍໃຫ້ຢູ່ພາຍໃຕ້ການປັ້ນແຕ່ງທຸກຢ່າງຂອງພຣະເຈົ້າ. ເຈົ້າຄວນສາມາດອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າກ່າວ ແລະ ຜະເຊີນກັບຄວາມລໍາບາກຍາກແຄ້ນ ແລະ ການຫຼໍ່ຫຼອມໃນທຸກຮູບແບບ ແລະ ເຖິງແມ່ນເຈົ້າອ່ອນແອ, ໃນຫົວໃຈຂອງເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ຄົນທີ່ຮັບຜິດຊອບຊີວິດຂອງພວກເຂົາເອງແມ່ນຄົນທີ່ເຕັມໃຈປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ ແລະ ມຸມມອງຂອງຄົນປະເພດດັ່ງກ່າວຕໍ່ການສະແຫວງຫາກໍ່ເປັນມຸມມອງທີ່ຖືກຕ້ອງ. ຄົນເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າປະຕິບັດພາລະກິດຫຼາຍຢ່າງ ແລະ ຄົນອື່ນຮັບເອົາຄຳສັ່ງສອນຂອງເຈົ້າ, ແຕ່ເຈົ້າເອງບໍ່ໄດ້ປ່ຽນແປງ ແລະ ບໍ່ໄດ້ເປັນພະຍານຫຍັງເລີຍ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 480](https://lo.kingdomsalvation.org/videos/entry-into-life-excerpt-480.html) - ບາງຄົນເວົ້າວ່າ “ໂປໂລປະຕິບັດພາລະກິດຈຳນວນຫຼວງຫຼາຍ ແລະ ລາວກໍແບກຮັບເອົາພາລະກິດສຳລັບຄຣິສຕະຈັກ ແລະ ປະກອບສ່ວນຢ່າງຫຼວງຫຼາຍໃນຄຣິສຕະຈັກເຫຼົ່ານັ້ນ. ຈົດໝາຍສິບສາມສະບັບຂອງໂປໂລຢືນຢັນເຖິງເວລາ 2.000 ປີຂອງຍຸກແຫ່ງພຣະຄຸນ ແລະ ເປັນພຽງອັນດັບທີສອງຮອງຈາກພຣະກິດຕິຄຸນທັງສີ່. ແມ່ນໃຜສາມາດປຽບທຽບກັບລາວໄດ້? ບໍ່ມີໃຜສາມາດຖອດຄວາມໝາຍຂອງພຣະນິມິດຂອງໂຢຮັນ, ໃນຂະນະທີ່ຈົດໝາຍຂອງໂປໂລສະໜອງຊີວິດ ແລະ ພາລະກິດທີ່ລາວປະຕິບັດແມ່ນເປັນປະໂຫຍດຕໍ່ຄຣິສຕະຈັກ. ແມ່ນໃຜແນ່ທີ່ສາມາດບັນລຸສິ່ງດັ່ງກ່າວນີ້ໄດ້? ແລ້ວແມ່ນຫຍັງຄືພາລະກິດທີ່ເປໂຕປະຕິບັດ?” ເມື່ອມະນຸດວັດແທກຄົນອື່ນ, ເຂົາກໍ່ເຮັດແບບນັ້ນໂດຍອີງຕາມການປະກອບສ່ວນຂອງພວກເຂົາ. ເມື່ອພຣະເຈົ້າວັດແທກມະນຸດ, ພຣະອົງກໍ່ເຮັດໂດຍອີງຕາມທຳມະຊາດຂອງເຂົາ. ທ່າມກາງຄົນທີ່ສະແຫວງຫາຊີວິດ, ໂປໂລເປັນຄົນທີ່ບໍ່ຮູ້ຈັກທາດແທ້ຂອງຕົນເອງ. ລາວບໍ່ມີທາງຖ່ອມຕົນ ຫຼື ອ່ອນນ້ອມ ຫຼື ລາວບໍ່ຮູ້ຈັກແກ່ນແທ້ຂອງລາວເອງ ເຊິ່ງກົງກັນຂ້າມກັບພຣະເຈົ້າ. ແລ້ວດ້ວຍເຫດນັ້ນ ລາວຈຶ່ງເປັນຄົນທີ່ບໍ່ໄດ້ຜ່ານປະສົບການຢ່າງລະອຽດ ແລະ ເປັນຄົນທີ່ບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ເປໂຕແມ່ນແຕກຕ່າງ. ລາວຮູ້ຈັກຄວາມບໍ່ສົມບູນ ແລະ ຄວາມບົກຜ່ອງຂອງຕົນເອງ ແລະ ອຸປະນິໄສທີ່ເສື່ອມຊາມຂອງຕົນເອງໃນຖານະທີ່ເປັນສິ່ງຖືກສ້າງ ແລະ ດ້ວຍເຫດນັ້ນ ລາວຈຶ່ງມີເສັ້ນທາງແຫ່ງການປະຕິບັດເພື່ອປ່ຽນແປງອຸປະນິໄສຂອງລາວ; ລາວບໍ່ແມ່ນຄົນທີ່ມີພຽງແຕ່ທິດສະດີ ແຕ່ບໍ່ມີຄວາມຈິງ. ຄົນທີ່ປ່ຽນແປງແມ່ນຄົນໃໝ່ທີ່ໄດ້ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາເປັນຄົນທີ່ມີຄຸນສົມບັດໃນການສະແຫວງຫາຄວາມຈິງ. ຄົນທີ່ບໍ່ປ່ຽນແປງແມ່ນເປັນສ່ວນໜຶ່ງຂອງຄົນທີ່ຫຼ້າສະໄໝໂດຍທຳມະຊາດ; ພວກເຂົາເປັນຄົນທີ່ບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນ ນັ້ນກໍຄື ຄົນທີ່ຖືກພຣະເຈົ້າປະຕິເສດ. ພຣະເຈົ້າຈະບໍ່ຈົດຈຳພວກເຂົາ ບໍ່ວ່າພາລະກິດຂອງພວກເຂົາຈະຍິ່ງໃຫຍ່ສໍ່າໃດກໍຕາມ. ເມື່ອເຈົ້າປຽບທຽບສິ່ງນີ້ກັບການສະແຫວງຫາຂອງເຈົ້າເອງ, ໃນທີ່ສຸດແລ້ວ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 479](https://lo.kingdomsalvation.org/videos/entry-into-life-excerpt-479.html) - ພາລະກິດທີ່ໂປໂລປະຕິບັດແມ່ນການສະແດງຕໍ່ໜ້າມະນຸດ, ແຕ່ຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້າບໍລິສຸດຫຼາຍສໍ່າໃດ ແລະ ລາວຮັກພຣະເຈົ້າຫຼາຍສໍ່າໃດເລິກໆໃນຫົວໃຈຂອງລາວນັ້ນ, ສິ່ງເຫຼົ່ານີ້ເປັນສິ່ງທີ່ມະນຸດບໍ່ສາມາດເບິ່ງເຫັນໄດ້. ມະນຸດສາມາດເຫັນພຽງແຕ່ພາລະກິດທີ່ລາວປະຕິບັດ ເຊິ່ງມະນຸດຮູ້ວ່າ ລາວຖືກໃຊ້ໂດຍພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງຄິດວ່າ ໂປໂລດີກວ່າເປໂຕ, ເຊິ່ງພາລະກິດຂອງລາວຍິ່ງໃຫຍ່ກວ່າ ກໍຍ້ອນວ່າ ລາວສາມາດຕອບສະໜອງຄຣິດຕະຈັກໄດ້. ສ່ວນເປໂຕແມ່ນພຽງແຕ່ສົນໃຈກັບປະສົບການສ່ວນຕົວຂອງລາວ ແລະ ໄດ້ຮັບຜູ້ຄົນຈຳນວນໜ້ອຍໃນທ່າມກາງພາລະກິດຊົ່ວຄາວຂອງລາວ. ມີຈົດໝາຍພຽງໜ້ອຍດຽວທີ່ເປັນທີ່ຮູ້ຈັກຈາກລາວ, ແຕ່ມີໃຜຮູ້ແດ່ວ່າ ຄວາມຮັກທີ່ລາວມີຕໍ່ພຣະເຈົ້ານັ້ນຍິ່ງໃຫຍ່ຫຼາຍສໍ່າໃດ ໃນສ່ວນເລິກພາຍໃນຫົວໃຈຂອງລາວ? ມື້ແລ້ວມື້ເລົ່າ ໂປໂລປະຕິບັດພາລະກິດເພື່ອພຣະເຈົ້າ ນັ້ນກໍຄື ຕາບໃດທີ່ມີພາລະກິດໃຫ້ປະຕິບັດ ລາວກໍປະຕິບັດ. ລາວຮູ້ສຶກວ່າ ດ້ວຍລັກສະນະນີ້ ລາວຈະສາມາດຮັບເອົາມົງກຸດ ແລະ ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ແຕ່ລາວບໍ່ຍອມສະແຫວງຫາຫົນທາງທີ່ຈະປ່ຽນແປງຕົນເອງຜ່ານທາງພາລະກິດຂອງລາວ. ແມ່ນຫຍັງກໍຕາມທີ່ຢູ່ໃນຊີວິດຂອງເປໂຕເຊິ່ງບໍ່ສອດຄ່ອງຕາມເຈດຕະນາຂອງພຣະເຈົ້າແມ່ນຈະເຮັດໃຫ້ລາວຮູ້ສຶກບໍ່ສະບາຍໃຈ. ຖ້າມັນບໍ່ປະຕິບັດຕາມເຈດຕະນາຂອງພຣະເຈົ້າ, ລາວກໍຮູ້ສຶກສຳນຶກຜິດ ແລະ ຈະຊອກຫາຫົນທາງທີ່ເໝາະສົມທີ່ລາວສາມາດພະຍາຍາມເພື່ອເຮັດໃຫ້ພຣະເຈົ້າພໍໃຈໄດ້. ແມ່ນແຕ່ໃນດ້ານຊີວິດຂອງລາວຈະເລັກນ້ອຍທີ່ສຸດ ແລະ ບໍ່ມີຄວາມໝາຍຫຍັງ, ລາວກໍຍັງຮຽກຮ້ອງໃຫ້ຕົນເອງປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ລາວເຂັ້ມງວດຫຼາຍ ເມື່ອເວົ້າເຖິງອຸປະນິໄສເກົ່າຂອງລາວ, ເຄັ່ງຄັດໃນເງື່ອນໄຂທີ່ລາວມີຕໍ່ຕົນເອງເພື່ອພັດທະນາເຂົ້າສູ່ຄວາມຈິງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ. ໂປໂລສະແຫວງຫາພຽງແຕ່ຊື່ສຽງ ແລະ ສະຖານະແບບຜິວເຜີນເທົ່ານັ້ນ. ລາວສະແຫວງຫາເພື່ອໂອ້ອວດຕົນເອງຕໍ່ໜ້າມະນຸດ ແລະ ບໍ່ໄດ້ສະແຫວງຫາເພື່ອພັດທະນາການເຂົ້າສູ່ຊີວິດໃຫ້ເລິກເຊິ່ງຍິ່ງກວ່າເກົ່າ. ສິ່ງທີ່ລາວໃສ່ໃຈແມ່ນຄຳສັ່ງສອນ ບໍ່ແມ່ນຄວາມເປັນຈິງ. ບາງຄົນເວົ້າວ່າ “ໂປໂລປະຕິບັດພາລະກິດຫຼາຍຢ່າງສຳລັບພຣະເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 477](https://lo.kingdomsalvation.org/videos/entry-into-life-excerpt-477.html) - ເຖິງແມ່ນວ່າການເປີດເຜີຍໂດຍທຳມະຊາດໄດ້ເກີດຂຶ້ນຫຼັງຈາກທີ່ເປໂຕເລີ່ມຕິດຕາມພຣະເຢຊູ ແຕ່ໃນທຳມະຊາດແລ້ວ ຕັ້ງແຕ່ຕົ້ນມາ ລາວເປັນຄົນທີ່ເຕັມໃຈຍອມອ່ອນນ້ອມຕໍ່ພຣະວິນຍານບໍລິສຸດ ແລະ ສະແຫວງຫາພຣະຄຣິດ. ການອ່ອນນ້ອມຂອງລາວທີ່ມີຕໍ່ພຣະວິນຍານບໍລິສຸດ ນັ້ນກໍຄື ລາວບໍ່ໄດ້ສະແຫວງຫາຊື່ສຽງ ແລະ ຊັບສິນ, ແຕ່ກົງກັນຂ້າມ ລາວໄດ້ຮັບການດົນບັນດານໃຈຈາກການອ່ອນນ້ອມຕໍ່ຄວາມຈິງ. ເຖິງແມ່ນວ່າ ມີສາມຄັ້ງທີ່ເປໂຕປະຕິເສດບໍ່ຮູ້ຈັກພຣະຄຣິດ ແລະ ເຖິງແມ່ນວ່າ ລາວທົດລອງອົງພຣະເຢຊູເຈົ້າ, ຄວາມບົກຜ່ອງເລັກນ້ອຍແບບນັ້ນຂອງມະນຸດບໍ່ກ່ຽວຂ້ອງກັບທຳມະຊາດຂອງລາວ, ມັນບໍ່ມີຜົນກະທົບຕໍ່ການສະແຫວງຫາໃນອະນາຄົດຂອງລາວ ແລະ ມັນບໍ່ສາມາດພິສູດຢ່າງພຽງພໍວ່າ ການທົດລອງນັ້ນເປັນການກະທຳຂອງຜູ້ຕໍ່ຕ້ານພຣະຄຣິດ. ຄວາມບົກຜ່ອງຂອງມະນຸດແມ່ນສິ່ງທີ່ທຸກຄົນໃນແຜ່ນດິນໂລກມີ, ເຈົ້າຄາດຫວັງໃຫ້ເປໂຕແຕກຕ່າງບໍ? ຜູ້ຄົນບໍ່ໄດ້ມີມຸມມອງບາງຢ່າງກ່ຽວກັບເປໂຕ ຍ້ອນວ່າລາວເຮັດຜິດພາດຢ່າງໂງ່ຈ້າຫຼາຍຄັ້ງບໍ? ແລ້ວຜູ້ຄົນບໍ່ໄດ້ເຄົາລົບໂປໂລ ຍ້ອນພາລະກິດທຸກຢ່າງທີ່ລາວເຮັດ ແລະ ຈົດໝາຍທຸກສະບັບທີ່ລາວຂຽນບໍ? ມະນຸດຈະສາມາດເຫັນທາດແທ້ຂອງມະນຸດໄດ້ແນວໃດ? ແນ່ນອນ ຄົນທີ່ມີສະຕິແທ້ຈິງຈະສາມາດເຫັນສິ່ງທີ່ບໍ່ມີຄວາມສຳຄັນແບບນັ້ນບໍ? ເຖິງແມ່ນປະສົບການທີ່ເຈັບປວດຫຼາຍປີຂອງເປໂຕບໍ່ໄດ້ຖືກບັນທຶກໄວ້ໃນພຣະຄຳພີ, ນີ້ກໍບໍ່ໄດ້ພິສູດວ່າ ເປໂຕບໍ່ມີປະສົບການທີ່ແທ້ຈິງເລີຍ ຫຼື ເປໂຕບໍ່ໄດ້ຖືກເຮັດໃຫ້ສົມບູນ. ມະນຸດຈະສາມາດຢັ່ງຮູ້ພາລະກິດຂອງພຣະເຈົ້າໄດ້ຢ່າງສົມບູນໄດ້ແນວໃດ? ການບັນທຶກໃນພຣະຄຳພີບໍ່ໄດ້ຖືກຄັດເລືອກໂດຍພຣະເຢຊູເອງ, ແຕ່ຖືກຮວບຮວມໂດຍຄົນລຸ້ນຕໍ່ມາ. ເມື່ອເວົ້າແບບນັ້ນ, ທຸກສິ່ງທີ່ບັນທຶກໃນພຣະຄຳພີບໍ່ແມ່ນຖືກເລືອກເອົາຕາມແນວຄິດຂອງມະນຸດບໍ? ຍິ່ງໄປກວ່ານັ້ນ, ຜົນໄດ້ຮັບຂອງເປໂຕ ແລະ ໂປໂລແມ່ນບໍ່ໄດ້ຖືກລະບຸໄວ້ໃນຈົດໝາຍຢ່າງຈະແຈ້ງ ສະນັ້ນ ມະນຸດຈຶ່ງຕັດສິນເປໂຕ ແລະ ໂປໂລຕາມຄວາມເຂົ້າໃຈຂອງພວກເຂົາເອງ ແລະ ຕາມຄວາມພຶງພໍໃຈຂອງພວກເຂົາເອງ. ແລ້ວຍ້ອນໂປໂລປະຕິບັດພາລະກິດຫຼາຍຢ່າງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 474](https://lo.kingdomsalvation.org/videos/entry-into-life-excerpt-474.html) - ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ ຫຼື ຍ້ອນຄວາມສຸກຊົ່ວຄາວ. ສຳລັບຄົນທີ່ບໍ່ໄດ້ຜ່ານການລິຮານຫຍັງເລີຍ, ພວກເຂົາເຊື່ອໃນພຣະເຈົ້າແມ່ນເພື່ອເຂົ້າສູ່ສະຫວັນ, ເພື່ອຮັບເອົາລາງວັນ. ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອຖືກເຮັດໃຫ້ສົມບູນ ຫຼື ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງພວກເຂົາ ຫຼື ເພື່ອເຮັດໃຫ້ໜ້າທີ່ຂອງພວກເຂົາສຳເລັດ. ມີໜ້ອຍຄັ້ງທີ່ຜູ້ຄົນເຊື່ອໃນພຣະເຈົ້າເພື່ອມີຊີວິດຢ່າງມີຄວາມໝາຍ ຫຼື ມີໜ້ອຍຄັ້ງທີ່ຈະມີຄົນທີ່ເຊື່ອວ່າ ຍ້ອນມະນຸດມີຊີວິດຢູ່ ເຂົາຈຶ່ງສົມຄວນຮັກພຣະເຈົ້າ ເພາະມັນແມ່ນເລື່ອງທໍາມະຊາດ ແລະ ເໝາະສົມທີ່ສຸດທີ່ຕ້ອງເຮັດແບບນັ້ນ ແລະ ມັນຄືວິຊາຊີບຕາມທຳມະຊາດຂອງມະນຸດ. ໃນລັກສະນະນີ້, ເຖິງແມ່ນວ່າ ແຕ່ລະຄົນຕ່າງສະແຫວງຫາເປົ້າໝາຍຂອງພວກເຂົາເອງ, ຈຸດມຸ່ງໝາຍຂອງການສະແຫວງຫາຂອງພວກເຂົາ ແລະ ແຮງຜັກດັນທີ່ຢູ່ເບື້ອງຫຼັງຂອງການສະແຫວງຫານັ້ນແມ່ນລ້ວນແລ້ວແຕ່ຄືກັນ ແລະ ຍິ່ງໄປກວ່ານັ້ນ ສຳລັບພວກເຂົາສ່ວນໃຫຍ່ແລ້ວ ຈຸດປະສົງຂອງການນະມັດສະການຂອງພວກເຂົາແມ່ນຄືກັນ. ຕະຫຼອດເວລາສອງສາມພັນປີທີ່ຜ່ານມາ, ຜູ້ເຊື່ອຫຼາຍຄົນໄດ້ຕາຍ ແລະ ຫຼາຍຄົນໄດ້ຕາຍ ແລະ ເກີດອີກຄັ້ງ. ບໍ່ແມ່ນພຽງແຕ່ໜຶ່ງ ຫຼື ສອງຄົນເທົ່ານັ້ນທີ່ສະແຫວງຫາພຣະເຈົ້າ ຫຼື ບໍ່ແມ່ນແຕ່ໜຶ່ງ ຫຼື ສອງພັນຄົນ, ເຖິງຢ່າງໃດກໍຕາມ ຄົນເຫຼົ່ານີ້ສ່ວນໃຫຍ່ແມ່ນສະແຫວງຫາເພື່ອເຫັນແກ່ຄວາມຄາດຫວັງຂອງພວກເຂົາເອງ ຫຼື ຄວາມຫວັງໃນອະນາຄົດທີ່ສະຫງ່າງາມຂອງພວກເຂົາ. ຄົນທີ່ອຸທິດຕໍ່ພຣະຄຣິດແມ່ນມີໜ້ອຍຫຼາຍ. ຜູ້ເຊື່ອຫຼາຍຄົນທີ່ເຫຼື້ອມໃສກໍຍັງຕາຍຍ້ອນຕິດດາງແຫຂອງພວກເຂົາເອງ ແລະ ຍິ່ງໄປກວ່ານັ້ນ ຈຳນວນຄົນທີ່ມີໄຊຊະນະແມ່ນມີໜ້ອຍຫຼາຍ.
- [ເພງຄຣິດສະຕຽນ “ຂໍໃຫ້ພວກເຮົາທຸກຄົນຮູ້ເຖິງຄວາມໜ້າຮັກຂອງພຣະເຈົ້າ” ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/know-God-s-loveliness-mv.html) - 1 ຂໍໃຫ້ພຣະເຈົ້າມອບຄວາມສະຫວ່າງແກ່ພວກເຮົາ, ເພື່ອວ່າພວກເຮົາທຸກຄົນຈະສາມາດຮູ້ຈັກຄວາມໜ້າຮັກຂອງພຣະອົງ, ຮັກພຣະເຈົ້າຂອງພວກເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຮົາ ແລະ ສະແດງຄວາມຮັກທີ່ພວກເຮົາທຸກຄົນມີຕໍ່ພຣະເຈົ້າໃນຕຳແໜ່ງທີ່ແຕກຕ່າງກັນຂອງພວກເຮົາ; ຂໍໃຫ້ພຣະເຈົ້າປະທານຫົວໃຈທີ່ໝັ້ນຄົງທີ່ມີຄວາມຮັກແທ້ຈິງສຳລັບພຣະອົງໃຫ້ແກ່ພວກເຮົາ, ນີ້ຄືສິ່ງທີ່ພຣະເຈົ້າຫວັງໄວ້. ພວກເຮົາຜູ້ທີ່ເກີດໃນແຜ່ນດິນແຫ່ງຄວາມໂສໂຄກນີ້ ໄດ້ຮັບຄວາມທຸກທໍລະມານຢ່າງສາຫັດຈາກການຂົ່ມເຫັງຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ດ້ວຍເຫດນີ້ ຈຶ່ງເກີດຄວາມກຽດຊັງຕໍ່ມັນ. ມັນໄດ້ກີດຂວາງຫົວໃຈທີ່ຮັກພຣະເຈົ້າຂອງພວກເຮົາ ແລະ ຊັກຈູງຄວາມໂລພາຂອງພວກເຮົາສຳລັບເສັ້ນທາງໃນອະນາຄົດຂອງພວກເຮົາ. ມັນລໍ້ລວງໃຫ້ພວກເຮົາຄິດລົບ ແລະ ຕໍ່ຕ້ານພຣະເຈົ້າ. ມັນຄືມັງກອນແດງທີ່ຍິ່ງໃຫຍ່ທີ່ໄດ້ນຳພາພວກເຮົາຢ່າງຜິດໆ, ເຮັດໃຫ້ພວກເຮົາເສື່ອມຊາມ ແລະ ຢຽບຢໍ່າພວກເຮົາຈົນເຖິງປັດຈຸບັນ, ຈົນເຖິງຈຸດທີ່ພວກເຮົາບໍ່ສາມາດຕອບແທນຄວາມຮັກຂອງພຣະເຈົ້າດ້ວຍຫົວໃຈຂອງພວກເຮົາ ແລະ ເຖິງແມ່ນວ່າພວກເຮົາຕ້ອງການຮັກພຣະເຈົ້າໃນຫົວໃຈຂອງພວກເຮົາ, ພວກເຮົາກໍບໍ່ສາມາດຄວບຄຸມການກະທໍາຂອງພວກເຮົາເອງ ແລະ ບໍ່ມີເຫື່ອແຮງຈັກໜ້ອຍເລີຍ. 2 ພວກເຮົາຜູ້ທີ່ເກີດໃນແຜ່ນດິນແຫ່ງຄວາມໂສໂຄກນີ້ ໄດ້ຮັບຄວາມທຸກທໍລະມານຢ່າງສາຫັດຈາກການຂົ່ມເຫັງຂອງມັງກອນແດງທີ່ຍິ່ງໃຫຍ່. ພວກເຮົາທຸກຄົນລ້ວນແຕ່ເປັນຜູ້ຖືກເຄາະຮ້າຍຂອງມັນ. ດ້ວຍເຫດຜົນນີ້, ພວກເຮົາຈຶ່ງກຽດຊັງມັນເຂົ້າກະດູກດໍາ ແລະ ໄດ້ແຕ່ລໍຖ້າໃຫ້ພຣະເຈົ້າທໍາລາຍມັນ. ພວກເຮົາຄວນຕັ້ງໃຈໃນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ນັ້ນກໍຄື ການຮັກພຣະອົງ. ນີ້ຄືເສັ້ນທາງທີ່ພວກເຮົາຄວນຍ່າງ. ມັນຄືວິທີທີ່ພວກເຮົາຄວນໃຊ້ຊີວິດຂອງພວກເຮົາ. ພວກເຮົາຕ້ອງຖືເອົາການປະຕິບັດຕາມຄວາມປະສົງຂອງພຣະເຈົ້າເປັນເປົ້າໝາຍຂອງພວກເຮົາ ແລະ ດໍາເນີນຊີວິດທີ່ມີຄວາມໝາຍອັນສະຫວ່າງສະໄຫວ ແລະ ຮຸ່ງເຮືອງ. ດ້ວຍວິທີນັ້ນ, ພວກເຮົາຈະສາມາດຕາຍໄດ້ໂດຍບໍ່ມີຄວາມເສຍໃຈ ມີພຽງແຕ່ການເຮັດແບບນີ້ເທົ່ານັ້ນ ພວກເຮົາຈຶ່ງຈະຮູ້ສຶກອີ່ມເອມໃຈ. ຂໍໃຫ້ພຣະເຈົ້າມອບຄວາມສະຫວ່າງແກ່ພວກເຮົາ, ເພື່ອວ່າພວກເຮົາທຸກຄົນຈະສາມາດຮູ້ຈັກຄວາມໜ້າຮັກຂອງພຣະອົງ, ຮັກພຣະເຈົ້າຂອງພວກເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຮົາ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 163](https://lo.kingdomsalvation.org/videos/knowing-God-s-work-excerpt-163.html) - ເອຊາຢາ, ເອເຊກຽນ, ໂມເຊ, ເດວິດ, ອັບຣາຮາມ ແລະ ດານີເອນແມ່ນຜູ້ນໍາ ຫຼື ຜູ້ປະກາດພຣະທຳທີ່ຢູ່ທ່າມກາງປະຊາຊົນອິດສະຣາເອນເຊິ່ງເປັນຄົນທີ່ຖືກເລືອກ. ເປັນຫຍັງພວກເຂົາຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ເປັນຫຍັງພຣະວິນຍານບໍລິສຸດຈຶ່ງບໍ່ເປັນພະຍານໃຫ້ກັບພວກເຂົາ? ເປັນຫຍັງພຣະວິນຍານບໍລິສຸດຈຶ່ງເປັນພະຍານໃຫ້ກັບພຣະເຢຊູທັນທີທີ່ພຣະອົງເລີ່ມຕົ້ນພາລະກິດຂອງພຣະອົງ ແລະ ເລີ່ມຕົ້ນກ່າວພຣະທຳຂອງພຣະອົງ? ແລ້ວເປັນຫຍັງພຣະວິນຍານບໍລິສຸດຈຶ່ງບໍ່ເປັນພະຍານໃຫ້ກັບຄົນອື່ນໆ? ພວກເຂົາ ເຊິ່ງເປັນມະນຸດທີ່ມາຈາກເນື້ອໜັງ ແມ່ນລ້ວນແລ້ວແຕ່ຖືກເອີ້ນວ່າ “ພຣະຜູ້ເປັນເຈົ້າ”. ບໍ່ວ່າພວກເຂົາຈະຖືກເອີ້ນວ່າແນວໃດກໍຕາມ, ພາລະກິດຂອງພວກເຂົາເປັນຕົວແທນໃຫ້ກັບການເປັນຢູ່ ແລະ ແກ່ນແທ້ຂອງພວກເຂົາ ແລະ ການເປັນຢູ່ ແລະ ແກ່ນແທ້ຂອງພວກເຂົາກໍເປັນຕົວແທນໃຫ້ກັບຕົວຕົນຂອງພວກເຂົາ. ແກ່ນແທ້ຂອງພວກເຂົາບໍ່ໄດ້ກ່ຽວຂ້ອງກັບຕໍາແໜ່ງຂອງພວກເຂົາ; ມັນເປັນຕົວແທນໃຫ້ກັບສິ່ງທີ່ພວກເຂົາສະແດງອອກມາ ແລະ ສິ່ງທີ່ພວກເຂົາດຳລົງຊີວິດຕາມ. ໃນພຣະສັນຍາເດີມ, ການຖືກເອີ້ນວ່າ ພຣະຜູ້ເປັນເຈົ້າ ແມ່ນຖືວ່າທໍາມະດາ ແລະ ບຸກຄົນອາດຖືກເອີ້ນໃນວິທີໃດກໍໄດ້, ແຕ່ແກ່ນແທ້ ແລະ ຕົວຕົນຕາມທຳມະຊາດຂອງເຂົາປ່ຽນແປງບໍ່ໄດ້. ໃນບັນດາພຣະຄຣິດປອມ, ຜູ້ປະກາດພຣະທຳປອມ ແລະ ຜູ້ຫຼອກລວງ, ບໍ່ໄດ້ມີຄົນທີ່ຖືກເອີ້ນວ່າ “ພຣະເຈົ້າ” ເຊັ່ນກັນບໍ? ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ແມ່ນພຣະເຈົ້າ? ເພາະພວກເຂົາບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ. ພວກເຂົາເປັນມະນຸດໂດຍຕົ້ນກຳເນີດ, ຜູ້ຫຼອກລວງຜູ້ຄົນ, ບໍ່ແມ່ນພຣະເຈົ້າ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ມີຕົວຕົນຂອງພຣະເຈົ້າ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 159](https://lo.kingdomsalvation.org/videos/knowing-God-s-work-excerpt-159.html) - ພວກເຈົ້າຕ້ອງມາຮູ້ຈັກນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈທິດທາງໂດຍທົ່ວໄປແຫ່ງພາລະກິດຂອງພຣະອົງ. ນີ້ແມ່ນການເຂົ້າສູ່ທີ່ເປັນບວກ. ເມື່ອເຈົ້າຊ່ຽວຊານດ້ານຄວາມຈິງຂອງນິມິດຢ່າງແທ້ຈິງ, ການເຂົ້າສູ່ຂອງເຈົ້າກໍຈະປອດໄພ; ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງໄປແບບໃດກໍຕາມ, ເຈົ້າກໍຈະຍັງໝັ້ນຄົງໃນໃຈຂອງເຈົ້າ, ມີຄວາມຊັດເຈນກ່ຽວກັບນິມິດ ແລະ ມີເປົ້າໝາຍໃນການເຂົ້າສູ່ ແລະ ການສະແຫວງຫາຂອງເຈົ້າ. ດ້ວຍວິທີນີ້, ປະສົບການ ແລະ ຄວາມຮູ້ທັງໝົດໃນຕົວເຈົ້າຈະເລິກເຊິ່ງ ແລະ ລະອຽດຫຼາຍຂຶ້ນ. ເມື່ອເຈົ້າໄດ້ເຂົ້າໃຈພາບລວມທັງໝົດທີ່ໃຫຍ່ກວ່າເກົ່າ, ເຈົ້າຈະບໍ່ທົນທຸກກັບການສູນເສຍໃນຊີວິດ ແລະ ເຈົ້າຈະບໍ່ຫຼົງທາງ. ຖ້າເຈົ້າບໍ່ມາຮູ້ຈັກກັບຂັ້ນຕອນຂອງພາລະກິດເຫຼົ່ານີ້, ເຈົ້າຈະທົນທຸກກັບການສູນເສຍໃນແຕ່ລະຂັ້ນຕອນ ແລະ ເຈົ້າຈະໃຊ້ເວລາຫຼາຍກວ່າສອງສາມມື້ເພື່ອພິກປີ້ນສິ່ງຕ່າງໆ ແລະ ເຈົ້າຈະບໍ່ສາມາດຍ່າງຢູ່ເສັ້ນທາງທີ່ຖືກຕ້ອງໄດ້ພຽງພາຍໃນສອງສາມອາທິດ. ນີ້ຈະບໍ່ທ່ວງດຶງເຈົ້າໄວ້ບໍ? ມີຫຼາຍສິ່ງທີ່ຂວາງທາງຂອງການເຂົ້າສູ່ທີ່ເປັນບວກ ແລະ ການປະຕິບັດທີ່ພວກເຈົ້າຕ້ອງມີຄວາມຊ່ຽວຊານ. ສ່ວນນິມິດແຫ່ງພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເຂົ້າໃຈຈຸດຕ່າງໆລຸ່ມນີ້: ຄວາມສໍາຄັນຂອງພາລະກິດໃນການເອົາຊະນະຂອງພຣະອົງ, ເສັ້ນທາງສູ່ຄວາມສົມບູນໃນອະນາຄົດ, ສິ່ງທີ່ຕ້ອງບັນລຸຜົນຜ່ານການປະສົບກັບການທົດສອບ ແລະ ຄວາມຍາກລໍາບາກ, ຄວາມສໍາຄັນຂອງການພິພາກສາ ແລະ ການຂ້ຽນຕີ, ຫຼັກການທີ່ຢູ່ເບື້ອງຫຼັງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຫຼັກການທີ່ຢູ່ເບື້ອງຫຼັງຄວາມສົມບູນ ແລະ ການເອົາຊະນະ. ທັງໝົດນີ້ຄືຄວາມຈິງຂອງນິມິດ. ສ່ວນທີ່ເຫຼືອຄືພາລະກິດຂອງສາມຂັ້ນຕອນໃນຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ ພ້ອມດ້ວຍຄໍາພະຍານໃນອະນາຄົດ. ສິ່ງເຫຼົ່ານີ້ຄືຄວາມຈິງກ່ຽວກັບນິມິດເຊັ່ນກັນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 88](https://lo.kingdomsalvation.org/videos/judgment-in-the-last-days-excerpt-088.html) - ໃນແນວຄິດດັ່ງເດີມຂອງມະນຸດ, ເຂົາເຊື່ອວ່າ ຄວາມຮັກຂອງພຣະເຈົ້າຄືພຣະຄຸນ, ຄວາມເມດຕາ ແລະ ຄວາມສົງສານຂອງພຣະອົງສຳລັບຄວາມອ່ອນແອຂອງມະນຸດ. ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະແມ່ນຄວາມຮັກຂອງພຣະເຈົ້າເຊັ່ນກັນ, ພວກມັນກໍບໍ່ເປັນພຽງດ້ານໜຶ່ງ ແລະ ບໍ່ແມ່ນວິທີຫຼັກທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ. ບາງຄົນເລີ່ມຕົ້ນເຊື່ອໃນພຣະເຈົ້າຍ້ອນຄວາມເຈັບປ່ວຍ. ຄວາມເຈັບປ່ວຍນີ້ແມ່ນພຣະຄຸນທີ່ພຣະເຈົ້າມີຕໍ່ເຈົ້າ; ຫາກປາສະຈາກສິ່ງນີ້, ເຈົ້າຈະບໍ່ເຊື່ອໃນພຣະເຈົ້າ ແລະ ຖ້າເຈົ້າບໍ່ເຊື່ອໃນພຣະເຈົ້າ ແລ້ວເຈົ້າກໍຈະບໍ່ມາໄກໄດ້ປານນີ້ ແລະ ສະນັ້ນ ແມ່ນແຕ່ພຣະຄຸນນີ້ກໍເປັນຄວາມຮັກຂອງພຣະເຈົ້າ. ໃນສະໄໝແຫ່ງຄວາມເຊື່ອໃນພຣະເຢຊູ, ຜູ້ຄົນເຮັດຫຼາຍຢ່າງທີ່ພຣະເຈົ້າບໍ່ມັກ ເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ, ແຕ່ພຣະເຈົ້າກໍມີຄວາມຮັກ ແລະ ຄວາມເມດຕາ ແລະ ພຣະອົງໄດ້ນໍາມະນຸດມາໄກປານນີ້ ແລະ ເຖິງແມ່ນວ່າມະນຸດບໍ່ເຂົ້າໃຈຫຍັງເລີຍ, ພຣະເຈົ້າກໍຍອມໃຫ້ມະນຸດຕິດຕາມພຣະອົງຄືເກົ່າ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ນໍາພາມະນຸດມາເຖິງປັດຈຸບັນ. ນີ້ບໍ່ແມ່ນຄວາມຮັກຂອງພຣະເຈົ້າບໍ? ສິ່ງທີ່ຖືກສະແດງອອກໃນອຸປະນິໄສຂອງພຣະເຈົ້າແມ່ນຄວາມຮັກຂອງພຣະເຈົ້າ, ສິ່ງນີ້ຖືກຕ້ອງທີ່ສຸດ! ເມື່ອການສ້າງຄຣິສຕະຈັກໄດ້ມາເຖິງຈຸດສູງສຸດ, ພຣະເຈົ້າກໍປະຕິບັດພາລະກິດຂັ້ນຕອນຂອງຜູ້ບໍລິການ ແລະ ໂຍນມະນຸດຖິ້ມລົງສູ່ຂຸມເລິກທີ່ສຸດ. ພຣະທຳໃນໄລຍະຂອງຜູ້ບໍລິການແມ່ນຄຳສາບແຊ່ງທັງໝົດ ນັ້ນກໍຄື ຄຳສາບແຊ່ງເນື້ອໜັງຂອງເຈົ້າ, ຄຳສາບແຊ່ງຂອງອຸປະນິໄສຊົ່ວຊ້າທີ່ເສື່ອມຊາມຂອງເຈົ້າ ແລະ ຄຳສາບແຊ່ງຕໍ່ສິ່ງຕ່າງໆຂອງເຈົ້າທີ່ບໍ່ປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າກະທຳໃນບາດກ້າວນັ້ນແມ່ນຖືກສະແດງອອກດັ່ງສະຫງ່າລາສີ, ທັນທີທີ່ຫຼັງຈາກພຣະເຈົ້າປະຕິບັດຂັ້ນຕອນພາລະກິດແຫ່ງການຂ້ຽນຕີ, ການທົດລອງແຫ່ງຄວາມຕາຍກໍມາເຖິງ. ໃນພາລະກິດດັ່ງກ່າວ, ມະນຸດໄດ້ເຫັນເຖິງຄວາມໂກດຮ້າຍ, ລິດທານຸພາບ, ການພິພາກສາ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 59](https://lo.kingdomsalvation.org/videos/God-s-appearance-and-work-excerpt-059.html) - ຝູງຊົນຍົກຍ້ອງເຮົາ ຝູງຊົນສັນລະເສີນເຮົາ; ປາກທຸກຄົນຂະໜານນາມເຮົາວ່າເປັນພຣະເຈົ້າອົງແທ້ຈິງ, ທຸກຄົນມືນຕາຂອງພວກເຂົາເພື່ອເບິ່ງການກະທໍາຂອງເຮົາ. ອານາຈັກລົງມາເທິງໂລກມະນຸດ, ບຸກຄົນຂອງເຮົາມັ່ງຄັ່ງ ແລະ ອຸດົມສົມບູນ. ຜູ້ໃດຈະບໍ່ສະຫຼອງໃນສິ່ງນີ້? ຜູ້ໃດຈະບໍ່ຟ້ອນລໍາດ້ວຍຄວາມສຸກໃຈ? ໂອ້ ຊີໂອນ! ຈົ່ງຍົກທຸງແຫ່ງໄຊຊະນະຂອງເຈົ້າເພື່ອສະຫຼອງໃຫ້ກັບເຮົາ! ຈົ່ງຮ້ອງເພງແຫ່ງໄຊຊະນະຂອງເຈົ້າເພື່ອປະກາດນາມອັນບໍລິສຸດຂອງເຮົາ! ທຸກສິ່ງເທິງແຜ່ນດິນໂລກຈົນເຖິງສຸດປາຍແຜ່ນດິນ! ໃຫ້ຟ້າວຊໍາລະລ້າງຕົວພວກເຈົ້າເອງ ເພື່ອວ່າພວກເຈົ້າຈະຖືກເຮັດໃຫ້ເປັນເຄື່ອງຖວາຍໃຫ້ແກ່ເຮົາ! ດວງດາວໃນທ້ອງຟ້າ! ຈົ່ງກັບຄືນມາສູ່ບ່ອນຂອງພວກເຈົ້າໂດຍໄວເພື່ອສະແດງລິດທານຸພາບອັນຍິ່ງໃຫຍ່ຂອງເຮົາໃນທ້ອງຟ້າ! ເຮົາງ່ຽງຫູຂອງເຮົາຕໍ່ສຽງຂອງຜູ້ຄົນເທິງແຜ່ນດິນໂລກ, ຜູ້ທີ່ຖອກເທຄວາມຮັກຢ່າງນິລັນດອນ ແລະ ເຄົາລົບຕໍ່ເຮົາໃນບົດເພງ! ໃນມື້ນີ້ ເມື່ອສິ່ງຊົງສ້າງທັງປວງກັບຄືນສູ່ຊີວິດ, ເຮົາລົງມາສູ່ໂລກແຫ່ງມະນຸດ. ໃນຊ່ວງເວລານີ້, ໃນຈຸດເຊື່ອມຕໍ່ນີ້, ດອກໄມ້ເບັ່ງບານທັງໝົດ, ຝູງສະກຸນາຮ້ອງເພງດ້ວຍສຽງດຽວກັນ, ທຸກສິ່ງເຕັ້ນດ້ວຍຄວາມເບີກບານ! ທ່າມກາງສຽງໂຮ່ຮ້ອງແຫ່ງການຕ້ອນຮັບອານາຈັກ, ອານາຈັກຂອງຊາຕານລົ້ມລະລາຍ, ຖືກທໍາລາຍດ້ວຍສຽງຮ້ອງນັ້ນຂອງເພງແຫ່ງອານາຈັກ, ບໍ່ຟື້ນຄືນມາອີກ! ມີໃຜຢູ່ເທິງແຜ່ນດິນໂລກກ້າລຸກຂຶ້ນ ແລະ ຕໍ່ຕ້ານ? ເມື່ອເຮົາລົງມາສູ່ແຜ່ນດິນໂລກ ເຮົານໍາການເຜົາໄໝ້, ນໍາຄວາມໂກດຮ້າຍ, ນໍາໄພພິບັດທຸກຮູບແບບ. ບັດນີ້ ອານາຈັກຕ່າງໆເທິງແຜ່ນດິນໂລກແມ່ນອານາຈັກຂອງເຮົາ! ເທິງທ້ອງຟ້າ ກ້ອນເມກພັງທະລາຍລົງ ແລະ ເປັນຄື້ນທະເລມອກ; ໃຕ້ທ້ອງຟ້າ, ທະເລສາບ ແລະ ແມ່ນໍ້າໄຫຼນອງ ເປັນຟອງທີ່ຟັດເຟືອນເໝືອນດັ່ງທໍານອງເພງ. ຝູງສັດສາວາສິ່ງທີ່ຫຼັບນອນພັກຢູ່ ກໍອອກມາຈາກຖໍ້າຂອງພວກມັນ
- [ເພງຄຣິດສະຕຽນ “ພຣະນາມຂອງພຣະເຈົ້າຈະໄດ້ຮັບການຍົກຍ້ອງວ່າຍິ່ງໃຫຍ່ໃນທ່າມກາງຊາດທີ່ບໍ່ແມ່ນຊາວຢິວຢ່າງແນ່ນອນ” ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/God-s-name-will-be-magnified-choir.html) - 1 ຈຸດປະສົງໃນການພິພາກສາຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດອ່ອນນ້ອມຕໍ່ເຮົາໄດ້ດີຂຶ້ນ ແລະ ຈຸດປະສົງໃນການລົງໂທດຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດບັນລຸການປ່ຽນແປງໄດ້ດີຍິ່ງຂຶ້ນ. ເຖິງແມ່ນວ່າທຸກສິ່ງທີ່ເຮົາເຮັດແມ່ນເພື່ອເຫັນແກ່ການຄຸ້ມຄອງຂອງເຮົາ, ເຮົາບໍ່ເຄີຍປະຕິບັດພາລະກິດໃດທີ່ບໍ່ມີຜົນປະໂຫຍດຕໍ່ມະນຸດເລີຍ ເພາະວ່າເຮົາຕ້ອງການເຮັດໃຫ້ທຸກຊາດຢູ່ນອກດິນແດນອິດສະຣາເອນອ່ອນນ້ອມຄືກັນກັບຊາວອິດສະຣາເອນ ແລະ ເພື່ອເຮັດໃຫ້ພວກເຂົາກາຍເປັນມະນຸດທີ່ແທ້ຈິງ ແລະ ເພື່ອໃຫ້ເຮົາມີບ່ອນຢືນຢູ່ໃນດິນແດນນອກອິດສະຣາເອນ. ນີ້ແມ່ນການຄຸ້ມຄອງຂອງເຮົາ; ມັນແມ່ນພາລະກິດຂອງເຮົາໃນທ່າມກາງຊາດທີ່ບໍ່ແມ່ນຊາວຢິວ. ແມ່ນແຕ່ໃນຕອນນີ້, ຫຼາຍໆຄົນຍັງບໍ່ເຂົ້າໃຈການຄຸ້ມຄອງຂອງເຮົາ, ເພາະວ່າພວກເຂົາບໍ່ສົນໃຈກ່ຽວກັບສິ່ງດັ່ງກ່າວ ແລະ ແທນທີ່ຈະເປັນແນວນັ້ນ ກັບສົນໃຈກ່ຽວກັບອະນາຄົດ ແລະ ຈຸດໝາຍປາຍທາງຂອງພວກເຂົາເອງ. ບໍ່ວ່າເຮົາຈະເວົ້າຫຍັງ, ຜູ້ຄົນກໍຍັງບໍ່ເອົາໃຈໃສ່ຕໍ່ກັບພາລະກິດທີ່ເຮົາເຮັດ, ແທນທີ່ຈະເປັນແນວນັ້ນ ກັບສຸມໃສ່ແຕ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາຢ່າງສຸດໃຈ. ຖ້າສິ່ງຕ່າງໆຍັງດຳເນີນໄປໃນແບບນີ້, ພາລະກິດຂອງເຮົາຈະເຜີຍແຜ່ໄປໄດ້ແນວໃດ? ພຣະກິດຕິຄຸນຂອງເຮົາຈະຖືກເທດສະໜາໄປທົ່ວໂລກໄດ້ແນວໃດ? 2 ພວກເຈົ້າຄວນຮູ້ວ່າ ເມື່ອພາລະກິດຂອງເຮົາເຜີຍແຜ່ອອກໄປ, ເຮົາຈະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍ ແລະ ເຮົາຈະຕີພວກເຈົ້າ ເໝືອນດັ່ງທີ່ພຣະເຢໂຮວາໄດ້ຕີແຕ່ລະຊົນເຜົ່າຂອງອິດສະຣາເອນ. ທັງໝົດນີ້ຈະຖືກເຮັດເພື່ອໃຫ້ພຣະກິດຕິຄຸນຂອງເຮົາເຜີຍແຜ່ອອກໄປທົ່ວແຜ່ນດິນໂລກ ເພື່ອໃຫ້ພາລະກິດຂອງເຮົາເຜີຍແຜ່ໄປເຖິງຊາດທີ່ບໍ່ແມ່ນຊາວຢິວ, ດັ່ງນັ້ນຈຶ່ງເຮັດໃຫ້ພຣະນາມຂອງເຮົາໄດ້ຮັບການຍົກຍ້ອງວ່າຍິ່ງໃຫຍ່ໃນທ່າມກາງຜູ້ໃຫຍ່ ແລະ ເດັກນ້ອຍ ແລະ ເພື່ອໃຫ້ພຣະນາມອັນບໍລິສຸດຂອງເຮົາໄດ້ຮັບການຍ້ອງຍໍສັນລະເສີນໃນປາກຜູ້ຄົນຈາກທຸກຊົນເຜົ່າ ແລະ ທຸກຊາດ. ໃນຍຸກສຸດທ້າຍນີ້, ຈົ່ງໃຫ້ພຣະນາມຂອງເຮົາໄດ້ຮັບການຍ້ອງຍໍສັນລະເສີນວ່າຍິ່ງໃຫຍ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ຈົ່ງໃຫ້ຜູ້ຄົນຂອງຊາດທີ່ບໍ່ແມ່ນຊາວຢິວເບິ່ງເຫັນການກະທຳຂອງເຮົາ, ຈົ່ງໃຫ້ພວກເຂົາເອີ້ນເຮົາວ່າ ອົງຊົງລິດທານຸພາບສູງສຸດ ຍ້ອນການກະທຳຂອງເຮົາ ແລະ ຈົ່ງໃຫ້ພຣະທຳຂອງເຮົາເກີດຂຶ້ນເປັນຈິງໃນບໍ່ຊ້າ. ເຮົາຈະເຮັດໃຫ້ມະນຸດທຸກຄົນຮູ້ວ່າເຮົາບໍ່ພຽງແຕ່ແມ່ນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ແຕ່ຍັງແມ່ນພຣະເຈົ້າຂອງຜູ້ຄົນຂອງທຸກຊາດທີ່ບໍ່ແມ່ນຊາວຢິວ ແມ່ນແຕ່ບັນດາຊາດທີ່ເຮົາໄດ້ສາບແຊ່ງມາແລ້ວ.
- [ເພງຄຣິດສະຕຽນ “ຫົວໃຈທີ່ຈົງຮັກພັກດີຕໍ່ພຣະເຈົ້າ” ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/a-loyal-heart-for-God-mv.html) - 1 ໂອ້ ພຣະເຈົ້າ! ເຖິງແມ່ນຊີວິດຂອງຂ້ານ້ອຍຈະບໍ່ມີຄຸນຄ່າຫຍັງຫຼາຍສໍາລັບພຣະອົງ, ຂ້ານ້ອຍຂໍອຸທິດຊີວິດນີ້ໃຫ້ກັບພຣະອົງ. ເຖິງແມ່ນວ່າມະນຸດຈະບໍ່ຄູ່ຄວນທີ່ຈະຮັກພຣະອົງ ແລະ ຄວາມຮັກ ແລະ ຫົວໃຈຂອງພວກເຂົາຈະໄຮ້ຄ່າ ຂ້ານ້ອຍເຊື່ອວ່າພຣະອົງເຂົ້າໃຈເຈດຕະນາຂອງມະນຸດ. ແລ້ວເຖິງແມ່ນວ່າເນື້ອໜັງຂອງມະນຸດບໍ່ອາດຈະໄດ້ຮັບການຍອມຮັບຈາກພຣະອົງ, ຂ້ານ້ອຍຂໍໃຫ້ພຣະອົງຍອມຮັບເອົາຫົວໃຈຂອງຂ້ານ້ອຍດ້ວຍເທີດ. ຂ້ານ້ອຍເຕັມໃຈທີ່ຈະອຸທິດຫົວໃຈຂອງຂ້ານ້ອຍທັງໝົດໃຫ້ກັບພຣະເຈົ້າ. ເຖິງແມ່ນວ່າຂ້ານ້ອຍຈະບໍ່ສາມາດເຮັດສິ່ງໃດເພື່ອພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າເພິ່ງພໍໃຈຢ່າງຈົງຮັກພັກດີ ແລະ ມີຫົວໃຈ ແລະ ຈິດໃຈໜຶ່ງດຽວກັນສຳລັບພຣະເຈົ້າ. ຂ້ານ້ອຍເຊື່ອວ່າພຣະອົງຈະຕ້ອງສຳຫຼວດເບິ່ງຫົວໃຈຂອງຂ້ານ້ອຍ. 2 ໂອ້ ພຣະເຈົ້າ! ຂ້ານ້ອຍບໍ່ຂໍສິ່ງໃດໃນຊີວິດນີ້ ແຕ່ວ່າຄວາມຄິດຮັກຂອງຂ້ານ້ອຍສຳລັບພຣະເຈົ້າ ແລະ ຂໍໃຫ້ຄວາມປາຖະໜາໃນຫົວໃຈຂອງຂ້ານ້ອຍຖືກຍອມຮັບເອົາໂດຍພຣະເຈົ້າດ້ວຍເທີດ. ຂ້ານ້ອຍໄດ້ຢູ່ກັບພຣະເຈົ້າເປັນເວລາດົນນານ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ; ນັ້ນຄືໜີ້ໃຫຍ່ທີ່ສຸດຂອງຂ້ານ້ອຍ. ເຖິງແມ່ນວ່າ ຂ້ານ້ອຍໄດ້ຢູ່ກັບພຣະອົງ ຂ້ານ້ອຍກໍບໍ່ໄດ້ຮູ້ຈັກພຣະອົງ ແລະ ຂ້ານ້ອຍເຖິງກັບເວົ້າສິ່ງທີ່ບໍ່ເໝາະສົມລັບຫຼັງພຣະອົງອີກ. ການຄິດເຖິງເລື່ອງນີ້ແລ້ວເຮັດໃຫ້ຂ້ານ້ອຍຮູ້ສຶກເປັນໜີ້ພຣະຄຸນຕໍ່ພຣະເຈົ້າຕື່ມອີກ. ຂ້ານ້ອຍຕໍ່າຕ້ອຍກວ່າຂີ້ຝຸ່ນ. ຂ້ານ້ອຍບໍ່ສາມາດເຮັດສິ່ງໃດໄດ້ນອກຈາກອຸທິດຫົວໃຈທີ່ຈົງຮັກພັກດີນີ້ໃຫ້ກັບພຣະເຈົ້າ. (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ)
- [ເພງຄຣິດສະຕຽນ “ຜູ້ຄົນຄວນແກ້ໄຂຄວາມເຂົ້າໃຈຜິດຕໍ່ພຣະເຈົ້າແນວໃດ?” ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/resolve-misunderstandings-about-God-mv.html) - 1 ຖ້າຜູ້ຄົນຕ້ອງການແກ້ໄຂຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າ ແລ້ວພວກເຂົາກໍຕ້ອງຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ໄຈ້ແຍກ ແລະ ຮູ້ຈັກຄວາມຜິດພາດທີ່ພວກເຂົາໄດ້ເຮັດ, ທາງອ້ອມທີ່ພວກເຂົາໄດ້ຍ່າງ ພ້ອມທັງການຝ່າຝືນ ແລະ ຄວາມລະເລີຍຂອງພວກເຂົາ. ມີພຽງແຕ່ວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດເຫັນທໍາມະຊາດຂອງພວກເຂົາເອງໄດ້ຢ່າງຊັດເຈນ ແລະ ໄດ້ຮັບຄວາມຮູ້ກ່ຽວກັບມັນ. ນອກຈາກນີ້, ພວກເຂົາຕ້ອງເຫັນໃຫ້ຊັດເຈນວ່າເປັນຫຍັງພວກເຂົາຈຶ່ງຍ່າງໃນເສັ້ນທາງທີ່ຜິດ ແລະ ເຮັດຫຼາຍສິ່ງທີ່ລະເມີດຫຼັກການຄວາມຈິງ ແລະ ລັກສະນະຂອງການກະທໍາເຫຼົ່ານີ້ແມ່ນຫຍັງ. ຍິ່ງໄປກວ່ານັ້ນ, ພວກເຂົາຕ້ອງເຂົ້າໃຈວ່າ ເຈດຕະນາຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະອົງສຳລັບພວກເຂົາແມ່ນຫຍັງແທ້, ເປັນຫຍັງພວກເຂົາຈຶ່ງບໍ່ເຄີຍສາມາດປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າໄດ້ ແລະ ເປັນຫຍັງພວກເຂົາຈຶ່ງເຮັດຂັດກັບເຈດຕະນາຂອງພຣະອົງ ແລະ ເຮັດຕາມໃຈຕົນເອງສະເໝີ. 2 ໃນເມື່ອເຈົ້າມີການຝ່າຝືນເຫຼົ່ານີ້ ເຈົ້າຕ້ອງຊັດເຈນໃນໃຈຂອງເຈົ້າວ່າທັດສະນະຄະຕິແບບໃດທີ່ເຈົ້າຄວນມີໃນຕອນນີ້, ສິ່ງໃດທີ່ເຈົ້າຄວນຊີ້ແຈງຕໍ່ໜ້າພຣະເຈົ້າ ແລະ ສິ່ງໃດທີ່ພຣະອົງຢາກເຫັນ. ເຈົ້າຕ້ອງຄົ້ນຫາສິ່ງເຫຼົ່ານີ້ໃຫ້ຊັດເຈນຜ່ານການອະທິຖານ ແລະ ການສະແຫວງຫາ ແລ້ວເຈົ້າຈຶ່ງຈະຮູ້ວ່າເຈົ້າຄວນໄລ່ຕາມແນວໃດໃນອະນາຄົດ ແລະ ຈະບໍ່ໄດ້ຮັບອິດທິພົນ ຫຼື ຖືກຜູກມັດໂດຍຄວາມຜິດພາດທີ່ເຈົ້າໄດ້ເຮັດໃນອະດີດອີກຕໍ່ໄປ. ເຈົ້າຕ້ອງຍ່າງໃນເສັ້ນທາງຂ້າງໜ້າ ແລະ ປະຕິບັດໜ້າທີ່ຂອງຕົນຕາມທີ່ເຈົ້າຄວນເຮັດ ແລະ ບໍ່ປ່ອຍໃຫ້ຕົວເອງໝົດຫວັງອີກຕໍ່ໄປ ເຈົ້າຕ້ອງຫຼຸດພົ້ນຈາກຄວາມຄິດລົບ ແລະ ຄວາມເຂົ້າໃຈຜິດຢ່າງສິ້ນເຊີງ. 3 ໃນດ້ານໜຶ່ງ, ການປະຕິບັດໜ້າທີ່ຂອງເຈົ້າໃນຕອນນີ້ຄືການຊົດເຊີຍການຝ່າຝືນ
- [ເພງຄຣິດສະຕຽນ “ພຣະທຳຂອງພຣະເຈົ້າລ້ວນແຕ່ເປັນຄວາມຈິງ” ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/all-God-s-words-are-the-truth-mv.html) - 1 ພຣະເຈົ້າໄດ້ສະເດັດມາຢູ່ເທິງແຜ່ນດິນໂລກກັບມະນຸດເພື່ອສະແດງຄວາມຈິງຫຼາຍຢ່າງ. ຂ້ານ້ອຍຈຶ່ງບໍ່ສະແຫວງຫາໃນຄວາມເລື່ອນລອຍອີກຕໍ່ໄປ, ເພາະຂ້ານ້ອຍມີພຣະທຳຂອງພຣະເຈົ້າຊົງນຳພາຂ້ານ້ອຍ. ໃນແຕ່ລະມື້, ຂ້ານ້ອຍກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ; ພຣະວິນຍານບໍລິສຸດກໍໃຫ້ຄວາມສະຫວ່າງ ແລະ ໃຫ້ແສງເຍືອງທາງແກ່ຂ້ານ້ອຍ. ຂ້ານ້ອຍເຂົ້າໃຈຄວາມຈິງໄດ້ແຈ່ມແຈ້ງຍິ່ງຂຶ້ນ ແລະ ຊີວິດຂອງຂ້ານ້ອຍກໍກ້າວໜ້າຂຶ້ນທຸກໆວັນ. ພຣະທຳຂອງພຣະເຈົ້າເປີດໂປງຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງມະນຸດຢ່າງຄົບຖ້ວນ, ເຮັດໃຫ້ທຸກຄົນຍອມຮັບຢ່າງສິ້ນເຊີງ. ຜ່ານການພິພາກສາຈາກພຣະທຳຂອງພຣະເຈົ້າ ແລະ ທົນທຸກກັບການລອງໃຈຫຼາຍຄັ້ງ, ອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍກໍຖືກຊຳລະລ້າງ. ເມື່ອໄດ້ຊື່ນຊົມກັບຄວາມອຸດົມສົມບູນແຫ່ງພຣະທຳຂອງພຣະເຈົ້າ, ຂ້ານ້ອຍກໍໄດ້ຮັບຫຼາຍແທ້ໆ. ເມື່ອໄດ້ເຫັນເຖິງຄວາມຊອບທຳ ແລະ ຄວາມບໍລິສຸດແຫ່ງອຸປະນິໄສຂອງພຣະເຈົ້າ, ຂ້ານ້ອຍກໍຢຳເກງພຣະເຈົ້າ ແລະ ເທິດທູນພຣະອົງ. ພຣະທຳຂອງພຣະເຈົ້າລ້ວນແຕ່ເປັນຄວາມຈິງ. 2 ການອ່ານພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ານ້ອຍເຂົ້າໃຈຄວາມຈິງ ແລະ ກ້າວຂ້າມຂໍ້ຈຳກັດຂອງເນື້ອໜັງ. ເມື່ອສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າໃນຂະນະທີ່ປະຕິບັດໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍກໍໃຊ້ຊີວິດທີ່ເປັນເໝືອນມະນຸດຂອງຄົນຊື່ສັດ. ຂ້ານ້ອຍເຂົ້າໃຈຄວາມຈິງ ແລະ ຖອດຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນ; ຄວາມຈິງແຫ່ງພຣະທຳຂອງພຣະເຈົ້ານັ້ນລ້ຳຄ່າຫຼາຍ. ເມື່ອປະຕິບັດຕາມພຣະທຳຂອງພຣະເຈົ້າ, ຂ້ານ້ອຍກໍໄດ້ຮັບຄວາມຈິງ ແລະ ຊີວິດ ແລະ ຫົວໃຈຂອງຂ້ານ້ອຍກໍບໍ່ປາຖະໜາສິ່ງໃດອີກແລ້ວ. ເມື່ອໄດ້ເຫັນວ່າຄວາມຮັກຂອງພຣະເຈົ້ານັ້ນຍິ່ງໃຫຍ່ ແລະ ແທ້ຈິງພຽງໃດ, ຂ້ານ້ອຍກໍຍິນດີມອບຫົວໃຈທີ່ແທ້ຈິງຂອງຕົນໃຫ້ແກ່ພຣະເຈົ້າ. ບໍ່ວ່າເສັ້ນທາງຂ້າງໜ້າຈະລຳບາກ ແລະ
- [ເພງຄຣິດສະຕຽນ “ອານາຈັກຂອງພຣະເຈົ້າໄດ້ປາກົດຂຶ້ນເທິງແຜ່ນດິນໂລກ” ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/God-s-kingdom-appeared-on-earth-choir.html) - 1 ພຣະເຈົ້າທີ່ແທ້ຈິງຜູ້ຊົງລິດທານຸພາບສູງສຸດ, ກະສັດຜູ້ປະທັບເທິງບັນລັງ, ປົກຄອງທົ່ວທັງຈັກກະວານ, ຫັນໜ້າຫາປະຊາຊາດ ແລະ ຜູ້ຄົນຈຳນວນນັບບໍ່ຖ້ວນ ແລະ ສະຫງ່າລາສີຂອງພຣະເຈົ້າກໍສ່ອງແສງໄປທົ່ວໂລກ. ທຸກສິ່ງທີ່ມີຊີວິດໃນຈັກກະວານ ແລະ ຈົນສຸດປາຍແຜ່ນດິນໂລກຈະໄດ້ເຫັນ. ພູເຂົາ, ແມ່ນໍ້າ, ທະເລສາບ, ແຜ່ນດິນ, ມະຫາສະໝຸດ ແລະ ສິ່ງມີຊີວິດທັງປວງໄດ້ເປີດຜ້າມ່ານຂອງພວກເຂົາອອກໃນແສງສະຫວ່າງແຫ່ງພຣະພັກຂອງພຣະເຈົ້າທີ່ແທ້ຈິງ ແລະ ພວກເຂົາກໍໄດ້ຮັບການຟື້ນຟູ, ຄືກັບວ່າຕື່ນຈາກຄວາມຝັນ, ຄືກັບວ່າພວກເຂົາເປັນໜໍ່ອ່ອນທີ່ແທງດິນຂຶ້ນມາ! ໂອ້! ພຣະເຈົ້າທີ່ແທ້ຈິງອົງດຽວປາກົດຕໍ່ໜ້າປະຊາກອນຂອງໂລກ. ຜູ້ໃດຈະກ້າເຂົ້າໃກ້ພຣະອົງດ້ວຍການຕໍ່ຕ້ານ? ທຸກຄົນຕ່າງສັ່ນສະທ້ານດ້ວຍຄວາມຢ້ານກົວ. ທຸກຄົນຕ່າງກໍເຊື່ອ ແລະ ຍອມຮັບຢ່າງສິ້ນເຊີງ. ແລະ ທັງໝົດຕ່າງກໍວອນຂໍການອະໄພໂທດຊໍ້າແລ້ວຊໍ້າອີກ. ຜູ້ຄົນຈຳນວນນັບບໍ່ຖ້ວນຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ປາກຈຳນວນນັບບໍ່ຖ້ວນກໍນະມັດສະການພຣະອົງ! 2 ທະວີບ ແລະ ມະຫາສະໝຸດ, ພູເຂົາ, ແມ່ນໍ້າ ແລະ ທຸກສິ່ງຕ່າງກໍສັນລະເສີນພຣະອົງຢ່າງບໍ່ມີສິ້ນສຸດ! ສາຍລົມທີ່ອົບອຸ່ນ, ພ້ອມກັບລົມຫາຍໃຈຂອງລະດູບານໃໝ່ ໄດ້ນໍາເອົາຝົນລະດູບານໃໝ່ທີ່ຕົກຄ່ອຍໆ ແລະ ບໍ່ຂາດສາຍມາດ້ວຍ. ສາຍນໍ້າທີ່ໄຫຼລິນ ແລະ ມວນຊົນກໍເປັນເໝືອນກັນ, ທັງສອງຕ່າງກໍເຕັມໄປດ້ວຍຄວາມໂສກເສົ້າ ແລະ ຄວາມປິຕິຍິນດີ, ຫຼັ່ງນໍ້າຕາແຫ່ງຄວາມຮູ້ສຶກຜິດ
- [ເພງຄຣິດສະຕຽນ “ໃນແສງສະຫວ່າງແຫ່ງຄວາມຮັກຂອງພຣະເຈົ້າ” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/in-the-light-of-God-s-love-mv.html) - 1 ເມື່ອຜູ້ຄົນເຂົ້າໃຈພຣະໄທຂອງພຣະເຈົ້າຢ່າງແທ້ຈິງ, ເຫັນວ່າທຸກສິ່ງທີ່ພຣະອົງຊົງກະທຳ ແມ່ນເພື່ອຄວາມຮັກ ແລະ ຄວາມລອດພົ້ນ, ຫົວໃຈຂອງພວກເຂົາກໍບໍ່ເຢັນຊາ ຫຼື ເມີນເສີຍອີກຕໍ່ໄປ. ພວກເຂົາກໍເລີ່ມສະແຫວງຫາຄວາມຈິງ, ໄລ່ຕາມຊີວິດ, ເຕັມໃຈທີ່ຈະແບກຮັບພາລະຂອງພຣະອົງ. ພວກເຂົາກໍເລີ່ມສະແຫວງຫາຄວາມຈິງ, ໄລ່ຕາມຊີວິດ, ເຕັມໃຈທີ່ຈະແບກຮັບພາລະຂອງພຣະອົງ. ໃນແສງສະຫວ່າງແຫ່ງຄວາມຮັກຂອງພຣະເຈົ້າ, ພວກເຂົາກໍມີຄວາມກ້າຫານທີ່ຈະຜະເຊີນໜ້າກັບຄວາມອ່ອນແອຂອງຕົນ, ມີກຳລັງທີ່ຈະລຸກຂຶ້ນຫຼັງຈາກທຸກຄັ້ງທີ່ລົ້ມລົງ ແລະ ຄວາມສະຫງົບສຸກທີ່ມາຈາກ ການຮູ້ຈັກພຣະຜູ້ສ້າງເທົ່ານັ້ນ. 2 ໃນແສງສະຫວ່າງແຫ່ງຄວາມຮັກຂອງພຣະເຈົ້າ, ຄວາມຢ້ານກົວທັງໝົດກໍຈາງຫາຍໄປ. ພວກເຂົາກໍມີຄວາມກ້າຫານທີ່ຈະຜະເຊີນໜ້າກັບຄວາມອ່ອນແອຂອງຕົນ, ມີກຳລັງທີ່ຈະລຸກຂຶ້ນຫຼັງຈາກທຸກຄັ້ງທີ່ລົ້ມລົງ ແລະ ຄວາມສະຫງົບສຸກທີ່ມາຈາກ ການຮູ້ຈັກພຣະຜູ້ສ້າງເທົ່ານັ້ນ. ໃນແສງສະຫວ່າງແຫ່ງຄວາມຮັກຂອງພຣະເຈົ້າ... ໃນແສງສະຫວ່າງແຫ່ງຄວາມຮັກຂອງພຣະເຈົ້າ... ໃນແສງສະຫວ່າງແຫ່ງຄວາມຮັກຂອງພຣະເຈົ້າ... ໃນແສງສະຫວ່າງແຫ່ງຄວາມຮັກຂອງພຣະເຈົ້າ...
- [ຜູ້ຄົນທົ່ວໂລກຮຽນພາສາຈີນ | ຄະນະປະສານສຽງ: ມີພຽງພຣະເຈົ້າເທົ່ານັ້ນທີ່ມີເສັ້ນທາງແຫ່ງຊີວິດ | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/only-God-has-way-of-life-choir.html) - 1 ເສັ້ນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ບຸກຄົນໃດກໍສາມາດມີໄດ້ ແລະ ມັນບໍ່ແມ່ນສິ່ງທີ່ຄົນທຸກຄົນກໍສາມາດໄດ້ຮັບຢ່າງງ່າຍດາຍ. ນີ້ກໍຍ້ອນວ່າຊີວິດແມ່ນສາມາດມາຈາກພຣະເຈົ້າເທົ່ານັ້ນ ມີພຽງພຣະເຈົ້າເອງທີ່ມີແກ່ນແທ້ຂອງຊີວິດ ແລະ ມີພຽງພຣະເຈົ້າເອງທີ່ມີເສັ້ນທາງແຫ່ງຊີວິດ. ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ການສ້າງແຜ່ນດິນໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຈໍານວນຫຼາຍທີ່ມີຄວາມມີຊີວິດຊີວາມາໃຫ້, ພຣະອົງປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ພຣະອົງມີການເສຍສະຫຼະຫຼາຍທີ່ເຮັດໃຫ້ມະນຸດໄດ້ຮັບຊີວິດ. ນີ້ກໍຍ້ອນວ່າພຣະເຈົ້າເອງເປັນຊີວິດຊົ່ວນິດນິລັນ ແລະ ພຣະເຈົ້າເອງເປັນເສັ້ນທາງທີ່ມະນຸດຈະສາມາດຖືກເຮັດໃຫ້ຟື້ນຊີວິດໄດ້. 2 ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ພຣະອົງອາໄສຢູ່ທ່າມກາງຜູ້ຄົນຕະຫຼອດເວລາ. ພຣະອົງເປັນກໍາລັງຜັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການມີຊີວິດລອດຂອງມະນຸດ ແລະ ເປັນແຫຼ່ງທີ່ອຸດົມສົມບູນສໍາລັບການມີຊີວິດລອດຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ຜູ້ຄົນເກີດໃໝ່ ແລະ ເຮັດໃຫ້ພວກເຂົາສາມາດດຳລົງຊີວິດໃນບົດບາດສ່ວນຕົວຂອງພວກເຂົາເອງຢ່າງໜຽວແໜ້ນ. ການອີງອາໄສອຳນາດຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ໃນຂະນະທີ່ພະລັງແຫ່ງຊີວິດຂອງພຣະເຈົ້າໄດ້ໃຫ້ການຄໍ້າຊູໃນທ່າມກາງມະນຸດຢ່າງສະໝໍ່າສະເໝີ ແລະ ພຣະເຈົ້າໄດ້ເສຍສະຫຼະໃນສິ່ງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍເສຍສະຫຼະມາກ່ອນ. 3 ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາຊະນະເໜືອລິດອຳນາດທັງປວງ; ຫຼາຍໄປກວ່ານັ້ນ ມັນຍັງເໜືອກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດອຳນາດຂອງພຣະອົງເໜືອທໍາມະຊາດ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກເອົາຊະນະໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງດ້ວຍລັດສະໝີທີ່ເປັ່ງປະກາຍ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ
- [ເພງຄຣິດສະຕຽນ “ການພິພາກສາຂອງພຣະເຈົ້າຕໍ່ບັນດາປະເທດ ແລະ ປະຊາຊົນທັງນັບບໍ່ຖ້ວນ” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/God-s-judgment-on-all-nations-choir.html) - 1 ອານາຈັກຂອງເຮົາ ໄດ້ເປັນຈິງຢ່າງສົມບູນ ແລະ ໄດ້ລົງມາສູ່ໂລກຢ່າງເປີດເຜີຍແລ້ວ; ສິ່ງນີ້ ສະແດງໃຫ້ເຫັນວ່າ ການພິພາກສາຂອງເຮົາໄດ້ມາເຖິງຢ່າງສົມບູນ. ໄພພິບັດທຸກຮູບແບບຈະເກີດຂຶ້ນແລ້ວເກີດຂຶ້ນອີກ; ທຸກປະເທດ ແລະ ທຸກສະຖານທີ່ ຈະປະສົບກັບໄພພິບັດ: ໂລກລະບາດ, ໄພອຶດຫິວ, ນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ແຜ່ນດິນໄຫວເກີດຂຶ້ນຢູ່ທຸກບ່ອນ. ໄພພິບັດເຫຼົ່ານີ້ ເກີດຂຶ້ນບໍ່ສະເພາະຢູ່ບ່ອນໜຶ່ງບ່ອນດຽວ ຫຼື ສອງບ່ອນ ຫຼື ຈະບໍ່ຈົບລົງພຽງແຕ່ພາຍໃນໜຶ່ງມື້ ຫຼື ສອງມື້, ແຕ່ພວກມັນຈະຂະຫຍາຍອອກກວ້າງຂຶ້ນ ແລະ ກວ້າງຂຶ້ນໄປທົ່ວທຸກແຫ່ງຫົນ ແລະ ຈະຮ້າຍແຮງຂຶ້ນເລື້ອຍໆ. ຢູ່ໃນໄລຍະນີ້ ຈະເກີດການລະບາດຂອງແມງໄມ້ທຸກຊະນິດເກີດຂຶ້ນຢ່າງຕໍ່ເນື່ອງກັນ ແລະ ຈະປະກົດການກິນຊີ້ນມະນຸດເກີດຂຶ້ນຢູ່ທຸກຫົນແຫ່ງ. ນີ້ແມ່ນການພິພາກສາຂອງເຮົາຕໍ່ບັນດາປະເທດ ແລະ ປະຊາຊົນນັບບໍ່ຖ້ວນ. 2 ຊື່ຂອງເຮົາຕ້ອງແຜ່ຂະຫຍາຍໄປທົ່ວທຸກສາລະທິດ ແລະ ທົ່ວທຸກບ່ອນ ເພື່ອວ່າທຸກຄົນຈະໄດ້ຮູ້ຈັກຊື່ອັນບໍລິສຸດຂອງເຮົາ ແລະ ຮູ້ຈັກເຮົາ. ຊື່ຂອງເຮົາຈະກະຈາຍອອກຢ່າງກວ້າງຂວາງ ເມື່ອເກີດໄພພິບັດມາເຖິງ ແລະ ຖ້າຫາກພວກເຈົ້າບໍ່ລະມັດລະວັງ ແລະ ບໍ່ເອົາໃຈໃສ່, ພວກເຈົ້າກໍຈະສູນເສຍສ່ວນແບ່ງທີ່ເປັນສິດຂອງພວກເຈົ້າໄປ. ພວກເຈົ້າບໍ່ຢ້ານບໍ? ຊື່ຂອງເຮົາກະຈາຍໄປທົ່ວທຸກສາສະໜາ,
- [ເພງຄຣິດສະຕຽນ “ພຣະເຈົ້າປາຖະໜາໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນໄດ້ຮັບຄວາມລອດພົ້ນຂອງພຣະອົງ” | ສຽງແຫ່ງການສັນລະເສີນ 2026](https://lo.kingdomsalvation.org/videos/wishes-more-people-gain-salvation-mv.html) - 1 ພຣະເຈົ້າຫວັງວ່າ ຈະມີຄົນຫຼາຍຂຶ້ນທີ່ສາມາດທຳການກວດສອບຢ່າງລະມັດລະວັງຕໍ່ໜ້າພຣະທຳ ແລະ ພາລະກິດຂອງພຣະເຈົ້າ ແລະ ມີທ່າທີທີ່ຈິງຈັງ ແລະ ນັບຖືຕໍ່ຂ່າວສານທີ່ສຳຄັນນີ້. ພຣະອົງຫວັງວ່າພວກເຂົາຈະບໍ່ຍ່າງຕາມຮອຍຕີນຂອງຜູ້ທີ່ຖືກລົງໂທດ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາຈະບໍ່ເປັນຄືກັບໂປໂລ, ຜູ້ທີ່ຮູ້ຫົນທາງທີ່ແທ້ຈິງຢ່າງແຈ່ມແຈ້ງ ແຕ່ເຈດຕະນາຕໍ່ຕ້ານມັນ ແລະ ສູນເສຍເຄື່ອງຖວາຍບາບ. ພຣະເຈົ້າບໍ່ຕ້ອງການໃຫ້ຫຼາຍຄົນກວ່ານີ້ຖືກລົງໂທດ, ແຕ່ກົງກັນຂ້າມ ພຣະອົງຫວັງໃຫ້ຫຼາຍຄົນກວ່ານີ້ໄດ້ຮັບຄວາມລອດພົ້ນ ແລະ ໃຫ້ຫຼາຍຄົນກວ່ານີ້ຕາມທັນບາດກ້າວຂອງພຣະອົງ ແລະ ເຂົ້າສູ່ອານາຈັກຂອງພຣະອົງ. 2 ພຣະເຈົ້າປະຕິບັດຕໍ່ທຸກຄົນຢ່າງຊອບທຳ; ບໍ່ວ່າເຈົ້າຈະອາຍຸຈັກປີ, ມີຄວາມອາວຸໂສຫຼາຍສໍ່າໃດ ຫຼື ແມ່ນແຕ່ໄດ້ຜ່ານຄວາມທຸກທໍລະມານມາຫຼາຍສໍ່າໃດກໍຕາມ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າກໍຈະບໍ່ມີວັນປ່ຽນແປງຍ້ອນສິ່ງເຫຼົ່ານີ້. ພຣະເຈົ້າບໍ່ໄດ້ຍົກຍ້ອງໃຜ, ທັງບໍ່ໄດ້ລຳອຽງຕໍ່ຜູ້ໃດ. ທ່າທີຂອງພຣະອົງຕໍ່ຜູ້ຄົນແມ່ນອີງໃສ່ວ່າ ພວກເຂົາສາມາດສະຫຼະທຸກສິ່ງທຸກຢ່າງເພື່ອຮັບເອົາຄວາມຈິງ ແລະ ພາລະກິດໃໝ່ຂອງພຣະອົງໄດ້ ຫຼື ບໍ່. ຖ້າເຈົ້າສາມາດຮັບເອົາພາລະກິດໃໝ່ຂອງພຣະອົງ ແລະ ຮັບເອົາຄວາມຈິງທີ່ພຣະອົງສະແດງອອກ, ແລ້ວເຈົ້າກໍຈະສາມາດໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ. ຕົວຢ່າງທົ່ວໄປຂອງການລົງໂທດສຳລັບການທ້າທາຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ບົດສົ່ງທ້າຍ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 34](https://lo.kingdomsalvation.org/videos/three-stages-of-work-excerpt-0034.html) - ພຣະເຈົ້າກ່າວພຣະທໍາຂອງພຣະອົງ ແລະ ເຮັດພາລະກິດຂອງພຣະອົງຕາມຍຸກທີ່ແຕກຕ່າງກັນ ແລະ ໃນຍຸກທີ່ແຕກຕ່າງກັນ, ພຣະອົງກ່າວພຣະທໍາທີ່ແຕກຕ່າງກັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ ຫຼື ເຮັດຊໍ້າພາລະກິດເດີມ ຫຼື ຮູ້ສຶກອຸກອັ່ງກັບສິ່ງຕ່າງໆໃນອະດີດ; ພຣະອົງແມ່ນພຣະເຈົ້າຜູ້ທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພຣະອົງກ່າວພຣະທໍາໃໝ່ທຸກມື້. ເຈົ້າຄວນປະຕິບັດຕາມສິ່ງທີ່ຄວນປະຕິບັດໃນມື້ນີ້; ນີ້ແມ່ນຄວາມຮັບຜິດຊອບ ແລະ ໜ້າທີ່ຂອງມະນຸດ. ມັນສຳຄັນຢູ່ທີ່ການປະຕິບັດຕ້ອງເນັ້ນໃສ່ແສງສະຫວ່າງ ແລະ ພຣະທໍາຂອງພຣະເຈົ້າໃນຍຸກປັດຈຸບັນ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນ ແລະ ສາມາດກ່າວໄດ້ຈາກຫຼາຍມຸມມອງທີ່ແຕກຕ່າງກັນເພື່ອເຮັດໃຫ້ສະຕິປັນຍາ ແລະ ອຳນາດອັນໄພສານຂອງພຣະອົງນັ້ນຊັດເຈນ. ມັນບໍ່ສຳຄັນວ່າພຣະອົງຈະກ່າວຈາກມຸມມອງຂອງພຣະວິນຍານ ຫຼື ຂອງມະນຸດ ຫຼື ຂອງບຸກຄົນທີສາມ ພຣະເຈົ້າກໍ່ຍັງເປັນພຣະເຈົ້າຢູ່ສະເໝີ ແລະ ເຈົ້າບໍ່ສາມາດເວົ້າໄດ້ວ່າພຣະອົງບໍ່ແມ່ນພຣະເຈົ້າ ຍ້ອນມຸມມອງຂອງມະນຸດທີ່ພຣະອົງກ່າວ. ໃນທ່າມກາງບາງຄົນ ມັນມີແນວຄິດທີ່ປາກົດຂຶ້ນໂດຍເປັນຜົນມາຈາກມຸມມອງແຕກຕ່າງກັນທີ່ພຣະເຈົ້າກ່າວ. ຄົນແບບນັ້ນບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະອົງ. ຖ້າພຣະເຈົ້າໄດ້ກ່າວຈາກມຸມມອງດຽວຢູ່ສະເໝີ, ມະນຸດຈະບໍ່ກຳນົດກົດເກນຕ່າງໆກ່ຽວກັບພຣະເຈົ້າບໍ? ພຣະເຈົ້າຈະປ່ອຍໃຫ້ມະນຸດເຮັດແບບນັ້ນໄດ້ບໍ? ບໍ່ວ່າພຣະເຈົ້າຈະກ່າວຈາກມຸມມອງໃດກໍ່ຕາມ, ພຣະອົງກໍ່ມີຈຸດປະສົງທີ່ເຮັດແບບນັ້ນ. ຖ້າພຣະເຈົ້າກ່າວຈາກມຸມມອງຂອງພຣະວິນຍານຢູ່ສະເໝີ, ເຈົ້າຈະສາມາດພົວພັນກັບພຣະອົງບໍ? ດັ່ງນັ້ນ, ບາງຄັ້ງ ພຣະອົງກ່າວໃນບຸກຄົນທີສາມເພື່ອໃຫ້ພຣະທໍາຂອງພຣະອົງແກ່ເຈົ້າ ແລະ ນຳພາເຈົ້າເຂົ້າສູ່ຄວາມເປັນຈິງ. ທຸກສິ່ງທີ່ພຣະເຈົ້າເຮັດກໍ່ແມ່ນເໝາະສົມແລ້ວ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 33](https://lo.kingdomsalvation.org/videos/three-stages-of-work-excerpt-0033.html) - ໃນຂັ້ນຕອນສຸດທ້າຍຂອງພາລະກິດ, ຜົນແມ່ນຖືກບັນລຸຜ່ານພຣະທຳ. ຜ່ານທາງພຣະທຳ, ມະນຸດຈຶ່ງໄດ້ເຂົ້າໃຈຄວາມເລິກລັບຫຼາຍຢ່າງ ແລະ ພາລະກິດທີ່ພຣະເຈົ້າໄດ້ປະຕິບັດຜ່ານຄົນຮຸ່ນອະດີດ; ຜ່ານທາງພຣະທຳ, ມະນຸດຈຶ່ງໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ; ຜ່ານພຣະທຳ, ມະນຸດຈຶ່ງເຂົ້າໃຈຄວາມເລິກລັບຕ່າງໆທີ່ຄົນຮຸ່ນຜ່ານມາບໍ່ເຄີຍເປີດເຜີຍໄດ້ຈັກເທື່ອ ພ້ອມທັງພາລະກິດຂອງຜູ້ປະກາດພຣະທຳ ແລະ ອັກຄະສາວົກໃນອະດີດ ແລະ ຫຼັກການທີ່ພວກເຂົາປະຕິບັດພາລະກິດກໍລ້ວນແລ້ວແຕ່ຜ່ານທາງພຣະທໍາ; ຜ່ານທາງພຣະທຳ ມະນຸດຈຶ່ງເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າ ພ້ອມທັງເຂົ້າໃຈຄວາມກະບົດ ແລະ ການຕໍ່ຕ້ານຂອງມະນຸດ ແລະ ເຂົາມາຮູ້ຈັກທາດແທ້ຂອງຕົນເອງ. ຜ່ານທາງຂັ້ນຕອນເຫຼົ່ານີ້ຂອງພາລະກິດ ແລະ ຜ່ານທາງພຣະທຳທັງໝົດທີ່ໄດ້ກ່າວອອກມາ, ມະນຸດຈຶ່ງມາເຂົ້າໃຈພາລະກິດຂອງພຣະວິນຍານ, ເຂົ້າໃຈພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າໄດ້ປະຕິບັດ ແລະ ຍິ່ງໄປກວ່ານັ້ນກໍຄື ເຂົ້າໃຈອຸປະນິໄສທັງໝົດຂອງພຣະອົງ. ຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໃນຫົກພັນປີຍັງຖືກໄດ້ຮັບຜ່ານທາງພຣະທຳ. ຄວາມຮູ້ກ່ຽວກັບແນວຄິດຜ່ານມາຂອງເຈົ້າ ແລະ ຄວາມສຳເລັດໃນການປະຖິ້ມແນວຄິດດັ່ງກ່າວນັ້ນກໍບໍ່ແມ່ນຍ້ອນພຣະທຳບໍ? ໃນຂັ້ນຕອນທີ່ຜ່ານມາ, ພຣະເຢຊູສ້າງໝາຍສຳຄັນ ແລະ ສິ່ງອັດສະຈັນ, ແຕ່ໃນຂັ້ນຕອນນີ້ແມ່ນບໍ່ມີໝາຍສຳຄັນ ແລະ ສິ່ງອັດສະຈັນໃດໆ. ຄວາມເຂົ້າໃຈຂອງເຈົ້າທີ່ວ່າ ເປັນຫຍັງພຣະອົງຈຶ່ງບໍ່ເປີດເຜີຍໝາຍສຳຄັນ ແລະ ສິ່ງອັດສະຈັນ ແມ່ນບໍ່ໄດ້ຖືກບັນລຸຜ່ານທາງພຣະທຳເຊັ່ນກັນບໍ? ສະນັ້ນ ພຣະທຳທີ່ກ່າວໃນຂັ້ນຕອນນີ້ຈຶ່ງຢູ່ເໜືອພາລະກິດທີ່ອັກຄະສາວົກ ແລະ ຜູ້ປະກາດພຣະທຳໃນຍຸກອະດີດປະຕິບັດກັນ. ແມ່ນແຕ່ການທຳນາຍຂອງຜູ້ປະກາດພຣະທຳທີ່ໄດ້ທໍານາຍໄວ້ກໍບໍ່ສາມາດບັນລຸຜົນນີ້ໄດ້. ຜູ້ປະກາດພຣະທຳກ່າວພຽງແຕ່ຄຳທຳນາຍ, ພວກເຂົາກ່າວເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ, ແຕ່ບໍ່ແມ່ນກ່ຽວກັບພາລະກິດທີ່ພຣະເຈົ້າປາຖະໜາຈະປະຕິບັດໃນເວລານັ້ນ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 28](https://lo.kingdomsalvation.org/videos/three-stages-of-work-excerpt-0028.html) - ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງກາຍມາເປັນເນື້ອໜັງເພື່ອກ່າວຈາກມຸມມອງທີ່ແຕກຕ່າງກັນ ເພື່ອວ່າມະນຸດຈະສາມາດເຫັນພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນພຣະທໍາທີ່ປາກົດໃນເນື້ອໜັງ ແລະ ສາມາດເບິ່ງເຫັນສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພາລະກິດດັ່ງກ່າວແມ່ນຖືກປະຕິບັດເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດໄດ້ດີຂຶ້ນ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ ເຊິ່ງເປັນຄວາມໝາຍທີ່ແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກແຫ່ງພຣະທໍາ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນມາຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນເຂົ້າເຮັດ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການເຮັດໃນຍຸກແຫ່ງພຣະທໍາຈະເກີດຜົນຢ່າງສົມບູນ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນຈະຖືກເປີດໂປງ, ກໍາຈັດ ແລະ ທົດລອງ. ຜູ້ຄົນໄດ້ເຫັນພຣະທໍາຂອງພຣະເຈົ້າ, ໄດ້ຍິນພຣະທໍາເຫຼົ່ານີ້ ແລະ ຮັບຮູ້ວ່າການມີຢູ່ຈິງຂອງພຣະທໍາເຫຼົ່ານີ້. ຜົນຕາມມາກໍ່ຄື ພວກເຂົາໄດ້ມາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ໃນລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ຄໍາວ່າ “ພຣະທໍາ” ອາດເປັນສິ່ງທີ່ງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສັ່ນສະເທືອນຈັກກະວານ, ພວກມັນປ່ຽນຫົວໃຈຂອງຜູ້ຄົນ, ປ່ຽນແປງແນວຄິດ ແລະ ອຸປະນິໄສເດີມຂອງພວກເຂົາ ແລະ ປ່ຽນແປງລັກສະນະທີ່ໂລກທັງປວງເຄີຍເປັນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 109](https://lo.kingdomsalvation.org/videos/the-incarnation-excerpt-109.html) - ພາລະກິດ ແລະ ການສະແດງຂອງພຣະຄຣິດກຳນົດແກ່ນແທ້ຂອງພຣະອົງ. ພຣະອົງສາມາດເຮັດໃຫ້ສໍາເລັດດ້ວຍຫົວໃຈຢ່າງແທ້ຈິງທີ່ຖືກມອບໝາຍໃຫ້ກັບພຣະອົງ. ພຣະອົງສາມາດນະມັດສະການພຣະເຈົ້າທີ່ຢູ່ສະຫວັນດ້ວຍຫົວໃຈທີ່ແທ້ຈິງ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຫົວໃຈທີ່ແທ້ຈິງ. ທຸກສິ່ງນີ້ແມ່ນຖືກກຳນົດໂດຍແກ່ນແທ້ຂອງພຣະອົງ. ດ້ວຍເຫດນັ້ນ ການເປີດເຜີຍຢ່າງທຳມະຊາດຂອງພຣະອົງກໍຖືກກຳນົດໂດຍແກ່ນແທ້ຂອງພຣະອົງ; ເຫດຜົນທີ່ເຮົາເອີ້ນສິ່ງນີ້ວ່າເປັນ “ການເປີດເຜີຍຢ່າງທຳມະຊາດ” ຂອງພຣະອົງ ກໍຍ້ອນວ່າ ການສະແດງຂອງພຣະອົງບໍ່ແມ່ນການຮຽນແບບ ຫຼື ຜົນຈາກການສຶກສາຂອງມະນຸດ ຫຼື ຜົນຈາກການປູກຝັງເປັນເວລາຫຼາຍປີຂອງມະນຸດ. ພຣະອົງບໍ່ໄດ້ຮຽນຮູ້ ຫຼື ປະດັບປະດາພຣະອົງເອງດ້ວຍສິ່ງນັ້ນ; ກົງກັນຂ້າມ ມັນເປັນທໍາມະຊາດຂອງພຣະອົງ. ມະນຸດອາດປະຕິເສດພາລະກິດຂອງພຣະອົງ, ການສະແດງຂອງພຣະອົງ, ຄວາມເປັນມະນຸດຂອງພຣະອົງ ແລະ ຕະຫຼອດທັງຊີວິດແຫ່ງຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ ແຕ່ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງນະມັດສະການພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ; ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງໄດ້ມາເພື່ອປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ ແລະ ບໍ່ມີໃຜສາມາດປະຕິເສດຄວາມຈິງໃຈທີ່ວ່າພຣະອົງສະແຫວງຫາພຣະເຈົ້າພຣະບິດາ. ເຖິງແມ່ນວ່າ ພາບຫຼັກຂອງພຣະອົງບໍ່ເປັນທີ່ພໍໃຈຕໍ່ຄວາມຮູ້ສຶກ, ການສົນທະນາຂອງພຣະອົງບໍ່ໄດ້ປະກອບດ້ວຍບັນຍາກາດທີ່ພິເສດ ແລະ ພາລະກິດຂອງພຣະອົງບໍ່ໄດ້ສະທ້ານໂລກ ຫຼື ສັ່ນສະເທືອນສະຫວັນຕາມທີ່ມະນຸດຈິນຕະນາການ, ຄວາມຈິງກໍຄື ພຣະອົງເປັນພຣະຄຣິດ ຜູ້ເຊິ່ງປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ, ຍອມຢູ່ພາຍໃຕ້ພຣະບິດາທີ່ຢູ່ໃນສະຫວັນຢ່າງສົມບູນ ແລະ ອ່ອນນ້ອມຈົນຕາຍ. ນີ້ກໍຍ້ອນວ່າ ແກ່ນແທ້ຂອງພຣະອົງແມ່ນແກ່ນແທ້ຂອງພຣະຄຣິດ. ຄວາມຈິງນີ້ຍາກທີ່ຈະໃຫ້ມະນຸດເຊື່ອ ແຕ່ມັນກໍແມ່ນຄວາມເປັນຈິງ. ເມື່ອພັນທະກິດຂອງພຣະຄຣິດຖືກເຮັດໃຫ້ສໍາເລັດໂດຍສົມບູນແລ້ວ ມະນຸດຈະສາມາດເຫັນຈາກພາລະກິດຂອງພຣະອົງໄດ້ວ່າ ອຸປະນິໄສຂອງພຣະອົງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 106](https://lo.kingdomsalvation.org/videos/the-incarnation-excerpt-106.html) - ແກ່ນແທ້ຂອງພຣະເຈົ້າເອງແມ່ນມີສິດອຳນາດ ແຕ່ພຣະອົງສາມາດຍອມຢູ່ພາຍໃຕ້ສິດອຳນາດທີ່ມາຈາກພຣະອົງຢ່າງສົມບູນ. ບໍ່ວ່າພາລະກິດຂອງພຣະວິນຍານ ຫຼື ພາລະກິດແຫ່ງເນື້ອໜັງ ທັງສອງບໍ່ໄດ້ຂັດແຍ້ງຕໍ່ກັນແລະກັນ. ພຣະວິນຍານຂອງພຣະເຈົ້າມີສິດອຳນາດເໜືອການຊົງສ້າງທັງໝົດ. ເນື້ອໜັງທີ່ເປັນແກ່ນແທ້ຂອງພຣະເຈົ້າກໍປະກອບດ້ວຍສິດອຳນາດເຊັ່ນດຽວກັນ ແຕ່ພຣະເຈົ້າໃນເນື້ອໜັງສາມາດປະຕິບັດພາລະກິດທັງໝົດທີ່ອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ. ບໍ່ມີຄົນໃດສາມາດບັນລຸ ຫຼື ຄາດຄິດເຖິງສິ່ງນີ້ໄດ້. ພຣະເຈົ້າເອງມີສິດອຳນາດ ສ່ວນເນື້ອໜັງຂອງພຣະອົງແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. ນີ້ຄືຄວາມໝາຍເມື່ອມັນຖືກກ່າວວ່າ “ພຣະຄຣິດອ່ອນນ້ອມຕໍ່ຄວາມປະສົງຂອງພຣະເຈົ້າພຣະບິດາ”. ພຣະເຈົ້າເປັນພຣະວິນຍານ ແລະ ສາມາດປະຕິບັດພາລະກິດແຫ່ງຄວາມລອດພົ້ນໄດ້ ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ. ຢ່າງໃດກໍຕາມ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງດ້ວຍພຣະອົງເອງ; ພຣະອົງບໍ່ໄດ້ຂັດຂວາງ ຫຼື ລົບກວນ ແລ້ວແຮງໄກທີ່ພຣະອົງຈະປະຕິບັດພາລະກິດທີ່ຂັດແຍ້ງກັບຕົວມັນເອງ ນັ້ນກໍຍ້ອນວ່າ ແກ່ນແທ້ຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານ ແລະ ເນື້ອໜັງນັ້ນແມ່ນແບບດຽວກັນ. ບໍ່ວ່າພຣະວິນຍານ ຫຼື ເນື້ອໜັງ ທັງສອງປະຕິບັດພາລະກິດເພື່ອບັນລຸຕາມຄວາມປະສົງດຽວກັນ ແລະ ເພື່ອຄຸ້ມຄອງພາລະກິດດຽວກັນ. ເຖິງແມ່ນວ່າພຣະວິນຍານ ແລະ ເນື້ອໜັງມີຄຸນສົມບັດທີ່ແຕກຕ່າງກັນ ແຕ່ແກ່ນແທ້ຂອງພວກເພິ່ນແມ່ນຄືກັນ; ທັງສອງມີແກ່ນແທ້ຂອງພຣະເຈົ້າ ແລະ ເປັນຕົວຕົນຂອງພຣະເຈົ້າເອງ. ພຣະເຈົ້າເອງບໍ່ມີອົງປະກອບແຫ່ງຄວາມກະບົດ; ແກ່ນແທ້ຂອງພຣະອົງແມ່ນດີ. ພຣະອົງແມ່ນການສະແດງໃຫ້ເຫັນເຖິງຄວາມສວຍງາມ ແລະ ຄວາມດີທຸກຢ່າງ ພ້ອມທັງຄວາມຮັກທັງໝົດ. ແມ່ນແຕ່ໃນເນື້ອໜັງ ພຣະເຈົ້າກໍບໍ່ເຮັດສິ່ງໃດທີ່ກະບົດຕໍ່ພຣະເຈົ້າພຣະບິດາ. ເຖິງແມ່ນຕ້ອງເສຍສະຫຼະຊີວິດຂອງພຣະອົງ ພຣະອົງກໍເຕັມໃຈທີ່ຈະເຮັດເຊັ່ນນັ້ນ ແລະ ພຣະອົງຈະບໍ່ຕັດສິນໃຈແບບອື່ນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 105](https://lo.kingdomsalvation.org/videos/the-incarnation-excerpt-105.html) - ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ; ພຣະອົງເປັນການບັງເກີດແມ່ນການບັງເກີດເປັນມະນຸດຂອງພຣະວິນຍານ ແທນທີ່ຈະແມ່ນເນື້ອໜັງ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງຳໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງໄດ້ປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າຂອງພຣະອົງ ທັງສອງກໍຍອມອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ. ແກ່ນແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ແກ່ນແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ແກ່ນແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ເພາະສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ແກ່ນແທ້ຂອງພາລະກິດຂອງພຣະວິນຍານບໍລິສຸດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະເຈົ້າເອງ. ໃນທຳນອງດຽວກັນ ພາລະກິດຂອງພຣະຄຣິດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງຄວາມປະສົງຂອງພຣະເຈົ້າອີກດ້ວຍ. ດ້ວຍວ່າ ພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງເຂົ້າໃຈເຖິງແກ່ນແທ້ຂອງພຣະອົງທີ່ຢູ່ພາຍໃຕ້ເນື້ອໜັງຂອງພຣະອົງ ຈົນເຖິງຂັ້ນທີ່ວ່າເນື້ອໜັງຂອງພຣະອົງພຽງພໍທີ່ຈະຮັບພາລະກິດຂອງພຣະອົງໄດ້. ດ້ວຍເຫດນັ້ນ ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າຈຶ່ງຖືກແທນໂດຍພາລະກິດຂອງພຣະຄຣິດໃນລະຫວ່າງເວລາແຫ່ງການບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະຄຣິດແມ່ນຈຸດໃຈກາງທີ່ສໍາຄັນຂອງພາລະກິດທັງໝົດໃນຕະຫຼອດເວລາແຫ່ງການບັງເກີດເປັນມະນຸດ. ພາລະກິດຂອງພຣະຄຣິດບໍ່ສາມາດປະສົມກັນກັບພາລະກິດຈາກຍຸກອື່ນໆ. ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງຈຶ່ງປະຕິບັດພາລະກິດໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ; ຍ້ອນພຣະອົງມາບັງເກີດເປັນມະນຸດ ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງຄວນປະຕິບັດໂດຍຜ່ານເນື້ອໜັງ. ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື
- [ການອ່ານພຣະທຳຂອງພຣະເຈົ້າ | "ກ່ຽວກັບພຣະຄຳພີ (1)"](https://lo.kingdomsalvation.org/videos/concerning-the-bible-1.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 290](https://lo.kingdomsalvation.org/videos/exposing-religious-notions-excerpt-290.html) - ໃນເມື່ອມະນຸດເຊື່ອໃນພຣະເຈົ້າ, ເຂົາກໍຕ້ອງຕິດຕາມບາດກ້າວຂອງພຣະເຈົ້າເທື່ອລະບາດກ້າວຢ່າງໃກ້ຊິດ; ເຂົາຄວນ “ຕິດຕາມພຣະເມສານ້ອຍບໍ່ວ່າພຣະອົງຈະໄປໃສກໍຕາມ”. ມີພຽງແຕ່ຄົນເຫຼົ່ານີ້ທີ່ເປັນຄົນສະແຫວງຫາຫົນທາງທີ່ແທ້ຈິງ, ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ຕິດຕາມຕົວຄໍາເວົ້າ ແລະ ຄຳສັ່ງສອນຄືກັບທາດ ແມ່ນຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານບໍລິສຸດ. ໃນແຕ່ລະໄລຍະຂອງເວລາ, ພຣະເຈົ້າຈະເລີ່ມຕົ້ນພາລະກິດໃໝ່ ແລະ ໃນແຕ່ລະໄລຍະຈະມີການເລີ່ມຕົ້ນໃໝ່ທ່າມກາງມະນຸດ. ຖ້າມະນຸດພຽງແຕ່ປະຕິບັດຕາມຄວາມຈິງທີ່ວ່າ “ພຣະເຢໂຮວາເປັນພຣະເຈົ້າ” ແລະ “ພຣະເຢຊູເປັນພຣະຄຣິດ” ເຊິ່ງເປັນຄວາມຈິງທີ່ພຽງແຕ່ໃຊ້ໄດ້ກັບຍຸກທີ່ກ່ຽວຂ້ອງ, ແລ້ວມະນຸດກໍຈະນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດໄດ້ຈັກເທື່ອ ແລະ ຈະບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດຕະຫຼອດໄປ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ, ມະນຸດກໍຕິດຕາມໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວ ແລະ ເຂົາກໍຕິດຕາມຢ່າງໃກ້ຊິດ. ໃນວິທີນີ້, ມະນຸດຈະສາມາດຖືກພຣະວິນຍານບໍລິສຸດກຳຈັດໄດ້ແນວໃດ? ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຕາບໃດທີ່ມະນຸດໝັ້ນໃຈວ່າ ນັ້ນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮ່ວມມືໃນພາລະກິດຂອງພຣະວິນຍານບໍລິສຸດໂດຍບໍ່ມີຂໍ້ສົງໄສໃດໆແລ້ວ ແລະ ພະຍາຍາມບັນລຸເງື່ອນໄຂຂອງພຣະເຈົ້າ, ແລ້ວເຂົາຈະຖືກລົງໂທດໄດ້ແນວໃດ? ພາລະກິດຂອງພຣະເຈົ້າບໍ່ເຄີຍຢຸດຈັກເທື່ອ, ບາດກ້າວຂອງພຣະອົງບໍ່ເຄີຍຢຸດສະງັດຈັກເທື່ອ ແລະ ກ່ອນການສຳເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ, ພຣະອົງຫຍຸ້ງຢູ່ສະເໝີ ແລະ ບໍ່ເຄີຍຢຸດຈັກເທື່ອ. ແຕ່ມະນຸດແມ່ນແຕກຕ່າງ: ເມື່ອໄດ້ຮັບພຽງແຕ່ຈຳນວນເລັກນ້ອຍຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຂົາກໍປະຕິບັດຕໍ່ສິ່ງນັ້ນຄືກັບວ່າມັນຈະບໍ່ປ່ຽນແປງຈັກເທື່ອ; ເມື່ອໄດ້ຮັບຄວາມຮູ້ເລັກນ້ອຍ, ເຂົາກໍບໍ່ສືບຕໍ່ຕິດຕາມບາດກ້າວພາລະກິດທີ່ໃໝ່ກວ່າຂອງພຣະເຈົ້າ; ເມື່ອໄດ້ເຫັນພຽງແຕ່ສ່ວນເລັກນ້ອຍໃນພາລະກິດຂອງພຣະເຈົ້າ, ເຂົາກໍກຳນົດໃຫ້ພຣະເຈົ້າເປັນຮ່າງໄມ້ພິເສດທັນທີ ແລະ ເຊື່ອວ່າພຣະເຈົ້າຈະຍັງຄົງຢູ່ໃນຮູບຮ່າງນີ້ທີ່ເຂົາເຫັນຢູ່ຕໍ່ໜ້າເຂົາ, ເຊິ່ງມັນເປັນແບບນີ້ໃນອະດີດ ແລະ ຈະເປັນແບບນີ້ໃນອະນາຄົດ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 14](https://lo.kingdomsalvation.org/videos/three-stages-of-work-excerpt-0014.html) - ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນຕ້ອງການຄຳພະຍານຂອງມະນຸດ. ແຕ່ລະຂັ້ນຕອນຂອງພາລະກິດແມ່ນການສູ້ຮົບລະຫວ່າງພຣະເຈົ້າ ແລະ ຊາຕານ ແລະ ເປົ້າໝາຍຂອງການສູ້ຮົບກໍຄືຊາຕານ ໃນຂະນະທີ່ຄົນທີ່ຈະຖືກເຮັດໃຫ້ສົມບູນໂດຍພາລະກິດນີ້ແມ່ນມະນຸດ. ບໍ່ວ່າພາລະກິດຂອງພຣະເຈົ້າຈະເກີດຜົນ ຫຼື ບໍ່ ແມ່ນຂຶ້ນກັບລັກສະນະຂອງການເປັນພະຍານຂອງມະນຸດທີ່ມີຕໍ່ພຣະເຈົ້າ. ການເປັນພະຍານນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຄົນທີ່ຕິດຕາມພຣະອົງ; ມັນຄືການເປັນພະຍານທີ່ເກີດຂຶ້ນຕໍ່ໜ້າຊາຕານ ແລະ ຍັງເປັນເຄື່ອງພິສູດເຖິງຜົນໄດ້ຮັບຈາກພາລະກິດຂອງພຣະອົງ. ການຄຸ້ມຄອງທັງໝົດຂອງພຣະເຈົ້າແບ່ງອອກເປັນສາມຂັ້ນຕອນ ແລະ ເງື່ອນໄຂທີ່ເໝາະສົມໃນແຕ່ລະຍຸກ ຂອງມະນຸດ. ນອກນັ້ນເມື່ອຍຸກຕ່າງໆຜ່ານໄປ ແລະ ພັດທະນາຂຶ້ນ, ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຕໍ່ມະນຸດຊາດທັງປວງກໍສູງຂຶ້ນເລື້ອຍໆ. ດ້ວຍເຫດນີ້ ພາລະກິດຂອງການຄຸ້ມຄອງຂອງພຣະເຈົ້າ ແຕ່ລະຍຸກຈຶ່ງປະຕິບັດເຖິງຂັ້ນສູງສຸດ ເທື່ອລະບາດກ້າວ ຈົນກວ່າມະນຸດຈະເຫັນຄວາມຈິງຂອງ “ພຣະທຳປາກົດໃນເນື້ອໜັງ” ແລະ ໃນວິທີນີ້ ເງື່ອນໄຂຂອງມະນຸດກໍຈະຍິ່ງເພິ່ມທະວີຂຶ້ນ ແລະ ເປັນປະຈັກພະຍານທີ່ມະນຸດຕ້ອງເປັນ. ຍິ່ງມະນຸດສາມາດຮ່ວມມືກັບພຣະເຈົ້າຢ່າງແທ້ຈິງຫຼາຍສໍ່າໃດ, ພຣະເຈົ້າກໍ່ຍິ່ງໄດ້ຮັບສະຫງ່າລາສີຫຼາຍສໍ່ານັ້ນ. ການຮ່ວມມືຂອງມະນຸດຄືການເປັນພະຍານທີ່ເຂົາຈຳເປັນຕ້ອງມີ ແລະ ການເປັນພະຍານທີ່ເຂົາມີກໍຄືການປະຕິບັດຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພາລະກິດຂອງພຣະເຈົ້າຈະມີຜົນທັນທີ ຫຼື ບໍ່ ແລະ ບໍ່ວ່າຈະສາມາດມີຄຳພະຍານທີ່ແທ້ຈິງໄດ້ ຫຼື ບໍ່ ແມ່ນກ່ຽວໂຍງກັບການຮ່ວມມື ແລະ ການເປັນພະຍານຂອງມະນຸດໂດຍຕັດຂາດຈາກກັນບໍ່ໄດ້. ເມື່ອພາລະກິດຖືກເຮັດໃຫ້ສຳເລັດ ເຊິ່ງໝາຍຄວາມວ່າ ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າເຖິງຈຸດສິ້ນສຸດແລ້ວ, ມະນຸດຈຳເປັນຕ້ອງເປັນພະຍານໃຫ້ສູງຂຶ້ນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 531](https://lo.kingdomsalvation.org/videos/entry-into-life-excerpt-531.html) - ເມື່ອກ່າວເຖິງເປໂຕ, ຜູ້ຄົນແມ່ນມີແຕ່ສິ່ງດີໆທີ່ຈະເວົ້າກ່ຽວກັບລາວໂດຍບໍ່ມີວັນສິ້ນສຸດ. ພວກເຂົາສາມາດຈື່ໄດ້ເຖິງສາມຄັ້ງທີ່ລາວບໍ່ຍອມຮັບພຣະເຈົ້າ, ວິທີທີ່ລາວລໍ້ລວງພຣະເຈົ້າໂດຍການໃຫ້ບໍລິການແກ່ຊາຕານ ແລະ ໃນທີ່ສຸດ ກໍຄືການຖືກຄຶງປີ້ນຫົວລົງຢູ່ເທິງໄມ້ກາງແຂນເພື່ອພຣະເຈົ້າ ແລະ ອື່ນໆ. ບັດນີ້ ເຮົາຈະສຸມໃສ່ການອະທິບາຍໃຫ້ພວກເຈົ້າຮູ້ວ່າ ເປໂຕຮູ້ຈັກເຮົາແນວໃດ ແລະ ຈຸດຈົບຂອງລາວເປັນແບບໃດ. ເປໂຕມີຄວາມສາມາດດີ ແຕ່ສະຖານະການຂອງລາວບໍ່ຄືກັນກັບໂປໂລ: ພໍ່ແມ່ຂອງລາວຂົ່ມເຫັງເຮົາ, ພວກເຂົາເປັນຜີສາດທີ່ຖືກຊາຕານຄອບງຳ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ໄດ້ສອນຫຍັງກ່ຽວກັບພຣະເຈົ້າໃຫ້ເປໂຕ. ເປໂຕສະຫຼາດ, ມີພອນສະຫວັນ ແລະ ໄດ້ຮັບຄວາມຮັກຫຼາຍຈາກພໍ່ແມ່ຂອງລາວໃນຕອນອາຍຸຍັງນ້ອຍ. ແຕ່ເຖິງຢ່າງນັ້ນກໍຕາມ ໃນຕອນທີ່ເປັນຜູ້ໃຫຍ່ ລາວໄດ້ກາຍເປັນສັດຕູຂອງພວກເຂົາ ຍ້ອນລາວບໍ່ເຄີຍຢຸດທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບເຮົາ ແລະ ຕໍ່ມາກໍໄດ້ຫັນຫຼັງຂອງລາວໃຫ້ກັບພວກເຂົາ. ສໍາຄັນໄປກວ່ານັ້ນ ກໍຍ້ອນລາວເຊື່ອວ່າ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງແມ່ນຢູ່ໃນມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ ແລະ ທຸກສິ່ງທີ່ເປັນບວກແມ່ນມາຈາກພຣະເຈົ້າ ແລະ ອອກຈາກພຣະອົງໂດຍກົງ ໂດຍບໍ່ຖືກຄອບງຳໂດຍຊາຕານ. ຄວາມຂັດແຍ້ງຂອງພໍ່ແມ່ຂອງເປໂຕໄດ້ມອບຄວາມຮູ້ທີ່ຍິ່ງໃຫຍ່ກ່ຽວກັບຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາໃຫ້ແກ່ລາວ ເຊິ່ງດ້ວຍເຫດນັ້ນ ລາວຈຶ່ງສະແຫວງຫາເຮົາຫຼາຍຂຶ້ນ. ລາວບໍ່ໄດ້ສຸມໃສ່ແຕ່ການກິນ ແລະ ການດື່ມພຣະທໍາຂອງເຮົາ ແຕ່ຍິ່ງໄປກວ່ານັ້ນ ແມ່ນການເຂົ້າໃຈເຈດຕະນາຂອງເຮົາ ແລະ ລະມັດລະວັງໃນໃຈຂອງລາວຕະຫຼອດເວລາ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 156](https://lo.kingdomsalvation.org/videos/knowing-God-s-work-excerpt-156.html) - ສິ່ງທີ່ກ່ຽວພັນກັບນິມິດຫຼັກໆແມ່ນໝາຍເຖິງພາລະກິດຂອງພຣະເຈົ້າເອງ ແລະ ສິ່ງທີ່ກ່ຽວພັນກັບການປະຕິບັດແມ່ນເຮັດໂດຍມະນຸດ ແລະ ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບພຣະເຈົ້າ. ພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດໂດຍພຣະເຈົ້າເອງ ແລະ ການປະຕິບັດຂອງມະນຸດກໍຖືກບັນລຸໂດຍມະນຸດເອງ. ສິ່ງທີ່ພຣະເຈົ້າເອງຄວນປະຕິບັດບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດ ແລະ ສິ່ງທີ່ມະນຸດຄວນປະຕິບັດກໍບໍ່ກ່ຽວຂ້ອງກັບພຣະເຈົ້າເລີຍ. ເຊິ່ງພາລະກິດຂອງພຣະເຈົ້າແມ່ນພັນທະກິດຂອງພຣະອົງເອງ ແລະ ບໍ່ກ່ຽວຂ້ອງກັບມະນຸດ. ພາລະກິດນີ້ບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດ ແລະ ຍິ່ງໄປກວ່ານັ້ນ ມະນຸດຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າປະຕິບັດ. ສິ່ງທີ່ມະນຸດຈຳເປັນຕ້ອງປະຕິບັດຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດ ບໍ່ວ່າມັນຈະເປັນການເສຍສະຫຼະຊີວິດຂອງເຂົາ ຫຼື ເປັນການສົ່ງມອບເຂົາໃຫ້ກັບຊາຕານເພື່ອຢືນເປັນພະຍານ, ທຸກສິ່ງເຫຼົ່ານີ້ຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດ. ພຣະເຈົ້າເອງເຮັດສໍາເລັດພາລະກິດທັງໝົດທີ່ພຣະອົງຄວນເຮັດ ແລະ ສິ່ງທີ່ມະນຸດຄວນເຮັດກໍໄດ້ສະແດງໃຫ້ກັບມະນຸດແລ້ວ ແລະ ພາລະກິດທີ່ເຫຼືອກໍຂຶ້ນຢູ່ກັບມະນຸດທີ່ຈະເຮັດ. ພຣະເຈົ້າບໍ່ປະຕິບັດພາລະກິດເພີ່ມ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ຢູ່ພາຍໃນພັນທະກິດຂອງພຣະອົງເທົ່ານັ້ນ ແລະ ພຽງແຕ່ສະແດງໃຫ້ມະນຸດເຫັນເຖິງຫົນທາງ ແລະ ພຽງແຕ່ປະຕິບັດພາລະກິດເພື່ອເປີດຫົນທາງ ແລະ ບໍ່ໄດ້ປະຕິບັດພາລະກິດເພື່ອບຸກເບີກຫົນທາງ; ມະນຸດຄວນເຂົ້າໃຈສິ່ງນີ້. ການນໍາຄວາມຈິງເຂົ້າສູ່ການປະຕິບັດໝາຍເຖິງການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ນີ້ລ້ວນແລ້ວແຕ່ເປັນໜ້າທີ່ຂອງມະນຸດ, ເປັນສິ່ງທີ່ມະນຸດຄວນປະຕິບັດ ແລະ ບໍ່ກ່ຽວຂ້ອງກັບພຣະເຈົ້າເລີຍ. ຖ້າມະນຸດຮຽກຮ້ອງໃຫ້ພຣະເຈົ້າທົນທຸກຕໍ່ການທໍລະມານ ແລະ ການຫຼໍ່ຫຼອມໃນຄວາມຈິງເຊັ່ນດຽວກັນກັບມະນຸດ, ແລ້ວມະນຸດກໍກະບົດ. ພາລະກິດຂອງພຣະເຈົ້າແມ່ນເພື່ອປະຕິບັດພັນທະກິດຂອງພຣະອົງ ແລະ ໜ້າທີ່ຂອງມະນຸດແມ່ນເພື່ອອ່ອນນ້ອມຕໍ່ການນໍາພາທັງໝົດຂອງພຣະເຈົ້າ ໂດຍບໍ່ມີການຕໍ່ຕ້ານໃດໆ. ສິ່ງທີ່ມະນຸດຕ້ອງບັນລຸ ເຂົາກໍຈຳເປັນຕ້ອງເຮັດໃຫ້ສຳເລັດ ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 153](https://lo.kingdomsalvation.org/videos/knowing-God-s-work-excerpt-153.html) - ເມື່ອປຽບທຽບກັບຍຸກທີ່ຜ່ານມາ, ພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງລາຊະອານາຈັກແມ່ນມີຄວາມເປັນຈິງຫຼາຍກວ່າ, ມັນແນໃສ່ແກ່ນແທ້ຂອງມະນຸດ ແລະ ການປ່ຽນແປງໃນອຸປະນິໄສຂອງເຂົາຫຼາຍກວ່າ ແລະ ສາມາດເປັນພະຍານໃຫ້ພຣະເຈົ້າເອງຫຼາຍຂຶ້ນສຳລັບທຸກຄົນທີ່ຕິດຕາມພຣະອົງ. ເວົ້າອີກຢ່າງກໍຄື ໃນລະຫວ່າງຍຸກແຫ່ງລາຊະອານາຈັກ ໃນຂະນະທີ່ພຣະອົງປະຕິບັດພາລະກິດ, ພຣະເຈົ້າສະແດງພຣະອົງເອງຕໍ່ມະນຸດຫຼາຍກວ່າເວລາໃດໆໃນອະດີດ ເຊິ່ງໝາຍຄວາມວ່າ ນິມິດທີ່ມະນຸດຄວນຮູ້ແມ່ນສູງກວ່ານິມິດໃນຍຸກຕ່າງໆທີ່ຜ່ານມາ. ເພາະວ່າພາລະກິດຂອງພຣະເຈົ້າທ່າມກາງມະນຸດໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ, ໃນນິມິດທີ່ມະນຸດຮູ້ໃນລະຫວ່າງຍຸກແຫ່ງລາຊະອານາຈັກຈຶ່ງສູງສຸດຕະຫຼອດວຽກງານຄຸ້ມຄອງທັງໝົດ. ໃນພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ ແລະ ດ້ວຍເຫດນັ້ນ ນິມິດທີ່ມະນຸດຈະໄດ້ຮູ້ຈຶ່ງກາຍເປັນນິມິດທີ່ສູງທີ່ສຸດໃນບັນດານິມິດທັງໝົດ ແລະ ການປະຕິບັດຂອງມະນຸດທີ່ເປັນຜົນຕາມມາ ກໍສູງກວ່າການປະຕິບັດໃນຍຸກອື່ນໆ ຍ້ອນການປະຕິບັດຂອງມະນຸດປ່ຽນແປງໄປຕາມບາດກ້າວພ້ອມໆກັບນິມິດ ແລະ ຄວາມສົມບູນຂອງນິມິດກໍຍັງໝາຍເຖິງຄວາມສົມບູນແຫ່ງເງື່ອນໄຂຂອງມະນຸດອີກດ້ວຍ. ທັນທີທີ່ການຄຸ້ມຄອງທັງໝົດຂອງພຣະເຈົ້າຢຸດລົງ, ການປະຕິບັດຂອງມະນຸດກໍຢຸດເຊັ່ນດຽວກັນ ແລະ ຫາກປາສະຈາກພາລະກິດຂອງພຣະເຈົ້າ, ມະນຸດກໍຈະບໍ່ມີທາງເລືອກນອກຈາກຮັກສາຄຳສັ່ງສອນໃນອະດີດ ຫຼື ບໍ່ດັ່ງນັ້ນກໍຈະບໍ່ມີບ່ອນໃຫ້ເພິ່ງພາ. ຫາກປາສະຈາກນິມິດໃໝ່ ມະນຸດກໍຈະບໍ່ມີການປະຕິບັດໃໝ່; ຫາກປາສະຈາກນິມິດທີ່ສົມບູນ, ມະນຸດກໍຈະບໍ່ມີການປະຕິບັດທີ່ສົມບູນ; ຫາກປາສະຈາກນິມິດທີ່ສູງຂຶ້ນ, ມະນຸດກໍຈະບໍ່ມີການປະຕິບັດທີ່ສູງຂຶ້ນ. ການປະຕິບັດຂອງມະນຸດປ່ຽນແປງໄປພ້ອມກັບບາດກ້າວຂອງພຣະເຈົ້າ ແລະ ໃນທຳນອງດຽວກັນ ຄວາມຮູ້ ແລະ ປະສົບການຂອງມະນຸດກໍຍັງປ່ຽນແປງໄປພ້ອມກັບພາລະກິດຂອງພຣະເຈົ້າເຊັ່ນກັນ. ບໍ່ວ່າມະນຸດຈະມີຄວາມສາມາດຫຼາຍສໍ່າໃດກໍຕາມ, ເຂົາກໍຍັງບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ຖ້າພຣະເຈົ້າຕ້ອງຢຸດປະຕິບັດພາລະກິດພຽງແຕ່ວິນາທີດຽວ, ມະນຸດກໍຈະຕາຍຈາກຄວາມໂກດຮ້າຍຂອງພຣະອົງທັນທີ. ມະນຸດບໍ່ມີຫຍັງໃຫ້ໂອ້ອວດ ຍ້ອນບໍ່ວ່າຄວາມຮູ້ຂອງມະນຸດໃນປັດຈຸບັນຈະສູງສໍ່າໃດກໍຕາມ, ບໍ່ວ່າປະສົບການຂອງເຂົາຈະເລິກເຊິ່ງສໍ່າໃດກໍຕາມ, ເຂົາກໍບໍ່ສາມາດຕັດຂາດຈາກພາລະກິດຂອງພຣະເຈົ້າໄດ້, ຍ້ອນການປະຕິບັດຂອງມະນຸດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 42](https://lo.kingdomsalvation.org/videos/three-stages-of-work-excerpt-0042.html) - ພຣະນາມຂອງພຣະເຢຊູທີ່ໝາຍຄວາມວ່າ “ພຣະເຈົ້າຢູ່ກັບພວກເຮົາ” ຈະສາມາດເປັນຕົວແທນໃຫ້ກັບອຸປະນິໄສທັງໝົດຂອງພຣະເຈົ້າໄດ້ບໍ? ມັນສາມາດອະທິບາຍກ່ຽວກັບພຣະເຈົ້າໄດ້ຢ່າງສົມບູນບໍ? ຖ້າມະນຸດເວົ້າວ່າ ພຣະເຈົ້າສາມາດຖືກເອີ້ນໄດ້ແຕ່ຊື່ ພຣະເຢຊູ ແລະ ບໍ່ມີຊື່ອື່ນເລີຍ ເພາະວ່າ ພຣະເຈົ້າບໍ່ສາມາດປ່ຽນແປງອຸປະນິໄສຂອງພຣະອົງໄດ້, ຄຳເວົ້າເຫຼົ່ານີ້ແມ່ນເປັນການໝິ່ນປະໝາດຢ່າງແນ່ນອນ! ເຈົ້າເຊື່ອວ່າ ມີພຽງແຕ່ພຣະນາມພຣະເຢຊູເທົ່ານັ້ນບໍ ເຊິ່ງໝາຍເຖິງພຣະເຈົ້າຢູ່ກັບພວກເຮົາ ທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ທັງໝົດ? ພຣະເຈົ້າອາດຈະຖືກເອີ້ນໂດຍຫຼາຍພຣະນາມ, ແຕ່ທ່າມກາງພຣະນາມເຫຼົ່ານີ້, ບໍ່ມີພຣະນາມໃດເລີຍທີ່ສາມາດສະຫຼຸບຄວາມໃຫ້ກັບພຣະເຈົ້າໄດ້ທັງໝົດ, ບໍ່ມີພຣະນາມໃດເລີຍທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງມີຫຼາຍພຣະນາມ, ແຕ່ພຣະນາມເຫຼົ່ານີ້ບໍ່ສາມາດອະທິບາຍອຸປະນິໄສຂອງພຣະເຈົ້າໄດ້ຢ່າງສົມບູນ ຍ້ອນອຸປະນິໄສຂອງພຣະເຈົ້າອຸດົມສົມບູນຫຼາຍ ເຊິ່ງມັນຫຼາຍກວ່າຄວາມສາມາດຂອງມະນຸດທີ່ຈະຮູ້ຈັກພຣະອົງໄດ້ຢ່າງແທ້ຈິງ. ບໍ່ມີທາງທີ່ມະນຸດຈະໃຊ້ພາສາຂອງມະນຸດເພື່ອສະຫຼຸບຄວາມພຣະເຈົ້າໄດ້ຢ່າງສົມບູນ. ມະນຸດຊາດມີຄຳສັບທີ່ຈຳກັດ ເຊິ່ງໃຊ້ເພື່ອສະຫຼຸບຄວາມໃນສິ່ງທີ່ພວກເຂົາຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ ເຊັ່ນ: ຍິ່ງໃຫຍ່, ເປັນຕານັບຖື, ອັດສະຈັນ, ບໍ່ສາມາດຢັ່ງເຖິງໄດ້, ສູງສຸດ, ສັກສິດ, ຊອບທຳ, ມີສະຕິປັນຍາ ແລະ ອື່ນໆອີກ. ມີຫຼາຍຄຳເວົ້າ! ຄຳສັບທີ່ຈຳກັດນີ້ບໍ່ສາມາດບັນລະຍາຍໄດ້ແມ່ນແຕ່ໜ້ອຍດຽວກ່ຽວກັບເລື່ອງມະນຸດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າ. ເມື່ອເວລາຜ່ານໄປ, ມີຄຳເວົ້າຫຼາຍຄໍາເພີ່ມຂຶ້ນທີ່ພວກເຂົາຄິດວ່າສາມາດບັນລະຍາຍເຖິງຄວາມຈິງໃຈໃນຫົວໃຈຂອງພວກເຂົາໄດ້ດີກວ່າ ເຊັ່ນ: ພຣະເຈົ້າຍິ່ງໃຫຍ່ຫຼາຍ! ພຣະເຈົ້າສັກສິດຫຼາຍ! ພຣະເຈົ້າເປັນທີ່ຮັກຫຼາຍ! ໃນປັດຈຸບັນ, ຄຳເວົ້າແບບນີ້ຂອງມະນຸດແມ່ນຮ້າຍແຮງຈົນເຖິງຈຸດສູງສຸດແລ້ວ, ເຖິງຢ່າງໃດກໍຕາມ ມະນຸດກໍຍັງບໍ່ສາມາດສະແດງຕົວເອງອອກມາຢ່າງຊັດເຈນ. ດ້ວຍເຫດນັ້ນ ສຳລັບມະນຸດແລ້ວ ພຣະເຈົ້າມີຫຼາຍພຣະນາມ ແຕ່ພຣະອົງບໍ່ມີຊື່ຜູ້ໃດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 2](https://lo.kingdomsalvation.org/videos/three-stages-of-work-excerpt-0002.html) - ພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າຖືກແບ່ງອອກເປັນສາມຍຸກ: ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ທັງສາມຂັ້ນຕອນຂອງພາລະກິດແມ່ນເພື່ອຜົນປະໂຫຍດຂອງຄວາມລອດພົ້ນຂອງມະນຸດຊາດ ເຊິ່ງເວົ້າໄດ້ວ່າ ພວກມັນແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ. ຢ່າງໃດກໍຕາມ ໃນເວລາດຽວກັນ ພວກມັນເປັນແບບນັ້ນກໍເພື່ອພຣະເຈົ້າອາດຈະເຮັດສົງຄາມກັບຊາຕານໄດ້. ດ້ວຍເຫດນັ້ນ ຄືກັບທີ່ພາລະກິດແຫ່ງຄວາມລອດພົ້ນຖືກແບ່ງອອກເປັນສາມຂັ້ນຕອນ ສະນັ້ນສົງຄາມກັບຊາຕານກໍຖືກແບ່ງອອກເປັນສາມຂັ້ນຕອນເຊັ່ນກັນ ແລະ ລັກສະນະສອງຢ່າງຂອງພາລະກິດຂອງພຣະເຈົ້າຖືກດຳເນີນໄປພ້ອມໆກັນ. ຕາມຄວາມຈິງແລ້ວ ສົງຄາມກັບຊາຕານແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ ແລະ ຍ້ອນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໃນຂັ້ນຕອນດຽວ ສົງຄາມກັບຊາຕານຈຶ່ງຖືກແບ່ງອອກເປັນຂັ້ນຕອນ ແລະ ໄລຍະ ແລະ ກໍເຮັດສົງຄາມກັບຊາຕານຕາມຄວາມຕ້ອງການຂອງມະນຸດ ແລະ ການຂະຫຍາຍຄວາມເສື່ອມຊາມທີ່ຊາຕານມີຕໍ່ມະນຸດ. ບາງເທື່ອ ໃນຈິນຕະນາການຂອງມະນຸດ ເຂົາເຊື່ອວ່າ ໃນສົງຄາມນີ້ ພຣະເຈົ້າຈະຈັບອາວຸດຂຶ້ນຕໍ່ສູ້ກັບຊາຕານໃນທຳນອງດຽວກັນກັບທີ່ກອງທັບສອງຝ່າຍຈະຕໍ່ສູ້ກັນ. ນີ້ເປັນພຽງແຕ່ສິ່ງທີ່ຄວາມສະຫຼາດຂອງມະນຸດສາມາດຈິນຕະນາການໄດ້; ມັນເປັນຄວາມຄິດທີ່ບໍ່ແຈ່ມແຈ້ງຫຼາຍ ແລະ ບໍ່ເປັນຈິງເລີຍ ແຕ່ມັນກໍເປັນສິ່ງທີ່ມະນຸດເຊື່ອ. ແລະ ຍ້ອນເຮົາກ່າວໃນທີ່ນີ້ວ່າ ວິທີການແຫ່ງຄວາມລອດພົ້ນຂອງມະນຸດແມ່ນໂດຍການເຮັດສົງຄາມກັບຊາຕານ ມະນຸດຈຶ່ງຈິນຕະນາການວ່ານີ້ຄືວິທີທີ່ສົງຄາມດຳເນີນການ. ໃນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດນັ້ນ ມີການດໍາເນີນການຢູ່ສາມຍຸກ ເຊິ່ງເວົ້າໄດ້ວ່າ ການຕໍ່ສູ້ກັບຊາຕານແມ່ນໄດ້ແຍກອອກເປັນສາມຂັ້ນຕອນເພື່ອປາບຊາຕານຢ່າງເດັດຂາດ. ແຕ່ເບື້ອງໃນທີ່ແທ້ຈິງຂອງພາລະກິດທັງໝົດໃນການຕໍ່ສູ້ກັບຊາຕານແມ່ນໄດ້ຮັບຜົນຜ່ານສອງສາມຂັ້ນຕອນຂອງພາລະກິດ ເຊັ່ນ: ການມີຄວາມເມດຕາກະລຸນາຕໍ່ມະນຸດ, ການເປັນເຄື່ອງຖວາຍບາບໃຫ້ແກ່ມະນຸດ, ການໃຫ້ອະໄພຕໍ່ຄວາມຜິດບາບຂອງມະນຸດ, ການເອົາຊະນະມະນຸດ ແລະ ການສ້າງມະນຸດໃຫ້ສົມບູນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 41](https://lo.kingdomsalvation.org/videos/three-stages-of-work-excerpt-0041.html) - ພາລະກິດຂອງພຣະເຈົ້າຕະຫຼອດການຄຸ້ມຄອງທັງໝົດຂອງພຣະອົງແມ່ນຊັດເຈນຢ່າງສົມບູນ ນັ້ນກໍຄື: ຍຸກແຫ່ງພຣະຄຸນແມ່ນຍຸກແຫ່ງພຣະຄຸນ ແລະ ຍຸກສຸດທ້າຍກໍແມ່ນຍຸກສຸດທ້າຍ. ມີຄວາມແຕກຕ່າງຢ່າງຊັດເຈນລະຫວ່າງແຕ່ລະຍຸກ, ຍ້ອນໃນແຕ່ລະຍຸກນັ້ນ ພຣະເຈົ້າປະຕິບັດພາລະກິດເປັນຕົວແທນຂອງຍຸກນັ້ນໆ. ເພື່ອໃຫ້ພາລະກິດແຫ່ງຍຸກສຸດທ້າຍນັ້ນສຳເລັດລົງ, ຈຳເປັນຕ້ອງມີການເຜົາໄໝ້, ການພິພາກສາ, ການຂ້ຽນຕີ, ຄວາມໂກດຮ້າຍ ແລະ ການທຳລາຍລ້າງເພື່ອນໍາຍຸກໄປສູ່ຈຸດສິ້ນສຸດ, ຍຸກສຸດທ້າຍໝາຍເຖິງຊ່ວງເວລາສຸດທ້າຍ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຈະບໍ່ນໍາຍຸກນັ້ນໄປສູ່ຈຸດສິ້ນສຸດບໍ? ເພື່ອສິ້ນສຸດຍຸກ, ພຣະເຈົ້າຕ້ອງນໍາການຂ້ຽນຕີ ແລະ ການພິພາກສາມາພ້ອມກັບພຣະອົງ. ດ້ວຍວິທີນີ້ເທົ່ານັ້ນ ພຣະອົງຈຶ່ງຈະສາມາດນໍາຍຸກດັ່ງກ່າວໄປສູ່ຈຸດສິ້ນສຸດໄດ້. ເປົ້າໝາຍຂອງພຣະເຢຊູແມ່ນເພື່ອໃຫ້ມະນຸດສືບຕໍ່ເອົາຕົວລອດ, ດຳລົງຊີວິດຕໍ່ໄປ ແລະ ເພື່ອເຂົາອາດຈະມີຊີວິດຢູ່ໃນລັກສະນະທີ່ດີກວ່າເກົ່າ. ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ ເພື່ອເຂົາຈະບໍ່ເປັນຄົນຊົ່ວຊ້າ ແລະ ບໍ່ດຳລົງຊີວິດຢູ່ໃນແດນມໍລະນາ ແລະ ນາລົກອີກຕໍ່ໄປ ແລະ ໂດຍການຊ່ວຍມະນຸດໃຫ້ພົ້ນຈາກແດນມໍລະນາ ແລະ ນາລົກ, ພຣະເຢຊູເຮັດໃຫ້ມະນຸດສືບຕໍ່ດຳລົງຊີວິດຕໍ່ໄປ. ບັດນີ້, ຍຸກສຸດທ້າຍໄດ້ມາເຖິງແລ້ວ. ພຣະເຈົ້າຈະທຳລາຍລ້າງມະນຸດ ແລະ ທຳລາຍມະນຸດຊາດຢ່າງບໍລິບູນ ນັ້ນກໍຄື ພຣະອົງຈະປ່ຽນແປງແນວຄິດກະບົດຂອງມະນຸດຊາດ. ດ້ວຍເຫດຜົນນີ້, ມັນຈຶ່ງເປັນໄປບໍ່ໄດ້ທີ່ຈະໃຫ້ພຣະເຈົ້າສິ້ນສຸດຍຸກນັ້ນ ຫຼື ສໍາເລັດແຜນການຄຸ້ມຄອງຫົກພັນປີຂອງພຣະອົງໂດຍອຸປະນິໄສທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກໃນອະດີດ. ແຕ່ລະຍຸກເປັນຈຸດເດັ່ນພິເສດໃນການເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າ ແລະ ແຕ່ລະຍຸກກໍມີພາລະກິດທີ່ພຣະເຈົ້າຄວນກະທຳ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 30](https://lo.kingdomsalvation.org/videos/three-stages-of-work-excerpt-0030.html) - ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນມີເຈດຕະນາເຮັດໃຫ້ຈຸດຈົບຂອງມະນຸດຈົບລົງດ້ວຍວິທີໃດ. ເປັນຫຍັງມັນຈຶ່ງເວົ້າວ່າການຂ້ຽນຕີ ແລະ ການພິພາກສາໃນປັດຈຸບັນແມ່ນການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຂອງຍຸກສຸດທ້າຍ? ເຈົ້າບໍ່ເຂົ້າໃຈໃນສິ່ງນີ້ບໍ? ເປັນຫຍັງພາລະກິດແຫ່ງການເອົາຊະນະຈຶ່ງເປັນຂັ້ນຕອນສຸດທ້າຍ? ມັນບໍ່ແມ່ນເພື່ອເຮັດໃຫ້ປາກົດແຈ້ງຂຶ້ນວ່າມະນຸດແຕ່ລະຊົນຊັ້ນຈະພົບກັບຈຸດຈົບແບບໃດບໍ? ໃນຊ່ວງເວລາຂອງພາລະກິດແຫ່ງການເອົາຊະນະໂດຍການຂ້ຽນຕີ ແລະ ການພິພາກສາ, ມັນບໍ່ແມ່ນເພື່ອເຮັດໃຫ້ທຸກຄົນສະແດງທາດແທ້ຂອງພວກເຂົາ ແລະ ຫຼັງຈາກນັ້ນຕໍ່ມາກໍຖືກຈັດແບ່ງຕາມປະເພດຂອງພວກເຂົາບໍ? ແທນທີ່ຈະເວົ້າວ່ານີ້ແມ່ນການເອົາຊະນະມະນຸດຊາດ, ມັນອາດດີກວ່າທີ່ຈະເວົ້າວ່າ ສິ່ງນີ້ແມ່ນສະແດງເຖິງວິທີຈົບສິ້ນຂອງແຕ່ລະຊັ້ນຄົນ. ນີ້ແມ່ນກ່ຽວກັບການພິພາກສາຄວາມບາບຂອງຜູ້ຄົນ ແລະ ຫຼັງຈາກນັ້ນກໍເປີດເຜີຍຊົນຊັ້ນຕ່າງໆຂອງຄົນ, ແລ້ວສຸດທ້າຍກໍຕັດສິນວ່າພວກເຂົາຊົ່ວຮ້າຍ ຫຼື ຊອບທຳ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ກໍມີພາລະກິດແຫ່ງການໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ. ຜູ້ຄົນທີ່ອ່ອນນ້ອມຢ່າງສົມບູນ ໝາຍເຖິງຄົນທີ່ຖືກເອົາຊະນະແທ້ໆ ແມ່ນຈະຖືກວາງໄວ້ໃນບາດກ້າວຕໍ່ໄປຂອງການເຜີຍແຜ່ພາລະກິດຂອງພຣະເຈົ້າຕໍ່ຈັກກະວານທັງປວງ; ຜູ້ທີ່ບໍ່ໄດ້ຖືກເອົາຊະນະກໍຈະຖືກວາງໄວ້ໃນຄວາມມືດມິດ ແລະ ຈະພົບກັບໄພພິບັດ. ສະນັ້ນ ມະນຸດຈຶ່ງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ, ພວກທີ່ເຮັດຊົ່ວກໍຈະຖືກຮວມຢູ່ກັບກຸ່ມຄົນຊົ່ວຮ້າຍ ເຊິ່ງຈະບໍ່ມີແສງຕາເວັນອີກຕໍ່ໄປ ແລະ ພວກທີ່ມີຄວາມຊອບທຳກໍຈະຖືກຮວມຢູ່ກັບກຸ່ມຄົນດີ ເພື່ອຮັບເອົາແສງສະຫວ່າງ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຕະຫຼອດໄປ. ຈຸດຈົບສຳລັບທຸກສິ່ງແມ່ນໃກ້ເຂົ້າມາແລ້ວ; ຈຸດຈົບຂອງມະນຸດແມ່ນຖືກສະແດງຢ່າງຊັດເຈນຕໍ່ໜ້າຂອງເຂົາ ແລະ ທຸກສິ່ງຈະຖືກຈັດແບ່ງຕາມປະເພດຂອງເຂົາ. ແລ້ວຜູ້ຄົນຈະສາມາດຫຼົບໜີຈາກຄວາມເຈັບປວດໃນການຈັດແບ່ງແຕ່ລະຄົນຕາມປະເພດໄດ້ແນວໃດ? ຈຸດຈົບຂອງບຸກຄົນທຸກປະເພດຈະຖືກເປີດເຜີຍ ເມື່ອຈຸດຈົບຂອງທຸກສິ່ງໃກ້ມາເຖິງ ແລະ ສິ່ງນີ້ແມ່ນຖືກປະຕິບັດໃນລະຫວ່າງພາລະກິດແຫ່ງການເອົາຊະນະຈັກກະວານທັງປວງ (ລວມເຖິງພາລະກິດແຫ່ງການເອົາຊະນະທັງໝົດ, ເລີ່ມຕົ້ນດ້ວຍພາລະກິດໃນປັດຈຸບັນ). ການເປີດເຜີຍຈຸດຈົບຂອງມະນຸດຊາດທັງປວງແມ່ນຖືກປະຕິບັດຕໍ່ໜ້າບັນລັງແຫ່ງການພິພາກສາ, ໃນລະຫວ່າງການຂ້ຽນຕີ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 194](https://lo.kingdomsalvation.org/videos/knowing-God-s-work-excerpt-194.html) - ມະນຸດໄດ້ໃຊ້ເວລາຈົນເຖິງປັດຈຸບັນຈິ່ງຮູ້ວ່າ ສິ່ງທີ່ມະນຸດຂາດຫາຍໄປນັ້ນບໍ່ແມ່ນພຽງແຕ່ການສະໜອງຊີວິດທາງຈິດວິນຍານ ແລະ ປະສົບການໃນການຮູ້ຈັກພຣະເຈົ້າເທົ່ານັ້ນ ແຕ່ສໍາຄັນໄປກວ່ານັ້ນ ແມ່ນການປ່ຽນແປງອຸປະນິໄສຂອງພວກເຂົາ. ເນື່ອງຈາກມະນຸດບໍ່ມີຄວາມຮູ້ຢ່າງສິ້ນເຊີງກ່ຽວກັບປະຫວັດສາດ ແລະ ວັດທະນະທໍາບູຮານຂອງເຊື້ອຊາດຕົນເອງ ດ້ວຍເຫດນັ້ນ ພວກເຂົາຈິ່ງບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພາລະກິດຂອງພຣະເຈົ້າ. ມະນຸດຫວັງຢ່າງເລິກໆໃນໃຈວ່າ ມະນຸດຈະສາມາດຕິດພັນກັບພຣະເຈົ້າ ແຕ່ເນື່ອງຈາກວ່າເນື້ອໜັງຂອງມະນຸດເສື່ອມຊາມຫຼາຍເກີນໄປ ພ້ອມກັບການຕາຍດ້ານ ແລະ ຄວາມໂງ່ຈ້າ, ສິ່ງນີ້ຈິ່ງເຮັດໃຫ້ເຂົາບໍ່ມີຄວາມຮູ້ຫຍັງເລີຍກ່ຽວກັບພຣະເຈົ້າ. ພຣະເຈົ້າສະເດັດມາໃນທ່າມກາງມະນຸດໃນປັດຈຸບັນ ເພື່ອຈຸດປະສົງໃນການປ່ຽນແປງຄວາມຄິດ ແລະ ຈິດວິນຍານຂອງຜູ້ຄົນ ພ້ອມກັບພາບລັກຂອງພຣະເຈົ້າໃນຫົວໃຈຂອງພວກເຂົາທີ່ພວກເຂົາມີເປັນເວລາຫຼາຍລ້ານປີ. ພຣະອົງຈະຖືເອົາໂອກາດນີ້ເຮັດໃຫ້ມະນຸດສົມບູນ. ນັ້ນກໍຄື ພຣະອົງຈະປ່ຽນວິທີທີ່ພວກເຂົາຮູ້ຈັກພຣະອົງ ແລະ ປ່ຽນທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະອົງໂດຍຜ່ານຄວາມຮູ້ຂອງມະນຸດ, ເຮັດໃຫ້ມະນຸດສ້າງຈຸດເລີ່ມຕົ້ນໃໝ່ໃນການມາຮູ້ຈັກພຣະເຈົ້າຢ່າງມີໄຊຊະນະ ແລະ ດ້ວຍວິທີນີ້ ຈິ່ງຈະບັນລຸການເລີ່ມຕົ້ນໃໝ່ ແລະ ການປ່ຽນແປງຈິດວິນຍານຂອງມະນຸດ. ການລິຮານ ແລະ ການລົງວິໄນແມ່ນວິທີການ, ໃນຂະນະທີ່ການເອົາຊະນະ ແລະ ການເລີ່ມຕົ້ນໃໝ່ແມ່ນເປົ້າໝາຍ. ການກໍາຈັດຄວາມຄິດແບບງົມງວາຍທີ່ມະນຸດມີກ່ຽວກັບພຣະເຈົ້າເລື່ອນລອຍແມ່ນເປັນເຈດຕະນາຂອງພຣະເຈົ້າມາຕະຫຼອດ ແລະ ໃນບໍ່ດົນມານີ້ກໍໄດ້ກາຍເປັນປະເດັນສຸກເສີນຂອງພຣະອົງ. ຫວັງວ່າທຸກຄົນຈະເບິ່ງຢ່າງລະອຽດໃນການຄໍານຶງເຖິງສະຖານະການນີ້. ປ່ຽນວິທີທີ່ແຕ່ລະຄົນມີປະສົບການ ເພື່ອວ່າ ເຈດຕະນາອັນຮີບດ່ວນນີ້ຂອງພຣະເຈົ້າອາດຈະເກີດໝາກຜົນໂດຍໄວ ແລະ ເພື່ອວ່າ ຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງເທິງແຜ່ນດິນໂລກອາດຈະນໍາໄປສູ່ຄວາມສໍາເລັດຢ່າງສົມບູນ. ຈົ່ງມອບຄວາມຈົງຮັກພັກດີທີ່ເຈົ້າສົມຄວນມອບໃຫ້ກັບພຣະເຈົ້າ ແລະ ຈົ່ງປອບໃຈພຣະເຈົ້າເປັນເທື່ອສຸດທ້າຍ. ຫວັງວ່າໃນທ່າມກາງອ້າຍເອື້ອຍນ້ອງ ຈະບໍ່ມີຜູ້ໃດໜີຄວາມຮັບຜິດຊອບນີ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 195](https://lo.kingdomsalvation.org/videos/knowing-God-s-work-excerpt-195.html) - ເຮົາໄດ້ກ່າວຫຼາຍຄັ້ງແລ້ວວ່າ ພາລະກິດຂອງພຣະເຈົ້າຂອງຍຸກສຸດທ້າຍ ແມ່ນຖຶກປະຕິບັດເພື່ອປ່ຽນແປງຈິດໃຈຂອງແຕ່ລະຄົນ ແລະ ເພື່ອປ່ຽນແປງຈິດວິນຍານຂອງແຕ່ລະຄົນ ເພື່ອວ່າ ຫົວໃຈຂອງພວກເຂົາທີ່ໄດ້ທົນທຸກກັບຄວາມເຈັບປວດຢ່າງມະຫາສານຈະໄດ້ຖືກປ່ຽນແປງ ແລະ ດ້ວຍເຫດນີ້ ກໍຈະເປັນການຊ່ວຍຈິດໃຈຂອງພວກເຂົາທີ່ຖືກເຮັດໃຫ້ເຈັບປວດດ້ວຍບາບ; ເພື່ອປຸກຈິດວິນຍານຂອງຜູ້ຄົນ, ເພື່ອລະລາຍຫົວໃຈທີ່ເຢັນຊາຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາຟື້ນຄືນອີກຄັ້ງ. ນີ້ຄືເຈດຕະນາທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ. ຈົ່ງຢຸດການເວົ້າເຖິງຄວາມສູງສົ່ງ ຫຼື ຄວາມເລິກເຊິ່ງຂອງຊີວິດ ແລະ ປະສົບການຂອງມະນຸດ; ເມື່ອໃຈຂອງຜູ້ຄົນຖືກປຸກໃຫ້ຕື່ນຂຶ້ນ, ເມື່ອພວກເຂົາຖືກປຸກໃຫ້ຕື່ນຈາກຄວາມຝັນຂອງພວກເຂົາ ແລະ ໄດ້ຮູ້ຈັກໄພອັນຕະລາຍທີ່ມັງກອນແດງທີ່ຍິ່ງໃຫຍ່ໄດ້ສ້າງຂຶ້ນເປັນຢ່າງດີ ການປະຕິບັດພັນທະກິດຂອງພຣະເຈົ້າກໍຈະສໍາເລັດລົງ. ມື້ທີ່ພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສໍາເລັດຍັງເປັນມື້ທີ່ມະນຸດໄດ້ເລີ່ມເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າຢ່າງເປັນທາງການ. ໃນເວລານີ້ ພັນທະກິດຂອງພຣະເຈົ້າກໍຈະສິ້ນສຸດລົງ: ພາລະກິດຂອງພຣະເຈົ້າທີ່ກາຍເປັນເນື້ອໜັງຈະສໍາເລັດຢ່າງສົມບູນ ແລະ ມະນຸດຈະເລີ່ມປະຕິບັດໜ້າທີ່ ທີ່ເຂົາຄວນປະຕິບັດຢ່າງເປັນທາງການ ນັ້ນກໍຄື ເຂົາຈະປະຕິບັດພັນທະກິດຂອງຕົນເອງ. ນີ້ແມ່ນຂັ້ນຕອນຕ່າງໆຂອງພາລະກິດຂອງພຣະເຈົ້າ. ສະນັ້ນ, ພວກເຈົ້າຄວນຊອກຫາເສັ້ນທາງຂອງພວກເຈົ້າ ເພື່ອເຂົ້າສູ່ພື້ນຖານໃນການຮູ້ຈັກສິ່ງເຫຼົ່ານີ້. ທັງໝົດນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈ. ການເຂົ້າສູ່ຂອງມະນຸດຈະດີຂຶ້ນ ເມື່ອມີການປ່ຽນແປງເກີດຂຶ້ນພາຍໃນໃຈຂອງເຂົາເທົ່ານັ້ນ ຍ້ອນວ່າ ພາລະກິດຂອງພຣະເຈົ້າແມ່ນຄວາມລອດພົ້ນທີ່ສົມບູນຂອງມະນຸດ ນັ້ນກໍຄື ມະນຸດທີ່ຖືກໄຖ່ບາບ, ຜູ້ທີ່ຍັງອາໄສຢູ່ພາຍໃຕ້ອໍານາດແຫ່ງຄວາມມືດ ແລະ ຜູ້ທີ່ບໍ່ໄດ້ປຸກຕົວເອງໃຫ້ຕື່ນຈາກບ່ອນເຕົ້າໂຮມແຫ່ງນີ້ຂອງພວກຜີສາດ; ເພື່ອວ່າ ມະນຸດອາດຈະລອດພົ້ນຈາກພັນປີແຫ່ງຄວາມບາບ ແລະ ເປັນທີ່ຮັກຂອງພຣະເຈົ້າ, ໂຈມຕີມັງກອນແດງທີ່ຍິ່ງໃຫຍ່ໃຫ້ລົ້ມຢ່າງສົມບູນ, ສ້າງຕັ້ງອານາຈັກຂອງພຣະເຈົ້າ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 190](https://lo.kingdomsalvation.org/videos/knowing-God-s-work-excerpt-190.html) - ພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າຖືກແບ່ງອອກເປັນສາມຍຸກ: ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ທັງສາມຂັ້ນຕອນຂອງພາລະກິດແມ່ນເພື່ອຜົນປະໂຫຍດຂອງຄວາມລອດພົ້ນຂອງມະນຸດຊາດ ເຊິ່ງເວົ້າໄດ້ວ່າ ພວກມັນແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ. ຢ່າງໃດກໍຕາມ ໃນເວລາດຽວກັນ ພວກມັນເປັນແບບນັ້ນກໍເພື່ອພຣະເຈົ້າອາດຈະເຮັດສົງຄາມກັບຊາຕານໄດ້. ດ້ວຍເຫດນັ້ນ ຄືກັບທີ່ພາລະກິດແຫ່ງຄວາມລອດພົ້ນຖືກແບ່ງອອກເປັນສາມຂັ້ນຕອນ ສະນັ້ນສົງຄາມກັບຊາຕານກໍຖືກແບ່ງອອກເປັນສາມຂັ້ນຕອນເຊັ່ນກັນ ແລະ ລັກສະນະສອງຢ່າງຂອງພາລະກິດຂອງພຣະເຈົ້າຖືກດຳເນີນໄປພ້ອມໆກັນ. ຕາມຄວາມຈິງແລ້ວ ສົງຄາມກັບຊາຕານແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ ແລະ ຍ້ອນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໃນຂັ້ນຕອນດຽວ ສົງຄາມກັບຊາຕານຈຶ່ງຖືກແບ່ງອອກເປັນຂັ້ນຕອນ ແລະ ໄລຍະ ແລະ ກໍເຮັດສົງຄາມກັບຊາຕານຕາມຄວາມຕ້ອງການຂອງມະນຸດ ແລະ ການຂະຫຍາຍຄວາມເສື່ອມຊາມທີ່ຊາຕານມີຕໍ່ມະນຸດ. ບາງເທື່ອ ໃນຈິນຕະນາການຂອງມະນຸດ ເຂົາເຊື່ອວ່າ ໃນສົງຄາມນີ້ ພຣະເຈົ້າຈະຈັບອາວຸດຂຶ້ນຕໍ່ສູ້ກັບຊາຕານໃນທຳນອງດຽວກັນກັບທີ່ກອງທັບສອງຝ່າຍຈະຕໍ່ສູ້ກັນ. ນີ້ເປັນພຽງແຕ່ສິ່ງທີ່ຄວາມສະຫຼາດຂອງມະນຸດສາມາດຈິນຕະນາການໄດ້; ມັນເປັນຄວາມຄິດທີ່ບໍ່ແຈ່ມແຈ້ງຫຼາຍ ແລະ ບໍ່ເປັນຈິງເລີຍ ແຕ່ມັນກໍເປັນສິ່ງທີ່ມະນຸດເຊື່ອ. ແລະ ຍ້ອນເຮົາກ່າວໃນທີ່ນີ້ວ່າ ວິທີການແຫ່ງຄວາມລອດພົ້ນຂອງມະນຸດແມ່ນໂດຍການເຮັດສົງຄາມກັບຊາຕານ ມະນຸດຈຶ່ງຈິນຕະນາການວ່ານີ້ຄືວິທີທີ່ສົງຄາມດຳເນີນການ. ໃນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດນັ້ນ ມີການດໍາເນີນການຢູ່ສາມຍຸກ ເຊິ່ງເວົ້າໄດ້ວ່າ ການຕໍ່ສູ້ກັບຊາຕານແມ່ນໄດ້ແຍກອອກເປັນສາມຂັ້ນຕອນເພື່ອປາບຊາຕານຢ່າງເດັດຂາດ. ແຕ່ເບື້ອງໃນທີ່ແທ້ຈິງຂອງພາລະກິດທັງໝົດໃນການຕໍ່ສູ້ກັບຊາຕານແມ່ນໄດ້ຮັບຜົນຜ່ານສອງສາມຂັ້ນຕອນຂອງພາລະກິດ ເຊັ່ນ: ການມີຄວາມເມດຕາກະລຸນາຕໍ່ມະນຸດ, ການເປັນເຄື່ອງຖວາຍບາບໃຫ້ແກ່ມະນຸດ, ການໃຫ້ອະໄພຕໍ່ຄວາມຜິດບາບຂອງມະນຸດ, ການເອົາຊະນະມະນຸດ ແລະ ການສ້າງມະນຸດໃຫ້ສົມບູນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 133](https://lo.kingdomsalvation.org/videos/the-incarnation-excerpt-133.html) - ພາລະກິດຂອງພຣະເຈົ້າເປັນສິ່ງທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້. ຖ້າເຈົ້າບໍ່ສາມາດເຂົ້າໃຈຢ່າງສົມບູນວ່າທາງເລືອກຂອງເຈົ້າຖືກຕ້ອງ ຫຼື ບໍ່ ຫຼື ເຈົ້າບໍ່ສາມາດຮູ້ໄດ້ວ່າພາລະກິດຂອງພຣະເຈົ້າສາມາດສໍາເລັດໄດ້ ຫຼື ບໍ່, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ລອງສ່ຽງເບິ່ງ ແລະ ເບິ່ງວ່າມະນຸດທີ່ທໍາມະດາຄົນນີ້ຈະເປັນປະໂຫຍດຫຼາຍຕໍ່ຕົວເຈົ້າ ຫຼື ບໍ່ ແລະ ພຣະເຈົ້າໄດ້ທໍາການອັນຍິ່ງໃຫຍ່ແທ້ໆ ຫຼື ບໍ່? ເຖິງຢ່າງໃດກໍ່ຕາມ, ເຮົາຕ້ອງບອກເຈົ້າວ່າ ໃນເວລາຂອງໂນອາ, ມະນຸດກິນ ແລະ ດື່ມ, ແຕ່ງດອງ ແລະ ຍິນຍອມແຕ່ງດອງຈົນເຖິງຂັ້ນທີ່ພຣະເຈົ້າທົນເບິ່ງບໍ່ໄດ້, ສະນັ້ນ ພຣະອົງຈຶ່ງສົ່ງນໍ້າຖ້ວມຄັ້ງໃຫຍ່ມາເພື່ອທໍາລາຍມະນຸດຊາດ, ເວັ້ນໄວ້ແຕ່ຄອບຄົວຂອງໂນອາທີ່ມີແປດຄົນ ແລະ ສັດປີກ ແລະ ສັດປ່າທຸກຊະນິດ. ເຖິງຢ່າງໃດກໍ່ຕາມ ໃນຍຸກສຸດທ້າຍ, ຄົນທີ່ພຣະເຈົ້າໄດ້ເວັ້ນໄວ້ນັ້ນລ້ວນແລ້ວແຕ່ເປັນຄົນທີ່ຈົງຮັກພັກດີຕໍ່ພຣະອົງຈົນເຖິງທີ່ສຸດ. ເຖິງແມ່ນວ່າທັງສອງຍຸກຈະເປັນເວລາທີ່ມີຄວາມເສື່ອມຊາມຫຼາຍຈົນພຣະເຈົ້າບໍ່ສາມາດທົນເບິ່ງໄດ້ ແລະ ມະນຸດຊາດໃນທັງສອງຍຸກກໍ່ເສື່ອມຊາມຫຼາຍ ແລະ ປະຕິເສດວ່າພຣະເຈົ້າເປັນພຣະຜູ້ເປັນເຈົ້າຂອງພວກເຂົາ, ພຣະເຈົ້າໄດ້ທໍາລາຍພຽງແຕ່ຄົນໃນເວລາຂອງໂນອາ. ມະນຸດຊາດໃນທັງສອງຍຸກໄດ້ເຮັດໃຫ້ພຣະເຈົ້າເສຍໃຈຫຼາຍ ແຕ່ພຣະເຈົ້າກໍ່ຍັງອົດທົນກັບມະນຸດໃນຍຸກສຸດທ້າຍຈົນຮອດຕອນນີ້. ເປັນຫຍັງຈຶ່ງເປັນແນວນີ້? ພວກເຈົ້າບໍ່ເຄີຍສົງໄສບໍວ່າເປັນຫຍັງ? ຖ້າພວກເຈົ້າບໍ່ຮູ້ແທ້ໆ ແລ້ວເຮົາຈະບອກພວກເຈົ້າ. ເຫດຜົນທີ່ພຣະເຈົ້າສະແດງຄວາມກະລຸນາຕໍ່ມະນຸດໃນຍຸກສຸດທ້າຍບໍ່ແມ່ນເພາະພວກເຂົາເສື່ອມຊາມໜ້ອຍກວ່າຄົນໃນເວລາຂອງໂນອາ ຫຼື ພວກເຂົາກັບໃຈມາຫາພຣະເຈົ້າ, ແຮງໄກທີ່ຈະເປັນຍ້ອນວ່າເຕັກໂນໂລຊີໃນຍຸກສຸດທ້າຍກ້າວໜ້າຫຼາຍຈົນພຣະເຈົ້າບໍ່ສາມາດຕັດສິນໃຈທຳລາຍພວກເຂົາໄດ້. ກົງກັນຂ້າມ, ມັນເປັນຍ້ອນວ່າພຣະເຈົ້າມີພາລະກິດທີ່ຕ້ອງເຮັດໃນຄົນກຸ່ມໜຶ່ງໃນຍຸກສຸດທ້າຍ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 132](https://lo.kingdomsalvation.org/videos/the-incarnation-excerpt-132.html) - ໃນຄັ້ງນີ້, ພຣະເຈົ້າໄດ້ມາເພື່ອດໍາເນີນພາລະກິດ ບໍ່ແມ່ນໃນຮ່າງກາຍຝ່າຍພຣະວິນຍານ ແຕ່ໃນຮ່າງກາຍທີ່ທໍາມະດາຫຼາຍ. ຍິ່ງໄປກວ່ານັ້ນ, ມັນບໍ່ແມ່ນເປັນພຽງຮ່າງກາຍຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າເທົ່ານັ້ນ, ມັນຍັງເປັນຮ່າງກາຍທີ່ພຣະອົງກັບຄືນມາສູ່ເນື້ອໜັງ. ມັນເປັນຮ່າງກາຍທີ່ທຳມະດາຫຼາຍ. ເຈົ້າບໍ່ສາມາດເຫັນແມ່ນຫຍັງກໍ່ຕາມທີ່ເຮັດໃຫ້ພຣະອົງໂດດເດັ່ນຈາກຄົນອື່ນ, ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ເນື້ອໜັງທີ່ບໍ່ສຳຄັນນີ້ເປັນສິ່ງທີ່ຮ່າງກາຍຂອງພຣະທຳແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ, ດຳເນີນພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ສະແດງອຸປະນິໄສທັງໝົດຂອງພຣະເຈົ້າເພື່ອໃຫ້ມະນຸດໄດ້ເຂົ້າໃຈ. ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຫັນພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຂົ້າໃຈພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ໄດ້ປາຖະໜາຢ່າງຍິ່ງທີ່ຈະເຫັນຈຸດໝາຍປາຍທາງຂອງມະນຸດຊາດບໍ? ພຣະອົງຈະບອກຄວາມລັບທັງໝົດນີ້ໃຫ້ແກ່ເຈົ້າ ເຊິ່ງເປັນຄວາມລັບທີ່ບໍ່ມີມະນຸດຄົນໃດສາມາດບອກເຈົ້າ ແລະ ພຣະອົງຍັງຈະບອກເຈົ້າກ່ຽວກັບຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ. ພຣະອົງຄືປະຕູຂອງເຈົ້າສູ່ອານາຈັກ ແລະ ຜູ້ນໍາທາງຂອງເຈົ້າສູ່ຍຸກໃໝ່. ເນື້ອໜັງທີ່ທຳມະດາດັ່ງກ່າວມີຄວາມເລິກລັບຫຼາຍຢ່າງທີ່ບໍ່ສາມາດຢັ່ງເຖິງໄດ້. ເຈົ້າອາດບໍ່ຢັ່ງເຖິງການກະທຳຂອງພຣະອົງໄດ້, ແຕ່ເປົ້າໝາຍທັງໝົດໃນພາລະກິດທີ່ພຣະອົງເຮັດກໍ່ພຽງພໍທີ່ຈະເຮັດໃຫ້ເຈົ້າເຫັນວ່າພຣະອົງບໍ່ໄດ້ເປັນເນື້ອໜັງທີ່ທຳມະດາດັ່ງທີ່ຜູ້ຄົນເຊື່ອ. ຍ້ອນພຣະອົງເປັນຕົວແທນໃຫ້ແກ່ເຈດຕະນາຂອງພຣະເຈົ້າ ແລະ ການດູແລທີ່ພຣະເຈົ້າສະແດງອອກຕໍ່ມະນຸດຊາດໃນຍຸກສຸດທ້າຍ. ເຖິງແມ່ນວ່າເຈົ້າບໍ່ສາມາດໄດ້ຍິນ, ພຣະທຳຂອງພຣະອົງກໍ່ເບິ່ງຄືກັບວ່າກຳລັງສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ, ເຖິງແມ່ນວ່າເຈົ້າບໍ່ສາມາດເຫັນສາຍຕາຂອງພຣະອົງເປັນແຟວໄຟ ແລະ ເຖິງແມ່ນວ່າເຈົ້າບໍ່ສາມາດຮັບເອົາການລົງວິໄນຈາກທ່ອນເຫຼັກຂອງພຣະອົງ, ເຖິງແມ່ນວ່າເຈົ້າສາມາດໄດ້ຍິນຈາກພຣະທຳຂອງພຣະອົງວ່າພຣະເຈົ້າໂກດຮ້າຍ ແລະ ຮູ້ວ່າພຣະເຈົ້າກຳລັງສະແດງຄວາມສົງໄສສຳລັບມະນຸດຊາດ; ເຈົ້າສາມາດເຫັນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າຮັບຮູ້ເຖິງຄວາມຫ່ວງໃຍຂອງພຣະເຈົ້າສຳລັບມະນຸດຊາດທັງປວງ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນການອະນຸຍາດໃຫ້ມະນຸດເຫັນພຣະເຈົ້າໃນສະຫວັນທີ່ດໍາລົງຊີວິດຢູ່ທ່າມກາງມະນຸດເທິງໂລກ ແລະ ເຮັດໃຫ້ມະນຸດສາມາດຮູ້ຈັກ, ອ່ອນນ້ອມ, ຢໍາເກງ ແລະ ຮັກພຣະເຈົ້າ. ນີ້ຄືເຫດຜົນທີ່ພຣະອົງໄດ້ກັບຄືນມາເປັນເນື້ອໜັງເປັນຄັ້ງທີສອງ. ເຖິງແມ່ນວ່າສິ່ງທີ່ມະນຸດເຫັນໃນມື້ນີ້ຄືພຣະເຈົ້າທີ່ເປັນຄືກັນກັບມະນຸດ,
- [ການອ່ານພຣະທຳຂອງພຣະເຈົ້າ | "ກ່ຽວກັບພຣະຄຳພີ (4)"](https://lo.kingdomsalvation.org/videos/concerning-the-bible-4.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 414](https://lo.kingdomsalvation.org/videos/entry-into-life-excerpt-414.html) - ຄວາມເຊື່ອໃນພຣະເຈົ້າຈຳເປັນຕ້ອງມີຊີວິດຝ່າຍວິນຍານປົກກະຕິ, ເຊິ່ງເປັນພື້ນຖານສຳລັບການມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ການເຂົ້າສູ່ຄວາມເປັນຈິງ. ການປະຕິບັດການອະທິຖານໃນປັດຈຸບັນຂອງພວກເຈົ້າ, ການຫຍັບເຂົ້າໃກ້ພຣະເຈົ້າ, ການຮ້ອງເພງນະມັດສະການ, ການສັນລະເສີນ, ການປະຕິບັດສະມາທິ ແລະ ການໄຕ່ຕອງພຣະທຳຂອງພຣະເຈົ້າເທົ່າກັບ “ຊີວິດຝ່າຍວິນຍານທີ່ປົກກະຕິ” ບໍ? ບໍ່ມີໃຜໃນບັນດາພວກເຈົ້າທີ່ຮູ້. ຊີວິດຝ່າຍວິນຍານປົກກະຕິ ບໍ່ໄດ້ຈຳກັດຢູ່ທີ່ການປະຕິບັດ ເຊັ່ນ: ການອະທິຖານ, ການຮ້ອງເພງນະມັດສະການ, ການມີຊີວິດຄຣິດຕະຈັກ ແລະ ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ. ກົງກັນຂ້າມ, ມັນປະກອບມີການໃຊ້ຊີວິດຝ່າຍວິນຍານທີ່ສົດໃໝ່ ແລະ ຢ່າງມີຊີວິດຊີວາ. ສິ່ງທີ່ສຳຄັນບໍ່ແມ່ນວິທີການທີ່ເຈົ້າປະຕິບັດ, ແຕ່ກ່ຽວກັບໝາກຜົນທີ່ການປະຕິບັດຂອງເຈົ້າເກີດອອກ. ຜູ້ຄົນສ່ວນໃຫຍ່ເຊື່ອວ່າ ຊີວິດຝ່າຍວິນຍານປົກກະຕິປະກອບມີການອະທິຖານ, ການຮ້ອງເພງນະມັດສະການ, ການກິນ ແລະ ການດື່ມ ພຣະທຳຂອງພຣະເຈົ້າ ຫຼື ການໄຕ່ຕອງພຣະທຳຂອງພຣະອົງ, ບໍ່ວ່າການປະຕິບັດດັ່ງກ່າວຈະມີຜົນແບບໃດກໍ່ຕາມ ຫຼື ນໍາໄປສູ່ຄວາມເຂົ້າໃຈທີ່ແທ້ຈິງ ຫຼື ບໍ່ກໍ່ຕາມ. ຄົນເຫຼົ່ານີ້ໃສ່ໃຈກັບການປະຕິບັດຕາມລະບຽບການທີ່ພໍເປັນພິທີ ໂດຍບໍ່ຄິດເຖິງຜົນຕາມມາຂອງພວກມັນ; ພວກເຂົາເປັນຄົນທີ່ດຳລົງຊີວິດຢູ່ໃນພິທີກຳທາງສາສະໜາ, ບໍ່ແມ່ນຄົນທີ່ດຳລົງຊີວິດຢູ່ພາຍໃນຄຣິດຕະຈັກ ແລະ ແຮງໄກທີ່ພວກເຂົາຈະເປັນປະຊາຊົນແຫ່ງອານາຈັກ. ຄຳອະທິຖານ, ການຮ້ອງເພງນະມັດສະການ ແລະ ການກິນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 604](https://lo.kingdomsalvation.org/videos/destinations-and-outcomes-excerpt-604.html) - ຄຣິສຕະຈັກທຸກແຫ່ງແມ່ນມີຄົນທີ່ລົບກວນຄຣິສຕະຈັກ ຫຼື ຂັດຂວາງພາລະກິດຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຊາຕານ ທີ່ໄດ້ແຊກຊຶມເຂົ້າໄປຢູ່ໃນເຮືອນຂອງພຣະເຈົ້າໂດຍການປອມຕົວ. ຜູ້ຄົນດັ່ງກ່າວແມ່ນສະແດງເກັ່ງຫຼາຍ: ພວກເຂົາມາຢ່າງໜ້ານັບຖືຢູ່ຕໍ່ໜ້າເຮົາ, ກົ້ມຫົວ ແລະ ຖູໄຖ, ປະພຶດຕົນຄືໝາຂີ້ເຮື້ອນ ແລະ ອຸທິດ “ທຸກຢ່າງ” ຂອງພວກເຂົາເພື່ອບັນລຸວັດຖຸປະສົງຂອງພວກເຂົາເອງ ແຕ່ເມື່ອຢູ່ຕໍ່ໜ້າອ້າຍເອື້ອຍນ້ອງ ພວກເຂົາກໍຈະສະແດງດ້ານຂີ້ຮ້າຍຂອງພວກເຂົາ. ເມື່ອພວກເຂົາເຫັນຜູ້ຄົນທີ່ປະຕິບັດຄວາມຈິງ, ພວກເຂົາກໍຈະໂຈມຕີ ແລະ ຊຸກຜູ້ຄົນເຫຼົ່ານັ້ນອອກໄປທາງຂ້າງ; ເມື່ອພວກເຂົາເຫັນຜູ້ຄົນທີ່ເປັນຕາຢ້ານກວ່າພວກເຂົາ, ພວກເຂົາກໍຈະຍົກຍ້ອງ ແລະ ປະຈົບປະແຈງຜູ້ຄົນດັ່ງກ່າວ. ພວກເຂົາປະພຶດຢ່າງປ່າເຖື່ອນຢູ່ພາຍໃນຄຣິສຕະຈັກ. ສາມາດເວົ້າໄດ້ວ່າ “ຄົນພາຍໃນທີ່ມັກຂົ່ມເຫັງຄົນອື່ນ” ເຊັ່ນ “ໝາໂຕນ້ອຍໆ” ແມ່ນມີຢູ່ໃນຄຣິສຕະຈັກໂດຍສ່ວນໃຫຍ່. ພວກເຂົາເຮັດຮ່ວມກັນຢ່າງຊົ່ວຮ້າຍ, ສົ່ງສາຍຕາ ແລະ ສັນຍານລັບຫາກັນ ແລະ ໃນບັນດາພວກເຂົາແມ່ນບໍ່ມີໃຜທີ່ປະຕິບັດຄວາມຈິງ. ຜູ້ໃດກໍຕາມທີ່ມີພິດຫຼາຍທີ່ສຸດແມ່ນ “ຫົວໜ້າຜິສາດ” ແລະ ໃຜທີ່ມີກຽດສູງສຸດຈະນໍາພາພວກເຂົາ ໂດຍຍົກທຸງຂອງພວກເຂົາຂຶ້ນສູງ. ຜູ້ຄົນເຫຼົ່ານີ້ແລ່ນອາລະວາດທົ່ວຄຣິສຕະຈັກ ໂດຍເຜີຍແຜ່ສິ່ງທີ່ເປັນດ້ານລົບຂອງພວກເຂົາ, ສະແດງເຖິງຄວາມຕາຍ, ເຮັດໃນສິ່ງທີ່ພວກເຂົາພໍໃຈ, ເວົ້າໃນສິ່ງທີ່ພວກເຂົາພໍໃຈ ແລະ ບໍ່ມີໃຜກ້າຢຸດພວກເຂົາ. ພວກເຂົາແມ່ນເຕັມໄປດ້ວຍອຸປະນິໄສຂອງຊາຕານ. ໃນອີກບໍ່ດົນ ພວກເຂົາກໍຈະສ້າງຄວາມວຸ້ນວາຍ ຮ້າຍກວ່າບັນຍາກາດແຫ່ງຄວາມຕາຍ ເຂົ້າໄປໃນຄຣິສຕະຈັກ. ຜູ້ທີ່ຢູ່ພາຍໃນຄຣິສຕະຈັກ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 605](https://lo.kingdomsalvation.org/videos/destinations-and-outcomes-excerpt-605.html) - ຜູ້ຄົນທີ່ບໍ່ສະແຫວງຫາຄວາມກ້າວໜ້າ ແມ່ນປາຖະໜາໃຫ້ຄົນອື່ນເປັນຄົນທີ່ມີດ້ານລົບ ແລະ ຂີ້ຄ້ານຄືພວກເຂົາສະເໝີ. ຜູ້ທີ່ບໍ່ປະຕິບັດຄວາມຈິງແມ່ນອິດສາຜູ້ທີ່ປະຕິບັດຄວາມຈິງ ແລະ ພະຍາຍາມຢາກຫຼອກລວງຄົນໂງ່ ແລະ ຜູ້ທີ່ຂາດຄວາມສາມາດໃນການແຍກແຍະຢູ່ສະເໝີ. ສິ່ງຕ່າງໆທີ່ຜູ້ຄົນເຫຼົ່ານີ້ລະບາຍອອກມາສາມາດເຮັດໃຫ້ເຈົ້າເສື່ອມໂຊມ, ຕົກຕໍ່າ, ມີສະພາບຜິດປົກກະຕິ ແລະ ເຕັມໄປດ້ວຍຄວາມມືດ; ພວກເຂົາເຮັດໃຫ້ເຈົ້າຫ່າງເຫີນຈາກພຣະເຈົ້າ ແລະ ເຮັດໃຫ້ເຈົ້າຖະນຸຖະໜອມເນື້ອໜັງ ແລະ ເຮັດຕາມໃຈຕົວເອງ. ຜູ້ຄົນທີ່ບໍ່ຮັກຄວາມຈິງ ແລະ ຜູ້ທີ່ປະຕິບັດຕໍ່ພຣະເຈົ້າພໍເປັນພິທີ ແມ່ນບໍ່ມີຄວາມປຸກຈິດສໍານຶກຕົວເອງ ແລະ ອຸປະນິໄສຂອງຜູ້ຄົນດັ່ງກ່າວແມ່ນລໍ້ໃຫ້ຜູ້ອື່ນເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາບໍ່ປະຕິບັດຄວາມຈິງ ຫຼື ແມ່ນແຕ່ພວກເຂົາບໍ່ອະນຸຍາດໃຫ້ຜູ້ອື່ນປະຕິບັດສິ່ງດັ່ງກ່າວ. ພວກເຂົາຖະນຸຖະໜອມຄວາມບາບ ແລະ ບໍ່ກຽດຊັງຕົວເອງ. ພວກເຂົາບໍ່ຮູ້ຈັກຕົວເອງ ແລະ ພວກເຂົາຢຸດຄົນອື່ນຈາກການຮູ້ຈັກຕົວເອງ; ພວກເຂົາຍັງຢຸດຄົນອື່ນຈາກການໂຫຍຫາຄວາມຈິງ. ຄົນທີ່ພວກເຂົາຫຼອກລວງບໍ່ສາມາດເຫັນແສງສະຫວ່າງ. ພວກເຂົາຕົກຢູ່ໃນຄວາມມືດ, ບໍ່ຮູ້ຈັກຕົວເອງ, ບໍ່ມີຄວາມຊັດເຈນກ່ຽວກັບຄວາມຈິງ ແລະ ຫ່າງເຫີນຈາກພຣະເຈົ້າຫຼາຍຂຶ້ນ ແລະ ຫຼາຍຂຶ້ນ. ພວກເຂົາບໍ່ປະຕິບັດຄວາມຈິງ ແລະ ພວກເຂົາຢຸດຄົນອື່ນຈາກການປະຕິບັດຄວາມຈິງ ໂດຍເອົາຄົນໂງ່ເຫຼົ່ານັ້ນມາຢູ່ຕໍ່ໜ້າພວກເຂົາ. ແທນທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະເຈົ້າ, ມັນກໍຈະດີກວ່າ ທີ່ຈະເວົ້າວ່າ ພວກເຂົາເຊື່ອໃນບັນພະບຸລຸດຂອງພວກເຂົາ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 603](https://lo.kingdomsalvation.org/videos/destinations-and-outcomes-excerpt-603.html) - ໃນບັນດາອ້າຍເອື້ອຍນ້ອງຜູ້ທີ່ມັກລະບາຍຄວາມຄິດລົບຂອງພວກເຂົາອອກແມ່ນຜູ້ຮັບໃຊ້ຂອງຊາຕານ ແລະ ພວກເຂົາລົບກວນຄຣິສຕະຈັກ. ຜູ້ຄົນດັ່ງກ່າວຈະຕ້ອງຖືກຂັບໄລ່ ແລະ ກຳຈັດໃນມື້ໃດມື້ໜຶ່ງ. ໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ຖ້າຜູ້ຄົນບໍ່ມີຫົວໃຈທີ່ຢໍາເກງພຣະເຈົ້າ, ຖ້າພວກເຂົາບໍ່ມີຫົວໃຈທີ່ອ່ອນນ້ອມຕໍ່ພຣະເຈົ້າ, ແລ້ວບໍ່ພຽງແຕ່ພວກເຂົາຈະບໍ່ສາມາດເຮັດພາລະກິດໃດເລີຍເພື່ອພຣະອົງເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ພວກເຂົາຈະກາຍເປັນຜູ້ລົບກວນພາລະກິດຂອງພຣະອົງ ແລະ ເປັນຜູ້ຕໍ່ຕ້ານພຣະອົງ. ການເຊື່ອໃນພຣະເຈົ້າ ແຕ່ບໍ່ອ່ອນນ້ອມ ຫຼື ຢໍາເກງພຣະອົງ ແລະ ພັດຕໍ່ຕ້ານພຣະອົງ ແມ່ນເປັນເລື່ອງທີ່ເສື່ອມເສຍທີ່ສຸດສໍາລັບຜູ້ທີ່ມີຄວາມເຊື່ອ. ຖ້າຜູ້ເຊື່ອພຽງແຕ່ບໍ່ສົນໃຈ ແລະ ປ່ອຍຕົວປ່ອຍໃຈໃນຄຳເວົ້າ ແລະ ຄວາມປະພຶດຂອງພວກເຂົາຄືກັບຜູ້ທີ່ບໍ່ເຊື່ອ, ແລ້ວພວກເຂົາກໍຍິ່ງຊົ່ວຮ້າຍກວ່າຜູ້ທີ່ບໍ່ເຊື່ອ; ພວກເຂົາແມ່ນຕົ້ນແບບຂອງຜີສາດ. ຜູ້ທີ່ລະບາຍຄໍາເວົ້າທີ່ເປັນພິດ ແລະ ເຈດຕະນາຮ້າຍຂອງພວກເຂົາພາຍໃນຄຣິສຕະຈັກ, ຜູ້ທີ່ປ່ອຍຂ່າວລື, ສ້າງຄວາມແຕກແຍກ ແລະ ສ້າງພັກສ້າງພວກໃນທ່າມກາງອ້າຍເອື້ອຍນ້ອງ, ພວກເຂົາຄວນຖືກຂັບໄລ່ອອກຈາກຄຣິສຕະຈັກ. ຢ່າງໃດກໍຕາມ, ຍ້ອນຕອນນີ້ແມ່ນຍຸກທີ່ແຕກຕ່າງກັນຂອງພາລະກິດຂອງພຣະເຈົ້າ, ຜູ້ຄົນເຫຼົ່ານີ້ຈຶ່ງຖືກຈໍາກັດ ຍ້ອນພວກເຂົາຈະຖືກກໍາຈັດຢ່າງແນ່ນອນ. ທຸກຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນມີອຸປະນິໄສທີ່ເສື່ອມຊາມ. ບາງຄົນພຽງແຕ່ມີອຸປະນິໄສທີ່ເສື່ອມຊາມ, ໃນຂະນະທີ່ຄົນອື່ນແມ່ນແຕກຕ່າງ: ພວກເຂົາບໍ່ພຽງແຕ່ມີອຸປະນິໄສທີ່ເສື່ອມຊາມແບບຊາຕານ ແຕ່ທຳມະຊາດຂອງພວກເຂົາຍັງຊົ່ວຮ້າຍຫຼາຍອີກດ້ວຍ. ຄຳເວົ້າ ແລະ ການກະທຳຂອງພວກເຂົາບໍ່ພຽງແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມແບບຊາຕານ; ຍິ່ງໄປກວ່ານັ້ນ ຜູ້ຄົນເຫຼົ່ານີ້ແມ່ນມານຮ້າຍ ແລະ ຊາຕານຕົວຈິງ. ພຶດຕິກຳຂອງພວກເຂົາຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 521](https://lo.kingdomsalvation.org/videos/entry-into-life-excerpt-521.html) - ມີຈຸດສູງສຸດໃນປະສົບການຂອງເປໂຕ ເມື່ອຮ່າງກາຍຂອງລາວຕ້ອງອ່ອນເພຍໄປໝົດ ແຕ່ພຣະເຢຊູຍັງໃຫ້ການໜູນໃຈແກ່ລາວຈາກພາຍໃນ. ແລ້ວມີຄັ້ງໜຶ່ງ ພຣະອົງໄດ້ເຄີຍປາກົດໃຫ້ເປໂຕ. ໃນເວລາເປໂຕທົນທຸກທໍລະມານຢ່າງສາຫັດ ແລະ ຮູ້ສຶກວ່າຈິດໃຈຂອງລາວເຕັມໄປດ້ວຍຄວາມສິ້ນຫວັງ ພຣະເຢຊູໄດ້ກ່າວຕໍ່ລາວວ່າ: “ທ່ານ ເຄີຍຢູ່ກັບເຮົາໃນແຜ່ນດິນໂລກນີ້ ແລະ ເຮົາກໍເຄີຍຢູ່ແຜ່ນດິນໂລກນີ້ກັບທ່ານ. ເຖິງແມ່ນວ່າ ເມື່ອກ່ອນພວກເຮົາໄດ້ຢູ່ນໍາກັນໃນສະຫວັນ ແຕ່ໃນຄວາມຈິງແລ້ວມັນກໍຄືໂລກແຫ່ງວິນຍານ. ດຽວນີ້ ເຮົາໄດ້ກັບມາຍັງໂລກແຫ່ງວິນຍານນີ້ແລ້ວ ແລະ ທ່ານແມ່ນຍັງຢູ່ແຜ່ນດິນໂລກ. ຍ້ອນເຮົາບໍ່ໄດ້ມາຈາກແຜ່ນດິນໂລກ ແລະ ເຖິງແມ່ນວ່າ ທ່ານເອງກໍບໍ່ໄດ້ມາຈາກແຜ່ນດິນໂລກເຊັ່ນກັນ ແຕ່ທ່ານຈໍາເປັນຕ້ອງບັນລຸພາລະໜ້າທີ່ຂອງທ່ານໃນແຜ່ນດິນໂລກນີ້. ເພາະວ່າທ່ານຄືຜູ້ຮັບໃຊ້ພຣະເຈົ້າ, ທ່ານຕ້ອງປະຕິບັດຕໍ່ໜ້າທີ່ຂອງທ່ານ”. ການທີ່ໄດ້ຍິນວ່າລາວຈະສາມາດຢູ່ຄຽງຂ້າງກັບພຣະເຈົ້າອີກ ລາວກໍອົບອຸ່ນໃຈຂຶ້ນ. ໃນເວລາທີ່ເປໂຕປະສົບກັບຄວາມທຸກທໍລະມານດັ່ງກ່າວທີ່ລາວເກືອບຕ້ອງໄດ້ນອນພັກຟື້ນຢູ່ໃນບ່ອນ, ລາວຮູ້ສຶກເສຍໃຈຫຼາຍຈົນເຖິງຂັ້ນໄດ້ອ້ອນວອນວ່າ: “ຂ້ານ້ອຍເປັນຄົນຊົ່ວຊ້າຫຼາຍ ຂ້ານ້ອຍບໍ່ສາມາດເປັນທີ່ເພິ່ງພໍໃຈພຣະເຈົ້າໄດ້”. ພຣະເຢຊູກໍປາກົດຕໍ່ໜ້າລາວ ແລ້ວກ່າວວ່າ: “ເປໂຕ, ບໍ່ແມ່ນເປັນເພາະວ່າທ່ານລືມຄຳໝັ້ນສັນຍາທີ່ທ່ານເຄີຍຕັ້ງໄວ້ກັບເຮົາແລ້ວບໍ? ທ່ານລືມທຸກສິ່ງທີ່ເຮົາໄດ້ກ່າວກັບທ່ານແລ້ວບໍ? ທ່ານລືມເປົ້າໝາຍຂອງທ່ານທີ່ທ່ານຕັ້ງໄວ້ກັບເຮົາແລ້ວບໍ?” ເມື່ອເຫັນວ່ານັ້ນຄືພຣະເຢຊູ ເປໂຕຈຶ່ງລຸກຂຶ້ນຈາກບ່ອນນອນ ແລະ ພຣະເຢຊູກໍປອບໃຈລາວອີກວ່າ: “ເຮົາບໍ່ໄດ້ມາຈາກແຜ່ນດິນໂລກນີ້ ເຮົາໄດ້ບອກທ່ານໄປແລ້ວ ທ່ານຕ້ອງເຂົ້າໃຈໃນເລື່ອງນີ້ ທ່ານລືມອີກສິ່ງໜຶ່ງທີ່ເຮົາໄດ້ບອກທ່ານໄປແລ້ວບໍ? ‘ທ່ານບໍ່ໄດ້ມາຈາກແຜ່ນດິນໂລກນີ້ເຊັ່ນກັນ ບໍ່ໄດ້ເປັນຂອງໂລກໜ່ວຍນີ້’. ຕອນນີ້ຍັງມີພາລະກິດທີ່ທ່ານຈໍາເປັນຕ້ອງເຮັດ ທ່ານຈະໂສກເສົ້າແບບນີ້ບໍ່ໄດ້ ທ່ານຈະທົນທຸກທໍລະມານແບບນີ້ບໍ່ໄດ້. ເຖິງແມ່ນວ່າ ມະນຸດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 515](https://lo.kingdomsalvation.org/videos/entry-into-life-excerpt-515.html) - ເປົ້າໝາຍຂອງພາລະກິດແຫ່ງການຫຼໍ່ຫຼອມຫຼັກໆແລ້ວແມ່ນເພື່ອເຮັດໃຫ້ຄວາມເຊື່ອຂອງຜູ້ຄົນສົມບູນ ແລະ ໃນທີ່ສຸດແລ້ວ ສິ່ງທີ່ຖືກບັນລຸກໍຄືເຈົ້າຕ້ອງການໜີຈາກ ແຕ່ໃນເວລາດຽວກັນ ເຈົ້າບໍ່ສາມາດໜີຈາກໄດ້; ບາງຄົນຍັງສາມາດມີຄວາມເຊື່ອແມ່ນແຕ່ໃນຕອນທີ່ພວກເຂົາປາສະຈາກຄວາມຫວັງແມ່ນແຕ່ໜ້ອຍດຽວ; ແລະ ຜູ້ຄົນບໍ່ມີຄວາມຫວັງທີ່ກ່ຽວຂ້ອງກັບອະນາຄົດຂອງພວກເຂົາເອງອີກຕໍ່ໄປ. ໃນເວລານີ້ເທົ່ານັ້ນ ການຫຼໍ່ຫຼອມຂອງພຣະເຈົ້າຈຶ່ງຈະສິ້ນສຸດລົງ. ມະນຸດຍັງບໍ່ໄດ້ໄປເຖິງຂັ້ນຕອນຂອງການໝູນວຽນລະຫວ່າງຊີວິດ ແລະ ຄວາມຕາຍ ແລະ ພວກເຂົາຍັງບໍ່ໄດ້ຊີມລົດຊາດແຫ່ງຄວາມຕາຍ, ສະນັ້ນ ຂະບວນການຫຼໍ່ຫຼອມຈຶ່ງຍັງບໍ່ເຖິງຈຸດສິ້ນສຸດເທື່ອ. ແມ່ນແຕ່ຄົນທີ່ຢູ່ໃນບາດກ້າວຂອງຜູ້ບໍລິການກໍບໍ່ໄດ້ຖືກຫຼໍ່ຫຼອມຈົນເຖິງທີ່ສຸດ. ໂຢບໄດ້ຜ່ານການຫຼໍ່ຫຼອມຈົນເຖິງທີ່ສຸດແລ້ວ ແລະ ເພິ່ນບໍ່ມີຫຍັງໃຫ້ເພິ່ງພາເລີຍ. ຜູ້ຄົນຕ້ອງປະສົບກັບການຫຼໍ່ຫຼອມຈົນເຖິງຈຸດທີ່ພວກເຂົາບໍ່ມີຄວາມຫວັງ ແລະ ບໍ່ມີຫຍັງໃຫ້ເພິ່ງພາເລີຍ, ມີແຕ່ສິ່ງນີ້ທີ່ເປັນການຫຼໍ່ຫຼອມທີ່ແທ້ຈິງ. ໃນລະຫວ່າງເວລາຂອງຜູ້ບໍລິການ, ຖ້າຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ຖ້າບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ແລະ ບໍ່ວ່າເຈດຕະນາຂອງພຣະເຈົ້າສຳລັບເຈົ້າຈະແມ່ນຫຍັງກໍຕາມ, ເຈົ້າອ່ອນນ້ອມຕໍ່ການຈັດແຈງຂອງພຣະອົງຢູ່ສະເໝີ, ແລ້ວໃນປາຍທາງ ເຈົ້າກໍຈະເຂົ້າໃຈທຸກສິ່ງທີ່ພຣະເຈົ້າໄດ້ກະທຳ. ເຈົ້າຜະເຊີນກັບການທົດລອງຂອງໂຢບ ແລະ ໃນເວລານັ້ນ ເຈົ້າໄດ້ຜ່ານການທົດລອງຂອງເປໂຕ. ເມື່ອໂຢບຖືກທົດສອບ, ເພິ່ນຢືນເປັນພະຍານ ແລະ ໃນທີ່ສຸດແລ້ວ ພຣະເຢໂຮວາກໍໄດ້ເປີດເຜີຍຕໍ່ເພິ່ນ. ມີແຕ່ຫຼັງຈາກທີ່ເພິ່ນໄດ້ຢືນເປັນພະຍານ ເພິ່ນຈຶ່ງສົມຄວນໄດ້ເຫັນໃບໜ້າຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າ “ເຮົາລີ້ລັບຈາກດິນແດນທີ່ສົກກະປົກ ແຕ່ສຳແດງຕົວເຮົາເອງຕໍ່ອານາຈັກທີ່ບໍລິສຸດ”? ນັ້ນໝາຍຄວາມວ່າ ມີແຕ່ເມື່ອເຈົ້າບໍລິສຸດ ແລະ ຢືນເປັນພະຍານເທົ່ານັ້ນ ເຈົ້າຈຶ່ງມີສັກສີທີ່ຈະເຫັນໃບໜ້າຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດຢືນເປັນພະຍານໃຫ້ກັບພຣະອົງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 48](https://lo.kingdomsalvation.org/videos/God-s-appearance-and-work-excerpt-048.html) - ກະສັດທີ່ມີໄຊຊະນະນັ່ງຢູ່ເທິງບັນລັງອັນສະຫງ່າລາສີຂອງພຣະອົງ. ພຣະອົງໄດ້ສຳເລັດການໄຖ່ບາບ ແລະ ນໍາພາປະຊາຊົນທຸກຄົນຂອງພຣະອົງໃຫ້ປາກົດດ້ວຍສະຫງ່າລາສີ. ພຣະອົງຈັບຈັກກະວານໄວ້ໃນມືຂອງພຣະອົງ ແລະ ດ້ວຍສະຕິປັນຍາ ແລະ ລິດທານຸພາບອັນສັກສິດຂອງພຣະອົງ, ພຣະອົງໄດ້ສ້າງ ແລະ ເຮັດໃຫ້ພູເຂົາຊີໂອນໝັ້ນຄົງ. ດ້ວຍລິດທານຸພາບຂອງພຣະອົງ, ພຣະອົງໄດ້ພິພາກສາໂລກທີ່ຜິດບາບ; ພຣະອົງໄດ້ພິພາກສາຊົນຊາດທັງໝົດ ແລະ ປະຊາຊົນທັງປວງ, ແຜ່ນດິນໂລກ ແລະ ທະເລ ແລະ ທຸກສິ່ງທີ່ມີຊີວິດໃນນັ້ນ, ພ້ອມທັງຜູ້ຄົນທີ່ເມົາເຫຼົ້າແວງແຫ່ງຕັນຫາ. ພຣະເຈົ້າຈະພິພາກສາພວກເຂົາຢ່າງແນ່ນອນ ແລະ ພຣະອົງຈະໃຈຮ້າຍກັບພວກເຂົາຢ່າງແນ່ນອນ ແລະ ໃນທີ່ນີ້ຈະເປີດເຜີຍເຖິງລິດທານຸພາບຂອງພຣະເຈົ້າ ຜູ້ເຊິ່ງພິພາກສາທັນທີ ແລະ ດໍາເນີນການໂດຍບໍ່ຊັກຊ້າ. ໄຟແຫ່ງຄວາມໂກດຮ້າຍຂອງພຣະອົງຈະເຜົາໄໝ້ອາຊະຍາກຳທີ່ຊົ່ວຮ້າຍຂອງພວກເຂົາຢ່າງແນ່ນອນ ແລະ ຄວາມຫາຍະນະຈະເກີດຂຶ້ນກັບພວກເຂົາໄວໆນີ້; ພວກເຂົາຈະບໍ່ຮູ້ເສັ້ນທາງຫຼົບໜີ ແລະ ບໍ່ມີບ່ອນໃຫ້ລີ້, ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ ແລະ ພວກເຂົາຈະນໍາຄວາມພິນາດມາສູ່ຕົນເອງ. ລູກຊາຍທີ່ມີໄຊຊະນະ, ອັນເປັນທີ່ຮັກຂອງພຣະເຈົ້າຈະຢູ່ໃນພູເຂົາຊີໂອນຢ່າງແນ່ນອນ, ຈະບໍ່ຈາກບ່ອນນັ້ນໄປໃສຈັກເທື່ອ. ຜູ້ຄົນຈໍານວນຫຼວງຫຼາຍຈະຟັງສຽງຂອງພຣະອົງຢ່າງໃກ້ຊິດ, ພວກເຂົາຈະເອົາໃຈໃສ່ກັບການກະທຳຂອງພຣະອົງຢ່າງລະມັດລະວັງ ແລະ ສຽງແຫ່ງການສັນລະເສີນຂອງພວກເຂົາຈະບໍ່ຢຸດເຊົາຈັກເທື່ອ. ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ປາກົດຕົວແລ້ວ! ພວກເຮົາຕ້ອງໝັ້ນໃຈໃນພຣະອົງດ້ວຍຈິດວິນຍານ ແລະ ຕິດຕາມພຣະອົງຢ່າງໃກ້ຊິດ; ພວກເຮົາຈະຮີບໄປຂ້າງໜ້າດ້ວຍກຳລັງທັງໝົດຂອງພວກເຮົາ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 4](https://lo.kingdomsalvation.org/videos/three-stages-of-work-excerpt-0004.html) - ພາລະກິດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຂັ້ນຕອນທຳອິດ ເຊິ່ງເປັນການສ້າງໂລກ ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ຖ້າບໍ່ເປັນດັ່ງນັ້ນ ກໍບໍ່ມີໃຜສາມາດສ້າງມະນຸດຊາດໄດ້; ຂັ້ນຕອນທີສອງແມ່ນການໄຖ່ມະນຸດຊາດທັງປວງ ແລະ ມັນກໍຖືກປະຕິບັດດ້ວຍຕົວພຣະອົງເອງ; ຂັ້ນຕອນທີສາມເປັນທີ່ແນ່ຊັດແລ້ວວ່າ ມີຄວາມຕ້ອງການທີ່ຫຼາຍຂຶ້ນສຳລັບເວລາສຸດທ້າຍຂອງທຸກພາລະກິດຂອງພຣະເຈົ້າທີ່ຖືກປະຕິບັດດ້ວຍຕົວພຣະອົງເອງ. ພາລະກິດແຫ່ງການໄຖ່, ການເອົາຊະນະ, ການຮັບ ແລະ ການເຮັດໃຫ້ບັນດາມວນມະນຸດຊາດສົມບູນແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ ແລ້ວມະນຸດກໍບໍ່ສາມາດເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້. ເພື່ອທີ່ຈະປາບຊາຕານ, ເພື່ອທີ່ຈະຮັບມະນຸດຊາດ ແລະ ເພື່ອທີ່ຈະມອບຊີວິດປົກກະຕິໃຫ້ກັບມະນຸດເທິງແຜ່ນດິນໂລກ, ພຣະອົງແມ່ນນໍາພາມະນຸດດ້ວຍຕົວພຣະອົງເອງ ແລະ ປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ; ເພື່ອຜົນປະໂຫຍດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະອົງ ແລະ ເພື່ອພາລະກິດທັງໝົດຂອງພຣະອົງ, ພຣະອົງຈຶ່ງຕ້ອງປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ. ຖ້າມະນຸດພຽງແຕ່ເຊື່ອວ່າ ພຣະເຈົ້າມາເພື່ອໃຫ້ເຂົາສາມາດເຫັນ ແລະ ເພື່ອເຮັດໃຫ້ເຂົາມີຄວາມສຸກ ແລ້ວຄວາມເຊື່ອດັ່ງກ່າວບໍ່ມີຄຸນຄ່າໃດເລີຍ, ພວກມັນບໍ່ມີຄວາມສຳຄັນເລີຍ. ຄວາມຮູ້ຂອງມະນຸດບໍ່ເລິກເຊິ່ງປານໃດ! ມີພຽງແຕ່ການປະຕິບັດພາລະກິດນັ້ນດ້ວຍຕົວພຣະອົງເອງ ພຣະເຈົ້າຈຶ່ງຈະສາມາດປະຕິບັດພາລະກິດຢ່າງທົ່ວເຖິງ ແລະ ສົມບູນ. ຖ້າມະນຸດຕ້ອງເຮັດພາລະກິດນີ້, ເຂົາຈະບໍ່ສາມາດແທນທີ່ພຣະເຈົ້າໄດ້. ຍ້ອນເຂົາບໍ່ມີຕົວຕົນຂອງພຣະເຈົ້າ ຫຼື ແກ່ນແທ້ຂອງພຣະອົງ, ເຂົາກໍບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ເຖິງແມ່ນມະນຸດໄດ້ປະຕິບັດ ມັນກໍຈະບໍ່ມີຜົນຕາມມາເລີຍ. ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງກໍແມ່ນເພື່ອຜົນປະໂຫຍດແຫ່ງການໄຖ່ ເພື່ອໄຖ່ບັນດາມະນຸດຊາດອອກຈາກຄວາມບາບ, ເພື່ອເຮັດໃຫ້ມະນຸດສາມາດໄດ້ຮັບການຊໍາລະລ້າງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 3](https://lo.kingdomsalvation.org/videos/three-stages-of-work-excerpt-0003.html) - ພຣະເຈົ້າບໍ່ມີເຈດຕະນາຮ້າຍຕໍ່ສິ່ງຖືກສ້າງ; ພຣະອົງພຽງແຕ່ປາຖະໜາທີ່ຈະປາບຊາຕານ. ພາລະກິດທັງໝົດຂອງພຣະອົງ ບໍ່ວ່າຈະເປັນການຕີສອນ ຫຼື ການພິພາກສາ ກໍແນໃສ່ຊາຕານ; ມັນຖືກປະຕິບັດເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດ, ທັງໝົດນີ້ກໍເພື່ອປາບຊາຕານ ແລະ ມັນມີຈຸດປະສົງດຽວ ນັ້ນກໍຄື ການເຮັດສົງຄາມກັບຊາຕານຈົນເຖິງທີ່ສຸດ! ພຣະເຈົ້າຈະບໍ່ພັກຜ່ອນຈັກເທື່ອຈົນກວ່າພຣະອົງຈະມີໄຊຊະນະເໜືອຊາຕານ! ພຣະອົງຈະພັກຜ່ອນພຽງແຕ່ເມື່ອພຣະອົງໄດ້ປາບຊາຕານແລ້ວ. ຍ້ອນພາລະກິດທັງໝົດທີ່ພຣະເຈົ້າປະຕິບັດນັ້ນແມ່ນແນໃສ່ຊາຕານ ແລະ ຍ້ອນຄົນທີ່ຖືກເຮັດໃຫ້ເສື່ອມຊາມນັ້ນຢູ່ພາຍໃຕ້ການຄວບຄຸມແຫ່ງອຳນາດຂອງຊາຕານ ແລະ ດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ເຊິ່ງຫາກປາສະຈາກການຕໍ່ສູ້ກັບຊາຕານ ແລະ ການທຳລາຍມັນ ຊາຕານຈະບໍ່ຍອມຜ່ອນຄາຍອິດທີພົນທີ່ມັນມີຕໍ່ຜູ້ຄົນເຫຼົ່ານີ້ ແລະ ພວກເຂົາກໍບໍ່ສາມາດຖືກຮັບໄດ້. ຖ້າພວກເຂົາບໍ່ໄດ້ຖືກຮັບ ມັນກໍຈະພິສູດວ່າ ຊາຕານຍັງບໍ່ທັນໄດ້ພ່າຍແພ້ເທື່ອ ແລະ ມັນຍັງບໍ່ໄດ້ຖືກປາບເທື່ອ. ດ້ວຍເຫດນັ້ນ ໃນແຜນການຄຸ້ມຄອງ 6.000 ປີ ຂອງພຣະອົງ ໃນລະຫວ່າງຂັ້ນຕອນທຳອິດ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງພຣະບັນຍັດ, ໃນລະຫວ່າງຂັ້ນຕອນທີສອງ ພຣະອົງແມ່ນໄດ້ປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄື ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ ແລະ ໃນລະຫວ່າງຂັ້ນຕອນທີສາມ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງການເອົາຊະນະມະນຸດ. ທຸກພາລະກິດແມ່ນແນໃສ່ຂອບເຂດທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ, ທຸກພາລະກິດແມ່ນເພື່ອປາບຊາຕານ ແລະ ແຕ່ລະຂັ້ນຕອນທຸກຢ່າງແມ່ນເພື່ອປາບຊາຕານ. ແກ່ນແທ້ຂອງພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນສົງຄາມຕໍ່ສູ້ກັບມັງກອນແດງໃຫຍ່ ແລະ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍແມ່ນພາລະກິດໃນການປາບຊາຕານເຊັ່ນດຽວກັນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 182](https://lo.kingdomsalvation.org/videos/knowing-God-s-work-excerpt-182.html) - ໃນທີ່ສຸດແລ້ວ, ພາລະກິດຂອງພຣະເຈົ້າກໍແຕກຕ່າງຈາກພາລະກິດຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ການສະແດງອອກຂອງພຣະເຈົ້າຈະຄືກັບຂອງມະນຸດໄດ້ແນວໃດ? ພຣະເຈົ້າກໍມີອຸປະນິໄສສະເພາະຂອງພຣະເຈົ້າເອງ, ໃນຂະນະທີ່ມະນຸດກໍມີໜ້າທີ່ທີ່ມະນຸດຄວນປະຕິບັດ. ອຸປະນິໄສຂອງພຣະເຈົ້າແມ່ນຖືກສະແດງອອກໃນພາລະກິດຂອງພຣະອົງ, ໃນຂະນະທີ່ໜ້າທີ່ຂອງມະນຸດກໍປະກອບຢູ່ໃນປະສົບການຂອງມະນຸດ ແລະ ຖືກສະແດງອອກໃນການສະແຫວງຫາຂອງມະນຸດ. ສະນັ້ນ ມັນຈຶ່ງເຫັນໄດ້ຊັດເຈນຜ່ານພາລະກິດທີ່ຖືກດຳເນີນ ບໍ່ວ່າຈະເປັນການສະແດງອອກຂອງພຣະເຈົ້າ ຫຼື ຂອງມະນຸດ. ມັນບໍ່ຈຳເປັນຕ້ອງໄດ້ຮັບການອະທິບາຍໂດຍພຣະເຈົ້າເອງ ຫຼື ມັນບໍ່ໄດ້ຮຽກຮ້ອງໃຫ້ມະນຸດພະຍາຍາມເປັນພະຍານ; ຍິ່ງໄປກວ່ານັ້ນ ມັນບໍ່ໄດ້ຕ້ອງການໃຫ້ພຣະເຈົ້າເອງຢັບຢັ້ງຄົນໃດໜຶ່ງ. ທຸກສິ່ງນີ້ເກີດຂຶ້ນດັ່ງການເປີດເຜີຍໂດຍທຳມະຊາດ; ມັນບໍ່ແມ່ນການບັງຄັບ ຫຼື ສິ່ງທີ່ມະນຸດສາມາດແຊກແຊງໄດ້. ໜ້າທີ່ຂອງມະນຸດແມ່ນສາມາດຮູ້ຈັກໄດ້ຜ່ານປະສົບການຂອງເຂົາ ແລະ ມັນບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນປະຕິບັດພາລະກິດເພີ່ມເຕີມຈາກປະສົບການ. ແກ່ນແທ້ທຸກຢ່າງຂອງມະນຸດສາມາດຖືກເປີດເຜີຍອອກເມື່ອເຂົາປະຕິບັດໜ້າທີ່ຂອງເຂົາ, ໃນຂະນະທີ່ພຣະເຈົ້າສາມາດສະແດງອອກເຖິງອຸປະນິໄສໂດຍທຳມະຊາດຂອງພຣະອົງໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ. ຖ້າມັນເປັນພາລະກິດຂອງມະນຸດ ແລ້ວມັນກໍບໍ່ສາມາດຖືກປົກປິດໄດ້. ຖ້າມັນເປັນພາລະກິດຂອງພຣະເຈົ້າ ແລ້ວອຸປະນິໄສຂອງພຣະເຈົ້າຍິ່ງເປັນໄປບໍ່ໄດ້ທີ່ຈະຖືກປົກປິດໂດຍຄົນໃດຄົນໜຶ່ງ, ແຮງໄກທີ່ຈະສາມາດຖືກຄວບຄຸມໂດຍມະນຸດ. ບໍ່ສາມາດເວົ້າໄດ້ວ່າມະນຸດເປັນພຣະເຈົ້າ ຫຼື ພາລະກິດ ແລະ ຄຳເວົ້າຂອງເຂົາແມ່ນບໍ່ສາມາດເບິ່ງໄດ້ວ່າເປັນສິ່ງບໍລິສຸດ ຫຼື ຖືວ່າບໍ່ສາມາດປ່ຽນແປງໄດ້. ບໍ່ສາມາດເວົ້າໄດ້ວ່າພຣະເຈົ້າເປັນມະນຸດ ຍ້ອນພຣະອົງສວມຕົນເອງດ້ວຍເນື້ອໜັງ ແຕ່ພາລະກິດຂອງພຣະອົງກໍບໍ່ສາມາດຖືວ່າເປັນພາລະກິດຂອງມະນຸດ ຫຼື ໜ້າທີ່ຂອງມະນຸດໄດ້. ຍິ່ງໄປກວ່ານັ້ນ ຖ້ອຍຄຳຂອງພຣະເຈົ້າ ແລະ ຈົດໝາຍຂອງໂປໂລກໍບໍ່ສາມາດເຮັດໃຫ້ເທົ່າທຽມກັນໄດ້ ຫຼື ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 155](https://lo.kingdomsalvation.org/videos/knowing-God-s-work-excerpt-155.html) - ພາລະກິດການຄຸ້ມຄອງເກີດຂຶ້ນຍ້ອນມະນຸດຊາດເທົ່ານັ້ນ ເຊິ່ງໝາຍຄວາມວ່າ ມັນເກີດຂຶ້ນຍ້ອນການມີຢູ່ຂອງມະນຸດເທົ່ານັ້ນ. ບໍ່ມີການຄຸ້ມຄອງກ່ອນໜ້າມະນຸດຊາດ ຫຼື ໃນຕອນເລີ່ມຕົ້ນ ເມື່ອສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງຖືກສ້າງຂຶ້ນ. ໃນພາລະກິດທັງໝົດຂອງພຣະເຈົ້າ, ຖ້າບໍ່ມີການປະຕິບັດທີ່ເປັນປະໂຫຍດຕໍ່ມະນຸດ ເຊິ່ງໝາຍຄວາມວ່າ ຖ້າພຣະເຈົ້າບໍ່ມີການຮຽກຮ້ອງທີ່ເໝາະສົມສຳລັບມະນຸດຊາດທີ່ເສື່ອມຊາມ (ໃນພາລະກິດທີ່ພຣະເຈົ້າປະຕິບັດ ຖ້າບໍ່ມີເສັ້ນທາງເໝາະສົມສຳລັບການປະຕິບັດຂອງມະນຸດ), ແລ້ວພາລະກິດນີ້ກໍຈະບໍ່ສາມາດເອີ້ນໄດ້ວ່າ ເປັນການຄຸ້ມຄອງຂອງພຣະເຈົ້າ. ຖ້າພາລະກິດທັງໝົດຂອງພຣະເຈົ້າພຽງແຕ່ກ່ຽວພັນກັບການບອກມະນຸດຊາດທີ່ເສື່ອມຊາມເຖິງວິທີການປະຕິບັດຂອງພວກເຂົາ ແລະ ພຣະເຈົ້າບໍ່ປະຕິບັດກິດຈະການຂອງພຣະອົງເລີຍ ແລະ ບໍ່ໄດ້ສະແດງອຳນາດອັນຍິ່ງໃຫຍ່ ຫຼື ສະຕິປັນຍາຂອງພຣະອົງແມ່ນແຕ່ໜ້ອຍດຽວ, ແລ້ວບໍ່ວ່າເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຈະສູງສໍ່າໃດກໍຕາມ, ບໍ່ວ່າພຣະເຈົ້າຈະດຳລົງຊີວິດທ່າມກາງມະນຸດດົນສໍ່າໃດກໍຕາມ, ມະນຸດກໍຈະບໍ່ຮູ້ຫຍັງເລີຍກ່ຽວກັບອຸປະນິໄສຂອງພຣະເຈົ້າ; ຖ້າສິ່ງນັ້ນເປັນຄວາມຈິງ, ແລ້ວພາລະກິດປະເພດນີ້ກໍຍິ່ງບໍ່ສົມຄວນເອີ້ນວ່າເປັນການຄຸ້ມຄອງຂອງພຣະເຈົ້າ. ເວົ້າຢ່າງງ່າຍໆກໍຄື ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເປັນພາລະກິດທີ່ພຣະເຈົ້າປະຕິບັດ ແລະ ເປັນພາລະກິດທັງໝົດທີ່ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາ ປະຕິບັດພາຍໃຕ້ການນໍາພາຂອງພຣະເຈົ້າ. ພາລະກິດດັ່ງກ່າວສາມາດສະຫຼຸບໄດ້ວ່າເປັນການຄຸ້ມຄອງ. ເວົ້າອີກຢ່າງໜຶ່ງກໍຄື, ພາລະກິດຂອງພຣະເຈົ້າທ່າມກາງມະນຸດ ພ້ອມທັງການຮ່ວມມືຂອງພຣະອົງກັບຄົນທີ່ຕິດຕາມພຣະອົງ ທັງໝົດນີ້ເອີ້ນໄດ້ວ່າ ເປັນການຄຸ້ມຄອງ. ໃນນີ້, ພາລະກິດຂອງພຣະເຈົ້າແມ່ນເອີ້ນວ່ານິມິດ ແລະ ການຮ່ວມມືຂອງມະນຸດແມ່ນເອີ້ນວ່າການປະຕິບັດ. ຍິ່ງພາລະກິດຂອງພຣະເຈົ້າສູງສົ່ງຫຼາຍສໍ່າໃດ (ນັ້ນກໍຄື ຍິ່ງນິມິດສູງສົ່ງຫຼາຍສໍ່າໃດ), ອຸປະນິໄສຂອງພຣະເຈົ້າກໍຍິ່ງຖືກເຮັດໃຫ້ແຈ່ມແຈ້ງຕໍ່ມະນຸດຫຼາຍສໍ່ານັ້ນ ແລະ ມັນຍິ່ງຂັດກັບແນວຄິດຂອງມະນຸດຫຼາຍສໍ່ານັ້ນ ແລະ ການປະຕິບັດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 154](https://lo.kingdomsalvation.org/videos/knowing-God-s-work-excerpt-154.html) - ມີຫຼາຍເສັ້ນທາງໃຫ້ປະຕິບັດໃນນິມິດ. ຄວາມຮຽກຮ້ອງແທ້ຈິງຈາກມະນຸດກໍມີຢູ່ພາຍໃນນິມິດນີ້ເຊັ່ນກັນ, ເຊັ່ນດຽວກັບພາລະກິດຂອງພຣະເຈົ້າທີ່ມະນຸດຄວນຮູ້. ທີ່ຜ່ານມາ, ໃນລະຫວ່າງການຊຸມນຸມພິເສດ ຫຼື ການຊຸມນຸມໃຫຍ່ທີ່ໄດ້ຖືກຈັດຂຶ້ນໃນສະຖານທີ່ຕ່າງໆ, ມີພຽງແຕ່ການກ່າວເຖິງດ້ານໜຶ່ງຂອງເສັ້ນທາງແຫ່ງການປະຕິບັດເທົ່ານັ້ນ. ເຊິ່ງການປະຕິບັດດັ່ງກ່າວແມ່ນສິ່ງທີ່ຖືກນໍາເຂົ້າສູ່ການປະຕິບັດໃນລະຫວ່າງຍຸກແຫ່ງພຣະຄຸນ ແລະ ເກືອບຈະບໍ່ກ່ຽວຂ້ອງກັບຄວາມຮູ້ກ່ຽວກັບພຣະເຈົ້າເລີຍ ຍ້ອນນິມິດໃນຍຸກແຫ່ງພຣະຄຸນເປັນພຽງນິມິດຂອງການຄຶງພຣະເຢຊູ ແລະ ບໍ່ມີນິມິດທີ່ຍິ່ງໃຫຍ່ໄປກວ່ານັ້ນ. ມະນຸດຄວນຮູ້ພຽງແຕ່ພາລະກິດແຫ່ງການໄຖ່ບາບມະນຸດຊາດຂອງພຣະອົງຜ່ານທາງການຄຶງກາງແຂນເທົ່ານັ້ນ ແລະ ສະນັ້ນ ໃນລະຫວ່າງຍຸກແຫ່ງພຣະຄຸນຈຶ່ງບໍ່ມີນິມິດອື່ນໃດໃຫ້ມະນຸດຮູ້ຈັກເລີຍ. ໃນວິທີນີ້, ມະນຸດພຽງແຕ່ມີຄວາມຮູ້ເລັກນ້ອຍກ່ຽວກັບພຣະເຈົ້າ ແລະ ນອກຈາກຄວາມຮູ້ກ່ຽວກັບຄວາມຮັກ ແລະ ຄວາມເມດຕາຂອງພຣະເຢຊູແລ້ວ ກໍມີພຽງແຕ່ສິ່ງທຳມະດາ ແລະ ສິ່ງໜ້າເວດທະນາຈຳນວນເລັກນ້ອຍໃຫ້ເຂົານໍາໄປປະຕິບັດ ເຊິ່ງເປັນສິ່ງທີ່ແຕກຕ່າງຈາກໃນປັດຈຸບັນຫຼາຍ. ໃນອະດີດ, ບໍ່ວ່າການຊຸມນຸມຂອງເຂົາຈະຢູ່ໃນຮູບແບບໃດກໍຕາມ, ມະນຸດກໍບໍ່ສາມາດກ່າວເຖິງຄວາມຮູ້ຕົວຈິງກ່ຽວກັບພາລະກິດຂອງພຣະເຈົ້າໄດ້, ແຮງໄກທີ່ຈະມີຄົນໃດສາມາດກ່າວໄດ້ຢ່າງຊັດເຈນເຖິງເສັ້ນທາງຂອງການປະຕິບັດທີ່ເໝາະສົມທີ່ສຸດສໍາລັບມະນຸດທີ່ຈະເຂົ້າສູ່. ມະນຸດມີພຽງແຕ່ເພີ່ມລາຍລະອຽດທຳມະດາເລັກນ້ອຍເຂົ້າໃນພື້ນຖານຂອງຄວາມອົດກັ້ນ ແລະ ຄວາມອົດທົນເທົ່ານັ້ນ; ບໍ່ມີການປ່ຽນແປງໃນແກ່ນແທ້ຂອງການປະຕິບັດຂອງເຂົາເລີຍ, ຍ້ອນພາຍໃນຍຸກດັ່ງກ່າວນັ້ນ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃໝ່ໃດໆ ແລະ ເງື່ອນໄຂດຽວທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືຄວາມອົດກັ້ນ ແລະ ຄວາມອົດທົນ ຫຼື ການແບກໄມ້ກາງແຂນ. ນອກຈາກການປະຕິບັດດັ່ງກ່າວແລ້ວ, ບໍ່ມີນິມິດທີ່ສູງສົ່ງກວ່າການຄຶງກາງແຂນຂອງພຣະເຢຊູ. ທີ່ຜ່ານມາ, ບໍ່ມີການກ່າວເຖິງນິມິດເພີ່ມເຕີມ ເພາະພຣະເຈົ້າບໍ່ໄດ້ປະຕິບັດພາລະກິດເປັນຈຳນວນຫຼວງຫຼາຍ ແລະ ເພາະພຣະອົງມີຄວາມຮຽກຮ້ອງທີ່ຈໍາກັດຈາກມະນຸດເທົ່ານັ້ນ. ໃນວິທີນີ້, ບໍ່ວ່າມະນຸດຈະເຮັດຫຍັງກໍຕາມ, ເຂົາກໍບໍ່ສາມາດຝ່າຝືນຂອບເຂດນີ້ໄດ້ ເຊິ່ງເປັນຂອບເຂດທີ່ທຳມະດາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 152](https://lo.kingdomsalvation.org/videos/knowing-God-s-work-excerpt-152.html) - ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ສາມາດຕັດຂາດຈາກມະນຸດໄດ້, ຍ້ອນມະນຸດຄືເປົ້າໝາຍຂອງພາລະກິດນີ້ ແລະ ເປັນພຽງສິ່ງມີຊີວິດດຽວທີ່ພຣະເຈົ້າສ້າງ ເຊິ່ງສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້. ຊີວິດຂອງມະນຸດ ແລະ ກິດຈະກຳທຸກຢ່າງຂອງມະນຸດແມ່ນບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ລ້ວນແລ້ວແຕ່ຖືກຄວບຄຸມໂດຍກໍາມືຂອງພຣະເຈົ້າ ແລະ ມັນຍັງເວົ້າໄດ້ວ່າ ບໍ່ມີໃຜສາມາດມີຊີວິດຢູ່ຢ່າງເປັນອິດສະຫຼະໄດ້ໂດຍທີ່ບໍ່ມີພຣະເຈົ້າ. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ຍ້ອນມັນຄືຄວາມຈິງ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອຜົນປະໂຫຍດຂອງມະນຸດຊາດ ແລະ ແນໃສ່ແຜນການຂອງຊາຕານ. ທຸກສິ່ງທີ່ມະນຸດຕ້ອງການແມ່ນມາຈາກພຣະເຈົ້າ ແລະ ພຣະເຈົ້າຄືແຫຼ່ງກໍາເນີດແຫ່ງຊີວິດຂອງມະນຸດ. ສະນັ້ນ ມະນຸດຈຶ່ງບໍ່ສາມາດອອກຫ່າງຈາກພຣະເຈົ້າໄດ້. ຍິ່ງໄປກວ່ານັ້ນ ພຣະເຈົ້າບໍ່ເຄີຍມີເຈດຕະນາທີ່ຈະອອກຫ່າງຈາກມະນຸດຈັກເທື່ອ. ພາລະກິດທີ່ພຣະເຈົ້າປະຕິບັດແມ່ນເພື່ອມະນຸດຊາດທັງປວງ ແລະ ຄວາມຄິດຂອງພຣະອົງກໍມີຄວາມກະລຸນາຢູ່ສະເໝີ. ສຳລັບມະນຸດ, ພາລະກິດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າ (ນັ້ນຄືເຈດຕະນາຂອງພຣະເຈົ້າ) ທັງສອງຢ່າງນັ້ນຄື “ນິມິດ” ທີ່ມະນຸດຄວນຮູ້. ນິມິດດັ່ງກ່າວຍັງເປັນການຄຸ້ມຄອງຂອງພຣະເຈົ້າ ແລະ ເປັນພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້. ໃນເວລາດຽວກັນນັ້ນ ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນລະຫວ່າງພາລະກິດຂອງພຣະອົງແມ່ນເອີ້ນວ່າ “ການປະຕິບັດ” ຂອງມະນຸດ. ນິມິດຄືພາລະກິດຂອງພຣະເຈົ້າເອງ ຫຼື ມັນເປັນເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດຊາດ ຫຼື ຈຸດປະສົງ ແລະ ຄວາມໝາຍຂອງພາລະກິດຂອງພຣະອົງ. ຍັງສາມາດເວົ້າໄດ້ວ່າ ນິມິດເປັນສ່ວນໜຶ່ງຂອງການຄຸ້ມຄອງ, ຍ້ອນການຄຸ້ມຄອງນີ້ຄືພາລະກິດຂອງພຣະເຈົ້າ ແລະ ແນໃສ່ມະນຸດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 128](https://lo.kingdomsalvation.org/videos/the-incarnation-excerpt-128.html) - ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອເປີດເຜີຍຕົວພຣະອົງເອງເປັນການສ່ວນຕົວຕໍ່ມະນຸດ ແລະ ເຮັດໃຫ້ມະນຸດໄດ້ເຫັນພຣະອົງ; ນີ້ເປັນເລື່ອງເລັກນ້ອຍບໍ? ມັນບໍ່ແມ່ນເລື່ອງງ່າຍແທ້ໆ! ມັນບໍ່ຄືກັບທີ່ມະນຸດຈິນຕະນາການວ່າ ພຣະເຈົ້າໄດ້ລົງມາເພື່ອມະນຸດອາດເຝົ້າເບິ່ງພຣະອົງ, ເພື່ອມະນຸດອາດເຂົ້າໃຈວ່າ ພຣະເຈົ້າມີຈິງ ແລະ ບໍ່ໄດ້ເລື່ອນລອຍ ຫຼື ວ່າງເປົ່າ ແລະ ພຣະເຈົ້າສູງສົ່ງແຕ່ກໍຍັງຖ່ອມຕົວ. ສິ່ງນີ້ງ່າຍຂະໜາດນັ້ນບໍ? ມັນເປັນຍ້ອນຊາຕານໄດ້ເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມຢ່າງແນ່ນອນ ແລະ ມະນຸດເປັນຄົນທີ່ພຣະເຈົ້າເຈດຕະນາທີ່ຈະຊ່ວຍ ພຣະເຈົ້າຈຶ່ງຕ້ອງສວມໃສ່ເນື້ອໜັງເພື່ອເຮັດສົງຄາມກັບຊາຕານ ແລະ ເພື່ອລ້ຽງດູມະນຸດດ້ວຍຕົວພຣະອົງເອງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ມີປະໂຫຍດກັບພາລະກິດຂອງພຣະອົງ. ເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າມີຢູ່ກໍເພື່ອປາບຊາຕານ ແລະ ຍັງໄດ້ມີຢູ່ເພື່ອຊ່ວຍມະນຸດໃນທາງທີ່ດີກວ່າ. ນັ້ນກໍຍ້ອນວ່າ ຄົນທີ່ກຳລັງເຮັດສົງຄາມກັບຊາຕານສາມາດເປັນພຽງແຕ່ພຣະເຈົ້າເທົ່ານັ້ນ ບໍ່ວ່າຈະເປັນພຣະວິນຍານຂອງພຣະເຈົ້າ ຫຼື ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າກໍຕາມ. ຖ້າເວົ້າໃຫ້ສັ້ນກໍຄື ຄົນທີ່ກຳລັງເຮັດສົງຄາມກັບຊາຕານບໍ່ສາມາດເປັນທູດສະຫວັນ ຢ່າວ່າແຕ່ເປັນມະນຸດເລີຍ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ທູດສະຫວັນກໍບໍ່ມີອຳນາດທີ່ຈະປະຕິບັດພາລະກິດນີ້ ແລະ ມະນຸດກໍຍິ່ງບໍ່ມີກຳລັງເລີຍ. ເມື່ອເປັນດັ່ງນັ້ນ ຖ້າພຣະເຈົ້າປາຖະໜາທີ່ຈະປະຕິບັດພາລະກິດໃນຊີວິດຂອງມະນຸດ, ຖ້າພຣະອົງປາຖະໜາທີ່ຈະມາເທິງແຜ່ນດິນໂລກດ້ວຍຕົວພຣະອົງເອງເພື່ອຊ່ວຍມະນຸດ ແລ້ວພຣະອົງຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ນັ້ນກໍຄື ພຣະອົງຕ້ອງສວມໃສ່ເນື້ອໜັງດ້ວຍຕົວພຣະອົງເອງ ແລະ ດ້ວຍຕົວຕົນທໍາມະຊາດຂອງພຣະອົງ ແລະ ພາລະກິດທີ່ພຣະອົງຕ້ອງປະຕິບັດ, ລົງມາທ່າມກາງມະນຸດ ແລະ ຊ່ວຍມະນຸດດ້ວຍຕົວພຣະອົງເອງ. ຖ້າບໍ່ດັ່ງນັ້ນ ຖ້າເປັນພຣະວິນຍານຂອງພຣະເຈົ້າ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 91](https://lo.kingdomsalvation.org/videos/judgment-in-the-last-days-excerpt-091.html) - ມີຄວາມແຕກຕ່າງຢ່າງໃຫຍ່ຫຼວງລະຫວ່າງພາລະກິດທີ່ເກີດຂຶ້ນໃນອິດສະຣາເອນ ແລະ ພາລະກິດໃນປັດຈຸບັນ. ພຣະເຢໂຮວານໍາພາຊີວິດຂອງຊາວອິດສະຣາເອນ ແລະ ບໍ່ມີການຂ້ຽນຕີ ແລະ ການພິພາກສາຫຼາຍຢ່າງ, ຍ້ອນໃນເວລານັ້ນ ຜູ້ຄົນເຂົ້າໃຈໜ້ອຍດຽວກ່ຽວກັບໂລກ ແລະ ມີອຸປະນິໄສທີ່ເສື່ອມຊາມພຽງເລັກນ້ອຍ. ໃນຕອນນັ້ນ, ຊາວອິດສະຣາເອນເຊື່ອຟັງພຣະເຢໂຮວາໂດຍສິ້ນເຊີງ. ເມື່ອພຣະອົງບອກພວກເຂົາໃຫ້ສ້າງແທ່ນບູຊາ, ພວກເຂົາກໍສ້າງແທ່ນບູຊາທັນທີ; ເມື່ອພຣະອົງບອກພວກເຂົາໃຫ້ນຸ່ງເສື້ອຄຸມຂອງປະໂລຫິດ, ພວກເຂົາກໍເຊື່ອຟັງ. ໃນຕອນນັ້ນ, ພຣະເຢໂຮວາເປັນຄືກັບຄົນລ້ຽງແກະທີ່ເບິ່ງແຍງຝູງແກະ, ຝູງແກະກໍຕິດຕາມການນໍາພາຂອງຄົນລ້ຽງແກະ ແລະ ກິນຫຍ້າໃນທົ່ງຫຍ້າ; ພຣະເຢໂຮວານໍາພາຊີວິດຂອງພວກເຂົາ, ຊີ້ນໍາພວກເຂົາໃນວິທີທີ່ພວກເຂົາກິນ, ນຸ່ງເຄື່ອງ, ອາໄສ ແລະ ເດີນທາງ. ນັ້ນບໍ່ແມ່ນເວລາສະແດງອຸປະນິໄສຂອງພຣະເຈົ້າ, ຍ້ອນມະນຸດຊາດໃນເວລານັ້ນຫາກໍເກີດໃໝ່; ມີຄົນຈຳນວນເລັກນ້ອຍທີ່ກະບົດ ແລະ ຕໍ່ຕ້ານ, ບໍ່ມີຄວາມສົກກະປົກຫຼາຍໃນທ່າມກາງມະນຸດຊາດ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ສາມາດເຮັດໜ້າທີ່ເປັນຕົວປະກອບໃນອຸປະນິໄສຂອງພຣະເຈົ້າ. ມັນແມ່ນຜ່ານຜູ້ຄົນທີ່ມາຈາກດິນແດນທີ່ສົກກະປົກ, ຄວາມບໍລິສຸດຂອງພຣະເຈົ້າຈຶ່ງຖືກສະແດງອອກ; ໃນປັດຈຸບັນ, ພຣະອົງໃຊ້ຄວາມສົກກະປົກທີ່ສະແດງອອກໃນຜູ້ຄົນເຫຼົ່ານີ້ທີ່ຢູ່ໃນດິນແດນແຫ່ງຄວາມສົກກະປົກນີ້ເພື່ອພິພາກສາ ແລະ ດັ່ງນັ້ນ ສິ່ງດັ່ງກ່າວຈຶ່ງເປັນສິ່ງທີ່ຖືກສະແດງອອກທ່າມກາງການພິພາກສາ. ເປັນຫຍັງພຣະອົງຈຶ່ງພິພາກສາ? ພຣະອົງສາມາດກ່າວພຣະທຳແຫ່ງການພິພາກສາກໍຍ້ອນພຣະອົງກຽດຊັງຄວາມຜິດບາບ; ພຣະອົງຈະສາມາດໃຈຮ້າຍແບບນັ້ນໄດ້ແນວໃດ ຖ້າພຣະອົງບໍ່ກຽດຊັງຄວາມກະບົດຂອງມະນຸດຊາດ? ຖ້າບໍ່ມີຄວາມເບື່ອໜ່າຍພາຍໃນພຣະອົງ, ບໍ່ມີຄວາມລັງກຽດຢ່າງແຮງ, ຖ້າພຣະອົງບໍ່ສົນໃຈຕໍ່ຄວາມກະບົດຂອງຜູ້ຄົນ, ແລ້ວນັ້ນກໍຈະພິສູດວ່າພຣະອົງສົກກະປົກສໍ່າກັບມະນຸດ. ການທີ່ພຣະອົງສາມາດພິພາກສາ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 90](https://lo.kingdomsalvation.org/videos/judgment-in-the-last-days-excerpt-090.html) - ພຣະເຈົ້າກາຍມາເປັນເນື້ອໜັງໃນສະຖານທີ່ທີ່ຫຼ້າຫຼັງ ແລະ ສົກກະປົກທີ່ສຸດໃນບັນດາສະຖານທີ່ທັງປວງ ແລະ ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດສະແດງຢ່າງຊັດເຈນເຖິງອຸປະນິໄສອັນບໍລິສຸດ ແລະ ຊອບທຳທັງໝົດຂອງພຣະອົງ. ແລ້ວອຸປະນິໄສອັນຊອບທຳຂອງພຣະອົງຖືກສະແດງອອກຜ່ານຫຍັງ? ມັນຖືກສະແດງອອກ ເມື່ອພຣະອົງພິພາກສາຄວາມຜິດບາບຂອງມະນຸດ, ເມື່ອພຣະອົງພິພາກສາຊາຕານ, ເມື່ອພຣະອົງກຽດຊັງຄວາມຜິດບາບ ແລະ ເມື່ອພຣະອົງລັງກຽດສັດຕູທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ພຣະທຳທີ່ເຮົາກ່າວໃນມື້ນີ້ແມ່ນເພື່ອພິພາກສາຄວາມຜິດບາບຂອງມະນຸດ, ເພື່ອພິພາກສາຄວາມບໍ່ຊອບທຳຂອງມະນຸດ, ເພື່ອສາບແຊ່ງຄວາມກະບົດຂອງມະນຸດ. ຄວາມບໍ່ຊື່ສັດ ແລະ ຄວາມທໍລະຍົດຂອງມະນຸດ, ຄຳເວົ້າ ແລະ ການກະທຳຂອງມະນຸດ, ທຸກສິ່ງທີ່ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຕ້ອງຕົກຢູ່ພາຍໃຕ້ການພິພາກສາ ແລະ ຄວາມກະບົດທັງໝົດຂອງມະນຸດແມ່ນໄດ້ຖືກປະນາມວ່າເປັນຄວາມຜິດບາບ. ພຣະທຳຂອງພຣະອົງກ່ຽວພັນກັບຫຼັກການແຫ່ງການພິພາກສາ; ພຣະອົງໃຊ້ການພິພາກສາແຫ່ງຄວາມບໍ່ຊອບທຳຂອງມະນຸດ, ຄຳສາບແຊ່ງແຫ່ງຄວາມກະບົດຂອງມະນຸດ ແລະ ການເປີດໂປງໃບໜ້າທີ່ຂີ້ຮ້າຍຂອງມະນຸດເພື່ອສະແດງອອກເຖິງອຸປະນິໄສອັນຊອບທຳຂອງພຣະອົງ. ຄວາມບໍລິສຸດເປັນຕົວແທນໃຫ້ແກ່ອຸປະນິໄສອັນຊອບທຳຂອງພຣະອົງ ແລະ ໃນຄວາມເປັນຈິງແລ້ວ ຄວາມບໍລິສຸດຂອງພຣະເຈົ້າຄືອຸປະນິໄສອັນຊອບທຳແທ້ຈິງຂອງພຣະອົງ. ອຸປະນິໄສອັນເສື່ອມຊາມຂອງພວກເຈົ້າແມ່ນບໍລິບົດແຫ່ງພຣະທຳໃນປັດຈຸບັນ, ເຮົາໃຊ້ພວກມັນເພື່ອກ່າວ ແລະ ພິພາກສາ ແລະ ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະ. ສິ່ງນີ້ເທົ່ານັ້ນຄືພາລະກິດທີ່ແທ້ຈິງ ແລະ ສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ຄວາມບໍລິສຸດຂອງພຣະເຈົ້າແຈ້ງສະຫວ່າງຢ່າງສົມບູນ. ຖ້າບໍ່ມີຮ່ອງຮອຍຂອງອຸປະນິໄສອັນເສື່ອມຊາມໃນຕົວເຈົ້າ, ແລ້ວພຣະເຈົ້າຈະບໍ່ພິພາກສາເຈົ້າ ຫຼື ພຣະອົງຈະບໍ່ສະແດງອຸປະນິໄສອັນຊອບທຳຂອງພຣະອົງຕໍ່ເຈົ້າ. ຍ້ອນເຈົ້າມີອຸປະນິໄສອັນເສື່ອມຊາມ, ພຣະເຈົ້າຈະບໍ່ປ່ອຍເຈົ້າໄປ ແລະ ມັນແມ່ນຜ່ານສິ່ງນີ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 89](https://lo.kingdomsalvation.org/videos/judgment-in-the-last-days-excerpt-089.html) - ພາລະກິດທີ່ກຳລັງປະຕິບັດຢູ່ໃນຕອນນີ້ແມ່ນເພື່ອໃຫ້ຜູ້ຄົນກະບົດຕໍ່ຊາຕານ, ບັນພະບຸລຸດເດີມຂອງພວກເຂົາ. ການພິພາກສາທຸກຢ່າງດ້ວຍພຣະທຳແມ່ນແນໃສ່ເພື່ອເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ ແລະ ເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ແຫ່ງຊີວິດ. ການພິພາກສາຊໍ້າໆເຫຼົ່ານີ້ໄດ້ແທງສຽບຫົວໃຈຂອງຜູ້ຄົນ. ການພິພາກສາແຕ່ລະຄັ້ງກ່ຽວພັນກັບຊະຕາກໍາຂອງພວກເຂົາໂດຍກົງ ແລະ ມຸ່ງໝາຍທີ່ຈະເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບບາດເຈັບ ເພື່ອວ່າພວກເຂົາຈະສາມາດປະຖິ້ມທຸກສິ່ງ ແລະ ມາຮູ້ຈັກຊີວິດ; ຮູ້ຈັກໂລກທີ່ສົກກະປົກນີ້, ຮູ້ຈັກສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ຍັງຮູ້ຈັກມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ຍິ່ງການຕີສອນ ແລະ ການພິພາກສາເປັນແບບນີ້ຫຼາຍສໍ່າໃດ, ຫົວໃຈຂອງມະນຸດກໍ່ຍິ່ງສາມາດຖືກເຮັດໃຫ້ບາດເຈັບໄດ້ຫຼາຍສໍ່ານັ້ນ ແລະ ຈິດວິນຍານຂອງເຂົາກໍ່ຍິ່ງສາມາດຖືກປຸກໃຫ້ຕື່ນຫຼາຍຍິ່ງຂຶ້ນ. ການປຸກຈິດວິນຍານຂອງຄົນເຫຼົ່ານີ້ທີ່ເສື່ອມຊາມທີ່ສຸດ ແລະ ຄົນ ຖືກຫຼອກລວງຢ່າງຮ້າຍແຮງທີ່ສຸດຄືເປົ້າໝາຍຂອງການພິພາກສາປະເພດນີ້. ມະນຸດບໍ່ມີຈິດວິນຍານ ນັ້ນກໍ່ຄື ຈິດວິນຍານຂອງເຂົາໄດ້ຕາຍໄປດົນນານແລ້ວ ແລະ ເຂົາບໍ່ຮູ້ຈັກວ່າມີສະຫວັນ, ບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ບໍ່ສາມາດຮູ້ໄດ້ວ່າເຂົາກຳລັງດີ້ນຮົນໃນເຫວເລິກແຫ່ງຄວາມຕາຍ; ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ເຂົາກຳລັງດຳລົງຊີວິດໃນນະຮົກນີ້ທີ່ຢູ່ເທິງແຜ່ນດິນໂລກ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ຊາກສົບຂອງເຂົາທີ່ເນົ່າເປື່ອຍນີ້ໄດ້ຕົກລົງໄປຢູ່ໃນແດນມໍລະນາແຫ່ງຄວາມຕາຍຜ່ານການທີ່ຊາຕານເຮັດໃຫ້ເສື່ອມຊາມ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ທຸກສິ່ງເທິງແຜ່ນດິນໂລກຖືກທຳລາຍເປັນເວລາດົນນານຈົນເກີນກວ່າທີ່ມະນຸດຈະສາມາດແກ້ໄຂໄດ້? ແລ້ວເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ພຣະຜູ້ສ້າງໄດ້ລົງມາເທິງແຜ່ນດິນໂລກໃນມື້ນີ້ ແລະ ກຳລັງຊອກຫາກຸ່ມຄົນເສື່ອມຊາມທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້? ເຖິງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຜະເຊີນກັບການຫຼໍ່ຫຼອມ ແລະ ການພິພາກສາທຸກຢ່າງທີ່ສາມາດເກີດຂຶ້ນໄດ້, ຈິດສຳນຶກທີ່ແຂງກະດ້າງຂອງເຂົາກໍ່ຍັງບໍ່ຕື່ນຂຶ້ນແມ່ນພຽງໜ້ອຍດຽວ ແລະ ບໍ່ມີການຕອບໂຕ້ຫຍັງແມ່ນແຕ່ໜ້ອຍດຽວແທ້ໆ. ມະນຸດຊາດຊ່າງເສື່ອມໂຊມ! ແລ້ວເຖິງແມ່ນວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 55](https://lo.kingdomsalvation.org/videos/God-s-appearance-and-work-excerpt-055.html) - ສຽງຟ້າຮ້ອງທັງເຈັດອອກມາຈາກບັນລັງ, ສັ່ນສະເທືອນຈັກກະວານ, ພິກສະຫວັນ ແລະ ແຜ່ນດິນໂລກ ແລະ ດັງກ້ອງໄປທົ່ວທ້ອງຟ້າ! ສຽງທະລຸຫູ ແລະ ຜູ້ຄົນບໍ່ສາມາດໜີມັນພົ້ນ ຫຼື ພວກເຂົາບໍ່ສາມາດລີ້ຈາກມັນໄດ້. ຟ້າຮ້ອງ ແລະ ຟ້າຜ່າລະເບີດອອກມາ ແລະ ໃນທັນທີ ສະຫວັນ ແລະ ແຜ່ນດິນໂລກກໍປ່ຽນແປງໄປ ແລະ ຜູ້ຄົນກໍໃກ້ຈະຕາຍ. ຈາກນັ້ນ, ດ້ວຍຄວາມໄວດັ່ງຟ້າຜ່າ, ອາວະກາດທັງໝົດກໍຖືກປົກຄຸມດ້ວຍພາຍຸຝົນທີ່ຮຸນແຮງ ແລະ ຕົກລົງມາຈາກສະຫວັນ! ໃນມຸມທີ່ໄກທີ່ສຸດຂອງແຜ່ນດິນໂລກ, ມັນບໍ່ຍອມໃຫ້ມີຄາບເປື້ອນເນື່ອງຈາກວ່າມັນລ້າງທົ່ວແຕ່ຫົວຮອດຕີນຢ່າງທົ່ວເຖິງຄືກັບການອາບນ້ຳ; ບໍ່ມີຫຍັງສາມາດລີ້ລັບຈາກມັນໄດ້ ຫຼື ບໍ່ມີໃຜສາມາດຫຼີກໜີຈາກມັນໄດ້. ສຽງດັງກັງວານຂອງຟ້າຮ້ອງ ຄືກັບແສງມາບເຫຼື້ອມຂອງຟ້າຜ່າ, ເປັ່ງປະກາຍດ້ວຍແສງທີ່ເຍືອກເຢັນ ແລະ ເຮັດໃຫ້ມະນຸດສັ່ນເຊັນດ້ວຍຄວາມຢ້ານກົວ! ດາບສອງຄົມອັນແຫຼມຄົມຟາດລົງໃສ່ລູກຊາຍແຫ່ງການກະບົດ ແລະ ພວກສັດຕູກໍປະເຊີນກັບຄວາມຫາຍະນະ, ບໍ່ມີບ່ອນໃຫ້ລີ້; ພວກເຂົາມຶນງົງຢູ່ທ່າມກາງລົມ ແລະ ຝົນ ແລະ ໂຊເຊຈາກການພັດ, ພວກເຂົາຕາຍລົງທັນທີສູ່ນ້ຳທີ່ໄຫຼ ແລະ ກໍຖືກພັດລ້າງໄປ. ມີພຽງຄວາມຕາຍ ແລະ ບໍ່ມີທາງອື່ນໃຫ້ພວກເຂົາມີຊີວິດລອດ. ຟ້າຮ້ອງທັງເຈັດອອກຈາກເຮົາ ແລະ ຖ່າຍທອດເຈດຕະນາຂອງເຮົາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 360](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-360.html) - ຜູ້ໃດກໍຕາມລ້ວນແລ້ວແຕ່ສາມາດນໍາໃຊ້ຄໍາເວົ້າ ແລະ ການກະທໍາຂອງພວກເຂົາເອງ ເພື່ອສະແດງເຖິງໃບໜ້າທີ່ແທ້ຈິງຂອງພວກເຂົາ. ແນ່ນອນ ໃບໜ້າທີ່ແທ້ຈິງນີ້ແມ່ນທໍາມະຊາດຂອງພວກເຂົາ. ຖ້າເຈົ້າເວົ້າຈາໃນລັກສະນະທີ່ອ້ອມຄ້ອມ, ເຈົ້າກໍມີທໍາມະຊາດທີ່ຄົດໂຄ້ງ. ຖ້າທໍາມະຊາດຂອງເຈົ້າມີເລ່ຫຼ່ຽມ, ແລ້ວເຈົ້າກໍກະທຳໃນລັກສະນະທີ່ມີເລ່ຫຼ່ຽມ ແລະ ເຈົ້າເຮັດໃຫ້ມັນເປັນເລື່ອງງ່າຍຫຼາຍທີ່ຈະໃຫ້ຄົນອື່ນຖືກເຈົ້າຫຼອກລວງ. ຖ້າທໍາມະຊາດຂອງເຈົ້າຊົ່ວຮ້າຍ, ຄໍາເວົ້າຂອງເຈົ້າອາດຈະຟັງມ່ວນ, ແຕ່ການກະທໍາຂອງເຈົ້າບໍ່ສາມາດປິດບັງກົນລວງທີ່ຊົ່ວຮ້າຍຂອງເຈົ້າໄດ້. ຖ້າທໍາມະຊາດຂອງເຈົ້າຂີ້ຄ້ານ, ແລ້ວທຸກຢ່າງທີ່ເຈົ້າເວົ້າກໍຈະແມ່ນເພື່ອຫຼີກເວັ້ນຄວາມຮັບຜິດຊອບສຳລັບຄວາມເຮັດພໍເປັນພິທີ ແລະ ຄວາມຂີ້ຄ້ານຂອງເຈົ້າ ແລະ ການກະທໍາຂອງເຈົ້າຈະຊ້າ ແລະ ພໍເປັນພິທີ ແລະ ຂ້ອນຂ້າງເກັ່ງໃນການປິດບັງຄວາມຈິງ. ຖ້າທໍາມະຊາດຂອງເຈົ້າມີຄວາມເຫັນອົກເຫັນໃຈ, ແລ້ວຄໍາເວົ້າຂອງເຈົ້າກໍຈະມີເຫດຜົນ ແລະ ການກະທໍາຂອງເຈົ້າກໍຍັງຈະສອດຄ່ອງກັບຄວາມຈິງເປັນຢ່າງດີເຊັ່ນກັນ. ຖ້າທໍາມະຊາດຂອງເຈົ້າຄືຄວາມຈົງຮັກພັກດີ, ແລ້ວຄໍາເວົ້າຂອງເຈົ້າຈິງໃຈຢ່າງແນ່ນອນ ແລະ ວິທີເຈົ້າເຮັດສິ່ງຕ່າງໆກໍໝັ້ນຄົງ, ປາສະຈາກສິ່ງທີ່ອາດເຮັດໃຫ້ເຈົ້ານາຍຂອງເຈົ້າກັງວົນ. ຖ້າທໍາມະຊາດຂອງເຈົ້າແມ່ນເຕັມໄປດ້ວຍຕັນຫາ ຫຼື ໂລບມາເພື່ອເງິນ, ແລ້ວຫົວໃຈຂອງເຈົ້າກໍມັກຈະເຕັມໄປດ້ວຍສິ່ງເຫຼົ່ານີ້ ແລະ ເຈົ້າຈະກະທຳສິ່ງທີ່ຜິດປົກກະຕິ ແລະ ໄຮ້ສິນທຳໂດຍບໍ່ຮູ້ໂຕ ເຊິ່ງຜູ້ຄົນຈະບໍ່ລືມໄດ້ຢ່າງງ່າຍດາຍ ແລະ ຈະເຮັດໃຫ້ຜູ້ຄົນລັງກຽດ. ດັ່ງທີ່ເຮົາໄດ້ເວົ້າມາ, ຖ້າເຈົ້າມີທໍາມະຊາດຂອງການທໍລະຍົດ ແລ້ວເຈົ້າກໍສາມາດປົດປ່ອຍຕົນເອງອອກຈາກມັນໄດ້ຍາກ. ຢ່າໄວ້ໃຈໃນໂຊກທີ່ວ່າ ຖ້າເຈົ້າບໍ່ໄດ້ຜິດຕໍ່ຄົນອື່ນ, ແລ້ວເຈົ້າກໍຈະບໍ່ມີທໍາມະຊາດຂອງການທໍລະຍົດ. ຖ້ານັ້ນແມ່ນສິ່ງທີ່ເຈົ້າຄິດ ເຈົ້າກໍເປັນຄົນທີ່ໜ້າລັງກຽດຢ່າງແທ້ຈິງ. ພຣະທໍາທັງໝົດຂອງເຮົາໃນແຕ່ລະຄັ້ງທີ່ເຮົາໄດ້ກ່າວແມ່ນແນໃສ່ທຸກຄົນ, ບໍ່ແມ່ນພຽງແຕ່ໜຶ່ງຄົນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 359](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-359.html) - ພຶດຕິກໍາທີ່ບໍ່ສາມາດອ່ອນນ້ອມຕໍ່ເຮົາຢ່າງເດັດຂາດແມ່ນການທໍລະຍົດ. ພຶດຕິກໍາທີ່ບໍ່ສາມາດຈົງຮັກພັກດີຕໍ່ເຮົາແມ່ນການທໍລະຍົດ. ການສໍ້ໂກງເຮົາ ແລະ ການໃຊ້ຄວາມຂີ້ຕົວະເພື່ອຫຼອກລວງເຮົາແມ່ນການທໍລະຍົດ. ການມີແນວຄິດຫຼາຍຢ່າງ ແລະ ການເຜີຍແຜ່ແນວຄິດເຫຼົ່ານັ້ນໄປທຸກບ່ອນແມ່ນການທໍລະຍົດ. ການບໍ່ສາມາດຢືນຢັດຄຳພະຍານ ແລະ ຜົນປະໂຫຍດຂອງເຮົາແມ່ນການທໍລະຍົດ. ການທໍາທ່າຍິ້ມແບບປອມໆເມື່ອຫົວໃຈຢູ່ຫ່າງໄກຈາກເຮົາແມ່ນການທໍລະຍົດ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການກະທຳທີ່ທໍລະຍົດ ເຊິ່ງພວກເຈົ້າສາມາດເຮັດໄດ້ຢູ່ສະເໝີ ແລະ ພວກມັນກໍຍັງແມ່ນເລື່ອງທໍາມະດາໃນບັນດາພວກເຈົ້າ. ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າທີ່ຄິດວ່າສິ່ງນີ້ແມ່ນບັນຫາ, ແຕ່ນັ້ນບໍ່ແມ່ນສິ່ງທີ່ເຮົາຄິດ. ເຮົາບໍ່ສາມາດຖືເອົາການທີ່ບຸກຄົນໃດໜຶ່ງທໍລະຍົດເຮົາເປັນເລື່ອງທີ່ບໍ່ສຳຄັນ ແລະ ເຮົາບໍ່ສາມາດເມີນເສີຍກັບມັນໄດ້ຢ່າງແນ່ນອນ. ບັດນີ້ ເມື່ອເຮົາປະຕິບັດພາລະກິດໃນທ່າມກາງພວກເຈົ້າ, ພວກເຈົ້າກໍປະພຶດໃນລັກສະນະນີ້, ຖ້າມື້ໜຶ່ງມາເຖິງເມື່ອບໍ່ມີໃຜເຝົ້າເບິ່ງພວກເຈົ້າ, ພວກເຈົ້າຈະບໍ່ເປັນຄືກັບໂຈນທີ່ແຕ່ງຕັ້ງຕົນເອງເປັນກະສັດແຫ່ງພູເຂົານ້ອຍໆຂອງພວກເຂົາບໍ? ເມື່ອສິ່ງນັ້ນເກີດຂຶ້ນ ແລະ ພວກເຈົ້າໄດ້ສ້າງໄພພິບັດ, ຜູ້ໃດຈະຢູ່ທີ່ນັ້ນເພື່ອຈັດການກັບຜົນທີ່ຕາມມາໃຫ້ພວກເຈົ້າ? ພວກເຈົ້າຄິດວ່າ ການກະທຳທີ່ທໍລະຍົດຈໍານວນໜຶ່ງເປັນພຽງແຕ່ເຫດການບາງຄັ້ງຄາວເທົ່ານັ້ນ, ບໍ່ແມ່ນພຶດຕິກໍາຢ່າງຕໍ່ເນື່ອງຂອງພວກເຈົ້າ ແລະ ບໍ່ມີຄວາມສໍາຄັນທີ່ຈະເວົ້າເຖິງຢ່າງຈິງຈັງໃນລັກສະນະທີ່ທຳຮ້າຍຄວາມທະນົງຕົນຂອງພວກເຈົ້າ. ຖ້າພວກເຈົ້າຄິດແບບນັ້ນແທ້ໆ, ພວກເຈົ້າກໍຂາດສໍານຶກ. ການຄິດແບບນັ້ນເປັນຕົວຢ່າງ ແລະ ແມ່ພິມຂອງຄວາມກະບົດ. ທໍາມະຊາດຂອງມະນຸດແມ່ນຊີວິດຂອງເຂົາ; ມັນແມ່ນຫຼັກການທີ່ເຂົາເພິ່ງພາເພື່ອຢູ່ລອດ ແລະ ເຂົາບໍ່ສາມາດປ່ຽນແປງມັນໄດ້. ຍົກຕົວຢ່າງແມ່ນທຳມະຊາດແຫ່ງຄວາມທໍລະຍົດ. ຖ້າຫາກເຈົ້າສາມາດເຮັດບາງຢ່າງເພື່ອທໍລະຍົດຍາດຕິພີ່ນ້ອງ ຫຼື ໝູ່ເພື່ອນ, ມັນກໍພິສູດວ່າ ມັນເປັນສ່ວນໜຶ່ງຂອງຊີວິດຂອງເຈົ້າ ແລະ ທໍາມະຊາດທີ່ເຈົ້າເກີດມາພ້ອມ. ນີ້ແມ່ນສິ່ງທີ່ບໍ່ມີໃຜສາມາດປະຕິເສດໄດ້. ຕົວຢ່າງເຊັ່ນ: ຖ້າບຸກຄົນໃດໜຶ່ງມັກລັກເຄື່ອງຂອງຄົນອື່ນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 358](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-358.html) - ພາລະກິດຂອງເຮົາຈະສໍາເລັດໃນອີກໄວໆນີ້ ແລະ ຫຼາຍປີຮ່ວມກັນໄດ້ກາຍມາເປັນຄວາມຊົງຈໍາທີ່ເຫຼືອທົນ. ເຮົາໄດ້ເວົ້າຊໍ້າພຣະທໍາຂອງເຮົາຢ່າງບໍ່ຢຸດເຊົາ ແລະ ເຮັດໃຫ້ພາລະກິດໃໝ່ຂອງເຮົາຄືບໜ້າຢູ່ເລື້ອຍໆ. ແນ່ນອນ ຄໍາແນະນໍາຂອງເຮົາແມ່ນອົງປະກອບທີ່ຈຳເປັນໃນແຕ່ລະສ່ວນຂອງພາລະກິດທີ່ເຮົາເຮັດ. ຫາກປາສະຈາກຄໍາປຶກສາຂອງເຮົາ, ພວກເຈົ້າທຸກຄົນຈະພະເນຈອນຫຼົງທາງ ແລະ ເຖິງກັບຄົ້ນພົບວ່າຕົນເອງສັບສົນຢ່າງສິ້ນເຊີງ. ໃນຕອນນີ້ ພາລະກິດຂອງເຮົາແມ່ນເກືອບຈະສໍາເລັດ ແລະ ຢູ່ໃນຂັ້ນຕອນສຸດທ້າຍ. ເຮົາຍັງປາຖະໜາທີ່ຈະປະຕິບັດພາລະກິດໃນການໃຫ້ຄຳປຶກສາ ນັ້ນກໍຄື ໃຫ້ຄໍາແນະນໍາໃຫ້ພວກເຈົ້າຟັງ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະບໍ່ເຮັດໃຫ້ຄວາມພຽນພະຍາຍາມຂອງເຮົາຕ້ອງເສຍຖິ້ມ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຂົ້າໃຈເຖິງເຈດຕະນາອັນພຽນພະຍາຍາມທີ່ເຮົາມີ ແລະ ປະຕິບັດຕໍ່ພຣະທຳຂອງເຮົາດັ່ງພື້ນຖານຂອງວິທີການທີ່ພວກເຈົ້າປະພຶດໃນຖານະມະນຸດ. ບໍ່ວ່າພວກມັນຈະເປັນພຣະທໍາທີ່ພວກເຈົ້າເຕັມໃຈຮັບຟັງ ຫຼື ບໍ່, ບໍ່ວ່າພວກເຈົ້າຈະມີຄວາມສຸກໃນການຍອມຮັບພວກມັນ ຫຼື ພຽງແຕ່ສາມາດຍອມຮັບພວກມັນດ້ວຍຄວາມອຶດອັດ, ພວກເຈົ້າກໍຕ້ອງປະຕິບັດຕໍ່ພຣະທໍາຢ່າງຈິງຈັງ. ບໍ່ດັ່ງນັ້ນ, ອຸປະນິໄສ ແລະ ການປະພຶດຕົວຕາມສະບາຍ ແລະ ບໍ່ກັງວົນຂອງພວກເຈົ້າຈະເຮັດໃຫ້ເຮົາເສຍໃຈຢ່າງຮຸນແຮງ ແລະ ເຮັດໃຫ້ເຮົາລັງກຽດຢ່າງແນ່ນອນ. ເຮົາຫວັງຢ່າງຍິ່ງວ່າ ພວກເຈົ້າທຸກຄົນຈະສາມາດອ່ານພຣະທໍາຂອງເຮົາຊໍ້າແລ້ວຊໍ້າອີກເປັນພັນໆຄັ້ງ ແລະ ພວກເຈົ້າອາດເຖິງກັບມາຈື່ພຣະທຳເຫຼົ່ານັ້ນຂຶ້ນໃຈ. ມີພຽງວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະບໍ່ເຮັດໃຫ້ເຮົາຜິດຫວັງໃນໂຕພວກເຈົ້າ. ເຖິງຢ່າງໃດກໍຕາມ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ດໍາລົງຊີວິດແບບນີ້ໃນປັດຈຸບັນ. ໃນທາງກົງກັນຂ້າມ, ພວກເຈົ້າທຸກຄົນແມ່ນມົວເມົາຢູ່ກັບຊີວິດທີ່ມົວເມົາ, ຊີວິດແຫ່ງການກິນ ແລະ ດື່ມຕາມໃຈຂອງພວກເຈົ້າເອງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 330](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-330.html) - ໃນຂະນະທີ່ເຈົ້າຍ່າງຢູ່ເສັ້ນທາງຂອງປັດຈຸບັນ, ການສະແຫວງຫາປະເພດໃດແມ່ນເໝາະສົມທີ່ສຸດ? ໃນການສະແຫວງຫາຂອງເຈົ້າ, ຄົນປະເພດໃດທີ່ເຈົ້າເຫັນວ່າ ຕົວເອງຄວນເປັນ? ມັນຈໍາເປັນສໍາລັບເຈົ້າທີ່ຈະຮູ້ຈັກວິທີທີ່ເຈົ້າຄວນເຂົ້າຫາທຸກສິ່ງທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ, ບໍ່ວ່າຈະແມ່ນການທົດລອງ ຫຼື ຄວາມລໍາບາກ ຫຼື ການຂ້ຽນຕີຢ່າງໄຮ້ປານີ ແລະ ການສາບແຊ່ງ. ເມື່ອຜະເຊີນກັບທຸກສິ່ງເຫຼົ່ານີ້, ເຈົ້າກໍຄວນໄຕ່ຕອງພວກມັນຢ່າງລະມັດລະວັງໃນທຸກກໍລະນີ. ເປັນຫຍັງເຮົາຈຶ່ງກ່າວສິ່ງນີ້? ບໍ່ວ່າຢ່າງໃດກໍຕາມ, ເຮົາກ່າວມັນກໍຍ້ອນວ່າ ສິ່ງຕ່າງໆທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ ແມ່ນການທົດລອງໃນໄລຍະສັ້ນ ເຊິ່ງເກີດຂຶ້ນຊໍ້າແລ້ວຊໍ້າອີກ; ບາງເທື່ອ ເທົ່າທີ່ເຈົ້າຮູ້, ສິ່ງເຫຼົ່ານັ້ນແມ່ນບໍ່ຫຍຸ້ງຍາກຕໍ່ຈິດໃຈໂດຍສະເພາະ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງປ່ອຍໃຫ້ສິ່ງຕ່າງໆລ່ອງລອຍໄປຕາມເສັ້ນທາງທໍາມະຊາດຂອງສິ່ງເຫຼົ່ານັ້ນ ແລະ ບໍ່ຖືວ່າ ສິ່ງເຫຼົ່ານັ້ນແມ່ນຊັບສົມບັດທີ່ມີຄ່າໃນການສະແຫວງຫາຄວາມກ້າວໜ້າ. ເຈົ້າຈັ່ງແມ່ນບໍ່ມີຄວາມຄິດ! ບໍ່ມີຄວາມຄິດຫຼາຍຈົນເຈົ້າຄິດວ່າ ຊັບສົມບັດທີ່ມີຄ່ານີ້ເປັນຄືກັບກ້ອນເມກທີ່ລ່ອງລອຍຢູ່ຕໍ່ໜ້າເຈົ້າ ແລະ ເຈົ້າບໍ່ຖືເອົາການໂຈມຕີທີ່ຮຸນແຮງເຫຼົ່ານີ້ເປັນສິ່ງມີຄ່າເຊິ່ງຕົກລົງໃສ່ເຈົ້າຊໍ້າແລ້ວຊໍ້າອີກ, ກໍຄືການໂຈມຕີທີ່ສັ້ນ ແລະ ເປັນສິ່ງທີ່ມີນໍ້າໜັກໜ້ອຍດຽວສໍາລັບເຈົ້າ ແຕ່ເຈົ້າພັດເບິ່ງສິ່ງເຫຼົ່ານັ້ນດ້ວຍການແຍກຕົວອອກຢ່າງເຢືອກເຢັນ, ບໍ່ໃສ່ໃຈກັບສິ່ງເຫຼົ່ານັ້ນ ແລະ ປະຕິບັດຕໍ່ສິ່ງເຫຼົ່ານັ້ນເປັນພຽງເຄາະຮ້າຍໂດຍບັງເອີນ. ເຈົ້າຈັ່ງແມ່ນອວດດີ! ຕໍ່ການໂຈມຕີທີ່ໂຫດຮ້າຍເຫຼົ່ານີ້, ການໂຈມຕີທີ່ຄ້າຍກັບພາຍຸ ທີ່ມາຢ່າງຊໍ້າແລ້ວຊໍ້າອີກ, ເຈົ້າກໍມີແຕ່ສະແດງຄວາມບໍ່ສົນໃຈຕໍ່ສິ່ງນັ້ນ; ບາງຄັ້ງເຈົ້າເຖິງກັບມີຮອຍຍິ້ມທີ່ເຢືອກເຢັນ ໂດຍເປີດໂປງສີໜ້າທີ່ບໍ່ສົນໃຈຢ່າງສິ້ນເຊີງ ເພາະວ່າ ເຈົ້າບໍ່ເຄີຍຄິດກັບຕົວເອງວ່າ ເປັນຫຍັງເຈົ້າຈຶ່ງທົນທຸກກັບ “ຄວາມໂຊກຮ້າຍ” ດັ່ງກ່າວ. ເປັນໄປໄດ້ບໍ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 314](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-314.html) - ໃນປັດຈຸບັນນີ້, ສິ່ງທີ່ພວກເຈົ້າໄດ້ເຂົ້າໃຈແມ່ນສູງສົ່ງກວ່າບຸກຄົນໃດໜຶ່ງທົ່ວທັງປະຫວັດສາດ ຜູ້ທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ. ບໍ່ວ່າຈະເປັນຄວາມຮູ້ກ່ຽວກັບການທົດລອງຂອງພວກເຈົ້າ ຫຼື ຄວາມເຊື່ອໃນພຣະເຈົ້າ, ມັນກໍລ້ວນແລ້ວແຕ່ສູງສົ່ງກວ່າຂອງຜູ້ເຊື່ອຄົນອື່ນໃນພຣະເຈົ້າ. ສິ່ງຕ່າງໆທີ່ພວກເຈົ້າເຂົ້າໃຈແມ່ນສິ່ງທີ່ພວກເຈົ້າໄດ້ຮູ້ຈັກກ່ອນທີ່ພວກເຈົ້າຈະຜະເຊີນກັບການທົດລອງຈາກສິ່ງແວດລ້ອມ, ແຕ່ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າບໍ່ສາມາດເຂົ້າກັບສິ່ງເຫຼົ່ານັ້ນໄດ້ຢ່າງສົມບູນ. ສິ່ງທີ່ພວກເຈົ້າຮູ້ແມ່ນສູງສົ່ງກວ່າສິ່ງທີ່ພວກເຈົ້ານໍາເຂົ້າສູ່ການປະຕິບັດ. ເຖິງວ່າພວກເຈົ້າຈະເວົ້າວ່າຜູ້ຄົນທີ່ເຊື່ອໃນພຣະເຈົ້າຄວນຮັກພຣະເຈົ້າ ແລະ ບໍ່ຄວນດີ້ນຮົນພະຍາຍາມຫາພອນ ແຕ່ເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າເທົ່ານັ້ນ, ສິ່ງທີ່ສະແດງອອກໃນຊີວິດຂອງພວກເຈົ້າແມ່ນໄກຈາກສິ່ງນີ້ຫຼາຍ ແລະ ເປິເປື້ອນຫຼາຍ. ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ສັນຕິສຸກ ແລະ ຜົນປະໂຫຍດຢ່າງອື່ນ. ເຈົ້າຈະບໍ່ເຊື່ອໃນພຣະເຈົ້າ ຖ້າມັນບໍ່ແມ່ນຍ້ອນຜົນປະໂຫຍດຂອງເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮັບເອົາຄວາມກະລຸນາຂອງພຣະເຈົ້າໄດ້, ເຈົ້າກໍນ້ອຍໃຈ. ສິ່ງທີ່ເຈົ້າເວົ້າຈະເປັນວຸດທິພາວະທີ່ແທ້ຈິງຂອງເຈົ້າໄດ້ແນວໃດ? ເມື່ອມີເຫດການໃນຄອບຄົວທີ່ບໍ່ສາມາດຫຼີກເວັ້ນໄດ້ເກີດຂຶ້ນ ເຊັ່ນ: ລູກໆບໍ່ສະບາຍ, ຄົນຮັກເຂົ້າໂຮງໝໍ, ພືດຜົນຜະລິດໄດ້ໜ້ອຍ ແລະ ການຂົ່ມເຫັງໂດຍສະມາຊິກຄອບຄົວ, ແມ່ນແຕ່ບັນຫາທີ່ເກີດຂຶ້ນເລື້ອຍໆ ແລະ ເປັນປະຈຳເຫຼົ່ານີ້ກໍໜັກເກີນໄປສຳລັບເຈົ້າແລ້ວ. ເມື່ອສິ່ງດັ່ງກ່າວເກີດຂຶ້ນ, ເຈົ້າກໍຕື່ນຕົກໃຈ, ເຈົ້າບໍ່ຮູ້ຈັກວ່າຈະເຮັດຫຍັງຕໍ່ ແລະ ສ່ວນໃຫຍ່ແລ້ວ ເຈົ້າຈະຕໍ່ວ່າພຣະເຈົ້າ. ເຈົ້າຕໍ່ວ່າໆ ພຣະທໍາຂອງພຣະເຈົ້າລໍ້ລວງເຈົ້າ, ພາລະກິດຂອງພຣະເຈົ້າເຍາະເຍີ້ຍເຈົ້າ. ພວກເຈົ້າບໍ່ໄດ້ມີຄວາມຄິດແບບນັ້ນບໍ? ເຈົ້າຄິດວ່າສິ່ງດັ່ງກ່າວບໍ່ຄ່ອຍເກີດຂຶ້ນທ່າມກາງພວກເຈົ້າບໍ? ພວກເຈົ້າໃຊ້ເວລາທຸກມື້ເພື່ອດຳລົງຊີວິດໃນທ່າມກາງເຫດການດັ່ງກ່າວ. ເຈົ້າບໍ່ໃສ່ໃຈໃນຄວາມສຳເລັດຂອງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ວິທີທີ່ຈະຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າແມ່ນຕໍ່າຫຼາຍ, ຕໍ່າກວ່າວຸດທິພາວະຂອງໄກ່ນ້ອຍອີກ. ເມື່ອທຸລະກິດຄອບຄົວຂອງເຈົ້າສູນເສຍເງິນ ເຈົ້າກໍຕໍ່ວ່າພຣະເຈົ້າ,
- [ການອ່ານພຣະທຳຂອງພຣະເຈົ້າ | "ກ່ຽວກັບພຣະຄຳພີ (3)"](https://lo.kingdomsalvation.org/videos/concerning-the-bible-3.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 486](https://lo.kingdomsalvation.org/videos/entry-into-life-excerpt-486.html) - ພາລະກິດທີ່ພຣະເຈົ້າກະທໍາແມ່ນແຕກຕ່າງກັນໃນແຕ່ລະໄລຍະ. ຖ້າເຈົ້າມີຄວາມອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າໃນໄລຍະໜຶ່ງ ແຕ່ໃນອີກໄລຍະຕໍ່ໄປຄວາມອ່ອນນ້ອມຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນໜ້ອຍລົງ ຫຼື ເຈົ້າບໍ່ສາມາດມີຄວາມອ່ອນນ້ອມເລີຍ, ພຣະເຈົ້າກໍຈະປະຖິ້ມເຈົ້າ. ຖ້າເຈົ້າເດີນຕາມທັນພຣະເຈົ້າໃນເວລາທີ່ພຣະອົງກ້າວສູ່ຂັ້ນຕອນນີ້, ເຈົ້າກໍຕ້ອງສືບຕໍ່ເດີນຕາມພຣະອົງໃຫ້ທັນໃນເວລາທີ່ພຣະອົງກ້າວເຂົ້າສູ່ຂັ້ນຕອນຕໍ່ໄປ; ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະເປັນຜູ້ທີ່ອ່ອນນ້ອມຕໍ່ພຣະວິນຍານບໍລິສຸດ. ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງອ່ອນນ້ອມຢ່າງສະໝໍ່າສະເໝີ. ເຈົ້າບໍ່ສາມາດພຽງແຕ່ອ່ອນນ້ອມໃນເວລາຄິດຢາກເຊື່ອ ແລະ ບໍ່ອ່ອນນ້ອມເມື່ອບໍ່ຢາກເຊື່ອ. ພຣະເຈົ້າບໍ່ເຫັນດີກັບຄວາມອ່ອນນ້ອມແບບນີ້. ຖ້າເຈົ້າບໍ່ສາມາດເດີນຕາມທັນພາລະກິດໃໝ່ທີ່ເຮົາໄດ້ເຂົ້າສົນທະນາ ແລະ ສືບຕໍ່ຍຶດຖືໃນຄຳເວົ້າເກົ່າ ແລ້ວຈະມີຄວາມກ້າວໜ້າໃນຊີວິດຂອງເຈົ້າໄດ້ຢ່າງໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອສະໜອງໃຫ້ເຈົ້າໂດຍຜ່ານພຣະທໍາຂອງພຣະອົງ. ເມື່ອເຈົ້າອ່ອນນ້ອມ ແລະ ຍອມຮັບພຣະທໍາຂອງພຣະອົງ, ພຣະວິນຍານບໍລິສຸດກໍຈະປະຕິບັດພາລະກິດໃນຕົວເຈົ້າຢ່າງແນ່ນອນ. ພຣະວິນຍານບໍລິສຸດດຳເນີນໄປຕາມທີ່ເຮົາກ່າວຢ່າງຖືກຕ້ອງ; ຈົ່ງເຮັດຕາມທີ່ເຮົາໄດ້ກ່າວ ແລະ ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າທັນທີ. ເຮົາເຍືອງແສງສະຫວ່າງໃໝ່ໃຫ້ພວກເຈົ້າເພື່ອໃຫ້ເຫັນ, ນຳພາພວກເຈົ້າມາສູ່ແສງສະຫວ່າງແຫ່ງປັດຈຸບັນ ແລະ ເມື່ອເຈົ້າຍ່າງເຂົ້າສູ່ແສງສະຫວ່າງນີ້, ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າທັນທີ. ມີບາງຄົນທີ່ຍັງມີນິໄສດື້ດ້ານ ແລະ ເວົ້າວ່າ: “ຂ້ານ້ອຍຈະບໍ່ຍອມເຮັດຕາມທີ່ພຣະອົງບອກ”. ດັ່ງນັ້ນ, ເຮົາຂໍບອກເຈົ້າວ່າຕອນນີ້ເຈົ້າໄດ້ມາເຖິງຈຸດສຸດທ້າຍຂອງເສັ້ນທາງແລ້ວ; ເຈົ້າເຫືອດແຫ້ງ ແລະ ບໍ່ມີຊີວິດອີກຕໍ່ໄປ. ສະນັ້ນ ໃນປະສົບການຂອງການປ່ຽນແປງຈິດໃຈຂອງພວກເຈົ້າ ແມ່ນບໍ່ມີສິ່ງໃດທີ່ສຳຄັນໄປກວ່າການກ້າວໃຫ້ທັນແສງສະຫວ່າງໃນປັດຈຸບັນ. ພຣະວິນຍານບໍລິສຸດບໍ່ພຽງແຕ່ປະຕິບັດພາລະກິດຕໍ່ບາງຄົນທີ່ຖືກພຣະເຈົ້າໃຊ້ເທົ່ານັ້ນ ແຕ່ປະຕິບັດຫຼາຍກວ່ານັ້ນໃນຄຣິສຕະຈັກ. ພຣະອົງສາມາດປະຕິບັດພາລະກິດໃນຜູ້ໃດກໍໄດ້. ພຣະອົງອາດປະຕິບັດພາລະກິດໃນຕົວເຈົ້າໃນຕອນນີ້ ແລະ ເມື່ອເຈົ້າຈະປະສົບກັບພາລະກິດນີ້. ໃນໄລຍະຕໍ່ໄປ, ພຣະອົງອາດປະຕິບັດພາລະກິດໃນຄົນອື່ນ ເຊິ່ງໃນກໍລະນີນີ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 310](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-310.html) - ຄວາມຮູ້ເປັນເວລາຫຼາຍພັນປີກ່ຽວກັບວັດທະນະທໍາບູຮານ ແລະ ປະຫວັດສາດ ແມ່ນໄດ້ປິດຄວາມຄິດ, ແນວຄວາມຄິດ ແລະ ທັດສະນະຄະຕິທາງດ້ານຈິດໃຈຂອງມະນຸດຢ່າງແໜ້ນໜາ ເຊິ່ງເຮັດໃຫ້ພວກເຂົາໜຽວແໜນ ແລະ ເປັນສານທີ່ບໍ່ສາມາດເສື່ອມສະຫຼາຍ[1]. ມະນຸດດໍາລົງຊີວິດຢູ່ໃນວົງຈອນສິບແປດຂອງນະຮົກ ຄືກັບວ່າ ພວກເຂົາຖືກພຣະເຈົ້າຂັບໄລ່ໃຫ້ໄປຢູ່ຄຸກໃຕ້ດິນ ໂດຍບໍ່ໃຫ້ເຫັນແສງສະຫວ່າງອີກເລີຍ. ຄວາມຄິດແບບສັກດີນາໄດ້ກົດຂີ່ຜູ້ຄົນຈົນພວກເຂົາເກືອບບໍ່ສາມາດຫາຍໃຈ ແລະ ຫາຍໃຈບໍ່ໄດ້. ພວກເຂົາບໍ່ມີເຫື່ອແຮງແມ່ນແຕ່ໜ້ອຍດຽວທີ່ຈະຕໍ່ຕ້ານ; ພວກເຂົາໄດ້ແຕ່ອົດທົນ ແລະ ອົດກັ້ນຢ່າງງຽບໆ... ບໍ່ເຄີຍມີຜູ້ໃດກ້າທີ່ຈະຕໍ່ສູ້ ຫຼື ລຸກຂຶ້ນສູ້ເພື່ອຄວາມຍຸຕິທໍາ ແລະ ຄວາມທ່ຽງທໍາ; ແຕ່ລະມື້ ແລະ ແຕ່ລະປີຜູ້ຄົນດໍາລົງຊີວິດຢູ່ຮ້າຍກວ່າສັດ ພາຍໃຕ້ການທໍາຮ້າຍ ແລະ ການຂົ່ມເຫັງຂອງຫຼັກການສັກດີນາ. ພວກເຂົາບໍ່ເຄີຍຄິດທີ່ຈະສະແຫວງຫາພຣະເຈົ້າ ເພື່ອມີຄວາມສຸກຢູ່ໃນໂລກມະນຸດ. ມັນຄືກັບວ່າ ຜູ້ຄົນຖືກຕີລົງຈົນເຖິງຈຸດທີ່ວ່າພວກເຂົາຄືກັບໃບໄມ້ຫຼົ່ນໃນລະດູໃບໄມ້ຫຼົ່ນ, ແຫ່ວແຫ້ງ, ຫ່ຽວ ແລະ ເຫຼືອງ-ສີນໍ້າຕານ. ຜູ້ຄົນໄດ້ສູນເສຍຄວາມຊົງຈໍາຂອງພວກເຂົາແຕ່ດົນນານ; ພວກເຂົາດໍາລົງຊີວິດໃນນະຮົກ ຢ່າງສິ້ນຫວັງທີ່ເອີ້ນວ່າ ໂລກມະນຸດ, ລໍຖ້າການມາເຖິງຂອງຍຸກສຸດທ້າຍ ເພື່ອວ່າ ພວກເຂົາອາດຈະດັບສູນໄປພ້ອມກັນກັບນະຮົກນີ້ ຄືກັບວ່າ ຍຸກສຸດທ້າຍທີ່ພວກເຂົາປາດຖະໜາແມ່ນມື້ທີ່ມະນຸດຈະໄດ້ຮັບຄວາມສະຫງົບຢ່າງມີຄວາມສຸກ. ຫຼັກການຂອງສັກດີນາ ແມ່ນໄດ້ນໍາເອົາຊີວິດມະນຸດໄປສູ່ “ແດນມໍລະນາ” ເຮັດໃຫ້ກໍາລັງຕໍ່ຕ້ານຂອງມະນຸດອ່ອນແອລົງ. ການກົດຂີ່ທຸກຮູບແບບໄດ້ຍູ້ມະນຸດຕົກລົງສູ່ແດນມໍລະນາເລິກຍິ່ງຂຶ້ນເລື້ອຍໆ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 302](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-302.html) - ແຫຼ່ງທີ່ມາຂອງການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງມະນຸດບໍ່ແມ່ນສິ່ງໃດ ແຕ່ເປັນສາມັນສໍານຶກທີ່ຕາຍດ້ານ, ທໍາມະຊາດທີ່ໂຫດຮ້າຍ ແລະ ຄວາມຮູ້ສຶກນຶກຄິດບໍ່ດີຂອງເຂົາ; ຖ້າສາມັນສໍານຶກ ແລະ ຄວາມຮູ້ສຶກນຶກຄິດຂອງມະນຸດສາມາດກັບມາເປັນປົກກະຕິອີກຄັ້ງ, ແລ້ວເຂົາກໍຈະເໝາະສົມໃຫ້ພຣະເຈົ້ານໍາໃຊ້. ມັນເປັນຍ້ອນວ່າສາມັນສໍານຶກຂອງມະນຸດໄດ້ຕາຍດ້ານຢູ່ສະເໝີ ແລະ ຍ້ອນຄວາມຮູ້ສຶກນຶກຄິດຂອງມະນຸດຕາຍດ້ານຂຶ້ນເລື້ອຍໆ ມະນຸດຈຶ່ງຕໍ່ຕ້ານພຣະເຈົ້າຫຼາຍຂຶ້ນ ເຊິ່ງພວກເຂົາເຖິງກັບຄຶງພຣະເຢຊູໃສ່ໄມ້ກາງແຂນ ແລະ ປະຕິເສດພຣະເຈົ້າທີ່ບັງເກີດເປັນມະນຸດຂອງຍຸກສຸດທ້າຍ ບໍ່ໃຫ້ເຂົ້າໄປໃນເຮືອນຂອງພວກເຂົາ, ທັງປະນາມເນື້ອໜັງຂອງພຣະເຈົ້າ ແລະ ເຫັນເນື້ອໜັງຂອງພຣະອົງເປັນສິ່ງຕໍ່າຊ້າ. ຖ້າມະນຸດມີຄວາມເປັນມະນຸດເລັກນ້ອຍ, ພວກເຂົາກໍຄົງບໍ່ປະຕິບັດຢ່າງຊົ່ວຮ້າຍຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ; ຖ້າມະນຸດມີຄວາມຮູ້ສຶກນຶກຄິດເລັກນ້ອຍ, ພວກເຂົາກໍຄົງບໍ່ປະຕິບັດຢ່າງໂຫດຮ້າຍຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ; ຖ້າເຂົາມີສາມັນສໍານຶກເລັກນ້ອຍ, ເຂົາຄົງບໍ່ພາກັນ “ຕອບແທນ” ພຣະເຈົ້າຜູ້ບັງເກີດເປັນມະນຸດແບບນີ້. ມະນຸດອາໄສຢູ່ໃນສະໄໝທີ່ພຣະເຈົ້າບັງເກີດເປັນມະນຸດ ແຕ່ເຖິງຢ່າງນັ້ນ ເຂົາກໍບໍ່ສາມາດຂອບໃຈພຣະເຈົ້າສໍາລັບການມອບໂອກາດພິເສດນີ້ໃຫ້ກັບເຂົາ ແຕ່ໃນທາງກົງກັນຂ້າມ ເຂົາສາບແຊ່ງການສະເດັດມາຂອງພຣະເຈົ້າ ຫຼື ເມີນເສີຍຕໍ່ຄວາມຈິງກ່ຽວກັບພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ເບິ່ງຄືກັບວ່າພວກເຂົາຈະຕໍ່ຕ້ານ ແລະ ບໍ່ມັກການບັງເກີດເປັນມະນຸດດ້ວຍຊໍ້າ. ບໍ່ວ່າມະນຸດຈະປະຕິບັດຕໍ່ການສະເດັດມາຂອງພຣະເຈົ້າດ້ວຍວິທີໃດກໍຕາມ, ສະຫຼຸບກໍຄື ເຖິງແມ່ນວ່າ ມະນຸດບໍ່ໄດ້ສະແດງການຕ້ອນຮັບຕໍ່ພຣະອົງແມ່ນແຕ່ໜ້ອຍດຽວ ແລະ ຮ້ອງຂໍຈາກພຣະອົງແບບບໍ່ມືນຫູມືນຕາກໍຕາມ ພຣະອົງຍັງດໍາເນີນພາລະກິດຂອງພຣະອົງຢ່າງອົດທົນສະເໝີ. ອຸປະນິໄສຂອງມະນຸດແມ່ນໂຫດຮ້າຍທີ່ສຸດ, ຄວາມຮູ້ສຶກນຶກຄິດຂອງມະນຸດແມ່ນຕາຍດ້ານຢ່າງໜັກ ແລະ ສາມັນສໍານຶກຂອງມະນຸດໄດ້ຖືກສິ່ງຊົ່ວຮ້າຍຢຽບຢໍ້າຈົນສິ້ນຊາກ ແລະ ບໍ່ມີສາມັນສໍານຶກດັ່ງເດີມຂອງມະນຸດແຕ່ດົນນານມາແລ້ວ. ມະນຸດບໍ່ພຽງແຕ່ເນລະຄຸນຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ ສໍາລັບການປະທານຊີວິດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 300](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-300.html) - ຫຼັງຈາກຫຼາຍພັນປີຂອງຄວາມເສື່ອມຊາມ, ມະນຸດໄດ້ຕາຍດ້ານ ແລະ ໂງ່ຈ້າ; ພວກເຂົາໄດ້ກາຍເປັນຜີສາດທີ່ຕໍ່ຕ້ານພຣະເຈົ້າ ເຖິງຂັ້ນທີ່ວ່າ ການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າຖືກບັນທຶກໄວ້ໃນໜັງສືແຫ່ງປະຫວັດສາດ ແລະ ແມ່ນແຕ່ມະນຸດເອງກໍບໍ່ສາມາດອະທິບາຍໄດ້ເຖິງພຶດຕິກໍາການຕໍ່ຕ້ານຂອງຕົນ ເນື່ອງຈາກວ່າ ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກ ແລະ ຖືກຊາຕານນໍາພາໄປໃນທາງທີ່ຜິດຈົນບໍ່ຮູ້ວ່າຈະຫັນໄປທາງໃດດີ. ແມ່ນແຕ່ທຸກມື້ນີ້, ມະນຸດຍັງຄົງທໍລະຍົດຕໍ່ພຣະເຈົ້າ: ເມື່ອມະນຸດແນມເຫັນພຣະເຈົ້າ, ເຂົາກໍທໍລະຍົດຕໍ່ພຣະອົງ ແລະ ເມື່ອເຂົາບໍ່ສາມາດແນມເຫັນພຣະເຈົ້າ, ເຂົາກໍຍັງຄົງທໍລະຍົດຕໍ່ພຣະອົງ. ແລ້ວຍັງມີຜູ້ຄົນ ເຖິງວ່າໄດ້ເຫັນເຖິງການສາບແຊ່ງຂອງພຣະເຈົ້າ ແລະ ຄວາມໂກດຮ້າຍຂອງພຣະອົງ ແຕ່ກໍຍັງທໍລະຍົດຕໍ່ພຣະອົງ. ດ້ວຍເຫດນັ້ນ, ເຮົາຈຶ່ງກ່າວວ່າ ຄວາມຮູ້ຂອງມະນຸດແມ່ນໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນໄປແລ້ວ ແລະ ລວມທັງສາມັນສໍານຶກຂອງມະນຸດກໍໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນເຊັ່ນກັນ. ມະນຸດທີ່ເຮົາແນມເບິ່ງແມ່ນສັດເດຍລະສານທີ່ແຕ່ງກາຍເປັນຄົນ, ເຂົາເປັນງູທີ່ມີພິດຮ້າຍ ແລະ ບໍ່ວ່າເຂົາຈະພະຍາຍາມກະທໍາຕົວໃຫ້ໜ້າສົງສານພຽງໃດໃນສາຍຕາຂອງເຮົາກໍຕາມ, ເຮົາກໍຈະບໍ່ມີວັນເມດຕາເຂົາ ເນື່ອງຈາກວ່າ ມະນຸດບໍ່ເຂົ້າໃຈຄວາມແຕກຕ່າງ ລະຫວ່າງ ສີດໍາ ແລະ ສີຂາວ ຫຼື ຄວາມແຕກຕ່າງ ລະຫວ່າງ ຄວາມຈິງ ແລະ ຄວາມເທັດ. ຄວາມຮູ້ສຶກຂອງມະນຸດແມ່ນດ້ານຊາຫຼາຍ, ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຮັບພອນ; ຄວາມເປັນມະນຸດຂອງເຂົາຕໍ່າຊ້າ ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຄອບຄອງອໍານາດຂອງກະສັດ. ການມີຄວາມຮູ້ສຶກແບບນັ້ນເຂົາຈະເປັນກະສັດຂອງໃຜໄດ້? ຜູ້ທີ່ມີຄວາມເປັນມະນຸດແບບນັ້ນຈະນັ່ງເທິງບັນລັງໄດ້ແນວໃດ?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 289](https://lo.kingdomsalvation.org/videos/exposing-religious-notions-excerpt-289.html) - ປະຫວັດສາດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ພາລະກິດຂອງພຣະເຈົ້າກໍກ້າວໄປຂ້າງໜ້າຢູ່ສະເໝີ. ເພື່ອໃຫ້ແຜນການຄຸ້ມຄອງຫົກພັນປີຂອງພຣະອົງຈົບສິ້ນລົງ, ມັນຕ້ອງສືບຕໍ່ກ້າວໄປຂ້າງໜ້າ. ໃນແຕ່ລະມື້ ພຣະອົງຕ້ອງປະຕິບັດພາລະກິດໃໝ່, ແຕ່ລະປີ ພຣະອົງຕ້ອງປະຕິບັດພາລະກິດໃໝ່; ພຣະອົງຕ້ອງລິເລີ່ມເສັ້ນທາງໃໝ່, ລິເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ຍິ່ງໃຫຍ່ກວ່າເດີມ ແລະ ພ້ອມດ້ວຍສິ່ງເຫຼົ່ານີ້ກໍຄືການນໍາມາຂອງຊື່ໃໝ່ ແລະ ພາລະກິດໃໝ່. ຕະຫຼອດເວລາ, ພຣະວິນຍານຂອງພຣະເຈົ້າແມ່ນປະຕິບັດພາລະກິດໃໝ່, ບໍ່ເຄີຍຍຶດຕິດກັບວິທີທາງ ແລະ ກົດລະບຽບເດີມໆ. ພາລະກິດຂອງພຣະອົງບໍ່ເຄີຍຢຸດ ແຕ່ປະຕິບັດຢູ່ທຸກຊ່ວງເວລາ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະວິນຍານບໍລິສຸດບໍ່ສາມາດປ່ຽນແປງໄດ້, ແລ້ວເປັນຫຍັງພຣະເຢໂຮວາຈຶ່ງຮຽກຮ້ອງໃຫ້ພວກປະໂລຫິດຮັບໃຊ້ພຣະອົງໃນພຣະວິຫານ ແຕ່ພຣະເຢຊູບໍ່ໄດ້ເຂົ້າໄປໃນພຣະວິຫານເລີຍ, ເຖິງແມ່ນວ່າ ເມື່ອພຣະອົງສະເດັດມາ, ຜູ້ຄົນຍັງໄດ້ເວົ້າວ່າ ພຣະອົງເປັນປະໂລຫິດຊັ້ນສູງ ແລະ ພຣະອົງມາຈາກຄົວເຮືອນຂອງເດວິດ ແລະ ຍັງເປັນປະໂລຫິດຊັ້ນສູງ ແລະ ເປັນກະສັດທີ່ຍິ່ງໃຫຍ່? ແລ້ວເປັນຫຍັງພຣະອົງຈຶ່ງບໍ່ຖວາຍເຄື່ອງບູຊາ? ການເຂົ້າໄປໃນພຣະວິຫານ ຫຼື ການບໍ່ເຂົ້າໄປໃນພຣະວິຫານ, ສິ່ງນີ້ບໍ່ແມ່ນພາລະກິດຂອງພຣະເຈົ້າເອງບໍ? ຕາມທີ່ມະນຸດຈິນຕະນາການ ຖ້າພຣະເຢຊູກັບມາອີກຄັ້ງ ແລະ ໃນຍຸກສຸດທ້າຍ ພຣະອົງຈະຍັງຖືກເອີ້ນວ່າ ພຣະເຢຊູ ແລະ ຍັງມາເທິງເມກສີຂາວ, ລົງມາທ່າມກາງມະນຸດໃນພາບລັກສະນະຂອງພຣະເຢຊູ: ແລ້ວນັ້ນຈະບໍ່ແມ່ນການເຮັດຊໍ້າພາລະກິດຂອງພຣະອົງບໍ? ພຣະວິນຍານບໍລິສຸດສາມາດຍຶດຕິດກັບອະດີດບໍ?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 80](https://lo.kingdomsalvation.org/videos/judgment-in-the-last-days-excerpt-080.html) - ຕອນນີ້ ເຈົ້າເຂົ້າໃຈແລ້ວບໍ ວ່າສິ່ງໃດຄືການພິພາກສາ ແລະ ສິ່ງໃດຄືຄວາມຈິງ? ຖ້າເຈົ້າໄດ້ເຂົ້າໃຈແລ້ວ, ແລ້ວເຮົາຂໍແນະນໍາເຈົ້າໃຫ້ຍອມເຊື່ອຟັງຮັບເອົາການຖືກພິພາກສາ, ບໍ່ດັ່ງນັ້ນ ເຈົ້າຈະບໍ່ໄດ້ມີໂອກາດທີ່ຈະຖືກຍົກຍ້ອງໂດຍພຣະເຈົ້າ ຫຼື ຖືກພຣະອົງນໍາພາໄປສູ່ອານາຈັກຂອງພຣະອົງ. ຜູ້ທີ່ພຽງຍອມຮັບເອົາຄໍາພິພາກສາ ແຕ່ບໍ່ສາມາດຖືກຊໍາລະລ້າງໃຫ້ບໍລິສຸດຈັກເທື່ອ, ນັ້ນກໍຄື ຜູ້ທີ່ຫຼົບໜີໄປໃນທ່າມກາງພາລະກິດແຫ່ງການພິພາກສາ ຈະຖືກປະຕິເສດໂດຍພຣະເຈົ້າຕະຫຼອດໄປ. ຄວາມບາບຂອງພວກເຂົາຈະມີຢ່າງຫຼວງຫຼາຍກວ່າ ແລະ ຮ້າຍແຮງກວ່າຄວາມບາບພວກຟາຣິຊາຍ ຍ້ອນວ່າພວກເຂົາໄດ້ທໍລະຍົດພຣະເຈົ້າ ແລະ ເປັນກະບົດຕໍ່ພຣະເຈົ້າ. ຜູ້ຄົນດັ່ງກ່າວ ຜູ້ທີ່ບໍ່ສົມຄວນແມ່ນແຕ່ຈະໃຫ້ບໍລິການ ກໍຈະໄດ້ຮັບການລົງໂທດທີ່ຮ້າຍແຮງຂຶ້ນກວ່າເກົ່າ, ຍິ່ງໄປກວ່ານັ້ນກໍເປັນການລົງໂທດຊົ່ວນິລັນດອນ. ພຣະເຈົ້າຈະບໍ່ຍົກເວັ້ນຄົນທໍລະຍົດ ຜູ້ທີ່ໄດ້ສະແດງຄວາມສັດຊື່ດ້ວຍຄຳເວົ້າ ແຕ່ຕໍ່ມາແມ່ນທໍລະຍົດຕໍ່ພຣະອົງ. ຄົນປະເພດນີ້ຈະໄດ້ຮັບຜົນກໍາຜ່ານການລົງໂທດຕໍ່ວິນຍານ, ຈິດໃຈ ແລະ ຮ່າງກາຍ. ແລ້ວນີ້ບໍ່ແມ່ນການເປີດເຜີຍແທ້ຈິງເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຈຸດປະສົງຂອງພຣະເຈົ້າໃນການຕັດສິນລົງໂທດ ແລະ ເປີດເຜີຍເຂົາບໍ? ພຣະເຈົ້າໄດ້ມອບໝາຍທຸກຄົນທີ່ປະຕິບັດຄວາມປະພຶດຊົ່ວຊ້າທຸກປະເພດໃນລະຫວ່າງເວລາແຫ່ງການພິພາກສາໄປສະຖານທີ່ໆເຕັມໄປດ້ວຍວິນຍານຊົ່ວ ແລະ ປ່ອຍໃຫ້ວິນຍານຊົ່ວເຫຼົ່ານີ້ທໍາລາຍຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາຕາມໃຈມັກ ແລະ ຮ່າງກາຍຂອງຜູ້ຄົນເຫຼົ່ານີ້ກໍສົ່ງກິ່ນເໝັນເນົ່າຂອງຊາກສົບ. ສິ່ງດັ່ງກ່າວແມ່ນຜົນກຳທີ່ເໝາະສົມສຳລັບພວກເຂົາ. ພຣະເຈົ້າຈົດບັນທຶກຄວາມບາບທຸກຢ່າງຂອງຜູ້ເຊື່ອຈອມປອມທີ່ບໍ່ຊື່ສັດ, ອັກຄະສາວົກປອມ ແລະ ຜູ້ປະຕິບັດພາລະກິດຈອມປອມ; ຫລັງຈາກນັ້ນ ເມື່ອເຖິງເວລາທີ່ເໝາະສົມ ພຣະອົງຈະໂຍນພວກເຂົາໄປຢູ່ທ່າມກາງວິນຍານທີ່ສົກກະປົກ, ປ່ອຍໃຫ້ວິນຍານທີ່ສົກກະປົກເຫຼົ່ານີ້ເຮັດໃຫ້ຮ່າງກາຍຂອງພວກເຂົາທັງໝົດເປິເປື້ອນຢ່າງຕາມໃຈມັກ ເພື່ອວ່າພວກເຂົາຈະບໍ່ໄດ້ເກີດໃໝ່ອີກຄັ້ງ ແລະ ບໍ່ໄດ້ເຫັນແສງສະຫວ່າງອີກຈັກເທື່ອ. ຜູ້ໜ້າຊື່ໃຈຄົດເຫຼົ່ານັ້ນ
- [ການອ່ານພຣະທຳຂອງພຣະເຈົ້າ | "ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ"](https://lo.kingdomsalvation.org/videos/experiencing-refinement-truly-love-God.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 592](https://lo.kingdomsalvation.org/videos/destinations-and-outcomes-excerpt-592.html) - ເມື່ອມະນຸດບັນລຸຊີວິດທີ່ແທ້ຈິງຂອງມະນຸດເທິງແຜ່ນດິນໂລກ ແລະ ກອງກຳລັງທັງໝົດຂອງຊາຕານຕົກຢູ່ໃນພັນທະນາການ ມະນຸດຈະດຳລົງຊີວິດເທິງແຜ່ນດິນໂລກຢ່າງງ່າຍດາຍ. ສິ່ງຕ່າງໆຈະບໍ່ຊັບຊ້ອນຄືກັບທີ່ພວກມັນເປັນຢູ່ໃນປັດຈຸບັນ ເຊັ່ນ: ຄວາມສຳພັນຂອງມະນຸດ, ການສຳພັນໃນສັງຄົມ, ຄວາມສຳພັນທີ່ຊັບຊ້ອນຂອງຄອບຄົວ... ພວກມັນນຳເອົາຫຼາຍໆບັນຫາມາ ເຊິ່ງເຈັບປວດຫຼາຍ! ຊີວິດຂອງມະນຸດໃນນີ້ແມ່ນມີຄວາມທຸກຫຼາຍ! ເມື່ອມະນຸດຖືກເອົາຊະນະ ຫົວໃຈ ແລະ ຈິດໃຈຂອງເຂົາຈະປ່ຽນແປງ ນັ້ນກໍຄື ເຂົາຈະມີຫົວໃຈທີ່ຢໍາເກງ ແລະ ຮັກພຣະເຈົ້າ. ເມື່ອທຸກຄົນທີ່ຢູ່ພາຍໃນຈັກກະວານ ຜູ້ເຊິ່ງສະແຫວງຫາເພື່ອຮັກພຣະເຈົ້າໄດ້ຖືກເອົາຊະນະແລ້ວ ເຊິ່ງເວົ້າໄດ້ວ່າ ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ແລະ ເມື່ອຊາຕານພ້ອມກັບກອງກຳລັງແຫ່ງຄວາມມືດທັງໝົດໄດ້ຕົກຢູ່ໃນພັນທະນາການ ແລ້ວຊີວິດຂອງມະນຸດເທິງແຜ່ນດິນໂລກກໍຈະບໍ່ຖືກລົບກວນ ແລະ ເຂົາຈະສາມາດດຳລົງຊີວິດຢູ່ເທິງແຜ່ນດິນໂລກຢ່າງມີອິດສະຫຼະ. ຖ້າຊີວິດຂອງມະນຸດປາສະຈາກຄວາມສຳພັນທາງເນື້ອໜັງ ແລະ ປາສະຈາກຄວາມຊັບຊ້ອນຂອງເນື້ອໜັງ ແລ້ວມັນກໍຈະງ່າຍກວ່າເກົ່າຫຼາຍ. ຄວາມສຳພັນທາງເນື້ອໜັງຂອງມະນຸດຊັບຊ້ອນຫຼາຍ ແລະ ການທີ່ມະນຸດມີສິ່ງດັ່ງກ່າວກໍເປັນເຄື່ອງພິສູດແລ້ວວ່າ ເຂົາຍັງບໍ່ໄດ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານ. ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບອ້າຍເອື້ອຍນ້ອງຂອງເຈົ້າ, ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບສະມາຊິກແຕ່ລະຄົນໃນຄອບຄົວຂອງເຈົ້າ ແລ້ວເຈົ້າກໍຈະບໍ່ມີຄວາມກັງວົນ ແລະ ຈະບໍ່ຈໍາເປັນຕ້ອງເປັນຫ່ວງໃຜເລີຍ. ບໍ່ມີສິ່ງໃດທີ່ດີກວ່ານີ້ ແລະ ດ້ວຍວິທີນີ້ ມະນຸດຈະຮັບການບັນເທົາຈາກຄວາມເຈັບປວດເຄິ່ງໜຶ່ງ. ການມີຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ ມະນຸດກໍຈະຄ້າຍຄືກັບທູດສະຫວັນ; ເຖິງແມ່ນຈະຍັງເປັນເນື້ອໜັງຢູ່ ເຂົາຈະຄ້າຍຄືກັບທູດສະຫວັນຫຼາຍ. ນີ້ຄືຄຳສັນຍາສຸດທ້າຍ ເຊິ່ງມັນເປັນຄຳສັນຍາສຸດທ້າຍທີ່ປະທານໃຫ້ກັບມະນຸດ. ໃນປັດຈຸບັນ ມະນຸດຜ່ານການຂ້ຽນຕີ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 591](https://lo.kingdomsalvation.org/videos/destinations-and-outcomes-excerpt-591.html) - ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນໜ້າທີ່ເຂົາຈະມີຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ພວກມັນເປັນຈຸດປະສົງທີ່ມະນຸດສະແຫວງຫາກ່ອນທີ່ຊາຕານຈະຖືກພັນທະນາການ. ໃນແກ່ນແທ້ນັ້ນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນ ຫຼື ການຖືກນໍາໃຊ້ໃຫ້ເກີດຜົນໃຫຍ່ຫຼວງ ກໍແມ່ນການຫຼົບໜີຈາກອິດທິພົນຂອງຊາຕານ; ການສະແຫວງຫາຂອງມະນຸດກໍແມ່ນເພື່ອກາຍເປັນຜູ້ຊະນະ ແຕ່ຜົນໄດ້ຮັບສຸດທ້າຍນັ້ນຈະເປັນການທີ່ເຂົາຫຼົບໜີຈາກອິດທິພົນຂອງຊາຕານ. ມີພຽງແຕ່ການຫຼົບໜີຈາກອິດທິພົນຂອງຊາຕານເທົ່ານັ້ນທີ່ມະນຸດສາມາດໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດແຫ່ງການນະມັດສະການພຣະເຈົ້າ. ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນທີ່ຈະມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ໂດຍສິ່ງເຫຼົ່ານັ້ນຖືກສະແຫວງຫາຫຼັກໆກໍເພື່ອຜົນປະໂຫຍດແຫ່ງການຖືກຊໍາລະ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເພື່ອທີ່ຈະນະມັດສະການພຣະຜູ້ສ້າງ. ຖ້າມະນຸດມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດທີ່ປາສະຈາກຄວາມລຳບາກ ຫຼື ການທຸກທໍລະມານ ແລ້ວມະນຸດຈະບໍ່ເຂົ້າຮ່ວມໃນການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ. “ການກາຍມາເປັນຜູ້ຊະນະ” ແລະ “ການຖືກເຮັດໃຫ້ສົມບູນ” ແມ່ນຈຸດປະສົງທີ່ພຣະອົງມອບໃຫ້ມະນຸດສະແຫວງຫາ ແລະ ຜ່ານການສະແຫວງຫາໂດຍມີຈຸດປະສົງເຫຼົ່ານີ້ ພຣະອົງເຮັດໃຫ້ມະນຸດນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ດຳລົງຊີວິດຢ່າງມີຄວາມໝາຍ. ຈຸດປະສົງແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເພື່ອຮັບເຂົາ ແລະ ການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນເປັນພຽງແຕ່ວິທີທາງ. ໃນອະນາຄົດ ຖ້າມະນຸດເຂົ້າສູ່ປາຍທາງທີ່ມະຫັດສະຈັນ ຈະບໍ່ມີການອ້າງເຖິງການກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນອີກຕໍ່ໄປ; ຈະມີພຽງແຕ່ສິ່ງຖືກສ້າງແຕ່ລະຢ່າງປະຕິບັດໜ້າທີ່ຂອງພວກເຂົາ. ໃນປັດຈຸບັນ ມະນຸດຖືກສ້າງໃຫ້ສະແຫວງຫາສິ່ງເຫຼົ່ານີ້ພຽງແຕ່ເພື່ອຈຳກັດຂອບເຂດໃຫ້ກັບມະນຸດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 590](https://lo.kingdomsalvation.org/videos/destinations-and-outcomes-excerpt-590.html) - ເມື່ອພາລະກິດແຫ່ງການເອົາຊະນະຖືກເຮັດໃຫ້ສຳເລັດ ມະນຸດຈະຖືກນໍາໄປສູ່ໂລກທີ່ສວຍງາມ. ແນ່ນອນ ຊີວິດນີ້ກໍຈະຍັງຢູ່ເທິງແຜ່ນດິນໂລກ ແຕ່ມັນຈະບໍ່ເປັນຄືກັບຊີວິດມະນຸດໃນປັດຈຸບັນຢ່າງສິ້ນເຊີງ. ມັນເປັນຊີວິດທີ່ມະນຸດຊາດຈະມີຫຼັງຈາກທີ່ໄດ້ເອົາຊະນະບັນດາມວນມະນຸດຊາດ, ມັນຈະເປັນການເລີ່ມຕົ້ນໃໝ່ສຳລັບມະນຸດເທິງແຜ່ນດິນໂລກ ແລະ ການທີ່ມະນຸດຊາດມີຊີວິດດັ່ງກ່າວຈະເປັນເຄື່ອງພິສູດວ່າ ມະນຸດຊາດໄດ້ເຂົ້າສູ່ອານາຈັກໃໝ່ທີ່ສວຍງາມແລ້ວ. ມັນຈະເປັນການເລີ່ມຕົ້ນຂອງຊີວິດຂອງມະນຸດ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ເງື່ອນໄຂລ່ວງໜ້າສໍາລັບຊີວິດທີ່ສວຍງາມດັ່ງກ່າວຕ້ອງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ຖືກເອົາຊະນະ ເຂົາຈະອ່ອນນ້ອມຕໍ່ໜ້າພຣະຜູ້ສ້າງ. ດ້ວຍເຫດນັ້ນ ພາລະກິດແຫ່ງການເອົາຊະນະແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າກ່ອນທີ່ມະນຸດຊາດຈະເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນນັ້ນ. ຊີວິດດັ່ງກ່າວແມ່ນຊີວິດໃນອະນາຄົດຂອງມະນຸດເທິງແຜ່ນດິນໂລກ, ມັນເປັນຊີວິດທີ່ສວຍງາມທີ່ສຸດເທິງແຜ່ນດິນໂລກ, ເປັນຊີວິດປະເພດທີ່ມະນຸດປາຖະໜາ ເຊິ່ງເປັນປະເພດທີ່ມະນຸດບໍ່ເຄີຍໄດ້ຮັບໃນປະຫວັດສາດຂອງໂລກ. ມັນເປັນຜົນໄດ້ຮັບສຸດທ້າຍຂອງ 6.000 ປີຂອງພາລະກິດແຫ່ງການຄຸ້ມຄອງ, ມັນເປັນສິ່ງທີ່ມະນຸດຊາດປາຖະໜາຫຼາຍທີ່ສຸດ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າມີໃຫ້ມະນຸດ. ແຕ່ຄຳສັນຍານີ້ບໍ່ສາມາດບັງເກີດຂຶ້ນໃນທັນທີ; ມະນຸດຈະເຂົ້າສູ່ປາຍທາງໃນອະນາຄົດພຽງແຕ່ເມື່ອພາລະກິດແຫ່ງຍຸກສຸດທ້າຍໄດ້ຖືກເຮັດໃຫ້ສຳເລັດ ແລະ ເຂົາຖືກເອົາຊະນະຢ່າງສົມບູນ ນັ້ນກໍຄື ເມື່ອຊາຕານໄດ້ຖືກເຮັດໃຫ້ພ່າຍແພ້ຢ່າງສິ້ນເຊີງ. ມະນຸດຈະປາສະຈາກທຳມະຊາດແຫ່ງຄວາມຜິດບາບຫຼັງຈາກທີ່ເຂົາຖືກຫຼໍ່ຫຼອມ ເພາະພຣະເຈົ້າຈະໄດ້ເຮັດໃຫ້ຊາຕານພ່າຍແພ້ ເຊິ່ງໝາຍຄວາມວ່າ ຈະບໍ່ມີການບຸກລຸກໂດຍກອງກຳລັງຮຸນແຮງ ແລະ ບໍ່ມີກອງກຳລັງຮຸນແຮງໃດທີ່ສາມາດໂຈມຕີເນື້ອໜັງຂອງມະນຸດໄດ້. ດ້ວຍເຫດນັ້ນ ມະນຸດຈະເປັນອິດສະຫຼະ ແລະ ບໍລິສຸດ ນັ້ນກໍຄື ເຂົາຈະເຂົ້າສູ່ຄວາມເປັນນິລັນດອນ. ມີພຽງເມື່ອກອງກຳລັງທີ່ຮຸນແຮງແຫ່ງຄວາມມືດຖືກຈັບມັດໄວ້ ມະນຸດຈຶ່ງຈະເປັນອິດສະຫຼະໃນທຸກບ່ອນທີ່ເຂົາໄປ ແລະ ດັ່ງນັ້ນເຂົາກໍຈະປາສະຈາກຄວາມກະບົດ ຫຼື ການຕໍ່ຕ້ານ. ຊາຕານຕ້ອງຖືກຈັບມັດໄວ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 588](https://lo.kingdomsalvation.org/videos/destinations-and-outcomes-excerpt-588.html) - ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈຈຸດໝາຍປາຍທາງທີ່ມະນຸດຊາດຈະເຂົ້າສູ່. ໃນຖານະທີ່ເປັນສິ່ງຖືກສ້າງ ມະນຸດຄວນປະຕິບັດໜ້າທີ່ຂອງສິ່ງຖືກສ້າງ: ມະນຸດຄວນຕິດຕາມພຣະເຈົ້າໃນທຸກສິ່ງທີ່ພຣະອົງປະຕິບັດ; ພວກເຈົ້າຄວນດຳເນີນການໃນຫົນທາງໃດກໍຕາມທີ່ເຮົາບອກກັບພວກເຈົ້າ. ເຈົ້າບໍ່ມີທາງຈັດການສິ່ງຕ່າງໆສຳລັບຕົວເຈົ້າເອງໄດ້ ແລະ ເຈົ້າບໍ່ມີຄວາມລຶກລັບເໜືອຕົວເຈົ້າເອງໄດ້; ທຸກສິ່ງຕ້ອງປະໄວ້ທີ່ການຈັດແຈງຂອງພຣະເຈົ້າ ແລະ ທຸກສິ່ງແມ່ນຖືກກຳໄວ້ຢູ່ພາຍໃນມືຂອງພຣະອົງ. ຖ້າພາລະກິດຂອງພຣະເຈົ້າໄດ້ຈັດກຽມແກ່ມະນຸດດ້ວຍຈຸດຈົບ, ຈຸດໝາຍປາຍທາງທີ່ມະຫັດສະຈັນໄວ້ລ່ວງໜ້າ ແລະ ຖ້າພຣະເຈົ້ານໍາໃຊ້ສິ່ງນີ້ເພື່ອລໍ້ໃຈມະນຸດ ແລະ ເຮັດໃຫ້ມະນຸດຕິດຕາມພຣະອົງ ນັ້ນກໍຄື ຖ້າພຣະອົງສ້າງຂໍ້ສັນຍາກັບມະນຸດ ແລ້ວສິ່ງນີ້ຈະບໍ່ແມ່ນການເອົາຊະນະ ຫຼື ມັນບໍ່ແມ່ນເພື່ອປະຕິບັດພາລະກິດໃນຊີວິດຂອງມະນຸດ. ຖ້າພຣະເຈົ້າຕ້ອງໃຊ້ຈຸດຈົບຂອງມະນຸດເພື່ອຄວບຄຸມມະນຸດ ແລະ ຮັບເອົາຫົວໃຈຂອງເຂົາ, ແລ້ວໃນເລື່ອງນີ້ ພຣະອົງຈະບໍ່ໄດ້ເຮັດໃຫ້ມະນຸດສົມບູນ ຫຼື ພຣະອົງຈະບໍ່ສາມາດຮັບເອົາມະນຸດ, ແຕ່ກົງກັນຂ້າມ ພຣະອົງຈະໃຊ້ຈຸດໝາຍປາຍທາງເພື່ອຄວບຄຸມເຂົາ. ມະນຸດບໍ່ສົນໃຈໃນສິ່ງໃດນອກຈາກຈຸດຈົບໃນອະນາຄົດ, ຈຸດໝາຍປາຍທາງສຸດທ້າຍ ແລະ ບໍ່ວ່າຈະມີສິ່ງດີໆໃຫ້ຄາດຫວັງ ຫຼື ບໍ່. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນລະຫວ່າງພາລະກິດແຫ່ງການເອົາຊະນະ ແລະ ຖ້າກ່ອນໜ້າການເອົາຊະນະມະນຸດ, ເຂົາໄດ້ຮັບຈຸດໝາຍປາຍທາງທີ່ເໝາະສົມໃຫ້ສະແຫວງຫາ ແລ້ວການເອົາຊະນະມະນຸດຈະບໍ່ພຽງແຕ່ບໍ່ບັນລຸຜົນຂອງມັນເທົ່ານັ້ນ, ແຕ່ຜົນໄດ້ຮັບຂອງພາລະກິດແຫ່ງການເອົາຊະນະກໍຍັງຈະໄດ້ຮັບອິດທິພົນອີກດ້ວຍ. ນັ້ນໝາຍຄວາມວ່າ ພາລະກິດແຫ່ງການເອົາຊະນະບັນລຸຜົນຂອງມັນໂດຍການເອົາໂຊກຊະຕາອອກໄປ ແລະ ຄວາມຄາດຫວັງຂອງມະນຸດ ແລະ ການພິພາກສາ ແລະ ການຂ້ຽນຕີອຸປະນິໄສທີ່ກະບົດຂອງມະນຸດ. ມັນບໍ່ໄດ້ບັນລຸໂດຍການເຮັດຂໍ້ສັນຍາກັບມະນຸດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 553](https://lo.kingdomsalvation.org/videos/entry-into-life-excerpt-553.html) - ພາລະກິດນີ້ທີ່ກຳລັງປະຕິບັດທ່າມກາງພວກເຈົ້າແມ່ນກຳລັງປະຕິບັດໃນພວກເຈົ້າຕາມພາລະກິດທີ່ຕ້ອງຖືກເຮັດໃຫ້ສຳເລັດ. ຫຼັງຈາກເອົາຊະນະຜູ້ຄົນເຫຼົ່ານີ້, ກຸ່ມຄົນໃດໜຶ່ງກໍ່ຈະຖືກເຮັດໃຫ້ສົມບູນ. ສະນັ້ນ, ພາລະກິດສ່ວນໃຫຍ່ໃນປັດຈຸບັນກໍ່ຍັງເປັນການກະກຽມສຳລັບເປົ້າໝາຍໃນການເຮັດໃຫ້ພວກເຈົ້າສົມບູນ, ເພາະມີຫຼາຍຄົນທີ່ກຳລັງຫິວກະຫາຍຫາຄວາມຈິງ ເຊິ່ງເປັນຜູ້ທີ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າພາລະກິດແຫ່ງການເອົາຊະນະຕ້ອງຖືກປະຕິບັດໃນພວກເຈົ້າ ແລະ ຫຼັງຈາກນັ້ນແມ່ນບໍ່ມີການປະຕິບັດພາລະກິດຕື່ມອີກ, ແລ້ວມັນຈະບໍ່ເປັນຈິງບໍທີ່ບາງຄົນທີ່ປາຖະໜາຫາຄວາມຈິງຈະບໍ່ໄດ້ຮັບເອົາມັນ? ພາລະກິດໃນປັດຈຸບັນແມ່ນແນໃສ່ເພື່ອເປີດເສັ້ນທາງສູ່ການເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ເຖິງແມ່ນພາລະກິດຂອງເຮົາເປັນພຽງແຕ່ພາລະກິດແຫ່ງການເອົາຊະນະເທົ່ານັ້ນ, ເຖິງຢ່າງໃດກໍ່ຕາມ ຫົນທາງແຫ່ງຊີວິດທີ່ເຮົາກ່າວເຖິງແມ່ນເພື່ອກະກຽມເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ພາລະກິດທີ່ມາຫຼັງຈາກການເອົາຊະນະແມ່ນເນັ້ນໃສ່ການເຮັດໃຫ້ຜູ້ຄົນສົມບູນ ແລະ ການເອົາຊະນະແມ່ນເກີດຂຶ້ນເພື່ອວາງພື້ນຖານແກ່ພາລະກິດແຫ່ງການເຮັດໃຫ້ສົມບູນ. ມະນຸດສາມາດຖືກເຮັດໃຫ້ສົມບູນພຽງແຕ່ຫຼັງຈາກທີ່ຖືກເອົາຊະນະ. ໃນຕອນນີ້, ໜ້າທີ່ຫຼັກຄືການເອົາຊະນະ; ຫຼັງຈາກນັ້ນ, ຄົນທີ່ສະແຫວງຫາ ແລະ ປາຖະໜາຫາຄວາມຈິງກໍ່ຈະຖືກເຮັດໃຫ້ສົມບູນ. ການຖືກເຮັດໃຫ້ສົມບູນກ່ຽວພັນກັບລັກສະນະດ້ານບວກຂອງທາງເຂົ້າຂອງຜູ້ຄົນ: ເຈົ້າມີຫົວໃຈທີ່ຮັກພຣະເຈົ້າບໍ, ເຈົ້າມີປະສົບການຫຼາຍສໍ່າໃດໃນການຍ່າງໃນເສັ້ນທາງນີ້, ຄວາມຮັກຂອງເຈົ້າຕໍ່ພຣະເຈົ້າບໍລິສຸດສໍ່າໃດ, ການປະຕິບັດຄວາມຈິງຂອງເຈົ້າຖືກຕ້ອງສໍ່າໃດ. ເພື່ອທີ່ຈະຖືກເຮັດໃຫ້ສົມບູນ, ຄົນໆໜຶ່ງຕ້ອງມີຄວາມຮູ້ພື້ນຖານກ່ຽວກັບທຸກລັກສະນະຂອງຄວາມເປັນມະນຸດ. ນີ້ແມ່ນເງື່ອນໄຂພື້ນຖານ. ທຸກຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນຫຼັງຈາກທີ່ຖືກເອົາຊະນະກໍ່ຈະກາຍມາເປັນພຽງເຄື່ອງມືຮັບໃຊ້ ແລະ ໃນທີ່ສຸດແລ້ວ ຍັງຈະຖືກໂຍນລົງສູ່ທະເລສາບແຫ່ງໄຟ ແລະ ຍັງຈະຕົກລົງໃນເຫວເລິກທີ່ບໍ່ສິ້ນສຸດ, ເພາະອຸປະນິໄສຂອງເຈົ້າບໍ່ໄດ້ປ່ຽນແປງ ແລະ ເຈົ້າຍັງເປັນຂອງຊາຕານ. ຖ້າມະນຸດຂາດເງື່ອນໄຂສຳລັບຄວາມສົມບູນ, ແລ້ວເຂົາກໍ່ບໍ່ມີປະໂຫຍດຫຍັງເລີຍ, ເຂົາເປັນຂອງເສດເຫຼືອ, ເປັນເຄື່ອງມື, ເປັນສິ່ງທີ່ບໍ່ສາມາດທົນຕໍ່ການທົດລອງແຫ່ງໄຟໄດ້! ຕອນນີ້ ເຈົ້າມີຫົວໃຈທີ່ຮັກພຣະເຈົ້າຫຼາຍສໍ່າໃດ? ຫົວໃຈທີ່ກຽດຊັງຕົວເອງ ຫຼາຍສໍ່າໃດ? ເຈົ້າຮູ້ຈັກຊາຕານເລິກເຊິ່ງສໍ່າໃດ? ພວກເຈົ້າໄດ້ເພີ່ມຄວາມຕັ້ງໃຈຂອງພວກເຈົ້າໃຫ້ເຂັ້ມແຂງແລ້ວບໍ? ຊີວິດຂອງເຈົ້າພາຍໃນຄວາມເປັນມະນຸດຂອງເຈົ້າຖືກຄວບຄຸມເປັນຢ່າງດີບໍ? ຊີວິດຂອງເຈົ້າໄດ້ປ່ຽນແປງແລ້ວບໍ?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 552](https://lo.kingdomsalvation.org/videos/entry-into-life-excerpt-552.html) - ຖ້າເຈົ້າຕ້ອງຖືກເຮັດໃຫ້ສົມບູນ, ມີເງື່ອນໄຂທີ່ຕ້ອງບັນລຸ. ຜ່ານຄວາມຕັ້ງໃຈຂອງເຈົ້າ, ການພາກພຽນຂອງເຈົ້າ ແລະ ຄວາມສຳນຶກຂອງເຈົ້າ ແລະ ຜ່ານການສະແຫວງຫາຂອງເຈົ້າ, ເຈົ້າຈະສາມາດມີປະສົບການກັບຊີວິດ ແລະ ຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ນີ້ຄືທາງເຂົ້າຂອງເຈົ້າ ແລະ ທຸກສິ່ງເຫຼົ່ານີ້ແມ່ນສິ່ງຈຳເປັນໃນເສັ້ນທາງສູ່ຄວາມສົມບູນ. ພາລະກິດແຫ່ງການເຮັດໃຫ້ສົມບູນແມ່ນສາມາດປະຕິບັດໃນທຸກຄົນ. ຄົນໃດກໍ່ຕາມທີ່ສະແຫວງຫາພຣະເຈົ້າແມ່ນສາມາດຖືກເຮັດໃຫ້ສົມບູນ ແລະ ມີໂອກາດ ແລະ ຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ບໍ່ມີກົດລະບຽບຕາຍຕົວໃນທີ່ນີ້. ບໍ່ວ່າຄົນໆໜຶ່ງຈະສາມາດຖືກເຮັດໃຫ້ສົມບູນໄດ້ ຫຼື ບໍ່ ແມ່ນຂຶ້ນກັບສິ່ງທີ່ຄົນໆນັ້ນສະແຫວງຫາເປັນຫຼັກ. ຄົນທີ່ຮັກຄວາມຈິງ ແລະ ສາມາດດຳລົງຊີວິດຕາມຄວາມຈິງແມ່ນສາມາດຖືກເຮັດໃຫ້ສົມບູນຢ່າງແນ່ນອນ. ຄົນທີ່ບໍ່ຮັກຄວາມຈິງແມ່ນບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ; ພວກເຂົາບໍ່ມີຊີວິດທີ່ພຣະເຈົ້າຕ້ອງການ ແລະ ພວກເຂົາບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ພາລະກິດແຫ່ງການເຮັດໃຫ້ສົມບູນແມ່ນພຽງແຕ່ເພື່ອເຫັນແກ່ການຮັບເອົາຜູ້ຄົນ ແລະ ບໍ່ແມ່ນສ່ວນໜຶ່ງໃນພາລະກິດຂອງການສູ້ຮົບກັບຊາຕານ; ພາລະກິດແຫ່ງການເອົາຊະນະແມ່ນພຽງແຕ່ເພື່ອເຫັນແກ່ການສູ້ຮົບກັບຊາຕານ ເຊິ່ງໝາຍຄວາມວ່າຈະໃຊ້ການເອົາຊະນະມະນຸດເພື່ອເຮັດໃຫ້ຊາຕານພ່າຍແພ້. ພາລະກິດແຫ່ງການເອົາຊະນະແມ່ນພາລະກິດຫຼັກ, ພາລະກິດໃໝ່ທີ່ສຸດ, ພາລະກິດທີ່ບໍ່ເຄີຍປະຕິບັດໃນຍຸກໃດມາກ່ອນ. ສາມາດເວົ້າໄດ້ວ່າ ເປົ້າໝາຍຂອງຂັ້ນຕອນນີ້ຂອງພາລະກິດແມ່ນເພື່ອເອົາຊະນະທຸກຄົນເປັນຫຼັກ ເພື່ອເຮັດໃຫ້ຊາຕານພ່າຍແພ້. ພາລະກິດໃນການເຮັດໃຫ້ຜູ້ຄົນສົມບູນ, ນີ້ບໍ່ແມ່ນພາລະກິດໃໝ່. ແກ່ນແທ້ຂອງເປົ້າໝາຍໃນທຸກພາລະກິດໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຄືການເອົາຊະນະຜູ້ຄົນ. ນີ້ແມ່ນຄືກັບຍຸກແຫ່ງພຣະຄຸນ ເມື່ອພາລະກິດຫຼັກແມ່ນການໄຖ່ບາບມະນຸດຊາດທັງປວງຜ່ານການຖືກຄຶງເທິງໄມ້ກາງແຂນ. “ການຮັບເອົາຜູ້ຄົນ” ເປັນສິ່ງທີ່ເພີ່ມເຕີມຈາກພາລະກິດໃນເນື້ອໜັງ ແລະ ຖືກປະຕິບັດພຽງແຕ່ຫຼັງຈາກທີ່ຖືກຄຶງເທິງໄມ້ກາງແຂນ. ເມື່ອພຣະເຢຊູມາ ແລະ ປະຕິບັດພາລະກິດຂອງພຣະອົງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 434](https://lo.kingdomsalvation.org/videos/entry-into-life-excerpt-434.html) - ຖ້າຜູ້ຄົນຕ້ອງຮູ້ຈັກພຣະເຈົ້າ ພວກເຂົາຕ້ອງຮູ້ຈັກວ່າພຣະເຈົ້າແມ່ນພຣະເຈົ້າທີ່ແທ້ຈິງກ່ອນ ແລະ ພວກເຂົາຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ, ການປາກົດຕົວທີ່ແທ້ຈິງຂອງພຣະເຈົ້າໃນເນື້ອໜັງ ແລະ ພາລະກິດທີ່ແທ້ຈິງຂອງພຣະເຈົ້າ. ພຽງແຕ່ຫຼັງຈາກການຮູ້ຈັກວ່າ ພາລະກິດທຸກຢ່າງຂອງພຣະເຈົ້າແມ່ນແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮ່ວມມືຕົວຈິງກັບພຣະເຈົ້າຈິງໄດ້ ແລະ ພຽງແຕ່ຜ່ານເສັ້ນທາງນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດບັນລຸຄວາມເຕີບໃຫຍ່ໃນຊີວິດຂອງເຈົ້າໄດ້. ທຸກຄົນທີ່ບໍ່ມີຄວາມຮູ້ກ່ຽວກັບຄວາມເປັນຈິງບໍ່ມີທາງຈະມີປະສົບການກັບພຣະທຳຂອງພຣະເຈົ້າໄດ້, ຕິດບ້ວງແຮ້ວໃນແນວຄິດຂອງພວກເຂົາ, ດຳລົງຊີວິດຢູ່ໃນຈິນຕະນາການຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ມີຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າ. ຍິ່ງຄວາມຮູ້ຂອງເຈົ້າກ່ຽວກັບຄວາມເປັນຈິງຍິ່ງໃຫຍ່ສໍ່າໃດ ເຈົ້າກໍຍິ່ງໃກ້ກັບພຣະເຈົ້າຫຼາຍສໍ່ານັ້ນ ແລະ ເຈົ້າກໍຍິ່ງໃກ້ຊິດກັບພຣະອົງຫຼາຍສໍ່ານັ້ນ; ຍິ່ງເຈົ້າສະແຫວງຫາຄວາມບໍ່ແຈ່ມແຈ້ງ, ຄວາມບໍ່ມີຕົວຕົນ ແລະ ຄຳສັ່ງສອນຫຼາຍສໍ່າໃດ, ເຈົ້າກໍຍິ່ງຫ່າງເຫີນຈາກພຣະເຈົ້າຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ເຈົ້າກໍຍິ່ງຈະຮູ້ສຶກວ່າ ການມີປະສົບການກັບພຣະທຳຂອງພຣະເຈົ້າເປັນສິ່ງທີ່ລຳບາກ ແລະ ຫຍຸ້ງຍາກຫຼາຍສໍ່ານັ້ນ ແລະ ເຈົ້າກໍຍັງຮູ້ສຶກວ່າ ເຈົ້າຂາດຄວາມສາມາດສຳລັບທາງເຂົ້າສູ່ພຣະທໍາ. ຖ້າເຈົ້າປາຖະໜາທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ສູ່ເສັ້ນທາງທີ່ຖືກຕ້ອງຂອງຊີວິດຝ່າຍວິນຍານຂອງເຈົ້າ, ເຈົ້າຕ້ອງຮູ້ຈັກຄວາມເປັນຈິງກ່ອນ ແລະ ແຍກຕົວເຈົ້າເອງອອກຈາກສິ່ງທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ ເຊິ່ງເວົ້າໄດ້ວ່າ ກ່ອນອື່ນ ເຈົ້າຕ້ອງເຂົ້າໃຈວ່າ ພຣະວິນຍານບໍລິສຸດເຮັດໃຫ້ສະຫວ່າງຢ່າງແທ້ຈິງ ແລະ ນໍາພາເຈົ້າໄດ້ແນວໃດ. ດ້ວຍວິທີນີ້ ຖ້າເຈົ້າສາມາດເຂົ້າໃຈພາລະກິດທີ່ແທ້ຈິງຂອງພຣະວິນຍານບໍລິສຸດພາຍໃນມະນຸດຢ່າງແທ້ຈິງ, ແລ້ວເຈົ້າກໍຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແນ່ນອນ. ໃນປັດຈຸບັນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 429](https://lo.kingdomsalvation.org/videos/entry-into-life-excerpt-429.html) - ການເຊີດຊູພຣະທໍາຂອງພຣະເຈົ້າ ແລະ ການທີ່ສາມາດອະທິບາຍພຣະທໍາເຫຼົ່ານັ້ນຢ່າງເປີດເຜີຍບໍ່ໄດ້ໝາຍຄວາມວ່າ ເຈົ້າມີຄວາມເປັນຈິງ. ມັນບໍ່ງ່າຍຄືດັ່ງທີ່ເຈົ້າຈິນຕະນາການໄວ້. ເຈົ້າຈະມີຄວາມເປັນຈິງ ຫຼື ບໍ່ມີຄວາມເປັນຈິງ ບໍ່ໄດ້ອີງຕາມສິ່ງທີ່ເຈົ້າເວົ້າ; ແຕ່ກົງກັນຂ້າມ ແມ່ນອີງຕາມສິ່ງທີ່ເຈົ້າດໍາລົງຊີວິດຕາມ. ເມື່ອພຣະທໍາຂອງພຣະເຈົ້າກາຍເປັນຊີວິດຂອງເຈົ້າ ແລະ ກາຍເປັນຖ້ອຍຄຳທີ່ສະແດງອອກແບບທໍາມະຊາດຂອງເຈົ້າ ນັ້ນສາມາດເວົ້າໄດ້ວ່າ ເຈົ້າມີຄວາມເປັນຈິງ ແລະ ພຽງເມື່ອນັ້ນເຈົ້າຈຶ່ງສາມາດຖືວ່າໄດ້ຮັບຄວາມເຂົ້າໃຈ ແລະ ໄດ້ຮັບວຸດທິພາວະທີ່ແທ້ຈິງ. ເຈົ້າຕ້ອງສາມາດທົນຕໍ່ການກວດສອບໄລຍະຍາວ ແລະ ເຈົ້າຕ້ອງສາມາດດໍາລົງຊີວິດຕາມລັກສະນະຂອງຄວາມຕ້ອງການຂອງພຣະເຈົ້າ. ນີ້ຕ້ອງບໍ່ແມ່ນພຽງແຕ່ການທໍາທ່າເຮັດ ແຕ່ມັນຕ້ອງໄຫຼອອກມາຈາກເຈົ້າຢ່າງເປັນທໍາມະຊາດ. ພຽງເມື່ອນັ້ນ ເຈົ້າຈຶ່ງຈະມີຄວາມເປັນຈິງຢ່າງແທ້ຈິງ ແລະ ພຽງເມື່ອນັ້ນ ເຈົ້າຈຶ່ງຈະໄດ້ຮັບຊີວິດ. ເຮົາຂໍຍົກການທົດລອງຂອງຜູ້ບໍລິການທີ່ທຸກຄົນຄຸ້ນເຄີຍມາເປັນຕົວຢ່າງ. ໃຜກໍສາມາດອະທິບາຍກ່ຽວກັບທິດສະດີທີ່ສູງສົ່ງກ່ຽວກັບຜູ້ບໍລິການໄດ້; ທຸກຄົນແມ່ນມີລະດັບຄວາມເຂົ້າໃຈທີ່ເໝາະສົມກ່ຽວກັບເລື່ອງດັ່ງກ່າວນີ້; ພວກເຂົາບັນຍາຍກ່ຽວກັບມັນ ແລະ ແຕ່ລະຄໍາບັນຍາຍກໍເລີດເກີນກວ່າຄໍາບັນຍາຍທີ່ຜ່ານມາ ຄືກັບວ່າ ນີ້ແມ່ນການແຂ່ງຂັນ. ຢ່າງໃດກໍຕາມ, ຖ້າມະນຸດບໍ່ໄດ້ຜ່ານການທົດລອງທີ່ສໍາຄັນນີ້ ມັນກໍຍາກທີ່ຈະເວົ້າວ່າ ເຂົາມີຄໍາພະຍານທີ່ດີ. ສະຫຼຸບກໍຄື ການດໍາລົງຊີວິດຕາມຂອງມະນຸດແມ່ນຍັງຂາດເຂີນຫຼາຍ ແລະ ມັນບໍ່ສອດຄ່ອງກັບຄວາມເຂົ້າໃຈຂອງເຂົາເລີຍ. ດັ່ງນັ້ນ, ມັນຈຶ່ງຍັງບໍ່ໄດ້ກາຍເປັນວຸດທິພາວະທີ່ແທ້ຈິງຂອງມະນຸດ ແລະ ມັນກໍຍັງບໍ່ແມ່ນຊີວິດຂອງມະນຸດ. ຍ້ອນວ່າ ຄວາມເຂົ້າໃຈຂອງມະນຸດບໍ່ໄດ້ຖືກນໍາເຂົ້າສູ່ຄວາມເປັນຈິງ, ວຸດທິພາວະຂອງເຂົາແມ່ນຍັງຄ້າຍຄືກັບຫໍຜາສາດທີ່ຖືກສ້າງຂຶ້ນຢູ່ເທິງດິນຊາຍ, ໄກວໄປມາ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 410](https://lo.kingdomsalvation.org/videos/entry-into-life-excerpt-410.html) - ການເຊື່ອພຣະເຈົ້າຮຽກຮ້ອງໃຫ້ເຈົ້າວາງເຈດຕະນາ ແລະ ມຸມມອງຂອງເຈົ້າໃນລຳດັບທີ່ຖືກຕ້ອງ; ເຈົ້າຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ວິທີການປະຕິບັດທີ່ຖືກຕ້ອງ, ພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ, ສະພາບແວດລ້ອມທັງໝົດທີ່ພຣະເຈົ້າຈັດແຈງໃຫ້, ມະນຸດທີ່ພຣະເຈົ້າເປັນພະຍານໃຫ້ ແລະ ພຣະເຈົ້າອົງແທ້ຈິງ. ເຈົ້າຕ້ອງບໍ່ປະຕິບັດຕາມແນວຄິດຂອງເຈົ້າເອງ ຫຼື ສ້າງກົນອຸບາຍນ້ອຍໆຂອງເຈົ້າເອງ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າຕ້ອງສາມາດສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ພາລະກິດທັງໝົດຂອງພຣະເຈົ້າ ໃນຖານະທີ່ເຈົ້າເປັນສິ່ງຖືກສ້າງ. ຖ້າເຈົ້າປາຖະໜາທີ່ຈະສະແຫວງຫາການຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຂົ້າສູ່ເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງ, ແລ້ວຫົວໃຈຂອງເຈົ້າຕ້ອງດຳລົງຢູ່ຕໍ່ໜ້າພຣະເຈົ້າສະເໝີ. ຢ່າເຮັດຜິດສິນທໍາ, ຢ່າຕິດຕາມຊາຕານ, ຢ່າປ່ອຍໃຫ້ຊາຕານມີໂອກາດໃດໜຶ່ງທີ່ຈະປະຕິບັດພາລະກິດຂອງມັນ ແລະ ຢ່າປ່ອຍໃຫ້ຊາຕານໃຊ້ເຈົ້າ. ເຈົ້າຕ້ອງມອບຕົວເອງໃຫ້ພຣະເຈົ້າຢ່າງສົມບູນ ແລະ ປ່ອຍໃຫ້ພຣະເຈົ້າປົກຄອງເຈົ້າ. ເຈົ້າເຕັມໃຈທີ່ຈະເປັນຜູ້ຮັບໃຊ້ຂອງຊາຕານບໍ? ເຈົ້າເຕັມໃຈທີ່ຈະຖືກຊາຕານເອົາປຽບບໍ? ເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາພຣະເຈົ້າ ເພື່ອວ່າເຈົ້າຈະໄດ້ຖືກພຣະອົງເຮັດໃຫ້ສົມບູນແບບບໍ ຫຼື ເພື່ອວ່າເຈົ້າຈະກາຍເປັນຕົວປະກອບສຳລັບພາລະກິດຂອງພຣະເຈົ້າບໍ? ເຈົ້າເລືອກຊີວິດທີ່ມີຄວາມໝາຍທີ່ເຈົ້າຈະຖືກຮັບໂດຍພຣະເຈົ້າ ຫຼື ຊີວິດທີ່ບໍ່ມີຄ່າ ແລະ ວ່າງເປົ່າບໍ? ເຈົ້າເລືອກທີ່ຈະຖືກພຣະເຈົ້າໃຊ້ບໍ ຫຼື ຖືກຊາຕານເອົາປຽບ? ເຈົ້າເລືອກທີ່ຈະໃຫ້ພຣະທຳ ແລະ ຄວາມຈິງຂອງພຣະເຈົ້າເຕີມເຕັມໃນຕົວເຈົ້າ ຫຼື ປ່ອຍໃຫ້ຄວາມບາບ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 409](https://lo.kingdomsalvation.org/videos/entry-into-life-excerpt-409.html) - ໃນການເຊື່ອໃນພຣະເຈົ້າ ຢ່າງໜ້ອຍເຈົ້າຕ້ອງແກ້ໄຂບັນຫາກ່ຽວກັບການມີຄວາມສຳພັນປົກກະຕິກັບພຣະເຈົ້າ. ຖ້າເຈົ້າບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ, ແລ້ວຄວາມໝາຍໃນການເຊື່ອໃນພຣະເຈົ້າກໍ່ຈະສູນຫາຍໄປ. ການສ້າງຄວາມສຳພັນປົກກະຕິກັບພຣະເຈົ້ານັ້ນບັນລຸຜົນໄດ້ຢ່າງສິ້ນເຊີງດ້ວຍຫົວໃຈທີ່ສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ການມີຄວາມສຳພັນປົກກະຕິກັບພຣະເຈົ້າໝາຍເຖິງການສາມາດບໍ່ມີຂໍ້ສົງໄສ ແລະ ບໍ່ປະຕິເສດພາລະກິດໃດໆຂອງພຣະເຈົ້າ ແລະ ສາມາດອ່ອນນ້ອມຕໍ່ພາລະກິດຂອງພຣະອົງ. ມັນໝາຍເຖິງການມີເຈດຕະນາອັນຖືກຕ້ອງຕໍ່ໜ້າພຣະເຈົ້າ, ບໍ່ວາງແຜນສຳລັບຕົວເຈົ້າເອງ ແລະ ການຄຳນຶງເຖິງຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າໃນທຸກສິ່ງກ່ອນ; ມັນໝາຍເຖິງການຍອມຮັບການກວດສອບວິເຄາະຂອງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ. ເຈົ້າຕ້ອງສາມາດເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດ. ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຈົ້າຕ້ອງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ດີທີ່ສຸດ. ເມື່ອເຈດຕະນາຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ເຈົ້າ, ໃຫ້ປະຕິບັດຕາມພວກມັນ ແລະ ມັນຈະບໍ່ຊ້າເກີນໄປ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າກາຍມາເປັນປົກກະຕິ, ເມື່ອນັ້ນເຈົ້າກໍ່ຈະມີຄວາມສຳພັນປົກກະຕິກັບຜູ້ຄົນເຊັ່ນດຽວກັນ. ເພື່ອສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ທຸກສິ່ງຕ້ອງຖືກສ້າງບົນພື້ນຖານພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດປະຕິບັດໜ້າທີ່ຂອງເຈົ້າຕາມພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າໄດ້ຮ້ອງຂໍ, ເຈົ້າຕ້ອງເຮັດໃຫ້ມຸມມອງຂອງເຈົ້າຊື່ກົງ ແລະ ຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ເຈົ້າຕ້ອງປະຕິບັດຄວາມຈິງ ເມື່ອເຈົ້າເຂົ້າໃຈມັນ ແລະ ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາດ້ວຍຫົວໃຈທີ່ອ່ອນນ້ອມຕໍ່ພຣະເຈົ້າ. ເມື່ອປະຕິບັດແບບນັ້ນ, ເຈົ້າຈະສາມາດຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ. ໃນເວລາດຽວກັນກັບທີ່ປະຕິບັດໜ້າທີ່ຂອງເຈົ້າຢ່າງຖືກຕ້ອງ, ເຈົ້າຍັງຕ້ອງຮັບປະກັນວ່າເຈົ້າບໍ່ໄດ້ເຮັດຫຍັງທີ່ບໍ່ເປັນປະໂຫຍດຕໍ່ທາງເຂົ້າສູ່ຊີວິດຂອງຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ ແລະ ບໍ່ເວົ້າສິ່ງທີ່ບໍ່ເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງ. ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງບໍ່ເຮັດສິ່ງທີ່ຂັດກັບຄວາມສຳນຶກຂອງເຈົ້າ ແລະ ຕ້ອງບໍ່ເຮັດສິ່ງທີ່ເປັນຕາອັບອາຍແທ້ໆ. ໂດຍສະເພາະແລ້ວ, ສຳລັບສິ່ງທີ່ກະບົດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 347](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-347.html) - ເນື້ອໜັງຂອງພວກເຈົ້າ, ຄວາມປາຖະໜາເກີນໂຕຂອງພວກເຈົ້າ, ຄວາມໂລບຂອງພວກເຈົ້າ ແລະ ຕັນຫາຂອງພວກເຈົ້າແມ່ນຖືກຝັງເລິກໃນພວກເຈົ້າ. ສິ່ງເຫຼົ່ານີ້ກຳລັງຄວບຄຸມຫົວໃຈຂອງພວກເຈົ້າຢູ່ຕະຫຼອດເວລາຈົນພວກເຈົ້າບໍ່ມີອຳນາດທີ່ຈະປົດແອກແຫ່ງຄວາມຄິດແບບສັກດິນາ ແລະ ເສື່ອມຊາມເຫຼົ່ານັ້ນໄດ້. ພວກເຈົ້າບໍ່ປາຖະໜາທີ່ຈະປ່ຽນແປງສະຖານະການໃນປັດຈຸບັນຂອງພວກເຈົ້າ ຫຼື ຫຼົບໜີຈາກອິດທິພົນແຫ່ງຄວາມມືດ. ພວກເຈົ້າຖືກຜູກມັດກັບສິ່ງເຫຼົ່ານັ້ນແທ້ໆ. ເຖິງແມ່ນພວກເຈົ້າທຸກຄົນຮູ້ຈັກວ່າຊີວິດແບບນີ້ເຈັບປວດຫຼາຍ ແລະ ໂລກຂອງມະນຸດໃບນີ້ມືດມົວຫຼາຍ, ແຕ່ຍັງບໍ່ມີຄົນໃດໃນບັນດາພວກເຈົ້າທີ່ກ້າປ່ຽນແປງຊີວິດຂອງພວກເຈົົ້າ. ພວກເຈົ້າພຽງແຕ່ຕ້ອງການຫຼົບໜີຈາກຄວາມເປັນຈິງຂອງຊີວິດນີ້, ບັນລຸການຢູ່ເໜືອວິນຍານ ແລະ ມີຊີວິດໃນສະພາບແວດລ້ອມທີ່ສະຫງົບສຸກ, ມີຄວາມສຸກ ແລະ ເປັນຄືກັບສະຫວັນ. ພວກເຈົ້າບໍ່ເຕັມໃຈທີ່ຈະອົດທົນກັບຄວາມລຳບາກເພື່ອປ່ຽນແປງຊີວິດໃນປັດຈຸບັນຂອງພວກເຈົ້າ; ພວກເຈົ້າບໍ່ເຕັມໃຈທີ່ຈະຄົ້ນຫາຊີວິດທີ່ພວກເຈົ້າຄວນເຂົ້າສູ່ໃນການພິພາກສາ ແລະ ການຕີສອນນີ້. ກົງກັນຂ້າມ ພວກເຈົ້າຝັນເຖິງສິ່ງທີ່ບໍ່ເປັນຈິງທັງໝົດກ່ຽວກັບໂລກອັນສວຍງາມທີ່ຢູ່ເໜືອເນື້ອໜັງ. ຊີວິດທີ່ພວກເຈົ້າປາຖະໜາແມ່ນຊີວິດທີ່ພວກເຈົ້າສາມາດໄດ້ຮັບໂດຍບໍ່ຕ້ອງໃຊ້ຄວາມພະຍາຍາມ ເຊິ່ງປາສະຈາກການທົນທຸກກັບຄວາມເຈັບປວດໃດໆ. ນັ້ນບໍ່ແມ່ນຄວາມຈິງຢ່າງສິ້ນເຊີງ! ເພາະສິ່ງທີ່ພວກເຈົ້າຄາດຫວັງນັ້ນບໍ່ແມ່ນການດຳລົງຊີວິດທີ່ມີຄວາມໝາຍໃນເນື້ອໜັງ ແລະ ການຮັບຄວາມຈິງໃນຊ່ວງເວລາຊີວິດ ນັ້ນກໍ່ຄື ການດຳລົງຊີວິດເພື່ອຄວາມຈິງ ແລະ ການລຸກຢືນຂຶ້ນເພື່ອຄວາມຍຸຕິທຳ. ນີ້ບໍ່ແມ່ນຊີວິດທີ່ພວກເຈົ້າຈະພິຈາລະນາເປັນສິ່ງທີ່ສົດໃສ ແລະ ແວວວາວ. ພວກເຈົ້າຮູ້ສຶກວ່າ ນີ້ບໍ່ແມ່ນຊີວິດທີ່ສວຍງາມ ຫຼື ມີຄວາມໝາຍ. ໃນສາຍຕາຂອງພວກເຈົ້າແລ້ວ ການດຳລົງຊີວິດແບບນັ້ນຈະຮູ້ສຶກຄືກັບວ່າບໍ່ຍຸຕິທຳ! ເຖິງແມ່ນວ່າພວກເຈົ້າຍອມຮັບເອົາການຕີສອນນີ້ໃນມື້ນີ້, ແຕ່ເຖິງຢ່າງນັ້ນ ສິ່ງທີ່ພວກເຈົ້າກຳລັງສະແຫວງຫາບໍ່ແມ່ນເພື່ອຮັບຄວາມຈິງ ຫຼື ເພື່ອດຳລົງຊີວິດຕາມຄວາມຈິງໃນປັດຈຸບັນ ແຕ່ກົງກັນຂ້າມແມ່ນເພື່ອທີ່ຈະສາມາດເຂົ້າສູ່ຊີວິດທີ່ມີຄວາມສຸກນອກເໜືອຈາກເນື້ອໜັງໃນພາຍຫຼັງ. ພວກເຈົ້າບໍ່ໄດ້ສະແຫວງຫາຄວາມຈິງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 213](https://lo.kingdomsalvation.org/videos/knowing-God-s-work-excerpt-213.html) - ເປົ້າໝາຍຫຼັກຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອຊໍາລະລ້າງມະນຸດຊາດ ເພື່ອວ່າມະນຸດຈະສາມາດມີຄວາມຈິງ, ເພາະມະນຸດເຂົ້າໃຈຄວາມຈິງໜ້ອຍເກີນໄປ! ການປະຕິບັດພາລະກິດແຫ່ງການເອົາຊະນະໃນຜູ້ຄົນເຫຼົ່ານັ້ນແມ່ນມີຄວາມໝາຍທີ່ສຸດ. ພວກເຈົ້າໄດ້ຕົກຢູ່ພາຍໃຕ້ອິດທິພົນແຫ່ງຄວາມມືດ ແລະ ຖືກທຳຮ້າຍຢ່າງຮຸນແຮງ. ສະນັ້ນ ເປົ້າໝາຍຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ພວກເຈົ້າສາມາດຮູ້ຈັກທຳມະຊາດຂອງມະນຸດ ແລະ ດຳລົງຊີວິດຕາມຄວາມຈິງ. ການຖືກເຮັດໃຫ້ສົມບູນຄືສິ່ງທີ່ສິ່ງຖືກສ້າງທັງໝົດຄວນຮັບເອົາ. ຖ້າພາລະກິດໃນຂັ້ນຕອນນີ້ພຽງແຕ່ກ່ຽວພັນກັບການເຮັດໃຫ້ຜູ້ຄົນສົມບູນ, ແລ້ວມັນກໍ່ສາມາດຖືກປະຕິບັດໃນປະເທດອັງກິດ ຫຼື ອາເມຣິກາ ຫຼື ອິດສະຣາເອນ; ມັນສາມາດຖືກປະຕິບັດໃນຄົນທີ່ຢູ່ໃນຊາດໃດໜຶ່ງ. ແຕ່ພາລະກິດແຫ່ງການເອົາຊະນະແມ່ນຖືກເລືອກໄວ້ແລ້ວ. ບາດກ້າວທຳອິດຂອງພາລະກິດແຫ່ງການເອົາຊະນະເປັນໄລຍະສັ້ນ; ຍິ່ງໄປກວ່ານັ້ນ, ມັນຈະຖືກໃຊ້ເພື່ອເຮັດໃຫ້ຊາຕານອັບອາຍ ແລະ ເອົາຊະນະຈັກກະວານທັງປວງ. ນີ້ຄືພາລະກິດເລີ່ມຕົ້ນຂອງການເອົາຊະນະ. ສາມາດເວົ້າໄດ້ວ່າ ສິ່ງຖືກສ້າງໃດໜຶ່ງທີ່ເຊື່ອໃນພຣະເຈົ້າສາມາດຖືກເຮັດໃຫ້ສົມບູນແບບໄດ້ ເພາະການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ສາມາດບັນລຸໄດ້ຫຼັງຈາກການປ່ຽນແປງໄລຍະຍາວເທົ່ານັ້ນ. ແຕ່ການຖືກເອົາຊະນະເປັນສິ່ງທີ່ແຕກຕ່າງກັນ. ຕົວຢ່າງ ແລະ ແບບຢ່າງສຳລັບການເອົາຊະນະຕ້ອງເປັນຄົນທີ່ຫຼ້າຫຼັງທີ່ສຸດ, ດຳລົງຊີວິດຢູ່ໃນຄວາມມືດມົວທີ່ສຸດ; ພວກເຂົາຕ້ອງເປັນຄົນທີ່ເສື່ອມໂຊມທີ່ສຸດ, ບໍ່ເຕັມໃຈຢ່າງທີ່ສຸດທີ່ຈະຮັບຮູ້ພຣະເຈົ້າ ແລະ ກະບົດຕໍ່ພຣະເຈົ້າຫຼາຍທີ່ສຸດ. ນີ້ຄືປະເພດຂອງຄົນທີ່ສາມາດເປັນພະຍານເຖິງການຖືກເອົາຊະນະແທ້ໆ. ເປົ້າໝາຍຫຼັກຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອເຮັດໃຫ້ຊາຕານພ່າຍແພ້, ໃນຂະນະທີ່ເປົ້າໝາຍຫຼັກຂອງການເຮັດໃຫ້ຜູ້ຄົນສົມບູນແມ່ນເພື່ອຮັບຜູ້ຄົນ. ມັນແມ່ນເພື່ອເຮັດໃຫ້ຜູ້ຄົນສາມາດມີຄຳພະຍານຫຼັງຈາກທີ່ໄດ້ຖືກເອົາຊະນະ, ພາລະກິດແຫ່ງການເອົາຊະນະນີ້ຈຶ່ງຖືກປະຕິບັດໃນທີ່ນີ້, ໃນຄົນແບບພວກເຈົ້າ. ຈຸດປະສົງແມ່ນເພື່ອໃຫ້ຜູ້ຄົນເປັນພະຍານຫຼັງຈາກທີ່ຖືກເອົາຊະນະ. ຄົນເຫຼົ່ານີ້ທີ່ຖືກເອົາຊະນະຈະຖືກໃຊ້ເພື່ອບັນລຸເປົ້າໝາຍຂອງການເຮັດໃຫ້ຊາຕານອັບອາຍ. ສະນັ້ນ ແມ່ນຫຍັງຄືວິທີຫຼັກຂອງການເອົາຊະນະ? ການຕີສອນ, ການພິພາກສາ, ການສາບແຊ່ງ ແລະ ການເປີດໂປງ, ນັ້ນກໍ່ຄືການນໍາໃຊ້ອຸປະນິໄສທີ່ຊອບທຳເພື່ອເອົາຊະນະຜູ້ຄົນ ເພື່ອວ່າພວກເຂົາຈະເຊື່ອໝັ້ນຢ່າງສິ້ນເຊີງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 423](https://lo.kingdomsalvation.org/videos/entry-into-life-excerpt-423.html) - ພາຍໃນພຣະທໍາຂອງພຣະເຈົ້າແມ່ນຄວາມຈິງທີ່ມະນຸດຕ້ອງມີ, ສິ່ງທີ່ມີຜົນປະໂຫຍດ ແລະ ເປັນປະໂຫຍດທີ່ສຸດໃຫ້ກັບມະນຸດຊາດ, ຢາບຳລຸງ ແລະ ການບຳລຸງລ້ຽງທີ່ຮ່າງກາຍຂອງພວກເຈົ້າຕ້ອງການ, ເປັນສິ່ງທີ່ຊ່ວຍໃຫ້ມະນຸດຟື້ນຟູຄວາມເປັນມະນຸດປົກກະຕິຂອງເຂົາ ແລະ ຄວາມຈິງທີ່ມະນຸດຄວນປະກອບມີ. ຍິ່ງພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ຊີວິດຂອງພວກເຈົ້າກໍຍິ່ງເກີດດອກອອກຜົນໄດ້ໄວຫຼາຍສໍ່ານັ້ນ ແລະ ຄວາມຈິງກໍຍິ່ງຈະຊັດເຈນຫຼາຍສໍ່ານັ້ນ. ໃນຂະນະທີ່ເຈົ້າເຕີບໃຫຍ່ໃນວຸດທິພາວະ, ພວກເຈົ້າກໍຈະເຫັນສິ່ງຕ່າງໆຢູ່ໃນໂລກຝ່າຍວິນຍານຢ່າງຊັດເຈນຂຶ້ນ ແລະ ພວກເຈົ້າຈະມີພະລັງເພິ່ມຂຶ້ນເພື່ອເອົາຊະນະຊາຕານ. ຄວາມຈິງຫຼາຍຢ່າງທີ່ພວກເຈົ້າບໍ່ເຂົ້າໃຈກໍຈະຖືກເຮັດໃຫ້ແຈ່ມແຈ້ງ ເມື່ອພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າ. ຄົນສ່ວນຫຼາຍແມ່ນພໍໃຈກັບການເຂົ້າໃຈຂໍ້ຄວາມແຫ່ງພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ໃສ່ໃຈກັບການປະກອບຕົນເອງດ້ວຍຄຳສັ່ງສອນ ແທນທີ່ຈະລົງເລິກໃນປະສົບການປະຕິບັດຂອງພວກເຂົາ, ແຕ່ນັ້ນບໍ່ແມ່ນວິທີຂອງພວກຟາຣີຊາຍບໍ? ພວກເຂົາສາມາດໄດ້ຮັບຄວາມເປັນຈິງຈາກວະລີທີ່ວ່າ “ພຣະທຳຂອງພຣະເຈົ້າແມ່ນຊີວິດ” ໂດຍການເຮັດສິ່ງນີ້ບໍ? ຊີວິດຂອງບຸກຄົນໃດໜຶ່ງບໍ່ສາມາດເຕີບໃຫຍ່ໄດ້ໂດຍການອ່ານພຣະທຳຂອງພຣະເຈົ້າພຽງຢ່າງດຽວ, ແຕ່ມີແຕ່ເມື່ອພຣະທຳຂອງພຣະເຈົ້າຖືກນໍາເຂົ້າສູ່ການປະຕິບັດ. ຖ້າມັນເປັນຄວາມເຊື່ອຂອງເຈົ້າທີ່ວ່າ ການເຂົ້າໃຈພຣະທຳຂອງພຣະເຈົ້າແມ່ນສິ່ງດຽວທີ່ຈຳເປັນໃນການມີຊີວິດ ແລະ ວຸດທິພາວະ, ແລ້ວຄວາມເຂົ້າໃຈຂອງເຈົ້າກໍບົກຜ່ອງ. ການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງແທ້ຈິງເກີດຂຶ້ນເມື່ອເຈົ້າປະຕິບັດຄວາມຈິງ ແລະ ເຈົ້າຕ້ອງເຂົ້າໃຈວ່າ “ໂດຍການປະຕິບັດຄວາມຈິງເທົ່ານັ້ນ ຈຶ່ງຈະເຂົ້າໃຈຄວາມຈິງໄດ້”. ໃນປັດຈຸບັນ, ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ເຈົ້າພຽງແຕ່ສາມາດເວົ້າວ່າ ເຈົ້າຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ເຈົ້າບໍ່ສາມາດເວົ້າໄດ້ວ່າ ເຈົ້າເຂົ້າໃຈພຣະທຳນັ້ນ. ບາງຄົນເວົ້າວ່າ ກ່ອນອື່ນໝົດຄົນໆໜຶ່ງຕ້ອງເຂົ້າໃຈຄວາມຈິງກ່ອນທີ່ພວກເຂົາຈະສາມາດປະຕິບັດມັນໄດ້, ແຕ່ຄຳເວົ້ານີ້ພຽງຖືກແຕ່ບາງສ່ວນ ແລະ ບໍ່ຖືກຕ້ອງທັງໝົດ. ກ່ອນທີ່ເຈົ້າມີຄວາມຮູ້ກ່ຽວກັບຄວາມຈິງ, ເຈົ້າບໍ່ໄດ້ມີປະສົບການກັບຄວາມຈິງນັ້ນ. ຄວາມຮູ້ສຶກທີ່ວ່າ ເຈົ້າເຂົ້າໃຈສິ່ງທີ່ເຈົ້າໄດ້ຍິນຈາກການເທດສະໜາບໍ່ແມ່ນຄວາມເຂົ້າໃຈຢ່າງແທ້ຈິງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 422](https://lo.kingdomsalvation.org/videos/entry-into-life-excerpt-422.html) - ພາລະກິດ ແລະ ພຣະທຳຂອງພຣະເຈົ້າມີເຈດຕະນາທີ່ເຮັດໃຫ້ເກີດການປ່ຽນແປງໃນອຸປະນິໄສຂອງພວກເຈົ້າ; ເປົ້າໝາຍຂອງພຣະອົງບໍ່ແມ່ນພຽງເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈ ຫຼື ຄວາມຮູ້. ນັ້ນມັນບໍ່ພຽງພໍ. ຄົນທີ່ມີຄວາມສາມາດໃນການເຂົ້າໃຈບໍ່ຄວນມີຄວາມຫຍຸ້ງຍາກໃນການເຂົ້າໃຈພຣະທຳຂອງພຣະເຈົ້າ ເພາະພຣະທຳສ່ວນໃຫຍ່ຂອງພຣະເຈົ້າແມ່ນສະແດງອອກໃນພາສາຂອງມະນຸດ ແລະ ພຣະອົງເວົ້າຢ່າງແຈ່ມແຈ້ງຫຼາຍ. ຍົກຕົວຢ່າງເຊັ່ນ ພວກເຂົາສາມາດຮຽນຮູ້ວ່າ ພຣະເຈົ້າຕ້ອງການໃຫ້ພວກເຂົາເຂົ້າໃຈ ແລະ ປະຕິບັດຫຍັງ; ນີ້ແມ່ນສິ່ງທີ່ຄົນປົກກະຕິ ຜູ້ເຊິ່ງມີຄວາມສາມາດໃນການເຂົ້າໃຈ ຄວນສາມາດເຮັດໄດ້. ໂດຍສະເພາະແລ້ວ ພຣະທຳທີ່ພຣະເຈົ້າກ່າວໃນຂັ້ນຕອນປັດຈຸບັນກໍຊັດເຈນ ແລະ ໂປ່ງໃສເປັນພິເສດ ແລະ ພຣະເຈົ້າກໍາລັງຊີ້ໃຫ້ເຫັນຫຼາຍໆສິ່ງທີ່ຜູ້ຄົນບໍ່ໄດ້ພິຈາລະນາ ພ້ອມທັງທຸກລັກສະນະຂອງສະພາວະຂອງມະນຸດ. ພຣະທຳຂອງພຣະອົງປົກຄຸມໝົດທຸກຢ່າງ ແລະ ແຈ່ມແຈ້ງຄືກັບແສງສະຫວ່າງຂອງເດືອນເພັງ. ແລ້ວໃນຕອນນີ້ ຜູ້ຄົນກໍເຂົ້າໃຈບັນຫາຫຼາຍຢ່າງ, ແຕ່ຍັງມີສິ່ງທີ່ຂາດໄປ ນັ້ນກໍຄືການທີ່ຜູ້ຄົນນໍາພຣະທຳຂອງພຣະອົງເຂົ້າສູ່ໃນການປະຕິບັດ. ຜູ້ຄົນຕ້ອງປະສົບກັບຄວາມຈິງທຸກດ້ານຢ່າງລະອຽດ ແລະ ຄົ້ນຫາ ແລະ ສະແຫວງຫາໃນລາຍລະອຽດຫຼາຍຂຶ້ນ, ແທນທີ່ຈະລໍຖ້າຮັບເອົາແມ່ນຫຍັງກໍຕາມທີ່ຖືກຈັດກຽມໄວ້ໃຫ້ກັບພວກເຂົາແລ້ວ; ຖ້າບໍ່ດັ່ງນັ້ນ ພວກເຂົາກໍບໍ່ຕ່າງຫຍັງກັບເຊື້ອກາຝາກ. ຜູ້ທີ່ຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ບໍ່ໄດ້ນໍາໄປປະຕິບັດບໍ່ຮັກຄວາມຈິງ ແລະ ຈະຖືກກໍາຈັດໄປໃນທີ່ສຸດ. ເພື່ອຈະເປັນຄືກັບເປໂຕໃນຊຸມປີ 90, ນີ້ໝາຍຄວາມວ່າ ພວກເຈົ້າແຕ່ລະຄົນຄວນປະຕິບັດພຣະທຳຂອງພຣະເຈົ້າ, ມີທາງເຂົ້າທີ່ແທ້ຈິງໃນປະສົບການຂອງພວກເຈົ້າ ແລະ ເຖິງກັບໄດ້ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ເພີ່ມຂຶ້ນເລື້ອຍໆໃນການຮ່ວມມືຂອງພວກເຈົ້າກັບພຣະເຈົ້າ ເຊິ່ງຈະເປັນຄວາມຊ່ວຍເຫຼືອທີ່ເພີ່ມຂຶ້ນເລື້ອຍໆໃນສູ່ຊີວິດຂອງພວກເຈົ້າເອງ. ຖ້າພວກເຈົ້າໄດ້ອ່ານພຣະທຳຫຼາຍຂໍ້ຂອງພຣະເຈົ້າ ແຕ່ເຂົ້າໃຈພຽງແຕ່ຄວາມໝາຍຂອງຄໍາສັບ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 421](https://lo.kingdomsalvation.org/videos/entry-into-life-excerpt-421.html) - ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະອົງເປັນຊີວິດຂອງເຈົ້າ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າກ່ອນ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ພຣະເຈົ້າກໍຈະເຮັດໃຫ້ເຈົ້າມີຄວາມສະຫວ່າງ ແລະ ມອບຄວາມຮູ້ໃຫ້ກັບເຈົ້າ. ຍິ່ງມະນຸດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຈະສາມາດຮັບແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ທຸກສິ່ງນີ້ຕ້ອງການໃຫ້ມະນຸດມີຄວາມກະຕະເວທີ ແລະ ຄວາມເຊື່ອ; ດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກເຮັດໃຫ້ສົມບູນ. ບົດຮຽນທີ່ສຳຄັນສຳລັບການເຂົ້າສູ່ຊີວິດຝ່າຍວິນຍານແມ່ນການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ ການຝຶກຝົນຝ່າຍວິນຍານຂອງເຈົ້າທັງໝົດກໍຈະມີປະສິດຕິພາບ. ຖ້າຫົວໃຈຂອງເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ເຈົ້າກໍຈະບໍ່ສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດໄດ້. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າກໍຈະເປັນຄົນທີ່ໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າ. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ເຂົ້າມາໃກ້ພຣະເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ສິ່ງນີ້ພິສູດໃຫ້ເຫັນແລ້ວວ່າ ເຈົ້າເປັນຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອເຈົ້າກຳລັງສົນທະນາກັບຄົນອື່ນ ຫຼື ກຳລັງຍ່າງ, ຖ້າເຈົ້າສາມາດເວົ້າວ່າ, “ຫົວໃຈຂອງຂ້ານ້ອຍກຳລັງເຂົ້າໃກ້ພຣະເຈົ້າ ແລະ ຂ້ານ້ອຍບໍ່ສົນໃຈໃນສິ່ງພາຍນອກ ແລະ ຂ້ານ້ອຍສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ”, ເຈົ້າກໍເປັນຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແລ້ວ. ຢ່າເຂົ້າຮ່ວມສິ່ງໃດກໍຕາມທີ່ດຶງຫົວໃຈຂອງເຈົ້າສູ່ບັນຫາພາຍນອກ ຫຼື ກັບຄົນທີ່ດຶງຫົວໃຈຂອງເຈົ້າອອກຈາກພຣະເຈົ້າ. ບໍ່ວ່າສິ່ງໃດກໍຕາມທີ່ສາມາດລົບກວນຫົວໃຈຂອງເຈົ້າອອກຈາກການເຂົ້າໃກ້ຊິດກັບພຣະເຈົ້າ, ຈົ່ງປະຖິ້ມສິ່ງນັ້ນ ແລະ ຢູ່ຫ່າງໆຈາກມັນ. ນີ້ຄືຜົນປະໂຫຍດອັນຍິ່ງໃຫຍ່ສໍາລັບຊີວິດຂອງເຈົ້າ. ແນ່ນອນ ນີ້ຄືເວລາແຫ່ງພາລະກິດອັນຍິ່ງໃຫຍ່ຂອງພຣະວິນຍານບໍລິສຸດ, ເປັນເວລາທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບດ້ວຍຕົວພຣະອົງເອງ. ໃນເວລານີ້ ຖ້າເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າກໍບໍ່ແມ່ນຄົນທີ່ໄດ້ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 420](https://lo.kingdomsalvation.org/videos/entry-into-life-excerpt-420.html) - ການໄຕ່ຕອງ ແລະ ອະທິຖານຕໍ່ພຣະທຳຂອງພຣະເຈົ້າໃນຂະນະທີ່ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະອົງແມ່ນຂັ້ນຕອນທຳອິດທີ່ຈະຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້. ຖ້າເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ ແລ້ວແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າ. ຊີວິດຝ່າຍວິນຍານທັງໝົດບັນລຸຜົນດ້ວຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ການອະທິຖານ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ພຽງເມື່ອນັ້ນເຈົ້າຈຶ່ງຈະສາມາດໄດ້ຮັບການສຳຜັດຈາກພຣະວິນຍານບໍລິສຸດ. ເມື່ອເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າກໍຈະສາມາດໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງ ແລະ ສາມາດໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ. ເມື່ອໃນກິດຈະກຳປົກກະຕິຂອງການຕັ້ງສະມາທິ, ການສໍາພັນ ແລະ ການເຂົ້າມາຢູ່ໃກ້ພຣະເຈົ້າດ້ວຍຫົວໃຈຂອງເຈົ້າ ແລ້ວເຈົ້າກໍຈະມີຄວາມສະຫງົບຢູ່ກັບການສະຖິດຂອງພຣະເຈົ້າ, ເຈົ້າຈະສາມາດຊື່ນຊົມຄວາມໃກ້ຊິດກັບພຣະເຈົ້າຢ່າງແທ້ຈິງ, ສາມາດມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມຮັກຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ສະແດງໃຫ້ເຫັນເຖິງການຄໍານຶງຢ່າງແທ້ຈິງຕໍ່ເຈດຕະນາຂອງພຣະເຈົ້າ. ຍິ່ງເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເປັນປົກກະຕິຫຼາຍເທົ່າໃດ ເຈົ້າກໍຈະໄດ້ຮັບແສງເຍືອງທາງ ແລະ ເຂົ້າໃຈເຖິງອຸປະນິໄສທີ່ເສື່ອມຊາມຂອງຕົນເອງຫຼາຍເທົ່ານັ້ນ. ແມ່ນຫຍັງຄືສິ່ງທີ່ເຈົ້າຂາດ, ແມ່ນຫຍັງຄືສິ່ງທີ່ເຈົ້າຄວນເຂົ້າສູ່, ໜ້າທີ່ຫຍັງທີ່ເຈົ້າຄວນຮັບໃຊ້ ແລະ ຂໍ້ບົກຜ່ອງຂອງເຈົ້າຢູ່ບ່ອນໃດ. ທຸກສິ່ງນີ້ສາມາດບັນລຸຜົນໄດ້ໂດຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ຖ້າເຈົ້າບັນລຸສ່ວນເລິກໃນການຢູ່ຢ່າງສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະສາມາດເຂົ້າໃຈສິ່ງລຶກລັບບາງຢ່າງຂອງວິນຍານ, ເຂົ້າໃຈສິ່ງທີ່ພຣະເຈົ້າໃນປັດຈຸບັນຕ້ອງການປະຕິບັດໃນຕົວເຈົ້າ, ເຂົ້າໃຈຢ່າງເລິກເຊິ່ງໃນພຣະທຳຂອງພຣະເຈົ້າ, ເຂົ້າໃຈສ່ວນສໍາຄັນຂອງພຣະທໍາຂອງພຣະເຈົ້າ, ແກ່ນແທ້ຂອງພຣະທຳຂອງພຣະເຈົ້າ, ການເປັນຢູ່ຂອງພຣະທຳຂອງພຣະເຈົ້າ ແລະ ເຈົ້າຈະສາມາດເຫັນເສັ້ນທາງແຫ່ງການປະຕິບັດຢ່າງຊັດເຈນ ແລະ ຖືກຕ້ອງຫຼາຍຂຶ້ນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 419](https://lo.kingdomsalvation.org/videos/entry-into-life-excerpt-419.html) - ບໍ່ມີຂັ້ນຕອນໃດທີ່ສຳຄັນໃນການເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍກວ່າການເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບກັບການສະຖິດຂອງພຣະອົງ. ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງການຢ່າງຮີບດ່ວນຂອງການເຂົ້າສູ່ໃນປັດຈຸບັນ. ເສັ້ນທາງແຫ່ງການເຂົ້າສູ່ໃນການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າມີດັ່ງຕໍ່ໄປນີ້: 1. ຖອນຫົວໃຈຂອງເຈົ້າຈາກບັນຫາພາຍນອກ. ຈົ່ງມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ຕັ້ງຈິດຕັ້ງໃຈໃນການອະທິຖານຫາພຣະເຈົ້າ. 2. ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າ. 3. ຕັ້ງສະຕິ ແລະ ຕຶກຕອງຫາຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນຫົວໃຈຂອງເຈົ້າ. ທຳອິດ ເລີ່ມຕົ້ນຈາກທິດທາງແຫ່ງການອະທິຖານ. ອະທິຖານດ້ວຍຄວາມຕັ້ງໃຈໃຫ້ເຕັມທີ່ ແລະ ໃຫ້ຢູ່ໃນເວລາທີ່ແນ່ນອນ. ບໍ່ວ່າເຈົ້າກົດດັນພຽງໃດໃນເວລາໃດໜຶ່ງ, ຫຍຸ້ງກັບວຽກພຽງໃດ ຫຼື ມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຈົ່ງອະທິຖານທຸກໆມື້ໃຫ້ເປັນເລື່ອງປົກກະຕິ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ເປັນເລື່ອງປົກກະຕິ. ຖ້າເມື່ອໃດທີ່ເຈົ້າຍັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບໍ່ວ່າສະພາບອ້ອມຂ້າງເຈົ້າຈະເປັນແນວໃດກໍຕາມ, ເຈົ້າຈະມີຄວາມສຸກໃນຈິດວິນຍານຂອງເຈົ້າ ແລະ ເຈົ້າຈະບໍ່ຖືກລົບກວນດ້ວຍຄົນອື່ນ, ເຫດການ ຫຼື ສິ່ງອ້ອມຂ້າງເຈົ້າ. ເມື່ອເຈົ້າຕຶກຕອງພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ເປັນປົກກະຕິ, ສິ່ງທີ່ເກີດຂຶ້ນຢູ່ພາຍນອກຈະບໍ່ສາມາດລົບກວນເຈົ້າໄດ້. ນີ້ຄືຄວາມໝາຍຂອງການມີວຸດທິພາວະ. ເລີ່ມຕົ້ນດ້ວຍຄຳອະທິຖານ: ອະທິຖານຢ່າງງຽບສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນເປັນຜົນດີທີ່ສຸດ. ຫຼັງຈາກນັ້ນຈົ່ງ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສະແຫວງຫາແສງສະຫວ່າງໃນພຣະທຳຂອງພຣະເຈົ້າໂດຍໄຕ່ຕອງເຖິງພຣະທຳເຫຼົ່ານັ້ນ, ຊອກຫາຫົນທາງເພື່ອປະຕິບັດຕົວຈິງ, ຮູ້ຈັກຄວາມປະສົງຂອງພຣະເຈົ້າໃນການກ່າວພຣະທຳຂອງພຣະອົງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 418](https://lo.kingdomsalvation.org/videos/entry-into-life-excerpt-418.html) - ຄວາມຮູ້ພື້ນຖານທີ່ສຸດກ່ຽວກັບຄຳອະທິຖານ: 1. ຢ່າຫຼັບຫູຫຼັບຕາເວົ້າແມ່ນຫຍັງກໍ່ຕາມທີ່ອອກມາຈາກແນວຄິດ. ມັນຕ້ອງມີພາລະໃນຫົວໃຈຂອງເຈົ້າ ນັ້ນກໍ່ຄື ເຈົ້າຕ້ອງມີຈຸດປະສົງເມື່ອເຈົ້າອະທິຖານ. 2. ຄຳອະທິຖານຂອງເຈົ້າຕ້ອງປະກອບດ້ວຍພຣະທໍາຂອງພຣະເຈົ້າ; ມັນຕ້ອງຕັ້ງຢູ່ບົນພຣະທໍາຂອງພຣະເຈົ້າ. 3. ເມື່ອກຳລັງອະທິຖານ, ເຈົ້າບໍ່ຕ້ອງທົບທວນບັນຫາທີ່ຫຼ້າສະໄໝແລ້ວ. ຄຳອະທິຖານຂອງເຈົ້າຄວນກ່ຽວຂ້ອງກັບພຣະທໍາໃນປັດຈຸບັນຂອງພຣະເຈົ້າ ແລະ ເມື່ອເຈົ້າອະທິຖານ, ໃຫ້ບອກພຣະເຈົ້າກ່ຽວກັບຄວາມຄິດທີ່ຢູ່ຂ້າງໃນສຸດຂອງເຈົ້າ. 4. ການອະທິຖານເປັນກຸ່ມຕ້ອງກ່ຽວກັບຈຸດສູນກາງ ເຊິ່ງຈຳເປັນຕ້ອງແມ່ນພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ. 5. ທຸກຄົນຕ້ອງຮຽນຮູ້ຄຳອະທິຖານເພື່ອຜູ້ອື່ນ. ນີ້ຍັງເປັນວິທີທີ່ຈະສະແດງຄວາມຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ຊີວິດຄຳອະທິຖານຂອງຄົນໆໜຶ່ງແມ່ນອີງໃສ່ການເຂົ້າໃຈຄວາມໝາຍຂອງຄຳອະທິຖານ ແລະ ຄວາມຮູ້ພື້ນຖານຂອງຄຳອະທິຖານ. ໃນຊີວິດປະຈຳວັນ, ໃຫ້ອະທິຖານຢູ່ເລື້ອຍໆສຳລັບຂໍ້ບົກຜ່ອງຂອງເຈົ້າເອງ, ອະທິຖານເພື່ອກໍ່ໃຫ້ເກີດການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າ ແລະ ອະທິຖານບົນພື້ນຖານຄວາມຮູ້ຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າ. ແຕ່ລະຄົນຄວນສ້າງຕັ້ງຊີວິດແຫ່ງຄຳອະທິຖານຂອງພວກເຂົາເອງ, ພວກເຂົາຄວນອະທິຖານເພື່ອເຫັນແກ່ການຮູ້ຈັກພຣະທຳຂອງພຣະເຈົ້າ ແລະ ພວກເຂົາຄວນອະທິຖານເພື່ອສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ. ເປີດເຜີຍສະຖານະການສ່ວນຕົວຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ເຮັດຕົວໃຫ້ເປັນຈິງໂດຍບໍ່ວິຕົກກັງວົນກ່ຽວກັບວິທີການທີ່ເຈົ້າອະທິຖານ ແລະ ບັນຫາຫຼັກກໍ່ຄືເພື່ອບັນລຸຄວາມເຂົ້າໃຈທີ່ແທ້ຈິງ ແລະ ເພື່ອຮັບເອົາປະສົບການຕົວຈິງກ່ຽວກັບພຣະທຳຂອງພຣະເຈົ້າ. ຄົນທີ່ສະແຫວງຫາເພື່ອເຂົ້າສູ່ຊີວິດຝ່າຍວິນຍານຕ້ອງສາມາດອະທິຖານໃນຫຼາຍວິທີທີ່ແຕກຕ່າງກັນ. ການອະທິຖານງຽບໆ, ການຄຸ່ນຄິດຕາມພຣະທຳຂອງພຣະເຈົ້າ, ການມາຮູ້ຈັກພາລະກິດຂອງພຣະເຈົ້າ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຕົວຢ່າງຂອງພາລະກິດແຫ່ງການສົນທະນາຝ່າຍວິນຍານທີ່ມີເປົ້າໝາຍເພື່ອເຫັນແກ່ການບັນລຸທາງເຂົ້າສູ່ຊີວິດຝ່າຍວິນຍານທີ່ເປັນປົກກະຕິ ເຊິ່ງປັບປຸງສະພາວະຂອງຄົນໆໜຶ່ງທີ່ຢູ່ຕໍ່ໜ້າພຣະເຈົ້າ ແລະ ຍິ່ງຜັກດັນໃຫ້ຄົນໆໜຶ່ງກ້າວໜ້າຫຼາຍຂຶ້ນໃນຊີວິດ. ເວົ້າສັ້ນໆກໍ່ຄື ທຸກສິ່ງທີ່ເຈົ້າເຮັດ ບໍ່ວ່າມັນຈະເປັນການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 433](https://lo.kingdomsalvation.org/videos/entry-into-life-excerpt-433.html) - ພຣະເຈົ້າແມ່ນພຣະເຈົ້າທີ່ແທ້ຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນແທ້ຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນແທ້ຈິງ ແລະ ຄວາມຈິງທຸກປະການທີ່ພຣະອົງສຳແດງອອກກໍແມ່ນແທ້ຈິງ. ທຸກສິ່ງທີ່ບໍ່ແມ່ນພຣະທຳຂອງພຣະອົງແມ່ນຄວາມຫວ່າງເປົ່າ, ບໍ່ມີຕົວຕົນ ແລະ ເຊື່ອຖືບໍ່ໄດ້. ໃນປັດຈຸບັນ, ພຣະວິນຍານບໍລິສຸດຕ້ອງນໍາພາຜູ້ຄົນເຂົ້າສູ່ພຣະທຳຂອງພຣະເຈົ້າ. ຖ້າຜູ້ຄົນຕ້ອງສະແຫວງຫາທາງເຂົ້າສູ່ຄວາມເປັນຈິງ ພວກເຂົາຕ້ອງຄົ້ນຫາຄວາມເປັນຈິງ ແລະ ຮູ້ຈັກຄວາມເປັນຈິງ, ຫຼັງຈາກນັ້ນ ພວກເຂົາຕ້ອງມີປະສົບການກັບຄວາມເປັນຈິງ ແລະ ດຳລົງຊີວິດຕາມຄວາມເປັນຈິງ. ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງສາມາດແຍກແຍະໄດ້ວ່າຄຳເວົ້າຂອງຄົນອື່ນເປັນຈິງ ຫຼື ບໍ່; ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະມີແນວຄິດໜ້ອຍລົງສໍ່ານັ້ນ; ຍິ່ງຜູ້ຄົນມີປະສົບການກັບຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຮູ້ຈັກການກະທຳຂອງພຣະເຈົ້າທີ່ແທ້ຈິງຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍຂຶ້ນທີ່ຈະໃຫ້ພວກເຂົາເປັນອິດສະຫຼະຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ຍິ່ງຜູ້ຄົນມີຄວາມຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງກຽດຊັງຝ່າຍເນື້ອໜັງ ແລະ ຮັກຄວາມຈິງຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົາມີຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງເຂົ້າໃກ້ມາດຕະຖານແຫ່ງເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າຫຼາຍສໍ່ານັ້ນ. ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາແມ່ນຄົນທີ່ປະກອບດ້ວຍຄວາມເປັນຈິງ, ຮູ້ຈັກຄວາມເປັນຈິງ ແລະ ໄດ້ຮຽນຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າຜ່ານປະສົບການກັບຄວາມເປັນຈິງ. ຍິ່ງເຈົ້າຮ່ວມມືກັບພຣະເຈົ້າໃນລັກສະນະທີ່ເປັນຈິງ ແລະ ລົງວິໄນຮ່າງກາຍຂອງເຈົ້າຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍສໍ່ານັ້ນ, ເຈົ້າຈະໄດ້ຮັບຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສະຫວ່າງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງເຈົ້າກ່ຽວກັບການກະທຳທີ່ເປັນຈິງຂອງພຣະເຈົ້າກໍຈະຍິ່ງມີຫຼາຍສໍ່ານັ້ນ. ຖ້າເຈົ້າສາມາດດຳລົງຊີວິດໃນແສງສະຫວ່າງແຫ່ງປັດຈຸບັນຂອງພຣະວິນຍານບໍລິສຸດ ແລ້ວເສັ້ນທາງສູ່ການປະຕິບັດຂອງເຈົ້າໃນປັດຈຸບັນກໍຈະຊັດເຈນຂຶ້ນສຳລັບເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 430](https://lo.kingdomsalvation.org/videos/entry-into-life-excerpt-430.html) - ພຣະເຈົ້າບໍ່ໄດ້ຕ້ອງການໃຫ້ຜູ້ຄົນມີ ພຽງແຕ່ຄວາມສາມາດໃນການເວົ້າກ່ຽວກັບ ຄວາມເປັນຈິງ. ນັ້ນຈະງ່າຍເກີນໄປ ບໍ່ແມ່ນບໍ? ແລ້ວເປັນຫຍັງພຣະເຈົ້າຈຶ່ງເວົ້າກ່ຽວກັບການເຂົ້າສູ່ຊີວິດ? ເປັນຫຍັງພຣະອົງຈຶ່ງເວົ້າກ່ຽວກັບການປ່ຽນແປງ? ຖ້າຜູ້ຄົນພຽງແຕ່ສາມາດເວົ້າປາກເປົ່າກ່ຽວກັບຄວາມເປັນຈິງ ແລ້ວພວກເຂົາສາມາດປ່ຽນແປງອຸປະນິໄສຂອງພວກເຂົາໄດ້ບໍ? ທະຫານທີ່ດີຂອງອານາຈັກ ບໍ່ໄດ້ຖືກເຝິກໃຫ້ເປັນກຸ່ມຄົນທີ່ສາມາດພຽງແຕ່ເວົ້າກ່ຽວກັບຄວາມເປັນຈິງ ຫຼື ເປັນຄົນທີ່ໂອ້ອວດເທົ່ານັ້ນ ແຕ່ກົງກັນຂ້າມ ພວກເຂົາຖືກເຝິກໃຫ້ດໍາລົງຊີວິດຕາມພຣະທໍາຂອງພຣະເຈົ້າຕະຫຼອດເວລາ, ເປັນຜູ້ເດັດດ່ຽວ ບໍ່ວ່າພວກເຂົາຈະພົບກັບຄວາມລົ້ມເຫຼວ ແລະ ດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າຕະຫຼອດເວລາ ແລະ ບໍ່ກັບຄືນໄປສູ່ຝ່າຍໂລກ. ນີ້ແມ່ນຄວາມເປັນຈິງທີ່ພຣະເຈົ້າກ່າວເຖິງ ແລະ ນີ້ແມ່ນຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດ. ດັ່ງນັ້ນ, ຢ່າເບິ່ງຄວາມເປັນຈິງທີ່ພຣະເຈົ້າກ່າວເປັນສິ່ງທີ່ທໍາມະດາເກີນໄປ. ການມີພຽງແຕ່ແສງສະຫວ່າງຂອງພຣະວິນຍານບໍລິສຸດ ບໍ່ໄດ້ເທົ່າກັບການມີຄວາມເປັນຈິງ: ນີ້ບໍ່ແມ່ນວຸດທິພາວະຂອງມະນຸດ ແຕ່ເປັນພຣະຄຸນຂອງພຣະເຈົ້າ ເຊິ່ງມະນຸດບໍ່ໄດ້ປະກອບສ່ວນຫຍັງເລີຍ. ມະນຸດແຕ່ລະຄົນຕ້ອງທົນທຸກແບບເປໂຕ ແລະ ຍິ່ງໄປກວ່ານັ້ນ ກໍຕ້ອງມີສະຫງ່າລາສີຂອງເປໂຕ ເຊິ່ງພວກເຂົາຕ້ອງດໍາລົງຊີວິດຕາມຫຼັງຈາກທີ່ພວກເຂົາໄດ້ຮັບພາລະກິດຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດເອີ້ນວ່າ ຄວາມເປັນຈິງ. ຢ່າຄິດວ່າ ເຈົ້າມີຄວາມເປັນຈິງ ຍ້ອນເຈົ້າສາມາດເວົ້າກ່ຽວກັບຄວາມເປັນຈິງ. ນີ້ແມ່ນຄວາມຄິດທີ່ຜິດ. ຄວາມຄິດດັ່ງກ່າວບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ບໍ່ມີຄວາມໝາຍທີ່ແທ້ຈິງ. ຈົ່ງຢ່າເວົ້າສິ່ງດັ່ງກ່າວໃນອະນາຄົດ. ຈົ່ງຢຸດການເວົ້າແບບນັ້ນ! ທຸກຄົນທີ່ມີຄວາມເຂົ້າໃຈຜິດກ່ຽວກັບພຣະທໍາຂອງພຣະເຈົ້າຄືຜູ້ທີ່ບໍ່ມີຄວາມເຊື່ອ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງ ແລະ ແຮງໄກທີ່ຈະມີວຸດທິພາວະທີ່ແທ້ຈິງ; ພວກເຂົາແມ່ນຄົນໂງ່ທີ່ປາສະຈາກຄວາມເປັນຈິງ. ເວົ້າອີກຢ່າງກໍຄື ທຸກຄົນທີ່ດໍາລົງຊີວິດຢູ່ນອກແກ່ນສານຂອງພຣະທໍາຂອງພຣະເຈົ້າ ແມ່ນຜູ້ທີ່ບໍ່ມີຄວາມເຊື່ອ.
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກເຊົາພ້ອມກັນ" ພາກທີໜຶ່ງ](https://lo.kingdomsalvation.org/videos/God-and-man-will-enter-into-rest-together-reading-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກເຊົາພ້ອມກັນ" ພາກທີສອງ](https://lo.kingdomsalvation.org/videos/God-and-man-will-enter-into-rest-together-reading-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ"](https://lo.kingdomsalvation.org/videos/man-can-only-be-saved-amidst-God-s-management-reading.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 43](https://lo.kingdomsalvation.org/videos/three-stages-of-work-excerpt-0043.html) - ເມື່ອພຣະເຢຊູສະເດັດມາເພື່ອປະຕິບັດພາລະກິດຂອງພຣະອົງ, ມັນກໍຢູ່ພາຍໃຕ້ການຊົງນໍາຂອງພຣະວິນຍານບໍລິສຸດ; ພຣະອົງກະທຳດັ່ງທີ່ພຣະວິນຍານບໍລິສຸດຕ້ອງການ ແລະ ບໍ່ໄດ້ອີງຕາມພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ ຫຼື ຕາມພາລະກິດຂອງພຣະເຢໂຮວາ. ເຖິງແມ່ນພາລະກິດທີ່ພຣະເຢຊູມາເພື່ອປະຕິບັດນັ້ນບໍ່ໄດ້ປະຕິບັດຕາມກົດລະບຽບຂອງພຣະເຢໂຮວາ ຫຼື ພຣະບັນຍັດຂອງພຣະເຢໂຮວາ, ແຫຼ່ງກຳເນີດຂອງພຣະອົງທັງສອງແມ່ນສິ່ງດຽວກັນ ແລະ ເໝືອນກັນ. ພາລະກິດທີ່ພຣະເຢຊູປະຕິບັດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຢຊູ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນ; ສຳລັບພາລະກິດທີ່ພຣະເຢໂຮວາປະຕິບັດນັ້ນ ແມ່ນເປັນຕົວແທນໃຫ້ກັບພຣະເຢໂຮວາ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດ. ພາລະກິດຂອງພຣະອົງທັງສອງແມ່ນພາລະກິດຂອງພຣະວິນຍານອົງດຽວໃນສອງຍຸກທີ່ແຕກຕ່າງກັນ. ພາລະກິດທີ່ພຣະເຢຊູປະຕິບັດພຽງແຕ່ສາມາດເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນ ແລະ ພາລະກິດທີ່ພຣະເຢໂຮວາປະຕິບັດກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ. ພຣະເຢໂຮວານໍາພາປະຊາຊົນອິດສະຣາເອນ ແລະ ອີຢິບເທົ່ານັ້ນ ແລະ ທຸກຊົນຊາດທີ່ຢູ່ນອກອິດສະຣາເອນ. ພາລະກິດຂອງພຣະເຢຊູໃນພຣະສັນຍາໃໝ່ໃນຍຸກແຫ່ງພຣະຄຸນນັ້ນ ແມ່ນພາລະກິດຂອງພຣະເຈົ້າພາຍໃຕ້ພຣະນາມຂອງພຣະເຢຊູເພື່ອນໍາພາຍຸກນັ້ນ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະເຢຊູແມ່ນອີງຕາມພາລະກິດຂອງພຣະເຢໂຮວາ, ພຣະອົງບໍ່ໄດ້ລິເລີ່ມພາລະກິດໃໝ່ໃດເລີຍ ແລະ ທຸກສິ່ງທີ່ພຣະອົງກະທຳແມ່ນຕາມພຣະທຳຂອງພຣະເຢໂຮວາ, ຕາມພາລະກິດຂອງພຣະເຢໂຮວາ ແລະ ການທຳນາຍຂອງເອຊາຢາ, ຖ້າເປັນແບບນັ້ນແລ້ວ ພຣະເຢໂຮວາກໍຈະບໍ່ແມ່ນພຣະເຈົ້າທີ່ກາຍມາເປັນມະນຸດ. ຖ້າພຣະອົງປະຕິບັດພາລະກິດຂອງພຣະອົງໃນລັກສະນະນີ້, ພຣະອົງກໍຈະໄດ້ເປັນອັກຄະສາວົກ ຫຼື ເປັນພຽງຄົນງານໃນຍຸກແຫ່ງພຣະບັນຍັດ. ຖ້າມັນເປັນຄືກັບເຈົ້າເວົ້າ, ແລ້ວພຣະເຢຊູກໍຈະບໍ່ສາມາດລິເລີ່ມຍຸກໃໝ່ໄດ້ ຫຼື ພຣະອົງຈະບໍ່ສາມາດປະຕິບັດພາລະກິດໃດໆໄດ້ເລີຍ. ເຊັ່ນດຽວກັນ, ພຣະວິນຍານບໍລິສຸດກໍຕ້ອງໄດ້ປະຕິບັດພາລະກິດຂອງພຣະອົງຜ່ານທາງພຣະເຢໂຮວາເປັນຫຼັກ ແລະ ຖ້າຫາກບໍ່ໄດ້ປະຕິບັດຜ່ານທາງພຣະເຢໂຮວາ, ພຣະວິນຍານບໍລິສຸດກໍຈະບໍ່ສາມາດປະຕິບັດພາລະກິດໃໝ່ໄດ້ເລີຍ. ມະນຸດເຂົ້າໃຈພາລະກິດຂອງພຣະເຢຊູໃນລັກສະນະນີ້ແມ່ນເປັນການເຂົ້າໃຈຜິດ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 20](https://lo.kingdomsalvation.org/videos/three-stages-of-work-excerpt-0020.html) - ໃນໄລຍະຍຸກແຫ່ງພຣະບັນຍັດ, ພຣະເຢໂຮວາໄດ້ວາງຂໍ້ບັນຍັດຫຼາຍຂໍ້ໃຫ້ກັບໂມເຊ ເພື່ອນໍາໄປໃຊ້ກັບຊົນຊາດອິດສະຣາເອນຜູ້ທີ່ຕິດຕາມລາວອອກຈາກອິຢິບ. ພຣະບັນຍັດເຫຼົ່ານີ້ແມ່ນພຣະເຢໂຮວາໄດ້ມອບໃຫ້ຊົນຊາດອິດສະຣາເອນ ແລະ ບໍ່ມີສ່ວນກ່ຽວຂ້ອງໃດໆກັບຊົນຊາດອິຢິບ; ພຣະບັນຍັດແມ່ນຖືກວາງອອກເພື່ອຄວບຄຸມຊົນຊາດອິດສະຣາເອນ ແລະ ພຣະເຈົ້າໄດ້ນໍາໃຊ້ພຣະບັນຍັດເພື່ອຮຽກຮ້ອງຈາກພວກເຂົາ. ບໍ່ວ່າພວກເຂົາຈະນັບຖືວັນຊະບາໂຕ ຫຼື ພວກເຂົາຈະບູຊາພະທຽມ ແລະ ອື່ນໆອີກ, ສິ່ງເຫຼົ່ານີ້ແມ່ນຫຼັກການຂອງການຕັດສິນຄວາມບາບ ຫຼື ຄວາມຊອບທໍາຂອງພວກເຂົາ. ໃນບັນດາພວກເຂົາ ຈະມີຜູ້ຄົນທີ່ຖືກເຜົາໄໝ້ ດ້ວຍໄຟຂອງພຣະເຢໂຮວາ, ບາງຄົນຖືກລົງໂທດດ້ວຍການແກວ່ງໝາກຫີນໃສ່ຈົນຕາຍ ແລະ ບາງຄົນໄດ້ຮັບພອນຈາກພຣະເຢໂຮວາ. ສິ່ງນີ້ຖືກກໍານົດຂຶ້ນອີງຕາມວ່າພວກເຂົາເຊື່ອຟັງ ພຣະບັນຍັດເຫຼົ່ານີ້ຫຼືບໍ່. ຜູ້ທີ່ບໍ່ນັບຖືວັນຊະບາໂຕແມ່ນຖືກລົງໂທດ ດ້ວຍການແກວ່ງໝາກຫີນໃສ່ຈົນຕາຍ. ປະໂລຫິດທີ່ບໍ່ນັບຖືວັນຊະບາໂຕແມ່ນຖືກເຜົາໄໝ້ດ້ວຍໄຟຂອງພຣະເຢໂຮວາ. ຜູ້ທີ່ບໍ່ສະແດງຄວາມເຄົາລົບຕໍ່ພໍ່ແມ່ແມ່ນຖືກລົງໂທດດ້ວຍການແກວ່ງໝາກຫີນໃສ່ຈົນຕາຍເຊັ່ນດຽວກັນ. ທັງໝົດນີ້ຖືກຍົກຍ້ອງໂດຍພຣະເຢໂຮວາ. ພຣະເຢໂຮວາໄດ້ສ້າງຕັ້ງກົດບັນຍັດ ແລະ ກົດໝາຍຂອງພຣະອົງ ກໍຍ້ອນວ່າ ໃນຂະນະທີ່ພຣະອົງນໍາພາຊີວິດຂອງພວກເຂົານັ້ນ ພວກເຂົາຈະໄດ້ຮັບຟັງ ແລະ ອ່ອນນ້ອມຕໍ່ພຣະທໍາຂອງພຣະອົງ ແລະ ຈະບໍ່ຕໍ່ຕ້ານພຣະອົງ. ພຣະອົງໃຊ້ກົດບັນຍັດເຫຼົ່ານີ້ເພື່ອຄວບຄຸມເຊື້ອຊາດມະນຸດທີ່ກໍາລັງເກີດໃໝ່ ແລະ ເພື່ອປູພື້ນຖານສໍາລັບການດໍາເນີນພາລະກິດຂອງພຣະອົງໃນອະນາຄົດ. ສະນັ້ນ ພາລະກິດທີ່ພຣະເຢໂຮວາກະທໍາໃນຍຸກທໍາອິດຈຶ່ງເອີ້ນວ່າ ຍຸກແຫ່ງພຣະບັນຍັດ. ເຖິງແມ່ນວ່າ ພຣະເຢໂຮວາໄດ້ສ້າງພຣະທໍາຫຼາຍຂໍ້ ແລະ ໄດ້ກະທໍາພາລະກິດຫຼາຍຢ່າງ ພຣະອົງພຽງຊີ້ນໍາຜູ້ຄົນໄປໃນທາງບວກ, ສິດສອນຜູ້ຄົນທີ່ໄຮ້ດຽງສາເຫຼົ່ານີ້ໃຫ້ຮຽນຮູ້ເຖິງວິທີການເປັນມະນຸດ, ວິທີການດໍາລົງຊີວິດ ແລະ ການເຂົ້າໃຈວິທີທາງຂອງພຣະເຢໂຮວາ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 145](https://lo.kingdomsalvation.org/videos/knowing-God-s-work-excerpt-145.html) - ບໍ່ວ່າເຈົ້າຈະສະແຫວງຫາແນວໃດ, ສິ່ງທີ່ສຳຄັນທີ່ສຸດຄື ເຈົ້າຕ້ອງເຂົ້າໃຈພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນປັດຈຸບັນ ແລະ ຕ້ອງຮູ້ຈັກຄວາມໝາຍຂອງພາລະກິດນີ້. ເຈົ້າຕ້ອງເຂົ້າໃຈ ແລະ ຮູ້ຈັກວ່າ ພາລະກິດຂອງພຣະເຈົ້າຈະນໍາຫຍັງມາ ເມື່ອພຣະອົງມາໃນຍຸກສຸດທ້າຍ, ຈິດໃຈແບບໃດທີ່ພຣະອົງຈະນໍາມາ ແລະ ແມ່ນຫຍັງຈະຖືກເຮັດໃຫ້ສົມບູນໃນມະນຸດ. ຖ້າເຈົ້າບໍ່ຮູ້ຈັກ ຫຼື ເຂົ້າໃຈພາລະກິດທີ່ພຣະອົງມາປະຕິບັດໃນເນື້ອໜັງ, ແລ້ວເຈົ້າຈະເຂົ້າໃຈເຈດຕະນາຂອງພຣະອົງໄດ້ແນວໃດ ແລະ ເຈົ້າຈະເປັນຜູ້ໃກ້ຊິດຂອງພຣະອົງໄດ້ແນວໃດ? ຕາມຄວາມເປັນຈິງແລ້ວ, ການເປັນຜູ້ໃກ້ຊິດຂອງພຣະເຈົ້າບໍ່ແມ່ນເລື່ອງທີ່ຊັບຊ້ອນ ແຕ່ມັນກໍບໍ່ແມ່ນເລື່ອງທີ່ງ່າຍ. ຖ້າຜູ້ຄົນສາມາດເຂົ້າໃຈມັນຢ່າງລະອຽດ ແລະ ນໍາສິ່ງດັ່ງກ່າວໄປປະຕິບັດ, ມັນກໍຈະບໍ່ຊັບຊ້ອນ; ຖ້າຜູ້ຄົນບໍ່ສາມາດເຂົ້າໃຈສິ່ງດັ່ງກ່າວຢ່າງລະອຽດ, ມັນກໍແຮງຈະຍາກຂຶ້ນກວ່າເກົ່າ ແລະ ນອກຈາກນັ້ນ ມະນຸດກໍຈະມັກສະແຫວງຫາສິ່ງທີ່ຢູ່ທ່າມກາງຄວາມບໍ່ແຈ່ມແຈ້ງ. ຖ້າໃນການສະແຫວງຫາພຣະເຈົ້າ, ມະນຸດບໍ່ມີຈຸດຢືນຂອງຕົນເອງໃຫ້ຮອງຮັບ ແລະ ບໍ່ຮູ້ຈັກຄວາມຈິງທີ່ເຂົາຕ້ອງຍຶດໝັ້ນ, ນັ້ນກໍໝາຍຄວາມວ່າ ເຂົາບໍ່ມີພື້ນຖານ ແລະ ດ້ວຍເຫດນີ້ ມັນຈຶ່ງບໍ່ງ່າຍທີ່ເຂົາຈະຍຶດໝັ້ນຢ່າງໜຽວແໜ້ນ. ປັດຈຸບັນນີ້ ມີຫຼາຍຄົນທີ່ບໍ່ເຂົ້າໃຈຄວາມຈິງ ເຊິ່ງເປັນຄົນທີ່ບໍ່ສາມາດຈຳແນກຄວາມດີ ແລະ ຄວາມຊົ່ວ ຫຼື ບອກສິ່ງທີ່ຄວນຮັກ ຫຼື ຊັງ. ຄົນດັ່ງກ່າວຍຶດໝັ້ນຢ່າງໜຽວແໜ້ນໄດ້ຍາກ. ຄໍາຕອບສູ່ຄວາມເຊື່ອໃນພຣະເຈົ້າແມ່ນຄວາມສາມາດໃນການນໍາຄວາມຈິງໄປປະຕິບັດ, ເພື່ອສະແດງໃຫ້ເຫັນການຄໍານຶງເຖິງເຈດຕະນາຂອງພຣະເຈົ້າ, ຮູ້ຈັກພາລະກິດຂອງພຣະເຈົ້າທີ່ມີຕໍ່ມະນຸດ ເມື່ອພຣະອົງມາເປັນເນື້ອໜັງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 224](https://lo.kingdomsalvation.org/videos/knowing-God-s-work-excerpt-224.html) - ເມື່ອສຽງຄໍານັບຂອງອານາຈັກດັງຂຶ້ນ ເຊິ່ງຍັງແມ່ນເວລາທີ່ສຽງຟ້າຮ້ອງທັງເຈັດດັງກັງວານຂຶ້ນ, ສຽງດັ່ງກ່າວນີ້ສັ່ນສະທ້ານສະຫວັນ ແລະ ແຜ່ນດິນໂລກ, ເຮັດໃຫ້ສະຫວັນຊັ້ນສູງສຸດສັ່ນສະເທືອນ ແລະ ເຮັດໃຫ້ຄວາມຮູ້ສຶກໃນໃຈຂອງມະນຸດທຸກຄົນສັ່ນເຊັນ. ເພງແຫ່ງອານາຈັກດັງຂຶ້ນຢ່າງເປັນພິທີໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງພິສູດໃຫ້ເຫັນວ່າ ເຮົາໄດ້ທໍາລາຍປະເທດນັ້ນ ແລະ ໄດ້ສ້າງອານາຈັກຂອງເຮົາຂຶ້ນ. ສໍາຄັນໄປກວ່ານັ້ນ, ອານາຈັກຂອງເຮົາຖືກສ້າງຂຶ້ນຢູ່ເທິງແຜ່ນດິນໂລກ. ໃນຊ່ວງເວລານີ້, ເຮົາໄດ້ເລີ່ມສົ່ງທູດສະຫວັນຂອງເຮົາອອກໄປຫາທຸກຄົນຂອງບັນດາປະເທດຕ່າງໆໃນໂລກ ເພື່ອວ່າ ພວກເຂົາຈະສາມາດເບິ່ງແຍງບຸດຂອງເຮົາ ແລະ ປະຊາຊົນຂອງເຮົາ; ສິ່ງນີ້ຍັງແມ່ນເພື່ອຕອບສະໜອງຄວາມຕ້ອງການຂອງຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ. ຢ່າງໃດກໍຕາມ, ເຮົາມາບ່ອນທີ່ມັງກອນແດງທີ່ຍິ່ງໃຫຍ່ນອນມ້ວນຕົວຢູ່ ແລະ ຕໍ່ສູ້ກັບມັນດ້ວຍຕົວເຮົາເອງ. ເມື່ອມະນຸດທຸກຄົນມາຮູ້ຈັກເຮົາໃນເນື້ອໜັງ ແລະ ສາມາດເຫັນການກະທໍາຂອງເຮົາໃນເນື້ອໜັງ, ຖໍ້າຂອງມັງກອນແດງທີ່ຍິ່ງໃຫຍ່ກໍຈະກາຍເປັນຂີ້ເຖົ່າ ແລະ ຫາຍໄປໂດຍບໍ່ມີຮ່ອງຮອຍ. ໃນຖານະທີ່ເປັນປະຊາຊົນຂອງອານາຈັກຂອງເຮົາ, ໃນເມື່ອພວກເຈົ້າກຽດຊັງມັງກອນແດງທີ່ຍິ່ງໃຫຍ່ຈົນເຂົ້າກະດູກດໍາ, ພວກເຈົ້າຕ້ອງເຮັດໃຫ້ເຮົາພໍໃຈ ດ້ວຍການກະທໍາຂອງພວກເຈົ້າ ແລະ ດ້ວຍວິທີນີ້ ກໍເປັນການນໍາເອົາຄວາມອັບອາຍມາສູ່ມັງກອນ. ພວກເຈົ້າຮູ້ສຶກຢ່າງແທ້ຈິງບໍວ່າມັງກອນແດງທີ່ຍິ່ງໃຫຍ່ນັ້ນເປັນຕາກຽດຊັງ? ພວກເຈົ້າຮູ້ສຶກບໍວ່າມັນແມ່ນສັດຕູຂອງອານາຈັກຂອງກະສັດ? ພວກເຈົ້າເຊື່ອແທ້ບໍວ່າພວກເຈົ້າສາມາດເປັນພະຍານຢ່າງດີຕໍ່ເຮົາ? ພວກເຈົ້າມີຄວາມໝັ້ນໃຈແທ້ບໍວ່າພວກເຈົ້າສາມາດເອົາຊະນະມັງກອນແດງທີ່ຍິ່ງໃຫຍ່ໄດ້? ນີ້ແມ່ນສິ່ງທີ່ເຮົາຂໍຈາກພວກເຈົ້າ; ສິ່ງດຽວທີ່ເຮົາຕ້ອງການແມ່ນໃຫ້ພວກເຈົ້າສາມາດໄປຮອດຂັ້ນຕອນນີ້. ພວກເຈົ້າຈະສາມາດເຮັດສິ່ງນີ້ໄດ້ບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າສາມາດບັນລຸໃນສິ່ງນີ້ໄດ້ບໍ? ແມ່ນຫຍັງແທ້ທີ່ມະນຸດສາມາດເຮັດໄດ້? ບໍ່ແມ່ນເຮົາເຮັດມັນດ້ວຍຕົວເຮົາເອງບໍ? ເປັນຫຍັງເຮົາຈຶ່ງເວົ້າວ່າ ເຮົາລົງມາດ້ວຍຕົວເຮົາເອງສູ່ສະຖານທີ່ ທີ່ໄດ້ມີການຕໍ່ສູ້ເກີດຂຶ້ນ? ສິ່ງທີ່ເຮົາຕ້ອງການແມ່ນຄວາມເຊື່ອຂອງພວກເຈົ້າ, ບໍ່ແມ່ນການກະທໍາຂອງພວກເຈົ້າ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 168](https://lo.kingdomsalvation.org/videos/knowing-God-s-work-excerpt-168.html) - ໂຢຮັນເກີດດ້ວຍຄໍາສັນຍາ ເຊັ່ນດຽວກັນກັບອີຊາກທີ່ເກີດເພື່ອອັບຣາຮາມ. ເພິ່ນເປັນຜູ້ປູທາງໃຫ້ພຣະເຢຊູ ແລະ ປະຕິບັດພາລະກິດຫຼາຍຢ່າງ, ແຕ່ເພິ່ນບໍ່ແມ່ນພຣະເຈົ້າ. ກົງກັນຂ້າມ, ເພິ່ນເປັນໜຶ່ງໃນຜູ້ປະກາດພຣະທຳ ເພາະເພິ່ນພຽງແຕ່ປູທາງໃຫ້ພຣະເຢຊູ. ພາລະກິດຂອງເພິ່ນກໍຍິ່ງໃຫຍ່ເຊັ່ນກັນ ແລະ ຫຼັງຈາກທີ່ເພິ່ນໄດ້ປູທາງໄວ້ແລ້ວ ພຣະເຢຊູຈຶ່ງເລີ່ມຕົ້ນພາລະກິດຂອງພຣະອົງຢ່າງເປັນທາງການ. ສິ່ງທີ່ສຳຄັນທີ່ສຸດກໍຄື ເພິ່ນພຽງແຕ່ໃຫ້ບໍລິການແກ່ພຣະເຢຊູ ແລະ ພາລະກິດທີ່ເພິ່ນປະຕິບັດກໍເປັນການຮັບໃຊ້ພາລະກິດຂອງພຣະເຢຊູ. ຫຼັງຈາກທີ່ເພິ່ນສຳເລັດການປູທາງ, ພຣະເຢຊູກໍເລີ່ມຕົ້ນພາລະກິດຂອງພຣະອົງ ເຊິ່ງເປັນພາລະກິດທີ່ໃໝ່ກວ່າ, ມີຕົວຕົນຫຼາຍຂຶ້ນ ແລະ ມີລາຍລະອຽດຫຼາຍຂຶ້ນ. ໂຢຮັນພຽງແຕ່ປະຕິບັດສ່ວນທຳອິດຂອງພາລະກິດ; ສໍາລັບສ່ວນໃຫຍ່ຂອງພາລະກິດໃໝ່ນັ້ນ ແມ່ນຖືກປະຕິບັດໂດຍພຣະເຢຊູ. ໂຢຮັນປະຕິບັດພາລະກິດໃໝ່ເຊັ່ນກັນ ແຕ່ເພິ່ນບໍ່ແມ່ນຄົນທີ່ເລີ່ມຕົ້ນຍຸກໃໝ່. ໂຢຮັນເກີດດ້ວຍຄໍາສັນຍາ ແລະ ຊື່ຂອງເພິ່ນກໍຖືກມອບໃຫ້ໂດຍທູດສະຫວັນ. ໃນເວລານັ້ນ, ບາງຄົນຕ້ອງການຕັ້ງຊື່ເພິ່ນຕາມພໍ່ຂອງເພິ່ນ ເຊກາຣິຢາ, ແຕ່ແມ່ຂອງເພິ່ນເວົ້າຂຶ້ນວ່າ “ເດັກນ້ອຍຄົນນີ້ບໍ່ສາມາດຖືກຕັ້ງຊື່ນັ້ນໄດ້. ລາວຄວນຖືກເອີ້ນວ່າ ໂຢຮັນ”. ສິ່ງນີ້ລ້ວນແລ້ວແຕ່ເປັນຄຳສັ່ງຂອງພຣະວິນຍານບໍລິສຸດ. ພຣະເຢຊູກໍຖືກຕັ້ງຊື່ຕາມຄຳສັ່ງຂອງພຣະວິນຍານບໍລິສຸດເຊັ່ນກັນ, ແຕ່ພຣະອົງເກີດຈາກພຣະວິນຍານບໍລິສຸດ ແລະ ພຣະອົງຖືກສັນຍາດ້ວຍພຣະວິນຍານບໍລິສຸດ. ພຣະເຢຊູເປັນພຣະເຈົ້າ, ພຣະຄຣິດ ແລະ ບຸດມະນຸດ. ແຕ່ໃນເມື່ອພາລະກິດຂອງໂຢຮັນກໍຍິ່ງໃຫຍ່ເຊັ່ນກັນ ແລ້ວເປັນຫຍັງເພິ່ນຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ແມ່ນຫຍັງຄືຄວາມແຕກຕ່າງແທ້ຈິງລະຫວ່າງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດທີ່ໂຢຮັນປະຕິບັດ? ເປັນຍ້ອນເຫດຜົນດຽວທີ່ວ່າໂຢຮັນຄືຄົນປູທາງໃຫ້ພຣະເຢຊູບໍ? ຫຼື ເປັນຍ້ອນວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 167](https://lo.kingdomsalvation.org/videos/knowing-God-s-work-excerpt-167.html) - ແມ່ນແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້. ນີ້ໝາຍຄວາມວ່າ ມະນຸດດັ່ງກ່າວບໍ່ພຽງບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າ, ແຕ່ພາລະກິດທີ່ພວກເຂົາປະຕິບັດກໍຍັງບໍ່ສາມາດເປັນຕົວແທນໂດຍກົງໃຫ້ກັບພຣະເຈົ້າໄດ້. ເວົ້າອີກຢ່າງໜຶ່ງກໍຄື ປະສົບການຂອງມະນຸດບໍ່ສາມາດຈັດເຂົ້າຢູ່ໃນການຄຸ້ມຄອງຂອງພຣະເຈົ້າໂດຍກົງ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບການຄຸ້ມຄອງຂອງພຣະເຈົ້າໄດ້. ພາລະກິດທີ່ພຣະເຈົ້າເອງປະຕິບັດກໍເປັນພາລະກິດທີ່ພຣະອົງຕັ້ງໃຈປະຕິບັດໃນແຜນການຄຸ້ມຄອງຂອງພຣະອົງເອງ ແລະ ກ່ຽວພັນກັບການຄຸ້ມຄອງທີ່ຍິ່ງໃຫຍ່. ພາລະກິດທີ່ມະນຸດປະຕິບັດ ປະກອບດ້ວຍການສະໜອງປະສົບການສ່ວນຕົວຂອງພວກເຂົາເອງ. ມັນປະກອບດ້ວຍການຊອກຫາເສັ້ນທາງແຫ່ງປະສົບການໃໝ່ທີ່ຢູ່ເໜືອເສັ້ນທາງທີ່ຜູ້ຄົນກ່ອນໜ້ານັ້ນໄດ້ຍ່າງ ແລະ ປະກອບດ້ວຍການນໍາພາອ້າຍເອື້ອຍນ້ອງຂອງພວກເຂົາໃນຂະນະທີ່ຢູ່ພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງທີ່ມະນຸດເຫຼົ່ານີ້ສະໜອງກໍຄືປະສົບການສ່ວນຕົວຂອງພວກເຂົາ ຫຼື ບົດຂຽນກ່ຽວກັບຝ່າຍວິນຍານຂອງມະນຸດທີ່ເຄັ່ງສາສະໜາ. ເຖິງແມ່ນມະນຸດເຫຼົ່ານີ້ຖືກພຣະວິນຍານບໍລິສຸດໃຊ້, ພາລະກິດທີ່ພວກເຂົາປະຕິບັດກໍບໍ່ກ່ຽວຂ້ອງກັບພາລະກິດອັນຍິ່ງໃຫຍ່ຂອງແຜນການຄຸ້ມຄອງຫົກພັນປີ. ພວກເຂົາເປັນພຽງແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດຍົກຂຶ້ນມາໃນຊ່ວງເວລາໃດໜຶ່ງເພື່ອນໍາພາຜູ້ຄົນໄປຕາມກະແສຂອງພຣະວິນຍານບໍລິສຸດ ຈົນວ່າ ໜ້າທີ່ໆພວກເຂົາສາມາດປະຕິບັດໄດ້ສິ້ນສຸດລົງ ຫຼື ຈົນວ່າ ຊີວິດຂອງພວກເຂົາຈະສິ້ນສຸດລົງ. ພາລະກິດທີ່ພວກເຂົາປະຕິບັດພຽງແຕ່ເພື່ອຈັດກຽມເສັ້ນທາງທີ່ເໝາະສົມສຳລັບພຣະເຈົ້າ ຫຼື ສືບຕໍ່ໃນດ້ານໃດໜຶ່ງຂອງການຄຸ້ມຄອງຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ. ໃນຕົວພວກເຂົາເອງ, ມະນຸດເຫຼົ່ານີ້ບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າໃນການຄຸ້ມຄອງຂອງພຣະອົງ ຫຼື ພວກເຂົາຈະບໍ່ສາມາດສ້າງເສັ້ນທາງອອກໃໝ່ ແລ້ວແຮງໄກທີ່ພວກເຂົາຈະສາມາດນໍາພາລະກິດທັງໝົດຂອງພຣະເຈົ້າຈາກຍຸກຜ່ານມາໄປສູ່ຄວາມສຳເລັດໄດ້. ສະນັ້ນ ພາລະກິດທີ່ພວກເຂົາປະຕິບັດແມ່ນເປັນຕົວແທນໃຫ້ກັບສິ່ງຖືກສ້າງທີ່ປະຕິບັດໜ້າທີ່ຂອງເຂົາເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໃນການປະຕິບັດພັນທະກິດຂອງພຣະອົງໄດ້. ນີ້ກໍເພາະວ່າ ພາລະກິດທີ່ພວກເຂົາປະຕິບັດບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ. ພາລະກິດໃນການລິເລີ່ມຍຸກໃໝ່ບໍ່ແມ່ນສິ່ງທີ່ມະນຸດສາມາດປະຕິບັດແທນພຣະເຈົ້າໄດ້. ບໍ່ມີໃຜສາມາດປະຕິບັດພາລະກິດນັ້ນໄດ້ ນອກຈາກພຣະເຈົ້າເອງ. ພາລະກິດທັງໝົດທີ່ມະນຸດປະຕິບັດແມ່ນເປັນພຽງການປະຕິບັດໜ້າທີ່ຂອງເຂົາໃນຖານະເປັນສິ່ງທີ່ຖືກສ້າງ ແລະ ຖືກປະຕິບັດກໍຍ້ອນໄດ້ຮັບດົນບັນດານ ຫຼື ຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ. ການນໍາພາທີ່ມະນຸດເຫຼົ່ານີ້ຈັດກຽມໃຫ້ແມ່ນປະກອບດ້ວຍການສະແດງໃຫ້ມະນຸດເຫັນເຖິງເສັ້ນທາງແຫ່ງການປະຕິບັດໃນຊີວິດປະຈຳວັນ ແລະ ວິທີທີ່ເຂົາຄວນປະພຶດເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ພາລະກິດຂອງມະນຸດບໍ່ໄດ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ຫຼື ບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 166](https://lo.kingdomsalvation.org/videos/knowing-God-s-work-excerpt-166.html) - ໃນຍຸກແຫ່ງພຣະຄຸນ, ໂຢຮັນປູທາງສຳລັບພຣະເຢຊູ. ເພິ່ນບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ພຽງແຕ່ປະຕິບັດໜ້າທີ່ຂອງມະນຸດ. ເຖິງແມ່ນໂຢຮັນເປັນຜູ້ບຸກເບີກທາງໃຫ້ກັບພຣະຜູ້ເປັນເຈົ້າ, ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້; ເພິ່ນພຽງແຕ່ເປັນມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ. ຫຼັງຈາກທີ່ພຣະເຢຊູໄດ້ຮັບບັບຕິດສະມາ, ພຣະວິນຍານບໍລິສຸດກໍລົງມາຢູ່ເທິງພຣະອົງດັ່ງນົກເຂົາ. ຫຼັງຈາກນັ້ນ ພຣະອົງກໍເລີ່ມຕົ້ນພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງເລີ່ມປະຕິບັດພັນທະກິດຂອງພຣະຄຣິດ. ເຫດຜົນທີ່ວ່າເປັນຫຍັງພຣະອົງຈຶ່ງມີຕົວຕົນຂອງພຣະເຈົ້າ ນັ້ນກໍຍ້ອນວ່າ ພຣະອົງມາຈາກພຣະເຈົ້າ. ບໍ່ວ່າຄວາມເຊື່ອຂອງພຣະອົງກ່ອນໜ້ານີ້ຈະເປັນແນວໃດກໍຕາມ, ມັນອາດຈະອ່ອນແອໃນຫຼາຍຄັ້ງ ຫຼື ເຂັ້ມແຂງໃນບາງຄັ້ງ, ທຸກສິ່ງແມ່ນເປັນຍ້ອນຊີວິດມະນຸດທຳມະດາທີ່ພຣະອົງດໍາລົງຢູ່ກ່ອນປະຕິບັດພັນທະກິດຂອງພຣະອົງ. ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ (ນັ້ນກໍຄື ຖືກເຈີມ) ລິດອຳນາດ ແລະ ສະຫງ່າລາສີຂອງພຣະເຈົ້າຈຶ່ງຢູ່ກັບພຣະອົງທັນທີ ແລະ ແລ້ວພຣະອົງກໍເລີ່ມປະຕິບັດພັນທະກິດຂອງພຣະອົງ. ພຣະອົງສາມາດເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ປະຕິບັດການອັດສະຈັນ ແລະ ພຣະອົງມີລິດອຳນາດ ແລະ ສິດອຳນາດ, ນັ້ນກໍຍ້ອນພຣະອົງປະຕິບັດພາລະກິດແທນພຣະເຈົ້າໂດຍກົງ; ພຣະອົງປະຕິບັດພາລະກິດຂອງພຣະວິນຍານແທນພຣະອົງ ແລະ ສຳແດງເຖິງສຽງຂອງພຣະວິນຍານ. ສະນັ້ນ ພຣະອົງຈຶ່ງເປັນພຣະເຈົ້າເອງ; ສິ່ງນີ້ ແມ່ນບໍ່ສາມາດໂຕ້ຖຽງໄດ້. ໂຢຮັນແມ່ນຖືກພຣະວິນຍານບໍລິສຸດໃຊ້. ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ ຫຼື ເປັນໄປບໍ່ໄດ້ທີ່ເພິ່ນຈະເປັນຕົວແທນໃຫ້ກັບພຣະເຈົ້າ. ຖ້າເພິ່ນປາຖະໜາທີ່ຈະເຮັດແບບນັ້ນ, ພຣະວິນຍານບໍລິສຸດກໍຈະບໍ່ອະນຸຍາດໃຫ້ເພິ່ນເຮັດໄດ້, ນັ້ນກໍຍ້ອນວ່າ ເພິ່ນຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າຕັ້ງໃຈເຮັດໃຫ້ສຳເລັດ. ບາງເທື່ອມີຫຼາຍສິ່ງໃນຕົວເພິ່ນທີ່ມາຈາກຄວາມປະສົງຂອງມະນຸດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 464](https://lo.kingdomsalvation.org/videos/entry-into-life-excerpt-464.html) - ຜູ້ຄົນເຊື່ອໃນເຮົາ, ແຕ່ພວກເຂົາບໍ່ມີຄວາມສາມາດໃນການເປັນປະຈັກພະຍານຕໍ່ເຮົາ ຫຼື ພວກເຂົາບໍ່ສາມາດສະແດງຕົນເປັນພະຍານໃຫ້ເຮົາ ກ່ອນທີ່ເຮົາຈະເຜີຍຕົວເຮົາເອງໃຫ້ເປັນທີ່ຮູ້ຈັກ. ຜູ້ຄົນເຫັນເຮົາ ພຽງແຕ່ວ່າເຮົາມີຄວາມເໜືອກວ່າສິ່ງຊົງສ້າງ ແລະ ມະນຸດຜູ້ທີ່ມີຄວາມບໍລິສຸດທັງໝົດ ແລະ ເຫັນວ່າພາລະກິດທີ່ເຮົາກະທໍາບໍ່ສາມາດເຮັດໄດ້ໂດຍມະນຸດ. ດັ່ງນັ້ນ, ຈາກຊາວຢີວມາຮອດຜູ້ຄົນໃນຍຸກປັດຈຸບັນ ເຊິ່ງທັງໝົດໄດ້ເຫັນການກະທຳອັນຮຸ່ງເຮືອງຂອງເຮົາທີ່ບໍ່ໄດ້ຮັບການເຕີມເຕັມຫຍັງເລີຍນອກຈາກຄວາມຢາກຮູ້ຢາກເຫັນເຮົາເທົ່ານັ້ນ ແລະ ບໍ່ມີຄຳເວົ້າຈາກປາກສິ່ງຊົງສ້າງແມ່ນແຕ່ຜູ້ດຽວທີ່ສາມາດເປັນພະຍານໃຫ້ເຮົາ. ມີພຽງພຣະບິດາຂອງເຮົາເທົ່ານັ້ນ ທີ່ຮັບເປັນພະຍານໃຫ້ກັບເຮົາ ແລະ ສ້າງເສັ້ນທາງໃຫ້ເຮົາໃນບັນດາສິ່ງຊົງສ້າງ; ຖ້າຫາກພຣະອົງບໍ່ໄດ້ກະທໍາສິ່ງນັ້ນ, ບໍ່ວ່າເຮົາຈະເຮັດແນວໃດ, ມະນຸດກໍຈະບໍ່ມີມື້ຮູ້ໄດ້ວ່າເຮົາເປັນພຣະເຈົ້າແຫ່ງການຊົງສ້າງ, ສໍາລັບມະນຸດແມ່ນຮູ້ພຽງແຕ່ເອົາຈາກເຮົາ ແລະ ບໍ່ມີຄວາມສັດທາໃນເຮົາຈາກຜົນຂອງພາລະກິດຂອງເຮົາ. ມະນຸດຮູ້ເຮົາພຽງແຕ່ຍ້ອນວ່າ ເຮົານັ້ນມີຄວາມບໍລິສຸດໃຈ ແລະ ບໍ່ມີສ່ວນໃດທີ່ເປັນບາບ, ຍ້ອນເຮົາສາມາດອະທິບາຍຄວາມລຶກລັບໄດ້ຈຳນວນຫຼາຍ, ຍ້ອນເຮົາຢູ່ເໜືອຝູງຊົນ ຫຼື ຍ້ອນມະນຸດໄດ້ຮັບຜົນປະໂຫຍດຫຼາຍຈາກເຮົາ, ແຕ່ວ່າມີພຽງໜ້ອຍຄົນທີ່ເຊື່ອວ່າເຮົາຄືພຣະເຈົ້າແຫ່ງການຊົງສ້າງ. ນີ້ແມ່ນເຫດຜົນທີ່ເຮົາເວົ້າວ່າ ມະນຸດບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງສັດທາໃນຕົວເຮົາ; ເຂົາບໍ່ຮູ້ຈຸດປະສົງ ຫຼື ຄວາມໝາຍຂອງການມີສັດທາໃນເຮົາ. ມະນຸດຂາດຄວາມເປັນຈິງ, ດ້ວຍເຫດນັ້ນ ເຂົາຈຶ່ງເກືອບບໍ່ເໝາະສົມທີ່ຈະເປັນພະຍານແກ່ເຮົາ. ພວກເຈົ້າມີຄວາມສັດທາທີ່ແທ້ຈິງໜ້ອຍເກີນໄປ ແລະ ໄດ້ຮັບໜ້ອຍເກີນໄປ, ດ້ວຍເຫດນັ້ນ, ພວກເຈົ້າຈຶ່ງມີຄວາມເປັນປະຈັກພະຍານໜ້ອຍເກີນໄປ. ຍິ່ງໄປກວ່ານັ້ນ, ພວກເຈົ້າມີຄວາມເຂົ້າໃຈໜ້ອຍເກີນໄປ ແລະ ຂາດແຄນຫຼາຍເກີນໄປ, ດ້ວຍເຫດນັ້ນ ພວກເຈົ້າຈຶ່ງເກືອບບໍ່ເໝາະສົມທີ່ຈະເປັນພະຍານຕໍ່ກັບການກະທຳຂອງເຮົາ. ຄວາມຕັ້ງໃຈຂອງພວກເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 448](https://lo.kingdomsalvation.org/videos/entry-into-life-excerpt-448.html) - ໃນຄວາມເປັນຈິງແລ້ວ ການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາຄືການບັນລຸຜົນສໍາເລັດໃນທຸກສິ່ງທີ່ມີຢູ່ພາຍໃນມະນຸດ, ນັ້ນກໍຄື ສິ່ງທີ່ເປັນໄປໄດ້ສໍາລັບມະນຸດ. ຫລັງຈາກນັ້ນ ໜ້າທີ່ຂອງເຂົາກໍຈະສໍາເລັດ. ຂໍ້ບົກຜ່ອງຂອງມະນຸດໃນຊ່ວງການຮັບໃຊ້ຂອງເຂົາກໍຄ່ອຍໆຫຼຸດລົງ ໂດຍຜ່ານປະສົບການຢ່າງຕໍ່ເນື່ອງ ແລະ ຜ່ານຂະບວນການຂອງການພິພາກສາຂອງພວກເຂົາ; ສິ່ງເຫຼົ່ານັ້ນຈະບໍ່ຂັດຂວາງ ຫຼື ສົ່ງຜົນກະທົບຕໍ່ໜ້າທີ່ຂອງມະນຸດ. ຜູ້ທີ່ຢຸດໃນການຮັບໃຊ້ ຫຼື ຍອມແພ້ ແລະ ທໍ້ຖອຍ ຍ້ອນຢ້ານກົວຂໍ້ບົກຜ່ອງທີ່ອາດຈະເກີດຂຶ້ນໃນການຮັບໃຊ້ຂອງພວກເຂົາ ຄືຄົນທີ່ຂີ້ຢ້ານທີ່ສຸດໃນບັນດາມະນຸດ. ຖ້າມະນຸດບໍ່ສາມາດສະແດງອອກສິ່ງທີ່ພວກເຂົາຄວນສະແດງອອກໃນຊ່ວງການຮັບໃຊ້ ຫຼື ບັນລຸຜົນສໍາເລັດໃນສິ່ງທີ່ເປັນໄປໄດ້ໃນຕົວສໍາລັບພວກເຂົາ ແຕ່ກົງກັນຂ້າມພັດພາກັນເຮັດຢ່າງບໍ່ຕັ້ງໃຈ, ພວກເຂົາໄດ້ເສຍໜ້າທີ່ ທີ່ສິ່ງມີຊີວິດທີ່ຖືກສ້າງຂຶ້ນຄວນມີ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າ “ຄົນທໍາມະດາ”; ພວກເຂົາແມ່ນຂີ້ເຫຍື້ອທີ່ບໍ່ມີປະໂຫຍດ. ຜູ້ຄົນດັ່ງກ່າວນີ້ຈະຖືກເອີ້ນຢ່າງຖືກຕ້ອງວ່າ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ພວກເຂົາບໍ່ແມ່ນສິ່ງມີຊີວິດທີ່ເສື່ອມຊາມທີ່ເປັ່ງແສງທາງພາຍນອກ ແຕ່ທາງໃນເນົ່າເໝັນບໍ? ຖ້າມະນຸດເອີ້ນຕົນເອງວ່າ ພຣະເຈົ້າ ແຕ່ບໍ່ສາມາດສະແດງອອກເຖິງຄວາມເປັນພຣະເຈົ້າໄດ້, ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ ຫຼື ເປັນຕົວແທນພຣະເຈົ້າໄດ້, ຄົນນັ້ນບໍ່ແມ່ນພຣະເຈົ້າຢ່າງບໍ່ຕ້ອງສົງໄສເລີຍ ເພາະວ່າ ເຂົາບໍ່ມີທາດແທ້ຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າສາມາດບັນລຸຜົນໄດ້ໂດຍທໍາມະຊາດ ແມ່ນບໍ່ມີຢູ່ພາຍໃນຕົວເຂົາ. ຖ້າມະນຸດສູນເສຍສິ່ງທີ່ຕົນເອງສາມາດໄດ້ຮັບໂດຍທໍາມະຊາດ ກໍຈະບໍ່ສາມາດຖືວ່າ ເຂົາເປັນມະນຸດ ແລະ ເຂົາບໍ່ມີຄຸນຄ່າທີ່ຈະຢືນຢູ່ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ຫຼື ມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ຖືກເບິ່ງແຍງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 139](https://lo.kingdomsalvation.org/videos/the-incarnation-excerpt-139.html) - ພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ສາມາດຢູ່ກັບມະນຸດຕະຫຼອດໄປໄດ້ ເນື່ອງຈາກວ່າ ພຣະເຈົ້າມີພາລະກິດອື່ນຢ່າງຫຼວງຫຼາຍທີ່ຕ້ອງກະທໍາ. ພຣະອົງບໍ່ສາມາດຕິດພັນຢູ່ກັບເນື້ອໜັງ; ພຣະອົງຕ້ອງອອກຈາກເນື້ອໜັງເພື່ອກະທໍາພາລະກິດທີ່ພຣະອົງຕ້ອງກະທໍາ, ເຖິງແມ່ນວ່າ ພຣະອົງຈະກະທໍາພາລະກິດໃນຮູບລັກຂອງເນື້ອໜັງກໍຕາມ. ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ, ພຣະອົງບໍ່ໄດ້ລໍຖ້າຈົນກວ່າພຣະອົງຈະມີຮູບຮ່າງທີ່ຄົນທໍາມະດາຄວນຈະໄດ້ຮັບກ່ອນຕາຍ ຫຼື ອອກຈາກການເປັນມະນຸດ. ບໍ່ວ່າເນື້ອໜັງຂອງພຣະອົງຈະໄດ້ຈັກປີກໍຕາມ ແຕ່ເມື່ອພາລະກິດຂອງພຣະອົງໄດ້ສໍາເລັດ, ພຣະອົງກໍຈະໄປ ແລະ ອອກຈາກມະນຸດ. ພຣະອົງບໍ່ມີອາຍຸ, ພຣະອົງບໍ່ນັບວັນເວລາຂອງພຣະອົງຕາມອາຍຸໄຂຂອງມະນຸດ; ແຕ່ກົງກັນຂ້າມ ພຣະອົງຈົບຊີວິດຂອງພຣະອົງທີ່ສະຖິດໃນເນື້ອໜັງຕາມຂັ້ນຕອນຂອງພາລະກິດຂອງພຣະອົງ. ອາດຈະມີບາງຄົນຮູ້ສຶກວ່າ ໃນການມາສູ່ເນື້ອໜັງນັ້ນ ພຣະເຈົ້າຕ້ອງມີອາຍຸຮອດຂອບເຂດໃດໜຶ່ງ, ຕ້ອງເຕີບໃຫຍ່ເປັນຜູ້ໃຫຍ່, ມີອາຍຸເຖົ້າແກ່ ແລະ ຈາກໄປເມື່ອຮ່າງກາຍນັ້ນເຮັດພາລະກິດບໍ່ໄດ້ແລ້ວ. ນີ້ຄືຈິນຕະນາການຂອງມະນຸດ; ແຕ່ພຣະເຈົ້າບໍ່ໄດ້ດໍາເນີນພາລະກິດແບບນັ້ນ. ພຣະອົງມາສູ່ເນື້ອໜັງເພື່ອກະທໍາພາລະກິດທີ່ພຣະອົງຄວນກະທໍາເທົ່ານັ້ນ ແລະ ບໍ່ແມ່ນມາເພື່ອໃຊ້ຊີວິດແບບມະນຸດທົ່ວໄປທີ່ເກີດຈາກພໍ່ແມ່, ເຕີບໃຫຍ່ ແລະ ສ້າງຄອບຄົວ ແລະ ເລີ່ມຕົ້ນອາຊີບ, ມີລູກ ແລະ ລ້ຽງລູກ ຫຼື ປະສົບກັບຄວາມສຸກທຸກຂອງຊີວິດ ເຊິ່ງລ້ວນແລ້ວແຕ່ເປັນກິດຈະກໍາຂອງມະນຸດທົ່ວໄປ. ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ, ນີ້ແມ່ນການສວມໃສ່ເນື້ອໜັງຂອງພຣະວິນຍານຂອງພຣະເຈົ້າ ເຊິ່ງກໍຄືການມາສູ່ເນື້ອໜັງ ແຕ່ພຣະເຈົ້າບໍ່ໄດ້ໃຊ້ຊີວິດແບບຄົນທໍາມະດາສາມັນ. ພຣະອົງມາເພື່ອສໍາເລັດສ່ວນໜຶ່ງໃນແຜນການຄຸ້ມຄອງຂອງພຣະອົງເທົ່ານັ້ນ. ຫລັງຈາກນັ້ນ ພຣະອົງຈະຈາກມະນຸດໄປ. ເມື່ອພຣະອົງມາສູ່ເນື້ອໜັງ, ພຣະວິນຍານຂອງພຣະເຈົ້າບໍ່ໄດ້ເຮັດໃຫ້ຄວາມເປັນມະນຸດທໍາມະດາຂອງເນື້ອໜັງກໍຈະບໍ່ສົມບູນ. ແຕ່ກົງກັນຂ້າມ ໃນເວລາທີ່ພຣະເຈົ້າໄດ້ກໍານົດໄວ້ລ່ວງໜ້າ, ຄວາມເປັນພຣະເຈົ້າກໍປະຕິບັດພາລະກິດໂດຍກົງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 137](https://lo.kingdomsalvation.org/videos/the-incarnation-excerpt-137.html) - ເມື່ອພຣະເຈົ້າລົງມາເທິງແຜ່ນດິນໂລກ, ພຣະອົງປະຕິບັດພາລະກິດຂອງພຣະອົງພາຍໃນຄວາມເປັນພຣະເຈົ້າເທົ່ານັ້ນ ເຊິ່ງແມ່ນສິ່ງທີ່ພຣະວິນຍານແຫ່ງສະຫວັນໄດ້ມອບໝາຍໃຫ້ກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ເມື່ອພຣະອົງລົງມາ, ພຣະອົງເວົ້າຢູ່ທົ່ວທຸກແຫ່ງຫົນເທົ່ານັ້ນ ເພື່ອກ່າວພຣະຄຳຂອງພຣະອົງດ້ວຍວິທີການຕ່າງໆ ແລະ ຈາກຫຼາກຫຼາຍມຸມມອງ. ຫຼັກໆແລ້ວພຣະອົງຖືເອົາການສະໜອງໃຫ້ແກ່ມະນຸດ ແລະ ການສິດສອນມະນຸດເປັນເປົ້າໝາຍ ແລະ ຫຼັກການຂອງພາລະກິດຂອງພຣະອົງ ແລະ ພຣະອົງບໍ່ໄປພົວພັນກັບສິ່ງດັ່ງກ່າວເຊັ່ນຄວາມສໍາພັນລະຫວ່າງຄົນ ຫຼື ລາຍລະອຽດຂອງຊີວິດຂອງຜູ້ຄົນ. ພັນທະກິດຫຼັກຂອງພຣະອົງແມ່ນການກ່າວແທນພຣະວິນຍານ. ນັ້ນກໍຄືເມື່ອພຣະວິນຍານຂອງພຣະເຈົ້າປະກົດໃນເນື້ອໜັງທີ່ຈັບຕ້ອງໄດ້, ພຣະອົງແມ່ນພຽງສະໜອງໃຫ້ແກ່ຊີວິດມະນຸດ ແລະ ເປີດເຜີຍຄວາມຈິງ. ພຣະອົງບໍ່ພົວພັນກັບວຽກງານຂອງມະນຸດ ເຊິ່ງກໍຄື ພຣະອົງບໍ່ມີສ່ວນໃນວຽກງານຂອງມະນຸດ. ມະນຸດບໍ່ສາມາດປະຕິບັດພາລະກິດສັກສິດໄດ້ ແລະ ພຣະເຈົ້າຈະບໍ່ພົວພັນໃນວຽກງານຂອງມະນຸດ. ຕະຫຼອດຫຼາຍປີທີ່ຜ່ານມາ ນັບຕັ້ງແຕ່ພຣະເຈົ້າໄດ້ມາສູ່ໂລກນີ້ ເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງໄດ້ກະທໍາພາລະກິດຜ່ານຜູ້ຄົນຕະຫຼອດມາ. ແນວໃດກໍ່ຕາມ ແຕ່ບໍ່ສາມາດຖືວ່າ ຜູ້ຄົນເຫຼົ່ານີ້ເປັນພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ພວກເຂົາເປັນພຽງຜູ້ຄົນທີ່ພຣະເຈົ້ານໍາໃຊ້ເທົ່ານັ້ນ. ໃນຂະນະດຽວກັນ, ພຣະເຈົ້າໃນປັດຈຸບັນສາມາດກ່າວຈາກມຸມມອງຂອງຄວາມເປັນພຣະເຈົ້າໂດຍກົງໄດ້ ໂດຍສົ່ງສຽງຂອງພຣະວິນຍານອອກ ແລະ ເຮັດພາລະກິດແທນພຣະວິນຍານ. ໃນທໍານອງດຽວກັນ, ທຸກຄົນທີ່ພຣະເຈົ້ານໍາໃຊ້ໃນຫຼາຍຍຸກຫຼາຍສະໄໝຜ່ານມາແມ່ນຕົວຢ່າງຂອງການເຮັດພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຮ່າງກາຍທີ່ເປັນເນື້ອໜັງ ແລ້ວເປັນຫຍັງຈຶ່ງບໍ່ສາມາດເອີ້ນພວກເຂົາວ່າເປັນພຣະເຈົ້າໄດ້? ແຕ່ພຣະເຈົ້າໃນທຸກມື້ນີ້ຍັງແມ່ນພຣະວິນຍານຂອງພຣະເຈົ້າທີ່ກະທໍາພາລະກິດໃນເນື້ອໜັງໂດຍກົງ ແລະ ພຣະເຢຊູກໍແມ່ນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດໃນເນື້ອໜັງເຊັ່ນດຽວກັນ; ທັງສອງແມ່ນເອີ້ນວ່າພຣະເຈົ້າ. ແລ້ວແມ່ນຫຍັງຄືຄວາມແຕກຕ່າງ? ຜູ້ຄົນທີ່ພຣະເຈົ້າໃຊ້ໃນຫຼາຍຍຸກຫຼາຍສະໄໝແມ່ນລ້ວນແລ້ວແຕ່ສາມາດສະແດງແນວຄິດ ແລະ ເຫດຜົນຢ່າງປົກກະຕິ. ພວກເຂົາລ້ວນເຂົ້າໃຈເຖິງຫຼັກການໃນການປະພຶດຂອງມະນຸດ. ພວກເຂົາມີແນວຄິດປົກກະຕິແບບມະນຸດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 136](https://lo.kingdomsalvation.org/videos/the-incarnation-excerpt-136.html) - ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ ໄດ້ຄຶງພຣະເຢຊູທີ່ໄມ້ກາງແຂນ. ຄັ້ງທີສອງ ຜູ້ຄົນກໍບໍ່ໄດ້ເຊື່ອໃນພຣະອົງເຊັ່ນດຽວກັນ ເຊິ່ງຢ່າວ່າແຕ່ຮູ້ຈັກພຣະອົງເລີຍ ແລະ ຜູ້ຄົນຍັງໄດ້ຄຶງພຣະຄຣິດທີ່ໄມ້ກາງແຂນດ້ວຍຕະປູອີກຄັ້ງ. ມະນຸດບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ຖ້າມະນຸດບໍ່ຮູ້ຈັກພຣະອົງ ແລ້ວພວກເຂົາຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ເຂົາຈະສາມາດມີຄຸນສົມບັດໃນການເປັນພະຍານໃຫ້ກັບພຣະເຈົ້າໄດ້ແນວໃດ? ການອ້າງວ່າ ຮັກພຣະເຈົ້າ, ຮັບໃຊ້ພຣະເຈົ້າ ແລະ ສັນລະເສີນພຣະເຈົ້າບໍ່ແມ່ນຄຳຫຼອກລວງບໍ? ຖ້າເຈົ້າອຸທິດຊີວິດຂອງເຈົ້າໃຫ້ກັບສິ່ງທີ່ບໍ່ເປັນຈິງ ແລະ ບໍ່ມີປະໂຫຍດເຫຼົ່ານີ້, ເຈົ້າຈະບໍ່ໄດ້ພະຍາຍາມຢ່າງບໍ່ເປັນປະໂຫຍດບໍ? ເຈົ້າຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ ເມື່ອເຈົ້າກໍຍັງບໍ່ຮູ້ວ່າ ພຣະເຈົ້າແມ່ນໃຜ? ການສະແຫວງຫາດັ່ງກ່າວບໍ່ແມ່ນການທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ມັນບໍ່ແມ່ນການຫຼອກລວງບໍ? ບຸກຄົນໜຶ່ງຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ຄວາມໝາຍທີ່ແທ້ຈິງຂອງການເປັນຜູ້ໃກ້ຊິດຂອງພຣະເຈົ້າແມ່ນຫຍັງ? ເຈົ້າສາມາດເປັນຜູ້ໃກ້ຊິດຂອງພຣະວິນຍານຂອງພຣະເຈົ້າບໍ? ເຈົ້າສາມາດເຫັນບໍວ່າ ພຣະວິນຍານຍິ່ງໃຫຍ່ ແລະ ສູງສົ່ງພຽງໃດ? ເພື່ອເປັນຜູ້ໃກ້ຊິດຂອງພຣະເຈົ້າ ທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງໄດ້ ເຊິ່ງນັ້ນບໍ່ແມ່ນສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ຄວາມໝາຍທີ່ແທ້ຈິງຂອງການສະແຫວງຫາດັ່ງກ່າວແມ່ນຫຍັງ? ມັນບໍ່ແມ່ນຄຳຫຼອກລວງທັງໝົດບໍ? ສິ່ງທີ່ເຈົ້າສະແຫວງຫາກໍຄືການມາເປັນຜູ້ໃກ້ຊິດຂອງພຣະເຈົ້າ ແຕ່ໃນຄວາມເປັນຈິງ ເຈົ້າເປັນໝາຮັບໃຊ້ຂອງຊາຕານ ຍ້ອນເຈົ້າບໍ່ຮູ້ຈັກພຣະເຈົ້າ ແລະ ສະແຫວງຫາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 108](https://lo.kingdomsalvation.org/videos/the-incarnation-excerpt-108.html) - ເຖິງແມ່ນພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກສາມາດປະຕິບັດພາລະກິດແທນພຣະເຈົ້າເອງໄດ້ ພຣະອົງບໍ່ໄດ້ມາດ້ວຍເຈດຕະນາສະແດງພາບຫຼັກຂອງພຣະອົງຜ່ານເນື້ອໜັງໃຫ້ມະນຸດທຸກຄົນເຫັນ. ພຣະອົງບໍ່ໄດ້ມາເພື່ອໃຫ້ມະນຸດທຸກຄົນເຫັນພຣະອົງ; ພຣະອົງມາເພື່ອເຮັດໃຫ້ມະນຸດຖືກນໍາພາໂດຍມືຂອງພຣະອົງ ແລະ ເພື່ອໃຫ້ມະນຸດເຂົ້າສູ່ຍຸກໃໝ່. ໜ້າທີ່ຂອງພຣະຄຣິດໃນເນື້ອໜັງກໍເພື່ອພາລະກິດຂອງພຣະເຈົ້າເອງ ນັ້ນກໍຄືເພື່ອພາລະກິດຂອງພຣະເຈົ້າທີ່ເປັນມະນຸດ ແລະ ບໍ່ແມ່ນເພື່ອເຮັດໃຫ້ມະນຸດເຂົ້າໃຈແກ່ນແທ້ແຫ່ງເນື້ອໜັງຂອງພຣະອົງຢ່າງສິ້ນເຊີງ. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ບໍ່ມີຫຍັງທີ່ພຣະອົງເຮັດນອກເໜືອໄປກວ່າສິ່ງທີ່ມະນຸດສາມາດຮັບໄດ້. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ພຣະອົງກໍປະຕິບັດຜ່ານເນື້ອໜັງພ້ອມກັບຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ເປີດເຜີຍໃຫ້ມະນຸດເຫັນທັງໝົດເຖິງໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງບໍ່ເຄີຍຢູ່ເໜືອທຳມະຊາດ ຫຼື ລໍ້າຄ່າເກີນກວ່າທີ່ມະນຸດຈະຄາດຄິດໄດ້. ເຖິງແມ່ນວ່າ ພຣະຄຣິດເປັນຕົວແທນໃຫ້ກັບພຣະເຈົ້າເອງຜ່ານເນື້ອໜັງ ແລະ ດໍາເນີນພາລະກິດທີ່ພຣະເຈົ້າເອງຄວນເຮັດດ້ວຍຕົວເອງ, ພຣະອົງບໍ່ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ຫຼື ພຣະອົງບໍ່ໄດ້ປະກາດເຖິງການກະທຳຂອງພຣະອົງເອງຢ່າງຕື່ນເຕັ້ນ. ກົງກັນຂ້າມ ພຣະອົງຍັງຄົງລີ້ລັບພາຍໃຕ້ເນື້ອໜັງຂອງພຣະອົງຢ່າງຖ່ອມຕົວ. ນອກຈາກພຣະຄຣິດແລ້ວ ຄົນທີ່ອ້າງວ່າຕົນເອງເປັນພຣະຄຣິດແບບຜິດໆ ແມ່ນບໍ່ມີຄຸນສົມບັດຂອງພຣະອົງ. ເມື່ອທຽບໃສ່ກັບນິໄສທີ່ອວດດີ ແລະ ຍົກຍ້ອງຕົນເອງຂອງພຣະຄຣິດທີ່ຈອມປອມເຫຼົ່ານັ້ນ ກໍເຫັນໄດ້ຊັດເຈນວ່າ ເນື້ອໜັງປະເພດໃດທີ່ແມ່ນພຣະຄຣິດຢ່າງແທ້ຈິງ. ຍິ່ງພວກເຂົາຈອມປອມຫຼາຍພຽງໃດ ພຣະຄຣິດທີ່ຈອມປອມດັ່ງກ່າວກໍຍິ່ງອວດອ້າງຕົວຕົນຂອງພວກເຂົາອອກມາຫຼາຍພຽງນັ້ນ ແລະ ພວກເຂົາກໍຍິ່ງສາມາດເຮັດໝາຍສຳຄັນ ແລະ ການອັດສະຈັນເພື່ອເຮັດໃຫ້ມະນຸດເຂົ້າໃຈຜິດ. ພຣະຄຣິດຈອມປອມບໍ່ມີຄຸນສົມບັດຂອງພຣະເຈົ້າ; ພຣະຄຣິດບໍ່ມີມົນທິນຈາກອົງປະກອບຕ່າງໆທີ່ເປັນຂອງພຣະຄຣິດຈອມປອມ. ພຣະເຈົ້າກາຍເປັນມະນຸດພຽງເຮັດສໍາເລັດພາລະກິດແຫ່ງເນື້ອໜັງ ບໍ່ແມ່ນພຽງແຕ່ເພື່ອເຮັດໃຫ້ມະນຸດເຫັນພຣະອົງ. ກົງກັນຂ້າມ ພຣະອົງປ່ອຍໃຫ້ພາລະກິດຂອງພຣະອົງຢືນຢັນຕົວຕົນຂອງພຣະອົງ ແລະ ປ່ອຍໃຫ້ສິ່ງທີ່ພຣະອົງເປີດເຜີຍ ພິສູດເຖິງແກ່ນແທ້ຂອງພຣະອົງ. ແກ່ນແທ້ຂອງພຣະອົງໂດຍບໍ່ແມ່ນບໍ່ມີຫຼັກຖານ; ຕົວຕົນຂອງພຣະອົງບໍ່ໄດ້ຖືກຄວບຄຸມດ້ວຍມືຂອງພຣະອົງ; ຕົວຕົນຂອງພຣະອົງຖືກກຳນົດໂດຍພາລະກິດຂອງພຣະອົງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 440](https://lo.kingdomsalvation.org/videos/entry-into-life-excerpt-440.html) - ເມື່ອພວກເຈົ້າທົນທຸກກັບຂໍ້ຈຳກັດ ຫຼື ຄວາມລໍາບາກເລັກນ້ອຍ, ມັນກໍດີສຳລັບພວກເຈົ້າ; ຖ້າພວກເຈົ້າໄດ້ຮັບຄວາມສະບາຍ ພວກເຈົ້າກໍຈະຖືກທຳລາຍ ແລະ ແລ້ວພວກເຈົ້າຈະສາມາດຖືກປົກປ້ອງໄດ້ແນວໃດ? ໃນປັດຈຸບັນ, ມັນເປັນຍ້ອນພວກເຈົ້າຖືກຂ້ຽນຕີ, ພິພາກສາ ແລະ ສາບແຊ່ງ, ພວກເຈົ້າຈຶ່ງໄດ້ຮັບການປົກປ້ອງ. ມັນເປັນຍ້ອນພວກເຈົ້າໄດ້ທົນທຸກຫຼາຍຢ່າງ, ພວກເຈົ້າຈຶ່ງຖືກປົກປ້ອງ. ຖ້າບໍ່ດັ່ງນັ້ນ, ພວກເຈົ້າກໍຄົງຈະຕົກລົງສູ່ຄວາມເສື່ອມຊາມຕັ້ງແຕ່ດົນແລ້ວ. ນີ້ບໍ່ແມ່ນເຈດຕະນາສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຈົ້າ, ທຳມະຊາດຂອງມະນຸດແມ່ນປ່ຽນແປງໄດ້ຍາກ ແລະ ມັນຕ້ອງເຮັດແບບນີ້ເພື່ອເຮັດໃຫ້ອຸປະນິໄສຂອງພວກເຂົາປ່ຽນແປງ. ໃນປັດຈຸບັນ, ພວກເຈົ້າບໍ່ມີແມ່ນແຕ່ຈິດສຳນຶກ ຫຼື ຄວາມສຳນຶກທີ່ໂປໂລມີ ຫຼື ພວກເຈົ້າບໍ່ມີແມ່ນແຕ່ການຮູ້ຈັກຕົນເອງຂອງເພິ່ນ. ພວກເຈົ້າຕ້ອງຖືກກົດດັນຢູ່ສະເໝີ ແລະ ພວກເຈົ້າຕ້ອງຖືກຂ້ຽນຕີ ແລະ ພິພາກສາຢູ່ສະເໝີເພື່ອປຸກວິນຍານຂອງພວກເຈົ້າ. ການຂ້ຽນຕີ ແລະ ການພິພາກສາແມ່ນສິ່ງທີ່ດີທີ່ສຸດສຳລັບຊີວິດຂອງພວກເຈົ້າ. ແລ້ວເມື່ອຈຳເປັນ, ພວກເຈົ້າກໍຍັງຕ້ອງໄດ້ຮັບການຂ້ຽນຕີແຫ່ງຄວາມຈິງອີກດ້ວຍ; ມີພຽງເມື່ອນັ້ນ ພວກເຈົ້າຈຶ່ງຈະຍອມຢ່າງສົມບູນ. ທຳມະຊາດຂອງພວກເຈົ້າເປັນແບບຄືກັບວ່າ ຖ້າບໍ່ມີການຂ້ຽນຕີ ແລະ ການສາບແຊ່ງ, ພວກເຈົ້າຈະບໍ່ເຕັມໃຈກົ້ມຫົວຂອງພວກເຈົ້າ, ບໍ່ເຕັມໃຈທີ່ຈະຍອມຮັບ. ຫາກບໍ່ມີຄວາມຈິງຢູ່ຕໍ່ຕາຂອງພວກເຈົ້າ, ມັນກໍຈະບໍ່ມີຜົນຫຍັງ. ພວກເຈົ້າມີລັກສະນະທີ່ຕໍ່າຕ້ອຍ ແລະ ໄຮ້ຄ່າເກີນໄປ! ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາ, ມັນກໍຈະຍາກສຳລັບພວກເຈົ້າທີ່ຈະຖືກເອົາຊະນະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 589](https://lo.kingdomsalvation.org/videos/destinations-and-outcomes-excerpt-589.html) - ພຣະຜູ້ສ້າງປະສົງທີ່ຈະປັ້ນແຕ່ງສິ່ງຖືກສ້າງທັງໝົດ. ເຈົ້າບໍ່ຕ້ອງປະຖິ້ມ ຫຼື ບໍ່ເຊື່ອຟັງສິ່ງໃດກໍຕາມທີ່ພຣະອົງປະຕິບັດ ຫຼື ເຈົ້າບໍ່ຄວນກະບົດຕໍ່ພຣະອົງ. ເມື່ອພາລະກິດທີ່ພຣະອົງປະຕິບັດໄດ້ບັນລຸຕາມເປົ້າໝາຍຂອງພຣະອົງໃນທີ່ສຸດ ດ້ວຍສິ່ງນີ້ພຣະອົງກໍຈະໄດ້ຮັບສະຫງ່າລາສີ. ໃນປັດຈຸບັນ ເປັນຫຍັງຈຶ່ງບໍ່ເວົ້າວ່າ ເຈົ້າເປັນລູກຫຼານຂອງໂມອາບ ຫຼື ເປັນເຊື້ອສາຍຂອງມັງກອນແດງໃຫຍ່? ເປັນຫຍັງຈຶ່ງບໍ່ມີການເວົ້າເຖິງຜູ້ຄົນທີ່ຖືກເລືອກ ແລະ ມີພຽງແຕ່ການເວົ້າເຖິງສິ່ງຖືກສ້າງ? ສິ່ງຖືກສ້າງດັ່ງກ່າວຄືນາມມະຍົດດັ່ງເດີມຂອງມະນຸດ ແລະ ມັນແມ່ນສິ່ງນີ້ທີ່ບົ່ງບອກເຖິງຕົວຕົນທີ່ມີມາຕັ້ງແຕ່ເກີດຂອງເຂົານັ້ນເອງ. ຊື່ແຕກຕ່າງກັນກໍຍ້ອນວ່າຍຸກ ແລະ ຊ່ວງເວລາຂອງພາລະກິດແຕກຕ່າງກັນ, ໃນຄວາມເປັນຈິງ ມະນຸດເປັນສິ່ງຖືກສ້າງທຳມະດາ. ສິ່ງຖືກສ້າງທັງປວງບໍ່ວ່າພວກເຂົາຈະເສື່ອມຊາມທີ່ສຸດ ຫຼື ບໍລິສຸດທີ່ສຸດ ກໍຕ້ອງປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ເມື່ອພຣະອົງປະຕິບັດພາລະກິດແຫ່ງການເອົາຊະນະ ພຣະເຈົ້າບໍ່ໄດ້ຄວບຄຸມເຈົ້າໂດຍໃຊ້ຄວາມຄາດຫວັງ, ໂຊກຊະຕາ ຫຼື ຈຸດໝາຍປາຍທາງ. ມັນບໍ່ຈຳເປັນທີ່ຈະປະຕິບັດພາລະກິດດ້ວຍວິທີນີ້. ເປົ້າໝາຍຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອເຮັດໃຫ້ມະນຸດປະຕິບັດໜ້າທີ່ຂອງສິ່ງຖືກສ້າງ, ເພື່ອເຮັດໃຫ້ເຂົານະມັດສະການພຣະຜູ້ສ້າງ ແລະ ພຽງແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ເຂົາຈຶ່ງຈະສາມາດເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນໄດ້. ໂຊກຊະຕາຂອງມະນຸດຖືກຄວບຄຸມໂດຍມືຂອງພຣະເຈົ້າ. ເຈົ້າບໍ່ສາມາດຄວບຄຸມຕົວເຈົ້າເອງໄດ້. ເຖິງແມ່ນຈະຟ້າວ ແລະ ຫຍຸ້ງກັບຕົວເຂົາເອງຢູ່ຕະຫຼອດເວລາກໍຕາມ ມະນຸດກໍຍັງຄົງບໍ່ສາມາດຄວບຄຸມຕົວເອງໄດ້. ຖ້າເຈົ້າສາມາດຮູ້ຈັກຄວາມຄາດຫວັງຂອງເຈົ້າເອງ, ຖ້າເຈົ້າສາມາດຄວບຄຸມໂຊກຊະຕາຂອງເຈົ້າເອງ ເຈົ້າຈະຍັງເປັນສິ່ງຖືກສ້າງບໍ? ສະຫຼຸບກໍຄື ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ ພາລະກິດທັງໝົດຂອງພຣະອົງກໍເພື່ອຜົນປະໂຫຍດຂອງມະນຸດ. ຍົກຕົວຢ່າງ ສະຫວັນ ແລະ ແຜ່ນດິນໂລກ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 415](https://lo.kingdomsalvation.org/videos/entry-into-life-excerpt-415.html) - ເພື່ອມີຊີວິດຝ່າຍວິນຍານປົກກະຕິ, ເຈົ້າຕ້ອງມີຄວາມສາມາດຍອມຮັບເອົາຄວາມສະຫວ່າງໃໝ່ໃນແຕ່ລະມື້ ແລະ ສະແຫວງຫາຄວາມເຂົ້າໃຈອັນແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າ. ເຈົ້າຕ້ອງມີຄວາມສາມາດເຂົ້າໃຈຄວາມຈິງຢ່າງຊັດເຈນ, ຊອກຫາເສັ້ນທາງການປະຕິບັດໃນທຸກສິ່ງ, ຄົ້ນພົບບັນຫາໃໝ່ຜ່ານການອ່ານພຣະທຳຂອງພຣະເຈົ້າໃນແຕ່ລະມື້ ແລະ ຮັບຮູ້ຂໍ້ບົກຜ່ອງຂອງເຈົ້າເອງ ເພື່ອວ່າເຈົ້າອາດມີຫົວໃຈທີ່ກະຫາຍ ແລະ ຢາກຄົ້ນຫາທີ່ຂັບເຄື່ອນການເປັນຢູ່ທັງໝົດຂອງເຈົ້າ ແລະ ເພື່ອວ່າເຈົ້າອາດສະຫງົບລົງຕໍ່ໜ້າພຣະເຈົ້າໄດ້ທຸກເວລາ, ຢ້ານກົວຢູ່ເລິກໆວ່າຈະຖືກປະໄວ້ຢູ່ທາງຫຼັງ. ບຸກຄົນທີ່ມີຫົວໃຈທີ່ກະຫາຍ ແລະ ຢາກຄົ້ນຫາ, ຜູ້ທີ່ເຕັມໃຈຈະຮັບທາງເຂົ້າຢ່າງຕໍ່ເນື່ອງ, ແມ່ນຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຊີວິດຝ່າຍວິນຍານ. ຄົນທີ່ຖືກຂັບເຄື່ອນໂດຍພຣະວິນຍານບໍລິສຸດ, ຜູ້ທີ່ປາຖະໜາຈະເຮັດດີຂຶ້ນ, ຜູ້ທີ່ເຕັມໃຈສະແຫວງຫາເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນ, ຜູ້ທີ່ຕ້ອງການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງເລິກເຊິ່ງຍິ່ງຂຶ້ນ, ຜູ້ທີ່ບໍ່ສະແຫວງຫາສິ່ງທີ່ເໜືອທຳມະຊາດ ແຕ່ກົງກັນຂ້າມຄືຈ່າຍລາຄາທີ່ແທ້ຈິງ, ຜູ້ທີ່ສະແດງໃຫ້ເຫັນເຖິງການຄໍານຶງຕໍ່ເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ, ຜູ້ທີ່ໄດ້ເຂົ້າສູ່ຢ່າງແທ້ຈິງ ເພື່ອວ່າປະສົບການພວກເຂົາຈະເປັນຈິງ ແລະ ແທ້ຈິງ, ຜູ້ທີ່ບໍ່ສະແຫວງຫາຖ້ອຍຄຳທີ່ວ່າງເປົ່າ ແລະ ຫຼັກຄໍາສອນ ຫຼື ສະແຫວງຫາເພື່ອຮູ້ສຶກເຖິງສິ່ງເໜືອທຳມະຊາດ, ຜູ້ທີ່ບໍ່ບູຊາບຸກຄົນທີ່ຍິ່ງໃຫຍ່ໃດໆ, ຄົນເຫຼົ່ານີ້ແມ່ນຄົນທີ່ໄດ້ເຂົ້າສູ່ຊີວິດຝ່າຍວິນຍານປົກກະຕິ. ທຸກສິ່ງທີ່ພວກເຂົາປະຕິບັດແມ່ນມີຈຸດປະສົງ ເພື່ອບັນລຸການເຕີບໂຕໃນຊີວິດ ແລະ ເພື່ອຮັກສາວິນຍານຂອງຕົນໃຫ້ມີຄວາມສົດຊື່ນ ແລະ ມີຊີວິດຊີວາ ແລະ ພວກເຂົາສາມາດເຂົ້າສູ່ຢ່າງຫ້າວຫັນຢູ່ສະເໝີ. ພວກເຂົາກໍມາເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງໂດຍບໍ່ຮູ້ຕົວ. ຄົນທີ່ມີຊີວິດຝ່າຍວິນຍານປົກກະຕິຄົ້ນພົບຄວາມຫຼຸດພົ້ນ ແລະ ອິດສະຫຼະໃນວິນຍານໃນທຸກໆວັນ ແລະ ພວກເຂົາສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າໃນລັກສະນະທີ່ເປັນອິດສະຫຼະເພື່ອເຮັດໃຫ້ພຣະອົງພໍໃຈ. ສຳລັບຄົນເຫຼົ່ານີ້,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 411](https://lo.kingdomsalvation.org/videos/entry-into-life-excerpt-411.html) - ຫຼັງຈາກທີ່ໄດ້ອ່ານສິ່ງນີ້, ຖ້າເຈົ້າພຽງແຕ່ຍອມຮັບຄຳເວົ້າເຫຼົ່ານີ້, ແຕ່ຫົວໃຈຂອງເຈົ້າຍັງບໍ່ຖືກດົນໃຈ ແລະ ເຈົ້າບໍ່ສະແຫວງຫາເພື່ອສ້າງຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ, ມັນກໍພິສູດໃຫ້ເຫັນວ່າເຈົ້າບໍ່ໄດ້ໃຫ້ຄວາມສຳຄັນຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າ, ມັນພິສູດວ່າມຸມມອງຂອງເຈົ້າຍັງບໍ່ຖືກຕ້ອງເທື່ອ, ເຈດຕະນາຂອງເຈົ້າຍັງບໍ່ທັນຖືກຮັບເອົາໂດຍພຣະເຈົ້າ ແລະ ນໍາສະຫງ່າລາສີມາສູ່ພຣະອົງ, ແຕ່ກົງກັນຂ້າມ ແມ່ນເຮັດໃຫ້ແຜນການຂອງຊາຕານເພື່ອຮັບໄຊຊະນະ ແລະ ເພື່ອບັນລຸເປົ້າໝາຍຂອງເຈົ້າເອງ. ຄົນປະເພດນີ້ມີເຈດຕະນາ ແລະ ມຸມມອງທີ່ບໍ່ຖືກຕ້ອງ. ບໍ່ວ່າພຣະເຈົ້າໄດ້ເວົ້າສິ່ງໃດ ຫຼື ພຣະອົງເວົ້າແນວໃດ, ຜູ້ຄົນດັ່ງກ່າວກໍບໍ່ສົນໃຈ ແລະ ບໍ່ເຫັນມີການປ່ຽນແປງຫຍັງເລີຍ. ຫົວໃຈຂອງພວກເຂົາບໍ່ຮູ້ສຶກຢ້ານກົວຫຍັງ ແລະ ພວກເຂົາບໍ່ລະອາຍໃຈ. ຄົນປະເພດນີ້ແມ່ນຄົນທີ່ບໍ່ມີຈິດວິນຍານ ແລະ ຄົນໂງ່. ໃຫ້ອ່ານພຣະທໍາທຸກໆຂໍ້ຂອງພຣະເຈົ້າ ແລະ ນຳເອົາໄປປະຕິບັດຕາມໃຫ້ໄວຫຼັງຈາກທີ່ເຈົ້າເຂົ້າໃຈພວກມັນ. ບາງເທື່ອ, ມີເຫດການເມື່ອເນື້ອໜັງຂອງເຈົ້າອ່ອນແອ ຫຼື ເຈົ້າກະບົດ ຫຼື ເຈົ້າຕໍ່ຕ້ານ; ບໍ່ວ່າເຈົ້າໄດ້ປະພຶດແນວໃດກໍຕາມໃນອະດີດ, ມັນມີຜົນເລັກນ້ອຍ ແລະ ມັນບໍ່ສາມາດຂັດຂວາງຊີວິດຂອງເຈົ້າຈາກການເຕີບໃຫຍ່ໃນມື້ນີ້. ສະນັ້ນ ຕາບໃດທີ່ເຈົ້າສາມາດມີຄວາມສຳພັນປົກກະຕິກັບພຣະເຈົ້າໃນມື້ນີ້, ມັນກໍມີຄວາມຫວັງຢູ່. ຖ້າມີການປ່ຽນແປງໃນຕົວເຈົ້າທຸກເທື່ອທີ່ເຈົ້າອ່ານພຣະທຳຂອງພຣະເຈົ້າ ແລະ ຄົນອື່ນສາມາດບອກໄດ້ວ່າຊີວິດຂອງເຈົ້າມີການປ່ຽນແປງດີຂຶ້ນ, ມັນກໍສະແດງໃຫ້ເຫັນວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້າແມ່ນປົກກະຕິໃນຕອນນີ້, ມັນໄດ້ຖືກຕ້ອງແລ້ວ. ພຣະເຈົ້າບໍ່ໄດ້ປະຕິບັດກັບຜູ້ຄົນອີງຕາມການລະເມີດຂອງພວກເຂົາ. ຫຼັງຈາກທີ່ເຈົ້າເຂົ້າໃຈ ແລະ ຕື່ນຕົວ,
- [ການອ່ານພຣະທຳຂອງພຣະເຈົ້າ | "ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)"](https://lo.kingdomsalvation.org/videos/a-very-serious-problem-betrayal-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການເຊື່ອໃນພຣະເຈົ້າຢ່າງແທ້ຈິງໝາຍຄວາມວ່າແນວໃດ"](https://lo.kingdomsalvation.org/videos/truly-believes-in-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ" ພາກທີສອງ](https://lo.kingdomsalvation.org/videos/in-need-of-God-become-flesh-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການຖອນຫາຍໃຈຂອງອົງຊົງລິດທານຸພາບສູງສຸດ"](https://lo.kingdomsalvation.org/videos/the-sighing-of-the-Almighty-reading.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 449](https://lo.kingdomsalvation.org/videos/entry-into-life-excerpt-449.html) - ຜູ້ທີ່ໂງ່ຈ້າ ແລະ ຈອງຫອງບໍ່ພຽງແຕ່ບໍ່ພະຍາຍາມສຸດຄວາມສາມາດຂອງຕົນ ຫຼື ປະຕິບັດຕາມໜ້າທີ່ຂອງຕົນ, ແຕ່ພວກເຂົາຍັງແບມືຂໍຄວາມກະລຸນາ ຄືກັບວ່າ ສິ່ງທີ່ພວກເຂົາຂໍເປັນສິ່ງທີ່ພວກເຂົາສົມຄວນໄດ້ຮັບ. ຖ້າພວກເຂົາບໍ່ໄດ້ຮັບສິ່ງທີ່ພວກເຂົາຂໍ, ພວກເຂົາກໍຈະກາຍເປັນຄົນທີ່ບໍ່ຊື່ສັດຫຼາຍກວ່າເກົ່າ. ມະນຸດເຫຼົ່ານີ້ຈະຖືວ່າ ເປັນຄົນມີເຫດຜົນໄດ້ແນວໃດ? ພວກເຈົ້າມີຄວາມສາມາດຕໍ່າ ແລະ ໄຮ້ເຫດຜົນທີ່ສຸດ ໂດຍທີ່ບໍ່ສາມາດສໍາເລັດໜ້າທີ່ ທີ່ຕົນເອງຄວນສໍາເລັດໃນລະຫວ່າງການດໍາເນີນພາລະກິດຂອງການຄຸ້ມຄອງນັ້ນໄດ້. ຄຸນຄ່າຂອງພວກເຈົ້າໄດ້ຕົກຕໍ່າລົງຢ່າງໄວ. ການທີ່ພວກເຈົ້າບໍ່ສາມາດຕອບແທນເຮົາສຳລັບການສະແດງຄວາມເມດຕາຕໍ່ພວກເຈົ້າ ນັ້ນຖືວ່າ ເປັນການຕໍ່ຕ້ານຢ່າງໃຫຍ່ຫຼວງ ເຊິ່ງພຽງພໍທີ່ຈະປະນາມພວກເຈົ້າ ແລະ ສະແດງເຖິງຄວາມບໍ່ກ້າຫານ, ຄວາມບໍ່ມີປັນຍາ, ຄວາມຕໍ່າຊາມ ແລະ ຄວາມໄຮ້ຄຸນຄ່າ. ແມ່ນຫຍັງໃຫ້ສິດພວກເຈົ້າຍື່ນມືຂອງພວກເຈົ້າອອກ? ການທີ່ພວກເຈົ້າບໍ່ສາມາດເປັນຜູ້ຊ່ວຍພາລະກິດຂອງເຮົາແມ່ນແຕ່ໜ້ອຍດຽວ, ການທີ່ບໍ່ສາມາດຈົງຮັກພັກດີ ແລະ ການທີ່ບໍ່ສາມາດຢືນເປັນພະຍານໃຫ້ກັບເຮົາໄດ້ ແມ່ນການກະທໍາຜິດ ແລະ ຄວາມລົ້ມເຫຼວຂອງພວກເຈົ້າ ແຕ່ພວກເຈົ້າພັດໂຈມຕີເຮົາ, ໃສ່ຮ້າຍປ້າຍສີເຮົາ ແລະ ຈົ່ມວ່າເຮົາບໍ່ຊອບທໍາ. ນີ້ບໍຄືຄວາມຊື່ສັດຂອງພວກເຈົ້າ? ນີ້ບໍຄືຄວາມຮັກຂອງພວກເຈົ້າ? ນອກຈາກສິ່ງນີ້ແລ້ວ ພວກເຈົ້າສາມາດເຮັດພາລະກິດຫຍັງໄດ້ແດ່? ພວກເຈົ້າໄດ້ປະກອບສ່ວນຫຍັງແດ່ເຂົ້າໃນພາລະກິດທີ່ໄດ້ເຮັດໄປທັງໝົດ? ພວກເຈົ້າໄດ້ເສຍສະຫຼະຫຼາຍປານໃດ? ເຮົາໄດ້ສະແດງຄວາມອົດທົນຫຼາຍແລ້ວ ໂດຍທີ່ເຮົາບໍ່ໄດ້ຕໍານິພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຈົ້າຍັງມີຂໍ້ແກ້ຕົວກັບເຮົາຢ່າງໜ້າບໍ່ອາຍ ແລະ ຈົ່ມວ່າໃຫ້ເຮົາຢ່າງລັບໆ. ພວກເຈົ້າມີຄວາມເປັນມະນຸດແມ່ນແຕ່ໜ້ອຍຢູ່ບໍ? ເຖິງແມ່ນວ່າ ໜ້າທີ່ຂອງມະນຸດຈະມີຮອຍດາງຈາກຈິດໃຈ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 81](https://lo.kingdomsalvation.org/videos/judgment-in-the-last-days-excerpt-081.html) - ພຮະເຈົ້າບໍ່ ປະຕິບັດພາລະກິດດັ່ງກ່າວຄືນໃໝ່ໃນຍຸກໃດກໍຕາມ. ຍ້ອນຍຸກສຸດທ້າຍໄດ້ມາເຖິງແລ້ວ, ພຣະອົງຈະປະຕິບັດພາລະກິດທີ່ພຣະອົງຈະກະທຳໃນຍຸກສຸດທ້າຍ ແລະ ເປີດເຜີຍອຸປະນິໄສທັງໝົດຂອງພຣະອົງໃນຍຸກສຸດທ້າຍ. ເວົ້າເຖິງຍຸກສຸດທ້າຍ, ນັ້ນໝາຍເຖິງຍຸກອື່ນ ເຊິ່ງເປັນຍຸກທີ່ພຣະເຢຊູກ່າວວ່າ ພວກເຈົ້າຈະປະສົບກັບໄພພິບັດຢ່າງແນ່ນອນ ແລະ ປະສົບກັບແຜ່ນດິນໄຫວ, ຄວາມອຶດຫີວ ແລະ ໂລກລະບາດຕ່າງໆ ເຊິ່ງຄໍາກ່າວນັ້ນແມ່ນສະແດງເຖິງຍຸກໃໝ່ ແລະ ບໍ່ແມ່ນຍຸກແຫ່ງພຣະຄຸນທີ່ເປັນຍຸກເກົ່າອີກຕໍ່ໄປ. ລອງສົມມຸດວ່າ ຕາມທີ່ຜູ້ຄົນເວົ້າ ພຣະເຈົ້າບໍ່ປ່ຽນແປງຕະຫຼອດໄປ, ອຸປະນິໄສຂອງພຣະອົງແມ່ນຄວາມເມດຕາ ແລະ ຄວາມຮັກຢູ່ສະເໝີ, ພຣະອົງ ຮັກມະນຸດເໝືອນກັບພຣະອົງເອງ ແລະ ພຣະອົງ ມອບຄວາມລອດພົ້ນໃຫ້ກັບມະນຸດທຸກຄົນ ແລະ ບໍ່ເຄີຍກຽດຊັງມະນຸດເລີຍ, ແລ້ວພາລະກິດຂອງພຣະອົງຈະມາເຖິງຈຸດສິ້ນສຸດໄດ້ແນວໃດ? ເມື່ອພຣະເຢຊູ ສະເດັດມາ ແລະ ຖືກຄຶງເທິງໄມ້ກາງແຂນ, ສະຫຼະຕົວພຣະອົງເອງໃຫ້ກັບຄົນບາບທັງປວງ ແລະ ຖວາຍພຣະອົງເອງເທິງແທ່ນບູຊາ, ພຣະອົງແມ່ນໄດ້ສຳເລັດພາລະກິດແຫ່ງການໄຖ່ບາບມະນຸດແລ້ວ ແລະ ໄດ້ນໍາຍຸກແຫ່ງພຣະຄຸນມາເຖິງຈຸດສິ້ນສຸດ. ສະນັ້ນ ແມ່ນຫຍັງຈະເປັນເປົ້າໝາຍຂອງການເຮັດພາລະກິດຂອງຍຸກນັ້ນຊໍ້າໃນຍຸກສຸດທ້າຍ? ການເຮັດສິ່ງດຽວກັນຈະບໍ່ແມ່ນການປະຕິເສດພາລະກິດຂອງພຣະເຢຊູບໍ? ຖ້າພຣະເຈົ້າບໍ່ໄດ້ປະຕິບັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນ ກ່ອນທີ່ພຣະອົງສະເດັດມາໃນຂັ້ນຕອນນີ້ ແລ້ວຍັງຄົງເຕັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ, ແລ້ວພຣະອົງຈະສາມາດນໍາຍຸກນັ້ນມາເຖິງຈຸດສິ້ນສຸດໄດ້ແນວໃດ? ໃນພາລະກິດສຸດທ້າຍຂອງການສິ້ນສຸດຍຸກຂອງພຣະອົງ, ອຸປະນິໄສຂອງພຣະອົງແມ່ນການຂ້ຽນຕີ ແລະ ການພິພາກສາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 77](https://lo.kingdomsalvation.org/videos/judgment-in-the-last-days-excerpt-077.html) - ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນການຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລຶບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນການຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັ່ນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ. ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ
- [ການອ່ານພຣະທຳຂອງພຣະເຈົ້າ | "ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)"](https://lo.kingdomsalvation.org/videos/a-very-serious-problem-betrayal-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 26"](https://lo.kingdomsalvation.org/videos/the-twenty-sixth-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ" ພາກທີສອງ](https://lo.kingdomsalvation.org/videos/God-s-work-and-mans-practice-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະທໍາຂອງພຣະຄຣິດໃນຕົ້ນເດີມ: ບົດທີ 2"](https://lo.kingdomsalvation.org/videos/second-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 29"](https://lo.kingdomsalvation.org/videos/the-twenty-ninth-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 12"](https://lo.kingdomsalvation.org/videos/the-twelfth-utterance.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 450](https://lo.kingdomsalvation.org/videos/entry-into-life-excerpt-450.html) - ຖ້າເຈົ້າບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍຍັງບໍ່ຮູ້ຈັກວິທີການຮ່ວມມືກັບພຣະເຈົ້າ. ຖ້າເຈົ້າບໍ່ຮູ້ຈັກຫຼັກການແຫ່ງພາລະກິດຂອງພຣະເຈົ້າ ແລະ ບໍ່ຮັບຮູ້ເຖິງວິທີທີ່ຊາຕານປະຕິບັດພາລະກິດໃນມະນຸດ, ເຈົ້າກໍຈະບໍ່ມີເສັ້ນທາງໃຫ້ປະຕິບັດ. ການສະແຫວງຫາຢ່າງກະຕືລືລົ້ນພຽງຢ່າງດຽວບໍ່ໄດ້ເຮັດໃຫ້ເຈົ້າບັນລຸຜົນຕາມທີ່ພຣະເຈົ້າຕ້ອງການ. ວິທີການຮັບປະສົບການດັ່ງກ່າວກໍເໝືອນກັບການຮັບປະສົບການຂອງລໍເຣັນ ນັ້ນກໍຄື: ບໍ່ໄດ້ແຍກແຍະຫຍັງເລີຍ ແລະ ພຽງແຕ່ໃສ່ໃຈກັບປະສົບການຢ່າງດຽວ ໂດຍບໍ່ຮັບຮູ້ວ່າ ພາລະກິດຂອງຊາຕານແມ່ນຫຍັງ, ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫຍັງ, ມະນຸດຈະຢູ່ໃນສະພາວະຫຍັງຖ້າບໍ່ມີການສະຖິດຂອງພຣະເຈົ້າ ແລະ ພຣະເຈົ້າຕ້ອງການເຮັດໃຫ້ຄົນປະເພດໃດສົມບູນແບບ. ຄວນນໍາໃຊ້ຫຼັກການໃດເມື່ອຮັບມືກັບຄົນຫຼາຍປະເພດ, ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າໃນປັດຈຸບັນໄດ້ແນວໃດ, ຈະຮູ້ຈັກເຖິງອຸປະນິໄສຂອງພຣະເຈົ້າໄດ້ແນວໃດ ແລະ ຄວາມເມດຕາ, ຄວາມສະຫງ່າງາມ ແລະ ຄວາມຊອບທຳຂອງພຣະເຈົ້າຈະຖືກຊີ້ນໍາກັບຄົນແນວໃດ, ໃນສະຖານະການແບບໃດ ແລະ ຍຸກໃດ, ເຂົາບໍ່ໄດ້ມີການແຍກແຍະໃນສິ່ງເຫຼົ່ານີ້ເລີຍ. ຖ້າຜູ້ຄົນບໍ່ມີນິມິດຫຼາຍຢ່າງເປັນພື້ນຖານສຳລັບປະສົບການຂອງພວກເຂົາ ແລ້ວຊີວິດກໍບໍ່ຕ້ອງຖາມເຖິງເລີຍ ແລະ ປະສົບການກໍແຮງໄກ; ພວກເຂົາສາມາດສືບຕໍ່ຍອມ ແລະ ອົດທົນກັບທຸກສິ່ງຢ່າງໂງ່ຈ້າ. ຄົນປະເພດດັ່ງກ່າວແມ່ນຍາກທີ່ຈະເຮັດໃຫ້ສົມບູນແບບໄດ້. ສາມາດເວົ້າໄດ້ວ່າ ຖ້າເຈົ້າບໍ່ມີນິມິດຫຍັງເລີຍທີ່ເວົ້າມາຂ້າງເທິງ, ສິ່ງນີ້ກໍເປັນເຄື່ອງພິສູດທີ່ພຽງພໍແລ້ວວ່າ ເຈົ້າເປັນຄົນໂງ່, ເຈົ້າເປັນເໝືອນກັບເສົາເກືອທີ່ຕັ້ງຢູ່ໃນອິດສະຣາເອນຢູ່ສະເໝີ. ຄົນປະເພດດັ່ງກ່າວແມ່ນໃຊ້ການບໍ່ໄດ້, ບໍ່ມີຫຍັງດີເລີຍ! ບາງຄົນພຽງແຕ່ອ່ອນນ້ອມຢ່າງຫູໜວກ ແລະ ຕາບອດຕະຫຼອດເວລາ, ພວກເຂົາຮູ້ຈັກຕົນເອງຢູ່ສະເໝີ ແລະ ນໍາໃຊ້ວິທີການປະພຶດຂອງຕົນເອງເມື່ອຮັບມືກັບບັນຫາໃໝ່ໆ ຫຼື ພວກເຂົານໍາໃຊ້ “ສະຕິປັນຍາ” ເພື່ອຮັບມືກັບບັນຫາທີ່ເລັກໆນ້ອຍໆ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 239](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-239.html) - ໃນເມື່ອເຈົ້າຢູ່ໃນທ່າມກາງຜູ້ຄົນຂອງຄົວເຮືອນຂອງເຮົາ ແລະ ໃນເມື່ອເຈົ້າຈົງຮັກພັກດີໃນອານາຈັກຂອງເຮົາ ເຈົ້າກໍຕ້ອງຍຶດໝັ້ນກັບມາດຕະຖານຂອງຄວາມຕ້ອງການຂອງເຮົາ ໃນທຸກສິ່ງທີ່ເຈົ້າເຮັດ. ເຮົາບໍ່ໄດ້ຂໍໃຫ້ເຈົ້າເປັນຫຍັງຫຼາຍໄປກວ່າເມກທີ່ລ່ອງລອຍ ແຕ່ຂໍໃຫ້ເຈົ້າເປັນແສງຫິມະອ່ອນໆ ແລະ ມີແກ່ນແທ້ຂອງມັນ ແລະ ຍິ່ງໄປກວ່ານັ້ນກໍແມ່ນຄຸນຄ່າຂອງມັນ. ຍ້ອນເຮົາມາຈາກດິນແດນທີ່ບໍລິສຸດ, ເຮົາຈຶ່ງບໍ່ຄືກັນກັບດອກບົວ ເຊິ່ງມີແຕ່ຊື່ເທົ່ານັ້ນ ແລະ ບໍ່ມີແກ່ນແທ້ ເນື່ອງຈາກມັນມາຈາກຕົມ ແລະ ບໍ່ແມ່ນດິນແດນທີ່ບໍລິສຸດ. ເວລາທີ່ສະຫວັນໃໝ່ສະເດັດລົງມາແຜ່ນດິນໂລກ ແລະ ແຜນດິນໂລກໃໝ່ຂະຫຍາຍອອກໄປທົ່ວທ້ອງຟ້າ ແນ່ນອນ ຍັງແມ່ນເວລາທີ່ເຮົາເຮັດພາລະກິດຢ່າງເປັນທາງການໃນທ່າມກາງມະນຸດ. ແມ່ນໃຜໃນທ່າມກາງມະນຸດທີ່ຮູ້ຈັກເຮົາແດ່? ແມ່ນໃຜໄດ້ເຫັນຊ່ວງເວລາທີ່ເຮົາໄດ້ມາເຖິງບໍ່? ແມ່ນໃຜທີ່ເຫັນວ່າເຮົາບໍ່ພຽງແຕ່ມີຊື່ ແຕ່ຍິ່ງໄປກວ່ານັ້ນ ແມ່ນຍັງມີແກ່ນແທ້ນໍາ? ເຮົາກວາດເມກສີຂາວຖິ້ມດ້ວຍມືຂອງເຮົາ ແລະ ສັງເກດເບິ່ງທ້ອງຟ້າຢ່າງໃກ້ຊິດ; ບໍ່ມີຫຍັງໃນອາວະກາດທີ່ບໍ່ໄດ້ຖືກຈັດກຽມດ້ວຍມືຂອງເຮົາ ແລະ ຢູ່ທາງລຸ່ມຂອງມັນກໍບໍ່ມີຜູ້ໃດທີ່ບໍ່ປະກອບຄວາມພະຍາຍາມເລັກນ້ອຍຂອງເຂົາຕໍ່ຄວາມສໍາເລັດຂອງກິດຈະການອັນຍິ່ງໃຫຍ່ຂອງເຮົາ. ເຮົາບໍ່ເຮັດການຮຽກຮ້ອງທີ່ຍາກລໍາບາກຈາກຜູ້ຄົນຢູ່ເທິງແຜ່ນດິນໂລກ ເນື່ອງຈາກວ່າ ເຮົາແມ່ນພຣະເຈົ້າແຫ່ງຄວາມຈິງຢ່າງສະເໝີມາ ແລະ ຍ້ອນເຮົາແມ່ນອົງຊົງລິດທານຸພາບສູງສຸດ ທີ່ໄດ້ສ້າງມະນຸດ ແລະ ຮູ້ຈັກພວກເຂົາເປັນຢ່າງດີ. ທຸກຄົນແມ່ນຢູ່ພາຍໃຕ້ສາຍຕາຂອງອົງຊົງລິດທານຸພາບສູງສຸດ. ຜູ້ທີ່ຢູ່ໃນແຈມຸມໄກສຸດຂອງແຜ່ນດິນໂລກຈະສາມາດຫຼີກເວັ້ນການກວດສອບຢ່າງລະອຽດຂອງພຣະວິນຍານຂອງເຮົາໄດ້ແນວໃດ? ເຖິງວ່າຜູ້ຄົນຈະ “ຮູ້ຈັກ” ພຣະວິນຍານຂອງເຮົາ ແຕ່ພວກເຂົາກໍຍັງລ່ວງເກີນພຣະວິນຍານຂອງເຮົາ. ພຣະທໍາຂອງເຮົາເປີດເຜີຍໃບໜ້າອັນຂີ້ຮ້າຍຂອງທຸກຄົນ ພ້ອມກັບຄວາມຄິດໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຖືກເຮັດໃຫ້ແຈ້ງຂຶ້ນດ້ວຍແສງສະຫວ່າງຂອງເຮົາ ແລະ ລົ້ມລົງໃນທ່າມກາງຄວາມກວດສອບຂອງເຮົາ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 11](https://lo.kingdomsalvation.org/videos/three-stages-of-work-excerpt-0011.html) - ເປັນຫຍັງຕ້ອງອ້າງເຖິງພາລະກິດສາມຂັ້ນຕອນຢ່າງຕໍ່ເນື່ອງ? ການຜ່ານໄປຂອງຍຸກ, ການພັດທະນາຂອງສັງຄົມ ແລະ ເບື້ອງໜ້າທັງໝົດທີ່ປ່ຽນໄປຂອງທຳມະຊາດລ້ວນແລ້ວແຕ່ສືບເນື່ອງຈາກການປ່ຽນແປງໃນພາລະກິດສາມຂັ້ນຕອນ. ມະນຸດຊາດປ່ຽນແປງໄປພ້ອມກັບພາລະກິດຂອງພຣະເຈົ້າ ແລະ ບໍ່ພັດທະນາດ້ວຍຕົວມັນເອງ. ພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນຖືກກ່າວເຖິງເພື່ອນໍາສິ່ງຊົງສ້າງທັງໝົດ ແລະ ທຸກຄົນໃນທຸກສາສະໜາ ແລະ ນິກາຍໃຫ້ມາຢູ່ພາຍໃຕ້ອຳນາດຂອງພຣະເຈົ້າອົງດຽວ. ບໍ່ວ່າເຈົ້າຈະນັບຖືສາດສະໜາໃດກໍຕາມໃນທີ່ສຸດ, ພວກເຈົ້າທັງໝົດກໍຈະຍອມຈໍານົນພາຍໃຕ້ອຳນາດຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດນີ້ໄດ້; ຫົວໜ້າທາງສາສະໜາໃດໜຶ່ງບໍ່ສາມາດປະຕິບັດໄດ້. ມີຫຼາຍສາສະໜາຫຼັກໆໃນໂລກ ແລະ ແຕ່ລະສາສະໜາກໍມີຫົວໜ້າ ຫຼື ຜູ້ນໍາ ແລະ ຜູ້ຕິດຕາມແຜ່ກະຈາຍໄປທົ່ວທຸກປະເທດທີ່ແຕກຕ່າງກັນ ແລະ ອານາເຂດທົ່ວແຜ່ນດິນໂລກ; ເກືອບທຸກປະເທດ ບໍ່ວ່າຈະໃຫຍ່ ຫຼື ນ້ອຍ ແມ່ນມີສາສະໜາທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ບໍ່ວ່າຈະມີສາສະໜາຫຼາຍສໍ່າໃດທົ່ວເທິງໂລກນີ້, ໃນທີ່ສຸດ ທຸກຄົນທີ່ຢູ່ໃນຈັກກະວານກໍຢູ່ພາຍໃຕ້ການນໍາພາຂອງພຣະເຈົ້າອົງດຽວ, ບໍ່ໄດ້ຢູ່ພາຍໃຕ້ການນໍາພາຂອງຫົວໜ້າ ຫຼື ຜູ້ນໍາທາງສາສະໜາ. ນີ້ເວົ້າໄດ້ວ່າ ມະນຸດຊາດບໍ່ໄດ້ຖືກນໍາພາໂດຍຫົວໜ້າ ຫຼື ຜູ້ນໍາທາງສາສະໜາໃດໜຶ່ງ; ກົງກັນຂ້າມ, ບັນດາມວນມະນຸດຊາດຖືກນໍາພາໂດຍພຣະຜູ້ສ້າງ ເຊິ່ງເປັນຜູ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ຍັງສ້າງມະນຸດຊາດ, ນີ້ກໍ່ຄືຄວາມຈິງ. ເຖິງແມ່ນວ່າ ໂລກມີຫຼາຍສາສະໜາໃຫຍ່ໆທີ່ຫຼາກຫຼາຍກັນ ບໍ່ວ່າພວກມັນຈະຍິ່ງໃຫຍ່ສໍ່າໃດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 10](https://lo.kingdomsalvation.org/videos/three-stages-of-work-excerpt-0010.html) - ມີພຽງແຕ່ພຣະເຈົ້າອົງດຽວທີ່ປະຕິບັດພາລະກິດສາມຂັ້ນຕອນ; ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ນີ້ເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງເທົ່ານັ້ນທີ່ຈະສາມາດປະຕິບັດພາລະກິດສາມຂັ້ນຕອນສຳເລັດໄດ້ ແລະ ບໍ່ມີໃຜທີ່ສາມາດປະຕິບັດພາລະກິດດັ່ງກ່າວແທນພຣະອົງໄດ້, ນີ້ກໍ່ເພື່ອເວົ້າວ່າມີພຽງພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດຂອງພຣະອົງເອງຕັ້ງແຕ່ຕົ້ນຈົນຮອດປັດຈຸບັນ. ເຖິງແມ່ນວ່າ ພາລະກິດສາມຂັ້ນຕອນຂອງພຣະເຈົ້າຖືກນໍາໄປປະຕິບັດໃນຍຸກ ແລະ ສະຖານທີ່ທີ່ແຕກຕ່າງກັນ ແລະ ເຖິງແມ່ນວ່າ ພາລະກິດຂອງແຕ່ລະຢ່າງແຕກຕ່າງກັນ, ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນທີ່ປະຕິບັດພາລະກິດທັງໝົດ. ຈາກນິມິດທັງໝົດ, ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຄວນຮູ້ ແລະ ຖ້າມະນຸດສາມາດຮັບຮູ້ຢ່າງສົມບູນ ເຂົາກໍຈະສາມາດຢືນໄດ້ຢ່າງໜັກແໜ້ນ. ໃນປັດຈຸບັນ ບັນຫາທີ່ໃຫຍ່ທີ່ສຸດທີ່ຫຼາກຫຼາຍສາສະໜາ ແລະ ນິກາຍກຳລັງປະເຊີນຢູ່ແມ່ນ ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ສາມາດຈຳແນກຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດທີ່ບໍ່ແມ່ນຂອງພຣະວິນຍານບໍລິສຸດ, ດ້ວຍເຫດນີ້ ພວກເຂົາຈຶ່ງບໍ່ສາມາດບອກໄດ້ວ່າຂັ້ນຕອນໃນປັດຈຸບັນຂອງພາລະກິດນີ້ຖືກປະຕິບັດໂດຍພຣະເຈົ້າພຣະເຢໂຮວາ ຄືກັບສອງຂັ້ນຕອນກ່ອນໜ້າຂອງພາລະກິດ ຫຼື ບໍ່. ເຖິງແມ່ນວ່າ ຜູ້ຄົນຕິດຕາມພຣະເຈົ້າ, ຫຼາຍຄົນກໍຍັງບໍ່ສາມາດບອກໄດ້ວ່າມັນເປັນຫົນທາງທີ່ຖືກຕ້ອງ ຫຼື ບໍ່. ມະນຸດກັງວົນວ່າ ຫົນທາງນີ້ແມ່ນຫົນທາງທີ່ນໍາໂດຍພຣະເຈົ້າພຣະອົງເອງເປັນການສ່ວນຕົວ ຫຼື ບໍ່ ແລະ ການມາບັງເກີດເປັນມະນຸດຂອງພຣະເຈົ້າເປັນຄວາມຈິງ ຫຼື ບໍ່ ແລະ ຫຼາຍຄົນຍັງບໍ່ຮູ້ເລີຍກ່ຽວກັບວິທີການແຍກແຍະສິ່ງເຫຼົ່ານັ້ນ. ຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າບໍ່ສາມາດກຳນົດຫົນທາງ ແລະ ດ້ວຍເຫດນັ້ນ ຂໍ້ຄວາມທີ່ໄດ້ກ່າວອອກມາກໍມີພຽງແຕ່ຜົນສະທ້ອນບາງສ່ວນທ່າມກາງຄົນເຫຼົ່ານີ້ເທົ່ານັ້ນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 9](https://lo.kingdomsalvation.org/videos/three-stages-of-work-excerpt-0009.html) - ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ໄດ້ຖືກເຊື່ອງຈາກມະນຸດ ແລະ ຄົນເຫຼົ່ານັ້ນທຸກຄົນທີ່ນະມັດສະການພຣະເຈົ້າຄວນຮູ້. ເມື່ອພຣະເຈົ້າປະຕິບັດທັງພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນທ່າມກາງມະນຸດ, ມະນຸດຄວນຮູ້ຈັກການສຳແດງເຖິງສິ່ງທີ່ພຣະອົງມີ ແລະ ເປັນຢູ່ໃນລະຫວ່າງພາລະກິດສາມຂັ້ນຕອນ. ນີ້ແມ່ນສິ່ງທີ່ມະນຸດຕ້ອງເຮັດໃຫ້ສຳເລັດ. ສິ່ງທີ່ພຣະເຈົ້າເຊື່ອງຈາກມະນຸດແມ່ນສິ່ງທີ່ມະນຸດບໍ່ສາມາດໄດ້ຮັບ ແລະ ສິ່ງທີ່ມະນຸດບໍ່ຄວນຮູ້ ໃນຂະນະສິ່ງທີ່ພຣະເຈົ້າສຳແດງໃຫ້ມະນຸດເຫັນແມ່ນສິ່ງທີ່ມະນຸດຄວນຮູ້ ແລະ ສິ່ງທີ່ມະນຸດຄວນມີ. ແຕ່ລະຂັ້ນຕອນໃນທັງພາລະກິດສາມຂັ້ນຕອນແມ່ນປະຕິບັດໂດຍອີງຕາມພື້ນຖານຂອງຂັ້ນຕອນກ່ອນໜ້າ; ມັນບໍ່ໄດ້ປະຕິບັດຢ່າງອິດສະຫຼະ ແລະ ແຍກຈາກພາລະກິດແຫ່ງຄວາມລອດພົ້ນ. ເຖິງແມ່ນວ່າ ຈະມີຄວາມແຕກຕ່າງຫຼາຍໃນຍຸກ ແລະ ພາລະກິດທີ່ຕ້ອງປະຕິບັດ, ແຕ່ຄວາມລອດພົ້ນຂອງມະນຸດກໍຍັງເປັນຫົວໃຈສຳຄັນຂອງມັນ ແລະ ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນເລິກເຊິ່ງກວ່າຂັ້ນຕອນກ່ອນໜ້າ. ແຕ່ລະຂັ້ນຕອນຂອງພາລະກິດສືບຕໍ່ຈາກພື້ນຖານໃນຂັ້ນຕອນກ່ອນໜ້າ ເຊິ່ງບໍ່ສາມາດປະຖິ້ມໄດ້. ດ້ວຍວິທີນີ້ເອງ, ໃນພາລະກິດທີ່ໃໝ່ສະເໝີ ແລະ ບໍ່ເຄີຍເກົ່າຂອງພຣະອົງ, ພຣະເຈົ້າຍັງຄົງສຳແດງລັກສະນະຕ່າງໆຂອງອຸປະນິໄສຂອງພຣະອົງຢູ່ສະເໝີ ເຊິ່ງເປັນສິ່ງທີ່ບໍ່ເຄີຍສຳແດງໃຫ້ມະນຸດມາກ່ອນ ແລະ ເປີດເຜີຍພາລະກິດໃໝ່ຂອງພຣະອົງ ແລະ ການເປັນຢູ່ແບບໃໝ່ຂອງພຣະອົງໃຫ້ມະນຸດຢູ່ສະເໝີ ແລະ ເຖິງແມ່ນວ່າ ທະຫານຍາມເກົ່າແກ່ທີ່ເຄັ່ງສາສະໜາໄດ້ເຮັດທຸກວິທີທາງເພື່ອຂັດຂືນສິ່ງນີ້ ແລະ ຕໍ່ຕ້ານຢ່າງເປີດເຜີຍ, ພຣະເຈົ້າຍັງປະຕິບັດພາລະກິດໃໝ່ທີ່ພຣະອົງເຈດຕະນາທີ່ຈະເຮັດຢູ່ສະເໝີ. ພາລະກິດຂອງພຣະເຈົ້າປ່ຽນແປງຢູ່ສະເໝີ ແລະ ດ້ວຍເຫດນີ້ ມັນກໍປະເຊີນກັບການຕໍ່ຕ້ານຂອງມະນຸດຢູ່ສະເໝີ. ດ້ວຍເຫດນັ້ນ, ອຸປະນິໄສຂອງພຣະອົງຈຶ່ງປ່ຽນແປງຢູ່ສະເໝີພ້ອມກັບຍຸກ ແລະ ຜູ້ຮັບພາລະກິດຂອງພຣະອົງເຊັ່ນກັນ. ຍິ່ງໄປກວ່ານັ້ນ, ພຣະອົງປະຕິບັດພາລະກິດທີ່ບໍ່ເຄີຍມີມາກ່ອນຢ່າງສະເໝີ ແມ່ນແຕ່ປະຕິບັດພາລະກິດທີ່ປາກົດໃຫ້ມະນຸດເຫັນເປັນການຂັດແຍ້ງກັບພາລະກິດທີ່ປະຕິບັດກ່ອນໜ້ານີ້ ເພື່ອໃຫ້ມະນຸດໄດ້ຕໍ່ຕ້ານ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 8](https://lo.kingdomsalvation.org/videos/three-stages-of-work-excerpt-0008.html) - ພາລະກິດຂອງພຣະເຈົ້າເອງແມ່ນນິມິດທີ່ມະນຸດຕ້ອງຮູ້ ຍ້ອນມະນຸດບໍ່ສາມາດເຮັດພາລະກິດຂອງພຣະເຈົ້າໃຫ້ສຳເລັດໄດ້ ແລະ ມະນຸດກໍຄອບຄອງບໍ່ໄດ້. ພາລະກິດສາມຂັ້ນຕອນແມ່ນຄວາມສົມບູນຂອງການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ມີນິມິດໃດທີ່ຈະຍິ່ງໃຫຍ່ເກີນກວ່ານີ້ທີ່ມະນຸດຄວນຮູ້ຈັກ. ຖ້າມະນຸດບໍ່ຮູ້ນິມິດທີ່ຍິ່ງໃຫຍ່ນີ້, ມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ, ມັນບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ເສັ້ນທາງທີ່ມະນຸດເດີນຕາມກໍ່ຈະຍາກເລີ່ມລຳບາກຂຶ້ນເລື້ອຍໆ. ຖ້າປາສະຈາກນິມິດ, ມະນຸດຈະບໍ່ສາມາດມາໄກໄດ້ສໍ່ານີ້. ມັນແມ່ນນິມິດນີ້ເອງທີ່ຄຸ້ມກັນມະນຸດຈົນຮອດປັດຈຸບັນ ແລະ ເປັນສິ່ງທີ່ຈັດຕຽມການປົກປ້ອງທີ່ຍິ່ງໃຫຍ່ທີ່ສຸດໃຫ້ກັບມະນຸດ. ໃນອະນາຄົດ, ຄວາມຮູ້ຂອງພວກເຈົ້າຕ້ອງເລິກເຊິ່ງລົງ ແລະ ພວກເຈົ້າຕ້ອງມາຮູ້ຈັກຄວາມສົມບູນຂອງເຈດຕະນາຂອງພຣະອົງ ແລະ ແກ່ນແທ້ຂອງພາລະກິດທີ່ເຕັມໄປດ້ວຍສະຕິປັນຍາຂອງພຣະອົງພາຍໃນພາລະກິດສາມຂັ້ນຕອນ. ນີ້ຄືຄວາມສາມາດທີ່ແທ້ຈິງຂອງພວກເຈົ້າ. ຂັ້ນຕອນສຸດທ້າຍຂອງພາລະກິດບໍ່ໄດ້ຢືນຢ່າງໂດດດ່ຽວ ແຕ່ເປັນສ່ວນໜຶ່ງຂອງພາລະກິດທັງໝົດທີ່ກໍ່ຕັ້ງຂຶ້ນໂດຍການໂຮມກັບສອງຂັ້ນຕອນທີ່ຜ່ານມາ ເຊິ່ງເວົ້າໄດ້ວ່າ ມັນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດແຫ່ງຄວາມລອດພົ້ນສຳເລັດລົງ ໂດຍການປະຕິບັດພຽງແຕ່ໜຶ່ງໃນສາມຂັ້ນຕອນຂອງພາລະກິດນັ້ນ. ເຖິງແມ່ນວ່າ ຂັ້ນຕອນສຸດທ້າຍຂອງພາລະກິດແມ່ນສາມາດຊ່ວຍຊີວິດມະນຸດຢ່າງສົມບູນ, ນີ້ບໍ່ໄດ້ໝາຍຄວາມວ່າ ມັນຈຳເປັນທີ່ຈະຕ້ອງປະຕິບັດຂັ້ນຕອນດຽວນີ້ດ້ວຍຕົນມັນເອງເທົ່ານັ້ນ ແລະ ສອງຂັ້ນຕອນທີ່ຜ່ານມາຂອງພາລະກິດບໍ່ຈຳເປັນໃນການຊ່ວຍຊີວິດມະນຸດໃຫ້ອອກຈາກອິດທິພົນຂອງຊາຕານ. ບໍ່ມີຂັ້ນຕອນໃດໃນທັງສາມຂັ້ນຕອນທີ່ຖືວ່າ ເປັນນິມິດດຽວທີ່ບັນດາມວນມະນຸດຊາດຕ້ອງຮູ້ຈັກ ຍ້ອນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນພາລະກິດສາມຂັ້ນຕອນ ໂດຍທີ່ບໍ່ແມ່ນຂັ້ນຕອນດຽວເທົ່ານັ້ນ. ຕາບໃດທີ່ພາລະກິດແຫ່ງຄວາມລອດພົ້ນຍັງບໍ່ທັນສຳເລັດ, ການຄຸ້ມຄອງຂອງພຣະເຈົ້າຈະບໍ່ສາມາດສິ້ນສຸດໄດ້ຢ່າງສົມບູນ. ການເປັນຢູ່ຂອງພຣະເຈົ້າ, ອຸປະນິໄສຂອງພຣະອົງ ແລະ ສະຕິປັນຍາຂອງພຣະອົງຖືກສຳແດງອອກໃນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນ; ພວກມັນບໍ່ໄດ້ຖືກເປີດເຜີຍໃຫ້ມະນຸດຄົນໃດຕັ້ງແຕ່ຕອນເລີ່ມຕົ້ນແລ້ວ ແຕ່ຖືກສຳແດງອອກເທື່ອລະໜ້ອຍໃນພາລະກິດແຫ່ງຄວາມລອດພົ້ນ. ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນສຳແດງໃຫ້ເຫັນເຖິງສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ ແລະ ສ່ວນໜຶ່ງຂອງການເປັນຢູ່ຂອງພຣະອົງ; ບໍ່ແມ່ນທຸກຂັ້ນຕອນໃດໃນພາລະກິດສາມາດສຳແດງເຖິງຄວາມສົມບູນຂອງການເປັນຢູ່ຂອງພຣະອົງໂດຍກົງ ແລະ ຢ່າງຄົບຖ້ວນ. ເມື່ອເປັນດັ່ງນັ້ນ,
- [ການອ່ານພຣະທຳຂອງພຣະເຈົ້າ | "ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ" ພາກທີສອງ](https://lo.kingdomsalvation.org/videos/restoring-normal-life-of-man-taking-him-to-wonderful-destination-reading-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ກ່ຽວກັບຊີວິດຝ່າຍວິນຍານປົກກະຕິ"](https://lo.kingdomsalvation.org/videos/regarding-a-normal-spiritual-life.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 134](https://lo.kingdomsalvation.org/videos/the-incarnation-excerpt-134.html) - ເຈົ້າຄວນຮູ້ຫຍັງແດ່ກ່ຽວກັບພຣະເຈົ້າທີ່ແທ້ຈິງ? ພຣະວິນຍານ, ບຸກຄົນ ແລະ ພຣະທຳປະກອບເປັນພຣະເຈົ້າທີ່ແທ້ຈິງ ແລະ ສິ່ງນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງພຣະເຈົ້າທີ່ແທ້ຈິງ. ຖ້າເຈົ້າພຽງແຕ່ຮູ້ຈັກບຸກຄົນເທົ່ານັ້ນ ນັ້ນກໍຄື ຖ້າເຈົ້າຮູ້ຈັກນິໄສ ແລະ ລັກສະນະຂອງພຣະອົງ ແຕ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານ ຫຼື ສິ່ງທີ່ພຣະວິນຍານປະຕິບັດໃນເນື້ອໜັງ ແລະ ຖ້າເຈົ້າພຽງແຕ່ໃຫ້ຄວາມໃສ່ໃຈກັບພຣະວິນຍານ ແລະ ພຣະທຳ ແລະ ພຽງແຕ່ອະທິຖານຕໍ່ໜ້າພຣະວິນຍານ ແຕ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນພຣະເຈົ້າທີ່ແທ້ຈິງ ແລ້ວສິ່ງນີ້ກໍຍັງພິສູດອີກວ່າ ເຈົ້າບໍ່ຮູ້ຈັກພຣະເຈົ້າທີ່ແທ້ຈິງ. ຄວາມຮູ້ກ່ຽວກັບພຣະເຈົ້າທີ່ແທ້ຈິງລວມເຖິງການຮູ້ຈັກ ແລະ ການມີປະສົບການໃນພຣະທຳຂອງພຣະອົງ ແລະ ການເຂົ້າໃຈກົດລະບຽບ ແລະ ຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ ແລະ ວິທີທີ່ພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ມັນຍັງລວມເຖິງການຮູ້ຈັກວ່າ ທຸກການກະທຳຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງແມ່ນຖືກຄວບຄຸມໂດຍພຣະວິນຍານ ແລະ ພຣະທຳຕ່າງໆທີ່ພຣະອົງກ່າວອອກມາແມ່ນການສຳແດງເຖິງພຣະວິນຍານໂດຍກົງ. ສະນັ້ນ ເພື່ອຮູ້ຈັກພຣະເຈົ້າທີ່ແທ້ຈິງ, ມັນເປັນສິ່ງສຳຄັນທີ່ສຸດທີ່ຕ້ອງຮູ້ຈັກວ່າ ພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ ແລະ ໃນຄວາມເປັນພຣະເຈົ້າແນວໃດ; ດ້ວຍເຫດນັ້ນ ສິ່ງນີ້ຈຶ່ງກ່ຽວຂ້ອງກັບການສຳແດງເຖິງພຣະວິນຍານ ເຊິ່ງທຸກຄົນມີສ່ວນຮ່ວມນໍາ. ແມ່ນຫຍັງຄືລັກສະນະຂອງການສຳແດງເຖິງພຣະວິນຍານ? ບາງຄັ້ງ ພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ ແລະ ບາງຄັ້ງກໍປະຕິບັດໃນຄວາມເປັນພຣະເຈົ້າ, ແຕ່ໃນທັງສອງກໍລະນີ ແມ່ນຄວບຄຸມໂດຍພຣະວິນຍານ. ວິນຍານຫຍັງກໍຕາມທີ່ຢູ່ພາຍໃນຜູ້ຄົນແມ່ນການສຳແດງອອກພາຍນອກຂອງພວກເຂົາ. ພຣະວິນຍານປະຕິບັດພາລະກິດເປັນປົກກະຕິ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 117](https://lo.kingdomsalvation.org/videos/the-incarnation-excerpt-117.html) - ສິ່ງທີ່ມະນຸດໄດ້ບັນລຸໃນປັດຈຸບັນ, ວຸດທິພາວະ, ຄວາມຮູ້, ຄວາມຮັກ, ຄວາມຊື່ສັດ, ຄວາມອ່ອນນ້ອມ ແລະ ຄວາມເຂົ້າໃຈໃນປັດຈຸບັນຂອງເຂົາ, ສິ່ງເຫຼົ່ານີ້ແມ່ນຜົນມາຈາກການພິພາກສາຂອງພຣະທຳ. ການທີ່ເຈົ້າສາມາດມີຄວາມຊື່ສັດ ແລະ ຍັງຄົງຢືນຢູ່ຈົນເຖິງທຸກມື້ນີ້ກໍແມ່ນມາຈາກການປະຕິບັດຂອງພຣະທຳ. ບັດນີ້ ມະນຸດເຫັນວ່າພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນພິເສດແທ້ໆ ແລະ ມີຫຼາຍສິ່ງໃນພາລະກິດດັ່ງກ່າວນັ້ນທີ່ມະນຸດບໍ່ສາມາດບັນລຸໄດ້; ສິ່ງເຫຼົ່ານີ້ແມ່ນຄວາມເລິກລັບ ແລະ ການອັດສະຈັນ. ສະນັ້ນ ຫຼາຍຄົນຈຶ່ງຍອມຈຳນົນ. ບາງຄົນບໍ່ເຄີຍຍອມຕໍ່ມະນຸດຄົນໃດຈັກເທື່ອຕັ້ງແຕ່ມື້ເກີດຂອງພວກເຂົາ, ແຕ່ເມື່ອພວກເຂົາໄດ້ເຫັນພຣະທຳຂອງພຣະເຈົ້າໃນມື້ນີ້ ພວກເຂົາກໍຍອມຢ່າງສົມບູນໂດຍບໍ່ຮູ້ສຶກຕົວ ແລະ ບໍ່ກ້າກວດສອບ ຫຼື ເວົ້າສິ່ງອື່ນໆອີກ. ມະນຸດຊາດໄດ້ຕົກຢູ່ພາຍໃຕ້ພຣະທຳ ແລະ ນອນກາບລົງພາຍໃຕ້ການພິພາກສາຂອງພຣະທຳ. ຖ້າພຣະວິນຍານຂອງພຣະເຈົ້າກ່າວຕໍ່ມະນຸດໂດຍກົງ, ແລ້ວມະນຸດທຸກຄົນກໍຍິນຍອມຕໍ່ສຽງຂອງພຣະອົງ ແລະ ກົ້ມຫົວລົ້ມລົງໂດຍບໍ່ມີການເປີດເຜີຍຂໍ້ພຣະທໍາໃດໆ ຄ້າຍຄືກັບທີ່ໂປໂລລົ້ມລົງຂາບພື້ນພາຍໃຕ້ແສງສະຫວ່າງໃນຫົນທາງໄປສູ່ເມືອງດາມັສກັດ. ຖ້າພຣະເຈົ້າສືບຕໍ່ປະຕິບັດພາລະກິດແບບນີ້, ມະນຸດກໍຈະບໍ່ສາມາດຮູ້ຈັກຄວາມເສື່ອມຊາມຂອງເຂົາເອງຜ່ານທາງການພິພາກສາໂດຍພຣະທຳ ແລະ ກໍບໍ່ສາມາດຮັບເອົາຄວາມລອດພົ້ນໄດ້. ມີພຽງແຕ່ໂດຍການກາຍມາເປັນເນື້ອໜັງ ພຣະອົງຈຶ່ງສາມາດກ່າວພຣະທຳຂອງພຣະອົງເຂົ້າໃສ່ຫູຂອງມະນຸດແຕ່ລະຄົນດ້ວຍຕົວພຣະອົງເອງໄດ້, ເພື່ອວ່າທຸກຄົນທີ່ມີຫູກໍຈະໄດ້ຍິນພຣະທຳຂອງພຣະອົງ ແລະ ຮັບເອົາພາລະກິດແຫ່ງການພິພາກສາໂດຍພຣະທຳຂອງພຣະອົງ. ມີພຽງແຕ່ດ້ວຍວິທີນີ້ຈຶ່ງຈະໄດ້ຮັບຜົນຈາກພຣະທຳຂອງພຣະອົງ, ແທນທີ່ຈະໃຫ້ພຣະວິນຍານປາກົດຕົວຂຶ້ນເພື່ອເຮັດໃຫ້ມະນຸດຢ້ານຈົນຍອມຈຳນົນ. ມີພຽງຜ່ານທາງພາລະກິດຕົວຈິງ ແລະ ພິເສດນີ້ເທົ່ານັ້ນ ອຸປະນິໄສເກົ່າຂອງມະນຸດ ທີ່ຝັງເລິກຢູ່ພາຍໃນເປັນເວລາຫຼາຍປີ ຈຶ່ງຈະສາມາດຖືກເປີດເຜີຍຢ່າງສົມບູນ, ເພື່ອວ່າມະນຸດຈະຮູ້ຈັກສິ່ງນັ້ນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 116](https://lo.kingdomsalvation.org/videos/the-incarnation-excerpt-116.html) - ການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າບໍ່ໄດ້ປະຕິບັດໂດຍໃຊ້ວິທີການຂອງພຣະວິນຍານ ແລະ ຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໃນລັກສະນະຂອງພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ຮູບຮ່າງພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້ໄດ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງ, ເຊັ່ນດຽວກັນ ບໍ່ມີຜູ້ໃດສາມາດເຂົ້າໃກ້ກ້ອນເມກຂອງພຣະເຢໂຮວາໄດ້. ມີພຽງການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ, ນັ້ນກໍຄື ມີພຽງແຕ່ການເອົາພຣະທຳຂອງພຣະອົງສະຖິດເຂົ້າໃນຮ່າງກາຍຂອງມະນຸດທີ່ພຣະອົງບັງເກີດເຂົ້າສູ່ເທົ່ານັ້ນ ພຣະອົງຈຶ່ງຈະສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ແລ້ວເມື່ອນັ້ນ ມະນຸດຈຶ່ງຈະສາມາດເຫັນ ແລະ ໄດ້ຍິນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ຍິ່ງໄປກວ່ານັ້ນກໍຈະໄດ້ຮັບພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອສາມາດຮັບເອົາຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວນີ້ໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມຕີໃຫ້ລົ້ມລົງ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍບໍ່ມີທາງຈະໄດ້ສຳຜັດກັບພຣະເຈົ້າ, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ. ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ.
- [ການອ່ານພຣະທຳຂອງພຣະເຈົ້າ | "ວິທີການຮູ້ຈັກຄວາມເປັນຈິງ"](https://lo.kingdomsalvation.org/videos/how-to-know-reality.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 107](https://lo.kingdomsalvation.org/videos/the-incarnation-excerpt-107.html) - ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະອົງຢູ່ໃນເນື້ອໜັງ ຄວາມເປັນມະນຸດຂອງພຣະອົງກໍບໍ່ຄືກັນກັບມະນຸດທີ່ເກີດຈາກເນື້ອໜັງໂດຍສິ້ນເຊີງ. ພຣະອົງມີລັກສະນະພິເສດຂອງພຣະອົງເອງ ແລະ ລັກສະນະນີ້ກໍຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງເຊັ່ນດຽວກັນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ມີຈຸດອ່ອນ; ຈຸດອ່ອນຂອງພຣະຄຣິດໝາຍເຖິງສິ່ງທີ່ເກີດຈາກຄວາມເປັນມະນຸດຂອງພຣະອົງ. ຈຸດອ່ອນນີ້ຈຳກັດຄວາມເປັນພຣະເຈົ້າຂອງພຣະອົງໃນລະດັບໃດໜຶ່ງ ແຕ່ຂໍ້ຈຳກັດດັ່ງກ່າວແມ່ນຢູ່ພາຍໃຕ້ຂອບເຂດ ແລະ ເວລາ ແລະ ຢູ່ໃນຂອບເຂດ. ເມື່ອເຖິງເວລາປະຕິບັດພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງ ພຣະອົງກໍປະຕິບັດໂດຍບໍ່ໃສ່ໃຈຄວາມເປັນມະນຸດຂອງພຣະອົງ. ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ. ນອກຈາກຊີວິດທີ່ທຳມະດາຂອງຄວາມເປັນມະນຸດຂອງພຣະອົງ ທຸກການກະທຳອື່ນໆຂອງຄວາມເປັນມະນຸດຂອງພຣະອົງແມ່ນໄດ້ຮັບອິດທິພົນ, ໄດ້ຮັບຜົນກະທົບ ແລະ ໄດ້ຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະຄຣິດມີຄວາມເປັນມະນຸດ ສິ່ງນັ້ນກໍບໍ່ໄດ້ລົບກວນພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງເລີຍ ແລະ ນີ້ກໍຍ້ອນວ່າຄວາມເປັນມະນຸດຂອງພຣະຄຣິດຖືກຊີ້ນຳໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງແນ່ນອນ; ເຖິງແມ່ນຄວາມເປັນມະນຸດຂອງພຣະອົງບໍ່ໄດ້ບັນລຸວຸດທິພາວະໃນການທີ່ມັນປະພຶດຕົນກັບຄົນອື່ນ ສິ່ງນັ້ນກໍບໍ່ໄດ້ກະທົບພາລະກິດທຳມະດາຂອງຄວາມເປັນພຣະເຈົ້າຂອງພຣະອົງ. ເມື່ອເຮົາກ່າວວ່າ ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ຖືກເຮັດໃຫ້ເສື່ອມຊາມ ເຮົາໝາຍຄວາມວ່າ ຄວາມເປັນມະນຸດຂອງພຣະຄຣິດສາມາດຖືກສັ່ງໂດຍຄວາມເປັນພຣະເຈົ້າຂອງພຣະອົງໂດຍກົງ ແລະ ພຣະອົງມີຄວາມສຳນຶກທີ່ສູງກວ່າມະນຸດທຳມະດາ. ຄວາມເປັນມະນຸດຂອງພຣະອົງເໝາະສົມທີ່ສຸດທີ່ຈະຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າໃນພາລະກິດຂອງພຣະອົງ; ຄວາມເປັນມະນຸດຂອງພຣະອົງແມ່ນມີຄວາມສາມາດທີ່ສຸດໃນການສະແດງພາລະກິດແຫ່ງຄວາມເປັນພຣະເຈົ້າ ແລະ ມີຄວາມສາມາດສຸດທີ່ຈະຍອມຢູ່ພາຍໃຕ້ພາລະກິດດັ່ງກ່າວ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ ພຣະອົງບໍ່ເບິ່ງຂ້າມໜ້າທີ່ທີ່ມະນຸດໃນເນື້ອໜັງຄວນປະຕິບັດຕາມ; ພຣະອົງສາມາດນະມັດສະການພຣະເຈົ້າໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ. ພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ຕົວຕົນຂອງພຣະອົງກໍມາຈາກພຣະເຈົ້າເອງ. ພຽງແຕ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ກາຍມາເປັນສິ່ງມີຊີວິດທີ່ຖືກສ້າງ ໂດຍຢູ່ໃນຮ່າງກາຍຂອງສິ່ງມີຊີວິດທີ່ຖືກສ້າງ ແລະ ປະກອບມີຄວາມເປັນມະນຸດທີ່ພຣະອົງບໍ່ເຄີຍມີມາກ່ອນ; ພຣະອົງຈຶ່ງສາມາດນະມັດສະການພຣະເຈົ້າໃນສະຫວັນໄດ້; ນີ້ຄືການເປັນຢູ່ຂອງພຣະເຈົ້າເອງ ແລະ ມະນຸດບໍ່ສາມາດຮຽນແບບໄດ້. ຕົວຕົນຂອງພຣະອົງແມ່ນພຣະເຈົ້າເອງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 87](https://lo.kingdomsalvation.org/videos/judgment-in-the-last-days-excerpt-087.html) - ພຣະເຈົ້າສໍາເລັດການເຮັດໃຫ້ມະນຸດສົມບູນຜ່ານທາງໃດ? ສິ່ງນັ້ນຖືກເຮັດໃຫ້ສໍາເລັດຜ່ານທາງອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຫຼັກໆແມ່ນປະກອບດ້ວຍຄວາມຊອບທຳ, ຄວາມໂກດຮ້າຍ, ລິດທານຸພາບ, ການພິພາກສາ ແລະ ຄຳສາບແຊ່ງ ແລະ ການທີ່ພຣະອົງເຮັດໃຫ້ມະນຸດສົມບູນຫຼັກໆແມ່ນຜ່ານທາງພິພາກສາ. ບາງຄົນບໍ່ເຂົ້າໃຈ ແລະ ຖາມວ່າ ເປັນຫຍັງພຣະເຈົ້າຈຶ່ງສາມາດເຮັດໃຫ້ມະນຸດສົມບູນຜ່ານການພິພາກສາ ແລະ ຄຳສາບແຊ່ງເທົ່ານັ້ນ? ພວກເຂົາເວົ້າວ່າ “ຖ້າພຣະເຈົ້າຈະສາບແຊ່ງມະນຸດ, ມະນຸດຈະບໍ່ຕາຍບໍ? ຖ້າພຣະເຈົ້າຈະພິພາກສາມະນຸດ, ມະນຸດຈະບໍ່ຖືກກ່າວໂທດບໍ? ແລ້ວເຂົາຈະຍັງຖືກເຮັດໃຫ້ສົມບູນໄດ້ແນວໃດ?” ສິ່ງດັ່ງກ່າວແມ່ນຄຳເວົ້າຂອງຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ສິ່ງທີ່ພຣະເຈົ້າສາບແຊ່ງແມ່ນຄວາມກະບົດຂອງມະນຸດ ແລະ ສິ່ງທີ່ພຣະອົງພິພາກສາແມ່ນຄວາມບາບຂອງມະນຸດ. ເຖິງແມ່ນວ່າພຣະອົງກ່າວຢ່າງໂຫດຮ້າຍ ແລະ ຢ່າງບໍ່ຢຸດຢັ້ງ, ພຣະອົງກໍເປີດເຜີຍທຸກສິ່ງທີ່ຢູ່ພາຍໃນມະນຸດ, ເປີດເຜີຍຜ່ານພຣະທຳທີ່ເຂັ້ມງວດເຫຼົ່ານີ້ທີ່ສຳຄັນຕໍ່ມະນຸດ, ແຕ່ຜ່ານການພິພາກສາດັ່ງກ່າວ, ພຣະອົງໄດ້ມອບຄວາມຮູ້ທີ່ເລິກເຊິ່ງກ່ຽວກັບທາດແທ້ຂອງເນື້ອໜັງໃຫ້ກັບມະນຸດ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງຍອມເຊື່ອຟັງຢູ່ຕໍ່ໜ້າພຣະເຈົ້າ. ເນື້ອໜັງຂອງມະນຸດແມ່ນມາຈາກຄວາມບາບ ແລະ ມາຈາກຊາຕານ, ມັນແມ່ນການກະບົດ ແລະ ມັນຄືເປົ້າໝາຍແຫ່ງການຂ້ຽນຕີຂອງພຣະເຈົ້າ. ດ້ວຍເຫດນັ້ນ ເພື່ອເຮັດໃຫ້ມະນຸດຮູ້ຈັກຕົນເອງ, ພຣະທຳແຫ່ງການພິພາກສາຂອງພຣະເຈົ້າຕ້ອງເກີດຂຶ້ນກັບເຂົາ ແລະ ຕ້ອງໄດ້ໃຊ້ການຫຼໍ່ຫຼອມທຸກຮູບແບບ; ມີແຕ່ເມື່ອນັ້ນ ພາລະກິດຂອງພຣະເຈົ້າຈຶ່ງຈະສາມາດມີປະສິດທິພາບ. ຈາກພຣະທຳທີ່ພຣະເຈົ້າກ່າວ ສາມາດເຫັນໄດ້ວ່າ ພຣະອົງໄດ້ກ່າວປະນາມເນື້ອໜັງຂອງມະນຸດແລ້ວ. ແລ້ວພຣະທຳເຫຼົ່ານີ້ບໍ່ແມ່ນພຣະທຳແຫ່ງຄຳສາບແຊ່ງບໍ? ພຣະທຳທີ່ພຣະເຈົ້າກ່າວເປີດເຜີຍທາດແທ້ຂອງມະນຸດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 57](https://lo.kingdomsalvation.org/videos/God-s-appearance-and-work-excerpt-057.html) - ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ມັນເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍມອບໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍກົດລະບຽບ ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຢືນຢູ່ຊື່ໆ ແລະ ຮັກສາສິ່ງຕ່າງໆຕາມທີ່ພວກມັນເປັນ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລທີ່ຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ້ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 37](https://lo.kingdomsalvation.org/videos/three-stages-of-work-excerpt-0037.html) - ພຣະເຈົ້າເຮັດພາລະກິດຂອງພຣະອົງທົ່ວຈັກກະວານທັງປວງ. ທຸກຄົນທີ່ເຊື່ອໃນພຣະອົງກໍ່ຕ້ອງຍອມຮັບພຣະທໍາຂອງພຣະອົງ ແລະ ກິນ ແລະ ດື່ມພຣະທໍາຂອງພຣະອົງ; ບໍ່ມີໃຜສາມາດຖືກຮັບເອົາໂດຍພຣະເຈົ້າໂດຍການເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນທີ່ພຣະອົງໄດ້ສະແດງອອກ. ຕະຫຼອດຍຸກຕ່າງໆ, ພຣະເຈົ້າໄດ້ໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນຢູ່ສະເໜີ. ດັ່ງນັ້ນ ພວກເຈົ້າບໍ່ຄວນອຸທິດຄວາມສົນໃຈທັງໝົດຂອງເຈົ້າໃສ່ໝາຍສໍາຄັນ ແລະ ສິ່ງອັດສະຈັນ, ແຕ່ຄວນດີ້ນຮົນເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນ. ໃນພັນທະສັນຍາເດີມໃນຍຸກແຫ່ງພຣະບັນຍັດ, ພຣະເຈົ້າໄດ້ກ່າວພຣະທໍາບາງຂໍ້ ແລະ ໃນຍຸກແຫ່ງພຣະຄຸນ ພຣະເຢຊູກໍ່ໄດ້ກ່າວພຣະທໍາຫຼາຍຂໍ້ເຊັ່ນກັນ. ຫຼັງຈາກທີ່ພຣະເຢຊູໄດ້ກ່າວຂໍ້ພຣະທໍາຫຼາຍຂໍ້, ພວກອັກຄະສາວົກ ແລະ ສາວົກພາຍຫຼັງກໍ່ໄດ້ນໍາພາຜູ້ຄົນໃຫ້ປະຕິບັດຕາມພຣະບັນຍັດຕ່າງໆທີ່ພຣະເຢຊູໄດ້ກຳນົດອອກ ແລະ ເຮັດໃຫ້ພວກເຂົາມີປະສົບການຕາມພຣະທຳ ແລະ ຫຼັກການທີ່ພຣະເຢຊູໄດ້ກ່າວໄວ້. ໃນຍຸກສຸດທ້າຍ, ພຣະເຈົ້າໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບເປັນຫຼັກ. ພຣະອົງບໍ່ໄດ້ໃຊ້ໝາຍສໍາຄັນ ແລະ ສິ່ງອັດສະຈັນເພື່ອກົດຂີ່ມະນຸດ ຫຼື ຊັກຈູງມະນຸດ; ສິ່ງນີ້ບໍ່ສາມາດເຮັດໃຫ້ລິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າຊັດແຈ້ງຂຶ້ນໄດ້. ຖ້າພຣະເຈົ້າພຽງແຕ່ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນເທົ່ານັ້ນ, ແລ້ວມັນກໍ່ເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ຄວາມເປັນຈິງຂອງພຣະເຈົ້າຊັດເຈນ ແລະ ດ້ວຍເຫດນັ້ນ ມັນກໍ່ເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ມະນຸດສົມບູນແບບ. ພຣະເຈົ້າບໍ່ໄດ້ເຮັດໃຫ້ມະນຸດສົມບູນແບບໂດຍໝາຍສໍາຄັນ ແລະ ສິ່ງອັດສະຈັນ, ແຕ່ໃຊ້ພຣະທໍາເພື່ອຫົດນໍ້າ ແລະ ລ້ຽງດູມະນຸດ ເຊິ່ງ ຫຼັງຈາກນັ້ນ ມະນຸດກໍ່ຈະໄດ້ບັນລຸຄວາມອ່ອນນ້ອມຢ່າງສົມບູນ ແລະ ມະນຸດກໍ່ຈະມີຄວາມຮູ້ກ່ຽວກັບພຣະເຈົ້າ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 35](https://lo.kingdomsalvation.org/videos/three-stages-of-work-excerpt-0035.html) - ພຣະເຈົ້າໄດ້ມາໃນແຜ່ນດິນໂລກເພື່ອກ່າວພຣະທໍາຂອງພຣະອົງເປັນຫຼັກ; ສິ່ງທີ່ເຈົ້າພົວພັນນໍາແມ່ນພຣະທໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າເຫັນແມ່ນພຣະທໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າໄດ້ຍິນແມ່ນພຣະທຳຂອງພຣະເຈົ້າ, ສິ່ງທີ່ເຈົ້າປະຕິບັດຕາມແມ່ນພຣະທໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າປະສົບແມ່ນພຣະທໍາຂອງພຣະເຈົ້າ ແລະ ການບັງເກີດເປັນມະນຸດໃນຄັ້ງນີ້ຂອງພຣະເຈົ້າໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບເປັນຫຼັກ. ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນ ແລະ ໂດຍພິເສດແລ້ວ ພຣະອົງບໍ່ໄດ້ເຮັດພາລະກິດທີ່ພຣະເຢຊູໄດ້ເຮັດໃນອະດີດ. ເຖິງແມ່ນວ່າພຣະອົງທັງສອງເປັນພຣະເຈົ້າ ແລະ ເປັນເນື້ອໜັງ, ພັນທະກິດຂອງພຣະອົງທັງສອງນັ້ນບໍ່ຄືກັນ. ເມື່ອພຣະເຢຊູມາ, ພຣະອົງຍັງໄດ້ເຮັດສ່ວນໜຶ່ງໃນພາລະກິດຂອງພຣະເຈົ້າ ແລະ ກ່າວພຣະທໍາບາງຂໍ້, ແຕ່ແມ່ນຫຍັງຄືພາລະກິດຫຼັກທີ່ພຣະອົງໄດ້ເຮັດສຳເລັດ? ສິ່ງທີ່ພຣະອົງໄດ້ເຮັດສຳເລັດຫຼັກໆຄືພາລະກິດຂອງການຖືກຄຶງເທິງໄມ້ກາງແຂນ. ພຣະອົງໄດ້ກາຍເປັນລັກສະນະຂອງເນື້ອໜັງທີ່ຜິດບາບເພື່ອສຳເລັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນ ແລະ ໄຖ່ມະນຸດຊາດທັງປວງຈາກຄວາມຜິດບາບ ແລະ ເພື່ອເຫັນແກ່ຄວາມຜິດບາບຂອງມະນຸດຊາດທັງປວງ ພຣະອົງຈຶ່ງເຮັດໜ້າທີ່ເປັນເຄື່ອງບູຊາແທນຄວາມຜິດບາບ. ນີ້ແມ່ນພາລະກິດຫຼັກທີ່ພຣະອົງໄດ້ສຳເລັດ. ໃນທີ່ສຸດແລ້ວ ພຣະອົງໄດ້ຈັດຕຽມເສັ້ນທາງແຫ່ງໄມ້ກາງແຂນເພື່ອຊີ້ນຳຄົນທີ່ມາຕາມຫຼັງ. ເມື່ອພຣະເຢຊູມາ, ມັນແມ່ນເພື່ອສຳເລັດພາລະກິດແຫ່ງການໄຖ່ບາບເປັນຫຼັກ. ພຣະອົງໄດ້ໄຖ່ບາບມະນຸດຊາດທັງປວງ ແລະ ໄດ້ນຳເອົາຂ່າວປະເສີດແຫ່ງອານາຈັກສະຫວັນມາສູ່ມະນຸດ ແລະ ຍິ່ງໄປກວ່ານັ້ນ ພຣະອົງຍັງໄດ້ນຳເສັ້ນທາງໄປສູ່ອານາຈັກສະຫວັນອີກດ້ວຍ. ຜົນຕາມມາກໍ່ຄື ທຸກຄົນທີ່ມາຕາມຫຼັງພຣະອົງໄດ້ເວົ້າວ່າ “ພວກເຮົາຄວນຍ່າງຕາມເສັ້ນທາງແຫ່ງໄມ້ກາງແຂນ ແລະ ເສຍສະຫຼະຕົນເອງເພື່ອໄມ້ກາງແຂນ”. ແນ່ນອນ ໃນເບື້ອງຕົ້ນ ພຣະເຢຊູຍັງໄດ້ເຮັດພາລະກິດອີກບາງຢ່າງ ແລະ ກ່າວພຣະທໍາບາງຂໍ້ເພື່ອເຮັດໃຫ້ມະນຸດກັບໃຈ ແລະ ສາລະພາບຄວາມຜິດບາບຂອງເຂົາ. ແຕ່ພັນທະກິດຂອງພຣະອົງຍັງເປັນການຖືກຄຶງເທິງໄມ້ກາງແຂນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 26](https://lo.kingdomsalvation.org/videos/three-stages-of-work-excerpt-0026.html) - ພາລະກິດແຫ່ງຍຸກສຸດທ້າຍແມ່ນເພື່ອກ່າວພຣະທໍາ. ການປ່ຽນແປງຄັ້ງຍິ່ງໃຫຍ່ຈະເກີດຜົນໃນມະນຸດໂດຍຜ່ານວິທີທາງແຫ່ງພຣະທໍາ. ການປ່ຽນແປງໃນປັດຈຸບັນແມ່ນມີຜົນຕໍ່ຜູ້ຄົນທີ່ຍອມຮັບເອົາພຣະທໍາຫຼາຍກວ່າຕໍ່ຜູ້ຄົນທີ່ຍອມຮັບເອົາໝາຍສຳຄັນ ແລະ ຄວາມອັດສະຈັນຂອງຍຸກແຫ່ງພຣະຄຸນ. ເນື່ອງຈາກວ່າ ໃນຍຸກແຫ່ງພຣະຄຸນນັ້ນ ພວກມານຮ້າຍແມ່ນຖືກຂັບໄລ່ອອກຈາກມະນຸດໂດຍການເອົາມືວາງໃສ່ມະນຸດ ແລ້ວອະທິຖານ ແຕ່ການຂັບໄລ່ມານຮ້າຍແບບນັ້ນບໍ່ໄດ້ລົບລ້າງຄວາມເສື່ອມຊາມອອກຈາກຈິດໃຈຂອງມະນຸດເລີຍ ມະນຸດໄດ້ຮັບການຮັກສາຈາກຄວາມເຈັບປ່ວຍຂອງເຂົາ ແລະ ຮັບການອະໄພຈາກຄວາມບາບຂອງເຂົາ ແຕ່ສໍາລັບວິທີການລົບລ້າງອຸປະນິໄສອັນເສື່ອມຊາມແບບຊາຕານໃນມະນຸດນັ້ນ, ພາລະກິດນີ້ຍັງບໍ່ໄດ້ປະຕິບັດເທື່ອ. ມະນຸດພຽງແຕ່ໄດ້ຮັບຄວາມພົ້ນ ແລະ ໄດ້ຮັບການອະໄພຈາກຄວາມບາບຂອງພວກເຂົາຍ້ອນຄວາມເຊື່ອເທົ່ານັ້ນ ແຕ່ທໍາມະຊາດຄວາມຜິດບາບຂອງມະນຸດບໍ່ໄດ້ຖືກທໍາລາຍ ແລະ ຍັງຝັງຢູ່ໃນຈິດໃຈຂອງພວກເຂົາ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານກິດຈະການຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ມະນຸດບໍ່ມີຄວາມບາບໃນພວກເຂົາອີກຕໍ່ໄປ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານເຄື່ອງບູຊາໄຖ່ບາບ ແຕ່ສໍາລັບວິທີທີ່ຈະເຮັດໃຫ້ມະນຸດບໍ່ມີຄວາມຜິດບາບອີກຕໍ່ໄປ ແລະ ວິທີທີ່ຈະທຳລາຍລ້າງ ແລະ ປ່ຽນແປງທໍາມະຊາດຄວາມຜິດບາບຂອງພວກເຂົາຢ່າງສິ້ນເຊີງນັ້ນ ມະນຸດບໍ່ມີວິທີແກ້ໄຂບັນຫານີ້ເລີຍ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພ ແລະ ນີ້ກໍຍ້ອນພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນຂອງພຣະເຈົ້າ ແຕ່ມະນຸດຍັງສືບຕໍ່ດໍາລົງຊີວິດຢູ່ກັບອຸປະນິໄສອັນເສື່ອມຊາມແບບຊາຕານຄືເກົ່າ. ເມື່ອເປັນເຊັ່ນນີ້ ມະນຸດຕ້ອງໄດ້ຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ເພື່ອທໍາມະຊາດແຫ່ງຄວາມຜິດບາບຂອງພວກເຂົາຈະໄດ້ຖືກທຳລາຍລ້າງຢ່າງສົມບູນ ແລະ ຈະບໍ່ມີຄວາມເສື່ອມຊາມເກີດຂຶ້ນອີກຕໍ່ໄປ, ດ້ວຍວິທີນີ້ຈະເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່. ແຕ່ມະນຸດຕ້ອງເຂົ້າໃຈຫົນທາງແຫ່ງການເຕີບໂຕຂອງຊີວິດ, ຕ້ອງເຂົ້າໃຈຫົນທາງແຫ່ງຊີວິດ ແລະ ເຂົ້າໃຈຫົນທາງໃນການປ່ຽນແປງອຸປະນິໄສຂອງພວກເຂົາ. ຍິ່ງໄປກວ່ານັ້ນ ມະນຸດຕ້ອງໄດ້ປະຕິບັດຕາມເສັ້ນທາງດັ່ງກ່າວນີ້ ເພື່ອອຸປະນິໄສຂອງພວກເຂົາຈະໄດ້ຮັບການປ່ຽນແປງເທື່ອລະໜ້ອຍ ແລະ ໃຊ້ຊີວິດຢູ່ພາຍໃຕ້ແສງສະຫວ່າງ ເພື່ອທຸກສິ່ງທີ່ພວກເຂົາປະຕິບັດຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ເພື່ອພວກເຂົາຈະປະຖິ້ມອຸປະນິໄສຊົ່ວຮ້າຍທີ່ເສື່ອມໂຊມ, ເພື່ອພວກເຂົາຈະໄດ້ເປັນອິດສະຫຼະຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ຫຼຸດພົ້ນອອກຈາກຄວາມຜິດບາບຢ່າງສົມບູນ.
- [ການອ່ານພຣະທຳຂອງພຣະເຈົ້າ | "ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ" ພາກທີໜຶ່ງ](https://lo.kingdomsalvation.org/videos/God-s-work-and-mans-practice-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ"](https://lo.kingdomsalvation.org/videos/truth-into-practice-is-having-reality.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 248](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-248.html) - ເຮົາແມ່ນໄຟທີ່ເຜົາໄໝ້ ແລະ ເຮົາບໍ່ອົດກັ້ນຕໍ່ການກະທໍາຜິດ. ເພາະວ່າມະນຸດທຸກຄົນຖືກເຮົາສ້າງຂຶ້ນມາ, ພວກເຂົາກໍຕ້ອງອ່ອນນ້ອມຕໍ່ສິ່ງທີ່ເຮົາເວົ້າ ແລະ ເຮັດ ແລະ ບໍ່ສາມາດຕໍ່ຕ້ານໄດ້. ຜູ້ຄົນບໍ່ມີສິດເຂົ້າມາຫຍຸ້ງກ່ຽວໃນພາລະກິດຂອງເຮົາ ແລ້ວແຮງໄກທີ່ພວກເຂົາຈະມີຄຸນສົມບັດວິເຄາະສິ່ງທີ່ຖືກ ຫຼື ຜິດໃນພາລະກິດ ແລະ ພຣະທໍາຂອງເຮົາ. ເຮົາແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ ແລະ ສິ່ງທີ່ຖືກຊົງສ້າງຄວນບັນລຸທຸກສິ່ງທີ່ເຮົາຕ້ອງການດ້ວຍຫົວໃຈທີ່ຍໍາເກງເຮົາ; ພວກເຂົາບໍ່ຄວນພະຍາຍາມໃຊ້ເຫດຜົນກັບເຮົາ ແລະ ພິເສດ ພວກເຂົາບໍ່ຄວນຕໍ່ຕ້ານເຮົາ. ເຮົາຄຸ້ມຄອງຜູ້ຄົນຂອງເຮົາດ້ວຍອໍານາດຂອງເຮົາ ແລະ ທຸກຄົນທີ່ເປັນສ່ວນໃນການຊົງສ້າງຂອງເຮົາຄວນຍອມຢູ່ພາຍໃຕ້ອໍານາດຂອງເຮົາ. ເຖິງວ່າໃນປັດຈຸບັນ ພວກເຈົ້າຈະກ້າຫານ ແລະ ອວດດີຢູ່ຕໍ່ໜ້າເຮົາ, ເຖິງພວກເຈົ້າຈະກະບົດຕໍ່ພຣະທໍາທີ່ເຮົາສັ່ງສອນພວກເຈົ້າ ແລະ ບໍ່ຮູ້ຈັກຢ້ານ, ເຮົາພຽງໄດ້ແຕ່ທົນກັບຄວາມກະບົດຂອງພວກເຈົ້າ; ເຮົາຈະບໍ່ຍອມເສຍອາລົມຂອງເຮົາ ແລະ ເຮັດໃຫ້ມີຜົນກະທົບຕໍ່ພາລະກິດຂອງເຮົາ ຍ້ອນໂຕໜອນນ້ອຍໆທີ່ບໍ່ມີຄວາມໝາຍຫຍັງໄດ້ພິກດິນໃນກອງຂີ້ສັດຂຶ້ນມາ. ເຮົາອົດທົນກັບການມີຢູ່ຢ່າງຕໍ່ເນື່ອງຂອງທຸກສິ່ງທີ່ເຮົາລັງກຽດ ແລະ ທຸກສິ່ງທີ່ເຮົາກຽດຊັງ ຍ້ອນຜົນປະໂຫຍດແກ່ຄວາມປະສົງຂອງພຣະບິດາຂອງເຮົາ ຈົນກວ່າພຣະຄໍາຂອງເຮົາຈະສົມບູນ ແລະ ຈົນເຖິງວາລະສຸດທ້າຍຂອງເຮົາ. ຈົ່ງຢ່າກັງວົນ! ເຮົາບໍ່ສາມາດຈົມລົງໄປຢູ່ໃນລະດັບດຽວກັນກັບໂຕໜອນທີ່ບໍ່ມີຊື່ ແລະ ເຮົາຈະບໍ່ປຽບທຽບລະດັບທັກສະຂອງເຮົາກັບເຈົ້າ. ເຮົາລັງກຽດເຈົ້າ ແຕ່ເຮົາກໍສາມາດອົດທົນໄດ້. ເຈົ້າຕໍ່ຕ້ານເຮົາ ແຕ່ເຈົ້າບໍ່ສາມາດໜີພົ້ນຈາກມື້ທີ່ເຮົາຈະຕີສອນເຈົ້າ ເຊິ່ງພຣະບິດາຂອງເຮົາໄດ້ສັນຍາກັບເຮົາໄວ້ແລ້ວ. ໂຕໜອນທີ່ຖືກສ້າງຂຶ້ນສາມາດປຽບທຽບກັບພຣະຜູ້ເປັນເຈົ້າແຫ່ງການຊົງສ້າງໄດ້ບໍ? ໃນລະດູໃບໄມ້ຫຼົ່ນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 199](https://lo.kingdomsalvation.org/videos/knowing-God-s-work-excerpt-199.html) - ເມື່ອໂມເຊຕີກ້ອນຫີນ ແລ້ວນໍ້າທີ່ປະທານໂດຍພຣະເຢໂຮວາກໍໄຫຼພຸ່ງອອກມາ ນັ້ນກໍຍ້ອນມາຈາກຄວາມສັດທາຂອງໂມເຊ. ເມື່ອເດວິດຫຼິ້ນພີນສັນລະເສີນເຮົາ ກໍຄືພຣະເຢໂຮວາ ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມສຸກ ກໍຍ້ອນຄວາມສັດທາຂອງເດວິດ. ໂຢບສູນເສຍສັດລ້ຽງທີ່ເຕັມພູເຂົາ ແລະ ຄວາມຮັ່ງມີຢ່າງມະຫາສານ ແລະ ຕົນຕົວກໍເຕັມໄປດ້ວຍຕຸ່ມໜອງ ກໍຍ້ອນຄວາມສັດທາຂອງລາວ. ເມື່ອລາວສາມາດໄດ້ຍິນສຽງຂອງເຮົາ ກໍຄືພຣະເຢໂຮວາ ແລະ ເຫັນຄວາມສະຫງ່າລາສີຂອງເຮົາ ກໍຄືພຣະເຢໂຮວາ ນັ້ນກໍຍ້ອນຄວາມສັດທາຂອງລາວ. ເປໂຕສາມາດຕິດຕາມພຣະເຢຊູຄຣິດ ກໍຍ້ອນຄວາມສັດທາຂອງເປໂຕ. ລາວຖືກຕອກຕະປູຄຶງໃສ່ໄມ້ກາງແຂນເພື່ອເຮົາ ແລະ ເພື່ອມອບປະຈັກພະຍານອັນຍິ່ງໃຫຍ່ໃຫ້ແດ່ເຮົາ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ໂຢຮັນໄດ້ເຫັນຮູບຮ່າງອັນສະຫງ່າລາສີຂອງພຣະບຸດມະນຸດ ກໍຍ້ອນຄວາມສັດທາຂອງໂຢຮັນ. ລາວໄດ້ເຫັນນິມິດແຫ່ງຍຸກສຸດທ້າຍ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ສາເຫດກຸ່ມທີ່ຖືກເອີ້ນວ່າ ຕ່າງຊາດທັງຫຼາຍໄດ້ຮັບການເປີດເຜີຍຈາກເຮົາ ແລະ ມາຮູ້ຈັກວ່າເຮົາ ໄດ້ກັບຄືນມາໃນຮ່າງກາຍມະນຸດເພື່ອກະທໍາພາລະກິດໃນທ່າມກາງມະນຸດ ກໍຍ້ອນຄວາມສັດທາຂອງພວກເຂົາເຊັ່ນກັນ. ທຸກຄົນທີ່ຖືກຂ້ຽນຕີໂດຍພຣະທຳທີ່ຮຸນແຮງຂອງເຮົາ ແລະ ຍັງຖືກປອບໃຈໂດຍພຣະທຳເຫຼົ່ານັ້ນ ແລະ ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາບໍ່ໄດ້ຖືກປະຕິບັດແບບນັ້ນຍ້ອນຄວາມເຊື່ອຂອງພວກເຂົາບໍ? ຜູ້ຄົນໄດ້ຮັບຢ່າງຫຼວງຫຼາຍຍ້ອນຄວາມເຊື່ອຂອງພວກເຂົາ ແລະ ມັນກໍບໍ່ແມ່ນພອນຢູ່ສະເໝີໄປ. ພວກເຂົາອາດບໍ່ໄດ້ຮັບຄວາມສຸກ ແລະ ຄວາມປິຕິຍິນດີແບບດຽວກັນກັບທີ່ເດວິດຮູ້ສຶກ ຫຼື ມີນໍ້າທີ່ປະທານໂດຍພຣະເຢໂຮວາດັ່ງທີ່ໂມເຊມີ. ຕົວຢ່າງເຊັ່ນ ໂຢບໄດ້ຮັບພອນຈາກພຣະເຢໂຮວາຍ້ອນຄວາມເຊື່ອຂອງເພິ່ນ, ແຕ່ເພິ່ນກໍຍັງທົນທຸກກັບໄພພິບັດເຊັ່ນກັນ. ບໍ່ວ່າເຈົ້າຈະຖືກອວຍພອນ ຫຼື ທົນທຸກກັບໄພພິບັດ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 198](https://lo.kingdomsalvation.org/videos/knowing-God-s-work-excerpt-198.html) - ໃນປັດຈຸບັນ, ເຮົາປະຕິບັດພາລະກິດໃນຜູ້ທີ່ຖືກພຣະເຈົ້າເລືອກໃນປະເທດຈີນ ເພື່ອເປີດເຜີຍອຸປະນິໄສກະບົດທັງໝົດຂອງເຂົາ ແລະ ຖອດໜ້າກາກແຫ່ງຄວາມຂີ້ຮ້າຍທັງໝົດຂອງພວກເຂົາ ແລະ ສິ່ງນີ້ໄດ້ໃຫ້ບໍລິບົດເພື່ອເວົ້າທຸກສິ່ງທີ່ເຮົາຈຳເປັນຕ້ອງເວົ້າ. ຫຼັງຈາກນັ້ນ ເມື່ອເຮົາປະຕິບັດຂັ້ນຕອນຕໍ່ໄປຂອງພາລະກິດແຫ່ງການເອົາຊະນະຈັກກະວານທັງປວງ, ເຮົາຈະໃຊ້ການທີ່ເຮົາພິພາກສາພວກເຈົ້າເພື່ອພິພາກສາຄວາມບໍ່ຊອບທຳຂອງທຸກຄົນໃນຈັກກະວານທັງປວງ ຍ້ອນພວກເຈົ້າທຸກຄົນເປັນຕົວແທນແຫ່ງຄວາມກະບົດທ່າມກາງມະນຸດຊາດ. ຄົນທີ່ບໍ່ສາມາດກ້າວຜ່ານໄປໄດ້ແມ່ນຈະກາຍເປັນຄົນຂັດຂວາງ ແລະ ເຄື່ອງມືຮັບໃຊ້ເທົ່ານັ້ນ, ໃນຂະນະທີ່ຄົນທີ່ສາມາດກ້າວຜ່ານໄດ້ຈະຖືກນໍາໃຊ້. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນທີ່ບໍ່ສາມາດກ້າວຜ່ານແມ່ນຈະເຮັດໜ້າທີ່ເປັນຜູ້ຂັດຂວາງເທົ່ານັ້ນ? ມັນເປັນເພາະພຣະທຳ ແລະ ພາລະກິດໃນປັດຈຸບັນຂອງເຮົາລ້ວນແລ້ວແຕ່ແນໃສ່ເບື້ອງຫຼັງຂອງພວກເຈົ້າ ແລະ ຍ້ອນພວກເຈົ້າໄດ້ກາຍມາເປັນຕົວແທນ ແລະ ຕົວຢ່າງແຫ່ງຄວາມກະບົດທ່າມກາງມະນຸດຊາດທັງປວງ. ຕໍ່ມາ, ເຮົາຈະນໍາພຣະທຳເຫຼົ່ານີ້ທີ່ເອົາຊະນະພວກເຈົ້າໄປຕ່າງປະເທດ ແລະ ໃຊ້ພຣະທຳເຫຼົ່ານັ້ນເພື່ອເອົາຊະນະຜູ້ຄົນໃນທີ່ນັ້ນ, ແຕ່ເຈົ້າຈະບໍ່ໄດ້ຮັບພຣະທຳເຫຼົ່ານັ້ນ. ສິ່ງນັ້ນຈະບໍ່ເຮັດໃຫ້ເຈົ້າກາຍເປັນຜູ້ຂັດຂວາງບໍ? ອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດທັງປວງ, ການກະທຳທີ່ກະບົດຂອງມະນຸດ ແລະ ພາບ ແລະ ໃບໜ້າທີ່ຂີ້ຮ້າຍຂອງມະນຸດ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ຖືກບັນທຶກໃນພຣະທຳໃນປັດຈຸບັນທີ່ໃຊ້ເພື່ອເອົາຊະນະພວກເຈົ້າ. ແລ້ວເຮົາຈະໃຊ້ພຣະທຳເຫຼົ່ານີ້ເພື່ອເອົາຊະນະຜູ້ຄົນໃນທຸກຊົນຊາດ ແລະ ທຸກນິກາຍ, ເພາະພວກເຈົ້າຄືຕົ້ນແບບ ແລະ ເປັນຕົວຢ່າງຜ່ານມາ. ເຖິງຢ່າງໃດກໍຕາມ, ເຮົາບໍ່ໄດ້ກ່າວໂດຍມີເຈດຕະນາທີ່ຈະປະຖິ້ມພວກເຈົ້າ; ຖ້າພວກເຈົ້າບໍ່ສາມາດປະຕິບັດຢ່າງດີໃນການສະແຫວງຫາຂອງພວກເຈົ້າ ແລະ ດ້ວຍເຫດນັ້ນ ພວກເຈົ້າກໍໄດ້ພິສູດວ່າຕົນເອງປົວບໍ່ໄດ້, ພວກເຈົ້າຈະບໍ່ເປັນພຽງເຄື່ອງມືຮັບໃຊ້ ແລະ ຄົນຂັດຂວາງເທົ່ານັ້ນບໍ? ເຮົາເຄີຍເວົ້າວ່າສະຕິປັນຍາຂອງເຮົາແມ່ນຖືກນໍາໃຊ້ໂດຍອີງຕາມກົນອຸບາຍຂອງຊາຕານ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ນັ້ນບໍ່ແມ່ນຄວາມຈິງທີ່ຢູ່ເບື້ອງຫຼັງສິ່ງທີ່ເຮົາກຳລັງເວົ້າ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 355](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-355.html) - ນັບຕັ້ງແຕ່ການກຳເນີດວິທະຍາສາດສັງຄົມຂອງມວນມະນຸດ, ຄວາມຄິດຂອງມະນຸດກໍວຸ້ນຢູ່ນໍາວິທະຍາສາດ ແລະ ຄວາມຮູ້. ແລ້ວວິທະຍາສາດ ແລະ ຄວາມຮູ້ກໍກາຍມາເປັນເຄື່ອງມືສຳລັບການປົກຄອງຂອງມະນຸດ ແລະ ບໍ່ມີພື້ນທີ່ພຽງພໍອີກຕໍ່ໄປສຳລັບໃຫ້ມະນຸດນະມັດສະການພຣະເຈົ້າ ແລະ ບໍ່ມີເງື່ອນໄຂທີ່ຈະນະມັດສະການພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີອີກຕໍ່ໄປ. ຕໍາແໜ່ງຂອງພຣະເຈົ້າໄດ້ຫຼຸດຕໍ່າລົງຫຼາຍຍິ່ງຂຶ້ນໃນຫົວໃຈຂອງມະນຸດ. ຖ້າປາສະຈາກພຣະເຈົ້າໃນຫົວໃຈຂອງເຂົາ, ໂລກພາຍໃນຂອງມະນຸດກໍ່ມືດມົນ, ສິ້ນຫວັງ ແລະ ວ່າງເປົ່າ. ຕໍ່ມາຈຶ່ງໄດ້ເກີດມີນັກວິທະຍາສາດສັງຄົມຫຼາຍຄົນ, ນັກປະຫວັດສາດ ແລະ ນັກການເມືອງເກີດຂຶ້ນເພື່ອອະທິບາຍທິດສະດີແຫ່ງວິທະຍາສາດສັງຄົມ, ທິດສະດີແຫ່ງການວິວັດທະນາການຂອງມະນຸດ ແລະ ທິດສະດີອື່ນໆທີ່ຂັດແຍ່ງກັບຄວາມຈິງທີ່ພຣະເຈົ້າໄດ້ສ້າງມະນຸດ, ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ. ແລ້ວໃນລັກສະນະນີ້, ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງມີຈຳນວນຫຼາຍຂຶ້ນ. ນອກຈາກນັ້ນ ກໍມີຄົນຈຳນວນຫຼາຍຄົນທີ່ເຫັນການບັນທຶກແຫ່ງພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນ ເປັນເໝືອນກັບເລື່ອງເລົ່າລື ແລະ ຕຳນານ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເລີ່ມບໍ່ສົນໃຈຕໍ່ກຽດສັກສີ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ສົນໃຈຕໍ່ຂໍ້ຄິດເຫັນທີ່ວ່າ ພຣະເຈົ້າມີຢູ່ ແລະ ມີອຳນາດເໜືອທຸກສິ່ງ. ຄວາມຢູ່ລອດຂອງມະນຸດຊາດ ແລະ ຊະຕາກໍາຂອງປະເທດ ແລະ ຊົນຊາດບໍ່ສຳຄັນກັບພວກເຂົາອີກຕໍ່ໄປແລ້ວ ແລະ ມະນຸດດຳລົງຊີວິດຢູ່ໃນໂລກທີ່ວ່າງເປົ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 353](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-353.html) - ໃນແຕ່ລະມື້, ການກະທຳ ແລະ ຄວາມຄິດຂອງທຸກຄົນແມ່ນໄດ້ຖືກເບິ່ງເຫັນໂດຍສາຍຕາຂອງຜູ້ໜຶ່ງ ແລະ ໃນເວລາດຽວກັນນັ້ນ ກໍຢູ່ໃນການກະກຽມສຳລັບອະນາຄົດຂອງພວກເຂົາເອງ. ນີ້ແມ່ນເສັ້ນທາງທີ່ທຸກສິ່ງທີ່ມີຊີວິດຕ້ອງຍ່າງຕາມ; ມັນຄືເສັ້ນທາງທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າສຳລັບທຸກຄົນແລ້ວ ແລະ ບໍ່ມີໃຜສາມາດຫຼົບໜີຈາກມັນ ຫຼື ໄດ້ຮັບການຍົກເວັ້ນເລີຍ. ພຣະທຳທີ່ເຮົາໄດ້ກ່າວແມ່ນມີຈຳນວນນັບບໍ່ຖ້ວນ ແລະ ຍິ່ງໄປກວ່ານັ້ນ ພາລະກິດທີ່ເຮົາໄດ້ປະຕິບັດແມ່ນບໍ່ສາມາດວັດແທກໄດ້. ທຸກໆມື້ ເຮົາເບິ່ງແຕ່ລະຄົນປະຕິບັດທຸກສິ່ງທີ່ພວກເຂົາຕ້ອງປະຕິບັດໂດຍທໍາມະຊາດຕາມທຳມະຊາດທີ່ຕິດຝັງໃນຕົວຂອງພວກເຂົາ ແລະ ການພັດທະນາທຳມະຊາດຂອງພວກເຂົາ. ຫຼາຍຄົນໄດ້ເຂົ້າສູ່ “ເສັ້ນທາງທີ່ຖືກຕ້ອງ” ໂດຍບໍ່ຮູ້ຕົວ ເຊິ່ງເຮົາໄດ້ຈັດວາງໄວ້ເພື່ອເປີດເຜີຍມະນຸດປະເພດທີ່ແຕກຕ່າງກັນ. ເຮົາໄດ້ວາງມະນຸດປະເພດທີ່ແຕກຕ່າງກັນເຫຼົ່ານີ້ໃນສະພາບແວດລ້ອມທີ່ແຕກຕ່າງກັນຕັ້ງແຕ່ດົນມາແລ້ວ ແລະ ໃນສະຖານທີ່ໃຜລາວຂອງພວກເຂົາ ແຕ່ລະຄົນກໍໄດ້ສະແດງລັກສະນະຕາມທຳມະຊາດຂອງພວກເຂົາ. ບໍ່ມີໃຜທີ່ຈະຜູກມັດພວກເຂົາ, ບໍ່ມີໃຜທີ່ລໍ້ລວງພວກເຂົາ. ພວກເຂົາມີອິດສະຫຼະທັງໝົດ ແລະ ສິ່ງທີ່ພວກເຂົາສະແດງກໍອອກມາຢ່າງທຳມະຊາດ. ມີພຽງສິ່ງດຽວທີ່ຕິດຕາມພວກເຂົາ: ພຣະທຳຂອງເຮົາ. ດ້ວຍເຫດນັ້ນ ບາງຄົນຈຶ່ງອ່ານພຣະທຳຂອງເຮົາແບບບໍ່ເຕັມໃຈ, ບໍ່ເຄີຍປະຕິບັດພຣະທໍາເຫຼົ່ານັ້ນຈັກເທື່ອ ໂດຍເຮັດຢ່າງນັ້ນກໍພຽງແຕ່ເພື່ອຫຼີກຫຼ່ຽງຄວາມຕາຍ; ໃນຂະນະດຽວກັນ ຄົນອື່ນພັດພົບວ່າ ມັນເປັນເລື່ອງຍາກທີ່ຈະອົດທົນຕໍ່ມື້ຕ່າງໆໂດຍບໍ່ມີພຣະທຳຂອງເຮົານໍາພາ ແລະ ກະກຽມໃຫ້ແກ່ພວກເຂົາ ແລະ ສະນັ້ນ ພວກເຂົາຈຶ່ງຍຶດໝັ້ນກັບພຣະທຳຂອງເຮົາຢ່າງເປັນທຳມະຊາດຢູ່ຕະຫຼອດເວລາ. ເມື່ອເວລາຜ່ານໄປ, ພວກເຂົາກໍຄົ້ນພົບຄວາມລັບຂອງຊີວິດມະນຸດ, ຈຸດໝາຍປາຍທາງຂອງມະນຸດຊາດ ແລະ ຄຸນຄ່າຂອງການເປັນມະນຸດ. ນີ້ເປັນພຽງການທີ່ມະນຸດຊາດຢູ່ໃນການສະຖິດຂອງເຮົາ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 328](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-328.html) - ຈົ່ງເບິ່ງໃນຕົວພວກເຈົ້າວ່າເຫັນຄວາມຊອບທຳໃນທຸກສິ່ງທີ່ເຈົ້າກະທຳ ຫຼື ບໍ່ ແລະ ພຣະເຈົ້າໄດ້ເຝົ້າເບິ່ງການກະທໍາທັງໝົດຂອງເຈົ້າ ຫຼື ບໍ່: ນີ້ ແມ່ນຫຼັກການຂອງຄົນທີ່ເຊື່ອໃນພຣະເຈົ້າປະຕິບັດພາລະກິດຂອງພວກເຂົາ. ພວກເຈົ້າຈະຖືກເອີ້ນວ່າເປັນຄົນທ່ຽງທໍາ ຍ້ອນວ່າພວກເຈົ້າສາມາດເຮັດໃຫ້ພຣະເຈົ້າເພິ່ງພໍໃຈ ແລະ ຍ້ອນວ່າພວກເຈົ້າໄດ້ຍອມຮັບເອົາການເບິ່ງແຍງດູແລ ແລະ ການປົກປ້ອງຈາກພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ, ທຸກຄົນທີ່ຍອມຮັບເອົາການເບິ່ງແຍງດູແລ, ການປົກປ້ອງ ແລະ ຄວາມສົມບູນແບບຂອງພຣະເຈົ້າ ແລະ ຜູ້ທີ່ພຣະອົງຊົງເລືອກແມ່ນຄົນມີສິນທໍາ ແລະ ພຣະອົງຖືວ່າພວກເຂົາທັງໝົດມີຄຸນຄ່າ. ຍິ່ງເຈົ້າຍອມຮັບພຣະທໍາຂອງພຣະເຈົ້າໃນປັດຈຸບັນຫຼາຍເທົ່າໃດ, ເຈົ້າກໍຍິ່ງຈະສາມາດເຂົ້າໃຈ ແລະ ຢັ່ງຮູ້ເຈດຕະນາຂອງພຣະເຈົ້າຫຼາຍເທົ່ານັ້ນ ແລະ ດ້ວຍເຫດນີ້ ເຈົ້າກໍຈະຍິ່ງສາມາດດໍາລົງຊີວິດດ້ວຍພຣະທໍາຂອງພຣະເຈົ້າ ແລະ ຕອບສະໜອງຄວາມຕ້ອງການຂອງພຣະອົງ. ນີ້ຄືພາລະກິດຂອງພຣະເຈົ້າ ທີ່ໄດ້ມອບໝາຍໃຫ້ພວກເຈົ້າ ແລະ ມັນແມ່ນສິ່ງທີ່ພວກເຈົ້າທຸກຄົນຄວນເຮັດໃຫ້ສໍາເລັດ. ຖ້າເຈົ້າໃຊ້ແນວຄວາມຄິດຕົວເອງວັດແທກ ແລະ ຈໍາກັດພຣະເຈົ້າ ຄືດັ່ງພຣະເຈົ້າເປັນຮູບປັ້ນດິນໜຽວທີ່ບໍ່ມີການປ່ຽນແປງ ແລະ ຖ້າເຈົ້າພຽງແຕ່ຈໍາກັດພຣະເຈົ້າຢູ່ພາຍໃນຂອບເຂດພຣະຄໍາພີ ແລະ ຈໍາກັດພຣະອົງພາຍໃນຂອບເຂດວຽກງານທີ່ຈໍາກັດ, ແລ້ວນີ້ກໍພິສູດວ່າພວກເຈົ້າໄດ້ປະນາມພຣະເຈົ້າ. ຍ້ອນວ່າຄົນຢິວຂອງຍຸກແຫ່ງພັນທະສັນຍາເດີມນັ້ນ ເຫັນພຣະເຈົ້າເປັນຮູບປັ້ນບູຊາທີ່ເປັນຮູບຮ່າງຕາຍຕົວທີ່ພວກເຂົາຍຶດຖືໃນຫົວໃຈຂອງພວກເຂົາ ຄືດັ່ງວ່າພຣະເຈົ້າສາມາດເປັນພຽງພຣະເມຊີອາເທົ່ານັ້ນ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ຖືກເອີ້ນວ່າພຣະເມຊີອາທີ່ສາມາດເປັນພຣະເຈົ້າ ແລະ ຍ້ອນວ່າມະນຸດຮັບໃຊ້ ແລະ ບູຊາພຣະເຈົ້າຄ້າຍກັບວ່າພຣະອົງແມ່ນຮູບປັ້ນດິນໜຽວ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 280](https://lo.kingdomsalvation.org/videos/mysteries-about-the-bible-excerpt-280.html) - ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງມະນຸດ ເຊິ່ງໃນລະຫວ່າງນັ້ນ ເຮົາໄດ້ກ່າວພຣະທຳຫຼາຍຂໍ້. ພຣະທຳເຫຼົ່ານີ້ແມ່ນເຫັນແກ່ຄວາມລອດພົ້ນຂອງມະນຸດ ແລະ ຖືກກ່າວອອກເພື່ອໃຫ້ມະນຸດເຂົ້າກັບເຮົາໄດ້. ເຖິງຢ່າງໃດກໍ່ຕາມ, ເຮົາໄດ້ຮັບພຽງສອງສາມຄົນຢູ່ເທິງໂລກ ເຊິ່ງເປັນຄົນທີ່ສາມາດເຂົ້າກັບເຮົາໄດ້ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ເຊີດຊູພຣະທຳຂອງເຮົາ, ມັນເປັນຍ້ອນມະນຸດບໍ່ສາມາດເຂົ້າກັບເຮົາໄດ້. ໃນລັກສະນະນີ້ ພາລະກິດທີ່ເຮົາປະຕິບັດບໍ່ແມ່ນພຽງແຕ່ເພື່ອໃຫ້ມະນຸດສາມາດນະມັດສະການເຮົາ; ສິ່ງທີ່ສຳຄັນໄປກວ່ານັ້ນກໍ່ຄືເພື່ອໃຫ້ມະນຸດສາມາດເຂົ້າກັບເຮົາໄດ້. ມະນຸດຖືກເຮັດໃຫ້ເສື່ອມໂຊມ ແລະ ດຳລົງຊີວິດຢູ່ໃນກັບດັກຂອງຊາຕານ. ທຸກຄົນດຳລົງຊີວິດໃນເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດເຂົ້າກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັບເຮົາໄດ້ ແຕ່ທຸກຄົນເຫຼົ່ານັ້ນນະມັດສະການພະທຽມທີ່ເລື່ອນລອຍ. ເຖິງແມ່ນວ່າພວກເຂົາຮັບຮູ້ວ່ານາມຂອງເຮົາບໍລິສຸດ, ພວກເຂົາກໍ່ຍັງຍ່າງຕາມເສັ້ນທາງທີ່ຢູ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍ່ເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງ. ນີ້ກໍ່ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັບເຮົາໄດ້. ໃນແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ສຸ່ມຊອກຫາຂໍ້ຄວາມທີ່ “ເໝາະສົມ” ເຊິ່ງພວກເຂົາພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາເຫຼົ່ານັ້ນໂດຍບໍ່ຢຸດເຊົາ. ພວກເຂົາບໍ່ຮູ້ຈັກເລີຍວ່າຈະສາມາດເຂົ້າກັບເຮົາໄດ້ແນວໃດ ຫຼື ການຕໍ່ຕ້ານເຮົາໝາຍຄວາມວ່າແນວໃດ. ພວກເຂົາພຽງແຕ່ອ່ານຂໍ້ພຣະຄຳຢ່າງຫຼັບຫູຫຼັບຕາ. ພາຍໃນພຣະຄຳພີ, ພວກເຂົາຈຳກັດພຣະເຈົ້າທີ່ເລື່ອນລອຍທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ ແລະ ບໍ່ສາມາດເຫັນໄດ້ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 351](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-351.html) - ເຮົາໄດ້ຊອກຫາຫຼາຍຄົນໃນໂລກທີ່ຈະເປັນຜູ້ຕິດຕາມຂອງເຮົາ. ໃນບັນດາຜູ້ຕິດຕາມທຸກຄົນນີ້, ມີຄົນທີ່ຮັບໃຊ້ເປັນນັກບວດ, ຄົນທີ່ນໍາພາ, ຄົນທີ່ເປັນບຸດຂອງພຣະເຈົ້າ, ຄົນທີ່ເປັນຄົນຂອງພຣະເຈົ້າ ແລະ ຄົນທີ່ເຮັດວຽກງານຮັບໃຊ້. ເຮົາໄດ້ຈັດແບ່ງພວກເຂົາອອກເປັນກຸ່ມໂດຍອີງຕາມຄວາມຈົງຮັກພັກດີທີ່ພວກເຂົາສະແດງຕໍ່ເຮົາ. ເມື່ອທຸກຄົນໄດ້ຖືກຈໍາແນກອອກຕາມປະເພດຂອງພວກເຂົາ ນັ້ນກໍ່ຄື ເມື່ອທໍາມະຊາດຂອງຄົນແຕ່ລະປະເພດໄດ້ຖືກເປີດເຜີຍ, ເຮົາຈະຖືເອົາພວກເຂົາແຕ່ລະຄົນຢູ່ທ່າມກາງປະເພດທີ່ຊອບທຳຂອງພວກເຂົາ ແລະ ຈັດວາງແຕ່ລະປະເພດເຂົ້າໃສ່ບ່ອນທີ່ເໝາະສົມຂອງພວກເຂົາ ເພື່ອບັນລຸເປົ້າໝາຍແຫ່ງຄວາມລອດພົ້ນຂອງເຮົາຕໍ່ມະນຸດຊາດ. ໃນກຸ່ມຕ່າງໆ, ເຮົາເອີ້ນເອົາຄົນທີ່ເຮົາປາຖະໜາຈະຊ່ວຍໃຫ້ເຂົ້າສູ່ເຮືອນຂອງເຮົາ, ແລ້ວຫຼັງຈາກນັ້ນ ເຮົາກໍ່ຈະເຮັດໃຫ້ພວກເຂົາທຸກຄົນຍອມຮັບເອົາພາລະກິດໃນຍຸກສຸດທ້າຍຂອງເຮົາ. ໃນເວລາດຽວກັນນັ້ນ, ເຮົາຈໍາແນກພວກເຂົາຕາມປະເພດ, ແລ້ວໃຫ້ລາງວັນ ຫຼື ລົງໂທດແຕ່ລະຄົນບົນພື້ນຖານການກະທໍາຂອງພວກເຂົາ. ນີ້ຄືຂັ້ນຕອນທີ່ປະກອບເປັນພາລະກິດຂອງເຮົາ. ມື້ນີ້, ເຮົາດໍາລົງຊີວິດຢູ່ເທິງໂລກ ແລະ ເຮົາດໍາລົງຊີວິດຢູ່ທ່າມກາງມະນຸດ. ຜູ້ຄົນໄດ້ປະສົບກັບພາລະກິດຂອງເຮົາ ແລະ ເຝົ້າເບິ່ງຖ້ອຍຄຳຂອງເຮົາ ແລະ ພ້ອມກັນນີ້ ເຮົາກໍ່ປະທານຄວາມຈິງທັງໝົດໃຫ້ກັບຜູ້ຕິດຕາມຂອງເຮົາແຕ່ລະຄົນ ເພື່ອທີ່ພວກເຂົາອາດຈະໄດ້ຮັບຊີວິດຈາກເຮົາ ແລະ ຮັບເອົາເສັ້ນທາງທີ່ພວກເຂົາກ້າວເດີນ. ຍ້ອນເຮົາຄືພຣະເຈົ້າ, ຜູ້ໃຫ້ຊີວິດ. ໃນລະຫວ່າງເວລາຫຼາຍປີໃນພາລະກິດຂອງເຮົາ, ຜູ້ຄົນໄດ້ຮັບຫຼາຍຢ່າງ ແລະ ປະຖິ້ມຫຼາຍຢ່າງ, ແຕ່ເຖິງຢ່າງນັ້ນ ເຮົາກໍ່ຍັງເວົ້າໄດ້ວ່າພວກເຂົາບໍ່ເຊື່ອໃນເຮົາຢ່າງແທ້ຈິງ. ຍ້ອນຜູ້ຄົນພຽງແຕ່ຍອມຮັບດ້ວຍປາກຂອງພວກເຂົາວ່າເຮົາເປັນພຣະເຈົ້າ, ແຕ່ພວກເຂົາບໍ່ເຫັນດ້ວຍກັບຄວາມຈິງທີ່ເຮົາເວົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ປະຕິບັດຄວາມຈິງທີ່ເຮົາຮ້ອງຂໍຈາກພວກເຂົາ. ນັ້ນໝາຍຄວາມວ່າ ຜູ້ຄົນຮັບຮູ້ພຽງແຕ່ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບດ້ວຍຄວາມຈິງ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 349](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-349.html) - ປະຫວັດສາດໄດ້ໃຊ້ຫຼາຍສິບຫຼາຍພັນກວ່າປີເພື່ອທີ່ມະນຸດຊາດຈະມາຮອດຈຸດທີ່ຕົນຢູ່ໃນປັດຈຸບັນ ແຕ່ມະນຸດຊາດທີ່ເຮົາໄດ້ສ້າງຂຶ້ນໃນຕອນຕົ້ນໄດ້ຈົມລົງໄປໃນຄວາມເສື່ອມຊາມແຕ່ດົນນານແລ້ວ. ມະນຸດຊາດບໍ່ແມ່ນມະນຸດຊາດທີ່ເຮົາປາຖະໜາອີກຕໍ່ໄປ ແລະ ດ້ວຍເຫດນັ້ນ ໃນສາຍຕາຂອງເຮົາ ຜູ້ຄົນຈຶ່ງບໍ່ຄູ່ຄວນທີ່ຈະໄດ້ຮັບຊື່ຂອງມະນຸດຊາດອີກຕໍ່ໄປ. ກົງກັນຂ້າມ, ພວກເຂົາແມ່ນມະນຸດຊາດຊັ້ນຕໍ່າທີ່ຊາຕານໄດ້ຈັບເປັນຊະເລີຍ, ແມ່ນຊາກສົບເນົ່າເປື່ອຍທີ່ຍ່າງໄດ້ທີ່ຊາຕານອາໄສຢູ່ ແລະ ເປັນສິ່ງທີ່ຊາຕານເອົາມາໃສ່ໃຫ້ຕົວມັນເອງ. ຜູ້ຄົນບໍ່ເຊື່ອໝັ້ນໃນການມີຢູ່ຂອງເຮົາ ແລະ ພວກເຂົາບໍ່ຕ້ອນຮັບການມາຂອງເຮົາ. ມະນຸດຊາດພຽງແຕ່ຕອບສະໜອງຄໍາຮ້ອງຂໍຂອງເຮົາແບບບໍ່ພໍໃຈ ໂດຍທີ່ຍອມເຮັດຕາມສິ່ງເຫຼົ່ານັ້ນຢ່າງຊົ່ວຄາວ ແລະ ບໍ່ແບ່ງປັນຄວາມສຸກ ແລະ ຄວາມເສຍໃຈໃນຊີວິດກັບເຮົາຢ່າງຈິງໃຈ. ເນື່ອງຈາກຜູ້ຄົນເຫັນເຮົາເປັນສິ່ງທີ່ລຶກລັບທີ່ເຂົ້າໃຈຍາກ, ພວກເຂົາຈຶ່ງທໍາທ່າຍິ້ມໃສ່ເຮົາແບບບໍ່ພໍໃຈ, ສ້າງນິໄສປະຈົບປະແຈງກັບຜູ້ມີອໍານາດ ຍ້ອນວ່າ ຜູ້ຄົນບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງເຮົາ ແລ້ວແຮງໄກທີ່ຈະຮູ້ເຖິງເຈດຕະນາຂອງເຮົາໃນປັດຈຸບັນ. ເຮົາຈະຂໍເວົ້າຢ່າງເປີດເຜີຍກັບພວກເຈົ້າດັ່ງນີ້: ເມື່ອວັນນັ້ນມາເຖິງ ຜູ້ທີ່ນະມັດສະການເຮົາຈະແບກຮັບຄວາມທຸກທໍລະມານໄດ້ງ່າຍກວ່າພວກເຈົ້າ. ໃນຄວາມເປັນຈິງແລ້ວ ລະດັບຄວາມເຊື່ອຂອງພວກເຈົ້າໃນຕົວເຮົາບໍ່ໄດ້ເໜືອຄວາມເຊື່ອຂອງໂຢບໄດ້, ແມ່ນແຕ່ຄວາມເຊື່ອຂອງພວກຟາຣີຊາຍທີ່ເປັນຢິວກໍຍັງຫຼາຍກວ່າຂອງພວກເຈົ້າແລ້ວ, ສະນັ້ນ ຖ້າວັນແຫ່ງການເຜົາໄໝ້ລົງມາ ຄວາມທຸກທໍລະມານຂອງພວກເຈົ້າຈະຮ້າຍແຮງກວ່າພວກຟາຣີຊາຍໃນຕອນພວກເຂົາຖືກຕໍານິຕິຕຽນໂດຍພຣະເຢຊູອີກ, ຮ້າຍແຮງກວ່າພວກຜູ້ນໍາ 250 ຄົນທີ່ຕໍ່ຕ້ານໂມເຊ ແລະ ຮ້າຍແຮງກວ່າເມືອງໂຊໂດມທີ່ຢູ່ພາຍໃຕ້ແປວໄຟເຜົາໄໝ້ທີ່ມັນກຳລັງທຳລາຍລ້າງ. ເມື່ອໂມເຊຕີກ້ອນຫີນ ແລ້ວນໍ້າທີ່ປະທານໂດຍພຣະເຢໂຮວາກໍໄຫຼພຸ່ງອອກມາ ນັ້ນກໍຍ້ອນມາຈາກຄວາມສັດທາຂອງໂມເຊ. ເມື່ອເດວິດຫຼິ້ນພີນສັນລະເສີນເຮົາ ກໍຄືພຣະເຢໂຮວາ ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມສຸກ ກໍຍ້ອນຄວາມສັດທາຂອງເດວິດ. ໂຢບສູນເສຍສັດລ້ຽງທີ່ເຕັມພູເຂົາ ແລະ ຄວາມຮັ່ງມີຢ່າງມະຫາສານ ແລະ ຕົນຕົວກໍເຕັມໄປດ້ວຍຕຸ່ມໜອງ ກໍຍ້ອນຄວາມສັດທາຂອງລາວ. ເມື່ອລາວສາມາດໄດ້ຍິນສຽງຂອງເຮົາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 333](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-333.html) - ຖ້າຫາກຕອນນີ້ເຮົາເອົາເງິນຈໍານວນໜຶ່ງມາວາງໄວ້ຢູ່ຕໍ່ໜ້າຂອງພວກເຈົ້າ ແລະ ໃຫ້ພວກເຈົ້າມີອິດສະຫຼະທີ່ຈະເລືອກ ແລະ ຖ້າເຮົາບໍ່ໄດ້ກ່າວໂທດພວກເຈົ້າສຳລັບການຕັດສິນໃຈຂອງພວກເຈົ້າ, ແລ້ວຄົນສ່ວນໃຫຍ່ກໍຈະເລືອກເງິນ ແລະ ປະຖິ້ມຄວາມຈິງ. ຜູ້ທີ່ດີແດ່ໃນບັນດາພວກເຈົ້າກໍອາດຈະສະຫຼະເງິນ ແລະ ເລືອກຄວາມຈິງຢ່າງບໍ່ເຕັມໃຈ, ໃນຂະນະທີ່ ຜູ້ທີ່ຢູ່ໃນລະຫວ່າງກາງກໍຈະຄວ້າເອົາເງິນໄວ້ໃນມືຂ້າງໜຶ່ງ ແລະ ຄວາມຈິງໄວ້ອີກຂ້າງ. ເມື່ອເປັນເຊັ່ນນີ້ ທາດແທ້ຂອງພວກເຈົ້າຈະບໍ່ຊັດເຈນໃນຕົວມັນເອງບໍ? ເມື່ອກຳລັງເລືອກລະຫວ່າງຄວາມຈິງ ແລະ ສິ່ງໃດໜຶ່ງທີ່ພວກເຈົ້າຕ້ອງຈົງຮັກພັກດີ, ພວກເຈົ້າທຸກຄົນກໍຈະຕັດສິນໃຈໄປໃນທໍານອງນັ້ນ ແລະ ທ່າທີຂອງພວກເຈົ້າກໍຈະຍັງຄືເກົ່າ. ມັນບໍ່ແມ່ນແບບນັ້ນບໍ? ບໍ່ໄດ້ມີຫຼາຍ ຄົນໃນບັນດາພວກເຈົ້າບໍທີ່ສັບໄປສັບມາລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ? ໃນການແຂ່ງຂັນລະຫວ່າງສິ່ງທີ່ດີ ແລະ ສິ່ງທີ່ບໍ່ດີ, ສີດໍາ ແລະ ສີຂາວ, ແນ່ນອນ ພວກເຈົ້າຈະຮູ້ຈັກເຖິງທາງເລືອກທີ່ພວກເຈົ້າໄດ້ຕັດສິນໃຈລະຫວ່າງຄອບຄົວ ແລະ ພຣະເຈົ້າ, ລູກໆ ແລະ ພຣະເຈົ້າ, ສັນຕິສຸກ ແລະ ຄວາມແຕກແຍກ, ຄວາມຮັ່ງມີ ແລະ ຄວາມທຸກຍາກ, ສະຖານະ ແລະ ຄວາມສາມັນທຳມະດາ, ການຖືກສະໜັບສະໜູນ ແລະ ການຖືກປະຖິ້ມ ແລະ ອື່ນໆ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 584](https://lo.kingdomsalvation.org/videos/destinations-and-outcomes-excerpt-584.html) - ເຮົາໄດ້ເຮັດພາລະກິດຫຼາຍຢ່າງທ່າມກາງພວກເຈົ້າ ແລະ ແນ່ນອນວ່າ ເຮົາໄດ້ກ່າວຖ້ອຍຄຳຈຳນວນໜຶ່ງເຊັ່ນກັນ. ແຕ່ເຮົາກໍ່ສາມາດຫ້າມບໍ່ໃຫ້ຮູ້ສຶກວ່າ ພຣະທໍາຂອງເຮົາ ແລະ ພາລະກິດຂອງເຮົາຍັງບໍ່ທັນບັນລຸຕາມຈຸດປະສົງໃນພາລະກິດຂອງເຮົາໃນຍຸກສຸດທ້າຍຢ່າງສົມບູນ. ເນື່ອງຈາກວ່າໃນຍຸກສຸດທ້າຍນີ້ ພາລະກິດຂອງເຮົາບໍ່ແມ່ນເພື່ອເຫັນແກ່ຜູ້ໃດຜູ້ໜຶ່ງ ຫຼື ຜູ້ຄົນໃດໜຶ່ງ ແຕ່ແມ່ນເພື່ອສະແດງອຸປະນິໄສໂດຍທຳມະຊາດຂອງເຮົາ. ເຖິງຢ່າງໃດກໍຕາມ, ຍ້ອນຫຼາຍສາເຫດ ບາງເທື່ອກໍ່ອາດເປັນຍ້ອນບໍ່ມີເວລາ ຫຼື ຫຍຸ້ງຢູ່ກັບວຽກ, ຜູ້ຄົນຈຶ່ງບໍ່ໄດ້ຮັບຄວາມຮູ້ໃດໆກ່ຽວກັບເຮົາຈາກອຸປະນິໄສຂອງເຮົາເລີຍ. ເພາະສະນັ້ນ ເຮົາຈຶ່ງກ້າວເຂົ້າສູ່ແຜນການໃໝ່ຂອງເຮົາ, ພາລະກິດຂັ້ນສຸດທ້າຍຂອງເຮົາ ແລະ ເປີດໜ້າໃໝ່ໃນພາລະກິດຂອງເຮົາ ເພື່ອໃຫ້ທຸກຄົນທີ່ເຫັນເຮົາຈະທຸບຕີເອິກຂອງພວກເຂົາ ແລະ ຮ້ອງໄຫ້ຄໍ່າຄວນຢູ່ບໍ່ເຊົາຍ້ອນການມີຢູ່ຂອງເຮົາ. ນີ້ກໍຍ້ອນວ່າ ເຮົາຈະນໍາຈຸດຈົບຂອງມະນຸດມາສູ່ໂລກ ແລະ ນັບຈາກຈຸດນີ້ເປັນຕົ້ນໄປ ເຮົາຈະເປີດເຜີຍອຸປະນິໄສທັງໝົດຂອງເຮົາຕໍ່ໜ້າມະນຸດຊາດ ເພື່ອໃຫ້ທຸກຄົນທີ່ຮູ້ຈັກເຮົາ ແລະ ທຸກຄົນທີ່ບໍ່ຮູ້ຈັກເຮົາໄດ້ເຫັນເຕັມຕາ ແລະ ຮູ້ວ່າເຮົາໄດ້ມາເຖິງໂລກມະນຸດແທ້ໆ, ໄດ້ມາຍັງແຜ່ນດິນໂລກບ່ອນທີ່ທຸກສິ່ງຢ່າງແຜ່ຂະຫຍາຍ. ນີ້ແມ່ນແຜນການຂອງເຮົາ ແລະ “ການສາລະພາບ” ດຽວຂອງເຮົາຕັ້ງແຕ່ທີ່ເຮົາໄດ້ສ້າງມະນຸດຊາດ. ຂໍໃຫ້ພວກເຈົ້າຈະເອົາໃຈໃສ່ເຝົ້າຕິດຕາມທຸກການເຄື່ອນໄຫວຂອງເຮົາຢ່າງຕັ້ງໃຈ, ເພາະໄມ້ຄ້ອນຂອງເຮົາຍັບເຂົ້າໃກ້ມະນຸດຊາດ, ເຂົ້າໃກ້ບັນດາຜູ້ທີ່ຕໍ່ຕ້ານເຮົາ. ເຮົາລິເລີ່ມພາລະກິດທີ່ເຮົາຕ້ອງປະຕິບັດຮ່ວມກັບສະຫວັນ. ແລ້ວເຮົາຍ່າງໄປມາທ່າມກາງກະແສຂອງຜູ້ຄົນ ແລະ ຍັບໄປມາລະຫວ່າງສະຫວັນ ແລະ ແຜ່ນດິນໂລກ ໂດຍບໍ່ມີຜູ້ໃດສັງເກດເຫັນການເຄື່ອນໄຫວຂອງເຮົາ ຫຼື ສັງເກດເຫັນພຣະທໍາຂອງເຮົາ. ສະນັ້ນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 542](https://lo.kingdomsalvation.org/videos/entry-into-life-excerpt-542.html) - ຍິ່ງເຈົ້າມີການຄໍານຶງເຖິງເຈດຕະນາຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງມີພາລະຫຼາຍຂຶ້ນສໍ່ານັ້ນ; ຍິ່ງເຈົ້າມີພາລະຫຼາຍຂຶ້ນ, ປະສົບການຂອງເຈົ້າກໍຍິ່ງເພີ່ມພູນຂຶ້ນສໍ່ານັ້ນ. ເມື່ອເຈົ້າມີການຄໍານຶງເຖິງເຈດຕະນາຂອງພຣະເຈົ້າ, ພຣະເຈົ້າຈະມອບພາລະນີ້ໃຫ້ກັບເຈົ້າ ແລະ ພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ກັບເຈົ້າກ່ຽວກັບວຽກງານຕ່າງໆທີ່ພຣະອົງໄດ້ມອບໝາຍໃຫ້ກັບເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ມອບພາລະນີ້ໃຫ້ກັບເຈົ້າ, ເຈົ້າຈະໃສ່ໃຈຄວາມຈິງທີ່ກ່ຽວຂ້ອງທັງໝົດໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ຖ້າເຈົ້າມີພາລະທີ່ກ່ຽວຂ້ອງກັບສະພາວະໃນຊີວິດຂອງອ້າຍເອື້ອຍນ້ອງ, ແລ້ວນີ້ກໍຄືພາລະທີ່ພຣະເຈົ້າໄດ້ມອບໝາຍໃຫ້ກັບເຈົ້າ ແລະ ເຈົ້າຈະຕ້ອງແບກຫາບພາລະນີ້ຢູ່ໃນຄໍາອະທິຖານປະຈໍາວັນຂອງເຈົ້າສະເໝີ. ສິ່ງທີ່ພຣະເຈົ້າກະທຳແມ່ນໄດ້ຝາກຝັງໃຫ້ກັບເຈົ້າແລ້ວ, ເຈົ້າເຕັມໃຈທີ່ຈະປະຕິບັດສິ່ງທີ່ພຣະເຈົ້າຕ້ອງການເຮັດ; ນີ້ແມ່ນຄວາມໝາຍຂອງການຮັບພາລະຂອງພຣະເຈົ້າມາເປັນພາລະຂອງເຈົ້າເອງ. ໃນຈຸດນີ້, ການທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະແນໃສ່ບັນຫາໃນລັກສະນະເຫຼົ່ານີ້ ແລະ ເຈົ້າຈະຄິດວ່າ ຂ້ານ້ອຍຈະແກ້ໄຂບັນຫານີ້ໄດ້ແນວໃດ? ຂ້ານ້ອຍຈະເຮັດໃຫ້ອ້າຍເອື້ອຍນ້ອງຖືກປົດປ່ອຍໃຫ້ເປັນອິດສະຫຼະ, ໃຫ້ມີຄວາມສຸກທາງຝ່າຍວິນຍານຂອງພວກເຂົາໄດ້ແນວໃດ? ເຈົ້າຈະໃສ່ໃຈກັບການແກ້ໄຂບັນຫາເຫຼົ່ານີ້ ເມື່ອເຈົ້າຢູ່ໃນການສົນທະນາ ແລະ ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະໃສ່ໃຈໃນການກິນ ແລະ ດື່ມພຣະທໍາທີ່ກ່ຽວຂ້ອງກັບບັນຫາເຫຼົ່ານີ້. ເຈົ້າຍັງຈະໄດ້ແບກຫາບພາລະໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າອີກດ້ວຍ. ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈເຖິງຄວາມຕ້ອງການຂອງພຣະເຈົ້າ, ເຈົ້າຈະມີຄວາມຄິດທີ່ຊັດເຈນຂຶ້ນກ່ຽວກັບເສັ້ນທາງທີ່ຈະຍ່າງ. ນີ້ແມ່ນແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດທີ່ເກີດຂຶ້ນຈາກພາລະຂອງເຈົ້າ ແລະ ນີ້ແມ່ນການຊີ້ນໍາຂອງພຣະເຈົ້າທີ່ພຣະອົງໄດ້ປະທານໃຫ້ກັບເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຖ້າເຈົ້າບໍ່ມີພາລະ, ແລ້ວເຈົ້າກໍຈະບໍ່ໃສ່ໃຈ ໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ເມື່ອເຈົ້າກິນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 540](https://lo.kingdomsalvation.org/videos/entry-into-life-excerpt-540.html) - ຜູ້ຄົນສະແຫວງຫາເພື່ອເຂົ້າສູ່ຊີວິດແມ່ນອີງຕາມພຣະທຳຂອງພຣະເຈົ້າ. ກ່ອນໜ້ານີ້, ໄດ້ເວົ້າວ່າ ທຸກສິ່ງຖືກເຮັດໃຫ້ສຳເລັດ ຍ້ອນພຣະທຳຂອງພຣະອົງ, ແຕ່ບໍ່ມີໃຜເຫັນຄວາມຈິງນີ້. ຖ້າເຈົ້າເຂົ້າສູ່ປະສົບການຂອງຂັ້ນຕອນໃນປັດຈຸບັນ, ທຸກສິ່ງກໍຈະຊັດເຈນຕໍ່ເຈົ້າ ແລະ ເຈົ້າຈະສ້າງພື້ນຖານທີ່ດີສຳລັບການທົດລອງໃນອະນາຄົດ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ໃຫ້ໃສ່ໃຈໃນການເຂົ້າສູ່ພຣະທຳຂອງພຣະອົງເທົ່ານັ້ນ. ເມື່ອພຣະເຈົ້າກ່າວວ່າ ພຣະອົງຈະເລີ່ມຂ້ຽນຕີຜູ້ຄົນ, ໃຫ້ຍອມຮັບການຂ້ຽນຕີຂອງພຣະອົງ. ເມື່ອພຣະເຈົ້າບອກໃຫ້ຜູ້ຄົນຕາຍ, ໃຫ້ຍອມຮັບການທົດລອງນັ້ນ. ຖ້າເຈົ້າດຳລົງຊີວິດຢູ່ພາຍໃນຖ້ອຍຄໍາໃໝ່ທີ່ສຸດຂອງພຣະອົງຕະຫຼອດເວລາ, ພຣະທຳຂອງພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນໃນທີ່ສຸດ. ຍິ່ງເຈົ້າເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າຍິ່ງຈະຖືກເຮັດໃຫ້ສົມບູນໄວສໍ່ານັ້ນ. ເປັນຫຍັງ ການສົນທະນາຄັ້ງແລ້ວຄັ້ງເລົ່າ ເຮົາຈຶ່ງຮຽກຮ້ອງໃຫ້ພວກເຈົ້າຮູ້ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ? ມີແຕ່ເມື່ອເຈົ້າສະແຫວງຫາ ແລະ ຜະເຊີນກັບພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ, ພຣະວິນຍານບໍລິສຸດຈຶ່ງຈະມີໂອກາດປະຕິບັດພາລະກິດໃນຕົວເຈົ້າ. ສະນັ້ນ, ພວກເຈົ້າລ້ວນແລ້ວແຕ່ເປັນຜູ້ເຂົ້າຮ່ວມໃນທຸກວິທີການທີ່ພຣະເຈົ້າປະຕິບັດພາລະກິດ ແລະ ບໍ່ວ່າການທົນທຸກຂອງພວກເຈົ້າຈະຢູ່ໃນລະດັບໃດກໍຕາມ, ໃນທີ່ສຸດແລ້ວ ພວກເຈົ້າກໍຈະຮັບເອົາ “ຂອງທີ່ລະລຶກ” ທຸກຄົນ. ເພື່ອບັນລຸຄວາມສົມບູນສຸດທ້າຍຂອງພວກເຈົ້າ, ພວກເຈົ້າຕ້ອງເຂົ້າສູ່ພຣະທຳທຸກຂໍ້ຂອງພຣະເຈົ້າ. ການທີ່ພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສົມບູນບໍ່ແມ່ນເປັນການກະທຳຂອງພຣະອົງແຕ່ຝ່າຍດຽວ; ພຣະອົງຕ້ອງການຄວາມຮ່ວມມືຈາກຜູ້ຄົນ, ພຣະອົງຕ້ອງການໃຫ້ທຸກຄົນຮ່ວມມືກັບພຣະອົງຢ່າງຕັ້ງໃຈ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ໃຫ້ໃສ່ໃຈໃນການເຂົ້າສູ່ພຣະທຳຂອງພຣະອົງເທົ່ານັ້ນ, ສິ່ງນີ້ຈະເປັນປະໂຫຍດໃຫ້ກັບຊີວິດຂອງພວກເຈົ້າຫຼາຍກວ່າ. ທຸກສິ່ງແມ່ນເພື່ອປະສົບຄວາມສໍາເລັດໃນການປ່ຽນແປງອຸປະນິໄສຂອງພວກເຈົ້າ. ເມື່ອເຈົ້າເຂົ້າສູ່ພຣະທຳຂອງພຣະເຈົ້າ, ພຣະອົງຈະສຳຜັດຫົວໃຈຂອງເຈົ້າ ແລະ ເຈົ້າຈະສາມາດຮູ້ຈັກທຸກສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໃນຂັ້ນຕອນນີ້ຂອງພາລະກິດຂອງພຣະອົງ ແລະ ເຈົ້າມີຄວາມມຸ່ງໝັ້ນທີ່ຈະບັນລຸສິ່ງນັ້ນໄດ້.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 69](https://lo.kingdomsalvation.org/videos/God-s-appearance-and-work-excerpt-069.html) - ບໍ່ມີໃຜເຊື່ອວ່າ ພວກເຂົາຈະເຫັນສະຫງ່າລາສີຂອງເຮົາ ແລະ ເຮົາຈະບໍ່ບັງຄັບພວກເຂົາ, ແຕ່ກົງກັນຂ້າມ ເຮົາຈະເອົາຄວາມສະຫງ່າລາສີຂອງເຮົາອອກຈາກທ່າມກາງມະນຸດ ແລະ ນໍາໄປໄວ້ທີ່ໂລກອື່ນ. ເມື່ອມະນຸດສໍານຶກຜິດອີກຄັ້ງ, ເມື່ອນັ້ນເຮົາຈະນໍາເອົາຄວາມສະຫງ່າລາສີຂອງເຮົາ ແລະ ສະແດງມັນຕໍ່ຜູ້ທີ່ມີຄວາມເຊື່ອເຫຼົ່ານັ້ນ. ນີ້ແມ່ນຫຼັກການ ທີ່ເຮົາປະຕິບັດພາລະກິດ. ຍ້ອນມີເວລາທີ່ຄວາມສະຫງ່າລາສີຂອງເຮົາອອກຈາກການາອານ ແລະ ຍັງມີເວລາທີ່ສະຫງ່າລາສີຂອງເຮົາຈະອອກຈາກຜູ້ຄົນທີ່ຖືກເລືອກ. ຍິ່ງໄປກວ່ານັ້ນ ມີເວລາທີ່ສະຫງ່າລາສີຂອງເຮົາອອກຈາກແຜ່ນດິນໂລກ ໂດຍເຮັດໃຫ້ໂລກນີ້ມືດລົງ ແລະ ຈົມຢູ່ກັບຄວາມມືດ. ແມ່ນແຕ່ດິນແດນຂອງການາອານກໍຈະບໍ່ເຫັນແສງຕາເວັນ; ມະນຸດທຸກຄົນຈະສູນເສຍຄວາມເຊື່ອຂອງພວກເຂົາ, ແຕ່ບໍ່ມີຜູ້ໃດຈະສາມາດໜີຈາກກິ່ນຫອມອາຍດິນແດນການາອານໄດ້. ມີແຕ່ເມື່ອເຮົາໄດ້ຜ່ານເຂົ້າສູ່ສະຫວັນ ແລະ ແຜ່ນດິນໂລກແຫ່ງໃໝ່ ເຮົາຈະເອົາອີກສ່ວນໜຶ່ງຂອງສະຫງ່າລາສີຂອງເຮົາມາເປີດເຜີຍເປັນຄັ້ງທໍາອິດໃນດິນແດນການາອານ, ເຮັດໃຫ້ເກີດມີແສງສະຫວ່າງອ່ອນໆສ່ອງໄປທົ່ວແຜ່ນດິນໂລກ ທີ່ຈົມຢູ່ໃນຄວາມມືດສະນິດແຫ່ງຍາມຄໍ່າຄືນ ເພື່ອເຮັດໃຫ້ແຜ່ນດິນໂລກທັງໝົດມາສູ່ຄວາມສະຫວ່າງ; ໃຫ້ມະນຸດທົ່ວແຜ່ນດິນໂລກໄດ້ດຶງດູດເອົາກໍາລັງຈາກພະລັງແຫ່ງແສງສະຫວ່າງ, ເຮັດໃຫ້ສະຫງ່າລາສີຂອງເຮົາເພີ່ມຂຶ້ນ ແລະ ປາກົດຂຶ້ນໃໝ່ຕໍ່ທຸກຊົນຊາດ; ແລ້ວເພື່ອໃຫ້ມະນຸດຊາດທັງປວງຮັບຮູ້ວ່າເຮົາໄດ້ມາສູ່ໂລກມະນຸດນີ້ແຕ່ດົນນານແລ້ວ ແລະ ໄດ້ນໍາເອົາຄວາມສະຫງ່າລາສີຂອງເຮົາຈາກອິດສະຣາເອນໄປສູ່ທິດຕາເວັນອອກຕັ້ງແຕ່ດົນນານແລ້ວ; ຍ້ອນສະຫງ່າລາສີຂອງເຮົາໄດ້ສ່ອງແສງຈາກທິດຕາເວັນອອກ ແລະ ມັນເປັນບ່ອນທີ່ມັນຖືກນໍາມາຈາກຍຸກແຫ່ງພຣະຄຸນຈົນເຖິງທຸກວັນນີ້. ແຕ່ມັນຄືອິດສະຣາເອນທີ່ເຮົາຈາກມາ ແລະ ຈາກທີ່ນັ້ນ ເຮົາຈຶ່ງໄດ້ມາເຖິງທິດຕາເວັນອອກ. ເມື່ອແສງສະຫວ່າງແຫ່ງທິດຕາເວັນອອກຄ່ອຍໆກາຍເປັນສີຂາວ ເມື່ອນັ້ນຄວາມມືດທົ່ວແຜ່ນດິນໂລກກໍຈະເລີ່ມຫັນສູ່ແສງສະຫວ່າງ ແລະ ມີແຕ່ເມື່ອນັ້ນ ມະນຸດກໍຈະຄົ້ນພົບວ່າເຮົາໄດ້ໄປຈາກອິດສະຣາເອນແຕ່ດົນນານແລ້ວ ແລະ ປາກົດຕົວໃໝ່ອີກຄັ້ງໃນທິດຕາເວັນອອກ. ເມື່ອເຄີຍລົງມາສູ່ດິນແດນອິດສະຣາເອນຄັ້ງໜຶ່ງແລ້ວ, ເຮົາບໍ່ສາມາດບັງເກີດໃນອິດສະຣາເອນອີກຄັ້ງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 68](https://lo.kingdomsalvation.org/videos/God-s-appearance-and-work-excerpt-068.html) - ເຮົາກຳລັງເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ສະຫງ່າລາສີຂອງເຮົາແມບເຫຼື້ອມທົ່ວຈັກກະວານ; ຄົນທຸກປະເພດມີເຈດຕະນາຂອງເຮົາຢູ່ພາຍໃນພວກເຂົາ ແລະ ທຸກຄົນຖືກຊີ້ນໍາໂດຍມືຂອງເຮົາ ແລະ ເລີ່ມປະຕິບັດພາລະໜ້າທີ່ທີ່ເຮົາມອບໝາຍໃຫ້. ເລີ່ມແຕ່ຈຸດນີ້ໄປ ເຮົາໄດ້ເຂົ້າສູ່ຍຸກໃໝ່ ແລະ ນໍາເອົາມວນມະນຸດໄປສູ່ໂລກອື່ນ. ເມື່ອເຮົາໄດ້ກັບມາສູ່ “ແຜ່ນດິນເກີດ” ຂອງເຮົາ ເຮົາກໍໄດ້ເລີ່ມປະຕິບັດອີກສ່ວນໜຶ່ງຂອງພາລະກິດໃນແຜນການເດີມຂອງເຮົາ ເພື່ອວ່າມະນຸດຈະໄດ້ຮູ້ຈັກເຮົາເລິກເຊິ່ງຍິ່ງຂຶ້ນ. ເຮົາເບິ່ງຈັກກະວານທັງໝົດ ແລະ ເຫັນວ່າ[ກ] ນີ້ຄືໂອກາດສໍາລັບພາລະກິດຂອງເຮົາ, ສະນັ້ນ ເຮົາຈຶ່ງຟ້າວໄປຟ້າວມາ ເພື່ອກະທໍາພາລະກິດໃໝ່ຂອງເຮົາໃນມະນຸດ. ໃນທີ່ສຸດແລ້ວ ນີ້ແມ່ນຍຸກໃໝ່ ແລະ ເຮົາໄດ້ນໍາເອົາພາລະກິດໃໝ່ມາ ເພື່ອຮັບເອົາຄົນໃໝ່ເຂົ້າສູ່ຍຸກໃໝ່ເພີ່ມຂຶ້ນ ແລະ ປະຖິ້ມຜູ້ທີ່ເຮົາຈະກໍາຈັດໃຫ້ຫຼາຍຂຶ້ນ. ໃນຊົນຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ເຮົາໄດ້ດໍາເນີນຂັ້ນຕອນໜຶ່ງຂອງພາລະກິດທີ່ມະນຸດບໍ່ອາດສາມາດເຂົ້າໃຈໄດ້, ເຮັດໃຫ້ພວກເຂົາໄກວໄປມາຕາມລົມ ເຊິ່ງຫຼັງຈາກນັ້ນ ຫຼາຍຄົນກໍຖືກພັດໄປກັບສາຍລົມຢ່າງງຽບໆ. ຄວາມຈິງແລ້ວ ນີ້ແມ່ນ “ພື້ນລານຟາດເຂົ້າ” ທີ່ເຮົາກໍາລັງຈະປັດກວດ; ມັນແມ່ນສິ່ງທີ່ເຮົາຕ້ອງການ ແລະ ພ້ອມນີ້ ມັນຄືແຜນການຂອງເຮົາ. ເພາະວ່າ ຄົນຊົ່ວຮ້າຍທັງຫຼາຍໄດ້ພາກັນຢ່ອງເຂົ້າມາ ໃນຂະນະທີ່ເຮົາປະຕິບັດພາລະກິດຢູ່ນັ້ນ, ແຕ່ເຮົາບໍ່ຟ້າວຟັ່ງທີ່ຈະຂັບໄລ່ພວກເຂົາໜີ. ກົງກັນຂ້າມ ເຮົາຈະທໍາລາຍພວກເຂົາໃຫ້ແຕກກະຈາຍ ເມື່ອເຖິງເວລາອັນສົມຄວນ. ແລ້ວຫຼັງຈາກນັ້ນ ເຮົາຈະໄດ້ເປັນນໍ້າພຸແຫ່ງຊີວິດ ທີ່ເຮັດໃຫ້ຜູ້ທີ່ຮັກເຮົາຢ່າງແທ້ຈິງໄດ້ຮັບໝາກໄມ້ຂອງຕົ້ນເດື່ອ ແລະ ກິ່ນຫອມຂອງດອກລິນລີ່ຈາກເຮົາ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 131](https://lo.kingdomsalvation.org/videos/the-incarnation-excerpt-131.html) - ໃນເມື່ອພຣະເຈົ້າເປັນຜູ້ຍິ່ງໃຫຍ່ທົ່ວທັງຈັກກະວານ ແລະ ໃນອານາຈັກເບື້ອງເທິງ, ແລ້ວພຣະອົງຈະອະທິບາຍທັງໝົດກ່ຽວກັບພຣະອົງເອງໂດຍໃຊ້ພາບຫຼັກຂອງເນື້ອໜັງເທົ່ານັ້ນບໍ? ພຣະເຈົ້າເຂົ້າສວມໃສ່ເນື້ອໜັງນີ້ເພື່ອປະຕິບັດພາລະກິດຂັ້ນຕອນໜຶ່ງຂອງພຣະອົງເທົ່ານັ້ນ. ບໍ່ມີຄວາມໝາຍໃດໆທີ່ສະເພາະຕໍ່ພາບຫຼັກຂອງເນື້ອໜັງນີ້, ມັນບໍ່ມີສ່ວນກ່ຽວຂ້ອງກັບຍຸກທີ່ຜ່ານມາ ຫຼື ບໍ່ມີຫຍັງກ່ຽວພັນກັບອຸປະນິໄສຂອງພຣະເຈົ້າ. ເປັນຫຍັງພຣະເຢຊູຈຶ່ງບໍ່ຍອມໃຫ້ພາບຫຼັກຂອງພຣະອົງຍັງຄົງຢູ່? ເປັນຫຍັງພຣະອົງຈຶ່ງບໍ່ໃຫ້ມະນຸດແຕ້ມຮູບພາບຂອງພຣະອົງ ເພື່ອສິ່ງນັ້ນຈະຖ່າຍທອດໄປສູ່ລຸ້ນຕໍ່ໆໄປ? ເປັນຫຍັງພຣະອົງຈຶ່ງບໍ່ຍອມໃຫ້ຜູ້ຄົນຮັບຮູ້ວ່າ ພາບຫຼັກຂອງພຣະອົງເປັນພາບຫຼັກຂອງພຣະເຈົ້າ? ເຖິງແມ່ນລັກສະນະຂອງມະນຸດຖືກສ້າງໃນພາບຫຼັກຂອງພຣະເຈົ້າ, ມັນເປັນໄປໄດ້ບໍທີ່ຈະໃຫ້ຮູບຮ່າງຂອງມະນຸດເປັນຕົວແທນໃຫ້ກັບພາບຫຼັກອັນສູງສົ່ງຂອງພຣະເຈົ້າ? ເມື່ອພຣະເຈົ້າກາຍມາເປັນມະນຸດ, ພຣະອົງສະເດັດລົງຈາກສະຫວັນມາສູ່ເນື້ອໜັງສະເພາະໃດໜຶ່ງເທົ່ານັ້ນ. ເປັນພຣະວິນຍານຂອງພຣະອົງທີ່ລົງມາສູ່ເນື້ອໜັງ ເຊິ່ງວິທີທີ່ພຣະອົງປະຕິບັດພາລະກິດຂອງພຣະວິນຍານ. ເປັນພຣະວິນຍານທີ່ປາກົດຕົວໃນເນື້ອໜັງ ແລະ ເປັນພຣະວິນຍານທີ່ປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງ. ພາລະກິດທີ່ກະທຳໃນເນື້ອໜັງເປັນຕົວແທນຢ່າງສົມບູນໃຫ້ກັບພຣະວິນຍານ ແລະ ເນື້ອໜັງແມ່ນເພື່ອພາລະກິດ, ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພາບລັກສະນະຂອງເນື້ອໜັງເປັນຕົວແທນໃຫ້ກັບພາບຫຼັກອັນແທ້ຈິງຂອງພຣະເຈົ້າໄດ້; ນີ້ບໍ່ແມ່ນເປົ້າໝາຍ ຫຼື ຄວາມສຳຄັນຂອງພຣະເຈົ້າທີ່ກາຍມາເປັນມະນຸດ. ພຣະອົງກາຍມາເປັນມະນຸດເພື່ອວ່າພຣະວິນຍານຈະພົບສະຖານທີ່ເພື່ອອາໄສຢູ່ເຊິ່ງສອດຄ່ອງກັບການປະຕິບັດພາລະກິດຂອງພຣະອົງ, ຍິ່ງໄປກວ່ານັ້ນກໍ່ເພື່ອບັນລຸພາລະກິດຂອງພຣະອົງໃນເນື້ອໜັງ, ເພື່ອວ່າຜູ້ຄົນຈະສາມາດເຫັນການກະທຳຂອງພຣະອົງ, ເຂົ້າໃຈອຸປະນິໄສຂອງພຣະອົງ, ໄດ້ຍິນພຣະທຳຂອງພຣະອົງ ແລະ ຮູ້ຄວາມອັດສະຈັນຂອງພາລະກິດຂອງພຣະອົງ. ພຣະນາມຂອງພຣະອົງເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະອົງ, ພາລະກິດຂອງພຣະອົງເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງ, ແຕ່ພຣະອົງບໍ່ເຄີຍເວົ້າຈັກເທື່ອວ່າ ຮູບຮ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງເປັນຕົວແທນໃຫ້ກັບພາບຫຼັກຂອງພຣະອົງ; ນັ້ນເປັນພຽງຄວາມຄິດຂອງມະນຸດ. ດ້ວຍເຫດນັ້ນ ລັກສະນະທີ່ສຳຄັນຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນພຣະນາມຂອງພຣະອົງ, ພາລະກິດຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ເພດຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນນໍາໃຊ້ເພື່ອເປັນຕົວແທນໃຫ້ກັບການຄຸ້ມຄອງຂອງພຣະອົງໃນຍຸກນີ້. ການປາກົດຕົວໃນເນື້ອໜັງຂອງພຣະອົງບໍ່ມີສ່ວນກ່ຽວຂ້ອງຫຍັງກັບການຄຸ້ມຄອງຂອງພຣະອົງ, ເປັນພຽງແຕ່ເພື່ອເຫັນແກ່ພາລະກິດຂອງພຣະອົງໃນເວລານັ້ນ. ເຖິງຢ່າງໃດກໍຕາມ ມັນເປັນໄປບໍ່ໄດ້ສຳລັບພຣະເຈົ້າຜູ້ຊົງບັງເກີດເປັນມະນຸດທີ່ຈະບໍ່ມີຮູບຮ່າງໂດຍສະເພາະ, ດ້ວຍເຫດນັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 111](https://lo.kingdomsalvation.org/videos/the-incarnation-excerpt-111.html) - ພຣະເຈົ້າທີ່ກາຍມາເປັນເນື້ອໜັງພຽງແຕ່ສະແດງຕົວພຣະອົງເອງຕໍ່ຄົນບາງສ່ວນທີ່ຕິດຕາມພຣະອົງໃນລະຫວ່າງເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງເປັນການສ່ວນຕົວເທົ່ານັ້ນ ແລະ ບໍ່ໄດ້ສະແດງຕົວຕໍ່ສິ່ງຊົງສ້າງທັງໝົດ. ພຣະອົງກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະອົງສຳເລັດລົງ ແລະ ບໍ່ແມ່ນເພື່ອສະແດງໃຫ້ມະນຸດເຫັນເຖິງລັກສະນະຂອງພຣະອົງ. ເຖິງຢ່າງໃດກໍຕາມ ພາລະກິດຂອງພຣະອົງຕ້ອງຖືກປະຕິບັດດ້ວຍຕົວພຣະອົງເອງ, ສະນັ້ນ ມັນຈຶ່ງຈຳເປັນທີ່ພຣະອົງຈະປະຕິບັດໃນເນື້ອໜັງ. ເມື່ອພາລະກິດນີ້ສິ້ນສຸດລົງ, ພຣະອົງກໍຈະຈາກໂລກມະນຸດໄປ; ພຣະອົງບໍ່ສາມາດຄົງຢູ່ເປັນໄລຍະເວລາຍາວນານໃນທ່າມກາງມະນຸດຊາດ ເພາະຢ້ານຢືນຂວາງທາງພາລະກິດທີ່ຈະມາເຖິງ. ສິ່ງທີ່ພຣະອົງສະແດງອອກໃຫ້ກັບປວງຊົນກໍເປັນພຽງອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ການກະທຳທຸກຢ່າງຂອງພຣະອົງ ແລະ ບໍ່ແມ່ນລັກສະນະ ເມື່ອພຣະອົງກາຍມາເປັນເນື້ອໜັງຄັ້ງທີ່ສອງ, ຍ້ອນລັກສະນະຂອງພຣະເຈົ້າພຽງແຕ່ສາມາດເຫັນໄດ້ຜ່ານອຸປະນິໄສຂອງພຣະອົງ ແລະ ບໍ່ສາມາດແທນໄດ້ໂດຍລັກສະນະຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ລັກສະນະຂອງເນື້ອໜັງຂອງພຣະອົງແມ່ນຖືກເປີດເຜີຍໃຫ້ກັບຈຳນວນຄົນທີ່ຈຳກັດ ແລະ ໃຫ້ກັບຄົນທີ່ຕິດຕາມພຣະອົງເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພາລະກິດທີ່ຖືກປະຕິບັດໃນຕອນນີ້ຈຶ່ງຖືກປະຕິບັດຢ່າງລັບໆ. ໃນລັກສະນະດຽວກັນ, ພຣະເຢຊູກໍພຽງແຕ່ສະແດງຕົວພຣະອົງເອງໃຫ້ກັບຊາວຢິວເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງ ແລະ ພຣະອົງບໍ່ໄດ້ສະແດງຕົວພຣະອົງເອງຢ່າງເປີດເຜີຍຕໍ່ບັນດາປະເທດຊາດອື່ນໆ. ສະນັ້ນ ຫຼັງຈາກທີ່ພຣະອົງໄດ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ, ພຣະອົງກໍຈາກໂລກມະນຸດໄປທັນທີ ແລະ ບໍ່ໄດ້ຢູ່ຕໍ່; ຫຼັງຈາກນັ້ນຈຶ່ງບໍ່ແມ່ນພຣະອົງ ທີ່ມີຮູບລັກສະນະຂອງມະນຸດສະແດງຕົວພຣະອົງຕໍ່ມະນຸດ, ແຕ່ເປັນພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດໂດຍກົງ. ຫຼັງຈາກທີ່ພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງຖືກເຮັດໃຫ້ສຳເລັດຢ່າງສົມບູນແລ້ວ, ພຣະອົງຈະຈາກໂລກຂອງມະນຸດໄປ ແລະ ພຣະອົງຈະບໍ່ປະຕິບັດພາລະກິດໃດໆທີ່ຄ້າຍຄືກັນກັບສິ່ງທີ່ພຣະອົງໄດ້ປະຕິບັດເມື່ອພຣະອົງຢູ່ໃນເນື້ອໜັງອີກຄັ້ງ. ຫຼັງຈາກນີ້, ພາລະກິດທຸກຢ່າງຈຶ່ງຖືກປະຕິບັດໂດຍພຣະວິນຍານບໍລິສຸດໂດຍກົງ. ໃນໄລຍະເວລານີ້, ມະນຸດເກືອບບໍ່ສາມາດເຫັນລັກສະນະຂອງຮ່າງກາຍຝ່າຍເນື້ອໜັງຂອງພຣະອົງ; ພຣະອົງບໍ່ສະແດງຕົນເອງຕໍ່ມະນຸດເລີຍ, ແຕ່ຍັງຄົງລີ້ລັບຢູ່ຕະຫຼອດໄປ. ເວລາສຳລັບພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນຈຳກັດ. ພາລະກິດຖືກປະຕິບັດໃນຍຸກ, ໄລຍະເວລາ, ປະຊາຊາດໂດຍສະເພາະ ແລະ ໃນທ່າມກາງຜູ້ຄົນໂດຍສະເພາະ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 13](https://lo.kingdomsalvation.org/videos/three-stages-of-work-excerpt-0013.html) - ພາລະກິດທັງໝົດທີ່ຖືກປະຕິບັດດ້ວຍແຜນການຄຸ້ມຄອງຫົກພັນປີແມ່ນຫາກໍມາເຖິງຈຸດສິ້ນສຸດ. ມີພຽງແຕ່ຫຼັງຈາກທີ່ພາລະກິດທັງໝົດຖືກເປີດເຜີຍອອກໃຫ້ກັບມະນຸດ ແລະ ຖືກປະຕິບັດໃນທ່າມກາງມະນຸດ ມະນຸດຊາດທັງປວງຈຶ່ງຈະຮູ້ຈັກອຸປະນິໄສທຸກຢ່າງຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ເມື່ອພາລະກິດໃນຂັ້ນຕອນນີ້ຖືກເຮັດໃຫ້ສຳເລັດຢ່າງສົມບູນ, ຄວາມເລິກລັບທັງປວງທີ່ມະນຸດບໍ່ເຂົ້າໃຈກໍຈະຖືກເປີດເຜີຍອອກ, ຄວາມຈິງທຸກຢ່າງທີ່ບໍ່ເຂົ້າໃຈກ່ອນໜ້ານີ້ກໍຈະຖືກເຮັດໃຫ້ຈະແຈ້ງຂຶ້ນ ແລະ ມະນຸດຊາດຈະຮັບຮູ້ເຖິງເສັ້ນທາງ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ. ນີ້ແມ່ນພາລະກິດທັງໝົດທີ່ຈະຖືກປະຕິບັດໃນຂັ້ນຕອນປັດຈຸບັນ. ເຖິງແມ່ນວ່າເສັ້ນທາງທີ່ມະນຸດເດີນໃນປັດຈຸບັນເປັນເສັ້ນທາງແຫ່ງໄມ້ກາງແຂນ ແລະ ເສັ້ນທາງແຫ່ງຄວາມທຸກທໍລະມານ ແຕ່ສິ່ງທີ່ມະນຸດປະຕິບັດ ແລະ ສິ່ງທີ່ມະນຸດກິນ ດື່ມ ແລະ ຊື່ນຊົມທຸກມື້ນີ້ແມ່ນແຕກຕ່າງຢ່າງສິ້ນເຊີງຈາກສິ່ງທີ່ມະນຸດໄດ້ຮັບຢູ່ພາຍໃຕ້ພຣະບັນຍັດ ແລະ ໃນຍຸກແຫ່ງພຣະຄຸນ. ສິ່ງທີ່ມະນຸດຮຽກຮ້ອງໃນປັດຈຸບັນບໍ່ຄືກັບສິ່ງທີ່ຮຽກຮ້ອງໃນອະດີດ ແລະ ຍິ່ງໄປກວ່ານັ້ນກໍບໍ່ຄືກັບສິ່ງທີ່ໄດ້ຮຽກຮ້ອງຈາກມະນຸດໃນຍຸກພຣະບັນຍັດ. ແລ້ວແມ່ນຫຍັງຄືສິ່ງທີ່ຮຽກຮ້ອງຈາກມະນຸດພາຍໃຕ້ກົດພຣະບັນຍັດໃນເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງໃນດິນແດນອິດສະຣາເອນ? ມັນກໍບໍ່ມີຫຍັງຫຼາຍໄປກວ່າໃຫ້ມະນຸດຮັກສາວັນຊະບາໂຕ ແລະ ພຣະບັນຍັດຂອງພຣະເຢໂຮວາ. ໃນຍຸກນັ້ນບໍ່ມີຜູ້ໃດເຮັດວຽກໃນວັນຊະບາໂຕ ແລະ ລະເມີດພຣະບັນຍັດຂອງພຣະເຢໂຮວາ. ແຕ່ໃນປັດຈຸບັນບໍ່ເປັນແບບນັ້ນ. ໃນວັນຊະບາໂຕ ມະນຸດຈະເຮັດວຽກ, ຊຸມນຸມ ແລະ ອະທິຖານເປັນປົກກະຕິ ແລະ ບໍ່ມີຂໍ້ຫ້າມໃດໆສໍາລັບພວກເຂົາ. ສ່ວນຄົນທີ່ຢູ່ໃນຍຸກແຫ່ງພຣະຄຸນ ນັ້ນແມ່ນຕ້ອງໄດ້ຮັບບັບຕິດສະມາ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງຕ້ອງໄດ້ຖືກຮຽກຮ້ອງໃຫ້ອົດອາຫານ, ຫັກເຂົ້າຈີ່, ດື່ມເຫຼົ່າ, ຜ້າປົກຄຸມຫົວ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 45](https://lo.kingdomsalvation.org/videos/three-stages-of-work-excerpt-0045.html) - ຖ້າພຣະຜູ້ຊ່ວຍໃຫ້ລອດພົ້ນມາເຖິງໃນຍຸກສຸດທ້າຍ ແລະ ຍັງຖືກເອີ້ນວ່າພຣະເຢຊູ ແລະ ບັງເກີດຢູ່ແຂວງຢູດາຍອີກຄັ້ງ ແລະ ດຳເນີນພາລະກິດຂອງພຣະອົງໃນທີ່ນັ້ນ, ແລ້ວສິ່ງນີ້ກໍ່ພິສູດໃຫ້ເຫັນວ່າເຮົາພຽງແຕ່ສ້າງຄົນອິດສະຣາເອນ ແລະ ພຽງແຕ່ໄຖ່ບາບຄົນອິດສະຣາເອນເທົ່ານັ້ນ ແລະ ເຮົາບໍ່ມີຫຍັງກ່ຽວຂ້ອງກັບຄົນຕ່າງຊາດ. ນີ້ຈະບໍ່ຂັດກັບພຣະທຳຂອງເຮົາທີ່ບອກວ່າ “ເຮົາແມ່ນພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ” ບໍ? ເຮົາໄດ້ອອກຈາກແຂວງຢູດາຍ ແລະ ເຮັດພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ ເພາະວ່າເຮົາບໍ່ແມ່ນພຽງແຕ່ພຣະເຈົ້າຂອງຄົນອິດສະຣາເອນເທົ່ານັ້ນ ແຕ່ເປັນພຣະເຈົ້າຂອງທຸກສັບພະສິ່ງທັງປວງ. ເຮົາປາກົດຢູ່ທ່າມກາງຄົນຕ່າງຊາດໃນລະຫວ່າງຍຸກສຸດທ້າຍນີ້ ເພາະວ່າເຮົາບໍ່ແມ່ນພຣະເຢໂຮວາ ເຊິ່ງເປັນພຣະເຈົ້າຂອງຄົນອິດສະຣາເອນ, ແຕ່ຍິ່ງໄປກວ່ານັ້ນ ເຮົາເປັນພຣະຜູ້ສ້າງຂອງທຸກຄົນທີ່ເຮົາເລືອກໃນບັນດາຄົນຕ່າງຊາດ. ເຮົາບໍ່ພຽງແຕ່ສ້າງອິດສະຣາເອນ, ອີຢິບ ແລະ ເລບານອນເທົ່ານັ້ນ, ແຕ່ຍັງສ້າງຊາດອື່ນທັງໝົດທີ່ບໍ່ແມ່ນຊາວຢິວທີ່ຢູ່ນອກອິດສະຣາເອນອີກດ້ວຍ. ດ້ວຍເຫດນີ້, ເຮົາຈິ່ງແມ່ນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ເຮົາພຽງແຕ່ໃຊ້ອິດສະຣາເອນເປັນຈຸດເລີ່ມຕົ້ນສຳລັບພາລະກິດຂອງເຮົາເທົ່ານັ້ນ, ໃຊ້ແຂວງຢູດາຍ ແລະ ກາລີລີເປັນຖານທີ່ໝັ້ນທີ່ເຮົາຈະນຳເອົາຍຸກທັງໝົດນີ້ໄປສູ່ຈຸດສິ້ນສຸດ. ເຮົາໄດ້ດຳເນີນພາລະກິດສອງຂັ້ນຕອນໃນອິດສະຣາເອນ (ພາລະກິດສອງຂັ້ນຕອນເຫຼົ່ານີ້ແມ່ນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ) ແລະ ເຮົາໄດ້ດຳເນີນພາລະກິດອີກຂັ້ນຕອນ (ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງລາຊະອານາຈັກ) ທົ່ວດິນແດນນອກອິດສະຣາເອນ. ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ເຮົາຈະດຳເນີນພາລະກິດແຫ່ງການເອົາຊະນະ ແລະ ດ້ວຍເຫດນັ້ນກໍ່ສິ້ນສຸດຍຸກ. ຖ້າມະນຸດຍັງເອີ້ນເຮົາວ່າພຣະເຢຊູຄຣິດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 44](https://lo.kingdomsalvation.org/videos/three-stages-of-work-excerpt-0044.html) - “ພຣະເຢໂຮວາ” ແມ່ນພຣະນາມທີ່ເຮົາໃຊ້ໃນລະຫວ່າງພາລະກິດຂອງເຮົາໃນອິດສະຣາເອນ ແລະ ມັນໝາຍເຖິງພຣະເຈົ້າຂອງຄົນອິດສະຣາເອນ (ຄົນທີ່ຖືກເລືອກຂອງພຣະເຈົ້າ) ຜູ້ທີ່ສາມາດມີຄວາມສົງສານຕໍ່ມະນຸດ, ສາບແຊ່ງມະນຸດ ແລະ ນຳທາງຊີວິດຂອງມະນຸດໄດ້; ພຣະເຈົ້າທີ່ມີລິດອຳນາດຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາ. “ພຣະເຢຊູ” ຄືເອມະນູເອນ ເຊິ່ງໝາຍເຖິງເຄື່ອງຖວາຍແທນຄວາມຜິດບາບທີ່ເຕັມໄປດ້ວຍຄວາມຮັກ, ເຕັມໄປດ້ວຍຄວາມເມດຕາ ແລະ ໄຖ່ບາບໃຫ້ມະນຸດ. ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະຄຸນ ແລະ ພຣະອົງເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະຄຸນ ແລະ ພຽງແຕ່ສາມາດເປັນຕົວແທນໃຫ້ສ່ວນໜຶ່ງໃນພາລະກິດແຫ່ງແຜນການຄຸ້ມຄອງ. ນັ້ນໝາຍຄວາມວ່າ ມີພຽງແຕ່ພຣະເຢໂຮວາເທົ່ານັ້ນທີ່ເປັນພຣະເຈົ້າຂອງຄົນທີ່ຖືກເລືອກຂອງອິດສະຣາເອນ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອິຊາກ, ພຣະເຈົ້າຂອງຢາໂຄບ, ພຣະເຈົ້າຂອງໂມເຊ ແລະ ພຣະເຈົ້າຂອງຄົນອິດສະຣາເອນທັງໝົດ. ສະນັ້ນ ໃນຍຸກປັດຈຸບັນ ຄົນອິດສະຣາເອນທຸກຄົນນອກຈາກຄົນຢິວແລ້ວ ກໍ່ນະມັດສະການພຣະເຢໂຮວາ. ພວກເຂົາຖວາຍບູຊາແກ່ພຣະອົງເທິງແທ່ນບູຊາ ແລະ ຮັບໃຊ້ພຣະອົງໃນພຣະວິຫານໂດຍໃສ່ເສື້ອຄຸມຂອງປະໂລຫິດ. ສິ່ງທີ່ພວກເຂົາຄາດຫວັງແມ່ນການປາກົດຕົວອີກຄັ້ງຂອງພຣະເຢໂຮວາ. ມີພຽງແຕ່ພຣະເຢຊູເທົ່ານັ້ນທີ່ເປັນຜູ້ໄຖ່ບາບຂອງມະນຸດຊາດ ແລະ ພຣະອົງຄືເຄື່ອງຖວາຍແທນຄວາມຜິດບາບທີ່ໄຖ່ມະນຸດຊາດຈາກຄວາມຜິດບາບ. ນັ້ນໝາຍຄວາມວ່າ ພຣະນາມຂອງພຣະເຢຊູແມ່ນມາຈາກຍຸກແຫ່ງພຣະຄຸນ ແລະ ເກີດຂຶ້ນເນື່ອງຈາກພາລະກິດແຫ່ງການໄຖ່ບາບໃນຍຸກແຫ່ງພຣະຄຸນ. ພຣະນາມຂອງພຣະເຢຊູເກີດຂຶ້ນເພື່ອເຮັດໃຫ້ຜູ້ຄົນໃນຍຸກແຫ່ງພຣະຄຸນໄດ້ເກີດໃໝ່ ແລະ ໄດ້ຮັບຄວາມລອດພົ້ນ ແລະ ເປັນພຣະນາມໂດຍສະເພາະສຳລັບການໄຖ່ບາບຂອງມະນຸດຊາດທັງປວງ. ສະນັ້ນ ພຣະນາມຂອງພຣະເຢຊູຈຶ່ງເປັນຕົວແທນໃຫ້ແກ່ພາລະກິດແຫ່ງການໄຖ່ບາບ ແລະ ສະແດງເຖິງຍຸກແຫ່ງພຣະຄຸນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 39](https://lo.kingdomsalvation.org/videos/three-stages-of-work-excerpt-0039.html) - ຍຸກແຫ່ງພຣະຄຸນເລີ່ມຕົ້ນດ້ວຍພຣະນາມຂອງພຣະເຢຊູ. ເມື່ອພຣະເຢຊູເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະວິນຍານບໍລິສຸດກໍເລີ່ມຕົ້ນເປັນພະຍານໃຫ້ກັບພຣະນາມຂອງພຣະເຢຊູ ແລະ ພຣະນາມຂອງພຣະເຢໂຮວາແມ່ນບໍ່ໄດ້ກ່າວເຖິງອີກຕໍ່ໄປ; ກົງກັນຂ້າມ, ພຣະວິນຍານບໍລິສຸດໄດ້ຮັບພາລະກິດໃໝ່ພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄຳພະຍານຂອງຄົນທີ່ເຊື່ອໃນພຣະອົງແມ່ນສຳລັບພຣະເຢຊູຄຣິດ ແລະ ພາລະກິດທີ່ພວກເຂົາກະທຳກໍແມ່ນເພື່ອພຣະເຢຊູຄຣິດ. ການສິ້ນສຸດຂອງພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດໝາຍຄວາມວ່າ ພາລະກິດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກນັ້ນໄດ້ສິ້ນສຸດລົງແລ້ວ. ຕັ້ງແຕ່ນີ້ເປັນຕົ້ນໄປ ພຣະນາມຂອງພຣະເຈົ້າກໍຈະບໍ່ແມ່ນພຣະເຢໂຮວາອີກຕໍ່ໄປ; ກົງກັນຂ້າມ ພຣະອົງຈະຖືກເອີ້ນວ່າ ພຣະເຢຊູ ແລະ ຈາກນີ້ເປັນຕົ້ນໄປ ພຣະວິນຍານບໍລິສຸດກໍເລີ່ມຕົ້ນພາລະກິດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ສະນັ້ນ ຫຼາຍຄົນທີ່ຍັງກິນ ແລະ ດື່ມພຣະທຳຂອງພຣະເຢໂຮວາ ແລະ ຍັງຄົງປະຕິບັດທຸກສິ່ງຕາມພາລະກິດໃນຍຸກແຫ່ງພຣະບັນຍັດ, ເຈົ້າບໍ່ໄດ້ຫຼັບຫູຫຼັບຕາປະຕິບັດຕາມກົດລະບຽບບໍ? ເຈົ້າບໍ່ໄດ້ຍຶດຕິດຢູ່ໃນອະດີດບໍ? ບັດນີ້ ພວກເຈົ້າຮູ້ວ່າ ຍຸກສຸດທ້າຍໄດ້ມາເຖິງແລ້ວ. ເປັນໄປໄດ້ບໍ່ວ່າ ເມື່ອພຣະເຢຊູກັບມາ, ພຣະອົງຍັງຈະຖືກເອີ້ນວ່າ ພຣະເຢຊູ? ພຣະເຢໂຮວາບອກກັບປະຊາຊົນອິດສະຣາເອນວ່າ ພຣະເມຊີອາຈະກັບມາ ແລະ ເຖິງຢ່າງໃດກໍຕາມ ເມື່ອພຣະອົງກັບມາ ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເມຊີອາ ແຕ່ແມ່ນພຣະເຢຊູ. ພຣະເຢຊູກ່າວວ່າ ພຣະອົງຈະກັບມາອີກຄັ້ງ ແລະ ພຣະອົງຈະມາເໝືອນກັບທີ່ພຣະອົງໄດ້ຈາກໄປ. ສິ່ງເຫຼົ່ານີ້ແມ່ນພຣະທຳຂອງພຣະເຢຊູ, ແຕ່ເຈົ້າໄດ້ເຫັນເຖິງວິທີທີ່ພຣະເຢຊູຈາກໄປບໍ? ພຣະເຢຊູຈາກໄປໂດຍຂີ່ເມກສີຂາວ, ແຕ່ເປັນໄປໄດ້ບໍວ່າ ພຣະອົງຈະກັບຄືນມາທ່າມກາງມະນຸດເທິງເມກສີຂາວ? ຖ້າເປັນແບບນັ້ນ, ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເຢຊູອີກຢູ່ບໍ?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 21](https://lo.kingdomsalvation.org/videos/three-stages-of-work-excerpt-0021.html) - ໃນຕົ້ນເດີມນັ້ນ ການນໍາພາມະນຸດໃນລະຫວ່າງຍຸກພຣະບັນຍັດແຫ່ງພຣະສັນຍາເດີມແມ່ນຄືກັບການນໍາພາຊີວິດເດັກນ້ອຍ. ມະນຸດໃນຕອນແລກເລີ່ມນັ້ນ ເປັນເດັກເກີດໃໝ່ຂອງພຣະເຢໂຮວາ; ພວກເຂົາແມ່ນຊົນຊາດອິດສະຣາເອນ. ພວກເຂົາບໍ່ເຂົ້າໃຈວ່າ ຈະຢໍາເກງພຣະເຈົ້າ ແລະ ໃຊ້ຊີວິດເທິງແຜ່ນດິນໂລກນີ້ດ້ວຍວິທີໃດ. ເຊິ່ງໝາຍຄວາມວ່າ ພຣະເຢໂຮວາສ້າງມະນຸດ ນັ້ນກໍຄື ພຣະອົງສ້າງອາດາມ ແລະ ເອວາ ແຕ່ພຣະອົງບໍ່ໄດ້ມອບຄວາມສາມາດໃຫ້ພວກເຂົາເຂົ້າໃຈວິທີທີ່ຈະຢໍາເກງພຣະເຢໂຮວາແນວໃດ ຫຼື ປະຕິບັດຕາມພຣະບັນຍັດຂອງພຣະເຢໂຮວາເທິງແຜ່ນດິນໂລກແນວໃດ. ຫາກປາສະຈາກການຊີ້ນໍາໂດຍກົງຈາກພຣະເຢໂຮວາແລ້ວ ບໍ່ມີຜູ້ໃດສາມາດຮູ້ສິ່ງນີ້ໂດຍກົງ, ເພາະວ່າໃນຕົ້ນເດີມນັ້ນ ມະນຸດບໍ່ມີຄວາມສາມາດແບບນັ້ນ. ມະນຸດພຽງຮູ້ແຕ່ວ່າພຣະເຢໂຮວາເປັນພຣະເຈົ້າ ແຕ່ສໍາລັບວິທີຢໍາເກງພຣະອົງ, ການປະພຶດແບບໃດທີ່ເອີ້ນວ່າເປັນການຢໍາເກງພຣະອົງ, ດ້ວຍຄວາມຄິດແບບໃດທີ່ຕົນຈະຢໍາເກງພຣະອົງ ຫຼື ມີສິ່ງໃດແດ່ທີ່ຈະຖວາຍໃນການຢໍາເກງພຣະອົງ ມະນຸດບໍ່ມີຄວາມຄິດໃນດ້ານນີ້ເລີຍ. ມະນຸດພຽງຮູ້ຈັກຊື່ນຊົມໃນສິ່ງທີ່ສາມາດຊື່ນຊົມໄດ້ໃນບັນດາສັບພະທຸກສິ່ງທີ່ສ້າງຂຶ້ນໂດຍພຣະເຢໂຮວາ ແຕ່ສຳລັບວິທີການໃຊ້ຊີວິດແບບໃດໃນແຜ່ນດິນໂລກຈຶ່ງຈະຄູ່ຄວນເປັນສິ່ງຊົງສ້າງ, ມະນຸດແມ່ນບໍ່ຮູ້ຫຍັງຈັກຢ່າງເລີຍ. ຫາກປາສະຈາກຄົນແນະນໍາພວກເຂົາ, ຫາກປາສະຈາກຄົນຊີ້ນໍາພວກເຂົາເປັນການສ່ວນຕົວ ມະນຸດຊາດຈະບໍ່ມີຊີວິດທີ່ເໝາະສົມກັບການເປັນມະນຸດຢ່າງຖືກຕ້ອງ ແຕ່ຈະເປັນພຽງຄົນທີ່ຖືກຊາຕານຄວບຄຸມຢ່າງລັບໆ. ພຣະເຢໂຮວາສ້າງມະນຸດຊາດ ເວົ້າໄດ້ວ່າ ພຣະອົງສ້າງບັນພະບຸລຸດຂອງມະນຸດຊາດ, ອາດາມ ແລະ ເອວາ, ແຕ່ພຣະອົງບໍ່ໄດ້ປະທານຄວາມສະຫຼາດ ຫຼື ສະຕິປັນຍາເພີ່ມເຕີມໃຫ້ກັບພວກເຂົາ. ເຖິງແມ່ນວ່າພວກເຂົາໄດ້ດຳລົງຊີວິດຢູ່ເທິງແຜ່ນດິນໂລກແລ້ວ, ພວກເຂົາກໍເກືອບຈະບໍ່ເຂົ້າໃຈຫຍັງເລີຍ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຢໂຮວາໃນການສ້າງມະນຸດກໍສຳເລັດແຕ່ພຽງເຄິ່ງດຽວ ແລະ ແຮງໄກຈາກຄວາມສົມບູນ. ພຣະອົງພຽງແຕ່ສ້າງແບບຢ່າງຂອງມະນຸດຈາກດິນໜຽວ ແລະ ມອບລົມຫາຍໃຈຂອງພຣະອົງໃຫ້ກັບມັນ, ແຕ່ບໍ່ໄດ້ປະທານຄວາມເຕັມໃຈຢ່າງພຽງພໍໃຫ້ກັບມະນຸດເພື່ອໃຫ້ພວກເຂົາໄດ້ຢໍາເກງພຣະອົງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 505](https://lo.kingdomsalvation.org/videos/entry-into-life-excerpt-505.html) - ໃນປັດຈຸບັນນີ້ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ? ແລ້ວ ເຈົ້າຮູ້ຈັກທຸກສິ່ງທີ່ພຣະເຈົ້າໄດ້ກະທຳໃນຕົວເຈົ້າຫຼາຍສໍ່າໃດ? ນີ້ແມ່ນສິ່ງທີ່ເຈົ້າຄວນຮຽນຮູ້. ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ, ທຸກສິ່ງທີ່ພຣະອົງໄດ້ກະທຳໃນມະນຸດ ແລະ ຍອມໃຫ້ມະນຸດເຫັນແມ່ນເພື່ອວ່າມະນຸດຈະໄດ້ຮັກພຣະອົງ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງ. ໃນດ້ານໜຶ່ງ ການທີ່ມະນຸດສາມາດທົນທຸກເພື່ອພຣະເຈົ້າ ແລະ ໄດ້ມາໄກເຖິງຂະໜາດນີ້ແມ່ນຍ້ອນຄວາມຮັກຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງແມ່ນຍ້ອນຄວາມລອດພົ້ນຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ, ມັນເປັນຍ້ອນພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີທີ່ພຣະເຈົ້າປະຕິບັດໃນມະນຸດ. ຖ້າພວກເຈົ້າປາສະຈາກການພິພາກສາ, ການຂ້ຽນຕີ ແລະ ການທົດລອງຂອງພຣະເຈົ້າ ແລະ ຖ້າພຣະເຈົ້າບໍ່ໄດ້ເຮັດໃຫ້ພວກເຈົ້າທົນທຸກ, ແລ້ວຄວາມຈິງກໍຄື ພວກເຈົ້າບໍ່ໄດ້ຮັກພຣະເຈົ້າແທ້ຈິງ. ຍິ່ງພາລະກິດຂອງພຣະເຈົ້າໃນມະນຸດຍິ່ງໃຫຍ່ສໍ່າໃດ ແລະ ຍິ່ງການທົນທຸກຂອງມະນຸດຍິ່ງໃຫຍ່ຫຼາຍສໍ່າໃດ, ມັນກໍຍິ່ງສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍສໍ່ານັ້ນ ແລະ ຫົວໃຈຂອງມະນຸດກໍຍິ່ງສາມາດຮັກພຣະເຈົ້າຢ່າງແທ້ຈິງສໍ່ານັ້ນ. ເຈົ້າຮຽນຮູ້ວິທີຮັກພຣະເຈົ້າໄດ້ແນວໃດ? ຫາກປາສະຈາກການທໍລະມານ ແລະ ການຫຼໍ່ຫຼອມ, ຫາກປາສະຈາກການທົດລອງທີ່ເຈັບປວດ ແລະ ຍິ່ງໄປກວ່ານັ້ນ ຖ້າທຸກສິ່ງທີ່ພຣະເຈົ້າມອບໃຫ້ກັບມະນຸດແມ່ນພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາ, ແລ້ວເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງແທ້ຈິງໄດ້ບໍ? ໃນດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະເຈົ້າ ມະນຸດຮຽນຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ເຫັນວ່າ ເຂົາບໍ່ມີຄວາມໝາຍ, ເປັນຕາດູຖູກ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 476](https://lo.kingdomsalvation.org/videos/entry-into-life-excerpt-476.html) - ເປໂຕເປັນມະນຸດທີ່ຖືກເຮັດໃຫ້ສົມບູນ. ຫຼັງຈາກທີ່ໄດ້ຜະເຊີນກັບການຕີສອນ ແລະ ການພິພາກສາ ແລະ ດ້ວຍເຫດນັ້ນກໍ່ໄດ້ຮັບຫົວໃຈທີ່ຮັກພຣະເຈົ້າ, ລາວຈຶ່ງໄດ້ຖືກເຮັດໃຫ້ສົມບູນຢ່າງແທ້ຈິງ; ເສັ້ນທາງທີ່ລາວຍ່າງເປັນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນ. ນັ້ນໝາຍຄວາມວ່າ ຕັ້ງແຕ່ເລີ່ມຕົ້ນແລ້ວ, ເສັ້ນທາງທີ່ເປໂຕຍ່າງແມ່ນເສັ້ນທາງທີ່ຖືກຕ້ອງ ແລະ ແຮງຜັກດັນຂອງລາວສຳລັບການເຊື່ອໃນພຣະເຈົ້າກໍເປັນສິ່ງທີ່ຖືກຕ້ອງ ແລະ ດ້ວຍເຫດນັ້ນ ລາວຈຶ່ງກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນ ແລະ ຍ່າງໃນເສັ້ນທາງໃໝ່ທີ່ບໍ່ມີມະນຸດຄົນໃດເຄີຍຍ່າງມາກ່ອນໜ້ານັ້ນ. ເຖິງຢ່າງໃດກໍຕາມ, ເສັ້ນທາງທີ່ໂປໂລຍ່າງຕັ້ງແຕ່ຕອນເລີ່ມຕົ້ນແມ່ນເສັ້ນທາງແຫ່ງການຕໍ່ຕ້ານພຣະຄຣິດ ແລະ ເປັນພຽງຍ້ອນວ່າ ພຣະວິນຍານບໍລິສຸດປາຖະໜາໃຊ້ລາວ ແລະ ສວຍໂອກາດໃຊ້ພອນສະຫວັນຂອງລາວ ແລະ ຄຸນຄວາມດີທັງໝົດຂອງລາວສຳລັບພາລະກິດຂອງພຣະອົງ, ສະນັ້ນ ລາວຈຶ່ງປະຕິບັດພາລະກິດເພື່ອພຣະຄຣິດເປັນເວລາສອງສາມທົດສະວັດ. ລາວພຽງແຕ່ເປັນຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ ແລະ ລາວບໍ່ໄດ້ຖືກໃຊ້ຍ້ອນພຣະເຢຊູຊື່ນຊົມຄວາມເປັນມະນຸດຂອງລາວ ແຕ່ຍ້ອນພອນສະຫວັນຂອງລາວ. ລາວສາມາດປະຕິບັດພາລະກິດເພື່ອພຣະເຢຊູ ຍ້ອນວ່າລາວຖືກໂຈມຕີ, ບໍ່ແມ່ນຍ້ອນລາວພໍໃຈທີ່ຈະເຮັດແບບນັ້ນ. ລາວສາມາດປະຕິບັດພາລະກິດດັ່ງກ່າວ ຍ້ອນແສງສະຫວ່າງ ແລະ ການນໍາພາຂອງພຣະວິນຍານບໍລິສຸດ ແລະ ພາລະກິດທີ່ລາວປະຕິບັດແມ່ນບໍ່ມີທາງເປັນຕົວແທນໃຫ້ກັບການສະແຫວງຫາຂອງລາວ ຫຼື ຄວາມເປັນມະນຸດຂອງລາວໄດ້. ພາລະກິດຂອງໂປໂລເປັນຕົວແທນໃຫ້ກັບພາລະກິດຂອງຜູ້ຮັບໃຊ້ ເຊິ່ງໝາຍຄວາມວ່າ ລາວປະຕິບັດພາລະກິດຂອງອັກຄະສາວົກ. ແຕ່ສໍາລັບເປໂຕແມ່ນແຕກຕ່າງ, ລາວໄດ້ປະຕິບັດພາລະກິດບາງຢ່າງເຊັ່ນກັນ; ແລະ ເຖິງແມ່ນວ່າພາລະກິດນັ້ນບໍ່ໄດ້ຍິ່ງໃຫຍ່ສໍ່າພາລະກິດຂອງໂປໂລ, ແຕ່ລາວປະຕິບັດພາລະກິດໃນຂະນະທີ່ກຳລັງສະແຫວງຫາທາງເຂົ້າຂອງລາວເອງ ແລະ ພາລະກິດຂອງລາວແມ່ນແຕກຕ່າງຈາກພາລະກິດຂອງໂປໂລ. ພາລະກິດຂອງເປໂຕແມ່ນການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 478](https://lo.kingdomsalvation.org/videos/entry-into-life-excerpt-478.html) - ເປໂຕຖືກເຮັດໃຫ້ສົມບູນຜ່ານການຜະເຊີນກັບການລິຮານ ແລະ ການຫຼໍ່ຫຼອມ. ລາວເວົ້າວ່າ “ຂ້ານ້ອຍຕ້ອງປະຕິບັດຕາມເຈດຕະນາຂອງພຣະເຈົ້າຢູ່ຕະລອດເວລາ. ໃນທຸກສິ່ງທີ່ຂ້ານ້ອຍເຮັດ ຂ້ານ້ອຍຕ້ອງສະແຫວງຫາເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ວ່າຂ້ານ້ອຍຈະຖືກຕີສອນ ຫຼື ຖືກພິພາກສາ, ຂ້ານ້ອຍກໍຍັງມີຄວາມສຸກທີ່ຈະເຮັດແບບນັ້ນ”. ເປໂຕມອບທັງໝົດຂອງລາວໃຫ້ກັບພຣະເຈົ້າ; ພາລະກິດ, ຄຳເວົ້າ ແລະ ຊີວິດທັງໝົດຂອງລາວກໍລ້ວນແລ້ວແຕ່ເພື່ອເຫັນແກ່ການຮັກພຣະເຈົ້າ. ລາວເປັນຄົນທີ່ສະແຫວງຫາຄວາມບໍລິສຸດ ແລະ ຍິ່ງລາວມີປະສົບການຫຼາຍສໍ່າໃດ, ຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້າໃນສ່ວນເລິກທີ່ຢູ່ພາຍໃນຫົວໃຈຂອງລາວກໍຍິ່ງມີຫຼາຍສໍ່ານັ້ນ. ໃນຂະນະດຽວກັນ ໂປໂລປະຕິບັດພຽງແຕ່ພາລະກິດພາຍນອກເທົ່ານັ້ນ ແລະ ເຖິງແມ່ນລາວປະຕິບັດພາລະກິດຢ່າງໜັກເຊັ່ນກັນ, ຄວາມພະຍາຍາມຂອງລາວແມ່ນເຫັນແກ່ການປະຕິບັດພາລະກິດໃຫ້ຖືກຕ້ອງ ແລະ ເພື່ອການຮັບເອົາລາງວັນ. ຖ້າລາວຮູ້ວ່າ ລາວຈະບໍ່ໄດ້ຮັບລາງວັນຫຍັງເລີຍ, ລາວກໍຈະສະຫຼະພາລະກິດຂອງລາວ. ສິ່ງທີ່ເປໂຕສົນໃຈແມ່ນຄວາມຮັກແທ້ຈິງທີ່ຢູ່ພາຍໃນຫົວໃຈຂອງລາວ ແລະ ສິ່ງທີ່ເປັນຈິງ ແລະ ສາມາດບັນລຸໄດ້. ລາວບໍ່ສົນໃຈວ່າ ລາວຈະໄດ້ຮັບລາງວັນ ຫຼື ບໍ່, ແຕ່ສົນໃຈວ່າ ອຸປະນິໄສຂອງລາວຈະສາມາດປ່ຽນແປງໄດ້ ຫຼື ບໍ່. ໂປໂລສົນໃຈໃນການປະຕິບັດພາລະກິດໃຫ້ຫຼາຍຂຶ້ນກວ່າເກົ່າ, ລາວສົນໃຈກັບພາລະກິດພາຍນອກ ແລະ ການອຸທິດຕົນ ແລະ ກ່ຽວກັບຄຳສັ່ງສອນທີ່ຜູ້ຄົນທຳມະດາບໍ່ໄດ້ຜະເຊີນ. ລາວບໍ່ໄດ້ສົນໃຈໃນການປ່ຽນແປງທີ່ຢູ່ໃນສ່ວນເລິກພາຍໃນລາວ ຫຼື ສົນໃຈໃນຄວາມຮັກແທ້ຈິງທີ່ມີຕໍ່ພຣະເຈົ້າ. ປະສົບການຂອງເປໂຕແມ່ນເພື່ອບັນລຸຄວາມຮັກແທ້ຈິງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 475](https://lo.kingdomsalvation.org/videos/entry-into-life-excerpt-475.html) - ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ ແລະ ເຂົາອຸທິດຕົນຢ່າງສົມບູນ ແລະ ອ່ອນນ້ອມຢ່າງແທ້ຈິງ. ສິ່ງທີ່ຍາກສຸດສຳລັບມະນຸດແມ່ນການສະໜອງຊີວິດທັງໝົດຂອງເຂົາເພື່ອແລກປ່ຽນກັບຄວາມເຊື່ອທີ່ແທ້ຈິງ ເຊິ່ງຈະເຮັດໃຫ້ເຂົາສາມາດຮັບເອົາຄວາມຈິງທັງໝົດ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງ. ນີ້ແມ່ນສິ່ງທີ່ຄົນລົ້ມເຫຼວບໍ່ສາມາດບັນລຸໄດ້ ແລະ ຄົນທີ່ບໍ່ສາມາດຄົ້ນພົບພຣະຄຣິດກໍແຮງບໍ່ສາມາດບັນລຸມັນໄດ້. ຍ້ອນມະນຸດບໍ່ເກັ່ງໃນການອຸທິດຕົນເອງທັງໝົດໃຫ້ກັບພຣະເຈົ້າ, ຍ້ອນມະນຸດບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງເຂົາໃຫ້ພຣະຜູ້ສ້າງ, ຍ້ອນມະນຸດໄດ້ເຫັນຄວາມຈິງ ແຕ່ຫຼີກເວັ້ນຄວາມຈິງນັ້ນ ແລະ ຍ່າງຕາມເສັ້ນທາງຂອງເຂົາເອງ, ຍ້ອນມະນຸດສະແຫວງຫາໂດຍຕິດຕາມເສັ້ນທາງຂອງຄົນທີ່ລົ້ມເຫຼວຢູ່ສະເໝີ, ຍ້ອນມະນຸດກະບົດຕໍ່ສະຫວັນຢູ່ສະເໝີ ສະນັ້ນ ມະນຸດຈຶ່ງລົ້ມເຫຼວຢູ່ສະເໝີ, ຕົກຢູ່ໃນກົນອຸບາຍຂອງຊາຕານຢູ່ຕະຫຼອດເວລາ ແລະ ຕິດດາງແຫຂອງຕົນເອງ. ຍ້ອນມະນຸດບໍ່ຮູ້ຈັກພຣະຄຣິດ, ຍ້ອນມະນຸດບໍ່ເກັ່ງໃນການເຂົ້າໃຈ ແລະ ຜະເຊີນກັບຄວາມຈິງ, ຍ້ອນມະນຸດນະມັດສະການໂປໂລຫຼາຍເກີນໄປ ແລະ ປາຖະໜາຢາກໄປສະຫວັນຫຼາຍເກີນໄປ, ຍ້ອນມະນຸດຮຽກຮ້ອງໃຫ້ພຣະຄຣິດເຊື່ອຟັງເຂົາຢູ່ສະເໝີ ແລະ ສັ່ງພຣະເຈົ້າໃຫ້ເຮັດແບບນັ້ນແບບນີ້, ສະນັ້ນ ບຸກຄົນທີ່ຍິ່ງໃຫຍ່ເຫຼົ່ານັ້ນ ແລະ ຄົນທີ່ໄດ້ຜະເຊີນກັບຄວາມລຳບາກເທິງແຜ່ນດິນໂລກ ກໍຍັງຕ້ອງຕາຍ ແລະ ຍັງຕາຍໃນລະຫວ່າງການຕີສອນຂອງພຣະເຈົ້າອີກດ້ວຍ. ສິ່ງທີ່ເຮົາເວົ້າໄດ້ ກ່ຽວກັບຄົນປະເພດດັ່ງກ່າວກໍຄື ພວກເຂົາຕາຍຢ່າງອະນາດ ແລະ ຜົນຕາມມາສຳລັບພວກເຂົາກໍຄືຄວາມຕາຍຂອງພວກເຂົາແມ່ນບໍ່ໄດ້ປາສະຈາກເຫດຜົນ. ຄວາມລົ້ມເຫຼວຂອງພວກເຂົາບໍ່ແມ່ນຍິ່ງບໍ່ທົນຕໍ່ກົດເກນແຫ່ງສະຫວັນບໍ? ຄວາມຈິງແມ່ນມາຈາກໂລກຂອງມະນຸດ, ແຕ່ພຣະຄຣິດຖ່າຍທອດຄວາມຈິງທ່າມກາງມະນຸດ. ຄວາມຈິງເລີ່ມຕົ້ນຈາກພຣະຄຣິດ ນັ້ນກໍຄື ຈາກພຣະເຈົ້າເອງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 547](https://lo.kingdomsalvation.org/videos/entry-into-life-excerpt-547.html) - ຜູ້ທີ່ປາສະຈາກຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ຈະບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ຢ່າງສົມບູນ. ຄົນເຊັ່ນນີ້ແມ່ນລູກຫຼານຂອງຄວາມກະບົດ. ພວກເຂົາໃຝ່ສູງເກີນໄປ ແລະ ມີການກະບົດຫຼາຍເກີນໄປຢູ່ໃນຕົວພວກເຂົາ, ດັ່ງນັ້ນ ພວກເຂົາຈຶ່ງເຮັດໂຕຫ່າງເຫີນຈາກພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະຍອມຮັບການກວດສອບຂອງພຣະອົງ. ຄົນເຊັ່ນນີ້ບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້ໂດຍງ່າຍ. ບາງຄົນເລືອກວິທີການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ພວກເຂົາເລືອກການຍອມຮັບພຣະທຳເຫຼົ່ານັ້ນ. ພວກເຂົາຍອມຮັບຢ່າງໃດໜຶ່ງຂອງພຣະທຳຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດຂອງພວກເຂົາ ໃນຂະນະທີ່ ປະຕິເສດພຣະທຳທີ່ບໍ່ສອດຄ່ອງ. ນີ້ບໍ່ແມ່ນການກະບົດ ແລະ ການຕໍ່ຕ້ານພຣະເຈົ້າທີ່ຈະແຈ້ງທີ່ສຸດບໍ? ຖ້າຜູ້ໃດຜູ້ໜຶ່ງເຊື່ອໃນພຣະເຈົ້າມາເປັນເວລາຫຼາຍໆປີ ໂດຍບໍ່ໄດ້ຮັບຄວາມເຂົ້າໃຈແມ່ນແຕ່ໜ້ອຍດຽວກ່ຽວກັບພຣະອົງ, ແລ້ວພວກເຂົາແມ່ນເປັນຄົນບໍ່ເຊື່ອ. ບັນດາຜູ້ທີ່ເຕັມໃຈຍອມຮັບການກວດສອບຂອງພຣະເຈົ້າ ແມ່ນບັນດາຜູ້ທີ່ສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະອົງ, ຜູ້ທີ່ເຕັມໃຈຍອມຮັບພຣະທຳຂອງພຣະອົງ. ພວກເຂົາແມ່ນຜູ້ທີ່ຈະໄດ້ຮັບມໍລະດົກ ແລະ ພອນຂອງພຣະເຈົ້າ ແລະ ພວກເຂົາແມ່ນຜູ້ທີ່ໄດ້ຮັບພອນຫຼາຍທີ່ສຸດ. ພຣະເຈົ້າສາບແຊ່ງຜູ້ຄົນທີ່ບໍ່ມີບ່ອນວ່າງໃນໃຈຂອງພວກເຂົາໃຫ້ກັບພຣະອົງ ແລະ ພຣະອົງຂ້ຽນຕີ ແລະ ປະຖິ້ມຄົນດັ່ງກ່າວ. ຖ້າເຈົ້າບໍ່ຮັກພຣະເຈົ້າ ແລ້ວພຣະອົງກໍຈະປະຖິ້ມເຈົ້າ ແລະ ຖ້າເຈົ້າບໍ່ຟັງສິ່ງທີ່ເຮົາເວົ້າ, ແລ້ວເຮົາກໍສັນຍາວ່າພຣະວິນຍານຂອງພຣະເຈົ້າຈະປະຖິ້ມເຈົ້າ. ລອງເບິ່ງ ຖ້າເຈົ້າບໍ່ເຊື່ອ! ມື້ນີ້ ເຮົາຊີ້ແຈງເສັ້ນທາງແຫ່ງການປະຕິບັດໃຫ້ແກ່ເຈົ້າ, ແຕ່ເຈົ້າຈະເອົາໄປປະຕິບັດຕາມ ຫຼື ບໍ່ນັ້ນ ມັນກໍສຸດແລ້ວແຕ່ເຈົ້າ. ຖ້າເຈົ້າບໍ່ເຊື່ອ, ຖ້າເຈົ້າບໍ່ປະຕິບັດ, ເຈົ້າຈະເຫັນດ້ວຍຕົນເອງ ວ່າພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 546](https://lo.kingdomsalvation.org/videos/entry-into-life-excerpt-546.html) - ການເປັນຜູ້ຄົນທີ່ເຊື່ອໃນພຣະເຈົ້າ ໝາຍຄວາມວ່າທຸກສິ່ງທີ່ເຈົ້າເຮັດຕ້ອງຖືກນຳມາວາງໄວ້ຕໍ່ໜ້າພຣະອົງ ແລະ ເຮັດໃຫ້ຢູ່ໃນການກວດສອບຂອງພຣະອົງ. ຖ້າສິ່ງທີ່ເຈົ້າເຮັດສາມາດນຳມາໄວ້ຕໍ່ໜ້າພຣະວິນຍານຂອງພຣະເຈົ້າ ແຕ່ບໍ່ແມ່ນຕໍ່ໜ້າເນື້ອໜັງຂອງພຣະເຈົ້າແລ້ວ, ນີ້ກໍສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ມາຢູ່ໃນການກວດສອບຂອງພຣະວິນຍານຂອງພຣະອົງ. ພຣະວິນຍານຂອງພຣະເຈົ້າແມ່ນໃຜ? ໃຜແມ່ນບຸກຄົນທີ່ພຣະເຈົ້າເປັນພະຍານໃຫ້? ພຣະອົງບໍ່ແມ່ນອັນໜຶ່ງ ແລະ ອັນດຽວກັນບໍ? ຄົນສ່ວນໃຫຍ່ເຫັນພຣະອົງເປັນສອງສິ່ງທີ່ແຍກອອກຈາກກັນ, ໂດຍເຊື່ອວ່າ ພຣະວິນຍານຂອງພຣະເຈົ້າແມ່ນພຣະວິນຍານຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້ກໍພຽງແຕ່ເປັນມະນຸດ. ແຕ່ເຈົ້າບໍ່ໄດ້ເຂົ້າໃຈຜິດບໍ? ບຸກຄົນນີ້ປະຕິບັດພາລະກິດແທນຜູ້ໃດ? ບັນດາຜູ້ທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມີຄວາມເຂົ້າໃຈຝ່າຍຈິດວິນຍານ. ພຣະວິນຍານຂອງພຣະເຈົ້າ ແລະ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງແມ່ນໜຶ່ງດຽວກັນ, ຍ້ອນວ່າພຣະວິນຍານຂອງພຣະເຈົ້າໄດ້ປາກົດຕົວໃນເນື້ອໜັງ. ຖ້າບຸກຄົນນີ້ບໍ່ເມດຕາຕໍ່ເຈົ້າ, ແລ້ວພຣະວິນຍານຂອງພຣະເຈົ້າຈະເມດຕາບໍ? ເຈົ້າບໍ່ສັບສົນບໍ? ໃນປັດຈຸບັນ, ທຸກຄົນທີ່ບໍ່ສາມາດຍອມຮັບການກວດສອບຂອງພຣະເຈົ້າກໍບໍ່ສາມາດໄດ້ຮັບການອະນຸມັດຈາກພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຜູ້ບັງເກີດເປັນມະນຸດກໍບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້. ຈົ່ງເບິ່ງທຸກສິ່ງທີ່ເຈົ້າເຮັດ ແລະ ເບິ່ງວ່າມັນສາມາດເອົາມາວາງໄວ້ຕໍ່ໜ້າພຣະເຈົ້າໄດ້ ຫຼື ບໍ່. ຖ້າເຈົ້າບໍ່ສາມາດນຳເອົາທຸກສິ່ງທີ່ເຈົ້າເຮັດນັ້ນມາວາງໄວ້ຕໍ່ໜ້າພຣະເຈົ້າແລ້ວ, ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າເປັນຄົນຊົ່ວຮ້າຍ. ຄົນຊົ່ວຮ້າຍສາມາດຖືກເຮັດໃຫ້ສົມບູນແບບໄດ້ບໍ? ທັງໝົດທີ່ເຈົ້າເຮັດ, ທຸກໆການກະທຳ, ທຸກເຈດຕະນາ ແລະ ທຸກປະຕິກິລະຍາຄວນຖືກນຳມາວາງໄວ້ຕໍ່ໜ້າພຣະເຈົ້າ. ແມ່ນແຕ່ຊີວິດຝ່າຍວິນຍານປະຈຳວັນຂອງເຈົ້າ ນັ້ນກໍຄື ຄຳອະທິຖານຂອງເຈົ້າ, ຄວາມໃກ້ຊິດຂອງເຈົ້າກັບພຣະເຈົ້າ, ວິທີທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການສົນທະນາຂອງເຈົ້າກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ຊີວິດຂອງເຈົ້າພາຍໃນຄຣິສຕະຈັກ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 545](https://lo.kingdomsalvation.org/videos/entry-into-life-excerpt-545.html) - ປັດຈຸບັນນີ້, ພຣະເຈົ້າຕ້ອງການໄດ້ຮັບຄົນກຸ່ມໃດໜຶ່ງ, ກຸ່ມທີ່ປະກອບມີຄົນທີ່ພະຍາຍາມຮ່ວມມືກັບພຣະອົງ, ຄົນທີ່ສາມາດອ່ອນນ້ອມຕໍ່ພາລະກິດຂອງພຣະອົງ, ຄົນທີ່ເຊື່ອພຣະທຳທີ່ພຣະເຈົ້າກ່າວນັ້ນເປັນຄວາມຈິງ ແລະ ຄົນທີ່ສາມາດນໍາເງື່ອນໄຂຂອງພຣະເຈົ້າເຂົ້າສູ່ການປະຕິບັດ; ພວກເຂົາແມ່ນຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງຢູ່ໃນຫົວໃຈຂອງພວກເຂົາ, ພວກເຂົາແມ່ນຄົນທີ່ສາມາດຖືກເຮັດໃຫ້ສົມບູນແບບ ແລະ ພວກເຂົາຈະສາມາດເດີນຕາມເສັ້ນທາງແຫ່ງຄວາມສົມບູນແບບຢ່າງຫຼີກເວັ້ນບໍ່ໄດ້. ຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນແມ່ນຄົນທີ່ປາສະຈາກຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າ, ຄົນທີ່ບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຄົນທີ່ບໍ່ໃສ່ໃຈຕໍ່ພຣະທຳຂອງພຣະອົງ ແລະ ຄົນທີ່ບໍ່ມີຫົວໃຈທີ່ຮັກພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ຄົນທີ່ສົງໄສໃນພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນບໍ່ແນ່ໃຈກ່ຽວກັບພຣະອົງ, ບໍ່ເຄີຍປະຕິບັດຕໍ່ພຣະທຳຂອງພຣະອົງຢ່າງຈິງຈັງຈັກເທື່ອ ແລະ ຫຼອກລວງພຣະອົງຢູ່ສະເໝີ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານ; ບໍ່ມີທາງທີ່ຈະເຮັດໃຫ້ຄົນດັ່ງກ່າວສົມບູນແບບໄດ້. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນແບບ, ແລ້ວກ່ອນອື່ນ ເຈົ້າຕ້ອງເປັນທີ່ໂປດປານຂອງພຣະເຈົ້າ ຍ້ອນວ່າ ພຣະເຈົ້າເຮັດໃຫ້ຄົນທີ່ພຣະອົງໂປດປານ ແລະ ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງສົມບູນ. ຖ້າເຈົ້າປາຖະໜາທີ່ເປັນທີ່ຈະມີຄວາມສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ແລ້ວເຈົ້າຕ້ອງມີຫົວໃຈທີ່ອ່ອນນ້ອມຕໍ່ພາລະກິດຂອງພຣະອົງ, ເຈົ້າຕ້ອງພະຍາຍາມສະແຫວງຫາຄວາມຈິງ ແລະ ເຈົ້າຕ້ອງຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ທຸກສິ່ງທີ່ເຈົ້າເຮັດໄດ້ຜ່ານການກວດສອບຂອງພຣະເຈົ້າແລ້ວບໍ? ເຈດຕະນາຂອງເຈົ້າຖືກຕ້ອງບໍ? ຖ້າເຈດຕະນາຂອງເຈົ້າຖືກຕ້ອງ, ແລ້ວພຣະເຈົ້າຈະຊົມເຊີຍເຈົ້າ; ຖ້າເຈດຕະນາຂອງເຈົ້ານັ້ນຜິດ, ສິ່ງນີ້ສະແດງໃຫ້ເຫັນວ່າ ສິ່ງທີ່ຫົວໃຈຂອງເຈົ້າຮັກບໍ່ແມ່ນພຣະເຈົ້າ, ແຕ່ຮັກເນື້ອໜັງ ແລະ ຊາຕານ. ສະນັ້ນ, ເຈົ້າຕ້ອງໃຊ້ການອະທິຖານເປັນວິທີຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ເມື່ອເຈົ້າອະທິຖານ, ເຖິງແມ່ນວ່າເຮົາບໍ່ໄດ້ຢືນຢູ່ຕໍ່ໜ້າເຈົ້າດ້ວຍຕົນເອງ, ພຣະວິນຍານບໍລິດສຸດກໍຈະຢູ່ກັບເຈົ້າ ແລະ
- [ການອ່ານພຣະທຳຂອງພຣະເຈົ້າ | "ວ່າດ້ວຍການປະຕິບັດການອະທິຖານ"](https://lo.kingdomsalvation.org/videos/concerning-the-practice-of-prayer-reading.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 321](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-321.html) - ພວກເຈົ້າປາຖະໜາທີ່ຈະໃຫ້ພຣະເຈົ້າພໍໃຈໃນຕົວພວກເຈົ້າ ແຕ່ພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍ. ແມ່ນຫຍັງຄືບັນຫາໃນທີ່ນີ້? ພວກເຈົ້າຍອມຮັບພຽງແຕ່ພຣະທຳຂອງພຣະອົງ ແຕ່ບໍ່ຮັບການຈັດການຂອງພຣະອົງ ຫຼື ການລິຮານຂອງພຣະອົງ; ແຮງໄກທີ່ພວກເຈົ້າບໍ່ສາມາດຍອມຮັບເອົາການຈັດແຈງທຸກຢ່າງຂອງພຣະອົງ, ເພື່ອມີຄວາມເຊື່ອທີ່ສົມບູນໃນພຣະອົງ. ແລ້ວແມ່ນຫຍັງຄືບັນຫາໃນທີ່ນີ້? ໃນການວິເຄາະຄັ້ງສຸດທ້າຍ, ຄວາມເຊື່ອຂອງພວກເຈົ້າແມ່ນເປັນພຽງເປືອກໄຂ່ທີ່ວ່າງເປົ່າ ທີ່ບໍ່ສາມາດໃຫ້ກຳເນີດລູກໄກ່ໄດ້. ຍ້ອນຄວາມເຊື່ອຂອງພວກເຈົ້າຍັງບໍ່ໄດ້ນໍາເອົາຄວາມຈິງມາສູ່ພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າໄດ້ຮັບຊີວິດ ແຕ່ກົງກັນຂ້າມ ຄວາມເຊື່ອນັ້ນໄດ້ນໍາຄວາມຮູ້ສຶກລວງຕາເຖິງການບໍາລຸງລ້ຽງ ແລະ ຄວາມຫວັງມາສູ່ຊີວິດຂອງພວກເຈົ້າ. ມັນຄືຄວາມຮູ້ສຶກເຖິງການບໍາລຸງລ້ຽງ ແລະ ຄວາມຫວັງນີ້ທີ່ເປັນຈຸດປະສົງຂອງພວກເຈົ້າໃນການເຊື່ອໃນພຣະເຈົ້າບໍ່ແມ່ນຄວາມຈິງ ແລະ ຊີວິດ. ສະນັ້ນ ເຮົາຈຶ່ງເວົ້າວ່າ ແນວທາງປະຕິບັດໃນຄວາມເຊື່ອຂອງພວກເຈົ້າຕໍ່ພຣະເຈົ້ານັ້ນເປັນພຽງການພະຍາຍາມປະຈົບປະແຈງພຣະເຈົ້າຜ່ານການຍອມຮັບໃຊ້ ແລະ ຄວາມໄຮ້ຢາງອາຍ ແລະ ບໍ່ສາມາດຖືວ່າເປັນຄວາມເຊື່ອທີ່ແທ້ຈິງໄດ້ ບໍ່ວ່າໃນວິທີທາງໃດກໍຕາມ. ລູກໄກ່ຈະສາມາດປາກົດອອກຈາກຄວາມເຊື່ອແບບນີ້ໄດ້ແນວໃດ? ເວົ້າອີກແບບໜຶ່ງກໍຄື ຄວາມເຊື່ອປະເພດນີ້ຈະສາມາດສຳເລັດຫຍັງໄດ້? ຈຸດປະສົງຂອງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າແມ່ນເພື່ອໃຊ້ພຣະອົງເພື່ອບັນລຸເປົ້າໝາຍຂອງພວກເຈົ້າເອງ. ແລ້ວນີ້ບໍ່ແມ່ນຂໍ້ແທ້ຈິງແຫ່ງການເຮັດຜິດຂອງພວກເຈົ້າຕໍ່ອຸປະນິໄສຂອງພຣະເຈົ້າບໍ? ພວກເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ແລະ ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ເຖິງຢ່າງໃດກໍຕາມ ເຮົາບໍ່ຮັບຮູ້ມຸມມອງຂອງພວກເຈົ້າ; ເຮົາຍົກຍ້ອງພຽງແຕ່ຄົນທີ່ຕິດດິນ ແລະ ຮັບໃຊ້ພຣະເຈົ້າເທິງແຜ່ນດິນໂລກ, ບໍ່ແມ່ນຄົນທີ່ບໍ່ເຄີຍຮັບຮູ້ພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກຈັກເທື່ອ. ບໍ່ວ່າຜູ້ຄົນດັ່ງກ່າວຈະຊື່ສັດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນສໍ່າໃດກໍຕາມ, ສຸດທ້າຍແລ້ວ ພວກເຂົາຈະບໍ່ພົ້ນຈາກມືຂອງເຮົາທີ່ຈະລົງໂທດຄົນຊົ່ວຮ້າຍເຫຼົ່ານີ້. ມະນຸດເຫຼົ່ານີ້ເປັນຄົນທີ່ຊົ່ວຮ້າຍ; ພວກເຂົາເປັນຄົນຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ເຄີຍເຊື່ອຟັງພຣະຄຣິດດ້ວຍຄວາມຍິນດີ. ແນ່ນອນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 187](https://lo.kingdomsalvation.org/videos/knowing-God-s-work-excerpt-187.html) - ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດໃນຢູດາຍ, ພຣະອົງກໍປະຕິບັດຢ່າງເປີດເຜີຍ, ແຕ່ໃນປັດຈຸບັນນີ້, ເຮົາປະຕິບັດພາລະກິດ ແລະ ກ່າວທ່າມກາງພວກເຈົ້າຢ່າງລັບໆ. ຄົນທີ່ບໍ່ແມ່ນຊາວຢິວແມ່ນບໍ່ຮູ້ຈັກເຖິງສິ່ງນີ້ເລີຍ. ພາລະກິດຂອງເຮົາທີ່ຢູ່ທ່າມກາງພວກເຈົ້າແມ່ນປິດລັບຕໍ່ຄົນທີ່ຢູ່ຂ້າງນອກ. ພຣະທຳເຫຼົ່ານີ້, ການຂ້ຽນຕີ ແລະ ການພິພາກສາເຫຼົ່ານີ້ແມ່ນເປັນທີ່ຮູ້ຈັກຕໍ່ພວກເຈົ້າເທົ່ານັ້ນ ແລະ ບໍ່ແມ່ນຄົນອື່ນ. ທັງໝົດຂອງພາລະກິດນີ້ແມ່ນຖືກປະຕິບັດໃນທ່າມກາງພວກເຈົ້າ ແລະ ເປີດເຜີຍໃຫ້ກັບພວກເຈົ້າເທົ່ານັ້ນ; ບໍ່ມີໃຜທ່າມກາງຄົນທີ່ບໍ່ແມ່ນຊາວຢິວທີ່ຮູ້ຈັກເຖິງສິ່ງນີ້, ຍ້ອນເວລານັ້ນຍັງບໍ່ທັນມາເຖິງ. ຜູ້ຄົນເຫຼົ່ານີ້ທີ່ຢູ່ໃນນີ້ແມ່ນໃກ້ຖືກເຮັດໃຫ້ສົມບູນແລ້ວຫຼັງຈາກທີ່ໄດ້ອົດກັ້ນກັບການຂ້ຽນຕີ, ແຕ່ຄົນທີ່ຢູ່ຂ້າງນອກບໍ່ຮູ້ຈັກຫຍັງກ່ຽວກັບເລື່ອງນີ້ເທື່ອ. ພາລະກິດນີ້ແມ່ນລີ້ລັບຫຼາຍເກີນໄປ! ສຳລັບພວກເຂົາແລ້ວ, ພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນລີ້ລັບ, ແຕ່ສຳລັບຄົນທີ່ຢູ່ໃນກະແສນີ້, ສາມາດເວົ້າໄດ້ວ່າພຣະອົງເປີດເຜີຍ. ເຖິງແມ່ນວ່າ ສໍາລັບພຣະເຈົ້າ ທຸກສິ່ງໄດ້ເປີດອອກ, ທຸກສິ່ງຖືກເປີດເຜີຍ ແລະ ທຸກສິ່ງຖືກເຮັດໃຫ້ເປັນອິດສະຫຼະ, ສິ່ງນີ້ແມ່ນເປັນຈິງສຳລັບຄົນທີ່ເຊື່ອໃນພຣະອົງເທົ່ານັ້ນ; ສໍາລັບຄົນອື່ນທີ່ບໍ່ແມ່ນຊາວຢິວແລ້ວ, ບໍ່ມີຫຍັງໃຫ້ຮູ້ຈັກ. ພາລະກິດທີ່ກຳລັງຖືກປະຕິບັດໃຫ້ສໍາເລັດທ່າມກາງພວກເຈົ້າ ແລະ ໃນປະເທດຈີນໃນປັດຈຸບັນ ແມ່ນຖືກປົກປິດຢ່າງເຄັ່ງຄັດເພື່ອບໍ່ໃຫ້ພວກເຂົາຮູ້. ຖ້າພວກເຂົາຮູ້ຈັກເຖິງພາລະກິດນີ້, ແລ້ວສິ່ງທີ່ພວກເຂົາຈະເຮັດກໍມີແຕ່ກ່າວໂທດພາລະກິດນັ້ນ ແລະ ເຮັດໃຫ້ພາລະກິດນັ້ນຕົກຢູ່ໃນການຂົ່ມເຫັງ. ພວກເຂົາຈະບໍ່ເຊື່ອໃນພາລະກິດນັ້ນ. ການປະຕິບັດພາລະກິດໃນຊົນຊາດຂອງມັງກອນແດງໃຫຍ່ ເຊິ່ງເປັນສະຖານທີ່ຫຼ້າຫຼັງທີ່ສຸດ ກໍບໍ່ແມ່ນໜ້າວຽກທີ່ງ່າຍດາຍ. ຖ້າພາລະກິດນີ້ຕ້ອງຖືກປະຕິບັດໃນທີ່ເປີດເຜີຍ, ມັນກໍຈະສືບຕໍ່ໄປໄດ້ຍາກ. ຂັ້ນຕອນນີ້ຂອງພາລະກິດບໍ່ສາມາດຖືກປະຕິບັດໃນສະຖານທີ່ນີ້ໄດ້ຢ່າງແທ້ຈິງ. ຖ້າພາລະກິດນີ້ຕ້ອງຖືກປະຕິບັດໃນທີ່ເປີດເຜີຍ, ພວກເຂົາຈະຍອມໃຫ້ພາລະກິດນີ້ດຳເນີນໄປຂ້າງໜ້າໄດ້ແນວໃດ? ສິ່ງນີ້ຈະຍິ່ງບໍ່ເຮັດໃຫ້ພາລະກິດຢູ່ພາຍໃຕ້ຄວາມສ່ຽງຫຼາຍຂຶ້ນບໍ? ຖ້າພາລະກິດນີ້ບໍ່ຖືກປົກປິດ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 165](https://lo.kingdomsalvation.org/videos/knowing-God-s-work-excerpt-165.html) - ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າປະຕິບັດຕາມກະແສໜຶ່ງດຽວກັນ ແລະ ສະນັ້ນ ໃນແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ, ແຕ່ລະຂັ້ນຕອນແມ່ນຕິດຕໍ່ກັນຢ່າງໃກ້ຊິດ, ຈາກການສ້າງໂລກຈົນມາເຖິງປັດຈຸບັນ. ຖ້າບໍ່ມີໃຜປູຫົນທາງ, ແລ້ວກໍຈະບໍ່ມີໃຜຕາມມາ; ຍ້ອນມີຄົນຕາມມາ, ຈຶ່ງມີຄົນປູເສັ້ນທາງ. ໃນວິທີນີ້ ພາລະກິດຈຶ່ງຖືກສົ່ງຜ່ານຕໍ່ແຕ່ລະຂັ້ນຕອນ. ຂັ້ນຕອນໜຶ່ງຕາມຫຼັງອີກຂັ້ນຕອນໜຶ່ງ ແລະ ຫາກບໍ່ມີໃຜເປີດຫົນທາງ ມັນກໍເປັນໄປບໍ່ໄດ້ທີ່ຈະເລີ່ມຕົ້ນພາລະກິດ ແລະ ພຣະເຈົ້າກໍຈະບໍ່ມີທາງດໍາເນີນພາລະກິດຂອງພຣະອົງໄປຂ້າງໜ້າໄດ້. ບໍ່ມີຂັ້ນຕອນໃດຂັດຂວາງຂັ້ນຕອນໃດ ແລະ ແຕ່ລະຂັ້ນຕອນກໍຕາມມາດ້ວຍອີກຂັ້ນຕອນໜຶ່ງເພື່ອກໍ່ສ້າງເປັນກະແສ; ສິ່ງນີ້ແມ່ນລ້ວນແລ້ວແຕ່ຖືກປະຕິບັດໂດຍພຣະວິນຍານອົງດຽວ. ແຕ່ບໍ່ວ່າບຸກຄົນໃດຈະເປີດຫົນທາງ ຫຼື ປະຕິບັດພາລະກິດໃດກໍຕາມ, ສິ່ງນີ້ບໍ່ໄດ້ກຳນົດຕົວຕົນຂອງພວກເຂົາ. ແລ້ວສິ່ງນີ້ບໍ່ຖືກຕ້ອງບໍ? ໂຢຮັນເປີດຫົນທາງ ແລະ ພຣະເຢຊູເປັນຜູ້ສືບຕໍ່ພາລະກິດຂອງເພິ່ນ, ແລ້ວສິ່ງນີ້ພິສູດວ່າຕົວຕົນຂອງພຣະເຢຊູແມ່ນຕໍ່າຕ້ອຍກວ່າຕົວຕົນຂອງໂຢຮັນບໍ? ພຣະເຢໂຮວາປະຕິບັດພາລະກິດຂອງພຣະອົງກ່ອນພຣະເຢຊູ, ແລ້ວເຈົ້າສາມາດເວົ້າໄດ້ບໍວ່າ ພຣະເຢໂຮວາຍິ່ງໃຫຍ່ກວ່າພຣະເຢຊູ? ບໍ່ວ່າພວກເຂົາປູທາງ ຫຼື ສືບຕໍ່ພາລະກິດຂອງຄົນອື່ນກໍຕາມ ບໍ່ແມ່ນເລື່ອງສຳຄັນ; ສິ່ງທີ່ສຳຄັນທີ່ສຸດແມ່ນແກ່ນແທ້ໃນພາລະກິດຂອງພວກເຂົາ ແລະ ຕົວຕົນທີ່ມັນເປັນຕົວແທນໃຫ້. ສິ່ງນີ້ບໍ່ຖືກຕ້ອງບໍ? ຍ້ອນພຣະເຈົ້າເຈດຕະນາປະຕິບັດພາລະກິດທ່າມກາງມະນຸດ, ພຣະອົງຈຶ່ງຕ້ອງຍົກຄົນທີ່ສາມາດປະຕິບັດພາລະກິດແຫ່ງການປູທາງຂຶ້ນ. ເມື່ອໂຢຮັນຫາກໍ່ເລີ່ມເທດສະໜາ, ເພິ່ນກໍໄດ້ກ່າວວ່າ: “ເຈົ້າຈົ່ງຈັດກຽມຫົນທາງຂອງພຣະຜູ້ເປັນເຈົ້າ, ຈົ່ງເຮັດໃຫ້ເສັ້ນທາງຂອງພຣະອົງຊື່ໄປ”. “ພວກເຈົ້າຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ”. ເພິ່ນເວົ້າແບບນັ້ນຕັ້ງແຕ່ຕອນເລີ່ມຕົ້ນ ແລ້ວເປັນຫຍັງເພິ່ນຈຶ່ງສາມາດເວົ້າຄຳເວົ້າເຫຼົ່ານີ້? ໃນເລື່ອງລຳດັບຂອງການເວົ້າຄຳເວົ້າເຫຼົ່ານັ້ນອອກມາ, ໂຢຮັນເປັນຜູ້ກ່າວຂ່າວປະເສີດແຫ່ງອານາຈັກສະຫວັນກ່ອນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 149](https://lo.kingdomsalvation.org/videos/knowing-God-s-work-excerpt-149.html) - ເມື່ອພຣະເຈົ້າບັງເກີດເປັນເນື້ອໜັງ, ພຣະວິນຍານຂອງພຣະອົງແມ່ນລົງມາສູ່ມະນຸດ; ເວົ້າອີກຢ່າງກໍຄື ພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ເຄື່ອງນຸ່ງດ້ວຍເນື້ອໜັງ. ພຣະອົງສະເດັດມາເພື່ອເຮັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ບໍ່ໄດ້ນໍາຂັ້ນຕອນທີ່ຈໍາກັດໃດໜຶ່ງມາກັບພຣະອົງ, ພາລະກິດຂອງພຣະອົງບໍ່ມີຂໍ້ຈໍາກັດຢ່າງແນ່ນອນ. ພາລະກິດທີ່ພຣະວິນຍານບໍລິສຸດເຮັດໃນເນື້ອໜັງແມ່ນຖືກກໍານົດໂດຍຜົນຈາກພາລະກິດຂອງພຣະອົງເຊັ່ນກັນ ແລະ ພຣະອົງຊົງນໍາໃຊ້ສິ່ງດັ່ງກ່າວນີ້ ເພື່ອກໍານົດໄລຍະເວລາໃນການເຮັດພາລະກິດຂອງພຣະອົງໃນຂະນະທີ່ຢູ່ໃນເນື້ອໜັງ. ພຣະວິນຍານບໍລິສຸດເປີດເຜີຍພາລະກິດໃນແຕ່ລະຂັ້ນຕອນຂອງພຣະອົງໂດຍກົງ, ພິຈາລະນາພາລະກິດຂອງພຣະອົງໃນຂະນະທີ່ພຣະອົງປະຕິບັດມັນ; ພາລະກິດນີ້ບໍ່ແມ່ນສິ່ງເໜືອທໍາມະຊາດ ທີ່ນອກເໜືອຂອບເຂດຈິນຕະນາການຂອງມະນຸດ. ນີ້ແມ່ນຄ້າຍຄືກັບພາລະກິດຂອງພຣະເຢໂຮວາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ; ພຣະອົງໄດ້ວາງແຜນ ແລະ ເຮັດພາລະກິດໄປພ້ອມໆກັນ. ພຣະອົງໄດ້ແຍກແສງສະຫວ່າງອອກຈາກຄວາມມືດ ແລະ ຕອນເຊົ້າ ແລະ ຕອນຄໍ່າກໍໄດ້ເກີດຂຶ້ນ ເຊິ່ງສິ່ງນີ້ໃຊ້ເວລາພຽງໜຶ່ງມື້. ໃນມື້ທີສອງ ພຣະອົງໄດ້ສ້າງຟ້າ ເຊິ່ງໃຊ້ເວລາພຽງໜຶ່ງມື້ເຊັ່ນກັນ; ຫຼັງຈາກນັ້ນ ພຣະອົງກໍສ້າງແຜ່ນດິນໂລກ, ທະເລ ແລະ ສິ່ງມີຊີວິດທີ່ອາໄສຢູ່ໃນນັ້ນ ເຊິ່ງໃຊ້ເວລາພຽງໜຶ່ງມື້ເຊັ່ນກັນ. ນີ້ສືບຕໍ່ຈົນເຖິງມື້ທີຫົກເມື່ອພຣະເຈົ້າສ້າງມະນຸດ ແລະ ປ່ອຍໃຫ້ມະນຸດຄຸ້ມຄອງທຸກສິ່ງເທິງແຜ່ນດິນໂລກ. ຫຼັງຈາກນັ້ນ, ໃນມື້ທີເຈັດ ເມື່ອພຣະອົງໄດ້ສ້າງທຸກສິ່ງຈົນສໍາເລັດ, ພຣະອົງກໍພັກຜ່ອນ. ພຣະເຈົ້າໃຫ້ພອນແກ່ມື້ທີເຈັດ ແລະ ກໍານົດໃຫ້ມັນເປັນມື້ສັກສິດ. ພຣະອົງພຽງຕັດສິນໃຈສ້າງມື້ສັກສິດນີ້ຫຼັງຈາກທີ່ພຣະອົງໄດ້ສ້າງທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນກ່ອນສ້າງພວກມັນ. ພາລະກິດນີ້ແມ່ນໄດ້ດໍາເນີນໄປພ້ອມໆກັນເຊັ່ນກັນ; ກ່ອນທີ່ຈະສ້າງທຸກສິ່ງ, ພຣະອົງບໍ່ໄດ້ຕັດສິນໃຈສ້າງໂລກພາຍໃນຫົກມື້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 78](https://lo.kingdomsalvation.org/videos/judgment-in-the-last-days-excerpt-078.html) - ເມື່ອເວົ້າເຖິງຄໍາ “ພິພາກສາ”, ເຈົ້າມັກຈະຄິດເຖິງພຣະທຳທີ່ພຣະເຢໂຮວາໄດ້ກ່າວເພື່ອສັ່ງສອນຜູ້ຄົນໃນທຸກຂົງເຂດ ແລະ ພຣະທຳທີ່ພຣະເຢຊູເວົ້າເພື່ອຕຳນິຕິຕຽນພວກຟາຣິຊາຍ. ເຖິງແມ່ນພຣະທຳເຫຼົ່ານີ້ຮຸນແຮງ, ພຣະທຳເຫຼົ່ານີ້ກໍບໍ່ແມ່ນຄໍາພິພາກສາຂອງພຣະເຈົ້າຕໍ່ມະນຸດ, ເປັນພຽງພຣະທຳທີ່ກ່າວໂດຍພຣະເຈົ້າຢູ່ໃນສະຖານະການທີ່ແຕກຕ່າງກັນ, ນັ້ນກໍຄື ບໍລິບົດທີ່ແຕກຕ່າງກັນ. ພຣະທຳເຫຼົ່ານີ້ບໍ່ຄືພຣະທຳທີ່ໄດ້ກ່າວໂດຍພຣະຄຣິດໃນຍຸກສຸດທ້າຍ ດັ່ງທີ່ພຣະອົງພິພາກສາມະນຸດ. ພຣະຄຣິດແຫ່ງຍຸກສຸດທ້າຍໃຊ້ຄວາມຈິງຫຼາກຫຼາຍຢ່າງເພື່ອສັ່ງສອນມະນຸດ, ເພື່ອເປີດໂປງທາດແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນອ່ອນນ້ອມຕໍ່ພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ທາດແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ ແລະ ລິຮານມັນໃນໄລຍະຍາວ. ທັງໝົດຂອງວິທີການເປີດໂປງ ແລະ ລິຮານທີ່ແຕກຕ່າງກັນເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ມະນຸດຈຶ່ງສາມາດຖືກເອົາຊະນະ ແລະ ເຊື່ອໝັ້ນຢ່າງແທ້ຈິງກ່ຽວກັບພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 484](https://lo.kingdomsalvation.org/videos/entry-into-life-excerpt-484.html) - ຖ້າເຈົ້າບໍ່ສາມາດຍອມຮັບແສງສະຫວ່າງໃໝ່ຂອງພຣະເຈົ້າ ແລະ ບໍ່ສາມາດເຂົ້າໃຈທຸກສິ່ງທີ່ພຣະເຈົ້າກະທໍາໃນປັດຈຸບັນ ແລະ ເຈົ້າບໍ່ສະແຫວງຫາແສງສະຫວ່າງນັ້ນ ຫຼື ບໍ່ດັ່ງນັ້ນ ເຈົ້າກໍສົງໄສມັນ, ຕັດສິນມັນ ຫຼື ກວດສອບ ແລະ ວິເຄາະມັນ, ແລ້ວເຈົ້າບໍ່ໄດ້ສົນໃຈທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ. ເມື່ອແສງສະຫວ່າງຂອງທີ່ນີ້ ແລະ ໃນປັດຈຸບັນນີ້ປາກົດຕົວຂຶ້ນ ຖ້າເຈົ້າຍັງເຊີດຊູແສງສະຫວ່າງຂອງມື້ວານ ແລະ ຕໍ່ຕ້ານພາລະກິດໃໝ່ຂອງພຣະເຈົ້າ, ແລ້ວເຈົ້າກໍບໍ່ແມ່ນຫຍັງນອກຈາກແມ່ນຄົນທີ່ໄຮ້ເຫດຜົນ ເຈົ້າກໍເປັນໜຶ່ງໃນຄົນທີ່ມີເຈດຕະນາຕໍ່ຕ້ານພຣະເຈົ້າ. ກະແຈສູ່ການອ່ອນນ້ອມຕໍ່ພຣະເຈົ້າແມ່ນການຍອມຮັບແສງສະຫວ່າງໃໝ່ ການທີ່ສາມາດຍອມຮັບເອົາແສງສະຫວ່າງນັ້ນ ແລະ ການນໍາເອົາແສງສະຫວ່າງນັ້ນມາປະຕິບັດຕາມ. ມີແຕ່ສິ່ງນີ້ເທົ່ານັ້ນແມ່ນຄວາມອ່ອນນ້ອມທີ່ແທ້ຈິງ. ຜູ້ຄົນທີ່ບໍ່ມີຄວາມປາດຖະໜາຈະສະແຫວງຫາພຣະເຈົ້າແມ່ນບໍ່ສາມາດຍອມຕໍ່ພຣະເຈົ້າໂດຍເຈດຕະນາ ແລະ ສາມາດຕໍ່ຕ້ານພຣະເຈົ້າເທົ່ານັ້ນ ເຊິ່ງເປັນມາຈາກຄວາມບໍ່ພໍໃຈຂອງພວກເຂົາກັບສິ່ງທີ່ເປັນຢູ່. ການທີ່ມະນຸດບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າກໍຍ້ອນວ່າເຂົາຖືກຄອບງຳໂດຍສິ່ງທີ່ມາກ່ອນໜ້າ. ສິ່ງທີ່ມາກ່ອນໜ້າໄດ້ເຮັດໃຫ້ຜູ້ຄົນມີແນວຄິດ ແລະ ຈິນຕະນາການທຸກຮູບແບບກ່ຽວກັບພຣະເຈົ້າ ແລະ ສິ່ງເຫຼົ່ານີ້ໄດ້ກາຍເປັນລັກສະນະຂອງພຣະເຈົ້າໃນຄວາມຄິດຂອງພວກເຂົາ. ສະນັ້ນ ສິ່ງທີ່ພວກເຂົາເຊື່ອແມ່ນແນວຄວາມຄິດຂອງພວກເຂົາເອງ ແລະ ມາດຕະຖານໃນຈິນຕະນາການຂອງພວກເຂົາເອງ. ຖ້າເຈົ້າສົມທຽບພຣະເຈົ້າທີ່ເຮັດພາລະກິດຕົວຈິງໃນປັດຈຸບັນ ກັບພຣະເຈົ້າຈາກຈິນຕະນາການຂອງເຈົ້າເອງ ແລ້ວຄວາມເຊື່ອຂອງເຈົ້າແມ່ນມາຈາກຊາຕານ ແລະ ເປິເປື້ອນໄປດ້ວຍຄວາມມັກຂອງເຈົ້າເອງ, ພຣະເຈົ້າບໍ່ໄດ້ຕ້ອງການຄວາມເຊື່ອແບບນີ້. ບໍ່ວ່າຄຸນສົມບັດຂອງພວກເຂົາຈະສູງສົ່ງສໍ່າໃດ, ບໍ່ວ່າພວກເຂົາຈະມີການອຸທິດຕົນ, ເຖິງແມ່ນວ່າພວກເຂົາໄດ້ອຸທິດຄວາມພະຍາຍາມຕະຫຼອດຊີວິດຕໍ່ພາລະກິດຂອງພຣະອົງ ແລະ ໄດ້ຍອມເສຍສະຫຼະເພື່ອຄວາມເຊື່ອຂອງພວກເຂົາ, ພຣະເຈົ້າກໍຈະບໍ່ຍອມຮັບເອົາຄົນທີ່ມີຄວາມເຊື່ອແບບນີ້. ພຣະອົງມີແຕ່ມອບຄວາມກະລຸນາພຽງເລັກນ້ອຍໃຫ້ແກ່ພວກເຂົາ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 483](https://lo.kingdomsalvation.org/videos/entry-into-life-excerpt-483.html) - ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຄົນສ່ວນໃຫຍ່ຈະສັບສົນກັບຄໍາຖາມນີ້. ພວກເຂົາຈະມີມຸມມອງ ທີ່ແຕກຕ່າງກັນຢ່າງສິ້ນເຊີງກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ ພຣະເຈົ້າທີ່ຢູ່ເທິງສະຫວັນຢູ່ສະເໝີ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາເຊື່ອໃນພຣະເຈົ້າ ບໍ່ແມ່ນຍ້ອນເພື່ອອ່ອນນ້ອມຕໍ່ພຣະອົງ ແຕ່ເພື່ອຮັບຜົນປະໂຫຍດບາງຢ່າງ ຫຼື ເພື່ອຫຼົບໜີຄວາມທຸກທໍລະມານທີ່ໄພພິບັດໄດ້ນໍາມາ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະຂ້ອນຂ້າງອ່ອນນ້ອມ. ການອ່ອນນ້ອມຂອງພວກເຂົາແມ່ນມີເງື່ອນໄຂ ນັ້ນກໍຄືເພື່ອຜົນປະໂຫຍດຕໍ່ຄວາມຫວັງສ່ວນຕົວຂອງພວກເຂົາ ແລະ ພວກເຂົາຖືກບິບບັງຄັບ. ສະນັ້ນ ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຖ້າພຽງເພື່ອຜົນປະໂຫຍດຕໍ່ຄວາມຫວັງ ແລະ ເພື່ອຊະຕາກໍາຂອງເຈົ້າເທົ່ານັ້ນ ແລ້ວມັນຈະດີກວ່າຖ້າເຈົ້າບໍ່ໄດ້ເຊື່ອເລີຍ. ຄວາມເຊື່ອແບບນີ້ແມ່ນການຫຼອກລວງຕົວເອງ, ການເຮັດໃຫ້ໝັ້ນໃຈໃນຕົວເອງ ແລະ ການຍົກຍ້ອງຕົວເອງ. ຖ້າຄວາມເຊື່ອຂອງເຈົ້າບໍ່ໄດ້ຖືກສ້າງຂຶ້ນບົນພື້ນຖານຂອງການອ່ອນນ້ອມຕໍ່ພຣະເຈົ້າ ສຸດທ້າຍເຈົ້າກໍຈະຖືກລົງໂທດ ຍ້ອນການຕໍ່ຕ້ານພຣະເຈົ້າ. ທຸກຄົນທີ່ບໍ່ສະແຫວງຫາຄວາມອ່ອນນ້ອມຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາກໍຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ, ໃຫ້ພວກເຂົາຫິວກະຫາຍຫາພຣະທໍາຂອງພຣະອົງ ແລະ ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ນໍາເອົາພຣະທໍາເຫຼົ່ານັ້ນມາປະຕິບັດ ເພື່ອວ່າພວກເຂົາຈະສາມາດບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ຖ້າສິ່ງເຫຼົ່ານີ້ຄືເຈດຕະນາທີ່ແທ້ຈິງຂອງເຈົ້າ, ແລ້ວພຣະເຈົ້າກໍຈະຍົກເຈົ້າຂຶ້ນຢ່າງແນ່ນອນ ແລະ ມີຄວາມເມດຕາຕໍ່ເຈົ້າຢ່າງແນ່ນອນ. ສິ່ງນີ້ແມ່ນບໍ່ຕ້ອງສົງໄສ ແລະ ບໍ່ສາມາດປ່ຽນແປງໄດ້. ຖ້າເຈດຕະນາຂອງເຈົ້າບໍ່ແມ່ນເພື່ອອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຈົ້າມີເປົ້າໝາຍອື່ນ ແລ້ວທຸກສິ່ງທີ່ເຈົ້າເວົ້າ ແລະ ເຮັດ ແລະ
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 4"](https://lo.kingdomsalvation.org/videos/the-fourth-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະຄຳຂອງພຣະຄຣິດໃນຕົ້ນເດີມ: ບົດທີ 35"](https://lo.kingdomsalvation.org/videos/thirty-fifth-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ" ພາກທີໜຶ່ງ](https://lo.kingdomsalvation.org/videos/restoring-normal-life-of-man-taking-him-to-wonderful-destination-reading-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?"](https://lo.kingdomsalvation.org/videos/how-is-your-relationship-with-God.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 587](https://lo.kingdomsalvation.org/videos/destinations-and-outcomes-excerpt-587.html) - ໃນໂລກທີ່ກວ້າງໃຫຍ່ໄພສານ, ມະຫາສະໝຸດຖືກຖົມດ້ວຍຂີ້ຕົມກາຍເປັນທົ່ງຫຍ້າ, ທົ່ງຫຍ້າຖືກນໍ້າຖ້ວມກາຍເປັນມະຫາສະໝຸດຊໍ້າແລ້ວຊໍ້າອີກ. ນອກຈາກພຣະອົງຜູ້ທີ່ປົກຄອງເໜືອທຸກສິ່ງໃນບັນດາສິ່ງທັງປວງ, ບໍ່ມີໃຜສາມາດນໍາພາ ແລະ ຊີ້ນໍາມະນຸດຊາດນີ້ໄດ້. ບໍ່ມີຄົນຍິ່ງໃຫຍ່ຄົນໃດທີ່ສາມາດປະຕິບັດວຽກງານ ຫຼື ຈັດແຈງໃຫ້ກັບມະນຸດຊາດນີ້ ແຮງໄກທີ່ຈະມີໃຜສາມາດນໍາມະນຸດຊາດນີ້ໄປສູ່ຈຸດໝາຍປາຍທາງແຫ່ງແສງສະຫວ່າງ ແລະ ປົດປ່ອຍພວກເຂົາອອກຈາກຄວາມບໍ່ຍຸຕິທຳແຫ່ງແຜ່ນດິນໂລກນີ້ໄດ້. ພຣະເຈົ້າຄໍ່າຄວນເຖິງອານາຄົດຂອງມະນຸດຊາດ, ພຣະອົງໂສກເສົ້າເສຍໃຈກັບການພິນາດຂອງມະນຸດ ແລະ ເຈັບປວດທີ່ມະນຸດຊາດກຳລັງກ້າວໄປສູ່ຄວາມເນົ່າເປື່ອຍເທື່ອລະຂັ້ນ ແລະ ເຂົ້າສູ່ເສັ້ນທາງທີ່ຫວນກັບຄືນບໍ່ໄດ້. ບໍ່ມີຜູ້ໃດເຄີຍຄິດວ່າມະນຸດຊາດດັ່ງກ່າວທີ່ໄດ້ທຳລາຍຫົວໃຈຂອງພຣະເຈົ້າ ແລະ ປະຖິ້ມພຣະອົງເພື່ອສະແຫວງຫາສິ່ງທີ່ຊົ່ວຮ້າຍອາດມຸ່ງໜ້າໄປໃນທິດທາງໃດ. ມັນເປັນຍ້ອນເຫດຜົນນີ້ຢ່າງແນ່ນອນທີ່ບໍ່ມີໃຜຮູ້ສຶກເຖິງຄວາມໂກດຮ້າຍຂອງພຣະເຈົ້າ, ທີ່ວ່າເປັນຫຍັງຈຶ່ງບໍ່ມີໃຜສະແຫວງຫາຫົນທາງທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ຫຼື ພະຍາຍາມທີ່ຈະເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ແລະ ຍິ່ງໄປກວ່ານັ້ນ, ທີ່ວ່າເປັນຫຍັງຈຶ່ງບໍ່ມີໃຜສະແຫວງຫາເພື່ອເຂົ້າໃຈເຖິງຄວາມໂສກເສົ້າ ແລະ ຄວາມເຈັບປວດຂອງພຣະເຈົ້າເລີຍ. ແມ່ນແຕ່ຫຼັງຈາກທີ່ໄດ້ຍິນສຽງຂອງພຣະເຈົ້າ ມະນຸດກໍຍັງສືບຕໍ່ໃນເສັ້ນທາງຂອງຕົນເອງ, ຢືນຢັນທີ່ຈະອອກຫ່າງຈາກພຣະເຈົ້າ, ຫຼົບຫຼີກພຣະຄຸນ ແລະ ການດູແລຂອງພຣະເຈົ້າ ແລະ ຫຼີກເວັ້ນຄວາມຈິງຂອງພຣະອົງ, ເລືອກທີ່ຈະຂາຍຕົນເອງໃຫ້ກັບຊາຕານ ເຊິ່ງເປັນສັດຕູຂອງພຣະເຈົ້າ. ຜູ້ໃດເຄີຍຄຳນຶງບໍ່ວ່າ ຖ້າມະນຸດຢືນຢັນໃນຄວາມດື້ດ້ານຂອງເຂົາ ແລ້ວພຣະເຈົ້າຈະປະຕິບັດຕໍ່ມະນຸດຊາດນີ້ທີ່ປ່ອຍຖິ້ມພຣະອົງໄປໂດຍບໍ່ຫຼຽວຫຼັງແນວໃດ? ບໍ່ມີໃຜຮູ້ວ່າ ເຫດຜົນສຳລັບການເຕືອນໃຈ ແລະ ການຕັກເຕືອນຊໍ້າແລ້ວຊໍ້າອີກຈາກພຣະເຈົ້າແມ່ນຍ້ອນພຣະອົງໄດ້ກຽມໄພພິບັດທີ່ບໍ່ເຄີຍມີມາກ່ອນໄວ້ໃນມືຂອງພຣະອົງແລ້ວ ເຊິ່ງຈະເປັນໄພພິບັດທີ່ເນື້ອໜັງ ແລະ ວິນຍານຂອງມະນຸດບໍ່ສາມາດທົນໄດ້. ໄພພິບັດນີ້ບໍ່ແມ່ນພຽງແຕ່ເປັນການລົງໂທດເນື້ອໜັງ ແຕ່ເປັນການລົງໂທດວິນຍານອີກດ້ວຍ. ເຈົ້າຈໍາເປັນຕ້ອງຮູ້ສິ່ງນີ້: ເມື່ອແຜນການຂອງພຣະເຈົ້າບໍ່ສຳເລັດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 585](https://lo.kingdomsalvation.org/videos/destinations-and-outcomes-excerpt-585.html) - ຕອນນີ້ເປັນເວລາທີ່ເຮົາຈະກໍານົດຈຸດຈົບຂອງມະນຸດແຕ່ລະຄົນ, ບໍ່ແມ່ນຂັ້ນຕອນທີ່ເຮົາເລີ່ມປັ້ນມະນຸດ. ເຮົາບັນທຶກທຸກຖ້ອຍຄໍາ ແລະ ການກະທໍາຂອງແຕ່ລະຄົນ, ເສັ້ນທາງທີ່ພວກເຂົາຕິດຕາມເຮົາ, ຄຸນລັກສະນະໂດຍທຳມະຊາດຂອງພວກເຂົາ ແລະ ວິທີທີ່ພວກເຂົາປະພຶດຕົນໃນທີ່ສຸດໄວ້ໃນປຶ້ມບັນທຶກຂອງເຮົາ. ດ້ວຍວິທີນີ້, ບໍ່ວ່າພວກເຂົາຈະເປັນຄົນແບບໃດກໍຕາມ, ຈະບໍ່ມີຜູ້ໃດລອດພົ້ນຈາກມືຂອງເຮົາໄດ້ ແລະ ທຸກຄົນຈະຢູ່ກັບກຸ່ມຂອງພວກເຂົາເອງທີ່ເຮົາກໍານົດໄວ້. ເຮົາຕັດສິນຈຸດໝາຍປາຍທາງຂອງແຕ່ລະຄົນໂດຍບໍ່ໄດ້ອີງຕາມອາຍຸ, ຄວາມອາວຸໂສ, ຈໍານວນການທົນທຸກ ແລະ ໜ້ອຍທີ່ສຸດແມ່ນລະດັບທີ່ພວກເຂົາຮຽກຮ້ອງຄວາມໜ້າສົງສານ ແຕ່ຕັດສິນຕາມວ່າພວກເຂົາມີຄວາມຈິງ ຫຼື ບໍ່. ບໍ່ມີທາງເລືອກອື່ນ ນອກຈາກທາງເລືອກນີ້ທາງດຽວ. ພວກເຈົ້າຕ້ອງຮູ້ວ່າ ທຸກຄົນທີ່ບໍ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າຍັງຈະຖືກລົງໂທດ. ນີ້ເປັນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ເພາະສະນັ້ນ, ທຸກຄົນທີ່ຖືກລົງໂທດກໍຈະຖືກລົງໂທດຕາມຄວາມຊອບທໍາຂອງພຣະເຈົ້າ ແລະ ເປັນຜົນກໍາຈາກການກະທໍາທີ່ຊົ່ວຮ້າຍຫຼາຍຄັ້ງຂອງພວກເຂົາ. ເຮົາບໍ່ໄດ້ປ່ຽນແປງແຜນການຂອງເຮົາຈັກໜ້ອຍນັບຕັ້ງແຕ່ເລີ່ມຕົ້ນມາ. ແຕ່ສໍາລັບມະນຸດແລ້ວ, ມັນເປັນພຽງແຕ່ເບິ່ງຄືວ່າຈໍານວນຜູ້ທີ່ເຮົາຊີ້ນໍາດ້ວຍພຣະທໍາຂອງເຮົາພ້ອມທັງຜູ້ທີ່ເຮົາຮອງຮັບຢ່າງແທ້ຈິງແມ່ນຫຼຸດໜ້ອຍຖອຍລົງ. ເຖິງຢ່າງໃດກໍຕາມ, ເຮົາຢືນຢັນວ່າແຜນການຂອງເຮົາບໍ່ເຄີຍປ່ຽນ; ກົງກັນຂ້າມ, ມັນແມ່ນຄວາມເຊື່ອ ແລະ ຄວາມຮັກຂອງມະນຸດນັ້ນທີ່ປ່ຽນແປງຢູ່ຕະຫຼອດເວລາ, ຫຼຸດໜ້ອຍລົງ, ເຖິງຂັ້ນກັບວ່າແຕ່ລະຄົນປ່ຽນຈາກປະຈົບປະແຈງເຮົາເປັນເຮັດເຢັນຊາໃສ່ເຮົາ ແລະ ເຖິງກັບຂັບໄລ່ເຮົາອອກ. ທ່າທີ່ຂອງເຮົາຕໍ່ພວກເຈົ້າຈະບໍ່ຮ້ອນບໍ່ເຢັນຈົນເຮົາຮູ້ສຶກລັງກຽດ ແລະ ກຽດຊັງ ແລະ ໃນທີ່ສຸດກໍຕັດສິນດ້ວຍການລົງໂທດ. ເຖິງຢ່າງໃດກໍຕາມ, ໃນມື້ທີ່ພວກເຈົ້າຖືກພິພາກສາ, ເຮົາຍັງຈະເຫັນພວກເຈົ້າ ແຕ່ພວກເຈົ້າຈະບໍ່ສາມາດເຫັນເຮົາອີກຕໍ່ໄປ. ໃນເມື່ອຊີວິດຂອງພວກເຈົ້າເປັນຕາໜ້າເບື່ອໜ່າຍ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 352](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-352.html) - ດັ່ງທີ່ເຮົາໄດ້ກ່າວແລ້ວວ່າ ຄົນທີ່ຕິດຕາມເຮົາກໍ່ມີຫຼາຍ ແຕ່ຄົນທີ່ຮັກເຮົາຢ່າງແທ້ຈິງກໍ່ມີໜ້ອຍ. ບາງເທື່ອ ບາງຄົນອາດເວົ້າວ່າ: “ຂ້ານ້ອຍຈຳເປັນຕ້ອງຈ່າຍລາຄາທີ່ຍິ່ງໃຫຍ່ບໍ ຖ້າຂ້ານ້ອຍບໍ່ຮັກພຣະອົງ? ຂ້ານ້ອຍຈະຕິດຕາມມາຮອດຈຸດນີ້ບໍ ຖ້າຂ້ານ້ອຍບໍ່ຮັກພຣະອົງ?” ແນ່ນອນຢູ່ແລ້ວ, ພວກເຈົ້າມີເຫດຜົນຫຼາຍຢ່າງ ແລະ ແນ່ນອນຢູ່ແລ້ວ ຄວາມຮັກຂອງພວກເຈົ້າເປັນສິ່ງທີ່ດີຫຼາຍ, ແຕ່ແມ່ນຫຍັງຄືແກ່ນແທ້ແຫ່ງຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາ? ສິ່ງທີ່ເອີ້ນວ່າ “ຄວາມຮັກ” ແມ່ນໝາຍເຖິງຄວາມຮັກທີ່ບໍລິສຸດ ແລະ ບໍ່ມີຂໍ້ຕໍານິ, ເຊິ່ງພວກເຈົ້າໃຊ້ຫົວໃຈຂອງພວກເຈົ້າເພື່ອຮັກ, ເພື່ອຮູ້ສຶກ ແລະ ເພື່ອຄຸ່ນຄິດ. ໃນຄວາມຮັກແມ່ນບໍ່ມີເງື່ອນໄຂ, ບໍ່ມີອຸປະສັກ ແລະ ບໍ່ມີໄລຍະທາງ. ໃນຄວາມຮັກແມ່ນບໍ່ມີຂໍ້ສົງໄສ, ບໍ່ມີການຫຼອກລວງ ແລະ ບໍ່ມີເລ່ລ່ຽມ. ໃນຄວາມຮັກແມ່ນບໍ່ມີການຄ້າຂາຍ ແລະ ບໍ່ມີສິ່ງທີ່ບໍ່ບໍລິສຸດ. ຖ້າເຈົ້າຮັກ, ແລ້ວເຈົ້າຈະບໍ່ຫຼອກລວງ, ຈົ່ມຕໍ່ວ່າ, ທໍລະຍົດ, ກະບົດ, ບີບບັງຄັບ ຫຼື ສະແຫວງຫາເພື່ອຮັບເອົາບາງສິ່ງບາງຢ່າງ ຫຼື ເພື່ອຮັບເອົາໃນຈໍານວນໃດໜຶ່ງ. ຖ້າເຈົ້າຮັກ, ແລ້ວເຈົ້າກໍ່ຈະອຸທິດຕົນເອງຢ່າງຍິນດີ, ທົນທຸກກັບຄວາມຍາກລໍາບາກຢ່າງຍິນດີ, ເຈົ້າຈະສາມາດເຂົ້າກັບເຮົາໄດ້, ເຈົ້າຈະປະຖິ້ມທຸກສິ່ງທີ່ເຈົ້າມີສຳລັບເຮົາ, ເຈົ້າຈະປະຖິ້ມຄອບຄົວຂອງເຈົ້າ, ອະນາຄົດຂອງເຈົ້າ, ໄວໜຸ່ມຂອງເຈົ້າ ແລະ ການແຕ່ງດອງຂອງເຈົ້າ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 320](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-320.html) - ເຮົາພໍໃຈໃນຄົນທີ່ບໍ່ມີຄວາມສົງໄສກ່ຽວກັບຄົນອື່ນ ແລະ ເຮົາມັກຄົນທີ່ຍອມຮັບຄວາມຈິງດ້ວຍຄວາມເຕັມໃຈ; ສຳລັບມະນຸດສອງປະເພດນີ້ ເຮົາສະແດງຄວາມຫ່ວງໃຍຢ່າງໃຫຍ່ຫຼວງ ຍ້ອນໃນສາຍຕາຂອງເຮົາ ພວກເຂົາເປັນມະນຸດທີ່ຊື່ສັດ. ຖ້າເຈົ້າເປັນຄົນຫຼອກລວງ ແລ້ວເຈົ້າກໍຈະມີຫົວໃຈທີ່ບໍ່ເຊື່ອໃຜ ແລະ ສົງໄສຕໍ່ທຸກຄົນ ແລະ ທຸກເລື່ອງ ແລະ ດ້ວຍເຫດນັ້ນ ຄວາມເຊື່ອທີ່ເຈົ້າມີຕໍ່ເຮົາແມ່ນເກີດຂຶ້ນເທິງພື້ນຖານຂອງຄວາມສົງໄສ. ເຮົາບໍ່ສາມາດຮັບຮູ້ຄວາມເຊື່ອດັ່ງກ່າວໄດ້. ການຂາດຄວາມເຊື່ອທີ່ແທ້ຈິງ ເຈົ້າກໍຈະຍິ່ງປາສະຈາກຄວາມຮັກທີ່ແທ້ຈິງ. ແລ້ວຖ້າເຈົ້າສາມາດສົງໄສພຣະເຈົ້າ ແລະ ຄາດເດົາກ່ຽວກັບພຣະອົງຕາມໃຈມັກ ແລ້ວເຈົ້າກໍເປັນຄົນທີ່ຫຼອກລວງທີ່ສຸດຢ່າງບໍ່ຕ້ອງສົງໄສ. ເຈົ້າຄາດຄະເນວ່າ ພຣະເຈົ້າສາມາດເປັນຄືກັບມະນຸດໄດ້ ຫຼື ບໍ່: ນັ້ນ ຄືຄວາມຜິດບາບທີ່ຍົກໂທດໃຫ້ບໍ່ໄດ້, ເປັນຄົນທີ່ມີບຸກຄະລິກຕໍ່າ, ປາສະຈາກຄວາມຍຸຕິທຳ ແລະ ເຫດຜົນ, ຂາດຄວາມສຳນຶກແຫ່ງຄວາມຊອບທໍາ, ຕົກຢູ່ໃນກົນລະຍຸດທີ່ຊົ່ວຊ້າ, ມີເລ່ລ່ຽມ ແລະ ສະຫຼາດແກມໂກງ, ເປັນທີ່ພໍໃຈຂອງສິ່ງຊົ່ວຮ້າຍ ແລະ ຄວາມມືດມົນ ແລະ ອື່ນໆອີກ. ເຫດຜົນທີ່ມະນຸດມີຄວາມຄິດດັ່ງກ່າວບໍ່ແມ່ນຍ້ອນມະນຸດບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າບໍ? ຄວາມເຊື່ອປະເພດນີ້ບໍ່ມີຫຍັງນອກຈາກຄວາມຜິດບາບ! ເຖິງກັບມີບາງຄົນທີ່ເຊື່ອວ່າ ຄົນທີ່ເຮັດໃຫ້ເຮົາພໍໃຈແມ່ນຄົນປະຈົບປະແຈງ ແລະ ຄົນລູບແຂ່ງເລຍຂາແທ້ໆ ແລະ ຄົນທີ່ບໍ່ມີທັກສະດັ່ງກ່າວກໍຈະບໍ່ຖືກຕ້ອນຮັບໃນເຮືອນຂອງພຣະເຈົ້າ ແລະ ຈະສູນເສຍຕໍາແໜ່ງຂອງພວກເຂົາໃນທີ່ນັ້ນ. ສິ່ງນີ້ແມ່ນຄວາມຮູ້ທັງໝົດທີ່ພວກເຈົ້າໄດ້ຮັບຫຼັງຈາກຊ່ວງເວລາທີ່ຜ່ານມາບໍ? ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບບໍ?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 277](https://lo.kingdomsalvation.org/videos/mysteries-about-the-bible-excerpt-277.html) - ຖ້ອຍຄຳ ແລະ ພາລະກິດຂອງພຣະເຢຊູໃນເວລານັ້ນບໍ່ໄດ້ຍຶດຖືຕາມທິດສະດີ ແລະ ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງພຣະອົງຕາມພາລະກິດແຫ່ງກົດບັນຍັດຂອງພຣະສັນຍາເດີມ. ມັນຖືກປະຕິບັດອີງຕາມພາລະກິດທີ່ຄວນປະຕິບັດໃນຍຸກແຫ່ງພຣະຄຸນ. ພຣະອົງປະຕິບັດອີງຕາມພາລະກິດທີ່ພຣະອົງໄດ້ນໍາມາ, ຕາມແຜນການຂອງພຣະອົງເອງ ແລະ ຕາມພັນທະກິດຂອງພຣະອົງ; ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມກົດບັນຍັດຂອງພຣະສັນຍາເດີມ. ບໍ່ມີຫຍັງທີ່ພຣະອົງເຮັດທີ່ອີງຕາມກົດບັນຍັດແຫ່ງພຣະສັນຍາເດີມ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດພາລະກິດໃຫ້ສຳເລັດຕາມຄຳເວົ້າຂອງຜູ້ປະກາດພຣະທຳ. ແນ່ນອນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າບໍ່ແມ່ນປະຕິບັດເພື່ອສຳເລັດຕາມການທໍານາຍຂອງຜູ້ປະກາດພຣະທຳໃນຍຸກບູຮານ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດຕາມຄຳສັ່ງສອນ ຫຼື ພະຍາຍາມເຂົ້າໃຈຄໍາພະຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ. ແຕ່ການກະທຳຂອງພຣະອົງກໍບໍ່ໄດ້ທຳລາຍການພະຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ ຫຼື ພວກມັນບໍ່ໄດ້ລົບກວນພາລະກິດທີ່ພຣະອົງໄດ້ປະຕິບັດກ່ອນໜ້ານັ້ນ. ຈຸດສຳຄັນຂອງພາລະກິດຂອງພຣະອົງບໍ່ແມ່ນການປະຕິບັດຕາມຄຳສັ່ງສອນຢ່າງໃດຢ່າງໜຶ່ງ ແຕ່ເປັນການປະຕິບັດພາລະກິດທີ່ພຣະອົງເອງຄວນປະຕິບັດ. ພຣະອົງບໍ່ແມ່ນຜູ້ປະກາດພຣະທຳ ຫຼື ຜູ້ຮູ້ເຫດການລ່ວງໜ້າ, ແຕ່ເປັນຜູ້ປະຕິບັດ ຜູ້ທີ່ມາເພື່ອປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດແທ້ໆ ແລະ ພຣະອົງມາເພື່ອເລີ່ມຍຸກໃໝ່ຂອງພຣະອົງ ແລະ ປະຕິບັດພາລະກິດໃໝ່ຂອງພຣະອົງ. ແນ່ນອນ ເມື່ອພຣະເຢຊູມາເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍໄດ້ເຮັດໃຫ້ຄຳເວົ້າຫຼາຍຂໍ້ທີ່ຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມນັ້ນສຳເລັດລົງເຊັ່ນກັນ ພາລະກິດຂອງປັດຈຸບັນໄດ້ເຮັດໃຫ້ການທຳນາຍຂອງຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມສຳເລັດລົງເຊັ່ນກັນ. ມັນເປັນພຽງແຕ່ວ່າ ເຮົາບໍ່ໄດ້ຍຶດຖືຕາມ “ຈະນະນຸກົມເກົ່າໆ” ນັ້ນ, ມັນກໍເທົ່ານັ້ນເອງ. ຍ້ອນມີພາລະກິດຫຼາຍຢ່າງອີກທີ່ເຮົາຕ້ອງປະຕິບັດ, ມີພຣະທຳຫຼາຍຂໍ້ອີກທີ່ເຮົາຕ້ອງເວົ້າກັບພວກເຈົ້າ ແລະ ພາລະກິດນີ້ ແລະ ພຣະທຳເຫຼົ່ານີ້ມີຄວາມສຳຄັນຫຼາຍກວ່າການອະທິບາຍຂໍ້ຄວາມຈາກພຣະຄຳພີ, ເພາະພາລະກິດດັ່ງກ່າວບໍ່ມີຄວາມໝາຍ ຫຼື ຄຸນຄ່າທີ່ຍິ່ງໃຫຍ່ສຳລັບພວກເຈົ້າ ແລະ ບໍ່ສາມາດຊ່ວຍພວກເຈົ້າ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 249](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-249.html) - ຄວາມເມດຕາຂອງເຮົາແມ່ນສະແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ປະຕິເສດຕົວເອງ. ການລົງໂທດແມ່ນມາຫາຄົນຊົ່ວໃນຂະນະທີ່ເປັນຫຼັກຖານເຖິງອຸປະນິໄສທີ່ຊອບທໍາຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ແມ່ນຍັງເປັນພະຍານເຖິງໂກດຮ້າຍຂອງເຮົາ. ເມື່ອໄພພິບັດມາເຖິງ, ທຸກຄົນທີ່ຕໍ່ຕ້ານເຮົາຈະຮ້ອງໄຫ້ໃນຂະນະທີ່ພວກເຂົາຕົກເປັນຜູ້ເຄາະຮ້າຍຈາກຄວາມອຶດຫິວ ແລະ ໂລກລະບາດ. ບັນດາຜູ້ທີ່ເຮັດຊົ່ວທຸກຮູບແບບ ແຕ່ໄດ້ຕິດຕາມເຮົາເປັນເວລາຫຼາຍປີ ຈະບໍ່ໜີພົ້ນຈາກຊົດໃຊ້ສຳລັບຄວາມຜິດບາບຂອງພວກເຂົາ; ພວກເຂົາກໍຍັງຈະຕົກສູ່ໄພພິບັດເຊັ່ນກັນ ເຊິ່ງບໍ່ຄ່ອຍປາກົດໃຫ້ເຫັນໃນຫຼາຍລ້ານປີທີ່ຜ່ານມາ ແລະ ພວກເຂົາກໍຈະໃຊ້ຊີວິດໃນສະພາວະທີ່ຕື່ນຕົກໃຈ ແລະ ຢ້ານກົວ. ແລ້ວຜູ້ຕິດຕາມຂອງເຮົາທີ່ສະແດງຄວາມຈົງຮັກພັກດີຕໍ່ເຮົາກໍ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະປະສົບກັບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ດໍາລົງຊີວິດທ່າມກາງຄວາມສຸກໃນແບບທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາທີ່ຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດຊາດ, ເຮົາຫວັງຢ່າງຍິ່ງທີ່ຈະຮັບເອົາກຸ່ມຄົນທີ່ມີຈິດໃຈຄືກັນກັບເຮົາ. ໃນຂະນະດຽວກັນ, ເຮົາບໍ່ເຄີຍລືມຜູ້ທີ່ບໍ່ມີຈິດໃຈຄືກັນກັບເຮົາ; ເຮົາກຽດຊັງຄົນເຫຼົ່ານັ້ນຕະຫຼອດເວລາໃນໃຈຂອງເຮົາ, ລໍຖ້າໂອກາດທີ່ຈະໃຫ້ພວກເຂົາຕອບຄໍາຖາມຕໍ່ການກະທໍາຊົ່ວຂອງພວກເຂົາ ເຊິ່ງແມ່ນບາງຢ່າງທີ່ເຮົາຈະພໍໃຈທີ່ຈະໄດ້ເຫັນ. ຕອນນີ້ ໃນທີ່ສຸດແລ້ວ ມື້ຂອງເຮົາໄດ້ມາຮອດ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ! ພາລະກິດສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອຈັດແຈງຈຸດໝາຍປາຍທາງຂອງມະນຸດ. ຍິ່ງໄປກວ່ານັ້ນ, ມັນກໍແມ່ນເພື່ອວ່າ ທຸກຄົນຈະຮັບຮູ້ການກະທໍາ ແລະ ການດໍາເນີນການຂອງເຮົາ. ເຮົາຕ້ອງການໃຫ້ແຕ່ລະຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສະແດງເຖິງອຸປະນິໄສຂອງເຮົາ. ມັນບໍ່ແມ່ນການກະທໍາຂອງມະນຸດທີ່ໄດ້ສ້າງມະນຸດຊາດຂຶ້ນມາ ແລ້ວແຮງໄກທີ່ຈະເປັນການກະທໍາຂອງທໍາມະຊາດ, ແຕ່ແມ່ນເຮົາທີ່ເປັນຜູ້ບໍາລຸງລ້ຽງສິ່ງມີຊີວິດທັງໝົດໃນການຊົງສ້າງ. ຖ້າປາສະຈາກການມີຢູ່ຂອງເຮົາ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 164](https://lo.kingdomsalvation.org/videos/knowing-God-s-work-excerpt-164.html) - ຖ້ອຍຄຳ ແລະ ພາລະກິດຂອງພຣະເຢຊູໃນເວລານັ້ນບໍ່ໄດ້ຍຶດຖືຕາມທິດສະດີ ແລະ ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງພຣະອົງຕາມພາລະກິດແຫ່ງກົດບັນຍັດຂອງພຣະສັນຍາເດີມ. ມັນຖືກປະຕິບັດອີງຕາມພາລະກິດທີ່ຄວນປະຕິບັດໃນຍຸກແຫ່ງພຣະຄຸນ. ພຣະອົງປະຕິບັດອີງຕາມພາລະກິດທີ່ພຣະອົງໄດ້ນໍາມາ, ຕາມແຜນການຂອງພຣະອົງເອງ ແລະ ຕາມພັນທະກິດຂອງພຣະອົງ; ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມກົດບັນຍັດຂອງພຣະສັນຍາເດີມ. ບໍ່ມີຫຍັງທີ່ພຣະອົງເຮັດທີ່ອີງຕາມກົດບັນຍັດແຫ່ງພຣະສັນຍາເດີມ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດພາລະກິດໃຫ້ສຳເລັດຕາມຄຳເວົ້າຂອງຜູ້ປະກາດພຣະທຳ. ແນ່ນອນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າບໍ່ແມ່ນປະຕິບັດເພື່ອສຳເລັດຕາມການທໍານາຍຂອງຜູ້ປະກາດພຣະທຳໃນຍຸກບູຮານ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດຕາມຄຳສັ່ງສອນ ຫຼື ພະຍາຍາມເຂົ້າໃຈຄໍາພະຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ. ແຕ່ການກະທຳຂອງພຣະອົງກໍບໍ່ໄດ້ທຳລາຍການພະຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ ຫຼື ພວກມັນບໍ່ໄດ້ລົບກວນພາລະກິດທີ່ພຣະອົງໄດ້ປະຕິບັດກ່ອນໜ້ານັ້ນ. ຈຸດສຳຄັນຂອງພາລະກິດຂອງພຣະອົງບໍ່ແມ່ນການປະຕິບັດຕາມຄຳສັ່ງສອນຢ່າງໃດຢ່າງໜຶ່ງ ແຕ່ເປັນການປະຕິບັດພາລະກິດທີ່ພຣະອົງເອງຄວນປະຕິບັດ. ພຣະອົງບໍ່ແມ່ນຜູ້ປະກາດພຣະທຳ ຫຼື ຜູ້ຮູ້ເຫດການລ່ວງໜ້າ, ແຕ່ເປັນຜູ້ປະຕິບັດ ຜູ້ທີ່ມາເພື່ອປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດແທ້ໆ ແລະ ພຣະອົງມາເພື່ອເລີ່ມຍຸກໃໝ່ຂອງພຣະອົງ ແລະ ປະຕິບັດພາລະກິດໃໝ່ຂອງພຣະອົງ. ແນ່ນອນ ເມື່ອພຣະເຢຊູມາເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍໄດ້ເຮັດໃຫ້ຄຳເວົ້າຫຼາຍຂໍ້ທີ່ຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມນັ້ນສຳເລັດລົງເຊັ່ນກັນ ພາລະກິດຂອງປັດຈຸບັນໄດ້ເຮັດໃຫ້ການທຳນາຍຂອງຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມສຳເລັດລົງເຊັ່ນກັນ. ມັນເປັນພຽງແຕ່ວ່າ ເຮົາບໍ່ໄດ້ຍຶດຖືຕາມ “ຈະນະນຸກົມເກົ່າໆ” ນັ້ນ, ມັນກໍເທົ່ານັ້ນເອງ. ຍ້ອນມີພາລະກິດຫຼາຍຢ່າງອີກທີ່ເຮົາຕ້ອງປະຕິບັດ, ມີພຣະທຳຫຼາຍຂໍ້ອີກທີ່ເຮົາຕ້ອງເວົ້າກັບພວກເຈົ້າ ແລະ ພາລະກິດນີ້ ແລະ ພຣະທຳເຫຼົ່ານີ້ມີຄວາມສຳຄັນຫຼາຍກວ່າການອະທິບາຍຂໍ້ຄວາມຈາກພຣະຄຳພີ, ເພາະພາລະກິດດັ່ງກ່າວບໍ່ມີຄວາມໝາຍ ຫຼື ຄຸນຄ່າທີ່ຍິ່ງໃຫຍ່ສຳລັບພວກເຈົ້າ ແລະ ບໍ່ສາມາດຊ່ວຍພວກເຈົ້າ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 513](https://lo.kingdomsalvation.org/videos/entry-into-life-excerpt-513.html) - ໃນຂະນະທີ່ກຳລັງປະສົບກັບການທົດລອງ, ມັນເປັນເລື່ອງປົກກະຕິທີ່ຜູ້ຄົນຈະອ່ອນແອ ຫຼື ມີຄວາມຄິດລົບຢູ່ພາຍໃນຕົວພວກເຂົາ ຫຼື ຂາດຄວາມຊັດເຈນກ່ຽວກັບເຈດຕະນາຂອງພຣະເຈົ້າ ຫຼື ເສັ້ນທາງໃນການປະຕິບັດຂອງພວກເຂົາ. ແຕ່ໃນກໍລະນີໃດກໍຕາມ, ເຈົ້າຕ້ອງມີຄວາມເຊື່ອໃນພາລະກິດຂອງພຣະເຈົ້າ ແລະ ບໍ່ປະຕິເສດພຣະເຈົ້າ ຄືກັນກັບໂຢບ. ເຖິງແມ່ນວ່າ ໂຢບອ່ອນແອ ແລະ ໄດ້ສາບແຊ່ງມື້ເກີດຂອງເພິ່ນເອງ, ເພິ່ນກໍບໍ່ໄດ້ປະຕິເສດວ່າ ທຸກສິ່ງໃນຊີວິດຂອງມະນຸດແມ່ນຖືກປະທານໃຫ້ໂດຍພຣະເຢໂຮວາ ແລະ ພຣະເຢໂຮວາຍັງເປັນຜູ້ທີ່ນໍາທຸກສິ່ງໄປຈາກເພິ່ນ. ບໍ່ວ່າເພິ່ນຈະຖືກທົດສອບຢ່າງໃດກໍຕາມ, ເພິ່ນກໍຮັກສາຄວາມເຊື່ອນີ້. ໃນປະສົບການຂອງເຈົ້າ, ບໍ່ວ່າເຈົ້າປະສົບກັບການຫຼໍ່ຫຼອມແບບໃດກໍຕາມຜ່ານພຣະທຳຂອງພຣະເຈົ້າ, ເວົ້າສັ້ນໆກໍຄືສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດແມ່ນຄວາມເຊື່ອຂອງພວກເຂົາ ແລະ ຫົວໃຈທີ່ຮັກພຣະເຈົ້າຂອງພວກເຂົາ. ສິ່ງທີ່ພຣະອົງໄດ້ເຮັດໃຫ້ສົມບູນໂດຍການປະຕິບັດພາລະກິດໃນລັກສະນະນີ້ແມ່ນຄວາມເຊື່ອ, ຄວາມຮັກ ແລະ ຄວາມເດັດດ່ຽວຂອງຜູ້ຄົນ. ພຣະເຈົ້າປະຕິບັດພາລະກິດແຫ່ງຄວາມສົມບູນໃນຜູ້ຄົນ ແລະ ພວກເຂົາບໍ່ສາມາດເຫັນມັນໄດ້, ບໍ່ສາມາດສຳຜັດມັນໄດ້; ພາຍໃນສະຖານະການດັ່ງກ່າວ, ຄວາມເຊື່ອຂອງເຈົ້າກໍຈຳເປັນ. ຄວາມເຊື່ອຂອງຜູ້ຄົນຈຳເປັນຕ້ອງມີ ເມື່ອບາງສິ່ງບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ແລະ ຄວາມເຊື່ອຂອງເຈົ້າຈໍາເປັນຕ້ອງມີ ເມື່ອເຈົ້າບໍ່ສາມາດປະຖິ້ມແນວຄິດຂອງເຈົ້າເອງໄດ້. ເມື່ອເຈົ້າບໍ່ມີຄວາມຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າ, ສິ່ງທີ່ຈຳເປັນສຳລັບເຈົ້າກໍຄືການມີຄວາມເຊື່ອ ແລະ ຍຶດໝັ້ນ ແລະ ຢືນຢ່າງໜັກແໜ້ນໃນຄໍາພະຍານຂອງເຈົ້າ. ເມື່ອໂຢບໄປເຖິງຈຸດນີ້, ພຣະເຈົ້າກໍປາກົດກັບເພິ່ນ ແລະ ກ່າວຕໍ່ເພິ່ນ. ນັ້ນກໍຄື ຈາກພາຍໃນຄວາມເຊື່ອຂອງເຈົ້າເທົ່ານັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 512](https://lo.kingdomsalvation.org/videos/entry-into-life-excerpt-512.html) - ຕອນນີ້ ເຈົ້າຄວນສະແຫວງຫາຫຍັງ? ບໍ່ວ່າເຈົ້າຈະສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດເປັນພະຍານ ແລະ ການສຳແດງອອກຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າເໝາະສົມທີ່ຈະຖືກພຣະອົງໃຊ້ ຫຼື ບໍ່, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນສະແຫວງຫາ. ພຣະເຈົ້າໄດ້ກະທຳພາລະກິດຫຼາຍສໍ່າໃດແທ້ໃນຕົວເຈົ້າ? ເຈົ້າໄດ້ເຫັນຫຼາຍສໍ່າໃດ, ເຈົ້າໄດ້ເຂົ້າໃຈຫຼາຍສໍ່າໃດ? ເຈົ້າໄດ້ຜະເຊີນ ແລະ ຊີມລົດຊາດຫຼາຍສໍ່າໃດ? ບໍ່ວ່າພຣະເຈົ້າໄດ້ທົດສອບເຈົ້າ, ລິຮານເຈົ້າ ຫຼື ລົງວິໄນເຈົ້າ ຫຼື ບໍ່, ການກະທຳຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນຕົວເຈົ້າ, ແຕ່ໃນຖານະທີ່ເປັນຜູ້ເຊື່ອໃນພຣະເຈົ້າ ແລະ ເປັນຄົນທີ່ເຕັມໃຈສະແຫວງຫາເພື່ອຖືກພຣະອົງເຮັດໃຫ້ສົມບູນ, ເຈົ້າສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບົນພື້ນຖານປະສົບການຕົວຈິງຂອງເຈົ້າບໍ? ເຈົ້າສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າຜ່ານປະສົບການຕົວຈິງຂອງເຈົ້າບໍ? ເຈົ້າສາມາດສະໜອງໃຫ້ກັບຄົນອື່ນໆຜ່ານປະສົບການຕົວຈິງຂອງເຈົ້າເອງ ແລະ ເສຍສະຫຼະຊີວິດທັງໝົດຂອງເຈົ້າເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ບໍ? ເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເພິ່ງພາປະສົບການຂອງເຈົ້າ, ຄວາມຮູ້ ແລະ ລາຄາທີ່ເຈົ້າໄດ້ຈ່າຍ. ມີພຽງແຕ່ແບບນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດປະຕິບັດຕາມເຈດຕະນາຂອງພຣະອົງໄດ້. ເຈົ້າເປັນຄົນທີ່ເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບໍ? ເຈົ້າມີຄວາມເດັດດຽວນີ້ບໍ? ຖ້າເຈົ້າສາມາດເປັນພະຍານໃຫ້ແກ່ນາມຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ຄືໃຫ້ແກ່ພາລະກິດຂອງພຣະອົງ ແລະ ຖ້າເຈົ້າສາມາດດຳລົງຊີວິດຕາມລັກສະນະທີ່ພຣະອົງຮຽກຮ້ອງຈາກຄົນຂອງພຣະອົງ, ແລ້ວເຈົ້າກໍເປັນພະຍານໃຫ້ກັບພຣະເຈົ້າ. ເຈົ້າເປັນພະຍານໃຫ້ກັບພຣະເຈົ້າແນວໃດແທ້?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 511](https://lo.kingdomsalvation.org/videos/entry-into-life-excerpt-511.html) - ຖ້າເຈົ້າເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍຕ້ອງອ່ອນນ້ອມຕໍ່ພຣະເຈົ້າ, ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຕິບັດໜ້າທີ່ທັງໝົດຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງເຂົ້າໃຈສິ່ງຕ່າງໆທີ່ເຈົ້າຄວນຜະເຊີນ. ຖ້າເຈົ້າພຽງແຕ່ຜະເຊີນກັບການຖືກລິຮານ, ການຖືກລົງວິໄນ ແລະ ການຖືກພິພາກສາ, ຖ້າເຈົ້າພຽງແຕ່ມີຄວາມສຸກກັບພຣະເຈົ້າ, ແຕ່ຍັງບໍ່ສາມາດຮູ້ສຶກເຖິງເວລາທີ່ພຣະເຈົ້າກຳລັງລົງວິໄນເຈົ້າ ຫຼື ລິຮານກັບເຈົ້າ, ສິ່ງນີ້ເປັນເລື່ອງທີ່ຮັບບໍ່ໄດ້. ບາງເທື່ອໃນຕົວຢ່າງຂອງການຫຼໍ່ຫຼອມແບບນີ້ ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ, ແຕ່ນີ້ກໍຍັງບໍ່ພຽງພໍ; ເຈົ້າຍັງຕ້ອງກ້າວໄປຂ້າງໜ້າ. ບົດຮຽນກ່ຽວກັບການຮັກພຣະເຈົ້າບໍ່ເຄີຍສິ້ນສຸດ ແລະ ບໍ່ມີຈຸດຈົບຈັກເທື່ອ. ຜູ້ຄົນເຫັນວ່າ ການເຊື່ອພຣະເຈົ້າເປັນສິ່ງທີ່ງ່າຍດາຍຫຼາຍ, ແຕ່ທັນທີທີ່ພວກເຂົາໄດ້ຮັບປະສົບການຕົວຈິງບາງຢ່າງ, ແລ້ວພວກເຂົາຈະເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຕາມທີ່ຜູ້ຄົນຈິນຕະນາການ. ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຫຼໍ່ຫຼອມມະນຸດ, ມະນຸດກໍຈະທົນທຸກ. ຍິ່ງການຫຼໍ່ຫຼອມຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາຍິ່ງຈະມີຫົວໃຈທີ່ຮັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວພວກເຂົາຫຼາຍສໍ່ານັ້ນ. ໃນທາງກົງກັນຂ້າມ ຍິ່ງບຸກຄົນໃດໜຶ່ງໄດ້ຮັບການຫຼໍ່ຫຼອມໜ້ອຍສໍ່າໃດ, ພວກເຂົາຍິ່ງຈະມີຫົວໃຈທີ່ຮັກພຣະເຈົ້າໜ້ອຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວເຂົາໜ້ອຍສໍ່ານັ້ນ. ຍິ່ງການຫຼໍ່ຫຼອມ ແລະ ຄວາມເຈັບປວດຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງຄວາມທໍລະມານທີ່ພວກເຂົາຜະເຊີນມີຫຼາຍສໍ່າໃດ, ຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າຈະຍິ່ງເຕີບໃຫຍ່ຫຼາຍສໍ່ານັ້ນ, ຄວາມເຊື່ອຂອງເຂົາທີ່ມີໃນພຣະເຈົ້າກໍແທ້ຈິງຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຍິ່ງເລິກເຊິ່ງຫຼາຍຂຶ້ນ. ໃນປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ຄົນທີ່ທົນທຸກຢ່າງໃຫ່ຍຫຼວງໃນຂະນະທີ່ພວກເຂົາຖືກຫຼໍ່ຫຼອມ, ຄົນທີ່ຖືກລິຮານ ແລະ ຖືກລົງວິໄນຫຼາຍຢ່າງ, ແມ່ນຄວາມຮັກຂອງພວກເຂົາຈະເລິກເຊິ່ງຕໍ່ພຣະເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 506](https://lo.kingdomsalvation.org/videos/entry-into-life-excerpt-506.html) - ໃນປັດຈຸບັນນີ້, ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ແບບນັ້ນ. ພວກເຂົາເຊື່ອວ່າ ການທົນທຸກແມ່ນບໍ່ມີຄຸນຄ່າ, ພວກເຂົາຖືກໂລກປະຖິ້ມ, ຊີວິດໃນເຮືອນຂອງພວກເຂົາກໍມີບັນຫາ, ພວກເຂົາບໍ່ເປັນທີ່ຮັກຂອງພຣະເຈົ້າ ແລະ ຄວາມຄາດຫວັງຂອງພວກເຂົາກໍວ່າງເປົ່າ. ການທົນທຸກຂອງບາງຄົນໄປເຖິງຈຸດສູງສຸດ ແລະ ຄວາມຄິດຂອງພວກເຂົາກໍຄິດເຖິງແຕ່ຄວາມຕາຍ. ນີ້ບໍ່ແມ່ນການຮັກພຣະເຈົ້າທີ່ແທ້ຈິງ; ຄົນປະເພດດັ່ງກ່າວແມ່ນຄົນຂີ້ຢ້ານ, ພວກເຂົາບໍ່ມີຄວາມບາກບັ່ນ, ພວກເຂົາອ່ອນແອ ແລະ ບໍ່ມີພະລັງ! ພຣະເຈົ້າຮ້ອນຮົນທີ່ຈະໃຫ້ມະນຸດຮັກພຣະອົງ, ແຕ່ວ່າຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົນທຸກຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ ແລະ ຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົດລອງຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ. ຖ້າເຈົ້າຮັກພຣະອົງ, ແລ້ວການທົນທຸກທຸກຮູບແບບຈະເກີດຂຶ້ນກັບເຈົ້າ ແລະ ຖ້າເຈົ້າບໍ່ໄດ້ຮັກພຣະອົງ, ແລ້ວບາງເທື່ອ ທຸກສິ່ງຈະດຳເນີນໄປຢ່າງລາບລື້ນສຳລັບເຈົ້າ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າກໍຈະສະຫງົບສຸກ. ເມື່ອເຈົ້າຮັກພຣະເຈົ້າ, ເຈົ້າຈະຮູ້ສຶກວ່າ ຫຼາຍສິ່ງທີ່ຢູ່ອ້ອມຂ້າງເຈົ້າແມ່ນບໍ່ສາມາດຜ່ານພົ້ນໄປໄດ້ ແລະ ຍ້ອນວ່າວຸດທິພາວະຂອງເຈົ້າຕໍ່າເກີນໄປ ເຈົ້າຈະຖືກຫຼໍ່ຫຼອມ; ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈດຕະນາຂອງພຣະເຈົ້າສູງສົ່ງເກີນໄປ, ພວກມັນຢູ່ເໜືອທີ່ມະນຸດຈະເອື້ອມເຖິງໄດ້. ຍ້ອນທຸກສິ່ງເຫຼົ່ານີ້ ເຈົ້າຈຶ່ງຈະຖືກຫຼໍ່ຫຼອມ; ຍ້ອນວ່າມີຄວາມອ່ອນແອຫຼາຍຢ່າງພາຍໃນຕົວເຈົ້າ ແລະ ມີຫຼາຍສິ່ງທີ່ບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າໄດ້, ເຈົ້າຈຶ່ງຈະຖືກຫຼໍ່ຫຼອມຢູ່ຂ້າງໃນ. ແຕ່ພວກເຈົ້າຕ້ອງເຫັນຢ່າງຊັດເຈນວ່າ ການຊໍາລະລ້າງໃຫ້ບໍລິສຸດນັ້ນແມ່ນຖືກບັນລຸຜົນຜ່ານການຫຼໍ່ຫຼອມເທົ່ານັ້ນ. ສະນັ້ນ ໃນລະຫວ່າງຍຸກສຸດທ້າຍນີ້ ພວກເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 504](https://lo.kingdomsalvation.org/videos/entry-into-life-excerpt-504.html) - ຖ້າຜູ້ຄົນເຊື່ອໃນພຣະເຈົ້າ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າດ້ວຍຫົວໃຈທີ່ຢໍາເກງພຣະເຈົ້າ ກໍຈະສາມາດເຫັນຄວາມລອດພົ້ນ ແລະ ຄວາມຮັກຂອງພຣະເຈົ້າໄດ້. ຄົນເຫຼົ່ານີ້ສາມາດເປັນພະຍານໃຫ້ກັບພຣະເຈົ້າ; ພວກເຂົາດຳລົງຊີວິດຕາມຄວາມຈິງ ແລະ ສິ່ງທີ່ພວກເຂົາເປັນພະຍານຕໍ່ກໍແມ່ນຄວາມຈິງ, ແມ່ນສິ່ງທີ່ພຣະເຈົ້າເປັນ ແລະ ແມ່ນອຸປະນິໄສຂອງພຣະເຈົ້າເຊັ່ນດຽວກັນ. ພວກເຂົາດຳລົງຊີວິດທ່າມກາງຄວາມຮັກຂອງພຣະເຈົ້າ ແລະ ໄດ້ເຫັນຄວາມຮັກຂອງພຣະເຈົ້າ. ຖ້າຄົນທີ່ປາຖະໜາຮັກພຣະເຈົ້າ ພວກເຂົາຕ້ອງຊີມລົດຊາດແຫ່ງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເຫັນຄວາມເປັນຕາຮັກຂອງພຣະເຈົ້າ; ມີພຽງແຕ່ຕອນນີ້ຈຶ່ງຈະມີການປຸກຫົວໃຈທີ່ຮັກພຣະເຈົ້າໃນຕົວພວກເຂົາ, ຫົວໃຈໃນການສະຫຼະຕົນເອງເພື່ອພຣະເຈົ້າຢ່າງຊື່ສັດ. ພຣະເຈົ້າບໍ່ເຮັດໃຫ້ຜູ້ຄົນຮັກພຣະອົງໂດຍຜ່ານຄຳເວົ້າ ຫຼື ຜ່ານຈິນຕະນາການຂອງພວກເຂົາ ແລະ ພຣະອົງບໍ່ບັງຄັບໃຫ້ຜູ້ຄົນຮັກພຣະອົງ. ກົງກັນຂ້າມ ພຣະອົງປ່ອຍໃຫ້ພວກເຂົາຮັກພຣະເຈົ້າດ້ວຍຄວາມສະໝັກໃຈຂອງພວກເຂົາເອງ ແລະ ພຣະອົງປ່ອຍໃຫ້ພວກເຂົາເຫັນຄວາມເປັນຕາຮັກຂອງພຣະອົງໃນພາລະກິດ ແລະ ຖ້ອຍຄຳຂອງພຣະອົງ ຫຼັງຈາກນັ້ນ ພວກເຂົາຈຶ່ງຈະມີຄວາມຮັກຕໍ່ພຣະເຈົ້າ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນບໍ່ຮັກພຣະເຈົ້າຍ້ອນພວກເຂົາຖືກຄົນອື່ນຍົວະໃຫ້ຮັກພຣະອົງ ຫຼື ຍ້ອນແຮງດົນໃຈທາງອາລົມຊົ່ວຄາວ. ພວກເຂົາຮັກພຣະເຈົ້າຍ້ອນພວກເຂົາໄດ້ເຫັນຄວາມເປັນຕາຮັກຂອງພຣະອົງ, ພວກເຂົາໄດ້ເຫັນວ່າ ມີຫຼາຍສິ່ງຫຼາຍຢ່າງກ່ຽວກັບພຣະເຈົ້າທີ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພວກເຂົາໄດ້ເຫັນຄວາມລອດພົ້ນ, ສະຕິປັນຍາ ແລະ ການກະທຳທີ່ມະຫັດສະຈັນຂອງພຣະເຈົ້າ; ຜົນຕາມມາກໍຄືພວກເຂົາສັນລະເສີນພຣະເຈົ້າຢ່າງແທ້ຈິງ ແລະ ປາຖະໜາຫາພຣະອົງຢ່າງແທ້ຈິງ ແລະ ມີການກະຕຸ້ນຄວາມຫຼົງໄຫຼດັ່ງກ່າວໃນພວກເຂົາຈົນວ່າພວກເຂົາບໍ່ສາມາດຢູ່ລອດໄດ້ ຫາກປາສະຈາກການໄດ້ຮັບຈາກພຣະເຈົ້າ. ເຫດຜົນທີ່ວ່າ ເປັນຫຍັງຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດເປັນພະຍານຢ່າງໜັກແໜ້ນໃຫ້ກັບພຣະອົງໄດ້ກໍຍ້ອນຄຳພະຍານຂອງພວກເຂົາແມ່ນຂື້ນຢູ່ກັບພື້ນຖານແຫ່ງຄວາມຮູ້ທີ່ແທ້ຈິງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 501](https://lo.kingdomsalvation.org/videos/entry-into-life-excerpt-501.html) - ຄົນທີ່ຮັກພຣະເຈົ້າຄືຄົນທີ່ຮັກຄວາມຈິງ ແລະ ຍິ່ງຄົນທີ່ຮັກຄວາມຈິງນໍາຄວາມຈິງໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະມີຄວາມຈິງຫຼາຍສໍ່ານັ້ນ; ຍິ່ງພວກເຂົານໍາມັນໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະມີຄວາມຮັກຂອງພຣະເຈົ້າຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົານໍາມັນໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະຖືກພຣະເຈົ້າອວຍພອນຫຼາຍສໍ່ານັ້ນ. ຖ້າເຈົ້າປະຕິບັດໃນວິທີທາງນີ້ຢູ່ສະເໝີ ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຈົ້າຈະສາມາດເຮັດໃຫ້ເຈົ້າເຫັນເທື່ອລະໜ້ອຍ ຄືກັບທີ່ເປໂຕໄດ້ມາຮູ້ຈັກພຣະເຈົ້າ: ເຊິ່ງເປໂຕໄດ້ກ່າວວ່າ ພຣະເຈົ້າບໍ່ພຽງແຕ່ມີສະຕິປັນຍາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພຣະອົງມີສະຕິປັນຍາໃນການປະຕິບັດພາລະກິດທີ່ແທ້ຈິງໃນຜູ້ຄົນ. ເປໂຕກ່າວອີກວ່າ ພຣະອົງບໍ່ພຽງແຕ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພຣະອົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ຍ້ອນຄວາມສາມາດຂອງພຣະອົງທີ່ສ້າງມະນຸດ, ຊ່ວຍມະນຸດ, ເຮັດໃຫ້ມະນຸດສົມບູນ ແລະ ມອບຄວາມຮັກຂອງພຣະອົງໃຫ້ເປັນຊັບສົມບັດຂອງມະນຸດ. ດ້ວຍເຫດນັ້ນ ເປໂຕຍັງໄດ້ກ່າວຕື່ມວ່າ ມີຫຼາຍສິ່ງຫຼາຍຢ່າງໃນພຣະອົງທີ່ສົມຄວນແກ່ຄວາມຮັກຂອງມະນຸດເຊັ່ນກັນ. ເປໂຕເວົ້າກັບພຣະເຢຊູວ່າ “ການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງຄືເຫດຜົນດຽວທີ່ພຣະອົງສົມຄວນໄດ້ຮັບຄວາມຮັກຂອງຜູ້ຄົນບໍ? ມີຫຼາຍສິ່ງໃນພຣະອົງທີ່ສົມຄວນແກ່ຄວາມຮັກ, ພຣະອົງກະທຳ ແລະ ເຄື່ອນໄຫວໃນຊີວິດທີ່ແທ້ຈິງ, ວິນຍານຂອງພຣະອົງສຳຜັດຂ້ານ້ອຍຢູ່ຂ້າງໃນ, ພຣະອົງລົງວິໄນຂ້ານ້ອຍ, ພຣະອົງຕຳນິຕິເຕືອນຂ້ານ້ອຍ, ສິ່ງເຫຼົ່ານີ້ຍິ່ງສົມຄວນແກ່ຄວາມຮັກຂອງຜູ້ຄົນ”. ຖ້າເຈົ້າປາຖະໜາທີ່ຈະເຫັນ ແລະ ຜະເຊີນຄວາມຮັກຂອງພຣະເຈົ້າ ແລ້ວເຈົ້າຕ້ອງຄົ້ນຫາ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 500](https://lo.kingdomsalvation.org/videos/entry-into-life-excerpt-500.html) - ພຣະເຈົ້ານໍາໃຊ້ຄວາມເປັນຈິງ ແລະ ການມາເຖິງຂອງຄວາມຈິງເພື່ອເຮັດໃຫ້ຜູ້ຄົນສົມບູນ; ພຣະທຳຂອງພຣະເຈົ້າສໍາເລັດສ່ວນໜຶ່ງຂອງການເຮັດໃຫ້ຜູ້ຄົນສົມບູນ ແລະ ນີ້ແມ່ນພາລະກິດແຫ່ງການນໍາພາ ແລະ ການເປີດຫົນທາງ. ໝາຍຄວາມວ່າ ໃນພຣະທຳຂອງພຣະເຈົ້າ ເຈົ້າຕ້ອງພົບເສັ້ນທາງສູ່ການປະຕິບັດ ແລະ ຄວາມຮູ້ກ່ຽວກັບນິມິດ. ໂດຍການເຂົ້າໃຈສິ່ງເຫຼົ່ານີ້ ມະນຸດຈະມີເສັ້ນທາງ ແລະ ນິມິດໃນການປະຕິບັດຕົວຈິງຂອງເຂົາ ແລະ ເຂົາຈະສາມາດໄດ້ຮັບແສງສະຫວ່າງຜ່ານພຣະທຳຂອງພຣະເຈົ້າ, ເຂົາຈະສາມາດເຂົ້າໃຈວ່າ ສິ່ງເຫຼົ່ານີ້ແມ່ນມາຈາກພຣະເຈົ້າ ແລະ ສາມາດສັງເກດເຫັນຫຼາຍສິ່ງຫຼາຍຢ່າງ. ຫຼັງຈາກການເຂົ້າໃຈແລ້ວ ມະນຸດຕ້ອງເຂົ້າສູ່ຄວາມເປັນຈິງນີ້ທັນທີ ແລະ ຕ້ອງນໍາໃຊ້ພຣະທຳຂອງພຣະເຈົ້າເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນຊີວິດຄວາມເປັນຈິງຂອງເຂົາ. ພຣະເຈົ້າຈະນໍາພາເຈົ້າທຸກສິ່ງ ແລະ ຈະມອບເສັ້ນທາງສູ່ການປະຕິບັດໃຫ້ກັບພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າຮູ້ສຶກວ່າ ພຣະອົງເປັນຕາຮັກໂດຍພິເສດ ແລະ ເຮັດໃຫ້ພວກເຈົ້າເຫັນວ່າ ທຸກບາດກ້າວໃນການດໍາເນີນພາລະກິດຂອງພຣະເຈົ້າແມ່ນເພື່ອຕັ້ງໃຈເຮັດໃຫ້ພວກເຈົ້າສົມບູນ. ຖ້າພວກເຈົ້າປາຖະໜາທີ່ຈະເຫັນຄວາມຮັກຂອງພຣະເຈົ້າ ຖ້າເຈົ້າປາຖະໜາທີ່ຈະມີປະສົບການກັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລ້ວພວກເຈົ້າກໍຕ້ອງລົງເລິກສູ່ຄວາມເປັນຈິງ, ເຈົ້າຕ້ອງລົງເລິກສູ່ຊີວິດທີ່ແທ້ຈິງ ແລະ ເຫັນວ່າທຸກສິ່ງທີ່ພຣະອົງປະຕິບັດນັ້ນແມ່ນຄວາມຮັກ ແລະ ຄວາມລອດພົ້ນ ເຊິ່ງທຸກສິ່ງທີ່ພຣະອົງກະທໍາແມ່ນເພື່ອເຮັດໃຫ້ຜູ້ຄົນປະຖິ້ມສິ່ງທີ່ບໍ່ເປັນມົນທິນ ແລະ ເພື່ອຫຼໍ່ຫຼອມສິ່ງທີ່ຢູ່ພາຍໃນມະນຸດທີ່ບໍ່ສາມາດເປັນທີ່ພໍໃຈຕາມເຈດຕະນາຂອງພຣະເຈົ້າໄດ້. ພຣະເຈົ້ານໍາໃຊ້ພຣະທຳເພື່ອຈັດກຽມໃຫ້ກັບມະນຸດ; ພຣະອົງສ້າງສະພາບແວດລ້ອມໃນຊີວິດທີ່ເປັນຈິງເພື່ອຜູ້ຄົນໄດ້ມີປະສົບການ ແລະ ຖ້າຜູ້ຄົນກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍຂໍ້ ແລ້ວເມື່ອພວກເຂົາໄດ້ນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດຕົວຈິງ, ພວກເຂົາສາມາດແກ້ໄຂອຸປະສັກທຸກຢ່າງທີ່ຢູ່ໃນຊີວິດຂອງພວກເຂົາໄດ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 499](https://lo.kingdomsalvation.org/videos/entry-into-life-excerpt-499.html) - ແກ່ນແທ້ຂອງຄວາມເຊື່ອໃນພຣະເຈົ້າຂອງຄົນສ່ວນໃຫຍ່ແມ່ນຄວາມເຊື່ອໃນສາສະໜາ ນັ້ນກໍຄື ພວກເຂົາບໍ່ສາມາດຮັກພຣະເຈົ້າໄດ້ ແລະ ພຽງແຕ່ສາມາດຕິດຕາມພຣະເຈົ້າຄືກັບຫຸ່ນຍົນ ໂດຍບໍ່ສາມາດປາດຖະໜາຫາພຣະເຈົ້າ ຫຼື ເຄົາລົບນັບຖືພຣະອົງໄດ້ຢ່າງແທ້ຈິງ. ພວກເຂົາພຽງແຕ່ຕິດຕາມພຣະອົງຢ່າງງຽບໆ. ຫຼາຍຄົນເຊື່ອໃນພຣະເຈົ້າ ແຕ່ມີໜ້ອຍຄົນທີ່ຮັກພຣະເຈົ້າ; ພວກເຂົາພຽງແຕ່ “ຢໍາເກງ” ພຣະເຈົ້າຍ້ອນພວກເຂົາຢ້ານໄພພິບັດ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍ “ນັບຖື” ພຣະເຈົ້າຍ້ອນພຣະອົງສູງສົ່ງ ແລະ ມີລິດທານຸພາບສູງສຸດ, ແຕ່ໃນການຢໍາເກງ ແລະ ຄວາມນັບຖືຂອງພວກເຂົານັ້ນບໍ່ມີຄວາມຮັກ ຫຼື ຄວາມປາຖະໜາຢ່າງແທ້ຈິງເລີຍ. ໃນປະສົບການຂອງພວກເຂົາ, ພວກເຂົາສະແຫວງຫາຂໍ້ມູນເລັກນ້ອຍຂອງຄວາມຈິງ ຫຼື ບໍ່ກໍເປັນສິ່ງເລິກລັບທີ່ບໍ່ສຳຄັນ. ຄົນສ່ວນໃຫຍ່ພຽງແຕ່ຕິດຕາມເທົ່ານັ້ນ, ຕຶກປາເພື່ອໄດ້ຮັບພອນໃນນໍ້າທີ່ປັ່ນປ່ວນ; ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ພວກເຂົາບໍ່ອ່ອນນ້ອມຕໍ່ພຣະເຈົ້າເພື່ອຮັບເອົາການອວຍພອນຂອງພຣະອົງຢ່າງແທ້ຈິງ. ຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າຂອງທຸກຄົນບໍ່ມີຄວາມໝາຍເລີຍ, ມັນປາສະຈາກຄຸນຄ່າ ແລະ ໃນນັ້ນກໍມີແຕ່ຂໍ້ພິຈາລະນາ ແລະ ການສະແຫວງຫາສ່ວນຕົວ; ພວກເຂົາບໍ່ເຊື່ອໃນພຣະເຈົ້າເພື່ອຮັກພຣະເຈົ້າ ແຕ່ເພື່ອເຫັນແກ່ການໄດ້ຮັບພອນ. ຫຼາຍຄົນປະຕິບັດຕົວຕາມທີ່ພວກເຂົາພໍໃຈ, ພວກເຂົາເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະ ບໍ່ເຄີຍພິຈາລະນາເຖິງຜົນປະໂຫຍດຂອງພຣະເຈົ້າເລີຍ ຫຼື ສິ່ງທີ່ພວກເຂົາເຮັດນັ້ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ຄົນດັ່ງກ່າວຍິ່ງບໍ່ສາມາດບັນລຸຄວາມເຊື່ອທີ່ແທ້ຈິງ ຢ່າວ່າແຕ່ຄວາມຮັກທີ່ມີຕໍ່ພຣະເຈົ້າເລີຍ. ແກ່ນແທ້ຂອງພຣະເຈົ້າບໍ່ໄດ້ມີພຽງແຕ່ໃຫ້ມະນຸດເຊື່ອເທົ່ານັ້ນ, ຍິ່ງໄປກວ່ານັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 466](https://lo.kingdomsalvation.org/videos/entry-into-life-excerpt-466.html) - ເຖິງແມ່ນວ່າຄວາມເຊື່ອຂອງເຈົ້າຈິງໃຈຫຼາຍ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດອະທິບາຍເຮົາຢ່າງລະອຽດ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດໃຫ້ຄຳພະຍານຢ່າງຄົບຖ້ວນຕໍ່ຂໍ້ແທ້ຈິງທັງໝົດທີ່ເຈົ້າເຫັນ. ໃຫ້ຄິດລອງເບິ່ງ: ມື້ນີ້ ພວກເຈົ້າສ່ວນໃຫຍ່ປະຖິ້ມໜ້າທີ່ຂອງພວກເຈົ້າ ແລ້ວສະແຫວງຫາເນື້ອໜັງແທນ, ເຮັດໃຫ້ເນື້ອໜັງພໍໃຈ ແລະ ເພີດເພີນກັບເນື້ອໜັງຢ່າງໂລບມາກ. ພວກເຈົ້າມີຄວາມຈິງພຽງໜ້ອຍດຽວ. ແລ້ວພວກເຈົ້າຈະສາມາດເປັນພະຍານ ໃນທຸກສິ່ງທີ່ພວກເຈົ້າໄດ້ເຫັນແນວໃດ? ພວກເຈົ້າໝັ້ນໃຈແທ້ບໍວ່າ ພວກເຈົ້າສາມາດເປັນພະຍານໃຫ້ເຮົາໄດ້? ຖ້າມື້ໜຶ່ງມາເຖິງເມື່ອເຈົ້າບໍ່ສາມາດເປັນພະຍານໃຫ້ກັບທຸກສິ່ງທີ່ເຈົ້າເຫັນໃນມື້ນີ້ໄດ້, ແລ້ວເຈົ້າກໍ່ຈະສູນເສຍໜ້າທີ່ຂອງສິ່ງຖືກສ້າງ ແລະ ມັນຈະບໍ່ມີຄວາມໝາຍຫຍັງໃນການເປັນຢູ່ຂອງເຈົ້າ. ເຈົ້າຈະບໍ່ມີຄຸນຄ່າໃນການເປັນມະນຸດ. ມັນສາມາດເວົ້າໄດ້ວ່າ ເຈົ້າຈະບໍ່ແມ່ນມະນຸດ! ເຮົາໄດ້ເຮັດພາລະກິດໃນຕົວເຈົ້າເປັນຈໍານວນຫຼວງຫຼາຍ, ແຕ່ເພາະວ່າ ໃນປັດຈຸບັນນີ້ ເຈົ້າບໍ່ໄດ້ຮຽນຮູ້ຫຍັງ, ບໍ່ຮູ້ຫຍັງເລີຍ ແລະ ໃຊ້ແຮງງານຂອງເຈົ້າຢ່າງບໍ່ມີປະສິດທິພາບ, ເມື່ອມັນຮອດເວລາທີ່ເຮົາຕ້ອງຂະຫຍາຍພາລະກິດຂອງເຮົາ, ເຈົ້າກໍ່ຈະແນມເບິ່ງດ້ວຍຄວາມວ່າງເປົ່າ, ລີ້ນພັນກັນ ແລະ ບໍ່ມີປະໂຫຍດທີ່ສຸດ. ແລ້ວເຈົ້າຈະບໍ່ຖືກບັນທຶກໃນປະຫວັດສາດວ່າເປັນຄົນບາບບໍ? ເມື່ອເວລານັ້ນມາເຖິງ, ເຈົ້າຈະບໍ່ຮູ້ສຶກກິນແໜງທີ່ສຸດບໍ? ເຈົ້າຈະບໍ່ຈົມຢູ່ກັບຄວາມຜິດຫວັງບໍ? ພາລະກິດທັງໝົດຂອງເຮົາໃນປັດຈຸບັນບໍ່ໄດ້ເຮັດຍ້ອນຄວາມຂີ້ຄ້ານ ແລະ ຄວາມເບື່ອໜ່າຍ, ແຕ່ເພື່ອວາງຮາກຖານໃຫ້ແກ່ພາລະກິດຂອງເຮົາໃນອະນາຄົດ. ມັນບໍ່ແມ່ນວ່າເຮົາຈົນຕາແຈ ແລະ ຕ້ອງໄດ້ຄິດຫາສິ່ງໃໝ່ໆ. ເຈົ້າຄວນເຂົ້າໃຈພາລະກິດທີ່ເຮົາເຮັດ; ມັນບໍ່ແມ່ນສິ່ງທີ່ເຮັດໂດຍເດັກນ້ອຍຫຼິ້ນໃນຖະໜົນ, ແຕ່ເປັນພາລະກິດທີ່ເຮັດໃນນາມພຣະບິດາຂອງເຮົາ. ເຈົ້າຄວນຮູ້ວ່າ ບໍ່ແມ່ນມີແຕ່ເຮົາທີ່ກຳລັງເຮັດພາລະກິດນີ້ດ້ວຍຕົນເອງ; ກົງກັນຂ້າມ, ເຮົາເປັນຕົວແທນໃຫ້ແກ່ພຣະບິດາຂອງເຮົາ. ໃນຂະນະດຽວກັນ, ບົດບາດຂອງເຈົ້າແມ່ນການຕິດຕາມ, ອ່ອນນ້ອມ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 169](https://lo.kingdomsalvation.org/videos/knowing-God-s-work-excerpt-169.html) - ບາງຄົນສົງໄສວ່າ “ເປັນຫຍັງຕ້ອງເປັນພຣະເຈົ້າເອງທີ່ເລີ່ມຕົ້ນຍຸກໃດໜຶ່ງ? ສິ່ງທີ່ຖືກສ້າງບໍ່ສາມາດເຮັດແທນພຣະອົງໄດ້ບໍ?” ພວກເຈົ້າທຸກຄົນຮູ້ວ່າ ພຣະເຈົ້າກາຍເປັນເນື້ອໜັງຍ້ອນຈຸດປະສົງຢ່າງຈະແຈ້ງໃນການລິເລີ່ມຍຸກໃໝ່ໂດຍສະເພາະ ແລະ ແນ່ນອນ ເມື່ອພຣະອົງລິເລີ່ມຍຸກໃໝ່ ພຣະອົງຈະເຮັດໃຫ້ຍຸກຜ່ານມາສຳເລັດໃນເວລາດຽວກັນ. ພຣະເຈົ້າຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ພຣະອົງເອງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ດ້ວຍເຫດນັ້ນ ກໍຕ້ອງເປັນພຣະອົງເອງທີ່ເຮັດໃຫ້ຍຸກຜ່ານມາສິ້ນສຸດລົງ. ນັ້ນແມ່ນການພິສູດວ່າ ພຣະອົງເຮັດໃຫ້ຊາຕານພ່າຍແພ້ ແລະ ເອົາຊະນະໂລກ. ແຕ່ລະຄັ້ງທີ່ພຣະອົງເອງປະຕິບັດພາລະກິດທ່າມກາງມະນຸດ, ມັນແມ່ນເປັນຈຸດເລີ່ມຕົ້ນຂອງການຕໍ່ສູ້ໃໝ່. ຫາກປາສະຈາກການເລີ່ມຕົ້ນຂອງພາລະກິດໃໝ່, ມັນກໍຈະບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງໂດຍທຳມະຊາດ. ແລ້ວເມື່ອບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງ, ສິ່ງນີ້ແມ່ນເປັນການພິສູດວ່າ ການຕໍ່ສູ້ກັບຊາຕານຍັງບໍ່ໄດ້ມາເຖິງຕອນຈົບເທື່ອ. ພຽງແຕ່ເມື່ອພຣະເຈົ້າເອງລົງມາ ແລະ ປະຕິບັດພາລະກິດໃໝ່ທ່າມກາງມະນຸດ, ມະນຸດຈຶ່ງຈະສາມາດລອດພົ້ນຈາກອຳນາດຂອງຊາຕານຢ່າງສົມບູນ ແລະ ຮັບເອົາຊີວິດໃໝ່ ແລະ ການເລີ່ມຕົ້ນໃໝ່. ບໍ່ດັ່ງນັ້ນ ມະນຸດຈະດຳລົງຊີວິດຢູ່ໃນຍຸກເກົ່າຕະຫຼອດໄປ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນເດີມຂອງຊາຕານຕະຫຼອດໄປ. ເມື່ອທຸກຍຸກຖືກນໍາພາໂດຍພຣະເຈົ້າ, ສ່ວນໜຶ່ງຂອງມະນຸດກໍຖືກເຮັດໃຫ້ລອດພົ້ນ ແລະ ສະນັ້ນ ມະນຸດຈຶ່ງກ້າວໜ້າໄປສູ່ຍຸກໃໝ່ພ້ອມກັບພາລະກິດຂອງພຣະເຈົ້າ. ໄຊຊະນະຂອງພຣະເຈົ້າໝາຍເຖິງໄຊຊະນະສຳລັບທຸກຄົນທີ່ຕິດຕາມພຣະອົງ. ຖ້າຊົນຊາດຂອງມະນຸດທີ່ຖືກສ້າງໄດ້ຖືກມອບໝາຍໃຫ້ຮັບຜິດຊອບໃນການສິ້ນສຸດຍຸກດັ່ງກ່າວ, ແລ້ວບໍ່ວ່າມັນຈະມາຈາກມຸມມອງຂອງມະນຸດ ຫຼື ຂອງຊາຕານ, ສິ່ງນີ້ກໍຈະເປັນພຽງການກະທຳທີ່ຕໍ່ຕ້ານ ຫຼື ກະບົດຕໍ່ພຣະເຈົ້າ, ບໍ່ໄດ້ເປັນການອ່ອນນ້ອມຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ພາລະກິດຂອງມະນຸດກໍຈະເປັນເຄື່ອງມືສຳລັບຊາຕານ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 31](https://lo.kingdomsalvation.org/videos/three-stages-of-work-excerpt-0031.html) - ຍຸກສຸດທ້າຍແມ່ນເວລາທີ່ທຸກສິ່ງຈະຖືກຈັດແບ່ງຕາມປະເພດໂດຍຜ່ານການເອົາຊະນະ. ການເອົາຊະນະແມ່ນພາລະກິດຂອງຍຸກສຸດທ້າຍ; ເວົ້າອີກຢ່າງໜຶ່ງກໍຄື ການຕັດສິນຄວາມບາບຂອງແຕ່ລະຄົນແມ່ນພາລະກິດຂອງຍຸກສຸດທ້າຍ. ບໍ່ດັ່ງນັ້ນ ຜູ້ຄົນຈະຖືກຈັດແບ່ງໄດ້ແນວໃດ? ພາລະກິດແຫ່ງການຈັດແບ່ງປະເພດທີ່ຖືກປະຕິບັດໃນທ່າມກາງພວກເຈົ້າແມ່ນຈຸດເລີ່ມຕົ້ນຂອງພາລະກິດດັ່ງກ່າວໃນຈັກກະວານທັງປວງ. ຫຼັງຈາກນີ້, ຜູ້ຄົນເຫຼົ່ານັ້ນຈາກດິນແດນທັງປວງ ແລະ ທຸກຄົນກໍຍັງຈະຢູ່ພາຍໃຕ້ພາລະກິດແຫ່ງການເອົາຊະນະອີກດ້ວຍ. ນີ້ໝາຍຄວາມວ່າທຸກຄົນທີ່ຢູ່ໃນການເນລະມິດສ້າງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ ໂດຍຍອມຢູ່ຕໍ່ໜ້າບັນລັງແຫ່ງການພິພາກສາເພື່ອຮັບເອົາການພິພາກສາ. ບໍ່ມີຜູ້ໃດ ແລະ ບໍ່ມີສິ່ງໃດສາມາດຫຼົບໜີການທົນທຸກຈາກການຂ້ຽນຕີ ແລະ ການພິພາກສານີ້ໄດ້ ຫຼື ບໍ່ມີຜູ້ໃດ ຫຼື ສິ່ງໃດທີ່ຈະບໍ່ຖືກຈັດແບ່ງຕາມປະເພດ; ທຸກຄົນຈະຖືກຈັດແບ່ງ ຍ້ອນຈຸດຈົບຂອງທຸກສິ່ງໃກ້ເຂົ້າມາແລ້ວ ແລະ ສະຫວັນ ແລະ ແຜ່ນດິນໂລກທັງປວງໄດ້ໄປເຖິງຈຸດສິ້ນສຸດຂອງມັນແລ້ວ. ມະນຸດຈະສາມາດຫຼົບໜີຍຸກສຸດທ້າຍຂອງການເປັນຢູ່ຂອງມະນຸດໄດ້ແນວໃດ? ແລ້ວດ້ວຍເຫດນັ້ນ ການກະທຳແຫ່ງຄວາມກະບົດຂອງພວກເຈົ້າຈະສືບຕໍ່ອີກດົນສໍ່າໃດ? ເຈົ້າບໍ່ເຫັນບໍວ່າມື້ສຸດທ້າຍຂອງເຈົ້າກຳລັງຈະເກີດຂຶ້ນແລ້ວ? ຄົນທີ່ຢໍາເກງພຣະເຈົ້າ ແລະ ປາຖະໜາໃຫ້ພຣະອົງປາກົດຕົວຈະບໍ່ສາມາດເຫັນມື້ແຫ່ງການປາກົດຕົວຂອງຄວາມຊອບທຳຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະບໍ່ສາມາດຮັບເອົາລາງວັນສຸດທ້າຍສຳລັບຄວາມດີໄດ້ແນວໃດ? ເຈົ້າເປັນຄົນທີ່ເຮັດຄວາມດີ ຫຼື ເປັນຄົນທີ່ເຮັດຄວາມຊົ່ວຮ້າຍບໍ? ເຈົ້າເປັນຄົນທີ່ຍອມຮັບການພິພາກສາທີ່ຊອບທຳ ແລະ ແລ້ວອ່ອນນ້ອມ ຫຼື ເຈົ້າເປັນຄົນທີ່ຍອມຮັບການພິພາກສາທີ່ຊອບທຳ ແລະ ແລ້ວກໍຖືກສາບແຊ່ງ? ເຈົ້າດຳລົງຊີວິດຢູ່ຕໍ່ໜ້າບັນລັງແຫ່ງການພິພາກສາໃນແສງສະຫວ່າງ ຫຼື ເຈົ້າດໍາລົງຊີວິດໃນແດນມໍລະນາໃນທ່າມກາງຄວາມມືດມິດ? ຕົວເຈົ້າເອງບໍ່ແມ່ນຄົນທີ່ຮູ້ຢ່າງຊັດເຈນທີ່ສຸດວ່າຈຸດຈົບຂອງເຈົ້າຈະເປັນຈຸດຈົບແຫ່ງລາງວັນ ຫຼື ຈຸດຈົບແຫ່ງການລົງໂທດບໍ? ເຈົ້າບໍ່ແມ່ນຄົນທີ່ຮູ້ຈັກຢ່າງຊັດເຈນທີ່ສຸດ ແລະ ເຂົ້າໃຈຢ່າງເລິກເຊິ່ງທີ່ສຸດວ່າພຣະເຈົ້າຊອບທຳບໍ?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 586](https://lo.kingdomsalvation.org/videos/destinations-and-outcomes-excerpt-586.html) - ຄວາມເມດຕາຂອງເຮົາແມ່ນສະແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ປະຕິເສດຕົວເອງ. ການລົງໂທດແມ່ນມາຫາຄົນຊົ່ວໃນຂະນະທີ່ເປັນຫຼັກຖານເຖິງອຸປະນິໄສທີ່ຊອບທໍາຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ແມ່ນຍັງເປັນພະຍານເຖິງໂກດຮ້າຍຂອງເຮົາ. ເມື່ອໄພພິບັດມາເຖິງ, ທຸກຄົນທີ່ຕໍ່ຕ້ານເຮົາຈະຮ້ອງໄຫ້ໃນຂະນະທີ່ພວກເຂົາຕົກເປັນຜູ້ເຄາະຮ້າຍຈາກຄວາມອຶດຫິວ ແລະ ໂລກລະບາດ. ບັນດາຜູ້ທີ່ເຮັດຊົ່ວທຸກຮູບແບບ ແຕ່ໄດ້ຕິດຕາມເຮົາເປັນເວລາຫຼາຍປີ ຈະບໍ່ໜີພົ້ນຈາກຊົດໃຊ້ສຳລັບຄວາມຜິດບາບຂອງພວກເຂົາ; ພວກເຂົາກໍຍັງຈະຕົກສູ່ໄພພິບັດເຊັ່ນກັນ ເຊິ່ງບໍ່ຄ່ອຍປາກົດໃຫ້ເຫັນໃນຫຼາຍລ້ານປີທີ່ຜ່ານມາ ແລະ ພວກເຂົາກໍຈະໃຊ້ຊີວິດໃນສະພາວະທີ່ຕື່ນຕົກໃຈ ແລະ ຢ້ານກົວ. ແລ້ວຜູ້ຕິດຕາມຂອງເຮົາທີ່ສະແດງຄວາມຈົງຮັກພັກດີຕໍ່ເຮົາກໍ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະປະສົບກັບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ດໍາລົງຊີວິດທ່າມກາງຄວາມສຸກໃນແບບທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາທີ່ຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດຊາດ, ເຮົາຫວັງຢ່າງຍິ່ງທີ່ຈະຮັບເອົາກຸ່ມຄົນທີ່ມີຈິດໃຈຄືກັນກັບເຮົາ. ໃນຂະນະດຽວກັນ, ເຮົາບໍ່ເຄີຍລືມຜູ້ທີ່ບໍ່ມີຈິດໃຈຄືກັນກັບເຮົາ; ເຮົາກຽດຊັງຄົນເຫຼົ່ານັ້ນຕະຫຼອດເວລາໃນໃຈຂອງເຮົາ, ລໍຖ້າໂອກາດທີ່ຈະໃຫ້ພວກເຂົາຕອບຄໍາຖາມຕໍ່ການກະທໍາຊົ່ວຂອງພວກເຂົາ ເຊິ່ງແມ່ນບາງຢ່າງທີ່ເຮົາຈະພໍໃຈທີ່ຈະໄດ້ເຫັນ. ຕອນນີ້ ໃນທີ່ສຸດແລ້ວ ມື້ຂອງເຮົາໄດ້ມາຮອດ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ! ພາລະກິດສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອຈັດແຈງຈຸດໝາຍປາຍທາງຂອງມະນຸດ. ຍິ່ງໄປກວ່ານັ້ນ, ມັນກໍແມ່ນເພື່ອວ່າ ທຸກຄົນຈະຮັບຮູ້ການກະທໍາ ແລະ ການດໍາເນີນການຂອງເຮົາ. ເຮົາຕ້ອງການໃຫ້ແຕ່ລະຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສະແດງເຖິງອຸປະນິໄສຂອງເຮົາ. ມັນບໍ່ແມ່ນການກະທໍາຂອງມະນຸດທີ່ໄດ້ສ້າງມະນຸດຊາດຂຶ້ນມາ ແລ້ວແຮງໄກທີ່ຈະເປັນການກະທໍາຂອງທໍາມະຊາດ, ແຕ່ແມ່ນເຮົາທີ່ເປັນຜູ້ບໍາລຸງລ້ຽງສິ່ງມີຊີວິດທັງໝົດໃນການຊົງສ້າງ. ຖ້າປາສະຈາກການມີຢູ່ຂອງເຮົາ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 522](https://lo.kingdomsalvation.org/videos/entry-into-life-excerpt-522.html) - ບັດນີ້ ເຈົ້າຄວນສາມາດເຫັນໄດ້ຢ່າງຈະແຈ້ງໃນທາງເດີນຂອງເປໂຕ. ຖ້າເຈົ້າສາມາດເຫັນທາງເດີນຂອງເປໂຕຢ່າງຈະແຈ້ງ, ແລ້ວເຈົ້າກໍຈະໝັ້ນໃຈກ່ຽວກັບພາລະກິດທີ່ກໍາລັງປະຕິບັດໃນທຸກມື້ນີ້ ເພື່ອເຈົ້າຈະບໍ່ໄດ້ຈົ່ມວ່າ ຫຼື ເປັນຄົນມີດ້ານລົບ ຫຼື ຕ້ອງການສິ່ງໃດອີກ. ເຈົ້າຄວນຮັບຮູ້ໄດ້ເຖິງຄວາມຮູ້ສຶກຂອງເປໂຕໃນເວລານັ້ນ: ລາວຢູ່ກັບຄວາມໂສກເສົ້າເສຍໃຈ, ລາວບໍ່ເຄີຍຖາມເຖິງເລື່ອງອະນາຄົດ ຫຼື ຕ້ອງການພອນໃດໆ. ລາວບໍ່ໄດ້ສະແຫວງຫາຜົນກໍາໄລ, ຄວາມສຸກສະບາຍ, ຊື່ສຽງ ຫຼື ໂຊກລາບຂອງໂລກນີ້; ລາວພຽງແຕ່ສະແຫວງຫາເພື່ອໃຊ້ຊີວິດທີ່ມີຄວາມໝາຍທີ່ສຸດ ເຊິ່ງເປັນການຕອບແທນຄວາມຮັກຂອງພຣະເຈົ້າທີ່ມີຕໍ່ລາວ ແລະ ອຸທິດສິ່ງທີ່ມີຄຸນຄ່າທີ່ສຸດສໍາລັບລາວໃຫ້ກັບພຣະເຈົ້າ. ແລ້ວນັ້ນຄືສິ່ງທີ່ລາວເພິ່ງພໍໃຈທີ່ສຸດ. ລາວມັກອະທິຖານຫາພຣະເຢຊູຢູ່ສະເໝີດ້ວຍຄໍາເວົ້າ: “ອົງພຣະເຢຊູຄຣິດເຈົ້າ, ຂ້ານ້ອຍເຄີຍຮັກພຣະອົງ ແຕ່ຂ້ານ້ອຍບໍ່ໄດ້ຮັກພຣະອົງຢ່າງຈິງໃຈເລີຍ. ເຖິງແມ່ນວ່າ ຂ້ານ້ອຍໄດ້ກ່າວວ່າຂ້ານ້ອຍມີຄວາມເຊື່ອໃນຕົວພຣະອົງ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງດ້ວຍຫົວໃຈທີ່ແທ້ຈິງ. ຂ້ານ້ອຍພຽງແຕ່ເຄົາລົບພຣະອົງ, ບູຊາພຣະອົງ ແລະ ຄິດຮອດພຣະອົງ, ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງ ຫຼື ມີຄວາມເຊື່ອໃນພຣະອົງຢ່າງແທ້ຈິງເລີຍ”. ລາວມັກຈະອະທິຖານເພື່ອລຳລຶກເຖິງຄຳໝັ້ນສັນຍາຂອງລາວສະເໝີ ແລະ ລາວໄດ້ຮັບກໍາລັງໃຈຈາກພຣະຄໍາຂອງພຣະເຢຊູຕະຫຼອດເວລາ ແລະ ດຶງໃຊ້ແຮງຈູງໃຈຈາກພວກມັນ. ຕໍ່ມາ ຫລັງຈາກມີປະສົບການໄດ້ໄລຍະໜຶ່ງ ພຣະເຢຊູໄດ້ທົດລອງລາວ, ກະຕຸ້ນຈິດໃຈຂອງລາວໃຫ້ສະແຫວງຫາພຣະອົງເພີ່ມອີກ. ລາວເວົ້າວ່າ: “ອົງພຣະເຢຊູຄຣິດເຈົ້າ! ຂ້ານ້ອຍຄິດຮອດພຣະອົງ ແລະ ປາຖະໜາຢາກພົບພຣະອົງ. ຂ້ານ້ອຍມີຄວາມບົກຜ່ອງຫຼາຍ ແລະ ບໍ່ສາມາດຕອບແທນຄວາມຮັກພຣະອົງໄດ້.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 520](https://lo.kingdomsalvation.org/videos/entry-into-life-excerpt-520.html) - ໃນໄລຍະເວລາທີ່ລາວຕິດຕາມພຣະເຢຊູນັ້ນ ເປໂຕໄດ້ມີຄວາມເຫັນຫຼາຍຢ່າງກ່ຽວກັບພຣະອົງ ແລະ ຕັດສິນພຣະອົງຈາກທັດສະນະຂອງລາວເອງຢູ່ສະເໝີ. ເຖິງແມ່ນວ່າເປໂຕມີຄວາມເຂົ້າໃຈກ່ຽວກັບພຣະວິນຍານໃນລະດັບໃດໜຶ່ງ, ການເຂົ້າໃຈຂອງລາວກໍ່ຂ້ອນຂ້າງບໍ່ຊັດເຈນ, ດ້ວຍເຫດນີ້ ລາວຈຶ່ງເວົ້າວ່າ: “ຂ້ານ້ອຍຕ້ອງຕິດຕາມຜູ້ທີ່ຖືກສົ່ງມາໂດຍພຣະບິດາເທິງສະຫວັນ, ຂ້ານ້ອຍຕ້ອງຍອມຮັບຮູ້ຜູ້ທີ່ຖືກເລືອກໂດຍພຣະວິນຍານບໍລິສຸດ”. ລາວບໍ່ໄດ້ເຂົ້າໃຈໃນສິ່ງທີ່ພຣະເຢຊູກະທໍາ ແລະ ຂາດຄວາມຊັດເຈນກ່ຽວກັບສິ່ງເຫຼົ່ານັ້ນ. ຫຼັງຈາກໄດ້ຕິດຕາມພຣະອົງໃນໄລຍະໜຶ່ງ, ເປໂຕຈຶ່ງເກີດມີຄວາມສົນໃຈໃນສິ່ງທີ່ພຣະອົງເຮັດ ແລະ ເວົ້າ ແລະ ໃນຕົວພຣະເຢຊູເອງ. ລາວເລີ່ມຮູ້ສຶກວ່າພຣະເຢຊູກະຕຸ້ນທັງຄວາມຮັກ ແລະ ຄວາມເຄົາລົບ; ລາວມັກພົວພັນກັບພຣະອົງ ແລະ ຢູ່ຄຽງຂ້າງພຣະອົງ ແລະ ຟັງພຣະທໍາຂອງພຣະເຢຊູທີ່ສອນໃຫ້ລາວຮູ້ຈັກເລື່ອງການໃຫ້ ແລະ ການຊ່ວຍເຫຼືອ. ໃນລະຫວ່າງເວລາທີ່ລາວຕິດຕາມພຣະເຢຊູ, ເປໂຕກໍ່ໄດ້ສັງເກດ ແລະ ເອົາໃຈໃສ່ໃນທຸກຢ່າງກ່ຽວກັບຊີວິດຂອງພຣະເຢຊູ: ການກະທໍາ, ພຣະທຳ, ການເຄື່ອນໄຫວ ຫຼື ການສະແດງອອກຂອງພຣະອົງ. ລາວໄດ້ເຂົ້າໃຈຢ່າງເລິກເຊິ່ງວ່າພຣະເຢຊູບໍ່ຄືກັບມະນຸດທຳມະດາ. ເຖິງແມ່ນວ່າ ລັກສະນະມະນຸດຂອງພຣະອົງແມ່ນປົກກະຕິເກີນໄປ, ພຣະອົງກໍ່ເຕັມໄປດ້ວຍຄວາມຮັກ, ຄວາມເມດຕາ ແລະ ຄວາມອົດທົນຕໍ່ມະນຸດ. ທຸກສິ່ງຢ່າງທີ່ພຣະເຢຊູເຮັດ ຫຼື ເວົ້າໄດ້ຊ່ວຍເຫຼືອຄົນອື່ນຫຼາຍ ແລະ ເປໂຕໄດ້ເຫັນ ແລະ ຮັບສິ່ງຕ່າງໆທີ່ລາວບໍ່ເຄີຍເຫັນ ຫຼື ມີມາກ່ອນຈາກພຣະເຢຊູ. ລາວໄດ້ເຫັນວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 503](https://lo.kingdomsalvation.org/videos/entry-into-life-excerpt-503.html) - ທັນທີທີ່ພຣະເຈົ້າກາຍມາເປັນຊີວິດພາຍໃນຜູ້ຄົນ ຜູ້ຄົນກໍບໍ່ສາມາດອອກຈາກພຣະເຈົ້າໄດ້. ນີ້ບໍ່ແມ່ນການກະທຳຂອງພຣະເຈົ້າບໍ? ບໍ່ມີຄຳພະຍານທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ! ພຣະເຈົ້າໄດ້ປະຕິບັດພາລະກິດຈົນຮອດຈຸດໃດໜຶ່ງ; ພຣະອົງໄດ້ກ່າວບອກໃຫ້ຜູ້ຄົນປະຕິບັດຮັບໃຊ້, ເພື່ອຖືກຕີສອນ ຫຼື ຕາຍ ແລະ ຜູ້ຄົນກໍຍັງບໍ່ຍອມຖອຍກັບ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາໄດ້ຖືກພຣະເຈົ້າເອົາຊະນະ. ຄົນທີ່ມີຄວາມຈິງແມ່ນຄົນທີ່ສາມາດຍຶດໝັ້ນໃນຄຳພະຍານຂອງພວກເຂົາໃນປະສົບການທີ່ແທ້ຈິງຂອງພວກເຂົາ, ຍຶດໝັ້ນໃນຕໍາແໜ່ງຂອງພວກເຂົາ, ຢືນຢູ່ຂ້າງພຣະເຈົ້າ ໂດຍບໍ່ຖອຍຈັກເທື່ອ ແລະ ຄົນທີ່ມີຄວາມສຳພັນທີ່ປົກກະຕິກັບຄົນທີ່ຮັກພຣະເຈົ້າ ເຊິ່ງເປັນຄົນທີ່ເວລາມີຫຍັງເກີດຂຶ້ນກັບພວກເຂົາ, ພວກເຂົາກໍສາມາດອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າຈົນເຖິງແກ່ຄວາມຕາຍ. ການປະຕິບັດ ແລະ ການເປີດເຜີຍຂອງພວກເຈົ້າໃນຊີວິດທີ່ແທ້ຈິງແມ່ນຄຳພະຍານຂອງພຣະເຈົ້າ, ມັນຄືການດຳລົງຊີວິດຂອງມະນຸດ ແລະ ຄຳພະຍານຂອງພຣະເຈົ້າ ແລະ ສິ່ງນີ້ແມ່ນການຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ; ເມື່ອເຈົ້າມີປະສົບການຈົນຮອດຈຸດນີ້ ຜົນຮັບທີ່ເໝາະສົມກໍຈະຖືກບັນລຸຜົນ. ເຈົ້າມີການດຳລົງຊີວິດທີ່ແທ້ຈິງ ແລະ ຄົນອື່ນຈະເຝົ້າເບິ່ງທຸກການກະທຳຂອງເຈົ້າດ້ວຍຄວາມຊົມຊື່ນຍິນດີ. ລັກສະນະພາຍນອກ ແລະ ການນຸ່ງຖືຂອງເຈົ້າແມ່ນທຳມະດາ ແຕ່ເຈົ້າດຳລົງຊີວິດຕາມຊີວິດທີ່ມີຄວາມສັດທາສູງທີ່ສຸດ ແລະ ເມື່ອເຈົ້າສື່ສານດ້ວຍພຣະທຳຂອງພຣະເຈົ້າ ເຈົ້າກໍຈະຖືກພຣະອົງນໍາພາ ແລະ ເຮັດໃຫ້ສະຫວ່າງ. ເຈົ້າສາມາດກ່າວເຈດຕະນາຂອງພຣະເຈົ້າຜ່ານຄຳເວົ້າຂອງເຈົ້າ, ສື່ສານດ້ວຍຄວາມເປັນຈິງ ແລະ ເຈົ້າເຂົ້າໃຈຫຼາຍຢ່າງກ່ຽວກັບການຮັບໃຊ້ໃນຝ່າຍວິນຍານ. ເຈົ້າກົງໄປກົງມາໃນບົດສົນທະນາຂອງເຈົ້າ, ເຈົ້າເປັນຕານັບຖື ແລະ ຊື່ຕົງ, ບໍ່ປະທະກັນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 482](https://lo.kingdomsalvation.org/videos/entry-into-life-excerpt-482.html) - ຈາກຄວາມແຕກຕ່າງລະຫວ່າງແກ່ນແທ້ຂອງເປໂຕ ແລະ ໂປໂລ ເຈົ້າຄວນເຂົ້າໃຈວ່າ ທຸກຄົນທີ່ບໍ່ສະແຫວງຫາຊີວິດ ແມ່ນພະຍາຍາມດ້ວຍຄວາມສູນເປົ່າ! ເຈົ້າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າຕ້ອງມີຫົວໃຈທີ່ຮັກພຣະເຈົ້າ. ເຈົ້າຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຈົ້າຕ້ອງສະແຫວງຫາເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ຕ້ອງປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ຍ້ອນເຈົ້າເຊື່ອ ແລະ ຕິດຕາມພຣະເຈົ້າ, ເຈົ້າຄວນມອບທຸກສິ່ງໃຫ້ກັບພຣະອົງ ແລະ ບໍ່ຄວນເລືອກຕັດສິນໃຈ ຫຼື ຮຽກຮ້ອງເພື່ອສ່ວນຕົວ ແລະ ເຈົ້າຄວນບັນລຸການຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ຍ້ອນເຈົ້າຖືກສ້າງ, ເຈົ້າຈຶ່ງຄວນອ່ອນນ້ອມຕໍ່ພຣະຜູ້ເປັນເຈົ້າທີ່ສ້າງເຈົ້າ, ຍ້ອນວ່າ ໂດຍທຳມະຊາດແລ້ວ ເຈົ້າປາສະຈາກອຳນາດເໜືອຕົວເຈົ້າເອງ ແລະ ບໍ່ມີຄວາມສາມາດທີ່ຈະຄວບຄຸມຊະຕາກໍາຂອງເຈົ້າເອງ. ຍ້ອນເຈົ້າເປັນຄົນທີ່ເຊື່ອໃນພຣະເຈົ້າ, ເຈົ້າຈຶ່ງຄວນສະແຫວງຫາຄວາມບໍລິສຸດ ແລະ ການປ່ຽນແປງ. ຍ້ອນເຈົ້າເປັນສິ່ງທີ່ຖືກສ້າງ, ເຈົ້າຈຶ່ງຄວນຍຶດໝັ້ນກັບໜ້າທີ່ຂອງເຈົ້າ ແລະ ຮັກສາຕໍາແໜ່ງຂອງເຈົ້າ ແລະ ເຈົ້າຕ້ອງບໍ່ກ້າວເກີນໜ້າທີ່ຂອງເຈົ້າ. ສິ່ງນີ້ບໍ່ແມ່ນເພື່ອຈຳກັດເຈົ້າ ຫຼື ຢັບຢັ້ງເຈົ້າຜ່ານທາງທິດສະດີ, ແຕ່ກົງກັນຂ້າມ ມັນຄືເສັ້ນທາງທີ່ເຮັດໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ມັນສາມາດບັນລຸໄດ້ ແລະ ທຸກຄົນທີ່ເຮັດສິ່ງຊອບທຳກໍຄວນບັນລຸສິ່ງນີ້ໃຫ້ໄດ້. ຖ້າເຈົ້າປຽບທຽບແກ່ນແທ້ຂອງເປໂຕ ແລະ ໂປໂລ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 298](https://lo.kingdomsalvation.org/videos/exposing-religious-notions-excerpt-298.html) - ສິ່ງນີ້ອາດເຮັດໃຫ້ຄົນສ່ວນໃຫຍ່ຈົດຈຳພຣະທຳຂອງພຣະເຈົ້າຈາກປະຖົມມະການ: “ໃຫ້ພວກເຮົາສ້າງມະນຸດໃນຮູບຮ່າງລັກສະນະຂອງພວກເຮົາ ຕາມຄວາມຄ້າຍຄືກັບພວກເຮົາ” (ປະຖົມມະການ 1:26). ເນື່ອງຈາກພຣະເຈົ້າກ່າວວ່າ “ໃຫ້ພວກເຮົາສ້າງມະນຸດໃນຮູບລັກສະນະຂອງພວກເຮົາ”, ແລ້ວ “ພວກເຮົາ” ກໍບົ່ງບອກເຖິງສອງບຸກຄົນ ຫຼື ຫຼາຍກວ່ານັ້ນ; ຍ້ອນພຣະອົງກ່າວວ່າ “ພວກເຮົາ”, ສະນັ້ນຈຶ່ງບໍ່ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນ. ດ້ວຍເຫດນີ້, ມະນຸດຈຶ່ງເລີ່ມຄິດໃນດ້ານທິດສະດີກ່ຽວກັບຕົວຕົນທີ່ແຕກຕ່າງກັນ ແລະ ຈາກຂໍ້ພຣະທຳເຫຼົ່ານີ້ຈຶ່ງເກີດມີແນວຄວາມຄິດກ່ຽວກັບພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ແລ້ວພຣະບິດາເປັນຄືແນວໃດ? ພຣະບຸດເປັນຄືແນວໃດ? ແລ້ວພຣະວິນຍານບໍລິສຸດເປັນຄືແນວໃດ? ເປັນໄປໄດ້ບໍວ່າ ມະນຸດຊາດໃນປັດຈຸບັນຖືກສ້າງໃນລັກສະນະຂອງພຣະເຈົ້າສາມອົງທີ່ລວມເຂົ້າກັນເປັນອົງດຽວ? ແລ້ວລັກສະນະຂອງມະນຸດຄືກັບພຣະບິດາ, ພຣະບຸດ ຫຼື ພຣະວິນຍານບໍລິສຸດບໍ? ໃນຕົວຕົນຂອງພຣະເຈົ້າ ມະນຸດແມ່ນຢູ່ໃນລັກສະນະໃດ? ແນວຄວາມຄິດນີ້ຂອງມະນຸດແມ່ນບໍ່ຖືກຕ້ອງ ແລະ ບໍ່ມີເຫດຜົນເລີຍແທ້ໆ! ມັນສາມາດພຽງແຕ່ແຍກພຣະເຈົ້າອົງດຽວອອກເປັນສອງສາມອົງ. ໃນເວລາທີ່ໂມເຊຂຽນປະຖົມມະການນັ້ນ ມັນແມ່ນຫຼັງຈາກທີ່ມະນຸດຊາດຖືກສ້າງຂຶ້ນຫຼັງຈາກການສ້າງໂລກ. ໃນເບື້ອງຕົ້ນນັ້ນ, ເມື່ອໂລກເລີ່ມຕົ້ນຂຶ້ນ, ໂມເຊຍັງບໍ່ໄດ້ເກີດ. ແລ້ວໂມເຊກໍບໍ່ໄດ້ຂຽນພຣະຄຳພີໃນຕອນນັ້ນ ຈົນກວ່າເວລາຕໍ່ມາ ເຊິ່ງເປັນເວລາດົນນານພໍສົມຄວນ ທີ່ລາວຂຽນພຣະຄໍາພີຂຶ້ນ, ແລ້ວລາວຈະຮູ້ໄດ້ແນວໃດ ວ່າຜູ້ທີ່ເວົ້ານັ້ນເປັນພຣະເຈົ້າຢູ່ໃນສະຫວັນ? ລາວບໍ່ມີຄວາມຮູ້ຫຍັງເລີຍກ່ຽວກັບວິທີທີ່ພຣະເຈົ້າສ້າງແຜ່ນດິນໂລກ. ໃນພຣະສັນຍາເດີມຂອງພຣະຄຳພີ, ບໍ່ມີການກ່າວເຖິງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ມີພຽງແຕ່ພຣະເຈົ້າທີ່ແທ້ຈິງອົງດຽວເທົ່ານັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 456](https://lo.kingdomsalvation.org/videos/entry-into-life-excerpt-456.html) - ເລີ່ມແຕ່ມື້ນີ້, ພຣະເຈົ້າຈະເຮັດໃຫ້ຜູ້ທີ່ບໍ່ມີຄວາມເຊື່ອທາງສາສະໜາ, ຜູ້ທີ່ເຕັມໃຈປ່ອຍວາງຄວາມເປັນຕົວຕົນເກົ່າຂອງພວກເຂົາ ແລະ ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍຈິດໃຈທີ່ ສັດຊື່ໃຫ້ເປັນຜູ້ທີ່ສົມບູນແບບຢ່າງເປັນທາງການ. ພຣະອົງຈະເຮັດໃຫ້ຜູ້ທີ່ປາຖະໜາພຣະທຳຂອງພຣະອົງເປັນຜູ້ທີ່ສົມບູນແບບ. ຜູ້ຄົນເຫຼົ່ານີ້ຄວນລຸກຂຶ້ນ ແລະ ຮັບໃຊ້ພຣະເຈົ້າ. ໃນພຣະເຈົ້າມີຄວາມອຸດົມສົມບູນທີ່ບໍ່ມີວັນສິ້ນສຸດ ແລະ ສະຕິປັນຍາທີ່ບໍ່ມີຂອບເຂດ. ພາລະກິດທີ່ໜ້າອັດສະຈັນໃຈ ແລະ ພຣະທຳທີ່ລ້ຳຄ່າຂອງພຣະອົງລໍຖ້າຜູ້ຄົນຈຳນວນຫຼວງຫຼາຍໃຫ້ໄດ້ຊື່ນຊົມ. ດັ່ງທີ່ເປັນຢູ່ໃນປັດຈຸບັນ, ຜູ້ທີ່ມີຄວາມເຊື່ອທາງສາສະໜາ, ຜູ້ທີ່ມີຖານະອາວຸໂສ ແລະ ຜູ້ທີ່ບໍ່ສາມາດປ່ອຍວາງໄດ້ ເຫັນວ່າເປັນການຍາກທີ່ຈະຍອມຮັບເອົາສິ່ງໃໝ່ໆເຫຼົ່ານີ້. ພຣະວິນຍານບໍລິສຸດບໍ່ມີໂອກາດທີ່ຈະເຮັດໃຫ້ຜູ້ຄົນເຫຼົ່ານີ້ສົມບູນແບບໄດ້. ຖ້າຫາກວ່າບຸກຄົນນັ້ນບໍ່ຕັ້ງໃຈອ່ອນນ້ອມ ແລະ ບໍ່ສະແຫວງຫາພຣະທຳຂອງພຣະເຈົ້າແລ້ວ, ພວກເຂົາຈະບໍ່ມີທາງໄດ້ຮັບສິ່ງໃໝ່ໆເຫຼົ່ານີ້ໄດ້; ພວກເຂົາພຽງຈະກາຍເປັນຄົນຕໍ່ຕ້ານຫຼາຍຂຶ້ນ, ເລ່ຫຼ່ຽມຫຼາຍຂຶ້ນ ແລະ ສຸດທ້າຍກໍຈະຈົບລົງໃນເສັ້ນທາງທີ່ຜິດ. ໃນການກະທໍາພາລະກິດຂອງພຣະອົງໃນປັດຈຸບັນນີ້ ພຣະເຈົ້າຈະຍົກລະດັບຜູ້ທີ່ຮັກພຣະອົງດ້ວຍໃຈຈິງ ແລະ ຜູ້ທີ່ສາມາດຍອມຮັບແສງສະຫວ່າງໃໝ່. ພຣະອົງຈະຕັດສາວົກສາສະໜາຜູ້ທີ່ອ້າງວ່າເປັນຜູ້ອາວຸໂສອອກທັງໝົດ. ພຣະອົງບໍ່ຕ້ອງການຜູ້ທີ່ດື້ດ້ານຕໍ່ຕ້ານການປ່ຽນແປງແມ່ນແຕ່ຄົນດຽວ. ເຈົ້າຢາກເປັນໜຶ່ງໃນບຸກຄົນເຫຼົ່ານີ້ບໍ? ເຈົ້າໃຫ້ການຮັບໃຊ້ໂດຍອີງໃສ່ຄວາມມັກສ່ວນຕົວຂອງເຈົ້າບໍ ຫຼື ເຈົ້າເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງບໍ? ນີ້ແມ່ນສິ່ງທີ່ເຈົ້າຕ້ອງຮູ້ດ້ວຍຕົວຂອງເຈົ້າເອງ. ເຈົ້າເປັນສາວົກສາສະໜາບໍ ຫຼື ເຈົ້າແມ່ນເດັກເກີດໃໝ່ທີ່ຖືກເຮັດໃຫ້ບໍລິສຸດດ້ວຍພຣະເຈົ້າ? ການຮັບໃຊ້ຂອງເຈົ້າໄດ້ຖືກຍົກຍ້ອງໂດຍພຣະວິນຍານບໍລິສຸດຫຼາຍປານໃດ? ໃນນັ້ນມີຫຼາຍປານໃດທີ່ພຣະເຈົ້າຈະບໍ່ສົນໃຈລະນຶກເຖິງມັນ? ຫຼັງຈາກຫຼາຍປີໃນການຮັບໃຊ້, ຊີວິດຂອງເຈົ້າໄດ້ປ່ຽນແປງຢ່າງໃຫຍ່ຫຼວງປານໃດ? ເຈົ້າຊັດເຈນກ່ຽວກັບສິ່ງທັງໝົດເຫຼົ່ານີ້ແລ້ວບໍ? ຖ້າເຈົ້າເຊື່ອຢ່າງແທ້ຈິງ, ເຈົ້າຈະປະຖິ້ມແນວຄວາມຄິດທາງດ້ານສາສະໜາແບບເກົ່າຂອງເຈົ້າໃນເມື່ອກ່ອນ ແລະ ຈະຮັບໃຊ້ພຣະເຈົ້າໃນເສັ້ນທາງໃໝ່ດີຂຶ້ນ. ມັນຍັງບໍ່ຊ້າເກີນໄປທີ່ຈະລຸກຂຶ້ນຕອນນີ້.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 455](https://lo.kingdomsalvation.org/videos/entry-into-life-excerpt-455.html) - ນັບຕັ້ງແຕ່ເລີ່ມຕົ້ນພາລະກິດຂອງພຣະອົງຕະຫຼອດທົ່ວທັງຈັກກະວານ, ພຣະເຈົ້າໄດ້ກຳນົດຊະຕາຫຼາຍຄົນເພື່ອຮັບໃຊ້ພຣະອົງ ລວມທັງຜູ້ຄົນຈາກທຸກຊົນຊັ້ນທຸກສາຂາອາຊີບ. ຈຸດປະສົງຂອງພຣະອົງແມ່ນເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະອົງ ແລະ ເພື່ອເຮັດໃຫ້ພາລະກິດຂອງພຣະອົງໃນໂລກນີ້ສໍາເລັດລົງຢ່າງລາບລື້ນ. ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການເລືອກເອົາຜູ້ທີ່ຈະມາຮັບໃຊ້ພຣະອົງ. ທຸກຄົນທີ່ຮັບໃຊ້ພຣະເຈົ້າຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າ. ພາລະກິດນີ້ຂອງພຣະອົງເຮັດໃຫ້ສະຕິປັນຍາ ແລະ ລິດອຳນາດຂອງພຣະເຈົ້າ ແລະ ຫຼັກການແຫ່ງພາລະກິດຂອງພຣະອົງຢູ່ໃນແຜ່ນດິນໂລກນີ້ປະຈັກຕາຕໍ່ຜູ້ຄົນຫຼາຍຂຶ້ນ. ພຣະເຈົ້າໄດ້ສະເດັດມາໃນໂລກແທ້ຈິງເພື່ອກະທໍາພາລະກິດຂອງພຣະອົງ, ພົວພັນກັບຜູ້ຄົນ ແລະ ເພື່ອໃຫ້ພວກເຂົາໄດ້ຮູ້ເຖິງການກະທຳຂອງພຣະອົງຢ່າງຊັດເຈນຍິ່ງຂຶ້ນ. ມື້ນີ້, ພວກເຈົ້າ ນັ້ນກໍຄື ກຸ່ມຄົນເຫຼົ່ານີ້ແມ່ນໂຊກດີທີ່ໄດ້ຮັບໃຊ້ພຣະເຈົ້າແທ້ຈິງ. ນີ້ແມ່ນພອນທີ່ບໍ່ອາດຄຳນວນໄດ້ສຳລັບພວກເຈົ້າ. ແທ້ຈິງແລ້ວ, ພວກເຈົ້າແມ່ນຖືກຍົກລະດັບຂຶ້ນໂດຍພຣະເຈົ້າ. ໃນການເລືອກເອົາຄົນໃດໜຶ່ງມາຮັບໃຊ້ພຣະອົງ, ພຣະເຈົ້າມີຫຼັກການຂອງພຣະອົງເອງສະເໝີ. ການຮັບໃຊ້ພຣະເຈົ້າ ມັນບໍ່ແມ່ນເປັນເລື່ອງຂອງການກະຕືລືລົ້ນດັ່ງທີ່ຜູ້ຄົນຈິນຕະນາການ. ມື້ນີ້ພວກເຈົ້າເຫັນແລ້ວວ່າ ຜູ້ທີ່ຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າ ແມ່ນເຮັດສິ່ງນັ້ນໂດຍການຊີ້ນຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ; ຍ້ອນວ່າພວກເຂົາແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ນີ້ແມ່ນເງື່ອນໄຂຂັ້ນຕ່ຳສໍາລັບທຸກຄົນທີ່ຮັບໃຊ້ພຣະເຈົ້າ. ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໄສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໄສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ແລ້ວນິໄສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່ ເຊິ່ງພິສູດໃຫ້ເຫັນວ່າການທີ່ເຈົ້າຮັບໃຊ້ພຣະເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າເອງ ນັ້ນກໍຄືການຮັບໃຊ້ຂອງເຈົ້າແມ່ນອີງຕາມທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຍັງຄິດສະເໝີວ່າສິ່ງທີ່ເຈົ້າເຕັມໃຈເຮັດຄືສິ່ງທີ່ພຣະເຈົ້າເພິ່ງພໍໃຈ ແລະ ສິ່ງທີ່ເຈົ້າບໍ່ປາຖະໜາເຮັດຄືສິ່ງທີ່ພຣະເຈົ້າກຽດຊັງ; ທັງໝົດທີ່ເຈົ້າເຮັດແມ່ນອີງຕາມຄວາມມັກຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 392](https://lo.kingdomsalvation.org/videos/entry-into-life-excerpt-392.html) - ໃນອະດີດຜ່ານມາ, ຫຼາຍຄົນໄດ້ສະແຫວງຫາຄວາມທະເຍີທະຍານ ແລະ ຄວາມຄິດທີ່ຕື່ນເຕັ້ນ, ພວກເຂົາສະແຫວງຫາ ເນື່ອງຈາກມັນເປັນຄວາມຫວັງຂອງພວກເຂົາເອງ. ໃຫ້ເຮົາວາງບັນຫາດັ່ງກ່າວໄວ້ກ່ອນໃນຂະນະນີ້. ໃນປັດຈຸບັນ, ສິ່ງສຳຄັນຫຼັກແມ່ນການຊອກຫາວິທີທາງປະຕິບັດ ເພື່ອຊ່ວຍພວກເຈົ້າແຕ່ລະຄົນ ໃຫ້ສາມາດຮັກສາສະພາບອັນປົກກະຕິຕອນຢູ່ຕໍ່ໜ້າພຣະເຈົ້າ ແລ້ວຈຶ່ງຄ່ອຍໆຫຼຸດພົ້ນອອກຈາກອິດທິພົນຂອງຊາຕານ ເພື່ອວ່າ ພວກເຈົ້າຈະໄດ້ຖືກຮັບເອົາໂດຍພຣະເຈົ້າ ແລະ ດຳລົງຊີວິດຢູ່ໃນໂລກ ຕາມທີ່ພຣະເຈົ້າຮ້ອງຂໍຈາກເຈົ້າ. ພຽງທາງນີ້ເທົ່ານັ້ນທີ່ເຈົ້າຈະສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າໄດ້. ຫຼາຍຄົນເຊື່ອໃນພຣະເຈົ້າ, ແຕ່ກໍຍັງບໍ່ທັນຮູ້ວ່າ ພຣະເຈົ້າປະສົງສິ່ງໃດ ຫຼື ຊາຕານຕ້ອງການຫຍັງ. ພວກເຂົາເຊື່ອຢ່າງສັບສົນ, ພຽງແຕ່ໄຫຼໄປຕາມກະແສ ແລະ ຈຶ່ງບໍ່ເຄີຍໄດ້ມີຊີວິດປົກກະຕິແບບຊາວຄຣິສຕຽນ; ມີສິ່ງໃດເພີ່ມເຕີມອີກ, ພວກເຂົາບໍ່ເຄີຍໄດ້ມີຄວາມສຳພັນສ່ວນຕົວແບບປົກກະຕິ, ຍິ່ງໄກທີ່ຈະມີຄວາມສຳພັນກັບພຣະເຈົ້າ. ຈາກນີ້ ມັນສາມາດເຫັນໄດ້ວ່າ ບັນຫາ ແລະ ຄວາມຜິດພາດຂອງມະນຸດ ແລະ ປັດໃຈອື່ນໆ ທີ່ຂັດຂວາງຕໍ່ຄວາມປະສົງຂອງພຣະເຈົ້ານັ້ນແມ່ນມີຫຼາຍ. ນີ້ແມ່ນພຽງພໍແລ້ວ ທີ່ຈະພິສູດວ່າ ມະນຸດຍັງບໍ່ໄດ້ຢູ່ໃນເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າທີ່ຖືກຕ້ອງ ຫຼື ຍັງບໍ່ໄດ້ເຂົ້າໄປໃນປະສົບການທີ່ແທ້ຈິງຂອງຊີວິດມະນຸດ. ດັ່ງນັ້ນ, ການວາງຕົນຢູ່ໃນເສັ້ນທາງທີ່ຖືກຕ້ອງແມ່ນຫຍັງ? ການວາງຕົນຢູ່ໃນເສັ້ນທາງທີ່ຖືກຕ້ອງ ໝາຍຄວາມວ່າ ເຈົ້າສາມາດເຮັດໃຫ້ຈິດໃຈສະຫງົບເວລາຢູ່ຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາ ແລະ ເພີດເພີນໃນການສົນທະນາກັບພຣະເຈົ້າປົກກະຕິ, ແລ້ວຄ່ອຍໆເຂົ້າມາຮູ້ຈັກວ່າ ມະນຸດຍັງຂາດຫຍັງ ແລະ ຮັບເອົາຄວາມຮູ້ອັນເລິກເຊິ່ງຂອງພຣະເຈົ້າຢ່າງຊ້າໆ. ຈາກນີ້ໄປ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 391](https://lo.kingdomsalvation.org/videos/entry-into-life-excerpt-391.html) - ມະນຸດໄດ້ຮັບຫຍັງ ນັບຕັ້ງແຕ່ທີ່ໄດ້ເລີ່ມເຊື່ອໃນພຣະເຈົ້າເປັນຄັ້ງທຳອິດ? ເຈົ້າໄດ້ມາຮູ້ຈັກຫຍັງແດ່ກ່ຽວກັບພຣະເຈົ້າ? ເຈົ້າໄດ້ປ່ຽນແປງຫຼາຍປານໃດ ຍ້ອນຄວາມເຊື່ອຂອງເຈົ້າທີ່ມີໃນພຣະເຈົ້າ? ມື້ນີ້ ພວກເຈົ້າທັງຫຼາຍລ້ວນແຕ່ຮູ້ແລ້ວວ່າ ຄວາມເຊື່ອໃນພຣະເຈົ້າຂອງມະນຸດ ບໍ່ແມ່ນສະເພາະສໍາລັບຄວາມລອດພົ້ນຂອງຈິດວິນຍານ ແລະ ເພື່ອຄວາມສຸກທາງເນື້ອກາຍເທົ່ານັ້ນ ຫຼື ມັນບໍ່ແມ່ນເພື່ອເຮັດໃຫ້ຊີວິດຂອງເຂົາເພີ່ມພູນຂຶ້ນ ຜ່ານການຮັກພຣະເຈົ້າ ແລະ ອື່ນໆ. ເມື່ອເປັນແນວນັ້ນ, ຖ້າເຈົ້າຮັກພຣະເຈົ້າ ເພື່ອຈຸດປະສົງແຫ່ງຄວາມຜາສຸກຂອງເນື້ອໜັງ ຫຼື ຄວາມເພິ່ງພໍໃຈຊົ່ວຂະນະ, ແລ້ວເຖິງແມ່ນວ່າ ທ້າຍທີ່ສຸດແລ້ວ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ຈະມາຮອດຈຸດສູງສຸດ ແລະ ພວກເຈົ້າ ກໍບໍ່ຂໍຫຍັງອີກເລີຍ, ຄວາມຮັກທີ່ເຈົ້າສະແຫວງຫາ ຍັງຄົງເປັນຄວາມຮັກທີ່ບໍ່ບໍລິສຸດ ແລະ ບໍ່ເປັນທີ່ພໍໃຈຕໍ່ພຣະເຈົ້າ. ຜູ້ທີ່ໃຊ້ຄວາມຮັກທີ່ມີຕໍ່ພຣະເຈົ້າ ເພື່ອເພີ່ມພູນຊີວິດອັນໜ້າເບື່ອຂອງພວກເຂົາ ແລະ ເຕີມເຕັມຊ່ອງວ່າງໃນໃຈຂອງພວກເຂົາ ແມ່ນປະເພດຂອງຜູ້ຄົນທີ່ເຫັນແກ່ຕົວສໍາລັບຊີວິດອັນແສນສະບາຍ, ບໍ່ແມ່ນຜູ້ທີ່ສະແຫວງຫາຄວາມຮັກພຣະເຈົ້າຢ່າງແທ້ຈິງ. ຄວາມຮັກປະເພດນີ້ ແມ່ນການບັງຄັບ, ມັນເປັນການສະແຫວງຫາຄວາມເພິ່ງພໍໃຈທາງອາລົມ ແລະ ພຣະເຈົ້າບໍ່ຕ້ອງການມັນ. ແລ້ວຄວາມຮັກຂອງເຈົ້າແມ່ນແບບໃດ? ເຈົ້າຮັກພຣະເຈົ້າເພື່ອຫຍັງ? ຕອນນີ້, ຄວາມຮັກອັນແທ້ຈິງ ທີ່ເຈົ້າມີໃຫ້ພຣະເຈົ້ານັ້ນຫຼາຍປານໃດ? ຄວາມຮັກທີ່ພວກເຈົ້າສ່ວນໃຫຍ່ມີ ແມ່ນດັ່ງທີ່ໄດ້ກ່າວໄວ້ກ່ອນໜ້ານີ້. ຄວາມຮັກດັ່ງກ່າວ ພຽງແຕ່ສາມາດຮັກສາສະຖານະພາບໃນປັດຈຸບັນໄວ້ໄດ້ເທົ່ານັ້ນ; ມັນບໍ່ສາມາດ ເຮັດໃຫ້ເກີດຄວາມໝັ້ນຄົງຊົ່ວນິລັນດອນໄດ້ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 299](https://lo.kingdomsalvation.org/videos/exposing-religious-notions-excerpt-299.html) - ແຜນການຄຸ້ມຄອງຂອງພຣະເຈົ້າກວມເວລາຫົກພັນປີ ແລະ ຖືກແບ່ງອອກເປັນສາມຍຸກໂດຍອີງຕາມຄວາມແຕກຕ່າງໃນພາລະກິດຂອງພຣະອົງ: ຍຸກທຳອິດແມ່ນຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ; ຍຸກທີສອງແມ່ນຍຸກແຫ່ງພຣະຄຸນ; ແລະ ຍຸກທີສາມແມ່ນຍຸກສຸດທ້າຍ ນັ້ນກໍຄື ຍຸກແຫ່ງລາຊະອານາຈັກ. ໃນແຕ່ລະຍຸກ ກໍຈະຖືກແທນໃຫ້ດ້ວຍຕົວຕົນທີ່ແຕກຕ່າງກັນ. ນີ້ກໍຍ້ອນຄວາມແຕກຕ່າງກັນໃນພາລະກິດ ນັ້ນກໍຄື ເງື່ອນໄຂຂອງພາລະກິດ. ຂັ້ນຕອນທຳອິດຂອງພາລະກິດໃນລະຫວ່າງຍຸກແຫ່ງພຣະບັນຍັດແມ່ນຖືກປະຕິບັດໃນອິດສະຣາເອນ ແລະ ຍຸກທີສອງໃນການສິ້ນສຸດພາລະກິດແຫ່ງການໄຖ່ບາບແມ່ນຖືກປະຕິບັດໃນຢູດາຍ. ສຳລັບພາລະກິດແຫ່ງການໄຖ່ບາບ, ພຣະເຢຊູກໍາເນີດຈາກການປະຕິສົນທິຜ່ານພຣະວິນຍານບໍລິສຸດ ແລະ ເປັນພຣະບຸດພຽງອົງດຽວ. ທຸກຢ່າງນີ້ເປັນໄປຕາມເງື່ອນໄຂຂອງພາລະກິດ. ໃນຍຸກສຸດທ້າຍ, ພຣະເຈົ້າປາຖະໜາທີ່ຈະຂະຫຍາຍພາລະກິດຂອງພຣະອົງໄປສູ່ຊົນຕ່າງຊາດ ແລະ ເອົາຊະນະຜູ້ຄົນທີ່ຢູ່ໃນນັ້ນ, ເພື່ອວ່ານາມຂອງພຣະອົງອາດຈະຍິ່ງໃຫຍ່ທ່າມກາງພວກເຂົາ. ພຣະອົງປາຖະໜາທີ່ຈະນໍາພາມະນຸດໃນການເຂົ້າໃຈ ແລະ ການເຂົ້າສູ່ຄວາມຈິງທຸກປະການ ພາລະກິດທັງໝົດນີ້ແມ່ນຖືກປະຕິບັດໂດຍພຣະວິນຍານອົງດຽວ. ເຖິງແມ່ນວ່າ ພຣະອົງປະຕິບັດຈາກຈຸດຢືນທີ່ແຕກຕ່າງກັນ, ທຳມະຊາດ ແລະ ຫຼັກການຂອງພາລະກິດແມ່ນຍັງຄືກັນ. ຫຼັງຈາກທີ່ເຈົ້າໄດ້ສັງເກດຫຼັກການ ແລະ ທຳມະຊາດຂອງພາລະກິດທີ່ພຣະອົງໄດ້ປະຕິບັດ, ແລ້ວເຈົ້າກໍຈະຮູ້ວ່າ ພາລະກິດທັງໝົດຖືກປະຕິບັດໂດຍພຣະວິນຍານອົງດຽວ. ຍັງມີບາງຄົນອາດເວົ້າວ່າ “ພຣະບິດາກໍຄືພຣະບິດາ; ພຣະບຸດກໍຄືພຣະບຸດ; ພຣະວິນຍານບໍລິສຸດກໍຄືພຣະວິນຍານບໍລິສຸດ ແລະ ໃນທີ່ສຸດ ທັງສາມພຣະອົງກໍຈະຖືກເຮັດໃຫ້ເປັນໜຶ່ງດຽວ”. ແລ້ວເຈົ້າຄວນເຮັດໃຫ້ທັງສາມພຣະອົງເປັນໜຶ່ງດຽວແນວໃດ? ພຣະບິດາ ແລະ ພຣະວິນຍານບໍລິສຸດຈະສາມາດຖືກເຮັດໃຫ້ເປັນໜຶ່ງດຽວໄດ້ແນວໃດ? ຖ້າທັງສອງພຣະອົງເປັນພຣະເຈົ້າສອງອົງໂດຍທຳມະຊາດ, ແລ້ວບໍ່ວ່າທັງສອງພຣະອົງຈະຖືກຮ່ວມເຂົ້າກັນແນວໃດກໍຕາມ, ທັງສອງພຣະອົງກໍຈະຍັງບໍ່ເປັນສອງສ່ວນຄືເກົ່າບໍ?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 297](https://lo.kingdomsalvation.org/videos/exposing-religious-notions-excerpt-297.html) - ຖ້າສາມຂັ້ນຕອນຂອງພາລະກິດຖືກປະເມີນຕາມແນວຄິດນີ້ທີ່ວ່າ ມີພຣະເຈົ້າຕຣີເອການຸພາບ, ດັ່ງນັ້ນ ກໍຕ້ອງມີພຣະເຈົ້າສາມພຣະອົງ ເພາະວ່າ ພາລະກິດທີ່ແຕ່ລະພຣະອົງປະຕິບັດແມ່ນບໍ່ຄືກັນ. ຖ້າມີຜູ້ໃດກໍຕາມໃນທ່າມກາງພວກເຈົ້າເວົ້າວ່າ ພຣະເຈົ້າສາມພຣະພາກມີແທ້ຈິງຢ່າງແນ່ນອນ, ແລ້ວໃຫ້ອະທິບາຍວ່າ ພຣະເຈົ້າໜຶ່ງດຽວທີ່ຢູ່ໃນສາມຕົວຕົນນີ້ແມ່ນຫຍັງແທ້ໆ. ແມ່ນຫຍັງຄືພຣະບິດາບໍລິສຸດ? ພຣະບຸດແມ່ນຫຍັງ? ພຣະວິນຍານບໍລິສຸດແມ່ນຫຍັງ? ພຣະເຢໂຮວາແມ່ນພຣະບິດາບໍລິສຸດບໍ? ພຣະເຢຊູແມ່ນພຣະບຸດບໍ? ແລ້ວພຣະວິນຍານບໍລິສຸດເດ? ພຣະບິດາບໍ່ແມ່ນພຣະວິນຍານບໍ? ແກ່ນແທ້ຂອງພຣະບຸດບໍ່ແມ່ນພຣະວິນຍານເຊັ່ນກັນບໍ? ພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂອງພຣະວິນຍານບໍລິສຸດບໍ? ພາລະກິດຂອງພຣະເຢໂຮວາໃນເວລານັ້ນ ບໍ່ໄດ້ຖືກປະຕິບັດໂດຍພຣະວິນຍານຄືກັນກັບພຣະເຢຊູບໍ? ພຣະເຈົ້າສາມາດມີພຣະວິນຍານໄດ້ຈັກອົງ? ອີງຕາມຄຳອະທິບາຍຂອງເຈົ້າ, ສາມຕົວຕົນທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນອັນໜຶ່ງອັນດຽວກັນ; ຖ້າເປັນແບບນີ້ ແລ້ວກໍມີພຣະວິນຍານສາມອົງ, ແຕ່ການມີພຣະວິນຍານສາມອົງແມ່ນໝາຍຄວາມວ່າມີພຣະເຈົ້າສາມອົງ. ສິ່ງນີ້ໝາຍຄວາມວ່າບໍ່ມີພຣະເຈົ້າທີ່ແທ້ຈິງໜຶ່ງດຽວ; ພຣະເຈົ້າປະເພດນີ້ຈະຍັງສາມາດມີແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າໄດ້ແນວໃດ? ຖ້າເຈົ້າຍອມຮັບວ່າ ມີແຕ່ພຣະເຈົ້າພຽງໜຶ່ງດຽວ, ແລ້ວພຣະອົງຈະສາມາດມີລູກຊາຍ ແລະ ເປັນບິດາໄດ້ແນວໃດ? ສິ່ງເຫຼົ່ານີ້ບໍ່ແມ່ນລ້ວນແລ້ວແຕ່ເປັນແນວຄິດຂອງເຈົ້າບໍ? ມີພຣະເຈົ້າພຽງໜຶ່ງດຽວ, ມີພຽງຕົວຕົນໜຶ່ງດຽວໃນພຣະເຈົ້າອົງນີ້ ແລະ ມີພຽງພຣະວິນຍານອົງດຽວຂອງພຣະເຈົ້າເທົ່ານັ້ນ ດັ່ງທີ່ໄດ້ຂຽນລົງໃນພຣະຄຳພີວ່າ “ມີພຣະວິນຍານບໍລິສຸດພຽງໜຶ່ງດຽວ ແລະ ມີພຣະເຈົ້າພຽງໜຶ່ງດຽວ”. ບໍ່ວ່າພຣະບິດາ ແລະ ພຣະບຸດທີ່ເຈົ້າກ່າວເຖິງນັ້ນມີຢູ່ຈິງ ຫຼື ບໍ່, ໃນທີ່ສຸດແລ້ວກໍມີພຽງແຕ່ພຣະເຈົ້າໜຶ່ງດຽວ ແລະ ແກ່ນແທ້ຂອງພຣະບິດາ, ພຣະບຸດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 260](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-260.html) - ທຸກຄົນທີ່ເຂົ້າມາໃນໂລກນີ້ຕ້ອງຜ່ານຊີວິດ ແລະ ຄວາມຕາຍ ແລະ ພວກເຂົາສ່ວນຫຼາຍໄດ້ຜ່ານວົງຈອນແຫ່ງຄວາມຕາຍ ແລະ ການເກີດໃໝ່ທັງນັ້ນ. ຄົນທີ່ມີຊີວິດຢູ່ກໍຈະຕາຍໃນອີກບໍ່ດົນ ແລະ ຄົນທີ່ຕາຍກໍຈະກັບມາໃນອີກບໍ່ດົນ. ທຸກສິ່ງຢ່າງແມ່ນເສັ້ນທາງແຫ່ງຊີວິດທີ່ໄດ້ຖືກຈັດແຈງໂດຍພຣະເຈົ້າໃຫ້ກັບທຸກສິ່ງທີ່ມີຊີວິດ. ເຖິງຢ່າງໃດກໍຕາມ ເສັ້ນທາງນີ້ ແລະ ວົງຈອນນີ້ແມ່ນຄວາມຈິງທີ່ພຣະເຈົ້າປາຖະໜາຢາກໃຫ້ມະນຸດເຫັນຢ່າງແນ່ນອນ: ຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດແມ່ນບໍ່ມີຈຳກັດ, ເປັນອິດສະຫຼະຈາກດ້ານຮ່າງກາຍ, ເວລາ ຫຼື ອາກາດ. ສິ່ງດັ່ງກ່າວແມ່ນຄວາມລຶກລັບຂອງຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດ ແລະ ເປັນເຄື່ອງພິສູດວ່າ ຊີວິດມາຈາກພຣະອົງ. ເຖິງແມ່ນວ່າ ຫຼາຍຄົນອາດບໍ່ເຊື່ອວ່າຊີວິດມາຈາກພຣະເຈົ້າ, ມະນຸດກໍມີຄວາມສຸກກັບທຸກສິ່ງທີ່ມາຈາກພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້, ບໍ່ວ່າພວກເຂົາຈະເຊື່ອ ຫຼື ປະຕິເສດການມີຢູ່ຂອງພຣະເຈົ້າກໍຕາມ. ຖ້າມື້ໜຶ່ງພຣະເຈົ້າປ່ຽນໃຈກະທັນຫັນ ແລະ ປາຖະໜາທີ່ຈະຮຽກຮ້ອງເອົາທຸກສິ່ງທີ່ເກີດຂຶ້ນໃນໂລກນີ້ກັບຄືນ ແລະ ເອົາຊີວິດທີ່ພຣະອົງມອບໃຫ້ຄືນມາ ແລ້ວທຸກສິ່ງກໍຈະບໍ່ມີຢູ່ອີກຕໍ່ໄປ. ພຣະເຈົ້າໃຊ້ຊີວິດຂອງພຣະອົງເພື່ອສະໜອງທຸກສິ່ງ ທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ນໍາທຸກຢ່າງມາສູ່ຄວາມເປັນລະບຽບທີ່ດີໂດຍວິທີທາງແຫ່ງລິດທານຸພາບ ແລະ ສິດອຳນາດຂອງພຣະອົງ. ນີ້ຄືຄວາມຈິງທີ່ບໍ່ມີໃຜສາມາດຄົ້ນຄິດຂຶ້ນໄດ້ ຫຼື ເຂົ້າໃຈໄດ້ ແລະ ຄວາມຈິງທີ່ບໍ່ສາມາດເຂົ້າໃຈໄດ້ເຫຼົ່ານີ້ແມ່ນການສະແດງອອກ ແລະ ການປະຈັກພະຍານເຖິງພະລັງຊີວິດຂອງພຣະເຈົ້າ. ບັດນີ້ ເຮົາຈະບອກຄວາມລັບໃຫ້ກັບເຈົ້າ: ຄວາມຍິ່ງໃຫຍ່ຂອງຊີວິດຂອງພຣະເຈົ້າ ແລະ ລິດອຳນາດແຫ່ງຊີວິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ໂດຍສິ່ງຖືກສ້າງໃດໆ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 276](https://lo.kingdomsalvation.org/videos/mysteries-about-the-bible-excerpt-276.html) - ໃນປັດຈຸບັນ ຜູ້ໃດໃນບັນດາພວກເຈົ້າທີ່ກ້າເວົ້າວ່າ ຄຳເວົ້າທຸກຂໍ້ທີ່ກ່າວໂດຍຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ແມ່ນມາຈາກພຣະວິນຍານບໍລິສຸດ? ມີໃຜກ້າເວົ້າສິ່ງດັ່ງກ່າວບໍ? ຖ້າເຈົ້າເວົ້າສິ່ງດັ່ງກ່າວ, ແລ້ວເປັນຫຍັງໜັງສືແຫ່ງການທຳນາຍຂອງເອຊະຣາຈຶ່ງຖືກປະຖິ້ມ ແລະ ເປັນຫຍັງສິ່ງດຽວກັນຈຶ່ງເກີດຂຶ້ນກັບໜັງສືຂອງໄພ່ພົນ ແລະ ຜູ້ປະກາດພຣະທຳໃນຍຸກບູຮານ? ຖ້າພວກເຂົາລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງພວກເຈົ້າຈຶ່ງກ້າທີ່ຕັດສິນໃຈຕາມຄວາມຮູ້ສຶກແບບນັ້ນ? ເຈົ້າມີຄຸນສົມບັດທີ່ຈະເລືອກພາລະກິດຂອງພຣະວິນຍານບໍລິສຸດບໍ? ມີຫຼາຍເລື່ອງລາວຈາກອິດສະຣາເອນທີ່ຖືກປະຖິ້ມເຊັ່ນກັນ. ແລ້ວຖ້າເຈົ້າເຊື່ອວ່າບົດຂຽນເຫຼົ່ານີ້ທີ່ຢູ່ໃນອະດີດລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງໜັງສືບາງເຫຼັ້ມຈຶ່ງຖືກປະຖິ້ມ? ຖ້າໜັງສືທຸກເຫຼັ້ມລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ພວກມັນກໍຄວນຖືກຮັກສາໄວ້ໝົດ ແລະ ຖືກສົ່ງໄປໃຫ້ອ້າຍເອື້ອຍນ້ອງທີ່ຢູ່ໃນຄຣິສຕະຈັກອ່ານ. ພວກມັນບໍ່ຄວນຖືກເລືອກ ຫຼື ປະຖິ້ມຕາມຄວາມປະສົງຂອງມະນຸດ; ມັນຄືສິ່ງທີ່ຜິດໃນການເຮັດແບບນັ້ນ. ການເວົ້າວ່າປະສົບການຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມເຂົ້າໃຈສ່ວນຕົວຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ປະສົບການ ແລະ ຄວາມຮູ້ຂອງພວກເຂົາມາຈາກຊາຕານ, ພຽງແຕ່ວ່າພວກເຂົາມີສິ່ງທີ່ມາຈາກປະສົບການ ແລະ ຄວາມເຂົ້າໃຈສ່ວນຕົວຂອງພວກເຂົາ. ຄວາມຮູ້ຂອງພວກເຂົາແມ່ນອີງຕາມເບື້ອງຫຼັງຂອງປະສົບການຕົວຈິງຂອງພວກເຂົາໃນເວລານັ້ນ ແລະ ຜູ້ໃດສາມາດເວົ້າຢ່າງໝັ້ນໃຈວ່າທຸກສິ່ງແມ່ນມາຈາກພຣະວິນຍານບໍລິສຸດ? ຖ້າພຣະກິດຕິຄຸນທັງສີ່ລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງມັດທາຍ, ມາລະໂກ, ລູກາ ແລະ ໂຢຮັນຈຶ່ງເວົ້າບາງສິ່ງທີ່ແຕກຕ່າງກັນກ່ຽວກັບພາລະກິດຂອງພຣະເຢຊູ? ຖ້າພວກເຈົ້າບໍ່ເຊື່ອສິ່ງນີ້, ແລ້ວໃຫ້ເບິ່ງເລື່ອງລາວໃນພຣະຄຳພີທີ່ກ່ຽວກັບວິທີທີ່ເປໂຕປະຕິເສດພຣະຜູ້ເປັນເຈົ້າທັງສາມຄັ້ງ: ໜັງສືທຸກເຫຼັ້ມແມ່ນແຕກຕ່າງກັນໝົດ ແລະ ພວກມັນແຕ່ລະເຫຼັ້ມກໍມີລັກສະນະຂອງພວກເຂົາເອງ. ຫຼາຍຄົນທີ່ບໍ່ມີຄວາມຮູ້ເວົ້າວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດກໍຍັງເປັນມະນຸດເຊັ່ນກັນ ແລ້ວພຣະທຳທີ່ພຣະອົງກ່າວຈະສາມາດມາຈາກພຣະວິນຍານບໍລິສຸດທັງໝົດໄດ້ບໍ? ຖ້າຄຳເວົ້າຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມປະສົງຂອງມະນຸດ, ແລ້ວພຣະທຳທີ່ພຣະອົງກ່າວຈະບໍ່ປະປົນກັບຄວາມປະສົງຂອງມະນຸດແທ້ບໍ?” ຜູ້ຄົນທີ່ເວົ້າສິ່ງດັ່ງກ່າວແມ່ນຕາບອດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 259](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-259.html) - ພຣະເຈົ້າສ້າງໂລກໜ່ວຍນີ້ ແລະ ນໍາມະນຸດມາສູ່ໂລກນີ້ ເຊິ່ງເປັນສິ່ງມີຊີວິດທີ່ພຣະອົງມອບຊີວິດໃຫ້. ຕໍ່ມາ ມະນຸດມີພໍ່ແມ່ ແລະ ຍາດພີ່ນ້ອງ ແລະ ບໍ່ໄດ້ຢູ່ໂດດດ່ຽວອີກຕໍ່ໄປ. ຕັ້ງແຕ່ມະນຸດມືນຕາເບິ່ງໂລກແຫ່ງວັດຖຸນີ້ເປັນຄັ້ງທໍາອິດ ເຂົາກໍຖືກກຳນົດຊີວິດໃຫ້ຢູ່ພາຍໃນການປັ້ນແຕ່ງຂອງພຣະເຈົ້າ. ມັນຄືລົມຫາຍໃຈແຫ່ງຊີວິດຈາກພຣະເຈົ້າທີ່ສົ່ງເສີມສັບພະທຸກສິ່ງທີ່ມີຊີວິດຕະຫຼອດການເຕີບໂຕຈົນກາຍເປັນຜູ້ໃຫຍ່. ໃນລະຫວ່າງຂະບວນການນີ້ ບໍ່ມີໃຜຮູ້ສຶກວ່າມະນຸດກຳລັງເຕີບໂຕພາຍໃຕ້ການດູແລຂອງພຣະເຈົ້າ; ແຕ່ກົງກັນຂ້າມ ພວກເຂົາເຊື່ອວ່າ ມະນຸດກຳລັງເຕີບໂຕພາຍໃຕ້ການດູແລອັນເປັນທີ່ຮັກຂອງພໍ່ແມ່ຂອງເຂົາ ແລະ ຍ້ອນມັນຄືສັນຊາດຕະຍານແຫ່ງຊີວິດຂອງເຂົາເອງທີ່ຊີ້ນໍາການເຕີບໃຫຍ່ຂອງເຂົາ. ນີ້ກໍຍ້ອນວ່າ ມະນຸດບໍ່ຮູ້ຈັກວ່າ ໃຜປະທານຊີວິດ ຫຼື ຊີວິດມາຈາກໃສ, ແຮງໄກທີ່ຈະຮູ້ວິທີທາງທີ່ສັນຊາດຕະຍານແຫ່ງຊີວິດສ້າງສິ່ງອັດສະຈັນ. ເຂົາພຽງແຕ່ຮູ້ຈັກວ່າ ອາຫານຄືພື້ນຖານທີ່ຊີວິດຂອງເຂົາຕ້ອງສືບຕໍ່ໄປ, ຄວາມມານະອົດທົນຄືແຫຼ່ງກຳເນີດຂອງການມີຊີວິດຂອງເຂົາ ແລະ ຄວາມເຊື່ອໃນຈິດໃຈຂອງເຂົາແມ່ນຕົ້ນທຶນທີ່ເປັນບ່ອນເພິ່ງພາໃນການເອົາຕົວລອດຂອງເຂົາ. ສຳລັບພຣະຄຸນ ແລະ ການສະໜອງຂອງພຣະເຈົ້ານັ້ນ ມະນຸດບໍ່ໄດ້ຄຳນຶງເຖິງເລີຍ ແລະ ດ້ວຍເຫດນີ້ ເຂົາຈຶ່ງໃຊ້ຊີວິດທີ່ພຣະເຈົ້າປະທານໃຫ້ພວກເຂົາຢ່າງໄຮ້ຈຸດປະສົງ... ບໍ່ມີແມ່ນແຕ່ມະນຸດຄົນດຽວທີ່ພຣະເຈົ້າດູແລທັງກາງເວັນ ແລະ ກາງຄືນຕັ້ງໃຈນະມັດສະການພຣະອົງ. ພຣະເຈົ້າພຽງແຕ່ສືບຕໍ່ປະຕິບັດພາລະກິດໃນມະນຸດ ຍ້ອນພຣະອົງບໍ່ຄາດຫວັງຫຍັງ ຕາມທີ່ພຣະອົງໄດ້ວາງແຜນໄວ້. ພຣະອົງເຮັດແບບນັ້ນກໍຍ້ອນຫວັງວ່າ ມື້ໜຶ່ງມະນຸດຈະຕື່ນຂຶ້ນຈາກຄວາມຝັນຂອງເຂົາ ແລະ ທັນທີໃດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມໝາຍຂອງຊີວິດ, ລາຄາທີ່ພຣະເຈົ້າໄດ້ຈ່າຍສໍາລັບທຸກສິ່ງທີ່ພຣະອົງມອບໃຫ້ກັບເຂົາ ແລະ ຄວາມເປັນຫ່ວງຢ່າງໜັກທີ່ພຣະເຈົ້າລໍຖ້າໃຫ້ມະນຸດຫັນກັບມາຫາພຣະອົງ. ບໍ່ມີໃຜເຄີຍສຳຫຼວດຄວາມລັບທີ່ກ່ຽວກັບຕົ້ນກຳເນີດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 610](https://lo.kingdomsalvation.org/videos/destinations-and-outcomes-excerpt-610.html) - ເຮົາມີຄວາມຫວັງຫຼາຍຢ່າງ. ເຮົາປາດຖະໜາໃຫ້ພວກເຈົ້າປະພຶດຕົນໃນທາງທີ່ຖືກຕ້ອງ ແລະ ດີຂຶ້ນ, ປະຕິບັດໜ້າທີ່ຂອງພວກເຈົ້າຢ່າງຊື່ສັດ, ມີຄວາມຈິງ ແລະ ຄວາມເປັນມະນຸດ, ເປັນຄົນທີ່ສາມາດມອບທຸກສິ່ງ ແລະ ແມ່ນແຕ່ຊີວິດຂອງຕົນເພື່ອພຣະເຈົ້າ ແລະ ອື່ນໆອີກ. ຄວາມຫວັງທັງໝົດນີ້ແມ່ນເກີດຈາກຄວາມຂາດເຂີນ ແລະ ຄວາມເສື່ອມຊາມຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຟັງ. ຖ້າບໍ່ມີການສົນທະນາໃດທີ່ເຮົາມີກັບພວກເຈົ້າທີ່ພຽງພໍທີ່ຈະດຶງດູດຄວາມສົນໃຈຂອງພວກເຈົ້າ, ແລ້ວມັນກໍ່ມີແນວໂນ້ມວ່າສິ່ງດຽວທີ່ເຮົາສາມາດເຮັດໄດ້ກໍຄືບໍ່ເວົ້າຫຍັງອີກ. ຢ່າງໃດກໍຕາມ, ພວກເຈົ້າແມ່ນເຂົ້າໃຈຜົນຮັບຂອງສິ່ງນັ້ນ. ເຮົາບໍ່ຄ່ອຍພັກຜ່ອນຫຼາຍ, ສະນັ້ນ ຖ້າເຮົາບໍ່ເວົ້າ ເຮົາກໍຈະເຮັດບາງສິ່ງເພື່ອໃຫ້ຜູ້ຄົນເບິ່ງ. ເຮົາສາມາດເຮັດໃຫ້ລິ້ນຂອງຄົນເນົ່າເປື່ອຍ ຫຼື ເຮັດໃຫ້ບາງຄົນຕາຍແບບຖືກຕັດອອກເປັນສິ້ນສ່ວນ ຫຼື ເຮັດໃຫ້ເສັ້ນປະສາດຂອງຄົນຜິດປົກກະຕິ ແລະ ເຮັດໃຫ້ພວກເຂົາເບິ່ງໜ້າລັງກຽດໃນຫຼາຍວິທີທາງ. ແລ້ວອີກຄັ້ງ ເຮົາສາມາດເຮັດໃຫ້ຄົນທົນທຸກກັບຄວາມເຈັບປວດທີ່ເຮົາໄດ້ຕົ້ມໄວ້ໂດຍສະເພາະພວກເຂົາ. ດ້ວຍວິທີນີ້ ເຮົາຈະຮູ້ສຶກຍິນດີ, ມີຄວາມສຸກຫຼາຍ ແລະ ພໍໃຈເປັນຢ່າງຍິ່ງ. ມັນຖືກເວົ້າຢູ່ສະເໝີວ່າ “ຄວາມດີແມ່ນຖືກຕອບແທນດ້ວຍຄວາມດີ ແລະ ຄວາມຊົ່ວດ້ວຍຄວາມຊົ່ວ”, ແລ້ວເປັນຫຍັງໃນຕອນນີ້ຈຶ່ງບໍ່ເປັນແບບນັ້ນ? ຖ້າເຈົ້າຕ້ອງການຕໍ່ຕ້ານເຮົາ ແລະ ຕັດສິນບາງຢ່າງກ່ຽວກັບເຮົາ, ແລ້ວເຮົາກໍຈະເຮັດໃຫ້ປາກຂອງເຈົ້າເນົ່າເປື່ອຍ ແລະ ນັ້ນກໍຈະເຮັດໃຫ້ເຮົາດີໃຈຈົນບໍ່ມີສິ້ນສຸດ. ນີ້ກໍຍ້ອນວ່າ ໃນທີ່ສຸດແລ້ວ ສິ່ງທີ່ເຈົ້າໄດ້ເຮັດບໍ່ແມ່ນຄວາມຈິງ, ແຮງໄກທີ່ມັນກ່ຽວຂ້ອງກັບຊີວິດ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 608](https://lo.kingdomsalvation.org/videos/destinations-and-outcomes-excerpt-608.html) - ເຮົາໄດ້ເຕືອນພວກເຈົ້າຫຼາຍຄັ້ງ ແລະ ໄດ້ປະທານຄວາມຈິງຫຼາຍຂໍ້ແກ່ພວກເຈົ້າເພື່ອເອົາຊະນະພວກເຈົ້າ. ໃນຕອນນີ້ ພວກເຈົ້າທຸກຄົນຮູ້ສຶກອຸດົມສົມບູນຫຼາຍຂຶ້ນກວ່າທີ່ເຈົ້າເປັນໃນອະດີດ, ເຂົ້າໃຈຫຼັກການຫຼາຍຂໍ້ກ່ຽວກັບວິທີທີ່ຄົນໆໜຶ່ງຄວນເປັນ ແລະ ເຈົ້າມີສາມັນສໍານຶກຫຼາຍດັ່ງທີ່ຄົນຊື່ສັດຄວນມີ. ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບເປັນເວລາຫຼາຍປີແລ້ວ. ທັງໝົດນີ້ຄືຜົນເກັບກ່ຽວທີ່ພວກເຈົ້າໄດ້ເກັບຕະຫຼອດຊ່ວງເວລາຫຼາຍປີ. ເຮົາບໍ່ໄດ້ປະຕິເສດຄວາມສຳເລັດຂອງພວກເຈົ້າ, ແຕ່ເຮົາຍັງຕ້ອງເວົ້າຢ່າງກົງໄປກົງມາວ່າເຮົາຍັງບໍ່ໄດ້ປະຕິເສດການບໍ່ເຊື່ອຟັງ ແລະ ການກະບົດທັງຫຼາຍທີ່ພວກເຈົ້າມີຕໍ່ເຮົາຕະຫຼອດເວລາຫຼາຍປີມານີ້, ຍ້ອນວ່າໃນທ່າມກາງພວກເຈົ້າແມ່ນບໍ່ມີນັກບຸນແມ່ນແຕ່ຄົນດຽວ. ພວກເຈົ້າແມ່ນຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ໂດຍບໍ່ມີຂໍ້ຍົກເວັ້ນ; ພວກເຈົ້າເປັນສັດຕູຂອງພຣະຄຣິດ. ຈົນເຖິງປັດຈຸບັນ, ການເຮັດຜິດ ແລະ ການບໍ່ເຊື່ອຟັງຂອງພວກເຈົ້າແມ່ນນັບບໍ່ຖ້ວນ, ດ້ວຍເຫດນັ້ນ ມັນຈິ່ງບໍ່ຄ່ອຍແປກ ທີ່ເຮົາໄດ້ເວົ້າຊໍ້າຕະຫຼອດເວລາຢູ່ຕໍ່ໜ້າພວກເຈົ້າ. ເຮົາບໍ່ຢາກດໍາລົງຊີວິດແບບນີ້ກັບພວກເຈົ້າ, ແຕ່ເພື່ອເຫັນແກ່ອະນາຄົດຂອງພວກເຈົ້າ, ເພື່ອຈຸດໝາຍປາຍທາງຂອງພວກເຈົ້າ, ເຮົາຈິ່ງຈະທວນຄືນສິ່ງທີ່ເຮົາໄດ້ເວົ້າອີກຄັ້ງໃນທີ່ນີ້. ເຮົາຫວັງວ່າ ພວກເຈົ້າຈະເຮັດຕາມໃຈເຮົາ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຊື່ອຖ້ອຍຄຳທຸກຂໍ້ຂອງເຮົາ ແລະ ຮູ້ສຶກຂອບໃຈຕໍ່ຄວາມໝາຍທີ່ເລິກເຊິ່ງໃນພຣະທໍາຂອງເຮົາ. ຈົ່ງຢ່າສົງໄສກ່ຽວກັບສິ່ງທີ່ເຮົາເວົ້າ, ຢ່າພຽງແຕ່ຮັບເອົາພຣະທຳຂອງເຮົາຕາມທີ່ເຈົ້າປາຖະໜາ ແລະ ໂຍນພວກມັນຕາມອຳເພີໃຈ; ເຮົາເຫັນວ່ານີ້ຄືສິ່ງທີ່ຮັບບໍ່ໄດ້. ຈົ່ງຢ່າຕັດສິນພຣະທໍາຂອງເຮົາ ແລະ ຢ່າວ່າແຕ່ການຖືເບົາຕໍ່ພຣະທໍາເຫຼົ່ານັ້ນເລີຍ ຫຼື ເວົ້າວ່າເຮົາລໍ້ລວງພວກເຈົ້າຕະຫຼອດ ຫຼື ຮ້າຍໄປກວ່ານັ້ນ ແມ່ນການເວົ້າວ່າ ສິ່ງທີ່ເຮົາບອກພວກເຈົ້າແມ່ນບໍ່ມີຄວາມຖືກຕ້ອງ. ເຮົາເຫັນວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ຮັບບໍ່ໄດ້. ຍ້ອນພວກເຈົ້າປະຕິບັດຕໍ່ເຮົາ ແລະ ປະຕິບັດຕໍ່ສິ່ງທີ່ເຮົາເວົ້າດ້ວຍຄວາມສົງໄສແບບນັ້ນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 606](https://lo.kingdomsalvation.org/videos/destinations-and-outcomes-excerpt-606.html) - ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແມ່ນຜູ້ທີ່ເຕັມໃຈນໍາເອົາພຣະທໍາຂອງພຣະເຈົ້າໄປປະຕິບັດ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງ. ຜູ້ຄົນທີ່ສາມາດຢືນຢ່າງເດັດດ່ຽວໃນການເປັນພະຍານຂອງພວກເຂົາໃຫ້ກັບພຣະເຈົ້າຢ່າງແທ້ຈິງແມ່ນຜູ້ທີ່ເຕັມໃຈຮັບເອົາພຣະທໍາຂອງພຣະອົງໄປປະຕິບັດ ແລະ ສາມາດຢືນຢູ່ຂ້າງຄວາມຈິງຢ່າງແທ້ຈິງ. ຜູ້ຄົນທີ່ອາໄສເລ່ກົນ ແລະ ຄວາມບໍ່ຍຸຕິທໍາແມ່ນລ້ວນແລ້ວແຕ່ຂາດຄວາມຈິງ ແລະ ພວກເຂົານໍາເອົາຄວາມອັບອາຍມາສູ່ພຣະເຈົ້າ. ຜູ້ທີ່ສ້າງຄວາມຂັດແຍ້ງໃນຄຣິສຕະຈັກແມ່ນຜູ້ຮັບໃຊ້ຂອງຊາຕານ, ພວກເຂົາແມ່ນຕົວຕົນຂອງຊາຕານ. ຄົນດັ່ງກ່າວແມ່ນຊົ່ວຮ້າຍຫຼາຍ. ຜູ້ທີ່ບໍ່ມີຄວາມສາມາດໃນການແຍກແຍະ ແລະ ບໍ່ສາມາດຢືນຢູ່ຂ້າງຄວາມຈິງລ້ວນແລ້ວແຕ່ເຊື່ອງເຈດຕະນາທີ່ຊົ່ວຮ້າຍໄວ້ ແລະ ທໍາລາຍຄວາມຈິງ. ຍິ່ງໄປກວ່ານັ້ນ, ພວກເຂົາເປັນຕົວແທນຂອງຊາຕານໂດຍທາດແທ້. ພວກເຂົາແມ່ນເກີນກວ່າທີ່ຈະໄຖ່ບາບໄດ້ ແລະ ກໍຈະຖືກກໍາຈັດໂດຍທໍາມະຊາດ. ຄອບຄົວຂອງພຣະເຈົ້າບໍ່ອະນຸຍາດໃຫ້ຜູ້ຄົນເຫຼົ່ານີ້ທີ່ບໍ່ປະຕິບັດຄວາມຈິງຍັງຄົງເຫຼືອຢູ່ ຫຼື ບໍ່ອະນຸຍາດໃຫ້ຜູ້ຄົນທີ່ຮື້ມ້າງຄຣິສຕະຈັກໂດຍເຈດຕະນາຄົງເຫຼືອຢູ່. ຢ່າງໃດກໍຕາມ, ຕອນນີ້ບໍ່ແມ່ນເວລາທີ່ຈະເຮັດພາລະກິດຂັບໄລ່; ໃນທີ່ສຸດ ຜູ້ຄົນດັ່ງກ່າວແມ່ນຈະຖືກເປີດໂປງ ແລະ ກໍາຈັດຢູ່ດີ. ຈະບໍ່ມີການເຮັດພາລະກິດທີ່ບໍ່ມີປະໂຫຍດກັບຄົນເຫຼົ່ານີ້; ຜູ້ທີ່ເປັນຄົນຂອງຊາຕານບໍ່ສາມາດຢືນຢູ່ຂ້າງຄວາມຈິງ ໃນຂະນະທີ່ຜູ້ທີ່ສະແຫວງຫາຄວາມຈິງຈະສາມາດຢືນຢູ່ຂ້າງຄວາມຈິງໄດ້. ຜູ້ຄົນທີ່ບໍ່ປະຕິບັດຄວາມຈິງບໍ່ຄູ່ຄວນທີ່ຈະໄດ້ຍິນວິທີທາງແຫ່ງຄວາມຈິງ ແລະ ບໍ່ຄູ່ຄວນໃນການເປັນພະຍານຕໍ່ຄວາມຈິງ. ຄວາມຈິງບໍ່ແມ່ນມີໄວ້ເພື່ອຫູຂອງພວກເຂົາຟັງເທົ່ານັ້ນ; ໃນທາງກົງກັນຂ້າມ, ມັນແມ່ນມີໄວ້ເພື່ອໃຫ້ຄົນທີ່ປະຕິບັດຄວາມຈິງ. ກ່ອນທີ່ຈຸດຈົບຂອງທຸກຄົນຈະຖືກເປີດເຜີຍ, ຜູ້ທີ່ລົບກວນຄຣິສຕະຈັກ ແລະ ຂັດຂວາງພາລະກິດຂອງພຣະເຈົ້າ ຕອນນີ້ ແມ່ນຈະຖືກຈັດແຈງໄວ້ທາງຂ້າງກ່ອນ ເພື່ອຈະໄດ້ຈັດການພວກເຂົານໍາພາຍຫຼັງ. ເມື່ອພາລະກິດສໍາເລັດແລ້ວ, ຜູ້ຄົນເຫຼົ່ານີ້ຈະຖືກເປີດໂປງເທື່ອລະຄົນ ແລະ ຫຼັງຈາກນັ້ນກໍຈະຖືກກໍາຈັດ. ສໍາລັບຕອນນີ້,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 488](https://lo.kingdomsalvation.org/videos/entry-into-life-excerpt-488.html) - ໃນຂະນະທີ່ຊີວິດຂອງເຈົ້າພວມກ້າວໄປ, ເຈົ້າຕ້ອງມີທາງເຂົ້າໃໝ່ ແລະ ຄວາມເຂົ້າທີ່ໃໝ່ ແລະ ສູງສົ່ງກວ່າເກົ່າ ທີ່ເຕີບໃຫຍ່ຂຶ້ນທຸກບາດກ້າວ. ນີ້ຄືສິ່ງທີ່ມະນຸດຊາດຄວນເຂົ້າສູ່. ໂດຍຜ່ານການສົນທະນາກັນ, ການຮັບຟັງການເທດສະໜາ, ການອ່ານພຣະທໍາຂອງພຣະເຈົ້າ ຫຼື ການຈັດການກັບບາງບັນຫາ, ເຈົ້າຈະໄດ້ຮັບຄວາມເຂົ້າໃຈໃໝ່ ແລະ ແສງສະຫວ່າງໃໝ່ ແລະ ຈະບໍ່ມີຊີວິດຢູ່ໃນກົດເກນເກົ່າ ແລະ ຍຸກເກົ່າ; ເຈົ້າຈະມີຊີວິດໃນແສງສະຫວ່າງໃໝ່ ແລະ ຈະບໍ່ຫຼົງອອກຈາກພຣະທໍາຂອງພຣະເຈົ້າ. ນີ້ຄືສິ່ງທີ່ເອີ້ນວ່າການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ການຈ່າຍໃຫ້ກັບບາງລະດັບທີ່ເປັນຜິວເຜີນແມ່ນໃຊ້ບໍ່ໄດ້; ແຕ່ລະມື້, ພຣະທໍາຂອງພຣະເຈົ້າເຂົ້າສູ່ໂລກທີ່ສູງສົ່ງຂຶ້ນເລື້ອຍໆ ແລະ ສິ່ງໃໝ່ປາກົດຂຶ້ນທຸກວັນ ແລະ ພ້ອມນີ້ ມະນຸດກໍຕ້ອງສ້າງທາງເຂົ້າໃໝ່ເພື່ອເຂົ້າສູ່ພຣະທໍາທຸກວັນ. ຕາມທີ່ພຣະເຈົ້າໄດ້ກ່າວໄວ້, ພຣະເຈົ້າຈະນຳເອົາໝາກຜົນມາສູ່ທຸກສິ່ງທີ່ພຣະອົງໄດ້ກ່າວໄວ້ ແລະ ຖ້າເຈົ້າບໍ່ສາມາດນຳທັນ ເຈົ້າກໍ່ຈະຖືກປະຖິ້ມໄວ້ດ້ານຫຼັງ. ເຈົ້າຕ້ອງລົງເລິກໃນການອະທິຖານຂອງເຈົ້າ; ການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າຕ້ອງບໍ່ຂາດວັກຂາດຕອນ. ໃຫ້ລົງເລິກໃນແສງສະຫວ່າງ ແລະ ແສງເຍືອງທາງທີ່ເຈົ້າໄດ້ຮັບ ແລະ ແນວຄິດ ແລະ ການຈິນຕະນາການຂອງເຈົ້າຕ້ອງຫຼຸດລົງເທື່ອລະໜ້ອຍ. ເຈົ້າຕ້ອງເຮັດໃຫ້ການຕັດສິນຂອງເຈົ້າໜັກແໜ້ນຂຶ້ນ ແລະ ບໍ່ວ່າເຈົ້າຈະຜະເຊີນກັບຫຍັງກໍຕາມ ເຈົ້າຕ້ອງມີຄວາມຄິດເປັນຂອງຕົວເອງກ່ຽວກັບສິ່ງນີ້ ແລະ ມີມຸມມອງເປັນຂອງຕົວເອງ. ໃນການເຂົ້າໃຈບາງສິ່ງໃນຈິດວິນຍານ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 487](https://lo.kingdomsalvation.org/videos/entry-into-life-excerpt-487.html) - ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງມີສັດທາໃນພຣະທໍາທຸກຂໍ້ຂອງພຣະເຈົ້າ ແລະ ໃນພາລະກິດຂອງພຣະອົງທັງໝົດ. ນັ້ນໝາຍຄວາມວ່າ ເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງອ່ອນນ້ອມຕໍ່ພຣະອົງ. ຖ້າວ່າເຈົ້າເຮັດບໍ່ໄດ້, ມັນກໍບໍ່ສຳຄັນທີ່ເຈົ້າຈະເຊື່ອໃນພຣະເຈົ້າ ຫຼື ບໍ່. ຖ້າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ບໍ່ເຄີຍອ່ອນນ້ອມຕໍ່ພຣະອົງ ແລະ ບໍ່ຍອມຮັບພຣະທໍາທຸກຄຳຂອງພຣະອົງ ແຕ່ພັດຂໍໃຫ້ພຣະເຈົ້າຍອມເຈົ້າ ແລະ ເຮັດຕາມຄວາມຄິດຂອງເຈົ້າ, ເຈົ້າກໍເປັນຄົນທີ່ກະບົດທີ່ສຸດ ແລະ ເຈົ້າກໍແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ຄົນເຊັ່ນນີ້ຈະສາມາດອ່ອນນ້ອມຕໍ່ພາລະກິດ ແລະ ພຣະທໍາຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດໄດ້ຢ່າງໃດ? ຜູ້ທີ່ກະບົດທີ່ສຸດຄືຜູ້ທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ຕໍ່ຕ້ານສາສະໜາຄຣິດ. ທັດສະນະຂອງພວກເຂົາແມ່ນທັດສະນະທີ່ບໍ່ດີຕໍ່ພາລະກິດໃໝ່ຂອງພຣະເຈົ້າຢູ່ສະເໝີ; ພວກເຂົາບໍ່ເຄີຍມີຄວາມຕັ້ງໃຈແມ່ນແຕ່ໜ້ອຍດຽວໃນການອ່ອນນ້ອມ ແລະ ພວກເຂົາບໍ່ເຄີຍອ່ອນນ້ອມ ຫຼື ຖ່ອມຕົນຢ່າງເຕັມໃຈ. ພວກເຂົາຄິດວ່າຕົວເອງຍິ່ງໃຫຍ່ທີ່ສຸດຕໍ່ໜ້າຄົນອື່ນ ແລະ ບໍ່ເຄີຍອ່ອນນ້ອມຕໍ່ໃຜເລີຍ. ຕໍ່ໜ້າພຣະເຈົ້າ ພວກເຂົາຖືວ່າຕົນເອງເກັ່ງທີ່ສຸດໃນການເທດສະໜາພຣະທໍາ ແລະ ມີຄວາມຊຳນານທີ່ສຸດໃນການປະຕິບັດວຽກງານກັບຄົນອື່ນ. ພວກເຂົາບໍ່ເຄີຍປະຖິ້ມ “ຊັບສົມບັດ” ທີ່ພວກເຂົາຄອບຄອງ ແຕ່ພັດຖືເອົາສິ່ງເຫຼົ່ານັ້ນເປັນມໍລະດົກຕົກທອດຈາກວົງຕະກູນເພື່ອນະມັດສະການ, ເພື່ອທີ່ຈະເທດສະໜາກ່ຽວກັບຄົນອື່ນ ແລະ ໃຊ້ເຂົາເຈົ້າເພື່ອສັ່ງສອນຄົນໂງ່ທີ່ຫຼົງເຊື່ອພວກເຂົາ. ມີຜູ້ຄົນແບບນີ້ຈຳນວນຫຼາຍຢູ່ໃນຄຣິສຕະຈັກ. ອາດເວົ້າໄດ້ວ່າ “ວິລະບຸລຸດທີ່ບໍ່ເຄີຍພ່າຍແພ້” ຮຸ້ນຕໍ່ຮຸ້ນອາໃສຢູ່ໃນເຮືອນຂອງພຣະເຈົ້າ. ພວກເຂົາຖືເອົາຄຳເທດສະໜາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 485](https://lo.kingdomsalvation.org/videos/entry-into-life-excerpt-485.html) - ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້. ພາລະກິດນັ້ນສູງສົ່ງຂຶ້ນຕາມແຕ່ລະບາດກ້າວ, ຕາມການເປີດເຜີຍແຫ່ງວັນໃໝ່ທີ່ສູງສົ່ງກວ່າວັນນີ້ ໂດຍສູງສົ່ງຂຶ້ນ ແລະ ສູງຂຶ້ນໄປຕາມແຕ່ລະຂັ້ນຕອນ. ນັ້ນຄືພາລະກິດຂອງພຣະເຈົ້າເພື່ອເຮັດໃຫ້ມະນຸດສົມບູນ. ຫາກມະນຸດບໍ່ສາມາດກ້າວຕາມທັນ, ພວກເຂົາກໍອາດຈະຖືກກໍາຈັດໄດ້ທຸກເວລາ. ຖ້າຫາກມະນຸດບໍ່ມີຫົວໃຈທີ່ອ່ອນນ້ອມ, ພວກເຂົາຈະບໍ່ສາມາດເດີນຕາມໄປເຖິງທີ່ສຸດ. ຍຸກເກົ່າໄດ້ຜ່ານໄປ; ນີ້ແມ່ນຍຸກໃໝ່. ໃນຍຸກໃໝ່ນີ້ແມ່ນຕ້ອງໄດ້ເຮັດພາລະກິດໃໝ່. ໂດຍສະເພາະໃນຍຸກສຸດທ້າຍທີ່ຜູ້ຄົນຖືກເຮັດໃຫ້ສົມບູນ, ພຣະເຈົ້າຈະປະຕິບັດພາລະກິດໃໝ່ໃຫ້ໄວຂຶ້ນ, ເພາະສະນັ້ນ ຖ້າບໍ່ມີການອ່ອນນ້ອມໃນຈິດໃຈຂອງພວກເຂົາ ຜູ້ຄົນຈະພົບຄວາມຫຍຸ້ງຍາກໃນການເດີນຕາມບາດກ້າວຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດໃດໆ ແລະ ພຣະອົງບໍ່ໄດ້ປະຕິບັດກັບພາລະກິດຂອງພຣະອົງວ່າເປັນສິ່ງທີ່ປ່ຽນແປງບໍ່ໄດ້. ແຕ່ພາລະກິດທີ່ພຣະອົງປະຕິບັດຢູ່ແມ່ນໃໝ່ສະເໝີ ແລະ ສູງສົ່ງສະເໝີ. ພາລະກິດຂອງພຣະອົງແມ່ນນັບມື້ນັບເປັນຈິງໃນແຕ່ລະບາດກ້າວ ແລະ ນັບມື້ນັບສອດຄ່ອງກັບຄວາມຕ້ອງການຕົວຈິງຂອງມະນຸດ. ພາຍຫຼັງທີ່ຜູ້ຄົນໄດ້ປະສົບກັບພາລະກິດແບບນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດສໍາເລັດການປ່ຽນແປງຈິດໃຈຂັ້ນສຸດທ້າຍຂອງພວກເຂົາ. ຄວາມຮູ້ຂອງມະນຸດກ່ຽວກັບຊີວິດແມ່ນສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ ແລະ ເຊັ່ນດຽວກັນ ພາລະກິດຂອງພຣະເຈົ້າກໍ່ສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະຖືກເຮັດໃຫ້ສົມບູນ ແລະ ເໝາະທີ່ຈະໃຫ້ພຣະເຈົ້ານໍາໃຊ້. ພຣະເຈົ້າດຳເນີນພາລະກິດດ້ວຍວິທີນີ້ ຍ້ອນດ້ານໜຶ່ງກໍ່ເພື່ອຕອບໂຕ້ ແລະ ຫັນປ່ຽນຄວາມຄິດຂອງມະນຸດ ແລະ ອີກດ້ານໜຶ່ງກໍ່ເພື່ອນຳພາມະນຸດໄປສູ່ສະພາບທີ່ສູງຂຶ້ນ ແລະ ເປັນຈິງຫຼາຍຂຶ້ນ ເພື່ອເຂົ້າສູ່ໂລກທີ່ສູງສຸດຂອງຄວາມເຊື່ອໃນພຣະເຈົ້າ ເພື່ອວ່າໃນທີ່ສຸດແລ້ວ ຄວາມປະສົງຂອງພຣະເຈົ້າຈະໄດ້ສໍາເລັດ. ທຸກຄົນທີ່ກະບົດໂດຍທໍາມະຊາດ ທີ່ເຕັມໃຈຄັດຄ້ານຈະຖືກກໍາຈັດໃນຂັ້ນຕອນນີ້ຂອງພາລະກິດທີ່ວ່ອງໄວ ແລະ ກ້າວໜ້າຢ່າງດຸເດືອດຂອງພຣະເຈົ້າ; ຜູ້ທີ່ເຕັມໃຈອ່ອນນ້ອມ ແລະ
- [ການອ່ານພຣະທຳຂອງພຣະເຈົ້າ | "ການປະຕິບັດ (6)"](https://lo.kingdomsalvation.org/videos/practice-6.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຜູ້ທີ່ບໍ່ຮຽນຮູ້ ແລະ ຍັງຄົງໂງ່ຈ້າ: ພວກເຂົາບໍ່ແມ່ນສັດຮ້າຍບໍ?"](https://lo.kingdomsalvation.org/videos/not-learn-and-know-are-nothing-but-beasts.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການປະຕິບັດ (3)"](https://lo.kingdomsalvation.org/videos/practice-3.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 243](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-243.html) - ຜູ້ຄົນຕ້ອງຍຶດໝັ້ນຕໍ່ຫຼາຍໜ້າທີ່ ທີ່ພວກເຂົາຄວນປະຕິບັດ. ນີ້ຄືສິ່ງທີ່ຜູ້ຄົນຄວນຍຶດໝັ້ນ ແລະ ນີ້ຄືສິ່ງທີ່ພວກເຂົາຕ້ອງປະຕິບັດ. ຈົ່ງປ່ອຍໃຫ້ພຣະວິນຍານບໍລິສຸດເຮັດໃນສິ່ງທີ່ພຣະວິນຍານບໍລິສຸດຕ້ອງເຮັດ; ມະນຸດບໍ່ສາມາດມີບົດບາດໃນສິ່ງດັ່ງກ່າວ. ມະນຸດຄວນຍຶດໝັ້ນໃນສິ່ງທີ່ມະນຸດຄວນເຮັດ ເຊິ່ງບໍ່ມີສ່ວນກ່ຽວຂ້ອງກັບພຣະວິນຍານບໍລິສຸດ. ມັນບໍ່ແມ່ນຫຍັງເລີຍ ນອກຈາກເປັນສິ່ງທີ່ມະນຸດຄວນເຮັດ ແລະ ຄວນຍຶດໝັ້ນດັ່ງພຣະບັນຍັດ, ຄືກັນກັບການຍຶດໝັ້ນຕາມພຣະບັນຍັດໃນພັນທະສັນຍາເດີມ. ເຖິງປັດຈຸບັນຈະບໍ່ແມ່ນຍຸກແຫ່ງພຣະບັນຍັດ ແຕ່ກໍຍັງມີພຣະທໍາຫຼາຍຂໍ້ທີ່ຄວນຍຶດໝັ້ນ ເຊິ່ງຢູ່ໃນຮູບແບບດຽວກັບພຣະທຳໃນຍຸກແຫ່ງພຣະບັນຍັດ. ພຣະທໍາເຫຼົ່ານີ້ບໍ່ໄດ້ຖືກດໍາເນີນພຽງແຕ່ອາໄສການສໍາຜັດຂອງພຣະວິນຍານບໍລິສຸດເທົ່ານັ້ນ, ແຕ່ກົງກັນຂ້າມ ພວກມັນແມ່ນສິ່ງທີ່ມະນຸດຄວນຍຶດໝັ້ນ. ຕົວຢ່າງ: ເຈົ້າຈະບໍ່ຕັດສິນພາລະກິດຂອງພຣະເຈົ້າທີ່ແທ້ຈິງ. ເຈົ້າຈະບໍ່ຕໍ່ຕ້ານມະນຸດ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້. ຕໍ່ໜ້າພຣະເຈົ້າ, ເຈົ້າຈະຮັກສາຕໍາແໜ່ງຂອງເຈົ້າ ແລະ ຈະບໍ່ເຮັດຜິດສິນທໍາ. ຖ້ອຍຄໍາຂອງເຈົ້າຄວນມີຄວາມເໝາະສົມ ແລະ ຄໍາເວົ້າ ແລະ ການກະທໍາຂອງເຈົ້າຕ້ອງປະຕິບັດຕາມການຈັດແຈງຂອງມະນຸດທີ່ພຣະເຈົ້າໄດ້ເປັນພະຍານໃຫ້. ເຈົ້າຄວນຢໍາເກງຄໍາພະຍານຂອງພຣະເຈົ້າ. ເຈົ້າຈະບໍ່ເມີນເສີຍຕໍ່ພາລະກິດຂອງພຣະເຈົ້າ ແລະ ພຣະທໍາທີ່ອອກຈາກປາກຂອງພຣະອົງ. ເຈົ້າຈະບໍ່ຮຽນແບບນໍ້າສຽງ ແລະ ຈຸດປະສົງຂອງພຣະຄໍາຂອງພຣະເຈົ້າ. ສ່ວນດ້ານພາຍນອກ, ເຈົ້າຈະບໍ່ເຮັດໃນສິ່ງທີ່ເປັນການຕໍ່ຕ້ານຕໍ່ມະນຸດ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້ຢ່າງເປີດເຜີຍ ແລະ ອື່ນໆອີກ. ແຕ່ລະຄົນຄວນຍຶດໝັ້ນຕໍ່ສິ່ງເຫຼົ່ານີ້. ໃນແຕ່ລະຍຸກ, ພຣະເຈົ້າໄດ້ກໍານົດກົດລະບຽບຫຼາຍຂໍ້ທີ່ຄ້າຍຄືກັນກັບພຣະບັນຍັດ ແລະ ເປັນສິ່ງທີ່ມະນຸດຕ້ອງຍຶດໝັ້ນ. ດ້ວຍສິ່ງນີ້ ພຣະອົງໄດ້ຈໍາກັດອຸປະນິໄສຂອງມະນຸດ ແລະ ໄດ້ກວດສອບຄວາມຈິງໃຈຂອງມະນຸດ. ໃຫ້ເອົາພຣະທໍາທີ່ວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 70](https://lo.kingdomsalvation.org/videos/God-s-appearance-and-work-excerpt-070.html) - ເປັນເວລາຫຼາຍພັນປີມາແລ້ວ ມະນຸດໄດ້ປາດຖະໜາຢາກເຫັນການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ. ມະນຸດປາດຖະໜາຢາກເຫັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຂີ່ກ້ອນເມກສີຂາວເມື່ອພຣະອົງລົງມາດ້ວຍຕົນເອງຢູ່ທ່າມກາງຜູ້ທີ່ລໍຄອຍ ແລະ ປາດຖະໜາຢາກເຫັນພຣະອົງເປັນເວລາຫຼາຍພັນປີມາແລ້ວ. ມະນຸດຍັງປາດຖະໜາໃຫ້ພຣະຜູ້ຊ່ວຍໃຫ້ລອດພົ້ນກັບຄືນມາ ແລະ ມາຢູ່ຮ່ວມກັບພວກເຂົາ; ນັ້ນກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຜູ້ທີ່ໄດ້ແຍກຈາກຜູ້ຄົນເປັນເວລາຫຼາຍພັນປີກັບຄືນມາ ແລະ ປະຕິບັດພາລະກິດແຫ່ງການໄຖ່ບາບທີ່ພຣະອົງເຄີຍເຮັດໃນທ່າມກາງຄົນຢິວອີກຄັ້ງ, ໃຫ້ພຣະອົງຈະມີຄວາມສົງສານ ແລະ ມີຄວາມຮັກຕໍ່ມະນຸດ, ໃຫ້ອະໄພບາບແກ່ມະນຸດ ແລະ ແບກຮັບຄວາມຜິດບາບຂອງມະນຸດ ແລະ ເຖິງກັບແບກຮັບເອົາການກະທຳຜິດຂອງມະນຸດທຸກຄົນ ແລະ ນຳມະນຸດອອກຈາກຄວາມຜິດບາບ. ສິ່ງທີ່ພວກເຂົາປາດຖະໜາກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນເປັນຄືແຕ່ກ່ອນ ນັ້ນກໍ່ຄືເປັນພຣະຜູ້ຊ່ວຍໃຫ້ລອດທີ່ເຕັມໄປດ້ວຍຄວາມຮັກ, ມີເມດຕາ ແລະ ໜ້າເຄົາລົບນັບຖື, ເປັນຜູ້ທີ່ບໍ່ເຄີຍໂກດຮ້າຍຕໍ່ມະນຸດ ແລະ ຜູ້ທີ່ບໍ່ເຄີຍຕຳນິມະນຸດ, ແຕ່ເປັນຜູ້ທີ່ໃຫ້ອະໄພ ແລະ ແບກຮັບເອົາບາບທັງໝົດຂອງມະນຸດ ແລະ ຜູ້ທີ່ເຖິງກັບຕາຍເທິງໄມ້ກາງແຂນເພື່ອມະນຸດຄືກັບຄັ້ງກ່ອນ. ຕັ້ງແຕ່ທີ່ພຣະເຢຊູໄດ້ຈາກໄປ, ສາວົກຜູ້ທີ່ຕິດຕາມພຣະອົງ ພ້ອມທັງໄພ່ພົນທຸກຄົນທີ່ໄດ້ຮັບຄວາມລອດພົ້ນໃນພຣະນາມຂອງພຣະອົງກໍ່ໄດ້ພາກັນສະແຫວງຫາ ແລະ ລໍຄອຍພຣະອົງຢ່າງສິ້ນຫວັງ. ທຸກຄົນທີ່ໄດ້ຮັບຄວາມລອດພົ້ນຈາກພຣະກະລຸນາຂອງພຣະເຢຊູຄຣິດໃນລະຫວ່າງຍຸກແຫ່ງພຣະຄຸນກໍ່ປາດຖະໜາຫາມື້ແຫ່ງຄວາມປິຕິຍິນດີໃນຍຸກສຸດທ້າຍ ເມື່ອພຣະຜູ້ຊ່ວຍໃຫ້ລອດພົ້ນຈະລົງມາເທິງກ້ອນເມກສີຂາວ ເພື່ອປາກົດຕົວຕໍ່ໜ້າທຸກຄົນ. ແນ່ນອນ ສິ່ງນີ້ຍັງແມ່ນຄວາມປາດຖະໜາລວມກັນຂອງທຸກຄົນທີ່ຍອມຮັບພຣະນາມຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໃນມື້ນີ້. ທຸກຄົນໃນຈັກກະວານທີ່ຮູ້ຈັກຄວາມລອດພົ້ນຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ລໍຄອຍຢ່າງສິ້ນຫວັງໃຫ້ພຣະເຢຊູຄຣິດມາເຖິງຢ່າງກະທັນຫັນ ເພື່ອເຮັດສຳເລັດສິ່ງທີ່ພຣະເຢຊູໄດ້ກ່າວໄວ້ໃນຂະນະທີ່ຢູ່ເທິງໂລກ: “ເຮົາຈະມາຄືກັນກັບຕອນທີ່ເຮົາຈາກໄປ”. ມະນຸດເຊື່ອວ່າ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ ແລະ ການຄືນຊີບ ພຣະເຢຊູໄດ້ກັບຄືນໄປສູ່ສະຫວັນເທິງກ້ອນເມກສີຂາວ ເພື່ອຮັບຕຳແໜ່ງຂອງພຣະອົງໃນມືເບື້ອງຂວາຂອງອົງຊົງສູງສຸດ. ໃນລັກສະນະດຽວກັນ, ພຣະເຢຊູຈະລົງມາເທິງກ້ອນເມກສີຂາວອີກຄັ້ງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 443](https://lo.kingdomsalvation.org/videos/entry-into-life-excerpt-443.html) - ປັດຈຸບັນພວກເຈົ້າຮູ້ສິ່ງທີ່ພວກເຈົ້າຕ້ອງມີບໍ? ດ້ານໜຶ່ງແມ່ນນິມິດກ່ຽວກັບພາລະກິດ ແລະ ອີກດ້ານໜຶ່ງແມ່ນການປະຕິບັດຂອງເຈົ້າ. ເຈົ້າຕ້ອງເຂົ້າໃຈທັງສອງດ້ານ. ຖ້າເຈົ້າບໍ່ມີນິມິດໃນການຄົ້ນຫາເພື່ອສ້າງຄວາມກ້າວໜ້າໃນຊີວິດ, ເຈົ້າກໍບໍ່ມີພື້ນຖານ. ຖ້າເຈົ້າມີພຽງເສັ້ນທາງປະຕິບັດເທົ່ານັ້ນ ແລະ ບໍ່ມີນິມິດແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດແຫ່ງແຜນການຄຸ້ມຄອງທັງໝົດ, ເຈົ້າກໍບໍ່ມີດີຫຍັງເລີຍ. ເຈົ້າຕ້ອງເຂົ້າໃຈຄວາມຈິງທາງດ້ານນິມິດ ແລະ ໃນສ່ວນຄວາມຈິງທາງດ້ານປະຕິບັດນັ້ນ, ເຈົ້າກໍຕ້ອງຊອກຫາເສັ້ນທາງປະຕິບັດທີ່ເໝາະສົມເມື່ອເຈົ້າເຂົ້າໃຈສິ່ງນັ້ນແລ້ວ; ເຈົ້າຕ້ອງປະຕິບັດຕາມພຣະທຳ ແລະ ເຂົ້າສູ່ຕາມເງື່ອນໄຂຂອງເຈົ້າ. ນິມິດຕ່າງໆຄືພື້ນຖານ ແລະ ຖ້າເຈົ້າບໍ່ໃສ່ໃຈກັບເລື່ອງນີ້, ເຈົ້າຈະບໍ່ສາມາດຕິດຕາມໄດ້ຈົນເຖິງທີ່ສຸດ. ເມື່ອເຈົ້າມີປະສົບການໃນລັກສະນະນີ້, ເຈົ້າກໍຈະທັງຫຼົງທາງ ຫຼື ລົ້ມລົງ ແລະ ລົ້ມເຫຼວ. ເຈົ້າຈະບໍ່ມີທາງປະສົບຜົນສຳເລັດໄດ້ເລີຍ! ຄົນທີ່ບໍ່ມີນິມິດອັນຍິ່ງໃຫຍ່ເປັນພື້ນຖານຂອງພວກເຂົາ ກໍຈະມີແຕ່ລົ້ມເຫຼວ ແລະ ບໍ່ປະສົບຜົນສຳເລັດ. ເຈົ້າບໍ່ສາມາດຕັ້ງໝັ້ນໄດ້! ເຈົ້າຮູ້ບໍວ່າການເຊື່ອໃນພຣະເຈົ້າແມ່ນຫຍັງ? ເຈົ້າຮູ້ບໍວ່າການຕິດຕາມພຣະເຈົ້າແມ່ນຫຍັງ? ຖ້າປາສະຈາກນິມິດແລ້ວ, ເຈົ້າຈະຍ່າງຕາມເສັ້ນທາງໃດ? ໃນພາລະກິດຂອງປັດຈຸບັນນີ້, ຖ້າເຈົ້າບໍ່ມີນິມິດ ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ເລີຍ. ແລ້ວເຈົ້າເຊື່ອໃຜ? ເປັນຫຍັງເຈົ້າຈິ່ງເຊື່ອໃນພຣະອົງ? ເປັນຫຍັງເຈົ້າຈິ່ງຕິດຕາມພຣະອົງ? ເຈົ້າເຫັນຄວາມເຊື່ອຂອງເຈົ້າເປັນເກມຊະນິດໜຶ່ງເທົ່ານັ້ນບໍ? ເຈົ້າຈັດການກັບຊີວິດຂອງເຈົ້າຄືກັບຂອງຫຼິ້ນບໍ? ພຣະເຈົ້າໃນມື້ນີ້ແມ່ນນິມິດທີ່ຍິ່ງໃຫຍ່ທີ່ສຸດ. ເຈົ້າຮູ້ກ່ຽວກັບພຣະອົງຫຼາຍປານໃດ? ເຈົ້າໄດ້ເຫັນພຣະອົງຫຼາຍປານໃດ? ເມື່ອໄດ້ເຫັນພຣະເຈົ້າແຫ່ງປັດຈຸບັນແລ້ວ ພື້ນຖານຂອງການເຊື່ອໃນພຣະເຈົ້າຂອງເຈົ້າໝັ້ນຄົງຢູ່ບໍ? ເຈົ້າຄິດວ່າ ຕາບໃດທີ່ເຈົ້າຕິດຕາມໃນເສັ້ນທາງທີ່ສັບສົນນີ້,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 428](https://lo.kingdomsalvation.org/videos/entry-into-life-excerpt-428.html) - ຫຼາຍຄົນສາມາດເວົ້າກ່ຽວກັບການປະຕິບັດໄດ້ເລັກນ້ອຍ ແລະ ພວກເຂົາສາມາດເວົ້າກ່ຽວກັບຄວາມປະທັບໃຈສ່ວນຕົວຂອງພວກເຂົາ ແຕ່ສ່ວນຫຼາຍແມ່ນແສງສະຫວ່າງທີ່ໄດ້ຮັບຈາກຖ້ອຍຄໍາຂອງຄົນອື່ນ. ມັນບໍ່ໄດ້ລວມເອົາສິ່ງທີ່ມາຈາກການປະຕິບັດສ່ວນຕົວຂອງພວກເຂົາເລີຍ ທັງບໍ່ໄດ້ລວມເອົາສິ່ງທີ່ພວກເຂົາເຫັນຜ່ານປະສົບການຂອງພວກເຂົາ. ເຮົາໄດ້ວິເຄາະປະເດັນນີ້ຢ່າງລະອຽດມາກ່ອນແລ້ວ; ຢ່າຄິດວ່າເຮົາບໍ່ຮູ້ຫຍັງ. ເຈົ້າເປັນພຽງເສືອເຈ້ຍ ແຕ່ເຈົ້າເວົ້າເລື່ອງປາບປາມຊາຕານ, ເລື່ອງຄໍາພະຍານແຫ່ງໄຊຊະນະ ແລະ ເວົ້າເລື່ອງການດຳລົງຊີວິດຕາມພາບລັກຂອງພຣະເຈົ້າໄດ້ແນວໃດ? ທັງໝົດນີ້ໄຮ້ສາລະ! ເຈົ້າຄິດວ່າພຣະທໍາທັງໝົດທີ່ພຣະເຈົ້າກ່າວໃນທຸກມື້ນີ້ແມ່ນເພື່ອໃຫ້ເຈົ້າຊື່ນຊົມບໍ? ປາກຂອງເຈົ້າເວົ້າເລື່ອງການກະບົດຕໍ່ຕົວຕົນເກົ່າຂອງຕົວເອງ ແລະ ການປະຕິບັດຕາມຄວາມຈິງ ແຕ່ມືຂອງເຈົ້າກໍາລັງກະທໍາສິ່ງອື່ນ ແລະ ຈິດໃຈຂອງເຈົ້າກໍກໍາລັງຄິດແຜນການອື່ນຢູ່ ແລ້ວເຈົ້າເປັນຄົນປະເພດໃດ? ເປັນຫຍັງຈິດໃຈ ແລະ ມືຂອງເຈົ້າຈຶ່ງບໍ່ຄືກັນ ແລະ ເປັນອັນໜຶ່ງອັນດຽວກັນ? ການເທດສະໜາຫຼາຍຄັ້ງກາຍເປັນພຽງຄໍາເວົ້າທີ່ວ່າງເປົ່າ; ສິ່ງນີ້ບໍ່ໜ້າເສົ້າບໍ? ຖ້າເຈົ້າບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າ ມັນກໍສະແດງໃຫ້ເຫັນວ່າເຈົ້າຍັງບໍ່ທັນໄດ້ເຂົ້າສູ່ທາງທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ເຈົ້າຍັງບໍ່ທັນມີພາລະກິດຂອງພຣະວິນຍານບໍລິສຸດໃນໂຕເຈົ້າ ແລະ ເຈົ້າຍັງບໍ່ໄດ້ຮັບການນໍາທາງຈາກພຣະອົງເທື່ອ. ຖ້າເຈົ້າເວົ້າວ່າ ເຈົ້າສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າເທົ່ານັ້ນ ແຕ່ບໍ່ສາມາດປະຕິບັດຕາມ ເຈົ້າກໍເປັນຄົນທີ່ບໍ່ຮັກຄວາມຈິງ. ພຣະເຈົ້າບໍ່ໄດ້ສະເດັດມາເພື່ອຊ່ວຍຄົນປະເພດນີ້ໃຫ້ພົ້ນ. ພຣະເຢຊູທົນທຸກກັບຄວາມເຈັບປວດແສນສາຫັດ ເມື່ອພຣະອົງຖືກຄຶງເທິງໄມ້ກາງແຂນເພື່ອຊ່ວຍຄົນບາບ, ເພື່ອຊ່ວຍຄົນທຸກຍາກ ແລະ ເພື່ອຊ່ວຍທຸກຄົນທີ່ຖ່ອມຕົນໃຫ້ລອດພົ້ນ. ການຖືກຄຶງຂອງພຣະອົງເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບ. ຖ້າເຈົ້າບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າ ເຈົ້າກໍຄວນອອກໄປໃຫ້ໄວເທົ່າທີ່ຈະໄວໄດ້; ຢ່າຢູ່ລ້າໆໃນເຮືອນຂອງພຣະເຈົ້າ ຄືຄົນເອົາປຽບຄົນອື່ນ. ຫຼາຍຄົນເຖິງກັບເຫັນວ່າ ມັນເປັນເລື່ອງຍາກທີ່ຈະຢຸດກະທໍາສິ່ງທີ່ເຫັນຢ່າງຊັດເຈນວ່າເປັນການຕໍ່ຕ້ານພຣະເຈົ້າ. ບໍ່ແມ່ນພວກເຂົາຢາກຕາຍບໍ? ພວກເຂົາສາມາດເວົ້າເຖິງການເຂົ້າສູ່ອານາຈັກຂອງພຣະເຈົ້າໄດ້ຢ່າງໃດ? ພວກເຂົາຈະກ້າສູ້ໜ້າພຣະອົງບໍ? ເຈົ້າກິນອາຫານທີ່ພຣະອົງຈັດກຽມໃຫ້,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 313](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-313.html) - ຖ້າຜູ້ຄົນສາມາດເຫັນຢ່າງແທ້ຈິງເຖິງເສັ້ນທາງທີ່ຖືກຕ້ອງກ່ຽວກັບຊີວິດມະນຸດ ພ້ອມທັງຈຸດປະສົງຂອງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າໄດ້ຢ່າງຊັດເຈນ, ພວກເຂົາກໍຈະບໍ່ຖືວ່າ ອະນາຄົດ ແລະ ໂຊກຊະຕາສ່ວນຕົວຂອງພວກເຂົາເປັນຊັບສົມບັດໃນຫົວໃຈຂອງພວກເຂົາ. ພວກເຂົາຈະບໍ່ສົນໃຈໃນການຮັບໃຊ້ພໍ່ແມ່ຂອງພວກເຂົາ ຜູ້ທີ່ຮ້າຍຍິ່ງກວ່າໝູ ແລະ ໝາຕໍ່ໄປອີກ. ອະນາຄົດ ແລະ ໂຊກຊະຕາຂອງມະນຸດ ແທ້ຈິງແລ້ວ ບໍ່ແມ່ນທີ່ເອີ້ນໃນປັດຈຸບັນວ່າ “ພໍ່ແມ່” ຂອງເປໂຕບໍ? ພວກເຂົາເປັນເໝືອນກັບເນື້ອໜັງ ແລະ ເລືອດຂອງມະນຸດ. ແລ້ວຈຸດໝາຍປາຍທາງ ແລະ ອະນາຄົດຂອງເນື້ອໜັງຈະເປັນແນວໃດ? ມັນຈະເປັນການເຫັນພຣະເຈົ້າໃນຂະນະທີ່ມີຊີວິດຢູ່ ຫຼື ຈະໃຫ້ວິນຍານພົບກັບພຣະເຈົ້າຫຼັງຈາກທີ່ຕາຍໄປແລ້ວ? ເນື້ອໜັງຈະຕົກລົງສູ່ເຕົາຫຼໍ່ໃຫຍ່ໃນມື້ອື່ນຢ່າງທຸກທໍລະມານບໍ ຫຼື ມັນຈະຖືກເຜົາໄໝ້ດ້ວຍແປວໄຟ? ບໍ່ແມ່ນຄຳຖາມແບບນີ້ກ່ຽວຂ້ອງກັບເນື້ອໜັງຂອງມະນຸດທີ່ຈະອົດທົນຕໍ່ຄວາມໂຊກຮ້າຍ ຫຼື ທົນທຸກກັບຂ່າວໃຫຍ່ທີ່ສຸດເຊິ່ງໃຜກໍຕາມທີ່ຢູ່ໃນກະແສປັດຈຸບັນນີ້ທີ່ມີສະໝອງ ແລະ ແນວຄິດເປັນປົກກະຕິໃສ່ໃຈຫຼາຍທີ່ສຸດບໍ? (ໃນນີ້, ຄວາມທຸກທໍລະມານໝາຍເຖິງການໄດ້ຮັບພອນ; ໝາຍຄວາມວ່າ ການທົດລອງໃນອະນາຄົດຄືຜົນປະໂຫຍດສຳລັບຈຸດໝາຍປາຍທາງຂອງມະນຸດ. ຄວາມໂຊກຮ້າຍໝາຍເຖິງການບໍ່ສາມາດຍຶດໝັ້ນ ຫຼື ທີ່ເຮັດໃຫ້ເຂົ້າໃຈຜິດ ຫຼື ໝາຍຄວາມວ່າ ຄົນໜຶ່ງຈະພົບກັບສະຖານະການທີ່ໂຊກຮ້າຍ ແລະ ສູນເສຍຊີວິດຂອງຕົນເອງໃນທ່າມກາງໄພພິບັດ ແລະ ບໍ່ມີຈຸດໝາຍປາຍທາງທີ່ເໝາະສົມສຳລັບວິນຍານຂອງບຸກຄົນດັ່ງກ່າວ). ເຖິງແມ່ນວ່າມະນຸດມີເຫດຜົນທີ່ຖືກຕ້ອງ ແຕ່ບາງເທື່ອສິ່ງທີ່ພວກເຂົາຄິດທັງໝົດກໍບໍ່ສອດຄ່ອງກັບເຫດຜົນທີ່ພວກເຂົາຄວນມີ. ນີ້ກໍເພາະວ່າ ແທ້ຈິງແລ້ວ ພວກເຂົາທຸກຄົນຂ້ອນຂ້າງສັບສົນ ແລະ ປະຕິບັດຕາມສິ່ງຕ່າງໆຢ່າງຕາບອດ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 223](https://lo.kingdomsalvation.org/videos/knowing-God-s-work-excerpt-223.html) - ຢູ່ໃນໂລກ, ແຜນດິນໄຫວແມ່ນການເລີ່ມຕົ້ນຂອງໄພພິບັດ. ກ່ອນອື່ນໝົດ, ເຮົາໄດ້ເຮັດໃຫ້ໂລກ ເຊິ່ງກໍຄືແຜ່ນດິນໂລກ ມີການປ່ຽນແປງ ແລະ ຫຼັງຈາກນັ້ນໂລກລະບາດ ແລະ ຄວາມອຶດຢາກກໍມາເຖິງ. ນີ້ແມ່ນແຜນການຂອງເຮົາ ແລະ ສິ່ງເຫຼົ່ານີ້ແມ່ນຂັ້ນຕອນຂອງເຮົາ ແລະ ເຮົາຈະເຮັດໃຫ້ທຸກສິ່ງຮັບໃຊ້ເຮົາເພື່ອເຮັດໃຫ້ແຜນການຄຸ້ມຄອງຂອງເຮົາສຳເລັດໄປ. ສະນັ້ນ, ໂລກຈັກກະວານທັງໝົດຈະຖືກທຳລາຍ ເຖິງແມ່ນວ່າຈະປາສະຈາກການແຊກແຊງໂດຍກົງຂອງເຮົາ. ເມື່ອເຮົາກາຍເປັນເນື້ອໜັງໃນຄັ້ງທຳອິດ ແລະ ຖືກຄຶງໃສ່ໄມ້ກາງແຂນ, ແຜ່ນດິນໂລກສັ່ນສະເທືອນຢ່າງແຮງ, ມັນຈະເປັນແບບດຽວກັນເມື່ອວາລະສຸດທ້າຍມາເຖິງ. ແຜນດິນໄຫວຈະເລີ່ມຕົ້ນຂຶ້ນທັນທີເມື່ອເຮົາເຂົ້າສູ່ໂລກຝ່າຍວິນຍານຈາກເນື້ອໜັງ. ສະນັ້ນ, ລູກຊາຍກົກຈະບໍ່ທົນທຸກຈາກໄພພິບັດຢ່າງແນ່ນອນ, ໃນຂະນະທີ່ບັນດາຜູ້ທີ່ບໍ່ແມ່ນລູກຊາຍກົກຈະຖືກປະໄວ້ໃຫ້ທົນທຸກຢູ່ທ່າມກາງໄພພິບັດ. ເພາະສະນັ້ນ, ຈາກທັດສະນະຂອງມະນຸດ, ທຸກຄົນເຕັມໃຈທີ່ຈະເປັນລູກຊາຍກົກ. ໃນຄວາມສັງຫອນໃຈຂອງຜູ້ຄົນ, ນີ້ບໍ່ແມ່ນສຳລັບການຊື່ນຊົມພອນ, ແຕ່ເພື່ອໃຫ້ພົ້ນຈາກຄວາມທຸກທໍລະມານຈາກໄພພິບັດ. ນີ້ແມ່ນກົນອຸບາຍຂອງມັງກອນແດງຜູ້ຍິ່ງໃຫຍ່. ແນວໃດກໍຕາມ, ເຮົາຈະບໍ່ປ່ອຍໃຫ້ມັນໜີໄປ; ເຮົາຈະເຮັດໃຫ້ມັນທົນທຸກທໍລະມານຈາກການລົງໂທດຢ່າງຮຸນແຮງຂອງເຮົາ ແລະ ຫຼັງຈາກນັ້ນກໍລຸກຂຶ້ນ ແລະ ໃຫ້ບໍລິການແກ່ເຮົາ (ນີ້ໝາຍເຖິງການເຮັດໃຫ້ລູກຊາຍຂອງເຮົາ ແລະ ຄົນຂອງເຮົາສົມບູນແບບ), ເຮັດໃຫ້ມັນຖືກຫຼອກລວງໂດຍກົນອຸບາຍຂອງມັນເອງຕະຫຼອດໄປ, ຮັບການພິພາກສາຂອງເຮົາຕະຫຼອດໄປ ແລະ ຖືກເຮົາເຜົາໄໝ້ຕະຫຼອດໄປ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການເຮັດໃຫ້ຜູ້ໃຫ້ບໍລິການສັນລະເສີນເຮົາ (ນັ້ນກໍຄື ການໃຊ້ພວກເຂົາເພື່ອເປີດເຜີຍພະລັງອັນຍິ່ງໃຫຍ່ຂອງເຮົາ). ເຮົາຈະບໍ່ອະນຸຍາດໃຫ້ມັງກອນແດງຜູ້ຍິ່ງໃຫຍ່ລັກເຂົ້າອານາຈັກຂອງເຮົາ ຫຼື ເຮົາຈະບໍ່ໃຫ້ສິດມັນເພື່ອສັນລະເສີນເຮົາ! (ຍ້ອນວ່າມັນບໍ່ຄູ່ຄວນ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 209](https://lo.kingdomsalvation.org/videos/knowing-God-s-work-excerpt-209.html) - ເສັ້ນທາງແຫ່ງປັດຈຸບັນບໍ່ງ່າຍທີ່ຈະຍ່າງເລີຍ. ມັນສາມາດເວົ້າໄດ້ວ່າ ມັນຍາກທີ່ຈະຍ່າງຕາມ ແລະ ຫາຍາກທີ່ສຸດຈາກຍຸກຕ່າງໆ. ເຖິງຢ່າງໃດກໍຕາມ, ແມ່ນໃຜຈະຄິດວ່າ ພຽງເນື້ອໜັງຂອງມະນຸດເທົ່ານັ້ນກໍຈະພຽງພໍທີ່ຈະທຳລາຍເຂົາໄດ້? ແນ່ນອນ ພາລະກິດໃນປັດຈຸບັນແມ່ນລໍ້າຄ່າເໝືອນດັ່ງຝົນໃນລະດູໃບໄມ້ປົ່ງ ແລະ ມີຄ່າເໝືອນດັ່ງຄວາມເມດຕາທີ່ພຣະເຈົ້າມີຕໍ່ມະນຸດ. ເຖິງຢ່າງໃດກໍຕາມ, ຖ້າມະນຸດບໍ່ຮູ້ຈັກຈຸດປະສົງຂອງພາລະກິດປັດຈຸບັນຂອງພຣະເຈົ້າ ຫຼື ເຂົ້າໃຈເຖິງທາດແທ້ຂອງມະນຸດຊາດ ແລ້ວຈະເວົ້າເຖິງຄວາມລໍ້າຄ່າ ແລະ ການມີຄ່າຂອງມັນໄດ້ແນວໃດ? ເນື້ອໜັງບໍ່ໄດ້ເປັນຂອງມະນຸດເອງ, ສະນັ້ນບໍ່ມີໃຜສາມາດເຫັນໄດ້ຢ່າງແຈ່ມແຈ້ງວ່າ ຈຸດໝາຍປາຍທາງຂອງຕົນຈະຢູ່ໃສກັນແທ້. ແຕ່ຢ່າງໃດກໍຕາມ, ເຈົ້າຄວນຮູ້ດີວ່າ ພຣະຜູ້ເປັນເຈົ້າແຫ່ງການຊົງສ້າງຈະສົ່ງຄືນມະນຸດຊາດທີ່ຖືກສ້າງຂຶ້ນ ໃຫ້ຢູ່ຕໍ່າແໜ່ງເດີມຂອງພວກເຂົາ ແລະ ຟື້ນຟູລັກສະນະດັ້ງເດີມຂອງພວກເຂົາຈາກເວລາແຫ່ງການຊົງສ້າງພວກເຂົາ. ພຣະອົງຈະຖອນເອົາລົມຫາຍໃຈທີ່ພຣະອົງມອບໃຫ້ມະນຸດນັ້ນກັບຄືນທັງໝົດ ແລະ ເອົາກະດູກ ແລະ ເນື້ອໜັງຂອງເຂົາຄືນ ແລະ ສົ່ງທຸກສິ່ງຄືນໃຫ້ພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ. ພຣະອົງຈະປ່ຽນແປງ ແລະ ສ້າງມະນຸດຊາດຄືນໃໝ່ທັງໝົດ ແລະ ເອົາມໍລະດົກທັງໝົດຈາກມະນຸດຄືນ ເຊິ່ງບໍ່ໄດ້ເປັນຂອງມະນຸດຊາດ ແຕ່ເປັນຂອງພຣະເຈົ້າ ແລະ ພຣະອົງຈະບໍ່ມອບໃຫ້ມະນຸດຊາດອີກ. ນີ້ກໍຍ້ອນວ່າ ບໍ່ມີສິ່ງໃດເປັນຂອງມະນຸດຊາດມາແຕ່ດັ່ງເດີມ. ພຣະອົງຈະເອົາທຸກສິ່ງຄືນ, ນີ້ບໍ່ແມ່ນເປັນການປຸ້ນແບບບໍ່ຍຸຕິທຳ, ແຕ່ໝາຍເຖິງການຟື້ນຟູສະຫວັນ ແລະ ແຜ່ນດິນໂລກສູ່ສະພາວະດັ່ງເດີມຂອງພວກມັນ ແລະ ເພື່ອປະຕິຮູບ ແລະ ສ້າງມະນຸດຂຶ້ນໃໝ່.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 541](https://lo.kingdomsalvation.org/videos/entry-into-life-excerpt-541.html) - ໃນເສັ້ນທາງການຮັບໃຊ້ໃນອະນາຄົດຂອງເຈົ້າ, ເຈົ້າຈະຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າໄດ້ແນວໃດ? ໜຶ່ງປະເດັນທີ່ສຳຄັນຄືການສະແຫວງຫາເພື່ອເຂົ້າສູ່ຊີວິດ, ສະແຫວງຫາເພື່ອການປ່ຽນແປງໃນອຸປະນິໄສ ແລະ ສະແຫວງຫາເພື່ອເຂົ້າສູ່ຄວາມຈິງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ, ນີ້ແມ່ນເສັ້ນທາງເພື່ອບັນລຸການຖືກເຮັດໃຫ້ສົມບູນ ແລະ ຖືກຮັບເອົາໂດຍພຣະເຈົ້າ. ພວກເຈົ້າລ້ວນແລ້ວແຕ່ເປັນຜູ້ໄດ້ຮັບການມອບໝາຍຂອງພຣະເຈົ້າ, ແຕ່ເປັນການມອບໝາຍປະເພດໃດ? ສິ່ງນີ້ແມ່ນກ່ຽວພັນກັບຂັ້ນຕອນຕໍ່ໄປຂອງພາລະກິດ; ຂັ້ນຕອນຕໍ່ໄປຂອງພາລະກິດຈະເປັນພາລະກິດທີ່ຍິ່ງໃຫຍ່ກວ່າເກົ່າເຊິ່ງປະຕິບັດທົ່ວທັງຈັກກະວານທັງປວງ, ສະນັ້ນ ໃນປັດຈຸບັນ ພວກເຈົ້າຄວນສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຈົ້າ, ໃນອະນາຄົດ ພວກເຈົ້າອາດກາຍເປັນເຄື່ອງພິສູດທີ່ເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີຜ່ານພາລະກິດຂອງພຣະອົງ, ເຮັດໃຫ້ພວກເຈົ້າກາຍເປັນຕົວຢ່າງສຳລັບພາລະກິດໃນອະນາຄົດ. ການສະແຫວງຫາໃນປັດຈຸບັນແມ່ນເພື່ອວາງພື້ນຖານສຳລັບພາລະກິດໃນອະນາຄົດ, ເພື່ອວ່າ ເຈົ້າຈະໄດ້ຖືກພຣະເຈົ້າໃຊ້ ແລະ ສາມາດເປັນພະຍານໃຫ້ກັບພຣະອົງ. ຖ້າເຈົ້າເຮັດໃຫ້ສິ່ງນີ້ເປັນເປົ້າໝາຍຂອງການສະແຫວງຫາຂອງເຈົ້າ, ເຈົ້າຈະສາມາດຮັບເອົາການສະຖິດຂອງພຣະວິນຍານບໍລິສຸດ. ຍິ່ງເຈົ້າວາງເປົ້າໝາຍໃນການສະແຫວງຫາຂອງເຈົ້າສູງສໍ່າໃດ, ເຈົ້າຍິ່ງສາມາດຖືກເຮັດໃຫ້ສົມບູນໄດ້ຫຼາຍສໍ່ານັ້ນ. ຍິ່ງເຈົ້າສະແຫວງຫາຄວາມຈິງຫຼາຍສໍ່າໃດ, ພຣະວິນຍານບໍລິສຸດຍິ່ງປະຕິບັດພາລະກິດຫຼາຍສໍ່ານັ້ນ. ຍິ່ງເຈົ້າໃສ່ກຳລັງຫຼາຍສໍ່າໃດເຂົ້າໃນການສະແຫວງຫາຂອງເຈົ້າ, ເຈົ້າຍິ່ງຈະໄດ້ຮັບຫຼາຍສໍ່ານັ້ນ. ພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສົມບູນຕາມສະພາວະທີ່ຢູ່ພາຍໃນຂອງພວກເຂົາ. ບາງຄົນເວົ້າວ່າ ພວກເຂົາບໍ່ເຕັມໃຈທີ່ຈະຖືກພຣະເຈົ້າໃຊ້ ຫຼື ຖືກພຣະອົງເຮັດໃຫ້ສົມບູນ, ພວກເຂົາພຽງແຕ່ຕ້ອງການໃຫ້ເນື້ອໜັງຂອງພວກເຂົາຢູ່ປອດໄພ ແລະ ບໍ່ທົນທຸກຕໍ່ຄວາມໂຊກຮ້າຍຕ່າງໆ. ບາງຄົນບໍ່ເຕັມໃຈທີ່ຈະເຂົ້າສູ່ອານາຈັກ ແຕ່ເຕັມໃຈທີ່ຈະລົງສູ່ຂຸມເລິກທີ່ສຸດ. ໃນກໍລະນີນັ້ນ, ພຣະເຈົ້າກໍຈະປະທານດັ່ງທີ່ເຈົ້າປາຖະໜາເຊັ່ນກັນ. ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດກໍຕາມ, ພຣະເຈົ້ກໍຈະເຮັດໃຫ້ມັນເກີດຂຶ້ນ. ແລ້ວແມ່ນຫຍັງຄືສິ່ງທີ່ເຈົ້າກຳລັງສະແຫວງຫາໃນປັດຈຸບັນນີ້? ມັນແມ່ນການຖືກເຮັດໃຫ້ສົມບູນບໍ? ການກະທຳ ແລະ ຄວາມປະພຶດໃນປັດຈຸບັນຂອງເຈົ້າແມ່ນເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ເພື່ອຖືກຮັບເອົາໂດຍພຣະອົງບໍ? ເຈົ້າຕ້ອງວັດແທກຕົນເອງແບບນັ້ນໃນຊີວິດປະຈຳວັນຂອງເຈົ້າຢ່າງຕໍ່ເນື່ອງ. ຖ້າເຈົ້າໃສ່ໃຈທັງໝົດຂອງເຈົ້າເຂົ້າໃສ່ການສະແຫວງຫາເປົ້າໝາຍດຽວ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 544](https://lo.kingdomsalvation.org/videos/entry-into-life-excerpt-544.html) - ເພື່ອສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າຕ້ອງເຂົ້າໃຈກ່ອນວ່າ ການຖືກພຣະອົງເຮັດໃຫ້ສົມບູນໝາຍເຖິງຫຍັງ ພ້ອມທັງເງື່ອນໄຂຫຍັງແດ່ທີ່ເຈົ້າຕ້ອງປະກອບມີເພື່ອທີ່ຈະຖືກເຮັດໃຫ້ສົມບູນ. ເມື່ອເຈົ້າໄດ້ເຂົ້າໃຈເລື່ອງດັ່ງກ່າວ, ແລ້ວເຈົ້າກໍຕ້ອງຄົ້ນຫາເສັ້ນທາງໃນການປະຕິບັດ. ເຈົ້າຕ້ອງປະກອບມີຄວາມສາມາດໃດໜຶ່ງເພື່ອຖືກເຮັດໃຫ້ສົມບູນ. ຫຼາຍຄົນບໍ່ມີຄວາມສາມາດສູງຢ່າງພຽງພໍມາແຕ່ກໍາເນີດ, ເຊິ່ງໃນກໍລະນີນີ້ເຈົ້າຕ້ອງຈ່າຍລາຄາ ແລະ ໃຊ້ຄວາມພະຍາຍາມສ່ວນຕົວຂອງເຈົ້າໜັກຂຶ້ນ. ຍິ່ງຄວາມສາມາດຂອງເຈົ້າຕໍ່າສໍ່າໃດ, ເຈົ້າຍິ່ງຕ້ອງໃຊ້ຄວາມພະຍາຍາມສ່ວນຕົວຫຼາຍຂຶ້ນ. ຍິ່ງຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງເຈົ້ານໍາໃຊ້ພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດຫຼາຍສໍ່າໃດ, ເຈົ້າກໍຍິ່ງສາມາດເຂົ້າສູ່ເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ໄວຍິ່ງຂຶ້ນສໍ່ານັ້ນ. ຜ່ານການອະທິຖານ, ເຈົ້າສາມາດຖືກເຮັດໃຫ້ສົມບູນໃນຂອບເຂດການອະທິຖານ; ເຈົ້າຍັງສາມາດຖືກເຮັດໃຫ້ສົມບູນຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜ່ານການເຂົ້າໃຈແກ່ນແທ້ຂອງພຣະທໍາ ແລະ ການດຳລົງຊີວິດຕາມຄວາມເປັນຈິງຂອງພຣະທຳ. ຜ່ານການຜະເຊີນກັບພຣະທຳຂອງພຣະເຈົ້າໃນປະຈຳວັນ, ເຈົ້າຄວນມາຮູ້ຈັກສິ່ງທີ່ຂາດເຂີນໃນຕົວເຈົ້າເອງ; ຍິ່ງໄປກວ່ານັ້ນ ເຈົ້າຄວນຮູ້ຈັກຂໍ້ບົກຜ່ອງທີ່ເປັນອັນຕະລາຍ ແລະ ຈຸດອ່ອນຂອງເຈົ້າ ແລະ ອະທິຖານ ແລະ ອ້ອນວອນເຖິງພຣະເຈົ້າ. ການເຮັດແບບນີ້ ເຈົ້າຈະຖືກເຮັດໃຫ້ສົມບູນເທື່ອລະໜ້ອຍ. ເສັ້ນທາງສູ່ການຖືກເຮັດໃຫ້ສົມບູນຄື: ການອະທິຖານ, ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການເຂົ້າໃຈເຖິງແກ່ນແທ້ແຫ່ງພຣະທຳຂອງພຣະເຈົ້າ, ການເຂົ້າສູ່ປະສົບການຂອງພຣະທຳຂອງພຣະເຈົ້າ, ການຮຽນຮູ້ຈັກສິ່ງທີ່ຂາດເຂີນໃນຕົວເຈົ້າ, ການເຊື່ອຟັງພາລະກິດຂອງພຣະເຈົ້າ, ການໃສ່ໃຈໃນພາລະຂອງພຣະເຈົ້າ ແລະ ການກະບົດຕໍ່ເນື້ອໜັງຜ່ານຫົວໃຈທີ່ຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ການເຂົ້າຮ່ວມສົນທະນາເລື້ອຍໆກັບອ້າຍເອື້ອຍນ້ອງຂອງເຈົ້າ ເຊິ່ງຈະເຮັດໃຫ້ປະສົບການຂອງເຈົ້າເພີ່ມພູນຂຶ້ນ. ບໍ່ວ່າຈະເປັນຊີວິດສ່ວນລວມ ຫຼື ຊີວິດສ່ວນຕົວຂອງເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 543](https://lo.kingdomsalvation.org/videos/entry-into-life-excerpt-543.html) - ໃນຊ່ວງເວລານີ້, ພາລະກິດຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ທຸກຄົນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ມີຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ປະສົບການທີ່ແທ້ຈິງ, ໄດ້ຮັບການດົນໃຈຈາກພຣະວິນຍານບໍລິສຸດ ແລະ ດ້ວຍສິ່ງນີ້ເປັນພື້ນຖານ, ໃຫ້ຮັບເອົາການມອບໝາຍຂອງພຣະເຈົ້າ. ຈຸດປະສົງຂອງການເຂົ້າສູ່ການຝຶກຝົນແຫ່ງອານາຈັກແມ່ນເພື່ອເຮັດໃຫ້ຄຳເວົ້າທຸກຄຳຂອງພວກເຈົ້າ, ການກະທຳທຸກຢ່າງ, ການເຄື່ອນໄຫວທຸກຢ່າງ, ຄວາມຄິດ ແລະ ແນວຄິດທຸກຢ່າງເຂົ້າສູ່ພຣະທຳຂອງພຣະເຈົ້າ; ເພື່ອໃຫ້ຖືກດົນໃຈໂດຍພຣະເຈົ້າຫຼາຍຂຶ້ນກວ່າເກົ່າ ແລະ ມີຫົວໃຈທີ່ຮັກພຣະເຈົ້າ; ແລະ ເພື່ອໃຫ້ພວກເຈົ້າຮັບພາລະໜັກຂຶ້ນສຳລັບເຈດຕະນາຂອງພຣະເຈົ້າ, ເພື່ອວ່າທຸກຄົນຈະຢູ່ໃນເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນ ແລະ ທຸກຄົນຈະຢູ່ໃນເສັ້ນທາງທີ່ຖືກຕ້ອງ. ເມື່ອເຈົ້າຢູ່ໃນເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າກໍຢູ່ໃນເສັ້ນທາງທີ່ຖືກຕ້ອງແລ້ວ. ເມື່ອຄວາມຄິດ ແລະ ແນວຄິດຂອງເຈົ້າ ພ້ອມທັງເຈດຕະນາທີ່ບໍ່ຖືກຕ້ອງຂອງເຈົ້າ ສາມາດຖືກເຮັດໃຫ້ຖືກຕ້ອງ ແລະ ເຈົ້າສາມາດຫັນຈາກການຄໍານຶງເຖິງເນື້ອໜັງຂອງເຈົ້າມາເປັນການຄໍານຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ເມື່ອເຈົ້າສາມາດຕໍ່ຕ້ານການລົບກວນຈາກເຈດຕະນາຜິດໆໃນເວລາທີ່ມັນເກິດຂຶ້ນ, ກົງກັນຂ້າມ ປະພຶດຕົນໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ຖ້າເຈົ້າສາມາດບັນລຸການປ່ຽນແປງດັ່ງກ່າວ, ແລ້ວເຈົ້າກໍຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງປະສົບການຊີວິດ. ເມື່ອການປະຕິບັດຄຳອະທິຖານຂອງເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງ, ກໍຈະຖືກພຣະວິນຍານບໍລິສຸດດົນໃຈໃນຄຳອະທິຖານຂອງເຈົ້າ. ທຸກຄັ້ງທີ່ເຈົ້າອະທິຖານ, ເຈົ້າຈະຖືກພຣະວິນຍານບໍລິສຸດດົນໃຈໃນຕົວເຈົ້າ; ທຸກຄັ້ງທີ່ເຈົ້າອະທິຖານ, ເຈົ້າຈະສາມາດສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ. ທຸກຄັ້ງທີ່ເຈົ້າກິນ ແລະ ດື່ມຂໍ້ພຣະທຳຂອງພຣະເຈົ້າ, ຖ້າເຈົ້າສາມາດເຂົ້າໃຈພາລະກິດທີ່ພຣະອົງກຳລັງປະຕິບັດໃນປັດຈຸບັນ ແລະ ສາມາດຮຽນຮູ້ເຖິງວິທີອະທິຖານ, ວິທີຮ່ວມມື ແລະ ວິທີການເຂົ້າສູ່, ມີພຽງເມື່ອນັ້ນ ການກິນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 533](https://lo.kingdomsalvation.org/videos/entry-into-life-excerpt-533.html) - ອິດທິພົນຂອງຄວາມມືດແມ່ນຫຍັງ? ສິ່ງທີ່ເອີ້ນວ່າ “ອິດທິພົນຂອງຄວາມມືດ” ນີ້ແມ່ນອິດທິພົນຈາກການຫຼອກລວງ, ຄວາມເສື່ອມຊາມ, ການຜູກມັດ ແລະ ຄວບຄຸມຜູ້ຄົນຂອງຊາຕານ; ອິດທິພົນຂອງຊາຕານແມ່ນອິດທິພົນທີ່ມີກິ່ນອາຍຂອງຄວາມຕາຍ. ທຸກຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານຈະຈິບຫາຍຢ່າງແນ່ນອນ. ເຈົ້າຈະສາມາດຫຼົບໜີຈາກອິດທິພົນຂອງຄວາມມືດໄດ້ແນວໃດ ຫຼັງຈາກທີ່ໄດ້ຮັບເອົາຄວາມເຊື່ອໃນພຣະເຈົ້າ? ຫຼັງຈາກເຈົ້າໄດ້ອະທິຖານຫາພຣະເຈົ້າຢ່າງຈິງໃຈ, ເຈົ້າກໍ່ຫັນຫົວໃຈຂອງເຈົ້າໄປຫາພຣະອົງຢ່າງສົມບູນ ເຊິ່ງໃນຈຸດນັ້ນ ຫົວໃຈຂອງເຈົ້າໄດ້ຮັບການດົນບັນດານໂດຍພຣະວິນຍານຂອງພຣະເຈົ້າ, ເຈົ້າເລີ່ມເຕັມໃຈທີ່ມອບຕົນເອງໃຫ້ກັບພຣະເຈົ້າຢ່າງສົມບູນ ແລະ ໃນຊ່ວງເວລານີ້ ເຈົ້າຈະຫຼົບໜີຈາກອິດທິພົນຂອງຄວາມມືດ. ຖ້າທຸກສິ່ງທີ່ມະນຸດຄວນເຮັດຄືສິ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈ ແລະ ສອດຄ່ອງກັບຂໍ້ຮຽກຮ້ອງຂອງພຣະອົງ, ແລ້ວເຂົາກໍ່ເປັນຄົນທີ່ດໍາລົງຊີວິດພາຍໃນພຣະທໍາຂອງພຣະເຈົ້າ ແລະ ພາຍໃຕ້ການເບິ່ງແຍງ ແລະ ການປົກປ້ອງຂອງພຣະອົງ. ຖ້າຜູ້ຄົນບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າໄດ້, ຖ້າພວກເຂົາພະຍາຍາມຫຼອກລວງພຣະອົງຢູ່ສະເໝີ, ເຮັດໃນລັກສະນະທີ່ພໍເປັນພິທີຕໍ່ພຣະອົງ ແລະ ບໍ່ເຊື່ອໃນການມີຢູ່ຂອງພຣະອົງ, ແລ້ວຄົນເຫຼົ່ານີ້ກໍ່ລ້ວນແລ້ວແຕ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ມະນຸດທີ່ບໍ່ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າກໍ່ກຳລັງດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ; ນັ້ນໝາຍຄວາມວ່າ ພວກເຂົາທຸກຄົນດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຄົນທີ່ບໍ່ເຊື່ອໃນພຣະເຈົ້າກໍ່ດໍາລົງຊີວິດພາຍໃຕ້ອຳນາດຂອງຊາຕານ. ແມ່ນແຕ່ຄົນທີ່ເຊື່ອໃນການມີຢູ່ຂອງພຣະເຈົ້າກໍ່ອາດຈະບໍ່ຈຳເປັນຕ້ອງດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ ຍ້ອນຄົນທີ່ເຊື່ອພຣະອົງອາດຈະບໍ່ດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະອົງແທ້ໆ ຫຼື ສາມາດອ່ອນນ້ອມຕໍ່ພຣະເຈົ້າ. ມະນຸດຖືກຈຳກັດໃນການເຊື່ອໃນພຣະເຈົ້າ ແລະ ຍ້ອນເຂົາບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ, ເຂົາຈຶ່ງ ຍັງດໍາລົງຊີວິດຢູ່ພາຍໃນກົດເກນເດີມໆ, ຢູ່ທ່າມກາງພຣະທຳທີ່ຕາຍແລ້ວ, ມີຊີວິດທີ່ມືດມົວ ແລະ ບໍ່ແນ່ນອນ, ບໍ່ໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດໂດຍພຣະເຈົ້າ ຫຼື ຖືກຮັບເອົາໂດຍພຣະອົງຢ່າງສົມບູນ. ສະນັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 494](https://lo.kingdomsalvation.org/videos/entry-into-life-excerpt-494.html) - ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນມາຈາກສ່ວນເລິກຢູ່ພາຍໃນຫົວໃຈ: ມັນແມ່ນຄວາມຮັກທີ່ເກີດຂຶ້ນບົນພື້ນຖານແຫ່ງຄວາມຮູ້ຂອງມະນຸດຊາດກ່ຽວກັບພຣະເຈົ້າ. ເມື່ອຫົວໃຈຂອງບາງຄົນຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ ແລ້ວພວກເຂົາກໍມີຄວາມຮັກສຳລັບພຣະເຈົ້າ, ແຕ່ຄວາມຮັກນັ້ນບໍ່ໄດ້ບໍລິສຸດ ແລະ ສົມບູນ ຢ່າງແທ້ຈິງ. ນີ້ກໍຍ້ອນວ່າຍັງມີໄລຍະຫ່າງລະຫວ່າງຫົວໃຈຂອງຜູ້ຄົນທີ່ຫັນມາຫາພຣະເຈົ້າຢ່າງສິ້ນເຊີງໄປຈົນເຖິງມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະຄວາມຮັກທີ່ແທ້ຈິງຕໍ່ພຣະເຈົ້າ. ຫົນທາງທີ່ມະນຸດບັນລຸຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າ ແລະ ມາຮູ້ຈັກອຸປະນິໄສຂອງພຣະເຈົ້າຄືການຫັນຫົວໃຈຂອງພວກເຂົາເຂົ້າຫາພຣະເຈົ້າ. ຫຼັງຈາກທີ່ມະນຸດມອບຫົວໃຈທີ່ແທ້ຈິງຂອງເຂົາໃຫ້ກັບພຣະເຈົ້າແລ້ວ, ເຂົາຈະໄດ້ເຂົ້າສູ່ປະສົບການຂອງຊີວິດ. ດ້ວຍວິທີນີ້ ອຸປະນິໄສຂອງເຂົາກໍຈະເລີ່ມປ່ຽນແປງ, ຄວາມຮັກຂອງເຂົາສຳລັບພຣະເຈົ້າກໍຈະເຕີບໃຫຍ່ເທື່ອລະໜ້ອຍ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າຈະເພີ່ມຂຶ້ນເທື່ອລະໜ້ອຍເຊັ່ນກັນ. ສະນັ້ນ ການຫັນຫົວໃຈເຂົ້າຫາພຣະເຈົ້າຄືເງື່ອນໄຂເບື້ອງຕົ້ນກ່ອນທີ່ຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງປະສົບການຊີວິດ. ເມື່ອຜູ້ຄົນວາງຫົວໃຈຂອງພວກເຂົາຕໍ່ໜ້າພຣະເຈົ້າ, ພວກເຂົາມີພຽງແຕ່ຫົວໃຈທີ່ປາຖະໜາຫາພຣະອົງ ແຕ່ບໍ່ມີຄວາມຮັກສຳລັບພຣະອົງເລີຍ, ເພາະພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບພຣະອົງ. ແມ່ນແຕ່ໃນສະຖານະການເຊັ່ນນີ້ ພວກເຂົາກໍມີຄວາມຮັກໜ້ອຍໜຶ່ງໃຫ້ແກ່ພຣະເຈົ້າ, ມັນບໍ່ແມ່ນທໍາມະຊາດ ແລະ ມັນບໍ່ເປັນຈິງ. ນີ້ກໍຍ້ອນວ່າ ສິ່ງໃດກໍຕາມທີ່ມາຈາກເນື້ອໜັງຂອງມະນຸດແມ່ນຜົນສະທ້ອນທາງດ້ານອາລົມ ແລະ ບໍ່ໄດ້ມາຈາກຄວາມເຂົ້າໃຈທີ່ແທ້ຈິງ. ມັນເປັນພຽງແຕ່ແຮງຈູງໃຈຊົ່ວໄລຍະເວລາໃດໜຶ່ງ ແລະ ມັນບໍ່ສາມາດເປັນການຮັກໄລຍະຍາວ. ເມື່ອຜູ້ຄົນບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ພວກເຂົາພຽງແຕ່ຮັກພຣະອົງໂດຍອີງຕາມຄວາມນິຍົມຂອງພວກເຂົາເອງ ແລະ ແນວຄິດສ່ວນຕົວຂອງພວກເຂົາ; ຄວາມຮັກແບບນັ້ນບໍ່ສາມາດເອີ້ນວ່າຄວາມຮັກທີ່ເປັນໄປຕາມທໍາມະຊາດ ຫຼື ມັນບໍ່ສາມາດເອີ້ນວ່າຄວາມຮັກທີ່ແທ້ຈິງໄດ້. ເມື່ອຫົວໃຈຂອງມະນຸດຫັນເຂົ້າຫາພຣະເຈົ້າຢ່າງແທ້ຈິງ ແລະ ສາມາດຄິດເຖິງຜົນປະໂຫຍດຂອງພຣະເຈົ້າໃນທຸກສິ່ງ, ແຕ່ຖ້າພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ພວກເຂົາກໍບໍ່ສາມາດມີຄວາມຮັກທີ່ເປັນໄປຕາມທໍາມະຊາດຢ່າງແທ້ຈິງໄດ້. ສິ່ງທີ່ພວກເຂົາສາມາດເຮັດໄດ້ກໍຄືການປະຕິບັດໜ້າທີ່ບາງຢ່າງສຳລັບຄຣິສຕະຈັກ ຫຼື ປະຕິບັດໜ້າທີ່ຂອງພວກເຂົາເລັກນ້ອຍໂດຍປາສະຈາກພື້ນຖານ. ຄົນປະເພດນີ້ມີອຸປະນິໄສຍາກທີ່ຈະປ່ຽນແປງ; ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ສະແຫວງຫາຄວາມຈິງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 493](https://lo.kingdomsalvation.org/videos/entry-into-life-excerpt-493.html) - ເມື່ອຜູ້ຄົນຕິດຕໍ່ພຣະເຈົ້າດ້ວຍຫົວໃຈຂອງພວກເຂົາ, ເມື່ອຫົວໃຈຂອງພວກເຂົາສາມາດຫັນເຂົ້າຫາພຣະເຈົ້າໄດ້ທັງໝົດ, ນີ້ແມ່ນບາດກ້າວທຳອິດຂອງຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າ. ຖ້າເຈົ້າຕ້ອງການຮັກພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງສາມາດຫັນຫົວໃຈຂອງເຈົ້າເຂົ້າຫາພຣະອົງ. ແມ່ນຫຍັງຄືການຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າ? ມັນແມ່ນເມື່ອທຸກສິ່ງທີ່ເຈົ້າສະແຫວງຫາໃນຫົວໃຈຂອງເຈົ້ານັ້ນ ເປັນການສະແຫວງຫາເພື່ອເຫັນແກ່ການຮັກ ແລະ ການຮັບເອົາພຣະເຈົ້າ. ສິ່ງນີ້ສະແດງໃຫ້ເຫັນວ່າ ເຈົ້າໄດ້ຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າຢ່າງສົມບູນ. ນອກຈາກພຣະເຈົ້າ ແລະ ພຣະທຳຂອງພຣະອົງແລ້ວ, ເກືອບຈະບໍ່ມີຫຍັງເລີຍໃນຫົວໃຈຂອງເຈົ້າ (ຄອບຄົວ, ຄວາມຮັ່ງມີ, ສາມີ, ພັນລະຍາ, ລູກ ຫຼື ສິ່ງອື່ນໆ). ເຖິງແມ່ນຈະມີ, ສິ່ງດັ່ງກ່າວກໍບໍ່ຢູ່ໃນຫົວໃຈຂອງເຈົ້າ ແລະ ເຈົ້າກໍຈະບໍ່ຄິດເຖິງຄວາມຫວັງໃນອະນາຄົດຂອງເຈົ້າ ແຕ່ສະແຫວງຫາເພື່ອຮັກພຣະເຈົ້າເທົ່ານັ້ນ. ໃນເວລານັ້ນ ເຈົ້າຈະຫັນຫົວໃຈຂອງເຈົ້າທັງໝົດເຂົ້າຫາພຣະເຈົ້າໄດ້ຢ່າງສົມບູນ. ສົມມຸດວ່າ ເຈົ້າກຳລັງວາງແຜນຢູ່ໃນໃຈເພື່ອຕົວເຈົ້າເອງ ແລະ ສະແຫວງຫາຜົນປະໂຫຍດສ່ວນຕົວຂອງເຈົ້າຕະຫຼອດ ໂດຍຄິດຢູ່ສະເໝີວ່າ “ເມື່ອໃດຂ້ານ້ອຍຈຶ່ງຈະໄດ້ຮຽກຮ້ອງຫາພຣະເຈົ້າ? ເມື່ອໃດຄອບຄົວຂອງຂ້ານ້ອຍຈຶ່ງຈະຮັ່ງມີ? ຂ້ານ້ອຍຈະສາມາດມີເຄື່ອງນຸ່ງທີ່ດີໄດ້ແນວໃດ? ...” ຖ້າເຈົ້າດຳລົງຊີວິດໃນສະພາບແບບນັ້ນ ມັນກໍສະແດງວ່າຫົວໃຈຂອງເຈົ້າຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າຢ່າງສົມບູນເທື່ອ. ຖ້າເຈົ້າມີແຕ່ພຣະທຳຂອງພຣະເຈົ້າໃນຫົວໃຈຂອງເຈົ້າ ແລະ ເຈົ້າສາມາດອະທິຖານຫາພຣະເຈົ້າ ແລະ ໃກ້ຊິດກັບພຣະເຈົ້າຢູ່ຕະຫຼອດເວລາ ຄືກັບວ່າພຣະອົງໃກ້ຊິດກັບເຈົ້າຫຼາຍ, ຄືກັບວ່າພຣະເຈົ້າສະຖິດຢູ່ພາຍໃນເຈົ້າ ແລະ ເຈົ້າຢູ່ພາຍໃນພຣະອົງ, ຖ້າເຈົ້າຢູ່ພາຍໃນສະພາບແບບນັ້ນ, ນັ້ນກໍໝາຍຄວາມວ່າ ຫົວໃຈຂອງເຈົ້າໄດ້ຢູ່ຕໍ່ໜ້າພຣະເຈົ້າແລ້ວ. ຖ້າເຈົ້າອະທິຖານຫາພຣະເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 462](https://lo.kingdomsalvation.org/videos/entry-into-life-excerpt-462.html) - ໃນປັດຈຸບັນ ການຮຽກຮ້ອງໃຫ້ພວກເຈົ້າປະຕິບັດພາລະກິດຮ່ວມກັນຢ່າງປອງດອງແມ່ນຄ້າຍຄືກັບການຮັບໃຊ້ທີ່ພຣະເຢໂຮວາຮຽກຮ້ອງຈາກຊາວອິດສະຣາເອນ: ບໍ່ດັ່ງນັ້ນ ກໍໃຫ້ຢຸດການຮັບໃຊ້. ເພາະພວກເຈົ້າເປັນຄົນທີ່ຮັບໃຊ້ພຣະເຈົ້າໂດຍກົງ, ຢ່າງໜ້ອຍສຸດ ພວກເຈົ້າກໍຕ້ອງສາມາດຊື່ສັດ ແລະ ເຊື່ອຟັງໃນການຮັບໃຊ້ຂອງພວກເຈົ້າ ແລະ ຕ້ອງສາມາດຮຽນຮູ້ບົດຮຽນໃນທາງທີ່ເປັນຈິງ. ໂດຍສະເພາະຄົນທີ່ກຳລັງປະຕິບັດພາລະກິດໃນຄຣິສຕະຈັກ, ອ້າຍເອື້ຍນ້ອງທີ່ຢູ່ໃນລະດັບຕໍ່າກວ່າພວກເຈົ້າຈະກ້າລິຮານພວກເຈົ້າໄດ້ບໍ? ມີໃຜທີ່ກ້າບອກພວກເຈົ້າກ່ຽວກັບຄວາມຜິດພາດຂອງພວກເຈົ້າຕໍ່ໜ້າຕໍ່ຕາບໍ? ພວກເຈົ້າມີຕໍາແໜ່ງສູງກວ່າທຸກຄົນ, ພວກເຈົ້າປົກຄອງດັ່ງກະສັດ! ພວກເຈົ້າບໍ່ໄດ້ສຶກສາ ຫຼື ເຂົ້າສູ່ບົດຮຽນຕົວຈິງດັ່ງກ່າວ ແຕ່ພວກເຈົ້າກໍຍັງເວົ້າເຖິງການຮັບໃຊ້ພຣະເຈົ້າ! ໃນປັດຈຸບັນ ເຈົ້າຖືກຮຽກຮ້ອງໃຫ້ນໍາພາຄຣິສຕະຈັກຈຳນວນໜຶ່ງ ແລະ ບໍ່ພຽງແຕ່ເຈົ້າບໍ່ເສຍສະຫຼະຕົນເອງ, ເຈົ້າຍັງຍຶດຕິດກັບແນວຄິດ ແລະ ຄວາມຄິດເຫັນຂອງເຈົ້າເອງ, ເຈົ້າເວົ້າສິ່ງຕ່າງໆ ເຊັ່ນ: “ຂ້ານ້ອຍຄິດວ່າ ສິ່ງນີ້ຄວນເຮັດແບບນີ້, ເພາະວ່າພຣະເຈົ້າໄດ້ກ່າວວ່າ ພວກເຮົາບໍ່ຄວນໃຫ້ຄົນອື່ນຈໍາກັດ ແລະ ໃນປັດຈຸບັນນີ້ ພວກເຮົາບໍ່ຄວນເຊື່ອຟັງຢ່າງຫຼັບຫູຫຼັບຕາ”. ສະນັ້ນ ພວກເຈົ້າແຕ່ລະຄົນກໍເລີຍຍຶດໝັ້ນກັບຄວາມຄິດເຫັນຂອງຕົນເອງ ແລະ ບໍ່ມີໃຜເຊື່ອຟັງເຊິ່ງກັນແລະກັນເລີຍ. ເຖິງແມ່ນເຈົ້າຮູ້ຈັກຢ່າງຊັດເຈນວ່າ ການຮັບໃຊ້ຂອງເຈົ້າມາເຖິງທາງຕັນ, ເຈົ້າກໍຍັງເວົ້າວ່າ “ຕາມທີ່ຂ້າພະເຈົ້າເຫັນ, ຫົນທາງຂອງຂ້າພະເຈົ້າກໍບໍ່ໄດ້ໄກຈາກຄວາມເປັນຈິງ. ຢ່າງໃດກໍຕາມ ພວກເຮົາແຕ່ລະຝ່າຍກໍມີດ້ານຂອງໃຜລາວ: ທ່ານກໍເວົ້າກ່ຽວກັບການຮັບໃຊ້ຂອງທ່ານ ແລະ ຂ້າພະເຈົ້າກໍຈະເວົ້າກ່ຽວກັບການຮັບໃຊ້ຂອງຂ້າພະເຈົ້າ; ທ່ານສົນທະນາກ່ຽວກັບນິມິດຂອງທ່ານ ແລະ ຂ້າພະເຈົ້າກໍຈະເວົ້າກ່ຽວກັບທາງເຂົ້າຂອງຂ້າພະເຈົ້າ”. ເຈົ້າບໍ່ເຄີຍຮັບຜິດຊອບຕໍ່ຫຼາຍສິ່ງທີ່ຄວນຖືກປະຕິບັດ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 461](https://lo.kingdomsalvation.org/videos/entry-into-life-excerpt-461.html) - ໃນປັດຈຸບັນນີ້ ຫຼາຍຄົນບໍ່ໃສ່ໃຈກັບບົດຮຽນທີ່ຄວນຮຽນຮູ້ໃນຂະນະທີ່ປະສານງານກັບຄົນອື່ນ. ເຮົາໄດ້ຄົ້ນພົບວ່າ ພວກເຈົ້າຫຼາຍຄົນບໍ່ສາມາດຮຽນຮູ້ບົດຮຽນໃດເລີຍໃນຂະນະທີ່ປະສານງານກັບຄົນອື່ນ; ພວກເຈົ້າສ່ວນໃຫຍ່ຍຶດຕິດກັບທັດສະນະຂອງພວກເຈົ້າເອງ. ເມື່ອປະຕິບັດພາລະກິດໃນຄຣິສຕະຈັກ, ເຈົ້າກໍເວົ້າສ່ວນຂອງເຈົ້າ ແລະ ຄົນອື່ນກໍເວົ້າສ່ວນຂອງພວກເຂົາ ແລະ ຜູ້ທີ່ບໍ່ໄດ້ມີການພົວພັນກັບຄົນອື່ນ; ເຈົ້າກໍບໍ່ຮ່ວມມືນໍາເລີຍ. ພວກເຈົ້າໝົກມຸ້ນກັບການສື່ສານເຖິງຄວາມເຂົ້າໃຈຂອງພວກເຈົ້າເອງເທົ່ານັ້ນ, ໝົກມຸ້ນກັບການປົດປ່ອຍ “ພາລະ” ທີ່ຢູ່ພາຍໃນພວກເຈົ້າໂດຍບໍ່ສະແຫວງຫາຊີວິດແມ່ນແຕ່ນ້ອຍເລີຍ. ເບິ່ງຄືກັບວ່າ ເຈົ້າພຽງແຕ່ເຮັດພາລະກິດພໍເປັນພິທີ, ໂດຍເຊື່ອຢູ່ສະເໝີວ່າ ເຈົ້າຄວນປະຕິບັດຕາມວິທີຂອງເຈົ້າເອງ ບໍ່ສົນໃຈວ່າຄົນອື່ນຈະເວົ້າຫຍັງ ຫຼື ເຮັດຫຍັງກໍຕາມ; ເຈົ້າຄິດວ່າເຈົ້າຄວນສົນທະນາຕາມທີ່ພຣະວິນຍານບໍລິສຸດນໍາພາເຈົ້າ ໂດຍບໍ່ຄຳນຶງເຖິງວ່າສະຖານະພາບຂອງຄົນອື່ນຈະເປັນແນວໃດ. ພວກເຈົ້າບໍ່ສາມາດຄົ້ນພົບຄວາມເຂັ້ມແຂງຂອງຄົນອື່ນໄດ້ ແລະ ບໍ່ສາມາດກວດສອບຕົນເອງໄດ້. ຄວາມເຂົ້າໃຈຂອງພວກເຈົ້າມີຄວາມບິດເບືອນຫຼາຍແທ້ໆ. ມັນສາມາດເວົ້າໄດ້ວ່າ ແມ່ນແຕ່ໃນປັດຈຸບັນ ພວກເຈົ້າກໍຍັງສະແດງຄວາມຄິດທີ່ວ່າຕົນເອງຊອບທຳຫຼາຍ ຄືກັບວ່າຄວາມເຈັບໄຂ້ໄດ້ກັບຄືນສູ່ສະພາບເດີມ. ພວກເຈົ້າບໍ່ສື່ສານກັນໃນທາງທີ່ຈະບັນລຸຄວາມເປີດເຜີຍຢ່າງສົມບູນ, ຍົກຕົວຢ່າງ: ພວກເຈົ້າໄດ້ບັນລຸຜົນຈາກພາລະກິດຫຍັງແດ່ໃນຄຣິສຕະຈັກໃດໜຶ່ງ ຫຼື ກ່ຽວກັບສະພາວະພາຍໃນຕົວພວກເຈົ້າໃນປັດຈຸບັນ ແລະ ອື່ນໆ; ພວກເຈົ້າບໍ່ເຄີຍສື່ສານກ່ຽວກັບສິ່ງນີ້ເລີຍ. ແທ້ຈິງແລ້ວ ພວກເຈົ້າບໍ່ມີການປະຕິບັດໃນການລົ້ມເລີກແນວຄິດຂອງພວກເຈົ້າ ຫຼື ກະບົດຕໍ່ຕົນເອງ. ຜູ້ນໍາ ແລະ ຜູ້ປະຕິບັດພາລະກິດພຽງແຕ່ຄິດເຖິງວິທີທີ່ຈະຮັກສາອ້າຍເອື້ອຍນ້ອງບໍ່ໃຫ້ເຮັດໃນສິ່ງທີ່ເປັນລົບ ແລະ ວິທີທີ່ຈະເຮັດໃຫ້ພວກເຂົາສາມາດຕິດຕາມຢ່າງຕັ້ງໜ້າ. ຢ່າງໃດກໍຕາມ, ພວກເຈົ້າທຸກຄົນຄິດວ່າພຽງຕິດຕາມຢ່າງຕັ້ງໜ້າກໍພຽງພໍ ແລະ ໂດຍພື້ນຖານແລ້ວ ພວກເຈົ້າບໍ່ເຂົ້າໃຈວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 535](https://lo.kingdomsalvation.org/videos/entry-into-life-excerpt-535.html) - ເພື່ອຫຼົບໜີຈາກອິດທິພົນຂອງຄວາມມືດມົວ, ເຈົ້າຕ້ອງຈົງຮັກພັກດີຕໍ່ພຣະເຈົ້າກ່ອນ ແລະ ມີຫົວໃຈທີ່ກະຕືລືລົ້ນໃນການສະແຫວງຫາຄວາມຈິງ; ໃນເມື່ອນັ້ນເອງ ເຈົ້າຈຶ່ງມີສະພາວະທີ່ຖືກຕ້ອງ. ການດໍາລົງຊີວິດຢູ່ໃນສະພາວະທີ່ຖືກຕ້ອງແມ່ນເງື່ອນໄຂເບື້ອງຕົ້ນສໍາລັບການຫຼົບໜີຈາກອິດທິພົນຂອງຄວາມມືດມົວ. ການບໍ່ມີສະພາວະທີ່ຖືກຕ້ອງບໍ່ແມ່ນການຈົງຮັກພັກດີຕໍ່ພຣະເຈົ້າ ແລະ ບໍ່ແມ່ນການມີຫົວໃຈທີ່ກະຕືລືລົ້ນໃນການສະແຫວງຫາຄວາມຈິງ; ແລະ ການຫຼົບໜີຈາກອິດທິພົນຂອງຄວາມມືດມົວກໍ່ຈະເປັນໄປບໍ່ໄດ້. ພຣະທຳຂອງເຮົາແມ່ນພື້ນຖານສຳລັບການທີ່ມະນຸດຫຼົບໜີຈາກອິດທິພົນທີ່ມືດມົວ ແລະ ຄົນທີ່ບໍ່ສາມາດປະຕິບັດຕາມພຣະທໍາຂອງເຮົາໄດ້ກໍ່ຈະບໍ່ສາມາດຫຼົບໜີຈາກພັນທະນາການໃນອິດທິພົນຂອງຄວາມມືດມົວໄດ້. ການດໍາລົງຊີວິດຢູ່ໃນສະພາວະທີ່ຖືກຕ້ອງຄືການດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ການດໍາລົງຊີວິດຢູ່ໃນສະພາວະທີ່ຈົງຮັກພັກດີຕໍ່ພຣະເຈົ້າ, ການດໍາລົງຊີວິດຢູ່ໃນສະພາວະທີ່ສະແຫວງຫາຄວາມຈິງ, ການດໍາລົງຊີວິດຢູ່ໃນຄວາມເປັນຈິງທີ່ສະຫຼະຕົນເອງເພື່ອເຫັນແກ່ພຣະເຈົ້າ ແລະ ການດໍາລົງຊີວິດຢູ່ໃນສະພາວະທີ່ຮັກພຣະເຈົ້າຢ່າງແທ້ຈິງ. ຄົນທີ່ດໍາລົງຊີວິດຢູ່ໃນສະພາວະເຫຼົ່ານີ້ ແລະ ຢູ່ພາຍໃນຄວາມເປັນຈິງນີ້ກໍ່ຈະຄ່ອຍໆປ່ຽນແປງ ເມື່ອພວກເຂົາເຂົ້າສູ່ຄວາມຈິງທີ່ເລິກເຊິ່ງ ແລະ ພວກເຂົາຈະປ່ຽນແປງເມື່ອພາລະກິດເລິກເຊິ່ງຂຶ້ນ; ແລະ ໃນທີ່ສຸດ ພວກເຂົາກໍ່ຈະກາຍມາເປັນຄົນທີ່ຖືກຮັບເອົາໂດຍພຣະເຈົ້າຢ່າງແນ່ນອນ ແລະ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ຄົນທີ່ໄດ້ຫຼົບໜີຈາກອິດທິພົນຂອງຄວາມມືດມົວກໍ່ສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າເທື່ອລະໜ້ອຍ ແລະ ມາເຂົ້າໃຈເຈດຕະນາເທື່ອລະໜ້ອຍ, ໃນທີ່ສຸດກໍ່ກາຍເປັນມິດສະຫາຍຂອງພຣະເຈົ້າ. ພວກເຂົາບໍ່ພຽງແຕ່ບໍ່ມີແນວຄິດຕ່າງໆກ່ຽວກັບພຣະເຈົ້າ ແລະ ບໍ່ກະບົດຕໍ່ພຣະອົງເທົ່ານັ້ນ, ແຕ່ພວກເຂົາເຖິງກັບລັງກຽດແນວຄິດເຫຼົ່ານັ້ນ ແລະ ຄວາມກະບົດທີ່ຄອບງຳພວກເຂົາໃນເມື່ອກ່ອນ ແລະ ຄວາມຮັກທີ່ແທ້ຈິງສໍາລັບພຣະເຈົ້າກໍ່ເກີດຂຶ້ນຢູ່ໃນຫົວໃຈຂອງພວກເຂົາ. ຄົນທີ່ບໍ່ສາມາດຫຼົບໜີຈາກອິດທິພົນຂອງຄວາມມືດມົວກໍ່ລ້ວນແລ້ວແຕ່ໝົກໝົ້ນກັບເນື້ອໜັງ ແລະ ເຕັມໄປດ້ວຍຄວາມກະບົດ; ຫົວໃຈຂອງພວກເຂົາເຕັມໄປດ້ວຍແນວຄິດຂອງມະນຸດ ແລະ ປັດຊະຍາສຳລັບຄວາມສໍາພັນທາງໂລກ ພ້ອມທັງເຈດຕະນາ ແລະ ຄວາມຕັ້ງໃຈຂອງພວກເຂົາເອງ. ສິ່ງທີ່ພຣະເຈົ້າຮຽກຮ້ອງຄືຄວາມຮັກຢ່າງດຽວຈາກມະນຸດ; ສິ່ງທີ່ພຣະອົງຮຽກຮ້ອງກໍ່ຄືໃຫ້ມະນຸດເຕັມໄປດ້ວຍພຣະທໍາຂອງພຣະອົງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 534](https://lo.kingdomsalvation.org/videos/entry-into-life-excerpt-534.html) - ຖ້າເຈົ້າຢາກໃຫ້ພຣະເຈົ້າຍົກຍ້ອງ ແລ້ວເຈົ້າຕ້ອງໜີອອກຈາກອິດທິພົນທີ່ມືດມົວຂອງຊາຕານກ່ອນ, ເປີດຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ຫັນຫົວໃຈມາຫາພຣະອົງຢ່າງສົມບູນ. ພຣະເຈົ້າຈະຍົກຍ້ອງສິ່ງຕ່າງໆທີ່ເຈົ້າກຳລັງເຮັດໃນຕອນນີ້ບໍ? ເຈົ້າໄດ້ຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າແລ້ວບໍ? ສິ່ງຕ່າງໆທີ່ເຈົ້າໄດ້ເຮັດນັ້ນແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າບໍ? ພວກມັນສອດຄ່ອງກັບຄວາມຈິງບໍ? ໃຫ້ສໍາຫຼວດຕົນເອງຢູ່ຕະຫຼອດເວລາ ແລະ ເອົາໃຈໃສ່ໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ; ເປີດຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ, ຮັກພຣະອົງດ້ວຍຄວາມຈິງໃຈ ແລະ ສະຫຼະຕົນເອງໃຫ້ກັບພຣະອົງຢ່າງເຫຼື້ອມໃສ. ຄົນທີ່ເຮັດແບບນີ້ ຈະໄດ້ຮັບການຍົກຍ້ອງຈາກພຣະເຈົ້າຢ່າງແນ່ນອນ. ທຸກຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ສະແຫວງຫາຄວາມຈິງ ກໍ່ບໍ່ມີທາງທີ່ຈະໜີອອກຈາກອິດທິພົນຂອງຊາຕານໄດ້. ທຸກຄົນທີ່ບໍ່ດໍາລົງຊີວິດຂອງພວກເຂົາດ້ວຍຄວາມຊື່ສັດ, ຄົນທີ່ປະພຶດຢ່າງໜຶ່ງຕໍ່ໜ້າຄົນອື່ນ ແຕ່ເຮັດອີກຢ່າງລັບຫຼັງຂອງພວກເຂົາ, ຄົນທີ່ສະແດງລັກສະນະຖ່ອມຕົນ, ອົດທົນ ແລະ ມີຄວາມຮັກ ເຖິງແມ່ນແກ່ນແທ້ຂອງພວກເຂົາເປັນຄົນຮ້າຍກາດ, ມີເລ່ລ່ຽມ ແລະ ບໍ່ຈົງຮັກພັກດີຕໍ່ພຣະເຈົ້າ, ຄົນເຫຼົ່ານີ້ເປັນຕົວແທນທົ່ວໄປຂອງຄົນທີ່ດໍາລົງຊີວິດພາຍໃຕ້ອິດທິພົນຂອງຄວາມມືດມົວ; ພວກເຂົາເປັນເຊື້ອສາຍຂອງງູພິດ. ຄົນທີ່ພຽງແຕ່ເຊື່ອໃນພຣະເຈົ້າເພື່ອຜົນປະໂຫຍດຂອງພວກເຂົາເອງ, ຄົນທີ່ຖືວ່າຕົນເອງຊອບທຳ ແລະ ຈອງຫອງ, ຄົນທີ່ອວດໂອ້ ແລະ ຄົນທີ່ປົກປ້ອງສະຖານະຂອງພວກເຂົາເອງແມ່ນຄົນທີ່ຮັກຊາຕານ ແລະ ຕໍ່ຕ້ານຄວາມຈິງ. ຄົນເຫຼົ່ານີ້ຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານໂດຍສົມບູນ. ຄົນທີ່ບໍ່ເອົາໃຈໃສ່ໃນພາລະຂອງພຣະເຈົ້າ, ຄົນທີ່ບໍ່ຮັບໃຊ້ພຣະເຈົ້າຢ່າງໝົດໃຈ, ຄົນທີ່ເປັນຫ່ວງຜົນປະໂຫຍດຂອງພວກເຂົາເອງ ແລະ ຜົນປະໂຫຍດໃນຄອບຄົວຂອງພວກເຂົາຢູ່ສະເໝີ, ຄົນທີ່ບໍ່ສາມາດປະຖິ້ມທຸກຢ່າງເພື່ອສະຫຼະຕົນເອງໃຫ້ກັບພຣະເຈົ້າ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 492](https://lo.kingdomsalvation.org/videos/entry-into-life-excerpt-492.html) - ຜູ້ຄົນຈະບໍ່ສາມາດ ຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ ຖ້າພວກເຂົາຟັງຄວາມຮູ້ສຶກແຫ່ງຈິດສຳນຶກຂອງພວກເຂົາເທົ່ານັ້ນ, ຖ້າພວກເຂົາພຽງແຕ່ອາໄສຄວາມສຳນຶກຂອງພວກເຂົາຢ່າງດຽວ, ຄວາມຮັກທີ່ພວກເຂົາມີສຳລັບພຣະເຈົ້າກໍຈະບໍ່ໜັກແໜ້ນ. ຖ້າເຈົ້າພຽງແຕ່ເວົ້າເຖິງການຕອບແທນຄວາມເມດຕາ ແລະ ຄວາມຮັກຂອງພຣະເຈົ້າ, ເຈົ້າຈະບໍ່ມີການຜັກດັນໃດໆເລີຍໃນຄວາມຮັກຂອງເຈົ້າສຳລັບພຣະອົງ; ການຮັກພຣະອົງທີ່ອີງຕາມຄວາມຮູ້ສຶກຈາກຈິດສຳນຶກຂອງເຈົ້າແມ່ນວິທີການທີ່ບໍ່ດີ້ນຮົນ. ເປັນຫຍັງເຮົາຈຶ່ງເວົ້າວ່າ ມັນເປັນວິທີການທີ່ບໍ່ດີ້ນຮົນ? ນີ້ຄືບັນຫາທີ່ອີງຕາມຄວາມເປັນຈິງ. ຄວາມຮັກຂອງພວກເຈົ້າສໍາລັບພຣະເຈົ້າແມ່ນປະເພດໃດ? ມັນບໍ່ແມ່ນການພະຍາຍາມຫຼອກລວງພຣະເຈົ້າ ແລະ ທຳທ່າເຮັດເພື່ອພຣະອົງບໍ? ຫຼາຍຄົນເຊື່ອວ່າ ເມື່ອມັນບໍ່ມີລາງວັນສຳລັບການຮັກພຣະເຈົ້າ ແລະ ທຸກຄົນຈະຖືກຕີສອນຄືກັນໝົດຖ້າບໍ່ຮັກພຣະອົງ, ສະນັ້ນ ໂດຍລວມແລ້ວ ພຽງແຕ່ບໍ່ເຮັດບາບກໍດີພໍແລ້ວ. ດ້ວຍເຫດນັ້ນ ການຮັກພຣະເຈົ້າ ແລະ ການຕອບແທນຄວາມຮັກຂອງພຣະອົງໂດຍອີງຕາມຄວາມຮູ້ສຶກຈາກຄວາມສຳນຶກຂອງຄົນໆໜຶ່ງ ຈຶ່ງເປັນວິທີການທີ່ບໍ່ດີ້ນຮົນ ແລະ ມັນບໍ່ແມ່ນຄວາມຮັກສຳລັບພຣະເຈົ້າທີ່ມາຈາກຫົວໃຈດ້ວຍທໍາມະຊາດ. ຄວາມຮັກສຳລັບພຣະເຈົ້າຄວນເປັນຄວາມຮູ້ສຶກທີ່ແທ້ຈິງຈາກສ່ວນເລິກໃນຫົວໃຈຂອງບຸກຄົນໜຶ່ງ. ບາງຄົນເວົ້າວ່າ “ຂ້ານ້ອຍເອງເຕັມໃຈທີ່ຈະສະແຫວງຫາພຣະເຈົ້າ ແລະ ຕິດຕາມພຣະອົງ. ບັດນີ້ ເຖິງແມ່ນວ່າ ພຣະເຈົ້າຕ້ອງການປະຖິ້ມຂ້ານ້ອຍ ຂ້ານ້ອຍກໍຍັງຈະຕ້ອງຕິດຕາມພຣະອົງ. ບໍ່ວ່າພຣະອົງຕ້ອງການຂ້ານ້ອຍ ຫຼື ບໍ່, ຂ້ານ້ອຍກໍຈະຍັງຮັກພຣະອົງ ແລະ ໃນທີ່ສຸດແລ້ວ ຂ້ານ້ອຍຕ້ອງຮັບເອົາພຣະອົງ. ຂ້ານ້ອຍຖວາຍຫົວໃຈຂອງຂ້ານ້ອຍໃຫ້ກັບພຣະເຈົ້າ ແລະ ບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ, ຂ້ານ້ອຍຈະຕິດຕາມພຣະອົງຕະຫຼອດຊົ່ວຊີວິດຂອງຂ້ານ້ອຍ. ບໍ່ວ່າຫຍັງກໍຕາມ, ຂ້ານ້ອຍຕ້ອງຮັກພຣະເຈົ້າ ແລະ ຂ້ານ້ອຍຕ້ອງຮັບເອົາພຣະອົງ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 170](https://lo.kingdomsalvation.org/videos/knowing-God-s-work-excerpt-170.html) - ອຸປະນິໄສທັງໝົດຂອງພຣະເຈົ້າແມ່ນຖືກເປີດເຜີຍອອກຕະຫຼອດແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ມັນບໍ່ໄດ້ຖືກເປີດເຜີຍພຽງແຕ່ໃນຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດເທົ່ານັ້ນ, ແລ້ວແຮງໄກທີ່ຈະຖືກເປີດເຜີຍພຽງແຕ່ຢູ່ໃນຍຸກສຸດທ້າຍເທົ່ານັ້ນ. ພາລະກິດທີ່ຖືກປະຕິບັດໃນຍຸກສຸດທ້າຍແມ່ນເປັນຕົວແທນໃຫ້ກັບການພິພາກສາ, ຄວາມໂກດຮ້າຍ ແລະ ການຂ້ຽນຕີ. ພາລະກິດທີ່ປະຕິບັດໃນຍຸກສຸດທ້າຍບໍ່ສາມາດແທນ ພາລະກິດຂອງຍຸກແຫ່ງພຣະບັນຍັດໄດ້ ຫຼື ແທນຍຸກແຫ່ງພຣະຄຸນໄດ້. ເຖິງຢ່າງໃດກໍຕາມ ສາມຂັ້ນຕອນເຊື່ອມໂຍງກັນເປັນອັນໜຶ່ງອັນດຽວ ແລະ ຂັ້ນຕອນທັງໝົດແມ່ນພາລະກິດຂອງພຣະເຈົ້າອົງດຽວ. ຕາມທໍາມະຊາດແລ້ວ ການປະຕິບັດພາລະກິດນີ້ຖືກແບ່ງອອກເປັນຍຸກທີ່ແຕກຕ່າງກັນ. ພາລະກິດທີ່ສໍາເລັດໃນຍຸກສຸດທ້າຍເປັນພາລະກິດທີ່ນໍາທຸກສິ່ງໄປສູ່ການສິ້ນສຸດ; ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະບັນຍັດແມ່ນພາລະກິດແຫ່ງການເລີ່ມຕົ້ນ ແລະ ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະຄຸນແມ່ນພາລະກິດແຫ່ງການໄຖ່ບາບ. ສໍາລັບນິມິດຂອງພາລະກິດທີ່ຢູ່ໃນແຜນການຄຸ້ມຄອງຫົກພັນປີນີ້, ບໍ່ມີຜູ້ໃດສາມາດຮັບເອົາຄວາມຮູ້ ຫຼື ຄວາມເຂົ້າໃຈ ແລະ ນິມິດເຫຼົ່ານີ້ກໍຍັງເປັນປິດສະໜາຢູ່. ໃນຍຸກສຸດທ້າຍ ມີພຽງພາລະກິດຂອງພຣະທໍາເທົ່ານັ້ນທີ່ຖືກປະຕິບັດເພື່ອນໍາໄປສູ່ຍຸກແຫ່ງອານາຈັກ, ແຕ່ຍຸກສຸດທ້າຍບໍ່ແມ່ນຕົວແທນຂອງຍຸກທັງໝົດ. ຍຸກສຸດທ້າຍກໍເປັນຍຸກສຸດທ້າຍ ແລະ ຍຸກແຫ່ງອານາຈັກກໍຄືຍຸກແຫ່ງອານາຈັກ ເຊິ່ງບໍ່ແມ່ນຕົວແທນຂອງຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດ. ນັ້ນຄືຄວາມຈິງ, ໃນລະຫວ່າງຍຸກສຸດທ້າຍ ພາລະກິດທັງໝົດໃນແຜນການຄຸ້ມຄອງຫົກພັນປີແມ່ນຖືກເປີດເຜີຍໃຫ້ພວກເຈົ້າເຫັນ. ນີ້ແມ່ນການເປີດເຜີຍເຖິງຄວາມລຶກລັບ. ຄວາມເລິກລັບປະເພດນີ້ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດເປີດເຜີຍໄດ້. ບໍ່ວ່າຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະຄຳພີຈະຍິ່ງໃຫຍ່ສໍ່າໃດ, ມັນກໍຍັງເປັນພຽງຄຳເວົ້າເທົ່ານັ້ນ, ຍ້ອນມະນຸດບໍ່ເຂົ້າໃຈແກ່ນແທ້ຂອງພຣະຄຳພີ. ໃນການອ່ານພຣະຄຳພີ, ມະນຸດອາດເຂົ້າໃຈຄວາມຈິງບາງຢ່າງ, ອະທິບາຍພຣະທຳບາງຂໍ້ ຫຼື ວິເຄາະຂໍ້ຄວາມບາງຂໍ້ ແລະ ບາງບົດທີ່ໂດດເດັ່ນຢ່າງເຂັ້ມງວດ, ແຕ່ເຂົາຈະບໍ່ສາມາດແກະຄວາມໝາຍທີ່ຢູ່ພາຍໃນພຣະທຳເຫຼົ່ານັ້ນ, ຍ້ອນສິ່ງທີ່ມະນຸດເຫັນແມ່ນເປັນພຽງພຣະທຳທີ່ຕາຍແລ້ວ,
- [ການອ່ານພຣະທຳຂອງພຣະເຈົ້າ | "ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ"](https://lo.kingdomsalvation.org/videos/on-quieting-your-heart-before-God-reading.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ"](https://lo.kingdomsalvation.org/videos/practice-the-truth-once-you-understand-it.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 401](https://lo.kingdomsalvation.org/videos/entry-into-life-excerpt-401.html) - ຕອນນີ້ແມ່ນຍຸກແຫ່ງລາຊະອານາຈັກ. ບໍ່ວ່າເຈົ້າໄດ້ເຂົ້າສູ່ຍຸກໃໝ່ນີ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວ່າ ເຈົ້າໄດ້ເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ ຫຼື ບໍ່, ຂຶ້ນຢູ່ກັບວ່າ ພຣະທໍາຂອງພຣະອົງໄດ້ກາຍມາເປັນຊີວິດ-ຄວາມເປັນຈິງຂອງເຈົ້າ ຫຼື ບໍ່. ພຣະທໍາຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ທຸກຄົນ ເພື່ອວ່າໃນທີ່ສຸດແລ້ວ ທຸກຄົນຈະດໍາລົງຊີວິດຢູ່ໃນໂລກແຫ່ງພຣະທໍາຂອງພຣະເຈົ້າ ແລະ ພຣະທໍາຂອງພຣະອົງ ຈະສ່ອງແສງ ແລະ ເຍືອງທາງໃຫ້ແຕ່ລະຄົນຈາກພາຍໃນ. ໃນລະຫວ່າງເວລານີ້ ຖ້າເຈົ້າປະໝາດໃນການອ່ານພຣະທໍາຂອງພຣະເຈົ້າ ແລະ ບໍ່ສົນໃຈໃນພຣະທໍາຂອງພຣະອົງ, ແລ້ວນີ້ກໍ່ສະແດງວ່າ ສະພາວະຂອງເຈົ້າບໍ່ຖືກຕ້ອງ. ຖ້າເຈົ້າບໍ່ສາມາດເຂົ້າສູ່ຍຸກແຫ່ງພຣະທໍາ, ແລ້ວພຣະວິນຍານບໍລິສຸດກໍ່ຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ; ຖ້າເຈົ້າໄດ້ເຂົ້າສູ່ຍຸກນີ້ແລ້ວ ພຣະອົງກໍ່ຈະປະຕິບັດພາລະກິດຂອງພຣະອົງ. ເຈົ້າສາມາດເຮັດຫຍັງໄດ້ແດ່ເມື່ອຍຸກແຫ່ງພຣະທໍາໄດ້ເລີ່ມຕົ້ນຂຶ້ນ ເພື່ອຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ? ໃນຍຸກນີ້ ແລະ ໃນບັນດາພວກເຈົ້າ, ພຣະເຈົ້າຈະສຳເລັດຕາມຂໍ້ແທ້ຈິງດັ່ງຕໍ່ໄປນີ້: ທຸກຄົນຕ້ອງໃຊ້ຊີວິດຕາມພຣະທໍາຂອງພຣະເຈົ້າ, ຕ້ອງສາມາດນໍາເອົາຄວາມຈິງມາປະຕິບັດ ແລະ ຮັກພຣະເຈົ້າຢ່າງຈິງໃຈ; ການທີ່ທຸກຄົນຈະໃຊ້ພຣະທໍາຂອງພຣະເຈົ້າເພື່ອເປັນພື້ນຖານ ແລະ ເປັນຄວາມເປັນຈິງຂອງພວກເຂົາ ແລະ ມີຫົວໃຈທີ່ຢໍາເກງພຣະເຈົ້າ; ແລະ ໂດຍຜ່ານການປະຕິບັດຕາມພຣະທໍາຂອງພຣະເຈົ້າ ມະນຸດຈະໄດ້ຮັບລິດອໍານາດຂອງກະສັດຮ່ວມກັບພຣະເຈົ້າ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະບັນລຸຜົນ. ເຈົ້າສາມາດດຳເນີນຊີວິດຕໍ່ໄປໂດຍບໍ່ຕ້ອງອ່ານພຣະທໍາຂອງພຣະເຈົ້າບໍ? ມື້ີນີ້ ມີຫຼາຍຄົນທີ່ຮູ້ສຶກວ່າ ພວກເຂົາຈະບໍ່ສາມາດດຳເນີນຊີວິດຕໍ່ໄປໄດ້ແມ່ນແຕ່ໜຶ່ງມື້ ຫຼື ສອງມື້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 404](https://lo.kingdomsalvation.org/videos/entry-into-life-excerpt-404.html) - ເມື່ອພຣະທໍາຂອງພຣະເຈົ້າປາກົດຂຶ້ນ, ເຈົ້າກໍ່ຄວນຮັບເອົາພວກມັນໃນທັນທີ ແລ້ວກິນ ແລະ ດື່ມພຣະທໍາເຫຼົ່ານັ້ນ. ບໍ່ວ່າເຈົ້າຈະເຂົ້າໃຈພຣະທໍາເຫຼົ່ານັ້ນຫຼາຍສໍ່າໃດ, ໜຶ່ງມຸມມອງທີ່ເຈົ້າຕ້ອງຍຶດໝັ້ນກໍ່ຄືການກິນ ແລະ ດື່ມ, ການຮູ້ຈັກ ແລະ ການປະຕິບັດພຣະທຳຂອງພຣະອົງ. ນີ້ແມ່ນສິ່ງທີ່ເຈົ້າຄວນສາມາດເຮັດໄດ້. ບໍ່ຕ້ອງກັງວົນວ່າວຸດທິພາວະຂອງເຈົ້າອາດມີຫຼາຍສໍ່າໃດ; ພຽງແຕ່ໃສ່ໃຈກັບການກິນ ແລະ ດື່ມພຣະທໍາຂອງພຣະອົງ. ນີ້ຄືສິ່ງທີ່ມະນຸດຄວນໃຫ້ການຮ່ວມມື. ຊີວິດຝ່າຍວິນຍານຂອງເຈົ້າຄືການພະຍາຍາມເຂົ້າສູ່ຄວາມເປັນຈິງໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເປັນຫຼັກ ແລະ ນໍາພຣະທໍາເຫຼົ່ານັ້ນໄປປະຕິບັດ. ມັນບໍ່ແມ່ນທຸລະຂອງເຈົ້າທີ່ຈະໄປໃສ່ໃຈກັບສິ່ງອື່ນ. ຜູ້ນໍາຄຣິສຕະຈັກຄວນທີ່ຈະສາມາດຊີ້ນໍາອ້າຍເອື້ອຍນ້ອງຂອງພວກເຂົາທຸກຄົນ ເພື່ອວ່າພວກເຂົາຈະໄດ້ຮູ້ຈັກວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ນີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາຄຣິສຕະຈັກແຕ່ລະຄົນ. ບໍ່ວ່າຈະເປັນຄົນໜຸ່ມ ຫຼື ຜູ້ສູງອາຍຸ, ທຸກຄົນຄວນຖືເອົາການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າເປັນສິ່ງທີ່ສໍາຄັນຫຼາຍ ແລະ ຄວນຮັກສາພຣະທໍານັ້ນໄວ້ໃນຫົວໃຈຂອງພວກເຂົາ. ການເຂົ້າສູ່ຄວາມເປັນຈິງນີ້ ໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ຄົນສ່ວນໃຫຍ່ຮູ້ສຶກວ່າພວກເຂົາບໍ່ສາມາດມີຊີວິດຢູ່ໄດ້ ຖ້າບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ຮູ້ສຶກວ່າພຣະທໍາຂອງພຣະອົງແມ່ນສົດໃໝ່ ບໍ່ວ່າຈະເປັນເວລາໃດກໍ່ຕາມ. ນີ້ໝາຍຄວາມວ່າ ພວກເຂົາກຳລັງເລີ່ມກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າໄດ້ໃຊ້ພຣະທໍາເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ສະໜອງໃຫ້ແກ່ມະນຸດ. ເມື່ອທຸກຄົນປາຖະໜາ ແລະ ຫິວກະຫາຍຫາພຣະທໍາຂອງພຣະເຈົ້າ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 403](https://lo.kingdomsalvation.org/videos/entry-into-life-excerpt-403.html) - ໂດຍກ້າວໄປຂ້າງໜ້າ, ການເວົ້າເຖິງພຣະທໍາຂອງພຣະເຈົ້າຄວນເປັນຫຼັກການທີ່ເຈົ້າເວົ້າ. ໂດຍປົກກະຕິແລ້ວ ເມື່ອພວກເຈົ້າມາຢູ່ຮ່ວມກັນ ພວກເຈົ້າຄວນໂອ້ລົມກັນກ່ຽວກັບພຣະທໍາຂອງພຣະເຈົ້າ, ເອົາພຣະທໍາຂອງພຣະເຈົ້າເປັນເນື້ອໃນໃຈຄວາມໃນການພົວພັນຂອງພວກເຈົ້າ, ເວົ້າກ່ຽວກັບສິ່ງທີ່ພວກເຈົ້າຮູ້ກ່ຽວກັບພຣະທໍາເຫຼົ່ານີ້, ວິທີທີ່ພວກເຈົ້າຈະນໍາພຣະທໍາໄປປະຕິບັດ ແລະ ວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ຕາບໃດທີ່ເຈົ້າສົນທະນາກ່ຽວກັບພຣະທຳຂອງພຣະເຈົ້າ, ພຣະວິນຍານບໍລິສຸດຈະເຍືອງທາງໃຫ້ແກ່ເຈົ້າ. ການສ້າງໂລກແຫ່ງພຣະທໍາຂອງພຣະເຈົ້າໃຫ້ສຳເລັດແມ່ນຕ້ອງໄດ້ອາໄສການຮ່ວມມືຈາກມະນຸດ. ຖ້າເຈົ້າບໍ່ເຂົ້າສູ່ສິ່ງນີ້, ພຣະເຈົ້າກໍ່ຈະບໍ່ມີທາງປະຕິບັດພາລະກິດໄດ້; ຖ້າເຈົ້າຫຸບປາກຂອງເຈົ້າໄວ້ ແລະ ບໍ່ເວົ້າກ່ຽວກັບພຣະທໍາຂອງພຣະອົງ, ພຣະອົງກໍ່ຈະບໍ່ມີທາງທີ່ຈະເຍືອງທາງໃຫ້ແກ່ເຈົ້າ. ເມື່ອໃດກໍ່ຕາມທີ່ເຈົ້າບໍ່ຄາວຽກ, ໃຫ້ເວົ້າກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ຢ່າພຽງແຕ່ເຂົ້າຮ່ວມໃນການໂອ້ລົມກ່ຽວກັບເລື່ອງໄຮ້ສາລະ! ໃຫ້ຊີວິດຂອງເຈົ້າເຕັມໄປດ້ວຍພຣະທໍາຂອງພຣະເຈົ້າ, ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະກາຍເປັນຜູ້ເຊື່ອທີ່ເຫຼື້ອມໃສ. ມັນບໍ່ກ່ຽວກັບວ່າການສົນທະນາຂອງເຈົ້າເປັນພຽງເລື່ອງຜິວເຜີນ ຫຼື ບໍ່. ຖ້າປາສະຈາກຄວາມຕື້ນກໍ່ບໍ່ສາມາດມີຄວາມເລິກ. ມັນຕ້ອງຜ່ານຂະບວນການ. ຜ່ານການຝຶກຝົນຂອງເຈົ້າ, ເຈົ້າໄດ້ເຂົ້າໃຈການເຍືອງທາງຂອງພຣະວິນຍານບໍລິສຸດຕໍ່ເຈົ້າ ແລະ ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢ່າງມີປະສິດທິພາບ. ຫຼັງຈາກຊ່ວງເວລາຂອງການກວດສອບ, ເຈົ້າຈະເຂົ້າສູ່ຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ. ພຽງແຕ່ຖ້າເຈົ້າຕັ້ງໃຈຮ່ວມມື, ເຈົ້າຈຶ່ງຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ໃນຫຼັກການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ໜຶ່ງຢ່າງແມ່ນກ່ຽວຂ້ອງກັບຄວາມຮູ້ ແລະ ອີກໜຶ່ງຢ່າງແມ່ນກ່ຽວກັບການເຂົ້າປະຕິບັດ. ເຈົ້າຄວນຮູ້ພຣະທຳອັນໃດ? ເຈົ້າຄວນມາຮູ້ຈັກພຣະທໍາທີ່ກ່ຽວຂ້ອງກັບນິມິດ (ເຊັ່ນ: ພຣະທຳທີ່ກ່ຽວຂ້ອງກັບວ່າພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ຍຸກໃດໃນຕອນນີ້, ພຣະເຈົ້າຕ້ອງການບັນລຸຜົນຫຍັງໃນຕອນນີ້, ການບັງເກີດເປັນມະນຸດແມ່ນຫຍັງ ແລະ ອື່ນໆອີກ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 402](https://lo.kingdomsalvation.org/videos/entry-into-life-excerpt-402.html) - ການສະແຫວງຫາຊີວິດບໍ່ແມ່ນສິ່ງທີ່ສາມາດຮີບດ່ວນໄດ້; ການຈະເລີນເຕີບໂຕໃນຊີວິດບໍ່ໄດ້ເກີດຂຶ້ນໃນມື້ໜຶ່ງ ຫຼື ສອງມື້. ພາລະກິດຂອງພຣະເຈົ້າເປັນປົກກະຕິ ແລະ ເປັນຈິງ ແລະ ມີຂະບວນການທີ່ມັນຈໍາເປັນຕ້ອງຜ່ານ. ພຣະເຢຊູທີ່ບັງເກີດເປັນມະນຸດໃຊ້ເວລາເຖິງສາມສິບສາມປີເຄິ່ງເພື່ອສໍາເລັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນຂອງພຣະອົງ, ແລ້ວພາລະກິດແຫ່ງການຊໍາລະລ້າງ ແລະ ການປ່ຽນແປງຊີວິດຂອງມະນຸດ, ພາລະກິດທີ່ຫຍຸ້ງຍາກທີ່ສຸດເດ? ມັນບໍ່ແມ່ນເລື່ອງງ່າຍທີ່ຈະສ້າງມະນຸດທໍາມະດາຄົນໜຶ່ງສຳແດງອອກເຖິງພຣະເຈົ້າ. ໂດຍສະເພາະແມ່ນເພື່ອໃຫ້ຄົນທີ່ເກີດໃນຊົນຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງເປັນຄົນທີ່ມີຄວາມສາມາດຕໍ່າ ແລະ ຕ້ອງໄດ້ໃຊ້ເວລາດົນສໍາລັບພຣະທໍາ ແລະ ພາລະກິດຂອງພຣະເຈົ້າ. ສະນັ້ນຢ່າໃຈຮ້ອນຢາກເຫັນຜົນ. ເຈົ້າຕ້ອງຫ້າວຫັນໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ພະຍາຍາມຫຼາຍຂຶ້ນໃນພຣະທໍາຂອງພຣະເຈົ້າ. ເມື່ອເຈົ້າອ່ານພຣະທໍາຂອງພຣະອົງແລ້ວ, ເຈົ້າຕ້ອງສາມາດນໍາພຣະທໍາເຫຼົ່ານັ້ນເຂົ້າໃນການປະຕິບັດຕົວຈິງ, ເພີ່ມທະວີຄວາມຮູ້, ຄວາມເຂົ້າໃຈ, ການເຫັນແຈ້ງ ແລະ ສະຕິປັນຍາໃນພຣະທໍາຂອງພຣະເຈົ້າ. ຜ່ານສິ່ງນີ້ ເຈົ້າຈະປ່ຽນແປງໂດຍບໍ່ຮູ້ສຶກຕົວ. ຖ້າເຈົ້າສາມາດຍຶດຖືເອົາການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ, ການອ່ານພຣະທຳເຫຼົ່ານັ້ນ, ການຮູ້ຈັກພວກມັນ, ການມີປະສົບການກັບພວກມັນ ແລະ ການປະຕິບັດພວກມັນເປັນຫຼັກການຂອງເຈົ້າ, ເຈົ້າກໍ່ຈະເປັນຜູ້ໃຫຍ່ໂດຍບໍ່ຮູ້ສຶກຕົວ. ມີຄົນທີ່ເວົ້າວ່າ ພວກເຂົາບໍ່ສາມາດນໍາພຣະທໍາຂອງພຣະອົງເຂົ້າໃນການປະຕິບັດໄດ້ ແມ່ນແຕ່ຫຼັງຈາກທີ່ອ່ານພຣະທຳເຫຼົ່ານັ້ນ. ເຈົ້າຈະຟ້າວໄປໃສ? ເມື່ອເຈົ້າມີວຸດທິພາວະໃນລະດັບໃດໜຶ່ງ, ເຈົ້າກໍ່ຈະສາມາດນໍາພຣະທໍາຂອງພຣະອົງເຂົ້າໃນການປະຕິບັດໄດ້. ເດັກນ້ອຍທີ່ມີອາຍຸສີ່ ຫຼື ຫ້າປີຈະເວົ້າວ່າພວກເຂົາບໍ່ສາມາດສະໜັບສະໜູນ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 400](https://lo.kingdomsalvation.org/videos/entry-into-life-excerpt-400.html) - ພຣະເຈົ້າຕັ້ງໃຈເຮັດໃຫ້ມະນຸດສົມບູນແບບ. ບໍ່ວ່າພຣະອົງຈະກ່າວຈາກມຸມມອງໃດກໍ່ຕາມ, ທັງໝົດກໍ່ເພື່ອເຫັນແກ່ການເຮັດໃຫ້ຜູ້ຄົນສົມບູນແບບ. ພຣະທໍາທີ່ກ່າວຈາກມຸມມອງຂອງພຣະວິນຍານກໍ່ຍາກທີ່ຜູ້ຄົນຈະເຂົ້າໃຈ; ພວກເຂົາບໍ່ມີທາງຄົ້ນພົບເສັ້ນທາງໃນການປະຕິບັດ, ຍ້ອນຄວາມສາມາດຂອງພວກເຂົາໃນການເຂົ້າໃຈແມ່ນມີຄວາມຈໍາກັດ. ພາລະກິດຂອງພຣະເຈົ້າບັນລຸຜົນທີ່ແຕກຕ່າງກັນ ແລະ ພຣະອົງມີເປົ້າໝາຍໃນການປະຕິບັດພາລະກິດແຕ່ລະຂັ້ນຕອນຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພຣະອົງຈໍາເປັນຕ້ອງກ່າວຈາກມຸມມອງທີ່ແຕກຕ່າງກັນ ຍ້ອນໂດຍການເຮັດແບບນັ້ນເທົ່ານັ້ນ ພຣະອົງຈຶ່ງສາມາດເຮັດໃຫ້ມະນຸດສົມບູນແບບໄດ້. ຖ້າພຣະອົງພຽງແຕ່ເປັ່ງສຽງຂອງພຣະອົງກ່າວຈາກມຸມມອງຂອງພຣະວິນຍານເທົ່ານັ້ນ, ມັນກໍ່ຈະບໍ່ມີທາງທີ່ຈະສຳເລັດຂັ້ນຕອນນີ້ໃນພາລະກິດຂອງພຣະອົງ. ຈາກນໍ້າສຽງທີ່ພຣະອົງກ່າວ, ເຈົ້າສາມາດເຫັນໄດ້ວ່າ ພຣະອົງຕັ້ງໃຈທີ່ຈະສ້າງໃຫ້ຄົນກຸ່ມນີ້ສົມບູນແບບ. ສະນັ້ນ ແມ່ນຫຍັງຄວນເປັນບາດກ້າວທຳອິດສຳລັບແຕ່ລະຄົນທີ່ປາຖະໜາຖືກເຮັດໃຫ້ສົມບູນ? ນອກເໜືອສິ່ງອື່ນໃດ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ. ມື້ນີ້, ວິທີການໄດ້ເລີ່ມຕົ້ນຂຶ້ນໃນພາລະກິດຂອງພຣະເຈົ້າ; ຍຸກສະໄໝໄດ້ປ່ຽນແປງໄປ, ລັກສະນະທີ່ພຣະເຈົ້າປະຕິບັດພາລະກິດກໍ່ປ່ຽນໄປເຊັ່ນກັນ ແລະ ວິທີການທີ່ພຣະອົງກ່າວກໍ່ແຕກຕ່າງກັນ. ມື້ນີ້ ບໍ່ແມ່ນພຽງແຕ່ວ່າວິທີການໃນພາລະກິດຂອງພຣະອົງໄດ້ປ່ຽນແປງໄປເທົ່ານັ້ນ, ແຕ່ຍຸກກໍ່ໄດ້ປ່ຽນແປງເຊັ່ນກັນ. ຕອນນີ້ແມ່ນຍຸກແຫ່ງລາຊະອານາຈັກ. ມັນຍັງເປັນຍຸກແຫ່ງການຮັກພຣະເຈົ້າ. ມັນຄືການຊີມລົດຊາດລ່ວງໜ້າຂອງຍຸກແຫ່ງອານາຈັກພັນປີ ເຊິ່ງຍັງເປັນຍຸກແຫ່ງພຣະທໍາອີກດ້ວຍ ແລະ ເປັນຍຸກທີ່ພຣະເຈົ້າໃຊ້ຫຼາຍວິທີໃນການກ່າວເພື່ອເຮັດໃຫ້ມະນຸດສົມບູນ ແລະ ກ່າວຈາກມຸມມອງທີ່ແຕກຕ່າງກັນເພື່ອສະໜອງໃຫ້ແກ່ມະນຸດ. ເມື່ອໄດ້ກ້າວເຂົ້າຍຸກແຫ່ງອານາຈັກພັນປີ, ພຣະເຈົ້າກໍ່ຈະເລີ່ມໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ, ເຮັດໃຫ້ມະນຸດສາມາດເຂົ້າສູ່ຊີວິດ-ຄວາມເປັນຈິງ ແລະ ນໍາພາມະນຸດໄປສູ່ເສັ້ນທາງທີ່ຖືກຕ້ອງ. ເມື່ອໄດ້ປະສົບກັບຫຼາຍຂັ້ນຕອນໃນພາລະກິດຂອງພຣະອົງ, ມະນຸດກໍ່ໄດ້ເຫັນວ່າພາລະກິດຂອງພຣະອົງບໍ່ໄດ້ຢຸດສະງັກ, ແຕ່ກຳລັງວິວັດທະນາການ ແລະ ລົງເລິກຢ່າງຕໍ່ເນື່ອງ. ຫຼັງຈາກທີ່ຜູ້ຄົນໄດ້ຜະເຊີນກັບມັນເປັນເວລາດົນ, ພາລະກິດກໍ່ໄດ້ໝຸນຊໍ້າແລ້ວຊໍ້າອີກ, ປ່ຽນແປງຄັ້ງແລ້ວຄັ້ງເລົ່າ. ເຖິງແມ່ນວ່າມັນຈະມີການປ່ຽນແປງຫຼາຍສໍ່າໃດກໍ່ຕາມ, ມັນບໍ່ເຄີຍບ່ຽງເບນຈາກຈຸດປະສົງຂອງພຣະເຈົ້າໃນການນໍາຄວາມລອດພົ້ນມາສູ່ມະນຸດຊາດ. ເຖິງແມ່ນວ່າຈະມີການປ່ຽນແປງສິບພັນຄັ້ງກໍ່ຕາມ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 399](https://lo.kingdomsalvation.org/videos/entry-into-life-excerpt-399.html) - ພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນພະລັງໃນພາລະກິດຂອງພຣະວິນຍານບໍລິສຸດ ແລະ ແສງສະຫວ່າງທີ່ຕໍ່ເນື່ອງຂອງພຣະວິນຍານບໍລິສຸດຕໍ່ມະນຸດໃນລະຫວ່າງຊ່ວງເວລານີ້ແມ່ນແນວໂນ້ມພາລະກິດຂອງພຣະວິນຍານບໍລິສຸດ. ແລ້ວແມ່ນຫຍັງຄືແນວໂນ້ມພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ? ມັນຄືການນຳພາປະຊາຊົນເຂົ້າສູ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ ແລະ ເຂົ້າສູ່ຊີວິດຝ່າຍວິນຍານທີ່ທຳມະດາ. ມີຫຼາຍຂັ້ນຕອນເພື່ອເຂົ້າສູ່ຊີວິດຝ່າຍວິນຍານທີ່ທຳມະດາ: 1. ຢ່າງທໍາອິດ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າ. ເຈົ້າຕ້ອງບໍ່ສະແຫວງຫາພຣະທຳຂອງພຣະເຈົ້າໃນອະດີດ ແລະ ຕ້ອງບໍ່ສຶກສາພຣະທຳເຫຼົ່ານັ້ນ ຫຼື ປຽບທຽບພວກມັນກັບພຣະທຳໃນປັດຈຸບັນ. ກົງກັນຂ້າມ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າໃນປັດຈຸບັນຢ່າງສິ້ນເຊີງ. ຖ້າມີຄົນທີ່ຍັງປາດຖະໜາຈະອ່ານພຣະທຳຂອງພຣະເຈົ້າ, ໜັງສືຝ່າຍວິນຍານ ຫຼື ບົດເທດສະໜາອື່ນໆຈາກອະດີດ ແລະ ເປັນຄົນທີ່ບໍ່ຕິດຕາມພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ແລ້ວພວກເຂົາກໍ່ເປັນຄົນໂງ່ຈ້າທີ່ສຸດ; ພຣະເຈົ້າກຽດຊັງຄົນແບບນີ້. ຖ້າເຈົ້າເຕັມໃຈທີ່ຈະຍອມຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດໃນປັດຈຸບັນ ແລ້ວໃຫ້ເທຫົວໃຈຂອງເຈົ້າໃສ່ຖ້ອຍຄຳຂອງພຣະເຈົ້າໃນປັດຈຸບັນຢ່າງສິ້ນເຊີງ. ນີ້ຄືສິ່ງທໍາອິດທີ່ເຈົ້າຕ້ອງເຮັດໃຫ້ສຳເລັດ. 2. ເຈົ້າຕ້ອງອະທິຖານບົນພື້ນຖານຂອງພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ, ເຂົ້າສູ່ພຣະທຳຂອງພຣະເຈົ້າ ແລະ ສົນທະນາກັບພຣະເຈົ້າ ແລະ ຕັ້ງໃຈຕໍ່ໜ້າພຣະເຈົ້າ, ສ້າງມາດຕະຖານທີ່ເຈົ້າປາດຖະໜາຈະສະແຫວງໃຫ້ສຳເລັດ. 3. ເຈົ້າຕ້ອງສະແຫວງຫາທາງເຂົ້າສູ່ຄວາມຈິງບົນພື້ນຖານຂອງພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນຢ່າງເລິກເຊິ່ງ. ຢ່າຍຶດຕິດກັບຖ້ອຍຄຳທີ່ຫຼ້າສະໄໝ ແລະ ທິດສະດີຈາກອະດີດ. 4. ເຈົ້າຕ້ອງສະແຫວງຫາເພື່ອຮັບເອົາການສຳຜັດຈາກພຣະວິນຍານບໍລິສຸດ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ. 5. ເຈົ້າຕ້ອງສະແຫວງຫາທາງເຂົ້າສູ່ເສັ້ນທາງທີ່ພຣະວິນຍານບໍລິສຸດກ້າວເດີນໃນປັດຈຸບັນ. ແລ້ວເຈົ້າຈະສະແຫວງຫາການສຳຜັດຈາກພຣະວິນຍານບໍລິສຸດໄດ້ແນວໃດ? ສິ່ງທີ່ສຳຄັນກໍ່ຄືການມີຊີວິດຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລະ ອະທິຖານບົນພື້ນຖານຄວາມຕ້ອງການຂອງພຣະເຈົ້າ. ເມື່ອໄດ້ອະທິຖານໃນລັກສະນະນີ້, ພຣະວິນຍານບໍລິສຸດກໍ່ຈະສຳຜັດເຈົ້າຢ່າງແນ່ນອນ. ຖ້າເຈົ້າບໍ່ສະແຫວງຫາບົນພື້ນຖານພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 398](https://lo.kingdomsalvation.org/videos/entry-into-life-excerpt-398.html) - ທຸກຄົນທີ່ສາມາດອ່ອນນ້ອມຕໍ່ຖ້ອຍຄຳໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍ່ໄດ້ຮັບການອວຍພອນ. ມັນບໍ່ກ່ຽວກັບວ່າພວກເຂົາເຄີຍເປັນແນວໃດ ຫຼື ພຣະວິນຍານບໍລິສຸດເຄີຍເຮັດພາລະກິດພາຍໃນຕົວພວກເຂົາແນວໃດ, ຄົນທີ່ໄດ້ຮັບພາລະກິດຫຼ້າສຸດແມ່ນໄດ້ຮັບພອນຫຼາຍທີ່ສຸດ ແລະ ຄົນທີ່ບໍ່ສາມາດຕິດຕາມພາລະກິດຫຼ້າສຸດໃນປັດຈຸບັນແມ່ນຖືກກຳຈັດ. ພຣະເຈົ້າຕ້ອງການຄົນທີ່ສາມາດຍອມຮັບແສງສະຫວ່າງໃໝ່ ແລະ ພຣະອົງຕ້ອງການຄົນທີ່ຍອມຮັບ ແລະ ຮູ້ຈັກພາລະກິດຫຼ້າສຸດຂອງພຣະອົງ. ເປັນຫຍັງຈຶ່ງມີການເວົ້າວ່າເຈົ້າຕ້ອງເປັນຍິງສາວບໍລິສຸດທີ່ຮັກສາພົມມະຈັນ? ຍິງສາວບໍລິສຸດທີ່ຮັກສາພົມມະຈັນສາມາດສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຂົ້າໃຈສິ່ງໃໝ່ໆ ແລະ ຍິ່ງໄປກວ່ານັ້ນແມ່ນສາມາດປະວາງແນວຄິດເກົ່າໆອອກໄປ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ. ຄົນກຸ່ມນີ້ທີ່ຍອມຮັບພາລະກິດໃໝ່ສຸດໃນປັດຈຸບັນແມ່ນຖືກກຳນົດລ່ວງໜ້າໂດຍພຣະເຈົ້າກ່ອນຍຸກຕ່າງໆ ແລະ ເປັນຄົນທີ່ຈະໄດ້ຮັບພອນຫຼາຍທີ່ສຸດ. ພວກເຈົ້າໄດ້ຍິນສຽງຂອງພຣະເຈົ້າໂດຍກົງ ແລະ ເບິ່ງເຫັນການປາກົດຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ, ທົ່ວທັງສະຫວັນ ແລະ ແຜ່ນດິນໂລກ ແລະ ທົ່ວຍຸກຕ່າງໆ, ບໍ່ມີໃຜໄດ້ຮັບພອນຫຼາຍກວ່າພວກເຈົ້າທີ່ເປັນຄົນກຸ່ມນີ້. ທັງໝົດນີ້ແມ່ນຍ້ອນພາລະກິດຂອງພຣະເຈົ້າ, ຍ້ອນການກຳນົດລ່ວງໜ້າ ແລະ ການຄັດເລືອກຂອງພຣະເຈົ້າ ແລະ ຍ້ອນພຣະຄຸນຂອງພຣະເຈົ້າ; ຖ້າພຣະເຈົ້າບໍ່ເວົ້າ ແລະ ກ່າວພຣະທຳຂອງພຣະອົງ, ສະພາບການຂອງພວກເຈົ້າຈະເປັນຄືດັ່ງທີ່ເປັນຢູ່ໃນປັດຈຸບັນນີ້ບໍ? ດ້ວຍເຫດນັ້ນ ຂໍໃຫ້ສະຫງ່າລາສີ ແລະ ຄຳສັນລະເສີນທັງໝົດເປັນຂອງພຣະເຈົ້າ, ເພາະທຸກສິ່ງທຸກຢ່າງເກີດຂຶ້ນຍ້ອນພຣະເຈົ້າຍົກເຈົ້າຂຶ້ນ. ເມື່ອຄິດຫາສິ່ງເຫຼົ່ານີ້ແລ້ວ, ເຈົ້າຍັງຈະມີດ້ານລົບຢູ່ອີກບໍ? ກຳລັງຂອງເຈົ້າຍັງຈະບໍ່ສາມາດເພີ່ມຂຶ້ນບໍ? ການທີ່ເຈົ້າສາມາດຍອມຮັບການພິພາກສາ, ການຕີສອນ, ການຂ້ຽນຕີ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 397](https://lo.kingdomsalvation.org/videos/entry-into-life-excerpt-397.html) - ຄວາມສຳຄັນຫຼັກໃນການຕິດຕາມພຣະເຈົ້າກໍ່ຄື ທຸກສິ່ງຄວນເປັນໄປຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນ: ບໍ່ວ່າເຈົ້າກຳລັງສະແຫວງຫາເພື່ອເຂົ້າສູ່ຊີວິດ ຫຼື ເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ, ທຸກສິ່ງຄວນຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ. ຖ້າສິ່ງທີ່ເຈົ້າສົນທະນາ ແລະ ພະຍາຍາມເຂົ້າສູ່ບໍ່ໄດ້ຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລ້ວເຈົ້າກໍ່ເປັນຄົນແປກໜ້າສຳລັບພຣະທຳຂອງພຣະເຈົ້າ ແລະ ຈະຖືກປ່ອຍປະໂດຍພາລະກິດຂອງພຣະວິນຍານບໍລິສຸດຢ່າງສິ້ນເຊີງ. ຄົນທີ່ພຣະເຈົ້າຕ້ອງການແມ່ນຄົນທີ່ຕິດຕາມບາດກ້າວຂອງພຣະອົງ. ບໍ່ວ່າສິ່ງທີ່ເຈົ້າເຂົ້າໃຈກ່ອນໜ້ານີ້ຈະອັດສະຈັນ ແລະ ບໍລິສຸດພຽງໃດກໍ່ຕາມ, ພຣະເຈົ້າບໍ່ຕ້ອງການມັນ ແລະ ຖ້າເຈົ້າບໍ່ສາມາດປະວາງສິ່ງເຫຼົ່ານັ້ນໄວ້ ແລ້ວພວກມັນກໍ່ຈະເປັນອຸປະສັກທີ່ໃຫຍ່ຫຼວງໃນທາງເຂົ້າຂອງເຈົ້າໃນອະນາຄົດ. ທຸກຄົນທີ່ສາມາດປະຕິບັດຕາມແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍ່ໄດ້ຮັບການອວຍພອນ. ປະຊາຊົນໃນຍຸກຜ່ານມາຍັງຕິດຕາມບາດກ້າວຂອງພຣະເຈົ້າອີກດ້ວຍ ແຕ່ພວກເຂົາບໍ່ສາມາດຕິດຕາມຈົນຮອດປັດຈຸບັນ; ນີ້ຄືພອນສຳລັບປະຊາຊົນໃນຍຸກສຸດທ້າຍ. ຄົນທີ່ສາມາດຕິດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າຈົນພວກເຂົາຕິດຕາມພຣະເຈົ້າບໍ່ວ່າພຣະອົງຈະນໍາພາພວກເຂົາໄປໃສກໍ່ຕາມ, ຄົນເຫຼົ່ານີ້ແມ່ນຄົນທີ່ໄດ້ຮັບພອນຈາກພຣະເຈົ້າ. ຄົນທີ່ບໍ່ຕິດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນບໍ່ໄດ້ເຂົ້າສູ່ພາລະກິດແຫ່ງພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະປະຕິບັດພາລະກິດໜັກພຽງໃດກໍ່ຕາມ ຫຼື ການທົນທຸກຂອງພວກເຂົາມີຫຼາຍພຽງໃດກໍ່ຕາມ ຫຼື ພວກເຂົາດີ້ນຮົນຫຼາຍພຽງໃດກໍ່ຕາມ, ບໍ່ມີສິ່ງໃດທີ່ມີຄວາມໝາຍຕໍ່ພຣະເຈົ້າເລີຍ ແລະ ພຣະອົງຈະບໍ່ເຫັນດີກັບພວກເຂົາ. ໃນປັດຈຸບັນ ທຸກຄົນທີ່ຕິດຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ໃນກະແສຂອງພຣະວິນຍານບໍລິສຸດ; ຄົນທີ່ເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ນອກຂອງກະແສຂອງພຣະວິນຍານບໍລິສຸດ ແລະ ຄົນດັ່ງກ່າວບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າ. ການຮັບໃຊ້ທີ່ແຍກອອກຈາກຖ້ອຍຄຳໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນການຮັບໃຊ້ທີ່ເກີດຈາກເນື້ອໜັງ ແລະ ເກີດຈາກແນວຄວາມຄິດ ແລະ ມັນເປັນໄປບໍ່ໄດ້ທີ່ຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າໄດ້. ຖ້າຄົນມີຊີວິດທ່າມກາງແນວຄວາມຄິດທາງສາສະໜາ, ແລ້ວພວກເຂົາກໍ່ບໍ່ສາມາດເຮັດສິ່ງໃດໜຶ່ງທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ເຖິງແມ່ນວ່າພວກເຂົາຈະຮັບໃຊ້ພຣະເຈົ້າ, ພວກເຂົາກໍ່ຮັບໃຊ້ໃນທ່າມກາງຈິນຕະນາການ ແລະ ແນວຄວາມຄິດຂອງພວກເຂົາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 396](https://lo.kingdomsalvation.org/videos/entry-into-life-excerpt-396.html) - ຊີວິດຝ່າຍວິນຍານແມ່ນຊີວິດແບບໃດ? ຊີວິດຝ່າຍວິນຍານແມ່ນຊີວິດທີ່ຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ສາມາດໃສ່ໃຈກັບຄວາມຮັກຂອງພຣະເຈົ້າ. ມັນເປັນຊີວິດທີ່ເຈົ້າດຳລົງຊີວິດຢູ່ໃນພຣະທຳຂອງພຣະເຈົ້າ ແລະ ບໍ່ມີສິ່ງໃດສາມາດຄອບຄອງຫົວໃຈຂອງເຈົ້າ ແລະ ເຈົ້າສາມາດເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າໃນປັດຈຸບັນ ແລະ ຖືກນໍາພາໂດຍແສງສະຫວ່າງແຫ່ງພຣະວິນຍານບໍລິສຸດໃນປັດຈຸບັນເພື່ອເຮັດໜ້າທີ່ຂອງເຈົ້າ. ຊີວິດດັ່ງກ່າວລະຫວ່າງມະນຸດ ແລະ ພຣະເຈົ້າແມ່ນຊີວິດຝ່າຍວິນຍານ. ຖ້າເຈົ້າບໍ່ສາມາດປະຕິບັດຕາມແສງສະຫວ່າງຂອງປັດຈຸບັນ, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ຈະເກີດມີຄວາມຫ່າງເຫີນກັນຂຶ້ນ, ມັນອາດເຖິງກັບແຕກຫັກ ແລະ ເຈົ້າຈະບໍ່ມີຊີວິດຝ່າຍວິນຍານທີ່ທຳມະດາ. ຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າຖືກສ້າງຂຶ້ນບົນພື້ນຖານຂອງການຍອມຮັບເອົາພຣະທຳຂອງພຣະເຈົ້າໃນປັດຈຸບັນ. ເຈົ້າມີຊີວິດຝ່າຍວິນຍານທີ່ທຳມະດາບໍ? ເຈົ້າມີຄວາມສຳພັນກັບພຣະເຈົ້າຢ່າງເປັນປົກກະຕິບໍ? ເຈົ້າເປັນຄົນທີ່ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດບໍ? ຖ້າເຈົ້າສາມາດຕິດຕາມແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແລະ ສາມາດເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າພາຍໃນພຣະທຳຂອງພຣະອົງ ແລະ ເຂົ້າສູ່ພຣະທຳເຫຼົ່ານີ້ໄດ້ ແລ້ວເຈົ້າກໍ່ເປັນຄົນທີ່ຕິດຕາມກະແສຂອງພຣະວິນຍານບໍລິສຸດ. ຖ້າເຈົ້າບໍ່ຕິດຕາມກະແສຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍ່ເປັນຄົນທີ່ບໍ່ສະແຫວງຫາຄວາມຈິງໂດຍບໍ່ຕ້ອງສົງໄສ. ພຣະວິນຍານບໍລິສຸດບໍ່ມີໂອກາດທີ່ຈະປະຕິບັດພາລະກິດພາຍໃນຄົນທີ່ບໍ່ມີຄວາມປາດຖະໜາຢາກປັບປຸງຕົນເອງ ແລະ ຜົນຕາມມາກໍ່ຄື ຄົນເຫຼົ່ານັ້ນບໍ່ສາມາດຮວບຮວມກຳລັງຂອງພວກເຂົາຈັກເທື່ອ ແລະ ມີດ້ານລົບ. ໃນປັດຈຸບັນ ເຈົ້າຕິດຕາມກະແສຂອງພຣະວິນຍານບໍລິສຸດບໍ? ເຈົ້າຢູ່ໃນກະແສຂອງພຣະວິນຍານບໍລິສຸດບໍ? ເຈົ້າຫຼຸດພົ້ນຈາກສະພາວະດ້ານລົບແລ້ວບໍ? ທຸກຄົນທີ່ເຊື່ອໃນພຣະທຳຂອງພຣະເຈົ້າ, ຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າເປັນພື້ນຖານ ແລະ ຕິດຕາມແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ພວກເຂົາທຸກຄົນຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເຊື່ອວ່າ ພຣະທຳຂອງພຣະເຈົ້ານັ້ນເປັນຈິງ ແລະ ຖືກຕ້ອງໂດຍບໍ່ມີຂໍ້ສົງໄສ ແລະ ຖ້າເຈົ້າເຊື່ອພຣະທຳຂອງພຣະເຈົ້າ ບໍ່ວ່າພຣະອົງຈະກ່າວຫຍັງກໍ່ຕາມ ແລ້ວເຈົ້າກໍ່ເປັນຄົນທີ່ສະແຫວງຫາການເຂົ້າສູ່ພາລະກິດຂອງພຣະເຈົ້າ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 395](https://lo.kingdomsalvation.org/videos/entry-into-life-excerpt-395.html) - ຕອນນີ້ ເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ. ການກາຍມາເປັນປະຊາຊົນຂອງພຣະເຈົ້າໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ເຈົ້າເລີ່ມເຂົ້າສູ່ການຝຶກຝົນແຫ່ງອານາຈັກຢ່າງເປັນທາງການ ແລະ ຊີວິດໃນອະນາຄົດຂອງເຈົ້າກໍ່ຈະບໍ່ໂລເລ ແລະ ໄຮ້ລະບຽບດັ່ງທີ່ພວກເຂົາເປັນກ່ອນໜ້ານີ້; ເມື່ອດຳລົງຊີວິດໃນລັກສະນະນັ້ນ, ມັນເປັນໄປບໍ່ໄດ້ທີ່ຈະບັນລຸມາດຕະຖານທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າບໍ່ຮູ້ສຶກເຖິງຄວາມຮີບຮ້ອນໃດໆ ແລ້ວນີ້ກໍ່ສະແດງວ່າ ເຈົ້າບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ, ການສະແຫວງຫາຂອງເຈົ້າສັບສົນ ແລະ ວຸ້ນວາຍ ແລະ ເຈົ້າບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າສຳເລັດໄດ້. ການເຂົ້າສູ່ການຝຶກອົບຮົມແຫ່ງອານາຈັກໝາຍເຖິງການເລີ່ມຕົ້ນຊີວິດຂອງປະຊາຊົນຂອງພຣະເຈົ້າ, ເຈົ້າເຕັມໃຈທີ່ຈະຍອມຮັບການຝຶກຝົນດັ່ງກ່າວບໍ? ເຈົ້າເຕັມໃຈທີ່ຈະຮູ້ສຶກເຖິງຄວາມຮີບດ່ວນບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ລະບຽບວິໄນຂອງພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຕີສອນຂອງພຣະເຈົ້າບໍ? ເມື່ອພຣະທຳຂອງພຣະເຈົ້າມາເຖິງເຈົ້າ ແລະ ທົດສອບເຈົ້າ, ເຈົ້າຈະເຮັດແນວໃດ? ເຈົ້າຈະເຮັດຫຍັງແດ່ເມື່ອພົບກັບຂໍ້ແທ້ຈິງທຸກຮູບແບບ? ໃນອະດີດ ຄວາມສົນໃຈຂອງເຈົ້າບໍ່ແມ່ນກ່ຽວກັບຊີວິດ; ມື້ນີ້, ເຈົ້າຕ້ອງເຂົ້າສູ່ຊີວິດ-ຄວາມເປັນຈິງ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າ. ນີ້ຄືສິ່ງທີ່ປະຊາຊົນໃນອານາຈັກຕ້ອງເຮັດໃຫ້ສຳເລັດ. ທຸກຄົນທີ່ເປັນປະຊາຊົນຂອງພຣະເຈົ້າຕ້ອງມີຊີວິດ, ພວກເຂົາຕ້ອງຍອມຮັບການຝຶກຝົນແຫ່ງອານາຈັກ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງພວກເຂົາ. ນີ້ຄືສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກ. ສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກຄືດັ່ງລຸ່ມນີ້: 1. ພວກເຂົາຕ້ອງຍອມຮັບການຝາກຝັງຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ພວກເຂົາຕ້ອງຍອມຮັບພຣະທຳທຸກຂໍ້ທີ່ກ່າວໄວ້ໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ. 2. ພວກເຂົາຕ້ອງເຂົ້າສູ່ການຝຶກຝົນແຫ່ງອານາຈັກ. 3. ພວກເຂົາຕ້ອງສະແຫວງຫາເພື່ອເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບການສຳຜັດຈາກພຣະເຈົ້າ. ເມື່ອຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າມີຊີວິດຝ່າຍວິນຍານທີ່ທຳມະດາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 338](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-338.html) - ຈົ່ງຄິດທົບທວນໃນອະດີດ: ເມື່ອໃດທີ່ສາຍຕາຂອງເຮົາເກີດມີຄວາມໂກດຮ້າຍ ແລະ ນໍ້າສຽງຂອງເຮົາເກີດມີຄວາມຮຸນແຮງກັບພວກເຈົ້າ? ເມື່ອໃດທີ່ເຮົາໂຕ້ຖຽງກ່ຽວກັບເລື່ອງເລັກໆນ້ອຍໆກັບພວກເຈົ້າ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຢ່າງບໍ່ສົມເຫດສົມຜົນ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຕໍ່ໜ້າພວກເຈົ້າ? ມັນບໍ່ແມ່ນຍ້ອນເຫັນແກ່ຜົນປະໂຫຍດຂອງພາລະກິດຂອງເຮົາບໍທີ່ເຮົາຂໍໃຫ້ພຣະບິດາຂອງເຮົາຮັກສາພວກເຈົ້າຈາກການທົດລອງທຸກຢ່າງ? ເປັນຫຍັງພວກເຈົ້າຈຶ່ງປະຕິບັດຕໍ່ເຮົາແບບນີ້? ເຮົາເຄີຍໃຊ້ອຳນາດຂອງເຮົາເພື່ອໂຈມຕີເນື້ອໜັງຂອງພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງຕອບແທນເຮົາແບບນີ້? ຫຼັງຈາກທີ່ທຳທ່າສົນໃຈເຮົາ ເຈົ້າກໍຍັງບໍ່ຮ້ອນ ຫຼື ບໍ່ເຢັນ ແລະ ແລ້ວເຈົ້າກໍພະຍາຍາມໂນ້ມນ້າວເຮົາ ແລະ ເຊື່ອງສິ່ງຕ່າງໆຈາກເຮົາ ແລະ ປາກຂອງພວກເຈົ້າກໍເຕັມໄປດ້ວຍນໍ້າລາຍແຫ່ງຄວາມບໍ່ທ່ຽງທຳ. ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າຈະສາມາດຫຼອກລວງພຣະວິນຍານຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າສາມາດລອດພົ້ນຈາກຄວາມໂກດຮ້າຍຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າຈະສາມາດຕັດສິນການກະທຳຂອງເຮົາ ຜູ້ເປັນພຣະເຢໂຮວາ ຕາມທີ່ລີ້ນຂອງພວກເຈົ້າຕ້ອງການໄດ້ບໍ? ເຮົາເປັນພຣະເຈົ້າຜູ້ທີ່ຖືກມະນຸດດຳເນີນການພິພາກສາບໍ? ເຮົາຈະອະນຸຍາດໃຫ້ໜອນນ້ອຍໆມາເວົ້າໝິ່ນປະໝາດເຮົາແບບນີ້ບໍ? ເຮົາຈະຈັດວາງລູກແຫ່ງຄວາມກະບົດດັ່ງກ່າວໄວ້ທ່າມກາງການຮັບພອນທີ່ບໍ່ສິ້ນສຸດຂອງເຮົາໄດ້ແນວໃດ? ຄຳເວົ້າ ແລະ ການກະທຳຂອງພວກເຈົ້າໄດ້ເປີດເຜີຍ ແລະ ກ່າວໂທດພວກເຈົ້າເປັນເວລາດົນນານມາແລ້ວ. ເມື່ອເຮົາກາງທ້ອງຟ້າອອກ ແລະ ສ້າງທຸກສິ່ງຂຶ້ນ ເຮົາບໍ່ອະນຸຍາດໃຫ້ສິ່ງຊົງສ້າງໃດກໍຕາມມີສ່ວນຮ່ວມຕາມທີ່ພວກເຂົາມັກ, ເຮົາບໍ່ເຄີຍອະນຸຍາດໃຫ້ສິ່ງໃດທຳລາຍພາລະກິດຂອງເຮົາ ແລະ ການຄຸ້ມຄອງຂອງເຮົາຕາມທີ່ມັນຕ້ອງການໃນແບບໃດກໍຕາມ. ເຮົາບໍ່ອົດທົນຕໍ່ມະນຸດ ຫຼື ສິ່ງຂອງ; ເຮົາຈະສາມາດຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ໂຫດຮ້າຍ ແລະ ບໍ່ມີເມດຕາຕໍ່ເຮົາໄດ້ແນວໃດ? ເຮົາຈະສາມາດໃຫ້ອະໄພກັບຄົນເຫຼົ່ານັ້ນທີ່ທໍລະຍົດພຣະທຳຂອງເຮົາໄດ້ແນວໃດ? ເຮົາຈະຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ຕໍ່ຕ້ານເຮົາໄດ້ແນວໃດ? ຊະຕາກໍາຂອງມະນຸດບໍ່ໄດ້ຢູ່ໃນມືຂອງເຮົາ ອົງຊົງລິດທານຸພາບສູງສຸດບໍ? ເຮົາຈະພິຈາລະນາໃຫ້ຄວາມບໍ່ທ່ຽງທຳ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 365](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-365.html) - ຢູ່ເທິງແຜ່ນດິນໂລກ ວິນຍານທີ່ຊົ່ວຮ້າຍທຸກປະເພດອອກຫາບ່ອນພັກຜ່ອນຢູ່ຕະຫຼອດເວລາ ແລະ ຊອກຫາຊາກສົບຂອງມະນຸດ ທີ່ມັນສາມາດກິນໄດ້ຢ່າງບໍ່ມີສິ້ນສຸດ. ປະຊາຊົນຂອງເຮົາເອີຍ! ພວກເຈົ້າຕ້ອງຄົງຢູ່ພາຍໃນການເບິ່ງແຍງ ແລະ ການປົກປ້ອງຂອງເຮົາ. ຈົ່ງຢ່າໄຮ້ສິນທໍາເດັດຂາດ! ຈົ່ງຢ່າປະພຶດຕົນໂດຍບໍ່ລະວັງ! ເຈົ້າຄວນຖວາຍຄວາມຈົງຮັກພັກດີຂອງເຈົ້າໃນເຮືອນຂອງເຮົາ ແລະ ດ້ວຍຄວາມຈົງຮັກພັກດີເທົ່ານັ້ນ ເຈົ້າຈຶ່ງຈະສາມາດຕອບໂຕ້ຕໍ່ກົນອຸບາຍຂອງຜີຮ້າຍໄດ້. ພວກເຈົ້າບໍ່ຄວນປະພຶດດັ່ງທີ່ພວກເຈົ້າເຮັດໃນອະດີດ ບໍ່ວ່າ ຈະຢູ່ພາຍໃຕ້ສະຖານະການໃດກໍຕາມ ໂດຍເຮັດສິ່ງໜຶ່ງຕໍ່ໜ້າເຮົາ ແລ້ວເຮັດອີກສິ່ງລັບຫຼັງເຮົາ; ຖ້າພວກເຈົ້າເຮັດເຊັ່ນນີ້, ພວກເຈົ້າກໍເກີນທີ່ຈະໄດ້ຮັບການໄຖ່ບາບແລ້ວ. ເຮົາບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຢ່າງພຽງພໍບໍ? ມັນເປັນຍ້ອນວ່າ ທໍາມະຊາດເດີມໆຂອງມະນຸດແກ້ໄຂບໍ່ໄດ້, ເຮົາຈຶ່ງຕ້ອງໄດ້ເຕືອນຜູ້ຄົນຊໍ້າແລ້ວຊໍ້າອີກ. ຈົ່ງຢ່າເບື່ອໜ່າຍ! ທຸກສິ່ງທີ່ເຮົາເວົ້າແມ່ນເພື່ອຮັບປະກັນຊາຕາກໍາຂອງພວກເຈົ້າ! ບ່ອນທີ່ເປິເປື້ອນ ແລະ ສົກກະປົກແມ່ນສິ່ງທີ່ຊາຕານຕ້ອງການຢ່າງແທ້ຈິງ; ຍິ່ງພວກເຈົ້າບໍ່ສາມາດໄຖ່ບາບຢ່າງສິ້ນຫວັງ ແລະ ຍິ່ງພວກເຈົ້າໄຮ້ສິນທໍາ ໂດຍປະຕິເສດທີ່ຈະຍອມຢັບຢັ້ງໃຈ, ວິນຍານທີ່ສົກກະປົກເຫຼົ່ານັ້ນຍິ່ງຈະສວຍໂອກາດໃນການແຊກຊຶມເຂົ້າໄປໃນພວກເຈົ້າ. ຖ້າພວກເຈົ້າໄດ້ມາຮອດຈຸດນີ້, ຄວາມຈົງຮັກພັກດີຂອງພວກເຈົ້າກໍຈະບໍ່ມີຫຍັງ ນອກຈາກເປັນການເວົ້າຫຼິ້ນລ້າໆ ໂດຍບໍ່ມີຄວາມເປັນຈິງໃດໆ ແລະ ວິນຍານທີ່ສົກກະປົກກໍຈະກືນກິນຄວາມຕັ້ງໃຈຂອງພວກເຈົ້າ ແລະ ປະຕິຮູບມັນໃຫ້ເປັນຄວາມກະບົດ ແລະ ເປັນ ແຜນການຊົ່ວຮ້າຍ ເພື່ອໃຊ້ທໍາລາຍພາລະກິດຂອງເຮົາ. ຈາກນັ້ນ, ພວກເຈົ້າກໍຈະສາມາດຖືກເຮົາຂ້ຽນຕີໃນເວລາໃດກໍໄດ້. ບໍ່ມີໃຜເຂົ້າໃຈຄວາມຮ້າຍແຮງຂອງສະຖານະການນີ້; ທຸກຄົນພຽງແຕ່ເຮັດທໍາທ່າບໍ່ໄດ້ຍິນໃນສິ່ງທີ່ພວກເຂົາໄດ້ຍິນ ແລະ ບໍ່ໄດ້ລະວັງຕົວແມ່ນແຕ່ໜ້ອຍດຽວ. ເຮົາບໍ່ໄດ້ຈື່ໃນສິ່ງທີ່ຖືກເຮັດໃນອະດີດ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 337](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-337.html) - ເຮົາໄດ້ດຳເນີນພາລະກິດ ແລະ ກ່າວແບບນີ້ທ່າມກາງພວກເຈົ້າ, ເຮົາໄດ້ໃຊ້ກຳລັງ ແລະ ຄວາມພະຍາຍາມຢ່າງຫຼວງຫຼາຍ ແຕ່ພວກເຈົ້າເຄີຍເຊື່ອຟັງໃນສິ່ງທີ່ເຮົາບອກພວກເຈົ້າຢ່າງແຈ່ມແຈ້ງນີ້ບໍ? ຢູ່ໃສແດ່ທີ່ພວກເຈົ້າເຄີຍກົ້ມຂາບລົງຕໍ່ເຮົາ ອົງຊົງລິດທານຸພາບສູງສຸດ? ເປັນຫຍັງພວກເຈົ້າຈຶ່ງປະຕິບັດຕໍ່ເຮົາແບບນີ້? ເປັນຫຍັງທຸກສິ່ງທີ່ພວກເຈົ້າເວົ້າ ແລະ ກະທຳຈຶ່ງເຮັດໃຫ້ເຮົາໂກດຮ້າຍ? ເປັນຫຍັງຫົວໃຈຂອງພວກເຈົ້າຈຶ່ງແຂງກະດ້າງ? ເຮົາເຄີຍໂຈມຕີພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງບໍ່ເຮັດຫຍັງ ມີແຕ່ເຮັດໃຫ້ເຮົາໂສກເສົ້າ ແລະ ກັງວົນໃຈ? ພວກເຈົ້າກຳລັງລໍຖ້າມື້ແຫ່ງຄວາມໂກດຮ້າຍຂອງເຮົາ ຜູ້ເປັນພຣະເຢໂຮວາ ໃຫ້ມາເຖິງພວກເຈົ້າບໍ? ພວກເຈົ້າກຳລັງລໍຖ້າໃຫ້ເຮົາສຳແດງຄວາມໂກດຮ້າຍທີ່ເກີດຈາກການທີ່ພວກເຈົ້າກະບົດບໍ? ທຸກສິ່ງທີ່ເຮົາເຮັດບໍ່ແມ່ນເພື່ອພວກເຈົ້າບໍ? ແຕ່ພວກເຈົ້າກໍປະຕິບັດຕໍ່ເຮົາ ຜູ້ເປັນພຣະເຢໂຮວາ ແບບນີ້ຢູ່ເປັນປະຈຳ: ລັກເອົາເຄື່ອງບູຊາຂອງເຮົາ, ເອົາເຄື່ອງບູຊາເທິງແທ່ນບູຊາຂອງເຮົາກັບບ້ານໄປຫາຖໍ້າໝາປ່າເພື່ອລ້ຽງລູກໝາປ່າ ແລະ ລູກຂອງໝາປ່າທີ່ຢູ່ໃນຖໍ້າຂອງໝາປ່າ; ຜູ້ຄົນຕໍ່ສູ້ກັນເອງ, ຜະເຊີນໜ້າກັນແລະກັນດ້ວຍດາບ ແລະ ຫອກຢ່າງໂກດແຄ້ນ, ໂຍນພຣະທຳຂອງເຮົາ ອົງຊົງລິດທານຸພາບສູງສຸດຖິ້ມລົງໃນສ້ວມໃຫ້ສົກກະປົກຄືກັບອາຈົມ. ຄວາມຊື່ສັດຂອງພວກເຈົ້າຢູ່ໃສ? ຄວາມເປັນມະນຸດຂອງພວກເຈົ້າໄດ້ກາຍເປັນຄວາມເປັນສັດແລ້ວ! ຫົວໃຈຂອງພວກເຈົ້າໄດ້ກາຍເປັນຫີນຕັ້ງແຕ່ດົນນານມາແລ້ວ. ພວກເຈົ້າບໍ່ຮູ້ບໍວ່າ ເວລາແຫ່ງຄວາມໂກດຮ້າຍຂອງເຮົາມາເຖິງຈະເປັນເວລາທີ່ເຮົາຈະພິພາກສາຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດກັບເຮົາ ນັ້ນຄື ອົງຊົງລິດທານຸພາບສູງສຸດ ໃນມື້ນີ້? ພວກເຈົ້າຄິດບໍວ່າ ໂດຍການຫຼອກລວງເຮົາດ້ວຍວິທີນີ້ ໂດຍການໂຍນພຣະທຳຂອງເຮົາຖິ້ມລົງໃນຕົມ ແລະ ບໍ່ຮັບຟັງພຣະທໍານັ້ນເລີຍ, ພວກເຈົ້າຄິດບໍວ່າ ໂດຍການເຮັດແບບນີ້ລັບຫຼັງເຮົາ ພວກເຈົ້າຈະສາມາດລອດພົ້ນຈາກສາຍຕາແຫ່ງຄວາມໂກດຮ້າຍຂອງເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ສາຍຕາຂອງເຮົາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 336](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-336.html) - ເຈົ້າເວົ້າວ່າ ເຈົ້າຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເຈົ້າຮັບຮູ້ການປາກົດຕົວຂອງພຣະທໍາໃນເນື້ອໜັງ, ແຕ່ເຈົ້າກໍເຮັດບາງຢ່າງລັບຫຼັງພຣະອົງ, ສິ່ງຕ່າງໆທີ່ຂັດກັບສິ່ງທີ່ພຣະອົງຮຽກຮ້ອງ ແລະ ໃນຫົວໃຈຂອງເຈົ້າ ເຈົ້າບໍ່ຢ້ານພຣະອົງເລີຍ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ເຈົ້າຮັບຮູ້ສິ່ງທີ່ພຣະອົງກ່າວ, ແຕ່ເຈົ້າບໍ່ປະຕິບັດສິ່ງທີ່ເຈົ້າສາມາດເຮັດ ຫຼື ເຈົ້າບໍ່ປະຕິບັດຕາມວິທີທາງຂອງພຣະອົງ. ນີ້ແມ່ນການຮັບຮູ້ພຣະເຈົ້າບໍ? ແລ້ວເຖິງແມ່ນເຈົ້າຮັບຮູ້ພຣະອົງ, ເຈົ້າກໍມີຫົວໃຈທີ່ລະມັດລະວັງ ພຣະອົງ, ບໍ່ເຄີຍມີຫົວໃຈທີ່ຢຳເກງຈັກເທື່ອ. ຖ້າເຈົ້າໄດ້ເຫັນ ແລະ ຮັບຮູ້ເຖິງພາລະກິດຂອງພຣະອົງ ແລະ ຮູ້ວ່າພຣະອົງແມ່ນພຣະເຈົ້າ, ແຕ່ເຈົ້າຍັງເມີນເສີຍ ແລະ ບໍ່ປ່ຽນແປງຢ່າງແທ້ຈິງ, ແລ້ວເຈົ້າກໍຈະເປັນຄົນປະເພດທີ່ຍັງບໍ່ຖືກເອົາຊະນະເທື່ອ. ຄົນທີ່ຖືກເອົາຊະນະຕ້ອງໄດ້ເຮັດທຸກຢ່າງທີ່ເຂົາສາມາດເຮັດໄດ້ ແລະ ເຖິງແມ່ນພວກເຂົາບໍ່ສາມາດເຂົ້າສູ່ຄວາມຈິງທີ່ສູງສົ່ງຂຶ້ນ ແລະ ຄວາມຈິງເຫຼົ່ານີ້ອາດນອກເໜືອໄປກວ່າພວກເຂົາ, ຜູ້ຄົນດັ່ງກ່າວກໍເຕັມໃຈທີ່ຈະບັນລຸສິ່ງນີ້. ມັນເປັນຍ້ອນວ່າ ມີຂໍ້ຈໍາກັດໃນສິ່ງທີ່ເຂົາສາມາດເຂົ້າໃຈ ຈຶ່ງມີຂອບເຂດ ແລະ ຂໍ້ຈຳກັດໃນສິ່ງທີ່ພວກເຂົາສາມາດປະຕິບັດ. ເຖິງຢ່າງໃດກໍຕາມ ຢ່າງໜ້ອຍທີ່ສຸດ ພວກເຂົາກໍຕ້ອງໄດ້ເຮັດທຸກສິ່ງທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ ແລະ ຖ້າເຈົ້າສາມາດບັນລຸສິ່ງນັ້ນໄດ້, ນີ້ກໍເປັນຜົນທີ່ຖືກບັນລຸ ຍ້ອນພາລະກິດແຫ່ງການເອົາຊະນະ. ສົມມຸດເຈົ້າເວົ້າວ່າ “ຖ້າພຣະອົງສາມາດກ່າວພຣະທໍາຫຼາຍຂໍ້ທີ່ມະນຸດບໍ່ສາມາດເຮັດໄດ້, ຖ້າພຣະອົງບໍ່ແມ່ນພຣະເຈົ້າ, ແລ້ວເປັນຜູ້ໃດ?” ການມີຄວາມຄິດດັ່ງກ່າວບໍ່ໄດ້ໝາຍຄວາມວ່າ ເຈົ້າຮັບຮູ້ພຣະເຈົ້າ. ຖ້າເຈົ້າຮັບຮູ້ພຣະເຈົ້າ ເຈົ້າກໍຕ້ອງສະແດງມັນອອກມາຜ່ານການກະທໍາຕົວຈິງຂອງເຈົ້າ. ຖ້າເຈົ້ານໍາພາຄຣິສຕະຈັກ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 326](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-326.html) - ໃນຄວາມເຊື່ອຂອງພວກເຂົາ ຜູ້ຄົນສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າປະທານຈຸດໝາຍປາຍທາງທີ່ເໝາະສົມໃຫ້ແກ່ພວກເຂົາ ແລະ ພຣະຄຸນທັງໝົດທີ່ພວກເຂົາຕ້ອງການ ເພື່ອເຮັດໃຫ້ພຣະອົງເປັນຜູ້ຮັບໃຊ້ຂອງພວກເຂົາ, ເພື່ອເຮັດໃຫ້ພຣະອົງຮັກສາຄວາມສຳພັນຢ່າງຜາສຸກ ແລະ ເປັນກັນເອງກັບພວກເຂົາ ເພື່ອວ່າ ບໍ່ວ່າຈະຢູ່ໃນເວລາໃດກໍຕາມ ຈະບໍ່ເຄີຍມີຂໍ້ຂັດແຍ້ງໃດໆລະຫວ່າງພວກເຂົາ. ນັ້ນກໍຄື ການເຊື່ອໃນພຣະເຈົ້າຂອງພວກເຂົາຮຽກຮ້ອງໃຫ້ພຣະອົງສັນຍາທີ່ຈະປະຕິບັດຕາມເງື່ອນໄຂຂອງພວກເຂົາ ແລະ ເພື່ອປະທານໃຫ້ພວກເຂົາທຸກສິ່ງທີ່ພວກເຂົາອະທິຖານຫາ, ເພື່ອໃຫ້ສອດຄ່ອງກັບພຣະທໍາທີ່ພວກເຂົາອ່ານໃນພຣະຄຳພີ “ເຮົາຈະຮັບຟັງຄຳອະທິຖານໝົດທຸກຢ່າງຂອງພວກເຈົ້າ”. ພວກເຂົາຄາດຫວັງວ່າພຣະເຈົ້າຈະບໍ່ຕັດສິນໃຜ ຫຼື ລິຮານກັບໃຜ, ຍ້ອນວ່າພຣະອົງເປັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ມີຄວາມເມດຕາສະເໝີ, ເປັນຜູ້ທີ່ຮັກສາຄວາມສຳພັນທີ່ດີກັບມະນຸດຢູ່ທຸກເວລາ ແລະ ທຸກບ່ອນ. ນີ້ຄືວິທີທາງທີ່ພວກເຂົາເຊື່ອໃນພຣະເຈົ້າ: ພວກເຂົາຮຽກຮ້ອງທຸກສິ່ງຈາກພຣະເຈົ້າຢ່າງບໍ່ອັບອາຍ, ໂດຍເຊື່ອວ່າບໍ່ວ່າພວກເຂົາຈະກະບົດ ຫຼື ເຊື່ອຟັງກໍ່ຕາມ ພຣະອົງຈະປະທານທຸກສິ່ງໃຫ້ກັບພວກເຂົາຢ່າງຕາບອດ. ພວກເຂົາໄດ້ແຕ່ “ທວງໜີ້” ຈາກພຣະເຈົ້າຢ່າງບໍ່ຢຸດຢັ້ງ, ໂດຍເຊື່ອວ່າພຣະອົງຕ້ອງ “ໃຊ້ໜີ້” ພວກເຂົາໂດຍບໍ່ມີການຕໍ່ວ່າຕໍ່ຂານ ແລະ ຫຼາຍໄປກວ່ານັ້ນ, ໃຫ້ໃຊ້ຄືນເປັນສອງເທົ່າ, ພວກເຂົາຄິດວ່າ ບໍ່ວ່າພຣະເຈົ້າຈະເຄີຍໄດ້ຫຍັງຈາກພວກເຂົາ ຫຼື ບໍ່ກໍ່ຕາມ, ພຣະອົງພຽງແຕ່ສາມາດຢູ່ໃນການຄວບຄຸມຂອງພວກເຂົາເທົ່ານັ້ນ ແລະ ພຣະອົງບໍ່ສາມາດປັ້ນແຕ່ງຜູ້ຄົນໄດ້ຕາມໃຈມັກ, ແຮງໄກທີ່ຈະສາມາດເປີດເຜີຍສະຕິປັນຍາ ແລະ ອຸປະນິໄສອັນຊອບທໍາຂອງພຣະອົງໃຫ້ກັບຜູ້ຄົນ ທີ່ໄດ້ຖືກປິດລັບເປັນເວລາຫຼາຍປີ ຕາມຄວາມຕ້ອງການຂອງພຣະອົງ ແລະ ປາສະຈາກການອະນຸຍາດຈາກພວກເຂົາ. ພວກເຂົາພຽງແຕ່ສາລະພາບບາບຂອງພວກເຂົາກັບພຣະເຈົ້າ ໂດຍເຊື່ອວ່າພຣະເຈົ້າຈະໃຫ້ອະໄພພວກເຂົາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 325](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-325.html) - ບາງຄົນບໍ່ຊື່ນຊົມຍິນດີໃນຄວາມຈິງ, ແຮງໄກທີ່ຈະຊື່ນຊົມກັບການພິພາກສາ. ກົງກັນຂ້າມ, ພວກເຂົາຊື່ນຊົມຍິນດີໃນອຳນາດ ແລະ ຄວາມຮັ່ງມີ; ຄົນເຊັ່ນນີ້ຖືວ່າເປັນຄົນທີ່ສະແຫວງຫາອຳນາດ. ພວກເຂົາພຽງແຕ່ຄົ້ນຫານິກາຍເຫຼົ່ານັ້ນໃນໂລກທີ່ມີອິດທິພົນ ແລະ ພວກເຂົາຄົ້ນຫາພຽງແຕ່ສິດຍາພິບານ ແລະ ຄູອາຈານທີ່ມາຈາກໂຮງຮຽນສອນສາສະໜາ. ເຖິງແມ່ນວ່າພວກເຂົາໄດ້ຍອມຮັບເສັ້ນທາງແຫ່ງຄວາມຈິງແລ້ວ, ພວກເຂົາກໍພຽງແຕ່ສອງຈິດສອງໃຈ; ພວກເຂົາບໍ່ສາມາດມອບຫົວໃຈ ແລະ ຈິດໃຈທັງໝົດຂອງພວກເຂົາ, ປາກຂອງພວກເຂົາເວົ້າເຖິງການເສຍສະຫຼະຕົນເອງເພື່ອພຣະເຈົ້າ, ແຕ່ສາຍຕາຂອງພວກເຂົາເລັງໃສ່ສິດຍາພິບານ ແລະ ອາຈານຜູ້ຍິ່ງໃຫຍ່ ແລະ ພວກເຂົາບໍ່ໄດ້ຫຼຽວເບິ່ງພຣະຄຣິດອີກຄັ້ງ. ຫົວໃຈຂອງພວກເຂົາເຕັມເລັງໄປທີ່ຊື່ສຽງ, ໂຊກລາບ ແລະ ສະຫງ່າລາສີ. ພວກເຂົາບໍ່ເຊື່ອເລີຍວ່າຜູ້ຄົນທຳມະດາຄົນນີ້ຈະສາມາດເອົາຊະນະຄົນຈຳນວນຫຼວງຫຼາຍໄດ້, ຄົນທີ່ແສນທຳມະດາຄົນໜຶ່ງທີ່ຈະສາມາດເຮັດໃຫ້ຜູ້ຄົນສົມບູນແບບໄດ້. ພວກເຂົາບໍ່ເຊື່ອເລີຍວ່າ ຄົນທີ່ບໍ່ມີຕົວຕົນເຫຼົ່ານີ້ທີ່ຢູ່ໃນທ່າມກາງຂີ່ຝູ່ນ ແລະ ກອງຂີ້ເຫຍື່ອແມ່ນຜູ້ທີ່ຖືກເລືອກໂດຍພຣະເຈົ້າ. ພວກເຂົາເຊື່ອວ່າຖ້າຄົນເຊັ່ນນັ້ນແມ່ນວັດຖຸປະສົງແຫ່ງຄວາມລອດພົ້ນຂອງພຣະເຈົ້າແລ້ວ, ສະຫວັນ ແລະ ແຜ່ນດິນໂລກກໍ່ຄົງຈະກັບກັນ ແລະ ທຸກຄົນຈະຫົວຂວັນຈົນຢ່າງບ້າປ່ວງ. ພວກເຂົາເຊື່ອວ່າຖ້າພຣະເຈົ້າເລືອກຄົນທີ່ບໍ່ມີຕົວຕົນເຊັ່ນນັ້ນເພື່ອຖືກເຮັດໃຫ້ສົມບູນແບບ, ແລ້ວຜູ້ຍິ່ງໃຫຍ່ເຫຼົ່ານັ້ນກໍຈະກາຍເປັນພຣະເຈົ້າເອງ. ທັດສະນະຂອງພວກເຂົາແມ່ນຖືກເປິເປື້ອນດ້ວຍຄວາມບໍ່ເຊື່ອ; ນອກຈາກຈະບໍ່ເຊື່ອແລ້ວ, ພວກເຂົາເປັນພຽງສັດຮ້າຍທີ່ຜິດປົກກະຕິ. ເພາະພວກເຂົາໃຫ້ຄຸນຄ່າແກ່ສະຖານະ, ສັກສີ ແລະ ອໍານາດ ແລະ ພວກເຂົາເຄົາລົບພຽງແຕ່ຄົນກຸ່ມໃຫຍ່ ແລະ ນິກາຍຕ່າງໆ. ພວກເຂົາບໍ່ມີຄວາມນັບຖືແມ່ນແຕ່ໜ້ອຍດຽວຕໍ່ຜູ້ທີ່ຖືກນໍາພາໂດຍພຣະຄຣິດ; ພວກເຂົາເປັນພຽງຄົນທໍລະຍົດທີ່ຫັນຫຼັງໃຫ້ກັບພຣະຄຣິດ, ໃຫ້ຄວາມຈິງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 324](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-324.html) - ຕອນນີ້ ພວກເຈົ້າທຸກຄົນຄວນເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງການເຊື່ອໃນພຣະເຈົ້າ. ຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ແມ່ນກ່ຽວຂ້ອງກັບທາງເຂົ້າດ້ານບວກຂອງພວກເຈົ້າ. ມື້ນີ້ແມ່ນແຕກຕ່າງ: ມື້ນີ້ ເຮົາຈະແຍກແຍະເຖິງແກ່ນແທ້ແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ແນ່ນອນວ່າ ນີ້ແມ່ນການຊີ້ນຳພວກເຈົ້າຈາກດ້ານລົບ; ຖ້າເຮົາບໍ່ເຮັດດັ່ງນີ້, ພວກເຈົ້າກໍ່ຈະບໍ່ຮູ້ຈັກໃບໜ້າທີ່ແທ້ຈິງຂອງພວກເຈົ້າ ແລະ ຈະອວດອ້າງຄວາມສັດທາ ແລະ ຄວາມຊື່ສັດຂອງພວກເຈົ້າຕະຫຼອດໄປ. ມັນຖືກຕ້ອງທີ່ຈະເວົ້າວ່າ ຖ້າເຮົາບໍ່ເປີດໂປງຄວາມຂີ້ຮ້າຍ ໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ, ແລ້ວພວກເຈົ້າແຕ່ລະຄົນກໍ່ຈະວາງມົງກຸດໄວ້ເທິງຫົວຂອງພວກເຈົ້າ ແລະ ໃຫ້ຄວາມສະຫງ່າລາສີທັງໝົດແກ່ພວກເຈົ້າເອງ. ທຳມະຊາດຄວາມອວດດີ ແລະ ຄວາມຈອງຫອງຂອງພວກເຈົ້າເຮັດໃຫ້ພວກເຈົ້າທໍລະຍົດຄວາມສຳນຶກຂອງພວກເຈົ້າເອງ, ກະບົດ ແລະ ຕໍ່ຕ້ານພຣະຄຣິດ ແລະ ເປີດເຜີຍຄວາມຂີ້ຮ້າຍຂອງພວກເຈົ້າ, ດັ່ງນັ້ນຈຶ່ງເປີດເຜີຍໃຫ້ເຫັນເຈດຕະນາ, ຄວາມຄິດ, ຄວາມປາຖະໜາເກີນຄວນ ແລະ ຕາທີ່ເຕັມໄປດ້ວຍຄວາມໂລບມາກໂລພາຂອງພວກເຈົ້າສູ່ສາທາລະນະ. ແລ້ວເຖິງຢ່າງໃດກໍຕາມ ພວກເຈົ້າຍັງສືບຕໍ່ເວົ້າແບບໂງ່ໆກ່ຽວກັບຄວາມຫຼົງໄຫຼຕະຫຼອດຊີວິດຂອງພວກເຈົ້າສຳລັບພາລະກິດຂອງພຣະຄຣິດ ແລະ ເວົ້າແລ້ວເວົ້າອີກເຖິງຄວາມຈິງທີ່ພຣະຄຣິດໄດ້ກ່າວແຕ່ດົນນານມາແລ້ວ. ນີ້ແມ່ນ “ຄວາມເຊື່ອ” ຂອງພວກເຈົ້າ, “ຄວາມເຊື່ອທີ່ບໍ່ບໍລິສຸດ” ຂອງພວກເຈົ້າ. ຕະຫຼອດຜ່ານມາ ເຮົາໄດ້ຍຶດຕິດມະນຸດກັບມາດຕະຖານທີ່ເຂັ້ມງວດຫຼາຍ. ຖ້າຄວາມຈົງຮັກພັກດີຂອງເຈົ້າມາພ້ອມກັບເຈດຕະນາ ແລະ ເງື່ອນໄຂ, ແລ້ວເຮົາກໍຈະບໍ່ຂໍມີສິ່ງທີ່ເອີ້ນວ່າຄວາມຈົງຮັກພັກດີ, ເພາະວ່າເຮົາກຽດຊັງຄົນທີ່ຫຼອກລວງເຮົາຜ່ານເຈດຕະນາຂອງພວກເຂົາ ແລະ ຂູດຮີດເຮົາດ້ວຍເງື່ອນໄຂຕ່າງໆ. ເຮົາພຽງປາຖະໜາໃຫ້ມະນຸດຈົງຮັກພັກດີຕໍ່ເຮົາຢ່າງທີ່ສຸດ ແລະ ເຮັດທຸກສິ່ງເພື່ອເຫັນແກ່ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 309](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-309.html) - ຫຼາຍຄົນບໍ່ໄດ້ຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຈັກພາລະກິດທີ່ຫຼາກຫຼາຍ ແລະ ແຕກຕ່າງຂອງພຣະເຈົ້າບໍ ແລະ ຍິ່ງໄປກວ່ານັ້ນກໍຍ້ອນພວກເຂົາມີຄວາມຮູ້ ແລະ ຫຼັກການໜ້ອຍດຽວ ເຊິ່ງໃຊ້ເພື່ອປະເມີນພາລະກິດຂອງພຣະວິນຍານບໍລິສຸດແມ່ນບໍ? ເຖິງແມ່ນວ່າ ປະສົບການຂອງຄົນດັ່ງກ່າວມີຢູ່ເລັກນ້ອຍ, ພວກເຂົາກໍອວດດີ ແລະ ປ່ອຍຕົວໃນທຳມະຊາດ ແລະ ພວກເຂົາເບິ່ງພາລະກິດຂອງພຣະວິນຍານບໍລິສຸດດ້ວຍການດູຖູກ, ເມີນເສີຍຕໍ່ລະບຽບວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາໄດ້ນໍາໃຊ້ການໂຕ້ຖຽງແບບເກົ່າໆໃນເລື່ອງທີ່ບໍ່ສຳຄັນເພື່ອ “ຢືນຢັນ” ພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສະແດງລະຄອນ ແລະ ໝັ້ນໃຈໃນການຮຽນຮູ້ ແລະ ຄວາມຮູ້ຢ່າງກວ້າງຂວາງຂອງຕົນເອງທັງໝົດ ແລະ ເຊື່ອໝັ້ນວ່າພວກເຂົາສາມາດທ່ອງທ່ຽວທົ່ວແຜ່ນດິນໂລກ. ຄົນດັ່ງກ່າວບໍ່ແມ່ນຄົນເຫຼົ່ານັ້ນທີ່ຖືກກຽດຊັງໂດຍພຣະວິນຍານບໍລິສຸດບໍ ແລະ ພວກເຂົາຈະບໍ່ຖືກຍຸກໃໝ່ໂຍນອອກບໍ? ຄົນເຫຼົ່ານັ້ນທີ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງຢ່າງເປີດເຜີຍເປັນຜູ້ຮ້າຍທີ່ໂງ່ຈ້າ ແລະ ຂາດຄວາມຮູ້ບໍ ເຊິ່ງເປັນຄົນທີ່ພຽງແຕ່ພະຍາຍາມສະແດງວ່າ ພວກເຂົາສະຫຼາດຫຼັກແຫຼມພຽງໃດ? ພວກເຂົາເຮັດຄືຄົນໂງ່ໃນໂລກແຫ່ງ “ການສຶກສາ” ດ້ວຍພຽງແຕ່ຫຼັກການທີ່ບໍ່ສຳຄັນໃນການສັ່ງສອນຄົນ ດ້ວຍຄວາມຮູ້ໃນພຣະຄຳພີພຽງເລັກນ້ອຍ, ພວກເຂົາພະຍາຍາມກັບຫົວກັບຫາງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພະຍາຍາມເຮັດໃຫ້ມັນໝູນຮອບຂະບວນການຄວາມຄິດຂອງພວກເຂົາເອງ. ຍ້ອນຄວາມບໍ່ຄິດທາງໄກທີ່ເປັນຢູ່ ພວກເຂົາກໍໄດ້ພະຍາຍາມເບິ່ງພາລະກິດ 6.000 ປີຂອງພຣະເຈົ້າດ້ວຍສາຍຕາພຽງແວບດຽວ. ຄົນເຫຼົ່ານີ້ບໍ່ມີເຫດຜົນທີ່ສົມຄວນເວົ້າເຖິງ! ຕາມຄວາມເປັນຈິງແລ້ວ, ເມື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຍິ່ງໃຫຍ່ສໍ່າໃດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 294](https://lo.kingdomsalvation.org/videos/exposing-religious-notions-excerpt-294.html) - ຜູ້ໃດກໍ່ຕາມທີ່ບໍ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າແມ່ນຄົນທີ່ຕໍ່ຕ້ານພຣະອົງ ແລະ ຄົນທີ່ໄດ້ມາເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ ແຕ່ຍັງບໍ່ສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ ຍິ່ງຖືວ່າເປັນຄູ່ປໍລະປັກຂອງພຣະເຈົ້າ. ມີຄົນທີ່ອ່ານພຣະຄຳພີໃນຄຣິດຕະຈັກຫຼັງໃຫຍ່ໂຕ ແລະ ທ່ອງຈຳພຣະຄຳພີໝົດມື້ໝົດຄືນ ແຕ່ບໍ່ມີໃຜເລີຍໃນບັນດາພວກເຂົາທີ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ. ບໍ່ມີໃຜເລີຍໃນບັນດາພວກເຂົາທີ່ສາມາດຮູ້ຈັກພຣະເຈົ້າ; ແຮງໄກທີ່ຈະມີຜູ້ໃດໃນບັນດາພວກເຂົາເຮັດຕາມເຈດຕະນາຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ໄຮ້ຄ່າ ແລະ ຊົ່ວຮ້າຍ, ແຕ່ລະຄົນກໍ່ຢືນຂຶ້ນສູງເພື່ອສັ່ງສອນ “ພຣະເຈົ້າ”. ພວກເຂົາແມ່ນຄົນທີ່ແບກທຸງຂອງພຣະເຈົ້າ ແຕ່ເຈດຕະນາຕໍ່ຕ້ານພຣະເຈົ້າ ທີ່ແບກປ້າຍກ່ຽວກັບການເຊື່ອໃນພຣະເຈົ້າໃນຂະນະທີ່ກໍາລັງກິນເນື້ອໜັງ ແລະ ດື່ມເລືອດຂອງມະນຸດ. ຄົນດັ່ງກ່າວຄືຜີຮ້າຍທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຂອງມານຮ້າຍທີ່ຕັ້ງໃຈລົບກວນທາງຄົນທີ່ພະຍາຍາມຍ່າງເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເປັນອຸປະສັກທີ່ກີດຂວາງຄົນທີ່ສະແຫວງຫາພຣະເຈົ້າ. ພວກເຂົາອາດປາກົດວ່າມີ “ລັດຖະທຳມະນູນທີ່ດີ” ແຕ່ຜູ້ຕິດຕາມຂອງພວກເຂົາຮູ້ໄດ້ແນວໃດວ່າພວກເຂົາເປັນພຽງແຕ່ຜູ້ຕໍ່ຕ້ານພຣະຄຣິດທີ່ນໍາພາຜູ້ຄົນໃຫ້ຕໍ່ຕ້ານພຣະເຈົ້າ? ຜູ້ຕິດຕາມຂອງພວກເຂົາຈະຮູ້ໄດ້ແນວໃດວ່າພວກເຂົາເປັນມານຮ້າຍທີ່ມີຊີວິດຢູ່ທີ່ອຸທິດຕົນໃຫ້ກັບການກືນກິນວິນຍານຂອງມະນຸດ? ຄົນທີ່ເທີດທູນຕົນເອງຢູ່ສູງຕໍ່ໜ້າພຣະເຈົ້າແມ່ນມະນຸດທີ່ຕໍ່າຊ້າທີ່ສຸດ, ໃນຂະນະທີ່ຄົນທີ່ຖ່ອມຕົນແມ່ນຄົນທີ່ມີກຽດທີ່ສຸດ. ແລ້ວຄົນທີ່ຄິດວ່າພວກເຂົາຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ຄົນທີ່ສາມາດປະກາດພາລະກິດຂອງພຣະເຈົ້າໃຫ້ແກ່ຄົນອື່ນດ້ວຍການປ່າວປະກາດໂຄສະນາຢ່າງຍິ່ງໃຫຍ່ຄືກັບວ່າພວກເຂົາຫຼຽວເບິ່ງພຣະອົງໂດຍກົງ, ຄົນເຫຼົ່ານີ້ແມ່ນມະນຸດທີ່ໄຮ້ຄວາມຮູ້ທີ່ສຸດ. ຄົນແບບນັ້ນບໍ່ມີຄຳພະຍານກ່ຽວກັບພຣະເຈົ້າ ແລະ ເຕັມໄປດ້ວຍຄວາມຫຼອກລວງ. ຄົນທີ່ເຊື່ອວ່າພວກເຂົາມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍເກີນໄປ ເຖິງແມ່ນຈະມີປະສົບການຕົວຈິງ ແລະ ຄວາມຮູ້ຕົວຈິງກ່ຽວກັບພຣະອົງ ແມ່ນຄົນທີ່ພຣະອົງຮັກຫຼາຍທີ່ສຸດ. ມີແຕ່ຄົນແບບນັ້ນຈຶ່ງມີຄຳພະຍານຢ່າງແທ້ຈິງ ແລະ ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ. ຄົນທີ່ບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າຄືຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແຕ່ບໍ່ປະຕິບັດຄວາມຈິງແມ່ນຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ຍັງຕໍ່ຕ້ານແກ່ນແທ້ໃນພຣະທຳຂອງພຣະເຈົ້າ ແມ່ນຄູ່ປໍລະປັກຂອງພຣະເຈົ້າ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 293](https://lo.kingdomsalvation.org/videos/exposing-religious-notions-excerpt-293.html) - ເພື່ອເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ, ຜົນກະທົບທີ່ພາລະກິດຂອງພຣະອົງບັນລຸໃນມະນຸດ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະອົງສຳລັບມະນຸດ: ນີ້ແມ່ນສິ່ງທີ່ທຸກຄົນທີ່ຕິດຕາມພຣະເຈົ້າຄວນບັນລຸ. ໃນທຸກມື້ນີ້ ຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າເປັນພຽງແຕ່ສິ່ງທີ່ທຸກຄົນກຳລັງຂາດ. ການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດຕໍ່ຜູ້ຄົນ, ພາລະກິດທັງໝົດຂອງພຣະເຈົ້າ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະເຈົ້າສຳລັບມະນຸດ ນັບຕັ້ງແຕ່ການເນລະມິດສ້າງໂລກຈົນເຖິງເວລາໃນປັດຈຸບັນ, ສິ່ງເຫຼົ່ານີ້ຄືສິ່ງທີ່ມະນຸດບໍ່ຮູ້ ຫຼື ເຂົ້າໃຈ. ຄວາມຂາດເຂີນນີ້ບໍ່ພຽງແຕ່ເຫັນໄດ້ທົ່ວໂລກສາສະໜາ, ແຕ່ຍັງໃນທຸກຄົນທີ່ເຊື່ອໃນພຣະເຈົ້າ. ເມື່ອມື້ທີ່ເຈົ້າຫຼຽວເຫັນພຣະເຈົ້າຢ່າງແທ້ຈິງໄດ້ມາເຖິງ, ເມື່ອເຈົ້າຊື່ນຊົມສະຕິປັນຍາຂອງພຣະອົງຢ່າງແທ້ຈິງ, ເມື່ອເຈົ້າຫຼຽວເຫັນທຸກການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດ, ເມື່ອເຈົ້າຮັບຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ແລະ ມີ, ເມື່ອເຈົ້າໄດ້ເຫັນຄວາມອຸດົມສົມບູນຂອງພຣະອົງ, ສະຕິປັນຍາ, ສິ່ງອັດສະຈັນ ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດພາລະກິດໃນຜູ້ຄົນ, ມັນກໍ່ເປັນຕອນນັ້ນເອງທີ່ເຈົ້າຈະບັນລຸຄວາມສຳເລັດໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ເມື່ອເວົ້າວ່າພຣະເຈົ້າຮອບຮູ້ທຸກດ້ານ ແລະ ອຸດົມສົມບູນທຸກຢ່າງ, ພຣະອົງຮອບຮູ້ທຸກດ້ານໃນລັກສະນະໃດແທ້ໆ ແລະ ພຣະອົງອຸດົມສົມບູນທຸກຢ່າງໃນລັກສະນະໃດ? ຖ້າເຈົ້າບໍ່ເຂົ້າໃຈສິ່ງນີ້, ແລ້ວກໍ່ບໍ່ຖືວ່າເຈົ້າເຊື່ອໃນພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນທີ່ຢູ່ໃນໂລກສາສະໜາແມ່ນຜູ້ບໍ່ເຊື່ອໃນພຣະເຈົ້າ ແຕ່ເປັນຜູ້ເຮັດການຊົ່ວ, ເປັນພັກພວກດຽວກັນກັບມານຮ້າຍ? ເມື່ອເຮົາເວົ້າວ່າພວກເຂົາເປັນຜູ້ເຮັດການຊົ່ວ, ມັນເປັນເພາະພວກເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ບໍ່ສາມາດເບິ່ງເຫັນສະຕິປັນຍາຂອງພຣະອົງ. ພຣະເຈົ້າບໍ່ເຄີຍເປີດເຜີຍພາລະກິດຂອງພຣະອົງໃຫ້ແກ່ພວກເຂົາ. ພວກເຂົາຕາບອດ; ພວກເຂົາບໍ່ສາມາດເຫັນການກະທຳຂອງພຣະເຈົ້າ, ພວກເຂົາໄດ້ຖືກປະຖິ້ມໂດຍພຣະເຈົ້າ ແລະ ພວກເຂົາຂາດການດູແລ ແລະ ການປົກປ້ອງຈາກພຣະເຈົ້າຢ່າງສົມບູນ, ແຮງບໍ່ຕ້ອງເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດເລີຍ. ຄົນທີ່ບໍ່ມີພາລະກິດຂອງພຣະເຈົ້າກໍ່ລ້ວນແລ້ວແຕ່ເປັນຄົນເຮັດການຊົ່ວ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 38](https://lo.kingdomsalvation.org/videos/three-stages-of-work-excerpt-0038.html) - ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນພາລະກິດເພື່ອໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ມີບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ເປັນຄົນຊອບທໍາດ້ວຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ. ໂດຍມີເງື່ອນໄຂຄືເຈົ້າເຊື່ອ, ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ກ່າວຫຼາຍຢ່າງທີ່ຜູ້ຄົນບໍ່ເຂົ້າໃຈ. ນີ້ກໍຍ້ອນວ່າ ໃນເວລານັ້ນ ພຣະອົງບໍ່ໄດ້ໃຫ້ຄຳອະທິບາຍຫຍັງ. ສະນັ້ນ ຫຼາຍປີຫຼັງຈາກທີ່ພຣະອົງຈາກໄປ, ມັດທາຍກໍໄດ້ສ້າງລຳດັບເຊື້ອວົງຂອງພຣະເຢຊູຂຶ້ນ ແລະ ຄົນອື່ນໆກໍປະຕິບັດພາລະກິດຫຼາຍຢ່າງທີ່ມາຈາກຄວາມປາຖະໜາຂອງມະນຸດ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອເຮັດໃຫ້ມະນຸດສົມບູນ ແລະ ຮັບເອົາພວກເຂົາ, ແຕ່ມາເພື່ອປະຕິບັດພາລະກິດຂັ້ນຕອນດຽວ ນັ້ນກໍຄື ການປະກາດຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ການເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ. ສະນັ້ນ ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພາລະກິດຂອງພຣະອົງກໍສິ້ນສຸດລົງຢ່າງສົມບູນ. ແຕ່ໃນຂັ້ນຕອນປັດຈຸບັນ ນັ້ນກໍຄື ພາລະກິດແຫ່ງການເອົາຊະນະ, ຈຳເປັນຕ້ອງໄດ້ມີການກ່າວພຣະທຳຫຼາຍຂຶ້ນ, ຕ້ອງມີການປະຕິບັດພາລະກິດຫຼາຍຂຶ້ນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 19](https://lo.kingdomsalvation.org/videos/three-stages-of-work-excerpt-0019.html) - ກ່ອນໄລຍະສອງພັນປີ ເຊິ່ງເປັນໄລຍະທີ່ພຣະເຢໂຮວາໄດ້ກະທໍາພາລະກິດຂອງພຣະອົງ, ມະນຸດແມ່ນບໍ່ຮູ້ຈັກຫຍັງ ແລະ ມະນຸດຊາດເກືອບທັງໝົດໄດ້ຕົກຢູ່ໃນຄວາມຊົ່ວຮ້າຍ ຈົນເຖິງກ່ອນການທໍາລາຍໂລກດ້ວຍອຸທົກກະໄພ ພວກເຂົາໄດ້ໄປເຖິງຈຸດໄຮ້ສິນທໍາ ແລະ ຄວາມຊົ່ວຊ້າທີ່ສຸດ ເຊິ່ງໃນຫົວໃຈຂອງພວກເຂົາແມ່ນຂາດພຣະເຢໂຮວາຢ່າງສິ້ນເຊີງ ແລະ ແຮງຕ້ອງການວິທີທາງຂອງພຣະອົງ. ພວກເຂົາບໍ່ເຄີຍເຂົ້າໃຈພາລະກິດທີ່ພຣະເຢໂຮວາຈະກະທໍາ; ພວກເຂົາຂາດເຫດຜົນ, ຍິ່ງໄປກວ່ານັ້ນ ພວກເຂົາຂາດຄວາມຮູ້ ເໝືອນດັ່ງເຄື່ອງຈັກທີ່ຫາຍໃຈ ແຕ່ໄຮ້ຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບມະນຸດ, ພຣະເຈົ້າ, ໂລກ, ຊີວິດ ແລະ ອື່ນໆອີກ. ໃນແຜ່ນດິນໂລກ ພວກເຂົາປະພຶດໃນການຫຼອກລວງຕ່າງໆນາໆ ຄືກັນກັບງູ ແລະ ເວົ້າຈາຫຼາຍສິ່ງຢ່າງທີ່ເຮັດໃຫ້ພຣະເຢໂຮວາບໍ່ພໍໃຈ, ແຕ່ເນື່ອງຈາກວ່າ ພວກເຂົາເປັນຄົນໄຮ້ດຽງສາ ພຣະເຢໂຮວາຈຶ່ງບໍ່ລົງໂທດ ແລະ ຕີສອນພວກເຂົາ. ຈົນກວ່າຫລັງຈາກອຸທົກກະໄພ, ເມື່ອໂນອາໄດ້ອາຍຸ 601 ປີ ພຣະເຢໂຮວາຈິ່ງປາກົດຕໍ່ໂນອາ, ຊີ້ນໍາລາວ ແລະ ຄອບຄົວຂອງລາວ; ພຣະອົງນໍາພາຝູງນົກ ແລະ ສັດປ່າ ທີ່ລອດພົ້ນຈາກອຸທົກກະໄພພ້ອມດ້ວຍໂນອາ ແລະ ລູກຫຼານຂອງລາວຈົນກວ່າການສິ້ນສຸດຂອງຍຸກແຫ່ງພຣະບັນຍັດ ເຊິ່ງກິນເວລາທັງໝົດ 2.500 ປີ. ພຣະອົງດຳເນີນພາລະກິດໃນອິດສະຣາເອນ ເຊິ່ງນັ້ນກໍຄື ການດຳເນີນພາລະກິດຢ່າງເປັນທາງການ ໂດຍເປັນເວລາທັງໝົດ 2.000
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 138](https://lo.kingdomsalvation.org/videos/the-incarnation-excerpt-138.html) - ພຣະເຈົ້າບໍ່ໄດ້ມາສູ່ແຜ່ນດິນໂລກ ເພື່ອເຮັດໃຫ້ຄວາມເປັນມະນຸດທໍາມະດາຂອງພຣະອົງສົມບູນ ແລະ ບໍ່ໄດ້ມາເພື່ອກະທໍາພາລະກິດຂອງຄວາມເປັນມະນຸດທໍາມະດາ. ພຣະອົງມາເພື່ອກະທໍາພາລະກິດຂອງຄວາມເປັນພຣະເຈົ້າໃນຄວາມເປັນມະນຸດທໍາມະດາເທົ່ານັ້ນ. ສິ່ງທີ່ພຣະເຈົ້າກ່າວເຖິງກ່ຽວກັບຄວາມເປັນມະນຸດຊາດທໍາມະດາບໍ່ແມ່ນຄືສິ່ງທີ່ມະນຸດວາດພາບເອົາໄວ້. ມະນຸດນິຍາມ “ຄວາມເປັນມະນຸດທໍາມະດາ” ວ່າເປັນການມີເມຍ ຫຼື ຜົວ, ມີລູກຊາຍ ແລະ ລູກສາວ ເຊິ່ງເປັນສິ່ງພິສູດວ່າ ຄົນເຮົາແມ່ນຄົນປົກກະຕິ; ແຕ່ຢ່າງໃດກໍຕາມ, ພຣະເຈົ້າບໍ່ເຫັນຄວາມເປັນມະນຸດທໍາມະດາໃນທໍານອງນັ້ນ. ພຣະອົງເຫັນຄວາມເປັນມະນຸດທໍາມະດາວ່າ ເປັນການມີຄວາມຄິດແບບມະນຸດທໍາມະດາ, ມີຊີວິດແບບມະນຸດທໍາມະດາ ແລະ ເກີດເປັນຄົນທໍາມະດາ. ແຕ່ຄວາມທໍາມະດາຂອງພຣະອົງບໍ່ໄດ້ລວມເຖິງການມີເມຍ ຫຼື ຜົວ ແລະ ລູກ ຄືດັ່ງມະນຸດເວົ້າກັນກ່ຽວກັບຄວາມທໍາມະດາ. ສໍາລັບມະນຸດແລ້ວ ການເປັນມະນຸດທໍາມະດາທີ່ພຣະເຈົ້າກ່າວເຖິງ ແມ່ນສິ່ງທີ່ມະນຸດຈະຖືວ່າ ການຂາດຄວາມເປັນມະນຸດ ໂດຍທີ່ເກືອບຂາດຄວາມຮູ້ສຶກ ແລະ ເບິ່ງຄືວ່າ ຂາດຄວາມຕ້ອງການທາງດ້ານເນື້ອໜັງຄືດັ່ງພຣະເຢຊູ ທີ່ມີຮູບລັກພາຍນອກຂອງຄົນທໍາມະດາ ແລະ ມີລັກສະນະຂອງຄົນທໍາມະດາເທົ່ານັ້ນ ແຕ່ໃນແກ່ນແທ້ແລ້ວ ແມ່ນບໍ່ໄດ້ມີທຸກສິ່ງທີ່ຄົນທໍາມະດາຄວນມີ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ແກ່ນແທ້ຂອງພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ໄດ້ມີຄວາມເປັນມະນຸດທໍາມະດາທັງໝົດ ແຕ່ມີພຽງບາງສ່ວນໃນສິ່ງທີ່ຜູ້ຄົນຄວນມີ ເພື່ອສະໜັບສະໜູນວຽກປະຈໍາຂອງຊີວິດມະນຸດທໍາມະດາ ແລະ ຮັກສາພະລັງແຫ່ງເຫດຜົນຂອງມະນຸດທໍາມະດາເທົ່ານັ້ນ. ແຕ່ວ່າສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບສິ່ງທີ່ມະນຸດຖືວ່າ ຄວາມເປັນມະນຸດທໍາມະດາ. ສິ່ງເຫຼົ່ານັ້ນຄືສິ່ງທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຄວນມີ. ເຖິງຢ່າງໃດກໍຕາມ, ຍັງມີຜູ້ຄົນທີ່ຢືນຢັນເຊິ່ງສາມາດເວົ້າໄດ້ວ່າ ພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນມີຄວາມເປັນມະນຸດທໍາມະດາ ຖ້າພຣະອົງມີເມຍ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 49](https://lo.kingdomsalvation.org/videos/God-s-appearance-and-work-excerpt-049.html) - ພູເຂົາ ແລະ ແມ່ນໍ້າປ່ຽນແປງ, ສາຍນໍ້າໄຫຼໄປຕາມເສັ້ນທາງຂອງພວກມັນ ແລະ ຊີວິດຂອງມະນຸດບໍ່ມີຄວາມທົນທານຄືກັບແຜ່ນດິນໂລກ ແລະ ທ້ອງຟ້າ. ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນທີ່ເປັນຊີວິດທີ່ຟື້ນຄືນຊີບ ແລະ ຕະຫຼອດໄປເປັນນິດ ເຊິ່ງສືບຕໍ່ຕະຫຼອດໄປຈາກຮຸ່ນສູ່ຮຸ່ນ. ທຸກສິ່ງ ແລະ ທຸກເຫດການຢູ່ໃນມືຂອງພຣະອົງ ແລະ ຊາຕານຢູ່ກ້ອງຕີນຂອງພຣະອົງ. ມື້ນີ້ ມັນແມ່ນການຄັດເລືອກທີ່ກຳນົດໄວ້ລ່ວງໜ້າຂອງພຣະເຈົ້າທີ່ພຣະອົງໄດ້ປົດປ່ອຍພວກເຮົາອອກຈາກກຳມືຂອງຊາຕານ. ພຣະອົງເປັນພຣະຜູ້ໄຖ່ຂອງພວກເຮົາຢ່າງແທ້ຈິງ. ແນ່ນອນ ຊີວິດທີ່ຟື້ນຄືນຊີບຊົ່ວນິດນິລັນຂອງພຣະຄຣິດໄດ້ເກີດຂຶ້ນຂ້າງໃນພວກເຮົາ, ດົນບັນດານໃຫ້ພວກເຮົາເຊື່ອມຕໍ່ກັບຊີວິດຂອງພຣະເຈົ້າ, ເພື່ອພວກເຮົາອາດຈະສາມາດມາຢູ່ຕໍ່ໜ້າພຣະອົງຢ່າງແນ່ນອນ, ກິນພຣະອົງ, ດື່ມພຣະອົງ ແລະ ຊື່ນຊົມພຣະອົງ. ນີ້ຄືການຖວາຍທີ່ບໍ່ເຫັນແກ່ຕົວທີ່ພຣະເຈົ້າໄດ້ມອບໃຫ້ໂດຍຈ່າຍລາຄາດ້ວຍເລືອດຈາກຫົວໃຈຂອງພຣະອົງ. ລະດູການຜ່ານມາ ແລະ ຜ່ານໄປ, ຜ່ານລົມ ແລະ ນໍ້າກ້າມ, ປະສົບກັບຄວາມທົນທຸກ, ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນຢ່າງຫຼວງຫຼາຍໃນຊີວິດ, ການປະຕິເສດ ແລະ ການໃສ່ຮ້າຍຂອງໂລກຢ່າງໜັກ, ການກ່າວໂທດທີ່ຜິດໆຫຼາຍຢ່າງຈາກລັດຖະບານ ແລະ ເຖິງຢ່າງໃດກໍຕາມ ຄວາມເຊື່ອຂອງພຣະເຈົ້າ ຫຼື ຄວາມຕັ້ງໃຈຂອງພຣະອົງກໍບໍ່ຫຼຸດນ້ອຍຖອຍລົງແມ່ນແຕ່ໜ້ອຍເລີຍ. ອຸທິດຕົນໝົດຫົວໃຈຕໍ່ຄວາມປະສົງຂອງພຣະເຈົ້າ ແລະ ຕໍ່ການຄຸ້ມຄອງ ແລະ ແຜນການຂອງພຣະເຈົ້າ, ເພື່ອວ່າພວກມັນອາດຖືກເຮັດໃຫ້ສຳເລັດ, ພຣະອົງກໍານົດຊີວິດຂອງພຣະອົງເອງໄວ້ຕ່າງຫາກ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 46](https://lo.kingdomsalvation.org/videos/God-s-appearance-and-work-excerpt-046.html) - ຄຳສັນລະເສີນໄດ້ມາເຖິງພູເຂົາຊີໂອນ ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. ນາມບໍລິສຸດອັນສະຫງ່າລາສີທີ່ທຸກຄົນສັນລະເສີນນັ້ນໄດ້ແຜ່ຂະຫຍາຍອອກ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ເຈົ້ານາຍແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະອົງຄືດວງຕາເວັນສ່ອງແສງເຫຼືອງເຫຼື້ອມຢູ່ເທິງພູເຂົາຊີໂອນ ເຊິ່ງເປັ່ງປະກາຍໄປດ້ວຍຄວາມສະຫງ່າຜ່າເຜີຍ ແລະ ຄວາມສະຫງ່າງາມທົ່ວຈັກກະວານທັງປວງ… ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກຂ້ານ້ອຍເອີ້ນຫາພຣະອົງດ້ວຍຄວາມຕື່ນເຕັ້ນຕັນໃຈ; ພວກຂ້ານ້ອຍເຕັ້ນລຳ ແລະ ຮ້ອງເພງ. ພຣະອົງເປັນພຣະຜູ້ໄຖ່ຂອງພວກຂ້ານ້ອຍແທ້ໆ, ເປັນກະສັດອົງຍິ່ງໃຫຍ່ແຫ່ງຈັກກະວານ! ພຣະອົງໄດ້ສ້າງກຸ່ມຜູ້ຊະນະ ແລະ ບັນລຸແຜນການຄຸ້ມຄອງຂອງພຣະເຈົ້າ. ທຸກຄົນຈະຫຼັ່ງໄຫຼໄປສູ່ພູເຂົານີ້. ທຸກຄົນຈະຄຸເຂົ່າລົງຕໍ່ໜ້າບັນລັງ! ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ ແລະ ພຣະອົງສົມຄວນໄດ້ຮັບສະຫງ່າລາສີ ແລະ ກຽດຕິຍົດ. ສະຫງ່າລາສີ, ຄຳສັນລະເສີນ ແລະ ສິດອຳນາດທັງໝົດຈົ່ງມີແກ່ບັນລັງ! ນໍ້າພຸແຫ່ງຊີວິດຈະຫຼັ່ງໄຫຼອອກຈາກບັນລັງ, ຫົດນໍ້າ ແລະ ລໍ່ລ້ຽງຜູ້ຄົນຈຳນວນຫຼວງຫຼາຍຂອງພຣະເຈົ້າ. ຊີວິດປ່ຽນແປງໃນແຕ່ລະມື້; ແສງສະຫວ່າງ ແລະ ການເປີດເຜີຍໃໝ່ຕິດຕາມພວກເຮົາ, ໃຫ້ຄວາມເຂົ້າໃຈໃໝ່ກ່ຽວກັບພຣະເຈົ້າຢ່າງຕໍ່ເນື່ອງ. ໃນທ່າມກາງປະສົບການ, ພວກເຮົາໄດ້ມາເຖິງຄວາມໝັ້ນໃຈຢ່າງສົມບູນກ່ຽວກັບພຣະເຈົ້າ. ພຣະທຳຂອງພຣະອົງຖືກເຮັດໃຫ້ປະຈັກແຈ້ງຕະຫຼອດເວລາ, ເຮັດໃຫ້ປະຈັກແຈ້ງພາຍໃນຄົນທີ່ຖືກຕ້ອງ. ພວກເຮົາໄດ້ຮັບພອນຫຼາຍແທ້ໆ! ພົບກັບພຣະເຈົ້າເຊິ່ງໜ້າໃນແຕ່ລະມື້, ສື່ສານກັບພຣະເຈົ້າກ່ຽວກັບທຸກສິ່ງ ແລະ ມອບອຳນາດອະທິປະໄຕເໜືອທຸກສິ່ງໃຫ້ແກ່ພຣະເຈົ້າ. ພວກເຮົາໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ, ຫົວໃຈຂອງພວກເຮົາມີຄວາມສະຫງົບໃນພຣະເຈົ້າ ແລະ ດ້ວຍເຫດນັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 23](https://lo.kingdomsalvation.org/videos/three-stages-of-work-excerpt-0023.html) - ເຖິງແມ່ນວ່າພຣະເຢຊູທີ່ຢູ່ໃນການບັງເກີດເປັນມະນຸດຂອງພຣະອົງຈະປາສະຈາກຄວາມຮູ້ສຶກທາງເນື້ອໜັງ, ພຣະອົງຍັງປອບໃຈພວກສາວົກຂອງພຣະອົງ, ສະໜອງໃຫ້ພວກເຂົາ, ຊ່ວຍເຫຼືອພວກເຂົາ ແລະ ສະໜັບສະໜູນພວກເຂົາຢູ່ສະເໝີ. ເຖິງວ່າພຣະອົງໄດ້ເຮັດເພື່ອສາວົກຂອງພຣະອົງຫຼາຍເທົ່າໃດ ຫຼື ໄດ້ທົນທຸກທໍລະມານຫຼາຍເທົ່າໃດ, ພຣະອົງບໍ່ເຄີຍຮຽກຮ້ອງຈາກຄົນຂອງພຣະອົງເກີນສິ່ງທີ່ຈຳເປັນເລີຍ, ແຕ່ຊໍ້າພັດອົດທົນ ແລະ ຮັບບາບແທນພວກເຂົາ ຈົນເຮັດໃຫ້ຄົນທີ່ຢູ່ໃນ ຍຸກແຫ່ງຄວາມກະລຸນາ ເອີ້ນພຣະອົງວ່າ “ພຣະຜູ້ຊ່ວຍໃຫ້ລອດທີ່ໜ້າຮັກ ພຣະເຢຊູເຈົ້າ”. ສຳລັບຜູ້ຄົນໃນເວລານັ້ນ ແລະ ສຳລັບທຸກຄົນ, ສິ່ງທີ່ພຣະເຢຊູມີ ແລະ ເປັນ ແມ່ນຄວາມເມດຕາ ແລະ ຄວາມຮັກກະລຸນາ. ພຣະອົງບໍ່ເຄີຍຈົດຈໍາການລ່ວງລະເມີດຂອງຜູ້ຄົນ ແລະ ການປະຕິບັດຂອງພຣະອົງຕໍ່ພວກເຂົາເຈົ້າບໍ່ໄດ້ຂຶ້ນຢູ່ກັບການລ່ວງລະເມີດຂອງພວກເຂົາ. ເນື່ອງຈາກວ່າການປະຕິບັດແບບນັ້ນແມ່ນຢູ່ຍຸກອື່ນ, ພຣະອົງມັກຈະມອບອາຫານ ແລະ ເຄື່ອງດື່ມທີ່ອຸດົມສົມບູນແກ່ຜູ້ຄົນເພື່ອໃຫ້ພວກເຂົາໄດ້ຮັບປະທານຢ່າງອີ່ມໜຳສຳລານສະເໝີ. ພຣະອົງໄດ້ປະຕິບັດຕໍ່ຜູ້ຕິດຕາມພຣະອົງທັງຫມົດດ້ວຍຄວາມກະລຸນາ, ປິ່ນປົວຄົນເຈັບປ່ວຍ, ຂັບໄລ່ພວກຜີປີສາດ, ຟື້ນຜູ້ຕາຍໃຫ້ຄືນມາ. ເພື່ອວ່າຜູ້ຄົນຈະໄດ້ເຊື່ອໃນພຣະອົງ ແລະ ເຫັນວ່າທຸກສິ່ງທີ່ພຣະອົງໄດ້ກະທໍາລົງໄປນັ້ນແມ່ນມີຄວາມບໍລິສຸດ ແລະ ຈິງໃຈ, ພຣະອົງໄດ້ສະແດງເຖິງຂະໜາດວ່າຟື້ນຄືນຊີວິດຂອງສົບທີ່ເໜົ່າເປື່ອຍ, ສະແດງໃຫ້ພວກເຂົາເຫັນວ່າ ຍ້ອນກໍາມືຂອງພຣະອົງ ແມ່ນແຕ່ຄົນຕາຍແລ້ວຍັງກັບຄືນມາມີຊີວິດອີກ. ຍ້ອນວິທີການແບບນີ້ພຣະອົງໄດ້ຮັບເອົາຄວາມເຈັບປວດຢ່າງງຽບໆ ແລະ ໄດ້ເຮັດພາລະກິດແຫ່ງການໄຖ່ບາບຂອງພຣະອົງທ່າມກາງພວກເຂົາ. ກ່ອນທີ່ພຣະອົງຈະຖືກຕອກຕະປູໃສ່ໄມ້ກາງແຂນ, ພຣະເຢຊູໄດ້ຮັບເອົາບາບຂອງມວນມະນຸດຊາດມາແລ້ວ ແລະ ກາຍ ເປັນເຄື່ອງບູຊາໄຖ່ບາບຂອງມວນມະນຸດຊາດ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 22](https://lo.kingdomsalvation.org/videos/three-stages-of-work-excerpt-0022.html) - ພາລະກິດທີ່ພຣະເຢຊູໄດ້ກະທໍາແມ່ນສອດຄ່ອງກັບຄວາມຕ້ອງການຂອງມວນມະນຸດຊາດໃນສະໄຫມນັ້ນ. ໜ້າທີ່ຂອງພຣະອົງແມ່ນເພື່ອໄຖ່ບາບມະນຸດ, ໃຫ້ອະໄພບາບພວກເຂົາ ແລະ ດັ່ງນັ້ນ ບຸກຄະລິກຂອງພຣະອົງທັງໝົດກໍຄືຄວາມຖ່ອມຕົນ, ຄວາມອົດທົນ, ຄວາມຮັກ, ຄວາມສັດຊື່, ຄວາມອົດທົນ, ຄວາມເມດຕາ ແລະ ຄວາມຮັກກະລຸນາ. ພຣະອົງໄດ້ປະທານພອນໃຫ້ແກ່ມະນຸດຢ່າງຫຼວງຫຼາຍ ແລະ ນໍາຄວາມກະລຸນາມາສູ່ພວກເຂົາຢ່າງມາກມາຍກ່າຍກອງ ແລະ ທຸກສິ່ງທຸກຢ່າງທີ່ຈະເຮັດໃຫ້ພວກເຂົາມີຄວາມສຸກໄດ້ ພຣະອົງແມ່ນໄດ້ມອບໃຫ້ພວກເຂົາເພື່ອຄວາມສຸກຂອງພວກເຂົາ, ນັ້ນກໍຄື ຄວາມສັນຕິສຸກ, ຄວາມສຸກ, ຄວາມອົດທົນ, ຄວາມຮັກ, ຄວາມເມດຕາ ແລະ ຄວາມຮັກກະລຸນາຂອງພຣະອົງ. ໃນເວລານັ້ນ, ທຸກຢ່າງທີ່ມະນຸດປະສົບພົບພໍ້ ລ້ວນແຕ່ແມ່ນຄວາມອຸດົມສົມບູນທີ່ສາມາດເຮັດໃຫ້ມີຄວາມສຸກໄດ້: ຫົວໃຈຂອງພວກເຂົາຢູ່ໃນຄວາມສະຫງົບ ແລະ ໄວ້ວາງໃຈ, ຈິດໃຈຂອງພວກເຂົາໄດ້ຮັບການປອບໂຍນ ແລະ ພວກເຂົາໄດ້ຮັບການອຸ້ມຊູຈາກພຣະຜູ້ຊ່ວຍໃຫ້ລອດ ນັ້ນກໍຄືພຣະເຢຊູ. ພວກເຂົາສາມາດໄດ້ຮັບສິ່ງເຫຼົ່ານີ້ເປັນຜົນມາຈາກພາລະກິດຂອງຍຸກທີ່ພວກເຂົາມີຊີວິດຢູ່. ໃນຍຸກແຫ່ງພຣະຄຸນ, ມວນມະນຸດໄດ້ຮັບຄວາມເສື່ອມໂຊມຈາກຊາຕານມາແລ້ວ ແລະ ດັ່ງນັ້ນ, ພາລະກິດຂອງການໄຖ່ບາບມວນມະນຸດຊາດຈຶ່ງຕ້ອງການຄວາມກະລຸນາຢ່າງໃຫຍ່ຫຼວງ, ຄວາມອົດກັ້ນ ແລະ ອົດທົນຢ່າງໜັກ ແລະ ນອກຈາກນັ້ນ ເພື່ອປະສົບຄວາມສໍາເລັດຂອງຍຸກ ຈຶ່ງມີການຖວາຍຢ່າງພຽງພໍເພື່ອຊົດໃຊ້ບາບຂອງມະນຸດ. ສິ່ງທີ່ມວນມະນຸດໄດ້ເຫັນໃນຍຸກແຫ່ງພຣະຄຸນແມ່ນການຊົດເຊີຍບາບຂອງມວນມະນຸດຂອງເຮົາ, ນັ້ນຄື ພຣະເຢຊູ. ທັງຫມົດທີ່ພວກເຂົາຮູ້ກ່ຽວກັບພຣະເຈົ້າ ຄືຄວາມເມດຕາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 18](https://lo.kingdomsalvation.org/videos/three-stages-of-work-excerpt-0018.html) - ພາລະກິດທີ່ພຣະເຢໂຮວາໄດ້ເຮັດຕໍ່ຊົນຊາດອິດສະຣາເອນນັ້ນ ໄດ້ສ້າງສະຖານທີ່ໆເປັນຕົ້ນກຳເນີດຂອງພຣະເຈົ້າເທິງແຜ່ນດິນໂລກເຊິ່ງພ້ອມນີ້ ຍັງເປັນສະຖານທີ່ທີ່ສັກສິດທີ່ພຣະອົງໄດ້ປະທັບຢູ່. ພຣະອົງໄດ້ຈໍາກັດພາລະກິດຂອງພຣະອົງສະເພາະຊົນຊາດອິດສະຣາເອນເທົ່ານັ້ນ. ທໍາອິດພຣະອົງບໍ່ໄດ້ດໍາເນີນພາລະກິດນອກດິນແດນອິດສະຣາເອນ ແຕ່ກົງກັນຂ້າມ ພຣະອົງເລືອກຊົນຊາດທີ່ພຣະອົງເຫັນວ່າ ເໝາະສົມໃນການຈໍາກັດຂອບເຂດພາລະກິດຂອງພຣະອົງ. ອິດສະຣາເອນເປັນສະຖານທີ່ພຣະເຈົ້າສ້າງອາດາມ ແລະ ເອວາ. ພຣະເຢໂຮວາໄດ້ສ້າງມະນຸດຈາກລະອອງຝຸ່ນຂອງສະຖານທີ່ນັ້ນ ແລະ ດັ່ງນັ້ນ ສະຖານທີ່ດັ່ງກ່າວຈຶ່ງກາຍເປັນຖານພາລະກິດ ຂອງພຣະອົງໃນແຜ່ນດິນໂລກ. ຊົນຊາດອິດສະຣາເອນ ທີ່ເປັນລູກຫຼານຂອງໂນອາ ແລະ ທັງເປັນລູກຫຼານຂອງອາດາມ, ພວກເຂົາຄືມະນຸດທີ່ເປັນພື້ນຖານພາລະກິດຂອງພຣະເຢໂຮວາໃນແຜ່ນດິນໂລກ. ໃນເວລານັ້ນ ຄວາມສໍາຄັນ, ຈຸດປະສົງ ແລະ ບາດກ້າວພາລະກິດຂອງພຣະເຢໂຮວາ ໃນດິນແດນອິດສະຣາເອນແມ່ນເປັນການລິເລີ່ມພາລະກິດຂອງພຣະອົງໃນທົ່ວແຜ່ນດິນໂລກເຊິ່ງພຣະອົງໄດ້ຖືເອົາດິນແດນອິດສະຣາເອນເປັນຈຸດສູນກາງ, ແລ້ວຫລັງຈາກນັ້ນຈຶ່ງໄດ້ຄ່ອຍໆຂະຫຍາຍອອກໄປສູ່ບັນດາປະເທດຕ່າງໆ. ນີ້ຄືຫຼັກການ ການດໍາເນີນພາລະກິດຂອງພຣະອົງໃນທົ່ວຈັກກະວານເພື່ອສ້າງຮູບແບບ ພ້ອມຂະຫຍາຍກວ້າງອອກໄປຈົນກວ່າຜູ້ຄົນໃນທົ່ວຈັກກະວານຈະໄດ້ຮັບຂ່າວປະເສີດຂອງພຣະອົງ. ຄົນອິດສະຣາເອນຄົນທໍາອິດແມ່ນລູກຫຼານຂອງໂນອາ. ຜູ້ຄົນເຫຼົ່ານີ້ໄດ້ຮັບພຽງລົມຫາຍໃຈຈາກພຣະເຢໂຮວາ ແລະ ມີຄວາມເຂົ້າໃຈພຽງພໍທີ່ຈະດູແລຄວາມຈໍາເປັນຂັ້ນພື້ນຖານຂອງຊີວິດເທົ່ານັ້ນ, ແຕ່ພວກເຂົາບໍ່ຮູ້ວ່າພຣະເຢໂຮວາເປັນພຣະເຈົ້າແບບໃດ ຫຼື ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດແນວໃດ, ແລ້ວແຮງໄກກັບການເຂົາເຈົ້າຄວນຍໍາເກງພຣະຜູ້ເປັນເຈົ້າຂອງສິ່ງຊົງສ້າງທັງໝົດ. ໃນເມື່ອເປັນດັ່ງນັ້ນ ຈະໃຫ້ພວກເຂົາເຄົາລົບບູຊາຕໍ່ພຣະເຈົ້າຜູ້ສ້າງສັບພະທຸກສິ່ງໄດ້ແນວໃດ. ສ່ວນທີ່ວ່າມີກົດເກນ ຫຼື ມີຂໍ້ບັນຍັດຫຍັງແດ່ທີ່ຕ້ອງເຊື່ອຟັງ ຫຼື ບໍ່[ກ] ຫຼື ມີໜ້າທີ່ຫຍັງແດ່ທີ່ຜູ້ຖືກສ້າງຄວນປະຕິບັດເພື່ອພຣະຜູ້ສ້າງ, ລູກຫຼານຂອງອາດາມແມ່ນບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້. ສິ່ງທີ່ພວກເຂົາຮູ້ຄື ຜົວຄວນສະຫຼະເຫື່ອແຮງເຮັດວຽກເພື່ອລ້ຽງດູຄອບຄົວ ແລະ ຜູ້ເປັນເມຍຄວນຖວາຍຕົນໃຫ້ກັບຜົວຂອງລາວເພື່ອສືບຕໍ່ ຂະຫຍາຍຊາດຕິພັນມະນຸດທີ່ພຣະເຢໂຮວາໄດ້ສ້າງຂຶ້ນ. ເວົ້າຢ່າງໜຶ່ງກໍຄື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 17](https://lo.kingdomsalvation.org/videos/three-stages-of-work-excerpt-0017.html) - ຫຼັງຈາກທີ່ປະຕິບັດພາລະກິດຫົກພັນປີຂອງພຣະອົງຈົນມາເຖິງປັດຈຸບັນ, ພຣະເຈົ້າໄດ້ເປີດເຜີຍການກະທໍາຫຼາຍຢ່າງຂອງພຣະອົງ ໂດຍທີ່ເປົ້າໝາຍຫຼັກໆແມ່ນເພື່ອເອົາຊະນະຊາຕານ ແລະ ນໍາເອົາຄວາມລອດພົ້ນມາສູ່ມະນຸດຊາດທັງໝົດ. ພຣະອົງໃຊ້ໂອກາດນີ້ເພື່ອອະນຸຍາດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນ, ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ທຸກສິ່ງທຸກຢ່າງຢູ່ໃນທະເລ ແລະ ທຸກສັບພະສິ່ງແຫ່ງການສ້າງຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ເຫັນລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ປະຈັກທຸກການກະທໍາຂອງພຣະອົງ. ພຣະອົງຍາດເອົາໂອກາດໃນການເອົາຊະນະຊາຕານເພື່ອເປີດເຜີຍທຸກການກະທຳຂອງພຣະອົງຕໍ່ມະນຸດຊາດ ແລະ ອະນຸຍາດໃຫ້ຜູ້ຄົນສາມາດສັນລະເສີນພຣະອົງ ແລະ ຍົກຍ້ອງສະຕິປັນຍາຂອງພຣະອົງໃນການເອົາຊະນະຊາຕານ. ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ໃນສະຫວັນ ແລະ ໃນທະເລໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນລິດທານຸພາບສູງສຸດຂອງພຣະອົງ, ສັນລະເສີນທຸກການກະທໍາຂອງພຣະອົງ ແລະ ຮ້ອງຫານາມອັນບໍລິສຸດຂອງພຣະອົງ. ນີ້ແມ່ນຂໍ້ພິສູດການເອົາຊະນະຂອງພຣະອົງເໜືອຊາຕານ; ເປັນຫຼັກຖານຊີ້ບອກເຖິງການທໍາລາຍລ້າງຊາຕານ. ສໍາຄັນໄປກວ່ານັ້ນກໍຄື ມັນເປັນຫຼັກຖານແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະອົງ. ການຊົງສ້າງທັງໝົດຂອງພຣະເຈົ້າໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນພຣະອົງສໍາລັບການເອົາຊະນະສັດຕູຂອງພຣະອົງ ແລະ ການກັບຄືນມາດ້ວຍໄຊຊະນະ ແລະ ສັນລະເສີນພຣະອົງໃນນາມເປັນກະສັດແຫ່ງໄຊຊະນະອັນຍິ່ງໃຫຍ່. ຈຸດປະສົງຂອງພຣະອົງບໍ່ພຽງແຕ່ເພື່ອເອົາຊະນະຊາຕານ ເຊິ່ງດ້ວຍເຫດນັ້ນ ພາລະກິດຂອງພຣະອົງຈຶ່ງສືບຕໍ່ເປັນເວລາຫົກພັນປີ. ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ; ພຣະອົງໃຊ້ການປະລາໄຊຂອງຊາຕານເພື່ອເປີດເຜີຍການກະທໍາຂອງພຣະອົງທັງໝົດ ແລະ ເປີດເຜີຍທຸກສະຫງ່າລາສີຂອງພຣະອົງ. ພຣະອົງຈະໄດ້ຮັບສະຫງ່າລາສີ ແລະ ຝູງທູດສະຫວັນທັງໝົດຈະເຫັນທຸກສະຫງ່າລາສີຂອງພຣະອົງ. ບັນດາຜູ້ສົ່ງຂ່າວໃນສະຫວັນ, ມະນຸດເທິງແຜ່ນດິນໂລກ ແລະ ສິ່ງຊົງສ້າງທັງໝົດຂອງພຣະອົງເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະຜູ້ສ້າງ. ນີ້ແມ່ນພາລະກິດທີ່ພຣະອົງກະທຳ. ສິ່ງຊົງສ້າງຂອງພຣະອົງໃນສະຫວັນ ແລະ ເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະອົງ ແລະ ພຣະອົງຈະກັບຄືນມາຢ່າງມີໄຊຊະນະຫຼັງຈາກໄດ້ເອົາຊະນະຊາຕານຢ່າງສົມບູນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 16](https://lo.kingdomsalvation.org/videos/three-stages-of-work-excerpt-0016.html) - ພາລະກິດໃນປັດຈຸບັນໄດ້ຊຸກຍູ້ພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄືພາລະກິດພາຍໃຕ້ແຜນການຄຸ້ມຄອງຫົກພັນປີທັງໝົດໄດ້ສືບຕໍ່ກ້າວໄປຂ້າງໜ້າ. ເຖິງແມ່ນວ່າ ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ມັນກໍມີຄວາມຄືບໜ້າຕໍ່ໄປໃນພາລະກິດຂອງພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແລ້ວເວົ້າອີກວ່າພາລະກິດຍຸກນີ້ສ້າງຂຶ້ນບົນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ? ຍ້ອນພາລະກິດທຸກມື້ນີ້ແມ່ນການສືບຕໍ່ຈາກພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ສາມຍຸກແມ່ນເຊື່ອມຕໍ່ກັນຢ່າງແໜ້ນແຟ້ນ ໂດຍທີ່ແຕ່ລະຂໍ້ຕໍ່ໃນໂສ້ເຊື່ອມໂຍງກັນຢ່າງໃກ້ຊິດ. ເປັນຫຍັງເຮົາຈຶ່ງເວົ້າອີກວ່າ ພາລະກິດຍຸກນີ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ? ສົມມຸດວ່າພາລະກິດຍຸກນີ້ບໍ່ໄດ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ ການໄຖ່ບາບດ້ວຍການຄຶງໃສ່ໄມ້ກາງແຂນກໍຈະເກີດຂຶ້ນອີກໃນຍຸກນີ້ ແລະ ພາລະກິດການໄຖ່ບາບຈາກຍຸກຜ່ານມາກໍຈະຕ້ອງໄດ້ເຮັດຄືນໃໝ່ໝົດ. ນີ້ຈະບໍ່ມີຄວາມໝາຍຫຍັງໝົດ. ນັ້ນໝາຍຄວາມວ່າພາລະກິດບໍ່ໄດ້ເຮັດສໍາເລັດທັງໝົດ ແຕ່ຍຸກນີ້ພັດກ້າວໄປຂ້າງໜ້າ ເຮັດໃຫ້ລະດັບຂອງພາລະກິດຍົກສູງຂຶ້ນຫຼາຍກວ່າເກົ່າ. ມັນສາມາດເວົ້າໄດ້ອີກວ່າ ພາລະກິດຍຸກນີ້ແມ່ນສ້າງຂຶ້ນບົນຮາກຖານຂອງຍຸກແຫ່ງພຣະບັນຍັດ ແລະ ເທິງກ້ອນຫີນແຫ່ງພາລະກິດການໄຖ່ບາບຂອງພຣະເຢຊູ. ພາລະກິດຂອງພຣະເຈົ້າຖືກສ້າງຂຶ້ນເທື່ອລະຍຸກ ແລະ ຍຸກນີ້ບໍ່ແມ່ນຍຸກເລີ່ມຕົ້ນ. ການປະສົມປະສານກັນລະຫວ່າງພາລະກິດສາມຍຸກເທົ່ານັ້ນຈຶ່ງສາມາດຖືວ່າເປັນແຜນການຄຸ້ມຄອງຫົກພັນປີ. ພາລະກິດໃນຂັ້ນຕອນນີ້ແມ່ນປະຕິບັດບົນພື້ນຖານຂອງພາລະກິດຂອງຍຸກແຫ່ງພຣະຄຸນ. ຖ້າສອງຂັ້ນຕອນຂອງພາລະກິດເຫຼົ່ານີ້ບໍ່ກ່ຽວຂ້ອງກັນ ແລ້ວເຫດໃດການຖືກຄຶງເທິງໄມ້ກາງແຂນຈຶ່ງບໍ່ເກີດຂຶ້ນອີກໃນຍຸກນີ້? ເປັນຫຍັງເຮົາຈຶ່ງບໍ່ແບກຮັບເອົາບາບຂອງມະນຸດ, ແຕ່ກົງກັນຂ້າມ ເຮົາໄດ້ມາເພື່ອພິພາກສາ ແລະ ຂ້ຽນຕີມະນຸດໂດຍກົງ? ຖ້າພາລະກິດຂອງເຮົາໃນການພິພາກສາ ແລະ ຂ້ຽນຕີມະນຸດບໍ່ໄດ້ຕິດຕາມການຖືກຄຶງເທິງໄມ້ກາງແຂນ, ໂດຍທີ່ການມາເຖິງຂອງເຮົາໃນຕອນນີ້ບໍ່ໄດ້ເກີດຂຶ້ນຈາກພຣະວິນຍານບໍລິສຸດ, ແລ້ວເຮົາກໍຈະບໍ່ມີຄຸນສົມບັດໃຫ້ພິພາກສາ ແລະ ຂ້ຽນຕີມະນຸດ. ມັນເປັນຍ້ອນເຮົາເປັນໜຶ່ງດຽວກັບພຣະເຢຊູແທ້ໆ ເຮົາຈຶ່ງມາເພື່ອຂ້ຽນຕີ ແລະ ພິພາກສາມະນຸດໂດຍກົງ. ພາລະກິດໃນຂັ້ນຕອນນີ້ແມ່ນສ້າງຂຶ້ນທັງໝົດອີງຕາມພາລະກິດໃນຂັ້ນຕອນຜ່ານມາ. ເພາະສະນັ້ນ ມີພຽງພາລະກິດປະເພດນີ້ເທົ່ານັ້ນທີ່ສາມາດນໍາພາມະນຸດເຂົ້າສູ່ຄວາມລອດພົ້ນໄດ້ ໂດຍເທື່ອລະກ້າວ. ພຣະເຢຊູ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 84](https://lo.kingdomsalvation.org/videos/judgment-in-the-last-days-excerpt-084.html) - ມື້ນີ້ພຣະເຈົ້າຕັດສິນພວກເຈົ້າ, ຂ້ຽນຕີພວກເຈົ້າ ແລະ ກ່າວໂທດພວກເຈົ້າ, ແຕ່ພວກເຈົ້າຕ້ອງຮູ້ຈຸດປະສົງໃນການກ່າວໂທດຂອງພວກເຈົ້າ ນັ້ນກໍ່ເພື່ອເຮັດໃຫ້ພວກເຈົ້າຮູ້ຈັກຕົວພວກເຈົ້າເອງ. ພຣະອົງກ່າວໂທດ, ສາບແຊ່ງ, ຕັດສິນ ແລະ ຂ້ຽນຕີເພື່ອວ່າເຈົ້າຈະໄດ້ຮູ້ຈັກຕົວເອງ, ເພື່ອວ່າອຸປະນິໄສຂອງເຈົ້າອາດຈະປ່ຽນແປງ ແລະ ຍິ່ງໄປກວ່ານັ້ນ ກໍ່ເພື່ອວ່າ ເຈົ້າອາດຈະຮູ້ຄຸນຄ່າຂອງຕົວເຈົ້າເອງ ແລະ ເຫັນວ່າການກະທຳຂອງພຣະເຈົ້າທັງໝົດນັ້ນຊອບທຳ ແລະ ສອດຄ່ອງກັບອຸປະນິໄສຂອງພຣະອົງ ແລະ ອີງຕາມຄວາມຕ້ອງການຂອງພາລະກິດຂອງພຣະອົງ, ວ່າພຣະອົງປະຕິບັດພາລະກິດຕາມແຜນການໄຖ່ບາບມະນຸດຂອງພຣະອົງ ແລະ ພຣະອົງເປັນພຣະເຈົ້າຜູ້ທ່ຽງທຳຜູ້ທີ່ຮັກມະນຸດ, ຊ່ວຍມະນຸດໃຫ້ລອດພົ້ນ, ຕັດສິນ ແລະ ຂ້ຽນຕີມະນຸດ. ຖ້າເຈົ້າຮູ້ພຽງແຕ່ວ່າເຈົ້າເປັນຄົນມີສະຖານະຕ່ຳຕ້ອຍ, ວ່າເຈົ້າເປັນຄົນເສື່ອມຊາມ ແລະ ກະບົດ, ແຕ່ກັບບໍ່ຮູ້ວ່າພຣະເຈົ້າປາດຖະໜາປະຕິບັດພາລະກິດການໄຖ່ບາບມະນຸດຂອງພຣະອົງແບບລຽບງ່າຍຜ່ານທາງການພິພາກສາ ແລະ ການຂ້ຽນຕີທີ່ພຣະອົງປະຕິບັດໃນຕົວເຈົ້າໃນປັດຈຸບັນນີ້, ເຈົ້າກໍ່ຈະບໍ່ມີທາງໄດ້ຮັບປະສົບການ, ແຮງໄກທີ່ເຈົ້າຈະສາມາດດຳເນີນຕໍ່ໄປຂ້າງໜ້າໄດ້. ພຣະເຈົ້າບໍ່ໄດ້ມາເພື່ອຂ້າ ຫຼື ທຳລາຍ, ແຕ່ມາເພື່ອຕັດສິນ, ສາບແຊ່ງ, ຂ້ຽນຕີ ແລະ ຊ່ວຍໃຫ້ລອດພົ້ນ. ຈົນກວ່າແຜນການຄຸ້ມຄອງ 6.000 ປີຂອງພຣະອົງຈະຈົບສິ້ນລົງ ກ່ອນທີ່ພຣະອົງຈະເປີດເຜີດຜົນສະຫຼຸບແຕ່ລະປະເພດຂອງມະນຸດ ພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນເພື່ອຄວາມລອດພົ້ນ; ຈຸດປະສົງຂອງມັນກໍ່ເພື່ອເຮັດໃຫ້ຜູ້ທີ່ຮັກພຣະອົງຢ່າງແທ້ຈິງສົມບູນທັງໝົດ ແລະ ເຮັດໃຫ້ພວກເຂົາຍອມຈໍານົນພາຍໃຕ້ການປົກຄອງຂອງພຣະອົງ. ບໍ່ວ່າພຣະເຈົ້າຈະຊ່ວຍມະນຸດໃຫ້ລອດພົ້ນດ້ວຍວິທີໃດກໍຕາມ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 92](https://lo.kingdomsalvation.org/videos/judgment-in-the-last-days-excerpt-092.html) - ພາລະກິດແຫ່ງການເອົາຊະນະທີ່ຖືກເຮັດໃນຕົວພວກເຈົ້າທຸກຄົນແມ່ນສິ່ງທີ່ສໍາຄັນທີ່ສຸດ ໃນດ້ານໜຶ່ງ, ຈຸດປະສົງຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ກຸ່ມຄົນມີຄວາມສົມບູນ ນັ້ນໝາຍຄວາມວ່າ ເພື່ອເຮັດໃຫ້ພວກເຂົາສົມບູນ, ເພື່ອວ່າພວກເຂົາອາດກາຍມາເປັນກຸ່ມຂອງຜູ້ຖືກເອົາຊະນະ, ເປັນກຸ່ມຄົນທໍາອິດທີ່ຖືກເຮັດໃຫ້ສົມບູນ ເຊິ່ງໝາຍເຖິງເປັນໝາກຜົນທໍາອິດ. ສ່ວນອີກດ້ານໜຶ່ງ, ມັນແມ່ນເພື່ອໃຫ້ສິ່ງຖືກສ້າງມີຄວາມສຸກກັບຄວາມຮັກຂອງພຣະເຈົ້າ, ໄດ້ຮັບຄວາມລອດພົ້ນຢ່າງສົມບູນ ແລະ ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ, ໃຫ້ມະນຸດບໍ່ພຽງແຕ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມຮັກເມດຕາເທົ່ານັ້ນ, ແຕ່ທີ່ສໍາຄັນກວ່ານັ້ນແມ່ນການຂ້ຽນຕີ ແລະ ການພິພາກສາ. ຈາກການຊົງສ້າງໂລກຈົນຮອດປັດຈຸບັນ, ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາໃນພາລະກິດຂອງພຣະອົງແມ່ນຄວາມຮັກ ໂດຍບໍ່ມີຄວາມກຽດຊັງແກ່ມະນຸດ. ແມ່ນແຕ່ການຂ້ຽນຕີ ແລະ ການພິພາກສາທີ່ເຈົ້າໄດ້ເຫັນກໍຍັງແມ່ນຄວາມຮັກ, ຄວາມຮັກທີ່ເປັນຈິງຍິ່ງຂຶ້ນ ແລະ ແທ້ຈິງຍິ່ງຂຶ້ນ, ຄວາມຮັກທີ່ນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດມະນຸດ. ໃນອີກດ້ານໜຶ່ງ, ມັນແມ່ນເພື່ອເປັນພະຍານຕໍ່ໜ້າຊາຕານ. ແລ້ວໃນອີກດ້ານໜຶ່ງອີກ, ມັນແມ່ນເພື່ອວາງຮາກຖານສໍາລັບການເຜີຍແຜ່ພາລະກິດແຫ່ງຂ່າວປະເສີດໃນອະນາຄົດ. ພາລະກິດທັງໝົດທີ່ພຣະອົງໄດ້ກະທໍາແມ່ນເພື່ອຈຸດປະສົງຂອງການນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງແຫ່ງຊີວິດມະນຸດ ເພື່ອວ່າພວກເຂົາອາດຈະມີຊີວິດດັ່ງມະນຸດທີ່ປົກກະຕິ, ຍ້ອນຜູ້ຄົນບໍ່ເຂົ້າໃຈວິທີການດໍາລົງຊີວິດ ແລະ ຫາກປາສະຈາກການນໍາພານີ້, ເຈົ້າຈະສາມາດດໍາລົງຊີວິດຢ່າງວ່າງເປົ່າເທົ່ານັ້ນ; ຊີວິດຂອງເຈົ້າປາສະຈາກຄຸນຄ່າ ຫຼື ຄວາມໝາຍ ແລະ ເຈົ້າຈະບໍ່ສາມາດເປັນຄົນທໍາມະດາຢ່າງສິ້ນເຊີງ. ນີ້ແມ່ນຄວາມສໍາຄັນທີ່ເລິກເຊິ່ງທີ່ສຸດຂອງພາລະກິດແຫ່ງການເອົາຊະນະມະນຸດ. ພວກເຈົ້າທຸກຄົນແມ່ນເຊື້ອສາຍຂອງໂມອາບ; ເມື່ອພາລະກິດແຫ່ງການເອົາຊະນະຖືກປະຕິບັດໃນຕົວພວກເຈົ້າ, ມັນຄືຄວາມລອດພົ້ນອັນຍິ່ງໃຫຍ່. ພວກເຈົ້າທຸກຄົນດໍາລົງຊີວິດຢູ່ໃນດິນແດນແຫ່ງຄວາມບາບ ແລະ ຄວາມຜິດສິນທໍາ ແລະ ພວກເຈົ້າທຸກຄົນແມ່ນຄົນທີ່ຜິດສິນທໍາ ແລະ ເປັນຄົນບາບ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 130](https://lo.kingdomsalvation.org/videos/the-incarnation-excerpt-130.html) - ພຣະເຢຊູ ແລະ ເຮົາມາຈາກພຣະວິນຍານອົງດຽວກັນ. ເຖິງແມ່ນວ່າ ພວກເຮົາບໍ່ໄດ້ກ່ຽວຂ້ອງກັນໃນເນື້ອໜັງພວກເຮົາ, ແຕ່ວ່າພຣະວິນຍານຂອງພວກເຮົາແມ່ນອົງດຽວກັນ; ເຖິງແມ່ນວ່າເນື້ອຫາຂອງສິ່ງທີ່ພວກເຮົາກະທໍາ ແລະ ພາລະກິດທີ່ພວກເຮົາດໍາເນີນຈະບໍ່ຄືກັນ, ແຕ່ພວກເຮົາແມ່ນຄືກັນໃນດ້ານແກ່ນແທ້; ເນື້ອໜັງຂອງພວກເຮົາແມ່ນຢູ່ໃນຮູບແບບທີ່ແຕກຕ່າງກັນ, ແຕ່ນີ້ແມ່ນຍ້ອນການປ່ຽນແປງໃນຍຸກ ແລະ ຄວາມຕ້ອງການຂອງພາລະກິດຂອງພວກເຮົາທີ່ແຕກຕ່າງກັນ; ພັນທະກິດຂອງພວກເຮົາບໍ່ຄືກັນ ດັ່ງນັ້ນພາລະກິດທີ່ພວກເຮົານໍາມາ ແລະ ອຸປະນິໄສທີ່ພວກເຮົາເປີດເຜີຍຕໍ່ມະນຸດແມ່ນແຕກຕ່າງເຊັ່ນກັນ. ນັ້ນຄືເຫດຜົນທີ່ມະນຸດເຫັນ ແລະ ເຂົ້າໃຈວ່າ ມື້ນີ້ແມ່ນບໍ່ຄືສິ່ງທີ່ຜ່ານມາ, ນີ້ເປັນຍ້ອນການປ່ຽນແປງໃນຍຸກ. ເຖິງວ່າພຣະອົງທັງສອງຈະມີຄວາມແຕກຕ່າງທາງເພດ ແລະ ຮູບຮ່າງດ້ານເນື້ອໜັງພຣະອົງທັງສອງ ເຊິ່ງພຣະອົງທັງສອງບໍ່ໄດ້ບັງເກີດຈາກຄອບຄົວດຽວກັນ, ແຮງໄກທີ່ຢູ່ໃນຊ່ວງເວລາດຽວກັນອີກ, ແຕ່ເຖິງຢ່າງນັ້ນກໍຕາມ ພຣະວິນຍານຂອງພຣະອົງທັງສອງແມ່ນເປັນອົງດຽວກັນ. ເຖິງວ່າເນື້ອໜັງຂອງພຣະອົງທັງສອງບໍ່ໄດ້ມີເລືອດ ຫຼື ຄວາມສຳພັນທາງຮ່າງກາຍຊະນິດໃດໜຶ່ງ, ແຕ່ມັນກໍບໍ່ສາມາດປະຕິເສດໄດ້ວ່າ ພຣະອົງທັງສອງຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າໃນສອງຊ່ວງເວລາທີ່ແຕກຕ່າງກັນ. ການທີ່ພຣະອົງທັງສອງບັງເກີດເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້ານັ້ນ ເປັນຄວາມຈິງທີ່ໂຕ້ແຍ້ງບໍ່ໄດ້. ເຖິງຢ່າງໃດກໍ່ຕາມ ພຣະອົງທັງສອງບໍ່ແມ່ນສາຍເລືອດດຽວກັນ ແລະ ບໍ່ໄດ້ເວົ້າພາສາດຽວກັນ (ຜູ້ໜຶ່ງເປັນເພດຊາຍທີ່ເວົ້າພາສາຢີວ ແລະ ອີກຄົນໜຶ່ງເປັນເພດຍິງທີ່ເວົ້າແຕ່ພາສາຈີນເທົ່ານັ້ນ). ຍ້ອນສາເຫດເຫຼົ່ານີ້ ທີ່ພຣະອົງທັງສອງຈຶ່ງໄດ້ດໍາລົງຊີວິດຢູ່ໃນປະເທດທີ່ແຕກຕ່າງກັນ ແລະ ໃນຊ່ວງເວລາທີ່ແຕກຕ່າງກັນເຊັ່ນກັນ ເພື່ອປະຕິບັດພາລະກິດທີ່ເຮັດໃຫ້ແຕ່ລະອົງໄດ້ປະຕິບັດ. ເຖິງແມ່ນວ່າ ພຣະອົງທັງສອງຈະເປັນພຣະວິນຍານອົງດຽວກັນກໍຕາມ, ມີແກ່ນແທ້ຄືກັນ, ແຕ່ຮູບຮ່າງພາຍນອກຂອງພຣະອົງທັງສອງແມ່ນບໍ່ມີຄວາມຄ້າຍຄືກັນຈັກໜ້ອຍເລີຍ. ສິ່ງທີ່ພຣະອົງທັງສອງມີຄວາມຄ້າຍຄືກັນກໍມີພຽງຄວາມເປັນມະນຸດເທົ່ານັ້ນ, ແຕ່ເທົ່າທີ່ກ່ຽວກັບລັກສະນະພາຍນອກຂອງເນື້ອໜັງຂອງພຣະອົງທັງສອງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 129](https://lo.kingdomsalvation.org/videos/the-incarnation-excerpt-129.html) - ແຕ່ລະຂັ້ນຕອນຂອງພາລະກິດທີ່ປະຕິບັດໂດຍພຣະເຈົ້າແມ່ນມີຄວາມສໍາຄັນຕົວຈິງຂອງມັນເອງ. ໃນເວລານັ້ນ ເມື່ອພຣະເຢຊູມາ ພຣະອົງມາໃນຮູບຮ່າງຜູ້ຊາຍ ແລະ ເມື່ອພຣະເຈົ້າມາໃນຄັ້ງນີ້ ຮູບຮ່າງຂອງພຣະອົງເປັນແມ່ຍິງ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ການເນລະມິດສ້າງທັງຜູ້ຊາຍ ແລະ ແມ່ຍິງຂອງພຣະເຈົ້າສາມາດເປັນປະໂຫຍດໃນພາລະກິດຂອງພຣະອົງ ແລະ ສໍາລັບພຣະອົງແລ້ວ ບໍ່ມີຄວາມແບ່ງແຍກທາງດ້ານເພດ. ເມື່ອພຣະວິນຍານຂອງພຣະອົງມາ ພຣະອົງສາມາດສະຖິດເຂົ້າໃນເນື້ອໜັງໃດກໍໄດ້ທີ່ພຣະອົງພໍໃຈ ແລະ ເນື້ອໜັງນັ້ນສາມາດເປັນຕົວແທນຂອງພຣະອົງໄດ້; ບໍ່ວ່າຈະເປັນເພດຊາຍ ຫຼື ຍິງ, ມັນສາມາດເປັນຕົວແທນໃຫ້ແກ່ພຣະເຈົ້າໄດ້ ຕາບໃດທີ່ມັນຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ຖ້າພຣະເຢຊູປາກົດເປັນເພດຍິງໃນເວລາພຣະອົງມາ, ເວົ້າອີກຢ່າງໜຶ່ງກໍຄື ຖ້າພຣະວິນຍານບໍລິສຸດບັງເກີດເປັນເດັກຍິງເຍົາໄວ ແລະ ບໍ່ແມ່ນເດັກຊາຍ ຂັ້ນຕອນພາລະກິດກໍຈະຖືກເຮັດໃຫ້ສໍາເລັດທັງໝົດເຊັ່ນດຽວກັນ. ຖ້າເປັນເຊັ່ນນັ້ນ, ຂັ້ນຕອນພາລະກິດໃນປັດຈຸບັນກໍຈະຕ້ອງເຮັດໂດຍເພດຊາຍແທນ ແຕ່ພາລະກິດດັ່ງກ່າວກໍຈະຖືກເຮັດໃຫ້ສໍາເລັດທັງໝົດຄືເກົ່າ. ພາລະກິດທີ່ສໍາເລັດໃນແຕ່ລະຂັ້ນຕອນມີຄວາມສໍາຄັນຂອງມັນ; ບໍ່ມີຂັ້ນຕອນໃດຂອງພາລະກິດທີ່ຖືກເຮັດຊໍ້າກັນ ຫຼື ມັນບໍ່ຂັດແຍ້ງກັນເອງ. ໃນເວລານັ້ນ ເມື່ອກຳລັງປະຕິບັດພາລະກິດຂອງພຣະອົງ ພຣະເຢຊູໄດ້ຖືກເອີ້ນວ່າພຣະບຸດອົງດຽວ ແລະ “ພຣະບຸດ” ໝາຍເຖິງເພດຊາຍ. ແຕ່ເຫດໃດພຣະບຸດອົງດຽວຈຶ່ງບໍ່ໄດ້ກ່າວເຖິງໃນຍຸກນີ້? ນີ້ກໍຍ້ອນວ່າ ຄວາມຮຽກຮ້ອງຕ້ອງການຂອງພາລະກິດໄດ້ເຮັດໃຫ້ມີການປ່ຽນແປງເພດທີ່ແຕກຕ່າງຈາກພຣະເຢຊູ. ສໍາລັບພຣະເຈົ້າແລ້ວ ບໍ່ມີຄວາມແຕກຕ່າງດ້ານທາງເພດ. ພຣະອົງກະທໍາພາລະກິດຂອງພຣະອົງຕາມທີ່ພຣະອົງປາຖະໜາຈະເຮັດ ແລະ ໃນການປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ຢູ່ພາຍໃຕ້ຂໍ້ຈໍາກັດໃດໆ, ແຕ່ເປັນການປະຕິບັດຢ່າງເສລີເປັນພິເສດ. ເຖິງຢ່າງໃດກໍຕາມ, ທຸກຂັ້ນຕອນຂອງພາລະກິດແມ່ນມີຄວາມສໍາຄັນທີ່ແທ້ຈິງຂອງມັນເອງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 115](https://lo.kingdomsalvation.org/videos/the-incarnation-excerpt-115.html) - ພຣະເຈົ້າກາຍມາເປັນເນື້ອໜັງໂດຍບໍ່ໄດ້ມີເຈດຕະນາທີ່ຈະໃຫ້ມະນຸດຮູ້ຈັກເນື້ອໜັງຂອງພຣະອົງ ຫຼື ເຮັດໃຫ້ມະນຸດແຍກແຍະຄວາມແຕກຕ່າງລະຫວ່າງເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເນື້ອໜັງມະນຸດ ຫຼື ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອຝຶກຝົນອຳນາດໃນການແຍກແຍະຂອງມະນຸດ ແລະ ແຮງໄກເລີຍທີ່ພຣະອົງຈະເຮັດແບບນັ້ນໂດຍມີເຈດຕະນາທີ່ຈະຍອມໃຫ້ມະນຸດນະມັດສະການເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ເພື່ອຮັບເອົາສະຫງ່າລາສີທີ່ຍິ່ງໃຫຍ່ທີ່ສຸດ. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນເຈດຕະນາຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງ ຫຼື ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອກ່າວໂທດມະນຸດ ຫຼື ຕັ້ງໃຈເພື່ອເປີດໂປງມະນຸດ ຫຼື ເພື່ອເຮັດໃຫ້ສິ່ງຕ່າງໆລຳບາກສຳລັບເຂົາ. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນເຈດຕະນາຂອງພຣະເຈົ້າ. ທຸກຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ມັນເປັນຮູບແບບໜຶ່ງຂອງພາລະກິດທີ່ບໍ່ສາມາດຫຼີກເວັ້ນໄດ້. ມັນແມ່ນເພື່ອເຫັນແກ່ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ການຄຸ້ມຄອງທີ່ຍິ່ງໃຫຍ່ຂອງພຣະອົງ ພຣະອົງຈຶ່ງປະຕິບັດແບບທີ່ພຣະອົງໄດ້ເຮັດ ແລະ ບໍ່ແມ່ນຍ້ອນເຫດຜົນທີ່ມະນຸດຈິນຕະນາການ. ພຣະເຈົ້າມາສູ່ແຜ່ນດິນໂລກຕາມທີ່ພາລະກິດຂອງພຣະອົງຮຽກຮ້ອງເທົ່ານັ້ນ ແລະ ມີແຕ່ເມື່ອຈຳເປັນເທົ່ານັ້ນ. ພຣະອົງບໍ່ມາເທິງແຜ່ນດິນໂລກໂດຍມີເຈດຕະນາທີ່ຈະເບິ່ງໄປອ້ອມໆ ແຕ່ເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ແລ້ວເປັນຫຍັງພຣະອົງຈຶ່ງຮັບເອົາພາລະໜັກໜ່ວງແບບນັ້ນ ແລະ ຮັບເອົາຄວາມສ່ຽງທີ່ຍິ່ງໃຫຍ່ດັ່ງກ່າວເພື່ອປະຕິບັດພາລະກິດຂອງພຣະອົງ? ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເມື່ອພຣະອົງຈຳເປັນຕ້ອງເຮັດ ແລະ ມີຄວາມໝາຍທີ່ພິເສດຢູ່ສະເໝີ. ຖ້າບໍ່ແມ່ນເພື່ອເຫັນແກ່ການເຮັດໃຫ້ຜູ້ຄົນຫຼຽວເບິ່ງພຣະອົງ ແລະ ແຜ່ຂະຫຍາຍຂອບເຂດຂອງພວກເຂົາ, ແລ້ວແນ່ນອນທີ່ສຸດ ພຣະອົງແມ່ນບໍ່ໄດ້ມາຢູ່ທ່າມກາງຜູ້ຄົນຢ່າງງ່າຍດາຍ. ພຣະອົງມາສູ່ແຜ່ນດິນໂລກເພື່ອເຫັນແກ່ການຄຸ້ມຄອງຂອງພຣະອົງ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ເພື່ອວ່າພຣະອົງອາດໄດ້ຮັບເອົາມະນຸດຊາດຫຼາຍກວ່າເກົ່າ. ພຣະອົງມາເພື່ອເປັນຕົວແທນໃຫ້ກັບຍຸກ, ພຣະອົງມາເພື່ອເອົາຊະນະຊາຕານ ແລະ ພຣະອົງຊົງນຸ່ງຫົ່ມໃຫ້ພຣະອົງເອງດ້ວຍເນື້ອໜັງເພື່ອເອົາຊະນະຊາຕານ. ຍິ່ງໄປກວ່ານັ້ນ ພຣະອົງມາເພື່ອນໍາພາມະນຸດຊາດທັງປວງໃນການດຳລົງຊີວິດຂອງພວກເຂົາ. ທຸກສິ່ງເຫຼົ່ານີ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 114](https://lo.kingdomsalvation.org/videos/the-incarnation-excerpt-114.html) - ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອນໍາພາຍຸກ ແລະ ເຄື່ອນໄຫວພາລະກິດໃໝ່ເທົ່ານັ້ນ. ມັນຈຳເປັນທີ່ພວກເຈົ້າຈະເຂົ້າໃຈໃນຈຸດນີ້. ສິ່ງນີ້ແມ່ນແຕກຕ່າງຈາກໜ້າທີ່ຂອງມະນຸດຫຼາຍ ແລະ ທັງສອງຢ່າງແມ່ນບໍ່ສາມາດຖືກກ່າວເຖິງດ້ວຍລົມຫາຍໃຈດຽວກັນ. ມະນຸດຕ້ອງຖືກປູກຝັງ ແລະ ຖືກເຮັດໃຫ້ສົມບູນເປັນໄລຍະເວລາດົນນານກ່ອນທີ່ເຂົາຈະສາມາດປະຕິບັດພາລະກິດ ແລະ ປະເພດຂອງຄວາມເປັນມະນຸດທີ່ຈຳເປັນແມ່ນມາຈາກລະດັບທີ່ສູງສົ່ງເປັນພິເສດ. ບໍ່ແມ່ນພຽງມະນຸດຕ້ອງສາມາດຮັກສາຄວາມຮູ້ສຶກຂອງຄວາມເປັນມະນຸດທຳມະດາ, ແຕ່ເຂົາຕ້ອງຍິ່ງເຂົ້າໃຈຫຼາຍໆຫຼັກການ ແລະ ກົດລະບຽບທີ່ຄຸ້ມຄອງການປະພຶດຂອງເຂົາໃນການພົວພັນກັບຄົນອື່ນ ແລະ ຍິ່ງໄປກວ່ານັ້ນ ເຂົາຕ້ອງອຸທິດຕົນທີ່ຈະສຶກສາຫຼາຍຍິ່ງຂຶ້ນກ່ຽວກັບສະຕິປັນຍາ ແລະ ຄວາມຮູ້ທາງຈັນຍາບັນຂອງມະນຸດ. ນີ້ແມ່ນສິ່ງທີ່ມະນຸດຄວນປະກອບມີ. ເຖິງຢ່າງໃດກໍຕາມ ມັນບໍ່ໄດ້ເປັນແບບນີ້ສຳລັບພຣະເຈົ້າທີ່ບັງເກີດເປັນມະນຸດ, ຍ້ອນພາລະກິດຂອງພຣະອົງບໍ່ໄດ້ສະແດງໃຫ້ເຫັນເຖິງມະນຸດ ຫຼື ບໍ່ແມ່ນພາລະກິດຂອງມະນຸດ; ກົງກັນຂ້າມ ມັນຄືການສະແດງອອກໂດຍກົງຂອງການເປັນຢູ່ຂອງພຣະອົງ ແລະ ການປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດໂດຍກົງ. (ໂດຍທຳມະຊາດແລ້ວ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນເວລາທີ່ເໝາະສົມ ແລະ ບໍ່ແມ່ນບາງຄັ້ງບາງຄາວ ຫຼື ຕາມເວລາໃດໜຶ່ງ ແລະ ພາລະກິດນັ້ນເລີ່ມຕົ້ນກໍເມື່ອມັນເຖິງເວລາຂອງການປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ). ພຣະອົງບໍ່ມີສ່ວນຮ່ວມໃນຊີວິດຂອງມະນຸດ ຫຼື ພາລະກິດຂອງມະນຸດ ນັ້ນກໍຄື ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ປະກອບດ້ວຍສິ່ງເຫຼົ່ານີ້ (ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດຂອງພຣະອົງ). ພຣະອົງພຽງແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ເມື່ອມັນເຖິງເວລາທີ່ພຣະເຈົ້າຕ້ອງປະຕິບັດ; ບໍ່ວ່າສະຖານະຂອງພຣະອົງຈະເປັນແນວໃດກໍຕາມ, ພຣະອົງກໍຈະເດີນໄປຂ້າງໜ້າຢ່າງໄວພ້ອມກັບພາລະກິດທີ່ພຣະອົງຄວນປະຕິບັດ. ບໍ່ວ່າມະນຸດຈະຮູ້ຫຍັງກ່ຽວກັບພຣະອົງ ແລະ ບໍ່ວ່າມະນຸດຈະມີແນວຄິດເຫັນຫຍັງກໍຕາມກ່ຽວກັບພຣະອົງ, ພາລະກິດຂອງພຣະອົງບໍ່ໄດ້ຮັບຜົນກະທົບທັງສິ້ນ. ຕົວຢ່າງເຊັ່ນ ເມື່ອພຣະເຢຊູປະຕິບັດພາລະກິດຂອງພຣະອົງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 113](https://lo.kingdomsalvation.org/videos/the-incarnation-excerpt-113.html) - ເມື່ອພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ເຂົ້າຮ່ວມໃນການຈັດຕັ້ງ ຫຼື ການເຄື່ອນໄຫວໃດໆ, ແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ. ໃນແຕ່ລະຄັ້ງທີ່ພຣະອົງກາຍມາເປັນເນື້ອໜັງ, ມັນແມ່ນພຽງແຕ່ເພື່ອເຮັດໃຫ້ຂັ້ນຕອນຂອງພາລະກິດສຳເລັດ ແລະ ເລີ່ມຕົ້ນຍຸກໃໝ່. ບັດນີ້ ຍຸກແຫ່ງອານາຈັກໄດ້ມາເຖິງແລ້ວ ເຊັ່ນດຽວກັບການຝຶກຝົນຂອງອານາຈັກກໍມາເຖິງແລ້ວ. ຂັ້ນຕອນນີ້ຂອງພາລະກິດບໍ່ແມ່ນພາລະກິດຂອງມະນຸດ ແລະ ມັນບໍ່ແມ່ນເພື່ອປັ້ນມະນຸດຈົນເຖິງລະດັບໃດໜຶ່ງ, ແຕ່ພຽງແຕ່ເພື່ອເຮັດໃຫ້ສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າສຳເລັດ. ສິ່ງທີ່ພຣະເຈົ້າປະຕິບັດບໍ່ແມ່ນພາລະກິດຂອງມະນຸດ, ມັນບໍ່ແມ່ນເພື່ອບັນລຸຜົນໃດໜຶ່ງໃນການປັ້ນມະນຸດກ່ອນທີ່ຈະຈາກໂລກໄປ; ມັນແມ່ນເພື່ອປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ແລະ ສຳເລັດພາລະກິດທີ່ພຣະອົງຄວນເຮັດໃຫ້ສຳເລັດ ເຊິ່ງກໍຄືການຈັດກຽມຢ່າງເໝາະສົມສຳລັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນຈຶ່ງໄດ້ຮັບສະຫງ່າລາສີ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ຄືກັບພາລະກິດຂອງຜູ້ຄົນທີ່ພຣະວິນຍານບໍລິສຸດໄດ້ໃຊ້. ເມື່ອພຣະເຈົ້າມາເພື່ອປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງພຽງແຕ່ສົນໃຈກັບການປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ. ແຕ່ສຳລັບເລື່ອງອື່ນໆທີ່ບໍ່ກ່ຽວຂ້ອງກັບພັນທະກິດຂອງພຣະອົງ, ພຣະອົງເກືອບບໍ່ມີສ່ວນຮ່ວມໃດໆເລີຍ, ຈົນເຖິງຂັ້ນເຮັດຄືບໍ່ຮູ້ບໍ່ເຫັນ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດເທົ່ານັ້ນ ແລະ ໜ້ອຍທີ່ສຸດທີ່ພຣະອົງຈະສົນໃຈໃນພາລະກິດທີ່ມະນຸດຄວນປະຕິບັດ. ພາລະກິດທີ່ພຣະອົງປະຕິບັດແມ່ນສິ່ງທີ່ກ່ຽວຂ້ອງກັບຍຸກທີ່ພຣະອົງກຳລັງຢູ່ເທົ່ານັ້ນ ແລະ ກ່ຽວຂ້ອງກັບພັນທະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ, ຄືກັບວ່າເລື່ອງອື່ນໆທັງໝົດແມ່ນຢູ່ນອກຂອບເຂດຂອງພຣະອົງ. ພຣະອົງບໍ່ປະກອບຕົນເອງດ້ວຍຄວາມຮູ້ພື້ນຖານເພີ່ມຂຶ້ນກ່ຽວກັບການດຳລົງຊີວິດດັ່ງຄົນໆໜຶ່ງທ່າມກາງມວນມະນຸດ ຫຼື ພຣະອົງບໍ່ໄດ້ຮຽນຮູ້ທັກສະສັງຄົມຫຼາຍຂຶ້ນ ຫຼື ປະກອບຕົນເອງດ້ວຍສິ່ງໃດໆທີ່ມະນຸດເຂົ້າໃຈ. ທຸກສິ່ງທີ່ມະນຸດຄວນມີບໍ່ໄດ້ກ່ຽວພັນກັບພຣະອົງເລີຍ ແລະ ພຣະອົງພຽງແຕ່ປະຕິບັດພາລະກິດທີ່ເປັນໜ້າທີ່ຂອງພຣະອົງ. ແລ້ວດ້ວຍເຫດນີ້ ຕາມທີ່ມະນຸດເຂົ້າໃຈ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຂາດເຂີນໃນຫຼາຍຢ່າງຈົນພຣະອົງບໍ່ໃສ່ໃຈກັບຫຼາຍໆສິ່ງທີ່ມະນຸດຄວນມີເລີຍ ແລະ ພຣະອົງບໍ່ມີຄວາມເຂົ້າໃຈບັນຫາດັ່ງກ່າວ. ສິ່ງດັ່ງກ່າວທີ່ເປັນຄວາມຮູ້ສາມັນກ່ຽວກັບຊີວິດ ພ້ອມກັບຫຼັກການທີ່ຄຸ້ມຄອງການປະພຶດສ່ວນຕົວ ແລະ ການມີປະຕິກິລິຍາກັບຄົນອື່ນ ແມ່ນປາກົດວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 85](https://lo.kingdomsalvation.org/videos/judgment-in-the-last-days-excerpt-085.html) - ເຖິງແມ່ນວ່າ ພຣະທຳຂອງເຮົາອາດຈະເຂັ້ມງວດ, ພຣະທໍາທັງໝົດເຫຼົ່ານັ້ນແມ່ນຖືກກ່າວເພື່ອຄວາມລອດພົ້ນຂອງມະນຸດ, ນັ້ນກໍຍ້ອນວ່າ ເຮົາພຽງກ່າວພຣະທຳ ແລະ ບໍ່ໄດ້ລົງໂທດເນື້ອໜັງຂອງມະນຸດ. ພຣະທຳເຫຼົ່ານີ້ເຮັດໃຫ້ມະນຸດດຳລົງຊີວິດຢູ່ໃນແສງສະຫວ່າງ, ເພື່ອຮູ້ວ່າແສງສະຫວ່າງມີຢູ່ຈິງ, ເພື່ອຮູ້ວ່າແສງສະຫວ່າງນັ້ນປະເສີດ ແລະ ຍິ່ງໄປກວ່ານັ້ນ, ກໍເພື່ອຮູ້ວ່າພຣະທຳເຫຼົ່ານີ້ມີປະໂຫຍດຕໍ່ມະນຸດ ແລະ ພ້ອມນັ້ນ ກໍເພື່ອຮູ້ວ່າ ພຣະເຈົ້າຄືຄວາມລອດພົ້ນ. ເຖິງແມ່ນວ່າ ເຮົາໄດ້ກ່າວພຣະທຳຫຼາຍປະການກ່ຽວກັບການຂ້ຽນຕີ ແລະ ການພິພາກສາ, ແຕ່ພຣະທໍາເຫຼົ່ານັ້ນແມ່ນບໍ່ໄດ້ປາກົດໃນຕົວພວກເຈົ້າຢ່າງແທ້ຈິງ. ເຮົາໄດ້ມາເພື່ອປະຕິບັດພາລະກິດຂອງເຮົາ, ເພື່ອກ່າວພຣະທຳຂອງເຮົາ ແລະ ເຖິງແມ່ນວ່າ ພຣະທຳຂອງເຮົາອາດຈະເຂັ້ມງວດ, ພວກມັນກໍຖືກກ່າວເພື່ອພິພາກສາຄວາມເສື່ອມຊາມ ແລະ ການກະບົດຂອງພວກເຈົ້າ. ວັດຖຸປະສົງຂອງເຮົາໃນການເຮັດສິ່ງນີ້ຄືການຊ່ວຍມະນຸດໃຫ້ພົ້ນຈາກອໍານາດຂອງຊາຕານ ແລະ ເພື່ອໃຊ້ພຣະທຳຂອງເຮົາຊ່ວຍມະນຸດໃຫ້ລອດພົ້ນ; ວັດຖຸປະສົງຂອງເຮົາບໍ່ແມ່ນເພື່ອທຳຮ້າຍມະນຸດດ້ວຍພຣະທຳຂອງເຮົາ. ພຣະທຳຂອງເຮົາເຂັ້ມງວດກໍ່ເພື່ອບັນລຸຜົນໃນການປະຕິບັດພາລະກິດຂອງເຮົາ. ມີພຽງຜ່ານການປະຕິບັດພາລະກິດໃນທາງນີ້ເທົ່ານັ້ນມະນຸດຈິ່ງຈະສາມາດຮູ້ຈັກຕົວຕົນຂອງພວກເຂົາເອງ ແລະ ໜີອອກຈາກນິໄສກະບົດຂອງພວກເຂົາໄດ້. ຄວາມໝາຍອັນເລິກເຊິ່ງທີ່ສຸດຂອງພາລະກິດແຫ່ງພຣະທຳແມ່ນເພື່ອອະນຸຍາດໃຫ້ຄົນນໍາເອົາຄວາມຈິງໄປສູ່ການປະຕິບັດຫຼັງຈາກທີ່ໄດ້ເຂົ້າໃຈຄວາມຈິງ, ເພື່ອບັນລຸໃນການປ່ຽນແປງນິໄສຂອງພວກເຂົາ ແລະ ເພື່ອບັນລຸຄວາມຮູ້ກ່ຽວກັບຕົວພວກເຂົາເອງ ແລະ ພາລະກິດຂອງພຣະເຈົ້າ. ມີພຽງການປະຕິບັດພາລະກິດຜ່ານການກ່າວພຣະທໍາເທົ່ານັ້ນຈຶ່ງຈະສາມາດເຮັດໃຫ້ການສື່ສານລະຫວ່າງພຣະເຈົ້າກັບມະນຸດເປັນໄປໄດ້ ແລະ ມີພຽງພຣະທຳເທົ່ານັ້ນທີ່ສາມາດອະທິບາຍຄວາມຈິງໄດ້. ການປະຕິບັດພາລະກິດໃນວິທີນີ້ຄືຫົນທາງທີ່ດີທີ່ສຸດສຳລັບການເອົາຊະນະມະນຸດ; ນອກຈາກການກ່າວພຣະທຳຕ່າງໆແລ້ວ ກໍ່ບໍ່ມີວິທີອື່ນໃດອີກທີ່ສາມາດເຮັດໃຫ້ມະນຸດເຂົ້າໃຈຄວາມຈິງ ແລະ ພາລະກິດຂອງພຣະເຈົ້າໄດ້ຢ່າງຊັດເຈນ. ດັ່ງນັ້ນ ໃນຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງ, ພຣະເຈົ້າກ່າວຕໍ່ມະນຸດເພື່ອເປີດເຜີຍຄວາມຈິງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 79](https://lo.kingdomsalvation.org/videos/judgment-in-the-last-days-excerpt-079.html) - ພາລະກິດແຫ່ງການພິພາກສາແມ່ນພາລະກິດຂອງພຣະເຈົ້າເອງ, ສະນັ້ນ ໂດຍທຳມະຊາດແລ້ວມັນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ; ມະນຸດບໍ່ສາມາດປະຕິບັດມັນແທນພຣະເຈົ້າໄດ້. ເພາະວ່າ ການພິພາກສາແມ່ນການໃຊ້ຄວາມຈິງເພື່ອເອົາຊະນະມະນຸດຊາດ, ແນ່ນອນວ່າພຣະເຈົ້າຈະຍັງປາກົດຢູ່ໃນລັກສະນະທີ່ບັງເກີດເປັນມະນຸດເພື່ອປະຕິບັດພາລະກິດດັ່ງກ່າວນີ້ໃນທ່າມກາງມະນຸດ. ນັ້ນໝາຍຄວາມວ່າ ພຣະຄຣິດແຫ່ງຍຸກສຸດທ້າຍຈະໃຊ້ຄວາມຈິງເພື່ອສອນມະນຸດໃນທົ່ວໂລກ ແລະ ເຮັດໃຫ້ພວກເຂົາຮູ້ຄວາມຈິງທັງໝົດ. ນີ້ແມ່ນພາລະກິດແຫ່ງການພິພາກສາຂອງພຣະເຈົ້າ. ມີຫຼາຍຄົນຮູ້ສຶກບໍ່ດີກ່ຽວກັບການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ເພາະວ່າມະນຸດເຫັນວ່າມັນເປັນສິ່ງທີ່ເຊື່ອໄດ້ຍາກທີ່ພຣະເຈົ້າຈະກາຍເປັນມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາ. ເຖິງຢ່າງໃດກໍຕາມ, ເຮົາຕ້ອງບອກເຈົ້າວ່າ ພາລະກິດຂອງພຣະເຈົ້າຢູ່ເໜືອຄວາມຄາດຫວັງຂອງມະນຸດຫຼາຍ ແລະ ຍາກທີ່ຄວາມຄິດຂອງມະນຸດຈະຍອມຮັບໄດ້. ຍ້ອນວ່າຜູ້ຄົນເປັນພຽງໂຕໜອນຢູ່ເທິງແຜ່ນດິນໂລກ ໃນຂະນະທີ່ພຣະເຈົ້າເປັນຜູ້ຍິ່ງໃຫຍ່ທີ່ຄອບຄອງຈັກກະວານ; ຄວາມຄິດຂອງມະນຸດເປັນຄືກັບບວກນໍ້າເນົ່າເໝັນທີ່ເປັນພຽງບໍ່ເກີດຂອງໜອນເທົ່ານັ້ນ, ໃນຂະນະທີ່ແຕ່ລະຂັ້ນຕອນຂອງພາລະກິດທີ່ຖືກນໍາພາໂດຍຄວາມຄິດຂອງພຣະເຈົ້າຄືໝາກຜົນແຫ່ງສະຕິປັນຍາຂອງພຣະເຈົ້າ. ຜູ້ຄົນພະຍາຍາມທີ່ຈະແຂ່ງຂັນກັບພຣະເຈົ້າຢູ່ຕະຫຼອດ ເຊິ່ງເຮົາບອກວ່າມັນເຫັນຊັດໃນຕົວມັນເອງວ່າ ຜູ້ໃດຈະທົນທຸກກັບຄວາມສູນເສຍໃນທີ່ສຸດ. ເຮົາຂໍແນະນໍາພວກເຈົ້າທຸກຄົນ ບໍ່ຄວນຄິດວ່າຕົນເອງມີຄ່າຫຼາຍໄປກວ່າທອງຄຳ. ຖ້າຄົນອື່ນສາມາດຮັບເອົາຄໍາພິພາກສາຂອງພຣະເຈົ້າ ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດຮັບເອົາຄໍາພິພາກສາຂອງພຣະອົງ? ເຈົ້າຢືນສູງກວ່າຄົນອື່ນຫຼາຍປານໃດ? ຖ້າຄົນອື່ນສາມາດກົ້ມຫົວລົງຕໍ່ໜ້າຄວາມເປັນຈິງ ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດເຮັດຄືຜູ້ຄົນດັ່ງກ່າວນັ້ນໄດ້? ພາລະກິດຂອງພຣະເຈົ້າມີແຮງຜັກດັນທີ່ບໍ່ສາມາດຢຸດຢັ້ງໄດ້. ພຣະອົງຈະບໍ່ປະຕິບັດຊໍ້າພາລະກິດແຫ່ງການພິພາກສາເພື່ອເຫັນແກ່ “ຄວາມດີ” ທີ່ເຈົ້າໄດ້ສ້າງ ແລະ ເຈົ້າກໍຈະເຕັມໄປດ້ວຍຄວາມເສຍໃຈທີ່ປ່ອຍໃຫ້ໂອກາດດີດັ່ງກ່າວນັ້ນຫຼຸດໄປ. ຖ້າເຈົ້າບໍ່ເຊື່ອພຣະທໍາຂອງເຮົາ ແລ້ວຈົ່ງລໍຖ້າໃຫ້ບັນລັງຂາວທີ່ຍິ່ງໃຫຍ່ໃນທ້ອງຟ້າຕັດສິນລົງໂທດເຈົ້າ! ເຈົ້າຕ້ອງຮູ້ໄວ້ວ່າ ຊາວອິດສະຣາເອນທຸກຄົນບໍ່ຍອມຮັບ ແລະ ປະຕິເສດພຣະເຢຊູ, ແຕ່ເຖິງຢ່າງນັ້ນກໍຕາມ ຄວາມຈິງຂອງການທີ່ພຣະເຢຊູໄຖ່ບາບມະນຸດຍັງຂະຫຍາຍໄປທົ່ວຈັກກະວານ ແລະ ໄປຈົນສຸດແຜ່ນດິນໂລກ. ແລ້ວນີ້ບໍ່ແມ່ນຄວາມເປັນຈິງທີ່ພຣະເຈົ້າໄດ້ສ້າງມາແຕ່ດົນນານບໍ? ຖ້າເຈົ້າຍັງລໍຖ້າພຣະເຢຊູຮັບເອົາເຈົ້າໄປສູ່ສະຫວັນ, ເຮົາຂໍເວົ້າວ່າເຈົ້າຄືທ່ອນໄມ້ຕາຍທີ່ແຂງກະດ້າງທ່ອນໜຶ່ງ[ກ]. ພຣະເຢຊູຈະບໍ່ຮັບຮູ້ຜູ້ເຊື່ອຈອມປອມຄືກັບເຈົ້າ ຜູ້ທີ່ບໍ່ຊື່ສັດຕໍ່ຄວາມຈິງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 285](https://lo.kingdomsalvation.org/videos/exposing-religious-notions-excerpt-285.html) - ຊາວຢິວທຸກຄົນອ່ານພັນທະສັນຍາເດີມ ແລະ ຮູ້ຈັກເຖິງການທຳນາຍຂອງເອຊາຢາວ່າ ເດັກນ້ອຍຜູ້ຊາຍຈະກຳເນີດໃນຮາງຫຍ້າ. ແລ້ວເປັນຫຍັງພວກເຂົາຈຶ່ງຂົ່ມເຫັງພຣະເຢຊູທັງທີ່ພວກເຂົາກໍຮູ້ເຖິງຄຳທຳນາຍນີ້ຢ່າງສົມບູນ? ນີ້ບໍ່ແມ່ນທຳມະຊາດທີ່ກະບົດຂອງພວກເຂົາ ແລະ ເປັນການຂາດຄວາມຮູ້ໃນພາລະກິດຂອງພຣະວິນຍານບໍລິສຸດບໍ? ໃນເວລານັ້ນ, ພວກຟາຣີຊາຍເຊື່ອວ່າ ພາລະກິດຂອງພຣະເຢຊູແຕກຕ່າງຈາກສິ່ງທີ່ພວກເຂົາຮູ້ກ່ຽວກັບເດັກນ້ອຍຜູ້ຊາຍທີ່ຖືກທຳນາຍໄວ້ ແລະ ຜູ້ຄົນໃນປັດຈຸບັນປະຕິເສດພຣະເຈົ້າ ຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດບໍ່ສອດຄ່ອງກັບພຣະຄຳພີ. ແກ່ນແທ້ຂອງການກະບົດຂອງພວກເຂົາທີ່ມີຕໍ່ພຣະເຈົ້າອົງນີ້ບໍ່ແມ່ນສິ່ງດຽວກັນບໍ? ເຈົ້າສາມາດຍອມຮັບພາລະກິດທັງໝົດຂອງພຣະວິນຍານບໍລິສຸດໄດ້ໂດຍບໍ່ມີຂໍ້ຄຳຖາມບໍ? ຖ້າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລ້ວມັນກໍເປັນກະແສທີ່ຖືກຕ້ອງ ແລະ ເຈົ້າຄວນຍອມຮັບມັນ ໂດຍບໍ່ຕ້ອງສົງໄສໃດໆ; ເຈົ້າບໍ່ຄວນຊອກຫາ ແລະ ເລືອກສິ່ງທີ່ຈະຍອມຮັບ. ຖ້າເຈົ້າບໍ່ໄດ້ຮັບຄວາມເຂົ້າໃຈເພີ່ມຂຶ້ນກ່ຽວກັບພຣະເຈົ້າ ແລະ ໃຊ້ຄວາມລະມັດລະວັງຫຼາຍຂຶ້ນຕໍ່ພຣະອົງ, ແລ້ວສິ່ງນີ້ບໍ່ໄດ້ເປັນສິ່ງທີ່ບໍ່ໄດ້ຖືກຮຽກຮ້ອງບໍ? ເຈົ້າບໍ່ຕ້ອງຄົ້ນຫາເພີ່ມເຕີມສຳລັບການຢືນຢັນຈາກພຣະຄຳພີ; ຖ້າມັນຄືພາລະກິດຂອງພຣະວິນຍານບໍລິສຸດ, ແລ້ວເຈົ້າກໍຕ້ອງຍອມຮັບມັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າເພື່ອຕິດຕາມພຣະເຈົ້າ ແລະ ເຈົ້າບໍ່ຄວນສືບຄົ້ນພຣະອົງ. ເຈົ້າບໍ່ຄວນສະແຫວງຫາຫຼັກຖານເພີ່ມເຕີມກ່ຽວກັບເຮົາເພື່ອພິສູດວ່າເຮົາເປັນພຣະເຈົ້າຂອງເຈົ້າ, ແຕ່ເຈົ້າຄວນແຍກແຍະວ່າ ເຮົາມີປະໂຫຍດສຳລັບເຈົ້າ ຫຼື ບໍ, ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ເຖິງແມ່ນວ່າເຈົ້າຄົ້ນພົບຫຼັກຖານຫຼາຍຢ່າງທີ່ບໍ່ສາມາດໂຕ້ແຍ້ງໄດ້ພາຍໃນພຣະຄໍາພີ, ມັນກໍບໍ່ສາມາດເຮັດໃຫ້ເຈົ້າຢືນຢູ່ຕໍ່ໜ້າເຮົາຢ່າງສົມບູນໄດ້. ເຈົ້າພຽງແຕ່ອາໄສຢູ່ໃນຂອບເຂດຈຳກັດຂອງພຣະຄຳພີ ແລະ ບໍ່ແມ່ນຕໍ່ໜ້າເຮົາ; ພຣະຄຳພີບໍ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກເຮົາ ຫຼື ມັນບໍ່ສາມາດເຮັດໃຫ້ຄວາມຮັກທີ່ເຈົ້າມີຕໍ່ເຮົາເລິກເຊິ່ງຂຶ້ນ. ເຖິງພຣະຄຳພີໄດ້ທຳນາຍໄວ້ວ່າ ເດັກນ້ອຍຜູ້ຊາຍຈະກຳເນີດ, ບໍ່ມີໃຜສາມາດຢັ່ງເຖິງໄດ້ວ່າ ຄຳທຳນາຍນັ້ນໄດ້ກ່າວເຖິງໃຜ, ຍ້ອນມະນຸດບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ນີ້ຄືສິ່ງທີ່ເຮັດໃຫ້ພວກຟາຣີຊາຍລຸກຂຶ້ນຕໍ່ຕ້ານພຣະເຢຊູ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 295](https://lo.kingdomsalvation.org/videos/exposing-religious-notions-excerpt-295.html) - ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງມະນຸດ ເຊິ່ງໃນລະຫວ່າງນັ້ນ ເຮົາໄດ້ກ່າວພຣະທຳຫຼາຍຂໍ້. ພຣະທຳເຫຼົ່ານີ້ແມ່ນເຫັນແກ່ຄວາມລອດພົ້ນຂອງມະນຸດ ແລະ ຖືກກ່າວອອກເພື່ອໃຫ້ມະນຸດເຂົ້າກັບເຮົາໄດ້. ເຖິງຢ່າງໃດກໍ່ຕາມ, ເຮົາໄດ້ຮັບພຽງສອງສາມຄົນຢູ່ເທິງໂລກ ເຊິ່ງເປັນຄົນທີ່ສາມາດເຂົ້າກັບເຮົາໄດ້ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ເຊີດຊູພຣະທຳຂອງເຮົາ, ມັນເປັນຍ້ອນມະນຸດບໍ່ສາມາດເຂົ້າກັບເຮົາໄດ້. ໃນລັກສະນະນີ້ ພາລະກິດທີ່ເຮົາປະຕິບັດບໍ່ແມ່ນພຽງແຕ່ເພື່ອໃຫ້ມະນຸດສາມາດນະມັດສະການເຮົາ; ສິ່ງທີ່ສຳຄັນໄປກວ່ານັ້ນກໍ່ຄືເພື່ອໃຫ້ມະນຸດສາມາດເຂົ້າກັບເຮົາໄດ້. ມະນຸດຖືກເຮັດໃຫ້ເສື່ອມໂຊມ ແລະ ດຳລົງຊີວິດຢູ່ໃນກັບດັກຂອງຊາຕານ. ທຸກຄົນດຳລົງຊີວິດໃນເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດເຂົ້າກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັບເຮົາໄດ້ ແຕ່ທຸກຄົນເຫຼົ່ານັ້ນນະມັດສະການພະທຽມທີ່ເລື່ອນລອຍ. ເຖິງແມ່ນວ່າພວກເຂົາຮັບຮູ້ວ່ານາມຂອງເຮົາບໍລິສຸດ, ພວກເຂົາກໍ່ຍັງຍ່າງຕາມເສັ້ນທາງທີ່ຢູ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍ່ເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງ. ນີ້ກໍ່ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັບເຮົາໄດ້. ໃນແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ສຸ່ມຊອກຫາຂໍ້ຄວາມທີ່ “ເໝາະສົມ” ເຊິ່ງພວກເຂົາພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາເຫຼົ່ານັ້ນໂດຍບໍ່ຢຸດເຊົາ. ພວກເຂົາບໍ່ຮູ້ຈັກເລີຍວ່າຈະສາມາດເຂົ້າກັບເຮົາໄດ້ແນວໃດ ຫຼື ການຕໍ່ຕ້ານເຮົາໝາຍຄວາມວ່າແນວໃດ. ພວກເຂົາພຽງແຕ່ອ່ານຂໍ້ພຣະຄຳຢ່າງຫຼັບຫູຫຼັບຕາ. ພາຍໃນພຣະຄຳພີ, ພວກເຂົາຈຳກັດພຣະເຈົ້າທີ່ເລື່ອນລອຍທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ ແລະ ບໍ່ສາມາດເຫັນໄດ້ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 291](https://lo.kingdomsalvation.org/videos/exposing-religious-notions-excerpt-291.html) - ຈຸດປະສົງຂອງການເອົາຊະນະເຈົ້າໃນປັດຈຸບັນກໍຄືໃຫ້ເຈົ້າຮັບຮູ້ວ່າ ພຣະເຈົ້າເປັນພຣະເຈົ້າຂອງເຈົ້າ ແລະ ຍັງເປັນພຣະເຈົ້າຂອງຄົນອື່ນອີກດ້ວຍ ແລະ ສຳຄັນທີ່ສຸດກໍຄື ພຣະອົງເປັນພຣະເຈົ້າຂອງທຸກຄົນທີ່ຮັກພຣະອົງ ແລະ ພຣະເຈົ້າຂອງສິ່ງຖືກສ້າງທັງປວງ. ພຣະອົງເປັນພຣະເຈົ້າຂອງຊາວອິດສະຣາເອນ ແລະ ພຣະເຈົ້າຂອງປະຊາຊົນອີຢິບ. ພຣະອົງເປັນພຣະເຈົ້າຂອງຄົນອັງກິດ ແລະ ພຣະເຈົ້າຂອງຄົນອາເມຣິກາ. ພຣະອົງບໍ່ໄດ້ເປັນພຽງແຕ່ພຣະເຈົ້າຂອງອາດາມ ແລະ ເອວາ, ແຕ່ຍັງເປັນພຣະເຈົ້າຂອງເຊື້ອສາຍທັງໝົດຂອງພວກເຂົາ. ພຣະອົງເປັນພຣະເຈົ້າຂອງທຸກສິ່ງໃນສະຫວັນ ແລະ ທຸກສິ່ງເທິງແຜ່ນດິນໂລກ. ທຸກຄອບຄົວ ບໍ່ວ່າພວກເຂົາຈະເປັນຊາວອິດສະຣາເອນ ຫຼື ຊາວຕ່າງຊາດ ກໍລ້ວນແລ້ວແຕ່ຢູ່ໃນມືຂອງພຣະເຈົ້າອົງດຽວ. ບໍ່ພຽງແຕ່ພຣະອົງປະຕິບັດພາລະກິດໃນອິດສະຣາເອນເປັນເວລາສອງສາມພັນປີ ແລະ ເຄີຍບັງເກີດຄັ້ງໜຶ່ງໃນຢູດາຍ, ແຕ່ໃນປັດຈຸບັນ ພຣະອົງລົງມາໃນປະເທດຈີນ, ເຊິ່ງເປັນບ່ອນທີ່ມັງກອນແດງໃຫຍ່ນອນຂົດໂຕຢູ່. ຖ້າການບັງເກີດໃນຢູດາຍເຮັດໃຫ້ພຣະອົງເປັນກະສັດຂອງຊາວຢິວ, ແລ້ວການລົງມາທ່າມກາງພວກເຈົ້າທັງໝົດຈະບໍ່ໄດ້ເຮັດໃຫ້ພຣະອົງເປັນພຣະເຈົ້າຂອງພວກເຈົ້າທຸກຄົນບໍ? ພຣະອົງນໍາພາຊາວອິດສະຣາເອນ ແລະ ບັງເກີດໃນຢູດາຍ ແລະ ພຣະອົງຍັງບັງເກິດໃນດິນແດນຕ່າງຊາດອີກດ້ວຍ. ພາລະກິດທັງໝົດທີ່ພຣະອົງປະຕິບັດບໍ່ແມ່ນເພື່ອມະນຸດຊາດທັງປວງທີ່ພຣະອົງໄດ້ສ້າງຂຶ້ນບໍ? ພຣະອົງຮັກຊາວອິດສະຣາເອນຮ້ອຍເທົ່າ ແລະ ກຽດຊັງຊາວຕ່າງຊາດພັນເທົ່າບໍ? ນັ້ນບໍ່ແມ່ນແນວຄິດຂອງພວກເຈົ້າບໍ? ມັນບໍ່ແມ່ນໃນກໍລະນີທີ່ວ່າພຣະເຈົ້າບໍ່ເຄີຍເປັນພຣະເຈົ້າຂອງພວກເຈົ້າ, ແຕ່ກົງກັນຂ້າມ ມັນເປັນພຽງຍ້ອນວ່າພວກເຈົ້າບໍ່ຮັບຮູ້ພຣະອົງ; ມັນບໍ່ແມ່ນໃນກໍລະນີທີ່ວ່າ ພຣະເຈົ້າບໍ່ເຕັມໃຈທີ່ຈະເປັນພຣະເຈົ້າຂອງພວກເຈົ້າ, ແຕ່ກົງກັນຂ້າມ ມັນເປັນພຽງຍ້ອນວ່າພວກເຈົ້າປະຕິເສດພຣະອົງ. ຜູ້ໃດທ່າມກາງສິ່ງຖືກສ້າງທີ່ບໍ່ໄດ້ຢູ່ໃນກໍາມືຂອງອົງຊົງລິດທານຸພາບສູງສຸດ? ໃນການເອົາຊະນະພວກເຈົ້າໃນປັດຈຸບັນ, ເປົ້າໝາຍບໍ່ແມ່ນເພື່ອເຮັດໃຫ້ພວກເຈົ້າຮັບຮູ້ວ່າພຣະເຈົ້າບໍ່ໄດ້ແມ່ນຜູ້ໃດນອກຈາກພຣະເຈົ້າຂອງພວກເຈົ້າບໍ?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 288](https://lo.kingdomsalvation.org/videos/exposing-religious-notions-excerpt-288.html) - ໃນເວລານັ້ນ, ສ່ວນໜຶ່ງຂອງພາລະກິດຂອງພຣະເຢຊູແມ່ນສອດຄ່ອງກັບພຣະສັນຍາເດີມ ພ້ອມທັງສອດຄ່ອງກັບກົດລະບຽບຂອງໂມເຊ ແລະ ພຣະທຳຂອງພຣະເຢໂຮວາໃນລະຫວ່າງຍຸກແຫ່ງພຣະບັນຍັດ. ພຣະເຢຊູນໍາໃຊ້ທຸກສິ່ງເຫຼົ່ານີ້ເພື່ອປະຕິບັດສ່ວນໜຶ່ງຂອງພາລະກິດຂອງພຣະອົງ. ພຣະອົງເທດສະໜາໃຫ້ກັບຜູ້ຄົນ ແລະ ສັ່ງສອນພວກເຂົາໃນທຳມະສາລາ ແລະ ພຣະອົງກໍນໍາໃຊ້ການທຳນາຍຂອງພວກຜູ້ປະກາດພຣະທຳໃນພຣະສັນຍາເດີມເພື່ອຕຳນິຕິຕຽນພວກຟາຣີຊາຍທີ່ເປັນສັດຕູກັບພຣະອົງ ແລະ ນໍາໃຊ້ພຣະທຳໃນພຣະຄຳພີເພື່ອເປີດໂປງຄວາມກະບົດຂອງພວກເຂົາ ແລ້ວກໍກ່າວໂທດພວກເຂົາ. ຍ້ອນພວກເຂົາກຽດຊັງໃນສິ່ງທີ່ພຣະເຢຊູໄດ້ກະທຳ; ໂດຍສະເພາະແລ້ວ ພາລະກິດສ່ວນໃຫຍ່ຂອງພຣະເຢຊູແມ່ນບໍ່ສອດຄ່ອງກັບກົດລະບຽບໃນພຣະຄຳພີ ແລະ ຍິ່ງໄປກວ່ານັ້ນ ສິ່ງທີ່ພຣະອົງສັ່ງສອນກໍສູງສົ່ງກວ່າຄຳເວົ້າຂອງພວກເຂົາເອງ ແລະ ຍິ່ງສູງສົ່ງກວ່າສິ່ງທີ່ພວກຜູ້ປະກາດພຣະທຳໄດ້ທຳນາຍໄວ້ໃນພຣະຄຳພີ. ພາລະກິດຂອງພຣະເຢຊູແມ່ນພຽງແຕ່ເພື່ອການໄຖ່ມະນຸດ ແລະ ການຖືກຄຶງໃສ່ໄມ້ກາງແຂນ. ສະນັ້ນຈຶ່ງບໍ່ຈຳເປັນສໍາລັບພຣະອົງທີ່ຈະກ່າວພຣະທຳເພີ່ມເພື່ອເອົາຊະນະມະນຸດຄົນໃດຄົນໜຶ່ງ. ຫຼາຍສິ່ງທີ່ພຣະອົງສັ່ງສອນມະນຸດກໍອອກມາຈາກພຣະທຳໃນພຣະຄຳພີ ແລະ ເຖິງແມ່ນພາລະກິດຂອງພຣະອົງຈະບໍ່ໄດ້ໃຫຍ່ກວ່າພຣະຄຳພີ, ແຕ່ພຣະອົງກໍຍັງສາມາດເຮັດໃຫ້ພາລະກິດແຫ່ງການຖືກຄຶງໃສ່ໄມ້ກາງແຂນສຳເລັດລົງ. ພາລະກິດຂອງພຣະອົງບໍ່ແມ່ນພາລະກິດແຫ່ງພຣະທຳ ຫຼື ບໍ່ແມ່ນເພື່ອເອົາຊະນະມະນຸດຊາດ, ແຕ່ແມ່ນເພື່ອໄຖ່ມະນຸດຊາດ. ພຣະອົງພຽງແຕ່ເຮັດໜ້າທີ່ເປັນເຄື່ອງຖວາຍບູຊາແທນຄວາມຜິດບາບໃຫ້ກັບມະນຸດຊາດເທົ່ານັ້ນ ແລະ ບໍ່ໄດ້ເຮັດໜ້າທີ່ເປັນແຫຼ່ງກໍາເນີດແຫ່ງພຣະທຳສຳລັບມະນຸດຊາດ. ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງຊາວຕ່າງຊາດ ເຊິ່ງເປັນພາລະກິດແຫ່ງການເອົາຊະນະມະນຸດ, ແຕ່ປະຕິບັດພາລະກິດແຫ່ງການຄຶງກາງແຂນ, ເຊິ່ງເປັນພາລະກິດທີ່ກະທຳທ່າມກາງຄົນທີ່ເຊື່ອວ່າມີພຣະເຈົ້າ. ເຖິງແມ່ນພາລະກິດຂອງພຣະອົງໄດ້ຮັບການປະຕິບັດບົນພື້ນຖານແຫ່ງພຣະຄຳພີ ແລະ ພຣະອົງນໍາໃຊ້ສິ່ງທີ່ພວກຜູ້ປະກາດພຣະທຳທີ່ເກົ່າແກ່ໄດ້ກ່າວໄວ້ລ່ວງໜ້າເພື່ອປະນາມພວກຟາຣີຊາຍ, ນີ້ກໍພຽງພໍທີ່ຈະເຮັດໃຫ້ພາລະກິດແຫ່ງການຖືກຄຶງໃສ່ໄມ້ກາງແຂນຂອງພຣະອົງສຳເລັດລົງແລ້ວ. ຖ້າພາລະກິດໃນປັດຈຸບັນຍັງຖືກປະຕິບັດບົນພື້ນຖານຂອງຄຳທຳນາຍຂອງພວກຜູ້ປະກາດພຣະທຳທີ່ຜ່ານມາ ເຊິ່ງຢູ່ໃນພຣະຄຳພີ, ແລ້ວມັນກໍເປັນໄປບໍ່ໄດ້ເລີຍທີ່ຈະເອົາຊະນະພວກເຈົ້າ, ຍ້ອນພຣະສັນຍາເດີມບໍ່ໄດ້ມີການບັນທຶກກ່ຽວກັບຄວາມກະບົດ ແລະ ຄວາມຜິດບາບຂອງພວກເຈົ້າ ເຊິ່ງເປັນປະຊາຊົນຈີນ ແລະ ບໍ່ມີປະຫວັດສາດກ່ຽວກັບຄວາມຜິດບາບຂອງພວກເຈົ້າເລີຍ. ດ້ວຍເຫດນັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 284](https://lo.kingdomsalvation.org/videos/exposing-religious-notions-excerpt-284.html) - ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າຢູ່ສະເໝີ ແລະ ເຖິງແມ່ນວ່າຈຸດປະສົງຂອງພາລະກິດຂອງພຣະເຈົ້າບໍ່ໄດ້ປ່ຽນແປງ, ວິທີການທີ່ພຣະອົງໃຊ້ເພື່ອດຳເນີນພາລະກິດແມ່ນປ່ຽນແປງຕະຫຼອດເວລາ ເຊິ່ງໝາຍຄວາມວ່າຜູ້ຄົນທີ່ຕິດຕາມພຣະເຈົ້າກໍປ່ຽນແປງເຊັ່ນດຽວກັນ. ຍິ່ງພຣະເຈົ້າປະຕິບັດພາລະກິດຫຼາຍຂຶ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າກໍຍິ່ງທົ່ວເຖິງຫຼາຍຂຶ້ນ. ການປ່ຽນແປງທີ່ສອດຄ່ອງກັນກໍເກີດຂຶ້ນໃນອຸປະນິໄສຂອງມະນຸດເຊັ່ນກັນ ດ້ວຍການປຸກຈາກພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ມັນແມ່ນຍ້ອນພາລະກິດຂອງພຣະເຈົ້າທີ່ປ່ຽນແປງຢູ່ເປັນປະຈຳ, ຜູ້ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນໂງ່ຈ້າເຫຼົ່ານັ້ນທີ່ບໍ່ຮູ້ຈັກຄວາມຈິງຈຶ່ງກາຍມາເປັນຄົນທີ່ຕໍ່ຕ້ານພຣະເຈົ້າ. ພາລະກິດຂອງພຣະເຈົ້າບໍ່ເຄີຍສອດຄ່ອງກັບແນວຄວາມຄິດຂອງມະນຸດ ເພາະພາລະກິດຂອງພຣະອົງໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ພຣະອົງບໍ່ເຄີຍເຮັດຊໍ້າພາລະກິດແບບເກົ່າ, ແຕ່ກົງກັນຂ້າມ ພຣະອົງດໍາເນີນພາລະກິດແບບໃໝ່ທີ່ບໍ່ເຄີຍເຮັດມາກ່ອນຢ່າງກ້າວໜ້າ. ໃນເມື່ອພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ ແລະ ມະນຸດຕັດສິນພາລະກິດໃນປັດຈຸບັນຂອງພຣະເຈົ້າດ້ວຍພາລະກິດທີ່ພຣະອົງປະຕິບັດໃນອະດີດໂດຍບໍ່ປ່ຽນແປງ, ມັນຈຶ່ງຍາກຫຼາຍທີ່ພຣະເຈົ້າຈະດຳເນີນແຕ່ລະຂັ້ນຕອນຂອງພາລະກິດແຫ່ງຍຸກໃໝ່. ມະນຸດຊ່າງມີຄວາມຫຍຸ້ງຍາກຫຼາຍເກີນໄປ! ເຂົາມີການຄິດທີ່ມີຂອບເຂດຫຼາຍເກີນໄປ! ບໍ່ມີໃຜຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ທຸກຄົນຈຳກັດພາລະກິດດັ່ງກ່າວ. ເມື່ອເຂົາອອກຈາກພຣະເຈົ້າ ມະນຸດກໍສູນເສຍຊີວິດ, ຄວາມຈິງ ແລະ ພອນຂອງພຣະເຈົ້າ, ແຕ່ມະນຸດກໍບໍ່ຍອມຮັບຊີວິດ ຫຼື ຄວາມຈິງເລີຍ, ແຮງໄກທີ່ຈະໄດ້ຮັບພອນອັນຍິ່ງໃຫຍ່ກວ່າທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດຊາດ. ມະນຸດທຸກຄົນຫວັງຈະໄດ້ຮັບພຣະເຈົ້າ ແຕ່ບໍ່ສາມາດອົດທົນຕໍ່ການປ່ຽນແປງຕ່າງໆໃນພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ເຊື່ອວ່າ ພາລະກິດຂອງພຣະເຈົ້າບໍ່ມີການປ່ຽນແປງ, ພາລະກິດຂອງພຣະເຈົ້າຍັງຄົງຢຸດຢູ່ບ່ອນເກົ່າຕະຫຼອດໄປ. ໃນຄວາມເຊື່ອຂອງພວກເຂົາ ທຸກສິ່ງທີ່ຈຳເປັນເພື່ອຮັບເອົາຄວາມລອດພົ້ນຕະຫຼອດໄປເປັນນິດຈາກພຣະເຈົ້າແມ່ນເພື່ອປະຕິບັດຕາມກົດເກນ ແລະ ຕາບໃດທີ່ພວກເຂົາກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ ຄວາມປະສົງຂອງພຣະເຈົ້າກໍຈະເປັນທີ່ພໍໃຈຢູ່ສະເໝີ. ພວກເຂົາມີຄວາມຄິດເຫັນວ່າ ພຣະເຈົ້າສາມາດເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ກົດບັນຍັດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 283](https://lo.kingdomsalvation.org/videos/exposing-religious-notions-excerpt-283.html) - ຍ້ອນວ່າພາລະກິດຂອງພຣະເຈົ້າມີການພັດທະນາໃໝ່ຢູ່ເປັນປະຈຳ, ຈຶ່ງມີພາລະກິດທີ່ຫຼ້າສະໄໝ ແລະ ເກົ່າ ໃນຂະນະທີ່ພາລະກິດໃໝ່ເກີດຂຶ້ນ. ພາລະກິດປະເພດຕ່າງໆເຫຼົ່ານີ້, ທັງເກົ່າ ແລະ ໃໝ່ບໍ່ໄດ້ຂັດແຍ້ງກັນ ແຕ່ເກື້ອກູນກັນ; ທຸກບາດກ້າວຂອງພາລະກິດດັ່ງກ່າວແມ່ນສືບຕໍ່ຈົນຮອດຍຸກສຸດທ້າຍ. ຍ້ອນມີພາລະກິດໃໝ່, ສິ່ງເກົ່າໆ ແນ່ນອນ ກໍຕ້ອງໄດ້ທຳລາຍຖິ້ມ. ຕົວຢ່າງ: ການປະຕິບັດບາງຢ່າງທີ່ຖືກຈັດຕັ້ງເປັນເວລາດົນນານ ແລະ ຖ້ອຍຄຳທີ່ເປັນນິໄສຂອງມະນຸດ ປະກອບດ້ວຍປະສົບການ ແລະ ການສັ່ງສອນເປັນເວລາຫຼາຍປີຂອງມະນຸດ ໄດ້ສ້າງແນວຄວາມຄິດທຸກປະເພດ ແລະ ທຸກຮູບແບບໃນຈິດໃຈຂອງມະນຸດ. ທີ່ພຣະເຈົ້າຍັງບໍ່ເປີດເຜີຍໃບໜ້າທີ່ແທ້ຈິງຂອງພຣະອົງ ແລະ ຈິດໃຈໂດຍທຳມະຊາດໃຫ້ມະນຸດໄດ້ເຫັນຢ່າງສົມບູນ ຄຽງຄູ່ກັບການແຜ່ຂະຫຍາຍຂອງທິດສະດີຕາມປະເພນີຕັ້ງແຕ່ສະໄໝບູຮານມາເປັນເວລາຫຼາຍປີນັ້ນ ແມ່ນເປັນປະໂຫຍດຫຼາຍຕໍ່ການສ້າງແນວຄິດດັ່ງກ່າວຂອງມະນຸດ. ອາດເວົ້າໄດ້ວ່າ ຕະຫຼອດເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຂອງມະນຸດ ໄດ້ມີອິດທິພົນແຫ່ງແນວຄິດທີ່ຫຼາກຫຼາຍເກີດຂຶ້ນ ແລະ ເກີດວິວັດທະນາການແຫ່ງຄວາມເຂົ້າໃຈຕາມແນວຄິດທຸກປະເພດກ່ຽວກັບພຣະເຈົ້າໃນຜູ້ຄົນ ເຊິ່ງເຮັດໃຫ້ຜູ້ຄົນທາງສາສະໜາຫຼາຍຄົນທີ່ຮັບໃຊ້ພຣະເຈົ້າກາຍມາເປັນສັດຕູຂອງພຣະອົງ. ດັ່ງນັ້ນ ຍິ່ງແນວຄວາມຄິດທາງສາສະໜາຂອງຄົນໜັກແໜ້ນຂຶ້ນຫຼາຍເທົ່າໃດ ພວກເຂົາກໍຈະກາຍເປັນສັດຕູ ແລະ ຕໍ່ຕ້ານພຣະເຈົ້າຫຼາຍເທົ່ານັ້ນ. ພາລະກິດຂອງພຣະເຈົ້າແມ່ນໃໝ່ຢູ່ສະເໝີ, ບໍ່ເຄີຍເກົ່າ ແລະ ບໍ່ເຄີຍສ້າງທິດສະດີ ກົງກັນຂ້າມ ພາລະກິດດັ່ງກ່າວໄດ້ປ່ຽນແປງຢ່າງຕໍ່ເນື່ອງ ແລະ ຖືກເລີ່ມຕົ້ນໃໝ່ໃນຂອບເຂດທັງນ້ອຍ ແລະ ກວ້າງກວ່າເກົ່າ. ການປະຕິບັດພາລະກິດໃນລັກສະນະນີ້ແມ່ນເປັນການສະແດງອອກເຖິງອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າເອງ. ມັນຍັງແມ່ນຫຼັກການໂດຍທຳມະຊາດຂອງພາລະກິດຂອງພຣະເຈົ້າ ແລະ ໜຶ່ງໃນວິທີທີ່ພຣະເຈົ້າເຮັດໃຫ້ການຄຸ້ມຄອງຂອງພຣະອົງບັນລຸການຄຸ້ມຄອງຂອງພຣະອົງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 282](https://lo.kingdomsalvation.org/videos/exposing-religious-notions-excerpt-282.html) - ໃນການເຊື່ອພຣະເຈົ້າ ຄົນໆໜຶ່ງຄວນຮູ້ຈັກພຣະເຈົ້າແນວໃດ? ຄົນໆໜຶ່ງຄວນມາຮູ້ຈັກພຣະເຈົ້າໂດຍອີງໃສ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ ໂດຍບໍ່ມີຄວາມບ່ຽງເບນ ຫຼື ມີຄວາມເຊື່ອທີ່ບໍ່ຖືກຕ້ອງ ແລະ ກ່ອນອື່ນໝົດ ຄົນໆໜຶ່ງຄວນຮູ້ຈັກພາລະກິດຂອງພຣະເຈົ້າ. ນີ້ຄືພື້ນຖານຂອງການຮູ້ຈັກພຣະເຈົ້າ. ທຸກຄວາມເຊື່ອທີ່ຫຼາກຫຼາຍ ແລະ ບໍ່ຖືກຕ້ອງເຫຼົ່ານັ້ນທີ່ຂາດຄວາມເຂົ້າໃຈກ່ຽວກັບພຣະທຳທີ່ບໍລິສຸດຂອງພຣະເຈົ້າແມ່ນແນວຄວາມຄິດທາງສາສະໜາ ເຊິ່ງເປັນຄວາມເຂົ້າໃຈທີ່ບິດເບືອນ. ທັກສະທີ່ຍິ່ງໃຫຍ່ທີ່ສຸດຂອງບຸກຄົນທາງສາສະໜາຄືການນໍາເອົາພຣະທຳຂອງພຣະເຈົ້າທີ່ຖືກເຂົ້າໃຈໃນອະດີດ ແລ້ວວັດແທກຂໍ້ພຣະທໍານັ້ນໂດຍອີງໃສ່ພຣະທຳຂອງພຣະເຈົ້າໃນປັດຈຸບັນ. ເມື່ອເວລາຮັບໃຊ້ພຣະເຈົ້າໃນປັດຈຸບັນ ຖ້າເຈົ້າຢຶດຕິດກັບສິ່ງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍແສງສະຫວ່າງຂອງພຣະອົງໃນອະດີດ ແລ້ວການຮັບໃຊ້ຂອງເຈົ້າຈະເກີດມີການຂັດຂວາງ ແລະ ການປະຕິບັດຂອງເຈົ້າກໍຈະຫຼ້າສະໄໝ ເຊິ່ງເປັນພຽງພິທີກຳທາງສາສະໜາ. ຖ້າເຈົ້າເຊື່ອວ່າ ຄົນເຫຼົ່ານັ້ນທີ່ຮັບໃຊ້ພຣະເຈົ້າຕ້ອງຖ່ອມຕົວ ແລະ ອົດທົນຢູ່ພາຍນອກ... ທ່າມກາງຄຸນສົມບັດອື່ນໆ ແລະ ຖ້າເຈົ້ານໍາຄວາມຮູ້ປະເພດນີ້ໄປປະຕິບັດໃນປັດຈຸບັນ ແລ້ວຄວາມຮູ້ດັ່ງກ່າວກໍເປັນແນວຄວາມຄິດທາງສາສະໜາ; ການປະຕິບັດດັ່ງກ່າວກໍກາຍມາເປັນການປະຕິບັດຂອງຄົນໜ້າຊື່ໃຈຄົດ. ປະໂຫຍກ “ແນວຄວາມຄິດທາງສາສະໜາ” ໝາຍເຖິງສິ່ງທີ່ຫຼ້າສະໄໝ ແລະ ເຊົາໃຊ້ກັນແລ້ວ (ລວມທັງການ ເຂົ້າໃຈພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ກ່ອນໜ້ານີ້ ແລະ ແສງສະຫວ່າງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍກົງ) ແລະ ຖ້ານໍາເອົາພຣະທໍາດັ່ງກ່າວໄປປະຕິບັດໃນປັດຈຸບັນ, ພຣະທໍານັ້ນກໍຈະຂັດຂວາງພາລະກິດຂອງພຣະເຈົ້າ ແລະ ບໍ່ມີປະໂຫຍດຫຍັງກັບມະນຸດເລີຍ. ຖ້າຜູ້ຄົນບໍ່ສາມາດລົບລ້າງສິ່ງເຫຼົ່ານັ້ນອອກຈາກຕົວພວກເຂົາ ທີ່ເປັນແນວຄວາມຄິດທາງສາສະໜາ ແລ້ວສິ່ງເຫຼົ່ານີ້ກໍຈະກາຍມາເປັນອຸປະສັກໃນການຮັບໃຊ້ພຣະເຈົ້າຂອງພວກເຂົາ. ຄົນທີ່ມີແນວຄວາມຄິດທາງສາສະໜາບໍ່ມີທາງນໍາທັນບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້, ພວກເຂົາລ້າຊ້າໃນໜຶ່ງບາດກ້າວ, ຈາກນັ້ນກໍ່ເປັນສອງບາດກ້າວ. ນີ້ກໍ່ຍ້ອນວ່າ ແນວຄວາມຄິດທາງສາສະໜາເຫຼົ່ານີ້ເຮັດໃຫ້ມະນຸດຄິດວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 350](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-350.html) - ເຮົາຈະເອົາຊະນະມະນຸດຊາດ ເພາະວ່າ ຜູ້ຄົນຖືກເຮົາສ້າງ ແລະ ຍິ່ງໄປກວ່ານັ້ນ ຜູ້ຄົນໄດ້ມີຄວາມສຸກກັບທຸກສິ່ງທີ່ເຮົາສ້າງຂຶ້ນ. ແຕ່ຜູ້ຄົນໄດ້ປະຕິເສດເຮົາເຊັ່ນກັນ; ເຮົາບໍ່ໄດ້ຢູ່ໃນໃຈຂອງພວກເຂົາ ແລະ ພວກເຂົາເຫັນເຮົາຄືເປັນພາລະໃນການດໍາລົງຢູ່ຂອງພວກເຂົາ ຈົນເຖິງກັບວ່າ ເມື່ອໄດ້ເຫັນເຮົາຢ່າງແທ້ຈິງ ພວກເຂົາກໍຍັງປະຕິເສດເຮົາ ແລະ ຄົ້ນຄິດຊອກຫາທຸກວິທີທາງເພື່ອເອົາຊະນະເຮົາ. ຜູ້ຄົນບໍ່ຍອມໃຫ້ເຮົາປະຕິບັດຕໍ່ພວກເຂົາຢ່າງຈິງຈັງ ຫຼື ຮຽກຮ້ອງຈາກພວກເຂົາຢ່າງເຄັ່ງຄັດ ຫຼື ພວກເຂົາບໍ່ອະນຸຍາດໃຫ້ເຮົາພິພາກສາ ຫຼື ຂ້ຽນຕີຄວາມບໍ່ຊອບທໍາຂອງພວກເຂົາ. ແທນທີ່ຈະພົບວ່າສິ່ງນີ້ໜ້າສົນໃຈ ພວກເຂົາພັດເຫັນມັນໜ້າເບື່ອ. ສະນັ້ນ ພາລະກິດຂອງເຮົາແມ່ນເພື່ອຮັບເອົາມະນຸດຊາດຜູ້ທີ່ກິນ, ດື່ມ ແລະ ສັນລະເສີນໃນຕົວເຮົາ ແຕ່ບໍ່ຮູ້ຈັກເຮົາ ແລະ ເຮົາຈະເອົາຊະນະພວກເຂົາ. ເຮົາຈະປົດອາວຸດມະນຸດຊາດ ແລະ ຫຼັງຈາກນັ້ນ ຈະນໍາເອົາທູດສະຫວັນ, ເອົາສະຫງ່າລາສີຂອງເຮົາ ແລ້ວເຮົາຈະກັບຄືນສູ່ສະຖານທີ່ພັກເຊົາຂອງເຮົາ. ເພາະວ່າສິ່ງທີ່ຜູ້ຄົນໄດ້ກະທໍາໄປນັ້ນ ແມ່ນເຮັດໃຫ້ເຮົາເຈັບປວດໃຈ ແລະ ທໍາລາຍພາລະກິດຂອງເຮົາແຕກເປັນຊີ້ນສ່ວນມາດົນນານແລ້ວ. ເຮົາຕັ້ງໃຈຍຶດເອົາສະຫງ່າລາສີທີ່ມານຮ້າຍໄດ້ເອົາໄປ ກ່ອນທີ່ຈະຍ່າງຈາກໄປຢ່າງມີຄວາມສຸກ ໂດຍປ່ອຍໃຫ້ມະນຸດສືບຕໍ່ດໍາລົງຊີວິດຂອງພວກເຂົາ, ສືບຕໍ່ “ໃຊ້ຊີວິດ ແລະ ເຮັດວຽກງານຢ່າງສະຫງົບ ແລະ ມີຄວາມສຸກ”, ສືບຕໍ່ “ປູກຝັງຕາມໄຮ່ນາຂອງພວກເຂົາເອງ” ແລະ ເຮົາຈະບໍ່ໄປແຊກແຊງຊີວິດຂອງພວກເຂົາອີກຕໍ່ໄປ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 278](https://lo.kingdomsalvation.org/videos/mysteries-about-the-bible-excerpt-278.html) - ຊາວຢິວທຸກຄົນອ່ານພັນທະສັນຍາເດີມ ແລະ ຮູ້ຈັກເຖິງການທຳນາຍຂອງເອຊາຢາວ່າ ເດັກນ້ອຍຜູ້ຊາຍຈະກຳເນີດໃນຮາງຫຍ້າ. ແລ້ວເປັນຫຍັງພວກເຂົາຈຶ່ງຂົ່ມເຫັງພຣະເຢຊູທັງທີ່ພວກເຂົາກໍຮູ້ເຖິງຄຳທຳນາຍນີ້ຢ່າງສົມບູນ? ນີ້ບໍ່ແມ່ນທຳມະຊາດທີ່ກະບົດຂອງພວກເຂົາ ແລະ ເປັນການຂາດຄວາມຮູ້ໃນພາລະກິດຂອງພຣະວິນຍານບໍລິສຸດບໍ? ໃນເວລານັ້ນ, ພວກຟາຣີຊາຍເຊື່ອວ່າ ພາລະກິດຂອງພຣະເຢຊູແຕກຕ່າງຈາກສິ່ງທີ່ພວກເຂົາຮູ້ກ່ຽວກັບເດັກນ້ອຍຜູ້ຊາຍທີ່ຖືກທຳນາຍໄວ້ ແລະ ຜູ້ຄົນໃນປັດຈຸບັນປະຕິເສດພຣະເຈົ້າ ຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດບໍ່ສອດຄ່ອງກັບພຣະຄຳພີ. ແກ່ນແທ້ຂອງການກະບົດຂອງພວກເຂົາທີ່ມີຕໍ່ພຣະເຈົ້າອົງນີ້ບໍ່ແມ່ນສິ່ງດຽວກັນບໍ? ເຈົ້າສາມາດຍອມຮັບພາລະກິດທັງໝົດຂອງພຣະວິນຍານບໍລິສຸດໄດ້ໂດຍບໍ່ມີຂໍ້ຄຳຖາມບໍ? ຖ້າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລ້ວມັນກໍເປັນກະແສທີ່ຖືກຕ້ອງ ແລະ ເຈົ້າຄວນຍອມຮັບມັນ ໂດຍບໍ່ຕ້ອງສົງໄສໃດໆ; ເຈົ້າບໍ່ຄວນຊອກຫາ ແລະ ເລືອກສິ່ງທີ່ຈະຍອມຮັບ. ຖ້າເຈົ້າບໍ່ໄດ້ຮັບຄວາມເຂົ້າໃຈເພີ່ມຂຶ້ນກ່ຽວກັບພຣະເຈົ້າ ແລະ ໃຊ້ຄວາມລະມັດລະວັງຫຼາຍຂຶ້ນຕໍ່ພຣະອົງ, ແລ້ວສິ່ງນີ້ບໍ່ໄດ້ເປັນສິ່ງທີ່ບໍ່ໄດ້ຖືກຮຽກຮ້ອງບໍ? ເຈົ້າບໍ່ຕ້ອງຄົ້ນຫາເພີ່ມເຕີມສຳລັບການຢືນຢັນຈາກພຣະຄຳພີ; ຖ້າມັນຄືພາລະກິດຂອງພຣະວິນຍານບໍລິສຸດ, ແລ້ວເຈົ້າກໍຕ້ອງຍອມຮັບມັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າເພື່ອຕິດຕາມພຣະເຈົ້າ ແລະ ເຈົ້າບໍ່ຄວນສືບຄົ້ນພຣະອົງ. ເຈົ້າບໍ່ຄວນສະແຫວງຫາຫຼັກຖານເພີ່ມເຕີມກ່ຽວກັບເຮົາເພື່ອພິສູດວ່າເຮົາເປັນພຣະເຈົ້າຂອງເຈົ້າ, ແຕ່ເຈົ້າຄວນແຍກແຍະວ່າ ເຮົາມີປະໂຫຍດສຳລັບເຈົ້າ ຫຼື ບໍ, ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ເຖິງແມ່ນວ່າເຈົ້າຄົ້ນພົບຫຼັກຖານຫຼາຍຢ່າງທີ່ບໍ່ສາມາດໂຕ້ແຍ້ງໄດ້ພາຍໃນພຣະຄໍາພີ, ມັນກໍບໍ່ສາມາດເຮັດໃຫ້ເຈົ້າຢືນຢູ່ຕໍ່ໜ້າເຮົາຢ່າງສົມບູນໄດ້. ເຈົ້າພຽງແຕ່ອາໄສຢູ່ໃນຂອບເຂດຈຳກັດຂອງພຣະຄຳພີ ແລະ ບໍ່ແມ່ນຕໍ່ໜ້າເຮົາ; ພຣະຄຳພີບໍ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກເຮົາ ຫຼື ມັນບໍ່ສາມາດເຮັດໃຫ້ຄວາມຮັກທີ່ເຈົ້າມີຕໍ່ເຮົາເລິກເຊິ່ງຂຶ້ນ. ເຖິງພຣະຄຳພີໄດ້ທຳນາຍໄວ້ວ່າ ເດັກນ້ອຍຜູ້ຊາຍຈະກຳເນີດ, ບໍ່ມີໃຜສາມາດຢັ່ງເຖິງໄດ້ວ່າ ຄຳທຳນາຍນັ້ນໄດ້ກ່າວເຖິງໃຜ, ຍ້ອນມະນຸດບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ນີ້ຄືສິ່ງທີ່ເຮັດໃຫ້ພວກຟາຣີຊາຍລຸກຂຶ້ນຕໍ່ຕ້ານພຣະເຢຊູ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 236](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-236.html) - ຕອນນີ້ເຮົາປະກາດໃຊ້ພຣະດຳລັດຂອງເຮົາສຳລັບພວກເຈົ້າ (ມີຜົນບັງຄັບໃຊ້ນັບແຕ່ມື້ປະກາດໃຊ້, ກຳນົດການລົງໂທດຕ່າງໆໃຫ້ແກ່ຄົນທີ່ແຕກຕ່າງກັນ): ເຮົາຮັກສາຄຳສັນຍາຂອງເຮົາ ແລະ ທຸກສິ່ງກໍຢູ່ໃນມືຂອງເຮົາ: ໃຜກໍຕາມທີ່ສົງໄສຈະຖືກຂ້າຢ່າງແນ່ນອນ. ບໍ່ມີຫ້ອງວ່າງສຳລັບການພິຈາລະນາໃດໆ; ພວກເຂົາຈະຖືກກຳຈັດທັນທີ, ສະນັ້ນແລ້ວກໍກຳຈັດຄວາມກຽດຊັງຂອງຫົວໃຈເຮົາ. (ນັບແຕ່ນີ້ເປັນຕົ້ນໄປ ມັນໄດ້ຮັບການຢືນຢັນແລ້ວວ່າ ໃຜກໍຕາມທີ່ຖືກຂ້າຕ້ອງບໍ່ແມ່ນສະມາຊິກຂອງອານາຈັກຂອງເຮົາ ແລະ ຕ້ອງເປັນລູກຫຼານຂອງຊາຕານ). ໃນນາມຂອງລູກຊາຍກົກ, ເຈົ້າຄວນຮັກສາຕຳແໜ່ງຂອງຕົວເອງໄວ້ ແລະ ປະຕິບັດໜ້າທີ່ຂອງເຈົ້າເອງໃຫ້ດີ ແລະ ຢ່າສອດຮູ້ສອດເຫັນ. ເຈົ້າຄວນຖວາຍຕົວເຈົ້າເອງໃຫ້ແກ່ແຜນການຄຸ້ມຄອງຂອງເຮົາ ແລະ ທຸກແຫ່ງຫົນທີ່ເຈົ້າໄປ ເຈົ້າຄວນເປັນປະຈັກພະຍານທີ່ດີໃຫ້ແກ່ເຮົາ ແລະ ມອບສະຫງ່າລາສີໃຫ້ແກ່ຊື່ຂອງເຮົາ. ຢ່າເຮັດການກະທຳທີ່ໜ້າອັບອາຍ; ຈົ່ງເປັນແບບຢ່າງໃຫ້ແກ່ລູກຊາຍຂອງເຮົາທັງໝົດ ແລະ ຄົນຂອງເຮົາ. ຢ່າເຮັດຊົ່ວແມ່ນແຕ່ຄາວດຽວ: ເຈົ້າຕ້ອງປາກົດຕົວຕໍ່ໜ້າທຸກຄົນທີ່ມີຕົວຕົນຂອງລູກຊາຍກົກຢູ່ສະເໝີ ແລະ ບໍ່ແມ່ນຄົນຮັບໃຊ້; ກົງກັນຂ້າມ, ເຈົ້າຄວນເຊີດໜ້າຊູຕາກ້າວໄປຂ້າງໜ້າ. ເຮົາກຳລັງຂໍໃຫ້ພວກເຈົ້າມອບສະຫງ່າລາສີໃຫ້ແກ່ຊື່ຂອງເຮົາ, ບໍ່ແມ່ນເພື່ອເຮັດໃຫ້ເສື່ອມເສຍຊື່ຂອງເຮົາ. ບັນດາຜູ້ທີ່ເປັນລູກຊາຍກົກແຕ່ລະຄົນມີໜ້າທີ່ສ່ວນຕົວຂອງຕົນເອງ ແລະ ບໍ່ສາມາດເຮັດທຸກສິ່ງໄດ້. ນີ້ແມ່ນຄວາມຮັບຜິດຊອບທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າ ແລະ ມັນບໍ່ແມ່ນເພື່ອໃຫ້ພວກເຈົ້າໜີຄວາມຮັບຜິດຊອບ. ເຈົ້າຕ້ອງອຸທິດຕົວເອງໝົດໃຈ ພ້ອມກັບຄວາມຄິດທັງໝົດຂອງເຈົ້າ ແລະ ກຳລັງທັງໝົດຂອງເຈົ້າເພື່ອປະຕິບັດສິ່ງທີ່ເຮົາໄດ້ມອບໝາຍໃຫ້ພວກເຈົ້າ. ນັບຈາກມື້ນີ້ໄປ, ທົ່ວໂລກຈັກກະວານ ໜ້າທີ່ຂອງການດູແລລູກຊາຍທັງໝົດຂອງເຮົາ ແລະ ຄົນທັງໝົດຂອງເຮົາຈະຖືກມອບໝາຍໃຫ້ແກ່ລູກຊາຍກົກຂອງເຮົາໄດ້ປະຕິບັດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 219](https://lo.kingdomsalvation.org/videos/knowing-God-s-work-excerpt-219.html) - ດຽວນີ້ເຖິງເວລາແລ້ວທີ່ພຣະວິນຍານຂອງເຮົາຈະສໍາແດງໃນພາລະກິດທີ່ຍິ່ງໃຫຍ່ ແລະ ເຖິງເວລາແລ້ວທີ່ເຮົາຈະເລີ່ມພາລະກິດຂອງເຮົາຢູ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ຍິ່ງໄປກວ່ານັ້ນ, ມັນເຖິງເວລາແລ້ວທີ່ເຮົາຈະຈັດແບ່ງສິ່ງທີ່ສ້າງຂຶ້ນທັງໝົດໂດຍການຈັດແບ່ງເຂົ້າໃນປະເພດຂອງແຕ່ລະຄົນຕາມລຳດັບເພື່ອໃຫ້ພາລະກິດຂອງເຮົາດຳເນີນໄປໄດ້ໄວ ແລະ ມີປະສິດທິຜົນ. ສະນັ້ນ, ສິ່ງທີ່ເຮົາຮ້ອງຂໍຈາກພວກເຈົ້າຍັງແມ່ນການໃຫ້ເຈົ້າອຸທິດຕົນທັງໝົດຂອງພວກເຈົ້າເພື່ອພາລະກິດຂອງເຮົາຄືເກົ່າ ແລະ ນອກຈາກນັ້ນ ເຈົ້າຄວນເຂົ້າໃຈຢ່າງແຈ່ມແຈ້ງ ແລະ ດຳເນີນວຽກງານທັງໝົດທີ່ເຮົາໄດ້ເຮັດໃນຕົວພວກເຈົ້າ ແລະ ໃຊ້ທຸກເຫື່ອແຮງຂອງເຈົ້າເຂົ້າໃນພາລະກິດຂອງເຮົາເພື່ອໃຫ້ມັນມີປະສິດທິຜົນເພີ່ມຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຂົ້າໃຈ. ຢຸດຕໍ່ສູ້ກັນເອງລະຫວ່າງພວກເຈົ້າທັງຫຼາຍ, ຢຸດຊອກທາງໜີ ຫຼື ຊອກຫາຄວາມສະບາຍທາງຮ່າງກາຍ ເຊິ່ງຈະເຮັດໃຫ້ພາລະກິດຂອງເຮົາຊັກຊ້າ ແລະ ທຳລາຍອະນາຄົດອັນສວຍງາມຂອງເຈົ້າ. ແທນທີ່ຈະສາມາດໃຫ້ການປົກປ້ອງແກ່ເຈົ້າ ການເຮັດແບບນັ້ນຈະເປັນການທຳລາຍຕົວເຈົ້າອີກຊໍ້າ. ນັ້ນຈະເປັນຄວາມໂງ່ຈ້າຂອງເຈົ້າເອງແມ່ນບໍ? ສິ່ງທີ່ເຈົ້າກຳລັງມີຄວາມສຸກຢ່າງໂລພາໃນທຸກມື້ນີ້ແມ່ນສິ່ງທີ່ກຳລັງທຳລາຍອະນາຄົດຂອງເຈົ້າ ແລະ ຄວາມເຈັບປວດທີ່ພວກເຈົ້າປະສົບໃນມື້ນີ້ກໍແມ່ນສິ່ງທີ່ກຳລັງປົກປ້ອງເຈົ້າ. ເຈົ້າຕ້ອງຮູ້ຈັກສິ່ງເຫຼົ່ານີ້ຢ່າງຈະແຈ້ງເພື່ອຫຼີກເວັ້ນຈາກການເປັນເຍື່ອຄວາມຫຼອກລວງທີ່ເຮັດໃຫ້ເຈົ້າລອດພົ້ນໄດ້ຍາກ ແລະ ຫຼີກເວັ້ນການຫຼົງທາງໄປສູ່ໝອກໜາ ແລະ ບໍ່ສາມາດຄົ້ນຫາແສງຕາເວັນ. ເມື່ອໝອກໜາແຈ້ງສະຫວ່າງ, ເຈົ້າກໍຈະເຫັນຕົວເຈົ້າເອງທ່າມກາງຄຳພິພາກສາຂອງມື້ທີ່ຍິ່ງໃຫຍ່ນັ້ນ. ເມື່ອເຖິງເວລານັ້ນ, ມື້ຂອງເຮົາແມ່ນຈະໃກ້ເຂົ້າຮອດມະນຸດຊາດແລ້ວ. ເຈົ້າຈະຫຼົບໜີຈາກຄຳພິພາກສາຂອງເຮົາໄດ້ແນວໃດ? ເຈົ້າຈະສາມາດທົນກັບຄວາມຮ້ອນທີ່ເຜົາໄໝ້ຈາກດວງຕາເວັນໄດ້ແນວໃດ? ເມື່ອເວລາເຮົາມອບຄວາມອຸດົມສົມບູນໃຫ້ແກ່ມະນຸດ, ມະນຸດບໍ່ທະນຸຖະໜອມມັນໄວ້ໃນຫົວໃຈ, ແຕ່ປະຖິ້ມມັນໄວ້ໃນບ່ອນທີ່ເຊິ່ງບໍ່ມີໃຜຈະສັງເກດເຫັນມັນໄດ້. ເມື່ອຮອດມື້ຂອງເຮົາລົງມາຮອດມະນຸດ, ມະນຸດກໍ່ຈະບໍ່ສາມາດຄົ້ນພົບຄວາມສົມບູນຂອງເຮົາໄດ້ ຫຼື ເຫັນຄວາມຈິງທີ່ຂົມຂື່ນທີ່ເຮົາໄດ້ເວົ້າຕໍ່ມະນຸດໃນເມື່ອກ່ອນ. ມະນຸດກໍ່ຈະຄວນຄາງ ແລະ ຮ້ອງໄຫ້ ເພາະວ່າມະນຸດໄດ້ສູນເສຍຄວາມແສງສະຫວ່າງ ແລະ ຕົກຢູ່ໃນຄວາມມືດແລ້ວ. ສິ່ງທີ່ພວກເຈົ້າເຫັນໃນທຸກມື້ນີ້ພຽງແຕ່ແມ່ນດາບທີ່ແຫຼມຄົມຈາກປາກຂອງເຮົາເທົ່ານັ້ນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 218](https://lo.kingdomsalvation.org/videos/knowing-God-s-work-excerpt-218.html) - ສະເພາະໃນມື້ສຸດທ້າຍເທົ່ານັ້ນທີ່ພາລະກິດທີ່ເຮົາໄດ້ມາເປັນເວລາຫຼາຍພັນປີເປີດເຜີຍຕໍ່ກັບມະນຸດທັງໝົດ. ດຽວນີ້ເຮົາໄດ້ເປີດເຜີຍຄວາມລຶກລັບຢ່າງຄົບຖ້ວນກ່ຽວກັບການດຳເນີນພາລະກິດຂອງເຮົາຕໍ່ກັບມະນຸດ ແລະ ມະນຸດໄດ້ຮຽນຮູ້ຈຸດປະສົງຂອງພາລະກິດຂອງເຮົາ ແລະ ຍິ່ງກວ່ານັ້ນຍັງໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມລຶກລັບທັງໝົດຂອງເຮົາອີກ. ເຮົາໄດ້ບອກມະນຸດທຸກຢ່າງໄປໝົດແລ້ວກ່ຽວກັບຈຸດໝາຍປາຍທາງທີ່ມະນຸດວິຕົກກັງວົນຢູ່. ເຮົາໄດ້ເປີດເຜີຍຕໍ່ກັບມະນຸດຄວາມລຶກລັບຂອງເຮົາທັງໝົດທີ່ໄດ້ປິດບັງມາເປັນເວລາຫຼາຍກວ່າ 5.900 ປີ. ແລ້ວພຣະເຢໂຮວາແມ່ນໃຜ? ພຣະເມຊີອາແມ່ນໃຜ? ພຣະເຢຊູແມ່ນໃຜ? ພວກເຈົ້າຄວນຮູ້ທັງໝົດນີ້. ພາລະກິດຂອງເຮົາຈະດຳເນີນຕໍ່ໃນຊື່ເຫຼົ່ານີ້. ພວກເຈົ້າເຂົ້າໃຈບໍ? ຄວນເອີ້ນຊື່ອັນບໍລິສຸດຂອງເຮົາແນວໃດ? ຄວນເຜີຍແຜ່ຊື່ຂອງເຮົາແນວໃດຕໍ່ກັບບັນດາຊາດທີ່ເອີ້ນເຮົາຕາມຊື່ແຕ່ລະຊື່ຂອງເຮົາ? ພາລະກິດຂອງເຮົາກຳລັງແຜ່ຂະຫຍາຍອອກໄປ ແລະ ເຮົາຈະເຜີຍແຜ່ຄວາມສົມບູນຂອງມັນໄປສູ່ທຸກຊາດ. ເພາະວ່າພາລະກິດຂອງເຮົາໄດ້ດຳເນີນຢູ່ໃນຕົວພວກເຈົ້າຢູ່ແລ້ວ, ເຮົາຈະລົງໂທດພວກເຈົ້າຄືກັນກັບທີ່ພຣະເຢໂຮວາລົງໂທດຜູ້ຄົນລ້ຽງແກະຂອງເຮືອນເດວິດໃນອິດສະຣາເອນ ເຊິ່ງເຮັດໃຫ້ເຈົ້າກະຈັດກະຈາຍໄປໃນທົ່ວທຸກຊາດ. ສຳລັບໃນຍຸກສຸດທ້າຍນີ້, ເຮົາຈະທໍາລາຍທຸກຊາດໃຫ້ກາຍເປັນຊີ້ນສ່ວນນ້ອຍໆ ແລະ ເຮັດໃຫ້ຄົນຂອງພວກເຂົາແຕກກະຈັດກະຈາຍອີກຄັ້ງໃໝ່. ເມື່ອເຮົາກັບມາອີກຄັ້ງ, ຊາດຕ່າງໆກໍຈະໄດ້ຖືກແບ່ງແຍກອອກຕາມເຂດແດນທີ່ກຳນົດໂດຍແປວໄຟເຜົາໄໝ້ຂອງເຮົາ. ໃນເວລານັ້ນ, ເຮົາຈະສະແດງຕົນເອງຕໍ່ກັບມະນຸດອີກຄັ້ງເປັນແສງແດດທີ່ເຜົາໄໝ້, ສະແດງຕົວເຮົາເອງຢ່າງເປີດເຜີຍຕໍ່ກັບພວກເຂົາໃນຮູບຮ່າງຂອງພຣະຜູ້ບໍລິສຸດທີ່ພວກເຂົາບໍ່ເຄີຍເຫັນມາກ່ອນ ໂດຍຍ່າງໃນທ່າມກາງເຊື້ອຊາດທີ່ຫຼາກຫຼາຍ. ຄືກັນກັບເຮົາ, ພຣະເຢໂຮວາກໍ່ເຄີຍຍ່າງຄຽງຂ້າງຊົນເຜົ່າຊາວຢິວມາກ່ອນ. ຕໍ່ນີ້ໄປ, ເຮົາຈະນຳພາມະນຸດໃນການດຳເນີນຊີວິດຂອງພວກເຂົາຢູ່ໃນໂລກ. ທີ່ນັ້ນພວກເຂົາຈະເຫັນລັດສະໝີພາບຂອງເຮົາຢ່າງແນ່ນອນ ແລະ ພວກເຂົາຈະເຫັນເສົາເມກໃນອາກາດທີ່ນຳພາພວກເຂົາໄປສູ່ຊີວິດຂອງພວກເຂົາ. ສໍາລັບເຮົາໆຈະປາກົດຕົວໃນສະຖານທີ່ສັກສິດ. ມະນຸດຈະເຫັນເຖິງວັນແຫ່ງຄວາມຍຸຕິທຳຂອງເຮົາ ແລະ ພ້ອມດ້ວຍການສະແດງປະຈັກລັດສະໝີພາບຂອງເຮົາທີ່ຈະເກີດຂຶ້ນເມື່ອເຮົາປົກຄອງໂລກທັງໝົດ ແລະ ນຳເອົາພຣະບຸດທັງຫຼາຍຂອງເຮົາໄປສູ່ລັດສະໝີພາບ. ຢູ່ທຸກບ່ອນໃນໂລກ ມະນຸດຈະກົ້ມຫົວຄຳນັບ ແລະ ສະຖານທີ່ບູຊາຂອງເຮົາຈະຖືກສ້າງຂຶ້ນໃນທ່າມກາງມະນຸດ. ຈາກຜົນຂອງວຽກງານທີ່ເຮົາກຳລັງດຳເນີນໃນທຸກມື້ນີ້, ມະນຸດກໍຈະຮັບໃຊ້ເຮົາໃນພຣະວິຫານ. ແທ່ນບູຊາທີ່ປົກດ້ວຍສິ່ງສົກກະປົກ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 95](https://lo.kingdomsalvation.org/videos/judgment-in-the-last-days-excerpt-095.html) - ຍຸກສຸດທ້າຍແມ່ນເວລາທີ່ທຸກສິ່ງຈະຖືກຈັດແບ່ງຕາມປະເພດໂດຍຜ່ານການເອົາຊະນະ. ການເອົາຊະນະແມ່ນພາລະກິດຂອງຍຸກສຸດທ້າຍ; ເວົ້າອີກຢ່າງໜຶ່ງກໍຄື ການຕັດສິນຄວາມບາບຂອງແຕ່ລະຄົນແມ່ນພາລະກິດຂອງຍຸກສຸດທ້າຍ. ບໍ່ດັ່ງນັ້ນ ຜູ້ຄົນຈະຖືກຈັດແບ່ງໄດ້ແນວໃດ? ພາລະກິດແຫ່ງການຈັດແບ່ງປະເພດທີ່ຖືກປະຕິບັດໃນທ່າມກາງພວກເຈົ້າແມ່ນຈຸດເລີ່ມຕົ້ນຂອງພາລະກິດດັ່ງກ່າວໃນຈັກກະວານທັງປວງ. ຫຼັງຈາກນີ້, ຜູ້ຄົນເຫຼົ່ານັ້ນຈາກດິນແດນທັງປວງ ແລະ ທຸກຄົນກໍຍັງຈະຢູ່ພາຍໃຕ້ພາລະກິດແຫ່ງການເອົາຊະນະອີກດ້ວຍ. ນີ້ໝາຍຄວາມວ່າທຸກຄົນທີ່ຢູ່ໃນການເນລະມິດສ້າງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ ໂດຍຍອມຢູ່ຕໍ່ໜ້າບັນລັງແຫ່ງການພິພາກສາເພື່ອຮັບເອົາການພິພາກສາ. ບໍ່ມີຜູ້ໃດ ແລະ ບໍ່ມີສິ່ງໃດສາມາດຫຼົບໜີການທົນທຸກຈາກການຂ້ຽນຕີ ແລະ ການພິພາກສານີ້ໄດ້ ຫຼື ບໍ່ມີຜູ້ໃດ ຫຼື ສິ່ງໃດທີ່ຈະບໍ່ຖືກຈັດແບ່ງຕາມປະເພດ; ທຸກຄົນຈະຖືກຈັດແບ່ງ ຍ້ອນຈຸດຈົບຂອງທຸກສິ່ງໃກ້ເຂົ້າມາແລ້ວ ແລະ ສະຫວັນ ແລະ ແຜ່ນດິນໂລກທັງປວງໄດ້ໄປເຖິງຈຸດສິ້ນສຸດຂອງມັນແລ້ວ. ມະນຸດຈະສາມາດຫຼົບໜີຍຸກສຸດທ້າຍຂອງການເປັນຢູ່ຂອງມະນຸດໄດ້ແນວໃດ? ແລ້ວດ້ວຍເຫດນັ້ນ ການກະທຳແຫ່ງຄວາມກະບົດຂອງພວກເຈົ້າຈະສືບຕໍ່ອີກດົນສໍ່າໃດ? ເຈົ້າບໍ່ເຫັນບໍວ່າມື້ສຸດທ້າຍຂອງເຈົ້າກຳລັງຈະເກີດຂຶ້ນແລ້ວ? ຄົນທີ່ຢໍາເກງພຣະເຈົ້າ ແລະ ປາຖະໜາໃຫ້ພຣະອົງປາກົດຕົວຈະບໍ່ສາມາດເຫັນມື້ແຫ່ງການປາກົດຕົວຂອງຄວາມຊອບທຳຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະບໍ່ສາມາດຮັບເອົາລາງວັນສຸດທ້າຍສຳລັບຄວາມດີໄດ້ແນວໃດ? ເຈົ້າເປັນຄົນທີ່ເຮັດຄວາມດີ ຫຼື ເປັນຄົນທີ່ເຮັດຄວາມຊົ່ວຮ້າຍບໍ? ເຈົ້າເປັນຄົນທີ່ຍອມຮັບການພິພາກສາທີ່ຊອບທຳ ແລະ ແລ້ວອ່ອນນ້ອມ ຫຼື ເຈົ້າເປັນຄົນທີ່ຍອມຮັບການພິພາກສາທີ່ຊອບທຳ ແລະ ແລ້ວກໍຖືກສາບແຊ່ງ? ເຈົ້າດຳລົງຊີວິດຢູ່ຕໍ່ໜ້າບັນລັງແຫ່ງການພິພາກສາໃນແສງສະຫວ່າງ ຫຼື ເຈົ້າດໍາລົງຊີວິດໃນແດນມໍລະນາໃນທ່າມກາງຄວາມມືດມິດ? ຕົວເຈົ້າເອງບໍ່ແມ່ນຄົນທີ່ຮູ້ຢ່າງຊັດເຈນທີ່ສຸດວ່າຈຸດຈົບຂອງເຈົ້າຈະເປັນຈຸດຈົບແຫ່ງລາງວັນ ຫຼື ຈຸດຈົບແຫ່ງການລົງໂທດບໍ? ເຈົ້າບໍ່ແມ່ນຄົນທີ່ຮູ້ຈັກຢ່າງຊັດເຈນທີ່ສຸດ ແລະ ເຂົ້າໃຈຢ່າງເລິກເຊິ່ງທີ່ສຸດວ່າພຣະເຈົ້າຊອບທຳບໍ?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 348](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-348.html) - ມັນຄືໜ້າທີ່ຂອງເຮົາຢູ່ສະເໝີທີ່ຈະຄຸ້ມຄອງມະນຸດ. ຍິ່ງໄປກວ່ານັ້ນ, ການເອົາຊະນະມະນຸດແມ່ນສິ່ງທີ່ເຮົາກຳນົດໄວ້ລ່ວງໜ້າເມື່ອເຮົາສ້າງໂລກ. ຜູ້ຄົນອາດຈະບໍ່ຮູ້ວ່າ ເຮົາຈະເອົາຊະນະມະນຸດໃນຍຸກສຸດທ້າຍຢ່າງສົມບູນ ຫຼື ການເອົາຊະນະຜູ້ທີ່ກະບົດໃນທ່າມກາງມະນຸດຊາດແມ່ນຫຼັກຖານໃນການເອົາຊະນະຊາຕານຂອງເຮົາ. ແຕ່ເມື່ອເວລາສັດຕູຂອງເຮົາໄດ້ມາສູ້ຮົບກັບເຮົາ, ເຮົາກໍໄດ້ບອກມັນແລ້ວວ່າ ເຮົາຈະເອົາຊະນະຜູ້ທີ່ຊາຕານໄດ້ຈັບກຸມໄປເປັນສະເລີຍ ແລະ ເຮັດໃຫ້ເປັນລູກຂອງມັນ ເຊິ່ງເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີ ທີ່ເຝົ້າເບິ່ງເຮືອນຂອງມັນ. ຄວາມໝາຍດັ້ງເດີມຂອງການເອົາຊະນະກໍຄືການປາບ, ການເຮັດໃຫ້ອັບອາຍ; ໃນພາສາຂອງຊາວອິດສະຣາເອນ, ມັນໝາຍເຖິງການເອົາຊະນະຢ່າງສິ້ນເຊີງ, ການທໍາລາຍ ແລະ ເຮັດໃຫ້ບໍ່ສາມາດຕໍ່ຕ້ານເຮົາໄດ້ອີກຕໍ່ໄປ. ແຕ່ໃນປັດຈຸບັນ ເມື່ອຖືກນໍາໃຊ້ໃນທ່າມກາງພວກເຈົ້າ ແມ່ນໝາຍເຖິງການເອົາຊະນະ. ພວກເຈົ້າຄວນຮູ້ວ່າ ເຈດຕະນາຂອງເຮົາແມ່ນເພື່ອທໍາລາຍ ແລະ ເອົາຊະນະມະນຸດຊາດທີ່ຊົ່ວຮ້າຍຢ່າງສິ້ນເຊີງ ເພື່ອວ່າ ພວກເຂົາຈະບໍ່ສາມາດທໍລະຍົດເຮົາອີກຕໍ່ໄປ ແລ້ວແຮງໄກທີ່ຈະໃຫ້ມີຮອດລົມຫາຍໃຈທີ່ຈະມາຂັດຂວາງ ຫຼື ລົບກວນພາລະກິດຂອງເຮົາ. ສະນັ້ນ, ເທົ່າທີ່ມະນຸດຮູ້, ຄຳເວົ້ານີ້ແມ່ນໝາຍເຖິງການເອົາຊະນະ. ບໍ່ວ່າຄວາມໝາຍເພີ່ມຂອງຄໍາສັບຈະສື່ເຖິງຫຍັງກໍຕາມ ແຕ່ພາລະກິດຂອງເຮົາແມ່ນເພື່ອເອົາຊະນະມວນມະນຸດ. ໃນຊົ່ວໄລຍະໜຶ່ງ ມັນແມ່ນຄວາມຈິງທີ່ມະນຸດຊາດເປັນສ່ວນປະກອບໃນການຄຸ້ມຄອງຂອງເຮົາ ແຕ່ຖ້າໃຫ້ເວົ້າໃຫ້ຖືກຕ້ອງກວ່ານີ້ ມວນມະນຸດກໍບໍ່ໄດ້ເປັນຫຼາຍກວ່າສັດຕູຂອງເຮົາ. ມວນມະນຸດເປັນສິ່ງຊົ່ວຮ້າຍທີ່ຕໍ່ຕ້ານ ແລະ ກະບົດຕໍ່ເຮົາ. ມະນຸດຊາດບໍ່ໄດ້ເປັນຫຼາຍກວ່າລູກຫຼານຂອງສິ່ງຊົ່ວຮ້າຍທີ່ເຮົາໄດ້ສາບແຊ່ງ. ມວນມະນຸດບໍ່ໄດ້ເປັນຫຼາຍກວ່າລູກຫຼານຂອງນາຍເທວະດາທີ່ທໍລະຍົດເຮົາ. ມວນມະນຸດບໍ່ໄດ້ເປັນຫຼາຍກວ່າມໍລະດົກຂອງພວກມານຮ້າຍທີ່ເຮົາໄດ້ປະຕິເສດມາດົນນານແລ້ວ ແລະ ໄດ້ເປັນສັດຕູອັນຮ້າຍກາດຂອງເຮົາທີ່ບໍ່ສາມາດຄືນດີກັນໄດ້ຈົນເຖິງທຸກວັນນີ້. ເນື່ອງຈາກທ້ອງຟ້າທີ່ຢູ່ເທິງມະນຸດຊາດທຸກຄົນບໍ່ສົດໃສ ແລະ ມືດມົວ ໂດຍທີ່ບໍ່ມີຄວາມແຈ່ມແຈ້ງແມ່ນແຕ່ໜ້ອຍ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 339](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-339.html) - ຕອນນີ້ເຮົາກໍາລັງເບິ່ງເນື້ອໜັງທີ່ໝົກມຸ້ນຂອງເຈົ້າ ເຊິ່ງຈະຫຼອກລວງເຮົາ ແລະ ເຮົາກໍມີຄໍາເຕືອນໜ້ອຍໜຶ່ງໃຫ້ກັບເຈົ້າ ເຖິງວ່າເຮົາຈະບໍ່ໃຊ້ການຕີສອນເພື່ອ “ຮັບໃຊ້” ເຈົ້າ. ເຈົ້າກໍຄວນຮູ້ບົດບາດທີ່ເຈົ້າມີໃນພາລະກິດຂອງເຮົາ ແລະ ຫຼັງຈາກນັ້ນ ເຮົາຈິ່ງຈະພໍໃຈ. ນອກເໜືອຈາກເລື່ອງນີ້, ຖ້າເຈົ້າຕໍ່ຕ້ານເຮົາ ຫຼື ໃຊ້ເງິນຂອງເຮົາ ຫຼື ກິນຂອງບູຊາທີ່ມີໄວ້ສໍາລັບເຮົາ ນັ້ນກໍຄືພຣະເຢໂຮວາ ຫຼື ຖ້າໂຕໜອນແບບພວກເຈົ້າຈະກັດກັນເອງ ຫຼື ຖ້າສັບພະສິ່ງທີ່ຄ້າຍຄືໝາຈະມີຂໍ້ຂັດແຍ້ງ ຫຼື ເຮັດຜິດຕໍ່ກັນເອງ, ເຮົາກໍຈະບໍ່ສົນໃຈກັບສິ່ງນັ້ນເລີຍ. ພວກເຈົ້າພຽງແຕ່ຈໍາເປັນຕ້ອງຮູ້ວ່າ ພວກເຈົ້າແມ່ນສິ່ງຫຍັງ ແລະ ເຮົາກໍຈະພໍໃຈແລ້ວ. ນອກຈາກທັງໝົດນີ້ແລ້ວ, ມັນກໍບໍ່ເປັນຫຍັງ ຖ້າເຈົ້າຢາກຈະຊັກອາວຸດໃສ່ກັນ ຫຼື ຕໍ່ສູ້ກັນເອງດ້ວຍຄໍາເວົ້າ; ເຮົາບໍ່ມີຄວາມປາຖະໜາທີ່ຈະໄປຫຍຸ້ງກ່ຽວໃນສິ່ງດັ່ງກ່າວ ແລະ ເຮົາບໍ່ໄດ້ກ່ຽວຂ້ອງກັບເລື່ອງຂອງມະນຸດແມ່ນແຕ່ໜ້ອຍດຽວ. ມັນບໍ່ແມ່ນວ່າ ເຮົາບໍ່ສົນໃຈກ່ຽວກັບຂໍ້ຂັດແຍ້ງລະຫວ່າງພວກເຈົ້າ; ມັນຍ້ອນວ່າ ເຮົາບໍ່ແມ່ນໜຶ່ງໃນບັນດາພວກເຈົ້າ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ໄດ້ເຂົ້າຮ່ວມໃນເລື່ອງຕ່າງໆທີ່ເກີດຂຶ້ນລະຫວ່າງພວກເຈົ້າ. ເຮົາເອງບໍ່ແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ບໍ່ແມ່ນສິ່ງຂອງໂລກ ເຊິ່ງດ້ວຍເຫດນັ້ນ ເຮົາຈິ່ງລັງກຽດຊີວິດທີ່ວຸ້ນວາຍຂອງຜູ້ຄົນ ແລະ ຄວາມສໍາພັນທີ່ບໍ່ເປັນລະບຽບ ແລະ ບໍ່ຖືກຕ້ອງລະຫວ່າງພວກເຂົາ. ໂດຍສະເພາະແມ່ນເຮົາລັງກຽດກຸ່ມຄົນທີ່ຝົດນັນ. ຢ່າງໃດກໍຕາມ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 335](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-335.html) - ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ໂຊກຊະຕາຂອງພວກເຈົ້າສຳຄັນກັບພວກເຈົ້າຫຼາຍ ນັ້ນກໍຄື ມັນໜ້າກັງວົນທີ່ສຸດ. ພວກເຈົ້າເຊື່ອວ່າ ຖ້າພວກເຈົ້າບໍ່ໄດ້ເຮັດສິ່ງຕ່າງໆດ້ວຍຄວາມລະມັດລະວັງ, ມັນກໍຈະເທົ່າກັບວ່າ ພວກເຈົ້າຂາດຈຸດໝາຍປາຍທາງ ແລະ ພວກເຈົ້າກໍໄດ້ທໍາລາຍຄວາມເຊື່ອຂອງຕົນເອງ. ແຕ່ພວກເຈົ້າເຄີຍຄິດຢູ່ບໍວ່າ ຖ້າຄົນໜຶ່ງພະຍາຍາມເສຍສະຫຼະ ເພື່ອພຽງເຫັນແກ່ຈຸດໝາຍປາຍທາງຂອງຕົນ, ຄວາມພະຍາຍາມຂອງເຂົາແມ່ນຈະບໍ່ເກີດຜົນປະໂຫຍດຫຍັງ? ຄວາມພະຍາຍາມດັ່ງກ່າວແມ່ນບໍ່ເປັນຈິງ ນັ້ນກໍຄື ພວກມັນຈອມປອມ ແລະ ຫຼອກລວງ. ຖ້າເປັນແນວນັ້ນ ຄົນທີ່ປະຕິບັດພາລະກິດເພື່ອຈຸດໝາຍປາຍທາງຂອງພວກເຂົາກໍຈະໄດ້ຮັບຄວາມພ່າຍແພ້ຢ່າງແນ່ນອນ ຍ້ອນວ່າ ຄວາມລົ້ມເຫຼວໃນຄວາມເຊື່ອຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າເກີດຂຶ້ນຍ້ອນການຫຼອກລວງ. ເຮົາໄດ້ເວົ້າກ່ອນໜ້ານີ້ແລ້ວວ່າ ເຮົາບໍ່ມັກທີ່ຜູ້ຄົນມາປະຈົບປະແຈງ ຫຼື ລູບແຂ່ງເລຍຂາ ຫຼື ປະຕິບັດຕໍ່ເຮົາດ້ວຍຄວາມຕື່ນເຕັ້ນດີໃຈຊື່ໆ. ເຮົາມັກຄົນທີ່ຊື່ສັດເພື່ອຕໍ່ສູ້ກັບຄວາມຈິງ ແລະ ຄວາມຄາດຫວັງຂອງເຮົາ. ຍິ່ງໄປກວ່ານັ້ນ ເຮົາມັກເວລາທີ່ຄົນສາມາດສະແດງຄວາມລະອຽດອ່ອນທີ່ສຸດ ແລະ ຄຳນຶງເຖິງຫົວໃຈຂອງເຮົາ ແລະ ຍິ່ງໄປກວ່ານັ້ນກໍຄື ເຮົາມັກເວລາທີ່ພວກເຂົາສາມາດເສຍສະຫຼະທຸກສິ່ງທຸກຢ່າງເພື່ອເຫັນແກ່ເຮົາ. ມີພຽງແຕ່ວິທີນີ້ເທົ່ານັ້ນ ເຮົາຈຶ່ງຈະສະບາຍໃຈ. ໃນປັດຈຸບັນນີ້ ມີສິ່ງຕ່າງໆກ່ຽວກັບພວກເຈົ້າທີ່ເຮົາບໍ່ມັກຫຼາຍສໍ່າໃດ? ມີສິ່ງຕ່າງໆກ່ຽວກັບພວກເຈົ້າທີ່ເຮົາມັກຫຼາຍສໍ່າໃດ? ມັນເປັນໄປໄດ້ບໍວ່າບໍ່ມີຜູ້ໃດເລີຍໃນບັນດາພວກເຈົ້າທີ່ສຳນຶກເຖິງການສຳແດງອອກເຖິງຄວາມໜ້າລັງກຽດຕ່າງໆທີ່ເຈົ້າໄດ້ສະແດງອອກມາເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ? ໃນຫົວໃຈຂອງເຮົາ, ເຮົາບໍ່ປາຖະໜາທີ່ຈະທໍາລາຍຫົວໃຈຂອງຜູ້ຄົນທີ່ເປັນບວກ ແລະ ໄດ້ຮັບແຮງຈູງໃຈ, ໂດຍສະເພາະແລ້ວ ເຮົາບໍ່ປາຖະໜາທີ່ຈະເຮັດໃຫ້ຜູ້ຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຊື່ສັດນັ້ນໝົດກໍາລັງໃຈ; ຢ່າງໃດກໍຕາມ ເຮົາຕ້ອງເຕືອນພວກເຈົ້າແຕ່ລະຄົນໄວ້ກ່ອນກ່ຽວກັບຄວາມບົກຜ່ອງຂອງພວກເຈົ້າ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 334](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-334.html) - ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ພວກເຈົ້າປະຕິບັດກັບມັນດ້ວຍຄວາມຈິງຈັງເປັນພິເສດ; ຍິ່ງໄປກວ່ານັ້ນ, ມັນເປັນສິ່ງທີ່ພວກເຈົ້າທຸກຄົນຄວນລະມັດລະວັງເປັນພິເສດ. ພວກເຈົ້າບາງຄົນບໍ່ສາມາດລໍຖ້າທີ່ຈະກົ້ມກາບລົງພື້ນ, ຄຸເຂົ່າໃຫ້ກັບພຣະເຈົ້າເພື່ອລົງເອີຍດ້ວຍຈຸດໝາຍປາຍທາງທີ່ດີ. ເຮົາສາມາດພິສູດຄວາມກະຕືລືລົ້ນຂອງພວກເຈົ້າ ເຊິ່ງບໍ່ຈຳເປັນຕ້ອງສະແດງອອກເປັນຄຳເວົ້າກໍໄດ້. ພວກເຈົ້າບໍ່ຕ້ອງການໃຫ້ເນື້ອໜັງຂອງພວກເຈົ້າຕົກລົງສູ່ໄພພິບັດຢ່າງແນ່ນອນ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າບໍ່ຕ້ອງການຖືກລົງໂທດນິລັນດອນໃນອະນາຄົດ. ພວກເຈົ້າພຽງແຕ່ຫວັງທີ່ຈະດຳລົງຊີວິດຢ່າງລຽບງ່າຍ ແລະ ເປັນອິດສະຫຼະຫຼາຍຂຶ້ນ. ແລ້ວສະນັ້ນ ພວກເຈົ້າຈຶ່ງຮູ້ສຶກກັງວົນໃຈເປັນພິເສດ ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ໂດຍຢ້ານຢູ່ເລິກໆວ່າ ຖ້າພວກເຈົ້າບໍ່ຕັ້ງໃຈພໍ ພວກເຈົ້າອາດຈະລ່ວງເກີນພຣະເຈົ້າ ແລະ ຍ້ອນເຫດນັ້ນ ຈະປະສົບກັບຜົນກຳສະໜອງທີ່ສົມຄວນ. ພວກເຈົ້າບໍ່ລັງເລທີ່ຈະອ່ອນນ້ອມເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ພວກເຈົ້າທັງຫຼາຍທີ່ເຄີຍຄົດໂກງ ແລະ ບໍ່ຈິງຈັງມາກ່ອນ ກໍກາຍເປັນຄົນທີ່ອ່ອນໂຍນເປັນພິເສດ ແລະ ມີຄວາມຈິງໃຈໃນທັນທີທັນໃດ; ການປາກົດຂອງຄວາມຈິງໃຈຂອງເຈົ້າເຮັດໃຫ້ຜູ້ຄົນໜາວສັ່ນເຖິງກະດູກ. ບໍ່ວ່າຫຍັງກໍຕາມ, ພວກເຈົ້າທຸກຄົນມີຫົວໃຈທີ່ “ສັດຊື່” ແລະ ພວກເຈົ້າໄດ້ເປີດໃຈກັບເຮົາ ເຖິງຄວາມລັບທີ່ຢູ່ໃນຫົວໃຈຂອງພວກເຈົ້າ ໂດຍບໍ່ໄດ້ເຊື່ອງຄວາມລັບຫຍັງໄວ້, ບໍ່ວ່າຈະເປັນການກ່າວໂທດ, ການຫຼອກລວງ ຫຼື ການອຸທິດຕົນ. ໂດຍລວມແລ້ວ ພວກເຈົ້າໄດ້ “ສາລະພາບ” ຕໍ່ເຮົາຈາກສ່ວນເລິກທີ່ສຸດຂອງການເປັນຢູ່ຂອງພວກເຈົ້າ ແບບກົງໄປກົງມາກ່ຽວກັບສິ່ງທີ່ສໍາຄັນ. ແນ່ນອນ, ເຮົາບໍ່ເຄີຍຫຼີກເວັ້ນສິ່ງດັ່ງກ່າວ ເພາະພວກມັນໄດ້ກາຍມາເປັນເລື່ອງທຳມະດາສຳລັບເຮົາ. ພວກເຈົ້າແມ່ນຍອມລົງສູ່ທະເລໄຟເພື່ອຈຸດໝາຍປາຍທາງຂອງພວກເຈົ້າ ແຕ່ບໍ່ຍອມສູນເສຍເສັ້ນຜົມແມ່ນແຕ່ເສັ້ນດຽວເພື່ອຮັບເອົາການເຫັນດີຂອງພຣະເຈົ້າ. ມັນບໍ່ແມ່ນວ່າເຮົາແຂງກະດ້າງກັບພວກເຈົ້າຫຼາຍເກີນໄປ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 323](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-323.html) - ຜູ້ຄົນເຊື່ອໃນພຣະເຈົ້າຕັ້ງແຕ່ດົນແລ້ວ, ແຕ່ຄົນສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈຄຳວ່າ “ພຣະເຈົ້າ” ແມ່ນຫຍັງ ແລະ ພຽງແຕ່ຕິດຕາມດ້ວຍຄວາມສັບສົນມຶນງົງ. ພວກເຂົາບໍ່ຮູ້ຫຍັງເລີຍວ່າ ຍ້ອນຫຍັງແທ້ມະນຸດຈຶ່ງຕ້ອງເຊື່ອໃນພຣະເຈົ້າ ຫຼື ພຣະເຈົ້າແມ່ນຫຍັງ. ຖ້າຜູ້ຄົນຮູ້ພຽງແຕ່ເຊື່ອ ແລະ ຕິດຕາມພຣະເຈົ້າເທົ່ານັ້ນ, ແຕ່ບໍ່ຮູ້ວ່າພຣະເຈົ້າແມ່ນຫຍັງ ຫຼື ຖ້າພວກເຂົາຍັງບໍ່ຮູ້ຈັກພຣະເຈົ້າ, ແລ້ວນີ້ບໍ່ແມ່ນເລື່ອງທີ່ຕະຫຼົກທີ່ເປັນຕາຫົວຫຼາຍບໍ? ເມື່ອໄດ້ມາຈົນເຖິງປັດຈຸບັນນີ້ ເຖິງແມ່ນວ່າຜູ້ຄົນໄດ້ເປັນພະຍານເຖິງຄວາມລຶກລັບຫຼາຍຢ່າງໃນສະຫວັນ ແລະ ໄດ້ຍິນຄວາມຮູ້ທີ່ເລິກເຊິ່ງຫຼາຍທີ່ມະນຸດບໍ່ເຄີຍເຂົ້າໃຈມາກ່ອນຈັກເທື່ອ, ພວກເຂົາບໍ່ຮູ້ຄວາມຈິງຫຼາຍຢ່າງທີ່ເປັນພື້ນຖານທີ່ສຸດເຊິ່ງມະນຸດບໍ່ເຄີຍຕຶກຕອງມາກ່ອນ. ບາງຄົນອາດເວົ້າວ່າ: “ພວກເຮົາເຊື່ອໃນພຣະເຈົ້າເປັນເວລາຫຼາຍປີແລ້ວ. ພວກເຮົາຈະບໍ່ຮູ້ໄດ້ແນວໃດວ່າ ພຣະເຈົ້າແມ່ນຫຍັງ? ຄຳຖາມນີ້ບໍ່ໄດ້ດູຖູກພວກເຮົາບໍ?” ແຕ່ໃນຄວາມເປັນຈິງແລ້ວ, ເຖິງແມ່ນວ່າໃນປັດຈຸບັນຜູ້ຄົນຕິດຕາມເຮົາ, ພວກເຂົາບໍ່ຮູ້ຫຍັງກ່ຽວກັບພາລະກິດໃດໜຶ່ງໃນປັດຈຸບັນ ແລະ ລົ້ມເຫຼວທີ່ຈະເຂົ້າໃຈແມ່ນແຕ່ຄຳຖາມທີ່ຊັດເຈນທີ່ສຸດ ແລະ ງ່າຍທີ່ສຸດ, ແຮງໄກທີ່ຈະເວົ້າເຖິງຄຳຖາມທີ່ສັບຊ້ອນສູງເຊັ່ນຄຳຖາມກ່ຽວກັບພຣະເຈົ້າ. ໃຫ້ຮູ້ວ່າຄໍາຖາມທີ່ເຈົ້າບໍ່ສົນໃຈ, ຄຳຖາມທີ່ເຈົ້າບໍ່ໄດ້ລະບຸ ແມ່ນຄຳຖາມທີ່ສໍາຄັນທີ່ສຸດທີ່ເຈົ້າຕ້ອງເຂົ້າໃຈ ເພາະເຈົ້າຮູ້ພຽງແຕ່ເຮັດຕາມຝູງຊົນ ໂດຍບໍ່ໃສ່ໃຈ ແລະ ບໍ່ສົນໃຈຕໍ່ສິ່ງທີ່ເຈົ້າຄວນກຽມພ້ອມໃຫ້ແກ່ຕົນເອງ. ເຈົ້າຮູ້ແທ້ບໍວ່າ ເປັນຫຍັງເຈົ້າຈຶ່ງຄວນມີຄວາມເຊື່ອໃນພຣະເຈົ້າ? ເຈົ້າຮູ້ແທ້ໆບໍວ່າ ພຣະເຈົ້າແມ່ນຫຍັງ? ເຈົ້າຮູ້ແທ້ໆບໍວ່າ ມະນຸດແມ່ນຫຍັງ? ໃນຖານະເປັນຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈສິ່ງເຫຼົ່ານີ້, ເຈົ້າຈະບໍ່ສູນເສຍສັກສີຂອງຜູ້ທີ່ເຊື່ອໃນພຣະເຈົ້າບໍ? ພາລະກິດຂອງເຮົາໃນປັດຈຸບັນແມ່ນມີດັ່ງນີ້: ເພື່ອໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ຂອງພວກເຂົາ, ເຂົ້າໃຈທຸກສິ່ງທີ່ເຮົາປະຕິບັດ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 317](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-317.html) - ມະນຸດໄດ້ດຳລົງຊີວິດຢູ່ພາຍໃຕ້ການປົກຄຸມຂອງອິດທິພົນແຫ່ງຄວາມມືດ, ຕົກເປັນທາດອິດທິພົນຂອງຊາຕານທີ່ບໍ່ສາມາດຫຼົບໜີໄດ້. ຫຼັງຈາກທີ່ອຸປະນິໄສຂອງມະນຸດໄດ້ຜ່ານການປຸງແຕ່ງໂດຍຊາຕານ ມະນຸດກໍຍິ່ງເສື່ອມຊາມຂຶ້ນເລື້ອຍໆ. ມັນສາມາດເວົ້າໄດ້ວ່າ ມະນຸດໄດ້ດຳລົງຊີວິດຢູ່ທ່າມກາງອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງເຂົາຢູ່ສະເໝີ ແລະ ບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເມື່ອເປັນດັ່ງນັ້ນ ຖ້າມະນຸດປາຖະໜາທີ່ຈະຮັກພຣະເຈົ້າ, ເຂົາຕ້ອງປົດຖິ້ມຄວາມຄິດທີ່ວ່າຕົວເອງຊອບທໍາ, ຄວາມຄິດທີ່ວ່າຕົວເອງສຳຄັນ, ຄວາມຈອງຫອງ, ຄວາມອວດດີ ແລະ ສິ່ງອື່ນໆທີ່ຄ້າຍຄືກັນ ເຊິ່ງທຸກສິ່ງນີ້ແມ່ນເປັນອຸປະນິໄສຂອງຊາຕານ. ຖ້າບໍ່ດັ່ງນັ້ນ ຄວາມຮັກຂອງພວກເຂົາກໍເປັນຄວາມຮັກທີ່ບໍ່ບໍລິສຸດ, ຄວາມຮັກທີ່ຊົ່ວຮ້າຍ ແລະ ເປັນຄວາມຮັກທີ່ບໍ່ສາມາດຮັບເອົາການເຫັນດີຂອງພຣະເຈົ້າຢ່າງແນ່ນອນ. ຫາກປາສະຈາກການຖືກເຮັດໃຫ້ສົມບູນ, ແຕກຫັກ, ລິຮານ, ລົງວິໄນ, ຕີສອນ ຫຼື ຫຼໍ່ຫຼອມໂດຍພຣະວິນຍານບໍລິສຸດໂດຍກົງ, ບໍ່ມີໃຜສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ. ຖ້າເຈົ້າເວົ້າວ່າ ສ່ວນໜຶ່ງຂອງອຸປະນິໄສຂອງເຈົ້າເປັນຕົວແທນໃຫ້ກັບພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າກໍສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ, ເຈົ້າແມ່ນເປັນຄົນທີ່ກ່າວຄຳເວົ້າແບບຈອງຫອງ ແລະ ເປັນມະນຸດທີ່ໄຮ້ສາລະທີ່ສຸດ. ມະນຸດປະເພດນີ້ຄືຫົວໜ້າທູດສະຫວັນ! ທຳມະຊາດທີ່ມີມາແຕ່ເກີດຂອງມະນຸດບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ. ມະນຸດຕ້ອງປະຖິ້ມທຳມະຊາດທີ່ມີມາແຕ່ເກີດຂອງເຂົາໂດຍຜ່ານການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ຫຼັງຈາກນັ້ນ ມີພຽງແຕ່ການພິຈາລະນາຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືການປະສົບພາລະກິດຂອງພຣະວິນຍານບໍລິສຸດ, ການດຳລົງຊີວິດຂອງເຂົາຈຶ່ງສາມາດໄດ້ຮັບການເຫັນດີຈາກພຣະເຈົ້າໄດ້. ບໍ່ມີໃຜຜູ້ເຊິ່ງດຳລົງຊີວິດຢູ່ໃນເນື້ອໜັງສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ ນອກຈາກເຂົາຈະເປັນມະນຸດທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ ແມ່ນແຕ່ສຳລັບຄົນປະເພດນີ້, ມັນບໍ່ສາມາດເວົ້າໄດ້ວ່າ ອຸປະນິໄສຂອງເຂົາ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 307](https://lo.kingdomsalvation.org/videos/exposing-mankind-s-corruption-excerpt-307.html) - ພຣະເຈົ້າໄດ້ມອບໝາຍຫຼາຍຢ່າງໃຫ້ກັບມະນຸດ ແລະ ຍັງໄດ້ຈັດການທາງເຂົ້າຂອງພວກເຂົາໃນຫຼາຍວິທີຈົນນັບບໍ່ຖ້ວນ. ແຕ່ຍ້ອນຄວາມສາມາດຂອງຜູ້ຄົນຕໍ່າຫຼາຍ, ພຣະທຳຫຼາຍຂໍ້ຂອງພຣະເຈົ້າຈຶ່ງບໍ່ສາມາດປັກຮາກຖານໄດ້. ມີຫຼາກຫຼາຍເຫດຜົນສຳລັບຄວາມສາມາດຕໍ່າເຊັ່ນນີ້ ເຊັ່ນ: ຄວາມເສື່ອມຊາມຂອງຄວາມຄິດ ແລະ ສິນທຳຂອງມະນຸດ ແລະ ການຂາດການສັ່ງສອນທີ່ຖືກຕ້ອງ; ຄວາມເຊື່ອງົມງວາຍແບບສັກດີນາທີ່ໄດ້ເຂົ້າຍຶດຫົວໃຈຂອງມະນຸດຢ່າງຮ້າຍແຮງ; ວິທີຊີວິດທີ່ຊົ່ວຊ້າ ແລະ ເສື່ອມໂຊມທີ່ໄດ້ຝັງຄວາມຊົ່ວຫຼາຍຢ່າງຢູ່ໃນມຸມເລິກທີ່ສຸດຂອງຫົວໃຈມະນຸດ; ຄວາມເຂົ້າໃຈໜັງສືກ່ຽວກັບວັດທະນະທຳແບບຜິວເຜີນ ເຊິ່ງຄົນເກືອບເກົ້າສິບແປດເປີເຊັນແມ່ນຂາດການສຶກສາໃນເລື່ອງໜັງສືວັດທະນະທຳ ແລະ ຍິ່ງໄປກວ່ານັ້ນ ມີຄົນຈຳນວນໜ້ອຍຫຼາຍທີ່ໄດ້ຮັບການສຶກສາກ່ຽວກັບວັດທະນະທຳໃນລະດັບສູງ. ສະນັ້ນ ໂດຍພື້ນຖານແລ້ວຜູ້ຄົນແມ່ນບໍ່ຮູ້ຈັກວ່າ ພຣະເຈົ້າ ຫຼື ພຣະວິນຍານໝາຍເຖິງຫຍັງ, ພວກເຂົາມີພຽງພາບລັກສະນະທີ່ເລື່ອນລອຍ ແລະ ບໍ່ຊັດເຈນກ່ຽວກັບພຣະເຈົ້າ ເຊິ່ງໄດ້ຮັບມາຈາກຄວາມເຊື່ອງົມງວາຍແບບສັກດີນາ. ອິດທິພົນທີ່ເປັນອັນຕະລາຍຫຼາຍພັນປີຂອງ “ວິນຍານແຫ່ງຊາດນິຍົມຢ່າງສູງ” ທີ່ໄດ້ຝັງເລິກເຂົ້າໃນຫົວໃຈມະນຸດ ພ້ອມກັບຄວາມຄິດແບບສັກດີນາທີ່ຜູກມັດ ແລະ ລ່າມໂສ້ຜູ້ຄົນໂດຍບໍ່ມີອິດສະຫຼະແມ່ນແຕ່ໜ້ອຍດຽວ, ບໍ່ມີຄວາມປະສົງທີ່ຈະສະແຫວງຫາ ຫຼື ຄວາມພາກພຽນ, ບໍ່ມີຄວາມປາຖະໜາທີ່ຈະກ້າວໜ້າ, ແຕ່ກົງກັນຂ້າມ ຍັງເປັນຄົນຄິດລົບ ແລະ ຖອຍຫຼັງ, ຍຶດຕິດໃນຄວາມຄິດທາງດ້ານຂ້າທາດ ແລະ ອື່ນໆອີກ, ປັດໄຈແທ້ຈິງເຫຼົ່ານີ້ໄດ້ຖ່າຍທອດແບບພິມຂອງຄວາມສົກກະປົກ ແລະ ຂີ້ຮ້າຍທີ່ລຶບບໍ່ອອກ ໃຫ້ກັບທັດສະນະຕາມອຸດົມຄະຕິ, ອຸດົມການ, ສິນທຳ ແລະ ອຸປະນິໄສຂອງມະນຸດ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 394](https://lo.kingdomsalvation.org/videos/entry-into-life-excerpt-394.html) - ຄວາມຜິດທີ່ໃຫຍ່ຫຼວງຂອງຜູ້ຄົນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຄືພວກເຂົາເຊື່ອແຕ່ໃນພຣະທໍາເທົ່ານັ້ນ ແລະ ພຣະເຈົ້າຫາຍໄປຈາກຊີວິດປະຈຳວັນຂອງພວກເຂົາຢ່າງສິ້ນເຊີງ. ແນ່ນອນ ທຸກຄົນເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແຕ່ພຣະເຈົ້າບໍ່ແມ່ນສ່ວນໜຶ່ງໃນຊີວິດປະຈຳວັນຂອງພວກເຂົາ. ປາກຂອງຄົນກ່າວຄຳອະທິຖານຫາພຣະເຈົ້າຫຼາຍຄັ້ງ ແຕ່ພຣະເຈົ້າມີພື້ນທີ່ພຽງໜ້ອຍດຽວໃນຫົວໃຈຂອງພວກເຂົາ, ສະນັ້ນ ພຣະເຈົ້າຈຶ່ງທົດລອງພວກເຂົາຊໍ້າແລ້ວຊໍ້າອີກ. ຍ້ອນວ່າພວກເຂົາບໍ່ບໍລິສຸດ ພຣະເຈົ້າຈຶ່ງບໍ່ມີທາງເລືອກນອກຈາກທົດລອງພວກເຂົາ ເພື່ອວ່າພວກເຂົາອາດຈະຮູ້ສຶກລະອາຍ ແລະ ມາຮູ້ຈັກກັບໂຕພວກເຂົາເອງໃນທ່າມກາງການທົດລອງເຫຼົ່ານີ້. ຖ້າບໍ່ດັ່ງນັ້ນ ມະນຸດຈະກັບກາຍເປັນລູກຫຼານຂອງອັກຄະເທວະດາ ແລະ ເລີ່ມເສື່ອມຊາມຫຼາຍຂຶ້ນເລື້ອຍໆ. ໃນຂະບວນການແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແຕ່ລະຄົນປະຖິ້ມຄວາມຕັ້ງໃຈຫຼາຍຢ່າງ ແລະ ເປົ້າໝາຍພາຍໃຕ້ການຊຳລະລ້າງທີ່ບໍ່ຢຸດຢັ້ງຂອງພຣະເຈົ້າ. ຖ້າບໍ່ດັ່ງນັ້ນ ພຣະເຈົ້າຈະບໍ່ສາມາດໃຊ້ມະນຸດຄົນໃດໄດ້ ແລະ ພຣະເຈົ້າກໍບໍ່ມີທາງເຮັດພາລະກິດທີ່ພຣະອົງຄວນເຮັດໃນຜູ້ຄົນໄດ້. ກ່ອນອື່ນ ພຣະເຈົ້າຊຳລະລ້າງຜູ້ຄົນໃຫ້ບໍລິສຸດ ແລະ ຜ່ານຂະບວນການນີ້ ພວກເຂົາອາດມາຮູ້ຈັກກັບຕົນເອງ ແລະ ພຣະເຈົ້າອາດປ່ຽນແປງພວກເຂົາ. ເມື່ອນັ້ນເທົ່ານັ້ນ ພຣະເຈົ້າຈຶ່ງສາມາດເຮັດໃຫ້ຊີວິດຂອງພຣະອົງເຂົ້າຫາພວກເຂົາໄດ້ ແລະ ເມື່ອນັ້ນເທົ່ານັ້ນ ຫົວໃຈຂອງພວກເຂົາຈຶ່ງຫັນເຂົ້າຫາພຣະເຈົ້າຢ່າງບໍລິບູນ. ສະນັ້ນເຮົາຈຶ່ງເວົ້າວ່າ ການເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຄືກັບທີ່ຜູ້ຄົນກ່າວໄວ້. ດັ່ງທີ່ພຣະເຈົ້າເຫັນ ຖ້າເຈົ້າມີພຽງຄວາມຮູ້ ແຕ່ບໍ່ມີພຣະທໍາຂອງພຣະອົງເປັນຊີວິດ ແລະ ຖ້າເຈົ້າຖືກຈຳກັດພຽງແຕ່ໃນຄວາມຮູ້ຂອງຕົນເອງ ແຕ່ບໍ່ສາມາດເຮັດຕາມຄວາມຈິງ ຫຼື ດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ, ນີ້ເປັນຫຼັກຖານພິສູດວ່າ ເຈົ້າຍັງບໍ່ມີຫົວໃຈທີ່ຮັກພຣະເຈົ້າ ແລະ ສະແດງໃຫ້ເຫັນວ່າ ຫົວໃຈຂອງເຈົ້າບໍ່ໄດ້ມອບໃຫ້ກັບພຣະເຈົ້າ. ຄົນເຮົາສາມາດມາຮູ້ຈັກພຣະເຈົ້າໂດຍການເຊື່ອໃນພຣະອົງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 393](https://lo.kingdomsalvation.org/videos/entry-into-life-excerpt-393.html) - ບັນຫາທົ່ວໄປທີ່ເກີດຂຶ້ນກັບທຸກຄົນກໍຄື ພວກເຂົາເຂົ້າໃຈຄວາມຈິງ ແຕ່ລົ້ມເຫຼວໃນການນຳມັນເຂົ້າສູ່ການປະຕິບັດ. ດ້ານໜຶ່ງກໍ່ຍ້ອນວ່າ ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ອີກຢ່າງກໍຍ້ອນຄວາມເຂົ້າໃຈຂອງພວກເຂົາມີບໍ່ພຽງພໍເກີນໄປ; ພວກເຂົາຈຶ່ງບໍ່ສາມາດເບິ່ງຜ່ານຄວາມຍາກລຳບາກຫຼາຍຢ່າງໃນຊີວິດປະຈຳວັນສຳລັບສິ່ງທີ່ພວກເຂົາເປັນ ແລະ ບໍ່ຮູ້ວິທີປະຕິບັດຢ່າງເໝາະສົມ. ຍ້ອນວ່າປະສົບການຂອງມະນຸດນັ້ນຕື້ນເກີນໄປ, ຄວາມສາມາດຕໍ່າເກີນໄປ ແລະ ລະດັບຄວາມເຂົ້າໃຈເຖິງຄວາມຈິງຂອງພວກເຂົາກໍ່ຈຳກັດ ພວກເຂົາບໍ່ມີທາງແກ້ໄຂຄວາມຍາກລຳບາກທີ່ພວກເຂົາຜະເຊີນໃນຊີວິດປະຈຳວັນໄດ້. ພວກເຂົາເຊື່ອໃນພຣະເຈົ້າພຽງແຕ່ໃນຄຳເວົ້າເທົ່ານັ້ນ ແລະ ບໍ່ສາມາດນໍາພຣະເຈົ້າເຂົ້າໄປໃນຊີວິດປະຈຳວັນຂອງພວກເຂົາໄດ້. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າຄືພຣະເຈົ້າ, ຊີວິດກໍຄືຊີວິດ ແລະ ຄືກັບວ່າ ໃນຊີວິດຂອງເຂົາ, ຜູ້ຄົນບໍ່ມີຄວາມສຳພັນຫຍັງກັບພຣະເຈົ້າເລີຍ. ນັ້ນຄືສິ່ງທີ່ທຸກຄົນຄິດ. ໃນຄວາມເປັນຈິງ ການເຊື່ອພຣະເຈົ້າໃນລັກສະນະນັ້ນ ຈະບໍ່ເຮັດໃຫ້ຜູ້ຄົນຖືກຮັບ ແລະ ເຮັດໃຫ້ສົມບູນໂດຍພຣະອົງ. ແທ້ຈິງແລ້ວ ບໍ່ແມ່ນເປັນຍ້ອນພຣະທໍາຂອງພຣະເຈົ້າບໍ່ເປັນທີ່ຮູ້ຈັກຢ່າງສົມບູນ ແຕ່ເປັນຍ້ອນຄວາມສາມາດໃນການເຂົ້າໃຈຂອງຜູ້ຄົນບໍ່ພຽງພໍ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ເກືອບບໍ່ມີຄົນໃດເລີຍທີ່ເຮັດຕາມຄວາມປາດຖະໜາເດີມຂອງພຣະເຈົ້າ; ກົງກັນຂ້າມ ຄວາມເຊື່ອຂອງພວກເຂົາທີ່ຢູ່ໃນພຣະເຈົ້າແມ່ນຂຶ້ນກັບຄວາມປາດຖະໜາຂອງພວກເຂົາເອງ, ຄວາມຄິດເຫັນກ່ຽວກັບສາດສະໜາທີ່ພວກເຂົາມີໃນອະດີດ ແລະ ວິທີການເຮັດສິ່ງຕ່າງໆຂອງພວກເຂົາ. ມີພຽງໜ້ອຍຄົນທີ່ຮັບການປ່ຽນແປງຫຼັງຈາກທີ່ຮັບເອົາພຣະທໍາຂອງພຣະເຈົ້າ ແລະ ເລີ່ມຕົ້ນເຮັດຕາມເຈດຕະນາຂອງພຣະອົງ. ກົງກັນຂ້າມ ພວກເຂົາຍຶດໝັ້ນໃນຄວາມເຊື່ອທີ່ຜິດຂອງພວກເຂົາ. ເມື່ອຜູ້ຄົນເລີ່ມຕົ້ນເຊື່ອໃນພຣະເຈົ້າ ພວກເຂົາພຽງແຕ່ເຊື່ອອີງຕາມລະບຽບປະເພນີຂອງສາສະໜາ ແລະ ພວກເຂົາດຳລົງຊີວິດ ແລະ ມີປະຕິສຳພັນຕໍ່ກັບຄົນອື່ນໂດຍອີງໃສ່ຮາກຖານປັດຊະຍາກ່ຽວກັບຄວາມສໍາພັນທາງໂລກຂອງພວກເຂົາເອງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ກໍລະນີເຊັ່ນນີ້ແມ່ນເກີດຂຶ້ນສຳລັບເກົ້າຄົນໃນທຸກໆສິບຄົນ. ມີພຽງໜ້ອຍຄົນທີ່ກຳນົດແຜນອື່ນ
- [ການອ່ານພຣະທຳຂອງພຣະເຈົ້າ | "ເຈົ້າຢືນຢູ່ຈຸດໃດໃນຈົດໝາຍສິບສາມສະບັບ?"](https://lo.kingdomsalvation.org/videos/what-attitude-toward-the-thirteen-epistles.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້"](https://lo.kingdomsalvation.org/videos/perfected-can-live-meaningful-life.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ"](https://lo.kingdomsalvation.org/videos/work-of-conquest-bears-fruit.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 612](https://lo.kingdomsalvation.org/videos/destinations-and-outcomes-excerpt-612.html) - ຕອນນີ້ ເຈົ້າເຂົ້າໃຈແລ້ວບໍ ວ່າສິ່ງໃດຄືການພິພາກສາ ແລະ ສິ່ງໃດຄືຄວາມຈິງ? ຖ້າເຈົ້າໄດ້ເຂົ້າໃຈແລ້ວ, ແລ້ວເຮົາຂໍແນະນໍາເຈົ້າໃຫ້ຍອມເຊື່ອຟັງຮັບເອົາການຖືກພິພາກສາ, ບໍ່ດັ່ງນັ້ນ ເຈົ້າຈະບໍ່ໄດ້ມີໂອກາດທີ່ຈະຖືກຍົກຍ້ອງໂດຍພຣະເຈົ້າ ຫຼື ຖືກພຣະອົງນໍາພາໄປສູ່ອານາຈັກຂອງພຣະອົງ. ຜູ້ທີ່ພຽງຍອມຮັບເອົາຄໍາພິພາກສາ ແຕ່ບໍ່ສາມາດຖືກຊໍາລະລ້າງໃຫ້ບໍລິສຸດຈັກເທື່ອ, ນັ້ນກໍຄື ຜູ້ທີ່ຫຼົບໜີໄປໃນທ່າມກາງພາລະກິດແຫ່ງການພິພາກສາ ຈະຖືກປະຕິເສດໂດຍພຣະເຈົ້າຕະຫຼອດໄປ. ຄວາມບາບຂອງພວກເຂົາຈະມີຢ່າງຫຼວງຫຼາຍກວ່າ ແລະ ຮ້າຍແຮງກວ່າຄວາມບາບພວກຟາຣິຊາຍ ຍ້ອນວ່າພວກເຂົາໄດ້ທໍລະຍົດພຣະເຈົ້າ ແລະ ເປັນກະບົດຕໍ່ພຣະເຈົ້າ. ຜູ້ຄົນດັ່ງກ່າວ ຜູ້ທີ່ບໍ່ສົມຄວນແມ່ນແຕ່ຈະໃຫ້ບໍລິການ ກໍຈະໄດ້ຮັບການລົງໂທດທີ່ຮ້າຍແຮງຂຶ້ນກວ່າເກົ່າ, ຍິ່ງໄປກວ່ານັ້ນກໍເປັນການລົງໂທດຊົ່ວນິລັນດອນ. ພຣະເຈົ້າຈະບໍ່ຍົກເວັ້ນຄົນທໍລະຍົດ ຜູ້ທີ່ໄດ້ສະແດງຄວາມສັດຊື່ດ້ວຍຄຳເວົ້າ ແຕ່ຕໍ່ມາແມ່ນທໍລະຍົດຕໍ່ພຣະອົງ. ຄົນປະເພດນີ້ຈະໄດ້ຮັບຜົນກໍາຜ່ານການລົງໂທດຕໍ່ວິນຍານ, ຈິດໃຈ ແລະ ຮ່າງກາຍ. ແລ້ວນີ້ບໍ່ແມ່ນການເປີດເຜີຍແທ້ຈິງເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຈຸດປະສົງຂອງພຣະເຈົ້າໃນການຕັດສິນລົງໂທດ ແລະ ເປີດເຜີຍເຂົາບໍ? ພຣະເຈົ້າໄດ້ມອບໝາຍທຸກຄົນທີ່ປະຕິບັດຄວາມປະພຶດຊົ່ວຊ້າທຸກປະເພດໃນລະຫວ່າງເວລາແຫ່ງການພິພາກສາໄປສະຖານທີ່ໆເຕັມໄປດ້ວຍວິນຍານຊົ່ວ ແລະ ປ່ອຍໃຫ້ວິນຍານຊົ່ວເຫຼົ່ານີ້ທໍາລາຍຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາຕາມໃຈມັກ ແລະ ຮ່າງກາຍຂອງຜູ້ຄົນເຫຼົ່ານີ້ກໍສົ່ງກິ່ນເໝັນເນົ່າຂອງຊາກສົບ. ສິ່ງດັ່ງກ່າວແມ່ນຜົນກຳທີ່ເໝາະສົມສຳລັບພວກເຂົາ. ພຣະເຈົ້າຈົດບັນທຶກຄວາມບາບທຸກຢ່າງຂອງຜູ້ເຊື່ອຈອມປອມທີ່ບໍ່ຊື່ສັດ, ອັກຄະສາວົກປອມ ແລະ ຜູ້ປະຕິບັດພາລະກິດຈອມປອມ; ຫລັງຈາກນັ້ນ ເມື່ອເຖິງເວລາທີ່ເໝາະສົມ ພຣະອົງຈະໂຍນພວກເຂົາໄປຢູ່ທ່າມກາງວິນຍານທີ່ສົກກະປົກ, ປ່ອຍໃຫ້ວິນຍານທີ່ສົກກະປົກເຫຼົ່ານີ້ເຮັດໃຫ້ຮ່າງກາຍຂອງພວກເຂົາທັງໝົດເປິເປື້ອນຢ່າງຕາມໃຈມັກ ເພື່ອວ່າພວກເຂົາຈະບໍ່ໄດ້ເກີດໃໝ່ອີກຄັ້ງ ແລະ ບໍ່ໄດ້ເຫັນແສງສະຫວ່າງອີກຈັກເທື່ອ. ຜູ້ໜ້າຊື່ໃຈຄົດເຫຼົ່ານັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 495](https://lo.kingdomsalvation.org/videos/entry-into-life-excerpt-495.html) - ໃນປັດຈຸບັນ, ເມື່ອພວກເຈົ້າສະແຫວງຫາທີ່ຈະຮັກ ແລະ ຮູ້ຈັກພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງອົດກັ້ນຕໍ່ຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ ແລະ ໃນອີກດ້ານໜຶ່ງ ພວກເຈົ້າຕ້ອງຍອມເສຍສະຫຼະ. ບໍ່ມີບົດຮຽນໃດທີ່ເລິກເຊິ່ງໄປກວ່າບົດຮຽນແຫ່ງການຮັກພຣະເຈົ້າ ແລະ ສາມາດເວົ້າໄດ້ວ່າ ບົດຮຽນທີ່ຜູ້ຄົນຮຽນຮູ້ຊົ່ວຊີວິດກ່ຽວກັບຄວາມເຊື່ອແມ່ນວິທີການຮັກພຣະເຈົ້າ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ຖ້າເຈົ້າພຽງແຕ່ເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ຮັກພຣະອົງ ແລະ ບໍ່ໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ເຄີຍໄດ້ຮັກພຣະເຈົ້າດ້ວຍຄວາມຮັກທີ່ແທ້ຈິງເຊິ່ງມາຈາກພາຍໃນຫົວໃຈຂອງເຈົ້າຈັກເທື່ອ, ແລ້ວຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າກໍບໍ່ມີປະໂຫຍດຫຍັງ; ໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ ຖ້າເຈົ້າບໍ່ຮັກພຣະເຈົ້າ ແລ້ວເຈົ້າກໍດຳລົງຊີວິດຢ່າງໄຮ້ຄ່າ ແລະ ຊີວິດທັງໝົດຂອງເຈົ້າກໍຕໍ່າຕ້ອຍທີ່ສຸດໃນບັນດາຊີວິດທັງປວງ. ຕະຫຼອດທັງຊີວິດຂອງເຈົ້າ ຖ້າເຈົ້າບໍ່ເຄີຍຮັກ ຫຼື ເຮັດໃຫ້ພຣະເຈົ້າພໍພຣະໄທເລີຍ, ແລ້ວແມ່ນຫຍັງຄືຄວາມໝາຍໃນການດຳລົງຊີວິດຂອງເຈົ້າ? ແລ້ວແມ່ນຫຍັງຄືຄວາມໝາຍຂອງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ? ນັ້ນບໍ່ແມ່ນຄວາມພະຍາຍາມທີ່ສູນເປົ່າບໍ? ນີ້ໝາຍຄວາມວ່າ ຖ້າຜູ້ຄົນຕ້ອງເຊື່ອ ແລະ ຮັກພຣະເຈົ້າ, ແລ້ວພວກເຂົາຕ້ອງຍອມເສຍສະຫຼະ. ແທນທີ່ຈະພະຍາຍາມປະພຶດໃນລັກສະນະໃດໜຶ່ງດ້ານພາຍນອກ, ພວກເຂົາຄວນສະແຫວງຫາຄວາມເຂົ້າໃຈທີ່ແທ້ຈິງໃນສ່ວນເລິກຂອງຫົວໃຈຂອງພວກເຂົາ. ຖ້າເຈົ້າກະຕືລືລົ້ນໃນການຮ້ອງເພງ ແລະ ເຕັ້ນລໍາ, ແຕ່ບໍ່ສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງ, ຈະສາມາດເວົ້າໄດ້ບໍວ່າ ເຈົ້າຮັກພຣະເຈົ້າ? ການຮັກພຣະເຈົ້າຕ້ອງການໆສະແຫວງຫາເຈດຕະນາຂອງພຣະເຈົ້າໃນທຸກສິ່ງທຸກຢ່າງ ແລະ ເຈົ້າຕ້ອງສືບສວນຢ່າງເລິກເຊິ່ງຢູ່ພາຍໃນ ເມື່ອມີສິ່ງໃດກໍຕາມເກີດຂຶ້ນກັບເຈົ້າ, ພະຍາຍາມທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 458](https://lo.kingdomsalvation.org/videos/entry-into-life-excerpt-458.html) - ຄົນໃດໜຶ່ງປະຕິບັດພາລະກິດເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ, ເພື່ອນໍາຜູ້ຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າມາຢູ່ຕໍ່ໜ້າພຣະອົງ, ເພື່ອນໍາມະນຸດມາຫາພຣະເຈົ້າ ແລະ ເພື່ອແນະນຳພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄໍາແນະນໍາຂອງພຣະເຈົ້າໃຫ້ກັບມະນຸດ, ແລ້ວສຸດທ້າຍກໍເຮັດໃຫ້ໝາກຜົນຂອງພາລະກິດຂອງພຣະເຈົ້າສົມບູນ. ຍ້ອນເຫດຜົນນີ້, ມັນຈຳເປັນທີ່ສຸດທີ່ພວກເຈົ້າຈະເຂົ້າໃຈແກ່ນແທ້ຂອງພາລະກິດຢ່າງຄົບຖ້ວນ. ດັ່ງທີ່ຄົນໜຶ່ງຖືກພຣະເຈົ້າໃຊ້, ມະນຸດທຸກຄົນກໍສົມຄວນຄ່າໃນການປະຕິບັດພາລະກິດເພື່ອພຣະເຈົ້າ ນັ້ນກໍຄື ທຸກຄົນມີໂອກາດທີ່ຈະຖືກພຣະວິນຍານບໍລິສຸດໃຊ້. ເຖິງຢ່າງໃດກໍຕາມ ມີປະເດັນໜຶ່ງທີ່ພວກເຈົ້າຕ້ອງເຂົ້າໃຈ: ເມື່ອມະນຸດປະຕິບັດພາລະກິດທີ່ຖືກມອບໝາຍໂດຍພຣະເຈົ້າ, ມະນຸດມີໂອກາດທີ່ຈະຖືກພຣະເຈົ້າໃຊ້ ແຕ່ສິ່ງທີ່ມະນຸດເວົ້າ ແລະ ຮູ້ຈັກບໍ່ແມ່ນວຸດທິພາວະຂອງມະນຸດທັງໝົດ. ພວກເຈົ້າພຽງແຕ່ສາມາດມາຮູ້ຈັກຄວາມບົກຜ່ອງຂອງພວກເຈົ້າໃນລະຫວ່າງການປະຕິບັດພາລະກິດຂອງພວກເຈົ້າ ແລະ ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ກວ່າຈາກພຣະວິນຍານບໍລິສຸດເທົ່ານັ້ນ, ໃນທາງນີ້ ເຈົ້າຈະສາມາດຮັບທາງເຂົ້າທີ່ດີຂຶ້ນໃນພາລະກິດຂອງພວກເຈົ້າ. ຖ້າມະນຸດເຫັນວ່າການນໍາພາຂອງພຣະເຈົ້າເປັນທາງເຂົ້າຂອງມະນຸດເອງ ແລະ ເປັນສິ່ງທີ່ມີໂດຍກໍາເນີດພາຍໃນພວກເຂົາ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໃຫ້ວຸດທິພາວະຂອງມະນຸດເຕີບໃຫຍ່. ແສງສະຫວ່າງທີ່ພຣະວິນຍານບໍລິສຸດປະຕິບັດໃນມະນຸດແທນທີ່ເມື່ອພວກເຂົາຢູ່ໃນສະພາວະປົກກະຕິ; ໃນເວລານັ້ນ, ມະນຸດເຂົ້າໃຈຜິດຢູ່ເລື້ອຍໆວ່າແສງສະຫວ່າງທີ່ພວກເຂົາໄດ້ຮັບແມ່ນວຸດທິພາວະໃນຄວາມເປັນຈິງຂອງພວກເຂົາເອງ, ຍ້ອນທາງທີ່ພຣະວິນຍານບໍລິສຸດສ່ອງແສງສະຫວ່າງແມ່ນທຳມະດາທີ່ສຸດ ແລະ ພຣະອົງກໍນໍາໃຊ້ສິ່ງທີ່ມະນຸດມີໂດຍກໍາເນີດໃຫ້ເກີດຜົນປະໂຫຍດ. ເມື່ອມະນຸດປະຕິບັດພາລະກິດ ແລະ ເວົ້າ ຫຼື ເມື່ອພວກເຂົາອະທິຖານຫຼື ເຮັດການອຸທິດຝ່າຍວິນຍານຂອງພວກເຂົາ, ຄວາມຈິງຈະຍິ່ງຊັດເຈນຂຶ້ນກັບພວກເຂົາທັນທີ. ເຖິງຢ່າງໃດກໍຕາມ ໃນຄວາມເປັນຈິງ ສິ່ງທີ່ມະນຸດເຫັນກໍເປັນພຽງແສງສະຫວ່າງຈາກພຣະວິນຍານບໍລິສຸດເທົ່ານັ້ນ (ໂດຍທຳມະຊາດແລ້ວ ແສງສະຫວ່າງນີ້ແມ່ນກ່ຽວຂ້ອງກັບການຮ່ວມມືຂອງມະນຸດ) ແລະ ບໍ່ໄດ້ແທນວຸດທິພາວະທີ່ແທ້ຈິງຂອງມະນຸດ. ຫຼັງຈາກຊ່ວງເວລາແຫ່ງປະສົບການທີ່ມະນຸດຜະເຊີນກັບຄວາມຫຍຸ້ງຍາກ ແລະ ການທົດລອງບາງຢ່າງ, ວຸດທິພາວະທີ່ແທ້ຈິງຂອງມະນຸດກໍຈະຖືກເຮັດໃຫ້ຈະແຈ້ງພາຍໃຕ້ສະຖານະການດັ່ງກ່າວ. ຫຼັງຈາກນັ້ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 457](https://lo.kingdomsalvation.org/videos/entry-into-life-excerpt-457.html) - ເມື່ອເວົ້າເຖິງພາລະກິດ, ມະນຸດເຊື່ອວ່າພາລະກິດແມ່ນຕ້ອງແລ່ນໄປມາເພື່ອພຣະເຈົ້າ, ເທດສະໜາໃນທຸກບ່ອນ ແລະ ໃຊ້ເວລາເພື່ອຜົນປະໂຫຍດຂອງພຣະອົງ. ເຖິງແມ່ນຄວາມເຊື່ອນີ້ຖືກຕ້ອງ, ມັນກໍເປັນພຽງດ້ານດຽວ; ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດບໍ່ແມ່ນການເດີນທາງໄປໆມາໆເພື່ອພຣະອົງເທົ່ານັ້ນ; ນອກເໜືອຈາກນີ້, ພາລະກິດນີ້ແມ່ນກ່ຽວຂ້ອງກັບພັນທະກິດ ແລະ ການຕອບສະໜອງພາຍໃນຈິດວິນຍານ. ອ້າຍເອື້ອຍນ້ອງຫຼາຍຄົນບໍ່ເຄີຍຄິດເຖິງການປະຕິບັດພາລະກິດເພື່ອພຣະເຈົ້າ ແມ່ນແຕ່ຫຼັງຈາກມີປະສົບການຫຼາຍປີ, ຍ້ອນວ່າ ພາລະກິດທີ່ມະນຸດຄິດຂຶ້ນແມ່ນບໍ່ສອດຄ່ອງກັບສິ່ງທີ່ພຣະເຈົ້າຮຽກຮ້ອງ. ສະນັ້ນ ມະນຸດຈຶ່ງບໍ່ສົນໃຈສິ່ງໃດໃນເລື່ອງພາລະກິດ ແລະ ນີ້ກໍຄືເຫດຜົນຢ່າງແທ້ຈິງທີ່ວ່າ ເປັນຫຍັງທາງເຂົ້າຂອງມະນຸດຈຶ່ງຍັງຢູ່ໃນດ້ານດຽວມາຕະຫຼອດ. ພວກເຈົ້າທຸກຄົນຄວນເລີ່ມຕົ້ນເຂົ້າສູ່ໂດຍການປະຕິບັດພາລະກິດເພື່ອພຣະເຈົ້າ ເພື່ອວ່າ ພວກເຈົ້າຈະມີປະສົບການທີ່ດີຂຶ້ນໃນທຸກດ້ານ. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່. ພາລະກິດບໍ່ໄດ້ໝາຍເຖິງການແລ່ນໄປມາເພື່ອພຣະເຈົ້າ; ແຕ່ມັນໝາຍຄວາມວ່າ ຊີວິດຂອງມະນຸດ ແລະ ສິ່ງທີ່ມະນຸດດຳລົງຊີວິດຕາມແມ່ນເພື່ອມອບຄວາມສຸກໃຫ້ແກ່ພຣະເຈົ້າ ຫຼື ບໍ່. ພາລະກິດໝາຍເຖິງການທີ່ມະນຸດໃຊ້ຄວາມຊື່ສັດທີ່ພວກເຂົາມີຕໍ່ພຣະເຈົ້າ ແລະ ຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະເຈົ້າເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຄອຍຮັບໃຊ້ມະນຸດ. ນີ້ແມ່ນຄວາມຮັບຜິດຊອບຂອງມະນຸດ ແລະ ນີ້ແມ່ນສິ່ງທີ່ມະນຸດຄວນເຂົ້າໃຈ. ເວົ້າອີກແບບໜຶ່ງກໍຄື ທາງເຂົ້າຂອງພວກເຈົ້າແມ່ນພາລະກິດຂອງພວກເຈົ້າ ແລະ ພວກເຈົ້າກຳລັງສະແຫວງຫາເພື່ອເຂົ້າສູ່ລະຫວ່າງເສັ້ນທາງການປະຕິບັດພາລະກິດເພື່ອພຣະເຈົ້າ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ເຈົ້າຮູ້ຈັກວິທີການກິນ ແລະ ດື່ມພຣະທຳຂອງພຣະອົງເທົ່ານັ້ນ; ທີ່ສຳຄັນໄປກວ່ານັ້ນກໍຄື ພວກເຈົ້າຕ້ອງຮູ້ວິທີການເປັນພະຍານກ່ຽວກັບພຣະເຈົ້າ, ສາມາດຮັບໃຊ້ພຣະເຈົ້າ, ສາມາດຄອຍຮັບໃຊ້ ແລະ ຕອບສະໜອງໃຫ້ກັບມະນຸດ. ນີ້ແມ່ນພາລະກິດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 446](https://lo.kingdomsalvation.org/videos/entry-into-life-excerpt-446.html) - ພາລະກິດຂອງພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສາມາດພັດທະນາຢ່າງຫ້າວຫັນ, ໃນຂະນະທີ່ພາລະກິດຂອງຊາຕານເຮັດໃຫ້ພວກເຂົາຄິດລົບ ແລະ ຖອຍຫຼັງ, ກະບົດ ແລະ ຕໍ່ຕ້ານພຣະອົງ, ສູນເສຍຄວາມເຊື່ອໃນພຣະອົງ ແລະ ອ່ອນແອທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ທຸກສິ່ງທີ່ມາຈາກຄວາມສະຫວ່າງຂອງພຣະວິນຍານບໍລິສຸດແມ່ນຂ້ອນຂ້າງເປັນທຳມະຊາດ; ມັນບໍ່ໄດ້ບັງຄັບເຈົ້າ. ຖ້າເຈົ້າຍອມຕໍ່ມັນ, ເຈົ້າກໍຈະມີສັນຕິສຸກ; ຖ້າເຈົ້າບໍ່ປະຕິບັດຕາມ, ແລ້ວໃນພາຍຫຼັງ ເຈົ້າຈະຖືກປະນາມ. ດ້ວຍຄວາມສະຫວ່າງຂອງພຣະວິນຍານບໍລິສຸດ, ບໍ່ມີສິ່ງໃດທີ່ເຈົ້າເຮັດຈະຖືກລົບກວນ ຫຼື ຖືກຈຳກັດ; ເຈົ້າຈະຖືກເຮັດໃຫ້ເປັນອິດສະຫຼະ, ຈະມີຫົນທາງເພື່ອປະຕິບັດໃນການກະທຳຂອງເຈົ້າ ແລະ ເຈົ້າຈະບໍ່ຖືກບັງຄັບຈາກສິ່ງໃດໆ, ແຕ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ພາລະກິດຂອງຊາຕານກໍ່ໃຫ້ເກີດການລົບກວນໃຫ້ແກ່ເຈົ້າໃນຫຼາຍໆສິ່ງ; ມັນເຮັດໃຫ້ເຈົ້າບໍ່ເຕັມໃຈທີ່ຈະອະທິຖານ, ຂີ້ຄ້ານເກີນໄປທີ່ຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະດຳເນີນຕາມຊີວິດຂອງຄຣິສຕະຈັກ ແລະ ມັນເຮັດໃຫ້ເຈົ້າຫ່າງເຫີນຈາກຊີວິດຝ່າຍວິນຍານ. ພາລະກິດຂອງພຣະວິນຍານບໍລິສຸດບໍ່ແຊກແຊງກັບຊີວິດປະຈຳວັນຂອງເຈົ້າ ແລະ ບໍ່ແຊກແຊງກັບຊີວິດຝ່າຍວິນຍານທີ່ປົກກະຕິຂອງເຈົ້າ. ເຈົ້າບໍ່ສາມາດແຍກແຍະຫຼາຍໆສິ່ງໃນຊ່ວງເວລາທີ່ພວກມັນເກີດຂຶ້ນ, ແຕ່ຫຼັງຈາກສອງສາມມື້ ຫົວໃຈຂອງເຈົ້າກໍຈະສົດໃສຂຶ້ນ ແລະ ຄວາມຄິດຂອງເຈົ້າກໍຊັດເຈນຂຶ້ນ. ເຈົ້າມີຄວາມຮູ້ສຶກບາງຢ່າງກ່ຽວກັບສິ່ງຕ່າງໆຂອງວິນຍານ ແລະ ເຈົ້າແຍກແຍະຢ່າງຊ້າໆວ່າ ຄວາມຄິດໄດ້ມາຈາກພຣະເຈົ້າ ຫຼື ຈາກຊາຕານ. ບາງຢ່າງເຮັດໃຫ້ເຈົ້າຕໍ່ຕ້ານພຣະເຈົ້າຢ່າງຊັດເຈນ ແລະ ກະບົດຕໍ່ພຣະເຈົ້າ ຫຼື ຫ້າມເຈົ້າຈາກການນໍາໃຊ້ພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດຕົວຈິງ; ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ມາຈາກຊາຕານທັງໝົດ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 444](https://lo.kingdomsalvation.org/videos/entry-into-life-excerpt-444.html) - ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດໃນມະນຸດແນວໃດ? ແລະ ແມ່ນຫຍັງຄືການສະແດງອອກ? ເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ ສິ່ງນັ້ນມາຈາກພຣະວິນຍານບໍລິສຸດບໍ ແລະ ເຈົ້າຄວນອ່ອນນ້ອມຕໍ່ມັນບໍ ຫຼື ປະຕິເສດມັນ? ໃນການປະຕິບັດຕົວຈິງຂອງຜູ້ຄົນ, ຫຼາຍຢ່າງໄດ້ເກີດຂຶ້ນຈາກຄວາມປະສົງຂອງມະນຸດ ຈົນຜູ້ຄົນເຊື່ອຢູ່ຕະຫຼອດວ່າມາຈາກພຣະວິນຍານບໍລິສຸດ. ບາງຢ່າງມາຈາກວິນຍານຊົ່ວຮ້າຍ ແຕ່ມະນຸດຍັງຄິດວ່າ ພວກມັນມາຈາກພຣະວິນຍານບໍລິສຸດ ແລະ ບາງເທື່ອ ພຣະວິນຍານບໍລິສຸດນໍາພາມະນຸດຈາກພາຍໃນ ແຕ່ຜູ້ຄົນຢ້ານວ່າ ການນໍາພາດັ່ງກ່າວແມ່ນມາຈາກຊາຕານ ແລະ ບໍ່ກ້າທີ່ຈະອ່ອນນ້ອມ ເຊິ່ງໃນຄວາມເປັນຈິງແລ້ວ ການນໍາພານັ້ນແມ່ນຄວາມສະຫວ່າງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ນອກຈາກຄົນໆໜຶ່ງນໍາໃຊ້ການແຍກແຍະ, ແລ້ວກໍບໍ່ມີທາງທີ່ຈະໄດ້ຮັບປະສົບການຕົວຈິງຂອງຄົນໆນັ້ນ; ຫາກປາສະຈາກການແຍກແຍະ, ກໍບໍ່ມີທາງທີ່ຈະໄດ້ຮັບຊີວິດ. ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດແນວໃດ? ແມ່ນຫຍັງມາຈາກຄວາມປະສົງຂອງມະນຸດ? ແລ້ວແມ່ນຫຍັງເກີດຈາກການນໍາພາ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ? ຖ້າເຈົ້າເຂົ້າໃຈເຖິງຮູບແບບພາລະກິດຂອງພຣະວິນຍານບໍລິສຸດພາຍໃນມະນຸດ, ແລ້ວໃນຊີວິດປະຈຳວັນຂອງເຈົ້າ ແລະ ໃນລະຫວ່າງປະສົບການຕົວຈິງຂອງເຈົ້າ ເຈົ້າຈະສາມາດພັດທະນາຄວາມຮູ້ຂອງເຈົ້າ ແລະ ແຍກແຍະໄດ້; ເຈົ້າຈະມາຮູ້ຈັກພຣະເຈົ້າ, ເຈົ້າຈະສາມາດເຂົ້າໃຈ ແລະ ເບິ່ງຊາຕານອອກ; ເຈົ້າຈະບໍ່ສັບສົນໃນການອ່ອນນ້ອມ ຫຼື ການສະແຫວງຫາຂອງເຈົ້າ ແລະ ເຈົ້າຈະກາຍເປັນຄົນທີ່ມີຄວາມຄິດທີ່ແຈ່ມແຈ້ງ, ເປັນຄົນທີ່ອ່ອນນ້ອມຕໍ່ພາລະກິດຂອງພຣະວິນຍານບໍລິສຸດ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 435](https://lo.kingdomsalvation.org/videos/entry-into-life-excerpt-435.html) - ເຈົ້າປະຕິບັດພິທີກຳທາງສາສະໜາຫຼາຍສໍ່າໃດ? ເຈົ້າຕໍ່ຕ້ານພຣະທຳຂອງພຣະເຈົ້າ ແລະ ໄປຕາມທາງຂອງເຈົ້າເອງຈັກຄັ້ງແລ້ວ? ມີຈັກຄັ້ງທີ່ເຈົ້ານໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ເພາະເຈົ້າຄຳນຶງເຖິງພາລະຂອງພຣະອົງຢ່າງແທ້ຈິງ ແລະ ສະແຫວງຫາເພື່ອເຮັດຕາມເຈດຕະນາຂອງພຣະອົງ? ເຈົ້າຄວນເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ນໍາມັນເຂົ້າສູ່ການປະຕິບັດຕາມນັ້ນ. ໃຫ້ມີຫຼັກການໃນທຸກການກະທຳ ແລະ ການປະຕິບັດຂອງເຈົ້າ, ເຖິງແມ່ນວ່າສິ່ງນີ້ຈະບໍ່ໄດ້ໝາຍເຖິງການປະຕິບັດຕາມກົດລະບຽບ ຫຼື ການເຮັດບາງສິ່ງເພື່ອສະແດງອອກຢ່າງບໍ່ເຕັມໃຈເທົ່ານັ້ນ; ກົງກັນຂ້າມ, ມັນໝາຍເຖິງການປະຕິບັດຄວາມຈິງ ແລະ ການດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ. ການປະຕິບັດແບບນີ້ເທົ່ານັ້ນຈະເຮັດໃຫ້ພຣະເຈົ້າພໍໃຈ. ການປະຕິບັດໃດໜຶ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈບໍ່ແມ່ນກົດລະບຽບ, ແຕ່ເປັນການປະຕິບັດຄວາມຈິງ. ບາງຄົນມີຄວາມມັກທີ່ຈະດຶງດູດຄວາມສົນໃຈມາຫາຕົນເອງ. ເມື່ອຢູ່ຕໍ່ໜ້າອ້າຍເອື້ອຍນ້ອງຂອງພວກເຂົາ, ພວກເຂົາອາດເວົ້າວ່າພວກເຂົາຕິດໜີ້ບຸນຄຸນພຣະເຈົ້າ, ແຕ່ເມື່ອຢູ່ລັບຫລັງ ພວກເຂົາກໍບໍ່ປະຕິບັດຕາມຄວາມຈິງ ແລະ ເຮັດໃນທາງທີ່ກົງກັນຂ້າມຢ່າງສິ້ນເຊີງ. ສິ່ງເຫຼົ່ານີ້ບໍ່ແມ່ນພວກຟາຣີຊາຍທີ່ເຄັ່ງສາສະໜາບໍ? ບຸກຄົນໃດທີ່ຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມຈິງແມ່ນຄົນທີ່ມີຄວາມຈົງຮັກພັກດີຕໍ່ພຣະເຈົ້າ ພຽງແຕ່ບໍ່ເປີດເຜີຍອອກສູ່ພາຍນອກ. ບຸກຄົນນັ້ນຈະເຕັມໃຈປະຕິບັດຄວາມຈິງເມື່ອເກີດມີບັນຫາ ແລະ ຈະບໍ່ເວົ້າ ຫຼື ເຮັດໄປໃນທໍານອງທີ່ຂັດກັບຄວາມສຳນຶກຂອງພວກເຂົາ. ບຸກຄົນປະເພດນີ້ຈະສະແດງອອກເຖິງສະຕິປັນຍາ ເມື່ອເກີດມີບັນຫາ ແລະ ມີຫຼັກການໃນການກະທຳຂອງເຂົາ ບໍ່ວ່າຈະຢູ່ໃນສະຖານະການໃດໆກໍຕາມ. ບຸກຄົນແບບນີ້ແມ່ນບຸກຄົນທີ່ສາມາດໃຫ້ບໍລິການຢ່າງແທ້ຈິງ. ມີບາງຄົນມັກເວົ້າແຕ່ປາກເພື່ອສະແດງຄວາມຮູ້ບຸນຄຸນຂອງພວກເຂົາທີ່ມີຕໍ່ພຣະເຈົ້າ; ພວກເຂົາໃຊ້ເວລາແຕ່ລະມື້ຢູ່ກັບຄວາມເປັນຫ່ວງກັງວົນ, ໂອ້ອວດວ່າໂຕເອງດີເດັ່ນ ແລະ ທໍາທ່າເຮັດໂຕໜ້າສົງສານ. ຈັ່ງແມ່ນເປັນຕາໜ້າລັງກຽດແທ້ໆ! ຖ້າເຈົ້າຖາມພວກເຂົາວ່າ “ເຈົ້າສາມາດບອກຂ້ອຍໄດ້ບໍວ່າເຈົ້າຕິດໜີ້ບຸນຄຸນພຣະເຈົ້າແນວໃດ?”
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 609](https://lo.kingdomsalvation.org/videos/destinations-and-outcomes-excerpt-609.html) - ເປັນເວລາດົນນານ, ຜູ້ຄົນທີ່ເຊື່ອໃນພຣະເຈົ້າໄດ້ຄາດຫວັງຫາຈຸດໝາຍປາຍທາງທີ່ສວຍງາມຢ່າງຈິງໃຈ ແລະ ທຸກຄົນທີ່ເຊື່ອໃນພຣະເຈົ້າຫວັງວ່າໂຊກລາບທີ່ດີຈະມາເຖິງພວກເຂົາທັນທີ. ພວກເຂົາທຸກຄົນກໍຫວັງວ່າ ກ່ອນທີ່ພວກເຂົາຈະຮູ້ເຖິງສິ່ງນັ້ນ ພວກເຂົາຈະເຫັນຕົວເອງນັ່ງຢູ່ບ່ອນໜຶ່ງດ້ວຍຄວາມສະຫງົບສຸກ ຫຼື ອີກບ່ອນໜຶ່ງຢູ່ເທິງສະຫວັນ. ແຕ່ເຮົາຂໍເວົ້າວ່າ ຜູ້ຄົນເຫຼົ່ານີ້ພ້ອມກັບຄວາມຄິດທີ່ສວຍງາມຂອງພວກເຂົາ ແມ່ນບໍ່ເຄີຍຮູ້ຈັກວ່າ ພວກເຂົາມີຄຸນສົມບັດ ຫຼື ບໍ່ ໃນການໄດ້ຮັບໂຊກລາບດັ່ງກ່າວທີ່ຕົກລົງມາຈາກສະຫວັນ ຫຼື ແມ່ນແຕ່ນັ່ງຢູ່ໃນທີ່ນັ້ນ. ພວກເຈົ້າໃນປັດຈຸບັນ ແມ່ນມີຄວາມຮູ້ທີ່ດີກ່ຽວກັບຕົວເອງ ແຕ່ພວກເຈົ້າຍັງຫວັງທີ່ຈະໜີພົ້ນຈາກໄພພິບັດຂອງຍຸກສຸດທ້າຍ ແລະ ມືຂອງອົງຊົງລິດທານຸພາບສູງສຸດ ເມື່ອພຣະອົງລົງໂທດຜູ້ທີ່ຊົ່ວຮ້າຍ. ມັນເບິ່ງຄືວ່າ ການຝັນຫວານ ແລະ ການຕ້ອງການສິ່ງຕ່າງໆດັ່ງທີ່ພວກມັນເປັນແມ່ນລັກສະນະທົ່ວໄປຂອງທຸກຄົນທີ່ຊາຕານໄດ້ເຮັດໃຫ້ເສື່ອມຊາມ ແລະ ບໍ່ແມ່ນຄວາມອັດສະລິຍະຂອງບາງຄົນ. ເຖິງຢ່າງນັ້ນ ເຮົາກໍຍັງຕ້ອງການຢຸດຕິຄວາມປາດຖະໜາທີ່ເກີນຂອບເຂດຂອງພວກເຈົ້າ ພ້ອມທັງຄວາມກະຕືລືລົ້ນຂອງພວກເຈົ້າໃນການໄດ້ຮັບພອນ. ເນື່ອງຈາກການເຮັດຜິດຂອງພວກເຈົ້າແມ່ນມີຫຼາຍ ແລະ ຂໍ້ແທ້ຈິງກ່ຽວກັບຄວາມກະບົດຂອງພວກເຈົ້າກໍມີຫຼາຍເພີ່ມຂຶ້ນເລື້ອຍໆ ແລ້ວສິ່ງເຫຼົ່ານີ້ຈະເໝາະກັບແຜນການອັນສວຍງາມສໍາລັບອະນາຄົດຂອງພວກເຈົ້າໄດ້ແນວໃດ? ຖ້າຫາກເຈົ້າຕ້ອງການເຮັດຜິດຕາມທີ່ເຈົ້າພໍໃຈໂດຍທີ່ບໍ່ມີຫຍັງດຶງເຈົ້າໄວ້ ແຕ່ກໍຍັງຕ້ອງການໃຫ້ຄວາມຝັນກາຍເປັນຈິງ, ແລ້ວເຮົາກໍຂໍສົ່ງເສີມໃຫ້ເຈົ້າສືບຕໍ່ຢູ່ໃນສະພາບທີ່ບໍ່ຮູ້ສຶກຕົວ ແລະ ບໍ່ໃຫ້ຕື່ນຂຶ້ນມາ ເພາະວ່າ ຄວາມຝັນຂອງເຈົ້າແມ່ນຄວາມຝັນທີ່ວ່າງເປົ່າ ແລະ ຢູ່ຕໍ່ໜ້າພຣະເຈົ້າຜູ້ຊອບທໍາ, ພຣະອົງຈະບໍ່ມີຂໍ້ຍົກເວັ້ນສໍາລັບເຈົ້າ. ຖ້າເຈົ້າພຽງແຕ່ຕ້ອງການໃຫ້ຄວາມຝັນກາຍເປັນຈິງ, ກໍຈົ່ງຢ່າຝັນ; ກົງກັນຂ້າມ ໃຫ້ຜະເຊີນກັບຄວາມຈິງ ແລະ ຄວາມເປັນຈິງຕະຫຼອດໄປ. ນັ້ນແມ່ນວິທີດຽວທີ່ຈະຊ່ວຍໃຫ້ເຈົ້າສາມາດລອດພົ້ນໄດ້. ໃນເລື່ອງຮູບປະທຳ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 607](https://lo.kingdomsalvation.org/videos/destinations-and-outcomes-excerpt-607.html) - ໃນຖານະເປັນຜູ້ທີ່ເຊື່ອໃນພຣະເຈົ້າ ເຈົ້າບໍ່ຄວນຈົງຮັກພັກດີຕໍ່ຜູ້ໃດນອກຈາກຕໍ່ພຣະອົງໃນທຸກສິ່ງ ແລະ ຕ້ອງສາມາດປະຕິບັດຕາມຄວາມປະສົງຂອງພຣະອົງໃນທຸກຢ່າງ. ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າທຸກຄົນເຂົ້າໃຈຂໍ້ຄວາມນີ້ ເພາະຄວາມຫຍຸ້ງຍາກຫຼາຍຢ່າງ, ເພາະຄວາມບໍ່ຮູ້, ຄວາມບໍ່ມີເຫດຜົນ ແລະ ຄວາມເສື່ອມຊາມຂອງເຂົາ, ຕົວຢ່າງ: ຄວາມຈິງເຫຼົ່ານີ້ເຊິ່ງຊັດເຈນ ແລະ ພື້ນຖານທີ່ສຸດໃນບັນດາຄວາມຈິງທັງໝົດ ບໍ່ໄດ້ຊັດເຈນໃນເຂົາຢ່າງສິ້ນເຊີງ ແລະ ດ້ວຍເຫດນັ້ນ ກ່ອນທີ່ຈຸດຈົບຂອງພວກເຂົາຈະຖືກກຳນົດໄວ້ໃນກ້ອນຫີນ, ເຮົາຄວນຈະບອກພວກເຈົ້າບາງຢ່າງກ່ອນເຊິ່ງມັນເປັນສິ່ງທີ່ສໍາຄັນທີ່ສຸດຕໍ່ກັບພວກເຈົ້າ. ກ່ອນທີ່ເຮົາຈະສືບຕໍ່, ພວກເຈົ້າຄວນເຂົ້າໃຈສິ່ງນີ້ກ່ອນ: ພຣະທໍາທີ່ເຮົາກ່າວແມ່ນຄວາມຈິງທີ່ມີຕໍ່ມະນຸດຊາດທັງປວງ; ພວກເຂົາບໍ່ໄດ້ຖືກນໍາສະເໜີສະເພາະຕໍ່ກັບບຸກຄົນໃດຄົນໜຶ່ງ ຫຼື ຄົນບາງປະເພດເທົ່ານັ້ນ. ດັ່ງນັ້ນ ພວກເຈົ້າຄວນຕັ້ງໃຈທີ່ຈະເຂົ້າໃຈພຣະທໍາຂອງເຮົາຈາກຈຸດຢືນຂອງຄວາມຈິງ ແລະ ຕ້ອງມີທ່າທີ່ມີຄວາມເອົາໃຈໃສ່ ແລະ ຄວາມຈິງໃຈຢ່າງໜັກແໜ້ນ; ບໍ່ເມີນເສີຍຕໍ່ພຣະທໍາແມ່ນແຕ່ຄໍາດຽວ ຫຼື ຄວາມຈິງທີ່ເຮົາເວົ້າ ແລະ ບໍ່ໃຫ້ຖືເບົາໃນພຣະທໍາທັງໝົດຂອງເຮົາ. ໃນຊີວິດຂອງພວກເຈົ້າ ເຮົາເຫັນຫຼາຍຢ່າງທີ່ ພວກເຈົ້າກະທຳທີ່ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ດ້ວຍເຫດນີ້ ເຮົາຈຶ່ງຂໍຮ້ອງພວກເຈົ້າໂດຍສະເພາະໃຫ້ພວກເຈົ້າເປັນຜູ້ຮັບໃຊ້ຄວາມຈິງ ແລະ ບໍ່ໃຫ້ເປັນທາດແຫ່ງຄວາມຊົ່ວຮ້າຍ ແລະ ຄວາມໜ້າລັງກຽດ ແລະ ບໍ່ໃຫ້ພວກເຈົ້າຢຽບຢ່ຳຄວາມຈິງ ຫຼື ເຮັດໃຫ້ມຸມໃດໜຶ່ງຂອງພຣະວິຫານຂອງພຣະເຈົ້າເປິເປື້ອນ. ນີ້ຄືຄໍາພຣະໂອວາດຂອງເຮົາທີ່ມີຕໍ່ພວກເຈົ້າ. ບັດນີ້ ເຮົາຈະເລີ່ມເວົ້າກ່ຽວກັບຫົວຂໍ້ທີ່ມີຢູ່ໃນປັດຈຸບັນ. ຢ່າງທໍາອິດ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 583](https://lo.kingdomsalvation.org/videos/destinations-and-outcomes-excerpt-583.html) - ໃນແສງສະຫວ່າງຂອງເຮົາ, ຜູ້ຄົນເຫັນແສງສະຫວ່າງອີກຄັ້ງ. ໃນພຣະທໍາຂອງເຮົາ, ຜູ້ຄົນຄົ້ນພົບສິ່ງທີ່ພວກເຂົາມັກ. ເຮົາມາຈາກທິດຕາເວັນອອກ, ເຮົາທັກທາຍຈາກທິດຕາເວັນອອກ. ເມື່ອລັດສະໝີຂອງເຮົາເປັ່ງປະກາຍອອກມາ, ທຸກປະຊາຊາດກໍແຈ້ງສະຫວ່າງ, ທຸກສິ່ງຖືກນໍາມາສູ່ແສງສະຫວ່າງ, ບໍ່ມີແມ່ນແຕ່ສິ່ງດຽວທີ່ຢູ່ໃນຄວາມມືດອີກຕໍ່ໄປ. ໃນອານາຈັກ, ຊີວິດທີ່ຜູ້ຄົນຂອງພຣະເຈົ້າດຳລົງຊີວິດຢູ່ກັບພຣະເຈົ້າແມ່ນມີຄວາມສຸກເໜືອທີ່ຈະຊັ່ງຊາໄດ້. ສາຍນໍ້າເຕັ້ນລໍາດ້ວຍຄວາມຊື່ນບານກັບຊີວິດທີ່ໂຊກລາບຂອງຜູ້ຄົນ, ພູເຂົາ ພ້ອມດ້ວຍຜູ້ຄົນຊື່ນຊົມຄວາມອຸດົມສົມບູນຂອງເຮົາ. ມະນຸດທຸກຄົນກຳລັງດີ້ນຮົນ, ເຮັດວຽກໜັກ ແລະ ສະແດງຄວາມຈົງຮັກພັກດີຂອງພວກເຂົາໃນອານາຈັກຂອງເຮົາ. ໃນອານາຈັກຂອງເຮົາ ບໍ່ມີການກະບົດອີກ, ບໍ່ມີການຕໍ່ຕ້ານອີກ; ສະຫວັນ ແລະ ແຜ່ນດິນໂລກເພິ່ງພາເຊິ່ງກັນແລະກັນ, ມະນຸດ ແລະ ເຮົາຫຍັບເຂົ້າໃກ້ກັນດ້ວຍຄວາມຮູ້ສຶກຢ່າງເລິກເຊິ່ງ, ຜ່ານຄວາມສຸກທີ່ຫວານຊື່ນຂອງຊີວິດ, ເພິ່ງພາອາໄສເຊິ່ງກັນແລະກັນ... ໃນເວລານີ້, ເຮົາເລີ່ມຕົ້ນຊີວິດຂອງເຮົາຢູ່ໃນສະຫວັນຢ່າງເປັນທາງການ. ບໍ່ມີການລົບກວນຂອງຊາຕານອີກ ແລະ ຜູ້ຄົນກໍເຂົ້າສູ່ການພັກເຊົາ. ຕະຫຼອດທົ່ວຈັກກະວານ, ຜູ້ຄົນທີ່ຖືກເລືອກຂອງເຮົາດໍາລົງຊີວິດຢູ່ພາຍໃນສະຫງ່າລາສີຂອງເຮົາ, ໄດ້ຮັບພອນທີ່ຫາທຽບບໍ່ໄດ້, ບໍ່ແມ່ນໃນຖານະຜູ້ຄົນທີ່ດໍາລົງຊີວິດຢູ່ທ່າມກາງຜູ້ຄົນ ແຕ່ໃນຖານະຜູ້ຄົນດໍາລົງຊີວິດຢູ່ກັບພຣະເຈົ້າ. ມະນຸດຊາດທຸກຄົນໄດ້ຜ່ານຄວາມເສື່ອມຊາມຂອງຊາຕານ ແລະ ໄດ້ດື່ມຊີວິດທີ່ຂົມຂື່ນ ແລະ ຫວານຊື່ນຈົນເຖິງທີ່ສຸດ. ບັດນີ້, ເມື່ອດຳລົງຊີວິດຢູ່ໃນແສງສະຫວ່າງຂອງເຮົາ, ຄົນໆໜຶ່ງຈະບໍ່ປິຕິຍິນດີໄດ້ແນວໃດ? ຄົນໆໜຶ່ງສາມາດປະຖິ້ມຊ່ວງເວລາອັນງົດງາມນີ້ໄດ້ງ່າຍດາຍ ແລະ ປ່ອຍໃຫ້ມັນຫຼຸດໄປໄດ້ແນວໃດ? ຜູ້ຄົນເອີຍ! ຈົ່ງຮ້ອງເພງໃນຫົວໃຈຂອງເຈົ້າ ແລະ ເຕັ້ນລໍາດ້ວຍຄວາມປິຕິຍິນດີເພື່ອເຮົາ!
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 498](https://lo.kingdomsalvation.org/videos/entry-into-life-excerpt-498.html) - ແມ່ນຫຍັງຄືສະພາວະພາຍໃນຜູ້ຄົນ ທີ່ການທົດລອງແນໃສ່? ພວກມັນແນໃສ່ອຸປະນິໄສທີ່ເປັນປໍລະປັກໃນຜູ້ຄົນ ເຊິ່ງບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ມີຫຼາຍສິ່ງທີ່ບໍ່ບໍລິສຸດພາຍໃນຜູ້ຄົນ ແລະ ມີຫຼາຍສິ່ງທີ່ບໍ່ຈິງໃຈ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເຮັດໃຫ້ຜູ້ຄົນໄດ້ຮັບການທົດລອງເພື່ອເຮັດໃຫ້ພວກເຂົາບໍລິສຸດ, ແຕ່ຖ້າໃນປັດຈຸບັນ ເຈົ້າສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລ້ວການທົດລອງໃນອະນາຄົດກໍຈະເປັນການເຮັດໃຫ້ເຈົ້າສົມບູນແບບ. ຖ້າໃນປັດຈຸບັນ ເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລ້ວການທົດລອງໃນອະນາຄົດກໍຈະລໍ້ລວງເຈົ້າ ແລະ ເຈົ້າກໍຈະລົ້ມລົງໂດຍບໍ່ໄດ້ເຈດຕະນາ ແລະ ໃນເວລານັ້ນ ເຈົ້າກໍຈະບໍ່ສາມາດຊ່ວຍຕົນເອງໄດ້ ຍ້ອນເຈົ້າບໍ່ສາມາດນໍາທັນພາລະກິດຂອງພຣະເຈົ້າ ແລະ ບໍ່ມີວຸດທິພາວະທີ່ແທ້ຈິງ. ດ້ວຍເຫດນັ້ນ ຖ້າເຈົ້າປາຖະໜາທີ່ຈະສາມາດຍຶດໝັ້ນໃນອະນາຄົດ, ເພື່ອເຮັດໃຫ້ພຣະເຈົ້າພໍໃຈຫຼາຍຂຶ້ນ ແລະ ຕິດຕາມພຣະອົງໄປຈົນເຖິງຈຸດສິ້ນສຸດ, ໃນປັດຈຸບັນ ເຈົ້າຕ້ອງສ້າງພື້ນຖານທີ່ເຂັ້ມແຂງ. ເຈົ້າຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ໂດຍການນໍາຄວາມຈິງເຂົ້າສູ່ການປະຕິບັດໃນທຸກສິ່ງທຸກຢ່າງ ແລະ ຄຳນຶງເຖິງຄວາມປະສົງຂອງພຣະອົງ. ຖ້າເຈົ້າປະຕິບັດໃນລັກສະນະນີ້ຢູ່ສະເໝີ ກໍຈະມີພື້ນຖານຢູ່ພາຍໃນຕົວເຈົ້າ ແລະ ພຣະເຈົ້າຈະດົນບັນດານຫົວໃຈ ທີ່ຮັກພຣະອົງພາຍໃນຕົວເຈົ້າ ແລະ ພຣະອົງກໍຈະມອບຄວາມເຊື່ອໃຫ້ກັບເຈົ້າ. ມື້ໜຶ່ງ ເມື່ອການທົດລອງເກີດຂຶ້ນກັບເຈົ້າແທ້ໆ, ເຈົ້າອາດທົນທຸກກັບຄວາມເຈັບປວດບາງຢ່າງ ແລະ ຮູ້ສຶກເສົ້າເສຍໃຈຈົນເຖິງທີ່ສຸດ ແລະ ທົນທຸກກັບຄວາມໂສກເສົ້າຢ່າງຮຸນແຮງ ເໝືອນກັບວ່າເຈົ້າຈະຕາຍ, ແຕ່ຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າຈະບໍ່ປ່ຽນແປງ ແລະ ຈະເລິກເຊິ່ງຫຼາຍຍິ່ງຂຶ້ນ. ສິ່ງດັ່ງກ່າວແມ່ນການອວຍພອນຂອງພຣະເຈົ້າ. ຖ້າເຈົ້າສາມາດຍອມຮັບທຸກສິ່ງທີ່ພຣະເຈົ້າກ່າວ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 496](https://lo.kingdomsalvation.org/videos/entry-into-life-excerpt-496.html) - ການທີ່ພຣະເຈົ້າລິຮານອຸປະນິໄສພາຍນອກຂອງຜູ້ຄົນຍັງເປັນສ່ວນໜຶ່ງໃນການປະຕິບັດພາລະກິດຂອງພຣະອົງອີກດ້ວຍ; ຕົວຢ່າງເຊັ່ນ: ການລິຮານພາຍນອກຂອງຜູ້ຄົນ, ຄວາມເປັນມະນຸດທີ່ບໍ່ປົກກະຕິ ຫຼື ຮູບແບບຊີວິດ ແລະ ນິໄສຂອງພວກເຂົາ, ວິທີທາງ ແລະ ປະເພນີຂອງພວກເຂົາ ລວມເຖິງພາກປະຕິບັດພາຍນອກຂອງພວກເຂົາ ແລະ ຄວາມກະຕືລືລົ້ນຂອງພວກເຂົາ. ແຕ່ເມື່ອພຣະອົງຮຽກຮ້ອງໃຫ້ ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ, ສິ່ງທີ່ຖືກລິຮານຫຼັກໆ ແມ່ນເຈດຕະນາ ແລະ ຄວາມຄິດທີ່ຢູ່ພາຍໃນພວກເຂົາ. ພຽງແຕ່ການລິຮານອຸປະນິໄສພາຍນອກຂອງເຈົ້າເທົ່ານັ້ນແມ່ນບໍ່ຍາກ; ມັນເໝືອນກັບການຮຽກຮ້ອງບໍ່ໃຫ້ເຈົ້າກິນສິ່ງທີ່ເຈົ້າຮັກ ເຊິ່ງເປັນເລື່ອງງ່າຍດາຍ. ແຕ່ສິ່ງທີ່ແຕະຕ້ອງເຖິງຄວາມຄິດພາຍໃນຕົວເຈົ້ານັ້ນ ແມ່ນຍາກທີ່ຈະປະຖິ້ມໄດ້. ມັນຮຽກຮ້ອງໃຫ້ຜູ້ຄົນກໍ່ການກະບົດຕໍ່ເນື້ອໜັງ, ຍອມເສຍສະຫຼະ ແລະ ທົນທຸກທໍລະມານຕໍ່ໜ້າພຣະເຈົ້າ. ສິ່ງນີ້ແມ່ນຖືກທີ່ສຸດ ໂດຍສະເພາະກ່ຽວກັບເຈດຕະນາຂອງຜູ້ຄົນ. ຕັ້ງແຕ່ຜູ້ຄົນເລິ່ມເຊື່ອໃນພຣະເຈົ້າ, ພວກເຂົາກໍໄດ້ເຊື່ອງຊ້ອນເຈດຕະນາທີ່ບໍ່ຖືກຕ້ອງຫຼາຍຢ່າງ. ເມື່ອເຈົ້າບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າຮູ້ສຶກວ່າ ເຈດຕະນາທຸກຢ່າງຂອງເຈົ້າແມ່ນຖືກຕ້ອງ ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຈະເຫັນວ່າ ເຈດຕະນາທີ່ບໍ່ຖືກຕ້ອງຫຼາຍຢ່າງພາຍໃນຕົວເຈົ້າ. ສະນັ້ນ ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບ, ພຣະອົງເຮັດໃຫ້ພວກເຂົາສຳນຶກວ່າ ມີຄວາມຄິດຫຼາຍຢ່າງພາຍໃນຕົວພວກເຂົາທີ່ກຳລັງຂັດຂວາງຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ. ເມື່ອເຈົ້າຮັບຮູ້ວ່າ ເຈດຕະນາຂອງເຈົ້າຜິດໄປ, ຖ້າເຈົ້າສາມາດຢຸດປະຕິບັດຕາມຄວາມຄິດ ແລະ ເຈດຕະນາຂອງເຈົ້າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ຍຶດໝັ້ນໃນຕໍາແໜ່ງຂອງເຈົ້າໃນທຸກສິ່ງທຸກຢ່າງທີ່ເກີດຂຶ້ນກັບເຈົ້າ, ສິ່ງນີ້ກໍພິສູດແລ້ວວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 217](https://lo.kingdomsalvation.org/videos/knowing-God-s-work-excerpt-217.html) - ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ພາລະກິດທີ່ເຮົາປາຖະໜາທີ່ຈະໄດ້ຮັບສູງສຸດ ແລະ ລະດັບໃດທີ່ເຮົາຕ້ອງບັນລຸໄດ້ໃນພາລະກິດນີ້ກ່ອນທີ່ພາລະກິດຈະສຳເລັດໄດ້. ຫຼັງຈາກໄດ້ກ້າວມາກັບເຮົາຈົນມາຮອດມື້ນີ້, ຖ້າມະນຸດຍັງບໍ່ເຂົ້າໃຈວ່າພາລະກິດຂອງເຮົາແມ່ນກ່ຽວກັບຫຍັງ, ນັ້ນໝາຍຄວາມວ່າພວກເຂົາແມ່ນໄດ້ຕິດຕາມເຮົາໂດຍໄຮ້ປະໂຫຍດເລີຍບໍ? ຖ້າຜູ້ຄົນຕິດຕາມເຮົາ, ພວກເຂົາຄວນຮູ້ເຈດຕະນາຂອງເຮົາ. ເຮົາໄດ້ດຳເນີນພາລະກິດໃນໂລກມະນຸດເປັນເວລາຫຼາຍພັນປີມາແລ້ວ ແລະ ມາຮອດມື້ນີ້ ເຮົາຍັງດຳເນີນພາລະກິດຂອງເຮົາຢູ່. ເຖິງແມ່ນວ່າພາລະກິດຂອງເຮົາຈະມີຫຼາຍໂຄງການກໍ່ຕາມ, ແຕ່ຈຸດປະສົງຂອງພາລະກິດນີ້ຍັງຄົງບໍ່ປ່ຽນແປງ. ເຖິງແມ່ນວ່າເຮົາຈະມາພ້ອມກັບການພິພາກສາ ແລະ ການລົງໂທດຕໍ່ກັບມະນຸດກໍ່ຕາມ, ຍົກຕົວຢ່າງ, ສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດໃນການຊ່ວຍໃຫ້ມະນຸດລອດພົ້ນ ແລະ ເພື່ອປະໂຫຍດໃນການເຜີຍແຜ່ພຣະກິດຕິຄຸນຂອງເຮົາໃຫ້ດີຂຶ້ນກວ່າເກົ່າ ແລະ ການເພີ່ມຂະຫຍາຍພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຫລັງຈາກມະນຸດໄດ້ຮັບການສ້າງໃຫ້ສົມບູນແລ້ວ. ສະນັ້ນໃນມື້ນີ້, ໃນເວລາທີ່ຫຼາຍໆຄົນຈົມເລິກໄປກັບຄວາມສິ້ນຫວັງ, ເຮົາຍັງສືບຕໍ່ພາລະກິດຂອງເຮົາ, ເຮົາສືບຕໍ່ວຽກທີ່ເຮົາຕ້ອງເຮັດເພື່ອພິພາກສາ ແລະ ລົງໂທດມະນຸດ. ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດແມ່ນເບື່ອໜ່າຍໃນສິ່ງທີ່ເຮົາກ່າວ ແລະ ມະນຸດກໍບໍ່ມີຄວາມຕ້ອງການທີ່ຈະສົນໃຈໃນພາລະກິດຂອງເຮົາ, ເຮົາກໍຍັງສືບຕໍ່ປະຕິບັດໜ້າທີ່ຂອງເຮົາຕໍ່ໄປ ເພາະວ່າຈຸດປະສົງໃນພາລະກິດຂອງເຮົາຍັງຄົງບໍ່ປ່ຽນແປງ ແລະ ແຜນການເບື້ອງຕົ້ນຂອງເຮົາຈະບໍ່ຖືກທຳລາຍ. ພາລະກິດໃນການພິພາກສາຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດອ່ອນນ້ອມຕໍ່ເຮົາ ແລະ ໃນການລົງໂທດຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດປ່ຽນແປງຢ່າງມີປະສິດທິຜົນຫຼາຍກວ່າເກົ່າ. ເຖິງແມ່ນວ່າສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດແຫ່ງການຄຸ້ມຄອງຂອງເຮົາ, ເຮົາບໍ່ເຄີຍເຮັດສິ່ງໃດທີ່ບໍ່ມີຜົນປະໂຫຍດຕໍ່ມະນຸດເລີຍ ເພາະວ່າເຮົາຕ້ອງການເຮັດໃຫ້ທຸກຊາດຢູ່ນອກດິນແດນອິດສະຣາເອນອ່ອນນ້ອມມຄືກັນກັບຊາວອິດສະຣາເອນ ແລະ ເພື່ອເຮັດໃຫ້ພວກເຂົາກາຍເປັນມະນຸດທີ່ແທ້ຈິງ ແລະ ເພື່ອໃຫ້ເຮົາມີຖານທີ່ໝັ້ນຢູ່ໃນດິນແດນນອກອິດສະຣາເອນ. ນີ້ແມ່ນການຄຸ້ມຄອງຂອງເຮົາ. ມັນແມ່ນພາລະກິດທີ່ເຮົາກຳລັງພະຍາຍາມບັນລຸຜົນຢູ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ແມ່ນແຕ່ໃນຕອນນີ້, ຫຼາຍໆຄົນຍັງບໍ່ເຂົ້າໃຈການຄຸ້ມຄອງຂອງເຮົາ, ເພາະວ່າພວກເຂົາບໍ່ສົນໃຈໃນສິ່ງເຫຼົ່ານີ້ ແລະ ສົນໃຈແຕ່ອະນາຄົດ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 205](https://lo.kingdomsalvation.org/videos/knowing-God-s-work-excerpt-205.html) - ເຈົ້າຄວນອຸທິດທັງໝົດຂອງເຈົ້າໃຫ້ແກ່ພາລະກິດຂອງເຮົາ. ເຈົ້າຄວນເຮັດພາລະກິດທີ່ເປັນປະໂຫຍດຕໍ່ເຮົາ. ເຮົາເຕັມໃຈອະທິບາຍໃຫ້ແກ່ເຈົ້າກ່ຽວກັບທຸກສິ່ງທຸກຢ່າງທີ່ເຈົ້າຍັງບໍ່ເຂົ້າໃຈ ເພື່ອວ່າເຈົ້າຈະສາມາດໄດ້ຮັບທຸກສິ່ງທີ່ເຈົ້າຂາດຈາກເຮົາ. ເຖິງແມ່ນວ່າຄວາມບົກຜ່ອງຂອງເຈົ້າມີຫຼາຍຈົນນັບບໍ່ໄດ້, ເຮົາກໍ່ເຕັມໃຈທີ່ຈະສືບຕໍ່ເຮັດພາລະກິດທີ່ເຮົາຄວນເຮັດໃນຕົວເຈົ້າ ໂດຍມອບຄວາມເມດຕາຄັ້ງສຸດທ້າຍໃຫ້ແກ່ເຈົ້າ ເພື່ອວ່າເຈົ້າອາດໄດ້ຮັບປະໂຫຍດຈາກເຮົາ ແລະ ໄດ້ຮັບສະຫງ່າລາສີທີ່ບໍ່ມີຢູ່ໃນຕົວເຈົ້າ ແລະ ເປັນສິ່ງທີ່ໂລກຍັງບໍ່ເຄີຍເຫັນ. ເຮົາໄດ້ເຮັດພາລະກິດເປັນເວລາຫຼາຍປີ ແຕ່ກໍ່ບໍ່ມີມະນຸດຜູ້ໃດທີ່ຮູ້ຈັກເຮົາ. ເຮົາຕ້ອງການບອກພວກເຈົ້າກ່ຽວກັບຄວາມລັບທີ່ເຮົາບໍ່ເຄີຍບອກໃຜມາກ່ອນ. ໃນບັນດາມະນຸດທັງຫຼາຍ, ເຮົາແມ່ນພຣະວິນຍານທີ່ພວກເຂົາບໍ່ສາມາດແນມເຫັນໄດ້, ເປັນພຣະວິນຍານທີ່ພວກເຂົາຈະບໍ່ສາມາດມີປະຕິສຳພັນນໍາໄດ້. ຍ້ອນພາລະກິດຂອງເຮົາທັງສາມຂັ້ນຕອນເທິງແຜ່ນດິນໂລກ (ການສ້າງໂລກ, ການໄຖ່ບາບ ແລະ ການທຳລາຍລ້າງ), ເຮົາຈຶ່ງໄດ້ປາກົດໃນທ່າມກາງພວກເຂົາໃນເວລາທີ່ແຕກຕ່າງກັນ (ບໍ່ເຄີຍປາກົດຢ່າງເປີດເຜີຍ) ເພື່ອເຮັດພາລະກິດຂອງເຮົາໃນທ່າມກາງພວກເຂົາ. ຄັ້ງທຳອິດທີ່ເຮົາປາກົດໃນທ່າມກາງມະນຸດແມ່ນຢູ່ໃນຍຸກແຫ່ງການໄຖ່ບາບ. ແນ່ນອນ, ເຮົາມາປາກົດໃນຄອບຄົວຂອງຄົນຢິວ; ສະນັ້ນ, ຄົນທຳອິດທີ່ໄດ້ເຫັນພຣະເຈົ້າລົງມາສູ່ແຜ່ນດິນໂລກແມ່ນຄົນຢິວ. ເຫດຜົນທີ່ເຮົາເຮັດພາລະກິດນີ້ດ້ວຍຕົນເອງກໍ່ເພາະວ່າເຮົາຕ້ອງການໃຊ້ເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາເພື່ອເປັນເຄື່ອງບູຊາແທນຄວາມຜິດບາບໃນພາລະກິດແຫ່ງການໄຖ່ບາບຂອງເຮົາ. ສະນັ້ນ, ຄົນທຳອິດທີ່ເຫັນເຮົາແມ່ນຄົນຢິວໃນຍຸກແຫ່ງພຣະຄຸນ. ນັ້ນເປັນຄັ້ງທຳອິດທີ່ເຮົາເຮັດພາລະກິດໃນເນື້ອໜັງ. ໃນຍຸກແຫ່ງລາຊະອານາຈັກ, ພາລະກິດຂອງເຮົາແມ່ນເພື່ອເອົາຊະນະ ແລະ ເຮັດໃຫ້ສົມບູບແບບ, ສະນັ້ນ ເຮົາຈຶ່ງໄດ້ເຮັດພາລະກິດແຫ່ງການລ້ຽງດູຂອງເຮົາໃນເນື້ອໜັງ. ນີ້ແມ່ນເທື່ອທີສອງທີ່ເຮົາໄດ້ເຮັດພາລະກິດໃນເນື້ອໜັງ. ໃນສອງຂັ້ນຕອນສຸດທ້າຍໃນພາລະກິດ, ສິ່ງທີ່ຜູ້ຄົນພົວພັນກັນກໍ່ບໍ່ແມ່ນພຣະວິນຍານທີ່ບໍ່ສາມາດແນມເຫັນ ແລະ ບໍ່ສາມາດຈັບຕ້ອງໄດ້ອີກຕໍ່ໄປ, ແຕ່ເປັນບຸກຄົນທີ່ເປັນພຣະວິນຍານເຊິ່ງໄດ້ກາຍເປັນຈິງໃນເນື້ອໜັງ. ສະນັ້ນ ໃນສາຍຕາຂອງມະນຸດ, ເຮົາໄດ້ກາຍມາເປັນມະນຸດອີກຄັ້ງ, ບໍ່ມີລັກສະນະ ແລະ ຄວາມຮູ້ສຶກຂອງພຣະເຈົ້າອີກ. ຍິ່ງໄປກວ່ານັ້ນ, ພຣະເຈົ້າທີ່ຜູ້ຄົນໄດ້ເຫັນບໍ່ແມ່ນມີແຕ່ເພດຊາຍເທົ່ານັ້ນ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 189](https://lo.kingdomsalvation.org/videos/knowing-God-s-work-excerpt-189.html) - ໃນແຜນງານຂອງພຣະເຈົ້າໃນເວລາຫຼາຍພັນປີ, ພາລະກິດສອງພາກສ່ວນແມ່ນສຳເລັດໂດຍຜ່ານເນື້ອໜັງ: ສ່ວນທຳອິດແມ່ນພາລະກິດຂອງການຖືກຄຶງທີ່ໄມ້ກາງແຂນ ເຊິ່ງພຣະອົງໄດ້ຮັບລັດສະໝີ; ອີກສ່ວນຄືພາລະກິດແຫ່ງໄຊຊະນະ ແລະ ຄວາມສົມບູນໃນຍຸກສຸດທ້າຍ ເຊິ່ງພຣະອົງໄດ້ຮັບລັດສະໝີ. ນີ້ແມ່ນການຄຸ້ມຄອງຂອງພຣະເຈົ້າ. ດັ່ງນັ້ນ, ຢ່າຄິດວ່າ ພາລະກິດຂອງພຣະເຈົ້າ ຫຼື ການມອບໝາຍຂອງພຣະເຈົ້າທີ່ໃຫ້ກັບພວກເຈົ້າວ່າເປັນເລື່ອງງ່າຍດາຍ. ພວກເຈົ້າເປັນຜູ້ສືບທອດມໍລະດົກແຫ່ງລັດສະໝີຂອງພຣະເຈົ້າທີ່ເໜືອກວ່າສິ່ງໃດຫຼາຍເທົ່າ ແລະ ເປັນນິລັນດອນ ແລະ ນີ້ຄືສິ່ງທີ່ຖືກບັນຊາໂດຍພຣະເຈົ້າເປັນພິເສດ. ຈາກສອງສ່ວນຂອງລັດສະໝີຂອງພຣະອົງ, ສ່ວນໜຶ່ງແມ່ນຖືກສຳແດງໃນຕົວພວກເຈົ້າ; ສ່ວນໜຶ່ງທັງໝົດຂອງລັດສະໝີຂອງພຣະເຈົ້າໄດ້ຖືກປະທານໃຫ້ກັບພວກເຈົ້າ ເພື່ອວ່າມັນຈະເປັນມໍລະດົກຂອງພວກເຈົ້າ. ນີ້ຄືການສັນລະເສີນພຣະເຈົ້າຂອງພວກເຈົ້າ ແລະ ມັນຍັງເປັນແຜນງານທີ່ພຣະອົງໄດ້ກຳນົດໄວ້ລ່ວງໜ້າດົນນານມາແລ້ວ. ເມື່ອເຫັນເຖິງຄວາມຍິ່ງໃຫຍ່ຂອງພາລະກິດຂອງພຣະເຈົ້າທີ່ໄດ້ກະທຳໃນດິນແດນທີ່ມັງກອນແດງທີ່ຍິ່ງໃຫຍ່ອາໄສຢູ່, ຖ້າພາລະກິດນີ້ຖືກຍ້າຍໄປບ່ອນອື່ນ ມັນກໍຈະເກີດຜົນຢ່າງໃຫຍ່ຫຼວງເປັນເວລາດົນແລ້ວ ແລະ ພ້ອມທີ່ຈະຖືກຍອມຮັບໂດຍມະນຸດ. ຍິ່ງໄປກວ່ານັ້ນ, ພາລະກິດນີ້ກໍຈະງ່າຍເກີນໄປ ທີ່ຈະຍອມຮັບເອົາຜູ້ສອນສາສະໜາໃນພາກຕາເວັນຕົກທີ່ເຊື່ອໃນພຣະເຈົ້າ ເນື່ອງຈາກວ່າ ຂັ້ນຕອນຂອງພາລະກິດ ທີ່ພຣະເຢຊູໄດ້ເຮັດເປັນແບບຢ່າງດັ່ງທີ່ເຄີຍມີມາ. ນີ້ຄືເຫດຜົນທີ່ພຣະເຈົ້າບໍ່ສາມາດສຳເລັດຂັ້ນຕອນນີ້ຂອງພາລະກິດໃນການໄດ້ຮັບລັດສະໝີນີ້ຢູ່ໃນບ່ອນອື່ນ; ເມື່ອພາລະກິດໄດ້ຮັບການສະໜັບສະໜູນຈາກຜຸ້ຄົນ ແລະ ເປັນທີ່ຍອມຮັບຂອງບັນດາປະຊາຊາດ, ລັດສະໝີຂອງພຣະເຈົ້າບໍ່ສາມາດຍຶດຄອງໄດ້. ນີ້ຄືຄວາມໝາຍພິເສດທີ່ແຈ່ມແຈ້ງ ເຊິ່ງບາດກ້າວນີ້ຂອງພາລະກິດມີໃນດິນແດນແຫ່ງນີ້. ບໍ່ມີມະນຸດຜູ້ໃດໃນບັນດາພວກເຈົ້າທີ່ໄດ້ຮັບການປົກປ້ອງຈາກພຣະບັນຍັດ; ໃນທາງກົງກັນຂ້າມ, ພວກເຈົ້າຖືກລົງໂທດໂດຍພຣະບັນຍັດ. ທີ່ເປັນບັນຫາຫຼາຍກວ່ານັ້ນກໍ່ຄື ຜູ້ຄົນບໍ່ເຂົ້າໃຈພວກເຈົ້າ: ບໍ່ວ່າຈະເປັນພີ່ນ້ອງຂອງພວກເຈົ້າ, ພໍ່ແມ່ຂອງພວກເຈົ້າ, ໝູ່ເພື່ອນຂອງພວກເຈົ້າ ຫຼື ເພື່ອນຮ່ວມງານຂອງພວກເຈົ້າ, ບໍ່ມີໃຜເຂົ້າໃຈພວກເຈົ້າເລີຍ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 184](https://lo.kingdomsalvation.org/videos/knowing-God-s-work-excerpt-184.html) - ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນພາລະກິດເພື່ອໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ມີບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ເປັນຄົນຊອບທໍາດ້ວຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ. ໂດຍມີເງື່ອນໄຂຄືເຈົ້າເຊື່ອ, ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ກ່າວຫຼາຍຢ່າງທີ່ຜູ້ຄົນບໍ່ເຂົ້າໃຈ. ນີ້ກໍຍ້ອນວ່າ ໃນເວລານັ້ນ ພຣະອົງບໍ່ໄດ້ໃຫ້ຄຳອະທິບາຍຫຍັງ. ສະນັ້ນ ຫຼາຍປີຫຼັງຈາກທີ່ພຣະອົງຈາກໄປ, ມັດທາຍກໍໄດ້ສ້າງລຳດັບເຊື້ອວົງຂອງພຣະເຢຊູຂຶ້ນ ແລະ ຄົນອື່ນໆກໍປະຕິບັດພາລະກິດຫຼາຍຢ່າງທີ່ມາຈາກຄວາມປາຖະໜາຂອງມະນຸດ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອເຮັດໃຫ້ມະນຸດສົມບູນ ແລະ ຮັບເອົາພວກເຂົາ, ແຕ່ມາເພື່ອປະຕິບັດພາລະກິດຂັ້ນຕອນດຽວ ນັ້ນກໍຄື ການປະກາດຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ການເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ. ສະນັ້ນ ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພາລະກິດຂອງພຣະອົງກໍສິ້ນສຸດລົງຢ່າງສົມບູນ. ແຕ່ໃນຂັ້ນຕອນປັດຈຸບັນ ນັ້ນກໍຄື ພາລະກິດແຫ່ງການເອົາຊະນະ, ຈຳເປັນຕ້ອງໄດ້ມີການກ່າວພຣະທຳຫຼາຍຂຶ້ນ, ຕ້ອງມີການປະຕິບັດພາລະກິດຫຼາຍຂຶ້ນ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 171](https://lo.kingdomsalvation.org/videos/knowing-God-s-work-excerpt-171.html) - ບໍ່ມີໃຜສາມາດດໍາລົງຊີວິດແບບອິດສະຫຼະໄດ້ຍົກເວັ້ນຜູ້ທີ່ໄດ້ຮັບທິດທາງ ແລະ ການຊີ້ນໍາພິເສດໂດຍພຣະວິນຍານບໍລິສຸດ, ເພາະວ່າພວກເຂົາຕ້ອງການພັນທະກິດ ແລະ ການລ້ຽງດູຈາກຜູ້ທີ່ຖືກໃຊ້ໂດຍພຣະເຈົ້າ. ດ້ວຍເຫດນັ້ນ, ໃນແຕ່ລະຍຸກ ພຣະເຈົ້າຍົກລະດັບຜູ້ຄົນທີ່ແຕກຕ່າງກັນ ຜູ້ທີ່ເຮັ່ງຮີບ ແລະ ຫຍຸ້ງວຽກຕະຫຼອດຍ້ອນລ້ຽງດູຄຣິດຕະຈັກຕ່າງໆເພື່ອຜົນປະໂຫຍດຂອງພາລະກິດຂອງພຣະອົງ. ນັ້ນໝາຍຄວາມວ່າ ພາລະກິດຂອງພຣະເຈົ້າຕ້ອງເຮັດໂດຍຜູ້ທີ່ພຣະອົງເຫັນຊອບ ແລະ ອະນຸມັດ; ພຣະວິນຍານບໍລິສຸດຕ້ອງໃຊ້ສ່ວນໜຶ່ງທີ່ຢູ່ໃນຕົວພວກເຂົາທີ່ເໝາະສົມໃນການນໍາໃຊ້ເພື່ອປະຕິບັດພາລະກິດ ແລະ ພວກເຂົາຈະຖືກເຮັດໃຫ້ເໝາະສົມໃນການນໍາໃຊ້ໂດຍພຣະເຈົ້າ ໂດຍຜ່ານການເຮັດໃຫ້ສົມບູນແບບໂດຍພຣະວິນຍານບໍລິສຸດ. ເນື່ອງຈາກວ່າຄວາມສາມາດໃນການເຂົ້າໃຈຂອງມະນຸດຍັງມີຄວາມຈໍາກັດຫຼາຍເກີນໄປ ເຂົາຕ້ອງໄດ້ຮັບການລ້ຽງດູຈາກຜູ້ທີ່ຖືກໃຊ້ໂດຍພຣະເຈົ້າ; ມັນຄືກັນກັບ ການທີ່ພຣະເຈົ້ານໍາໃຊ້ໂມເຊ, ຜູ້ທີ່ພຣະອົງເຫັນວ່າເໝາະສົມສໍາລັບການນໍາໃຊ້ໃນເວລານັ້ນ ແລະ ຜູ້ທີ່ພຣະອົງໃຊ້ເພື່ອປະຕິບັດພາລະກິດຂອງພຣະເຈົ້າໃນຍຸກນັ້ນ. ໃນຂັ້ນຕອນນີ້, ພຣະເຈົ້າໃຊ້ຊາຍຄົນຫນຶ່ງ ໂດຍໃຊ້ປະໂຫຍດຈາກສ່ວນໜຶ່ງໃນຕົວເຂົາ ທີ່ສາມາດນຳໃຊ້ໂດຍພຣະວິນຍານບໍລິສຸດເພື່ອປະຕິບັດພາລະກິດ ແລະ ພຣະວິນຍານບໍລິສຸດທັງຊີ້ນໍາ ແລະ ເຮັດໃຫ້ສ່ວນທີ່ຍັງເຫຼືອທີ່ບໍ່ສາມາດໃຊ້ໄດ້ນັ້ນສົມບູນແບບໃນເວລາດຽວກັນ. ພາລະກິດທີ່ປະຕິບັດໂດຍຜູ້ທີ່ຖືກນຳໃຊ້ໂດຍພຣະເຈົ້າແມ່ນເພື່ອການຮ່ວມມືກັບພາລະກິດຂອງພຣະຄຣິດ ຫຼື ພຣະວິນຍານບໍລິສຸດ. ຜູ້ຊາຍຄົນນີ້ໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າໃນບັນດາມະນຸດ, ເພິ່ນຢູ່ທີ່ນັ້ນເພື່ອນໍາພາທຸກຄົນທີ່ຖືກເລືອກໂດຍພຣະເຈົ້າ ແລະ ເພິ່ນຍັງໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າເພື່ອເຮັດວຽກຮ່ວມມືກັບມະນຸດ. ໂດຍຜ່ານບຸກຄົນນີ້, ຜູ້ທີ່ສາມາດເຮັດວຽກຮ່ວມມືກັບມະນຸດ, ຄວາມຕ້ອງການຂອງພຣະເຈົ້າຕໍ່ມະນຸດທີ່ຫຼາຍຂຶ້ນ ແລະ ພາລະກິດທີ່ພຣະວິນຍານບໍລິສຸດຕ້ອງປະຕິບັດທ່າມກາງມະນຸດກໍຈະສາມາດບັນລຸໄດ້ໂດຍຜ່ານບຸກຄົນນີ້. ເວົ້າໄດ້ອີກຢ່າງໜຶ່ງກໍຄື: ຈຸດປະສົງຂອງພຣະເຈົ້າໃນການນໍາໃຊ້ຜູ້ຊາຍຄົນນີ້ແມ່ນເພື່ອໃຫ້ທຸກຄົນທີ່ຕິດຕາມພຣະເຈົ້າສາມາດເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າຫຼາຍຂຶ້ນ ແລະ ສາມາດບັນລຸຂໍ້ກໍານົດຂອງພຣະເຈົ້າຫຼາຍຂຶ້ນ. ເນື່ອງຈາກວ່າຜູ້ຄົນບໍ່ສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າ ຫຼື ເຈດຕະນາຂອງພຣະເຈົ້າໄດ້ໂດຍກົງ, ພຣະເຈົ້າຈຶ່ງແຕ່ງຕັ້ງບາງຄົນຂຶ້ນມາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 148](https://lo.kingdomsalvation.org/videos/knowing-God-s-work-excerpt-148.html) - ພາລະກິດຂອງພຣະວິນຍານບໍລິສຸດແມ່ນຖືກປະຕິບັດແບບທໍາມະຊາດສະເໝີ; ພຣະອົງສາມາດວາງແຜນພາລະກິດຂອງພຣະອົງໃນເວລາໃດກໍໄດ້ ແລະ ດໍາເນີນແຜນການນັ້ນໃນເວລາໃດກໍໄດ້. ເປັນຫຍັງເຮົາຈຶ່ງເວົ້າຢູ່ຕະຫຼອດວ່າ ພາລະກິດຂອງພຣະວິນຍານບໍລິສຸດຄືຄວາມເປັນຈິງ, ໃໝ່ສະເໝີ, ບໍ່ເຄີຍເກົ່າ ແລະ ສົດໃສທີ່ສຸດຕະຫຼອດ? ພາລະກິດຂອງພຣະອົງບໍ່ໄດ້ຖືກວາງແຜນໄວ້ໃນເວລາທີ່ໂລກຖືກສ້າງຂຶ້ນ; ນັ້ນບໍ່ແມ່ນສິ່ງທີ່ເກີດຂຶ້ນເລີຍ! ທຸກຂັ້ນຕອນຂອງພາລະກິດແມ່ນເຮັດເພື່ອບັນລຸຜົນທີ່ຖືກຕ້ອງສໍາລັບເວລານັ້ນ ແລະ ຂັ້ນຕອນຕ່າງໆກໍບໍ່ຂັດຂວາງກັນ ແລະ ກັນ. ມີຫຼາຍຄັ້ງທີ່ແຜນການທີ່ຢູ່ໃນຫົວໃຈຂອງເຈົ້າບໍ່ສາມາດທຽບເທົ່າກັບພາລະກິດຫຼ້າສຸດຂອງພຣະວິນຍານບໍລິສຸດ. ພາລະກິດຂອງພຣະອົງບໍ່ງ່າຍດາຍຄືກັບທີ່ມະນຸດຄິດ ແລະ ມັນກໍບໍ່ຊັບຊ້ອນເທົ່າກັບທີ່ມະນຸດຈິນຕະນາການ; ມັນປະກອບດ້ວຍການສະໜອງຜູ້ຄົນໃນເວລາ ແລະ ສະຖານທີ່ໃດກໍໄດ້ຕາມຄວາມຕ້ອງການຂອງພວກເຂົາໃນປັດຈຸບັນ. ບໍ່ມີໃຜທີ່ຈະມີຄວາມຊັດເຈນກ່ຽວກັບແກ່ນແທ້ຂອງມະນຸດຄືພຣະອົງ ແລະ ຍ້ອນເຫດຜົນນີ້ຈຶ່ງບໍ່ມີສິ່ງໃດສາມາດມີຄວາມແທດເໝາະກັບຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນຄືກັບພາລະກິດຂອງພຣະອົງ. ເພາະສະນັ້ນ, ຈາກທັດສະນະຂອງມະນຸດ, ພາລະກິດຂອງພຣະອົງຈຶ່ງເບິ່ງຄືກັບວ່າໄດ້ມີການວາງແຜນໄວ້ເປັນເວລາຫຼາຍພັນປີມາແລ້ວ. ໃນຂະນະທີ່ພຣະອົງປະຕິບັດພາລະກິດທ່າມກາງພວກເຈົ້າໃນປັດຈຸບັນ, ໃນຂະນະທີ່ກໍາລັງປະຕິບັດ ແລະ ກ່າວ ແລະ ເຝົ້າເບິ່ງສະພາບທີ່ພວກເຈົ້າເປັນ, ພຣະອົງກໍຈະມີພຣະທໍາທີ່ເໝາະສົມເພື່ອກ່າວຕໍ່ທຸກສະພາບການອີງຕາມຄວາມຕ້ອງການຂອງພວກເຈົ້າ. ຍົກຕົວຢ່າງຂັ້ນຕອນທໍາອິດຂອງພາລະກິດຂອງພຣະອົງ ເຊັ່ນ: ເວລາຂອງການຂ້ຽນຕີ. ຫຼັງຈາກນັ້ນ ພຣະເຈົ້າໄດ້ດໍາເນີນພາລະກິດຂອງພຣະອົງອີງຕາມສິ່ງທີ່ຜູ້ຄົນໄດ້ສະແດງອອກມາ, ການຕໍ່ຕ້ານຂອງພວກເຂົາ, ສະພາບທາງບວກ ແລະ ສະພາບທາງລົບທີ່ເກີດຂຶ້ນຈາກພວກເຂົາ, ເຊັ່ນດຽວກັນກັບຂີດຈໍາກັດຕໍ່າສຸດ ທີ່ຜູ້ຄົນຈະລົ້ມລົງ ເມື່ອສະພາບທາງລົບມາເຖິງຈຸດໃດໜຶ່ງ ແລະ ພຣະອົງຊົງຍຶດເອົາສິ່ງເຫຼົ່ານີ້ເພື່ອບັນລຸຜົນສໍາເລັດທີ່ດີກວ່າຈາກພາລະກິດຂອງພຣະອົງ. ໝາຍຄວາມວ່າ ພຣະອົງປະຕິບັດພາລະກິດຂອງພຣະອົງອີງຕາມສະພາບການໃນປັດຈຸບັນຂອງພວກເຂົາ; ພຣະອົງດໍາເນີນທຸກຂັ້ນຕອນຂອງພາລະກິດຂອງພຣະອົງອີງຕາມສະພາບການຕົວຈິງຂອງຜູ້ຄົນ. ສິ່ງຊົງສ້າງທັງໝົດແມ່ນຢູ່ໃນກໍາມືຂອງພຣະອົງ;
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 255](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-255.html) - ຖ້າເຈົ້າຕ້ອງການຮັບຫົນທາງແຫ່ງຊີວິດຊົ່ວນິດນິລັນຢ່າງແທ້ຈິງ ແລະ ຖ້າເຈົ້າກະຕືລືລົ້ນໃນການຊອກຫາມັນ ແລ້ວຈົ່ງຕອບຄຳຖາມນີ້ກ່ອນ: ໃນປັດຈຸບັນນີ້ ພຣະເຈົ້າຢູ່ໃສ? ບາງເທື່ອ ເຈົ້າຈະຕອບວ່າ “ພຣະເຈົ້າອາໄສຢູ່ໃນສະຫວັນ, ແນ່ນອນ ພຣະອົງຈະບໍ່ອາໄສຢູ່ໃນເຮືອນຂອງເຈົ້າ, ແມ່ນບໍ?” ບາງເທື່ອ ເຈົ້າອາດເວົ້າວ່າ ພຣະເຈົ້າອາໄສຢູ່ທ່າມກາງທຸກສິ່ງຢ່າງແນ່ນອນ. ຫຼືເຈົ້າອາດເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງແຕ່ລະຄົນ ຫຼື ພຣະເຈົ້າຢູ່ໃນໂລກຝ່າຍວິນຍານ. ເຮົາບໍ່ປະຕິເສດໃນສິ່ງນີ້ເລີຍ ແຕ່ເຮົາຕ້ອງອະທິບາຍບັນຫາໃຫ້ຈະແຈ້ງ. ມັນບໍ່ຖືກທັງໝົດທີ່ຈະເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງມະນຸດ ແຕ່ມັນກໍບໍ່ຜິດທັງໝົດເຊັ່ນກັນ. ນັ້ນກໍຍ້ອນວ່າ ທ່າມກາງຄົນທີ່ມີຄວາມເຊື່ອໃນພຣະເຈົ້າ ມີຜູ້ຄົນທີ່ມີຄວາມເຊື່ອທີ່ແທ້ຈິງ ແລະ ມີຜູ້ຄົນທີ່ມີຄວາມເຊື່ອຜິດ, ມີຜູ້ຄົນທີ່ພຣະເຈົ້າເຫັນດີ ແລະ ຜູ້ຄົນທີ່ພຣະອົງບໍ່ເຫັນດີ, ມີຜູ້ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຜູ້ຄົນທີ່ພຣະອົງກຽດຊັງ ແລະ ມີຜູ້ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ ແລະ ຜູ້ຄົນທີ່ພຣະອົງຈະໂຍນອອກ. ສະນັ້ນ ເຮົາຈຶ່ງເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງຄົນ ແຕ່ເປັນຄົນຈຳນວນໜ້ອຍ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງໂດຍບໍ່ມີຂໍ້ສົງໄສ, ຄົນທີ່ພຣະເຈົ້າເຫັນດີ, ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ. ພວກເຂົາແມ່ນຄົນທີ່ພຣະເຈົ້ານໍາພາ. ຍ້ອນວ່າພຣະເຈົ້ານໍາພາພວກເຂົາ, ພວກເຂົາຈຶ່ງເປັນຄົນທີ່ໄດ້ຍິນ ແລະ ເຫັນຫົນທາງແຫ່ງຊີວິດຊົ່ວນິດນິລັນຂອງພຣະເຈົ້າ. ຜູ້ຄົນທີ່ມີຄວາມເຊື່ອໃນພຣະເຈົ້າທີ່ຜິດ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 254](https://lo.kingdomsalvation.org/videos/God-s-disposition-and-what-He-has-and-is-excerpt-254.html) - ຫົນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ຄົນໃດກໍສາມາດມີໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ຄົນໃດກໍສາມາດໄດ້ຮັບຢ່າງງ່າຍດາຍ. ນີ້ກໍຍ້ອນວ່າຊີວິດແມ່ນສາມາດມາຈາກພຣະເຈົ້າເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າເອງທີ່ມີແກ່ນແທ້ຂອງຊີວິດ ແລະ ມີພຽງພຣະເຈົ້າເອງທີ່ມີຫົນທາງແຫ່ງຊີວິດ. ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ພຣະອົງສ້າງແຜ່ນດິນໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງທີ່ກ່ຽວຂ້ອງກັບພະລັງແຫ່ງຊີວິດ, ປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ເສຍສະຫຼະຫຼາຍເພື່ອມະນຸດອາດຈະໄດ້ຮັບຊີວິດ. ນີ້ກໍຍ້ອນວ່າພຣະເຈົ້າເອງເປັນຊີວິດຊົ່ວນິດນິລັນ ແລະ ພຣະເຈົ້າເອງເປັນຫົນທາງແຫ່ງການຟື້ນຟູຊີວິດຂອງມະນຸດ. ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ພຣະອົງອາໄສຢູ່ທ່າມກາງມະນຸດຕະຫຼອດເວລາ. ພຣະອົງໄດ້ເປັນກໍາລັງຜັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການມີຊີວິດຢູ່ຂອງມະນຸດ ແລະ ເປັນແຫຼ່ງທີ່ອຸດົມສົມບູນສໍາລັບການມີຊີວິດຢູ່ຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ມະນຸດເກີດຂຶ້ນໃໝ່ ແລະ ເຮັດໃຫ້ມະນຸດສາມາດດຳລົງໃນທຸກບົດບາດຂອງຊີວິດຂອງເຂົາຢ່າງໜຽວແໜ້ນ. ຍ້ອນອຳນາດຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ເຊິ່ງພະລັງແຫ່ງຊີວິດຂອງພຣະເຈົ້າເປັນຮາກຖານໃນການມີຊີວິດຢູ່ຂອງມະນຸດ ແລະ ພຣະເຈົ້າໄດ້ເສຍສະຫຼະໃນສິ່ງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍເສຍສະຫຼະມາກ່ອນ. ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາຊະນະເໜືອລິດອຳນາດທັງປວງ; ນອກຈາກນັ້ນ ມັນຍັງຍິ່ງໃຫຍ່ກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດອຳນາດຂອງພຣະອົງເໜືອທໍາມະຊາດ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກເອົາຊະນະໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງເປັ່ງປະກາຍໄປທົ່ວ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດໄດ້ຜ່ານການປ່ຽນແປງຢ່າງໃຫຍ່ຫຼວງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 147](https://lo.kingdomsalvation.org/videos/knowing-God-s-work-excerpt-147.html) - ພາລະກິດທັງໝົດທີ່ດໍາເນີນມາຫຼາຍກວ່າຫົກພັນປີ ໄດ້ມີການປ່ຽນແປງເທື່ອລະໜ້ອຍຕາມຍຸກສະໄໝຕ່າງໆທີ່ຜ່ານມາ ແລະ ຜ່ານໄປ. ການປ່ຽນແປງໃນພາລະກິດນີ້ໄດ້ເກີດຂຶ້ນ ໂດຍອີງຕາມສະຖານະການໂດຍລວມຂອງໂລກ ແລະ ຕາມແນວໂນ້ມການພັດທະນາຂອງມະນຸດໂດຍລວມ; ພາລະກິດແຫ່ງການຄຸ້ມຄອງກໍພຽງແຕ່ປ່ຽນແປງຕາມນັ້ນເທື່ອລະໜ້ອຍ. ທັງໝົດບໍ່ໄດ້ມີການວາງແຜນໄວ້ໃນຕອນທີ່ເລີ່ມຕົ້ນຂອງການສ້າງ. ກ່ອນທີ່ໂລກຈະຖືກສ້າງຂຶ້ນ ຫຼື ຫຼັງຈາກທີ່ໄດ້ຖືກສ້າງຂຶ້ນໃນບໍ່ດົນ, ພຣະເຢໂຮວາຍັງບໍ່ໄດ້ວາງແຜນຂັ້ນຕອນທໍາອິດຂອງພາລະກິດ, ຂັ້ນຕອນແຫ່ງພຣະບັນຍັດ; ຂັ້ນຕອນທີສອງຂອງພາລະກິດ ແມ່ນຂັ້ນຕອນແຫ່ງພຣະຄຸນ; ຫຼື ຂັ້ນຕອນທີສາມຂອງພາລະກິດ ແມ່ນຂັ້ນຕອນແຫ່ງການເອົາຊະນະ, ເຊິ່ງພຣະອົງຈະເລີ່ມຕົ້ນດ້ວຍເຊື້ອສາຍຂອງໂມອາບກ່ອນ ແລະ ຜ່ານວິທີການນີ້ ພຣະອົງຈະເອົາຊະນະຈັກກະວານທັງປວງ. ຫຼັງຈາກທີ່ໄດ້ສ້າງແຜ່ນດິນໂລກ ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ ຫຼື ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຫຼັງຈາກໂມອາບ; ແນ່ນອນກ່ອນໜ້າໂລດ ພຣະອົງກໍບໍ່ເຄີຍກ່າວພຣະທໍາເຫຼົ່ານີ້. ພາລະກິດທັງໝົດຖືກປະຕິບັດຢ່າງເປັນທໍາມະຊາດ. ນີ້ແມ່ນວິທີທີ່ພາລະກິດແຫ່ງການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ພັດທະນາ; ກ່ອນສ້າງໂລກ ພຣະອົງຈະເຄີຍຂຽນແຜນການດັ່ງກ່າວຂຶ້ນເປັນຮູບຮ່າງຄືກັບ “ຕາຕະລາງສະຫຼຸບສໍາລັບການພັດທະນາຂອງມະນຸດຊາດ”. ໃນພາລະກິດຂອງພຣະເຈົ້າ, ພຣະອົງສະແດງສິ່ງທີ່ພຣະອົງເປັນໂດຍກົງ; ພຣະອົງບໍ່ໄດ້ພະຍາຍາມຄິດຢ່າງໜັກເພື່ອສ້າງແຜນການຂຶ້ນ. ແນ່ນອນ ຜູ້ປະກາດພຣະທໍາຈຳນວນເລັກນ້ອຍຄົນໄດ້ກ່າວຄໍາທໍານາຍອັນຍິ່ງໃຫຍ່ຫຼາຍຢ່າງ ແຕ່ມັນກໍຍັງບໍ່ສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າແມ່ນໜຶ່ງໃນການວາງແຜນການທີ່ຊັດເຈນຢູ່ສະເໝີ; ຄໍາທໍານາຍເຫຼົ່ານັ້ນຖືກສ້າງຂຶ້ນຕາມພາລະກິດຂອງພຣະເຈົ້າໃນເວລານັ້ນ. ພາລະກິດທັງໝົດທີ່ພຣະອົງປະຕິບັດ ແມ່ນພາລະກິດທີ່ແທ້ຈິງທີ່ສຸດ. ພຣະອົງດໍາເນີນພາລະກິດຂອງພຣະອົງຕາມການພັດທະນາໃນແຕ່ລະຍຸກສະໄໝ ແລະ ອີງພາລະກິດນັ້ນຕາມວິທີທີ່ສິ່ງຕ່າງໆປ່ຽນແປງ. ສໍາລັບພຣະອົງແລ້ວ, ການດໍາເນີນພາລະກິດແມ່ນຄ້າຍຄືກັບການຈັດຢາເພື່ອປິ່ນປົວຄວາມເຈັບປ່ວຍ; ໃນຂະນະທີ່ປະຕິບັດພາລະກິດຂອງພຣະອົງ, ພຣະອົງສັງເກດການ ແລະ ສືບຕໍ່ພາລະກິດຂອງພຣະອົງຕາມການສັງເກດການຂອງພຣະອົງ. ໃນທຸກຂັ້ນຕອນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 144](https://lo.kingdomsalvation.org/videos/knowing-God-s-work-excerpt-144.html) - ໃນປັດຈຸບັນ ພວກເຈົ້າຄວນຮູ້ຊັດເຈນແລ້ວວ່າ ໃນຍຸກສຸດທ້າຍນີ້ ຄວາມຈິງແລ້ວພຣະເຈົ້າແມ່ນໄດ້ເຮັດສໍາເລັດ “ພຣະທຳກາຍມາເປັນມະນຸດ” ແລ້ວ. ຜ່ານພາລະກິດທີ່ແທ້ຈິງຂອງພຣະອົງເທິງແຜ່ນດິນໂລກ ພຣະອົງຈຶ່ງເຮັດໃຫ້ມະນຸດຮູ້ຈັກພຣະອົງ, ມີສ່ວນຮ່ວມປະຕິບັດກັບພຣະອົງ ແລະ ເຮັດໃຫ້ພວກເຂົາໄດ້ເຫັນເຖິງການກະທຳທີ່ຂຶ້ນຢູ່ກັບຄວາມເປັນຈິງຂອງພຣະອົງ. ພຣະອົງເຮັດໃຫ້ມະນຸດເຫັນໄດ້ຢ່າງຊັດເຈນວ່າ ພຣະອົງສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແລະ ມີບາງເວລາທີ່ພຣະອົງກໍບໍ່ສາມາດເຮັດແບບນັ້ນໄດ້, ນີ້ກໍຍ້ອນວ່າການປະຕິບັດພາລະກິດຂອງພຣະອົງໃນແຕ່ລະຍຸກແມ່ນແຕກຕ່າງກັນ. ຈາກສິ່ງນີ້ ເຈົ້າສາມາດເຫັນວ່າ ພຣະເຈົ້າບໍ່ແມ່ນບໍ່ສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແຕ່ກົງກັນຂ້າມ ພຣະອົງປ່ຽນແປງການປະຕິບັດຂອງພຣະອົງໃຫ້ສຳເລັດໂດຍອີງຕາມພາລະກິດ ແລະ ອີງຕາມຍຸກ. ໃນຂັ້ນຕອນຂອງພາລະກິດໃນປັດຈຸບັນ ພຣະອົງບໍ່ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ; ເຫດຜົນທີ່ພຣະອົງສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງໃນຍຸກຂອງພຣະເຢຊູກໍຍ້ອນວ່າ ພາລະກິດຂອງພຣະອົງໃນຍຸກນັ້ນແມ່ນແຕກຕ່າງກັນ. ພຣະເຈົ້າບໍ່ປະຕິບັດພາລະກິດດັ່ງກ່າວນັ້ນໃນຍຸກປັດຈຸບັນ ແລະ ບາງຄົນເຊື່ອວ່າ ພຣະອົງບໍ່ສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍຄິດວ່າ ຖ້າພຣະອົງບໍ່ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແລ້ວພຣະອົງກໍບໍ່ແມ່ນພຣະເຈົ້າ. ນີ້ບໍ່ແມ່ນຄວາມເຊື່ອທີ່ຜິດບໍ? ພຣະເຈົ້າສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແຕ່ພຣະອົງກຳລັງປະຕິບັດພາລະກິດໃນຍຸກທີ່ແຕກຕ່າງກັນ ແລະ ດ້ວຍເຫດນີ້
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 142](https://lo.kingdomsalvation.org/videos/knowing-God-s-work-excerpt-142.html) - ພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອອະທິບາຍທຸກສິ່ງທີ່ຈຳເປັນຕໍ່ຊີວິດຂອງມະນຸດ, ເພື່ອຊີ້ໃຫ້ເຫັນສິ່ງທີ່ມະນຸດສົມຄວນເຂົ້າຫາ, ເພື່ອສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນ ແລະ ເພື່ອສະແດງສະຕິປັນຍາ, ລິດອຳນາດອັນໄພສານ ແລະ ຄວາມມະຫັດສະຈັນຂອງພຣະເຈົ້າໃຫ້ກັບມະນຸດ. ໂດຍຜ່ານຫຼາກຫຼາຍວິທີທີ່ພຣະເຈົ້າກ່າວ, ມະນຸດຈະໄດ້ເຫັນຄວາມລໍ້າເລີດຂອງພຣະເຈົ້າ, ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ນອກເໜືອໄປກວ່ານັ້ນມະນຸດຈະໄດ້ເຫັນຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ. ມະນຸດເຫັນວ່າພຣະເຈົ້າສູງສົ່ງ, ແຕ່ພຣະອົງຖ່ອມຕົວ ແລະ ຄວາມລີ້ລັບ ແລະ ສາມາດກາຍເປັນຜູ້ຕ່ຳຕ້ອຍທີ່ສຸດໄດ້. ພຣະທຳບາງຂໍ້ຂອງພຣະອົງແມ່ນກ່າວອອກມາຈາກມຸມມອງຂອງພຣະວິນຍານໂດຍກົງ, ບາງຂໍ້ແມ່ນກ່າວອອກມາຈາກມຸມມອງຂອງມະນຸດໂດຍກົງ ແລະ ບາງຂໍ້ແມ່ນກ່າວອອກມາຈາກມຸມມອງຂອງບຸກຄົນທີສາມ. ດ້ວຍສິ່ງນີ້, ສາມາດເຫັນໄດ້ວ່າ ວິທີການຂອງພາລະກິດຂອງພຣະເຈົ້າແຕກຕ່າງກັນຢ່າງໃຫຍ່ຫຼວງ ແລະ ພຣະອົງເຮັດໃຫ້ມະນຸດເຫັນຄວາມແຕກຕ່າງນັ້ນໂດຍຜ່ານພຣະທຳ. ພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍແມ່ນທັງທຳມະດາ ແລະ ຂຶ້ນຢູ່ກັບຄວາມເປັນຈິງ ແລະ ດ້ວຍເຫດນັ້ນ ກຸ່ມຄົນໃນຍຸກສຸດທ້າຍຈະໄດ້ຜະເຊີນກັບການທົດລອງທີ່ຍິ່ງໃຫຍ່ທີ່ສຸດ. ຍ້ອນຄວາມທຳມະດາ ແລະ ການເຮັດຕາມຄວາມເປັນຈິງຂອງພຣະເຈົ້າ, ທຸກຄົນຈຶ່ງໄດ້ເຂົ້າຢູ່ໃນຊ່ວງການທົດລອງດັ່ງກ່າວ; ມະນຸດດັ່ງກ່າວນັ້ນທີ່ຕົກຢູ່ໃນການທົດລອງຂອງພຣະເຈົ້າ ແມ່ນຍ້ອນຄວາມທຳມະດາ ແລະ ການເຮັດຕາມຄວາມເປັນຈິງຂອງພຣະເຈົ້າ. ໃນຊ່ວງຍຸກຂອງພຣະເຢຊູແມ່ນບໍ່ມີແນວຄວາມຄິດ ຫຼື ການທົດລອງ. ຍ້ອນວ່າພາລະກິດສ່ວນໃຫຍ່ທີ່ພຣະເຢຊູປະຕິບັດແມ່ນສອດຄ່ອງກັບແນວຄວາມຄິດຂອງມະນຸດ, ຜູ້ຄົນຕິດຕາມພຣະອົງ ແລະ ພວກເຂົາບໍ່ມີແນວຄວາມຄິດຕ່າງໆນາໆກ່ຽວກັບພຣະອົງ. ການທົດລອງໃນປັດຈຸບັນເປັນການທົດລອງທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດເຄີຍໄດ້ຜະເຊີນ ແລະ ເມື່ອເວລາເວົ້າເຖິງຜູ້ຄົນທີ່ອອກມາຈາກຄວາມລໍາບາກຍາກແຄ້ນທີ່ສຸດ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 141](https://lo.kingdomsalvation.org/videos/knowing-God-s-work-excerpt-141.html) - ສ່ວນໃຫຍ່ແລ້ວ, ການຮູ້ຈັກພາລະກິດຂອງພຣະເຈົ້າໃນຍຸກປັດຈຸບັນນີ້ແມ່ນການຮູ້ຈັກພັນທະກິດທີ່ສຳຄັນຂອງພຣະເຈົ້າທີ່ມາບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ເລື່ອງທີ່ພຣະອົງໄດ້ລົງມາເພື່ອປະຕິບັດພາລະກິດຢູ່ເທິງແຜ່ນດິນໂລກ. ກ່ອນໜ້ານີ້ ເຮົາໄດ້ກ່າວໄວ້ໃນພຣະທຳຂອງເຮົາແລ້ວວ່າ ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກ (ໃນຊ່ວງຍຸກສຸດທ້າຍ) ເພື່ອວາງແບບຢ່າງກ່ອນທີ່ຈະຈາກໄປ. ພຣະເຈົ້າວາງແບບຢ່າງນີ້ແນວໃດ? ພຣະອົງກະທຳດັ່ງນັ້ນໂດຍການກ່າວພຣະທຳ ແລະ ໂດຍການປະຕິບັດພາລະກິດ ແລະ ການກ່າວໄປທົ່ວແຜ່ນດິນ. ນີ້ຄືພາລະກິດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍ; ພຣະອົງພຽງແຕ່ກ່າວ ເພື່ອເຮັດໃຫ້ແຜ່ນດິນໂລກກາຍມາເປັນໂລກແຫ່ງພຣະທຳ, ເພື່ອວ່າທຸກຄົນຈະໄດ້ຮັບການຈັດຕຽມ ແລະ ໄດ້ຮັບຄວາມສະຫວ່າງຈາກພຣະທໍາຂອງພຣະອົງ ແລະ ເພື່ອວ່າວິນຍານຂອງມະນຸດຈະໄດ້ຕື່ນຂຶ້ນ ແລະ ເຂົາຈະໄດ້ຮັບຄວາມຊັດເຈນກ່ຽວກັບນິມິດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ລົງມາເທິງແຜ່ນດິນໂລກເພື່ອກ່າວພຣະທຳໂດຍສະເພາະ. ເມື່ອພຣະເຢຊູມາ, ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ພຣະອົງສໍາເລັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ພຣະອົງໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະບັນຍັດ ແລະ ລຶບລ້າງສິ່ງເກົ່າທັງໝົດ. ການມາຂອງພຣະເຢຊູໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ; ການມາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະຄຸນ. ພຣະອົງໄດ້ມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອໃຊ້ພຣະທຳໃນການເຮັດໃຫ້ມະນຸດສົມບູນ, ເພື່ອເຍືອງທາງ ແລະ ໃຫ້ແສງສະຫວ່າງກັບມະນຸດ ແລະ ເພື່ອກຳຈັດບ່ອນຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ. ນີ້ບໍ່ແມ່ນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດເມື່ອເວລາພຣະອົງມາ. ເມື່ອພຣະເຢຊູມາ, ພຣະອົງໄດ້ກະທໍາການອັດສະຈັນຫຼາຍຢ່າງ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງປະຕິບັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ຜົນຕາມມາກໍຄື
- [ການອ່ານພຣະທຳຂອງພຣະເຈົ້າ | "ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ" ພາກທີສອງ](https://lo.kingdomsalvation.org/videos/knowing-three-stages-of-God-s-work-is-path-to-know-God-reading-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ"](https://lo.kingdomsalvation.org/videos/concerning-appellations-and-identity.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ວ່າດ້ວຍເລື່ອງປະສົບການ"](https://lo.kingdomsalvation.org/videos/on-experience.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 16"](https://lo.kingdomsalvation.org/videos/the-sixteenth-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 9"](https://lo.kingdomsalvation.org/videos/the-nine-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະຄຳຂອງພຣະຄຣິດໃນຕົ້ນເດີມ: ບົດທີ 34"](https://lo.kingdomsalvation.org/videos/thirty-fourth-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ"](https://lo.kingdomsalvation.org/videos/how-peter-came-to-know-Jesus.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະຄຳຂອງພຣະຄຣິດໃນຕົ້ນເດີມ: ບົດທີ 108"](https://lo.kingdomsalvation.org/videos/one-hundred-and-eighth-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຮັບໃຊ້ດັ່ງທີ່ຊາວອິດສະຣາເອນເຮັດ"](https://lo.kingdomsalvation.org/videos/serve-as-the-israelites-did.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພວກເຈົ້າຕ້ອງເຂົ້າໃຈພາລະກິດ ຢ່າປະຕິບັດຕາມຢ່າງສັບສົນ!"](https://lo.kingdomsalvation.org/videos/dont-follow-confusedly.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ"](https://lo.kingdomsalvation.org/videos/success-or-failure-depends-on-man-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຈຸດປະສົງໃນການຄຸ້ມຄອງມະນຸດຊາດ"](https://lo.kingdomsalvation.org/videos/the-purpose-of-managing-mankind.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຜູ້ທີ່ໄດ້ຮັບຄວາມລອດພົ້ນແມ່ນຜູ້ທີ່ຍິນດີປະຕິບັດຕາມຄວາມຈິງ"](https://lo.kingdomsalvation.org/videos/willing-to-practice-the-truth.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ"](https://lo.kingdomsalvation.org/videos/disposition-changed-enter-into-reality.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນຄວາມຮັກແບບທໍາມະຊາດ"](https://lo.kingdomsalvation.org/videos/genuine-love-for-God-is-spontaneous.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ໃຫ້ຄໍານຶງເຖິງເຈດຕະນາຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ"](https://lo.kingdomsalvation.org/videos/be-mindful-of-God-s-will-to-attain-perfection.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ"](https://lo.kingdomsalvation.org/videos/God-is-the-Lord-of-all-creation.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ" ພາກທີໜຶ່ງ](https://lo.kingdomsalvation.org/videos/knowing-three-stages-of-God-s-work-is-path-to-know-God-reading-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ"](https://lo.kingdomsalvation.org/videos/escape-from-influence-of-darkness-reading.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່"](https://lo.kingdomsalvation.org/videos/essence-of-flesh-inhabited-by-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ"](https://lo.kingdomsalvation.org/videos/focus-more-on-reality.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງ"](https://lo.kingdomsalvation.org/videos/keep-commandments-and-practicing-truth.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ" ພາກທີໜຶ່ງ](https://lo.kingdomsalvation.org/videos/God-s-work-and-mans-work-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ"](https://lo.kingdomsalvation.org/videos/discussing-church-life-and-everyday-life.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ"](https://lo.kingdomsalvation.org/videos/proper-relationship-with-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້"](https://lo.kingdomsalvation.org/videos/know-God-can-bear-testimony.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ" ພາກທີສອງ](https://lo.kingdomsalvation.org/videos/God-s-work-and-mans-work-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ"](https://lo.kingdomsalvation.org/videos/all-is-achieved-by-the-word-of-God-reading.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ"](https://lo.kingdomsalvation.org/videos/the-age-of-kingdom-is-the-age-of-word-reading.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາລະກິດໃນຍຸກແຫ່ງພຣະບັນຍັດ"](https://lo.kingdomsalvation.org/videos/the-work-in-the-age-of-law-reading.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ" ພາກທີສອງ](https://lo.kingdomsalvation.org/videos/how-whole-of-humanity-has-developed-to-present-day-reading-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ"](https://lo.kingdomsalvation.org/videos/true-story-behind-work-of-age-of-redemption-reading.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ" ພາກທີໜຶ່ງ](https://lo.kingdomsalvation.org/videos/how-whole-of-humanity-has-developed-to-present-day-reading-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ນິມິດແຫ່ງພາລະກິດຂອງພຣະເຈົ້າ (1)"](https://lo.kingdomsalvation.org/videos/vision-of-God-s-work-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ"](https://lo.kingdomsalvation.org/videos/God-is-the-source-of-man-s-life-reading.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳ ການອັນຍິ່ງໃຫຍ່ທ່າມກາງມະນຸດ"](https://lo.kingdomsalvation.org/videos/God-has-done-a-great-thing-among-men-reading.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ"](https://lo.kingdomsalvation.org/videos/God-presides-over-the-fate-of-all-mankind-reading.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່"](https://lo.kingdomsalvation.org/videos/appearance-of-God-has-ushered-in-a-new-age-reading.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ອານາຈັກພັນປີມາຮອດແລ້ວ"](https://lo.kingdomsalvation.org/videos/the-millennial-kingdom-has-arrived-reading.html)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 122](https://lo.kingdomsalvation.org/videos/knowing-God-excerpt-122.html) - ຫົກຊ່ວງເວລາໃນຊີວິດມະນຸດ ໃນໄລຍະໜຶ່ງຂອງຊີວິດ ທຸກຄົນແມ່ນຈະມາເຖິງຊ່ວງເວລາສຳຄັນຕ່າງໆ. ນີ້ແມ່ນບາດກ້າວທີ່ເປັນພຶ້ນຖານທີ່ສຸດ ແລະ ສຳຄັນທີ່ສຸດ ເຊິ່ງກຳນົດໂຊກຊະຕາໃນຊີວິດຂອງຄົນໃດໜຶ່ງ. ຕໍ່ໄປແມ່ນບົດຄວາມອະທິບາຍຫຍໍ້ກ່ຽວກັບເຄື່ອງໝາຍນຳທາງເຫຼົ່ານີ້ ທີ່ທຸກຄົນຕ້ອງໄດ້ຜ່ານໃນຊ່ວງເວລາແຫ່ງຊີວິດ. ຊ່ວງເວລາທີໜຶ່ງ: ເກີດ ບ່ອນທີ່ຄົນເກີດ, ພວກເຂົາເກີດໃນຄອບຄົວໃດ, ເພດ, ຮູບລັກສະນະ ແລະ ເວລາເກີດຕ່າງໆ. ທັງໝົດນີ້ແມ່ນລາຍລະອຽດກ່ຽວກັບຊ່ວງເວລາທຳອິດຂອງຊີວິດຄົນ. ບໍ່ມີໃຜອາດເລືອກລາຍລະອຽດທີ່ແນ່ນອນຂອງຊ່ວງເວລານີ້ໄດ້; ທັງໝົດໄດ້ຖືກກຳນົດໄວ້ລ່ວງໜ້າມາເປັນເວລາດົນນານແລ້ວ ໂດຍພຣະຜູ້ຊົງສ້າງ. ພວກມັນບໍ່ໄດ້ຮັບອິດທິພົນຈາກສະພາບແວດລ້ອມພາຍນອກແຕ່ຢ່າງໃດເລີຍ ແລະ ບໍ່ມີປັດໃຈໃດທີ່ມະນຸດສ້າງຂຶ້ນສາມາດປ່ຽນແປງຄວາມຈິງເຫຼົ່ານີ້ໄດ້ ເຊິ່ງໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງແລ້ວ. ການທີ່ຄົນໆໜຶ່ງເກີດມາ ໝາຍຄວາມວ່າ ພຣະຜູ້ຊົງສ້າງໄດ້ສໍາເລັດບາດກ້າວທຳອິດແຫ່ງໂຊກຊະຕາທີ່ພຣະອົງໄດ້ຈັດແຈງໄວ້ສຳລັບຄົນໆນັ້ນແລ້ວ. ຍ້ອນວ່າພຣະອົງໄດ້ກຳນົດລາຍລະອຽດທັງໝົດເຫຼົ່ານີ້ໄວ້ລ່ວງໜ້າມາເປັນເວລາດົນນານແລ້ວ, ບໍ່ມີໃຜມີອຳນາດປ່ຽນແປງພວກມັນໄດ້. ບໍ່ວ່າໂຊກຊະຕາຂອງຄົນຈະເປັນແນວໃດກໍຕາມ, ເງື່ອນໄຂການເກີດຂອງຄົນແມ່ນໄດ້ຖືກກໍານົດໄວ້ລ່ວງໜ້າແລ້ວ ແລະ ຍັງຄົງເປັນແບບນັ້ນຕະຫຼອເດໄປ; ພວກມັນບໍ່ໄດ້ຮັບອິດທິພົນໃດໆຈາກໂຊກຊະຕາຂອງຄົນໃດໜຶ່ງໃນຊີວິດ ແລະ ບໍ່ມີຜົນກະທົບຫຍັງຕໍ່ອໍານາດອະທິປະໄຕຂອງພຣະຜູ້ຊົງສ້າງຕໍ່ໂຊກຊະຕາຊີວິດຂອງຄົນ. 1. ຊີວິດໃໝ່ໄດ້ເກີດຂຶ້ນຈາກແຜນການຂອງພຣະຜູ້ຊົງສ້າງ ສະຖານທີ່ເກີດ, ຄອບຄົວ, ເພດ, ຮູບລັກສະນະ ແລະ ເວລາເກີດ, ລາຍລະອຽດອັນໃດຂອງຊ່ວງເວລາທໍາອິດທີ່ຄົນສາມາດເລືອກໄດ້ແດ່? ເຫັນໄດ້ຢ່າງຊັດເຈນວ່າ ການເກີດແມ່ນເຫດການທີ່ເລືອກບໍ່ໄດ້. ຄົນໜຶ່ງເກີດມາໂດຍບໍ່ມີທາງເລືອກວ່າຈະເກີດ ຢູ່ສະຖານທີ່ໃດໜຶ່ງ, ໃນຄອບຄົວໃດໜຶ່ງ ແລະ ໃນຮູບລັກສະນະໃດໜຶ່ງ; ຄົນໆໜຶ່ງກາຍເປັນສະມາຊິກຂອງຄົວເຮືອນໃດໜຶ່ງ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 30](https://lo.kingdomsalvation.org/videos/knowing-God-excerpt-030.html) - ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ. ພຣະເຈົ້າກ່າວວ່າ ສິ່ງນີ້ເປັນສັນຍາລັກຂອງພັນທະສັນຍາທີ່ເຮົາສ້າງລະຫວ່າງເຮົາ ແລະ ເຈົ້າ ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ, ເພື່ອຮຸ່ນສູ່ຮຸ່ນ ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ. (ປະຖົມມະການ 9:11-13). ໃນຕອນສຸດທ້າຍຂອງເລື່ອງໂນອາ, ພວກເຮົາເຫັນວ່າພຣະເຈົ້າໃຊ້ວິທີການທີ່ບໍ່ປົກກະຕິເພື່ອສະແດງຄວາມຮູ້ສຶກຂອງພຣະອົງໃນເວລານັ້ນ. ມັນແມ່ນວິທີການທີ່ພິເສດຫຼາຍ: ພຣະອົງສ້າງພັນທະສັນຍາກັບມະນຸດເຊິ່ງປະກາດການສິ້ນສຸດການທຳລາຍໂລກດ້ວຍນ້ຳຖ້ວມຂອງພຣະເຈົ້າ. ໂດຍຜິວເຜີນແລ້ວ, ການສ້າງພັນທະສັນຍາອາດເບິ່ງຄືກັບວ່າເປັນເລື່ອງທຳມະດາຫຼາຍ. ມັນບໍ່ມີຫຍັງຫຼາຍໄປກວ່າການໃຊ້ຄຳເວົ້າເພື່ອຜູກມັດທັງສອງຝ່າຍ ແລະ ປ້ອງກັນພວກເຂົາຈາກການລະເມີດຂໍ້ຕົກລົງຂອງພວກເຂົາ, ເພື່ອປົກປ້ອງຜົນປະໂຫຍດທັງສອງຝ່າຍ. ໃນຮູບຮ່າງພາຍນອກ, ມັນເປັນສິ່ງທຳມະດາ, ແຕ່ຈາກແຮງຈູງໃຈທີ່ຢູ່ເບື້ອງຫຼັງ ແລະ ເຈດຕະນາຂອງພຣະເຈົ້າໃນການເຮັດສິ່ງນີ້, ມັນແມ່ນການເປີດເຜີຍທີ່ແທ້ຈິງກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສະພາບຈິດໃຈຂອງພຣະອົງ. ຖ້າເຈົ້າບໍ່ສົນໃຈພຣະທໍາເຫຼົ່ານີ້ ແລະ ບໍ່ຮັບຮູ້ພວກມັນ, ຖ້າເຮົາບໍ່ເຄີຍບອກຄວາມຈິງໃນສິ່ງຕ່າງໆກັບພວກເຈົ້າ, ແລ້ວມະນຸດຊາດກໍຈະບໍ່ມີວັນຮູ້ຄວາມຄິດຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ບາງເທື່ອ ໃນຈິນຕະນາການຂອງເຈົ້າ ພຣະເຈົ້າຍິ້ມ ຕອນພຣະອົງເຮັດພັນທະສັນຍານີ້ ຫຼື ບາງທີ ການສະແດງອອກຂອງພຣະອົງນັ້ນຈິງຈັງ, ແຕ່ບໍ່ວ່າການສະແດງອອກທີ່ທຳມະດາທີ່ສຸດຂອງພຣະເຈົ້າຈະເປັນແບບໃດກໍຕາມໃນຈິນຕະນາການຂອງຜູ້ຄົນ, ບໍ່ມີໃຜສາມາດເຫັນຫົວໃຈ ຫຼື ຄວາມເຈັບປວດຂອງພຣະເຈົ້າໄດ້, ແຮງໄກທີ່ຈະເຫັນຄວາມໂດດດ່ຽວຂອງພຣະອົງ. ບໍ່ມີໃຜສາມາດເຮັດໃຫ້ພຣະເຈົ້າເຊື່ອໃຈພວກເຂົາໄດ້
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ເປັນຫຍັງພວກເຮົາຈຶ່ງພຽງແຕ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າໂດຍການຟັງສຽງຂອງພຣະເຈົ້າເທົ່ານັ້ນ?"](https://lo.kingdomsalvation.org/videos/welcome-the-Lord-by-hearing-God-s-voice.html) - ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຜູ້ໄຖ່ຖອນໄດ້ປາກົດຕົວ ແລະ ເຮັດພາລະກິດ, ສະແດງຄວາມຈິງຫຼາຍຢ່າງ ແລະ ເຮັດພາລະກິດແຫ່ງການພິພາກສາ. ຫຼາຍຄົນຈາກທຸກນິກາຍທີ່ຮັກຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮູ້ວ່າມັນຄືສຽງຂອງພຣະເຈົ້າ, ຮູ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືພຣະເຢຊູເຈົ້າທີ່ໄດ້ກັບຄືນມາ. ເຕັມລົ້ນດ້ວຍຄວາມປິຕິຍິນດີ, ພວກເຂົາໄດ້ກັບຄືນມາຫາພຣະອົງ ແລະ ຖືກຮັບຂຶ້ນເມືອຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ພວກເຂົາກໍາລັງເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ. ສິ່ງນີ້ສໍາເລັດຕາມຄຳທຳນາຍຕ່າງໆຂອງພຣະເຢຊູເຈົ້າ: “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ” (ໂຢຮັນ 10:27). “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ” (ພຣະນິມິດ 3:20). ເຖິງຢ່າງໃດກໍຕາມ, ມີຫຼາຍຄົນທີ່ຍັງຍຶດຕິດກັບພຣະທໍາໃນພຣະຄຳພີໄບເບິນກ່ຽວກັບການມາຂອງທີ່ພຣະຜູ້ເປັນເຈົ້າໂດຍຢູ່ເທິງກ້ອນເມກ, ໂດຍບໍ່ສະແຫວງຫາເພື່ອຟັງສຽງຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຜົນຕາມມາກໍຄື ພວກເຂົາໄດ້ພາດໂອກາດທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ຕົກລົງສູ່ໄພພິບັດຕ່າງໆ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ສະນັ້ນ ເປັນຫຍັງພວກເຮົາຈຶ່ງສາມາດຕ້ອນຮັບພຣະຜູ້ເປັນເຈົ້າໂດຍການຟັງຫາສຽງຂອງພຣະເຈົ້າເທົ່ານັ້ນ? ຕອນນີ້ຂອງລາຍການການສະແຫວງຫາຄວາມເຊື່ອທີ່ແທ້ຈິງຈະນໍາພາເຈົ້າໃຫ້ສະແຫວງຫາຄວາມຈິງ
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ຄວາມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າບໍ?"](https://lo.kingdomsalvation.org/videos/is-belief-in-Almighty-God-a-betrayal-of-Jesus.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ປາກົດຕົວ ແລະ ເຮັດພາລະກິດ, ກ່າວຄວາມຈິງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ໜັງສືພຣະທໍາປາກົດໃນຮ່າງກາຍເຊິ່ງມີພຣະທຳຫຼາຍລ້ານຂໍ້ຖືກເຜີຍແຜ່ໃນອອນລາຍ, ສ່ອງແສງຈາກທິດຕາເວັນອອກສູ່ທິດຕາເວັນຕົກຄືກັບແສງສະຫວ່າງທີ່ຍິ່ງໃຫຍ່ ແລະ ສັ່ນສະເທືອນໂລກທັງໃບ. ອີກຫຼາຍຄົນຈາກທຸກປະເພດ, ທຸກພາກພື້ນ ແລະ ທຸກນິກາຍທີ່ຮັກຄວາມຈິງ ແມ່ນໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໄດ້ຍິນສຽງຂອງພຣະເຈົ້າ ແລະ ຍອມຮັບພຣະອົງຢ່າງກະຕືລືລົ້ນ. ຂ່າວປະເສີດແຫ່ງອານາຈັກກຳລັງເຜີຍແຜ່ ແລະ ແຜ່ກະຈາຍດ້ວຍກຳລັງ ແລະ ແຮງຂັບເຄື່ອນທີ່ສາມາດບໍ່ຢຸດໄດ້, ສຳເລັດຕາມຄຳທຳນາຍໃນພຣະຄຳພີຢ່າງສິ້ນເຊີງ: “ແລ້ວມັນຈະເກີດຂຶ້ນໃນຍຸກສຸດທ້າຍ, ພູເຂົາໃນເຮືອນຂອງພຣະເຢໂຮວາຈະຖືກຕັ້ງຂຶ້ນເທິງຍອດພູເຂົາ ແລະ ຈະຖືກສັນລະເສີນຢູ່ເນີນພູ ແລະ ທຸກຊົນຊາດຈະຫຼັ່ງໄຫຼເຂົ້າສູ່ແຫ່ງນັ້ນ” (ເອຊາຢາ 2:2). “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27). ເຖິງຢ່າງໃດກໍຕາມ, ຍັງມີຜູ້ທີ່ມີຄວາມເຊື່ອອີກຫຼາຍຄົນທີ່ບໍ່ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ ເພາະພຣະອົງເບິ່ງຄືກັບຄົນທຳມະດາ ແລະ ບໍ່ໄດ້ມາໃນພາບລັກຂອງອົງພຣະເຢຊູເຈົ້າ ຫຼື ເພາະພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ໄດ້ຖືກເອີ້ນວ່າພຣະເຢຊູ ແລະ ພຣະຄຳພີໄບເບິນບໍ່ເຄີຍກ່າວເຖິງນາມຂອງ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ”. ແລ້ວພວກເຂົາເຖິງກັບປະນາມວ່າການເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າ. ດ້ວຍເຫດນັ້ນ, ພວກເຂົາບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ ແຕ່ຍອມຕົກລົງໃສ່ໄພພິບັດ. ແລ້ວການຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າແທ້ໆ ຫຼື ບໍ່? ໃນຕອນນີ້ຂອງລາຍການການສະແຫວງຫາຄວາມເຊື່ອທີ່ແທ້ຈິງ,
- [ເພງຄຣິດສະຕຽນ “ເມື່ອເຈົ້າເປີດໃຈຂອງເຈົ້າໃຫ້ກັບພຣະເຈົ້າ”](https://lo.kingdomsalvation.org/videos/when-you-open-your-heart-to-God-lyrics.html) - ເມື່ອຜູ້ຄົນບໍ່ເຂົ້າໃຈພຣະເຈົ້າ ແລະ ບໍ່ຮູ້ຈັກອຸປະນິໄສຂອງພຣະອົງ, ຫົວໃຈຂອງພວກເຂົາກໍບໍ່ສາມາດ ເປີດຮັບເອົາພຣະອົງໄດ້ຢ່າງແທ້ຈິງ. ຫຼັງຈາກທີ່ພວກເຂົາໄດ້ເຂົ້າໃຈພຣະເຈົ້າ, ພວກເຂົາກໍຈະເລີ່ມເຫັນຄຸນຄ່າ ແລະ ຊີມລົດຊາດສິ່ງທີ່ຢູ່ໃນຫົວໃຈຂອງພຣະອົງ ດ້ວຍຄວາມສົນໃຈ ແລະ ຄວາມເຊື່ອ. ເມື່ອເຈົ້າເຫັນຄຸນຄ່າ ແລະ ໄດ້ຊີມລົດຊາດສິ່ງທີ່ຢູ່ໃນຫົວໃຈຂອງພຣະເຈົ້າ, ຫົວໃຈຂອງເຈົ້າກໍຈະເປີດເຮັບເອົາພຣະອົງ ເທື່ອລະເລັກເທື່ອລະໜ້ອຍ. ເມື່ອຫົວໃຈຂອງເຈົ້າເປີດຮັບເອົາພຣະອົງ, ເມື່ອຫົວໃຈຂອງເຈົ້າເປີດຮັບເອົາພຣະອົງ, ເຈົ້າຈະເຫັນເຖິງການດູຖູກ, ເຈົ້າຈະເຫັນເຖິງຄວາມອັບອາຍ ໃນຄຳຮ້ອງຂໍທີ່ເກີນຄວນ ແລະ ເຫັນແກ່ຕົວຂອງເຈົ້າ. ເມື່ອຫົວໃຈຂອງເຈົ້າ ເປີດຮັບເອົາພຣະເຈົ້າຢ່າງແທ້ຈິງ, ເມື່ອຫົວໃຈຂອງເຈົ້າ ເປີດຮັບເອົາພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະເຫັນວ່າ ຫົວໃຈຂອງພຣະອົງຄືໂລກທີ່ບໍ່ສິ້ນສຸດ ແລະ ເຈົ້າຈະເຂົ້າສູ່ອານາຈັກ ທີ່ເຈົ້າບໍ່ເຄີຍໄດ້ຜະເຊີນມາກ່ອນ. ໃນອານາຈັກນີ້ແມ່ນບໍ່ມີການສໍ້ໂກງ, ບໍ່ມີການລໍ້ລວງ, ບໍ່ມີຄວາມມືດມົວ ແລະ ບໍ່ມີສິ່ງຊົ່ວຮ້າຍ. ມີພຽງຄວາມຈິງໃຈ ແລະ ຄວາມຊື່ສັດ; ເຈົ້າຈະເຫັນວ່າມີພຽງແຕ່ຄວາມຊອບທຳ ແລະ ແສງສະຫວ່າງ, ເມື່ອເຈົ້າເປີດຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ. ພຣະອົງຄືຄວາມຮັກ, ພຣະອົງຫ່ວງໃຍ, ມີຄວາມເມດຕາສົງສານຢ່າງບໍ່ສິ້ນສຸດ. ໃນຊີວິດຂອງເຈົ້າ, ຈະຮູ້ສຶກເຖິງຄວາມປິຕິຍິນດີ, ເມື່ອເຈົ້າເປີດຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ. ໂລກທີ່ບໍ່ສິ້ນສຸດນີ້ແມ່ນເຕັມໄປດ້ວຍສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ; ມັນຍັງເຕັມໄປດ້ວຍຄວາມຮັກຂອງພຣະອົງ
- [ເພງຄຣິດສະຕຽນ “ການກະທຳຂອງພຣະເຈົ້າເຕີມເຕັມຈັກກະວານທີ່ກວ້າງໃຫຍ່ໄພສານ”](https://lo.kingdomsalvation.org/videos/God-deeds-fill-the-vast-expanse-of-the-universe-lyrics.html) - ພຣະເຈົ້າຫຼຽວລົງເບິ່ງທຸກສິ່ງຈາກເບື້ອງສູງ ແລະ ໃຊ້ອຳນາດເໜືອທຸກສິ່ງຈາກເບື້ອງສູງ. ໃນລັກສະນະດຽວກັນ, ພຣະເຈົ້າໄດ້ວາງຄວາມລອດພົ້ນຂອງ ພຣະອົງເທິງແຜ່ນດິນໂລກ. ບໍ່ເຄີຍມີຊ່ວງເວລາໃດທີ່ພຣະເຈົ້າ ບໍ່ໄດ້ຫຼຽວເບິ່ງການກະທຳທຸກຢ່າງຂອງມະນຸດ ແລະ ທຸກສິ່ງທີ່ພວກເຂົາເວົ້າ ແລະ ກະທຳ ຈາກບ່ອນລັບຂອງພຣະອົງ. ພຣະເຈົ້າຮູ້ຈັກມະນຸດຄືກັບຝາມືຂອງພຣະອົງ. ສະຖານທີ່ລັບແມ່ນບ່ອນດໍາລົງຢູ່ຂອງພຣະເຈົ້າ ແລະ ຫຼັງຄາກົ່ງທັງໝົດ ໃນສະຫວັນແມ່ນຕຽງທີ່ພຣະອົງນອນ. ກອງກຳລັງຂອງຊາຕານບໍ່ສາມາດມາເຖິງພຣະເຈົ້າໄດ້, ຍ້ອນພຣະອົງເຕັມລົ້ນດ້ວຍເດຊານຸພາບ, ຄວາມຊອບທຳ ແລະ ການພິພາກສາ. ພຣະເຈົ້າໄດ້ໄປທຸກບ່ອນທີ່ມີຢູ່, ພຣະອົງໄດ້ແນມເບິ່ງທົ່ວຈັກກະວານ ທີ່ກວ້າງໃຫຍ່ໄພສານ ແລະ ພຣະອົງໄດ້ຍ່າງໃນທ່າມກາງທຸກຄົນ, ໄດ້ຊິມຄວາມຫວານ ແລະ ຄວາມຂົມໃນທ່າມກາງມະນຸດ ແຕ່ມະນຸດກໍບໍ່ເຄີຍຮູ້ຈັກພຣະອົງຢ່າງແທ້ຈິງ, ບໍ່ເຄີຍເອົາໃຈໃສ່ພຣະເຈົ້າ ໃນລະຫວ່າງການເດີນທາງຂອງພຣະອົງ. ຍ້ອນພຣະເຈົ້າມິດງຽບ ແລະ ບໍ່ເຄີຍປະຕິບັດສິ່ງທີ່ເໜືອທໍາມະຊາດ ຈຶ່ງບໍ່ມີໃຜເຄີຍເຫັນພຣະອົງຢ່າງແທ້ຈິງ. ປັດຈຸບັນແມ່ນບໍ່ຄືກັນກັບອະດີດ: ພຣະເຈົ້າຈະເຮັດໃນສິ່ງ ທີ່ບໍ່ເຄີຍເຫັນມາກ່ອນນັບແຕ່ເວລາຂອງການຊົງສ້າງ, ພຣະອົງຈະກ່າວພຣະທໍາ ທີ່ບໍ່ມີໃຜເຄີຍໄດ້ຍິນມາກ່ອນຕະຫຼອດຍຸກຕ່າງໆ ເພາະວ່າ ພຣະເຈົ້າຂໍໃຫ້ທຸກຄົນ ມາຮູ້ຈັກພຣະອົງໃນເນື້ອໜັງ. ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່
- [ເພງຄຣິດສະຕຽນ “ຄວາມຮູ້ສຶກທີ່ຈິງໃຈຂອງພຣະຜູ້ສ້າງຕໍ່ມະນຸດຊາດ”](https://lo.kingdomsalvation.org/videos/Creator-s-feelings-toward-mankind.html) - ຂໍ້ຄວາມດັ່ງຕໍ່ໄປນີ້ຖືກບັນທຶກໄວ້ໃນໜັງສືໂຢນາ 4:10-11: “ແລ້ວພຣະເຢໂຮວາກໍກ່າວວ່າ ເຈົ້າສົງສານຕົ້ນໝາກນໍ້າເຕົ້າ ເຊິ່ງເຈົ້າບໍ່ໄດ້ເສຍແຮງ ຫຼື ເຮັດໃຫ້ມັນເຕີບໃຫຍ່ເລີຍ; ເຊິ່ງມັນກໍເກີດຂຶ້ນໃນຄືນດຽວ ແລະ ຕາຍໄປໃນຄືນດຽວ ແລ້ວເຮົາບໍ່ຄວນສົງສານເມືອງນີນາເວບໍ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ ໂດຍມີ ປະຊາກອນຫຼາຍກວ່າໜຶ່ງແສນສອງໝື່ນຄົນ ທີ່ບໍ່ສາມາດຈໍາແນກລະຫວ່າງມືເບື້ອງຂວາ ຂອງພວກເຂົາ ແລະ ມືເບື້ອງຊ້າຍຂອງພວກເຂົາ; ແລ້ວກໍຍັງມີງົວຄວາຍອີກຫຼາຍໂຕ?” ຖ້ອຍຄຳເຫຼົ່ານີ້ແມ່ນພຣະທຳທີ່ແທ້ຈິງຂອງພຣະເຢໂຮວາ, ເຊິ່ງບັນທຶກຈາກການສົນທະນາ ລະຫວ່າງພຣະເຈົ້າ ແລະ ໂຢນາ. ເຖິງແມ່ນການສົນທະນານີ້ຈະສັ້ນ, ມັນກໍເຕັມໄປດ້ວຍຄວາມຫ່ວງໃຍ ຂອງພຣະເຢໂຮວາທີ່ມີຕໍ່ມະນຸດຊາດ ແລະ ຄວາມບໍ່ເຕັມໃຈຂອງພຣະອົງທີ່ຈະປະຖິ້ມມະນຸດ. ພຣະທຳເຫຼົ່ານີ້ສະແດງເຖິງທ່າທີ ແລະ ຄວາມຮູ້ສຶກທີ່ແທ້ຈິງ ທີ່ພຣະເຈົ້າມີຢູ່ໃນຫົວໃຈຂອງພຣະອົງສຳລັບ ການເນລະມິດສ້າງຂອງພຣະອົງ. ຜ່ານທາງພຣະທຳເຫຼົ່ານີ້ ທີ່ຊັດເຈນ ແລະ ແນ່ຊັດ ເຊິ່ງບໍ່ຄ່ອຍໄດ້ຍິນໂດຍມະນຸດ, ພຣະເຈົ້າກ່າວເຖິງເຈດຕະນາ ທີ່ແທ້ຈິງຂອງພຣະອົງທີ່ມີຕໍ່ມະນຸດຊາດ. ພຣະຜູ້ສ້າງຢູ່ທ່າມກາງມະນຸດຕະຫຼອດເວລາ. ພຣະອົງສົນທະນາກັບມະນຸດ ແລະ ການເນລະມິດສ້າງທັງໝົດຢູ່ສະເໝີ ແລະ ພຣະອົງກຳລັງປະຕິບັດກິດ ຈະການໃໝ່ໃນແຕ່ລະມື້. ແກ່ນແທ້ ແລະ ອຸປະນິໄສຂອງພຣະອົງ ແມ່ນຖືກສະແດງອອກ ໃນບົດສົນທະນາຂອງພຣະອົງກັບມະນຸດ; ຄວາມຄິດ ແລະ
- [ເພງຄຣິດສະຕຽນ “ວິທີການສະຫງົບງຽບຕໍ່ໜ້າພຣະເຈົ້າ”](https://lo.kingdomsalvation.org/videos/be-quiet-before-God-lyrics.html) - ນີ້ໝາຍຄວາມວ່າ ພວກເຈົ້າທຸກຄົນ ຕ້ອງມີເວລາສຳລັບການອຸທິດຕົນຂອງພວກເຈົ້າ, ເວລາທີ່ທ່ານປະວາງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ; ເຮັດໃຫ້ຫົວຂອງໃຈສະຫງົບ ແລະ ເຮັດໃຫ້ຕົນເອງງຽບຢູ່ຕໍ່ໜ້າພຣະເຈົ້າ. ທຸກຄົນຕ້ອງເກັບຮັກສາປຶ້ມບັນທຶກ ການອຸທິດຕົນສ່ວນຕົວ ໂດຍບັນທຶກຄວາມຮູ້ ຂອງຕົນກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ວິທີທີ່ຈິດວິນຍານຂອງພວກເຈົ້າຖືກດົນບັນດານ ບໍ່ວ່າສິ່ງທີ່ພວກເຈົ້າບັນທຶກນັ້ນຈະເລິກເຊິ່ງ ຫຼື ເປັນໄປຕາມຜິວເຜີນກໍຕາມ; ທຸກຄົນຕ້ອງສະຫງົບໃຈ ຂອງພວກເຂົາຢ່າງມີສະຕິຕໍ່ໜ້າພຣະເຈົ້າ. ຖ້າເຈົ້າສາມາດອຸທິດເວລາໜຶ່ງ ຫຼື ສອງຊົ່ວໂມງ ໃນແຕ່ລະມື້ສຳລັບຊີວິດທາງຈິດວິນຍານທີ່ແທ້ຈິງ, ແລ້ວຊີວິດຂອງເຈົ້າໃນມື້ນັ້ນກໍຈະຮູ້ສຶກສົມບູນ ແລະ ຫົວໃຈຂອງເຈົ້າກໍຈະສົດໃສ ແລະ ປອດໂປ່ງ. ແລ້ວຫົວໃຈຂອງເຈົ້າ ກໍຈະສາມາດກັບຄືນຫາພຣະເຈົ້າຫຼາຍຂຶ້ນ, ຈິດວິນຍານຂອງເຈົ້າກໍຈະເຂັ້ມແຂງຍິ່ງຂຶ້ນເລື້ອຍໆ, ສະພາບຂອງເຈົ້າກໍຈະດີຂຶ້ນຢ່າງສະໝໍ່າສະເໝີ, ເຈົ້າຈະສາມາດຍ່າງຕາມເສັ້ນທາງ ທີ່ພຣະວິນຍານບໍລິສຸດນໍາພາໄປໄດ້ຫຼາຍຂຶ້ນ ແລະ ພຣະເຈົ້າຈະປະທານພອນໃຫ້ເຈົ້າຫຼາຍຂຶ້ນ. ໃນໄລຍະເລີ່ມຕົ້ນ ເຈົ້າອາດຈະບໍ່ສາມາດບັນລຸຜົນ ໄດ້ເປັນຢ່າງດີໃນການສະແຫວງຫານີ້, ແຕ່ເຈົ້າຕ້ອງບໍ່ປ່ອຍໃຫ້ຕົນເອງຖົດຖອຍ ຫຼື ຈົມຢູ່ໃນຄວາມຄິດລົບ, ເຈົ້າຕ້ອງສືບຕໍ່ເຮັດວຽກໃຫ້ໜັກຂຶ້ນ! ຖ້າພວກເຈົ້າປາຖະໜາ ທີ່ຈະເຮັດໃຈສະຫງົບຕໍ່ໜ້າພຣະເຈົ້າແທ້ໆ ແລ້ວພວກເຈົ້າກໍຕ້ອງເຮັດວຽກ ແຫ່ງການຮ່ວມມືຢ່າງມີສະຕິ. ຍິ່ງເຈົ້າມີຊີວິດທາງຈິດວິນຍານຫຼາຍເທົ່າໃດ, ຫົວໃຈຂອງເຈົ້າກໍຍິ່ງຖືກເຂົ້າຍຶດໂດຍ ພຣະທໍາຂອງພຣະເຈົ້າຫຼາຍເທົ່ານັ້ນ, ກັງວົນກັບສິ່ງເຫຼົ່ານີ້ສະເໝີ, ແບກຮັບເອົາພາລະນີ້ຢູ່ສະເໝີ. ຫຼັງຈາກນັ້ນ
- [ເພງຄຣິດສະຕຽນ “ພຣະເຈົ້າທົນທຸກຢ່າງຫຼວງຫຼາຍເພື່ອຊ່ວຍມະນຸດໃຫ້ລອດພົ້ນ”](https://lo.kingdomsalvation.org/videos/God-suffers-greatly-to-save-man-lyrics.html) - ແຕ່ດົນນານມາແລ້ວ ພຣະເຈົ້າໄດ້ສະເດັດລົງມາໂລກມະນຸດ ເພື່ອແບ່ງປັນຄວາມທຸກຂອງໂລກມະນຸດກັບມະນຸດ. ພຣະອົງໄດ້ອາໄສຢູ່ກັບມະນຸດເປັນເວລາຫຼາຍປີ ແຕ່ບໍ່ມີໃຜໄດ້ຄົ້ນພົບການມີຢູ່ຂອງພຣະອົງ. ພຣະເຈົ້າໄດ້ແຕ່ອົດທົນຢູ່ຢ່າງງຽບໆຕໍ່ ຄວາມທຸກທໍລະມານຂອງ ຄວາມສົກກະປົກໃນໂລກມະນຸດ ໃນຂະນະທີ່ດໍາເນີນພາລະກິດທີ່ພຣະອົງໄດ້ນໍາມາສູ່ຜູ້ຄົນ. ພຣະອົງສືບຕໍ່ອົດກັ້ນເພື່ອຄວາມປະສົງ ຂອງພຣະເຈົ້າພຣະບິດາ ແລະ ເພື່ອຄວາມຕ້ອງການຂອງມະນຸດຊາດ, ພຣະອົງປະສົບກັບຄວາມທຸກ ທີ່ມະນຸດບໍ່ເຄີຍປະສົບມາກ່ອນ. ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ລໍຖ້າເຂົາຢ່າງງຽບໆ ແລະ ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ຖ່ອມຕົວພຣະອົງເອງ ເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ພ້ອມນັ້ນກໍເພື່ອຄວາມຕ້ອງການ ຂອງມະນຸດຊາດອີກດ້ວຍ. ຍ້ອນພາລະກິດຂອງພຣະເຈົ້າ ໄດ້ຮຽກຮ້ອງໃຫ້ພຣະເຈົ້າປະຕິບັດ ແລະ ກ່າວໃນບຸກຄົນຂອງພຣະອົງເອງ ແລະ ຍ້ອນບໍ່ມີທາງທີ່ມະນຸດຈະແຊກແຊງໄດ້, ພຣະເຈົ້າຈຶ່ງໄດ້ອົດທົນກັບການທົນທຸກ ທີ່ຮຸນແຮງເພື່ອປະຕິບັດພາລະກິດດ້ວຍພຣະອົງເອງ. ມະນຸດບໍ່ສາມາດເຮັດແທນພາລະກິດຂອງພຣະເຈົ້າໄດ້. ພຣະອົງສືບຕໍ່ອົດກັ້ນເພື່ອຄວາມປະສົງ ຂອງພຣະເຈົ້າພຣະບິດາ ແລະ ເພື່ອຄວາມຕ້ອງການຂອງມະນຸດຊາດ, ພຣະອົງປະສົບກັບຄວາມທຸກ ທີ່ມະນຸດບໍ່ເຄີຍປະສົບມາກ່ອນ. ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ລໍຖ້າເຂົາຢ່າງງຽບໆ ແລະ ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ຖ່ອມຕົວພຣະອົງເອງ ເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ພ້ອມນັ້ນກໍເພື່ອຄວາມຕ້ອງການ ຂອງມະນຸດຊາດອີກດ້ວຍ. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງໄດ້ຜ່ານຜ່າອັນຕະລາຍຫຼາຍກວ່າຄົນ ທີ່ຢູ່ໃນລະຫວ່າງຍຸກແຫ່ງພຣະຄຸນເປັນສອງສາມພັນເທົ່າ ເພື່ອລົງມາເທິງດິນແດນມັງກອນແດງທີ່ຍິ່ງໃຫຍ່ອາໄສຢູ່ ເພື່ອປະຕິບັດພາລະກິດຂອງພຣະອົງເອງ, ໃຊ້ຄວາມຄິດ ແລະ
- [ເພງຄຣິດສະຕຽນ “ຜູ້ຄົນບໍ່ໄດ້ໃຫ້ຫົວໃຈຂອງພວກເຂົາຕໍ່ພຣະເຈົ້າແທ້ໆ”](https://lo.kingdomsalvation.org/videos/havent-given-hearts-to-God-lyrics.html) - ເຖິງແມ່ນມະນຸດຍອມໃຫ້ພຣະເຈົ້າ ຫຼຽວເບິ່ງຫົວໃຈຂອງເຂົາ, ນີ້ກໍບໍ່ໄດ້ໝາຍຄວາມວ່າ ມະນຸດຈະສາມາດເຊື່ອຟັງການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ຫຼື ເຂົາຍອມໃຫ້ໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ ແລະ ທຸກສິ່ງທຸກຢ່າງຂອງເຂົາຢູ່ພາຍໃຕ້ ການຄວບຄຸມຂອງພຣະເຈົ້າ. ສະນັ້ນ ຄຳສາບານທີ່ເຈົ້າໃຫ້ກັບພຣະເຈົ້າ ຫຼື ສິ່ງທີ່ເຈົ້າປະກາດຕໍ່ພຣະອົງແມ່ນບໍ່ມີປະໂຫຍດຫຍັງ, ໃນສາຍຕາຂອງພຣະເຈົ້າແລ້ວ ຫົວໃຈຂອງເຈົ້າກໍຍັງປິດຕໍ່ພຣະອົງຢູ່, ຍ້ອນເຈົ້າພຽງແຕ່ຍອມໃຫ້ພຣະເຈົ້າ ຫຼຽວເບິ່ງຫົວໃຈຂອງເຈົ້າ ແຕ່ບໍ່ໄດ້ອະນຸຍາດໃຫ້ພຣະອົງຄວບຄຸມມັນ. ເຖິງແມ່ນມະນຸດເຊື່ອໃນພຣະເຈົ້າ, ຫົວໃຈຂອງມະນຸດກໍປາສະຈາກພຣະເຈົ້າ ແລະ ເຂົາບໍ່ຮູ້ກ່ຽວກັບການຮັກພຣະເຈົ້າ ຫຼື ເຂົາບໍ່ຕ້ອງການທີ່ຈະຮັກພຣະເຈົ້າ, ຍ້ອນຫົວໃຈຂອງເຂົາບໍ່ເຄີຍຫຍັບເຂົ້າໃກ້ພຣະເຈົ້າ ແລະ ເຂົາຫຼີກເວັ້ນພຣະເຈົ້າຢູ່ສະເໝີ. ຜົນຕາມມາກໍຄື ຫົວໃຈຂອງມະນຸດຫ່າງໄກຈາກພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ເຈົ້າບໍ່ໄດ້ມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າເລີຍ ແລະ ພຽງແຕ່ເວົ້າຄຳເວົ້າ ທີ່ອ່ອນຫວານໃຫ້ພຣະເຈົ້າໄດ້ຍິນ; ໃນຂະນະດຽວກັນ, ເຈົ້າກໍເຊື່ອງເຈດຕະນາຫຼອກລວງຕ່າງໆຈາກພຣະເຈົ້າ, ພ້ອມກັບເລ່ລ່ຽມ, ກົນອຸບາຍ ແລະ ແຜນການຂອງເຈົ້າ ແລະ ເຈົ້າກຳຄວາມຄາດຫວັງ ແລະ ໂຊກຊະຕາຂອງເຈົ້າໄວ້ໃນມືຂອງເຈົ້າຢ່າງແໜ້ນ ໂດຍຢ້ານຢູ່ເລິກໆວ່າ ພວກມັນຈະຖືກພຣະເຈົ້າເອົາໄປ. ສະນັ້ນ ພຣະເຈົ້າຈຶ່ງບໍ່ເຄີຍຫຼຽວເຫັນ ຄວາມຈິງໃຈຂອງມະນຸດທີ່ມີຕໍ່ພຣະອົງເລີຍ. ເຖິງແມ່ນມະນຸດເຊື່ອໃນພຣະເຈົ້າ, ຫົວໃຈຂອງມະນຸດກໍປາສະຈາກພຣະເຈົ້າ
- [ເພງຄຣິດສະຕຽນ “ການທົນທຸກເຕີມເຕັມມື້ທີ່ບໍ່ມີພຣະເຈົ້າ”](https://lo.kingdomsalvation.org/videos/suffering-fills-days-without-God-lyrics.html) - ເມື່ອຄົນໃດໜຶ່ງບໍ່ເຂົ້າໃຈໂຊກຊະຕາ, ເມື່ອພວກເຂົາບໍ່ເຂົ້າໃຈ ອຳນາດອະທິປະໄຕຂອງພຣະເຈົ້າ, ເມື່ອພວກເຂົາງົມທາງໄປຂ້າງໜ້າຢ່າງເຕັມໃຈ, ຍ່າງໂຊເຊ ແລະ ໂດກເດກຜ່ານໝອກ, ການເດີນທາງແມ່ນຍາກລຳບາກ, ເຮັດໃຫ້ເຈັບປວດໃຈຫຼາຍເກີນໄປ. ການທົນທຸກເຕີມເຕັມມື້ທີ່ບໍ່ມີພຣະເຈົ້າ. ເມື່ອຜູ້ຄົນຍອມຮັບອຳນາດອະທິປະໄຕ ຂອງພຣະຜູ້ຊົງສ້າງ, ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ ແລະ ສະແຫວງຫາຊີວິດມະນຸດທີ່ແທ້ຈິງເທົ່ານັ້ນ ພວກເຂົາຈິ່ງຈະຄ່ອຍໆເລີ່ມຫຼຸດພົ້ນ ອອກຈາກຄວາມທຸກໃຈ ແລະ ຄວາມທຸກທໍລະມານທັງໝົດ ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ, ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ. ເມື່ອຜູ້ຄົນບໍ່ມີພຣະເຈົ້າ, ເມື່ອຜູ້ຄົນບໍ່ສາມາດເຫັນພຣະອົງໄດ້, ເມື່ອຜູ້ຄົນບໍ່ສາມາດຮັບຮູ້ອຳນາດອະທິປະໄຕ ຂອງພຣະເຈົ້າໄດ້ຢ່າງຊັດເຈນ, ທຸກມື້ກໍຈະບໍ່ມີຄວາມໝາຍ, ໄຮ້ຄ່າ ແລະ ມົວໝອງ. ບໍ່ວ່າຜູ້ຄົນຈະຢູ່ໃສ, ມີອາຊີບຫຍັງ, ວິທີການດຳລົງຊີວິດ ແລະ ການສະແຫວງຫາເປົ້າໝາຍຂອງຄົນໆໜຶ່ງ, ເມື່ອຄົນໃດໜຶ່ງບໍ່ມີພຣະເຈົ້າ, ມັນກໍນໍາຄົນໆນັ້ນ ໄປສູ່ຄວາມແຕກສະຫຼາຍ ແລະ ການທົນທຸກທີ່ບໍ່ສິ້ນສຸດ ເຊິ່ງປ່ອຍຖິ້ມໄດ້ຍາກ. ການທົນທຸກເຕີມເຕັມມື້ທີ່ບໍ່ມີພຣະເຈົ້າ. ເມື່ອຜູ້ຄົນຍອມຮັບອຳນາດອະທິປະໄຕ ຂອງພຣະຜູ້ຊົງສ້າງ, ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ ແລະ ສະແຫວງຫາຊີວິດມະນຸດທີ່ແທ້ຈິງເທົ່ານັ້ນ ພວກເຂົາຈິ່ງຈະຄ່ອຍໆເລີ່ມຫຼຸດພົ້ນ ອອກຈາກຄວາມທຸກໃຈ ແລະ
- [ເພງຄຣິດສະຕຽນ “ມີພຽງແຕ່ພຣະເຈົ້າທີ່ຮັກມະນຸດຫຼາຍທີ່ສຸດ”](https://lo.kingdomsalvation.org/videos/only-God-loves-man-most-video.html) - ພຣະເຈົ້າສາມາດກາຍເປັນເນື້ອຫນັງໃນມື້ນີ້ ເພື່ອພາລະກິດຊ່ວຍມະນຸດຊາດ ເພາະແຜນການຄຸ້ມຄອງຂອງພຣະອົງໄດ້ມາເຖິງຂັ້ນຕອນນີ້ ພຣະອົງຈະບໍ່ຊ່ວຍມະນຸດຊາດໃຫ້ລອດພົ້ນ ນອກຈາກພຣະອົງຮັກມະນຸດຊາດ ແລະ ມັນເປັນພຽງເພາະພຣະອົງຖືກກະຕຸ້ນໂດຍຄວາມຮັກ ພາຍໃຕ້ເງື່ອນໄຂເບື້ອງຕົ້ນແຫ່ງຄວາມຮັກ ພຣະອົງຈຶ່ງປະຕິບັດພາລະກິດແບບນັ້ນ. ການທີ່ພຣະເຈົ້າທົນທຸກໃນຄວາມອັບອາຍຢ່າງມະຫາສານ ໂດຍກາຍມາເປັນເນື້ອໜັງເພື່ອຊ່ວຍມະນຸດຊາດ ທີ່ເສື່ອມຊາມໃຫ້ລອດພົ້ນ ເປັນເຄື່ອງພິສູດຢ່າງສົມບູນວ່າ ຄວາມຮັກຂອງພຣະອົງຍິ່ງໃຫຍ່ສໍ່າໃດ. ເປັນເຄື່ອງພິສູດຢ່າງສົມບູນວ່າ ຄວາມຮັກຂອງພຣະອົງຍິ່ງໃຫຍ່ສໍ່າໃດ. ລະຫວ່າງແຖວໃນພຣະທຳຂອງພຣະເຈົ້າ ແມ່ນມີການແນະນໍາ, ການປອບໃຈ ການໃຫ້ກຳລັງໃຈ, ຄວາມອົດກັ້ນ, ຄວາມອົດທົນ ການພິພາກສາ, ການຂ້ຽນຕີ, ການສາບແຊ່ງ ການເປີດໂປງຕໍ່ສາທາລະນະ ຄຳສັນຍາທີ່ມີສະຫງ່າລາສີ ແລະ ອື່ນໆອີກ. ທຸກວິທີການຂອງພຣະອົງແມ່ນຖືກຊີ້ນໍາໂດຍຄວາມຮັກ ນີ້ແມ່ນແກ່ນແທ້ໃນພາລະກິດຂອງພຣະອົງ. ມື້ນີ້, ເປັນຫຍັງຄົນສ່ວນໃຫຍ່ຈຶ່ງຕິດຕາມພຣະເຈົ້າ ຢ່າງໃກ້ຊິດຫຼາຍ, ຢ່າງກະຕືລືລົ້ນຫຼາຍ? ເພາະພວກເຂົາຮູ້ຈັກຄວາມຮັກຂອງພຣະເຈົ້າ ແລະ ພວກເຂົາເຫັນວ່າພາລະກິດຂອງພຣະເຈົ້າ ຄືຄວາມລອດພົ້ນຂອງມະນຸດ. ພາລະກິດຂອງພຣະເຈົ້າຖືກຈັດແຈງຢ່າງຊັດເຈນ ໃນເວລາດຽວກັນຂອງມັນ ພາລະກິດຂອງພຣະອົງດຳເນີນຕໍ່ໄປໜຶ່ງຂັ້ນຕອນຕາມໆກັນ ໂດຍບໍ່ມີການຊັກຊ້າ ພຣະອົງບໍ່ມີການຊັກຊ້າເພື່ອເຫັນແກ່ມະນຸດ. ພຣະອົງບໍ່ຕ້ອງການເສຍສະຫຼະວິນຍານດວງດຽວ ແລະ ພຣະອົງບໍ່ປາຖະໜາທີ່ຈະສູນເສຍວິນຍານອີກໜຶ່ງດວງ ໃນຂະນະດຽວກັນ, ມະນຸດບໍ່ສົນໃຈໂຊກຊະຕາຂອງເຂົາເອງ. ສະນັ້ນ ຜູ້ໃດຮັກເຈົ້າຫຼາຍທີ່ສຸດໃນໂລກນີ້? ເຈົ້າບໍ່ຮັກຕົນເອງ, ເຈົ້າບໍ່ຮູ້ຈັກຊື່ນຊົມ ຫຼື ເຊີດຊູຊີວິດຂອງເຈົ້າເອງ
- [ຂ້າພະເຈົ້າໄດ້ພົບເສັ້ນທາງສູ່ອານາຈັກສະຫວັນ](https://lo.kingdomsalvation.org/videos/path-Into-the-kingdom-of-heaven.html) - ຕົວລະຄອນຫຼັກໄດ້ຕິດຕາມພໍ່ແມ່ຂອງນາງໃນຄວາມເຊື່ອແບບຄຣິສຕຽນຂອງພວກເຂົາ ນັບຕັ້ງແຕ່ນາງເປັນເດັກນ້ອຍ, ແລ້ວນາງ ແລະ ສາມີຂອງນາງກໍໄດ້ປະຕິບັດພາລະກິດໃນຄຣິສຕະຈັກຮ່ວມກັນຫຼັງຈາກທີ່ພວກເຂົາແຕ່ງງານກັນ. ຕະຫຼອດສອງສາມປີຜ່ານໄປ, ນາງໄດ້ຄົ້ນພົບວ່າ ນາງອະທິຖານເພື່ອສາລະພາບຕໍ່ພຣະຜູ້ເປັນເຈົ້າຢູ່ສະເໝີ, ແຕ່ນາງກໍບໍ່ສາມາດຫ້າມຕົນເອງບໍ່ໃຫ້ເຮັດບາບ ແລະ ນາງບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະຜູ້ເປັນເຈົ້າໄດ້. ນາງຍັງບໍ່ມີຄວາມອົດທົນ ຫຼື ຄວາມອົດກັ້ນກັບສາມີຂອງນາງອີກດ້ວຍ. ນາງຄິດແບບນີ້ຈາກພຣະທໍາຂອງພຣະເຈົ້າ: “ເຈົ້າຕ້ອງບໍລິສຸດ ຍ້ອນວ່າເຮົາ ບໍລິສຸດ” (ກົດລະບຽບການເລວີ 11:44). ພຣະເຈົ້າບໍລິສຸດ ແລະ ຜູ້ໃດກໍຕາມທີ່ບໍ່ບໍລິສຸດແມ່ນບໍ່ສາມາດເຫັນພຣະຜູ້ເປັນເຈົ້າໄດ້, ສະນັ້ນ ນາງຈຶ່ງສົງໄສວ່າ: ຄົນແບບນາງທີ່ດໍາລົງຊີວິດຢູ່ກັບຄວາມບາບຈະສາມາດເຂົ້າສູ່ອານາຈັກສະຫວັນໄດ້ບໍ? ສິ່ງນີ້ເປັນສິ່ງທີ່ເຈັບປວດສໍາລັບນາງ ແລະ ນາງກໍອະທິຖານຫາພຣະຜູ້ເປັນເຈົ້າຕະຫຼອດເວລາ. ໃນທີ່ສຸດ ນາງຫຼຸດພົ້ນຈາກຄວາມສັບສົນນີ້ໄດ້ແນວໃດ ແລະ ນາງພົບກັບເສັ້ນທາງແຫ່ງການຊໍາລະລ້າງ ແລະ ເຂົ້າສູ່ອານາຈັກສະຫວັນໄດ້ແນວໃດ? ມາຟັງເລື່ອງລາວຂອງນາງນໍາກັນ.
- [วิดีโอเต้นรำคริสเตียน | "พระเจ้าทรงนำพระสิริของพระองค์สู่บูรพาทิศ"](https://lo.kingdomsalvation.org/videos/brought-glory-to-the-east-mv.html) - พระเจ้าทรงประทานพระสิริของพระองค์ให้อิสราเอลแล้วก็ทรงนำออกไป และหลังจากนั้น พระองค์ได้ทรงนำชาวอิสราเอลสู่ตะวันออก และมนุษยชาติทั้งมวลสู่ภูมิภาคตะวันออก พระเจ้าทรงนำพวกเขาทั้งหมดสู่ความสว่าง เพื่อที่พวกเขาจะได้กลับมารวมตัวกับมันและอยู่ในความสัมพันธ์กับมัน และไม่ต้องค้นหามันอีกต่อไป พระเจ้าจะให้ทุกคนที่กำลังค้นหาได้เห็นความสว่างอีกครั้ง และได้เห็นพระสิริที่พระองค์มีในประเทศอิสราเอล พระเจ้าจะให้พวกเขาได้เห็นว่านานมาแล้วพระองค์ได้เสด็จลงมาบนเก้อนมฆสีขาวเข้าสู่ท่ามกลางมนุษยชาติ ให้พวกเขาได้เห็นก้อนเมฆสีขาวและผลไม้นานานับไม่ถ้วนในกลุ่มอันอุดมสมบูรณ์ของพวกเขา และยิ่งกว่านั้น ให้พวกเขาได้เห็นพระเยโฮวาห์พระเจ้าแห่งอิสราเอล พระเจ้าจะให้พวกเขาเฝ้ามองผู้เป็นองค์เจ้านายแห่งชาวยิว พระเมสสิยาห์ผู้เป็นที่ถวิลหา และพระฉายาสมบูรณ์ของพระองค์ผู้ถูกตามรังควานโดยบรรดากษัตริย์ยุคแล้วยุคเล่า พระเจ้าจะทรงพระราชกิจบนจักรวาลทั้งปวงและพระองค์จะทรงปฏิบัติพระราชกิจอันใหญ่หลวง เพื่อเปิดเผยพระสิริทั้งหมดของพระองค์ และสิ่งที่พระองค์ได้ทรงกระทำทั้งหมดต่อมนุษย์ในยุคสุดท้าย พระเจ้าจะทรงแสดงโฉมพระพักตร์อันทรงสง่าราศีของพระองค์อย่างเต็มตาแก่บรรดา ผู้ที่เฝ้ารอคอยพระองค์มานานหลายปี แก่บรรดาผู้ที่เฝ้าถวิลให้พระองค์เสด็จมาบนก้อนเมฆสีขาว แก่ประเทศอิสราเอลที่เฝ้าถวิลให้พระองค์ทรงมาปรากฏอีกครั้ง และแก่มนุษยชาติทั้งมวลที่ตามรังควานพระองค์ เพื่อที่ทั้งหมดจะได้รู้ว่าพระเจ้าได้ทรงนำพระสิริของพระองค์ออกไปเมื่อนานมาแล้ว และนำมันมาสู่บูรพา ดังนั้น มันจึงไม่ได้อยู่ในมณฑลยูดาห์อีกต่อไปแล้ว เพราะยุคสุดท้ายนั้นได้มาถึงแล้ว! จาก พระวจนะทรงปรากฏเป็นมนุษย์
- [เปิดเผยความลึกลับของพระนามใหม่พระเจ้าที่พยากรณ์ไว้ในพระธรรมวิวรณ์ "พระนามใหม่ของพระเจ้า"](https://lo.kingdomsalvation.org/videos/God-s-new-name.html) - ซูซิน เป็นคนงานของคริสตจักรบ้านคนหนึ่งที่แสวงหาและโหยหาการเสด็จกลับมาขององค์พระผู้เป็นเจ้าอย่างกระตือรือร้นอยู่เสมอ วันหนึ่ง หลานสาวของเธอได้เป็นพยานกับเธอว่า เมื่อองค์พระผู้เป็นเจ้าเสด็จกลับมา พระองค์จะทรงใช้พระนามใหม่ และมีเพียงบรรดาผู้ที่ยอมรับพระนามใหม่ของพระเจ้าเท่านั้นที่จะได้ไปอยู่เบื้องหน้าบัลลังก์ของพระเจ้า เธออ้างอิงคำพยานนี้ตามคำเผยพระวจนะต่อไปนี้จากบทวิวรณ์ ความว่า “คนที่ชนะ เราจะตั้งให้เขาเป็นเสาหลักอยู่ในพระวิหารของพระเจ้าของเรา และเขาจะไม่ออกไปจากพระวิหารอีกเลย และบนตัวเขา เราจะจารึกพระนามพระเจ้าของเรา และชื่อเมืองของพระเจ้าของเรา...และเราจะจารึกนามใหม่ของเราด้วย” (วิวรณ์ 3:12) อย่างไรก็ตาม ซูซินเชื่อว่าพระนามของพระเยซูจะไม่มีวันเปลี่ยนแปลง และเชื่อว่าเมื่อองค์พระผู้เป็นเจ้าเสด็จกลับมา ผู้คนจะยังคงเรียกพระองค์ว่า พระเยซู เรื่องนี้นำทั้งสองคนเข้าสู่การถกเถียงกัน ผลลัพธ์ของการถกเถียงของพวกเธอจะเป็นอย่างไร ? องค์พระผู้เป็นเจ้าจะทรงใช้พระนามใหม่ในการเสด็จกลับมาของพระองค์หรือไม่ ? ติดตามชมเพื่อค้นหาคำตอบได้จากละครสั้นเรื่อง พระนามใหม่ของพระเจ้า
- [ການບັນເລງປະສານສຽງຂະໜາດໃຫຍ່ຂອງຄຣິສຕຽນ “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ”](https://lo.kingdomsalvation.org/videos/kingdom-descends-upon-the-world.html) - ເພງແຫ່ງອານາຈັກທີ່ຕື່ນເຕັ້ນຕັນໃຈໄດ້ດັງຂຶ້ນ ເຊິ່ງປະກາດການມາເຖິງຂອງພຣະເຈົ້າທ່າມກາງມະນຸດແກ່ຈັກກະວານທັງປວງ! ອານາຈັກຂອງພຣະເຈົ້າໄດ້ມາເຖິງແລ້ວ! ທຸກຄົນຮ້ອງໂຮ, ທຸກສິ່ງຍິນດີ! ທຸກສິ່ງທົ່ວທັງສະຫວັນເຕັມໄປດ້ວຍຄວາມມ່ວນຊື່ນ. ແມ່ນຫຍັງຄືເຫດການແຫ່ງຄວາມປິຕິຍິນດີທີ່ຈັບໃຈແບບນີ້? ທ່າມກາງມະນຸດ, ແມ່ນໃຜທີ່ດຳລົງຊີວິດຢູ່ໃນຄວາມເຈັບປວດ ແລະ ໄດ້ອົດກັ້ນກັບຄວາມເສື່ອມຊາມຂອງຊາຕານເປັນເວລາຫຼາຍພັນປີ ຜູ້ທີ່ບໍ່ປາຖະໜາ, ບໍ່ໃຝ່ຝັນຫາການມາເຖິງຂອງພຣະເຈົ້າ? ມີຜູ້ເຊື່ອ ແລະ ຜູ້ຕິດຕາມຂອງພຣະເຈົ້າຈັກຄົນໃນຍຸກຕ່າງໆ ທີ່ໄດ້ອົດກັ້ນຕໍ່ການທົນທຸກ ແລະ ຄວາມລໍາບາກ, ການຂົມເຫັງ ແລະ ຄວາມແຕກແຍກ ພາຍໃຕ້ອິດທິພົນຂອງຊາຕານ? ແມ່ນໃຜແດ່ທີ່ບໍ່ຫວັງໃຫ້ອານາຈັກຂອງພຣະເຈົ້າມາໄວໆນີ້? ເມື່ອໄດ້ຊີມລົດຊາດແຫ່ງຄວາມສຸກ ແລະ ຄວາມໂສກເສົ້າຂອງຄວາມເປັນມະນຸດ, ມີມະນຸດຊາດຄົນໃດແດ່ທີ່ບໍ່ປາຖະໜາຫາຄວາມຈິງ ແລະ ຄວາມຊອບທຳເພື່ອມີອຳນາດທ່າມກາງມະນຸດ? ເມື່ອອານາຈັກຂອງພຣະເຈົ້າມາເຖິງ, ມື້ທີ່ປະຊາຊາດ ແລະ ທຸກຄົນລໍຄອຍຢ່າງເອົາເປັນເອົາຕາຍກໍຈະມາເຖິງໃນທີ່ສຸດ! ໃນເວລານີ້, ແມ່ນຫຍັງຈະເປັນເຫດການທ່າມກາງທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ? ຊີວິດໃນອານາຈັກຈະສວຍງາມພຽງໃດ? ຍ້ອນ “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ”, ຄຳອະທິຖານແຫ່ງພັນປີຈະກາຍເປັນຈິງ! ບາງເນື້ອຫາໃນວິດີໂອນີ້ມາຈາກ: https://www.holyspiritspeaks.org/special-topic/kingdom-has-descended-on-the-world/copyright_en.html
- [ເພງຄຣິດສະຕຽນ “ພຣະຄຣິດຂອງຍຸກສຸດທ້າຍໄດ້ນຳມາຍຸກແຫ່ງອານາຈັກ”](https://lo.kingdomsalvation.org/videos/Christ-has-brought-age-of-kingdom-mv.html) - ເມື່ອພຣະເຢຊູໄດ້ມາໃນໂລກມະນຸດ ພຣະອົງໄດ້ເຮັດໃຫ້ຍຸກແຫ່ງພຣະບັນຍັດສິ້ນສຸດລົງ ແລະ ພຣະອົງໄດ້ນຳມາຍຸກແຫ່ງພຣະຄຸນ. ໃນຍຸກສຸດທ້າຍພຣະເຈົ້າໄດ້ກາຍເປັນເນື້ອໜັງອີກຄັ້ງ, ພຣະອົງໄດ້ເຮັດໃຫ້ຍຸກແຫ່ງພຣະຄຸນສິ້ນສຸດລົງ, ແລະ ພຣະອົງໄດ້ນຳມາຍຸກແຫ່ງອານາຈັກ. ບັນດາຜູ້ທີ່ຍອມຮັບ ການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ຈະຖືກນຳໄປສູ່ຍຸກແຫ່ງອານາຈັກ ແລະ ຍອມຮັບການນຳພາຂອງພຣະເຈົ້າ. ຫຼັງຈາກມະນຸດໄດ້ຮັບການອະໄພບາບຂອງເຂົາ ພຣະເຈົ້າກໍໄດ້ກັບຄືນສູ່ເນື້ອໜັງເພື່ອນຳພາເຂົາ. ພຣະອົງຈະນຳພາມະນຸດໄປສູ່ຍຸກໃໝ່. ພຣະອົງໄດ້ເລີ່ມພາລະກິດແຫ່ງການພິພາກສາ ເພື່ອນຳເອົາມະນຸດໄປສູ່ອານາຈັກທີ່ສູງສົ່ງ. ບັນດາຜູ້ທີ່ຍອມຮັບຈະໄດ້ຮັບຄວາມຈິງຫຼາຍຍິ່ງຂຶ້ນ, ຈະໄດ້ຮັບພອນທີ່ຫຍິ່ງໃຫຍ່ກວ່າເກົ່າ, ດຳລົງຢູ່ໃນຄວາມສະຫວ່າງຢ່າງແທ້ຈິງ. ພວກເຂົາຈະໄດ້ຮັບຄວາມຈິງ, ເສັ້ນທາງ ແລະ ຊີວິດ. ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍປະການທ່າມກາງມະນຸດ. ການໄຖ່ບາບມະນຸດຊາດທັງໝົດແມ່ນ ພາລະກິດດຽວທີ່ພຣະອົງໄດ້ເຮັດສຳເລັດ. ພຣະອົງໄດ້ກາຍເປັນເຄື່ອງບູຊາເພື່ອໄຖ່ບາບມະນຸດ, ແຕ່ພຣະອົງບໍ່ໄດ້ກຳຈັດມະນຸດອອກຈາກ ນິໄສອັນເສື່ອມຊາມຂອງເຂົາທັງໝົດ, ຄວາມເສື່ອມຊາມທັງໝົດຂອງມະນຸດ. ການຊ່ວຍມະນຸດໃຫ້ລອດພົ້ນຈາກຊາຕານໝາຍເຖິງ ພຣະເຢຊູຕ້ອງໄດ້ຮັບເອົາບາບຂອງມະນຸດ, ແຕ່ພາລະກິດທີ່ຫຍິ່ງໃຫຍ່ກວ່າຂອງພຣະເຈົ້າຈຳເປັນຕ້ອງ ກຳຈັດມະນຸດອອກຈາກຄວາມເສື່ອມຊາມຂອງຊາຕານ. ຫຼັງຈາກມະນຸດໄດ້ຮັບການອະໄພບາບຂອງເຂົາ ພຣະເຈົ້າກໍໄດ້ກັບຄືນສູ່ເນື້ອໜັງເພື່ອນຳພາເຂົາ. ພຣະອົງຈະນຳພາມະນຸດໄປສູ່ຍຸກໃໝ່. ພຣະອົງໄດ້ເລີ່ມພາລະກິດແຫ່ງການພິພາກສາ ເພື່ອນຳເອົາມະນຸດໄປສູ່ອານາຈັກທີ່ສູງສົ່ງ. ບັນດາຜູ້ທີ່ຍອມຮັບຈະໄດ້ຮັບຄວາມຈິງຫຼາຍຍິ່ງຂຶ້ນ, ຈະໄດ້ຮັບພອນທີ່ຫຍິ່ງໃຫຍ່ກວ່າເກົ່າ, ດຳລົງຢູ່ໃນຄວາມສະຫວ່າງຢ່າງແທ້ຈິງ. ພວກເຂົາຈະໄດ້ຮັບຄວາມຈິງ, ເສັ້ນທາງ ແລະ ຊີວິດ. ຈາກໜັງສື ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່
- [ການບັນເລງປະສານສຽງຂະໜາດໃຫຍ່ຂອງຄຣິສຕຽນ “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ” ເບິ່ງຕົວຢາງ : ການເຕັ້ນລໍາແທັບ](https://lo.kingdomsalvation.org/videos/kingdom-anthem-preview-tap-lead-in.html) - ການເຕັ້ນລຳແທັບທີ່ໜ້າປະທັບໃຈໃນການຕ້ອນຮັບອານາຈັກ! ຍຸກໃໝ່ທີ່ທຸກຄົນສະຫຼອງໄດ້ມາເຖິງໃນທີ່ສຸດ! ການບັນເລງປະສານສຽງຂະໜາດໃຫຍ່ "ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ," ຈະມາໃນໄວໆນີ້!
- [ເພງຄຣິດສະຕຽນ “ຂ້ານ້ອຍໄດ້ເຫັນຄວາມຮັກຂອງພຣະເຈົ້າ”](https://lo.kingdomsalvation.org/videos/i-have-seen-God-s-love-mv.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດ ຄືພຣະອົງຜູ້ທີ່ຮັກຂ້ານ້ອຍ. ຈາກໂລກທີ່ສົກກະປົກ ພຣະອົງໄດ້ເລືອກຂ້ານ້ອຍ! ດັ່ງນັ້ນ ຂ້ານ້ອຍໄດ້ມາຢູ່ຕໍ່ໜ້າພຣະອົງ, ແມ່ນແລ້ວ, ຂ້ານ້ອຍໄດ້ມາຢູ່ຕໍໍໜ້າພຣະອົງ, ໃຊ້ຊີວິດຂອງຄຣິສຕະຈັກ, ຊື່ນຊົມພຣະທຳຂອງພຣະອົງທຸກວັນ. ມື້ນີ້ ຊ່າງໂຊກດີ ເພາະວ່າພຣະອົງເຮັດໃຫ້ຂ້ານ້ອຍມີສະພາບດີຂຶ້ນ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍໄດ້ເຫັນຄວາມຮັກຂອງພຣະອົງ ແລະ ສິ່ງດຽວທີ່ຂ້ານ້ອຍຢາກປະຕິບັດຄື ຕອບແທນຄວາມຮັກຂອງພຣະອົງ. ສິ່ງດຽວທີ່ຂ້ານ້ອຍຢາກເຮັດຄື ປະຕິບັດໜ້າທີ່ຂອງຂ້ານ້ອຍຕໍ່ພຣະອົງ. ຂ້ານ້ອຍໄດ້ເຫັນຄວາມຮັກຂອງພຣະອົງ ແລະ ຈະຕອບແທນຄວາມຮັກຂອງພຣະອົງ! ມັນຄືສິ່ງດຽວທີ່ຂ້ານ້ອຍຕ້ອງການປະຕິບັດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະອົງຍ່າງຢູ່ທ່າມກາງຄຣິສຕະຈັກ. ພຣະອົງໄດ້ສະແດງຄວາມຈິງ ກ່ຽວກັບນິໄສອັນເສື່ອມຊາມຂອງພວກຂ້ານ້ອຍ. ພຣະອົງລິຮານ ແລະ ຈັດການພວກຂ້ານ້ອຍ, ແມ່ນແລ້ວ, ພຣະອົງລິຮານ ແລະ ຈັດການພວກຂ້ານ້ອຍ: ການກະບົດ ແລະ ການຕໍ່ຕ້ານທັງໝົດຂອງພວກຂ້ານ້ອຍ. ພຣະອົງຕັດສິນຈິນຕະນາການ ແລະ ຄວາມຄິດທັງໝົດຂອງພວກຂ້ານ້ອຍ ເພື່ອຊຳລະລ້າງພວກຂ້ານ້ອຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ານ້ອຍໄດ້ເຫັນຄວາມຮັກຂອງພຣະອົງ ແລະ ສິ່ງດຽວທີ່ຂ້ານ້ອຍຢາກປະຕິບັດຄື ຕອບແທນຄວາມຮັກຂອງພຣະອົງ. ສິ່ງດຽວທີ່ຂ້ານ້ອຍຢາກເຮັດຄື ປະຕິບັດໜ້າທີ່ຂອງຂ້ານ້ອຍຕໍ່ພຣະອົງ. ຂ້ານ້ອຍໄດ້ເຫັນຄວາມຮັກຂອງພຣະອົງ ແລະ ຈະຕອບແທນຄວາມຮັກຂອງພຣະອົງ! ມັນຄືສິ່ງດຽວທີ່ຂ້ານ້ອຍຕ້ອງການປະຕິບັດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະອົງໄດ້ຊ່ວຍພວກຂ້ານ້ອຍໃຫ້ລອດພົ້ນ.
- [“ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ” ເບິ່ງຕົວຢາງທັງໝົດ](https://lo.kingdomsalvation.org/videos/kingdom-descends-upon-world-extended-trailer.html) - ເພງແຫ່ງອານາຈັກທີ່ຕື່ນເຕັ້ນຕັນໃຈໄດ້ດັງຂຶ້ນ ເຊິ່ງປະກາດການມາເຖິງຂອງພຣະເຈົ້າທ່າມກາງມະນຸດແກ່ຈັກກະວານທັງປວງ! ອານາຈັກຂອງພຣະເຈົ້າໄດ້ມາເຖິງແລ້ວ! ທຸກຄົນຮ້ອງໂຮ, ທຸກສິ່ງຍິນດີ! ທຸກສິ່ງທົ່ວທັງສະຫວັນເຕັມໄປດ້ວຍຄວາມມ່ວນຊື່ນ. ແມ່ນຫຍັງຄືເຫດການແຫ່ງຄວາມປິຕິຍິນດີທີ່ຈັບໃຈແບບນີ້? ທ່າມກາງມະນຸດ, ແມ່ນໃຜທີ່ດຳລົງຊີວິດຢູ່ໃນຄວາມເຈັບປວດ ແລະ ໄດ້ອົດກັ້ນກັບຄວາມເສື່ອມຊາມຂອງຊາຕານເປັນເວລາຫຼາຍພັນປີ ຜູ້ທີ່ບໍ່ປາຖະໜາ, ບໍ່ໃຝ່ຝັນຫາການມາເຖິງຂອງພຣະເຈົ້າ? ມີຜູ້ເຊື່ອ ແລະ ຜູ້ຕິດຕາມຂອງພຣະເຈົ້າຈັກຄົນໃນຍຸກຕ່າງໆ ທີ່ໄດ້ອົດກັ້ນຕໍ່ການທົນທຸກ ແລະ ຄວາມລໍາບາກ, ການຂົມເຫັງ ແລະ ຄວາມແຕກແຍກ ພາຍໃຕ້ອິດທິພົນຂອງຊາຕານ? ແມ່ນໃຜແດ່ທີ່ບໍ່ຫວັງໃຫ້ອານາຈັກຂອງພຣະເຈົ້າມາໄວໆນີ້? ເມື່ອໄດ້ຊີມລົດຊາດແຫ່ງຄວາມສຸກ ແລະ ຄວາມໂສກເສົ້າຂອງຄວາມເປັນມະນຸດ, ມີມະນຸດຊາດຄົນໃດແດ່ທີ່ບໍ່ປາຖະໜາຫາຄວາມຈິງ ແລະ ຄວາມຊອບທຳເພື່ອມີອຳນາດທ່າມກາງມະນຸດ? ເມື່ອອານາຈັກຂອງພຣະເຈົ້າມາເຖິງ, ມື້ທີ່ປະຊາຊາດ ແລະ ທຸກຄົນລໍຄອຍຢ່າງເອົາເປັນເອົາຕາຍກໍຈະມາເຖິງໃນທີ່ສຸດ! ໃນເວລານີ້, ແມ່ນຫຍັງຈະເປັນເຫດການທ່າມກາງທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ? ຊີວິດໃນອານາຈັກຈະສວຍງາມພຽງໃດ? ຍ້ອນ “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ”, ຄຳອະທິຖານແຫ່ງພັນປີຈະກາຍເປັນຈິງ! ບາງເນື້ອຫາໃນວິດີໂອນີ້ມາຈາກ: https://www.holyspiritspeaks.org/special-topic/kingdom-has-descended-on-the-world/copyright_en.html
- [ເພງຄຣິດສະຕຽນ “ເພງແຫ່ງຄວາມຮັກທີ່ຫວານຊື່ນ”](https://lo.kingdomsalvation.org/videos/song-of-sweet-love-mv-3.html) - ຄວາມຮັກຂອງພຣະອົງລີ້ລັບໃນຫົວໃຈຂອງຂ້ານ້ອຍ. ຄວາມຮັກນັ້ນນໍາພາໃຫ້ຂ້ານ້ອຍຍັບເຂົ້າໃກ້ພຣະອົງຫຼາຍຍິ່ງຂຶ້ນ ໃນແບບທີ່ຫວານຊື່ນທີ່ສຸດ. ການຄຳນຶງເຖິງຫົວໃຈແລະຄວາມປະສົງຂອງພຣະອົງ ເຮັດໃຫ້ຫົວໃຈຂອງຂ້ານ້ອຍຫວານຊື່ນຍິ່ງຂຶ້ນ. ຂ້ານ້ອຍຮັບໃຊ້ພຣະອົງດ້ວຍຈິດໃຈ ຂ້ານ້ອຍບໍ່ຕ້ອງການສິ່ງໃດອີກເລີຍ. ພຣະທຳຂອງພຣະອົງຊີ້ນໍາຫົວໃຈຂອງຂ້ານ້ອຍ ແລະຂ້ານ້ອຍຈະຕິດຕາມບາດກ້າວຂອງພຣະອົງ. ຂ້ານ້ອຍຈະນໍາຄວາມປະສົງຂອງພຣະອົງເຂົ້າສູ່ຊີວິດ ເຮັດໃຫ້ພຣະອົງພໍໃຈຄືຄວາມຮູ້ສຶກທີ່ດີທີ່ສຸດ. ພຣະອົງໄດ້ນໍາຂ້ານ້ອຍໄປບ່ອນທີ່ດີກວ່າ ອານາຈັກທີ່ມີພຽງພຣະອົງແລະຂ້ານ້ອຍ. ບໍ່ມີຄວາມກັງວົນໃດໆ. ພຣະທຳຂອງພຣະອົງຊໍາລະລ້າງຄວາມເສື່ອມຊາມຂອງຂ້ານ້ອຍ ພຣະທຳເຫຼົ່ານັ້ນໄດ້ຕື່ມເຕັມຫົວໃຈຂອງຂ້ານ້ອຍ. ຂ້ານ້ອຍຮັກພຣະອົງໂອຂ້ານ້ອຍຮັກພຣະອົງ ພຣະທຳຂອງພຣະອົງເປັນສ່ວນສໍາຄັນທີ່ສຸດໃນຊີວິດຂອງຂ້ານ້ອຍ. ຊ່າງໂຊກດີທີ່ຖືກພຣະອົງຊ່ວຍໃຫ້ລອດພົ້ນ. ຂ້ານ້ອຍຈະຮັກພຣະອົງແລະສັນລະເສີນພຣະອົງຕະຫຼອດໄປ. ຮາເລລູຢາ-ຮາເລລູຢາ! ຮາເລລູຢາ-ຮາເລລູຢາ! ຮາເລລູຢາ-ຮາເລລູຢາ! ສັນລະເສີນຈົ່ງມີແກ່ພຣະເຈົ້າ. ຄວາມຮັກຂອງພວກຂ້ານ້ອຍເຮັດໃຫ້ພວກຂ້ານ້ອຍຢູ່ຮ່ວມກັນ ຢ່າງໃກ້ຊິດແລະມີຄວາມສຸກ. ຂ້ານ້ອຍເຂົ້າໃຈຄວາມປະສົງຂອງພຣະອົງ ແລະເຊື່ອຟັງຄວາມປະສົງນັ້ນຢ່າງແນ່ນອນ. ຂ້ານ້ອຍຈະບໍ່ຕໍ່ຕ້ານຫຼືແຍກອອກຈາກພຣະອົງຈັກເທື່ອ ຂ້ານ້ອຍຈະດຳລົງຊີວິດຢູ່ຕໍ່ໜ້າພຣະອົງຫຼາຍຂຶ້ນ. ຂ້ານ້ອຍຕຶກຕອງໃນພຣະທຳຂອງພຣະອົງ ຂ້ານ້ອຍເຊີດຊູໃນສິ່ງທີ່ພຣະອົງເປັນ, ພຣະເຈົ້າຜູ້ເປັນທີ່ຮັກ. ພຣະທຳຂອງພຣະອົງຊໍາລະລ້າງຄວາມເສື່ອມຊາມຂອງຂ້ານ້ອຍ ພຣະທຳເຫຼົ່ານັ້ນໄດ້ຕື່ມເຕັມຫົວໃຈຂອງຂ້ານ້ອຍ. ຂ້ານ້ອຍຮັກພຣະອົງໂອຂ້ານ້ອຍຮັກພຣະອົງ ພຣະທຳຂອງພຣະອົງເປັນສ່ວນສໍາຄັນທີ່ສຸດໃນຊີວິດຂອງຂ້ານ້ອຍ. ຊ່າງໂຊກດີທີ່ຖືກພຣະອົງຊ່ວຍໃຫ້ລອດພົ້ນ. ຂ້ານ້ອຍຈະຮັກພຣະອົງແລະສັນລະເສີນພຣະອົງຕະຫຼອດໄປ. ຮາເລລູຢາ-ຮາເລລູຢາ! ຮາເລລູຢາ-ຮາເລລູຢາ! ຮາເລລູຢາ-ຮາເລລູຢາ! ສັນລະເສີນຈົ່ງມີແກ່ພຣະເຈົ້າ. ຮາເລລູຢາ-ຮາເລລູຢາ! ຮາເລລູຢາ-ຮາເລລູຢາ! ຮາເລລູຢາ-ຮາເລລູຢາ! ສັນລະເສີນຈົ່ງມີແກ່ພຣະເຈົ້າ. ຈາກເພງ ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່
- [ເພງຄຣິດສະຕຽນ “ຊ່າງມີຄວາມສຸກໃນຊີວິດຄຣິສຕະຈັກ” ການເຕັ້ນລໍາຂອງເດັກ](https://lo.kingdomsalvation.org/videos/such-joy-in-church-life-mv.html) - ອ້າຍເອື້ອຍນ້ອງທັງຫຼາຍ, ພວກໄດ້ມາຢູ່ຕໍ່ໜ້າພຣະເຈົ້າ. ກິນ ແລະ ດື່ມພຣະທຳຂອງພຣະອົງ, ຈັ່ງແມ່ນມີຄວາມສຸກ. ພຣະເຈົ້າບໍ່ສົນວ່າພວກເຮົາເຫັນຄວາມຈິງເລິກເຊິ່ງພຽງໃດ, ພຣະອົງພໍໃຈດ້ວຍຄຳເວົ້າທີ່ແທ້ຈິງຂອງພວກເຮົາ. ພວກເຮົາແບ່ງປັນປະສົບການໃນສິ່ງທີ່ພວກເຮົາໄດ້ຮຽນຮູ້ ຊ່ວຍເຫຼືອເຊິ່ງກັນ ແລະກັນ, ຈັບມືກັນກ້າວໄປຂ້າງໜ້າ. ພວກເຮົາເຂົ້າໃຈຄວາມຈິງ, ທົບທວນເບິ່ງຕົວເຮົາເອງ, ເຫັນຄວາມເສື່ອມຊາມຂອງພວກເຮົາ, ຂໍ້ບົກຜ່ອງຂອງພວກເຮົາ. ຄຳອະທິຖານຂອງພວກເຮົາແມ່ນສິ່ງທີ່ພວກເຮົາຮູ້ສຶກ, ພວກເຮົາກ່າວຕໍ່ພຣະເຈົ້າຈາກຫົວໃຈ. ຍິ່ງໂອ້ລົມກັນກ່ຽວກັບພຣະທຳຂອງພຣະອົງຫຼາຍເທົ່າໃດ, ພວກເຮົາກໍຍິ່ງເຂົ້າໃຈພຣະທຳ ແລະ ຄວາມຈິງຂອງພຣະອົງຫຼາຍເທົ່ານັ້ນ. ພວກເຮົາໄດ້ຊິມລົດຊາດຄວາມຮັກຂອງພຣະເຈົ້າ. ຊີວິດຂອງຄຣິສຕະຈັກເຮັດໃຫ້ມີຄວາມສຸກຢ່າງໃຫຍ່ຫຼວງ, ແລະ ຊີວິດຂອງພວກເຮົາກໍເຕີບໂຕຂຶ້ນເທື່ອລະກ້າວ. ອານາຈັກຂອງພຣະຄຣິສ ແມ່ນເຮືອນຂອງພວກເຮົາຢ່າງແທ້ຈິງ. ຜູ້ທີ່ຮັກພຣະເຈົ້າຈະສັນລະເສີນພຣະອົງຕະຫຼອດໄປ. ສະຫງ່າລາສີທັງໝົດຈົ່ງມີແດ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ອ້າຍເອື້ອຍນ້ອງທັງຫຼາຍ, ພວກໄດ້ມາຢູ່ຕໍ່ໜ້າພຣະເຈົ້າ. ກິນ ແລະ ດື່ມພຣະທຳຂອງພຣະອົງ, ຈັ່ງແມ່ນມີຄວາມສຸກ. ເມື່ອພວກເຮົາໂອ້ລົມກັນກ່ຽວກັບພຣະທຳຂອງພຣະເຈົ້າ, ແບ່ງປັນສິ່ງທີ່ພວກເຮົາໄດ້ຜະເຊີນ ແລະ ໄດ້ຮຽນຮູ້ ພວກເຮົາໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ. ແສງສະຫວ່າງຂອງພຣະເຈົ້າສ່ອງໃສ່ພວກເຮົາ. ຊີວິດຂອງຄຣິສຕະຈັກເຮັດໃຫ້ມີຄວາມສຸກຢ່າງໃຫຍ່ຫຼວງ, ແລະ ຊີວິດຂອງພວກເຮົາກໍເຕີບໂຕຂຶ້ນເທື່ອລະກ້າວ. ອານາຈັກຂອງພຣະຄຣິສ ແມ່ນເຮືອນຂອງພວກເຮົາຢ່າງແທ້ຈິງ. ຜູ້ທີ່ຮັກພຣະເຈົ້າຈະສັນລະເສີນພຣະອົງຕະຫຼອດໄປ. ສະຫງ່າລາສີທັງໝົດ ຈົ່ງມີແດ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພຣະເຈົ້າຈັດແຈງທຸກສິ່ງເພື່ອພວກເຮົາ, ສິ່ງເຫຼົ່ານັ້ນເຮັດໜ້າທີ່ຊ່ວຍໃຫ້ພວກເຮົາສົມບູນແບບ. ຕອນນີ້ ພວກເຮົາຮູ້ຈັກຄວາມປະສົງຂອງພຣະເຈົ້າ ແລະ
- [ເພງຄຣິດສະຕຽນ “ໂອ ຜູ້ເປັນທີ່ຮັກຂອງຂ້ານ້ອຍເອີຍ, ກະລຸນາລໍຖ້າຂ້ານ້ອຍດ້ວຍເທີ້ນ”](https://lo.kingdomsalvation.org/videos/please-wait-for-me-korean-mv.html) - ໂອ ພຣະຜູ້ເປັນເຈົ້າ, ຄຣິດຕະຈັກໄດ້ກາຍເປັນສິ່ງທີ່ໂດດດ່ຽວ. ໂອ ພຣະຜູ້ເປັນເຈົ້າ, ພຣະອົງຢູ່ທີ່ໃດ? ດວງເດືອນຄືບຄານສູ່ຍອດຕົ້ນໄມ້, ແສງສະຫວ່າງຂອງມັນງົດງາມ, ຄືກັບຜູ້ເປັນທີ່ຮັກຂອງຂ້ານ້ອຍ. ຜູ້ເປັນທີ່ຮັກຂອງຂ້ານ້ອຍ, ພຣະອົງຢູ່ທີ່ໃດ? ພຣະອົງໄດ້ຍິນຂ້ານ້ອຍຮ້ອງໄຫ້ບໍ? ແມ່ນໃຜອີກທີ່ຈະມອບຄວາມຮັກໃຫ້ກັບຂ້ານ້ອຍ ນອກຈາກພຣະອົງ? ແມ່ນໃຜທີ່ຈະສົນໃຈຂ້ານ້ອຍ ນອກຈາກພຣະອົງ? ແມ່ນໃຜທີ່ຈະດູແລຂ້ານ້ອຍ ນອກຈາກພຣະອົງ? ແມ່ນໃຜທີ່ຈະຖະໜອມຊີວິດຂອງຂ້ານ້ອຍ ນອກຈາກພຣະອົງ? ດວງເດືອນ, ອີກບໍ່ດົນກໍກັບຄືນສູ່ອີກສົ້ນໜຶ່ງທີ່ແສນໄກຂອງສະຫວັນ. ຢ່າເຮັດໃຫ້ຜູ້ເປັນທີ່ຮັກຂອງຂ້ານ້ອຍກັງວົນເລີຍ. ກະລຸນາສະແດງຄວາມຄິດຂອງຂ້ານ້ອຍໃຫ້ພຣະອົງຮັບຮູ້ດ້ວຍເທີ້ນ. ຢ່າລືມທີ່ຈະເອົາຄວາມຮັກຂອງຂ້ານ້ອຍໄປກັບພຣະອົງເລີຍ. ຫ່ານປ່າບິນໄປໄກແສນໄກ, ຄູ່ແລ້ວຄູ່ເລົ່າ ພວກມັນສາມາດນໍາຂ່າວຄາວຂອງຜູ້ເປັນທີ່ຮັກຂອງຂ້ານ້ອຍກັບມາໄດ້ບໍ? ຫ່ານປ່າເອີຍ, ຂໍໃຫ້ຂ້ານ້ອຍຢືມປີກຂອງເຈົ້າດ້ວຍເທີ້ນ, ເພື່ອຂ້ານ້ອຍຈະບິນກັບຄືນສູ່ບ້ານທີ່ອົບອຸ່ນຂອງຂ້ານ້ອຍ. ຂ້ານ້ອຍຈະຕອບແທນຄວາມຫ່ວງໄຍ ເຊິ່ງຜູ້ເປັນທີ່ຮັກຂອງຂ້ານ້ອຍໄດ້ສຳແດງແກ່ຂ້ານ້ອຍ, ແລະ ບອກຜູ້ເປັນທີ່ຮັກຂອງຂ້ານ້ອຍບໍ່ໃຫ້ກັງວົນອີກຕໍ່ໄປ. ຂ້ານ້ອຍຕ້ອງການທີ່ຈະມອບຄຳຕອບທີ່ຊື່ນຊົມຍິນດີໃຫ້ກັບພຣະອົງ ແລະ ບໍ່ເຮັດໃຫ້ລາຄາທີ່ພຣະອົງຊົງຊໍາລະນັ້ນສູນເສຍເປົ່າ. ຂ້ານ້ອຍຕ້ອງການທີ່ຈະເຕີບໃຫຍ່ຢ່າງໄວວາ ແລະ ປະຖິ້ມຊີວິດແຫ່ງຄວາມເຈັບປວດທີ່ເລື່ອນລອຍໄປມານີ້. ໂອ ຜູ້ເປັນທີ່ຮັກຂອງຂ້ານ້ອຍເອີຍ, ກະລຸນາລໍຖ້າຂ້ານ້ອຍດ້ວຍເທີ້ນ. ຂ້ານ້ອຍຈະບິນໄປຈາກຄວາມຮັ່ງມີທາງໂລກ. ຂ້ານ້ອຍຈະຕອບແທນຄວາມຫ່ວງໄຍ ເຊິ່ງຜູ້ເປັນທີ່ຮັກຂອງຂ້ານ້ອຍໄດ້ສຳແດງແກ່ຂ້ານ້ອຍ, ແລະ ບອກຜູ້ເປັນທີ່ຮັກຂອງຂ້ານ້ອຍບໍ່ໃຫ້ກັງວົນອີກຕໍ່ໄປ. ຂ້ານ້ອຍຕ້ອງການທີ່ຈະມອບຄຳຕອບທີ່ຊື່ນຊົມຍິນດີໃຫ້ກັບພຣະອົງ ແລະ ບໍ່ເຮັດໃຫ້ລາຄາທີ່ພຣະອົງຊົງຊໍາລະນັ້ນສູນເສຍເປົ່າ. ແລະ ບໍ່ເຮັດໃຫ້ລາຄາທີ່ພຣະອົງຊົງຊໍາລະນັ້ນສູນເສຍເປົ່າ. ຈາກໜັງສື
- [ເພງຄຣິດສະຕຽນ “ອານາຈັກຂອງພຣະຄຣິດຖືກເຮັດໃຫ້ເປັນຈິງທ່າມກາງມະນຸດ”](https://lo.kingdomsalvation.org/videos/Christ-s-kingdom-mv.html) - ພຣະເຈົ້າຜູ້ຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ ໄດ້ປະກົດຕົວຢູ່ໃນຍຸກສຸດທ້າຍໃນທິດຕາເວັນອອກ, ເໝືອນກັບທີ່ດວງຕາເວັນອັນຊອບທຳທີ່ກຳລັງຂຶ້ນ; ມະນຸດຊາດໄດ້ເຫັນແສງສະຫວັນທີ່ແທ້ຈິງປະກົດຂຶ້ນ. ພຣະເຈົ້າຜູ້ຊົງຊອບທຳ ແລະ ສະຫງ່າງາມ, ເຕັັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ ເຊື່ອງລີ້ແບບຕໍ່າຕ້ອຍທ່າມກາງມະນຸດ, ປະກາດຄວາມຈິງ, ກ່າວ ແລະ ປະຕິບັດພາລະກິດ. ພຣະເຈົ້າຜູ້ຊົງລິດທານຸພາບສູງສຸດຢູ່ກັບພວກເຮົາໜ້າຕໍ່ໜ້າ ພຣະເຈົ້າທີ່ເຈົ້າກະຫາຍຫາ, ພຣະເຈົ້າທີ່ຂ້ານ້ອຍລໍຖ້າ, ໃນປັດຈຸບັນ ໄດ້ປະກົດຕົວແກ່ພວກເຮົາຕາມຄວາມເປັນຈິງແລ້ວ. ພວກເຮົາສະແຫວງຫາຄວາມຈິງ, ພວກເຮົາປາຖະໜາຫາຄວາມຊອບທຳ; ຄວາມຈິງ ແລະ ຄວາມຊອບທຳໄດ້ລົງມາຢູ່ທ່າມກາງມະນຸດ. ເຈົ້າຮັກພຣະເຈົ້າ, ຂ້ານ້ອຍຮັກພຣະເຈົ້າ ມະນຸດຊາດແມ່ນເຕັມໄປດ້ວຍຄວາມຫວັງທີ່ໄດ້ຮັບການຟື້ນຄືນໃໝ່. ຜູ້ຄົນເຊື່ອຟັງ, ປະຊາຊາດນະມັດສະການ ພຣະເຈົ້າທີ່ແທ້ຈິງທີ່ບັງເກີດເປັນມະນຸດ. II ພຣະເຈົ້າຜູ້ຊົງລິດທານຸພາບສູງສຸດໄດ້ສຳແດງຄວາມຈິງ ແລະ ນໍາການພິພາກສາ, ເປີດເຜີຍອູປະນິໄສອັນຊອບທຳຂອງພຣະເຈົ້າ. ໂດຍການພິພາກສາ, ການຕີສອນ ແລະ ການທົດລອງແຫ່ງພຣະທຳ, ພຣະອົງເອົາຊະນະ ແລະ ເຮັດໃຫ້ກຸ່ມຄົນທີ່ເອົາຊະນະນັ້ນສົມບູນ. ພຣະທຳຂອງພຣະເຈົ້າ, ຊ່າງໂກດຮ້າຍ ແລະ ສະຫງ່າງາມ, ໄດ້ພິພາກສາ ແລະ ຊຳລະລ້າງຄວາມບໍ່ຊອບທຳຂອງມະນຸດຊາດ, ໄດ້ທຳລາຍຍຸກແຫ່ງຄວາມມືດທັງໝົດ. ຄວາມຈິງ ແລະ ຄວາມຊອບທຳປົກຄອງຢູ່ເທິງແຜ່ນດິນໂລກ. ແຜ່ນດິນໂລກທັງໝົດໂຮຮ້ອງ,
- [ເພງຄຣິດສະຕຽນ “ເພງຮັກທີ່ຫວານຊື່ນ”](https://lo.kingdomsalvation.org/videos/song-of-sweet-love-mv-2.html) - ເລິກໃນໃຈຂອງຂ້ານ້ອຍ ຄືຄວາມຮັກຂອງພຣະອົງ ມັນຊ່າງຫວານຊື່ນ ທີ່ຂ້ານ້ອຍໄດ້ໃກ້ຊິດພຣະອົງ ໄດ້ດູແລພຣະອົງ ຫົວໃຈຂອງຂ້ານ້ອຍຫວານຊື່ນ ຮັບໃຊ້ພຣະອົງດ້ວຍໃຈຂ້ານ້ອຍທັງໝົດ ຄວາມຮັກຂອງພຣະອົງຊີ້ນຳຫົວໃຈຂອງຂ້ານ້ອຍ ຂ້ານ້ອຍນຳຮອຍແຫ່ງຄວາມຮັກຂອງພຣະອົງ ຂ້ານ້ອຍເຄື່ອນຍ້າຍຕົນເອງຕາມສາຍຕາພຣະອົງ ຄວາມຮັກພາໃຫ້ຫົວໃຈຂ້ານ້ອຍເປັນສຸກ ຄວາມຮັກພາໃຫ້ຫົວໃຈຂ້ານ້ອຍເປັນສຸກ ປັດຈຸບັນຂ້ານ້ອຍຢູ່ໃນອີກໂລກໜຶ່ງ ບໍມີໃຜ ແຕ່ມີພຣະອົງຢູ່ກັບຂ້ານ້ອຍ ພຣະອົງຮັກຂ້ານ້ອຍ, ຂ້ານ້ອຍຮັກພຣະອົງ ບໍມີຄວາມໂສກເສົ້າ ຫຼື ຄວາມເສຍໃຈມາລົບກວນພວກເຮົາ ບໍມີຄວາມໂສກເສົ້າ ຫຼື ຄວາມເສຍໃຈມາລົບກວນພວກເຮົາ ຄວາມຊົງຈຳທີ່ເຈັບປວດຜ່ານໄປ ຄວາມຊົງຈຳທີ່ເຈັບປວດຜ່ານໄປ ນຳຮອຍຄວາມຮັກຂອງພຣະອົງ ຂ້ານ້ອຍໃກ້ຊິດ ພຣະອົງ ຄວາມສຸກເຕີມເຕັມພຣະອົງ ແລະ ຂ້ານ້ອຍ ເຂົ້າໃຈແຈ້ງແລ້ວຕໍ່ພຣະປະສົງ ເຊື່ອຟັງແຕ່ພຣະອົງເທົ່ານັ້ນ ບໍຕ້ອງການທີ່ຈະບໍເຊື່ອຟັງພຣະອົງ ຂ້ານ້ອຍຈະດຳລົງຊີວິດຕໍ່ໜ້າພຣະອົງຍິ່ງກ່ວາຜ່ານມາ ບໍສາມາດໜີຈາກພຣະອົງອີກແລ້ວ ຄິດເຖິງລົດຊາດພຣະທໍາຂອງພຣະອົງ ຂ້ານ້ອຍຮັກສິ່ງທີ່ພຣະອົງມີ ສິ່ງທີ່ພຣະອົງເປັນ ຂ້ານ້ອຍຮັກສິ່ງທີ່ພຣະອົງມີ ສິ່ງທີ່ພຣະອົງເປັນ ຂ້າຂ້ອຍຢາກໃຫ້ພຣະອົງເປັນຊີວິດຂອງຂ້ານ້ອຍ ຂ້ານ້ອຍຈະຍອມໃຫ້ພຣະອົງຄອບຄອງຫົວໃຈຂ້ານ້ອຍ ໂອ! ຂ້ານອຍຮັກພຣະອົງ ຂ້ານ້ອຍຮັກພຣະອົງ ຂ້ານ້ອຍຖືກຄອບຄອງດ້ວຍຄວາມຮັກຂອງພຣະອົງແລ້ວ ຂ້ານ້ອຍໂຊກດີທີ່ໄດ້ຖືກເຮັດໃຫ້ສົມບູນເພື່ອໃຫ້ເພິ່ງພໍໃຈພຣະອົງ ຮາເລລູຢາ! ຮາເລລູຢາ! ຮາເລລູຢາ! ສັນລະເສີນພຣະເຈົ້າ ຮາເລລູຢາ! ຮາເລລູຢາ! ຮາເລລູຢາ!
- [ເພງຄຣິດສະຕຽນ “ມາຫາພຣະເຈົ້າເລື້ອຍໆ”](https://lo.kingdomsalvation.org/videos/come-before-God-often-mv.html) - ຖືໂອກາດເມື່ອເຈົ້າມີເວລາ ນັ່ງງຽບຕໍ່ໜ້າພຣະເຈົ້າ ອ່ານພຣະທໍາຂອງພຣະອົງຮູ້ຄວາມຈິງຂອງພຣະອົງແກ້ໄຂຄວາມຜິດໃນໂຕເຈົ້າ ມາລອງ ຖືເອົາໂອກາດ ຮູ້ພຣະປະສົງ ແລະ ເຈົ້າຈະມີຄວາມເຂັ້ມແຂງ ບອກພຣະອົງສິ່ງທີ່ເຈົ້າຂາດຫາຍ ແບ່ງປັນຄວາມຈິງຂອງພຣະອົງສະເໝີ ຄວາມສຸກເປັນຂອງເຈົ້າເມື່ອເຈົ້າບູຊາພຣະອົງ ມາຫາພຣະເຈົ້າເລື້ອຍໆ ຢ່າຕໍ່ຕ້ານອີກຕໍ່ໄປ ເຈົ້າສົນໃຈແຕ່ຮ່າງກາຍ ເຮັດໃຫ້ພຣະອົງເຈັບໃຈ ອ່ານພຣະທໍາຂອງພຣະອົງ ເຂົ້າໃຈຄວາມຈິງຂອງພຣະອົງ ມາຫາພຣະເຈົ້າເລື້ອຍໆ ມາຫາພຣະເຈົ້າເລື້ອຍໆ ແລ້ວດຳລົງຊີວິດແບບມະນຸດທີ່ເສຍສະລະ "ຈະມີການທົດສອບ ຫຼື ການພິພາກສາມາແນວໃດ ພວກຂ້ານ້ອຍຈະຕັ້ງໝັ້ນເພື່ອພຣະອົງ" ມາຫາພຣະເຈົ້າເລື້ອຍໆ ມາຫາພຣະເຈົ້າເລື້ອຍໆ ແລະ ດຳລົງຊີວິດກັບຄວາມຈິງຂອງພຣະອົງ ເຖິງວ່າພວກເຮົາລະເມີດ ພວກເຮົາຄວນສະແຫວງເພື່ອຮັກພຣະເຈົ້າ ຂໍພຽງພວກເຮົາຮັກພຣະອົງ ພວກເຮົາຈະໄດ້ຮັບການສັນລະເສີນຈາກພຣະອົງ ພວກເຮົາຕ້ອງສະແຫວງຫາຄວາມຈິງ ແລະ ເປັນພະຍານໃຫ້ພຣະເຈົ້າ! ນີ້ແມ່ນໜ້າທີ່ທີ່ພວກເຮົາຕ້ອງເຮັດ ຄວາມສຸກເປັນຂອງເຈົ້າເມື່ອເຈົ້າບູຊາພຣະເຈົ້າ ມາຫາພຣະເຈົ້າເລື້ອຍໆ ຢ່າຕໍ່ຕ້ານອີກຕໍ່ໄປ ເຈົ້າສົນໃຈແຕ່ຮ່າງກາຍ ເຮັດໃຫ້ພຣະອົງເຈັບໃຈ ອ່ານພຣະທໍາຂອງພຣະອົງ ເຂົ້າໃຈຄວາມຈິງຂອງພຣະອົງ ມາຫາພຣະເຈົ້າເລື້ອຍໆ ມາຫາພຣະເຈົ້າເລື້ອຍໆ ແລ້ວດຳລົງຊີວິດແບບມະນຸດທີ່ເສຍສະລະ ຈະມີການທົດສອບ ຫຼື ການພິພາກສາມາແນວໃດ ພວກຂ້ານ້ອຍຈະຕັ້ງໝັ້ນເພື່ອພຣະອົງ ມາຫາພຣະເຈົ້າເລື້ອຍໆ ມາຫາພຣະເຈົ້າເລື້ອຍ ແລະ ດຳລົງຊີວິດກັບຄວາມຈິງຂອງພຣະອົງ ດຳລັງຊີວິດແບບຜູ້ເສຍສະຫຼະ
- [ເພງຄຣິດສະຕຽນ “ສຸກໃຈທີ່ໄດ້ເປັນຄົນສັດຊື່”](https://lo.kingdomsalvation.org/videos/joy-to-be-an-honest-person-mv.html) - ການເຂົ້າໃຈຄວາມຈິງພາໃຫ້ຈິດໃຈຄົນເປັນອິດສະລະ ແລະ ມີຄວາມສຸກ ນັ້ນແມ່ນຄວາມຈິງ ຂ້ານ້ອຍມີຄວາມໝັ້ນໃຈໃນພຣະທໍາຂອງພຣະເຈົ້າ ແລະ ບໍ່ມີຄວາມສົງໄສໃດໆ. ຈະໃຫ້ພວກຂ້ານ້ອຍມີຄວາມສົງໄສແນວໃດ? ຂ້ານ້ອຍບໍຄິດລົບ ຂ້ານ້ອຍບໍ່ທໍ້ຖອຍ ແລະ ບໍ່ເຄີຍສິ້ນຫວັງ ເບິ່ງ! ຂ້ານ້ອຍຍຶດໝັ້ນຕໍ່ໜ້າທີ່ດ້ວຍໃຈ ແລະ ຈິດໃຈທັງໝົດ ແລະ ຂ້ານ້ອຍບໍ່ໄດ້ເປັນຫ່ວງກ່ຽວກັບຮ່າງກາຍ. ຂ້ານ້ອຍບໍ່ໄດ້ຊົ່ວແຕ່ຢ່າງໃດ! ເຖິງແມ່ນວ່າຄຸນສົມບັດຂອງຂ້ານ້ອຍຈະຕໍ່າ ແຕ່ຂ້ານ້ອຍມີຫົວໃຈສັດຊື່. ແມ່ນແທ້ບໍ? ຂ້ານ້ອຍອຸທິດທຸກສິ່ງເພື່ອເພິ່ງພໍໃຈປະສົງຂອງພຣະເຈົ້າ. (ອ່າ ແມ່ນແລ້ວ!) ຂ້ານ້ອຍປະຕິບັດຄວາມຈິງ ເຊື່ອຟັງພຣະເຈົ້າ ແລະ ພະຍາຍາມເປັນຄົນສັດຊື່. ດີທີ່ສຸດ! ຂ້ານ້ອຍເປັນຄົນເປີດເຜີຍ ສັດຊື່ປາດສະຈາກຄວາມຫຼອກລວງ ດໍາລົງຊີວິດຢູ່ໃນແສງສະຫວ່າງ. ດີຫຼາຍ! ຄົນສັດຊື່ ມາໄວໆ ມາລົມກັນດ້ວຍຄວາມຈິງໃຈ ທຸກຄົນທີ່ຮັກພຣະເຈົ້າ ຈົ່ງມາໂຮມກັນ ແລະ ຮ່ວມໃຈກັນເປັນເພື່ອນທີ່ດີ. ໜຶ່ງ ສອງ ສາມ ພວກເຮົາທຸກຄົນເປັນເພື່ອນກັນຢ່າງແທ້ຈິງ. ທຸກຄົນທີ່ຮັກຄວາມຈິງ ແມ່ນອ້າຍເອື້ອຍນ້ອງ (ຄອບຄົວດຽວກັນ) ໂອ ທຸກຄົນທີ່ມີຄວາມສຸກ ຈົ່ງມາຮ້ອງເພງແລະ ເຕັ້ນລໍາເພື່ອສັນລະເສີນພຣະເຈົ້າ. ຮ້ອງເພງ! ເຕັ້ນລໍາ! ມັນຊ່າງສຸກໃຈທີ່ໄດ້ເປັນຄົນສັດຊື່!
- [ເພງຄຣິດສະຕຽນ “ຜູ້ທີ່ມີອຳນາດອະທິ ປະໄຕເໜືອທຸກສິ່ງ”](https://lo.kingdomsalvation.org/videos/one-who-holds-sovereignty-over-everything.html) - ທົ່ວທັງຈັກກະວານທີ່ກວ້າງໃຫຍ່ໄພສານ, ດາວເຄາະທັງປວງເຄື່ອນຍ້າຍຢ່າງຖືກຕ້ອງພາຍໃນການໂຄຈອນຂອງພວກມັນເອງ. ພາຍໃຕ້ສະຫວັນ, ພູເຂົາ, ແມ່ນໍ້າ ແລະ ທະເລສາບລ້ວນແລ້ວແຕ່ມີຂອບເຂດຂອງພວກມັນ ແລະ ສິ່ງມີຊີວິດທັງປວງກໍດຳລົງຊີວິດ ແລະ ແຜ່ພັນໃນທຸກໆສີ່ລະດູການຕາມກົດເກນແຫ່ງຊີວິດ…. ສິ່ງນີ້ຖືກອອກແບບຢ່າງງົດງາມຫຼາຍ, ມີຜູ້ຍິ່ງໃຫຍ່ໜຶ່ງດຽວທີ່ປົກຄອງ ແລະ ຈັດແຈງທຸກສິ່ງນີ້ບໍ? ນັບຕັ້ງແຕ່ທີ່ເຂົ້າມາໃນໂລກນນີ້ພ້ອມກັບການຮ້ອງໄຫ້, ພວກເຮົາໄດ້ເລີ່ມເຮັດບົດບາດທີ່ແຕກຕ່າງກັນໃນຊີວິດ. ພວກເຮົາເຄື່ອນຍ້າຍຈາກການເກີດໄປຫາຊ່ວງອາຍຸແກ່ ໄປຫາຄວາມເຈັບປ່ວຍ ແລ້ວໄປຫາຄວາມຕາຍ, ພວກເຮົາກ້າວໄປມາລະຫວ່າງຄວາມປິຕິຍິນດີ ແລະ ຄວາມທຸກໃຈ…. ມະນຸດຊາດມາຈາກໃສແທ້ໆ ແລະ ພວກເຮົາຈະໄປໃສແທ້ໆ? ຜູ້ໃດປົກຄອງເໜືອໂຊກຊະຕາຂອງພວກເຮົາ? ຈາກຍຸກບູຮານຈົນເຖິງສະໄໝໃໝ່, ຊົນຊາດທີ່ຍິ່ງໃຫຍ່ໄດ້ເກີດຂຶ້ນ, ລາຊະວົງໄດ້ມາ ແລະ ຈາກໄປ ແລະ ປະເທດຕ່າງໆ ແລະ ຜູ້ຄົນໄດ້ງອກເງີຍ ແລະ ດັບສູນໃນຄື້ນປະຫວັດສາດ…. ດັ່ງກົດເກນຂອງທຳມະຊາດ, ກົດເກນແຫ່ງການພັດທະນາຂອງມະນຸດຊາດປະກອບມີຄວາມເລິກລັບທີ່ບໍ່ສິ້ນສຸດ. ເຈົ້າຕ້ອງການຮູ້ຄຳຕອບສຳລັບຄຳຖາມເຫຼົ່ານັ້ນບໍ? ສາລະຄະດີ ຜູ້ທີ່ມີອຳນາດອະທິປະໄຕເໜືອທຸກສິ່ງ ຈະນໍາພາເຈົ້າໃຫ້ເຂົ້າເຖິງຕົ້ນກໍາເນີດຂອງເລື່ອງນີ້, ເພື່ອເປີດເຜີຍຄວາມເລິກລັບທັງໝົດນີ້! ບາງເນື້ອຫາໃນວິດີໂອນີ້ມາຈາກ: https://www.holyspiritspeaks.org/special-topic/copyright.html
- [ຮູບເງົາຂອງຊາວຄຣິດ “ມັນດີທີ່ຈະເຊື່ອໃນພຣະເຈົ້າ” ເລື່ອງລາວແທ້ຈິງຂອງຊາວຄຣິດທີ່ຫັນກັບມາຫາພຣະເຈົ້າ](https://lo.kingdomsalvation.org/videos/it-s-good-to-believe-in-God.html) - ເພື່ອຫາເງິນໃຫ້ພຽງພໍທີ່ຈະດຳລົງຊີວິດທີ່ດີ, ດິງ ຣຸຍລິນ ແລະ ຜົວຂອງລາວເຮັດວຽກໜັກຢ່າງຂົມຂື່ນເພື່ອເປີດ ແລະ ດຳເນີນທຸລະກິດ. ແຕ່ເນື່ອງຈາກການຂູດຮີດ ແລະ ການຂົ່ມເຫັງຂອງລັດຖະບານພັກກອມມູນິດຈີນ, ພວກເຂົາຍັງຕິດໜີ້ຫຼາຍ ແລະ ບໍ່ມີທາງເລືອກນອກຈາກໄປເຮັດວຽກຢູ່ຕ່າງປະເທດ. ເພື່ອຫາເງິນຫຼາຍຂຶ້ນ, ດິງ ຣຸຍລິນ ເຮັດວຽກສອງບ່ອນ. ພາລະອັນໜັກໜ່ວງຈາກວຽກຂອງລາວ ແລະ ຄວາມເມີນເສີຍຂອງຜູ້ຄົນທີ່ຢູ່ອ້ອມຂ້າງລາວກໍເຮັດໃຫ້ລາວຮູ້ເຖິງຄວາມເຈັບປວດ ແລະ ຄວາມສິ້ນຫວັງໃນການດຳລົງຊີວິດເພື່ອຫາເງິນ. ໃນທ່າມກາງຄວາມເຈັບປວດ ແລະ ຄວາມສັບສົນຂອງລາວ, ລາວກໍພົບກັບເພື່ອນຮ່ວມຫ້ອງໃນໂຮງຮຽນມັດທະຍົມຕອນປາຍ ນັ້ນກໍຄື ລິນ ຊິຊິນ. ໃນການສົນທະນາຂອງພວກເຂົາ, ດິງ ຣຸຍລິນ ເຫັນວ່າ ລິນ ຊິຊິນ ໄດ້ເລີ່ມເຂົ້າໃຈຫຼາຍສິ່ງ ຍ້ອນຄວາມເຊື່ອຂອງລາວໃນພຣະເຈົ້າ. ຖ້າມີການສະຖິດຂອງພຣະເຈົ້າ, ລາວກໍຮູ້ສຶກເຖິງຄວາມສະຫງົບສຸກຝ່າຍວິນຍານ ແລະ ຄວາມສຸກ ແລະ ດຳລົງຊີວິດໃນສະພາວະທີ່ຜ່ອນຄາຍ ແລະ ງ່າຍດາຍ, ເຊິ່ງເຮັດໃຫ້ ດິງ ຣຸຍລິນ ຕ້ອງການເຊື່ອໃນພຣະເຈົ້າອີກດ້ວຍ. ໃນອີກບໍ່ດົນ, ເພື່ອຫາເງິນຫຼາຍຂຶ້ນ, ດິງ ຣຸຍລິນ ແລະ ຜົວຂອງລາວໄດ້ຊື້ຮ້ານອາຫານ,
- [ການສົນທະນາຄຣິສຕຽນ “ສິດຍາພິບານຂອງພວກເຮົາກ່າວວ່າ…” ພວກເຮົາຄວນຟັງຜູ້ໃດເມື່ອພວກເຮົາເຊື່ອໃນພຣະຜູ້ເປັນເຈົ້າ?](https://lo.kingdomsalvation.org/videos/our-pastor-said.html) - ຢູ ຊັນຟູ ແມ່ນຜູ້ເຊື່ອໃນໂລກສາສະໜາທີ່ນັບຖື ແລະ ເຄົາລົບນັບຖືສິດຍາພິບານ ແລະ ຜູ້ປົກຄອງ. ນາງຄິດວ່າ “ສິດຍາພິບານ ແລະ ຜູ້ປົກຄອງແມ່ນລ້ວນແລ້ວແຕ່ຖືກສ້າງຕັ້ງຂຶ້ນໂດຍພຣະເຈົ້າ ແລະ ຄວາມເຊື່ອຟັງຕໍ່ສິດຍາພິບານ ແລະ ຜູ້ປົກຄອງກໍຄືຄວາມເຊື່ອຟັງຕໍ່ພຣະເຈົ້າ”, ສະນັ້ນ ນາງຈຶ່ງຟັງສິດຍາພິບານຂອງນາງໃນທຸກສິ່ງທີ່ນາງເຮັດ, ແມ່ນແຕ່ໃນເລື່ອງການຕ້ອນຮັບການສະເດັດກັບມາຂອງພຣະຜູ້ເປັນເຈົ້າ. ແຕ່ຜ່ານການໂຕ້ວາທີຢ່າງສ້າງສັນ, ຢູ ຊັນຟູ ໄດ້ຮູ້ວ່າການຍ້ອງຍໍສັນລະເສີນພຣະເຈົ້າແມ່ນມາກ່ອນຄວາມເຊື່ອ ແລະ ຄົນໆໜຶ່ງບໍ່ຄວນບູຊາ ແລະ ນັບຖືຜູ້ຄົນ ແຕ່ສະຫງວນ “ພຣະວິຫານ” ຂອງຫົວໃຈໄວ້ສຳລັບພຣະເຈົ້າ…
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ແນວຄິດກ່ຽວກັບພຣະເຈົ້າຕຣີເອກະນຸພາບເປັນສິ່ງທີ່ສົມເຫດສົມຜົນບໍ?”](https://lo.kingdomsalvation.org/videos/is-concept-of-trinity-tenable.html) - ນັບຕັ້ງແຕ່ທີ່ພຣະເຢຊູເຈົ້າທີ່ບັງເກີດເປັນມະນຸດໄດ້ປະຕິບັດພາລະກິດແຫ່ງການໄຖ່ບາບຂອງພຣະອົງ ເປັນເວລາ 2.000 ປີ, ຊາວຄຣິດທັງປວງໄດ້ໃຫ້ນິຍາມພຣະເຈົ້າວ່າເປັນ “ພຣະເຈົ້າຕຣີເອກະນຸພາບ”. ຍ້ອນພຣະຄຳພີໄດ້ກ່າວເຖິງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ພວກເຂົາຈຶ່ງພຽງແຕ່ພາດພິງຈາກບ່ອນນັ້ນ ແລະ ສະຫຼຸບວ່າພຣະເຈົ້າເປັນພຣະເຈົ້າຕຣີເອກະນຸພາບ, ຄິດວ່າພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດເປັນສາມສ່ວນທີ່ປະກອບເປັນພຣະເຈົ້າທີ່ແທ້ຈິງໜຶ່ງດຽວ ແລະ ຖ້າບໍ່ມີສ່ວນໃດໜຶ່ງໃນສ່ວນເຫຼົ່ານີ້, ພຣະອົງກໍຈະບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວ. ແນວຄິດກ່ຽວກັບພຣະເຈົ້າຕຣີເອກະນຸພາບມີເຫດຜົນແທ້ໆບໍ? ມັນສາມາດເປັນໄປໄດ້ບໍວ່າພຣະເຢໂຮວາບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວ? ຫຼື ພຣະເຢຊູເຈົ້າບໍ່ແມ່ນ ແລະ ພຣະວິນຍານບໍລິສຸດບໍ່ແມ່ນ? ແນວຄິດຄວາມກ່ຽວກັບພຣະເຈົ້າຕຣີເອກະນຸພາບນີ້ຄືການປະຕິເສດ ແລະ ການແຍກພຣະເຈົ້າທີ່ແທ້ຈິງອົງດຽວອອກແທ້ໆ? ໃນຕອນນີ້ທີ່ມີຊື່ວ່າງ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາຈະຊ່ວຍຄົ້ນຫາຄວາມຈິງກ່ຽວກັບສິ່ງນີ້ ເພື່ອວ່າພວກເຮົາຈະສາມາດຮຽນຮູ້ກ່ຽວກັບພຣະເຈົ້າທີ່ແທ້ຈິງອົງດຽວ.
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ?”](https://lo.kingdomsalvation.org/videos/how-God-cleanses-man-in-His-judgment-work.html) - ຜູ້ຄົນຮູ້ວ່າໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງພວກເຮົາແລະ ຄົນທີ່ກຳລັງຄາດຫວັງພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກກໍ່ກຳລັງລໍຖ້າດ້ວຍລົມຫາຍໃຈທີ່ອ່ອນແຮງລົງ.ຫຼັງຈາກຫຼາຍປີທີ່ລໍຖ້າ, ພວກເຂົາກໍ່ຍັງບໍ່ທັນເຫັນພຣະອົງລົງມາ.ກົງກັນຂ້າມ, ພວກເຂົາເຫັນວ່າ ສາຍຟ້າແມບຈາກທິດຕາເວັນອອກກຳລັງເປັນພະຍານໃຫ້ແກ່ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ.ນີ້ຄືຄວາມຜິດຫວັງທີ່ໃຫຍ່ຫຼາຍສຳລັບພວກເຂົາ.ຫຼາຍຄົນຍຶດຕິດກັບແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ບໍ່ເຕັມໃຈທີ່ຈະສະແຫວງຫາ ແລະ ສືບຄົ້ນຫາຫົນທາງທີ່ແທ້ຈິງ, ເຊິ່ງເປັນເຫດຜົນທີ່ພວກເຂົາຍັງບໍ່ຕ້ອນຮັບພຣະຜູ້ເປັນເຈົ້າ, ແຕ່ໄດ້ຕົກລົງສູ່ໄພພິບັດ. ແຕ່ມີຫຼາຍຄົນທີ່ຮັກຄວາມຈິງ ແລະ ເມື່ອພວກເຂົາໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ,ພວກເຂົາກໍ່ເຫັນລິດອຳນາດ ແລະ ສິດອຳນາດຂອງພຣະທຳເຫຼົ່ານັ້ນ, ໄດ້ເຫັນວ່າພຣະທຳເຫຼົ່ານັ້ນລ້ວນແລ້ວແຕ່ເປັນຄວາມຈິງ.ພວກເຂົາຮັບຮູ້ສຽງຂອງພຣະເຈົ້າ ແລະ ບໍ່ຖືກຄວບຄຸມໂດຍແນວຄິດຂອງພວກເຂົາອີກຕໍ່ໄປ,ແຕ່ສືບຕໍ່ຄົ້ນຫາຫົນທາງທີ່ຖືກຕ້ອງ.ຄຳຖາມທຳອິດຂອງພວກເຂົາກໍ່ຄືເປັນຫຍັງພຣະເຈົ້າຈຶ່ງຍັງຈຳເປັນຕ້ອງເຮັດພາລະກິດແຫ່ງການພິພາກສາເມື່ອຄວາມຜິດບາບຂອງພວກເຂົາໄດ້ຮັບການອະໄພ ແລະ ພວກເຂົາຖືກຖືວ່າຊອບທຳໂດຍພຣະເຈົ້າແລະ ພຣະເຈົ້າຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຜ່ານພາລະກິດນັ້ນໃນຍຸກສຸດທ້າຍແນວໃດ. ຄຳຖາມເຫຼົ່ານີ້ແມ່ນຄຳຖາມສອງຂໍ້ທີ່ສຳຄັນທີ່ສຸດ ແລະ ສັບສົນທີ່ສຸດສຳລັບທຸກຄົນທີ່ກຳລັງສືບຄົ້ນຫາຫົນທາງທີ່ແທ້ຈິງ. ຕອນນີ້ຂອງລາຍການການສະແຫວງຫາຄວາມເຊື່ອທີ່ແທ້ຈິງຈະຊີ້ນໍາເຈົ້າໃຫ້ສະແຫວງຫາຄວາມຈິງ ແລະ ຄົ້ນຫາຄຳຕອບ.
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ມັນເປັນຈິງບໍທີ່ພາລະກິດ ແລະ ພຣະທຳທັງໝົດຂອງພຣະເຈົ້າຢູ່ໃນພຣະຄຳພີ?”](https://lo.kingdomsalvation.org/videos/is-it-right-to-say-God-s-words-are-all-in-the-bible.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເປັນພຣະຜູ້ໄຖ່ໄດ້ປາກົດຕົວ ແລະ ກຳລັງເຮັດພາລະກິດໃນຍຸກສຸດທ້າຍ ແລະ ພຣະອົງໄດ້ກ່າວພຣະທຳຫຼາຍລ້ານຄຳ. ໜັງສືພຣະທຳປາກົດໃນຮ່າງກາຍ ເຊິ່ງເປັນການຮວບຮວມພຣະທຳຂອງພຣະອົງ, ແມ່ນມີໃຫ້ໃນອອນລາຍ. ມັນບໍ່ພຽງແຕ່ສັນສະເທືອນໂລກສາສະໜາ, ແຕ່ໄດ້ສັນສະເທືອນໂລກທັງໃບເອງ. ຫຼາຍຄົນທີ່ຫິວກະຫາຍຫາຄວາມຈິງກໍ່ໄດ້ເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ ແລະ ເປັນສຽງຂອງພຣະເຈົ້າ, ຮັບຮູ້ວ່າພຣະອົງເປັນອົງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ແຕ່ໃນຂະນະທີ່ຫຼາຍຄົນໃນໂລກສາສະໜາໄດ້ຮັບຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ, ພວກມັນມີລິດອຳນາດ ແລະ ມີສິດອຳນາດ, ພວກເຂົາຍັງຢືນຢັນວ່າພາລະກິດ ແລະ ພຣະທຳຂອງພຣະເຈົ້າລ້ວນແລ້ວແຕ່ຢູ່ໃນພຣະຄຳພີ ແລະ ບໍ່ມີຂໍ້ໃດທີ່ສາມາດຖືກຄົ້ນພົບນອກພຣະຄຳພີ. ເມື່ອພວກເຂົາຄິດວ່າພາລະກິດ ແລະ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດອອກຈາກພຣະຄຳພີ, ພວກເຂົາກໍ່ປະຕິເສດ ແລະ ປະນາມມັນ ແລະ ຜົນຕາມມາກໍ່ຄື ພວກເຂົາພາດໂອກາດຂອງພວກເຂົາທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າກ່ອນໄພພິບັດ ແລະ ຕົກລົງສູ່ໄພພິບັດ. ສະນັ້ນ ແມ່ນຫຍັງຄືຂໍ້ຜິດພາດກ່ຽວກັບແນວຄິດນີ້ທີ່ວ່າ “ພາລະກິດ ແລະ ພຣະທຳຂອງພຣະເຈົ້າລ້ວນແລ້ວແຕ່ຢູ່ໃນພຣະຄຳພີ ແລະ ບໍ່ມີຂໍ້ໃດທີ່ສາມາດຖືກຄົ້ນພົບນອກພຣະຄຳພີ” ແທ້ໆ? ຕອນນີ້ຈະຊີ້ນໍາເຈົ້າໃຫ້ສະແຫວງຫາຄວາມຈິງ, ຮຽນຮູ້ກ່ຽວກັບເລື່ອງລາວພາຍໃນພຣະຄຳພີ ແລະ ຄົ້ນຫາຄຳຕອບ.
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງເຮັດພາລະກິດແຫ່ງການພິພາກສາ ເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍ?”](https://lo.kingdomsalvation.org/videos/why-does-Jesus-judge-man-in-last-days.html) - 2.000 ປີກ່ອນ, ພຣະເຢຊູເຈົ້າທີ່ບັງເກີດເປັນມະນຸດຖືກຄຶງເທິງໄມ້ກາງແຂນເພື່ອໄຖ່ຄວາມຜິດບາບຂອງມະນຸດຊາດ, ເຮັດໜ້າທີ່ເປັນເຄື່ອງບູຊາແທນຄວາມຜິດບາບ ແລະ ສຳເລັດພາລະກິດແຫ່ງການໄຖ່ບາບຂອງພຣະອົງ. ຜູ້ທີ່ມີຄວາມເຊື່ອໃນພຣະຜູ້ເປັນເຈົ້າລ້ວນແລ້ວແຕ່ຄິດວ່າຄວາມຜິດບາບຂອງພວກເຂົາໄດ້ຮັບການອະໄພ, ສະນັ້ນ ພຣະຜູ້ເປັນເຈົ້າຈຶ່ງບໍ່ເຫັນວ່າພວກເຂົາຜິດບາບອີກຕໍ່ໄປ ແລະ ເມື່ອພຣະອົງກັບຄືນມາ ພວກເຂົາຈະຖືກພາເຂົ້າສູ່ອານາຈັກສະຫວັນໂດຍກົງ. ດ້ວຍເຫດນັ້ນ, ຜູ້ຄົນຈຶ່ງຈ້ອງເບິ່ງທ້ອງຟ້າຢູ່ສະເໝີ, ປາຖະໜາມື້ທີ່ພວກເຂົາຈະຖືກຮັບຂຶ້ນເມືອສູ່ສະຫວັນຢ່າງໄວ ແລະ ພົບກັບພຣະຜູ້ເປັນເຈົ້າ. ແຕ່ພວກເຂົາຕ້ອງປະຫຼາດໃຈຫຼາຍ ເມື່ອພວກເຂົາເບິ່ງໄພພິບັດຖືກເປີດເຜີຍອອກຕໍ່ໜ້າຕໍ່ຕາຂອງພວກເຂົາ, ພວກເຂົາຍັງບໍ່ເຫັນພຣະເຢຊູເຈົ້າລົງມາເທິງກ້ອນເມກ. ກົງກັນຂ້າມ, ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເປັນພະຍານຢ່າງສະໝໍ່າສະເໝີວ່າ ພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວ, ພຣະອົງເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດໃນເນື້ອໜັງ, ເປັນພະຍານວ່າພຣະອົງກຳລັງກ່າວຄວາມຈິງ ແລະ ກຳລັງເຮັດພາລະກິດແຫ່ງການພິພາກສາ ເຊິ່ງເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ ແລະ ພຣະອົງໄດ້ສ້າງກຸ່ມຜູ້ເອົາຊະນະແລ້ວ. ສິ່ງນີ້ແມ່ນຂັດກັບແນວຄິດ ແລະ ຈິນຕະນາການຂອງຜູ້ຄົນຢ່າງສິ້ນເຊີງ. ນັ້ນຄືເຫດຜົນທີ່ຫຼາຍຄົນກຳລັງຖາມວ່າ: ພຣະເຢຊູເຈົ້າໄດ້ໄຖ່ມະນຸດຊາດ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງໄດ້ສຳເລັດແລ້ວ. ແລ້ວເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ? ໃຫ້ພວກເຮົາສະແຫວງຫາຄວາມຈິງກ່ຽວກັບສິ່ງນີ້ໃນຕອນທີ່ມີຊື່ວ່າ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ ຂອງມື້ນີ້ ແລະ ຊອກຫາຄຳຕອບນໍາກັນ.
- [ວິດີໂອຄຳພະຍານຂອງຊາວຄຣິດ “ການຫຼົບໜີຈາກກັງຫັນແຫ່ງຂ່າວລື”](https://lo.kingdomsalvation.org/videos/escaping-the-rumor-mill.html) - ວິວລຽມທີ່ເປັນຊາວຄຣິດ ໄດ້ບັງເອີນຮູ້ຈັກຂອງອ້າຍເອື້ອຍນ້ອງບາງຄົນຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຜ່ານການເຕົ້າໂຮມ ແລະ ການສົນທະນາກັບພວກເຂົາ, ລາວໄດ້ຮຽນຮູ້ຄວາມຈິງ ແລະ ຄວາມເລິກລັບຫຼາຍຢ່າງທີ່ລາວບໍ່ເຄີຍເຂົ້າໃຈມາກ່ອນໃນຄວາມເຊື່ອຂອງລາວ ແລະ ຮູ້ສຶກວ່າໄດ້ຮັບການລ້ຽງດູຫຼາຍໃນຝ່າຍວິນຍານ. ແຕ່ຫຼັງຈາກນັ້ນ ລາວກໍພົບກັບຂ່າວລືບາງຢ່າງໃນອອນລາຍທີ່ເຮັດໃຫ້ລາວຮູ້ສຶກບໍ່ສະບາຍໃຈ ແລະ ສັບສົນ: ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈະສາມາດເປັນຄືກັບສິ່ງທີ່ມີການເວົ້າໃນອອນລາຍແທ້ໆບໍ? ລາວຄວນສືບຕໍ່ພິຈາລະນາເບິ່ງມັນບໍ? ແລ້ວຖ້າພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນພຣະຜູ້ເປັນເຈົ້າທີ່ກັບຄືນມາຢ່າງແທ້ຈິງ, ລາວຈະບໍ່ສູນເສຍໂອກາດຂອງລາວທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າບໍ ຖ້າລາວບໍ່ໄດ້ສືບຄົ້ນຫາມັນ? ພາຍໃຕ້ການຊີ້ນໍາທີ່ອັດສະຈັນຂອງພຣະເຈົ້າ, ລາວຕັດສິນໃຈທີ່ຈະປ່ອຍວາງແນວຄິດຂອງລາວ ແລະ ສືບຕໍ່ພິຈາລະນາເບິ່ງມັນ. ລາວເລີ່ມເຂົ້າໃຈຫຼັກການໃນການສືບຄົ້ນຫາຫົນທາງທີ່ແທ້ຈິງຜ່ານການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ລາວໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບຄຳເວົ້າຕົວະ ແລະ ແນ່ໃຈວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນອົງພຣະເຢຊູເຈົ້າທີ່ກັບຄືນມາ. ຫຼັງຈາກນັ້ນ ລາວກໍຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງປິຕິຍິນດີ.
- [ວິດີໂອຄຳພະຍານຂອງຊາວຄຣິດ “ປະສົບການຂອງຊາວຄຣິດຄົນມຽນມ້າ ໃນນະຮົກຫຼັງຈາກທີ່ເສຍຊີວິດ”](https://lo.kingdomsalvation.org/videos/christians-experience-in-hell-after-death.html) - ດານີຄືຊາວຄຣິດຄົນມຽນມ້າ. ລາວກັບມາມີຊີວິດມື້ໜຶ່ງຫຼັງຈາກທີ່ຖືກຢືນຢັນວ່າເສຍຊີວິດໃນໂຮງໝໍ. ຫຼັງຈາກນັ້ນ, ລາວກໍບອກຄົນອື່ນກ່ຽວກັບສາກທີ່ເປັນຕາຢ້ານທີ່ລາວໄດ້ເຫັນ ເມື່ອລາວຖືກພາໄປນະຮົກໃນຂະນະທີ່ເສຍຊີວິດ. ແມ່ນຫຍັງຄືທຸກສິ່ງທີ່ລາວເຫັນ? ແມ່ນຫຍັງຄືສິ່ງທີ່ສຳຜັດລາວຢ່າງເລິກຊຶ້ງ? ໃຫ້ພວກເຮົາມາຮັບຟັງປະສົບການຂອງລາວຮ່ວມກັນ.
- [ວິດີໂອຄຳພະຍານຂອງຊາວຄຣິດ “ການສະແຫວງຫາພອນສອດຄ່ອງກັບ ຄວາມປະສົງຂອງພຣະເຈົ້າບໍ?”](https://lo.kingdomsalvation.org/videos/is-pursuing-blessings-God-s-will.html) - ລາວເປັນຄຣິສຕຽນທີ່ເຊື່ອວ່າ ຕາບໃດທີ່ລາວອຸທິດຕົນແກ່ພຣະເຈົ້າ, ລາວຈະສາມາດໄດ້ຮັບພຣະຄຸນ ແລະ ພຣະພອນຂອງພຣະເຈົ້າ. ແຕ່ເມື່ອລາວຜະເຊີນກັບຄວາມຫຍຸ້ງຍາກໃນຊີວິດລາວ, ລາວກໍເຂົ້າໃຈຜິດ ແລະ ໂທດພຣະເຈົ້າ. ສິ່ງທີ່ເປີດເຜີຍໃນພຣະທຳຂອງພຣະເຈົ້າເຮັດໃຫ້ລາວໄຕ່ຕອງມຸມມອງໃນການສະແຫວງຫາຂອງລາວ. ການແລ່ນຕາມພຣະຄຸນ ແລະ ພຣະພອນໃນຄວາມເຊື່ອຂອງລາວສອດຄ່ອງກັບຄວາມປະສົງຂອງພຣະເຈົ້າບໍ? ລາວຄວນຜ່ານຜ່າເວລາທີ່ຍາກລຳບາກແນວໃດ?
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ເປັນຫຍັງພຣະເຈົ້າຈຶ່ງມາບັງເກີດເປັນມະນຸດໃນຍຸກສຸດທ້າຍ, ບໍ່ແມ່ນໃນຮູບຮ່າງພຣະວິນຍານ?"](https://lo.kingdomsalvation.org/videos/why-God-works-by-incarnation-in-last-days.html) - ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນເນື້ອໜັງໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ກຳລັງປະຕິບັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າ. ພຣະອົງໄດ້ສຳເລັດໃນການສ້າງກຸ່ມຜູ້ເອົາຊະນະກ່ອນໄພພິບັດ. ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ໄປເຖິງທຸກປະເທດໃນໂລກ ແລະ ອີກຫຼາຍຄົນກຳລັງໄດ້ຍິນສຽງຂອງພຣະເຈົ້າ ແລະ ກັບຄືນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເຖິງແມ່ນຈະເປັນແບບນັ້ນ, ຫຼາຍຄົນທີ່ຢູ່ພາຍໃນໂລກສາສະໜາກໍ່ບໍ່ເຊື່ອແທ້ໆວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາໃນເນື້ອໜັງ, ພຣະອົງໄດ້ປາກົດຂຶ້ນ ແລະ ກຳລັງປະຕິບັດພາລະກິດ. ພວກເຂົາເຊື່ອວ່າອົງພຣະເຢຊູເຈົ້າໄດ້ປາກົດໃນຮູບຮ່າງວິນຍານເປັນເວລາສີ່ສິບມື້ຫຼັງຈາກທີ່ພຣະອົງຟື້ນຄືນຊີບ, ສະນັ້ນ ພຣະອົງຈຶ່ງຄວນກັບມາໃນຮູບຮ່າງວິນຍານ. ເປັນຫຍັງພຣະເຈົ້າອົງຊົງລິດທານຸພາບສູງສຸດຈຶ່ງບໍ່ປາກົດເປັນພຣະວິນຍານ, ແຕ່ໃນຖານະບຸດມະນຸດທີ່ບັງເກີດເປັນມະນຸດ? ຫຼາຍຄົນປະຕິເສດທີ່ຈະຍອມຮັບພຣະອົງ ໂດຍອີງໃສ່ຂໍ້ແທ້ຈິງທີ່ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ໄດ້ຢູ່ໃນຮູບຮ່າງວິນຍານ, ແຕ່ເປັນບຸດມະນຸດທີ່ບັງເກີດເປັນມະນຸດ. ພວກເຂົາກຳລັງພາດໂອກາດດຽວຂອງພວກເຂົາທີ່ຈະໄດ້ຮັບຄວາມລອດພົ້ນໂດຍພຣະຜູ້ໄຖ່ເອງ ເຊິ່ງເປັນສິ່ງທີ່ພວກເຂົາຈະເສຍດາຍຕະຫຼອດໄປເປັນນິດ. ສະນັ້ນ ເປັນຫຍັງພຣະເຈົ້າຈຶ່ງບໍ່ປາກົດຂຶ້ນເພື່ອປະຕິບັດພາລະກິດໃນຮູບຮ່າງວິນຍານໃນຍຸກສຸດທ້າຍ, ແຕ່ພຣະອົງໄດ້ກາຍມາເປັນເນື້ອໜັງເປັນບຸດມະນຸດ? ໃນຕອນນີ້ຂອງ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາສາມາດລົງເລິກໃນເລື່ອງນີ້ຮ່ວມກັນ ແລະ ຮຽນຮູ້ເພີ່ມເຕີມກ່ຽວກັບພາລະກິດຂອງພຣະເຈົ້າ.
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ຄວາມລອດພົ້ນຜ່ານຄວາມເຊື່ອອະນຸຍາດໃຫ້ເຂົ້າສູ່ອານາຈັກຂອງພຣະເຈົ້າບໍ?"](https://lo.kingdomsalvation.org/videos/can-we-enter-God-s-kingdom-by-faith-alone.html) - ໂຣກລະບາດແຜ່ກະຈາຍຢ່າງບໍ່ຢຸດຢ່ອນ ແລະ ແຜ່ນດິນໄຫວ, ນໍ້າຖ້ວມ, ແມງໄມ້ລະບາດ, ໄພອຶດຢາກກໍເລີ່ມປາກົດຂຶ້ນ. ຫຼາຍຄົນຢູ່ໃນສະພາວະວິຕົກກັງວົນຢູ່ສະເໝີ ແລະ ຜູ້ທີ່ມີຄວາມເຊື່ອກໍລໍຖ້າການມາເຖິງຂອງພຣະຜູ້ເປັນເຈົ້າເທິງກ້ອນເມກຢ່າງໃຈຈົດໃຈຈໍ່ເພື່ອທີ່ຈະຖືກຮັບຂຶ້ນສູ່ທ້ອງຟ້າເພື່ອພົບກັບພຣະອົງ, ຫຼົບໜີຈາກການທົນທຸກຜ່ານໄພພິບັດ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ. ພວກເຂົາບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງຍັງບໍ່ຖືກຍົກຂຶ້ນເພື່ອພົບກັບພຣະຜູ້ເປັນເຈົ້າ. ພວກເຂົາຮູ້ສຶກບໍ່ສະບາຍໃຈ, ຮູ້ສຶກວ່າພວກເຂົາຖືກປະຖິ້ມໂດຍພຣະຜູ້ເປັນເຈົ້າ ແລະ ຕົກລົງສູ່ໄພພິບັດ. ພວກເຂົາຮູ້ສຶກສັບສົນ ແລະ ຫຼົງທາງ. ພຣະນິມິດໄດ້ທຳນາຍວ່າອົງພຣະເຢຊູເຈົ້າຈະມາກ່ອນໄພພິບັດ ແລະ ຮັບພວກເຮົາຂຶ້ນສູ່ທ້ອງຟ້າເພື່ອເຮັດໃຫ້ພວກເຮົາບໍ່ຕົກລົງສູ່ໄພພິບັດ. ແຕ່ໄພພິບັດໄດ້ເລີ່ມຖອກເທລົງມາ, ສະນັ້ນ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງບໍ່ມາເທິງກ້ອນເມກເພື່ອຮັບເອົາຜູ້ທີ່ມີຄວາມເຊື່ອ? ຜ່ານຄວາມເຊື່ອຂອງພວກເຮົາ, ຄວາມຜິດບາບຂອງພວກເຮົາໄດ້ຮັບການອະໄພ, ພວກເຮົາໄດ້ຮັບພຣະຄຸນດ້ວຍຄວາມລອດພົ້ນ ແລະ ຖືກປະທານຄວາມຊອບທຳ. ເປັນຫຍັງພວກເຮົາຈຶ່ງບໍ່ຖືກຮັບຂຶ້ນສູ່ອານາຈັກສະຫວັນ? ສິ່ງເຫຼົ່ານີ້ຄືຄຳຖາມທີ່ຜູ້ທີ່ມີຄວາມເຊື່ອຫຼາຍຄົນມີ. ແລ້ວຄວາມລອດພົ້ນຜ່ານຄວາມເຊື່ອຈະພາພວກເຮົາເຂົ້າສູ່ອານາຈັກສະຫວັນແທ້ໆບໍ? ໃນຕອນນີ້ຂອງລາຍການການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາສາມາດລົງເລິກໃນເລື່ອງນີ້ນໍາກັນ ແລະ ຊອກຫາຄຳຕອບ.
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ເປັນຫຍັງພຣະເຈົ້າຈຶ່ງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ?"](https://lo.kingdomsalvation.org/videos/why-God-does-judgment-work-in-the-last-days.html) - ໄພພິບັດກຳລັງຮຸນແຮງຂຶ້ນ ແລະ ຜູ້ທີ່ມີຄວາມເຊື່ອທຸກຄົນກໍລໍຄອຍຢ່າງກະຕືລືລົ້ນເຖິງການມາເຖິງຂອງອົງພຣະເຢຊູເຈົ້າ, ການຖືກຍົກຂຶ້ນສູ່ອາກາດເພື່ອພົບກັບພຣະຜູ້ເປັນເຈົ້າ ແລະ ການຫຼົບໜີຈາກຄວາມທຸກຈາກໄພພິບັດເຫຼົ່ານີ້ໃຫ້ໄວເທົ່າທີ່ເປັນໄປໄດ້. ແຕ່ແມ່ນແຕ່ມື້ນີ້ ພວກເຂົາຍັງບໍ່ໄດ້ເຫັນອົງພຣະເຢຊູເຈົ້າລົງມາເທິງກ້ອນເມກ ເຊິ່ງໄດ້ເຮັດໃຫ້ຫຼາຍຄົນຜິດຫວັງ. ເຖິງຢ່າງໃດກໍຕາມ, ມັນເຮັດໃຫ້ຜູ້ຄົນປະຫຼາດໃຈວ່າແທນທີ່ຈະຕ້ອນຮັບການມາເຖິງຂອງອົງພຣະເຢຊູເຈົ້າເທິງກ້ອນເມກ, ພວກເຂົາພັດເຫັນສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກເປັນພະຍານຊໍ້າແລ້ວຊໍ້າອີກເຖິງການກັບຄືນມາຂອງພຣະຜູ້ເປັນເຈົ້າໃນນາມພຣະເຈົ້າອົງຊົງລິດທານຸພາບສູງສຸດ ຜູ້ທີ່ໄດ້ກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາ. ໜັງສືພຣະທຳປາກົດໃນຮ່າງກາຍທີ່ຖືກກ່າວໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສ່ອງແສງຄືກັບແສງສະຫວ່າງທີ່ແທ້ຈິງຈາກທິດຕາເວັນອອກສູ່ທິດຕາເວັນຕົກ, ເປັ່ງປະກາຍທົ່ວໂລກ ແລະ ຄົນທີ່ຮັກຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າກໍມາສູ່ແສງສະຫວ່າງ, ໄດ້ຍິນສຽງຂອງພຣະເຈົ້າ ແລະ ເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ. ຂໍ້ແທ້ຈິງເຫຼົ່ານີ້ໄດ້ເຮັດໃຫ້ທຸກຄົນປະຫຼາດໃຈ: ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກຄືການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າແທ້ໆບໍ? ມັນເປັນໄປໄດ້ບໍວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືສຽງຂອງພຣະຜູ້ສ້າງທີ່ກຳລັງເວົ້າກັບມະນຸດຊາດ? ເປັນຫຍັງພຣະເຈົ້າຈຶ່ງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ? ພວກເຮົາໄດ້ຮັບການອະໄພຄວາມຜິດບາບຂອງພວກເຮົາ ແລະ ພຣະເຈົ້າໄດ້ເຮັດໃຫ້ພວກເຮົາຊອບທຳ, ສະນັ້ນ ເປັນຫຍັງພວກເຮົາຈຶ່ງຈຳເປັນຕ້ອງປະສົບກັບການພິພາກສາ ແລະ ການຂ້ຽນຕີ? ໃນຕອນນີ້ຂອງລາຍການການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາສາມາດລົງເລິກໃນສິ່ງນີ້ຮ່ວມກັນ ແລະ ຮຽນຮູ້ເພີ່ມເຕີມກ່ຽວກັບຄວາມໝາຍຂອງພາລະກິດແຫ່ງການພິພາກສາຂອງພຣະເຈົ້າ.
- [ຮູບເງົາຂອງຊາວຄຣິດ “ເລື່ອງລາວຂອງຂ້ອຍ, ເລື່ອງລາວຂອງພວກເຮົາ”](https://lo.kingdomsalvation.org/videos/my-story-our-story-movie.html) - ຢາງຢີ ເຊິ່ງເປັນຜູ້ນໍາຄຣິສຕະຈັກ ຖືກຈັບກຸມໃນການລົນນະລົງຂະໜາດໃຫຍ່ຂອງພັກກອມມູນິດຈີນໃນຄັ້ງໜຶ່ງ ແລະ ຖືກຕັດສິນໃຫ້ຮັບໂທດສິບປີຢູ່ໃນຄຸກ. ພາຍໃຕ້ການຕິດຕາມທີ່ເຂັ້ມງວດ ແລະ ຂໍ້ກຳນົດການໃຊ້ແຮງງານແບບຂ້າທາດຈາກຜູ້ຄຸມຄຸກ, ເພິ່ນຮູ້ສຶກຫົດຫູ່ ແລະ ທໍລະມານ ແລະ ເພິ່ນປາດຖະໜາການບຳລຸງລ້ຽງຈາກພຣະທຳຂອງພຣະເຈົ້າ. ມື້ໜຶ່ງ, ອ້າຍເອື້ອຍນ້ອງຂອງເພິ່ນໄດ້ສ່ຽງເຂົ້າພົບເພິ່ນຢູ່ຄຸກ ແລະ ພວກເຂົາໄດ້ນໍາເອົາສຳເນົາພຣະທຳຂອງພຣະເຈົ້າໄປໃຫ້ເພິ່ນຢ່າງລັບໆ. ເມື່ອຢາງຢີອ່ານພຣະທຳຂອງພຣະເຈົ້າຢ່າງຫິວກະຫາຍ, ເພິ່ນໄດ້ຮັບການດົນບັນດານຢ່າງຫຼວງຫຼາຍ ແລະ ເພິ່ນໄດ້ອອກຈາກຄວາມເຈັບປວດ ແລະ ຄວາມຄິດລົບຂອງເພິ່ນ. ເມື່ອການກົດຂີ່ ແລະ ການຂົ່ມເຫັງຊາວຄຣິສຂອງພັກກອມມູນິດຈີນຮຸນແຮງຂຶ້ນ, ອ້າຍເອື້ອຍນ້ອງຂອງເພິ່ນອີກຫຼາຍຄົນກໍຖືກຂັງຄຸກພ້ອມກັບເພິ່ນ. ຢາງຢີເຫັນວ່າພວກເຂົາບາງຄົນເຈັບປ່ວຍ ແລະ ຄິດລົບເນື່ອງຈາກການທໍລະມານທີ່ພວກເຂົາຕ້ອງທົນທຸກ, ໃນຂະນະທີ່ບາງຄົນກໍຖືກບັງຄັບໂດຍຜູ້ຄຸມຄຸກໃຫ້ຂຽນ “ໜັງສືສາມສະບັບ” ເພື່ອປະຕິເສດພຣະເຈົ້າ ແລະ ຍ້ອນເຫດນີ້ ພວກເຂົາຈຶ່ງຮູ້ສຶກເສົ້າໃຈ ແລະ ຍ້ອນແຍ່ງກັບຕົນເອງ. ຫຼັງຈາກທີ່ເຫັນສິ່ງນີ້, ຢາງຢີກໍພົບໂອກາດທີ່ຈະສະໜັບສະໜູນ ແລະ ຊ່ວຍເຫຼືອອ້າຍນ້ອງຂອງເພິ່ນ ແລະ ເພິ່ນສົ່ງພຣະທຳຂອງພຣະເຈົ້າໃຫ້ກັບພວກເຂົາ. ເມື່ອອ້າຍນ້ອງຂອງເພິ່ນອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍໄດ້ຮັບການບຳລຸງລ້ຽງດ້ານວິນຍານ ແລະ ພວກເຂົາທຸກຄົນຮູ້ສຶກວ່າພຣະທຳຂອງພຣະເຈົ້າລໍ້າຄ່າຫຼາຍ, ສະນັ້ນພວກເຂົາຈຶ່ງຕັດສິນໃຈທີ່ຈະຂຽນຂໍ້ຄວາມໃນພຣະທຳຂອງພຣະເຈົ້າທີ່ພວກເຂົາຈື່ຢ່າງເປັນທຳມະຊາດ ແລະ ແບ່ງປັນພຣະທຳເຫຼົ່ານັ້ນນໍາກັນ, ເຊິ່ງເຮັດໃຫ້ອ້າຍນ້ອງອີກຫຼາຍຄົນອ່ານພຣະທຳຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເນື່ອງຈາກການຕິດຕາມສຳຫຼວດຂອງຜູ້ຄຸມຄຸກ ແລະ
- [ເພງຄຣິດສະຕຽນ “ບໍ່ມີອຳນາດໃດສາມາດຂວາງທາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້”](https://lo.kingdomsalvation.org/videos/no-power-can-stand-God-wishes-achieve-lyrics.html) - ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດ ຢືນຂວາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້. ໃນປັດຈຸບັນນີ້ ພຣະເຈົ້າໄດ້ກັບຄືນມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງພຣະອົງ. ຈຸດໝາຍທຳອິດຂອງພຣະອົງກໍຄືຮູບແບບ ການປົກຄອງພະເດັດການ ນັ້ນກໍຄື: ປະເທດຈີນ ເຊິ່ງເປັນປ້ອມປາການ ທີ່ເດັດດ່ຽວຂອງລັດທິບໍ່ເຊື່ອພຣະເຈົ້າ. ພຣະເຈົ້າໄດ້ຮັບກຸ່ມຄົນໂດຍສະຕິປັນຍາ ແລະ ລິດອຳນາດຂອງພຣະອົງ. ໃນຊ່ວງເວລານີ້, ພຣະອົງຖືກຕາມລ່າໂດຍ ພັກປົກຄອງຂອງຈີນໃນທຸກວິທີທາງ ແລະ ປະສົບກັບການທົນທຸກທໍລະມານທີ່ຍິ່ງໃຫຍ່ ໂດຍບໍ່ມີບ່ອນວາງສີສະຂອງພຣະອົງ, ບໍ່ສາມາດຊອກຫາບ່ອນທີ່ຈະຫຼົບຊ້ອນໄດ້. ເຖິງຢ່າງນັ້ນກໍຕາມ ພຣະເຈົ້າກໍຍັງຄົງສືບຕໍ່ພາລະກິດ ທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ ນັ້ນກໍຄື: ພຣະອົງກ່າວຖ້ອຍຄໍາຂອງພຣະອົງ ແລະ ເຜີຍແຜ່ຂ່າວປະເສີດ. ບໍ່ມີໃຜສາມາດຢັ່ງເຖິງ ຄວາມລິດທານຸພາບສູງສຸດຂອງພຣະເຈົ້າໄດ້. ໃນປະເທດຈີນ ເຊິ່ງເປັນປະເທດທີ່ນັບພຣະເຈົ້າເປັນສັດຕູ, ພຣະເຈົ້າກໍບໍ່ເຄີຍຢຸດເຊົາພາລະກິດຂອງພຣະອົງ. ກົງກັນຂ້າມ, ຫຼາຍຄົນໄດ້ຍອມຮັບເອົາພາລະກິດ ແລະ ພຣະທຳຂອງພຣະອົງ, ຍ້ອນພຣະເຈົ້າຊ່ວຍໃຫ້ມະນຸດຊາດແຕ່ລະຄົນ ລອດພົ້ນໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້, ຍ້ອນພຣະເຈົ້າຊ່ວຍໃຫ້ມະນຸດຊາດແຕ່ລະຄົນ ລອດພົ້ນໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້. ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດ ຢືນຂວາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້. ຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ, ຕໍ່ຕ້ານພຣະທຳຂອງພຣະເຈົ້າ ແລະ ລົບກວນ ແລະ ທຳລາຍແຜນການ ຂອງພຣະເຈົ້າຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ. ຄົນທີ່ທ້າທາຍພາລະກິດ
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | "ຜູ້ໃດສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ປະຕິວັດໂຊກຊະຕາຂອງພວກເຮົາ?"](https://lo.kingdomsalvation.org/videos/who-can-save-mankind-and-change-fate.html) - ເມື່ືອເວົ້າເຖິງໂຊກຊະຕາ, ຄົນສ່ວນໃຫຍ່ກໍ່ທຽບມັນໃສ່ການມີເງິນ ແລະ ສະຖານະ ແລະ ການປະສົບຄວາມສຳເລັດໂດຍມີໂຊກຊະຕາທີ່ດີ ແລະ ຄິດວ່າຄົນທຸກຍາກ, ຄົນທີ່ບໍ່ໂດດເດັ່ນ, ຄົນທີ່ທົນທຸກກັບເຄາະຮ້າຍ ແລະ ຄວາມລຳບາກ, ຄົນທີ່ຖືກດູຖູກ ແມ່ນມີໂຊກຊະຕາທີ່ບໍ່ດີ. ສະນັ້ນ ເພື່ອປ່ຽນແປງໂຊກຊະຕາຂອງພວກເຂົາ, ພວກເຂົາໄດ້ສະແຫວງຫາຄວາມຮູ້ຢ່າງກະຕືລືລົ້ນ, ຫວັງວ່າສິ່ງນີ້ຈະຊ່ວຍໃຫ້ພວກເຂົາໄດ້ຮັບຄວາມຮັ່ງມີ ແລະ ສະຖານະ ແລ້ວປ່ຽນແປງຊະຕາກຳຂອງພວກເຂົາ. ການມີເງິນ, ສະຖານະ ແລະ ຄວາມສຳເລັດໃນຊີວິດໝາຍເຖິງການມີໂຊກຊະຕາທີ່ດີແທ້ໆບໍ? ການທົນທຸກກັບເຄາະຮ້າຍ ແລະ ຄວາມລຳບາກໃນຊີວິດໝາຍເຖິງການມີໂຊກຊະຕາທີ່ບໍ່ດີແທ້ໆບໍ? ຄວາມຮູ້ສາມາດປ່ຽນແປງໂຊກຊະຕາຂອງບຸກຄົນໜຶ່ງບໍ? ຜູ້ໃດສາມາດຊ່ວຍມະນຸດຊາດ ແລະ ປະຕິວັດໂຊກຊະຕາຂອງພວກເຮົາແທ້ໆ? ໃນຕອນນີ້ທີ່ມີຊື່ວ່າ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາຈະຊ່ວຍໃຫ້ທ່ານຄົ້ນພົບເສັ້ນທາງທີ່ມະນຸດຊາດຈະຮັບເອົາຄວາມລອດພົ້ນ ແລະ ເຂົ້າສູ່ອານາຈັກສະຫວັນ.
- [ເພງຄຣິດສະຕຽນ “ແກະຂອງພຣະເຈົ້າໄດ້ຍິນສຽງຂອງພຣະອົງ”](https://lo.kingdomsalvation.org/videos/God-s-sheep-hear-His-voice-lyrics.html) - ວັນເວລາຈະມາເຖິງວາລະສຸດທ້າຍ; ທຸກສິ່ງໃນໂລກນີ້ຈະວ່າງເປົ່າ ແລະ ທຸກສິ່ງຈະເກີດຂຶ້ນໃໝ່. ຈົ່ງຈື່ສິ່ງນີ້ເອົາໄວ້! ຢ່າລືມ! ບໍ່ສາມາດມີຄວາມກຳກວມໄດ້! ສະຫວັນ ແລະ ແຜ່ນດິນຈະຜ່ານພົ້ນໄປ, ແຕ່ພຣະທຳຂອງພຣະເຈົ້າຈະບໍ່ຜ່ານພົ້ນໄປ! ໃຫ້ພຣະເຈົ້າແນະນຳພວກເຈົ້າອີກຄັ້ງ: ຢ່າເຮັດວຽກຢ່າງໄຮ້ຜົນ! ຈົ່ງຕື່ນຂຶ້ນ! ຈົ່ງກັບໃຈ ເພາະຄວາມລອດພົ້ນໃກ້ເຂົ້າມາແລ້ວ! ພຣະເຈົ້າໄດ້ປາກົດຕົວທ່າມກາງພວກເຈົ້າແລ້ວ ແລະ ສຽງຂອງພຣະອົງໄດ້ດັງຂຶ້ນແລ້ວ. ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກຕ່າງໆ, ທຸກຄົນທີ່ມີຫູຄວນຟັງເອົາ! ທຸກຄົນທີ່ມີຊີວິດຢູ່ຄວນຍອມຮັບເອົາ! ພຽງແຕ່ກິນ ແລະ ດື່ມພຣະທຳເຫຼົ່ານັ້ນ ແລະ ຢ່າສົ່ງໄສເລີຍ. ທຸກຄົນທີ່ຍອມ ແລະ ໃສ່ໃຈພຣະທຳຂອງພຣະເຈົ້າ ຈະໄດ້ຮັບພອນທີ່ຍິ່ງໃຫຍ່! ສຽງຂອງພຣະເຈົ້າໄດ້ດັງຂຶ້ນຢູ່ຕໍ່ໜ້າພວກເຈົ້າ; ທຸກໆວັນມັນປະເຊີນແບບໜ້າຕໍ່ໜ້າພວກເຈົ້າ ແລະ ແຕ່ລະວັນມັນມີຄວາມສົດໃໝ່. ເຈົ້າເຫັນພຣະເຈົ້າ ແລະ ພຣະອົງກໍເຫັນເຈົ້າ; ພຣະອົງເວົ້າກັບເຈົ້າຕະຫຼອດ ແລະ ພຣະອົງຢູ່ຊ້ອງໜ້າກັບເຈົ້າ. ແນວໃດກໍ່ຕາມ, ເຈົ້າກໍປະຕິເສດພຣະເຈົ້າ ແລະ ບໍ່ຮູ້ຈັກພຣະອົງ. ແກະຂອງພຣະເຈົ້າໄດ້ຍິນສຽງຂອງພຣະອົງ, ແຕ່ພວກເຈົ້າຍັງລັງເລໃຈຢູ່! ພວກເຈົ້າລັງເລໃຈ! ຫົວໃຈຂອງເຈົ້າປຶກໜາ, ຕາຂອງເຈົ້າໄດ້ຖືກຊາຕານເຮັດໃຫ້ບອດ ແລະ ເຈົ້າບໍ່ສາມາເຫັນ ໃບໜ້າອັນຮຸ່ງເຮືອງຂອງພຣະເຈົ້າໄດ້, ເຈົ້າຄືມາໜ້າເວດທະນາແທ້! ໜ້າເວດທະນາແທ້ເດ!
- [ເພງຄຣິດສະຕຽນ “ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ສາມາດຊ່ວຍມະນຸດໃຫ້ລອດພົ້ນ”](https://lo.kingdomsalvation.org/videos/only-Almighty-God-can-save-man-lyrics.html) - ການກະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ນັ້ນຍິ່ງໃຫຍ່ແທ້! ຊ່າງໜ້າອັດສະຈັນແທ້! ຊ່າງໜ້າມະຫັດສະຈັນແທ້! ມີສຽງແກດັງເຈັດເທື່ອ, ມີສຽງຟ້າຮ້ອງດັງເຈັດຄັ້ງ ແລະ ມີການເທອອກຈາກຖ້ວຍເຈັດໃບ. ສິ່ງເຫຼົ່ານີ້ຈະຖືກສະແດງໃຫ້ເຫັນຢ່າງເປີດເຜີຍທັນທີ ແລະ ຈະບໍ່ມີຂໍ້ສົງໄສໃດໆ. ຜູ້ທີ່ອຸທິດຕົນຕໍ່ພຣະເຈົ້າຢ່າງໝົດໃຈ ຈະໄດ້ຮັບພອນທີ່ຍິ່ງໃຫຍ່ຢ່າງແນ່ນອນ ໃນຂະນະທີ່ຜູ້ທີ່ຕ້ອງການຮັກສາຊີວິດ ຂອງຕົນຈະທົນທຸກຕໍ່ຄວາມສູນເສຍ ອັນຍິ່ງໃຫຍ່ຂອງຊີວິດພວກເຂົາ; ທຸກສິ່ງ ແລະ ທຸກບັນຫາແມ່ນຢູ່ໃນມື ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຈົ່ງຢ່າຢຸດບາດກ້າວຂອງເຈົ້າອີກຕໍ່ໄປ. ການປ່ຽນແປງທີ່ໃຫຍ່ຫຼວງຈະມາຈາກສະຫວັນ ແລະ ແຜ່ນດິນໂລກ; ມະນຸດບໍ່ມີທາງລີ້ ແລະ ຈະມີແຕ່ສຽງຮ້ອງໄຫ້ຢ່າງຂົມຂື່ນເທົ່ານັ້ນ ໂດຍບໍ່ມີທາງເລືອກອື່ນ. ຄວາມຮັກຂອງພຣະເຈົ້າແມ່ນມາເຖິງພວກເຮົາທຸກມື້. ມີແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນ ທີ່ສາມາດຊ່ວຍພວກເຮົາໄດ້; ບໍ່ວ່າພວກເຮົາຈະພົບກັບຄວາມໂຊກຮ້າຍ ຫຼື ໄດ້ຮັບພອນ ແມ່ນລ້ວນແລ້ວແຕ່ເປັນຍ້ອນພຣະອົງ ແລະ ພວກເຮົາທີ່ເປັນມະນຸດບໍ່ມີທາງ ທີ່ຈະຕັດສິນໃຈໃນເລື່ອງດັ່ງກ່າວນີ້ໄດ້. ຈົ່ງປະຕິບັດຕາມພາລະກິດທີ່ພຣະວິນຍານບໍລິສຸດ ກຳລັງປະຕິບັດຢູ່ໃນປັດຈຸບັນນີ້. ເຈົ້າຄວນມີຄວາມຊັດເຈນພາຍໃນຕົວເຈົ້າ ກ່ຽວກັບບາດກ້າວທີ່ເຮັດໃຫ້ພາລະກິດ ຂອງພຣະອົງມີຄວາມຄືບໜ້າ ໂດຍບໍ່ຈໍາເປັນຕ້ອງໃຫ້ຜູ້ອື່ນມາກ່າວເຕືອນອີກ. ຕອນນີ້ຈົ່ງມາຢູ່ຕໍ່ໜ້າ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃຫ້ເປັນປະຈໍາ ແລະ ຂໍທຸກສິ່ງທຸກຢ່າງຈາກພຣະອົງ. ພຣະອົງຈະສ່ອງສະຫວ່າງເຈົ້າຢູ່ພາຍໃນຢ່າງແນ່ນອນ ແລະ ໃນເວລາທີ່ສໍາຄັນ ພຣະອົງກໍຈະປົກປ້ອງເຈົ້າ. ຄວາມຮັກຂອງພຣະເຈົ້າແມ່ນມາເຖິງພວກເຮົາທຸກມື້. ມີແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນ ທີ່ສາມາດຊ່ວຍພວກເຮົາໄດ້;
- [ເພງຄຣິດສະຕຽນ “ເຈົ້າໄດ້ຍິນພຣະວິນຍານບໍລິສຸດເວົ້າບໍ?”](https://lo.kingdomsalvation.org/videos/heard-Holy-Spirit-speak-lyrics.html) - ພຣະເຈົ້າດຳເນີນພາລະກິດ ແຫ່ງພຣະທໍາໃນຍຸກສຸດທ້າຍ ແລະ ພຣະທໍາດັ່ງກ່າວແມ່ນ ມາຈາກພຣະວິນຍານບໍລິສຸດ, ເພາະວ່າພຣະເຈົ້າຄືພຣະວິນຍານບໍລິສຸດ ແລະ ຍັງສາມາດເປັນເນື້ອໜັງອີກ; ສະນັ້ນ ພຣະທໍາຂອງພຣະວິນຍານບໍລິສຸດ ທີ່ໄດ້ກ່າວໄວ້ໃນອະດີດຜ່ານມາ ກໍຄືພຣະທໍາ ຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນ. ມີຄົນໂງ່ຈ້າຫຼາຍຄົນເຊື່ອວ່າ ຍ້ອນແມ່ນພຣະວິນຍານບໍລິສຸດທີ່ກຳລັງເວົ້າ, ສຽງຂອງພຣະອົງຄວນກ່າວມາຈາກ ສະຫວັນເພື່ອໃຫ້ຜູ້ຄົນໄດ້ຍິນ. ຄົນໃດກໍຕາມທີ່ຄິດແບບນີ້ ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ໃນຄວາມເປັນຈິງ ພຣະຄຳ ທີ່ພຣະວິນຍານບໍລິສຸດກ່າວແມ່ນຄຳ ທີ່ກ່າວໂດຍພຣະເຈົ້າຜູ້ບັງເກີດເປັນເນື້ອໜັງ. “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງ ທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ”. ບັດນີ້ ພວກເຈົ້າໄດ້ຍິນພຣະທຳ ຂອງພຣະວິນຍານບໍລິສຸດແລ້ວບໍ? ພຣະທຳຂອງພຣະເຈົ້າໄດ້ມາເຖິງພວກເຈົ້າແລ້ວ. ພວກເຈົ້າໄດ້ຍິນພຣະທໍາເຫຼົ່ານັ້ນບໍ? ພວກເຈົ້າໄດ້ຍິນພຣະທໍາເຫຼົ່ານັ້ນບໍ? ຄົນທີ່ປະຕິເສດພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນຄົນທີ່ບໍ່ຮູ້ຈັກພຣະວິນຍານ ຫຼື ຫຼັກການທີ່ພຣະເຈົ້າປະຕິບັດພາລະກິດ. ຜູ້ທີ່ເຊື່ອວ່າ ປັດຈຸບັນນີ້ຄືຍຸກແຫ່ງພຣະວິນຍານບໍລິສຸດ ແຕ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະອົງ ແມ່ນຄົນທີ່ອາໄສຢູ່ໃນຄວາມເຊື່ອທີ່ເລື່ອນລອຍ ແລະ ບໍ່ມີຕົວຕົນ. ຜູ້ຄົນປະເພດດັ່ງກ່າວຈະບໍ່ໄດ້ຮັບ ພາລະກິດຂອງພຣະວິນຍານບໍລິສຸດ. ຜູ້ຄົນທີ່ພຽງແຕ່ຫວັງໃຫ້ພຣະວິນຍານບໍລິສຸດກ່າວ ແລະ ປະຕິບັດພາລະກິດຂອງພຣະອົງໂດຍກົງ ແລະ ບໍ່ຍອມຮັບເອົາພຣະທຳ ຫຼື ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ຈະບໍ່ສາມາດກ້າວເຂົ້າສູ່ຍຸກໃໝ່ ຫຼື ຮັບຄວາມລອດພົ້ນທີ່ສົມບູນຈາກພຣະເຈົ້າໄດ້! “ຄົນໃດມີຫູ
- [ເພງຄຣິດສະຕຽນ “ພຣະເຈົ້າກຳລັງຊອກຫາຫົວໃຈຂອງເຈົ້າ ແລະ ຈິດວິນຍານຂອງເຈົ້າ”](https://lo.kingdomsalvation.org/videos/God-is-seeking-your-heart-lyrics.html) - ມະນຸດທີ່ເຫີນຮ່າງຈາກການສະໜອງຊີວິດ ຂອງອົງຊົງລິດທານຸພາບສູງສຸດ ແມ່ນຂາດຄວາມຮູ້ກ່ຽວກັບຈຸດປະສົງຂອງການດໍາລົງຢູ່ ແຕ່ເຖິງຢ່າງໃດ ພວກເຂົາກໍຢ້ານກົວຄວາມຕາຍ. ພວກເຂົາປາສະຈາກຄວາມຊ່ວຍເຫຼືອ ແລະ ການສະໜັບສະໜູນ ແຕ່ກໍຍັງລັງເລໃຈທີ່ຈະຫຼັບຕາຂອງພວກເຂົາລົງ ແລະ ພວກເຂົາກຽມພ້ອມທີ່ຈະຍືດເຍືອ ການເປັນຢູ່ທີ່ໄຮ້ຄຸນຄ່າຢູ່ໃນໂລກນີ້ ໂດຍທໍາລາຍເນື້ອໜັງຢ່າງໄຮ້ຄວາມຮູ້ສຶກ ຕໍ່ຈິດວິນຍານຂອງຕົນເອງ. ເຈົ້າດໍາລົງຊີວິດຢູ່ດ້ວຍວິທີນີ້, ບໍ່ມີຄວາມຫວັງຄືດັ່ງຄົນອື່ນໆ ທີ່ປາສະຈາກເປົ້າໝາຍ. ມີພຽງພຣະຜູ້ບໍລິສຸດແຫ່ງຕໍານານ ທີ່ຈະຊ່ວຍຜູ້ຄົນທີ່ຮ້ອງໄຫ້ໃນທ່າມກາງ ຄວາມທົນທຸກທໍລະມານຂອງຕົນ ແລະ ຜູ້ທີ່ປາຖະໜາຢ່າງຍິ່ງໃນການສະເດັດມາຂອງພຣະອົງ. ເຖິງປັດຈຸບັນນີ້ ຄວາມເຊື່ອດັ່ງກ່າວກໍຍັງ ບໍ່ໄດ້ຖືກບັນລຸຜົນໃນຜູ້ຄົນທີ່ຂາດສະຕິເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ ຜູ້ຄົນກໍຍັງສະແຫວງຫາມັນ. ອົງຊົງລິດທານຸພາບສູງສຸດ ມີຄວາມເມດຕາຕໍ່ຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ຮັບຄວາມທຸກທໍລະມານຢ່າງຮ້າຍແຮງ; ໃນເວລາດຽວກັນນັ້ນ ພຣະອົງກໍເບື່ອໜ່າຍກັບຜູ້ຄົນເຫຼົ່ານີ້ທີ່ໄຮ້ຄວາມຮູ້ສຶກ ເພາະພຣະອົງຕ້ອງໄດ້ລໍຖ້າດົນ ເກີນໄປສໍາລັບຄໍາຕອບຈາກມະນຸດ. ພຣະອົງປາຖະໜາເພື່ອຄົ້ນຫາ ແລະ ສະແຫວງຫາຫົວໃຈ ແລະ ຈິດໃຈຂອງເຈົ້າ ເພື່ອນໍາເອົານໍ້າ ແລະ ອາຫານມາໃຫ້ກັບເຈົ້າ ເພື່ອປຸກເຈົ້າຕື່ນ ເພື່ອວ່າເຈົ້າຈະບໍ່ໄດ້ຫີວເຂົ້າ ແລະ ຫີວນໍ້າອີກຕໍ່ໄປ. ເມື່ອເຈົ້າເມື່ອຍໃຈ ແລະ ເມື່ອເຈົ້າເລີ່ມຮູ້ສຶກວ່າໂລກນີ້ ເຕັມໄປດ້ວຍຄວາມໂດດດ່ຽວ ແລະ ດຽວດາຍ ກໍຈົ່ງຢ່າຫຼົງທາງ ແລະ ຈົ່ງຢ່າຮ້ອງໄຫ້.
- [ເພງຄຣິດສະຕຽນ “ວິທີຄົ້ນຫາຮອຍພຣະບາດຂອງພຣະເຈົ້າ”](https://lo.kingdomsalvation.org/videos/search-for-God-s-footprints-lyrics.html) - ໃນການສະແຫວງຫາຮອຍພຣະບາດຂອງພຣະເຈົ້າ, ພວກເຈົ້າໄດ້ເບິ່ງຂ້າມພຣະທຳທີ່ວ່າ “ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ”. ດ້ວຍເຫດນັ້ນ ເຖິງແມ່ນພວກເຂົາໄດ້ຮັບເອົາ ຄວາມຈິງ ຫຼາຍຄົນກໍບໍ່ເຊື່ອວ່າ ພວກເຂົາໄດ້ຄົ້ນພົບຮອຍພຣະບາດຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮັບຮູ້ເຖິງ ການປາກົດຕົວຂອງພຣະເຈົ້າ. ມັນຊ່າງເປັນຄວາມຜິດພາດທີ່ຮ້າຍແຮງຫຼາຍ! ການປາກົດຕົວຂອງພຣະເຈົ້າບໍ່ສາມາດ ກົງກັນກັບແນວຄິດຂອງມະນຸດໄດ້ ແລ້ວແຮງໄກທີ່ພຣະເຈົ້າ ຈະປາກົດຕົວຕາມຄຳສັ່ງຂອງມະນຸດ. ພຣະເຈົ້າມີທາງເລືອກ, ເປົ້າໝາຍ ແລະ ແຜນການຂອງພຣະອົງ ເມື່ອພຣະອົງເຮັດພາລະກິດ. ຍ້້ອນພວກເຮົາກຳລັງຊອກຫາຮອຍຕີນຂອງພຣະເຈົ້າ, ພວກເຮົາຕ້ອງສະແຫວງຫາຄວາມປະສົງ ແລະ ພຣະທຳຂອງພຣະອົງ. ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ. ພຣະເຈົ້າບໍ່ຈຳເປັນຕ້ອງແຈ້ງໃຫ້ມະນຸດຮັບຊາບ ຫຼື ສົນທະນາກັບມະນຸດກ່ຽວກັບພາລະກິດຂອງພຣະອົງ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ ເຊິ່ງທຸກຄວນຮັບຮູ້. ຖ້າພວກເຈົ້າປາຖະໜາ ທີ່ຈະເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າ, ເພື່ອຕິດຕາມບາດກ້າວຂອງພຣະເຈົ້າ, ກ່ອນອື່ນ ພວກເຈົ້າກໍຕ້ອງປະຖິ້ມແນວຄິດ ຂອງພວກເຈົ້ານັ້ນກ່ອນ. ຢ່າຮຽກຮ້ອງສິ່ງທີ່ພຣະເຈົ້າຄວນເຮັດ ຫຼື ຈຳກັດພຣະອົງດ້ວຍແນວຄວາມຄິດຂອງເຈົ້າ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 130](https://lo.kingdomsalvation.org/videos/knowing-God-excerpt-130.html) - ຊີວິດທີ່ໃຊ້ເພື່ອສະແຫວງຫາຊື່ສຽງ ແລະ ໂຊກລາບເຮັດໃຫ້ຄົນເສຍໃຈເມື່ອຜະເຊີນໜ້າກັບຄວາມຕາຍ ຍ້ອນອຳນາດອະທິປະໄຕ ແລະ ການກຳນົດໄວ້ລ່ວງໜ້າຂອງພຣະຜູ້ຊົງສ້າງ, ດວງວິນຍານທີ່ໂດດດ່ຽວເລີ່ມຕົ້ນດ້ວຍການບໍ່ມີຫຍັງໄປສູ່ການມີຊື່ສຽງ, ມີພໍ່ແມ່ ແລະ ຄອບຄົວ, ມີໂອກາດທີ່ຈະກາຍເປັນສະມາຊິກຂອງມະນຸດຊາດ, ມີໂອກາດທີ່ຈະປະສົບກັບຊີວິດມະນຸດ ແລະ ເຫັນໂລກ. ດວງວິນຍານດັ່ງກ່າວນີ້ຍັງໄດ້ຮັບໂອກາດທີ່ຈະປະສົບກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງອີກດ້ວຍ, ມີໂອກາດຮູ້ຈັກຄວາມອັດສະຈັນແຫ່ງການສ້າງຂອງພຣະຜູ້ຊົງສ້າງ ແລະ ຍິ່ງໄປກວ່ານັ້ນກໍຄື ໄດ້ຮູ້ຈັກ ແລະ ໄດ້ຢູ່ພາຍໃຕ້ສິດອຳນາດຂອງພຣະຜູ້ຊົງສ້າງ. ແຕ່ເຖິງຢ່າງນັ້ນກໍຕາມ ຄົນສ່ວນໃຫຍ່ບໍ່ຍອມຄວ້າໂອກາດທີຫາຍາກ ແລະ ຊົ່ວຄາວນີ້. ຜູ້ຄົນໃຊ້ກໍາລັງຕະຫຼອດຊີວິດໃນການຕໍ່ສູ້ກັບໂຊກຊະຕາ, ໃຊ້ເວລາທັງໝົດຂອງພວກເຂົາຢ່າງຄຶກຄື້ນ, ພະຍາຍາມລ້ຽງດູຄອບຄົວຂອງຕົນ ແລະ ແລ່ນໄປມາລະຫວ່າງຄວາມຮັ່ງມີ ແລະ ສະຖານະພາບ. ສິ່ງທີ່ຄົນສະຫງວນໄວ້ຄືຄອບຄົວ, ເງິນ ແລະ ຊື່ສຽງ ແລະ ພວກເຂົາເບິ່ງສິ່ງເຫຼົ່ານີ້ເປັນສິ່ງທີ່ມີຄ່າທີ່ສຸດໃນຊີວິດ. ທຸກຄົນຈົ່ມກ່ຽວກັບໂຊກຊະຕາຂອງຕົວເອງ, ແຕ່ພວກເຂົາກໍເກັບບັນຫາທີ່ສຳຄັນທີ່ສຸດທີ່ຕ້ອງສໍາຫຼວດ ແລະ ທຳຄວາມເຂົ້າໃຈໄວ້ດ້ານຫຼັງຈິດໃຈຂອງພວກເຂົາ: ເປັນຫຍັງມະນຸດຈິ່ງມີຊີວິດຢູ່, ມະນຸດຄວນດຳລົງຊີວິດແບບໃດ, ຄຸນຄ່າ ແລະ ຄວາມໝາຍຂອງຊີວິດແມ່ນຫຍັງ. ບໍ່ວ່າພວກເຂົາຈະມີຊີວິດຍືນຍາວພຽງໃດກໍຕາມ, ພວກເຂົາຈະໃຊ້ຊີວິດທັງໝົດຂອງພວກເຂົາ ຟ້າວຊອກຫາພຽງແຕ່ຊື່ສຽງ ແລະ ໂຊກລາບ ຈົນກວ່າໄວໜຸ່ມຂອງພວກເຂົາໄດ້ຈາກໄປ ແລະ ພວກເຂົາໄດ້ກາຍເປັນຄົນເຖົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 129](https://lo.kingdomsalvation.org/videos/knowing-God-excerpt-129.html) - ຊ່ວງເວລາທີຫົກ: ຄວາມຕາຍ ຫຼັງຈາກຄວາມສັບສົນ ແລະ ຄວາມວຸ້ນວາຍ, ຄວາມອຸກອັ່ງ ແລະ ຄວາມຜິດຫວັງຢ່າງໜັກ, ຫຼັງຈາກຄວາມເບີກບານ ແລະ ຄວາມໂສກເສົ້າ ແລະ ການຂຶ້ນໆລົງໆ, ຫຼັງຈາກຫຼາຍປີທີ່ບໍ່ມີວັນລືມ, ຫຼັງຈາກເບິ່ງລະດູການຕ່າງໆປ່ຽນແປງເປັນເວລາຫຼາຍຄັ້ງ, ຜູ້ຄົນໄດ້ຜ່ານເຄື່ອງໝາຍບອກທາງທີ່ສຳຄັນໃນຊີວິດໂດຍບໍ່ໄດ້ສັງເກດ ແລະ ພຽງໃນກະພິບຕາ ຜູ້ຄົນພົບເຫັນວ່າຕົວເອງຢູ່ໃນບັ້ນປາຍແຫ່ງຊີວິດຂອງຕົນ. ເຄື່ອງໝາຍແຫ່ງການເວລາໄດ້ຖືກປະທັບຕາໃສ່ທົ່ວຮ່າງກາຍຂອງຜູ້ຄົນ: ພວກເຂົາບໍ່ສາມາດຢືນສູງໄດ້ອີກຕໍ່ໄປ, ຜົມຂອງພວກເຂົາປ່ຽນຈາກສີດຳເປັນສີຂາວ, ໃນຂະດຽວກັນ ດວງຕາທີ່ສົດໃສ ແລະ ແຈ້ງສະຫວ່າງກໍປ່ຽນເປັນບໍ່ເຫັນແຈ້ງ ແລະ ມືດມົວ ແລະ ຜິວໜັງທີ່ນິ້ມນວນກໍກາຍເປັນແຫ່ວແຫ້ງ ແລະ ດ່າງດໍາ. ຫູກໍບໍ່ໄດ້ຍິນດີ, ແຂ້ວກໍຄອນ ແລະ ຫຼ່ອນອອກ, ປະຕິກິລິຍາກໍຊ້າລົງ, ການເຄື່ອນໄຫວກໍຊັກຊ້າ... ໃນຈຸດນີ້ ຜູ້ຄົນໄດ້ກ່າວຄຳອຳລາຄັ້ງສຸດທ້າຍຕໍ່ປີແຫ່ງຄວາມກະຕືລືລົ້ນຂອງໄວໜຸ່ມຂອງພວກເຂົາ ແລະ ເຂົ້າສູ່ຊີວິດບັ້ນປາຍຂອງພວກເຂົາ: ອາຍຸເຖົ້າ. ຕໍ່ໄປ ຜູ້ຄົນກໍຈະພົບກັບຄວາມຕາຍ ເຊິ່ງເປັນຊ່ວງເວລາສຸດທ້າຍໃນຊີວິດຂອງມະນຸດ. 1. ມີພຽງພຣະຜູ້ຊົງສ້າງເທົ່ານັ້ນທີ່ຖືອໍານາດແຫ່ງຊີວິດ ແລະ ຄວາມຕາຍເໜືອມະນຸດ ຖ້າການເກີດຂອງຄົນຖືກກຳນົດໂດຍຊີວິດໃນຊາດກ່ອນຂອງເຂົາ ແລ້ວຄວາມຕາຍຂອງຄົນກໍຄືຈຸດຈົບຂອງຊະຕາກຳນັ້ນ. ຖ້າການເກີດຂອງຄົນແມ່ນການເລີ່ມຕົ້ນພາລະກິດໃນຊີວິດນີ້ຂອງເຂົາ ແລ້ວຄວາມຕາຍຂອງເຂົາກໍຄືຈຸດຈົບຂອງພາລະກິດນັ້ນ. ເນື່ອງຈາກວ່າພຣະຜູ້ຊົງສ້າງໄດ້ກຳນົດສະຖານະການທີ່ຕາຍຕົວສຳລັບການເກີດຂອງຄົນໄວ້ລ່ວງໜ້າແລ້ວ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 127](https://lo.kingdomsalvation.org/videos/knowing-God-excerpt-127.html) - ການເຊື່ອໃນໂຊກຊະຕາບໍ່ແມ່ນການທົດແທນຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ການໄດ້ຕິດຕາມພຣະເຈົ້າມາເປັນເວລາຫຼາຍປີ, ມີຄວາມແຕກຕ່າງທີ່ສຳຄັນຫຍັງແດ່ລະຫວ່າງຄວາມຮູ້ຂອງພວກເຈົ້າກ່ຽວກັບໂຊກຊະຕາ ແລະ ຂອງຄົນໃນໂລກ? ເຈົ້າໄດ້ເຂົ້າໃຈການກຳນົດໄວ້ລ່ວງໜ້າຂອງພຣະຜູ້ຊົງສ້າງ ແລະ ໄດ້ຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຢ່າງແທ້ຈິງບໍ? ບາງຄົນມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະໂຫຍກ ທີວ່າ “ນັ້ນຄືໂຊກຊະຕາ”. ແຕ່ພວກເຂົາບໍ່ເຊື່ອໃນອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງແມ່ນແຕ່ໜ້ອຍດຽວ; ພວກເຂົາບໍ່ເຊື່ອວ່າ ໂຊກຊະຕາມະນຸດໄດ້ຖືກຈັດແຈງ ແລະ ປັ້ນແຕ່ງໂດຍພຣະເຈົ້າ ແລະ ບໍ່ເຕັມໃຈຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ. ຄົນດັ່ງກ່າວນີ້ຄືກັບວ່າລ່ອງລອຍຢູ່ໃນມະຫາສະໝຸດ, ຖືກຄື້ນຟັດໄປມາ, ລ່ອງລອຍໄປກັບກະແສນ້ຳໂດຍບໍ່ມີທາງເລືອກ ໄດ້ແຕ່ລໍຖ້າຢ່າງສິ້ນຫວັງ ແລະ ປ່ອຍໃຫ້ເປັນໄປຕາມໂຊກຊະຕາ. ແຕ່ພວກເຂົາບໍ່ຮູ້ວ່າໂຊກຊະຕາມະນຸດຢູ່ໃຕ້ອຳນາດອະທິປະໄຕຂອງພຣະເຈົ້າ; ພວກເຂົາບໍ່ສາມາດຮູ້ຈັກອຳນາດອະທິປະໄຕຂອງພຣະເຈົ້າດ້ວຍການກະທໍາຂອງພວກເຂົາເອງ ແລະ ໄດ້ຮັບຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ຍອມຮັບເອົາການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ, ເຊົາຕໍ່ຕ້ານໂຊກຊະຕາ ແລະ ໃຊ້ຊີວິດຢູ່ພາຍໃຕ້ການດູແລ, ການປົກປ້ອງ ແລະ ການຊີ້ນຳຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ການຍອມຮັບໂຊກຊະຕາບໍ່ຄືກັນກັບການຍອມຮັບອໍານາດອະທິປະໄຕຂອງພຣະຜູ້ຊົງສ້າງ; ການເຊື່ອໃນໂຊກຊະຕາບໍ່ໄດ້ໝາຍຄວາມວ່າຄົນໃດໜຶ່ງຍອມຮັບ, ຮັບຮູ້ ແລະ ຮູ້ຈັກອຳນາດອະທິປະໄຕຂອງພຣະເຈົ້າ; ການເຊື່ອໃນໂຊກຊະຕາເປັນພຽງການຍອມຮັບຄວມຈິງຂອງມັນ ແລະ ການປະຈັກພຽງຜິວເຜີນຂອງມັນ. ນີ້ແມ່ນແຕກຕ່າງຈາກການຮູ້ຈັກເຖິງວິທີທີ່ພຣະຜູ້ຊົງສ້າງຄວບຄຸມໂຊກຊະຕາມະນຸດຊາດ, ແຕກຕ່າງຈາກການຮັບຮູ້ເຖິງພຣະຜູ້ຊົງສ້າງຄືບໍ່ເກີດແຫ່ງການປົກຄອງເໜືອໂຊກຊະຕາຂອງທຸກສິ່ງ ແລະ ແນ່ນອນ ແຮງໄກທີ່ຈະມາຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງສຳລັບໂຊກຊະຕາຂອງມວນມະນຸດ. ຖ້າຜູ້ຄົນພຽງເຊື່ອແຕ່ໃນໂຊກຊະຕາເທົ່ານັ້ນ, ເຖິງແມ່ນວ່າພວກເຂົາຈະຮູ້ສຶກໄດ້ຢ່າງເລິກເຊິ່ງກ່ຽວກັບມັນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 126](https://lo.kingdomsalvation.org/videos/knowing-God-excerpt-126.html) - ຊ່ວງເວລາທີຫ້າ: ລູກຫຼານ ຫຼັງຈາກແຕ່ງດອງແລ້ວ, ຜູ້ຄົນກໍເລີ່ມໃຫ້ກຳເນີດຮຸ່ນຕໍ່ໄປ. ຄົນໃດໜຶ່ງບໍ່ສາມາດເວົ້າໄດ້ວ່າເຂົາຈະມີລູກຈັກຄົນ ແລະ ມີລູກປະເພດໃດ; ສິ່ງນີ້ແມ່ນຖືກກຳນົດໂດຍໂຊກຊະຕາຂອງເຂົາເຊັ່ນກັນ, ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງ. ນີ້ແມ່ນຊ່ວງເວລາທີຫ້າເຊິ່ງຜູ້ຄົນຕ້ອງຜ່ານ. ຖ້າຄົນໜຶ່ງເກີດມາເພື່ອປະຕິບັດໜ້າທີ່ເປັນລຸກຂອງບາງຄົນ, ແລ້ວກໍຈະມີຄົນໃດໜຶ່ງລ້ຽງດູຮຸ່ນຕໍ່ໄປເພື່ອເຮັດໜ້າທີ່ເປັນພໍ່ແມ່ຂອງບາງຄົນ. ການປ່ຽນແປງໃນບົດບາດນີ້ເຮັດໃຫ້ຄົນໆໜຶ່ງປະສົບກັບໄລຍະທີ່ແຕກຕ່າງຂອງຊີວິດ ຈາກມຸມມອງທີ່ແຕກຕ່າງກັນ. ມັນຍັງໃຫ້ປະສົບການຊີວິດທີ່ແຕກຕ່າງກັນໂດຍຜ່ານການມາຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ເຊິ່ງຖືກນຳໃຊ້ໃນທາງດຽວກັນສະເໝີ ແລະ ຜ່ານປະສົບການຄວາມຈິງທີ່ວ່າ ບໍ່ມີໃຜສາມາດລ່ວງເກີນ ຫຼື ປ່ຽນແປງຊະຕາກຳຂອງພຣະຜູ້ຊົງສ້າງໄດ້. 1. ຄົນໃດໜຶ່ງບໍ່ສາມາດຄວບຄຸມເໜືອສິ່ງທີ່ເປັນລູກຫຼານຂອງເຂົາໄດ້ ການເກີດ, ການເຕີບໃຫຍ່ ແລະ ການແຕ່ງດອງ ລ້ວນແລ້ວແຕ່ນຳມາເຊິ່ງຄວາມຜິດຫວັງໃນຫຼາຍຮູບແບບ ແລະ ໃນລະດັບທີ່ແຕກຕ່າງກັນ. ບາງຄົນບໍ່ພໍໃຈກັບຄອບຄົວຂອງຕົນ ຫຼື ຮູບລັກສະນະຂອງພວກເຂົາເອງ; ບາງຄົນບໍ່ມັກພໍ່ແມ່ຂອງເຂົາ. ບາງຄົນບໍ່ພໍໃຈ ຫຼື ມີການຈົ່ມວ່າກ່ຽວກັບສະພາບແວດລ້ອມທີ່ພວກເຂົາເຕີບໃຫຍ່ຂຶ້ນ. ສໍາລັບຄົນສ່ວນໃຫຍ່, ທ່າມກາງຄວາມຜິດຫວັງເຫຼົ່ານີ້, ການແຕ່ງດອງເປັນສິ່ງທີ່ບໍ່ໜ້າພໍໃຈຫຼາຍທີ່ສຸດ. ບໍ່ວ່າຄົນຈະບໍ່ພໍໃຈແນວໃດກັບການເກີດຂອງເຂົາ, ການເປັນຜູ້ໃຫຍ່ ຫຼື ການແຕ່ງດອງ, ທຸກຄົນທີ່ໄດ້ກ້າວຜ່ານສິ່ງເຫຼົ່ານີ້ຮູ້ວ່າ ຜູ້ຄົນບໍ່ສາມາດເລືອກໄດ້ວ່າ ພວກເຂົາຕ້ອງເກີດຢູ່ໃສ ຫຼື ເມື່ອໃດ, ພວກເຂົາຈະມີຮູບລັກສະນະແບບໃດ, ໃຜເປັນພໍ່ແມ່ຂອງພວກເຂົາ ແລະ ຄູ່ສົມລົດຂອງພວກເຂົາແມ່ນໃຜ ແຕ່ຕ້ອງຍອມຮັບຄວາມປະສົງຂອງສະຫວັນເທົ່ານັ້ນ. ເຖິງຢ່າງໃດກໍຕາມ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 125](https://lo.kingdomsalvation.org/videos/knowing-God-excerpt-125.html) - ຊ່ວງເວລາທີສີ່: ການແຕ່ງດອງ ເມື່ອຄົນໜຶ່ງເຕີບໃຫຍ່ຂຶ້ນ ແລະ ເປັນຜູ້ໃຫຍ່, ເຂົາກໍຈະຍິ່ງຫ່າງອອກຈາກພໍ່ແມ່ຂອງເຂົາ ແລະ ຫ່າງຈາກສະພາບແວດລ້ອມທີ່ເຂົາເກີດມາ ແລະ ເຕີບໃຫຍ່ຂຶ້ນ ແລະ ເລີ່ມສະແຫວງຫາທິດທາງໃນຊີວິດ ແລະ ຕາມຫາເປົ້າໝາຍຊີວິດຂອງຕົນເອງໃນຮູບແບບທີ່ແຕກຕ່າງຈາກພໍ່ແມ່ຂອງຕົນ. ໃນຊ່ວງເວລານີ້, ຜູ້ຄົນຈະບໍ່ຕ້ອງການພໍ່ແມ່ຂອງພວກເຂົາອີກຕໍ່ໄປ, ແຕ່ກົງກັນຂ້າມ ພວກເຂົາຕ້ອງການຄູ່ຊີວິດຜູ້ທີ່ພວກເຂົາສາມາດໃຊ້ຊີວິດຂອງພວກເຂົາຮ່ວມກັນ ນັ້ນກໍຄື ຄູສົມລົດ ເຊິ່ງເປັນຄົນທີ່ຜູກມັດດ້ວຍໂຊກຊະຕາຂອງພວກເຂົາຢ່າງໃກ້ຊິດ. ດັ່ງນັ້ນ, ເຫດການສຳຄັນທຳອິດໃນຊີວິດຫຼັງຈາກຄວາມເປັນອິດສະຫຼະກໍຄືການແຕ່ງດອງ ເຊິ່ງເປັນຊ່ວງເວລາທີສີ່ທີ່ຜູ້ຄົນຕ້ອງຜ່ານ. 1. ຜູ້ຄົນບໍ່ມີທາງເລືອກກ່ຽວກັບການແຕ່ງດອງ ການແຕ່ງດອງແມ່ນເຫດການສໍາຄັນໃນຊີວິດຂອງຜູ້ຄົນ; ມັນແມ່ນເວລາເມື່ອຄົນເລີ່ມແບກຮັບຄວາມຮັບຜິດຊອບຫຼາກຫຼາຍຮູບແບບຢ່າງແທ້ຈິງ ແລະ ຄ່ອຍໆເຮັດສຳເລັດພາລະກິດຫຼາກຫຼາຍປະເພດ. ຜູ້ຄົນມີພາບລວງຕາກ່ຽວກັບການແຕ່ງດອງກ່ອນທີ່ພວກເຂົາຈະປະສົບກັບມັນດ້ວຍຕົວພວກເຂົາເອງ ແລະ ພາບລວງຕາທັງໝົດນີ້ ກໍຂ້ອນຂ້າງງົດງາມ. ຜູ້ຍິງຈິນຕະນາການວ່າຄູ່ຮັກຂອງພວກເຂົາຈະເປັນເຈົ້າຊາຍຮູບງາມ ແລະ ຜູ້ຊາຍຈິນຕະນາການວ່າພວກເຂົາຈະໄດ້ແຕ່ງດອງກັບນາງສາວສະໂນໄວ້. ຈິນຕະນາການເຫຼົ່ານີ້ສະແດງໃຫ້ເຫັນວ່າ ທຸກຄົນມີເງື່ອນໄຂທີ່ແນ່ນອນສຳລັບການແຕ່ງດອງ, ນັ້ນຄືຄວາມຕ້ອງການ ແລະ ມາດຕະຖານຂອງພວກເຂົາ. ເຖິງແມ່ນວ່າໃນຍຸກແຫ່ງຊົ່ວຮ້າຍນີ້ ມະນຸດຖືກຖະລົ່ມຢ່າງຕໍ່ເນື່ອງດ້ວຍຂໍ້ຄວາມທີ່ບິດເບືອນກ່ຽວກັບການແຕ່ງດອງ ເຊິ່ງຍິ່ງສ້າງເງື່ອນໄຂເພີ່ມຫຼາຍຂຶ້ນ ແລະ ເຮັດໃຫ້ຜູ້ຄົນຕິດພັນຢູ່ກັບຄວາມຄິດຕ່າງນາໆ ແລະ ມີທັດສະນະຄະຕິທີ່ແປກປະຫຼາດ, ຄົນໃດກໍ່ຕາມທີ່ເຄີຍປະສົບກັບການແຕ່ງດອງຈະຮູ້ວ່າ ບໍ່ວ່າຜູ້ຄົນຈະເຂົ້າໃຈມັນແບບໃດກໍຕາມ, ບໍ່ວ່າຜູ້ຄົນຈະມີທັດສະນະຄະຕິກັບມັນແບບໃດກໍຕາມ, ການແຕ່ງດອງບໍ່ແມ່ນທາງເລືອກຂອງສ່ວນບຸກຄົນ. ຄົນໜຶ່ງຈະຜະເຊີນກັບຜູ້ຄົນຢ່າງມາກມາຍໃນຊີວິດຂອງເຂົາ ແຕ່ບໍ່ມີໃຜຮູ້ໄດ້ວ່າໃຜຈະກາຍມາເປັນຄູ່ຊີວິດຂອງຕົນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 124](https://lo.kingdomsalvation.org/videos/knowing-God-excerpt-124.html) - ຊ່ວງເວລາທີສາມ: ການເປັນອິດສະຫຼະ ຫຼັງຈາກທີ່ຜູ້ຄົນໄດ້ຂ້າມຜ່ານໄວເດັກ ແລະ ໄວໜຸ່ມ ແລະ ສຸດທ້າຍກໍກ້າວເຂົ້າສູ່ການເປັນຜູ້ໃຫຍ່ຢ່າງຫຼີກເວັ້ນບໍ່ໄດ້, ຂັ້ນຕອນຕໍ່ໄປແມ່ນສໍາລັບພວກເຂົາປະຖິ້ມໄວໜຸ່ມຂອງພວກເຂົາຢ່າງສົມບູນ, ບອກລາພໍ່ແມ່ນ ແລະ ຜະເຊີນກັບເສັ້ນທາງຂ້າງໜ້າໃນຖານະຜູ້ໃຫຍ່ທີ່ເປັນອິດສະຫຼະ. ໃນຈຸດນີ້ ພວກເຂົາຕ້ອງຜະເຊີນກັບທຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຜູ້ໃຫຍ່ຄົນໜຶ່ງຕ້ອງຜະເຊີນ, ຜະເຊີນກັບທຸກພາກສ່ວນຂອງໂຊກຊະຕາຂອງພວກເຂົາ ເຊິ່ງສິ່ງເຫຼົ່ານັ້ນຈະປະກົດຕໍ່ພວກເຂົາບໍ່ໄວກໍຊ້າ. ນີ້ແມ່ນຊ່ວງເວລາທີສາມທີ່ຜູ້ຄົນຕ້ອງໄດ້ຜ່ານ. 1. ຫຼັງຈາກໄດ້ເປັນອິດສະຫຼະ, ຄົນເລີ່ມປະສົບກັບອໍານາດອະທິປະໄຕຂອງພຣະຜູ້ຊົງສ້າງ ຖ້າການເກີດ ແລະ ການເຕີບໃຫຍ່ຂອງຄົນໃດໜຶ່ງແມ່ນ “ໄລຍະການກະກຽມ” ສຳລັບການເດີນທາງໃນຊີວິດຂອງເຂົາ, ເພື່ອວາງເສົາຫຼັກແຫ່ງໂຊກຊະຕາຂອງຄົນໆນັ້ນ ຄວາມເປັນອິດສະຫຼະຂອງເຂົາກໍຄືການເປີດຄໍາບັນຍາຍຕໍ່ໂຊກຊະຕາຊີວິດຂອງເຂົາ. ຖ້າການເກີດ ແລະ ການເຕີບໃຫຍ່ຂອງຄົນໆໜຶ່ງຄືຄວາມຮັ່ງມີທີ່ພວກເຂົາໄດ້ສະສົມໄວ້ເພື່ອຕຽມຮັບຊະຕາກຳໃນຊີວິດ ແລ້ວຄວາມເປັນອິດສະຫຼະຂອງຄົນໆນັ້ນກໍຄືເວລາທີ່ພວກເຂົາເລີ້ມໃຊ້ຈ່າຍ ຫຼື ເພີ່ມພູນຄວາມຮັ່ງມີນັ້ນ. ເມື່ອຄົນໆໜຶ່ງໜີຈາກພໍ່ແມ່ຂອງເຂົາ ແລະ ກາຍເປັນຄົນອິດສະຫຼະ, ສະພາບທາງສັງຄົມທີ່ເຂົາຜະເຊີນ ແລະ ປະເພດວຽກງານ ແລະ ອາຊີບທີ່ເຂົາມີ, ທັງສອງຢ່າງແມ່ນຖືກກຳນົດໂດຍໂຊກຊະຕາ ແລະ ບໍ່ໄດ້ກ່ຽວຂ້ອງກັບພໍ່ແມ່ຂອງເຂົາເລີຍ. ບາງຄົນເລືອກວິຊາຮຽນທີ່ດີໃນວິທະຍາໄລ ແລະ ຫຼັງຈາກຮຽນຈົບກໍມີວຽກງານເຮັດທີ່ໜ້າພໍໃຈ, ສ້າງຄວາມສໍາເລັດອັນຍິ່ງໃຫຍ່ໃນບາດກ້າວທຳອິດຂອງການເດີນທາງແຫ່ງຊີວິດຂອງພວກເຂົາ. ບາງຄົນຮຽນ ແລະ ໄດ້ຮັບທັກສະຕ່າງໆຢ່າງຫຼວງຫຼາຍ ແຕ່ບໍ່ເຄີຍຊອກວຽກທີ່ເໝາະສົມກັບພວກເຂົາໄດ້ຈັກເທື່ອ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 123](https://lo.kingdomsalvation.org/videos/knowing-God-excerpt-123.html) - ຊ່ວງເວລາທີສອງ: ການເຕີບໃຫຍ່ ຂຶ້ນຢູ່ກັບວ່າພວກເຂົາເກີດຢູ່ໃນຄອບຄົວແບບໃດ, ຄົນເຕີບໃຫຍ່ຂຶ້ນໃນເຮືອນທີ່ມີສະພາບແວດລ້ອມແຕກຕ່າງກັນ ແລະ ຮຽນຮູ້ບົດຮຽນທີ່ແຕກຕ່າງກັນຈາກພໍ່ແມ່ຂອງພວກເຂົາ. ປັດໃຈເຫຼົ່ານີ້ກຳນົດສະພາບໃນການເຕີບໃຫຍ່ຂອງຜູ້ຄົນ ແລະ ການເຕີບໃຫຍ່ຂຶ້ນຄືຕົວແທນຊ່ວງເວລາສຳຄັນທີສອງຂອງຊີວິດຄົນ. ແນ່ນອນ, ຜູ້ຄົນບໍ່ມີທາງເລືອກໃນຊ່ວງເວລານີ້ເຊັ່ນກັນ. ມັນໄດ້ຖືກກຳນົດ ແລະ ຖືກຈັດແຈງໄວ້ລ່ວງໜ້າແລ້ວເຊັ່ນກັນ. 1. ພຣະຜູ້ຊົງສ້າງໄດ້ວາງແຜນເງື່ອນໄຂຕາຍຕົວສຳລັບການເຕີບໂຕເປັນຜູ້ໃຫຍ່ຂອງແຕ່ລະຄົນ ບຸກຄົນໃດໜຶ່ງບໍ່ສາມາດເລືອກຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆທີ່ພວກເຂົາຈະໄດ້ການອົບຮົມ ແລະ ອິດທິພົນໃນຂະນະທີ່ພວກເຂົາເຕີບໃຫຍ່. ຄົນເຮົາບໍ່ສາມາດເລືອກໄດ້ວ່າຄວາມຮູ້ໃດ ຫຼື ທັກສະໃດທີ່ຄົນເຮົາໄດ້ມາ, ນິໄສໃດທີ່ຄົນເຮົາສ້າງຂຶ້ນ. ບໍ່ມີໃຜເວົ້າວ່າໃຜເປັນພໍ່ແມ່ ແລະ ຍາດພີນ້ອງ, ໃນສະພາບແວດລ້ອມແບບໃດທີ່ຄົນເຮົາເຕີບໃຫຍ່ຂຶ້ນ; ຄວາມສຳພັນຂອງບຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຮອບໂຕຂອງແຕ່ລະຄົນ ແລະ ວິທີທີ່ພວກມັນມີອິດທິພົນຕໍ່ການພັດທະນາຂອງບຸກຄົນໃດໜຶ່ງລ້ວນແລ້ວແຕ່ຢູ່ເໜືອການຄວບຄຸມຂອງແຕ່ລະຄົນ. ແລ້ວໃຜເປັນຜູ້ຕັດສິນໃຈໃນສິ່ງຕ່າງໆເຫຼົ່ານີ້? ໃຜເປັນຜູ້ຈັດແຈງພວກມັນ? ເນື່ອງຈາກວ່າຄົນບໍ່ມີທາງເລືອກໃນເລື່ອງນີ້, ເນື່ອງຈາກວ່າພວກເຂົາບໍ່ສາມາດຕັດສິນໃຈໃນສິ່ງຕ່າງໆເຫຼົ່ານີ້ດ້ວຍຕົວພວກເຂົາເອງໄດ້ ແລະ ຍ້ອນວ່າພວກເຂົາບໍ່ໄດ້ມີຮູບຮ່າງໂດຍທຳມະຊາດ, ມັນເຫັນໄດ້ຢ່າງຊັດເຈນແລ້ວວ່າ ການປະຕິຮູບຂອງທຸກຄົນ, ເຫດການ ແລະ ສິ່ງຕ່າງໆແມ່ນຢູ່ໃນມືຂອງພຣະຜູ້ຊົງສ້າງ. ແນ່ນອນ, ດັ່ງທີ່ພຣະຜູ້ຊົງສ້າງຈັດແຈງສະພາບການເກີດຂອງແຕ່ລະຄົນ, ເຊັ່ນດຽວກັນ ພຣະອົງກໍຈັດແຈງສະພາບການເຕີບໃຫຍ່ຂອງແຕ່ລະຄົນ. ຖ້າການເກີດຂອງຄົນໃດໜຶ່ງນຳມາເຊິ່ງການປ່ຽນແປງຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆອ້ອມຮອບຕົວພວກເຂົາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 121](https://lo.kingdomsalvation.org/videos/knowing-God-excerpt-121.html) - ໂຊກຊະຕາຂອງມະນຸດຊາດ ແລະ ໂຊກຊະຕາຂອງຈັກກະວານບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງໄດ້ ພວກເຈົ້າທຸກຄົນເປັນຜູ້ໃຫຍ່ແລ້ວ. ພວກເຈົ້າບາງຄົນຢູ່ໃນໄວກາງຄົນ; ບາງຄົນເຂົ້າສູ່ໄວຊະລາແລ້ວ. ພວກເຈົ້າໄດ້ປ່ຽນຈາກການບໍ່ເຊື່ອໃນພຣະເຈົ້າສູ່ການເຊື່ອໃນພຣະອົງ ແລະ ຈາກການເລີ່ມເຊື່ອໃນພຣະເຈົ້າສູ່ການຍອມຮັບພຣະອົງ ແລະ ການປະສົບກັບພາລະກິດຂອງພຣະອົງ. ພວກເຈົ້າມີຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າຫຼາຍປານໃດ? ພວກເຈົ້າມີຄວາມເຂົ້າໃຈຫຍັງແດ່ກ່ຽວກັບໂຊກຊະຕາຂອງມະນຸດ? ຄົນໜຶ່ງສາມາດບັນລຸທຸກສິ່ງທີ່ເຂົາປາດຖະໜາໃນຊີວິດໄດ້ບໍ? ມີຈັກຢ່າງໃນຊ່ວງສອງສາມທົດສະວັດແຫ່ງການເປັນຢູ່ຂອງພວກເຈົ້າທີ່ພວກເຈົ້າສາມາດປະສົບຄວາມສຳເລັດໄດ້ຕາມແບບທີ່ພວກເຈົ້າປາດຖະໜາ? ມີຈັກຢ່າງທີ່ໄດ້ເກີດຂຶ້ນໂດຍທີ່ເຈົ້າບໍ່ເຄີຍຄາດຄິດມາກ່ອນ? ມີຈັກຢ່າງທີ່ມາດ້ວຍຄວາມຕື່ນເຕັ້ນຕັນໃຈ? ມີຈັກຢ່າງທີ່ຜູ້ຄົນຍັງລໍຖ້າໂດຍຄາດຫວັງວ່າມັນຈະເກີດດອກອອກຜົນ, ລໍຖ້າໂອກາດທີ່ເໝາະສົມຢ່າງຂາດສະຕິ, ລໍຖ້າຄວາມປະສົງແຫ່ງສະຫວັນ? ມີຈັກຢ່າງທີ່ເຮັດໃຫ້ຄົນຮູ້ສຶກສິ້ນຫວັງ ແລະ ທໍ້ຖອຍ? ທຸກຄົນແມ່ນເຕັມໄປດ້ວຍຄວາມຫວັງກ່ຽວກັບໂຊກຊະຕາຂອງພວກເຂົາ, ຄາດຫວັງວ່າທຸກສິ່ງໃນຊີວິດຂອງພວກເຂົາຈະເປັນໄປດັ່ງທີ່ພວກເຂົາປາດຖະໜາ, ພວກເຂົາຈະບໍ່ຕ້ອງການອາຫານ ຫຼື ເຄື່ອງນຸ່ງ, ຄາດຫວັງວ່າພວກເຂົາຈະມີໂຊກລາບຍິ່ງຂຶ້ນຢ່າງໜ້າປະທັບໃຈ. ບໍ່ມີໃຜຕ້ອງການຊີວິດທີ່ທຸກຍາກ ແລະ ຖືກກົດຂີ່ຂົ່ມເຫັງ, ເຕັມໄປດ້ວຍຄວາມຍາກລຳບາກ ແລະ ລ້ອມຮອບດ້ວຍໄພພິບັດ. ແຕ່ຄົນບໍ່ສາມາດເບິ່ງເຫັນອະນາຄົດ ຫຼື ຄວບຄຸມສິ່ງເຫຼົ່ານີ້ໄດ້. ບາງທີສຳລັບບາງຄົນ ອະດີດອາດເປັນພຽງປະສົບການທີ່ວຸ້ນວາຍ; ພວກເຂົາບໍ່ເຄີຍຮຽນຮູ້ວ່າຄວາມປະສົງຂອງສະຫວັນແມ່ນຫຍັງ ແລະ ບໍ່ສົນໃຈວ່າມັນແມ່ນຫຍັງ. ພວກເຂົາໃຊ້ຊີວິດແຕ່ລະມື້ແບບບໍ່ຄິດຄືກັບສັດ ໂດຍບໍ່ສົນໃຈໂຊກຊະຕາຂອງມະນຸດ ຫຼື ເປັນຫຍັງມະນຸດຈິ່ງມີຊີວິດຢູ່ ຫຼື ພວກເຂົາຄວນດຳລົງຊີວິດແບບໃດ. ຄົນແບບນີ້ໃຊ້ຊີວິດຈົນເຖົ້າແກ່ໂດຍບໍ່ເຂົ້າໃຈໂຊກຊະຕາຂອງມະນຸດ ແລະ ຈົນເຖິງເວລາທີ່ພວກເຂົາຕາຍພວກເຂົາກໍ່ຍັງບໍ່ຮູ້ວ່າຊີວິດແມ່ນຫຍັງ. ຄົນໃນລັກສະນະນີ້ແມ່ນໄດ້ຕາຍໄປແລ້ວ; ພວກເຂົາຄືມະນຸດທີ່ບໍ່ມີຈິດວິນຍານ; ພວກເຂົາແມ່ນສັດຮ້າຍ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 117](https://lo.kingdomsalvation.org/videos/knowing-God-excerpt-117.html) - ຄວາມຮູ້ສຶກຢ່າງຈິງໃຈຂອງພຣະຜູ້ສ້າງຕໍ່ມະນຸດຊາດ ຜູ້ຄົນມັກເວົ້າວ່າ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ. ແຕ່, ເຮົາເວົ້າວ່າ ການຮູ້ຈັກພຣະເຈົ້າບໍ່ແມ່ນເລື່ອງຍາກເລີຍ ເພາະວ່າ ພຣະອົງສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນຢູ່ເລື້ອຍໆ. ພຣະເຈົ້າບໍ່ເຄີຍເຊົາສົນທະນາກັບມະນຸດ ແລະ ພຣະອົງບໍ່ເຄີຍປິດບັງພຣະອົງເອງຈາກມະນຸດຈັກເທື່ອ ແລະ ພຣະອົງບໍ່ເຄີຍເຊື່ອງຊ້ອນພຣະອົງເອງ. ຄວາມຄິດຂອງພຣະອົງ, ແນວຄິດຂອງພຣະອົງ ແລະ ການກະທຳຂອງພຣະອົງລ້ວນແລ້ວແຕ່ຖືກເປີດເຜີຍໃຫ້ແກ່ມະນຸດຊາດ. ສະນັ້ນ ຕາບໃດທີ່ມະນຸດປາຖະໜາທີ່ຈະຮູ້ຈັກພຣະເຈົ້າ, ເຂົາສາມາດມາເຂົ້າໃຈ ແລະ ຮູ້ຈັກກັບພຣະອົງຜ່ານຫຼາຍຫົນທາງ ແລະ ວິທີການຕ່າງໆ. ເຫດຜົນທີ່ວ່າ ເປັນຫຍັງມະນຸດຈຶ່ງຄິດຢ່າງຕາບອດວ່າ ພຣະເຈົ້າຕັ້ງໃຈຫຼີກເວັ້ນພວກເຂົາ, ພຣະເຈົ້າຕັ້ງໃຈເຊື່ອງຊ້ອນພຣະອົງເອງຈາກມະນຸດຊາດ, ພຣະເຈົ້າບໍ່ມີເຈດຕະນາທີ່ຈະຍອມໃຫ້ມະນຸດເຂົ້າໃຈ ແລະ ຮູ້ຈັກກັບພຣະອົງ ແມ່ນຍ້ອນພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ພວກເຂົາບໍ່ປາຖະໜາທີ່ຈະເຂົ້າໃຈພຣະເຈົ້າ. ຍິ່ງໄປກວ່ານັ້ນ, ມະນຸດບໍ່ໃສ່ໃຈກັບການພົວພັນກັບຄວາມຄິດ, ພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ... ເວົ້າຢ່າງແທ້ຈິງກໍຄື ຖ້າຜູ້ຄົນໃຊ້ເວລາວ່າງຂອງພວກເຂົາເພື່ອໃສ່ໃຈ ແລະ ເຂົ້າໃຈພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ ແລະ ຖ້າພວກເຂົາໃສ່ໃຈພຽງເລັກນ້ອຍຕໍ່ຄວາມຄິດຂອງພຣະຜູ້ສ້າງ ແລະ ສຽງຫົວໃຈຂອງພຣະອົງ, ມັນກໍຈະບໍ່ຍາກສຳລັບຜູ້ຄົນທີ່ຈະເຂົ້າໃຈວ່າ ຄວາມຄິດ, ພຣະທຳ ແລະ ການກະທຳຂອງພຣະຜູ້ສ້າງແມ່ນສາມາດເບິ່ງເຫັນໄດ້ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 116](https://lo.kingdomsalvation.org/videos/knowing-God-excerpt-116.html) - ອຸປະນິໄສທີ່ຊອບທຳຂອງພຣະຜູ້ສ້າງເປັນຈິງ ແລະ ແຈ່ມແຈ້ງ ເມື່ອພຣະເຈົ້າປ່ຽນໃຈຕໍ່ປະຊາຊົນແຫ່ງເມືອງນີນາເວ, ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງເປັນລັກສະນະທີ່ຈອມປອມບໍ? ແນ່ນອນວ່າບໍ່ແມ່ນ! ແລ້ວແມ່ນຫຍັງຄືສິ່ງທີ່ຖືກສະແດງອອກຈາກການປ່ຽນແປງລະຫວ່າງສອງລັກສະນະຂອງອຸປະນິໄສຂອງພຣະເຈົ້າໃນລະຫວ່າງທີ່ພຣະເຈົ້າຈັດການກັບສະຖານະການດັ່ງກ່າວນີ້? ອຸປະນິໄສຂອງພຣະເຈົ້າແມ່ນສົມບູນທັງໝົດ, ມັນບໍ່ໄດ້ຖືກແບ່ງແຍກເລີຍ. ບໍ່ວ່າພຣະອົງຈະສະແດງຄວາມໃຈຮ້າຍຂອງພຣະອົງ ຫຼື ຄວາມເມດຕາ ແລະ ຄວາມອົດກັ້ນຕໍ່ຜູ້ຄົນ, ສິ່ງເຫຼົ່ານີ້ກໍລ້ວນແລ້ວແຕ່ເປັນການສະແດງອອກເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າແມ່ນມີຊີວິດຊີວາ ແລະ ມີຮູບຮ່າງຢ່າງຊັດເຈນ ແລະ ພຣະອົງປ່ຽນຄວາມຄິດ ແລະ ທັດສະນະຄະຕິຂອງພຣະອົງອີງຕາມການປ່ຽນແປງຂອງສິ່ງຕ່າງໆ. ການປ່ຽນແປງທັດສະນະຄະຕິຂອງພຣະອົງຕໍ່ຊາວນີນາເວບອກໃຫ້ມະນຸດຊາດຮູ້ວ່າ ພຣະອົງມີຄວາມຄິດ ແລະ ແນວຄິດຂອງພຣະອົງເອງ; ພຣະອົງບໍ່ແມ່ນຫຸ່ນຍົນ ຫຼື ຮູບປັ້ນດິນດາກ, ແຕ່ເປັນພຣະເຈົ້າທີ່ມີຊີວິດ. ພຣະອົງສາມາດໃຈຮ້າຍກັບປະຊາຊົນແຫ່ງເມືອງນີນາເວ, ເຊັ່ນດຽວກັບທີ່ພຣະອົງສາມາດຍົກໂທດອະດີດຂອງພວກເຂົາ ຍ້ອນທ່າທີຂອງພວກເຂົາ. ພຣະອົງສາມາດຕັດສິນໃຈທີ່ຈະນໍາຄວາມໂຊກຮ້າຍມາສູ່ຊາວນີນາເວ ແລະ ພຣະອົງຍັງສາມາດປ່ຽນການຕັດສິນໃຈຂອງພຣະອົງ ຍ້ອນການກັບໃຈຂອງພວກເຂົາ. ຜູ້ຄົນມັກນໍາໃຊ້ກົດລະບຽບຢ່າງຕາຍຕົວ ແລະ ໃຊ້ກົດລະບຽບດັ່ງກ່າວເພື່ອກຳນົດຂອບເຂດ ແລະ ຈຳກັດພຣະເຈົ້າ ເໝືອນດັ່ງທີ່ພວກເຂົາມັກໃຊ້ສູດຕໍາລາເພື່ອພະຍາຍາມເຂົ້າໃຈອຸປະນິໄສຂອງພຣະເຈົ້າ. ສະນັ້ນ ສໍາລັບຂອບເຂດຂອງຄວາມຄິດມະນຸດແລ້ວ, ພຣະເຈົ້າບໍ່ຄິດ ຫຼື ພຣະອົງບໍ່ມີແນວຄິດທີ່ເປັນຈິງ. ແຕ່ໃນຄວາມເປັນຈິງ, ຄວາມຄິດຂອງພຣະເຈົ້າແມ່ນຢູ່ໃນສະພາບທີ່ປ່ຽນແປງຕະຫຼອດເວລາອີງຕາມການປ່ຽນແປງໃນສິ່ງຕ່າງໆ ແລະ ໃນສະພາບແວດລ້ອມຕ່າງໆ. ໃນຂະນະທີ່ຄວາມຄິດເຫຼົ່ານີ້ປ່ຽນແປງ,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 91](https://lo.kingdomsalvation.org/videos/knowing-God-excerpt-091.html) - ພຣະເຈົ້າໃຊ້ພຣະທຳຂອງພຣະອົງເພື່ອສ້າງພັນທະສັນຍາກັບມະນຸດ ປະຖົມມະການ 9:11-13 ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບພວກເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ. ພຣະເຈົ້າກ່າວວ່າ ສິ່ງນີ້ເປັນສັນຍາລັກຂອງພັນທະສັນຍາທີ່ເຮົາສ້າງລະຫວ່າງເຮົາ ແລະ ພວກເຈົ້າ ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບພວກເຈົ້າ, ເພື່ອຮຸ່ນສູ່ຮຸ່ນ ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ. ຫຼັງຈາກທີ່ພຣະອົງສ້າງທຸກສິ່ງ, ສິດອຳນາດຂອງພຣະຜູ້ສ້າງແມ່ນຖືກຢືນຢັນ ແລະ ສະແດງອອກອີກຄັ້ງໃນພັນທະສັນຍາສາຍຮຸ້ງ ສິດອຳນາດຂອງພຣະຜູ້ສ້າງຖືກສະແດງອອກຕະຫຼອດໄປ ແລະ ຖືກໃຊ້ທ່າມກາງສິ່ງຖືກສ້າງທັງປວງ ແລະ ພຣະອົງບໍ່ພຽງແຕ່ປົກຄອງໂຊກຊະຕາຂອງທຸກສິ່ງ, ແຕ່ພຣະອົງຍັງປົກຄອງມະນຸດຊາດອີກດ້ວຍ, ເຊິ່ງເປັນສິ່ງຖືກສ້າງພິເສດທີ່ພຣະອົງສ້າງຂຶ້ນດ້ວຍມືຂອງພຣະອົງເອງ ແລະ ເປັນສິ່ງທີ່ມີໂຄງສ້າງຊີວິດທີ່ແຕກຕ່າງ ແລະ ເປັນຢູ່ໃນຮູບຮ່າງຊີວິດທີ່ແຕກຕ່າງ. ຫຼັງຈາກສ້າງສິ່ງເຫຼົ່ານີ້ຂຶ້ນ, ພຣະຜູ້ສ້າງກໍບໍ່ໄດ້ເຊົາສະແດງສິດອຳນາດ ແລະ ລິດອຳນາດຂອງພຣະອົງ; ສຳລັບພຣະອົງແລ້ວ, ສິດອຳນາດທີ່ພຣະອົງປົກຄອງເໜືອສິ່ງຕ່າງໆ ແລະ ໂຊກຊະຕາຂອງມະນຸດຊາດທັງປວງເລີ່ມຕົ້ນຂຶ້ນຢ່າງເປັນທາງການຫຼັງຈາກທີ່ມະນຸດຊາດເກີດຈາກມືຂອງພຣະອົງແທ້ໆ. ພຣະອົງເຈດຕະນາທີ່ຈະຄຸ້ມຄອງມະນຸດຊາດ ແລະ ປົກຄອງມະນຸດຊາດ; ພຣະອົງເຈດຕະນາທີ່ຈະຊ່ວຍມະນຸດຊາດໃຫ້ພົ້ນ ແລະ ຮັບເອົາມະນຸດຊາດຢ່າງແທ້ຈິງ, ເພື່ອຮັບເອົາມະນຸດຊາດທີ່ສາມາດປົກຄອງທຸກສິ່ງໄດ້; ພຣະອົງເຈດຕະນາທີ່ຈະເຮັດໃຫ້ມະນຸດຊາດດັ່ງກ່າວດຳລົງຊີວິດຢູ່ພາຍໃຕ້ສິດອຳນາດຂອງພຣະອົງ ແລະ ຮູ້ຈັກ ແລະ ເຊື່ອຟັງສິດອຳນາດຂອງພຣະອົງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 9](https://lo.kingdomsalvation.org/videos/knowing-God-excerpt-009.html) - ພຣະເຈົ້າໃຊ້ຜົນປະໂຫຍດຈາກການທົດລອງຕ່າງໆເພື່ອທົດສອບວ່າຜູ້ຄົນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່ ໃນທຸກໆຍຸກ, ໃນຂະນະທີ່ປະຕິບັດພາລະກິດທ່າມກາງມະນຸດ, ພຣະເຈົ້າຈະປະທານພຣະທຳບາງຢ່າງໃຫ້ກັບພວກເຂົາ ແລະ ບອກພວກເຂົາກ່ຽວກັບຄວາມຈິງບາງຢ່າງ. ຄວາມຈິງເຫຼົ່ານີ້ເຮັດໜ້າທີ່ເປັນຫົນທາງທີ່ຜູ້ຄົນຄວນຍຶດໝັ້ນ, ຫົນທາງທີ່ພວກເຂົາຄວນຍ່າງ, ຫົນທາງທີ່ຈະເຮັດໃຫ້ພວກເຂົາສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຫົນທາງທີ່ຜູ້ຄົນຄວນນໍາເຂົ້າສູ່ການປະຕິບັດ ແລະ ຄວນຍຶດໝັ້ນໃນຊີວິດຂອງພວກເຂົາ ແລະ ຕະຫຼອດການເດີນທາງທັງຊີວິດຂອງພວກເຂົາ. ມັນແມ່ນຍ້ອນເຫດຜົນເຫຼົ່ານີ້ ພຣະເຈົ້າຈຶ່ງສະແດງຖ້ອຍຄຳເຫຼົ່ານີ້ໃຫ້ກັບມະນຸດຊາດ. ພຣະທຳເຫຼົ່ານີ້ທີ່ມາຈາກພຣະເຈົ້າຄວນຖືກຍຶດໝັ້ນໂດຍຜູ້ຄົນ ແລະ ການຍຶດໝັ້ນຕໍ່ພຣະທຳເຫຼົ່ານີ້ກໍຄືການຮັບເອົາຊີວິດ. ຖ້າບຸກຄົນໃດໜຶ່ງບໍ່ຍຶດໝັ້ນຕໍ່ພຣະທຳເຫຼົ່ານີ້, ບໍ່ນໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດ ແລະ ບໍ່ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າໃນຊີວິດຂອງພວກເຂົາ, ແລ້ວບຸກຄົນນີ້ກໍບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ຍິ່ງໄປກວ່ານັ້ນ, ຖ້າຜູ້ຄົນບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ແລ້ວພວກເຂົາກໍບໍ່ໄດ້ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ພວກເຂົາບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ຜູ້ຄົນທີ່ບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ແມ່ນບໍ່ສາມາດຮັບເອົາການຍົກຍ້ອງຂອງພຣະອົງ ແລະ ຄົນດັ່ງກ່າວບໍ່ມີຜົນຕາມມາ. ແລ້ວສະນັ້ນ ໃນຊ່ວງເວລາແຫ່ງພາລະກິດຂອງພຣະອົງ, ພຣະເຈົ້າຈະກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງໄດ້ແນວໃດ? ພຣະເຈົ້າຈະໃຊ້ວິທີການໃດເພື່ອກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງ? ບາງເທື່ອ ພວກເຈົ້າຍັງສັບສົນເລັກນ້ອຍກ່ຽວກັບສິ່ງນີ້ໃນເວລານີ້, ແຕ່ເມື່ອເຮົາບອກພວກເຈົ້າກ່ຽວກັບຂະບວນການ, ມັນກໍຈະຍິ່ງຊັດເຈນຂຶ້ນ, ຍ້ອນພວກເຈົ້າຫຼາຍຄົນໄດ້ຜະເຊີນມັນດ້ວຍຕົວພວກເຈົ້າເອງແລ້ວ. ຕະຫຼອດຊ່ວງເວລາແຫ່ງພາລະກິດຂອງພຣະອົງ, ຕັ້ງແຕ່ເລີ່ມຕົ້ນມາ, ພຣະເຈົ້າໄດ້ກຳນົດການທົດລອງສຳລັບແຕ່ລະຄົນ ຫຼື ສາມາດເວົ້າໄດ້ວ່າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 6](https://lo.kingdomsalvation.org/videos/knowing-God-excerpt-006.html) - ຄວາມເຊື່ອຂອງຜູ້ຄົນບໍ່ສາມາດແທນທີ່ຄວາມຈິງໄດ້ ບາງຄົນສາມາດທົນກັບຄວາມລຳບາກ, ສາມາດຈ່າຍລາຄາ, ປະພຶດທາງພາຍນອກໄດ້ເປັນຢ່າງດີ, ເປັນທີ່ນັບຖື ແລະ ໄດ້ຮັບການຍົກຍ້ອງຈາກຄົນອື່ນໆ. ພວກເຈົ້າຈະເວົ້າວ່າພຶດຕິກຳພາຍນອກແບບນີ້ສາມາດຖືວ່າເປັນການນໍາຄວາມຈິງເຂົ້າສູ່ການປະຕິບັດບໍ? ສາມາດກຳນົດໄດ້ບໍວ່າ ຄົນດັ່ງກ່າວກຳລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າ? ເປັນຫຍັງຜູ້ຄົນຈຶ່ງເຫັນຄົນດັ່ງກ່າວ ແລະ ຄິດວ່າພວກເຂົາກຳລັງເຮັດໃຫ້ພຣະເຈົ້າພໍໃຈຄັ້ງແລ້ວຄັ້ງເລົ່າ, ຍ່າງໃນເສັ້ນທາງຂອງການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຍຶດໝັ້ນກັບວິທີທາງຂອງພຣະເຈົ້າ? ເປັນຫຍັງບາງຄົນຈຶ່ງຄິດແບບນີ້? ມີພຽງການອະທິບາຍດຽວສຳລັບສິ່ງນັ້ນ. ແມ່ນຫຍັງຄືການອະທິບາຍນັ້ນ? ມັນກໍຄື ສຳລັບຄົນຈຳນວນຫຼວງຫຼາຍແລ້ວ, ຄຳຖາມບາງຢ່າງ ເຊັ່ນວ່າ ການນໍາຄວາມຈິງເຂົ້າສູ່ການປະຕິບັດໝາຍເຖິງຫຍັງ, ການເຮັດໃຫ້ພຣະເຈົ້າພໍໃຈໝາຍເຖິງຫຍັງ ແລະ ການມີຄວາມເປັນຈິງຢ່າງແທ້ຈິງໝາຍເຖິງຫຍັງ, ທຸກສິ່ງເຫຼົ່ານີ້ບໍ່ຈະແຈ້ງ. ສະນັ້ນຈຶ່ງມີບາງຄົນທີ່ຖືກຫຼອກລວງໂດຍຄົນທີ່ພາຍນອກເບິ່ງຄືເຫຼື້ອມໃສ, ປະເສີດ, ສູງສົ່ງ ແລະ ຍິ່ງໃຫຍ່. ແຕ່ສຳລັບຄົນທີ່ສາມາດເວົ້າເຖິງຕົວອັກສອນ ແລະ ທິດສະດີຢ່າງຄ່ອງແຄ່ວ ແລະ ຄົນທີ່ມີຄຳເວົ້າ ແລະ ການກະທຳເບິ່ງຄືສົມຄວນແກ່ການຍ້ອງຍໍ, ຄົນທີ່ຖືກຫຼອກລວງໂດຍຜູ້ຄົນເຫຼົ່ານັ້ນແມ່ນບໍ່ເຄີຍຫຼຽວເບິ່ງແກ່ນແທ້ຂອງການກະທຳຂອງພວກເຂົາ, ບໍ່ເບິ່ງຫຼັກການທີ່ຢູ່ເບື້ອງຫຼັງຂອງພວກເຂົາ ຫຼື ເປົ້າໝາຍຂອງພວກເຂົາຄືຫຍັງຈັກເທື່ອ. ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຄີຍເບິ່ງວ່າຜູ້ຄົນເຫຼົ່ານີ້ຍອມຢູ່ພາຍໃຕ້ພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ຫຼື ພວກເຂົາບໍ່ເຄີຍກຳນົດວ່າຜູ້ຄົນເຫຼົ່ານີ້ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍຢ່າງແທ້ຈິງ ຫຼື ບໍ່. ພວກເຂົາບໍ່ເຄີຍແຍກແຍະແກ່ນແທ້ຂອງຄວາມເປັນມະນຸດຂອງຜູ້ຄົນເຫຼົ່ານີ້.
- [ເພງຄຣິດສະຕຽນ “ພຣະເຈົ້າປົກຄອງເໜືອທຸກສິ່ງແນວໃດ”](https://lo.kingdomsalvation.org/videos/how-God-rules-over-all-things-lyrics.html) - ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ຍ້ອນແຜນການຂອງພຣະເຈົ້າ ແລະ ຍ້ອນການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າປະຕິບັດບົດບາດຂອງເຈົ້າ ແລະ ເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າ ຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງ ເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້, ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບ ຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງ່ຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊີວິດຢູ່ ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດ ແມ່ນຢູ່ໃນມືຂອງພຣະເຈົ້າ, ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່
- [ເພງຄຣິດສະຕຽນ “ພວກເຮົາໄດ້ຖືກຮັບຂຶ້ນເມື່ອຢູ່ຕໍ່ໜ້າບັນລັງ”](https://lo.kingdomsalvation.org/videos/God-s-authority-is-immeasurable-lyrics.html) - ພວກເຮົາຖືກຮັບຂຶ້ນເມືອຕໍ່ໜ້າບັນລັງຂອງພຣະເຈົ້າ, ເນື່ອງຈາກຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າ. ຄວາມຮັກສຳລັບພຣະເຈົ້າໄດ້ປາກົດຂຶ້ນໃນຫົວໃຈ ຂອງໄພ່ພົນຈຳນວນຫຼວງຫຼາຍ ຜູ້ທີ່ບໍ່ລັງເລໃຈໃນການເດີນທາງຝ່າຍ ວິນຍານຂອງພວກເຂົາ. ພວກເຂົາຍຶດໝັ້ນໃນຄວາມເຊື່ອຂອງພວກເຂົາທີ່ວ່າ ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ກາຍມາເປັນເນື້ອໜັງ, ພຣະອົງເປັນເຈົ້ານາຍແຫ່ງຈັກກະວານ, ເປັນຜູ້ບັນຊາການສິ່ງທັງປວງ: ພຣະວິນຍານບໍລິສຸດໄດ້ຢືນຢັນເຖິງສິ່ງນີ້, ມັນບໍ່ສາມາດເຄື່ອນຍ້າຍໄດ້ເຊັ່ນດຽວກັບພູເຂົາ! ແລ້ວມັນຈະບໍ່ປ່ຽນແປງຈັກເທື່ອ! ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ມື້ນີ້ ແມ່ນພຣະອົງທີ່ໄດ້ເປີດຕາ ຝ່າຍວິນຍານຂອງພວກຂ້ານ້ອຍ, ປ່ອຍໃຫ້ຄົນຕາບອດໄດ້ເຫັນຮຸ່ງ, ໃຫ້ຄົນເປ້ຍຍ່າງໄດ້ ແລະ ຄົນຂີ້ທູດໄດ້ຮັບການຮັກສາ. ແມ່ນພຣະອົງທີ່ໄດ້ເປີດປ່ອງຢ້ຽມສູ່ສະຫວັນ, ເຮັດໃຫ້ພວກຂ້ານ້ອຍໄດ້ຮັບຮູ້ເຖິງ ຄວາມເລິກລັບແຫ່ງອານາຈັກຝ່າຍວິນຍານ. ເມື່ອຖືກຊຶມເຂົ້າໂດຍພຣະທຳອັນສັກສິດຂອງພຣະອົງ ແລະ ຖືກຊ່ວຍໃຫ້ລອດພົ້ນຈາກ ຄວາມເປັນມະນຸດຂອງພວກຂ້ານ້ອຍ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ມັນຄືພາລະກິດທີ່ຍິ່ງໃຫຍ່ ແລະ ຄວາມກະລຸນາຂອງພຣະອົງ. ພວກເຮົາເປັນພະຍານໃຫ້ກັບພຣະອົງ! ພຣະອົງໄດ້ລີ້ລັບຢ່າງຖ່ອມຕົນ ແລະ ງຽບໆຕັ້ງແຕ່ດົນແລ້ວ. ພຣະອົງໄດ້ຜ່ານການຟື້ນຄືນມາຈາກຄວາມຕາຍ, ການທົນທຸກຈາກການຖືກຄຶງທີ່ໄມ້ກາງແຂນ, ຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງຊີວິດມະນຸດ ແລະ ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນ; ພຣະອົງໄດ້ປະສົບ ແລະ ຊີມລົດຊາດຄວາມເຈັບປວດຂອງໂລກມະນຸດ ແລະ ພຣະອົງຖືກປະຖິ້ມໂດຍຍຸກດັ່ງກ່າວ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືພຣະເຈົ້າເອງ. ເພື່ອເຫັນແກ່ຄວາມປະສົງຂອງພຣະເຈົ້າ,
- [ເພງຄຣິດສະຕຽນ “ພຣະເຈົ້າກຳລັງຊອກຫາຄົນທີ່ຫິວກະຫາຍຫາການປາກົດຕົວຂອງພຣະອົງ”](https://lo.kingdomsalvation.org/videos/god-is-seeking.html) - ຕອນນີ້ໃຫ້ມາເບິ່ງໃນຍຸກປັດຈຸບັນ ນັ້ນກໍຄື: ມະນຸດທີ່ມີຄວາມຊອບທຳຄືກັນກັບໂນອາ ຜູ້ເຊິ່ງນະມັດສະການພຣະເຈົ້າ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍນັ້ນ ແມ່ນໄດ້ສູນຫາຍໄປໝົດແລ້ວ. ເຖິງຢ່າງໃດກໍຕາມ ພຣະເຈົ້າຍັງຄົງມີຄວາມເມດຕາຕໍ່ມະນຸດຊາດນີ້ ແລະ ຍັງຄົງໃຫ້ອະໄພແກ່ພວກເຂົາ ໃນລະຫວ່າງຍຸກສຸດທ້າຍນີ້ສະເໝີ. ພຣະເຈົ້າສະແຫວງຫາຄົນທີ່ ປາຖະໜາຢາກໃຫ້ພຣະອົງປາກົດຕົວ. ພຣະອົງສະແຫວງຫາຄົນທີ່ສາມາດ ໄດ້ຍິນພຣະທຳຂອງພຣະອົງ, ຄົນທີ່ບໍ່ໄດ້ລືມການມອບໝາຍຂອງພຣະອົງ ແລະ ຖວາຍຫົວໃຈ ແລະ ຮ່າງກາຍຂອງພວກເຂົາໃຫ້ກັບພຣະອົງ. ພຣະອົງສະແຫວງຫາຄົນທີ່ ເຊື່ອຟັງຄືກັນກັບເດັກນ້ອຍທີ່ຢູ່ຕໍ່ໜ້າພຣະອົງ ແລະ ຜູ້ຄົນທີ່ບໍ່ຕໍ່ຕ້ານພຣະອົງ. ຖ້າຫາກເຈົ້າອຸທິດຕົນໃຫ້ກັບພຣະເຈົ້າ, ບໍ່ໄດ້ຖືກຂັດຂວາງໂດຍອໍານາດ ຫຼື ກອງກຳລັງໃດໜຶ່ງ ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ, ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ ແລະ ຈະປະທານພອນຂອງພຣະອົງມາຍັງເຈົ້າ, ຈະປະທານພອນຂອງພຣະອົງມາຍັງເຈົ້າ. ຖ້າເຈົ້າມີຖານະທີ່ສູງສົ່ງ, ມີຊື່ສຽງອັນຊົງກຽດ, ປະກອບດ້ວຍຄວາມຮູ້ທີ່ເຫຼືອລົ້ນ, ເປັນເຈົ້າຂອງຊັບສິນທີ່ອຸດົມສົມບູນ ແລະ ມີໜ້າມີຕາໃນສັງຄົມ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ຂັດຂວາງເຈົ້າ ຈາກການມາຢູ່ຕໍ່ໜ້າພຣະເຈົ້າ ເພື່ອຮັບເອົາການຮຽກເອີ້ນຂອງພຣະອົງ ແລະ ການມອບໝາຍຂອງພຣະອົງແລະ ແລ້ວທຸກສິ່ງທີ່ເຈົ້າເຮັດກໍຈະມີຄວາມໝາຍ ແລະ ຊອບທຳ. ຖ້າເຈົ້າປະຕິເສດການເອີ້ນຂອງພຣະເຈົ້າ ຍ້ອນເຫັນແກ່ຖານະ ແລະ ເປົ້າໝາຍຂອງເຈົ້າເອງ, ທຸກສິ່ງທີ່ເຈົ້າເຮັດກໍຈະຖືກສາບແຊ່ງ ແລະ ຍິ່ງໄປກວ່ານັ້ນ
- [ເພງຄຣິດສະຕຽນ “ຄົນຂອງພຣະເຈົ້າທຸກຄົນສະແດງຄວາມຮູ້ສຶກທີ່ຈິງໃຈຂອງພວກເຂົາ”](https://lo.kingdomsalvation.org/videos/all-god-people-give-vent-to-their-feelings.html) - ໃນອານາຈັກຂອງພຣະເຈົ້າ, ພຣະອົງປົກຄອງຢູ່ເໜືອສິ່ງທັງປວງ. ນັບແຕ່ຕອນເລີ່ມຕົ້ນຂອງ ການຊົງສ້າງຈົນຮອດຍຸກປັດຈຸບັນ, ບຸດຊາຍຂອງພຣະເຈົ້າ ທີ່ໄດ້ຮັບການຊີ້ນໍາຈາກພຣະອົງ ແມ່ນໄດ້ປະສົບກັບຄວາມລໍາບາກ ຂອງຊີວິດຢ່າງຫຼວງຫຼາຍ, ຄວາມບໍ່ຍຸຕິທໍາຂອງໂລກຢ່າງຫຼວງຫຼາຍ, ການປ່ຽນແປງໃນຊີວິດຂອງໂລກມະນຸດຢ່າງຫຼວງຫຼາຍ ແຕ່ຕອນນີ້ພວກເຂົາອາໄສຢູ່ໃນ ແສງສະຫວ່າງຂອງພຣະອົງ. ຜູ້ໃດທີ່ບໍ່ຮ້ອງໄຫ້ກັບຄວາມບໍ່ຍຸຕິທໍາໃນອະດີດ? ຜູ້ໃດທີ່ບໍ່ຫຼັ່ງນໍ້າຕາໃນການທົນຕໍ່ ຄວາມລໍາບາກເພື່ອທີ່ຈະມາຮອດປັດຈຸບັນ? ມີຜູ້ໃດບໍ ທີ່ບໍ່ຖືເອົາໂອກາດນີ້ອຸທິດຕົວເອງເພື່ອພຣະເຈົ້າ? ມີຜູ້ໃດບໍ ທີ່ບໍ່ຖືເອົາໂອກາດນີ້ເພື່ອ ສະແດງຄວາມຫຼົງໄຫຼໃນໃຈຂອງພວກເຂົາ? ມີຜູ້ໃດບໍ ໃນຊ່ວງເວລານີ້ ທີ່ບໍ່ເວົ້າໃນສິ່ງທີ່ພວກເຂົາໄດ້ຜະເຊີນ? ຜູ້ໃດທີ່ບໍ່ຮ້ອງໄຫ້ກັບຄວາມບໍ່ຍຸຕິທໍາໃນອະດີດ? ຜູ້ໃດທີ່ບໍ່ຫຼັ່ງນໍ້າຕາໃນການທົນຕໍ່ ຄວາມລໍາບາກເພື່ອທີ່ຈະມາຮອດປັດຈຸບັນ? ມີຜູ້ໃດບໍ ທີ່ບໍ່ຖືເອົາໂອກາດນີ້ອຸທິດຕົວເອງເພື່ອພຣະເຈົ້າ? ມີຜູ້ໃດບໍ ທີ່ບໍ່ຖືເອົາໂອກາດນີ້ເພື່ອ ສະແດງຄວາມຫຼົງໄຫຼໃນໃຈຂອງພວກເຂົາ? ມີຜູ້ໃດບໍ ໃນຊ່ວງເວລານີ້ ທີ່ບໍ່ເວົ້າໃນສິ່ງທີ່ພວກເຂົາໄດ້ຜະເຊີນ? ໃນເວລານີ້, ມະນຸດທຸກຄົນກໍາລັງອຸທິດສ່ວນ ທີ່ດີທີ່ສຸດຂອງພວກເຂົາໃຫ້ແກ່ເຮົາ. ມີຈັກຄົນທີ່ຖືກທໍລະມານດ້ວຍຄວາມເສຍໃຈ ສໍາລັບຄວາມໂງ່ຂອງພວກເຂົາໃນອະດີດ ແລະ ມີຈັກຄົນທີ່ກຽດຊັງຕົວເອງ ສໍາລັບການສະແຫວງຫາໃນອະດີດ! ມະນຸດທຸກຄົນໄດ້ຮູ້ຈັກຕົວເອງ, ພວກເຂົາທຸກຄົນໄດ້ເຫັນການກະທໍາຂອງຊາຕານ ແລະ ຄວາມວິເສດຂອງເຮົາ. ພຣະເຈົ້າອາໄສຢູ່ພາຍໃນໃຈຂອງພວກເຂົາ, ເນື່ອງຈາກພາລະກິດຂອງພຣະອົງໄດ້ສໍາເລັດແລ້ວ. ຜູ້ໃດທີ່ບໍ່ຮ້ອງໄຫ້ກັບຄວາມບໍ່ຍຸຕິທໍາໃນອະດີດ? ຜູ້ໃດທີ່ບໍ່ຫຼັ່ງນໍ້າຕາໃນການທົນຕໍ່ ຄວາມລໍາບາກເພື່ອທີ່ຈະມາຮອດປັດຈຸບັນ? ມີຜູ້ໃດບໍ ທີ່ບໍ່ຖືເອົາໂອກາດນີ້ອຸທິດຕົວເອງເພື່ອພຣະເຈົ້າ? ມີຜູ້ໃດບໍ ທີ່ບໍ່ຖືເອົາໂອກາດນີ້ເພື່ອ
- [ເພງຄຣິດສະຕຽນ “ການເລີ່ມຕົ້ນຂຶ້ນຂອງຄວາມເຈັບປ່ວຍຄືຄວາມຮັກຂອງພຣະເຈົ້າ”](https://lo.kingdomsalvation.org/videos/with-true-faith-comes-witness.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເຈົ້ານາຍຂອງສິ່ງທັງປວງ, ມີລິດອຳນາດແບບກະສັດຂອງ ພຣະອົງຈາກບັນລັງຂອງພຣະອົງ. ພຣະອົງປົກຄອງເໜືອຈັກກະວານ ແລະ ສິ່ງທັງປວງ ແລະ ພຣະອົງປະຕິບັດໜ້າທີ່ໃນການນໍາພາ ພວກເຮົາເທິງໂລກທັງປວງ. ມາຢູ່ຕໍ່ໜ້າພຣະອົງ, ຮຽນຮູ້ຢູ່ຕະຫຼອດເວລາ. ທຸກສິ່ງ ນັບຕັ້ງແຕ່ສະພາບແວດລ້ອມ ອ້ອມຂ້າງຈົນເຖິງຜູ້ຄົນ, ເລື່ອງລາວ ແລະ ສິ່ງຕ່າງໆ ລ້ວນແລ້ວແຕ່ເປັນ ຢູ່ໂດຍການອະນຸຍາດຈາກບັນລັງຂອງພຣະອົງ. ເມື່ອຄວາມເຈັບປ່ວຍເກີດຂຶ້ນ, ນີ້ແມ່ນຄວາມຮັກຂອງພຣະເຈົ້າ ແລະ ແນ່ນອນ ເຈດຕະນາດີຂອງພຣະອົງມີຢູ່ພາຍໃນ. ຢ່າປ່ອຍໃຫ້ຄວາມບໍ່ພໍໃຈເກີດຂຶ້ນໃນຫົວໃຈຂອງເຈົ້າ ບໍ່ວ່າໃນກໍລະນີໃດກໍຕາມ ຫຼື ພຣະເຈົ້າຈະບໍ່ປະທານຄວາມກະລຸນາ ຂອງພຣະອົງໃຫ້ແກ່ເຈົ້າ. ເຖິງແມ່ນຮ່າງກາຍຂອງເຈົ້າ ອາດຜະເຊີນກັບການທົນທຸກເລັກນ້ອຍ, ບໍ່ໃຫ້ພິຈາລະນາແນວຄິດໃດໆຈາກຊາຕານ. ໃຫ້ສັນລະເສີນພຣະເຈົ້າໃນທ່າມກາງຄວາມເຈັບປ່ວຍ. ຢ່າເສຍໃຈເມື່ອຢູ່ຕໍ່ໜ້າຄວາມເຈັບປ່ວຍ, ໃຫ້ສືບຕໍ່ສະແຫວງຫາອີກຄັ້ງ ແລະ ຢ່າທໍ້ຖອຍ ແລະ ພຣະເຈົ້າຈະສ່ອງສະແຫວງເຈົ້າ ດ້ວຍແສງສະຫວ່າງຂອງພຣະອົງ. ຄວາມເຊື່ອຂອງໂຢບເປັນແນວໃດ? ພຣະເຈົ້າອົງຊົງລິດທານຸພາບສູງສຸດ ເປັນທ່ານໝໍທີ່ມີອຳນາດທັງປວງ! ການອາໄສໃນຄວາມເຈັບປ່ວຍກໍຄືການເຈັບປ່ວຍ, ແຕ່ການອາໄສໃນວິນຍານຄືການສະບາຍດີ. ສະນັ້ນ ຕາບໃດທີ່ເຈົ້າຍັງມີໜຶ່ງລົມຫາຍໃຈ, ພຣະເຈົ້າຈະບໍ່ປ່ອຍໃຫ້ເຈົ້າຕາຍ. ພວກເຮົາມີຊີວິດຂອງພຣະຄຣິດ ທີ່ຟື້ນຄືນຊີບຢູ່ພາຍໃນພວກເຮົາ. ພວກເຮົາຂາດຄວາມເຊື່ອ ໃນການສະຖິດຂອງພຣະເຈົ້າຢ່າງປະຕິເສດບໍ່ໄດ້: ຂໍໃຫ້ພຣະເຈົ້າໃສ່ຄວາມເຊື່ອທີ່ແທ້ຈິງພາຍໃນພວກເຮົາ. ແນ່ນອນ
- [ເພງຄຣິດສະຕຽນ “ຄວາມຮັກຂອງພຣະເຈົ້າບໍ່ໄດ້ຖືກຄອບຄົງໂດຍສິ່ງທີ່ຖືກສ້າງໃດໆ”](https://lo.kingdomsalvation.org/videos/god-love-is-not-possessed-by-any-created-being.html) - ພຣະທຳຂອງພຣະເຈົ້າແບກພະລັງແຫ່ງຊີວິດ, ຊີ້ນໍາຫົນທາງທີ່ພວກເຮົາຄວນຍ່າງ ແລະ ເຮັດໃຫ້ພວກເຮົາເຂົ້າໃຈວ່າ ຄວາມຈິງແມ່ນຫຍັງ. ພວກເຮົາເລີ່ມຮັບການຊັກຈູງໂດຍພຣະທຳຂອງພຣະອົງ, ພວກເຮົາເລີ່ມຕົ້ນໃສ່ໃຈກັບນໍ້າສຽງ ແລະ ທ່າທາງໃນການເວົ້າຂອງພຣະອົງ ແລະ ໂດຍຈິດໃຕ້ສຳນຶກ ພວກເຮົາເລີ່ມສົນໃຈໃນຄວາມຮູ້ສຶກ ສ່ວນເລິກສຸດຂອງບຸກຄົນທີ່ບໍ່ໂດດເດັ່ນຄົນນີ້. ພຣະອົງຫຼັ່ງເລືອດຈາກຫົວໃຈຂອງພຣະອົງ ເພື່ອປະຕິບັດພາລະກິດແທນພວກເຮົາ, ເສຍການນອນ ແລະ ຄວາມຫິວແທນພວກເຮົາ, ຮ້ອງໄຫ້ເພື່ອພວກເຮົາ, ຖອນໃຈເພື່ອພວກເຮົາ, ຄາງຍ້ອນຄວາມເຈັບປ່ວຍແທນພວກເຮົາ, ທົນຮັບຄວາມອັບອາຍຂາຍໜ້າ ເພື່ອຜົນປະໂຫຍດແຫ່ງຈຸດໝາຍປາຍທາງ ແລະ ຄວາມລອດພົ້ນຂອງພວກເຮົາ; ແລະ ຄວາມດື້ດ້ານ ແລະ ຄວາມກະບົດຂອງພວກເຮົາທີ່ດຶງນໍ້າຕາ ແລະ ເລືອດຈາກຫົວໃຈຂອງພຣະອົງ. ບໍ່ມີມະນຸດທຳມະດາຄົນໃດທີ່ມີວິທີທາງຄວາມເປັນຢູ່ ແລະ ມີແບບນີ້ ຫຼື ບໍ່ມີມະນຸດທີ່ ເສື່ອມຊາມຄົນໃດສາມາດມີ ຫຼື ບັນລຸສິ່ງນີ້ໄດ້. ພຣະອົງສຳແດງຄວາມອົດທົນ ແລະ ຄວາມອົດກັ້ນທີ່ບໍ່ມີມະນຸດທຳມະດາຄົນໃດເຮັດໄດ້ ແລະ ຄວາມຮັກຂອງພຣະອົງ ກໍບໍ່ແມ່ນສິ່ງທີ່ມະນຸດຄົນໃດໃຫ້ໄດ້. ພຣະອົງຫຼັ່ງເລືອດຈາກຫົວໃຈຂອງພຣະອົງ ເພື່ອປະຕິບັດພາລະກິດແທນພວກເຮົາ, ເສຍການນອນ ແລະ ຄວາມຫິວແທນພວກເຮົາ, ຮ້ອງໄຫ້ເພື່ອພວກເຮົາ, ຖອນໃຈເພື່ອພວກເຮົາ, ຄາງຍ້ອນຄວາມເຈັບປ່ວຍແທນພວກເຮົາ, ທົນຮັບຄວາມອັບອາຍຂາຍໜ້າ ເພື່ອຜົນປະໂຫຍດແຫ່ງຈຸດໝາຍປາຍທາງ
- [ເພງຄຣິດສະຕຽນ “ໝາກຜົນຂອງການສະຫງົບຫົວໃຈຂອງເຈົ້າລົງຕໍ່ໜ້າພຣະເຈົ້າ”](https://lo.kingdomsalvation.org/videos/quieting-your-heart-before-God.html) - ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະອົງເປັນຊີວິດຂອງເຈົ້າ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າກ່ອນ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ພຣະເຈົ້າກໍຈະເຮັດໃຫ້ເຈົ້າມີຄວາມສະຫວ່າງ ແລະ ມອບຄວາມຮູ້ໃຫ້ກັບເຈົ້າ. ຍິ່ງມະນຸດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຈະສາມາດຮັບແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ທຸກສິ່ງນີ້ຕ້ອງການໃຫ້ມະນຸດມີຄວາມກະຕະເວທີ ແລະ ຄວາມເຊື່ອ; ດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກເຮັດໃຫ້ສົມບູນ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບ ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ ພຣະທຳໃນປັດຈຸບັນຂອງພຣະເຈົ້າກໍຈະຊັດເຈນກັບເຈົ້າ. ຫລັງຈາກນັ້ນ ເຈົ້າກໍຈະສາມາດປະຕິບັດ ຕາມແສງສະຫວ່າງ ແລະ ແສງເຍືອງທາງຂອງ ພຣະວິນຍານບໍລິສຸດໄດ້ຢ່າງຖືກຕ້ອງ ຫຼາຍຂຶ້ນໂດຍບໍ່ມີການຜັນປ່ຽນ; ເຈົ້າຈະສາມາດເຂົ້າໃຈຄວາມປະສົງ ຂອງພຣະເຈົ້າຢ່າງຈະແຈ້ງຫຼາຍຂຶ້ນ, ເຂົ້າໃຈທິດທາງທີ່ຊັດເຈນໃນການຮັບໃຊ້ຂອງເຈົ້າ, ເຂົ້າໃຈການເຄື່ອນໄຫວ ແລະ ການນໍາພາຂອງພຣະວິນຍານບໍລິສຸດຢ່າງຖືກຕ້ອງ ແລະ ໝັ້ນໃຈໃນການມີຊີວິດພາຍໃຕ້ ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງດັ່ງກ່າວແມ່ນຜົນທີ່ໄດ້ຮັບຈາກການສາມາດ ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ. ບົດຮຽນທີ່ສຳຄັນສຳລັບການເຂົ້າສູ່ຊີວິດ ຝ່າຍວິນຍານແມ່ນການຢູ່ໃນຄວາມສະຫງົບກັບ ການສະຖິດຂອງພຣະເຈົ້າ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບກັບ ການສະຖິດຂອງພຣະເຈົ້າ ການຝຶກຝົນຝ່າຍວິນຍານ ຂອງເຈົ້າທັງໝົດກໍຈະມີປະສິດຕິພາບ. ຖ້າຫົວໃຈຂອງເຈົ້າບໍ່ສາມາດ ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ເຈົ້າກໍຈະບໍ່ສາມາດຮັບພາລະກິດ ຂອງພຣະວິນຍານບໍລິສຸດໄດ້. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບ ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ ພຣະທຳໃນປັດຈຸບັນຂອງພຣະເຈົ້າກໍຈະຊັດເຈນກັບເຈົ້າ. ຫລັງຈາກນັ້ນ ເຈົ້າກໍຈະສາມາດປະຕິບັດ ຕາມແສງສະຫວ່າງ
- [ເພງຄຣິດສະຕຽນ “ສິ່ງທີ່ພຣະເຈົ້າເຮັດໃຫ້ສົມບູນແມ່ນຄວາມເຊື່ອ”](https://lo.kingdomsalvation.org/videos/God-makes-perfect-is-faith.html) - ພວກເຮົາຈຳເປັນຕ້ອງມີຄວາມເຊື່ອທີ່ຍິ່ງໃຫຍ່, ຄວາມຮັກທີ່ຍິ່ງໃຫຍ່ໃນພາລະກິດຂອງຍຸກສຸກທ້າຍ. ພວກເຮົາອາດສະດຸດດ້ວຍຄວາມປະໝາດເລັກນ້ອຍ, ຍ້ອນຂັ້ນຕອນນີ້ຂອງພາລະກິດ ແມ່ນແຕກຕ່າງຈາກທຸກຂັ້ນຕອນທີ່ຜ່ານມາ: ສິ່ງທີ່ພຣະເຈົ້າກຳລັງເຮັດໃຫ້ສົມບູນ ແມ່ນຄວາມເຊື່ອຂອງມະນຸດຊາດ ທີ່ບໍ່ສາມາດເຫັນໄດ້ ແລະ ຈັບຕ້ອງໄດ້. ສິ່ງທີ່ພຣະເຈົ້າເຮັດກໍຄືປ່ຽນພຣະທຳໃຫ້ກາຍເປັນ ຄວາມເຊື່ອ, ຄວາມຮັກ ແລະ ຊີວິດ. ສິ່ງທີ່ພຣະເຈົ້າກຳລັງເຮັດໃຫ້ສົມບູນ ແມ່ນຄວາມເຊື່ອຂອງມະນຸດຊາດ. ຜູ້ຄົນຕ້ອງບັນລຸເຖິງຈຸດທີ່ພວກເຂົາ ໄດ້ຮັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ມີຄວາມເຊື່ອທີ່ຍິ່ງໃຫຍ່ກວ່າຄວາມເຊື່ອຂອງໂຢບ. ພວກເຂົາຕ້ອງອົດກັ້ນກັບຄວາມທຸກຢ່າງໃຫຍ່ຫຼວງ ແລະ ຄວາມທໍລະມານທຸກຮູບແບບໂດຍ ບໍ່ຈາກພຣະເຈົ້າໄປ. ສິ່ງທີ່ພຣະເຈົ້າກຳລັງເຮັດໃຫ້ສົມບູນ ແມ່ນຄວາມເຊື່ອຂອງມະນຸດຊາດ ທີ່ບໍ່ສາມາດເຫັນໄດ້ ແລະ ຈັບຕ້ອງໄດ້. ສິ່ງທີ່ພຣະເຈົ້າເຮັດກໍຄືປ່ຽນພຣະທຳໃຫ້ກາຍເປັນ ຄວາມເຊື່ອ, ຄວາມຮັກ ແລະ ຊີວິດ. ສິ່ງທີ່ພຣະເຈົ້າກຳລັງເຮັດໃຫ້ສົມບູນ ແມ່ນຄວາມເຊື່ອຂອງມະນຸດຊາດ. ສິ່ງທີ່ພຣະເຈົ້າກຳລັງເຮັດໃຫ້ສົມບູນ ແມ່ນຄວາມເຊື່ອຂອງມະນຸດຊາດ. ເມື່ອພວກເຂົາເຊື່ອຟັງຈົນເຖິງຕາຍ ແລະ ມີຄວາມເຊື່ອທີ່ຍິ່ງໃຫຍ່ໃນພຣະເຈົ້າ, ແລ້ວຂັ້ນຕອນນີ້ຂອງພາລະກິດ ຂອງພຣະເຈົ້າກໍສຳເລັດແລ້ວ. ມັນບໍ່ໄດ້ງ່າຍຄືກັບທີ່ພວກເຈົ້າຄິດ. ຍິ່ງມັນສອດຄ່ອງກັບແນວຄິດຂອງຜູ້ຄົນໜ້ອຍສໍ່າໃດ, ຄວາມໝາຍຂອງມັນກໍຍິ່ງເລິກເຊິ່ງຫຼາຍສໍ່ານັ້ນ;" ແລະ ຍິ່ງມັນສອດຄ່ອງກັບແນວຄິດຂອງຜູ້ຄົນຫຼາຍສໍ່າໃດ, ມັນກໍຍິ່ງມີຄຸນຄ່າໜ້ອຍລົງ ແລະ ຍິ່ງຂາດຄວາມໝາຍທີ່ແທ້ຈິງຫຼາຍສໍ່ານັ້ນ. ໃຫ້ພິຈາລະນາຄຳເວົ້າເຫຼົ່ານີ້ຢ່າງລະມັດລະວັງ. ສິ່ງທີ່ພຣະເຈົ້າກຳລັງເຮັດໃຫ້ສົມບູນ ແມ່ນຄວາມເຊື່ອຂອງມະນຸດຊາດ
- [ເພງຄຣິດສະຕຽນ “ຈຸດປະສົງທີ່ຢູ່ເບື້ອງຫຼັງການບັງເກີດເປັນມະນຸດຂອງພຣະເຈົ້າໃນຍຸກສຸດທ້າຍ”](https://lo.kingdomsalvation.org/videos/purpose-behind-God-s-incarnation-video.html) - ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ກາຍເປັນເນື້ອໜັງ ເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ເພື່ອປະຕິບັດພັນທະກິດແຫ່ງພຣະທຳຂອງພຣະອົງ. ພຣະອົງສະເດັດມາດ້ວຍຕົວພຣະອົງເອງ ເພື່ອປະຕິບັດພາລະກິດຢູ່ທ່າມກາງມວນມະນຸດ ພ້ອມກັບເປົ້າໝາຍແຫ່ງການເຮັດໃຫ້ ຜູ້ທີ່ພຣະອົງພໍໃຈສົມບູນ. ໜຶ່ງໃນຈຸດປະສົງແຫ່ງການບັງເກີດເປັນມະນຸດ ນີ້ແມ່ນເພື່ອເອົາຊະນະຜູ້ຄົນ. ອີກຈຸດໜຶ່ງແມ່ນເພື່ອເຮັດໃຫ້ຄົນທີ່ພຣະອົງຮັກສົມບູນ. ພຣະອົງປາດຖະໜາຢາກເຫັນຄົນທີ່ພຣະອົງ ເຮັດໃຫ້ສົມບູນດ້ວຍຕາຂອງພຣະອົງເອງ ແລະ ພຣະອົງຢາກເຫັນດ້ວຍພຣະອົງເອງວ່າ ຄົນທີ່ພຣະອົງເຮັດໃຫ້ສົມບູນນັ້ນ ເປັນປະຈັກພະຍານໃຫ້ພຣະອົງແນວໃດ. ນັບຕັ້ງແຕ່ເວລາການສ້າງໂລກຈົນມາຮອດປັດຈຸບັນນີ້, ພຣະອົງປະຕິບັດພາລະກິດປະເພດນີ້ ໃນໄລຍະຍຸກສຸດທ້າຍເທົ່ານັ້ນ. ມີພຽງໄລຍະຍຸກສຸດທ້າຍເທົ່ານັ້ນທີ່ ພຣະເຈົ້າໄດ້ກາຍເປັນມະນຸດເພື່ອ ປະຕິບັດພາລະກິດທີ່ໃຫຍ່ຂະໜາດນັ້ນ. ເຖິງແມ່ນວ່າພຣະອົງທົນກັບຄວາມຍາກລຳບາກທີ່ ຄົນຈະພົບວ່າເປັນການຍາກທີ່ຈະທົນໄດ້, ແຕ່ພາລະກິດຂອງພຣະອົງ ບໍ່ເຄີຍຖືກເຮັດໃຫ້ຊັກຊ້າຈັກເທື່ອ, ເຖິິງແມ່ນພຣະອົງໄດ້ ຖ່ອມຕົວລົງມາກາຍປັນຄົນທຳມະດາ. ໜຶ່ງໃນຈຸດປະສົງແຫ່ງການບັງເກີດເປັນມະນຸດ ນີ້ແມ່ນເພື່ອເອົາຊະນະຜູ້ຄົນ. ອີກຈຸດໜຶ່ງແມ່ນເພື່ອເຮັດໃຫ້ຄົນທີ່ພຣະອົງຮັກສົມບູນ. ພຣະອົງປາດຖະໜາຢາກເຫັນຄົນທີ່ພຣະອົງ ເຮັດໃຫ້ສົມບູນດ້ວຍຕາຂອງພຣະອົງເອງ ແລະ ພຣະອົງຢາກເຫັນດ້ວຍພຣະອົງເອງວ່າ ຄົນທີ່ພຣະອົງເຮັດໃຫ້ສົມບູນນັ້ນ ເປັນປະຈັກພະຍານໃຫ້ພຣະອົງແນວໃດ. ເຖິງແມ່ນວ່າພຣະເຈົ້າທີ່ຍິ່ງໃຫຍ່ໄດ້ກາຍມາເປັນມະນຸດ, ແຜນການຂອງພຣະອົງ ກໍບໍ່ຖືກເຮັດໃຫ້ສັບສົນຈັກເທື່ອ. ພຣະອົງກຳລັງເຮັດພາລະກິດ ຕາມແຜນການຂອງພຣະອົງ. ມັນບໍ່ແມ່ນຄົນດຽວ ຫຼື ສອງຄົນທີ່ຖືກເຮັດໃຫ້ສົມບູນ. ກົງກັນຂ້າມ, ມັນເປັນກຸ່ມທີ່ ພຽງປະກອບມີສອງສາມຄົນເທົ່ານັ້ນ. ຜູ້ຄົນທີ່ຢູ່ກຸ່ມນີ້ມາຈາກຫຼາກຫຼາຍປະເທດໃນໂລກ ແລະ ມາຈາກຫຼາກຫຼາຍເຊື້ອຊາດຂອງໂລກ. ໜຶ່ງໃນຈຸດປະສົງແຫ່ງການບັງເກີດເປັນມະນຸດ ນີ້ແມ່ນເພື່ອເອົາຊະນະຜູ້ຄົນ.
- [ເພງຄຣິດສະຕຽນ “ຍອມຮັບການພິພາກສາຂອງພຣະຄຣິດແຫ່ງຍຸກສຸດທ້າຍເພື່ອຖືກຊໍາລະໃຫ້ບໍລິສຸດ”](https://lo.kingdomsalvation.org/videos/accept-judgment-to-be-purified-video.html) - ເຈົ້າພຽງແຕ່ຮູ້ວ່າ ພຣະເຢຊູຈະລົງມາໃນລະຫວ່າງຍຸກສຸດທ້າຍ, ແຕ່ພຣະອົງຈະລົງມາແນວໃດແທ້? ຄົນບາບແບບພວກເຈົ້າ ຜູ້ທີ່ຫາກໍຖືກໄຖ່ບາບ ແລະ ຍັງບໍ່ໄດ້ປ່ຽນແປງ ຫຼື ຖືກພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າຈະເປັນທີ່ພໍໃຈພຣະເຈົ້າໄດ້ບໍ? ສຳລັບເຈົ້າທີ່ຍັງມີຕົວຕົນເກົ່າຂອງເຈົ້າ, ມັນຄືຄວາມຈິງທີ່ເຈົ້າຖືກພຣະເຢຊູຊ່ວຍໃຫ້ລອດພົ້ນ ແລະ ເຈົ້າບໍ່ຖືກນັບວ່າເປັນຄົນບາບ ຍ້ອນຄວາມລອດພົ້ນຂອງພຣະເຈົ້າ, ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າເຈົ້າບໍ່ມີຄວາມບາບ ແລະ ບໍລິສຸດແລ້ວ. ເຈົ້າຈະບໍລິສຸດໄດ້ແນວໃດ ຖ້າເຈົ້າຍັງບໍ່ໄດ້ປ່ຽນແປງ? ຢູ່ພາຍໃນຕົວເຈົ້າ ເຈົ້າຖືກອ້ອມລ້ອມໄປດ້ວຍຄວາມບໍ່ບໍລິສຸດ ຄວາມເຫັນແກ່ຕົວ ແລະ ຄວາມໂຫດຮ້າຍ, ແຕ່ເຈົ້າກໍຍັງປາຖະໜາທີ່ຈະລົງມາພ້ອມກັບພຣະເຢຊູ, ເຈົ້າຄືຈະບໍ່ໂຊກດີຫຼາຍປານນັ້ນ! ເຈົ້າພາດຂັ້ນຕອນໜຶ່ງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ: ເຈົ້າພຽງແຕ່ຖືກໄຖ່ບາບ, ແຕ່ຍັງບໍ່ໄດ້ຖືກປ່ຽນແປງ. ເພື່ອຈະໃຫ້ເຈົ້າເປັນທີ່ພໍໃຈພຣະເຈົ້າ, ພຣະເຈົ້າຕ້ອງປະຕິບັດພາລະກິດແຫ່ງການປ່ຽນແປງ ແລະ ການຊໍາລະເຈົ້າດ້ວຍຕົວພຣະອົງເອງ; ຖ້າເຈົ້າພຽງແຕ່ຖືກໄຖ່ບາບ, ເຈົ້າຈະບໍ່ສາມາດບັນລຸຄວາມຊອບທໍາໄດ້. ໃນວິທີນີ້ ເຈົ້າຈະບໍ່ມີຄຸນສົມບັດ ທີ່ຈະໄດ້ຮັບສ່ວນແບ່ງໃນພອນທີ່ປະເສີດຂອງພຣະເຈົ້າ, ຍ້ອນເຈົ້າໄດ້ພາດຂັ້ນຕອນໜຶ່ງ ໃນພາລະກິດແຫ່ງການຄຸ້ມຄອງມະນຸດຂອງພຣະເຈົ້າ ເຊິ່ງເປັນຂັ້ນຕອນສຳຄັນໃນການປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນ. ດ້ວຍເຫດນັ້ນເຈົ້າເຊິ່ງເປັນຄົນບາບທີ່ຫາກໍຖືກໄຖ່ ແມ່ນບໍ່ສາມາດຮັບເອົາມໍລະດົກຂອງພຣະເຈົ້າໂດຍກົງ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າ ທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດ ຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາ
- [ບົດລະຄອນສັ້ນ “ພຣະຜູ້ເປັນເຈົ້າກໍາລັງເຄາະປະຕູ”](https://lo.kingdomsalvation.org/videos/the-Lord-is-knocking.html) - ລະຄອນສັ້ນ ພຣະຜູ້ເປັນເຈົ້າກຳລັງເຄາະປະຕູ ອະທິບາຍເຖິງຍຸກສຸດທ້າຍ ທີ່ພຣະຜູ້ເປັນເຈົ້າເຄາະທີ່ປະຕູຫົວໃຈຂອງພວກເຮົາດ້ວຍພຣະທຳຂອງພຣະອົງແນວໃດ ແລະ ຜູ້ບໍລິສຸດ ແລະ ສະຫຼາດຈະສາມາດຟັງສຽງຂອງພຣະເຈົ້າ ແລະ ຮ່ວມກິນລ້ຽງກັບພຣະເມສານ້ອຍໄດ້ແນວໃດ. ອາຈານ ຊາງ ຊົວດາວ ລໍຖ້າການກັບມາຂອງພຣະຜູ້ເປັນເຈົ້າຢູ່ສະເໝີ, ແຕ່ເມື່ອນ້ອງເຊິນເປັນພະຍານໃຫ້ກັບລາວວ່າ ພຣະຜູ້ເປັນເຈົ້າໄດ້ກັບມາແລ້ວ, ລາວກໍຍຶດຕິດກັບແນວຄິດ ແລະ ຈິນຕະນາການຂອງລາວເອງຢ່າງດື້ດ້ານ ໂດຍເຊື່ອວ່າພຣະຜູ້ເປັນເຈົ້າຈະກັບມາເທິງເມກ ແລະ ປິດປະຕູຫົວໃຈຂອງລາວໃສ່ຫົນທາງທີ່ແທ້ຈິງ. ເຖິງຢ່າງໃດກໍຕາມ ເທື່ອນີ້ ນ້ອງເຊິນສົນທະນາກ່ຽວກັບຂໍ້ພຣະຄຳພີທີ່ກ່ຽວຂ້ອງກັບການກັບມາຂອງພຣະຜູ້ເປັນເຈົ້າກັບອາຈານ ຊາງ ແລະ ລາວໄດ້ຄົ້ນພົບໃນພຣະຄຳພີທີ່ທໍານວາຍໄວ້ວ່າ ໃນຍຸກສຸດທ້າຍນັ້ນ ພຣະຜູ້ເປັນເຈົ້າຈະກັບມາຢ່າງລັບໆ, ໃນເນື້ອໜັງທີ່ບັງເກີດຈາກມະນຸດເພື່ອກ່າວພຣະທຳໃໝ່ ແລະ ຊໍາລະລ້າງມະນຸດ ແລະ ຫຼັງຈາກນັ້ນກໍຈະປາກົດຢ່າງເປີດເຜີຍເພື່ອໃຫ້ລາງວັນແກ່ຄົນດີ ແລະ ລົງໂທດຄົນຊົ່ວ. ໃນເວລາດຽວກັນ, ອາຈານ ຊາງ ກໍເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະຜູ້ເປັນເຈົ້າທີ່ເຄາະປະຕູຂອງພວກເຮົາ ແລະ ກະແຈສໍາຄັນໃນການຕ້ອນຮັບການກັບມາຂອງພຣະຜູ້ເປັນເຈົ້າກໍຄືການສາມາດໄດ້ຍິນສຽງຂອງພຣະເຈົ້າ. ໃນທີ່ສຸດ ເມື່ອອາຈານ ຊາງໄດ້ຍິນສຽງຂອງພຣະເຈົ້າໃນຂໍ້ພຣະທຳຂອງພຣະເຈົ້າອົງລິດທານຸພາບສູງສຸດ, ລາວກໍເປີດປະຕູສູ່ຫົວໃຈຂອງລາວ ແລະ ຕ້ອນຮັບການກັບມາຂອງພຣະຜູ້ເປັນເຈົ້າ.
- [ເພງຄຣິດສະຕຽນ “ສັນລະເສີນການສຳເລັດພາລະກິດອັນຍິ່ງໃຫຍ່ຂອງພຣະເຈົ້າ”](https://lo.kingdomsalvation.org/videos/praise-completion-of-God-s-work-mv.html) - ໃນມື້ສຸດທ້າຍ, ພຣະທຳຂອງພຣະຄຣິດ ພິພາກສາມະນຸດຊາດທັງປວງ ຍຸກແຫ່ງລາຊະອານາຈັກໄດ້ເລີ່ມຕົ້ນແລ້ວ. ຕອນນີ້, ທຸກສິ່ງຖືກຟື້ນຄືນໃໝ່ໂດຍພຣະທຳທີ່ພຣະເຈົ້າກ່າວ. ທຸກສິ່ງຖືກສ້າງໃຫ້ສວຍງາມ ແລະ ໃໝ່ ຕອນນີ້, ທຸກສິ່ງຖືກຟື້ນຟູ, ປັບຄືນສະພາບ ແລະ ຟື້ນຄືນໃໝ່. ພວກເຮົາສັນລະເສີນພຣະເຈົ້າດັ່ງທີ່ພວກເຮົາຊື່ນຊົມ. ສະຫວັນນອງນັນດ້ວຍເພງຂອງພວກເຮົາ ແລະ ສຽງຂອງພວກເຮົາ. ໂອ ສັນລະເສີນພຣະອົງ! ໂອ ຮ້ອງອອກ ແລະ ຮ້ອງເພງ! ໂອ! ໂອ ສັນລະເສີນພຣະອົງ! ໂອ ຮ້ອງອອກ ແລະ ຮ້ອງເພງ! ໂອ! ປະຊາຊົນທຸກຄົນຂອງພຣະເຈົ້າເຕັມລົ້ນດ້ວຍການ ສັນລະເສີນສຳລັບພຣະເຈົ້າ. ໂອ ສັນລະເສີນພຣະອົງ! ໂອ ຮ້ອງອອກ ແລະ ຮ້ອງເພງ! ໂອ! ການພິພາກສາຂອງພຣະເຈົ້າໄດ້ເລີ່ມ ຕົ້ນຂຶ້ນໃນເຮືອນຂອງພຣະເຈົ້າ ໂດຍເປີດເຜີຍຄວາມຊອບທຳຂອງພຣະອົງ. ປະຊາຊົນຂອງພຣະເຈົ້າກົ້ມລົງຕໍ່ໜ້າພຣະອົງ ຖືກຊໍາລະລ້າງດ້ວຍການພິພາກສາຂອງພຣະອົງ. ໂອ ໂດຍຖືກຊີ້ນໍາໂດຍພຣະທຳຂອງພຣະອົງ ພວກເຮົາສາມາດຜ່ານການທົດລອງ. ແລ້ວພວກເຮົາໄດ້ຮັບຄວາມກະລຸນາຂອງພຣະອົງ ໃນຂະນະທີ່ພວກເຮົາເປັນພະຍານໃຫ້ກັບພຣະອົງ. ໂດຍໄດ້ຮັບກຽດຈາກການຝາກຝັງຂອງພຣະເຈົ້າ ພວກເຮົາປະກາດ ແລະ ເປັນພະຍານ
- [ຂ້ອຍມາຢູ່ກັບພຣະຜູ້ເປັນເຈົ້າອີກຄັ້ງ](https://lo.kingdomsalvation.org/videos/reunited-with-the-Lord.html) - ຕົວລະຄອນຫຼັກໃນເລື່ອງນີ້ໄດ້ເຊື່ອໃນພຣະຜູ້ເປັນເຈົ້າມາຫຼາຍກວ່າສອງທົດສະວັດ ແລະ ລາວໄດ້ລໍຖ້າໃຫ້ພຣະເຢຊູເຈົ້າກັບຄືນມາ. ລາວເຄີຍເຊື່ອມາຕະຫຼອດວ່າພຣະຄຳພີເປັນຕົວແທນພຣະເຈົ້າ, ວ່າການມີຄວາມເຊື່ອໃນພຣະເຈົ້າໝາຍເຖິງການມີຄວາມເຊື່ອໃນພຣະຄຳພີ ແລະ ບໍ່ສາມາດມີພາລະກິດອື່ນໃດ ຫຼື ພຣະທຳໃດຂອງພຣະເຈົ້າທີ່ຢູ່ນອກພຣະຄຳພີ. ຍ້ອນຄວາມເຊື່ອທີ່ຕາບອດ ແລະ ການນະມັດສະການພຣະຄຳພີ, ລາວປ່ອຍໃຫ້ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍຜ່ານລາວໄປ. ນັ້ນກໍຄື ຈົນມາມື້ໜຶ່ງເມື່ອລາວເລີ່ມໄດ້ຮັບການແນະນຳຈາກຢູທູບໃຫ້ເບິ່ງຊ່ອງຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງໜ້າພິດສະຫວົງ. ລາວຈຶ່ງຮູ້ວ່າ ນີ້ອາດເປັນໄປໄດ້ວ່າພຣະເຈົ້າກຳລັງນຳພາລາວ, ດັ່ງນັ້ນ ລາວຈຶ່ງເລີ່ມເບິ່ງຮູບເງົາ ແລະ ວີດີໂອອອນລາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ... ໃນທີ່ສຸດ ລາວສາມາດປະຖິ້ມຄວາມເຊື່ອໃນພຣະຄຳພີຢ່າງຕາບອດ ແລະ ການບູຊາພຣະຄຳພີທີ່ຜິດໄວ້ເບື້ອງຫຼັງ ແລະ ຖືກຍົກຂຶ້ນຕໍ່ໜ້າພຣະຜູ້ເປັນເຈົ້າເພື່ອມາຢູ່ຮ່ວມກັບພຣະອົງອີກຄັ້ງໄດ້ແນວໃດ? ຈົ່ງເບິ່ງຮູບເງົາ “ຂ້ອຍມາຢູ່ຮ່ວມກັບພຣະຜູ້ເປັນເຈົ້າອີກຄັ້ງ” ເພື່ອຫາຄຳຕອບ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 76](https://lo.kingdomsalvation.org/videos/God-s-appearance-and-work-excerpt-076.html) - ຄວາມຊື່ສັດຂອງພວກເຈົ້າເປັນພຽງແຕ່ຄຳເວົ້າເທົ່ານັ້ນ ຄວາມຮູ້ຂອງພວກເຈົ້າກໍເປັນພຽງປັນຍາ ແລະ ຄວາມຄິດ, ຄວາມພະຍາຍາມຂອງພວກເຈົ້າແມ່ນເພື່ອຜົນປະໂຫຍດຂອງການໄດ້ຮັບພອນແຫ່ງສະຫວັນ ແລະ ດ້ວຍເຫດນີ້ ຄວາມເຊື່ອຂອງພວກເຈົ້າຕ້ອງເປັນໄປແບບໃດ? ແມ່ນແຕ່ໃນປັດຈຸບັນ ພວກເຈົ້າຍັງເຮັດຫູໜວກໃສ່ທຸກພຣະທຳແຫ່ງຄວາມຈິງ. ພວກເຈົ້າບໍ່ຮູ້ຈັກວ່າ ພຣະເຈົ້າແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ພຣະຄຣິດແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຄົາລົບພຣະເຢໂຮວາໄດ້ແນວໃດ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຂົ້າສູ່ພາລະກິດຂອງພຣະວິນຍານບໍລິສຸດໄດ້ແນວໃດ ແລະ ພວກເຈົ້າບໍ່ຮູ້ຈັກວ່າ ຈະຈຳແນກລະຫວ່າງພາລະກິດຂອງພຣະເຈົ້າ ແລະ ກົນອຸບາຍຂອງມະນຸດໄດ້ແນວໃດ. ເຈົ້າຮູ້ຈັກພຽງແຕ່ກ່າວຕໍານິພຣະທຳແຫ່ງຄວາມຈິງໃດໜຶ່ງທີ່ພຣະເຈົ້າກ່າວ ໂດຍບໍ່ເປັນໄປຕາມຄວາມຄິດຂອງເຈົ້າເທົ່ານັ້ນ. ຄວາມຖ່ອມຕົວຂອງເຈົ້າຢູ່ໃສ? ຄວາມເຊື່ອຟັງຂອງເຈົ້າຢູ່ໃສ? ຄວາມສັດຊື່ຂອງເຈົ້າຢູ່ໃສ? ຄວາມຕ້ອງການສະແຫວງຫາຄວາມຈິງຂອງເຈົ້າຢູ່ໃສ? ຄວາມເຄົາລົບພຣະເຈົ້າຂອງເຈົ້າຢູ່ໃສ? ເຮົາບອກພວກເຈົ້າວ່າ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າ ຍ້ອນໝາຍສໍາຄັນ ແມ່ນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຢ່າງແນ່ນອນ. ຄົນເຫຼົ່ານັ້ນທີ່ບໍ່ສາມາດຍອມຮັບພຣະທຳຂອງພຣະເຢຊູ ຜູ້ທີ່ໄດ້ກັບມາເປັນມະນຸດ ແມ່ນລູກຫຼານຂອງນະຮົກ, ຜູ້ສືບເຊື້ອສາຍຂອງອັກຄະເທວະດາ ເຊິ່ງເປັນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຕະຫຼອດໄປເປັນນິດ. ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງຜຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 15](https://lo.kingdomsalvation.org/videos/three-stages-of-work-excerpt-0015.html) - ທົ່ວພາລະກິດແຫ່ງການຄຸ້ມຄອງທັງໝົດ, ພາລະກິດທີ່ສຳຄັນທີ່ສຸດແມ່ນຄວາມລອດພົ້ນຂອງມະນຸດຈາກອິດທິພົນຂອງຊາຕານ. ພາລະກິດສຳຄັນແມ່ນການເອົາຊະນະມະນຸດທີ່ເສື່ອມຊາມຢ່າງສົມບູນ, ແລ້ວສຸດທ້າຍກໍຟື້ນຟູຄວາມເຄົາລົບບູຊາອັນດັ່ງເດີມຂອງພຣະເຈົ້າທີ່ຢູ່ໃນຫົວໃຈຂອງມະນຸດທີ່ຖືກເອົາຊະນະ ແລະ ເຮັດໃຫ້ເຂົາມີຊີວິດທຳມະດາ ເຊິ່ງໝາຍເຖິງ ຊີວິດທຳມະດາແຫ່ງສິ່ງຖືກສ້າງຂອງພຣະເຈົ້າ. ພາລະກິດນີ້ສຳຄັນຫຼາຍ ແລະ ເປັນແກ່ນແທ້ງຂອງແຜນການຄຸ້ມຄອງ. ໃນພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນ, ພາລະກິດຂັ້ນຕອນທຳອິດໃນຍຸກແຫ່ງພຣະບັນຍັດແມ່ນໄກຈາກແກ່ນແທ້ຂອງພາລະກິດແຫ່ງການຄຸ້ມຄອງ; ມັນມີພຽງຮູບລັກສະນະເລັກນ້ອຍຂອງພາລະກິດແຫ່ງຄວາມລອດພົ້ນເທົ່ານັ້ນ ແລະ ບໍ່ແມ່ນການເລີ່ມຕົ້ນພາລະກິດຂອງພຣະເຈົ້າໃນການຊ່ວຍເຫຼືອມະນຸດໃຫ້ລອດພົ້ນຈາກອຳນາດຂອງຊາຕານ. ພາລະກິດຂັ້ນຕອນທຳອິດຖືກປະຕິບັດໂດຍພຣະວິນຍານໂດຍກົງ ຍ້ອນວ່າພາຍໃຕ້ພຣະບັນຍັດ ມະນຸດພຽງແຕ່ຮູ້ປະຕິບັດຕາມພຣະບັນຍັດເທົ່ານັ້ນ ແລະ ບໍ່ມີຄວາມຈິງຫຍັງເລີຍ ແລະ ຍ້ອນວ່າ ພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ກ່ຽວພັນເຖິງການປ່ຽນແປງອຸປະນິໄສຂອງມະນຸດ ແລ້ວແຮງໄກທີ່ມັນຈະກ່ຽວຂ້ອງກັບພາລະກິດໃນການຊ່ວຍເຫຼືອມະນຸດຈາກອຳນາດຂອງຊາຕານ. ສະນັ້ນ ພຣະວິນຍານຂອງພຣະເຈົ້າຈຶ່ງໄດ້ບັນລຸຂັ້ນຕອນພາລະກິດທີ່ງ່າຍທີ່ສຸດນີ້ ໂດຍບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຂັ້ນຕອນຂອງພາລະກິດນີ້ມີສ່ວນກ່ຽວຂ້ອງພຽງໜ້ອຍດຽວກ່ຽວກັບແກ່ນແທ້ຂອງການຄຸ້ມຄອງ ແລະ ບໍ່ມີຄວາມສຳພັນຫຍັງຫຼາຍກັບພາລະກິດທີ່ເປັນທາງການຂອງຄວາມລອດພົ້ນຂອງມະນຸດ ແລະ ດ້ວຍເຫດນັ້ນ ມັນຈຶ່ງບໍ່ຈຳເປັນທີ່ຈະໃຫ້ພຣະເຈົ້າກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວພຣະອົງເອງ. ພາລະກິດທີ່ພຣະວິນຍານປະຕິບັດແມ່ນອ້ອມຄ້ອມ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ມັນເປັນຕາຢ້ານກົວ ແລະ ບໍ່ສາມາດເຂົ້າເຖິງໄດ້ໂດຍມະນຸດ; ພຣະວິນຍານບໍ່ເໝາະສົມແກ່ການປະຕິບັດພາລະກິດແຫ່ງຄວາມລອດພົ້ນໂດຍກົງ ແລະ ບໍ່ເໝາະສົມທີ່ຈະສະໜອງຊີວິດໃຫ້ກັບມະນຸດໂດຍກົງ. ສິ່ງທີ່ເໝາະສົມທີ່ສຸດສຳລັບມະນຸດກໍຄືການປ່ຽນແປງພາລະກິດແຫ່ງພຣະວິນຍານເຂົ້າໃນວິທີການທີ່ໃກ້ຊິດກັບມະນຸດ ເຊິ່ງໝາຍຄວາມວ່າ ສິ່ງທີ່ເໝາະສົມທີ່ສຸດສຳລັບມະນຸດແມ່ນການໃຫ້ພຣະເຈົ້າກາຍເປັນບຸກຄົນທີ່ປົກກະຕິ ແລະ ທຳມະດາເພື່ອປະຕິບັດພາລະກິດຂອງພຣະອົງ. ສິ່ງນີ້ຈຶ່ງຈຳເປັນໃຫ້ພຣະເຈົ້າບັງເກີດເປັນມະນຸດເພື່ອແທນພາລະກິດຂອງພຣະວິນຍານ ແລະ ສຳລັບມະນຸດແລ້ວ ວິທີທາງທີ່ພຣະເຈົ້າປະຕິບັດພາລະກິດແມ່ນເໝາະສົມທີ່ສຸດ. ທ່າມກາງພາລະກິດສາມຂັ້ນຕອນເຫຼົ່ານີ້, ສອງຂັ້ນຕອນຖືກປະຕິບັດໂດຍເນື້ອໜັງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 6](https://lo.kingdomsalvation.org/videos/three-stages-of-work-excerpt-0006.html) - ພາລະກິດສາມຂັ້ນຕອນແມ່ນຫົວໃຈຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ພວກມັນສຳແດງໃຫ້ເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງເປັນ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນບໍ່ສາມາດຮັບຮູ້ວ່າ ພຣະເຈົ້າສຳແດງອຸປະນິໄສຂອງພຣະອົງແນວໃດ ຫຼື ພວກເຂົາບໍ່ຮູ້ເຖິງສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າ ແລະ ພວກເຂົາກໍຍັງເມີນເສີຍຕໍ່ຫຼາຍໆວິທີທີ່ພຣະອົງຊ່ວຍຊີວິດຂອງມະນຸດຊາດ ແລະ ຄວາມປະສົງຂອງພຣະອົງສຳລັບບັນດາມວນມະນຸດຊາດ. ພາລະກິດສາມຂັ້ນຕອນແມ່ນການສຳແດງທີ່ສົມບູນຂອງພາລະກິດແຫ່ງການໄຖ່ມະນຸດຊາດ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຈະເມີນເສີຍຕໍ່ວິທີການ ແລະ ຫຼັກການຫຼາຍຢ່າງຂອງພາລະກິດຂອງພຣະວິນຍານບໍລິສຸດ; ຄົນເຫຼົ່ານັ້ນທີ່ພຽງແຕ່ຍຶດຕິດຢ່າງໜຽວແໜ້ນກັບຫຼັກການທີ່ຄົງມາຈາກຂັ້ນຕອນໜຶ່ງຂອງພາລະກິດແມ່ນຄົນທີ່ຈຳກັດພຣະເຈົ້າໃຫ້ຢູ່ໃນຫຼັກການ ແລະ ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກໍເລື່ອນລອຍ ແລະ ບໍ່ແນ່ນອນ. ຄົນດັ່ງກ່າວຈະບໍ່ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຈັກເທື່ອ. ມີພຽງແຕ່ພາລະກິດສາມຂັ້ນຕອນຂອງພຣະເຈົ້າທີ່ສາມາດສຳແດງຄວາມສົມບູນຂອງອຸປະນິໄສຂອງພຣະເຈົ້າແທ້ໆ ແລະ ສຳແດງຄວາມປະສົງຂອງພຣະເຈົ້າໃນການໄຖ່ບັນດາມວນມະນຸດຊາດຢ່າງສົມບູນ ແລະ ຂະບວນການທັງໝົດຂອງຄວາມລອດພົ້ນຂອງມະນຸດ. ນີ້ຄືຫຼັກຖານທີ່ພິສູດວ່າ ພຣະອົງໄດ້ເອົາຊະນະຊາຕານ ແລະ ໄດ້ຮັບເອົາມະນຸດຊາດ, ມັນແມ່ນຫຼັກຖານແຫ່ງໄຊຊະນະຂອງພຣະເຈົ້າ ແລະ ແມ່ນການສຳແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າ. ຄົນເຫຼົ່ານັ້ນທີ່ເຂົ້າໃຈພຽງແຕ່ໜຶ່ງຂັ້ນຕອນຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າພຽງແຕ່ຮູ້ຈັກສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າເທົ່ານັ້ນ. ໃນແນວຄວາມຄິດຂອງມະນຸດ, ມັນງ່າຍທີ່ຈະໃຫ້ຂັ້ນຕອນອັນດຽວຂອງພາລະກິດນີ້ກາຍມາເປັນຫຼັກການ, ມັນມີຄວາມເປັນໄປໄດ້ວ່າ ມະນຸດຈະສ້າງຕັ້ງກົດລະບຽບກ່ຽວກັບພຣະເຈົ້າ ແລະ ມະນຸດແມ່ນນໍາໃຊ້ອຸປະນິໄສພຽງສ່ວນໜຶ່ງຂອງພຣະເຈົ້າເພື່ອໃຫ້ເປັນຕົວແທນອຸປະນິໄສທັງໝົດຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຈິນຕະນາການສ່ວນຫຼາຍຂອງມະນຸດກໍປະສົມຢູ່ໃນນັ້ນ ໂດຍທີ່ເຂົາຈຳກັດອຸປະນິໄສ, ຄວາມເປັນຢູ່ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງຫຼັກການພາລະກິດຂອງພຣະເຈົ້າໃຫ້ຢູ່ພາຍໃນຂອບເຂດທີ່ຈຳກັດ ໂດຍເຊື່ອວ່າ ຖ້າພຣະເຈົ້າເຄີຍເປັນແບບນີ້ ແລ້ວພຣະອົງກໍຈະຄົງເປັນຢູ່ຄືເກົ່າຕະຫຼອດເວລາ ແລະ ຈະບໍ່ປ່ຽນແປງຈັກເທື່ອ. ມີພຽງແຕ່ຄົນເຫຼົ່ານັ້ນທີ່ຮູ້ຈັກ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 1](https://lo.kingdomsalvation.org/videos/three-stages-of-work-excerpt-0001.html) - ແຜນການຄຸ້ມຄອງທັງຫມົດຂອງເຮົາ, ແຜນການທີ່ກວມເອົາຫົກພັນປີ, ປະກອບດ້ວຍສາມໄລຍະ ຫຼື ສາມຍຸກ: ຍຸກແຫ່ງພຣະບັນຍັດໃນເບື້ອງຕົ້ນ (ເຊິ່ງເປັນຍຸກທຳອິດ), ຍຸກແຫ່ງພຣະຄຸນ (ເຊິ່ງແມ່ນຍຸກຂອງການໄຖ່ບາບ) ແລະ ຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ການເຮັດພາລະກິດຂອງເຮົາໃນສາມຍຸກນີ້ ແຕກຕ່າງກັນໃນເນື້ອຫາຕາມທຳມະຊາດຂອງແຕ່ລະຍຸກ, ແຕ່ໃນແຕ່ລະຂັ້ນຕອນແມ່ນສອດຄ່ອງກັບຄວາມຕ້ອງການຂອງມະນຸດ ຫຼື ເວົ້າຢ່າງຊັດເຈນກໍຄື ມັນຖືກສ້າງຂຶ້ນເພື່ອໃຫ້ທຽບທັນກັບກົນລະຍຸດທີ່ຊາຕານໃຊ້ໃນສົງຄາມທີ່ເຮົາຕໍ່ສູ້ກັບມັນ. ຈຸດປະສົງຂອງພາລະກິດຂອງເຮົາແມ່ນເພື່ອເອົາຊະນະຊາຕານ, ເພື່ອສະແດງໃຫ້ເຫັນເຖິງ ສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ, ເພື່ອເປີດເຜີຍກົນລະຍຸດທຸກຢ່າງຂອງຊາຕານ ແລະ ເພື່ອຊ່ວຍເຊື້ອຊາດມະນຸດທັງໝົດໃຫ້ລອດພົ້ນ ເຊິ່ງດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງມັນ. ມັນເປັນການສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ ໃນຂະນະດຽວກັນ ເປີດເຜີຍໃຫ້ເຫັນເຖິງຄວາມຫນ້າກຽດຊັງທີ່ບໍ່ສາມາດທົນຕໍ່ໄປໄດ້ຂອງຊາຕານ. ຍິ່ງໄປ ກວ່ານັ້ນ ມັນເປັນການສິດສອນຕໍ່ສິ່ງທີ່ເຮົາສ້າງຂຶ້ນມາເພື່ອໃຫ້ຮູ້ຈັກໃຈ້ແຍກລະຫວ່າງຄວາມດີ ແລະ ຄວາມຊົ່ວ, ເພື່ອໃຫ້ຮູ້ວ່າເຮົາເປັນຜູ້ປົກຄອງທຸກສິ່ງ, ເພື່ອໃຫ້ເຫັນຢ່າງແຈ່ມແຈ້ງວ່າຊາຕານແມ່ນສັດຕູຂອງມະນຸດ, ເປັນສິ່ງທີ່ຕໍ່າສຸດຂອງຄວາມຕໍ່າ, ສິ່ງຊົ່ວຮ້າຍ ແລະ ເພື່ອບອກເຖິງຄວາມແນ່ນອນແທ້ຈິງ, ຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວຮ້າຍ, ຄວາມຈິງ ແລະ ຄວາມບໍ່ຖືກຕ້ອງ, ຄວາມບໍລິສຸດ ແລະ ຄວາມເປິເປື້ອນ ແລະ ແມ່ນຫຍັງເປັນສິ່ງທີ່ຍິ່ງໃຫຍ່ ແລະ ແມ່ນຫຍັງເປັນສິ່ງທີ່ໄຮ້ກຽດສັກສີ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 601](https://lo.kingdomsalvation.org/videos/destinations-and-outcomes-excerpt-601.html) - ພຣະເຈົ້າສ້າງມະນຸດ ແລະ ວາງພວກເຂົ້າໄວ້ເທິງແຜ່ນດິນໂລກ ແລະ ພຣະອົງໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ. ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ. ສຸດທ້າຍ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງການສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ບໍ່ເຊື່ອຟັງພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ປະຕິບັດຕາມຄໍາສັ່ງຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຊະນະຄວາມເຄົາລົບຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ພຣະອົງເສຍຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 286](https://lo.kingdomsalvation.org/videos/exposing-religious-notions-excerpt-286.html) - ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ເນື່ອງຈາກວ່າ ພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ ພວກເຂົາໄດ້ເຮັດຜິດພາດໃນການຍຶດຕິດຢ່າງໄຮ້ປະໂຫຍດກັບນາມມະຍົດຂອງພຣະເມຊີອາ ໃນຂະນະດຽວກັນພວກເຂົາກໍຕໍ່ຕ້ານທາດແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ທາດແທ້ຂອງພວກຟາລີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມຄິດເຫັນເຫຼົ່ານີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອນ່າຍບໍ່? ເຮົາຖາມພວກເຈົ້າອີກຄັ້ງ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາລິຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 408](https://lo.kingdomsalvation.org/videos/entry-into-life-excerpt-408.html) - ຖ້າເຈົ້າຢາກມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ໃຈຂອງເຈົ້າຕ້ອງຫັນເຂົ້າຫາພຣະອົງ ແລະ ເມື່ອປະຕິບັດຕາມເງື່ອນໄຂນີ້ ເຈົ້າກໍຈະມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຖ້າເຈົ້າບໍ່ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ເຖິງວ່າເຈົ້າຈະກະທໍາສິ່ງໃດເພື່ອຮັກສາຄວາມສໍາພັນກັບຄົນອື່ນ ເຈົ້າຈະພະຍາຍາມ ຫຼື ອອກເຫື່ອເທແຮງປານໃດກໍຕາມ ມັນກໍຍັງເປັນພຽງປັດຊະຍາແຫ່ງຊີວິດຂອງມະນຸດ. ເຈົ້າຮັກສາຕໍາແໜ່ງໜ້າຕາໃນໝູ່ຄົນດ້ວຍວິທີ ແລະ ປັດຊະຍາຂອງມະນຸດ ເພື່ອໃຫ້ຜູ້ຄົນຍົກຍໍຊົມເຊີຍເຈົ້າ, ແຕ່ເຈົ້າບໍ່ໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າເພື່ອສ້າງຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຖ້າເຈົ້າບໍ່ໃສ່ໃຈຄວາມສໍາພັນກັບຄົນ ແຕ່ຮັກສາຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ຖ້າເຈົ້າຍິນດີມອບຫົວໃຈໃຫ້ພຣະເຈົ້າ ແລະ ຮຽນຮູ້ທີ່ຈະເຊື່ອຟັງພຣະອົງ ຄວາມສໍາພັນຂອງເຈົ້າກັບທຸກຄົນກໍຈະເປັນປົກກະຕິ. ດ້ວຍວິທີນີ້ ຄວາມສໍາພັນເຫຼົ່ານີ້ຈິ່ງບໍ່ອີງໃສ່ຝ່າຍເນື້ອໜັງ ແຕ່ອີງໃສ່ຄວາມຮັກຂອງພຣະເຈົ້າ. ເກືອບບໍ່ມີຄວາມສໍາພັນໃດອີງໃສ່ຝ່າຍເນື້ອໜັງ ແຕ່ໃນຈິດວິນຍານມີການສາມັກຄີທໍາ ພ້ອມທັງຄວາມຮັກ, ຄວາມປອບໃຈ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ. ສິ່ງທັງໝົດນີ້ເກີດຂຶ້ນບົນພື້ນຖານຈິດໃຈທີ່ເຮັດໃຫ້ພຣະເຈົ້າພໍໃຈ. ຄວາມສໍາພັນເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍອາໄສປັດຊະຍາແຫ່ງຊີວິດຂອງມະນຸດ ແຕ່ເກີດຂຶ້ນໂດຍຜ່ານພາລະຂອງພຣະເຈົ້າ. ມັນບໍ່ຕ້ອງການເຫື່ອແຮງຂອງມະນຸດ. ເຈົ້າຕ້ອງການພຽງແຕ່ປະຕິບັດອີງຕາມຫຼັກພຣະທໍາຂອງພຣະເຈົ້າ. ເຈົ້າຍິນດີທີ່ຈະເຊີດຊູຄວາມປະສົງຂອງພຣະເຈົ້າບໍ? ເຈົ້າພ້ອມທີ່ຈະເປັນຄົນ “ຂາດເຫດຜົນ” ບໍ? ເຈົ້າຍິນດີທີ່ຈະມອບໃຈທັງໝົດໃຫ້ພຣະເຈົ້າບໍ ແລະ ບໍ່ເປັນຫວ່ງນໍາຕໍາແໜ່ງໜ້າຕາໃນໂລກນີ້ບໍ? ໃນບັນດາຄົນທັງໝົດທີ່ເຈົ້າຄົບຫາ ເຈົ້າມີຄວາມສໍາພັນທີ່ດີທີ່ສຸດກັບຄົນໃດບໍ? ເຈົ້າມີຄວາມສໍາພັນທີ່ຕໍ່າທີ່ສຸດກັບຄົນໃດບໍ? ຄວາມສໍາພັນຂອງເຈົ້າກັບຜູ້ຄົນເປັນປົກກະຕິບໍ? ເຈົ້າປະຕິບັດຕໍ່ທຸກຄົນເທົ່າທຽມກັນບໍ? ຄວາມສໍາພັນທີ່ເຈົ້າມີຕໍ່ຄົນອື່ນອີງໃສ່ປັດຊະຍາແຫ່ງຊີວິດ ຫຼື ວ່າ ອີງໃສ່ຄວາມຮັກຂອງພຣະເຈົ້າ? ເມື່ອຜູ້ໃດຜູ້ໜຶ່ງບໍ່ມອບໃຈໃຫ້ພຣະເຈົ້າ ຊີວິດທາງຈິດວິນຍານຂອງລາວກໍເສົ້າໝອງ, ມຶນຊາ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 1](https://lo.kingdomsalvation.org/videos/knowing-God-excerpt-001.html) - ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ, ໄດ້ຢັ່ງຮູ້ຢ່າງແທ້ຈິງ ແລະ ມາຮູ້ຈັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ເບິ່ງວ່າ ເຈົ້າຮູ້ຈັກຢ່າງແທ້ຈິງ ຫຼື ບໍ່ ວ່າພຣະເຈົ້າມີທັດສະນະຄະຕິແບບໃດຕໍ່ມະນຸດແຕ່ລະປະເພດ ແລະ ເບິ່ງວ່າ ເຈົ້າເຂົ້າໃຈຢ່າງແທ້ຈິງ ຫຼື ບໍ່ ກ່ຽວກັບພາລະກິດທີ່ພຣະເຈົ້າປະຕິບັດໃນຕົວເຈົ້າ ແລະ ວິທີທີ່ພຣະເຈົ້າກໍານົດທຸກການກະທໍາຂອງເຈົ້າ. ພຣະເຈົ້າອົງນີ້ ທີ່ຢູ່ຄຽງຂ້າງເຈົ້າ, ຊີ້ນໍາຄວາມກ້າວໜ້າຂອງເຈົ້າ, ປັ້ນແຕ່ງຊະຕາກໍາຂອງເຈົ້າ ແລະ ສະໜອງຕໍ່ຄວາມຕ້ອງການຂອງເຈົ້າ, ແລ້ວເຈົ້າເຂົ້າໃຈພຣະເຈົ້າອົງນີ້ຫຼາຍສໍ່າໃດ. ເຈົ້າຮູ້ຈັກກ່ຽວກັບພຣະເຈົ້າອົງນີ້ຫຼາຍສໍ່າໃດແທ້? ເຈົ້າຮູ້ຈັກພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າທຸກມື້ບໍ? ເຈົ້າຮູ້ຈັກຫຼັກການ ແລະ ຈຸດປະສົງກ່ຽວກັບສິ່ງທີ່ພຣະອົງໃຊ້ເປັນບ່ອນອີງໃນທຸກການກະທໍາຂອງພຣະອົງບໍ? ເຈົ້າຮູ້ວິທີທີ່ພຣະອົງຊີ້ນໍາເຈົ້າບໍ? ເຈົ້າຮູ້ວິທີທາງທີ່ພຣະອົງສະໜອງໃຫ້ກັບເຈົ້າບໍ? ເຈົ້າຮູ້ວິທີການທີ່ພຣະອົງນໍາພາເຈົ້າບໍ? ເຈົ້າຮູ້ບໍວ່າ ພຣະອົງປາດຖະໜາຢາກໄດ້ຮັບຫຍັງຈາກເຈົ້າ ແລະ ສິ່ງທີ່ພຣະອົງປາດຖະໜາຢາກບັນລຸໃນຕົວເຈົ້າ? ເຈົ້າຮູ້ຈັກທັດສະນະຄະຕິທີ່ພຣະອົງມີຕໍ່ຄວາມປະພິດຕ່າງໆນາໆຂອງເຈົ້າບໍ? ເຈົ້າຮູ້ບໍວ່າ ເຈົ້າແມ່ນບຸກຄົນທີ່ເປັນທີ່ຮັກຂອງພຣະອົງ? ເຈົ້າຮູ້ຈັກຕົ້ນກໍາເນີດຂອງຄວາມສຸກ, ຄວາມໂມຫາ, ຄວາມໂສກເສົ້າ ແລະ ຄວາມດີໃຈຂອງພຣະອົງບໍ, ຄວາມຄິດ ແລະ ແນວຄິດທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ ແລະ ແກ່ນແທ້ຂອງພຣະອົງບໍ?
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 120](https://lo.kingdomsalvation.org/videos/knowing-God-excerpt-120.html) - ສິດອໍານາດຂອງພຣະເຈົ້ານັ້ນເປັນເອກະລັກ. ມັນແມ່ນລັກສະນະການສະແດງອອກ ແລະ ແກ່ນສານພິເສດແຫ່ງຕົວຕົນຂອງພຣະເຈົ້າເອງ ເຊັ່ນວ່າ ບໍ່ໄດ້ຖືກຄອບຄອງໂດຍສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ບໍ່ຖືກສ້າງຂຶ້ນ; ມີພຽງພຣະຜູ້ຊົງສ້າງເທົ່ານັ້ນທີ່ຄອບຄອງສິດອຳນາດແບບນີ້. ເຊິ່ງເວົ້າໄດ້ວ່າ ມີພຽງພຣະຜູ້ຊົງສ້າງ ນັ້ນກໍຄື ພຣະເຈົ້າເອງທີ່ເປັນເອກະລັກເທົ່ານັ້ນທີ່ສາມາດສະແດງອອກໃນທາງນີ້ ແລະ ມີແກ່ນສານແບບນີ້. ດັ່ງນັ້ນ ເປັນຫຍັງພວກເຮົາຈິ່ງຄວນສົນທະນາກ່ຽວກັບສິດອຳນາດຂອງພຣະເຈົ້າ? ສິດອຳນາດຂອງພຣະເຈົ້າແຕກຕ່າງກັບ “ສິດອຳນາດ” ທີ່ມະນຸດຄິດຢູ່ໃນໃຈເຂົາແນວໃດ? ມີຫຍັງພິເສດກ່ຽວກັບມັນບໍ? ເປັນຫຍັງມັນຈິ່ງມີຄວາມສຳຄັນພິເສດທີ່ຈະຕ້ອງເວົ້າເຖິງມັນຢູ່ໃນນີ້? ພວກເຈົ້າທຸກຄົນຕ້ອງພິຈາລະນາບັນຫານີ້ຢ່າງຮອບຄອບ. ສຳລັບຄົນສ່ວນຫຼາຍ “ສິດອຳນາດຂອງພຣະເຈົ້າ” ແມ່ນຄວາມຄິດທີ່ເລື່ອນລອນ ເຊິ່ງຕ້ອງໃຊ້ຄວາມພະຍາຍາມຢ່າງຫຼາຍເພື່ອໃຫ້ຄົນເຂົ້າໃຈ ແລະ ການສົນທະນາໃດໆກ່ຽວກັບມັນກໍຈະເປັນຄືກັບນາມມະທໍາ. ດັ່ງນັ້ນ ຈະມີຊ່ອງຫວ່າງສະເໝີລະຫວ່າງຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ ແລະ ແກ່ນແທ້ຂອງສິດອຳນາດຂອງພຣະເຈົ້າທີ່ມະນຸດສາມາດຄອບຄອງໄດ້. ເພື່ອເຊື່ອມຕໍ່ຊ່ອງຫວ່າງນີ້, ຜູ້ຄົນຕ້ອງຮູ້ຈັກສິດອຳນາດຂອງພຣະເຈົ້າຜ່ານຜູ້ຄົນ, ເຫດການ, ສິ່ງຕ່າງໆ ຫຼື ປະກົດການພາຍໃນເອື້ອມມື ແລະ ຄວາມສາມາດຂອງມະນຸດໃນຊີວິດຈິງຂອງພວກເຂົາ. ເຖິງແມ່ນວ່າປະໂຫຍກ “ສິດອຳນາດຂອງພຣະເຈົ້າ” ອາດຈະເບິ່ງຄືວ່າ ບໍ່ສາມາດເຂົ້າໃຈໄດ້, ສິດອຳນາດຂອງພຣະເຈົ້າບໍ່ແມ່ນນາມມະທຳເລີຍ. ພຣະອົງສະຖິດຢູ່ກັບມະນຸດຕະຫຼອດທຸກນາທີໃນຊີວິດຂອງມະນຸດ, ຊົງນຳພາເຂົາທຸກວັນ. ດັ່ງນັ້ນ, ໃນຊີວິດຈິງ ທຸກຄົນຈຳເປັນຈະຕ້ອງເຫັນ ແລະ ປະສົບກັບລັກສະນະທີ່ເປັນຮູບປະທໍາທີ່ສຸດກ່ຽວກັບສິດອຳນາດຂອງພຣະເຈົ້າ. ລັກສະນະຮູບປະທຳນີ້ພິສຸດວ່າ ສິດອຳນາດຂອງພຣະເຈົ້ານັ້ນມີຢູ່ຈິງ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 75](https://lo.kingdomsalvation.org/videos/God-s-appearance-and-work-excerpt-075.html) - ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ເນື່ອງຈາກວ່າ ພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ ພວກເຂົາໄດ້ເຮັດຜິດພາດໃນການຍຶດຕິດຢ່າງໄຮ້ປະໂຫຍດກັບນາມມະຍົດຂອງພຣະເມຊີອາ ໃນຂະນະດຽວກັນພວກເຂົາກໍຕໍ່ຕ້ານທາດແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ທາດແທ້ຂອງພວກຟາລີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມຄິດເຫັນເຫຼົ່ານີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອນ່າຍບໍ່? ເຮົາຖາມພວກເຈົ້າອີກຄັ້ງ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາລິຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່,
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 102](https://lo.kingdomsalvation.org/videos/the-incarnation-excerpt-102.html) - ພຣະເຈົ້າ ໃນການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະອົງ ບໍ່ໄດ້ເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດສົມບູນ; ພຣະອົງພຽງແຕ່ເຮັດໃຫ້ຂັ້ນຕອນທຳອິດຂອງພາລະກິດສົມບູນ ເຊິ່ງມັນຈຳເປັນສຳລັບພຣະເຈົ້າທີ່ຈະປະຕິບັດໃນເນື້ອໜັງ. ສະນັ້ນ ເພື່ອທີ່ຈະສຳເລັດພາລະກິດແຫ່ງການບັງເກີດເປັນມະນຸດ ພຣະເຈົ້າໄດ້ກັບຄືນໄປສູ່ເນື້ອໜັງອີກຄັ້ງ ມີຊີວິດຢູ່ໂດຍຄວາມທຳມະດາ ແລະ ຄວາມເປັນຈິງທັງໝົດຂອງເນື້ອໜັງ ນັ້ນກໍຄື ການເຮັດໃຫ້ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງທີ່ທຳມະດາ ແລະ ບໍ່ມີຫຍັງພິເສດຢ່າງສົມບູນ ທັງໝົດກໍເພື່ອສໍາເລັດພາລະກິດທີ່ພຣະອົງຍັງເຮັດບໍ່ແລ້ວຜ່ານເນື້ອໜັງມະນຸດ. ການບັງເກີດເປັນມະນຸດຄັ້ງທີ່ສອງແມ່ນສໍາຄັນຄືກັນກັບຄັ້ງທຳອິດ ແຕ່ເປັນຈິງຫຼາຍກວ່າເກົ່າ ແລະ ເປັນທຳມະດາຫຼາຍກວ່າຄັ້ງທຳອິດ. ຜົນຕາມມາກໍຄື ຄວາມທຸກທໍາລະມານຂອງການບັງເກີດເປັນມະນຸດຄັ້ງທີສອງຜະເຊີນແມ່ນຍິ່ງໃຫຍ່ກວ່າຄັ້ງທຳອິດ ແຕ່ຄວາມທຸກທໍລະມານນີ້ເປັນຜົນມາຈາກພັນທະກິດຜ່ານເນື້ອໜັງຂອງພຣະອົງ, ເຊິ່ງແຕກຕ່າງຈາກການຄວາມທຸກຂອງມະນຸດທີ່ເສື່ອມຊາມ. ພ້ອມນີ້ ຍັງເກີດມາຈາກຄວາມເປັນທຳມະດາ ແລະ ຄວາມເປັນຈິງຂອງເນື້ອໜັງຂອງພຣະອົງ. ຍ້ອນພຣະອົງປະຕິບັດພັນທະກິດຂອງພຣະອົງໃນເນື້ອໜັງທຳມະດາ ແລະ ເປັນຈິງຢ່າງສິ້ນເຊີງ, ເນື້ອໜັງຕ້ອງອົດທົນຕໍ່ຄວາມຫຍຸ້ງຍາກທີ່ຍິ່ງໃຫຍ່. ຍິ່ງເນື້ອໜັງນີ້ທຳມະດາ ແລະ ເປັນຈິງຫຼາຍພຽງໃດ ພຣະອົງກໍທົນທຸກໃນການປະຕິບັດພັນທະກິດຂອງພຣະອົງຫຼາຍພຽງນັ້ນ. ພາລະກິດຂອງພຣະອົງຖືກສະແດງອອກໃນເນື້ອໜັງທີ່ທຳມະດາຫຼາຍ ເຊິ່ງບໍ່ໄດ້ຢູ່ເໜືອທຳມະຊາດແນ່ນອນ. ຍ້ອນເນື້ອໜັງຂອງພຣະອົງທຳມະດາ ແລະ ຕ້ອງຮັບແບກພາລະກິດແຫ່ງການຊ່ວຍມະນຸດ, ພຣະອົງຍິ່ງທົນທຸກຫຼາຍກວ່າເນື້ອໜັງທີ່ເໜືອທຳມະຊາດ, ການທົນທຸກທັງໝົດນີ້ເກີດມາຈາກຄວາມເປັນຈິງ ແລະ ຄວາມທຳມະດາຂອງເນື້ອໜັງຂອງພຣະອົງ. ຈາກການທົນທຸກຂອງເນື້ອໜັງທັງສອງທີ່ບັງເກີດເປັນມະນຸດໄດ້ຮັບໃນຂະນະທີ່ປະຕິບັດພັນທະກິດຂອງພວກເຂົາ ກໍຈະສາມາດເຫັນເຖິງຄວາມສໍາຄັນຂອງການບັງເກີດເປັນມະນຸດ. ຍິ່ງເນື້ອໜັງເປັນທຳມະດາພຽງໃດ ພຣະອົງຍິ່ງຕ້ອງອົດທົນກັບຄວາມລຳບາກທີ່ຍິ່ງໃຫຍ່ຫຼາຍພຽງນັ້ນໃນເວລາທີ່ປະຕິບັດພາລະກິດ; ຍິ່ງເນື້ອໜັງທີ່ປະຕິບັດພາລະກິດເປັນຈິງຫຼາຍພຽງໃດ ຄວາມຄິດຕ່າງໆນາໆທີ່ຜູ້ຄົນຈະຮັບກໍຍິ່ງຮຸນແຮງຫຼາຍພຽງນັ້ນ ແລະ ຄວາມອັນຕະລາຍກໍມີຄວາມສ່ຽງທີ່ຈະເກີດຂຶ້ນກັບພຣະອົງຫຼາຍພຽງນັ້ນ. ແລະ ຢ່າງໃດກໍຕາມ
- [ເພງຄຣິດສະຕຽນ “ຂ້ານ້ອຍພຽງແຕ່ປາຖະໜາທີ່ຈະຮັບເອົາຄວາມຈິງ ແລະ ຈະບໍ່ລົ້ມລົງອີກຕໍ່ໄປ”](https://lo.kingdomsalvation.org/videos/wish-to-gain-truth-no-longer-fall-mv.html) - ຂ້ານ້ອຍໄດ້ເຫັນຄວາມຊົ່ວຮ້າຍ ແລະ ຄວາມມືດມົວຂອງໂລກຢ່າງຊັດເຈນ ແລະ ຈະບໍ່ປະຕິບັດຕາມກະແສຂອງມັນຢ່າງຫຼັບຫູຫຼັບຕາອີກຕໍ່ໄປ. ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ ທີ່ສາມາດຊ່ວຍມະນຸດໃຫ້ລອດພົ້ນ ຫົວໃຈຂອງຂ້ານ້ອຍບອກຂ້ານ້ອຍວ່າມັນເປັນຄວາມຈິງ. ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດຍອມຮັບຄວາມຈິງ ຕິດຕາມພຣະອົງ? ເປັນຫຍັງຂ້ານ້ອຍຈຶ່ງຍັງຢູ່ຫ່າງໄກ? ຂ້ານ້ອຍຈົມລົງເລິກຫຼາຍ ຂ້ານ້ອຍຈະຖືກທຳລາຍ ດັ່ງຄົນໂງ່ຈ້າທີ່ບໍ່ຮູ້ຫຍັງເລີຍບໍ? ຂ້ານ້ອຍໄດ້ເຫັນໄພພິບັດທີ່ກໍາລັງເກີດຂຶ້ນ ແລະ ຕື່ນຈາກຄວາມຝັນຂອງຂ້ານ້ອຍດ້ວຍການສັ່ນໄຫວ. ຂ້ານ້ອຍບໍ່ປາຖະໜາທີ່ຈະຢູ່ຢ່າງຄົນຄິດລົບ ແລະ ລົ້ມເຫຼວ. ຈາກນີ້ເປັນຕົ້ນໄປ, ຂ້ານ້ອຍຈະເລີ່ມຕົ້ນລຸກຂຶ້ນສູ້. ມື້ນີ້, ຂ້ານ້ອຍຈະລຸກຂຶ້ນຢືນດ້ວຍຕີນຂອງຂ້ານ້ອຍ. ສັນຍານາມຂອງຂ້ານ້ອຍຈະບໍ່ແມ່ນຄົນຂີ້ຢ້ານ ແຕ່ແມ່ນນັກຮົບ. ຂ້ານ້ອຍພຽງແຕ່ປາຖະໜາຮັບເອົາຄວາມຈິງ ຂ້ານ້ອຍຕ້ອງການຕໍ່ສູ້ເພື່ອພຣະຄຣິດ ເປັນພະຍານໃຫ້ກັບພຣະເຈົ້າອົງຊົງລິດທານຸພາບສູງສຸດ ຍອມຕໍ່ການອອກແບບຂອງພຣະອົງ. ແລະ ຂ້ານ້ອຍຈະເຊື່ອຟັງ ແລະ ຕິດຕາມພຣະອົງ ຕະຫຼອດຊີວິດ, ຕະຫຼອດຊີວິດທີ່ເຫຼືອຂອງຂ້ານ້ອຍ ຕະຫຼອດຊີວິດທີ່ເຫຼືອຂອງຂ້ານ້ອຍ. ຂ້ານ້ອຍພຽງແຕ່ປາຖະໜາຮັບເອົາຄວາມຈິງ ຂ້ານ້ອຍຕ້ອງການຕໍ່ສູ້ເພື່ອພຣະຄຣິດ ເປັນພະຍານໃຫ້ກັບພຣະເຈົ້າອົງຊົງລິດທານຸພາບສູງສຸດ ຍອມຕໍ່ການອອກແບບຂອງພຣະອົງ. ແລະ ຂ້ານ້ອຍຈະເຊື່ອຟັງ ແລະ ຕິດຕາມພຣະອົງ ຕະຫຼອດຊີວິດ, ຕະຫຼອດຊີວິດທີ່ເຫຼືອຂອງຂ້ານ້ອຍ. (ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)
- [ເພງຄຣິດສະຕຽນ “ຖ້າຂ້ານ້ອຍບໍ່ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ”](https://lo.kingdomsalvation.org/videos/if-not-saved-by-God-mv.html) - ຖ້າຂ້ານ້ອຍບໍ່ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ຂ້ານ້ອຍກໍຍັງຈະລ່ອງລອຍຢູ່ໃນໂລກ ດີ້ນລົນຢ່າງເຈັບປວດໃນຄວາມບາບ ໂດຍບໍ່ມີຄວາມຫວັງໃດເລີຍໃນຊີວິດ. ຖ້າຂ້ານ້ອຍບໍ່ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ຂ້ານ້ອຍກໍຍັງຈະຖືກຢຽບໂດຍມານຮ້າຍ ເພີດເພີນກັບຄວາມສຸກຂອງຄວາມຜິດບາບ ບໍ່ຮູ້ຈັກເສັ້ນທາງຂອງຊີວິດມະນຸດ. ພຣະເຈົ້າອົງຊົງລິທານຸພາບສູງສຸດມີຄວາມເມດຕາຕໍ່ຂ້ານ້ອຍ ສຽງແຫ່ງພຣະທຳຂອງພຣະອົງຮຽກເອີ້ນຂ້ານ້ອຍ. ຂ້ານ້ອຍໄດ້ຍິນສຽງຂອງພຣະເຈົ້າ ແລະ ຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະອົງ. ໃນແຕ່ລະມື້ ຂ້ານ້ອຍກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ຂ້ານ້ອຍເຂົ້າໃຈຄວາມຈິງຫຼາຍຢ່າງ. ຂ້ານ້ອຍເຫັນເຖິງຄວາມຮ້າຍແຮງ ຂອງຄວາມເສື່ອມຊາມຂອງມະນຸດ. ພວກເຮົາຕ້ອງການຄວາມລອດພົ້ນຂອງພຣະເຈົ້າຢ່າງແທ້ຈິງ. ຄວາມຈິງຂອງພຣະເຈົ້າຊໍາລະລ້າງຂ້ານ້ອຍ ແລະ ຊ່ວຍຂ້ານ້ອຍໃຫ້ລອດພົ້ນ. ຄັ້ງແລ້ວຄັ້ງເລົ່າ, ຂ້ານ້ອຍຖືກພິພາກສາ ແລະ ຖືກຫຼໍ່ຫຼອມ ແລະ ຊີວິດຈິດໃຈຂອງຂ້ານ້ອຍໄດ້ມີການປ່ຽນແປງ. ຈົນກວ່າຈະໄດ້ຊີມລົດຊາດຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະເຈົ້າ ຂ້ານ້ອຍຈຶ່ງຈະຮູ້ເຖິງຄວາມເປັນຕາຮັກຂອງພຣະອົງ. ຫົວໃຈຂອງຂ້ານ້ອຍຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ຂ້ານ້ອຍດຳລົງຊີວິດຕາມລັກສະນະ ຂອງມະນຸດພຽງເລັກນ້ອຍ. ຂ້ານ້ອຍໄດ້ເຫັນພຣະເຈົ້າເຊິ່ງໜ້າ ຂ້ານ້ອຍໄດ້ຊີມລົດຊາດຄວາມຮັກທີ່ແທ້ຈິງຂອງພຣະອົງ. ຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ຂ້ານ້ອຍໄດ້ຮັບຄວາມລອດພົ້ນແຫ່ງຍຸກສຸດທ້າຍຂອງພຣະອົງ. ຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍຢ່າງຊື່ສັດ ແລະ ຫົວໃຈຂອງຂ້ານ້ອຍມີຄວາມສຸກ ແລະ ມີຄວາມສະຫງົບສຸກ. ພວກເຮົາດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າດ້ວຍຄວາມຮັກຮ່ວມກັນ ດ້ວຍການຊີ້ນໍາ ແລະ
- [ເພງຄຣິດສະຕຽນ “ຄວາມຮັກຂອງຂ້ານ້ອຍທີ່ຜູກພັນຕໍ່ພຣະເຈົ້າ”](https://lo.kingdomsalvation.org/videos/my-loving-attachment-to-God-mv.html) - ເມື່ອໄດ້ຍິນສຽງທີ່ຄຸ້ນເຄີຍເຄາະຢູ່ປະຕູສູ່ຫົວໃຈຂອງຂ້ານ້ອຍ ຂ້ານ້ອຍເຫັນວ່ານັ້ນຄືບຸດມະນຸດທີ່ກຳລັງກ່າວພຣະທຳ. ພຣະທຳທີ່ເມດຕາຂອງພຣະອົງ ເຮັດໃຫ້ຫົວໃຈຂອງຂ້ານ້ອຍອົບອຸ່ນ ການເອີ້ນທີ່ຈິງຈັງຂອງພຣະອົງປຸກໃຫ້ຂ້ານ້ອຍ ຕື່ນຈາກຄວາມຝັນຂອງຂ້ານ້ອຍ. ຂ້ານ້ອຍເຄີຍພະຍາຍາມຢ່າງໜັກສຳລັບຊື່ສຽງ ແລະ ສະຖານະ ແລະ ບໍລິການພຽງແຕ່ປາກໃນເລື່ອງຄວາມຮັກຂອງຂ້ານ້ອຍ ສຳລັບພຣະຜູ້ເປັນເຈົ້າ. ພຽງແຕ່ຫຼັງຈາກທີ່ຖືກຂ້ຽນຕີ ແລະ ຖືກພິພາກສາ ໂດຍພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫົວໃຈທີ່ດື້ດຶງ, ທີ່ຕໍ່ຕ້ານຂອງຂ້ານ້ອຍຈຶ່ງຫັນກັບ. ຜ່ານຄວາມລົ້ມເຫຼວ, ການລົ້ມລົງ ການທົດລອງ ແລະ ການຫຼໍ່ຫຼອມຫຼາຍຄັ້ງ ຂ້ານ້ອຍຖືກນໍາພາມາຈົນເຖິງປັດຈຸບັນເທື່ອລະໜ້ອຍ ຍ້ອນພຣະທຳຂອງພຣະເຈົ້າ. ສະຖານະການແຫ່ງຖ້ອຍຄຳຂອງພຣະເຈົ້າ ຍັງມີຊີວິດຊີວາໃນຄວາມຄິດຂອງຂ້ານ້ອຍ ຂ້ານ້ອຍເຕັມໄປດ້ວຍຄວາມຜູກພັນແຫ່ງຄວາມຮັກກັບພຣະອົງ. ຜ່ານຄວາມລົ້ມເຫຼວ, ການລົ້ມລົງ ການທົດລອງ ແລະ ການຫຼໍ່ຫຼອມຫຼາຍຄັ້ງ ຂ້ານ້ອຍຖືກນໍາພາມາຈົນເຖິງປັດຈຸບັນເທື່ອລະໜ້ອຍ ຍ້ອນພຣະທຳຂອງພຣະເຈົ້າ. ສະຖານະການແຫ່ງຖ້ອຍຄຳຂອງພຣະເຈົ້າ ຍັງມີຊີວິດຊີວາໃນຄວາມຄິດຂອງຂ້ານ້ອຍ ຂ້ານ້ອຍເຕັມໄປດ້ວຍຄວາມຜູກພັນແຫ່ງຄວາມຮັກກັບພຣະອົງ. ການປ່ຽນແປງຂອງເວລາ ຫຼື ເຫດການທີ່ປ່ຽນແປງໃນໂລກ ກໍບໍ່ສາມາດລຶບຄວາມຜູກພັນແຫ່ງ ຄວາມຮັກຂອງຂ້ານ້ອຍກັບພຣະເຈົ້າ. ຜ່ານການຂົ່ມເຫັງ ແລະ ໄພພິບັດ ຂ້ານ້ອຍຖືກຕິດຕາມໂດຍພຣະທຳຂອງພຣະເຈົ້າ ແລະ ຖືກນໍາພາຄັ້ງແລ້ວຄັ້ງເລົ່າໄປສູ່ໄຊຊະນະເໜືອຊາຕານ. ຂ້ານ້ອຍເຄີຍກັງວົນກ່ຽວກັບເນື້ອໜັງຂອງຂ້ານ້ອຍ ແລະ ຫຼັ່ງນໍ້າຕາທີ່ຂົມຂື່ນຕໍ່ມັນ ແຕ່ພຣະເຈົ້າໃຊ້ພຣະທຳເພື່ອຊີ້ນໍາ ແລະ ສ່ອງແສງໃຫ້ແກ່ຂ້ານ້ອຍ.
- [ເພງຄຣິດສະຕຽນ “ພຣະເຈົ້າທົນທຸກຢ່າງຫຼວງຫຼາຍເພື່ອຊ່ວຍມະນຸດໃຫ້ລອດພົ້ນ”](https://lo.kingdomsalvation.org/videos/God-suffers-to-save-man-mv.html) - ແຕ່ດົນນານມາແລ້ວ ພຣະເຈົ້າໄດ້ສະເດັດລົງມາໂລກມະນຸດ ເພື່ອແບ່ງປັນຄວາມທຸກຂອງໂລກມະນຸດກັບມະນຸດ. ພຣະອົງໄດ້ອາໄສຢູ່ກັບມະນຸດເປັນເວລາຫຼາຍປີ ແຕ່ບໍ່ມີໃຜໄດ້ຄົ້ນພົບການມີຢູ່ຂອງພຣະອົງ. ພຣະເຈົ້າໄດ້ແຕ່ອົດທົນຢູ່ຢ່າງງຽບໆຕໍ່ຄວາມທຸກທໍລະມານ ຂອງຄວາມສົກກະປົກໃນໂລກມະນຸດ ໃນຂະນະທີ່ດໍາເນີນພາລະກິດທີ່ພຣະອົງໄດ້ນໍາມາສູ່ຜູ້ຄົນ. ພຣະອົງສືບຕໍ່ອົດກັ້ນເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ເພື່ອຄວາມຕ້ອງການຂອງມະນຸດຊາດ ພຣະອົງປະສົບກັບຄວາມທຸກທີ່ມະນຸດບໍ່ເຄີຍປະສົບມາກ່ອນ. ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ລໍຖ້າເຂົາຢ່າງງຽບໆ ແລະ ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ຖ່ອມຕົວພຣະອົງເອງ ເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ພ້ອມນັ້ນກໍເພື່ອຄວາມຕ້ອງການຂອງມະນຸດຊາດອີກດ້ວຍ. ຍ້ອນພາລະກິດຂອງພຣະເຈົ້າໄດ້ຮຽກຮ້ອງໃຫ້ພຣະເຈົ້າປະຕິບັດ ແລະ ກ່າວໃນບຸກຄົນຂອງພຣະອົງເອງ ແລະ ຍ້ອນບໍ່ມີທາງທີ່ມະນຸດຈະແຊກແຊງໄດ້ ພຣະເຈົ້າຈຶ່ງໄດ້ອົດທົນກັບການທົນທຸກທີ່ ຮຸນແຮງເພື່ອປະຕິບັດພາລະກິດດ້ວຍພຣະອົງເອງ. ມະນຸດບໍ່ສາມາດເຮັດແທນພາລະກິດຂອງພຣະເຈົ້າໄດ້. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງໄດ້ຜ່ານຜ່າອັນຕະລາຍຫຼາຍກວ່າຄົນ ທີ່ຢູ່ໃນລະຫວ່າງຍຸກແຫ່ງພຣະຄຸນເປັນສອງສາມພັນເທົ່າ ເພື່ອລົງມາເທິງດິນແດນມັງກອນແດງທີ່ຍິ່ງໃຫຍ່ອາໄສຢູ່ ເພື່ອປະຕິບັດພາລະກິດຂອງພຣະອົງເອງ ໃຊ້ຄວາມຄິດ ແລະ ຄວາມຫ່ວງໃຍທັງໝົດຂອງພຣະອົງ ເພື່ອໄຖ່ຜູ້ຄົນທຸກຍາກກຸ່ມນີ້ ຜູ້ຄົນກຸ່ມນີ້ທີ່ຈົມຢູ່ໃນກອງຂີ້ສັດ. (ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)
- [ເພງຄຣິດສະຕຽນ “ພຣະເຈົ້າເຊີດຊູຄົນທີ່ໄດ້ຍິນ ແລະ ເຊື່ອຟັງພຣະອົງ”](https://lo.kingdomsalvation.org/videos/treasures-those-obey-God-mv.html) - ສຳລັບພຣະເຈົ້າ, ບໍ່ວ່າຄົນໆໜຶ່ງເປັນຜູ້ຍິ່ງໃຫຍ່ ຫຼື ຄົນບໍ່ສຳຄັນກໍຕາມ ຕາບໃດທີ່ເຂົາສາມາດຟັງພຣະອົງ ເຊື່ອຟັງຄຳສັ່ງຂອງພຣະອົງ ແລະ ສິ່ງທີ່ພຣະອົງມອບໝາຍໃຫ້ ພ້ອມທັງສາມາດຮ່ວມມືໃນພາລະກິດຂອງພຣະອົງ ຄວາມປະສົງຂອງພຣະອົງ ແລະ ແຜນການຂອງພຣະອົງ ເພື່ອວ່າ ຄວາມປະສົງຂອງພຣະອົງ ແລະ ແຜນການຂອງພຣະອົງຈະສາມາດ ປະສົບຜົນສຳເລັດໄດ້ຢ່າງລາບລື້ນ ແລ້ວການກະທໍາເຫຼົ່ານັ້ນກໍຄູ່ຄວນແກ່ການຈາລຶກຈາກພຣະອົງ ແລະ ໄດ້ຮັບພອນຂອງພຣະອົງ. ພຣະເຈົ້າຖະນຸຖະໜອມຄົນເຊັ່ນນັ້ນ ແລະ ພຣະອົງຮັກຫອມການກະທຳຂອງພວກເຂົາ ພ້ອມຄວາມຮັກ ແລະ ຄວາມສະເໜ່ຫາ ຂອງພວກເຂົາທີ່ມີຕໍ່ພຣະອົງ. ນີ້ແມ່ນທັດສະນະຂອງພຣະເຈົ້າ. ສຳລັບພຣະເຈົ້າ, ບໍ່ວ່າຄົນໆໜຶ່ງເປັນຜູ້ຍິ່ງໃຫຍ່ ຫຼື ຄົນບໍ່ສຳຄັນກໍຕາມ ຕາບໃດທີ່ເຂົາສາມາດຟັງພຣະອົງ ເຊື່ອຟັງຄຳສັ່ງຂອງພຣະອົງ ແລະ ສິ່ງທີ່ພຣະອົງມອບໝາຍໃຫ້ ພ້ອມທັງສາມາດຮ່ວມມືໃນພາລະກິດຂອງພຣະອົງ ຄວາມປະສົງຂອງພຣະອົງ ແລະ ແຜນການຂອງພຣະອົງ ເພື່ອວ່າ ຄວາມປະສົງຂອງພຣະອົງ ແລະ ແຜນການຂອງພຣະອົງຈະສາມາດ ປະສົບຜົນສຳເລັດໄດ້ຢ່າງລາບລື້ນ ແລ້ວການກະທໍາເຫຼົ່ານັ້ນກໍຄູ່ຄວນແກ່ການຈາລຶກຈາກພຣະອົງ ແລະ ໄດ້ຮັບພອນຂອງພຣະອົງ. ພຣະເຈົ້າຖະນຸຖະໜອມຄົນເຊັ່ນນັ້ນ ແລະ ພຣະອົງຮັກຫອມການກະທຳຂອງພວກເຂົາ ພ້ອມຄວາມຮັກ ແລະ ຄວາມສະເໜ່ຫາ ຂອງພວກເຂົາທີ່ມີຕໍ່ພຣະອົງ.
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 193](https://lo.kingdomsalvation.org/videos/knowing-God-excerpt-193.html) - ຄວາມຕາຍຂອງສິ່ງມີຊີວິດ, ການສິ້ນສຸດຂອງຊີວິດຝ່າຍຮ່າງກາຍ ບົ່ງບອກວ່າສິ່ງມີຊີວິດໄດ້ຜ່ານຈາກໂລກວັດຖຸສູ່ໂລກຝ່າຍວິນຍານ, ໃນຂະນະທີ່ການເກີດຂອງຊີວິດໃໝ່ຝ່າຍຮ່າງກາຍບົ່ງບອກວ່າສິ່ງມີຊີວິດໄດ້ມາຈາກໂລກຝ່າຍວິນຍານສູ່ໂລກວັດຖຸ ແລະ ເລີ່ມທີ່ຈະດຳເນີນການ ແລະ ເຮັດບົດບາດຂອງມັນ. ບໍ່ວ່າຈະເປັນການຈາກໄປ ຫຼື ການມາຂອງສິ່ງມີຊີວິດ, ທັງສອງແມ່ນບໍ່ສາມາດແຍກອອກຈາກພາລະກິດຂອງໂລກຝ່າຍວິນຍານໄດ້. ເມື່ອເຖິງເວລາທີ່ຄົນເຂົ້າມາໃນໂລກວັດຖຸ, ການຈັດແຈງທີ່ເໝາະສົມ ແລະ ຄຳນິຍາມໄດ້ຖືກສ້າງຂຶ້ນແລ້ວໂດຍພຣະເຈົ້າໃນໂລກຝ່າຍວິນຍານ ວ່າຄອບຄົວໃດທີ່ຄົນນັ້ນຈະໄປເກີດນໍາ, ຍຸກສະໄໝໃດທີ່ພວກເຂົາຈະມາ, ເວລາໃດພວກເຂົາຈະມາຮອດ ແລະ ບົດບາດທີ່ພວກເຂົາຈະຫຼິ້ນ. ສະນັ້ນ, ຕະຫຼອດຊີວິດຂອງຄົນນີ້, ສິ່ງຕ່າງໆທີ່ເຂົາເຮັດ ແລະ ເສັ້ນທາງທີ່ເຂົາຍ່າງຈະດຳເນີນໄປຕາມການຈັດແຈງໄວ້ໃນໂລກຝ່າຍວິນຍານ ໂດຍບໍ່ມີການບ່ຽງເບນແມ່ນແຕ່ໜ້ອຍດຽວ. ຍິ່ງໄປກວ່ານັ້ນ, ເວລາເມື່ອຊີວິດຝ່າຍຮ່າງກາຍສິ້ນສຸດລົງ, ລັກສະນະ ແລະ ສະຖານທີ່ໆມັນສິ້ນສຸດລົງນັ້ນຊັດເຈນ ແລະ ແຍກແຍະໄດ້ຕໍ່ໂລກຝ່າຍວິນຍານ. ພຣະເຈົ້າປົກຄອງໂລກວັດຖຸ ແລະ ພຣະອົງປົກຄອງໂລກຝ່າຍວິນຍານເຊັ່ນດຽວກັນ ແລະ ພຣະອົງຈະບໍ່ເຮັດໃຫ້ວົງຈອນຊີວິດ ແລະ ຄວາມຕາຍຊ້າລົງ ແລະ ພຣະອົງບໍ່ເຄີຍເຮັດຜິດພາດໃນການຈັດແຈງວົງຈອນນັ້ນ. ແຕ່ລະຄົນທີ່ຖືຕຳແໜ່ງທາງການຂອງໂລກຝ່າຍວິນຍານແມ່ນປະຕິບັດໜ້າທີ່ສ່ວນຕົວຂອງຕົນ ແລະ ເຮັດສິ່ງທີ່ພວກເຂົາຄວນເຮັດ ໂດຍອີງຕາມຄຳແນະນຳ ແລະ ກົດລະບຽບຂອງພຣະເຈົ້າ. ສະນັ້ນ, ໃນໂລກຂອງມະນຸດຊາດ, ທຸກປາກົດການທາງວັດຖຸທີ່ມະນຸດເຫັນນັ້ນເປັນໄປຕາມລະບຽບການ ແລະ ບໍ່ມີຄວາມວຸ້ນວາຍ. ທັງໝົດນີ້ແມ່ນເນື່ອງມາຈາກການປົກຄອງເໜືອທຸກສິ່ງຢ່າງເປັນລະບຽບຂອງພຣະເຈົ້າ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 72](https://lo.kingdomsalvation.org/videos/God-s-appearance-and-work-excerpt-072.html) - ບໍ່ວ່າເຈົ້າຈະເປັນຊາວອາເມຣິກາ, ຊາວອັງກິດ ແລະ ຊົນຊາດອື່ນໆ, ເຈົ້າຄວນກ້າວອອກຈາກຂອບເຂດແຫ່ງຊົນຊາດຂອງເຈົ້າເອງ, ຢູ່ເໜືອຕົວເຈົ້າເອງ ແລະ ເບິ່ງພາລະກິດຂອງພຣະເຈົ້າຈາກທັດສະນະຂອງສິ່ງມີຊີວິດທີ່ຖືກສ້າງ. ໃນລັກສະນະນີ້, ເຈົ້າຈະບໍ່ວາງຂໍ້ຈຳກັດຕ່າງໆກ່ຽວກັບຮອຍພຣະບາດຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ໃນປັດຈຸບັນນີ້ ຫຼາຍຄົນໄດ້ຄິດວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະປາກົດຕົວໃນຊົນຊາດສະເພາະໃດໜຶ່ງ ຫຼື ທ່າມກາງຜູ້ຄົນໃດໜຶ່ງ. ຄວາມໝາຍຂອງພາລະກິດຂອງພຣະເຈົ້າຊ່າງເລິກເຊິ່ງ ແລະ ການປາກົດຕົວຂອງພຣະອົງຊ່າງສຳຄັນ! ແນວຄິດ ແລະ ຄວາມຄິດຂອງມະນຸດຈະສາມາດໃຊ້ມາດຕະການໄດ້ແນວໃດ? ເຮົາຂໍເວົ້າວ່າ ເຈົ້າຄວນເອົາຊະນະແນວຄິດກ່ຽວກັບຊົນຊາດ ແລະ ເຊື້ອຊາດຂອງເຈົ້າໃຫ້ໄດ້ເພື່ອສະແຫວງຫາການປາກົດຕົວຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະບໍ່ຖືກຈຳກັດດ້ວຍແນວຄິດຂອງເຈົ້າເອງ; ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະມີຄຸນສົມບັດເພື່ອຍິນດີຮັບເອົາການປາກົດຕົວຂອງພຣະເຈົ້າ. ບໍ່ດັ່ງນັ້ນ ເຈົ້າກໍຈະຄົງຢູ່ໃນຄວາມມືດຕະຫຼອດໄປເປັນນິດ ແລະ ບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າຈັກເທື່ອ. ພຣະເຈົ້າເປັນພຣະເຈົ້າຂອງມະນຸດຊາດທັງໝົດ. ພຣະອົງບໍ່ໄດ້ເຫັນວ່າ ພຣະອົງເອງເປັນຊັບສິນສ່ວນຕົວຂອງຊົນຊາດ ຫຼື ຜູ້ຄົນໃດໜຶ່ງ, ແຕ່ເລີ່ມປະຕິບັດພາລະກິດຕາມທີ່ພຣະອົງໄດ້ວາງແຜນໄວ້, ບໍ່ຖືກຈຳກັດໃນຮູບແບບ, ຊົນຊາດ ຫຼື ຜູ້ຄົນໃດໜຶ່ງ. ບາງເທື່ອ ເຈົ້າບໍ່ເຄີຍຈິນຕະນາການເຖິງຮູບແບບນີ້ ຫຼື ບາງເທື່ອ ທ່າທີ່ຂອງເຈົ້າກ່ຽວກັບຮູບແບບນີ້ແມ່ນການປະຕິເສດ ຫຼື ບາງເທື່ອ ຊົນຊາດທີ່ພຣະເຈົ້າເປີດເຜີຍຕົວພຣະອົງເອງ ແລະ ຜູ້ຄົນທີ່ພຣະອົງເປີດເຜີຍຕົວພຣະອົງເອງໃຫ້ເຫັນນັ້ນ ອາດຖືກທຸກຄົນແບ່ງແຍກ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 416](https://lo.kingdomsalvation.org/videos/entry-into-life-excerpt-416.html) - ພວກເຈົ້າບໍ່ເອົາໃຈໃສ່ກັບການອະທິຖານໃນຊີວິດປະຈໍາວັນຂອງພວກເຈົ້າ. ຜູ້ຄົນມັກຈະເບິ່ງຂ້າມການອະທິຖານສະເໝີ. ການອະທິຖານແມ່ນເຮັດພໍເປັນພິທີ, ມະນຸດພຽງແຕ່ເຮັດໄປໂດຍບໍ່ມີຄວາມຮູ້ສຶກຫຍັງຕໍ່ໜ້າພຣະເຈົ້າ. ບໍ່ມີມະນຸດຄົນໃດເຄີຍຖວາຍຫົວໃຈຂອງເຂົາທັງໝົດຕໍ່ໜ້າພຣະເຈົ້າ ແລະ ຮ່ວມອະທິຖານກັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນພຽງແຕ່ອະທິຖານເຖິງພຣະເຈົ້າເມື່ອເວລາມີບາງສິ່ງເກີດຂຶ້ນກັບພວກເຂົາ. ຕະຫຼອດເວລາຜ່ານມານີ້ ເຈົ້າເຄີຍອະທິຖານເຖິງພຣະເຈົ້າຢ່າງແທ້ຈິງບໍ່? ເຈົ້າເຄີຍຮ້ອງໄຫ້ນໍ້າຕາໄຫຼກັບຄວາມເຈັບປວດຕໍ່ໜ້າພຣະເຈົ້າບໍ່? ເຈົ້າເຄີຍຮູ້ຈັກຕົນເອງຕໍ່ໜ້າພຣະເຈົ້າບໍ? ເຈົ້າເຄີຍເປີດອົກເປີດໃຈອະທິຖານເຖິງພຣະເຈົ້າບໍ່? ການອະທິຖານຕ້ອງຜ່ານການປະຕິບັດ: ຖ້າເຈົ້າອະທິຖານຢູ່ເຮືອນເປັນປະຈໍາ, ເຈົ້າບໍ່ມີທາງທີ່ຈະອະທິຖານຢູ່ໃນໂບດ ແລະ ຖ້າເຈົ້າບໍ່ອະທິຖານໃນເວລາມີການປະຊຸມຫມວດນ້ອຍ, ແລ້ວເຈົ້າຈະບໍ່ສາມາດອະທິຖານໃນເວລາມີການປະຊຸມໝວດໃຫຍ່. ຖ້າເຈົ້າບໍ່ເຂົ້າໃກ້ພຣະເຈົ້າເປັນປົກກະຕິ ຫຼື ນຶກເຖິງພຣະທໍາຂອງພຣະເຈົ້າ ແລ້ວເຈົ້າຈະບໍ່ມີຫຍັງຈະກ່າວເມື່ອເຖິງເວລາອະທິຖານ ແລະ ເຖິງແມ່ນວ່າຖ້າ ເຈົ້າອະທິຖານ, ເຈົ້າກໍຈະພຽງແຕ່ອະຖິຖານແຕ່ປາກ; ເຈົ້າບໍ່ໄດ້ອະທິຖານຢ່າງແທ້ຈິງ. ການອະທິຖານໂດຍແທ້ຈິງໝາຍຄວາມວ່າແນວໃດ? ໝາຍເຖິງການກ່າວຄໍາໃນໃຈຂອງ ເຈົ້າຕໍ່ພຣະເຈົ້າ ແລະ ການສື່ສານກັບພຣະເຈົ້າເພື່ອຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ປະສົງຂອງພຣະອົງ ແລະ ໂດຍອີງຕາມພຣະທໍາຂອງພຣະເຈົ້າ. ໝາຍເຖິງການມີຄວາມຮູ້ສຶກພິເສດໃກ້ຊິດຕິດພັນກັບພຣະເຈົ້າ, ການມີຄວາມຮູ້ສຶກວ່າພຣະອົງຢູ່ຕໍ່ໜ້າເຈົ້າ ແລະ ເຈົ້າມີບາງສິ່ງຈະກ່າວຕໍ່ພຣະອົງ. ໝາຍຄວາມວ່າຈິດໃຈຂ້ອງເຈົ້າເຕັມໄປດ້ວຍຄວາມແຈ່ມໃສເປັນພິເສດ ແລະ ໝາຍຄວາມວ່າການມີຄວາມຮູ້ສຶກວ່າພຣະເຈົ້າຄືສິ່ງທີ່ພິເສດສະງ່າງາມ. ເຈົ້າຈະມີຄວາມຮູ້ສຶກດົນບັນດານໃຈເປັນພິເສດ ແລະ ຫລັງຈາກໄດ້ຍິນຄໍາກ່າວອະທິຖານຂອງເຈົ້າ ເພື່ອນມິດ ແລະ ຍາດຕິພີ່ນ້ອງຂອງເຈົ້າກໍຈະມີຄວາມຮູ້ສຶກປິຕິຍິນດີ, ພວກເຂົາຈະມີຄວາມຮູ້ສຶກວ່າຄໍາກ່າວອະທິຖານຂອງເຈົ້າຄືຄໍາກ່າວອະທິຖານໃນໃຈຂອງພວກເຂົາ ທີ່ຕ້ອງການກ່າວເຊັ່ນກັນ. ສະນັ້ນ ຄໍາອະທິຖານທີ່ເຈົ້າກ່າວກໍຄືສິ່ງທີ່ພວກເຂົາຕ້ອງການກ່າວ. ນີ້ຄືຄວາມໝາຍຂອງການອະທິຖານທີ່ແທ້ຈິງ. ຫລັງຈາກເຈົ້າໄດ້ອະທິຖານຢ່າງແທ້ຈິງແລ້ວ, ຈິດໃຈຂອງເຈົ້າກໍຈະມີຄວາມສະຫງົບ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 412](https://lo.kingdomsalvation.org/videos/entry-into-life-excerpt-412.html) - ຍິ່ງຄົນເປີດໃຈຮັບເອົາພຣະທໍາຂອງພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຍິ່ງໄດ້ຮັບຄວາມສະຫວ່າງຫຼາຍຂຶ້ນເທົ່ານັ້ນ ແລະ ຍິ່ງຫິວກະຫາຍທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ມີແຕ່ຜູ້ທີ່ຮັບເອົາພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດມີປະສົບການອັນເລິກເຊິ່ງ ແລະ ລໍ້າຄ່າ; ພວກເຂົາເປັນຜູ້ທີ່ມີຊີວິດງອກງາມຍິ່ງໆຂຶ້ນ. ທຸກຄົນທີ່ສະແຫວງຫາຊີວິດຕ້ອງຖືສິ່ງນີ້ຄືກັບວ່າແມ່ນໜ້າທີ່ຂອງຕົນ ແລະ ຕ້ອງມີຄວາມຮູ້ສຶກວ່າ ຕົນບໍ່ສາມາດດໍາລົງຊີວິດໂດຍປາສະຈາກພຣະເຈົ້າ, ມີຄວາມຮູ້ສຶກວ່າ ຕົນຈະບໍ່ມີຄວາມສໍາເລັດໃດໆຖ້າປາສະຈາກພຣະເຈົ້າ ແລະ ທຸກສິ່ງແມ່ນວ່າງເປົ່າເມື່ອປາສະຈາກພຣະເຈົ້າ. ພວກເຂົາຄວນມີຄວາມຕັ້ງໃຈ ເຊັ່ນ: “ຖ້າປາສະຈາກການສະຖິດຂອງພຣະວິນຍານບໍລິສຸດ, ຂ້ານ້ອຍຈະບໍ່ເຮັດຫຍັງ ແລະ ຖ້າການອ່ານພຣະທໍາຂອງພຣະເຈົ້າບໍ່ໄດ້ຜົນ, ຂ້ານ້ອຍກໍຈະບໍ່ສົນໃຈເຮັດຫຍັງ”. ພວກເຂົາບໍ່ຄວນເຮັດຕາມໃຈຕົນເອງ. ປະສົບການຊີວິດແມ່ນມາຈາກຄວາມສະຫວ່າງ ແລະ ການນໍາພາຂອງພຣະເຈົ້າ ແລະ ກໍເປັນຜົນຂອງການພະຍາຍາມປະຕິບັດຕາມຂອງພວກເຈົ້າ. ພວກເຈົ້າບໍ່ຄວນແກ້ໂຕໃນເລື່ອງປະສົບການຊີວິດ. ບາງຄັ້ງ ສະພາບຂອງເຈົ້າແມ່ນບໍ່ປົກກະຕິ ຍ້ອນເຈົ້າສູນເສຍການສະຖິດຂອງພຣະເຈົ້າ ແລະ ບໍ່ສາມາດສໍາຜັດເຖິງພຣະອົງໄດ້ໃນເວລາເຈົ້າອະທິຖານ; ການຮູ້ສຶກຢ້ານໃນເວລາດັ່ງກ່າວຖືວ່າເປັນເລື່ອງປົກກະຕິ. ເຈົ້າຄວນເລີ່ມສະແຫວງຫາທັນທີ. ຖ້າເຈົ້າບໍ່ສະແຫວງຫາ, ພຣະເຈົ້າກໍຈະຫ່າງໄກຈາກເຈົ້າ ແລະ ເຈົ້າກໍຈະບໍ່ມີພຣະວິນຍານບໍລິສຸດສະຖິດຢູ່ນໍາເຈົ້າເປັນເວລາມື້ ຫຼື ສອງມື້ ຫຼື ເປັນເດືອນ ຫຼື ສອງເດືອນ ແລະ ເຈົ້າກໍຍິ່ງຈະບໍ່ມີພາລະກິດຂອງພຣະອົງ. ເມື່ອເຈົ້າພະເຊີນກັບສະຖານະການແບບນີ້ ເຈົ້າຈະມຶນຊາໃນລະດັບໃດລະດັບໜຶ່ງ; ເຈົ້າຖືກຈັບເປັນສະເລີຍຂອງຊາຕານອີກຄັ້ງ ແລະ ຈະສາມາດເຮັດສິ່ງໃດກໍໄດ້ ເຊັ່ນ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 29](https://lo.kingdomsalvation.org/videos/knowing-God-excerpt-029.html) - ພຣະເຈົ້າສ້າງມະນຸດຊາດ; ບໍ່ວ່າພວກເຂົາໄດ້ຖືກເຮັດໃຫ້ເສື່ອມຊາມ ຫຼື ບໍ່ວ່າພວກເຂົາຕິດຕາມພຣະເຈົ້າ ຫຼື ບໍ່ກໍຕາມ, ພຣະເຈົ້າປະຕິບັດຕໍ່ມວນມະນຸດດັ່ງຄົນທີ່ພຣະອົງຮັກຫຼາຍທີ່ສຸດ ຫຼື ດັ່ງທີ່ມະນຸດອາດຈະເວົ້າວ່າ ເປັນສຸດທີ່ຮັກຂອງພຣະອົງ ແລະ ບໍ່ແມ່ນຂອງຫຼິ້ນຂອງພຣະອົງ. ເຖິງແມ່ນພຣະເຈົ້າກ່າວວ່າພຣະອົງແມ່ນພຣະຜູ້ຊົງສ້າງ ແລະ ມະນຸດແມ່ນການຊົງສ້າງຂອງພຣະອົງ, ເຊິ່ງຟັງເບິ່ງຄືກັບວ່າ ມີຄວາມແຕກຕ່າງເລັກນ້ອຍໃນຕໍາແໜ່ງ, ຄວາມຈິງກໍຄື ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາເພື່ອມະນຸດແມ່ນໄກຈາກຄວາມສຳພັນໃນລັກສະນະນີ້ຫຼາຍ. ພຣະເຈົ້າຮັກມະນຸດ, ດູແລມະນຸດ ແລະ ສະໜອງໃຫ້ມະນຸດຊາດຢ່າງຕໍ່ເນື່ອງ ແລະ ຢ່າງບໍ່ຢຸດຢັ້ງ. ໃນໃຈຂອງພຣະອົງ, ພຣະອົງບໍ່ເຄີຍຮູ້ສຶກວ່າ ນີ້ແມ່ນພາລະກິດເພີ່ມເຕີມ ຫຼື ບາງສິ່ງທີ່ສົມຄວນໄດ້ຮັບຄວາມເຊື່ອຖືທີ່ສຸດ ແລະ ພຣະອົງກໍບໍ່ຮູ້ສຶກວ່າ ການຊ່ວຍຊີວິດມະນຸດໃຫ້ລອດພົ້ນ, ການສະໜອງໃຫ້ພວກເຂົາ ແລະ ປະທານທຸກສິ່ງໃຫ້ພວກເຂົາແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ມວນມະນຸດ. ພຣະອົງພຽງແຕ່ສະໜອງໃຫ້ມະນຸດຢ່າງງຽບໆດ້ວຍວິທີຂອງພຣະອົງເອງ ແລະ ຜ່ານທາດແທ້ຂອງພຣະອົງເອງ ແລະ ດ້ວຍສິ່ງທີ່ພຣະອົງມີ ແລະ ເປັນ. ບໍ່ວ່າມະນຸດໄດ້ຮັບການສະໜອງ ແລະ ການຊ່ວຍເຫຼືອຈາກພຣະອົງຫຼາຍສໍ່າໃດ, ພຣະເຈົ້າບໍ່ເຄີຍຄິດໃສ່ໃຈ ຫຼື ພະຍາຍາມຫວັງໄດ້ຮັບການຍ້ອງຍໍສັນລະເສີນ. ນີ້ໄດ້ຖືກກຳນົດໂດຍທາດແທ້ຂອງພຣະເຈົ້າ ແລະ ຍັງເປັນການສະແດງເຖິງອຸປະນິໄສຂອງພຣະເຈົ້າຢ່າງແທ້ຈິງອີກດ້ວຍ. ນີ້ແມ່ນເຫດຜົນທີ່ພວກເຮົາບໍ່ເຄີຍເຫັນພຣະເຈົ້າ ບໍ່ວ່າຈະຢູ່ໃນພຣະຄໍາພີ ຫຼື
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 390](https://lo.kingdomsalvation.org/videos/entry-into-life-excerpt-390.html) - ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ສິ່ງທີ່ພວກເຂົາຕ້ອງປະຕິບັດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ເຖິງພວກເຂົາຈະລຶ້ງເຄີຍກັບຄໍາວ່າ “ພຣະເຈົ້າ” ແລະ ວະລີ ເຊັ່ນ: “ພາລະກິດຂອງພຣະເຈົ້າ” ພວກເຂົາກໍບໍ່ຮູ້ຈັກພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮູ້ຈັກພາລະກິດຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍທີ່ທຸກຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າພາກັນສັບສົນໃນຄວາມເຊື່ອຂອງພວກເຂົາກ່ຽວກັບພຣະເຈົ້າ. ຜູ້ຄົນບໍ່ຈິງຈັງກັບຄວາມເຊື່ອໃນພຣະເຈົ້າ ແລະ ທັງໝົດນີ້ກໍຍ້ອນວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍເກີນໄປ ແລະ ແປກປະຫຼາດເກີນໄປສໍາລັບພວກເຂົາ. ໃນລັກສະນະນີ້ ພວກເຂົາຈຶ່ງຂາດຄຸນສົມບັດທີ່ພຣະເຈົ້າຕ້ອງການ. ເວົ້າອີກຢ່າງໜຶ່ງກໍຄື ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ ແລ້ວພວກເຂົາກໍບໍ່ເໝາະສົມທີ່ຈະໃຫ້ພຣະເຈົ້າໃຊ້ ແລະ ແຮງໄກທີ່ພວກເຂົາຈະສາມາດບັນລຸຕາມຄວາມປະສົງຂອງພຣະອົງໄດ້. “ຄວາມເຊື່ອໃນພຣະເຈົ້າ” ໝາຍເຖິງການເຊື່ອວ່າມີພຣະເຈົ້າ; ນີ້ແມ່ນຄວາມຄິດກ່ຽວກັບການເຊື່ອພຣະເຈົ້າແບບທໍາມະດາທີ່ສຸດ. ອີກຢ່າງ ການເຊື່ອວ່າມີພຣະເຈົ້າບໍ່ຄືກັບການເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ກົງກັນຂ້າມ ມັນເປັນຄວາມເຊື່ອແບບທໍາມະດາທີ່ເນັ້ນໜັກໃສ່ທາງດ້ານສາສະໜາ. ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໝາຍເຖິງສິ່ງດັ່ງຕໍ່ໄປນີ້: ບົນພື້ນຖານຂອງຄວາມເຊື່ອທີ່ວ່າພຣະເຈົ້າປົກຄອງສັບພະສິ່ງທັງປວງ, ຄົນໃດໜຶ່ງຕ້ອງຜະເຊີນກັບພຣະທໍາຂອງພຣະອົງ ແລະ ພາລະກິດຂອງພຣະອົງ, ລົບລ້າງອຸປະນິໄສທີ່ເສື່ອມຊາມຂອງຕົນເອງ, ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ມາຮູ້ຈັກພຣະເຈົ້າ. ມີພຽງແຕ່ການເດີນທາງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ “ຄວາມເຊື່ອໃນພຣະເຈົ້າ”. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນມັກຈະເຫັນຄວາມເຊື່ອໃນພຣະເຈົ້າເປັນເລື່ອງທໍາມະດາ ແລະ ບໍ່ສໍາຄັນ. ຜູ້ຄົນທີ່ເຊື່ອໃນພຣະເຈົ້າໃນລັກສະນະນີ້ແມ່ນໄດ້ສູນເສຍຄວາມໝາຍຂອງການເຊື່ອໃນພຣະເຈົ້າ ແລະ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 74](https://lo.kingdomsalvation.org/videos/knowing-God-excerpt-074.html) - ແມ່ນຫຍັງຄືການທົນທຸກທີ່ພຣະເຈົ້າໄດ້ຜະເຊີນເມື່ອພຣະອົງກາຍເປັນເນື້ອໜັງ ແລະ ດຳລົງຊີວິດຢູ່ທ່າມກາງມະນຸດຊາດ? ແມ່ນຫຍັງຄືການທົນທຸກນີ້? ມີຜູ້ໃດເຂົ້າໃຈຢ່າງແທ້ຈິງບໍ? ບາງຄົນເວົ້າວ່າ ພຣະເຈົ້າທົນທຸກຢ່າງໃຫຍ່ຫຼວງ, ເຖິງແມ່ນພຣະອົງເປັນພຣະເຈົ້າເອງ, ຜູ້ຄົນກໍບໍ່ເຂົ້າໃຈເຖິງແກ່ນແທ້ຂອງພຣະອົງ, ແຕ່ມັກຈະປະຕິບັດຕໍ່ພຣະອົງຄືກັບບຸກຄົນໃດໜຶ່ງ, ເຮັດໃຫ້ພຣະອົງຮູ້ສຶກເສົ້າເສຍໃຈ ແລະ ຜິດ, ພວກເຂົາເວົ້າວ່າວ່າ ຍ້ອນເຫດຜົນເຫຼົ່ານີ້ ການທົນທຸກຂອງພຣະເຈົ້າຈຶ່ງຍິ່ງໃຫຍ່ຢ່າງແທ້ຈິງ. ບາງຄົນເວົ້າວ່າ ພຣະເຈົ້າໄຮ້ດຽງສາ ແລະ ປາສະຈາກຄວາມຜິດບາບ, ແຕ່ວ່າພຣະອົງໄດ້ທົນທຸກໃນທາງດຽວກັນກັບມະນຸດຊາດ, ພຣະອົງທົນທຸກກັບການຂົ່ມເຫັງ, ການໃສ່ຮ້າຍປ້າຍສີ ແລະ ຄວາມອັບອາຍຄຽງຂ້າງມະນຸດຊາດ; ພວກເຂົາເວົ້າວ່າ ພຣະອົງຍັງອົດກັ້ນຕໍ່ການເຂົ້າໃຈຜິດ ແລະ ການບໍ່ເຊື່ອຟັງຂອງຜູ້ຕິດຕາມຂອງພຣະອົງອີກ, ສະນັ້ນ ພວກເຂົາຈຶ່ງເວົ້າວ່າ ການທົນທຸກຂອງພຣະອົງແມ່ນບໍ່ສາມາດວັດແທກໄດ້ແທ້ໆ. ມັນເບິ່ງຄືກັບວ່າພວກເຈົ້າບໍ່ເຂົ້າໃຈພຣະເຈົ້າຢ່າງແທ້ຈິງເລີຍ. ໃນຄວາມເປັນຈິງແລ້ວ, ການທົນທຸກນີ້ທີ່ພວກເຈົ້າເວົ້າເຖິງບໍ່ນັບວ່າເປັນການທົນທຸກທີ່ແທ້ຈິງສຳລັບພຣະເຈົ້າ, ຍ້ອນມີການທົນທຸກທີ່ຍິ່ງໃຫຍ່ກວ່ານີ້. ແລ້ວແມ່ນຫຍັງຄືການທົນທຸກທີ່ແທ້ຈິງສຳລັບພຣະເຈົ້າເອງ? ແມ່ນຫຍັງຄືການທົນທຸກທີ່ແທ້ຈິງສຳລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ? ສຳລັບພຣະເຈົ້າແລ້ວ, ມະນຸດຊາດທີ່ບໍ່ເຂົ້າໃຈພຣະອົງແມ່ນບໍ່ນັບວ່າເປັນການທົນທຸກ ແລະ ຜູ້ຄົນທີ່ມີຄວາມເຂົ້າໃຈຜິດບາງຢ່າງກ່ຽວກັບພຣະເຈົ້າ ແລະ ບໍ່ເຫັນວ່າພຣະອົງເປັນພຣະເຈົ້າກໍບໍ່ຖືວ່າເປັນການທົນທຸກ. ເຖິງຢ່າງໃດກໍຕາມ, ຜູ້ຄົນຮູ້ສຶກຢູ່ເລື້ອຍໆວ່າ ພຣະເຈົ້າຕ້ອງທົນທຸກກັບຄວາມບໍ່ຍຸຕິທຳຢ່າງໃຫຍ່ຫຼວງ, ໃນລະຫວ່າງເວລາທີ່ພຣະເຈົ້າຢູ່ໃນເນື້ອໜັງ, ພຣະອົງບໍ່ສາມາດສະແດງຕົວຕົນຂອງພຣະອົງໃຫ້ແກ່ມະນຸດຊາດ ແລະ ອະນຸຍາດໃຫ້ຜູ້ຄົນເຫັນຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ພຣະເຈົ້າລີ້ຢູ່ຢ່າງຖ່ອມຕົນໃນເນື້ອໜັງທີ່ເລັກນ້ອຍ, ສິ່ງນີ້ຕ້ອງເປັນການທໍລະມານຢ່າງໃຫຍ່ຫຼວງສຳລັບພຣະອົງ. ຜູ້ຄົນເອົາໃຈໃສ່ໃນສິ່ງທີ່ພວກເຂົາສາມາດເຂົ້າໃຈ
- [ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 99](https://lo.kingdomsalvation.org/videos/the-incarnation-excerpt-099.html) - “ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ ສຳລັບພຣະເຈົ້າທີ່ຕ້ອງບັງເກີດເປັນມະນຸດ ພຣະອົງຕ້ອງເປັນເນື້ອໜັງກ່ອນ, ເນື້ອໜັງທີ່ມີຄວາມເປັນມະນຸດທີ່ທຳມະດາ; ນີ້ແມ່ນຂໍ້ກໍານົດເບື້ອງຕົ້ນໂດຍພື້ນຖານທີ່ສຸດ. ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າທີ່ຢູ່ໃນແກ່ນແທ້ຂອງພຣະອົງໄດ້ກາຍມາເປັນເນື້ອໜັງ, ກາຍມາເປັນມະນຸດ. ຊີວິດທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະອົງສາມາດແບ່ງອອກເປັນສອງຂັ້ນຕອນ. ຂັ້ນຕອນທີໜຶ່ງແມ່ນຊີວິດທີ່ພຣະອົງມີກ່ອນການປະຕິບັດພັນທະກິດຂອງພຣະອົງ. ພຣະອົງມີຊີວິດໃນຄອບຄົວມະນຸດທີ່ທຳມະດາ, ຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງ, ເຊື່ອຟັງສິນທຳທີ່ປົກກະຕິ ແລະ ກົດເກນແຫ່ງຊີວິດມະນຸດ, ມີຄວາມຕ້ອງການແບບມະນຸດປົກກະຕິ (ອາຫານ, ເຄື່ອງນຸ່ງ, ການຫຼັບນອນ, ທີ່ພັກອາໄສ), ມີຄວາມອ່ອນແບບມະນຸດປົກກະຕິ ແລະ ມີຄວາມຮູ້ສຶກແບບມະນຸດປົກກະຕິ. ເວົ້າອີກຢ່າງໜຶ່ງກໍຄື ໃນລະຫວ່າງຂັ້ນຕອນທຳອິດນັ້ນ ພຣະອົງບໍ່ໄດ້ດໍາລົງຊີວີດຢູ່ໃນຄວາມເປັນມະນຸດທີ່ບໍ່ແມ່ນພຣະເຈົ້າ, ທຳມະດາຢ່າງສິ້ນເຊີງ, ໂດຍມີສ່ວນຮ່ວມໃນທຸກກິດຈະກຳທີ່ປົກກະຕິຂອງມະນຸດ. ຂັ້ນຕອນທີສອງແມ່ນຊີວິດທີ່ພຣະອົງມີຫຼັງຈາກເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ພຣະອົງຍັງດຳລົງຢູ່ໃນຄວາມເປັນມະນຸດທີ່ທຳມະດາ ໂດຍມີເປືອກນອກຂອງມະນຸດທຳມະດາ, ບໍ່ໄດ້ສະແດງເຖິງໝາຍສຳຄັນພາຍນອກທີ່ເໜືອທຳມະຊາດ. ແຕ່ພຣະອົງມີຊີວິດເພື່ອຜົນປະໂຫຍດແຫ່ງພັນທະກິດຂອງພຣະອົງແທ້ໆ ແລະ ໃນໄລຍະເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງມີຢູ່ເພື່ອສະໜັບສະໜູນພາລະກິດທີ່ທຳມະດາແຫ່ງຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ, ຍ້ອນເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງໄດ້ເຕີບໃຫຍ່ຈົນເຖິງຈຸດທີ່ສາມາດປະຕິບັດພັນທະກິດຂອງພຣະອົງໄດ້. ສະນັ້ນ ຂັ້ນຕອນທີສອງແຫ່ງຊີວິດຂອງພຣະອົງແມ່ນການປະຕິບັດພັນທະກິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ, ເມື່ອມັນເປັນຊີວິດທີ່ມີທັງຄວາມເປັນມະນຸດທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ໃນລະຫວ່າງຂັ້ນຕອນທຳອິດຂອງຊີວິດຂອງພຣະອົງ ເຫດຜົນທີ່ພຣະອົງມີຊີວິດຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງກໍຍ້ອນຄວາມເປັນມະນຸດຂອງພຣະອົງຍັງບໍ່ສາມາດຮັກສາພາລະກິດທີ່ສັກສິດທັງໝົດເທື່ອ,
- [เพลงคริสเตียน | "การพิพากษาของพระเจ้าคือหนทางหลักในการทำให้มนุษย์เพรียบพร้อม"](https://lo.kingdomsalvation.org/videos/judgment-is-way-to-perfect-man-lrc.html) - Chorus พระเจ้าให้คนเพรียบพร้อมอย่างไร คือโดยอุปนิสัยอันชอบธรรม อุปนิสัยของพระองค์ เปี่ยมความชอบธรรม บารมี มีพระพิโรธ การสาปแช่ง พิพากษา พระองค์ทำให้คนเพรียบพร้อมด้วยการพิพากษา Verse 1 มีคนบางคนไม่เข้าใจ จึงถามว่าทำไม ทำไมพระเจ้านั้นทำให้ผู้คนเพรียบพร้อมได้ ด้วยการแช่งสาป พิพากษาเพียงเท่านั้น หากคนถูกพระเจ้าแช่งสาป แล้วเขาไม่ตายหรือ Verse 2 "หากพระเจ้าพิพากษา คนไม่ถูกกล่าวโทษหรือ" เช่นนั้นจะทำให้คนเพรียบพร้อมอย่างไร เหล่านี้คือคำถามโดย บรรดาผู้ที่ไม่รู้จักงานของพระเจ้า พระเจ้าให้คนเพรียบพร้อมอย่างไร คือโดยอุปนิสัยอันชอบธรรม อุปนิสัยของพระองค์ เปี่ยมความชอบธรรม บารมี มีพระพิโรธ การสาปแช่ง พิพากษา พระองค์ทำให้คนเพรียบพร้อม ด้วยการพิพากษา Verse 3 พระเจ้าสาปแช่งการไม่เชื่อฟังของผู้คน ทรงพิพากษาบาปทั้งสิ้นของผู้คน แม้พระองค์ตรัสดุดันด้วยความรุนแรงยิ่ง ด้วยถ้อยคำเข้มงวดเหล่านั้น ทรงเผยแก่นแท้ของคน การพิพากษาทำให้คน เห็นแก่นแท้เนื้อหนังของตน และดังนั้นเขาจึงนบนอบเชื่อฟังพระเจ้า พระเจ้าให้คนเพรียบพร้อมอย่างไร คือโดยอุปนิสัยอันชอบธรรม อุปนิสัยของพระองค์ เปี่ยมความชอบธรรม บารมี มีพระพิโรธ การสาปแช่ง พิพากษา พระองค์ทำให้คนเพรียบพร้อม
- [เพลงประสานเสียงคริสเตียน | “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ” | ສະເຫຼີມສະຫຼອງການມາເຖິງແຜ່ນດິນໂລກຂອງອານາຈັກພຣະເຈົ້າ](https://lo.kingdomsalvation.org/videos/kingdom-has-descended-on-the-world-feature-page.html) - ເພງແຫ່ງອານາຈັກທີ່ຕື່ນເຕັ້ນຕັນໃຈໄດ້ດັງຂຶ້ນ ເຊິ່ງປະກາດການມາເຖິງຂອງພຣະເຈົ້າທ່າມກາງມະນຸດແກ່ຈັກກະວານທັງປວງ! ອານາຈັກຂອງພຣະເຈົ້າໄດ້ມາເຖິງແລ້ວ! ທຸກຄົນຮ້ອງໂຮ, ທຸກສິ່ງຍິນດີ! ທຸກສິ່ງທົ່ວທັງສະຫວັນເຕັມໄປດ້ວຍຄວາມມ່ວນຊື່ນ. ແມ່ນຫຍັງຄືເຫດການແຫ່ງຄວາມປິຕິຍິນດີທີ່ຈັບໃຈແບບນີ້? ທ່າມກາງມະນຸດ, ແມ່ນໃຜທີ່ດຳລົງຊີວິດຢູ່ໃນຄວາມເຈັບປວດ ແລະ ໄດ້ອົດກັ້ນກັບຄວາມເສື່ອມຊາມຂອງຊາຕານເປັນເວລາຫຼາຍພັນປີ ຜູ້ທີ່ບໍ່ປາຖະໜາ, ບໍ່ໃຝ່ຝັນຫາການມາເຖິງຂອງພຣະເຈົ້າ? ມີຜູ້ເຊື່ອ ແລະ ຜູ້ຕິດຕາມຂອງພຣະເຈົ້າຈັກຄົນໃນຍຸກຕ່າງໆ ທີ່ໄດ້ອົດກັ້ນຕໍ່ການທົນທຸກ ແລະ ຄວາມລໍາບາກ, ການຂົມເຫັງ ແລະ ຄວາມແຕກແຍກ ພາຍໃຕ້ອິດທິພົນຂອງຊາຕານ? ແມ່ນໃຜແດ່ທີ່ບໍ່ຫວັງໃຫ້ອານາຈັກຂອງພຣະເຈົ້າມາໄວໆນີ້? ເມື່ອໄດ້ຊີມລົດຊາດແຫ່ງຄວາມສຸກ ແລະ ຄວາມໂສກເສົ້າຂອງຄວາມເປັນມະນຸດ, ມີມະນຸດຊາດຄົນໃດແດ່ທີ່ບໍ່ປາຖະໜາຫາຄວາມຈິງ ແລະ ຄວາມຊອບທຳເພື່ອມີອຳນາດທ່າມກາງມະນຸດ? ເມື່ອອານາຈັກຂອງພຣະເຈົ້າມາເຖິງ, ມື້ທີ່ປະຊາຊາດ ແລະ ທຸກຄົນລໍຄອຍຢ່າງເອົາເປັນເອົາຕາຍກໍຈະມາເຖິງໃນທີ່ສຸດ! ໃນເວລານີ້, ແມ່ນຫຍັງຈະເປັນເຫດການທ່າມກາງທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ? ຊີວິດໃນອານາຈັກຈະສວຍງາມພຽງໃດ? ຍ້ອນ “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ”, ຄຳອະທິຖານແຫ່ງພັນປີຈະກາຍເປັນຈິງ!
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (8)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-8-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (8)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-8-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (8)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-8-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (8)" ສ່ວນທີ ຫ້າ](https://lo.kingdomsalvation.org/videos/responsibilities-of-leaders-and-workers-8-part-5.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-27-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-27-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (29)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-29-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (29)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-29-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-27-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (29)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-29-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (29)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-29-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (23)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-23-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-27-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (23)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-23-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (19)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-19-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (18)" ສ່ວນທີ ຫ້າ](https://lo.kingdomsalvation.org/videos/responsibilities-of-leaders-and-workers-18-part-5.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (23)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-23-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (14)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-14-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (14)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-14-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (19)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-19-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (14)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-14-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (23)" ສ່ວນທີ ຫ້າ](https://lo.kingdomsalvation.org/videos/responsibilities-of-leaders-and-workers-23-part-5.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (14)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-14-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (23)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-23-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (19)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-19-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (18)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-18-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (18)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-18-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (18)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-18-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (17)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-17-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (18)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-18-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (17)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-17-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (9)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-9-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (17)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-17-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-16-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (17)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-17-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (17)" ສ່ວນທີ ຫ້າ](https://lo.kingdomsalvation.org/videos/responsibilities-of-leaders-and-workers-17-part-5.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (9)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-9-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (9)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-9-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (9)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-9-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-16-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (15)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-15-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16)" ສ່ວນທີ ຫ້າ](https://lo.kingdomsalvation.org/videos/responsibilities-of-leaders-and-workers-16-part-5.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (15)" ສ່ວນທີ ຫ້າ](https://lo.kingdomsalvation.org/videos/responsibilities-of-leaders-and-workers-15-part-5.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (15)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-15-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (22)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-22-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-16-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-16-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (15)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-15-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (15)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-15-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (3)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-3-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (3)" ສ່ວນທີ ຫ້າ](https://lo.kingdomsalvation.org/videos/responsibilities-of-leaders-and-workers-3-part-5.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (3)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-3-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20)" ສ່ວນທີ ສາມ](https://lo.kingdomsalvation.org/videos/responsibilities-of-leaders-and-workers-20-part-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (3)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-3-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20)" ສ່ວນທີ ຫ້າ](https://lo.kingdomsalvation.org/videos/responsibilities-of-leaders-and-workers-20-part-5.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (3)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-3-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20)" ສ່ວນທີ ຫົກ](https://lo.kingdomsalvation.org/videos/responsibilities-of-leaders-and-workers-20-part-6.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-20-part-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-20-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (13)" ສ່ວນທີ ສີ່](https://lo.kingdomsalvation.org/videos/responsibilities-of-leaders-and-workers-13-part-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-20-part-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (13)" ສ່ວນທີ ໜຶ່ງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-13-part-1.html)
- [ການສະແດງການເຕັ້ນລຳ “ພຣະເຈົ້າສ້າງມື້ອື່ນທີ່ສວຍງາມກວ່າໃຫ້ແກ່ມະນຸດຊາດ”](https://lo.kingdomsalvation.org/videos/God-s-beautiful-creation-for-mankind.html) - 1 ເຮົາຈະມອບໝາກໄມ້ທີ່ລໍ້າຄ່າຂອງເຮົາໃຫ້ກັບຊາວນາທີ່ດຸໝັ່ນແຫ່ງການາອານ ຜູ້ທີ່ຕ້ອນຮັບການກັບມາຂອງເຮົາຢ່າງພາກພຽນກະຕືລືລົ້ນ. ເຮົາປາຖະໜາພຽງແຕ່ໃຫ້ສະຫວັນມີຢູ່ຕະຫຼອດໄປ ແລະ ຫຼາຍກວ່ານັ້ນກໍຄື ໃຫ້ມະນຸດບໍ່ເຖົ້າແກ່ຈັກເທື່ອ, ໃຫ້ສະຫວັນ ແລະ ມະນຸດມີ ການຢຸດພັກຕະຫຼອດໄປ ແລະ ໃຫ້ “ຕົ້ນແປກ ແລະ ຕົ້ນສົນ” ທີ່ຂຽວຕະຫຼອດປີເຫຼົ່ານັ້ນຢູ່ຄຽງຄູ່ພຣະເຈົ້າຕະຫຼອດໄປ ແລະ ຢູ່ຄຽງຄູ່ສະຫວັນໃນການເຂົ້າສູ່ຍຸກແຫ່ງອຸດົມຄະຕິຮ່ວມກັນຕະຫຼອດໄປ. 2 ເຮົາມອບຈຸດໝາຍປາຍທາງຂອງມະນຸດໃຫ້ກັບເຂົາ, ເຮົາປະຄວາມອຸດົມສົມບູນທຸກຢ່າງຂອງເຮົາໄວ້ໃຫ້ກັບມະນຸດ, ໂຮຍຊີວິດຂອງເຮົາລົງທ່າມກາງມະນຸດ, ປູກເມັດພືດແຫ່ງຊີວິດຂອງເຮົາໃນທົ່ງນາທີ່ຢູ່ໃນຫົວໃຈຂອງມະນຸດ, ປະຄວາມຊົງຈຳທີ່ເປັນນິລັນໄວ້ໃຫ້ກັບເຂົາ, ປະຄວາມຮັກທັງໝົດຂອງເຮົາໄວ້ໃຫ້ກັບມະນຸດຊາດ ແລະ ມອບທຸກສິ່ງທີ່ມະນຸດຮັກຫອມໃນຕົວເຮົາໃຫ້ກັບມະນຸດ. ເຮົາໄດ້ມອບທັງໝົດຂອງເຮົາໃຫ້ກັບມະນຸດຊາດແລ້ວ. ເຮົາໄດ້ປະຊີວິດທັງໝົດຂອງເຮົາໄວ້ໃຫ້ກັບມະນຸດແລ້ວ ແລະ ເຮົາໄດ້ເຮັດວຽກໜັກເພື່ອໄຖດິນແດນທີ່ສວຍງາມແຫ່ງຄວາມຮັກສຳລັບມະນຸດຊາດ ໂດຍທີ່ບໍ່ເອີ່ຍປາກຈັກຄວາມ; ເຮົາບໍ່ເຄີຍມີຂໍ້ຮຽກຮ້ອງທີ່ສົມເຫດສົມຜົນຕໍ່ກັບມະນຸດຈັກເທື່ອ ແລະ ບໍ່ໄດ້ເຮັດຫຍັງ ນອກຈາກຍອມເຊື່ອຟັງການຈັດແຈງຂອງມະນຸດເທົ່ານັ້ນ ແລະ ສ້າງມື້ອື່ນທີ່ສວຍງາມຂຶ້ນສຳລັບມະນຸດຊາດ. (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (10))
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (13)" ສ່ວນທີ ສອງ](https://lo.kingdomsalvation.org/videos/responsibilities-of-leaders-and-workers-13-part-2.html)
- [ເພງຄຣິດສະຕຽນ “ບໍ່ມີອຳນາດໃດສາມາດຂວາງທາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້”](https://lo.kingdomsalvation.org/videos/no-power-can-stand-God-wishes-achieve-video.html) - ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດຢືນຂວາງສິ່ງທີ່ ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້. ໃນປັດຈຸບັນນີ້ ພຣະເຈົ້າໄດ້ກັບຄືນມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງພຣະອົງ. ຈຸດໝາຍທຳອິດຂອງພຣະອົງກໍຄື ກຸ່ມນັກປົກຄອງພະເດັດການທີ່ຍິ່ງໃຫຍ່ ນັ້ນກໍຄື ປະເທດຈີນ ເຊິ່ງເປັນປ້ອມປາການທີ່ ເດັດດ່ຽວຂອງລັດທິບໍ່ເຊື່ອພຣະເຈົ້າ. ພຣະເຈົ້າໄດ້ຮັບກຸ່ມຄົນໂດຍສະຕິປັນຍາ ແລະ ລິດອຳນາດຂອງພຣະອົງ. ໃນຊ່ວງເວລານັ້ນ, ພຣະອົງຖືກຕາມລ່າໂດຍ ພັກປົກຄອງຂອງຈີນໃນທຸກວິທີທາງ ແລະ ປະສົບກັບການທົນທຸກທໍລະມານທີ່ຍິ່ງໃຫຍ່ ໂດຍບໍ່ມີບ່ອນວາງຫົວຂອງພຣະອົງ ແລະ ບໍ່ສາມາດຊອກຫາບ່ອນທີ່ຈະຫຼົບຊ້ອນໄດ້. ເຖິງຢ່າງນັ້ນກໍຕາມ ພຣະເຈົ້າກໍຍັງຄົງສືບຕໍ່ພາລະກິດທີ່ ພຣະອົງຕັ້ງໃຈທີ່ຈະປະຕິບັດ ນັ້ນກໍຄື ພຣະອົງກ່າວຖ້ອຍຄໍາຂອງພຣະອົງ ແລະ ເຜີຍແຜ່ຂ່າວປະເສີດ. ບໍ່ມີໃຜສາມາດຢັ່ງເຖິງ ຄວາມລິດທານຸພາບສູງສຸດຂອງພຣະເຈົ້າໄດ້. ໃນປະເທດຈີນ ເຊິ່ງເປັນປະເທດທີ່ນັບພຣະເຈົ້າເປັນສັດຕູ ພຣະເຈົ້າກໍບໍ່ເຄີຍເຊົາພາລະກິດຂອງພຣະອົງ. ກົງກັນຂ້າມ, ຫຼາຍຄົນໄດ້ຍອມຮັບເອົາພາລະກິດ ແລະ ພຣະທຳຂອງພຣະອົງ ຍ້ອນພຣະເຈົ້າກະທຳທຸກສິ່ງຢ່າງທີ່ພຣະອົງສາມາດກະທຳ ເພື່ອຊ່ວຍໃຫ້ມະນຸດຊາດລອດພົ້ນ ຍ້ອນພຣະເຈົ້າກະທຳທຸກສິ່ງຢ່າງທີ່ພຣະອົງສາມາດກະທຳ ເພື່ອຊ່ວຍໃຫ້ມະນຸດຊາດລອດພົ້ນ. ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດຢືນຂວາງສິ່ງທີ່ ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້. ຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ ຕໍ່ຕ້ານພຣະທຳຂອງພຣະເຈົ້າ ລົບກວນ ແລະ ທຳລາຍແຜນການຂອງພຣະເຈົ້າ ຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ. ຄົນທີ່ທ້າທາຍພາລະກິດຂອງພຣະເຈົ້າກໍຈະຖືກສົ່ງລົງນະຮົກ
- [ເພງຄຣິດສະຕຽນ “ພຣະເຈົ້າຈະຊົງຟື້ນຟູຄວາມໝາຍຂອງການສ້າງມະນຸດຂອງພຣະອົງ”](https://lo.kingdomsalvation.org/videos/restore-meaning-of-creation-of-man-video.html) - ພຣະເຈົ້າສ້າງມະນຸດ ແລະ ວາງພວກເຂົາໄວ້ເທິງແຜ່ນດິນໂລກ ແລະ ພຣະອົງໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ. ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ. ສຸດທ້າຍ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດ ຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງການສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ບໍ່ເຊື່ອຟັງພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ປະຕິບັດຕາມຄໍາສັ່ງຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດ ໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຊະນະ ຄວາມເຄົາລົບຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງ ຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ພຣະອົງເສຍຄວາມໝາຍຢູ່ເບື້ອງຫຼັງ
- [ເພງຄຣິດສະຕຽນ “ພຣະເຈົ້າພິພາກສາ ແລະ ເຮັດໃຫ້ມະນຸດສົມບູນດ້ວຍພຣະທຳໃນຍຸກສຸດທ້າຍຂອງພຣະອົງ”](https://lo.kingdomsalvation.org/videos/God-judges-and-perfects-man-video.html) - ພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍ ແມ່ນມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອອະທິບາຍທຸກສິ່ງທີ່ຈຳເປັນຕໍ່ຊີວິດຂອງມະນຸດ, ເພື່ອຊີ້ໃຫ້ເຫັນສິ່ງທີ່ມະນຸດສົມຄວນເຂົ້າຫາ, ເພື່ອສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນ ແລະ ເພື່ອສະແດງສະຕິປັນຍາ, ລິດອຳນາດທີ່ຍິ່ງໃຫຍ່ ແລະ ຄວາມອັດສະຈັນຂອງພຣະເຈົ້າໃຫ້ກັບມະນຸດ. ຜ່ານຫຼາກຫຼາຍວິທີທີ່ພຣະເຈົ້າກ່າວ ມະນຸດຈະໄດ້ເຫັນຄວາມລໍ້າເລີດຂອງພຣະເຈົ້າ, ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ນອກເໜືອໄປກວ່ານັ້ນມະນຸດຈະໄດ້ເຫັນຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ. ມະນຸດຈະໄດ້ເຫັນຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ເຫັນການຖ່ອມຕົວ, ຄວາມລີ້ລັບ ແລະ ຄວາມເປັນທໍາມະດາສາມັນຂອງພຣະອົງ. ພຣະທຳບາງຂໍ້ຂອງພຣະອົງແມ່ນ ກ່າວອອກມາຈາກມຸມມອງຂອງພຣະວິນຍານໂດຍກົງ, ພຣະທຳບາງຂໍ້ຂອງພຣະອົງແມ່ນ ກ່າວອອກມາຈາກມຸມມອງຂອງມະນຸດໂດຍກົງ ແລະ ພຣະທຳບາງຂໍ້ຂອງພຣະອົງແມ່ນ ກ່າວອອກມາຈາກມຸມມອງຂອງບຸກຄົນທີສາມ. ດ້ວຍສິ່ງນີ້ ສາມາດເຫັນໄດ້ວ່າ ວິທີການຂອງພາລະກິດຂອງພຣະເຈົ້າ ແຕກຕ່າງກັນຢ່າງໃຫຍ່ຫຼວງ ແລະ ພຣະອົງເຮັດໃຫ້ມະນຸດ ເຫັນຄວາມແຕກຕ່າງນັ້ນໂດຍຜ່ານພຣະທຳ. ພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກນີ້ ໂດຍສະເພາະຢ່າງຍິ່ງກໍແມ່ນ ການສະໜອງພຣະທຳສຳລັບຊີວິດຂອງມະນຸດ, ການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ທາດແທ້ແຫ່ງທຳມະຊາດຂອງມະນຸດ, ການທຳລາຍແນວຄວາມຄິດທາງສາສະໜາ, ຄວາມຄິດກ່ຽວກັບສັກດີນາ, ຄວາມຄິດທີ່ລ້າສະໄໝ ເຊິ່ງລວມທັງຄວາມຮູ້ ແລະ ວັດທະນະທຳຂອງມະນຸດ. ສິ່ງທັງໝົດນີ້ຕ້ອງຖືກປ່ອຍໄວ້ໃຫ້ວ່າງເປົ່າ ແລະ ເຮັດໃຫ້ບໍລິສຸດໂດຍພຣະທຳຂອງພຣະເຈົ້າ. ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳ ແລະ ບໍ່ແມ່ນໝາຍສຳຄັນ
- [ເພງຄຣິດສະຕຽນ “ຈົ່ງເອົາໃຈໃສ່ກັບຊະຕາກຳຂອງມະນຸດຊາດ”](https://lo.kingdomsalvation.org/videos/pay-attention-to-fate-of-mankind-video.html) - ພຣະເຈົ້າແນະນໍາໃຫ້ປະຊາຊົນຂອງທຸກຊົນຊາດ, ປະເທດ ແລະ ແມ່ນແຕ່ອຸດສາຫະກຳໃຫ້ຟັງສຽງຂອງພຣະເຈົ້າ, ເພື່ອເບິ່ງພາລະກິດຂອງພຣະເຈົ້າ, ເພື່ອສົນໃຈກັບຊະຕາກໍາຂອງມະນຸດຊາດ, ດ້ວຍວ່າ ພຣະເຈົ້າເປັນຜູ້ບໍລິສຸດທີ່ສຸດ, ເປັນຕານັບຖືທີ່ສຸດ, ສູງສົ່ງທີ່ສຸດ ແລະ ເປັນພຽງຈຸດມຸ່ງໝາຍດຽວຂອງ ການນະມັດສະການທ່າມກາງມະນຸດ ແລະ ເຮັດໃຫ້ມະນຸດຊາດທັງໝົດດຳລົງຊີວິດຢູ່ພາຍໃຕ້ ການອວຍພອນຂອງພຣະເຈົ້າ ເໝືອນກັບທີ່ເຊື້ອສາຍຂອງອັບຣາຮາມ ຜູ້ເຊິ່ງດຳລົງຊີວິດຢູ່ໃນພຣະສັນຍາຂອງພຣະເຢໂຮວາ ແລະ ເໝືອນກັບອາດາມ ແລະ ເອວາ ຜູ້ເຊິ່ງຖືກສ້າງໂດຍພຣະເຈົ້າແຕ່ດັ່ງເດີມ ທີ່ດຳລົງຊີວິດຢູ່ໃນສວນເອເດນ. ແລະ ເໝືອນກັບອາດາມ ແລະ ເອວາ ຜູ້ເຊິ່ງຖືກສ້າງໂດຍພຣະເຈົ້າແຕ່ດັ່ງເດີມ ທີ່ດຳລົງຊີວິດຢູ່ໃນສວນເອເດນ. ພາລະກິດຂອງພຣະເຈົ້າເໝືອນກັບຄື້ນທະເລຊັດສາດ. ບໍ່ມີໃຜສາມາດກັກຂັງພຣະອົງໄດ້ ແລະ ບໍ່ມີໃຜສາມາດຢັບຢັ້ງບາດກ້າວຂອງພຣະອົງໄດ້. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງໃກ້ຊິດ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ຍອມປະຕິບັດຕາມພຣະອົງ ກໍຈະປະສົບກັບໄພພິບັດທີ່ບໍ່ອາດຕ້ານທານໄດ້ ແລະ ຈະໄດ້ຮັບການລົງໂທດທີ່ເໝາະສົມທີ່ສຸດ. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງໃກ້ຊິດ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ຍອມປະຕິບັດຕາມພຣະອົງ
- [ເພງຄຣິດສະຕຽນ “ພຣະເຈົ້າຄືຜູ້ມີອຳນາດສູງສຸດພຽງຜູ້ດຽວຕໍ່ຊະຕາກຳຂອງມະນຸດ”](https://lo.kingdomsalvation.org/videos/sole-sovereign-of-mans-fate-video.html) - ບໍ່ວ່າໃນຊີວິດເຈົ້າໄດ້ຍ່າງໄປໄກເທົ່າໃດກໍຕາມ, ບໍ່ວ່າຕອນນີ້ເຈົ້າມີອາຍຸກຈັກປີແລ້ວກໍຕາມ, ບໍ່ວ່າການເດີນທາງຂອງເຈົ້າອາດຍັງຍາວໄກຫຼາຍພຽງໃດກໍຕາມ, ກ່ອນອື່ນ ເຈົ້າຕ້ອງຮັບຮູ້ສິດອຳນາດຂອງພຣະເຈົ້າ ແລະ ພິຈາລະນາມັນຢ່າງຈິງຈັງ ແລະ ຍອມຮັບຄວາມຈິງທີ່ວ່າ ພຣະເຈົ້າຄືເຈົ້ານາຍທີ່ເປັນເອກະລັກຂອງເຈົ້າ. ການບັນລຸຄວາມຮູ້ທີ່ຊັດເຈນ ແລະ ຖືກຕ້ອງ ແລະ ຄວາມເຂົ້າໃຈຄວາມຈິງເຫຼົ່ານີ້ ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ; ແມ່ນບົດຮຽນທີ່ຈຳເປັນສຳລັບທຸກຄົນ ແມ່ນກຸນແຈສູ່ການຮູ້ຈັກຊີວິດມະນຸດ ແລະ ການບັນລຸຄວາມຈິງ. ນັ້ນຄືຊີວິດແຫ່ງການຮູ້ຈັກພຣະເຈົ້າ, ເປັນຫຼັກສູດພື້ນຖານແຫ່ງການສຶກສາທີ່ ທຸກຄົນຕ້ອງຜະເຊີນໃນແຕ່ລະມື້ ແລະ ບໍ່ມີໃຜສາມາດຫຼີກເວັ້ນໄດ້. ຖ້າບາງຄົນຢາກໃຊ້ທາງລັດເພື່ອບັນລຸເປົ້າໝາຍນີ້, ມັນເປັນໄປບໍ່ໄດ້! ຖ້າເຈົ້າຢາກຫຼົບໜີຈາກອຳນາດອະທິປະໄຕຂອງພຣະເຈົ້າ ນັ້ນແຮງເປັນໄປໄດ້ໜ້ອຍທີ່ສຸດ! ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າດຽວຂອງມະນຸດ, ພຣະເຈົ້າແມ່ນເຈົ້ານາຍອົງດຽວຂອງໂຊກຊະຕາມະນຸດ, ສະນັ້ນ ມັນເປັນໄປບໍ່ໄດ້ທີ່ ມະນຸດຈະກຳນົດໂຊກຊະຕາຂອງຕົວເອງ, ເປັນໄປບໍ່ໄດ້ທີ່ເຂົາຈະກ້າວຂາອອກຈາກສິ່ງນີ້ໄດ້. ບໍ່ວ່າຜູ້ຄົນຈະມີຄວາມສາມາດສູງປານໃດ ເຂົາກໍຈະບໍ່ສາມາດມີອິດທິພົນໄດ້ ແຮງໄກທີ່ຈະສາມາດປັ້ນແຕ່ງ, ຈັດແຈງ, ຄວບຄຸມ ຫຼື ປ່ຽນແປງໂຊກຊະຕາຂອງຄົນອື່ນໄດ້. ມີພຽງພຣະເຈົ້າເອງທີ່ເປັນເອກະລັກເທົ່ານັ້ນ ທີ່ກຳນົດທຸກສິ່ງໃຫ້ກັບມະນຸດ ຍ້ອນວ່າມີພຽງພຣະອົງເທົ່ານັ້ນທີ່ມີສິດອຳນາດທີ່ເປັນເອກະລັກ ທີ່ຄອບຄອງອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ, ເພາະສະນັ້ນ ມີພຽງພຣະຜູ້ຊົງສ້າງເທົ່ານັ້ນທີ່ ເປັນເຈົ້ານາຍທີ່ເປັນເອກະລັກຂອງມະນຸດ. (ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)
- [ເພງຄຣິດສະຕຽນ “ພຣະເຈົ້າເປັນຜູ້ປົກຄອງແຜນການຄຸ້ມຄອງ 6.000 ປີ”](https://lo.kingdomsalvation.org/videos/God-is-ruler-of-management-plan-video.html) - ພຣະເຈົ້າຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ພຣະອົງເອງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ດ້ວຍເຫດນັ້ນ ກໍຕ້ອງເປັນພຣະອົງເອງທີ່ເຮັດໃຫ້ຍຸກຜ່ານມາສິ້ນສຸດລົງ. ນັ້ນແມ່ນການພິສູດວ່າ ພຣະອົງເຮັດໃຫ້ຊາຕານພ່າຍແພ້ ແລະ ເອົາຊະນະໂລກ. ແຕ່ລະຄັ້ງທີ່ພຣະອົງເອງປະຕິບັດພາລະກິດທ່າມກາງມະນຸດ, ມັນແມ່ນເປັນຈຸດເລີ່ມຕົ້ນຂອງການຕໍ່ສູ້ໃໝ່. ຫາກປາສະຈາກການເລີ່ມຕົ້ນຂອງພາລະກິດໃໝ່, ມັນກໍຈະບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງໂດຍທຳມະຊາດ. ແລ້ວເມື່ອບໍ່ມີການເຮັດໃຫ້ພາລະກິດເກົ່າສຳເລັດລົງ, ສິ່ງນີ້ແມ່ນເປັນການພິສູດວ່າ ການຕໍ່ສູ້ກັບຊາຕານຍັງບໍ່ໄດ້ມາເຖິງຕອນຈົບເທື່ອ. ພຽງແຕ່ເມື່ອພຣະເຈົ້າເອງລົງມາ ແລະ ປະຕິບັດພາລະກິດໃໝ່ທ່າມກາງມະນຸດ, ມະນຸດຈຶ່ງຈະສາມາດລອດພົ້ນຈາກອຳນາດຂອງຊາຕານຢ່າງສົມບູນ ແລະ ຮັບເອົາຊີວິດໃໝ່ ແລະ ການເລີ່ມຕົ້ນໃໝ່. ບໍ່ດັ່ງນັ້ນ ມະນຸດຈະດຳລົງຊີວິດຢູ່ໃນຍຸກເກົ່າຕະຫຼອດໄປ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນເດີມຂອງຊາຕານຕະຫຼອດໄປ. ພາລະກິດຂອງພຣະເຈົ້າແມ່ນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ. ພຣະອົງເປັນຜູ້ລິເລີ່ມພາລະກິດຂອງພຣະອົງ ແລະ ພຣະອົງເປັນຜູ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ. ພຣະອົງເປັນຜູ້ວາງແຜນພາລະກິດ ແລະ ພຣະອົງເປັນຜູ້ຄຸ້ມຄອງພາລະກິດນັ້ນ ແລະ ຍິ່ງໄປກວ່ານັ້ນກໍເປັນພຣະອົງເອງທີ່ ເຮັດໃຫ້ພາລະກິດນັ້ນບັນລຸຜົນ. ພຣະອົງເປັນຜູ້ວາງແຜນພາລະກິດ ແລະ ພຣະອົງເປັນຜູ້ຄຸ້ມຄອງພາລະກິດນັ້ນ ແລະ ຍິ່ງໄປກວ່ານັ້ນກໍເປັນພຣະອົງເອງທີ່ ເຮັດໃຫ້ພາລະກິດນັ້ນບັນລຸຜົນ. ດັ່ງທີ່ໄດ້ກ່າວໄວ້ໃນພຣະຄຳພີ “ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ; ເຮົາເປັນຜູ້ວ່ານ ແລະ ຜູ້ກ່ຽວ”. ທຸກສິ່ງທີ່ກ່ຽວຂ້ອງກັບພາລະກິດແຫ່ງການຄຸ້ມຄອງ ແມ່ນຖືກປະຕິບັດໂດຍພຣະເຈົ້າເອງ.
- [ເພງຄຣິດສະຕຽນ “ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າເຮັດໃຫ້ມະນຸດສົມບູນດ້ວຍພຣະທຳ”](https://lo.kingdomsalvation.org/videos/God-perfects-man-by-words-video.html) - ໃນຍຸກນີ້ ພຣະເຈົ້າຈະນໍາເອົາຄວາມເປັນຈິງມາສູ່ບັນດາພວກເຈົ້າ ເຊິ່ງມະນຸດທຸກຄົນຕ້ອງໃຊ້ຊີວິດຕາມພຣະທໍາຂອງພຣະເຈົ້າ, ຕ້ອງສາມາດນໍາເອົາຄວາມຈິງມາປະຕິບັດ ແລະ ຮັກພຣະເຈົ້າຢ່າງຈິງໃຈ. ມະນຸດທຸກຄົນຕ້ອງໃຊ້ພຣະທໍາຂອງພຣະເຈົ້າເພື່ອເປັນພື້ນຖານ ແລະ ເປັນໂລກແຫ່ງຄວາມຈິງຂອງພວກເຂົາ ແລະ ມີຫົວໃຈທີ່ເຄົາລົບບູຊາຕໍ່ພຣະເຈົ້າ; ແລະ ໂດຍຜ່ານການປະຕິບັດຕາມພຣະທໍາຂອງພຣະເຈົ້າ ມະນຸດຈະໄດ້ຮັບອໍານາດແບບກະສັດ ຮ່ວມກັບພຣະເຈົ້າ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະບັນລຸຜົນ. ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງມະນຸດ, ເຈົ້າຮູ້ສຶກດີ ຖ້າເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຮັດແບບນັ້ນ ເຈົ້າກໍຈະບໍ່ມີເສັ້ນທາງທີ່ຈະເດີນຕາມ. ພຣະທໍາຂອງພຣະເຈົ້າກາຍເປັນອາຫານຂອງມະນຸດ ແລະ ພະລັງທີ່ຜັກດັນພວກເຂົາ. ພຣະຄໍາພີໄດ້ກ່າວໄວ້ວ່າ “ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານຢ່າງດຽວ ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ”. ນີ້ຄືພາລະກິດທີ່ພຣະເຈົ້າຈະນໍາມາສູ່ຄວາມສໍາເລັດໃນມື້ນີ້. ພຣະອົງຈະບັນລຸຜົນຄວາມຈິງນີ້ໃນພວກເຈົ້າ. ໃນຍຸກນີ້, ພຣະເຈົ້າ ສ່ວນໃຫຍ່ແມ່ນໃຊ້ພຣະທໍາເພື່ອປົກຄອງທຸກສິ່ງ, ປົກຄອງທຸກສິ່ງ. ມະນຸດຖືກພິພາກສາ ແລະ ເຮັດໃຫ້ສົມບູນແບບໂດຍຜ່ານພຣະທໍາຂອງພຣະເຈົ້າ ແລ້ວສຸດທ້າຍກໍຖືກນໍາເຂົ້າສູ່ອານາຈັກ. ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນ ທີ່ສາມາດສະໜອງຊີວິດຂອງມະນຸດ ແລະ ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ ສາມາດໃຫ້ແສງສະຫວ່າງແກ່ມະນຸດ ແລະ ເສັ້ນທາງເພື່ອປະຕິບັດ ໂດຍສະເພາະໃນຍຸກແຫ່ງອານາຈັກ. ພຽງແຕ່ເຈົ້າກິນ ແລະ ດື່ມພຣະທໍາຂອງພຣະອົງທຸກມື້ ໂດຍບໍ່ອອກຈາກໂລກແຫ່ງ ຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ, ພຣະເຈົ້າຈະສາມາດເຮັດໃຫ້ເຈົ້າສົມບູນແບບໄດ້. ໂດຍບໍ່ອອກຈາກໂລກແຫ່ງ
- [ເພງຄຣິດສະຕຽນ “ເນື້ອໜັງ ແລະ ພຣະວິນຍານຂອງພຣະເຈົ້າມີລັກສະນະຄ້າຍຄືກັນໂດຍແກ່ນແທ້ແລ້ວ”](https://lo.kingdomsalvation.org/videos/God-s-flesh-spirit-are-identical-essence-video.html) - ເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າ ສະຖິດຢູ່ແມ່ນເນື້ອໜັງຂອງພຣະເຈົ້າເອງ. ພຣະວິນຍານຂອງພຣະເຈົ້າສູງສຸດ; ພຣະອົງຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາ. ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງກໍສູງສຸດ, ຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາເຊັ່ນກັນ. ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງກໍສູງສຸດ, ຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາເຊັ່ນກັນ. ເນື້ອໜັງດັ່ງກ່າວແມ່ນພຽງແຕ່ສາມາດເຮັດໃນສິ່ງທີ່ຊອບທໍາ ແລະ ເປັນປະໂຫຍດແກ່ມະນຸດຊາດ, ເຮັດໃນສິ່ງທີ່ບໍລິສຸດ, ມີສະຫງ່າລາສີ ແລະ ຍິ່ງໃຫຍ່; ພຣະອົງບໍ່ສາມາດເຮັດສິ່ງທີ່ລະເມີດຄວາມຈິງ, ລະເມີດສິນທໍາ ແລະ ຄວາມຍຸຕິທໍາ ແລ້ວແຮງໄກທີ່ພຣະອົງຈະສາມາດເຮັດສິ່ງທີ່ ທໍລະຍົດພຣະວິນຍານຂອງພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ດ້ວຍເຫດນັ້ນ ເນື້ອໜັງຂອງພຣະອົງ ຈຶ່ງບໍ່ສາມາດຖືກຊາຕານເຮັດໃຫ້ເສື່ອມຊາມ; ເນື້ອໜັງຂອງພຣະອົງມີແກ່ນແທ້ທີ່ ແຕກຕ່າງຈາກເນື້ອໜັງຂອງມະນຸດ, ແຕກຕ່າງຈາກເນື້ອໜັງຂອງມະນຸດ. ຍ້ອນເປັນມະນຸດ ບໍ່ແມ່ນພຣະເຈົ້າ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ; ຊາຕານບໍ່ສາມາດເຮັດໃຫ້ເນື້ອໜັງຂອງພຣະເຈົ້າເສື່ອມຊາມໄດ້. ສະນັ້ນ, ເຖິງວ່າມະນຸດ ແລະ ພຣະຄຣິດຈະອາໄສຢູ່ພາຍໃນພື້ນທີ່ດຽວກັນ, ມີພຽງແຕ່ມະນຸດເທົ່ານັ້ນທີ່ ຖືກຊາຕານຄອບງຳ, ນໍາໃຊ້ ແລະ ດັກຈັບ. ໃນທາງກົງກັນຂ້າມ, ພຣະຄຣິດແມ່ນມີຄວາມແຂງແກ່ນຕໍ່
- [ເພງຄຣິດສະຕຽນ “ການສ້າງທັງໝົດຕ້ອງຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ”](https://lo.kingdomsalvation.org/videos/come-under-God-s-dominion-video.html) - ພຣະເຈົ້າສ້າງສັບພະສິ່ງທັງປວງ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເຮັດໃຫ້ ຊັບພະທຸກສິ່ງມາຢູ່ພາຍໃຕ້ອຳນາດຂອງພຣະອົງ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງ; ພຣະອົງຈະບັນຊາສິ່ງທັງປວງ, ເພື່ອວ່າສິ່ງທັງປວງຈະຢູ່ໃນກໍາມືຂອງພຣະອົງ. ທຸກສິ່ງທີ່ພຣະເຈົ້າສ້າງ ລວມເຖິງສັດ, ພືດ, ມະນຸດຊາດ, ພູເຂົາ ແລະ ແມ່ນໍ້າ ແລະ ທະເລສາບ, ທຸກສິ່ງຕ້ອງມາຢູ່ພາຍໃຕ້ອຳນາດຂອງພຣະອົງ. ທຸກສິ່ງທີ່ຢູ່ເທິງທ້ອງຟ້າ ແລະ ເທິງແຜ່ນດິນໂລກ ຕ້ອງມາຢູ່ພາຍໃຕ້ອຳນາດຂອງພຣະອົງ. ພວກເຂົາບໍ່ມີທາງເລືອກອື່ນ ແລະ ລ້ວນແລ້ວແຕ່ຕ້ອງຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະອົງ. ສິ່ງນີ້ຖືກບັນຍັດໂດຍພຣະເຈົ້າ ແລະ ເປັນສິດອຳນາດຂອງພຣະເຈົ້າ. ພຣະເຈົ້າບັນຊາທຸກສິ່ງ ໂດຍທີ່ແຕ່ລະຢ່າງນັ້ນແມ່ນຖືກຈັດແຈງຕາມປະເພດຂອງໃຜມັນ ແລະ ຈັດແບ່ງຕາມຕໍາແໜ່ງຂອງພວກເຂົາເອງ ຕາມຄວາມປະສົງຂອງພຣະເຈົ້າ. ບໍ່ວ່າມັນຈະຍິ່ງໃຫຍ່ສໍ່າໃດກໍຕາມ, ບໍ່ມີຫຍັງສາມາດລື່ນພຣະເຈົ້າໄດ້ ແລະ ທຸກສິ່ງຮັບໃຊ້ມະນຸດຊາດທີ່ພຣະເຈົ້າສ້າງ ແລະ ບໍ່ມີສິ່ງໃດກ້າທີ່ຈະບໍ່ເຊື່ອຟັງພຣະເຈົ້າ ຫຼື ທີ່ຈະຮຽກຮ້ອງຫຍັງຈາກພຣະເຈົ້າໄດ້. ດ້ວຍເຫດນັ້ນ ມະນຸດ ໃນຖານະທີ່ເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ ກໍຕ້ອງປະຕິບັດໜ້າທີ່ຂອງມະນຸດເຊັ່ນກັນ. ບໍ່ວ່າມະນຸດຈະເປັນເຈົ້ານາຍ ຫຼື ຜູ້ດູແລຂອງບັນດາສິ່ງທັງປວງ, ບໍ່ວ່າສະຖານະຂອງມະນຸດ ຈະສູງສົ່ງສໍ່າໃດກໍຕາມທ່າມກາງສິ່ງທັງປວງ, ຢ່າງໃດກໍຕາມ ພວກເຂົາກໍຍັງເປັນພຽງມະນຸດເລັກນ້ອຍທີ່ ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ ແລະ
- [ເພງຄຣິດສະຕຽນ “ການມີຕົວຕົນຢູ່ຂອງມະນຸດຊາດທັງປວງຂຶ້ນຢູ່ກັບພຣະເຈົ້າ”](https://lo.kingdomsalvation.org/videos/existence-of-mankind-rests-on-God-video.html) - ພາລະກິດຂັ້ນຕອນສຸດທ້າຍຂອງພຣະເຈົ້າ ບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອລິຂີດຊະຕາກໍາຂອງມະນຸດ. ຍິ່ງໄປກວ່ານັ້ນ ກໍແມ່ນເພື່ອຮັບເອົາການຍອມຮັບ ຈາກຄົນທັງປວງສໍາລັບທຸກສິ່ງທີ່ພຣະເຈົ້າໄດ້ກະທໍາ. ພຣະເຈົ້າຕ້ອງການ ໃຫ້ມະນຸດທຸກຄົນເຫັນວ່າທຸກສິ່ງທີ່ ພຣະອົງໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາ ເປັນການສໍາແດງເຖິງອຸປະນິໄສຂອງພຣະອົງ, ບໍ່ແມ່ນການກະທໍາຂອງມະນຸດ ແລະ ກໍບໍ່ແມ່ນທໍາມະຊາດ ເປັນສິ່ງທີ່ສ້າງມະນຸດຊາດຂຶ້ນມາ. ແຕ່ກົງກັນຂ້າມ ພຣະເຈົ້າເປັນຜູ້ຊົງສ້າງ ແລະ ດູແລທຸກຊີວິດທັງປວງ. ຖ້າປາສະຈາກພຣະເຈົ້າ ມະນຸດກໍຈະມີແຕ່ຄວາມຕາຍ ແລະ ປະສົບກັບການລົງໂທດດ້ວຍໄພພິບັດຢ່າງຮ້າຍແຮງ. ບໍ່ມີມະນຸດຄົນໃດຈະເຫັນດວງຕາເວັນ ແລະ ດວງເດືອນທີ່ສວຍງາມອີກ ຫຼື ໂລກສີຂຽວໜ່ວຍນີ້ອີກ. ມະນຸດຈະປະເຊີນກັບກາງຄືນທີ່ໜາວຈັດ ແລະ ໂລກທີ່ເຕັມໄປດ້ວຍຄວາມມືດ ແລະ ຄວາມຕາຍ. ພຣະເຈົ້າເປັນຄວາມພົ້ນດຽວຂອງມະນຸດ ພຣະອົງເປັນຄວາມຫວັງດຽວຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ການດໍາລົງຢູ່ຂອງມະນຸດກໍຂຶ້ນຢູ່ກັບພຣະອົງ. ປາສະຈາກພຣະເຈົ້າແລ້ວ ມະນຸດກໍຈະດໍາລົງຢູ່ບໍ່ໄດ້. ປາສະຈາກພຣະເຈົ້າແລ້ວ ມະນຸດກໍຈະປະເຊີນກັບໄພພິບັດຢ່າງຮ້າຍແຮງ ແລະ ຖືກມານຮ້າຍທຸກຮູບແບບຢຽບຢໍ່າທໍາລາຍລົງ ເຖິງປານນັ້ນກໍຍັງບໍ່ມີຜູ້ໃດເຊື່ອຟັງພຣະເຈົ້າ. ພຣະອົງໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ພຣະເຈົ້າຫວັງຢ່າງດຽວວ່າມະນຸດ ຈະຕອບແທນພຣະອົງດ້ວຍການກະທໍາຄວາມດີ. ພຣະອົງໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ພຣະເຈົ້າຫວັງຢ່າງດຽວວ່າມະນຸດ ຈະຕອບແທນພຣະອົງດ້ວຍການກະທໍາຄວາມດີ, ພຣະເຈົ້າຫວັງຢ່າງດຽວວ່າມະນຸດ ຈະຕອບແທນພຣະອົງດ້ວຍການກະທໍາຄວາມດີ. (ຈາກໜັງສືຕິດຕາມພຣະເມສານ້ອຍ
- [ເພງຄຣິດສະຕຽນ “ລັດສະໝີຂອງພຣະເຈົ້າສ່ອງແສງອອກມາຈາກທິດຕາເວັນອອກ”](https://lo.kingdomsalvation.org/videos/God-s-glory-shines-from-east-video.html) - ມີແຕ່ເມື່ອພຣະເຈົ້າໄດ້ຜ່ານເຂົ້າສູ່ສະຫວັນ ແລະ ແຜ່ນດິນໂລກແຫ່ງໃໝ່ ພຣະເຈົ້າຈະເອົາອີກສ່ວນໜຶ່ງຂອງສະຫງ່າລາສີຂອງພຣະອົງ ມາເປີດເຜີຍເປັນຄັ້ງທໍາອິດໃນດິນແດນການາອານ ເຮັດໃຫ້ເກີດມີແສງສະຫວ່າງອ່ອນໆສ່ອງໄປທົ່ວແຜ່ນດິນໂລກ ທີ່ຈົມຢູ່ໃນຄວາມມືດສະນິດແຫ່ງຍາມຄໍ່າຄືນ ເພື່ອເຮັດໃຫ້ແຜ່ນດິນໂລກທັງໝົດມາສູ່ຄວາມສະຫວ່າງ. ໃຫ້ມະນຸດທົ່ວແຜ່ນດິນໂລກໄດ້ດຶງດູດເອົາ ກໍາລັງຈາກພະລັງແຫ່ງແສງສະຫວ່າງ ເຮັດໃຫ້ສະຫງ່າລາສີຂອງພຣະເຈົ້າເພີ່ມຂຶ້ນ ແລະ ປາກົດຂຶ້ນໃໝ່ຕໍ່ທຸກຊົນຊາດ. ໃຫ້ມະນຸດຊາດທັງປວງຮັບຮູ້ວ່າພຣະເຈົ້າ ໄດ້ມາສູ່ໂລກມະນຸດນີ້ແຕ່ດົນນານແລ້ວ ແລະ ໄດ້ນໍາເອົາຄວາມສະຫງ່າລາສີຂອງພຣະເຈົ້າ ຈາກອິດສະຣາເອນໄປສູ່ທິດຕາເວັນອອກຕັ້ງແຕ່ດົນນານແລ້ວ ຍ້ອນ ສະຫງ່າລາສີຂອງພຣະເຈົ້າ ໄດ້ສ່ອງແສງຈາກທິດຕາເວັນອອກ ເຊິ່ງເປັນບ່ອນທີ່ມັນຖືກນໍາມາ ຈາກຍຸກແຫ່ງພຣະຄຸນຈົນເຖິງທຸກວັນນີ້. ແຕ່ມັນຄືອິດສະຣາເອນທີ່ພຣະເຈົ້າຈາກມາ ແລະ ຈາກທີ່ນັ້ນ ພຣະອົງຈຶ່ງໄດ້ມາເຖິງທິດຕາເວັນອອກ. ເມື່ອແສງສະຫວ່າງແຫ່ງທິດຕາເວັນອອກຄ່ອຍໆກາຍເປັນສີຂາວ ເມື່ອນັ້ນຄວາມມືດທົ່ວແຜ່ນດິນໂລກ ກໍຈະເລີ່ມຫັນສູ່ແສງສະຫວ່າງ ແລະ ມີແຕ່ເມື່ອນັ້ນ ມະນຸດກໍຈະຄົ້ນພົບວ່າພຣະເຈົ້າ ໄດ້ໄປຈາກອິດສະຣາເອນແຕ່ດົນນານແລ້ວ ແລະ ປາກົດຕົວໃໝ່ອີກຄັ້ງໃນທິດຕາເວັນອອກ. ເມື່ອເຄີຍລົງມາສູ່ດິນແດນອິດສະຣາເອນຄັ້ງໜຶ່ງແລ້ວ ພຣະເຈົ້າບໍ່ສາມາດບັງເກີດໃນອິດສະຣາເອນອີກຄັ້ງ ເພາະວ່າພາລະກິດຂອງພຣະເຈົ້າຈະນໍາພາຈັກກະວານທັງໝົດ ແລະ ຍິ່ງໄປກວ່ານັ້ນ ຟ້າແມບເຫຼື້ອມສ່ອງແສງ ຈາກທິດຕາເວັນອອກສູ່ທິດຕາເວັນຕົກໂດຍກົງ. ດ້ວຍເຫດນີ້, ພຣະເຈົ້າໄດ້ລົງມາໃນທິດຕາເວັນອອກ ແລະ ນໍາເອົາການາອານມາສູ່ຜູ້ຄົນໃນທິດຕາເວັນອອກ. ພຣະເຈົ້າປາຖະໜາທີ່ຈະນໍາເອົາຜູ້ຄົນ ຈາກທົ່ວແຜ່ນດິນໂລກໄປສູ່ດິນແດນຂອງການາອານ ແລະ ດັ່ງນັ້ນ ພຣະເຈົ້າຈະສືບຕໍ່ກ່າວພຣະຄຳໃນດິນແດນ ຂອງການາອານເພື່ອຄວບຄຸມຈັກກະວານທັງໝົດ. ໃນເວລານີ້ ບໍ່ມີແສງສະຫວ່າງໃນທົ່ວໂລກ
- [ເພງຄຣິດສະຕຽນ “ທຸກສິ່ງທີ່ພຣະເຈົ້າເຮັດເພື່ອມະນຸດນັ້ນລ້ວນຈິງໃຈ”](https://lo.kingdomsalvation.org/videos/all-that-God-does-for-man-is-sincere-video.html) - ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເປັນຈິງ ບໍ່ມີຫຍັງທີ່ພຣະອົງເຮັດວ່າງເປົ່າ. ພຣະເຈົ້າມາຢູ່ທ່າມກາງມະນຸດຢ່າງຖ່ອມຕົວ ເປັນບຸກຄົນທຳມະດາຄົນໜຶ່ງ. ພຣະອົງບໍ່ພຽງແຕ່ປະຕິບັດບາງພາລະກິດ ກ່າວບາງພຣະທຳ ແລ້ວກໍຈາກໄປ ກົງກັນຂ້າມ, ພຣະອົງມາຢູ່ທ່າມກາງມະນຸດແທ້ຈິງ ແລະ ປະສົບກັບຄວາມເຈັບປວດຂອງໂລກ. ພຣະເຈົ້າຈ່າຍລາຄາດ້ວຍປະສົບການແຫ່ງ ການທົນທຸກຂອງພຣະອົງເອງ ສິ່ງນີ້ບໍ່ແມ່ນພາລະກິດທີ່ແທ້ຈິງບໍ? ພໍ່ແມ່ອາດຊໍາລະລາຄາຢ່າງຫຼວງຫຼາຍ ເພື່ອເຫັນແກ່ລູກໆຂອງພວກເຂົາ ແລະ ສິ່ງນີ້ກໍເປັນຕົວແທນໃຫ້ແກ່ຄວາມຈິງໃຈຂອງພວກເຂົາ. ໃນການເຮັດແບບນີ້, ແນ່ນອນ ພຣະເຈົ້າທີ່ບັງເກີດເປັນມະນຸດ ຈິງໃຈ ແລະ ຊື່ສັດທີ່ສຸດຕໍ່ມະນຸດຊາດ. ແກ່ນແທ້ຂອງພຣະເຈົ້ານັ້ນຊື່ສັດ; ພຣະອົງເຮັດສິ່ງທີ່ພຣະອົງເວົ້າ ແລະ ແມ່ນຫຍັງກໍຕາມທີ່ພຣະອົງເຮັດກໍບັນລຸຜົນ. ທຸກສິ່ງທີ່ພຣະອົງເຮັດເພື່ອມະນຸດແມ່ນຈິງໃຈ. ພຣະອົງບໍ່ພຽງແຕ່ກ່າວພຣະຄຳເທົ່ານັ້ນ ເມື່ອພຣະອົງເວົ້າວ່າພຣະອົງຈະຈ່າຍລາຄາ ພຣະອົງກໍຈ່າຍລາຄາແທ້ໆ. ເມື່ອພຣະອົງເວົ້າວ່າພຣະອົງຈະຮັບເອົາການທົນທຸກ ຂອງມະນຸດຊາດ ແລະ ທົນທຸກແທນພວກເຂົາ ພຣະອົງກໍມາດຳລົງຊີວິດຢູ່ທ່າມກາງພວກເຂົາແທ້ໆ ສຳຜັດ ແລະ ປະສົບກັບການທົນທຸກນີ້ເປັນການສ່ວນຕົວ. ຫຼັງຈາກນັ້ນ, ທຸກສິ່ງທີ່ຢູ່ໃນຈັກກະວານກໍຈະຮັບຮູ້ວ່າ ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຖືກຕ້ອງ ແລະ ຊອບທຳ ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເປັນຈິງ ນີ້ຄືສ່ວນ ຂອງຫຼັກຖານທີ່ມີພະລັງ. ມະນຸດຊາດຈະມີຈຸດໝາຍປາຍທາງທີ່ສວຍງາມໃນອະນາຄົດ ແລະ ທຸກຄົນທີ່ຍັງຄົງຢູ່ກໍຈະສັນລະເສີນພຣະເຈົ້າ ພວກເຂົາຈະຍົກຍ້ອງວ່າການກະທຳຂອງພຣະເຈົ້າ ແມ່ນດຳເນີນຈາກຄວາມຮັກຂອງພຣະອົງ ທີ່ມີຕໍ່ມະນຸດຊາດຢ່າງແທ້ຈິງ. ແກ່ນແທ້ແຫ່ງຄວາມສວຍງາມ
- [ເພງຄຣິດສະຕຽນ “ຜົນທີ່ຕາມມາຂອງການທີ່ມະນຸດຊາດສູນເສຍການຊີ້ນຳຂອງພຣະເຈົ້າ”](https://lo.kingdomsalvation.org/videos/consequences-of-losing-God-s-guidance-video.html) - ຈາກຕອນທີ່ມະນຸດໄດ້ມີວິທະຍາສາດສັງຄົມເປັນຄັ້ງທໍາອິດ ຄວາມຄິດຂອງມະນຸດກໍວຸ້ນຢູ່ນໍາວິທະຍາສາດ ແລະ ຄວາມຮູ້. ແລ້ວວິທະຍາສາດ ແລະ ຄວາມຮູ້ກາຍມາ ເປັນເຄື່ອງມືສຳລັບການປົກຄອງຂອງມະນຸດ ແລະ ບໍ່ມີພື້ນທີ່ພຽງພໍອີກຕໍ່ໄປສຳລັບ ໃຫ້ມະນຸດນະມັດສະການພຣະເຈົ້າ ແລະ ບໍ່ມີເງື່ອນໄຂທີ່ຈະນະມັດສະການພຣະເຈົ້າ ດ້ວຍຄວາມຊື່ນຊົມຍິນດີອີກຕໍ່ໄປ. ຕໍາແໜ່ງຂອງພຣະເຈົ້າໄດ້ຫຼຸດຕໍ່າລົງ ຫຼາຍຍິ່ງຂຶ້ນໃນຫົວໃຈຂອງມະນຸດ. ໂລກໃນຫົວໃຈຂອງມະນຸດເຊິ່ງປາສະ ຈາກພື້ນທີ່ໃຫ້ກັບພຣະເຈົ້າເປັນໂລກທີ່ມືດ ວ່າງເປົ່າໂດຍປາສະຈາກຄວາມຫວັງ. ແລ້ວດ້ວຍເຫດນັ້ນ ຈຶ່ງໄດ້ເກີດມີນັກວິທະຍາ ສາດສັງຄົມຫຼາຍຄົນ, ນັກປະຫວັດສາດ ແລະ ນັກການເມືອງເພື່ອອະທິບາຍ ທິດສະດີແຫ່ງວິທະຍາສາດສັງຄົມ ທິດສະດີແຫ່ງການວິວັດທະນາການ ແລະ ທິດສະດີອື່ນໆທີ່ລະເມີດຄວາມຈິງທີ່ພຣະເຈົ້າໄດ້ສ້າງມະນຸດ ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ. ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງຫຼາຍຂຶ້ນ. ນອກຈາກນັ້ນ ກໍມີຄົນຈຳນວນຫຼາຍຄົນທີ່ ເຫັນການບັນທຶກແຫ່ງພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນລະຫວ່າງຍຸກແຫ່ງພຣະສັນຍາ ເດີມນັ້ນ ເປັນເໝືອນກັບເລື່ອງເລົ່າລື ແລະ ຕຳນານ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເລີ່ມບໍ່ສົນໃຈຕໍ່ກຽດສັກສີ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ບໍ່ສົນໃຈຕໍ່ຂໍ້ຄິດເຫັນທີ່ວ່າ ພຣະເຈົ້າມີຢູ່ ແລະ ມີອຳນາດເໜືອທຸກສິ່ງ. ຄວາມຢູ່ລອດຂອງມະນຸດຊາດ
- [ເພງຄຣິດສະຕຽນ “ພຣະທຳຂອງພຣະເຈົ້າແມ່ນຄວາມຈິງທີ່ບໍ່ປ່ຽນແປງຕະຫຼອດການ”](https://lo.kingdomsalvation.org/videos/God-s-words-are-unchanging-truth-video.html) - ພຣະທຳຂອງພຣະເຈົ້າເປັນຄວາມຈິງທີ່ບໍ່ປ່ຽນແປງຕະຫຼອດໄປ. ພຣະເຈົ້າເປັນຜູ້ໃຫ້ຊີວິດແກ່ມະນຸດ ແລະ ເປັນຜູ້ນໍາພາໜຶ່ງດຽວສຳລັບມະນຸດຊາດ. ຄຸນຄ່າ ແລະ ຄວາມໝາຍຂອງພຣະທຳຂອງພຣະເຈົ້າ ບໍ່ໄດ້ຖືກກຳນົດຂຶ້ນໂດຍອີງຕາມວ່າມະນຸດຊາດຮັບຮູ້ ຫຼື ຍອມຮັບພຣະທຳເຫຼົ່ານີ້ ຫຼື ບໍ່ ແຕ່ອີງຕາມແກ່ນແທ້ຂອງພຣະທຳເອງ. ເຖິງແມ່ນວ່າ ບໍ່ມີຜູ້ໃດເທິງແຜ່ນດິນໂລກນີ້ ຈະສາມາດຮັບພຣະທຳຂອງພຣະເຈົ້າໄດ້ກໍຕາມ ແຕ່ຄຸນຄ່າຂອງພຣະທຳຂອງພຣະເຈົ້າ ແລະ ຄວາມຊ່ວຍເຫຼືອຂອງພວກມັນ ທີ່ມີຕໍ່ມະນຸດຊາດບໍ່ອາດສາມາດປະເມີນໄດ້ໂດຍມະນຸດ. ດັ່ງນັ້ນ ເມື່ອຜະເຊີນກັບມະນຸດຫຼາຍຄົນທີ່ກະບົດ ໂຕ້ແຍ້ງ ຫຼື ດູຖູກພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ ທ່າທີຂອງພຣະເຈົ້າຄືສິ່ງນີ້ເທົ່ານັ້ນ ໃຫ້ເວລາ ແລະ ຄວາມຈິງເປັນພະຍານຂອງພຣະອົງ ແລະ ສະແດງໃຫ້ເຫັນວ່າພຣະທຳຂອງພຣະເຈົ້າ ແມ່ນຄວາມຈິງ, ແນວທາງ ແລະ ຊີວິດ. ໃຫ້ພຣະທຳຂອງພຣະເຈົ້າສະແດງໃຫ້ເຫັນວ່າ ທຸກສິ່ງທີ່ພຣະອົງກ່າວແມ່ນຖືກຕ້ອງ ມັນເປັນສິ່ງທີ່ມະນຸດຄວນປະກອບມີ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນສິ່ງທີ່ມະນຸດຄວນຍອມຮັບ. ພຣະເຈົ້າຈະໃຫ້ທຸກຄົນທີ່ຕິດຕາມພຣະອົງຮູ້ຈັກເຖິງຄວາມຈິງນີ້ ຄົນທີ່ບໍ່ສາມາດຍອມຮັບພຣະທຳຂອງພຣະເຈົ້າ ຢ່າງເຕັມເມັດເຕັມໜ່ວຍ ຄົນທີ່ບໍ່ສາມາດນໍາພຣະທຳຂອງພຣະເຈົ້າໄປປະຕິບັດຕົວຈິງ ຄົນທີ່ບໍ່ສາມາດຄົ້ນພົບຈຸດປະສົງໃນພຣະທຳຂອງພຣະເຈົ້າ ແລະ ຄົນທີ່ບໍ່ສາມາດຮັບເອົາຄວາມລອດພົ້ນ ຍ້ອນພຣະທຳຂອງພຣະເຈົ້າ ແມ່ນຄົນທີ່ຖືກພຣະທຳຂອງພຣະເຈົ້າລົງໂທດ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນຄົນທີ່ ໄດ້ສູນເສຍຄວາມລອດພົ້ນຂອງພຣະເຈົ້າ ແລະ
- [ເພງຄຣິດສະຕຽນ “ທຸກສິ່ງບັນລຸໄດ້ຜ່ານພຣະທຳຂອງພຣະເຈົ້າ”](https://lo.kingdomsalvation.org/videos/achieved-through-God-s-word-video.html) - ທຸກຄົນຈະຖືກເຮັດໃຫ້ສຳເລັດໂດຍພຣະທຳຂອງພຣະເຈົ້າ ບໍ່ມີມະນຸດຄົນໃດອາດເຂົ້າຮ່ວມໄດ້ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດພາລະກິດ ທີ່ພຣະເຈົ້າຈະປະຕິບັດໄດ້. ພຣະເຈົ້າຈະປັດເປົ່າອາກາດທີ່ ຢູ່ໃນທຸກຫົນແຫ່ງຂອງແຜ່ນດິນໃຫ້ສະອາດ ແລະ ກຳຈັດທຸກຮ່ອງຮອຍຂອງຜີຮ້າຍທີ່ຢູ່ເທິງແຜ່ນດິນໂລກ. ພຣະເຈົ້າໄດ້ເລີ່ມຕົ້ນແລ້ວ ແລະ ພຣະອົງຈະເລີ່ມຕົ້ນຂັ້ນ ຕອນທຳອິດຂອງພາລະກິດແຫ່ງການຂ້ຽນຕີຂອງພຣະອົງ ໃນສະຖານທີ່ຂອງມັງກອນແດງໃຫຍ່ອາໄສຢູ່. ສະນັ້ນ ມັນຈຶ່ງສາມາດປະຈັກໄດ້ວ່າການຂ້ຽນຕີ ຂອງພຣະເຈົ້າໄດ້ເກີດຂຶ້ນທົ່ວທັງຈັກກະວານ ແລະ ມັງກອນແດງໃຫຍ່ ແລະ ທຸກຈຳພວກຂອງວິນຍານທີ່ ບໍ່ສະອາດຈະບໍ່ມີອຳນາດຫຼົບໜີຈາກການຂ້ຽນຕີຂອງພຣະເຈົ້າໄດ້ ຍ້ອນພຣະອົງເບິ່ງເຫັນໄປທົ່ວແຜ່ນດິນ. ເມື່ອພາລະກິດຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກໄດ້ສຳເລັດລົງ ນັ້ນກໍຄື ເມື່ອຍຸກແຫ່ງການພິພາກສາໄດ້ມາເຖິງຈຸດຈົບແລ້ວ ພຣະເຈົ້າກໍຈະຂ້ຽນຕີມັງກອນແດງໃຫຍ່ຢ່າງເປັນທາງການ. ປະຊາຊົນຂອງພຣະເຈົ້າຈະໄດ້ເຫັນເຖິງການ ທີ່ພຣະອົງຂ້ຽນຕີມັງກອນແດງໃຫຍ່ຢ່າງຊອບທຳ ແລ້ວຈະຖອກເທຄຳສັນລະເສີນຍ້ອນຄວາມຊອບທຳຂອງພຣະອົງ ແລະ ຈະຍົກຍ້ອງນາມອັນບໍລິສຸດຂອງພຣະເຈົ້າ ຕະຫຼອດໄປຍ້ອນຄວາມຊອບທຳຂອງພຣະອົງ. ສະນັ້ນ ພວກເຈົ້າຈົ່ງປະຕິບັດໜ້າ ທີ່ຂອງພວກເຈົ້າຢ່າງເປັນທາງການ ແລະ ຈົ່ງສັນລະເສີນພຣະເຈົ້າທົ່ວທັງແຜ່ນດິນຢ່າງເປັນທາງການ ຕະຫຼອດໄປເປັນນິດ! ຕະຫຼອດໄປເປັນນິດ! ຕະຫຼອດໄປເປັນນິດ! ຕະຫຼອດໄປເປັນນິດ! (ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)
- [ເພງຄຣິດສະຕຽນ “ສະຖານະ ແລະ ຕົວຕົນຂອງພຣະເຈົ້າເອງ”](https://lo.kingdomsalvation.org/videos/status-and-identity-of-God-Himself-video.html) - ພຣະເຈົ້າແມ່ນຜູ້ທີ່ປົກຄອງເໜືອທຸກສິ່ງ ແລະ ບໍລິຫານທຸກສິ່ງ. ພຣະອົງສ້າງທຸກສິ່ງທີ່ມີ, ພຣະອົງບໍລິຫານທຸກສິ່ງທີ່ມີ ພຣະອົງປົກຄອງທຸກສິ່ງທີ່ມີ ແລະ ພຣະອົງສະໜອງໃຫ້ທຸກສິ່ງທີ່ມີ. ນັ້ນຄືສະຖານະພາບຂອງພຣະເຈົ້າ ແລະ ຄືຕົວຕົນຂອງພຣະອົງ. ສຳລັບທຸກສິ່ງ ແລະ ທັງໝົດທີ່ເປັນ ພ້ອມທັງຕົວຕົນທີ່ແທ້ຈິງຂອງພຣະເຈົ້າແມ່ນພຣະຜູ້ຊົງສ້າງ ແລະ ຜູ້ປົກຄອງການຊົງສ້າງທັງມວນ. ນັ້ນຄືຕົວຕົນຂອງພຣະເຈົ້າ ແລະ ພຣະອົງເປັນເອກະລັກທ່າມກາງທຸກສິ່ງ. ບໍ່ມີສິ່ງໃດໃນສິ່ງຊົງສ້າງຂອງພຣະເຈົ້າ ບໍ່ວ່າພວກເຂົາຈະຢູ່ທ່າມກາງມະນຸດຊາດ ຫຼື ໃນໂລກຝ່າຍວິນຍານສາມາດໃຊ້ວິທີການ ຫຼື ຂໍ້ແກ້ຕົວເພື່ອປອມຕົວເປັນ ຫຼື ແທນທີ່ຕົວຕົນ ແລະ ສະຖານະພາບຂອງພຣະເຈົ້າໄດ້ ຂໍ້ແກ້ຕົວເພື່ອປອມຕົວເປັນ ຫຼື ແທນທີ່ຕົວຕົນ ແລະ ສະຖານະພາບຂອງພຣະເຈົ້າໄດ້ ຍ້ອນວ່າ ທ່າມກາງທຸກສິ່ງ ມີພຽງພຣະອົງທີ່ມີຕົວຕົນນີ້ ທີ່ມີ ອຳນາດ ສິດອຳນາດ ແລະ ຄວາມສາມາດເພື່ອປົກຄອງເໜືອການຊົງສ້າງ ພຣະເຈົ້າທີ່ເປັນເອກະລັກຂອງພວກເຮົາ ພຣະເຈົ້າທີ່ເປັນເອກະລັກຂອງພວກເຮົາ. ພຣະອົງອາໄສຢູ່ ແລະ ເຄື່ອນໄຫວທ່າມກາງທຸກສິ່ງ ພຣະອົງສາມາດຂຶ້ນໄປຍັງສະຖານທີ່ທີ່ສູງທີ່ສຸດ, ເໜືອທຸກສິ່ງ. ພຣະອົງສາມາດຖ່ອມຕົວພຣະອົງເອງໂດຍການກາຍເປັນມະນຸດ ກາຍເປັນໜຶ່ງໃນບັນດາຜູ້ທີ່ມີເລືອດ ແລະ ເນື້ອ ມາຢູ່ຕໍ່ໜ້າຜູ້ຄົນ
- [ເພງຄຣິດສະຕຽນ “ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເປັນເອກະລັກ”](https://lo.kingdomsalvation.org/videos/God-s-righteous-disposition-is-unique-video.html) - ພຣະຜູ້ສ້າງສະແດງອຸປະນິໄສທີ່ ຊອບທຳຂອງພຣະອົງຜ່ານວິທີການ ແລະ ຫຼັກການທີ່ເປັນເອກະລັກຂອງພຣະອົງເອງ ແລະ ພຣະອົງບໍ່ໄດ້ຂຶ້ນກັບການຄວບຄຸມ ຫຼື ຂໍ້ຈຳກັດທີ່ຜູ້ຄົນ ເຫດການ ຫຼື ສິ່ງໃດກຳນົດຂຶ້ນມາ. ດ້ວຍອຸປະນິໄສທີ່ເປັນເອກະລັກນີ້ ບໍ່ມີຜູ້ໃດສາມາດປ່ຽນຄວາມຄິດ ແລະ ແນວຄິດຂອງພຣະອົງໄດ້ ຫຼື ບໍ່ມີຜູ້ໃດສາມາດຊັກຈູງພຣະອົງ ແລະ ປ່ຽນແປງການຕັດສິນໃຈຂອງພຣະອົງໄດ້. ພຶດຕິກຳ ແລະ ຄວາມຄິດທັງໝົດທີ່ມີຢູ່ໃນ ການສ້າງທັງໝົດແມ່ນຢູ່ພາຍໃຕ້ການພິພາກສາ ຂອງອຸປະນິໄສອັນຊອບທຳຂອງພຣະອົງ. ບໍ່ມີຜູ້ໃດສາມາດຄວບຄຸມຄວາມໂກດຮ້າຍ ຫຼື ຄວາມເມດຕາຂອງພຣະອົງໄດ້ ມີພຽງແຕ່ທາດແທ້ຂອງພຣະຜູ້ສ້າງເທົ່ານັ້ນ ຫຼື ເວົ້າອີກຢ່າງໜຶ່ງກໍຄື ອຸປະນິໄສທີ່ຊອບທຳຂອງພຣະຜູ້ສ້າງເທົ່ານັ້ນ ທີ່ສາມາດຕັດສິນໃຈກ່ຽວກັບສິ່ງນີ້ໄດ້. ສິ່ງດັ່ງກ່າວແມ່ນທຳມະຊາດທີ່ເປັນເອກະລັກແຫ່ງ ອຸປະນິໄສອັນຊອບທຳຂອງພຣະຜູ້ສ້າງ! ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍລິສຸດ ບໍ່ອົດທົນເມື່ອຖືກທ້າທາຍ ຫຼື ເມື່ອຖືກສອບຖາມ ມັນແມ່ນສິ່ງທີ່ບໍ່ມີຜູ້ໃດທ່າມກາງສິ່ງຖືກສ້າງ ຫຼື ບໍ່ຖືກສ້າງຄອບຄອງໄດ້. ມັນທັງເປັນເອກະລັກ ແລະ ພິເສດຕໍ່ພຣະເຈົ້າ. ນີ້ໝາຍຄວາມວ່າ ຄວາມໂກດຮ້າຍຂອງພຣະເຈົ້າບໍລິສຸດ ແລະ ບໍ່ສາມາດລ່ວງເກີນໄດ້. ອີກດ້ານໜຶ່ງຂອງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ກໍຄືຄວາມເມດຕາຂອງພຣະເຈົ້າທີ່ບໍລິສຸດ ແລະ ບໍ່ສາມາດລ່ວງເກີນໄດ້. ບໍ່ມີຜູ້ໃດໃນບັນດາສິ່ງຖືກສ້າງ ຫຼື ບໍ່ຖືກສ້າງ
- [ເພງຄຣິດສະຕຽນ “ມະນຸດຕ້ອງນະມັດສະການພຣະເຈົ້າເພື່ອປາຍທາງທີ່ດີ”](https://lo.kingdomsalvation.org/videos/worship-God-for-good-destiny-video.html) - ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳ ຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດນີ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລ ມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນ ບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດ ບໍ່ສາມາດໜີລອດຈາກແບບແຜນຂອງພຣະເຈົ້າໄດ້. ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດ ບໍ່ສາມາດໜີລອດຈາກແບບແຜນຂອງພຣະເຈົ້າໄດ້. ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມແບບແຜນຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດນີ້ໄດ້, ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດນີ້ໄດ້. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ສຳນຶກຜິດ ແລະ ສາລະພາບບາບຕໍ່ໜ້າພຣະເຈົ້າ ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດ ຈະເປັນຄວາມຫາຍຍະນະທີ່ບໍ່ສາມາດຫຼີກລ່ຽງໄດ້ຢ່າງແນ່ນອນ.
- [ເພງຄຣິດສະຕຽນ “ການປະຕິເສດເວລາສຸດທ້າຍຂອງພຣະຄຣິດເປັນການໝິ່ນປະໝາດ”](https://lo.kingdomsalvation.org/videos/denying-Christ-blasphemes-Holy-Spirit-video.html) - ພຣະຄຣິດມາໃນຊ່ວງຍຸກສຸດທ້າຍ ເພື່ອວ່າທຸກຄົນທີ່ເຊື່ອໃນພຣະອົງ ຢ່າງແທ້ຈິງຈະໄດ້ຮັບການສະໜອງຊີວິດ. ພາລະກິດຂອງພຣະອົງແມ່ນ ເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ພາລະກິດຂອງພຣະອົງ ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ເຖິງກັບຂົ່ມເຫັງພຣະອົງ, ເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປຊົ່ວນິດນິລັນ ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງ ຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດ ຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ພຣະເຈົ້າເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບ ທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ, ເຈົ້າກໍກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດ ພຣະວິນຍານບໍລິສຸດຈະໄດ້ຮັບ ແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດ ພຣະວິນຍານບໍລິສຸດຈະໄດ້ຮັບ ແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ພຣະເຈົ້າຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ, ຖ້າເຈົ້າປະຕິເສດພຣະຄຣິດແຫ່ງຍຸກສຸດທ້າຍ, ຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ, ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບ ຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນວ່າເຈົ້າຈະພະຍາຍາມໄຖ່ຕົນເອງ, ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ບໍວ່າຜົນຕາມມາຈະແມ່ນຫຍັງ? ເຈົ້າຈະບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດທາງອາຍາທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້
- [ເພງຄຣິດສະຕຽນ “ເຊື່ອຟັງພາລະກິດຂອງພຣະວິນຍານເພື່ອຕິດຕາມຈົນເຖິງທີ່ສຸດ”](https://lo.kingdomsalvation.org/videos/obey-work-of-the-Spirit-video.html) - ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້. ພາລະກິດນັ້ນສູງສົ່ງຂຶ້ນຕາມແຕ່ລະບາດກ້າວ, ຕາມການເປີດເຜີຍແຫ່ງວັນໃໝ່ ທີ່ສູງສົ່ງກວ່າວັນນີ້ ໂດຍສູງສົ່ງຂຶ້ນ ແລະ ສູງຂຶ້ນໄປຕາມແຕ່ລະຂັ້ນຕອນ. ນັ້ນຄືພາລະກິດຂອງພຣະເຈົ້າເພື່ອເຮັດໃຫ້ມະນຸດສົມບູນ. ຫາກມະນຸດບໍ່ສາມາດກ້າວຕາມທັນ, ພວກເຂົາກໍອາດຈະຖືກປະຖິ້ມໄດ້ທຸກເວລາ. ຖ້າຫາກມະນຸດບໍ່ມີຫົວໃຈທີ່ເຊື່ອຟັງ, ພວກເຂົາຈະບໍ່ສາມາດເດີນຕາມໄປເຖິງທີ່ສຸດ. ຍຸກເກົ່າໄດ້ຜ່ານໄປ; ນີ້ແມ່ນຍຸກໃໝ່. ໃນຍຸກໃໝ່ນີ້ແມ່ນຕ້ອງໄດ້ເຮັດພາລະກິດໃໝ່. ໂດຍສະເພາະໃນຍຸກສຸດທ້າຍທີ່ຜູ້ຄົນຖືກເຮັດໃຫ້ສົມບູນ, ພຣະເຈົ້າຈະປະຕິບັດພາລະກິດໃໝ່ໃຫ້ໄວຂຶ້ນ, ເພາະສະນັ້ນ ຖ້າບໍ່ມີການເຊື່ອຟັງໃນຈິດໃຈຂອງພວກເຂົາ ຜູ້ຄົນຈະພົບຄວາມຫຍຸ້ງຍາກ ໃນການເດີນຕາມບາດກ້າວຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດໃດໆ ແລະ ພຣະອົງບໍ່ໄດ້ປະຕິບັດກັບພາລະກິດ ຂອງພຣະອົງວ່າເປັນສິ່ງທີ່ປ່ຽນແປງບໍ່ໄດ້. ແຕ່ພາລະກິດທີ່ພຣະອົງປະຕິບັດ ຢູ່ແມ່ນໃໝ່ສະເໝີ ແລະ ສູງສົ່ງສະເໝີ. ແຕ່ພາລະກິດທີ່ພຣະອົງປະຕິບັດ ຢູ່ແມ່ນໃໝ່ສະເໝີ ແລະ ສູງສົ່ງສະເໝີ. ພາລະກິດຂອງພຣະອົງແມ່ນນັບມື້ນັບເປັນຈິງໃນແຕ່ລະບາດກ້າວ ແລະ ນັບມື້ນັບສອດຄ່ອງກັບຄວາມຕ້ອງການຕົວຈິງຂອງມະນຸດ. ພາຍຫຼັງທີ່ຜູ້ຄົນໄດ້ປະສົບກັບພາລະກິດແບບນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດສໍາເລັດການປ່ຽນແປງ ຈິດໃຈຂັ້ນສຸດທ້າຍຂອງພວກເຂົາ. ຄວາມຮູ້ຂອງມະນຸດກ່ຽວກັບຊີວິດ ແມ່ນສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ ແລະ ເຊັ່ນດຽວກັນ ພາລະກິດຂອງພຣະເຈົ້າ ກໍ່ສູງຮອດລະດັບທີ່ສູງຂຶ້ນເລື້ອຍໆ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະຖືກເຮັດໃຫ້ສົມບູນ ແລະ ເໝາະທີ່ຈະໃຫ້ພຣະເຈົ້ານໍາໃຊ້. ພຣະເຈົ້າດຳເນີນພາລະກິດດ້ວຍວິທີນີ້ ຍ້ອນດ້ານໜຶ່ງກໍ່ ເພື່ອຕອບໂຕ້ ແລະ ຫັນປ່ຽນຄວາມຄິດຂອງມະນຸດ ແລະ
- [ເພງຄຣິດສະຕຽນ “ຜູ້ທີ່ທະນຸຖະໜອມພຣະທຳຂອງພຣະເຈົ້າຈະໄດ້ຮັບພອນ”](https://lo.kingdomsalvation.org/videos/cherish-God-s-word-are-blessed-video.html) - ບັນດາຜູ້ທີ່ເຕັມໃຈຍອມຮັບການກວດສອບຂອງພຣະເຈົ້າ ແມ່ນບັນດາຜູ້ທີ່ສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະອົງ, ຜູ້ທີ່ເຕັມໃຈຍອມຮັບພຣະທຳຂອງພຣະອົງ. ພວກເຂົາແມ່ນຜູ້ທີ່ຈະໄດ້ຮັບມໍລະດົກ ແລະ ພອນຂອງພຣະເຈົ້າ ແລະ ພວກເຂົາແມ່ນຜູ້ທີ່ໄດ້ຮັບພອນຫຼາຍທີ່ສຸດ. ພຣະເຈົ້າສາບແຊ່ງຜູ້ຄົນທີ່ບໍ່ມີບ່ອນວ່າງ ໃນໃຈຂອງພວກເຂົາໃຫ້ກັບພຣະອົງ ແລະ ພຣະອົງຂ້ຽນຕີ ແລະ ປະຖິ້ມຄົນດັ່ງກ່າວ. ພຣະເຈົ້າປະຕິບັດພາລະກິດໃນຜູ້ຄົນທີ່ສະແຫວງຫາ ແລະ ເຊີດຊູພຣະທຳຂອງພຣະອົງ. ຍິ່ງເຈົ້າເຊີດຊູພຣະທຳຂອງພຣະເຈົ້າຫຼາຍເທົ່າໃດ, ພຣະວິນຍານຂອງພຣະອົງຍິ່ງຈະປະຕິບັດພາລະກິດ ຂອງພຣະອົງໃນຕົວເຈົ້າຫຼາຍເທົ່ານັ້ນ. ຍິ່ງຄົນໜຶ່ງເຊີດຊູພຣະທຳຂອງພຣະເຈົ້າຫຼາຍເທົ່າໃດ, ໂອກາດທີ່ພວກເຂົາຈະຖືກພຣະເຈົ້າ ເຮັດໃຫ້ສົມບູນແບບກໍມີຫຼາຍຂຶ້ນເທົ່ານັ້ນ. ພຣະເຈົ້າເຮັດໃຫ້ຜູ້ຮັກພຣະອົງຢ່າງແທ້ຈິງສົມບູນແບບ ແລະ ພຣະອົງເຮັດໃຫ້ຜູ້ທີ່ມີຫົວໃຈ ສະຫງົບສຸກຕໍ່ໜ້າພຣະອົງນັ້ນສົມບູນແບບ. ເພື່ອທີ່ຈະເຊີດຊູພາລະກິດທັງໝົດຂອງພຣະອົງ, ເພື່ອທີ່ຈະເຊີດຊູຄວາມສະຫວ່າງຂອງພຣະເຈົ້າ, ເພື່ອທີ່ຈະເຊີດຊູການສະຖິດຂອງພຣະເຈົ້າ, ເພື່ອທີ່ຈະເຊີດຊູການເບິ່ງແຍງ ແລະ ການປົກປ້ອງຂອງພຣະເຈົ້າ, ເພື່ອທີ່ຈະເຊີດຊູວິທີທີ່ພຣະທຳຂອງພຣະເຈົ້າກາຍເປັນຄວາມເປັນຈິງ ແລະ ສະໜອງໃຫ້ກັບຊີວິດຂອງເຈົ້າ, ທຸກຢ່າງນີ້ແມ່ນສອດຄ່ອງກັບຫົວໃຈຂອງພຣະເຈົ້າໄດ້ດີທີ່ສຸດ. ຖ້າເຈົ້າເຊີດຊູພາລະກິດຂອງພຣະເຈົ້າ ນັ້ນກໍຄື ຖ້າເຈົ້າເຊີດຊູພາລະກິດທັງໝົດທີ່ພຣະອົງໄດ້ກະທຳຕໍ່ເຈົ້າ, ແລ້ວພຣະອົງກໍຈະອວຍພອນເຈົ້າ ແລະ ເຮັດໃຫ້ທຸກສິ່ງທີ່ເປັນຂອງເຈົ້າເພີ່ມທະວີຂຶ້ນ. ເຈົ້າຄວນພະຍາຍາມເຮັດໃຫ້ພຣະທຳຂອງພຣະເຈົ້າ ກາຍເປັນຄວາມຈິງຂອງເຈົ້າ ແລະ ສາມາດເຮັດໃຫ້ພຣະອົງພໍໃຈ ແລະ ເປັນທີ່ພໍໃຈພຣະອົງເອງ; ເຈົ້າບໍ່ຄວນພຽງແຕ່ຊື່ນຊົມພຣະຄຸນຂອງພຣະອົງເທົ່ານັ້ນ. ບໍ່ມີຫຍັງຈະສຳຄັນສຳລັບຜູ້ເຊື່ອ ໄປກວ່າການໄດ້ຮັບພາລະກິດຂອງພຣະເຈົ້າ, ໄດ້ຮັບຄວາມສົມບູນແບບ ແລະ ກາຍເປັນຜູ້ທີ່ເຮັດຕາມຄວາມປະສົງຂອງພຣະເຈົ້າ.
- [ເພງຄຣິດສະຕຽນ “ພຣະເຈົ້າຕັດສິນຈຸດຈົບຂອງມະນຸດໂດຍອີງໃສ່ວ່າພວກເຂົາມີຄວາມຈິງ ຫຼື ບໍ່”](https://lo.kingdomsalvation.org/videos/whether-possess-truth-video.html) - ຕອນນີ້ເປັນເວລາທີ່ພຣະເຈົ້າ ຈະກໍານົດຈຸດຈົບຂອງມະນຸດແຕ່ລະຄົນ, ບໍ່ແມ່ນຂັ້ນຕອນທີ່ພຣະອົງເລີ່ມປັ້ນມະນຸດ. ພຣະເຈົ້າບັນທຶກທຸກຖ້ອຍຄໍາ ແລະ ການກະທໍາຂອງແຕ່ລະຄົນ, ເສັ້ນທາງທີ່ພວກເຂົາຕິດຕາມພຣະອົງ, ຄຸນລັກສະນະໂດຍທຳມະຊາດຂອງພວກເຂົາ ແລະ ວິທີທີ່ພວກເຂົາປະພຶດຕົນໃນທີ່ສຸດໄວ້ໃນປຶ້ມບັນທຶກຂອງພຣະອົງ. ດ້ວຍວິທີນີ້, ບໍ່ວ່າພວກເຂົາຈະເປັນຄົນແບບໃດກໍຕາມ, ຈະບໍ່ມີຜູ້ໃດລອດພົ້ນຈາກມືຂອງພຣະເຈົ້າໄດ້ ແລະ ທຸກຄົນຈະຢູ່ກັບກຸ່ມຂອງພວກເຂົາເອງທີ່ພຣະອົງກໍານົດໄວ້. ດ້ວຍວິທີນີ້, ບໍ່ວ່າພວກເຂົາຈະເປັນຄົນແບບໃດກໍຕາມ, ຈະບໍ່ມີຜູ້ໃດລອດພົ້ນຈາກມືຂອງພຣະເຈົ້າໄດ້ ແລະ ທຸກຄົນຈະຢູ່ກັບກຸ່ມຂອງພວກເຂົາເອງທີ່ພຣະອົງກໍານົດໄວ້. ພຣະເຈົ້າຕັດສິນຈຸດໝາຍປາຍທາງ ຂອງແຕ່ລະຄົນໂດຍບໍ່ໄດ້ອີງຕາມອາຍຸ, ຄວາມອາວຸໂສ, ຈໍານວນການທົນທຸກ ແລະ ໜ້ອຍທີ່ສຸດແມ່ນລະດັບ ທີ່ພວກເຂົາຮຽກຮ້ອງຄວາມໜ້າສົງສານ ແຕ່ຕັດສິນຕາມວ່າພວກເຂົາມີຄວາມຈິງ ຫຼື ບໍ່. ບໍ່ມີທາງເລືອກອື່ນ ນອກຈາກທາງເລືອກນີ້ທາງດຽວ. ພວກເຈົ້າຕ້ອງຮູ້ວ່າ ທຸກຄົນທີ່ບໍ່ປະຕິບັດຕາມຄວາມປະສົງ ຂອງພຣະເຈົ້າຍັງຈະຖືກລົງໂທດ. ນີ້ເປັນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ເພາະສະນັ້ນ, ທຸກຄົນທີ່ຖືກລົງໂທດກໍຈະຖືກລົງໂທດ ຕາມຄວາມຊອບທໍາຂອງພຣະເຈົ້າ ແລະ ເປັນຜົນກໍາຈາກການກະທໍາ ທີ່ຊົ່ວຮ້າຍຫຼາຍຄັ້ງຂອງພວກເຂົາ. (ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)
- [ເພງຄຣິດສະຕຽນ “ສະຖານທີ່ພັກຜ່ອນທີ່ແຕກຕ່າງກັນສໍາລັບພຣະເຈົ້າ ແລະ ມະນຸດ”](https://lo.kingdomsalvation.org/videos/different-resting-places-video.html) - ເມື່ອພຣະເຈົ້າ ແລະ ມະນຸດຊາດເຂົ້າສູ່ ບ່ອນພັກເຊົາຮ່ວມກັນກໍໝາຍຄວາມວ່າ ມະນຸດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຊາຕານໄດ້ຖືກທໍາລາຍ ແລະ ພາລະກິດຂອງພຣະເຈົ້າທີ່ປະຕິບັດ ຕໍ່ມະນຸດຊາດແມ່ນສໍາເລັດລົງຢ່າງສົມບູນ. ພຣະເຈົ້າຈະບໍ່ສືບຕໍ່ເຮັດພາລະກິດກັບມະນຸດອີກ ແລະ ພວກເຂົາຈະບໍ່ຢູ່ພາຍໃຕ້ອໍານາດຂອງຊາຕານອີກຕໍ່ໄປ. ດ້ວຍເຫດນັ້ນ ພຣະເຈົ້າກໍຈະບໍ່ຫຍຸ້ງ ແລະ ມະນຸດກໍຈະບໍ່ວຸ້ນວາຍຕະຫຼອດເວລາອີກຕໍ່ໄປ; ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ບ່ອນພັກເຊົາພ້ອມໆກັນ. ພຣະເຈົ້າຈະກັບຄືນໄປສູ່ສະຖານທີ່ເດີມຂອງພຣະອົງ ແລະ ແຕ່ລະຄົນກໍຈະກັບໄປສູ່ສະຖານທີ່ອັນຖືກຕ້ອງຂອງຕົນ. ນີ້ແມ່ນຈຸດໝາຍປາຍທາງທີ່ພຣະເຈົ້າ ແລະ ມະນຸດຈະອາໄສຢູ່ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າສິ້ນສຸດລົງ. ພຣະເຈົ້າມີຈຸດໝາຍປາຍທາງຂອງພຣະອົງ ແລະ ມະນຸດກໍມີຈຸດໝາຍປາຍທາງຂອງມະນຸດ. ໃນຂະນະທີ່ພັກເຊົາ, ພຣະເຈົ້າຈະສືບຕໍ່ນໍາພາມະນຸດຊາດທັງໝົດ ໃນການດຳລົງຊີວິດຂອງພວກເຂົາເທິງແຜ່ນດິນໂລກ ແລະ ໃນຂະນະທີ່ຢູ່ໃຕ້ແສງສະຫວ່າງຂອງພຣະອົງ, ພວກເຂົາຈະນະມັດສະການພຣະເຈົ້າທີ່ແທ້ຈິງອົງດຽວຢູ່ເທິງສະຫວັນ. ພຣະເຈົ້າຈະບໍ່ຢູ່ໃນທ່າມກາງມະນຸດຊາດອີກຕໍ່ໄປ ແລະ ມະນຸດກໍຈະບໍ່ສາມາດຢູ່ກັບພຣະເຈົ້າ ໃນຈຸດໝາຍປາຍທາງຂອງພຣະອົງໄດ້. ພຣະເຈົ້າ ແລະ ມະນຸດບໍ່ສາມາດອາໄສຢູ່ໃນໂລກດຽວກັນ; ໃນທາງກົງກັນຂ້າມ, ທັງສອງແມ່ນມີລັກສະນະ ການດຳລົງຊີວິດຂອງຕົນເອງທີ່ແຕກຕ່າງກັນ. ພຣະເຈົ້າເປັນຜູ້ທີ່ນໍາພາມະນຸດຊາດທັງໝົດ ແລະ ມະນຸດທັງໝົດແມ່ນແກ້ວຜະລຶກແຫ່ງ ພາລະກິດການຄຸ້ມຄອງຂອງພຣະເຈົ້າ. ມະນຸດຊາດຄືຜູ້ທີ່ຖືກນໍາພາ ແລະ ບໍ່ມີທາດແທ້ຄືກັນກັບພຣະເຈົ້າ. ສະຖານທີ່ພັກເຊົາຂອງມະນຸດຊາດແມ່ນຢູ່ເທິງແຜ່ນດິນໂລກ ແລະ ສະຖານທີ່ພັກເຊົາຂອງພຣະເຈົ້າແມ່ນຢູ່ໃນສະຫວັນ.
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)" ພາກທີສອງ](https://lo.kingdomsalvation.org/videos/mystery-of-incarnation-4-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ແກ່ນແທ້ຂອງພຣະຄຣິດຄືການອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ"](https://lo.kingdomsalvation.org/videos/substance-of-Christ-obedience-to-Heavenly-Father.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ"](https://lo.kingdomsalvation.org/videos/warning-to-not-practice-the-truth.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ"](https://lo.kingdomsalvation.org/videos/love-God-forever-live-within-light.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ"](https://lo.kingdomsalvation.org/videos/ministry-of-incarnate-God-duty-of-man.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)"](https://lo.kingdomsalvation.org/videos/mystery-of-incarnation-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ" ພາກທີໜຶ່ງ](https://lo.kingdomsalvation.org/videos/made-perfect-must-undergo-refinement-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ" ພາກທີສອງ](https://lo.kingdomsalvation.org/videos/made-perfect-must-undergo-refinement-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ທຸກຄົນທີ່ບໍ່ຮູ້ຈັກພຣະເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າ"](https://lo.kingdomsalvation.org/videos/do-not-know-God-are-oppose-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)" ພາກທີໜຶ່ງ](https://lo.kingdomsalvation.org/videos/mystery-of-incarnation-4-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ"](https://lo.kingdomsalvation.org/videos/experience-painful-trials-know-loveliness-of-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ"](https://lo.kingdomsalvation.org/videos/follow-the-footsteps-of-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້"](https://lo.kingdomsalvation.org/videos/who-know-God-can-satisfy-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ"](https://lo.kingdomsalvation.org/videos/obey-God-with-a-true-heart.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເຈົ້າຄືບຸກຄົນທີ່ໄດ້ກັບມາມີຊີວິດແລ້ວບໍ?"](https://lo.kingdomsalvation.org/videos/have-you-come-alive.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະເຈົ້າເຮັດໃຫ້ຜູ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງເອງສົມບູນ"](https://lo.kingdomsalvation.org/videos/God-perfects-those-after-his-own-heart.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້"](https://lo.kingdomsalvation.org/videos/Christ-give-way-of-eternal-life.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ"](https://lo.kingdomsalvation.org/videos/none-of-flesh-escape-day-of-wrath.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເຈົ້າຄວນຮູ້ວ່າ ພຣະເຈົ້າທີ່ແທ້ຈິງແມ່ນພຣະເຈົ້າພຣະອົງເອງ"](https://lo.kingdomsalvation.org/videos/practical-God-is-God-Himself.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?"](https://lo.kingdomsalvation.org/videos/are-you-a-true-believer-of-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ"](https://lo.kingdomsalvation.org/videos/put-aside-blessings-of-status-understand-God-s-will.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?"](https://lo.kingdomsalvation.org/videos/what-do-you-know-of-faith.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ"](https://lo.kingdomsalvation.org/videos/incarnate-God-and-people-used-by-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການເຮັດຜິດຈະນໍາພາມະນຸດໄປສູ່ນະຮົກ"](https://lo.kingdomsalvation.org/videos/transgressions-will-take-man-to-hell.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 10"](https://lo.kingdomsalvation.org/videos/the-tenth-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 6"](https://lo.kingdomsalvation.org/videos/the-sixth-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບການອວຍພອນແມ່ນຫຍັງ?"](https://lo.kingdomsalvation.org/videos/understanding-of-blessings.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ເພງແຫ່ງອານາຈັກ"](https://lo.kingdomsalvation.org/videos/kingdom-anthem.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າ?"](https://lo.kingdomsalvation.org/videos/when-it-comes-to-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ"](https://lo.kingdomsalvation.org/videos/spreading-gospel-is-saving-man.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ"](https://lo.kingdomsalvation.org/videos/unchanged-disposition-is-enmity-to-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້"](https://lo.kingdomsalvation.org/videos/know-work-of-God-can-serve-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ບົດທີ 5"](https://lo.kingdomsalvation.org/videos/the-fifth-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະຄຳຂອງພຣະຄຣິດໃນຕົ້ນເດີມ: ບົດທີ 5"](https://lo.kingdomsalvation.org/videos/fifth-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ"](https://lo.kingdomsalvation.org/videos/regret-all-evil-you-have-done.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ 'ກ້ອນເມກສີຂາວ'"](https://lo.kingdomsalvation.org/videos/Savior-has-returned.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການເປັນຄົນທີ່ແທ້ຈິງໝາຍເຖິງຫຍັງ"](https://lo.kingdomsalvation.org/videos/what-it-means-to-be-a-real-man.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະຄຳຂອງພຣະຄຣິດໃນຕົ້ນເດີມ: ບົດທີ 103"](https://lo.kingdomsalvation.org/videos/one-hundred-and-third-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ໃນຄວາມເຊື່ອ, ຄົນໆໜຶ່ງຕ້ອງໃຫ້ຄວາມສຳຄັນກັບຄວາມເປັນຈິງ ນັ້ນກໍຄື ການເຂົ້າຮ່ວມໃນພິທີກຳທາງສາສະໜາບໍ່ແມ່ນຄວາມເຊື່ອ"](https://lo.kingdomsalvation.org/videos/focus-on-reality-not-religius-rituals.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ"](https://lo.kingdomsalvation.org/videos/the-seven-thunders-peal.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)" ພາກທີສອງ](https://lo.kingdomsalvation.org/videos/vision-of-God-s-work-3-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ວິທີຮັບໃຊ້ໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ"](https://lo.kingdomsalvation.org/videos/serve-in-harmony-with-God-s-will.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະບັນຍັດແຫ່ງຍຸກໃໝ່"](https://lo.kingdomsalvation.org/videos/commandments-of-the-new-age.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ"](https://lo.kingdomsalvation.org/videos/complete-significance-of-incarnation.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ"](https://lo.kingdomsalvation.org/videos/way-of-compatibility-with-Christ.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)"](https://lo.kingdomsalvation.org/videos/inside-truth-of-conquering-work-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)"](https://lo.kingdomsalvation.org/videos/inside-truth-of-conquering-work-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)"](https://lo.kingdomsalvation.org/videos/mystery-of-incarnation-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາລະກິດ ແລະ ທາງເຂົ້າ (7)"](https://lo.kingdomsalvation.org/videos/work-and-entry-7.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາລະກິດ ແລະ ທາງເຂົ້າ (2)"](https://lo.kingdomsalvation.org/videos/work-and-entry-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງຊາຕານ"](https://lo.kingdomsalvation.org/videos/work-of-the-Holy-Spirit-work-of-satan.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ"](https://lo.kingdomsalvation.org/videos/live-for-truth-since-believe-in-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນອ່ອນນ້ອມຕໍ່ພຣະເຈົ້າ"](https://lo.kingdomsalvation.org/videos/faith-in-God-should-obey-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຜູ້ເຊື່ອຄວນມີມຸມມອງແບບໃດ"](https://lo.kingdomsalvation.org/videos/viewpoint-believers-ought-to-hold.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)"](https://lo.kingdomsalvation.org/videos/mystery-of-incarnation-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ກ່ຽວກັບການນຳໃຊ້ມະນຸດຂອງພຣະເຈົ້າ"](https://lo.kingdomsalvation.org/videos/concerning-God-s-use-of-man.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະເຈົ້າຕຣີເອການຸພາບມີແທ້ບໍ?"](https://lo.kingdomsalvation.org/videos/does-the-trinity-exist.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)"](https://lo.kingdomsalvation.org/videos/vision-of-God-s-work-2.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?"](https://lo.kingdomsalvation.org/videos/receive-revelations-of-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)"](https://lo.kingdomsalvation.org/videos/inside-truth-of-conquering-work-4.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາລະກິດ ແລະ ທາງເຂົ້າ (8)"](https://lo.kingdomsalvation.org/videos/work-and-entry-8.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)" ພາກທີໜຶ່ງ](https://lo.kingdomsalvation.org/videos/vision-of-God-s-work-3-1.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການບໍລິການທາງສາສະໜາຕ້ອງຖືກລົບລ້າງ"](https://lo.kingdomsalvation.org/videos/religious-way-of-service-banned.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ"](https://lo.kingdomsalvation.org/videos/you-ought-to-consider-your-deeds.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະໂອວາດສາມຂໍ້"](https://lo.kingdomsalvation.org/videos/three-admonitions.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ"](https://lo.kingdomsalvation.org/videos/loving-God-truly-believing-in-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນແບບ"](https://lo.kingdomsalvation.org/videos/promises-to-those-perfected.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະຄຳຂອງພຣະຄຣິດໃນຕົ້ນເດີມ: ບົດທີ 3"](https://lo.kingdomsalvation.org/videos/third-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ"](https://lo.kingdomsalvation.org/videos/knowing-God-s-work-today.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາລະກິດ ແລະ ທາງເຂົ້າ (3)"](https://lo.kingdomsalvation.org/videos/work-and-entry-3.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ວ່າດ້ວຍເລື່ອງຈຸດໝາຍປາຍທາງ"](https://lo.kingdomsalvation.org/videos/on-destination.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະຄຳຂອງພຣະຄຣິດໃນຕົ້ນເດີມ: ບົດທີ 88"](https://lo.kingdomsalvation.org/videos/eighty-eighth-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະຄຳຂອງພຣະຄຣິດໃນຕົ້ນເດີມ: ບົດທີ 1"](https://lo.kingdomsalvation.org/videos/first-utterance.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ບົດບັນຍັດບໍລິຫານສິບຂໍ້ທີ່ຄົນທີ່ພຣະເຈົ້າເລືອກໄວ້ຕ້ອງເຊື່ອຟັງໃນຍຸກແຫ່ງລາຊະອານາຈັກ"](https://lo.kingdomsalvation.org/videos/the-ten-administrative-decrees.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ: ພວກເຈົ້າທຸກຄົນ ຈົ່ງປິຕິຍິນດີ!"](https://lo.kingdomsalvation.org/videos/people-rejoice.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ"](https://lo.kingdomsalvation.org/videos/how-to-know-the-God-on-earth.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?"](https://lo.kingdomsalvation.org/videos/to-whom-are-you-loyal.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ"](https://lo.kingdomsalvation.org/videos/prepare-good-deeds-for-destination.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ການສົນທະນາສັ້ນໆກ່ຽວກັບ 'ອານາຈັກພັນປີມາຮອດແລ້ວ'"](https://lo.kingdomsalvation.org/videos/brief-talk-millennial-kingdom-has-arrived.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ"](https://lo.kingdomsalvation.org/videos/Christ-does-work-of-judgment-with-truth.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຫຼາຍຄົນຖືກເອີ້ນ, ແຕ່ໜ້ອຍຄົນທີ່ຖືກເລືອກ"](https://lo.kingdomsalvation.org/videos/many-are-called-but-few-are-chosen.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ"](https://lo.kingdomsalvation.org/videos/incompatible-with-Christ-opponents-of-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ"](https://lo.kingdomsalvation.org/videos/when-God-made-anew-heaven-earth.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ມະນຸດທີ່ເສື່ອມຊາມບໍ່ສາມາດເປັນຕົວແທນພຣະເຈົ້າໄດ້"](https://lo.kingdomsalvation.org/videos/man-incapable-of-representing-God.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ຄົນຊົ່ວຮ້າຍຈະຖືກລົງໂທດຢ່າງແນ່ນອນ"](https://lo.kingdomsalvation.org/videos/the-wicked-must-be-punished.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ເຈົ້າຄວນໃຫ້ຄວາມສົນໃຈ ກັບພາລະກິດໃນອະນາຄົດ ຂອງເຈົ້າແນວໃດ?"](https://lo.kingdomsalvation.org/videos/how-should-attend-to-future-mission.html)
- [ການອ່ານພຣະທຳຂອງພຣະເຈົ້າ | "ພາລະກິດຂອງພຣະເຈົ້າງ່າຍດາຍສໍ່າກັບ ທີ່ມະນຸດຈິນຕະນາການບໍ?"](https://lo.kingdomsalvation.org/videos/is-the-work-of-God-so-simple.html)
- [ຮູບເງົາຂອງຊາວຄຣິດ “ການເຕີບໃຫຍ່”](https://lo.kingdomsalvation.org/videos/growth-movie.html) - ລຽງ ຊິນຈິງ ແມ່ນຄຣິດສະຕຽນທີ່ມີຊີວິດຢ່າງມີຄວາມສຸກກັບຜົວ ແລະ ລູກສາວຂອງລາວ. ແຕ່ຍ້ອນການກົດຂີ່ທີ່ບ້າປ່ວງຂອງພັກກອມມູນິດຈີນເພື່ອຂົ່ມເຫັງ ແລະ ຈັບກຸມຜູ້ເຊື່ອ, ຜົວຂອງລາວກໍ່ເລີ່ມພະຍາຍາມຂວາງທາງຄວາມເຊື່ອຂອງລາວ, ຢ້າວ່າລາວຈະຕິດຄຸກ ແລະ ດ້ວຍເຫດນັ້ນ ໂອກາດຂອງຜົວຂອງລາວທີ່ຈະຖືກເລື່ອນຕຳແໜ່ງກໍ່ຈະໄດ້ຮັບຜົນກະທົບ. ລຽງ ຊິນຈິງ ຍັງເຂັ້ມແຂງໃນຄວາມຕັ້ງໃຈຂອງລາວທີ່ຈະຕິດຕາມພຣະເຈົ້າ, ເຖິງແມ່ນວ່າຜົວຂອງລາວໄດ້ໃຊ້ຄວາມຮຸນແຮງໃສ່ລາວ ແລະ ຢືນຢັນທີ່ຈະຢ່າຮ້າງໃນທີ່ສຸດ. ບໍ່ດົນຫຼັງຈາກທີ່ພວກເຂົາຢ່າຮ້າງ, ພັກກອມມູນິດກໍ່ລິເລີ່ມການປະຕິບັດການໃນວົງກວ້າງອີກຄັ້ງ ເພື່ອຈັບກຸມຄຣິດສະຕຽນ, ບັງຄັບໃຫ້ ລຽງ ຊິນຈິງ ຫຼົບໜີອອກຈາກພື້ນທີ່. ຕຳຫຼວດ ແລະ ການປະຕິບັດການ “ແຖບແຂນເສື້ອສີແດງ” ຂອງພວກເຂົາສອບສວນ ແລະ ຂົ່ມຂູ່ລູກສາວຂອງລາວ, ຮຽກຮ້ອງທີ່ຈະຮູ້ບ່ອນຢູ່ຂອງລາວ. ໂດຍການດຳລົງຊີວິດໃນສະພາວະທີ່ຢ້ານກົວ ແລະ ວິຕົກກັງວົນຢູ່ສະເໝີ, ລູກສາວຂອງລາວມີມະເຮັງຕ່ອມນໍ້າເຫຼືອງ. ເມື່ອຫຼຽງ ຊິນຈິງ ຮູ້ກ່ຽວກັບເລື່ອງນີ້, ລາວກໍ່ຕົກລົງສູ່ສະພາວະຄວາມທຸກໃຈທີ່ໜ້າເວດທະນາ. ລາວອະທິຖານ ແລະ ເພິ່ງພາພຣະເຈົ້າແນວໃດເພື່ອຜ່ານຄວາມລຳບາກນີ້, ການທົດລອງນີ້? ລາວຮຽນຮູ້ຫຍັງຈາກມັນ? ຮັບຊົມການເຕີບໃຫຍ່ ແລະ ຊອກຫາຄຳຕອບ.
- [ຮູບເງົາຂອງຊາວຄຣິດ “ງານລ້ຽງສະຫຼອງໃນອານາຈັກສະຫວັນ” ຄຳພະຍານຂອງນັກບວດກາໂຕລິກ](https://lo.kingdomsalvation.org/videos/feast-of-the-kingdom-of-heaven-movie.html) - ເສິນເມິງເດີເປັນນັກບວດກາຕໍລິກ. ເພິ່ນເຫັນວ່າໂບດກາຕໍລິກກຳລັງສິ້ນຫວັງ ແລະ ມືດມົວຂຶ້ນເລື້ອຍໆ ແລະ ແມ່ນແຕ່ບາດຫຼວງ ແລະ ນັກບວດຄົນອື່ນໆໄດ້ປະນີປະນອມກັບລັດຖະບານໂດຍເຂົ້າຮ່ວມຄຣິສຕະຈັກສາມຫຼັກການເອກກະເທດ. ສິ່ງນີ້ສ້າງຄວາມເຈັບປວດ ແລະ ຄວາມຜິດຫວັງໃຫ້ລາວແທ້ໆ. ໃນຂະນະທີ່ຊອກຫາຢູ່ບ່ອນນັ້ນບ່ອນນີ້ສຳລັບຄຣິສຕະຈັກທີ່ມີພາລະກິດຂອງພຣະວິນຍານບໍລິສຸດ, ລາວໄດ້ຍິນຂ່າວປະເສີດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໂດຍບໍ່ຄາດຄິດ. ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈຳນວນຫຼາຍ, ລາວກໍຮັບຮູ້ວ່າມັນຄືສຽງຂອງພຣະເຈົ້າ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດຄືພຣະເຢຊູເຈົ້າທີ່ໄດ້ກັບຄືນມາ ແລະ ລາວຍອມຮັບພຣະອົງຢ່າງປິຕິຍິນດີ. ແຕ່ເສິນເມິງເດີກໍປະຫຼາດໃຈ ທີ່ຫຼັງຈາກທີ່ບາດຫຼວງ ແລະ ນັກບວດຄົນອື່ນໄດ້ຄົ້ນພົບສິ່ງນີ້, ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອປະນາມລາວ ແລະ ຫ້າມບໍ່ໃຫ້ລາວຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາເຖິງກັບສົ່ງຄົນມາທຳລາຍຊັບສິນຂອງຄຣິສຕະຈັກທີ່ລາວດູແລຕິດຕາມ ເພື່ອພະຍາຍາມບັງຄັບໃຫ້ລາວອອກຈາກຫົນທາງທີ່ແທ້ຈິງ. ເສິນເມິງເດີເຫັນໃບໜ້າຊົ່ວຮ້າຍທີ່ກຽດຊັງຄວາມຈິງ, ທີ່ຕໍ່ຕ້ານພຣະເຈົ້າຂອງບາດຫຼວງ ແລະ ນັກບວດ ແລະ ລາວປະຖິ້ມຕຳແໜ່ງຂອງລາວໃນຖານະນັກບວດ, ອອກຈາກຄຣິສຕະຈັກກາຕໍລິກ ແລະ ເລີ່ມເຜີຍແຜ່ ແລະ ເປັນພະຍານໃຫ້ແກ່ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າຢ່າງຫ້າວຫັນ. ລາວນໍາພາຫຼາຍຄົນໃຫ້ຫັນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ລາວເລີ່ມຮູ້ສຶກພໍໃຈກັບຕົນເອງຫຼາຍ, ມັກໂອ້ອວດວ່າລາວໄດ້ເຮັດວຽກຫຼາຍສໍ່າໃດ ແລະ ລາວທົນທຸກຫຼາຍສໍ່າໃດເພື່ອຮັບເອົາການຊື່ນຊົມຈາກອ້າຍເອື້ອຍນ້ອງ. ອຸປະນິໄສທີ່ອວດດີຂອງລາວເລີ່ມພອງຕົວຫຼາຍຂຶ້ນເລື້ອຍໆ. ລາວສັ່ງສອນຄົນອື່ນຢ່າງຈອງຫອງ, ກາຍເປັນພຣະບັນຍັດໃຫ້ກັບຕົວລາວເອງ ແລະ ຈະບໍ່ຮັບຟັງຄຳແນະນໍາໃດໜຶ່ງ. ຜົນຕາມມາກໍຄືລາວຈົບລົງດ້ວຍການຖືກຈັບກຸມຢູ່ການເຕົ້າໂຮມ. ລາວເລີ່ມໄຕ່ຕອງກ່ຽວກັບຕົນເອງຫຼັງຈາກທີ່ຜ່ານການທໍລະມານ ແລະ ການລ້າງສະໝອງທີ່ທາລຸນຂອງພັກກອມມູນິດ. ຜ່ານການເປີດເຜີຍຈາກພຣະທຳຂອງພຣະເຈົ້າ,
- [ຮູບເງົາຂອງຊາວຄຣິດ “ການໄຕ່ຕອງກ່ຽວກັບຄວາມລອດພົ້ນ”](https://lo.kingdomsalvation.org/videos/reflections-on-salvation-movie.html) - ຢາງ ມິງຢວນ ຄືຜູ້ອາສຸໂສໃນຄຣິສຕະຈັກຕາມເຮືອນ. ມື້ໜຶ່ງ, ລາວໄດ້ຍິນວ່າຜູ້ອາວຸໂສຊູ ເຊິ່ງເປັນຄົນທີ່ໄດ້ຮັບຄວາມເຄົາລົບເປັນຢ່າງສູງໃນຄຣິສຕະຈັກ, ໄດ້ຍອມຮັບສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກ. ລາວໄດ້ຮັບການດົນບັນດານຫຼາຍ ແລະ ຕັດສິນໃຈທີ່ຈະສະແຫວງຫາ ແລະ ສືບຄົ້ນສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກ. ຜ່ານການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຄຳຖາມທີ່ໄດ້ເຮັດໃຫ້ລາວສັບສົນຕະຫຼອດເວລາຫຼາຍປີທີ່ລາວເຊື່ອໃນພຣະຜູ້ເປັນເຈົ້າກໍໄດ້ຮັບຄໍາຕອບ ແລະ ລາວໄດ້ຮຽນຮູ້ວ່າການໄດ້ຮັບຄວາມລອດພົ້ນເປັນພຽງການໃຫ້ອະໄພຄວາມຜິດບາບເທົ່ານັ້ນ, ບໍ່ແມ່ນຄວາມລອດພົ້ນທີ່ສົມບູນ. ໂດຍການຍອມຮັບການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ໂດຍການແກ້ໄຂທຳມະຊາດທີ່ຜິດບາບຂອງລາວຢ່າງສິ້ນເຊີງເທົ່ານັ້ນ, ລາວຈຶ່ງສາມາດມີຄຸນສົມບັດທີ່ຈະເຂົ້າສູ່ອານາຈັກສະຫວັນ. ລາວໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຂໍ້ ແລະ ຄົ້ນພົບວ່າພຣະທຳເຫຼົ່ານີ້ຄືຄວາມຈິງ ແລະ ເປັນສຽງຂອງພຣະເຈົ້າ. ລາວເຊື່ອວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືອົງພຣະເຢຊູເຈົ້າທີ່ກັບຄືນມາ, ສະນັ້ນ ລາວຈຶ່ງຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງມີຄວາມສຸກ. ຫຼັງຈາກນັ້ນ, ລາວກໍເທດສະໜາຂ່າວປະເສີດໃຫ້ແກ່ຜູ້ທີ່ມີຄວາມເຊື່ອທີ່ຢູ່ພາຍໃຕ້ລາວ ແລະ ພາຍໃນສອງສາມເດືອນ, ຫ້າ ຫຼື ຫົກພັນຄົນກໍຍອມຮັບຂ່າວປະເສີດ. ລາວຄິດວ່າລາວຈະສືບຕໍ່ເປັນຜູ້ນໍາ, ແຕ່ລາວກໍຕົກໃຈ ເມື່ອຄຣິສຕະຈັກໄດ້ຈັດແຈງໃຫ້ລາວເທດສະໜາ ໃນຂະນະທີ່ເພື່ອນຮ່ວມງານຂອງລາວຖືກເລືອກໃຫ້ເປັນຜູ້ນໍາ. ເມື່ອລາວເທດສະໜາຂ່າວປະເສີດ, ການສົນທະນາຂອງລາວກ່ຽວກັບຄວາມຈິງກໍບໍ່ຊັດເຈນ ຫຼື ເປັນຈິງຄືກັບການສົນທະນາຂອງເພື່ອນຮ່ວມງານຂອງລາວ ເຊິ່ງນັ້ນກໍຄືຂອງອ້າຍຊູ... ດ້ວຍຄວາມບໍ່ພໍໃຈທີ່ຕ້ອງເປັນທີສອງ, ເພື່ອພິສູດຄວາມເຂັ້ມແຂງຂອງລາວ ແລະ ຮັບເອົາຄວາມເຄົາລົບຈາກຄົນອື່ນ, ລາວໄດ້ເຮັດວຽກໜັກເພື່ອເຮັດໃຫ້ຕົນເອງມີຄວາມຈິງ ແລະ ມັກໂອ້ອວດຕໍ່ໜ້າຄົນອື່ນວ່າລາວໄດ້ເຮັດວຽກຫຼາຍສໍ່າໃດ ແລະ
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | "ພວກເຈົ້າໄດ້ຍິນສຽງຂອງພຣະເຈົ້າບໍ?"](https://lo.kingdomsalvation.org/videos/have-you-heard-the-voice-of-God.html) - ຄົນສ່ວນໃຫຍ່ເຊື່ອວ່າການກັບຄືນມາຂອງພຣະຜູ້ເປັນເຈົ້າຈະເປັນການທີ່ພຣະອົງລົງມາເທິງກ້ອນເມກ, ແຕ່ຕາມຄຳທຳນາຍຂອງພຣະເຢຊູເຈົ້າເອງໃນພຣະຄຳພີ, ພຣະອົງຈະກັບຄືນມາ ແລະ ກ່າວພຣະທຳດັ່ງບຸດມະນຸດ. ພຣະອົງຈະກ່າວຄວາມຈິງຫຼາຍຢ່າງ ແລະ ຊີ້ນໍາມະນຸດຊາດໃຫ້ເຂົ້າສູ່ຄວາມຈິງທັງໝົດ. ມື້ນີ້, ເນື່ອງຈາກການສະແຫວງຫາຂອງພວກເຂົາຢູ່ສະເໝີ, ຫຼາຍຄົນຈຶ່ງໄດ້ຍິນສຽງຂອງພຣະເຈົ້າ ແລະ ພວກເຂົາໄດ້ຕ້ອນຮັບການກັບມາຂອງພຣະເຢຊູເຈົ້າແລ້ວ. ແລ້ວຖ້າເປັນເຊັ່ນນັ້ນ, ເຈົ້າໄດ້ຍິນສຽງຂອງພຣະເຈົ້າແລ້ວບໍ? ເຈົ້າຕ້ອງການຮູ້ບໍວ່າຈະຍິນໄດ້ແນວໃດ? ໃນອີພິໂຊດນີ້, ພວກເຮົາຈະສະແຫວງຫາຄວາມຈິງຮ່ວມກັນ ແລະ ຈາກນັ້ນກໍຈະຊອກຫາຄຳຕອບ.
- [ເພງຄຣິດສະຕຽນ “ມະນຸດຊາດຕ້ອງການການສະໜອງຊີວິດຈາກພຣະເຈົ້າ”](https://lo.kingdomsalvation.org/videos/mankind-needs-God-s-provision.html) - ຖ້າປາສະຈາກພຣະເຈົ້າໃນຫົວໃຈຂອງເຂົາ, ໂລກພາຍໃນໃນຂອງມະນຸດກໍ່ມືດມົນ, ສິ້ນຫວັງ ແລະ ວ່າງເປົ່າ. ມະນຸດພະຍາຍາມຮັກສາຄວາມກ້າວໜ້າຂອງມະນຸດ, ບໍ່ມີໃຜສາມາດຕື່ມເຕັມຄວາມວ່າງເປົ່າ ໃນຫົວໃຈຂອງມະນຸດໄດ້, ບໍ່ມີຜູ້ໃດສາມາດເປັນຊີວິດຂອງມະນຸດໄດ້, ວິທະຍາສາດ, ຄວາມຮູ້, ອິດສະຫຼະພາບ, ປະຊາທິປະໄຕ, ເວລາຫວ່າງ, ຄວາມສະດວກສະບາຍ, ສິ່ງເຫຼົ່ານີ້ແມ່ນການປອບໃຈມະນຸດພຽງຊົ່ວຄາວເທົ່ານັ້ນ. ມະນຸຸດຍັງຈະເຮັດບາບ ແລະ ຄໍ່າຄວນກັບຄວາມອະຍຸຕິທຳ. ສິ່ງເຫຼົ່ານີ້ບໍ່ສາມາດຢັບຢັ້ງຄວາມຢາກໄດ້ ແລະ ຄວາມປາຖະໜາຂອງມະນຸດໃນການຄົ້ນຫາ. ມະນຸດຊາດບໍ່ພຽງແຕ່ຕ້ອງການສັງຄົມທີ່ຍຸຕິທຳ ເຊິ່ງທຸກຄົນໄດ້ຮັບການລ້ຽງດູເປັນຢ່າງດີ ແລະ ສະເໝີພາບກັນ ແລະ ເປັນອິດສະຫຼະ, ແຕ່ສິ່ງທີ່ມະນຸດຕ້ອງການ ແມ່ນຄວາມລອດພົ້ນຂອງພຣະເຈົ້າ ແລະ ການຈັດກຽມຊີວິດທີ່ພຣະອົງມີໃຫ້ກັບພວກເຂົາ. ມີພຽງແຕ່ເມື່ອມະນຸດໄດ້ຮັບ ການຈັດກຽມຊີວິດຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງພຣະອົງເທົ່ານັ້ນ ຄວາມຕ້ອງການ, ຄວາມປາຖະໜາເພື່ອຄົ້ນຫາ ແລະ ຄວາມວ່າງເປົ່າຝ່າຍວິນຍານ ຂອງມະນຸດຈຶ່ງຈະໄດ້ຮັບການແກ້ໄຂ. ນີ້ກໍ່ຍ້ອນວ່າ ມະນຸດຖືກສ້າງໂດຍພຣະເຈົ້າ ການເສຍສະຫຼະຢ່າງໄຮ້ສຳນຶກ ແລະ ການຄົ້ນຫາມະນຸດ ພຽງແຕ່ນໍາໄປສູ່ຄວາມເສົ້າໃຈ, ສະພາວະຄວາມຢ້ານກົວຢູ່ສະເໝີ. ບໍ່ຮູ້ຈັກວິທີຜະເຊີນກັບອະນາຄົດຂອງມະນຸດຊາດ ຫຼື ວິທີຜະເຊີນກັບເສັ້ນທາງທີ່ຢູ່ຂ້າງໜ້າ. ມະນຸດຍິ່ງຈະຢ້ານວິທະຍາສາດ ແລະ ຄວາມຮູ້ ແລະ
- [ເພງຄຣິດສະຕຽນ “ເວລາທີ່ເສຍໄປຈະບໍ່ກັບຄືນມາອີກ”](https://lo.kingdomsalvation.org/videos/time-lost-will-never-come-again.html) - ຈົ່ງຕື່ນຂຶ້ນເຖີດ ອ້າຍນ້ອງເອີຍ! ຈົ່ງຕື່ນຂຶ້ນເຖີດ ເອື້ອຍນ້ອງເອີຍ! ມື້ຂອງເຮົາຈະບໍ່ຊັກຊ້າ; ເວລາຄືຊີວິດ ແລະ ການຍ້ອນເວລາ ກັບໄປແມ່ນການຊ່ວຍຊີວິດ! ເວລານັ້ນບໍ່ໄດ້ຢູ່ຫ່າງໄກເລີຍ! ຖ້າພວກເຈົ້າສອບເສັງເຂົ້າວິທະຍາໄລ ບໍ່ຜ່ານ ພວກເຈົ້າກໍສາມາດສຶກສາ ແລະ ເສັງຄືນໃໝ່ຫຼາຍຄັ້ງຕາມໃຈມັກ. ຢ່າງໃດກໍຕາມ, ມື້ຂອງເຮົາຈະບໍ່ຊັກຊ້າອີກຕໍ່ໄປ. ຈົ່ງເຊື່ອໃນຕົວເຮົາ! ເຮົາຄືພຣະຜູ້ໄຖ່ຂອງພວກເຈົ້າ! ເຮົາຄືພຣະຜູ້ຊົງລິດທານຸພາບສູງສຸດຂອງພວກເຈົ້າ! ຈົ່ງເຝົ້າເບິ່ງ! ຈົ່ງຈື່ໄວ້ວ່າ ເວລາທີ່ເສຍໄປຈະບໍ່ມີວັນກັບຄືນມາອີກຄັ້ງ! ບໍ່ມີຢາໃດໃນໂລກນີ້ທີ່ປິ່ນປົວຄວາມເສຍໃຈໄດ້! ສະນັ້ນແລ້ວ ເຮົາຄວນເວົ້າກັບພວກເຈົ້າແນວໃດດີ? ພຣະທໍາຂອງເຮົາແມ່ນບໍ່ຄູ່ຄວນໃຫ້ພວກເຈົ້າ ພິຈາລະນາຢ່າງຮອບຄອບຊໍ້າໄປຊໍ້າມາເລີຍບໍ? ຈົ່ງຈື່ໄວ້! ເຮົາຂໍຊຸກຍູ້ເຈົ້າດ້ວຍພຣະທໍາທີ່ດີເຫຼົ່ານີ້. ຈຸດຈົບຂອງໂລກຈະຖືກເປີດເຜີຍ ຕໍ່ສາຍຕາຂອງພວກເຈົ້າ ແລະ ໄພທີ່ຮ້າຍແຮງຄືບຄານເຂົ້າມາໃກ້ຢ່າງໄວວາ. ອັນໃດສຳຄັນກວ່າກັນ: ຊີວິດຂອງພວກເຈົ້າ ຫຼື ການນອນ, ອາຫານ, ເຄື່ອງດື່ມ ແລະ ເຄື່ອງນຸ່ງຫົ່ມ ຂອງພວກເຈົ້າມີຄວາມສໍາຄັນກວ່າ? ມັນເຖິງເລວາແລ້ວທີ່ພວກເຈົ້າ ຕ້ອງພິຈາລະນາສິ່ງເຫຼົ່ານີ້. ຈົ່ງເຊື່ອໃນຕົວເຮົາ! ເຮົາຄືພຣະຜູ້ໄຖ່ຂອງພວກເຈົ້າ! ເຮົາຄືພຣະຜູ້ຊົງລິດທານຸພາບສູງສຸດຂອງພວກເຈົ້າ! ຈົ່ງເຝົ້າເບິ່ງ! ຈົ່ງຈື່ໄວ້ວ່າ ເວລາທີ່ເສຍໄປຈະບໍ່ມີວັນກັບຄືນມາອີກຄັ້ງ! ບໍ່ມີຢາໃດໃນໂລກນີ້ທີ່ປິ່ນປົວຄວາມເສຍໃຈໄດ້! ສະນັ້ນແລ້ວ ເຮົາຄວນເວົ້າກັບພວກເຈົ້າແນວໃດດີ? ພຣະທໍາຂອງເຮົາແມ່ນບໍ່ຄູ່ຄວນໃຫ້ພວກເຈົ້າ
- [ເພງຄຣິດສະຕຽນ “ພຣະເຈົ້າໃຫ້ພອນຄົນທີ່ຊື່ສັດ”](https://lo.kingdomsalvation.org/videos/God-blesses-those-who-are-honest.html) - ຄວາມຊື່ສັດໝາຍເຖິງ ການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການເປັນຈິງກັບພຣະເຈົ້າໃນທຸກສິ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງ, ການບໍ່ປິດບັງຂໍ້ແທ້ຈິງຈັກເທື່ອ, ການບໍ່ພະຍາຍາມຫຼອກລວງຄົນ ທີ່ຢູ່ເທິງ ແລະ ຢູ່ລຸ່ມເຈົ້າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າ ເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ນີ້ຄືການເປັນຄົນຊື່ສັດ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດ ແມ່ນການມີການກະທໍາ ແລະ ຄໍາເວົ້າທີ່ບໍລິສຸດ ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດ ແມ່ນການມີການກະທໍາ ແລະ ຄໍາເວົ້າທີ່ບໍລິສຸດ ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ. ນີ້ຄືຄວາມຊື່ສັດ, ໂອ,ນີ້ຄືຄວາມຊື່ສັດ. ຖ້າຄໍາເວົ້າຂອງເຈົ້າເຕັມໄປດ້ວຍຂໍ້ແກ້ຕົວ ແລະ ເຫດຜົນທີ່ບໍ່ມີຄຸນຄ່າ, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນກຽດຊັງໃນການປະຕິບັດຕໍ່ຄວາມຈິງ. ເຈົ້າຈະຄົ້ນພົບແສງສະຫວ່າງ ແລະ ຄວາມລອດພົ້ນໄດ້ແນວໃດ ຖ້າເຈົ້າບໍ່ເປີດເຜີຍຄວາມລັບຂອງເຈົ້າ? ຖ້າການສະແຫວງຫາຫົນທາງແຫ່ງຄວາມຈິງ ເຮັດໃຫ້ເຈົ້າມີຄວາມເພິ່ງພໍໃຈ, ແລ້ວເຈົ້າກໍແມ່ນຄົນທີ່ອາໄສ ຢູ່ໃນຄວາມສະຫວ່າງຕະຫຼອດເວລາ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດ ແມ່ນການມີການກະທໍາ ແລະ ຄໍາເວົ້າທີ່ບໍລິສຸດ ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ.
- [ເພງຄຣິດສະຕຽນ “ພຣະເຈົ້າປາຖະໜາທີ່ຈະຊ່ວຍມະນຸດໃຫ້ລອດພົ້ນໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້”](https://lo.kingdomsalvation.org/videos/God-wishes-to-save-man.html) - ໃນຂະນະທີ່ພາລະກິດແຫ່ງການໄຖ່ບາບຂອງພຣະເຈົ້າ, ບັນດາຜູ້ທີ່ສາມາດຖືກຊ່ວຍໃຫ້ລອດພົ້ນທັງໝົດ ຈະຖືກຊ່ວຍໃຫ້ລອດຈົນເຖິງທີ່ສຸດ, ບໍ່ມີໃຜໃນພວກເຂົາທີ່ຈະຖືກປະຖິ້ມ. ໃນລະຫວ່າງການໄຖ່ບາບມະນຸດຂອງພຣະເຈົ້າ, ບັນດາຜູ້ທີ່ບໍ່ສາມາດບັນລຸ ການປ່ຽນແປງນິໄສຂອງພວກເຂົາ ແລະ ບັນດາຜູ້ທີ່ບໍ່ສາມາດ ເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນທັງໝົດ, ຈະກາຍເປັນຜູ້ທີ່ຖືກລົງໂທດທັງໝົດ. ແຕ່ລະຄົນທີ່ຍອມຮັບການເອົາຊະນະ ດ້ວຍພຣະທຳຂອງພຣະເຈົ້າກໍ່ຈະມີໂອກາດພຽງພໍ ເພື່ອຄວາມລອດພົ້ນ. ການຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ ຄວາມເມດຕາ ແລະ ຄວາມອົດກັ້ນທີ່ສຸດຂອງພຣະອົງ. ຕາບໃດທີ່ຄົນຫັນຫຼັງໃຫ້ກັບເສັ້ນທາງທີ່ຜິດ, ຕາບໃດທີ່ຄົນສາມາດກັບໃຈ, ພຣະເຈົ້າກໍ່ຈະມອບໂອກາດໃຫ້ພວກເຂົາ ໄດ້ຮັບຄວາມລອດພົ້ນຈາກພຣະອົງ. ໃນຂັ້ນຕອນນີ້ຂອງພາລະກິດ, ພາລະກິດແຫ່ງພຣະທຳຈະເປີດເຜີຍ ໃຫ້ກັບມະນຸດທຸກເສັ້ນທາງ ແລະ ຄວາມເລິກລັບທີ່ພວກເຂົາບໍ່ເຂົ້າໃຈ, ເພື່ອວ່າມະນຸດຈະສາມາດ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ມີຕໍ່ມະນຸດ ສະນັ້ນ ພວກເຂົາສາມາດປະຕິບັດ ພຣະທຳຂອງພຣະເຈົ້າ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ. ແຕ່ລະຄົນທີ່ຍອມຮັບການເອົາຊະນະ ດ້ວຍພຣະທຳຂອງພຣະເຈົ້າກໍ່ຈະມີໂອກາດພຽງພໍ ເພື່ອຄວາມລອດພົ້ນ. ການຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ ຄວາມເມດຕາ ແລະ ຄວາມອົດກັ້ນທີ່ສຸດຂອງພຣະອົງ. ຕາບໃດທີ່ຄົນຫັນຫຼັງໃຫ້ກັບເສັ້ນທາງທີ່ຜິດ, ຕາບໃດທີ່ຄົນສາມາດກັບໃຈ, ພຣະເຈົ້າກໍ່ຈະມອບໂອກາດໃຫ້ພວກເຂົາ ໄດ້ຮັບຄວາມລອດພົ້ນຈາກພຣະອົງ. ພຣະເຈົ້າໃຊ້ແຕ່ພຣະທຳເທົ່ານັ້ນ ໃນການປະຕິບັດພາລະກິດຂອງພຣະອົງ ແລະ ບໍ່ໄດ້ລົງໂທດຄົນຍ້ອນວ່າ ພວກເຂົາມີການກະບົດພຽງເລັກນ້ອຍ, ຍ້ອນວ່າຕອນນີ້ແມ່ນເວລາ ຂອງພາລະກິດແຫ່ງຄວາມລອດພົ້ນ. ຖ້າທຸກຄົນທີ່ກະບົດຖືກລົງໂທດ,
- [ເພງຄຣິດສະຕຽນ “ພຣະເຈົ້າຕ້ອງການຄົນທີ່ສາມາດປະຕິບັດຄວາມປະສົງຂອງພຣະອົງຢ່າງກະຕືລືລົ້ນ”](https://lo.kingdomsalvation.org/videos/those-who-can-carry-out-God-s-will.html) - ໃນຂະນະທີ່ພາລະກິດ ແລະ ແຜນການ ຂອງພຣະເຈົ້າຄືບໜ້າຢ່າງບໍ່ຢຸດຢັ້ງ ແລະ ຫຼັງຈາກທີ່ພຣະເຈົ້າ ໄດ້ສ້າງພຣະສັນຍາແຫ່ງສາຍຮຸ້ງກັບມະນຸດ ເຊິ່ງເປັນສັນຍາລັກບົ່ງບອກວ່າພຣະອົງ ຈະບໍ່ທຳລາຍແຜ່ນດິນໂລກດ້ວຍນໍ້າຖ້ວມອີກຈັກເທື່ອ, ພຣະເຈົ້າມີຄວາມປາຖະໜາອັນຮີບດ່ວນຂຶ້ນເລື້ອຍໆ ທີ່ຈະຮັບເອົາຄົນທີ່ສາມາດມີແນວຄິດ ທີ່ສອດຄ່ອງກັບພຣະອົງ. ພຣະເຈົ້າປາຖະໜາທີ່ຈະຮັບເອົາຄົນ ທີ່ເຂົ້າໃຈຄວາມປະສົງຂອງພຣະອົງ, ຮູ້ຈັກອຸປະນິໄສຂອງພຣະອົງ ແລະ ນະມັດສະການພຣະອົງ. ກຸ່ມຄົນດັ່ງກ່າວຈະສາມາດ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງ ແລະ ມັນສາມາດເວົ້າໄດ້ວ່າ ພວກເຂົາຈະເປັນເພື່ອນສະໜິດຂອງພຣະອົງ. ສະນັ້ນ ພຣະອົງຍິ່ງມີຄວາມປາຖະໜາ ອັນຮີບດ່ວນຫຼາຍຂຶ້ນເພື່ອຮັບເອົາຄົນ ທີ່ສາມາດປະຕິບັດຕາມຄວາມປະສົງ ຂອງພຣະອົງເທິງແຜ່ນດິນໂລກ ແລະ ຍິ່ງໄປກວ່ານັ້ນກໍຄືຮັບເອົາກຸ່ມຄົນທີ່ສາມາດ ເປັນອິດສະຫຼະຈາກອໍານາດແຫ່ງຄວາມມືດ ແລະ ບໍ່ຖືກຜູກມັດໂດຍຊາຕານ, ເຊິ່ງເປັນກຸ່ມທີ່ຈະສາມາດ ເປັນພະຍານໃຫ້ກັບພຣະອົງເທິງແຜ່ນດິນໂລກ. ພຣະເຈົ້າປາຖະໜາທີ່ຈະຮັບເອົາຄົນ ທີ່ເຂົ້າໃຈຄວາມປະສົງຂອງພຣະອົງ, ຮູ້ຈັກອຸປະນິໄສຂອງພຣະອົງ ແລະ ນະມັດສະການພຣະອົງ. ກຸ່ມຄົນດັ່ງກ່າວຈະສາມາດ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງ ແລະ ມັນສາມາດເວົ້າໄດ້ວ່າ ພວກເຂົາຈະເປັນເພື່ອນສະໜິດຂອງພຣະອົງ. ການຮັບເອົາກຸ່ມຄົນດັ່ງກ່າວຄືຄວາມປາຖະໜາ ທີ່ພຣະເຈົ້າມີເປັນເວລາດົນນານແລ້ວ, ມັນຄືສິ່ງທີ່ພຣະອົງລໍຖ້ານັບຕັ້ງແຕ່ ເວລາການເນລະມິດສ້າງ. ສະນັ້ນ ບໍ່ວ່າພຣະເຈົ້າຈະໃຊ້ນໍ້າຖ້ວມ ເພື່ອທຳລາຍແຜ່ນດິນໂລກ ຫຼື ໃຊ້ພຣະສັນຍາຂອງພຣະອົງກັບມະນຸດ, ຄວາມປະສົງ, ຂອບເຂດຄວາມຄິດ,
- [ວິດີໂອຄຳພະຍານຂອງຊາວຄຣິດ “ເງິນ ແລະ ສະຖານະ ເຄີຍເຮັດຫຍັງໃຫ້ຂ້ອຍແດ່?”](https://lo.kingdomsalvation.org/videos/what-did-money-ever-do-for-me.html) - ລາວເກີດມາໃນຄອບຄົວທີ່ແຕກສະຫຼາຍ ແລະ ປາຖະໜາຫາຊີວິດທີ່ມີຄວາມສຸກ. ລາວຄິດວ່າການເຮັດວຽກໜັກສາມາດນຳເງິນມາໃຫ້ລາວເພື່ອຊື້ຄວາມສຸກໄດ້, ແຕ່ສຸດທ້າຍແລ້ວ ການເຮັດວຽກໜັກເກີນໄປກໍຂັງລາວໄວ້ເທິງຕຽງ. ຫຼັງຈາກທີ່ຮ້ອງຫາພຣະເຈົ້າໃນຄວາມເຈັບປວດຂອງລາວ ແລະ ຜ່ານການອ່ານພຣະທຳຂອງພຣະເຈົ້າ, ລາວໄດ້ມາເຂົ້າໃຈຕົ້ນກຳເນີດຄວາມທຸກທໍລະມານຂອງມະນຸດ ແລະ ວິທີຊອກຫາຊີວິດທີ່ມີຄວາມສຸກ.
- [ວິດີໂອຄຳພະຍານຂອງຊາວຄຣິດ “ຄວາມຮູ້ເລັກນ້ອຍຂອງຂ້ອຍກ່ຽວກັບອຸປະນິໄສຜູ້ຕໍ່ຕ້ານພຣະຄຣິດ”](https://lo.kingdomsalvation.org/videos/knowledge-of-antichrist-dispositions.html) - ລາວເປັນຜູ້ດູແລຕິດຕາມໃນຄຣິສຕະຈັກ. ລາວຕໍ່ຕ້ານ ແລະ ບໍ່ຍອມຮັບເມື່ອຜູ້ນຳມາກວດສອບ ແລະ ຊີ້ນໍາວຽກງານ. ຜູ້ນຳເຜີຍໃຫ້ເຫັນບັນຫາໃນວຽກຂອງລາວ. ລາວເກັບກັກຄວາມເຄືອງໃຈ ແລະ ເຖິງກັບຕ້ອງການແກ້ແຄ້ນ. ຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ການໄຕ່ຕອງຕົວເອງ, ລາວໄດ້ຮຽນຮູ້ຫຍັງກ່ຽວກັບຕົວເອງ? ລາວສະແຫວງຫາຄວາມຈິງ ແລະ ແກ້ໄຂບັນຫາຂອງລາວແນວໃດ?
- [ວິດີໂອຄຳພະຍານຂອງຊາວຄຣິດ “ເປັນອິດສະຫຼະຈາກຄວາມອິດສາ”](https://lo.kingdomsalvation.org/videos/freed-from-envy.html) - ລາວເປັນນັກເທດຂອງຄຣິສຕະຈັກ. ເມື່ອລາວສັງເກດເຫັນຄູ່ຮ່ວມງານຂອງລາວກຳລັງມີຜົນຮັບທີ່ດີກວ່າລາວໃນໜ້າທີ່ຂອງພວກເຂົາ, ລາວກໍອິດສາ ເພື່ອໃຫ້ໂດດເດັ່ນເໜືອອ້າຍນ້ອງຂອງລາວ ແລະ ໄດ້ຮັບຄວາມເຄົາລົບ, ລາວຈຶ່ງເຮັດວຽກໜັກຢ່າງລັບໆ. ເມື່ອຄວາມຝັນຂອງລາວພັງທະລາຍ, ລາວກໍຕົກຢູ່ໃນຄວາມຄິດລົບ. ຜ່ານການເປີດເຜີຍຈາກພຣະທຳຂອງພຣະເຈົ້າ, ລາວອະທິຖານ ແລະ ໄຕ່ຕອງ. ລາວຮຽນຮູ້ຫຍັງກ່ຽວກັບຕົວເອງ ແລະ ລາວຝຶກ ແລະ ເຂົ້າສູ່ແນວໃດ?
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ແມ່ນຫຍັງຄືການຖືກຮັບຂຶ້ນເມືອແທ້ໆ?"](https://lo.kingdomsalvation.org/videos/what-is-true-rapture.html) - ໃນຍຸກສຸດທ້າຍ, ຜູ້ເຊື່ອທຸກຄົນປາຖະໜາໃຫ້ພຣະຜູ້ໄຖ່ລົງມາເທິງກ້ອນເມກເພື່ອທີ່ຈະຖືກຮັບຂຶ້ນເມືອເພື່ອພົບກັບພຣະອົງ. ແຕ່ຕອນນີ້ເມື່ອໄພພິບັດທີ່ຍິ່ງໃຫຍ່ໄດ້ເກີດຂຶ້ນ, ພວກເຂົາກໍ່ຍັງບໍ່ທັນໄດ້ຕ້ອນຮັບພຣະຜູ້ເປັນເຈົ້າທີ່ກັບມາເທິງກ້ອນເມກ. ຜູ້ຄົນກຳລັງຮູ້ສຶກຢ້ານ ຫຼື ອາດເຖິງກັບຖືກປະຖິ້ມໂດຍພຣະຜູ້ເປັນເຈົ້າ, ຮູ້ສຶກຄືກັບວ່າພວກເຂົາສາມາດຕາຍໃນໄພພິບັດໃນທຸກຊ່ວງເວລາ. ມັນສ້າງຄວາມປະຫຼາດໃຈໃຫ້ກັບພວກເຂົາທີ່ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເປັນພະຍານວ່າອົງພຣະເຢຊູເຈົ້າໄດ້ກັບຄືນມາແລ້ວດັ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ, ກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ຫຼາຍຄົນທີ່ປາຖະໜາຫາຄວາມຈິງກໍ່ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຮັບຮູ້ສຽງຂອງພຣະເຈົ້າ ແລະ ກັບຄືນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າທຸກມື້, ຖືກຄໍ້າຈູນ ແລະ ບຳລຸງລ້ຽງໂດຍພຣະທຳເຫຼົ່ານັ້ນ ແລະ ເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມຊີອານ້ອຍ. ພວກເຂົາເປັນຄົນທີ່ຖືກຮັບຂຶ້ນເມືອຕໍ່ໜ້າບັນລັງຂອງພຣະເຈົ້າກ່ອນໄພພິບັດ. ຫຼາຍຄົນທີ່ເຄັ່ງໃນສາສະໜາສັບສົນ ໂດຍຄິດວ່າ “ອົງພຣະເຢຊູເຈົ້າບໍ່ໄດ້ພາຜູ້ຄົນຂຶ້ນສູ່ທ້ອງຟ້າເພື່ອພົບກັບພຣະອົງບໍ? ຜູ້ເຊື່ອໃນສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກຍັງຢູ່ເທິງໂລກຢ່າງຊັດເຈນ, ແລ້ວພວກເຂົາຈະຖືກຮັບຂຶ້ນເມືອໄດ້ແນວໃດ?” ຫຼາຍຄົນບໍ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງການຖືກຮັບຂຶ້ນເມືອ, ແຕ່ຄິດວ່າມັນໝາຍເຖິງການຖືກຮັບຂຶ້ນສູ່ທ້ອງຟ້າ, ສະນັ້ນ ຄົນໃດໜຶ່ງທີ່ຍັງຢູ່ເທິງໂລກກໍ່ບໍ່ໄດ້ຖືກຮັບຂຶ້ນເມືອ. ນີ້ຄືສິ່ງທີ່ຖືກຕ້ອງບໍ? ການຖືກຮັບຂຶ້ນເມືອໝາຍຄວາມວ່າແນວໃດແທ້ໆ? ຕອນນີ້ຂອງລາຍການການສະແຫວງຫາຄວາມເຊື່ອທີ່ແທ້ຈິງຈະນໍາພາເຈົ້າໃຫ້ສະແຫວງຫາຄວາມຈິງ ແລະ ຄົ້ນຫາຄຳຕອບ.
- [ວິດີໂອຄຳພະຍານຂອງຊາວຄຣິດ “ເປັນຫຍັງຈຶ່ງມີອຸປະສັກຫຼາຍຢ່າງໃນການຍອມຮັບຫົນທາງທີ່ແທ້ຈິງ”](https://lo.kingdomsalvation.org/videos/why-obstacles-to-accepting-true-way.html) - ຫຼັງຈາກທີ່ໄດ້ຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ, ລາວກໍເຜີຍແຜ່ຂ່າວປະເສີດແຫ່ງອານາຈັກໃນຍຸກສຸດທ້າຍ. ແຕ່ລາວກາຍມາເປັນເປົ້າໝາຍໃນການກີດຂວາງ ແລະ ການປະນາມໂດຍສິດຍາພິບານ ແລະ ນັກເທດສະໜາຂອງລາວ. ຄອບຄົວຂອງລາວຍັງກົດດັນລາວ ແລະ ໝູ່ເພື່ອນຢູ່ຄຣິສຕະຈັກຂອງລາວກໍປະຖິ້ມລາວ. ລາວປະສົບກັບການທົນທຸກຢ່າງໃຫຍ່ຫຼວງ. ເປັນຫຍັງຈຶ່ງມີອຸປະສັກຫຼາຍຢ່າງໃນເສັ້ນທາງຂອງລາວໃນການຍອມຮັບຫົນທາງທີ່ແທ້ຈິງ? ລາວຮຽນຮູ້ຫຍັງ ແລະ ໄດ້ຮັບຫຍັງຈາກປະສົບການທີ່ພິເສດນີ້? ກະລຸນາຮັບຊົມວິດີໂອນີ້.
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ການຕິດຕາມຜູ້ນໍາສາສະໜາຄືການຕິດຕາມພຣະເຈົ້າບໍ?"](https://lo.kingdomsalvation.org/videos/is-listening-to-religious-leaders-following-God.html) - ເມື່ອ 2.000 ປີກ່ອນ, ອົງພຣະເຢຊູເຈົ້າ ເຊິ່ງເປັນພຣະຜູ້ໄຖ່ຂອງພວກເຮົາ ໄດ້ມາເຮັດພາລະກິດແຫ່ງການໄຖ່ບາບ. ເພາະຜູ້ສັດທາສ່ວນໃຫຍ່ໃນລັດທິຢູດາໄດ້ເຄົາລົບບູຊາຜູ້ນໍາສາສະໜາຂອງພວກເຂົາ ແລະ ພວກຟາຣີຊາຍ, ພວກເຂົາຈຶ່ງເຫັນດີກັບຜູ້ຕໍ່ຕ້ານພຣະຄຣິດເຫຼົ່ານັ້ນໃນການປະນາມ ແລະ ການປະຕິເສດອົງພຣະເຢຊູເຈົ້າ, ມີສ່ວນໃນການຄຶງພຣະອົງເທິງໄມ້ກາງແຂນໃນທີ່ສຸດ. ສິ່ງນີ້ເຮັດໃຫ້ພວກເຂົາໄດ້ຮັບການສາບແຊ່ງ ແລະ ການລົງໂທດຈາກພຣະເຈົ້າ, ເຮັດໃຫ້ຊົນຊາດອິດສະຣາເອນຕົກຢູ່ໃນເຄາະກໍາເປັນເວລາ 2.000 ປີ. ອົງພຣະເຢຊູເຈົ້າໄດ້ກັບຄືນມາໃນຍຸກສຸດທ້າຍເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ, ກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ພຣະອົງຍັງຜະເຊີນກັບການປະນາມ ແລະ ການຕໍ່ຕ້ານທີ່ບ້າປ່ວງຂອງຜູ້ນໍາສາສະໜາ. ເພາະຫຼາຍຄົນໃນໂລກສາສະໜາໃນປັດຈຸບັນນີ້ໄດ້ນະມັດສະການນັກບວດຂອງພວກເຂົາຢ່າງຫຼັບຫູຫຼັບຕາ, ພວກເຂົາຈຶ່ງເຊື່ອວ່າຜູ້ນໍາສາສະໜາຂອງພວກເຂົາຖືກຈັດວາງໂດຍພຣະເຈົ້າ, ການເຊື່ອຟັງພວກເຂົາຄືການເຊື່ອຟັງພຣະເຈົ້າ. ຜົນຕາມມາກໍຄື ພວກເຂົາຢ້ານທີ່ຈະສືບຄົ້ນ ແລະ ຍອມຮັບມັນ ເຖິງແມ່ນວ່າພວກເຂົາຈະໄດ້ເຫັນຢ່າງຊັດເຈນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືຄວາມຈິງ, ພວກມັນມີລິດອຳນາດ, ມີສິດອຳນາດ ແລະ ມາຈາກພຣະເຈົ້າ. ກົງກັນຂ້າມ, ພວກເຂົາເຫັນດີກັບຄົນເຫຼົ່ານີ້ໃນການປະຕິເສດ ແລະ ການປະນາມອົງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ, ສູນເສຍໂອກາດຂອງພວກເຂົາທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ຕົກລົງສູ່ໄພພິບັດ. ນີ້ຄືສິ່ງທີ່ໜ້າເສຍດາຍແທ້ໆ! ແລ້ວດ້ວຍເຫດນັ້ນ ຜູ້ນໍາສາສະໜາຖືກຈັດວາງໂດຍພຣະເຈົ້າແທ້ໆບໍ? ການຍອມຟັງພວກເຂົາຄືກັນກັບການຕິດຕາມພຣະເຈົ້າບໍ? ຕອນນີ້ຂອງລາຍການການສະແຫວງຫາຄວາມເຊື່ອທີ່ແທ້ຈິງຈະນໍາພາເຈົ້າໃຫ້ສະແຫວງຫາຄວາມຈິງ ແລະ ຄົ້ນຫາຄຳຕອບ.
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ແມ່ນຫຍັງຄືການບັງເກີດເປັນມະນຸດ?"](https://lo.kingdomsalvation.org/videos/what-is-the-incarnation.html) - ສອງພັນປີກ່ອນ, ເມື່ອອົງພຣະເຢຊູເຈົ້າມາເພື່ອເທດສະນາ ແລະ ປະຕິບັດພາລະກິດ, ປະໂລຫິດໃຫຍ່, ພວກທຳມະຈານ ແລະ ພວກຟາຣີຊາຍຂອງນິກາຍຢູດາໄດ້ຕັດສິນໃຫ້ພຣະອົງເປັນຄົນທຳມະດາ. ພວກເຂົາເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອຕໍ່ຕ້ານ, ປະນາມ ແລະ ໝິ່ນປະໝາດອົງພຣະເຢຊູເຈົ້າ ແລະ ໃນທີ່ສຸດ ພວກເຂົາກໍ່ຄຶງພຣະອົງໃສ່ໄມ້ກາງແຂນ ເຊິ່ງເປັນການເຮັດຜິດຢ່າງຮ້າຍແຮງ. ມື້ນີ້, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດຕົວ ແລະ ເຮັດວຽກໃນພາບລັກຂອງບຸດມະນຸດ, ແຕ່ຍັງມີຫຼາຍຄົນທີ່ຂາດຄວາມຮູ້ກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ປະຕິບັດຕໍ່ພຣະເຈົ້າອົງຊົງລິດທານຸພາບສູງສຸດຄືກັບຄົນທຳມະດາ, ປະຕິເສດທີ່ຈະສືບຄົ້ນຫາຫົນທາງທີ່ແທ້ຈິງ ແລະ ປະນາມ ແລະ ຕໍ່ຕ້ານພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງບ້າປ່ວງ ແລະ ໃນການເຮັດແບບນັ້ນກໍ່ໄດ້ເຮັດຜິດທີ່ຄຶງກາງແຂນພຣະເຈົ້າອີກຄັ້ງ. ເປັນຫຍັງການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າຈຶ່ງຖືກປະນາມ ແລະ ຖືກປະຕິເສດໂດຍມະນຸດ? ເພາະຜູ້ຄົນຂາດຄວາມຮູ້ກ່ຽວກັບພຣະເຈົ້າ, ບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ ແລະ ແຮງໄກທີ່ຈະເຂົ້າໃຈຄວາມເລິກລັບທີ່ຍິ່ງໃຫຍ່ຂອງການບັງເກີດເປັນມະນຸດ. ສະນັ້ນ ແມ່ນຫຍັງຄືການບັງເກີດເປັນມະນຸດແທ້ໆ? ພວກເຮົາຄວນເຂົ້າໃຈແນວໃດກ່ຽວກັບການບັງເກີດເປັນມະນຸດ? ໃນຕອນນີ້ຂອງ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາໄດ້ສະແຫວງຫາຄວາມຈິງຮ່ວມກັນເພື່ອເຂົ້າໃຈຄວາມເລິກລັບຂອງການບັງເກີດເປັນມະນຸດ.
- [ເພງຄຣິດສະຕຽນ “ຈົ່ງມາທີ່ພູຊີໂອນພ້ອມກັບການສັນລະເສີນ”](https://lo.kingdomsalvation.org/videos/come-to-zion-with-praising-a-cappella.html) - ຈົ່ງມາທີ່ພູຊີໂອນພ້ອມກັບການສັນລະເສີນ. ຈົ່ງມາທີ່ພູຊີໂອນພ້ອມກັບການສັນລະເສີນ. ຈົ່ງມາທີ່ພູຊີໂອນພ້ອມກັບການສັນລະເສີນ. ຈົ່ງມາທີ່ພູຊີໂອນພ້ອມກັບການສັນລະເສີນ. ຄຳສັນລະເສີນໄດ້ມາເຖິງພູເຂົາຊີໂອນ ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. ນາມບໍລິສຸດອັນສະຫງ່າລາສີທີ່ທຸກຄົນສັນລະເສີນ ນັ້ນໄດ້ແຜ່ຂະຫຍາຍອອກ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ເຈົ້ານາຍແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະອົງຄືດວງຕາເວັນສ່ອງແສງເຫຼືອງເຫຼື້ອມຢູ່ເທິງພູເຂົາຊີໂອນ ເຊິ່ງເປັ່ງປະກາຍໄປດ້ວຍຄວາມສະຫງ່າຜ່າເຜີຍ ແລະ ຄວາມສະຫງ່າງາມທົ່ວຈັກກະວານທັງປວງ... ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກຂ້ານ້ອຍເອີ້ນຫາພຣະອົງດ້ວຍຄວາມຕື່ນເຕັ້ນຕັນໃຈ; ພວກຂ້ານ້ອຍເຕັ້ນລຳ ແລະ ຮ້ອງເພງ. ພຣະອົງເປັນພຣະຜູ້ໄຖ່ຂອງພວກຂ້ານ້ອຍແທ້ໆ, ເປັນກະສັດອົງຍິ່ງໃຫຍ່ແຫ່ງຈັກກະວານ! ພຣະອົງໄດ້ສ້າງກຸ່ມຜູ້ຊະນະ ແລະ ບັນລຸແຜນການຄຸ້ມຄອງຂອງພຣະເຈົ້າ. ທຸກຄົນຈະຫຼັ່ງໄຫຼໄປສູ່ພູເຂົານີ້. ທຸກຄົນຈະຄຸເຂົ່າລົງຕໍ່ໜ້າບັນລັງ! ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ ແລະ ພຣະອົງສົມຄວນໄດ້ຮັບສະຫງ່າລາສີ ແລະ ກຽດຕິຍົດ. ສະຫງ່າລາສີ, ຄຳສັນລະເສີນ ແລະ ສິດອຳນາດທັງໝົດຈົ່ງມີແກ່ບັນລັງ! ນໍ້າພຸແຫ່ງຊີວິດຈະຫຼັ່ງໄຫຼອອກຈາກບັນລັງ, ຫົດນໍ້າ ແລະ ລໍ່ລ້ຽງຜູ້ຄົນຈຳນວນຫຼວງຫຼາຍຂອງພຣະເຈົ້າ. ຊີວິດປ່ຽນແປງໃນແຕ່ລະມື້; ແສງສະຫວ່າງ ແລະ ການເປີດເຜີຍໃໝ່ຕິດຕາມພວກເຮົາ, ໃຫ້ຄວາມເຂົ້າໃຈໃໝ່ກ່ຽວກັບພຣະເຈົ້າຢ່າງຕໍ່ເນື່ອງ. ໃນທ່າມກາງປະສົບການ, ພວກເຮົາໄດ້ມາເຖິງຄວາມໝັ້ນໃຈຢ່າງສົມບູນກ່ຽວກັບພຣະເຈົ້າ. ພຣະທຳຂອງພຣະອົງຖືກເຮັດໃຫ້ປະຈັກແຈ້ງຕະຫຼອດເວລາ, ເຮັດໃຫ້ປະຈັກແຈ້ງພາຍໃນຄົນທີ່ຖືກຕ້ອງ. ພວກເຮົາໄດ້ຮັບພອນຫຼາຍແທ້ໆ! ພົບກັບພຣະເຈົ້າເຊິ່ງໜ້າໃນແຕ່ລະມື້, ສື່ສານກັບພຣະເຈົ້າກ່ຽວກັບທຸກສິ່ງ ແລະ
## 天国福音
- [ການປາກົດຕົວຂອງພຣະເຈົ້າໄດ້ນໍາໄປສູ່ຍຸກໃໝ່](https://lo.kingdomsalvation.org/gospel/shendexianxiandailailexindeshidai.html)
- [ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ](https://lo.kingdomsalvation.org/gospel/dangnikanjianyesulingti.html)
- [ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ](https://lo.kingdomsalvation.org/gospel/jiduyongzhenlilaizuoshenpandegongzuo.html)
- [ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ](https://lo.kingdomsalvation.org/gospel/shenshirenshengmingdeyuantou.html)
- [ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້](https://lo.kingdomsalvation.org/gospel/zhiyoumohoudejiducigeirenyongshengdedao.html)
- [ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ](https://lo.kingdomsalvation.org/gospel/qileijuxiang.html)
- [ການແຍກແຍະພຣະຄຣິດຕົວປອມຈາກພຣະຄຣິດຕົວຈິງ](https://lo.kingdomsalvation.org/gospel/how-to-discern-true-Christ-from-false-ones.html) - ມື້ນີ້, ຂ້ອຍຕ້ອງການເວົ້າກ່ຽວກັບ ວິທີການແຍກແຍະພຣະຄຣິດຕົວປອມຈາກພຣະຄຣິດຕົວຈິງ. ບາງຄົນອາດຖາມວ່າ ສິ່ງນັ້ນກ່ຽວຂ້ອງຫຍັງກັບຄວາມເຊື່ອຂອງພວກເຮົາໃນພຣະເຈົ້າ. ຫຼາຍພໍສົມຄວນ. ທຸກຄົນຮູ້ບໍວ່າພຣະຄຣິດແມ່ນຜູ້ໃດ? ຖ້າເຈົ້າຮູ້ວ່າພຣະຄຣິດຄືພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ມາເທິງແຜ່ນດິນໂລກ, ຕອນນີ້ໄພພິບັດກຳລັງມາ ແລະ ຍຸກສຸດທ້າຍໄດ້ມາເຖິງພວກເຮົາແລ້ວ, ເຈົ້າຄິດວ່າເຈົ້າຕ້ອງການພຣະຜູ້ຊ່ວຍໃຫ້ລອດພົ້ນບໍ? ຖ້າເຈົ້າຕ້ອງການພຣະຜູ້ຊ່ວຍໃຫ້ລອດພົ້ນ, ເຈົ້າຮູ້ບໍວ່າເຈົ້າຕ້ອງການພຣະຜູ້ຊ່ວຍໃຫ້ລອດພົ້ນອົງໃດເພື່ອຊ່ວຍເຈົ້າໃຫ້ລອດພົ້ນ? ເຈົ້າຮູ້ວິທີການຕ້ອນຮັບພຣະຜູ້ຊ່ວຍໃຫ້ລອດພົ້ນບໍ? ເຈົ້າຄິດວ່າສິ່ງນີ້ສຳຄັນ ແລະ ກ່ຽວຂ້ອງກັບເຈົ້າບໍ? ຕົວຢ່າງ: 2.000 ປີກ່ອນ, ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຂອງພຣະອົງໄດ້ມາເພື່ອໄຖ່ບາບມະນຸດຊາດ ແລະ ສະແດງຄວາມຈິງຫຼາຍຢ່າງ. ຄົນຢິວໃນເວລານັ້ນຮູ້ວ່າ ພຣະທຳຂອງພຣະອົງມີສິດອຳນາດ, ລິດອຳນາດ ແລະ ລ້ວນແລ້ວແຕ່ເປັນຄວາມຈິງ. ແຕ່ເພາະພຣະອົງບໍ່ໄດ້ຊື່ວ່າພຣະເມຊີອາ ແລະ ພຣະອົງບໍ່ໄດ້ຊ່ວຍພວກເຂົາໃຫ້ລອດພົ້ນຈາກການປົກຄອງຂອງຊາວໂຣມັນດັ່ງທີ່ພວກເຂົາຈິນຕະນາການ, ພວກເຂົາບໍ່ຮັບຮູ້ພຣະເຢຊູເຈົ້າວ່າເປັນພຣະຄຣິດ. ພວກເຂົາປະນາມ ແລະ ໝິ່ນປະໝາດພຣະອົງວ່າຫຼອກລວງຜູ້ຄົນ ແລະ ໃນທີ່ສຸດແລ້ວກໍຄຶງພຣະອົງເທິງໄມ້ກາງແຂນທັງທີ່ມີຊີວິດ. ແມ່ນຫຍັງຄືຜົນຕາມມາ? ການພຣະເຈົ້າທີ່ບັງເກີດເປັນມະນຸດຖືກຄຶງເທິງໄມ້ກາງແຂນໂດຍຄົນຢິວເປັນເລື່ອງງ່າຍບໍ? ມັນຖືກສາບແຊ່ງໂດຍພຣະເຈົ້າຢ່າງແນ່ນອນ. ພວກເຮົາຮູ້ວ່າ 60 ປີຕໍ່ມາ, ຊົນຊາດອິດສະຣາເອນຖືກລ້າງກຳຈັດໂດຍຕິຕັສແຫ່ງໂຣມ. ອິດສະຣາເອນເປັນຊົນຊາດທີ່ຖືກທຳລາຍໄດ້ສໍ່າໃດ? ເກືອບ 2.000 ປີ! ເພາະພວກເຂົາໄດ້ຄຶງພຣະຜູ້ຊ່ວຍໃຫ້ລອດພົ້ນເທິງໄມ້ກາງແຂນ, ຄົນອິດສະຣາເອນໄດ້ຈ່າຍລາຄາທີ່ໃຫຍ່ຫຼວງທີ່ສຸດ. ແລ້ວສະນັ້ນ, ການຕ້ອນຮັບພຣະຜູ້ຊ່ວຍໃຫ້ລອດພົ້ນຈຳເປັນຢ່າງຍິ່ງບໍ? ຜູ້ໃດສາມາດເຮັດຜິດຕໍ່ພຣະຜູ້ຊ່ວຍໃຫ້ລອດພົ້ນເທິງແຜ່ນດິນໂລກໄດ້? ຖ້າເຈົ້າບໍ່ຮູ້ຈັກ
- [ສັນຍາຂອງພຣະເຈົ້າຕໍ່ອັບຣາຮາມ](https://lo.kingdomsalvation.org/gospel/God-s-promise-to-abraham.html) - “ເຮົາໄດ້ສາບານດ້ວຍຕົວເຮົາເອງ ພຣະເຢໂຮວາກ່າວ, ຍ້ອນເຈົ້າໄດ້ເຮັດສິ່ງນີ້ ແລະ ບໍ່ໄດ້ກັກລູກຊາຍຂອງເຈົ້າໄວ້ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ: ເຮົາຈະອວຍພອນເຈົ້າດ້ວຍການອວຍພອນນີ້, ໃນການເພີ່ມຄູນທະວີ ເຮົາຈະເພີ່ມຄູນທະວີເຊື້ອສາຍຂອງເຈົ້າດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ; ເຊື້ອສາຍຂອງເຈົ້າຈະຄອບຄອງປະຕູຂອງສັດຕູຂອງເຂົາ ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ ຍ້ອນເຈົ້າໄດ້ເຊື່ອຟັງເຮົາ” (ປະຖົມມະການ 22:16-18). ນີ້ຄືເລື່ອງລາວທັງໝົດກ່ຽວກັບພຣະເຈົ້າອວຍພອນອັບຣາຮາມ. ເຖິງວ່າຈະສັ້ນ, ເນື້ອຫາຂອງມັນກໍອຸດົມສົມບູນ: ມັນລວມເຖິງເຫດຜົນ ແລະ ເບື້ອງຫຼັງຂອງການໃຫ້ພອນຂອງພຣະເຈົ້າຕໍ່ອັບຣາຮາມ ແລະ ສິ່ງທີ່ພຣະອົງມອບໃຫ້ກັບອັບຣາຮາມ. ພ້ອມນັ້ນ ມັນຍັງເຕັມໄປດ້ວຍຄວາມປິຕິຍິນດີ ແລະ ຄວາມຕື່ນເຕັ້ນທີ່ພຣະເຈົ້າກ່າວພຣະທຳເຫຼົ່ານີ້ ພ້ອມທັງຄວາມຮີບດ່ວນທີ່ພຣະອົງປາຖະໜາຈະຮັບເອົາຄົນທີ່ສາມາດຟັງພຣະທຳຂອງພຣະອົງໄດ້. ໃນສິ່ງນີ້, ພວກເຮົາໄດ້ເຫັນເຖິງຄວາມຊື່ນຊົມຂອງພຣະເຈົ້າ ແລະ ຄວາມເມດຕາຕໍ່ຜູ້ຄົນທີ່ເຊື່ອຟັງພຣະທຳຂອງພຣະອົງ ແລະ ປະຕິບັດຕາມຄຳສັ່ງຂອງພຣະອົງ. ພວກເຮົາຍັງໄດ້ເຫັນລາຄາທີ່ພຣະອົງຈ່າຍເພື່ອຮັບເອົາຜູ້ຄົນເຊັ່ນກັນ ແລະ ຄວາມຫ່ວງໃຍ ແລະ ຄວາມນຶກຄິດຂອງພຣະອົງເພື່ອຮັບເອົາພວກເຂົາ. ຍິ່ງໄປກວ່ານັ້ນ, ຂໍ້ຄວາມນີ້ ເຊິ່ງປະກອບມີພຣະທຳທີ່ວ່າ: “ເຮົາໄດ້ສາບານດ້ວຍຕົວເຮົາເອງ” ໄດ້ເຮັດໃຫ້ພວກເຮົາມີຄວາມຮູ້ສຶກວ່າພຣະເຈົ້າແບກຫາບຄວາມຂົມຂື່ນ ແລະ ຄວາມເຈັບປວດຢ່າງແຮງ ແລະ ພຣະເຈົ້າເທົ່ານັ້ນທີ່ຢູ່ ໃນເບື້ອງຫຼັງເຫດການຂອງພາລະກິດແຫ່ງແຜນການຄຸ້ມຄອງຂອງພຣະອົງ. ມັນເປັນຂໍ້ຄວາມທີ່ເຮັດໃຫ້ຄິດ ແລະ ຂໍ້ຄວາມທີ່ມີຄວາມໝາຍທີ່ພິເສດສຳລັບຄົນທີ່ມາພາຍຫຼັງ ແລະ ມີຜົນກະທົບຢ່າງກວ້າງຂວາງໃນພວກເຂົາ.
- [ພຣະເຈົ້າສັ່ງໃຫ້ອັບຣາຮາມຖວາຍອີຊາກ](https://lo.kingdomsalvation.org/gospel/commands-abraham-to-offer-isaac.html) - ເມື່ອໄດ້ມອບລູກຊາຍໃຫ້ແກ່ອັບຣາຮາມ, ພຣະທຳທີ່ພຣະເຈົ້າກ່າວຕໍ່ອັບຣາຮາມກໍໄດ້ຖືກບັນລຸ. ນີ້ບໍ່ໄດ້ໝາຍຄວາມວ່າ ແຜນການຂອງພຣະເຈົ້າຢຸດຢູ່ພຽງສໍ່ານີ້; ໃນທາງກົງກັນຂ້າມ ແຜນການທີ່ວິເສດຂອງພຣະເຈົ້າສຳລັບການຄຸ້ມຄອງ ແລະ ຄວາມລອດພົ້ນຂອງມະນຸດຊາດຫາກໍເລີ່ມຕົ້ນຂຶ້ນ ແລະ ການທີ່ພຣະອົງອວຍພອນລູກຊາຍໃຫ້ແກ່ອັບຣາຮາມເປັນພຽງບົດເລີ່ມຕົ້ນສູ່ແຜນການຄຸ້ມຄອງໂດຍລວມຂອງພຣະອົງ. ໃນຊ່ວງເວລານັ້ນ, ຜູ້ໃດຈະຮູ້ວ່າການສູ້ຮົບຂອງພຣະເຈົ້າກັບຊາຕານແມ່ນໄດ້ເລີ່ມຕົ້ນຂຶ້ນຢ່າງງຽບໆໃນຊ່ວງເວລາທີ່ອັບຣາຮາມຖວາຍອີຊາກ? ພຣະເຈົ້າບໍ່ສົນໃຈວ່າມະນຸດໂງ່ຈ້າ, ພຣະອົງພຽງແຕ່ຮຽກຮ້ອງໃຫ້ມະນຸດເປັນຈິງ ຕໍ່ໄປ, ໃຫ້ພວກເຮົາມາເບິ່ງໃນສິ່ງທີ່ພຣະເຈົ້າເຮັດຕໍ່ອັບຣາຮາມ. ໃນປະຖົມມະການ 22:2, ພຣະເຈົ້າໄດ້ມອບຄຳສັ່ງດັ່ງຕໍ່ໄປນີ້ກັບອັບຣາຮາມ: “ຈົ່ງນໍາເອົາລູກຊາຍຂອງເຈົ້າ ອີຊາກ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ ຜູ້ທີ່ເຈົ້າຮັກ ແລະ ເຈົ້າຈົ່ງໄປໃນດິນແດນແຫ່ງໂມຣີຢາ ແລ້ວຖວາຍລາວໃນທີ່ນັ້ນເພື່ອເປັນເຄື່ອງເຜົາບູຊາຢູ່ເທິງພູເຂົາທີ່ເຮົາຈະບອກເຈົ້າ”. ຄວາມໝາຍຂອງພຣະເຈົ້າກໍຊັດເຈນ: ພຣະອົງກຳລັງບອກໃຫ້ອັບຣາຮາມມອບລູກຊາຍຄົນດຽວຂອງເພິ່ນ ຊື່ອີຊາກ ຜູ້ທີ່ເພິ່ນຮັກໃຫ້ເປັນເຄື່ອງເຜົາບູຊາ. ເມື່ອເບິ່ງເຫດການນີ້ຈາກປັດຈຸບັນ, ຄຳສັ່ງຂອງພຣະເຈົ້າຍັງຂັດກັບແນວຄິດຂອງມະນຸດບໍ? ແມ່ນແລ້ວ! ທຸກສິ່ງທີ່ພຣະເຈົ້າໄດ້ເຮັດໃນເວລານັ້ນກໍກົງກັນຂ້າມກັບແນວຄິດຂອງມະນຸດ; ມະນຸດບໍ່ສາມາດເຂົ້າໃຈມັນໄດ້ເລີຍ. ໃນແນວຄິດຂອງພວກເຂົາ, ຜູ້ຄົນເຊື່ອດັ່ງຕໍ່ໄປນີ້: ເມື່ອມະນຸດບໍ່ເຊື່ອ ແລະ ຄິດວ່າມັນເປັນໄປບໍ່ໄດ້, ພຣະເຈົ້າກໍມອບລູກຊາຍໃຫ້ແກ່ເຂົາ ແລະ ຫຼັງຈາກທີ່ເຂົາໄດ້ຮັບເອົາລູກຊາຍ, ພຣະເຈົ້າກໍຮຽກຮ້ອງໃຫ້ເຂົາຖວາຍລູກຊາຍຂອງເຂົາ. ເລື່ອງນີ້ຊ່າງເປັນຕາເຫຼືອເຊື່ອແທ້ໆ! ພຣະເຈົ້າເຈດຕະນາທີ່ຈະເຮັດຫຍັງແທ້? ແມ່ນຫຍັງຄືເຈດຕະນາທີ່ແທ້ຈິງຂອງພຣະເຈົ້າ? ພຣະອົງມອບລູກຊາຍໃຫ້ແກ່ອັບຣາຮາມໂດຍບໍ່ມີເງື່ອນໄຂ, ແຕ່ພຣະອົງກໍຍັງຮຽກຮ້ອງໃຫ້ອັບຣາຮາມຖວາຍໂດຍບໍ່ມີເງື່ອນໄຂເຊັ່ນກັນ. ການຮຽກຮ້ອງນີ້ຫຼາຍເກີນໄປບໍ? ຈາກທັດສະນະຂອງບຸກຄົນທີສາມ, ສິ່ງນີ້ບໍ່ພຽງເປັນການຮຽກຮ້ອງທີ່ຫຼາຍເກີນໄປເທົ່ານັ້ນ ແຕ່ມັນຍັງຂ້ອນຂ້າງເປັນກໍລະນີທີ່ “ສ້າງບັນຫາໂດຍບໍ່ມີເຫດຜົນ”. ແຕ່ອັບຣາຮາມເອງກໍບໍ່ໄດ້ເຊື່ອວ່າພຣະເຈົ້າຮຽກຮ້ອງຫຼາຍເກີນໄປ.
- [ພຣະເຈົ້າສັນຍາຈະປະທານລູກຊາຍໃຫ້ອັບຣາຮາມ](https://lo.kingdomsalvation.org/gospel/promises-to-give-abraham-a-son.html) - 1. ພຣະເຈົ້າສັນຍາຈະປະທານລູກຊາຍໃຫ້ອັບຣາຮາມ “ແລະ ພຣະເຈົ້າໄດ້ກ່າວຕໍ່ອັບຣາຮາມວ່າ ສຳລັບເມຍຂອງເຈົ້າ ຊາຣາຍ ເຈົ້າຕ້ອງບໍ່ເອີ້ນຊື່ຂອງນາງວ່າ ຊາຣາຍ ແຕ່ຊາຣາຈະເປັນຊື່ຂອງນາງ. ເຮົາຈະອວຍພອນນາງ ແລະ ຍັງຈະມອບລູກຊາຍໃຫ້ກັບເຈົ້າທີ່ເກີດຈາກນາງ, ແມ່ນແລ້ວ ເຮົາຈະອວຍພອນນາງ ແລະ ນາງຈະເປັນມານດາແຫ່ງປະຊາຊາດ; ກະສັດຂອງຜູ້ຄົນຈະເກີດຈາກນາງ. ແລ້ວອັບຣາຮາມກົ້ມຫົວຂາບລົງພື້ນ ຫົວຂວັນຂຶ້ນ ແລະ ເວົ້າຢູ່ໃນໃຈວ່າ ລູກຈະເກີດຈາກຊາຍທີ່ມີອາຍຸຮ້ອຍປີໄດ້ແນວໃດ? ແລະ ຊາຣາ ທີ່ມີອາຍຸເກົ້າສິບປີແລ້ວຈະໃຫ້ກຳເນີດລູກໄດ້ບໍ?” (ປະຖົມມະການ 17:15-17). “ແຕ່ເຮົາຈະສ້າງພັນທະສັນຍາຂອງເຮົາກັບອີຊາກ ແລ້ວໃຫ້ຊາຣາຈະເກີດລູກກັບເຈົ້າໃນເວລານີ້ຂອງປີໜ້າ. ຫຼັງຈາກລົມກັນກັບລາວ ແລ້ວພຣະອົງກໍຈາກອັບຣາຮາມໄປ” (ປະຖົມມະການ 17:21-22). 2. ອັບຣາຮາມຖວາຍອີຊາກ “ແລະ ພຣະອົງໄດ້ກ່າວວ່າ ຈົ່ງນໍາເອົາລູກຊາຍຂອງເຈົ້າ ອີຊາກ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ ຜູ້ທີ່ເຈົ້າຮັກ ແລະ ເຈົ້າຈົ່ງໄປໃນດິນແດນແຫ່ງໂມຣີຢາ ແລ້ວຖວາຍລາວໃນທີ່ນັ້ນເພື່ອເປັນເຄື່ອງເຜົາບູຊາຢູ່ເທິງພູເຂົາທີ່ເຮົາຈະບອກເຈົ້າ ແລະ ໃນຕອນເຊົ້າຂອງມື້ນັ້ນ ອັບຣາຮາມກໍລຸກຂຶ້ນແຕ່ເຊົ້າ ແລ້ວໃສ່ອານເທິງລາຂອງລາວ ແລະ ນໍາຊາຍໜຸ່ມສອງຄົນໄປກັບລາພ້ອມດ້ວຍອີຊາກ ເຊິ່ງເປັນລູກຊາຍຂອງລາວ ແລະ ຫັກເອົາໄມ້ສຳລັບເຄື່ອງເຜົາບູຊາ ແລະ ຂຶ້ນໄປ
- [ໂຢບຫຼັງຈາກການທົດລອງຂອງເພິ່ນ](https://lo.kingdomsalvation.org/gospel/job-after-his-trials.html) - ໂຢບ 42:7–9 ແລະ ມັນກໍເປັນດັ່ງນັ້ນ ຫຼັງຈາກທີ່ພຣະເຢໂຮວາໄດ້ກ່າວພຣະທຳເຫຼົ່ານີ້ຕໍ່ໂຢບ ພຣະເຢໂຮວາກໍກ່າວກັບເອລີຟັດຊາວເຕມານວ່າ ຄວາມໂກດຮ້າຍຂອງເຮົາໄດ້ລຸກໄໝ້ໃສ່ເຈົ້າ ແລະ ໃສ່ໝູ່ທັງສອງຄົນຂອງເຈົ້າ ຍ້ອນພວກເຈົ້າບໍ່ເວົ້າເຖິງເຮົາໃນສິ່ງທີ່ຖືກຕ້ອງຄືກັບໂຢບທີ່ເປັນຄົນຮັບໃຊ້ຂອງເຮົາໄດ້ກ່າວ. ສະນັ້ນ ບັດນີ້ ພວກເຈົ້າຈົ່ງເອົາງົວຕອນເຈັດໂຕ ແລະ ແກະຜູ້ເຈັດໂຕ ແລະ ໄປຫາໂຢບທີ່ເປັນຄົນຮັບໃຊ້ຂອງເຮົາ ແລະ ຖວາຍເຄື່ອງເຜົາບູຊາເພື່ອຕົວພວກເຈົ້າເອງ; ແລະ ໂຢບທີ່ເປັນຄົນຮັບໃຊ້ຂອງເຮົາຈະອາທິຖານເພື່ອພວກເຈົ້າ ຍ້ອນເຮົາຈະຍອມຮັບແຕ່ລາວເທົ່ານັ້ນ ບໍ່ດັ່ງນັ້ນ ເຮົາຈະຈັດການກັບພວກເຈົ້າຕາມຄວາມໂງ່ຂອງພວກເຈົ້າ ຍ້ອນພວກເຈົ້າບໍໄດ້ເວົ້າເຖິງເຮົາໃນສິ່ງທີ່ຖືກຕ້ອງ ຄືກັບທີ່ໂຢບທີ່ເປັນຄົນຮັບໃຊ້ຂອງເຮົາໄດ້ເຮັດ. ສະນັ້ນ ເອລີຟັດຊາວເຕມານ ແລະ ບິນດັດຊາວຊູອາ ແລະ ໂຊຟາຊາວນາອາມາກໍໄດ້ໄປ ແລະ ເຮັດຕາມທີ່ພຣະເຢໂຮວາໄດ້ສັ່ງພວກເຂົາ, ພຣະເຢໂຮວາຈຶ່ງຍອມຮັບເອົາຈາກໂຢບ. ໂຢບ 42:10 ແລະ ພຣະເຢໂຮວາໄດ້ຕອບຄຳອະທິຖານຂອງໂຢບ ເມື່ອລາວອະທິຖານເພື່ອໝູ່ຂອງລາວ, ຍິ່ງໄປກວ່ານັ້ນ ພຣະເຢໂຮວາໄດ້ມອບສິ່ງທີ່ໂຢບເຄີຍມີມາກ່ອນເປັນສອງເທົ່າ. ໂຢບ 42:12 ແລ້ວພຣະເຢໂຮວາໄດ້ອວຍພອນໂຢບໃນຕອນສຸດທ້າຍຂອງໂຢບຫຼາຍກວ່າຕອນເລີ່ມຕົ້ນຂອງລາວ ຍ້ອນລາວມີແກະສິບສີ່ພັນໂຕ ແລະ ອູດຫົກພັນໂຕ ແລະ ງົວຜູ້ໃສ່ແອກໜຶ່ງພັນໂຕ ແລະ ລາໂຕແມ່ໜຶ່ງພັນໂຕ. ໂຢບ 42:17 ແລ້ວໂຢບກໍຕາຍໄປ
- [ບໍ່ມີຄວາມສົງໄສກ່ຽວກັບການທົດລອງຂອງພຣະເຈົ້າ](https://lo.kingdomsalvation.org/gospel/no-misgivings-about-trials.html) - ພາຍຫຼັງທີ່ໄດ້ຮັບຄຳພະຍານຈາກໂຢບຫຼັງຈາກການທົດລອງຂອງເພິ່ນສິ້ນສຸດລົງ, ພຣະເຈົ້າຕັ້ງໃຈແລ້ວວ່າ ພຣະອົງຈະຮັບເອົາຄົນກຸ່ມໜຶ່ງ ຫຼື ຫຼາຍກຸ່ມທີ່ຄືກັບໂຢບ, ແຕ່ພຣະອົງຕັ້ງໃຈທີ່ຈະບໍ່ຍອມໃຫ້ຊາຕານໂຈມຕີ ຫຼື ຂົ່ມເຫັງບຸກຄົນໃດໜຶ່ງດ້ວຍວິທີທີ່ມັນໄດ້ລໍ້ລວງ, ໂຈມຕີ ແລະ ຂົ່ມເຫັງໂຢບ, ໂດຍພະນັນກັບພຣະເຈົ້າ; ພຣະເຈົ້າບໍ່ອະນຸຍາດໃຫ້ຊາຕານເຮັດສິ່ງດັ່ງກ່າວກັບມະນຸດ ຜູ້ທີ່ອ່ອນແອ, ໂງ່ຈ້າ ແລະ ບໍ່ມີຄວາມຮູ້ອີກ, ມັນພຽງພໍແລ້ວທີ່ຊາຕານໄດ້ລໍ້ລວງໂຢບ! ການບໍ່ອະນຸຍາດໃຫ້ຊາຕານຂົ່ມເຫັງຜູ້ຄົນບໍ່ວ່າດ້ວຍວິທີໃດກໍຕາມທີ່ມັນປາຖະໜາແມ່ນຄວາມກະລຸນາຂອງພຣະເຈົ້າ. ສຳລັບພຣະເຈົ້າແລ້ວ, ມັນພຽງພໍທີ່ໂຢບໄດ້ທົນທຸກກັບການລໍ້ລວງ ແລະ ການຂົ່ມເຫັງຂອງຊາຕານ. ພຣະເຈົ້າບໍ່ອະນຸຍາດໃຫ້ຊາຕານເຮັດສິ່ງດັ່ງກ່າວອີກ, ຍ້ອນຊີວິດ ແລະ ທຸກສິ່ງຂອງຜູ້ຄົນທີ່ຕິດຕາມພຣະເຈົ້າແມ່ນຖືກປົກຄອງ ແລະ ຖືກປັ້ນແຕ່ງໂດຍພຣະເຈົ້າ ແລະ ຊາຕານບໍ່ມີສິດໃຊ້ອຸບາຍລໍ້ລວງຄົນທີ່ພຣະເຈົ້າໄດ້ເລືອກໄວ້ຕາມອຳເພີໃຈ, ພວກເຈົ້າຄວນຊັດເຈນກ່ຽວກັບປະເດັນນີ້! ພຣະເຈົ້າສົນໃຈກ່ຽວກັບຄວາມອ່ອນແອຂອງມະນຸດ ແລະ ເຂົ້າໃຈເຖິງຄວາມດື້ດ້ານ ແລະ ຄວາມບໍ່ຮູ້ຂອງເຂົາ. ເຖິງແມ່ນວ່າ ກ່ອນທີ່ມະນຸດຈະສາມາດຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ, ພຣະເຈົ້າຕ້ອງມອບເຂົາໃຫ້ແກ່ຊາຕານ, ພຣະເຈົ້າກໍບໍ່ເຕັມໃຈທີ່ຈະເຫັນມະນຸດຖືກລໍ້ຫຼິ້ນເໝືອນກັບຄົນໂງ່ ແລະ ຖືກຂົ່ມເຫັງໂດຍຊາຕານ ແລະ ພຣະອົງບໍ່ຕ້ອງການເຫັນມະນຸດທົນທຸກຢູ່ສະເໝີ. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ມັນຍຸຕິທຳທີ່ສຸດທີ່ພຣະເຈົ້າຈະປົກຄອງ ແລະ ຈັດແຈງທຸກສິ່ງກ່ຽວກັບມະນຸດ; ນີ້ຄືຄວາມຮັບຜິດຊອບຂອງພຣະເຈົ້າ ແລະ ມັນເປັນສິດອຳນາດທີ່ພຣະເຈົ້າປົກຄອງສິ່ງທັງປວງ! ພຣະເຈົ້າບໍ່ອະນຸຍາດຊາຕານໃຫ້ຂົ່ມເຫັງ ແລະ
- [ຖ້າຫົວໃຈຂອງມະນຸດຕໍ່ຕ້ານພຣະເຈົ້າ, ມະນຸດຈະສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໄດ້ແນວໃດ?](https://lo.kingdomsalvation.org/gospel/if-mans-heart-is-in-enmity-to-God.html) - ໃນເມື່ອຜູ້ຄົນໃນປັດຈຸບັນບໍ່ມີຄວາມເປັນມະນຸດຄືກັບໂຢບ, ແລ້ວແມ່ນຫຍັງຄືທາດແທ້ແຫ່ງທຳມະຊາດຂອງພວກເຂົາ ແລະ ທ່າທີຂອງພວກເຂົາຕໍ່ພຣະເຈົ້າ? ພວກເຂົາຢຳເກງພຣະເຈົ້າບໍ? ພວກເຂົາຫຼີກເວັ້ນສິ່ງຊົ່ວຮ້າຍບໍ? ຄົນທີ່ບໍ່ຢຳເກງພຣະເຈົ້າ ຫຼື ຫຼີກເວັ້ນສິ່ງຊົ່ວຮ້າຍສາມາດສະຫຼຸບໄດ້ດ້ວຍສາມຄຳ: “ສັດຕູຂອງພຣະເຈົ້າ”. ຜູ້ຄົນເວົ້າສາມຄຳເຫຼົ່ານີ້ຢູ່ສະເໝີ, ແຕ່ພວກເຈົ້າບໍ່ເຄີຍຮູ້ຈັກຄວາມໝາຍທີ່ແທ້ຈິງຂອງມັນ. ຄຳວ່າ “ສັດຕູຂອງພຣະເຈົ້າ” ມີເນື້ອໃນຄື: ບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າເຫັນມະນຸດເປັນສັດຕູ, ແຕ່ເປັນມະນຸດທີ່ເຫັນພຣະເຈົ້າເປັນສັດຕູ. ກ່ອນອື່ນ, ເມື່ອຜູ້ຄົນເລີ່ມເຊື່ອໃນພຣະເຈົ້າ, ຜູ້ໃດໃນບັນດາພວກເຂົາທີ່ບໍ່ມີຈຸດປະສົງ, ແຮງພັກດັນ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ? ເຖິງແມ່ນມີແຕ່ສ່ວນໜຶ່ງຂອງພວກເຂົາທີ່ເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແລະ ໄດ້ເຫັນເຖິງການເປັນຢູ່ຂອງພຣະເຈົ້າ, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍຍັງມີແຮງພັກດັນເຫຼົ່ານັ້ນ ແລະ ຈຸດປະສົງສູງສຸດຂອງພວກເຂົາໃນການເຊື່ອໃນພຣະເຈົ້າກໍຄືການຮັບເອົາພອນຂອງພຣະອົງ ແລະ ສິ່ງທີ່ພວກເຂົາຕ້ອງການ. ໃນປະສົບການຊີວິດຂອງຜູ້ຄົນ, ພວກເຂົາຄິດກັບຕົນເອງຢູ່ສະເໝີວ່າ ຂ້ານ້ອຍໄດ້ສະຫຼະຄອບຄົວ ແລະ ອາຊີບຂອງຂ້ານ້ອຍເພື່ອພຣະເຈົ້າ ແລ້ວພຣະອົງໄດ້ສະຫຼະຫຍັງແດ່ແກ່ຂ້ານ້ອຍ? ຂ້ານ້ອຍຕ້ອງບວກມັນ ແລະ ຢືນຢັນວ່າ, ຂ້ານ້ອຍໄດ້ຮັບພອນຢ່າງໃດຢ່າງໜຶ່ງເມື່ອບໍ່ດົນມານີ້ບໍ? ຂ້ານ້ອຍໄດ້ມອບຢ່າງຫຼວງຫຼາຍໃນໄລຍະເວລານີ້, ຂ້ານ້ອຍໄດ້ແລ່ນ ແລະ ແລ່ນ ແລະ ໄດ້ທົນທຸກຢ່າງຫຼວງຫຼາຍ, ແລ້ວພຣະເຈົ້າໄດ້ໃຫ້ສັນຍາແກ່ຂ້ານ້ອຍເປັນການຕອບແທນບໍ? ພຣະອົງຈະຈົດຈໍາການກະທຳດີຂອງຂ້ານ້ອຍບໍ? ແລ້ວຈຸດຈົບຂອງຂ້ານ້ອຍຈະເປັນແນວໃດ? ຂ້ານ້ອຍຈະສາມາດຮັບເອົາພອນຂອງພຣະເຈົ້າບໍ? ... ທຸກຄົນຄຳນວນສິ່ງດັ່ງກ່າວຢູ່ພາຍໃນຫົວໃຈຂອງພວກເຂົາຢູ່ເລື້ອຍໆ ແລະ
- [ເຖິງແມ່ນພຣະເຈົ້າລີ້ລັບຈາກມະນຸດ, ການກະທຳຂອງພຣະອົງທ່າມກາງສິ່ງທັງປວງແມ່ນພຽງພໍສຳລັບມະນຸດທີ່ຈະຮູ້ຈັກພຣະອົງ](https://lo.kingdomsalvation.org/gospel/God-s-deeds-among-all-things.html) - ໂຢບບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າ ຫຼື ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວ ແລະ ແຮງໄກທີ່ເພິ່ນຈະຜະເຊີນກັບພາລະກິດຂອງພຣະເຈົ້າເປັນການສ່ວນຕົວ, ແຕ່ຄວາມຢຳເກງຂອງເພິ່ນຕໍ່ພຣະເຈົ້າ ແລະ ຄຳພະຍານຂອງເພິ່ນໃນລະຫວ່າງການທົດລອງແມ່ນໄດ້ປະຈັກໂດຍທຸກຄົນ ແລະ ສິ່ງເຫຼົ່ານັ້ນໄດ້ຖືກຮັກ, ປິຕິຍິນດີ ແລະ ຍ້ອງຍໍໂດຍພຣະເຈົ້າ ແລະ ຜູ້ຄົນອິດສາ ແລະ ຍົກຍ້ອງສັນລະເສີນສິ່ງເຫຼົ່ານັ້ນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງໄດ້ຮ້ອງເພງສັນລະເສີນ. ບໍ່ມີຫຍັງທີ່ຍິ່ງໃຫຍ່ ຫຼື ພິເສດກ່ຽວກັບຊີວິດຂອງເພິ່ນ: ຄືກັບຄົນທຳມະດາຄົນໜຶ່ງ, ເພິ່ນດຳລົງຊີວິດແບບທໍາມະດາ, ອອກໄປເຮັດວຽກເມື່ອຕາເວັນຂຶ້ນ ແລະ ກັບເຮືອນເພື່ອພັກຜ່ອນເມື່ອຕາເວັນຕົກ. ຄວາມແຕກຕ່າງກໍຄື ໃນລະຫວ່າງສອງສາມທົດສະວັດໃນຊີວິດທໍາມະດາຂອງເພິ່ນ, ເພິ່ນໄດ້ຮັບຄວາມຮູ້ກ່ຽວກັບຫົນທາງຂອງພຣະເຈົ້າ ແລະ ຮູ້ຈັກ ແລະ ເຂົ້າໃຈລິດອຳນາດທີ່ຍິ່ງໃຫຍ່ ແລະ ອຳນາດປົກຄອງສູງສຸດຂອງພຣະເຈົ້າ ໃນຂະນະທີ່ບໍ່ມີຄົນອື່ນເຮັດໄດ້. ເພິ່ນບໍ່ໄດ້ສະຫຼາດກວ່າຄົນທົ່ວໄປ, ຊີວິດຂອງເພິ່ນບໍ່ໄດ້ຍຶດຕິດສິ່ງໃດເປັນພິເສດ ຫຼື ຍິ່ງໄປກວ່ານັ້ນ ເພິ່ນບໍ່ໄດ້ມີທັກສະພິເສດທີ່ບໍ່ສາມາດເຫັນໄດ້. ແຕ່ສິ່ງທີ່ເພິ່ນມີຄືບຸກຄະລິກທີ່ຊື່ສັດ, ມີຄວາມກະລຸນາ ແລະ ທ່ຽງກົງ, ບຸກຄະລິກທີ່ຮັກຄວາມຍຸຕິທຳ, ຄວາມຊອບທຳ ແລະ ສິ່ງທີ່ເປັນບວກ, ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ຄົນທຳມະດາສ່ວນໃຫຍ່ມີ. ເພິ່ນແຍກແຍະລະຫວ່າງຄວາມຮັກ ແລະ ຄວາມກຽດຊັງ,
- [ໂຢບອວຍພອນນາມຂອງພຣະເຈົ້າ ແລະ ບໍ່ຄິດເຖິງພອນ ຫຼື ໄພພິບັດ](https://lo.kingdomsalvation.org/gospel/job-blesses-the-name-of-God.html) - ມີຂໍ້ແທ້ຈິງທີ່ບໍ່ເຄີຍຖືກອ້າງເຖິງໃນເລື່ອງລາວຂອງໂຢບທີ່ຢູ່ໃນຂໍ້ພຣະຄຳພີ ແລະ ຂໍ້ແທ້ຈິງນີ້ຈະເປັນຈຸດສຸມຂອງພວກເຮົາໃນມື້ນີ້. ເຖິງແມ່ນໂຢບບໍ່ເຄີຍເຫັນພຣະເຈົ້າ ຫຼື ໄດ້ຍິນພຣະທຳຂອງພຣະເຈົ້າດ້ວຍຫູຂອງເພິ່ນເອງ, ພຣະເຈົ້າກໍມີພື້ນທີ່ໃນຫົວໃຈຂອງໂຢບ. ແມ່ນຫຍັງຄືທ່າທີຂອງໂຢບຕໍ່ພຣະເຈົ້າ? ດັ່ງທີ່ໄດ້ອ້າງເຖິງກ່ອນໜ້ານີ້ວ່າ: “ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ”. ການອວຍພອນຂອງເພິ່ນຕໍ່ນາມຂອງພຣະເຈົ້າແມ່ນບໍ່ມີເງື່ອນໄຂ, ບໍ່ຄຳນຶງເຖິງບໍລິບົດ ແລະ ບໍ່ໄດ້ຜູກມັດກັບເຫດຜົນໃດໆ. ພວກເຮົາໄດ້ເຫັນວ່າ ໂຢບໄດ້ມອບຫົວໃຈຂອງເພິ່ນໃຫ້ພຣະເຈົ້າ, ຍອມໃຫ້ພຣະເຈົ້າຄວບຄຸມ; ທຸກສິ່ງທີ່ເພິ່ນຄິດ, ທຸກສິ່ງທີ່ເພິ່ນຕັດສິນໃຈ ແລະ ທຸກສິ່ງທີ່ເພິ່ນວາງແຜນໃນຫົວໃຈຂອງເພິ່ນຖືກເປີດອອກໃຫ້ແກ່ພຣະເຈົ້າ ແລະ ບໍ່ໄດ້ຖືກປິດບັງຈາກພຣະເຈົ້າເລີຍ. ຫົວໃຈຂອງເພິ່ນບໍ່ໄດ້ຕໍ່ຕ້ານພຣະເຈົ້າ ແລະ ເພິ່ນບໍ່ໄດ້ຮຽກຮ້ອງໃຫ້ພຣະເຈົ້າເຮັດສິ່ງໃດເພື່ອເພິ່ນ ຫຼື ມອບສິ່ງໃດໆໃຫ້ເພິ່ນ ແລະ ເພິ່ນບໍ່ໄດ້ມີຄວາມປາຖະໜາເກີນຂອບເຂດໃນສິ່ງທີ່ເພິ່ນຈະໄດ້ຮັບຈາກການນະມັດສະການພຣະເຈົ້າ. ໂຢບບໍ່ໄດ້ເວົ້າເຖິງການແລກປ່ຽນກັບພຣະເຈົ້າ ແລະ ບໍ່ໄດ້ຂໍຮ້ອງ ຫຼື ຮຽກຮ້ອງຈາກພຣະເຈົ້າ. ການທີ່ເພິ່ນຍົກຍ້ອງນາມຂອງພຣະເຈົ້າກໍແມ່ນຍ້ອນລິດອຳນາດ ແລະ ສິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າໃນການປົກຄອງສິ່ງທັງປວງ ແລະ ມັນບໍ່ຂຶ້ນກັບວ່າເພິ່ນໄດ້ຮັບພອນ ຫຼື ຖືກໂຈມຕີໂດຍໄພພິບັດ. ເພິ່ນເຊື່ອວ່າ ບໍ່ວ່າພຣະເຈົ້າຈະອວຍພອນຜູ້ຄົນ ຫຼື ນໍາໄພພິບັດມາສູ່ພວກເຂົາ, ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າຈະບໍ່ປ່ຽນແປງ ແລະ ດ້ວຍເຫດນັ້ນ ບໍ່ວ່າສະຖານະການຂອງບຸກຄົນຈະເປັນແນວໃດກໍຕາມ, ນາມຂອງພຣະເຈົ້າຄວນໄດ້ຮັບການສັນລະເສີນ. ການທີ່ມະນຸດຖືກພຣະເຈົ້າອວຍພອນກໍຍ້ອນອຳນາດປົກຄອງສູງສຸດຂອງພຣະເຈົ້າ ແລະ
- [ຄວາມເຊື່ອຂອງໂຢບໃນພຣະເຈົ້າບໍ່ໄດ້ຖືກສັ່ນຄອນໂດຍຂໍ້ແທ້ຈິງທີ່ວ່າພຣະເຈົ້າລີ້ລັບຈາກເພິ່ນ](https://lo.kingdomsalvation.org/gospel/jobs-faith-in-God-is-not-shaken.html) - ໂຢບໄດ້ຍິນກ່ຽວກັບພຣະເຈົ້າໂດຍການຟັງດ້ວຍຫູ ໂຢບ 9:11 ເບິ່ງແມ ພຣະອົງຜ່ານຂ້ານ້ອຍໄປ ແລະ ຂ້ານ້ອຍກໍບໍ່ເຫັນພຣະອົງ, ພຣະອົງເດີນກາຍໄປ ແຕ່ຂ້ານ້ອຍກໍບໍ່ໄດ້ຮັບຮຸ້ພຣະອົງ. ໂຢບ 23:8-9 ເບິ່ງແມ ຂ້ອຍໄປຂ້າງໜ້າ ແຕ່ພຣະອົງບໍ່ໄດ້ຢູ່ທີ່ນັ້ນ; ແລະ ຂ້ອຍໄປທາງຫຼັງ ແຕ່ກໍບໍ່ສາມາດຮັບຮູ້ພຣະອົງໄດ້, ຢູ່ເບື້ອງຊ້າຍ ທີ່ເປັນບ່ອນພຣະອົງດໍາເນີນການ ແຕ່ຂ້ອຍບໍ່ເຫັນພຣະອົງ; ພຣະອົງລີ້ຢູ່ເບື້ອງຂວາ ແຕ່ຂ້ອຍກໍບໍ່ສາມາດເຫັນພຣະອົງເລີຍ. ໂຢບ 42:2-6 ຂ້ານ້ອຍຮູ້ວ່າ ພຣະອົງສາມາດເຮັດໄດ້ທຸກຢ່າງ ແລະ ບໍ່ມີຄວາມຄິດໃດທີ່ພຣະອົງບໍ່ສາມາດຮູ້ໄດ້. ແມ່ນໃຜຈະເຊື່ອງປັນຍາໂດຍບໍ່ມີຄວາມຮູ້? ສະນັ້ນ ຂ້ານ້ອຍໄດ້ເວົ້າໃນສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈ; ຂ້ານ້ອຍບໍ່ຮູ້ຈັກສິ່ງທີ່ເປັນມະຫັດສະຈັນຕໍ່ຂ້ານ້ອຍເລີຍ. ຟັງແມ ຂ້ານ້ອຍອ້ອນວອນພຣະອົງ ແລະ ຂ້ານ້ອຍຈະເວົ້າວ່າ ຂ້ານ້ອຍຈະຮຽກຮ້ອງຈາກພຣະອົງ ແລະ ປະກາດຕໍ່ພຣະອົງວ່າ ຂ້ານ້ອຍໄດ້ຍິນຈາກພຣະອົງດ້ວຍການຟັງ ແຕ່ບັດນີ້ ຕາຂອງຂ້ານ້ອຍເຫັນພຣະອົງແລ້ວ. ເປັນຫຍັງຂ້ານ້ອຍຈຶ່ງກຽດຊັງຕົນເອງ ແລະ ສຳນຶກຜິດຢູ່ກັບຝຸ່ນດິນ ແລະ ຂີ້ເທົ່າ. ເຖິງແມ່ນພຣະເຈົ້າບໍ່ໄດ້ເປີດເຜີຍພຣະອົງເອງຕໍ່ໂຢບ, ໂຢບກໍເຊື່ອໃນອຳນາດປົກຄອງສູງສຸດຂອງພຣະເຈົ້າ ແມ່ນຫຍັງຄືແຮງພັກດັນຂອງຄຳເວົ້າເຫຼົ່ານີ້? ມີຜູ້ໃດໃນພວກເຈົ້າຮູ້ບໍວ່າມີຂໍ້ແທ້ຈິງໃນນີ້? ກ່ອນອື່ນ, ໂຢບຮູ້ໄດ້ແນວໃດວ່າມີພຣະເຈົ້າ? ແລ້ວເພິ່ນຮູ້ໄດ້ແນວໃດວ່າສະຫວັນ ແລະ
- [ຄຳເຕືອນ ແລະ ແສງສະຫວ່າງທີ່ສະໜອງໃຫ້ກັບຄົນຮຸ່ນຕໍ່ມາໂດຍຄຳພະຍານຂອງໂຢບ](https://lo.kingdomsalvation.org/gospel/enlightenment-provided-by-jobs-testimony.html) - ໃນເວລາດຽງກັນກັບການເຂົ້າໃຈຂະບວນການທີ່ພຣະເຈົ້າຮັບເອົາຜູ້ໃດຜູ້ໜຶ່ງຢ່າງສິ້ນເຊີງ, ຜູ້ຄົນຈະຍັງເຂົ້າໃຈເຖິງຈຸດປະສົງ ແລະ ຄວາມສຳຄັນຂອງການທີ່ພຣະເຈົ້າສົ່ງມອບໂຢບໃຫ້ແກ່ຊາຕານ. ຜູ້ຄົນບໍ່ສັບສົນຍ້ອນການທໍລະມານຂອງໂຢບອີກຕໍ່ໄປ ແລະ ເຫັນຄຸນຄ່າໃໝ່ໃນຄວາມໝາຍຂອງມັນ. ພວກເຂົາບໍ່ກັງວົນໃຈອີກຕໍ່ໄປວ່າ ພວກເຂົາຈະຕົກຢູ່ໃນການລໍ້ລວງຄືກັນກັບໂຢບ ຫຼື ບໍ່ ແລະ ບໍ່ຕໍ່ຕ້ານ ຫຼື ປະຕິເສດການມາເຖິງຂອງການທົດລອງຂອງພຣະເຈົ້າອີກຕໍ່ໄປ. ຄວາມເຊື່ອ, ຄວາມເຊື່ອຟັງຂອງໂຢບ ແລະ ຄຳພະຍານຂອງເພິ່ນເພື່ອເອົາຊະນະຊາຕານແມ່ນແຫຼ່ງທີ່ມາຂອງຄວາມຊ່ວຍເຫຼືອ ແລະ ການດົນໃຈທີ່ຍິ່ງໃຫຍ່ຕໍ່ຜູ້ຄົນ. ໃນໂຢບ, ພວກເຂົາໄດ້ເຫັນຄວາມຫວັງສຳລັບຄວາມລອດພົ້ນຂອງພວກເຂົາເອງ ແລະ ເຫັນສິ່ງນັ້ນຜ່ານຄວາມເຊື່ອ ແລະ ຄວາມເຊື່ອຟັງ ແລະ ຄວາມຢຳເກງພຣະເຈົ້າ, ມັນເປັນໄປໄດ້ທີ່ຈະເອົາຊະນະຊາຕານທັງໝົດ ແລະ ມີອຳນາດເໜືອຊາຕານ. ພວກເຂົາເຫັນວ່າ ຕາບໃດທີ່ພວກເຂົາຍອມຕໍ່ອຳນາດການປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ຕາບໃດທີ່ພວກເຂົາມີຄວາມຕັ້ງໃຈ ແລະ ຄວາມເຊື່ອທີ່ຈະບໍ່ປະຖິ້ມພຣະເຈົ້າ ຫຼັງຈາກທີ່ໄດ້ສູນເສຍທຸກສິ່ງ, ແລ້ວພວກເຂົາກໍສາມາດນໍາຄວາມອັບອາຍ ແລະ ຄວາມຜ່າຍແພ້ມາສູ່ຊາຕານ ແລະ ພວກເຂົາເຫັນວ່າ ພວກເຂົາຈຳເປັນຕ້ອງມີແຕ່ຄວາມຕັ້ງໃຈ ແລະ ຄວາມອົດກັ້ນເພື່ອຍຶດໝັ້ນໃນຄຳພະຍານຂອງພວກເຂົາ ເຖິງແມ່ນວ່າ ມັນໝາຍເຖິງການສູນເສຍຊີວິດຂອງພວກເຂົາກໍຕາມ ເພື່ອຊາຕານຕ້ອງຖືກຂົ່ມຂູ່ ແລະ ຖືກຕີໃຫ້ຖອຍຢ່າງກະທັນຫັນ. ຄຳພະຍານຂອງໂຢບແມ່ນຄຳເຕືອນຕໍ່ຄົນຮຸ່ນຕໍ່ມາ
- [ຄວາມກ່ຽວພັນລະຫວ່າງການທີ່ພຣະເຈົ້າສົ່ງມອບໂຢບໃຫ້ກັບຊາຕານ ແລະ ຈຸດປະສົງຂອງພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/gospel/God-s-consignment-of-job-to-satan.html) - ເຖິງແມ່ນໃນຕອນນີ້ ຄົນສ່ວນໃຫຍ່ຮູ້ຈັກວ່າໂຢບສົມບູນ ແລະ ຊື່ສັດ ແລະ ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ຄວາມຮັບຮູ້ນີ້ກໍບໍ່ໄດ້ໃຫ້ພວກເຂົາມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບເຈດຕະນາຂອງພຣະເຈົ້າ. ໃນຂະນະທີ່ອິດສາຄວາມເປັນມະນຸດ ແລະ ການສະແຫວງຫາຂອງໂຢບ, ພວກເຂົາຖາມຄໍາຖາມດັ່ງຕໍ່ໄປນີ້ກັບພຣະເຈົ້າ: ໂຢບສົມບູນ ແລະ ຊື່ສັດຫຼາຍ, ຜູ້ຄົນເຄົາລົບບູຊາເພິ່ນຫຼາຍ, ແລ້ວເປັນຫຍັງພຣະເຈົ້າຈຶ່ງມອບເພິ່ນໃຫ້ແກ່ຊາຕານ ແລະ ເຮັດໃຫ້ເພິ່ນຕົກຢູ່ໃນຄວາມທໍລະມານຢ່າງຮຸນແຮງເຊັ່ນນັ້ນ? ຄຳຖາມດັ່ງກ່າວແມ່ນມັກຈະມີຢູ່ໃນຫົວໃຈຂອງຫຼາຍຄົນ ຫຼື ຂໍ້ສົງໄສນີ້ເປັນຄຳຖາມທີ່ຢູ່ໃນຫົວໃຈຂອງຫຼາຍຄົນ. ຍ້ອນມັນໄດ້ເຮັດໃຫ້ຫຼາຍຄົນສັບສົນ, ພວກເຮົາຈຶ່ງຕ້ອງຕອບຄໍາຖາມນີ້ ແລະ ອະທິບາຍມັນຢ່າງເໝາະສົມ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຈຳເປັນ ແລະ ມີຄວາມໝາຍພິເສດ, ຍ້ອນທຸກສິ່ງທີ່ພຣະອົງປະຕິບັດໃນມະນຸດແມ່ນກ່ຽວພັນກັບການຄຸ້ມຄອງຂອງພຣະອົງ ແລະ ຄວາມລອດພົ້ນຂອງມະນຸດຊາດ. ແນ່ນອນ ພາລະກິດທີ່ພຣະເຈົ້າປະຕິບັດໃນໂຢບກໍບໍ່ໄດ້ແຕກຕ່າງ, ເຖິງແມ່ນໂຢບສົມບູນ ແລະ ຊື່ສັດໃນສາຍຕາຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື, ບໍ່ວ່າພຣະເຈົ້າຈະເຮັດຫຍັງ ຫຼື ພຣະອົງຈະເຮັດມັນດ້ວຍວິທີໃດກໍຕາມ, ບໍ່ວ່າລາຄາຈະເທົ່າໃດກໍຕາມ, ບໍ່ວ່າຈຸດປະສົງຂອງພຣະອົງຈະແມ່ນຫຍັງກໍຕາມ, ເປົ້າໝາຍແຫ່ງການກະທຳຂອງພຣະອົງແມ່ນບໍ່ໄດ້ປ່ຽນແປງ. ເປົ້າໝາຍຂອງພຣະອົງແມ່ນເພື່ອປະຕິບັດພຣະທຳຂອງພຣະເຈົ້າໃສ່ໃນມະນຸດ, ພ້ອມທັງເງື່ອນໄຂ ແລະ ຄວາມປະສົງຂອງພຣະເຈົ້າສຳລັບມະນຸດ; ເວົ້າອີກຢ່າງໜຶ່ງກໍຄື ມັນແມ່ນເພື່ອປັ້ນມະນຸດໃນທຸກສິ່ງທີ່ພຣະເຈົ້າເຊື່ອວ່າເປັນບວກຕາມບາດກ້າວຂອງພຣະອົງ, ເຮັດໃຫ້ມະນຸດສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າ ແລະ ຢັ່ງເຖິງທາດແທ້ຂອງພຣະເຈົ້າ ແລະ
- [ກ່ຽວກັບໂຢບ (ພາກທີສອງ)](https://lo.kingdomsalvation.org/gospel/about-job-ii.html) - ຄວາມມີເຫດຜົນຂອງໂຢບ ປະສົບການຕົວຈິງຂອງໂຢບ ແລະ ຄວາມເປັນມະນຸດທີ່ທ່ຽງກົງ ແລະ ຊື່ສັດຂອງເພິ່ນໝາຍຄວາມວ່າ ເພິ່ນໄດ້ຕັດສິນ ແລະ ເລືອກຢ່າງມີເຫດຜົນທີ່ສຸດ ເມື່ອເພິ່ນສູນເສຍຊັບສິນຂອງເພິ່ນ ແລະ ລູກໆຂອງເພິ່ນ. ທາງເລືອກທີ່ມີເຫດຜົນດັ່ງກ່າວບໍ່ສາມາດແຍກອອກຈາກການສະແຫວງຫາປະຈຳວັນຂອງເພິ່ນ ແລະ ການກະທຳຂອງພຣະເຈົ້າທີ່ເພິ່ນໄດ້ຮູ້ໃນຊີວິດປະຈໍາວັນຂອງເພິ່ນ. ຄວາມຊື່ສັດຂອງໂຢບໄດ້ເຮັດໃຫ້ເພິ່ນສາມາດເຊື່ອວ່າ ມືຂອງພຣະເຢໂຮວາປົກຄອງເໜືອສິ່ງທັງປວງ; ຄວາມເຊື່ອຂອງເພິ່ນເຮັດໃຫ້ເພິ່ນຮູ້ຈັກຂໍ້ແທ້ຈິງກ່ຽວກັບອຳນາດການປົກຄອງສູງສຸດຂອງພຣະເຈົ້າເຢໂຮວາເໜືອສິ່ງທັງປວງ; ຄວາມຮູ້ຂອງເພິ່ນເຮັດໃຫ້ເພິ່ນເຕັມໃຈ ແລະ ສາມາດເຊື່ອຟັງອຳນາດການປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າເຢໂຮວາ; ຄວາມເຊື່ອຟັງຂອງເພິ່ນເຮັດໃຫ້ເພິ່ນສາມາດເປັນຈິງຫຼາຍຍິ່ງຂຶ້ນໃນການຢຳເກງພຣະເຈົ້າເຢໂຮວາ; ຄວາມຢຳເກງຂອງເພິ່ນເຮັດໃຫ້ເພິ່ນເປັນຈິງຫຼາຍຍິ່ງຂຶ້ນໃນການຫຼີກເວັ້ນສິ່ງຊົ່ວຮ້າຍ; ໃນທີ່ສຸດ, ໂຢບກໍໄດ້ກາຍເປັນຄົນສົມບູນ ຍ້ອນເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ; ຄວາມສົມບູນຂອງເພິ່ນເຮັດໃຫ້ເພິ່ນສະຫຼາດ ແລະ ມອບຄວາມມີເຫດຜົນທີ່ສຸດໃຫ້ແກ່ເພິ່ນ. ພວກເຮົາຄວນເຂົ້າໃຈຄຳວ່າ “ມີເຫດຜົນ” ແນວໃດ? ການຕີຄວາມໝາຍຕາມຕົວກໍຄື ມັນໝາຍເຖິງການມີສຳນຶກທີ່ດີ, ມີເຫດຜົນ ແລະ ມີໄຫວພິບໃນການຄິດຂອງຄົນໆໜຶ່ງ, ການມີຄຳເວົ້າ, ການກະທຳ ແລະ ການຕັດສິນທີ່ດີ ແລະ ມີມາດຕະຖານດ້ານສິນທຳທີ່ດີ ແລະ ປົກກະຕິ. ແຕ່ຄວາມມີເຫດຜົນຂອງໂຢບບໍ່ສາມາດອະທິບາຍໄດ້ຢ່າງງ່າຍດາຍ. ເມື່ອມີການເວົ້າໃນນີ້ວ່າ ໂຢບມີເຫດຜົນທີ່ສຸດ, ສິ່ງນີ້ແມ່ນເວົ້າເຖິງຄວາມເປັນມະນຸດຂອງເພິ່ນ ແລະ ຄວາມປະພຶດຂອງເພິ່ນຕໍ່ໜ້າພຣະເຈົ້າ. ຍ້ອນໂຢບຈິງຈັງ,
- [ກ່ຽວກັບໂຢບ (ພາກທີໜຶ່ງ)](https://lo.kingdomsalvation.org/gospel/about-job-i.html) - ເມື່ອໄດ້ຮຽນຮູ້ກ່ຽວກັບວິທີທີ່ໂຢບຜ່ານການທົດລອງ, ພວກເຈົ້າສ່ວນໃຫຍ່ກໍເບິ່ງຄືກັບວ່າຢາກຮູ້ຈັກລາຍລະອຽດເພີ່ມເຕີມກ່ຽວກັບໂຢບເອງ, ໂດຍສະເພາະແລ້ວແມ່ນກ່ຽວກັບຄວາມລັບທີ່ເຮັດໃຫ້ເພິ່ນໄດ້ຮັບຄຳຍົກຍ້ອງຂອງພຣະເຈົ້າ. ສະນັ້ນ ໃນມື້ນີ້ ພວກເຮົາມາເວົ້າກ່ຽວກັບໂຢບກັນເທາະ! ໃນຊີວິດປະຈຳວັນຂອງໂຢບ ພວກເຮົາໄດ້ເຫັນຄວາມສົມບູນ, ຄວາມຊື່ສັດ, ຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍຂອງເພິ່ນ ຖ້າພວກເຮົາຈະສົນທະນາກ່ຽວກັບໂຢບ, ແລ້ວພວກເຮົາກໍຕ້ອງເລີ່ມຕົ້ນດ້ວຍການປະເມີນເພິ່ນທີ່ກ່າວອອກຈາກປາກຂອງພຣະເຈົ້າເອງ: “ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ”. ກ່ອນອື່ນ ພວກເຮົາມາຮຽນຮູ້ກ່ຽວກັບຄວາມສົມບູນ ແລະ ຄວາມຊື່ສັດຂອງໂຢບກ່ອນ. ແມ່ນຫຍັງຄືຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄຳວ່າ “ສົມບູນ” ແລະ “ຊື່ສັດ”? ພວກເຈົ້າເຊື່ອວ່າໂຢບບໍ່ມີບ່ອນຕໍາໜິ ແລະ ເພິ່ນເປັນຕາເຄົາລົບນັບຖືບໍ? ແນ່ນອນ ສິ່ງນີ້ຈະເປັນການຕີຄວາມໝາຍ ແລະ ຄວາມເຂົ້າໃຈຕາມຕົວອັກສອນກ່ຽວກັບຄຳວ່າ “ສົມບູນ” ແລະ “ຊື່ສັດ”. ແຕ່ບໍລິບົດຂອງຊີວິດທີ່ແທ້ຈິງແມ່ນຂຶ້ນຢູ່ກັບຄວາມເຂົ້າໃຈທີ່ແທ້ຈິງຂອງໂຢບ, ຄຳເວົ້າ, ໜັງສື ແລະ ທິດສະດີພຽງຢ່າງດຽວແມ່ນຈະບໍ່ໃຫ້ຄຳຕອບໃດເລີຍ. ພວກເຮົາຈະເລີ່ມຕົ້ນໂດຍເບິ່ງຊີວິດໃນເຮືອນຂອງໂຢບ, ເບິ່ງຄວາມປະພຶດປົກກະຕິຂອງເພິ່ນໃນຊີວິດປະຈໍາວັນຂອງເພິ່ນ. ສິ່ງນີ້ຈະບອກໃຫ້ພວກເຮົາຮູ້ກ່ຽວກັບຫຼັກການ ແລະ ຈຸດປະສົງໃນຊີວິດຂອງເພິ່ນ, ພ້ອມທັງກ່ຽວກັບບຸກຄະລິກ ແລະ ການສະແຫວງຫາຂອງເພິ່ນ. ບັດນີ້ ໃຫ້ພວກເຮົາອ່ານພຣະທຳສຸດທ້າຍໃນໂຢບ 1:3.
- [ໂຢບເອົາຊະນະຊາຕານ ແລະ ກາຍມາເປັນມະນຸດທີ່ແທ້ຈິງໃນສາຍຕາຂອງພຣະເຈົ້າ](https://lo.kingdomsalvation.org/gospel/job-defeats-satan.html) - ເມື່ອໂຢບໄດ້ຜ່ານການທົດລອງຂອງເພິ່ນເປັນຄັ້ງທຳອິດ, ເພິ່ນກໍໄດ້ສູນເສຍຊັບສິນທຸກຢ່າງຂອງເພິ່ນ ແລະ ລູກໆທຸກຄົນຂອງເພິ່ນ, ແຕ່ເພິ່ນກໍບໍ່ໄດ້ລົ້ມລົງ ຫຼື ກ່າວສິ່ງໃດທີ່ເປັນຜົນບາບຕໍ່ພຣະເຈົ້າ. ເພິ່ນໄດ້ເອົາຊະນະການທົດລອງຂອງຊາຕານ ແລະ ເພິ່ນໄດ້ເອົາຊະນະວັດຖຸທີ່ເປັນຊັບສິນຂອງເພິ່ນ, ເຊື້ອສາຍຂອງເພິ່ນ ແລະ ການທົດລອງໃນການສູນເສຍຊັບສິນທາງໂລກຂອງເພິ່ນ, ເຊິ່ງເວົ້າໄດ້ວ່າ ເພິ່ນສາມາດເຊື່ອຟັງພຣະເຈົ້າໃນຂະນະທີ່ພຣະອົງເອົາສິ່ງຕ່າງໆໄປຈາກເພິ່ນ ແລະ ເພິ່ນຍັງສາມາດຂອບຄຸນ ແລະ ສັນລະເສີນພຣະເຈົ້າຍ້ອນສິ່ງທີ່ພຣະເຈົ້າໄດ້ເຮັດ. ນັ້ນແມ່ນຄວາມປະພຶດຂອງໂຢບໃນລະຫວ່າງການລໍ້ລວງຄັ້ງທຳອິດຂອງຊາຕານ ແລະ ນີ້ຍັງເປັນຄຳພະຍານຂອງໂຢບໃນລະຫວ່າງການທົດລອງຄັ້ງທຳອິດຂອງພຣະເຈົ້າ. ໃນການທົດລອງຄັ້ງທີສອງ, ຊາຕານເດ່ມືຂອງມັນອອກເພື່ອທໍາຮ້າຍໂຢບ ແລະ ເຖິງແມ່ນໂຢບໄດ້ຜະເຊີນກັບຄວາມເຈັບປວດຢ່າງຮຸນແຮງທີ່ເພິ່ນບໍ່ເຄີຍຮູ້ສຶກມາກ່ອນ, ຄຳພະຍານຂອງເພິ່ນກໍຍັງພຽງພໍທີ່ເຮັດໃຫ້ຜູ້ຄົນຕົກຕະລຶງ. ເພິ່ນໃຊ້ຄວາມອົດທົນຂອງເພິ່ນ, ຄວາມເຊື່ອ ແລະ ຄວາມເຊື່ອຟັງຕໍ່ພຣະເຈົ້າ ພ້ອມທັງຄວາມຢຳເກງຂອງເພິ່ນຕໍ່ພຣະເຈົ້າ ເພື່ອເອົາຊະນະຊາຕານອີກຄັ້ງ ແລະ ຄວາມປະພຶດຂອງເພິ່ນ ແລະ ຄຳພະຍານຂອງເພິ່ນກໍໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຄວາມນິຍົມຊົມຊອບຈາກພຣະເຈົ້າອີກຄັ້ງ. ໃນລະຫວ່າງການລໍ້ລວງ, ໂຢບໃຊ້ຄວາມປະພຶດທີ່ແທ້ຈິງຂອງເພິ່ນເພື່ອປະກາດຕໍ່ຊາຕານວ່າ ຄວາມເຈັບປວດຂອງເນື້ອໜັງບໍ່ສາມາດປ່ຽນແປງຄວາມເຊື່ອຂອງເພິ່ນ ແລະ ຄວາມເຊື່ອຟັງຕໍ່ພຣະເຈົ້າ ຫຼື ເອົາຄວາມອຸທິດຕໍ່ພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້າໄປໄດ້; ເພິ່ນຈະບໍ່ປະຕິເສດພຣະເຈົ້າ ຫຼື ຍອມສະຫຼະຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນ ຍ້ອນເພິ່ນໄດ້ຜະເຊີນກັບຄວາມຕາຍ. ຄວາມຕັ້ງໃຈຂອງໂຢບເຮັດໃຫ້ຊາຕານຢ້ານກົວ,
- [ຜູ້ຄົນເຂົ້າໃຈຜິດຫຼາຍຢ່າງກ່ຽວກັບໂຢບ](https://lo.kingdomsalvation.org/gospel/peoples-misunderstandings-about-job.html) - ຄວາມລຳບາກທີ່ໂຢບໄດ້ທົນທຸກບໍ່ແມ່ນພາລະກິດຂອງຜູ້ສົ່ງຂ່າວທີ່ພຣະເຈົ້າໄດ້ສົ່ງມາ ຫຼື ມັນບໍ່ແມ່ນເກີດຂຶ້ນໂດຍມືຂອງພຣະເຈົ້າເອງ. ກົງກັນຂ້າມ, ມັນເກີດຈາກຊາຕານເອງ ເຊິ່ງເປັນສັດຕູຂອງພຣະເຈົ້າ. ສະນັ້ນ, ລະດັບຂອງຄວາມລຳບາກທີ່ໂຢບໄດ້ທົນທຸກຈຶ່ງຮຸນແຮງ. ແຕ່ໃນຊ່ວງເວລານີ້ ໂຢບກໍໄດ້ສະແດງໃຫ້ເຫັນເຖິງຄວາມຮູ້ກ່ຽວກັບພຣະເຈົ້າທີ່ຢູ່ໃນຫົວໃຈຂອງເພິ່ນ, ຫຼັກການໆປະຕິບັດໃນແຕ່ລະມື້ຂອງເພິ່ນ ແລະ ທ່າທີຂອງເພິ່ນຕໍ່ພຣະເຈົ້າ ໂດຍບໍ່ມີຂໍ້ຈໍາກັດ, ນີ້ຄືຄວາມຈິງ. ຖ້າໂຢບບໍ່ໄດ້ຖືກລໍ້ລວງ, ຖ້າພຣະເຈົ້າບໍ່ໄດ້ນໍາການທົດລອງມາສູ່ໂຢບ ເມື່ອໂຢບເວົ້າວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” ເຈົ້າກໍຈະເວົ້າວ່າ ໂຢບເປັນຄົນໜ້າຊື່ໃຈຄົດ; ຍ້ອນພຣະເຈົ້າໄດ້ມອບຊັບສິນຫຼາຍຢ່າງໃຫ້ແກ່ເພິ່ນ, ສະນັ້ນແນ່ນອນເພິ່ນກໍຕ້ອງອວຍພອນນາມຂອງພຣະເຢໂຮວາ. ກ່ອນທີ່ຈະຕົກຢູ່ໃນການທົດລອງ, ຖ້າໂຢບເວົ້າວ່າ: “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” ເຈົ້າກໍຈະເວົ້າວ່າ ໂຢບກຳລັງເວົ້າເກີນຄວາມເປັນຈິງ ແລະ ເພິ່ນບໍ່ປະຖິ້ມນາມຂອງພຣະເຈົ້າ ກໍຍ້ອນເພິ່ນໄດ້ຮັບການອວຍພອນດ້ວຍມືຂອງພຣະເຈົ້າຢູ່ເລື້ອຍໆ. ເຈົ້າຈະເວົ້າວ່າ ຖ້າພຣະເຈົ້ານໍາໄພພິບັດມາສູ່ເພິ່ນ, ແລ້ວເພິ່ນກໍຈະປະຖິ້ມນາມຂອງພຣະເຈົ້າຢ່າງແນ່ນອນ. ແຕ່ເມື່ອໂຢບພົບວ່າຕົນເອງຢູ່ໃນສະຖານະການທີ່ບໍ່ມີຜູ້ໃດຕ້ອງການ ຫຼື ປາຖະໜາເຫັນ, ສະຖານະການທີ່ບໍ່ມີຜູ້ໃດປາຖະໜາໃຫ້ເກີດຂຶ້ນກັບພວກເຂົາ, ສະຖານະການທີ່ພວກເຂົາຢ້ານວ່າຈະເກີດຂຶ້ນກັບພວກເຂົາ, ສະຖານະການທີ່ແມ່ນແຕ່ພຣະເຈົ້າກໍບໍ່ສາມາດທົນເບິ່ງໄດ້, ໂຢບກໍຍັງສາມາດຍຶດໝັ້ນຕໍ່ຄວາມຊື່ສັດຂອງເພິ່ນ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” ແລະ “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” ເມື່ອໄດ້ເຫັນຄວາມປະພຶດຂອງໂຢບໃນເວລານີ້, ຄົນທີ່ມັກເວົ້າດ້ວຍຄຳເວົ້າທີ່ອວດດີ ແລະ
- [ຊາຕານລໍ້ລວງໂຢບອີກຄັ້ງ (ບາດແຜລາມໄປທົ່ວຮ່າງກາຍຂອງໂຢບ)](https://lo.kingdomsalvation.org/gospel/satan-once-more-tempts-job.html) - ກ. ພຣະທຳທີ່ກ່າວໂດຍພຣະເຈົ້າ ໂຢບ 2:3 ພຣະເຢໂຮວາກໍກ່າວກັບຊາຕານນັ້ນວ່າ ເຈົ້າເຄີຍຄຳນຶງເຖິງໂຢບ ຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ? ແລະ ເຖິງແມ່ນວ່າເຈົ້າໄດ້ເຮັດໃຫ້ເຮົາຕໍ່ຕ້ານລາວ ແລະ ທຳລາຍລາວໂດຍບໍ່ມີເຫດຜົນຫຍັງກໍຕາມ ລາວກໍຍັງຍຶດໝັ້ນຢ່າງໜຽວແໜ້ນໃນຄວາມຊື່ສັດຂອງລາວ. ໂຢບ 2:6 ແລະ ພຣະເຢໂຮວາເວົ້າກັບຊາຕານວ່າ ເບິ່ງແມ ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ. ຂ. ຄຳເວົ້າທີ່ກ່າວໂດຍຊາຕານ ໂຢບ 2:4–5 ຊາຕານກໍຕອບພຣະເຢໂຮວາ ແລະ ກ່າວວ່າ ຜິວໜັງຕໍ່ຜິວໜັງ ແມ່ນແລ້ວ ທຸກສິ່ງທີ່ມະນຸດມີ ເຂົາຈະຍອມສະລະເພື່ອຊີວິດຂອງເຂົາ. ແຕ່ຈົ່ງເດ່ມືພຣະອົງອອກໄປແຕະຕ້ອງກະດູກ ແລະ ເນື້ອໜັງຂອງລາວຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຕໍ່ໜ້າພຣະອົງເລີຍລະ. ຄ. ວິທີທີ່ໂຢບຈັດການກັບການທົດລອງ ໂຢບ 2:9–10 ແລ້ວເມຍຂອງລາວເວົ້າກັບລາວວ່າ ເຈົ້າຍັງມີຄວາມຊື່ສັດຢູ່ບໍ? ສາບແຊ່ງພຣະເຈົ້າ ແລ້ວຕາຍໄປສະ. ແຕ່ລາວເວົ້າກັບເມຍຂອງລາວວ່າ ເຈົ້າເວົ້າຄືກັບຜູ້ຍິງທີ່ໂງ່ຈ້າເວົ້າແທ້. ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ? ເຖິງແມ່ນໄດ້ຮັບຄວາມຍາກລໍາບາກທັງໝົດ
- [ຊາຕານລໍ້ລວງໂຢບເປັນຄັ້ງທຳອິດ (ສັດລ້ຽງຂອງເພິ່ນຖືກລັກ ແລະ ໄພພິບັດຕ່າງໆເກີດຂຶ້ນກັບລູກໆຂອງເພິ່ນ)](https://lo.kingdomsalvation.org/gospel/satan-tempts-job.html) - ກ. ພຣະທຳທີ່ກ່າວໂດຍພຣະເຈົ້າ ໂຢບ 1:8 ພຣະເຢໂຮວາກໍກ່າວກັບຊາຕານວ່າ ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ? ໂຢບ 1:12 ແລະ ພຣະເຢໂຮວາກ່າວກັບຊາຕານວ່າ ເບິ່ງແມ ທຸກສິ່ງທີ່ລາວມີນັ້ນແມ່ນຢູ່ໃນລິດອຳນາດຂອງເຈົ້າແລ້ວ; ພຽງແຕ່ເຈົ້າຢ່າເດ່ມືລົງໃສ່ລາວ. ສະນັ້ນ ຊາຕານຈຶ່ງອອກໄປຈາກທີ່ສະຖິດຂອງພຣະເຢໂຮວາ. ຂ. ຄຳຕອບຂອງຊາຕານ ໂຢບ 1:9–11 ແລ້ວຊາຕານກໍຕອບພຣະເຢໂຮວາ ແລະ ເວົ້າວ່າ ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ? ພຣະອົງບໍ່ໄດ້ປົກປ້ອງລາວ, ປົກປ້ອງເຮືອນຂອງລາວ ແລະ ປົກປ້ອງທຸກຢ່າງທີ່ລາວມີບໍ? ພຣະອົງອວຍພອນວຽກງານທີ່ເຮັດຈາກມືຂອງລາວ ແລະ ຊັບສິນໃນທີ່ດິນຂອງລາວກໍເພີ່ມຂຶ້ນ. ແຕ່ຈົ່ງເດ່ມືຂອງພຣະອົງໄປແຕະຕ້ອງທຸກສິ່ງທີ່ລາວມີຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຢູ່ຕໍ່ໜ້າພຣະອົງເລີຍລະ. ພຣະເຈົ້າອະນຸຍາດໃຫ້ຊາຕານລໍ້ລວງໂຢບເພື່ອວ່າຄວາມເຊື່ອຂອງໂຢບຈະຖືກເຮັດໃຫ້ສົມບູນ ຂໍ້ຄວາມໃນ ໂຢບ 1:8 ແມ່ນການບັນທຶກຄັ້ງທຳອິດທີ່ພວກເຮົາເຫັນໃນພຣະຄຳພີ ທີ່ກ່ຽວກັບການສົນທະນາລະຫວ່າງພຣະເຈົ້າເຢໂຮວາ ແລະ ຊາຕານ. ແລ້ວພຣະເຈົ້າເວົ້າແນວໃດ? ຂໍ້ຄວາມຕົ້ນສະບັບໄດ້ເລົ່າເລື່ອງລາວດັ່ງຕໍ່ໄປນີ້: “ພຣະເຢໂຮວາກໍກ່າວກັບຊາຕານວ່າ ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ
- [ການປະເມີນໂຢບໂດຍພຣະເຈົ້າ ແລະ ຢູ່ໃນພຣະຄຳພີ](https://lo.kingdomsalvation.org/gospel/assessments-of-job-by-God.html) - ໂຢບ 1:1 ມີຊາຍຄົນໜຶ່ງໃນດິນແດນອູເຊ ມີຊື່ວ່າໂຢບ, ຊາຍຄົນນັ້ນເປັນຄົນທີ່ສົມບູນ, ຊື່ສັດ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ໂຢບ 1:5 ມັນກໍເປັນດັ່ງນັ້ນ ໃນແຕ່ລະມື້ຫລັງຈາກການກິນລ້ຽງຂອງພວກເຂົາເລີກແລ້ວ ໂຢບກໍໄປ ຊໍາລະລ້າງບາບໃຫ້ພວກເຂົາ ແລະ ລຸກຂຶ້ນແຕ່ເຊົ້າ ເພື່ອຖວາຍເຄື່ອງເຜົາບູຊາຕາມຈຳນວນຂອງພວກເຂົາທັງໝົດ ຍ້ອນໂຢບເວົ້າວ່າ ມັນອາດເປັນຍ້ອນບຸດຊາຍຂອງຕົນທີ່ໄດ້ເຮັດບາບ ແລະ ສາບແຊ່ງພຣະເຈົ້າໃນຫົວໃຈຂອງພວກເຂົາ. ສະນັ້ນ ໂຢບກໍເຮັດແບບນັ້ນຢ່າງຕໍ່ເນື່ອງ. ໂຢບ 1:8 ພຣະເຢໂຮວາກໍກ່າວກັບຊາຕານວ່າ ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ? ແມ່ນຫຍັງຄືປະເດັນສຳຄັນທີ່ພວກເຈົ້າໄດ້ເຫັນໃນຂໍ້ຄວາມເຫຼົ່ານີ້? ສາມຂໍ້ຄວາມສັ້ນໆເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວພັນກັບໂຢບ. ເຖິງວ່າຈະສັ້ນ, ຂໍ້ຄວາມເຫຼົ່ານີ້ກໍໄດ້ລະບຸໃຫ້ເຫັນຢ່າງຊັດເຈນວ່າເພິ່ນເປັນຄົນແບບໃດ. ຜ່ານການບັນຍາຍເຖິງພຶດຕິກຳປະຈຳວັນຂອງໂຢບ ແລະ ການກະທໍາຂອງເພິ່ນ, ຂໍ້ຄວາມເຫຼົ່ານີ້ບອກໃຫ້ທຸກຄົນຮູ້ວ່າ ແທນທີ່ຈະຂາດເຫດຜົນ ແຕ່ການປະເມີນຂອງພຣະເຈົ້າຕໍ່ໂຢບແມ່ນມີເຫດຜົນຢ່າງດີ. ຂໍ້ຄວາມເຫຼົ່ານັ້ນບອກພວກເຮົາວ່າ ບໍ່ວ່າ ຈະເປັນການທີ່ມະນຸດປະເມີນລາຄາຂອງໂຢບ (ໂຢບ 1:1) ຫຼື ການທີ່ພຣະເຈົ້າປະເມີນລາຄາຂອງເພິ່ນ (ໂຢບ 1:8), ທັງສອງຂໍ້ຄວາມແມ່ນເປັນຜົນມາຈາກການກະທຳຂອງໂຢບທີ່ຢູ່ຕໍ່ໜ້າພຣະເຈົ້າ
- [ພຣະເຈົ້າຕ້ອງທຳລາຍເມືອງໂຊໂດມ](https://lo.kingdomsalvation.org/gospel/God-must-destroy-sodom.html) - ປະຖົມມະການ 18:26 ແລະ ພຣະເຢໂຮວາກ່າວວ່າ ຖ້າເຮົາພົບຄົນຊອບທຳຫ້າສິບຄົນພາຍໃນເມືອງໂຊໂດມ ເພື່ອເຫັນແກ່ພວກເຂົາ ເຮົາຈະບໍ່ທໍາລາຍເມືອງນັ້ນ. ປະຖົມມະການ 18:29 ແລະ ລາວກໍກ່າວກັບພຣະອົງອີກຄັ້ງ ວ່າ ບາງເທື່ອອາດຈະມີສີ່ສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ. ປະຖົມມະການ 18:30 ແລະ ລາວກໍເວົ້າກັບພຣະອົງວ່າ ບາງເທື່ອອາດມີສາມສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ. ປະຖົມມະການ 18:31 ແລະ ລາວກໍເວົ້າວ່າ ບາງເທື່ອອາດມີຊາວຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ. ປະຖົມມະການ 18:32 ແລະ ລາວກໍເວົ້າວ່າ ບາງເທື່ອອາດມີສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ. ພຣະທຳເຫຼົ່ານີ້ແມ່ນບົດຄັດຕອນຈຳນວນເລັກນ້ອຍທີ່ເຮົາໄດ້ເລືອກຈາກພຣະຄຳພີ. ພວກມັນບໍ່ແມ່ນຕົ້ນສະບັບທີ່ສົມບູນ. ຖ້າພວກເຈົ້າປາຖະໜາທີ່ຈະເຫັນພຣະທຳເຫຼົ່ານັ້ນ, ພວກເຈົ້າສາມາດຄົ້ນຫາໄດ້ໃນພຣະຄຳພີດ້ວຍຕົວພວກເຈົ້າເອງ; ເພື່ອຮັກສາເວລາ ເຮົາໄດ້ຕັດບາງສ່ວນຂອງເນື້ອຫາຕົ້ນສະບັບອອກ. ໃນນີ້ ເຮົາພຽງແຕ່ຄັດເລືອກເອົາສອງສາມຂໍ້ຄວາມ ແລະ ປະໂຫຍກທີ່ສຳຄັນ, ຕັດສອງສາມປະໂຫຍກທີ່ບໍ່ກ່ຽວຂ້ອງກັບການສົນທະນາຂອງພວກເຮົາໃນມື້ນີ້ອອກ. ໃນທຸກຂໍ້ຄວາມ ແລະ ເນື້ອຫາທີ່ພວກເຮົາສົນທະນາ, ຈຸດສຸມຂອງພວກເຮົາຈະບໍ່ເນັ້ນລາຍລະອຽດຕ່າງໆຂອງເລື່ອງລາວ ແລະ ຄວາມປະພຶດຂອງມະນຸດທີ່ຢູ່ໃນບົດເລື່ອງຕ່າງໆ; ກົງກັນຂ້າມ ພວກເຮົາຈະເວົ້າເຖິງສະເພາະແຕ່ຄວາມຄິດ
- [“ຄົນທີ່ເຊື່ອໃນພຣະບຸດກໍມີຊີວິດນິລັນດອນ” ໝາຍຄວາມວ່າແນວໃດແທ້?](https://lo.kingdomsalvation.org/gospel/what-does-he-that-believes-on-the-Son-have-everlasting-life-mean.html) - ໃນຍຸກສຸດທ້າຍ, ອົງພຣະເຢຊູເຈົ້າໄດ້ກັບຄືນມາໃນເນື້ອໜັງ ແລະ ສະແດງຄວາມຈິງຫຼາຍລ້ານຄຳ, ປະຕິບັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກຄົວເຮືອນຂອງພຣະເຈົ້າ. ຜູ້ຄົນຈາກຫຼາຍປະເທດທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາໝັ້ນໃຈວ່າ ນີ້ຄືສຽງຂອງພຣະເຈົ້າ ແລະ ພວກເຂົາກໍໄດ້ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ໂດຍການປະສົບກັບການພິພາກສາຕໍ່ໜ້າບັນລັງຂອງພຣະຄຣິສ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍເລີ່ມຖືກເຮັດໃຫ້ບໍລິສຸດ. ເຖິງຢ່າງໃດກໍຕາມ, ບາງຄົນໃນໂລກສາສະໜາເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງຄວາມຈິງຫຼາຍຢ່າງ, ແຕ່ພວກເຂົາກໍຍັງປະຕິເສດທີ່ຈະຍອມຮັບພຣະອົງ. ພວກເຂົາຄິດວ່າ: “ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: ‘ຄົນທີ່ເຊື່ອໃນພຣະບຸດກໍ່ມີີຊີວິດຕະຫຼອດໄປເປັນນິດ’ (ໂຢຮັນ 3:36). ອົງພຣະເຢຊູເຈົ້າຄືບຸດມະນຸດ, ພຣະອົງແມ່ນພຣະຄຣິສ ແລະ ຫົນທາງຂອງອົງພຣະເຢຊູເຈົ້າກໍແມ່ນຫົນທາງແຫ່ງຊີວິດນິລັນດອນ. ພວກເຮົາເຊື່ອວ່າ ຕາບໃດທີ່ພວກເຮົາເຊື່ອໃນອົງພຣະເຢຊູເຈົ້າ ພວກເຮົາກໍຈະໄດ້ຮັບຊີວິດນິລັນດອນ. ເປັນຫຍັງພວກເຮົາຈຶ່ງຄວນເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ? ເຈົ້າກຳລັງເວົ້າວ່າ ເຖິງແມ່ນວ່າພວກເຮົາເຊື່ອໃນອົງພຣະເຢຊູເຈົ້າ ພວກເຮົາກໍບໍ່ສາມາດເຂົ້າສູ່ອານາຈັກສະຫວັນໄດ້ບໍ? ເປັນໄປບໍ່ໄດ້. ພຣະຜູ້ເປັນເຈົ້າຈະບໍ່ປະຖິ້ມພວກເຮົາ”. ມຸມມອງແບບນີ້ຖືກຕ້ອງບໍ? ແມ່ນຄວາມຈິງທີ່ວ່າ ອົງພຣະເຢຊູເຈົ້າຊົງກ່າວວ່າ: “ຄົນທີ່ເຊື່ອໃນພຣະບຸດກໍ່ມີີຊີວິດຕະຫຼອດໄປເປັນນິດ”, ແຕ່ພຣະອົງຍັງກ່າວອີກວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ” (ໂຢຮັນ 16:12-13). ພຣະທຳຂອງອົງພຣະເຢຊູເຈົ້າໝາຍຄວາມວ່າແນວໃດ? ກໍໝາຍຄວາມວ່າ ການເຊື່ອພຽງແຕ່ພຣະເຢຊູແຫ່ງຍຸກແຫ່ງພຣະຄຸນນັ້ນຍັງບໍ່ພຽງພໍ. ສິ່ງສຳຄັນທີ່ສຸດແມ່ນ ເຈົ້າຕ້ອງເຊື່ອໃນການກັບຄືນມາຂອງພຣະເຢຊູ, ເຊື່ອໃນການກັບຄືນມາຄັ້ງທີສອງຂອງອົງພຣະເຢຊູເຈົ້າ ແລະ
- [ຄວາມວິບັດຈົ່ງມີແກ່ຜູ້ທີ່ລໍຖ້າພຽງແຕ່ໃຫ້ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ](https://lo.kingdomsalvation.org/gospel/woe-to-those-who-wait-for-the-Lord-to-descend-on-clouds.html) - ຄວາມຫວັງທີ່ຍິ່ງໃຫຍ່ທີ່ສຸດສຳລັບຜູ້ເຊື່ອໃນພຣະຜູ້ເປັນເຈົ້າ ແມ່ນການຕ້ອນຮັບການກັບຄືນມາຂອງພຣະອົງ ແລະ ຖືກຍົກຂຶ້ນສູ່ອານາຈັກສະຫວັນ. ຕອນນີ້ເມື່ອຄວາມຫາຍະນະໃຫຍ່ໄດ້ເລີ່ມຕົ້ນຂຶ້ນ, ການຕ້ອນຮັບພຣະຜູ້ເປັນເຈົ້າຈຶ່ງເປັນເລື່ອງທີ່ຮີບດ່ວນທີ່ສຸດ. ວົງການສາສະໜາ, ໂດຍອີງໃສ່ພຣະທຳໃນພຣະຄຳພີ, “ພວກເຈົ້າທີ່ເປັນຜູ້ຊາຍໃນກາລີລີ, ເປັນຫຍັງພວກເຈົ້າຈຶ່ງຈ້ອງເບິ່ງສະຫວັນ? ພຣະເຢຊູອົງດຽວກັນນີ້ ທີ່ຖືກຮັບຂຶ້ນສູ່ສະຫວັນຈາກພວກເຈົ້າ ຈະມາໃນລັກສະນະດຽວກັນກັບທີ່ພວກເຈົ້າເຫັນ ເມື່ອພຣະອົງຂຶ້ນສູ່ສະຫວັນ” (ກິດຈະການ 1:11), ເຊື່ອວ່າ ຍ້ອນອົງພຣະເຢຊູເຈົ້າໄດ້ສະເດັດຂຶ້ນສູ່ສະຫວັນດ້ວຍຮ່າງກາຍຝ່າຍວິນຍານເທິງກ້ອນເມກຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ພຣະອົງກໍຈະກັບຄືນມາດ້ວຍຮ່າງກາຍຝ່າຍວິນຍານ ແລະ ລົງມາເທິງກ້ອນເມກເຊັ່ນກັນ. ພວກເຂົາລ້ວນແຕ່ລໍຖ້າທີ່ຈະເຫັນຮ່າງກາຍຝ່າຍວິນຍານຂອງອົງພຣະເຢຊູເຈົ້າ ລົງມາຈາກສະຫວັນເທິງກ້ອນເມກ ເພື່ອຮັບພວກເຂົາເຂົ້າສູ່ອານາຈັກສະຫວັນ. ແຕ່ພວກເຂົາຈະປະສົບຜົນສຳເລັດໃນການຕ້ອນຮັບພຣະຜູ້ເປັນເຈົ້າດ້ວຍວິທີນີ້ແທ້ໆບໍ? ເປັນຫຍັງຜູ້ເຊື່ອຈຶ່ງອີງຄວາມເຊື່ອຂອງພວກເຂົາ ແລະ ການຕ້ອນຮັບພຣະຜູ້ເປັນເຈົ້າໃສ່ຄຳເວົ້າຂອງທູດສະຫວັນ ແທນທີ່ຈະອີງໃສ່ພຣະທຳຂອງອົງພຣະເຢຊູເຈົ້າ? ໃຜກັນແທ້ ຄືພຣະຜູ້ເປັນເຈົ້າ ແລະ ໃຜຄືພຣະເຈົ້າ? ເມື່ອເວົ້າເຖິງເລື່ອງທີ່ສຳຄັນໃນການຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ, ພວກເຮົາຄວນເຊື່ອພຣະທຳຂອງພຣະຜູ້ເປັນເຈົ້າ ຫຼື ຄຳເວົ້າຂອງທູດສະຫວັນ? ຄຳເວົ້າທີ່ຂ້ອຍຫາກໍຍົກຂຶ້ນມາເວົ້ານັ້ນ ຊັດເຈນວ່າແມ່ນທູດສະຫວັນເປັນຜູ້ເວົ້າ. ພວກເຂົາພຽງແຕ່ເວົ້າວ່າ ອົງພຣະເຢຊູເຈົ້າຈະກັບຄືນມາໃນແບບດຽວກັນກັບທີ່ພຣະອົງຈາກໄປ, ແຕ່ພວກເຂົາບໍ່ໄດ້ເວົ້າຢ່າງອື່ນເລີຍ. ຈາກສິ່ງນີ້ ພວກເຮົາສາມາດໝັ້ນໃຈໄດ້ບໍວ່າ ພຣະຜູ້ເປັນເຈົ້າຈະກັບຄືນມາດ້ວຍຮ່າງກາຍຝ່າຍວິນຍານ? ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ແຕ່ສຳລັບມື້ນັ້ນ ແລະ ຊົ່ວໂມງນັ້ນ, ບໍ່ມີຜູ້ໃດຮູ້, ແມ່ນແຕ່ທູດສະຫວັນທີ່ຢູ່ໃນສະຫວັນກໍບໍ່ຮູ້, ພຣະບຸດກໍບໍ່ຮູ້, ມີແຕ່ພຣະບິດາທີ່ຮູ້” (ມາຣະໂກ 13:32).
- [ພຽງແຕ່ຍຶດຖືພຣະຄຳພີ ເຈົ້າກໍສາມາດເຂົ້າສູ່ອານາຈັກສະຫວັນໄດ້ແທ້ບໍ?](https://lo.kingdomsalvation.org/gospel/can-you-enter-kingdom-of-heaven-by-clinging-to-bible.html) - ຜູ້ເຊື່ອຫຼາຍຄົນອ່ານຄຳເວົ້າຂອງໂປໂລໃນ 2 ຕີໂມທຽວ: “ພຣະຄຳທຸກຂໍ້ແມ່ນດົນບັນດານຈາກພຣະເຈົ້າ” (2 ຕີໂມທຽວ 3:16) ແລະ ພວກເຂົາສະຫຼຸບວ່າ ພຣະທຳທຸກຂໍ້ໃນພຣະຄຳພີລ້ວນແລ້ວແຕ່ໄດ້ຮັບການດົນໃຈຈາກພຣະເຈົ້າ ແລະ ມາຈາກພຣະອົງ. ພວກເຂົາເຊື່ອວ່າ ພຣະທຳໃດກໍຕາມໃນພຣະຄຳພີ, ບໍ່ວ່າຈະແມ່ນໃຜເປັນຜູ້ເວົ້າ, ກໍລ້ວນແລ້ວແຕ່ເປັນພຣະທຳຂອງພຣະເຈົ້າ. ພວກເຂົາເຖິງກັບຄິດວ່າ ພຣະຄຳພີເປັນຕົວແທນຂອງພຣະຜູ້ເປັນເຈົ້າ ແລະ ໂດຍການຍຶດຖືພຣະຄຳພີເທົ່ານັ້ນ, ພວກເຂົາຈຶ່ງສາມາດເຂົ້າສູ່ອານາຈັກສະຫວັນໄດ້. ແຕ່ຄວາມເຂົ້າໃຈນີ້ຖືກຕ້ອງບໍ? ຄຳເວົ້າທີ່ວ່າ “ພຣະຄຳທຸກຂໍ້ແມ່ນດົນບັນດານຈາກພຣະເຈົ້າ”, ແມ່ນໂປໂລເປັນຜູ້ເວົ້າ. ເມື່ອລາວເວົ້າຄຳນີ້, ຍັງບໍ່ທັນມີພຣະຄຳພີພາກພຣະສັນຍາໃໝ່, ເນື່ອງຈາກບົດຂຽນຕ່າງໆຍັງບໍ່ທັນໄດ້ຖືກຮວບຮວມເປັນປຶ້ມ ຈົນກະທັ້ງ 300 ກວ່າປີຫຼັງຈາກພຣະຄຣິສສິ້ນພຣະຊົນ. ສະນັ້ນ, ໂປໂລຈຶ່ງໝາຍເຖິງພຣະສັນຍາເດີມຢ່າງຊັດເຈນ. ດັ່ງນັ້ນ ຄຳເວົ້າຂອງໂປໂລຖືກຕ້ອງແທ້ໆບໍ? ພວກເຮົາບໍ່ຮູ້ຢ່າງແນ່ນອນ, ແຕ່ພວກເຮົາບໍ່ເຄີຍເຫັນອົງພຣະເຢຊູເຈົ້າກ່າວແບບນັ້ນ ແລະ ພວກເຮົາກໍບໍ່ເຄີຍເຫັນພຣະວິນຍານບໍລິສຸດກ່າວແບບນັ້ນ ແລະ ແນ່ນອນວ່າ ພວກເຮົາບໍ່ເຫັນຜູ້ປະກາດພຣະທຳຄົນໃດຖ່າຍທອດຂໍ້ຄວາມນັ້ນ. ພວກເຮົາທຸກຄົນຮູ້ວ່າ ພຣະສັນຍາໃໝ່ປະກອບດ້ວຍຄຳເວົ້າຂອງຫຼາຍຄົນທີ່ແຕກຕ່າງກັນ, ລວມທັງຄຳເວົ້າຂອງພວກອັກຄະສາວົກ, ພວກຟາຣີຊາຍ ແລະ ຢູດາ ແລະ ຍັງມີຄຳເວົ້າຂອງຊາຕານຢູ່ໃນນັ້ນອີກດ້ວຍ. ແນ່ນອນວ່າ ຄຳເວົ້າຂອງພວກເຂົາບໍ່ໄດ້ຮັບການດົນໃຈຈາກພຣະເຈົ້າ. ບໍ່ວ່າຄຳເວົ້ານີ້ຂອງໂປໂລຈະຖືກຕ້ອງ ຫຼື ບໍ່,
- [ອານາຈັກສະຫວັນຢູ່ໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ?](https://lo.kingdomsalvation.org/gospel/is-kingdom-of-heaven-in-heaven-or-on-earth.html) - ຜູ້ເຊື່ອໃນພຣະຜູ້ເປັນເຈົ້າທຸກຄົນລ້ວນແລ້ວແຕ່ເຊື່ອໝັ້ນໃນຄຳສັນຍາຂອງອົງພຣະເຢຊູເຈົ້າ: “ເຮົາໄປເພື່ອກະກຽມສະຖານທີ່ໃຫ້ແກ່ເຈົ້າ. ແລ້ວຖ້າເຮົາໄປ ແລະ ຈັດຕຽມສະຖານທີ່ໄວ້ໃຫ້ພວກເຈົ້າແລ້ວ ເຮົາຈະກັບຄືນມາອີກ ແລະ ຮັບເອົາພວກເຈົ້າມາຢູ່ກັບເຮົາ, ດ້ວຍວ່າເຮົາຢູ່ບ່ອນໃດ ພວກເຈົ້າກໍຈະຢູ່ບ່ອນນັ້ນເຊັ່ນກັນ” (ໂຢຮັນ 14:2-3). ຫຼາຍຄົນ, ໂດຍອີງໃສ່ພຣະທຳຂອງພຣະຜູ້ເປັນເຈົ້າ, ລໍຖ້າໃຫ້ພຣະຜູ້ເປັນເຈົ້າມາ ແລະ ຍົກພວກເຂົາຂຶ້ນສູ່ອານາຈັກສະຫວັນ. ພວກເຂົາເຊື່ອວ່າ ຄຳສັນຍາຂອງພຣະຜູ້ເປັນເຈົ້າຈະບໍ່ສູນເປົ່າ ແລະ ເມື່ອພຣະອົງມາ, ພຣະອົງຈະຍົກຜູ້ຄົນຂຶ້ນສູ່ທ້ອງຟ້າໂດຍກົງຢ່າງແນ່ນອນ. ຖ້າຜູ້ຄົນຍັງຢູ່ເທິງແຜ່ນດິນໂລກ ແລະ ຍັງບໍ່ຖືກຍົກຂຶ້ນ, ພວກເຂົາຄິດວ່າ ສິ່ງນີ້ພິສູດວ່າພຣະຜູ້ເປັນເຈົ້າຍັງບໍ່ໄດ້ກັບຄືນມາ. ມຸມມອງນີ້ຖືກຕ້ອງບໍ? ຫຼັງຈາກການຟື້ນຄືນຊີບ ແລະ ການສະເດັດຂຶ້ນສູ່ສະຫວັນຂອງອົງພຣະເຢຊູເຈົ້າ, ພຣະອົງໄດ້ໄປກະກຽມບ່ອນຢູ່ສຳລັບພວກເຮົາແທ້. ແຕ່ເຈົ້າຮູ້ບໍວ່າ ພຣະອົງກະກຽມບ່ອນນີ້ແນວໃດ? ເຈົ້າຮູ້ບໍວ່າ ຄວນເຮັດວຽກຫຍັງແດ່ເມື່ອກະກຽມສິ່ງນີ້? ເຈົ້າສາມາດໝັ້ນໃຈໄດ້ບໍວ່າ ສິ່ງທີ່ພຣະຜູ້ເປັນເຈົ້າກະກຽມນັ້ນ ແມ່ນເພື່ອໃຫ້ພວກເຮົາເຂົ້າສູ່ສະຫວັນທັງທີ່ມີຊີວິດຢູ່? ຫຼື ມັນແມ່ນເພື່ອໃຫ້ພວກເຮົາເຂົ້າສູ່ໂລກຝ່າຍວິນຍານຫຼັງຈາກຄວາມຕາຍ? ໃນໂລກສາສະໜາ, ຫຼາຍຄົນກຳລັງລໍຖ້າໃຫ້ພຣະຜູ້ເປັນເຈົ້າມາ ແລະ ພາພວກເຂົາຂຶ້ນສູ່ອານາຈັກສະຫວັນ, ແຕ່ພວກເຂົາເຄີຍຄິດບໍວ່າ ອານາຈັກແຫ່ງສະຫວັນຢູ່ໃສກັນແທ້? ຄົນທີ່ຕ້ອນຮັບພຣະຜູ້ເປັນເຈົ້າແລ້ວ ຖືກຍົກຂຶ້ນໄປຢູ່ໃສ? ບາງຄົນເວົ້າວ່າ ແນ່ນອນ ພວກເຂົາຖືກຍົກຂຶ້ນສູ່ອາກາດເພື່ອພົບກັບພຣະຜູ້ເປັນເຈົ້າ. ແຕ່ມັນເປັນແບບນັ້ນແທ້ໆບໍ? ຄົນເຮົາຈະດຳລົງຊີວິດຢູ່ໃນທ້ອງຟ້າໄດ້ແນວໃດ? ມະນຸດທີ່ມີເນື້ອໜັງຈະສາມາດມີຊີວິດຢູ່ໄດ້ບໍ
- [ພຣະຜູ້ເປັນເຈົ້າຈະກັບຄືນມາເທິງກ້ອນເມກແທ້ໆບໍ?](https://lo.kingdomsalvation.org/gospel/will-Lord-descend-upon-cloud-when-returning.html) - ຕອນນີ້ ຄວາມຫາຍະນະຍິ່ງໃຫຍ່ຂຶ້ນເລື້ອຍໆ, ຜູ້ເຊື່ອຫຼາຍຄົນກໍຫວັງຢ່າງຍິ່ງທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ເພື່ອພວກເຂົາຈະສາມາດຫຼົບໜີຈາກໄພພິບັດ ແລະ ເຂົ້າສູ່ອານາຈັກສະຫວັນ. ແຕ່ເມື່ອເວົ້າເຖິງການລໍຖ້າຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ, ທັດສະນະຄະຕິຂອງຜູ້ຄົນກໍແຕກຕ່າງກັນ. ບາງຄົນປະຕິບັດຕາມຄຳສັ່ງສອນຂອງພຣະຜູ້ເປັນເຈົ້າ. ພວກເຂົາເຝົ້າລະວັງ ແລະ ອະທິຖານ, ສະແຫວງຫາ ແລະ ສືບຄົ້ນຫາຢ່າງຫ້າວຫັນ ແລະ ເນັ້ນໃສ່ການຟັງສຽງຂອງເຈົ້າບ່າວ. ແຕ່ຄົນອື່ນໆ ຍັງຄົງຢູ່ໃນຄຣິສຕະຈັກຂອງພວກເຂົາ, ລໍຖ້າພຽງແຕ່ໃຫ້ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ. ພວກເຂົາເຮັດແບບນີ້ໂດຍອີງໃສ່ສິ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວໄວ້ວ່າ: “ໃນທັນທີຫຼັງຈາກຄວາມລຳບາກຍາກແຄ້ນ (ຄວາມຫາຍະນະ) ຂອງມື້ເຫຼົ່ານັ້ນ, ດວງຕະເວັນຈະມືດມົວ ແລະ ດວງເດືອນຈະບໍ່ໃຫ້ແສງສະຫວ່າງ ແລະ ດວງດາວຈະຕົກລົງຈາກສະຫວັນ ແລະ ອຳນາດຂອງສະຫວັນຈະສັ່ນຄອນ: ແລ້ວຫຼັງຈາກນັ້ນ ໝາຍສຳຄັນແຫ່ງບຸດມະນຸດຈະປາກົດໃນສະຫວັນ ແລະ ຫຼັງຈາກນັ້ນ ທຸກຊົນເຜົ່າເທິງແຜ່ນດິນໂລກຈະໄວ້ທຸກ ແລະ ພວກເຂົາຈະເຫັນບຸດມະນຸດສະເດັດມາເທິງເມກແຫ່ງສະຫວັນດ້ວຍລິດອຳນາດ ແລະ ສະຫງ່າລາສີທີ່ຍິ່ງໃຫຍ່” (ມັດທາຍ 24:29-30). ພວກເຂົາຄິດວ່າ, “ຄຳທຳນາຍນີ້ແມ່ນພຣະຜູ້ເປັນເຈົ້າເອງເປັນຜູ້ກ່າວ. ພວກເຮົາກຳລັງລໍຖ້າຕ້ອນຮັບພຣະຜູ້ເປັນເຈົ້າ ໂດຍການເຝົ້າເບິ່ງພຣະອົງລົງມາເທິງກ້ອນເມກ. ມີຫຍັງຜິດໃນເລື່ອງນັ້ນ?” ມັນບໍ່ມີຫຍັງຜິດໃນການຕ້ອນຮັບພຣະຜູ້ເປັນເຈົ້າ ໂດຍອີງໃສ່ຄຳທຳນາຍໃນພຣະຄຳພີ, ແຕ່ມັນຍາກທີ່ຈະເວົ້າວ່າ ການລໍຖ້າໃຫ້ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກນັ້ນ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ເພາະອົງພຣະເຢຊູເຈົ້າໄດ້ທຳນາຍເປັນຫຼັກວ່າ
- [ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”](https://lo.kingdomsalvation.org/gospel/jiuzhuzaoyijiazhebaiyunchonggui.html)
- [ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ](https://lo.kingdomsalvation.org/gospel/nizhidaoma.html)
- [ການອວຍພອນຂອງພຣະເຈົ້າ](https://lo.kingdomsalvation.org/gospel/blessings-of-God.html) - “ສຳລັບເຮົາແລ້ວ ເບິ່ງແມ ພັນທະສັນຍາຂອງເຮົາກໍຢູ່ກັບເຈົ້າ ແລະ ເຈົ້າຈະເປັນບິດາຂອງບັນດາປະຊາຊາດ. ແລ້ວຊື່ຂອງເຈົ້າກໍຈະບໍ່ແມ່ນອັບຣາມອີກຕໍ່ໄປ ແຕ່ຊື່ຂອງເຈົ້າຈະເປັນອັບຣາຮາມ; ຍ້ອນເຮົາໄດ້ເຮັດໃຫ້ເຈົ້າເປັນບິດາຂອງບັນດາປະຊາຊາດ. ເຮົາຈະເຮັດໃຫ້ເຈົ້າມີລູກຫຼານຫຼາຍຄົນ ແລະ ເຮົາຈະສ້າງປະຊາຊາດທີ່ອອກຈາກເຊື້ອສາຍຂອງເຈົ້າ ແລະ ຈະມີກະສັດອອກມາຈາກເຊື້ອສາຍຂອງເຈົ້າ” (ປະຖົມມະການ 17:4-6). “ເຊື້ອສາຍຂອງອັບຣາຮາມຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງຢ່າງແນ່ນອນ ແລະ ບັນດາປະຊາຊາດເທິງແຜ່ນດິນໂລກຈະໄດ້ຮັບການອວຍພອນຜ່ານລາວ. ຍ້ອນເຮົາຮູ້ຈັກລາວ, ລາວຈະສັ່ງລູກໆຂອງລາວ ແລະ ຄົວເຮືອນຂອງລາວຕາມແບບລາວ ແລະ ພວກເຂົາຈະຮັກສາວິທີທາງແຫ່ງພຣະເຢໂຮວາ, ເພື່ອເຮັດສິ່ງທີ່ຍຸຕິທຳ ແລະ ການພິພາກສາ; ເພື່ອພຣະເຢໂຮວາຈະນໍາສິ່ງທີ່ພຣະອົງໄດ້ກ່າວໄວ້ກັບອັບຣາຮາມນັ້ນມາໃຫ້ລາວ” (ປະຖົມມະການ 18:18-19). “ເຮົາໄດ້ສາບານດ້ວຍຕົວເຮົາເອງ ພຣະເຢໂຮວາກ່າວ, ຍ້ອນເຈົ້າໄດ້ເຮັດສິ່ງນີ້ ແລະ ບໍ່ໄດ້ກັກລູກຊາຍຂອງເຈົ້າໄວ້ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ: ເຮົາຈະອວຍພອນເຈົ້າດ້ວຍການອວຍພອນນີ້, ໃນການເພີ່ມຄູນທະວີ ເຮົາຈະເພີ່ມຄູນທະວີເຊື້ອສາຍຂອງເຈົ້າດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ; ເຊື້ອສາຍຂອງເຈົ້າຈະຄອບຄອງປະຕູຂອງສັດຕູຂອງເຂົາ ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ ຍ້ອນເຈົ້າໄດ້ເຊື່ອຟັງເຮົາ” (ປະຖົມມະການ 22:16-18). “ແລ້ວພຣະເຢໂຮວາໄດ້ອວຍພອນໂຢບໃນຕອນສຸດທ້າຍຂອງໂຢບຫຼາຍກວ່າຕອນເລີ່ມຕົ້ນຂອງລາວ ຍ້ອນລາວມີແກະສິບສີ່ພັນໂຕ ແລະ ອູດຫົກພັນໂຕ ແລະ ງົວຜູ້ໃສ່ແອກໜຶ່ງພັນໂຕ ແລະ
- [ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ](https://lo.kingdomsalvation.org/gospel/shenzhuzaizhequanrenleidemingyun.html)
- [ສິດອຳນາດຂອງພຣະຜູ້ສ້າງບໍ່ໄດ້ຖືກຈຳກັດໂດຍເວລາ, ອາວະກາດ ຫຼື ພູມສາດ ແລະ ສິດອຳນາດຂອງພຣະຜູ້ສ້າງແມ່ນເໜືອການຄໍານວນ](https://lo.kingdomsalvation.org/gospel/Creator-s-authority-is-inestimable.html) - ໃຫ້ພວກເຮົາມາເບິ່ງປະຖົມມະການ 22:17-18. ນີ້ແມ່ນອີກຂໍ້ຄວາມໜຶ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວໄວ້ ເຊິ່ງພຣະອົງກ່າວກັບອັບຣາຮາມວ່າ: “ເຮົາຈະອວຍພອນເຈົ້າດ້ວຍການອວຍພອນນີ້, ໃນການເພີ່ມຄູນທະວີ ເຮົາຈະເພີ່ມຄູນທະວີເຊື້ອສາຍຂອງເຈົ້າດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ; ເຊື້ອສາຍຂອງເຈົ້າຈະຄອບຄອງປະຕູຂອງສັດຕູຂອງເຂົາ ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ ຍ້ອນເຈົ້າໄດ້ເຊື່ອຟັງເຮົາ”. ພຣະຜູ້ເປັນເຈົ້າໄດ້ອວຍພອນອັບຣາຮາມຫຼາຍຄັ້ງວ່າ ເຊື້ອສາຍຂອງລາວຈະເພີ່ມທະວີ, ແຕ່ພວກເຂົາຈະເພີ່ມທະວີຮອດຈຸດໃດ? ຮອດຈຸດທີ່ກ່າວໄວ້ໃນຂໍ້ພຣະຄຳພີວ່າ: “ດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ”. ນີ້ເວົ້າໄດ້ວ່າ ພຣະເຈົ້າປາຖະໜາທີ່ຈະປະທານລູກຫຼານໃຫ້ກັບອັບຣາຮາມເຊິ່ງມີຫຼາຍສໍ່າດວງດາວທີ່ຢູ່ທ້ອງຟ້າ ແລະ ຫຼາຍສໍ່າເມັດຊາຍທີ່ຢູ່ແຄມທະເລ. ພຣະເຈົ້າກ່າວໂດຍໃຊ້ຄຳບັນຍາຍທີ່ເປັນພາບ ແລະ ຈາກຄຳບັນຍາຍທີ່ເປັນພາບນີ້ ມັນກໍບໍ່ແມ່ນເລື່ອງຍາກທີ່ຈະເຫັນວ່າ ພຣະເຈົ້າຈະບໍ່ພຽງແຕ່ປະທານເຊື້ອສາຍໜຶ່ງຄົນ, ສອງຄົນ ຫຼື ແມ່ນແຕ່ພັນໆຄົນໃຫ້ກັບອັບຣາຮາມ, ແຕ່ໃນຈຳນວນທີ່ບໍ່ສາມາດນັບໄດ້, ພຽງພໍຈົນພວກເຂົາຈະກາຍມາເປັນຝູງຊົນຂອງຊົນຊາດຕ່າງ ຍ້ອນພຣະເຈົ້າສັນຍາກັບອັບຣາຮາມວ່າ ລາວຈະເປັນພໍ່ຂອງຫຼາຍຊົນຊາດ. ບັດນີ້ ຈຳນວນນັ້ນແມ່ນຖືກຕັດສິນໂດຍມະນຸດ ຫຼື ມັນຖືກຕັດສິນໂດຍພຣະເຈົ້າບໍ? ມະນຸດສາມາດຄວບຄຸມຈຳນວນຂອງເຊື້ອສາຍທີ່ເຂົາມີບໍ? ມັນຂຶ້ນກັບເຂົາບໍ? ມັນບໍ່ໄດ້ຂຶ້ນກັບມະນຸດເລີຍວ່າ ເຂົາຈະມີຫຼາຍ ຫຼື ບໍ່, ແຮງໄກທີ່ຈະມີຫຼາຍສໍ່າກັບ “ດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ”. ໃຜທີ່ບໍ່ປາຖະໜາຢາກໃຫ້ເຊື້ອສາຍຂອງພວກເຂົາມີຫຼາຍສໍ່າກັບດວງດາວ? ໂຊກບໍ່ດີ, ສິ່ງຕ່າງໆບໍ່ໄດ້ເປັນໄປຕາມທີ່ເຈົ້າຕ້ອງການສະເໝີ. ບໍ່ວ່າມະນຸດຈະມີທັກສະ ຫຼື ມີຄວາມສາມາດຫຼາຍສໍ່າໃດກໍຕາມ, ມັນກໍບໍ່ໄດ້ຂຶ້ນກັບເຂົາ; ບໍ່ມີໃຜທີ່ສາມາດຢືນຢູ່ນອກສິ່ງທີ່ພຣະເຈົ້າກໍານົດໄວ້.
- [ເມືອງໂຊໂດມຖືກທຳລາຍລ້າງທັງສິ້ນຍ້ອນໄດ້ທ້າທາຍຄວາມໂກດຮ້າຍຂອງພຣະເຈົ້າ](https://lo.kingdomsalvation.org/gospel/sodom-is-laid-to-waste.html) - ເມື່ອປະຊາຊົນໃນເມືອງໂຊໂດມໄດ້ເຫັນຜູ້ຮັບໃຊ້ສອງຄົນນີ້, ພວກເຂົາກໍບໍ່ໄດ້ຖາມເຫດຜົນສຳລັບການມາ ຫຼື ບໍ່ມີຜູ້ໃດຖາມວ່າພວກເຂົາໄດ້ມາເພື່ອເຜີຍແຜ່ຄວາມປະສົງຂອງພຣະເຈົ້າ ຫຼື ບໍ່. ໃນທາງກົງກັນຂ້າມ ພວກເຂົາກໍ່ການຈະລາຈົນ ແລະ ຫຸ້ມໃສ່ດັ່ງກັບໝາຮ້າຍ ຫຼື ໝາປ່າທີ່ຊົ່ວຊ້າເພື່ອຈັບກຸມເອົາຜູ້ຮັບໃຊ້ສອງຄົນນີ້ ໂດຍບໍ່ລໍຖ້າຄຳອະທິບາຍຫຍັງເລີຍ. ພຣະເຈົ້າເຝົ້າເບິ່ງສິ່ງເຫຼົ່ານີ້ໃນຂະນະທີ່ມັນເກີດຂຶ້ນຢູ່ບໍ? ພຣະເຈົ້າຄິດຫຍັງໃນຫົວໃຈຂອງພຣະອົງ ກ່ຽວກັບພຶດຕິກຳແບບນີ້ຂອງມະນຸດ ແລະ ກ່ຽວກັບເຫດການແບບນີ້? ພຣະເຈົ້າຕັດສິນໃຈທຳລາຍເມືອງນີ້; ພຣະອົງຈະບໍ່ຊັກຊ້າ ຫຼື ລໍຖ້າ ຫຼື ພຣະອົງຈະບໍ່ສະແດງຄວາມອົດທົນອີກຕໍ່ໄປ. ມື້ຂອງພຣະອົງໄດ້ມາເຖິງແລ້ວ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເລີ່ມພາລະກິດທີ່ພຣະອົງປາຖະໜາຈະເຮັດ. ສະນັ້ນ ປະຖົມມະການ 19:24-25 ຈຶ່ງກ່າວໄວ້ວ່າ “ແລ້ວພຣະເຢໂຮວາກໍທໍາລາຍເມືອງໂຊໂດມ ແລະ ເມືອງໂກໂມລາດ້ວຍມາດ ແລະ ໄຟຈາກພຣະເຢໂຮວາຄືດັ່ງຫ່າຝົນຈາກສະຫວັນ. ພຣະອົງທຳລາຍເມືອງເຫຼົ່ານັ້ນ ແລະ ບັນດາທົ່ງນາ ແລະ ບັນດາຜູ້ທີ່ອາໄສຢູ່ໃນເມືອງເຫຼົ່ານັ້ນທັງໝົດ ແລະ ທຸກສິ່ງທີ່ເຕີບໃຫຍ່ເທິງແຜ່ນດິນນັ້ນ”. ພຣະທຳສອງຂໍ້ນີ້ບົ່ງບອກເຖິງວິທີການທີ່ພຣະເຈົ້າທຳລາຍເມືອງນີ້ ພ້ອມກັບສິ່ງຕ່າງໆ ທີ່ພຣະເຈົ້າໄດ້ທຳລາຍ. ກ່ອນອື່ນ ພຣະຄຳພີບັນລະຍາຍວ່າ ພຣະເຈົ້າໄດ້ເຜົາໄໝ້ເມືອງດັ່ງກ່າວດ້ວຍໄຟ ແລະ ຂະໜາດຂອງໄຟນີ້ແມ່ນພຽງພໍທີ່ຈະທຳລາຍປະຊາຊົນທຸກຄົນ ແລະ ທຸກສິ່ງທີ່ເກີດຂຶ້ນໃນພື້ນດິນນັ້ນ. ນັ້ນໝາຍຄວາມວ່າ
- [ພຣະເຈົ້າຊົງສ້າງ, ປົກຄອງ ແລະ ຈັດການທຸກສິ່ງເພື່ອຄວາມຢູ່ລອດຂອງມະນຸດຊາດ](https://lo.kingdomsalvation.org/gospel/creates-rules-for-mankinds-survival.html) - ເຖິງວ່າຈະມີເນື້ອຫາ ແລະ ວິທີການໃຊ້ຖ້ອຍຄໍາ ແລະ ການບອກເລົ່າທີ່ຜິດປົກກະຕິໜ້ອຍໜຶ່ງ ຕາມທີ່ພວກມັນເປັນ ດ້ວຍວິທີທີ່ຂ້ອນຂ້າງຈະພິເສດ ແຕ່ນິທານສອງເລື່ອງທີ່ເຮົາຫາກໍເລົ່າແມ່ນເປັນການພະຍາຍາມຂອງເຮົາໃນການໃຊ້ພາສາທີ່ກົງໄປກົງມາ ແລະ ວິທີການທໍາມະດາ ເພື່ອຊ່ວຍໃຫ້ພວກເຈົ້າໄດ້ຮັບ ແລະ ຍອມຮັບບາງສິ່ງທີ່ເລິກເຊິ່ງຂຶ້ນກວ່າເກົ່າ. ນີ້ແມ່ນເປົ້າໝາຍດຽວຂອງເຮົາເທົ່ານັ້ນ! ໃນນິທານສັ້ນໆເຫຼົ່ານີ້ ແລະ ພາບທີ່ພວກມັນວາດອອກມາ, ເຮົາຕ້ອງການໃຫ້ພວກເຈົ້າເຫັນ ແລະ ເຊື່ອວ່າພຣະເຈົ້າແມ່ນມີອໍານາດສູງສຸດເໜືອສິ່ງຊົງສ້າງທັງໝົດ. ເປົ້າໝາຍໃນການບອກເລົ່ານິທານເຫຼົ່ານີ້ແມ່ນເພື່ອໃຫ້ພວກເຈົ້າເຫັນ ແລະ ຮູ້ຈັກກັບການກະທໍາທີ່ບໍ່ມີສິ້ນສຸດຂອງພຣະເຈົ້າ ພາຍໃນຂໍ້ຈໍາກັດຂອງນິທານ. ສໍາລັບເວລາໃດທີ່ພວກເຈົ້າຈະຮູ້ ແລະ ໄດ້ຮັບຜົນນີ້ຢ່າງຄົບຖ້ວນໃນຕົວພວກເຈົ້າເອງນັ້ນ ແມ່ນຂຶ້ນຢູ່ກັບປະສົບການຂອງພວກເຈົ້າເອງ ແລະ ການສະແຫວງຫາຂອງພວກເຈົ້າເອງ. ຖ້າເຈົ້າແມ່ນຄົນທີ່ສະແຫວງຫາຄວາມຈິງ ແລະ ສະແຫວງຫາທີ່ຈະຮູ້ຈັກພຣະເຈົ້າ, ສິ່ງເຫຼົ່ານີ້ກໍຈະເປັນຄະຕິເຕືອນໃຈຢ່າງໃຫຍ່ຫຼວງສໍາລັບເຈົ້າ: ພວກມັນຈະມອບການຮັບຮູ້ທີ່ເລິກເຊິ່ງໃຫ້ແກ່ເຈົ້າ, ໃຫ້ຄວາມແຈ່ມແຈ້ງໃນຄວາມເຂົ້າໃຈຂອງພວກເຈົ້າ ເຊິ່ງຈະນໍາໄປສູ່ການເຂົ້າໃກ້ການກະທໍາຕົວຈິງຂອງພຣະເຈົ້າເທື່ອລະໜ້ອຍ, ດ້ວຍຄວາມໃກ້ຊິດດັ່ງກ່າວ ກໍຈະບໍ່ມີຄວາມເຫີນຫ່າງ ແລະ ຂໍ້ຜິດພາດອີກ. ຢ່າງໃດກໍຕາມ, ເຖິງວ່າ ຖ້າເຈົ້າບໍ່ແມ່ນຄົນທີ່ສະແຫວງຫາທີ່ຈະຮູ້ຈັກພຣະເຈົ້າ, ນິທານເຫຼົ່ານີ້ກໍຈະບໍ່ມີພິດໄພຕໍ່ເຈົ້າ. ພຽງແຕ່ໃຫ້ຄິດວ່າພວກມັນຄືເລື່ອງຈິງ. ພວກເຈົ້າໄດ້ຮັບຄວາມເຂົ້າໃຈໃດໜຶ່ງຈາກນິທານສອງເລື່ອງນີ້ບໍ? ກ່ອນອື່ນໝົດ, ນິທານສອງເລື່ອງນີ້ແຕກຕ່າງຈາກການສົນທະນາກ່ອນໜ້ານັ້ນບໍ ກ່ຽວກັບຄວາມກັງວົນຂອງພຣະເຈົ້າທີ່ມີຕໍ່ມວນມະນຸດ? ມີຄວາມກ່ຽວພັນໃນຕົວບໍ? ແມ່ນແທ້ບໍ ທີ່ວ່າພາຍໃນນິທານສອງເລື່ອງນີ້ ພວກເຮົາໄດ້ເຫັນການກະທໍາຂອງພຣະເຈົ້າ ແລະ
- [ແມ່ນຫຍັງຄືການບັງເກີດເປັນມະນຸດ?](https://lo.kingdomsalvation.org/gospel/what-is-the-incarnation.html) - ພວກເຮົາທຸກຄົນຮູ້ວ່າ ສອງພັນປີກ່ອນ ພຣະເຈົ້າໄດ້ມາບັງເກີດເປັນມະນຸດໃນໂລກມະນຸດເປັນອົງພຣະເຢຊູເຈົ້າ ເພື່ອໄຖ່ມະນຸດຊາດ ແລະ ເທດສະໜາ “ຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” (ມັດທາຍ 4:17). ພຣະອົງຍັງກ່າວຄວາມຈິງຫຼາຍຢ່າງ ແລະ ສຳເລັດພາລະກິດແຫ່ງການໄຖ່ບາບ, ພຣະອົງຖືກຄຶງເທິງໄມ້ກາງແຂນ ເປັນເຄື່ອງບູຊາແທນຄວາມຜິດບາບຂອງມະນຸດຊາດ, ແລ້ວກໍ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ. ນີ້ແມ່ນພາລະກິດທີ່ດຳເນີນການເພື່ອໄຖ່ມະນຸດຊາດເປັນຄັ້ງທຳອິດທີ່ພຣະເຈົ້າມາບັງເກີດເປັນມະນຸດ. ເຖິງແມ່ນນິກາຍຢູດາໄດ້ພະຍາຍາມຕັ້ງໃຈປະນາມອົງພຣະເຢຊູເຈົ້າ ແລະ ຮ່ວມມືກັບລັດຖະບານໂຣມັນເພື່ອຄຶງພຣະອົງເທິງໄມ້ກາງແຂນ, ສອງພັນປີຕໍ່ມາ ຂ່າວປະເສີດຂອງອົງພຣະເຢຊູເຈົ້າໄດ້ແຜ່ກະຈາຍໄປທຸກມຸມໂລກ. ສິ່ງນີ້ໄດ້ພິສູດວ່າ ອົງພຣະເຢຊູເຈົ້າຄືພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ພຣະຜູ້ສ້າງທີ່ປາກົດຕົວເພື່ອປະຕິບັດພາລະກິດໃນເນື້ອໜັງ. ແຕ່ຫຼາຍຄົນບໍ່ຮູ້ວ່າອົງພຣະເຢຊູເຈົ້າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ກົງກັນຂ້າມ, ພວກເຂົາປະຕິບັດຕໍ່ອົງພຣະເຢຊູເຈົ້າດັ່ງຄົນປົກກະຕິ. ແມ່ນແຕ່ສິດຍາພິບານຫຼາຍຄົນທີ່ຢູ່ໃນສາສະໜາກໍ່ບໍ່ຮູ້ວ່າອົງພຣະເຢຊູເຈົ້າເປັນພຣະເຈົ້າ ແລະ ພຽງແຕ່ຄິດວ່າພຣະອົງເປັນບຸດອັນເປັນທີ່ຮັກຂອງພຣະເຈົ້າ. ມື້ນີ້, ເຖິງແມ່ນມີຜູ້ເຊື່ອຫຼາຍຄົນຈົນນັບບໍ່ຖ້ວນທີ່ເຊື່ອໃນພຣະຜູ້ເປັນເຈົ້າ, ມີໜ້ອຍຄົນທີ່ຮູ້ແທ້ໆວ່າອົງພຣະເຢຊູເຈົ້າເປັນພຣະເຈົ້າ ແລະ ບໍ່ມີຜູ້ໃດຮູ້ເຖິງຄວາມໝາຍ ແລະ ຄຸນຄ່າຂອງຄວາມຈິງທຸກຢ່າງທີ່ອົງພຣະເຢຊູເຈົ້າໄດ້ກ່າວອອກ. ສະນັ້ນ ໃນເລື່ອງການຕ້ອນຮັບພຣະຜູ້ເປັນເຈົ້າ, ຫຼາຍຄົນໄດ້ຕົກລົງສູ່ໄພພິບັດ ເພາະພວກເຂົາບໍ່ສາມາດໄດ້ຍິນສຽງຂອງພຣະເຈົ້າ. ສຳລັບຄົນທີ່ບໍ່ສາມາດໄດ້ຍິນສຽງຂອງພຣະເຈົ້າ, ເຖິງແມ່ນພວກເຂົາປາກົດວ່າໄດ້ເຊື່ອຢ່າງເຫຼື້ອມໃສໃນພາຍນອກ ຖ້າພວກເຂົາເຫັນພາບລັກຂອງບຸດມະນຸດໃນອົງພຣະເຢຊູເຈົ້າ ພວກເຂົາຈະສາມາດສືບຕໍ່ເຊື່ອໃນພຣະຜູ້ເປັນເຈົ້າ ແລະ ຕິດຕາມພຣະອົງແທ້ໆບໍ? ພວກເຂົາຈະສາມາດປະນາມອົງພຣະເຢຊູເຈົ້າວ່າເປັນຄົນທຳມະດາ ແລະ ປະຕິເສດວ່າພຣະອົງເປັນພຣະເຈົ້າບໍ?
- [ເມື່ອພຣະຜູ້ໄຖ່ກັບຄືນມາ, ພຣະອົງຍັງຈະຖືກເອີ້ນວ່າພຣະເຢຊູບໍ?](https://lo.kingdomsalvation.org/gospel/can-the-Savior-still-be-called-Jesus-when-He-returns.html) - ໃນຍຸກສຸດທ້າຍ, ພຣະຜູ້ໄຖ່ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ ໄດ້ມາເທິງແຜ່ນດິນໂລກ, ກ່າວຄວາມຈິງ, ປາກົດຕົວ ແລະ ເຮັດພາລະກິດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ນັບຕັ້ງແຕ່ທີ່ ໜັງສືພຣະທໍາປາກົດໃນຮ່າງກາຍ ຖືກເຜີຍແຜ່ໃນອອນລາຍທົ່ວໂລກ, ຜູ້ຄົນຈາກທົ່ວແຜ່ນດິນໂລກໄດ້ເຫັນວ່າ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນເປັນຄວາມຈິງ ແລະ ໄດ້ຍິນສຽງຂອງພຣະເຈົ້າ. ພວກເຂົາອາດບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແຕ່ພວກເຂົາແນ່ໃຈວ່າພຣະທຳຂອງພຣະອົງຄືພຣະທຳຂອງພຣະວິນຍານບໍລິສຸດຢ່າງສິ້ນເຊີງ, ນີ້ຄືການທີ່ພຣະເຈົ້າກຳລັງເວົ້າກັບມະນຸດຊາດ ແລະ ການທີ່ພຣະເຈົ້າປາກົດໃນເນື້ອໜັງ. ໃນທີ່ສຸດ, ພວກເຂົາໄດ້ເປັນພະຍານໃຫ້ແກ່ການປາກົດຕົວ ແລະ ພາລະກິດຂອງບຸດມະນຸດ ແລະ ຄົ້ນພົບຮອຍຕີນຂອງພຣະເຈົ້າ. ດ້ວຍຄວາມຕື່ນເຕັ້ນ, ພວກເຂົາທຸກຄົນເດີນທາງໄປມາເພື່ອແບ່ງປັນຂ່າວປະເສີດ, ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງປິຕິຍິນດີ, ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພວກເຂົາກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະເຈົ້າທຸກມື້, ໄດ້ຮັບແສງສະຫວ່າງຫຼາຍຂຶ້ນເມື່ອພວກເຂົາອ່ານ, ມີຄວາມສຸກກັບການລ້ຽງດູ ແລະ ການເບິ່ງແຍງຈາກພຣະທຳຂອງພຣະເຈົ້າ. ພວກເຂົາຮຽນຮູ້ຄວາມຈິງຫຼາຍຢ່າງ ແລະ ຄວາມເຊື່ອຂອງພວກເຂົາກໍ່ເຕີບໃຫຍ່. ພວກເຂົາຟ້າວເຜີຍແຜ່ນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເປັນພະຍານວ່າພຣະຜູ້ໄຖ່ໄດ້ມາເທິງແຜ່ນດິນໂລກເພື່ອຊ່ວຍມະນຸດໃຫ້ລອດພົ້ນ. ພວກເຂົາເຕັມລົ້ນດ້ວຍຄວາມເຊື່ອ ແລະ ກຳລັງ ແລະ ຄົ້ນພົບຄວາມສະບາຍຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາມີເປົ້າໝາຍທີ່ຖືກຕ້ອງໃນການສະແຫວງຫາຂອງພວກເຂົາ ແລະ ທິດທາງໃນຊີວິດ ແລະ ມອບທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າ, ເປັນພະຍານໃຫ້ກັບພຣະເຈົ້າ. ອີກຫຼາຍຄົນທົ່ວໂລກກຳລັງສືບຄົ້ນຫາຫົນທາງທີ່ແທ້ຈິງ.
- [ເປັນຫຍັງພວກເຮົາຈຶ່ງພຽງແຕ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າໂດຍການຟັງສຽງຂອງພຣະເຈົ້າເທົ່ານັ້ນ?](https://lo.kingdomsalvation.org/gospel/welcome-the-Lord-by-hearing-God-s-voice.html) - ຕອນນີ້, ຜູ້ທີ່ມີຄວາມເຊື່ອທຸກຄົນປາຖະໜາ ໃຫ້ພຣະເຢຊູເຈົ້າລົງມາເທິງກ້ອນເມກ, ເພາະໄພພິບັດກຳລັງຮ້າຍແຮງຂຶ້ນ ແລະ ໂຣກລະບາດທຸກປະເພດກໍກໍາລັງຮຸນແຮງຂຶ້ນ ແລະ ໄພອຶດຢາກ ແລະ ສົງຄາມກຳລັງເກີດຂຶ້ນ. ຜູ້ທີ່ມີຄວາມເຊື່ອຮູ້ສຶກວ່າພຣະຜູ້ເປັນເຈົ້າສາມາດກັບຄືນມາໄດ້ທຸກເວລາ ແລະ ພວກເຂົາບໍ່ຮູ້ວ່າ ພຣະອົງຈະລົງມາເທິງກ້ອນເມກຢ່າງກະທັນຫັນໃນຊ່ວງເວລາໃດ, ສະນັ້ນ ພວກເຂົາຈຶ່ງເຝົ້າເບິ່ງ ແລະ ອະທິຖານທັງຕອນກາງເວັນ ແລະ ຕອນກາງຄືນ, ລໍຖ້າການມາເຖິງຂອງພຣະອົງ. ເຖິງຢ່າງໃດກໍຕາມ, ໄພພິບັດຕ່າງໆໄດ້ເລີ່ມປາກົດຂຶ້ນຮຽບຮ້ອຍແລ້ວ, ແຕ່ຈົນເຖິງທຸກມື້ນີ້ ພວກເຂົາກໍບໍ່ໄດ້ເຫັນພຣະຜູ້ເປັນເຈົ້າປາກົດຕົວເທິງກ້ອນເມກ. ຫຼາຍຄົນຮູ້ສຶກມຶນງົງ, ສົງໄສວ່າ: “ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງບໍ່ທັນມາເທື່ອ? ພຣະອົງເວົ້າໂດຍບໍ່ມີຄວາມຊື່ສັດບໍ?” ບໍ່ແມ່ນຢ່າງແນ່ນອນ. ພຣະຜູ້ເປັນເຈົ້າຊື່ສັດ ແລະ ພຣະທຳຂອງພຣະຜູ້ເປັນເຈົ້າກໍຈະບໍ່ປາກົດຂຶ້ນໂດຍໄຮ້ປະໂຫຍດຈັກເທື່ອ. ເມື່ອບໍ່ມີຜູ້ໃດກຳລັງຄາດຫວັງ, ພຣະຜູ້ເປັນເຈົ້າກໍໄດ້ບັງເກີດເປັນມະນຸດດັ່ງບຸດມະນຸດ ແລະ ລົງມາຢ່າງລັບໆເປັນທີ່ຮຽບຮ້ອຍແລ້ວ ແລະ ຫຼາຍຄົນໄດ້ຕ້ອນຮັບພຣະອົງຕັ້ງແຕ່ດົນມາແລ້ວ. ຫຼັງຈາກທີ່ໄດ້ສະແຫວງຫາຮອຍຕີນໃນພາລະກິດຂອງພຣະວິນຍານບໍລິສຸດກ່ອນໜ້າຫຼາຍປີ, ພວກເຂົາກໍຄົ້ນພົບວ່າບຸດມະນຸດກຳລັງເວົ້າ ແລະ ສະແດງຄວາມຈິງຫຼາຍຢ່າງ. ຍິ່ງພວກເຂົາອ່ານພຣະທຳເຫຼົ່ານີ້ຫຼາຍເທົ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າມັນຄືສຽງຂອງພຣະວິນຍານບໍລິສຸດ, ສຽງຂອງພຣະເຈົ້າ ແລະ ໃນທີ່ສຸດ ພວກເຂົາກໍຄົ້ນພົບວ່າບຸດມະນຸດຜູ້ນີ້ຜູ້ທີ່ກຳລັງສະແດງຄວາມຈິງຕ່າງໆຄືພຣະເຢຊູເຈົ້າທີ່ໄດ້ກັບຄືນມາ, ພຣະອົງຄືພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ! ພວກເຂົາທຸກຄົນໄດ້ຊື່ນຊົມຢ່າງເຫຼືອລົ້ນ: “ພຣະເຢຊູເຈົ້າໄດ້ກັບຄືນມາ, ໃນທີ່ສຸດ ພວກເຮົາກໍໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ!” ຜູ້ທີ່ຖືກເລືອກຂອງພຣະເຈົ້າໄດ້ຟ້າວເຜີຍແຜ່ຂ່າວ,
- [ມັນເປັນຈິງບໍທີ່ພາລະກິດ ແລະ ພຣະທຳທັງໝົດຂອງພຣະເຈົ້າຢູ່ໃນພຣະຄຳພີ?](https://lo.kingdomsalvation.org/gospel/is-it-right-to-say-God-s-words-are-all-in-the-bible.html) - ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເປັນພຣະຜູ້ໄຖ່ໄດ້ປາກົດຕົວ ແລະ ກຳລັງເຮັດພາລະກິດໃນຍຸກສຸດທ້າຍ ແລະ ພຣະອົງໄດ້ກ່າວພຣະທຳຫຼາຍລ້ານຄຳ. ພຣະອົງກຳລັງເຮັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ພຣະທໍາປາກົດໃນຮ່າງກາຍ ເຊິ່ງເປັນການຮວບຮວມພຣະທຳຂອງພຣະເຈົ້າ, ແມ່ນມີໃຫ້ໃນອອນລາຍ. ມັນບໍ່ພຽງແຕ່ສັນສະເທືອນໂລກສາສະໜາ, ແຕ່ໄດ້ສັນສະເທືອນໂລກທັງໃບເອງ. ບາງຄົນເຫຼົ່ານີ້ທີ່ຮັກຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າ, ຈາກທຸກປະເທດ ແລະ ທຸກນິກາຍ, ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ເຫັນວ່າພວກມັນຄືຄວາມຈິງ ແລະ ຖ້ອຍຄຳຂອງພຣະວິນຍານບໍລິສຸດ. ພວກເຂົາໄດ້ຍິນສຽງຂອງພຣະເຈົ້າ, ຮັບຮູ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນອົງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ດັ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວວ່າ “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ” (ໂຢຮັນ 10:27). ແຕ່ໃນຂະນະທີ່ຫຼາຍຄົນໃນໂລກສາສະໜາຮັບຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ, ພວກມັນມີລິດອຳນາດ ແລະ ມີສິດອຳນາດ, ເນື່ອງຈາກວ່າພຣະທຳຂອງພຣະອົງບໍ່ໄດ້ຖືກບັນທຶກໄວ້ໃນພຣະຄຳພີ, ພວກເຂົາຈຶ່ງປະຕິເສດທີ່ຈະຍອມຮັບພວກມັນ. ພວກເຂົາເຊື່ອວ່າ ພາລະກິດ ແລະ ພຣະທຳຂອງພຣະເຈົ້າລ້ວນແລ້ວແຕ່ຖືກບັນທຶກໄວ້ໃນພຣະຄຳພີ ແລະ ບໍ່ມີຂໍ້ໃດສາມາດຖືກຄົ້ນພົບນອກພຣະຄຳພີ. ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ, ແຕ່ເນື່ອງຈາກວ່າພວກມັນບໍ່ໄດ້ຢູ່ໃນພຣະຄຳພີ, ພວກມັນຈະສາມາດເປັນພາລະກິດ ແລະ ພຣະທຳຂອງພຣະເຈົ້າໄດ້ແນວໃດ? ແລ້ວເມື່ອເຫັນວ່າສະມາຊິກໃນຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດອ່ານພຣະທໍາປາກົດໃນຮ່າງກາຍ
- [ຄວາມລອດພົ້ນຜ່ານຄວາມເຊື່ອອະນຸຍາດໃຫ້ເຂົ້າສູ່ອານາຈັກຂອງພຣະເຈົ້າບໍ?](https://lo.kingdomsalvation.org/gospel/can-we-enter-God-s-kingdom-by-faith-alone.html) - ໂຣກລະບາດແຜ່ກະຈາຍຢ່າງບໍ່ຢຸດຢ່ອນ ແລະ ແຜ່ນດິນໄຫວ, ນໍ້າຖ້ວມ, ແມງໄມ້ລະບາດ, ໄພອຶດຢາກກໍເລີ່ມປາກົດຂຶ້ນ. ຫຼາຍຄົນຢູ່ໃນສະພາວະວິຕົກກັງວົນຢູ່ສະເໝີ ແລະ ຜູ້ທີ່ມີຄວາມເຊື່ອກໍລໍຖ້າການມາເຖິງຂອງພຣະຜູ້ເປັນເຈົ້າເທິງກ້ອນເມກຢ່າງໃຈຈົດໃຈຈໍ່ ເພື່ອທີ່ຈະຖືກຮັບຂຶ້ນສູ່ທ້ອງຟ້າ, ເພື່ອຫຼົບໜີຈາກຄວາມທຸກຜ່ານໄພພິບັດ ແລະ ຫຼີກໜີຈາກຄວາມຕາຍ. ພວກເຂົາບໍ່ຮູ້ວ່າເປັນຫຍັງ ພວກເຂົາຈຶ່ງຍັງບໍ່ຖືກຍົກຂຶ້ນເພື່ອພົບກັບພຣະຜູ້ເປັນເຈົ້າ ແລະ ຈ້ອງເບິ່ງທ້ອງຟ້າໝົດມື້ໂດຍບໍ່ເຫັນຫຍັງເລີຍ. ຫຼາຍຄົນເປັນທຸກໃຈຫຼາຍທີ່ສຸດ, ໂດຍສະເພາະເມື່ອເຫັນຊີວິດຂອງສະມາຊິກນັກບວດໃນຄຣິດຕະຈັກຖືກເອົາໄປໂດຍໂຣກລະບາດ. ພວກເຂົາຮູ້ສຶກບໍ່ສະບາຍໃຈ, ຮູ້ສຶກວ່າພວກເຂົາຖືກປະຖິ້ມໂດຍພຣະຜູ້ເປັນເຈົ້າ ແລະ ຕົກລົງສູ່ໄພພິບັດ ແລະ ການຢູ່ລອດຂອງພວກເຂົາກໍບໍ່ແນ່ນອນ. ພວກເຂົາຮູ້ສຶກສັບສົນ ແລະ ຫຼົງທາງ. ພຣະນິມິດໄດ້ທຳນາຍວ່າ ອົງພຣະເຢຊູເຈົ້າຈະມາກ່ອນໄພພິບັດ ແລະ ຮັບພວກເຮົາຂຶ້ນສູ່ທ້ອງຟ້າ ເພື່ອເຮັດໃຫ້ພວກເຮົາບໍ່ຕົກລົງສູ່ໄພພິບັດ. ນັ້ນຄືຄວາມຫວັງຂອງພວກເຮົາ. ຄວາມເຊື່ອຂອງພວກເຮົາຄືການຫຼົບໜີຈາກໄພພິບັດ ແລະ ຮັບເອົາຊີວິດນິລັນ. ແຕ່ໄພພິບັດໄດ້ເລີ່ມຖອກເທລົງມາແລ້ວ, ສະນັ້ນ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງບໍ່ມາເທິງກ້ອນເມກເພື່ອຮັບເອົາຜູ້ທີ່ມີຄວາມເຊື່ອ? ຜ່ານຄວາມເຊື່ອຂອງພວກເຮົາ, ຄວາມຜິດບາບຂອງພວກເຮົາໄດ້ຮັບການອະໄພ ແລະ ພວກເຮົາຖືກເຮັດໃຫ້ຊອບທຳ ແລະ ໄດ້ຮັບພຣະຄຸນດ້ວຍຄວາມລອດພົ້ນ. ເປັນຫຍັງພວກເຮົາຈຶ່ງບໍ່ຖືກຮັບຂຶ້ນສູ່ອານາຈັກສະຫວັນ? ພວກເຮົາລໍຖ້າພຣະຜູ້ເປັນເຈົ້າເປັນເວລາຫຼາຍປີຢ່າງເຈັບປວດ ແລະ ທົນທຸກຫຼາຍ. ເປັນຫຍັງພຣະອົງຈຶ່ງຍັງບໍ່ມາຮັບເອົາພວກເຮົາ, ຮັບພວກເຮົາຂຶ້ນເພື່ອພົບກັບພຣະອົງ ແລະ ຫຼົບໜີຈາກຄວາມທຸກຍາກຂອງໄພພິບັດ? ພຣະອົງໄດ້ໂຍນພວກເຮົາຖິ້ມແທ້ໆບໍ?
- [ຄວາມຜິດບາບຂອງພວກເຮົາໄດ້ຮັບອະໄພ, ພຣະຜູ້ເປັນເຈົ້າຈະພາພວກເຮົາເຂົ້າສູ່ອານາຈັກຂອງພຣະອົງ ເມື່ອພຣະອົງກັບຄືນມາບໍ?](https://lo.kingdomsalvation.org/gospel/can-we-enter-God-s-kingdom-by-being-forgiven.html) - ໄພພິບັດພຽງແຕ່ຂະຫຍາຍໃຫຍ່ຂຶ້ນຢ່າງຕໍ່ເນື່ອງ ແລະ ຜູ້ທີ່ມີຄວາມເຊື່ອທຸກຄົນກຳລັງລໍຖ້າຢ່າງກະຕືລືລົ້ນເຖິງການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ, ປາຖະໜາທີ່ຈະຖືກຍົກຂຶ້ນສູ່ທ້ອງຟ້າເມື່ອພວກເຂົາຫຼັບນອນ ເພື່ອພົບກັບພຣະຜູ້ເປັນເຈົ້າ ແລະ ຫຼົບໜີຈາກຄວາມທຸກຍາກຂອງໄພພິບັດທີ່ຮຸນແຮງຂຶ້ນໃນມື້ນີ້. ເປັນຫຍັງພວກເຂົາຈຶ່ງລໍຖ້າຢ່າງໝັ້ນໃຈໃຫ້ພຣະເຢຊູເຈົ້າລົງມາ ແລະ ຍົກພວກເຂົາຂຶ້ນເມືອເພື່ອພົບກັບພຣະອົງ? ພວກເຂົາເຊື່ອວ່າ ຍ້ອນຄວາມຜິດບາບຂອງພວກເຂົາໄດ້ຮັບການອະໄພຜ່ານຄວາມເຊື່ອຂອງພວກເຂົາໃນພຣະເຢຊູເຈົ້າ, ພຣະຜູ້ເປັນເຈົ້າບໍ່ເຫັນວ່າພວກເຂົາມີຄວາມບາບອີກຕໍ່ໄປ, ພວກເຂົາມີທຸກສິ່ງທີ່ພວກເຂົາຕ້ອງການ ແລະ ຈະຖືກຮັບຂຶ້ນສູ່ອານາຈັກ ເມື່ອພຣະຜູ້ເປັນເຈົ້າມາເຖິງ. ແຕ່ສິ່ງທີ່ເປັນຕາສັບສົນສຳລັບຫຼາຍຄົນ ກໍຄືໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງແລ້ວ, ສະນັ້ນ ເປັນຫຍັງພຣະຜູ້ເປັນເຈົ້າຍັງບໍ່ທັນມາເຖິງເທື່ອ? ຫຼາຍຄົນເລີ່ມສົງໄສວ່າພຣະຜູ້ເປັນເຈົ້າຈະມາແທ້ໆ ຫຼື ບໍ່. ຖ້າບໍ່ມາ, ນັ້ນຈະບໍ່ໝາຍຄວາມວ່າພວກເຂົາສາມາດຕົກລົງສູ່ໄພພິບັດ ແລະ ຕາຍໄດ້ທຸກເວລາບໍ? ຕອນນີ້ ສິດຍາພິບານຫຼາຍຄົນ ໄດ້ເວົ້າວ່າພຣະຜູ້ເປັນເຈົ້າຈະມາເຖິງໃນລະຫວ່າງ ຫຼື ໃນຕອນທ້າຍຂອງໄພພິບັດ ໂດຍບໍ່ຮູ້ວ່າຈະອະທິບາຍມັນໄດ້ແນວໃດ. ແຕ່ນັ້ນເປັນສິ່ງທີ່ຖືກຕ້ອງບໍ? ໂລກສາສະໜາບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ, ແຕ່ນັ້ນໝາຍຄວາມວ່າພຣະອົງບໍ່ໄດ້ມາບໍ? ພວກເຮົາທຸກຄົນຮູ້ວ່າພຣະຜູ້ເປັນເຈົ້າສັນຍາວ່າຄຣິສຕະຈັກໃນເມືອງຟິລາເດວເຟຍຈະຖືກຮັບຂຶ້ນເມືອກ່ອນໄພພິບັດ ແລະ ພຣະອົງຈະເຮັດໃຫ້ພວກເຂົາສົມບູນຈາກການທົນທຸກໃນໄພພິບັດ. ພຣະຜູ້ເປັນເຈົ້າເຮັດຜິດສັນຍາຂອງພຣະອົງແທ້ໆບໍ? ບໍ່ແມ່ນຢ່າງແນ່ນອນ. ມັນເປັນຄວາມຈິງທີ່ພຣະຜູ້ເປັນເຈົ້າບໍ່ໄດ້ລົງມາເທິງກ້ອນເມກເພື່ອຮັບເອົາຜູ້ເຊື່ອຂຶ້ນສູ່ສະຫວັນຄືກັບທີ່ຜູ້ຄົນຈິນຕະນາການ, ແຕ່ພວກເຮົາທຸກຄົນຮູ້ວ່າ ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເປັນພະຍານຢ່າງສະໝໍ່າສະເໝີວ່າພຣະອົງໄດ້ກັບຄືນມາດັ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ກ່າວຄວາມຈິງຫຼາຍຢ່າງ ແລະ ເຮັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ. ຜູ້ຄົນຈາກນິກາຍທັງໝົດທີ່ຮັກຄວາມຈິງໄດ້ຍິນສຽງຂອງພຣະເຈົ້າໃນ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຫັນກັບມາຫາພຣະອົງ, ຖືກຮັບຂຶ້ນເມືອຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ, ກິນ
- [ພຣະຜູ້ເປັນເຈົ້າກັບມາເທິງກ້ອນເມກແທ້ໆບໍ?](https://lo.kingdomsalvation.org/gospel/will-the-Lord-really-come-on-a-cloud-at-His-return.html) - ພວກເຮົາກຳລັງພົບກັບໄພພິບັດຄັ້ງແລ້ວຄັ້ງເລົ່າ ແລະ ໂຣກລະບາດກຳລັງແຜ່ກະຈາຍໄປທົ່ວໂລກ. ຜູ້ເຊື່ອໄດ້ລໍຖ້າໃຫ້ພຣະຜູ້ເປັນເຈົ້າກັບຄືນມາເທິງກ້ອນເມກຢ່າງຮີບດ່ວນ ແລະ ພາພວກເຂົາຂຶ້ນສູ່ທ້ອງຟ້າ, ເພື່ອຊ່ວຍໃຫ້ພວກເຂົາລອດພົ້ນຈາກໂລກທີ່ມືດມົວນີ້ ແລະ ຈາກໄພພິບັດ ແລະ ເພື່ອພາເຂົາເຂົ້າສູ່ອານາຈັກສະຫວັນ. ພວກເຂົາຈ້ອງເບິ່ງທ້ອງຟ້າ ແລະ ອະທິຖານໂດຍບໍ່ຢຸດ, ລໍຖ້າເພື່ອເຫັນພຣະຜູ້ເປັນເຈົ້າຢູ່ເທິງກ້ອນເມກ, ບໍ່ກ້າທີ່ຫຼຽວໜີ, ຢ້ານວ່າພຣະຜູ້ເປັນເຈົ້າຈະມາ ແລະ ພວກເຂົາຈະຖືກໂຍນຖິ້ມສູ່ໄພພິບັດ. ແຕ່ມັນໂຫດຮ້າຍແຮງທີ່ພວກເຂົາໄດ້ເຫັນວ່າ ໄພພິບັດໄດ້ມາເຖິງ, ແຕ່ພວກເຂົາຍັງບໍ່ໄດ້ຕ້ອນຮັບອົງພຣະເຢຊູເຈົ້າລົງຈາກທ້ອງຟ້າ. ຫຼາຍຄົນກຳລັງສົງໄສວ່າ ອົງພຣະເຢຊູເຈົ້າມາແທ້ໆ ຫຼື ບໍ່. ບາງຄົນຮູ້ສຶກບໍ່ສະບາຍໃຈ, ຄິດວ່າ ບາງທີ ພວກເຂົາໄດ້ຖືກໂຍນຖິ້ມສູ່ໄພພິບັດໂດຍພຣະຜູ້ເປັນເຈົ້າ. ດ້ວຍຄວາມຮູ້ສຶກສິ້ນຫວັງ, ສິດຍາພິບານຫຼາຍຄົນກຳລັງປ່ຽນແປງເລື່ອງລາວຂອງພວກເຂົາ, ເວົ້າວ່າພຣະຜູ້ເປັນເຈົ້າ ຈະມາໃນລະຫວ່າງ ຫຼື ຫຼັງຈາກໄພພິບັດ. ບາງຄົນເຖິງກັບກ້າກ່າວອ້າງວ່າ ພຣະຜູ້ເປັນເຈົ້າຈະມາໃນປີ 2028 ຫຼື ປີ 2030. ການຕີຄວາມໝາຍຂໍ້ພຣະທຳແບບນີ້ ສາມາດຈົບລົງໂດຍເຮັດໃຫ້ຜູ້ເຊື່ອເຂົ້າສູ່ໄພພິບັດ, ແຕ່ດ້ວຍຄວາມຮູ້ສຶກໝັ້ນໃຈວ່າທຸກສິ່ງປົກກະຕິດີ. ແຕ່ບໍ່ວ່າຫຍັງກໍ່ຕາມ ບໍ່ວ່າພວກເຂົາຈະມີຄວາມເຊື່ອດົນສໍ່າໃດ ຫຼື ພວກເຂົາໄດ້ເຮັດວຽກໜັກສໍ່າໃດ, ພວກເຂົາບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ. ພວກເຮົາສາມາດຈິນຕະນາການໄດ້ວ່າແບບນີ້ຕ້ອງລຳບາກສໍ່າໃດ. ຄົນທີ່ມີຄວາມເຊື່ອທຸກຄົນກໍ່ຮູ້ວ່າພຣະຄຳພີກ່າວວ່າແນວໃດ ແລະ ການຕົກລົງສູ່ໄພພິບັດແລ້ວຮ້ອງໄຫ້ ແລະ
- [ຜູ້ໃດແມ່ນພຣະເຈົ້າທີ່ແທ້ຈິງແຕ່ຜູ້ດຽວ?](https://lo.kingdomsalvation.org/gospel/who-is-the-true-God.html) - ທຸກມື້ນີ້ ຄົນສ່ວນໃຫຍ່ມີຄວາມເຊື່ອ ແລະ ເຊື່ອວ່າມີພຣະເຈົ້າ. ພວກເຂົາເຊື່ອໃນພຣະເຈົ້າທີ່ຢູ່ໃນຫົວໃຈຂອງພວກເຂົາ. ສະນັ້ນ ເມື່ອເວລາຜ່ານໄປ ໃນສະຖານທີ່ໆແຕກຕ່າງກັນ ຜູ້ຄົນໄດ້ມາເຊື່ອໃນພຣະເຈົ້າຫຼາຍອົງ, ຮ້ອຍອົງ ຫຼື ອາດເຖິງກັບມີພັນອົງ. ສາມາດມີພຣະເຈົ້າຫຼາຍອົງແບບນັ້ນໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ແລ້ວມີພຣະເຈົ້າຈັກອົງ ແລະ ຜູ້ໃດແມ່ນພຣະເຈົ້າທີ່ແທ້ຈິງ? ບໍ່ມີບຸກຄົນໃດທີ່ມີຊື່ສຽງ ຫຼື ທີ່ຍິ່ງໃຫຍ່ທີ່ສາມາດໃຫ້ຄຳຕອບທີ່ຊັດເຈນກ່ຽວກັບສິ່ງນີ້ໄດ້ ເພາະບໍ່ມີມະນຸດຄົນໃດທີ່ສາມາດເຫັນພຣະເຈົ້າ ຫຼື ສຳຜັດພຣະອົງໂດຍກົງໄດ້. ທຸກຄົນມີອາຍຸໄຂທີ່ສັ້ນ ແລະ ສິ່ງທີ່ພວກເຂົາປະສົບກັບ ແລະ ເປັນພະຍານໃຫ້ແມ່ນມີຢ່າງຈຳກັດຫຼາຍ, ສະນັ້ນ ຜູ້ໃດສາມາດເປັນພະຍານໃຫ້ກັບພຣະເຈົ້າຢ່າງຊັດເຈນໄດ້? ຄົນເຫຼົ່ານັ້ນທີ່ສາມາດເປັນພະຍານໄດ້ແມ່ນມີໜ້ອຍ ແລະ ຫາຍາກຫຼາຍ. ພວກເຮົາຮູ້ວ່າພຣະຄຳພີເປັນຜົນງານທີ່ດີເລີດ ແລະ ເຊື່ອຖືໄດ້ຫຼາຍທີ່ສຸດ ເຊິ່ງເປັນພະຍານໃຫ້ກັບພຣະເຈົ້າ. ມັນປະກອບມີຄຳພະຍານທີ່ພຣະເຈົ້າເນລະມິດສ້າງທຸກສິ່ງ ແລະ ນັບຕັ້ງແຕ່ທີ່ເນລະມິດສ້າງມະນຸດຊາດ ພຣະອົງບໍ່ເຄີຍຢຸດຊີ້ນໍາຊີວິດຂອງມະນຸດເທິງແຜ່ນດິນໂລກ. ພຣະອົງໄດ້ອອກກົດເກນ ແລະ ພຣະບັນຍັດສຳລັບມະນຸດ ແລະ ມັນຍັງເປັນພະຍານໃຫ້ກັບພຣະເຈົ້າໃນເນື້ອໜັງ, ພຣະເຢຊູເຈົ້າໄດ້ມາເພື່ອໄຖ່ມະນຸດຊາດ. ມັນໄດ້ທຳນາຍການກັບຄືນມາຂອງພຣະເຈົ້າໃນຍຸກສຸດທ້າຍເພື່ອເຮັດພາລະກິດແຫ່ງການພິພາກສາ ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ ແລະ ຮັບເອົາມະນຸດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ສະນັ້ນ ມັນຈຶ່ງຊັດເຈນວ່າ ພຣະເຈົ້າທີ່ພຣະຄຳພີເປັນພະຍານໃຫ້ແມ່ນພຣະຜູ້ສ້າງ, ພຣະເຈົ້າທີ່ແທ້ຈິງພຽງອົງດຽວ.
- [ເປັນຫຍັງພຣະເຈົ້າຈຶ່ງມາບັງເກີດເປັນມະນຸດໃນຍຸກສຸດທ້າຍ, ບໍ່ແມ່ນໃນຮູບຮ່າງພຣະວິນຍານ?](https://lo.kingdomsalvation.org/gospel/why-God-works-by-incarnation-in-last-days.html) - ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງເປັນພຣະຜູ້ໄຖ່ ໄດ້ກ່າວຄວາມຈິງສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ, ຫຼາຍຄົນຈຶ່ງໄດ້ສະແຫວງຫາ ແລະ ສືບຄົ້ນຫາຫົນທາງທີ່ແທ້ຈິງ ແລະ ຫຼັງຈາກນັ້ນກໍ່ຕ້ອນຮັບການກັບຄືນມາຂອງພຣະຜູ້ໄຖ່. ພວກເຂົາໄດ້ເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີສິດອຳນາດ ແລະ ມີລິດອຳນາດຢ່າງເຫຼືອລົ້ນສໍ່າໃດ, ພຣະທຳເຫຼົ່ານັ້ນເປັນຄວາມຈິງແທ້ໆ ແລະ ຢືນຢັນວ່ານີ້ແມ່ນສຽງຂອງພຣະວິນຍານບໍລິສຸດ ເຊິ່ງບໍ່ມີມະນຸດທຳມະດາຄົນໃດສາມາດເປ່ງພຣະທຳເຫຼົ່ານີ້ອອກມາໄດ້. ເມື່ອໄດ້ຍິນສຽງຂອງພຣະເຈົ້າ, ພວກເຂົາກໍ່ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ. ຜູ້ຄົນທີ່ພຣະເຈົ້າເລືອກໄວ້ໄດ້ກິນ, ດື່ມ ແລະ ຊີມລົດຊາດພຣະທຳຂອງພຣະເຈົ້າທຸກໆມື້ ເຊິ່ງເຮັດໃຫ້ຫົວໃຈຂອງພວກເຂົາສົດໃສຍິ່ງຂຶ້ນເລື້ອຍໆ. ພວກເຂົາບໍ່ພຽງແຕ່ມີຄວາມສຸກກັບການສະຖິດຂອງພຣະເຈົ້າ, ແຕ່ພວກເຂົາໄດ້ຮັບແສງສະຫວ່າງຈາກພຣະທຳຂອງພຣະອົງ, ໄດ້ຮຽນຮູ້ຄວາມຈິງຫຼາຍຢ່າງ ແລະ ເຂົ້າໃຈຫຼາຍສິ່ງ. ພວກເຂົາຍັງຮຽນຮູ້ຄວາມລຶກລັບຫຼາຍຢ່າງໃນພຣະຄຳພີ ເຊິ່ງເປັນຄວາມພໍໃຈຫຼາຍ. ພວກເຂົາເຕັມລົ້ນດ້ວຍຄວາມເຊື່ອ ແລະ ຄວາມຮັກຂອງພວກເຂົາສຳລັບພຣະເຈົ້າກໍ່ເລິກເຊິ່ງຫຼາຍຂຶ້ນ. ຫຼາຍຄົນທີ່ພຣະເຈົ້າເລືອກໄວ້ແມ່ນບໍ່ຢ້ານກົວເມື່ອຜະເຊີນໜ້າກັບການກົດຂີ່, ການຈັບກຸມ ແລະ ການຂົ່ມເຫັງຂອງພັກກອມມູນິດຈີນ. ພວກເຂົາປະຄອບຄົວ ແລະ ສາຍສຳພັນທາງໂລກຂອງພວກເຂົາໄວ້ເບື້ອງຫຼັງ, ມີໜ້າທີ່ຜູກມັດທີ່ຈະແບ່ງປັນຂ່າວປະເສີດເພື່ອເປັນພະຍານໃຫ້ກັບພຣະເຈົ້າ. ພວກເຂົາທົນທຸກຈາກການຈັບກຸມ ແລະ ການຂົ່ມເຫັງທີ່ໂຫດຮ້າຍຂອງພັກກອມມູນິດຈີນ, ແຕ່ສືບຕໍ່ຕິດຕາມພຣະເຈົ້າ ແລະ ເປັນພະຍານໃຫ້ກັບພຣະອົງຢ່າງກ້າຫານ ແລະ ບໍ່ທໍ້ຖອຍ. ພວກເຂົາບໍ່ໄດ້ປາລະໄຊ ແລະ ພວກເຂົາບໍ່ຖືກກວາດລ້າງຢ່າງແນ່ນອນ. ພວກເຂົາເປັນພະຍານທີ່ດັງກຶກກ້ອງສຳລັບພຣະເຈົ້າ.
- [ພວກເຈົ້າໄດ້ຍິນສຽງຂອງພຣະເຈົ້າບໍ?](https://lo.kingdomsalvation.org/gospel/heard-the-voice-of-God.html) - ສະບາຍດີ ອ້າຍເອື້ອຍນ້ອງ, ພວກເຮົາໂຊກດີຫຼາຍທີ່ໄດ້ເຕົ້າໂຮມຮ່ວມກັນ, ຂອບໃຈພຣະຜູ້ເປັນເຈົ້າ! ພວກເຮົາທຸກຄົນເປັນຄົນທີ່ມັກຟັງພຣະທຳຂອງພຣະເຈົ້າ ແລະ ປາຖະໜາທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ. ມື້ນີ້, ພວກເຮົາຈະໂອ້ລົມໜ້ອຍໜຶ່ງກ່ຽວກັບຄຳທຳນາຍຂອງພຣະເຢຊູເຈົ້າ ແລະ ສົນທະນາຄວາມເຂົ້າໃຈທີ່ແຕກຕ່າງກັນກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າ. ຄົນສ່ວນໃຫຍ່ໄດ້ໃຫ້ນິຍາມການກັບຄືນມາຂອງພຣະຜູ້ເປັນເຈົ້າຢ່າງແຄບໆວ່າເປັນການທີ່ພຣະອົງລົງມາເທິງກ້ອນເມກ, ແຕ່ຕາມຄຳທຳນາຍຂອງພຣະເຢຊູເຈົ້າເອງໃນພຣະຄຳພີ, ພຣະອົງຈະກັບຄືນມາ ແລະ ກ່າວພຣະທຳດັ່ງບຸດມະນຸດ. ພຣະຜູ້ເປັນເຈົ້າໄດ້ທຳນາຍເຖິງການມາເຖິງ ຫຼື ການປາກົດຕົວຂອງບຸດມະນຸດໃນຫຼາຍຄັ້ງ ແລະ ການມາເຖິງຂອງບຸດມະນຸດໝາຍເຖິງການທີ່ພຣະເຈົ້າປາກົດຕົວ ແລະ ເຮັດພາລະກິດໃນເນື້ອໜັງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການຕີຄວາມໝາຍທີ່ສົມບູນທີ່ສຸດ ແລະ ພວກເຈົ້າຄົງຈະບໍ່ຄ່ອຍໄດ້ຍິນມັນໃນຄຣິສຕະຈັກສາສະໜາ. ການມາເຖິງ ຫຼື ການປາກົດຕົວຂອງບຸດມະນຸດຄືຄວາມເລິກລັບທີ່ຍິ່ງໃຫຍ່, ເປັນຄວາມເລິກລັບທີ່ຈະບໍ່ມີຜູ້ໃດຮູ້ໄດ້ ຖ້າບໍ່ໄດ້ຕ້ອນຮັບການປາກົດຕົວ ແລະ ພາລະກິດຂອງພຣະອົງຮຽບຮ້ອຍແລ້ວ. ມີຄຳທຳນາຍຫຼາຍຢ່າງກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າໃນພຣະຄຳພີ, ແຕ່ຄຳທຳນາຍສ່ວນໃຫຍ່ແມ່ນມາຈາກມະນຸດ ເຊັ່ນ: ພວກອັກຄະສາວົກ ຫຼື ຜູ້ປະກາດພຣະທຳ ຫຼື ຈາກທູດສະຫວັນ. ຄຳທຳນາຍທີ່ຜູ້ຄົນມັກຈະທ່ອງຈໍາແມ່ນຄຳທຳນາຍຈາກມະນຸດ ແລະ ດ້ວຍເຫດນັ້ນພວກເຂົາຈຶ່ງປາຖະໜາທີ່ຈະເຫັນພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກຢ່າງເປີດເຜີຍ. ແຕ່ໃນຄວາມເປັນຈິງແລ້ວ, ການກັບຄືນມາຂອງພຣະຜູ້ເປັນເຈົ້າຄືຄວາມລັບທີ່ຮັກສາໄວ້ດີທີ່ສຸດ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້, ແມ່ນແຕ່ທູດສະຫວັນທີ່ຢູ່ໃນສະຫວັນ ຫຼື ພຣະບຸດກໍບໍ່ຮູ້ ມີແຕ່ພຣະບິດາຂອງເຮົາຜູ້ດຽວ”
- [ໂລກຝ່າຍວິນຍານແມ່ນຫຍັງ?](https://lo.kingdomsalvation.org/gospel/what-is-spiritual-world.html) - ສຳລັບໂລກແຫ່ງວັດຖຸ, ເມື່ອໃດກໍຕາມທີ່ຜູ້ຄົນບໍ່ເຂົ້າໃຈສິ່ງໃດໜຶ່ງ ຫຼື ປະກົດການໃດໜຶ່ງ, ພວກເຂົາສາມາດຄົ້ນຫາຂໍ້ມູນທີ່ກ່ຽວຂ້ອງ ຫຼື ໃຊ້ຊ່ອງທາງຕ່າງໆເພື່ອຊອກຫາຕົ້ນກຳເນີດ ແລະ ແຫຼ່ງທີ່ມາຂອງສິ່ງເຫຼົ່ານັ້ນ. ແຕ່ເມື່ອເວົ້າເຖິງໂລກອື່ນທີ່ພວກເຮົາກຳລັງເວົ້າເຖິງໃນມື້ນີ້ ນັ້ນກໍຄືໂລກຝ່າຍວິນຍານ ເຊິ່ງຢູ່ພາຍນອກຂອງໂລກແຫ່ງວັດຖຸ, ຜູ້ຄົນບໍ່ມີວິທີການ ຫຼື ຊ່ອງທາງທີ່ຈະຮຽນຮູ້ຫຍັງກ່ຽວກັບມັນໄດ້ເລີຍ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເຮົາເວົ້າແບບນີ້ກໍຍ້ອນວ່າ ໃນໂລກຂອງມະນຸດຊາດ, ທຸກສິ່ງໃນໂລກວັດຖຸນັ້ນບໍ່ສາມາດແຍກອອກໄດ້ຈາກການມີຢູ່ຂອງຮ່າງກາຍມະນຸດ ແລະ ຍ້ອນຄົນຮູ້ສຶກວ່າ ທຸກສິ່ງໃນໂລກວັດຖຸນັ້ນບໍ່ສາມາດແຍກອອກຈາກການດຳລົງຊີວິດທາງດ້ານຮ່າງກາຍ ແລະ ຊີວິດຝ່າຍຮ່າງກາຍຂອງພວກເຂົາໄດ້, ຄົນສ່ວນໃຫຍ່ແມ່ນພຽງແຕ່ຮູ້ ຫຼື ເຫັນວັດຖຸສິ່ງຂອງທີ່ຢູ່ຕໍ່ໜ້າຂອງພວກເຂົາທີ່ພວກເຂົາສາມາດເບິ່ງເຫັນ. ແຕ່ເມື່ອເວົ້າເຖິງໂລກຝ່າຍວິນຍານແລ້ວ, ເວົ້າໄດ້ວ່າ ທຸກສິ່ງທຸກຢ່າງທີ່ເປັນຂອງໂລກອື່ນ, ມັນຍຸດຕິທຳທີ່ຈະເວົ້າໄດ້ວ່າ ຄົນສ່ວນໃຫຍ່ແມ່ນບໍ່ເຊື່ອ. ຍ້ອນວ່າຄົນບໍ່ສາມາດເຫັນມັນໄດ້ ແລະ ເຊື່ອວ່າບໍ່ຈຳເປັນທີ່ຈະຕ້ອງເຂົ້າໃຈມັນ ຫຼື ຮູ້ຈັກຫຍັງກ່ຽວກັບມັນ, ບໍ່ຕ້ອງເວົ້າເຖິງເລີຍສໍາລັບເລື່ອງທີ່ວ່າໂລກຝ່າຍວິນຍານນັ້ນແຕກຕ່າງກັນຢ່າງສິ້ນເຊິງກັບໂລກວັດຖຸ ແລະ ຈາກມຸມມອງຂອງພຣະເຈົ້າ ສິ່ງນີ້ແມ່ນເປີດເຜີຍ, ເຖິງແມ່ນວ່າ ສຳລັບມະນຸດແລ້ວ ມັນເລິກລັບ ແລະ ປິດບັງ. ດັ່ງນັ້ນ ຜູ້ຄົນຈຶ່ງມີຄວາມຫຍຸ້ງຍາກຫຼາຍໃນການຊອກຫາເສັ້ນທາງທີ່ຈະເຂົ້າໃຈດ້ານຕ່າງໆຂອງໂລກນີ້. ດ້ານຕ່າງໆຂອງໂລກຝ່າຍວິນຍານທີ່ເຮົາກຳລັງເວົ້າເຖິງນີ້ ແມ່ນກ່ຽວຂ້ອງກັບການບໍລິຫານ ແລະ ອຳນາດອະທິປະໄຕຂອງພຣະເຈົ້າເທົ່ານັ້ນ; ເຮົາບໍ່ໄດເປີດເຜີຍຄວາມເລິກລັບໃດໆ ແລະ ເຮົາກໍບໍ່ໄດ້ກຳລັງບອກພວກເຈົ້າເຖິງຄວາມລັບໃດໆທີ່ພວກເຈົ້າປາດຖະໜາຢາກຮຽນຮູ້.
- [ວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ທີ່ບໍ່ເຊື່ອ](https://lo.kingdomsalvation.org/gospel/cycle-of-unbelievers.html) - ໃຫ້ພວກເຮົາມາເລີ່ມຕົ້ນດ້ວຍວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ທີ່ບໍ່ເຊື່ອ. ຫຼັງຈາກຕາຍ, ຜູ້ຄົນຖືກພາກຕົວໄປໂດຍບໍລິວານຈາກໂລກຝ່າຍວິນຍານ. ແທ້ຈິງແລ້ວ ພາກສ່ວນໃດຂອງຄົນທີ່ຖືກພາກເອົາໄປ? ບໍ່ແມ່ນເນື້ອໜັງ ແຕ່ແມ່ນວິນຍານຂອງເຂົາ. ເມື່ອດວງວິນຍານຂອງຄົນຖືກພາກໄປ, ເຂົາຈະຖືກນໍາໄປສະຖານທີ່ໜຶ່ງທີ່ເປັນບ່ອນຂອງໂລກຝ່າຍວິນຍານຮັບເອົາດວງວິນຍານຂອງຄົນທີ່ຫາກໍຕາຍໂດຍສະເພາະ. (ໝາຍເຫດ: ສະຖານທີ່ທຳອິດທີ່ທຸກຄົນໄປຫຼັງຈາກຕາຍແມ່ນແປກປະຫຼາດສຳລັບດວງວິນຍານ). ເມື່ອພວກເຂົາຖືກນຳໄປສູ່ສະຖານທີ່ນີ້, ເຈົ້າໜ້າທີ່ຈະດຳເນີນການກວດສອບຄັ້ງທຳອິດ, ຢືນຢັນຊື່ຂອງພວກເຂົາ, ທີ່ຢູ່, ອາຍຸ ແລະ ປະສົບການທັງໝົດຂອງພວກເຂົາ. ທຸກສິ່ງທີ່ພວກເຂົາເຮັດໃນຂະນະທີ່ພວກເຂົາມີຊີວິດຢູ່ໄດ້ຖືກບັນທຶກລົງໃນປຶ້ມ ແລະ ຖືກກວດສອບເພື່ອຄວາມຖືກຕ້ອງ. ຫຼັງຈາກທີ່ທັງໝົດໄດ້ຖືກກວດສອບແລ້ວ, ພຶດຕິກຳ ແລະ ການກະທຳຂອງພວກເຂົາຕະຫຼອດຊີວິດຂອງພວກເຂົາແມ່ນຖືກໃຊ້ເພື່ອກຳນົດວ່າພວກເຂົາຈະຖືກລົງໂທດ ຫຼື ສືບຕໍ່ກັບຊາດມາເກີດເປັນມະນຸດອີກ, ເຊິ່ງນີ້ແມ່ນຂັ້ນຕອນທຳອິດ. ຂັ້ນຕອນທຳອິດນີ້ໜ້າຢ້ານກົວບໍ? ມັນບໍ່ໜ້າຢ້ານກົວເທົ່າໃດ, ຍ້ອນວ່າສິ່ງດຽວທີ່ເກີດຂຶ້ນກໍຄື ຄົນໄດ້ມາຮອດສະຖານທີ່ມືດ ແລະ ບໍ່ຄຸ້ນເຄີຍເທົ່ານັ້ນ. ໃນຂັ້ນຕອນທີສອງ, ຖ້າບຸກຄົນນີ້ໄດ້ເຮັດສິ່ງບໍ່ດີຫຼາຍປະການຕະຫຼອດຊີວິດຂອງເຂົາ ແລະ ໄດ້ກະທຳຄວາມຊົ່ວຫຼາຍຢ່າງ, ແລ້ວເຂົາກໍຈະຖືກພາໄປບ່ອນລົງໂທດເພື່ອຮັບການລົງໂທດ. ນັ້ນຈະເປັນບ່ອນທີ່ໃຊ້ສຳລັບການລົງໂທດຜູ້ຄົນໂດຍສະເພາະ. ລັກສະນະການລົງໂທດນັ້ນຂຶ້ນຢູ່ກັບຄວາມບາບທີ່ພວກເຂົາໄດ້ເຮັດ ລວມທັງຈຳນວນສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ເຮັດກ່ອນຕາຍ, ນີ້ແມ່ນສະພາບທຳທິດທີ່ເກີດຂຶ້ນໃນຂັ້ນຕອນທີສອງ. ຍ້ອນສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ ແລະ ຄວາມຊົ່ວທີ່ພວກເຂົາໄດ້ກະທຳກ່ອນຕາຍ, ເມື່ອພວກເຂົາກັບຊາດມາເກີດຫຼັງຈາກການລົງໂທດແລ້ວ ຫຼື ເມື່ອພວກເຂົາກັບມາເກີດໃນໂລກແຫ່ງວັດຖຸອີກຄັ້ງ, ບາງຄົນກໍຈະສືບຕໍ່ເກີດເປັນຄົນ ແລະ ບາງຄົນກໍຈະກາຍເປັນສັດ. ເວົ້າໄດ້ວ່າ,
- [ວົງຈອນຊີວິດ ແລະ ຄວາມຕາຍຂອງຄົນທີ່ມີຄວາມເຊື່ອຕ່າງໆ](https://lo.kingdomsalvation.org/gospel/cycle-of-various-people-of-faith.html) - ພວກເຮົາຫາກໍສົນທະນາກັນກ່ຽວກັບວົງຈອນຊີວິດ ແລະ ຄວາມຕາຍຂອງຄົນໃນກຸ່ມທຳອິດ, ຜູ້ທີ່ບໍເຊື່ອ. ບັດນີ້, ໃຫ້ພວກເຮົາມາສົນທະນາກັນກ່ຽວກັບກຸ່ມທີສອງ, ຄົນທີ່ມີຄວາມເຊື່ອຕ່າງໆ. “ວົງຈອນຊີວິດ ແລະ ຄວາມຕາຍຂອງຄົນທີ່ມີຄວາມເຊື່ອຕ່າງໆ” ແມ່ນເປັນຫົວຂໍ້ທີ່ສຳຄັນຫຼາຍ ແລະ ມັນມີຄວາມຈຳເປັນຢ່າງຍິ່ງສຳລັບພວກເຈົ້າທີ່ຕ້ອງມີຄວາມເຂົ້າໃຈບາງຢ່າງກ່ຽວກັບມັນ. ກ່ອນອື່ນ, ມາເວົ້າເຖິງຄວາມເຊື່ອ ເຊິ່ງ “ຄວາມເຊື່ອ” ໃນ ”ຄົນທີ່ມີຄວາມເຊື່ອຕ່າງໆ” ໝາຍເຖິງຫ້າສາດສະໜາໃຫຍ່ໆຄື: ຢິວ, ຄຣິສຕຽນ, ຄາໂທລິກ, ອິດສະລາມ ແລະ ພຸດ. ນອກຈາກຜູ້ທີ່ບໍ່ເຊື່ອ, ຄົນທີ່ເຊື່ອໃນຫ້າສາດສະໜານີ້ນັບວ່າເປັນສ່ວນໃຫຍ່ຂອງປະຊາກອນໂລກ. ທ່າມກາງຫ້າສາດສະໜານີ້, ບັນດາຜູ້ທີ່ມີອາຊີບຈາກຄວາມເຊື່ອຂອງພວກເຂົາແມ່ນມີໜ້ອຍ, ແຕ່ສາດສະໜາເຫຼົ່ານີ້ມີຜູ້ຕິດຕາມເປັນຈຳນວນຫຼາຍ. ພວກເຂົາຈະໄປບ່ອນອື່ນເມື່ອພວກເຂົາຕາຍ. “ບ່ອນອື່ນຕ່າງ” ຈາກໃຜ? ຈາກຜູ້ທີ່ບໍ່ເຊື່ອ, ຄົນທີ່ບໍ່ມີຄວາມເຊື່ອ ຜູ້ທີ່ພວກເຮົາຫາກໍເວົ້າເຖິງ. ຫຼັງຈາກທີ່ພວກເຂົາຕາຍ, ຜູ້ທີ່ເຊື່ອຂອງຫ້າສາດສະໜານີ້ຈະໄດ້ໄປບ່ອນອື່ນ, ເປັນບ່ອນທີ່ແຕກຕ່າງຈາກຜູ້ທີ່ບໍ່ເຊື່ອ. ແຕ່ເຖິງຢ່າງໃດກໍຕາມ, ມັນຍັງເປັນຂະບວນການອັນດຽວກັນຢູ່; ໂລກຝ່າຍວິນຍານກໍຈະຕັດສິນພວກເຂົາຕາມທຸກສິ່ງທີ່ພວກເຂົາເຮັດກ່ອນຕາຍ, ຫຼັງຈາກນັ້ນພວກເຂົາກໍຈະຖືກດຳເນີນການຕາມຄວາມເໝາະສົມ. ແລ້ວເປັນຫຍັງຄົນເຫຼົ່ານີ້ຈຶ່ງຖືກສົ່ງໄປບ່ອນອື່ນເພື່ອຖືກດຳເນີນການ? ມີເຫດຜົນທີ່ສຳຄັນສຳລັບເລື່ອງນີ້. ມັນແມ່ນຫຍັງ? ເຮົາຈະອະທິບາຍມັນໃຫ້ພວກເຈົ້າຟັງດ້ວຍຕົວຢ່າງ. ແນວໃດກໍຕາມ, ກ່ອນເຮົາຈະອະທິບາຍ, ພວກເຈົ້າອາດຄິດກັບຕົວເອງວ່າ: “ອາດເປັນຍ້ອນພວກເຂົາມີຄວາມເຊື່ອໃນພຣະເຈົ້າເລັກນ້ອຍ! ພວກເຂົາບໍ່ແມ່ນຜູ້ທີ່ບໍ່ເຊື່ອທັງໝົດ”. ແຕ່ນີ້ບໍ່ແມ່ນເຫດຜົນ. ມັນມີເຫດຜົນທີ່ສຳຄັນຫຼາຍກວ່ານັ້ນທີ່ເຮັດໃຫ້ພວກເຂົາຖືກແຍກອອກຈາກຄົນອື່ນໆ.
- [ວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ຕິດຕາມພຣະເຈົ້າ](https://lo.kingdomsalvation.org/gospel/cycle-of-people-who-follow-God.html) - ຕໍ່ໄປ, ໃຫ້ພວກເຮົາມາເວົ້າເຖິງວົງຈອນຊີວິດ ແລະ ຄວາມຕາຍຂອງບັນດາຜູ້ທີ່ຕິດຕາມພຣະເຈົ້າ. ສິ່ງນີ້ກ່ຽວຂ້ອງກັບພວກເຈົ້າ, ດັ່ງນັ້ນ ຈົ່ງຕັ້ງໃຈຟັງໃຫ້ດີ: ກ່ອນອື່ນ, ໃຫ້ຄິດກ່ຽວກັບວິທີທີ່ຜູ້ຕິດຕາມຂອງພຣະເຈົ້າໄດ້ຖືກຈັດປະເພດ. (ຜູ້ເລືອກຂອງພຣະເຈົ້າ ແລະ ຜູ້ທີ່ໃຫ້ບໍລິການ). ມີຢູ່ສອງປະເພດ: ຜູ້ເລືອກຂອງພຣະເຈົ້າ ແລະ ຜູ້ທີ່ໃຫ້ບໍລິການ. ກ່ອນອື່ນ, ໃຫ້ພວກເຮົາມາເວົ້າກ່ຽວກັບຜູ້ເລືອກຂອງພຣະເຈົ້າ ເຊິ່ງມີພຽງໜ້ອຍດຽວ. “ຜູ້ເລືອກຂອງພຣະເຈົ້າ” ໝາຍເຖິງໃຜ? ຫຼັງຈາກພຣະເຈົ້າສ້າງທຸກສິ່ງ ແລະ ມະນຸດຊາດໄດ້ດຳລົງຢູ່, ພຣະເຈົ້າໄດ້ຄັດເລືອກເອົາຄົນກຸ່ມໜຶ່ງຜູ້ທີ່ຈະຕິດຕາມພຣະອົງ; ຄົນເຫຼົ່ານີ້ຖືກເອີ້ນງ່າຍໆວ່າ “ຜູ້ເລືອກຂອງພຣະເຈົ້າ”. ມີຂອບເຂດ ແລະ ຄວາມໝາຍພິເສດສຳລັບການຄັດເລືອກຄົນເຫຼົ່ານີ້ຂອງພຣະເຈົ້າ. ມີຂອບເຂດພິເສດກໍຍ້ອນວ່າການຄັດເລືອກແມ່ນຖືກຈຳກັດພຽງສອງສາມຄົນເທົ່ານັ້ນ, ຜູ້ທີ່ຕ້ອງມາຮ່ວມເມື່ອພຣະອົງປະຕິບັດພາລະກິດສຳຄັນຂອງພຣະອົງ. ແລ້ວແມ່ນຫຍັງຄືຄວາມໝາຍຄວາມສຳຄັນນີ້? ເນື່ອງຈາກວ່າພວກເຂົາເປັນກຸ່ມທີ່ຖືກຄັດເລືອກໂດຍພຣະເຈົ້າ, ຄວາມໝາຍຈຶ່ງຍິ່ງໃຫຍ່. ນັ້ນກໍຄື ພຣະເຈົ້າປາດຖະໜາທີ່ຈະເຮັດໃຫ້ຄົນເຫຼົ່ານີ້ສົມບູນ ແລະ ເຮັດໃຫ້ພວເຂົາສົມບູນເມື່ອພາລະກິດແຫ່ງການຄຸ້ມຄອງຂອງພຣະອົງສຳເລັດລົງ, ພຣະອົງຈະໄດ້ຮັບເອົາຄົນເຫຼົ່ານີ້. ແລ້ວຄວາມໝາຍນີ້ບໍ່ຍິ່ງໃຫຍ່ບໍ? ສະນັ້ນ, ຜູ້ຖືກເລືອກເຫຼົ່ານີ້ແມ່ນມີຄວາມໝາຍທີ່ຍິ່ງໃຫຍ່ສໍາລັບພຣະເຈົ້າ, ຍ້ອນວ່າພວກເຂົາແມ່ນຜູ້ທີ່ພຣະເຈົ້າຕັ້ງໃຈທີ່ຈະຮັບເອົາ. ສ່ວນຜູ້ທີ່ໃຫ້ບໍລິການ, ໃຫ້ພວກເຮົາຢຸດພັກຄາວໜຶ່ງກ່ຽວກັບຫົວຂໍ້ຂອງການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ ແລະ ມາເວົ້າກ່ຽວກັບຕົ້ນກຳເນີດຂອງພວກມັນກ່ອນ. “ຜູ້ໃຫ້ບໍລິການ” ແມ່ນຜູ້ທີ່ບໍລິການຢ່າງແທ້ຈິງ. ບັນດາຜູ້ທີ່ໃຫ້ບໍລິການແມ່ນບໍ່ຍືນຍົງ; ພວກເຂົາບໍ່ໄດ້ເຮັດໃນໄລຍະຍາວ ຫຼື ຕະຫຼອດໄປ, ແຕ່ຖືກຈ້າງ
- [ຊ່ວງເວລາທີສອງ: ການເຕີບໃຫຍ່](https://lo.kingdomsalvation.org/gospel/growing-up-second-juncture.html) - ຂຶ້ນຢູ່ກັບວ່າພວກເຂົາເກີດຢູ່ໃນຄອບຄົວແບບໃດ, ຄົນເຕີບໃຫຍ່ຂຶ້ນໃນເຮືອນທີ່ມີສະພາບແວດລ້ອມແຕກຕ່າງກັນ ແລະ ຮຽນຮູ້ບົດຮຽນທີ່ແຕກຕ່າງກັນຈາກພໍ່ແມ່ຂອງພວກເຂົາ. ປັດໃຈເຫຼົ່ານີ້ກຳນົດສະພາບໃນການເຕີບໃຫຍ່ຂອງຜູ້ຄົນ ແລະ ການເຕີບໃຫຍ່ຂຶ້ນຄືຕົວແທນຊ່ວງເວລາສຳຄັນທີສອງຂອງຊີວິດຄົນ. ແນ່ນອນ, ຜູ້ຄົນບໍ່ມີທາງເລືອກໃນຊ່ວງເວລານີ້ເຊັ່ນກັນ. ມັນໄດ້ຖືກກຳນົດ ແລະ ຖືກຈັດແຈງໄວ້ລ່ວງໜ້າແລ້ວເຊັ່ນກັນ. 1. ພຣະຜູ້ຊົງສ້າງໄດ້ວາງແຜນເງື່ອນໄຂຕາຍຕົວສຳລັບການເຕີບໂຕເປັນຜູ້ໃຫຍ່ຂອງແຕ່ລະຄົນ ບຸກຄົນໃດໜຶ່ງບໍ່ສາມາດເລືອກຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆທີ່ພວກເຂົາຈະໄດ້ການອົບຮົມ ແລະ ອິດທິພົນໃນຂະນະທີ່ພວກເຂົາເຕີບໃຫຍ່. ຄົນເຮົາບໍ່ສາມາດເລືອກໄດ້ວ່າຄວາມຮູ້ໃດ ຫຼື ທັກສະໃດທີ່ຄົນເຮົາໄດ້ມາ, ນິໄສໃດທີ່ຄົນເຮົາສ້າງຂຶ້ນ. ບໍ່ມີໃຜເວົ້າວ່າໃຜເປັນພໍ່ແມ່ ແລະ ຍາດພີນ້ອງ, ໃນສະພາບແວດລ້ອມແບບໃດທີ່ຄົນເຮົາເຕີບໃຫຍ່ຂຶ້ນ; ຄວາມສຳພັນຂອງບຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຮອບໂຕຂອງແຕ່ລະຄົນ ແລະ ວິທີທີ່ພວກມັນມີອິດທິພົນຕໍ່ການພັດທະນາຂອງບຸກຄົນໃດໜຶ່ງລ້ວນແລ້ວແຕ່ຢູ່ເໜືອການຄວບຄຸມຂອງແຕ່ລະຄົນ. ແລ້ວໃຜເປັນຜູ້ຕັດສິນໃຈໃນສິ່ງຕ່າງໆເຫຼົ່ານີ້? ໃຜເປັນຜູ້ຈັດແຈງພວກມັນ? ເນື່ອງຈາກວ່າຄົນບໍ່ມີທາງເລືອກໃນເລື່ອງນີ້, ເນື່ອງຈາກວ່າພວກເຂົາບໍ່ສາມາດຕັດສິນໃຈໃນສິ່ງຕ່າງໆເຫຼົ່ານີ້ດ້ວຍຕົວພວກເຂົາເອງໄດ້ ແລະ ຍ້ອນວ່າພວກເຂົາບໍ່ໄດ້ມີຮູບຮ່າງໂດຍທຳມະຊາດ, ມັນເຫັນໄດ້ຢ່າງຊັດເຈນແລ້ວວ່າ ການປະຕິຮູບຂອງທຸກຄົນ, ເຫດການ ແລະ ສິ່ງຕ່າງໆແມ່ນຢູ່ໃນມືຂອງພຣະຜູ້ຊົງສ້າງ. ແນ່ນອນ, ດັ່ງທີ່ພຣະຜູ້ຊົງສ້າງຈັດແຈງສະພາບການເກີດຂອງແຕ່ລະຄົນ, ເຊັ່ນດຽວກັນ ພຣະອົງກໍຈັດແຈງສະພາບການເຕີບໃຫຍ່ຂອງແຕ່ລະຄົນ. ຖ້າການເກີດຂອງຄົນໃດໜຶ່ງນຳມາເຊິ່ງການປ່ຽນແປງຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆອ້ອມຮອບຕົວພວກເຂົາ ການເຕີບໃຫຍ່ ແລະ
- [ໂຊກຊະຕາຂອງມະນຸດຊາດ ແລະ ໂຊກຊະຕາຂອງຈັກກະວານບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງໄດ້](https://lo.kingdomsalvation.org/gospel/fate-inseparable-from-Creator-s-sovereignty.html) - ພວກເຈົ້າທຸກຄົນເປັນຜູ້ໃຫຍ່ແລ້ວ. ພວກເຈົ້າບາງຄົນຢູ່ໃນໄວກາງຄົນ; ບາງຄົນເຂົ້າສູ່ໄວຊະລາແລ້ວ. ພວກເຈົ້າໄດ້ປ່ຽນຈາກການບໍ່ເຊື່ອໃນພຣະເຈົ້າສູ່ການເຊື່ອໃນພຣະອົງ ແລະ ຈາກການເລີ່ມເຊື່ອໃນພຣະເຈົ້າສູ່ການຍອມຮັບພຣະອົງ ແລະ ການປະສົບກັບພາລະກິດຂອງພຣະອົງ. ພວກເຈົ້າມີຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າຫຼາຍປານໃດ? ພວກເຈົ້າມີຄວາມເຂົ້າໃຈຫຍັງແດ່ກ່ຽວກັບໂຊກຊະຕາຂອງມະນຸດ? ຄົນໜຶ່ງສາມາດບັນລຸທຸກສິ່ງທີ່ເຂົາປາດຖະໜາໃນຊີວິດໄດ້ບໍ? ມີຈັກຢ່າງໃນຊ່ວງສອງສາມທົດສະວັດແຫ່ງການເປັນຢູ່ຂອງພວກເຈົ້າທີ່ພວກເຈົ້າສາມາດປະສົບຄວາມສຳເລັດໄດ້ຕາມແບບທີ່ພວກເຈົ້າປາດຖະໜາ? ມີຈັກຢ່າງທີ່ໄດ້ເກີດຂຶ້ນໂດຍທີ່ເຈົ້າບໍ່ເຄີຍຄາດຄິດມາກ່ອນ? ມີຈັກຢ່າງທີ່ມາດ້ວຍຄວາມຕື່ນເຕັ້ນຕັນໃຈ? ມີຈັກຢ່າງທີ່ຜູ້ຄົນຍັງລໍຖ້າໂດຍຄາດຫວັງວ່າມັນຈະເກີດດອກອອກຜົນ, ລໍຖ້າໂອກາດທີ່ເໝາະສົມຢ່າງຂາດສະຕິ, ລໍຖ້າຄວາມປະສົງແຫ່ງສະຫວັນ? ມີຈັກຢ່າງທີ່ເຮັດໃຫ້ຄົນຮູ້ສຶກສິ້ນຫວັງ ແລະ ທໍ້ຖອຍ? ທຸກຄົນແມ່ນເຕັມໄປດ້ວຍຄວາມຫວັງກ່ຽວກັບໂຊກຊະຕາຂອງພວກເຂົາ, ຄາດຫວັງວ່າທຸກສິ່ງໃນຊີວິດຂອງພວກເຂົາຈະເປັນໄປດັ່ງທີ່ພວກເຂົາປາດຖະໜາ, ພວກເຂົາຈະບໍ່ຕ້ອງການອາຫານ ຫຼື ເຄື່ອງນຸ່ງ, ຄາດຫວັງວ່າພວກເຂົາຈະມີໂຊກລາບຍິ່ງຂຶ້ນຢ່າງໜ້າປະທັບໃຈ. ບໍ່ມີໃຜຕ້ອງການຊີວິດທີ່ທຸກຍາກ ແລະ ຖືກກົດຂີ່ຂົ່ມເຫັງ, ເຕັມໄປດ້ວຍຄວາມຍາກລຳບາກ ແລະ ລ້ອມຮອບດ້ວຍໄພພິບັດ. ແຕ່ຄົນບໍ່ສາມາດເບິ່ງເຫັນອະນາຄົດ ຫຼື ຄວບຄຸມສິ່ງເຫຼົ່ານີ້ໄດ້. ບາງທີສຳລັບບາງຄົນ ອະດີດອາດເປັນພຽງປະສົບການທີ່ວຸ້ນວາຍ; ພວກເຂົາບໍ່ເຄີຍຮຽນຮູ້ວ່າຄວາມປະສົງຂອງສະຫວັນແມ່ນຫຍັງ ແລະ ບໍ່ສົນໃຈວ່າມັນແມ່ນຫຍັງ. ພວກເຂົາໃຊ້ຊີວິດແຕ່ລະມື້ແບບບໍ່ຄິດຄືກັບສັດ ໂດຍບໍ່ສົນໃຈໂຊກຊະຕາຂອງມະນຸດ ຫຼື ເປັນຫຍັງມະນຸດຈິ່ງມີຊີວິດຢູ່ ຫຼື ພວກເຂົາຄວນດຳລົງຊີວິດແບບໃດ. ຄົນແບບນີ້ໃຊ້ຊີວິດຈົນເຖົ້າແກ່ໂດຍບໍ່ເຂົ້າໃຈໂຊກຊະຕາຂອງມະນຸດ ແລະ ຈົນເຖິງເວລາທີ່ພວກເຂົາຕາຍພວກເຂົາກໍ່ຍັງບໍ່ຮູ້ວ່າຊີວິດແມ່ນຫຍັງ. ຄົນໃນລັກສະນະນີ້ແມ່ນໄດ້ຕາຍໄປແລ້ວ; ພວກເຂົາຄືມະນຸດທີ່ບໍ່ມີຈິດວິນຍານ; ພວກເຂົາແມ່ນສັດຮ້າຍ. ເຖິງແມ່ນວ່າຜູ້ຄົນດໍາລົງຢູ່ໃນການຊົງສ້າງ ແລະ ໄດ້ຮັບຄວາມສຸກຈາກຫຼາຍຫົນທາງທີ່ໂລກສະໜອງໃຫ້ກັບຄວາມຕ້ອງການດ້ານວັດຖຸຂອງພວກເຂົາ
- [ຊ່ວງເວລາທີໜຶ່ງ: ເກີດ](https://lo.kingdomsalvation.org/gospel/birth-first-juncture.html) - ບ່ອນທີ່ຄົນເກີດ, ພວກເຂົາເກີດໃນຄອບຄົວໃດ, ເພດ, ຮູບລັກສະນະ ແລະ ເວລາເກີດຕ່າງໆ. ທັງໝົດນີ້ແມ່ນລາຍລະອຽດກ່ຽວກັບຊ່ວງເວລາທຳອິດຂອງຊີວິດຄົນ. ບໍ່ມີໃຜອາດເລືອກລາຍລະອຽດທີ່ແນ່ນອນຂອງຊ່ວງເວລານີ້ໄດ້; ທັງໝົດໄດ້ຖືກກຳນົດໄວ້ລ່ວງໜ້າມາເປັນເວລາດົນນານແລ້ວ ໂດຍພຣະຜູ້ຊົງສ້າງ. ພວກມັນບໍ່ໄດ້ຮັບອິດທິພົນຈາກສະພາບແວດລ້ອມພາຍນອກແຕ່ຢ່າງໃດເລີຍ ແລະ ບໍ່ມີປັດໃຈໃດທີ່ມະນຸດສ້າງຂຶ້ນສາມາດປ່ຽນແປງຄວາມຈິງເຫຼົ່ານີ້ໄດ້ ເຊິ່ງໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງແລ້ວ. ການທີ່ຄົນໆໜຶ່ງເກີດມາ ໝາຍຄວາມວ່າ ພຣະຜູ້ຊົງສ້າງໄດ້ສໍາເລັດບາດກ້າວທຳອິດແຫ່ງໂຊກຊະຕາທີ່ພຣະອົງໄດ້ຈັດແຈງໄວ້ສຳລັບຄົນໆນັ້ນແລ້ວ. ຍ້ອນວ່າພຣະອົງໄດ້ກຳນົດລາຍລະອຽດທັງໝົດເຫຼົ່ານີ້ໄວ້ລ່ວງໜ້າມາເປັນເວລາດົນນານແລ້ວ, ບໍ່ມີໃຜມີອຳນາດປ່ຽນແປງພວກມັນໄດ້. ບໍ່ວ່າໂຊກຊະຕາຂອງຄົນຈະເປັນແນວໃດກໍຕາມ, ເງື່ອນໄຂການເກີດຂອງຄົນແມ່ນໄດ້ຖືກກໍານົດໄວ້ລ່ວງໜ້າແລ້ວ ແລະ ຍັງຄົງເປັນແບບນັ້ນຕະຫຼອເດໄປ; ພວກມັນບໍ່ໄດ້ຮັບອິດທິພົນໃດໆຈາກໂຊກຊະຕາຂອງຄົນໃດໜຶ່ງໃນຊີວິດ ແລະ ບໍ່ມີຜົນກະທົບຫຍັງຕໍ່ອໍານາດອະທິປະໄຕຂອງພຣະຜູ້ຊົງສ້າງຕໍ່ໂຊກຊະຕາຊີວິດຂອງຄົນ. 1. ຊີວິດໃໝ່ໄດ້ເກີດຂຶ້ນຈາກແຜນການຂອງພຣະຜູ້ຊົງສ້າງ ສະຖານທີ່ເກີດ, ຄອບຄົວ, ເພດ, ຮູບລັກສະນະ ແລະ ເວລາເກີດ, ລາຍລະອຽດອັນໃດຂອງຊ່ວງເວລາທໍາອິດທີ່ຄົນສາມາດເລືອກໄດ້ແດ່? ເຫັນໄດ້ຢ່າງຊັດເຈນວ່າ ການເກີດແມ່ນເຫດການທີ່ເລືອກບໍ່ໄດ້. ຄົນໜຶ່ງເກີດມາໂດຍບໍ່ມີທາງເລືອກວ່າຈະເກີດ ຢູ່ສະຖານທີ່ໃດໜຶ່ງ, ໃນຄອບຄົວໃດໜຶ່ງ ແລະ ໃນຮູບລັກສະນະໃດໜຶ່ງ; ຄົນໆໜຶ່ງກາຍເປັນສະມາຊິກຂອງຄົວເຮືອນໃດໜຶ່ງ ແລະ ເປັນເຊື້ອສາຍຂອງວົງຕະກຸນໃດໜຶ່ງໂດຍບໍ່ມີທາງເລືອກ. ຜູ້ຄົນບໍ່ມີທາງເລືອກໃນຊ່ວງເວລາທຳອິດນີ້, ກົງກັນຂ້າມ ພວກເຂົາໄດ້ເກີດມາໃນສະພາບແວດລ້ອມທີ່ຖືກກຳນົດໄວ້ຕາມແຜນການຂອງພຣະຜູ້ຊົງສ້າງ, ເຊິ່ງກໍານົດໃຫ້ເກີດໃນສະເພາະຄອບຄົວໃດໜຶ່ງ ພ້ອມກັບເພດ ແລະ ຮູບລັກສະນະສະເພາະໂຕ ແລະ ໃນເວລາໃດໜຶ່ງທີ່ເຊື່ອມໂຍງກັນຢ່າງໃກ້ຊິດກັບເສັ້ນທາງຊີວິດຂອງຄົນໆໜຶ່ງ. ຜູ້ຄົນສາມາເຮັດຫຍັງໄດ້ແດ່ໃນຊ່ວງເວລາທີ່ສໍາຄັນນີ້?
- [ຊ່ວງເວລາທີສາມ: ການເປັນອິດສະຫຼະ](https://lo.kingdomsalvation.org/gospel/independence-third-juncture.html) - ຫຼັງຈາກທີ່ຜູ້ຄົນໄດ້ຂ້າມຜ່ານໄວເດັກ ແລະ ໄວໜຸ່ມ ແລະ ສຸດທ້າຍກໍກ້າວເຂົ້າສູ່ການເປັນຜູ້ໃຫຍ່ຢ່າງຫຼີກເວັ້ນບໍ່ໄດ້, ຂັ້ນຕອນຕໍ່ໄປແມ່ນສໍາລັບພວກເຂົາປະຖິ້ມໄວໜຸ່ມຂອງພວກເຂົາຢ່າງສົມບູນ, ບອກລາພໍ່ແມ່ນ ແລະ ຜະເຊີນກັບເສັ້ນທາງຂ້າງໜ້າໃນຖານະຜູ້ໃຫຍ່ທີ່ເປັນອິດສະຫຼະ. ໃນຈຸດນີ້ ພວກເຂົາຕ້ອງຜະເຊີນກັບທຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຜູ້ໃຫຍ່ຄົນໜຶ່ງຕ້ອງຜະເຊີນ, ຜະເຊີນກັບທຸກພາກສ່ວນຂອງໂຊກຊະຕາຂອງພວກເຂົາ ເຊິ່ງສິ່ງເຫຼົ່ານັ້ນຈະປະກົດຕໍ່ພວກເຂົາບໍ່ໄວກໍຊ້າ. ນີ້ແມ່ນຊ່ວງເວລາທີສາມທີ່ຜູ້ຄົນຕ້ອງໄດ້ຜ່ານ. 1. ຫຼັງຈາກໄດ້ເປັນອິດສະຫຼະ, ຄົນເລີ່ມປະສົບກັບອໍານາດອະທິປະໄຕຂອງພຣະຜູ້ຊົງສ້າງ ຖ້າການເກີດ ແລະ ການເຕີບໃຫຍ່ຂອງຄົນໃດໜຶ່ງແມ່ນ “ໄລຍະການກະກຽມ” ສຳລັບການເດີນທາງໃນຊີວິດຂອງເຂົາ, ເພື່ອວາງເສົາຫຼັກແຫ່ງໂຊກຊະຕາຂອງຄົນໆນັ້ນ ຄວາມເປັນອິດສະຫຼະຂອງເຂົາກໍຄືການເປີດຄໍາບັນຍາຍຕໍ່ໂຊກຊະຕາຊີວິດຂອງເຂົາ. ຖ້າການເກີດ ແລະ ການເຕີບໃຫຍ່ຂອງຄົນໆໜຶ່ງຄືຄວາມຮັ່ງມີທີ່ພວກເຂົາໄດ້ສະສົມໄວ້ເພື່ອຕຽມຮັບຊະຕາກຳໃນຊີວິດ ແລ້ວຄວາມເປັນອິດສະຫຼະຂອງຄົນໆນັ້ນກໍຄືເວລາທີ່ພວກເຂົາເລີ້ມໃຊ້ຈ່າຍ ຫຼື ເພີ່ມພູນຄວາມຮັ່ງມີນັ້ນ. ເມື່ອຄົນໆໜຶ່ງໜີຈາກພໍ່ແມ່ຂອງເຂົາ ແລະ ກາຍເປັນຄົນອິດສະຫຼະ, ສະພາບທາງສັງຄົມທີ່ເຂົາຜະເຊີນ ແລະ ປະເພດວຽກງານ ແລະ ອາຊີບທີ່ເຂົາມີ, ທັງສອງຢ່າງແມ່ນຖືກກຳນົດໂດຍໂຊກຊະຕາ ແລະ ບໍ່ໄດ້ກ່ຽວຂ້ອງກັບພໍ່ແມ່ຂອງເຂົາເລີຍ. ບາງຄົນເລືອກວິຊາຮຽນທີ່ດີໃນວິທະຍາໄລ ແລະ ຫຼັງຈາກຮຽນຈົບກໍມີວຽກງານເຮັດທີ່ໜ້າພໍໃຈ, ສ້າງຄວາມສໍາເລັດອັນຍິ່ງໃຫຍ່ໃນບາດກ້າວທຳອິດຂອງການເດີນທາງແຫ່ງຊີວິດຂອງພວກເຂົາ. ບາງຄົນຮຽນ ແລະ ໄດ້ຮັບທັກສະຕ່າງໆຢ່າງຫຼວງຫຼາຍ ແຕ່ບໍ່ເຄີຍຊອກວຽກທີ່ເໝາະສົມກັບພວກເຂົາໄດ້ຈັກເທື່ອ ຫຼື ບໍ່ເຄີຍໄດ້ຮັບຕຳແໜ່ງຂອງພວກເຂົາ ແລ້ວແຮງໄກທີ່ພວກເຂົາຈະມີອາຊີບ;
- [ຊ່ວງເວລາທີສີ່: ການແຕ່ງດອງ](https://lo.kingdomsalvation.org/gospel/marriage-fourth-juncture.html) - ເມື່ອຄົນໜຶ່ງເຕີບໃຫຍ່ຂຶ້ນ ແລະ ເປັນຜູ້ໃຫຍ່, ເຂົາກໍຈະຍິ່ງຫ່າງອອກຈາກພໍ່ແມ່ຂອງເຂົາ ແລະ ຫ່າງຈາກສະພາບແວດລ້ອມທີ່ເຂົາເກີດມາ ແລະ ເຕີບໃຫຍ່ຂຶ້ນ ແລະ ເລີ່ມສະແຫວງຫາທິດທາງໃນຊີວິດ ແລະ ຕາມຫາເປົ້າໝາຍຊີວິດຂອງຕົນເອງໃນຮູບແບບທີ່ແຕກຕ່າງຈາກພໍ່ແມ່ຂອງຕົນ. ໃນຊ່ວງເວລານີ້, ຜູ້ຄົນຈະບໍ່ຕ້ອງການພໍ່ແມ່ຂອງພວກເຂົາອີກຕໍ່ໄປ, ແຕ່ກົງກັນຂ້າມ ພວກເຂົາຕ້ອງການຄູ່ຊີວິດຜູ້ທີ່ພວກເຂົາສາມາດໃຊ້ຊີວິດຂອງພວກເຂົາຮ່ວມກັນ ນັ້ນກໍຄື ຄູສົມລົດ ເຊິ່ງເປັນຄົນທີ່ຜູກມັດດ້ວຍໂຊກຊະຕາຂອງພວກເຂົາຢ່າງໃກ້ຊິດ. ດັ່ງນັ້ນ, ເຫດການສຳຄັນທຳອິດໃນຊີວິດຫຼັງຈາກຄວາມເປັນອິດສະຫຼະກໍຄືການແຕ່ງດອງ ເຊິ່ງເປັນຊ່ວງເວລາທີສີ່ທີ່ຜູ້ຄົນຕ້ອງຜ່ານ. 1. ຜູ້ຄົນບໍ່ມີທາງເລືອກກ່ຽວກັບການແຕ່ງດອງ ການແຕ່ງດອງແມ່ນເຫດການສໍາຄັນໃນຊີວິດຂອງຜູ້ຄົນ; ມັນແມ່ນເວລາເມື່ອຄົນເລີ່ມແບກຮັບຄວາມຮັບຜິດຊອບຫຼາກຫຼາຍຮູບແບບຢ່າງແທ້ຈິງ ແລະ ຄ່ອຍໆເຮັດສຳເລັດພາລະກິດຫຼາກຫຼາຍປະເພດ. ຜູ້ຄົນມີພາບລວງຕາກ່ຽວກັບການແຕ່ງດອງກ່ອນທີ່ພວກເຂົາຈະປະສົບກັບມັນດ້ວຍຕົວພວກເຂົາເອງ ແລະ ພາບລວງຕາທັງໝົດນີ້ ກໍຂ້ອນຂ້າງງົດງາມ. ຜູ້ຍິງຈິນຕະນາການວ່າຄູ່ຮັກຂອງພວກເຂົາຈະເປັນເຈົ້າຊາຍຮູບງາມ ແລະ ຜູ້ຊາຍຈິນຕະນາການວ່າພວກເຂົາຈະໄດ້ແຕ່ງດອງກັບນາງສາວສະໂນໄວ້. ຈິນຕະນາການເຫຼົ່ານີ້ສະແດງໃຫ້ເຫັນວ່າ ທຸກຄົນມີເງື່ອນໄຂທີ່ແນ່ນອນສຳລັບການແຕ່ງດອງ, ນັ້ນຄືຄວາມຕ້ອງການ ແລະ ມາດຕະຖານຂອງພວກເຂົາ. ເຖິງແມ່ນວ່າໃນຍຸກແຫ່ງຊົ່ວຮ້າຍນີ້ ມະນຸດຖືກຖະລົ່ມຢ່າງຕໍ່ເນື່ອງດ້ວຍຂໍ້ຄວາມທີ່ບິດເບືອນກ່ຽວກັບການແຕ່ງດອງ ເຊິ່ງຍິ່ງສ້າງເງື່ອນໄຂເພີ່ມຫຼາຍຂຶ້ນ ແລະ ເຮັດໃຫ້ຜູ້ຄົນຕິດພັນຢູ່ກັບຄວາມຄິດຕ່າງນາໆ ແລະ ມີທັດສະນະຄະຕິທີ່ແປກປະຫຼາດ, ຄົນໃດກໍ່ຕາມທີ່ເຄີຍປະສົບກັບການແຕ່ງດອງຈະຮູ້ວ່າ ບໍ່ວ່າຜູ້ຄົນຈະເຂົ້າໃຈມັນແບບໃດກໍຕາມ, ບໍ່ວ່າຜູ້ຄົນຈະມີທັດສະນະຄະຕິກັບມັນແບບໃດກໍຕາມ, ການແຕ່ງດອງບໍ່ແມ່ນທາງເລືອກຂອງສ່ວນບຸກຄົນ. ຄົນໜຶ່ງຈະຜະເຊີນກັບຜູ້ຄົນຢ່າງມາກມາຍໃນຊີວິດຂອງເຂົາ ແຕ່ບໍ່ມີໃຜຮູ້ໄດ້ວ່າໃຜຈະກາຍມາເປັນຄູ່ຊີວິດຂອງຕົນ. ເຖິງແມ່ນວ່າແຕ່ລະຄົນມີຄວາມຄິດເປັນຂອງຕົນເອງ ແລະ
- [ຊ່ວງເວລາທີຫ້າ: ລູກຫຼານ](https://lo.kingdomsalvation.org/gospel/progeny-fifth-juncture.html) - ຫຼັງຈາກແຕ່ງດອງແລ້ວ, ຜູ້ຄົນກໍເລີ່ມໃຫ້ກຳເນີດຮຸ່ນຕໍ່ໄປ. ຄົນໃດໜຶ່ງບໍ່ສາມາດເວົ້າໄດ້ວ່າເຂົາຈະມີລູກຈັກຄົນ ແລະ ມີລູກປະເພດໃດ; ສິ່ງນີ້ແມ່ນຖືກກຳນົດໂດຍໂຊກຊະຕາຂອງເຂົາເຊັ່ນກັນ, ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງ. ນີ້ແມ່ນຊ່ວງເວລາທີຫ້າເຊິ່ງຜູ້ຄົນຕ້ອງຜ່ານ. ຖ້າຄົນໜຶ່ງເກີດມາເພື່ອປະຕິບັດໜ້າທີ່ເປັນລຸກຂອງບາງຄົນ, ແລ້ວກໍຈະມີຄົນໃດໜຶ່ງລ້ຽງດູຮຸ່ນຕໍ່ໄປເພື່ອເຮັດໜ້າທີ່ເປັນພໍ່ແມ່ຂອງບາງຄົນ. ການປ່ຽນແປງໃນບົດບາດນີ້ເຮັດໃຫ້ຄົນໆໜຶ່ງປະສົບກັບໄລຍະທີ່ແຕກຕ່າງຂອງຊີວິດ ຈາກມຸມມອງທີ່ແຕກຕ່າງກັນ. ມັນຍັງໃຫ້ປະສົບການຊີວິດທີ່ແຕກຕ່າງກັນໂດຍຜ່ານການມາຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ເຊິ່ງຖືກນຳໃຊ້ໃນທາງດຽວກັນສະເໝີ ແລະ ຜ່ານປະສົບການຄວາມຈິງທີ່ວ່າ ບໍ່ມີໃຜສາມາດລ່ວງເກີນ ຫຼື ປ່ຽນແປງຊະຕາກຳຂອງພຣະຜູ້ຊົງສ້າງໄດ້. 1. ຄົນໃດໜຶ່ງບໍ່ສາມາດຄວບຄຸມເໜືອສິ່ງທີ່ເປັນລູກຫຼານຂອງເຂົາໄດ້ ການເກີດ, ການເຕີບໃຫຍ່ ແລະ ການແຕ່ງດອງ ລ້ວນແລ້ວແຕ່ນຳມາເຊິ່ງຄວາມຜິດຫວັງໃນຫຼາຍຮູບແບບ ແລະ ໃນລະດັບທີ່ແຕກຕ່າງກັນ. ບາງຄົນບໍ່ພໍໃຈກັບຄອບຄົວຂອງຕົນ ຫຼື ຮູບລັກສະນະຂອງພວກເຂົາເອງ; ບາງຄົນບໍ່ມັກພໍ່ແມ່ຂອງເຂົາ. ບາງຄົນບໍ່ພໍໃຈ ຫຼື ມີການຈົ່ມວ່າກ່ຽວກັບສະພາບແວດລ້ອມທີ່ພວກເຂົາເຕີບໃຫຍ່ຂຶ້ນ. ສໍາລັບຄົນສ່ວນໃຫຍ່, ທ່າມກາງຄວາມຜິດຫວັງເຫຼົ່ານີ້, ການແຕ່ງດອງເປັນສິ່ງທີ່ບໍ່ໜ້າພໍໃຈຫຼາຍທີ່ສຸດ. ບໍ່ວ່າຄົນຈະບໍ່ພໍໃຈແນວໃດກັບການເກີດຂອງເຂົາ, ການເປັນຜູ້ໃຫຍ່ ຫຼື ການແຕ່ງດອງ, ທຸກຄົນທີ່ໄດ້ກ້າວຜ່ານສິ່ງເຫຼົ່ານີ້ຮູ້ວ່າ ຜູ້ຄົນບໍ່ສາມາດເລືອກໄດ້ວ່າ ພວກເຂົາຕ້ອງເກີດຢູ່ໃສ ຫຼື ເມື່ອໃດ, ພວກເຂົາຈະມີຮູບລັກສະນະແບບໃດ, ໃຜເປັນພໍ່ແມ່ຂອງພວກເຂົາ ແລະ ຄູ່ສົມລົດຂອງພວກເຂົາແມ່ນໃຜ ແຕ່ຕ້ອງຍອມຮັບຄວາມປະສົງຂອງສະຫວັນເທົ່ານັ້ນ. ເຖິງຢ່າງໃດກໍຕາມ ເມື່ອເຖິງເວລາທີ່ຄົນໃຫ້ກຳເນີດຄົນຮຸ່ນຕໍ່ໄປ, ພວກເຂົາກໍຈະຖ່າຍທອດຄວາມປາດຖະໜາທັງໝົດທີ່ພວກເຂົາບໍ່ໄດ້ເຮັດໃຫ້ເປັນຈິງໃນເຄິງຊີວິດທຳອິດຂອງພວກເຂົາໃຫ້ກັບລູກຫຼານຂອງພວກເຂົາ
- [ຊ່ວງເວລາທີຫົກ: ຄວາມຕາຍ](https://lo.kingdomsalvation.org/gospel/death-sixth-juncture.html) - ຫຼັງຈາກຄວາມສັບສົນ ແລະ ຄວາມວຸ້ນວາຍ, ຄວາມອຸກອັ່ງ ແລະ ຄວາມຜິດຫວັງຢ່າງໜັກ, ຫຼັງຈາກຄວາມເບີກບານ ແລະ ຄວາມໂສກເສົ້າ ແລະ ການຂຶ້ນໆລົງໆ, ຫຼັງຈາກຫຼາຍປີທີ່ບໍ່ມີວັນລືມ, ຫຼັງຈາກເບິ່ງລະດູການຕ່າງໆປ່ຽນແປງເປັນເວລາຫຼາຍຄັ້ງ, ຜູ້ຄົນໄດ້ຜ່ານເຄື່ອງໝາຍບອກທາງທີ່ສຳຄັນໃນຊີວິດໂດຍບໍ່ໄດ້ສັງເກດ ແລະ ພຽງໃນກະພິບຕາ ຜູ້ຄົນພົບເຫັນວ່າຕົວເອງຢູ່ໃນບັ້ນປາຍແຫ່ງຊີວິດຂອງຕົນ. ເຄື່ອງໝາຍແຫ່ງການເວລາໄດ້ຖືກປະທັບຕາໃສ່ທົ່ວຮ່າງກາຍຂອງຜູ້ຄົນ: ພວກເຂົາບໍ່ສາມາດຢືນສູງໄດ້ອີກຕໍ່ໄປ, ຜົມຂອງພວກເຂົາປ່ຽນຈາກສີດຳເປັນສີຂາວ, ໃນຂະດຽວກັນ ດວງຕາທີ່ສົດໃສ ແລະ ແຈ້ງສະຫວ່າງກໍປ່ຽນເປັນບໍ່ເຫັນແຈ້ງ ແລະ ມືດມົວ ແລະ ຜິວໜັງທີ່ນິ້ມນວນກໍກາຍເປັນແຫ່ວແຫ້ງ ແລະ ດ່າງດໍາ. ຫູກໍບໍ່ໄດ້ຍິນດີ, ແຂ້ວກໍຄອນ ແລະ ຫຼ່ອນອອກ, ປະຕິກິລິຍາກໍຊ້າລົງ, ການເຄື່ອນໄຫວກໍຊັກຊ້າ... ໃນຈຸດນີ້ ຜູ້ຄົນໄດ້ກ່າວຄຳອຳລາຄັ້ງສຸດທ້າຍຕໍ່ປີແຫ່ງຄວາມກະຕືລືລົ້ນຂອງໄວໜຸ່ມຂອງພວກເຂົາ ແລະ ເຂົ້າສູ່ຊີວິດບັ້ນປາຍຂອງພວກເຂົາ: ອາຍຸເຖົ້າ. ຕໍ່ໄປ ຜູ້ຄົນກໍຈະພົບກັບຄວາມຕາຍ ເຊິ່ງເປັນຊ່ວງເວລາສຸດທ້າຍໃນຊີວິດຂອງມະນຸດ. 1. ມີພຽງພຣະຜູ້ຊົງສ້າງເທົ່ານັ້ນທີ່ຖືອໍານາດແຫ່ງຊີວິດ ແລະ ຄວາມຕາຍເໜືອມະນຸດ ຖ້າການເກີດຂອງຄົນຖືກກຳນົດໂດຍຊີວິດໃນຊາດກ່ອນຂອງເຂົາ ແລ້ວຄວາມຕາຍຂອງຄົນກໍຄືຈຸດຈົບຂອງຊະຕາກຳນັ້ນ. ຖ້າການເກີດຂອງຄົນແມ່ນການເລີ່ມຕົ້ນພາລະກິດໃນຊີວິດນີ້ຂອງເຂົາ ແລ້ວຄວາມຕາຍຂອງເຂົາກໍຄືຈຸດຈົບຂອງພາລະກິດນັ້ນ. ເນື່ອງຈາກວ່າພຣະຜູ້ຊົງສ້າງໄດ້ກຳນົດສະຖານະການທີ່ຕາຍຕົວສຳລັບການເກີດຂອງຄົນໄວ້ລ່ວງໜ້າແລ້ວ, ເຊິ່ງເຫັນໄດ້ຢ່າງຊັດເຈນວ່າ ພຣະອົງຍັງໄດ້ຈັດແຈງສະຖານະການທີ່ຕາຍຕົວສຳລັບຄວາມຕາຍຂອງຜູ້ຄົນອີກດ້ວຍ.
- [ຢ່າພາດໂອກາດທີ່ຈະຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ](https://lo.kingdomsalvation.org/gospel/know-Creator-s-sovereignty.html) - ສອງສາມທົດສະວັດທີ່ປະກອບໃນຊີວິດມະນຸດນັ້ນບໍ່ຍາວ ແລະ ກໍບໍ່ສັ້ນ. ຊາວປີລະຫວ່າງການເກີດ ແລະ ການເປັນຜູ້ໃຫຍ່ຜ່ານໄປໃນຊົ່ວພິບຕາ ແລະ ເຖິງແມ່ນວ່າໃນຈຸດນີ້ຖືວ່າຜູ້ຄົນໄດ້ເປັນຜູ້ໃຫຍ່ແລ້ວ, ຄົນໃນກຸ່ມອາຍຸນີ້ບໍ່ຮູ້ຫຍັງເລີຍກ່ຽວກັບຊີວິດມະນຸດ ແລະ ໂຊກຊະຕາມະນຸດ. ເມື່ອພວກເຂົາມີປະສົບການຫຼາຍຂຶ້ນ, ພວກເຂົາຈຶ່ງຄ່ອຍໆກ້າວເຂົ້າສູ່ໄວກາງຄົນ. ຄົນໃນໄວສາມສິບ ແລະ ສີ່ສິບປີໄດ້ຮັບປະສົບການຊີວິດ ແລະ ໂຊກຊະຕາໃໝ່ໆ ແຕ່ຄວາມຄິດຂອງພວກເຂົາກ່ຽວກັບສິ່ງເຫຼົ່ານີ້ຍັງເລື່ອນລອຍຢູ່. ຈົນຮອດອາຍຸສີ່ສິບປີທີ່ບາງຄົນເລີ່ມເຂົ້າໃຈມະນຸດ ແລະ ໂລກຈັກກະວານທີ່ພຣະເຈົ້າໄດ້ຊົງສ້າງ ແລະ ເຂົ້າໃຈວ່າແມ່ນຫຍັງຄືຊີວິດມະນຸດ, ເຂົ້າໃຈວ່າ ແມ່ນຫຍັງຄືໂຊກຊະຕາມະນຸດ. ບາງຄົນ ເຖິງແມ່ນວ່າພວກເຂົາເປັນຜູ້ຕິດຕາມຂອງພຣະເຈົ້າມາເປັນເວລາດົນນານແລ້ວ ແລະ ຕອນນີ້ກໍເຂົ້າສູ່ໄວກາງຄົນແລ້ວ ແຕ່ກໍຍັງບໍ່ສາມາດມີຄວາມຮູ້ ແລະ ສາມາດນິຍາມກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງໄດ້ຢ່າງຖືກຕ້ອງ, ແລ້ວແຮງໄກທີ່ຈະຍອມຮັບຢ່າງແທ້ຈິງ. ບາງຄົນບໍ່ສົນໃຈຫຍັງ ນອກຈາກການສະແຫວງຫາທີ່ຈະໄດ້ຮັບພອນ ແລະ ເຖິງແມ່ນວ່າພວກເຂົາມີຊີວິດຢູ່ມາເປັນເວລາຫຼາຍປີແລ້ວ ພວກເຂົາກໍບໍ່ຮູ້ ຫຼື ບໍ່ເຂົ້າໃຈຄວາມຈິງແຫ່ງອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງເໜືອໂຊກຊະຕາມະນຸດແມ່ນແຕ່ໜ້ອຍດຽວ ແລະ ບໍ່ໄດ້ປະຕິບັດແມ່ນແຕ່ບາດກ້າວດຽວກ່ຽວກັບບົດຮຽນຕົວຈິງແຫ່ງການຍອມຮັບເອົາການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງ. ຄົນເຊັ່ນນີ້ເປັນຄົນໂງ່ຕະຫຼອດໄປ ແລະ ຊີວິດຂອງພວກເຂົາກໍຢູ່ໄປຢ່າງໄຮ້ຄ່າ. ຖ້າຊ່ວງເວລາຂອງຊີວິດມະນຸດຖືກແບ່ງຕາມລະດັບປະສົບການຊີວິດ ແລະ ຄວາມຮູ້ກ່ຽວກັບໂຊກຊະຕາມະນຸດ, ພວກມັນສາມາດແຍກອອກເປັນສາມໄລຍະ. ໄລຍະທີໜຶ່ງແມ່ນໄວໜຸ່ມ ເຊິ່ງແມ່ນປີລະຫວ່າງການເກີດ ແລະ
- [ການຍອມຮັບພຣະເຈົ້າເປັນນາຍທີ່ເປັນເອກະລັກຂອງເຈົ້າແມ່ນບາດກ້າວທຳອິດໃນການໄດ້ຮັບຄວາມລອດພົ້ນ](https://lo.kingdomsalvation.org/gospel/accepting-God-as-unique-master.html) - ຄວາມຈິງກ່ຽວກັບສິດອຳນາດຂອງພຣະເຈົ້າແມ່ນຄວາມຈິງທີ່ທຸກຄົນຕ້ອງຄຳນຶງເຖິງຢ່າງຈິງຈັງ, ຕ້ອງປະສົບ ແລະ ເຂົ້າໃຈດ້ວຍໃຈຂອງພວກເຂົາ ຍ້ອນວ່າ ຄວາມຈິງເຫຼົ່ານີ້ມີຜົນຕໍ່ຊີວິດຂອງທຸກຄົນ; ຕໍ່ອະດີດ, ປັດຈຸບັນ ແລະ ອະນາຄົດຂອງທຸກຄົນ; ຕໍ່ຊ່ວງເວລາທີ່ສຳຄັນໃນຊີວິດທີ່ທຸກຄົນຕ້ອງໄດ້ຜ່ານ; ຕໍ່ຄວາມຮູ້ຂອງມະນຸດກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ທັດສະນະຄະຕິທີ່ພວກເຂົາຄວນມີກ່ຽວກັບສິດອຳນາດຂອງພຣະເຈົ້າ; ແລະ ແນ່ນອນກ່ຽວກັບຈຸດໝາຍປາຍທາງຂອງທຸກຄົນ. ດ້ວຍເຫດນັ້ນ, ສິ່ງເຫຼົ່ານີ້ຈຶ່ງຕ້ອງໄດ້ໃຊ້ເວລາຕະຫຼອດຊີວິດເພື່ອຮູ້ຈັກ ແລະ ເຂົ້າໃຈພວກມັນ. ເມື່ອເຈົ້າເບິ່ງສິດອຳນາດຂອງພຣະເຈົ້າຢ່າງເຕັມທີ່, ເມື່ອເຈົ້າຍອມຮັບອຳນາດອະທິປະໄຕຂອງພຣະອົງ, ເຈົ້າຈະຄ່ອຍໆຮັບຮູ້ ແລະ ເຂົ້າໃຈຄວາມຈິງແຫ່ງການມີຢູ່ຂອງສິດອຳນາດຂອງພຣະເຈົ້າ. ແຕ່ຖ້າເຈົ້າບໍ່ເຄີຍຮັບຮູ້ສິດອຳນາດຂອງພຣະອົງ, ບໍ່ວ່າເຈົ້າຈະມີຊີວິດມາດົນນານປານໃດກໍຕາມ ເຈົ້າກໍ່ຈະບໍ່ໄດ້ຮັບເສດສ່ວນຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຖ້າເຈົ້າບໍ່ຮູ້ຈັກ ແລະ ບໍ່ເຂົ້າໃຈສິດອຳນາດຂອງພຣະເຈົ້າຢ່າງແທ້ຈິງ, ເມື່ອເຈົ້າໄປຮອດຈຸດສິ້ນສຸດຂອງເສັ້ນທາງ, ເຖິງແມ່ນວ່າ ເຈົ້າໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍທົດສະວັດ ເຈົ້າກໍ່ຈະບໍ່ມີຫຍັງສະແດງອອກໃຫ້ເຫັນເຖິງຊີວິດຂອງເຈົ້າ ແລະ ເຈົ້າຈະບໍ່ມີຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດໂດຍທຳມະຊາດແມ່ນແຕ່ໜ້ອຍດຽວ. ນີ້ບໍ່ແມ່ນສິ່ງທີ່ໜ້າເສົ້າໃຈທີ່ສຸດບໍ? ດັ່ງນັ້ນ, ບໍ່ວ່າໃນຊີວິດເຈົ້າໄດ້ຍ່າງໄປໄກເທົ່າໃດກໍຕາມ, ບໍ່ວ່າຕອນນີ້ເຈົ້າມີອາຍຸກຈັກປີແລ້ວກໍຕາມ, ບໍ່ວ່າການເດີນທາງຂອງເຈົ້າອາດຍັງຍາວໄກຫຼາຍພຽງໃດກໍຕາມ, ກ່ອນອື່ນ ເຈົ້າຕ້ອງຮັບຮູ້ສິດອຳນາດຂອງພຣະເຈົ້າ ແລະ ພິຈາລະນາມັນຢ່າງຈິງຈັງ ແລະ ຍອມຮັບຄວາມຈິງທີ່ວ່າ ພຣະເຈົ້າຄືເຈົ້ານາຍທີ່ເປັນເອກະລັກຂອງເຈົ້າ. ການບັນລຸຄວາມຮູ້ທີ່ຊັດເຈນ ແລະ ຖືກຕ້ອງ ແລະ ຄວາມເຂົ້າໃຈຄວາມຈິງເຫຼົ່ານີ້ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ ແມ່ນບົດຮຽນທີ່ຈຳເປັນສຳລັບທຸກຄົນ;
- [ເຂດແດນໄດ້ເກີດຂຶ້ນກໍຍ້ອນວິຖີຊີວິດທີ່ແຕກຕ່າງກັນຂອງມວນມະນຸດ](https://lo.kingdomsalvation.org/gospel/boundaries-developed-from-lifestyles.html) - ພຣະເຈົ້າສ້າງທຸກສິ່ງ ແລະ ສ້າງຕັ້ງເຂດແດນສຳລັບພວກມັນ; ທ່າມກາງພວກມັນ ພຣະອົງໄດ້ບຳລຸງລ້ຽງສິ່ງມີຊີວິດທຸກຊະນິດ. ໃນຂະນະດຽວກັນ, ພຣະອົງຍັງໄດ້ກະກຽມວິທີການເອົາຊີວິດລອດທີ່ແຕກຕ່າງກັນໃຫ້ມວນມະນຸດ ເພື່ອເຈົ້າຈະສາມາດເຫັນໄດ້ວ່າມະນຸດຊາດບໍ່ພຽງແຕ່ມີວິທີດຽວໃນການເອົາຊີວິດລອດ ຫຼື ພວກເຂົາບໍ່ໄດ້ມີພຽງສະພາບແວດລ້ອມແບບດຽວເພື່ອຄວາມຢູ່ລອດ. ກ່ອນໜ້ານີ້ພວກເຮົາໄດ້ເວົ້າກ່ຽວກັບພຣະເຈົ້າກະກຽມອາຫານປະເພດຕ່າງໆ ແລະ ແຫຼ່ງນ້ຳສຳລັບມະນຸດ ເຊິ່ງເປັນສິ່ງສຳຄັນສຳລັບການເຮັດໃຫ້ຊີວິດຂອງມະນຸດໃນເນື້ອໜັງດຳເນີນຕໍ່ໄປ. ແນວໃດກໍຕາມ, ທ່າມກາງມວນມະນຸດນີ້, ບໍ່ແມ່ນທຸກຄົນທີ່ຈະມີຊີວິດຢູ່ດ້ວຍທັນຍະພືດ. ຜູ້ຄົນມີວິທີການເອົາຊີວິດລອດທີ່ແຕກຕ່າງກັນ ນັ້ນກໍຍ້ອນຄວາມແຕກຕ່າງດ້ານສະພາບແວດລ້ອມທາງພູມີສາດ ແລະ ພູມສັນຖານ. ວິທີການເອົາຊີວິດລອດທັງໝົດເຫຼົ່ານີ້ໄດ້ຖືກຈັດຕຽມໄວ້ໂດຍພຣະເຈົ້າ. ດັ່ງນັ້ນ ບໍ່ແມ່ນມະນຸດທຸກຄົນທີ່ຈະເຮັດການປູກຝັງເປັນຫຼັກ. ໝາຍຄວາມວ່າ ບໍ່ແມ່ນທຸກຄົນທີ່ຈະໄດ້ອາຫານຂອງພວກເຂົາຈາກການປູກພືດ. ນີ້ແມ່ນຫົວຂໍ້ທີສາມທີ່ພວກເຮົາຈະເວົ້າເຖິງ: ເຂດແດນໄດ້ເກີດຂຶ້ນກໍຍ້ອນວິຖີຊີວິດທີ່ແຕກຕ່າງກັນຂອງມວນມະນຸດ. ແລ້ວແມ່ນຫຍັງຄືວິຖີຊີວິດຢ່າງອື່ນທີ່ມະນຸດມີ? ໃນດ້ານແຫຼ່ງອາຫານທີ່ແຕກຕ່າງກັນ, ມີຄົນປະເພດອື່ນອີກບໍ່? ມັນມີສອງສາມປະເພດຫຼັກໆ. ປະເພດທຳອິດແມ່ນວິຖີຊີວິດການລ່າສັດ. ທຸກຄົນຮູ້ວ່ານັ້ນແມ່ນຫຍັງ. ຄົນທີ່ດຳລົງຊີວິດໂດຍການລ່າສັດກິນຫຍັງ? (ສັດປ່າ). ພວກເຂົາກິນນົກ ແລະ ສັດໃນປ່າ. “ສັດປ່າ” ແມ່ນຄຳສັບທີ່ທັນສະໄໝ. ນັກລ່າບໍ່ໄດ້ຄິດວ່າມັນເປັນສັດປ່າ; ພວກເຂົາຄິດວ່າມັນເປັນອາຫານ, ເປັນສະບຽງອາຫານປະຈຳວັນຂອງພວກເຂົາ. ຕົວຢ່າງ: ພວກເຂົາໄດ້ກວາງ. ເມື່ອພວກເຂົາໄດ້ກວາງດັ່ງກ່າວ, ມັນກໍຄືກັບຊາວນາທີ່ໄດ້ຮັບອາຫານຈາກດິນ. ຊາວນາຄົນໜຶ່ງໄດ້ຮັບອາຫານຈາກດິນ ແລະ ເມື່ອເຂົາເຫັນອາຫານນີ້, ເຂົາກໍມີຄວາມສຸກ ແລະ ຮູ້ສຶກສະບາຍໃຈ. ຄອບຄົວຈະບໍ່ຫິວເຂົ້າຍ້ອນມີພືດພັນກິນ.
- [ພຣະເຈົ້າໄດ້ຂີດເຂດແດນລະຫວ່າງຊົນຊາດຕ່າງໆ](https://lo.kingdomsalvation.org/gospel/boundaries-between-races.html) - ... ເປັນຫຍັງພຣະເຈົ້າຈຶ່ງກຳນົດເຂດແດນດ້ວຍວິທີນີ້? ນີ້ເປັນເລື່ອງທີ່ສຳຄັນຢ່າງຍິ່ງສຳລັບມວນມະນຸດທັງໝົດ, ເປັນຄວາມສຳຄັນທີ່ຍິ່ງໃຫຍ່ແທ້ຈິງ! ພຣະເຈົ້າໄດ້ກຳນົດຂອບເຂດສຳລັບສິ່ງມີຊີວິດແຕ່ລະຊະນິດ ແລະ ກຳນົດວິທີການເອົາຊີວິດລອດສຳລັບມະນຸດແຕ່ລະປະເພດ. ພຣະອົງຍັງໄດ້ແບ່ງຄົນປະເພດຕ່າງໆ ແລະ ຊົນຊາດຕ່າງໆເທິງແຜ່ນດິນໂລກ ແລະ ສ້າງຕັ້ງຂອບເຂດໃຫ້ພວກເຂົາ. ນີ້ແມ່ນສິ່ງທີ່ພວກເຮົາຈະສົນທະນາກັນຕໍ່ໄປ. ຢ່າງທີສີ່, ພຣະເຈົ້າໄດ້ຂີດເຂດແດນລະຫວ່າງຊົນຊາດຕ່າງໆ. ຢູ່ເທິງແຜ່ນດິນໂລກມີທັງຄົນຜິວຂາວ, ຄົນຜິວດຳ, ຄົນຜິວສີນ້ຳຕານ ແລະ ຄົນຜິວເຫຼືອງ. ນີ້ແມ່ນຄົນປະເພດຕ່າງໆ. ພຣະເຈົ້າຍັງໄດ້ກຳນົດຂອບເຂດສຳລັບຊີວິດຂອງຄົນຕ່າງໆເຫຼົ່ານີ້ດ້ວຍ ແລະ ໂດຍບໍ່ຮູ້ຕົວ ຜູ້ຄົນດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ເໝາະສົມເພື່ອຄວາມຢູ່ລອດພາຍໃຕ້ການຄຸ້ມຄອງຂອງພຣະເຈົ້າ. ບໍ່ມີໃຜສາມາດກ້າວອອກຈາກສິ່ງນີ້ໄດ້. ຕົວຢ່າງ: ພວກເຮົາມາພິຈາລະນາຄົນຜິວຂາວເບິ່ງວ່າ ແມ່ນຫຍັງຄືຂອບເຂດທາງດ້ານພູມີສາດທີ່ພວກເຂົາສ່ວນໃຫຍ່ອາໄສຢູ່? ສ່ວນໃຫຍ່ແມ່ນອາໃສຢູ່ທະວີບເອີຣົບ ແລະ ອາເມຣິກາ. ຂອບເຂດທາງພູມີສາດທີ່ຄົນຜິວດຳອາໄສຢູ່ເປັນຫຼັກແມ່ນທະວີບອາຟຣິກາ. ແລ້ວແມ່ນຫຍັງຄືຂອບເຂດທາງພູມີສາດທີ່ຄົນຜິວສີນ້ຳຕານອາໄສຢູ່? ຄົນຜິວສີນໍ້າຕານສ່ວນຫຼາຍອາໄສຢູ່ໃນອາຊີຕາເວັນອອກສ້ຽງໃຕ້ ແລະ ອາຊີໃຕ້, ຢູ່ໃນບັນດາປະເທດເຊັ່ນ: ໄທ, ອິນເດຍ, ມຽນມາ, ຫວຽດນາມ ແລະ ລາວ. ຄົນຜິວເຫຼືອງສ່ວນຫຼາຍອາໄສຢູ່ໃນທະວີບອາຊີ, ນັ້ນກໍຄືບັນດາປະເທດຕ່າງໆເຊັ່ນ: ຈີນ, ຍີ່ປຸ່ນ ແລະ ເກົາຫຼີໃຕ້. ພຣະເຈົ້າໄດ້ແຈກຢາຍເຊື້ອຊາດຕ່າງໆທັງໝົດເຫຼົ່ານີ້ຢ່າງເໝາະສົມເພື່ອວ່າເຊື່ອຊາດຕ່າງໆເຫຼົ່ານີ້ຈະໄດ້ກະຈາຍໄປທົ່ວພາກສ່ວນຕ່າງໆຂອງໂລກ. ຢູ່ໃນພາກສ່ວນຕ່າງໆເຫຼົ່ານີ້ຂອງໂລກ, ພຣະເຈົ້າໄດ້ກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເໝາະສົມສຳລັບແຕ່ລະຊົນຊາດທີ່ແຕກຕ່າງກັນຂອງມະນຸດມາເປັນເວລາດົນນານແລ້ວ. ພາຍໃນສະພາບແວດລ້ອມເພື່ອຄວາມຢູ່ລອດເຫຼົ່ານີ້ ພຣະເຈົ້າໄດ້ກະກຽມດິນຫຼາກຫຼາຍສີ
- [ບົດບັນຍັດຂອງພຣະເຈົ້າສຳລັບທຸກສິ່ງແມ່ນເຊື່ອມໂຍງກັນກັບການຢູ່ລອດຂອງມະນຸດຊາດຢ່າງບໍ່ສາມາດແຍກອອກໄດ້](https://lo.kingdomsalvation.org/gospel/laws-are-linked-with-mankinds-survival.html) - ຫຼັງຈາກທີ່ໄດ້ເວົ້າກ່ຽວກັບບາງສິ່ງເຫຼົ່ານີ້, ຕອນນີ້ພວກເຈົ້າຮູ້ສຶກວ່າພວກເຈົ້າໄດ້ຮຽນຮູ້ບາງສິ່ງບາງຢ່າງກ່ຽວກັບຫົວຂໍ້ຫຼັກທີ່ພວກເຮົາຫາກໍສົນທະນາກັນບໍ? ເຈົ້າຄິດວ່າເຈົ້າເລີ່ມເຂົ້າໃຈມັນແລ້ວບໍ? ເຮົາເຊື່ອວ່າຕອນນີ້ເຈົ້າຄວນພໍມີຄວາມຄິດແດ່ແລ້ວວ່າເປັນຫຍັງເຮົາຈິ່ງເລືອກເວົ້າກ່ຽວກັບດ້ານນີ້ໃນຫົວຂໍ້ລວມ. ນັ້ນແມ່ນຖືກປະເດັນບໍ? ບາງທີພວກເຈົ້າສາມາດເວົ້າໜ້ອຍໜຶ່ງວ່າພວກເຈົ້າເຂົ້າໃຈມັນຫຼາຍປານໃດແລ້ວ. (ມວນມະນຸດທັງໝົດໄດ້ຮັບການບຳລຸງລ້ຽງໂດຍກົດເກນທີ່ໄດ້ຖືກກຳນົດໄວ້ໂດຍພຣະເຈົ້າສຳລັບທຸກສິ່ງ. ເມື່ອພຣະເຈົ້າຊົງກຳນົດກົດເກນເຫຼົ່ານີ້, ພຣະອົງສະໜອງສະພາບແວດລ້ອມທີ່ແຕກຕ່າງກັນໃຫ້ເຊື້ອຊາດຕ່າງໆ, ວິຖີຊີວິດທີ່ແຕກຕ່າງກັນ, ອາຫານທີ່ແຕກຕ່າງກັນ ພ້ອມພູມີອາກາດ ແລະ ອຸນຫະພູມທີ່ແຕກຕ່າງກັນ. ນີ້ກໍເພື່ອໃຫ້ມວນມະນຸດທັງໝົດສາມາດຕັ້ງຖິ່ນຖານຢູ່ເທິງແຜ່ນດິນໂລກ ແລະ ຢູ່ລອດໄດ້. ຈາກນີ້ ຂ້ານ້ອຍສາມາດເຫັນແຜນການຂອງພຣະເຈົ້າເພື່ອຄວາມຢູ່ລອດຂອງມວນມະນຸດນັ້ນຊັດເຈນຫຼາຍ ແລະ ຂ້ານ້ອຍສາມາດເຫັນສະຕິປັນຍາ ແລະ ຄວາມສົມບູນແບບຂອງພຣະອົງ, ເຫັນຄວາມຮັກຂອງພຣະອົງຕໍ່ພວກຂ້ານ້ອຍຜູ້ເປັນມະນຸດ.) (ກົດເກນ ແລະ ຂອບເຂດທີໄດ້ກຳນົດໄວ້ໂດຍພຣະເຈົ້າບໍ່ສາມາດຖືກປ່ຽນແປງໄດ້ໂດຍຜູ້ຄົນ, ເຫດການ ຫຼື ສິ່ງໃດໆ. ທັງໝົດແມ່ນຢູ່ໃຕ້ການປົກຄອງຂອງພຣະອົງ.) ເບິ່ງຈາກມຸມມອງຂອງກົດເກນທີ່ຖືກກຳນົດໄວ້ໂດຍພຣະເຈົ້າສຳລັບການເຕີບໃຫຍ່ຂອງທຸກສິ່ງ, ບໍ່ແມ່ນມວນມະນຸດທັງໝົດ, ໃນທຸກຄວາມຫຼາກຫຼາຍຂອງພວກເຂົາ ຖືກສະໜອງ ແລະ ບຳລຸງລ້ຽງໂດຍພຣະເຈົ້າບໍ? ຖ້າກົດເກນເຫຼົ່ານີ້ຖືກທຳລາຍ ຫຼື ຖ້າພຣະເຈົ້າບໍ່ໄດ້ສ້າງກົດເກດເຫຼົ່ານີ້ໃຫ້ມວນມະນຸດ, ຄວາມຄາດຫວັງຂອງມະນຸດຊາດຈະເປັນແນວໃດ? ຫຼັງຈາກທີ່ມະນຸດສູນເສຍພື້ນຖານຂອງສະພາບແວດລ້ອມເພື່ອຄວາມຢູ່ລອດຂອງພວກເຂົາ, ພວກເຂົາຈະມີແຫຼ່ງອາຫານໃດບໍ? ອາດເປັນໄປໄດ້ວ່າແຫຼ່ງອາຫານອາດຈະກາຍເປັນບັນຫາ. ຖ້າຄົນສູນເສຍແຫຼ່ງອາຫານຂອງພວກເຂົາ, ນັ້ນກໍຄື ຖ້າພວກເຂົາບໍ່ສາມາດຫາຫຍັງກິນໄດ້, ພວກເຂົາຈະສາມາດຢູ່ໄດ້ຈັກມື້? ອາດເປັນໄປໄດ້ວ່າ ພວກເຂົາຈະບໍ່ສາມາດຢູ່ໄດ້ແມ່ນແຕ່ເດືອນດຽວ ແລະ ຄວາມຢູ່ລອດຂອງພວກເຂົາກໍຈະກາຍເປັນບັນຫາ. ສະນັ້ນ, ທຸກສິ່ງທີ່ພຣະເຈົ້າກະທຳເພື່ອຄວາມຢູ່ລອດຂອງຄົນ, ເພື່ອການດຳລົງຢູ່ຕໍ່ໄປຂອງພວກເຂົາ,
- [ພຣະເຈົ້າຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງເພື່ອໃຫ້ມະນຸດມີສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ໝັ້ນຄົງ](https://lo.kingdomsalvation.org/gospel/balances-relationships-between-all-thing.html) - ພຣະເຈົ້າເປີດເຜີຍການກະທຳຂອງພຣະອົງທ່າມກາງທຸກສິ່ງ, ທ່າມກາງທຸກສິ່ງທີ່ພຣະອົງປົກຄອງ ແລະ ຄວບຄຸມກົດເກນຕ່າງໆຂອງທຸກສິ່ງ. ພວກເຮົາພຽງແຕ່ເວົ້າເຖິງວິທີການທີ່ພຣະເຈົ້າປົກຄອງຢູ່ເໜືອກົດເກນຂອງທຸກສິ່ງ ແລະ ວິທີການທີ່ພຣະອົງສະໜອງ ແລະ ບຳລຸງລ້ຽງມະນຸດທັງມວນພາຍໃຕ້ກົດເກນເຫຼົ່ານັ້ນ. ນີ້ແມ່ນດ້ານໜຶ່ງ. ຕໍ່ໄປ ພວກເຮົາຈະເວົ້າເຖິງດ້ານອື່ນ ເຊິ່ງມັນເປັນວິທີການໜຶ່ງທີ່ພຣະເຈົ້າໃຊ້ເພື່ອຄວບຄຸມຢູ່ເໜືອທຸກສິ່ງ. ເຮົາກຳລັງເວົ້າເຖິງວິທີການທີ່ພຣະເຈົ້າຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງທີ່ພຣະອົງສ້າງ. ນີ້ແມ່ນຫົວຂໍ້ທີ່ຂ້ອນຂ້າງໃຫຍ່ເຊັ່ນກັນສຳລັບພວກເຈົ້າ. ການຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງ ແມ່ນສິ່ງທີ່ມະນຸດສາມາດເຮັດສຳເລັດໄດ້ບໍ? ບໍ່, ມະນຸດບໍ່ມີຄວາມສາມາດສູງຂະໜາດນັ້ນ. ຜູ້ຄົນສາມາດເຮັດໄດ້ພຽງແຕ່ການທຳລາຍເທົ່ານັ້ນ. ພວກເຂົາບໍ່ສາມາດຊັ່ງຊາຄວາມສຳພັນລະຫວ່າງສິ່ງຕ່າງໆທັງໝົດໄດ້; ພວກເຂົາບໍ່ສາມາດຄຸ້ມຄອງພວກມັນໄດ້; ສິດອຳນາດ ແລະ ອຳນາດຍິ່ງໃຫຍ່ເຊັ່ນນັ້ນແມ່ນຢູ່ເໜືອຄວາມຢັ່ງເຖິງຂອງມະນຸດ. ມີພຽງພຣະເຈົ້າເທົ່ານັ້ນທີ່ມີອຳນາດກະທໍາສິ່ງດັ່ງກ່າວນີ້ໄດ້. ແລ້ວແມ່ນຫຍັງຄືຈຸດປະສົງຂອງພຣະເຈົ້າໃນການກະທໍາສິ່ງດັ່ງກ່າວ, ກະທໍາເພື່ອຫຍັງ? ສິ່ງນີ້ແມ່ນກ່ຽວຂ້ອງຢ່າງໃກ້ຊີດກັບຄວາມຢູ່ລອດຂອງມະນຸດຊາດເຊັ່ນກັນ. ທຸກສິ່ງທີ່ພຣະເຈົ້າຕ້ອງການເຮັດນັ້ນແມ່ນຈຳເປັນ. ບໍ່ມີສິ່ງໃດທີ່ພຣະອົງອາດຈະເຮັດ ຫຼື ບໍ່ເຮັດ. ເພື່ອໃຫ້ພຣະອົງປົກປ້ອງຄວາມຢູ່ລອດຂອງມວນມະນຸດ ແລະ ປະທານສະພາບແວດລ້ອມທີ່ດີເພື່ອຄວາມຢູ່ລອດໃຫ້ກັບຜູ້ຄົນ, ມັນມີບາງສິ່ງທີ່ຂາດບໍ່ໄດ້ ແລະ ເປັນສິ່ງສຳຄັນທີ່ພຣະອົງຕ້ອງໄດ້ກະທໍາ. ຈາກຄວາມໝາຍໃນຕົວຂອງປະໂຫຍກ “ພຣະເຈົ້າຊັ່ງຊາທຸກສິ່ງ”, ເບິ່ງຄືກັບວ່າ ເປັນຫົວຂໍ້ທີ່ກວ້າງຫຼາຍ. ກ່ອນອື່ນໝົດ, ມັນສະໜອງຜູ້ຄົນດ້ວຍແນວຄວາມຄິດທີ່ວ່າ “ການຊັ່ງຊາທຸກສິ່ງ” ຍັງໝາຍເຖິງການເປັນນາຍຂອງພຣະເຈົ້າຢູ່ເໜືອທຸກສິ່ງອີກດ້ວຍ. ຄຳວ່າ “ຊັ່ງຊາ” ໝາຍເຖິງຫຍັງ? ກ່ອນອື່ນ “ຊັ່ງຊາ” ໝາຍເຖິງການບໍ່ອະນຸຍາດໃຫ້ບາງສິ່ງຫຼຸດອອກຈາກຄວາມສົມດຸນ. ມັນກໍເໝືອນກັບໃຊ້ຊິງຊັ່ງນ້ຳໜັກບາງສິ່ງບາງຢ່າງ. ເພື່ອເຮັດໃຫ້ຊິງມີຄວາມສົມດຸນ,
- [ອາຫານ ແລະ ເຄື່ອງດື່ມປະຈຳວັນທີ່ພຣະເຈົ້າຈັດກຽມໃຫ້ແກ່ມະນຸດຊາດ](https://lo.kingdomsalvation.org/gospel/daily-food-God-prepares.html) - ເມື່ອກີ້ນີ້, ພວກເຮົາຫາກໍເວົ້າກ່ຽວກັບສ່ວນໜຶ່ງຂອງສະພາບແວດລ້ອມໂດຍລວມ ໂດຍສະເພາະແມ່ນສະພາບການທີ່ຈຳເປັນຕໍ່ຄວາມຢູ່ລອດຂອງມະນຸດ ເຊິ່ງພຣະເຈົ້າໄດ້ຈັດກຽມ ເມື່ອພຣະອົງເນລະມິດສ້າງໂລກ. ພວກເຮົາເວົ້າກ່ຽວກັບຫ້າສິ່ງ ເຊິ່ງເປັນຫ້າອົງປະກອບຂອງສະພາບແວດລ້ອມດັ່ງກ່າວ. ຫົວຂໍ້ຕໍ່ໄປຂອງພວກເຮົາແມ່ນກ່ຽວຂ້ອງຢ່າງໃກ້ຊິດກັບຊີວິດຝ່າຍຮ່າງກາຍຂອງມະນຸດທຸກຄົນ ແລະ ມັນຍິ່ງກ່ຽວພັນກັບຊີວິດນັ້ນ ແລະ ການບັນລຸສະພາບການທີ່ຈຳເປັນຫຼາຍກວ່າຫ້າຢ່າງທີ່ຜ່ານມາ. ເປັນຕົ້ນແມ່ນອາຫານທີ່ຜູ້ຄົນກິນ. ພຣະເຈົ້າໄດ້ເນລະມິດສ້າງມະນຸດ ແລະ ວາງເຂົາໃນສະພາບແວດລ້ອມທີ່ເໝາະສົມສຳລັບຊີວິດ; ຫຼັງຈາກນັ້ນ ມະນຸດກໍຕ້ອງການອາຫານ ແລະ ນໍ້າ. ມະນຸດມີຄວາມຕ້ອງການນີ້, ສະນັ້ນ ພຣະເຈົ້າຈຶ່ງເຮັດການຈັດກຽມທີ່ກ່ຽວຂ້ອງສຳລັບເຂົາ. ສະນັ້ນ ແຕ່ລະບາດກ້າວໃນພາລະກິດຂອງພຣະເຈົ້າ ແລະ ແຕ່ລະສິ່ງທີ່ພຣະອົງເຮັດຈຶ່ງບໍ່ແມ່ນພຣະທຳວ່າງເປົ່າທີ່ກຳລັງຖືກກ່າວອອກມາ ແຕ່ເປັນການກະທຳທີ່ເປັນຈິງ ແລະ ແທ້ຈິງທີ່ກຳລັງເກີດຂຶ້ນ. ອາຫານບໍ່ໄດ້ຈຳເປັນຫຼາຍແທ້ໆໃນຊີວິດປະຈຳວັນຂອງຜູ້ຄົນບໍ? ອາຫານສຳຄັນກວ່າອາກາດບໍ? ພວກມັນສຳຄັນພໍໆກັນ. ທັງສອງຢ່າງແມ່ນສະພາບການທີ່ຈຳເປັນ ແລະ ວັດຖຸທາດສຳລັບຄວາມຢູ່ລອດຂອງມະນຸດຊາດ ແລະ ສຳລັບຮັກສາການສືບຕໍ່ຊີວິດຂອງມະນຸດ. ອັນໃດສຳຄັນກວ່າກັນ, ອາກາດ ຫຼື ນໍ້າ? ອຸນຫະພູມ ຫຼື ອາຫານ? ພວກມັນລ້ວນແລ້ວແຕ່ສຳຄັນພໍໆກັນ. ຜູ້ຄົນບໍ່ສາມາດເລືອກໄດ້ລະຫວ່າງສິ່ງເຫຼົ່ານັ້ນ ເພາະພວກເຂົາບໍ່ສາມາດປາສະຈາກສິ່ງໃດສິ່ງໜຶ່ງໃນບັນດາສິ່ງເຫຼົ່ານັ້ນໄດ້. ນີ້ຄືບັນຫາທີ່ເປັນຈິງ ແລະ ແທ້ຈິງ, ບໍ່ແມ່ນໜຶ່ງໃນການເລືອກສິ່ງຕ່າງໆຂອງເຈົ້າ. ເຈົ້າບໍ່ຮູ້, ແຕ່ພຣະເຈົ້າຮູ້. ເມື່ອເຈົ້າເຫັນອາຫານ,
- [ສະພາບແວດລ້ອມພື້ນຖານສຳລັບຊີວິດທີ່ພຣະເຈົ້າທີ່ໄດ້ເນລະມິດສ້າງໄວ້ສຳລັບມະນຸດຊາດ: ອາກາດ](https://lo.kingdomsalvation.org/gospel/basic-environment-air.html) - ຢ່າງທຳອິດ ພຣະເຈົ້າເນລະມິດສ້າງອາກາດ ເພື່ອວ່າມະນຸດຈະໄດ້ຫາຍໃຈ. ອາກາດແມ່ນວັດຖຸທາດທີ່ມະນຸດສາມາດພົບພໍ້ໃນປະຈຳວັນບໍ ແລະ ມັນແມ່ນສິ່ງທີ່ມະນຸດເພິ່ງພາຄັ້ງແລ້ວຄັ້ງເລົ່າ ແມ່ນແຕ່ໃນຂະນະທີ່ພວກເຂົານອນຫຼັບ. ອາກາດທີ່ພຣະເຈົ້າເນລະມິດສ້າງແມ່ນສຳຄັນຢ່າງຫຼວງຫຼາຍສຳລັບມະນຸດຊາດ: ມັນຈຳເປັນຕໍ່ທຸກລົມຫາຍໃຈຂອງພວກເຂົາ ແລະ ຕໍ່ຊີວິດເອງ. ວັດຖຸທາດນີ້ ທີ່ສາມາດຮູ້ສຶກໄດ້ ແຕ່ບໍ່ສາມາດເຫັນໄດ້ ແມ່ນຂອງຂວັນທຳອິດຂອງພຣະເຈົ້າສຳລັບສິ່ງທັງປວງໃນການເນລະມິດສ້າງຂອງພຣະອົງ. ແຕ່ຫຼັງຈາກທີ່ໄດ້ເນລະມິດສ້າງອາກາດ, ພຣະເຈົ້າໄດ້ຢຸດບໍ ຍ້ອນພິຈາລະນາວ່າພາລະກິດຂອງພຣະອົງສຳເລັດແລ້ວ? ຫຼື ພຣະອົງໄດ້ພິຈາລະນາຢູ່ບໍວ່າ ອາກາດຈະໜາແໜ້ນສໍ່າໃດ? ພຣະອົງໄດ້ພິຈາລະນາຢູ່ບໍວ່າອາກາດຈະປະກອບມີຫຍັງແດ່? (ແມ່ນແລ້ວ). ພຣະເຈົ້າກຳລັງຄິດຫຍັງ ເມື່ອພຣະອົງສ້າງອາກາດ? ເປັນຫຍັງພຣະເຈົ້າຈຶ່ງສ້າງອາກາດ ແລະ ແມ່ນຫຍັງຄືເຫດຜົນຂອງພຣະອົງ? ມະນຸດຕ້ອງການອາກາດ, ພວກເຂົາຈຳເປັນຕ້ອງຫາຍໃຈ. ກ່ອນອື່ນ ຄວາມໜາແໜ້ນຂອງອາກາດຕ້ອງເໝາະສົມສຳລັບປອດຂອງມະນຸດ. ມີຜູ້ໃດຮູ້ຈັກຄວາມໜາແໜ້ນຂອງອາກາດບໍ? ໃນຄວາມເປັນຈິງແລ້ວ ມັນບໍ່ໄດ້ຈຳເປັນທີ່ຜູ້ຄົນຈະຮູ້ຈັກຄຳຕອບສຳລັບຄຳຖາມນີ້ ໂດຍສະເພາະໃນເລື່ອງຂອງຕົວເລກ ແລະ ຂໍ້ມູນ ແລະ ແນ່ນອນຢູ່ແລ້ວທີ່ມັນຂ້ອນຂ້າງບໍ່ຈຳເປັນທີ່ຈະຮູ້ຈັກຄຳຕອບ, ມັນພຽງພໍແລ້ວແທ້ໆທີ່ຈະມີແນວຄິດທົ່ວໄປເທົ່ານັ້ນ. ພຣະເຈົ້າສ້າງອາກາດດ້ວຍຄວາມໜາແໜ້ນທີ່ຈະເໝາະສົມທີ່ສຸດໃຫ້ປອດຂອງມະນຸດໄດ້ຫາຍໃຈ. ນັ້ນກໍຄື ພຣະອົງສ້າງອາກາດ ເພື່ອວ່າມັນພ້ອມທີ່ຈະເຂົ້າສູ່ຮ່າງກາຍຂອງມະນຸດຜ່ານທາງລົມຫາຍໃຈຂອງພວກເຂົາ ແລະ ເພື່ອວ່າມັນຈະບໍ່ທຳຮ້າຍຮ່າງກາຍໃນຂະນະທີ່ຫາຍໃຈ. ສິ່ງເຫຼົ່ານີ້ແມ່ນການຄິດພິຈາລະນາຂອງພຣະເຈົ້າ ເມື່ອພຣະອົງສ້າງອາກາດ. ຕໍ່ມາ, ພວກເຮົາຈະລົມກັນກ່ຽວກັບສິ່ງທີ່ອາກາດປະກອບມີ. ສ່ວນປະກອບຂອງມັນບໍ່ເປັນພິດຕໍ່ມະນຸດ ແລະ ຈະບໍ່ທຳລາຍປອດ ຫຼື
- [ສະພາບແວດລ້ອມພື້ນຖານສຳລັບຊີວິດທີ່ພຣະເຈົ້າທີ່ໄດ້ເນລະມິດສ້າງໄວ້ສຳລັບມະນຸດຊາດ: ອຸນຫະພູມ](https://lo.kingdomsalvation.org/gospel/basic-environment-temperature.html) - ຢ່າງທີສອງທີ່ພວກເຮົາຈະສົນທະນາກັນແມ່ນອຸນຫະພູມ. ທຸກຄົນຮູ້ວ່າອຸນຫະພູມແມ່ນຫຍັງ. ອຸນຫະພູມແມ່ນສິ່ງທີ່ຈຳເປັນຕໍ່ສະພາບແວດລ້ອມທີ່ເໝາະສົມສຳລັບຄວາມຢູ່ລອດຂອງມະນຸດ. ຖ້າອຸນຫະພູມສູງເກີນໄປ, ຕົວຢ່າງ ລອງສົມມຸດວ່າອຸນຫະພູມສູງກວ່າສີ່ສິບອົງສາແຊນຊີອຸສ, ນີ້ຈະບໍ່ເຮັດໃຫ້ມະນຸດເຫື່ອອອກຫຼາຍບໍ? ມັນຈະບໍ່ເມື່ອຍແຮງຫຼາຍສຳລັບມະນຸດບໍທີ່ຈະດຳລົງຊີວິດໃນສະພາບການດັ່ງກ່າວ? ແລ້ວຖ້າອຸນຫະພູມຕໍ່າເກີນໄປເດ? ສົມມຸດວ່າອຸນຫະພູມຕົກລົງເຖິງຕິດລົບສີ່ສິບອົງສາແຊນຊີອຸສ, ມະນຸດກໍບໍ່ສາມາດທົນຕໍ່ສະພາບການເຫຼົ່ານີ້ໄດ້ເຊັ່ນກັນ. ສະນັ້ນ ພຣະເຈົ້າຈຶ່ງເຄັ່ງຄັດຫຼາຍໃນການກຳນົດຂອບເຂດອຸນຫະພູມ ເຊິ່ງເປັນຂອບເຂດອຸນຫະພູມທີ່ຮ່າງກາຍມະນຸດສາມາດປັບຕົວໄດ້, ເຊິ່ງຕົກຢູ່ໃນລະດັບບໍ່ຫຼາຍກໍໜ້ອຍລະຫວ່າງຕິດລົບສາມສິບອົງສາແຊນຊີອຸສ ແລະ ສີ່ສິບອົງສາແຊນຊີອຸສ. ອຸນຫະພູມໃນດິນຈາກພາກເໜືອຫາພາກໃຕ້ກໍຈຳເປັນຕ້ອງຕົກຢູ່ພາຍໃນຂອບເຂດນີ້. ໃນເຂດທີ່ໜາວຫຼາຍແທ້ໆ, ອຸນຫະພູມສາມາດຕົກລົງເຖິງປະມານຕິດລົບຫ້າສິບ ຫຼື ຫົກສິບອົງສາແຊນຊີອຸສ. ພຣະເຈົ້າຈະບໍ່ໃຫ້ມະນຸດດຳລົງຊີວິດໃນເຂດດັ່ງກ່າວ. ແລ້ວເປັນຫຍັງເຂດທີ່ເຢືອກເຢັນເຫຼົ່ານີ້ຈຶ່ງມີຢູ່? ພຣະເຈົ້າມີສະຕິປັນຍາຂອງພຣະອົງເອງ ແລະ ພຣະອົງມີເຈດຕະນາຂອງພຣະອົງເອງສຳລັບສິ່ງນີ້. ພຣະອົງຈະບໍ່ໃຫ້ເຈົ້າໄປໃກ້ສະຖານທີ່ເຫຼົ່ານັ້ນ. ສະຖານທີ່ໆຮ້ອນເກີນໄປ ແລະ ໜາວເກີນໄປແມ່ນຖືກປົກປ້ອງໂດຍພຣະເຈົ້າ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ໄດ້ວາງແຜນໃຫ້ມະນຸດດຳລົງຊີວິດໃນທີ່ນັ້ນ. ສະຖານທີ່ເຫຼົ່ານີ້ບໍ່ແມ່ນສຳລັບມະນຸດຊາດ. ແຕ່ເປັນຫຍັງພຣະເຈົ້າຈຶ່ງເຮັດໃຫ້ສະຖານທີ່ດັ່ງກ່າວມີຢູ່ເທິງແຜ່ນດິນໂລກ? ຖ້າສະຖານທີ່ເຫຼົ່ານີ້ເປັນບ່ອນທີ່ພຣະເຈົ້າບໍ່ໃຫ້ມະນຸດໄດ້ອາໄສຢູ່ ຫຼື ແມ່ນແຕ່ຢູ່ລອດໄດ້, ແລ້ວເປັນຫຍັງພຣະເຈົ້າຈຶ່ງສ້າງພວກມັນ? ມີສະຕິປັນຍາຂອງພຣະເຈົ້ານອນຢູ່ໃນທີ່ນີ້. ນັ້ນກໍຄື ພຣະເຈົ້າປັບຂອບເຂດອຸນຫະພູມຂອງສະພາບແວດລ້ອມໃຫ້ເໝາະສົມເຊິ່ມະນຸດຢູ່ລອດໄດ້. ຍັງມີກົດເກນທຳມະຊາດທີ່ຖືກນໍາໃຊ້ທີ່ນີ້. ພຣະເຈົ້າເນລະມິດສ້າງສິ່ງໃດໜຶ່ງເພື່ອຮັກສາ ແລະ ຄວບຄຸມອຸນຫະພູມ. ພວກມັນແມ່ນຫຍັງ? ຢ່າງທຳອິດ ດວງຕາເວັນສາມາດນໍາຄວາມອົບອຸ່ນມາເຖິງຜູ້ຄົນ, ແຕ່ຜູ້ຄົນສາມາດອົດທົນຕໍ່ຄວາມອົບອຸ່ນນີ້ບໍ ເມື່ອມັນມີຫຼາຍເກີນໄປ? ມີຜູ້ໃດທີ່ກ້າເຂົ້າໃກ້ດວງຕາເວັນບໍ? ມີເຄື່ອງມືທາງວິທະຍາສາດໃດເທິງແຜ່ນດິນໂລກທີ່ສາມາດເຂົ້າໃກ້ດວງຕາເວັນບໍ? (ບໍ່ມີ). ເປັນຫຍັງຈຶ່ງບໍ່ມີ?
- [ສະພາບແວດລ້ອມພື້ນຖານສຳລັບຊີວິດທີ່ພຣະເຈົ້າທີ່ໄດ້ເນລະມິດສ້າງໄວ້ສຳລັບມະນຸດຊາດ: ສຽງ](https://lo.kingdomsalvation.org/gospel/basic-environment-sound.html) - ແມ່ນຫຍັງຄືຢ່າງທີສາມ? ມັນຍັງເປັນພາກສ່ວນທີ່ຈຳເປັນສຳລັບສະພາບແວດລ້ອມປົກກະຕິຂອງການເປັນຢູ່ຂອງມະນຸດ, ເປັນສິ່ງທີ່ພຣະເຈົ້າຈັດກຽມ ເມື່ອພຣະອົງເນລະມິດສ້າງສິ່ງທັງປວງ. ມັນສຳຄັນຫຼາຍຕໍ່ພຣະເຈົ້າ ແລະ ຕໍ່ມະນຸດທຸກຄົນ. ຖ້າພຣະເຈົ້າບໍ່ເອົາໃຈໃສ່ສິ່ງນີ້, ມັນກໍຈະແຊກແຊງຄວາມຢູ່ລອດຂອງມະນຸດຊາດຢ່າງໃຫຍ່ຫຼວງ ເຊິ່ງໝາຍຄວາມວ່າ ມັນຈະມີຜົນກະທົບທີ່ສຳຄັນຕໍ່ຊີວິດມະນຸດ ແລະ ຮ່າງກາຍຝ່າຍເນື້ອໜັງຂອງເຂົາ ຈົນມະນຸດບໍ່ສາມາດຢູ່ລອດໄດ້ໃນສະພາບແວດລ້ອມດັ່ງກ່າວ. ສາມາດເວົ້າໄດ້ວ່າ ບໍ່ມີສິ່ງມີຊີວິດໃດສາມາດຢູ່ລອດໄດ້ໃນສະພາບແວດລ້ອມດັ່ງກ່າວ. ແລ້ວແມ່ນຫຍັງຄືສິ່ງນີ້ທີ່ເຮົາກຳລັງເວົ້າເຖິງ? ເຮົາກຳລັງເວົ້າກ່ຽວກັບສຽງ. ພຣະເຈົ້າສ້າງທຸກສິ່ງ ແລະ ທຸກສິ່ງທີ່ມີຊີວິດກໍດຳລົງຊີວິດຢູ່ໃນພາຍໃນມືຂອງພຣະເຈົ້າ. ສິ່ງທັງປວງໃນການເນລະມິດສ້າງຂອງພຣະເຈົ້າແມ່ນກຳລັງດຳລົງຊີວິດ ແລະ ປ່ຽນແປງການເຄື່ອນໄຫວຢູ່ເລື້ອຍໆພາຍໃນສາຍຕາຂອງພຣະອົງ. ຄວາມໝາຍຂອງເຮົາສຳລັບສິ່ງນີ້ກໍຄື ແຕ່ລະສິ່ງທີ່ພຣະເຈົ້າເນລະມິດສ້າງແມ່ນມີຄຸນຄ່າ ແລະ ຄວາມໝາຍໃນການເປັນຢູ່ຂອງມັນ; ນັ້ນກໍຄື ມີບາງສິ່ງທີ່ຈຳເປັນກ່ຽວກັບການເປັນຢູ່ຂອງແຕ່ລະສິ່ງ ແລະ ທຸກສິ່ງ. ໃນສາຍຕາຂອງພຣະເຈົ້າແລ້ວ, ແຕ່ລະສິ່ງແມ່ນມີຊີວິດ ແລະ ຍ້ອນທຸກສິ່ງມີຊີວິດ, ພວກມັນແຕ່ລະຢ່າງຈຶ່ງເກີດມີສຽງ. ຕົວຢ່າງເຊັ່ນ ໂລກປ່ຽນແປງໄປຢູ່ເລື້ອຍໆ, ດວງຕາເວັນປ່ຽນແປງໄປຢູ່ເລື້ອຍໆ ແລະ ດວງເດືອນກໍປ່ຽນແປງໄປຢູ່ເລື້ອຍໆເຊັ່ນກັນ. ໃນຂະນະທີ່ທຸກສິ່ງຂະຫຍາຍພັນ, ພັດທະນາ ແລະ ເຄື່ອນໄຫວ, ພວກມັນກໍສົ່ງສຽງອອກມາຢູ່ເລື້ອຍໆ. ສິ່ງທັງປວງຈາກການເນລະມິດສ້າງຂອງພຣະເຈົ້າທີ່ມີຢູ່ເທິງແຜ່ນດິນໂລກແມ່ນຂະຫຍາຍພັນ, ພັດທະນາ ແລະ ເຄື່ອນໄຫວຢູ່ເລື້ອຍໆ. ຕົວຢ່າງເຊັ່ນ ຕີນພູເຂົາກຳລັງເຄື່ອນໄຫວ ແລະ ເຄື່ອນຍ້າຍ
- [ສະພາບແວດລ້ອມພື້ນຖານສຳລັບຊີວິດທີ່ພຣະເຈົ້າທີ່ໄດ້ເນລະມິດສ້າງໄວ້ສຳລັບມະນຸດຊາດ: ແສງ](https://lo.kingdomsalvation.org/gospel/basic-environment-light.html) - ຢ່າງທີສີ່ແມ່ນກ່ຽວຂ້ອງກັບຕາຂອງຜູ້ຄົນ: ແສງ. ສິ່ງນີ້ກໍສຳຄັນຫຼາຍເຊັ່ນດຽວກັນ. ເມື່ອເຈົ້າເຫັນແສງທີ່ສະຫວ່າງ ແລະ ຄວາມສະຫວ່າງຂອງມັນໄປຮອດລະດັບໃດໜຶ່ງ, ມັນກໍສາມາດເຮັດໃຫ້ຕາມະນຸດບອດໄດ້. ບໍ່ວ່າຢ່າງໃດກໍຕາມ, ຕາມະນຸດກໍແມ່ນຕາຂອງເນື້ອໜັງ. ພວກມັນບໍ່ສາມາດທົນຕໍ່ການລະຄາຍເຄືອງໄດ້. ຜູ້ໃດກ້າຈ້ອງເບິ່ງດວງຕາເວັນໂດຍກົງບໍ? ບາງຄົນໄດ້ລອງມັນແລ້ວ ແລະ ຖ້າພວກເຂົາສວມໃສ່ແວ່ນຕາກັນແດດ ມັນກໍຈະບໍ່ເປັນຫຍັງ, ແຕ່ນັ້ນກໍຈຳເປັນຕ້ອງມີການນໍາໃຊ້ເຄື່ອງມື. ຫາກປາສະຈາກເຄື່ອງມື, ຕາເປົ່າຂອງມະນຸດແມ່ນບໍ່ມີຄວາມສາມາດທີ່ຈະຜະເຊີນກັບດວງຕາເວັນ ແລະ ຈ້ອງເບິ່ງມັນໂດຍກົງ. ເຖິງຢ່າງໃດກໍຕາມ, ພຣະເຈົ້າໄດ້ເນລະມິດສ້າງດວງຕາເວັນເພື່ອສ່ອງແສງໃຫ້ແກ່ມະນຸດຊາດ ແລະ ແສງນີ້ກໍແມ່ນສິ່ງທີ່ພຣະອົງເອົາໃຈໃສ່ເຊັ່ນກັນ. ພຣະເຈົ້າບໍ່ພຽງແຕ່ສຳເລັດການເນລະມິດສ້າງດວງຕາເວັນເທົ່ານັ້ນ, ວາງມັນໄວ້ໃນບ່ອນໃດບ່ອນໜຶ່ງ ແລະ ຫຼັງຈາກນັ້ນກໍບໍ່ສົນໃຈມັນ; ນັ້ນບໍ່ແມ່ນວິທີທີ່ພຣະເຈົ້າເຮັດສິ່ງຕ່າງໆ. ພຣະອົງລະມັດລະວັງໃນການກະທຳຂອງພຣະອົງ ແລະ ຄິດເຖິງພວກມັນຢ່າງລະອຽດລະອໍ. ພຣະເຈົ້າສ້າງຕາສຳລັບມະນຸດຊາດ ເພື່ອວ່າພວກເຂົາຈະໄດ້ເຫັນ ແລະ ພຣະອົງຍັງກຳນົດຂອບເຂດຂອງແສງທີ່ມະນຸດເຫັນສິ່ງຕ່າງໆໄວ້ລ່ວງໜ້າ. ມັນຈະບໍ່ເປັນການດີ ຖ້າແສງດັ່ງກ່າວມົວເກີນໄປ. ເມື່ອມັນມືດເກີນໄປຈົນຜູ້ຄົນບໍ່ສາມາດເຫັນນິ້ວມືຂອງພວກເຂົາທີ່ຢູ່ຕໍ່ໜ້າພວກເຂົາໄດ້, ຕາຂອງພວກເຂົາກໍຈະສູນເສຍໜ້າທີ່ຂອງພວກມັນ ແລະ ບໍ່ມີປະໂຫຍດຫຍັງ. ແຕ່ແສງທີ່ສະຫວ່າງເກີນໄປກໍເຮັດໃຫ້ຕາມະນຸດບໍ່ສາມາດເຫັນສິ່ງຕ່າງໆໄດ້ພໍໆກັນ ຍ້ອນຄວາມສະຫວ່າງແມ່ນເປັນສິ່ງທີ່ຄົນເຮົາບໍ່ສາມາດທົນໄດ້. ສະນັ້ນ ພຣະເຈົ້າຈຶ່ງຕົບແຕ່ງສະພາບແວດລ້ອມຂອງການເປັນຢູ່ຂອງມະນຸດຊາດດ້ວຍຈຳນວນແສງທີ່ເໝາະສົມສຳລັບຕາມະນຸດ ເຊິ່ງເປັນຈຳນວນທີ່ຈະບໍ່ເປັນໄພ ຫຼື ທຳລາຍຕາຂອງຜູ້ຄົນ ແລ້ວແຮງໄກທີ່ຈະ ເຮັດໃຫ້ພວກມັນສູນເສຍສະມັດຕະພາບຂອງພວກມັນ. ນີ້ຄືເຫດຜົນທີ່ພຣະເຈົ້າເພີ່ມຊັ້ນເມກອ້ອມດວງຕາເວັນ ແລະ ແຜ່ນດິນໂລກ ແລະ
- [ສະພາບແວດລ້ອມພື້ນຖານສຳລັບຊີວິດທີ່ພຣະເຈົ້າທີ່ໄດ້ເນລະມິດສ້າງໄວ້ສຳລັບມະນຸດຊາດ: ກະແສລົມ](https://lo.kingdomsalvation.org/gospel/basic-environment-airflow.html) - ແມ່ນຫຍັງຄືຢ່າງທີຫ້າ? ສິ່ງນີ້ແມ່ນກ່ຽວຂ້ອງຢ່າງໃກ້ຊິດກັບແຕ່ລະມື້ຂອງຊີວິດຂອງແຕ່ລະຄົນ. ຄວາມສຳພັນຂອງມັນໃກ້ຊິດກັບຊີວິດມະນຸດຫຼາຍ ຈົນຮ່າງກາຍມະນຸດບໍ່ສາມາດຳລົງຊີວິດໄດ້ໃນໂລກທີ່ສາມາດຈັບຕ້ອງໄດ້ນີ້ຫາກປາສະຈາກມັນ. ສິ່ງນີ້ກໍຄືກະແສລົມ. ບາງເທື່ອ ຜູ້ໃດຜູ້ໜຶ່ງສາມາດເຂົ້າໃຈຄຳນາມ “ກະແສລົມ” ຫຼັງຈາກທີ່ຫາກໍໄດ້ຍິນມັນ. ແລ້ວແມ່ນຫຍັງຄືກະແສລົມ? ເຈົ້າສາມາດເວົ້າໄດ້ວ່າ “ກະແສລົມ” ເປັນພຽງການເຄື່ອນໄຫວທີ່ໄຫຼວຽນຂອງອາກາດເທົ່ານັ້ນ. ກະແສລົມເປັນລົມທີ່ຕາມະນຸດບໍ່ສາມາດເຫັນໄດ້. ມັນຍັງເປັນວິທີໜຶ່ງທີ່ກາສເຄື່ອນໄຫວ. ແຕ່ໃນການສົນທະນາຄັ້ງນີ້, ຫຼັກໆແລ້ວ “ກະແສລົມ” ແມ່ນໝາຍເຖິງຫຍັງ? ທັນທີທີ່ເຮົາເວົ້າກ່ຽວກັບມັນ, ພວກເຈົ້າກໍຈະເຂົ້າໃຈໄດ້. ໂລກແບກຮັບພູເຂົາ, ທະເລ ແລະ ສິ່ງທັງປວງໃນການເນລະມິດສ້າງ ໃນຂະນະທີ່ມັນໝູນ ແລະ ເມື່ອມັນໝູນ, ມັນກໍໝູນດ້ວຍຄວາມໄວ. ເຖິງແມ່ນເຈົ້າບໍ່ຮູ້ສຶກຫຍັງເຖິງການໝູນນີ້, ເຖິງຢ່າງໃດກໍຕາມ ການໝູນຂອງແຜ່ນດິນໂລກແມ່ນມີຢູ່. ການໝູນຂອງມັນກໍ່ໃຫ້ເກີດຫຍັງ? ເມື່ອເຈົ້າແລ່ນ, ລົມບໍ່ໄດ້ປາກົດຂຶ້ນ ແລະ ແລ່ນຜ່ານຫູຂອງເຈົ້າບໍ? ຖ້າລົມສາມາດຖືກສ້າງຂຶ້ນໄດ້ເມື່ອເຈົ້າແລ່ນ ແລ້ວຈະບໍ່ມີລົມໄດ້ແນວໃດເມື່ອແຜ່ນດິນໂລກໝູນ? ເມື່ອແຜ່ນດິນໂລກໝູນ, ສິ່ງທັງປວງກໍເຄື່ອນໄຫວ. ແຜ່ນດິນໂລກເອງເຄື່ອນໄຫວ ແລະ ໝູນດ້ວຍຄວາມໄວໃນລະດັບໃດໜຶ່ງ ໃນຂະນະທີ່ສິ່ງທັງປວງທີ່ຢູ່ໃນແຜ່ນດິນໂລກຍັງຂະຫຍາຍພັນ ແລະ ພັດທະນາຢູ່ເລື້ອຍໆ. ສະນັ້ນ ການເຄື່ອນໄຫວໃນຄວາມໄວໃນລະດັບໃດໜຶ່ງຈະເຮັດໃຫ້ເກີດກະແສລົມໂດຍທຳມະຊາດ. ນີ້ແມ່ນສິ່ງທີ່ເຮົາເຖິງກ່ຽວກັບ “ກະແສລົມ”. ກະແສລົມນີ້ບໍ່ກະທົບຕໍ່ຮ່າງກາຍມະນຸດຈົນຮອດລະດັບໃດໜຶ່ງບໍ? ໃຫ້ພິຈາລະນາພາຍຸມໍລະສຸມ: ພາຍຸມໍລະສຸມປົກກະຕິແມ່ນບໍ່ໄດ້ຮຸນແຮງເປັນພິເສດ, ແຕ່ເມື່ອພວກມັນໂຈມຕີ,
- [ນິທານເລື່ອງທີ 1. ເມັດພືດ, ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດ](https://lo.kingdomsalvation.org/gospel/story-seed-earth-tree.html) - ມື້ນີ້ ເຮົາຈະສົນທະນາກ່ຽວກັບຫົວຂໍ້ໃໝ່ກັບພວກເຈົ້າ. ຫົວຂໍ້ນີ້ແມ່ນຫຍັງ? ຫົວເລື່ອງຂອງມັນກໍຄື: “ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ”. ຫົວຂໍ້ນີ້ຟັງເບິ່ງຄືກັບວ່າໃຫຍ່ເກີນໄປໜ້ອຍໜຶ່ງບໍ? ຮູ້ສຶກຄືກັບວ່າ ມັນຂ້ອນຂ້າງເກີນທີ່ພວກເຈົ້າຈະເອື້ອມເຖິງບໍ? “ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ”. ຫົວຂໍ້ນີ້ອາດເບິ່ງຄືກັບວ່າຂ້ອນຂ້າງຫ່າງໄກສໍາລັບຜູ້ຄົນ ແຕ່ທຸກຄົນທີ່ຕິດຕາມພຣະເຈົ້າຕ້ອງເຂົ້າໃຈມັນ ຍ້ອນວ່າມັນເຊື່ອມໂຍງກັບຄວາມຮູ້ຂອງແຕ່ລະຄົນ ກ່ຽວກັບພຣະເຈົ້າຢ່າງແນ່ນອນ ແລະ ການມີຢູ່ຂອງພວກເຂົາ ໃນການທີ່ຈະສາມາດເຮັດໃຫ້ພຣະອົງພໍໃຈ ແລະ ໃນການເຄົາລົບບູຊາພຣະອົງ. ນັ້ນແມ່ນເຫດຜົນທີ່ເຮົາຈະສົນທະນາກ່ຽວກັບຫົວຂໍ້ນີ້. ມັນຂ້ອນຂ້າງເປັນໄປໄດ້ ທີ່ຜູ້ຄົນຈະມີຄວາມເຂົ້າໃຈທໍາມະດາກ່ອນໜ້ານັ້ນ ກ່ຽວກັບຫົວຂໍ້ນີ້ ຫຼື ບາງເທື່ອພວກເຂົາກໍຮັບຮູ້ເຖິງມັນໃນລະດັບໃດໜຶ່ງ. ໃນຈິດໃຈຂອງບາງຄົນ, ຄວາມຮູ້ ຫຼື ການຮັບຮູ້ນີ້ອາດມາພ້ອມກັບຄວາມເຂົ້າໃຈໃນລະດັບທີ່ທໍາມະດາ ຫຼື ຕື້ນ. ຄົນອື່ນອາດຈະມີບາງປະສົບການທີ່ພິເສດໃນໃຈຂອງພວກເຂົາ ທີ່ນໍາພວກເຂົາໄປສູ່ການຜະເຊີນໜ້າກັບຫົວຂໍ້ນີ້ແບບສ່ວນຕົວຢ່າງເລິກເຊິ່ງ. ບໍ່ວ່າຈະເລິກເຊິ່ງ ຫຼື ຜິວເຜີນກໍຕາມ ແຕ່ຄວາມຮູ້ດັ່ງກ່າວກ່ອນໜ້ານັ້ນກໍແມ່ນເປັນຄວາມຮູ້ຂ້າງດຽວ ແລະ ບໍ່ແມ່ນຄວາມຮູ້ແບບສະເພາະທີ່ພຽງພໍ. ສະນັ້ນ, ນີ້ຈຶ່ງແມ່ນເຫດຜົນທີ່ເຮົາໄດ້ເລືອກຫົວຂໍ້ນີ້ສໍາລັບການສົນທະນາ: ເພື່ອຊ່ວຍພວກເຈົ້າໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ສະເພາະເຈາະຈົງຫຼາຍຂຶ້ນ. ເຮົາຈະໃຊ້ວິທີການທີ່ພິເສດ ເພື່ອສົນທະນາກັບພວກເຈົ້າກ່ຽວກັບຫົວຂໍ້ນີ້ ເຊິ່ງເປັນວິທີການທີ່ພວກເຮົາບໍ່ເຄີຍໃຊ້ມາກ່ອນ ແລະ ເປັນວິທີການທີ່ພວກເຈົ້າອາດຈະພົບເຫັນວ່າ ບໍ່ປົກກະຕິປານໃດ ຫຼື ມີຄວາມຮູ້ສຶກອຶດອັດໃຈກັບມັນເລັກນ້ອຍ. ແຕ່ຫຼັງຈາກນັ້ນ ພວກເຈົ້າຈະຮູ້ຄວາມໝາຍຂອງເຮົາເອງ. ພວກເຈົ້າມັກນິທານບໍ? (ພວກຂ້ານ້ອຍມັກ).
- [ນິທານເລື່ອງທີ 2. ພູເຂົາໃຫຍ່, ນໍ້າຫ້ວຍນ້ອຍ, ລົມແຮງ ແລະ ຄື້ນທະເລຍັກ](https://lo.kingdomsalvation.org/gospel/story-great-mountain-little-stream.html) - ມີນໍ້າຫ້ວຍນ້ອຍໆທີ່ໄຫຼກ້ຽວໄປກ້ຽວມາ ແລ້ວໃນທີ່ສຸດກໍມາຮອດຕີນພູເຂົາໃຫຍ່. ພູເຂົາໄດ້ຕັນເສັ້ນທາງຂອງນໍ້າຫ້ວຍນ້ອຍ ເຊິ່ງດ້ວຍເຫດນັ້ນ ນໍ້າຫ້ວຍຈຶ່ງເວົ້າກັບພູເຂົາດ້ວຍສຽງທີ່ອ່ອນແອ ແລະ ຄ່ອຍໆຂອງມັນວ່າ “ກະລຸນາໃຫ້ຂ້ອຍຜ່ານໄປແດ່. ເຈົ້າກໍາລັງຢືນຕັນທາງຂ້ອຍ ແລະ ກໍາລັງຕັນເສັ້ນທາງໄປຂ້າງໜ້າຂອງຂ້ອຍ”. “ເຈົ້າກໍາລັງຊິໄປໃສ?” ພູເຂົາຖາມ. “ຂ້ອຍກໍາລັງຊອກຫາເຮືອນຂອງຂ້ອຍ”, ນໍ້າຫ້ວຍຕອບກັບ. “ໄດ້, ໄປເລີຍ ແລະ ໄຫຼຂ້າມຂ້ອຍໄປໂລດ!” ແຕ່ນໍ້າຫ້ວຍນ້ອຍນັ້ນແມ່ນອ່ອນແອ ແລະ ຍັງນ້ອຍຫຼາຍ, ດ້ວຍເຫດນັ້ນ ມັນຈຶ່ງບໍ່ມີທາງໄຫຼຂ້າມພູເຂົາໃຫຍ່ນັ້ນໄດ້. ມັນສາມາດສືບຕໍ່ໄຫຼໄປຕາມຕີນພູເຂົາເທົ່ານັ້ນ... ລົມແຮງໄດ້ພັດມາ ໂດຍພັດເອົາຊາຍ ແລະ ເສດສິ່ງຂອງຕ່າງໆມາບ່ອນທີ່ພູເຂົາຕັ້ງຢູ່. ລົມຮ້ອງໃສ່ພູເຂົາວ່າ “ໃຫ້ຂ້ອຍຜ່ານໄປແດ່!” “ເຈົ້າກໍາລັງຊິໄປໃສ?” ພູເຂົາຖາມ. “ຂ້ອຍຕ້ອງການຂ້າມໄປອີກຟາກຂອງພູເຂົາ”, ລົມຮ້ອງຕອບກັບມາ. “ໄດ້, ຖ້າເຈົ້າສາມາດພັດຜ່ານແອວຂອງຂ້ອຍໄດ້ ເຈົ້າກໍໄປໄດ້ເລີຍ!” ລົມແຮງນັ້ນກໍໄດ້ຮ້ອງຫອນໄປທາງນີ້ ແລະ ທາງນັ້ນ ແຕ່ບໍ່ວ່າມັນຈະພັດຢ່າງແຮງເທົ່າໃດ ມັນກໍບໍ່ສາມາດພັດຜ່ານແອວຂອງພູເຂົານັ້ນໄດ້. ລົມເລີ່ມເມື່ອຍ ແລະ ຢຸດພັກ ແລະ ໃນອີກດ້ານໜຶ່ງຂອງພູເຂົາ ກໍມີລົມເລີ່ມພັດເບົາໆ ເຊິ່ງເຮັດໃຫ້ຜູ້ຄົນຢູ່ບ່ອນນັ້ນເພິ່ງພໍໃຈ. ນີ້ແມ່ນການທັກທາຍຂອງພູເຂົາຕໍ່ຜູ້ຄົນ... ຢູ່ແຄມທະເລ, ລະອອງນໍ້າມະຫາສະໝຸດໄດ້ພັດມາໃສ່ຝັ່ງທີ່ເປັນກ້ອນຫິນຢ່າງຄ່ອຍໆ. ທັນທີໃດ ກໍມີຄື້ນທະເລຍັກໄຫຼມາ
- [ການຕັກເຕືອນຂອງພຣະເຈົ້າເຢໂຮວາໄດ້ໄປເຖິງຊາວນີນາເວ](https://lo.kingdomsalvation.org/gospel/Jehovah-s-warning-reaches-ninevites.html) - ໂຢນາ 1:1-2 ບັດນີ້ ຖ້ອຍຄໍາຂອງພຣະເຢໂຮວາໄດ້ມາເຖິງໂຢນາ ເຊິ່ງເປັນລູກຊາຍຂອງອາມິດຕາຍ ໂດຍກ່າວວ່າ ຈົ່ງລຸກຂຶ້ນ, ໄປທີ່ເມືອງນີນາເວ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ນັ້ນ ແລະ ຮ້ອງໄຫ້ເພື່ອພວກເຂົາ; ເພາະວ່າຄວາມຊົ່ວຮ້າຍຂອງພວກເຂົາໄດ້ມາຢູ່ຕໍ່ໜ້າເຮົາແລ້ວ. ໂຢນາ 3 ແລະ ຖ້ອຍຄໍາຂອງພຣະເຢໂຮວາໄດ້ມາເຖິງໂຢນາເປັນຄັ້ງທີສອງ ໂດຍກ່າວວ່າ ຈົ່ງລຸກຂຶ້ນ, ຈົ່ງໄປເມືອງນີນາເວ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ນັ້ນ ແລະ ຈົ່ງເທດສະໜາຕາມຄໍາເທດສະໜາທີ່ເຮົາໄດ້ບອກໃຫ້ກັບເຈົ້າ. ແລ້ວໂຢນາກໍລຸກຂຶ້ນ ແລະ ໄປເມືອງນີນາເວຕາມຖ້ອຍຄໍາຂອງພຣະເຢໂຮວາ. ບັດນີ້ ນີນາເວເປັນເມືອງທີ່ຍິ່ງໃຫຍ່ຫຼາຍ ເຊິ່ງຕ້ອງໃຊ້ເວລາເດີນທາງສາມມື້ ແລະ ໂຢນາກໍເລີ່ມເຂົ້າໄປໃນເມືອງນັ້ນໂດຍເດີນທາງມື້ດຽວ ແລະ ລາວຮ້ອງໄຫ້ຂຶ້ນ ແລະ ເວົ້າວ່າ ໃນເວລາສີ່ສິບມື້ນີນາເວຈະຖືກໂຄ່ນລົ້ມ. ແລ້ວປະຊາຊົນໃນນີນາເວກໍເຊື່ອພຣະເຈົ້າ ແລະ ປະກາດໃຫ້ຜູ້ຄົນບໍ່ວ່າໃຫຍ່ ແລະ ນ້ອຍອົດອາຫານ ແລະ ນຸ່ງຜ້າກະສອບ. ເມື່ອຖ້ອຍຄໍາໄດ້ມາເຖິງກະສັດແຫ່ງນີນາເວ ແລ້ວເພິ່ນກໍລຸກຂຶ້ນຈາກບັນລັງຂອງເພິ່ນ ແລະ ເພິ່ນແກ້ເຄື່ອງນຸ່ງອອກຈາກໂຕເພິ່ນ ແລະ ນຸ່ງຜ້າກະຊອບ ແລະ ໄດ້ນັ່ງໃນກອງຂີ້ເຖົ່າ. ແລ້ວເພິ່ນກໍສັ່ງໃຫ້ປະກາດ ແລະ ຕີແຜ່ທົ່ວທັງນີນາເວດ້ວຍກົດບັນຍັດຂອງກະສັດ ແລະ ຜູ້ຄົນຊັ້ນສູງ
- [ພຣະເຈົ້າເຫັນການກັບໃຈຢ່າງຈິງໃຈໃນສ່ວນເລິກຂອງຫົວໃຈຂອງຊາວນີນາເວ](https://lo.kingdomsalvation.org/gospel/sincere-repentance-in-ninevites.html) - ຄວາມແຕກຕ່າງໂດຍສິ້ນເຊີງລະຫວ່າງປະຕິກິລິຍາຂອງເມືອງນີນາເວ ແລະ ເມືອງໂຊໂດມຕໍ່ການຕັກເຕືອນຂອງພຣະເຈົ້າ ການຖືກໂຄ່ນລົ້ມໝາຍຄວາມວ່າແນວໃດ? ໃນຄວາມໝາຍຂອງພາສາເວົ້າ, ມັນໝາຍເຖິງບໍ່ມີຢູ່ອີກຕໍ່ໄປ. ແຕ່ໃນລັກສະນະໃດ? ຜູ້ໃດສາມາດໂຄ່ນລົ້ມເມືອງທັງໝົດບໍ່? ແນ່ນອນ ມັນເປັນໄປບໍ່ໄດ້ທີ່ຈະໃຫ້ມະນຸດປະຕິບັດກິດຈະການດັ່ງກ່າວ. ປະຊາຊົນເມືອງນີນາເວບໍ່ໄດ້ເປັນຄົນໂງ່; ທັນທີທີ່ພວກເຂົາໄດ້ຍິນການຕັກເຕືອນນີ້ ພວກເຂົາກໍຄິດອອກແລ້ວ. ພວກເຂົາຮູ້ຈັກວ່າ ການຕັກເຕືອນດັ່ງກ່າວແມ່ນມາຈາກພຣະເຈົ້າ, ພວກເຂົາຮູ້ວ່າ ພຣະເຈົ້າຈະປະຕິບັດພາລະກິດຂອງພຣະອົງເອງ ແລະ ພວກເຂົາຮູ້ວ່າຄວາມຊົ່ວຮ້າຍຂອງພວກເຂົາໄດ້ເຮັດໃຫ້ພຣະເຈົ້າເຢໂຮວາໃຈຮ້າຍ ແລະ ນໍາຄວາມໃຈຮ້າຍຂອງພຣະອົງມາສູ່ພວກເຂົາ ເພື່ອວ່າ ພວກເຂົາຈະຖືກທຳລາຍໃນອີກບໍ່ດົນພ້ອມກັບເມືອງຂອງພວກເຂົາ. ປະຊາຊົນໃນເມືອງຈະປະພຶດແນວໃດຫຼັງຈາກທີ່ໄດ້ຍິນການຕັກເຕືອນຂອງພຣະເຈົ້າເຢໂຮວາ? ພຣະຄຳພີອະທິບາຍຢ່າງລາຍລະອຽດວ່າ ປະຊາຊົນມີປະຕິກິລິຍາແນວໃດ, ນັບຕັ້ງແຕ່ກະສັດລົງມາຈົນເຖິງສາມັນຊົນ. ຂໍ້ຄວາມພຣະທຳດັ່ງຕໍ່ໄປນີ້ແມ່ນບັນທຶກໄວ້ໃນພຣະຄຳພີ: “ແລ້ວປະຊາຊົນໃນນີນາເວກໍເຊື່ອພຣະເຈົ້າ ແລະ ປະກາດໃຫ້ຜູ້ຄົນບໍ່ວ່າໃຫຍ່ ແລະ ນ້ອຍອົດອາຫານ ແລະ ນຸ່ງຜ້າກະສອບ. ເມື່ອຖ້ອຍຄໍາໄດ້ມາເຖິງກະສັດແຫ່ງນີນາເວ ແລ້ວເພິ່ນກໍລຸກຂຶ້ນຈາກບັນລັງຂອງເພິ່ນ ແລະ ເພິ່ນແກ້ເຄື່ອງນຸ່ງອອກຈາກໂຕເພິ່ນ ແລະ ນຸ່ງຜ້າກະຊອບ ແລະ ໄດ້ນັ່ງໃນກອງຂີ້ເຖົ່າ. ແລ້ວເພິ່ນກໍສັ່ງໃຫ້ປະກາດ ແລະ ຕີແຜ່ທົ່ວທັງນີນາເວດ້ວຍກົດບັນຍັດຂອງກະສັດ ແລະ ຜູ້ຄົນຊັ້ນສູງ ໂດຍກ່າວວ່າ ບໍ່ໃຫ້ຄົນໃດ ຫຼື ສັດ, ບໍ່ວ່າຈະເປັນຝູງມ້າ ຫຼື ຝູງລໍ,
- [ຖ້າຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າເປັນຄວາມຈິງ, ເຈົ້າກໍຈະໄດ້ຮັບການດູແລຂອງພຣະອົງເລື້ອຍໆ](https://lo.kingdomsalvation.org/gospel/receive-God-s-care-often.html) - ການທີ່ພຣະເຈົ້າປ່ຽນແປງເຈດຕະນາຂອງພຣະອົງຕໍ່ປະຊາຊົນແຫ່ງເມືອງນີນາເວນັ້ນບໍ່ໄດ້ມີຄວາມລັງເລໃຈ ຫຼື ສິ່ງໃດໜຶ່ງທີ່ຄຸມເຄືອ ຫຼື ບໍ່ຊັດເຈນ. ກົງກັນຂ້າມ ມັນຄືການປ່ຽນແປງຈາກຄວາມໃຈຮ້າຍທີ່ບໍລິສຸດມາເປັນຄວາມອົດກັ້ນທີ່ບໍລິສຸດ. ນີ້ແມ່ນການເປີດເຜີຍທີ່ແທ້ຈິງກ່ຽວກັບທາດແທ້ຂອງພຣະເຈົ້າ. ພຣະເຈົ້າບໍ່ເຄີຍລັງເລ ຫຼື ບໍ່ແນ່ໃຈໃນການກະທຳຂອງພຣະອົງ; ຫຼັກການ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງການກະທຳຂອງພຣະອົງລ້ວນແລ້ວແຕ່ຊັດເຈນ ແລະ ໂປ່ງໃສ, ບໍລິສຸດ ແລະ ບໍ່ມີຂໍ້ບົກຜ່ອງ, ບໍ່ມີກົນອຸບາຍ ຫຼື ເລ່ກົນປະສົມຢູ່ຂ້າງໃນຢ່າງແນ່ນອນ. ເວົ້າອີກຢ່າງໜຶ່ງກໍຄື ທາດແທ້ຂອງພຣະເຈົ້າບໍ່ມີຄວາມມືດມົນ ຫຼື ຄວາມຊົ່ວຮ້າຍ. ພຣະເຈົ້າໃຈຮ້າຍກັບຊາວນີນາເວກໍຍ້ອນວ່າ ການກະທຳທີ່ຊົ່ວຮ້າຍຂອງພວກເຂົາໄດ້ມາຢູ່ຕໍ່ໜ້າຂອງພຣະອົງ; ໃນເວລານັ້ນ ຄວາມໃຈຮ້າຍຂອງພຣະອົງແມ່ນສືບມາຈາກທາດແທ້ຂອງພຣະອົງ. ເຖິງຢ່າງໃດກໍຕາມ ເມື່ອຄວາມໃຈຮ້າຍຂອງພຣະອົງໄດ້ສະຫຼາຍໄປ ແລະ ພຣະອົງປະທານຄວາມອົດກັ້ນຂອງພຣະອົງໃຫ້ກັບປະຊາຊົນແຫ່ງເມືອງນີນາເວອີກຄັ້ງ, ທຸກສິ່ງທີ່ພຣະອົງເປີດເຜີຍກໍຍັງເປັນທາດແທ້ຂອງພຣະອົງເອງ. ການປ່ຽນແປງທັງໝົດນີ້ກໍເນື່ອງຈາກການປ່ຽນແປງໃນທັດສະນະຄະຕິຂອງມະນຸດຕໍ່ພຣະເຈົ້າ. ໃນລະຫວ່າງໄລຍະເວລານີ້, ອຸປະນິໄສທີ່ບໍ່ສາມາດຖືກທ້າທາຍໄດ້ຂອງພຣະເຈົ້າກໍບໍ່ໄດ້ປ່ຽນ, ທາດແທ້ທີ່ອົດກັ້ນຂອງພຣະເຈົ້າກໍບໍ່ໄດ້ປ່ຽນ ແລະ ທາດແທ້ແຫ່ງຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າກໍບໍ່ໄດ້ປ່ຽນ. ເມື່ອຜູ້ຄົນເຮັດສິ່ງຊົ່ວຮ້າຍ ແລະ ທ້າທາຍພຣະເຈົ້າ, ພຣະອົງກໍຈະນໍາຄວາມໃຈຮ້າຍມາສູ່ພວກເຂົາ. ເມື່ອຜູ້ຄົນກັບໃຈຢ່າງແທ້ຈິງ, ຫົວໃຈຂອງພຣະເຈົ້າກໍຈະປ່ຽນແປງ ແລະ ຄວາມໃຈຮ້າຍຂອງພຣະອົງກໍຈະເຊົາ. ເມື່ອຜູ້ຄົນສືບຕໍ່ໆຕ້ານພຣະເຈົ້າຢ່າງດື້ດ້ານ, ຄວາມໂກດຮ້າຍຂອງພຣະອົງກໍຈະບໍ່ເຊົາ ແລະ ຄວາມໂກດຮ້າຍຂອງພຣະອົງກໍຈະບີບພວກເຂົາເທື່ອລະໜ້ອຍຈົນພວກເຂົາຖືກທຳລາຍ.
- [ອຸປະນິໄສທີ່ຊອບທຳຂອງພຣະຜູ້ສ້າງເປັນຈິງ ແລະ ແຈ່ມແຈ້ງ](https://lo.kingdomsalvation.org/gospel/Creator-s-righteous-disposition-is-vivid.html) - ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າແມ່ນບໍ່ແປກ, ແຕ່ການກັບໃຈທີ່ແທ້ຈິງຂອງມະນຸດແມ່ນແປກ ບໍ່ວ່າພຣະເຈົ້າຈະໃຈຮ້າຍຫຼາຍສໍ່າໃດກັບຊາວນີນາເວກໍຕາມ, ທັນທີທີ່ພວກເຂົາປະກາດການອົດອາຫານ ແລະ ນຸ່ງຜ້າກະສອບ ແລະ ນັ່ງເທິງຂີ້ເຖົ່າ, ຫົວໃຈຂອງພຣະອົງກໍເລີ່ມອ່ອນລົງ ແລະ ພຣະອົງກໍເລີ່ມປ່ຽນຄວາມຄິດຂອງພຣະອົງ. ເມື່ອພຣະອົງປະກາດຕໍ່ພວກເຂົາວ່າ ພຣະອົງຈະທຳລາຍເມືອງຂອງພວກເຂົາ, ພຣະອົງແມ່ນຍັງໃຈຮ້າຍກັບພວກເຂົາຢູ່ ເຊິ່ງເປັນຊ່ວງເວລາກ່ອນການສາລະພາບ ແລະ ການກັບໃຈຈາກຄວາມຜິດບາບຂອງພວກເຂົາ. ຫຼັງຈາກທີ່ພວກເຂົາໄດ້ກັບໃຈ, ຄວາມໃຈຮ້າຍຂອງພຣະເຈົ້າສຳລັບປະຊາຊົນແຫ່ງເມືອງນີນາເວກໍປ່ຽນແປງເປັນຄວາມເມດຕາ ແລະ ຄວາມອົດກັ້ນຕໍ່ພວກເຂົາເທື່ອລະໜ້ອຍ. ບໍ່ມີສິ່ງໃດຂັດແຍ້ງກ່ຽວກັບການເປີດເຜີຍທັງສອງດ້ານຂອງອຸປະນິໄສເຫຼົ່ານີ້ຂອງພຣະເຈົ້າທີ່ເກີດຂຶ້ນຈາກເຫດການດຽວກັນ. ແລ້ວຜູ້ຄົນຈະເຂົ້າໃຈ ແລະ ຮູ້ຈັກການຂາດຂໍ້ຂັດແຍ້ງນີ້ໄດ້ແນວໃດ? ພຣະເຈົ້າສະແດງ ແລະ ເປີດເຜີຍທາດແທ້ທັງສອງດ້ານທີ່ກົງກັນຂ້າມກັນຕາມລຳດັບ ໃນຂະນະທີ່ປະຊາຊົນແຫ່ງເມືອງນີນາເວກັບໃຈ ເຊິ່ງເຮັດໃຫ້ຜູ້ຄົນເຫັນເຖິງຄວາມເປັນຈິງ ແລະ ຄວາມບໍ່ສາມາດລ່ວງເກີນໄດ້ຂອງທາດແທ້ຂອງພຣະເຈົ້າ. ພຣະເຈົ້າໃຊ້ທັດສະນະຄະຕິຂອງພຣະອົງເພື່ອບອກຜູ້ຄົນກັບສິ່ງດັ່ງຕໍ່ໄປນີ້: ມັນບໍ່ແມ່ນພຣະເຈົ້າທີ່ບໍ່ອົດກັ້ນຕໍ່ຜູ້ຄົນ ຫຼື ບໍ່ແມ່ນວ່າ ພຣະອົງບໍ່ຕ້ອງການສະແດງຄວາມເມດຕາກັບພວກເຂົາ; ກົງກັນຂ້າມ ມັນແມ່ນພວກເຂົາທີ່ບໍ່ຄ່ອຍກັບໃຈຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ມັນຍາກສໍາລັບຜູ້ຄົນທີ່ຈະຫັນຫຼັງຈາກຫົນທາງອັນຊົ່ວຮ້າຍຂອງພວກເຂົາຢ່າງແທ້ຈິງ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ເວົ້າອີກຢ່າງກໍຄື ເມື່ອພຣະເຈົ້າໃຈຮ້າຍກັບມະນຸດ, ພຣະອົງຫວັງວ່າມະນຸດຈະສາມາດກັບໃຈຢ່າງແທ້ຈິງ ແລະ ແນ່ນອນ ພຣະອົງຫວັງຢ່າງຍິ່ງທີ່ຈະເຫັນການກັບໃຈຢ່າງແທ້ຈິງຂອງມະນຸດ ເຊິ່ງໃນກໍລະນີນີ້ ພຣະອົງກໍຈະສືບຕໍ່ປະທານຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງໃຫ້ແກ່ມະນຸດຢ່າງໃຫຍ່ຫຼວງ.
- [ຄວາມຮູ້ສຶກຢ່າງຈິງໃຈຂອງພຣະຜູ້ສ້າງຕໍ່ມະນຸດຊາດ](https://lo.kingdomsalvation.org/gospel/Creator-s-sincere-feelings-toward-mankind.html) - ຜູ້ຄົນມັກເວົ້າວ່າ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ. ແຕ່, ເຮົາເວົ້າວ່າ ການຮູ້ຈັກພຣະເຈົ້າບໍ່ແມ່ນເລື່ອງຍາກເລີຍ ເພາະວ່າ ພຣະອົງສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນຢູ່ເລື້ອຍໆ. ພຣະເຈົ້າບໍ່ເຄີຍເຊົາສົນທະນາກັບມະນຸດ ແລະ ພຣະອົງບໍ່ເຄີຍປິດບັງພຣະອົງເອງຈາກມະນຸດຈັກເທື່ອ ແລະ ພຣະອົງບໍ່ເຄີຍເຊື່ອງຊ້ອນພຣະອົງເອງ. ຄວາມຄິດຂອງພຣະອົງ, ແນວຄິດຂອງພຣະອົງ ແລະ ການກະທຳຂອງພຣະອົງລ້ວນແລ້ວແຕ່ຖືກເປີດເຜີຍໃຫ້ແກ່ມະນຸດຊາດ. ສະນັ້ນ ຕາບໃດທີ່ມະນຸດປາຖະໜາທີ່ຈະຮູ້ຈັກພຣະເຈົ້າ, ເຂົາສາມາດມາເຂົ້າໃຈ ແລະ ຮູ້ຈັກກັບພຣະອົງຜ່ານຫຼາຍຫົນທາງ ແລະ ວິທີການຕ່າງໆ. ເຫດຜົນທີ່ວ່າ ເປັນຫຍັງມະນຸດຈຶ່ງຄິດຢ່າງຕາບອດວ່າ ພຣະເຈົ້າຕັ້ງໃຈຫຼີກເວັ້ນພວກເຂົາ, ພຣະເຈົ້າຕັ້ງໃຈເຊື່ອງຊ້ອນພຣະອົງເອງຈາກມະນຸດຊາດ, ພຣະເຈົ້າບໍ່ມີເຈດຕະນາທີ່ຈະຍອມໃຫ້ມະນຸດເຂົ້າໃຈ ແລະ ຮູ້ຈັກກັບພຣະອົງ ແມ່ນຍ້ອນພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ພວກເຂົາບໍ່ປາຖະໜາທີ່ຈະເຂົ້າໃຈພຣະເຈົ້າ. ຍິ່ງໄປກວ່ານັ້ນ, ມະນຸດບໍ່ໃສ່ໃຈກັບການພົວພັນກັບຄວາມຄິດ, ພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ... ເວົ້າຢ່າງແທ້ຈິງກໍຄື ຖ້າຜູ້ຄົນໃຊ້ເວລາວ່າງຂອງພວກເຂົາເພື່ອໃສ່ໃຈ ແລະ ເຂົ້າໃຈພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ ແລະ ຖ້າພວກເຂົາໃສ່ໃຈພຽງເລັກນ້ອຍຕໍ່ຄວາມຄິດຂອງພຣະຜູ້ສ້າງ ແລະ ສຽງຫົວໃຈຂອງພຣະອົງ, ມັນກໍຈະບໍ່ຍາກສຳລັບຜູ້ຄົນທີ່ຈະເຂົ້າໃຈວ່າ ຄວາມຄິດ, ພຣະທຳ ແລະ ການກະທຳຂອງພຣະຜູ້ສ້າງແມ່ນສາມາດເບິ່ງເຫັນໄດ້ ແລະ ໂປ່ງໃສ.
- [ພຣະຜູ້ສ້າງສະແດງຄວາມຮູ້ສຶກທີ່ແທ້ຈິງຂອງພຣະອົງສຳລັບມະນຸດຊາດ](https://lo.kingdomsalvation.org/gospel/Creator-s-true-feelings-for-humanity.html) - ແນ່ນອນ ການສົນທະນານີ້ລະຫວ່າງພຣະເຈົ້າເຢໂຮວາ ແລະ ໂຢນາແມ່ນການສະແດງເຖິງຄວາມຮູ້ສຶກທີ່ແທ້ຈິງຂອງພຣະຜູ້ສ້າງທີ່ມີຕໍ່ມະນຸດຊາດ. ໃນດ້ານໜຶ່ງ, ມັນແຈ້ງໃຫ້ຜູ້ຄົນຮູ້ກ່ຽວກັບການເຂົ້າໃຈຂອງພຣະຜູ້ສ້າງກ່ຽວກັບການເນລະມິດສ້າງທັງປວງພາຍໃຕ້ການປົກຄອງຂອງພຣະອົງ; ດັ່ງທີ່ພຣະເຈົ້າເຢໂຮວາກ່າວວ່າ, “ແລ້ວເຮົາບໍ່ຄວນຍົກໂທດໃຫ້ເມືອງນີນາເວບໍ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ ໂດຍມີປະຊາຊົນຫຼາຍກວ່າໜຶ່ງແສນສອງໝື່ນຄົນທີ່ບໍ່ສາມາດຈໍາແນກລະຫວ່າງມືເບື້ອງຂວາຂອງພວກເຂົາ ແລະ ມືເບື້ອງຊ້າຍຂອງພວກເຂົາ; ແລ້ວກໍຍັງມີງົວຄວາຍອີກຫຼາຍໂຕ?” ເວົ້າອີກຢ່າງໜຶ່ງກໍຄື ຄວາມເຂົ້າໃຈຂອງພຣະເຈົ້າກ່ຽວກັບເມືອງນີນາເວບໍ່ແມ່ນແບບຜີວເຜີນ. ພຣະອົງບໍ່ພຽງແຕ່ຮູ້ຈັກຈຳນວນສິ່ງມີຊີວິດທີ່ຢູ່ພາຍໃນເມືອງເທົ່ານັ້ນ (ລວມເຖິງຜູ້ຄົນ ແລະ ສັດລ້ຽງ), ແຕ່ພຣະອົງຍັງຮູ້ຈັກວ່າ ມີເທົ່າໃດຄົນທີ່ບໍ່ສາມາດແຍກແຍະລະຫວ່າງມືຂວາ ແລະ ມືຊ້າຍຂອງພວກເຂົາ, ນັ້ນກໍຄື ມີເດັກນ້ອຍ ແລະ ຊາວໜຸ່ມເທົ່າໃດຄົນຢູ່ທີ່ນັ້ນ. ນີ້ແມ່ນຫຼັກຖານຢ່າງຊັດເຈນສຳລັບຄວາມເຂົ້າໃຈຢ່າງກວ້າງຂວາງຂອງພຣະເຈົ້າກ່ຽວກັບມະນຸດຊາດ. ໃນອີກດ້ານໜຶ່ງ, ການສົນທະນານີ້ໄດ້ແຈ້ງໃຫ້ຜູ້ຄົນຮູ້ຈັກກ່ຽວກັບທັດສະນະຄະຕິຂອງພຣະຜູ້ສ້າງທີ່ມີຕໍ່ມະນຸດຊາດ ເຊິ່ງໝາຍຄວາມວ່າ ຄວາມສຳຄັນຂອງມະນຸດຊາດແມ່ນຢູ່ໃນຫົວໃຈຂອງພຣະຜູ້ສ້າງສະເໝີ. ດັ່ງທີ່ພຣະເຈົ້າເຢໂຮວາກ່າວວ່າ: “ເຈົ້າສົງສານຕົ້ນໝາກນໍ້າເຕົ້າ ເຊິ່ງເຈົ້າບໍ່ໄດ້ເສຍແຮງ ຫຼື ເຮັດໃຫ້ມັນເຕີບໃຫຍ່ເລີຍ; ເຊິ່ງມັນກໍເກີດຂຶ້ນໃນຄືນດຽວ ແລະ ຕາຍໄປໃນຄືນດຽວ ແລ້ວເຮົາບໍ່ຄວນຍົກໂທດໃຫ້ເມືອງນີນາເວບໍ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່...?” ຖ້ອຍຄຳເຫຼົ່ານີ້ແມ່ນພຣະທຳແຫ່ງການຕໍານິຕິເຕືອນຂອງພຣະເຈົ້າຕໍ່ໂຢນາ ແລະ ພຣະທຳທຸກຂໍ້ເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຈິງ. ເຖິງແມ່ນໂຢນາຖືກມອບໝາຍໃຫ້ປະກາດພຣະທຳຂອງພຣະເຈົ້າເຢໂຮວາຕໍ່ປະຊາຊົນແຫ່ງເມືອງນີນາເວ, ເພິ່ນກໍບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າເຢໂຮວາ ຫຼື ເຂົ້າໃຈເຖິງຄວາມເປັນຫ່ວງ ແລະ ຄວາມຄາດຫວັງຂອງພຣະອົງສຳລັບປະຊາຊົນຂອງເມືອງດັ່ງກ່າວ. ດ້ວຍຄໍາຕັກເຕືອນນີ້, ພຣະເຈົ້າຕັ້ງໃຈທີ່ຈະບອກແກ່ເພິ່ນວ່າ ມະນຸດຊາດເປັນຜົນຜະລິດຈາກມືຂອງພຣະເຈົ້າເອງ ແລະ
- [ຄວາມເສື່ອມຊາມຂອງເມືອງໂຊໂດມ: ເຮັດໃຫ້ມະນຸດໃຈຮ້າຍ, ເຮັດໃຫ້ພຣະເຈົ້າໂກດຮ້າຍ](https://lo.kingdomsalvation.org/gospel/sodoms-corruption.html) - ກ່ອນອື່ນ, ໃຫ້ພວກເຮົາເບິ່ງພຣະທໍາສອງສາມຂໍ້ທີ່ບັນລະຍາຍເຖິງການທຳລາຍເມືອງໂຊໂດມຂອງພຣະເຈົ້າ. ປະຖົມມະການ 19:1-11 ແລະ ມີທຸດສະຫວັນສອງຕົນມາເຖິງເມືອງໂຊໂດມໃນເວລາຄໍ່າ ແລະ ໂລດກໍນັ່ງທີ່ປະຕູເມືອງໂຊໂດມ ແລະ ໂລດກໍເຫັນພວກເຂົາ ຈຶ່ງລຸກຂຶ້ນເພື່ອທັກທາຍພວກເຂົາ; ແລະ ລາວໄດ້ກົ້ມໜ້າຂອງລາວລົງກັບພື້ນ; ແລະ ລາວກ່າວວ່າ ເບິ່ງແມ ບັດນີ້ ທ່ານຜູ້ສູງສົ່ງຂອງຂ້ານ້ອຍເອີຍ ຂ້ານ້ອຍອ້ອນວອນໃຫ້ທ່ານເຂົ້ານອນໃນເຮືອນຂອງຄົນຮັບໃຊ້ຂອງທ່ານດ້ວຍເທີ້ນ ແລະ ພັກແຮມໝົດຄືນ ແລະ ລ້າງຕີນຂອງທ່ານ ແລ້ວທ່ານຈຶ່ງລຸກຂຶ້ນແຕ່ເຊົ້າ ແລະ ໄປຕາມທາງຂອງທ່ານ. ແລ້ວພວກເຂົາກ່າວວ່າ ບໍ່; ແຕ່ພວກເຮົາຈະພັກອາໄສໃນຖະໜົນໝົດຄືນ. ລາວກໍອ້ອນວອນພວກເຂົາຫຼາຍຄັ້ງ; ແລະ ພວກເຂົາກໍໄປກັບລາວ ແລະ ເຂົ້າໄປໃນເຮືອນຂອງລາວ; ແລະ ລາວກໍເຮັດອາຫານ ອົບເຂົ້າຈີ່ໃຫ້ພວກເຂົາກິນ ແລະ ພວກເຂົາກໍກິນ. ແຕ່ກ່ອນທີ່ພວກເຂົາຈະນອນ ຜູ້ຊາຍພາຍໃນເມືອງ ແມ່ນແຕ່ຜູ້ຊາຍໃນເມືອງໂຊໂດມກໍມາ ພວກເຂົາພາກັນອ້ອມເຮືອນຫຼັງນັ້ນ ທັງຄົນເຖົ້າ ແລະ ຄົນໜຸ່ມ ທຸກຄົນຈາກທຸກບ່ອນ, ແລ້ວພວກເຂົາກໍເອີ້ນໃສ່ໂລດ ແລະ ເວົ້າກັບລາວວ່າ ພວກຜູ້ຊາຍທີ່ມາຢູ່ກັບເຈົ້າຄືນນີ້ແມ່ນຢູ່ໃສ? ຈົ່ງນໍາພວກເຂົາອອກມາໃຫ້ເຮົາ ເພື່ອພວກເຮົາຈະຮູ້ຈັກກັບພວກເຂົາ. ໂລດກໍອອກໄປຫາພວກເຂົາຢູ່ຂ້າງນອກ ແລະ
- [ຫຼັງຈາກເມືອງໂຊໂດມຂັດຂືນ ແລະ ຕໍ່ຕ້ານພຣະອົງຊໍ້າແລ້ວຊໍ້າອີກ, ພຣະເຈົ້າກໍກຳຈັດມັນຢ່າງສົມບູນ](https://lo.kingdomsalvation.org/gospel/God-utterly-eradicates-sodom.html) - ບັດນີ້ ພວກເຮົາໄດ້ມີຄວາມເຂົ້າໃຈທົ່ວໄປກ່ຽວກັບ ອຸປະນິໄສອັນຊອບທຳຂອງພຣະເຈົ້າ, ພວກເຮົາອາດຫັນຄວາມສົນໃຈຂອງພວກເຮົາໄປຍັງເມືອງໂຊໂດມອີກຄັ້ງ ເຊິ່ງເປັນສະຖານທີ່ໆພຣະເຈົ້າເຫັນວ່າເປັນເມືອງແຫ່ງຄວາມບາບ. ຖ້າພວກເຮົາເຂົ້າໃຈທາດແທ້ຂອງເມືອງນີ້, ພວກເຮົາກໍຈະສາມາດເຂົ້າໃຈວ່າ ເປັນຫຍັງພຣະເຈົ້າຈຶ່ງຕ້ອງການທຳລາຍມັນ ແລະ ເປັນຫຍັງພຣະເຈົ້າຈຶ່ງທຳລາຍມັນຢ່າງສິ້ນຊາກແບບນັ້ນ. ຈາກສິ່ງນີ້, ພວກເຮົາສາມາດມາຮູ້ຈັກອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ. ຈາກທັດສະນະຂອງມະນຸດ, ໂຊໂດມເປັນເມືອງທີ່ສາມາດສະໜອງຄວາມປາຖະໜາຂອງມະນຸດ ແລະ ຄວາມຊົ່ວຮ້າຍຂອງມະນຸດໄດ້ຢ່າງສົມບູນ. ການລໍ້ໃຈ ແລະ ການໃຊ້ເວດມົນສະກົດ, ພ້ອມກັບດົນຕີ ແລະ ການເຕັ້ນລຳຄືນແລ້ວຄືນເລົ່າ, ຄວາມຈະເລີນຂອງມັນເຮັດໃຫ້ມະນຸດຫຼົງໄຫຼ ແລະ ເປັນບ້າ. ຄວາມຊົ່ວຮ້າຍຂອງມັນກັດເຊາະຫົວໃຈຂອງມະນຸດ ແລະ ເຮັດໃຫ້ພວກເຂົາຫຼົງໄຫຼຈົນເສື່ອມໂຊມ. ນີ້ແມ່ນເມືອງຂອງວິນຍານເປິເປື້ອນ ແລະ ຊົ່ວຮ້າຍແລ່ນອາລະວາດ; ມັນເຕັມໄປດ້ວຍຄວາມບາບ ແລະ ການຄາດຕະກໍາ ແລະ ອາກາດກໍແອອັດໄປດ້ວຍກິ່ນເໝັນຄາວເລືອດ ແລະ ສິ່ງເນົ່າເໝັນ. ມັນເປັນເມືອງທີ່ເຮັດໃຫ້ຜູ້ຄົນເລືອດເຢັນ, ເປັນເມືອງທີ່ຜູ້ຄົນສູນຫາຍໄປຢ່າງໜ້າຢ້ານກົວ. ບໍ່ມີຜູ້ໃດໃນເມືອງນີ້, ບໍ່ວ່າຈະເປັນຜູ້ຊາຍ ຫຼື ແມ່ຍິງ, ໜຸ່ມ ຫຼື ເຖົ້າ ຕ້ອງການສະແຫວງຫາຫົນທາງທີ່ແທ້ຈິງ; ບໍ່ມີຜູ້ໃດສະແຫວງຫາແສງສະຫວ່າງ ຫຼື ປາຖະໜາທີ່ຈະຍ່າງອອກຈາກຄວາມບາບ. ພວກເຂົາດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ, ພາຍໃຕ້ຄວາມເສື່ອມຊາມ ແລະ ການລໍ້ລວງຂອງຊາຕານ.
- [ເຖິງແມ່ນຄວາມໂກດຮ້າຍຂອງພຣະເຈົ້າຖືກເຊື່ອງຊ້ອນ ແລະ ບໍ່ເປັນທີ່ຮູ້ຈັກຕໍ່ມະນຸດ, ມັນກໍບໍ່ອົດທົນຕໍ່ການກະທໍາຜິດ](https://lo.kingdomsalvation.org/gospel/God-s-wrath-tolerates-no-offense.html) - ຍ້ອນມະນຸດໂງ່ ແລະ ບໍ່ຮູ້, ການປະຕິບັດຂອງພຣະເຈົ້າຕໍ່ມະນຸດຊາດທັງໝົດຈຶ່ງອີງຕາມຄວາມເມດຕາ ແລະ ຄວາມອົດທົນເປັນຫຼັກ. ໃນທາງກົງກັນຂ້າມ ຄວາມໂກດຮ້າຍ ແລະ ເຫດການສ່ວນໃຫຍ່ຂອງພຣະອົງແມ່ນຖືກປິດບັງໄວ້ ແລະ ມັນບໍ່ເປັນທີ່ຮູ້ຈັກຕໍ່ມະນຸດ. ຜົນຕາມມາກໍຄື ມັນຍາກທີ່ຈະໃຫ້ມະນຸດເຫັນວ່າພຣະເຈົ້າສະແດງຄວາມໂກດຮ້າຍຂອງພຣະອົງອອກມາ ແລະ ຍາກທີ່ຈະເຂົ້າໃຈຄວາມໂກດຮ້າຍຂອງພຣະອົງ. ເມື່ອເປັນດັ່ງນັ້ນ, ມະນຸດຈຶ່ງຖືເບົາຄວາມໂກດຮ້າຍຂອງພຣະເຈົ້າ. ເມື່ອມະນຸດຜະເຊີນກັບພາລະກິດ ແລະ ຂັ້ນຕອນສຸດທ້າຍຂອງພຣະເຈົ້າກ່ຽວກັບຄວາມອົດກັ້ນ ແລະ ການໃຫ້ອະໄພມະນຸດ, ນັ້ນກໍຄື ເມື່ອໂອກາດສຸດທ້າຍຂອງພຣະເຈົ້າກ່ຽວກັບຄວາມເມດຕາ ແລະ ການແຈ້ງເຕືອນຂອງພຣະອົງໄດ້ມາເຖິງມະນຸດຊາດ, ຖ້າຜູ້ຄົນຍັງໃຊ້ວິທີເກົ່າເພື່ອຕໍ່ຕ້ານພຣະເຈົ້າ ແລະ ບໍ່ພະຍາຍາມທີ່ຈະກັບໃຈ, ປັບປຸງວິທີທາງຂອງພວກເຂົາ ແລະ ຮັບເອົາຄວາມເມດຕາຂອງພຣະອົງ, ແລ້ວພຣະເຈົ້າກໍຈະບໍ່ປະທານຄວາມອົດກັ້ນ ແລະ ຄວາມອົດທົນໃຫ້ແກ່ພວກເຂົາອີກຕໍ່ໄປ. ໃນທາງກົງກັນຂ້າມ, ພຣະເຈົ້າຈະຖອນຄືນຄວາມເມດຕາຂອງພຣະອົງໃນເວລານີ້. ຫຼັງຈາກນັ້ນ ພຣະເຈົ້າກໍຈະພຽງແຕ່ປ່ອຍຄວາມໂກດຮ້າຍຂອງພຣະອົງ. ພຣະອົງສາມາດສະແດງຄວາມໂກດຮ້າຍຂອງພຣະອົງໃນທາງທີ່ແຕກຕ່າງກັນ, ຄືກັບທີ່ພຣະອົງສາມາດໃຊ້ວິທີການທີ່ແຕກຕ່າງກັນເພື່ອລົງໂທດ ແລະ ທຳລາຍຜູ້ຄົນ. ການທີ່ພຣະເຈົ້າໃຊ້ໄຟເພື່ອທຳລາຍເມືອງໂຊໂດມກໍແມ່ນວິທີການທີ່ໄວທີ່ສຸດຂອງພຣະອົງໃນການທຳລາຍລ້າງມະນຸດຊາດ ຫຼື ສິ່ງອື່ນໆໂດຍສິ້ນເຊີງ. ການເຜົາປະຊາຊົນໃນເມືອງໂຊໂດມ ນອກຈາກໄດ້ທຳລາຍຮ່າງກາຍພາຍນອກຂອງພວກເຂົາແລ້ວ, ມັນຍັງໄດ້ທຳລາຍຈິດໃຈ, ວິນຍານ ແລະ ຮ່າງກາຍທັງໝົດຂອງພວກເຂົາອີກ, ເພື່ອແນ່ໃຈວ່າຜູ້ຄົນທີ່ຢູ່ໃນເມືອງຈະບໍ່ມີອີກໃນໂລກທາງກາຍ ແລະ
- [ຄວາມໂກດຮ້າຍຂອງພຣະເຈົ້າແມ່ນສິ່ງຄຸ້ມກັນສຳລັບທຸກກອງກຳລັງແຫ່ງຄວາມຍຸຕິທຳ ແລະ ທຸກສິ່ງທີ່ດີ](https://lo.kingdomsalvation.org/gospel/God-s-wrath-is-a-safeguard.html) - ການເຂົ້າໃຈຕົວຢ່າງເຫຼົ່ານີ້ຂອງຖ້ອຍຄຳ, ຄວາມຄິດ ແລະ ການກະທຳຂອງພຣະເຈົ້າ, ເຈົ້າສາມາດເຂົ້າໃຈເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ອຸປະນິໄສທີ່ຈະບໍ່ອົດກັ້ນຕໍ່ການຖືກລ່ວງເກີນໂດຍມະນຸດບໍ? ເວົ້າສັ້ນໆກໍຄື ບໍ່ວ່າມະນຸດຈະສາມາດເຂົ້າໃຈມັນໄດ້ຫຼາຍສໍ່າໃດ, ນີ້ແມ່ນລັກສະນະຂອງອຸປະນິໄສຂອງພຣະເຈົ້າເອງ ແລະ ມັນເປັນເອກະລັກຂອງພຣະອົງ. ການທີ່ພຣະເຈົ້າບໍ່ອົດກັ້ນຕໍ່ການກະທໍາຜິດຄືທາດແທ້ທີ່ເປັນເອກະລັກຂອງພຣະອົງ; ຄວາມໂກດຮ້າຍຂອງພຣະເຈົ້າແມ່ນອຸປະນິໄສທີ່ເປັນເອກະລັກຂອງພຣະອົງ; ລິດອໍານາດຂອງພຣະເຈົ້າແມ່ນທາດແທ້ທີ່ເປັນເອກະລັກຂອງພຣະອົງ. ຫຼັກການທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະເຈົ້າສະແດງອອກເຖິງຕົວຕົນ ແລະ ສະຖານະຂອງພຣະອົງ ເຊິ່ງມີພຽງແຕ່ພຣະອົງເທົ່ານັ້ນທີ່ມີ. ເຫັນໄດ້ຢ່າງຊັດເຈນແລ້ວວ່າ ຫຼັກການນີ້ຍັງເປັນສັນຍາລັກແຫ່ງທາດແທ້ຂອງພຣະເຈົ້າເອງທີ່ເປັນເອກະລັກ. ອຸປະນິໄສຂອງພຣະເຈົ້າແມ່ນທາດແທ້ຂອງພຣະອົງເອງ ເຊິ່ງບໍ່ໄດ້ປ່ຽນແປງຕາມການເວລາ ແລະ ບໍ່ໄດ້ປັບປ່ຽນຈາກການປ່ຽນແປງຂອງສະຖານທີ່ທາງພູມສາດ. ອຸປະນິໄສຕາມທຳມະຊາດຂອງພຣະອົງແມ່ນທາດແທ້ທີ່ເປັນເນື້ອແທ້ຂອງພຣະອົງ. ບໍ່ວ່າພຣະອົງຈະປະຕິບັດພາລະກິດຂອງພຣະອົງໃນຜູ້ໃດ, ທາດແທ້ຂອງພຣະອົງກໍບໍ່ປ່ຽນແປງ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງກໍເຊັ່ນກັນ. ເມື່ອຜູ້ຄົນເຮັດໃຫ້ພຣະເຈົ້າໃຈຮ້າຍ ເຊິ່ງເຮັດໃຫ້ພຣະເຈົ້າປ່ອຍອຸປະນິໄສໂດຍທຳມະຊາດຂອງພຣະອົງອອກມາ; ໃນກໍລະນີນີ້ ຫຼັກການທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະອົງແມ່ນບໍ່ໄດ້ປ່ຽນແປງ ຫຼື ຕົວຕົນ ແລະ ສະຖານະຂອງພຣະອົງກໍບໍ່ໄດ້ປ່ຽນແປງເຊັ່ນກັນ. ພຣະອົງບໍ່ໄດ້ໃຈຮ້າຍ ຍ້ອນການປ່ຽນແປງໃນທາດແທ້ຂອງພຣະອົງ ຫຼື ຍ້ອນອົງປະກອບແຕກຕ່າງກັນທີ່ເກີດຂຶ້ນຈາກອຸປະນິໄສຂອງພຣະອົງ, ແຕ່ຍ້ອນການຕໍ່ຕ້ານຂອງມະນຸດຕໍ່ພຣະອົງໄດ້ລ່ວງເກີນອຸປະນິໄສຂອງພຣະອົງ. ການທີ່ມະນຸດກະທໍາຜິດຕໍ່ພຣະເຈົ້າຢ່າງເປີດເຜີຍແມ່ນການກະທໍາຜິດຢ່າງຮຸນແຮງຕໍ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າ. ໃນມຸມມອງຂອງພຣະເຈົ້າ, ເມື່ອມະນຸດລ່ວງເກີນພຣະອົງ, ມະນຸດກຳລັງຕໍ່ສູ້ກັບພຣະອົງ ແລະ ທົດສອບຄວາມໃຈຮ້າຍຂອງພຣະອົງ. ເມື່ອມະນຸດຕໍ່ຕ້ານພຣະເຈົ້າ, ເມື່ອມະນຸດຕໍ່ສູ້ພຣະເຈົ້າ, ເມື່ອມະນຸດທົບສອບຄວາມໃຈຮ້າຍຂອງພຣະເຈົ້າຢ່າງຕໍ່ເນື່ອງ ແລະ ນັ້ນຄືເວລາແຫ່ງການແຜ່ຂະຫຍາຍຂອງຄວາມບາບ,
- [ພຣະເຈົ້າຕັ້ງໃຈທີ່ຈະທຳລາຍໂລກດ້ວຍນ້ຳຖ້ວມ ແລະ ແນະນຳໂນອາໃຫ້ສ້າງເຮືອສຳເພົາ](https://lo.kingdomsalvation.org/gospel/God-instructs-noah-to-build-ark.html) - ນີ້ແມ່ນລຸ້ນຂອງໂນອາ, ໂນອາເປັນຊາຍທີ່ທ່ຽງທຳ ແລະ ສົມບູນໃນລຸ້ນຂອງລາວ ແລະ ໂນອາເດີນຕາມພຣະເຈົ້າ. ໂນອາມີລູກຊາຍສາມຄົນ ເຊມ, ຮາມ ແລະ ຢາເຟດ. ແຜ່ນດິນໂລກເສື່ອມຊາມຕໍ່ໜ້າພຣະເຈົ້າເຊັ່ນດຽວກັນ ແລະ ແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ. ພຣະເຈົ້າເບິ່ງແຜ່ນດິນໂລກ ແລະ ເຫັນວ່າ ມັນເສື່ອມຊາມ; ຍ້ອນເນື້ອໜັງທັງໝົດໄດ້ເຮັດໃຫ້ຫົນທາງຂອງເຂົາທີ່ຢູ່ເທິງແຜ່ນດິນໂລກເສື່ອມໂຊມ. ພຣະເຈົ້າຈຶ່ງເວົ້າກັບໂນອາວ່າ ການສິ້ນສຸດຂອງເນື້ອໜັງທັງໝົດແມ່ນໄດ້ມາຢູ່ຕໍ່ໜ້າເຮົາແລ້ວ; ຍ້ອນແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ ແລະ ຈົ່ງເບິ່ງ ເຮົາຈະທຳລາຍພວກເຂົາພ້ອມກັບແຜ່ນດິນໂລກ. ເຈົ້າຈົ່ງສ້າງເຮືອໃຫຍ່ຈາກໄມ້ໂກເຟີ ເຈົ້າຕ້ອງສ້າງເຮືອນັ້ນໃຫ້ມີຫຼາຍຫ້ອງ ແລະ ທາຂີ້ຊີໃສ່ພາຍໃນ ແລະ ພາຍນອກ. (ປະຖົມມະການ 6:9-14). ແຕ່ເຮົາຈະສ້າງພັນທະສັນຍາຂອງເຮົາກັບເຈົ້າ ແລະ ເຈົ້າຈົ່ງເຂົ້າໄປໃນເຮືອພ້ອມດ້ວຍລູກຊາຍຂອງເຈົ້າ, ເມຍຂອງເຈົ້າ, ເມຍຂອງລູກຊາຍຂອງເຈົ້າ ແລະ ທຸກສິ່ງທີ່ມີເນື້ອໜັງທີ່ມີຊີວິດທັງໝົດ, ເຈົ້າຈົ່ງນໍາເອົາສັດສອງໂຕຈາກທຸກໆປະເພດເຂົ້າໃນເຮືອ ເພື່ອຮັກສາໃຫ້ພວກມັນຢູ່ລອດຄືກັບເຈົ້າ; ພວກມັນຕ້ອງເປັນໂຕຜູ້ ແລະ ໂຕແມ່. ສັດມີປີກຕາມປະເພດຂອງມັນ ແລະ ງົວຄວາຍຕາມປະເພດຂອງມັນ ແລະ ທຸກສິ່ງທີ່ເລືອຄານເທິງແຜ່ນດິນໂລກຕາມປະເພດຂອງມັນ, ສັດສອງໂຕຈາກທຸກໆປະເພດຈະມາຫາເຈົ້າ ເພື່ອຮັກສາໃຫ້ພວກມັນມີຊີວິດຢູ່ ແລະ ເຈົ້າຈົ່ງນໍາອາຫານທຸກຢ່າງທີ່ກິນໄດ້ ແລະ
- [ການໃຫ້ພອນຂອງພຣະເຈົ້າຕໍ່ໂນອາຫຼັງຈາກນ້ຳຖ້ວມ](https://lo.kingdomsalvation.org/gospel/God-s-blessing-to-noah-after-flood.html) - ພຣະເຈົ້າໄດ້ອວຍພອນໂນອາ ແລະ ລູກຊາຍຂອງລາວ ແລະ ເວົ້າກັບພວກເຂົາວ່າ ຈົ່ງເກີດລູກຫຼານຫຼາຍໆ ແລະ ເພີ່ມຄູນທະວີ ແລະ ແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ. ຄວາມຢຳເກງເຈົ້າ ແລະ ຄວາມຢ້ານກົວເຈົ້າຈົ່ງມີຢູ່ໃນສັດເທິງແຜ່ນດິນໂລກທຸກໂຕ ແລະ ໃນສັດມີປີກທຸກໂຕເທິງອາກາດ, ໃນທຸກສິ່ງທີ່ເໜັງຕີງເທິງແຜ່ນດິນໂລກ ແລະ ປາທຸກໂຕທີ່ຢູ່ໃນທະເລ, ພວກມັນໄດ້ຖືກມອບໄວ້ໃນກໍາມືຂອງເຈົ້າແລ້ວ. ທຸກໆສິ່ງທີ່ເລືອຄານເຊິ່ງມີຊີວິດຈະເປັນອາຫານໃຫ້ກັບເຈົ້າ; ແມ່ນແຕ່ພືດຜັກສີຂຽວທຸກຊະນິດທີ່ເຮົາໄດ້ມອບໃຫ້ພວກເຈົ້າ. ແຕ່ເຈົ້າຕ້ອງບໍ່ກິນເນື້ອໜັງທີ່ມີຊີວິດ ແລະ ມີເລືອດຈາກສິ່ງນັ້ນ. ແນ່ນອນ ເຮົາຈະລົງໂທດທຸກຄົນທີ່ເອົາເລືອດແຫ່ງຊີວິດຂອງເຈົ້າ; ເຮົາຈະທໍາລາຍສັດທຸກຊະນິດ ແລະ ລົງໂທດມະນຸດທຸກຄົນທີ່ຂ້າເຈົ້າ, ເຮົາຈະລົງໂທດທຸກຄົນທີ່ຂ້າອ້າຍນ້ອງຂອງຕົນເອງ. ໃຜກໍຕາມທີ່ຫຼັ່ງເລືອດຂອງຄົນອື່ນ ເລືອດຂອງຄົນນັ້ນກໍຈະຖືກຫຼັ່ງເຊັ່ນກັນ ຍ້ອນພຣະເຈົ້າໄດ້ສ້າງມະນຸດໃນລັກສະນະຂອງພຣະເຈົ້າ. (ປະຖົມມະການ 9:1-6) ພວກເຈົ້າເຫັນຫຍັງໃນຂໍ້ພຣະທໍາເຫຼົ່ານີ້? ເປັນຫຍັງເຮົາຈຶ່ງເລືອກຂໍ້ພຣະທໍາເຫຼົ່ານີ້? ເປັນຫຍັງເຮົາຈຶ່ງບໍ່ເລືອກຂໍ້ຕັດຕອນກ່ຽວກັບໂນອາ ແລະ ຊີວິດຄອບຄົວຂອງເພິ່ນຢູ່ເທິງເຮືອສຳເພົາ? ຍ້ອນວ່າຂໍ້ມູນນັ້ນບໍ່ມີຄວາມເຊື່ອມໂຍງກັນຫຼາຍກັບຫົວຂໍ້ທີ່ພວກເຮົາກຳລັງເວົ້າເຖິງໃນມື້ນີ້. ສິ່ງທີ່ພວກເຮົາກຳລັງເນັ້ນໃສ່ແມ່ນອຸປະນິໄສຂອງພຣະເຈົ້າ. ຖ້າພວກເຈົ້າຢາກຮູ້ກ່ຽວກັບລາຍລະອຽດເຫຼົ່ານັ້ນ, ພວກເຈົ້າກໍສາມາດຈັບພຣະຄໍາພີຂຶ້ນມາເພື່ອອ່ານເບິ່ງດ້ວຍຕົວພວກເຈົ້າເອງ. ພວກເຮົາຈະບໍ່ເວົ້າເຖິງເລື່ອງນັ້ນຢູ່ໃນນີ້. ສິ່ງສຳຄັນທີ່ພວກເຮົາກຳລັງເວົ້າເຖິງໃນມື້ນີ້ແມ່ນກ່ຽວກັບວິທີທີ່ຈະຮູ້ຈັກກິດຈະການຂອງພຣະເຈົ້າ. ຫຼັງຈາກທີ່ໂນອາຮັບເອົາຄຳສັ່ງຂອງພຣະເຈົ້າ ແລະ ສ້າງເຮືອສຳເພົາ ແລະ ໃຊ້ຊີວິດຜ່ານການເວລາທີ່ພຣະເຈົ້າໃຊ້ເພື່ອເຮັດໃຫ້ນ້ຳຖ້ວມໂລກ. ຄອບຄົວຂອງເພິ່ນທັງແປດຄົນລອດຊີວິດ. ນອກຈາກຄອບຄົວຂອງໂນອາທັງແປດຄົນແລ້ວ, ມວນມະນຸດທັງໝົດໄດ້ຖືກທຳລາຍ ແລະ
- [ພຣະເຈົ້າໃຊ້ຮຸ້ງກິນນໍ້າເພື່ອເປັນສັນຍາລັກແຫ່ງພັນທະສັນຍາຂອງພຣະອົງກັບມະນຸດ](https://lo.kingdomsalvation.org/gospel/rainbow-as-symbol-of-covenant.html) - ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ. ພຣະເຈົ້າກ່າວວ່າ ສິ່ງນີ້ເປັນສັນຍາລັກຂອງພັນທະສັນຍາທີ່ເຮົາສ້າງລະຫວ່າງເຮົາ ແລະ ເຈົ້າ ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ, ເພື່ອຮຸ່ນສູ່ຮຸ່ນ ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ. (ປະຖົມມະການ 9:11-13). ຕໍ່ໄປ, ໃຫ້ພວກເຮົາມາເບິ່ງພຣະຄຳພີຂໍ້ນີ້ກ່ຽວກັບວິທີການທີ່ພຣະເຈົ້າໃຊ້ຮຸ້ງກິນນໍ້າເພື່ອເປັນສັນຍາລັກແຫ່ງພັນທະສັນຍາຂອງພຣະອົງກັບມະນຸດ. ຄົນສ່ວນຫຼາຍຮູ້ວ່າຮຸ້ງກິນນໍ້າແມ່ນຫຍັງ ແລະ ໄດ້ຍິນບາງເລື່ອງລາວທີ່ກ່ຽວຂ້ອງກັບຮຸ້ງກິນນໍ້າ. ສ່ວນເລື່ອງກ່ຽວກັບຮຸ້ງກິນນໍ້າໃນພຣະຄຳພີ, ບາງຄົນກໍເຊື່ອ ແລະ ບາງຄົນກໍຖືມັນເປັນຕຳນານ ໃນຂະນະທີ່ບາງຄົນກໍບໍ່ເຊື່ອມັນແມ່ນແຕ່ໜ້ອຍດຽວເລີຍ. ແນວໃດກໍຕາມ, ເຫດການທັງໝົດທີ່ເກີດຂຶ້ນກ່ຽວກັບຮຸ້ງກິນນໍ້າແມ່ນພາລະກິດຂອງພຣະເຈົ້າ ແລະ ເກີດຂຶ້ນໃນຂະບວນການແຫ່ງການຄຸ້ມຄອງມະນຸດຂອງພຣະເຈົ້າ. ເຫດການເຫຼົ່ານີ້ໄດ້ຖືກບັນທຶກໄວ້ຢ່າງແທ້ຈິງໃນພຣະຄຳພີ. ບົດບັນທຶກເຫຼົ່ານີ້ບໍ່ໄດ້ບອກພວກເຮົາວ່າໃນເວລານັ້ນພຣະເຈົ້າຢູ່ໃນອາລົມໃດ ຫຼື ຄວາມຕັ້ງໃຈທີ່ຢູ່ເບື້ອງຫຼັງພຣຳທຳເຫຼົ່ານີ້ທີ່ພຣະເຈົ້າກ່າວ. ຍິ່ງໄປກວ່ານັ້ນ, ບໍ່ມີໃຜສາມາດເຂົ້າໃຈສິ່ງທີພຣະເຈົ້າຮູ້ສຶກ ເມື່ອພຣະອົງກ່າວພວກມັນອອກມາ. ແນວໃດກໍ່ຕາມ, ສະພາບຈິດໃຈຂອງພຣະເຈົ້າກ່ຽວກັບເຫດການທັງໝົດນີ້ຖືກເປີດເຜີຍຢູ່ໃນລະຫວ່າງແຖວຂອງຂໍ້ຄວາມໃນພຣະຄຳພີ. ມັນເປັນຄືກັບວ່າ ຄວາມຄິດຂອງພຣະອົງໃນຕອນນັ້ນກະໂດດອອກຈາກໜ້າເຈັ້ຍຜ່ານແຕ່ລະຄຳເວົ້າ ແລະ ປະໂຫຍກແຫ່ງພຣະທຳຂອງພຣະເຈົ້າ. ຄວາມຄິດຂອງພຣະເຈົ້າແມ່ນສິ່ງທີ່ຄົນຄວນກັງວົນ ແລະ ສິ່ງທີ່ພວກເຂົາຄວນພະຍາຍາມທຳຄວາມຮູ້ຈັກຫຼາຍທີ່ສຸດ. ນີ້ກໍຍ້ອນວ່າ ຄວາມຄິດຂອງພຣະເຈົ້າກ່ຽວຂ້ອງກັບຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້ ແລະ ຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະເຈົ້າກໍແມ່ນການເຊື່ອມຕໍ່ທີ່ຂາດບໍ່ໄດ້ໃນການເຂົ້າສູ່ຊີວິດຂອງມະນຸດ. ແລ້ວໃນເວລານັ້ນ ພຣະເຈົ້າກຳລັງຄິດຫຍັງຢູ່ເມື່ອເຫດການເຫຼົ່ານີ້ເກີດຂຶ້ນ?
- [ຄຳສັ່ງຂອງພຣະເຈົ້າຕໍ່ອາດາມ](https://lo.kingdomsalvation.org/gospel/God-s-command-to-adam.html) - ປະຖົມມະການ 2:15-17 ພຣະເຈົ້າເຢໂຮວານໍາຊາຍຄົນນັ້ນມາ ແລ້ວວາງລາວໄວ້ໃນສວນເອເດັນເພື່ອຕົບແຕ່ງລາວ ແລະ ເບິ່ງແຍງລາວ. ແລ້ວພຣະເຈົ້າເຢໂຮວາສັ່ງຫ້າມຊາຍຄົນນັ້ນວ່າ ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ. ເຈົ້າເກັບກຳຫຍັງໄດ້ແດ່ຈາກຂໍ້ຕ້າງໆເຫຼົ່ານີ້? ພຣະຄຳພີພາກນີ້ເຮັດໃຫ້ພວກເຈົ້າຮູ້ສຶກແນວໃດ? ເປັນຫຍັງເຮົາຈິ່ງຕັດສິນໃຈທີ່ຈະເວົ້າກ່ຽວກັບຄຳສັ່ງຂອງພຣະເຈົ້າຕໍ່ອາດາມ? ຕອນນີ້ພວກເຈົ້າແຕ່ລະຄົນມີພາບລັກຂອງພຣະເຈົ້າ ແລະ ອາດາມຢູ່ໃນໃຈພວກເຈົ້າແລ້ວບໍ? ພວກເຈົ້າລອງຈິນຕະນາການເບິ່ງວ່າ: ຖ້າພວກເຈົ້າເປັນຄົນຢູ່ໃນສາກນັ້ນ, ເລິກໆແລ້ວ ເຈົ້າຄິດວ່າພຣະເຈົ້າຈະເປັນແນວໃດ? ການຄິດກ່ຽວກັບເລື່ອງນີ້ເຮັດໃຫ້ພວກເຈົ້າຮູ້ສຶກແນວໃດ? ນີ້ແມ່ນຮູບພາບທີ່ປະທັບໃຈ ແລະ ອົບອຸ່ນໃຈຫຼາຍ. ເຖິງແມ່ນວ່າມີພຽງພຣະເຈົ້າ ແລະ ມະນຸດຢູ່ໃນພາບນັ້ນ, ຄວາມສະໜິດສະໜົມລະຫວ່າງພວກເຂົາເຮັດໃຫ້ເຈົ້າມີຄວາມຮູ້ສຶກຊື່ນຊົມ: ຄວາມຮັກອັນລົ້ນເຫຼືອຂອງພຣະເຈົ້າໄດ້ຖືກຫວ່ານລົງມາສູ່ມະນຸດ ແລະ ອ້ອມຮອບມະນຸດຢ່າງບໍ່ຢຸດຢັ້ງ; ມະນຸດໄຮ້ດຽງສາ ແລະ ບໍລິສຸດ, ປາດສະຈາກຄວາມຜູກພັນ ແລະ ໄຮ້ຄວາມກັງວົນ, ດຳລົງຊີວິດຢູ່ຢ່າງມີຄວາມສຸກພາຍໃຕ້ສາຍຕາຂອງພຣະເຈົ້າ; ພຣະເຈົ້າສະແດງຄວາມຫ່ວງໃຍຕໍ່ມະນຸດ, ໃນຂະນະທີ່ມະນຸດກໍອາໄສຢູ່ພາຍໃຕ້ການປົກປ້ອງ ແລະ ພອນຂອງພຣະເຈົ້າ; ທຸກສິ່ງທີ່ມະນຸດເຮັດ ແລະ ເວົ້ານັ້ນເຊື່ອມໂຍງກັບພຮະເຈົ້າ ແລະ ບໍ່ສາມາດແຍກອອກຈາກພຣະເຈົ້າໄດ້. ນີ້ສາມາດເອີ້ນໄດ້ວ່າ ເປັນຄຳສັ່ງທຳອິດຂອງພຣະເຈົ້າທີ່ມີຕໍ່ມະນຸດຫຼັງຈາກທີ່ໄດ້ສ້າງພວກເຂົາ. ຄຳສັ່ງນີ້ບົ່ງບອກເຖິງຫຍັງ? ມັນບົ່ງບອກເຖິງຄວາມປະສົງຂອງພຣະເຈົ້າ
- [ພຣະເຈົ້າສ້າງເອວາ](https://lo.kingdomsalvation.org/gospel/God-creates-eve.html) - ພຣະເຈົ້າເຢໂຮວາກ່າວວ່າ ມັນບໍ່ແມ່ນເລື່ອງທີ່ດີທີ່ຊາຍຄົນນີ້ຈະຢູ່ຄົນດຽວ; ເຮົາຈະສ້າງຜູ້ຊ່ວຍທີ່ເໝາະສົມໃຫ້ລາວ. ແລ້ວພຣະເຈົ້າເຢໂຮວາໄດ້ສ້າງສັດເທິງບົກທຸກປະເພດ ແລະ ສັດມີປີກເທິງອາກາດ; ແລະ ນໍາພວກມັນມາໃຫ້ອາດາມເພື່ອເບິ່ງວ່າ ລາວຈະເອີ້ນພວກມັນແນວໃດ ແລະ ບໍ່ວ່າອາດາມຈະເອີ້ນຊື່ສັດທີ່ມີຊີວິດເຫຼົ່ານັ້ນຢ່າງໃດກໍຕາມ ຕໍ່ມາຊື່ນັ້ນກໍເປັນຊື່ຂອງສັດເຫຼົ່ານັ້ນ ແລະ ອາດາມຕັ້ງຊື່ງົວຄວາຍທັງໝົດ ແລະ ຕັ້ງຊື່ສັດມີປີກເທິງອາກາດ ແລະ ສັດເທິງບົກທຸກໂຕ, ແຕ່ສຳລັບອາດາມແລ້ວ ບໍ່ມີຜູ້ຊ່ວຍທີ່ເໝາະສົມໃຫ້ກັບລາວ. (ປະຖົມມະການ 2:18-20). ແລະ ກະດູກຂ້າງ ທີ່ພຣະເຈົ້າເຢໂຮວາເອົາມາຈາກຜູ້ຊາຍນັ້ນ ພຣະອົງໄດ້ໃຊ້ມັນສ້າງຜູ້ຍິງ ແລະ ນໍາເອົາລາວມາມອບໃຫ້ກັບຜູ້ຊາຍຄົນນັ້ນ ແລ້ວອາດາມກໍເວົ້າວ່າ ບັດນີ້ ກະດູກຂອງນາງກໍຄືກະດູກຂອງຂ້ານ້ອຍ ແລະ ເນື້ອໜັງຂອງນາງກໍຄືເນື້ອໜັງຂອງຂ້ານ້ອຍ, ນາງຈະຖືກເອີ້ນວ່າ ແມ່ຍິງ ເພາະນາງຖືກນໍາອອກມາຈາກຜູ້ຊາຍ. (ປະຖົມມະການ 2:22-23). ມີໜຶ່ງຂໍ້ຄວາມທີ່ສຳຄັນໃນພຣະຄຳພີພາກນີ້. ກະລຸນາຂີດກ້ອງຂໍ້ພຣະທໍານີ້ໄວ້: “ບໍ່ວ່າອາດາມຈະເອີ້ນຊື່ສັດທີ່ມີຊີວິດເຫຼົ່ານັ້ນຢ່າງໃດກໍຕາມ ຕໍ່ມາຊື່ນັ້ນກໍເປັນຊື່ຂອງສັດເຫຼົ່ານັ້ນ”. ດັ່ງນັ້ນ, ແມ່ນໃຜເປັນຜູ້ຕັ້ງຊື່ໃຫ້ສິ່ງມີຊີວິດທັງໝົດເຫຼົ່ານີ້? ແມ່ນອາດາມ, ບໍ່ແມ່ນພຣະເຈົ້າ. ຂໍ້ຄວາມນີ້ບອກຄວາມຈິງກັບມະນຸດວ່າ: ພຣະເຈົ້າປະທານຄວາມສະຫຼາດໃຫ້ກັບມະນຸດເມື່ອພຣະອົງຊົງສ້າງພວກເຂົາ. ໝາຍຄວາມວ່າ, ຄວາມສະຫຼາດຂອງມະນຸດມາຈາກພຣະເຈົ້າ. ນີ້ແມ່ນຄວາມຈິງ. ແຕ່ວ່າດ້ວຍເຫດໃດ? ຫຼັງຈາກທີ່ພຣະເຈົ້າສ້າງອາດາມແລ້ວ, ອາດາມໄດ້ໄປໂຮງຮຽນບໍ? ລາວຮູ້ຈັກອ່ານບໍ?
- [ພຣະເຈົ້າເຮັດເສື້ອຂົນສັດໃຫ້ອາດາມ ແລະ ເອວາ](https://lo.kingdomsalvation.org/gospel/coats-of-skins-for-adam-and-eve.html) - ແລະ ອາດາມເອີ້ນເມຍຂອງລາວວ່າ ເອວາ ເພາະວ່ານາງເປັນແມ່ຂອງທຸກສິ່ງທີ່ມີຊີວິດ. ພ້ອມນັ້ນ ພຣະເຈົ້າເຢໂຮວາຍັງໄດ້ເຮັດເສື້ອຂົນສັດໃຫ້ກັບອາດາມ ແລະ ເມຍຂອງລາວ ແລະ ນຸ່ງໃຫ້ພວກເຂົາ. (ປະຖົມມະການ 3:20-21). ໃຫ້ພວກເຮົາມາເບິ່ງຂໍ້ຄວາມທີສາມນີ້ ເຊິ່ງບົ່ງບອກວ່າມີຄວາມໝາຍຢູ່ເບື້ອງຫຼັງໃນການຕັ້ງຊື່ໃຫ້ເອວາ. ນີ້ສະແດງໃຫ້ເຫັນວ່າຫຼັງຈາກທີ່ໄດ້ຖືກສ້າງມາ, ອາດາມມີຄວາມຄິດເປັນຂອງຕົນເອງ ແລະ ເຂົ້າໃຈຫຼາຍສິ່ງ. ແຕ່ຕອນນີ້, ພວກເຮົາຈະບໍ່ສຶກສາ ຫຼື ສຳຫຼວດສິ່ງທີ່ລາວເຂົ້າໃຈ ຫຼື ລາວເຂົ້າໃຈຫຼາຍປານໃດ, ຍ້ອນວ່ານັ້ນບໍ່ແມ່ນຈຸດປະສົງຫຼັກຂອງເຮົາໃນການສົນທະນາກ່ຽວກັບຂໍ້ຄວາມທີສາມນີ້. ດັ່ງນັ້ນ, ແມ່ນຫຍັງຄືປະເດັນຫຼັກໆທີ່ເຮົາຕ້ອງການເນັ້ນເຖິງ? ໃຫ້ພວກເຮົາເບິ່ງປະໂຫຍກທີ່ວ່າ “ພ້ອມນັ້ນ ພຣະເຈົ້າເຢໂຮວາຍັງໄດ້ເຮັດເສື້ອຂົນສັດໃຫ້ກັບອາດາມ ແລະ ເມຍຂອງລາວ ແລະ ນຸ່ງໃຫ້ພວກເຂົາ”. ຖ້າພວກເຮົາບໍ່ສົນທະນາກ່ຽວກັບຂໍ້ພຣະຄຳພີຂໍ້ນີ້ໃນມື້ນີ້, ພວກເຈົ້າອາດຈະບໍ່ເຄີຍເຂົ້າໃຈຄວາມໝາຍທີ່ແອບແຝງອັນເລິກເຊິ່ງຂອງພຣະທຳເຫຼົ່ານີ້. ກ່ອນອື່ນ, ເຮົາຈະໃຫ້ຂໍ້ຄິດບາງຢ່າງກ່ອນ. ຖ້າພວກເຈົ້າປາດຖະໜາ ກໍຈົ່ງລອງຈິນຕະນາການເບິ່ງສວນອິເດັນທີ່ອາດາມ ແລະ ເອວາອາໄສຢູ່. ພຣະເຈົ້າໄປຢ້ຽມຢາມພວກເຂົາ, ແຕ່ພວກເຂົາລີ້ຍ້ອນວ່າພວກເຂົາປະເປືອຍຢູ່. ພຣະເຈົ້າບໍ່ສາມາດເຫັນພວກເຂົາໄດ້, ຫຼັງຈາກທີ່ພຣະອົງເອີ້ນຫາພວກເຂົາ, ພວກເຂົາຕອບວ່າ “ພວກຂ້ານ້ອຍບໍ່ກ້າເບິ່ງພຣະອົງຍ້ອນວ່າຮ່າງກາຍຂອງພວກຂ້ານ້ອຍເປືອຍໂຕຢູ່”. ພວກເຂົາບໍ່ກ້າທີ່ຈະພົບພຣະເຈົ້າຍ້ອນວ່າພວກເຂົາເປືອຍໂຕຢູ່. ດັ່ງນັ້ນ, ພຣະເຈົ້າເຢໂຮວາເຮັດຫຍັງກັບພວກເຂົາ? ຂໍ້ຄວາມຕົ້ນສະບັບກ່າວວ່າ: “ພ້ອມນັ້ນ ພຣະເຈົ້າເຢໂຮວາຍັງໄດ້ເຮັດເສື້ອຂົນສັດໃຫ້ກັບອາດາມ ແລະ
- [ໃນມື້ທຳອິດ, ກາງເວັນ ແລະ ກາງຄືນຂອງມະນຸດຊາດໄດ້ເກີດຂຶ້ນ ແລະ ໝັ້ນຄົງເນື່ອງຈາກສິດອຳນາດຂອງພຣະເຈົ້າ](https://lo.kingdomsalvation.org/gospel/on-the-first-day.html) - ໃຫ້ພວກເຮົາມາເບິ່ງຂໍ້ຄວາມທຳອິດ: “ແລະ ພຣະເຈົ້າໄດ້ກ່າວວ່າ ຈົ່ງມີແສງສະຫວ່າງ ແລ້ວກໍມີແສງສະຫວ່າງ. ພຣະອົງເຫັນແສງສະຫວ່າງ ແລະ ເຫັນວ່າມັນເປັນສິ່ງທີ່ດີ, ແລ້ວພຣະເຈົ້າໄດ້ແຍກແສງສະຫວ່າງອອກຈາກຄວາມມືດ ແລະ ພຣະເຈົ້າເອີ້ນແສງສະຫວ່າງວ່າ ກາງເວັນ ແລະ ພຣະອົງເອີ້ນຄວາມມືດວ່າ ກາງຄືນ. ຕອນແລງກໍຜ່ານໄປ ແລະ ຕອນເຊົ້າກໍມາເຖິງ ນັ້ນຄືມື້ທຳອິດ” (ປະຖົມມະການ 1:3-5). ຂໍ້ຄວາມນີ້ອະທິບາຍເຖິງການກະທຳຢ່າງທຳອິດຂອງພຣະເຈົ້າໃນເບື້ອງຕົ້ນຂອງການສ້າງ ແລະ ມື້ທຳອິດທີ່ພຣະເຈົ້າເຮັດໃຫ້ເກີດມີກໍຄືຕອນແລງ ແລະ ຕອນເຊົ້າ. ແຕ່ມັນເປັນມື້ພິເສດ: ພຣະເຈົ້າເລີ່ມຈັດແຈງແສງສະຫວ່າງສຳລັບທຸກສິ່ງ ແລະ ຍິ່ງໄປກວ່ານັ້ນ ຍັງໄດ້ແຍກແສງສະຫວ່າງອອກຈາກຄວາມມືດ. ໃນມື້ນີ້ ພຣະເຈົ້າເລີ່ມກ່າວ ແລະ ພຣະທຳ ແລະ ສິດອຳນາດຂອງພຣະອົງກໍເປັນຢູ່ຄຽງຂ້າງກັນ. ສິດອຳນາດຂອງພຣະອົງເລີ່ມຕົ້ນສະແດງອອກທ່າມກາງສິ່ງທັງປວງ ແລະ ລິດອຳນາດຂອງພຣະອົງແຜ່ຂະຫຍາຍທ່າມກາງສິ່ງທັງປວງ ເຊິ່ງເປັນຜົນມາຈາກພຣະທຳຂອງພຣະອົງ. ຈາກມື້ນີ້ເປັນຕົ້ນໄປ, ທຸກສິ່ງກໍຖືກເຮັດໃຫ້ເປັນຮູບຮ່າງຂຶ້ນ ແລະ ໝັ້ນຄົງ ຍ້ອນພຣະທຳຂອງພຣະເຈົ້າ, ສິດອຳນາດຂອງພຣະເຈົ້າ ແລະ ລິດອຳນາດຂອງພຣະເຈົ້າ ແລະ ພວກມັນກໍເລີ່ມເຮັດໜ້າທີ່ເນື່ອງຈາກພຣະທຳຂອງພຣະເຈົ້າ, ສິດອຳນາດຂອງພຣະເຈົ້າ ແລະ ລິດອຳນາດຂອງພຣະເຈົ້າ. ເມື່ອພຣະເຈົ້າກ່າວຄຳວ່າ:
- [ໃນມື້ທີສອງ, ສິດອຳນາດຂອງພຣະເຈົ້າໄດ້ຈັດແຈງນໍ້າ ແລະ ສ້າງທ້ອງຟ້າ ແລະ ພື້ນທີ່ສຳລັບການຢູ່ລອດຂັ້ນພື້ນຖານສຸດຂອງມະນຸດກໍປະກົດຂຶ້ນ](https://lo.kingdomsalvation.org/gospel/on-the-second-day.html) - ໃຫ້ພວກເຮົາອ່ານຂໍ້ຄວາມທີສອງຂອງພຣະຄຳພີ: “ແລະ ພຣະເຈົ້າໄດ້ກ່າວວ່າ ຈົ່ງມີທ້ອງຟ້າຢູ່ທາງກາງຂອງນໍ້າ ແລະ ໃຫ້ມັນແຍກນໍ້າອອກຈາກກັນ. ແລ້ວພຣະເຈົ້າກໍສ້າງທ້ອງຟ້າ ແລະ ແຍກນໍ້າທີ່ລຸ່ມທ້ອງຟ້າອອກຈາກນໍ້າທີ່ຢູ່ເທິງທ້ອງຟ້າ ແລ້ວມັນກໍເປັນດັ່ງນັ້ນ” (ປະຖົມມະການ 1:6-7). ແມ່ນຫຍັງຄືການປ່ຽນແປງທີ່ເກີດຂຶ້ນຫຼັງຈາກທີ່ພຣະເຈົ້າກ່າວວ່າ: “ຈົ່ງມີທ້ອງຟ້າຢູ່ທາງກາງຂອງນໍ້າ ແລະ ໃຫ້ມັນແຍກນໍ້າອອກຈາກກັນ”? ໃນຂໍ້ພຣະຄຳໄດ້ກ່າວວ່າ: “ແລ້ວພຣະເຈົ້າກໍສ້າງທ້ອງຟ້າ ແລະ ແຍກນໍ້າທີ່ຢູ່ລຸ່ມທ້ອງຟ້າອອກຈາກນໍ້າທີ່ຢູ່ເທິງທ້ອງຟ້າ”. ແມ່ນຫຍັງຄືຜົນຕາມມາຫຼັງຈາກທີ່ພຣະເຈົ້າໄດ້ກ່າວ ແລະ ເຮັດສິ່ງນີ້? ຄຳຕອບແມ່ນນອນຢູ່ໃນຂໍ້ຄວາມສຸດທ້າຍທີ່ວ່າ: “ແລ້ວມັນກໍເປັນດັ່ງນັ້ນ. ປະໂຫຍກສັ້ນໆສອງປະໂຫຍກນີ້ບັນທຶກເຫດການທີ່ດີເລີດ ແລະ ບັນລະຍາຍເຖິງສາກພາບທີ່ມະຫັດສະຈັນ ນັ້ນກໍຄື ພາລະໜ້າທີ່ອັນໃຫຍ່ຫຼວງທີ່ພຣະເຈົ້າປົກຄອງນໍ້າ ແລະ ສ້າງພື້ນທີ່ໆມະນຸດສາມາດດຳລົງຊີວິດຢູ່... ໃນພາບນີ້, ນໍ້າ ແລະ ທ້ອງຟ້າປາກົດຕໍ່ຕາພຣະເຈົ້າທັນທີ ແລະ ພວກມັນຖືກແບ່ງອອກໂດຍສິດອຳນາດແຫ່ງພຣະທຳຂອງພຣະເຈົ້າ ແລະ ແຍກໃຫ້ຢູ່ “ເທິງ” ແລະ ຢູ່ “ລຸ່ມ” ຕາມລັກສະນະທີ່ພຣະເຈົ້າໄດ້ກຳນົດໃຫ້. ນີ້ໝາຍຄວາມວ່າ ທ້ອງຟ້າທີ່ພຣະເຈົ້າສ້າງບໍ່ພຽງແຕ່ປົກຄຸມນໍ້າທີ່ຢູ່ລຸ່ມ ແຕ່ຄໍ້າຊູນໍ້າທີ່ຢູ່ຂ້າງເທິງ... ໃນນີ້, ມະນຸດບໍ່ສາມາດເຮັດຫຍັງໄດ້ ນອກຈາກຈ້ອງຕາເບິ່ງ, ຕົກສະເງີ້ ແລະ ອ້າປາກຊົມເຊີຍໃນຄວາມຍິ່ງໃຫຍ່ຂອງສິດອໍານາດຂອງພຣະອົງ ແລະ
- [ໃນມື້ທີສາມ, ພຣະທຳຂອງພຣະເຈົ້າໃຫ້ກຳເນີດແຜ່ນດິນໂລກ ແລະ ທະເລ ແລະ ສິດອຳນາດຂອງພຣະເຈົ້າເຮັດໃຫ້ແຜ່ນດິນໂລກເຕັມໄປດ້ວຍຊີວິດ](https://lo.kingdomsalvation.org/gospel/on-the-third-day.html) - ຕໍ່ໄປ ໃຫ້ພວກເຮົາອ່ານປະໂຫຍກທຳອິດຂອງ ປະຖົມມະການ 1:9-11 “ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ນໍ້າທີ່ຢູ່ລຸ່ມທ້ອງຟ້າໂຮມກັນໃນບ່ອນດຽວ ແລະ ໃຫ້ແຜ່ນດິນປາກົດຂຶ້ນ”. ແມ່ນຫຍັງຄືການປ່ຽນແປງທີ່ເກີດຂຶ້ນຫຼັງຈາກທີ່ພຣະເຈົ້າພຽງແຕ່ກ່າວວ່າ: “ໃຫ້ນໍ້າທີ່ຢູ່ລຸ່ມທ້ອງຟ້າໂຮມກັນໃນບ່ອນດຽວ ແລະ ໃຫ້ແຜ່ນດິນປາກົດຂຶ້ນ?“ ແລ້ວແມ່ນຫຍັງຄືສິ່ງທີ່ຢູ່ໃນພື້ນທີ່ນີ້ ນອກຈາກແສງສະຫວ່າງ ແລະ ທ້ອງຟ້າ? ໃນຂໍ້ພຣະຄໍາພີໄດ້ຂຽນໄວ້ວ່າ: “ແລ້ວພຣະເຈົ້າເອີ້ນແຜ່ນດິນແຫ່ງນັ້ນວ່າ ແຜ່ນດິນໂລກ; ແລະ ພຣະອົງເອີ້ນການໂຮມຕົວຂອງນໍ້າວ່າ ທະເລ ແລະ ພຣະເຈົ້າເຫັນວ່າມັນເປັນສິ່ງທີ່ດີ”. ນີ້ໝາຍຄວາມວ່າ ບັດນີ້ໄດ້ມີແຜ່ນດິນ ແລະ ທະເລໃນພື້ນທີ່ນີ້ ແລະ ແຜ່ນດິນ ແລະ ທະເລກໍຖືກແຍກອອກຈາກກັນ. ການປາກົດຕົວຂອງສອງສິ່ງໃໝ່ເຫຼົ່ານີ້ແມ່ນເປັນໄປຕາມຄໍາບັນຊາທີ່ອອກຈາກປາກຂອງພຣະເຈົ້າ: “ແລ້ວມັນກໍເປັນດັ່ງນັ້ນ”. ຂໍ້ພຣະຄຳພີນີ້ໄດ້ບັນລະຍາຍເຖິງຄວາມຟ້າວຟັ່ງຂອງພຣະເຈົ້າໃນຂະນະທີ່ພຣະອົງກຳລັງເຮັດສິ່ງນີ້ບໍ? ມັນໄດ້ບັນລະຍາຍເຖິງການທີ່ພຣະອົງໃຊ້ແຮງງານທາງຮ່າງກາຍບໍ? ແລ້ວພຣະເຈົ້າເຮັດສິ່ງນີ້ແນວໃດ? ພຣະເຈົ້າເຮັດໃຫ້ສອງສິ່ງໃໝ່ເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ເຫັນໄດ້ຢ່າງຊັດເຈນໃນຕົວມັນເອງແລ້ວວ່າ ພຣະເຈົ້າໃຊ້ພຣະທຳເພື່ອບັນລຸທຸກສິ່ງເຫຼົ່ານີ້, ເພື່ອສ້າງສິ່ງນີ້ທັງໝົດ. ໃນຂໍ້ຄວາມສາມຂໍ້ຂ້າງເທິງ, ພວກເຮົາໄດ້ຮຽນຮູ້ເຖິງການເກີດຂຶ້ນຂອງສາມເຫດການທີ່ຍິ່ງໃຫຍ່. ສາມເຫດການຍິ່ງໃຫຍ່ນີ້ເກີດຂຶ້ນ ແລະ ຖືກເຮັດໃຫ້ເກີດຂຶ້ນຜ່ານທາງພຣະທຳຂອງພຣະເຈົ້າ ແລະ ມັນເປັນຍ້ອນພຣະທຳຂອງພຣະອົງທີ່ເຮັດໃຫ້ເຫດການເຫຼົ່ານີ້ປາກົດຂຶ້ນຕໍ່ໜ້າຕໍ່ຕາພຣະເຈົ້າຕາມລໍາດັບ. ສະນັັ້ນ ສາມາດເຫັນໄດ້ຈາກຄຳເວົ້າທີ່ວ່າ: “ພຣະເຈົ້າກ່າວ ແລະ ມັນຈະຖືກເຮັດໃຫ້ສຳເລັດ; ພຣະອົງສັ່ງ
- [ໃນມື້ທີສີ່, ລະດູການ, ມື້ ແລະ ປີຂອງມະນຸດຊາດໄດ້ກຳເນີດຂຶ້ນເມື່ອພຣະເຈົ້າໃຊ້ສິດອຳນາດຂອງພຣະອົງອີກຄັ້ງ](https://lo.kingdomsalvation.org/gospel/on-the-fourth-day.html) - ພຣະຜູ້ສ້າງໃຊ້ພຣະທຳຂອງພຣະອົງເພື່ອເຮັດໃຫ້ແຜນການຂອງພຣະອົງສຳເລັດ ແລະ ໃນວິທີນີ້ ພຣະອົງໄດ້ຜ່ານພົ້ນແຜນການສາມມື້ທຳອິດຂອງພຣະອົງ. ໃນລະຫວ່າງສາມມື້ເຫຼົ່ານີ້, ພຣະເຈົ້າບໍ່ໄດ້ເຫັນວ່າຈະຫຍຸ້ງ ຫຼື ເມື່ອຍຕົນເອງ; ໃນທາງກົງກັນຂ້າມ, ພຣະອົງສໍາເລັດແຜນການສາມມື້ທຳອິດຂອງພຣະອົງຢ່າງມະຫັດສະຈັນ ແລະ ບັນລຸກິດຈະການທີ່ຍິ່ງໃຫຍ່ແຫ່ງການປ່ຽນແປງພື້ນຖານຂອງໂລກ. ໂລກໃໝ່ປາກົດຂຶ້ນຕໍ່ໜ້າຕໍ່ຕາພຣະອົງ ແລະ ໃນທີ່ສຸດ ພາບສວຍງາມທີ່ຖືກຕີຕາໄວ້ໃນຄວາມຄິດຂອງພຣະອົງກໍຖືກເປີດເຜີຍໃນພຣະທຳຂອງພຣະເຈົ້າເທື່ອລະຊິ້ນສ່ວນ. ການປາກົດຂອງສິ່ງໃໝ່ໆແຕ່ລະຢ່າງແມ່ນຄືກັບເດັກນ້ອຍເກີດໃໝ່ ແລະ ພຣະຜູ້ສ້າງກໍມີຄວາມສຸກກັບພາບທີ່ເຄີຍຢູ່ໃນຄວາມຄິດຂອງພຣະອົງ, ແຕ່ບັດນີ້ໄດ້ເປັນສິ່ງທີ່ຖືກເຮັດໃຫ້ມີຊີວິດແລ້ວ. ໃນເວລານີ້, ຫົວໃຈຂອງພຣະອົງໄດ້ຮັບຄວາມພໍໃຈຢ່າງຍິ່ງ ແຕ່ແຜນການຂອງພຣະອົງພຽງແຕ່ຫາກໍເລີ່ມຕົ້ນ. ພາຍໃນພິບຕາດຽວ, ມື້ໃໝ່ກໍມາເຖິງ ແລະ ແມ່ນຫຍັງຄືໜ້າຕໍ່ໄປໃນແຜນການຂອງພຣະຜູ້ສ້າງ? ພຣະອົງເວົ້າຫຍັງ? ພຣະອົງໃຊ້ສິດອຳນາດຂອງພຣະອົງແນວໃດ? ໃນຂະນະດຽວກັນ ແມ່ນຫຍັງຄືສິ່ງໃໝ່ໆທີ່ເຂົ້າມາໃນໂລກໃໝ່ແຫ່ງນີ້? ຫຼັງຈາກການນໍາພາຂອງພຣະຜູ້ສ້າງ, ສາຍຕາຂອງພວກເຮົາກໍຈ້ອງເບິ່ງມື້ທີສີ່ຂອງການສ້າງສິ່ງທັງປວງ, ເປັນມື້ທີ່ຍັງເປັນການເລີ່ມຕົ້ນໃໝ່ອີກຄັ້ງ. ແນ່ນອນ ສຳລັບພຣະຜູ້ສ້າງ, ມັນເປັນມື້ມະຫັດສະຈັນອີກມື້ຢ່າງບໍ່ຕ້ອງສົງໄສ ແລະ ມັນແມ່ນອີກມື້ທີ່ມີຄວາມສຳຄັນຢ່າງຍິ່ງສຳລັບມະນຸດຊາດໃນປັດຈຸບັນ. ແນ່ນອນ ມັນເປັນມື້ທີ່ມີຄຸນຄ່າທີ່ບໍ່ສາມາດປະເມີນໄດ້. ມັນມະຫັດສະຈັນແນວໃດ, ມັນສຳຄັນຫຼາຍແນວໃດ ແລະ ມັນມີຄຸນຄ່າທີ່ບໍ່ສາມາດປະເມີນໄດ້ແນວໃດ? ກ່ອນອື່ນ ໃຫ້ພວກເຮົາມາຟັງພຣະທຳທີ່ພຣະຜູ້ສ້າງກ່າວ... “ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ມີແສງສະຫວ່າງໃນທ້ອງຟ້າແຫ່ງສະຫວັນເພື່ອແຍກກາງເວັນອອກຈາກກາງຄືນ ແລະ ໃຫ້ສິ່ງເຫຼົ່ານັ້ນເປັນສັນຍາລັກ ແລະ ເປັນລະດູການຕ່າງໆ ແລະ
- [ໃນມື້ທີຫ້າ, ຊີວິດທີ່ມີຮູບຮ່າງຫຼາກຫຼາຍ ແລະ ແຕກຕ່າງ ສະແດງເຖິງສິດອຳນາດຂອງພຣະຜູ້ສ້າງໃນລັກສະນະທີ່ແຕກຕ່າງກັນ](https://lo.kingdomsalvation.org/gospel/on-the-fifth-day.html) - ພຣະຄຳພີກ່າວວ່າ: “ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ນໍ້າເກີດສິ່ງມີຊີວິດທີ່ເໜັງຕີງ ແລະ ມີຊີວິດຢ່າງອຸດົມສົມບູນ ແລະ ສັດມີປີກທີ່ສາມາດບິນຢູ່ເທິງແຜ່ນດິນໂລກໃນທ້ອງຟ້າແຫ່ງສະຫວັນທີ່ໂລ່ງ. ພຣະເຈົ້າໄດ້ສ້າງປາວານໃຫຍ່ ແລະ ທຸກສິ່ງທີ່ມີຊີວິດທີ່ເໜັງຕີງຢູ່ໃນນໍ້າຢ່າງອຸດົມສົມບູນຕາມແບບຂອງພວກມັນ ແລະ ສັດມີປີກທຸກໂຕຕາມແບບຂອງມັນ ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” (ປະຖົມມະການ 1:20-21). ພຣະຄຳພີບອກພວກເຮົາຢ່າງຊັດເຈນວ່າ ໃນມື້ນີ້ ພຣະເຈົ້າໄດ້ສ້າງສັດມີຊີວິດຢູ່ໃນນໍ້າ ແລະ ນົກຢູ່ເທິງອາກາດ ເຊິ່ງໝາຍຄວາມວ່າ ພຣະອົງສ້າງປາ ແລະ ນົກຫຼາກຫຼາຍຊະນິດ ແລະ ຈັດປະເພດໃຫ້ພວກມັນໂດຍອີງຕາມແບບຂອງພວກມັນ. ໃນວິທີນີ້, ແຜ່ນດິນໂລກ, ທ້ອງຟ້າ ແລະ ນໍ້າຖືກເຮັດໃຫ້ອຸດົມສົມບູນຈາກການສ້າງຂອງພຣະເຈົ້າ... ເມື່ອພຣະທຳຂອງພຣະເຈົ້າໄດ້ຖືກກ່າວ, ຊີວິດໃໝ່ແຕ່ລະຢ່າງພ້ອມດ້ວຍຮູບຮ່າງທີ່ແຕກຕ່າງກັນໄດ້ມີຊີວິດຂຶ້ນໃນທັນທີທ່າມກາງພຣະທຳຂອງພຣະຜູ້ສ້າງ. ພວກມັນໄດ້ເຂົ້າມາໃນໂລກ ໂດຍຍາດກັນເອົາພື້ນທີ່, ໂດດເຕັ້ນ, ຫຼິ້ນສະໜຸກສະໜານຢ່າງປິຕິຍິນດີ... ປາທຸກຊະນິດ ແລະ ທຸກຂະໜາດພາກັນລອຍຢູ່ໃນນໍ້າ; ສັດມີກາບທຸກຊະນິດໄດ້ເຕີບໃຫຍ່ຂື້ນຈາກດິນຊາຍ; ສິ່ງມີຊີວິດທີ່ມີເກັດ, ມີເປືອກ ແລະ ບໍ່ມີກະດູກສັນຫຼັງກໍພາກັນຮີບເຕີບໂຕໃນຮູບຮ່າງທີ່ແຕກຕ່າງກັນ, ບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ຍາວ ຫຼື ສັ້ນ. ເຊັ່ນກັນ ເທົາຫຼາກຫຼາຍປະເພດກໍເລີ່ມເຕີບໂຕຢ່າງໄວວາ,
- [ໃນມື້ທີຫົກ, ພຣະຜູ້ສ້າງກ່າວ ແລະ ສິ່ງທີ່ມີຊີວິດແຕ່ລະຊະນິດທີ່ຢູ່ໃນຄວາມຄິດຂອງພຣະອົງກໍປາກົດຂຶ້ນຕາມໆກັນ](https://lo.kingdomsalvation.org/gospel/on-the-sixth-day.html) - ເທື່ອລະເລັກເທື່ອລະໜ້ອຍ, ພາລະກິດຂອງພຣະຜູ້ສ້າງໃນການສ້າງສິ່ງທັງປວງໄດ້ສືບຕໍ່ເປັນເວລາຫ້າມື້, ທັນທີຫຼັງຈາກທີ່ ພຣະຜູ້ສ້າງໄດ້ຕ້ອນຮັບມື້ທີຫົກຂອງການທີ່ພຣະອົງສ້າງສິ່ງທັງປວງ. ມື້ນີ້ແມ່ນການເລີ່ມຕົ້ນໃໝ່ອີກມື້ ແລະ ເປັນມື້ທີ່ພິເສດອີກມື້. ແລ້ວແມ່ນຫຍັງຄືແຜນການຂອງພຣະຜູ້ສ້າງກ່ອນມື້ໃໝ່ນີ້? ແມ່ນຫຍັງຄືສິ່ງໃໝ່ທີ່ພຣະອົງຈະກໍ່ໃຫ້ເກີດ, ທີ່ພຣະອົງຈະສ້າງຂຶ້ນ? ຈົ່ງຟັງ ນີ້ແມ່ນສຽງຂອງພຣະຜູ້ສ້າງ... “ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ແຜ່ນດິນໂລກເກີດສິ່ງທີ່ມີຊີວິດຕາມແບບຂອງມັນ, ງົວຄວາຍ ແລະ ສິ່ງເລືອຄານ ແລະ ສັດເທິງແຜ່ນດິນໂລກຕາມແບບຂອງມັນ ແລ້ວມັນກໍເປັນດັ່ງນັ້ນ. ພຣະເຈົ້າໄດ້ສ້າງສັດເທິງແຜ່ນດິນໂລກຕາມແບບຂອງມັນ ແລະ ງົວຄວາຍຕາມແບບຂອງມັນ ແລະ ທຸກສິ່ງທີ່ເລືອຄານເທິງແຜ່ນດິນໂລກຕາມແບບຂອງມັນ ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” (ປະຖົມມະການ 1:24-25). ແມ່ນຫຍັງຄືສິ່ງມີຊີວິດທີ່ຖືກລະບຸໄວ້ໃນພຣະທຳຂໍ້ນີ້? ຂໍ້ພຣະຄຳກ່າວວ່າ ງົວຄວາຍ ແລະ ສິ່ງເລືອຄານ ແລະ ສັດເທິງແຜ່ນດິນໂລກຕາມແບບຂອງມັນ. ໝາຍຄວາມວ່າ ໃນມື້ນີ້ ບໍ່ມີພຽງແຕ່ສິ່ງມີຊີວິດທຸກຊະນິດເທິງແຜ່ນດິນໂລກເທົ່ານັ້ນ, ແຕ່ພວກມັນລ້ວນແລ້ວແຕ່ຖືກຈັດອອກຕາມປະເພດ ແລະ ເຊັ່ນດຽວກັນ “ພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ.” ຄືກັບຫ້າມື້ທີ່ຜ່ານມາ ພຣະຜູ້ສ້າງກ່າວດ້ວຍນໍ້າສຽງແບບດຽວກັນ ແລະ ສັ່ງໃຫ້ເກີດມີສິ່ງມີຊີວິດທີ່ພຣະອົງປາຖະໜາ ແລະ ພວກມັນກໍປາກົດຂຶ້ນເທິງແຜ່ນດິນໂລກຕາມປະເພດຂອງພວກມັນ. ເມື່ອພຣະຜູ້ສ້າງໃຊ້ສິດອຳນາດຂອງພຣະອົງ, ບໍ່ມີພຣະທຳຂໍ້ໃດເລີຍທີ່ຖືກກ່າວຢ່າງສູນເປົ່າ ແລະ ດ້ວຍເຫດນັ້ນ
- [ພາຍໃຕ້ສິດອຳນາດຂອງພຣະຜູ້ສ້າງ, ທຸກສິ່ງແມ່ນສົມບູນ](https://lo.kingdomsalvation.org/gospel/all-things-are-perfect.html) - ທຸກສິ່ງທີ່ຖືກສ້າງໂດຍພຣະເຈົ້າ ລວມເຖິງສິ່ງທີ່ສາມາດເຄື່ອນໄຫວ ແລະ ສິ່ງທີ່ບໍ່ສາມາດເຄື່ອນໄຫວ ເຊັ່ນນົກ ແລະ ປາ, ເຊັ່ນຕົ້ນໄມ້ ແລະ ດອກໄມ້ ແລະ ລວມເຖິງງົວຄວາຍ, ແມງໄມ້ ແລະ ສັດປ່າທີ່ຖືກສ້າງໃນມື້ທີຫົກ, ໃນສາຍຕາຂອງພຣະເຈົ້າ ທຸກສິ່ງເປັນທີ່ພໍໃຈພຣະອົງ ແລະ ຍິ່ງໄປກວ່ານັ້ນ ໃນສາຍຕາຂອງພຣະເຈົ້າ, ອີງຕາມແຜນການຂອງພຣະອົງແລ້ວ ສິ່ງເຫຼົ່ານີ້ໄດ້ບັນລຸຈຸດສຸດຍອດຂອງຄວາມສົມບູນທັງໝົດ ແລະ ໄດ້ໄປເຖິງມາດຕະຖານທີ່ພຣະເຈົ້າປາຖະໜາທີ່ຈະບັນລຸ. ພຣະຜູ້ສ້າງປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດຕາມແຜນການຂອງພຣະອົງເທື່ອລະບາດກ້າວ. ສິ່ງຕ່າງໆທີ່ພຣະອົງເຈດຕະນາຈະສ້າງກໍປາກົດຂຶ້ນຕາມໆກັນມາ ແລະ ການປາກົດຂອງແຕ່ລະຢ່າງແມ່ນສະທ້ອນເຖິງສິດອຳນາດຂອງພຣະຜູ້ສ້າງ ແລະ ເປັນແກ້ວຜະລຶກແຫ່ງສິດອຳນາດຂອງພຣະອົງ ແລະ ຍ້ອນແກ້ວຜະລຶກເຫຼົ່ານີ້, ສິ່ງມີຊີວິດທັງປວງຈຶ່ງບໍ່ສາມາດເຮັດຫຍັງ ນອກຈາກຂອບໃຈຄວາມເມດຕາຂອງພຣະຜູ້ສ້າງ ແລະ ການຈັດຕຽມຂອງພຣະຜູ້ສ້າງ. ດັ່ງທີ່ການກະທຳຢ່າງອັດສະຈັນຂອງພຣະເຈົ້າໄດ້ສະແດງຕົວພວກມັນເອງ, ໂລກໃບນີ້ກໍເຕັມໄປດ້ວຍທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນເທື່ອລະຢ່າງ ແລະ ມັນໄດ້ປ່ຽນແປງຈາກຄວາມວຸ້ນວາຍ ແລະ ຄວາມມືດໃຫ້ກາຍເປັນຄວາມຊັດເຈນ ແລະ ຄວາມສະຫວ່າງ, ຈາກຄວາມມິດງຽບແຫ່ງຄວາມຕາຍກໍກາຍເປັນຄວາມມີຊີວິດຊີວາ ແລະ ພະລັງທີ່ບໍ່ມີຂອບເຂດ. ທ່າມກາງທຸກສິ່ງໃນການສ້າງ, ຕັ້ງແຕ່ສິ່ງທີ່ໃຫຍ່ຈົນເຖິງສິ່ງເລັກນ້ອຍ, ຈາກສິ່ງເລັກນ້ອຍຈົນເຖິງສິ່ງເລັກນ້ອຍທີ່ສຸດ, ບໍ່ມີຫຍັງທີ່ສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງບໍ່ໄດ້ສ້າງຂຶ້ນ ແລະ ພວກມັນມີຄວາມຈຳເປັນ
- [ບໍ່ມີສິ່ງຖືກສ້າງ ແລະ ບໍ່ຖືກສ້າງໃດສາມາດແທນຕົວຕົນຂອງພຣະຜູ້ສ້າງໄດ້](https://lo.kingdomsalvation.org/gospel/none-can-replace-identity-of-Creator.html) - ຈາກເວລາທີ່ພຣະອົງເລີ່ມສ້າງສິ່ງທັງປວງ, ລິດອຳນາດຂອງພຣະເຈົ້າກໍເລີ່ມສະແດງອອກ ແລະ ເລີ່ມເປີດເຜີຍອອກ ຍ້ອນພຣະເຈົ້າໃຊ້ພຣະທຳເພື່ອສ້າງທຸກສິ່ງ. ບໍ່ວ່າພຣະອົງໄດ້ສ້າງພວກມັນໃນລັກສະນະໃດກໍຕາມ, ບໍ່ວ່າເປັນຫຍັງພຣະອົງຈຶ່ງສ້າງພວກມັນ, ທຸກສິ່ງກໍມີຊີວິດ ແລະ ຍຶດໝັ້ນ ແລະ ເປັນຢູ່ຍ້ອນພຣະທຳຂອງພຣະເຈົ້າ; ນີ້ແມ່ນສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ. ໃນເວລາກ່ອນມະນຸດຊາດປາກົດເທິງແຜ່ນດິນໂລກ, ພຣະຜູ້ສ້າງໃຊ້ລິດອຳນາດ ແລະ ສິດອຳນາດຂອງພຣະອົງເພື່ອສ້າງທຸກສິ່ງໃຫ້ກັບມະນຸດຊາດ ແລະ ໃຊ້ວິທີການໜຶ່ງດຽວຂອງພຣະອົງເພື່ອຈັດແຈງສະພາບແວດລ້ອມແຫ່ງຊີວິດທີ່ເໝາະສົມສໍາລັບມະນຸດຊາດ. ທຸກສິ່ງທີ່ພຣະອົງກະທໍາແມ່ນເພື່ອຈັດແຈງສຳລັບມະນຸດຊາດ ຜູ້ເຊິ່ງຈະຮັບເອົາລົມຫາຍໃຈຂອງພຣະອົງໃນອີກບໍ່ດົນ. ນີ້ໝາຍຄວາມວ່າ ໃນເວລາກ່ອນມະນຸດຊາດຈະຖືກສ້າງ, ສິດອຳນາດຂອງພຣະເຈົ້າຖືກສະແດງອອກໃນສິ່ງຖືກສ້າງທັງໝົດທີ່ແຕກຕ່າງຈາກມະນຸດຊາດ, ໃນສິ່ງທີ່ຍິ່ງໃຫຍ່ສໍ່າກັບສະຫວັນ, ແສງສະຫວ່າງ, ທະເລ, ແຜ່ນດິນ ແລະ ໃນສິ່ງທີ່ເລັກນ້ອຍສໍ່າກັບສັດ ແລະ ນົກ ພ້ອມທັງໃນແມງໄມ້ ແລະ ເຊື້ອຈຸລິນຊີທຸກຊະນິດ ລວມເຖິງເຊື້ອແບັກເທເຣຍຫຼາກຫຼາຍຊະນິດທີ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ. ແຕ່ລະຢ່າງຖືກມອບຊີວິດໂດຍພຣະທຳຂອງພຣະຜູ້ສ້າງ ແລະ ແຕ່ລະຢ່າງເພີ່ມທະວີຍ້ອນພຣະທຳຂອງພຣະຜູ້ສ້າງ ແລະ ແຕ່ລະຢ່າງດຳລົງຊີວິດຢູ່ພາຍໃຕ້ການປົກຄອງຂອງພຣະຜູ້ສ້າງ ຍ້ອນພຣະທຳຂອງພຣະອົງ. ເຖິງແມ່ນວ່າ ພວກມັນບໍ່ໄດ້ຮັບລົມຫາຍໃຈຂອງພຣະຜູ້ສ້າງ, ພວກມັນກໍຍັງສະແດງອອກເຖິງຄວາມມີພະລັງແຫ່ງຊີວິດທີ່ພຣະຜູ້ສ້າງປະທານໃຫ້ກັບພວກມັນ ຜ່ານທາງຮູບຮ່າງ ແລະ ໂຄງສ້າງທີ່ແຕກຕ່າງກັນຂອງພວກມັນ; ເຖິງແມ່ນວ່າພວກມັນບໍ່ໄດ້ຮັບຄວາມສາມາດໃນການເວົ້າດັ່ງທີ່ພຣະຜູ້ສ້າງມອບໃຫ້ກັບມະນຸດຊາດ, ພວກມັນແຕ່ລະຢ່າງກໍໄດ້ຮັບວິທີແຫ່ງການສຳແດງຊີວິດຂອງພວກມັນ ທີ່ພຣະຜູ້ສ້າງໄດ້ປະທານໃຫ້ກັບພວກມັນ ແລະ ທີ່ແຕກຕ່າງຈາກພາສາຂອງມະນຸດ. ສິດອຳນາດຂອງພຣະຜູ້ສ້າງບໍ່ພຽງແຕ່ມອບພະລັງຊີວິດໃຫ້ກັບວັດຖຸທີ່ເບິ່ງຄືກັບວ່າບໍ່ເໜັງຕີງ ເພື່ອພວກມັນຈະບໍ່ຫາຍໄປຈັກເທື່ອ,
- [ເຖິງມະນຸດຊາດໄດ້ຖືກເຮັດໃຫ້ເສື່ອມຊາມ, ພວກເຂົາກໍຍັງດຳລົງຊີວິດຢູ່ພາຍໃຕ້ການປົກຄອງແຫ່ງອຳນາດຂອງພຣະຜູ້ສ້າງ](https://lo.kingdomsalvation.org/gospel/lives-under-sovereignty-of-Creator.html) - ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມເປັນເວລາຫຼາຍພັນປີ. ມັນໄດ້ສ້າງຄວາມຊົ່ວຮ້າຍຢ່າງນັບບໍ່ຖ້ວນ, ໄດ້ຫຼອກລວງຜູ້ຄົນຍຸກແລ້ວຍຸກເລົ່າ ແລະ ໄດ້ເຮັດຜິດຢ່າງຊົ່ວຮ້າຍໃນແຜ່ນດິນໂລກ. ມັນຂົ່ມເຫັງມະນຸດ, ຫຼອກລວງມະນຸດ, ລໍ້ລວງໃຫ້ມະນຸດຕໍ່ຕ້ານພຣະເຈົ້າ ແລະ ໄດ້ເຮັດການກະທຳຊົ່ວຮ້າຍຕ່າງໆທີ່ໄດ້ສັບສົນ ແລະ ທຳລາຍແຜນການຄຸ້ມຄອງຂອງພຣະເຈົ້າຄັ້ງແລ້ວຄັ້ງເລົ່າ. ເຖິງຢ່າງໃດກໍຕາມ ພາຍໃຕ້ສິດອຳນາດຂອງພຣະເຈົ້າ, ທຸກສິ່ງ ແລະ ສັດມີຊີວິດທີ່ມີຊີວິດທັງປວງກໍຍັງສືບຕໍ່ປະຕິບັດຕາມກົດລະບຽບ ແລະ ກົດເກນທີ່ພຣະເຈົ້າໄດ້ກຳນົດໄວ້. ເມື່ອປຽບທຽບກັບສິດອຳນາດຂອງພຣະເຈົ້າແລ້ວ, ທຳມະຊາດທີ່ຊົ່ວຮ້າຍ ແລະ ຄວາມປ່າເຖື່ອນຂອງຊາຕານເປັນສິ່ງທີ່ໜ້າລັງກຽດ, ກຽດຊັງ, ຕໍ່າຊາມ, ເລັກນ້ອຍ ແລະ ອ່ອນແອຫຼາຍ. ເຖິງແມ່ນວ່າຊາຕານຍ່າງທ່າມກາງທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນ, ມັນກໍບໍ່ສາມາດເຮັດໃຫ້ເກີດການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຜູ້ຄົນ, ສິ່ງຂອງ ແລະ ວັດຖຸທີ່ພຣະເຈົ້າບັນຊາການ. ຫຼາຍພັນປີໄດ້ຜ່ານໄປ ແລະ ມະນຸດຊາດກໍຍັງໄດ້ຮັບແສງສະຫວ່າງ ແລະ ອາກາດທີ່ພຣະເຈົ້າປະທານໃຫ້, ຍັງຫາຍໃຈຈາກລົມຫາຍໃຈຂອງພຣະເຈົ້າ, ຍັງຊື່ນຊົມກັບດອກໄມ້, ນົກ, ປາ ແລະ ແມງໄມ້ທີ່ພຣະເຈົ້າສ້າງຂຶ້ນ ແລະ ມີຄວາມສຸກກັບສິ່ງຕ່າງໆທີ່ພຣະເຈົ້າປະທານໃຫ້; ກາງເວັນ ແລະ ກາງຄືນຍັງຄົງຜັນປ່ຽນໄປມາຢ່າງຕໍ່ເນື່ອງ; ສີ່ລະດູການກໍຜັນປ່ຽນໄປມາຕາມປົກກະຕິ; ຫ່ານກໍບິນຢູ່ເທິງທ້ອງຟ້າໂຍກຍ້າຍຖິ່ນໃນລະດູໜາວ ແລະ ບິນກັບຄືນໃນລະດູໃບໄມ້ຫຼົ່ນທີ່ຈະມາເຖິງ; ປາໃນນໍ້າບໍ່ເຄີຍອອກຈາກແມ່ນໍ້າ ແລະ
- [ມີພຽງແຕ່ພຣະເຈົ້າເທົ່ານັ້ນ ຜູ້ເຊິ່ງມີຕົວຕົນຂອງພຣະຜູ້ສ້າງ ຈຶ່ງມີສິດອຳນາດໜຶ່ງດຽວ](https://lo.kingdomsalvation.org/gospel/God-possesses-unique-authority.html) - ຕົວຕົນພິເສດຂອງຊາຕານໄດ້ເຮັດໃຫ້ຫຼາຍຄົນສະແດງອອກເຖິງຄວາມສົນໃຈຢ່າງແຮງກ້າໃນການສະແດງອອກຂອງມັນກ່ຽວກັບດ້ານຕ່າງໆ. ຍັງມີຄົນໂງ່ຫຼາຍຄົນເຖິງກັບເຊື່ອວ່າ ຊາຕານກໍມີສິດອຳນາດຄືກັນກັບພຣະເຈົ້າ, ຍ້ອນວ່າຊາຕານສາມາດສະແດງສິ່ງອັດສະຈັນ ແລະ ສາມາດເຮັດສິ່ງຕ່າງໆທີ່ມະນຸດຊາດບໍ່ສາມາດເຮັດໄດ້. ດ້ວຍເຫດນັ້ນ ນອກຈາກການນະມັດສະການພຣະເຈົ້າແລ້ວ, ມະນຸດຊາດກໍຍັງສະຫງວນພື້ນທີ່ໃນຫົວໃຈຂອງພວກເຂົາໄວ້ໃຫ້ກັບຊາຕານ ແລະ ເຖິງກັບນະມັດສະການຊາຕານດັ່ງພຣະເຈົ້າ. ຄົນເຫຼົ່ານີ້ທັງເປັນຕາສົມເພດ ແລະ ເປັນຕາລັງກຽດ. ພວກເຂົາເປັນຕາສົມເພດ ເພາະຄວາມບໍ່ຮູ້ຂອງພວກເຂົາ ແລະ ເປັນຕາລັງກຽດ ເພາະຄວາມນອກຮີດ ແລະ ທາດແທ້ທີ່ຊົ່ວຮ້າຍໂດຍທຳມະຊາດຂອງພວກເຂົາ. ໃນເວລານີ້, ເຮົາຮູ້ສຶກວ່າ ມັນເປັນສິ່ງຈຳເປັນທີ່ຈະບອກໃຫ້ພວກເຈົ້າຮູ້ວ່າ ສິດອຳນາດແມ່ນຫຍັງ, ມັນສັນຍາລັກເຖິງຫຍັງ ແລະ ມັນເປັນຕົວແທນໃຫ້ກັບຫຍັງ. ເວົ້າລວມແລ້ວກໍຄື ພຣະເຈົ້າເອງແມ່ນສິດອຳນາດ, ສິດອຳນາດຂອງພຣະອົງແມ່ນສັນຍາລັກແຫ່ງອຳນາດສູງສຸດ ແລະ ມັນຄືແກ່ນແທ້ຂອງພຣະເຈົ້າ ພ້ອມນັ້ນ ສິດອຳນາດຂອງພຣະເຈົ້າກໍຍັງເປັນຕົວແທນໃຫ້ກັບສະຖານະ ແລະ ຕົວຕົນຂອງພຣະເຈົ້າເອງ. ເມື່ອເປັນກໍລະນີແບບນີ້, ຊາຕານກ້າເວົ້າບໍວ່າ ມັນເອງເປັນພຣະເຈົ້າ? ຊາຕານກ້າເວົ້າບໍວ່າ ມັນສ້າງສິ່ງທັງປວງ ແລະ ປົກຄອງຢູ່ເໜືອສິ່ງທັງປວງ? ແນ່ນອນ ມັນບໍ່ກ້າ! ຍ້ອນມັນບໍ່ສາມາດສ້າງສິ່ງທັງປວງ; ຈົນເຖິງປັດຈຸບັນນີ້, ມັນບໍ່ເຄີຍສ້າງຫຍັງທີ່ພຣະເຈົ້າໄດ້ສ້າງຈັກເທື່ອ ແລະ ບໍ່ເຄີຍສ້າງຫຍັງທີ່ມີຊີວິດຈັກເທື່ອ. ເພາະວ່າມັນບໍ່ມີສິດອຳນາດຂອງພຣະເຈົ້າ, ມັນຈະບໍ່ສາມາດມີສະຖານະ ແລະ ຕົວຕົນຂອງພຣະເຈົ້າໄດ້ຈັກເທື່ອ
- [ຄຳສັ່ງຂອງພຣະເຈົ້າຕໍ່ຊາຕານ](https://lo.kingdomsalvation.org/gospel/God-s-command-to-satan.html) - “ແລະ ພຣະເຢໂຮວາເວົ້າກັບຊາຕານວ່າ ເບິ່ງແມ ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ” (ໂຢບ 2:6). ຊາຕານບໍ່ເຄີຍກ້າຝ່າຝືນສິດອຳນາດຂອງພຣະຜູ້ສ້າງ ແລະ ຍ້ອນສິ່ງນີ້, ທຸກສິ່ງຈຶ່ງດຳລົງຊີວິດໃນຄວາມເປັນລະບຽບ ນີ້ແມ່ນບົດຄັດຕອນຈາກໜັງສືແຫ່ງພຣະທໍາໂຢບ ແລະ ຄຳວ່າ “ລາວ” ໃນພຣະທຳເຫຼົ່ານີ້ໝາຍເຖິງໂຢບ. ເຖິງວ່າຈະສັ້ນ, ປະໂຫຍກນີ້ກໍຊີ້ແຈງຫຼາຍບັນຫາ. ມັນອະທິບາຍເຖິງບົດສົນທະນາໂດຍສະເພາະລະຫວ່າງພຣະເຈົ້າ ແລະ ຊາຕານໃນໂລກແຫ່ງວິນຍານ ແລະ ບອກພວກເຮົາວ່າ ເປົ້າໝາຍຂອງພຣະທຳຂອງພຣະເຈົ້າແມ່ນຊາຕານ. ມັນຍັງບັນທຶກສິ່ງທີ່ພຣະເຈົ້າກ່າວໂດຍສະເພາະ. ພຣະທຳຂອງພຣະເຈົ້າເປັນຄຳສັ່ງ ແລະ ຄຳບັນຊາໃຫ້ກັບຊາຕານ. ລາຍລະອຽດໂດຍສະເພາະຂອງຄຳສັ່ງນີ້ແມ່ນກ່ຽວຂ້ອງກັບການໄວ້ຊີວິດຂອງໂຢບ ແລະ ຂອບເຂດທີ່ພຣະເຈົ້າກຳນົດໃຫ້ຊາຕານປະຕິບັດຕໍ່ໂຢບ ນັ້ນກໍຄື ຊາຕານຕ້ອງໄວ້ຊີວິດຂອງໂຢບ. ສິ່ງທຳອິດທີ່ພວກເຮົາຮຽນຮູ້ຈາກປະໂຫຍກນີ້ກໍຄື ສິ່ງເຫຼົ່ານີ້ແມ່ນພຣະທຳທີ່ພຣະເຈົ້າກ່າວກັບຊາຕານ. ອີງຕາມຂໍ້ຄວາມຕົ້ນສະບັບໃນໜັງສືແຫ່ງພຣະທຳໂຢບ, ມັນໄດ້ບອກພວກເຮົາກ່ຽວກັບເບື້ອງຫຼັງຂອງພຣະທໍາດັ່ງນີ້: ຊາຕານປາຖະໜາທີ່ຈະກ່າວຫາໂຢບ ແລະ ດ້ວຍເຫດນັ້ນ ມັນຈຶ່ງຕ້ອງໄດ້ຮັບການເຫັນດີຈາກພຣະເຈົ້າກ່ອນທີ່ມັນຈະສາມາດລໍ້ລວງລາວ, ເມື່ອເຫັນດີຕໍ່ການຮຽກຮ້ອງຂອງຊາຕານໃນການລໍ້ລວງໂຢບ, ພຣະເຈົ້າໄດ້ກຳນົດເງື່ອນໄຂດັ່ງຕໍ່ໄປນີ້ໃຫ້ກັບຊາຕານ: “ໂຢບຢູ່ໃນມືຂອງເຈົ້າແລ້ວ; ແຕ່ໃຫ້ໄວ້ຊີວິດຂອງລາວ”. ແມ່ນຫຍັງຄືແກ່ນແທ້ຂອງພຣະທຳເຫຼົ່ານີ້? ພວກມັນເປັນຄຳສັ່ງຢ່າງຊັດເຈນ, ເປັນຄຳບັນຊາ. ເມື່ອເຂົ້າໃຈເຖິງແກ່ນແທ້ຂອງພຣະທຳເຫຼົ່ານີ້, ແນ່ນອນ ເຈົ້າຄວນເຂົ້າໃຈເຊັ່ນກັນວ່າ ຜູ້ທີ່ອອກຄຳສັ່ງນີ້ແມ່ນພຣະເຈົ້າ ແລະ ຜູ້ທີ່ຮັບຄຳສັ່ງນີ້ ແລະ
- [ຄວາມຈິງແຫ່ງການຄວບຄຸມ ແລະ ອິດທິພົນຂອງພຣະຜູ້ສ້າງເໜືອສິ່ງທັງປວງ ແລະ ທຸກສິ່ງທີ່ມີຊີວິດບົ່ງບອກເຖິງການມີຢູ່ທີ່ແທ້ຈິງຂອງສິດອຳນາດຂອງພຣະຜູ້ສ້າງ](https://lo.kingdomsalvation.org/gospel/existence-of-Creator-s-authority.html) - ໃນທຳນອງດຽວກັນ, ການອວຍພອນຂອງພຣະເຢໂຮວາໃຫ້ກັບໂຢບແມ່ນຖືກບັນທຶກໃນໜັງສືໂຢບ. ພຣະເຈົ້າປະທານຫຍັງໃຫ້ກັບໂຢບ? “ແລ້ວພຣະເຢໂຮວາໄດ້ອວຍພອນໂຢບໃນຕອນສຸດທ້າຍຂອງໂຢບຫຼາຍກວ່າຕອນເລີ່ມຕົ້ນຂອງລາວ ຍ້ອນລາວມີແກະສິບສີ່ພັນໂຕ ແລະ ອູດຫົກພັນໂຕ ແລະ ງົວຜູ້ໃສ່ແອກໜຶ່ງພັນໂຕ ແລະ ລາໂຕແມ່ໜຶ່ງພັນໂຕ” (ໂຢບ 42:12). ຈາກທັດສະນະຂອງມະນຸດ, ແມ່ນຫຍັງຄືສິ່ງເຫຼົ່ານີ້ທີ່ຖືກມອບໃຫ້ກັບໂຢບ? ສິ່ງເຫຼົ່ານັ້ນແມ່ນຊັບສິນຂອງມະນຸດຊາດບໍ? ດ້ວຍຊັບສິນເຫຼົ່ານີ້, ໂຢບຈະບໍ່ໄດ້ເປັນຄົນຮັ່ງມີຫຼາຍໃນລະຫວ່າງຍຸກນັ້ນບໍ? ແລ້ວລາວໄດ້ຮັບຊັບສິນເຫຼົ່ານີ້ແນວໃດ? ແມ່ນຫຍັງກໍ່ໃຫ້ເກີດຄວາມຮັ່ງມີຂອງລາວ? ມັນຊັດເຈນໂດຍບໍ່ຕ້ອງອະທິບາຍຢູ່ແລ້ວວ່າ ມັນແມ່ນຍ້ອນການອວຍພອນຂອງພຣະເຈົ້າທີ່ເຮັດໃຫ້ໂຢບຄອບຄອງສິ່ງເຫຼົ່ານີ້. ໂຢບພິຈາລະນາເບິ່ງຊັບສິນເຫຼົ່ານີ້ແນວໃດ ແລະ ລາວເບິ່ງແນວໃດກ່ຽວກັບການອວຍພອນຂອງພຣະເຈົ້າ, ນັ້ນບໍ່ແມ່ນສິ່ງທີ່ພວກເຮົາຈະສົນທະນາໃນທີ່ນີ້. ເມື່ອເວົ້າເຖິງການອວຍພອນຂອງພຣະເຈົ້າ, ທຸກຄົນປາຖະໜາຫາ ກາງເວັນ ແລະ ກາງຄືນ ເພື່ອທີ່ຈະຖືກພຣະເຈົ້າອວຍພອນ, ແຕ່ມະນຸດບໍ່ສາມາດຄວບຄຸມໄດ້ວ່າ ເຂົາສາມາດຮັບເອົາຊັບສິນຫຼາຍສໍ່າໃດໃນລະຫວ່າງຊີວິດຂອງເຂົາ ຫຼື ວ່າເຂົາຈະສາມາດໄດ້ຮັບການອວຍພອນຈາກພຣະເຈົ້າ ຫຼື ບໍ່ນັ້ນ, ນີ້ແມ່ນຄວາມຈິງທີ່ບໍ່ຕ້ອງສົງໄສ! ພຣະເຈົ້າມີສິດອຳນາດ ແລະ ລິດອຳນາດທີ່ຈະປະທານຊັບສິນໃດກໍຕາມໃຫ້ກັບມະນຸດ, ຍອມໃຫ້ມະນຸດຮັບເອົາພອນໃດກໍຕາມ, ແຕ່ກໍມີຫຼັກການໃນການອວຍພອນຂອງພຣະເຈົ້າ. ພຣະເຈົ້າອວຍພອນຄົນປະເພດໃດ? ແນ່ນອນ ພຣະອົງປະທານພອນໃຫ້ຄົນທີ່ພຣະອົງມັກ! ອັບຣາຮາມ ແລະ ໂຢບຖືກພຣະເຈົ້າອວຍພອນທັງສອງ, ແຕ່ການອວຍພອນທີ່ພວກເຂົາໄດ້ຮັບແມ່ນບໍ່ຄືກັນ. ພຣະເຈົ້າອວຍພອນອັບຣາຮາມດ້ວຍເຊື້ອສາຍທີ່ມີຫຼາຍເທົ່າກັບເມັດຊາຍ ແລະ ດວງດາວ. ເມື່ອພຣະເຈົ້າອວຍພອນອັບຣາຮາມ,
- [ພຣະເຈົ້າໃຊ້ພຣະທຳຂອງພຣະອົງເພື່ອສ້າງພັນທະສັນຍາກັບມະນຸດ](https://lo.kingdomsalvation.org/gospel/God-establish-covenant-with-man.html) - “ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບພວກເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ. ພຣະເຈົ້າກ່າວວ່າ ສິ່ງນີ້ເປັນສັນຍາລັກຂອງພັນທະສັນຍາທີ່ເຮົາສ້າງລະຫວ່າງເຮົາ ແລະ ພວກເຈົ້າ ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບພວກເຈົ້າ, ເພື່ອຮຸ່ນສູ່ຮຸ່ນ ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ” (ປະຖົມມະການ 9:11-13). ຫຼັງຈາກທີ່ພຣະອົງສ້າງທຸກສິ່ງ, ສິດອຳນາດຂອງພຣະຜູ້ສ້າງແມ່ນຖືກຢືນຢັນ ແລະ ສະແດງອອກອີກຄັ້ງໃນພັນທະສັນຍາສາຍຮຸ້ງ ສິດອຳນາດຂອງພຣະຜູ້ສ້າງຖືກສະແດງອອກຕະຫຼອດໄປ ແລະ ຖືກໃຊ້ທ່າມກາງສິ່ງຖືກສ້າງທັງປວງ ແລະ ພຣະອົງບໍ່ພຽງແຕ່ປົກຄອງໂຊກຊະຕາຂອງທຸກສິ່ງ, ແຕ່ພຣະອົງຍັງປົກຄອງມະນຸດຊາດອີກດ້ວຍ, ເຊິ່ງເປັນສິ່ງຖືກສ້າງພິເສດທີ່ພຣະອົງສ້າງຂຶ້ນດ້ວຍມືຂອງພຣະອົງເອງ ແລະ ເປັນສິ່ງທີ່ມີໂຄງສ້າງຊີວິດທີ່ແຕກຕ່າງ ແລະ ເປັນຢູ່ໃນຮູບຮ່າງຊີວິດທີ່ແຕກຕ່າງ. ຫຼັງຈາກສ້າງສິ່ງເຫຼົ່ານີ້ຂຶ້ນ, ພຣະຜູ້ສ້າງກໍບໍ່ໄດ້ເຊົາສະແດງສິດອຳນາດ ແລະ ລິດອຳນາດຂອງພຣະອົງ; ສຳລັບພຣະອົງແລ້ວ, ສິດອຳນາດທີ່ພຣະອົງປົກຄອງເໜືອສິ່ງຕ່າງໆ ແລະ ໂຊກຊະຕາຂອງມະນຸດຊາດທັງປວງເລີ່ມຕົ້ນຂຶ້ນຢ່າງເປັນທາງການຫຼັງຈາກທີ່ມະນຸດຊາດເກີດຈາກມືຂອງພຣະອົງແທ້ໆ. ພຣະອົງເຈດຕະນາທີ່ຈະຄຸ້ມຄອງມະນຸດຊາດ ແລະ ປົກຄອງມະນຸດຊາດ; ພຣະອົງເຈດຕະນາທີ່ຈະຊ່ວຍມະນຸດຊາດໃຫ້ພົ້ນ ແລະ ຮັບເອົາມະນຸດຊາດຢ່າງແທ້ຈິງ, ເພື່ອຮັບເອົາມະນຸດຊາດທີ່ສາມາດປົກຄອງທຸກສິ່ງໄດ້; ພຣະອົງເຈດຕະນາທີ່ຈະເຮັດໃຫ້ມະນຸດຊາດດັ່ງກ່າວດຳລົງຊີວິດຢູ່ພາຍໃຕ້ສິດອຳນາດຂອງພຣະອົງ ແລະ ຮູ້ຈັກ ແລະ ເຊື່ອຟັງສິດອຳນາດຂອງພຣະອົງ. ສະນັ້ນ
- [ການເຂົ້າໃຈ ແລະ ການເຂົ້າໃກ້ຄວາມເປັນຈິງຂອງການຄຸ້ມຄອງຂອງພຣະເຈົ້າຕໍ່ຊະຕາກໍາຂອງມະນຸດ](https://lo.kingdomsalvation.org/gospel/God-s-sovereignty-over-human-fate.html) - ບໍ່ມີໃຜສາມາດປ່ຽນແປງຄວາມຈິງທີ່ວ່າພຣະເຈົ້າມີອຳນາດອະທິປະໄຕເໜືອໂຊກຊະຕານະນຸດໄດ້ ຫຼັງຈາກທີ່ໄດ້ຟັງທຸກສິ່ງທີ່ເຮົາກ່າວແລ້ວ, ຄວາມຄິດຂອງພວກເຈົ້າກ່ຽວກັບໂຊກຊະຕາໄດ້ປ່ຽນໄປບໍ? ເຈົ້າເຂົ້າໃຈຄວາມຈິງກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດແນວໃດ? ເວົ້າຢ່າງຈະແຈ້ງກໍຄື ພາຍໃຕ້ສິດອຳນາດຂອງພຣະເຈົ້າ, ທຸກຄົນບໍ່ວ່າ ຫ້າວຫັນ ຫຼື ກຽດຄ້ານແມ່ນຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການຈັດແຈງຂອງພຣະອົງ ແລະ ບໍ່ວ່າຄົນໃດໜຶ່ງຈະຕໍ່ສູ້ດິ້ນລົນແນວໃດກໍຕາມໃນຊ່ວງເວລາແຫ່ງຊີວິດຂອງເຂົາ, ບໍ່ວ່າຜູ້ຄົນຈະຍ່າງບົນເສັ້ນທາງຄົດລ້ຽວຈັກເສັ້ນທາງກໍຕາມ, ສຸດທ້າຍແລ້ວ ພວກເຂົາກໍຈະກັບໄປສູ່ວົງໂຄຈອນແຫ່ງໂຊກຊະຕາທີ່ພຣະຜູ້ຊົງສ້າງໄດ້ຂີດໄວ້ໃຫ້ພວກເຂົາ. ນີ້ແມ່ນຄວາມບໍ່ສາມາດເອົາຊະນະໄດ້ແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ ແລະ ວິທີການທີ່ສິດອຳນາດຂອງພຣະອົງຄວບຄຸມ ແລະ ປົກຄອງຈັກກະວານ. ມັນແມ່ນຄວາມບໍ່ສາມາດກີດກັ້ນໄດ້ນີ້, ຮູບແບບການຄວບຄຸມ ແລະ ການປົກຄອງດັ່ງກ່າວຈຶ່ງເປັນສິ່ງທີ່ຮັບຜິດຊອບຕໍ່ກົດເກນໃນການກຳນົດຊີວິດຂອງທຸກສິ່ງ, ເຮັດໃຫ້ມະນຸດກັບຊາດມາເກີດຊ້ຳແລ້ວຊ້ຳອີກໂດຍບໍ່ມີການແຊກແຊງ, ທີ່ເຮັດໃຫ້ໂລກໝູນວຽນເປັນປົກກະຕິ ແລະ ໝຸນໄປຂ້າງໜ້າມື້ຕໍ່ມື້ ແລະ ປີຕໍ່ປີ. ພວກເຈົ້າໄດ້ເປັນພະຍານຕໍ່ຄວາມຈິງເຫຼົ່ານີ້ທັງໝົດ ແລະ ພວກເຈົ້າເຂົ້າໃຈພວກມັນ ບໍ່ວ່າຈະແບບຜິວເຜີນ ຫຼື ຢ່າງເລິກເຊິ່ງກໍຕາມ ແລະ ຄວາມເລິກແຫ່ງຄວາມເຂົ້າໃຈຂອງພວກເຈົ້ານັ້ນຂຶ້ນຢູ່ກັບປະສົບການ ແລະ ຄວາມຮູ້ຂອງພວກເຈົ້າກ່ຽວກັບຄວາມຈິງ ແລະ ຂຶ້ນຢູ່ກັບຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະເຈົ້າ. ຂຶ້ນຢູ່ກັບວ່າ ເຈົ້າຮູ້ຈັກຄວາມເປັນຈິງແຫ່ງຄວາມຈິງດີປານໃດ, ເຈົ້າໄດ້ປະສົບກັບພຣະທຳຂອງພຣະເຈົ້າຫຼາຍປານໃດ, ເຈົ້າຮູ້ຈັກແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າດີປານໃດ, ທັງໝົດນີ້ສະແດງເຖິງຄວາມເຂົ້າໃຈຂອງເຈົ້າກ່ຽວກັບອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າ ວ່າເຈົ້າເຂົ້າໃຈເລິກເຊິ່ງພຽງໃດ. ການມີຢູ່ຂອງອໍານາດອະທິປະໄຕ
- [ພຣະເຈົ້າກໍານົດຂອບເຂດສໍາລັບນົກ ແລະ ສັດເດຍລະສານຊະນິດຕ່າງໆ, ປາ, ແມງໄມ້ ແລະ ພືດທັງໝົດ](https://lo.kingdomsalvation.org/gospel/boundaries-for-birds-beasts.html) - ຍ້ອນເຂດແດນເຫຼົ່ານີ້ທີ່ພຣະເຈົ້າໄດ້ຂີດໄວ້, ພູມສັນຖານຕ່າງໆຈຶ່ງໄດ້ສ້າງສະພາບແວດລ້ອມເພື່ອຄວາມຢູ່ລອດ ແລະ ສະພາບແວດລ້ອມເພື່ອຄວາມຢູ່ລອດເຫຼົ່ານີ້ກໍສະດວກສະບາຍສຳລັບນົກ ແລະ ສັດຕ່າງໆ ແລະ ຍັງໃຫ້ພື້ນທີ່ເພື່ອໃຫ້ພວກມັນມີຊີວິດລອດອີກດ້ວຍ. ຈາກສິ່ງນີ້ ເຂດແດນສຳລັບສະພາບແວດລ້ອມເພື່ອຄວາມຢູ່ລອດຂອງສິ່ງມີຊີວິດຕ່າງໆຈຶ່ງໄດ້ຖືກພັດທະນາຂຶ້ນ. ນີ້ແມ່ນຫົວຂໍ້ທີສອງທີ່ພວກເຮົາຈະເວົ້າຕໍ່ໄປ. ກ່ອນອື່ນໝົດ, ນົກ, ສັດ ແລະ ແມງໄມ້ອາໄສຢູ່ໃສ? ພວກມັນອາໄສຢູ່ໃນປ່າດົງ ແລະ ທົ່ງຫຍ້າແມ່ນບໍ່? ນີ້ແມ່ນເຮືອນຂອງພວກມັນ. ດັ່ງນັ້ນ, ນອກຈາກການສ້າງເຂດແດນສຳລັບສະພາບແວດລ້ອມທາງພູມີສາດຕ່າງໆແລ້ວ, ພຣະເຈົ້າຍັງໄດ້ຂີດເຂດແດນ ແລະ ສ້າງຕັ້ງກົດເກນສຳລັບນົກ, ສັດ, ປາ, ແມງໄມ້ ແລະ ພືດພັນທັງໝົດອີກດ້ວຍ. ຍ້ອນຄວາມແຕກຕ່າງລະຫວ່າງສະພາບແວດລ້ອມທາງພູມີສາດ ແລະ ຍ້ອນການມີຢູ່ຂອງສະພາບແວດລ້ອມທາງພູມີສາດທີ່ແຕກຕ່າງກັນ, ນົກ, ສັດ, ປາ, ແມງໄມ້ ແລະ ພືດພັນຊະນິດຕ່າງໆຈຶ່ງມີສະພາບແວດລ້ອມທີ່ແຕກຕ່າງກັນເພື່ອຄວາມຢູ່ລອດ. ນົກ, ສັດ ແລະ ແມງໄມ້ອາໄສຢູ່ທ່າມກາງພືດຕ່າງໆ, ສ່ວນປາແມ່ນອາໄສຢູ່ໃນນ້ຳ, ແລະ ພືດພັນຕ່າງໆແມ່ນເຕີບໃຫຍ່ຂຶ້ນຢູ່ເທິງແຜ່ນດິນ. ແຜ່ນດິນປະກອບດ້ວຍເຂດຕ່າງໆເຊັ່ນ: ພູ, ທົ່ງພຽງ ແລະ ເນີນພູ. ເມື່ອນົກ ແລະ ສັດໄດ້ປັກຫຼັກບ່ອນຢູ່ອາໄສຂອງມັນແລ້ວ, ພວກມັນກໍຈະບໍ່ໄປບ່ອນອື່ນ.
- [ພຣະເຈົ້າກຳນົດຂອບເຂດສໍາລັບສະພາບແວດລ້ອມທາງພູມສາດຕ່າງໆ](https://lo.kingdomsalvation.org/gospel/various-geographical-environments.html) - ມື້ນີ້ເຮົາຈະເວົ້າກ່ຽວກັບຫົວຂໍ້ ແລະ ວິທີທີ່ພຣະເຈົ້າໄດ້ນຳເອົາກົດເກນປະເພດເຫຼົ່ານີ້ມາສູ່ທຸກສິ່ງ ແລະ ບຳລຸງລ້ຽງມວນມະນຸດທັງປວງ. ນີ້ແມ່ນຫົວຂໍ້ທີ່ຂ້ອນຂ້າງໃຫຍ່, ດັ່ງນັ້ນ ພວກເຮົາສາມາດແບ່ງມັນອອກເປັນຫຼາຍພາກສ່ວນ ແລະ ສົນທະນາກ່ຽວກັບມັນເທື່ອລະຫົວຂໍ້ ເພື່ອວ່າ ຈະໄດ້ອະທິບາຍຢ່າງຊັດເຈນສໍາລັບພວກເຈົ້າ. ວິທີນີ້ ຈະເຮັດໃຫ້ພວກເຈົ້າເຂົ້າໃຈງ່າຍຂຶ້ນ ແລະ ພວກເຈົ້າກໍຈະຄ່ອຍໆສາມາດເຂົ້າໃຈມັນໄດ້. ສະນັ້ນ, ໃຫ້ພວກເຮົາມາເລີ່ມກັບພາກສ່ວນທຳອິດເລີຍ. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງຂີດເຂດແດນສຳລັບພູ, ທົ່ງພຽງ, ທະເລຊາຍ, ເນີນພູ, ຫ້ວຍນ້ຳ ແລະ ທະເລສາບ. ເທິງແຜ່ນດິນໂລກມີພູ, ທົ່ງພຽງ, ທະເລຊາຍ, ເນີນພູ ພ້ອມທັງແຫຼ່ງນ້ຳຕ່າງໆ. ສິ່ງເຫຼົ່ານີ້ສ້າງພູມສັນຖານທີ່ແຕກຕ່າງກັນບໍ່ແມ່ນບໍ? ພຣະເຈົ້າໄດ້ຂີດເສັ້ນເຂດແດນຕ່າງໆເພື່ອແບ່ງແຍກພວກມັນ. ເມື່ອພວກເຮົາເວົ້າເຖິງການຂີດເສັ້ນເຂດແດນ, ໝາຍຄວາມວ່າ ພູເຂົາມີເຂດແດນຂອງມັນ, ທົ່ງພຽງມີເຂດແດນຂອງມັນ, ທະເລຊາຍມີຂອບເຂດທີ່ແນ່ນອນ ແລະ ເນີນພູມີພື້ນທີ່ທີ່ແນ່ນອນ. ນອກຈາກນີ້ຍັງມີປະລິມານຂອງແຫຼ່ງນ້ຳທີ່ແນ່ນອນ ເຊັ່ນ: ແມ່ນ້ຳ ແລະ ທະເລສາບ. ນັ້ນກໍຄື ເມື່ອພຣະເຈົ້າສ້າງທຸກສິ່ງ ພຣະອົງແຍກທຸກສິ່ງອອກຢ່າງຈະແຈ້ງທີ່ສຸດ. ພຣະເຈົ້າໄດ້ກຳນົດໄວ້ແລ້ວວ່າ ລັດສະໝີຂອງພູເຂົາຄວນມີຈັກກິໂລແມັດ ແລະ ແມ່ນຫຍັງຄືຂອບເຂດຂອງມັນ. ພຣະອົງຍັງໄດ້ກຳນົດວ່າ ລັດສະໝີຂອງທົ່ງພຽງມີຈັກກິໂລແມັດ ແລະ
- [ພຣະເຈົ້າໃຊ້ວິທີການທີ່ຊົງລິດທານຸພາບສູງສຸດ ແລະ ມີສະຕິປັນຍາຂອງພຣະອົງເພື່ອສະໜອງທຸກສິ່ງ ແລະ ຮັກສາການຢູ່ລອດຂອງມະນຸດຊາດ](https://lo.kingdomsalvation.org/gospel/maintain-mankinds-survival.html) - ພວກເຮົາຫາກໍສົນທະນາກັນກ່ຽວກັບຫົວຂໍ້ຫຍັງ? ພວກເຮົາເລີ່ມຕົ້ນໂດຍລົມກັນກ່ຽວກັບສະພາບແວດລ້ອມທີ່ມະນຸດຊາດອາໄສຢູ່ ແລະ ສິ່ງທີ່ພຣະເຈົ້າໄດ້ເຮັດເພື່ອສະພາບແວດລ້ອມນັ້ນ ແລະ ການຈັດກຽມທີ່ພຣະອົງໄດ້ເຮັດ. ພວກເຮົາສົນທະນາເຖິງສິ່ງທີ່ພຣະອົງໄດ້ຈັດແຈງ; ຄວາມສຳພັນລະຫວ່າງສິ່ງຕ່າງໆໃນການເນລະມິດສ້າງ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ແກ່ມະນຸດຊາດ; ແລະ ວິທີທີ່ພຣະເຈົ້າຈັດແຈງຄວາມສຳພັນເຫຼົ່ານີ້ເພື່ອປ້ອງກັນສິ່ງຕ່າງໆໃນການເນລະມິດສ້າງຂອງພຣະອົງບໍ່ໃຫ້ທຳຮ້າຍມະນຸດຊາດ. ພຣະເຈົ້າຍັງຫຼຸດຜ່ອນຄວາມເສຍຫາຍທີ່ຫຼາຍປັດໄຈທີ່ແຕກຕ່າງກັນໃນການເນລະມິດສ້າງຂອງພຣະອົງອາດມີຕໍ່ສະພາບແວດລ້ອມຂອງມະນຸດຊາດ, ເຮັດໃຫ້ທຸກສິ່ງຮັບໃຊ້ຈຸດປະສົງສູງສຸດຂອງພວກມັນ ແລະ ນໍາສະພາບແວດລ້ອມທີ່ເປັນປະໂຫຍດພ້ອມກັບອົງປະກອບທີ່ເປັນປະໂຫຍດມາໃຫ້ແກ່ມະນຸດຊາດ ເຊິ່ງດ້ວຍເຫດນັ້ນກໍເຮັດໃຫ້ມະນຸດຊາດສາມາດປັບຕົວເຂົ້າໃນສະພາບແວດລ້ອມດັ່ງກ່າວ ແລະ ສືບຕໍ່ວົງຈອນຊີວິດ ແລະ ການແຜ່ພັນຢ່າງໝັ້ນຄົງ. ຕໍ່ມາ ພວກເຮົາໄດ້ສົນທະນາກັນກ່ຽວກັບອາຫານທີ່ຮ່າງກາຍມະນຸດຕ້ອງການ ເຊິ່ງກໍຄືອາຫານ ແລະ ເຄື່ອງດື່ມປະຈຳວັນຂອງມະນຸດຊາດ. ນີ້ກໍຍັງເປັນສະພາບການທີ່ຈຳເປັນສຳລັບການຢູ່ລອດຂອງມະນຸດຊາດ. ນັ້ນໝາຍຄວາມວ່າ ຮ່າງກາຍມະນຸດບໍ່ສາມາດດຳລົງຊີວິດໂດຍການຫາຍໃຈແຕ່ຢ່າງດຽວ, ດ້ວຍແສງຕາເວັນສຳລັບການບໍາລຸງລ້ຽງ ຫຼື ລົມ ຫຼື ອຸນຫະພູມທີ່ເໝາະສົມ. ມະນຸດຍັງຈຳເປັນຕ້ອງເຮັດໃຫ້ທ້ອງຂອງພວກເຂົາອີ່ມ ແລະ ພຣະເຈົ້າກໍໄດ້ຈັດກຽມຕົ້ນກຳເນີດຂອງສິ່ງຕ່າງໆທີ່ອາດເຮັດໃຫ້ພວກເຂົາອີ່ມທ້ອງໃຫ້ແກ່ມະນຸດຊາດ ເຊິ່ງເປັນຕົ້ນກຳເນີດອາຫານຂອງມະນຸດຊາດ ໂດຍບໍ່ໄດ້ເບິ່ງຂ້າມຫຍັງເລີຍ. ເມື່ອເຈົ້າໄດ້ເຫັນພືດຜົນດັງກ່າວທີ່ອຸດົມສົມບູນ ແລະ ມີຈໍານວນຫຼາຍ ເຊິ່ງເປັນຕົ້ນກຳເນີດຂອງອາຫານ ແລະ ເຄື່ອງດື່ມຂອງມະນຸດຊາດ, ເຈົ້າສາມາດເວົ້າໄດ້ບໍວ່າ ພຣະເຈົ້າເປັນຕົ້ນກຳເນີດຂອງການສະໜອງສຳລັບມະນຸດຊາດ ແລະ ສຳລັບທຸກສິ່ງໃນການເນລະມິດສ້າງຂອງພຣະອົງ? ຖ້າໃນຊ່ວງການເນລະມິດສ້າງ, ພຣະເຈົ້າພຽງແຕ່ສ້າງຕົ້ນໄມ້ ແລະ ຫຍ້າ ຫຼື ສິ່ງມີຊີວິດອື່ນໆອີກຈຳນວນຫຼາຍ ແລະ
- [ການເຫັນການບຳລຸງລ້ຽງຂອງພຣະເຈົ້າສຳລັບມະນຸດຜ່ານສະພາບແວດລ້ອມພື້ນຖານການດຳລົງຊີວິດທີ່ພຣະອົງໄດ້ສ້າງຂຶ້ນ](https://lo.kingdomsalvation.org/gospel/living-environment-God-creates.html) - ໃນລັກສະນະທີ່ພຣະເຈົ້າຈັດແຈງສະພາບການພື້ນຖານຫ້າຢ່າງນີ້ສຳລັບຄວາມຢູ່ລອດຂອງມະນຸດ, ເຈົ້າສາມາດເຫັນເຖິງວິທີທີ່ພຣະອົງສະໜອງໃຫ້ແກ່ມະນຸດຊາດບໍ? (ສາມາດເຫັນ.) ນັ້ນໝາຍຄວາມວ່າ ພຣະເຈົ້າເປັນພຣະຜູ້ສ້າງຂອງສະພາບການທັງໝົດທີ່ເປັນພື້ນຖານທີ່ສຸດສຳລັບຄວາມຢູ່ລອດຂອງມະນຸດ ແລະ ພຣະເຈົ້າຍັງຄຸ້ມຄອງ ແລະ ຄວບຄຸມສິ່ງເຫຼົ່ານີ້; ແມ່ນແຕ່ໃນຕອນນີ້ ຫຼັງຈາກຫຼາຍພັນປີແຫ່ງການເປັນຢູ່ຂອງມະນຸດ, ພຣະເຈົ້າກໍຍັງສືບຕໍ່ປ່ຽນແປງສະພາບແວດລ້ອມການດຳລົງຊີວິດຂອງພວກເຂົາ, ໃຫ້ສະພາບແວດລ້ອມທີ່ດີທີ່ສຸດ ແລະ ເໝາະສົມທີ່ສຸດໃຫ້ແກ່ພວກເຂົາ ເພື່ອວ່າຊີວິດຂອງພວກເຂົາຈະສາມາດຖືກຮັກສາດ້ວຍວິທີທີ່ປົກກະຕິ. ສະຖານະການດັ່ງກ່າວສາມາດຖືກຮັກສາໄດ້ອີກດົນສໍ່າໃດ? ເວົ້າອີກຢ່າງກໍຄື ພຣະເຈົ້າຈະສືບຕໍ່ສະໜອງສະພາບແວດລ້ອມດັ່ງກ່າວໄດ້ດົນສໍ່າໃດ? ມັນຈະຢູ່ຈົນກວ່າພຣະເຈົ້າຈະສຳເລັດພາລະກິດການຄຸ້ມຄອງຂອງພຣະອົງຢ່າງສົມບູນ. ແລ້ວພຣະເຈົ້າຈະປ່ຽນແປງສະພາບແວດລ້ອມການດຳລົງຊີວິດຂອງມະນຸດຊາດ. ອາດຈະເປັນໄປໄດ້ວ່າ ພຣະອົງຈະເຮັດການປ່ຽນແປງເຫຼົ່ານີ້ດ້ວຍວິທີການເດີມ ຫຼື ອາດແມ່ນດ້ວຍວິທີການທີ່ແຕກຕ່າງ ແຕ່ສິ່ງທີ່ຜູ້ຄົນຕ້ອງຮູ້ໃນຕອນນີ້ກໍຄື ພຣະເຈົ້າສະໜອງໃຫ້ແກ່ຄວາມຕ້ອງການຂອງມະນຸດຊາດຢ່າງຕໍ່ເນື່ອງ; ຄຸ້ມຄອງສະພາບແວດລ້ອມທີ່ມະນຸດຊາດດຳລົງຊີວິດ; ແລະ ສະຫງວນ, ປົກປ້ອງ ແລະ ຮັກສາສະພາບແວດລ້ອມນັ້ນ. ດ້ວຍສະພາບແວດລ້ອມດັ່ງກ່າວ, ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າແມ່ນສາມາດດຳລົງຊີວິດໃນລັກສະນະທີ່ເປັນປົກກະຕິ ແລະ ຍອມຮັບເອົາຄວາມລອດພົ້ນ ແລະ ການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ. ທຸກສິ່ງສືບຕໍ່ເອົາຕົວລອດ ຍ້ອນອຳນາດສູງສຸດຂອງພຣະເຈົ້າ ແລະ ມະນຸດຊາດທັງປວງສືບຕໍ່ຂັບເຄື່ອນໄປຂ້າງໜ້າ ຍ້ອນການສະໜອງດັ່ງກ່າວຈາກພຣະເຈົ້າ. ສ່ວນສຸດທ້າຍນີ້ຂອງການສົນທະນາຂອງພວກເຮົາໄດ້ນໍາຄວາມຄິດໃໝ່ໆມາເຖິງພວກເຈົ້າບໍ? ບັດນີ້ ພວກເຈົ້າຮູ້ຈັກເຖິງຄວາມແຕກຕ່າງອັນຍິ່ງໃຫຍ່ທີ່ສຸດລະຫວ່າງພຣະເຈົ້າ ແລະ ມະນຸດຊາດບໍ? ໃນທີ່ສຸດແລ້ວ ຜູ້ໃດເປັນເຈົ້ານາຍຂອງສິ່ງທັງປວງ? ແມ່ນມະນຸດບໍ? (ບໍ່ແມ່ນ.)
- [ພຣະເຢຊູກິນເຂົ້າຈີ່ ແລະ ອະທິບາຍຂໍ້ພຣະຄຳພີຫຼັງຈາກການຟື້ນຄືນຊີບຂອງພຣະອົງ](https://lo.kingdomsalvation.org/gospel/Jesus-eats-bread-explains-scriptures.html) - 13. ພຣະເຢຊູກິນເຂົ້າຈີ່ ແລະ ອະທິບາຍຂໍ້ພຣະຄຳພີຫຼັງຈາກການຟື້ນຄືນຊີບຂອງພຣະອົງ “ແລະ ມີຄັ້ງໜຶ່ງ ໃນຂະນະທີ່ພຣະອົງກໍາລັງກິນອາຫານກັບພວກເຂົາ, ພຣະອົງເອົາເຂົ້າຈີ່ມາ ແລະ ອວຍພອນມັນ ແລະ ຫັກອອກ ແລະ ມອບໃຫ້ກັບພວກເຂົາ. ຕາຂອງພວກເຂົາກໍເປີດອອກ ແລະ ພວກເຂົາຮູ້ຈັກພຣະອົງ ແລະ ພຣະອົງກໍຫາຍໄປຈາກສາຍຕາຂອງພວກເຂົາ. ພວກເຂົາກໍເວົ້າຕໍ່ກັນວ່າ ຫົວໃຈຂອງພວກເຮົາບໍ່ໄດ້ລຸກໄໝ້ຢູ່ຂ້າງໃນບໍ ໃນຂະນະທີ່ພຣະອົງລົມກັບພວກເຮົາຕະຫຼອດໄລຍະທາງ ແລະ ໃນຂະນະທີ່ພຣະອົງໄຂຂໍ້ພຣະຄຳພີໃຫ້ກັບພວກເຮົາ?” (ລູກາ 24:30-32). 14. ສາວົກມອບປີ້ງປາໃຫ້ພຣະເຢຊູກິນ “ແລະ ໃນຂະນະທີ່ພວກເຂົາເວົ້າແບບນັ້ນ ພຣະເຢຊູກໍຢືນຢູ່ທ່າມກາງພວກເຂົາ ແລະ ກ່າວກັບພວກເຂົາວ່າ ສັນຕິສຸກຈົ່ງມີແກ່ເຈົ້າ. ແຕ່ພວກເຂົາຢ້ານຫຼາຍ ແລະ ຕົກໃຈ ແລະ ຄິດວ່າພວກເຂົາໄດ້ເຫັນຜີ. ພຣະອົງກໍກ່າວກັບພວກເຂົາວ່າ ເປັນຫຍັງພວກເຈົ້າຈຶ່ງທຸກໃຈ? ແລະ ເປັນຫຍັງຈຶ່ງເກີດມີຄວາມຄິດໃນຫົວໃຈຂອງພວກເຈົ້າ? ເບິ່ງແມ ມືຂອງເຮົາ ແລະ ຕີນຂອງເຮົາ ນີ້ແມ່ນເຮົາເອງ, ຈົ່ງຈັບເຮົາ ແລະ ເບິ່ງແມ; ຍ້ອນວ່າ ຜີຈະບໍ່ມີເນື້ອໜັງ ແລະ ກະດູກ
- [ພຣະທຳຂອງພຣະເຢຊູຕໍ່ສາວົກຂອງພຣະອົງຫຼັງຈາກການຟື້ນຄືນຊີບຂອງພຣະອົງ](https://lo.kingdomsalvation.org/gospel/after-Jesus-resurrection.html) - “ແລະ ຫຼັງຈາກມື້ທີແປດ ສາວົກຂອງພຣະອົງກໍມາຢູ່ຮ່ວມກັນອີກຄັ້ງ ແລະ ໂທມາກໍຢູ່ກັບພວກເຂົາ ແລ້ວພຣະເຢຊູກໍມາ ຫລັງຈາກອັດປະຕູ ພຣະອົງກໍຢືນຂຶ້ນຢູ່ທາງກາງ ແລະ ເວົ້າວ່າ ສັນຕິສຸກຈົ່ງມີແກ່ເຈົ້າ. ແລ້ວພຣະອົງກໍກ່າວກັບໂທມາວ່າ ຈົ່ງເດນິ້ວມືຂອງເຈົ້າອອກມາແລ້ວຄໍາເບິ່ງມືຂອງເຮົາ ແລະ ເອົາມືຂອງເຈົ້າແປະໃສ່ຂ້າງຂອງເຮົາ, ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອ. ແລ້ວໂທມາກໍຕອບ ແລະ ເວົ້າກັບພຣະອົງວ່າ ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ແລະ ພຣະເຈົ້າຂອງຂ້ານ້ອຍ. ພຣະເຢຊູກ່າວກັບລາວວ່າ ໂທມາເອີຍ ຍ້ອນເຈົ້າໄດ້ເຫັນເຮົາ ເຈົ້າຈຶ່ງເຊື່ອ: ສັນຕິສຸກຈົ່ງມີແກ່ພວກເຂົາທີ່ບໍ່ໄດ້ເຫັນ ແຕ່ໄດ້ເຊື່ອ” (ໂຢຮັນ 20:26-29). “ພຣະອົງເວົ້າກັບລາວເປັນຄັ້ງທີສອງ ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ? ລາວກໍເວົ້າກັບພຣະອົງວ່າ ແມ່ນແລ້ວ ພຣະຜູ້ເປັນເຈົ້າ; ພຣະອົງຮູ້ວ່າ ຂ້ານ້ອຍຮັກພຣະອົງ. ພຣະອົງກໍກ່າວກັບລາວວ່າ ຈົ່ງລ້ຽງແກະຂອງເຮົາ. ພຣະອົງກ່າວກັບລາວເປັນຄັ້ງທີສາມ ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ? ເປໂຕໂສກເສົ້າເສຍໃຈ ຍ້ອນພຣະອົງກ່າວກັບລາວເປັນຄັ້ງທີສາມ ເຈົ້າຮັກເຮົາບໍ? ແລະ ລາວກໍຕອບພຣະອົງວ່າ ພຣະຜູ້ເປັນເຈົ້າ ພຣະອົງຮູ້ແຈ້ງທຸກສິ່ງຢ່າງ; ພຣະອົງຮູ້ວ່າ ຂ້ານ້ອຍຮັກພຣະອົງ.
- [ການປະນາມຂອງພຣະເຢຊູຕໍ່ພວກຟາຣີຊາຍ](https://lo.kingdomsalvation.org/gospel/Jesus-rebuke-to-pharisees.html) - 10. ພວກຟາຣີຊາຍຕັດສິນພຣະເຢຊູ “ແລະ ເມື່ອເພື່ອນຂອງພຣະອົງໄດ້ຍິນກ່ຽວກັບເລື່ອງນີ້ ພວກເຂົາກໍອອກໄປຈັບກຸມພຣະອົງ ຍ້ອນພວກເຂົາຄິດວ່າ ພຣະອົງເປັນບ້າໄປແລ້ວ. ແລະ ພວກທຳມະຈານ ເຊິ່ງມາຈາກເມືອງເຢລູຊາເລັມກໍເວົ້າວ່າ ພຣະອົງມີມານຮ້າຍເບເອນເຊບຸບ ແລະ ພຣະອົງໄດ້ຂັບໄລ່ມານຮ້າຍນັ້ນດ້ວຍເຈົ້າຊາຍຂອງມານຮ້າຍເອງ” (ມາລະໂກ 3:21-22). 11. ການປະນາມຂອງພຣະເຢຊູຕໍ່ພວກຟາຣີຊາຍ “ເປັນຫຍັງເຮົາຈຶ່ງເວົ້າກັບເຈົ້າວ່າ ມະນຸດຈະໄດ້ຮັບການອະໄພຕໍ່ຄວາມບາບ ແລະ ການໝິ່ນປະໝາດທຸກປະເພດ: ແຕ່ມະນຸດຈະບໍ່ໄດ້ຮັບການອະໄພຕໍ່ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດ. ໃຜກໍຕາມທີ່ກ່າວຄຳເວົ້າຕໍ່ຕ້ານບຸດມະນຸດ, ເຂົາຈະໄດ້ຮັບການອະໄພ ແຕ່ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ” (ມັດທາຍ 12:31-32). “ແຕ່ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າໄດ້ອັດອານາຈັກແຫ່ງສະຫວັນໃສ່ມະນຸດ, ຍ້ອນເຈົ້າບໍ່ເຂົ້າໄປເອງ ແລະ ເຈົ້າຍັງທໍລະມານຄົນທີ່ກຳລັງເຂົ້າໄປອີກ. ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າກືນກິນບ້ານຂອງຍິງໝ້າຍ ແລະ ແກ້ງອະທິຖານຍືດຍາວ, ດ້ວຍເຫດນັ້ນ ເຈົ້າຈະໄດ້ຮັບຄຳສາບແຊ່ງທີ່ຍິ່ງໃຫຍ່. ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ!
- [ພຣະເຢຊູສະແດງສິ່ງອັດສະຈັນ](https://lo.kingdomsalvation.org/gospel/Jesus-performs-miracles.html) - 1) ພຣະເຢຊູລ້ຽງຫ້າພັນຄົນ “ໜຶ່ງໃນສາວົກຂອງພຣະອົງ ນັ້ນກໍຄືອັນເດອາ ເຊິ່ງເປັນນ້ອງຊາຍຂອງຊີໂມນ ເປໂຕ ໄດ້ເວົ້າກັບພຣະອົງວ່າ ມີເດັກໜຸ່ມຢູ່ທີ່ນີ້ ເຊິ່ງມີກ້ອນເຂົ້າຈີ່ບາເລ່ຢູ່ຫ້າກ້ອນ ແລະ ປານ້ອຍສອງໂຕ, ແຕ່ພວກມັນຈະມີປະໂຫຍດຫຍັງທ່າມກາງຄົນຈຳນວນຫຼວງຫຼາຍ? ແລະ ພຣະເຢຊູກໍເວົ້າວ່າ ຈົ່ງບອກໃຫ້ຜູ້ຄົນນັ່ງລົງ. ບັດນີ້ ມີຫຍ້າຫຼາຍໃນສະຖານທີ່ນັ້ນ. ສະນັ້ນ ຜູ້ຄົນຈຶ່ງນັ່ງລົງ ເຊິ່ງມີຈຳນວນທັງໝົດຫ້າພັນຄົນ. ພຣະເຢຊູກໍນໍາເອົາກ້ອນເຂົ້າຈີ່ ແລະ ເມື່ອພຣະອົງໄດ້ອະທິຖານ ພຣະອົງກໍແຈກຢາຍໃຫ້ກັບສາວົກຂອງພຣະອົງ ແລະ ສາວົກຂອງພຣະອົງກໍແຈກຢາຍໃຫ້ກັບຄົນທີ່ນັ່ງຢູ່ນັ້ນ; ແລະ ໃນທຳນອງດຽວກັນ ພວກເຂົາກໍແຈກຢາຍປາໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ເມື່ອພວກເຂົາອີ່ມ ພຣະອົງກໍເວົ້າກັບສາວົກຂອງພຣະອົງວ່າ ໃຫ້ຮວບຮວມເອົາເສດສ່ວນທີ່ຍັງເຫຼືອເພື່ອບໍ່ໃຫ້ມີຫຍັງສູນເສຍ. ສະນັ້ນ ພວກເຂົາຈຶ່ງຮວບຮວມນຳກັນ ແລະ ເກັບໄດ້ເຕັມສິບສອງກະຕ່າພ້ອມກັບເສດສ່ວນຂອງກ້ອນເຂົ້າຈີ່ຫ້າກ້ອນ ເຊິ່ງຍັງຄົງເຫຼືອຫຼັງຈາກທີ່ພວກເຂົາໄດ້ກິນອີ່ມແລ້ວ” (ໂຢຮັນ 6:8-13). 2) ການຟື້ນຄືນຊີບຂອງລາຊະໂຣເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີ “ແລະ ພຣະອົງໄດ້ກ່າວດັ່ງນັ້ນ ພຣະອົງກໍຮ້ອງຂຶ້ນດ້ວຍສຽງດັງວ່າ ລາຊະໂຣ ຈົ່ງອອກມາ. ລາຊະໂຣທີ່ເປັນຄົນຕາຍແລ້ວກໍອອກມາ ເຊິ່ງຖືກມັດມື ແລະ ຕີນດ້ວຍຜ້າໃນຂຸມຝັງສົບ ແລະ ໜ້າຂອງລາວກໍຖືກປົກດ້ວຍຜ້າ. ພຣະເຢຊູເວົ້າກັບພວກເຂົາວ່າ ຈົ່ງແກ້ໃຫ້ລາວ ແລະ
- [ບົດເທດສະນາເທິງພູເຂົາ ຄຳອຸປະມາຂອງພຣະເຢຊູເຈົ້າ ພຣະບັນຍັດ](https://lo.kingdomsalvation.org/gospel/sermon-on-the-mount.html) - 6. ບົດເທດສະນາເທິງພູເຂົາ ຄວາມສຸກອັນແທ້ຈິງ (ມັດທາຍ 5:3-12) ເກືອ ແລະ ແສງສະຫວ່າງ (ມັດທາຍ 5:13-16) ກົດບັນຍັດ (ມັດທາຍ 5:17-20) ຄວາມໃຈຮ້າຍ (ມັດທາຍ 5:21-26) ການຫຼິ້ນຊູ້ (ມັດທາຍ 5:27-30) ການຢ່າຮ້າງ (ມັດທາຍ 5:31-32) ຄຳສາບານ (ມັດທາຍ 5:33-37) ການແກ້ແຄ້ນ (ມັດທາຍ 5:38-42) ຮັກສັດຕູຂອງເຈົ້າ (ມັດທາຍ 5:43-48) ຄຳສັ່ງສອນເລື່ອງການໃຫ້ທານ (ມັດທາຍ 6:1-4) ການພາວັນນາອະທິຖານ (ມັດທາຍ 6:5-8) 7. ຄຳອຸປະມາຂອງພຣະເຢຊູເຈົ້າ ຄຳອຸປະມາເລື່ອງຜູ້ຫວ່ານ (ມັດທາຍ 13:1-9) ຄຳອຸປະມາເລື່ອງເຂົ້ານົກ (ມັດທາຍ 13:24-30) ຄຳອຸປະມາເລື່ອງເມັດຜັກກາດ (ມັດທາຍ 13:31-32) ຄຳອຸປະມາເລື່ອງເຊື້ອແປ້ງ (ມັດທາຍ 13:33) ການອະທິບາຍຄຳອຸປະມາເລື່ອງເຂົ້ານົກ (ມັດທາຍ 13:36-43) ຄຳອຸປະມາເລື່ອງຊັບສົມບັດ
- [ໃຫ້ອະໄພເຈັດສິບຄູນເຈັດຄັ້ງ ຄວາມຮັກຂອງພຣະຜູ້ເປັນເຈົ້າ](https://lo.kingdomsalvation.org/gospel/forgive-seventy-times-seven.html) - 4. ໃຫ້ອະໄພເຈັດສິບຄູນເຈັດຄັ້ງ “ແລ້ວເປໂຕກໍມາຫາພຣະອົງ ແລະ ເວົ້າວ່າ ພຣະຜູ້ເປັນເຈົ້າ ຂ້ານ້ອຍຄວນໃຫ້ອະໄພນ້ອງຊາຍຂອງຂ້ານ້ອຍທີ່ເຮັດບາບຕໍ່ຂ້ານ້ອຍຫຼາຍສໍ່າໃດ? ຈົນຮອດເຈັດຄັ້ງບໍ? ພຣະເຢຊູເວົ້າກັບລາວວ່າ ເຮົາບໍ່ໄດ້ເວົ້າກັບເຈົ້າວ່າ ຈົນຮອດເຈັດຄັ້ງ, ແຕ່ຈົນຮອດເຈັດສິບຄູນເຈັດຄັ້ງ” (ມັດທາຍ 18:21-22). 5. ຄວາມຮັກຂອງພຣະຜູ້ເປັນເຈົ້າ “ພຣະເຢຊູກ່າວກັບລາວວ່າ ເຈົ້າຄວນຮັກພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າ ດ້ວຍທັງໝົດຂອງຫົວໃຈຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດວິນຍານຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດໃຈຂອງເຈົ້າ. ສິ່ງນີ້ຄືພຣະບັນຍັດຂໍ້ທຳອິດ ແລະ ຂໍ້ຍິ່ງໃຫຍ່. ແລະ ຂໍ້ທີສອງກໍມີຄືກັນ ນັ້ນຄື ເຈົ້າຄວນຮັກເພື່ອນບ້ານຄືກັບຕົວເຈົ້າເອງ” (ມັດທາຍ 22:37-39). ໃນບັນດາສອງຂໍ້ຄວາມເຫຼົ່ານີ້, ຂໍ້ໜຶ່ງເວົ້າເຖິງການໃຫ້ອະໄພ ແລະ ອີກຂໍ້ເວົ້າເຖິງຄວາມຮັກ. ສອງຫົວຂໍ້ເຫຼົ່ານີ້ເນັ້ນເຖິງຈຸດເດັ່ນຂອງພາລະກິດທີ່ພຣະເຢຊູເຈົ້າຕ້ອງການປະຕິບັດໃນຍຸກແຫ່ງພຣະຄຸນຢ່າງແທ້ຈິງ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງໄດ້ນໍາຂັ້ນຕອນໃນພາລະກິດຂອງພຣະອົງມາພ້ອມກັບພຣະອົງ ເຊິ່ງເປັນໜ້າທີ່ຂອງພາລະກິດໂດຍສະເພາະ ແລະ ອຸປະນິໄສທີ່ພຣະອົງຕ້ອງການສະແດງອອກໃນຍຸກນີ້. ໃນຊ່ວງເວລານັ້ນ, ທຸກສິ່ງທີ່ບຸດມະນຸດໄດ້ເຮັດແມ່ນກ່ຽວພັນກັບພາລະກິດທີ່ພຣະເຈົ້າຕ້ອງການປະຕິບັດໃນຍຸກນີ້. ພຣະອົງຈະບໍ່ເຮັດເກີນ ແລະ ເຮັດໜ້ອຍກວ່າ. ທຸກສິ່ງທີ່ພຣະອົງກ່າວ ແລະ ທຸກປະເພດຂອງພາລະກິດທີ່ພຣະອົງປະຕິບັດແມ່ນລ້ວນແລ້ວແຕ່ກ່ຽວຂ້ອງກັບຍຸກນີ້. ບໍ່ວ່າພຣະອົງຈະສະແດງມັນອອກໃນທາງຂອງມະນຸດ ດ້ວຍພາສາມະນຸດ ຫຼື ຜ່ານພາສາອັນສັກສິດ
- [ຄຳອຸປະມາຂອງແກະທີ່ເສຍ](https://lo.kingdomsalvation.org/gospel/parable-of-lost-sheep.html) - “ເຈົ້າຄິດແນວໃດ? ຖ້າຊາຍຄົນໜຶ່ງມີແກະໜຶ່ງຮ້ອຍໂຕ ແລະ ໜຶ່ງໃນຈຳນວນນັ້ນຫຼົງຫາຍໄປ ລາວຈະປະແກະເກົ້າສິບເກົ້າໂຕ ແລະ ຂຶ້ນໄປເທິງພູເຂົາ ເພື່ອຊອກຫາແກະໂຕທີ່ຫຼົງຫາຍໄປນັ້ນ ບໍ່ແມ່ນບໍ? ແລະ ຖ້າລາວຄົ້ນພົບແກະໂຕນັ້ນ ເຮົາເວົ້າກັບເຈົ້າຢ່າງແທ້ຈິງວ່າ ລາວຈະຊື່ນຊົມຍິນດີຫຼາຍກວ່າມີແກະເກົ້າສິບເກົ້າໂຕທີ່ບໍ່ໄດ້ຫຼົງຫາຍນັ້ນອີກ. ສະນັ້ນ ມັນບໍ່ແມ່ນຄວາມປາຖະໜາຂອງພຣະບິດາຂອງເຈົ້າ ທີ່ສະຖິດຢູ່ໃນສະຫວັນ ຕ້ອງການໃຫ້ໜຶ່ງໃນແກະນ້ອຍໆເຫຼົ່ານີ້ສູນຫາຍໄປ” (ມັດທາຍ 18:12-14). ຂໍ້ຄວາມນີ້ຄືຄຳອຸປະມາ, ມັນໃຫ້ຄວາມຮູ້ສຶກຫຍັງແກ່ຜູ້ຄົນ? ວິທີການສະແດງອອກ ນັ້ນກໍຄື ຄຳອຸປະມາ ທີ່ໃຊ້ໃນນີ້ແມ່ນການໃຊ້ສຳນວນໃນພາສາມະນຸດ ແລະ ເມື່ອເປັນດັ່ງນັ້ນ ມັນກໍຢູ່ພາຍໃນຂອບເຂດຄວາມຮູ້ຂອງມະນຸດ. ຖ້າພຣະເຈົ້າໄດ້ເວົ້າບາງສິ່ງທີ່ຄ້າຍຄືກັນໃນຍຸກແຫ່ງພຣະບັນຍັດ, ຜູ້ຄົນກໍຈະຮູ້ສຶກວ່າ ພຣະທຳດັ່ງກ່າວບໍ່ສອດຄ່ອງກັບສິ່ງທີ່ພຣະເຈົ້າເປັນຢ່າງແທ້ຈິງ, ແຕ່ເມື່ອບຸດມະນຸດກ່າວພຣະທຳເຫຼົ່ານີ້ໃນຍຸກແຫ່ງພຣະຄຸນ, ມັນຮູ້ສຶກວ່າປອບໃຈ, ອົບອຸ່ນ ແລະ ໃກ້ຊິດກັບຜູ້ຄົນ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ເມື່ອພຣະອົງປາກົດໃນຮູບຮ່າງຂອງມະນຸດ, ພຣະອົງໃຊ້ຄຳອຸປະມາທີ່ເໝາະສົມຫຼາຍ ເຊິ່ງມາຈາກຄວາມເປັນມະນຸດຂອງພຣະອົງ ເພື່ອກ່າວສຽງຫົວໃຈຂອງພຣະອົງ. ສຽງນີ້ເປັນຕົວແທນໃຫ້ແກ່ສຽງຂອງພຣະເຈົ້າເອງ ແລະ ພາລະກິດທີ່ພຣະອົງຕ້ອງການປະຕິບັດໃນຍຸກນັ້ນ. ມັນຍັງເປັນຕົວແທນໃຫ້ແກ່ທັດສະນະຄະຕິທີ່ພຣະເຈົ້າມີຕໍ່ຜູ້ຄົນໃນຍຸກແຫ່ງພຣະຄຸນ. ເມື່ອເບິ່ງຈາກທັດສະນະທ່າທີຂອງພຣະເຈົ້າຕໍ່ຜູ້ຄົນ, ພຣະອົງປຽບທຽບແຕ່ລະຄົນກັບແກະ. ຖ້າແກະເສຍ, ພຣະອົງຈະເຮັດທຸກສິ່ງທີ່ເຮັດໄດ້ເພື່ອຊອກຫາມັນ. ສິ່ງນີ້ເປັນຕົວແທນໃຫ້ແກ່ຫຼັກການແຫ່ງພາລະກິດຂອງພຣະເຈົ້າໃນເວລານັ້ນທີ່ຢູ່ທ່າມກາງມະນຸດຊາດ ເມື່ອພຣະອົງຢູ່ໃນເນື້ອໜັງ. ພຣະເຈົ້າໃຊ້ຄຳອຸປະມານີ້ເພື່ອອະທິບາຍເຖິງຄວາມຕັ້ງໃຈ ແລະ ທ່າທີຂອງພຣະອົງໃນພາລະກິດນັ້ນ. ນີ້ແມ່ນປະໂຫຍດຂອງການທີ່ພຣະເຈົ້າກາຍມາເປັນເນື້ອໜັງ:
- [ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ (ພາກທີສອງ)](https://lo.kingdomsalvation.org/gospel/Lord-of-the-sabbath-2.html) - ຕໍ່ໄປ, ໃຫ້ພວກເຮົາມາເບິ່ງປະໂຫຍກສຸດທ້າຍໃນຂໍ້ຄວາມນີ້: “ຍ້ອນບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ”. ມີການປະຕິບັດຕົວຈິງໃນປະໂຫຍກນີ້ບໍ? ພວກເຈົ້າສາມາດເຫັນການປະຕິບັດຕົວຈິງບໍ? ທຸກສິ່ງທີ່ພຣະເຈົ້າເວົ້າແມ່ນມາຈາກຫົວໃຈຂອງພຣະອົງ, ແລ້ວເປັນຫຍັງພຣະອົງຈຶ່ງເວົ້າເຊັ່ນນີ້? ພວກເຈົ້າເຂົ້າໃຈແນວໃດກ່ຽວກັບມັນ? ພວກເຈົ້າອາດເຂົ້າໃຈຄວາມໝາຍຂອງປະໂຫຍກນີ້ໃນຕອນນີ້, ແຕ່ໃນເວລານັ້ນ ເມື່ອມັນຖືກກ່າວອອກມາ ຄົນສ່ວນໃຫຍ່ແມ່ນບໍ່ເຂົ້າໃຈ ຍ້ອນມະນຸດຊາດຫາກໍອອກມາຈາກຍຸກແຫ່ງພຣະບັນຍັດ. ສຳລັບພວກເຂົາແລ້ວ, ການອອກຈາກວັນຊະບາໂຕແມ່ນສິ່ງທີ່ຫຍຸ້ງຍາກຫຼາຍທີ່ຈະເຮັດ, ແຮງໄກທີ່ພວກເຂົາຈະເຂົ້າໃຈວ່າ ວັນຊະບາໂຕທີ່ແທ້ຈິງແມ່ນຫຍັງ. ປະໂຫຍກທີ່ວ່າ: “ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” ບົ່ງບອກແກ່ຜູ້ຄົນວ່າ ທຸກສິ່ງທີ່ກ່ຽວກັບພຣະເຈົ້າບໍ່ແມ່ນມາຈາກທຳມະຊາດທີ່ເປັນວັດຖຸ ແລະ ເຖິງແມ່ນພຣະເຈົ້າສາມາດສະໜອງແກ່ທຸກຄວາມຕ້ອງການດ້ານວັດຖຸຂອງເຈົ້າ ແລະ ຫຼັງຈາກທີ່ເຈົ້າໄດ້ບັນລຸທຸກຄວາມຕ້ອງການດ້ານວັດຖຸນີ້ແລ້ວ, ຄວາມພໍໃຈຈາກສິ່ງເຫຼົ່ານີ້ຈະສາມາດແທນທີ່ການສະແຫວງຫາຄວາມຈິງຂອງເຈົ້າໄດ້ບໍ? ສິ່ງນັ້ນເປັນໄປບໍ່ໄດ້ຢ່າງແນ່ນອນ! ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນ ທີ່ພວກເຮົາໄດ້ສົນທະນາກັນ ລ້ວນແລ້ວແຕ່ແມ່ນຄວາມຈິງທັງນັ້ນ. ຄຸນຄ່າຂອງມັນບໍ່ສາມາດວັດແທກໄດ້ໂດຍວັດຖຸສິ່ງຂອງໃດໜຶ່ງ, ບໍ່ວ່າມັນຈະມີຄຸນຄ່າສໍ່າໃດ ຫຼື ຄຸນຄ່າຂອງມັນບໍ່ສາມາດສະແດງປະລິມານເປັນເງິນໄດ້, ຍ້ອນມັນບໍ່ແມ່ນວັດຖຸສິ່ງຂອງ ແລະ ມັນສະໜອງໃຫ້ແກ່ຄວາມຕ້ອງການຂອງຫົວໃຈຂອງແຕ່ລະຄົນ. ສຳລັບແຕ່ລະຄົນແລ້ວ, ຄຸນຄ່າຂອງຄວາມຈິງທີ່ບໍ່ສາມາດຈັບຕ້ອງໄດ້ເຫຼົ່ານີ້ຄວນຍິ່ງໃຫຍ່ກວ່າຄຸນຄ່າຂອງວັດຖຸສິ່ງຂອງໃດໆທີ່ເຈົ້າອາດເຊີດຊູ, ບໍ່ແມ່ນບໍ? ຄຳຢືນຢັນນີ້ແມ່ນສິ່ງທີ່ພວກເຈົ້າຈໍາເປັນຕ້ອງຮໍ່າໄຮ. ປະເດັນຫຼັກຂອງສິ່ງທີ່ເຮົາເວົ້າກໍຄື ສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ທຸກສິ່ງກ່ຽວກັບພຣະເຈົ້າແມ່ນສິ່ງສຳຄັນທີ່ສຸດສຳລັບແຕ່ລະຄົນ ແລະ ບໍ່ສາມາດແທນທີ່ໄດ້ໂດຍວັດຖຸສິ່ງຂອງໃດໆ. ເຮົາຈະຍົກຕົວຢ່າງໃຫ້ແກ່ເຈົ້າ: ເມື່ອເຈົ້າຫິວເຂົ້າ,
- [ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ (ພາກທີໜຶ່ງ)](https://lo.kingdomsalvation.org/gospel/Lord-of-the-sabbath-1.html) - 1. “ໃນເວລານັ້ນ ພຣະເຢຊູໄດ້ໄປທີ່ທົ່ງນາໃນວັນຊະບາໂຕ ແລະ ພວກສາວົກຂອງພຣະອົງກໍຫິວເຂົ້າ ແລ້ວພາກັນເລີ່ມເດັດເອົາຮວງເຂົ້າມາເກັດກິນກິນ” (ມັດທາຍ 12:1). 2. “ແຕ່ເຮົາເວົ້າກັບເຈົ້າວ່າ ສະຖານທີ່ນີ້ມີຄົນຍິ່ງໃຫຍ່ກວ່າພຣະວິຫານຫຼາຍ. ແຕ່ຖ້າເຈົ້າຮູ້ຄວາມໝາຍທີ່ວ່າເຮົາຕ້ອງການຄວາມເມດຕາ ແລະ ບໍ່ປະສົງເຄື່ອງບູຊາ, ເຈົ້າກໍຈະບໍ່ກ່າວໂທດຄົນທີ່ບໍ່ມີຄວາມຜິດ. ຍ້ອນບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” (ມັດທາຍ 12:6-8). ກ່ອນອື່ນໃຫ້ພວກເຮົາມາເບິ່ງທີ່ຂໍ້ຄວາມນີ້: “ໃນເວລານັ້ນ ພຣະເຢຊູໄດ້ໄປທີ່ທົ່ງນາໃນວັນຊະບາໂຕ ແລະ ພວກສາວົກຂອງພຣະອົງກໍຫິວເຂົ້າ ແລ້ວພາກັນເລີ່ມເດັດເອົາຮວງເຂົ້າມາເກັດກິນກິນ”. ເປັນຫຍັງເຮົາຈຶ່ງຄັດເລືອກເອົາຂໍ້ຄວາມນີ້? ມັນກ່ຽວຂ້ອງຫຍັງກັບອຸປະນິໄສຂອງພຣະເຈົ້າ? ໃນຂໍ້ຄວາມນີ້, ສິ່ງທຳອິດທີ່ພວກເຮົາຮູ້ກໍຄື ມັນແມ່ນວັນຊະບາໂຕ, ແຕ່ພຣະເຢຊູເຈົ້າອອກໄປນອກ ແລະ ນໍາພາສາວົກຂອງພຣະອົງຜ່ານທົ່ງນາ. ສິ່ງທີ່ “ບໍ່ຊື່ສັດ” ຍິ່ງກວ່ານັ້ນກໍຄື ພວກເຂົາເຖິງກັບ “ເລີ່ມເດັດເອົາຮວງເຂົ້າມາເກັດກິນກິນ”. ໃນຍຸກແຫ່ງພຣະບັນຍັດ, ພຣະບັນຍັດຂອງພຣະເຈົ້າເຢໂຮວາໄດ້ກຳນົດໄວ້ວ່າ: ຜູ້ຄົນບໍ່ສາມາດອອກໄປນອກຕາມອຳເພີໃຈ ຫຼື ມີສ່ວນຮ່ວມໃນກິດຈະກຳຕ່າງໆໃນວັນຊະບາໂຕ, ມີຫຼາຍສິ່ງທີ່ບໍ່ສາມາດເຮັດໄດ້ໃນວັນຊະບາໂຕ. ການກະທຳນີ້ໃນສ່ວນຂອງພຣະເຢຊູເຈົ້າແມ່ນເຂົ້າໃຈຍາກສຳລັບຄົນທີ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດເປັນເວລາດົນນານ ແລະ ມັນເຖິງກັບກໍ່ໃຫ້ເກີດການວິພາກວິຈານ. ແຕ່ສຳລັບຄວາມສັບສົນຂອງພວກເຂົາ ແລະ ວິທີທີ່ພວກເຂົາລົມກັນກ່ຽວກັບການກະທໍາຂອງພຣະເຢຊູ, ພວກເຮົາຈະປະສິ່ງນັ້ນໄວ້ທາງຂ້າງກ່ອນໃນຕອນນີ້ ແລະ ມາສົນທະນາກັນວ່າ ເປັນຫຍັງພຣະເຢຊູເຈົ້າຈຶ່ງເລືອກເຮັດສິ່ງນີ້ໃນວັນຊະບາໂຕຈາກບັນດາມື້ທັງໝົດ ແລະ ພຣະອົງຕ້ອງການສື່ສານຫຍັງໃຫ້ແກ່ຜູ້ຄົນທີ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດຜ່ານການກະທຳນີ້.
- [ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ?](https://lo.kingdomsalvation.org/gospel/how-God-cleanses-man-in-His-judgment-work.html) - ຜູ້ຄົນຮູ້ວ່າໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງພວກເຮົາ ແລະ ຄົນທີ່ກຳລັງຄາດຫວັງພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກກໍ່ກຳລັງລໍຖ້າດ້ວຍລົມຫາຍໃຈທີ່ອ່ອນແຮງລົງ. ຫຼັງຈາກຫຼາຍປີທີ່ລໍຖ້າ, ພວກເຂົາກໍ່ຍັງບໍ່ທັນເຫັນພຣະອົງລົງມາ. ກົງກັນຂ້າມ, ພວກເຂົາເຫັນວ່າ ສາຍຟ້າແມບຈາກທິດຕາເວັນອອກກຳລັງເປັນພະຍານໃຫ້ແກ່ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ. ນີ້ຄືຄວາມຜິດຫວັງທີ່ໃຫຍ່ຫຼາຍສຳລັບພວກເຂົາ. ພວກເຂົາຄາດຫວັງທີ່ຈະຖືກຮັບຂຶ້ນເມືອບ່ອນທີ່ພວກເຂົາຈະພົບກັບພຣະຜູ້ເປັນເຈົ້າໂດຍກົງ, ບໍ່ເຄີຍຄາດຫວັງວ່າພຣະອົງຈະປະຕິບັດພາລະກິດແຫ່ງການພິພາກສາເມື່ອພຣະອົງກັບຄືນມາ. ພວກເຂົາບໍ່ຕ້ອງການຍອມຮັບມັນ. ຫຼາຍຄົນກຳລັງປະຕິບັດຕາມກອງກຳລັງຜູ້ຕໍ່ຕ້ານພຣະຄຣິດໃນໂລກສາສະໜາ, ຕັດສິນ ແລະ ປະນາມການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຂົາຄິດວ່າ “ຄວາມຜິດບາບຂອງພວກເຮົາໄດ້ຮັບການອະໄພ ແລະ ພວກເຮົາຖືວ່າຊອບທຳໂດຍພຣະເຈົ້າ, ສະນັ້ນ ພວກເຮົາຈຶ່ງບໍ່ຕ້ອງການການພິພາກສາຂອງພຣະເຈົ້າ. ພວກເຮົາກຳລັງລໍຖ້າໃຫ້ພຣະຜູ້ເປັນເຈົ້າຮັບພວກເຮົາຂຶ້ນສູ່ອານາຈັກຂອງພຣະອົງ ເຊິ່ງເປັນບ່ອນທີ່ພວກເຮົາຈະມີຄວາມສຸກກັບພອນຂອງພຣະອົງ”. ພວກເຂົາຍຶດຕິດກັບແນວຄິດຂອງພວກເຂົາ, ບໍ່ເຕັມໃຈທີ່ຈະສະແຫວງຫາ ແລະ ສືບຄົ້ນຫາຫົນທາງທີ່ແທ້ຈິງ, ເຊິ່ງເປັນເຫດຜົນທີ່ພວກເຂົາຍັງບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ, ແຕ່ໄດ້ຕົກລົງສູ່ໄພພິບັດ. ສິ່ງນີ້ສຳເລັດຕາມພຣະທຳຂອງອົງພຣະເຢຊູເຈົ້າຢ່າງສົມບູນ: “ສຳລັບທຸກຄົນທີ່ມີກໍ່ຈະໄດ້ຮັບ ແລະ ເຂົາຈະມີຢ່າງອຸດົມສົມບູນ: ແຕ່ສຳລັບຄົນທີ່ບໍ່ມີ ແມ່ນແຕ່ສິ່ງທີ່ເຂົາມີກໍ່ຈະຖືກເອົາໄປ. ແລ້ວໂຍນເຈົ້າທີ່ເປັນຜູ້ຮັບໃຊ້ທີ່ໄຮ້ປະໂຫຍດສູ່ຄວາມມືດມົວຂ້າງນອກ: ບ່ອນທີ່ຈະມີການຮ້ອງໄຫ້ ແລະ ການກັດແຂ້ວ” (ມັດທາຍ 25:29-30). ແຕ່ມີຫຼາຍຄົນທີ່ຮັກຄວາມຈິງ ແລະ ເມື່ອພວກເຂົາໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຂົາກໍ່ເຫັນລິດອຳນາດ ແລະ ສິດອຳນາດຂອງພຣະທຳເຫຼົ່ານັ້ນ, ໄດ້ເຫັນວ່າພຣະທຳເຫຼົ່ານັ້ນລ້ວນແລ້ວແຕ່ເປັນຄວາມຈິງ. ພວກເຂົາຮັບຮູ້ສຽງຂອງພຣະເຈົ້າ ແລະ ບໍ່ຖືກຄວບຄຸມໂດຍແນວຄິດຂອງພວກເຂົາອີກຕໍ່ໄປ, ແຕ່ສືບຕໍ່ຄົ້ນຫາຫົນທາງທີ່ຖືກຕ້ອງ.
- [ຜູ້ໃດສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ປະຕິວັດໂຊກຊະຕາຂອງພວກເຮົາ?](https://lo.kingdomsalvation.org/gospel/who-can-save-mankind-and-change-fate.html) - ເມື່ອເວົ້າເຖິງໂຊກຊະຕາ, ຄົນສ່ວນໃຫຍ່ກໍທຽບມັນໃສ່ ການມີເງິນ ແລະ ສະຖານະ ແລະ ການປະສົບຄວາມສຳເລັດໂດຍມີຈຸດໝາຍປາຍທາງທີ່ດີ ແລະ ຄິດວ່າຄົນທຸກຍາກ, ຄົນທີ່ບໍ່ໂດດເດັ່ນ, ຄົນທີ່ທົນທຸກກັບເຄາະຮ້າຍ ແລະ ຄວາມລຳບາກ, ຄົນທີ່ຖືກດູຖູກ ແມ່ນມີໂຊກຊະຕາທີ່ບໍ່ດີ. ສະນັ້ນ ເພື່ອປ່ຽນແປງໂຊກຊະຕາ ພວກເຂົາໄດ້ສະແຫວງຫາຄວາມຮູ້ຢ່າງກະຕືລືລົ້ນ ໂດຍຫວັງວ່າສິ່ງນີ້ຈະຊ່ວຍໃຫ້ພວກເຂົາໄດ້ຮັບຄວາມຮັ່ງມີ ແລະ ສະຖານະ ແລະ ປ່ຽນແປງຊະຕາກຳຂອງພວກເຂົາ. ການມີເງິນ, ສະຖານະ ແລະ ຄວາມສຳເລັດໃນຊີວິດໝາຍເຖິງການມີໂຊກຊະຕາທີ່ດີແທ້ໆບໍ? ການທົນທຸກກັບເຄາະຮ້າຍ ແລະ ຄວາມໂຊກຮ້າຍໝາຍເຖິງການມີໂຊກຊະຕາທີ່ບໍ່ດີແທ້ໆບໍ? ຄົນສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈທີ່ດີກ່ຽວກັບສິ່ງນີ້ ແລະ ຍັງສະແຫວງຫາຄວາມຮູ້ເພື່ອປ່ຽນແປງໂຊກຊະຕາຂອງພວກເຂົາຢ່າງກະຕືລືລົ້ນ. ແຕ່ຄວາມຮູ້ສາມາດປ່ຽນແປງໂຊກຊະຕາຂອງບຸກຄົນໜຶ່ງບໍ? ຜູ້ໃດສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ປະຕິວັດໂຊກຊະຕາຂອງພວກເຮົາໄດ້ແທ້ໆ? ໃຫ້ພວກເຮົາລົງເລິກຄຳຖາມນີ້ໃນມື້ນີ້. ໃນຊີວິດແຕ່ລະມື້, ພວກເຮົາສາມາດເຫັນວ່າ ຫຼາຍຄົນທີ່ໄດ້ຮັບຄວາມຮູ້ຍັງສາມາດຮັບເງິນ ແລະ ສະຖານະ. ພວກເຂົາຈະເລີນໃນຊີວິດ ແລະ ອາດເຖິງກັບມີຊື່ສຽງ ຫຼື ໄດ້ຮັບຄຳສັນລະເສີນ. ດ້ວຍຄວາມສຳເລັດ ແລະ ການເປັນທີ່ຮູ້ຈັກດີ, ມັນເບິ່ງຄືກັບວ່າພວກເຂົາມີໂຊກຊະຕາທີ່ຍິ່ງໃຫຍ່. ແຕ່ນັ້ນແມ່ນຄວາມຈິງບໍ? ພວກເຂົາມີຄວາມສຸກແທ້ໆບໍ? ພວກເຂົາອາດມີອຳນາດ
- [ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍຈຶ່ງເປັນແມ່ຍິງ?](https://lo.kingdomsalvation.org/gospel/God-incarnated-as-female-in-last-days.html) - ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດໄດ້ປາກົດຕົວເພື່ອປະຕິບັດພາລະກິດ ແລະ ສະແດງຄວາມຈິງຫຼາຍຢ່າງ. ສິ່ງເຫຼົ່ານີ້ໄດ້ຖືກສະແດງໃນອິນເຕີເນັດ ແລະ ສັ່ນສະເທືອນທົ່ວໂລກ ຍ້ອນມີຫຼາຍໆຄົນສືບຄົ້ນຫາການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ມັນຊັດເຈນວ່າການທີ່ພຣະເຈົ້າມາບັງເກີດເປັນມະນຸດ ແລະ ສະແດງຄວາມຈິງ ໄດ້ສະແດງເຖິງລິດອຳນາດແຫ່ງພຣະທຳຂອງພຣະເຈົ້າ ແລະ ອຳນາດອັນໄພສານຂອງພຣະເຈົ້າຢ່າງສົມບູນ. ໃນຂະນະທີ່ພວກເຂົາສືບຄົ້ນຫາຫົນທາງທີ່ແທ້ຈິງ, ຫຼາຍຄົນໄດ້ເຫັນວ່າພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວອອກນັ້ນເປັນສິ່ງທີ່ມີສິດອຳນາດ, ມີລິດອຳນາດ, ພວກມັນເປັນຄວາມຈິງ, ພວກມັນມາຈາກພຣະເຈົ້າ ແລະ ພວກມັນໜ້າເຊື່ອຖື ແລະ ປາສະຈາກຂໍ້ສົງໄສໃດໆອີກ. ແຕ່ເມື່ອພວກເຂົາໄດ້ຍິນວ່າພຣະຄຣິດແຫ່ງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ ເປັນແມ່ຍິງ, ຫຼາຍຄົນກໍແກວ່ງຫົວຂອງພວກເຂົາ ແລະ ປະຕິເສດທີ່ຈະຍອມຮັບພຣະອົງ. ພວກເຂົາຄິດວ່າ ເມື່ອພຣະເຢຊູເຈົ້າມາ ພຣະອົງແມ່ນເປັນຜູ້ຊາຍ, ພຣະວິນຍານບໍລິສຸດຍັງເປັນພະຍານວ່າ ພຣະເຢຊູເຈົ້າເປັນ “ພຣະບຸດອັນເປັນທີ່ຮັກ” ໃນເວລານັ້ນ ແລະ ພຣະຄຳພີຍັງປະກອບມີການບັນທຶກດັ່ງກ່າວ, ສະນັ້ນ ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ພຣະອົງຈະເປັນຜູ້ຊາຍ ໃນຮູບຮ່າງຂອງພຣະເຢຊູເຈົ້າທີ່ເປັນຊາວຢູດາ. ພຣະອົງຈະບໍ່ເປັນແມ່ຍິງຢ່າງແນ່ນອນ. ບໍ່ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຈະສະແດງຄວາມຈິງຫຼາຍສໍ່າໃດກໍຕາມ ແລະ ພາລະກິດທີ່ພຣະອົງປະຕິບັດຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຂົາປະຕິເສດທີ່ຈະຍອມຮັບ, ແລ້ວແຮງໄກທີ່ຈະສະແຫວງຫາ ແລະ ສືບຄົ້ນ. ເຫດຜົນຂອງພວກເຂົາແມ່ນ “ຖ້າພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຜູ້ຊາຍ,
- [ພຣະເຢຊູເຈົ້າໄດ້ໄຖ່ມະນຸດຊາດ, ສະນັ້ນ ເປັນຫຍັງພຣະອົງຈຶ່ງເຮັດພາລະກິດແຫ່ງການພິພາກສາ ເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍ?](https://lo.kingdomsalvation.org/gospel/why-does-Jesus-judge-man-in-last-days.html) - ເມື່ອ 2.000 ປີກ່ອນ, ພຣະເຢຊູເຈົ້າທີ່ບັງເກີດເປັນມະນຸດໄດ້ຖືກຄຶງເທິງໄມ້ກາງແຂນເພື່ອໄຖ່ຄວາມຜິດບາບຂອງມະນຸດຊາດ, ເຮັດໜ້າທີ່ເປັນເຄື່ອງບູຊາແທນຄວາມຜິດບາບ ແລະ ສຳເລັດພາລະກິດແຫ່ງການໄຖ່ບາບຂອງພຣະອົງ. ພຣະອົງສັນຍາວ່າພຣະອົງຈະກັບມາໃນຍຸກສຸດທ້າຍ, ສະນັ້ນ ຜູ້ທີ່ມີຄວາມເຊື່ອທຸກຄົນຈຶ່ງເຝົ້າລໍຖ້າການມາເຖິງຂອງພຣະຜູ້ເປັນເຈົ້າ ແລະ ຄິດວ່າໃນຖານະຜູ້ທີ່ມີຄວາມເຊື່ອໃນພຣະຜູ້ເປັນເຈົ້າ, ຄວາມຜິດບາບທັງໝົດຂອງພວກເຂົາແມ່ນໄດ້ຮັບອະໄພ ແລະ ພຣະອົງຈະບໍ່ເບິ່ງວ່າພວກເຂົາເປັນຄົນບາບອີກຕໍ່ໄປ. ພວກເຂົາຄິດວ່າພວກເຂົາກຽມພ້ອມຢ່າງສົມບູນແລ້ວ, ສະນັ້ນ ພວກເຂົາຈຶ່ງພຽງແຕ່ຕ້ອງລໍຖ້າການກັບຄືນມາຂອງພຣະຜູ້ເປັນເຈົ້າ ເພື່ອວ່າພວກເຂົາຈະຖືກຮັບເຂົ້າສູ່ອານາຈັກຂອງພຣະອົງ. ນັ້ນຄືເຫດຜົນທີ່ຜູ້ຄົນຈ້ອງເບິ່ງທ້ອງຟ້າຢູ່ສະເໝີ, ລໍຖ້າໃຫ້ມື້ທີ່ພຣະອົງຈະປາກົດເທິງກ້ອນເມກໃນທັນທີ ແລະ ພາພວກເຂົາເຂົ້າສູ່ສະຫວັນເພື່ອພົບກັບພຣະອົງ. ແຕ່ພວກເຂົາກໍປະຫຼາດໃຈຫຼາຍ ທີ່ພວກເຂົາກຳລັງເບິ່ງໄພພິບັດທີ່ຮ້າຍແຮງເກີດຂຶ້ນ ແຕ່ຍັງບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ. ບໍ່ມີຜູ້ໃດຮູ້ວ່າກຳລັງເກີດຫຍັງຂຶ້ນແທ້ໆ. ເຖິງວ່າພວກເຂົາບໍ່ໄດ້ເຫັນພຣະຜູ້ເປັນເຈົ້າມາເທິງກ້ອນເມກ, ພວກເຂົາກໍໄດ້ເຫັນສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກເປັນພະຍານຢ່າງສະໝໍ່າສະເໝີວ່າພຣະອົງໄດ້ກັບຄືນມາ ໃນຖານະພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ. ພຣະອົງໄດ້ກ່າວຄວາມຈິງ ແລະ ກຳລັງເຮັດພາລະກິດແຫ່ງການພິພາກສາ ເຊິ່ງເລີ່ມຕົ້ນກັບເຮືອນຂອງພຣະເຈົ້າ. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ແກວ່ງໄກວໂລກສາສະໜາທັງໝົດ ແລະ ກະຕຸ້ນໃຫ້ມີປະຕິກິລິຍາຢ່າງຮຸນແຮງທີ່ສຸດ. ພາລະກິດແຫ່ງການພິພາກສາຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນບໍ່ໄດ້ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງຜູ້ຄົນເລີຍ. ຫຼາຍຄົນຖາມວ່າ: ພຣະເຢຊູເຈົ້າໄດ້ສຳເລັດພາລະກິດທີ່ຍິ່ງໃຫຍ່ແຫ່ງການໄຖ່ບາບຂອງພຣະອົງແລ້ວ ແລະ ພຣະເຈົ້າໄດ້ເອີ້ນພວກເຮົາວ່າຊອບທຳ, ສະນັ້ນ ເປັນຫຍັງພຣະອົງຈຶ່ງຕ້ອງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ? ພວກເຂົາຮູ້ສຶກວ່າມັນເປັນໄປບໍ່ໄດ້. ຊຸມຊົນສາສະໜາເຖິງກັບຕໍ່ຕ້ານ ແລະ ປະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດ, ປະຕິເສດທີ່ຈະພິຈາລະນາເບິ່ງພາລະກິດຂອງພຣະອົງ, ໃນຂະນະດຽວກັນກັບລໍຖ້າ ພຣະຜູ້ເປັນເຈົ້າທີ່ຢູ່ເທິງກ້ອນເມກຢ່າງກະຕືລືລົ້ນ
- [ພຣະເຢຊູເຈົ້າໝາຍຄວາມວ່າແນວໃດແທ້ໆ ເມື່ອພຣະອົງເວົ້າວ່າ “ມັນສຳເລັດແລ້ວ” ເທິງໄມ້ກາງແຂນ?](https://lo.kingdomsalvation.org/gospel/what-the-Lord-mean-it-is-finished.html) - ຊາວຄຣິດເຊື່ອວ່າ ເມື່ອພຣະເຢຊູເຈົ້າເວົ້າວ່າ “ມັນສຳເລັດແລ້ວ” ເທິງໄມ້ກາງແຂນ, ພຣະອົງກຳລັງເວົ້າວ່າພາລະກິດໃນການຊ່ວຍມະນຸດຊາດໃຫ້ລອດພົ້ນຂອງພຣະເຈົ້າໄດ້ສຳເລັດລົງແລ້ວ. ສະນັ້ນ ທຸກຄົນຈຶ່ງຮູ້ສຶກໝັ້ນໃຈວ່າ ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ພຣະອົງຈະບໍ່ເຮັດພາລະກິດແຫ່ງຄວາມລອດພົ້ນອີກຕໍ່ໄປ, ແຕ່ພຣະອົງຈະພຽງແຕ່ຍົກຜູ້ທີ່ມີຄວາມເຊື່ອທຸກຄົນຂຶ້ນສູ່ທ້ອງຟ້າ ເພື່ອພົບກັບພຣະຜູ້ເປັນເຈົ້າ, ພາພວກເຮົາຂຶ້ນສູ່ສະຫວັນ ແລະ ມັນກໍຈະມີພຽງເທົ່ານັ້ນ. ນີ້ແມ່ນສິ່ງທີ່ຜູ້ທີ່ມີຄວາມເຊື່ອໃນພຣະຜູ້ເປັນເຈົ້າເຊື່ອຢ່າງໜັກແໜ້ນ. ນັ້ນຄືເຫດຜົນທີ່ຫຼາຍຄົນຈ້ອງເບິ່ງທ້ອງຟ້າຢູ່ສະເໝີ, ລໍຖ້າໂດຍບໍ່ເຮັດຫຍັງ ເພື່ອໃຫ້ພຣະຜູ້ເປັນເຈົ້າພາພວກເຂົາຂຶ້ນສູ່ອານາຈັກຂອງພຣະອົງ. ແຕ່ຕອນນີ້ ໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງແລ້ວ ແລະ ຄົນສ່ວນໃຫຍ່ຍັງບໍ່ໄດ້ເຫັນການມາເຖິງຂອງພຣະຜູ້ເປັນເຈົ້າ, ສະນັ້ນ ຄວາມເຊື່ອຂອງພວກເຂົາຈຶ່ງຫຼຸດໜ້ອຍລົງ ແລະ ພວກເຂົາກຳລັງຮູ້ສຶກທໍ້ໃຈ. ບາງຄົນເຖິງກັບສົງໄສວ່າ: ຄຳສັນຍາຂອງພຣະຜູ້ເປັນເຈົ້າເປັນຈິງແທ້ໆບໍ? ພຣະອົງຈະມາ ຫຼື ບໍ່? ໃນຄວາມເປັນຈິງແລ້ວ, ພຣະເຢຊູເຈົ້າໄດ້ກັບມາຢ່າງລັບໆດັ່ງບຸດມະນຸດຕັ້ງແຕ່ດົນນານມາແລ້ວ, ສະແດງຄວາມຈິງຫຼາຍຢ່າງ ແລະ ເຮັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ. ແຕ່ຄົນສ່ວນໃຫຍ່ບໍ່ໄດ້ພະຍາຍາມຮັບຟັງສຽງຂອງພຣະເຈົ້າ ຫຼື ສະແຫວງຫາເພື່ອຟັງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ພວກເຂົາໄດ້ສັນນິຖານມາຕະຫຼອດວ່າ ພຣະຜູ້ເປັນເຈົ້າຕ້ອງມາເທິງກ້ອນເມກເພື່ອຮັບພວກເຂົາໄປສູ່ສະຫວັນ, ສະນັ້ນ ພວກເຂົາຈຶ່ງພາດໂອກາດທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ. ນັ້ນຈະເປັນເລື່ອງທີ່ໜ້າເສຍດາຍຕະຫຼອດຊີວິດ. ສິ່ງນີ້ອາດເຊື່ອມໂຍງຢ່າງສະໜິດແໜ້ນກັບວິທີທີ່ຜູ້ຄົນຕີຄວາມໝາຍພຣະທຳຂອງພຣະເຢຊູເຈົ້າເທິງໄມ້ກາງແຂນ: “ມັນສຳເລັດແລ້ວ”. ໃຫ້ພວກເຮົາເລີ່ມຕົ້ນດ້ວຍສິ່ງນີ້. ເປັນຫຍັງຄົນທີ່ມີຄວາມເຊື່ອຫຼາຍຄົນຈຶ່ງຄິດວ່າການທີ່ພຣະເຢຊູເຈົ້າເວົ້າວ່າ “ມັນສຳເລັດແລ້ວ” ໝາຍຄວາມວ່າພາລະກິດຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້ສຳເລັດແລ້ວ? ມີພື້ນຖານຫຍັງທາງພຣະຄຳພີສຳລັບສິ່ງນີ້? ສິ່ງນີ້ໄດ້ຮັບການຢືນຢັນຈາກພຣະວິນຍານບໍລິສຸດ? ພຣະຜູ້ເປັນເຈົ້າເຄີຍເວົ້າບໍວ່າ
- [ພຣະຜູ້ຊ່ວຍໃຫ້ລອດພົ້ນຊ່ວຍມະນຸດຊາດແນວໃດ ເມື່ອພຣະອົງມາເຖິງ?](https://lo.kingdomsalvation.org/gospel/how-Savior-save-mankind.html) - ເມື່ອພວກເຮົາເວົ້າກ່ຽວກັບພຣະຜູ້ຊ່ວຍໃຫ້ລອດພົ້ນ, ຜູ້ທີ່ມີຄວາມເຊື່ອທຸກຄົນກໍເຫັນດີວ່າ ໃນຍຸກສຸດທ້າຍ ພຣະອົງຈະມາເທິງແຜ່ນດິນໂລກເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງແນ່ນອນ. ຜູ້ທຳນາຍຫຼາຍຄົນໄດ້ເວົ້າວ່າພຣະຜູ້ຊ່ວຍໃຫ້ລອດພົ້ນຈະມາໃນຍຸກສຸດທ້າຍ. ແລ້ວຜູ້ໃດທີ່ເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ? ນິກາຍທີ່ແຕກຕ່າງກັນຕີຄວາມໝາຍທີ່ແຕກຕ່າງກັນ ແລະ ສາສະໜາທີ່ແຕກຕ່າງກັນກໍເວົ້າສິ່ງທີ່ແຕກຕ່າງກັນກ່ຽວກັບພຣະອົງ. ຜູ້ໃດເປັນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ແທ້ຈິງ? ພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ແທ້ຈິງເປັນພຣະຜູ້ເປັນເຈົ້າທີ່ເນລະມິດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ ແລະ ເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ ເຊິ່ງກໍຄື ພຣະຜູ້ສ້າງ. ມີພຽງແຕ່ພຣະຜູ້ເປັນເຈົ້າທີ່ເນລະມິດສ້າງທຸກສິ່ງເທົ່ານັ້ນທີ່ເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ ແລະ ມີພຽງແຕ່ພຣະເຈົ້າທີ່ແທ້ຈິງໃນເນື້ອໜັງເທົ່ານັ້ນທີ່ເປັນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ. ຖ້າບໍ່ແມ່ນພຣະເຈົ້າທີ່ແທ້ຈິງທີ່ເນລະມິດສ້າງສິ່ງທັງປວງ, ແລ້ວບຸກຄົນນີ້ກໍບໍ່ແມ່ນພຣະຜູ້ສ້າງ ແລະ ບໍ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້. ນີ້ແມ່ນສິ່ງທີ່ພວກເຮົາຈຳເປັນຕ້ອງມີຄວາມຊັດເຈນ. ຈົ່ງຈື່ໄວ້! ມີແຕ່ພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ. ມີພຽງແຕ່ພຣະເຈົ້າທີ່ແທ້ຈິງໃນເນື້ອໜັງເທົ່ານັ້ນທີ່ສາມາດສະແດງຄວາມຈິງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ ແລະ ພາພວກເຮົາໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ມີພຣະເຈົ້າປອມຫຼາຍອົງ, ສະນັ້ນຈຶ່ງບໍ່ຈຳເປັນຕ້ອງລະບຸຊື່ພວກເຂົາທັງໝົດ, ແຕ່ມີພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ. ສະນັ້ນຜູ້ໃດເປັນພຣະຜູ້ຊ່ວຍໃຫ້ລອດພົ້ນອົງນີ້ແທ້ໆ? ເມື່ອ 2.000 ປີກ່ອນ, ພຣະເຢຊູເຈົ້າໄດ້ເຂົ້າມາ ແລະ ເວົ້າວ່າ “ຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” (ມັດທາຍ 4:17). ແລ້ວພຣະອົງກໍຖືກຄຶງໄວ້ທີ່ໄມ້ກາງແຂນເພື່ອໄຖ່ຄວາມຜິດບາບຂອງມະນຸດ. ພຣະອົງໄດ້ສຳເລັດພາລະກິດແຫ່ງການໄຖ່ບາບ ແລະ ເລີ່ມຍຸກແຫ່ງພຣະຄຸນ, ປ່ອຍໃຫ້ຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ,
- [ແມ່ນຫຍັງຄືການຖືກຮັບຂຶ້ນເມືອແທ້ໆ?](https://lo.kingdomsalvation.org/gospel/what-is-true-rapture.html) - 2.000 ປີກ່ອນ, ຫຼັງຈາກທີ່ອົງພຣະເຢຊູເຈົ້າຖືກຄຶງເທິງໄມ້ກາງແຂນ ແລະ ສຳເລັດພາລະກິດແຫ່ງການໄຖ່ບາບຂອງພຣະອົງ, ພຣະອົງສັນຍາວ່າພຣະອົງຈະກັບຄືນມາ. ນັບຕັ້ງແຕ່ນັ້ນມາ, ຜູ້ເຊື່ອທຸກຄົນກໍ່ປາຖະໜາໃຫ້ພຣະຜູ້ໄຖ່ຂອງພວກເຮົາລົງມາເທິງກ້ອນເມກ ເພື່ອທີ່ຈະຖືກຮັບຂຶ້ນເມືອຫາພຣະອົງ. ຜູ້ເຊື່ອຄາດຫວັງທີ່ຈະຖືກຮັບຂຶ້ນເມືອໃນທຸກຊ່ວງເວລາ, ແຕ່ພວກເຂົາກຳລັງເຝົ້າເບິ່ງໄພພິບັດທີ່ຖືກເປີດເຜີຍອອກຕໍ່ໜ້າພວກເຂົາ ແລະ ຍັງບໍ່ທັນໄດ້ຕ້ອນຮັບພຣະຜູ້ເປັນເຈົ້າທີ່ກັບຄືນມາເທິງກ້ອນເມກ. ຫຼາຍຄົນກຳລັງຮູ້ສຶກທໍ້ໃຈຫຼາຍ. ພວກເຂົາສົງໄສຢູ່ສະເໝີວ່າ ພຣະຜູ້ເປັນເຈົ້າໄດ້ກັບຄືນມາແທ້ໆ ຫຼື ບໍ່ ແລະ ຜູ້ເຊື່ອຄົນໃດໜຶ່ງຖືກຮັບຂຶ້ນເມືອ ຫຼື ບໍ່, ແຕ່ບໍ່ມີຜູ້ໃດໄດ້ເຫັນແມ່ນຫຍັງແບບນັ້ນ. ແຕ່ສິ່ງທີ່ພວກເຂົາເຫັນກໍ່ຄືໄພພິບັດກຳລັງຂະຫຍາຍໂຕຂຶ້ນເລື້ອຍໆ, ໂຣກລະບາດຮຸນແຮງຍິ່ງຂຶ້ນ ແລະ ອີກຫຼາຍຄົນກຳລັງຕາຍໃນໄພພິບັດ, ແມ່ນແຕ່ສິດຍາພິບານ ແລະ ຜູ້ອາວຸໂສ. ຜູ້ຄົນກຳລັງຮູ້ສຶກຢ້ານ ຫຼື ອາດເຖິງກັບຖືກປະຖິ້ມໂດຍພຣະຜູ້ເປັນເຈົ້າ, ຮູ້ສຶກຄືກັບວ່າພວກເຂົາຈະຕາຍໃນໄພພິບັດໃນທຸກຊ່ວງເວລາ. ພວກເຂົາຄິດບໍ່ອອກວ່າ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງບໍ່ໄດ້ກັບຄືນມາ ແລະ ຮັບພວກເຂົາຂຶ້ນເມືອໃນຕອນນີ້ເມື່ອໄພພິບັດໄດ້ເລີ່ມຕົ້ນຂຶ້ນ. ມັນສ້າງຄວາມປະຫຼາດໃຈໃຫ້ກັບພວກເຂົາທີ່ ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເປັນພະຍານວ່າອົງພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ ເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ, ກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ຫຼາຍຄົນທີ່ປາຖະໜາຫາຄວາມຈິງກໍ່ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຮັບຮູ້ສຽງຂອງພຣະເຈົ້າ ແລະ ກັບຄືນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທຸກມື້, ຖືກຄໍ້າຈູນ ແລະ ບຳລຸງລ້ຽງໂດຍພຣະທຳເຫຼົ່ານັ້ນ ແລະ
- [ການຕິດຕາມຜູ້ນໍາສາສະໜາຄືການຕິດຕາມພຣະເຈົ້າບໍ?](https://lo.kingdomsalvation.org/gospel/is-listening-to-religious-leaders-following-God.html) - ເມື່ອ 2.000 ປີກ່ອນ, ອົງພຣະເຢຊູເຈົ້າທີ່ເປັນພຣະຜູ້ໄຖ່ຂອງພວກເຮົາໄດ້ມາເພື່ອເຮັດພາລະກິດແຫ່ງການໄຖ່ບາບ ແລະ ຖືກປະນາມຢ່າງບ້າປ່ວງໂດຍຫົວໜ້າປະໂລຫິດ, ພວກທຳມະຈານ ແລະ ພວກຟາຣີຊາຍ ໃນຄວາມເຊື່ອຂອງຄົນຢິວ. ເພາະຜູ້ສັດທາສ່ວນໃຫຍ່ໃນລັດທິຢູດາໄດ້ເຄົາລົບຜູ້ນໍາສາສະໜາຂອງພວກເຂົາ, ພວກເຂົາຈຶ່ງເຫັນດີກັບຜູ້ຕໍ່ຕ້ານພຣະຄຣິດເຫຼົ່ານັ້ນໃນການປະນາມ ແລະ ການປະຕິເສດອົງພຣະເຢຊູເຈົ້າ, ມີສ່ວນໃນການຄຶງພຣະອົງເທິງໄມ້ກາງແຂນໃນທີ່ສຸດ. ນີ້ຄືຄວາມຜິດບາບທີ່ໃຫຍ່ຫຼວງ ແລະ ເຮັດໃຫ້ພວກເຂົາໄດ້ຮັບການສາບແຊ່ງ ແລະ ການລົງໂທດຈາກພຣະເຈົ້າ, ເຮັດໃຫ້ຊົນຊາດອິດສະຣາເອນຕົກຢູ່ໃນເຄາະກໍາເປັນເວລາ 2.000 ປີ. ອົງພຣະເຢຊູເຈົ້າໄດ້ກັບຄືນມາໃນຍຸກສຸດທ້າຍໂດຍເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ, ກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ພຣະອົງຍັງປະສົບກັບການປະນາມ ແລະ ການຕໍ່ຕ້ານທີ່ບ້າປ່ວງຂອງຜູ້ນໍາສາສະໜາ. ພວກເຂົາປິດຄຣິດຕະຈັກຂອງພວກເຂົາ, ຂວາງທາງຜູ້ທີ່ມີຄວາມເຊື່ອໃນການພິຈາລະນາເບິ່ງຫົນທາງທີ່ແທ້ຈິງ, ເຮັດໃຫ້ຫຼາຍຄົນຢ້ານທີ່ຈະສືບຄົ້ນ ແລະ ຍອມຮັບມັນ ເຖິງແມ່ນວ່າພວກເຂົາໄດ້ເຫັນຢ່າງຊັດເຈນວ່າ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືຄວາມຈິງ, ພວກມັນມີລິດອຳນາດ, ມີສິດອຳນາດ ແລະ ມາຈາກພຣະເຈົ້າ. ຜົນຕາມມາກໍຄື ຫຼາຍຄົນກຳລັງສູນເສຍໂອກາດຂອງພວກເຂົາທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ກຳລັງຕົກລົງສູ່ໄພພິບັດ. ພວກເຂົາຜິດພາດໃນບ່ອນໃດໃນການຕ້ອນຮັບພຣະຜູ້ເປັນເຈົ້າ? ມັນເປັນເພາະພວກເຂົາປະຈົບປະແຈງຜູ້ນໍາສາສະໜາຂອງພວກເຂົາ! ພວກເຂົາເຊື່ອວ່າ ຜູ້ນໍາສາສະໜາຖືກຈັດວາງໂດຍພຣະເຈົ້າ ແລະ ຖືກໃຊ້ໂດຍພຣະເຈົ້າ, ການເຊື່ອຟັງພວກເຂົາຄືການເຊື່ອຟັງພຣະເຈົ້າ, ສະນັ້ນ
- [ຄວາມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າບໍ?](https://lo.kingdomsalvation.org/gospel/is-belief-in-Almighty-God-a-betrayal-of-Jesus.html) - ມັນເປັນເວລາ 30 ປີຖ້ວນ ນັບຕັ້ງແຕ່ທີ່ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໄດ້ປາກົດຕົວ ແລະ ເລີ່ມເຮັດພາລະກິດ ແລະ ກ່າວຄວາມຈິງໃນປີ 1991. ພຣະອົງໄດ້ກ່າວໃນໜັງສືພຣະທໍາປາກົດໃນຮ່າງກາຍ, ເຊິ່ງເປັນພຣະທຳຂອງພຣະອົງຈຳນວນຫຼາຍລ້ານຄຳ ເຊິ່ງລ້ວນແລ້ວແຕ່ຢູ່ໃນອອນລາຍ, ສ່ອງແສງຈາກທິດຕາເວັນອອກຫາທິດຕາເວັນຕົກຄືກັບແສງສະຫວ່າງທີ່ຍິ່ງໃຫຍ່, ສັ່ນສະເທືອນໂລກທັງໃບ. ຫຼາຍຄົນຈາກທຸກນິກາຍທີ່ຮັກຄວາມຈິງ ໄດ້ເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດລ້ວນແລ້ວແຕ່ເປັນຄວາມຈິງ, ເປັນການທີ່ພຣະວິນຍານບໍລິສຸດກ່າວຕໍ່ຄຣິດຕະຈັກຕ່າງໆ. ເມື່ອໄດ້ຍິນສຽງຂອງພຣະເຈົ້າ, ພວກເຂົາກໍຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງກະຕືລືລົ້ນ. ພວກເຂົາຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ກຳລັງເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ, ກິນ ແລະ ດື່ມພຣະທຳປະຈໍາວັນໃນປັດຈຸບັນຂອງພຣະເຈົ້າ, ມີຄວາມສຸກກັບການບຳລຸງລ້ຽງຈາກນໍ້າແຫ່ງຊີວິດ. ຫົວໃຈຂອງພວກເຂົາຍິ່ງສະຫວ່າງຂຶ້ນຫຼາຍກວ່າເດີມ ແລະ ພວກເຂົາໄດ້ຮຽນຮູ້ຄວາມຈິງຫຼາຍຢ່າງ. ພວກເຂົາມີການຊີ້ນໍາ ແລະ ການລ້ຽງດູເປັນການສ່ວນຕົວຈາກພຣະເຈົ້າ. ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກຳລັງຖືກຊໍາລະລ້າງ ແລະ ປ່ຽນແປງຜ່ານການພິພາກສາຂອງພຣະເຈົ້າ ແລະ ພວກເຂົາມີຄຳພະຍານທີ່ສວຍງາມ. ພວກເຂົາໄດ້ຖືກເຮັດໃຫ້ກາຍເປັນຜູ້ເອົາຊະນະກ່ອນໄພພິບັດໂດຍພຣະເຈົ້າ ໂດຍກາຍມາເປັນໝາກຜົນທຳອິດ, ຮັບເອົາການຮອງຮັບ ແລະ ພອນຂອງພຣະເຈົ້າ. ມື້ນີ້, ຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງງອກຂຶ້ນໃນປະເທດຕ່າງໆທົ່ວໂລກຄືກັບໜໍ່ໄມ້ໜໍ່ທຳອິດທີ່ປົ່ງຂຶ້ນຫຼັງຈາກຝົນຕົກໃນລະດູໃບໄມ້ປົ່ງ ແລະ ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າກໍກຳລັງທຸ້ມເທສຸດກຳລັງຂອງພວກເຂົາເພື່ອເຜີຍແຜ່ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າ, ເປັນພະຍານໃຫ້ກັບນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ອີກຫຼາຍຄົນຈາກທຸກປະເພດ, ທຸກພາກພື້ນ ແລະ ທຸກນິກາຍກຳລັງຍອມຮັບພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າ. ຂ່າວປະເສີດແຫ່ງອານາຈັກນີ້ກຳລັງເຜີຍແຜ່ ແລະ
- [ແນວຄິດກ່ຽວກັບພຣະເຈົ້າຕຣີເອກະນຸພາບເປັນສິ່ງທີ່ສົມເຫດສົມຜົນບໍ?](https://lo.kingdomsalvation.org/gospel/is-concept-of-trinity-tenable.html) - ຍ້ອນພຣະເຢຊູເຈົ້າທີ່ບັງເກີດເປັນມະນຸດເຮັດພາລະກິດໃນຍຸກແຫ່ງພຣະຄຸນ ເປັນເວລາ 2.000 ປີ, ຊາວຄຣິດທຸກຄົນຈຶ່ງໄດ້ໃຫ້ນິຍາມພຣະເຈົ້າທີ່ແທ້ຈິງພຽງອົງດຽວວ່າເປັນ “ພຣະເຈົ້າຕຣີເອກະນຸພາບ”. ຍ້ອນພຣະຄຳພີກ່າວເຖິງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ພວກເຂົາຈຶ່ງຖືວ່າພຣະເຈົ້າຕ້ອງເປັນພຣະເຈົ້າຕຣີເອກະນຸພາບ. ມີຂໍ້ໂຕ້ແຍ່ງບາງຢ່າງ, ແຕ່ຄົນສ່ວນໃຫຍ່ຍຶດຖືແນວຄິດກ່ຽວກັບພຣະເຈົ້າຕຣີເອກະນຸພາບໂດຍບໍ່ມີການປ່ຽນແປງໃດໆເລີຍ. ບາງຄົນເວົ້າວ່າ “ພຣະເຈົ້າຕຣີເອກະນຸພາບ” ແລະ ຄົນອື່ນເວົ້າວ່າ “ພຣະເຈົ້າສາມອົງໃນພຣະເຈົ້າອົງດຽວ” ເຊິ່ງເປັນສິ່ງດຽວກັນແທ້ໆ ແລະ ໝາຍເຖິງສິ່ງດຽວກັນ. ບໍ່ວ່າພວກເຮົາຈະເວົ້າວ່າ “ພຣະເຈົ້າຕຣີເອກະນຸພາບ” ຫຼື “ພຣະເຈົ້າສາມອົງໃນພຣະເຈົ້າອົງດຽວ”, ມັນກໍຄືການເວົ້າວ່າພຣະເຈົ້າປະກອບດ້ວຍສາມສ່ວນ ເຊິ່ງເປັນພຣະເຈົ້າເມື່ອພຣະອົງຢູ່ຮ່ວມກັນ ແລະ ຖ້າບໍ່ມີສ່ວນໜຶ່ງ ພຣະອົງກໍບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວ. ມີແຕ່ເມື່ອພຣະອົງຢູ່ຮ່ວມກັນ, ພຣະອົງຈຶ່ງຈະສາມາດເປັນພຣະເຈົ້າທີ່ແທ້ຈິງອົງດຽວ. ນີ້ເປັນສິ່ງທີ່ເປັນຕາຫົວແທ້ໆທີ່ຈະເວົ້າເຖິງ. ເຈົ້າສາມາດເວົ້າໄດ້ແທ້ໆບໍວ່າພຣະເຢໂຮວາບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວ? ຫຼື ພຣະເຢຊູເຈົ້າບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວ? ພຣະວິນຍານບໍລິສຸດບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວບໍ? ແນວຄວາມຄິດນີ້ກ່ຽວກັບພຣະເຈົ້າຕຣີເອກະນຸພາບເປັນພຽງວິທີທີ່ຈະປະຕິເສດ ແລະ ບໍ່ໃຫ້ຄວາມໜ້າເຊື່ອຖືແກ່ພຣະເຈົ້າທີ່ແທ້ຈິງອົງດຽວບໍ? ມັນບໍ່ໄດ້ແບ່ງແຍກ ແລະ ໝິ່ນປະໝາດພຣະເຈົ້າທີ່ແທ້ຈິງອົງດຽວບໍ? ພວກເຮົາສາມາດເຫັນໄດ້ວ່າແນວຄິດກ່ຽວກັບພຣະເຈົ້າຕຣີເອກະນຸພາບນີ້ໄຮ້ສາລະແນວໃດແທ້ໆ. ສະນັ້ນ ໃນລັກສະນະນັ້ນເອງ, ໂລກສາສະໜາໄດ້ໃຫ້ນິຍາມພຣະເຈົ້າທີ່ແທ້ຈິງອົງດຽວວ່າເປັນພຣະເຈົ້າຕຣີເອກະນຸພາບ ໂດຍແຍກພຣະອົງຕະຫຼອດຊ່ວງເວລານີ້. ສິ່ງນີ້ເປັນຄວາມເຈັບປວດຫຼາຍສຳລັບພຣະເຈົ້າ. ໂລກສາສະໜາຍຶດຕິດກັບສິ່ງນີ້ຢ່າງດື້ດ້ານ ແລະ ປະຕິເສດທີ່ຈະປ່ຽນແປງຕະຫຼອດເວລາ. ຕອນນີ້ ພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງຍຸກສຸດທ້າຍໄດ້ມາເພື່ອເຮັດພາລະກິດແຫ່ງການພິພາກສາ, ກ່າວຄວາມຈິງທັງໝົດທີ່ຊ່ວຍມະນຸດຊາດໃຫ້ລອດພົ້ນ.
- [ເປັນຫຍັງພຣະເຈົ້າຈຶ່ງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ?](https://lo.kingdomsalvation.org/gospel/why-God-does-judgment-work-in-the-last-days.html) - ມື້ນີ້, ໂຣກພະຍາດກຳລັງແຜ່ລະບາດໄປທົ່ວໂລກ ແລະ ໄພພິບັດກຳລັງຮ້າຍແຮງຂຶ້ນ. ພວກເຮົາໄດ້ເຫັນແຜ່ນດິນໄຫວ, ໄພອຶດຫິວຢາກ ແລະ ສົງຄາມ ແລະ ຜູ້ທີ່ມີຄວາມເຊື່ອທຸກຄົນກໍລໍຄອຍຢ່າງກະຕືລືລົ້ນກັບການມາເຖິງຂອງພຣະຜູ້ໄຖ່ ເຊິ່ງນັ້ນກໍຄື ອົງພຣະເຢຊູເຈົ້າ, ການຖືກຍົກຂຶ້ນສູ່ອາກາດເພື່ອພົບກັບພຣະຜູ້ເປັນເຈົ້າ ແລະ ການຫຼົບໜີຈາກການທົນທຸກຂອງໄພພິບັດເຫຼົ່ານີ້ໃຫ້ໄວເທົ່າທີ່ເປັນໄປໄດ້. ແຕ່ຫຼັງຈາກທີ່ໄດ້ລໍຖ້າເປັນເວລາຫຼາຍປີ, ພວກເຂົາຍັງບໍ່ໄດ້ເຫັນພຣະຜູ້ໄຖ່ ເຊິ່ງນັ້ນກໍຄື ອົງພຣະເຢຊູເຈົ້າ, ລົງມາເທິງກ້ອນເມກ, ແລ້ວແຮງໄກທີ່ພວກເຂົາຈະໄດ້ເຫັນຄົນໃດໜຶ່ງຖືກຍົກຂຶ້ນສູ່ອາກາດເພື່ອພົບກັບພຣະຜູ້ເປັນເຈົ້າ ເຊິ່ງນີ້ໄດ້ເຮັດໃຫ້ຫຼາຍຄົນຜິດຫວັງ. ມັນສ້າງຄວາມປະຫຼາດໃຈຫຼາຍໃຫ້ກັບຜູ້ຄົນວ່າ ແທນທີ່ຈະຕ້ອນຮັບການມາເຖິງຂອງພຣະເຢຊູເທິງກ້ອນເມກ, ພວກເຂົາໄດ້ເຫັນສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກເປັນພະຍານຊໍ້າແລ້ວຊໍ້າອີກກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າ ດັ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຜູ້ເຊິ່ງກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາ. ຄຳພະຍານນີ້ໄດ້ດຶງດູດຄວາມສົນໃຈຂອງຜູ້ຄົນ, ເພື່ອໃຫ້ພວກເຂົາເຫັນມັນໄດ້ຢ່າງຊັດເຈນພໍສົມຄວນ. ເຖິງຢ່າງໃດກໍຕາມ, ເນື່ອງຈາກການຂົ່ມເຫັງທີ່ບ້າປ່ວງ ແລະ ການຖືກຈັບໂດຍພັກກອມມູນິດຈີນ ແລະ ການໝິ່ນປະໝາດ ແລະ ການໃສ່ຮ້າຍປ້າຍສີຢ່າງປ່າເຖື່ອນໂດຍກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິດໃນໂລກສາສະໜາ, ຜູ້ຄົນບໍ່ຮູ້ ແລະ ບໍ່ສົນໃຈເລື່ອງການສືບຄົ້ນຫາຫົນທາງທີ່ແທ້ຈິງ. ໂດຍບໍ່ຄາດຄິດ, ພາຍໃນເວລາພຽງແຕ່ສອງສາມປີ, ບຸດມະນຸດ ທີ່ຖືກດູຖູກ, ກໍໄດ້ກ່າວຄວາມຈິງຫຼາຍຢ່າງ, ມີອີກຫຼາຍຄົນທີ່ໄດ້ຍິນສຽງຂອງພຣະເຈົ້າ, ທຸກຄົນໄດ້ຢືນຂຶ້ນເພື່ອຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສິ່ງນີ້ບໍ່ພຽງແຕ່ສັ່ນຄອນໂລກສາສະໜາທັງປວງ, ແຕ່ຍັງສັ່ນຄອນໂລກທັງໃບ. ພຣະທໍາປາກົດໃນຮ່າງກາຍສ່ອງແສງຄືກັບແສງສະຫວ່າງທີ່ແທ້ຈິງ ຈາກທິດຕາເວັນອອກສູ່ທິດຕາເວັນຕົກ, ເປັ່ງປະກາຍທົ່ວໂລກ ແລະ
## 经历见证
- [ຊື່ສຽງ ແລະ ໂຊກລາບໄດ້ນຳເອົາຄວາມທຸກທໍລະມານມາສູ່ຂ້ອຍ](https://lo.kingdomsalvation.org/testimonies/fame-and-fortune-have-brought-me-suffering.html) - ໂດຍ ທຽນທຽນ, ຈີນ ມື້ໜຶ່ງໃນລະດູໃບໄມ້ປົ່ງ, ທ່ານໝໍອາວຸໂສບາງຄົນ ແລະ ຂ້ອຍອອກໄປແຕ່ງກິນນອກບ້ານ. ລະຫວ່າງທາງ, ຊາວບ້ານທ້ອງຖິ່ນບາງຄົນຈື່ ດຣ. ຫວັງໄດ້. ພວກເຂົາເບິ່ງມີຄວາມສຸກ ແລະ ຮູ້ບຸນຄຸນຫຼາຍ. ພວກເຂົາທັກທາຍລາວຢ່າງອົບອຸ່ນ. ແລ້ວເມື່ອພວກເຮົາກຳລັງແຕ່ງກິນຢູ່, ພວກເຮົາຮູ້ວ່າພວກເຮົາຂາດເຄື່ອງບາງຢ່າງ. ຊາວບ້ານໃຈດີຢ່າງບໍ່ໜ້າເຊື່ອ. ເມື່ອພວກເຂົາເຫັນວ່າພວກເຮົາຕ້ອງການບາງສິ່ງ, ພວກເຂົາກໍ່ຈະມອບເຄື່ອງຂອງໂຕເອງໃຫ້ພວກເຮົາ. ເຄື່ອງຂອງໃຊ້ທີ່ຈໍາເປັນປະຈໍາວັນແມ່ນຂາດແຄນໃນສະໄໝນັ້ນ ແລະ ມີຄຸນຄ່າຫຼາຍພໍສົມຄວນ. ຕົວຢ່າງ: ບໍ່ມີນ້ຳນົມຫຼາຍ. ຫຼາຍຄົນຕ້ອງໄດ້ຕໍ່ແຖວກັນເພື່ອໄດ້ຮັບນ້ຳນົມ. ແຕ່ຄົນທີ່ມາຈາກໂຮງງານຜະລິດນົມຫາກໍ່ເອົາມັນມາໃຫ້ພວກເຮົາ. ທັງໝົດນີ້ແມ່ນຍ້ອນຊື່ສຽງຂອງ ດຣ. ຫວັງ. ຂ້ອຍເຫັນດວງຕາຂອງ ດຣ. ຫວັງ ຫຼຽວຂຶ້ນມາໃນຂະນະທີ່ລາວຍິ້ມ ແລະ ຂ້ອຍອົດບໍ່ໄດ້ທີ່ຈະອິດສາລາວ ແລະ ຄິດວ່າ: “ຜູ້ຄົນຊື່ນຊົມ ແລະ ນັບຖື ດຣ. ຫວັງ ແທ້ໆ! ພວກເຂົາໃຫ້ຄວາມນັບຖືລາວໃນທຸກບ່ອນທີ່ລາວໄປ ແລະ ລາວບໍ່ຕ້ອງກັງວົນຫຍັງ. ລາວພຽງແຕ່ຕ້ອງສະແດງໜ້າຂອງລາວເພື່ອເຮັດໃຫ້ສິ່ງຕ່າງໆສຳເລັດໂດຍງ່າຍ. ແຕ່ສຳລັບຂ້ອຍ, ຂ້ອຍເປັນພຽງແພດຮັກສາທີ່ບໍ່ມີໃຜຮູ້ຈັກ. ຂ້ອຍບໍ່ສາມາດຖືກປະຕິບັດແບບນັ້ນໄດ້. ຂ້ອຍເຮັດໄດ້ພຽງແຕ່ຈັບຍອຍເສື້ອຂອງລາວເທົ່ານັ້ນ”. ແຕ່ຕໍ່ມາ, ໃນຄວາມຜິດຫວັງຂອງຂ້ອຍ, ຂ້ອຍແນມເບິ່ງຜົມສີເງິນຂອງ
- [ການຕື່ນຕົວຂອງທາດຂອງເງິນ](https://lo.kingdomsalvation.org/testimonies/the-awakening-of-a-money-slave.html) - ໂດຍ ຊິງອູ່, ຈີນ ເມື່ອຂ້ອຍຍັງໜຸ່ມ, ຄອບຄົວຂ້ອຍທຸກຍາກ ແລະ ພໍ່ແມ່ຂອງຂ້ອຍບໍ່ສາມາດຈ່າຍຄ່າຮຽນໃຫ້ຂ້ອຍໄດ້, ສະນັ້ນ ຂ້ອຍຈຶ່ງໄດ້ສ້າງ ແລະ ຂາຍຮົ້ວເພື່ອຈ່າຍຄ່າຮຽນ. ຄັ້ງໜຶ່ງ, ຂ້ອຍກຳລັງເຮັດວຽກໃນສວນ ແລະ ຕັດນິ້ວກ້ອຍຂອງໂຕເອງ. ບໍ່ມີເງິນສຳລັບການປິ່ນປົວ, ດັ່ງນັ້ນ ມັນຈຶ່ງບໍ່ເຄີຍຫາຍດີເປັນປົກກະຕິ. ຂ້ອຍຍັງບໍ່ສາມາດຢຽດມັນອອກໄດ້ຢ່າງເຕັມທີ່. ຫຼັງຈາກທີ່ຂ້ອຍແຕ່ງງານ, ຜົວ ແລະ ຂ້ອຍກໍ່ຍັງທຸກຢູ່. ໝູ່ເພື່ອນ ແລະ ຍາດພີ່ນ້ອງຂອງພວກພວກເຮົາດູຖູກພວກເຮົາ ແລະ ຫຼົບຫຼີກພວກເຮົາ. ເມື່ອຂ້ອຍເຫັນຄວາມເຄົາລົບທີ່ຄົນລວຍໄດ້ຮັບ, ພວກເຂົາສາມາດກິນ ແລະ ນຸ່ງຫົ່ມໄດ້ຢ່າງໄຮ້ກັງວົນໄດ້ແນວໃດ, ຂ້ອຍກໍ່ອິດສາພວກເຂົາ. ຜູ້ຄົນເວົ້າຢູ່ສະເໝີວ່າ: “ເງິນເຮັດໃຫ້ໂລກໝຸນ”, “ເງິນບໍ່ແມ່ນທຸກສິ່ງ, ແຕ່ຖ້າບໍ່ມີມັນ ເຈົ້າກໍບໍ່ສາມາດເຮັດຫຍັງໄດ້”, ແລະ “ຄົນທີ່ເປົ່າປີ່ກຳນົດທຳນອງ”. ໃນຕອນນັ້ນ ຂ້ອຍຄິດວ່າທັງໝົດນີ້ເປັນຄວາມຈິງ. ດ້ວຍເງິນ, ເຈົ້າສາມາດລ້ຽງ ແລະ ຫາເຄື່ອງນຸ່ງໃຫ້ຕົວເອງ ແລະ ມັນນໍາຄວາມເຄົາລົບ ແລະ ຄວາມຊົມເຊີຍມາໃຫ້ເຈົ້າ. ຂ້ອຍຄິດວ່າເງິນແມ່ນທຸກສິ່ງ. ຂ້ອຍສາບານວ່າຈະເຮັດວຽກໜັກ ແລະ ຫາເງິນໃຫ້ໄດ້ຫຼາຍຂຶ້ນ. ຂ້ອຍຕ້ອງການພົ້ນຈາກຄວາມທຸກຍາກ
- [ການກັບໃຈຂອງເຈົ້າໜ້າທີ່](https://lo.kingdomsalvation.org/testimonies/the-transformation-of-a-fallen-man.html) - ໂດຍ ເຈີ່ນຊິ່ນ, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຈາກການຊົງສ້າງໂລກຈົນຮອດປັດຈຸບັນ, ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາໃນພາລະກິດຂອງພຣະອົງແມ່ນຄວາມຮັກ ໂດຍບໍ່ມີຄວາມກຽດຊັງແກ່ມະນຸດ. ແມ່ນແຕ່ການຂ້ຽນຕີ ແລະ ການພິພາກສາທີ່ເຈົ້າໄດ້ເຫັນກໍຍັງແມ່ນຄວາມຮັກ, ຄວາມຮັກທີ່ເປັນຈິງຍິ່ງຂຶ້ນ ແລະ ແທ້ຈິງຍິ່ງຂຶ້ນ, ຄວາມຮັກທີ່ນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດມະນຸດ... ພາລະກິດທັງໝົດທີ່ພຣະອົງໄດ້ກະທໍາແມ່ນເພື່ອຈຸດປະສົງຂອງການນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ີຖືກຕ້ອງແຫ່ງຊີວິດມະນຸດ ເພື່ອວ່າພວກເຂົາອາດຈະມີຊີວິດດັ່ງມະນຸດທີ່ປົກກະຕິ, ຍ້ອນຜູ້ຄົນບໍ່ເຂົ້າໃຈວິທີການດໍາລົງຊີວິດ ແລະ ຫາກປາສະຈາກການນໍາພານີ້, ເຈົ້າຈະສາມາດດໍາລົງຊີວິດຢ່າງວ່າງເປົ່າເທົ່ານັ້ນ; ຊີວິດຂອງເຈົ້າປາສະຈາກຄຸນຄ່າ ຫຼື ຄວາມໝາຍ ແລະ ເຈົ້າຈະບໍ່ສາມາດເປັນຄົນທໍາມະດາຢ່າງສິ້ນເຊີງ. ນີ້ແມ່ນຄວາມສໍາຄັນທີ່ເລິກເຊິ່ງທີ່ສຸດຂອງພາລະກິດແຫ່ງການເອົາຊະນະມະນຸດ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)). ພຣະທຳເຫຼົ່ານີ້ຂອງພຣະເຈົ້າດົນບັນດານຂ້ອຍແທ້ໆ ແລະ ຂ້ອຍບໍ່ສາມາດເຮັດຫຍັງໄດ້ ນອກຈາກຄິດຫາຄວາມລອດພົ້ນຂອງພຣະອົງສຳລັບຂ້ອຍ. ຂ້ອຍເກີດຢູ່ໃນຊົນນະບົດ. ພໍ່ແມ່ຂອງຂ້ອຍເປັນຊາວກະສິກອນທີ່ຊື່ສັດ ແລະ ເຮັດວຽກໜັກ. ຊາວບ້ານຄົນອື່ນໆດູຖູກພວກເຮົາ ແລະ ຈັບຜິດພວກເຮົາຢູ່ສະເໝີ ເພາະພວກເຮົາທຸກຍາກ. ຂ້ອຍຄິດວ່າ, “ມື້ໜຶ່ງ ຂ້ອຍຈະສະແດງໃຫ້ພວກເຂົາເຫັນ. ມື້ໜຶ່ງ ພວກເຂົາຈະເບິ່ງຂ້ອຍຢ່າງແຕກຕ່າງ”. ຂ້ອຍໄດ້ເຂົ້າຮ່ວມກອງທັບ ເມື່ອຂ້ອຍຢູ່ໃນຊ່ວງໄວໜຸ່ມຂອງຂ້ອຍ. ຂ້ອຍຈະປະຕິບັດໜ້າວຽກໃດໜຶ່ງ, ບໍ່ວ່າມັນຈະເປິເປື້ອນ
- [ຄວາມເຊື່ອຖືກເຮັດໃຫ້ສົມບູນຜ່ານການທົດລອງ ແລະ ຄວາມທຸກຍາກລຳບາກ](https://lo.kingdomsalvation.org/testimonies/faith-comes-from-trials-and-tribulations.html) - ໂດຍ ຊູຊາງ, ເກົາຫຼີໃຕ້ ແມ່ຂອງຂ້ອຍເລີ່ມມີບັນຫາທາງສຸຂະພາບໃນປີ 1993 ແລະ ຜົນຕາມມາກໍ່ຄື ຄອບຄົວທັງໝົດຂອງຂ້ອຍໄດ້ຮັບຄວາມເຊື່ອໃນພຣະເຢຊູເຈົ້າ. ຫຼັງຈາກນັ້ນ, ລາວກໍ່ໄດ້ປະສົບກັບການຟື້ນຕົວທີ່ເປັນປະຕິຫານ ແລະ ຂ້ອຍກໍ່ໄປຄຣິດຕະຈັກກັບລາວທຸກໆວັນອາທິດນັບຕັ້ງແຕ່ນັ້ນມາ. ຫຼັງຈາກນັ້ນ, ໃນລະດູໃບໄມ້ປົ່ງຂອງປີ 2000, ຂ່າວທີ່ປິຕິຍິນດີກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້ມາເຖິງເຮືອນຂອງພວກເຮົາ. ໂດຍການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຮົາແນ່ໃຈວ່າພຣະອົງຄືພຣະເຢຊູເຈົ້າທີ່ໄດ້ກັບຄືນມາ ແລະ ພວກເຮົາກໍ່ຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຮົາເລີ່ມອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທຸກມື້, ມີຄວາມສຸກກັບການລ້ຽງດູ ແລະ ການບຳລຸງລ້ຽງທີ່ພຣະທຳເຫຼົ່ານັ້ນຈັດໃຫ້. ສິ່ງນີ້ໄດ້ບຳລຸງລ້ຽງຂ້ອຍຝ່າຍວິນຍານແທ້ໆ. ເມື່ອຄິດເຖິງຈຳນວນຄົນທີ່ປາຖະໜາການມາເຖິງຂອງພຣະຜູ້ເປັນເຈົ້າເຊິ່ງຍັງບໍ່ໄດ້ຍິນສຽງຂອງພຣະເຈົ້າ ຫຼື ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ, ຂ້ອຍກໍ່ຮູ້ວ່າຂ້ອຍຕ້ອງຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ແບ່ງປັນຂ່າວປະເສີດແຫ່ງອານາຈັກກັບພວກເຂົາ. ບໍ່ດົນ ຂ້ອຍກໍ່ເລີ່ມເຮັດໜ້າທີ່ຂອງຂ້ອຍເພື່ອແບ່ງປັນຂ່າວປະເສີດ. ແຕ່ຄວາມປະຫຼາດໃຈຂອງຂ້ອຍ, ສິ່ງນັ້ນໄດ້ເຮັດໃຫ້ຂ້ອຍຖືກຈັບໂດຍພັກກອມມູນິດຈີນ. ມັນແມ່ນເດືອນມັງກອນຂອງປີ 2013 ໃນຂະນະທີ່ຂ້ອຍຢູ່ໃນການເຕົ້າໂຮມກັບອ້າຍເອື້ອຍນ້ອງອີກຫົກຄົນ, ເມື່ອໃນທັນໃດນັ້ນ ເຈົ້າໜ້າທີ່ຕໍາຫຼວດຫຼາຍກວ່າ 20 ຄົນໄດ້ບຸກເຂົ້າມາ. ຜູ້ຊາຍສອງຄົນຟ້າວແລ່ນໄປທາງໜ້າ ພ້ອມທັງມີປືນໃນມື ແລະ ຮ້ອງໃສ່ພວກເຮົາວ່າ, “ຢ່າຍັບ! ພວກເຈົ້າຖືກປິດລ້ອມໄວ້ແລ້ວ”. ອີກສອງຄົນມີກະບອງໄຟຟ້າ ແລະ ຮ້ອງຂຶ້ນວ່າ, “ຍົກມືຂຶ້ນ ແລະ ຫັນໜ້າເຂົ້າຫາກຳແພງ!” ໜຶ່ງໃນເຈົ້າໜ້າທີ່ໆມີປືນໄດ້ເວົ້າວ່າ
- [ຄວາມລຳບາກໃນຄຸກ](https://lo.kingdomsalvation.org/testimonies/twenty-years-of-persecution.html) - ໂດຍ ສຽວຟານ, ຈີນ ມື້ໜຶ່ງ ຍ້ອນກັບໄປໃນເດືອນພຶດສະພາຂອງປີ 2004, ຂ້ານ້ອຍໄດ້ເຂົ້າຮ່ວມການເຕົ້າໂຮມກັບອ້າຍເອື້ອຍນ້ອງບາງຄົນ ເມື່ອເຈົ້າໜ້າທີ່ຕຳຫຼວດຫຼາຍກວ່າ 20 ຄົນໄດ້ບຸກເຂົ້າມາ. ພວກເຂົາເວົ້າວ່າພວກເຂົາມາຈາກກອງບັນຊາການປ້ອງກັນຄວາມສະຫງົບແຫ່ງຊາດປະຈຳເທດສະບານ ແລະ ພວກເຂົາໄດ້ຕິດຕາມໂທລະສັບຂອງຂ້ານ້ອຍສຳລັບສີ່ເດືອນທີ່ຜ່ານມາ. ພວກເຂົາເວົ້າວ່າພວກເຂົາເປັນສ່ວນໜຶ່ງຂອງການປາບປາມທົ່ວແຂວງ ແລະ ຜູ້ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຄົນໄດ້ຖືກຈັບ. ພວກເຂົາພາຂ້ານ້ອຍໄປໂຮງຮຽນພັກກອມມູນິດໃນເມືອງສຳລັບການສອບສວນ. ທັນທີທີ່ຂ້ານ້ອຍໄປຮອດ, ພວກເຂົາໄດ້ສັ່ງໃຫ້ຂ້ານ້ອຍປົດເກີບຂອງຂ້ານ້ອຍອອກ ແລະ ນັ່ງຢ່ອງຢໍ້. ຫຼັງຈາກນັ້ນບໍ່ດົນ, ຂາຂອງຂ້ານ້ອຍກໍ່ມຶນ, ແຕ່ເມື່ອໃດກໍ່ຕາມທີ່ຂ້ານ້ອຍຕ້ອງການປ່ຽນທ່ານັ່ງ, ຕໍາຫຼວດກໍ່ຈະຮ້ອງໃສ່ຂ້ານ້ອຍ ໂດຍເວົ້າວ່າຂ້ານ້ອຍບໍ່ໄດ້ຮັບອະນຸຍາດໃຫ້ເຄື່ອນຍ້າຍກ້າມຊີ້ນ. ພວກເຂົາເຮັດໃຫ້ຂ້ານ້ອຍນັ່ງຢ່ອງຢໍ້ເປັນເວລາສອງຊົ່ວໂມງກ່ອນທີ່ພວກເຂົາຈະເລີ່ມຖາມຂ້ານ້ອຍ. “ຜູ້ໃດເປັນຜູ້ນຳຂອງເຈົ້າ? ເງິນຂອງຄຣິດຕະຈັກຖືກເກັບໄວ້ຢູ່ໃສ?” ຂ້ານ້ອຍບໍ່ໄດ້ເວົ້າຫຍັງ. ຫຼັງຈາກນັ້ນ, ຫົວໜ້າກອງພັນປ້ອງກັນຄວາມສະຫງົບແຫ່ງຊາດໄດ້ເຂົ້າມາພ້ອມກັບກະແຈມືຄູ່ໜຶ່ງ ແລະ ເວົ້າຢ່າງຮຸນແຮງວ່າ, “ຢ່າເສຍເວລາຂອງເຈົ້າກັບລາວ. ໃຫ້ລາວຊີ່ມລົດຊາດຂອງສິ່ງເຫຼົ່ານີ້!” ຫຼັງຈາກນັ້ນ, ລາວກໍ່ເວົ້າກັບຂ້ານ້ອຍວ່າ “ໄດ້ຍິນສຽງຈາກຫ້ອງຖັດໄປບໍ?” ຂ້ານ້ອຍສາມາດໄດ້ຍິນເອື້ອຍຄົນໜຶ່ງໃນຫ້ອງຕໍ່ໄປກຳລັງຮ້ອງ ແລະ ຮູ້ສຶກກະວົນກະວາຍ ແລະ ຢ້ານກົວໃນທັນທີ ໂດຍຄິດວ່າ, “ຕຳຫຼວດເຫຼົ່ານີ້ກຳລັງຈະທໍລະມານຂ້ານ້ອຍແບບນັ້ນ. ຂ້ານ້ອຍຈະທົນກັບມັນໄດ້ແນວໃດ?” ຫຼັງຈາກນັ້ນ, ຂ້ານ້ອຍໄດ້ກ່າວຄໍາອະທິຖານຢ່າງງຽບໆຫາພຣະເຈົ້າ ໂດຍຂໍຄວາມເຂັ້ມແຂງຈາກພຣະອົງ ແລະ ເວົ້າວ່າຂ້ານ້ອຍເຕັມໃຈທີ່ຈະເພິ່ງພາພຣະອົງ ແລະ ຢືນເປັນພະຍານ. ໃນເວລານັ້ນເອງ,
- [ການທໍລະມານທີ່ໂຫດຮ້າຍໄດ້ເຮັດໃຫ້ຄວາມເຊື່ອຂອງຂ້ອຍເຂັ້ມແຂງຂຶ້ນ](https://lo.kingdomsalvation.org/testimonies/brutal-torture-strengthens-my-faith.html) - ໂດຍ ຈ້າວລຸ່ຍ, ຈີນ ໃນລະດູໃບໄມ້ປົ່ງຂອງປີ 2009, ພັກກອມມູນິດຈີນໄດ້ປະຕິບັດການລົນນະລົງຄັ້ງໃຫຍ່ເພື່ອຈັບກຸ່ມສະມາຊິກເປົ້າໝາຍໃນຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຜູ້ນໍາຈາກຄຣິດຕະຈັກທົ່ວປະເທດຖືກຈັບກຸມ ແລະ ຖືກໂຍນເຂົ້າຄຸກຕາມໆກັນໄປ. ໃນເວລາປະມານ 9 ໂມງແລງຂອງວັນທີ 4 ຂອງເດືອນເມສາ, ຂ້ອຍ ແລະ ເອື້ອຍຄົນໜຶ່ງທີ່ຂ້ອຍກຳລັງເຮັດວຽກຮ່ວມໃນການປະຕິບັດໜ້າທີ່ຂອງພວກເຮົາຫາກໍ່ອອກຈາກເຮືອນຂອງເອື້ອຍວາງ ແລະ ຍ່າງໄປຕາມຖະໜົນ ເມື່ອຜູ້ຊາຍສາມຄົນທີ່ນຸ່ງຊຸດທຳມະດາໄດ້ກະໂດດຢ່າງກະທັນຫັນມາຢູ່ຂ້າງຫຼັງຂອງພວກເຮົາ ແລະ ໃຊ້ແຂນລາກພວກເຮົາຢ່າງແຮງ ແລ້ວຮ້ອງຂຶ້ນວ່າ “ໄປກັນເທາະ! ເຈົ້າມາກັບພວກເຮົາ!” ກ່ອນທີ່ພວກເຮົາຈະມີເວລາໃຫ້ຕອບໂຕ້, ພວກເຮົາກໍ່ຖືກໂຍນເຂົ້າຫຼັງລົດເກ໋ງສີດຳເຊິ່ງຈອດຢູ່ຂ້າງຖະໜົນ. ມັນຄືກັບຢູ່ໃນຮູບເງົາເມື່ອນັກເລງມາ ແລະ ລັກພາຕົວຄົນໃນຕອນກາງເວັນ, ເວັ້ນແຕ່ວ່າມັນກຳລັງເກີດຂຶ້ນກັບພວກເຮົາໃນຊີວິດຈິງ ແລະ ມັນເປັນຕາຫວາດຫວັ່ນໂດຍສິ້ນເຊີງ. ຂ້ອຍຜ່າຍແພ້ຢ່າງສົມບູນ ແລະ ສິ່ງທີ່ຂ້ອຍສາມາດເຮັດໄດ້ຄືການຮ້ອງຫາພຣະເຈົ້າຢ່າງງຽບໆຄັ້ງແລ້ວຄັ້ງເລົ່າ: “ໂອ ພຣະເຈົ້າ! ຊ່ວຍຂ້ານ້ອຍດ້ວຍເທີດ! ໂອ ພຣະເຈົ້າ, ກະລຸນາຊ່ວຍຂ້ານ້ອຍໃຫ້ລອດພົ້ນ...” ກ່ອນທີ່ຂ້ອຍຈະຄືນຄວາມສະຫງົບຂອງຂ້ອຍ, ລົດເກ໋ງໄດ້ຂັບເຂົ້າສູ່ເດີ່ນຂອງກົມປ້ອງກັນຄວາມສະຫງົບຂອງເທດສະບານ. ໃນຕອນນັ້ນເອງ ຂ້ອຍໄດ້ຮັບຮູ້ວ່າພວກເຮົາໄດ້ຕົກຢູ່ໃນມືຂອງຕໍາຫຼວດ. ບໍ່ດົນຫຼັງຈາກນັ້ນ, ເອື້ອຍວາງກໍ່ຖືກນໍາເຂົ້າມາ. ພວກເຮົາສາມຄົນຖືກນໍາໄປຫ້ອງການໃນຊັ້ນທີສອງ ແລະ ໂດຍບໍ່ມີການອະທິບາຍແມ່ນແຕ່ໜ້ອຍດຽວ ເຈົ້າໜ້າທີ່ໄດ້ຍຶດກະເປົ໋າຂອງພວກເຮົາ ແລະ ບັງຄັບໃຫ້ພວກເຮົາຫັນໜ້າເຂົ້າກຳແພງ. ຫຼັງຈາກນັ້ນ,
- [ມື້ແລ້ວມື້ເລົ່າໃນຄຸກຂອງພັກກອມມູນິດຈີນ](https://lo.kingdomsalvation.org/testimonies/day-after-day-in-a-ccp-prison.html) - ໂດຍ ຢາງຢີ່, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຫຼາຍບ່ອນ, ພຣະເຈົ້າໄດ້ທຳນາຍວ່າ ພຣະອົງຈະໄດ້ຮັບເອົາກຸ່ມຜູ້ເອົາຊະນະໃນດິນແດນຊິນິມ. ໃນເມື່ອມັນຢູ່ໃນພາກຕະເວັນອອກຂອງແຜ່ນດິນໂລກທີ່ຜູ້ເອົາຊະນະຖືກຮັບເອົາ, ສະນັ້ນ ບ່ອນທີ່ພຣະເຈົ້າສະເດັດມາໃນການບັງເກີດເປັນມະນຸດຄັ້ງທີສອງແມ່ນດິນແດນຊິນິມໂດຍບໍ່ຕ້ອງສົງໄສເລີຍ ເຊິ່ງເປັນບ່ອນດຽວກັນທີ່ມັງກອນແດງໃຫຍ່ນອນຂົດຢູ່. ໃນບ່ອນນັ້ນ ພຣະເຈົ້າຈະຮັບເອົາເຊື້ອສາຍຂອງມັງກອນແດງໃຫຍ່ ເພື່ອວ່າມັນຈະຖືກເອົາຊະນະ ແລະ ຖືກເຮັດໃຫ້ອັບອາຍແທ້ໆ. ພຣະເຈົ້າຕ້ອງການປຸກຄົນເຫຼົ່ານີ້ທີ່ທົນທຸກຫຼາຍ, ປຸກພວກເຂົາຈົນພວກເຂົາຕື່ນໝົດ ແລະ ເຮັດໃຫ້ພວກເຂົາຍ່າງອອກຈາກໝອກ ແລະ ປະຕິເສດມັງກອນແດງໃຫຍ່. ພວກເຂົາຈະຕື່ນຈາກຄວາມຝັນຂອງພວກເຂົາ, ຮູ້ຈັກວ່າມັງກອນແດງໃຫຍ່ແມ່ນຫຍັງກັນແທ້, ສາມາດມອບຫົວໃຈທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າ, ລຸກຂຶ້ນຈາກການກົດຂີ່ຂອງອິດທິພົນມືດ, ຢືນຂຶ້ນໃນພາກຕະເວັນອອກຂອງໂລກ ແລະ ກາຍເປັນຫຼັກຖານແຫ່ງໄຊຊະນະຂອງພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະໄດ້ຮັບຄວາມສະຫງ່າລາສີ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (6)). ຫຼັງຈາກທີ່ອ່ານພຣະທຳເຫຼົ່ານີ້, ຂ້ອຍກໍ່ຄິດເຖິງການທີ່ຂ້ອຍຖືກຈັບກຸມໂດຍພັກກອມມູນິດຈີນປະມານໜຶ່ງທົດສະວັດທີ່ຜ່ານມາ. ມັນແມ່ນວັນທີ 23 ມັງກອນ 2004, ຂ້ອຍລຸກແຕ່ເຊົ້າເພື່ອໄປຢ້ຽມຢາມເອື້ອຍຄົນໜຶ່ງຈາກຄຣິດຕະຈັກ. ເຖິງຢ່າງໃດກໍ່ຕາມ, ຂ້ອຍຖືກຕໍາຫຼວດຈາກພັກກອມມູນິດຈີນຈັບກຸມຢ່າງບໍ່ຖືກຕ້ອງຕາມກົດໝາຍໃນລະຫວ່າງທີ່ຂ້ອຍເດີນທາງໄປທີ່ນັ້ນ. ພວກເຂົາຮື້ຄົ້ນກະເປົ໋າຂອງຂ້ອຍ ແລະ ຄົ້ນພົບເອກະສານບາງຢ່າງທີ່ກ່ຽວກັບຄວາມເຊື່ອ, ໂທລະສັບມືຖື ແລະ
- [ເວລາແຫ່ງການທໍລະມານທີ່ໂຫດຮ້າຍ](https://lo.kingdomsalvation.org/testimonies/suffering-brutal-torture.html) - ໂດຍ ເຊີງຮຸ່ຍ, ຈີນ ຂ້ອຍເຕີບໃຫຍ່ໃນຄອບຄົວຄົນທຳມະດາໃນປະເທດຈີນ. ພໍ່ຂອງຂ້ອຍຢູ່ໃນກອງທະຫານ ແລະ ເພາະຂ້ອຍຖືກຫຼໍ່ຫຼອມ ແລະ ໄດ້ຮັບອິດທິພົນຈາກລາວນັບຕັ້ງແຕ່ອາຍຸຍັງນ້ອຍ, ຂ້ອຍຈຶ່ງເຊື່ອວ່າການເກນທະຫານ ແລະ ໜ້າທີ່ຂອງທະຫານຄືການຮັບໃຊ້ແຜ່ນດິນແມ່, ເຮັດຕາມຄຳສັ່ງ ແລະ ເຮັດໜ້າທີ່ຕາງໜ້າໃຫ້ກັບພັກກອມມູນິດ ແລະ ປະຊາຊົນຢ່າງບໍ່ເຫັນແກ່ຕົວ. ຂ້ອຍເອງຍັງຕັ້ງໃຈທີ່ຈະກາຍມາເປັນທະຫານ ແລະ ຕິດຕາມບາດກ້າວຂອງພໍ່ຂອງຂ້ອຍ. ເຖິງຢ່າງໃດກໍ່ຕາມ, ເມື່ອເວລາຜ່ານໄປ ແລະ ເຫດການໃດໜຶ່ງໄດ້ປາກົດຂຶ້ນ, ຊ່ວງເວລາຊີວິດຂອງຂ້ອຍ ແລະ ທິດທາງການສະແຫວງຫາຂອງຂ້ອຍກໍ່ປ່ຽນໄປຊ້າໆ. ໃນປີ 1983, ຂ້ອຍໄດ້ຍິນຂ່າວປະເສີດກ່ຽວກັບພຣະເຢຊູເຈົ້າ. ມັນຄືການຊີ້ນໍາທີ່ພິເສດຈາກພຣະວິນຍານບໍລິສຸດທີ່ເຮັດໃຫ້ຄົນຄືຂ້ອຍ ຜູ້ເຊິ່ງໄດ້ຮັບພິດຈາກຄວາມເຊື່ອທີ່ບໍ່ມີພຣະເຈົ້າ ແລະ ອຸດົມການແບບກອມມູນິດຈີນນັບຕັ້ງແຕ່ທີ່ອາຍຸຍັງນ້ອຍ, ທີ່ຈະຖືກດົນບັນດານໂດຍຄວາມຮັກຂອງພຣະເຢຊູເຈົ້າຢ່າງເລິກເຊິ່ງ. ເມື່ອໄດ້ຍິນຂ່າວປະເສີດ, ຂ້ອຍກໍ່ເລີ່ມກ້າວເດີນໃນຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າ ນັ້ນກໍ່ຄື ຂ້ອຍເລີ່ມເຂົ້າຮ່ວມຄຣິດຕະຈັກ, ອະທິຖານ ແລະ ຮ້ອງເພງສັນລະເສີນເພື່ອນະມັດສະການພຣະຜູ້ເປັນເຈົ້າ. ຊີວິດໃໝ່ນີ້ໄດ້ນໍາຄວາມສະຫງົບງຽບ ແລະ ສັນຕິສຸກອັນຍິ່ງໃຫຍ່ມາໃຫ້ຂ້ອຍ. ໃນປີ 1999, ຂ້ອຍໄດ້ຍອມຮັບຂ່າວປະເສີດແຫ່ງຍຸກສຸດທ້າຍກ່ຽວກັບພຣະເຢຊູເຈົ້າທີ່ກັບຄືນມາ ນັ້ນກໍ່ຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຜ່ານການອ່ານພຣະທຳຂອງພຣະເຈົ້າຢ່າງບໍ່ຢຸດເຊົາ ແລະ ການພົບປະ ແລະ ການໂອ້ລົມກັບອ້າຍເອື້ອຍນ້ອງຂອງຂ້ອຍ,
- [ຄວາມເຊື່ອທີ່ບໍ່ສາມາດທຳລາຍໄດ້](https://lo.kingdomsalvation.org/testimonies/unbreakable-faith.html) - ໂດຍ ເມີງຢົງ, ຈີນ ໃນເດືອນທັນວາຂອງປີ 2012, ອ້າຍເອື້ອຍນ້ອງຫຼາຍຄົນ ແລະ ຂ້ານ້ອຍໄດ້ຂັບລົດໄປສະຖານທີ່ແຫ່ງໜຶ່ງເພື່ອເຜີຍແຜ່ຂ່າວປະເສີດ ແລະ ໄດ້ຖືກລາຍງານໂດຍຄົນຊົ່ວຮ້າຍ. ຫຼັງຈາກນັ້ນບໍ່ດົນ, ລັດຖະບານປະຈຳເຂດປົກຄອງໄດ້ລະດົມເຈົ້າໜ້າທີ່ຈາກກອງບັນຊາການຕຳຫຼວດຄະດີອາຍາ, ກອງກຳລັງປ້ອງກັນຄວາມສະຫງົບແຫ່ງຊາດ, ກອງຕໍ່ຕ້ານກຸ່ມຄ້າຢາເສບຕິດ, ກອງຕຳຫຼວດທີ່ຕິດອາວຸດ ແລະ ສະຖານີຕຳຫຼວດປະຈຳທ້ອງຖິ່ນ ໂດຍມີລົດຕຳຫຼວດຫຼາຍກວ່າ 10 ຄັນເພື່ອມາຈັບກຸມພວກເຮົາ. ເມື່ອອ້າຍ ແລະ ຂ້ານ້ອຍກຳລັງຈະຂັບລົດອອກໄປ, ຕຳຫຼວດສີ່ຄົນໄດ້ແລ່ນເຂົ້າມາຢ່າງໄວ ແລະ ຕັດໜ້າລົດຂອງພວກເຮົາ. ໜຶ່ງໃນພວກເຂົາໄດ້ດຶງເອົາກະແຈລົດອອກໄປ ແລະ ສັ່ງໃຫ້ພວກເຮົາຢູ່ໃນລົດ ແລະ ບໍ່ໃຫ້ໄປໃສ. ໃນຕອນນັ້ນ, ຂ້ານ້ອຍໄດ້ເຫັນວ່າຕໍາຫຼວດເຈັດ ຫຼື ແປດຄົນທີ່ຖືກະບອງກຳລັງຕີອ້າຍອີກຄົນໜຶ່ງຢ່າງໂຫດຮ້າຍ ແລະ ອ້າຍຄົນນັ້ນໄດ້ຖືກທຸບຕີຈົນເຖິງຂັ້ນທີ່ລາວບໍ່ສາມາດເໜັງຕີງໄດ້. ຂ້ານ້ອຍບໍ່ສາມາດເຮັດຫຍັງໄດ້ນອກຈາກເຕັມໄປດ້ວຍຄວາມຄຽດແຄ້ນທີ່ຊອບທໍາ ແລະ ໄດ້ຟ້າວແລ່ນອອກຈາກລົດ, ພະຍາຍາມຢຸດຄວາມຮຸນແຮງຂອງພວກເຂົາ, ແຕ່ຕໍາຫຼວດໄດ້ຈັບຂ້ານ້ອຍໄວ້. ຕໍ່ມາ, ພວກເຂົາໄດ້ພາພວກເຮົາໄປທີ່ສະຖານີຕຳຫຼວດ ແລະ ລົດຂອງພວກເຮົາຍັງຖືກຍຶດໄວ້. ຫຼັງຈາກເວລາເກົ້າໂມງໃນຄືນນັ້ນ, ຕຳຫຼວດຄະດີອາຍາສອງຄົນໄດ້ມາສອບສວນຂ້ານ້ອຍ. ເມື່ອພວກເຂົາເຫັນວ່າພວກເຂົາບໍ່ສາມາດເອົາຂໍ້ມູນຫຍັງທີ່ເປັນປະໂຫຍດຈາກຂ້ານ້ອຍ, ພວກເຂົາກໍ່ເລີ່ມຫງຸດຫງິດ ແລະ ໃຈຮ້າຍຫຼາຍ, ກັດແຂ້ວຂອງພວກເຂົາດ້ວຍຄວາມໃຈຮ້າຍໃນຂະນະທີ່ເຂົາສາບແຊ່ງ: “ຫ່າມັນນີ້, ພວກກູຈະຈັດການກັບມຶງໃນພາຍຫຼັງ!”
- [ໄຊຊະນະຜ່ານການລໍ້ລວງຂອງຊາຕານ](https://lo.kingdomsalvation.org/testimonies/overcoming-satan-s-temptations.html) - ໂດຍ ເຊີງລູ່, ຈີນ ສິ່ງນີ້ແມ່ນຍ້ອນກັບຄືນໄປໃນເດືອນທັນວາຂອງປີ 2012, ໃນຂະນະທີ່ຂ້ານ້ອຍຢູ່ນອກເມືອງເພື່ອເຜີຍແຜ່ຂ່າວປະເສີດ. ເຊົ້າມື້ໜຶ່ງໃນຂະນະທີ່ຢູ່ໃນການເຕົ້າໂຮມກັບອ້າຍເອື້ອຍນ້ອງຄົນອື່ນຫຼາຍສິບຄົນ, ທັນທີກໍ່ມີການເຄາະທີ່ປະຕູໂດຍດ່ວນ ແລະ ຫຼັງຈາກນັ້ນ ເຈົ້າໜ້າທີ່ຕຳຫຼວດຫົກ ຫຼື ເຈັດຄົນໄດ້ບຸກເຂົ້າມາຢ່າງຮຸນແຮງ ໂດຍຖືກະບອງ. ພວກເຂົາໄດ້ໄລ່ພວກເຮົາອອກຈາກກັນ ແລະ ຫຼັງຈາກນັ້ນກໍ່ເລີ່ມຄົ້ນຫາ, ຮື້ຄົ້ນທົ່ວສະຖານທີ່. ເອື້ອຍຄົນໜຶ່ງກ້າວໄປຂ້າງໜ້າ ແລະ ຖາມວ່າ, “ພວກເຮົາບໍ່ໄດ້ລະເມີດກົດໝາຍໃດໆ, ເຈົ້າມີສິດຫຍັງທີ່ຈະດຳເນີນການຄົ້ນຫາ?” ຄຳຕອບທີ່ໃຈຮ້າຍຂອງເຈົ້າໜ້າທີ່ແມ່ນ “ປະພຶດຕົວໃຫ້ດີ! ເຈົ້າຢືນຢູ່ນັ້ນຄືກັບທີ່ເຈົ້າຖືກສັ່ງ ແລະ ຢ່າເວົ້ານອກຈາກມີຄົນເວົ້ານຳ!” ຫຼັງຈາກນັ້ນ, ລາວກໍ່ໄດ້ຍູ້ລາວລົງໃສ່ພື້ນຢ່າງຮຸນແຮງ, ເຮັດເລັບມືຂ້າງໜຶ່ງຂອງລາວແຕກຫັກ ແລະ ເລືອດອອກໃນທັນທີ. ການເຫັນວ່າຕໍາຫຼວດໂຫດຮ້າຍຫຼາຍສໍ່າໃດໄດ້ເຮັດໃຫ້ຂ້ານ້ອຍທັງໃຈຮ້າຍ ແລະ ຢ້ານ, ສະນັ້ນ ຂ້ານ້ອຍຈຶ່ງກ່າວຄໍາອະທິຖານຢ່າງງຽບໆ, ຂໍໃຫ້ພຣະເຈົ້າປະທານຄວາມເຊື່ອ ແລະ ຄວາມເຂັ້ມແຂງໃຫ້ແກ່ຂ້ານ້ອຍ, ຫວັງວ່າຈະຢືນເປັນພະຍານໃຫ້ກັບພຣະອົງ. ຂ້ານ້ອຍຮູ້ສຶກສະຫງົບຂຶ້ນຫຼາຍຫຼັງຈາກທີ່ໄດ້ອະທິຖານ. ຫຼັງຈາກທີ່ກວາດຄົ້ນສະຖານທີ່, ຕຳຫຼວດໄດ້ຍຶດອຸປະກອນສຳລັບຂ່າວປະເສີດ ແລະ ໜັງສືພຣະທຳຂອງພຣະເຈົ້າຈຳນວນໜຶ່ງ ແລະ ເອົາພວກເຮົາທຸກຄົນເຂົ້າໄປໃນພາຫະນະຂອງພວກເຂົາ. ໃນສະຖານີຕໍາຫຼວດ, ພວກເຂົາເອົາທຸກສິ່ງທີ່ພວກເຮົາມີຕິດໂຕພວກເຮົາ ແລະ ຕ້ອງການຮູ້ຈັກຊື່ຂອງພວກເຮົາ, ທີ່ຢູ່ ແລະ
- [ການທໍລະມານໃນຫ້ອງສອບສວນ](https://lo.kingdomsalvation.org/testimonies/interrogation-room-torture.html) - ໂດຍ ສຽວມິນ, ຈີນ ໃນປີ 2012 ໃນລະຫວ່າງຊ່ວງການປະກາດຂ່າວປະເສີດ, ຂ້ອຍໄດ້ຖືກຈັບກຸມໂດຍພັກກອມມູນິດຈີນ. ຈົນຮອດຕອນແລງຂອງວັນທີ 13 ກັນຍາ, ຂ້ອຍໄດ້ກັບເມືອເຮືອນ ແລະ ຕາມທີ່ຂ້ອຍເຮັດຢູ່ສະເໝີ ຂ້ອຍຈະຈອດລົດຈັກໄຟຟ້າຂອງຂ້ອຍໄວ້ຂ້າງນອກ ແລະ ກົດກະດິ່ງປະຕູ. ດ້ວຍຄວາມປະຫຼາດໃຈຂອງຂ້ອຍ, ບໍ່ດົນຫຼັງຈາກທີ່ຂ້ອຍໄດ້ເປີດປະຕູ ຜູ້ຊາຍທີ່ໂຕໃຫຍ່ສີ່ຄົນໄດ້ຈູ່ໂຈມຂ້ອຍຄືກັບໝາປ່າ. ພວກເຂົາບິດແຂນຂອງຂ້ອຍໄວ້ທາງຫຼັງຂ້ອຍ ແລະ ໃສ່ກະແຈມືຂ້ອຍ, ແລ້ວກໍ່ຍູ້ຂ້ອຍລົງໃສ່ຕັ່ງ ແລະ ປະຂ້ອຍໃຫ້ຕິດໄວ້ຢູ່ນັ້ນ. ຕຳຫຼວດຫຼາຍຄົນໄດ້ເລີ່ມຮື້ຄົ້ນກະເປົ໋າຂອງຂ້ອຍ. ເມື່ອຜະເຊີນໜ້າກັບການສະແດງເຖິງການໃຊ້ກໍາລັງຢ່າງກະທັນຫັນ ແລະ ຢ່າງໂຫດຮ້າຍນີ້, ຂ້ອຍກໍ່ຮູ້ສຶກຕົກສະເງີ້ດ້ວຍຄວາມຢ້ານກົວ ແລະ ຮູ້ສຶກຄືກັບລູກແກະນ້ອຍທີ່ເປັນຕາສົງສານເຊິ່ງຖືກໝາປ່າທີ່ຊົ່ວຮ້າຍຈັບ, ໂດຍບໍ່ມີເຫື່ອແຮງທີ່ຈະຕໍ່ຕ້ານແຕ່ຢ່າງໃດເລີຍ. ຫຼັງຈາກນັ້ນ ພວກເຂົາກໍ່ພາຂ້ອຍອອກໄປ ແລະ ເອົາຂ້ອຍເຂົ້າໃສ່ທາງຫຼັງຂອງລົດເກ໋ງສີດໍາ. ພາຍໃນລົດ, ຫົວໜ້າຕຳຫຼວດ ເຊິ່ງເບິ່ງຄືວ່າເປັນຜູ້ຊາຍໂຕນ້ອຍໆທີ່ເປັນຕາສັງເວດໂດຍເບີກບານໃຈກັບຄວາມສຳເລັດຂອງລາວເອງ ໄດ້ຫັນມາ ແລະ ຍິ້ມໃສ່ຂ້ອຍຢ່າງມີເລ່ຫຼ່ຽມ ແລ້ວເວົ້າວ່າ, “ຮາ! ເຈົ້າຮູ້ບໍວ່າພວກເຮົາຈັບເຈົ້າໄດ້ແນວໃດ?” ຍ້ອນຢ້ານວ່າຂ້ອຍອາດຈະພະຍາຍາມແລ່ນໜີ, ຕຳຫຼວດສອງຄົນໄດ້ຈັບຂ້ອຍໄວ້ທັງສອງຂ້າງ, ຄືກັບວ່າຂ້ອຍເປັນອາຊະຍາກອນທີ່ເປັນອັນຕະລາຍ. ຂ້ອຍທັງຮູ້ສຶກໃຈຮ້າຍ ແລະ ຕົກໃຈ ແລະ ຂ້ອຍບໍ່ສາມາດຄາດເດົາໄດ້ວ່າຕຳຫຼວດຈະທໍລະມານຂ້ອຍແນວໃດ. ຂ້ອຍຢ້ານຢ່າງເລິກໆວ່າຂ້ອຍຈະບໍ່ສາມາດທົນຕໍ່ການທໍລະມານຂອງພວກເຂົາ
- [ການໃຊ້ຊ່ວງຕົ້ນຂອງໄວໜຸ່ມໃນຄຸກ](https://lo.kingdomsalvation.org/testimonies/spending-the-prime-of-youth-in-prison.html) - ໂດຍ ເຊີນຊິນ, ຈີນ ທຸກຄົນເວົ້າວ່າຊ່ວງຕົ້ນຂອງໄວໜຸ່ມເປັນເວລາທີ່ວິເສດທີ່ສຸດ ແລະ ບໍລິສຸດທີ່ສຸດຂອງຊີວິດ. ບາງທີສໍາລັບຫຼາຍຄົນ, ປີເຫຼົ່ານັ້ນເຕັມໄປດ້ວຍຄວາມຊົງຈໍາທີ່ສວຍງາມ, ແຕ່ສິ່ງທີ່ຂ້ອຍບໍ່ເຄີຍຄາດຄິດກໍ່ຄືການທີ່ຂ້ອຍໃຊ້ຊ່ວງຕົ້ນຂອງໄວໜຸ່ມຂອງຂ້ອຍເອງໃນຄ້າຍແຮງງານ. ເຈົ້າອາດຄິດວ່າຂ້ອຍແປກສຳລັບເລື່ອງນີ້, ແຕ່ຂ້ອຍບໍ່ໄດ້ເສຍໃຈກັບມັນເລີຍ. ເຖິງແມ່ນວ່າເວລາທີ່ຢູ່ຂ້າງຫຼັງກົງແມ່ນເຕັມໄປດ້ວຍຄວາມຂົມຂື່ນ ແລະ ນໍ້າຕາ, ມັນກໍ່ເປັນຂອງຂວັນທີ່ມີຄ່າທີ່ສຸດໃນຊີວິດຂອງຂ້ອຍ ແລະ ຂ້ອຍໄດ້ຮັບຈາກມັນຢ່າງໃຫຍ່ຫຼວງ. ມື້ໜຶ່ງ ໃນເດືອນເມສາຂອງປີ 2002, ຂ້ອຍກຳລັງພັກຢູ່ເຮືອນຂອງເອື້ອຍຄົນໜຶ່ງ ເມື່ອການຈັບກຸມເກີດຂຶ້ນ. ໃນເວລາ 1 ໂມງຂອງຕອນເຊົ້າ, ພວກເຮົາຖືກປຸກໃຫ້ຕື່ນໂດຍການເຄາະປະຕູທີ່ສຽງດັງ ແລະ ຢ່າງຮີບດ່ວນ. ພວກເຮົາໄດ້ຍິນບາງຄົນຢູ່ຂ້າງນອກຮ້ອງຂຶ້ນວ່າ, “ເປີດປະຕູ! ເປີດປະຕູ!” ຕໍ່ມາບໍ່ດົນ, ເອື້ອຍຄົນດັ່ງກ່າວເປີດປະຕູ ແລ້ວເຈົ້າໜ້າທີ່ຕຳຫຼວດຫຼາຍຄົນໄດ້ຍູ້ປະຕູເປີດອອກໃນທັນທີ ແລະ ບຸກເຂົ້າມາຂ້າງໃນ, ໂດຍເວົ້າຢ່າງຮຸນແຮງວ່າ, “ພວກເຮົາມາຈາກກົມປ້ອງກັນຄວາມສະຫງົບ”. ເມື່ອໄດ້ຍິນຄຳເວົ້າຫົກຄຳນີ້ “ກົມປ້ອງກັນຄວາມສະຫງົບ” ເຮັດໃຫ້ຂ້ອຍຮູ້ສຶກກະວົນກະວາຍໃນທັນທີ. ພວກເຂົາຢູ່ທີ່ນີ້ເພື່ອຈັບກຸມພວກເຮົາຍ້ອນພວກເຮົາເຊື່ອໃນພຣະເຈົ້າບໍ? ຂ້ອຍເຄີຍໄດ້ຍິນກ່ຽວກັບອ້າຍເອື້ອຍນ້ອງບາງຄົນທີ່ຖືກຈັບກຸມ ແລະ ຖືກຂົ່ມເຫັງຍ້ອນຄວາມເຊື່ອຂອງພວກເຂົາ; ມັນເປັນໄປໄດ້ບໍວ່າສິ່ງນີ້ກຳລັງເກີດຂຶ້ນກັບຂ້ອຍໃນຕອນນີ້? ໃນເວລານັ້ນເອງ ຫົວໃຈຂອງຂ້ອຍເລີ່ມເຕັ້ນແຮງຫຼາຍ ແລະ ດ້ວຍຄວາມວິຕົກກັງວົນຂອງຂ້ອຍ, ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ. ເພາະສະນັ້ນ ຂ້ອຍຈຶ່ງຟ້າວອະທິຖານຫາພຣະເຈົ້າ: “ພຣະເຈົ້າ, ຂ້ານ້ອຍຂໍຮ້ອງໃຫ້ພຣະອົງຢູ່ກັບຂ້ານ້ອຍ.
- [ການຕໍ່ສູ້ກັບການລ້າງສະໝອງ](https://lo.kingdomsalvation.org/testimonies/a-memory-that-cannot-erase.html) - ໂດຍ ຈ້າວຫຼຽງ, ຈີນ ຂ້ອຍຖືກຕຳຫຼວດຂອງພັກກອມມູນິດຈີນຈັບກຸມຍ້ອນຄວາມເຊື່ອຂອງຂ້ອຍ ເມື່ອຂ້ອຍອາຍຸ 19 ປີ. ພວກເຂົາດຳເນີນການກັບຂ້ອຍ 60 ມື້ເພື່ອທໍລະມານ ແລະ ລ້າງສະໝອງໃຫ້ຂ້ອຍປະຕິເສດພຣະເຈົ້າ ແລະ ຂາຍອ້າຍເອື້ອຍນ້ອງຂອງຂ້ອຍ. ປະສົບການນັ້ນໄດ້ຖືກຝັ່ງເຂົ້າໃນຫົວໃຈຂອງຂ້ອຍແທ້ໆ. ຂ້ອຍຈະບໍ່ລືມມັນຈັກເທື່ອ. ໃນລະຫວ່າງທີ່ຂ້ອຍເດີນທາງໄປການເຕົ້າໂຮມໃນຕອນເຊົ້າຂອງມື້ນັ້ນ, ຂ້ອຍສັງເກດເຫັນລົດສາມຄັນຈອດຢູ່ບໍລິເວນໃກ້ຄຽງ ເມື່ອຂ້ອຍໃກ້ຈະຮອດທີ່ນັ້ນ. ຂ້ອຍຮູ້ສຶກບໍ່ສະບາຍໃຈໜ້ອຍໜຶ່ງ. ໂດຍປົກກະຕິແລ້ວ ບໍ່ມີລົດຫຼາຍຂະໜາດນັ້ນໃນທີ່ນັ້ນ. ຂ້ອຍບອກອ້າຍເອື້ອຍນ້ອງກ່ຽວກັບມັນໃນຊ່ວງເວລາທີ່ຂ້ອຍມາຮອດ ແລະ ພວກເຮົາຮູ້ວ່າການເຕົ້າໂຮມຂອງພວກເຮົາບໍ່ປອດໄພອີກຕໍ່ໄປ. ພວກເຮົາເລີ່ມສົນທະນາກ່ຽວກັບການປ່ຽນສະຖານທີ່. ຕໍ່ມາບໍ່ດົນ, ຄົນແປກໜ້າສີ່ຄົນໄດ້ເຂົ້າມາໃນເດີນ ໂດຍກ່າວວ່າພວກເຂົາຢູ່ກັບກອງພັນຮັກສາຄວາມປອດໄພແຫ່ງຊາດ ແລະ ກຳລັງກວດກາເຮືອນເພື່ອຊອກຫາວັດຖຸລະເບີດທີ່ຖືກເຊື່ອງໄວ້. ພວກເຂົາຈັບພວກເຮົາໄວ້ເທິງໂຊຟາໂດຍໃຊ້ກຳລັງ ແລະ ຄົ້ນຕົວພວກເຮົາ ແລະ ເມື່ອບໍ່ພົບຫຍັງ ພວກເຂົາກໍ່ເອົາຂ້ອຍ ແລະ ນ້ອງຊາຍອີກຄົນໜຶ່ງເຂົ້າໄປໃນລົດຄັນໜຶ່ງຂອງພວກເຂົາ. ພວກເຂົາໄດ້ພາພວກເຮົາໄປທີ່ສະຖານີຕໍາຫຼວດ, ເຊິ່ງເປັນບ່ອນທີ່ຕໍາຫຼວດໄດ້ນໍາພວກເຮົາເຂົ້າໄປໃນຫ້ອງໃຕ້ດິນ ແລະ ຂັງພວກເຮົາໄວ້ແຍກກັນ. ການຈັບກຸມໂດຍກະທັນຫັນໃນຄັ້ງນີ້ຮູ້ສຶກຄືກັບວ່າມັນຢູ່ໃນຄວາມຝັນ ແລະ ຂ້ອຍບໍ່ຮູ້ວ່າຕໍາຫຼວດຈະປະຕິບັດຕໍ່ຂ້ອຍແນວໃດ. ຂ້ອຍຂ້ອນຂ້າງຢ້ານ ແລະ ໄດ້ອະທິຖານຫາພຣະເຈົ້າຢ່າງບໍ່ຢຸດເຊົາ, ຂໍໃຫ້ພຣະອົງມອບຄວາມເຊື່ອໃຫ້ແກ່ຂ້ອຍ. ຂ້ອຍຄິດເຖິງເນື້ອຮ້ອງຫຼາຍແຖວຈາກເພງສັນລະເສີນໃນພຣະທຳຂອງພຣະເຈົ້າທີ່ພວກເຮົາຮ້ອງຫຼາຍ, “ຄວາມກ້າວໜ້າ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າທີ່ມີລິດທານຸພາບສູງສຸດ” “ທຸກສິ່ງຢ່າງໃນໂລກນີ້ປ່ຽນແປງຢ່າງໄວວາໄປກັບແນວຄິດ
- [ວິທີການທີ່ຂ້ອຍຜ່ານຜ່າການແຊກແຊງຂອງພໍ່ຂ້ອຍ](https://lo.kingdomsalvation.org/testimonies/how-i-got-through-fathers-interferences.html) - ວັນທີ 18 ພະຈິກ 2021, ຂ້ອຍໄດ້ຮູ້ຈັກກັບອ້າຍເອື້ອຍນ້ອງຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນອິນເຕີເນັດ. ໂດຍການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຟັງການໂອ້ລົມຂອງພວກເຂົາ, ຂ້ອຍເຊື່້ອໝັ້ນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າຜູ້ກັບຄືນມາ. ຂ້ອຍຕື່ນເຕັ້ນຫຼາຍ ແລະ ຂ້ອຍກໍຍອມຮັບພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງມີຄວາມສຸກ. ຂ້ອຍຕ້ອງການແບ່ງປັນຂ່າວທີ່ໜ້າຍິນດີນີ້ກັບຄອບຄົວຂອງຂ້ອຍໂດຍໄວ, ໂດຍສະເພາະກັບພໍ່ຂອງຂ້ອຍ. ລາວເປັນຊາວຄຣິສຕັ້ງແຕ່ລາວອາຍຸສາມສິບ. ຕອນນີ້ລາວອາຍຸຫົກສິບ ແລະ ລາວໄດ້ຄອງຖ້າການກັບຄືນມາຂອງພຣະຜູ້ເປັນເຈົ້າຕະຫຼອດເວລາ. ຖ້າລາວຮູ້ວ່າພຣະເຢຊູເຈົ້າໄດ້ກັບຄືນມາ, ຂ້ອຍແນ່ໃຈວ່າລາວຈະຍອມຮັບມັນຢ່າງມີຄວາມສຸກແບບທີ່ຂ້ອຍໄດ້ຍອມຮັບ. ໂດຍບໍ່ຄາດຄິດ, ຫຼັງຈາກທີ່ຂ້ອຍບອກຂ່າວການກັບຄືນມາຂອງພຣະຜູ້ເປັນເຈົ້າແກ່ພໍ່ຂອງຂ້ອຍ, ລາວບອກຂ້ອຍບໍ່ໃຫ້ເຊື່ອມັນແທ້ໆ. ລາວເວົ້າວ່າ “ພຣະຄຳພີບໍ່ໄດ້ບອກວ່າພຣະເຈົ້າຈະກັບຄືນມາບັງເກີດເປັນມະນຸດ”. “ພຣະຄຳພີເວົ້າວ່າພຣະເຈົ້າລົງມາເທິງກ້ອນເມກເພື່ອຍົກຜູ້ເຊື່ອຂຶ້ນສູ່ອານາຈັກສະຫວັນ”. ຂ້ອຍບອກລາວວ່າ “ພໍ່, ແທ້ຈິງແລ້ວ, ພຣະເຢຊູເຈົ້າເວົ້າຫຼາຍຄັ້ງວ່າໃນຍຸກສຸດທ້າຍ, ພຣະອົງຈະກັບຄືນມາເປັນບຸດມະນຸດ. ຕົວຢ່າງ: ‘ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ’ (ມັດທາຍ 24:27). ‘ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ’ (ມັດທາຍ 24:37). ‘ສະນັ້ນ ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ’ (ມັດທາຍ 24:44). ຂໍ້ພຣະຄຳພີເຫຼົ່ານີ້ລ້ວນເນັ້ນວ່າ ພຣະຜູ້ເປັນເຈົ້າມາເປັນບຸດແຫ່ງມະນຸດ. ນີ້ໝາຍຄວາມວ່າ ພຣະເຈົ້າມາບັງເກີດເປັນມະນຸດເປັນບຸດແຫ່ງມະນຸດ” ກ່ອນທີ່ຂ້ອຍຈະເວົ້າສຸດ, ພໍ່ຂອງຂ້ອຍກໍແຊກຂຶ້ນ ແລະ
- [ການທົນທຸກແມ່ນພອນຂອງພຣະເຈົ້າ](https://lo.kingdomsalvation.org/testimonies/hardships-and-trials-are-God-s-blessings.html) - ໂດຍ ຫວາງກາງ, ຈີນ ຕອນສວຍມື້ໜຶ່ງໃນລະດູໜາວຂອງປີ 2008, ເມື່ອເອື້ອຍນ້ອງສອງຄົນ ແລະ ຂ້ານ້ອຍກຳລັງເປັນພະຍານກ່ຽວກັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແກ່ເປົ້າໝາຍຂ່າວປະເສີດ, ພວກເຮົາຖືກລາຍງານໂດຍຄົນທີ່ຊົ່ວຮ້າຍ. ເຈົ້າໜ້າທີ່ຕຳຫຼວດຫົກຄົນໃຊ້ຂໍ້ອ້າງທີ່ຈຳເປັນຕ້ອງໃຊ້ໃບອະນຸຍາດກວດຄົ້ນທີ່ຢູ່ຂອງພວກເຮົາເພື່ອຄົ້ນໄປໃນເຮືອນຂອງເປົ້າໝາຍທີ່ປະກາດຂ່າວປະເສີດ. ເມື່ອພວກເຂົາມາທີ່ປະຕູ, ພວກເຂົາກໍ່ຮ້ອງຂຶ້ນວ່າ: “ຢ່າຍັບ!” ເຈົ້າໜ້າທີ່ຕໍາຫຼວດສອງຄົນເບິ່ງຄືບໍ່ມີສະຕິຢ່າງສິ້ນເຊີງເມື່ອພວກເຂົາກະໂດດໃສ່ຂ້ານ້ອຍ; ໜຶ່ງໃນພວກເຂົາຈັບເສື້ອຜ້າທີ່ໜ້າເອິກຂອງຂ້ານ້ອຍ ແລະ ຄົນອື່ນໄດ້ຈັບແຂນຂອງຂ້ານ້ອຍ ແລະ ໃຊ້ກຳລັງທັງໝົດຂອງລາວເພື່ອຮັດແຂນໃຫ້ແໜ້ນຢູ່ຫຼັງຂ້ານ້ອຍ, ຫຼັງຈາກນັ້ນ ລາວກໍ່ຖາມຢ່າງດຸເດືອດວ່າ: “ເຈົ້າກຳລັງເຮັດຫຍັງ? ຊື່ຂອງເຈົ້າແມ່ນຫຍັງ? ເຈົ້າມາແຕ່ໃສ?” ຂ້ານ້ອຍຕອບກັບໄປວ່າ: “ເຈົ້າກຳລັງເຮັດຫຍັງ? ເຈົ້າກຳລັງຈັບກຸມຂ້ານ້ອຍຍ້ອນຫຍັງ?” ເມື່ອພວກເຂົາໄດ້ຍິນຂ້ານ້ອຍເວົ້າແບບນີ້, ພວກເຂົາກໍ່ໃຈຮ້າຍຢ່າງແທ້ຈິງ ແລະ ເວົ້າຢ່າງດຸເດືອດວ່າ: “ມັນບໍ່ສຳຄັນວ່າເຫດຜົນຈະແມ່ນຫຍັງ, ເຈົ້າເປັນຄົນທີ່ພວກເຮົາກຳລັງຊອກຫາ ແລະ ເຈົ້າຕ້ອງມາກັບພວກເຮົາ!” ຫຼັງຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດກໍ່ເອົາຂ້ານ້ອຍໄປ ແລະ ເອື້ອຍນ້ອງສອງຄົນ ແລະ ຍັດພວກເຮົາເຂົ້າໃນພາຫະນະຂອງຕໍາຫຼວດ. ຫຼັງຈາກທີ່ພວກເຮົາໄປຮອດກົມປ້ອງກັນຄວາມສະຫງົບ, ເຈົ້າໜ້າທີ່ຕໍາຫຼວດກໍ່ພາຂ້ານ້ອຍໄປ ແລະ ຂັງຂ້ານ້ອຍໄວ້ໃນຫ້ອງນ້ອຍໆ; ພວກເຂົາສັ່ງໃຫ້ຂ້ານ້ອຍກົ້ມຫົວລົງພື້ນ ແລະ ຈັດແຈງໃຫ້ພວກເຂົາທັງສີ່ຄົນເຝົ້າເບິ່ງຂ້ານ້ອຍ. ເພາະຂ້ານ້ອຍນັ່ງຢ່ອງຢໍ້ເປັນເວລາດົນ, ຂ້ານ້ອຍຈຶ່ງເມື່ອຍຈົນຂ້ານ້ອຍບໍ່ສາມາດທົນໄດ້. ຊ່ວງເວລາທີ່ຂ້ານ້ອຍພະຍາຍາມລຸກຂຶ້ນ, ພວກເຂົາກໍ່ຟ້າວແລ່ນມາ ແລະ ກົດຫົວຂອງຂ້ານ້ອຍລົງເພື່ອຫ້າມບໍ່ໃຫ້ຂ້ານ້ອຍລຸກຂຶ້ນ. ບໍ່ດົນຫຼັງຈາກນັ້ນ,
- [ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ນຳພາຂ້ານ້ອຍເຂົ້າສູ່ເສັ້ນທາງແຫ່ງການໄດ້ຮັບການຊຳລະລ້າງ](https://lo.kingdomsalvation.org/testimonies/path-of-obtaining-cleansing.html) - ໂດຍ ກັງກີຢາງ, ສະຫະລັດອາເມຣິກາ ຂ້າພະເຈົ້າມາປະເທດສິງກາໂປດ້ວຍຕົວເອງໃນປີ 2007 ເພື່ອພະຍາຍາມຫາລ້ຽງຊີບ. ສິງກະໂປນັ້ນຮ້ອນຕະຫຼອດປີແທ້ໆ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງເຫື່ອອອກຊະໆທຸກມື້ຢູ່ບ່ອນເຮັດວຽກ. ມັນຊ່າງໜ້າສົມເພດທີ່ສຸດ ແລະ ຍິ່ງໄປກວ່ານັ້ນ ຂ້າພະເຈົ້າຢູ່ໃນບ່ອນທີ່ບໍ່ຄຸ້ນເຄີຍຢ່າງສິ້ນເຊີງໂດຍບໍ່ມີຄອບຄົວ ຫຼື ໝູ່ເພື່ອນ, ຊີວິດຮູ້ສຶກມົນໝອງ ແລະ ໜ້າເບື່ອໜ່າຍ. ມື້ໜຶ່ງໃນເດືອນສິງຫາ, ຂ້າພະເຈົ້າໄດ້ຮັບແຜ່ນພັບຂ່າວປະເສີດລະຫວ່າງທາງກັບເມືອເຮືອນຂອງຂ້າເຈົ້າຈາກບ່ອນເຮັດວຽກທີ່ອ່ານວ່າ: “ຫຼັງຈາກທີ່ພວກເຈົ້າໄດ້ທົນທຸກຊົ່ວໄລຍະໜຶ່ງ, ພຣະເຈົ້າແຫ່ງພຣະຄຸນທັງໝົດ ຜູ້ທີ່ໄດ້ເອີ້ນເອົາພວກເຮົາເຂົ້າສູ່ສະຫງ່າລາສີຢ່າງນິລັນດອນຂອງພຣະອົງໂດຍອົງພຣະເຢຊູຄຣິດເຈົ້າ, ພຣະອົງຈະເຮັດໃຫ້ພວກເຈົ້າບໍລິສຸດ, ສ້າງຕັ້ງພວກເຈົ້າ, ເຮັດໃຫ້ພວກເຈົ້າເຂັ້ມແຂງ, ໃຫ້ພວກເຈົ້າມີຮາກຖານອັນແໜ້ນໜາ” (1 ເປໂຕ 5:10). ຂ້າພະເຈົ້າຮູ້ສຶກອົບອຸ່ນໃນຫົວໃຈຂອງຂ້າພະເຈົ້າເມື່ອໄດ້ອ່ານພຣະທຳເຫຼົ່ານີ້. ຫຼັງຈາກນັ້ນ ຂ້າພະເຈົ້າກໍໄປຄຣິສຕະຈັກກັບອ້າຍນ້ອງຄົນໜຶ່ງ ເຊິ່ງໄດ້ຮັບການຕ້ອນຮັບຢ່າງກະຕືລີລົ້ນຈາກອ້າຍເອື້ອຍນ້ອງ ຜູ້ທີ່່ຖາມເຖິງການເປັນຢູ່ຂອງຂ້າພະເຈົ້າ ເຊິ່ງເຮັດໃຫ້ຂ້າພະເຈົ້າຮູ້ສຶກເຖິງຄວາມອົບອຸ່ນຂອງຄອບຄົວທີ່ຂ້າພະເຈົ້າບໍ່ໄດ້ມີມາດົນແລ້ວ. ທັນໃດນັ້ນ ຕາຂອງຂ້າພະເຈົ້າກໍເຕັມໄປດ້ວຍນ້ຳຕາ, ຂ້າພະເຈົ້າຮູ້ສຶກຄືກັບວ່າຂ້າພະເຈົ້າໄດ້ກັບມາເຮືອນ. ຕັ້ງແຕ່ນັ້ນມາ, ການໄປຄຣິສຕະຈັກທຸກໆວັນອາທິດເປັນສິ່ງທີ່ຈຳເປັນສຳລັບຂ້າພະເຈົ້າ. ຂ້າພະເຈົ້າໄດ້ຮັບບັບຕິດສະມາໃນເດືອນທັນວາ ເຊິ່ງເປັນການກ້າວເຂົ້າສູ່ເສັ້ນທາງແຫ່ງຄວາມເຊື່ອຢ່າງເປັນທາງການ. ໃນການຮັບໃຊ້ຄັ້ງໜຶ່ງຂອງຄຣິສຕະຈັກ, ຂ້າພະເຈົ້າໄດ້ຍິນນັກເທດອ່ານຈາກບົດທີ 18, ຂໍ້ທີ 21-22 ຂອງມັດທາຍວ່າ: “ແລ້ວເປໂຕກໍມາຫາພຣະອົງ ແລະ ເວົ້າວ່າ ພຣະຜູ້ເປັນເຈົ້າ ຂ້ານ້ອຍຄວນໃຫ້ອະໄພນ້ອງຊາຍຂອງຂ້ານ້ອຍທີ່ເຮັດບາບຕໍ່ຂ້ານ້ອຍຫຼາຍສໍ່າໃດ? ຈົນຮອດເຈັດຄັ້ງບໍ?
- [ວິທີຜະເຊີນກັບຄວາມຫຍຸ້ງຍາກໃນການແບ່ງປັນຂ່າວປະເສີດ](https://lo.kingdomsalvation.org/testimonies/how-to-face-difficulties-sharing-gospel.html) - ໝົດຄອບຄົວຂອງຂ້ອຍເປັນຊາວຄາໂທລິກ ແລະ ຊາວບ້ານຄົນອື່ນໆສ່ວນໃຫຍ່ຢູ່ທີ່ນັ້ນກໍ່ເຊັ່ນກັນ. ແຕ່ເນື່ອງຈາກວ່າຄຣິສຕະຈັກຄາໂທລິກໃນບ້ານຂອງພວກເຂົາບໍ່ມີປະໂລຫິດທີ່ປົກຄອງຄຣິສຕະຈັກ, ເປັນເວລາດົນທີ່ບໍ່ມີໃຜໄປສຶກສາພຣະຄຳພີທີ່ຄຣິສຕະຈັກ. ແລ້ວໃນວັນທີ 22 ພຶດສະພາ 2020, ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທາງອອນລາຍ. ຜ່ານການອ່ານພຣະທຳຂອງພຣະເຈົ້າ, ຂ້ອຍໝັ້ນໃຈວ່າພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ, ພຣະອົງແມ່ນພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຂ້ອຍກໍຮັບເອົາພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງມີຄວາມສຸກ. ຕໍ່ມາ, ຂ້ອຍອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ໃນເມື່ອມະນຸດເຊື່ອໃນພຣະເຈົ້າ, ເຂົາກໍຕ້ອງຕິດຕາມບາດກ້າວຂອງພຣະເຈົ້າເທື່ອລະບາດກ້າວຢ່າງໃກ້ຊິດ; ເຂົາຄວນ ‘ຕິດຕາມພຣະເມສານ້ອຍບໍ່ວ່າພຣະອົງຈະໄປໃສກໍຕາມ’. ມີພຽງແຕ່ຄົນເຫຼົ່ານີ້ທີ່ເປັນຄົນສະແຫວງຫາຫົນທາງທີ່ແທ້ຈິງ, ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ). ຂ້ອຍຮູ້ວ່າໃນຖານະຜູ້ເຊື່ອ, ພວກເຮົາຄວນຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ຕິດຕາມບາດກ້າວຂອງພຣະເຈົ້າ. ມີຜູ້ເຊື່ອເປັນຈຳນວນຫຼາຍພາຍໃນບ້ານ ແລະ ບໍ່ມີໃຜໃນພວກເຂົາທີ່ໄດ້ຍິນສຽງຂອງພຣະເຈົ້າ ຫຼື ຕ້ອນຮັບພຣະເຢຊູເຈົ້າຜູ້ກັບຄືນມາ, ດັ່ງນັ້ນ ຂ້ອຍຈຶ່ງຕ້ອງການແບ່ງປັນຂ່າວທີ່ບໍ່ໜ້າເຊື່ອກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າກັບພວກເຂົາແທ້ໆ. ແຕ່ຂ້ອຍຮູ້ສຶກຢ້ານເລັກນ້ອຍ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍຍັງໜຸ່ມ ແລະ ບໍ່ຮູ້ວິທີແບ່ງປັນຂ່າວປະເສີດ, ດັ່ງນັ້ນ ພວກເຂົາຈະບໍ່ຮັບຟັງຂ້ອຍຢ່າງແນ່ນອນ. ນອກຈາກນັ້ນ, ພວກເຂົາເປັນຜູ້ເຊື່ອມາເປັນເວລາຫຼາຍປີ, ດັ່ງນັ້ນ ພວກເຂົາຈະຟັງຄຳພະຍານຂອງຂ້ອຍກ່ຽວກັບການກັບຄືນມາຂອງພຣະເຢຊູເຈົ້າບໍ? ຂ້ອຍຈະສາມາດໂອ້ລົມເພື່ອແກ້ໄຂແນວຄິດ
- [ການສົນໃຈເລື່ອງເລົ່າລືເກືອບເຮັດໃຫ້ຂ້ານ້ອຍພາດຄວາມລອດພົ້ນແຫ່ງຍຸກສຸດທ້າຍຂອງພຣະເຈົ້າ](https://lo.kingdomsalvation.org/testimonies/almost-miss-God-s-salvation.html) - ໂດຍ ສຽວຫຼິງ, ຮົງກົງ ໝາຍເຫດຈາກຜູ້ກວດແກ້: ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ພຣະເຢຊູໄດ້ກ່າວກັບເຂົາວ່າ ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ” (ໂຢຮັນ 14:6). ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ ແລະ ມີພຽງພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ສາມາດສະແດງຫົນທາງໃນອະນາຄົດຂ້າງໜ້າໃຫ້ແກ່ພວກເຮົາ ແລະ ປ່ອຍໃຫ້ພວກເຮົາເຫັນສິ່ງຕ່າງໆຢ່າງຊັດເຈນ. ແລ້ວຍັງມີອ້າຍເອື້ອຍນ້ອງຫຼາຍຄົນທີ່ບໍ່ສືບຄົ້ນຫົນທາງທີ່ແທ້ຈິງໃນແສງສະຫວ່າງແຫ່ງພຣະທຳຂອງພຣະເຈົ້າ, ແຕ່ກົງກັນຂ້າມ ພວກເຂົາສືບຄົ້ນຫົນທາງນັ້ນໃນແສງສະຫວ່າງຂອງສາລະຄະດີທີ່ພວກເຂົາເຫັນໃນອອນລາຍ. ແລ້ວບາງຄົນບໍ່ກ້າສືບຕໍ່ຄົ້ນຫາຫົນທາງນັ້ນ ຍ້ອນການລາຍງານທາງລົບທີ່ພວກເຂົາອ່ານໃນອອນລາຍ ແລະ ບາງຄົນກໍຖືກລໍ້ລວງໂດຍຄຳຂີ້ຕົວະທີ່ເຮັດໃຫ້ພວກເຂົາເກືອບພາດຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍ... ເອື້ອຍສຽວຫຼິງແມ່ນໜຶ່ງໃນບັນດາຄົນເຫຼົ່ານີ້, ແຕ່ຜ່ານການສະແຫວງຫາ ແລະ ການສົນທະນາ, ນາງເລີ່ມມີການເຂົ້າໃຈກ່ຽວກັບຄຳຂີ້ຕົວະໃນອິນເຕີເນັດ ແລະ ນາງຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ. ທ່ານຕ້ອງການທີ່ຈະຮູ້ຈັກກ່ຽວກັບປະສົບການຂອງນາງບໍ? ແລ້ວໃຫ້ອ່ານຕໍ່ໄປ... ຂ້ານ້ອຍຮັບຮູ້ສຽງຂອງພຣະເຈົ້າ ແລະ ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ ໃນເດືອນຕຸລາ 2018, ຂ້ານ້ອຍໂຊກດີພໍທີ່ໄດ້ຍິນຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຫຼັງຈາກຊ່ວງເວລາແຫ່ງການສະແຫວງຫາ ແລະ ການສືບຄົ້ນ, ຂ້ານ້ອຍໄດ້ມີຄວາມເຂົ້າໃຈບາງຢ່າງກ່ຽວກັບແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ຄວາມລຶກລັບແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ຂໍ້ແທ້ຈິງແຫ່ງຄວາມເສື່ອມຊາມຂອງມະນຸດຊາດໂດຍຊາຕານ ແລະ ຂ້ານ້ອຍມາເຂົ້າໃຈວ່າ ມີພຽງແຕ່ໂດຍການຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ, ການຜະເຊີນກັບການພິພາກສາ ແລະ ການຂ້ຽນຕີແຫ່ງພຣະທຳຂອງພຣະເຈົ້າ
- [ແກະຂອງພຣະເຈົ້າຟັງສຽງຂອງພຣະເຈົ້າ: ພວກເຮົາຄວນໄດ້ຍິນພຣະທຳຂອງພຣະເຈົ້າເມື່ອກວດສອບເສັ້ນທາງທີ່ແທ້ຈິງ](https://lo.kingdomsalvation.org/testimonies/listen-the-voice-of-God.html) - ໂດຍ ສູຊິງ, ປະເທດຈີນ ໂລກລະບາດໄດ້ແຜ່ລະບາດຢ່າງຕໍ່ເນື່ອງໃນຫຼາຍເດືອນທີ່ຜ່ານມາ ແລະ ຈຳນວນກໍລະນີ ແລະ ການຕາຍທີ່ໄດ້ຮັບການຢືນຢັນກໍມີຈຳນວນເພີ່ມຂຶ້ນສູງ. ໄພພິບັດໄດ້ແຜ່ລາມໄປທົ່ວໂລກ ເຊັ່ນ: ຝູງແມງໄມ້, ນ້ຳຖ້ວມ, ໄຟໃໝ້ ແລະ ໄພຂົ່ມຂູ່ຂອງສົງຄາມ. ຄຣິສຕຽນຫຼາຍຄົນໄດ້ຮັບຮູ້ວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວ ແລະ ຕອນນີ້ກຳລັງສະແຫວງຫາການປາກົດຕົວຂອງພຣະອົງຢູ່. ປັດຈຸບັນນີ້, ມີພຽງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ກຳລັງເປັນພະຍານວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາ ແລະ ຕອນນີ້ຫຼາຍຄົນກຳລັງສະແຫວງຫາ ແລະ ກວດສອບການປາກົດຕົວ ແແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢູ່. ຜູ້ຄົນຫຼາຍຂຶ້ນແນ່ໃຈວ່າພວກເຂົາເປັນສຽງຂອງພຣະເຈົ້າ ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າອົງຊົງລິທານຸພາບສູງສຸດ ແລະ ຈາກນັ້ນກໍຍອມຮັບພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ແຕ່ຍັງມີບາງຄົນທີ່ຕັດສິນໃຈຕິດຕາມພວກເຂົາ ເມື່ອພວກເຂົາເຫັນວ່າພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກໃສ່ຮ້າຍ ແລະ ກ່າວໂທດໂດຍລັດຖະບານພັກຄອມມູນິດຈີນ ແລະ ສິດຍາພິບານ ແລະ ຜູ້ອາວຸໂສຂອງໂລກສາສະໜາ. ພວກເຂົາບໍ່ເຊື່ອວ່ານີ້ແມ່ນເສັ້ນທາງທີ່ແທ້ຈິງ ແລະ ບໍ່ກ້າສະແຫວງຫາ ຫຼື ກວດສອບມັນ. ໃນຂະນະທີ່ພວກເຮົາຄວນລະມັດລະວັງເມື່ອກວດສອບເສັ້ນທາງທີ່ແທ້ຈິງ, ມັນສອດຄ່ອງກັບຄວາມຈິງບໍທີ່ຈະຍຶດໝັ້ນກັບຄຳເວົ້າຂອງລັດຖະບານພັກຄອມມູນິດຈີນ ແລະ ສິດຍາພິບານ ແລະ ຜູ້ອາວຸໂສເປັນມາດຕະຖານສຳລັບການກຳນົດວ່າບາງສິ່ງແມ່ນເສັ້ນທາງທີ່ຖືກຕ້ອງ ຫຼື ເສັ້ນທາງທີ່ຜິດ? ໃຜແທ້ທີ່ພວກເຮົາຄວນຟັງເມື່ອແນມເບິ່ງເສັ້ນທາງທີ່ຖືກຕ້ອງ ເພື່ອວ່າພວກເຮົາຈະສາມາດຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ? ພວກເຮົາຈະສົນທະນາ ແລະ
- [ຟ້າແມບເຫຼື້ອມຈາກທິດຕາເວັນອອກແມ່ນຫຍັງ? ຄວາມລຶກລັບໃນ ມັດທາຍ 24:27 ໄດ້ຖືກເປີດເຜີຍອອກ](https://lo.kingdomsalvation.org/testimonies/what-is-Eastern-Lightning.html) - ໃນທີ່ສຸດແລ້ວ ຄວາມລຶກລັບກໍຖືກເປີດເຜີຍອອກໃນ ມັດທາຍ 24:27 ວ່າ: “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ”. ບັດນີ້ ໃຫ້ພວກເຮົາຄົ້ນຄວ້າກ່ຽວກັບຟ້າແມບເຫຼື້ອມຈາກທິດຕາເວັນອອກ ແລະ ພວກເຮົາຈະຄົ້ນພົບວິທີເພື່ອຕ້ອນຮັບພຣະຜູ້ເປັນເຈົ້າ.
- [6 ຄຳທຳນາຍເຖິງການມາຄັ້ງທີສອງຂອງພຣະເຢຊູຄຣິດໄດ້ຖືກສຳເລັດແລ້ວ](https://lo.kingdomsalvation.org/testimonies/prophecies-concerning-Jesus-return.html) - ສອງພັນປີກ່ອນ, ພຣະເຢຊູໄດ້ເຈົ້າສັນຍາກັບພວກເຮົາວ່າ: “ແລະ ເບິ່ງແມ ເຮົາມາຢ່າງໄວວາ” (ພຣະນິມິດ 22:12). ບັດນີ້ ສັນຍານທຸກຮູບແບບຂອງການກັບຄືນມາຂອງພຣະອົງໄດ້ປາກົດຂຶ້ນ ແລະ ອ້າຍເອື້ອຍນ້ອງຫຼາຍຄົນມີລາງສັງຫອນວ່າມື້ຂອງພຣະຜູ້ເປັນເຈົ້າໃກ້ເຂົ້າມາແລ້ວ. ພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວບໍ? ພວກເຮົາສາມາດເຮັດຫຍັງໄດ້ເພື່ອຕ້ອນຮັບພຣະຜູ້ເປັນເຈົ້າ? ໃຫ້ພວກເຮົາສົນທະນາໃນຕອນນີ້ໂດຍຄົ້ນຫາຄຳທຳນາຍທີ່ກ່າວໄວ້ໃນພຣະຄຳພີ. ສັນຍາຢ່າງທຳອິດຂອງການກັບຄືນມາຂອງພຣະຜູ້ເປັນເຈົ້າ: ແຜ່ນດິນໄຫວ, ຄວາມອຶດຢາກ, ໂຣກລະບາດ ແລະ ສົງຄາມ ມັດທາຍ 24:6–8 ໄດ້ກ່າວວ່າ: “ເຈົ້າຈະໄດ້ຍິນກ່າວກັບສົງຄາມ ແລະ ຂ່າວເລົ່າລືກ່ຽວກັບສົງຄາມ, ພວກເຈົ້າຕ້ອງບໍ່ວຸ້ນວາຍ ຍ້ອນທຸກສິ່ງເຫຼົ່ານີ້ຕ້ອງເກີດຂຶ້ນ ແຕ່ຍັງບໍ່ເຖິງຕອນສຸດທ້າຍ. ຍ້ອນປະເທດຊາດຈະລຸກຂຶ້ນຕໍ່ສູ້ກັບປະເທດຊາດ ແລະ ອານາຈັກຕໍ່ສູ້ກັບອານາຈັກ ແລະ ຈະມີຄວາມອຶດຢາກ ແລະ ໂຣກລະບາດ ແລະ ແຜ່ນດິນໄຫວໃນທົ່ວທຸກແຫ່ງ. ທຸກສິ່ງເຫຼົ່ານີ້ເປັນການເລີ່ມຕົ້ນຂອງຄວາມໂສກເສົ້າ”. ສົງຄາມປາກົດຂຶ້ນຢູ່ເລື້ອຍໆໃນວ່າງບໍ່ດົນມານີ້ ເຫດການເຊັ່ນ ການໂຄ່ນລົ້ມລະບອບການປົກຄອງຂອງຕາລິບານໃນອັບການິດສະຖານ, ຂໍ້ຂັດແຍ່ງລະຫວ່າງອິນເດຍ ແລະ ປາກິດສະຖານ, ການທີ່ສະຫະລັດອາເມຣິກາຮຸກຮານອີຣັກ ແລະ ສົງຄາມທີ່ເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງລະຫວ່າງອິດສະຣາເອັນ ແລະ ປາເລັດສະໄຕ. ໂຣກລະບາດ, ໄຟໄໝ້, ນໍ້າຖ້ວມ ແລະ ແຜ່ນດິນໄຫວຍັງພົບໄດ້ທຸກທີ່.
- [ຄຳເທດສະໜາໃນພຣະຄຳພີ: ວິທີການແຍກແຍະພຣະຄຣິດຕົວຈິງອອກຈາກພຣະຄຣິດຕົວປອມ ແລະ ຕ້ອນຮັບເອົາພຣະຜູ້ເປັນເຈົ້າ](https://lo.kingdomsalvation.org/testimonies/discern-false-Christs-and-false-prohets.html) - ຄຳເທດສະໜາໃນພຣະຄຳພີ: ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ພຣະຄຣິດຕົວປອມຈະປາກົດຕົວຂຶ້ນ. ແລ້ວພວກເຮົາຈະສາມາດແຍກແຍະລະຫວ່າງພຣະຄຣິດຕົວຈິງ ແລະ ພຣະຄຣິດຕົວປອມ ແລະ ຕ້ອນຮັບເອົາການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້ແນວໃດ? ຂໍ້ຄວາມນີ້ຈະສະແດງວິທີດັ່ງກ່າວໃຫ້ແກ່ເຈົ້າ. ກະລຸນາອ່ານດຽວນີ້.
- [ຄຳທຳນາຍໃນພຣະຄຳພີກ່ຽວກັບຍຸກສຸດທ້າຍໄດ້ກາຍເປັນຈິງ ແລະ ມື້ຂອງໂນອາກໍໄດ້ມາເຖິງ: ຮຽນຮູ້ກ່ຽວກັບຄວາມລຶກລັບຂອງການມາເຖິງຂອງບຸດມະນຸດ](https://lo.kingdomsalvation.org/testimonies/signs-of-the-last-days-the-days-of-noah-have-come.html) - ມັດທາຍ 24:37 ກ່າວວ່າ “ແຕ່ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ”(ມັດທາຍ 24:37). ມື້ນີ້, ໄພພິບັດກຳລັງເກີດຂຶ້ນແລ້ວເກີດຂຶ້ນອີກ ແລະ ໂລກກໍຍິ່ງຊົ່ວຮ້າຍຫຼາຍກວ່າໃນມື້ຂອງໂນອາ. ສັນຍານຂອງການກັບຄືນມາຂອງພຣະເຈົ້າໄດ້ປາກົດຂຶ້ນ. ບົດຄວາມນີ້ຈະຊ່ວຍໃຫ້ເຈົ້າຄົ້ນຫາບາດກ້າວຂອງພຣະເຈົ້າ.
- [ໄພພິບັດເປັນປະຈຳ, ວິທີທີ່ຈະເປັນຍິງສາວບໍລິສຸດທີ່ສະຫຼາດໃນການຮັບເອົາພຣະຜູ້ເປັນເຈົ້າ](https://lo.kingdomsalvation.org/testimonies/be-wise-virgins-to-welcome-Lord.html) - ດ້ວຍໄພພິບັດທີ່ເກີດຂຶ້ນເປັນປະຈຳ ແລະ ການປາກົດຕົວຂອງດວງເດືອນສີເລືອດ, ບັດນີ້ ສັນຍານຂອງການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້ປາກົດຂຶ້ນແລ້ວ. ໃນຊ່ວງເວລາທີ່ສຳຄັນນີ້, ພວກເຮົາຈະສາມາດເປັນຍິງສາວບໍລິສຸດທີ່ສະຫຼາດ ແລະ ຮັບເອົາພຣະຜູ້ເປັນເຈົ້າໄດ້ແນວໃດ? ເຈົ້າຈະສາມາດຄົ້ນພົບຄຳຕອບໄດ້ໃນບົດຄວາມນີ້.
- [ຄຳທຳນາຍເຖິງເວລາສຸດທ້າຍໄດ້ຖືກບັນລຸແລ້ວ: ວິທີການຕ້ອນຮັບເອົາການມາເຖິງຄັ້ງທີສອງຂອງພຣະຜູ້ເປັນເຈົ້າ](https://lo.kingdomsalvation.org/testimonies/the-end-of-the-world-is-near.html) - ປະຈຸບັນແມ່ນຈຸດຈົບຂອງຍຸກ. ໄພພິບັດແມ່ນເຫດການທີ່ເກີດຂຶ້ນເລື້ອຍໆເທິງແຜ່ນດິນໂລກ ແລະ ການທຳນາຍເຖິງການມາເຖິງຂອງພຣະຜູ້ເປັນເຈົ້າກໍໄດ້ຖືກບັນລຸແລ້ວ; ສັນຍານ ແລະ ລາງບອກເຫດຕ່າງໆໄດ້ບົ່ງບອກວ່າ ພຣະຜູ້ເປັນເຈົ້າໄດ້ກັບຄືນມາ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ໄດ້ກັບຄືນມາເທິງກ້ອນເມກ? ແລ້ວພວກເຮົາຈະສາມາດຕ້ອນຮັບການມາເຖິງຂອງພຣະອົງໄດ້ແນວໃດ? ຂໍ້ຄວາມນີ້ຈະບອກວິທີໃຫ້ແກ່ເຈົ້າ.
- [ແຜ່ນດິນໂລກແມ່ນອ້ອມລ້ອມໄປດ້ວຍໄພພິບັດ: ພວກເຮົາຈະຖືກຍົກຂຶ້ນເມືອກ່ອນຄວາມທຸກຍາກລຳບາກທີ່ຍິ່ງໃຫຍ່ໄດ້ແນວໃດ?](https://lo.kingdomsalvation.org/testimonies/raptured-before-great-tribulation.html) - ໂດຍ ເບັກກີ, ສະຫະລັດອາເມຣິກາ ໃນປັດຈຸບັນ, ໄພພິບັດທົ່ວແຜ່ນດິນໂລກກຳລັງຮຸນແຮງຂຶ້ນເລື້ອຍໆ. ຂ່າວຕ່າງໆແມ່ນເຕັມໄປດ້ວຍເລື່ອງລາວຂອງໂຣກຮ່າ, ແຜ່ນດິນໄຫວ, ນໍ້າຖ້ວມ ແລະ ໄພແຫ້ງແລ້ງ. ເຈົ້າເຄີຍຄິດກັບຕົນເອງບໍວ່າ: ຄຳທຳນາຍເຖິງການກັບຄືນມາຂອງພຣະຜູ້ເປັນເຈົ້າແມ່ນຖືກເຮັດໃຫ້ບັນລຸແລ້ວ, ສະນັ້ນ ເປັນຫຍັງພວກເຮົາຈຶ່ງຍັງບໍ່ຕ້ອນຮັບເອົາພຣະຜູ້ເປັນເຈົ້າ? ຖ້າມັນສືບຕໍ່ເປັນແບບນີ້, ເມື່ອຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່ໄດ້ມາເຖິງ, ພວກເຮົາຈະບໍ່ຖືກໂຍນລົງສູ່ໄພພິບັດເຊັ່ນກັນບໍ? ເມື່ອໃດທີ່ພຣະຜູ້ເປັນເຈົ້າຈະຮັບເອົາພວກເຮົາຂຶ້ນສູ່ອານາຈັກສະຫວັນ? ເມື່ອພວກເຮົາຖືກຮັບຂຶ້ນເມືອ, ພວກເຮົາຈະຖືກຍົກຮັບຂຶ້ນສູ່ທ້ອງຟ້າແທ້ໆບໍ? ຜູ້ເຊື່ອໃນພຣະຜູ້ເປັນເຈົ້າຫຼາຍຄົນໄດ້ອ່ານພຣະທຳເຫຼົ່ານີ້ໃນພຣະຄຳພີ: “ແລ້ວພວກເຮົາຜູ້ທີ່ຍັງມີຊີວິດຢູ່ກໍຈະຖືກຍົກຂຶ້ນໄປພ້ອມກັບພວກເຂົາໃນກ້ອນເມກ ເພື່ອພົບກັບພຣະຜູ້ເປັນເຈົ້າໃນທ້ອງຟ້າ: ແລ້ວສະນັ້ນ ພວກເຮົາຈຶ່ງຈະຢູ່ຮ່ວມກັບພຣະຜູ້ເປັນເຈົ້າຕະຫຼອດໄປ” (1 ໂທສະໂລນິກ 4:17). ພວກເຂົາປາຖະໜາທີ່ຈະຖືກຍົກຂຶ້ນສູ່ທ້ອງຟ້າ ແລະ ພົບກັບພຣະຜູ້ເປັນເຈົ້າເມື່ອພຣະອົງໄດ້ມາ. ແຕ່ໃນຄວາມເປັນຈິງແລ້ວ ພຣະເຢຊູເຈົ້າບໍ່ໄດ້ກ່າວພຣະທຳເຫຼົ່ານີ້ແທ້ໆ ຫຼື ພວກມັນບໍ່ແມ່ນຄຳທາຍໃນໜັງສືພຣະນິມິດ. ພວກມັນເປັນພຽງຄຳເວົ້າຂອງອັກຄະສາວົກໂປໂລ. ມັນຖືກບໍທີ່ຈະໄວ້ວາງໃຈຄຳເວົ້າຂອງໂປໂລໃນເລື່ອງການຕ້ອນຮັບເອົາການມາເຖິງຂອງພຣະຜູ້ເປັນເຈົ້າ? ຄຳເວົ້າຂອງໂປໂລສາມາດເປັນຕົວແທນໃຫ້ກັບພຣະທຳຂອງພຣະຜູ້ເປັນເຈົ້າບໍ? ພຣະຜູ້ເປັນເຈົ້າແຫ່ງຍຸກສຸດທ້າຍໄດ້ມາເຖິງ ແລະ ວິທີທີ່ພຣະອົງຈະຮັບເອົາຄົນທີ່ເຊື່ອໃນພຣະອົງເຂົ້າສູ່ອານາຈັກກໍເປັນພາລະກິດຂອງພຣະເຈົ້າເອງ. ໂປໂລເປັນພຽງອັກຄະສາວົກທີ່ເຜີຍແຜ່ຂໍ້ຄວາມສຳລັບພຣະຜູ້ເປັນເຈົ້າ; ເພິ່ນຈະຮູ້ເຖິງສິ່ງດັ່ງກ່າວໄດ້ແນວໃດ? ການຕ້ອນຮັບການມາເຖິງຂອງພຣະຜູ້ເປັນເຈົ້າຄືເລື່ອງທີ່ສຳຄັນຢ່າງໃຫຍ່ຫຼວງ, ເລື່ອງທີ່ເຮັດໃຫ້ມັນຖືກຕ້ອງສຳລັບພວກເຮົາທີ່ຈະໄວ້ວາງໃຈໃນພຣະທຳຂອງພຣະເຢຊູເຈົ້າເທົ່ານັ້ນ. ພຣະເຢຊູເຈົ້າກ່າວວ່າ: “ພຣະບິດາຂອງພວກຂ້ານ້ອຍ ຜູ້ທີ່ຢູ່ໃນສະຫວັນ, ຂໍໃຫ້ນາມຂອງພຣະອົງເປັນທີ່ເຄົາລົບບູຊາ. ອານາຈັກຂອງພຣະອົງຊົງມາ, ຄວາມປະສົງຂອງພຣະອົງຈະຖືກເຮັດໃຫ້ສຳເລັດເທິງແຜ່ນດິນໂລກ ເໝືອນດັ່ງມັນຖືກເຮັດໃຫ້ສຳເລັດໃນສະຫວັນ” (ມັດທາຍ 6:9–10). ໜັງສືພຣະນິມິດຍັງມີຄຳທຳນາຍດັ່ງຕໍ່ໄປນີ້:
- [ການໄຂຄວາມລຶກລັບທີ່ຢູ່ເບື້ອງຫຼັງພຣະທຳມັດທາຍ 24:36: “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້”](https://lo.kingdomsalvation.org/testimonies/no-one-knows-the-day-or-the-hour.html) - ແມ່ນຫຍັງຄືຄວາມໝາຍທີ່ແທ້ຈິງຂອງ “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້” ທີ່ຢູໃນພຣະທຳມັດທາຍ 24:36? ພວກເຮົາຈະສາມາດຮູ້ໄດ້ແນວໃດວ່າພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ ຫຼື ບໍ່. ຂໍ້ຄວາມນີ້ຈະບອກຄຳຕອບໃຫ້ແກ່ເຈົ້າ.
- [ວິທີກັບສຳນຶກຜິດຕໍ່ພຣະເຈົ້າຢ່າງແທ້ຈິງເມື່ອໄພພິບັດມາເຖິງ](https://lo.kingdomsalvation.org/testimonies/repent-the-kingdom-of-God-at-hand.html) - ໂດຍ ສຽວຢູ, ສະຫະລັດອາເມຣິກາ ໃນປີ 2020, ຈຸຣະໂລກໂຄວິດ-19 ໄດ້ແຜ່ລະບາດໄປທົ່ວໂລກ, ເຮັດໃຫ້ໂລກພຸ່ງສູ່ຄວາມຕື່ນຕົກໃຈ. ສິ່ງທີ່ເປັນຕາຕົກໃຈອີກຢ່າງກໍຄືຕັກກະແຕນຈຳນວນຫຼວງຫຼາຍທີ່ບິນເປັນຝູງຢູ່ເໜືອທະວີບອາຝຣິກາ. ດ້ວຍການມາເຖິງຂອງໂຣກລະບາດ ແລະ ໄພອຶດຢາກ, ຈຳນວນຜູ້ເຊື່ອໃນພຣະຜູ້ເປັນເຈົ້າທີ່ເພີ່ມຂຶ້ນກໍເລີ່ມຮູ້ສຶກວ່າ ມື້ແຫ່ງການມາເຖິງຂອງພຣະຜູ້ເປັນເຈົ້າແມ່ນໃກ້ແລ້ວ ແລະ ອານາຈັກຂອງພຣະຜູ້ເປັນເຈົ້າກໍເກືອບຈະມາເຖິງແລ້ວ. ພຣະຜູ້ເປັນເຈົ້າເຄີຍເວົ້າຢູ່ຄັ້ງໜຶ່ງວ່າ “ພວກເຈົ້າຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” (ມັດທາຍ 4:17). ນີ້ແມ່ນສິ່ງທີ່ພຣະຜູ້ເປັນເຈົ້າຮຽກຮ້ອງຈາກພວກເຮົາແຕ່ລະຄົນ. ມີແຕ່ຖ້າພວກເຮົາສຳນຶກຜິດຢ່າງແທ້ຈິງເທົ່ານັ້ນ ພວກເຮົາຈຶ່ງຈະຖືກປົກປ້ອງໂດຍພຣະເຈົ້າ ແລະ ນໍາເຂົ້າສູ່ອານາຈັກແຫ່ງສະຫວັນຕໍ່ໜ້າຄວາມລຳບາກຍາກແຄ້ນອັນຍິ່ງໃຫຍ່. ແລ້ວແມ່ນຫຍັງຄືການສຳນຶກຜິດທີ່ແທ້ຈິງ ແລະ ພວກເຮົາຈະສາມາດບັນລຸມັນໄດ້ແນວໃດ? ພຶດຕິກຳທີ່ດີບົ່ງບອກເຖິງການສຳນຶກຜິດທີ່ແທ້ຈິງບໍ? ເມື່ອເວົ້າເຖິງການສຳນຶກຜິດ, ຜູ້ເຊື່ອໃນພຣະຜູ້ເປັນເຈົ້າຫຼາຍຄົນຈະເວົ້າວ່າ “ບັດນີ້ ເມື່ອພວກເຮົາໄດ້ເຊື່ອໃນພຣະຜູ້ເປັນເຈົ້າ, ພວກເຮົາກໍບໍ່ສາບແຊ່ງ ຫຼື ຕໍ່ສູ້, ພວກເຮົາອົດກັ້ນ ແລະ ອົດທົນຕໍ່ຄົນອື່ນ, ພວກເຮົາອະທິຖານ ແລະ ສາລະພາບຕໍ່ພຣະຜູ້ເປັນເຈົ້າຢູ່ເລື້ອຍໆ, ພວກເຮົາປະຕິບັດພາລະກິດ ແລະ ເສຍສະຫຼະຕົນເອງໃຫ້ແກ່ພຣະຜູ້ເປັນເຈົ້າ ແລະ ພວກເຮົາບໍ່ໄດ້ແມ່ນແຕ່ປະຕິເສດນາມຂອງພຣະຜູ້ເປັນເຈົ້າຫຼັງຈາກທີ່ຈັບເຂົ້າຄຸກ. ພຶດຕິກຳທີ່ດີແບບນີ້ພິສູດວ່າ ພວກເຮົາໄດ້ສຳນຶກຜິດຢ່າງແທ້ຈິງ. ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ພວກເຮົາຈະເຂົ້າສູ່ອານາຈັກແຫ່ງສະຫວັນກັບພຣະອົງ”. ຫຼັງພວກເຮົາເລີ່ມເຊື່ອໃນພຣະຜູ້ເປັນເຈົ້າ, ພວກເຮົາກໍປະຖິ້ມນິໄສທີ່ຊົ່ວຮ້າຍຂອງພວກເຮົາ; ພວກເຮົາໄດ້ຖ່ອມຕົນ,
- [ຊາວຄຣິສຕຽນຈະເປັນອິດສະຫຼະຈາກພັນທະຂອງບາບໄດ້ແນວໃດ?](https://lo.kingdomsalvation.org/testimonies/why-do-we-confess-and-repent-but-still-often-commit-sins.html) - ພຣະເຢຊູເຈົ້າຊົງກ່າວໄວ້ວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຜູ້ໃດກໍຕາມທີ່ເຮັດບາບແມ່ນທາດຮັບໃຊ້ບາບ. ແລ້ວທາດຮັບໃຊ້ບໍ່ຢູ່ໃນເຮືອນຕະຫຼອດໄປ: ແຕ່ລູກຊາຍຈະຢູ່ໃນເຮືອນຕະຫຼອດໄປ” (ໂຢຮັນ 8:34-35). ພຣະທຳຂອງພຣະຜູ້ເປັນເຈົ້າບອກພວກເຮົາວ່າຖ້າຜູ້ຄົນບໍ່ສາມາດເຮັດໃຫ້ໂຕເອງຫຼຸດພົ້ນຈາກຄວາມເປັນທາດ ແລະ ໂສ້ລ່າມຂອງບາບ ແລະ ພວກເຂົາສືບຕໍ່ເຮັດບາບຕໍ່ໄປ, ພວກເຂົາກໍ່ເປັນຜູ້ຮັບໃຊ້ຂອງບາບ ແລະ ຈະບໍ່ມີວັນເຂົ້າໃນອະນາຈັກຂອງພຣະເຈົ້າໄດ້. ອ່ານບົດຄວາມນີ້ຈາກພຣະຄຳພີ, ອ້າຍເອື້ອຍນ້ອງທີ່ສັດທາຫຼາຍຄົນຈະຄິດວ່າພວກເຂົາເຮັດບາບແນວໃດໃນຕອນກາງເວັນພຽງເພື່ອສາລະພາບໃນຕອນກາງຄືນ, ດັ່ງນັ້ນ ພວກເຂົາຈະກັງວົນວ່າພວກເຂົາຢູ່ໃນບາບ ແລະ ບໍ່ສາມາດເຂົ້າອານາຈັກຂອງພຣະເຈົ້າໄດ້ ແລະ ພວກເຂົາຈະທຸກລະທົມຢູ່ໃນໃຈຂອງຕົນ. ພວກເຂົາເຊື່ອໃນພຣະຜູ້ເປັນເຈົ້າ, ແລ້ວເປັນຫຍັງພວກເຂົາຈິ່ງບໍ່ສາມາດເຮັດໃຫ້ໂຕເອງຫຼຸດພົ້ນຈາກບາບໄດ້? ແລ້ວພວກເຮົາຈະສາມາດເຮັດໃຫ້ໂຕເອງພົ້ນຈາກໂສ້ລ່າມຂອງບາບໄດ້ແນວໃດ? ຕອນນີ້ ພວກເຮົາຈະສົນທະນາເຖິງຄວາມຈິງດ້ານນີ້. ເປັນຫຍັງພວກເຮົາຈິ່ງບໍ່ສາມາດຫຼຸດພົ້ນຈາກພັນທະຂອງບາບໃນຄວາມເຊື່ອພວກເຮົາໃນພຣະເຈົ້າໄດ້? ເມື່ອເວົ້າເຖິງຄໍາຖາມວ່າເປັນຫຍັງພວກເຮົາເຊື່ອໃນອົງພຣະຜູ້ເປັນເຈົ້າແຕ່ຍັງບໍ່ສາມາດກໍາຈັດບາບຂອງຕົນເອງໄດ້, ກ່ອນອື່ນໃຫ້ພວກເຮົາອ່ານຂໍ້ຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ”
- [ໄພພິບັດມາແລ້ວ: ຄຣິສຕຽນຄວນກັບໃຈແນວໃດເພື່ອໄດ້ຮັບການປົກປ້ອງຈາກພະເຈົ້າ?](https://lo.kingdomsalvation.org/testimonies/plague-has-come.html) - ທຸກມື້ນີ້, ພະຍາດລະບາດໄດ້ແຜ່ລາມໄປທົ່ວໂລກ. ຜູ້ຄົນກຳລັງຈະຕາຍຈາກກັນໃນທົ່ວໂລກ ແລະ ອີກຫຼາຍຄົນຕົກຢູ່ໃນສະພາວະຕົກຕະລຶງຢູ່ຕະຫຼອດ ໂດຍຮູ້ສຶກວ່າໄພພິບັດອັນໃຫຍ່ກຳລັງເກີດຂຶ້ນກັບພວກເຮົາ. ບໍ່ມີໃຜຮູ້ວ່າພະຍາດລະບາດນີ້ຈະແກ່ຍາວດົນປານໃດ ຫຼື ມັນຈະພາກຊີວິດຫຼາຍປານໃດ. ແນວໃດກໍ່ຕາມ, ບັນດາຜູ້ທີ່ເຊື່ອໃນພຣະເຈົ້າຮູ້ໃນໃຈຂອງຕົນວ່າສິ່ງທັງໝົດເກີດຂຶ້ນດ້ວຍການອະນຸຍາດຂອງພຣະເຈົ້າ ແລະ ບໍ່ມີຫຍັງສາມາດເກີດຂຶ້ນໄດ້ຖ້າບໍ່ມີການອະນຸຍາດນັ້ນ. ແລ້ວແມ່ນຫຍັງຄືຄວາມປະສົງຂອງພຣະເຈົ້າໃນການອະນຸຍາດໃຫ້ໄພພິບັດເຫຼົ່ານີ້ເກີດຂຶ້ນກັບພວກເຮົາ? ຈົ່ງເບິ່ງຄືນໃນປະຫວັດສາດ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າ ມີບັນທຶກໄວ້ໃນພັນທະສັນຍາເດີມວ່າປະຊາຊົນເມືອງໂຊໂດມເປັນຄົນຊົ່ວ, ສຳສ່ອນ ແລະ ເສື່ອມຊາມ, ເປັນເມືອງທີ່ເຕັມໄປດ້ວຍຄວາມກະຫາຍເລືອດ ແລະ ການຂ້າຟັນ, ຫຼາຍຈົນຜູ້ຄົນທີ່ນັ້ນເຖິງກັບຢາກຂ້າເທວະດາ. ການກັບໃຈບໍ່ເຄີຍເກີດຂຶ້ນກັບພວກເຂົາ ແລະ ເປັນເຊັ່ນນັ້ນ ພຣະເຈົ້າຈິ່ງຖອກເທໄຟຈາກສະຫວັນລົງມາສູ່ພວກເຂົາ ແລະ ທຳລາຍພວກເຂົາທັງໝົດ. ແນວໃດກໍ່ຕາມ, ຜູ້ທີ່ຮອບຮູ້ພຣະຄຳພີຮູ້ວ່າກ່ອນທີ່ພຣະເຈົ້າໄດ້ນຳໄພພິບັດມາສູ່ເມືອງ, ອັບຣາຮາມໄດ້ອ້ອນວອນພຣະເຈົ້າແທນເມືອງໂຊໂດມ. ນີ້ແມ່ນບົດຄັດຂອງບົດບັນທຶກນີ້ຈາກພຣະຄຳພີ: “ແລະ ພຣະເຢໂຮວາກ່າວວ່າ ຖ້າເຮົາພົບຄົນຊອບທຳຫ້າສິບຄົນພາຍໃນເມືອງໂຊໂດມ ເພື່ອເຫັນແກ່ພວກເຂົາ ເຮົາຈະບໍ່ທໍາລາຍເມືອງນັ້ນ... ແລະ ລາວກໍເວົ້າວ່າ ບາງເທື່ອອາດມີສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ” (ປະຖົມມະການ 18: 26-32). ຂໍ້ພຣະຄໍາພີເຫຼົ່ານີ້ບໍ່ພຽງແຕ່ເປີດເຜີຍອຸປະນິໄສອັນຊອບທໍາຂອງພຣະເຈົ້າເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນແມ່ນໃຫ້ພວກເຮົາຮູ້ສຶກເຖິງຄວາມເມດຕາ ແລະ ຄວາມປານີອັນຍິ່ງໃຫຍ່ຂອງພຣະເຈົ້າ. ພຣະເຈົ້າຈະໄດ້ລະເວັ້ນເມືອງໂຊໂດມຖ້າພົບວ່າມີຄົນຊອບທຳພຽງແຕ່ສິບຄົນ. ເຖິງວ່າຜູ້ຄົນຈະເສື່ອຊາມ ແລະ
- [ມັນສຳຄັນຢ່າງຍິ່ງທີ່ຊາວຄຣິສຕຽນຕ້ອງເຂົ້າຮ່ວມກອງປະຊຸມເປັນປະຈຳ](https://lo.kingdomsalvation.org/testimonies/regularly-attend-christian-meetings.html) - ມັນຖືກຂຽນໄວ້ໃນພຣະຄຳພີວ່າ “ຢ່າປະຖິ້ມການເຕົ້ມໂຮມຮ່ວມກັນຂອງພວກເຮົາເອງດັ່ງທີ່ບາງຄົນມີລັກສະນະແບບນັ້ນ; ແຕ່ໃຫ້ຕັກເຕືອນກັນ: ຍິ່ງຫຼາຍແຮງດີ ຍ້ອນເຈົ້າກໍ່ເຫັນວ່າມື້ນັ້ນກຳລັງມາເຖິງ” (ເຮັບເຣີ 10:25). ການເຂົ້າຮ່ວມກອງປະຊຸມແມ່ນບາງສິ່ງທີ່ຊາວຄຣິສຕຽນຕ້ອງສັງເກດ. ແຕ່ປັດຈຸບັນນີ້, ອ້າຍເອື້ອຍນ້ອງບາງຄົນບໍ່ສາມາດເຮັດໄດ້ເປັນປະຈຳ ຍ້ອນວ່າພວກເຂົາສົນໃຈກັບວຽກ ແລະ ຊີວິດຄອບຄົວ. ພວກເຂົາບາງຄົນເຖິງກັບຖືວ່າການເຂົ້າຮ່ວມກອງປະຊຸມເປັນພາລະເພີ່ມເຕີມ ໂດຍຄິດວ່າມັນພຽງພໍແລ້ວທີ່ຈະອ່ານພຣະທຳຂອງພະເຈົ້າບາງຂໍ້ຢູ່ເຮືອນດ້ວຍຕົວເອງ. ທີ່ຈິງແລ້ວ, ເຫດຜົນທີ່ພວກເຮົາສາມາດຖືວ່າການເຂົ້າຮ່ວມກອງປະຊຸມເປັນພາລະໜຶ່ງ ແລະ ເລືອກທີ່ຈະເສຍສະຫຼະກອງປະຊຸມຂອງພວກເຮົາເພື່ອຊີວິດຄອບຄົວ ແລະ ວຽກງານ ແມ່ນຍ້ອນພວກເຮົາບໍ່ເຂົ້າໃຈຄວາມໝາຍຂອງການເຂົ້າຮ່ວມກອງປະຊຸມ ແລະ ຜົນຮັບທີ່ຈະຕາມມາຂອງການບໍ່ເຂົ້າຮ່ວມນັ້ນ. ມື້ນີ້, ໃຫ້ພວກເຮົາສົນທະນາເຖິງເລື່ອງນີ້. ພຣະເຈົ້າເບິ່ງຄົນຄຣິສຕຽນທີ່ບໍ່ເຂົ້າຮ່ວມກອງປະຊຸມແນວໃດ? ພຣະເຈົ້າຊົງກ່າວວ່າ, “ເຈົ້າຈະໄດ້ຮັບຈາກຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ຖ້າເຈົ້າເຫັນມັນເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງເຈົ້າ, ເປັນສິ່ງສຳຄັນຍິ່ງກວ່າອາຫານ, ເຄື່ອງນຸ່ງ ຫຼື ສິ່ງອື່ນໃດ! ຖ້າເຈົ້າພຽງແຕ່ເຊື່ອສະເພາະຕອນເຈົ້າມີເວລາ ແລະ ບໍ່ສາມາດອຸທິດຄວາມຕັ້ງໃຈທັງໝົດຂອງເຈົ້າໃຫ້ແກ່ຄວາມເຊື່ອຂອງເຈົ້າ, ຖ້າເຈົ້າຕົກຢູ່ໃນຄວາມສັບສົນຢູ່ສະເໝີ, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ” (ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ X). “ມີບາງຄົນທີ່ມີຄວາມເຊື່ອທີ່ບໍ່ເຄີຍຮັບຮູ້ພາຍໃນຫົວໃຈຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າບໍ່ຮູ້ວ່າພວກເຂົາເປັນຜູ້ຕິດຕາມພຣະອົງ, ຍ້ອນພຣະອົງບໍ່ສັນລະເສີນຄວາມເຊື່ອຂອງພວກເຂົາ. ສຳລັບຄົນເຫຼົ່ານີ້ແລ້ວ, ບໍ່ວ່າພວກເຂົາໄດ້ຕິດຕາມພຣະເຈົ້າເປັນເວລາເທົ່າໃດປີກໍຕາມ, ແນວຄິດ ແລະ ມຸມມອງຂອງພວກເຂົາບໍ່ເຄີຍປ່ຽນຈັກເທື່ອ;
- [ການສຶກສາປະຈໍາວັນ: 4 ວິທີການທີ່ຈະຊ່ວຍໃຫ້ທ່ານໃກ້ຊິດກັບພຣະເຈົ້າເຂົ້າຕື່ມ](https://lo.kingdomsalvation.org/testimonies/four-ways-to-get-closer-to-God.html) - ໂດຍ ສຽວມົ່ວ, ຈີນ ໃນຊີວິດປະຈໍາວັນຂອງພວກເຮົາ, ໂດຍການຫຍັບເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ແລະ ການມີການປະຕິສໍາພັນທີ່ແທ້ຈິງກັບພຣະເຈົ້າເທົ່ານັ້ນ, ພວກເຮົາສາມາດຮັກສາສາຍສໍາພັນປົກກະຕິກັບພຣະເຈົ້າ, ຮັບວຽກງານຂອງພຣະວິນຍານບໍລິສຸດ, ເຂົ້າໃຈຄວາມຈິງ ແລະ ເຂົ້າໄປໃນຄວາມເປັນຈິງ. ສະນັ້ນພວກເຮົາສາມາດຫຍັບເຂົ້າໃກ້ພຣະເຈົ້າໄດ້ຢ່າງແນ່ນອນແນວໃດ? ພວກເຮົາຕ້ອງການພຽງແຕ່ເຂົ້າໃຈສີ່ຈຸດຂ້າງລຸ່ມນີ້ ແລະ ຄວາມສໍາພັນຂອງພວກເຮົາກັບພຣະເຈົ້າຈະກາຍເປັນໃກ້ຊິດຢ່າງແນ່ນອນ. 1. ອະທິຖານຕໍ່ພຣະເຈົ້າດ້ວຍຫົວໃຈທີ່ສັດຊື່ ແລະ ຖືກດົນບັນດານໂດຍພຣະວິນຍານບໍລິສຸດ ການອະທິຖານແມ່ນຊ່ອງທາງຜ່ານທີ່ພວກເຮົາສື່ສານກັບພຣະເຈົ້າ. ໂດຍຜ່ານການອະທິຖານ, ຫົວໃຈຂອງພວກເຮົາຈະສາມາດສະຫງົບລົງດີຂຶ້ນຕໍ່ໜ້າພຣະເຈົ້າ, ເພື່ອພິຈາລະນາພຣະທໍາຂອງພຣະເຈົ້າ, ເພື່ອສະແຫວງຫາຄວາມປະສົງຂອງພຣະເຈົ້າ ແລະ ເພື່ອສ້າງສາຍສໍາພັນປົກກະຕິກັບພຣະເຈົ້າ. ແຕ່ໃນຊີວິດ, ເພາະວ່າພວກເຮົາຫຍຸ້ງຢູ່ກັບວຽກ ຫຼື ວຽກເຮືອນ, ພວກເຮົາພຽງແຕ່ສາມາດໄປຜ່ານການເຄື່ອນໄຫວຕ່າງໆໃນການອະທິຖານເລື້ອຍໆ ແລະ ພວກເຮົາພຽງແຕ່ປະຕິບັດຕໍ່ພຣະເຈົ້າຢ່າງສາບສວາຍໂດຍການເວົ້າຄໍາເວົ້າບາງຄໍາທີ່ບໍ່ມີສະຕິ. ເມື່ອພວກເຮົາຫຍຸ້ງວຽກສິ່ງທໍາອິດໃນຕອນເຊົ້າ, ຕົວຢ່າງເຊັ່ນ ໄປເຮັດວຽກ ຫຼື ຫຍຸ້ງກັບຕົວພວກເຮົາເອງກັບສິ່ງອື່ນ, ພວກເຮົາອະທິຖານຢ່າງຮີບດ່ວນ: “ໂອ້ ພຣະເຈົ້າ! ຂ້ານ້ອຍໄວ້ວາງໃຈວຽກຂອງມື້ນີ້ໃນພຣະຫັດຂອງພຣະອົງ ແລະ ຂ້ານ້ອຍໄວ້ວາງໃຈພຣະອົງກັບລູກ ແລະ ພໍ່ແມ່ຂອງຂ້ານ້ອຍ. ຂ້ານ້ອຍໄວ້ວາງໃຈທຸກໆຢ່າງໃນພະຫັດຂອງພຣະອົງ ແລະ ຂ້ານ້ອຍຂໍໃຫ້ພຣະອົງອວຍພອນຂ້ານ້ອຍ ແລະ ປົກປ້ອງຂ້ານ້ອຍ. ອາແມນ!” ພວກເຮົາປະຕິບັດຕໍ່ພຣະເຈົ້າຢ່າງສາບສວາຍໂດຍການເວົ້າຄໍາເວົ້າແບບສຸ່ມບາງຄໍາ. ຫົວໃຈຂອງພວກເຮົາບໍ່ໄດ້ງຽບສະຫງັດ,
- [ວິທີສ້າງຄວາມເຊື່ອໃນພຣະເຈົ້າ](https://lo.kingdomsalvation.org/testimonies/how-to-build-faith.html) - ໂດຍ ຮົວເຟີຍ ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກພວກເຮົາແຕ່ລະຄົນໃນຖານະເປັນຄຣິສຕຽນແມ່ນໃຫ້ມີຄວາມເຊື່ອທີ່ແທ້ຈິງ. ມີຕົວຢ່າງຫຼາຍອັນທີ່ບັນທຶກໄວ້ໃນພຣະຄໍາພີໄບໂບຂອງຄົນຜູ້ທີ່ສາມາດເຫັນການກະທໍາອັນອັດສະຈັນຂອງພຣະເຈົ້າ ແລະ ໄດ້ຮັບພອນໂດຍພຣະອົງຍ້ອນຄວາມເຊື່ອຂອງພວກເຂົາ. ໂມເຊມີຄວາມເຊື່ອໃນພຣະເຈົ້າ ແລະ ໂດຍຜ່ານການຊີ້ນຳຂອງພຣະອົງ, ແມ່ນສາມາດເອົາຊະນະອຸປະສັກ ແລະ ຂໍ້ຈຳກັດຫຼາຍຢ່າງຂອງຟາຣາໂອ, ໃນການນຳພາຊາວອິດສະລາແອນໃນການອົບພະຍົບອອກຈາກປະເທດເອຢິບຢ່າງສຳເລັດຜົນ. ອັບຣາຮາມມີຄວາມເຊື່ອໃນພຣະເຈົ້າ ແລະ ເຕັມໃຈທີ່ຈະເສຍສະລະລູກຊາຍຄົນດຽວຂອງລາວ ອີຊາກ ໃຫ້ແກ່ພຣະເຈົ້າ ແລະ ໃນທີ່ສຸດພຣະເຈົ້າໄດ້ປະທານພອນໃຫ້ລາວ, ອະນຸຍາດໃຫ້ລູກຫຼານຂອງລາວແຜ່ພັນທະວີຄູນ ແລະ ກາຍເປັນປະເທດໃຫຍ່. ໂຢບມີຄວາມເຊື່ອໃນພຣະເຈົ້າ ແລະ ສາມາດຢືນເປັນພະຍານໃຫ້ກັບພຣະເຈົ້າໂດຍຜ່ານການທົດສອບສອງຄັ້ງ; ພຣະເຈົ້າຍິ່ງປະທານພອນໃຫ້ລາວຫຼາຍກວ່າ ແລະ ປະກົດຕົວຕໍ່ໜ້າລາວ ແລະ ເວົ້າກັບລາວຈາກພາຍຸ. ໃນຖານະທີ່ເປັນຊາວຄຣິສຕຽນ, ມັນເປັນສິ່ງຈໍາເປັນທີ່ພວກເຮົາຕ້ອງເຂົ້າໃຈຄວາມຈິງທີ່ກ່ຽວຂ້ອງກັບຄວາມເຊື່ອທີ່ແທ້ຈິງແມ່ນຫຍັງ ເພື່ອວ່າບໍ່ວ່າພວກເຮົາຈະປະສົບກັບຄວາມຍາກລໍາບາກອັນໃດໃນຊີວິດຂອງພວກເຮົາກໍ່ຕາມ - ເຫດການຄອບຄົວທີ່ໂຊກຮ້າຍ, ການຊໍາລະລ້າງຂອງຄວາມເຈັບປ່ວຍ, ຄວາມທຸກທໍລະມານຂອງການຖືກຂົ່ມເຫັງ ແລະ ການຈໍາຄຸກເນື່ອງຈາກຄວາມເຊື່ອຂອງພວກເຮົາໃນພຣະເຈົ້າ, ພວກເຮົາສາມາດເພິ່ງອາໄສຄວາມເຊື່ອຂອງພວກເຮົາ ແລະ ຕິດຕາມພຣະເຈົ້າຢ່າງບໍ່ຫວັ່ນໄຫວ, ເປັນພະຍານອັນດັງກ້ອງໃຫ້ກັບພຣະອົງ. ພວກເຮົາມີຄວາມເຊື່ອທີ່ແທ້ຈິງໃນອົງພຣະຜູ້ເປັນເຈົ້າບໍ? ມັນອາດຈະມີອ້າຍເອື້ອຍນ້ອງບາງຄົນຜູ້ທີ່, ເມື່ອໄດ້ຍິນການສົນທະນາກ່ຽວກັບຄວາມເຊື່ອ, ຈະປະກາດດ້ວຍຄວາມໝັ້ນໃຈວ່າພວກເຂົາມີຄວາມເຊື່ອ. “ຂ້ານ້ອຍມີຄວາມເຊື່ອ 100% ໃນພຣະເຈົ້າ. ຂ້ານ້ອຍຮັບຮູ້ພຣະເຈົ້າຢູ່ຕະຫຼອດເວລາ ແລະ ສິ່ງນີ້ພິສູດວ່າຂ້ານ້ອຍເປັນຄົນຂອງຄວາມເຊື່ອ”. “ຂ້ານ້ອຍເຊື່ອວ່າອົງພຣະເຢຊູເຈົ້າເປັນພຣະຜູ້ຊ່ວຍໃຫ້ລອດພົ້ນຂອງພວກເຮົາ
- [ໃນທີ່ສຸດ ຂ້ອຍກໍ່ເຂົ້າໃຈຄວາມໝາຍຂອງການປະຕິບັດໜ້າທີ່ຂອງຂ້ອຍ](https://lo.kingdomsalvation.org/testimonies/what-it-means-to-fulfill-my-duty.html) - ໂດຍ ຊຸນຈິ໋ວ, ເກົາຫຼີໃຕ້ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ໃນຄວາມເປັນຈິງແລ້ວ ການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາຄືການບັນລຸຜົນສໍາເລັດໃນທຸກສິ່ງທີ່ມີຢູ່ພາຍໃນມະນຸດ, ນັ້ນກໍຄື ສິ່ງທີ່ເປັນໄປໄດ້ສໍາລັບມະນຸດ. ຫລັງຈາກນັ້ນ ໜ້າທີ່ຂອງເຂົາກໍຈະສໍາເລັດ. ຂໍ້ບົກຜ່ອງຂອງມະນຸດໃນຊ່ວງການຮັບໃຊ້ຂອງເຂົາກໍຄ່ອຍໆຫຼຸດລົງ ໂດຍຜ່ານປະສົບການຢ່າງຕໍ່ເນື່ອງ ແລະ ຜ່ານຂະບວນການຂອງການພິພາກສາຂອງພວກເຂົາ; ສິ່ງເຫຼົ່ານັ້ນຈະບໍ່ຂັດຂວາງ ຫຼື ສົ່ງຜົນກະທົບຕໍ່ໜ້າທີ່ຂອງມະນຸດ. ຜູ້ທີ່ຢຸດໃນການຮັບໃຊ້ ຫຼື ຍ້ອມແພ້ ແລະ ທໍ້ຖອຍ ຍ້ອນຢ້ານກົວຂໍ້ບົກຜ່ອງທີ່ອາດຈະເກີດຂຶ້ນໃນການຮັບໃຊ້ຂອງພວກເຂົາ ຄືຄົນທີ່ຂີ້ຢ້ານທີ່ສຸດໃນບັນດາມະນຸດ. ຖ້າມະນຸດບໍ່ສາມາດສະແດງອອກສິ່ງທີ່ພວກເຂົາຄວນສະແດງອອກໃນຊ່ວງການຮັບໃຊ້ ຫຼື ບັນລຸຜົນສໍາເລັດໃນສິ່ງທີ່ເປັນໄປໄດ້ໃນຕົວສໍາລັບພວກເຂົາ ແຕ່ກົງກັນຂ້າມພັດພາກັນເຮັດຫຼິ້ນ ແລະ ເຮັດຢ່າງບໍ່ຕັ້ງໃຈ, ພວກເຂົາໄດ້ເສຍໜ້າທີ່ ທີ່ສິ່ງມີຊີວິດທີ່ຖືກສ້າງຂຶ້ນຄວນມີ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າ ‘ຄົນທໍາມດາ’; ພວກເຂົາແມ່ນຂີ້ເຫຍື່ອທີ່ບໍ່ມີປະໂຫຍດ. ຜູ້ຄົນດັ່ງກ່າວນີ້ຈະຖືກເອີ້ນຢ່າງຖືກຕ້ອງວ່າ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ພວກເຂົາບໍ່ແມ່ນສິ່ງມີຊີວິດທີ່ເສື່ອມຊາມທີ່ເປັ່ງແສງທາງພາຍນອກ ແຕ່ທາງໃນເນົ່າເໝັນບໍ?” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ). ພຣະທຳຂອງພຣະເຈົ້າໄດ້ຊ່ວຍໃຫ້ຂ້ອຍເຂົ້າໃຈເຖິງຄວາມໝາຍຂອງການເຮັດໜ້າທີ່ຂອງພວກເຮົາແທ້ໆ. ມັນໝາຍຄວາມວ່າ ບໍ່ວ່າພວກເຮົາຈະມີພອນສະຫວັນ ຫຼື ຂອງປະທານສໍ່າໃດກໍ່ຕາມ, ພວກເຮົາຕ້ອງນໍາທຸກສິ່ງທີ່ພວກເຮົາເຂົ້າໃຈເຂົ້າສູ່ການປະຕິບັດຢ່າງສົມບູນ. ພວກເຮົາບໍ່ສາມາດເຮັດພໍເປັນພິທີ
- [ສິ່ງທີ່ຢູ່ເບື້ຶອງຫຼັງ “ພາບລັກຂອງພຣະເຈົ້າ”](https://lo.kingdomsalvation.org/testimonies/what-lies-behind-a-good-image.html) - ໂດຍ ເຫວີຍເຊີນ, ເກົາຫຼີໃຕ້ ໃນເດືອນທັນວາ 2019, ຂ້ອຍເຮັດວຽກເປັນຜູ້ຊ່ວຍສິດຍາພິບານທີ່ຮັບຜິດຊອບຂ່າວປະເສີດໃນຄຣິດຕະຈັກ. ຫຼັງຈາກນັ້ນບໍ່ດົນ, ຂ້ອຍພົບວ່າ ເມື່ອຜູ້ນຳສັງເກດບັນຫາໃນວິທີທີ່ອ້າຍເອື້ອຍນ້ອງປະຕິບັດໜ້າທີ່ຂ້ອງພວກເຂົາ, ພວກເຂົາໄດ້ຊີ້ໃຫ້ພວກເຂົາເຫັນໂດຍກົງ, ບາງຄັ້ງດ້ວຍນ້ຳສຽງທີ່ຮຸນແຮງແທ້ໆ. ຂ້ອຍຄິດວ່າມັນຖືກຕ້ອງສໍາລັບພວກເຂົາທີ່ຈະຊີ້ໃຫ້ເຫັນສິ່ງເຫຼົ່ານີ້, ແຕ່ວິທີການຂອງພວກເຂົາໜ້າອັບອາຍ ແລະ ສາມາດທຳຮ້າຍຜູ້ຄົນໄດ້ຢ່າງງ່າຍດາຍ. ຂ້ອຍບໍ່ຢາກເປັນຄືພວກເຂົາ. ສິ່ງດັ່ງກ່າວຕ້ອງຖືກກ່າວຢ່າງແນບນຽນເພື່ອສ້າງຄວາມປະທັບໃຈທີ່ດີໃຫ້ກັບຜູ້ຄົນ. ດ້ວຍວິທີນີ້ຂ້ອຍຈະໄດ້ຮັບການສະໜັບສະໜູນຈາກທຸກຄົນ ແລະ ຈະເຮັດວຽກຂອງຂ້ອຍໄດ້ງ່າຍຂຶ້ນ. ແລ້ວໃນການເລືອກຕັ້ງຄັ້ງຕໍ່ໄປ, ຂ້ອຍອາດຈະຖືກເລືອກໃຫ້ເປັນຜູ້ນຳ. ດ້ວຍຄວາມຄິດນັ້ນ, ຂ້ອຍຈຶ່ງລະມັດລະວັງຫຼາຍເຖິງວິທີການທີ່ຂ້ອຍມີປະຕິສຳພັນກັບອ້າຍເອື້ອຍນ້ອງ. ຂ້ອຍພະຍາຍາມມີໄຫວພິບແທ້ໆ ແລະ ບໍ່ທຳຮ້າຍຄວາມຮູ້ສຶກຂອງຜູ້ໃດຜູ້ໜຶ່ງ ເພື່ອວ່າທຸກສິ່ງຈະໜ້າຮັບປະທານຫຼາຍຍິ່ງຂຶ້ນ. ໃນຈຸດໜຶ່ງ, ຂ້ອຍສັງເກດເຫັນວ່າ ເອື້່ອຍເຊິງເລືອກວຽກທີ່ງ່າຍກວ່າ ແລະ ປະລະວຽກທີ່ຍາກ ແລະ ລາວກໍ່ພຽງແຕ່ຖອນຕົວເມື່ອໃດກໍຕາມທີ່ລາວຕ້ອງແປ່ງປັນຂ່າວປະເສີດກັບບາງຄົນທີ່ມີຫຼາຍແນວຄິດ ຫຼື ທັດສະນະຄະຕິທີ່ບໍ່ດີ. ຫຼັງຈາກນັ້ນ ລາວກໍ່ຈະບໍ່ປະກອບໂຕເອງດ້ວຍຄວາມຈິງທີ່ກ່ຽວຂ້ອງເພື່ອແກ້ໄຂແນວຄິດຂອງພວກເຂົາ. ຂ້ອຍເຫັນວ່າລາວບໍ່ມີທັດສະນະຄະຕິທີ່ຖືກຕ້ອງຕໍ່ໜ້າທີ່ຂອງລາວ ແລະ ບໍ່ມີທາງທີ່ລາວຈະສາມາດເຮັດໜ້າທີ່ຂອງຕົນໃຫ້ດີໄດ້ຖ້າລາວສືບຕໍ່ເຮັດແບບນີ້. ຂ້ອຍກຳລັງຈະເວົ້າເຖິງມັນກັບລາວ ແລະ ແບ່ງປັນການສົນທະນາ, ແຕ່ໃນຂະນະທີ່ຂ້ອຍເກືອບຈະສົ່ງຂໍ້ຄວາມຫາລາວ, ມັນກໍ່ປາກົດຂຶ້ນໃນຄວາມຄິດຂອງຂ້ອຍວ່າ ເຖິງແມ່ນວ່າລາວຖອຍຫຼັງເມື່ອຜະເຊີນກັບຄວາມຍາກລຳບາກ, ໂດຍທົ່ວໄປແລ້ວ ລາວກໍ່ເຮັດບັນລຸສິ່ງຕ່າງໆໃນໜ້າທີ່ຂອງລາວ. ຖ້າຂ້ອຍເວົ້າເຖິງບັນຫາກັບລາວ, ລາວອາດເວົ້າວ່າ ຂ້ອຍຮຽກຮ້ອງຫຼາຍເກີນໄປ ແລະ ມັນອາດປ່ຽນລາວໃຫ້ຕໍ່ຕ້ານຂ້ອຍ.
- [ໝາກຜົນຂອງການຂຽນບົດລາຍງານທີ່ຊື່ສັດ](https://lo.kingdomsalvation.org/testimonies/the-fruit-of-an-honest-report.html) - ໂດຍ ຈ້າວໝິງ, ຈີນ ໃນເດືອນເມສາປີ 2011, ຂ້ອຍຕ້ອງເຂົ້າຮັບຕຳແໜ່ງແທນຜູ້ນຳຄົນໜຶ່ງຊື່ວ່າ ຢາວຫຼານ ໃນຄຣິດຕະຈັກແຫ່ງໜຶ່ງໃນອີກພາກໜຶ່ງຂອງປະເທດ. ໃນລະຫວ່າງການມອບ-ຮັບຕຳແໜ່ງ, ໃນຂະນະທີ່ຢາວຫຼານໃຫ້ຂໍ້ສະຫຼຸບກ່ຽວກັບສະຖານະການໃນຄຣິດຕະຈັກແກ່ຂ້ອຍ, ລາວເນັ້ນວ່າ ຊຽວໝິນ ລູກສາວຂອງລາວເປັນຜູ້ຊ່ວຍສິດຍະພິບານທີ່ຮັບຜິດຊອບໃນການດູແລລ້ຽງດູ ແລະ ລາວຈະຊ່ວຍຂ້ອຍໃຫ້ຄຸ້ນເຄີຍກັບວຽກຢູ່ໃນຄຣິດຕະຈັກ. ເມື່ອໄດ້ຍິນລາວອະທິບາຍທຸກສິ່ງຢ່າງເປັນລະບຽບຮຽບຮ້ອຍ, ຂ້ອຍອົດຮູ້ສຶກຊື່ນຊົມບໍ່ໄດ້. ຢາວຫຼານ ເບິ່ງຄືວ່າຈັດການວຽກງານຂອງຄຣິດຕະຈັກໄດ້ດີຫຼາຍ ແລະ ມີຄວາມສາມາດຫຼາຍ, ດັ່ງນັ້ນຈິ່ງບໍ່ໜ້າແປກໃຈເລີຍທີ່ຕອນນີ້ລາວສາມາດຮັບຜິດຊອບວຽກທີ່ຫຼາກຫຼາຍເຊັ່ນນີ້ໄດ້. ຂ້ອຍຕັ້ງໃຈຢ່າງງຽບໆທີ່ຈະພິຈາລະນາຄວາມປະສົງຂອງພຣະເຈົ້າ ແລະ ເຮັດສຸດຄວາມສາມາດເພື່ອເຮັດວຽກຂອງຄຣິດຕະຈັກໃຫ້ດີ. ມື້ຕໍ່ມາ, ຊຽວໝິງໄດ້ພາຂ້ອຍໄປຮ່ວມກອງປະຊຸມຜູ້ນໍາທີມ. ຫຼັງຈາກທີ່ພວກເຮົາອ່ານພຣະທຳຂອງພຣະເຈົ້າ, ຂ້ອຍແບ່ງປັນປະສົບການ ແລະ ຄວາມເຂົ້າໃຈທີ່ກ່ຽວຂ້ອງຂອງຂ້ອຍເອງເລັກນ້ອຍ. ແລ້ວເອື້ອຍເຊຍກໍ່ເວົ້າແບບບໍ່ພໍໃຈວ່າ, “ຢາວຫຼານ ຜູ້ນຳຄົນເກົ່າຂອງພວກເຮົາບໍ່ໄດ້ສົນທະນາເຖິງພຣະທຳຂອງພຣະເຈົ້າແບບນັ້ນ. ລາວຈະອະທິບາຍພຣະທຳເຫຼົ່ານັ້ນໃຫ້ພວກເຮົາເທື່ອລະແຖວ, ເວົ້າສິ່ງຕ່າງໆເຊັ່ນ ‘ນີ້ເປັນກຳລັງໃຈ’ ແລະ ‘ນີ້ເປັນການເຕືອນ’”. ອ້າຍເອື້ອຍນ້ອງຄົນອື່ນໄດ້ເວົ້າແຊກຂຶ້ນມາ, ໂດຍເວົ້າວ່າຢາວຫຼານໄດ້ສົນທະນາເຖິງຄວາມຈິງໄດ້ຊັດເຈນສ່ຳໃດ. ຂ້ອຍປະຫຼາດໃຈຫຼາຍ ແລະ ຄິດວ່າ: “ການສົນທະນາພຣະທຳຂອງພຣະເຈົ້າບໍ່ແມ່ນການເວົ້າກ່ຽວກັບປະສົບການ ແລະ ຄວາມເຂົ້າໃຈຂອງພວກເຮົາເອງໂດຍອີງໃສ່ພຣະທຳຂອງພຣະອົງບໍ? ເປັນໄປໄດ້ແນວໃດທີ່ຢາວຫຼານບໍ່ເວົ້າເຖິງວ່າລາວນຳພຣະທຳຂອງພຣະເຈົ້າໄປປະຕິບັດ ແລະ ປະສົບພຣະທຳເຫຼົ່ານັ້ນດ້ວຍຕົວເອງແນວໃດ? ເປັນຫຍັງລາວຈິ່ງອະທິບາຍພຣະທຳຂອງພຣະເຈົ້າເທື່ອລະແຖວໃຫ້ອ້າຍເອື້ອຍນ້ອງຟັງ? ການສົນທະນາແບບນັ້ນສາມາດເຮັດໃຫ້ພວກເຂົາເຂົ້າໃຈຄວາມຈິງ ແລະ ຮູ້ຈັກຕົວເອງໄດ້ບໍ?” ຂ້ອຍຢາກປຶກສາເລື່ອງຫຼັກການຂອງການສົນທະນາພຣະທຳຂອງພຣະເຈົ້າໃນທີ່ຊຸມນຸມຮ່ວມກັບພວກເຂົາ,
- [ຄວາມຄ້າຍຄືມະສຸດສາມາດບັນລຸໄດ້ໂດຍການແກ້ໄຂຄວາມອວດດີ](https://lo.kingdomsalvation.org/testimonies/a-human-likeness-is-attainable-by-resolving-arrogance.html) - ໂດຍ ເຈີນຊິນ, ສະຫະລັດອາເມຣິກາ ໃນເດືອນມີນາ 2017, ຂ້ອຍເລີ່ມເຮັດວຽກອອກແບບກຣາບຟິກໃຫ້ຄຣິດຕະຈັກ ຫຼັກໆແລ້ວແມ່ນສຳລັບໂພສເຕີພາບພະຍົນ ແລະ ພາບອະທິບາຍໂດຍຫຍໍ້. ທຳອິດ, ຂ້ອຍບໍ່ໄດ້ຮູ້ຫຍັງຫຼາຍກ່ຽວກັບດ້ານວິຊາການ, ດັ່ງນັ້ນ ຂ້ອຍຈິ່ງຮຽນຮູ້ຫຼັກການ ແລະ ທັກສະດ້ານວິຊາການຢູ່ຕະຫຼອດ. ຂ້ອຍຂໍຄວາມຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງຢ່າງສຸພາບ ແລະ ຂ້ອຍລະມັດລະວັງທີ່ຈະຮັບເອົາຄໍາແນະນໍາຂອງຄົນອື່ນໃສ່ໃນແບບຂອງຂ້ອຍ. ຫຼັງຈາກນັ້ນໄລຍະໜຶ່ງ, ຂ້ອຍກໍ່ເລີ່ມຈັດການທັກສະດ້ານວິຊາການທີ່ຂ້ອຍຕ້ອງການສຳລັບໜ້າທີ່ໄດ້. ພາບອະທິບາຍໂດຍຫຍໍ້ຂອງຂ້ອຍຖືກວາງອອນໄລນ໌ ແລະ ອັດຕາການກົດຜ່ານກໍ່ຂ້ອນຂ້າງດີ. ມີໂພສເຕີໜຶ່ງໂດຍສະເພາະສຳລັບສາລະຄະດີທີ່ອ້າຍເອື້ອຍນ້ອງຫຼາຍຄົນຍົກຍ້ອງ. ຄົນອື່ນໆໄດ້ປຶກສາກັບຂ້ອຍຫຼາຍຢ່າງກ່ຽວກັບບັນຫາດ້ານວິຊາການ, ດັ່ງນັ້ນ ຂ້ອຍຮູ້ສຶກຄືກັບວ່າຂ້ອຍມີພອນສະຫວັນອັນແທ້ຈິງໃນດ້ານການອອກແບບກຣາບຟິກ. ຂ້ອຍກາຍເປັນຄົນອວດດີໂດຍບໍ່ຮູ້ຕົວ. ຕໍ່ມາ, ເມື່ອຂ້ອຍກຳລັງອອກແບບພາບອະທິບາຍໂດຍຫຍໍ້ທີ່ງ່າຍກວ່າໂພສເຕີພາບພະຍົນ, ຂ້ອຍຮູ້ສຶກວ່າຂ້ອຍມີທັກສະພໍທີ່ຈະເຮັດພວກມັນໃຫ້ສຳເລັດໄດ້ໂດຍໄວແທ້ໆ. ດັ່ງນັ້ນ ຂ້ອຍຈິ່ງເຮັດພວກມັນຕາມທັກສະດ້ານວິຊາການທີ່ຂ້ອຍມີໂດຍບໍ່ໄດ້ຄິດຫຼາຍ ຫຼື ສະແຫວງຫາຫຼັກການ. ຜົນທີ່ໄດ້ຄື ຂ້ອຍໄດ້ຮັບຄຳຄິດເຫັນຈາກອ້າຍເອື້ອຍນ້ອງ, ເວົ້າວ່າທັງແສງ ແລະ ສີແມ່ນບໍ່ເຂົ້າກັບຫົວຂໍ້. ຂ້ອຍບໍ່ໄດ້ພິຈາລະນາຄຳຄິດເຫັນຂອງພວກເຂົາ ຫຼື ຍອມຮັບມັນ, ແຕ່ກັບຄິດວ່າ “ພວກເຈົ້າບໍ່ມີລົດສະນິຍົມຫຍັງບໍ? ນີ້ແມ່ນຄວາມຄິດສ້າງສັນທີ່ກ້າຫານ. ຂ້ອຍໄດ້ພິຈາລະນາເບິ່ງທັງໝົດນີ້ ແລະ ມັນບໍ່ແມ່ນບັນຫາ. ເຈົ້າກຳລັງແນະນຳສິ່ງຕ່າງໆດ້ວຍຄວາມບໍ່ຮູ້”. ຂ້ອຍປະຕິເສດທີ່ຈະປ່ຽນແປງ ແລະ ອາລົມຂອງຂ້ອຍກໍ່ລຸກເປັນໄຟ. ຂ້ອຍປະຕິເສດທີ່ຈະເຮັດການດັດແກ້ໃດໆ. ຜົນທີ່ໄດ້ຄື
- [ຜ່ານຄວາມເຈັບປ່ວຍ, ແຮງຈູງໃຈຂອງຂ້ອຍໃນການຮັບເອົາພອນໄດ້ຖືກເປີດເຜີຍອອກ](https://lo.kingdomsalvation.org/testimonies/cleansed-through-trials.html) - ໂດຍ ເຈີນຊິນ, ສະຫະລັດອາເມຣິກາ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າ, ສິ່ງທີ່ຜູ້ຄົນສະແຫວງຫາກໍຄືການໄດ້ຮັບເອົາພອນສຳລັບອະນາຄົດ; ນີ້ແມ່ນເປົ້າໝາຍໃນຄວາມເຊື່ອຂອງພວກເຂົາ. ທຸກຄົນມີເຈດຕະນາ ແລະ ຄວາມຫວັງນີ້, ແຕ່ທໍາມະຊາດຄວາມເສື່ອມຊາມຂອງພວກເຂົາຕ້ອງຖືກແກ້ໄຂຕະຫຼອດການທົດລອງ. ໃນດ້ານໃດກໍຕາມທີ່ເຈົ້າບໍ່ໄດ້ຖືກຊໍາລະລ້າງ, ສິ່ງເຫຼົ່ານັ້ນຄືດ້ານທີ່ເຈົ້າຕ້ອງຖືກຫຼໍ່ຫຼອມ, ນີ້ຄືການຈັດແຈງຂອງພຣະເຈົ້າ. ພຣະເຈົ້າສ້າງສະພາບແວດລ້ອມໃຫ້ກັບເຈົ້າ, ບັງຄັບໃຫ້ເຈົ້າຖືກຫຼໍ່ຫຼອມໃນສະພາບແວດລ້ອມນັ້ນ ເພື່ອວ່າ ເຈົ້າຈະສາມາດຮູ້ຈັກຄວາມເສື່ອມຊາມຂອງເຈົ້າເອງ. ໃນທີ່ສຸດ, ເຈົ້າຈະໄປເຖິງຈຸດທີ່ເຈົ້າຍອມຕາຍດີກວ່າ ແລະ ປະຖິ້ມກົນອຸບາຍ ແລະ ຄວາມປາຖະໜາຂອງເຈົ້າ ແລະ ຍອມຕໍ່ການປົກຄອງ ແລະ ການຈັດແຈງຂອງພຣະເຈົ້າ. ສະນັ້ນ ຖ້າຜູ້ຄົນບໍ່ມີການຫຼໍ່ຫຼອມເປັນເວລາຫຼາຍປີ, ຖ້າພວກເຂົາບໍ່ໄດ້ອົດທົນກັບຄວາມທົນທຸກໃນລະດັບໃດໜຶ່ງ, ພວກເຂົາກໍຈະບໍ່ສາມາດເຮັດໃຫ້ຕົນເອງລອດພົ້ນອອກຈາກພັນທະນາການແຫ່ງຄວາມເສື່ອມຊາມຂອງເນື້ອໜັງທີ່ຢູ່ໃນຄວາມຄິດຂອງພວກເຂົາ ແລະ ໃນຫົວໃຈຂອງພວກເຂົາ. ໃນດ້ານໃດກໍຕາມ, ເຈົ້າກໍຍັງຈະຕົກເປັນທາດຂອງຊາຕານ ແລະ ໃນດ້ານໃດກໍຕາມ ເຈົ້າຍັງຈະມີຄວາມປາຖະໜາ ແລະ ຄວາມຕ້ອງການຂອງເຈົ້າເອງ, ສິ່ງເຫຼົ່ານີ້ຄືດ້ານທີ່ເຈົ້າຄວນທົນທຸກ. ພຽງຜ່ານການທົນທຸກນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮຽນຮູ້ບົດຮຽນ ເຊິ່ງໝາຍ ເຖິງການສາມາດຮັບເອົາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ໃນຄວາມເປັນຈິງ, ຄວາມຈິງຕ່າງໆແມ່ນຖືກເຂົ້າໃຈໂດຍການຜະເຊີນກັບການທົດລອງຢ່າງເຈັບປວດ. ບໍ່ມີຜູ້ໃດສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ, ຮູ້ຈັກຄວາມເດຊານຸພາບ ແລະ ສະຕິປັນຍາຂອງພຣະເຈົ້າ ຫຼື
- [ພອນທີ່ມາຈາກການເຈັບປ່ວຍ](https://lo.kingdomsalvation.org/testimonies/awakening-in-trails.html) - ໂດຍ ສຽວ ລານ, ປະເທດຈີນ ໃນປີ 2014, ພັກຄອມມູນິດໄດ້ເລີ່ມເຮັດໃຫ້ຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແປດເປື້ອນດ້ວຍຄະດີຂອງ ເຈົາຍວນ ໃນວັນທີ 28 ພຶດສະພາ ແລະ ການຈັບກຸມບັນດາອ້າຍເອື້ອຍນ້ອງທັງຊ້າຍ ແລະ ຂວາ. ຜູ້ນໍາຄຣິດຕະຈັກສ່ວນໃຫຍ່ຢູ່ໃນເຂດຂອງພວກເຮົາໄດ້ຖືກຈັບ ແລະ ອ້າຍເອື້ອຍນ້ອງທີ່ຍອມຮັບຄວາມເຊື່ອໃໝ່ຫຼາຍຄົນໄດ້ດໍາລົງຊີວິດຢູ່ໃນຄວາມຢ້ານກົວ ແລະ ຄວາມຄິດລົບ. ມັນເປັນເວລາທີ່ສໍາຄັນນີ້ທີ່ຂ້ອຍໄດ້ຮັບການສົ່ງເສີມໃຫ້ຮັບຜິດຊອບວຽກງານຂອງຄຣິສຕະຈັກຫຼາຍແຫ່ງ. ຂ້ອຍຄິດກັບຕົວເອງວ່າ: “ການເປັນຜູ້ຊ່ວຍໃນຊ່ວງວິກິດການແມ່ນຄວາມຮັບຜິດຊອບອັນໃຫຍ່ຫຼວງ ແລະ ຂ້ອຍບໍ່ສາມາດເຮັດໃຫ້ພຣະເຈົ້າຕົກຕໍ່າໄດ້”. ສະນັ້ນ, ຂ້ອຍ ຈິ່ງໄດ້ທຸ້ມເທໃຫ້ກັບໜ້າທີ່ຂອງຂ້ອຍ, ປະເຊີນໜ້າກັບອັນຕະລາຍທີ່ຂ້ອຍສາມາດຖືກຈັບໄດ້ໃນເວລາໃດກໍ່ໄດ້. ຂ້ອຍຮູ້ສຶກວ່າພຣະເຈົ້າຈະເຫັນຊອບໃຫ້ຂ້ອຍປົກປ້ອງວຽກງານຂອງຄຣິດຕະຈັກຜ່ານເວລາອັນຕະລາຍເຊັ່ນນັ້ນ ແລະ ຂ້ອຍຈະສົມຄວນໄດ້ຮັບການຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ ແລະ ເຂົ້າໄປໃນອານາຈັກຂອງພຣະອົງ. ຈາກນັ້ນ, ຂ້ອຍກໍ່ເຈັບປ່ວຍໜັກໂດຍທີ່ບໍ່ມີສາເຫດ. ແລງຄືນໜຶ່ງໃນເດືອນຕຸລາ 2014, ທັນທີທັນໃດ ຂ້ອຍກໍ່ໄດ້ເຮັດຖ້ວຍເຂົ້າຂອງຂ້ອຍຕົກລົງພື້ນ ໃນຂະນະທີ່ຂ້ອຍກໍາລັງກິນເຂົ້າແລງ. ຂ້ອຍຄິດວ່າຂ້ອຍເຮັດມັນຕົກພື້ນດ້ວຍຄວາມບໍ່ລະມັດລະວັງ, ສະນັ້ນ ຂ້ອຍຈຶ່ງຟ້າວຈັບຖ້ວຍຂຶ້ນມາ ແລະ ພະຍາຍາມເອົາແຜ່ນທິດຊູມາເຊັດມືຂ້ອຍເມື່ອຂ້ອຍຮູ້ວ່າຂ້ອຍບໍ່ສາມາດຄວບຄຸມມືຂອງຂ້ອຍເອງໄດ້ ແລະ ຂ້ອຍບໍ່ສາມາດຈັບແຜ່ນທິດຊູໄດ້. ບໍ່ດົນກ່ອນໜ້ານີ້, ຂ້ອຍໄດ້ສູນເສຍຄວາມຮູ້ສຶກທັງໝົດຢູ່ໃນມື ແລະ ຕີນຂອງຂ້ອຍ ແລະ ຂ້ອຍໄດ້ແຕ່ນັ່ງຢູ່ທີ່ຕັ່ງອີ້ເທົ່ານັ້ນ, ບໍ່ສາມາດເໜັງຕີງໄດ້ເລີຍ.
- [ການຮຽນຮູ້ທີ່ຈະຍອມອ່ອນນ້ອມຜ່ານຄວາມລຳບາກ](https://lo.kingdomsalvation.org/testimonies/seeing-God-s-blessing-in-trails.html) - ໂດຍ ຫຼີຢາງ, ຈີນ ໃນຕົ້ນປີ 2008, ຂ້ານ້ອຍໄດ້ສັງເກດວ່າມີກ້ອນເນື້ອຢູ່ຫຼັງຫູຂອງລູກຊາຍຂອງຂ້ານ້ອຍ. ຂ້ານ້ອຍພາລາວໄປໂຮງໝໍເພື່ອກວດສຸຂະພາບ ແລະ ທ່ານໝໍກໍ່ເວົ້າວ່າມັນເປັນກ້ອນເນື້ອ, ເປັນກ້ອນເນື້ອປະເພດສະເພາະທີ່ທຳລາຍກະດູກ. ມັນບໍ່ໄດ້ເປັນອັນຕະລາຍຕໍ່ຊີວິດໃນເວລານັ້ນ, ແຕ່ບໍ່ມີການປິ່ນປົວໃດທີ່ມີປະສິດທິພາບ ແລະ ລາວເວົ້າວ່າມັນເຈັບປວດແທ້ໆ ເພາະທຸກຄັ້ງທີ່ມັນຮຸນແຮງຂຶ້ນ ລູກຊາຍຂອງຂ້ານ້ອຍຈຳເປັນຕ້ອງຮັບການຜ່າຕັດເພື່ອຕັດກະດູກທີ່ຕິດເຊື້ອອອກ. ຖ້າບໍ່ດັ່ງນັ້ນ ຊີວິດຂອງລາວສາມາດຕົກຢູ່ໃນອັນຕະລາຍ. ການໄດ້ຍິນທ່ານໝໍເວົ້າແບບນີ້ກໍ່ເຮັດໃຫ້ຂ້ານ້ອຍຕົກຕະລຶງແທ້ໆ. ຂ້ານ້ອຍໝົດຫວັງ. ຂ້ານ້ອຍເປັນຜູ້ເຊື່ອໃໝ່ໃນເວລານັ້ນ ແລະ ຂ້ານ້ອຍກໍ່ຄິດວ່າຍ້ອນຂ້ານ້ອຍເຊື່ອໃນພຣະເຈົ້າ, ພຣະອົງຈຶ່ງຄວນເປັນສິລາຂອງຂ້ານ້ອຍ. ຂ້ານ້ອຍກະຕຸ້ນໃຫ້ຕົນເອງເຂັ້ມແຂງຢູ່ໃນຄວາມເຊື່ອຂອງຂ້ານ້ອຍ. ຂ້ານ້ອຍເຊື່ອວ່າຕາບໃດທີ່ຂ້ານ້ອຍເພິ່ງພາພຣະເຈົ້າ, ລູກຊາຍຂອງຂ້ານ້ອຍຈະຟື້ນຕົວຢ່າງແນ່ນອນ. ການຜ່າຕັດຂອງລູກຊາຍຂອງຂ້ານ້ອຍຈົບລົງຢ່າງສຳເລັດສົມບູນ ແລະ ລາວກໍ່ຟື້ນຕົວໄວແທ້ໆ. ພຽງແຕ່ສາມມື້ຫຼັງຈາກການຜ່າຕັດຂອງລາວ, ລາວກໍ່ແລ່ນທົ່ວຕຶກອາຄານແລ້ວ ແລະ ລາວກໍ່ອອກຈາກໂຮງໝໍຫຼັງຈາກໜຶ່ງອາທິດ. ຫຼັງຈາກນັ້ນ, ຂ້ານ້ອຍກໍ່ຮູ້ສຶກເຖິງແຮງຜັກດັນທີ່ຍິ່ງໃຫຍ່ຂຶ້ນໃນຄວາມເຊື່ອຂອງຂ້ານ້ອຍ. ຂ້ານ້ອຍຍອມຮັບເອົາໜ້າວຽກໃດໜຶ່ງທີ່ຄຣິດຕະຈັກມອບໝາຍໃຫ້ຂ້ານ້ອຍຢ່າງດີໃຈ ແລະ ຂ້ານ້ອຍເຮັດໜ້າທີ່ຂອງຂ້ານ້ອຍຢູ່ສະເໝີ ບໍ່ວ່າຈະຝົນຕົກ ຫຼື ແດດອອກ. ຄອບຄົວຂອງຂ້ານ້ອຍບໍ່ເຂົ້າໃຈ ແລະ ຜູ້ຄົນທີ່ໃກ້ຊິດກັບຂ້ານ້ອຍກໍ່ເວົ້າບາງສິ່ງຢູ່ລັບຫຼັງຂ້ານ້ອຍສະເໝີ, ແຕ່ຂ້ານ້ອຍກໍ່ບໍ່ໄດ້ໃສ່ໃຈກັບມັນ. ຂ້ານ້ອຍຮູ້ສຶກວ່າຕາບໃດທີ່ຂ້ານ້ອຍສືບຕໍ່ເຮັດວຽກໜັກ ແລະ ເສຍສະລະຕົນເອງ, ຂ້ານ້ອຍກໍ່ຈະໄດ້ຮັບພອນຈາກພຣະເຈົ້າຢ່າງແນ່ນອນ. ແລ້ວມື້ໜຶ່ງ, ລູກຊາຍຂອງຂ້ານ້ອຍກໍ່ມາຫາຂ້ານ້ອຍ ແລ້ວກຳບໍລິເວນຂໍ້ມືຂອງລາວ ໂດຍເວົ້າວ່າມັນເຈັບ. ການເຫັນທ່າທີເຈັບປວດເທິງໃບໜ້າຂອງລາວເຮັດໃຫ້ຂ້ານ້ອຍຮູ້ສຶກບໍ່ດີ.
- [ຄວາມລອດພົ້ນຂອງພຣະເຈົ້າ](https://lo.kingdomsalvation.org/testimonies/God-s-salvation-2.html) - ໂດຍ ຢີ່ເຊີນ, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ທຸກບາດກ້າວຂອງພາລະກິດຂອງພຣະເຈົ້າ ບໍ່ວ່າຈະເປັນພຣະທຳທີ່ໂຫດຮ້າຍ ຫຼື ການພິພາກສາ ຫຼື ການຂ້ຽນຕີແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເໝາະສົມທີ່ສຸດ. ພຣະເຈົ້າບໍ່ເຄີຍປະຕິບັດພາລະກິດດັ່ງກ່າວທົ່ວຍຸກຕ່າງໆແບບນີ້; ໃນປັດຈຸບັນ, ພຣະອົງປະຕິບັດພາລະກິດຢູ່ພາຍໃນພວກເຈົ້າ ເພື່ອພວກເຈົ້າຈະເຫັນຄຸນຄ່າເຖິງສະຕິປັນຍາຂອງພຣະອົງ. ເຖິງແມ່ນວ່າພວກເຈົ້າໄດ້ທົນທຸກກັບຄວາມເຈັບປວດບາງຢ່າງພາຍໃນຕົວພວກເຈົ້າ, ຫົວໃຈຂອງພວກເຈົ້າກໍໝັ້ນຄົງ ແລະ ມີຄວາມສະຫງົບສຸກ; ມັນຄືພອນຂອງເຈົ້າທີ່ສາມາດໄດ້ຮັບຈາກຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າ. ບໍ່ວ່າພວກເຈົ້າຈະໄດ້ຮັບຫຍັງກໍຕາມໃນອະນາຄົດ, ທຸກສິ່ງທີ່ພວກເຈົ້າເຫັນກ່ຽວກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວພວກເຈົ້າໃນປັດຈຸບັນຄືຄວາມຮັກ. ຖ້າມະນຸດບໍ່ໄດ້ຜະເຊີນກັບການພິພາກສາ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ, ການກະທຳ ແລະ ຄວາມຈິງໃຈຂອງເຂົາກໍຈະຍັງຢູ່ໃນລະດັບພາຍນອກສະເໝີ ແລະ ອຸປະນິໄສຂອງເຂົາກໍຈະຍັງຄົງບໍ່ປ່ຽນແປງຢູ່ສະເໝີ. ສິ່ງນີ້ຖືວ່າເປັນການຖືກຮັບເອົາໂດຍພຣະເຈົ້າບໍ? ໃນປັດຈຸບັນ, ເຖິງແມ່ນວ່າຍັງມີຫຼາຍຢ່າງພາຍໃນມະນຸດທີ່ຍັງອວດດີ ແລະ ທະນົງຕົວ, ອຸປະນິໄສຂອງມະນຸດກໍໝັ້ນຄັ້ງກວ່າແຕ່ກ່ອນຫຼາຍ. ການທີ່ພຣະເຈົ້າຈັດການກັບເຈົ້າກໍແມ່ນເພື່ອຊ່ວຍເຈົ້າໃຫ້ລອດພົ້ນ ແລະ ເຖິງແມ່ນວ່າເຈົ້າອາດຮູ້ສຶກເຈັບປວດບາງຢ່າງໃນເວລານັ້ນ, ມື້ທີ່ເກີດມີການປ່ຽນແປງໃນອຸປະນິໄສຂອງເຈົ້າກໍຈະມາເຖິງ. ໃນເວລານັ້ນ, ເຈົ້າຈະຫຼຽວຄືນຫຼັງ ແລະ ເຫັນວ່າພາລະກິດຂອງພຣະເຈົ້າມີສະຕິປັນຍາຫຼາຍສໍ່າໃດ ແລະ ໃນເວລານັ້ນເຈົ້າກໍຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ).
- [ການກັບໃຈຂອງຄົນໜ້າຊື່ໃຈຄົດ](https://lo.kingdomsalvation.org/testimonies/a-hypocrite-s-repentance.html) - ໂດຍ ຊິນລຸ່ຍ, ເກົາຫຼີໃຕ້ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໃສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໃສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ນິໃສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າການຮັບໃຊ້ພຣະເຈົ້າຂອງເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າ. ມັນເປັນການຮັບໃຊ້ທີ່ອອກມາຈາກທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ; ນອກຈາກນັ້ນ, ເຈົ້າຍັງຄິດວ່າພຣະເຈົ້າປິຕິຍິນດີໃນສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະ ກຽດຊັງໃນສິ່ງທີ່ເຈົ້າບໍ່ຕ້ອງການຢາກເຮັດ ແລະ ເຈົ້າຖືກຊີ້ນຳທັງໝົດໂດຍຄວາມມັກໃນການກະທໍາຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າກໍ່ຈະບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ເຈົ້າຈະດື້ດ້ານຍິ່ງຂຶ້ນກວ່າເກົ່າ ຍ້ອນວ່າເຈົ້າໄດ້ຮັບໃຊ້ພຣະເຈົ້າ ແລະ ນີ້ຈະເຮັດໃຫ້ນິໃສຂອງເຈົ້າເສື່ອມໂຊມຍ່າງໜັກກວ່າເກົ່າ. ດ້ວຍວິທີນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາຂອງການດໍາລົງຢູ່ໃນແຜ່ນດິນໂລກຂອງມະນຸດ. ຜູ້ຄົນເຫຼົ່ານີ້ພວກນີ້ຕົກຢູ່ໃນກຸ່ມພວກຟາຣີຊາຍ ແລະ ເຈົ້າໜ້າທີ່ທາງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍ່ຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ. ພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ຖືກກ່າວເຖິງຈະປາກົດຂຶ້ນຈາກທ່າມກາງຜູ້ຄົນດັ່ງກ່າວ” (ພຣະທຳ, ເຫຼັ້ມທີ
- [ວິທີທີ່ຂ້ອຍປ່ຽນແປງຄວາມອວດດີຂອງຕົວເອງ](https://lo.kingdomsalvation.org/testimonies/how-i-changed-my-arrogant-self.html) - ໂດຍ ຈິ້ງເຫວີຍ, ສະຫະລັດອາເມຣິກາ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ທຸກບາດກ້າວຂອງພາລະກິດຂອງພຣະເຈົ້າ ບໍ່ວ່າຈະເປັນພຣະທຳທີ່ໂຫດຮ້າຍ ຫຼື ການພິພາກສາ ຫຼື ການຂ້ຽນຕີແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເໝາະສົມທີ່ສຸດ. ພຣະເຈົ້າບໍ່ເຄີຍປະຕິບັດພາລະກິດດັ່ງກ່າວທົ່ວຍຸກຕ່າງໆແບບນີ້; ໃນປັດຈຸບັນ, ພຣະອົງປະຕິບັດພາລະກິດຢູ່ພາຍໃນພວກເຈົ້າ ເພື່ອພວກເຈົ້າຈະເຫັນຄຸນຄ່າເຖິງສະຕິປັນຍາຂອງພຣະອົງ. ເຖິງແມ່ນວ່າພວກເຈົ້າໄດ້ທົນທຸກກັບຄວາມເຈັບປວດບາງຢ່າງພາຍໃນຕົວພວກເຈົ້າ, ຫົວໃຈຂອງພວກເຈົ້າກໍໝັ້ນຄົງ ແລະ ມີຄວາມສະຫງົບສຸກ; ມັນຄືພອນຂອງເຈົ້າທີ່ສາມາດໄດ້ຮັບຈາກຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າ. ບໍ່ວ່າພວກເຈົ້າຈະໄດ້ຮັບຫຍັງກໍຕາມໃນອະນາຄົດ, ທຸກສິ່ງທີ່ພວກເຈົ້າເຫັນກ່ຽວກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວພວກເຈົ້າໃນປັດຈຸບັນຄືຄວາມຮັກ. ຖ້າມະນຸດບໍ່ໄດ້ຜະເຊີນກັບການພິພາກສາ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ, ການກະທຳ ແລະ ຄວາມຈິງໃຈຂອງເຂົາກໍຈະຍັງຢູ່ໃນລະດັບພາຍນອກສະເໝີ ແລະ ອຸປະນິໄສຂອງເຂົາກໍຈະຍັງຄົງບໍ່ປ່ຽນແປງຢູ່ສະເໝີ. ສິ່ງນີ້ຖືວ່າເປັນການຖືກຮັບເອົາໂດຍພຣະເຈົ້າບໍ? ໃນປັດຈຸບັນ, ເຖິງແມ່ນວ່າຍັງມີຫຼາຍຢ່າງພາຍໃນມະນຸດທີ່ຍັງອວດດີ ແລະ ທະນົງຕົວ, ອຸປະນິໄສຂອງມະນຸດກໍໝັ້ນຄັ້ງກວ່າແຕ່ກ່ອນຫຼາຍ. ການທີ່ພຣະເຈົ້າຈັດການກັບເຈົ້າກໍແມ່ນເພື່ອຊ່ວຍເຈົ້າໃຫ້ລອດພົ້ນ ແລະ ເຖິງແມ່ນວ່າເຈົ້າອາດຮູ້ສຶກເຈັບປວດບາງຢ່າງໃນເວລານັ້ນ, ມື້ທີ່ເກີດມີການປ່ຽນແປງໃນອຸປະນິໄສຂອງເຈົ້າກໍຈະມາເຖິງ. ໃນເວລານັ້ນ, ເຈົ້າຈະຫຼຽວຄືນຫຼັງ ແລະ ເຫັນວ່າພາລະກິດຂອງພຣະເຈົ້າມີສະຕິປັນຍາຫຼາຍສໍ່າໃດ ແລະ ໃນເວລານັ້ນເຈົ້າກໍຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ).
- [ລາກ່ອນ, ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ!](https://lo.kingdomsalvation.org/testimonies/a-farewell-to-being-nice.html) - ໂດຍ ລີເຟີຍ, ສະເປນ ເມື່ອເວົ້າເຖິງຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ, ຂ້ອຍຄິດວ່າພວກເຂົາດີຫຼາຍ ກ່ອນຂ້ອຍເຊື່ອໃນພຣະເຈົ້າ. ພວກເຂົາມີອຸປະນິໄສທີ່ອ່ອນໂຍນ, ບໍ່ເຄີຍຜິດກັບໃຜ, ທຸກຄົນມັກພວກເຂົາ ແລະ ພວກເຂົາບໍ່ເຄີຍເຮັດໃຫ້ໃຜເສຍໃຈ. ຂ້ອຍປາຖະໜາຈະເປັນຄົນປະເພດນີ້. ເພາະວ່າຕັ້ງແຕ່ຂ້ອຍຍັງນ້ອຍ, ຂ້ອຍຖືກຄອບງຳຜ່ານການສຶກສາຂອງຂ້ອຍ ແລະ ໂດຍສັງຄົມດ້ວຍສິ່ງຕ່າງໆເຊັ່ນ “ຄວາມປອງດອງຄືຊັບສົມບັດ; ຄວາມອົດທົນແມ່ນຄວາມສະຫຼາດ”, “ມັນເປັນການດີກວ່າທີ່ຈະເວົ້າໃຫ້ໜ້ອຍໆ ເມື່ອເຈົ້າຮູ້ວ່າມີບາງສິ່ງຜິດພາດ”, “ຄົນມີເຫດຜົນດີໃນການປົກປ້ອງຕົນເອງ, ສະແຫວງຫາພຽງທີ່ຈະບໍ່ເຮັດຜິດເທົ່ານັ້ນ”, “ບໍ່ຈິງຈັງກັບຫຍັງເກີນໄປ”, “ເມື່ອຄວາມບໍ່ຮູ້ຄືຄວາມສຸກ, ການທົນທຸກກັບການສູນເສຍກໍ່ຄືພອນ” ແລະ “ການຢູ່ງຽບໆບົນຂໍ້ຜິດພາດຂອງເພື່ອນທີ່ດີເຮັດໃຫ້ມິດຕະພາບຍາວນານ ແລະ ດີ”. ຂ້ອຍຖືເອົາຄວາມຄິດເຫຼົ່ານີ້ເປັນຄຳເວົ້າຂອງໂຕເອງໃນການດຳລົງຊີວິດ. ມັນບໍ່ສຳຄັນວ່າມັນແມ່ນຄອບຄົວ ແລະ ໝູ່ເພື່ອນ ຫຼື ພຽງແຕ່ຄົນຮູ້ຈັກ, ຂ້ອຍບໍ່ໄດ້ເຮັດຜິດໃຈຜູ້ໃດ ແລະ ເຮັດຕາມສິ່ງທີ່ຄົນອື່ນຕ້ອງການຢູ່ສະເໝີ. ທຸກຄົນຍ້ອງຍໍຂ້ອຍວ່າເປັນຄົນດີກັບຜູ້ຄົນ ແລະ ເຂົ້າກັນໄດ້ງ່າຍ. ຂ້ອຍຍັງຮູ້ສຶກວ່າການຢູ່ລອດໃນສັງຄົມມືດມົນ ແລະ ຊົ່ວຮ້າຍນີ້ຕ້ອງສ້າງຄວາມສໍາພັນທີ່ດີກັບຄົນອ້ອມຂ້າງເຈົ້າໃຫ້ແໜ້ນແຟ້ນ, ເພາະນັ້ນເປັນວິທີດຽວທີ່ຈະສ້າງສະຖານທີ່ສໍາລັບຕົວເຈົ້າເອງ. ຕໍ່ມາ, ຫຼັງຈາກທີ່ຂ້ອຍຍອມຮັບພາລະກິດຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຜະເຊີນໜ້າກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງບາງຢ່າງ, ໃນທີ່ສຸດ ຂ້ອຍຈຶ່ງເຫັນວ່າຫຼັກການຄວາມຢູ່ລອດເຫຼົ່ານີ້ແມ່ນປັດຊະຍາຂອງຊາຕານ, ພິດຂອງຊາຕານ
- [ການດຳລົງຊີວິດທີ່ຄ້າຍຄືກັບມະນຸດໃນທີ່ສຸດ](https://lo.kingdomsalvation.org/testimonies/living-out-a-human-likeness-at-last.html) - ໂດຍ ໂຈ່ວຮົງ, ຈີນ ເມື່ອຂ້ອຍກາຍເປັນຜູ້ນຳຄຣິດຕະຈັກໃນປີ 2018, ຂ້ອຍພົບວ່າມີເອື້ອຍຄົນໜຶ່ງຊື່ ຢາງ ຜູ້ທີ່ມີຄວາມສາມາດດີ ແລະ ສະແຫວງຫາຄວາມຈິງ. ຂ້ອຍຄິດກັບໂຕເອງວ່າ “ຖ້າຂ້ອຍສາມາດຝຶກລາວດີໆ, ມັນຈະເຮັດໃຫ້ຊີວິດຂອງຂ້ອຍງ່າຍຂຶ້ນ, ວຽກຂອງພວກເຮົາຈະປັບປຸງຂຶ້ນ ແລະ ຜູ້ນຳຂອງຂ້ອຍຈະສັນລະເສີນຂ້ອຍເຊັ່ນກັນ”. ດັ່ງນັ້ນ ຂ້ອຍຈຶ່ງທຸ້ມເທໃນການຝຶກລາວ. ຂ້ອຍໄດ້ສົນທະນາກັບລາວເມື່ອໃດກໍ່ຕາມທີ່ລາວປະສົບກັບບັນຫາໃດໆ ແລະ ຂ້ອຍມອບໝາຍໃຫ້ລາວເປັນຫົວໜ້າທີມ. ລາວສ້າງຄວາມກ້າວໜ້າໄດ້ໄວ ແລະ ເອົາໃຈໃສ່ໃນໜ້າທີ່ຂອງຕົນ. ບໍ່ດົນປານໃດ, ວຽກຂອງທີມຂອງລາວກໍ່ບັນລຸຜົນ. ຂ້ອຍຄິດວ່າ “ຖ້າຂ້ອຍມີຄົນແບບເອື້ອຍຢ່າງຈັກສອງສາມຄົນ, ແລ້ວວຽກງານທັງໝົດຂອງຄຣິດຕະຈັກຂອງພວກເຮົາກໍ່ຈະປັບປຸງຂຶ້ນຢ່າງຫຼວງຫຼາຍ. ຂ້ອຍກໍ່ຈະສາມາດຜ່ອນຄາຍໄດ້ເລັກນ້ອຍ ແລະ ພວກເຮົາຈະເຫັນຜົນຮັບທີ່ດີກວ່າ ແລະ ທຸກຄົນກໍ່ຈະເວົ້າວ່າ ຂ້ອຍເຮັດວຽກໄດ້ດີ”. ມື້ໜຶ່ງ, ພວກເຮົາຕ້ອງການໃຜບາງຄົນໂດຍດ່ວນເພື່ອຮວບຮວມເອກະສານກ່ຽວກັບການກວາດລ້າງ ແລະ ຂັບໄລ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ກະທຳຄວາມຊົ່ວ. ຄູ່ຮ່ວມງານຂອງຂ້ອຍ ແລະ ຂ້ອຍຕົກລົງເຫັນດີວ່າເອື້ອຍຢາງຄວນຮັບຜິດຊອບວຽກນີ້. ທີ່ເຮັດໃຫ້ຂ້ອຍຕົກໃຈຄື ບໍ່ດົນລາວກໍ່ເຂົ້າໃຈຫຼັກການ ແລະ ຜະລິດເອກະສານທີ່ມີທັງຈຸດປະສົງ ແລະ ຖືກຕ້ອງ. ໃນຊ່ວງເວລານີ້, ຜູ້ນຳຂອງຂ້ອຍມັກຖາມວ່າພວກເຮົາມີໃຜບໍທີ່ເກັ່ງດ້ານການຮ່ວມເອກະສານຕ່າງໆເຂົ້າກັນ ແລະ ຂ້ອຍຮູ້ວ່າເອື້ອຍຢາງເໝາະສົມກັບວຽກນີ້. ແຕ່ເມື່ອຂ້ອຍຄິດເລື່ອງການທີ່ລາວຖືກຍ້າຍໄປ
- [ການຖືກທຳຮ້າຍໂດຍຄວາມເຂົ້າໃຈຜິດ ແລະ ການຕັ້ງທ່າລະວັງຂອງຂ້ອຍ](https://lo.kingdomsalvation.org/testimonies/why-have-i-walked-the-path-of-the-pharisees.html) - ໂດຍ ຊູ່ຊິງ, ຈີນ ເມື່ອບໍ່ດົນມານີ້, ຜູ້ນໍາຄຣິດຕະຈັກຂອງພວກເຮົາໄດ້ສູນເສຍຕໍາແໜ່ງຂອງລາວ ເພາະລາວບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ເຮັດວຽກຕົວຈິງ ແລະ ອ້າຍເອື້ອຍນ້ອງຄົນອື່ນໆກໍເລືອກຂ້ອຍໃຫ້ເຂົ້າມາແທນທີ່ລາວ. ຜົນຂອງການເລືອກຕັ້ງເຮັດໃຫ້ຂ້ອຍກັງວົນ. ການເປັນຜູ້ນຳຈຳເປັນຕ້ອງມີຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ຄວາມສາມາດໃນການແກ້ໄຂຄວາມຫຍຸ້ງຍາກຂອງຄົນອື່ນໃນການເຂົ້າສູ່ຊີວິດຂອງພວກເຂົາ. ມັນຍັງໝາຍເຖິງການຮັບພາລະ ແລະ ການປະຕິບັດວຽກງານຕົວຈິງ. ຂ້ອຍເຄີຍຮັບໃຊ້ເປັນຜູ້ນໍາສອງສາມເທື່ອກ່ອນໜ້ານີ້, ແຕ່ກໍຈົບລົງດ້ວຍການຖືກແທນທີ່ ເພາະຂ້ອຍກໍາລັງສະແຫວງຫາຊື່ ແລະ ສະຖານະ ແລະ ລົ້ມເຫຼວທີ່ຈະເຮັດວຽກງານຕົວຈິງ. ຂ້ອຍຮູ້ວ່າ ຖ້າຂ້ອຍບໍ່ໄດ້ເຮັດວຽກຂອງຂ້ອຍເປັນຢ່າງດີໃນເວລານີ້, ນອກຈາກຈະຂັດຂວາງວຽກງານໃນເຮືອນຂອງພຣະເຈົ້າ ແລະ ທາງເຂົ້າສູ່ຊີວິດຂອງສະມາຊິກໃນຄຣິດຕະຈັກ, ຢ່າງດີທີ່ສຸດ ຂ້ອຍຈະຖືກປົດອອກ ແລະ ທີ່ຮ້າຍແຮງທີ່ສຸດ ຂ້ອຍສາມາດຖືກເປີດໂປງ ແລະ ກໍາຈັດໄດ້. ຂ້ອຍບໍ່ມີຄວາມສົນໃຈໃນການເປັນຜູ້ນຳອີກ, ໃນການສະແຫວງຫາສະຖານະທີ່ສູງສົ່ງກວ່າ; ຂ້ອຍພຽງແຕ່ຕ້ອງການກົ້ມຫົວຂອງຂ້ອຍລົງ ແລະ ເຮັດໜ້າທີ່ຂອງຂ້ອຍຢ່າງຖືກຕ້ອງ. ສະນັ້ນ, ຂ້ອຍຈຶ່ງປະຕິເສດມັນໃນທັນທີ ໂດຍເວົ້າວ່າ “ບໍ່, ຂ້ອຍບໍ່ເໝາະສົມກັບໜ້າວຽກ” ແລະ ຫາຂໍ້ອ້າງທຸກປະເພດ. ຂ້ອຍຮູ້ສຶກໝັ້ນໃຈວ່າ ນັ້ນເປັນສິ່ງທີ່ສົມເຫດສົມຜົນ ແລະ ທີ່ຕະໜັກຕົນເອງທີ່ຄວນເຮັດ, ແຕ່ເມື່ອໄດ້ໂອ້ລົມໃນພາຍຫຼັງກັບອ້າຍເອື້ອຍນ້ອງເທົ່ານັ້ນ ຂ້ອຍຈຶ່ງຮູ້ວ່າການລັງເລທີ່ຈະຮັບບົດບາດການເປັນຜູ້ນຳເປັນຍ້ອນຂ້ອຍຢູ່ພາຍໃຕ້ການຄວບຄຸມຂອງພິດຊາຕານ ເຊັ່ນ:
- [ການຕໍ່ສູ້ເພື່ອເປັນຄົນທີ່ຊື່ສັດ](https://lo.kingdomsalvation.org/testimonies/the-fight-to-be-an-honest-person.html) - ໂດຍ ເຫວີຍເຈີ້ງ, ຈີນ ສອງສາມປີກ່ອນ, ຂ້ອຍເປີດຮ້ານສ້ອມແປງເຄື່ອງໃຊ້ໄຟຟ້າແຫ່ງໜຶ່ງ. ຂ້ອຍຕ້ອງການເປັນນັກທຸລະກິດທີ່ຊື່ສັດ ແລະ ພຽງແຕ່ຫາເງິນໄດ້ໜ້ອຍໜຶ່ງ ເພື່ອໃຫ້ຄອບຄົວຂອງຂ້ອຍມີຢ່າງພຽງພໍ. ແຕ່ຫຼັງຈາກທີ່ໃຊ້ເວລາບາງຊ່ວງກັບຄວາມຫຍຸ້ງວຽກຢູ່ສະເໝີ, ຂ້ອຍກໍເຫັນວ່າຂ້ອຍຫາເງິນຢ່າງພຽງພໍເພື່ອໃຫ້ຄອບຄົວມີຊີວິດຢູ່ຕໍ່ເທົ່ານັ້ນ ແລະ ບໍ່ມີທາງທີ່ຈະເກັບເງິນເລີຍ. ບາງຄັ້ງ ລາຍຮັບປະຈໍາເດືອນຂອງຂ້ອຍເຖິງກັບຢູ່ຕໍ່າກວ່າແຮງງາຂັ້ນຕົ້ນ. ເມຍຂອງຂ້ອຍຈົ່ມໃຫ້ຂ້ອຍຢູ່ສະເໝີກ່ຽວກັບເລື່ອງນີ້ ໂດຍເວົ້າວ່າຂ້ອຍຊື່ສັດເກີນໄປ ແລະ ບໍ່ຮູ້ວິທີເຮັດທຸລະກິດ. ອ້າຍເຂີຍຂອງຂ້ອຍກໍເວົ້າກ່ຽວກັບກໍລະນີຂອງຂ້ອຍຄືກັນ. ລາວເວົ້າວ່າ, “ພວກເຮົາອາໄສຢູ່ໃນຍຸກຂອງເງິນ ແລະ ບໍ່ວ່າເຈົ້າຈະເຮັດແນວໃດກໍຕາມ, ເຈົ້າຕ້ອງໃຫ້ຄົນມອບເງິນຂອງພວກເຂົາໃຫ້ ເພື່ອຄົນອື່ນຈະເບິ່ງວ່າມີຄວາມສາມາດ”. ລາວຍັງເວົ້າສິ່ງຕ່າງໆ ເຊັ່ນ: “ບໍ່ມີຄວາມຮັ່ງມີໃດທີ່ປາສະຈາກຄວາມມີເລ່ຫຼຽມ” ແລະ “ເງິນເຮັດໃຫ້ໂລກໝຸນ” ເພື່ອເຮັດໃຫ້ຂ້ອຍຕື່ນຂຶ້ນ ແລະ ເຮັດຕາມກະແສ, ເຮັດທຸລະກິດຄືກັບຄົນອື່ນ ແລະ ບໍ່ຕ້ອງດື້ດ້ານຫຼາຍ. ຂ້ອຍຄິດວ່າພວກເຂົາມີປະເດັນ, ແຕ່ຂ້ອຍບໍ່ສາມາດເຮັດໃຫ້ຕົນເອງສໍ້ໂກງລູກຄ້າຂອງຂ້ອຍໄດ້. ຂ້ອຍຮູ້ສຶກວ່າຂ້ອຍບໍ່ສາມາດປະນີປະນອມສິ່ງນັ້ນກັບຄວາມສຳນຶກຂອງຂ້ອຍ. ຕໍ່ມາ ຂ້ອຍສັງເກດເຫັນວ່າ ທ້າວ ຊຽນ, ເຈົ້າຂອງຮ້ານສ້ອມແປງເຄື່ອງໃຊ້ໄຟຟ້າທີ່ຢູ່ໃກ້ກັບຮ້ານຂອງຂ້ອຍ ເກືອບຈະບໍ່ມີທັກສະເຕັກນິກໃດເລີຍ. ລາວພຽງແຕ່ສາມາດແກ້ໄຂບັນຫາບາງຢ່າງທີ່ເລັກນ້ອຍ, ແຕ່ລາວມີປ້າຍໃຫຍ່ຫ້ອຍຢູ່ຕໍ່ໜ້າໂດຍຂຽນວ່າ “ການສ້ອມແປງດ້ວຍຄຸນນະພາບສູງສຸດສໍາລັບເຄື່ອງໃຊ້ໄຟຟ້າທຸກປະເພດ”. ລາວດຶງດູດຫຼາຍທຸລະກິດດ້ວຍວິທີການນັ້ນ. ລາວຍອມຮັບເອົາວຽກ ແລະ ແກ້ໄຂມັນເອງ ຖ້າມັນງ່າຍ. ຖ້າບໍ່ດັ່ງນັ້ນ,
- [ປະສົບການຂອງຊາວຄຣິດຄົນມຽນມ້າໃນນະຮົກຫຼັງຈາກທີ່ເສຍຊີວິດ](https://lo.kingdomsalvation.org/testimonies/christians-experience-in-hell-after-death.html) - ໂດຍ ດານີ, ປະເທດມຽນມາ ຂ້ອຍສົນໃຈໃນສາສະໜາຄຣິດ ເມື່ອຂ້ອຍຍັງນ້ອຍ, ແຕ່ຍ້ອນຄອບຄົວຂອງຂ້ອຍເປັນຊາວພຸດ, ຂ້ອຍຈຶ່ງບໍ່ໄດ້ກາຍມາເປັນຊາວຄຣິດ. ຂ້ອຍໄດ້ຍິນກ່ຽວກັບນະຮົກໃນຕອນນັ້ນ, ແຕ່ຂ້ອຍບໍ່ໄດ້ເຊື່ອໃນມັນແທ້ໆ. ໃນເດືອນເມສາ 2022, ໝູ່ຄົນໜຶ່ງໄດ້ຊວນໃຫ້ຂ້ອຍເຂົ້າຮ່ວມການເຕົ້າໂຮມອອນລາຍ, ເຊິ່ງເປັນຄັ້ງທຳອິດທີ່ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຂ້ອຍຮູ້ສຶກວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທີ່ພຣະຜູ້ສ້າງໃນສະຫວັນກ່າວກັບມະນຸດຊາດ. ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຂໍ້ໃນອອນລາຍຫຼັງຈາກນັ້ນ. ຂ້ອຍໄດ້ຮຽນຮູ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືພຣະເຈົ້າທີ່ແທ້ຈິງພຽງອົງດຽວ ແລະ ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ແຕ່ຍ້ອນຄອບຄົວຂອງຂ້ອຍຂວາງທາງ ແລະ ຍັງເປັນເພາະຂ້ອຍຍຶດຕິດກັບສິ່ງຕ່າງໆທາງໂລກ, ຂ້ອຍຈຶ່ງບໍ່ໄດ້ເຂົ້າຮ່ວມການເຕົ້າໂຮມຢ່າງເປັນປະຈຳ ແລະ ຂ້ອຍເຖິງກັບອອກຈາກກຸ່ມເຕົ້າໂຮມຂອງຂ້ອຍຊົ່ວໄລຍະໜຶ່ງ. ຫຼັງຈາກນັ້ນໃນປະມານ 9:30 ເຊົ້າ ໃນວັນທີ 3 ກຸມພາ 2023, ຂ້ອຍເມື່ອຍພໍສົມຄວນຫຼັງຈາກການເຕົ້າໂຮມ, ສະນັ້ນຂ້ອຍຈຶ່ງນອນພັກຜ່ອນ. ຕໍ່ມານ້ອງຊາຍຂອງຂ້ອຍໄດ້ບອກຂ້ອຍວ່າ ຄອບຄົວຂອງຂ້ອຍບໍ່ສາມາດປຸກຂ້ອຍໃຫ້ຕື່ນໄດ້ຈາກການນອນພັກ ບໍ່ວ່າພວກເຂົາຈະພະຍາຍາມສໍ່າໃດກໍຕາມ, ສະນັ້ນພວກເຂົາຈຶ່ງຟ້າວເອົາຂ້ອຍໄປໂຮງໝໍສຳລັບການປິ່ນປົວສຸກເສີນ. ທ່ານໝໍໄດ້ກວດສຸຂະພາບຂ້ອຍ ແລະ ເວົ້າວ່າຂ້ອຍເຊົາຫາຍໃຈແລ້ວ, ສະນັ້ນລາວຈຶ່ງອອກໃບຢັ້ງຢືນການເສຍຊີວິດ. ຄອບຄົວຂອງຂ້ອຍບໍ່ມີທາງເລືອກ ນອກຈາກພາຂ້ອຍກັບເມືອເຮືອນ. ພວກເຂົາແຈ້ງໃຫ້ຍາດພີ່ນ້ອງ ແລະ ເພື່ອນບ້ານຂອງພວກເຮົາ ແລະ ກະກຽມທີ່ຈະຈັດງານສົບ ແລະ ຝັງຂ້ອຍສາມມື້ໃນພາຍຫຼັງ. ຂ້ອຍບໍ່ຮູ້ວ່າກຳລັງເກີດຫຍັງຂຶ້ນໃນເຮືອນຂອງພວກເຮົາໃນຕອນນັ້ນ. ສິ່ງດຽວທີ່ຂ້ອຍຮູ້ກໍຄືຂ້ອຍໄປໂລກອີກໃບໜຶ່ງ. ຂ້ອຍກຳລັງສວມໃສ່ເສື້ອຄຸມສີຂາວ, ຍ່າງຄົນດຽວຕາມເສັ້ນທາງນ້ອຍໆທີ່ບໍ່ມີໄຟ ແລະ
- [ພຣະຜູ້ເປັນເຈົ້າໄດ້ປາກົດຕົວຢູ່ພາກຕາເວັນອອກ](https://lo.kingdomsalvation.org/testimonies/Lord-has-appeared-in-the-east.html) - ໂດຍ ກຸຍເຊັນ, ປະເທດຈີນ ມື້ໜຶ່ງ, ນ້ອງສາວຂອງຂ້ານ້ອຍໂທຫາຂ້ານ້ອຍເພື່ອບອກວ່ານາງກັບມາແຕ່ພາກເໜືອ ແລະ ນາງມີບາງສິ່ງທີ່ສຳຄັນທີ່ຈະບອກຂ້ານ້ອຍ. ນາງຂໍໃຫ້ຂ້ານ້ອຍເຂົ້າມາຫາທັນທີ. ຂ້ານ້ອຍມີຄວາມຮູ້ສຶກວ່າອາດມີບາງສິ່ງທີ່ບໍ່ດີເກີດຂຶ້ນ, ດັ່ງນັ້ນ ຂ້ານ້ອຍຈຶ່ງໄປທີ່ເຮືອນຂອງນາງທັນທີ. ເມື່ອຂ້ານ້ອຍໄປຮອດສະຖານທີ່ຂອງນາງ ແລະ ເຫັນນາງກຳລັງອ່ານໜັງສືເຫຼັ້ມໜຶ່ງພຽງເທົ່ານັ້ນ ຄວາມບໍ່ສະບາຍໃຈຂອງຂ້ານ້ອຍໝົດໄປ. ນ້ອງສາວຂອງຂ້ານ້ອຍເຫັນຂ້ານ້ອຍເຂົ້າມາ, ກະໂດດຂຶ້ນ ແລະ ເວົ້າຢ່າງເບີກບານວ່າ “ກຸຍເຊັນ! ຄັ້ງນີ້ຢູ່ພາກເໜືອ ຂ້ອຍໄດ້ຍິນຂ່າວດີບາງຢ່າງ: ພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ!” ຫຼັງຈາກທີ່ໄດ້ຍິນນ້ອງສາວຂອງຂ້ານ້ອຍເວົ້າແບບນີ້, ຂ້ານ້ອຍຄິດລອຍໆວ່າ: “ໃນໄລຍະສອງສາມປີທີ່ຜ່ານມາ ສາຍຟ້າເຫຼື້ອມທາງທິດຕາເວັນອອກໄດ້ເປັນພະຍານວ່າ ພຣະເຢຊູເຈົ້າໄດ້ກັບຄືນມາ; ເປັນໄປໄດ້ບໍວ່ານ້ອງສາວຂອງຂ້ານ້ອຍໄດ້ຍອມຮັບສາຍຟ້າເຫຼື້ອມທາງທິດຕາເວັນອອກ?” ກ່ອນທີ່ຂ້ານ້ອຍຈະສາມາດເວົ້າໄດ້, ນ້ອງສາວຂອງຂ້ານ້ອຍກໍເວົ້າຢ່າງຈິງຈັງວ່າ “ໂອ ກຸຍເຊັນ! ພຣະຜູ້ເປັນເຈົ້າໄດ້ບັງເກີດເປັນມະນຸດອີກຄັ້ງ ແລະ ໄດ້ມາທີ່ປະເທດຈີນຂອງພວກເຮົາ”. ຂ້ານ້ອຍກໍເວົ້າຢ່າງຟ້າວຟັ່ງວ່າ “ຢ່າເຊື່ອທຸກສິ່ງທີ່ເຈົ້າໄດ້ຍິນ. ພຣະເຈົ້າສາມາດມາປະເທດຈີນໄດ້ບໍ? ໃນພຣະຄຳພີມີກ່າວໄວ້ຢ່າງເຊັດເຈນວ່າ: ‘ແລະ ໃນມື້ນັ້ນ ພຣະອົງຈະຢືນຢູ່ເທິງພູໝາກກອກເທດ ເຊິ່ງຢູ່ດ້ານໜ້າກຸງເຢລູຊາເລັມໃນທາງທິດຕາເວັນອອກ ແລະ ພູໝາກກອກເທດນັ້ນຈະແຍກອອກເປັນສອງສ່ວນໄປທາງທິດຕາເວັນອອກ ແລະ ທິດຕາເວັນຕົກ, ແລ້ວຈະມີຮ່ອມພູຂະໜາດໃຫຍ່ຢູ່ຫວ່າງກາງ; ພູເຄິ່ງໜຶ່ງຈະເຄື່ອນໄປທາງທິດເໜືອ ແລະ ອີກເຄິ່ງໜຶ່ງຈະເຄື່ອນໄປທາງທິດໃຕ້’ (ເສກາລີຢາາ14:4). ການມາຂອງພຣະເຈົ້າຈະຢູ່ອິດສະຣາເອນ. ພຣະອົງບໍ່ສາມາດມາປະເທດຈີນໄດ້.
- [ຂ້ອຍມາຢູ່ກັບພຣະຜູ້ເປັນເຈົ້າອີກຄັ້ງ](https://lo.kingdomsalvation.org/testimonies/reunited-with-the-Lord.html) - ໂດຍ ລີລານ, ເກົາຫຼີໃຕ້ ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວວ່າ: “ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ມັນເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍມອບໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ... ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລທີ່ຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ້ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ, ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ແລະ
- [ຂ້າພະເຈົ້າ ໄດ້ພົບເສັ້ນທາງ ສູ່ອານາຈັກສະຫວັນ](https://lo.kingdomsalvation.org/testimonies/the-path-Into-the-kingdom-of-heaven.html) - ໂດຍ ເໝີງອ໋າຍ, ໄຕ້ຫວັນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນລະຫວ່າງຍຸກສຸດທ້າຍນັ້ນ ພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ດ້ວຍການບັງເກີດເປັນມະນຸດນີ້ ພຣະເຈົ້າຈຶ່ງໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ເລີ່ມຕົ້ນຍຸກແຫ່ງອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າ. ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ). ພຣະທໍາຂອງພຣະເຈົ້າມີຄວາມຊັດເຈນຫຼາຍ. ພຣະເຢຊູເຈົ້າປະຕິບັດພາລະກິດແຫ່ງການໄຖ່ບາບ
- [ຂ້ານ້ອຍໂຊກດີທີ່ໄດ້ເຮັດການບໍລິການເພື່ອພຣະເຈົ້າ](https://lo.kingdomsalvation.org/testimonies/fortunate-to-do-service-for-God.html) - ໂດຍ ເກີນຊຸ່ຍ, ເກົາຫຼີໃຕ້ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພຣະເຈົ້າສໍາເລັດການເຮັດໃຫ້ມະນຸດສົມບູນຜ່ານທາງໃດ? ສິ່ງນັ້ນຖືກເຮັດໃຫ້ສໍາເລັດຜ່ານທາງອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຫຼັກໆແມ່ນປະກອບດ້ວຍຄວາມຊອບທຳ, ຄວາມໂກດຮ້າຍ, ລິດທານຸພາບ, ການພິພາກສາ ແລະ ຄຳສາບແຊ່ງ ແລະ ການທີ່ພຣະອົງເຮັດໃຫ້ມະນຸດສົມບູນຫຼັກໆແມ່ນຜ່ານທາງພິພາກສາ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ). “ກ່ອນສະໄໝຂອງຜູ້ບໍລິການ, ມະນຸດບໍ່ເຂົ້າໃຈຫຍັງເລີຍກ່ຽວກັບການສະແຫວງຫາຊີວິດ, ການເຊື່ອໃນພຣະເຈົ້າໝາຍເຖິງຫຍັງ ຫຼື ສະຕິປັນຍາໃນພາລະກິດຂອງພຣະເຈົ້າ ຫຼື ເຂົາບໍ່ເຂົ້າໃຈວ່າ ພາລະກິດຂອງພຣະເຈົ້າສາມາດທົດສອບມະນຸດໄດ້. ນັບຕັ້ງແຕ່ສະໄໝຂອງຜູ້ບໍລິການຕະລອດຈົນເຖິງປັດຈຸບັນ, ມະນຸດເຫັນວ່າ ພາລະກິດຂອງພຣະເຈົ້າມະຫັດສະຈັນສໍ່າໃດ, ມັນເປັນສິ່ງທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້. ມະນຸດບໍ່ສາມາດໃຊ້ສະໝອງຂອງເຂົາຈິນຕະນາການເຖິງວິທີທີ່ພຣະເຈົ້າປະຕິບັດພາລະກິດ ແລະ ເຂົາຍັງເຫັນວ່າວຸດທິພາວະຂອງເຂົາຕໍ່າສໍ່າໃດ ແລະ ມີຫຼາຍຢ່າງໃນຕົວເຂົາທີ່ບໍ່ເຊື່ອຟັງ. ເມື່ອພຣະເຈົ້າສາບແຊ່ງມະນຸດ, ມັນກໍເພື່ອບັນລຸຜົນ ແລະ ພຣະອົງບໍ່ໄດ້ເຮັດໃຫ້ມະນຸດຕາຍ. ເຖິງແມ່ນວ່າພຣະອົງສາບແຊ່ງມະນຸດ, ພຣະອົງກໍເຮັດແບບນັ້ນຜ່ານທາງພຣະທຳ ແລະ ຄຳສາບແຊ່ງຂອງພຣະອົງກໍບໍ່ໄດ້ເກີດຂຶ້ນກັບມະນຸດແທ້ໆ ຍ້ອນສິ່ງທີ່ພຣະເຈົ້າສາບແຊ່ງແມ່ນຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ສະນັ້ນ ພຣະທຳແຫ່ງຄຳສາບແຊ່ງຂອງພຣະອົງແມ່ນເພື່ອເຮັດໃຫ້ມະນຸດສົມບູນເຊັ່ນກັນ. ບໍ່ວ່າພຣະເຈົ້າຈະພິພາກສາມະນຸດ ຫຼື ສາບແຊ່ງເຂົາ, ທັງສອງຢ່າງແມ່ນເຮັດໃຫ້ມະນຸດສົມບູນ:
- [ທ່າມກາງການທົດລອງແຫ່ງຄວາມຕາຍ](https://lo.kingdomsalvation.org/testimonies/amid-the-trial-of-death.html) - ໂດຍ ຊິງຕ່າວ, ເກົາຫຼີໃຕ້ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພຣະເຈົ້າລົງມາເພື່ອປະຕິບັດພາລະກິດເທິງແຜ່ນດິນໂລກກໍ່ເພື່ອຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ; ສິ່ງນີ້ຄືຄວາມເປັນຈິງ. ຖ້າບໍ່ແມ່ນຄວາມຈິງ, ແນ່ນອນວ່າ ພຣະອົງຈະບໍ່ມາປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ. ໃນອະດີດ, ຫົນທາງແຫ່ງການລອດພົ້ນຂອງພຣະອົງປະກອບດ້ວຍການສະແດງເຖິງຄວາມຮັກ ແລະ ຄວາມເມດຕາຢ່າງໃຫຍ່ຫຼວງ, ເຊັ່ນ: ພຣະອົງມອບທຸກສິ່ງໃຫ້ກັບຊາຕານເພື່ອແລກປ່ຽນກັບມະນຸດຊາດທັງໝົດ. ປັດຈຸບັນແມ່ນບໍ່ຄືອະດີດ: ຄວາມລອດພົ້ນທີ່ໄດ້ປະທານໃຫ້ກັບພວກເຈົ້າໃນປັດຈຸບັນເກີດຂຶ້ນໃນເວລາຍຸກສຸດທ້າຍ ໃນລະຫວ່າງການຈັດແບ່ງຜູ້ຄົນຕາມປະເພດຂອງພວກເຂົາ; ວິທີທາງແຫ່ງການລອດພົ້ນຂອງພວກເຈົ້າບໍ່ແມ່ນຄວາມຮັກ ຫຼື ຄວາມເມດຕາ, ແຕ່ແມ່ນການຂ້ຽນຕີ ແລະ ການພິພາກສາ ເພື່ອວ່າມະນຸດອາດຈະຖືກຊ່ວຍໃຫ້ລອດພົ້ນໄດ້ຢ່າງສົມບູນ. ດັ່ງນັ້ນ, ສິ່ງດຽວທີ່ພວກເຈົ້າຈະໄດ້ຮັບກໍຄືການຕີສອນ, ການພິພາກສາ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ແຕ່ຮູ້ໄວ້ວ່າ ໃນການຂ້ຽນຕີຢ່າງໄຮ້ຄວາມປານີນີ້ ບໍ່ແມ່ນການລົງໂທດແມ່ນແຕ່ໜ້ອຍດຽວເລີຍ. ບໍ່ວ່າພຣະທຳຂອງເຮົາຈະຮຸນແຮງພຽງໃດກໍຕາມ ຫຼື ພຣະທໍາເລັກນ້ອຍທີ່ພວກເຈົ້າໄດ້ຮັບ ປາກົດວ່າຈະໄຮ້ຄວາມເມດຕາທີ່ສຸດສໍາລັບພວກເຈົ້າ ແລະ ບໍ່ວ່າເຮົາຈະໂກດຮ້າຍພຽງໃດກໍຕາມ, ສິ່ງທີ່ເກີດຂຶ້ນກັບພວກເຈົ້າກໍ່ຄືພຣະທຳແຫ່ງການສິດສອນ ແລະ ເຮົາບໍ່ໄດ້ຕັ້ງໃຈທີ່ຈະທຳຮ້າຍພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າເຖິງແກ່ຄວາມຕາຍ. ນີ້ບໍ່ແມ່ນຂໍ້ເທັດຈິງທັງໝົດບໍ? ຮູ້ໄວ້ວ່າ ທຸກມື້ນີ້, ບໍ່ວ່າຈະເປັນການພິພາກສາຢ່າງຊອບທຳ ຫຼື ການຫຼໍ່ຫຼອມ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ທັງໝົດນີ້ແມ່ນເພື່ອຄວາມລອດພົ້ນຂອງມວນມະນຸດ. ບໍ່ວ່າໃນປັດຈຸບັນນີ້ຈະມີການຈັດແບ່ງຄົນຕາມປະເພດຂອງພວກເຂົາແບບໃດ ຫຼື
- [ການທົດລອງຂອງຕົວປະກອບ](https://lo.kingdomsalvation.org/testimonies/the-trial-of-a-foil.html) - ໂດຍ ຊິງຕ່າວ, ເກົາຫຼີໃຕ້ “ໂອ ພຣະເຈົ້າ! ບໍ່ວ່າຂ້ານ້ອຍມີສະຖານະ ຫຼື ບໍ່, ບັດນີ້ ຂ້ານ້ອຍກໍເຂົ້າໃຈຕົນເອງແລ້ວ. ຖ້າສະຖານະຂອງຂ້ານ້ອຍສູງສົ່ງ ມັນກໍຍ້ອນການຍົກຂຶ້ນຂອງພຣະອົງ ແລະ ຖ້າມັນຕໍ່າຕ້ອຍ ມັນກໍຍ້ອນການແຕ່ງຕັ້ງຂອງພຣະອົງ. ທຸກສິ່ງຢູ່ໃນມືຂອງພຣະອົງ. ຂ້ານ້ອຍບໍ່ມີທາງເລືອກ ຫຼື ການຕໍ່ວ່າໃດເລີຍ. ພຣະອົງກຳນົດວ່າ ຂ້ານ້ອຍຈະເກີດໃນປະເທດນີ້ ແລະ ທ່າມກາງຄົນເຫຼົ່ານີ້ ແລະ ສິ່ງດຽວທີ່ຂ້ານ້ອຍຄວນເຮັດກໍຄືເຊື່ອຟັງພາຍໃຕ້ອຳນາດຂອງພຣະອົງທັງໝົດ ເພາະທຸກສິ່ງຢູ່ພາຍໃນສິ່ງທີ່ພຣະອົງໄດ້ກຳນົດໄວ້ແລ້ວ. ຂ້ານ້ອຍບໍ່ໄດ້ຄິດກັບສະຖານະ; ໃນທີ່ສຸດແລ້ວ ຂ້ານ້ອຍກໍເປັນພຽງສິ່ງຖືກສ້າງ. ຖ້າພຣະອົງວາງຂ້ານ້ອຍໄວ້ໃນຂຸມເລິກທີ່ສຸດ, ໃນທະເລສາບແຫ່ງໄຟ ແລະ ມາດ, ຂ້ານ້ອຍກໍບໍ່ແມ່ນຫຍັງ ນອກຈາກສິ່ງຖືກສ້າງ. ຖ້າພຣະອົງໃຊ້ຂ້ານ້ອຍ, ຂ້ານ້ອຍກໍເປັນສິ່ງຖືກສ້າງ. ຖ້າພຣະອົງເຮັດໃຫ້ຂ້ານ້ອຍສົມບູນ, ຂ້ານ້ອຍກໍຍັງເປັນສິ່ງຖືກສ້າງ. ຖ້າພຣະອົງບໍ່ເຮັດໃຫ້ຂ້ານ້ອຍສົມບູນ, ຂ້ານ້ອຍກໍຍັງຈະຮັກພຣະອົງ ເພາະຂ້ານ້ອຍບໍ່ໄດ້ເປັນຫຼາຍໄປກວ່າສິ່ງຖືກສ້າງ. ຂ້ານ້ອຍບໍ່ໄດ້ເປັນຫຼາຍໄປກວ່າສິ່ງຖືກສ້າງເລັກນ້ອຍທີ່ຖືກເນລະມິດສ້າງຂຶ້ນໂດຍພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ, ເປັນພຽງຄົນໜຶ່ງທ່າມກາງມະນຸດທີ່ຖືກສ້າງທັງປວງ. ພຣະອົງເປັນຜູ້ສ້າງຂ້ານ້ອຍ ແລະ ບັດນີ້ ພຣະອົງໄດ້ວາງຂ້ານ້ອຍໄວ້ໃນມືຂອງພຣະອົງອີກຄັ້ງເພື່ອຈັດການກັບຂ້ານ້ອຍຕາມຄວາມປະສົງຂອງພຣະອົງ. ຂ້ານ້ອຍເຕັມໃຈທີ່ຈະເປັນເຄື່ອງມືຂອງພຣະອົງ ແລະ ຕົວປະກອບຂອງພຣະອົງ ເພາະທຸກສິ່ງແມ່ນສິ່ງທີ່ພຣະອົງໄດ້ກຳນົດໄວ້ແລ້ວ. ບໍ່ມີໃຜສາມາດປ່ຽນແປງມັນໄດ້. ທຸກສິ່ງ ແລະ
- [ການທົດລອງຂອງເຊື້ອສາຍຂອງໂມອາບ](https://lo.kingdomsalvation.org/testimonies/trial-of-the-descendants-of-moab.html) - ໂດຍ ຈວນຢີ, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນການຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັ່ນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)). “ການປະຕິບັດພາລະກິດໃນເຊື້ອສາຍຂອງໂມອາບໃນປັດຈຸບັນແມ່ນການຊ່ວຍຄົນເຫຼົ່ານັ້ນທີ່ໄດ້ຕົກລົງສູ່ຄວາມມືດມິດທີ່ສຸດ. ເຖິງແມ່ນວ່າພວກເຂົາຖືກສາບແຊ່ງ, ພຣະເຈົ້າເຕັມໃຈທີ່ຈະຮັບເອົາສະຫງ່າລາສີຈາກພວກເຂົາ, ຍ້ອນວ່າ ໃນຕອນທຳອິດ ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຂາດພຣະເຈົ້າໃນຫົວໃຈຂອງພວກເຂົາ; ພຽງແຕ່ການເຮັດໃຫ້ພວກເຂົາເຫຼົ່ານັ້ນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈກາຍເປັນຄົນທີ່ເຊື່ອຟັງ ແລະ ຮັກພຣະເຈົ້າຄືການເອົາຊະນະທີ່ແທ້ຈິງ ແລະ ຜົນຂອງພາລະກິດດັ່ງກ່າວແມ່ນສິ່ງທີ່ມີຄ່າທີ່ສຸດ
- [ການໄດ້ຮັບພອນຜ່ານຄວາມໂຊກຮ້າຍ](https://lo.kingdomsalvation.org/testimonies/gaining-blessing-through-misfortune.html) - ໂດຍ ຕູ່ຈວນ, ຍີ່ປຸ່ນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເມື່ອຄົນໃດໜຶ່ງຫວນຄືນເບິ່ງເສັ້ນທາງທີ່ເຂົ້າໄດ້ຍ່າງ, ເມື່ອຄົນໃດໜຶ່ງຈື່ຈໍາທຸກໄລຍະແຫ່ງການເດີນທາງຂອງຕົນເອງ, ເຂົາຈະເຫັນໄດ້ວ່າ ໃນທຸກບາດກ້າວ ບໍ່ວ່າຈະເປັນການເດີນທາງທີ່ຍາກລຳບາກ ຫຼື ລາບລື້ນ, ພຣະເຈົ້າໄດ້ຊີ້ນຳຫົນທາງດັ່ງກ່າວ ແລະ ວາງແຜນໄວ້ທຸກສິ່ງແລ້ວ. ມັນແມ່ນການຈັດແຈງຢ່າງລະອຽດທີ່ສຸດຂອງພຣະເຈົ້າ, ມັນແມ່ນການວາງແຜນຢ່າງຮອບຄອບຂອງພຣະອົງ ທີ່ນຳພາຜູ້ຄົນຈົນມາຮອດທຸກມື້ນີ້ໂດຍບໍ່ຮູ້ຕົວ. ການສາມາດຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຮັບເອົາຄວາມລອດພົ້ນຂອງພຣະອົງ, ນັ້ນແມ່ນໂຊກລາບອັນໃຫຍ່ຫຼວງແທ້ໆ! ... ເມື່ອຜູ້ຄົນບໍ່ມີພຣະເຈົ້າ, ເມື່ອຜູ້ຄົນບໍ່ສາມາດເຫັນພຣະອົງໄດ້, ເມື່ອຜູ້ຄົນບໍ່ສາມາດຮັບຮູ້ອຳນາດອະທິປະໄຕຂອງພຣະເຈົ້າໄດ້ຢ່າງຊັດເຈນ, ທຸກມື້ກໍຈະບໍ່ມີຄວາມໝາຍ, ໄຮ້ຄ່າ ແລະ ມົວໝອງ. ບໍ່ວ່າຜູ້ຄົນຈະຢູ່ໃສ, ມີອາຊີບຫຍັງ, ວິທີການດຳລົງຊີວິດຂອງພວກເຂົາ ແລະ ການສະແຫວງຫາເປົ້າໝາຍຂອງພວກເຂົາບໍ່ໄດ້ຊ່ວຍຫຍັງເລີຍ ແຕ່ກັບນຳເອົາຄວາມປວດໃຈອັນບໍ່ຮູ້ຈົບ ແລະ ຄວາມທຸກທໍລະມານທີ່ບໍ່ລົດລະ ເຊິ່ງພວກເຂົາບໍ່ສາມາດທົນທີ່ຈະຫວນຄືນເບິ່ງອະດີດຂອງຕົນເອງໄດ້. ເມື່ອຜູ້ຄົນຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ ແລະ ສະແຫວງຫາຊີວິດມະນຸດທີ່ແທ້ຈິງເທົ່ານັ້ນ ພວກເຂົາຈິ່ງຈະຄ່ອຍໆເລີ່ມຫຼຸດພົ້ນອອກຈາກຄວາມທຸກໃຈ ແລະ ຄວາມທຸກທໍລະມານທັງໝົດ ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ” (ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III).
- [ການຮູ້ຈັກສິດອຳນາດ ແລະ ອຳນາດອະທິປະໄຕຂອງພຣະເຈົ້າໃນຊີວິດ](https://lo.kingdomsalvation.org/testimonies/knowing-God-s-authority-and-sovereignty-in-life.html) - ໂດຍ ຊິ່ນຊິນ, ສະຫະລັດອາເມຣິກາ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ລິດອຳນາດຂອງພຣະເຈົ້າ, ຕົວຕົນຂອງພຣະເຈົ້າເອງ ແລະ ທາດແທ້ຂອງພຣະເຈົ້າບໍ່ສາມາດບັນລຸໄດ້ໂດຍເພິ່ງພາຈິນຕະນາການຂອງເຈົ້າ. ຍ້ອນເຈົ້າບໍ່ສາມາດເພິ່ງພາຈິນຕະນາການເພື່ອຮູ້ຈັກສິດອຳນາດຂອງພຣະເຈົ້າ, ແລ້ວເຈົ້າສາມາດບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າດ້ວຍວິທີໃດ? ວິທີທີ່ຈະສາມາດບັນລຸສິ່ງນີ້ແມ່ນຜ່ານທາງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜ່ານທາງການສົນທະນາ ແລະ ຜ່ານການຜະເຊີນກັບພຣະທຳຂອງພຣະເຈົ້າ. ດ້ວຍເຫດນັ້ນ, ເຈົ້າຈະມີປະສົບການ ແລະ ການພິສູດເທື່ອລະໜ້ອຍກ່ຽວກັບສິດອຳນາດຂອງພຣະເຈົ້າ ແລະ ເຈົ້າຈະຮັບເອົາຄວາມເຂົ້າໃຈເທື່ອລະໜ້ອຍ ແລະ ຄວາມຮູ້ກ່ຽວກັບສິດອຳນາດເພີ່ມຂຶ້ນ. ນີ້ແມ່ນວິທີດຽວເທົ່ານັ້ນທີ່ຈະບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ; ບໍ່ມີທາງລັດ. ການຂໍໃຫ້ພວກເຈົ້າບໍ່ຈິນຕະນາການ ບໍ່ຄືກັນກັບການເຮັດໃຫ້ພວກເຈົ້ານັ່ງຢູ່ລ້າໆເພື່ອລໍຖ້າຄວາມພິນາດ ຫຼື ການຫ້າມພວກເຈົ້າບໍ່ໃຫ້ເຮັດຫຍັງເລີຍ. ການບໍ່ໃຊ້ສະໝອງຂອງເຈົ້າເພື່ອຄິດ ແລະ ຈິນຕະນາການໝາຍເຖິງການບໍ່ໃຊ້ເຫດຜົນເພື່ອຄາດຄະເນ, ບໍ່ໃຊ້ຄວາມຮູ້ເພື່ອວິເຄາະ, ບໍ່ໃຊ້ວິທະຍາສາດເປັນພື້ນຖານ, ແຕ່ກົງກັນຂ້າມກໍຄືການເຫັນຄຸນຄ່າ, ການພິສູດ ແລະ ການຢືນຢັນວ່າພຣະເຈົ້າທີ່ເຈົ້າເຊື່ອແມ່ນມີສິດອຳນາດ, ຢືນຢັນວ່າພຣະອົງປົກຄອງເໜືອໂຊກຊະຕາຂອງເຈົ້າ ແລະ ລິດອຳນາດຂອງພຣະອົງກໍພິສູດໃຫ້ພຣະອົງເປັນພຣະເຈົ້າທີ່ແທ້ຈິງຢູ່ຕະຫຼອດເວລາ, ຜ່ານທາງພຣະທຳຂອງພຣະເຈົ້າ, ຜ່ານຄວາມຈິງ, ຜ່ານທຸກສິ່ງທີ່ປະສົບໃນຊີວິດ. ນີ້ແມ່ນວິທີດຽວທີ່ຜູ້ຄົນຈະສາມາດບັນລຸຄວາມເຂົ້າໃຈກ່ຽວກັບພຣະເຈົ້າໄດ້” (ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I). ຂ້ອຍເຄີຍຄິດວ່າການຜ່ານຜ່າບາງສິ່ງທີ່ສຳຄັນ
- [ຄວາມເຊື່ອໝາຍເຖິງການເພິ່ງພາພຣະເຈົ້າ](https://lo.kingdomsalvation.org/testimonies/faith-means-relying-on-God.html) - ໂດຍ ເຊີງເຊີງ, ອິຕາລີ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ນັ້ນກໍຄື ຈາກພາຍໃນຄວາມເຊື່ອຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດເຫັນພຣະເຈົ້າໄດ້ ແລະ ເມື່ອເຈົ້າມີຄວາມເຊື່ອ ພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຫາກປາສະຈາກຄວາມເຊື່ອ, ພຣະອົງບໍ່ສາມາດເຮັດສິ່ງນີ້ໄດ້. ພຣະເຈົ້າຈະປະທານສິ່ງໃດກໍຕາມທີ່ເຈົ້າຫວັງຈະໄດ້ຮັບໃຫ້ກັບເຈົ້າ. ຖ້າເຈົ້າບໍ່ມີຄວາມເຊື່ອ, ເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນ ແລະ ເຈົ້າຈະບໍ່ສາມາດເຫັນການກະທຳຂອງພຣະເຈົ້າໄດ້, ແຮງໄກທີ່ຈະໄດ້ເຫັນອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ເມື່ອເຈົ້າມີຄວາມເຊື່ອວ່າເຈົ້າຈະເຫັນການກະທຳຂອງພຣະອົງໃນປະສົບການຕົວຈິງຂອງເຈົ້າ, ແລ້ວພຣະເຈົ້າຈະປາກົດຕໍ່ເຈົ້າ ແລະ ພຣະອົງຈະໃຫ້ຄວາມສະຫວ່າງ ແລະ ນໍາພາເຈົ້າຈາກພາຍໃນ. ຫາກປາສະຈາກຄວາມເຊື່ອນັ້ນ, ພຣະເຈົ້າຈະບໍ່ສາມາດເຮັດສິ່ງນັ້ນໄດ້. ຖ້າເຈົ້າສູນເສຍຄວາມຫວັງໃນພຣະເຈົ້າ, ເຈົ້າຈະສາມາດມີປະສົບການກັບພາລະກິດຂອງພຣະອົງໄດ້ແນວໃດ? ສະນັ້ນ, ມີແຕ່ເມື່ອເຈົ້າມີຄວາມເຊື່ອ ແລະ ເຈົ້າບໍ່ມີຄວາມສົງໄສຕໍ່ພຣະເຈົ້າເທົ່ານັ້ນ, ມີແຕ່ເມື່ອເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະອົງເທົ່ານັ້ນ ບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ, ພຣະອົງຈຶ່ງຈະໃຫ້ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ເຈົ້າຜ່ານປະສົບການຂອງເຈົ້າ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເຫັນການກະທຳຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ຖືກບັນລຸຜ່ານຄວາມເຊື່ອ. ຄວາມເຊື່ອມາຜ່ານການຫຼໍ່ຫຼອມເທົ່ານັ້ນ ແລະ ຫາກບໍ່ມີການຫຼໍ່ຫຼອມ ຄວາມເຊື່ອບໍ່ສາມາດພັດທະນາໄດ້. ຄຳນີ້ ‘ຄວາມເຊື່ອ’ ໝາຍເຖິງຫຍັງ? ຄວາມເຊື່ອແມ່ນຄວາມເຊື່ອທີ່ແທ້ຈິງ ແລະ ຫົວໃຈທີ່ຈິງໃຈທີ່ມະນຸດຄວນມີ ເມື່ອພວກເຂົາບໍ່ສາມາດເຫັນ ຫຼື ສຳຜັດບາງສິ່ງບາງຢ່າງ, ເມື່ອພາລະກິດຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງມະນຸດ,
- [ການປົດປ່ອຍຫົວໃຈ](https://lo.kingdomsalvation.org/testimonies/the-heart-s-deliverance.html) - ໂດຍ ເຈີ້ງຊິນ, ສະຫະລັດອາເມຣິກາ ໃນເດືອນຕຸລາຂອງປີ 2016, ຜົວຂອງຂ້ານ້ອຍ ແລະ ຂ້ານ້ອຍໄດ້ຍອມຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ໃນຂະນະທີ່ພວກເຮົາຢູ່ຕ່າງປະເທດ. ສອງສາມເດືອນຕໍ່ມາ, ເອື້ອຍຫວາງ ເຊິ່ງເປັນຜູ້ທີ່ຍອມຮັບພາລະກິດຂອງພຣະເຈົ້າກັບຂ້ານ້ອຍ, ໄດ້ຮັບພັດທະນາຢ່າງໄວວາ ແລະ ທຸກຄົນກໍຊົມເຊີຍລາວສຳລັບຄວາມສາມາດທີ່ດີ. ມີຄັ້ງໜຶ່ງຫຼັງຈາກການເຕົ້າໂຮມກັນຄັ້ງໜຶ່ງ, ຂ້ານ້ອຍໄດ້ຍິນເອື້ອຍຫຼິນເວົ້າວ່າ “ທຸກສິ່ງທີ່ເອື້ອຍຫວາງສົນທະນາໃນມື້ນີ້, ກ່ຽວກັບການຍອມຮັບຂອງລາວ ແລະ ການເຂົ້າໃຈພຣະທຳຂອງພຣະເຈົ້າ ແມ່ນໄດ້ເວົ້າອອກມາຈາກໃຈ. ສິ່ງທີ່ລາວເວົ້າຍັງແມ່ນມີແສງສະຫວ່າງບາງຢ່າງ ແລະ ສຳລັບຂ້ານ້ອຍແລ້ວ ມັນມີປະໂຫຍດຫຼາຍ”. ໃນຄວາມຈິງແລ້ວ, ໃນຕອນທຳອິດ ເມື່ອໄດ້ຍິນທຸກຄົນເວົ້າແບບນີ້ເຮັດໃຫ້ຂ້ານ້ອຍຮູ້ສຶກຂ້ອນຂ້າງອິດສາລາວ. ແຕ່ຕໍ່ມາບໍ່ດົນ, ຂ້ານ້ອຍກໍເລີ່ມຮູ້ສຶກບໍ່ພໍໃຈ: ທຸກຄົນຊົມເຊີຍລາວ ແລະ ບໍ່ແມ່ນຂ້ານ້ອຍໄດ້ແນວໃດ? ຂ້ານ້ອຍບໍ່ໄດ້ເຕີບໂຕເລີຍບໍ? ມີບາງສິ່ງທີ່ບໍ່ຖືກຕ້ອງໃນການສົນທະນາຂອງຂ້ານ້ອຍບໍ? ຂ້ານ້ອຍບໍ່ເຕັມໃຈທີ່ຈະຍອມຮັບຂໍ້ແທ້ຈິງທີ່ວ່າລາວດີກ່ວາຂ້ານ້ອຍ ແລະ ເລີ່ມຕັ້ງຕົວເອງຕໍ່ຕ້ານລາວຢ່າງລັບໆເທື່ອລະໜ້ອຍ. ຂ້ານ້ອຍຄິດກັບຕົນເອງວ່າ “ເຈົ້າສາມາດສົນທະນາກ່ຽວກັບພຣະທຳຂອງພຣະເຈົ້າ, ແຕ່ຂ້ານ້ອຍກໍສາມາດເຮັດໄດ້ຄືກັນ. ມື້ນັ້ນຈະມາເຖິງເມື່ອຂ້ານ້ອຍຈະລື່ນເຈົ້າ. ຂ້ານ້ອຍຈະບັນທຶກຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ຂ້ານ້ອຍໄດ້ຮັບຈາກພຣະທຳຂອງພຣະເຈົ້າ ແລະ ພຽງແຕ່ແບ່ງປັນມັນເມື່ອຢູ່ໃນການເຕົ້າໂຮມເທົ່ານັ້ນ. ດ້ວຍວິທີນັ້ນ, ທຸກຄົນຈະເຫັນວ່າການສົນທະນາຂອງຂ້ານ້ອຍແມ່ນຂ້ອນຂ້າງດີ ແລະ ເປັນຈິງຄືກັນ”. ເປັນຊ່ວງເວລາໜຶ່ງຫຼັງຈາກນັ້ນ, ຂ້ານ້ອຍໄດ້ຂຽນລົງໃນປື້ມບັນທຶກກ່ຽວກັບທຸກສິ່ງທີ່ຂ້ານ້ອຍໄດ້ຮັບ ແລະ
- [ວິທີດຽວທີ່ຈະມີຊີວິດຢູ່ຢ່າງຄົນທີ່ແທ້ຈິງ](https://lo.kingdomsalvation.org/testimonies/the-only-way-to-live-like-a-real-person.html) - ໂດຍ ຊິ່ນເຊີງ, ຈີນ ຂ້ອຍເຄີຍອ່ານນະວະນິຍາຍໂດຍຜູ້ຂຽນຄົນຍີ່ປຸ່ນ, ເຊິ່ງເປັນເລື່ອງກ່ຽວກັບພະນັກງານຂາຍທີ່ສາມາດຂາຍເຊຣຳປູກຜົມ, ສານຍ້ອມສີຜົມ, ນໍ້າມັນໃສ່ຜົມ, ນໍ້າມັນທິນເນີໃສ່ຜົມ ແລະ ອຸປະກອນຕັດຜົມໃຫ້ແກ່ຊ່າງທາສີທີ່ມີຜົມໜ້ອຍ, ໂດຍເວົ້າວ່າມັນສາມາດແກ້ໄຂບັນຫາຂອງລາວໄດ້. ຊ່າງທາສີໃຊ້ເງິນຫຼາຍ ແຕ່ກໍ່ຍັງຈົບລົງດ້ວຍຫົວທີ່ເກືອບລ້ານຄືເກົ່າ. ຜູ້ຂຽນໃຊ້ຄຳເວົ້າສຽດສີເພື່ອເປີດໂປງການສໍ້ໂກງທີ່ພະນັກງານຂາຍບາງຄົນທີ່ໄຮ້ຢາງອາຍນໍາໃຊ້ໃນທຸກມື້ນີ້, ໂດຍເຕືອນບໍ່ໃຫ້ຄົນຕົກເປັນເຫຍື່ອ. ສິ່ງປະເພດນີ້ຍິ່ງໂຫດຮ້າຍຂຶ້ນເລື້ອຍໆ ແຕ່ບໍ່ມີຜູ້ໃດສາມາດແກ້ໄຂບັນຫາດັ່ງກ່າວໄດ້. ຂ້ອຍເຄີຍເປັນໜຶ່ງໃນຄົນເຫຼົ່ານັ້ນເຊັ່ນກັນ. ຂ້ອຍຕົວະ ແລະ ຫຼອກລວງລູກຄ້າ ເພື່ອຫາເງິນເພີ່ມ. ຂ້ອຍຫຼົງພົວພັນກັບມັນຫຼາຍກວ່າ ແລະ ບໍ່ສາມາດຢຸດໄດ້ແທ້ໆ. ຫຼັງຈາກນັ້ນ ຂ້ອຍກໍ່ຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງຍຸກສຸດທ້າຍ ແລະ ຂ້ອຍກໍ່ເຂົ້າໃຈຄວາມຈິງບາງຢ່າງໂດຍການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ທັດສະນະຄະຕິຂອງຂ້ອຍກໍ່ປ່ຽນແປງໄປ ແລະ ຂ້ອຍໄດ້ເລີ່ມປະຕິບັດຄວາມຈິງ ແລະ ກາຍເປັນຄົນຊື່ສັດຕາມພຣະທຳຂອງພຣະເຈົ້າ. ນີ້ແມ່ນຫົນທາງດຽວທີ່ຈະມີຊີວິດຢ່າງເປີດເຜີຍ ແລະ ມີລັກສະນະຂອງມະນຸດ. ເມື່ອຂ້ອຍເປີດຮ້ານຕັດຜົມເປັນຄັ້ງທຳອິດ, ຂ້ອຍກໍ່ສາບານວ່າຂ້ອຍຈະດຳເນີນທຸລະກິດຢ່າງຊື່ສັດ. ຂ້ອຍກໍ່ເຮັດມັນແທ້ໆ, ໂດຍບໍ່ພົວພັນກັບການຄ້າກຳໄລເກີນຄວນ. ຂ້ອຍທຸ້ມສຸດຕົວໃນທຸລະກິດນັ້ນສຳລັບຜົມຂອງລູກຄ້າທຸກຄົນທີ່ຂ້ອຍຮັບເຮັດ ແລະ ຄ່າບໍລິການຂອງຂ້ອຍກໍ່ຕໍ່າກວ່າຊ່າງຜົມຄົນອື່ນໆ. ແຕ່ຫຼັງຈາກທີ່ຂ້ອຍໄດ້ທຸ້ມເທເປັນເວລາໜຶ່ງປີ, ຂ້ອຍກໍ່ເຫຼືອເງິນພຽງ 2.000 ຢວນເທົ່ານັ້ນ ຫຼັງຈາກທີ່ຈ່າຍຄ່າເຊົ່າຂອງຂ້ອຍ, ອາກອນທຸລະກິດ, ຄ່າສາທາລະນຸປະໂພກ, ຄ່າສ້າງຄວາມຮ້ອນ ແລະ ອື່ນໆອີກ. ຂ້ອຍມີທຸລະກິດຫຼາຍກວ່າຮ້ານຕັດຜົມທີ່ຢູ່ຕາມທາງ
- [ມີພຽງແຕ່ຄວາມຊື່ສັດເທົ່ານັ້ນທີ່ກໍ່ໃຫ້ເກີດຄວາມຄ້າຍຄືມະນຸດ](https://lo.kingdomsalvation.org/testimonies/only-honesty-brings-human-likeness.html) - ໂດຍ ຊື່ຈ້າຍ, ຈີນ ຜົວຂອງຂ້ານ້ອຍ ແລະ ຂ້ານ້ອຍແມ່ນເຮັດທຸລະກິດຂາຍເຄື່ອງເຟີນີເຈີຫ້ອງການ. ພວກເຮົາເລີ່ມຕົ້ນເຮັດທຸລະກິດດ້ວຍຄວາມຊື່ສັດແທ້ໆ, ເຮັດຕາມທີ່ລູກຄ້າຂໍຢ່າງແທ້ໆ ໂດຍບໍ່ປົນກັບສິ່ງທີ່ເປັນຂອງປອມຮຽນແບບ. ແຕ່ໜຶ່ງປີໄດ້ຜ່ານໄປ ແລະ ຫຼັງຈາກທີ່ໄດ້ຊໍາລະຄ່າທຳນຽມທີ່ພວກເຮົາຕ້ອງຊໍາລະ, ພວກເຮົາກໍມີພຽງພໍເພື່ອດຳລົງຊີວິດຕໍ່ໄປ. ເຈົ້າຂອງຮ້ານຖັດໄປແມ່ນເຮັດທຸລະກິດດຽວກັນ, ແຕ່ພວກເຂົາມີລາຍໄດ້ຫຼາຍກວ່າພວກເຮົາ. ຂ້ານ້ອຍສັບສົນ: ເປັນຫຍັງພວກເຮົາຈຶ່ງບໍ່ສາມາດມີລາຍໄດ້ຫຼາຍສໍ່າກັບພວກເຂົາ? ຂ້ານ້ອຍຢາກໄປເບິ່ງ ແລະ ຮຽນຮູ້, ເພື່ອເບິ່ງວ່າພວກເຂົາຫາເງິນຂອງພວກເຂົາແນວໃດ. ມື້ໜຶ່ງ ລູກຄ້າຄົນໜຶ່ງເຂົ້າມາໃນຮ້ານຂອງພວກເຂົາ ແລະ ສັ່ງໂຊຟາ, ໂຕະຕ້ອນຮັບ ແລະ ໂຕະ ແລະ ຕ້ອງການໃຫ້ພວກມັນມີຄຸນນະພາບອັນດັບຕົ້ນໆ. ຂ້ານ້ອຍເຫັນເຈົ້າຂອງສັນຍາກັບພວກເຂົາວ່າ ພວກມັນຈະມີຄຸນນະພາບທີ່ດີທີ່ສຸດທັງໝົດ, ແຕ່ທັນທີທີ່ລູກຄ້າຈາກໄປ, ລາວກໍເອົາຜະລິດຕະພັນເກຣດສາມຈາກໂຮງງານຂອງພວກເຂົາ ແລະ ປ່ຽນພວກມັນກັບຜະລິດຕະພັນເກຣດໜຶ່ງ ແລະ ສົ່ງພວກມັນໄປໃຫ້ລູກຄ້າ. ລາວໄດ້ເງິນຫຼາຍກວ່າ 10.000 ຢວນ ໃນເວລາບໍ່ພໍເທົ່າໃດ. ການເຫັນພວກເຂົາໃຊ້ກົນລະຍຸດປະເພດນີ້ເປັນເລື່ອງທີ່ເປັນຕາຕົກໃຈສຳລັບຂ້ານ້ອຍແທ້ໆ. ຂ້ານ້ອຍຄິດວ່າ “ນັ້ນແມ່ນວິທີການທີ່ພວກເຂົາດຳເນີນທຸລະກິດ! ນັ້ນບໍ່ແມ່ນການຫຼອກລວງລູກຄ້າບໍ? ນັ້ນບໍ່ແມ່ນວິທີການທີ່ຊື່ສັດຫຼາຍທີ່ຈະເຮັດທຸລະກິດ”. ແຕ່ຫຼັງຈາກນັ້ນ ຂ້ານ້ອຍກໍຄິດວ່າ “ພວກເຮົາເຮັດທຸລະກິດດຽວກັນ ແຕ່ພວກເຂົາມີລາຍໄດ້ຫຼາຍກວ່າ ແລະ ມີຊີວິດທີ່ດີກວ່າ ໃນຂະນະທີ່ພວກເຮົາພຽງແຕ່ຫາພໍດຳລົງຊີວິດ. ມັນມີຄວາມແຕກຕ່າງຫຼາຍເກີນໄປ”.
- [ລົດຊາດຂອງການເປັນຄົນຊື່ສັດ](https://lo.kingdomsalvation.org/testimonies/a-taste-of-being-an-honest-person.html) - ໂດຍ ຢົງຊຸ່ຍ, ເກົາຫຼີໃຕ້ ມື້ໜຶ່ງໃນການເຕົ້າໂຮມໃນທ້າຍເດືອນມີນາ, ຜູ້ນຳຄົນໜຶ່ງໄດ້ເວົ້າກ່ຽວກັບອ້າຍຄົນໜຶ່ງທີ່ຖືກຈັບ ແລະ ຖືກທໍລະມານຢ່າງໂຫດຮ້າຍ. ໃນຊ່ວງເວລາທີ່ອ່ອນແອທີ່ສຸດ, ລາວໄດ້ຂາຍສະມາຊິກອີກສອງຄົນໃນຄຣິດຕະຈັກ. ລາວເຕັມໄປດ້ວຍຄວາມເສຍໃຈ ແລະ ໂດຍການອ່ານພຣະທຳແຫ່ງການພິພາກສາ ແລະ ການເປີດເຜີຍຂອງພຣະເຈົ້າ, ລາວໄດ້ເຫັນເຖິງສາເຫດຂອງຄວາມລົ້ມເຫຼວຂອງລາວ ແລະ ໄດ້ກັບໃຈຢ່າງແທ້ຈິງ. ຜູ້ນຳໄດ້ຖາມພວກເຮົາວ່າພວກເຮົາຄິດແນວໃດກ່ຽວກັບປະສົບການນັ້ນ ແລະ ມັນນັບເປັນຄຳພະຍານທີ່ແທ້ຈິງ ຫຼື ບໍ່. ລາວຍັງໄດ້ຂໍໃຫ້ພວກເຮົາທຸກຄົນແລກປ່ຽນຄວາມຄິດຂອງພວກເຮົາ. ສິ່ງນີ້ເຮັດໃຫ້ຂ້ອຍກະວົນກະວາຍແທ້ໆ ແລະ ຂ້ອຍກໍ່ເລີ່ມຄິດພິຈາລະນາວ່າ: ເປັນຫຍັງລາວຈຶ່ງຢາກໃຫ້ພວກເຮົາສົນທະນາກ່ຽວກັບສິ່ງນີ້? ມັນແມ່ນເພື່ອທົດສອບວ່າພວກເຮົາເຫັນບັນຫາຢ່າງຖືກຕ້ອງບໍ? ຂ້ອຍຄິດວ່າ, “ອ້າຍຄົນນັ້ນຂາຍຄົນອື່ນ ພຽງແຕ່ຍ້ອນຊ່ວງເວລາທີ່ອ່ອນແອ. ນັ້ນຄືການຝ່າຝືນ. ແຕ່ລາວໄດ້ຮຽນຮູ້ກ່ຽວກັບຕົນເອງ ແລະ ກັບໃຈຢ່າງແທ້ຈິງ, ສະນັ້ນ ປະສົບການຂອງລາວຈຶ່ງຄວນນັບເປັນຄຳພະຍານ”. ແຕ່ຫຼັງຈາກນັ້ນຂ້ອຍກໍ່ຄິດໂດຍບໍ່ແນ່ໃຈວ່າ, “ຂ້ອຍຈະເບິ່ງສິ່ງທີ່ຄົນອື່ນຈະເວົ້າກ່ອນ ເພື່ອວ່າຂ້ອຍຈະບໍ່ເຮັດໃຫ້ຫຍຸ້ງໄປໝົດ ຫຼື ເວົ້າບາງສິ່ງທີ່ຄຸມເຄືອເກີນໄປ ແລະ ເຮັດໃຫ້ຕົນເອງເບິ່ງບໍ່ດີ”. ຄົນອື່ນກໍ່ເລີ່ມເວົ້າຂຶ້ນດ້ວຍຄວາມຄິດຂອງພວກເຂົາ. ເພື່ອເລີ່ມຕົ້ນ, ເອື້ອຍຄົນໜຶ່ງເວົ້າບາງສິ່ງທີ່ຂ້ອນຂ້າງໃກ້ຄຽງກັບສິ່ງທີ່ຂ້ອຍຄິດ, ສະນັ້ນ ຂ້ອຍຈຶ່ງຮູ້ສຶກຖືກຕ້ອງ. ແຕ່ຫຼັງຈາກນັ້ນ, ເອື້ອຍອີກຄົນໜຶ່ງກໍ່ເວົ້າວ່າອ້າຍຄົນນັ້ນເປັນຢູດາທີ່ທໍລະຍົດຕໍ່ພຣະເຈົ້າ, ສະນັ້ນ ສິ່ງນັ້ນຈຶ່ງບໍ່ແມ່ນຄຳພະຍານປະເພດໜຶ່ງທີ່ສາມາດເປັນປະຈັກພະຍານໃຫ້ກັບພຣະເຈົ້າໄດ້. ຫຼັງຈາກນັ້ນ ຄົນອື່ນອີກສອງສາມຄົນກໍ່ເວົ້າຢ່າງໝັ້ນໃຈຫຼາຍວ່າ
- [ຫຼັງຈາກຄຳເວົ້າຕົວະ](https://lo.kingdomsalvation.org/testimonies/after-the-lies.html) - ໂດຍ ເຊີນຊື່, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ພວກເຈົ້າຄວນຮູ້ວ່າ ພຣະເຈົ້າມັກຄົນທີ່ຊື່ສັດ. ພຣະເຈົ້າມີແກ່ນສານຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖືໄດ້ ຕະຫຼອດເວລາ. ນອກຈາກນັ້ນ ການກະທໍາຂອງພຣະອົງ ບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ. ນີ້ຄືເຫດຜົນທີ່ພຣະເຈົ້າມັກຄົນ ທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ. ຄວາມຊື່ສັດໝາຍເຖິງ ການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການທີ່ບໍ່ເຄີຍຫຼອກລວງ ພຣະອົງໃນສິ່ງໃດໜຶ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງທຸກຢ່າງ ໂດຍບໍ່ໄດ້ປິດບັງຄວາມຈິງ, ການທີ່ບໍ່ເຮັດໃນສິ່ງທີ່ເປັນການຕົວະຜູ້ຄົນທີ່ມີຖານະສູງກວ່າ ແລະ ຫຼອກລວງຜູ້ຄົນທີ່ມີຖານະຕໍ່າກວ່າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດແມ່ນການຢັບຢັ້ງຈາກການກະທໍາ ແລະ ການໃຊ້ຄໍາເວົ້າ ທີ່ບໍ່ບໍລິສຸດ ແລະ ການຫຼອກລວງທັງພຣະເຈົ້າ ແລະ ມະນຸດ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້). ພຣະເຢຊູເຈົ້າຍັງກ່າວອີກວ່າ, “ແລ້ວເວົ້າວ່າ ເຮົາເວົ້າກັບເຈົ້າແທ້ໆ ນອກຈາກເຈົ້າຈະກັບໃຈໃໝ່ ແລະ ກາຍມາເປັນຄືກັບເດັກນ້ອຍ ເຈົ້າຈະບໍ່ເຂົ້າສູ່ອະນາຈັກສະຫວັນເລີຍ” (ມັດທາຍ 18:3). ພວກເຮົາສາມາດເຫັນໄດ້ຈາກພຣະທຳຂອງພຣະເຈົ້າວ່າພຣະອົງຊື່ສັດ,
- [ເບື້ອງຫຼັງຄວາມງຽບ](https://lo.kingdomsalvation.org/testimonies/behind-the-silence.html) - ໂດຍ ຫຼີຈື້, ເກຣັກ ຂ້ອຍເປັນຄົນທີ່ບໍ່ເວົ້າຫຼາຍ ແລະ ມັນບໍ່ເລື້ອຍປານໃດທີ່ຂ້ອຍຈະເປີດໃຈ ແລະ ເວົ້າຈາກໃຈ. ຂ້ອຍຄິດສະເໝີວ່າ ມັນເປັນຍ້ອນຂ້ອຍມີບຸກຄະລິກແບບເກັບໂຕ, ແຕ່ແລ້ວຫຼັງຈາກທີ່ຂ້ອຍໄດ້ຜ່ານຜ່າບາງສິ່ງ ແລະ ເຫັນສິ່ງທີ່ຖືກເປີດເຜີຍໃນພຣະທຳຂອງພຣະເຈົ້າ, ຂ້ອຍຮັບຮູ້ວ່າການເກັບຕົວຢູ່ສະເໝີ ແລະ ບໍ່ເຄີຍແລກປ່ຽນຄຳຄິດເຫັນຂອງຂ້ອຍໂດຍບໍ່ຕັ້ງໃຈ ບໍ່ແມ່ນການເປັນຄົນເກັບໂຕ ແລະ ມັນບໍ່ແມ່ນການກະທຳດ້ວຍເຫດຜົນ. ສິ່ງທີ່ເຊື່ອງຢູ່ພາຍໃນນັ້ນແມ່ນອຸປະນິໄສແຫ່ງຄວາມມີເລ່ຫຼ່ຽມຂອງຊາຕານ. ຊົ່ວໄລຍະໜຶ່ງກ່ອນໜ້ານີ້, ຂ້ອຍເລີ່ມປະຕິບັດ ໜ້າທີ່ກວດແກ້. ຂ້ອຍເຫັນວ່າອ້າຍເອື້ອຍນ້ອງທີ່ຂ້ອຍເຮັດວຽກຮ່ວມໃນໜ້າທີ່ການກວດແກ້ຂ້ອນຂ້າງມີປະສົບການ; ພວກເຂົາເຂົ້າໃຈຫຼັກການ ແລະ ຂ້ອນຂ້າງມີຄວາມສາມາດດີ. ທຸກຄົນມີການຢັ່ງຮູ້ບາງຢ່າງວ່າຜູ້ໃດເຂົ້າໃຈຄວາມຈິງ ແລະ ໃຜມີພອນສະຫວັນທີ່ແທ້ຈິງ ແລະ ມີການຮຽນຮູ້ທີ່ໝັ້ນຄົງ. ສິ່ງນີ້ເຮັດໃຫ້ຂ້ອຍສັ່ນເລັກນ້ອຍ. ຂ້ອຍມີຄວາມສາມາດລະດັບປານກາງ ແລະ ບໍ່ໄດ້ມີຄວາມເປັນຈິງແຫ່ງຄວາມຈິງ, ດັ່ງນັ້ນ ຖ້າຂ້ອຍສະແດງຄວາມຄິດເຫັນຂອງຕົນໃນການສົນທະນາຂອງພວກເຮົາໂດຍບໍ່ຕັ້ງໃຈ, ນັ້ນຈະບໍ່ເປັນຄືກັບການພະຍາຍາມສອນປາລອຍນ້ຳບໍ? ມັນບໍ່ສຳຄັນວ່າຂ້ອຍເປັນຄົນທີ່ຖືກຕ້ອງ ຫຼື ບໍ່, ແຕ່ຖ້າບໍ່ດັ່ງນັ້ນ, ທຸກຄົນຈະຄິດວ່າຂ້ອຍກຳລັງຈັດຂະບວນໂຕເອງທັງໆທີ່ຂ້ອຍມີຄວາມເຂົ້າໃຈກ່ຽວກັບຄວາມຈິງພຽງຕື້ນໆ. ຂ້ອຍຮູ້ສຶກວ່າມັນຈະເປັນສິ່ງທີ່ໜ້າອາຍແທ້ໆ. ຂ້ອຍເຕືອນຕົວເອງຢູ່ສະເໝີວ່າໃຫ້ເຮັດໂຕຕ່ຳໆ, ໃຫ້ຟັງຫຼາຍກວ່າເວົ້າ. ດັ່ງນັ້ນ, ເມື່ອພວກເຮົາທຸກຄົນສຳຫຼວດບັນຫາຕ່າງໆຮ່ວມກັນ, ຂ້ອຍເກືອບຈະບໍ່ເຄີຍແບ່ງປັນສິ່ງທີ່ຂ້ອຍຄິດ. ມີຄັ້ງໜຶ່ງ ເມື່ອຂ້ອຍໃຫ້ຄຳແນະນຳ ແລະ ທຸກຄົນເຫັນດີວ່າມັນບໍ່ແມ່ນວິທີການທີ່ຖືກຕ້ອງ, ຂ້ອຍຮູ້ສຶກອັບອາບຫຼາຍ
- [ຄວາມສາມາດທີ່ບໍ່ດີບໍ່ແມ່ນຂໍ້ອ້າງ](https://lo.kingdomsalvation.org/testimonies/a-poor-caliber-Is-no-excuse.html) - ໂດຍ ຈິ໋ວຊິວ, ຈີນ ໃນອະດີດ, ທຸກຄັ້ງທີ່ຂ້ານ້ອຍຜະເຊີນກັບຄວາມຫຍຸ້ງຍາກບາງຢ່າງເມື່ອກຳລັງປະຕິບັດໜ້າທີ່ຂອງຂ້ານ້ອຍ ຫຼື ເຮັດວຽກຂອງຂ້ານ້ອຍບໍ່ດີ, ຂ້ານ້ອຍກໍຄິດວ່າມັນເປັນເພາະວ່າຄວາມສາມາດຂອງຂ້ານ້ອຍບໍ່ດີເກີນໄປ. ດ້ວຍເຫດນັ້ນ, ຂ້ານ້ອຍມັກມີຊີວິດຢູ່ໃນສະພາວະທີ່ບໍ່ດີ ແລະ ແບບເສີຍໆ. ຂ້ານ້ອຍມັກຈະໃຊ້ຄວາມສາມາດທີ່ຕໍ່າຂອງຂ້ານ້ອຍເປັນຂໍ້ອ້າງຢູ່ເລືື້ອຍໆ ເພື່ອໂຍນໜ້າທີ່ໆຂ້ານ້ອຍຮູ້ສຶກວ່າໜັກໃຫ້ກັບຄົນອື່ນ ແລະ ຮູ້ສຶກວ່າບໍ່ມີຫຍັງຜິດໃນການເຮັດແບບນີ້, ຂ້ານ້ອຍກຳລັງຄິດເຖິງວຽກງານຂອງຄຣິສຕະຈັກ ເມື່ອຂ້ານ້ອຍຂໍໃຫ້ຄົນອື່ນເຮັດບາງຢ່າງ ເພາະວ່າຄວາມສາມາດຂອງຂ້ານ້ອຍບໍ່ດີ ແລະ ຂ້ານ້ອຍບໍ່ສາມາດເຮັດມັນໄດ້ດີ. ເນື່ອງຈາກການອ່ານພຣະທຳຂອງພຣະເຈົ້າເທົ່ານັ້ນ ຂ້ານ້ອຍຈຶ່ງໄດ້ຫັນປ່ຽນມຸມມອງທີ່ຜິດພາດນີ້ ໂດຍຮູ້ວ່າຂ້ານ້ອຍກໍາລັງເບິ່ງສິ່ງຕ່າງໆຜ່ານແນວຄວາມຄິດ ແລະ ຈິນຕະນາການຂອງຂ້ານ້ອຍເອງ. ຂ້ານ້ອຍຍັງໄດ້ຮຽນຮູ້ບາງຢ່າງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍເອງ. ມື້ໜຶ່ງ, ຜູ້ນໍາຂອງພວກເຮົາໄດ້ຂໍໃຫ້ພວກເຮົາຂຽນຈົດໝາຍເພື່ອສະໜັບສະໜູນເອື້ອຍຄົນໜຶ່ງ. ເອື້ອຍທີ່ຂ້ານ້ອຍຮ່ວມທີມນໍາກໍຫຍຸ້ງກັບບາງສິ່ງ, ສະນັ້ນລາວຈຶ່ງຂໍໃຫ້ຂ້ານ້ອຍຈັດການກັບເລື່ອງນີ້. ຂ້ານ້ອຍເລີ່ມແກ້ຕົວຢ່າງໄວວາວ່າ: “ຄວາມສາມາດຂອງຂ້ອຍບໍ່ດີເກີນໄປ. ຂ້ອຍບໍ່ເກັ່ງໃນການຂຽນ ແລະ ການດັດແກ້ຂໍ້ຄວາມ. ມັນຈະດີກວ່າຖ້າເຈົ້າຮັບມືກັບມັນໄດ້”. ດັ່ງນັ້ນ, ຂ້ານ້ອຍຈຶ່ງໂຍນແມ່ນຫຍັງກໍ່ຕາມທີ່ຍາກໃຫ້ກັບຄູ່ຮ່ວມງານຂອງຂ້ານ້ອຍໂດຍອັດຕະໂນມັດ. ຫຼັງຈາກນັ້ນ, ລາວໄດ້ເວົ້າກັບຂ້ານ້ອຍວ່າ “ນັບຕັ້ງແຕ່ເວລາທີ່ພວກເຮົາໄດ້ພົບກັນ, ເຈົ້າເວົ້າວ່າຄວາມສາມາດຂອງເຈົ້າບໍ່ດີ. ແຕ່ຫຼັງຈາກທີ່ຢູ່ກັບເຈົ້າເປັນເວລາສອງສາມມື້ ຂ້ອຍໄດ້ສັງເກດເຫັນວ່າເຈົ້າສາມາດຊອກຫາບັນຫາບາງຢ່າງໃນການເຮັດວຽກໄດ້. ຂ້ອຍບໍ່ຄິດວ່າຄວາມສາມາດຂອງເຈົ້າບໍ່ດີ, ແຕ່ເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຈະເວົ້າຢູ່ສະເໝີວ່າຄວາມສາມາດຂອງເຈົ້າບໍ່ດີ ແລະ ບາງຄັ້ງ ເຈົ້າເຖິງກັບໂຍນໜ້າທີ່ຂອງເຈົ້າໃຫ້ກັບຄົນອື່ນ. ຂ້ອຍບໍ່ຮູ້ວ່າແມ່ນຫຍັງຄືແຮງຈູງໃຈຂອງເຈົ້າໃນການສືບຕໍ່ເວົ້າວ່າຄວາມສາມາດຂອງເຈົ້າບໍ່ດີ, ສຳລັບຂ້ອຍແລ້ວ ມັນຮູ້ສຶກຄືກັບວ່າເຈົ້າເປັນຄົນຈອມປອມແທ້ໆ!” ເມື່ອໄດ້ຍິນລາວເວົ້າແບບນີ້,
- [ຂ້ອຍໄດ້ຮຽນຮູ້ວິທີປະຕິບັດຕໍ່ຜູ້ຄົນຢ່າງເໝາະສົມ](https://lo.kingdomsalvation.org/testimonies/how-to-treat-other-people-appropriately.html) - ໂດຍ ຊື່ຢວນ, ຝຣັ່ງ ປະມານສອງສາມປີກ່ອນ, ຂ້ອຍກຳລັງເຮັດໜ້າທີເປັນຫົວໜ້າຄຣິດຕະຈັກ. ມີອ້າຍຄົນໜຶ່ງ ທີ່ມີນາມສະກຸນວ່າ ເຊິນ ໃນຄຣິດຕະຈັກ ເປັນຄົນມີຄວາມສາມາດດີ. ແຕ່ອຸປະນິໄສຂອງລາວນັ້ນໂອ້ອວດຫຼາຍ ແລະ ລາວມັກທີ່ຈະຢັບຢັ້ງຄົນອື່້ນ. ລາວມັກອວດອ້າງ, ດັ່ງນັ້ນ ຂ້ອຍຈຶ່ງເລີ່ມມີອະຄະຕິກັບລາວ ແລະ ສະແດງຄວາມຄິດເຫັນກ່ຽວກັບລາວ. ມື້ໜຶ່ງ ອ້າຍເຊິນໄດ້ມາຫາຂ້ອຍ ແລະ ເວົ້າວ່າລາວຢາກລ້ຽງດູຜູ້ທີ່ເຊື່ອໃໝ່. ລາວບໍ່ໄດ້ເຊື່ອໃນພຣະເຈົ້າມາດົນແລ້ວ ແລະ ມີຄວາມເຂົ້າໃຈພຽງຜິວເຜີນຕໍ່ຄວາມຈິງ, ດັ່ງນັ້ນ ຂ້ອຍຈຶ່ງເວົ້າວ່າບໍ່. ເມື່ອເຫັນວ່າຂ້ອຍບໍ່ຍິນຍອມ, ລາວຈຶ່ງເວົ້າວ່າ “ຂ້ອຍມີຄວາມສາມາດເຊັ່ນນັ້ນ, ເປັນຫຍັງຂ້ອຍຈຶ່ງບໍ່ຄວນເຮັດໜ້າທີໃນການລ້ຽງດູ? ຖ້າຂ້ອຍບໍ່ໄປເຮັດມັນ, ມັນຈະເປັນການສູນເສຍພອນສະຫວັນຂອງຂ້ອຍ”. ຂ້ອຍບໍ່ໄດ້ໃຈດີກັບເລື່ອງນີ້ ແລະ ຂ້ອຍຄິດວ່າ “ເຈົ້າຄິດວ່າການເຮັດໜ້າທີ່ລ້ຽງດູນັ້ນງ່າຍຫຼາຍບໍ? ເຈົ້າສາມາດເຮັດໜ້າທີ່ນີ້ໄດ້ດີໂດຍ ນຳໃຊ້ພຽງແຕ່ຂອງປະທານ ແລະ ຄວາມສາມາດຂອງເຈົ້າ ໂດຍບໍ່ໄດ້ເຂົ້າໃຈຄວາມຈິງໄດ້ບໍ? ຢ່າຍົກຍໍຕົວເອງເລີຍ!” ຂ້ອຍໄດ້ປະຕິເສດຄຳຮ້ອງຂໍຂອງອ້າຍເຊິນ ແລະ ບອກກັບອ້າຍເອື້ອຍນ້ອງຄົນອື່ນວ່າລາວເປັນຄົນໂອ້ອວດສ່ຳໃດ ໂດຍໃຫ້ຕົວຢ່າງເຖິງຫຼາຍໆວິທີທີ່ລາວໄດ້ສະແດງຄວາມເສື່ອມຊາມອອກມາ. ຄົນອື່ນໆບາງຄົນເຫັນດີກັບຂ້ອຍ. ສອງອາທິດຕໍ່ມາ, ຄຣິດຕະຈັກໄດ້ເຮັດການຈັດຕຽມການຊຸມນຸມໃນອະນາຄົດ, ພວກເຮົາສາມາດເບິ່ງຮູບເງົາຂອງຄຣິດຕະຈັກ ພ້ອມທັງອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຮູບເງົາເຫຼົ່ານີ້ລ້ວນແລ້ວແຕ່ສົນທະນາເຖິງຄວາມຈິງ ແລະ ເປັນພະຍານແກ່ພຣະເຈົ້າ,
- [ການປະຕິບັດຄວາມຈິງເປັນກະແຈສູ່ການປະສານງານທີ່ກົມກຽວກັນ](https://lo.kingdomsalvation.org/testimonies/practicing-truth-key-to-harmonious-coordination.html) - ໂດຍ ຕົ່ງເຟີງ, ສະຫະລັດອາເມຣິກາ ໃນເດືອນສິງຫາຂອງປີ 2018, ໜ້າທີ່ຂອງຂ້ອຍຄືການສ້າງອຸປະກອນປະກອບສາກຮູບເງົາກັບອ້າຍຫວັງ. ໃນຕອນທຳອິດ, ຂ້ອຍຮູ້ສຶກວ່າມີຫຼາຍສິ່ງທີ່ຂ້ອຍບໍ່ຮູ້, ສະນັ້ນ ຂ້ອຍຈຶ່ງຂໍຄວາມຊ່ວຍເຫຼືອຈາກອ້າຍຫວັງຕະຫຼອດເວລາ. ຫຼັງຈາກນັ້ນໜ້ອຍໜຶ່ງ, ຂ້ອຍກໍ່ເຂົ້າໃຈໜ້າວຽກ. ອີກຢ່າງ, ຂ້ອຍໄດ້ສຶກສາການອອກແບບພາຍໃນ ແລະ ຂ້ອຍເຮັດວຽກໃນການກໍ່ສ້າງ ແລະ ມີປະສົບການບາງຢ່າງໃນດ້ານຊ່າງໄມ້, ສະນັ້ນ ຂ້ອຍຈະສາມາດສ້າງອຸປະກອນປະກອບສາກດ້ວຍຕົນເອງໃນອີກບໍ່ດົນ. ຫຼັງຈາກນັ້ນ, ຂ້ອຍກໍ່ຮູ້ວ່າອ້າຍຫວັງເກັ່ງໃນການອອກແບບສາກພາຍໃນ ແຕ່ການສ້າງອຸປະກອນປະກອບສາກແທ້ໆບໍ່ແມ່ນຈຸດແຂງຂອງລາວ. ສະນັ້ນ ເມື່ອພວກເຮົາມີຂະບວນຄວາມຄິດທີ່ແຕກຕ່າງກັນໃນເລື່ອງນັ້ນ, ຂ້ອຍບໍ່ຕ້ອງການຟັງລາວ. ຂ້ອຍຄິດສະເໝີວ່າຂ້ອຍເກັ່ງກວ່າໃນການສ້າງອຸປະກອນປະກອບສາກ ແລະ ແຜນການຂອງຂ້ອຍກໍ່ດີກວ່າຂອງລາວ. ເມື່ອເວລາຜ່ານໄປ, ພວກເຮົາຂັດແຍ້ງກັນຫຼາຍຂຶ້ນເລື້ອຍໆ ແລະ ບາງຄັ້ງ ພວກເຮົາຈະໂຕ້ຖຽງກັນເປັນເວລາດົນກ່ຽວກັບສິ່ງທີ່ຈະເຮັດກັບໄມ້ທ່ອນນ້ອຍໆທ່ອນໜຶ່ງ. ຂ້ອຍມັກຈະຍອມເພື່ອເຫັນແກ່ຄວາມສໍາພັນຂອງພວກເຮົາ, ແຕ່ຂ້ອຍຮູ້ສຶກຄືກັບວ່າຂ້ອຍຖືກຕ້ອງຢູ່ສະເໝີ. ຫຼັງຈາກຊົ່ວໄລຍະໜຶ່ງ ຂ້ອຍກໍ່ຮູ້ສຶກເປັນທຸກແທ້ໆ ແລະ ບໍ່ຢາກເຮັດວຽກກັບລາວເລີຍ. ຄັ້ງໜຶ່ງ ພວກເຮົາຈໍາເປັນຕ້ອງສ້າງເຮືອນທີ່ມຸງຫຼັງດ້ວຍເຟືອງສຳລັບວິດີໂອ ແຕ່ພວກເຮົາບໍ່ມີໄມ້ທີ່ທົນທານສໍາລັບເສົາດັ່ງກ່າວ, ສະນັ້ນ ພວກເຮົາຈຳເປັນຕ້ອງສ້າງພວກມັນຂຶ້ນດ້ວຍຕົວຂອງພວກເຮົາເອງ. ພວກເຮົາລົມກັນກ່ຽວກັບແນວຄວາມຄິດຂອງພວກເຮົາສໍາລັບສິ່ງນີ້. ຂ້ອຍສະເໜີວ່າພວກເຮົາຄວນສ້າງແມ່ພິມສໍາລັບເສົາກ່ອນ, ແລ້ວເທຄອນກຣີດໃສ່ໃນນັ້ນ ເພື່ອວ່າພວກມັນຈະແໜ້ນກວ່າ. ແຕ່ອ້າຍຫວັງເວົ້າວ່າເສົາຕັ້ງຈະກ້ຽງເກີນໄປ ແລະ ບໍ່ເບິ່ງຄືສົມຈິງພໍ ແລະ ຖ້າພວກເຮົາໃຊ້ຜ້າເສດບາງຢ່າງ, ພວກເຮົາຈະສາມາດຮຽນແບບເນື້ອຜິວ
- [ໃນທີ່ສຸດ ຂ້ານ້ອຍໄດ້ຮຽນຮູ້ວິທີການປະຕິບັດໜ້າທີ່ຂອງຂ້ານ້ອຍ](https://lo.kingdomsalvation.org/testimonies/i-have-finally-learned-how-to-fulfill-my-duty.html) - ໂດຍ ຊິ່ນເຊີງ, ອິຕາລີ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຜ່ານຂະບວນການຂອງການປະຕິບັດໜ້າທີ່ຂອງຕົນເທົ່ານັ້ນ, ມະນຸດຈຶ່ງຈະຄ່ອຍປ່ຽນແປງ ແລະ ຜ່ານຂະບວນການນີ້ເທົ່ານັ້ນ ມະນຸດຈຶ່ງຈະສະແດງເຖິງຄວາມສັດຊື່ຂອງຕົນໄດ້. ດັ່ງນັ້ນ, ຍິ່ງເຈົ້າສາມາດປະຕິບັດໜ້າທີ່ຂອງຕົນຫຼາຍເທົ່າໃດ, ເຈົ້າກໍຍິ່ງໄດ້ຮັບຄວາມຈິງຫຼາຍເທົ່ານັ້ນ ແລະ ການສະແດງອອກຂອງເຈົ້າກໍຍິ່ງຈະກາຍເປັນຈິງຫຼາຍຂຶ້ນ. ຜູ້ທີ່ພຽງແຕ່ເຮັດໜ້າທີ່ແບບຜິວເຜີນ ແລະ ບໍ່ສະແຫວງຫາຄວາມຈິງຈະຖືກທໍາລາຍລ້າງໃນທີ່ສຸດ ເພາະວ່າມະນຸດດັ່ງກ່າວບໍ່ໄດ້ເຮັດໜ້າທີ່ຂອງຕົນໃນການປະຕິບັດຄວາມຈິງ ແລະ ບໍ່ໄດ້ປະຕິບັດຄວາມຈິງເຂົ້າໃນການປະຕິບັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດ. ພວກເຂົາແມ່ນຜູ້ຄົນທີ່ຍັງບໍ່ປ່ຽນແປງ ແລະ ຈະຖືກສາບແຊ່ງ. ບໍ່ມີພຽງແຕ່ການສະແດງອອກຂອງພວກເຂົາທີ່ບໍ່ບໍລິສຸດ, ແຕ່ທຸກສິ່ງທີ່ພວກເຂົາສະແດງອອກນັ້ນ ແມ່ນຊົ່ວຮ້າຍໝົດ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ). “ການໃສ່ໃຈຂອງເຈົ້າເຂົ້າໃນໜ້າທີ່ຂອງເຈົ້າ ແລະ ການທີ່ສາມາດຮັບເອົາຄວາມຮັບຜິດຊອບຮຽກຮ້ອງເຈົ້າຕ້ອງທົນທຸກ ແລະ ຈ່າຍລາຄາ, ມັນບໍ່ພຽງແຕ່ທີ່ຈະພຽງແຕ່ເວົ້າກ່ຽວກັບມັນ. ຖ້າເຈົ້າບໍ່ໃສ່ໃຈຂອງເຈົ້າເຂົ້າໃນໜ້າທີ່ຂອງເຈົ້າ, ກົງກັນຂ້າມ ເຈົ້າຕ້ອງການທີ່ຈະໃຊ້ຄວາມພະຍາຍາມທາງຮ່າງກາຍຢູ່ສະເໝີ ແລ້ວໜ້າທີ່ຂອງເຈົ້າຈະບໍ່ຖືກປະຕິບັດເປັນຢ່າງດີຢ່າງແນ່ນອນ. ເຈົ້າຈະພຽງແຕ່ທຳທ່າເຮັດ ແລະ ບໍ່ມີຫຍັງຫຼາຍກວ່ານີ້ ແລະ ເຈົ້າຈະບໍ່ຮູ້ວ່າເຈົ້າເຮັດໜ້າທີ່ຂອງເຈົ້າໄດ້ດີສໍ່າໃດ. ຖ້າເຈົ້າໃສ່ໃຈຂອງເຈົ້າເຂົ້າໃນມັນ, ເຈົ້າຈະມາເຂົ້າໃຈຄວາມຈິງເທື່ອລະໜ້ອຍ; ຖ້າເຈົ້າບໍ່ໃສ່ໃຈ, ເຈົ້າກໍ່ຈະບໍ່ເຂົ້າໃຈ. ເມື່ອເຈົ້າໃສ່ໃຈຂອງເຈົ້າເຂົ້າໃນການປະຕິບັດໜ້າທີ່ຂອງເຈົ້າ
- [ການມອບຫົວໃຈຂອງຂ້ອຍໃຫ້ກັບພຣະເຈົ້າ](https://lo.kingdomsalvation.org/testimonies/giving-my-heart-to-God.html) - ໂດຍ ຊິນເຊີ້, ເກົາຫຼີໃຕ້ ໃນເດືອນມິຖຸນາຂອງປີ 2018, ຂ້ອຍໄດ້ເຂົ້າຮ່ວມການຝຶກຊ້ອມສໍາລັບການສະແດງປະສານສຽງເພງແຫ່ງອານາຈັກ. ເມື່ອຄິດວ່າຂ້ອຍຈະຂຶ້ນເທິງເວທີ ແລະ ຮ້ອງເພງສັນລະເສີນເພື່ອສັນລະເສີນ ແລະ ເປັນພະຍານໃຫ້ກັບພຣະເຈົ້າ, ຂ້ອຍຮູ້ສຶກເປັນກຽດ ແລະ ພູມໃຈຫຼາຍ. ຂ້ອຍຍັງໄດ້ອະທິຖານຫາພຣະເຈົ້າ, ໂດຍເວົ້າວ່າຂ້ອຍຈະເຮັດສຸດຄວາມສາມາດຂອງຂ້ອຍໃນການຝຶກຊ້ອມ ແລະ ເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ເມື່ອຂ້ອຍເລີ່ມຝຶກຊ້ອມການສະແດງອອກທາງໃບໜ້າ ແລະ ທ່າເຕັ້ນຂອງຂ້ອຍ, ຂ້ອຍກໍ່ດຸໝັ່ນແທ້ໆ ແລະ ທຸ້ມເທໃນການຝຶກຊ້ອມ, ແຕ່ເນື່ອງຈາກຂ້ອຍບໍ່ຮູ້ຫຍັງເລີຍກ່ຽວກັບການຮ້ອງເພງ ແລະ ການເຕັ້ນ ແລະ ການສະແດງອອກຂອງຂ້ອຍມີຄວາມແຂງກະດ້າງ, ມັນຈຶ່ງມີຊ່ອງວ່າງທີ່ຊັດເຈນໃນຄວາມສາມາດລະຫວ່າງຂ້ອຍ ແລະ ຄົນອື່ນ. ຄູສອນຂອງພວກເຮົາຊີ້ໃຫ້ເຫັນບັນຫາຂອງຂ້ອຍຢູ່ສະເໝີ. ຫຼັງຈາກຊ່ວງເວລາໜຶ່ງ, ຂ້ອຍກໍ່ເລີ່ມຮູ້ສຶກທໍ້ຖອຍ, ຮູ້ສຶກຄືກັບວ່າ ບໍ່ວ່າຂ້ອຍຈະເຮັດວຽກໜັກສໍ່າໃດກໍ່ຕາມ, ຂ້ອຍກໍ່ບໍ່ດີຂຶ້ນເລີຍ ແລະ ເມື່ອມີການມອບໝາຍຕໍາແໜ່ງ, ອ້າຍເອື້ອຍນ້ອງທີ່ເປັນນັກຮ້ອງ ແລະ ນັກເຕັ້ນທີ່ດີຈະຢູ່ທາງໜ້າຢ່າງແນ່ນອນ ແລະ ຂ້ອຍພຽງແຕ່ເປັນຜູ້ເຕີມເຕັມຢູ່ໃນແຖວຫຼັງ. ຂ້ອຍຫ້າວຫັນໜ້ອຍລົງເທື່ອລະໜ້ອຍໃນການຝຶກຊ້ອມ ແລະ ຂ້ອຍເລີ່ມປາກົດຕົວຊ້າເມື່ອໃດກໍ່ຕາມທີ່ຂ້ອຍສາມາດເຮັດໄດ້. ສຳລັບການຖ່າຍທຳຄັ້ງທຳອິດຂອງພວກເຮົາ, ຂ້ອຍຖືກຈັດໃຫ້ຢູ່ໃນແຖວຫຼັງສຸດ, ຫ່າງໄປດ້ານຂ້າງ. ຂ້ອຍຂ້ອນຂ້າງບໍ່ພໍໃຈ ໂດຍຄິດວ່າ, “ຂ້ອຍບໍ່ໄດ້ເກັ່ງຂະໜາດນັ້ນໃນສິ່ງນີ້ ແລະ
- [ລາງວັນໃນການປະຕິບັດໜ້າທີ່ຂອງຄົນໆໜຶ່ງ](https://lo.kingdomsalvation.org/testimonies/rewards-of-fulfilling-ones-duty.html) - ໂດຍ ຢາງມິງເຈີ້ນ, ການາດາ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າຕ້ອງເປັນຈິງ ແລະ ຕ້ອງມີການດໍາລົງຢູ່. ການອ່ອນນ້ອມແບບຜິວເຜີນຈະບໍ່ສາມາດໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ແລະ ການເຊື່ອຟັງພຽງດ້ານຜິວເຜີນຂອງພຣະທໍາຂອງພຣະເຈົ້າ ໂດຍທີ່ປາສະຈາກການສະແຫວງຫາຄວາມປ່ຽນແປງຈິດໃຈຕົນເອງນັ້ນບໍ່ແມ່ນການສະແຫວງຫາຈິດໃຈຂອງພຣະເຈົ້າ. ການເຊື່ອຟັງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າແມ່ນອັນໜຶ່ງອັນດຽວກັນ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າເທົ່ານັ້ນ ແຕ່ບໍ່ອ່ອນນ້ອມຕໍ່ພາລະກິດແມ່ນບໍ່ສາມາດຖືວ່າເປັນຜູ້ທີ່ເຊື່ອຟັງ ແລ້ວແຮງໄກສໍາລັບຜູ້ທີ່ບໍ່ອ່ອນນ້ອມຢ່າງແທ້ຈິງ ແຕ່ເປັນຄົນໜ້າຊື່ໃຈຄົດ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງຈະສາມາດໄດ້ຮັບຜົນຈາກພາລະກິດ ແລະ ບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າ. ມີແຕ່ຜູ້ຄົນດັ່ງກ່າວທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນເຫຼົ່ານັ້ນ ສາມາດໄດ້ຮັບຄວາມຮູ້ໃໝ່ ແລະ ປະສົບກັບການປ່ຽນແປງໃໝ່ຈາກພາລະກິດໃໝ່. ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ແລະ ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ຖືກເຮັດໃຫ້ສົມບູນ ແລະ ມີແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ແມ່ນຜູ້ໄດ້ຮັບການປ່ຽນແປງຈິດໃຈ. ຜູ້ທີ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າແມ່ນຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍຄວາມຍິນດີ, ພຣະທໍາ ແລະ ພາລະກິດຂອງພຣະອົງ. ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຢູ່ໃນຄວາມຖືກຕ້ອງ, ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຕ້ອງການພຣະເຈົ້າຢ່າງຈິງໃຈ ແລະ ສະແຫວງຫາພຣະເຈົ້າຢ່າງຈິງໃຈ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ). ການອ່ານພຣະທໍາເຫຼົ່ານີ້ຂອງພຣະເຈົ້າໄດ້ເຮັດໃຫ້ຂ້ານ້ອຍຄິດເຖິງປະສົບການຂອງຂ້ານ້ອຍໃນການອ່ອນນ້ອມຕໍ່ພຣະເຈົ້າ. ທັງໝົດນີ້ແມ່ນເລີ່ມຕົ້ນຂຶ້ນໃນເດືອນມີນາ 2016 ໃນຕອນທີ່ຂ້ານ້ອຍໜີອອກຈາກປະເທດຈີນ ເພື່ອໜີຈາກການຈັບໂຕ ແລະ
- [ຄົນໆໜຶ່ງຄວນພິຈາລະນາໜ້າທີ່ຂອງຕົນເອງແນວໃດ](https://lo.kingdomsalvation.org/testimonies/how-one-should-regard-ones-duty.html) - ໂດຍ ເຈີ້ງເຢ, ເກົາຫຼີໃຕ້ ບໍ່ດົນຫຼັງຈາກທີ່ໄດ້ກາຍມາເປັນຜູ້ເຊື່ອຖື, ຂ້ອຍສັງເກດເຫັນອ້າຍເອື້ອຍນ້ອງຜູ້ທີ່ເປັນຜູ້ນໍາຈັດການເຕົ້າໂຮມ ແລະ ໂອ້ລົມກັນກ່ຽວກັບຄວາມຈິງຢູ່ເລື້ອຍໆ ແລະ ບາງຄົນກໍ່ມີໜ້າທີ່ໆຈຳເປັນຕ້ອງມີທັກສະ ເຊັ່ນ: ການສ້າງວິດີໂອ ຫຼື ການຮ້ອງເພງ ແລະ ການເຕັ້ນລໍາ. ຂ້ອຍຊົມເຊີຍພວກເຂົາແທ້ໆ ແລະ ຄິດວ່ານັ້ນເປັນສິ່ງທີ່ເປັນຕາເຄົາລົບ. ແຕ່ສໍາລັບຄົນທີ່ດຳເນີນການຮັບຮອງເປັນເຈົ້າພາບ ຫຼື ຈັດການບັນຫາໃນຄຣິດຕະຈັກ, ໜ້າທີ່ເຫຼົ່ານັ້ນບໍ່ຕ້ອງເວົ້າເຖິງຫຼາຍ ແລະ ບໍ່ຈຳເປັນຕ້ອງມີທັກສະເລີຍ, ສະນັ້ນ ພວກເຂົາຈຶ່ງຈະບໍ່ສາມາດສ້າງຊື່ສຽງໃຫ້ຕົນເອງຈັກເທື່ອ. ຂ້ອຍຄິດວ່າ ໃນອະນາຄົດ, ຂ້ອຍຕ້ອງການໜ້າທີ່ໆສາມາດເຮັດໃຫ້ຂ້ອຍດູດີ. ສອງປີຕໍ່ມາ ຂ້ອຍໄດ້ຮັບໜ້າທີ່ໃນການດັດແກ້ເອກະສານ. ຂ້ອຍດີໃຈຫຼາຍ, ໂດຍສະເພາະເມື່ອອ້າຍເອື້ອຍນ້ອງທຸກຄົນອົບອຸ່ນຕໍ່ຂ້ອຍແທ້ໆ ແລະ ເບິ່ງຂ້ອຍດ້ວຍຄວາມຊົມເຊີຍ ໃນທຸກຄັ້ງທີ່ຂ້ອຍໄປຄຣິດຕະຈັກເພື່ອໃຫ້ການຊີ້ນໍາກ່ຽວກັບວຽກງານການດັດແກ້ເອກະສານ. ຂ້ອຍພໍໃຈກັບຕົນເອງແທ້ໆ ແລະ ຮູ້ສຶກວ່າໜ້າທີ່ຂອງຂ້ອຍໄດ້ຮັບຄວາມຊົມເຊີຍຫຼາຍກວ່າຄົນອື່ນ. ໃນປີ 2018, ຂ້ອຍຖືກສົ່ງໄປພື້ນທີ່ອື່ນເພື່ອປະຕິບັດໜ້າທີ່ຂອງຂ້ອຍ. ໃນຂະນະທີ່ຢູ່ໃນທີ່ນັ້ນ, ຄັ້ງໜຶ່ງເມື່ອອ້າຍຄົນໜຶ່ງຮູ້ວ່າໜ້າທີ່ຂອງຂ້ອຍແມ່ນຫຍັງ, ລາວກໍ່ເລີ່ມສົນທະນາກັບຂ້ອຍກ່ຽວກັບເລື່ອງນີ້. ການໄດ້ເຫັນວ່າລາວເຄົາລົບຂ້ອຍແນວໃດເຮັດໃຫ້ຂ້ອຍມີຄວາມສຸກແທ້ໆ ແລະ ຂ້ອຍຮູ້ສຶກວ່າການປະຕິບັດໜ້າທີ່ນັ້ນເປັນກຽດແທ້ໆ. ຂ້ອຍຢູ່ໃນສະພາວະທີ່ພູມໃຈໃນຕົນເອງ ແລະ ຊົມເຊີຍຕົນເອງຢູ່ສະເໝີໃນລະຫວ່າງເວລານັ້ນ. ຂ້ອຍກຳລັງແຂ່ງຂັນເພື່ອຊື່ສຽງ ແລະ ຜົນປະໂຫຍດໃນໜ້າທີ່ຂອງຂ້ອຍ ແລະ
- [ການແກ້ໄຂແຮງຈູງໃຈຂອງຂ້ອຍໃນໜ້າທີ່ຂອງຕົນ](https://lo.kingdomsalvation.org/testimonies/rectifying-motives-in-duty.html) - ໂດຍ ເຊ້ຍຢູ, ຈີນ ຂ້ອຍຖືກເລືອກໃຫ້ເປັນຜູ້ນຳຄຣິສຕະຈັກໃນເດືອນມິຖຸນາທີ່ຜ່ານມາ. ໃນເວລານັ້ນ, ຂ້ອຍຮູ້ສຶກຕື່ນເຕັ້ນ ແລະ ຮູ້ສຶກວ່າອ້າຍເອື້ອຍນ້ອງຕ້ອງຄິດດີກັບຂ້ອຍ ແລະ ການທີ່ຫຼາຍໆຄົນລົງຄະແນນສຽງໃຫ້ຂ້ອຍ ໝາຍຄວາມວ່າຂ້ອຍເໜືອກວ່າຄົນອື່ນ. ຂ້ອຍບອກຕົວເອງວ່າຂ້ອຍຕ້ອງເຮັດວຽກໜັກແທ້ໆເພື່ອເຮັດໜ້າທີ່ນີ້ໃຫ້ດີ, ເພື່ອວ່າອ້າຍເອື້ອຍນ້ອງຈະເຫັນວ່າຂ້ອຍມີຄວາມສາມາດສ່ຳໃດ. ຂ້ອຍບໍ່ຄຸ້ນເຄີຍກັບວຽກງານຂອງຄຣິສຕະຈັກແທ້ໆເມື່ອຂ້ອຍແບ່ງປັນ, ດັ່ງນັ້ນ ຂ້ອຍຈຶ່ງຕັ້ງໃຈຟັງແທ້ໆ ແລະ ຈື່ຈຳສິ່ງຕ່າງໆໃນຂະນະທີ່ເຮັດວຽກຄຽງຂ້າງເອື້ອຍຄົນໜຶ່ງທີ່ຂ້ອຍຈັບຄູ່ນຳ ຜູ້ເຊິ່ງມີຄວາມຄຸ້ນເຄີຍກັບໜ້າທີ່ຫຼາຍກວ່າ. ຂ້ອຍຄິດຕະຫຼອດວ່າ “ເນື່ອງຈາກວ່າຕອນນີ້ ຂ້ອຍເປັນຜູ້ນຳຄຣິສຕະຈັກ, ຂ້ອຍຕ້ອງເຮັດວຽກໃຫ້ດີ ແລະ ເຮັດບາງສິ່ງໃຫ້ສຳເລັດ, ເພື່ອດຳລົງຕຳແໜ່ງ. ຂ້ອຍບໍ່ສາມາດໄດ້ຮັບຊື່ສຽງດ້ານລົບຂອງການເປັນຄົນທີ່ບໍ່ເຮັດວຽກຕົວຈິງ, ຜູ້ທີ່ໂລບມາກຢາກໄດ້ພອນແຫ່ງສະຖານະ. ແລ້ວຂ້ອຍຈະສາມາດສະແດງໜ້າໄດ້ແນວໃດ?” ຂ້ອຍຍັງໄຕ່ຕອງວ່າຈະເຮັດໜ້າທີ່ໃຫ້ດີແທ້ໆໄດ້ແນວໃດ. ຂ້ອຍກຳລັງຜະເຊີນໜ້າກັບອ້າຍເອື້ອຍນ້ອງຂອງຄຣິສຕະຈັກທັງໝົດ, ບາງຄົນໄດ້ເຮັດໜ້າທີ່ຂອງຕົນມາຫຼາຍປີ ແລະ ເຂົ້າໃຈຫຼັກການແຫ່ງຄວາມຈິງຫຼາຍກວ່າຂ້ອຍ. ພວກເຂົາຈະຄິດແນວໃດກັບຂ້ອຍ ຖ້າຂ້ອຍພະຍາຍາມຊ່ວຍພວກເຂົາແກ້ໄຂບັນຫາຂອງພວກເຂົາ ແຕ່ຂ້ອຍບໍ່ສາມາດຄົ້ນພົບສາຍເຫດທີ່ແທ້ຈິງໄດ້ເລີຍ ແລະ ຂ້ອຍບໍ່ສາມາດແບ່ງປັນເສັ້ນທາງປະຕິບັດໃນການສົນທະນາຂອງຂ້ອຍໄດ້? ພວກເຂົາຈະບໍ່ຄິດວ່າຂ້ອຍໄຮ້ຄວາມສາມາດໂດຍສິ້ນເຊີງ, ຂ້ອຍບໍ່ເໝາະສົມກັບໜ້າທີ່ການເປັນຜູ້ນຳບໍ? ຂ້ອຍຮູ້ສຶກວ່າການສົນທະນາຢູ່ໃນລະດັບທີ່ສູງກ່ວາພວກເຂົາແມ່ນມີຄວາມສໍາຄັນໃນຖານະເປັນຜູ້ນໍາ, ດັ່ງນັ້ນ ຂ້ອຍຕ້ອງບໍ່ເສຍເວລາໃນການປະກອບຕົວເອງດ້ວຍຄວາມຈິງເພື່ອວ່າ ເມື່ອອ້າຍເອື້ອຍນ້ອງຜະເຊີນກັບບັນຫາ, ຂ້ອຍກໍ່ຈະພ້ອມທີ່ຈະຊ່ວຍແກ້ໄຂບັນຫາໃຫ້ພວກເຂົາ. ແລ້ວພວກເຂົາກໍ່ຈະເຫັນວ່າ ຂ້ອຍມີຄວາມເປັນຈິງທີ່ແທ້ຈິງເລັກນ້ອຍ ແລະ ຂ້ອຍກໍ່ເຮັດໄດ້ດີໃນຖານະຜູ້ນຳ. ດັ່ງນັ້ນ ນອກຈາກຈະຫຍຸ້ງກັບວຽກງານຂອງຄຣິສຕະຈັກທຸກໆມື້ແລ້ວ, ຂ້ອຍຍັງຈະອ່ານພຣະທຳຂອງພຣະເຈົ້າບາງຂໍ້ເມື່ອໃດກໍ່ຕາມທີ່ຂ້ອຍມີເວລາຫວ່າງ. ຕາຕະລາງເວລາຂອງຂ້ອຍເຕັມທຸກມື້ ແລະ
- [ຂ້ອຍບໍ່ຢ້ານຄວາມຮັບຜິດຊອບອີກຕໍ່ໄປ](https://lo.kingdomsalvation.org/testimonies/no-longer-afraid-of-responsibility.html) - ໂດຍ ເຊີງນົ່ວ, ຈີນ ມື້ໜຶ່ງໃນເດືອນພະຈິກ ປີ 2020, ຜູ້ນຳຄົນໜຶ່ງໄດ້ເຂົ້າຮ່ວມການເຕົ້າໂຮມທີມຂອງພວກເຮົາ ແລະ ຫຼັງຈາກທີ່ມັນໄດ້ສິ້ນສຸດລົງ, ເພິ່ນໄດ້ກ່າວວ່າເພິ່ນຕ້ອງການໃຫ້ພວກເຮົາເລືອກຕັ້ງຫົວໜ້າທີມ ເຊິ່ງເປັນຜູ້ທີ່ຈະດູແລວຽກງານການກວດແກ້ຂອງພວກເຮົາ. ຂ້ອຍແປກໃຈທີ່ຂ້ອຍໄດ້ຮັບຄະແນນສຽງຫຼາຍທີ່ສຸດ. ຂ້ອຍຕົກໃຈທີ່ສຸດ: ຂ້ອຍຖືກເລືອກໃຫ້ເປັນຫົວໜ້າທີມບໍ? ຂ້ອຍເກືອບຈະບໍ່ມີທາງເຂົ້າສູ່ຊີວິດໃດເລີຍ ແລະ ຂ້ອຍກໍຂາດຄວາມເປັນຈິງແຫ່ງຄວາມຈິງ. ຂ້ອຍຈະສາມາດເຮັດໜ້າທີ່ເປັນຜູ້ນຳທີມໄດ້ແທ້ບໍ? ຖ້າຫາກວ່າເກີດບັນຫາຂຶ້ນໃນການເຮັດວຽກຂອງພວກເຮົາ, ມັນຈະບໍ່ເປັນທໍາມະຊາດບໍທີ່ຈະຊອກຫາຫົວໜ້າທີມທີ່ຍອມຮັບເອົາຄວາມຮັບຜິດຊອບ? ຈະເກີດຫຍັງຂຶ້ນຖ້າຂ້ອຍບໍ່ສາມາດແກ້ໄຂພວກມັນ ແລະ ວຽກງານຂອງພວກເຂົາໄດ້ຮັບຄວາມເສຍຫາຍໂດຍເປັນຜົນຕາມມາ? ຂ້ອຍຄິດຫາປະສົບການທີ່ຜ່ານມາທີ່ຂ້ອຍໄດ້ເຮັດໜ້າທີ່ເປັນຫົວໜ້າທີມ. ຂ້ອຍພຽງແຕ່ປົກປ້ອງຕົນເອງ ໂດຍບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ເມື່ອຂ້ອຍເຫັນຜູ້ຄົນລົບກວນ ແລະ ຂັດຂວາງວຽກງານຂອງຄຣິດຕະຈັກ, ຂ້ອຍກໍບໍ່ໄດ້ຢຸດມັນໃນທັນທີ ເພາະຢ້ານເຮັດໃຫ້ພວກເຂົາບໍ່ພໍໃຈ. ຜົນຕາມມາກໍຄື ວຽກງານຂອງຄຣິດຕະຈັກໄດ້ຖືກປະນີປະນອມ ແລະ ຂ້ອຍກໍຖືກໄລ່ອອກ. ຂ້ອຍຮູ້ສຶກວ່າຖ້າຂ້ອຍບໍ່ປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີໃນຄັ້ງນີ້, ແຕ່ຍຶດຖືເອົາພາລະກິດໃນເຮືອນຂອງພຣະເຈົ້າ ແລະ ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງແທນ, ນັ້ນຈະເທົ່າກັບການເຮັດຊົ່ວ. ການຖືກໄລ່ອອກຈະບໍ່ແມ່ນຄວາມກັງວົນພຽງຢ່າງດຽວຂອງຂ້ອຍ ເຊິ່ງນັ້ນກໍຄື ມັນອາດເຖິງກັບມີຄວາມເປັນໄປໄດ້ທີ່ຂ້ອຍຈະຖືກກຳຈັດ. ຂ້ອຍບໍ່ເຕັມໃຈທີ່ຈະເຫັນສິ່ງນັ້ນເກີດຂຶ້ນ ແລະ ຮູ້ສຶກວ່າຂ້ອຍບໍ່ສາມາດຮັບມືກັບມັນໄດ້. ດ້ວຍເຫດນັ້ນ, ຂ້ອຍຈຶ່ງບອກຜູ້ນໍາວ່າ ຂ້ອຍບໍ່ມີການເຂົ້າສູ່ຊີວິດຢ່າງພຽງພໍ ແລະ ຂ້ອຍບໍ່ສາມາດແກ້ໄຂບັນຫາຂອງຄົນອື່ນໄດ້, ສະນັ້ນ ຂ້ອຍຈຶ່ງບໍ່ເໝາະສົມກັບຕໍາແໜ່ງ. ຂ້ອຍມີຄໍາແກ້ຕົວຢ່າງຫຼວງຫຼາຍ. ເພິ່ນບອກຂ້ອຍວ່າຂ້ອຍຄວນຮັບເອົາໜ້າທີ່ນັ້ນ
- [ການປະຖິ້ມສະຖານະບໍ່ແມ່ນເລື່ອງງ່າຍ](https://lo.kingdomsalvation.org/testimonies/finding-freedom-from-status-is-not-easy.html) - ໂດຍ ຫຼີເຈີ້ງ, ຈີນ ຂ້ອຍເກີດໃນຄອບຄົວກະສິກອນ. ເມື່ອຂ້ອຍເປັນເດັກນ້ອຍ, ຂ້ອຍໄດ້ສູນເສຍພໍ່ແມ່ໄປ, ສະນັ້ນອ້າຍຂອງຂ້ອຍ ແລະ ຂ້ອຍຕ້ອງເພິ່ງພາກັນເອງ. ພວກເຮົາທຸກຍາກຫຼາຍ ແລະ ຜູ້ຄົນກໍ່ດູຖູກພວກເຮົາ. ຂ້ອຍເຄີຍຄິດວ່າ: “ຂ້ອຍຈະໄປໂຮງຮຽນ ແລະ ມື້ໜຶ່ງ ຂ້ອຍຈະຢືນຢູ່ເໜືອຄົນທີ່ເຫຼືອ”. ເປັນຕາເສຍດາຍ, ຂ້ອຍຕ້ອງອອກຈາກໂຮງຮຽນໃນລະຫວ່າງປີທີສອງຂອງຂ້ອຍໃນໂຮງຮຽນມັດທະຍົມຕອນປາຍ ຍ້ອນພວກເຮົາບໍ່ມີເງິນ. ຄວາມຝັນຂອງຂ້ອຍທີ່ຈະຢືນຢູ່ເໜືອທຸກຄົນໄດ້ຖືກພັງທະລາຍ ແລະ ຂ້ອຍຮູ້ສຶກແຫຼກສະຫຼາຍຢ່າງສິ້ນເຊີງ. ໃນປີ 1990, ຂ້ອຍໄດ້ພົບຄວາມເຊື່ອຂອງຂ້ອຍໃນພຣະເຢຊູເຈົ້າ. ຜູ້ເທດສະໜາໄດ້ກ່າວວ່າ ໂດຍການເຊື່ອໃນພຣະຜູ້ເປັນເຈົ້າ, ພວກເຮົາຈະບໍ່ພຽງແຕ່ຄົ້ນພົບຄວາມສະຫງົບໃນຊີວິດນີ້, ແຕ່ພວກເຮົາຈະມີຊີວິດຕະຫຼອດໄປເປັນນິດໃນຊີວິດທີ່ຈະມາເຖິງ. ລາວຍັງເວົ້າອີກວ່າ ຍິ່ງພວກເຮົາເຮັດໃຫ້ຜູ້ຄົນປ່ຽນຄວາມເຊື່ອຫຼາຍສໍ່າໃດໂດຍການເຜີຍແຜ່ຂ່າວປະເສີດ, ພວກເຮົາກໍ່ຈະໄດ້ຮັບພອນຫຼາຍສໍ່ານັ້ນ ແລະ ພວກເຮົາຈະໄດ້ຮັບລາງວັນ ແລະ ມົງກຸດຂອງພວກເຮົາ ແລະ ປົກຄອງດັ່ງກະສັດຄຽງຄູ່ກັບພຣະເຈົ້າ. ໃນເວລານັ້ນເອງ, ຂ້ອຍໄດ້ອ່ານເລື່ອງນີ້ໃນພຣະຄໍາພີ: “ເຮົາໄດ້ຕໍ່ສູ່ຢ່າງກ້າຫານ, ເຮົາໄດ້ສຳເລັດການແຂ່ງຂັນ, ເຮົາໄດ້ຕັ້ງໝັ້ນໃນຄວາມເຊື່ອ: ຈາກນີ້ເປັນຕົ້ນໄປ ມີການຈັດກຽມມົງກຸດແຫ່ງຄວາມຊອບທຳໄວ້ໃຫ້ກັບເຮົາແລ້ວ” (2 ຕີໂມທຽວ 4:7-8). ສະນັ້ນ ຂ້ອຍຈຶ່ງຕັດສິນໃຈທີ່ຈະປະຖິ້ມຄອບຄົວຂອງຂ້ອຍ ແລະ ໄປເຜີຍແຜ່ຂ່າວປະເສີດໃຫ້ກັບພຣະເຈົ້າ. ໃນຕອນນັ້ນ ຂ້ອຍເຕັມໄປດ້ວຍພະລັງ
- [ວິທີການເບິ່ງໜ້າທີ່ຂອງເຈົ້າ](https://lo.kingdomsalvation.org/testimonies/how-to-look-at-your-duty.html) - ໂດຍ ຈົງເຊີງ, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ ແລະ ເຂົາອຸທິດຕົນຢ່າງສົມບູນ ແລະ ເຊື່ອຟັງຢ່າງແທ້ຈິງ. ສິ່ງທີ່ຍາກສຸດສຳລັບມະນຸດແມ່ນການສະໜອງຊີວິດທັງໝົດຂອງເຂົາເພື່ອແລກປ່ຽນກັບຄວາມເຊື່ອທີ່ແທ້ຈິງ ເຊິ່ງຈະເຮັດໃຫ້ເຂົາສາມາດຮັບເອົາຄວາມຈິງທັງໝົດ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ). “ໜ້າທີ່ແມ່ນວຽກງານທີ່ຖືກມອບໝາຍໄວ້ໃຫ້ແກ່ຜູ້ຄົນໂດຍພຣະເຈົ້າ; ພວກມັນຄືພາລະກິດເພື່ອໃຫ້ຜູ້ຄົນປະຕິບັດໃຫ້ສຳເລັດ. ເຖິງຢ່າງໃດກໍ່ຕາມ, ໜ້າທີ່ບໍ່ແມ່ນທຸລະກິດທີ່ຖືກຈັດການໂດຍເຈົ້າເອງເປັນການສ່ວນຕົວຢ່າງແນ່ນອນ ຫຼື ມັນບໍ່ແມ່ນສິ່ງທີ່ຖ່ວງດຶງເຈົ້າບໍ່ໃຫ້ໂດດເດັ່ນຈາກຝູງຊົນ. ບາງຄົນໃຊ້ໜ້າທີ່ຂອງພວກເຂົາໃຫ້ເປັນໂອກາດເພື່ອມີສ່ວນຮ່ວມໃນການຈັດການຂອງພວກເຂົາເອງ ແລະ ສ້າງພັກພວກ; ບາງຄົນໃຊ້ມັນເພື່ອຕອບສະໜອງຄວາມປາຖະໜາຂອງພວກເຂົາ; ບາງຄົນໃຊ້ມັນເພື່ອເຕີມເຕັມຊ່ອງວ່າງທີ່ພວກເຂົາຮູ້ສຶກພາຍໃນ; ແລະ ບາງຄົນໃຊ້ມັນເພື່ອຕອບສະໜອງຄວາມຄິດຂອງພວກເຂົາທີ່ເຊື່ອວ່າຄວາມໂຊກດີຈະເກີດຂຶ້ນ, ໂດຍຄິດວ່າຕາບໃດທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຈະມີສ່ວນແບ່ງໃນເຮືອນຂອງພຣະເຈົ້າ ແລະ ໃນຈຸດໝາຍປາຍທາງທີ່ອັດສະຈັນທີ່ພຣະເຈົ້າຈັດແຈງໃຫ້ແກ່ມະນຸດ. ທ່າທີ່ດັ່ງກ່າວກ່ຽວກັບໜ້າທີ່ແມ່ນບໍ່ຖືກຕ້ອງ; ພວກມັນລັງກຽດພຣະເຈົ້າ ແລະ ຕ້ອງຖືກແກ້ໄຂຢ່າງຮີບດ່ວນ” (ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ແມ່ນຫຍັງຄືການປະຕິບັດໜ້າທີ່ໃຫ້ພໍໃຊ້ໄດ້?). ພຣະທຳຂອງພຣະເຈົ້າບອກພວກເຮົາວ່າ ໜ້າທີ່ຄືການຝາກຝັງຂອງພຣະເຈົ້າສຳລັບມະນຸດຊາດ ແລະ ພວກເຮົາຕ້ອງເຂົ້າຫາໜ້າທີ່ຂອງພວກເຮົາດ້ວຍຫົວໃຈທີ່ຊື່ສັດ. ມັນເປັນສິ່ງຈຳເປັນທີ່ພວກເຮົາຈະປະຖິ້ມຜົນປະໂຫຍດຂອງພວກເຮົາເອງ ແລະ
- [ການຍຶດໝັ້ນໃນໜ້າທີ່ຂອງຂ້ອຍ](https://lo.kingdomsalvation.org/testimonies/sticking-to-my-duty.html) - ໂດຍ ຢາງໝູ່, ເກົາຫຼີໃຕ້ ຂ້ອຍເຄີຍຮູ້ສຶກອິດສາຫຼາຍເມື່ອຂ້ອຍເຫັນອ້າຍເອື້ອຍນ້ອງສະແດງ, ຮ້ອງເພງ ແລະ ຟ້ອນລໍາເພື່ອສັນລະເສີນພະເຈົ້າ. ຂ້ອຍຝັນເຖິງມື້ທີ່ຂ້ອຍຂຶ້ນເທິງເວທີເພື່ອຮ້ອງເພງ ແລະ ເປັນພະຍານໃຫ້ພຣະເຈົ້າ. ຂ້ອຍຄິດວ່າມັນຄົງຈະເປັນກຽດຫຼາຍແທ້ໆ! ວັນນັ້ນມາຮອດໄວກວ່າທີ່ຂ້ອຍຄິດໄວ້. ໃນເດືອນພຶດສະພາ 2018, ຂ້ອຍໄດ້ເຂົ້າຮ່ວມການຝຶກຊ້ອມເພງແຫ່ງອານາຈັກ ສຳລັບການສະແດງປະສານສຽງ. ຂ້ອຍບໍ່ເຄີຍເຂົ້າຮຽນຫຼັກສູດຮ້ອງເພງ ຫຼື ຟ້ອນລຳ, ທຳອິດນັ້ນ ການຝຶກຊ້ອມແມ່ນຍາກຫຼາຍສຳລັບຂ້ອຍ. ຂ້ອຍຕື່ນເຕັ້ນແທ້ໆເມື່ອຂ້ອຍຮ້ອງເພງ ແລະ ຂ້ອຍມີໃບໜ້າແຂງ ແລະ ຂ້ອຍກໍ່ເຮັດບໍ່ເຂົ້າກັນໃນຂະນະທີ່ຟ້ອນລຳ. ແຕ່ເຖິງປານນັ້ນ ຂ້ອຍກໍ່ຍັງບໍ່ເສຍກຳລັງໃຈ. ຂ້ອຍຄິດກ່ຽວກັບເພງແຫ່ງອານາຈັກວ່າເປັນປະຈັກພະຍານໃຫ້ມວນມະນຸດທັງປວງກ່ຽວກັບການສະເດັດມາຂອງພຣະເຈົ້າ ແລະ ແລະຮູ້ສຶກໄດ້ຮັບແຮງບັນດານໃຈໃນທັນທີຈົນຂ້ອຍພຽງແຕ່ສືບຕໍ່ອະທິຖານຕໍ່ໄປ. ຂ້ອຍມີຄວາມຕັ້ງໃຈທີ່ຈະທຸ້ມເທທັງໝົດທີ່ຂ້ອຍມີເຂົ້າໃນການຮ້ອງເພງ ແລະ ຟ້ອນລຳໃຫ້ອອກມາດີ. ພຣະເຈົ້າຊີ້ນຳຂ້ອຍເທື່ອລະເລັກລະນ້ອຍ ແລະ ສອງສາມເດືອນຫຼັງຈາກນັ້ນ ຂ້ອຍເລີ່ມຮູ້ສຶກສະບາຍໃຈກັບທຸກສິ່ງຫຼາຍຂຶ້ນ. ຂ້ອຍຍັງໄດ້ນຳພາອ້າຍເອື້ອຍນ້ອງໃນການຝຶກການສະແດງອອກຂອງພວກເຂົາ. ຂ້ອຍເລີ່ມຮູ້ສຶກຂ້ອນຂ້າງພໍໃຈກັບໂຕເອງ ໂດຍຄິດວ່າ “ການສະແດງອອກ ແລະ ການເຄື່ອນໄຫວຂອງຂ້ອຍໃນຕອນນີ້ເປັນຫຍັງບາງຢ່າງທີ່ດີແທ້ໆໃນຕອນນີ້. ຂ້ອຍຈະຖືກຈັດໃຫ້ຢູ່ທາງໜ້າທີ່ສຸດຢ່າງແນ່ນອນເມື່ອພວກເຮົາຖ່າຍທຳ ແລະ ເມື່ອອ້າຍເອື້ອຍນ້ອງຈາກເຮືອນເຫັນຂ້ອຍໃນນັ້ນ ພວກເຂົາກໍ່ຄົງຈະຕື່ນເຕັ້ນຫຼາຍ, ມີຄວາມສຸກຫຼາຍ. ຂ້ອຍພະນັນວ່າພວກເຂົາຈະອິດສາ ແລະ ໃຫ້ຄວາມເຄົາລົບແກ່ຂ້ອຍເຊັ່ນກັນ”. ຂ້ອຍຮູ້ສຶກດີຫຼາຍແທ້ໆທຸກຄັ້ງທີ່ຂ້ອຍຄິດເຖິງເລື່ອງນັ້ນ ແລະ ຂ້ອຍມີພະລັງທີ່ໄຮ້ຂອບເຂດສຳລັບໜ້າທີ່ຂອງຂ້ອຍ.
- [ຈິດວິນຍານຂອງຂ້ອຍໄດ້ຮັບການປົດປ່ອຍ](https://lo.kingdomsalvation.org/testimonies/my-spirit-liberated.html) - ໂດຍ ມິດປູ້, ສະເປນ “ໃນຊີວິດຂອງມະນຸດ, ຖ້າເຂົາປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບັນລຸການປ່ຽນແປງໃນນິໄສຂອງເຂົາ, ຖ້າເຂົາປາຖະໜາທີ່ຈະດຳລົງຊີວິດທີ່ມີຄວາມໝາຍ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຊົງສ້າງ, ແລ້ວເຂົາຕ້ອງຍອມຮັບເອົາການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ຕ້ອງບໍ່ຍອມໃຫ້ການລົງວິໄນຂອງພຣະເຈົ້າ ແລະ ການຂ້ຽນຕີຂອງພຣະເຈົ້າອອກໄປຈາກເຂົາ, ເພື່ອວ່າ ເຂົາຈະສາມາດປົດປ່ອຍຕົນເອງອອກຈາກການໃຊ້ເລ່ລ່ຽມຫຼອກລວງ ແລະ ອິດທິພົນຂອງຊາຕານ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ. ຈົ່ງຮູ້ວ່າ ການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນແສງສະຫວ່າງ ແລະ ເປັນແສງສະຫວ່າງແຫ່ງຄວາມລອດພົ້ນຂອງມະນຸດ ແລະ ບໍ່ມີການອວຍພອນ, ພຣະຄຸນ ຫຼື ການປົກປ້ອງທີ່ດີກວ່ານີ້ສຳລັບມະນຸດ” (ຈາກບົດເພງ “ການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າເປັນແສງສະຫວ່າງໃນຄວາມລອດພົ້ນຂອງມະນຸດ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ການຮ້ອງເພງແຫ່ງພຣະທຳຂອງພຣະເຈົ້ານີ້ເຮັດໃຫ້ຂ້ອຍລະນຶກເຖິງປະສົບການທີ່ຂ້ອຍມີໃນສອງສາມປີທີ່ຜ່ານມາ. ໃນເດືອນຕຸລາ 2016, ວີດີໂອເພງທີ່ມີການຮ້ອງເພງ ແລະ ການຟ້ອນລຳທີ່ຂ້ອຍຊ່ວຍອອກແບບທ່າຟ້ອນໄດ້ຖືກໂພສອອນໄລນ໌. ອ້າຍເອື້ອຍນ້ອງມັກມັນແທ້ໆ ແລະ ພວກເຂົາແນະນຳວ່າໃຫ້ຂ້ອຍຈັດການທີມຟ້ອນຂອງຄຣິສຕະຈັກ. ຂ້ອຍຕື່ນເຕັ້ນແທ້ໆ ແລະ ກ່າວຄຳອະທິຖານຢ່າງງຽບໆກັບພຣະເຈົ້າວ່າຂ້ອຍຈະເຮັດໜ້າທີ່ນີ້ໃຫ້ດີຢ່າງແນ່ນອນ ແລະ ສ້າງວີດີໂອໃຫ້ຫຼາຍຂຶ້ນເພື່ອເປັນພະຍານໃຫ້ແກ່ພຣະອົງ.
- [ມັນຮູ້ສຶກດີຫຼາຍທີ່ຈະຖອດການປອມໂຕຂອງຂ້ອຍອອກ](https://lo.kingdomsalvation.org/testimonies/feels-good-to-take-off-disguise.html) - ໂດຍ ເຊີນຢວນ, ຈີນ ໃນເດືອນກັນຍາ 2018, ຂ້ອຍໄດ້ຖືກເລືອກເປັນຜູ້ນຳຄຣິສຕະຈັກ. ຕອນນັ້ນ ຂ້ອຍດີໃຈຫຼາຍ. ຂ້ອຍຮູ້ສຶກວ່າ ສິ່ງນີ້ຕ້ອງເກີດຂຶ້ນ ຍ້ອນວ່າຂ້ອຍດີກວ່າອ້າຍເອື້ອຍນ້ອງທັງຫຼາຍ ແລະ ຂ້ອຍຕ້ອງສະແຫວງຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນ. ຂ້ອຍບໍ່ຢາກໃຫ້ຄົນຄິດວ່າການນຳພາຂອງຂ້ອຍເປັນພຽງແຕ່ສັນຍາລັກ. ມີມື້ໜຶ່ງ, ຂ້ອຍໄດ້ໄປທີ່ການປະຊຸມກຸ່ມ. ເມື່ອສົນທະນາເລື່ອງວຽກ, ອ້າຍເອື້ອຍນ້ອງບາງຄົນເວົ້າເຖິງທັກສະສະເພາະທາງ. ຂ້ອຍຮູ້ສຶກວຸ້ນວາຍເລັກນ້ອຍ. ຂ້ອຍເກືອບບໍ່ຮູ້ຫຍັງກ່ຽວກັບມັນເລີຍ. ຈະເປັນແນວໃດຖ້າພວກເຂົາຕັ້ງຄຳຖາມກັບຂ້ອຍ ແລະ ຂ້ອຍບໍ່ສາມາດຕອບໄດ້? ພວກເຂົາຈະດູຖູກຂ້ອຍ ຫຼື ສົງໄສວ່າຖ້າຂ້ອຍບໍ່ເຂົ້າໃຈ ຂ້ອຍຈະສາມາດນຳພາໄດ້ແນວໃດ? ຂ້ອຍພຽງແຕ່ບໍ່ເວົ້າຫຍັງ, ແຕ່ນັ້ນຈະບໍ່ເຮັດໃຫ້ຂ້ອຍເປັນຜູ້ນຳທີ່ໄຮ້ປະໂຫຍດບໍ? ຂ້ອຍຈະສາມາດເຮັດຫຍັງໄດ້? ຂ້ອຍນັ່ງຢູ່ບ່ອນນັ້ນຄືກັບແມວຢູ່ເທິງຫລັງຄາກົ່ວທີ່ຮ້ອນ, ເຕັມໄປດ້ວຍຄວາມວິຕົກກັງວົນ. ຂ້ອຍບໍ່ສາມາດເຂົ້າໃຈສິ່ງທີ່ຄົນໃດໜຶ່ງກຳລັງເວົ້າເຖິງເລີຍ. ເມື່ອພວກເຂົາເກືອບຈະເວົ້າສຳເລັດແລ້ວ, ຂ້ານອຍກໍເວົ້າຂຶ້ນໂດຍໄວວ່າ “ຖ້າບໍ່ມີຄຳຖາມອຶ່ນອີກແລ້ວ, ພວກເຮົາກໍຈົບກອງປະຊຸມໄວ້ຕອນນີ້”. ຂ້ອຍບໍ່ສາມາດຜ່ອນຄາຍຈົນຂ້ອຍອອກຈາກທີ່ປະຊຸມ. ຂ້ອຍຄິດວ່າ “ກຸ່ມນີ້ຮຽກຮ້ອງໃຫ້ມີຄວາມຮູ້ດ້ານວິຊາຊີບຫຼາຍ ແລະ ຂ້ອຍບໍ່ຮູ້ຫຍັງກ່ຽວກັບມັນເລີຍ, ສະນັ້ນ ມັນອາດຈະດີທີ່ສຸດທີ່ຂ້ອຍບໍ່ໄປຮ່ວມປະຊຸມຫຼາຍ. ຖ້າຄົນອື່ນໆຄົ້ນພົບວ່າຂ້ອຍບໍ່ຮູ້ຫຍັງຫຼາຍກ່ຽວກັບສິ່ງຕ່າງໆດ້ານວິຊາຊີບ, ພວກເຂົາກໍຈະດູຖູກຂ້ອຍຢ່າງແນ່ນອນ. ແລ້ວຫຼັງຈາກນັ້ນ ໃຜຈະຈິງຈັງກັບຂ້ອຍ?” ໃນອີກສອງສາມອາທິດຕໍ່ໜ້າ ຫຼື ຫຼາຍກວ່ານັ້ນ, ຂ້ອຍໄປພົບກັບກຸ່ມອື່ນໆທຸກໆມື້ ແລະ
- [ພຣະທຳຂອງພຣະເຈົ້າໄດ້ປຸກສັ່ນວິນຍານຂອງຂ້ອຍໃຫ້ຕື່ນຂຶ້ນ](https://lo.kingdomsalvation.org/testimonies/God-s-words-have-shaken-my-spirit-awake.html) - ໂດຍ ນານນານ, ສະຫະລັດອາເມຣິກາ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ໃນຂັ້ນຕອນປັດຈຸບັນຂອງພາລະກິດຂອງພຣະເຈົ້າ ເຊິ່ງເປັນຍຸກສຸດທ້າຍ ພຣະອົງຈະບໍ່ປະທານຄວາມກະລຸນາ ແລະ ພອນໃຫ້ແກ່ມະນຸດຄືກັບທີ່ພຣະອົງເຮັດກ່ອນໜ້ານີ້ອີກຕໍ່ໄປ ຫຼື ພຣະອົງບໍ່ຊັກຊວນໃຫ້ມະນຸດກ້າວໄປຂ້າງໜ້າອີກ. ໃນລະຫວ່າງຂັ້ນຕອນນີ້ຂອງພາລະກິດ, ມະນຸດໄດ້ເຫັນຫຍັງຈາກທຸກລັກສະນະຂອງພາລະກິດຂອງພຣະເຈົ້າທີ່ເຂົາໄດ້ຜະເຊີນແດ່? ມະນຸດໄດ້ເຫັນເຖິງຄວາມຮັກຂອງພຣະເຈົ້າ ແລະ ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ໃນລະຫວ່າງຊ່ວງເວລານີ້, ພຣະເຈົ້າໄດ້ສະໜອງ, ສົ່ງເສີມ, ໃຫ້ແສງສະຫວ່າງ ແລະ ນໍາພາມະນຸດ, ເພື່ອວ່າມະນຸດຈະມາຮູ້ຈັກເຈດຕະນາຂອງພຣະອົງເທື່ອລະໜ້ອຍ, ຮູ້ຈັກພຣະທຳທີ່ພຣະອົງກ່າວ ແລະ ຄວາມຈິງທີ່ພຣະອົງໄດ້ປະທານແກ່ມະນຸດ... ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເຮັດໃຫ້ຜູ້ຄົນມາຮູ້ຈັກຄວາມເສື່ອມຊາມຂອງມະນຸດຊາດ ແລະ ແກ່ນແທ້ທີ່ຊົ່ວຮ້າຍ. ສິ່ງທີ່ພຣະເຈົ້າສະໜອງໃຫ້, ການທີ່ພຣະອົງສ່ອງແສງສະຫວ່າງໃຫ້ແກ່ມະນຸດ ແລະ ການນໍາພາຂອງພຣະອົງລ້ວນແລ້ວແຕ່ເຮັດໃຫ້ມະນຸດຊາດຮູ້ຈັກແກ່ນແທ້ຂອງຄວາມຈິງຫຼາຍຂຶ້ນເລື້ອຍໆ ແລະ ຮູ້ຈັກສິ່ງທີ່ຜູ້ຄົນຕ້ອງການຫຼາຍຂຶ້ນ, ຫົນທາງທີ່ພວກເຂົາຄວນຍ່າງ, ສິ່ງທີ່ພວກເຂົາດຳລົງຊີວິດເພື່ອ, ຄຸນຄ່າ ແລະ ຄວາມໝາຍຂອງຊີວິດຂອງພວກເຂົາ ແລະ ວິທີການຍ່າງໃນຫົນທາງທີ່ຢູ່ເບື້ອງໜ້າ... ເມື່ອຫົວໃຈຂອງມະນຸດໄດ້ຖືກຟື້ນຟູແລ້ວ, ມະນຸດກໍບໍ່ປາຖະໜາທີ່ຈະດຳລົງຊີວິດດ້ວຍອຸປະນິໄສທີ່ເສື່ອມລົງ ແລະ ເສື່ອມຊາມ, ແຕ່ກົງກັນຂ້າມ ເຂົາຈະປາຖະໜາສະແຫວງຫາຄວາມຈິງເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ເມື່ອຫົວໃຈຂອງມະນຸດໄດ້ຖືກປຸກຂຶ້ນ, ແລ້ວມະນຸດກໍຈະສາມາດແຍກຕົນເອງອອກຈາກຊາຕານຢ່າງສົມບູນ. ເຂົາຈະບໍ່ຖືກທຳຮ້າຍໂດຍຊາຕານອີກຕໍ່ໄປ, ບໍ່ຖືກຄວບຄຸມ ຫຼື ຖືກມັນລໍ້ລວງອີກຕໍ່ໄປ. ກົງກັນຂ້າມ, ມະນຸດຈະສາມາດຮ່ວມໃນພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງຢ່າງຫ້າວຫັນ
- [ການຄົ້ນພົບອິດສະຫຼະພາບຈາກສະຖານະ](https://lo.kingdomsalvation.org/testimonies/finding-freedom-from-status.html) - ໂດຍ ຕົງເອີນ, ຝຣັ່ງ ຂ້ອຍກາຍເປັນຜູ້ນຳຄຣິດຕະຈັກໃນປີ 2019. ຂ້ອຍເຮັດສິ່ງຕ່າງໆຕາມວິທີຂອງຂ້ອຍເອງ, ບໍ່ມີຄວາມຮັບຜິດຊອບໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍບໍ່ໄດ້ມອບໝາຍໜ້າວຽກໃຫ້ຖືກກັບຄົນ ເຊິ່ງລ້ວນແລ້ວແຕ່ມີຜົນກະທົບຕໍ່ຊີວິດຄຣິດຕະຈັກ. ຂ້ອຍເຕັມໄປດ້ວຍຄວາມສຳນຶກຜິດ. ເພາະສະນັ້ນຂ້ອຍຈຶ່ງຕັດສິນໃຈຮັບມືກັບວຽກຄຣິດຕະຈັກໃຫ້ດີ. ໃນສະໄໝນັ້ນ, ມີຜູ້ນຳກຸ່ມສອງຄົນທີ່ຈະຖືກແຕ່ງຕັ້ງຄືນໃໝ່, ແຕ່ຂ້ອຍບໍ່ສາມາດຊອກຫາຜູ້ທີ່ເໝາະສົມມາແທນພວກເຂົາໄດ້. ຂ້ອຍຈົມຢູ່ໃນຄວາມກັງວົນ ແລະ ຄິດວ່າ “ຖ້າຂ້ອຍບໍ່ສາມາດຫາຜູ້ທີ່ເໝາະສົມກັບຕຳແໜ່ງນີ້ໄດ້, ຜູ້ນຳຂອງຂ້ອຍຈະເວົ້າວ່າຂ້ອຍບໍ່ສາມາດເຮັດວຽກທີ່ແທ້ຈິງໄດ້. ແລ້ວຖ້າຂ້ອຍຈົບລົງດ້ວຍການຖືກປ່ຽນແທນເດ?” ຂ້ອຍໃຊ້ສະໝອງໂຕເອງຢ່າງໜັກ ແລະ ແລ້ວກໍ່ຄິດເຖິງເອື້ອຍຈາງ: ລາວເປັນຄົນມີຄວາມສາມາດດີ ແລະ ເຮັດໜ້າທີ່ຂອງລາວໄດ້ດີ. ລາວຈະເປັນຫົວໜ້າກຸ່ມທີ່ດີເລີດ. ໃນຄວາມຄິດນີ້, ຂ້ອຍຖອນຫາຍໃຈດ້ວຍຄວາມໂລ່ງໃຈ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍໄດ້ພົບຄົນທີ່ຈະຮັບຕຳແໜ່ງນັ້ນ ແລະ ຕອນນີ້ວຽກຂອງຂ້ອຍກໍ່ຈະງ່າຍຂຶ້ນເມື່ອມີຄົນທີ່ຖືກກັບວຽກ. ເຖິງແນວໃດກໍ່ຕາມ, ໃນເວລານັ້ນເອງ ເອື້ອຍລີ ຜູ້ນຳໃນອີກຄຣິດຕະຈັກໜຶ່ງ ໂທຫາຂ້ອຍ ແລະ ເວົ້າວ່າຄຣິດຕະຈັກຂອງລາວມີຜູ້ເຊື່ອໃໝ່ຫຼັ່ງໄຫຼເຂົ້າມາຢ່າງຫລວງຫລາຍໂດຍບໍ່ມີຄົນພຽງພໍທີ່ຈະລ້ຽງດູໃຫ້ພວກເຂົາ. ລາວຢາກລົມກັບຂ້ອຍກ່ຽວກັບການຄວາມເປັນໄປໄດ້ທີ່ຈະມອບໝາຍໃຫ້ເອື້ອຍຈາງໄປທີ່ຄຣິດຕະຈັກຂອງລາວເພື່ອຮັບຜິດຊອບໃນການລ້ຽງດູຜູ້ເຊື່ອໃໝ່. ຂ້ອຍຕໍ່ຕ້ານຄວາມຄິດນີ້ຢ່າງສິ້ນເຊີງ. “ແລ້ວຄຣິດຕະຈັກຂອງພວກເຮົາເດ?” ຂ້ອຍຄິດ. “ພວກເຮົາຈະເຮັດແນວໃດຖ້າເອື້ອຍຈາງຖືກມອບໄປຢູ່ບ່ອນອື່ນ? ຖ້າຂ້ານ້ອບໍ່ສາມາດຫາຄົນອື່ນມາເປັນຫົວໜ້າກຸ່ມ ແລະ ຂ້ອຍບໍ່ສາມາດຈັດການວຽກນີ້ໄດ້, ຂ້ອຍອາດຈົບລົງດ້ວຍການຖືກປ່ຽນແທນ!” ເມື່ອສັງເກດເຫັນວ່າຂ້ອຍບໍ່ໄດ້ເວົ້າຫຍັງ, ເອື້ອຍລີກໍ່ເວົ້າວ່າ “ຄົນສ່ວນໃຫຍ່ໃນຄຣິດຕະຈັກຂອງພວກເຈົ້າເປັນຜູ້ທີ່ເຊື່ອມາດົນແລ້ວ ແລະ ມີພື້ນຖານໃນຄວາມເຊື່ອຂອງພວກເຂົາ. ຖ້າເອື້ອຍຈາງຖືກຍ້າຍໄປ,
- [ການປິ່ນປົວຄວາມອິດສາ](https://lo.kingdomsalvation.org/testimonies/a-cure-for-jealousy.html) - ໂດຍ ຊຸນຈິ໋ວ, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ເນື້ອໜັງຂອງມະນຸດແມ່ນມາຈາກຊາຕານ, ມັນເຕັມໄປດ້ວຍນິໄສກະບົດ, ມັນເປິເປື້ອນຢ່າງໜ້າເວດທະນາ ແລະ ມັນເປັນສິ່ງທີ່ບໍ່ບໍລິສຸດ. ຜູ້ຄົນຢາກໄດ້ຄວາມສຸກທາງຝ່າຍເນື້ອໜັງຫຼາຍເກີນໄປ ແລະ ສະແດງອອກເຖິງເນື້ອໜັງຫຼາຍເກີນໄປ; ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງກຽດຊັງເນື້ອໜັງຂອງມະນຸດຈົນເຖິງລະດັບໃດໜຶ່ງ. ເມື່ອຜູ້ຄົນປະຖິ້ມສິ່ງຕ່າງໆທີ່ສົກກະປົກ ແລະ ເສື່ອມຊາມຂອງຊາຕານ, ພວກເຂົາກໍໄດ້ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ. ແຕ່ຖ້າພວກເຂົາຍັງບໍ່ກຳຈັດຕົນເອງຈາກຄວາມສົກກະປົກ ແລະ ຄວາມເສື່ອມຊາມ, ແລ້ວພວກເຂົາກໍຍັງດຳລົງຊີວິດພາຍໃຕ້ອຳນາດຂອງຊາຕານ. ເລ່ລ່ຽມ, ຄວາມຫຼອກລວງ ແລະ ຄວາມບໍ່ຊື່ສັດຂອງຜູ້ຄົນເປັນທຸກສິ່ງຂອງຊາຕານ. ການທີ່ພຣະເຈົ້າຊ່ວຍເຈົ້າໃຫ້ລອດພົ້ນຄືການເຮັດໃຫ້ເຈົ້າເປັນອິດສະຫຼະຈາກສິ່ງເຫຼົ່ານີ້ຂອງຊາຕານ. ພາລະກິດຂອງພຣະເຈົ້າບໍ່ສາມາດຜິດພາດໄດ້; ມັນລ້ວນແລ້ວແຕ່ຖືກປະຕິບັດເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນຈາກຄວາມມືດ. ເມື່ອເຈົ້າເຊື່ອຈົນເຖິງຈຸດໃດໜຶ່ງ ແລະ ສາມາດປົດປ່ອຍຕົນເອງຈາກຄວາມເສື່ອມຊາມຂອງເນື້ອໜັງ ແລະ ບໍ່ຖືກຄວາມເສື່ອມຊາມນີ້ມັດດ້ວຍໂສ້ອີກຕໍ່ໄປ, ເຈົ້າຈະບໍ່ຖືກຊ່ວຍໃຫ້ລອດພົ້ນບໍ? ເມື່ອເຈົ້າດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ, ເຈົ້າກໍບໍ່ສາມາດສະແດງອອກເຖິງພຣະເຈົ້າໄດ້, ເຈົ້າເປັນສິ່ງທີ່ສົກກະປົກ ແລະ ບໍ່ສາມາດຮັບເອົາມໍລະດົກຂອງພຣະເຈົ້າໄດ້. ຫຼັງຈາກທີ່ເຈົ້າຖືກຊໍາລະລ້າງ ແລະ ຖືກເຮັດໃຫ້ສົມບູນ, ເຈົ້າຈະບໍລິສຸດ, ເຈົ້າຈະເປັນຄົນປົກກະຕິ ແລະ ເຈົ້າຈະຖືກອວຍພອນໂດຍພຣະເຈົ້າ ແລະ ມີຄວາມເບີກບານໃຈຕໍ່ພຣະເຈົ້າ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ
- [ການແທນທີ່ຄວາມອິດສາດ້ວຍຄວາມໃຈກວ້າງ](https://lo.kingdomsalvation.org/testimonies/replacing-jealousy-with-magnanimity.html) - ໂດຍ ຟູ່ຕານ, ຈີນ ສອງສາມປີກ່ອນ, ນ້ອງສຽວເຈຍຖືກຍ້າຍເຂົ້າມາໃນຄຣິດຕະຈັກຂອງພວກເຮົາເພື່ອຊ່ວຍຂ້ອຍໃນໜ້າທີ່ການເປັນຜູ້ນໍາ. ຕະຫຼອດເວລາ ຂ້ອຍພົບວ່າ ເຖິງຈະຍັງອາຍຸນ້ອຍ ລາວກໍ່ມີຄວາມສາມາດດີ ແລະ ເກັ່ງແທ້ໆ. ລາວປະຕິບັດຄວາມຈິງ ເມື່ອເກີດມີບັນຫາ ແລະ ເອົາໃຈໃສ່ໃນການສະແຫວງຫາຫຼັກການຂອງຄວາມຈິງ. ຂ້ອຍບໍ່ທຽບເທົ່າກັບລາວໃນເລື່ອງຂອງຄວາມສາມາດ ຫຼື ຄວາມສາມາດໃນການເຮັດວຽກ. ຂ້ອຍຊື່ນຊົມລາວແທ້ໆ ແລະ ຮູ້ສຶກວ່າລາວມີພອນສະຫວັນ. ໃນການພົບປະກັນຂອງເພື່ອນຮ່ວມງານໃນຄັ້ງໜຶ່ງ, ຜູ້ນໍາຖາມຂ້ອຍວ່າມີຄົນໃນຄຣິດຕະຈັກທີ່ສະແຫວງຫາຄວາມຈິງ ແລະ ມີຄວາມສາມາດສູງ ຫຼື ບໍ່. ຂ້ອຍບອກລາວກ່ຽວກັບຈຸດແຂງຂອງນ້ອງສຽວເຈຍໂດຍບໍ່ລັງເລ. ພາຍຫຼັງບໍ່ດົນ, ຜູ້ນໍາກໍ່ເຊີນລາວໃຫ້ເຂົ້າຮ່ວມການພົບປະກັນຂອງເພື່ອນຮ່ວມງານ ແລະ ຂໍໃຫ້ລາວເຂົ້າຮ່ວມການພົບປະກັນໃນຄັ້ງຖັດໄປອີກຫຼາຍຄັ້ງເຊັ່ນກັນ. ຂ້ອຍຄ່ອຍໆເລີ່ມຮູ້ສຶກບໍ່ສະບາຍໃຈໜ້ອຍໜຶ່ງ ໂດຍຄິດວ່າ “ຂ້ອຍເປັນຄົນທີ່ເຂົ້າຮ່ວມການພົບປະກັນຢູ່ສະເໝີ ແລະ ຜູ້ນໍາກໍ່ປຶກສາຫາລືກ່ຽວກັບວຽກງານຂອງຄຣິດຕະຈັກກັບຂ້ອຍ. ຕອນນີ້ ລາວກຳລັງຂໍໃຫ້ສຽວເຈຍເຂົ້າຮ່ວມ. ມັນເບິ່ງຄືກັບວ່າລາວຕ້ອງການໃສ່ຄວາມພະຍາຍາມຂອງລາວໃນການຝຶກຝົນສຽວເຈຍ. ຖ້າຂ້ອຍຮູ້, ຂ້ອຍຈະບໍ່ກ່າວເຖິງຈຸດແຂງຂອງລາວ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍຖືກລືມ ແລະ ຖືກປະຖິ້ມໄວ້ຂ້າງຫຼັງ ເຊິ່ງລ້ວນແລ້ວແຕ່ເປັນຍ້ອນລາວ. ຂ້ອຍກຳລັງຮູ້ສຶກບໍ່ພໍໃຈຫຼາຍຂຶ້ນເລື້ອຍໆ ແລະ ຄວາມຄິດທີ່ວ່າມັນຈະດີກວ່າຖ້າຜູ້ນໍາຍ້າຍລາວອອກໄປ ກໍ່ໄດ້ກໍ່ຕົວຂຶ້ນຢ່າງງຽບໆ. ຕາບໃດທີ່ພວກເຮົາບໍ່ໄດ້ຢູ່ຮ່ວມກັນ, ຂ້ອຍຈະບໍ່ເບິ່ງຄືວ່າຂີ້ຮ້າຍກວ່າລາວ ແລະ ຫຼັງຈາກນັ້ນ ບາງເທື່ອ
- [ການຫາຍໃຈງ່າຍໂດຍບໍ່ມີຄວາມອິດສາ](https://lo.kingdomsalvation.org/testimonies/breathing-easy-without-jealousy.html) - ໂດຍ ອ່ານຈິ້ງ, ຈີນ ໃນເດືອນມັງກອນຂອງປີ 2017, ຂ້ອຍໄດ້ຮັບໜ້າທີ່ໃນການພາຍໃນຄຣິດຕະຈັກ. ຂ້ອຍຊື່ນຊົມຍິນດີຫຼາຍທີີ່ພຣະເຈົ້າໃຫ້ໂອກາດຝຶກຝົນໃນໜ້າທີ່ນີ້ ແລະ ຕັດສິນໃຈທີ່ຈະເຮັດມັນຢ່າງຕັ້ງໃຈ ແລະ ໃຫ້ດີ. ຫຼັງຈາກຊົ່ວເວລາໜຶ່ງ, ຂ້ອຍບັນລຸຜົນບາງຢ່າງ, ບໍ່ວ່າຈະຢູ່ໃນການຊ່ວຍເຫຼືອອ້າຍເອື້ອຍນ້ອງແກ້ໄຂສະພາວະຂອງພວກເຂົາໃຫ້ຖືກຕ້ອງ ຫຼື ການໂອ້ລົມກັບພວກເຂົາໃນການເຕົ້າໂຮມ. ອ້າຍເອື້ອຍນ້ອງຂອງຂ້ອຍ ແລະ ຜູ້ນໍາຄຣິດຕະຈັກລ້ວນແລ້ວແຕ່ເຄົາລົບຂ້ອຍເປັນຢ່າງສູງ ແລະ ຂ້ອຍເລີ່ມຮູ້ສຶກພໍໃຈກັບຕົນເອງຫຼາຍ, ຂ້ອຍກຳລັງເຮັດໄດ້ດີ. ໃນເດືອນມິຖຸນາ, ຜູ້ນໍາໃນຄຣິດຕະຈັກຂອງຂ້ອຍໄດ້ຈັດແຈງໃຫ້ເອື້ອຍເວີນຈິງເຮັດວຽກກັບຂ້ອຍໃນໜ້າທີ່ນີ້ ແລະ ຂໍໃຫ້ຂ້ອຍຊ່ວຍເອື້ອຍຂອງຂ້ອຍໃນກໍລະນີທີ່ລາວຕ້ອງການຄວາມຊ່ວຍເຫຼືອ ເຊິ່ງຂ້ອຍກໍ່ເຫັນດີຢ່າງມີຄວາມສຸກທີ່ຈະເຮັດ. ເມື່ອພວກເຮົາເຮັດວຽກຮ່ວມກັນ, ຂ້ອຍກໍ່ຄົ້ນພົບວ່າເອື້ອຍເວີນຈິງສະແຫວງຫາຄວາມຈິງ ແລະ ຄວາມສາມາດຂອງລາວ ແລະ ວິທີການຂອງລາວກັບຄຳເວົ້າກໍ່ລ້ວນແລ້ວແຕ່ດີພໍສົມຄວນ. ເມື່ອເຫັນແບບນີ້, ຂ້ອຍຈຶ່ງເຝົ້າຄອຍລະວັງລາວໜ້ອຍໜຶ່ງ. ຂ້ອຍເລີ່ມຄິດວ່າ: “ດ້ວຍການຝຶກຝົນອີກໜ້ອຍໜຶ່ງ, ລາວຈະເກັ່ງລື່ນຂ້ອຍ. ອ້າຍເອື້ອຍນ້ອງຂອງພວກເຮົາຈະເລີ່ມເຄົາລົບລາວຢ່າງແນ່ນອນ, ຜູ້ນໍາຈະໃຊ້ເວລາຫຼາຍຂຶ້ນໃນການບຳລຸງລ້ຽງພອນສະຫວັນຂອງລາວ ແລະ ຫຼັງຈາກນັ້ນກໍ່ຈະບໍ່ມີຜູ້ໃດເຄົາລົບຂ້ອຍອີກຕໍ່ໄປ”. ແຕ່ສິ່ງທີ່ຂ້ອຍຢ້ານກໍ່ເກີດຂຶ້ນໃນທີ່ສຸດ. ຫຼັງຈາກການເຕົ້າໂຮມໃນມື້ນີ້, ຂ້ອຍກໍ່ໄປຫາຜູ້ນໍາຄຣິດຕະຈັກເພື່ອມອບຄຳພະຍານກ່ຽວກັບປະສົບການໃຫ້ກັບລາວ, ເຊິ່ງຖືກຂຽນໂດຍຂ້ອຍເອງ ແລະ ເອື້ອຍເວີນຈິງ. ຫຼັງຈາກທີ່ໄດ້ອ່ານພວກມັນ, ຜູ້ນໍາຄຣິດຕະຈັກຂອງພວກເຮົາກໍ່ຍິ້ມ ແລະ ເວົ້າວ່າ “ບົດຄວາມຄຳພະຍານຂອງເອື້ອຍເວີນຈິງຂ້ອນຂ້າງດີ. ມີປະສົບການຕົວຈິງໃນທີ່ນີ້ ແລະ
- [ໃນການປະຖິ້ມຄວາມເຫັນແກ່ຕົວ, ຂ້ອຍແມ່ນເປັນອິດສະຫຼະ](https://lo.kingdomsalvation.org/testimonies/letting-go-of-selfishness.html) - ໂດຍ ສຽວເຫວີຍ, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ໃນອຸປະນິໄສຂອງຄົນປົກກະຕິແມ່ນບໍ່ມີຄວາມຄົດງໍ ຫຼື ຄວາມຫຼອກລວງ, ຜູ້ຄົນແມ່ນມີຄວາມສໍາພັນທີ່ປົກກະຕິຕໍ່ກັນ ແລະ ກັນ, ພວກເຂົາບໍ່ໄດ້ຢືນຢູ່ຜູ້ດຽວ ແລະ ຊີວິດຂອງພວກເຂົາບໍ່ໄດ້ທໍາມະດາ ແລະ ເສື່ອມໂຊມ. ເຊັ່ນດຽວກັນ ພຣະເຈົ້າກໍສັນລະເສີນໃນທ່າມກາງທຸກຄົນ, ພຣະທໍາຂອງພຣະອົງແມ່ນແຜ່ຂະຫຍາຍທົ່ວມະນຸດ, ຜູ້ຄົນດໍາລົງຊີວິດໃນຄວາມສະຫງົບນໍາກັນ ແລະ ພາຍໃຕ້ການເບິ່ງແຍງ ແລະ ການປົກປ້ອງຂອງພຣະເຈົ້າ, ແຜ່ນດິນໂລກແມ່ນເຕັມໄປດ້ວຍຄວາມສາມັກຄີ, ບໍ່ມີການລົບກວນຂອງຊາຕານ ແລະ ສະຫງ່າລາສີຂອງພຣະເຈົ້າແມ່ນຖືເປັນສິ່ງທີ່ສໍາຄັນທີ່ສຸດໃນທ່າມກາງມະນຸດ. ຜູ້ຄົນດັ່ງກ່າວແມ່ນຄືກັນກັບທູດສະຫວັນ: ບໍລິສຸດ, ມີຊີວິດຊີວາ, ບໍ່ເຄີຍຈົ່ມກ່ຽວກັບພຣະເຈົ້າ ແລະ ອຸທິດຄວາມພະຍາຍາມທັງໝົດຂອງພວກເຂົາ ເພື່ອລັດສະໝີຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກເທົ່ານັ້ນ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຕີຄວາມໝາຍຄວາມລຶກລັບແຫ່ງ “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”, ບົດທີ 16). ພຣະທຳຂອງພຣະເຈົ້າສະແດງໃຫ້ພວກເຮົາເຫັນວ່າອຸປະນິໄສຂອງຄົນປົກກະຕິປະກອບມີຄວາມຄົດໂກງ, ການຫຼອກລວງ, ຄວາມເຫັນແກ່ຕົວ ແລະ ຄວາມເປັນຕາລັງກຽດ. ການຮັບເອົາການຝາກຝັງຂອງພຣະເຈົ້າຢ່າງຈິງໃຈ, ການເຮັດວຽກຢ່າງກົມກຽວກັບອ້າຍເອື້ອຍນ້ອງ ແລະ ການເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອໜ້າທີ່ຂອງພວກເຂົາ ແມ່ນສິ່ງພື້ນຖານທີ່ສຸດທີ່ບຸກຄົນໜຶ່ງຄວນສາມາດເຮັດໄດ້. ຂ້ອຍເຄີຍດຳລົງຊີວິດດ້ວຍປັດຊະຢາຂອງຊາຕານ
- [ການດໍາລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ](https://lo.kingdomsalvation.org/testimonies/living-before-God.html) - ໂດຍ ຢົງຊຸ່ຍ, ເກົາຫຼີໃຕ້ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ເພື່ອເຂົ້າສູ່ຄວາມເປັນຈິງ, ຜູ້ຄົນຕ້ອງຫັນທຸກສິ່ງມາທາງຊີວິດທີ່ເປັນຈິງ. ຖ້າການເຊື່ອໃນພຣະເຈົ້າ, ຜູ້ຄົນບໍ່ສາມາດມາຮູ້ຈັກຕົວເອງຜ່ານຫົນທາງເຂົ້າສູ່ຊີວິດທີ່ເປັນຈິງ ແລະ ຖ້າພວກເຂົາບໍ່ສາມາດດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິໃນຊີວິດຈິງ, ພວກເຂົາກໍຈະກາຍເປັນຄົນລົ້ມເຫຼວ. ຄົນທີ່ບໍ່ເຊື່ອຟັງພຣະເຈົ້າລ້ວນແລ້ວແຕ່ເປັນຄົນທີ່ບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມເປັນມະນຸດ ແຕ່ດຳລົງຊີວິດຕາມທຳມະຊາດຂອງຜີຮ້າຍ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມຈິງ ແຕ່ດຳລົງຊີວິດຕາມທິດສະດີແທນ. ຄົນທີ່ບໍ່ສາມາດຳລົງຊີວິດໃນຊີວິດທີ່ເປັນຈິງດ້ວຍຄວາມຈິງ ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຖືກພຣະອົງກຽດຊັງ ແລະ ປະຕິເສດ. ເຈົ້າຕ້ອງປະຕິບັດການເຂົ້າສູ່ຊີວິດທີ່ເປັນຈິງ, ຮູ້ຈັກຂໍ້ບົກຜ່ອງ, ຄວາມບໍ່ເຊື່ອຟັງ ແລະ ຄວາມໂງ່ຈ້າຂອງເຈົ້າເອງ ແລະ ຮູ້ຈັກຄວາມເປັນມະນຸດທີ່ບໍ່ປົກກະຕິ ແລະ ຄວາມອ່ອນແອຂອງເຈົ້າ. ດ້ວຍວິທີນັ້ນ, ຄວາມຮູ້ທັງໝົດຂອງເຈົ້າຈະໄດ້ນໍາໃຊ້ເຂົ້າສູ່ສະຖານະການ ແລະ ຄວາມຫຍຸ້ງຍາກທີ່ແທ້ຈິງຂອງເຈົ້າ. ມີແຕ່ຄວາມຮູ້ປະເພດນີ້ເທົ່ານັ້ນ ທີ່ເປັນຈິງ ແລະ ສາມາດເຮັດໃຫ້ເຈົ້າເຂົ້າໃຈສະພາບຂອງເຈົ້າເອງຢ່າງແທ້ຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສຂອງເຈົ້າ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ). “ໃນການສະແຫວງຫາການເຂົ້າສູ່ຊີວິດ, ຄົນໆໜຶ່ງຕ້ອງກວດສອບຄຳເວົ້າ ແລະ ການກະທຳ, ຄວາມຄິດ ແລະ
- [ໂສ້ລ່າມແຫ່ງຊື່ສຽງ ແລະ ກຳໄລ](https://lo.kingdomsalvation.org/testimonies/fetters-of-fame-and-gain.html) - ໂດຍ ເຈຍລີ່, ສະເປນ ໃນປີ 2015, ຂ້ອຍໄດ້ຖືກເລືອກໃຫ້ເປັນຜູ້ນຳຄຣິດຕະຈັກໃນການຄັດເລືອກປະຈຳປີ. ຂ້ອຍຕື່ນເຕັ້ນແທ້ໆ, ຄິດວ່າການຖືກເລືອກໃຫ້ເປັນຜູ້ນຳຈາກອ້າຍເອື້ອຍນ້ອງຫຼາຍສິບຄົນຕ້ອງໝາຍຄວມວ່າຂ້ອຍດີກວ່າຄົນອື່ນໆ. ໃນໜ້າທີ່ຂອງຂ້ອຍນັບແຕ່ນັ້ນມາ, ອ້າຍເອື້ອຍນ້ອງຈະມາຫາຂ້ອຍເພື່ອໂອ້ລົມເມື່ອພວກເຂົາມີຄວາມຫຍຸ້ງຍາກໃນການເຂົ້າສູ່ຊີວິດ ແລະ ທີມຜູ້ນຳຈະສົນທະນາເຖິງບັນຫາທີ່ພວກເຂົາຜະເຊີນໃນພາລະກິດຂອງຄຣິດຕະຈັກກັບຂ້ອຍ. ຂ້ອຍບໍ່ສາມາດຊ່ວຍໄດ້ ແຕ່ມີຄວາມຮູ້ສຶກເຖິງຄວາມເໜືອກວ່ານີ້. ຂ້ອຍຍ່າງໄປມາຢ່າງອວດດີ, ເອີກເດັ້ງອອກ ແລະ ຂ້ອຍກໍປ່ຽມດ້ວຍຄວາມໝັ້ນໃຈເມື່ອສົນທະນາໃນທີ່ຊຸມນຸມ. ຫຼັງຈາກນັ້ນໄລຍະໜຶ່ງ, ຂ້ອຍສັງເກດເຫັນວ່າ ເອື້ອຍຫລູ່ຍ ເຊິ່ງເປັນເພື່ອນຮ່ວມງານຄົນໜຶ່ງທີ່ມີຄວາມສາມາດດີ, ການສົນທະນາຂອງລາວກ່ຽວກັບຄວາມຈິງນັ້ນຊັດເຈນຫຼາຍ ແລະ ລາວສາມາດເຂົ້າໃຈຮາກເງົ້າບັນຫາຂອງຜູ້ຄົນເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ລາວຍັງຊີ້ໃຫ້ເຫັນເສັ້ນທາງປະຕິບັດ ແລະ ທຸກຄົນຕ້ອງການໄດ້ຍິນການສົນທະນາຂອງລາວ. ແຕ່ຂ້ອຍບໍ່ຕ້ອງການທີ່ຈະພ່າຍແພ້, ດັ່ງນັ້ນ ຂ້ອຍຈຶ່ງກະກຽມຢ່າງຮອບຄອບກ່ອນການຊຸມນຸມທຸກຄັ້ງ, ລະດົມສະໝອງຂອງຂ້ອຍ ຄິດຫາວິທີສົນທະນາທີ່ເຂົ້າໃຈໄດ້ຫຼາຍຂຶ້ນ ແລະ ມີແສງສະຫວ່າຫຼາຍຂຶ້ນເພື່ອໃຫ້ຂ້ອຍເບິ່ງຄືວ່າດີກວ່າລາວ. ເມື່ອຂ້ອຍເຫັນອ້າຍເອື້ອຍນ້ອງງຶກຫົວເຫັນດີເມື່ອຂ້ອຍຈົບການສົນທະນາ, ຂ້ອຍຮູ້ສຶກພໍໃຈກັບຕົນເອງຫຼາຍ ແລະ ມີຄວາມຮູ້ສຶກເຖິງຄວາມສຳເລັດ. ແລ້ວຕໍ່ມາ ຂ້ອຍກໍຄົ້ນພົບວ່າ ເພື່ອນຮ່ວມງານຂອງຂ້ອຍ ອ້າຍເຈງ ຂ້ອນຂ້າງມີຄວາມຮູ້ມືອາຊີບກ່ຽວກັບຮູບເງົາ ແລະ ລາວເກັ່ງດ້ານຄອມພິວເຕີ. ອ້າຍເອື້ອຍນ້ອງທີ່ເຮັດໜ້າທີ່ຖ່າຍຮູບເງົາຈະມັກສົນທະນາເລື່ອງຕ່າງໆທີ່ກ່ຽວຂ້ອງກັບລາວເລື້ອຍໆ ແລະ ໃນນາມຜູ້ນຳຄຣິດຕະຈັກ ຂ້ອຍບໍ່ມີຫຍັງຈະເພີ່ມເຕີມ. ຂ້ອຍຮູ້ສຶກຄືກັບວ່າເປັນລໍ້ທີຫ້າ ແລະ ນັ້ນເຮັດໃຫ້ຂ້ອຍບໍ່ພໍໃຈແທ້ໆ. ຂ້ອຍຄິດວ່າ ໂດຍການນຳຫາອ້າຍເຈງ
- [ມື້ແຫ່ງການສະແຫວງຫາຊື່ສຽງ ແລະ ຜົນກຳໄລ](https://lo.kingdomsalvation.org/testimonies/days-of-seeking-fame.html) - ໂດຍ ລີໝິນ, ສະເປນ “ໃນຊີວິດຂອງມະນຸດ, ຖ້າເຂົາປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບັນລຸການປ່ຽນແປງໃນນິໄສຂອງເຂົາ, ຖ້າເຂົາປາຖະໜາທີ່ຈະດຳລົງຊີວິດທີ່ມີຄວາມໝາຍ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຊົງສ້າງ, ແລ້ວເຂົາຕ້ອງຍອມຮັບເອົາການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ຕ້ອງບໍ່ຍອມໃຫ້ການລົງວິໄນຂອງພຣະເຈົ້າ ແລະ ການຂ້ຽນຕີຂອງພຣະເຈົ້າອອກໄປຈາກເຂົາ, ເພື່ອວ່າ ເຂົາຈະສາມາດປົດປ່ອຍຕົນເອງອອກຈາກການໃຊ້ເລ່ລ່ຽມຫຼອກລວງ ແລະ ອິດທິພົນຂອງຊາຕານ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ. ຈົ່ງຮູ້ວ່າ ການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນແສງສະຫວ່າງ ແລະ ເປັນແສງສະຫວ່າງແຫ່ງຄວາມລອດພົ້ນຂອງມະນຸດ ແລະ ບໍ່ມີການອວຍພອນ, ພຣະຄຸນ ຫຼື ການປົກປ້ອງທີ່ດີກວ່ານີ້ສຳລັບມະນຸດ” (ຈາກບົດເພງ “ການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າເປັນແສງສະຫວ່າງໃນຄວາມລອດພົ້ນຂອງມະນຸດ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່). ການຮ້ອງເພງສັນເສີນແຫ່ງພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ອຍປະທັບໃຈຢ່າງເລິກເຊິ່ງ. ຂ້ອຍເຄີຍດຳລົງຊີວິດດ້ວຍພິດຂອງຊາຕານ ເຊັ່ນ: “ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ” ແລະ “ມະນຸດດິ້ນລົນຂຶ້ນສູງ; ນໍ້າໄຫຼລົງລຸ່ມ”. ຂ້ອຍສະແຫວງຫາຊື່ສຽງ ແລະ ສະຖານະຢ່າງຕໍ່ເນື່ອງ, ທັງຖືກຫຼອກລໍ້ ແລະ
- [ຖືກປົດປ່ອຍຈາກຊື່ສຽງ ແລະ ໂຊກລາບ](https://lo.kingdomsalvation.org/testimonies/liberated-from-fame-and-fortune.html) - ໂດຍ ສຽວໝິນ, ຈີນ ກ່ອນກາຍເປັນຜູ້ທີ່ເຊື່ອ, ຂ້ອຍໄດ້ສະແຫວງຫາຊື່ສຽງ ແລະ ສະຖານະຢູ່ສະເໝີ ແລະ ຂ້ອຍຈະອິດສາ ແລະ ບໍ່ພໍໃຈກ່ຽວກັບມັນຖ້າມີຄົນເອົາຊະນະຂ້ອຍ. ຂ້ອຍເຮັດຫຍັງບໍ່ໄດ້ ນອກຈາກຜະເຊີນໜ້າກັບພວກເຂົາ ແລະ ປຽບທຽບຕົວເອງກັບພວກເຂົາ. ຂ້ອຍຮູ້ສຶກຄືກັບວ່າການດຳລົງຊີວິດໃນລັກສະນະນັ້ນມັນເຈັບປວດ ແລະ ອິດເມື່ອຍ, ແຕ່ຂ້ອຍຍັງຄິດວ່າ ຊື່ສຽງ ແລະ ໂຊກລາບບໍ່ແມ່ນສິ່ງທີ່ພວກເຮົາຄວນຈະຕາມຫາໃນຊີວິດບໍ? ຫຼັງຈາກນັ້ນ ຂ້ອຍກໍ່ໄດ້ຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ແລະ ໂດຍການຜະເຊີນກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ ໃນທີ່ສຸດຂ້ອຍກໍ່ສາມາດຫຼຸດພົ້ນຈາກພັນທະນາການຂອງຊື່ສຽງ ແລະ ໂຊກລາບໄດ້ ແລະ ດໍາລົງຊີວິດຢູ່ໃນລັກສະນະຂອງມະນຸດໜ້ອຍໜຶ່ງ. ຂ້ອຍໄດ້ຖືກເລືອກໃຫ້ເປັນຜູ້ນຳຄຣິສຕະນັກເມື່ອໜຶ່ງປີກ່ອນ. ຂ້ອຍຮູ້ວ່ານີ້ແມ່ນຄວາມເມດຕາ ແລະ ຄວາມເອື້ອອາທອນຂອງພຣະເຈົ້າ. ຂ້ອຍຕັ້ງໃຈຢ່າງງຽບໆທີ່ຈະສະແຫວງຫາຄວາມຈິງຢ່າງຈິງຈັງ ແລະ ເຮັດໜ້າທີ່ຂອງຕົນໃຫ້ດີ. ຫຼັງຈາກນັ້ນ, ຂ້ອຍຫຍຸ້ງຢູ່ກັບວຽກຂອງຄຣິສຕະຈັກ ແລະ ເມື່ອຂ້ອຍຜະເຊີນກັບຄວາມຫຍຸ້ງຍາກ, ຂ້ອຍກໍເພິ່ງພຣະເຈົ້າ ແລະ ແນມຫາພຣະອົງ. ຂ້ອຍຍັງໄດ້ສົນທະນາເຖິງພວກມັນກັບເພື່ອນຮ່ວມງານ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂຄວາມຫຍຸ້ງຍາກເຫຼົ່ານັ້ນ. ຫຼັງຈາກນັ້ນໄລຍະໜຶ່ງ, ວຽກງານຂອງຄຣິສຕະຈັກໃນທຸກດ້ານເລີ່ມຄືບໜ້າ ແລະ ຂ້ອຍຂອບໃຈພຣະເຈົ້າດ້ວຍໃຈຈິງສຳລັບການຊີ້ນຳຂອງພຣະອົງ. ບໍ່ດົນ,
- [ໃນທີ່ສຸດ ຂ້ອຍກໍ່ເຫັນຄວາມຈິງກ່ຽວກັບໂຕເອງ](https://lo.kingdomsalvation.org/testimonies/i-finally-see-the-truth-about-myself.html) - ໂດຍ ເສີນຊິ່ນເຫວີຍ, ອິຕາລີ ໜ້າທີ່ຂອງຂ້ອຍໃນຄຣິດຕະຈັກໃນປີ 2018 ແມ່ນການແປເອກະສານ, ການເຮັດວຽກຮ່ວມກັບເອື້ອຍຈາງ ແລະ ເອື້ອຍຫຼິວ. ພວກເຮົາເຂົ້າກັນໄດ້ດີຫຼາຍ. ໃນລະຫວ່າງການຊຸມນຸມ, ພວກເຮົາສົນທະນາເຖິງວິທີໄຈ້ແຍກຜູ້ນຳຈອມປອມ. ນີ້ແມ່ນການປະເມີນຜູ້ນຳຈອມປອມຂອງເອື້ອຍຫຼິວ: “ລາວປ່ຽນຄົນໄປມາໂດຍບໍ່ມີຫຼັກການໃດໆ. ລາວຍ້າຍເອື້ອຍຈາງອອກໄປ ແຕ່ເກັບເອື້ອຍອີກຄົນໜຶ່ງທີ່ບໍ່ເອົາໃຈໃສ່ ຫຼື ບໍ່ເຮັດວຽກຢ່າງໜັກໃນໜ້າທີ່ຂອງຕົນໄວ້ໃນທີມ”. ເມື່ອຜູ້ນຳຄົນອື່ນອ້ານຂໍ້ຄວາມນີ້ກັບອ້າຍເອື້ອຍນ້ອງ, ໃບໜ້າຂອງຂ້ອຍກໍ່ແດງແຈ້ງຂຶ້ນມາທັນທີ. ຂ້ອຍຮູ້ສຶກວ່າຄຳເວົ້າຂອງເອື້່ອຍຫຼິວນັ້ນຮຸນແຮງເປັນພິເສດ. ຂ້ອຍບັງຄັບໂຕເອງໃຫ້ຢູ່ໃນຄວາມສະຫງົບ, ແຕ່ຂ້າງໃນ ຂ້ອຍຢູ່ໃນຄວາມວຸ້ນວາຍ. ມີພຽງສາມຄົນໃນພວກເຮົາຢູ່ໃນທີມ, ຂ້ອຍແນ່ໃຈວ່າຂ້ອຍແມ່ນຜູ້ທີ່ລາວກ່າວເຖິງ. ຂ້ອຍຮູ້ສຶກຄືກັບວ່າທຸກຄົນຈະຄິດວ່າຂ້ອຍບໍ່ເອົາໃຈໃສ່ ຫຼື ບໍ່ເຮັດວຽກຢ່າງໜັກໃນໜ້າທີ່ຂອງຕົນ. ຫຼັງຈາກນັ້ນ ຂ້ອຍຈະເງີຍໜ້າຂຶ້ນໄດ້ແນວໃດ? ຂ້ອຍມີທັດສະນະທີ່ບໍ່ພໍໃຈກັບເອື້ອຍຫຼິວນັບແຕ່ນັ້ນເປັນຕົ້ນມາ ແລະ ຄວາມສຳພັນຂອງເຮົາກໍ່ຫ່າງເຫີນກັນຫຼາຍຂຶ້ນ. ເອື້ອຍຫຼິວໄດ້ຖືກເລືອກເປັນຫົວໜ້າທີມກ່ອນໜ້ານີ້ບໍ່ດົນ. ລາວເປັນຄົນຮອບຄອບແທ້ໆ, ກວດເບິ່ງທຸກຢ່າງທີ່ຂ້ອຍໄດ້ແປຢ່າງລະມັດລະວັງ. ທຳອິດ ຂ້ອຍຮັກສາທັດສະນະຄະຕິທີ່ເປັນບວກ, ແຕ່ຫຼັງຈາກນັ້ນບໍ່ດົນ ຂ້ອຍກໍ່ເລີ່ມຮູ້ສຶກຕໍ່ຕ້ານລາວ. ຂ້ອຍຮູ້ສຶກວ່າຂ້ອຍໄດ້ເຮັດໜ້າທີ່ນັ້ນມາໄລຍະໜຶ່ງແລ້ວ ແຕ່ລາວກໍ່ຍັງບໍ່ເຊື່ອໃຈຂ້ອຍ, ຄືກັບວ່າຂ້ອຍຂາດທັກສະ. ລາວຍັງໃຫ້ຄຳແນະນຳແກ່ຂ້ອຍເປັນບາງຄັ້ງບາງຄາວ, ດັ່ງນັ້ນ ຂ້ອຍຈຶ່ງຮູ້ສຶກວ່າລາວດູຖູກຂ້ອຍ ແລະ ເຮັດໃຫ້ສິ່ງຕ່າງໆນັ້ນຫຍຸ້ງຍາກ. ສິ່ງທີ່ຂ້ອຍຮັບບໍ່ໄດ້ແທ້ໆແມ່ນ ເມື່ອພວກເຮົາສົນທະນາກ່ຽວກັບວຽກຂອງພວກເຮົາ, ລາວຈະຍົກຂໍ້ບົກຜ່ອງຂອງຂ້ອຍຂຶ້ນມາຕໍ່ໜ້າຂອງຜູ້ທີ່ຮັບຜິດຊອບສະເໝີ. ຂ້ອຍຄິດວ່າ “ບໍ່ແມ່ນເຈົ້າພຽງພະຍາຍາມເຮັດໃຫ້ຂ້ອຍເບິ່ງບໍ່ດີຕໍ່ໜ້າລາວບໍ?” ຄວາມບໍ່ພໍໃຈຂອງຂ້ອຍທີ່ມີຕໍ່ລາວເພີ່ມຂຶ້ນເລື້ອຍໆ
- [ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈສາມາດໄດ້ຮັບການສັນລະເສີນຂອງພຣະເຈົ້າໄດ້ບໍ?](https://lo.kingdomsalvation.org/testimonies/can-people-pleasers-be-saved.html) - ໂດຍ ຫຼິວຢີ່, ຈີນ ກ່ອນທີ່ຂ້ອຍຈະເປັນຜູ້ເຊື່ອ, ຂ້ອຍລະມັດລະວັງຢູ່ສະເໝີທີ່ຈະບໍ່ເຮັດໃຫ້ຄົນອື່ນບໍ່ພໍໃຈ ແລະ ຂ້ອຍສາມາດເຂົ້າກັນໄດ້ກັບທຸກຄົນ. ຂ້ອຍຕ້ອງການຊ່ວຍເຫຼືອເມື່ອໃດກໍ່ຕາມທີ່ຂ້ອຍເຫັນຄົນໆໜຶ່ງກຳລັງຜ່ານຊ່ວງເວລາທີ່ຍາກລຳບາກ, ສະນັ້ນ ຂ້ອຍຈຶ່ງຮູ້ສຶກວ່າຂ້ອຍມີຄວາມເປັນມະນຸດທີ່ດີ ແລະ ຂ້ອຍເປັນຄົນດີ. ແມ່ນໂດຍການຜະເຊີນກັບການພິພາກສາ ແລະ ການຂ້ຽນຕີແຫ່ງພຣະທຳຂອງພຣະເຈົ້າເທົ່ານັ້ນ ຂ້ອຍຈຶ່ງຮັບຮູ້ວ່າຂ້ອຍພຽງແຕ່ປົກປ້ອງຄວາມສໍາພັນຂອງຂ້ອຍກັບຄົນອື່ນ ແລະ ຂ້ອຍບໍ່ມີຄວາມຮູ້ສຶກເຖິງຄວາມຍຸຕິທໍາ. ຂ້ອຍບໍ່ສາມາດສະໜັບສະໜູນຫຼັກການແຫ່ງຄວາມຈິງ ຫຼື ປົກປ້ອງຜົນປະໂຫຍດໃນເຮືອນຂອງພຣະເຈົ້າຈັກເທື່ອ ເມື່ອມັນພົບກັບວິກິດຫຼາຍທີ່ສຸດ. ຂ້ອຍເຫັນວ່າຂ້ອຍເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈຢ່າງເຫັນແກ່ຕົວ ແລະ ຫຼອກລວງ ຜູ້ເຊິ່ງກຽດຊັງພຣະເຈົ້າ. ເມື່ອເຕັມໄປດ້ວຍຄວາມເສຍໃຈ ແລະ ການກຽດຊັງຕົວເອງ, ຂ້ອຍຈຶ່ງເລີ່ມເອົາໃຈໃສ່ໃນການປະຕິບັດຄວາມຈິງ ແລະ ຫຼັງຈາກນັ້ນ ຂ້ອຍກໍ່ເລີ່ມປ່ຽນແປງ. ຂ້ອຍເຄີຍເຮັດວຽກກັບເອື້ອຍລີ ເມືື່ອຂ້ອຍເປັນຫົວໜ້າທີມງານຫົດນ້ຳຂອງຄຣິດຕະຈັກ. ຫຼັງຈາກຊົ່ວໄລຍະໜຶ່ງ, ຂ້ອຍກໍ່ສັງເກດເຫັນວ່າລາວບໍ່ໄດ້ແບກຮັບພາລະໃດເລີຍໃນໜ້າທີ່ຂອງລາວ ແລະ ບໍ່ໄດ້ດຸໝັ່ນໃນແມ່ນຫຍັງກໍ່ຕາມທີ່ລາວໄດ້ເຮັດ. ລາວເກືອບຈະບໍ່ເຄີຍຊ່ວຍອ້າຍເອື້ອຍນ້ອງໃນການແກ້ໄຂບັນຫາຂອງພວກເຂົາ ແລະ ບາງຄັ້ງ ລາວເຖິງກັບສັບສົນເວລາສໍາລັບການເຕົ້າໂຮມ. ຂ້ອຍຕ້ອງການນໍາເອົາສິ່ງເຫຼົ່ານີ້ຂຶ້ນມາເວົ້າ, ແຕ່ຫຼັງຈາກນັ້ນ ຂ້ອຍກໍ່ຄິດກ່ຽວກັບວ່າລາວບໍ່ໄດ້ເຮັດໜ້າທີ່ນັ້ນມາເປັນເວລາດົນສໍ່າໃດ, ສະນັ້ນ ຖ້າຂ້ອຍເວົ້າບາງຢ່າງ ລາວອາດຈະຄິດວ່າຂ້ອຍຮຽກຮ້ອງ ແລະ ເຂັ້ມງວດເກີນໄປ. ລາວມີຄວາມປະທັບໃຈທີ່ດີແທ້ໆຕໍ່ຂ້ອຍ, ສະນັ້ນ ລາວຈະປ່ຽນຄວາມຄິດເຫັນຂອງລາວກ່ຽວກັບຂ້ອຍບໍ ຖ້າຂ້ອຍກ່າວເຖິງສິ່ງເຫຼົ່ານີ້?
- [ຄົນທີ່ເຮັດໃຫ້ຜູ້ຄົນພໍໃຈສາມາດຮັບເອົາຄວາມລອດພົ້ນຂອງພຣະເຈົ້າບໍ?](https://lo.kingdomsalvation.org/testimonies/can-people-pleasers-gain-God-s-salvation.html) - ໂດຍ ຫາວເຈີ້ງ, ຈີນ ຂ້ອຍມາຈາກໝູ່ບ້ານທຸກຍາກທີ່ຫຼ້າຫຼັງເທິງພູເຂົາ ເຊິ່ງມີປະເພນີແບບສັກດີນາ ແລະ ຄວາມສຳພັນລະຫວ່າງບຸກຄົນທີ່ຊັບຊ້ອນ. ຂ້ອຍໄດ້ຮັບອິດທິພົນຈາກສະພາບແວດລ້ອມນັ້ນແທ້ໆ ແລະ ສິ່ງຕ່າງໆທີ່ພໍ່ແມ່ຂ້ອຍເວົ້າ ເຊັ່ນ: “ຈົ່ງຄິດກ່ອນເວົ້າ ແລະ ຫຼັງຈາກນັ້ນຈົ່ງເວົ້າໂດຍມີຂໍ້ຈຳກັດ”, “ຄວາມງຽບຄືທອງຄຳ, ຄຳເວົ້າຄືເງິນ ແລະ ຄົນທີ່ເວົ້າຫຼາຍກໍເຮັດຜິດພາດຫຼາຍ”, “ການຢູ່ງຽບໆບົນຂໍ້ຜິດພາດຂອງເພື່ອນທີ່ດີເຮັດໃຫ້ມິດຕະພາບຍາວນານ ແລະ ດີ”, “ກ່າວຄຳເວົ້າທີ່ດີໃຫ້ສອດຄ່ອງກັບຄວາມຮູ້ສຶກ ແລະ ເຫດຜົນຂອງຄົນອື່ນ ຍ້ອນການເວົ້າກົງເຮັດໃຫ້ຄົນອື່ນລຳຄານ”. ປັດຊະຢາທັງໝົດເຫຼົ່ານີ້ໄດ້ກາຍມາເປັນຄຳເວົ້າແຫ່ງສະຕິປັນຍາສຳລັບຂ້ອຍໃນຊີວິດຂອງຂ້ອຍ. ແມ່ນແຕ່ກັບອ້າຍເອື້ອຍນ້ອງຂອງຂ້ອຍ, ຂ້ອຍກໍ່ສັງເກດເບິ່ງພວກເຂົາຢ່າງລະມັດລະວັງຢູ່ສະເໝີ, ພະຍາຍາມເວົ້າສິ່ງທີ່ດີ ແລະ ຍົກຍ້ອງເພື່ອເຮັດໃຫ້ພວກເຂົາມີຄວາມສຸກ. ຖ້າຄົນໜຶ່ງເຮັດບາງຢ່າງຜິດ ແລະ ພໍ່ແມ່ຂອງຂ້ອຍຖາມຂ້ອຍວ່າຜູ້ໃດເຮັດ, ຂ້ອຍກໍ່ຈະເວົ້າວ່າຂ້ອຍບໍ່ຮູ້, ສະນັ້ນ ອ້າຍເອື້ອຍນ້ອງຂອງຂ້ອຍມັກຂ້ອຍຂ້ອນຂ້າງຫຼາຍໜ້ອຍໜຶ່ງ. ແມ່ຂອງຂ້ອຍເວົ້າຢູ່ສະເໝີວ່າຂ້ອຍເປັນເດັກນ້ອຍທີ່ດີເຊັ່ນກັນ. ຫຼັງຈາກທີ່ຂ້ອຍອອກໄປສູ່ໂລກພາຍນອກ, ບໍ່ວ່າຂ້ອຍຈະຢູ່ກັບໝູ່ເພື່ອນ ຫຼື ຄົນປະເພດຕ່າງໆທີ່ຢູ່ດ້ານນອກນັ້ນ, ຂ້ອຍກໍລະມັດລະວັງຢູ່ສະເໝີເພື່ອປົກປ້ອງຄວາມສຳພັນຂອງຂ້ອຍ. ຂ້ອຍບໍ່ເຄີຍເຮັດຫຍັງທີ່ຈະເຮັດໃຫ້ຄົນໃດໜຶ່ງບໍ່ພໍໃຈ ຫຼື ໂຕ້ຖຽງກັບຜູ້ໃດ. ຖ້າຄົນອື່ນເຮັດໃຫ້ຂ້ອຍບໍ່ພໍໃຈ, ຂ້ອຍກໍໃຫ້ອະໄພຢູ່ສະເໝີ ແລະ ຈະບໍ່ແກ້ແຄ້ນ. ຂ້ອຍມັກຖືກເອົາປຽບຫຼາຍ ແລະ ຂ້ອຍກໍ່ຮູ້ສຶກເກັບກົດ ແລະ ໃຈຮ້າຍ,
- [ຫົນທາງທີ່ອັດສະຈັນໃນການດຳລົງຊີວິດ](https://lo.kingdomsalvation.org/testimonies/a-wonderful-way-to-live.html) - ໂດຍ ຊຸນຈິ໋ວ, ຍີ່ປຸ່ນ ເມື່ອຂ້ອຍຍັງນ້ອຍ, ພໍ່ແມ່ຂອງຂ້ອຍສອນຂ້ອຍບໍ່ໃຫ້ເວົ້າກົງໆກັບຄົນອື່ນ ແລະ ບໍ່ເຮັດໃຫ້ຄົນອື່ນບໍ່ພໍໃຈ ແລະ ນັ້ນຄືປັດຊະຍາສຳລັບການດຳລົງຊີວິດ. ສະນັ້ນ ຂ້ອຍຈຶ່ງດຳລົງຊີວິດໂດຍປັດຊະຍາຂອງຊາຕານຢູ່ສະເໝີ ເຊັ່ນ: “ການຢູ່ງຽບໆບົນຂໍ້ຜິດພາດຂອງເພື່ອນທີ່ດີເຮັດໃຫ້ມິດຕະພາບຍາວນານ ແລະ ດີ” ແລະ “ຢ່າຕີຜູ້ຄົນລຸ່ມສາຍແອວຈັກເທື່ອ” ກັບເພື່ອນຮ່ວມຫ້ອງ, ໝູ່ເພື່ອນ, ເພື່ອນບ້ານ ເຊິ່ງນັ້ນກໍຄື ທຸກຄົນ. ເມື່ອໃດກໍຕາມທີ່ຂ້ອຍເຫັນຄົນໃດໜຶ່ງເຮັດບາງສິ່ງທີ່ຜິດ, ຂ້ອຍບໍ່ຕ້ອງການເຮັດໃຫ້ພວກເຂົາອັບອາຍ ແລະ ພະຍາຍາມທີ່ຈະບໍ່ເປີດໂປງຂໍ້ບົກຜ່ອງຂອງພວກເຂົາ. ຜູ້ຄົນຍົກຍ້ອງຂ້ອຍຢູ່ສະເໝີສຳລັບການເຂົ້າໃຈ ແລະ ການຄຳນຶງເຖິງຄົນອື່ນ ແລະ ຂ້ອຍຄິດວ່າມັນເປັນວິທີທີ່ດີທີ່ຈະເຮັດແບບນັ້ນເຊັ່ນກັນ, ມັນຄືຫຼັກການພື້ນຖານສຳລັບການເຂົ້າກັນໄດ້ດີກັບຄົນອື່ນ. ຫຼັງຈາກທີ່ຂ້ອຍໄດ້ຮັບຄວາມເຊື່ອ ແລະ ປະສົບກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ, ຂ້ອຍກໍຮູ້ວ່ານັ້ນບໍ່ແມ່ນການເປັນຄົນດີແທ້ໆ, ແຕ່ມັນເປັນການເຮັດຕາມປັດຊະຍາຊີວິດຂອງຊາຕານ. ມັນບໍ່ໄດ້ຊ່ວຍຜູ້ໃດເລີຍ ແລະ ມັນເຖິງກັບສາມາດທຳຮ້າຍຄົນອື່ນ. ທັດສະນະຂອງຂ້ອຍກ່ຽວກັບສິ່ງຕ່າງໆຖືກປ່ຽນແປງ ແລະ ພຣະທຳຂອງພຣະເຈົ້າມອບຫຼັກການປະພຶດໃຫ້ແກ່ຂ້ອຍ. ເມື່ອຂ້ອຍຖືກເລືອກໃຫ້ເປັນຜູ້ນໍາຄຣິດຕະຈັກໃນເດືອນສິງຫາຂອງປີ 2019, ຂ້ອຍສໍານຶກໃນບຸນຄຸນຂອງພຣະເຈົ້າຫຼາຍສຳລັບໂອກາດດັ່ງກ່າວ. ຂ້ອຍຕັດສິນໃຈທີ່ຈະແບກຮັກຄວາມຮັບຜິດຊອບຂອງໜ້າທີ່ນັ້ນຢ່າງງຽບໆ. ຫຼັງຈາກຊົ່ວໄລຍະໜຶ່ງ, ຂ້ອຍສັງເກດເຫັນບັນຫາບາງຢ່າງໃນວຽກງານຂອງອ້າຍເອື້ອຍນ້ອງ. ຕົວຢ່າງ: ພວກເຂົາບາງຄົນປະໝາດໃນໜ້າທີ່ຂອງພວກເຂົາ ເຊິ່ງນໍາໄປສູ່ບັນຫາບາງຢ່າງທີ່ຊັດເຈນກ່ຽວກັບວິດີໂອທີ່ພວກເຂົາເຮັດ. ບາງຄົນບໍ່ໄດ້ເຮັດວຽກກັບຄົນອື່ນເປັນຢ່າງດີ,
- [ວິທີແກ້ໄຂຄວາມເຫັນແກ່ຕົວ](https://lo.kingdomsalvation.org/testimonies/how-to-resolve-selfishness.html) - ໂດຍ ຈາງຈີ້ງ, ສາທາລະນະເຊັກ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ແມ່ນຫຍັງຄືມາດຕະຖານທີ່ການກະທຳຂອງບຸກຄົນໜຶ່ງຈະຖືກຕັດສິນວ່າດີ ຫຼື ຊົ່ວຮ້າຍ? ມັນຂຶ້ນກັບວ່າ ໃນຄວາມຄິດ, ການສະແດງອອກ ແລະ ການກະທຳຂອງເຈົ້າ, ເຈົ້າມີຄຳພະຍານໃນການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ການດຳລົງຊີວິດຕາມຄວາມເປັນຈິງຂອງຄວາມຈິງ ຫຼື ບໍ່. ຖ້າເຈົ້າບໍ່ມີຄວາມເປັນຈິງນີ້ ຫຼື ບໍ່ດຳລົງຊີວິດແບບນີ້, ແລ້ວເຈົ້າຈະເປັນຜູ້ເຮັດການຊົ່ວຮ້າຍໂດຍບໍ່ຕ້ອງສົງໄສ. ພຣະເຈົ້າເບິ່ງຜູ້ເຮັດການຊົ່ວຮ້າຍແນວໃດ? ຄວາມຄິດ ແລະ ການກະທຳພາຍນອກຂອງເຈົ້າບໍ່ໄດ້ເປັນພະຍານໃຫ້ແກ່ພຣະເຈົ້າ ຫຼື ພວກເຂົາບໍ່ໄດ້ເຮັດໃຫ້ຊາຕານອັບອາຍ ຫຼື ເອົາຊະນະຊາຕານ; ກົງກັນຂ້າມ, ພວກເຂົາເຮັດໃຫ້ພຣະເຈົ້າອັບອາຍ ແລະ ຖືກລະດົມຍິງດ້ວຍເຄື່ອງໝາຍທີ່ເຮັດໃຫ້ພຣະເຈົ້າອັບອາຍ. ເຈົ້າບໍ່ໄດ້ເປັນພະຍານໃຫ້ກັບພຣະເຈົ້າ, ບໍ່ໄດ້ເສຍສະຫຼະຕົນເອງເພື່ອພຣະເຈົ້າ ຫຼື ເຈົ້າບໍ່ໄດ້ກຳລັງປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ພັນທະຕໍ່ພຣະເຈົ້າ; ກົງກັນຂ້າມ, ເຈົ້າກຳລັງປະຕິບັດເພື່ອຕົວເຈົ້າເອງ. ແມ່ນຫຍັງຄືຄວາມໝາຍຂອງ ‘ເພື່ອຕົວເຈົ້າເອງ’? ເພື່ອຊາຕານ. ສະນັ້ນ ໃນທີ່ສຸດແລ້ວ ພຣະເຈົ້າຈະເວົ້າວ່າ ‘ໃຫ້ຈາກເຮົາໄປ, ພວກເຈົ້າທີ່ເຮັດວຽກດ້ວຍຄວາມຊົ່ວຊ້າ’. ໃນສາຍຕາຂອງພຣະເຈົ້າ, ເຈົ້າບໍ່ໄດ້ເຮັດການກະທຳທີ່ດີ, ແຕ່ກົງກັນຂ້າມ ພຶດຕິກຳຂອງເຈົ້າໄດ້ກາຍເປັນສິ່ງທີ່ຊົ່ວຮ້າຍ. ແທນທີ່ຈະໄດ້ຮັບການອະນຸມັດຈາກພຣະເຈົ້າ, ເຈົ້າພັດໄດ້ຮັບການປະນາມ.
- [ຄວາມຈິງໄດ້ສະແດງຫົນທາງໃຫ້ແກ່ຂ້ານ້ອຍ](https://lo.kingdomsalvation.org/testimonies/truth-has-shown-me-the-way.html) - ໂດຍ ຊື່ຈ້າຍ, ຍີ່ປຸ່ນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໄສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໄສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ນິໄສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າການຮັບໃຊ້ພຣະເຈົ້າຂອງເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າ. ມັນເປັນການຮັບໃຊ້ທີ່ອອກມາຈາກທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ; ນອກຈາກນັ້ນ, ເຈົ້າຍັງຄິດວ່າພຣະເຈົ້າປິຕິຍິນດີໃນສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະ ກຽດຊັງໃນສິ່ງທີ່ເຈົ້າບໍ່ຕ້ອງການຢາກເຮັດ ແລະ ເຈົ້າຖືກຊີ້ນຳທັງໝົດໂດຍຄວາມມັກໃນການກະທໍາຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າກໍ່ຈະບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ເຈົ້າຈະດື້ດ້ານຍິ່ງຂຶ້ນກວ່າເກົ່າ ຍ້ອນວ່າເຈົ້າໄດ້ຮັບໃຊ້ພຣະເຈົ້າ ແລະ ນີ້ຈະເຮັດໃຫ້ນິໄສຂອງເຈົ້າເສື່ອມໂຊມຍ່າງໜັກກວ່າເກົ່າ. ດ້ວຍວິທີນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາຂອງການດໍາລົງຢູ່ໃນແຜ່ນດິນໂລກຂອງມະນຸດ. ຜູ້ຄົນເຫຼົ່ານີ້ພວກນີ້ຕົກຢູ່ໃນກຸ່ມພວກຟາຣີຊາຍ ແລະ ເຈົ້າໜ້າທີ່ທາງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍ່ຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ. ພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ຖືກກ່າວເຖິງຈະປາກົດຂຶ້ນຈາກທ່າມກາງຜູ້ຄົນດັ່ງກ່າວ” (ພຣະທຳ, ເຫຼັ້ມທີ
- [ການລຸກຂຶ້ນໃນຊ່ວງຂອງຄວາມລົ້ມເຫຼວ](https://lo.kingdomsalvation.org/testimonies/rising-up-in-the-face-of-failure.html) - ໂດຍ ເຟີນຈີ້, ເກົາຫຼີໃຕ້ ກ່ອນທີ່ຂ້ອຍຈະເຊື່ອໃນພຣະເຈົ້າ, ຂ້ອຍໄດ້ຮັບການສຶກສາຈາກພັກຄອມມູນິດຈີນ ແລະ ຂ້ອຍບໍ່ຄິດຫຍັງເລີຍນອກຈາກຈະເຮັດແນວໃດເພື່ອສ້າງບາງສິ່ງບາງຢ່າງໃຫ້ກັບຕົວເອງ ແລະ ນໍາກຽດສັກສີມາສູ່ຄອບຄົວຂອງຂ້ອຍ. ຕໍ່ມາ, ຂ້ອຍໄດ້ສອບເສັງເຂົ້າວິທະຍາໄລ ແລະ ຈາກນັ້ນກໍ່ໄດ້ກາຍເປັນທະນາຍຄວາມ. ຂ້ອຍຮູ້ສຶກຕະຫຼອດເວລາວ່າຂ້ອຍຢືນສະຫງ່າເດັ່ນກວ່າຄົນອື່ນໆ. ສະນັ້ນ, ບໍ່ວ່າຂ້ອຍຈະໄປໃສກໍ່ຕາມ, ຂ້ອຍພະຍາຍາມສະແດງອອກຢູ່ຕະຫຼອດເວລາ, ຄາດຫວັງວ່າຄົນອື່ນໆຈະເຫັນທຸກໆຢ່າງໃນທາງຂອງຂ້ອຍ ແລະ ເຮັດສິ່ງຕ່າງໆອີງຕາມສິ່ງທີ່ຂ້ອຍເວົ້າ. ໃນຄາວນັ້ນ, ຂ້ອຍບໍ່ຮູ້ວ່າສິ່ງນີ້ເປັນອຸປະນິໄສທີ່ໂອ້ອວດປະເພດໜຶ່ງ. ຂ້ອຍຮູ້ສຶກວ່າຕົວຈິງແລ້ວຂ້ອຍເປັນຄົນຍິ່ງໃຫຍ່ຫຼາຍ. ຫຼັງຈາກທີ່ຂ້ອຍເລີ່ມເຊື່ອໃນພຣະເຈົ້າ, ໂດຍຜ່ານການອ່ານພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໃນທີ່ສຸດ ຂ້ອຍໄດ້ຮັບຮູ້ເຖິງອຸປະນິໄສທີ່ໂອ້ອວດຂອງຕົວຂ້ອຍເອງ ແລະ ເຫັນວ່າຂ້ອຍບໍ່ພຽງແຕ່ມີຄວາມທະເຍີທະຍານ ແລະ ຄວາມປາດຖະໜາຕ່າງໆເທົ່ານັ້ນ, ແຕ່ຍັງຖືວ່າຕົວເອງສຳຄັນ ແລະ ຖືວ່າຕົວເອງຊອບທຳຫຼາຍ. ບາງຄັ້ງ, ເມື່ອຂ້ອຍເວົ້າ ຫຼື ເຮັດສິ່ງຕ່າງໆ, ຂ້ອຍບໍ່ໄດ້ສົນທະນາເລື່ອງເຫຼົ່ານັ້ນກັບຄົນອື່ນ ແລະ ຢືນຢັນທີ່ຈະເຮັດຕາມທາງຂອງຂ້ອຍເອງ. ເຖິງແມ່ນວ່າຂ້ອຍໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບຂ້ອຍເອງ, ຂ້ອຍຮູ້ສຶກວ່າສິ່ງເຫຼົ່ານີ້ບໍ່ແມ່ນບັນຫາໃຫຍ່. ຂ້ອຍຈື່ຄັ້ງໜຶ່ງໃນພຣະທໍາຂອງພຣະເຈົ້າທີ່ຂ້ອຍອ່ານ, “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ແລະ “ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ”. ຂ້ອຍໄດ້ພິຈາລະນາພຣະທໍາເຫຼົ່ານີ້, “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ”. ແລ້ວຄົນທີ່ມີມະນຸດສະທຳດີເດ? ຫຼື ຄົນຜູ້ທີ່ເຊື່ອຟັງພຣະເຈົ້າບໍ? ອຸປະນິໄສຂອງພວກເຂົາຍັງຕ້ອງປ່ຽນແປງບໍ? ອຸປະນິໄສທີ່ປ່ຽນແປງໝາຍຄວາມວ່າແນວໃດ? ຂ້ອຍຄິດວ່າຂ້ອຍເຊື່ອໃນພຣະຄຣິດ
- [ການແກ້ຄວາມຜູກພັນທີ່ຜູກມັດອອກ](https://lo.kingdomsalvation.org/testimonies/loosening-ties-that-bind.html) - ໂດຍ ຊຸ່ຍໄປ໋, ອິຕາລີ ພຣະທຳຂອງພຣະເຈົ້າກ່າວວ່າ “ພວກເຈົ້າຄວນສະແຫວງຫາການຖືກ ຍອມຮັບໂດຍພຣະເຈົ້າ ເພື່ອຜົນປະໂຫຍດຕໍ່ ຊາຕາກໍາຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ເມື່ອພວກເຈົ້າຮັບຮູ້ວ່າ ພວກເຈົ້າຖືກຮັບເຂົ້າຮ່ວມໃນພຣະວິຫານຂອງພຣະເຈົ້າ, ພວກເຈົ້າກໍຄວນເຮັດໃຫ້ຈິດໃຈຂອງພຣະເຈົ້າມີຄວາມສັນຕິສຸກ ແລະ ເຮັດໃຫ້ພຣະອົງເພິ່ງພໍໃຈໃນທຸກສິ່ງທຸກຢ່າງ. ເວົ້າໄດ້ອີກວ່າ ການກະທໍາຂອງເຈົ້າຕ້ອງມີສິນທໍາ ແລະ ສອດຄ່ອງກັບຄວາມຈິງ ທີ່ມີຢູ່ໃນການກະທໍານັ້ນ. ຖ້າສິ່ງດັ່ງກ່າວຫາກເກີນຄວາມສາມາດຂອງເຈົ້າ, ເຈົ້າກໍຈະຖືກກຽດຊັງ ແລະ ປະຕິເສດໂດຍພຣະເຈົ້າ ແລະ ນອກນັ້ນກໍຈະຖືກດູຖູກໂດຍມະນຸດທຸກຄົນ. ເມື່ອເຈົ້າຕົກຢູ່ໃນສະພາບການທີ່ມືດມົວດັ່ງກ່າວ ເຈົ້າກໍຈະບໍ່ສາມາດຖືກຮັບເຂົ້າຢູ່ໃນພຣະວິຫານ ຂອງພຣະເຈົ້າ. ນີ້ໝາຍຄວາມວ່າເຈົ້າຈະບໍ່ຖືກຮັບເອົາໂດຍພຣະເຈົ້າ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້). ຈາກພຣະທຳຂອງພຣະເຈົ້າ, ພວກເຮົາສາມາດເຫັນສິ່ງທີ່ພຣະອົງຮຽກຮ້ອງຈາກພວກເຮົາ: ໃຫ້ມີຫຼັກການໃນການກະທຳຂອງພວກເຮົາ ແລະ ຍຶດໝັ້ນໃນຄວາມຈິງເພື່ອວ່າພວກເຮົາອາດໄດ້ຮັບການອະນຸມັດຂອງພຣະອົງ ແລະ ເຮັດໃຫ້ພຣະອົງພໍໃຈໃນທຸກສິ່ງ. ຂ້ອຍບໍ່ປະສົບຜົນສໍາເລັດໃນການເຮັດສິ່ງນີ້ມາກ່ອນ, ສ່ວນໃຫຍ່ແມ່ນຍ້ອນວ່າຂ້ອຍຖືກຄວບຄຸມດ້ວຍອາລົມຂອງຂ້ອຍ, ດໍາລົງຊີວິດ ແລະ ປະຕິບັດຕາມຄວາມຮູ້ສຶກຂອງຂ້ອຍຢູ່ຕະຫຼອດ. ເຖິງແມ່ນມັນບໍ່ເຄີຍເບິ່ງຄືວ່າຂ້ອຍໄດ້ເຮັດຄວາມຊົ່ວໃດໆ, ແຕ່ການກະທໍາຂອງຂ້ອຍກໍ່ຂັດກັບຫຼັກການແຫ່ງຄວາມຈິງ ແລະ ສິ່ງນີ້ຂັດຂວາງວຽກງານຂອງຄຣິດຕະຈັກ. ແຕ່ພາຍຫຼັງທີ່ພຣະເຈົ້າພິພາກສາ ແລະ ຂ້ຽນຕີຂ້ອຍດ້ວຍພຣະທຳຂອງພຣະອົງ,
- [ການຫຼຸດພົ້ນຈາກພັນທະນາການຂອງຄວາມເປັນທາດ](https://lo.kingdomsalvation.org/testimonies/free-from-shackles-of-bondage.html) - ໂດຍ ໂຈ່ຢວນ, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ເວລານີ້ເປັນເວລາກໍານົດຈຸດຈົບຂອງມະນຸດແຕ່ລະຄົນ ບໍ່ແມ່ນເວລາທີ່ເຮົາເລີ່ມລົງໂທດມະນຸດເທື່ອ. ເຮົາຈະບັນທຶກທຸກຖ້ອຍຄໍາ ແລະ ການກະທໍາຂອງແຕ່ລະຄົນໄວ້ໃນປຶ້ມບັນທຶກຂອງເຮົາ ລວມທັງວິທີການທີ່ພວກເຂົາຕິດຕາມເຮົາ ນິໄສໃຈຄໍແທ້ຈິງຂອງພວກເຂົາ ແລະ ຜົນງານສຸດທ້າຍຂອງພວກເຂົາ. ດ້ວຍວິທີນີ້ຈະບໍ່ມີມະນຸດຄົນໃດລອດພົ້ນຈາກກໍາມືຂອງເຮົາໄດ້ ແລະ ຄົນທັງໝົດຈະຕົກຢູ່ຕາມກຸ່ມທີ່ເຮົາກໍານົດໄວ້” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ). “ຜົນໄດ້ຮັບຂອງແຕ່ລະຄົນແມ່ນຖືກກໍານົດຕາມທາດແທ້ທີ່ເກີດຈາກການກະທໍາຂອງພວກເຂົາ ແລະ ມັນຖືກກໍານົດຢ່າງເໝາະສົມສະເໝີ. ບໍ່ມີໃຜສາມາດແບກຮັບບາບຂອງຄົນອື່ນໄດ້; ແຮງຍິ່ງໄປກວ່ານັ້ນ, ບໍ່ມີໃຜສາມາດຮັບໂທດແທນຄົນອື່ນໄດ້. ນີ້ແມ່ນສິ່ງທີ່ແນ່ນອນທີ່ສຸດ. ການດູແລຢ່າງຖະໜອມຂອງພໍ່ແມ່ຕໍ່ລູກຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນລູກໆຂອງພວກເຂົາໄດ້ ຫຼື ຄວາມຮັກກະຕັນຍູຂອງລູກໆທີ່ມີຕໍ່ພໍ່ແມ່ຂອງພວກເຂົາ ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນພໍ່ແມ່ຂອງພວກເຂົາໄດ້. ນີ້ຄືຄວາມໝາຍທີ່ແທ້ຈິງຂອງຂໍ້ພຣະທໍາທີ່ວ່າ: ‘ແລ້ວໃນທົ່ງນາມີຊາຍສອງຄົນ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ. ຍິງສອງຄົນກຳລັງບົດແປ້ງຢູ່ໃນໂຮງເຮັດແປ້ງ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ’. ຜູ້ຄົນບໍ່ສາມາດນຳເອົາລູກໆຂອງພວກເຂົາ ທີ່ເຮັດສິ່ງຊົ່ວຮ້າຍໄປສູ່ບ່ອນພັກເຊົາໄດ້ໃນບົນພື້ນຖານຄວາມຮັກອັນເລິກເຊິ່ງຂອງພວກເຂົາທີ່ມີຕໍ່ລູກໆ ແລະ ບໍ່ມີໃຜສາມາດເອົາເມຍ (ຫຼືຜົວ) ຂອງພວກເຂົາໄປສູ່ບ່ອນພັກເຊົາໄດ້ບົນພື້ນຖານການປະພຶດທີ່ຊອບທໍາຂອງຕົນເອງ. ສິ່ງນີ້ແມ່ນກົດແຫ່ງການປົກຄອງ; ບໍ່ມີຂໍ້ຍົກເວັ້ນຕໍ່ບຸກຄົນໃດໆ. ສຸດທ້າຍກໍຄື ຜູ້ທີ່ປະຕິບັດຄວາມຊອບທໍາແມ່ນຜູ້ປະຕິບັດຄວາມຊອບທໍາ
- [ຈະລາຍງານ ຫຼື ບໍ່ລາຍງານ](https://lo.kingdomsalvation.org/testimonies/to-report-or-not-to-report.html) - ໂດຍ ຢາງຢີ່, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ພວກເຈົ້າຄວນສະແຫວງຫາການຖືກ ຍອມຮັບໂດຍພຣະເຈົ້າ ເພື່ອຜົນປະໂຫຍດຕໍ່ ຊາຕາກໍາຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ເມື່ອພວກເຈົ້າຮັບຮູ້ວ່າ ພວກເຈົ້າຖືກຮັບເຂົ້າຮ່ວມໃນພຣະວິຫານຂອງພຣະເຈົ້າ, ພວກເຈົ້າກໍຄວນເຮັດໃຫ້ຈິດໃຈຂອງພຣະເຈົ້າມີຄວາມສັນຕິສຸກ ແລະ ເຮັດໃຫ້ພຣະອົງເພິ່ງພໍໃຈໃນທຸກສິ່ງທຸກຢ່າງ. ເວົ້າໄດ້ອີກວ່າ ການກະທໍາຂອງເຈົ້າຕ້ອງມີສິນທໍາ ແລະ ສອດຄ່ອງກັບຄວາມຈິງ ທີ່ມີຢູ່ໃນການກະທໍານັ້ນ. ຖ້າສິ່ງດັ່ງກ່າວຫາກເກີນຄວາມສາມາດຂອງເຈົ້າ, ເຈົ້າກໍຈະຖືກກຽດຊັງ ແລະ ປະຕິເສດໂດຍພຣະເຈົ້າ ແລະ ນອກນັ້ນກໍຈະຖືກດູຖູກໂດຍມະນຸດທຸກຄົນ. ເມື່ອເຈົ້າຕົກຢູ່ໃນສະພາບການທີ່ມືດມົວດັ່ງກ່າວ ເຈົ້າກໍຈະບໍ່ສາມາດຖືກຮັບເຂົ້າຢູ່ໃນພຣະວິຫານ ຂອງພຣະເຈົ້າ. ນີ້ໝາຍຄວາມວ່າເຈົ້າຈະບໍ່ຖືກຮັບເອົາໂດຍພຣະເຈົ້າ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້). ພຣະເຈົ້າຮຽກຮ້ອງໃຫ້ພວກເຮົາເຮັດສິ່ງຕ່າງໆດ້ວຍຫຼັກການ ແລະ ສອດຄ່ອງກັບຄວາມຈິງ. ມັນຍັງເປັນພັນທະຂອງພວກເຮົາໃນຖານະທີ່ເປັນຜູ້ມີສັດທາ. ພວກເຮົາບໍ່ສາມາດໄດ້ຮັບການຍອມຮັບຂອງພຣະເຈົ້າໄດ້ໂດຍປາດສະຈາກການຮັກສາໄວ້ມາດຕະຖານນີ້. ໃນອະດີດ, ຂ້ານ້ອຍຖືກຖ່ວງດຶງໄວ້ຢູ່ຕະຫຼອດເວລາໂດຍອຸປະນິໄສທີ່ເຊື່ອມຊາມຂອງຂ້ານ້ອຍ. ຂ້ານ້ອຍບໍ່ໄດ້ເວົ້າ ຫຼື ເຮັດຕາມຫຼັກການ. ເມື່ອຂ້ານ້ອຍພົບຜູ້ນໍາຄຣິດຕະຈັກ ຫຼື ຄົນງານຈອມປອມ, ຂ້ານ້ອຍບໍ່ກ້າເປີດເຜີຍ ຫຼື ລາຍງານພວກເຂົາ ແລະ ສິ່ງນີ້ໄດ້ເຮັດໃຫ້ວຽກງານຂອງເຮືອນຂອງພຣະເຈົ້າຊັກຊ້າລົງ. ຂ້ານ້ອຍໄດ້ຮຽນຮູ້ຜ່ານປະສົບການວ່າມັນສຳຄັນແນວໃດທີ່ຈະເຮັດສິ່ງຕ່າງໆດ້ວຍຫຼັກການ.
- [ການເປີດເຜີຍຜູ້ນຳທີ່ຈອມປອມ: ການດິ້ນລົນສ່ວນຕົວ](https://lo.kingdomsalvation.org/testimonies/exposing-a-false-leader-a-personal-struggle.html) - ໂດຍ ເຈີ້ງຢີ່, ເກົາຫຼີໃຕ້ ປີກາຍນີ້, ຂ້ານ້ອຍໄດ້ເຮັດໜ້າທີ່ຂອງຂ້ານ້ອຍຢູ່ໃນຄຣິດຕະຈັກທີ່ຢູ່ນອກເມືອງ ແຕ່ຂ້ານ້ອຍໄດ້ກັບມາບ້ານຫຼັງຈາກຖືກປ່ຽນແທນຍ້ອນບໍ່ໄດ້ເຮັດວຽກພາກປະຕິບັດຕົວຈິງ. ຫຼັງຈາກນັ້ນ, ຂ້ານ້ອຍກໍ່ພົບວ່າຜູ້ນຳຂອງພວກເຮົາ, ເອື້ອຍລີ, ບໍ່ມີຫຍັງທີ່ໃຫ້ຄວາມສະຫວ່າງເພື່ອທີ່ຈະເວົ້າກ່ຽວກັບພຣະທໍາຂອງພຣະເຈົ້າ, ແຕ່ເທດສະໜາຄໍາສອນຕາມຕົວອັກສອນເທົ່ານັ້ນ. ລາວບໍ່ເຄີຍເວົ້າກ່ຽວກັບການຮູ້ຈັກຕົວຂອງລາວເອງ ຫຼື ແບ່ງປັນປະສົບການຂອງຕົວລາວເອງ. ລາວເປັນຄົນຜະເດັດການໃນຕອນທີ່ຊ່ວຍເຫຼືອຄົນອື່ນກັບບັນຫາຂອງເຂົາເຈົ້າເອງ, ເຊັ່ນວ່າ ອາຈານສອນຄູຝຶກຫັດສອນໜັງສືຂອງພວກເຂົາ ແລະ ລາວກໍ່ບໍ່ສາມາດແກ້ໄຂບັນຫາພາກປະຕິບັດຕົວຈິງຂອງໃຜໄດ້ເລີຍ. ລາວເວົ້າຢູ່ຕະຫຼອດເວລາກ່ຽວກັບວິທີທີ່ລາວເຮັດວຽກ ແລະ ທົນທຸກໃນໜ້າທີ່ຂອງລາວ ດັ່ງນັ້ນ ລາວຈະຖືກເຄົາລົບ ແລະ ຮັກແພງ. ລາວເປັນກົດໝາຍໃນຕົນຂອງລາວເອງ. ມີເອື້ອຍນ້ອງຜູ້ໜຶ່ງ, ເປັນຜູ້ເລີ່ມສັດທາໃໝ່, ຜູ້ທີ່ຢ້ານ, ທີ່ເຫັນພັກຄອມມູນິດຈີນ ຈັບກຸມຊາວຄຣິສຕຽນ. ເອື້ອຍລີ ບໍ່ໄດ້ສົນທະນາຄວາມຈິງເພື່ອສະໜັບສະໜູນລາວ ແຕ່ໃຫ້ລາວອອກຈາກໜ້າທີ່ຂອງລາວເທົ່ານັ້ນ. ສັງຄະໜູກອນບາງຄົນ ແລະ ຂ້ານ້ອຍ ໄດ້ໃຫ້ຄໍາແນະນໍາແກ່ລາວຫຼາຍຄັ້ງ, ແຕ່ລາວພັດແກ້ຕົວ ແລະ ໂຕ້ແຍ້ງກັບພວກເຮົາເທົ່ານັ້ນ. ອີງຕາມບັນດາຫຼັກການ, ຜູ້ນໍາທີ່ບໍ່ປະຕິບັດສິ່ງຕ່າງໆ ອີງຕາມບັນດາຫຼັກການຂອງຄວາມຈິງແລ້ວ ແລະ ເປັນຜູ້ທີ່ຈະບໍ່ຍອມຮັບການຕິດຕາມກວດກາ ແລະ ການລິຮານຂອງບັນດາອ້າຍເອື້ອຍນ້ອງ, ບໍ່ແມ່ນຄົນຜູ້ທີ່ຍອມຮັບ ແລະ ເຊື່ອຟັງຄວາມຈິງ. ເອື້ອຍລີ ບໍ່ຮູ້ຈັກຕົວລາວເອງ, ລາວຂາດການເຂົ້າເຖິງຊີວິດ
- [ພຣະເຈົ້າຊອບທໍາຫຼາຍ](https://lo.kingdomsalvation.org/testimonies/God-is-so-righteous.html) - ໂດຍ ຈາງຫຼິນ, ຍີ່ປຸ່ນ ໃນເດືອນກັນຍາ 2012, ຂ້ອຍຮັບຜິດຊອບວຽກງານຄຣິດຕະຈັກເມື່ອຂ້ອຍພົບກັບຜູ້ນໍາຂອງຂ້ອຍ: ເອື້ອຍຍັນຊູ. ຂ້ອຍພົບວ່າລາວໄດ້ຂໍໃຫ້ບັນດາອ້າຍເອື້ອຍນ້ອງໄປເທດສະໜາຂ່າວປະເສີດຢູ່ເຮືອນຜູ້ຄົນ. ນີ້ແມ່ນການລະເມີດຫຼັກການຕ່າງໆທີ່ຮ້າຍແຮງ. ສະນັ້ນ ຄູ່ຮ່ວມງານຂ້ອຍ ແລະ ຂ້ອຍໄດ້ເວົ້າກັບລາວວ່າ: “ພວກເຮົາຕ້ອງປະຕິບັດຕາມຫຼັກການຕ່າງໆຂອງເຮືອນຂອງພຣະເຈົ້າເມື່ອມີການເຜີຍແຜ່ຂ່າວປະເສີດ. ສິ່ງທີ່ເຈົ້າກໍາລັງເຮັດຢູ່ໃນເວລານີ້ແມ່ນມີຄວາມຂັດແຍ່ງກັບຫຼັກການເຫຼົ່ານັ້ນ ແລະ ຖ້າຄົນທີ່ບໍ່ເຊື່ອ ຫຼື ຄົນຊົ່ວຮ້າຍໄດ້ເຂົ້າມາໃນຄຣິດຕະຈັກ, ນັ້ນຈະເປັນການລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ແນວໃດກໍ່ຕາມ, ມັນເປັນອັນຕະລາຍທີ່ຈະເຜີຍແຜ່ຂ່າວປະເສີດແບບນັ້ນ. ຖ້າຜູ້ໃດຜູ້ໜຶ່ງໂທຫາຕຳຫຼວດ, ຫຼັງຈາກນັ້ນເຈົ້າຈະໂຍນບັນດາອ້າຍເອື້ອຍນ້ອງຂອງພວກເຮົາໄປໃສ່ສິງໂຕ”. ລາວບໍ່ພຽງແຕ່ບໍ່ໄດ້ສົນໃຈເທົ່ານັ້ນ ແຕ່ໄດ້ກ່າວຫາພວກເຮົາວ່າເປັນຄົນຍຶດຕິດກັບກົດລະບຽບຕ່າງໆ. ໃນການຊຸມນຸມຫຼັງຈາກນັ້ນ, ລາວມັກຈະຮ້າຍຂ້ອຍ ແລະ ຄູ່ຮ່ວມງານຂອງຂ້ອຍ, ໂດຍເວົ້າວ່າພວກເຮົາກໍາລັງຂັດຂວາງວຽກງານຂ່າວປະເສີດຂອງເຮືອນຂອງພຣະເຈົ້າ. ພວກເຮົາທັງສອງຮູ້ສຶກຖືກຈຳກັດໂດຍລາວແທ້ໆ. ໃນເດືອນທັນວາປີນັ້ນ, ບັນດາສະມາຊິກໃນພາກພື້ນຂອງພວກເຮົາໄດ້ອອກໄປເຜີຍແຜ່ຂ່າວປະເສີດຕາມທີ່ ເອື້ອຍຍັນຊູ ໄດ້ບອກພວກເຂົາ ແລະ ມີຫຼາຍກວ່າ 100 ຄົນທີ່ຖືກຈັບ. ສິ່ງນີ້ເປັນຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ວຽກເຮືອນຂອງພຣະເຈົ້າ, ແຕ່ວ່າ ເອື້ອຍຍັນຊູ ບໍ່ໄດ້ສໍານຶກຜິດເລີຍ. ຂ້ອຍບໍ່ເຄີຍເຫັນລາວຄຸ້ນຄິດ ຫຼື ທົບທວນຢ່າງຈິງຈັງກ່ຽວກັບຄວາມໂອ້ອວດ ຫຼື ຄວາມບໍ່ສຸພາບຂອງລາວ. ຮອດເດືອນພະຈິກ 2013, ຂ້ອຍຮັບຜິດຊອບການສ້າງວິດີໂອຂອງຄຣິດຕະຈັກ. ຂ້ອຍສັງເກດເຫັນວ່າລາວຍັງໂອ້ອວດຢູ່ໃນການເຮັດສິ່ງໃດກໍຕາມທີ່ລາວຕ້ອງການ. ລາວຈະຮ້າຍດ່າ ແລະ
- [ໃຜເວົ້າວ່າອຸປະນິໄສທີ່ໂອ້ອວດບໍ່ສາມາດປ່ຽນແປງໄດ້?](https://lo.kingdomsalvation.org/testimonies/who-says-arrogant-cannot-be-changed.html) - ໂດຍ ຈ້າວຟານ, ຈີນ ພຣະທໍາຂອງພຣະເຈົ້າກ່າວວ່າ: “ຜູ້ຄົນບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາເອງ; ພວກເຂົາຕ້ອງໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີ ແລະ ການທົນທຸກ ແລະ ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າ ຫຼື ການຈັດການ, ການລົງວິໄນ ແລະ ການລິຮານໂດຍພຣະທຳຂອງພຣະອົງ. ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດບັນລຸຄວາມເຊື່ອຟັງ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ແລະ ບໍ່ເຮັດພໍເປັນພິທີຕໍ່ພຣະອົງອີກຕໍ່ໄປ. ມັນແມ່ນພາຍໃຕ້ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ອຸປະນິໄສຂອງຜູ້ຄົນປ່ຽນແປງ. ຜ່ານການເປີດໂປງ, ການພິພາກສາ, ການລົງວິໄນ ແລະ ການຈັດການຈາກພຣະທຳຂອງພຣະອົງເທົ່ານັ້ນ ພວກເຂົາຈຶ່ງຈະບໍ່ກ້າປະພຶດຢ່າງໃຈຮ້ອນອີກຕໍ່ໄປ ແຕ່ກົງກັນຂ້າມ ພວກເຂົາຈະເລີ່ມໝັ້ນຄົງ ແລະ ສະຫງົບໃຈ. ຈຸດສຳຄັນທີ່ສຸດກໍຄືພວກເຂົາສາມາດຍອມຢູ່ພາຍໃຕ້ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ພາຍໃຕ້ພາລະກິດຂອງພຣະອົງ, ເຖິງແມ່ນມັນຈະບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ພວກເຂົາກໍສາມາດປະຖິ້ມແນວຄິດເຫຼົ່ານີ້ ແລະ ເຕັມໃຈທີ່ຈະຍອມຮັບ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ). ພຣະທໍາຂອງພຣະເຈົ້າໃຊ້ໄດ້ແທ້! ຖ້າບໍ່ມີການພິພາກສາ ແລະ ການຂ້ຽນຕີຂອງພຣະທຳເຫຼົ່ານັ້ນ ແລະ ການລິຮານຂອງພຣະທຳເຫຼົ່ານັ້ນ ແລະ
- [ຄວາມອວດດີໄປກ່ອນການລົ້ມສະຫຼາຍ](https://lo.kingdomsalvation.org/testimonies/arrogance-goes-before-a-fall.html) - ໂດຍ ຊິນເຈຍ, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຄວາມອວດດີເປັນສາເຫດຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຍິ່ງຜູ້ຄົນອວດດີສໍ່າໃດ, ພວກເຂົາກໍຍິ່ງມີແນວໂນ້ມທີ່ຈະຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ບັນຫານີ້ຮ້າຍແຮງສໍ່າໃດ? ບໍ່ພຽງແຕ່ວ່າຜູ້ຄົນທີ່ມີອຸປະນິໄສທີ່ອວດດີຈະຄິດວ່າທຸກຄົນຢູ່ພາຍໃຕ້ພວກເຂົາ, ແຕ່ສິ່ງທີ່ໂຫດຮ້າຍທີ່ສຸດກໍຄື ພວກເຂົາເຖິງກັບໂອ້ອວດໃສ່ພຣະເຈົ້າ. ດ້ານພາຍນອກ ເຖິງແມ່ນບາງຄົນອາດປາກົດວ່າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະອົງ, ພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະອົງຄືກັບພຣະເຈົ້າເລີຍ. ພວກເຂົາຮູ້ສຶກຢູ່ສະເໝີວ່າພວກເຂົາມີຄວາມຈິງ ແລະ ຄິດວ່າໂລກເປັນຂອງພວກເຂົາເອງ. ນີ້ແມ່ນແກ່ນແທ້ ແລະ ສາເຫດຂອງອຸປະນິໄສທີ່ອວດດີ ແລະ ມັນມາຈາກຊາຕານ. ສະນັ້ນ, ບັນຫາຂອງຄວາມອວດດີຕ້ອງຖືກແກ້ໄຂ. ການຮູ້ສຶກວ່າຄົນໜຶ່ງດີກວ່າຄົນອື່ນ, ນັ້ນເປັນສິ່ງທີ່ບໍ່ສຳຄັນ. ບັນຫາທີ່ຮ້າຍແຮງກໍຄືອຸປະນິໄສທີ່ອວດດີຂອງຄົນໆໜຶ່ງໄດ້ຫ້າມບໍ່ໃຫ້ເຂົາຍອມຕໍ່ພຣະເຈົ້າ, ຍອມຕໍ່ການປົກຄອງຂອງພຣະອົງ ແລະ ການຈັດແຈງຂອງພຣະອົງ; ບຸກຄົນດັ່ງກ່າວຮູ້ສຶກຢູ່ສະເໝີວ່າມັກຈະແຂ່ງຂັນກັບພຣະເຈົ້າເພື່ອເອົາອຳນາດເໜືອຄົນອື່ນ. ບຸກຄົນປະເພດນີ້ບໍ່ເຄົາລົບພຣະເຈົ້າແມ່ນແຕ່ໜ້ອຍດຽວ, ບໍ່ຕ້ອງເວົ້າເຖິງເລື່ອງການຮັກພຣະເຈົ້າ ຫຼື ການຍອມຕໍ່ພຣະອົງເລີຍ” (ຄັດຈາກການສົນທະນາຂອງພຣະເຈົ້າ). ການອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າເຕືອນຂ້ອຍກ່ຽວກັບບາງສິ່ງບາງຢ່າງທີ່ຂ້ອຍໄດ້ປະສົບມາກ່ອນໜ້ານີ້. ໃນຄາວນັ້ນ, ຂ້ອຍອວດດີ ແລະ ຖືວ່າຕົວເອງຊອບທຳແທ້ໆ. ຂ້ອຍເປັນຜູ້ນຳຄຣິດຕະຈັກມາຫຼາຍປີ, ຂ້ອຍໄດ້ເຮັດວຽກບາງອັນ ແລະ ໄດ້ທົນທຸກເລັກນ້ອຍ ແລະ ສາມາດແກ້ໄຂບັນຫາຕົວຈິງບາງອັນໃນໜ້າທີ່ຂອງຂ້ອຍ. ດັ່ງນັ້ນ ຂ້ອຍໃຊ້ສິ່ງທັງໝົດນີ້ເພື່ອຄວາມໄດ້ປຽບຂອງຂ້ອຍ ແລະ ບໍ່ສົນໃຈໃຜເລີຍ. ແລ້ວຂ້ອຍກໍ່ຖືກຈັດການ ແລະ
- [ການດໍາເນີນຊີວິດທີ່ເປັນຄ້າຍຄືມະນຸດເລັກນ້ອຍແນ່ນອນວ່າຍິ່ງໃຫຍ່](https://lo.kingdomsalvation.org/testimonies/living-out-of-human-likeness.html) - ໂດຍ ທາຊື່, ການາດາ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຈົນກວ່າແຜນການຄຸ້ມຄອງ 6.000 ປີຂອງພຣະອົງຈະຈົບສິ້ນລົງ ກ່ອນທີ່ພຣະອົງຈະເປີດເຜີດຜົນສະຫຼຸບແຕ່ລະປະເພດຂອງມະນຸດ ພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນເພື່ອຄວາມລອດພົ້ນ; ຈຸດປະສົງຂອງມັນກໍ່ເພື່ອເຮັດໃຫ້ຜູ້ທີ່ຮັກພຣະອົງຢ່າງແທ້ຈິງສົມບູນທັງໝົດ ແລະ ເຮັດໃຫ້ພວກເຂົາຍອມຢູ່ພາຍໃຕ້ການປົກຄອງຂອງພຣະອົງ. ບໍ່ວ່າພຣະເຈົ້າຈະຊ່ວຍມະນຸດໃຫ້ລອດພົ້ນດ້ວຍວິທີໃດກໍຕາມ, ທັງໝົດແມ່ນເພື່ອເຮັດໃຫ້ພວກເຂົາຫຼຸດພົ້ນອອກຈາກທຳມະຊາດທີ່ຊົ່ວຮ້າຍດັ່ງເດີມຂອງພວກເຂົາ; ນັ້ນກໍ່ຄື ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນໂດຍເຮັດໃຫ້ພວກເຂົາສະແຫວງຫາຊີວິດ. ຖ້າພວກເຂົາບໍ່ສະແຫວງຫາຊີວິດດັ່ງກ່າວ ພວກເຂົາກໍ່ຈະບໍ່ມີທາງທີ່ຈະຮັບເອົາການໄຖ່ບາບຂອງພຣະເຈົ້າໄດ້... ໃນອະດີດ, ຫົນທາງແຫ່ງການລອດພົ້ນຂອງພຣະອົງປະກອບດ້ວຍການສະແດງເຖິງຄວາມຮັກ ແລະ ຄວາມເມດຕາຢ່າງໃຫຍ່ຫຼວງ, ເຊັ່ນ: ພຣະອົງມອບທຸກສິ່ງໃຫ້ກັບຊາຕານເພື່ອແລກປ່ຽນກັບມະນຸດຊາດທັງໝົດ. ປັດຈຸບັນແມ່ນບໍ່ຄືອະດີດ: ຄວາມລອດພົ້ນທີ່ໄດ້ປະທານໃຫ້ກັບພວກເຈົ້າໃນປັດຈຸບັນເກີດຂຶ້ນໃນເວລາຍຸກສຸດທ້າຍ ໃນລະຫວ່າງການຈັດແບ່ງຜູ້ຄົນຕາມປະເພດຂອງພວກເຂົາ; ວິທີທາງແຫ່ງການລອດພົ້ນຂອງພວກເຈົ້າບໍ່ແມ່ນຄວາມຮັກ ຫຼື ຄວາມເມດຕາ, ແຕ່ແມ່ນການຂ້ຽນຕີ ແລະ ການພິພາກສາ ເພື່ອວ່າມະນຸດອາດຈະຖືກຊ່ວຍໃຫ້ລອດພົ້ນໄດ້ຢ່າງສົມບູນ. ດັ່ງນັ້ນ, ສິ່ງດຽວທີ່ພວກເຈົ້າຈະໄດ້ຮັບກໍຄືການຕີສອນ, ການພິພາກສາ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ແຕ່ຮູ້ໄວ້ວ່າ ໃນການຂ້ຽນຕີຢ່າງໄຮ້ຄວາມປານີນີ້ ບໍ່ແມ່ນການລົງໂທດແມ່ນແຕ່ໜ້ອຍດຽວເລີຍ. ບໍ່ວ່າພຣະທຳຂອງເຮົາຈະຮຸນແຮງພຽງໃດກໍຕາມ ຫຼື ພຣະທໍາເລັກນ້ອຍທີ່ພວກເຈົ້າໄດ້ຮັບ ປາກົດວ່າຈະໄຮ້ຄວາມເມດຕາທີ່ສຸດສໍາລັບພວກເຈົ້າ ແລະ ບໍ່ວ່າເຮົາຈະໂກດຮ້າຍພຽງໃດກໍຕາມ, ສິ່ງທີ່ເກີດຂຶ້ນກັບພວກເຈົ້າກໍ່ຄືພຣະທຳແຫ່ງການສິດສອນ ແລະ ເຮົາບໍ່ໄດ້ຕັ້ງໃຈທີ່ຈະທຳຮ້າຍພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າເຖິງແກ່ຄວາມຕາຍ. ນີ້ບໍ່ແມ່ນຂໍ້ເທັດຈິງທັງໝົດບໍ? ຮູ້ໄວ້ວ່າ
- [ການເກັບກ່ຽວຜົນຈາກການລິຮານ ແລະ ຈັດການ](https://lo.kingdomsalvation.org/testimonies/harvest-from-being-pruned-and-dealt-with.html) - ໂດຍ ໂຢຊິ່ນ, ເກົາຫຼີໃຕ້ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຜູ້ຄົນບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາເອງ; ພວກເຂົາຕ້ອງໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີ ແລະ ການທົນທຸກ ແລະ ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າ ຫຼື ການຈັດການ, ການລົງວິໄນ ແລະ ການລິຮານໂດຍພຣະທຳຂອງພຣະອົງ. ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດບັນລຸຄວາມເຊື່ອຟັງ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ແລະ ບໍ່ເຮັດພໍເປັນພິທີຕໍ່ພຣະອົງອີກຕໍ່ໄປ. ມັນແມ່ນພາຍໃຕ້ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ອຸປະນິໄສຂອງຜູ້ຄົນປ່ຽນແປງ. ຜ່ານການເປີດໂປງ, ການພິພາກສາ, ການລົງວິໄນ ແລະ ການຈັດການຈາກພຣະທຳຂອງພຣະອົງເທົ່ານັ້ນ ພວກເຂົາຈຶ່ງຈະບໍ່ກ້າປະພຶດຢ່າງໃຈຮ້ອນອີກຕໍ່ໄປ ແຕ່ກົງກັນຂ້າມ ພວກເຂົາຈະເລີ່ມໝັ້ນຄົງ ແລະ ສະຫງົບໃຈ. ຈຸດສຳຄັນທີ່ສຸດກໍຄືພວກເຂົາສາມາດຍອມຢູ່ພາຍໃຕ້ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ພາຍໃຕ້ພາລະກິດຂອງພຣະອົງ, ເຖິງແມ່ນມັນຈະບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ພວກເຂົາກໍສາມາດປະຖິ້ມແນວຄິດເຫຼົ່ານີ້ ແລະ ເຕັມໃຈທີ່ຈະຍອມຮັບ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ). ເມື່ອຂ້ອຍໄດ້ອ່ານພຣະທໍາຂອງພຣະເຈົ້າເຫຼົ່ານີ້ມາກ່ອນ, “ຜູ້ຄົນບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາເອງ; ພວກເຂົາຕ້ອງໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີ ແລະ ການທົນທຸກ
- [ບໍ່ມີການໂອ້ອວດອີກຕໍ່ໄປ](https://lo.kingdomsalvation.org/testimonies/a-show-off-no-more.html) - ໂດຍ ໂມ່ເຫວີນ, ສະເປນ ຂ້ານ້ອຍຈື່ໄດ້ວ່າຍ້ອນກັບໄປໃນປີ 2018, ຂ້ານ້ອຍເຮັດໜ້າທີ່ປະກາດຂ່າວປະເສີດໃນຄຣິດຕະຈັກ ແລະ ຕໍ່ມາ ຂ້ານ້ອຍໄດ້ຮັບຜິດຊອບວຽກງານນັ້ນ. ຂ້ານ້ອຍສາມາດເຫັນເຖິງບັນຫາ ແລະ ຂໍ້ຜິດພາດໃນໜ້າທີ່ຂອງອ້າຍເອື້ອຍນ້ອງຂອງຂ້ານ້ອຍ ແລະ ສາມາດແກ້ໄຂພວກມັນໄດ້ຜ່ານການໂອ້ລົມ, ສະນັ້ນ ທຸກຄົນຈຶ່ງມີຄວາມສຸກກັບຂ້ານ້ອຍ ແລະ ຂ້ານ້ອຍມີຄວາມຮູ້ສຶກສຳເລັດ. ຂ້ານ້ອຍເລີ່ມຮູ້ສຶກພໍໃຈກັບຕົນເອງຫຼາຍ ແລະ ຂ້ານ້ອຍດີກວ່າຄົນອື່ນໆ. ຂ້ານ້ອຍອົດບໍ່ໄດ້ທີ່ຈະໂອ້ອວດ. ຂ້ານ້ອຍຄິດວ່າ “ຂ້ານ້ອຍໄດ້ເຮັດຂໍ້ສະເໜີ ແລະ ແກ້ໄຂບັນຫາຂອງຜູ້ຄົນ ແລະ ທຸກຄົນກໍ່ປະທັບໃຈຂ້ານ້ອຍດີ. ຖ້າຂ້ານ້ອຍຊ່ວຍພວກເຂົາຫຼາຍກວ່າເກົ່າ, ຂ້ານ້ອຍກໍ່ຈະເຖິງກັບເຮັດໃຫ້ຕົນເອງເບິ່ງຄືກັບວ່າມີຄວາມສາມາດຫຼາຍກວ່າພວກເຂົາ. ຫຼັງຈາກນັ້ນ ພວກເຂົາກໍ່ເຄົາລົບຂ້ານ້ອຍເປັນຢ່າງສູງ”. ໃນການເຕົ້າໂຮມຂອງມື້ໜຶ່ງ, ອ້າຍລູເວົ້າວ່າລາວໄດ້ພົບກັບເພື່ອນຮ່ວມງານທາງສາສະໜາຄົນໜຶ່ງ ໃນຂະນະທີ່ກຳລັງເຜີຍແຜ່ຂ່າວປະເສີດ. ຜູ້ຊາຍຄົນນັ້ນເປັນນັກເທດສະໜາເປັນເວລາຫຼາຍກວ່າ 20 ປີ ແລະ ເປັນຜູ້ເຊື່ອທີ່ແທ້ຈິງ, ແຕ່ລາວມີແນວຄິດທາງສາສະໜາທີ່ໜັກແໜ້ນ. ອ້າຍລູໂອ້ລົມກັບລາວ, ແຕ່ລາວຈະບໍ່ຍອມຮັບຂ່າວປະເສີດ ແລະ ອ້າຍລູກໍ່ບໍ່ຮູ້ວ່າຈະເຮັດແນວໃດໃນຕອນນີ້. ຂ້ານ້ອຍຄິດກັບຕົນເອງວ່າ “ຜູ້ຊາຍຄົນນີ້ເປັນຜູ້ເຊື່ອທີ່ແທ້ຈິງ ແລະ ຕ້ອງການໄດ້ຍິນການໂອ້ລົມ. ເຈົ້າລົ້ມເຫຼວທີ່ຈະເຮັດໃຫ້ລາວປ່ຽນຄວາມເຊື່ອ ເພາະເຈົ້າບໍ່ໄດ້ໂອ້ລົມກ່ຽວກັບຄວາມຈິງໃຫ້ຊັດເຈນພໍ. ຂ້ານ້ອຍເຄີຍພົບກັບສິ່ງແບບນີ້ມາກ່ອນ, ສະນັ້ນ ນີ້ຈຶ່ງເປັນໂອກາດຂອງຂ້ານ້ອຍທີ່ຈະບອກເຈົ້າກ່ຽວກັບມັນທັງໝົດ”. ຂ້ານ້ອຍເວົ້າກັບພວກເຂົາວ່າ
- [ການເກັບກ່ຽວທີ່ເກີດຂຶ້ນຜ່ານຄວາມເຈັບປວດ](https://lo.kingdomsalvation.org/testimonies/the-harvest-reaped-from-a-trial.html) - ໂດຍ ຈາງຫຼີ, ຈີນ ປີ 2007 ເປັນຈຸດປ່ຽນແປງທີ່ໃຫຍ່ຫຼວງໃນຊີວິດຂອງຂ້ອຍ. ໃນປີນັ້ນ, ຜົວຂອງຂ້ອຍເກີດອຸປະຕິເຫດທາງລົດ ແລະ ກາຍເປັນຄົນເຈັບນອນຕິດຕຽງ. ລູກສອງຄົນຂອງພວກເຮົາກໍ່ຍັງນ້ອຍ ແລະ ມັນເປັນເວລາທີ່ຍາກລຳບາກສໍາລັບຄອບຄົວຂອງພວກເຮົາ. ມັນເປັນເລື່ອງທີ່ຍາກແທ້ໆສຳລັບຂ້ອຍ ແລະ ຂ້ອຍບໍ່ຮູ້ວ່າພວກເຮົາຈະຜ່ານມັນໄປໄດ້ແນວໃດ. ຫຼັງຈາກນັ້ນ ຂ້ອຍກໍ່ຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຂ້ອຍໄດ້ຮຽນຮູ້ຈາກການອ່ານພຣະທຳຂອງພຣະເຈົ້າວ່າພວກເຮົາທຸກຄົນເປັນໜີ້ຊີວິດຂອງພວກເຮົາຕໍ່ພຣະເຈົ້າ, ໂຊກຊະຕາຂອງພວກເຮົາຢູ່ໃນມືຂອງພຣະອົງ ແລະ ພວກເຮົາຕ້ອງນະມັດສະການ ແລະ ເຊື່ອໃນພຣະເຈົ້າເພື່ອມີໂຊກຊະຕາທີ່ດີ. ຂ້ອຍຮູ້ສຶກວ່າຂ້ອຍໄດ້ຄົ້ນພົບສິ່ງທີ່ຂ້ອຍສາມາດເພິ່ງພາໄດ້. ນັບຕັ້ງແຕ່ນັ້ນມາ, ຂ້ອຍກໍ່ເລີ່ມເຂົ້າຮ່ວມການເຕົ້າໂຮມເປັນປະຈໍາ ແລະ ພາລູກຂອງຂ້ອຍໄປນໍາເພື່ອອ່ານພຣະທຳຂອງພຣະເຈົ້າ ແລະ ອະທິຖານ. ຂ້ອຍເຮັດໜ້າທີ່ໃນຄຣິດຕະຈັກໄດ້ບໍ່ດົນ. ຕໍ່ມາ, ຂ້ອຍໄດ້ຖືກເລືອກໃຫ້ເປັນຜູ້ນໍາຄຣິດຕະຈັກ ແລະ ຂ້ອຍຂອບໃຈພຣະເຈົ້າສໍາລັບຄວາມກະລຸນາຂອງພຣະອົງ. ຂ້ອຍຄິດກັບຕົນເອງວ່າ, “ຂ້ອຍໄດ້ຖືກເລືອກໃຫ້ເປັນຜູ້ນໍາຄຣິດຕະຈັກ ເຖິງແມ່ນວ່າຂ້ອຍເປັນຜູ້ເຊື່ອໃໝ່ແທ້ໆ. ຂ້ອຍຕ້ອງເກັ່ງໃນການສະແຫວງຫາຄວາມຈິງ. ຂ້ອຍຕ້ອງເຮັດໜ້າທີ່ຂອງຂ້ອຍໃຫ້ດີ ແລະ ເຮັດແມ່ນຫຍັງກໍ່ຕາມທີ່ຈຳເປັນ, ຫຼັງຈາກນັ້ນ ຂ້ອຍກໍ່ຈະຖືກຊ່ວຍໃຫ້ລອດຢ່າງແນ່ນອນ”. ຄວາມຄິດນີ້ໄດ້ຂັບເຄື່ອນຂ້ອຍໃນໜ້າທີ່ຂອງຂ້ອຍແທ້ໆ. ຂ້ອຍໃຊ້ເວລາເກືອບທັງໝົດຂອງຂ້ອຍເພື່ອເທດສະໜາຂ່າວປະເສີດ ແລະ ປະຕິບັດໜ້າທີ່ຂອງຂ້ອຍ. ໝູ່ເພື່ອນ ແລະ ພີ່ນ້ອງຂອງຂ້ອຍກໍ່ຄັດຄ້ານຄວາມເຊື່ອຂອງຂ້ອຍ ແລະ ເພື່ອນບ້ານຂອງຂ້ອຍກໍ່ໃສ່ຮ້າຍ ແລະ
- [ບົດທົດສອບຄວາມເຈັບປ່ວຍ](https://lo.kingdomsalvation.org/testimonies/this-trial-of-mine.html) - ໂດຍ ຈົງຊິນ, ຈີນ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ການກະທຳຂອງເຮົາແມ່ນຫຼາຍກວ່າຈໍານວນເມັດຊາຍທີ່ມີຢູ່ຕາມຫາດຊາຍ ແລະ ສະຕິປັນຍາຂອງເຮົາແມ່ນເໜືອກວ່າບັນດາລູກຊາຍທັງໝົດຂອງໂຊໂລໂມນ, ແຕ່ຜູ້ຄົນພຽງແຕ່ຄິດກ່ຽວກັບເຮົາຄືກັບແພດທີ່ບໍ່ມີຄວາມສໍາຄັນຫຍັງເລີຍ ແລະ ອາຈານທີ່ບໍ່ເປັນທີ່ຮັບຮູ້ຂອງມະນຸດ. ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາຮັກສາພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາໃຊ້ພະລັງຂອງເຮົາຂັບໄລ່ວິນຍານທີ່ບໍ່ສະອາດອອກຈາກຮ່າງກາຍຂອງພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງເພື່ອໄດ້ຮັບຄວາມສະຫງົບ ແລະ ຄວາມສຸກຈາກເຮົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຕ້ອງການຄວາມຮັ່ງມີທາງວັດຖຸຈາກເຮົາຍິ່ງຂຶ້ນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຊ້ຊີວິດນີ້ຢ່າງສະຫງົບສຸກ ແລະ ເພື່ອຈະໄດ້ປອດໄພ ແລະ ຢູ່ລອດ ໃນໂລກທີ່ຈະມາເຖິງ? ມີຈັກຄົນທີ່ເຊື່ອໃນເຮົາເພື່ອຫຼີກເວັ້ນຄວາມທຸກທໍລະມານແຫ່ງນະຮົກ ແລະ ເພື່ອໄດ້ຮັບພອນແຫ່ງສະຫວັນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຄວາມສະດວກສະບາຍຊົ່ວຄາວ ແຕ່ບໍ່ສະແຫວງຫາທີ່ຈະໄດ້ຮັບສິ່ງໃດໆໃນໂລກທີ່ຈະມາເຖິງ? ໃນເວລາທີ່ເຮົານຳຄວາມໂກດຮ້າຍຂອງເຮົາລົງມາສູ່ມະນຸດ ແລະ ຍຶດເອົາຄວາມສຸກ ແລະ ຄວາມສະຫງົບສຸກທັງໝົດທີ່ຄັ້ງໜຶ່ງເຂົາເຄີຍມີ, ມະນຸດກໍຈະເກີດມີຄວາມສົງໄສ. ເມື່ອເຮົາມອບຄວາມທຸກທໍລະມານແຫ່ງນະຮົກໃຫ້ກັບມະນຸດ ແລະ ໄດ້ຮຽກກັບຄືນພອນແຫ່ງສະຫວັນ, ຄວາມອັບອາຍຂອງມະນຸດກໍຈະກາຍເປັນຄວາມໂກດແຄ້ນ. ເມື່ອມະນຸດ ຮ້ອງຂໍໃຫ້ເຮົາປິ່ນປົວເຂົາ, ເຮົາແມ່ນບໍ່ໄດ້ເອົາໃຈໃສ່ເຂົາ ແລະ ຮູ້ສຶກກຽດຊັງຕໍ່ເຂົາ; ມະນຸດກໍໜີອອກຈາກເຮົາໄປສະແຫວງຫາວິທີການແຫ່ງການແພດສາດ ແລະ ເວດມົນທີ່ຊົ່ວຮ້າຍ. ໃນເວລາທີ່ເຮົາເອົາທຸກສິ່ງທຸກຢ່າງທີ່ມະນຸດຕ້ອງການຈາກເຮົາໄປ, ທຸກຄົນກໍຫາຍໄປໂດຍບໍ່ມີຮ່ອງຮອຍ. ສະນັ້ນ, ເຮົາຈຶ່ງເວົ້າວ່າ ມະນຸດມີຄວາມສັດທາໃນເຮົາ ເພາະວ່າເຮົາໃຫ້ຄວາມກະລຸນາຫຼາຍເກີນໄປ ແລະ ມີສິ່ງທີ່ຈະໄດ້ຮັບຫລາຍເກີນໄປ” (ພຣະທຳ, ເຫຼັ້ມທີ
- [ການກັບຄືນສູ່ເສັ້ນທາງທີ່ຖືກຕ້ອງ](https://lo.kingdomsalvation.org/testimonies/getting-back-on-right-track.html) - ໂດຍ ເຊີນກວງ, ສະຫະລັດອາເມຣິກາ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໄສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໄສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ນິໄສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າການຮັບໃຊ້ພຣະເຈົ້າຂອງເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າ. ມັນເປັນການຮັບໃຊ້ທີ່ອອກມາຈາກທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ; ນອກຈາກນັ້ນ, ເຈົ້າຍັງຄິດວ່າພຣະເຈົ້າປິຕິຍິນດີໃນສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະ ກຽດຊັງໃນສິ່ງທີ່ເຈົ້າບໍ່ຕ້ອງການຢາກເຮັດ ແລະ ເຈົ້າຖືກຊີ້ນຳທັງໝົດໂດຍຄວາມມັກໃນການກະທໍາຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າກໍ່ຈະບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ເຈົ້າຈະດື້ດ້ານຍິ່ງຂຶ້ນກວ່າເກົ່າ ຍ້ອນວ່າເຈົ້າໄດ້ຮັບໃຊ້ພຣະເຈົ້າ ແລະ ນີ້ຈະເຮັດໃຫ້ນິໄສຂອງເຈົ້າເສື່ອມໂຊມຍ່າງໜັກກວ່າເກົ່າ. ດ້ວຍວິທີນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາຂອງການດໍາລົງຢູ່ໃນແຜ່ນດິນໂລກຂອງມະນຸດ. ຜູ້ຄົນເຫຼົ່ານີ້ພວກນີ້ຕົກຢູ່ໃນກຸ່ມພວກຟາຣີຊາຍ ແລະ ເຈົ້າໜ້າທີ່ທາງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍ່ຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ
- [ອັນຕະລາຍທີ່ເກີດຂຶ້ນໂດຍການໂອ້ອວດ](https://lo.kingdomsalvation.org/testimonies/serious-consequences-to-showing-off.html) - ໂດຍ ນົ່ວຢູ, ສະເປນ ສອງສາມປີກ່ອນ, ຂ້ອຍກຳລັງເຮັດໜ້າທີ່ລ້ຽງດູກັບອ້າຍເອື້ອຍນ້ອງບາງຄົນທີ່ມີອາຍຸຄ້າຍຄືກັນ. ພວກເຂົາກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບຫຼາຍ. ພວກເຂົາມັກຖືກຍົກຍ້ອງໂດຍຄົນອື່ນ ເຊິ່ງເຮັດໃຫ້ຂ້ອຍຊື່ນຊົມພວກເຂົາຫຼາຍ. ຂ້ອຍຫວັງວ່າຈະເປັນຄືກັບພວກເຂົາໃນມື້ໜຶ່ງ ແລະ ຮັບການເຄົາລົບຈາກຄົນອື່ນ. ຕໍ່ມາ, ຂ້ອຍຖືກຍ້າຍໄປຄຣິດຕະຈັກອື່ນ. ມັນບໍ່ໄດ້ດົນກ່ອນທີ່ຜູ້ນໍາໃນທີ່ນັ້ນຖືກລະບຸວ່າເປັນຜູ້ນໍາປອມ ແລະ ຖືກແທນທີ່ຍ້ອນບໍ່ເຮັດວຽກງານຕົວຈິງ ແລະ ຂ້ອຍຖືກເລືອກຕັ້ງໃຫ້ເປັນຜູ້ນໍາຄຣິດຕະຈັກແທນທີ່ຂອງພວກເຂົາ. ອ້າຍເອື້ອຍນ້ອງທີ່ຮູ້ຈັກຂ້ອຍກໍ່ໜູນໃຈຂ້ອຍ ໂດຍເວົ້າວ່າ “ພຣະເຈົ້າກຳລັງຍົກເຈົ້າຂຶ້ນ, ເຈົ້າຄວນທະນຸຖະໜອມມັນໃຫ້ດີທີ່ສຸດ”. ຂ້ອຍຮູ້ວ່າໜ້າທີ່ນີ້ຈະເປັນຄວາມຮັບຜິດຊອບທີ່ຍິ່ງໃຫຍ່ ແລະ ຂ້ອຍຮູ້ສຶກວ່າສິ່ງນີ້ຈະເປັນໂອກາດທີ່ດີທີ່ຈະພິສູດຕົນເອງ. ຖ້າຂ້ອຍເຮັດດີ, ຂ້ອຍກໍ່ຈະໄດ້ຮັບການເຄົາລົບຈາກອ້າຍເອື້ອຍນ້ອງ. ຂ້ອຍຕັ້ງໃຈທີ່ຈະເຮັດໜ້າທີ່ນີ້ໃຫ້ດີດ້ວຍສຸດຄວາມສາມາດຂອງຂ້ອຍຢ່າງງຽບໆ. ໃນການເຕົ້າໂຮມກຸ່ມທຸກຄັ້ງຫຼັງຈາກນັ້ນ, ຂ້ອຍໄດ້ໄຈ້ແຍກໃຫ້ເຫັນວ່າຜູ້ນໍາທີ່ຜ່ານມາບໍ່ໄດ້ເຮັດວຽກງານຕົວຈິງ ແລະ ມັກເວົ້າຢ່າງລົບໆ ແລະ ທຸກຄົນກໍ່ຮູ້ສຶກໃຈຮ້າຍກັບພວກເຂົາແທ້ໆ. ເມື່ອເຫັນແບບນີ້, ຂ້ອຍກໍ່ມັກເຕືອນຕົນເອງວ່າ ຕອນນີ້ ອ້າຍເອື້ອຍນ້ອງສາມາດແຍກແຍະຜູ້ນໍາຈອມປອມ ແລະ ກຳລັງຄາດຫວັງໃຫ້ຂ້ອຍເຮັດວຽກງານຕົວຈິງ. ຂ້ອຍຕ້ອງເຮັດວຽກໜັກ ແລະ ດີ້ນລົນເພື່ອຮັບເອົາການເຫັນດີຂອງພວກເຂົາ. ໃນຖານະຜູ້ນໍາຄຣິດຕະຈັກ, ຂ້ອຍຕ້ອງຫ້າວຫັນທີ່ສຸດໃນຄຣິດຕະຈັກ ແລະ ເຕັມໃຈທີ່ຈະທົນທຸກຫຼາຍກວ່າຄົນອື່ນ ແລະ ສາມາດເສຍສະລະຫຼາຍກວ່າຄົນອື່ນເຊັ່ນກັນ. ຂ້ອຍຕ້ອງມີຄວາມເຊື່ອຫຼາຍກວ່າຄົນອື່ນ ເມື່ອການທົດລອງປາກົດຂຶ້ນ ແລະ ບໍ່ຄິດລົບເມື່ອພວກເຂົາຄິດລົບ.
- [ບົດຮຽນທີ່ໄດ້ຮຽນຮູ້ຈາກການເປັນມະເຮັງຕັບ](https://lo.kingdomsalvation.org/testimonies/lessons-learned-from-a-trial.html) - ໂດຍ ຫຼີຢົງ, ຈີນ ຫຼັງຈາກຂ້ອຍໄດ້ກາຍເປັນຄຣິດຕຽນ, ຂ້ອຍໄດ້ຖືກຈັບກຸມໂດຍພັກກອມມູນິດຈີນຫຼາຍຄັ້ງ, ແຕ່ຂ້ອຍບໍ່ເຄີຍທໍລະຍົດພຣະຜູ້ເປັນເຈົ້າຈັກເທື່ອ. ຂ້ອຍໄດ້ຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດສອງສາມປີກ່ອນ ແລະ ຂ້ອຍໄດ້ເທດສະໜາຂ່າວປະເສີດ ແລະ ໄດ້ເຮັດຫນ້າທີ່ຂອງຂ້ອຍຜ່ານແດດຜ່ານຝົນຢ່າງກະຕືລືລົ້ນຢູ່ສະເໝີ. ຂ້ອຍຄິດວ່າຂ້ອຍຈະຈົງຮັກພັກດີຕໍ່ພຣະເຈົ້າຢູ່ສະເໝີ, ບໍ່ວ່າຂ້ອຍຈະຕ້ອງອົດທົນກັບຫຍັງກ່ໍຕາມ. ຈົນກວ່າຮອດເວລາທີ່ຂ້ອຍຕ້ອງອົດທົນກັບຄວາມເຈັບປ່ວຍທີ່ຜະເຊີນໜ້າກັບຄວາມເປັນຄວາມຕາຍຂອງຂ້ອຍ, ຂ້ອຍຈຶ່ງໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບແຮງຈູງໃຈຂອງຂ້ອຍພາຍໃນຄວາມເຊື່ອຂອງຂ້ອຍໃນການໄດ້ຮັບພອນ. ມື້ໜຶ່ງ, ໃນເດືອນຕຸລາຂອງປີ 2014, ຂ້ອຍໄດ້ກັບມາຈາກການການເຕົ້າໂຮມ ເມື່ອຂ້ອຍຮູ້ສຶກວ່າແຂນຂາຂອງຂ້ອຍອ່ອນແອລົງ ແລະ ບາດກ້າວຂອງຂ້ອຍໂຊເຊ. ຂ້ອຍຄິດວ່າມັນເປັນຍ້ອນຄວາມຊຸ່ມຊື່ນໃນຮ່າງກາຍ ແລະ ຂ້ອຍພຽງແຕ່ຕ້ອງຮັບປະທານຢາບາງຢ່າງ. ຂ້ອຍບໍ່ໄດ້ກັງວົນຫຼາຍເກີນໄປ. ແຕ່ບໍ່ດົນຫຼັງຈາກນັ້ນ, ຫູ, ນິ້ວມື ແລະ ນິ້ວຕີນຂອງຂ້ອຍກໍ່ເລີ່ມຄ່ອຍໆກາຍເປັນສີດໍາ ແລະ ຂ້ອຍເລີ່ມຕົ້ນຈ່ອຍລົງເລື້ອຍໆ. ຂ້ອຍເລີ່ມຄິດວ່າຂ້ອຍອາດມີບາງສິ່ງທີ່ຮ້າຍແຮງ, ແຕ່ຂ້ອຍຄິດວ່າ ເພາະຄວາມພະຍາຍາມທີ່ຂ້ອຍມີໃນການເຮັດໜ້າທີ່ຂອງຂ້ອຍຕະຫຼອດຫຼາຍປີ, ພຣະເຈົ້າຈະປົກປ້ອງຂ້ອຍ. ມັນບໍ່ສາມາດເປັນສິ່ງທີ່ບໍ່ດີເກີນໄປ. ຂ້ອຍແນ່ໃຈວ່າມັນຈະແກ້ໄຂຕົນເອງ. ແຕ່ດ້ວຍຄວາມປະຫຼາດໃຈຂອງຂ້ອຍ, ຫຼັງຈາກໄດ້ຮັບປະທານຢາບາງຢ່າງ, ຂ້ອຍກໍ່ບໍ່ດີຂຶ້ນ. ເມຍ ແລະ ລູກສາວຂອງຂ້ອຍໄດ້ພາຂ້ອຍໄປໂຮງໝໍເພື່ກວດສຸຂະພາບ ແລະ ເມື່ອຜົນກວດອອກມາ, ພວກເຂົາໄດ້ເວົ້າວ່າຂ້ອຍມີກໍລະນີທີ່ຮ້າຍແຮງຂອງພາວະເລືອດຈາງ ແລະ ພະຍາດອັກເສບຕັບບີ. ພວກເຂົາເວົ້າວ່າຖ້າມັນມັນຮ້າຍແຮງຂຶ້ນຫຼາຍ, ມັນຈະບໍ່ສາມາດປິ່ນປົວໄດ້. ເມື່ອຂ້ອຍໄດ້ຍິນເລື່ອງນີ້, ຂ້ອຍຮູ້ສຶກວ່າທົ່ວຮ່າງກາຍຂອງຂ້ອຍບໍ່ມີກຳລັງ. ຂ້ອຍບໍ່ສາມາດຍອມຮັບສິ່ງທີ່ຂ້ອຍໄດ້ຍິນ.
- [ຂ້ອຍໄດ້ເຫັນເຖິງຄວາມຈິງຂອງການເປັນຄົນທີ່ເຮັດໃຫ້ຜູ້ຄົນພໍໃຈ](https://lo.kingdomsalvation.org/testimonies/i-see-the-truth-of-being-a-people-pleaser.html) - ຂ້ອຍເຄີຍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຮັກສາຄວາມສຳພັນສ່ວນຕົວໃນການທີ່ຂ້ອຍພົວພັນກັບໝູ່ເພື່ອນ, ຄອບຄົວ ແລະ ເພື່ອນບ້ານ. ຂ້ອຍຈະຍອມກັບແມ່ນຫຍັງກໍ່ຕາມ ແລະ ປ່ອຍໃຫ້ຜູ້ຄົນເຮັດຕາມທາງຂອງພວກເຂົາ ເພື່ອວ່າຈະບໍ່ມີຜູ້ໃດເວົ້າຄໍາເວົ້າທີ່ບໍ່ສຸພາບເວົ້າກ່ຽວກັບຂ້ອຍ. ຂ້ອຍບໍ່ເຄີຍຖຽງກັບຜູ້ໃດ. ແມ່ນແຕ່ເມື່ອຂ້ອຍສັງເກດເຫັນວ່າຄົນໜຶ່ງມີບັນຫາ, ຂ້ອຍຍັງຈະບໍ່ເວົ້າຫຍັງເລີຍ. ເມື່ອເວລາຜ່ານໄປ, ທຸກຄົນກໍ່ເລີ່ມຄິດວ່າຂ້ອຍເປັນຄົນດີ. ຂ້ອຍສືບຕໍ່ນຳໃຊ້ປັດຊະຍານີ້ເພື່ອການດຳລົງຊີວິດຢູ່ໃນເລື່ອງຕ່າງໆຂອງຂ້ອຍ ແລະ ໃນການພົວພັນຂອງຂ້ອຍກັບຄົນອື່ນ ແມ່ນແຕ່ຫຼັງຈາກທີ່ກາຍເປັນຜູ້ເຊື່ອ. ຂ້ອຍຈື່ໄດ້ວ່າ ບໍ່ດົນຫຼັງຈາກທີ່ຂ້ອຍມີຄວາມເຊື່ອ, ຂ້ອຍກໍ່ສັງເກດເຫັນວ່າອ້າຍທຽນ, ຜູ້ທີ່ຮັບຜິດຊອບສຳລັບການເຕົ້າໂຮມຂອງກຸ່ມຂອງພວກເຮົາ, ມີຄວາມອ່ອນໂຍນຫຼາຍຢູ່ສະເໝີໃນຄໍາເວົ້າຂອງລາວ ແລະ ການໂອ້ລົມຂອງລາວກ່ຽວກັບພຣະທຳຂອງພຣະເຈົ້າກໍ່ສ່ອງແສງສະຫວ່າງ. ເມື່ອໃດກໍ່ຕາມທີ່ມີບາງສິ່ງເກີດຂຶ້ນກັບຂ້ອຍ ຫຼື ຂ້ອຍມີຄວາມຫຍຸ້ງຍາກບາງຢ່າງ, ຂ້ອຍມັກຊອກຫາລາວເພື່ອຊ່ວຍຂ້ອຍໃນການແກ້ໄຂມັນ ແລະ ລາວກໍ່ມີຄວາມອົດທົນແທ້ໆໃນການໂອ້ລົມກັບຂ້ອຍ. ພວກເຮົາເຂົ້າກັນໄດ້ດີຫຼາຍ. ສອງສາມປີຕໍ່ມາ ພວກເຮົາທັງສອງໄດ້ຖືກເລືອກໃຫ້ເປັນຜູ້ນໍາຂອງຄຣິດຕະຈັກ ແລະ ຂ້ອຍກໍ່ຕື່ນເຕັ້ນຫຼາຍທີ່ມີໂອກາດໄດ້ເຮັດໜ້າທີ່ຂອງຂ້ອຍຄຽງຂ້າງລາວ. ແຕ່ຫຼັງຈາກຊົ່ວໄລຍະໜຶ່ງ, ຂ້ອຍກໍ່ສັງເກດເຫັນວ່າອ້າຍທຽນບໍ່ໄດ້ແບກຮັບພາລະແທ້ໆໃນໜ້າທີ່ຂອງລາວ ແລະ ເມື່ອອ້າຍເອື້ອຍນ້ອງຄິດລົບ ແລະ ອ່ອນແອ, ລາວກໍ່ພຽງແຕ່ທຳທ່າ ແລະ ແບ່ງປັນການໂອ້ລົມທີ່ງ່າຍໆ. ລາວບໍ່ສົນໃຈແທ້ໆວ່າມັນເກີດຜົນຫຍັງ ຫຼື ບໍ່. ຂ້ອຍຄິດວ່າ, “ລາວບໍ່ໄດ້ໃສ່ໃຈໃນໜ້າທີ່ຂອງລາວບໍ? ສິ່ງນີ້ຈະເຮັດໃຫ້ທາງເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງຊັກຊ້າຢ່າງແນ່ນອນ. ຂ້ອຍຕ້ອງໂອ້ລົມກັບລາວ. ແຕ່ໃນອີກດ້ານ, ລາວເຮັດໜ້າທີ່ນີ້ດົນກວ່າຂ້ອຍ ແລະ ລາວມີປະສົບການບາງຢ່າງກັບວຽກງານນີ້.
- [ການຕໍ່ສູ້ຝ່າຍວິນຍານ](https://lo.kingdomsalvation.org/testimonies/a-spiritual-battle.html) - ໂດຍ ຢາງຈີ້, ສະຫະລັດອາເມຣິກາ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຈາກເວລາທີ່ພວກເຂົາເຊື່ອໃນພຣະເຈົ້າຈົນເຖິງປັດຈຸບັນ, ຜູ້ຄົນໄດ້ເຊື່ອງຊ້ອນແຮງຈູງໃຈທີ່ບໍ່ຖືກຕ້ອງຫຼາຍຢ່າງ. ເມື່ອເຈົ້າບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າຮູ້ສຶກວ່າ ແຮງຈູງໃຈທຸກຢ່າງຂອງເຈົ້າແມ່ນຖືກຕ້ອງ ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຈະເຫັນວ່າ ມີແຮງຈູງໃຈທີ່ບໍ່ຖືກຕ້ອງຫຼາຍຢ່າງພາຍໃນຕົວເຈົ້າ. ສະນັ້ນ ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບ, ພຣະອົງເຮັດໃຫ້ພວກເຂົາສຳນຶກວ່າ ມີແນວຄິດຫຼາຍຢ່າງພາຍໃນຕົວພວກເຂົາທີ່ກຳລັງຂັດຂວາງຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ. ເມື່ອເຈົ້າຮັບຮູ້ວ່າ ແຮງຈູງໃຈຂອງເຈົ້າຜິດໄປ, ຖ້າເຈົ້າສາມາດຢຸດປະຕິບັດຕາມແນວຄິດ ແລະ ແຮງຈູງໃຈຂອງເຈົ້າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ຍຶດໝັ້ນໃນຕໍາແໜ່ງຂອງເຈົ້າໃນທຸກສິ່ງທຸກຢ່າງທີ່ເກີດຂຶ້ນກັບເຈົ້າ, ສິ່ງນີ້ກໍພິສູດແລ້ວວ່າ ເຈົ້າໄດ້ກໍ່ການກະບົດຕໍ່ເນື້ອໜັງແລ້ວ. ເມື່ອເຈົ້າກໍ່ການກະບົດຕໍ່ເນື້ອໜັງ ກໍຈະມີສົງຄາມເກີດຂຶ້ນພາຍໃນຕົວເຈົ້າໂດຍຫຼີກເວັ້ນບໍ່ໄດ້. ຊາຕານຈະພະຍາຍາມ ແລະ ເຮັດໃຫ້ຜູ້ຄົນປະຕິບັດຕາມມັນ, ຈະພະຍາຍາມ ແລະ ເຮັດໃຫ້ພວກເຂົາປະຕິບັດຕາມແນວຄິດແຫ່ງເນື້ອໜັງ ແລະ ປ້ອງກັນຜົນປະໂຫຍດຂອງເນື້ອໜັງ, ແຕ່ພຣະທຳຂອງພຣະເຈົ້າຈະໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບຜູ້ຄົນຢູ່ພາຍໃນ ແລະ ໃນເວລານີ້ ມັນກໍຂຶ້ນຢູ່ກັບເຈົ້າແລ້ວວ່າ ເຈົ້າຈະຕິດຕາມພຣະເຈົ້າ ຫຼື ຕິດຕາມຊາຕານ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດຫຼັກໆກໍແມ່ນເພື່ອຈັດການກັບສິ່ງຕ່າງໆທີ່ຢູ່ພາຍໃນພວກເຂົາ, ເພື່ອຈັດການກັບຄວາມຄິດ ແລະ ແນວຄິດຂອງພວກເຂົາທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ພຣະວິນຍານບໍລິສຸດສຳຜັດຜູ້ຄົນໃນຫົວໃຈຂອງພວກເຂົາ, ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບພວກເຂົາ. ສະນັ້ນ
- [ການໄຈ້ແຍກຂ່າວລື ແລະ ຄວາມເຊື່ອທີ່ຜິດເພື່ອຫຼີກລ່ຽງການຖືກຫຼອກລວງ](https://lo.kingdomsalvation.org/testimonies/discerning-rumors-avoid-being-deceived.html) - ໃນຍຸກສຸດທ້າຍ, ພຣະເຢຊູເຈົ້າກັບຄືນມາປາກົດຕົວ ແລະ ປະຕິບັດພາລະກິດໃນໂລກເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ ແລະ ເພື່ອສະແດງຄວາມຈິງ ແລະ ປະຕິບັດຂັ້ນຕອນຂອງພາລະກິດເຊິ່ງມະນຸດຊາດຈະຖືກພິພາກສາ ແລະ ຖືກຊຳລະໃຫ້ບໍລິສຸດ. ຫຼາຍຄົນຈາກທຸກນິກາຍຜູ້ທີ່ເຊື່ອໃນພຣະຜູ້ເປັນເຈົ້າຢ່າງຈິງໃຈ ແລະ ປາຖະໜາການປາກົດຕົວຂອງພຣະອົງໄດ້ຍິນສຽງຂອງພຣະເຈົ້າ ແລະ ໄດ້ເລີ້ມຕົ້ນຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສິ່ງນີ້ບໍ່ໄດ້ຊ່ວຍຫຍັງ ແຕ່ເຮັດໃຫ້ເກີດຄວາມຕື່ນຕົກໃຈທີ່ສຸດຈາກບັນດາຜູ້ນຳຂອງໂລກສາສະໜາ; ພວກເຂົາຢ້ານວ່າ ຜູ້ທີ່ເຊື່ອທັງໝົດຈະເລີ້ມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຈະບໍ່ນະມັດສະການ ຫຼື ຕິດຕາມພວກເຂົາອີກຕໍ່ໄປ, ເພາະສະນັ້ນ ພວກເຂົາຈິ່ງເຜີຍແຜ່ຂ່າວລື ແລະ ຄວາມເຊື່ອທີ່ຜິດທຸກຮູບແບບເພື່ອກ່າວຮ້າຍພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ພວກເຂົາກໍ່ຜູກມັດ ແລະ ເຂັ້ມງວດກັບອ້າຍເອື້ອຍນ້ອງໃນການສະແຫວງຫາ ແລະ ສຶກສາເສັ້ນທາງທີ່ແທ້ຈິງ. ອ້າຍເອື້ອຍນ້ອງຫຼາຍຄົນທີ່ບໍ່ມີການໄຈ້ແຍກ, ພວກເຂົາເຊື່ອຂ່າວລື ແລະ ການຕົວະຫຼອກແບບກົງໄປກົງມາເຫຼົ່ານີ້ ແລະ ບໍ່ກ້າສຶກສາເສັ້ນທາງທີ່ແທ້ຈິງ. ກົງກັນຂ້າມ ພວກເຂົາດຳລົງຊີວິດຢ່າງດິ້ນລົນຢູ່ໃນຄວາມມືດໂດຍປາສະຈາກພາລະກິດ ແລະ ການນຳພາຂອງພຣະວິນຍານບໍລິສຸດຫຼາຍກວ່າການອອກໄປສະແຫວງຫາພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ຢູ່ບ່ອນນີ້, ພວກເຮົາຈະສົນທະນາກັນ ແລະ ວິເຄາະຢ່າງລະອຽດບາງຂ່າວລື ແລະ ຄວາມເຊື່ອທີ່ຜິດທີ່ເຜີຍແຜ່ໂລດຍໂລກສາສະໜາ ເພື່ອວ່າອ້າຍເອື້ອຍນ້ອງທຸກຄົນຜູ້ທີ່ຄອຍຖ້າການມາເຖິງຂອງພຣະຜູ້ເປັນເຈົ້າຈະສາມາດໄຈ້ແຍກພວກມັນໄດ້ ແລະ ສາມາດຫຼີກລ່ຽງການຖືກຫຼອກລວງໂດຍຜູ້ຮັບໃຊ້ທີ່ຊົ່ວຮ້າຍ ແລະ ບໍ່ສູນເສຍຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍ. ຂ້າງລຸ່ມນີ້,
- [ຄວາມເຈັບປວດຂອງການເວົ້າຕົວະ](https://lo.kingdomsalvation.org/testimonies/pain-of-telling-lies.html) - ໃນເດືອນຕຸລາ 2019, ຂ້ອຍຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ. ໃນການເຕົ້າໂຮມ, ຂ້ອຍເຫັນອ້າຍເອື້ອຍນ້ອງສາມາດໂອ້ລົມເຖິງປະສົບການ ແລະ ຄວາມເຂົ້າໃຈຂອງພວກເຂົາ. ພວກເຂົາສາມາດເປີດໃຈກ່ຽວກັບຄວາມເສື່ອມຊາມ ແລະ ຂໍ້ບົກຜ່ອງທັງໝົດຂອງພວກເຂົາໂດຍບໍ່ຕ້ອງວິຕົກກັງວົນໃດໆ ແລະ ຂ້ອຍກໍອິດສາຫຼາຍ. ຂ້ອຍຕ້ອງການເປັນຄົນຊື່ສັດເຊັ່ນກັນ ແລະ ພຽງແຕ່ເປີດໃຈຄືກັບທີ່ພວກເຂົາເຮັດ, ແຕ່ເມື່ອມັນເກີດຂຶ້ນແທ້, ຂ້ອຍກໍບໍ່ສາມາດເວົ້າຢ່າງກົງໄປກົງມາໄດ້. ຄັ້ງໜຶ່ງ, ອ້າຍເອື້ອຍນ້ອງຂອງຂ້ອຍຖາມຂ້ອຍວ່າ “ເຈົ້າໜຸ່ມນ້ອຍ, ເຈົ້າຍັງເປັນນັກສຶກສາຢູ່ບໍ?” ຄວາມຈິງກໍຄືຂ້ອຍບໍ່ໄດ້ເປັນນັກສຶກສາໄດ້ໄລຍະໜຶ່ງແລ້ວ ແລະ ຂ້ອຍພຽງແຕ່ແຕ່ງກິນ ແລະ ເຮັດຄວາມສະອາດຢູ່ຮ້ານອາຫານ, ແຕ່ຂ້ອຍຢ້ານວ່າ ຄົນອື່ນຈະດູຖູກຂ້ອຍເມື່ອພວກເຂົາຮູ້ເລື່ອງນີ້, ດັ່ງນັ້ນ ຂ້ອຍຈຶ່ງບອກພວກເຂົາວ່າຂ້ອຍຍັງເປັນນັກສຶກສາຢູ່. ຂ້ອຍບໍ່ໄດ້ຄິດຫຍັງຫຼາຍກ່ຽວກັບມັນເມື່ອຂ້ອຍເວົ້າມັນອອກໄປ ແລະ ຂ້ອຍກໍດຳເນີນຕໍ່ໄປ. ມື້ໜຶ່ງ, ຂ້ອຍເຫັນຂໍ້ຄວາມຈາກພຣະທຳຂອງພຣະເຈົ້າໃນວີດີໂອຄຳພະຍານ ທີ່ເຮັດໃຫ້ຂ້ອຍໄຕ່ຕອງຕົວເອງ. “ພວກເຈົ້າຄວນຮູ້ວ່າ ພຣະເຈົ້າມັກຄົນທີ່ຊື່ສັດ. ພຣະເຈົ້າມີແກ່ນແທ້ຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖືໄດ້ຕະຫຼອດເວລາ; ນອກຈາກນັ້ນ ການກະທໍາຂອງພຣະອົງບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ, ເຊິ່ງເປັນເຫດຜົນທີ່ພຣະເຈົ້າມັກຄົນທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ. ຄວາມຊື່ສັດໝາຍເຖິງການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການເປັນຈິງກັບພຣະເຈົ້າໃນທຸກສິ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງ, ການບໍ່ປິດບັງຂໍ້ແທ້ຈິງຈັກເທື່ອ, ການບໍ່ພະຍາຍາມຫຼອກລວງຄົນທີ່ຢູ່ເທິງ ແລະ ຢູ່ລຸ່ມເຈົ້າ ແລະ
- [ຂ້ອຍເກືອບຢືນຢູ່ຂ້າງຜູ້ຕໍ່ຕ້ານພຣະຄຣິດ](https://lo.kingdomsalvation.org/testimonies/i-nearly-stood-on-side-of-antichrist.html) - ໃນເດືອນສິງຫາຂອງປີ 2021, ຂ້ອຍໄດ້ຍອມຮັບພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສາມເດືອນຕໍ່ມາ, ທັງມາຈໍຣີ ແລະ ຂ້ອຍຖືກເລືອກເປັນຜູ້ນຳຄຣິສຕະຈັກ. ມາຈໍຣີໄດ້ຍອມຮັບພາລະກິດໃນຍຸກສຸດທ້າຍສາມເດືອນກ່ອນໜ້າຂ້ອຍ ແລະ ເຖິງແມ່ນວ່າບໍ່ໄດ້ຢູ່ໃນຄຣິສຕະຈັກດຽວກັນ, ພວກເຮົາກໍຈະເຂົ້າຮ່ວມການເຕົ້າໂຮມເພື່ອນຮ່ວມງານພ້ອມກັນ ແລະ ສົນທະນາເຖິງວຽກງານໃນຄຣິສຕະຈັກ. ຄັ້ງໜຶ່ງ, ໃນລະຫວ່າງການເຕົ້າໂຮມ, ມາຈໍຣີເວົ້າກ່ຽວກັບປະສົບການໜຶ່ງທີ່ລາວມີ. ລາວເວົ້າວ່າລາວໄດ້ເຈັບປ່ວຍ, ແຕ່ສືບຕໍ່ເຮັດໜ້າທີ່ຂອງລາວ. ເຖິງແມ່ນວ່າຜົວຂອງລາວຂົ່ມເຫັງລາວ, ລາວກໍຍັງບໍ່ໄດ້ຄິດລົບ ຫຼື ທໍ້ຖອຍ. ຂ້ອຍຊື່ນຊົມລາວແທ້ໆ ແລະ ຄິດວ່າລາວມີວຸດທິພາວະທີ່ດີ. ຖ້າຂ້ອຍຕົກຢູ່ໃນສະຖານະການດຽວກັນ, ມັນອາດມີອິດທິພົນຕໍ່ຄວາມສາມາດໃນການເຮັດວຽກຂອງຂ້ອຍ. ຂ້ອຍມີຄວາມປະທັບໃຈທີ່ດີຕໍ່ລາວແທ້ໆ. ລາວແບກຮັບພາລະໃນໜ້າທີ່ຂອງລາວ ແລະ ບໍ່ໄດ້ຍອມຈຳນົນແມ່ນແຕ່ໃນຂະນະທີ່ຜົວຂອງລາວຂົ່ມເຫັງລາວ. ຂ້ອຍຄິດວ່າສິ່ງນີ້ໄດ້ສະແດງໃຫ້ເຫັນວ່າລາວເປັນຄົນປະເພດທີ່ປະຕິບັດຄວາມຈິງ ແລະ ໄດ້ຮັບການຍ້ອງຍໍຈາກພຣະເຈົ້າ. ຕໍ່ມາ, ຄຣິສຕະຈັກໃໝ່ໄດ້ຖືກສ້າງຕັ້ງຂຶ້ນ ແລະ ມາຈໍຣີ ແລະ ຂ້ອຍໄດ້ແຍກທາງກັນ. ມື້ໜຶ່ງໃນຫ້າເດືອນຕໍ່ມາ, ຜູ້ດູແລຕິດຕາມຂອງພວກເຮົາ ຄື ມາເຣຍ ໄດ້ໂພສຂໍ້ຄວາມໃນແຊັດກຸ່ມຂອງພວກເຮົາ, ເວົ້າວ່າ ໃນການເຕົ້າໂຮມຂອງພວກເຮົາຄືນນັ້ນ ພວກເຮົາຈະໄດ້ສົນທະນາກັນກ່ຽວກັບວິທີແຍກແຍະຜູ້ຕໍ່ຕ້ານພຣະຄຣິດ ແລະ ຕໍ່ມາລາວໄດ້ສົ່ງລິ້ງໜ້າເຟສບຸກຂອງມາຈໍຣີ ແລະ ບອກພວກເຮົາບໍ່ໃຫ້ພົວພັນກັບລາວ ຍ້ອນລາວເປັນຜູ້ຕໍ່ຕ້ານພຣະຄຣິດ. ຂ້ອຍຕົກໃຈ. ຂ້ອຍບໍ່ສາມາດເຊື່ອໄດ້ວ່າ
- [ເປັນອິດສະຫຼະຈາກຄວາມອິດສາ](https://lo.kingdomsalvation.org/testimonies/freed-from-envy.html) - ໃນຕອນຕົ້ນປີ 2021, ຂ້ອຍຮັບໃຊ້ເປັນນັກເທດສະໜາ ແລະ ເປັນຄູ່ຮ່ວມງານກັບອ້າຍແມັດທິວເພື່ອຄວບຄຸມດູແລວຽກຂອງຄຣິສຕະຈັກ. ຂ້ອຍຫາກໍເລີ່ມຕົ້ນໃນໜ້າທີ່ນັ້ນ ແລະ ມີຫຼາຍຢ່າງທີ່ຂ້ອຍຍັງບໍ່ເຂົ້າໃຈ, ດັ່ງນັ້ນ ຂ້ອຍຈຶ່ງມາຫາລາວເລື້ອຍໆພ້ອມດ້ວຍຄຳຖາມ. ໃນຊ່ວງເວລານັ້ນ, ແມັດທິວມັກຈະບອກຂ້ອຍກ່ຽວກັບອຸປະນິໄສເສື່ອມຊາມທີ່ລາວສະແດງອອກໃນໜ້າທີ່ຂອງລາວ. ເມື່ອເວລາຜ່ານໄປ, ຂ້ອຍກໍດູຖູກລາວ. ຂ້ອຍຄິດວ່າຂ້ອຍບໍ່ໄດ້ເສື່ອມຊາມຄືກັບລາວ ແລະ ມັນບໍ່ເປັນປະໂຫຍດສຳລັບຂ້ອຍທີ່ຈະເປັນຄູ່ຮ່ວມງານກັບລາວ. ຂ້ອຍຄິດວ່າຂ້ອຍດີກວ່າລາວ. ຂ້ອຍເຖິງກັບຄິດວ່າ: “ລາວກາຍເປັນນັກເທດສະໜາກ່ອນໄດ້ແນວໃດ? ຂ້ອຍເຄີຍເປັນຜູ້ນຳຂອງລາວ. ຂ້ອຍຄວນຈະເປັນຄົນບອກລາວວ່າຈະເປັນນັກເທດສະໜາແນວໃດ, ບໍ່ແມ່ນໃນທາງກົງກັນຂ້າມ. ເນື່ອງຈາກວ່າລາວກາຍເປັນນັກເທດສະໜາກ່ອນ, ທຸກຄົນຈຶ່ງເທີດທູນລາວຫຼາຍຂຶ້ນ”. ຂ້ອຍບໍ່ສາມາດຍອມຮັບເລື່ອງນີ້ໄດ້ ແລະ ຂ້ອຍຮູ້ວ່າຂ້ອຍສາມາດເຮັດໄດ້ດີກວ່າລາວ. ເພື່ອໃຫ້ເໜືອກວ່າລາວ, ຂ້ອຍມັກຈະປຽບທຽບວຽກຂອງພວກເຮົາ. ຕົວຢ່າງ, ເມື່ອແມັດທິວບອກຂ້ອຍວ່າລາວບໍ່ມີເວລາພຽງພໍທີ່ຈະຕິດຕາມວຽກງານທັງໝົດຂອງລາວ, ຂ້ອຍກໍມີຄວາມສຸກ, ໂດຍຮູ້ວ່າ ຂ້ອຍໄດ້ຕິດຕາມທຸກວຽກທີ່ຂ້ອຍຮັບຜິດຊອບແລ້ວ ແລະ ດ້ວຍເຫດນີ້, ຜູ້ນຳຂັ້ນສູງຈະເທີດທູນຂ້ອຍ. ເຖິງຢ່າງໃດກໍຕາມ, ຂ້ອຍກໍປະຫຼາດໃຈວ່າ ແມັດທິວເຮັດໄດ້ດີໃນວຽກທີ່ລາວຮັບຜິດຊອບ. ມື້ໜຶ່ງ, ຜູ້ນຳໄດ້ມອບໝາຍໃຫ້ພວກເຮົາ ຜູ້ນໍາໄດ້ມອບໝາຍໃຫ້ພວກເຮົາເພື່ອກໍານົດເອົາບາງຄົນທີ່ສາມາດໄດ້ຮັບການຝຶກຝົນເປັນຜູ້ເຮັດການລ້ຽງດູ. ໃນພຽງສອງມື້, ແມັດທິວໄດ້ຫາຜູ້ສະໝັກໄດ້ 3 ຄົນແລ້ວ. ຂ້ອຍຕົກໃຈໂດຍຄິດວ່າ: “ຂ້ອຍຕ້ອງໄປ. ຢ່າງໜ້ອຍທີ່ສຸດຂ້ອຍຕ້ອງຫາໃຫ້ໄດ້ສ່ຳກັບຈຳນວນຂອງແມັດທິວ. ບໍ່ດັ່ງນັ້ນ, ລາວຈະໄດ້ຮັບຄຳຍົກຍ້ອງຫຼາຍກວ່າຂ້ອຍ”. ດັ່ງນັ້ນ, ໃນເວລາພຽງສາມມື້,
- [ເປັນຫຍັງຈຶ່ງມີອຸປະສັກຫຼາຍຢ່າງໃນການຍອມຮັບຫົນທາງທີ່ແທ້ຈິງ](https://lo.kingdomsalvation.org/testimonies/why-obstacles-to-accepting-true-way.html) - ໃນປີ 2008, ຂ້ອຍໄດ້ວາງຄວາມເຊື່ອຂອງຂ້ອຍໄວ້ໃນພຣະຜູ້ເປັນເຈົ້າພ້ອມກັບແມ່ຂອງຂ້ອຍ ແລະ ຫຼັງຈາກນັ້ນ ຂ້ອຍກໍເລີ່ມເຂົ້າຮ່ວມການເຕົ້າໂຮມຢູ່ຄຣິສຕະຈັກທ້ອງຖິ່ນ. ຕໍ່ມາຂ້ອຍໄດ້ກາຍມາເປັນຜູ້ຊ່ວຍສິດຍາພິບານຢູ່ຄຣິສຕະຈັກ. ໃນແຕ່ລະຄັ້ງທີ່ພວກເຮົາມີການເຕົ້າໂຮມ, ຂ້ອຍຕ້ອງການອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນຢູ່ສະເໝີ ແລະ ມີຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ, ແຕ່ເມື່ອເວລາຜ່ານໄປ, ຂ້ອຍກໍຮູ້ວ່າຂ້ອຍບໍ່ໄດ້ຮັບການລ້ຽງດູຈາກຄຳເທດສະໜາຂອງສິດຍາພິບານ. ຂ້ອຍບໍ່ມີຄວາມສຸກກັບການເຕົ້າໂຮມ ແລະ ຮູ້ສຶກວ່າງເປົ່າຢູ່ພາຍໃນ. ໃນເດືອນມິຖຸນາຂອງປີ 2020, ເມື່ອຂ້ອຍກຳລັງຈະເຂົ້າສູ່ງານສຳມະນາເພື່ອຮຽນຕໍ່, ຂ້ອຍໄດ້ພົບກັບເອື້ອຍກາເຊຍຜ່ານອອນລາຍ, ເຊິ່ງເປັນສະມາຊິກຄົນໜຶ່ງໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ລາວໄດ້ແບ່ງປັນຂ່າວປະເສີດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍກັບຂ້ອຍ ແລະ ເຊີນໃຫ້ຂ້ອຍເຂົ້າຮ່ວມກຸ່ມເຕົ້າໂຮມ. ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຂໍ້, ເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີສິດອຳນາດ ແລະ ລິດອຳນາດ, ພວກມັນຄືສຽງຂອງພຣະເຈົ້າ ແລະ ເລີ່ມແນ່ໃຈວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືພຣະເຢຊູເຈົ້າທີ່ກັບຄືນມາທີ່ພວກເຮົາລໍຖ້າເປັນເວລາດົນນານ. ຂ້ອຍຕື້ນຕັນໃຈຫຼາຍຈົນຂ້ອຍເລີ່ມຮ້ອງໄຫ້. ຂ້ອຍຮູ້ສຶກໂຊກດີຫຼາຍທີ່ຂ້ອຍສາມາດຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ ແລະ ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍ. ຫຼັງຈາກນັ້ນ, ຂ້ອຍຕ້ອງການປ່ອຍໃຫ້ອ້າຍເອື້ອຍນ້ອງຂ້ອຍຮູ້ເຖິງການກັບຄືນມາຂອງພຣະຜູ້ເປັນເຈົ້າໃຫ້ໄວເທົ່າທີ່ເປັນໄປໄດ້. ໂດຍຮູ້ວ່າອັງເຮວອັງເຮວເປັນນັກເທດສະໜາຢູ່ຄຣິສຕະຈັກຂອງພວກເຮົາ ແລະ ລາວມີເມດຕາ, ມີຄວາມຮັບຜິດຊອບ ແລະ ມັກຊ່ວຍພວກເຮົາທຸກຄົນ, ຂ້ອຍໄດ້ໄປຫາລາວກ່ອນດ້ວຍຂ່າວການກັບຄືນມາຂອງພຣະຜູ້ເປັນເຈົ້າ ແລະ ແບ່ງປັນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັບລາວ, ໂອ້ລົມກ່ຽວກັບຄວາມເຂົ້າໃຈຂອງຂ້ອຍຕໍ່ພຣະທຳຂອງພຣະອົງ. ຂ້ອຍປະຫຼາດໃຈເມື່ອອັງເຮວອັງເຮວເວົ້າແຊກຂ້ອຍໃນທັນທີ, ໂດຍເວົ້າວ່າ: “ນັ້ນຄືສິ່ງທີ່ເປັນໄປບໍ່ໄດ້. ພຣະຄຳພີເປັນບ່ອນດຽວທີ່ປະກອບມີພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າບໍ່ສາມາດປາກົດຢູ່ນອກພຣະຄຳພີໄດ້. ການອ່ານເນື້ອຫາທີ່ບໍ່ພົບເຫັນຢູ່ໃນພຣະຄຳພີຄືການທໍລະຍົດພຣະຜູ້ເປັນເຈົ້າ!” ຂ້ອຍຟ້າວຕອບກັບວ່າ: “ສິ່ງນີ້ຈະສາມາດເປັນການທໍລະຍົດພຣະຜູ້ເປັນເຈົ້າໄດ້ແນວໃດ?
- [ຄວາມຮູ້ເລັກນ້ອຍຂອງຂ້ອຍກ່ຽວກັບອຸປະນິໄສຜູ້ຕໍ່ຕ້ານພຣະຄຣິດ](https://lo.kingdomsalvation.org/testimonies/knowledge-of-antichrist-dispositions.html) - ຂ້ອຍຖືກເລືອກໃຫ້ເປັນຜູ້ນຳຄຣິສຕະຈັກໃນປີ 2021. ຊົ່ວໄລຍະໜຶ່ງ, ຂ້ອຍມີບັນຫາກັບວຽກງານການລ້ຽງດູ. ຜູ້ລ້ຽງດູບາງຄົນບໍ່ໄດ້ມາເຕົ້າໂຮມກັນເປັນປະຈຳ ແລະ ເມື່ອພວກເຂົາເຂົ້າຮ່ວມ, ພວກເຂົາກໍບໍ່ຄ່ອຍໂອ້ລົມ. ຂ້ອຍບໍ່ຮູ້ວ່າຈະແກ້ບັນຫາແນວໃດ, ດັ່ງນັ້ນ ຂ້ອຍຈຶ່ງບອກເອື້ອຍລູຊີ ທີ່ເປັນຜູ້ນຳ ກ່ຽວກັບຄວາມຫຍຸ້ງຍາກນີ້. ມື້ໜຶ່ງລາວເພີ່ມນັກເທດຄົນໜຶ່ງ ຄືອ້າຍມັດທາຍ ເຂົ້າກຸ່ມເຕົ້າໂຮມຂອງພວກເຮົາ. ຂ້ອຍຮູ້ວ່າລາວເຂົ້າໃຈຄວາມຈິງໄດ້ດີກວ່າຂ້ອຍ ແລະ ລາວໄດ້ຊ່ວຍຂ້ອຍໃນວຽກຂອງຂ້ອຍໃນເມື່ອກ່ອນ. ແຕ່ຂ້ອຍບໍ່ພໍໃຈປານໃດທີ່ເຫັນລາວເຂົ້າຮ່ວມກຸ່ມຂອງພວກເຮົາ ແລະ ຄວາມຄິດທໍາອິດຂອງຂ້ອຍແມ່ນສົງໄສວ່າລາວຈະມາສຳຫຼວດວຽກງານຂອງຂ້ອຍ. ຂ້ອຍກັງວົນວ່າຖ້າລາວຄົ້ນພົບບັນຫາ ແລະ ເປີດໂປງຂ້ອຍ, ຂ້ອຍກໍຈະເສຍໜ້າ ແລະ ຄົນອື່ນຈະບໍ່ຊື່ນຊົມຂ້ອຍໃນຖານະຜູ້ນຳ, ດັ່ງນັ້ນຂ້ອຍຈຶ່ງບໍ່ຕ້ອງການໃຫ້ລາວດູແລຕິດຕາມວຽກຂອງຂ້ອຍ. ຕໍ່ມາຂ້ອຍສັງເກດເຫັນວ່າເອື້ອຍລູຊີ ໄດ້ເພີ່ມອ້າຍມັດທາຍ ເຂົ້າຫຼາຍໆກຸ່ມໃຫຍ່ໃນຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງທຸກຄົນກໍສົ່ງຂໍ້ຄວາມຕ້ອນຮັບລາວ. ນີ້ເຮັດໃຫ້ຂ້ອຍເສຍໃຈຫຼາຍຂຶ້ນ. ຂ້ອຍຮູ້ສຶກວ່າລາວຕ້ອງມາແທນບ່ອນຂອງຂ້ອຍຢ່າງແນ່ນອນ. ແລງມື້ນັ້ນ ອ້າຍມັດທາຍໄດ້ເຂົ້າຮ່ວມການເຕົ້າໂຮມສຳລັບຜູ້ເຊື່ອໃໝ່. ພວກເຂົາຟັງການໂອ້ລົມລາວຢ່າງຕັ້ງໃຈ ແລະ ໂຕ້ຕອບກັບລາວຢ່າງກະຕືລືລົ້ນ, ແຕ່ເບິ່ງຄືເມີນເສີຍຕໍ່ການໂອ້ລົມຂອງຂ້ອຍ. ຂ້ອຍອິດສາມັດທາຍແທ້ໆ ແລະ ບໍ່ຢາກເວົ້າຫຍັງອີກ. ຂ້ອຍຮູ້ສຶກຄືກັບວ່າ ເມື່ອລາວຢູ່ທີ່ນັ້ນ, ບໍ່ມີໃຜຕ້ອງການຂ້ອຍອີກຕໍ່ໄປ. ທຸກຄົນດີໃຈຫຼາຍຫຼັງຈາກໄດ້ຍິນການໂອ້ລົມຂອງມັດທາຍ ແລະ ມີແຕ່ສືບຕໍ່ຂອບໃຈພຣະເຈົ້າ. ບາງຄົນເຖິງກັບເວົ້າວ່າ ພວກເຂົາບໍ່ເຄີຍຮູ້ສຶກໄດ້ຮັບແສງສະຫວ່າງຫຼາຍແບບນີ້ມາກ່ອນໃນການເຕົ້າໂຮມ ແລະ ພວກເຂົາໄດ້ຮັບຫຼາຍຢ່າງຈາກການໂອ້ລົມຂອງລາວ.
- [ເງິນ ແລະ ສະຖານະ ເຄີຍເຮັດຫຍັງໃຫ້ຂ້ອຍແດ່?](https://lo.kingdomsalvation.org/testimonies/what-did-money-ever-do-for-me.html) - ຂ້ອຍເກີດມາໃນຄອບຄົວທີ່ແຕກສະຫຼາຍ. ເມື່ອແມ່ຂອງຂ້ອຍຖືພາຂ້ອຍ, ພໍ່ຂອງຂ້ອຍໄດ້ແລ່ນໄປນຳຍິງຄົນອື່ນ. ແມ່ຂອງຂ້ອຍທົນທຸກຫຼາຍທີ່ຕ້ອງເບິ່ງແຍງລູກຫົກຄົນ ແລະ ຂ້ອຍສາມາດໄດ້ຍິນແມ່ຂອງຂ້ອຍຮ້ອງໄຫ້ເກືອບທຸກຄືນ. ການທີ່ໄດ້ເຫັນລາວຮ້ອງໄຫ້ຢ່າງຂົມຂື່ນເຊັ່ນນັ້ນ ກໍເຮັດໃຫ້ຂ້ອຍມີມຸມມອງດ້ານລົບກັບການແຕ່ງງານ ແລະ ຄວາມສຳພັນ. ຂ້ອຍບອກຕົວເອງວ່າ “ເຈົ້າບໍ່ສາມາດມອບຄວາມໄວ້ວາງໃຈທັງໝົດຂອງເຈົ້າໃຫ້ກັບບຸກຄົນອື່ນໄດ້. ຢ່າເຊື່ອໃຜຈັກເທື່ອ. ສິ່ງດຽວທີ່ເຈົ້າສາມາດເພິ່ງພາໄດ້ໃນຊີວິດແມ່ນຕົວເຈົ້າເອງ ແລະ ເງິນທີ່ເຈົ້າຫາມາໄດ້ດ້ວຍມືຂອງເຈົ້າເອງ”. ຕັ້ງແຕ່ນັ້ນມາ, ຂ້ອຍກໍເລີ່ມຄິດກ່ຽວກັບວິທີການຫາເງິນ. ໃນຕອນມັດທະຍົມປາຍ, ໃນຂະນະທີ່ທຸກຄົນມີຄວາມສຸກກັບມື້ພັກຂອງພວກເຂົາ, ແມ່ຂອງຂ້ອຍ ແລະ ຂ້ອຍຕັ້ງຮ້ານຂາຍເຄື່ອງຢູ່ແຄມທາງເພື່ອຂາຍອາຫານ. ແຕ່ໃນເວລານັ້ນ, ເງິນທີ່ພວກເຮົາຫາມາໄດ້ພຽງແຕ່ຈ່າຍສໍາລັບຄວາມຕ້ອງການພື້ນຖານຂອງພວກເຮົາເທົ່ານັ້ນ. ໃນປີທີສອງຂອງມັດທະຍົມປາຍ, ຂ້ອຍຕ້ອງອອກໂຮງຮຽນຍ້ອນຂ້ອຍບໍ່ສາມາດຈ່າຍຄ່າຮຽນໄດ້. ຫຼັງຈາກນັ້ນ, ຂ້ອຍຈຶ່ງສືບຕໍ່ເຮັດຮ້ານຕໍ່ໄປ. ຂ້ອຍຕື່ນນອນຕອນສີ່ ຫຼື ຫ້າໂມງທຸກໆເຊົ້າເພື່ອກະກຽມອາຫານ ແລະ ໄປທີ່ຮ້ານປະມານຫົກໂມງ. ສາມປີຕໍ່ມາ, ຂ້ອຍເກັບທ້ອນເງິນໄດ້ພຽງພໍທີ່ຈະໄປເຮັດວຽກໃນເມືອງໃຫຍ່. ຂ້ອຍຕື່ນແຕ່ເຊົ້າ ແລະ ເຮັດວຽກໜັກທຸກໆມື້, ແຕ່ຂ້ອຍຫາເງິນບໍ່ໄດ້ຫຼາຍປານໃດ ແລະ ຂ້ອຍກໍບໍ່ພໍໃຈ. ດັ່ງນັ້ນ, ດ້ວຍຄວາມຊ່ວຍເຫຼືອຂອງຜູ້ບ່າວຂ້ອຍ, ຂ້ອຍໃຊ້ເງິນສະສົມຫຼາຍປີຂອງຂ້ອຍເພື່ອເປີດຮ້ານຄ້ານ້ອຍໆ. ສອງປີຕໍ່ມາ, ພວກເຮົາຫາເງິນໄດ້ຈຳນວນໜຶ່ງ ແລະ ມີລູກໆ. ເມື່ອພວກເຮົາເກືອບຈະແຕ່ງງານກັນ, ແຟນຂອງຂ້ອຍກໍໂກງເອົາທຸກຢ່າງໄປຈາກຂ້ອຍ. ລາວເອົາເງິນທັງໝົດໄປ, ຫຼົບໜີ ແລະ ໄປຕັ້ງຮາກຖານກັບຜູ້ຍິງຄົນອື່ນ.
## Categories
- [未分类](https://lo.kingdomsalvation.org/category/uncategorized)
- [ການພິພາກສາ ເລີ່ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ](https://lo.kingdomsalvation.org/category/utterances-of-Christ-of-the-last-days)
- [ພາກທີສອງ: ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ](https://lo.kingdomsalvation.org/category/the-word-appears-in-the-flesh/the-word-appears-in-the-flesh-2)
- [ພຣະທໍາຂອງພຣະຄຣິສໃນຂະນະທີ່ພຣະອົງຊົງຍ່າງໃນທ່າມກາງຄຣິສຕະຈັກ I](https://lo.kingdomsalvation.org/category/the-word-appears-in-the-flesh/the-word-appears-in-the-flesh-part-three/the-word-appears-in-the-flesh-4)
- [ພຣະທໍາຂອງພຣະຄຣິສໃນຂະນະທີ່ພຣະອົງຊົງຍ່າງໃນທ່າມກາງຄຣິສຕະຈັກ II](https://lo.kingdomsalvation.org/category/the-word-appears-in-the-flesh/the-word-appears-in-the-flesh-part-three/the-word-appears-in-the-flesh-5)
- [ພຣະທໍາຂອງພຣະຄຣິສໃນຂະນະທີ່ພຣະອົງຊົງຍ່າງໃນທ່າມກາງຄຣິສຕະຈັກ III](https://lo.kingdomsalvation.org/category/the-word-appears-in-the-flesh/the-word-appears-in-the-flesh-part-three/the-word-appears-in-the-flesh-6)
- [ພຣະທໍາຂອງພຣະຄຣິສໃນຂະນະທີ່ພຣະອົງຊົງຍ່າງໃນທ່າມກາງຄຣິສຕະຈັກ IV](https://lo.kingdomsalvation.org/category/the-word-appears-in-the-flesh/the-word-appears-in-the-flesh-part-three/the-word-appears-in-the-flesh-7)
- [ພາກທີສາມ: ພຣະທໍາຂອງພຣະຄຣິສໃນຂະນະທີ່ພຣະອົງຊົງຍ່າງໃນທ່າມກາງຄຣິສຕະຈັກ](https://lo.kingdomsalvation.org/category/the-word-appears-in-the-flesh/the-word-appears-in-the-flesh-part-three)
- [ພຣະທຳປາກົດໃນເນື້ອໜັງ ເຫຼັ້ມທີ I](https://lo.kingdomsalvation.org/category/the-word-appears-in-the-flesh) - ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ ຜູ້ທີ່ໄດ້ປາກົດມາເພື່ອປະຕິບັດພາລະກິດຂອງພຣະອົງ, ສະແດງຄວາມຈິງທັງໝົດທີ່ຊຳລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຄວາມຈິງທັງໝົດລວມຢູ່ໃນໜັງສືພຣະທຳປາກົດໃນເນື້ອໜັງ. ນີ້ເຮັດໃຫ້ສິ່ງທີ່ຖືກຂຽນໄວ້ໃນພຣະຄຳພີສຳເລັດໄປ: “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ ແລະ ພຣະທໍາຊົງບັງເກີດເປັນມະນຸດ” (ໂຢຮັນ 1:1). ສ່ວນພຣະທຳປາກົດໃນເນື້ອໜັງ, ນີ້ແມ່ນຄັ້ງທຳອິດນັບຕັ້ງແຕ່ການສ້າງໂລກທີ່ພຣະເຈົ້າໄດ້ກ່າວຕໍ່ມະນຸດທັງໝົດ. ຄຳກ່າວເຫຼົ່ານີ້ສ້າງຂໍ້ຄວາມທຳອິດທີ່ກ່າວໂດຍພຣະເຈົ້າຕໍ່ກັບມະນຸດເຊິ່ງພຣະອົງເປີດເຜີຍຜູ້ຄົນ, ຊີ້ນຳພວກເຂົາ, ພິພາກສາພວກເຂົາ ແລະ ກ່າວກັບພວກເຂົາດ້ວຍໃຈຈິງ ແລະ ພ້ອມນີ້ກໍເປັນຄໍາກ່າວທຳອິດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນຮູ້ຈັກຮ່ອງຮອຍຂອງພຣະອົງ, ສະຖານທີ່ທີ່ພຣະອົງປະທັບຢູ່, ນິໄສຂອງພຣະເຈົ້າ, ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ແນວຄວາມຄິດຂອງພຣະເຈົ້າ ແລະ ຄວາມຫ່ວງໃຍຂອງພຣະອົງມີຕໍ່ມະນຸດ. ສາມາດເວົ້າໄດ້ວ່າຄຳກ່າວທຳອິດເຫຼົ່ານີ້ແມ່ນຄໍາກ່າວທີ່ພຣະເຈົ້າໄດ້ກ່າວຕໍ່ມະນຸດຈາກສະຫວັນທີສາມນັບຕັ້ງແຕ່ການສ້າງສັບພະສິ່ງທັງປວງ ແລະ ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ໃຊ້ຕົວຕົນໂດຍເນື້ອແທ້ຂອງພຣະອົງເພື່ອປະກົດຕົວ ແລະ ສະແດງເຖິງຈິດໃຈແທ້ຈິງຂອງພຣະອົງມີຕໍ່ມະນຸດຜ່ານພຣະທໍາ. ພຣະທຳປາກົດໃນເນື້ອໜັງ (ເຊິ່ງເອີ້ນຫຍໍ້ວ່າ ພຣະທຳ) ທີ່ກ່າວໂດຍພຣະຄຣິດແຫ່ງຍຸກສຸດທ້າຍ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແມ່ນປະກອບດ້ວຍເຈັດເຫຼັ້ມໃນປັດຈຸບັນ: ເຫຼັ້ມທີ ໜຶ່ງ, ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ; ເຫຼັ້ມທີ ສອງ, ກ່ຽວກັບການຮູ້ຈັກພຣະເຈົ້າ; ເຫຼັ້ມທີ ສາມ, ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ; ເຫຼັ້ມທີ ສີ່, ການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ; ເຫຼັ້ມທີ ຫ້າ, ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ເຫຼັ້ມທີ ຫົກ, ກ່ຽວກັບການສະແຫວງຫາຄວາມຈິງ; ແລະ ເຫຼັ້ມທີ ເຈັດ, ກ່ຽວກັບການສະແຫວງຫາຄວາມຈິງ.
- [ພາກທີໜຶ່ງ: ພຣະຄຳຂອງພຣະຄຣິສໃນຕົ້ນເດີມ](https://lo.kingdomsalvation.org/category/the-word-appears-in-the-flesh/the-word-appears-in-the-flesh-1)
- [ພາກຜະໜວກ: ການເປີດເຜີຍຄວາມເລິກລັບແຫ່ງ “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”](https://lo.kingdomsalvation.org/category/the-word-appears-in-the-flesh/the-word-appears-in-the-flesh-3)
- [ແກະຂອງພຣະເຈົ້າໄດ້ຍິນນໍ້າສຽງຂອງພຣະເຈົ້າ](https://lo.kingdomsalvation.org/category/voice-of-God)
- [ບົດທີ 1 ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຈົ້າທີ່ແທ້ຈິງອົງດຽວທີ່ເນລະມິດທຸກສິ່ງ](https://lo.kingdomsalvation.org/category/voice-of-God/voice-of-God-2)
- [ບົດທີ 2 ຄວາມຈິງກ່ຽວກັບຊື່ຂອງພຣະເຈົ້າ](https://lo.kingdomsalvation.org/category/voice-of-God/voice-of-God-3)
- [ບົດທີ 3 ຄວາມຈິງກ່ຽວກັບສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/category/voice-of-God/voice-of-God-4)
- [ບົດທີ 4 ຄວາມຈິງກ່ຽວກັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ](https://lo.kingdomsalvation.org/category/voice-of-God/voice-of-God-5)
- [ບົດທີ 5 ຄວາມຈິງກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າ](https://lo.kingdomsalvation.org/category/voice-of-God/voice-of-God-6)
- [ບົດທີ 6 ຄວາມແຕກຕ່າງຫຼາຍລັກສະນະທີ່ເຈົ້າຄວນມີໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ](https://lo.kingdomsalvation.org/category/voice-of-God/voice-of-God-7)
- [ບົດທີ 7 ລັກສະນະອື່ນຂອງຄວາມຈິງທີ່ເຈົ້າຄວນເຂົ້າໃຈໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ](https://lo.kingdomsalvation.org/category/voice-of-God/voice-of-God-8)
- [ບົດທີ 8 ຈຸດຈົບສຳລັບຄົນຫຼາກຫຼາຍປະເພດ ແລະ ສັນຍາຂອງພຣະເຈົ້າຕໍ່ມະນຸດ](https://lo.kingdomsalvation.org/category/voice-of-God/voice-of-God-9)
- [ຄຳພະຍານ](https://lo.kingdomsalvation.org/category/christian-articles)
- [ຟັງສຽງຂອງພຣະເຈົ້າ ເບິ່ງການປາກົດຕົວຂອງພຣະເຈົ້າ](https://lo.kingdomsalvation.org/category/behold-the-appearance-of-God)
- [ກ. ພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍປາກົດຕົວ ແລະ ປະຕິບັດພາລະກິດດັ່ງບຸດມະນຸດ](https://lo.kingdomsalvation.org/category/behold-the-appearance-of-God/behold-the-appearance-of-God-1)
- [ຂ. ແຜນການຂອງພຣະເຈົ້າເພື່ອຊ່ວຍມະນຸດໃຫ້ພົ້ນ](https://lo.kingdomsalvation.org/category/behold-the-appearance-of-God/behold-the-appearance-of-God-2)
- [ພຣະທຳປະຈຳວັນຂອງພຣະເຈົ້າ](https://lo.kingdomsalvation.org/category/book-daily-words-of-God)
- [ພາກທີໜຶ່ງ: ຊີວິດຄຣິສຕຽນ](https://lo.kingdomsalvation.org/category/book-daily-words-of-God/book-daily-words-of-God-1-0)
- [ພາກທີສອງ: ການຮູ້ຈັກພຣະເຈົ້າ](https://lo.kingdomsalvation.org/category/book-daily-words-of-God/book-daily-words-of-God-2-0)
- [ຍອດພຣະທຳ ຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຄຣິດແຫ່ງຍຸກສຸດທ້າຍ](https://lo.kingdomsalvation.org/category/classic-words-from-Almighty-God)
- [hymns-audio](https://lo.kingdomsalvation.org/category/hymns-audio)
- [shxg-audio](https://lo.kingdomsalvation.org/category/hymns-audio/shxg-audio)
- [jlsg-audio](https://lo.kingdomsalvation.org/category/hymns-audio/jlsg-audio)
- [ຄຳພະຍານແຫ່ງປະສົບການ ຕໍ່ໜ້າທີ່ນັ່ງແຫ່ງການພິພາກສາຂອງພຣະຄຣິດ](https://lo.kingdomsalvation.org/category/judgment-before-christ)
- [ພຣະທຳປາກົດໃນເນື້ອໜັງ ເຫຼັ້ມທີ II](https://lo.kingdomsalvation.org/category/on-knowing-God) - ກ່ຽວກັບການຮູ້ຈັກພຣະເຈົ້າ, ໜັງສືເຫຼັ້ມທີສອງຂອງພຣະທຳປາກົດໃນເນື້ອໜັງ, ປະກອບມີຖ້ອຍຄຳຂອງພຣະຄຣິດແຫ່ງຍຸກສຸດທ້າຍສຳລັບມະນຸດທັງປວງ, ນັ້ນກໍຄືພຣະເຈົ້າອົງຊົງລິດທານຸພາບສູງສຸດ, ມາຫຼັງຈາກຖ້ອຍຄຳໃນການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າໄດ້ອະທິບາຍຄວາມຈິງທີ່ຫຼາກຫຼາຍຢ່າງລະອຽດວ່າເປັນພາລະກິດທີ່ພຣະອົງເຮັດນັບຕັ້ງແຕ່ທີ່ເນລະມິດສ້າງໂລກ, ຄວາມປະສົງຂອງພຣະອົງ ແລະ ຄວາມຄາດຫວັງຂອງພຣະອົງຕໍ່ມະນຸດຊາດເຊິ່ງປະກອບໄວ້ໃນພາລະກິດຂອງພຣະອົງ ແລະ ການສະແດງທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນຈາກພາລະກິດຂອງພຣະອົງ ພ້ອມທັງຄວາມຊອບທຳຂອງພຣະອົງ, ສິດອຳນາດຂອງພຣະອົງ, ຄວາມບໍລິສຸດຂອງພຣະອົງ ແລະ ຂໍ້ແທ້ຈິງທີ່ວ່າພຣະອົງຄືແຫຼ່ງກຳເນີດຊີວິດສຳລັບທຸກສິ່ງ. ເມື່ອໄດ້ອ່ານໜັງສືເຫຼັ້ມນີ້, ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງກໍຈະສາມາດຢືນຢັນວ່າພຣະອົງທີ່ສາມາດເຮັດພາລະກິດນີ້ ແລະ ສະແດງອຸປະນິໄສເຫຼົ່ານີ້ອອກມາກໍຄືຜູ້ທີ່ມີອຳນາດສູງສຸດເໜືອສິ່ງທັງປວງ ແລະ ພວກເຂົາຍັງສາມາດຮູ້ໄດ້ຢ່າງແທ້ຈິງເຖິງຕົວຕົນຂອງພຣະເຈົ້າ, ສະຖານະຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງ, ແລ້ວຢືນຢັນວ່າພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແມ່ນພຣະເຈົ້າເອງທີ່ເປັນເອກະລັກ.
- [ພຣະທຳປາກົດໃນເນື້ອໜັງ ເຫຼັ້ມທີ III](https://lo.kingdomsalvation.org/category/the-discourses-of-Christ-of-the-last-days)
- [ພາກທີສອງ: ການສົນທະນາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັບຜູ້ນໍາ ແລະ ຜູ້ເຮັດວຽກ](https://lo.kingdomsalvation.org/category/the-discourses-of-Christ-of-the-last-days/part-2-Almighty-God-s-discourses-with-leaders-workers)
- [ພາກທີໜຶ່ງ: ຄຳເທດສະໜາ ແລະ ການໂອ້ລົມທີ່ໃຫ້ໃນບ່ອນຊຸມນຸມໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ](https://lo.kingdomsalvation.org/category/the-discourses-of-Christ-of-the-last-days/part-1-fellowship-in-congregation-by-Almighty-God)
- [ພຣະທຳປາກົດໃນເນື້ອໜັງ ເຫຼັ້ມທີ VI](https://lo.kingdomsalvation.org/category/on-the-pursuit-of-the-truth)
- [ພຣະທຳ, ເຫຼັ້ມທີ 1: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ (ສະບັບຄັດເລືອກ)](https://lo.kingdomsalvation.org/category/recital-the-word-appears-in-the-flesh-selections) - ຮັບຟັງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເພື່ອເຂົ້າໃຈເລື່ອງລາຍພາຍໃນກ່ຽວກັບຄວາມລອດພົ້ນຂອງພຣະເຈົ້າສຳລັບມະນຸດຊາດ, ຄວາມເລິກລັບໃນການບັງເກີດເປັນມະນຸດຂອງພຣະເຈົ້າ, ແກ່ນແທ້ຂອງພຣະຄຣິດ, ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ຜົນໄດ້ຮັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ ແລະ ລັກສະນະອື່ນໆຂອງຄວາມຈິງ.
- [ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ](https://lo.kingdomsalvation.org/category/readings-a-christian-life/exposing-mankind-s-corruption)
- [ການເຂົ້າສູ່ຊີວິດ](https://lo.kingdomsalvation.org/category/readings-a-christian-life/entry-into-life)
- [ປາຍທາງ ແລະ ຜົນໄດ້ຮັບ](https://lo.kingdomsalvation.org/category/readings-a-christian-life/destinations-and-outcomes)
- [ພຣະທຳປະຈຳວັນຂອງພຣະເຈົ້າ: ຊີວິດຄຣິສຕຽນ](https://lo.kingdomsalvation.org/category/readings-a-christian-life) - ໂດຍການຟັງພຣະທຳຂອງພຣະເຈົ້າ, ເຈົ້າສາມາດໄດ້ຮັບການລ້ຽງດູ ແລະ ການຫົດນ້ຳຈາກພຣະເຈົ້າດ້ວຍພຣະອົງເອງ, ເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ກ້າວເຂົ້າສູ່ເສັ້ນທາງແຫ່ງການປ່ຽນແປງອຸປະນິໄສ ແລະ ບັນລຸຄວາມລອດພົ້ນອັນຄົບຖ້ວນຂອງພຣະເຈົ້າ.
- [ສາມຂັ້ນຕອນຂອງພາລະກິດ](https://lo.kingdomsalvation.org/category/readings-a-christian-life/the-three-stages-of-work)
- [ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/category/readings-a-christian-life/God-s-appearance-and-work)
- [ການຮູ້ຈັກພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/category/readings-a-christian-life/knowing-God-s-work)
- [ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ](https://lo.kingdomsalvation.org/category/readings-a-christian-life/God-s-disposition-and-what-He-has-and-is)
- [ການເປີດໂປງແນວຄິດທາງສາສະໜາ](https://lo.kingdomsalvation.org/category/readings-a-christian-life/exposing-religious-notions)
- [ການບັງເກີດເປັນມະນຸດຂອງພຣະເຈົ້າ](https://lo.kingdomsalvation.org/category/readings-a-christian-life/the-incarnation)
- [ຄວາມລຶກລັບກ່ຽວກັບພຣະຄໍາພີ](https://lo.kingdomsalvation.org/category/readings-a-christian-life/mysteries-about-the-bible)
- [ການພິພາກສາໃນຍຸກສຸດທ້າຍ](https://lo.kingdomsalvation.org/category/readings-a-christian-life/judgment-in-the-last-days)
- [ພຣະທຳປາກົດໃນເນື້ອໜັງ ເຫຼັ້ມທີ V](https://lo.kingdomsalvation.org/category/responsibilities-of-leaders-and-workers)
- [ພຣະທຳ, ເຫຼັ້ມທີ 5: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (ບົດເຕັມ)](https://lo.kingdomsalvation.org/category/audio-responsibilities-of-leaders-and-workers) - ຈົ່ງຮັບຟັງການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແລ້ວເຈົ້າຈະໄດ້ຮຽນຮູ້ກ່ຽວກັບຄວາມຮັບຜິດຊອບຕົ້ນຕໍຂອງຜູ້ນຳ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກ, ພ້ອມທັງວິທີແຍກແຍະການສະແດງອອກ ແບບຕ່າງໆຂອງສິດຍາພິບານປອມ.
- [ພາກສາມ: ການໂອ້ລົມທົ່ວໄປຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັບສ່ວນໜຶ່ງໃນຄົນຖືກເລືອກຂອງພຣະອົງ](https://lo.kingdomsalvation.org/category/the-discourses-of-Christ-of-the-last-days/part-3-almighty-God-s-casual-talks)
- [ພຣະທຳປາກົດໃນເນື້ອໜັງ, ເຫຼັ້ມທີ IV](https://lo.kingdomsalvation.org/category/exposing-the-antichrists)
- [ພຣະທຳປາກົດໃນເນື້ອໜັງ ເຫຼັ້ມທີ VII](https://lo.kingdomsalvation.org/category/on-the-pursuit-of-the-truth-2)
## 关于我们
- [ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ](https://lo.kingdomsalvation.org/about-us-categories/about-us)
- [ຄຳຖາມທີ່ມັກຖາມ](https://lo.kingdomsalvation.org/about-us-categories/common-questions)
## 书籍分类
- [ພຣະຄຳຂອງພຣະຄຣິດແຫ່ງຍຸກສຸດທ້າຍ](https://lo.kingdomsalvation.org/?book-category=word)
- [ປຶ້ມພຣະກິດຕິຄຸນ](https://lo.kingdomsalvation.org/?book-category=gospel)
- [ຄຳພະຍານຈາກປະສົບການ](https://lo.kingdomsalvation.org/?book-category=experience)
## Categories
- [ວິດີໂອເພງ](https://lo.kingdomsalvation.org/video-category/mv-series) - ເພີດເພີນກັບວິດີໂອເພງບັນຍາຍ, ວິດີໂອເພງອາແຄັບປະລາ, ວີດີໂອເພງສັນລະເສີນ ແລະ ອື່ນໆອີກໂດຍບໍ່ເສຍຄ່າ. ຜະເຊີນກັບຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້າສຳລັບມະນຸດຊາດ.
- [ວີດີໂອເພງສັນລະເສີນ](https://lo.kingdomsalvation.org/video-category/sing-and-dance) - ເບິ່ງວິດີໂອເພງຄຣິດສະຕຽນໂດຍບໍ່ເສຍຄ່າກັບຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າຈາກທົ່ວໂລກທີ່ຮ້ອງເພງ ແລະ ຖວາຍຄຳສັນລະເສີນຂອງພວກເຂົາໃຫ້ແກ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຂອບພຣະຄຸນສຳລັບຄວາມຮັກ ແລະ ຄວາມລອດພົ້ນຂອງພຣະອົງ.
- [ອາແຄັບປະລາ](https://lo.kingdomsalvation.org/video-category/a-cappella-mv) - ໃນນີ້ ອາແຄັບປະລາແມ່ນການສະແດງທີ່ມີການຮ້ອງເພງຮ່ວມປະສານສຽງ, ຄຣິສຕຽນສະແດງຄວາມປາຖະໜາ ແລະ ຄຳສັນລະເສີນຂອງພວກເຂົາສຳລັບພຣະເຈົ້າດັ່ງຜູ້ຄົນທີ່ຖືກເລືອກຂອງພຣະອົງ.
- [ຊີວິດຄຣິສຕະຈັກ—ລາຍການວາໄຣຕີ້](https://lo.kingdomsalvation.org/video-category/the-life-of-the-church-artistic-series) - ຊີວິດຄຣິສຕະຈັກ—ລາຍການວາໄຣຕີ້: ການຮ້ອງເພງ ແລະ ການເຕັ້ນລຳ, ບົດລະຄອນສັ້ນ, ການເລົ່າຂານ ແລະ ການສະແດງເທິງເວທີ. ພວກມັນອາດຊ່ວຍໃຫ້ທ່ານເຂົ້າໃຈພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ.
- [ການຮ້ອງເພງ ແລະ ການຟ້ອນລຳ](https://lo.kingdomsalvation.org/video-category/dance-and-song-videos) - ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າຮ້ອງເພງ ແລະ ເຕັ້ນລຳເພື່ອສັນລະເສີນການສຳເລັດພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ການທີ່ອານາຈັກຂອງພຣະຄຣິດໄດ້ປາກົດຂຶ້ນເທິງແຜ່ນດິນໂລກ. ທຸກສິ່ງແມ່ນບໍ່ເສຍຄ່າ.
- [ບົດລະຄອນສັ້ນ](https://lo.kingdomsalvation.org/video-category/short-sketches)
- [ພຣະທໍາຂອງພຣະຄຣິສໃນຂະນະທີ່ພຣະອົງຊົງຍ່າງໃນທ່າມກາງຄຣິສຕະຈັກ](https://lo.kingdomsalvation.org/video-category/Christ-s-sermons-in-the-church)
- [ບົດອ່ານຈາກ ພຣະທຳ, ເຫຼັ້ມທີ 1: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/video-category/readings-of-Almighty-God-s-words)
- [ຊຸດວິດີໂອເພງປະສານສຽງ](https://lo.kingdomsalvation.org/video-category/choir-series) - ພາກນີ້ຮວບຮວມຜົນງານເພງປະສານສຽງ, ເພງປະສານສຽງ, ລະຄອນເພງ, ຄຣິບເດັ່ນ. ທັງໝົດມີໃຫ້ເບິ່ງຟຣີ.
- [ຮູບເງົາໂຄສະນາ](https://lo.kingdomsalvation.org/video-category/gospel-choir-trailer) - ໃນນີ້ ທ່ານສາມາດພົບໄຮໄລ້ກ່ຽວກັບຜົນງານເພງປະສານສຽງຫຼາຍຢ່າງເພື່ອຮັບຊົມຕົວຢ່າງເນື້ອຫາຂອງພວກມັນຢ່າງວ່ອງໄວ ແລະ ຢ່າງງ່າຍດາຍ.
- [ໄຮໄລ້ຜົນງານຮູບເງົາ](https://lo.kingdomsalvation.org/video-category/video-page-collection) - ທີ່ນີ້ເຈົ້າສາມາດພົບຮູບເງົາໂຄສະນາ, ສະບັບເຕັມ, ຄຣິບເດັ່ນ ແລະ ພາບນິ້ງສຳລັບຜົນງານຮູບເງົາທຸກປະເພດເພື່ອເບິ່ງສິ່ງທີ່ແຕ່ອັນສະເໜີຫຼາຍຂຶ້ນ.
- [ໄຮໄລ້ຜົນງານເພງປະສານສຽງ](https://lo.kingdomsalvation.org/video-category/choir-pages) - ໄຮໄລ້ຜົນງານເພງປະສານສຽງປະກອບດ້ວຍ, ສະບັບເຕັມ, ພາບເຄື່ອນໄຫວ ແລະ ພາບນິ້ງສຳລັບລະຄອນເພງ ແລະ ຜົນງານເພງປະສານສຽງເພື່ອໃຫ້ເຈົ້າສາມາດຮຽນຮູ້ກ່ຽວກັບແຕ່ລະອັນຫຼາຍຂຶ້ນ. ພວກມັນທັງໝົດມີໃຫ້ທ່ານແບບບໍ່ເສຍຄ່າ.
- [ຜົນງານເພງປະສານສຽງ](https://lo.kingdomsalvation.org/video-category/gospel-choir)
- [ວິດີໂອເພງສັນລະເສີນ](https://lo.kingdomsalvation.org/video-category/hymn-videos) - ການຮວບຮວມເພງສັນລະເສີນພຣະທຳຂອງພຣະເຈົ້າ ແລະ ເພງສັນລະເສີນແຫ່ງຄຣິສຕະຈັກນີ້ລ້ວນແຕ່ຖືກສະໜອງໃຫ້ແບບບໍ່ເສຍຄ່າແທ້ໆ. ມາສຳພັດກັບຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້ານຳກັນ!
- [ເພງສັນລະເສີນພຣະທຳຂອງພຣະເຈົ້າ](https://lo.kingdomsalvation.org/video-category/hymns-of-God-s-words)
- [ໄຮໄລ້](https://lo.kingdomsalvation.org/video-category/gospel-choir-clips) - ນີ້ແມ່ນການຮິບໂຮມຄລິບການຮ້ອງເພງປະສານສຽງກ່ຽວກັບການປົກຄອງ ແລະ ການບໍາລຸງລ້ຽງຂອງພຣະເຈົ້າ, ການມາເຖິງຂອງອານາຈັກຂອງພຣະເຈົ້າ ແລະ ຫຼາຍລະດູການໃນຊີວິດ. ເບິ່ງພວກມັນທັງໝົດອອນລາຍໂດຍບໍ່ເສຍຄ່າ.
- [ການອ່ານພຣະທຳປະຈຳວັນຂອງພຣະເຈົ້າ](https://lo.kingdomsalvation.org/video-category/daily-words-of-God) - ຟັງການຄັດເລືອກພຣະທຳຂອງພຣະເຈົ້າໃນແຕ່ລະວັນເພື່ອຮຽນຮູ້ກ່ຽວກັບຄວາມຈິງທີ່ທ່ານຈຳເປັນຕ້ອງໄດ້ຮັບການຊໍາລະລ້າງ ແລະ ຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ ແລະ ກ້າວເຂົ້າສູ່ເສັ້ນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ.
- [ການສົນທະນາຮ່ວມ](https://lo.kingdomsalvation.org/video-category/chinese-crosstalk)
- [ການບັງເກີດເປັນມະນຸດຂອງພຣະເຈົ້າ](https://lo.kingdomsalvation.org/video-category/the-incarnation) - ການບັງເກີດເປັນມະນຸດແມ່ນຫຍັງ? ພວກເຮົາຈະສາມາດຮັບຮູ້ພຣະເຈົ້າໃນເນື້ອໜັງໄດ້ແນວໃດ? ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ ໄດ້ສະແດງຄວາມຈິງອອກເພື່ອເປີດເຜີຍຄວາມລຶກລັບແຫ່ງການບັງເກີດເປັນມະນຸດຕໍ່ມະນຸດຊາດ. ໃຫ້ຄົ້ນຫາວ່າສິ່ງເຫຼົ່ານີ້ທີ່ຢູ່ໃນພຣະທຳປະຈຳວັນຂອງພຣະເຈົ້າແມ່ນຫຍັງ.
- [ສາມຂັ້ນຕອນຂອງພາລະກິດ](https://lo.kingdomsalvation.org/video-category/the-three-stages-of-work) - ຄວາມລຶກລັບຂອງແຜນການສົມບູນຂອງພຣະເຈົ້າ ນັ້ນກໍຄື ສາມຂັ້ນຕອນຂອງພາລະກິດ ໄດ້ຖືກເປີດເຜີຍອອກ. ຟັງພຣະທຳປະຈຳວັນຂອງພຣະເຈົ້າເພື່ອເຂົ້າໃຈຄວາມລຶກລັບກ່ຽວກັບສາມຂັ້ນຕອນຂອງພາລະກິດຂອງພຣະອົງ ແລະ ຕາມທັນພາລະກິດຂອງພຣະເຈົ້າ.
- [ການເປີດໂປງແນວຄິດທາງສາສະໜາ](https://lo.kingdomsalvation.org/video-category/exposing-religious-notions) - ແນວຄິດທາງສາສະໜາຂອງພວກເຮົາແມ່ນໂສ້ທີ່ຫ້າມພວກເຮົາບໍ່ໃຫ້ຫັນມາຫາພຣະເຈົ້າ. ພວກເຮົາຈະສາມາດແຍກແຍະພວກມັນ, ຫຼົບໜີຈາກພັນທະນາການຂອງພວກມັນ ແລະ ມາຢູ່ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງໄດ້ແນວໃດ? ຄົ້ນຫາໃນພຣະທຳປະຈຳວັນຂອງພຣະເຈົ້າ.
- [ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/video-category/God-s-appearance-and-work) - ເຈົ້າໄດ້ຍິນບໍ? ພຣະເຈົ້າໄດ້ກາຍມາເປັນເນື້ອໜັງແລ້ວ ແລະ ມາຢ່າງລັບໆ! ຟັງພຣະທຳປະຈຳວັນຂອງພຣະເຈົ້າເພື່ອຮຽນຮູ້ທຸກສິ່ງກ່ຽວກັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ.
- [ການຮູ້ຈັກພາລະກິດຂອງພຣະເຈົ້າ](https://lo.kingdomsalvation.org/video-category/knowing-God-s-work) - ພາລະກິດຂອງພຣະເຈົ້າປະກອບມີແຜນການ ແລະ ເກີດຂຶ້ນໃນຂັ້ນຕອນຕ່າງໆ, ມັນລ້ວນແລ້ວແຕ່ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ໃຫ້ຟັງພຣະທຳປະຈຳວັນຂອງພຣະເຈົ້າເພື່ອຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ຕາມທັນບາດກ້າວຂອງພຣະເຈົ້າ.
- [ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ](https://lo.kingdomsalvation.org/video-category/God-s-disposition-and-what-He-has-and-is) - ໂດຍການຟັງພຣະທຳປະຈຳວັນຂອງພຣະເຈົ້າ, ທ່ານສາມາດຮຽນຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຜ່ານທາງພາລະກິດ ແລະ ພຣະທຳຂອງພຣະອົງເອງ. ກ້າວເຂົ້າສູ່ເສັ້ນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ.
- [ການພິພາກສາໃນຍຸກສຸດທ້າຍ](https://lo.kingdomsalvation.org/video-category/judgment-in-the-last-days) - ການພິພາກສາແຫ່ງຍຸກສຸດທ້າຍຂອງພຣະເຈົ້າໄດ້ເລີ່ມຕົ້ນເປັນເວລາດົນນານມາແລ້ວ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງຄວາມຈິງທັງໝົດອອກເພື່ອພິພາກສາ ແລະ ຊໍາລະລ້າງມະນຸດຊາດ. ໃຫ້ຟັງພຣະທຳປະຈຳວັນຂອງພຣະເຈົ້າເພື່ອຮຽນຮູ້ຄວາມລຶກລັບໃນການພິພາກສາແຫ່ງຍຸກສຸດທ້າຍຂອງພຣະເຈົ້າ.
- [ການຮູ້ຈັກພຣະເຈົ້າ](https://lo.kingdomsalvation.org/video-category/knowing-God) - ການຮູ້ຈັກພຣະເຈົ້າແມ່ນເປົ້າໝາຍທີ່ຄຣິສຕຽນທຸກຄົນສະແຫວງຫາ. ສະນັ້ນ ວິທີການຂອງພວກເຮົາຄວນເປັນແນວໃດ ແລະ ການສະແຫວງຫາຂອງພວກເຮົາເພື່ອບັນລຸສິ່ງນີ້ຄວນເປັນແນວໃດ? ໃຫ້ຟັງພຣະທຳປະຈຳວັນຂອງພຣະເຈົ້າຮ່ວມກັນ.
- [ການເຂົ້າສູ່ຊີວິດ](https://lo.kingdomsalvation.org/video-category/entry-into-life) - ຊາວຄຣິສຕຽນຄວນສະແຫວງຫາຄວາມຈິງ ແລະ ເຂົ້າສູ່ຊີວິດແນວໃດ? ພຣະທຳປະຈຳວັນຂອງພຣະເຈົ້ານໍາຄວາມຈິງທີ່ທ່ານຈຳເປັນຕ້ອງມີມາໃຫ້ທ່ານເພື່ອເຂົ້າສູ່ຊີວິດ.
- [ປາຍທາງ ແລະ ຜົນໄດ້ຮັບ](https://lo.kingdomsalvation.org/video-category/destinations-and-outcomes) - ຊາວຄຣິສຕຽນຈຳເປັນຕ້ອງມີການສະແຫວງຫາແບບໃດຈຶ່ງຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ? ໃຫ້ຟັງພຣະທຳປະຈຳວັນຂອງພຣະເຈົ້າເພື່ອຮຽນຮູ້ກ່ຽວກັບມາດຕະຖານຂອງພຣະເຈົ້າເພື່ອກຳນົດຜົນຕາມມາຂອງຜູ້ຄົນ ແລະ ຄົ້ນຫາເສັ້ນທາງສູ່ອານາຈັກສະຫວັນ.
- [ຄຳພະຍານຊີວິດຄຣິສຕະຈັກ](https://lo.kingdomsalvation.org/video-category/church-life-movies-series)
- [ຄຳພະຍານກ່ຽວກັບຂ່າວປະເສີດ](https://lo.kingdomsalvation.org/video-category/returning-to-God)
- [ວິດີໂອເພງບັນຍາຍ](https://lo.kingdomsalvation.org/video-category/music-videos)
- [ຄວາມລຶກລັບກ່ຽວກັບພຣະຄໍາພີ](https://lo.kingdomsalvation.org/video-category/mysteries-about-the-bible)
- [ຮູບເງົາໂຄສະນາ](https://lo.kingdomsalvation.org/video-category/persecution-experience-trailers)
- [ຮູບເງົາກ່ຽວກັບການຂົ່ມເຫັງສາສະໜາ](https://lo.kingdomsalvation.org/video-category/persecution-experience-testimonies)
- [ຊຸດຄຳເທດສະໜາ: ການສະແຫວງຫາຄວາມຈິງໃນຄວາມເຊື່ອ](https://lo.kingdomsalvation.org/video-category/sermons-seeking-true-faith)
- [ຮູບເງົາກ່ຽວກັບການຂົ່ມເຫັງສາສະໜາ](https://lo.kingdomsalvation.org/video-category/religious-persecution-movie-series)
- [ຮູບເງົາໂຄສະນາ](https://lo.kingdomsalvation.org/video-category/gospel-movie-trailers)
- [ຮູບເງົາພຣະກິດຕິຄຸນ](https://lo.kingdomsalvation.org/video-category/gospel-movies)
- [ການຜະເຊີນໜ້າກັບຊີວິດ](https://lo.kingdomsalvation.org/video-category/church-life-testimonies)
- [ຮູບເງົາພຣະກິດຕິຄຸນ](https://lo.kingdomsalvation.org/video-category/gospel-movies-series)
- [ຮູບເງົາຄຳພະຍານກ່ຽວກັບປະສົບການໃນຊີວິດ](https://lo.kingdomsalvation.org/video-category/life-experience-testimonies)
- [ຮູບເງົາໂຄສະນາ](https://lo.kingdomsalvation.org/video-category/life-experience-testimonies-trailers)
- [ຮູບເງົາພຣະກິດຕິຄຸນ](https://lo.kingdomsalvation.org/video-category/full-length)
- [ເພງປະສານສຽງ](https://lo.kingdomsalvation.org/video-category/choir-single-track)
- [ລະຄອນເພງ](https://lo.kingdomsalvation.org/video-category/classic-musical-dramas)
- [ຮູບເງົາຄັດຫຍໍ້ທີ່ແນະນໍາ](https://lo.kingdomsalvation.org/video-category/featured-movie-selections)
- [ອື່ນໆ](https://lo.kingdomsalvation.org/video-category/categories-of-movie-clips)
- [ຄວາມເລິກລັບຂອງພຣະນາມຂອງພຣະເຈົ້າ](https://lo.kingdomsalvation.org/video-category/the-mystery-of-God-s-name)
- [ການພິພາກສາ ເລີ່ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ](https://lo.kingdomsalvation.org/video-category/the-judgment-beginning-with-the-house-of-god)
- [ການແຍກແຍະພຣະຄຣິດທີ່ແທ້ຈິງ ແລະ ພຣະຄຣິດປອມ](https://lo.kingdomsalvation.org/video-category/discernment)
- [ການລະບຸສຽງຂອງພຣະເຈົ້າ](https://lo.kingdomsalvation.org/video-category/distinguish-the-voice-of-the-groom)
- [ການສືບຄົ້ນຫາຫົນທາງສູ່ອານາຈັກສະຫວັນ](https://lo.kingdomsalvation.org/video-category/kingdom-of-heaven)
- [ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ](https://lo.kingdomsalvation.org/video-category/God-s-words-to-the-entire-universe)
- [ພຣະຄຳຂອງພຣະຄຣິດໃນຕົ້ນເດີມ](https://lo.kingdomsalvation.org/video-category/utterances-of-Christ-in-the-beginning)
- [ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ](https://lo.kingdomsalvation.org/video-category/exposing-mankind-s-corruption)
- [ງານສະແດງສິລະປະຫຼາກຫຼາຍຂອງຄຣິສຕະຈັກ](https://lo.kingdomsalvation.org/video-category/christian-variety-show)
- [ບົດອ່ານຈາກ ພຣະທຳ, ເຫຼັ້ມທີ 5: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ](https://lo.kingdomsalvation.org/video-category/video-responsibilities-of-leaders-and-workers)
- [ຫ້ອງສົນທະນາຂ່າວປະເສີດແຫ່ງລາຊະອານາຈັກ](https://lo.kingdomsalvation.org/video-category/kingdom-gospel-chat-room)
- [ຊີວິດຄຣິສຕະຈັກໃນຍຸກໃໝ່](https://lo.kingdomsalvation.org/video-category/church-life-in-the-new-age)
- [ຂໍ້ແທ້ຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ](https://lo.kingdomsalvation.org/video-category/facts-of-ccp-persecution-of-christians)
## Categories
- [ກ່ຽວກັບການຮູ້ຈັກພຣະເຈົ້າ](https://lo.kingdomsalvation.org/gospel-categories/the-way-to-know-god)
- [ພຣະເຈົ້າໃຊ້ພຣະທຳເພື່ອສ້າງສິ່ງທັງປວງ](https://lo.kingdomsalvation.org/gospel-categories/God-create-all-things)
- [ພຣະເຈົ້າສ້າງອາດາມ ແລະ ເອວາ](https://lo.kingdomsalvation.org/gospel-categories/God-creates-adam-and-eve)
- [ໂນອາ](https://lo.kingdomsalvation.org/gospel-categories/noah)
- [ພຣະເຈົ້າທຳລາຍເມືອງໂຊໂດມ](https://lo.kingdomsalvation.org/gospel-categories/God-s-destruction-of-sodom)
- [ການທີ່ພຣະເຈົ້າຊ່ວຍເມືອງນີນາເວໃຫ້ລອດພົ້ນ](https://lo.kingdomsalvation.org/gospel-categories/Gods-salvation-of-nineveh)
- [ໂຢບ](https://lo.kingdomsalvation.org/gospel-categories/job)
- [ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ](https://lo.kingdomsalvation.org/gospel-categories/source-of-life-for-all-things)
- [ຫົກຊ່ວງເວລາໃນຊີວິດມະນຸດ](https://lo.kingdomsalvation.org/gospel-categories/six-junctures-in-human-life)
- [ວິທີທີ່ພຣະເຈົ້າປົກຄອງ ແລະ ບໍລິຫານໂລກຝ່າຍຍິນຍານ](https://lo.kingdomsalvation.org/gospel-categories/how-God-rules-spiritual-world)
- [ບົດຄວາມກ່ຽວກັບພຣະທຳຂອງພຣະເຈົ້າ](https://lo.kingdomsalvation.org/gospel-categories/passages-of-God-s-words)
- [ຄົ້ນຫາຂ່າວປະເສີດ ແລະ ພຣະທຳຂອງພຣະເຈົ້າ](https://lo.kingdomsalvation.org/gospel-categories/gospel-topics)
- [ບົດເທດສະໜາ](https://lo.kingdomsalvation.org/gospel-categories/sermon-articles)
- [ອັບຣາຮາມ](https://lo.kingdomsalvation.org/gospel-categories/abraham)
- [ພາລະກິດ ແລະ ພຣະທຳຂອງພຣະເຢຊູເຈົ້າ](https://lo.kingdomsalvation.org/gospel-categories/work-and-words-of-Lord-Jesus)
- [ສິດອຳນາດ ແລະ ອຳນາດຈາກພຣະທຳຂອງພຣະເຈົ້າ](https://lo.kingdomsalvation.org/gospel-categories/power-authority-of-God-s-word)
## Categories
- [ໜັງສືຄູ່ມືສຳລັບຄວາມເຊື່ອ](https://lo.kingdomsalvation.org/testimonies-categories/faith-guide)
- [ບົດຄວາມຄຳພະຍານ](https://lo.kingdomsalvation.org/testimonies-categories/overcomers-article)
- [ຄຳພະຍານກ່ຽວກັບປະສົບການໃນຊີວິດ](https://lo.kingdomsalvation.org/testimonies-categories/testimonies-of-life-experiences)
- [ການແກ້ໄຂຄວາມສັບສົນຝ່າຍວິນຍານ](https://lo.kingdomsalvation.org/testimonies-categories/clearing-up-confusion)
- [ບົດຄວາມຄຳພະຍານ](https://lo.kingdomsalvation.org/testimonies-categories/testimonies-of-life-experiences-article)
- [ຄຳພະຍານກ່ຽວກັບການກັບຄືນມາຫາພຣະເຈົ້າ](https://lo.kingdomsalvation.org/testimonies-categories/testimonies-of-returning-to-god)
- [ການຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ](https://lo.kingdomsalvation.org/testimonies-categories/welcoming-the-lords-return)
- [ຄວາມເຊື່ອ ແລະ ຊີວິດ](https://lo.kingdomsalvation.org/testimonies-categories/faith-and-life)
- [ຄໍາພະຍານຜ່ານການລົງໂທດ](https://lo.kingdomsalvation.org/testimonies-categories/overcomers)
- [ສົງຄາມຝ່າຍວິນຍານ](https://lo.kingdomsalvation.org/testimonies-categories/spiritual-battles)